﻿<?xml version="1.0" encoding="UTF-8"?>
<bible translation="Lao Bible 2012 (ພຣະຄຳພີສັກສິ)" status="@ 2012 United Bible Societies. All Rights Reserved" site="https://www.bible.com/bible/1727/GEN.1.ພຄພ">
	<testament name="Old">
		<book number="1">
			<chapter number="1">
				<verse number="1">ເມື່ອ​ພຣະເຈົ້າ​ຕັ້ງຕົ້ນ​ນິຣະມິດ​ສ້າງ​ຈັກກະວານ</verse>
				<verse number="2">ໂລກ​ບໍ່ທັນ​ມີ​ຮູບຮ່າງ​ແລະ​ຍັງ​ວ່າງ​ເປົ່າ​ຢູ່. ຄວາມມືດ​ໄດ້​ຫຸ້ມຫໍ່​ມະຫາສະໝຸດ​ອັນ​ກວ້າງໃຫຍ່​ໄພສານ ແລະ​ພຣະວິນຍານ​ຂອງ​ພຣະເຈົ້າ ໄດ້​ປົກຄຸມ​ຢູ່​ເທິງ​ໜ້າ​ນໍ້າ.</verse>
				<verse number="3">ພຣະເຈົ້າ​ໄດ້​ກ່າວ​ວ່າ, “ໃຫ້​ເກີດ​ມີ​ແສງ​ແຈ້ງ​ສ່ອງ​ຂຶ້ນ.” ແລະ​ກໍ​ເປັນ​ດັ່ງນັ້ນ.</verse>
				<verse number="4">ພຣະເຈົ້າ​ໄດ້​ເຫັນ​ແຈ້ງ​ນັ້ນ​ແລ້ວ​ເຫັນ​ວ່າ​ດີ. ພຣະເຈົ້າ​ແຍກ​ແຈ້ງ​ອອກ​ຈາກ​ມືດ</verse>
				<verse number="5">ແລະ​ພຣະເຈົ້າ​ໄດ້ເອີ້ນ​ແຈ້ງ​ນັ້ນ​ວ່າ, “ກາງ​ເວັນ.” ແລະ​ໄດ້ເອີ້ນ​ມືດ​ນັ້ນ​ວ່າ, “ກາງ​ຄືນ.” ມີ​ເວລາ​ຄໍ່າ​ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ໜຶ່ງ.</verse>
				<verse number="6">ແລ້ວ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ມີ​ແຜ່ນ​ຟ້າ​ໃນ​ລະຫວ່າງ​ນໍ້າ ແຍກ​ນໍ້າ​ອອກ​ຈາກ​ກັນ​ເປັນ​ສອງ​ສ່ວນ.”</verse>
				<verse number="7">ພຣະ​ເຈົ້າ​ຈຶ່ງ​ຊົງ​ສ້າງ​ແຜ່ນ​ຟ້າ ແລະ​ແຍກ​ນໍ້າ​ອອກ​ຈາກ​ກັນ​ຄື: ນໍ້າ​ທີ່​ຢູ່​ເທິງ​ແຜ່ນ​ຟ້າ​ແລະ​ນໍ້າ​ທີ່​ຢູ່​ລຸ່ມ​ແຜ່ນ​ຟ້າ. ແລະ​ກໍ​ເປັນ​ດັ່ງນັ້ນ.</verse>
				<verse number="8">ພຣະເຈົ້າ​ໄດ້ເອີ້ນ​ແຜ່ນ​ຟ້າ​ນັ້ນ​ວ່າ, “ຟ້າ.” ມີ​ເວລາ​ຄໍ່າ ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ສອງ.</verse>
				<verse number="9">ແລະ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ນໍ້າ​ທີ່​ຢູ່​ລຸ່ມ​ທ້ອງຟ້າ​ມາ​ໂຮມ​ກັນ​ຢູ່​ບ່ອນ​ດຽວ ເພື່ອ​ພື້ນດິນ​ແຫ້ງ​ຈະ​ໄດ້​ປາກົດ​ຂຶ້ນ.” ແລະ​ກໍ​ເປັນ​ດັ່ງນັ້ນ.</verse>
				<verse number="10">ພຣະເຈົ້າ​ໄດ້ເອີ້ນ​ບ່ອນ​ແຫ້ງ​ນັ້ນ​ວ່າ, “ແຜ່ນດິນ​ໂລກ.” ແລະ​ບ່ອນ​ທີ່​ນໍ້າ​ມາ​ໂຮມກັນ​ນັ້ນ​ວ່າ, “ທະ​ເລ.” ພຣະເຈົ້າ​ໄດ້​ເຫັນ​ວ່າ​ສິ່ງ​ນັ້ນ​ດີ.</verse>
				<verse number="11">ແລ້ວ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ແຜ່ນດິນ​ເກີດ​ພືດ​ທຸກ​ຊະນິດ​ທັງ​ແນວ​ເປັນເມັດ​ແລະ​ແນວ​ເປັນ​ໝາກ​ຕາມ​ຊະນິດ​ຂອງ​ມັນ.” ແລະ​ກໍ​ເປັນ​ດັ່ງນັ້ນ.</verse>
				<verse number="12">ສະນັ້ນ ພືດ​ທຸກ​ຊະນິດ​ຈຶ່ງ​ເກີດຂຶ້ນ​ຕາມ​ຊະນິດ​ຂອງ​ມັນ. ພຣະເຈົ້າ​ໄດ້ເຫັນ​ວ່າ​ສິ່ງ​ນັ້ນ​ດີ.</verse>
				<verse number="13">ມີ​ເວລາ​ຄໍ່າ ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ສາມ.</verse>
				<verse number="14">ແລະ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ມີ​ດວງແຈ້ງ​ໃນ​ທ້ອງຟ້າ ແຍກ​ກາງເວັນ​ຈາກ​ກາງຄືນ ແລະ​ໃຫ້​ເປັນ​ເຄື່ອງໝາຍ​ກຳນົດ​ເວລາ​ຂອງ​ມື້, ປີ ແລະ​ລະດູ​ການ;</verse>
				<verse number="15">ໃຫ້​ດວງແຈ້ງ​ແຫ່ງ​ຈັກກະວານ​ນັ້ນ ສ່ອງ​ແສງ​ລົງ​ມາ​ເທິງ​ແຜ່ນດິນ​ໂລກ.” ແລະ​ກໍ​ເປັນ​ດັ່ງນັ້ນ.</verse>
				<verse number="16">ສະນັ້ນ ພຣະເຈົ້າ​ຈຶ່ງ​ສ້າງ​ດວງແຈ້ງ​ໃຫຍ່​ສອງ​ດວງ​ຄື: ດວງ​ຕາເວັນ​ເພື່ອ​ຄອບຄອງ​ກາງເວັນ ແລະ​ດວງຈັນ​ເພື່ອ​ຄອບຄອງ​ກາງຄືນ; ພຣະອົງ​ຍັງ​ສ້າງ​ດວງດາວ​ອື່ນໆ​ອີກ.</verse>
				<verse number="17">ພຣະເຈົ້າ​ໄດ້​ກຳນົດ​ຕຳ​ແໜ່​ງ​ດວງແຈ້ງ​ທັງຫລາຍ​ໄວ້​ໃນ​ຈັກກະວານ​ໃຫ້​ສ່ອງແສງ​ລົງ​ມາ​ສູ່​ໂລກ</verse>
				<verse number="18">ເພື່ອ​ຄອບຄອງ​ກາງເວັນ​ກັບ​ກາງຄືນ ແລະ​ໃຫ້​ແຍກ​ແຈ້ງ​ຈາກ​ມືດ. ແລະ​ພຣະເຈົ້າ​ໄດ້ເຫັນ​ວ່າ​ສິ່ງ​ນັ້ນ​ດີ.</verse>
				<verse number="19">ມີ​ເວລາ​ຄໍ່າ ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ສີ່.</verse>
				<verse number="20">ແລະ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ສັດ​ຫລາຍ​ຈຳພວກ​ເກີດຂຶ້ນ​ຢູ່​ໃນ​ນໍ້າ ແລະ​ໃຫ້​ມີ​ນົກ​ບິນ​ໄປມາ​ໃນ​ທ້ອງຟ້າ​ອາກາດ.”</verse>
				<verse number="21">ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ນິຣະມິດ​ສ້າງ​ສັດ​ທະເລ​ຂະໜາດ​ໃຫຍ່ ພ້ອມ​ກັບ​ບັນດາ​ສັດນໍ້າ​ທີ່​ມີ​ຊີວິດ​ເຄື່ອນໄຫວ​ໄປມາ​ຕາມ​ຊະນິດ​ຂອງ​ມັນ ເກີດຂື້ນ​ຢ່າງ​ບໍຣິບູນ​ໃນ​ນໍ້າ​ນັ້ນ; ນົກ​ທຸກ​ປະເພດ​ຕາມ​ຊະນິດ​ຂອງ​ມັນ. ແລະ​ພຣະເຈົ້າ​ໄດ້ເຫັນ​ວ່າ​ສິ່ງ​ນັ້ນ​ດີ.</verse>
				<verse number="22">ພຣະເຈົ້າ​ໄດ້​ອວຍພອນ​ສັດ​ເຫຼົ່ານັ້ນ ໃຫ້​ພາກັນ​ແຜ່ຜາຍ​ຂະຫຍາຍ​ພັນ​ທະວີຄູນ​ຫລາຍ​ຂຶ້ນ​ຢູ່​ເຕັມ​ນໍ້າ​ທະ​ເລ ແລະ​ທັງ​ໃຫ້​ມີ​ຝູງ​ນົກ​ແຜ່ຜາຍ​ຂະຫຍາຍ​ພັນ​ທະວີຄູນ​ຫລາຍ​ຂຶ້ນ​ຢູ່​ເຕັມ​ແຜ່ນດິນ​ໂລກ.</verse>
				<verse number="23">ມີ​ເວລາ​ຄໍ່າ ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ຫ້າ.</verse>
				<verse number="24">ແລະ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ມີ​ສັດ​ຈຳພວກ​ຕ່າງໆ​ຄື: ສັດ​ບ້ານ, ສັດປ່າ ແລະ​ສັດ​ຍ່າງຍ້າຍ​ເລືອຄານ ເກີດຂຶ້ນ​ທົ່ວ​ແຜ່ນດິນ​ໂລກ.” ແລະ​ກໍ​ເປັນ​ດັ່ງນັ້ນ.</verse>
				<verse number="25">ສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ສ້າງ​ສັດປ່າ​ຕາມ​ຊະນິດ​ຂອງ​ມັນ, ສັດ​ບ້ານ​ຕາມ​ຊະນິດ​ຂອງ​ມັນ ແລະ​ສັດ​ຍ່າງຍ້າຍ​ເລືອຄານ​ຕາມ​ຊະນິດ​ຂອງ​ມັນ. ແລະ​ພຣະເຈົ້າ​ໄດ້ເຫັນ​ວ່າ​ສິ່ງ​ນັ້ນ​ດີ.</verse>
				<verse number="26">ແລ້ວ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ບັດນີ້ ເຮົາ​ຈະ​ສ້າງ​ມະນຸດ​ໃຫ້​ມີ​ຮູບ​ລັກສະນະ​ຄື​ເຮົາ, ຕາມ​ແບບຢ່າງ​ຂອງ​ເຮົາ; ເຂົາ​ຈະ​ມີ​ອຳນາດ​ເໜືອ​ປາ, ນົກ, ສັດ​ທັງໝົດ; ບໍ່​ວ່າ​ສັດ​ລ້ຽງ​ຫລື​ສັດປ່າ, ສັດ​ໃຫຍ່​ຫລື​ສັດ​ນ້ອຍ​ກໍດີ.”</verse>
				<verse number="27">ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ນິຣະມິດ​ສ້າງ​ມະນຸດ​ໃຫ້​ມີ​ຮູບ​ລັກສະນະ​ຂອງ​ພຣະອົງ ຕາມ​ພຣະ​ລັກສະນະ​ຂອງ​ພຣະເຈົ້າ. ພຣະອົງ​ໄດ້​ນິຣະມິດ​ສ້າງ​ພວກເຂົາ​ໃຫ້​ເປັນ​ຊາຍ​ແລະ​ຍິງ</verse>
				<verse number="28">ພຣະເຈົ້າ​ໄດ້​ອວຍພອນ​ພວກເຂົາ ແລະ​ພຣະເຈົ້າ​ໄດ້ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ມີ​ລູກຫລານ​ໃຫ້​ແຜ່ຜາຍ​ຂະຫຍາຍ​ທະວີຄູນ​ຫລາຍ​ຂຶ້ນ ເພື່ອ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ມີ​ຢູ່​ທົ່ວ​ທຸກ​ແຫ່ງຫົນ ແລະ​ປົກຄອງ​ທຸກສິ່ງ​ເທິງ​ແຜ່ນດິນ​ໂລກ​ນີ້. ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເໜືອ​ປາ, ນົກ ແລະ​ສັດປ່າ​ທຸກ​ຊະນິດ.”</verse>
				<verse number="29">ພຣະເຈົ້າ​ໄດ້ກ່າວ​ວ່າ, “ເຮົາ​ໃຫ້​ພືດ​ເປັນເມັດ ແລະ​ໝາກໄມ້​ທຸກ​ຊະນິດ​ແກ່​ເຈົ້າ​ເປັນ​ອາຫານ,</verse>
				<verse number="30">ແຕ່​ສຳລັບ​ສັດປ່າ ແລະ​ນົກ​ທຸກ​ຊະນິດ​ນັ້ນ ເຮົາ​ໃຫ້​ຫຍ້າ​ກັບ​ພືດ​ໃບ​ຂຽວ​ທັງໝົດ​ເປັນ​ອາຫານ.” ແລະ​ກໍ​ເປັນ​ດັ່ງນັ້ນ.</verse>
				<verse number="31">ພຣະເຈົ້າ​ໄດ້​ເຫັນ​ວ່າ​ທຸກໆ​ສິ່ງ​ທີ່​ໄດ້​ນິຣະມິດ​ສ້າງ​ຂຶ້ນ​ມາ ແລ້ວ​ກໍ​ໄດ້ເຫັນ​ວ່າ​ດີຫລາຍ. ມີ​ເວລາ​ຄໍ່າ ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ຫົກ.</verse>
			</chapter>
			<chapter number="2">
				<verse number="1">ດັ່ງນັ້ນ ຈັກກະວານ​ແລະ​ແຜ່ນດິນ​ໂລກ ກັບ​ສັບພະ​ທຸກສິ່ງ​ທັງໝົດ​ທີ່​ມີ​ຢູ່​ໃນ​ນັ້ນ​ກໍ​ສຳເລັດ​ເສັດສິ້ນ.</verse>
				<verse number="2">ມື້​ທີ​ເຈັດ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສ້າງ​ກໍ​ສຳເລັດ ແລະ​ພຣະອົງ​ໄດ້​ຢຸດ​ພັກ​ກິດຈະການ.</verse>
				<verse number="3">ພຣະເຈົ້າ​ອວຍພອນ​ມື້​ທີ​ເຈັດ ແລະ​ຕັ້ງ​ໄວ້​ໃຫ້​ເປັນ​ວັນ​ສັກສິດ​ບໍຣິສຸດ ເພາະ​ໃນ​ມື້ນັ້ນ ພຣະອົງ​ໄດ້​ຢຸດ​ພັກ​ຈາກ​ການ​ນິຣະມິດ​ສ້າງ ແລະ​ຢຸດ​ກິດຈະການ​ທັງ​ສິ້ນ.</verse>
				<verse number="4">ປະຫວັດ​ຈັກກະວານ​ແລະ​ແຜ່ນດິນ​ໂລກ​ໄດ້​ຖືກ​ນິຣະມິດ​ສ້າງ​ຂຶ້ນ​ມາ​ກໍ​ເປັນ​ດັ່ງນີ້. ເມື່ອ​ພຣະເຈົ້າຢາເວ ​ພຣະເຈົ້າ​ໄດ້​ສ້າງ​ແຜ່ນດິນ​ໂລກ​ແລະ​ຈັກກະວານ​ນັ້ນ;</verse>
				<verse number="5">ຕົ້ນໄມ້​ກັບ​ກໍ​ຫຍ້າ​ບໍ່ທັນ​ມີ​ເທິງ​ແຜ່ນດິນ​ໂລກ ເພາະ​ພຣະເຈົ້າຢາເວ​ພຣະເຈົ້າ​ຍັງ​ບໍ່​ໃຫ້​ຝົນ​ຕົກລົງ​ມາ ແລະ​ຍັງ​ບໍ່ທັນ​ມີ​ຈັກ​ຄົນ​ທີ່​ທຳມາ​ຫາກິນ​ຢູ່​ເທິງ​ແຜ່ນດິນ​ໂລກ,</verse>
				<verse number="6">ແຕ່​ຍັງ​ມີ​ນໍ້າ​ຂຶ້ນ​ມາ​ເທິງ​ໜ້າດິນ ແລະ​ເຮັດ​ໃຫ້​ພື້ນດິນ​ຊຸ່ມຊື່ນ​ທົ່ວໄປ.</verse>
				<verse number="7">ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ກໍ​ເອົາ​ຂີ້ດິນ​ແຕ່​ພື້ນດິນ ມາ​ປັ້ນ​ເປັນ​ຊາຍ ແລະ​ເປົ່າ​ລົມຫາຍໃຈ​ໃສ່​ຮູ​ດັງ​ຂອງ​ຊາຍ​ທີ່​ຖືກ​ປັ້ນ​ຂຶ້ນ​ມາ​ນັ້ນ​ໃຫ້​ມີ​ຊີວິດ ແລະ​ຊາຍ​ທີ່​ຖືກ​ປັ້ນ​ນັ້ນ​ກໍໄດ້​ເລີ່ມ​ມີ​ຊີວິດ.</verse>
				<verse number="8">ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ກໍ​ສ້າງ​ສວນ​ແຫ່ງ​ໜຶ່ງ​ໃນ​ເອເດນ ຢູ່​ທາງທິດ​ຕາເວັນອອກ ແລະ​ເອົາ​ຊາຍ​ຜູ້​ທີ່​ພຣະອົງ​ໄດ້​ປັ້ນ​ຂຶ້ນ​ນັ້ນ​ມາ​ຢູ່.</verse>
				<verse number="9">ໃນ​ສວນ​ແຫ່ງ​ນີ້​ພຣະເຈົ້າຢາເວ​ພຣະເຈົ້າ​ບັນດານ​ໃຫ້​ມີ​ຕົ້ນໄມ້​ທຸກ​ຊະນິດ ໃບ​ຂຽວ​ງາມ​ດີ ແລະ​ໝາກໄມ້​ກໍ​ເປັນ​ໜ້າຢາກກິນ. ໃນ​ກາງ​ສວນ​ນັ້ນ​ພຣະອົງ​ບັນດານ​ໃຫ້​ມີ​ຕົ້ນໄມ້​ທີ່​ໃຫ້​ຊີວິດ, ໃຫ້​ຮູ້ຈັກ​ດີ ແລະ​ຮູ້ຈັກ​ຊົ່ວ.</verse>
				<verse number="10">ນອກ​ນີ້​ກໍ​ຍັງ​ມີ​ແມ່ນໍ້າ​ສາຍ​ໜຶ່ງ ທີ່​ໄຫລ​ອອກ​ຈາກ​ເອເດນ​ມາ​ລໍ່ລ້ຽງ​ສວນ​ນີ້; ແມ່ນໍ້າ​ນີ້​ແບ່ງ​ອອກ​ເປັນ​ສີ່​ສາຍ ດັ່ງນີ້:</verse>
				<verse number="11">ສາຍ​ທີ​ໜຶ່ງ​ຊື່​ວ່າ ປີໂຊນ ຊຶ່ງ​ໄຫລ​ອ້ອມ​ດິນແດນ​ຮາວີລາ. (</verse>
				<verse number="12">ໃນ​ດິນແດນ​ນີ້​ມີ​ບໍ່ຄຳ​ຊັ້ນດີ ແກ້ວ​ປະເສີດ​ໂກຣາ ແລະ​ຕົ້ນ​ຢາງ​ຫອມ​ທີ່​ມີ​ຄ່າ​ສູງ)</verse>
				<verse number="13">ສາຍ​ທີ​ສອງ​ຊື່​ວ່າ ກີໂຮນ ຊຶ່ງ​ໄຫລ​ອ້ອມ​ດິນແດນ​ກູເຊ.</verse>
				<verse number="14">ສາຍ​ທີ​ສາມ​ຊື່​ວ່າ ຕິກຣິດ​ຊຶ່ງ​ໄຫລ​ຜ່ານ​ດິນແດນ​ປະເທດ​ອັດຊີເຣຍ ແລະ​ສາຍ​ທີ​ສີ່ ຊື່​ວ່າ ເອີຟຣັດ.</verse>
				<verse number="15">ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ກໍ​ເອົາ​ຊາຍ ຜູ້​ທີ່​ພຣະອົງ​ໄດ້​ສ້າງ​ມາ​ນັ້ນ ໄປ​ເຝົ້າ​ຮັກສາ​ແລະ​ເບິ່ງແຍງ​ສວນ.</verse>
				<verse number="16">ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ສັ່ງ​ລາວ​ວ່າ, “ໝາກໄມ້​ທຸກ​ຕົ້ນ​ໃນ​ສວນ​ນີ້​ເຈົ້າ​ກິນ​ໄດ້</verse>
				<verse number="17">ເວັ້ນໄວ້​ແຕ່​ຕົ້ນ​ທີ່​ໃຫ້​ຮູ້ຈັກ​ຄວາມດີ ແລະ​ຮູ້ຈັກ​ຄວາມຊົ່ວ. ເຈົ້າ​ຢ່າ​ກິນ​ໝາກໄມ້​ໃນ​ຕົ້ນ​ນັ້ນ; ຖ້າ​ເຈົ້າ​ຂືນ​ກິນ​ເມື່ອໃດ ເຈົ້າ​ກໍຈະ​ຕາຍ​ເມື່ອນັ້ນ.”</verse>
				<verse number="18">ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ກໍ​ກ່າວ​ອີກ​ວ່າ, “ບໍ່​ເປັນ​ການ​ສົມຄວນ​ທີ່​ຜູ້ຊາຍ​ຕ້ອງ​ຢູ່​ໂດດດ່ຽວ​ຢ່າງ​ນີ້. ເຮົາ​ຈະ​ສ້າງ​ຜູ້​ຊ່ວຍ​ທີ່​ເໝາະສົມ​ໃຫ້​ລາວ.”</verse>
				<verse number="19">ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ຈຶ່ງ​ເອົາ​ຂີ້ດິນ​ຈາກ​ພື້ນດິນ ມາ​ປັ້ນ​ເປັນ​ຮູບ​ສັດ​ຕ່າງໆ​ທີ່​ຢູ່​ໃນ​ທົ່ງ ແລະ​ນົກ​ທັງຫລາຍ​ທີ່​ຢູ່​ໃນ​ອາກາດ ແລະ​ໄດ້​ນຳ​ສັດ​ເຫຼົ່ານັ້ນ​ມາ​ໃຫ້​ຊາຍ​ນັ້ນ​ເບິ່ງ​ວ່າ ລາວ​ຈະ​ໃສ່​ຊື່​ໃຫ້​ຢ່າງໃດ ແລະ​ຊື່​ໃດ​ທີ່​ລາວ​ຕັ້ງ​ໃຫ້​ສັດ​ທັງຫລາຍ​ທີ່ມີ​ຊີວິດ​ຈຶ່ງ​ເປັນ​ຊື່​ຕໍ່ໆມາ.</verse>
				<verse number="20">ສະນັ້ນ ຊາຍ​ຜູ້​ນີ້​ຈຶ່ງ​ຕັ້ງ​ຊື່​ໃຫ້​ສັດ​ລ້ຽງ​ທັງຫລາຍ​ແລະ​ຝູງ​ນົກ​ໃນ​ອາກາດ ແລະ​ໃຫ້​ສັດປ່າ​ທັງໝົດ; ແຕ່​ບໍ່ມີ​ສັດ​ໂຕ​ໃດ​ເລີຍ​ເປັນ​ຜູ້​ຊ່ວຍ​ທີ່​ເໝາະສົມ​ແກ່​ລາວ.</verse>
				<verse number="21">ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ຈຶ່ງ​ເຮັດ​ໃຫ້​ຜູ້ຊາຍ​ນັ້ນ​ນອນ​ຫລັບ​ສະໜິດ ແລະ​ໃນ​ຂະນະທີ່​ລາວ​ນອນ​ຢູ່​ນັ້ນ ພຣະອົງ​ກໍ​ເອົາ​ກະດູກ​ຂ້າງ​ຊີກ​ໜຶ່ງ​ຂອງ​ລາວ​ອອກ​ມາ ແລະ​ເຮັດ​ໃຫ້​ເນື້ອໜັງ​ຈອດ​ຕິດ​ກັນ​ດັ່ງເດີມ.</verse>
				<verse number="22">ພຣະເຈົ້າຢາເວ​ພຣະເຈົ້າ​ເອົາ​ກະດູກ​ຂ້າງ​ມາ​ສ້າງ​ເປັນ​ຜູ້ຍິງ ແລະ​ນຳ​ນາງ​ມາ​ມອບ​ໃຫ້​ລາວ.</verse>
				<verse number="23">ແລ້ວ​ຊາຍ​ຜູ້ນັ້ນ​ກໍ​ເວົ້າ​ວ່າ, “ນີ້​ເດ ແມ່ນ​ຜູ້​ທີ່​ມີ​ຮູບຮ່າງ​ຄື​ເຮົາ; ກະດູກ​ຂອງ​ນາງ​ມາ​ຈາກ​ກະດູກ​ຂອງເຮົາ ເນື້ອໜັງ​ຂອງ​ນາງ​ມາ​ຈາກ​ເນື້ອໜັງ​ຂອງເຮົາ; ຜູ້ຍິງ​ແມ່ນ​ຊື່​ຂອງ​ນາງ​ເພາະ​ນາງ​ມາ​ຈາກ​ຜູ້ຊາຍ.”</verse>
				<verse number="24">ດ້ວຍເຫດນີ້ ຜູ້ຊາຍ​ຈຶ່ງ​ຈາກ​ພໍ່​ແມ່​ຂອງຕົນ ແລະ​ໄປ​ຕິດພັນ​ຢູ່​ກັບ​ເມຍ​ຂອງຕົນ ແລະ​ເຂົາ​ທັງສອງ​ກໍ​ກາຍເປັນ​ຄົນ​ດຽວກັນ.</verse>
				<verse number="25">ຊາຍ​ແລະ​ຍິງ​ໄດ້​ເປືອຍກາຍ​ຢູ່ ແຕ່​ພວກເຂົາ​ບໍ່​ຮູ້ສຶກ​ລະອາຍ​ກັນ​ເລີຍ.</verse>
			</chapter>
			<chapter number="3">
				<verse number="1">ງູ​ເປັນ​ສັດ​ທີ່​ສະຫລາດ​ກວ່າ​ສັດ​ທັງປວງ ທີ່​ພຣະເຈົ້າຢາເວ​ພຣະເຈົ້າ​ໄດ້​ສ້າງ​ຂຶ້ນ​ມາ. ມັນ​ຖາມ​ຜູ້ຍິງ​ວ່າ, “ແມ່ນ​ແທ້​ບໍ ທີ່​ພຣະເຈົ້າ​ຫ້າມ​ເຈົ້າ ບໍ່​ໃຫ້​ກິນ​ໝາກໄມ້​ໃດໆ​ໃນ​ສວນ​ນີ້?”</verse>
				<verse number="2">ຜູ້ຍິງ​ຈຶ່ງ​ຕອບ​ງູ​ວ່າ, “ໝາກໄມ້​ທຸກ​ຕົ້ນ​ຢູ່​ໃນ​ສວນ​ນີ້ ພວກເຮົາ​ກິນ​ໄດ້​ໝົດ ເວັ້ນໄວ້​ແຕ່​ໝາກໄມ້​ໃນ​ຕົ້ນ​ທີ່​ຢູ່​ກາງ​ສວນ.</verse>
				<verse number="3">ພຣະເຈົ້າ​ບອກ​ພວກເຮົາ​ບໍ່​ໃຫ້​ກິນ ຫລື​ແມ່ນແຕ່​ແຕະຕ້ອງ​ມັນ​ເປັນ​ເດັດຂາດ. ຖ້າ​ພວກເຮົາ​ຂືນ​ກິນ​ເມື່ອໃດ ພວກເຮົາ​ກໍຈະ​ຕາຍ​ເມື່ອນັ້ນ.”</verse>
				<verse number="4">ແຕ່​ງູ​ໄດ້​ກ່າວ​ຕໍ່​ຜູ້ຍິງ​ວ່າ, “ບໍ່​ເປັນ​ຄວາມຈິງ​ດອກ ເຈົ້າ​ຈະ​ບໍ່​ຕາຍ.</verse>
				<verse number="5">ພຣະເຈົ້າ​ກ່າວ​ເຊັ່ນ​ນັ້ນ​ເພາະ​ພຣະອົງ​ຮູ້​ວ່າ ຖ້າ​ເຈົ້າ​ກິນ​ໝາກໄມ້​ນັ້ນ​ເມື່ອໃດ ເຈົ້າ​ກໍ​ຈະ​ເປັນ​ເໝືອນ​ພຣະເຈົ້າ ເມື່ອນັ້ນ, ແລ້ວ​ເຈົ້າ​ກໍ​ຈະ​ຮູ້ຈັກ​ຄວາມດີ ແລະ​ຮູ້ຈັກ​ຄວາມຊົ່ວ.”</verse>
				<verse number="6">ຜູ້ຍິງ​ເຫັນ​ວ່າ ຕົ້ນໄມ້​ນັ້ນ​ຊ່າງ​ງາມ​ແທ້ ແລະ​ໝາກໄມ້​ກໍ​ເປັນ​ຕາ​ຢາກ​ກິນ​ອີຫລີ ທັງ​ຄິດ​ວ່າ ຖ້າ​ຕົນ​ສະຫລາດ​ຂຶ້ນ​ອີກ​ກໍ​ຄົງ​ດີ​ຫລາຍ. ດັ່ງນັ້ນ ນາງ​ຈຶ່ງ​ປິດ​ເອົາ​ໝາກໄມ້​ມາ​ກິນ ແລ້ວ​ກໍ​ຍື່ນໃຫ້​ຜົວ​ຂອງຕົນ​ກິນ​ນຳ​ດ້ວຍ ລາວ​ກໍໄດ້​ກິນ.</verse>
				<verse number="7">ຫລັງຈາກ​ກິນ​ໝາກໄມ້​ແລ້ວ ພວກເຂົາ​ກໍ​ມີ​ຄວາມ​ເຂົ້າໃຈ​ໃນທັນໃດ ແລະ​ທັງ​ຮູ້​ວ່າ​ພວກ​ຕົນ​ປະເປືອຍ​ຢູ່. ດັ່ງນັ້ນ ພວກເຂົາ​ຈຶ່ງ​ພາກັນ​ເອົາ​ໃບໄມ້​ມາ​ຫຍິບ​ເຂົ້າ​ກັນ ເພື່ອ​ປົກປິດ​ຮ່າງກາຍ​ຕົນເອງ​ໄວ້.</verse>
				<verse number="8">ໃນ​ແລງ​ວັນ​ນັ້ນ ພວກເຂົາ​ໄດ້ຍິນ​ສຽງ​ຍ່າງ​ຂອງ​ພຣະເຈົ້າຢາເວ​ພຣະເຈົ້າ​ຢູ່​ໃນ​ສວນ ແລະ​ຊາຍ​ຄົນນັ້ນ​ກັບ​ເມຍ​ຂອງຕົນ​ໄດ້​ພາກັນ​ໄປ​ຫລົບລີ້​ຊ່ອນຕົວ​ໃຫ້​ພົ້ນ​ຈາກ​ພຣະເຈົ້າຢາເວ​ພຣະເຈົ້າ​ຢູ່​ໃນ​ທ່າມກາງ​ຕົ້ນໄມ້​ທັງຫລາຍ.</verse>
				<verse number="9">ແຕ່​ພຣະເຈົ້າຢາເວ​ພຣະເຈົ້າ​ໄດ້​ເອີ້ນ​ຫາ​ຊາຍ​ຜູ້ນັ້ນ​ວ່າ, “ເຈົ້າ​ຢູ່​ໃສ?”</verse>
				<verse number="10">ລາວ​ຕອບ​ວ່າ, “ຂ້ານ້ອຍ​ໄດ້ຍິນ​ສຽງ​ຂອງ​ພຣະອົງ​ຢູ່​ໃນ​ສວນ; ຂ້ານ້ອຍ​ຢ້ານ​ຫລາຍ ຈຶ່ງ​ຫລົບລີ້​ຊ່ອນຕົວ​ຢູ່ ເພາະ​ຂ້ານ້ອຍ​ປະເປືອຍ​ຢູ່.”</verse>
				<verse number="11">ພຣະອົງ​ຖາມ​ວ່າ, “ໃຜ​ບອກ​ວ່າ​ເຈົ້າ​ປະເປືອຍ​ຢູ່? ບໍ່ແມ່ນ​ເຈົ້າ​ກິນ​ໝາກໄມ້ ທີ່​ເຮົາ​ໄດ້​ຫ້າມ​ເຈົ້າ​ບໍ່​ໃຫ້​ກິນ​ນັ້ນ​ບໍ?”</verse>
				<verse number="12">ຜູ້ຊາຍ​ຕອບ​ວ່າ, “ຜູ້ຍິງ​ທີ່​ພຣະອົງ​ມອບ​ໃຫ້​ຂ້ານ້ອຍ​ນັ້ນ ຍື່ນ​ໝາກໄມ້​ໃຫ້​ຂ້ານ້ອຍ​ກິນ ແລະ​ຂ້ານ້ອຍ​ກໍໄດ້​ກິນ.”</verse>
				<verse number="13">ພຣະເຈົ້າຢາເວ​ພຣະເຈົ້າ​ຖາມ​ຍິງ​ນັ້ນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ແນວ​ນັ້ນ?” ນາງ​ຕອບ​ວ່າ, “ງູ​ໄດ້​ລໍ້ລວງ​ຂ້ານ້ອຍ​ໃຫ້​ກິນ.”</verse>
				<verse number="14">ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ກໍໄດ້​ກ່າວ​ແກ່​ງູ​ນັ້ນ​ວ່າ, “ດ້ວຍວ່າ ມຶງ​ໄດ້​ເຮັດ​ສິ່ງ​ນີ້ ມຶງ​ຈຶ່ງ​ຖືກ​ສາບແຊ່ງ, ໃນ​ຈຳພວກ​ສັດ​ແຫ່ງ​ໂລກ​ນີ້​ທັງໝົດ. ແຕ່​ນີ້​ຕໍ່ໄປ​ມຶງ​ຈະ​ເລືອ​ດ້ວຍ​ທ້ອງ​ຂອງ​ມຶງ ແລະ​ຈະ​ໄດ້​ກິນ​ຂີ້ຝຸ່ນ​ດິນ​ເປັນ​ອາຫານ​ໄປ​ເລື້ອຍໆ.</verse>
				<verse number="15">ກູ​ຈະ​ໃຫ້​ມຶງ​ກັບ​ຍິງ​ນັ້ນ​ກຽດຊັງ​ກັນ, ເຊື້ອສາຍ​ຂອງ​ມຶງ ແລະ​ເຊື້ອສາຍ​ຂອງ​ຍິງ​ຈະ​ເປັນ​ສັດຕູ​ກັນ. ເຊື້ອສາຍ​ຂອງ​ຍິງ​ນັ້ນ​ຈະ​ຢຽບ​ຫົວ​ມຶງ​ໃຫ້​ແຕກໝຸ່ນ; ແລະ​ມຶງ​ກໍ​ຈະ​ກັດ​ສົ້ນໜ່ອງ​ເຂົາ ໃຫ້​ບວບຊໍ້າ.”</verse>
				<verse number="16">ແລ້ວ​ພຣະອົງ​ກໍໄດ້​ກ່າວ​ກັບ​ຍິງ​ນັ້ນ​ວ່າ, “ເຮົາ​ຈະ​ເພີ່ມ​ຄວາມ​ລຳບາກ​ເມື່ອ​ເຈົ້າ​ຖືພາ, ເຈົ້າ​ຈະ​ຕ້ອງ​ເບັ່ງ​ລູກ​ອອກ​ມາ​ຢ່າງ​ເຈັບປວດ​ເຫລືອລົ້ນ. ເຖິງ​ປານ​ນັ້ນ​ເຈົ້າ​ກໍ​ບໍ່​ພົ້ນ​ທີ່​ຢາກ​ໄດ້​ຜົວ, ແລ້ວ​ຜົວ​ຂອງ​ເຈົ້າ​ນັ້ນ​ຈະ​ເປັນ​ນາຍ​ເໜືອ​ເຈົ້າ.”</verse>
				<verse number="17">ແລ້ວ​ພຣະອົງ​ກໍໄດ້​ກ່າວ​ກັບ​ຊາຍ​ນັ້ນ​ວ່າ, “ເພາະ​ເຈົ້າ​ໄດ້ຍິນ​ຍອມ​ຟັງ​ຄວາມ​ເມຍ; ເຈົ້າ​ຈຶ່ງ​ກິນ​ໝາກໄມ້​ທີ່​ເຮົາ​ຫ້າມ​ບໍ່​ໃຫ້​ກິນ​ນັ້ນ. ແຜ່ນດິນ​ຈະ​ຖືກ​ສາບແຊ່ງ ເພາະ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ມາ; ຊົ່ວຊີວິດ​ຂອງ​ເຈົ້າ​ຈະ​ເຮັດ​ວຽກ​ໜັກ ເພື່ອ​ຫາ​ລ້ຽງ​ທ້ອງ.</verse>
				<verse number="18">ແຜ່ນດິນ​ຈະ​ເກີດ​ຫຍ້າ ແລະ​ມີ​ໜາມ​ເຕັມ​ທົ່ວ​ໄປ; ແລະ​ຕົວ​ເຈົ້າ​ຈະ​ໄດ້​ກິນ​ພືດ​ໃນ​ປ່າ​ເປັນ​ອາຫານ.</verse>
				<verse number="19">ເຈົ້າ​ຈະ​ເຮັດ​ວຽກ​ໜັກ​ຈົນ​ເຫື່ອ​ໄຫລ​ໄຄ​ຍ້ອຍ​ອອກ​ມາ; ເພື່ອ​ຈະ​ເຮັດ​ໃຫ້​ດິນ​ເກີດຜົນ​ພຽງພໍ​ລ້ຽງ​ຊີວິດ​ເຈົ້າ. ຈົນກວ່າ​ເຈົ້າ​ຄືນ​ໄປ​ສູ່​ດິນ​ທີ່​ເຈົ້າ​ຖືກ​ສ້າງ​ຂຶ້ນ​ມາ; ເຈົ້າ​ຖືກ​ສ້າງ​ມາ​ແຕ່​ດິນ ເຈົ້າ​ຈະ​ຄືນ​ໄປ​ເປັນ​ດິນ​ອີກ.”</verse>
				<verse number="20">ອາດາມ ໃສ່​ຊື່​ໃຫ້​ເມຍ​ຂອງຕົນ​ວ່າ​ເອວາ ເພາະ​ນາງ​ເປັນ​ແມ່​ຂອງ​ມະນຸດ​ທັງປວງ.</verse>
				<verse number="21">ຕໍ່ມາ ພຣະເຈົ້າຢາເວ​ພຣະເຈົ້າ​ໄດ້​ໃຫ້​ເສື້ອ ທີ່​ເຮັດ​ດ້ວຍ​ໜັງ​ສັດ​ແກ່​ອາດາມ ແລະ​ເມຍ​ຂອງ​ລາວ​ນຸ່ງ.</verse>
				<verse number="22">ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ກໍ​ກ່າວ​ວ່າ, “ບັດ​ນີ້ ມະນຸດ​ໄດ້​ກາຍເປັນ​ເໝືອນ​ຜູ້ໜຶ່ງ​ຢູ່​ໃນ​ພວກເຮົາ ແລະ​ທັງ​ຮູ້ຈັກ​ຄວາມດີ ແລະ​ຮູ້ຈັກ​ຄວາມຊົ່ວ. ເຮົາ​ຈະ​ບໍ່​ອະນຸຍາດ​ໃຫ້​ພວກເຂົາ​ຢື້​ມື​ໄປ​ປິດ​ເອົາ​ໝາກໄມ້​ຈາກ​ຕົ້ນ​ທີ່​ໃຫ້​ຊີວິດ​ມາ​ກິນ ແລະ​ມີ​ຊີວິດ​ນິຣັນດອນ.”</verse>
				<verse number="23">ສະນັ້ນ ພຣະເຈົ້າຢາເວ​ພຣະເຈົ້າ​ຈຶ່ງ​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໄປ​ຈາກ​ສວນ​ເອເດນ ແລະ​ໃຫ້​ຂຸດ​ດິນ​ຟັນ​ໄມ້​ໃນ​ບ່ອນ​ທີ່​ພວກເຂົາ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ.</verse>
				<verse number="24">ເມື່ອ​ພຣະເຈົ້າ​ຂັບໄລ່​ມະນຸດ​ອອກ​ຈາກ​ສວນ​ແລ້ວ ພຣະອົງ​ກໍ​ເອົາ​ເທວະດາ​ເຄຣຸບ ມາ​ເຝົ້າ​ສວນ​ຢູ່​ທາງທິດ​ຕາເວັນອອກ; ແລະ​ມີ​ດາບ​ທີ່​ລຸກ​ເປັນ​ແສງ​ໄຟ​ແກວ່ງ​ໄປມາ​ທົ່ວ​ທຸກ​ທິດ ເພື່ອ​ປ້ອງກັນ​ບໍ່​ໃຫ້​ເຂົ້າ​ໄປ​ໃກ້​ຕົ້ນໄມ້​ແຫ່ງ​ຊີວິດ​ນັ້ນ.</verse>
			</chapter>
			<chapter number="4">
				<verse number="1">ຕໍ່ມາ ອາດາມ​ໄດ້​ສົມສູ່​ກັບ​ເມຍ​ຂອງຕົນ ແລະ​ນາງ​ກໍ​ຖືພາ ນາງ​ເກີດ​ລູກຊາຍ​ຜູ້ໜຶ່ງ ແລະ​ເວົ້າ​ວ່າ, “ເພາະ​ພຣະເຈົ້າຢາເວ​ຊ່ວຍເຫຼືອ​ຂ້ອຍ, ຂ້ອຍ​ຈຶ່ງ​ໄດ້​ລູກຊາຍ.” ສະນັ້ນ ນາງ​ຈຶ່ງ​ຕັ້ງ​ຊື່​ໃຫ້​ເດັກນ້ອຍ​ຜູ້​ນີ້​ວ່າ, “ກາອິນ.”</verse>
				<verse number="2">ຕໍ່ມາ ນາງ​ກໍໄດ້​ລູກຊາຍ​ອີກ​ຜູ້ໜຶ່ງ; ລູກຊາຍ​ຜູ້​ນີ້​ມີ​ຊືວ່າ, “ອາເບັນ.” ລາວ​ເປັນ​ຄົນ​ລ້ຽງ​ສັດ ສ່ວນ​ກາອິນ​ນັ້ນ​ເປັນ​ພໍ່ນາ.</verse>
				<verse number="3">ຢູ່ມາ​ວັນໜຶ່ງ ກາອິນ​ໄດ້​ເອົາ​ຜົນລະປູກ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="4">ສ່ວນ​ອາເບັນ​ນັ້ນ ລາວ​ເອົາ​ລູກແກະເຖິກ​ຫົວປີ​ໂຕໜຶ່ງ​ໃນ​ຝູງ​ມາ​ຂ້າ ແລະ​ເອົາ​ສ່ວນ​ທີ່ດີ​ທີ່ສຸດ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ພຣະອົງ​ພໍໃຈ​ໃນ​ການຖວາຍ​ຂອງ​ອາເບັນ,</verse>
				<verse number="5">ແຕ່​ບໍ່​ພໍໃຈ​ໃນ​ການຖວາຍ​ຂອງ​ກາອິນ. ກາອິນ​ຈຶ່ງ​ຄຽດແຄ້ນ ແລະ​ໜ້າ​ບູດບຶ້ງ.</verse>
				<verse number="6">ແລ້ວ​ພຣະເຈົ້າຢາເວ​ກໍ​ຖາມ​ລາວ​ວ່າ, “ກາອິນ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຄຽດແຄ້ນ ແລະ​ໜ້າ​ຕາບູດບຶ້ງ?</verse>
				<verse number="7">ຖ້າ​ເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ເຈົ້າ​ກໍ​ຄວນ​ຍິ້ມແຍ້ມແຈ່ມໃສ; ແຕ່​ດ້ວຍວ່າ​ເຈົ້າ​ເຮັດ​ຊົ່ວ ຄື​ບາບ​ທີ່​ກຳລັງ​ລໍ​ຢູ່​ທີ່​ປະຕູ​ເຮືອນ​ຄອຍຖ້າ​ຄຸບ​ກິນ​ເຈົ້າ. ມັນ​ຢາກ​ປົກຄອງ​ເຈົ້າ ແຕ່​ເຈົ້າ​ຕ້ອງ​ເອົາ​ຊະນະ​ມັນ​ໃຫ້​ໄດ້.”</verse>
				<verse number="8">ຕໍ່ມາ ກາອິນ​ໄດ້​ເວົ້າ​ກັບ​ອາເບັນ​ນ້ອງຊາຍ​ຂອງຕົນ​ວ່າ, “ເຮົາ​ພາກັນ​ໄປ​ຍ່າງ​ຫລິ້ນ​ທີ່​ທົ່ງນາ​ເທາະ.” ເມື່ອ​ສອງ​ອ້າຍ​ນ້ອງ​ໄປ​ທີ່​ທົ່ງນາ ກາອິນ​ກໍ​ໂດດ​ໃສ່​ນ້ອງຊາຍ​ຂອງຕົນ​ແລະ​ຂ້າ​ລາວ​ເສຍ.</verse>
				<verse number="9">ພຣະເຈົ້າຢາເວ​ຖາມ​ກາອິນ​ວ່າ, “ອາເບັນ ນ້ອງຊາຍ​ຂອງ​ເຈົ້າ​ຢູ່​ໃສ?” ລາວ​ຈຶ່ງ​ຕອບ​ວ່າ, “ບໍ່​ຮູ້ ຂ້ານ້ອຍ​ເປັນ​ຄົນ​ດູແລ​ຮັກສາ​ນ້ອງຊາຍ​ຂອງ​ຂ້ານ້ອຍ​ບໍ?”</verse>
				<verse number="10">ແລ້ວ​ພຣະເຈົ້າຢາເວ​ກໍ​ຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເລື່ອງ​ອັນ​ໂຫດຮ້າຍ​ເຊັ່ນນີ້? ເລືອດ​ນ້ອງຊາຍ​ຂອງ​ເຈົ້າ​ຟ້ອງຮ້ອງ​ຂຶ້ນ​ມາ​ຫາ​ເຮົາ ດັ່ງ​ສຽງ​ຂໍຮ້ອງ​ແກ້ແຄ້ນ.</verse>
				<verse number="11">ເຈົ້າ​ຈະ​ຖືກ​ສາບແຊ່ງ ແລະ​ຖືກ​ຂັບໄລ່​ໃຫ້​ອອກ​ຈາກ​ທົ່ງນາ​ແຫ່ງ​ນີ້. ມັນ​ຊຸ່ມ​ໄປ​ດ້ວຍ​ເລືອດ​ນ້ອງຊາຍ​ຂອງ​ເຈົ້າ ເໝືອນ​ກັບ​ວ່າ​ພື້ນດິນ​ນັ້ນ​ອ້າ​ປາກ​ຮັບ​ເລືອດ​ຈາກ​ມື​ຂອງ​ເຈົ້າ ເມື່ອ​ຂ້າ​ນ້ອງຊາຍ​ນັ້ນ.</verse>
				<verse number="12">ຖ້າ​ເຈົ້າ​ເຮັດ​ໄຮ່​ໄຖ​ນາ ທີ່ດິນ​ກໍ​ຈະ​ບໍ່​ເກີດຜົນ​ຫຍັງ; ເຈົ້າ​ຈະ​ບໍ່ມີ​ທີ່​ຢູ່ ແລະ​ຈະ​ພະເນຈອນ​ໄປ​ເທິງ​ແຜ່ນດິນ​ໂລກ.”</verse>
				<verse number="13">ກາອິນ​ຈຶ່ງ​ທູນຂໍ​ຕໍ່​ພຣະເຈົ້າຢາເວ​ວ່າ, “ໂທດ​ນີ້​ໜັກ​ເກີນກວ່າ​ທີ່​ຂ້ານ້ອຍ​ຈະ​ຮັບ​ໄດ້.</verse>
				<verse number="14">ພຣະອົງ​ໄລ່​ຂ້ານ້ອຍ​ໃຫ້​ໜີ​ຈາກ​ບ່ອນ​ທີ່​ທຳມາ​ຫາກິນ ແລະ​ໃຫ້​ຫ່າງໄກ​ຈາກ​ພຣະອົງ. ຂ້ານ້ອຍ​ຈະ​ເປັນ​ຄົນ​ຂາດ​ທີ່​ເພິ່ງ ແລະ​ພະເນຈອນ​ໄປ​ເທິງ​ແຜ່ນດິນ​ໂລກ ແລະ​ຜູ້ໃດ​ຜູ້ໜຶ່ງ​ທີ່​ພົບ​ຂ້ານ້ອຍ ກໍ​ຈະ​ສັງຫານ​ຂ້ານ້ອຍ​ເສຍ.”</verse>
				<verse number="15">ແຕ່​ພຣະເຈົ້າຢາເວ​ຕອບ​ກາອິນ​ວ່າ, “ບໍ່​ເປັນ​ດັ່ງນັ້ນ​ດອກ ຖ້າ​ຜູ້ໃດ​ຂ້າ​ກາອິນ​ຈະ​ໄດ້​ຮັບ​ໂທດ​ເຈັດ​ເທົ່າ ເພື່ອ​ເປັນ​ການ​ແກ້ແຄ້ນ.” ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ເຄື່ອງໝາຍ​ໄວ້​ໃນ​ຕົວ​ກາອິນ ເພື່ອ​ວ່າ​ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ທີ່​ພົບ​ລາວ​ຈະ​ບໍ່ໄດ້​ຂ້າ​ລາວ.</verse>
				<verse number="16">ກາອິນ​ຈຶ່ງ​ໜີ​ໄກ​ຈາກ​ພຣະພັກ​ພຣະເຈົ້າຢາເວ ໄປ​ອາໄສ​ຢູ່​ໃນ​ດິນແດນ​ແຫ່ງ​ໜຶ່ງ​ຊື່​ວ່າ, ແດນ​ພະເນຈອນ.</verse>
				<verse number="17">ກາອິນ​ແລະ​ເມຍ​ຂອງ​ລາວ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເອນົກ. ແລ້ວ​ກາອິນ​ກໍ​ໄດ້​ສ້າງ​ເມືອງ​ໜຶ່ງ​ຂຶ້ນ ແລະ​ເອົາ​ຊື່​ລູກຊາຍ​ຂອງຕົນ​ເປັນ​ຊື່​ເມືອງ​ນັ້ນ.</verse>
				<verse number="18">ເອນົກ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ອີຣາດ ຜູ້​ທີ່​ເປັນ​ພໍ່​ຂອງ​ເມຮູຢາເອນ ແລະ​ເມຮູຢາເອນ​ເປັນ​ພໍ່​ຂອງ​ເມທູຊາເອນ ແລະ​ເມທູຊາເອນ​ກໍ​ມີ​ລູກຊາຍ​ຊື່​ວ່າ ລາເມັກ.</verse>
				<verse number="19">ລາເມັກ​ມີ​ເມຍ​ສອງ​ຄົນ​ດັ່ງນີ້: ອາດາ ແລະ​ຊິນລາ.</verse>
				<verse number="20">ອາດາ​ໃຫ້​ກຳເນີດ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ຢາບານ ຜູ້​ທີ່​ເປັນ​ບັນພະບຸລຸດ​ຂອງ​ຄົນ​ລ້ຽງ​ສັດ​ທີ່​ອາໄສ​ຢູ່​ໃນ​ຜ້າເຕັນ.</verse>
				<verse number="21">ຢູບານ ນ້ອງຊາຍ​ຂອງ​ຢາບານ ເປັນ​ບັນພະບຸລຸດ​ຂອງ​ພວກ​ນັກດົນຕຼີ​ທັງໝົດ​ຄື: ນັກ​ດີດພິນ​ແລະ​ນັກເປົ່າຂຸ່ຍ.</verse>
				<verse number="22">ຕໍ່ມາ ຊິນລາ​ກໍ​ເກີດ​ລູກຊາຍ​ຜູ້ໜຶ່ງ​ອີກ​ຊື່​ວ່າ ຕູບາກາອິນ. ລາວ​ເປັນ​ຊ່າງ​ຕີ​ເຄື່ອງມື​ເປັນ​ທອງສຳຣິດ​ແລະ​ເຫຼັກ. ຕູບາກາອິນ​ມີ​ນ້ອງສາວ​ຜູ້ໜຶ່ງ​ຊື່​ວ່າ ນາອາມາ.</verse>
				<verse number="23">ສ່ວນ​ລາເມັກ​ນັ້ນ ລາວ​ມັກ​ເວົ້າ​ອວດ​ເມຍ​ທັງສອງ​ຂອງຕົນ​ຢູ່​ສະເໝີ​ວ່າ, “ອາດາ​ແລະ​ຊິນລາ ຈົ່ງ​ຟັງ​ໃຫ້​ດີ ໃນ​ສິ່ງ​ທີ່​ອ້າຍ​ເລົ່າ ອ້າຍ​ໄດ້​ຕີ​ຊາຍໜຸ່ມ​ຜູ້ໜຶ່ງ​ໃຫ້​ຕາຍ ເພາະ​ລາວ​ໄດ້​ຕີ​ອ້າຍ​ໃຫ້​ຊໍ້າບວມ.</verse>
				<verse number="24">ຜູ້ໃດ​ທີ່​ທຳລາຍ​ກາອິນ​ນັ້ນ ຈະ​ຖືກ​ໂທດ​ເຈັດ​ເທົ່າ ແຕ່​ຖ້າ​ຜູ້ໃດ​ທຳລາຍ​ອ້າຍ ຈະ​ໄດ້​ຮັບ​ໂທດ​ເຈັດສິບເຈັດ​ເທົ່າ.”</verse>
				<verse number="25">ອາດາມ ແລະ​ເມຍ​ໄດ້​ລູກຊາຍ​ຜູ້ໜຶ່ງ​ອີກ. ເອວາ​ຈຶ່ງ​ເວົ້າ​ວ່າ, “ພຣະເຈົ້າ​ໂຜດ​ໃຫ້​ຂ້ອຍ ມີ​ລູກຊາຍ​ອີກ​ຜູ້ໜຶ່ງ ເພື່ອ​ທົດແທນ​ອາເບັນ​ຜູ້​ທີ່​ກາອິນ​ໄດ້​ຂ້າ.” ດັ່ງນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ລູກຊາຍ​ຜູ້​ນີ້​ວ່າ ເຊດ.</verse>
				<verse number="26">ເຊດ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເອໂນດ. ຕັ້ງແຕ່​ນັ້ນ​ມາ ມະນຸດ​ກໍ​ເລີ່ມຕົ້ນ​ຮ້ອງທູນ​ໂດຍ​ອອກ​ພຣະນາມຊື່​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ.</verse>
			</chapter>
			<chapter number="5">
				<verse number="1">ຕໍ່ໄປນີ້ ແມ່ນ​ລາຍຊື່​ປະຫວັດ​ເຊື້ອສາຍ​ຂອງ​ອາດາມ. (ເມື່ອ​ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ນັ້ນ ພຣະອົງ​ໄດ້​ສ້າງ​ເຂົາ​ໃຫ້​ມີ​ຮູບ​ລັກສະນະ​ຄື​ພຣະອົງ.</verse>
				<verse number="2">ພຣະອົງ​ໄດ້​ສ້າງ​ພວກເຂົາ​ໃຫ້​ເປັນ​ເພດ​ຊາຍ ແລະ​ເພດຍິງ ອວຍພອນ​ພວກເຂົາ ແລະ​ຕັ້ງ​ຊື່​ໃຫ້​ພວກເຂົາ​ວ່າ, “ມະນຸດ”)</verse>
				<verse number="3">ເມື່ອ​ອາດາມ​ອາຍຸ​ໄດ້ 130 ປີ, ລາວ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ​ເຊດ ຜູ້​ທີ່​ຄ້າຍ​ຄື​ກັບ​ລາວ​ເອງ.</verse>
				<verse number="4">ຫລັງຈາກ​ນັ້ນ ອາດາມ​ຍັງ​ມີ​ອາຍຸ​ຍືນຍາວ​ມາ​ອີກ 800 ປີ. ລາວ​ມີ​ລູກ​ຊາຍ​ຍິງ​ອີກ​ຫລາຍ​ຄົນ</verse>
				<verse number="5">ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 930 ປີ.</verse>
				<verse number="6">ເມື່ອ​ເຊດ​ອາຍຸ​ໄດ້ 105 ປີ ລາວ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເອໂນດ</verse>
				<verse number="7">ແລະ​ມີ​ອາຍຸ​ຍືນຍາວ​ມາ​ອີກ 807 ປີ. ເຊດ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ</verse>
				<verse number="8">ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 912 ປີ.</verse>
				<verse number="9">ເມື່ອ​ເອໂນດ​ອາຍຸ​ໄດ້ 90 ປີ ລາວ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເກນານ</verse>
				<verse number="10">ແລະ​ມີ​ອາຍຸ​ຍືນຍາວ​ມາ​ອີກ 815 ປີ. ເອໂນດ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ</verse>
				<verse number="11">ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 905 ປີ.</verse>
				<verse number="12">ເມື່ອ​ເກນານ​ອາຍຸ​ໄດ້ 70 ປີ. ລາວ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ມະຫາລາເລນ</verse>
				<verse number="13">ແລະ​ມີ​ອາຍຸ​ຍືນຍາວ​ມາ​ອີກ 840 ປີ. ເກນານ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ</verse>
				<verse number="14">ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 910 ປີ.</verse>
				<verse number="15">ເມື່ອ​ມະຫາລາເລນ​ອາຍຸ​ໄດ້ 65 ປີ, ລາວ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ຢາເຣັດ</verse>
				<verse number="16">ແລະ​ມີ​ອາຍຸ​ຍືນຍາວ​ມາ​ອີກ 830 ປີ. ມະຫາລາເລນ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ</verse>
				<verse number="17">ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 895 ປີ.</verse>
				<verse number="18">ເມື່ອ​ຢາເຣັດ​ອາຍຸ​ໄດ້ 162 ປີ ລາວ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເອນົກ</verse>
				<verse number="19">ແລະ​ມີ​ອາຍຸ​ຍືນຍາວ​ມາ​ອີກ 800 ປີ. ຢາເຣັດ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ</verse>
				<verse number="20">ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 962 ປີ.</verse>
				<verse number="21">ເມື່ອ​ເອນົກ​ອາຍຸ​ໄດ້ 65 ປີ. ລາວ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເມທູເສລາ.</verse>
				<verse number="22">ຫລັງຈາກ​ນັ້ນ ເອນົກ​ກໍໄດ້​ຕິດຕາມ​ພຣະເຈົ້າ​ໄປ​ຕື່ມ​ອີກ 300 ປີ ແລະ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ.</verse>
				<verse number="23">ເອນົກ​ມີ​ອາຍຸ​ທັງໝົດ 365 ປີ.</verse>
				<verse number="24">ລາວ​ໄດ້​ດຳເນີນ​ຊີວິດ​ໃນ​ຄວາມ​ສາມັກຄີທຳ​ຕິດສະໜິດ​ກັບ​ພຣະເຈົ້າ ແລະ​ລາວ​ກໍໄດ້​ຫາຍຕົວ​ໄປ ເພາະ​ພຣະເຈົ້າ​ໄດ້​ຮັບ​ເອົາ​ລາວ​ໄປ.</verse>
				<verse number="25">ເມື່ອ​ເມທູເສລາ​ອາຍຸ​ໄດ້ 187 ປີ ລາວ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ລາເມັກ</verse>
				<verse number="26">ແລະ​ມີ​ອາຍຸ​ຍືນຍາວ​ມາ​ອີກ 782 ປີ. ເມທູເສລາ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ</verse>
				<verse number="27">ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 969 ປີ.</verse>
				<verse number="28">ເມື່ອ​ລາເມັກ​ອາຍຸ​ໄດ້ 182 ປີ ລາວ​ມີ​ລູກຊາຍ​ຜູ້ໜຶ່ງ</verse>
				<verse number="29">ແລະ​ລາວ​ເວົ້າ​ວ່າ, “ເດັກນ້ອຍ​ຜູ້​ນີ້​ຈະ​ເລົ້າໂລມ​ພວກເຮົາ​ໃຫ້​ຫາຍ​ຄວາມ​ອິດເມື່ອຍ​ຈາກ​ວຽກງານ​ໜັກ ເນື່ອງ​ຈາກ​ພຣະເຈົ້າຢາເວ​ໄດ້​ສາບແຊ່ງ​ດິນ.” ສະນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ເດັກນ້ອຍ​ນີ້​ວ່າ ໂນອາ.</verse>
				<verse number="30">ລາເມັກ​ມີ​ອາຍຸ​ຍືນຍາວ​ມາ​ອີກ 595 ປີ ແລະ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ.</verse>
				<verse number="31">ລາວ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 777 ປີ.</verse>
				<verse number="32">ເມື່ອ​ໂນອາ​ອາຍຸ​ໄດ້ 500 ປີ ໂນອາ​ມີ​ລູກຊາຍ​ສາມ​ຄົນ​ຄື: ເຊມ, ຮາມ ແລະ​ຢາເຟດ.</verse>
			</chapter>
			<chapter number="6">
				<verse number="1">ເມື່ອ​ມະນຸດ​ໄດ້​ເພີ່ມ​ທະວີ​ຫລາຍ​ຂຶ້ນ​ຢູ່​ໃນ​ທົ່ວ​ແຜ່ນດິນ​ໂລກ ແລະ​ພວກ​ລູກ​ຍິງ​ກໍໄດ້​ເກີດ​ມາ,</verse>
				<verse number="2">ລູກຊາຍ​ທັງຫລາຍ​ຂອງ​ພຣະເຈົ້າ ທີ່​ເຫັນ​ວ່າ​ຍິງ​ສາວ​ເຫຼົ່ານີ້​ງາມ​ຫລາຍ. ສະນັ້ນ ຈຶ່ງ​ພາກັນ​ຫາ​ເລືອກ​ເອົາ​ເປັນ​ເມຍ​ຕາມ​ໃຈ​ມັກ.</verse>
				<verse number="3">ເມື່ອ​ພຣະເຈົ້າຢາເວ​ເຫັນ​ດັ່ງນັ້ນ ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ອະນຸຍາດ​ໃຫ້​ມະນຸດ​ມີ​ຊີວິດ​ຢູ່​ຕະຫລອດໄປ ເພາະ​ພວກເຂົາ​ເປັນ​ມະນຸດ​ທີ່​ຕ້ອງ​ຕາຍ, ແຕ່​ບັດນີ້​ໄປ ພວກເຂົາ​ຈະ​ມີ​ອາຍຸ​ບໍ່​ເກີນ 120 ປີ.”</verse>
				<verse number="4">ໃນ​ສະໄໝ​ນັ້ນ ແລະ​ທັງ​ສະໄໝ​ຕໍ່ມາ ມີ​ຄົນ​ຮູບຮ່າງ​ໃຫຍ່​ທີ່​ເທິງ​ແຜ່ນດິນ​ໂລກ. ຄົນ​ພວກ​ນີ້​ເກີດ​ຈາກ​ຜູ້ຍິງ​ກັບ​ລູກຊາຍ​ທັງຫລາຍ​ຂອງ​ພຣະເຈົ້າ. ພວກເຂົາ​ເປັນ​ຄົນ​ເກັ່ງກ້າ​ສາມາດ​ຫລາຍ ແລະ​ເປັນ​ຄົນ​ທີ່​ມີ​ຊື່ສຽງ​ດີ​ໃນ​ສະໄໝ​ບູຮານ.</verse>
				<verse number="5">ເມື່ອ​ພຣະເຈົ້າຢາເວ​ເຫັນ​ວ່າ​ມະນຸດ​ຊົ່ວຮ້າຍ​ຫລາຍ​ຂຶ້ນ ແລະ​ຄວາມ​ຄິດ​ຊົ່ວ​ກໍ​ບັງຄັບ​ຈິດໃຈ​ພວກເຂົາ​ຢູ່​ທຸກ​ເວລາ,</verse>
				<verse number="6">ພຣະເຈົ້າຢາເວ​ຈຶ່ງ​ເສຍ​ໃຈ​ຫລາຍ​ທີ່​ໄດ້​ສ້າງ​ພວກເຂົາ ແລະ​ໃຫ້​ພວກເຂົາ​ຢູ່​ເທິງ​ແຜ່ນດິນ​ໂລກ ພຣະອົງ​ກິນແໜງ​ໃຈ​ຫລາຍ</verse>
				<verse number="7">ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ທຳລາຍ​ມະນຸດ​ເຫຼົ່ານີ້ ທີ່​ເຮົາ​ໄດ້​ສ້າງ​ມາ​ພ້ອມ​ກັບ​ສັດ​ທັງຫລາຍ ແລະ​ນົກ​ຕ່າງໆ​ເພາະ​ເຮົາ​ເສຍໃຈ​ທີ່​ໄດ້​ສ້າງ​ພວກເຂົາ.”</verse>
				<verse number="8">ແຕ່​ພຣະເຈົ້າຢາເວ​ຊົງ​ພໍໃຈ​ນຳ​ໂນອາ.</verse>
				<verse number="9">ປະຫວັດ​ຂອງ​ໂນອາ​ເປັນ​ມາ​ດັ່ງນີ້: ເພິ່ນ​ມີ​ລູກຊາຍ​ຢູ່​ສາມ​ຄົນ​ຄື: ເຊມ, ຮາມ ແລະ​ຢາເຟດ. ໂນອາ​ເປັນ​ຄົນ​ດີ ແລະ​ແມ່ນ​ເພິ່ນ​ຜູ້​ດຽວ​ເທົ່ານັ້ນ​ທີ່​ພຣະເຈົ້າ​ພໍໃຈ​ນຳ ເພາະ​ເພິ່ນ​ໄດ້​ດຳເນີນ​ຊີວິດ​ໃນ​ຄວາມ​ສາມັກຄີທຳ​ຕິດສະໜິດ​ກັບ​ພຣະເຈົ້າ;</verse>
				<verse number="10"></verse>
				<verse number="11">ແຕ່​ພວກ​ອື່ນໆ​ທຸກຄົນ​ໄດ້​ເຮັດ​ຊົ່ວ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ ແລະ​ການ​ຂ້າຟັນ​ລັນແທງ​ກັນ​ກໍ​ແຜ່ລາມ​ໄປ​ທົ່ວ​ທຸກ​ທີ່​ທຸກບ່ອນ.</verse>
				<verse number="12">ພຣະເຈົ້າ​ເບິ່ງ​ໂລກນີ້ ແລະ​ເຫັນ​ວ່າ​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວຮ້າຍ ຍ້ອນ​ມະນຸດ​ທັງປວງ​ເຮັດ​ແຕ່​ຄວາມ​ຊົ່ວຊ້າ​ທັງ​ສິ້ນ.</verse>
				<verse number="13">ພຣະເຈົ້າ​ໄດ້​ບອກ​ໂນອາ​ວ່າ, “ເຮົາ​ໄດ້​ຕັດສິນໃຈ​ທີ່​ຈະ​ດັບສູນ​ມະນຸດ​ຊາດ​ທັງໝົດ​ແລ້ວ. ເຮົາ​ຈະ​ທຳລາຍ​ພວກເຂົາ​ຢ່າງ​ໝົດສິ້ນ ເພາະ​ໂລກນີ້​ເຕັມ​ໄປ​ດ້ວຍ​ການ​ກະທຳ​ອັນ​ຊົ່ວຊ້າ​ຂອງ​ພວກເຂົາ. ຈົ່ງ​ສ້າງ​ເຮືອ​ລຳ​ໜຶ່ງ​ດ້ວຍ​ໄມ້​ແກ່ນ​ທີ່​ໜາແໜ້ນ​ສຳລັບ​ເຈົ້າ​ເອງ;</verse>
				<verse number="14">ຈົ່ງ​ສ້າງ​ໃຫ້​ເປັນ​ຫລາຍ​ຫ້ອງ ແລະ​ເອົາ​ຂີ້ຊີ​ອັດ​ຢາ​ທາງໃນ​ກັບ​ທາງນອກ​ໃຫ້​ດີ.</verse>
				<verse number="15">ເຮືອ​ລຳ​ນີ້ ທາງ​ຍາວ​ໃຫ້​ໄດ້ 133 ແມັດ, ທາງ​ກວ້າງ 22 ແມັດ ແລະ​ທາງ​ສູງ 13 ແມັດ.</verse>
				<verse number="16">ຈົ່ງ​ເຮັດ​ປ່ອງຢ້ຽມ ຈຸ​ຫລັງຄາ​ສູງ​ເຄິ່ງ​ແມັດ​ແລະ​ຍາວ​ຕາມ​ຝາ​ເຮືອ. ສ່ວນ​ທາງໃນ​ເຮືອ​ນັ້ນ​ໃຫ້​ເຮັດ​ເປັນ​ສາມ​ຊັ້ນ ແລະ​ເຮັດ​ປະຕູ​ໄວ້​ຂ້າງ​ໜຶ່ງ.</verse>
				<verse number="17">ເຮົາ​ຈະ​ເຮັດ​ໃຫ້​ມີ​ນໍ້າ​ຖ້ວມ​ເທິງ​ແຜ່ນດິນ​ໂລກ​ເພື່ອ​ທຳລາຍ​ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່. ທຸກໆ​ສິ່ງ​ເທິງ​ແຜ່ນດິນ​ໂລກ​ຈະ​ດັບສູນ​ໄປ</verse>
				<verse number="18">ແຕ່​ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ໄວ້​ກັບ​ເຈົ້າ. ຈົ່ງ​ເອົາ​ເມຍ, ລູກຊາຍ ແລະ​ພວກ​ລູກໃພ້​ຂອງ​ເຈົ້າ​ເຂົ້າ​ໄປ​ໃນ​ເຮືອ.</verse>
				<verse number="19">ຈົ່ງ​ເອົາ​ສັດ​ທຸກໆ​ຊະນິດ​ແນວ​ລະ​ຄູ່, ນົກ​ທຸກໆ​ຊະນິດ​ແນວ​ລະ​ຄູ່ ເພື່ອ​ໃຫ້​ສັດ​ເຫຼົ່ານີ້​ມີ​ຊີວິດ​ຢູ່.</verse>
				<verse number="20"></verse>
				<verse number="21">ຢ່າ​ລືມ​ຕຽມ​ເອົາ​ອາຫານ​ຫລາຍໆ​ຊະນິດ​ໄວ້​ສຳລັບ​ຄອບຄົວ​ຂອງ​ເຈົ້າ ແລະ​ສຳລັບ​ສັດ​ເຫຼົ່ານັ້ນ.”</verse>
				<verse number="22">ໂນອາ​ໄດ້​ເຮັດ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ໄວ້​ທຸກປະການ.</verse>
			</chapter>
			<chapter number="7">
				<verse number="1">ພຣະເຈົ້າຢາເວ​ໄດ້​ບອກ​ໂນອາ​ວ່າ, “ຈົ່ງ​ເຂົ້າ​ໄປ​ໃນ​ເຮືອ​ກັບ​ຄອບຄົວ​ທັງໝົດ​ຂອງ​ເຈົ້າ; ເຮົາ​ເຫັນ​ແລ້ວ​ວ່າ ແມ່ນ​ເຈົ້າ​ຜູ້​ດຽວ​ເທົ່ານັ້ນ​ໃນ​ໝົດ​ທັງ​ໂລກນີ້​ທີ່​ເຮັດ​ສິ່ງ​ຊອບທຳ.</verse>
				<verse number="2">ຈົ່ງ​ເອົາ​ສັດ​ທີ່​ບໍ່​ເປັນ​ມົນທິນ ແນວ​ລະ​ເຈັດ​ຄູ່, ແຕ່​ສັດ​ທີ່​ເປັນ​ມົນທິນ​ນັ້ນ​ໃຫ້​ເອົາ​ແນວ​ລະ​ຄູ່.</verse>
				<verse number="3">ໃຫ້​ເອົາ​ນົກ​ຊະນິດ​ລະ​ເຈັດ​ຄູ່​ເຊັ່ນດຽວ​ກັນ. ເຮົາ​ຢາກ​ໃຫ້​ສັດ​ເຫຼົ່ານີ້​ມີ​ຊີວິດ​ຢູ່ ແລະ​ອອກ​ແມ່​ແຜ່​ລູກ​ຕໍ່ໄປ​ເທິງ​ແຜ່ນດິນ​ໂລກ.</verse>
				<verse number="4">ໃນ​ເຈັດ​ວັນ​ຂ້າງ​ໜ້າ​ນີ້ ເຮົາ​ຈະ​ໃຫ້​ຝົນ​ຕົກລົງ​ມາ ຊຶ່ງ​ຈະ​ຕົກ​ເປັນ​ເວລາ​ສີ່ສິບ​ວັນ​ສີ່ສິບ​ຄືນ ເພື່ອ​ທຳລາຍ​ທຸກສິ່ງ​ທີ່​ມີ​ຊີວິດ ຊຶ່ງ​ເຮົາ​ໄດ້​ສ້າງ​ຂຶ້ນ​ມາ​ນັ້ນ​ໃຫ້​ຈິບຫາຍ​ໄປ​ໝົດ.”</verse>
				<verse number="5">ຝ່າຍ​ໂນອາ​ກໍໄດ້​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ທຸກປະການ.</verse>
				<verse number="6">ເມື່ອ​ນໍ້າ​ຖ້ວມ​ໂລກ​ນັ້ນ ໂນອາ​ມີ​ອາຍຸ​ໄດ້ 600 ປີ.</verse>
				<verse number="7">ໂນອາ​ພ້ອມ​ດ້ວຍ​ເມຍ ລູກຊາຍ​ພ້ອມ​ລູກໃພ້​ທັງໝົດ ກໍ​ພາກັນ​ເຂົ້າ​ໄປ​ໃນ​ເຮືອ​ເພື່ອ​ໜີ​ນໍ້າ​ຖ້ວມ.</verse>
				<verse number="8">ສັດ​ແລະ​ນົກ ໂຕ​ຜູ້​ແລະ​ໂຕ​ແມ່​ແຕ່ລະ​ຊະນິດ ທັງ​ໂຕ​ທີ່​ເປັນ​ມົນທິນ ແລະ​ບໍ່​ເປັນ​ມົນທິນ</verse>
				<verse number="9">ກໍ​ຖືກ​ຕ້ອນ​ເຂົ້າ​ໄປ​ໃນ​ເຮືອ​ພ້ອມ​ກັບ​ໂນອາ​ຕາມ​ພຣະເຈົ້າ​ໄດ້​ສັ່ງ.</verse>
				<verse number="10">ເຈັດ​ວັນ​ຕໍ່ມາ ນໍ້າ​ກໍໄດ້​ຖ້ວມ​ແຜ່ນດິນ​ໂລກ.</verse>
				<verse number="11">ເມື່ອ​ໂນອາ​ອາຍຸ​ໄດ້ 600 ປີ, ຄື​ໃນ​ວັນ​ທີ​ສິບເຈັດ​ຂອງ​ເດືອນ​ທີ​ສອງ ຟ້າ​ສະຫວັນ​ໄດ້​ຖອກ​ເທ​ຫ່າຝົນ​ລົງ​ມາ​ສູ່​ໂລກ; ນໍ້າ​ໃນ​ບໍ່ ໃນ​ເຫວ ແລະ​ໃນ​ຫ້ວຍຮ່ອງ​ກໍໄດ້​ພຸ່ງ​ຂຶ້ນ;</verse>
				<verse number="12">ຝົນ​ໄດ້​ຕົກລົງ​ມາ​ສູ່​ໂລກ​ບໍ່​ຂາດ​ສາຍ ເປັນ​ເວລາ​ສີ່ສິບ​ວັນ​ສີ່ສິບ​ຄືນ.</verse>
				<verse number="13">ໃນ​ວັນ​ດຽວກັນ​ນັ້ນ ໂນອາ​ພ້ອມ​ດ້ວຍ​ເມຍ ແລະ​ລູກຊາຍ​ທັງ​ສາມ​ຄົນ​ຄື: ເຊມ, ຮາມ ແລະ​ຢາເຟດ​ພ້ອມ​ທັງ​ເມຍ​ຂອງ​ພວກເຂົາ ກໍ​ພາກັນ​ເຂົ້າໄປ​ຢູ່​ໃນ​ເຮືອ.</verse>
				<verse number="14">ສັດ​ທຸກໆ​ຊະນິດ​ກໍ​ຖືກ​ຕ້ອນ​ເຂົ້າ​ໄປ​ໃນ​ເຮືອ​ເຊັ່ນ: ສັດປ່າ, ສັດ​ບ້ານ, ສັດ​ໃຫຍ່​ແລະ​ສັດ​ນ້ອຍ ຕະຫລອດ​ທັງ​ນົກ​ພ້ອມ​ສັດ​ທີ່​ມີ​ປີກ​ທຸກ​ຊະນິດ.</verse>
				<verse number="15">ສັດ​ໂຕຜູ້​ແລະ​ໂຕ​ແມ່ ຕາມ​ແຕ່ລະ​ຊະນິດ​ຂອງ​ມັນ​ໄດ້​ເຂົ້າ​ໄປ​ຢູ່​ໃນ​ເຮືອ​ກັບ​ໂນອາ</verse>
				<verse number="16">ຫລັງຈາກ​ຈັດ​ສັດ​ທຸກ​ຊະນິດ ແລະ​ທຸກສິ່ງ​ທີ່​ມີ​ຊີວິດ​ພ້ອມ​ກັບ​ໂນອາ​ເຂົ້າ​ໃນ​ເຮືອ ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ແລ້ວ ພຣະເຈົ້າຢາເວ​ກໍໄດ້​ອັດ​ປະຕູ​ເຮືອ.</verse>
				<verse number="17">ນໍ້າ​ໄດ້​ຖ້ວມ​ສືບຕໍ່​ກັນ​ຕະຫລອດ​ສີ່ສິບ​ວັນ​ສີ່ສິບ​ຄືນ. ນໍ້າ​ມາກ​ຂຶ້ນ​ເລື້ອຍໆ​ຈົນ​ເຮືອ​ຂອງ​ໂນອາ​ຟູ​ຢູ່​ເໜືອ​ໜ້າ​ດິນ.</verse>
				<verse number="18">ນໍ້າ​ມາກ​ຂຶ້ນ​ເລື້ອຍໆ ຈົນ​ເຮືອ​ຂອງ​ໂນອາ​ໄຫລ​ໄປມາ​ເທິງ​ກະແສ​ນໍ້າ.</verse>
				<verse number="19">ລະດັບ​ນໍ້າ​ໄດ້​ສູງ​ຂຶ້ນ​ເລື້ອຍໆ ຈົນ​ຖ້ວມ​ພູຜາ​ໜ່ວຍ​ສູງສຸດ.</verse>
				<verse number="20">ໃນ​ທີ່ສຸດ ນໍ້າ​ໄດ້​ຖ້ວມ​ພູເຂົາ​ໜ່ວຍ​ສູງ​ທີ່ສຸດ​ຂຶ້ນ​ໄປ​ອີກ​ເຈັດ​ແມັດ.</verse>
				<verse number="21">ທຸກໆ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ໂລກ​ໄດ້​ຕາຍ​ໝົດ​ຄື: ນົກ​ທຸກໆ​ຊະນິດ, ສັດ​ທຸກໆ​ຊະນິດ ແລະ​ຄົນ​ທຸກໆ​ຄົນ.</verse>
				<verse number="22">ທຸກໆ​ສິ່ງ​ທີ່​ຫາຍ​ໃຈ​ໄດ້​ເທິງ​ແຜ່ນດິນ​ໂລກ​ໄດ້​ຕາຍໄປ​ໝົດ.</verse>
				<verse number="23">ພຣະອົງ​ໄດ້​ທຳລາຍ​ທຸກໆ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ​ເຊັ່ນ: ມະນຸດ, ສັດ ແລະ​ນົກ. ມີ​ແຕ່​ຄອບຄົວ​ຂອງ​ໂນອາ ແລະ​ສັດ​ໃນ​ເຮືອ​ເທົ່ານັ້ນ ທີ່​ຍັງເຫລືອ​ຢູ່.</verse>
				<verse number="24">ລະດັບ​ນໍ້າ​ຖ້ວມ​ຍັງ​ສູງ​ຢູ່ ເປັນ​ເວລາ 150 ວັນ.</verse>
			</chapter>
			<chapter number="8">
				<verse number="1">ພຣະເຈົ້າ​ບໍ່ໄດ້​ລືມ​ໂນອາ​ພ້ອມ​ທັງ​ສັດ​ຊະນິດ​ຕ່າງໆ​ທີ່​ຢູ່​ໃນ​ເຮືອ; ພຣະອົງ​ໄດ້​ເຮັດ​ໃຫ້​ມີ​ລົມ​ພັດ​ມາ ແລະ​ນໍ້າ​ກໍ​ບົກ​ລົງ.</verse>
				<verse number="2">ຮູ​ນໍ້າ​ໃຕ້​ພື້ນດິນ ແລະ​ປ່ອງ​ນໍ້າ​ເທິງ​ຟ້າ​ສະຫວັນ ຖືກ​ອັດ​ໝົດ ຝົນ​ເຊົາ​ຕົກ</verse>
				<verse number="3">ແລະ​ນໍ້າ​ກໍ​ຄ່ອຍໆ​ບົກ​ລົງ​ຕາມ​ລຳດັບ​ເປັນ​ເວລາ​ໜຶ່ງຮ້ອຍ​ຫ້າສິບ​ວັນ.</verse>
				<verse number="4">ໃນ​ວັນ​ທີ​ສິບເຈັດ​ຂອງ​ເດືອນ​ທີ​ເຈັດ ເຮືອ​ຂອງ​ໂນອາ​ໄດ້​ຄ້າງ​ຄາ​ຢູ່​ທີ່​ເທິງ​ພູເຂົາ​ອາຣາຣັດ.</verse>
				<verse number="5">ນໍ້າ​ໄດ້​ບົກ​ລົງ​ເລື້ອຍໆ ຈົນ​ຮອດ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສິບ​ແລ້ວ ຈອມ​ພູ​ທັງຫລາຍ​ກໍໄດ້​ປາກົດ​ຂຶ້ນ.</verse>
				<verse number="6">ຕໍ່ມາ​ອີກ​ສີ່ສິບ​ວັນ ໂນອາ​ໄດ້​ໄຂ​ປ່ອງຢ້ຽມ​ເຮືອ​ອອກ</verse>
				<verse number="7">ແລະ​ປ່ອຍ​ກາ​ໂຕໜຶ່ງ​ອອກ​ໄປ ກາ​ໂຕ​ນີ້​ບໍ່ໄດ້​ບິນ​ຄືນ​ມາ ແຕ່​ມັນ​ໄດ້​ບິນ​ເວີ່ນ​ຢູ່​ຈົນ​ນໍ້າ​ໄດ້​ແຫ້ງ​ລົງ.</verse>
				<verse number="8">ໃນ​ເວລາ​ດຽວກັນ​ນັ້ນ ໂນອາ​ໄດ້​ປ່ອຍ​ນົກເຂົາ​ໂຕໜຶ່ງ​ອອກ​ໄປ​ອີກ ເພື່ອ​ຈະ​ໄດ້​ຮູ້​ວ່າ​ນໍ້າ​ບົກ​ແລ້ວ​ຫລື​ຍັງ</verse>
				<verse number="9">ແຕ່​ນົກເຂົາ​ໂຕ​ນັ້ນ​ບໍ່ມີ​ບ່ອນ​ຈັບ ຈຶ່ງ​ໄດ້​ກັບຄືນ​ມາ ເພາະ​ນໍ້າ​ຍັງ​ຖ້ວມ​ພື້ນດິນ​ຢູ່; ພໍ​ເຫັນ​ນົກ​ກັບ​ມາ ໂນອາ​ກໍ​ຟ້າວ​ເດ່​ມື​ອອກ​ໄປ​ຈັບ​ເອົາ​ນົກ​ໂຕ​ນັ້ນ​ມາ​ໄວ້​ໃນ​ເຮືອ​ນຳ​ໝູ່.</verse>
				<verse number="10">ເຈັດ​ວັນ​ຕໍ່ມາ ເພິ່ນ​ໄດ້​ປ່ອຍ​ນົກເຂົາ​ອອກ​ໄປ​ອີກ.</verse>
				<verse number="11">ນົກເຂົາ​ໂຕ​ນັ້ນ​ໄດ້​ບິນ​ກັບ​ມາ​ໃນ​ຕອນແລງ ພ້ອມ​ທັງ​ຄາບ​ເອົາ​ໃບ​ໝາກກອກເທດ. ສະນັ້ນ ເພິ່ນ​ຈຶ່ງ​ຮູ້ຈັກ​ຄັກແນ່​ວ່າ ນໍ້າ​ໄດ້​ບົກ​ລົງ​ແລ້ວ.</verse>
				<verse number="12">ເຈັດ​ວັນ​ຕໍ່ມາ ເພິ່ນ​ໄດ້​ປ່ອຍ​ນົກເຂົາ​ອອກ​ໄປ​ອີກ, ແຕ່​ໃນ​ເທື່ອ​ນີ້​ມັນ​ບໍ່ໄດ້​ກັບຄືນ​ມາ.</verse>
				<verse number="13">ເມື່ອ​ໂນອາ​ອາຍຸ​ໄດ້ 601 ປີ ຄື​ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ນັ້ນ ນໍ້າ​ກໍໄດ້​ບົກ ແລະ​ແຫ້ງ​ລົງ​ໝົດ ເພິ່ນ​ເປີດ​ຫລັງຄາ​ເຮືອ​ອອກ​ເບິ່ງ​ໄປ​ລອບໆ ຈຶ່ງ​ເຫັນ​ວ່າ​ໜ້າ​ດິນ​ແຫ້ງ​ແລ້ວ.</verse>
				<verse number="14">ໃນ​ວັນ​ທີ​ຊາວເຈັດ​ຂອງ​ເດືອນ​ທີ​ສອງ ພື້ນດິນ​ຈຶ່ງ​ໄດ້​ແຫ້ງ​ໝົດ.</verse>
				<verse number="15">ແລ້ວ​ພຣະເຈົ້າ​ກໍ​ກ່າວ​ແກ່​ໂນອາ​ວ່າ,</verse>
				<verse number="16">“ເຈົ້າ​ແລະ​ເມຍ​ພ້ອມ​ດ້ວຍ​ພວກ​ລູກຊາຍ​ກັບ​ພວກ​ລູກໃພ້​ຂອງ​ເຈົ້າ ຈົ່ງ​ພາກັນ​ອອກ​ໄປ​ຈາກ​ເຮືອ.</verse>
				<verse number="17">ຈົ່ງ​ປ່ອຍ​ນົກ ແລະ​ສັດ​ທັງຫລາຍ​ທີ່​ຢູ່​ໃນ​ເຮືອ​ອອກ​ໄປ​ໝົດ ເພື່ອ​ໃຫ້​ອອກ​ແມ່​ແຜ່​ລູກ​ຫລາຍ​ຂຶ້ນ​ຢູ່​ເທິງ​ແຜ່ນດິນ​ໂລກ.”</verse>
				<verse number="18">ດັ່ງນັ້ນ ໂນອາ ແລະ​ເມຍ​ພ້ອມ​ທັງ​ພວກ​ລູກຊາຍ ແລະ​ພວກ​ລູກໃພ້​ຂອງຕົນ ຈຶ່ງ​ພາກັນ​ອອກ​ໄປ​ຈາກ​ເຮືອ.</verse>
				<verse number="19">ສັດ​ແລະ​ນົກ​ທຸກ​ຊະນິດ​ຕ່າງ​ກໍ​ອອກ​ມາ​ຈາກ​ເຮືອ​ເປັນ​ໝູ່ໆ​ຕາມ​ຊະນິດ​ຂອງ​ມັນ.</verse>
				<verse number="20">ແລ້ວ​ໂນອາ​ກໍໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ; ເພິ່ນ​ເອົາ​ສັດ​ແລະ​ນົກ​ແນວ​ລະ​ໂຕ ທີ່​ບໍ່​ເປັນ​ມົນທິນ ຂ້າ​ເຜົາ​ຖວາຍ​ທັງ​ໂຕ​ເທິງ​ແທ່ນບູຊາ.</verse>
				<verse number="21">ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ໃຫ້​ແຜ່ນດິນ​ໂລກ​ຕົກ​ຢູ່​ໃຕ້​ຄຳ​ສາບແຊ່ງ​ອີກ​ຈັກເທື່ອ ຍ້ອນ​ສິ່ງ​ທີ່​ມະນຸດ​ກະທຳ; ເຮົາ​ຮູ້​ວ່າ ແຕ່​ເວລາ​ມະນຸດ​ຍັງ​ນ້ອຍ ຄວາມຄິດ​ຂອງ​ເຂົາ​ກໍ​ຊົ່ວ​ຢູ່​ແລ້ວ. ເຮົາ​ຈະ​ບໍ່​ທຳລາຍ​ສິ່ງ​ທີ່​ມີ​ຊີວິດ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ທຳລາຍ​ໃນ​ຄັ້ງ​ນີ້​ອີກ​ຈັກເທື່ອ.</verse>
				<verse number="22">ຕາບໃດ​ທີ່​ໂລກ​ຍັງ​ຄົງ​ດຳລົງ​ຢູ່ ລະດູ​ຫວ່ານ​ກັບ​ລະດູ​ເກັບກ່ຽວ​ກໍ​ຍັງ​ມີ​ຢູ່​ຕໍ່ໄປ ຈະ​ມີ​ໜາວ​ມີ​ຮ້ອນ​ຮ່ວມ​ກັນ​ຢູ່​ສະເໝີ​ໄປ ຍາມຮ້ອນ​ແລະ​ຍາມ​ໜາວ ກາງເວັນ​ແລະ​ກາງຄືນ​ດ້ວຍ.”</verse>
			</chapter>
			<chapter number="9">
				<verse number="1">ພຣະເຈົ້າ​ໄດ້​ອວຍພອນ​ແກ່​ໂນອາ ແລະ​ພວກ​ລູກຊາຍ​ທັງ​ສາມ​ຄົນ​ຂອງ​ລາວ​ວ່າ, “ຈົ່ງ​ມີ​ລູກຫລານ​ໃຫ້​ມາກ​ຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ມີ​ຊີວິດ​ຢູ່​ທົ່ວ​ເທິງ​ແຜ່ນດິນ​ໂລກ​ນີ້.</verse>
				<verse number="2">ສັດ​ທຸກ​ຊະນິດ, ນົກ​ທຸກ​ໂຕ, ສັດ​ເລືອຄານ ແລະ​ປາ​ທຸກ​ຊະນິດ​ຈະ​ມີ​ຊີວິດ​ຢູ່​ໂດຍ​ຢ້ານກົວ​ພວກເຈົ້າ.</verse>
				<verse number="3">ບັດນີ້ ເຈົ້າ​ກິນ​ສັດ​ນັ້ນ ແລະ​ພືດ​ໃບ​ຂຽວ​ໄດ້ ເພາະ​ເຮົາ​ໄດ້​ໃຫ້​ສິ່ງ​ເຫຼົ່ານີ້​ແກ່​ພວກເຈົ້າ​ເປັນ​ອາຫານ.</verse>
				<verse number="4">ແຕ່​ມີ​ສິ່ງ​ໜຶ່ງ​ທີ່​ເຈົ້າ​ບໍ່​ຕ້ອງ​ກິນ​ຄື: ຊີ້ນ​ທີ່​ມີ​ເລືອດ; ເພາະ​ເລືອດ​ແມ່ນ​ຫລັກ​ສຳຄັນ​ແຫ່ງ​ຊີວິດ.</verse>
				<verse number="5">ຖ້າ​ຜູ້ໃດ​ທຳລາຍ​ຊີວິດ​ມະນຸດ ຜູ້ນັ້ນ​ຈະ​ຖືກ​ລົງໂທດ. ສັດ​ທຸກ​ໂຕ​ທີ່​ທຳລາຍ​ຊີວິດ​ມະນຸດ ຈະ​ຖືກ​ລົງໂທດ​ເຖິງ​ແກ່​ຄວາມ​ຕາຍ.</verse>
				<verse number="6">ມະນຸດ​ໄດ້​ຖືກ​ສ້າງ​ໃຫ້​ມີ​ຮູບລັກສະນະ​ຂອງ​ພຣະເຈົ້າ; ສະນັ້ນ ຜູ້ໃດ​ກໍຕາມ​ທີ່​ຂ້າ​ເພື່ອນ​ມະນຸດ ກໍ​ຈະ​ຖືກ​ເພື່ອນ​ມະນຸດ​ຄົນອື່ນ​ຂ້າ​ເໝືອນກັນ.</verse>
				<verse number="7">ຈົ່ງ​ມີ​ລູກຫລານ​ໃຫ້​ມາກ​ຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ມີ​ຊີວິດ​ຢູ່​ທົ່ວ​ໄປ​ເທິງ​ແຜ່ນດິນ​ໂລກ.”</verse>
				<verse number="8">ພຣະເຈົ້າ​ໄດ້​ກ່າວ​ແກ່​ໂນອາ ແລະ​ພວກ​ລູກຊາຍ​ຂອງ​ລາວ​ວ່າ,</verse>
				<verse number="9">“ບັດນີ້ ເຮົາ​ເຮັດ​ພັນທະສັນຍາ​ຕໍ່​ພວກເຈົ້າ​ພ້ອມ​ກັບ​ເຊື້ອສາຍ​ຂອງ​ພວກເຈົ້າ</verse>
				<verse number="10">ແລະ​ທຸກສິ່ງ​ທີ່​ມີ​ຊີວິດ​ເຊັ່ນ: ນົກ​ທຸກ​ຊະນິດ ແລະ​ສັດ​ທຸກ​ຊະນິດ ຄື​ທຸກໆ​ສິ່ງ​ທີ່​ອອກ​ມາ​ຈາກ​ເຮືອ​ນຳ​ເຈົ້າ​ນັ້ນ.</verse>
				<verse number="11">ດ້ວຍ​ຖ້ອຍຄຳ​ດັ່ງ​ຕໍ່ໄປນີ້ ເຮົາ​ຈຶ່ງ​ຕັ້ງ​ພັນທະສັນຍາ​ກັບ​ເຈົ້າ​ຄື: ເຮົາ​ສັນຍາ​ວ່າ​ຈະ​ບໍ່​ທຳລາຍ​ທຸກສິ່ງ​ທີ່​ມີ​ຊີວິດ​ດ້ວຍ​ນໍ້າ​ຖ້ວມ​ອີກ; ນໍ້າ​ຖ້ວມ​ແຜ່ນດິນ​ໂລກ​ແບບ​ນີ້​ຈະ​ບໍ່ມີ​ອີກ​ຈັກເທື່ອ.”</verse>
				<verse number="12">ພຣະເຈົ້າ​ຊົງ​ກ່າວ​ວ່າ, “ນີ້​ແມ່ນ​ໝາຍສຳຄັນ​ຂອງ​ພັນທະສັນຍາ ຊຶ່ງ​ເຮົາ​ກຳລັງ​ເຮັດ​ຢູ່ ລະຫວ່າງ​ເຮົາ​ກັບ​ເຈົ້າ ແລະ​ທຸກໆ​ສິ່ງ​ທີ່​ມີ​ຊີວິດ​ທີ່​ຢູ່​ກັບ​ເຈົ້າ ເພື່ອ​ຄົນ​ລຸ້ນ​ຫລັງ​ທັງໝົດ​ໃນ​ອະນາຄົດ,</verse>
				<verse number="13">ເຮົາ​ຕັ້ງ​ຮຸ້ງກິນນໍ້າ​ໄວ້​ໃນ​ທ້ອງຟ້າ. ຮຸ້ງ​ກິນ​ນໍ້າ​ຈະ​ເປັນ​ໝາຍສຳຄັນ​ແຫ່ງ​ພັນທະສັນຍາ​ທີ່​ເຮົາ​ໄດ້​ຕັ້ງ​ໄວ້​ກັບ​ແຜ່ນດິນ​ໂລກ.</verse>
				<verse number="14">ເມື່ອໃດ ເຮົາ​ເຮັດ​ໃຫ້​ເມກ​ປົກຄຸມ​ທົ່ວ​ທ້ອງຟ້າ ແລະ​ໃຫ້​ຮຸ້ງ​ປາກົດ​ຂຶ້ນ</verse>
				<verse number="15">ເມື່ອນັ້ນ ເຮົາ​ກໍ​ຈະ​ນຶກ​ເຖິງ​ພັນທະສັນຍາ ທີ່​ເຮົາ​ໃຫ້​ແກ່​ເຈົ້າ ແລະ​ສັດ​ທັງປວງ​ວ່າ ເຮົາ​ຈະ​ບໍ່​ທຳລາຍ​ທຸກສິ່ງ​ທີ່​ມີ​ຊີວິດ​ດ້ວຍ​ນໍ້າ​ອີກ​ຈັກເທື່ອ.</verse>
				<verse number="16">ເມື່ອ​ຮຸ້ງ​ປາກົດ​ຂຶ້ນ​ໃນ​ເມກ ເຮົາ​ຈະ​ເຫັນ ແລະ​ເຮົາ​ກໍ​ຈະ​ລະນຶກເຖິງ​ພັນທະສັນຍາ​ອັນ​ຕະຫລອດໄປ ລະຫວ່າງ​ເຮົາ​ກັບ​ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ແຜ່ນດິນ​ໂລກ.”</verse>
				<verse number="17">ພຣະເຈົ້າ​ຊົງ​ກ່າວ​ກັບ​ໂນອາ​ວ່າ, “ອັນນີ້ ແມ່ນ​ໝາຍສຳຄັນ​ຂອງ​ພັນທະສັນຍາ ຊຶ່ງ​ເຮົາ​ເຮັດ​ໄວ້​ກັບ​ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ.”</verse>
				<verse number="18">ລູກຊາຍ​ຂອງ​ໂນອາ​ທີ່​ອອກ​ມາ​ຈາກ​ເຮືອ​ໃຫຍ່ ມີ​ດັ່ງນີ້: ເຊມ, ຮາມ ແລະ​ຢາເຟດ. (ຮາມ​ເປັນ​ພໍ່​ຂອງ​ຊົນເຜົ່າ​ການາອານ.)</verse>
				<verse number="19">ລູກຊາຍ​ທັງ​ສາມ​ຂອງ​ໂນອາ​ນີ້​ເປັນ​ບັນພະບຸລຸດ​ຂອງ​ປະຊາຊາດ​ທັງໝົດ​ທີ່​ເທິງ​ແຜ່ນດິນ​ໂລກ.</verse>
				<verse number="20">ໂນອາ ຜູ້​ທີ່​ເປັນ​ພໍ່ນາ ເປັນ​ຄົນ​ທຳອິດ​ທີ່​ປູກ​ຕົ້ນ​ອະງຸ່ນ.</verse>
				<verse number="21">ຫລັງຈາກ​ດື່ມ​ນໍ້າ​ອະງຸ່ນ​ຫລາຍ​ຈົນ​ມືນເມົາ ເພິ່ນ​ຈຶ່ງ​ຫລົງ​ແກ້​ເຄື່ອງນຸ່ງຫົ່ມ​ຂອງຕົນ​ອອກ ແລ້ວ​ນອນ​ເປືອຍກາຍ​ຢູ່​ໃນ​ຜ້າເຕັນ.</verse>
				<verse number="22">ເມື່ອ​ຮາມ​ພໍ່​ຂອງ​ການາອານ​ເຫັນ​ພໍ່​ຂອງຕົນ ກຳລັງ​ນອນ​ເປືອຍກາຍ​ຢ່າງ​ມືນເມົາ​ຢູ່​ເຊັ່ນ​ນັ້ນ ລາວ​ຈຶ່ງ​ຟ້າວ​ໄປ​ບອກ​ອ້າຍ​ທັງສອງ.</verse>
				<verse number="23">ແລ້ວ​ເຊມ​ກັບ​ຢາເຟດ​ກໍ​ຖື​ເອົາ​ເສື້ອຄຸມ​ຜືນ​ໜຶ່ງ ພາດ​ໃສ່​ບ່າ​ຂອງ​ພວກເຂົາ​ມາ. ພວກເຂົາ​ຍ່າງ​ຖອຍ​ຫລັງ​ເຂົ້າ​ມາ​ຫາ​ພໍ່ ແລ້ວ​ປົດ​ເສື້ອ​ທີ່​ພາດ​ຢູ່​ເທິງ​ບ່າ​ນັ້ນ​ປົກ​ຕົວ​ພໍ່​ໄວ້​ໂດຍ​ປິ່ນ​ໜ້າ​ໜີ ເພາະ​ບໍ່​ຢາກ​ເຫັນ​ພໍ່​ຂອງ​ພວກ​ຕົນ​ຢູ່​ໃນ​ສະພາບ​ເປືອຍກາຍ​ເຊັ່ນນີ້.</verse>
				<verse number="24">ເມື່ອ​ໂນອາ​ຕື່ນ​ຂຶ້ນ​ມາ ແລະ​ຊວ່າງ​ເມົາ ເພິ່ນ​ກໍ​ຮູ້​ສິ່ງ​ທີ່​ລູກຊາຍ​ຫລ້າ​ໄດ້​ເຮັດ​ກັບ​ຕົນ</verse>
				<verse number="25">ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ກູ​ຂໍ​ສາບແຊ່ງ​ຊາວ​ການາອານ ມັນ​ຈະ​ເປັນ​ຂ້ອຍ​ຂ້າ​ຮັບໃຊ້​ພວກ​ອ້າຍ​ຂອງ​ມັນ</verse>
				<verse number="26">ຂໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ຊົງ​ອວຍພອນ​ເຊມ; ຊາວ​ການາອານ​ຈະ​ເປັນ​ຂ້ອຍຂ້າ​ຮັບໃຊ້​ຂອງ​ເຊມ​ແນ່ແທ້.</verse>
				<verse number="27">ຂໍ​ພຣະເຈົ້າ​ຊ່ວຍ​ຢາເຟດ ໃຫ້​ຮັ່ງ​ມີເປັນດີ; ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ​ເຫຼືອ​ນັບ. ຂໍ​ໃຫ້​ເຊື້ອສາຍ​ຢາເຟດ​ຢູ່​ຮ່ວມ​ກັບ​ເຊື້ອສາຍ​ເຊມ; ຊາວ​ການາອານ​ຈະ​ເປັນ​ທາດຮັບໃຊ້​ຂອງ​ຢາເຟດ.”</verse>
				<verse number="28">ຫລັງຈາກ​ນໍ້າ​ຖ້ວມ​ແຜ່ນດິນ​ໂລກ​ແລ້ວ ໂນອາ​ກໍ​ມີ​ອາຍຸ​ຕໍ່ມາ​ອີກ 350 ປີ;</verse>
				<verse number="29">ເພິ່ນ​ໄດ້​ຕາຍໄປ​ເມື່ອ​ເພິ່ນ​ອາຍຸ​ໄດ້ 950 ປີ.</verse>
			</chapter>
			<chapter number="10">
				<verse number="1">ຕໍ່ໄປນີ້​ແມ່ນ​ເຊື້ອສາຍ​ຂອງ​ພວກ​ລູກຊາຍ​ໂນອາ ມີ​ດັ່ງນີ້: ເຊມ, ຮາມ ແລະ​ຢາເຟດ. ສາມ​ຄົນ​ນີ້​ຫລັງຈາກ​ນໍ້າ​ໄດ້​ຖ້ວມ​ແຜ່ນດິນ​ໂລກ ພວກເຂົາ​ກໍໄດ້​ລູກຊາຍ​ຫລາຍ​ຄົນ.</verse>
				<verse number="2">ລູກຊາຍ​ຂອງ​ຢາເຟດ​ມີ​ດັ່ງນີ້: ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະ​ຕີຣາດ ຜູ້​ທີ່​ເປັນ​ປູ່ຍ່າຕາຍາຍ​ຂອງ​ຊົນຊາດ ຊຶ່ງ​ໃສ່​ຊື່​ດັ່ງ​ກ່າວ​ນັ້ນ​ຕໍ່ໆ​ມາ.</verse>
				<verse number="3">ເຊື້ອສາຍ​ຂອງ​ໂກເມ​ແມ່ນ​ຊາວ​ອັດຊະເກນາດ, ຣີຟາດ ແລະ​ໂຕກາມາ.</verse>
				<verse number="4">ເຊື້ອສາຍ​ຂອງ​ຢາວານ​ແມ່ນ​ຊາວ​ເອລີຊາ, ສະເປນ, ໄຊປຣັດ ແລະ​ໂຣເດັດ; ພວກເຂົາ​ເປັນ​ປູ່ຍາຕາຍາຍ​ຂອງ​ປະຊາຊົນ ທີ່​ອາໄສ​ຢູ່​ຕາມ​ຝັ່ງ​ທະເລ ແລະ​ເກາະ​ດອນ​ຕ່າງໆ.</verse>
				<verse number="5">ພວກ​ເຫຼົ່ານີ້​ເປັນ​ເຊື້ອສາຍ​ຂອງ​ຢາເຟດ ທີ່​ອາໄສ​ຢູ່​ໃນ​ເຜົ່າ ແລະ​ໃນ​ປະເທດ​ທີ່​ແຕກຕ່າງ​ກັນ ຊຶ່ງ​ແຕ່ລະ​ໝວດ​ໝູ່​ປາກ​ເວົ້າ​ພາສາ​ຂອງ​ຕົນເອງ.</verse>
				<verse number="6">ລູກຊາຍ​ຂອງ​ຮາມ​ມີ​ດັ່ງນີ້: ກູເຊ, ເອຢິບ, ລີເບຍ ແລະ​ການາອານ, ຜູ້​ທີ່​ເປັນ​ບັນພະບຸລຸດ​ຂອງ​ຊົນຊາດ ທີ່​ໃສ່​ຊື່​ດັ່ງ​ກ່າວ​ນັ້ນ​ຕໍ່ໆ​ມາ.</verse>
				<verse number="7">ເຊື້ອສາຍ​ຂອງ​ກູເຊ​ແມ່ນ​ຊາວ​ເຊບາ, ຮາວິລາ, ສັບຕາ, ຣາອາມາ ແລະ​ສັບເຕກາ. ເຊື້ອສາຍ​ຂອງ​ຣາອາມາ​ແມ່ນ​ຊາວ​ເຊບາ ແລະ​ຊາວ​ເດດານ.</verse>
				<verse number="8">ກູເຊ​ໄດ້​ມີ​ລູກຊາຍ​ຢູ່​ອີກ​ຜູ້ໜຶ່ງ​ຊື່​ວ່າ, ນິມໂຣດ ເປັນ​ຜູ້​ມີ​ອຳນາດ ທີ່​ຍິ່ງໃຫຍ່​ຄົນ​ທຳອິດ​ຢູ່​ໃນ​ໂລກ.</verse>
				<verse number="9">ດ້ວຍ​ກຳລັງ​ຄວາມ​ກ້າຫານ​ທີ່​ມາ​ຈາກ​ພຣະເຈົ້າຢາເວ ລາວ​ຈຶ່ງ​ເປັນ​ນາຍພານ​ຜູ້​ຍິ່ງໃຫຍ່. ສະນັ້ນ ຄົນ​ຈຶ່ງ​ມັກ​ອວຍພອນ​ກັນແລະກັນ​ວ່າ, “ຂໍ​ພຣະເຈົ້າຢາເວ​ບັນດານ​ໃຫ້​ເຈົ້າ​ເປັນ​ນາຍພານ​ຜູ້​ຍິ່ງໃຫຍ່​ເໝືອນ​ດັ່ງ​ນິມໂຣດ.”</verse>
				<verse number="10">ອານາຈັກ​ທຳອິດ​ທີ່​ນິມໂຣດ​ໄດ້​ປົກຄອງ​ມີ: ບາບີໂລນ, ເອເຣັກ ແລະ​ອັກກາດ. ເມືອງ​ທັງ​ສາມ​ນີ້​ຢູ່​ໃນ​ບາບີໂລນ.</verse>
				<verse number="11">ເມື່ອ​ນິມໂຣດ​ໜີ​ຈາກ​ດິນແດນ​ນີ້​ໄປ ເພິ່ນ​ຈຶ່ງ​ໄປ​ທີ່​ປະເທດ​ອັດຊີເຣຍ ແລະ​ສ້າງ​ເມືອງ​ຕ່າງໆ​ຂຶ້ນ​ອີກ​ດັ່ງນີ້: ນີເນເວ, ເຣໂຮໂບດ​ອີເຣ, ກາລາ,</verse>
				<verse number="12">ແລະ​ເຣເສັນ ຊຶ່ງ​ຢູ່​ລະຫວ່າງ​ນີເນເວ​ແລະ​ເມືອງ​ໃຫຍ່​ກາລາ.</verse>
				<verse number="13">ເຊື້ອສາຍ​ຂອງ​ເອຢິບ​ແມ່ນ​ປະຊາຊົນ​ຊາວ​ລີເດຍ, ອານາມ, ເລຮາບ, ນັບຕູ,</verse>
				<verse number="14">ປາທະຣູ, ກັດສະລູ ແລະ ກະເຣເຕ ຊຶ່ງ​ພວກ​ນີ້​ໄດ້​ສືບ​ເຊື້ອສາຍ​ໃຫ້​ຊາວ​ຟີລິດສະຕິນ.</verse>
				<verse number="15">ລູກຊາຍກົກ​ຂອງ​ການາອານ​ຊື່​ວ່າ ຊີໂດນ ແລະ​ຜູ້​ຕໍ່ມາ​ຊື່​ວ່າ ເຫັດ. ສອງ​ຄົນ​ນີ້​ເປັນ​ປູ່ຍ່າຕາຍາຍ​ຂອງ​ຊົນຊາດ ທີ່​ໃສ່​ຊື່​ດັ່ງ​ກ່າວ​ນີ້​ຕໍ່ໆ​ມາ.</verse>
				<verse number="16">ການາອານ​ຍັງ​ເປັນ​ບັນພະບຸລຸດ​ຂອງ​ຊາວ​ເຢບຸດ, ອາໂມ, ກີກາຊີ,</verse>
				<verse number="17">ຮີວີ, ອາກກີ, ສີນີ,</verse>
				<verse number="18">ອາກວາດີ, ເຊມາຣີ ແລະ​ຮາມັດ. ພາຍລຸນ​ມາ ເຜົ່າ​ຕ່າງໆ​ຂອງ​ເຊື້ອສາຍ​ການາອານ​ກໍ​ແຜ່ຜາຍ​ອອກ​ໄປ</verse>
				<verse number="19">ຈົນ​ເຂດແດນ​ຂອງ​ພວກເຂົາ ແຕ່​ຊີໂດນ​ທາງ​ພາກ​ໃຕ້​ໄປ​ເຖິງ​ເມືອງ​ເກຣາກ, ກາຊາ; ແລະ​ໃນ​ພາກ​ຕາເວັນອອກ​ໄປ​ຈົນເຖິງ​ເມືອງ​ໂຊໂດມ, ໂກໂມຣາ, ອັດມາ ແລະ​ເມືອງ​ເຊບົວອິມ ທີ່​ຢູ່​ໃກ້​ກັບ​ເມືອງ​ລາຊາ.</verse>
				<verse number="20">ຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ຮາມ ທີ່​ອາໄສ​ຢູ່​ຕາມ​ເຜົ່າ ແລະ​ໃນ​ປະເທດ​ທີ່​ແຕກຕ່າງ​ກັນ ຊຶ່ງ​ແຕ່ລະ​ໝວດ​ໝູ່​ເວົ້າ​ພາສາ​ຂອງ​ຕົນເອງ.</verse>
				<verse number="21">ເຊມ​ຜູ້​ທີ່​ເປັນ​ອ້າຍ​ກົກ​ຂອງ​ຢາເຟດ, ເປັນ​ພໍ່​ຂອງ​ລູກ​ທັງຫລາຍ​ຂອງ​ເອເບ.</verse>
				<verse number="22">ລູກຊາຍ​ຂອງ​ເຊມ​ມີ​ດັ່ງນີ້: ເອລາມ, ອັດຊູຣະ, ອາກປັກຊາດ, ລູດ ແລະ​ອາຣາມ; ພວກ​ນີ້​ເປັນ​ປູ່ຍ່າຕາຍາຍ​ຂອງ​ຊົນຊາດ ທີ່​ໃສ່​ຊື່​ດັ່ງ​ກ່າວ​ນີ້​ຕໍ່ໆ​ມາ.</verse>
				<verse number="23">ເຊື້ອສາຍ​ຂອງ​ອາຣາມ​ແມ່ນ​ຊາວ​ອູເຊ, ຮຸນ, ເກເທ ແລະ​ເມເຊັກ.</verse>
				<verse number="24">ອາກປັກຊາດ​ນັ້ນ​ເປັນ​ພໍ່​ຂອງ​ເຊລາ ແລະ​ເຊລາ​ເປັນ​ພໍ່​ຂອງ​ເອເບ.</verse>
				<verse number="25">ເອເບມີ​ລູກຊາຍ​ສອງ​ຄົນ​ຄື: ຜູ້​ອ້າຍ​ຊື່​ວ່າ, “ເປເລັກ” ເພາະ​ໃນ​ສະໄໝ​ຂອງ​ເພິ່ນ​ນັ້ນ ຄົນ​ໃນ​ໂລກ​ໄດ້​ແບ່ງ​ແຍກ​ກັນ; ນ້ອງຊາຍ​ຂອງ​ລາວ​ຊື່​ວ່າ, “ໂຢກທານ”.</verse>
				<verse number="26">ເຊື້ອສາຍ​ຂອງ​ໂຢກທານ​ແມ່ນ​ຊາວ​ອານໂມດາດ, ເຊເລັບ, ຮາຊາມາເວດ, ເຢຣາ,</verse>
				<verse number="27">ຮາໂດຣາມ, ອູຊານ, ດີກະລາ,</verse>
				<verse number="28">ໂອບານ, ອາບີມາເອນ, ເຊບາ,</verse>
				<verse number="29">ໂອຟີ, ຮາວີລາ ແລະ​ໂຢບັບ. ພວກເຂົາ​ທັງໝົດ​ແມ່ນ​ເຊື້ອສາຍ​ຂອງ​ໂຢກທານ.</verse>
				<verse number="30">ດິນແດນ​ທີ່​ເຂົາ​ອາໄສ​ມີ​ຕັ້ງແຕ່​ເມືອງ​ເມຊາ ຈົນ​ຮອດ​ເມືອງ​ເສຟາ ທີ່​ເນີນພູ​ທາງທິດ​ຕາເວັນອອກ.</verse>
				<verse number="31">ຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ເຊມ ທີ່​ອາໄສ​ຢູ່​ໃນ​ເຜົ່າ ແລະ​ໃນ​ປະເທດ​ທີ່​ແຕກຕ່າງ​ກັນ ຊຶ່ງ​ແຕ່ລະ​ໝວດ​ໝູ່​ເວົ້າ​ພາສາ​ຂອງ​ຕົນເອງ.</verse>
				<verse number="32">ຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ໂນອາ ທີ່​ແຍກ​ອອກ​ເປັນ​ຊົນຊາດ​ທີ່​ແຕກຕ່າງ​ກັນ​ໃນ​ໂລກ. ຫລັງຈາກ​ນໍ້າ​ຖ້ວມ​ໂລກ​ແລ້ວ ຊົນຊາດ​ທັງໝົດ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ ແມ່ນ​ສືບ​ເຊື້ອສາຍ​ມາ​ຈາກ​ໂນອາ​ແລະ​ລູກຊາຍ.</verse>
			</chapter>
			<chapter number="11">
				<verse number="1">ແຕ່​ທຳອິດ​ນັ້ນ ມະນຸດ​ທົ່ວ​ທັງ​ແຜ່ນດິນ​ໂລກ​ປາກ​ເວົ້າ​ພາສາ​ດຽວກັນ ແລະ​ໃຊ້​ຖ້ອຍຄຳ​ແບບ​ດຽວກັນ.</verse>
				<verse number="2">ເມື່ອ​ພວກເຂົາ​ທ່ອງທ່ຽວ​ໄປ​ທາງທິດ​ຕາເວັນອອກ ຈຶ່ງ​ພົບ​ທົ່ງ​ຮາບພຽງ​ແຫ່ງ​ໜຶ່ງ​ທີ່​ບາບີໂລນ ແລະ​ພາກັນ​ຕັ້ງ​ຖິ່ນຖານ​ຫຼັກແຫຼ່ງ​ຢູ່​ທີ່​ນັ້ນ.</verse>
				<verse number="3">ພວກເຂົາ​ເວົ້າ​ກັນ​ວ່າ, “ມາ​ເທາະ ຈົ່ງ​ພາກັນ​ປັ້ນ​ດິນຈີ່ ແລະ​ເຜົາ​ມັນ​ໃຫ້​ແຂງ.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ມີ​ດິນຈີ່​ເພື່ອ​ກໍ່ສ້າງ ແລະ​ມີ​ຢາງ​ໃຊ້​ຕາງ​ປະທາຍ​ເພື່ອ​ຕິດ​ດິນຈີ່​ເຂົ້າ​ກັນ.</verse>
				<verse number="4">ພວກເຂົາ​ເວົ້າ​ວ່າ, “ບັດ​ນີ້ ຈົ່ງ​ພາກັນ​ສ້າງ​ເມືອງ​ກັບ​ທັງ​ໃຫ້​ມີ​ຫໍຄອຍ​ທີ່​ມີ​ຍອດ​ສູງ​ຈຸ​ຟ້າ​ສະຫວັນ ເພື່ອ​ພວກເຮົາ​ຈະ​ໄດ້​ສ້າງ​ຊື່ສຽງ​ໄວ້ ແລະ​ຈະ​ບໍ່​ຖືກ​ພັດພາກ​ຈາກ​ກັນ​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກນີ້.”</verse>
				<verse number="5">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ລົງ​ມາ ເພື່ອ​ເບິ່ງ​ຕົວເມືອງ​ກັບ​ຫໍຄອຍ​ທີ່​ມະນຸດ​ໄດ້​ສ້າງ​ຂຶ້ນ</verse>
				<verse number="6">ແລະ​ພຣະອົງ​ຊົງ​ກ່າວ​ວ່າ, “ບັດ​ນີ້ ມະນຸດ​ທ້ອນໂຮມ​ກັນ​ເປັນ​ພວກ​ດຽວ ແລະ​ຕ່າງ​ກໍ​ປາກ​ເວົ້າ​ພາສາ​ດຽວກັນ; ສິ່ງ​ນີ້​ເປັນ​ພຽງ​ຂັ້ນ​ເລີ່ມຕົ້ນ​ຂອງ​ສິ່ງ​ທີ່​ພວກເຂົາ​ກຳລັງ​ຈະ​ກະທຳ. ບໍ່​ດົນນານ ພວກເຂົາ​ກໍ​ຈະ​ສາມາດ​ເຮັດ​ທຸກສິ່ງ​ຕາມ​ທີ່​ພວກເຂົາ​ຕ້ອງການ</verse>
				<verse number="7">ສະນັ້ນ ພວກເຮົາ​ຕ້ອງ​ລົງ​ໄປ​ເຮັດ​ໃຫ້​ພາສາ​ຂອງ​ເຂົາ​ສັບສົນ​ແຕກຕ່າງ​ກັນ ແລະ​ພວກເຂົາ​ຈະ​ເວົ້າ​ບໍ່​ເຂົ້າໃຈ​ກັນ.”</verse>
				<verse number="8">ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ໃຫ້​ພວກເຂົາ​ພັດພາກ​ຈາກ​ກັນ ໄປ​ຢູ່​ທົ່ວ​ທຸກຫົນ​ທຸກແຫ່ງ​ເທິງ​ແຜ່ນດິນ​ໂລກ ແລະ​ພວກເຂົາ​ກໍໄດ້​ຢຸດ​ການ​ກໍ່ສ້າງ​ເມືອງ.</verse>
				<verse number="9">ດັ່ງນັ້ນ ເຂົາ​ໄດ້​ໃສ່​ຊື່​ສະຖານທີ່​ນັ້ນ​ວ່າ, “ບາເບນ” ເພາະ​ໃນ​ທີ່ນັ້ນ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພາສາ​ຂອງ​ບັນດາ​ປະຊາຊາດ​ແຕກຕ່າງ​ກັນ ແລະ​ຈາກ​ທີ່​ນັ້ນ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກເຂົາ​ພັດພາກ​ຈາກ​ກັນ​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກ.</verse>
				<verse number="10">ເຊື້ອສາຍ​ຂອງ​ເຊມ​ມີ​ຄວາມ​ເປັນ​ມາ​ດັ່ງນີ້: ສອງ​ປີ​ຫລັງຈາກ​ນໍ້າ​ຖ້ວມ ເມື່ອ​ເຊມ​ອາຍຸ​ໄດ້ 100 ປີ ເພິ່ນ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ, ອາກປັກຊາດ.</verse>
				<verse number="11">ຫລັງຈາກ​ນັ້ນ​ຕໍ່ມາ ເພິ່ນ​ກໍ​ມີ​ອາຍຸ​ຍືນ​ຕື່ມ​ອີກ 500 ປີ ແລະ​ມີ​ລູກ​ຊາຍ​ຍິງ​ຕື່ມ​ອີກ​ຫລາຍ​ຄົນ.</verse>
				<verse number="12">ເມື່ອ​ອາກປັກຊາດ​ອາຍຸ​ໄດ້ 35 ປີ ເພິ່ນ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເຊລາ;</verse>
				<verse number="13">ຫລັງຈາກ​ນັ້ນ​ຕໍ່ມາ ເພິ່ນ​ກໍ​ມີ​ອາຍຸ​ຍືນ​ຕື່ມ​ອີກ 403 ປີ ແລະ​ມີ​ລູກ​ຊາຍ​ຍິງ​ຕື່ມ​ອີກ​ຫລາຍ​ຄົນ.</verse>
				<verse number="14">ເມື່ອ​ເຊລາ​ອາຍຸ​ໄດ້ 30 ປີ ເພິ່ນ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເອເບ;</verse>
				<verse number="15">ຫລັງຈາກ​ນັ້ນ​ຕໍ່ມາ ເພິ່ນ​ກໍ​ມີ​ອາຍຸ​ຍືນ​ຕື່ມ​ອີກ 403 ປີ ແລະ​ມີ​ລູກ​ຊາຍ​ຍິງ​ຕື່ມ​ອີກ​ຫລາຍ​ຄົນ.</verse>
				<verse number="16">ເມື່ອ​ເອເບ​ອາຍຸ​ໄດ້ 34 ປີ ເພິ່ນ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເປເລັກ;</verse>
				<verse number="17">ຫລັງຈາກ​ນັ້ນ​ຕໍ່ມາ ເພິ່ນ​ກໍ​ມີ​ອາຍຸ​ຍືນ​ຕື່ມ​ອີກ 430 ປີ ແລະ​ມີ​ລູກ​ຊາຍ​ຍິງ​ຕື່ມ​ອີກ​ຫລາຍ​ຄົນ.</verse>
				<verse number="18">ເມື່ອ​ເປເລັກ​ອາຍຸ​ໄດ້ 30 ປີ ເພິ່ນ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເຣອູ;</verse>
				<verse number="19">ຫລັງຈາກ​ນັ້ນ​ຕໍ່ມາ ເພິ່ນ​ກໍ​ມີ​ອາຍຸ​ຍືນ​ຕື່ມ​ອີກ 209 ປີ ແລະ​ມີ​ລູກ​ຊາຍ​ຍິງ​ຕື່ມ​ອີກ​ຫລາຍ​ຄົນ.</verse>
				<verse number="20">ເມື່ອ​ເຣອູ​ອາຍຸ​ໄດ້ 32 ປີ ເພິ່ນ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເສຣຸກ;</verse>
				<verse number="21">ຫລັງຈາກ​ນັ້ນ​ຕໍ່ມາ ເພິ່ນ​ກໍ​ມີ​ອາຍຸ​ຍືນ​ຕື່ມ​ອີກ 207 ປີ ແລະ​ມີ​ລູກ​ຊາຍ​ຍິງ​ຕື່ມ​ອີກ​ຫລາຍ​ຄົນ.</verse>
				<verse number="22">ເມື່ອ​ເສຣຸກ​ອາຍຸ​ໄດ້ 30 ປີ ເພິ່ນ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ນາໂຮ;</verse>
				<verse number="23">ຫລັງຈາກ​ນັ້ນ​ຕໍ່ມາ​ອີກ ເພິ່ນ​ກໍ​ມີ​ອາຍຸ​ຍືນ​ຕື່ມ​ອີກ 200 ປີ ແລະ​ມີ​ລູກ​ຊາຍ​ຍິງ​ຕື່ມ​ອີກ​ຫລາຍ​ຄົນ.</verse>
				<verse number="24">ເມື່ອ​ນາໂຮ​ອາຍຸ​ໄດ້ 29 ປີ ເພິ່ນ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ, ເຕຣາ;</verse>
				<verse number="25">ຫລັງຈາກ​ນັ້ນ​ຕໍ່ມາ ເພິ່ນ​ກໍ​ມີ​ອາຍຸ​ຍືນ​ຕື່ມ​ອີກ 119 ປີ ແລະ​ມີ​ລູກ​ຊາຍ​ຍິງ​ຕື່ມ​ອີກ​ຫລາຍ​ຄົນ.</verse>
				<verse number="26">ເມື່ອ​ເຕຣາ​ອາຍຸ​ໄດ້ 70 ປີ ເພິ່ນ​ມີ​ລູກຊາຍ​ສາມ​ຄົນ​ດັ່ງນີ້: ອັບຣາມ, ນາໂຮ ແລະ​ຮາຣານ.</verse>
				<verse number="27">ຕໍ່ໄປນີ້​ແມ່ນ​ເຊື້ອສາຍ​ຂອງ​ເຕຣາ ຜູ້​ເປັນ​ພໍ່​ຂອງ​ອັບຣາມ, ນາໂຮ ແລະ​ຮາຣານ. ຮາຣານ​ເປັນ​ພໍ່​ຂອງ​ໂລດ</verse>
				<verse number="28">ແລະ​ຮາຣານ​ໄດ້​ຕາຍໄປ​ທີ່​ບ້ານ​ເກີດ​ຂອງ​ຕົນເອງ​ທີ່​ອູເຣ​ໃນ​ບາບີໂລນ ໃນ​ຂະນະທີ່​ພໍ່​ຂອງຕົນ​ຍັງ​ມີ​ຊີວິດ​ຢູ່.</verse>
				<verse number="29">ອັບຣາມ​ແຕ່ງງານ​ກັບ​ນາງ​ຊາຣາຍ ແລະ​ນາໂຮ​ແຕ່ງງານ​ກັບ​ນາງ​ມີລະກາ ລູກສາວ​ຂອງ​ຮາຣານ ຜູ້​ທີ່​ເປັນ​ພໍ່​ຂອງ​ອິດສະຄາ.</verse>
				<verse number="30">ຊາຣາຍ​ບໍ່​ສາມາດ​ມີ​ລູກ​ເພາະ​ນາງ​ເປັນ​ໝັນ.</verse>
				<verse number="31">ເຕຣາ ພາ​ອັບຣາມ​ລູກຊາຍ​ຂອງຕົນ ແລະ​ໂລດ ລູກຊາຍ​ຂອງ​ຮາຣານ​ຫລານ​ຂອງຕົນ ໜີໄປ​ຈາກ​ເມືອງ​ອູເຣ​ໃນ​ບາບີໂລນ. ເພິ່ນ​ຍັງ​ພາ​ຊາຣາຍ​ລູກໃພ້​ຂອງຕົນ​ໜີໄປ​ພ້ອມ ເພື່ອ​ຈະ​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ການາອານ. ພວກເຂົາ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ຮາຣານ ແລະ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ.</verse>
				<verse number="32">ເຕຣາ​ຕາຍ​ຢູ່​ທີ່​ເມືອງ​ຮາຣານ​ນີ້ ເມື່ອ​ເພິ່ນ​ອາຍຸ​ໄດ້ 205 ປີ.</verse>
			</chapter>
			<chapter number="12">
				<verse number="1">ພຣະເຈົ້າຢາເວ​ໄດ້​ບອກ​ອັບຣາມ​ວ່າ, “ຈົ່ງ​ອອກ​ໜີ​ຈາກ​ປະເທດ, ຍາດຕິພີ່ນ້ອງ ແລະ​ບ້ານເກີດ​ເມືອງນອນ​ຂອງ​ເຈົ້າ ແລະ​ໄປ​ສູ່​ດິນແດນ​ທີ່​ເຮົາ​ຈະ​ຊີ້​ແຈງ​ໃຫ້​ເຈົ້າ​ເຫັນ.</verse>
				<verse number="2">ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລາຍ ແລະ​ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ໃຫຍ່. ເຮົາ​ຈະ​ອວຍພອນ​ເຈົ້າ ແລະ​ໃຫ້​ເຈົ້າ​ມີ​ຊື່ສຽງ ແລະ​ເຈົ້າ​ຈະ​ໄດ້​ເປັນ​ທໍ່​ພຣະພອນ​ໃຫ້​ແກ່​ຊົນຊາດ​ອື່ນໆ​ເທິງ​ແຜ່ນດິນ​ໂລກ.</verse>
				<verse number="3">ເຮົາ​ຈະ​ອວຍພອນ​ຜູ້​ທີ່​ອວຍພອນ​ເຈົ້າ, ແຕ່​ເຮົາ​ຈະ​ສາບແຊ່ງ​ຜູ້​ທີ່​ສາບແຊ່ງ​ເຈົ້າ ແລະ​ໂດຍ​ຜ່ານ​ທາງ​ເຈົ້າ ເຮົາ​ຈະ​ອວຍພອນ​ຊົນຊາດ​ທັງປວງ.”</verse>
				<verse number="4">ເມື່ອ​ອັບຣາມ​ອາຍຸ​ໄດ້ 75 ປີ ເພິ່ນ​ກໍ​ອອກ​ໜີ​ຈາກ​ເມືອງ​ຮາຣານ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ ແລະ​ໂລດ​ກໍໄດ້​ໄປ​ນຳ​ດ້ວຍ.</verse>
				<verse number="5">ອັບຣາມ​ພາ​ນາງ​ຊາຣາຍ​ເມຍ​ຂອງຕົນ ກັບ​ໂລດ​ຫລານຊາຍ​ພ້ອມ​ທັງ​ຊັບ​ສິ່ງຂອງ ແລະ​ພວກ​ຂ້ອຍໃຊ້​ທີ່​ໄດ້​ໃນ​ຮາຣານ​ນັ້ນ​ໄປ​ນຳ ແລະ​ພວກເຂົາ​ໄດ້​ພາກັນ​ອອກ​ເດີນທາງ ມຸ່ງໜ້າ​ໄປ​ສູ່​ດິນແດນ​ການາອານ. ເມື່ອ​ມາ​ເຖິງ​ການາອານ</verse>
				<verse number="6">ອັບຣາມ​ໄດ້​ເດີນທາງ​ຜ່ານ​ປະເທດ​ໄປ​ຕໍ່ ຈົນ​ຮອດ​ຕົ້ນໄມ້​ສັກສິດ​ທີ່​ໂມເຣ ຊຶ່ງ​ເປັນ​ບ່ອນ​ສັກສິດ​ຂອງ​ເມືອງ​ຊີເຄມ. (ໃນ​ຄາວ​ນັ້ນ ຊາວ​ການາອານ​ຍັງ​ອາໄສ​ຢູ່​ໃນ​ດິນແດນ​ນີ້.)</verse>
				<verse number="7">ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອັບຣາມ ແລະ​ບອກ​ເພິ່ນ​ວ່າ, “ນີ້​ແມ່ນ​ດິນແດນ ທີ່​ເຮົາ​ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ.” ແລ້ວ​ຢູ່​ໃນ​ບ່ອນ​ນີ້ ອັບຣາມ​ໄດ້​ກໍ່ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ປາກົດ​ແກ່​ຕົນ.</verse>
				<verse number="8">ຫລັງຈາກ​ນັ້ນ ເພິ່ນ​ກໍໄດ້​ຍົກຍ້າຍ​ໄປ​ທາງ​ທິດ​ໃຕ້ ສູ່​ເນີນພູ​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເບັດເອນ ແລະ​ເພິ່ນ​ໄດ້​ຕັ້ງ​ຄ້າຍພັກ​ພາ​ອາໄສ​ຢູ່ ລະຫວ່າງ​ເມືອງ​ເບັດເອນ​ທາງ​ທິດ​ຕາເວັນຕົກ ແລະ​ເມືອງ​ອາອີ​ທາງທິດ​ຕາເວັນອອກ. ຢູ່​ທີ່​ນີ້ ອັບຣາມ​ໄດ້​ກໍ່ສ້າງ​ແທ່ນບູຊາ​ອີກ​ໜຶ່ງ​ແທ່ນ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ໄດ້​ຮ້ອງທູນ​ອອກ​ນາມຊື່​ພຣະເຈົ້າຢາເວ.</verse>
				<verse number="9">ແລ້ວ​ເພິ່ນ​ກໍ​ຍົກຍ້າຍ​ໄປ​ເປັນ​ໄລຍະ​ຢູ່​ເລື້ອຍ ສູ່​ທາງ​ພາກ​ໃຕ້​ຂອງ​ການາອານ.</verse>
				<verse number="10">ໃນ​ເວລາ​ນັ້ນ ໄດ້​ເກີດ​ມີ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ​ໃນ​ການາອານ ອັນ​ເປັນ​ເຫດ​ໃຫ້​ອັບຣາມ​ຕ້ອງ​ໄປ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ ຊົ່ວ​ໄລຍະ​ໜຶ່ງ.</verse>
				<verse number="11">ເມື່ອ​ໃກ້​ຈະ​ຮອດ​ດ່ານ​ເຂົ້າ​ປະເທດ ເພິ່ນ​ຈຶ່ງ​ເວົ້າ​ກັບ​ເມຍ​ຂອງຕົນ​ວ່າ, “ຊາຣາຍ ນ້ອງ​ເປັນ​ຍິງ​ທີ່​ສວຍງາມ.</verse>
				<verse number="12">ເມື່ອ​ຊາວ​ເອຢິບ​ເຫັນ​ນ້ອງ ພວກເຂົາ​ຄົງ​ຈະ​ເວົ້າ​ວ່າ​ນ້ອງ​ເປັນ​ເມຍ​ຂອງ​ອ້າຍ; ແລ້ວ​ພວກເຂົາ​ກໍ​ຈະ​ຂ້າ​ອ້າຍ​ເສຍ ແລະ​ປ່ອຍ​ໃຫ້​ນ້ອງ​ມີ​ຊີວິດ​ຢູ່.</verse>
				<verse number="13">ດັ່ງນັ້ນ ຈົ່ງ​ບອກ​ພວກເຂົາ​ວ່າ ນ້ອງ​ເປັນ​ນ້ອງສາວ​ຂອງ​ອ້າຍ ແລະ​ຍ້ອນ​ນ້ອງ ພວກເຂົາ​ຈຶ່ງ​ຈະ​ບໍ່​ຂ້າ​ອ້າຍ ແລະ​ທັງ​ຈະ​ປະຕິບັດ​ຕໍ່​ອ້າຍ​ເປັນ​ຢ່າງດີ.”</verse>
				<verse number="14">ເມື່ອ​ອັບຣາມ​ຂ້າມ​ເຂດແດນ​ເຂົ້າ​ໄປ​ໃນ​ປະເທດ​ເອຢິບ. ຊາວ​ເອຢິບ​ເຫັນ​ວ່າ ເມຍ​ຂອງ​ເພິ່ນ​ງາມ​ຫລາຍ.</verse>
				<verse number="15">ຂ້າຣາຊການ​ຊາວ​ເອຢິບ​ບາງຄົນ ຈຶ່ງ​ຍົກ​ຍ້ອງ​ຄວາມງາມ​ຂອງ​ນາງ ຕໍ່​ກະສັດ​ຂອງ​ພວກເຂົາ; ສະນັ້ນ ນາງ​ຈຶ່ງ​ຖືກ​ພາ​ຕົວ​ໄປ​ທີ່​ຣາຊວັງ.</verse>
				<verse number="16">ຍ້ອນ​ຊາຣາຍ ກະສັດ​ເອຢິບ​ຈຶ່ງ​ປະຕິບັດ​ຕໍ່​ອັບຣາມ​ເປັນ​ຢ່າງດີ ແລະ​ຍັງ​ມອບ​ຝູງແກະ, ຝູງແບ້, ຝູງງົວ, ຝູງ​ອູດ ແລະ​ຄົນ​ຮັບໃຊ້​ຊາຍຍິງ​ໃຫ້​ດ້ວຍ.</verse>
				<verse number="17">ແຕ່​ຍ້ອນ​ກະສັດ​ໄດ້​ເອົາ​ຊາຣາຍ​ມາ​ຢູ່​ໃນ​ຣາຊວັງ ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ໃຫ້​ກະສັດ​ເອງ ແລະ​ຄົນ​ໃນ​ຣາຊວັງ​ເປັນ​ພະຍາດ​ຢ່າງ​ຮ້າຍແຮງ.</verse>
				<verse number="18">ແລ້ວ​ກະສັດ​ເອຢິບ​ກໍ​ເອີ້ນ​ອັບຣາມ​ມາ ແລະ​ສອບຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ກັບ​ເຮົາ​ແບບ​ນີ້? ເປັນຫຍັງ​ຈຶ່ງ​ບໍ່​ບອກ​ເຮົາ​ວ່າ ນາງ​ເປັນ​ເມຍ​ຂອງ​ເຈົ້າ?</verse>
				<verse number="19">ເປັນຫຍັງ​ຈຶ່ງ​ເວົ້າ​ວ່າ ນາງ​ເປັນ​ນ້ອງສາວ​ຂອງ​ເຈົ້າ? ແລະ​ປ່ອຍ​ໃຫ້​ເຮົາ​ເອົາ​ນາງ​ມາ​ໄວ້​ເປັນ​ເມຍ. ນີ້​ເມຍ​ຂອງ​ເຈົ້າ ຈົ່ງ​ເອົາ​ນາງ​ຄືນ​ໄປ​ແລະ​ໜີໄປ​ສາ.”</verse>
				<verse number="20">ແລ້ວ​ກະສັດ​ເອຢິບ​ກໍ​ສັ່ງ​ຂ້າຣາຊການ​ໃຫ້​ພາ​ອັບຣາມ​ກັບ​ເມຍ​ຂອງ​ລາວ ແລະ​ເອົາ​ສິ່ງຂອງ​ທີ່​ລາວ​ມີ​ຢູ່ ແລະ​ໃຫ້​ອອກ​ໜີໄປ​ຈາກ​ປະເທດ​ເອຢິບ.</verse>
			</chapter>
			<chapter number="13">
				<verse number="1">ອັບຣາມ​ພາ​ເມຍ​ຂອງຕົນ​ພ້ອມ​ກັບ​ສິ່ງຂອງ​ທີ່​ຕົນ​ມີ​ຢູ່ ອອກ​ຈາກ​ພາກເໜືອ​ຂອງ​ປະເທດ​ເອຢິບ​ມຸ່ງໜ້າ​ໄປ​ສູ່​ເຂດ​ໃຕ້​ຂອງ​ການາອານ. ໂລດ​ກໍ​ຕິດຕາມ​ເພິ່ນ​ໄປ​ດ້ວຍ.</verse>
				<verse number="2">ອັບຣາມ​ເປັນ​ຄົນ​ຮັ່ງມີ; ເພິ່ນ​ມີ​ຝູງແກະ, ຝູງແບ້ ແລະ​ຝູງງົວ ພ້ອມ​ທັງ​ເງິນຄຳ​ຢ່າງ​ຫລວງຫລາຍ.</verse>
				<verse number="3">ແລ້ວ​ເພິ່ນ​ກໍ​ຍົກຍ້າຍ​ຈາກ​ທີ່​ນັ້ນ ເດີນທາງ​ຕໍ່ໄປ​ເລື້ອຍໆ​ສູ່​ເມືອງ​ເບັດເອນ ແລະ​ເພິ່ນ​ກໍ​ໄປ​ເຖິງ​ບ່ອນ​ທີ່​ຕົນ​ເຄີຍ​ຕັ້ງ​ຄ້າຍພັກ​ພາ​ອາໄສ​ມາ​ກ່ອນ ຢູ່​ລະຫວ່າງ​ເມືອງ​ເບັດເອນ​ກັບ​ເມືອງ​ອາອີ</verse>
				<verse number="4">ບ່ອນ​ທີ່​ເພິ່ນ​ເຄີຍ​ໄດ້​ສ້າງ​ແທ່ນບູຊາ​ໄວ້​ແຕ່​ກ່ອນ​ນັ້ນ. ແລ້ວ​ຢູ່​ທີ່​ນີ້ ເພິ່ນ​ກໍໄດ້​ຮ້ອງທູນ​ອອກ​ນາມຊື່​ພຣະເຈົ້າຢາເວ.</verse>
				<verse number="5">ໂລດ​ຜູ້​ທີ່​ຮ່ວມ​ເດີນທາງ​ໄປ​ກັບ​ອັບຣາມ​ນັ້ນ ກໍ​ມີ​ຝູງແກະ, ຝູງແບ້, ຝູງງົວ ຕະຫລອດ​ທັງ​ຄົນ​ໃນ​ຄອບຄົວ ແລະ​ຄົນ​ຮັບໃຊ້​ຈຳນວນ​ຫລວງຫລາຍ​ຄືກັນ.</verse>
				<verse number="6">ສະນັ້ນ ຈຶ່ງ​ບໍ່ມີ​ທົ່ງຫຍ້າ​ພຽງພໍ​ສຳລັບ​ລ້ຽງ​ສັດ ເພື່ອ​ໃຫ້​ພວກເຂົາ​ຢູ່​ຮ່ວມ​ກັນ​ໄດ້ ເພາະ​ຕ່າງ​ຝ່າຍ​ຕ່າງ​ກໍ​ມີ​ສັດ​ຫລາຍ.</verse>
				<verse number="7">ເມື່ອ​ເປັນ​ເຊັ່ນນັ້ນ ຄົນ​ລ້ຽງ​ສັດ​ຂອງ​ອັບຣາມ ແລະ​ໂລດ​ຈຶ່ງ​ຜິດຖຽງ​ກັນ. (ຊາວ​ການາອານ ແລະ​ຊາວ​ເປຣີຊີ​ກໍ​ຍັງ​ຢູ່​ໃນ​ດິນແດນ​ນັ້ນ.)</verse>
				<verse number="8">ແລ້ວ​ອັບຣາມ​ກໍ​ເວົ້າ​ກັບ​ໂລດ​ວ່າ, “ເຮົາ​ທັງສອງ​ເປັນ​ພີ່ນ້ອງ​ກັນ ຂໍ​ຢ່າ​ໃຫ້​ຄົນ​ຂອງ​ເຈົ້າ ແລະ​ຄົນ​ຂອງຂ້ອຍ​ຕ້ອງ​ຜິດຖຽງ​ກັນ​ເລີຍ.</verse>
				<verse number="9">ສະນັ້ນ ໃຫ້​ພວກເຮົາ​ແຍກທາງ​ກັນ​ເສຍ. ຈົ່ງ​ເລືອກ​ເອົາ​ທີ່ດິນ​ທີ່​ເຈົ້າ​ຕ້ອງການ. ຖ້າ​ເຈົ້າ​ໄປ​ທາງ​ຊ້າຍ ຂ້ອຍ​ກໍ​ຈະ​ໄປ​ທາງ​ຂວາ ຖ້າ​ເຈົ້າ​ໄປ​ທາງ​ຂວາ ຂ້ອຍ​ກໍ​ຈະ​ໄປ​ທາງ​ຊ້າຍ.”</verse>
				<verse number="10">ໂລດ​ຫລຽວ​ໄປ​ຮອບໆ​ຈຶ່ງ​ເຫັນ​ວ່າ ທົ່ງ​ຮາບພຽງ​ຂອງ​ແມ່ນໍ້າ​ຈໍແດນ​ທັງໝົດ ຈົນເຖິງ​ເມືອງ​ໂຊອາ ມີ​ນໍ້າ​ຫລາຍ​ເໝືອນ​ດັ່ງ​ສວນ​ຂອງ​ພຣະເຈົ້າຢາເວ ຫລື​ດິນແດນ​ຂອງ​ປະເທດ​ເອຢິບ. (ກ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ທຳລາຍ​ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ ທົ່ງ​ຮາບ​ພຽງ​ນີ້​ອຸດົມສົມບູນ​ຫລາຍ.)</verse>
				<verse number="11">ດັ່ງນັ້ນ ໂລດ​ຈຶ່ງ​ໄດ້​ຕັດສິນໃຈ​ເລືອກ​ເອົາ​ທົ່ງ​ຮາບພຽງ​ຂອງ​ແມ່ນໍ້າ​ຈໍແດນ​ທັງໝົດ ເປັນ​ບ່ອນ​ຢູ່​ອາໄສ​ຂອງຕົນ ແລະ​ເພິ່ນ​ໄດ້​ເຄື່ອນ​ຂະບວນ​ມຸ່ງໜ້າ​ໄປ​ທາງທິດ​ຕາເວັນອອກ. ໂລດ​ແລະ​ອັບຣາມ​ກໍໄດ້​ແຍກທາງ​ກັນ​ໄປ.</verse>
				<verse number="12">ອັບຣາມ​ອາໄສ​ຢູ່​ໃນ​ດິນແດນ​ການາອານ ສ່ວນ​ໂລດ​ນັ້ນ​ຕັ້ງ​ຖິ່ນຖານ​ຢູ່​ທ່າມກາງ​ເມືອງ​ຕ່າງໆ ໃນ​ທົ່ງ​ຮາບພຽງ​ໃກ້​ກັບ​ເມືອງ​ໂຊໂດມ</verse>
				<verse number="13">ຊຶ່ງ​ປະຊາຊົນ​ໃນ​ເມືອງ​ນີ້​ຊົ່ວຊ້າ ແລະ​ເຮັດ​ຜິດບາບ​ຕໍ່ສູ້​ພຣະເຈົ້າຢາເວ.</verse>
				<verse number="14">ຫລັງຈາກ​ໂລດ​ໄດ້​ໜີໄປ​ແລ້ວ ພຣະເຈົ້າຢາເວ​ກໍ​ບອກ​ອັບຣາມ​ວ່າ, “ຕັ້ງແຕ່​ບ່ອນ​ທີ່​ເຈົ້າ​ຢືນ​ຢູ່​ນີ້ ຈົ່ງ​ແນມ​ໄປ​ທົ່ວ​ທຸກ​ທິດ​ໃຫ້​ດີ.</verse>
				<verse number="15">ດິນ​ທຸກ​ບ່ອນ​ທີ່​ເຈົ້າ​ແນມ​ເຫັນ ເຮົາ​ຈະ​ໃຫ້​ເຈົ້າ ແລະ​ເຊື້ອສາຍ​ຂອງ​ເຈົ້າ ແລະ​ມັນ​ຈະ​ເປັນ​ຂອງ​ພວກເຈົ້າ​ຕະຫລອດໄປ​ເປັນນິດ.</verse>
				<verse number="16">ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ ເໝືອນ​ດັ່ງ​ຂີ້ຝຸ່ນ​ດິນ​ຈົນ​ນັບ​ບໍ່​ຖ້ວນ</verse>
				<verse number="17">ບັດນີ້ ຈົ່ງ​ອອກ​ເດີນທາງ​ໄປ​ທົ່ວ​ດິນແດນ​ນັ້ນ ເພາະ​ເຮົາ​ຈະ​ມອບ​ດິນ​ທັງໝົດ​ໃຫ້​ເຈົ້າ.”</verse>
				<verse number="18">ດັ່ງນັ້ນ ອັບຣາມ​ຈຶ່ງ​ຍົກຍ້າຍ​ຂະບວນ​ທີ່​ພັກ​ໄປ​ຕັ້ງ​ຢູ່​ໃກ້​ຕົ້ນໄມ້​ສັກສິດ​ຂອງ​ມຳເຣ​ທີ່​ເຮັບໂຣນ ແລະ​ໃນ​ທີ່ນັ້ນ ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
			</chapter>
			<chapter number="14">
				<verse number="1">ມີ​ກະສັດ​ສີ່​ຄົນ​ດັ່ງນີ້: ເຈົ້າ​ອຳຣາເຟນ​ແຫ່ງ​ນະຄອນ​ບາບີໂລນ, ເຈົ້າ​ອາຣິໂອກ​ແຫ່ງ​ນະຄອນ​ເອນລາຊາ, ເຈົ້າ​ເຄໂດລາໂອເມ​ແຫ່ງ​ນະຄອນ​ເອລາມ ແລະ​ເຈົ້າ​ຕີດານ​ແຫ່ງ​ນະຄອນ​ກົວອິມ;</verse>
				<verse number="2">ກະສັດ​ເຫຼົ່ານີ້​ໄດ້​ເຮັດ​ເສິກ​ກັບ​ກະສັດ​ຫ້າ​ຄົນ​ດັ່ງນີ້: ເຈົ້າ​ເບຣາ​ແຫ່ງ​ນະຄອນ​ໂຊໂດມ, ເຈົ້າ​ບີຊາ​ແຫ່ງ​ນະຄອນ​ໂກໂມຣາ, ເຈົ້າ​ຊີນັບ​ແຫ່ງ​ນະຄອນ​ອັດມາ, ເຈົ້າ​ເຊເມເບ​ແຫ່ງ​ນະຄອນ​ເຊບົວອິມ ແລະ​ເຈົ້າ​ແຫ່ງ​ນະຄອນ​ເບລາ (ຫລື​ໂຊອາ).</verse>
				<verse number="3">ກະສັດ​ທັງ​ຫ້າ​ຄົນ​ນີ້​ຮ່ວມ​ກັນ​ເຂົ້າ​ເປັນ​ພັນທະມິດ ແລະ​ໂຮມ​ກຳລັງ​ກັນ​ຢູ່​ໃນ​ທົ່ງ​ຮາບພຽງ​ສິດດິມ ຊຶ່ງ​ໃນ​ປັດຈຸບັນ​ນີ້​ແມ່ນ​ທະເລຕາຍ.</verse>
				<verse number="4">ກະສັດ​ທັງ​ຫ້າ​ນັ້ນ​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ເຄໂດລາໂອເມ ເປັນ​ເວລາ​ສິບສອງ​ປີ; ແຕ່​ໃນ​ປີ​ທີ​ສິບສາມ ບັນດາ​ກະສັດ​ທັງ​ຫ້າ​ກໍ​ພາກັນ​ກະບົດ​ຂຶ້ນ.</verse>
				<verse number="5">ໃນ​ປີ​ທີ​ສິບສີ່ ເຄໂດລາໂອເມ​ພ້ອມ​ທັງ​ພັນທະມິດ​ໄດ້​ຍົກທັບ​ມາ​ປາບ ພວກ​ເຣຟາອີມ​ແຫ່ງ​ນະຄອນ​ອັດຊະຕາໂຣດ-ການາອີມ, ພວກ​ຊູຊິມ​ແຫ່ງ​ນະຄອນ​ຮາມ, ພວກ​ເອມິມ​ທີ່​ທົ່ງນາ​ຂອງ​ນະຄອນ​ກີຣິອາດທາອິມ,</verse>
				<verse number="6">ແລະ​ພວກ​ໂຮຣີ​ທີ່​ເນີນພູ​ຂອງ​ດິນແດນ​ເອໂດມ; ໂດຍ​ໄລ່​ຕິດຕາມ​ພວກເຂົາ​ໄປ ຈົນ​ຮອດ​ເມືອງ​ເອນປາຣານ​ໃກ້​ທະເລ​ຊາຍ.</verse>
				<verse number="7">ແລ້ວ​ພວກເຂົາ​ກໍໄດ້​ເຄື່ອນທັບ​ມາ​ເຖິງ​ເມືອງ​ກາເດັດ. (ເມືອງ​ນີ້​ມີ​ຊື່​ອີກ​ວ່າ​ເອນມິດສະປັດ.) ພວກເຂົາ​ໄດ້​ເອົາ​ຊະນະ​ທຸກ​ເມືອງ​ຂອງ​ຊາວ​ອາມາເຫຼັກ ຕະຫລອດ​ທັງ​ຊາວ​ອາໂມ ທີ່​ອາໄສ​ຢູ່​ໃນ​ເມືອງ​ຮາຊາໂຊນຕາມາ.</verse>
				<verse number="8">ຕໍ່ມາ ບັນດາ​ກະສັດ​ແຫ່ງ​ນະຄອນ​ໂຊໂດມ, ໂກໂມຣາ, ອັດມາ, ເຊບົວອິມ ແລະ​ເບລາ (ທີ່​ເອີ້ນ​ວ່າ​ໂຊອາ) ໄດ້​ທ້ອນໂຮມ​ກຳລັງ​ກັນ​ທີ່​ທົ່ງ​ຮາບພຽງ​ສິດດິມ</verse>
				<verse number="9">ເພື່ອ​ສູ້ຮົບ​ກັບ​ເຈົ້າ​ເຄໂດລາໂອເມ​ແຫ່ງ​ນະຄອນ​ເອລາມ, ເຈົ້າ​ຕີດານ​ແຫ່ງ​ນະຄອນ​ກົວອິມ, ເຈົ້າ​ອຳຣາເຟນ​ແຫ່ງ​ນະຄອນ​ບາບີໂລນ ແລະ​ເຈົ້າ​ອາຣິໂອກ​ແຫ່ງ​ນະຄອນ​ເອນລາຊາ​ຄື: ກະສັດ​ຫ້າ​ຄົນ​ຕໍ່ສູ້​ກະສັດ​ສີ່​ຄົນ.</verse>
				<verse number="10">ທີ່​ທົ່ງ​ຮາບພຽງ​ຂອງ​ສິດດິມ​ເຕັມ​ໄປ​ດ້ວຍ​ບໍ່​ນໍ້າມັນ​ດິບ ເວລາ​ກະສັດ​ແຫ່ງ​ໂຊໂດມ ແລະ​ໂກໂມຣາ ພະຍາຍາມ​ເອົາ​ຕົວ​ຫລົບ​ໜີ​ຈາກ​ການ​ສູ້ຮົບ ທັງສອງ​ຈຶ່ງ​ຕົກລົງ​ໃນ​ບໍ່​ນັ້ນ; ສ່ວນ​ກະສັດ​ຄົນອື່ນ​ຕ່າງ​ກໍ​ຫລົບລີ້ ເອົາ​ຕົວລອດ​ໄປ​ທາງ​ເນີນພູ.</verse>
				<verse number="11">ກະສັດ​ທັງ​ສີ່​ຢຶດເອົາ​ສິ່ງ​ຂອງ​ທັງໝົດ ພ້ອມ​ສະບຽງ​ອາຫານ​ໃນ​ເມືອງ​ໂຊໂດມ ແລະ​ໂກໂມຣາ ແລ້ວ​ໜີໄປ​ຈາກ​ເມືອງ.</verse>
				<verse number="12">ໂລດ​ຜູ້​ເປັນ​ຫລານຊາຍ​ຂອງ​ອັບຣາມ ທີ່​ອາໄສ​ຢູ່​ໃນ​ເມືອງ​ໂຊໂດມ​ໃນ​ເວລາ​ນັ້ນ​ກໍ​ຖືກ​ຈັບ​ໄປ​ດ້ວຍ ແລະ​ຊັບສິນ​ເງິນຄຳ​ທັງໝົດ​ກໍ​ຖືກ​ຢຶດເອົາ​ໄປ​ເຊັ່ນກັນ.</verse>
				<verse number="13">ແຕ່​ມີ​ຊາຍ​ຄົນ​ໜຶ່ງ​ປົບໜີ​ມາ​ໄດ້ ຈຶ່ງ​ບອກ​ເລື່ອງ​ໃຫ້​ອັບຣາມ​ຄົນ​ເຮັບເຣີ​ຮູ້ ຊຶ່ງ​ໃນ​ເວລາ​ນັ້ນ​ເພິ່ນ​ອາໄສ​ຢູ່​ໃກ້​ຕົ້ນໄມ້​ສັກສິດ​ຂອງ​ມຳເຣ ຊາວ​ອາໂມ. ມຳເຣ​ເປັນ​ອ້າຍ​ຂອງ​ເອັດຊະໂຄນ ແລະ​ອາເນ. ສ່ວນ​ຄົນ​ພວກ​ນີ້​ເປັນ​ພັນທະມິດ​ຂອງ​ອັບຣາມ.</verse>
				<verse number="14">ເມື່ອ​ອັບຣາມ​ໄດ້ຍິນ​ວ່າ ຫລານຊາຍ​ຂອງຕົນ​ຖືກ​ຈັບ​ໄປ; ເພິ່ນ​ຈຶ່ງ​ລະດົມ​ເອົາ​ນັກຮົບ​ຈຳນວນ 318 ຄົນ ໃນ​ຄ້າຍພັກ​ຂອງຕົນ ແລະ​ໄລ່​ຕິດຕາມ​ກະສັດ​ທັງ​ສີ່​ໄປ​ຈົນເຖິງ​ເມືອງ​ດານ.</verse>
				<verse number="15">ຢູ່​ໃນ​ທີ່ນັ້ນ ອັບຣາມ​ໄດ້​ແຍກ​ກຳລັງ​ອອກ​ເປັນ​ສອງ​ໝວດ; ແລ້ວ​ເພິ່ນ​ກໍ​ບຸກໂຈມຕີ​ສັດຕູ​ໃນ​ເວລາ​ກາງຄືນ ແລະ​ເອົາ​ຊະນະ​ພວກເຂົາ. ຄົນ​ຂອງ​ອັບຣາມ​ຍັງ​ໄດ້​ໄລ່​ຕິດຕາມ​ພວກເຂົາ​ໄປ​ຈົນເຖິງ​ເມືອງ​ໂຮບາ ທາງ​ທິດເໜືອ​ຂອງ​ເມືອງ​ດາມັສກັດ,</verse>
				<verse number="16">ແລະ​ຢຶດເອົາ​ຊັບສົມບັດ​ເງິນຄຳ​ກັບ​ເຂົ້າ​ຂອງ​ທັງໝົດ​ຄືນ​ມາ​ໄດ້. ເພິ່ນ​ຍັງ​ນຳ​ເອົາ​ໂລດ​ຫລານຊາຍ​ຂອງຕົນ​ແລະ​ຊັບສົມບັດ​ຂອງ​ລາວ ພ້ອມ​ທັງ​ພວກ​ແມ່ຍິງ ແລະ​ຄົນອື່ນໆ​ກັບຄືນ​ມາ​ດ້ວຍ.</verse>
				<verse number="17">ເມື່ອ​ອັບຣາມ​ກັບຄືນ​ມາ​ແຕ່​ສູ້ຮົບ ແລະ​ຊະນະ​ເຈົ້າ​ເຄໂດລາໂອເມ ແລະ​ພັນທະມິດ; ກະສັດ​ແຫ່ງ​ນະຄອນ​ໂຊໂດມ​ກໍ​ອອກ​ມາ​ຕ້ອນຮັບ​ເພິ່ນ​ຢູ່​ທີ່​ຮ່ອມພູ​ຊາເວ (ມີ​ຊື່​ອີກ​ວ່າ​ຮ່ອມພູ​ຂອງ​ກະສັດ).</verse>
				<verse number="18">ແລ້ວ​ເຈົ້າ​ເມຄີເຊເດັກ​ຜູ້​ທີ່​ເປັນ​ກະສັດ​ແຫ່ງ​ນະຄອນ​ຊາເລັມ ທັງ​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ ກໍ​ເອົາ​ເຂົ້າຈີ່​ກັບ​ເຫຼົ້າ​ອະງຸ່ນ​ໃຫ້​ອັບຣາມ ແລະ​ອວຍພອນ​ເພິ່ນ</verse>
				<verse number="19">ໂດຍ​ກ່າວ​ວ່າ, “ຂໍ​ໃຫ້​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ແລະ​ສູງສຸດ ຜູ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ;</verse>
				<verse number="20">ຈົ່ງ​ຫັນ​ມາ​ອວຍພອນ​ໃຫ້​ອັບຣາມ​ເຖີດ ສາທຸການ​ແດ່​ພຣະເຈົ້າ​ຜູ້​ໃຫ້​ຊະນະ​ເຫຼົ່າ​ສັດຕູ.” ແລ້ວ​ອັບຣາມ​ກໍໄດ້​ຖວາຍ​ໜຶ່ງສ່ວນສິບ​ໃນ​ສິ່ງຂອງ​ທັງໝົດ ຊຶ່ງ​ເພິ່ນ​ໄດ້​ມາ​ຈາກ​ການ​ສູ້ຮົບ​ນັ້ນ ໃຫ້​ແກ່​ເມຄີເຊເດັກ.</verse>
				<verse number="21">ກະສັດ​ແຫ່ງ​ນະຄອນ​ໂຊໂດມ​ກ່າວ​ແກ່​ອັບຣາມ​ວ່າ, “ເຈົ້າ​ຈົ່ງ​ເອົາ​ສິ່ງຂອງ​ເຫຼົ່ານັ້ນ​ໄປ​ເຖີດ ຂໍ​ສົ່ງ​ຄົນ​ຂອງເຮົາ​ທັງໝົດ​ຄືນ​ກໍ​ພໍ​ແລ້ວ.”</verse>
				<verse number="22">ແຕ່​ອັບຣາມ​ຕອບ​ວ່າ, “ຂ້ານ້ອຍ​ສາບານ​ໄວ້​ຢ່າງ​ເຄັ່ງຄັດ ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ​ພຣະເຈົ້າ​ຜູ້​ສູງສຸດ ພຣະ​ຜູ້​ສ້າງ​ສະຫວັນ​ກັບ​ແຜ່ນດິນ​ໂລກ​ແລ້ວ​ວ່າ,</verse>
				<verse number="23">ຂ້ານ້ອຍ​ຈະ​ບໍ່​ເອົາ​ສິ່ງໃດ​ສິ່ງໜຶ່ງ​ທີ່​ເປັນ​ຂອງທ່ານ ແມ່ນແຕ່​ດ້າຍ​ຫຍິບ ຫລື​ສາຍ​ຮັດ​ເກີບ​ເສັ້ນ​ໜຶ່ງ ເພື່ອ​ທ່ານ​ຈະ​ບໍ່​ກ່າວ​ວ່າ, ‘ແມ່ນ​ເຮົາ​ທີ່​ເຮັດ​ໃຫ້​ອັບຣາມ​ເປັນ​ຄົນ​ຮັ່ງມີ.’</verse>
				<verse number="24">ຂ້ານ້ອຍ​ຈະ​ບໍ່​ຮັບ​ສິ່ງໃດ​ເລີຍ ເວັ້ນໄວ້​ແຕ່​ສິ່ງ​ທີ່​ຄົນ​ຂອງ​ຂ້ານ້ອຍ​ໄດ້​ໃຊ້​ໄປ​ແລ້ວ ແລະ​ສ່ວນ​ທີ່​ເຫຼືອ​ນັ້ນ ຈົ່ງ​ໃຫ້​ພັນທະມິດ​ຂອງ​ຂ້ານ້ອຍ​ແບ່ງປັນ​ກັນ​ສາ ຄື: ອາເນ, ເອັດຊະໂຄນ ແລະ​ມຳເຣ.”</verse>
			</chapter>
			<chapter number="15">
				<verse number="1">ຫລັງຈາກ​ນັ້ນ ອັບຣາມ​ກໍ​ໄດ້​ຍິນ​ພຣະເຈົ້າຢາເວ​ກ່າວ​ແກ່​ຕົນ​ທາງ​ນິມິດ​ວ່າ, “ອັບຣາມ​ເອີຍ ເຈົ້າ​ຢ່າ​ຢ້ານ​ແຕ່​ຢ່າງໃດ​ເລີຍ ເຮົາ​ແມ່ນ​ໂລ້​ຕ້ານທານ​ທີ່​ຄອຍ​ຮັກສາ​ເຈົ້າ ຈາກ​ເຫຼົ່າ​ໂພຍໄພ​ຮ້າຍ​ອັນຕະລາຍ​ຕ່າງໆ ເຮົາ​ຈະ​ໃຫ້​ບຳເໜັດ​ເຈົ້າ​ຢ່າງ​ຫລວງຫລາຍ.”</verse>
				<verse number="2">ແຕ່​ອັບຣາມ​ໄດ້​ຕອບ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ພຣະອົງ​ຢາກ​ໃຫ້​ບຳເໜັດ​ແກ່​ຂ້ານ້ອຍ​ເຮັດ​ຫຍັງ​ໃນ​ເມື່ອ​ຂ້ານ້ອຍ​ບໍ່ມີ​ລູກ? ຜູ້​ທີ່​ຈະ​ສືບ​ມໍຣະດົກ​ແທນ​ຂ້ານ້ອຍ​ກໍ​ແມ່ນ​ເອລີເອເຊ ຊາວ​ດາມັສກັດ.</verse>
				<verse number="3">ພຣະອົງ​ບໍ່​ໃຫ້​ຂ້ານ້ອຍ​ມີ​ລູກ ແລະ​ຄົນ​ຮັບໃຊ້​ຄົນ​ໜຶ່ງ​ຂອງ​ຂ້ານ້ອຍ​ຈະ​ເປັນ​ຜູ້​ໄດ້​ຮັບ​ມໍຣະດົກ.”</verse>
				<verse number="4">ແລ້ວ​ອັບຣາມ​ກໍ​ໄດ້​ຍິນ​ພຣະເຈົ້າຢາເວ​ກ່າວ​ແກ່​ເພິ່ນ​ອີກ​ວ່າ, “ຄົນ​ຮັບໃຊ້​ຜູ້​ນີ້​ຈະ​ບໍ່ໄດ້​ຮັບ​ມໍຣະດົກ​ຂອງ​ເຈົ້າ​ດອກ, ແຕ່​ແມ່ນ​ລູກຊາຍ​ຂອງເຈົ້າ​ເອງ ທີ່​ຈະ​ເປັນ​ຜູ້​ສືບ​ມໍຣະດົກ​ແທນ​ເຈົ້າ.”</verse>
				<verse number="5">ພຣະອົງ​ພາ​ເພິ່ນ​ຍ່າງ​ອອກ​ໄປ​ຂ້າງ​ນອກ ແລະ​ບອກ​ວ່າ, “ຈົ່ງ​ນັບ​ດວງດາວ​ໃນ​ທ້ອງຟ້າ​ທີ່​ເຈົ້າ​ເຫັນ​ເບິ່ງດູ ເຈົ້າ​ຈະ​ມີ​ເຊື້ອສາຍ​ຫລວງຫລາຍ​ເໝືອນ​ດັ່ງ​ດວງດາວ​ເຫຼົ່ານັ້ນ.”</verse>
				<verse number="6">ອັບຣາມ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ແລະ​ດ້ວຍເຫດນັ້ນ ພຣະອົງ​ຈຶ່ງ​ພໍໃຈ​ແລະ​ຮັບ​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.</verse>
				<verse number="7">ຕໍ່ມາ ພຣະອົງ​ກ່າວ​ແກ່​ອັບຣາມ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ ຜູ້​ທີ່​ນຳພາ​ເຈົ້າ​ອອກ​ມາ​ຈາກ​ເມືອງ​ອູເຣ​ໃນ​ບາບີໂລນ ເພື່ອ​ຈະ​ມອບ​ດິນແດນ​ນີ້​ໃຫ້​ເປັນ​ກຳມະສິດ​ຂອງ​ເຈົ້າ.”</verse>
				<verse number="8">ແຕ່​ອັບຣາມ​ຖາມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂ້ານ້ອຍ​ຈະ​ຮູ້​ວ່າ​ດິນແດນ​ນີ້​ເປັນ​ຂອງ​ຂ້ານ້ອຍ​ໄດ້​ຢ່າງໃດ?”</verse>
				<verse number="9">ພຣະອົງ​ຕອບ​ວ່າ, “ເຈົ້າ​ຈົ່ງ​ເອົາ​ງົວແມ່​ໂຕໜຶ່ງ ແບ້​ແມ່​ໂຕໜຶ່ງ ແກະເຖິກ​ໂຕໜຶ່ງ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ມີ​ອາຍຸ​ສາມ​ປີ ແລະ​ນົກເຂົາ​ໂຕໜຶ່ງ​ກັບ​ນົກ​ກາງແກ​ໜຸ່ມ​ໂຕໜຶ່ງ ມາ​ຖວາຍ​ແກ່​ເຮົາ.”</verse>
				<verse number="10">ອັບຣາມ​ເອົາ​ສັດ​ກັບ​ນົກ​ເຫຼົ່ານີ້​ມາ​ຖວາຍ​ແກ່​ພຣະເຈົ້າ. ເພິ່ນ​ເອົາ​ສັດ​ເຫຼົ່ານີ້​ມາ​ຜ່າ​ເຄິ່ງ ແລະ​ລຽນ​ເປັນ​ຖັນ​ເປັນ​ແຖວ ສ່ວນ​ນົກ​ນັ້ນ​ເພິ່ນ​ບໍ່ໄດ້​ຜ່າ​ເຄິ່ງ.</verse>
				<verse number="11">ຝູງ​ແຮ້ງ​ໄດ້​ມາ​ຈັບ​ຊາກ​ສັດ ແຕ່​ເພິ່ນ​ໄລ່​ພວກ​ມັນ​ໃຫ້​ໜີໄປ.</verse>
				<verse number="12">ພໍ​ເມື່ອ​ຕາເວັນ​ລັບ​ຂອບ​ຟ້າ​ແລ້ວ ອັບຣາມ​ກໍ​ນອນ​ຫລັບ​ສະໜິດ ແລະ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ກໍ​ຄອບງຳ​ເພິ່ນ.</verse>
				<verse number="13">ພຣະອົງ​ຈຶ່ງ​ກ່າວ​ແກ່​ເພິ່ນ​ວ່າ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ເປັນ​ຄົນ​ຕ່າງດ້າວ​ຢູ່​ໃນ​ຕ່າງ​ດິນແດນ​ໜຶ່ງ ພວກເຂົາ​ຈະ​ຕົກ​ເປັນ​ທາດຮັບໃຊ້​ຢູ່​ໃນ​ທີ່ນັ້ນ ແລະ​ຈະ​ຖືກ​ກົດຂີ່​ຢ່າງ​ທາລຸນ​ເປັນ​ເວລາ​ສີ່ຮ້ອຍ​ປີ.</verse>
				<verse number="14">ແຕ່​ເຮົາ​ຈະ​ລົງໂທດ​ປະເທດ​ທີ່​ປະພຶດ​ເຊັ່ນນັ້ນ​ຕໍ່​ພວກເຂົາ. ເມື່ອ​ອອກ​ໜີ​ຈາກ​ປະເທດ​ນັ້ນ​ແລ້ວ ພວກເຂົາ​ຈະ​ໄດ້​ຊັບສົມບັດ​ຢ່າງ​ຫລວງຫລາຍ​ໄປ​ນຳ.</verse>
				<verse number="15">ເຈົ້າ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ຍືນຍາວ ແລະ​ຕາຍ​ຢ່າງ​ສະຫງົບສຸກ ແລະ​ຊາກສົບ​ຂອງ​ເຈົ້າ​ຈະ​ຖືກ​ຝັງ​ໄວ້.</verse>
				<verse number="16">ມັນ​ຈະ​ເປັນ​ເວລາ​ເຖິງ​ສີ່​ເຊັ່ນຄົນ ກ່ອນ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ກັບຄືນ​ມາ​ທີ່​ນີ້ ເພາະ​ເຮົາ​ຈະ​ບໍ່​ຂັບໄລ່​ຊາວ​ອາໂມ​ອອກ​ໜີໄປ ຈົນກວ່າ​ພວກເຂົາ​ເຮັດ​ຊົ່ວຮ້າຍ​ໜັກ​ສົມ​ກັບ​ຕ້ອງ​ໄດ້​ຮັບ​ໂທດ.”</verse>
				<verse number="17">ເມື່ອ​ຕາເວັນ​ຕົກ​ດິນ​ແລ້ວ ໃນທັນໃດ ກໍ​ມີ​ເຕົາ​ໄຟ​ອັນ​ຮ້ອນ​ທີ່​ມີ​ຄວັນ​ພຸ່ງ​ຂຶ້ນ ແລະ​ມີ​ໂຄມໄຟ​ທີ່​ມີ​ແສງ​ຮຸ່ງ​ເຮືອງ​ປາກົດ​ຂຶ້ນ​ໃຫ້​ເຫັນ ຜ່ານ​ກາງ​ຊາກ​ຂອງ​ສັດ​ເຫຼົ່ານັ້ນ​ໄປ.</verse>
				<verse number="18">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕັ້ງ​ພັນທະສັນຍາ​ກັບ​ອັບຣາມ ໂດຍ​ກ່າວ​ວ່າ, “ເຮົາ​ສັນຍາ​ວ່າ ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ ຄື​ດິນແດນ​ຕັ້ງແຕ່​ເຂດແດນ​ຂອງ​ເອຢິບ ຈົນ​ໄປ​ເຖິງ​ແມ່ນໍ້າ​ໃຫຍ່​ເອີຟຣັດ</verse>
				<verse number="19">ລວມທັງ​ດິນແດນ​ຂອງ​ພວກ​ເກນິດ, ເກນິດຊີ, ກັດໂມ,</verse>
				<verse number="20">ຮິດຕີ, ເປຣີຊີ, ເຣຟາອີມ,</verse>
				<verse number="21">ອາໂມ, ການາອານ, ກີກາຊີ ແລະ​ເຢບຸດ.”</verse>
			</chapter>
			<chapter number="16">
				<verse number="1">ນາງ​ຊາຣາຍ ເມຍ​ຂອງ​ອັບຣາມ ບໍ່ມີ​ລູກ​ໃຫ້​ເພິ່ນ​ຈັກ​ຄົນ. ແຕ່​ນາງ​ມີ​ສາວ​ໃຊ້​ຊາວ​ເອຢິບ​ຜູ້ໜຶ່ງ​ຊື່​ວ່າ ຮາກາ.</verse>
				<verse number="2">ແລ້ວ​ຊາຣາຍ​ກໍ​ເວົ້າ​ຕໍ່​ອັບຣາມ​ວ່າ, “ພຣະເຈົ້າຢາເວ​ບໍ່​ຍອມ​ໃຫ້​ຂ້ອຍ​ມີ​ລູກ​ແກ່​ເຈົ້າ. ເປັນຫຍັງ​ຈຶ່ງ​ບໍ່​ໄປ​ນອນ​ນຳ​ສາວ​ໃຊ້​ຂອງຂ້ອຍ? ບາງທີ​ນາງ​ຈະ​ເກີດ​ລູກ​ໃຫ້​ຂ້ອຍ​ກໍໄດ້.” ອັບຣາມ​ກໍ​ເຮັດ​ຕາມ​ຄຳແນະນຳ​ຂອງ​ຊາຣາຍ.</verse>
				<verse number="3">ດັ່ງນັ້ນ ນາງ​ຈຶ່ງ​ມອບ​ນາງ​ຮາກາ​ສາວ​ໃຊ້​ຊາວ​ເອຢິບ ໃຫ້​ຜົວ​ຂອງຕົນ​ເອົາ​ເປັນ​ເມຍນ້ອຍ. (ເຫດການ​ນີ້​ເກີດຂຶ້ນ ຫລັງຈາກ​ອັບຣາມ​ໄດ້​ຢູ່​ໃນ​ການາອານ​ເປັນ​ເວລາ​ສິບ​ປີ.)</verse>
				<verse number="4">ອັບຣາມ​ນອນ​ນຳ​ນາງ​ຮາກາ ແລະ​ນາງ​ກໍ​ຕັ້ງ​ທ້ອງ. ເມື່ອ​ນາງ​ຮາກາ​ຮູ້​ວ່າ​ຕົນ​ຕັ້ງ​ທ້ອງ​ແລ້ວ ກໍ​ເກີດ​ຈອງຫອງ​ພອງຕົວ ແລະ​ໝິ່ນປະໝາດ​ນາງ​ຊາຣາຍ.</verse>
				<verse number="5">ແລ້ວ​ຊາຣາຍ​ກໍ​ເວົ້າ​ຕໍ່​ອັບຣາມ​ວ່າ, “ເປັນ​ຄວາມຜິດ​ຂອງ​ເຈົ້າ ທີ່​ຮາກາ​ໝິ່ນປະໝາດ​ຂ້ອຍ. ຂ້ອຍ​ເອົາ​ນາງ​ໃຫ້​ເປັນ​ເມຍ​ຂອງ​ເຈົ້າ, ແຕ່​ເມື່ອ​ນາງ​ມີ​ທ້ອງ​ແລ້ວ ກໍ​ໝິ່ນປະໝາດ​ຂ້ອຍ. ຂໍ​ໃຫ້​ພຣະເຈົ້າຢາເວ​ຕັດສິນ​ເອົາ​ເອງ​ເຖີດ​ວ່າ ໃນ​ລະຫວ່າງ​ຂ້ອຍ​ກັບ​ເຈົ້າ​ແມ່ນ​ໃຜ​ຖືກ ເຈົ້າ​ຫລື​ຂ້ອຍ?”</verse>
				<verse number="6">ອັບຣາມ​ຕອບ​ວ່າ, “ດີ​ແລ້ວ ຮາກາ​ຍັງ​ເປັນ​ສາວ​ໃຊ້​ຂອງ​ເຈົ້າ​ຢູ່ ແລະ​ນາງ​ກໍ​ຍັງ​ຢູ່​ໃຕ້​ຄວາມ​ຄຸ້ມຄອງ​ຂອງ​ເຈົ້າ. ຈົ່ງ​ເຮັດ​ຕໍ່​ນາງ​ຕາມ​ທີ່​ເຈົ້າ​ເຫັນ​ສົມຄວນ​ເຖີດ.” ດັ່ງນັ້ນ ນາງ​ຊາຣາຍ​ຈຶ່ງ​ຂົ່ມເຫັງ​ຮາກາ​ຢ່າງ​ໜັກ ຈົນ​ນາງ​ຕ້ອງ​ປົບໜີໄປ.</verse>
				<verse number="7">ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ພົບ​ຮາກາ​ໃກ້​ບໍ່​ນໍ້າ​ແຫ່ງ​ໜຶ່ງ ຢູ່​ໃນ​ທະເລຊາຍ​ທາງ​ໄປ​ເມືອງ​ຊູເຣ</verse>
				<verse number="8">ຈຶ່ງ​ຖາມ​ວ່າ, “ຮາກາ ສາວ​ໃຊ້​ຂອງ​ຊາຣາຍ ເຈົ້າ​ມາ​ແຕ່​ໃສ? ແລະ​ເຈົ້າ​ຈະ​ໄປ​ໃສ?” ນາງ​ຕອບ​ວ່າ, “ຂ້ານ້ອຍ​ກຳລັງ​ຈະ​ໜີໄປ​ຈາກ​ຊາຣາຍ.”</verse>
				<verse number="9">ເທວະດາ​ຂອງ​ພຣະເຈົ້າຢາເວ​ຈຶ່ງ​ບອກ​ວ່າ, “ຈົ່ງ​ກັບຄືນ​ເມືອ​ຫາ​ນາຍ​ຜູ້ຍິງ​ຂອງ​ເຈົ້າ ແລະ​ຖ່ອມຕົວ​ຢູ່​ໃຕ້​ອຳນາດ​ຂອງ​ນາງ​ສາ.”</verse>
				<verse number="10">ແລ້ວ​ເທວະດາ​ຕົນ​ນັ້ນ​ກໍ​ກ່າວ​ຕໍ່ໄປ​ອີກ​ວ່າ, “ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຢ່າງ​ມາກມາຍ; ມີ​ຫລວງຫລາຍ​ຈົນ​ບໍ່ມີ​ໃຜ​ສາມາດ​ນັບ​ໄດ້.</verse>
				<verse number="11">ເຈົ້າ​ກຳລັງ​ຈະ​ໄດ້​ລູກຊາຍ​ຜູ້ໜຶ່ງ ຜູ້​ທີ່​ເຈົ້າ​ຈະ​ໃສ່​ຊື່​ໃຫ້​ວ່າ ອິດຊະມາເອນ. ຄວາມ​ທຸກ​ລຳບາກ​ນັ້ນ​ຄອງ​ຈິດໃຈ​ເຈົ້າ​ກໍ​ຈິງ​ຢູ່, ແຕ່​ພຣະເຈົ້າຢາເວ​ກໍ​ຮູ້​ເລື່ອງ​ນັ້ນ​ທຸກປະການ.</verse>
				<verse number="12">ແຕ່​ລູກຊາຍ​ເຈົ້າ​ນັ້ນ​ຈະ​ເປັນ​ດັ່ງ​ລໍ​ປ່າ; ລາວ​ຈະ​ສູ້​ໜ້າ​ກັບ​ທຸກຄົນ​ແທ້​ບໍ່​ຖອຍ. ແລະ​ທຸກຄົນ​ກໍ​ຈະ​ສູ້​ກັບ​ລາວ​ຢ່າງ​ບໍ່​ຢຸດຢ່ອນ; ຈົນ​ຫ່າງ​ຈາກ​ພີ່ນ້ອງ​ໜີໄປ​ລີ້ຊ່ອນ​ຢູ່​ຕາມລຳພັງ.”</verse>
				<verse number="13">ນາງ​ຮາກາ​ຈຶ່ງ​ຖາມ​ຕົນເອງ​ວ່າ, “ຂ້ອຍ​ໄດ້​ເຫັນ​ພຣະເຈົ້າ ແລະ​ມີ​ຊີວິດ​ຢູ່​ເພື່ອ​ເວົ້າ​ເຖິງ​ເລື່ອງ​ນີ້​ແທ້​ບໍ?” ດັ່ງນັ້ນ ນາງ​ຈຶ່ງ​ເອີ້ນ​ພຣະເຈົ້າຢາເວ​ຜູ້​ທີ່​ໄດ້​ກ່າວ​ແກ່​ນາງ​ວ່າ, “ພຣະເຈົ້າ​ຜູ້​ເຫັນ​ໄດ້.”</verse>
				<verse number="14">ດ້ວຍເຫດນີ້ ນໍ້າສ້າງ​ທີ່​ຢູ່​ລະຫວ່າງ​ເມືອງ​ກາເດັດ ແລະ​ເບເຣັດ ຈຶ່ງ​ມີ​ຊື່​ວ່າ, “ນໍ້າສ້າງ​ຂອງ​ພຣະເຈົ້າ​ຜູ້​ເຫັນ​ຂ້ອຍ.”</verse>
				<verse number="15">ນາງ​ຮາກາ​ໄດ້​ເກີດ​ລູກຊາຍ​ໃຫ້​ອັບຣາມ ແລະ​ເພິ່ນ​ໄດ້​ຕັ້ງ​ຊື່​ໃຫ້​ເດັກ​ນັ້ນ​ວ່າ ອິດຊະມາເອນ.</verse>
				<verse number="16">ໃນ​ເວລາ​ນັ້ນ ອັບຣາມ​ມີ​ອາຍຸ​ແປດສິບຫົກ​ປີ.</verse>
			</chapter>
			<chapter number="17">
				<verse number="1">ເມື່ອ​ອັບຣາມ​ອາຍຸ​ໄດ້ 99 ປີ; ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ເຊື່ອຟັງ​ເຮົາ ແລະ​ປະພຶດ​ແຕ່​ສິ່ງ​ທີ່​ຊອບທຳ.</verse>
				<verse number="2">ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ເຈົ້າ ແລະ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ.”</verse>
				<verse number="3">ອັບຣາມ​ກົ້ມ​ຂາບລົງ​ທີ່​ພື້ນດິນ ແລະ​ພຣະເຈົ້າ​ກ່າວ​ວ່າ,</verse>
				<verse number="4">“ນີ້​ແມ່ນ​ພັນທະສັນຍາ​ທີ່​ເຮົາ​ເຮັດ​ກັບ​ເຈົ້າ​ຄື: ເຮົາ​ສັນຍາ​ວ່າ ເຈົ້າ​ຈະ​ເປັນ​ບັນພະບຸລຸດ​ຂອງ​ຊົນຊາດ​ທັງຫລາຍ.</verse>
				<verse number="5">ຊື່​ເຈົ້າ​ຈະ​ບໍ່ແມ່ນ​ອັບຣາມ​ອີກ​ຕໍ່ໄປ, ແຕ່​ເຈົ້າ​ຈະ​ມີ​ຊື່​ໃໝ່​ວ່າ ອັບຣາຮາມ ເພາະ​ເຮົາ​ກຳລັງ​ໃຫ້​ເຈົ້າ​ເປັນ​ບັນພະບຸລຸດ​ຂອງ​ຫລາຍໆ​ຊົນຊາດ.</verse>
				<verse number="6">ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ແລະ​ບາງຄົນ​ໃນ​ເຊື້ອສາຍ​ນັ້ນ​ຈະ​ເປັນ​ເຖິງ​ກະສັດ. ເຈົ້າ​ຈະ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ຈົນ​ກາຍເປັນ​ປະຊາຊາດ​ຕ່າງໆ.</verse>
				<verse number="7">ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ລະຫວ່າງ​ເຮົາ ກັບ​ເຈົ້າ ແລະ​ເຊື້ອສາຍ​ຂອງ​ເຈົ້າ ໃຫ້​ເປັນ​ພັນທະສັນຍາ​ສືບ​ໄປ​ສຳລັບ​ຄົນ​ເຊັ່ນ​ຕໍ່ໆໄປ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ພຣະເຈົ້າ​ຂອງ​ເຊື້ອສາຍ​ຂອງ​ເຈົ້າ.</verse>
				<verse number="8">ເຮົາ​ຈະ​ມອບ​ດິນແດນ ທີ່​ເຈົ້າ​ອາໄສ​ຢູ່​ປັດຈຸບັນ​ໃນ​ຖານະ​ເປັນ​ຄົນ​ຕ່າງດ້າວ​ນີ້ ໃຫ້​ແກ່​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ. ດິນແດນ​ການາອານ​ທັງໝົດ ຈະ​ເປັນ​ຂອງ​ພວກເຈົ້າ​ຕະຫລອດໄປ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.”</verse>
				<verse number="9">ພຣະເຈົ້າ​ໄດ້​ກ່າວ​ແກ່​ອັບຣາຮາມ​ວ່າ, “ເຈົ້າ​ເອງ ແລະ​ເຊື້ອສາຍ​ຂອງ​ເຈົ້າ​ເຊັ່ນ​ຕໍ່ໄປ​ກໍດີ ຈົ່ງ​ຮັກສາ​ພັນທະສັນຍາ​ທີ່​ເຈົ້າ​ມີ​ໄວ້​ກັບ​ເຮົາ.</verse>
				<verse number="10">ນີ້​ຄື​ພັນທະສັນຍາ​ຂອງເຮົາ​ທີ່​ມີ​ຕໍ່​ເຈົ້າ​ກັບ​ເຊື້ອສາຍ​ຂອງ​ເຈົ້າ​ຕ້ອງ​ຮັກສາ ຄື​ໃຫ້​ຜູ້ຊາຍ​ທຸກຄົນ​ຈະ​ຕ້ອງ ເຮັດ​ພິທີຕັດ.</verse>
				<verse number="11">ຕັ້ງແຕ່​ນີ້​ຕໍ່ໄປ ເຈົ້າ​ຈົ່ງ​ເຮັດ​ພິທີຕັດ ມັນ​ຈະ​ເປັນ​ໝາຍສຳຄັນ ລະຫວ່າງ​ເຮົາ​ກັບ​ເຈົ້າ</verse>
				<verse number="12">ຜູ້ຊາຍ​ທຸກຄົນ​ເມື່ອ​ເຂົາ​ອາຍຸ​ໄດ້​ແປດ​ວັນ. ໃຫ້​ເຮັດ​ພິທີຕັດ ລວມ​ທັງ​ຄົນ​ຮັບໃຊ້​ຜູ້​ທີ່​ເກີດ​ໃນ​ຄອບຄົວ​ຂອງ​ເຈົ້າ ແລະ​ຜູ້​ທີ່​ຖືກ​ຊື້​ມາ​ຈາກ​ຊາວ​ຕ່າງດ້າວ. ການ​ກະທຳ​ເຊັ່ນນີ້ ຈະ​ສະແດງ​ເຖິງ​ພັນທະສັນຍາ​ລະຫວ່າງ​ເຈົ້າ​ກັບ​ເຮົາ.</verse>
				<verse number="13">ແຕ່ລະຄົນ​ຕ້ອງ​ເຮັດ​ພິທີຕັດ ແລະ​ຈະ​ຕ້ອງ​ໝາຍ​ໄວ້​ໃນ​ຮ່າງກາຍ ເພື່ອ​ສະແດງ​ວ່າ​ພັນທະສັນຍາ​ຂອງເຮົາ​ນັ້ນ​ດຳລົງ​ຢູ່​ສືບໄປ.</verse>
				<verse number="14">ຊາຍ​ຄົນ​ໃດ​ທີ່​ບໍ່​ຍອມ​ເຮັດ​ພິທີຕັດ ຊາຍ​ຄົນ​ນັ້ນ​ກໍ​ຈະ​ຖືກ​ຕັດ​ອອກ​ຈາກ​ພີ່ນ້ອງ​ຂອງຕົນ ເພາະ​ລາວ​ບໍ່​ຮັກສາ​ພັນທະສັນຍາ​ທີ່​ໄດ້​ມີ​ໄວ້​ກັບ​ເຮົາ.”</verse>
				<verse number="15">ພຣະເຈົ້າ​ຍັງ​ບອກ​ອັບຣາຮາມ​ຕື່ມ​ວ່າ, “ສ່ວນ​ນາງ​ຊາຣາຍ​ເມຍ​ຂອງ​ເຈົ້າ​ນັ້ນ ເຈົ້າ​ຢ່າ​ເອີ້ນ​ນາງ​ຊາຣາຍ​ອີກ​ຕໍ່ໄປ ເພາະ ຊື່​ຂອງ​ນາງ​ແມ່ນ​ຊາຣາ.</verse>
				<verse number="16">ເຮົາ​ຈະ​ອວຍພອນ​ນາງ​ໃຫ້​ມີ​ລູກຊາຍ​ຜູ້ໜຶ່ງ ແລະ​ຈະ​ອວຍພອນ​ນາງ​ໃຫ້​ເປັນ​ແມ່​ຂອງ​ຊົນຊາດ​ທັງຫລາຍ ຈົນ​ກະສັດ​ຫລາຍ​ຄົນ​ຈະ​ມາ​ຈາກ​ເຊື້ອສາຍ​ຂອງ​ນາງ.”</verse>
				<verse number="17">ອັບຣາຮາມ​ກົ້ມຂາບ​ລົງ​ຍິ້ມ​ຢູ່​ໃນ​ໃຈ ແລະ​ເວົ້າ​ວ່າ, “ຄົນ​ອາຍຸ​ໜຶ່ງຮ້ອຍ​ປີ​ແລ້ວ ຈະ​ມີ​ລູກ​ໄດ້​ຈັ່ງ​ໃດ? ແລະ​ຊາຣາ​ກໍ​ອາຍຸ​ເກົ້າສິບ​ປີ​ແລ້ວ ນາງ​ຍັງ​ຈະ​ມີ​ລູກ​ໄດ້​ຢູ່​ບໍ?”</verse>
				<verse number="18">ອັບຣາຮາມ​ໄດ້ກ່າວ​ຕໍ່​ພຣະເຈົ້າ​ວ່າ, “ຂໍໃຫ້​ອິດຊະມາເອນ​ມີ​ຊີວິດ​ຢູ່​ຕໍ່​ພຣະພັກ​ຂອງ​ພຣະອົງ!”</verse>
				<verse number="19">ແຕ່​ພຣະເຈົ້າ​ໄດ້ກ່າວ​ວ່າ, “ບໍ່, ແມ່ນ​ຊາຣາ​ເມຍ​ຂອງ​ເຈົ້າ​ເອງ ທີ່​ຈະ​ເກີດ​ລູກຊາຍ​ໃຫ້​ເຈົ້າ ແລະ​ຈົ່ງ​ໃສ່​ຊື່​ເດັກ​ນັ້ນ​ວ່າ ອີຊາກ. ເຮົາ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ໄວ້​ກັບ​ລາວ ແລະ​ກັບ​ເຊື້ອສາຍ​ຂອງ​ລາວ​ຕະຫລອດໄປ. ມັນ​ເປັນ​ພັນທະສັນຍາ​ອັນ​ຕະຫລອດໄປ.</verse>
				<verse number="20">ເຮົາ​ໄດ້ຍິນ​ເຈົ້າ​ຂໍຮ້ອງ​ກ່ຽວກັບ​ອິດຊະມາເອນ; ເຮົາ​ຈະ​ອວຍພອນ​ລາວ​ແລະ​ໃຫ້​ລາວ​ມີ​ລູກ​ຫລາຍ​ຄົນ ແລະ​ທັງ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ. ລາວ​ຈະ​ເປັນ​ພໍ່​ຂອງ​ເຈົ້າຊາຍ​ສິບສອງ​ຄົນ ແລະ​ເຊື້ອສາຍ​ຂອງ​ລາວ​ກໍ​ຈະ​ກາຍເປັນ​ປະເທດ​ທີ່​ຍິ່ງໃຫຍ່.</verse>
				<verse number="21">ແຕ່​ເຮົາ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ກັບ​ອີຊາກ ລູກຊາຍ​ຂອງ​ເຈົ້າ ຜູ້​ທີ່​ຈະ​ເກີດ​ຈາກ​ຊາຣາ​ໃນ​ທ້າຍ​ປີ​ໜ້າ​ລະຫວ່າງ​ລະດູ​ນີ້.”</verse>
				<verse number="22">ເມື່ອ​ພຣະເຈົ້າ​ກ່າວ​ແກ່​ອັບຣາຮາມ​ແລ້ວໆ ພຣະອົງ​ກໍ​ຈາກ​ເພິ່ນ​ໄປ.</verse>
				<verse number="23">ເພື່ອ​ເຮັດ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ໄວ້​ໃນ​ມື້​ດຽວກັນ​ນັ້ນ; ອັບຣາຮາມ​ກໍ​ເຮັດ​ພິທີຕັດ​ໃຫ້​ແກ່​ອິດຊະມາເອນ ພ້ອມ​ທັງ​ຄົນ​ຮັບໃຊ້​ທຸກໆ​ຄົນ​ກັບ​ຜູ້​ທີ່​ເກີດ​ໃນ​ເຮືອນ ແລະ​ຜູ້​ທີ່​ໄດ້​ຖືກ​ຊື້​ມາ.</verse>
				<verse number="24">ອັບຣາຮາມ​ເຮັດ​ພິທີຕັດ ເມື່ອ​ເພິ່ນ​ມີ​ອາຍຸ​ເກົ້າສິບເກົ້າ​ປີ</verse>
				<verse number="25">ແລະ​ອິດຊະມາເອນ​ກໍ​ເຮັດ​ພິທີຕັດ ເມື່ອ​ລາວ​ອາຍຸ​ສິບສາມ​ປີ.</verse>
				<verse number="26">ພວກເຂົາ​ທັງສອງ​ເຮັດ​ພິທີຕັດ​ໃນ​ມື້​ດຽວກັນ</verse>
				<verse number="27">ຮ່ວມ​ກັບ​ພວກ​ຄົນ​ຮັບໃຊ້​ທຸກຄົນ​ຂອງ​ອັບຣາຮາມ.</verse>
			</chapter>
			<chapter number="18">
				<verse number="1">ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອັບຣາຮາມ​ທີ່​ຕົ້ນໄມ້​ສັກສິດ​ຂອງ​ມຳເຣ ໃນ​ຂະນະທີ່​ເພິ່ນ​ກຳລັງ​ນັ່ງ​ຢູ່​ທີ່​ປະຕູ​ເຕັນ​ເວລາ​ແດດ​ກ້າ</verse>
				<verse number="2">ເມື່ອ​ອັບຣາຮາມ​ເງີຍ​ໜ້າ​ຂຶ້ນ ກໍ​ເຫັນ​ຊາຍ​ສາມ​ຄົນ​ຢືນ​ຢູ່​ຕໍ່ໜ້າ​ເພິ່ນ. ໃນທັນໃດ ທີ່​ເຫັນ​ພວກເພິ່ນ ເພິ່ນ​ຈຶ່ງ​ຟ້າວ​ລຸກ​ຂຶ້ນ​ແລ່ນ​ອອກ​ໄປ​ຕ້ອນຮັບ.</verse>
				<verse number="3">ເພິ່ນ​ກົ້ມ​ຂາບລົງ​ແລະ​ກ່າວ​ວ່າ, “ທ່ານເອີຍ ກ່ອນ​ຈະ​ໄປ​ທີ່​ອື່ນ ເຊີນແວ່​ບ້ານ​ຂອງ​ຂ້ານ້ອຍ​ເທາະ ຂ້ານ້ອຍ​ຍິນດີ​ຈະ​ຮັບໃຊ້​ພວກທ່ານ.</verse>
				<verse number="4">ຂ້ານ້ອຍ​ຈະ​ເອົາ​ນໍ້າ​ມາ​ໃຫ້​ທ່ານ​ລ້າງ​ຕີນ ແລ້ວ​ຈົ່ງ​ພັກຜ່ອນ​ຢູ່​ໃຕ້​ຕົ້ນໄມ້​ນີ້​ກ່ອນ​ກໍໄດ້.</verse>
				<verse number="5">ຂ້ານ້ອຍ​ຈະ​ເອົາ​ອາຫານ​ບາງເລັກນ້ອຍ​ມາ​ໃຫ້​ທ່ານ​ກິນ ເພື່ອ​ວ່າ​ທ່ານ​ຈະ​ມີ​ແຮງ​ເດີນທາງ​ຕໍ່ໄປ. ທ່ານ​ໄດ້​ໃຫ້ກຽດ​ມາ​ຮອດ​ບ້ານ​ຂອງ​ຂ້ານ້ອຍ​ແລ້ວ. ສະນັ້ນ ກະລຸນາ​ໃຫ້​ຂ້ານ້ອຍ​ໄດ້​ຮັບໃຊ້​ທ່ານ​ເທີ້ນ.” ແລ້ວ​ຊາຍ​ທັງ​ສາມ​ກໍ​ຕອບ​ວ່າ, “ຂອບໃຈ ພວກເຮົາ​ຕົກລົງ.”</verse>
				<verse number="6">ອັບຣາຮາມ​ຈຶ່ງ​ຟ້າວ​ແລ່ນ​ເຂົ້າ​ໄປ​ໃນ​ຜ້າເຕັນ ແລະ​ບອກ​ຊາຣາ​ວ່າ “ໄວໆ ຮີບ​ໄປ​ເອົາ​ແປ້ງ​ຢ່າງດີ​ຖົງ​ໜຶ່ງ ມາ​ນວດ​ແລະ​ເຮັດ​ເຂົ້າຈີ່.”</verse>
				<verse number="7">ສ່ວນ​ເພິ່ນ​ເອງ​ນັ້ນ​ຟ້າວ​ແລ່ນ​ໄປ​ຫາ​ຝູງສັດ ແລະ​ເລືອກ​ເອົາ​ງົວ​ນ້ອຍ​ໂຕໜຶ່ງ ທີ່​ຕູ້ຍພີ​ດີ​ມາ​ໃຫ້​ຄົນ​ຮັບໃຊ້​ຂ້າ ແລະ​ຈັດແຈ່ງ​ເປັນ​ອາຫານ.</verse>
				<verse number="8">ແລ້ວ​ເພິ່ນ​ກໍ​ເອົາ​ເນີຍ, ນໍ້ານົມ​ສົດ ແລະ​ຊີ້ນ​ທີ່​ຈັດແຈ່ງ​ແລ້ວ​ນັ້ນ ມາ​ວາງ​ໄວ້​ຕໍ່ໜ້າ​ຊາຍ​ທັງ​ສາມ. ເມື່ອ​ຊາຍ​ທັງ​ສາມ​ຮັບ​ກິນ​ຢູ່​ໃຕ້​ຕົ້ນໄມ້​ນັ້ນ ອັບຣາຮາມ​ກໍ​ຢືນ​ຮັບໃຊ້​ດ້ວຍ​ຕົນເອງ.</verse>
				<verse number="9">ແລ້ວ​ແຂກ​ທັງ​ສາມ​ກໍ​ຖາມ​ເພິ່ນ​ວ່າ, “ຊາຣາ ເມຍ​ຂອງ​ເຈົ້າ​ຢູ່​ໃສ?” ເພິ່ນ​ຕອບ​ວ່າ, “ນາງ​ຢູ່​ໃນ​ຜ້າເຕັນ.”</verse>
				<verse number="10">ຜູ້ໜຶ່ງ​ໃນ​ສາມ​ຄົນ​ເວົ້າ​ວ່າ, “ອີກ​ເກົ້າ​ເດືອນ ເຮົາ​ຈະ​ກັບ​ມາ ແລະ​ຊາຣາ​ຈະ​ມີ​ລູກຊາຍ​ຄົນ​ໜຶ່ງ.” ນາງ​ຊາຣາ​ຢືນ​ຟັງ​ຢູ່​ໃກ້​ປະຕູ​ເຂົ້າ​ເຕັນ ຂ້າງ​ຫລັງ​ຜົວ​ຂອງຕົນ.</verse>
				<verse number="11">ອັບຣາຮາມ​ກັບ​ຊາຣາ​ຕ່າງ​ກໍ​ເຖົ້າແກ່​ແລ້ວ ແລະ​ຊາຣາ​ເອງ​ກໍ​ເຊົາ​ເປັນ​ປະຈຳເດືອນ​ແລ້ວ.</verse>
				<verse number="12">ດັ່ງນັ້ນ ນາງ​ຈຶ່ງ​ຫົວຂວັນ​ໃນ​ໃຈ ແລະ​ເວົ້າ​ວ່າ, “ດຽວນີ້ ຂ້ອຍ​ແກ່​ເກີນ​ທີ່​ຈະ​ມີ​ລູກ​ແລ້ວ; ຂ້ອຍ​ຍັງ​ຈະ​ມີ​ຄວາມ​ຕ້ອງການ​ທາງ​ເພດ​ຢູ່​ອີກ​ບໍ? ແລະ​ນອກ​ນີ້​ອີກ ຜົວ​ຂອງຂ້ອຍ​ກໍ​ແກ່ຕົວ​ແລ້ວ​ດ້ວຍ.”</verse>
				<verse number="13">ແລ້ວ​ພຣະເຈົ້າຢາເວ​ກໍ​ຖາມ​ອັບຣາຮາມ​ວ່າ, “ເປັນຫຍັງ​ຊາຣາ​ຈຶ່ງ​ຫົວຂວັນ ແລະ​ກ່າວ​ວ່າ ‘ເຮົາ​ຈະ​ມີ​ລູກ​ແທ້​ບໍ ໃນ​ເມື່ອ​ເຮົາ​ແກ່ຕົວ​ຫລາຍ​ແລ້ວ?’</verse>
				<verse number="14">ມີ​ຫຍັງ​ແດ່​ຍາກ​ສຳລັບ​ພຣະເຈົ້າຢາເວ​ບໍ? ຕາມ​ທີ່​ເຮົາ​ບອກ​ເຈົ້າ​ແລ້ວ ໃນ​ລະຫວ່າງ​ເກົ້າ​ເດືອນ ເຮົາ​ຈະ​ກັບ​ມາ​ອີກ​ແລະ​ຊາຣາ​ຈະ​ມີ​ລູກຊາຍ​ຜູ້ໜຶ່ງ.”</verse>
				<verse number="15">ເພາະ​ນາງ​ຊາຣາ​ຢ້ານ​ຈຶ່ງ​ປະຕິເສດ​ວ່າ, “ຂ້ານ້ອຍ​ບໍ່ໄດ້​ຫົວຂວັນ.” ພຣະອົງ​ໂຕ້ຕອບ​ວ່າ, “ເຈົ້າ​ຫົວຂວັນ.”</verse>
				<verse number="16">ຫລັງຈາກ​ນັ້ນ ຊາຍ​ທັງ​ສາມ​ກໍ​ຈາກ​ໄປ​ສູ່​ບ່ອນ​ທີ່​ພວກ​ຕົນ​ຈະ​ເຫັນ​ເມືອງ​ໂຊໂດມ​ໄດ້ ແລະ​ອັບຣາຮາມ​ກໍຕາມ​ໄປ​ສົ່ງ​ດ້ວຍ.</verse>
				<verse number="17">ພຣະເຈົ້າຢາເວ​ໄດ້ກ່າວ​ວ່າ, “ເຮົາ​ຈະ​ບໍ່​ປິດບັງ​ອັບຣາຮາມ​ສິ່ງ​ທີ່​ເຮົາ​ກຳລັງ​ຈະ​ເຮັດ​ນີ້.</verse>
				<verse number="18">ບັນດາ​ເຊື້ອສາຍ​ຂອງ​ລາວ​ຈະ​ກາຍເປັນ​ຊົນຊາດ​ທີ່​ຍິ່ງໃຫຍ່​ທັງ​ມີ​ອຳນາດ ແລະ​ໂດຍ​ຜ່ານ​ທາງ​ລາວ ເຮົາ​ຈະ​ອວຍພອນ​ຊົນຊາດ​ທັງປວງ.</verse>
				<verse number="19">ເຮົາ​ໄດ້​ເລືອກ​ເອົາ​ລາວ ເພື່ອ​ວ່າ​ລາວ​ຈະ​ບອກສອນ​ລູກໆ​ກັບ​ເຊື້ອສາຍ​ຂອງ​ລາວ​ໃຫ້​ເຊື່ອຟັງ​ເຮົາ ທັງ​ປະພຶດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຊອບທຳ. ເພື່ອ​ພຣະເຈົ້າຢາເວ​ຈະ​ປະທານ​ແກ່​ອັບຣາຮາມ ຕາມ​ສິ່ງທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ລາວ.”</verse>
				<verse number="20">ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ອັບຣາຮາມ​ວ່າ, “ມີ​ສຽງ​ກ່າວ​ຟ້ອງ​ຕໍ່ສູ້​ເມືອງ​ໂຊໂດມ ແລະ​ເມືອງ​ໂກໂມຣາ​ຢ່າງ​ໜັກໜ່ວງ ແລະ​ການບາບ​ຂອງ​ຊາວ​ເມືອງ​ກໍ​ໜັກໜາ​ຫລາຍ.</verse>
				<verse number="21">ເຮົາ​ຈະ​ຕ້ອງ​ລົງ​ໄປ​ສຳຫລວດ​ເບິ່ງ​ວ່າ ການ​ກ່າວຫາ​ທີ່​ເຮົາ​ໄດ້ຍິນ​ນັ້ນ ເປັນ​ຄວາມຈິງ​ຫລື​ບໍ່?”</verse>
				<verse number="22">ແລ້ວ​ຊາຍ​ສອງ​ຄົນ​ກໍ​ຈາກ​ໄປ ໂດຍ​ມຸ່ງໜ້າ​ສູ່​ເມືອງ​ໂຊໂດມ, ແຕ່​ພຣະເຈົ້າຢາເວ​ຍັງ​ຢູ່​ກັບ​ອັບຣາຮາມ.</verse>
				<verse number="23">ອັບຣາຮາມ​ຈຶ່ງ​ຫຍັບ​ເຂົ້າ​ໃກ້​ພຣະອົງ ແລະ​ຖາມ​ວ່າ, “ພຣະອົງ​ຈະ​ທຳລາຍ​ຄົນ​ຊອບທຳ​ກັບ​ຄົນ​ອະທຳ ໄປ​ພ້ອມ​ກັນ​ແທ້​ບໍ?</verse>
				<verse number="24">ຖ້າ​ວ່າ​ມີ​ຄົນ​ຊອບທຳ​ຢູ່​ໃນ​ເມືອງ 50 ຄົນ ພຣະອົງ​ກໍ​ຈະ​ທຳລາຍ​ໝົດ​ເມືອງ​ບໍ? ພຣະອົງ​ຈະ​ບໍ່​ຈົ່ງ​ເມືອງ​ນີ້​ໄວ້​ເພື່ອ​ຊ່ວຍ​ຫ້າສິບ​ຄົນ​ນັ້ນ​ບໍ?</verse>
				<verse number="25">ແນ່ນອນ​ທີ່ສຸດ ພຣະອົງ​ຈະ​ບໍ່​ຂ້າ​ຄົນ​ຊອບທຳ​ພ້ອມ​ກັບ​ຄົນ​ອະທຳ ເປັນ​ໄປ​ບໍ່ໄດ້ ພຣະອົງ​ຈະ​ບໍ່​ເຮັດ​ເຊັ່ນ​ນັ້ນ. ຖ້າ​ພຣະອົງ​ເຮັດ ຄົນ​ຊອບທຳ​ກໍ​ຈະ​ຖືກ​ລົງໂທດ ເຊັ່ນດຽວ​ກັນ​ກັບ​ຄົນ​ອະທຳ ເປັນ​ໄປ​ບໍ່ໄດ້. ຜູ້​ພິພາກສາ​ໂລກ​ຕ້ອງ​ເຮັດ​ທຸກສິ່ງ​ຢ່າງ​ຍຸດຕິທຳ.”</verse>
				<verse number="26">ພຣະເຈົ້າຢາເວ​ຕອບ​ວ່າ, “ຖ້າ​ເຮົາ​ພົບ​ຄົນ​ຊອບທຳ​ຢູ່​ໃນ​ເມືອງ 50 ຄົນ ທີ່​ເມືອງ​ໂຊໂດມ; ເຮົາ​ກໍ​ຈະ​ໄວ້​ຊີວິດ​ຄົນ​ທັງ​ເມືອງ ເພາະ​ເຫັນ​ແກ່​ຄົນ​ຊອບທຳ​ຫ້າສິບ​ຄົນ​ນັ້ນ.”</verse>
				<verse number="27">ອັບຣາຮາມ​ໄດ້ຕອບ​ແລະ​ກ່າວ​ຕື່ມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍໂຜດ​ຍົກໂທດ​ໃຫ້​ແກ່​ຂ້ານ້ອຍ ທີ່​ກ້າ​ກ່າວ​ຕໍ່​ພຣະອົງ​ອີກ. ຂ້ານ້ອຍ​ເປັນ​ພຽງແຕ່​ມະນຸດ​ເທົ່ານັ້ນ ແລະ​ບໍ່ມີ​ສິດ​ທີ່​ຈະ​ກ່າວ​ຫຍັງ.</verse>
				<verse number="28">ແຕ່​ບາງທີ​ຢູ່​ໃນ​ທີ່ນັ້ນ ມີ​ຄົນ​ຊອບທຳ 45 ຄົນ ແທນ​ທີ່​ຈະ​ມີ 50 ຄົນ; ພຣະອົງ​ກໍ​ຈະ​ທຳລາຍ​ໝົດ​ເມືອງ​ເພາະ​ຂາດ 5 ຄົນ​ບໍ?” ພຣະອົງ​ຕອບ​ວ່າ, “ເຮົາ​ຈະ​ບໍ່​ທຳລາຍ​ເມືອງ​ນັ້ນ ຖ້າ​ພົບ​ຄົນ​ຊອບທຳ​ສີ່ສິບຫ້າ​ຄົນ.”</verse>
				<verse number="29">ອັບຣາຮາມ​ໄດ້​ກ່າວ​ອີກ​ວ່າ, “ບາງທີ​ອາດ​ມີ​ພຽງ 40 ຄົນ ເທົ່ານັ້ນ​ເດ.” ພຣະອົງ​ຕອບ​ວ່າ, “ເຮົາ​ຈະ​ບໍ່​ທຳລາຍ​ເມືອງ​ນັ້ນ ຖ້າ​ເຮົາ​ພົບ 40 ຄົນ.”</verse>
				<verse number="30">ອັບຣາຮາມ​ເວົ້າ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຢ່າ​ຟ້າວ​ໂກດຮ້າຍ​ເລີຍ; ຂ້ານ້ອຍ​ຂໍ​ຖາມ​ອີກ​ວ່າ ຖ້າ​ມີ​ພຽງ 30 ຄົນ ເດ?” ພຣະອົງ​ຕອບ​ວ່າ, “ເຮົາ​ຈະ​ບໍ່​ທຳລາຍ​ເມືອງ​ນັ້ນ ຖ້າ​ເຮົາ​ພົບ 30 ຄົນ.”</verse>
				<verse number="31">ອັບຣາຮາມ​ທູນ​ຖາມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ພຣະອົງ​ໂຜດ​ຍົກໂທດ​ໃຫ້​ຂ້ານ້ອຍ ທີ່​ຍັງ​ກ້າ​ສືບຕໍ່​ກ່າວ​ຕໍ່​ພຣະອົງ. ຖ້າ​ວ່າ​ມີ​ພຽງ 20 ຄົນ ເທົ່ານັ້ນ​ເດ?” ພຣະອົງ​ຕອບ​ວ່າ, “ເຮົາ​ຈະ​ບໍ່​ທຳລາຍ​ເມືອງ​ນັ້ນ ຖ້າ​ເຮົາ​ພົບ 20 ຄົນ.”</verse>
				<verse number="32">ອັບຣາຮາມ​ຮຽນ​ຖາມ​ອີກ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຢ່າ​ຟ້າວ​ໂກດຮ້າຍ​ເລີຍ ຂ້ານ້ອຍ​ຂໍ​ຖາມ​ພຣະອົງ​ອີກ​ຄັ້ງ​ໜຶ່ງ​ເທົ່ານັ້ນ. ພຣະອົງ​ຈະ​ເຮັດ​ແນວໃດ ຖ້າ​ມີ​ພຽງແຕ່ 10 ຄົນ?” ພຣະອົງ​ຕອບ​ວ່າ, “ເຮົາ​ກໍ​ຈະ​ບໍ່​ທຳລາຍ​ເມືອງ​ນັ້ນ​ເຊັ່ນກັນ ຖ້າ​ມີ​ພຽງແຕ່ 10 ຄົນ.”</verse>
				<verse number="33">ຫລັງຈາກ​ພຣະເຈົ້າຢາເວ​ໄດ້​ສົນທະນາ​ກັບ​ອັບຣາຮາມ​ສິ້ນສຸດ​ລົງ​ແລ້ວ ພຣະອົງ​ກໍ​ຈາກ​ໄປ ແລະ​ອັບຣາຮາມ​ກໍ​ກັບຄືນ​ເມືອ​ສູ່​ທີ່ພັກ​ຂອງຕົນ.</verse>
			</chapter>
			<chapter number="19">
				<verse number="1">ເມື່ອ​ເທວະດາ​ສອງ​ຕົນ ໄດ້​ເຂົ້າ​ໄປ​ຮອດ​ເມືອງ​ໂຊໂດມ​ໃນ​ຕອນ​ຄໍ່າ​ຂອງ​ມື້​ນັ້ນ ແລະ​ໂລດ​ກໍ​ກຳລັງ​ນັ່ງ​ຢູ່​ທີ່​ປະຕູ​ເມືອງ. ໃນທັນໃດ​ທີ່​ເຫັນ​ເທວະດາ​ນັ້ນ ເພິ່ນ​ກໍ​ຟ້າວ​ລຸກ​ຂຶ້ນ​ອອກ​ໄປ​ຕ້ອນຮັບ​ທັນທີ</verse>
				<verse number="2">ແລະ​ເວົ້າ​ວ່າ, “ທ່ານເອີຍ ຂ້ານ້ອຍ​ຜູ້ຮັບໃຊ້​ຂອງທ່ານ. ຂໍ​ກະລຸນາ​ແວ່​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຂ້ານ້ອຍ​ກ່ອນ​ແດ່ທ້ອນ. ທ່ານ​ຈະ​ລ້າງ​ຕີນ ແລະ​ພັກ​ແຮມຄືນ​ກໍໄດ້. ພໍ​ຮຸ່ງ​ເຊົ້າ​ຂຶ້ນ​ມາ ທ່ານ​ຈຶ່ງ​ຄ່ອຍ​ເດີນທາງ​ໄປ​ຕໍ່.” ແຕ່​ພວກເພິ່ນ​ຕອບ​ວ່າ, “ບໍ່, ເຮົາ​ຈະ​ຄ້າງຄືນ​ທີ່​ສີ່​ແຍກ​ຂອງ​ເມືອງ​ນີ້.”</verse>
				<verse number="3">ແຕ່​ໂລດ​ສືບຕໍ່​ຂໍຮ້ອງ ແລະ​ໃນທີ່ສຸດ ຊາຍ​ທັງສອງ​ກໍ​ຕົກລົງ​ໄປ​ທີ່​ເຮືອນ​ຂອງ​ໂລດ. ເພິ່ນ​ສັ່ງ​ຄົນ​ຮັບໃຊ້​ຂອງຕົນ​ໃຫ້​ຈັດແຈ່ງ​ເຂົ້າປາອາຫານ​ຢ່າງດີ ມາ​ຕ້ອນຮັບ​ແຂກ. ເມື່ອ​ຕຽມ​ມາ​ຮຽບຮ້ອຍ​ແລ້ວ ເທວະດາ​ທັງສອງ​ຈຶ່ງ​ພາກັນ​ຮັບ​ກິນ.</verse>
				<verse number="4">ກ່ອນ​ແຂກ​ທັງສອງ​ຈະ​ເຂົ້າ​ໄປ​ນອນ ຜູ້ຊາຍ​ຊາວ​ເມືອງ​ໂຊໂດມ​ກໍ​ມາ​ອ້ອມ​ເຮືອນ​ຂອງ​ໂລດ. ຜູ້ຊາຍ​ຊາວ​ເມືອງ​ທຸກຄົນ​ທັງ​ໜຸ່ມ​ແລະ​ແກ່​ໄດ້​ມາ​ທີ່​ນັ້ນ.</verse>
				<verse number="5">ພວກເຂົາ​ຮ້ອງ​ໂລດ​ອອກ​ມາ​ແລະ​ຖາມ​ວ່າ, “ຜູ້ຊາຍ​ທີ່​ມາ​ພັກ​ບ້ານ​ໂຕ​ຄືນ​ນີ້​ຢູ່​ໃສ? ເອົາ​ພວກເຂົາ​ອອກ​ມາ​ໃຫ້​ພວກເຮົາ​ສາ.” ພວກ​ຜູ້ຊາຍ​ຊາວ​ເມືອງ​ໂຊໂດມ ຕ້ອງການ​ສົມສູ່​ທາງເພດ​ກັບ​ແຂກ​ສອງ​ຄົນ​ນີ້.</verse>
				<verse number="6">ໂລດ​ຈຶ່ງ​ອອກ​ມາ​ຂ້າງ​ນອກ​ແລະ​ອັດ​ປະຕູ​ໄວ້.</verse>
				<verse number="7">ໂລດ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ເພື່ອນ​ເອີຍ ເຮົາ​ຂໍ​ນຳ ຢ່າ​ເຮັດ​ເລື່ອງ​ຊົ່ວຊ້າ​ຢ່າງ​ນີ້​ເລີຍ</verse>
				<verse number="8">ເອົາ​ຢ່າງ​ນີ້​ສາ ເຮົາ​ມີ​ລູກສາວ​ສອງ​ຄົນ​ທີ່​ຍັງ​ບໍ່ເຄີຍ​ຜ່ານ​ຜູ້ຊາຍ​ຈັກເທື່ອ. ເຮົາ​ຈະ​ນຳ​ເຂົາ​ອອກ​ມາ​ໃຫ້​ພວກທ່ານ ເພື່ອ​ໃຫ້​ເຮັດ​ຕາມໃຈຊອບ. ແຕ່​ຢ່າ​ເຮັດ​ສິ່ງໃດ​ກັບ​ຊາຍ​ສອງ​ຄົນ​ນີ້; ພວກເພິ່ນ​ເປັນ​ແຂກ​ຂອງເຮົາ ແລະ​ເຮົາ​ຈຳເປັນ​ຕ້ອງ​ຄຸ້ມຄອງ​ພວກເພິ່ນ.”</verse>
				<verse number="9">ແຕ່​ພວກເຂົາ​ຕອບ​ໂລດ​ວ່າ, “ຖອຍ​ອອກ​ໄປ​ບັກ​ຕ່າງຊາດ ໂຕ​ແມ່ນ​ໃຜ​ທີ່​ບັງອາດ​ມາ​ສອນ​ພວກເຮົາ? ຫລີກ​ອອກ​ໄປ ຫລື​ຈະ​ໃຫ້​ພວກເຮົາ​ເຮັດ​ກັບ​ໂຕ ໜັກ​ກວ່າ​ເຮັດ​ກັບ​ພວກເຂົາ.” ຊາວ​ເມືອງ​ຊຸກ​ໂລດ​ໃຫ້​ຖອຍໄປ ແລະ​ພາກັນ​ກ້າວ​ເຂົ້າ​ມາ ເພື່ອ​ຈະ​ທຸບ​ປະຕູ​ບຸກ​ເຂົ້າ​ໄປ.</verse>
				<verse number="10">ແຕ່​ຊາຍ​ທັງສອງ​ທີ່​ຢູ່​ໃນ​ເຮືອນ ໄຂ​ປະຕູ​ອອກ​ມາ​ດຶງ​ເອົາ​ໂລດ​ເຂົ້າ​ໄປ​ໃນ​ເຮືອນ​ແລະ​ອັດ​ປະຕູ​ໄວ້.</verse>
				<verse number="11">ແລ້ວ​ຊາຍ​ທັງສອງ​ກໍ​ບັນດານ​ໃຫ້​ພວກ​ອັນທະພານ ທີ່​ຢູ່​ຂ້າງ​ນອກ​ນັ້ນ​ຕາບອດ​ມືດມົວ​ໄປ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ເຫັນ​ປະຕູ​ເຮືອນ.</verse>
				<verse number="12">ຊາຍ​ທັງສອງ​ໄດ້​ບອກ​ໂລດ​ວ່າ, “ຖ້າ​ເຈົ້າ​ມີ​ພີ່ນ້ອງ​ຄົນອື່ນ​ອີກ​ຢູ່​ໃນ​ເມືອງ​ນີ້​ເຊັ່ນ: ລູກຊາຍ, ລູກສາວ, ລູກເຂີຍ ແລະ​ພີ່ນ້ອງ​ຄົນອື່ນໆ; ຈົ່ງ​ພາກັນ​ອອກ​ໜີໄປ​ຈາກ​ເມືອງ​ນີ້​ໄວໆ</verse>
				<verse number="13">ເພາະ​ພວກເຮົາ​ກຳລັງ​ຈະ​ທຳລາຍ​ເມືອງ​ນີ້. ພຣະເຈົ້າຢາເວ​ໄດ້ຍິນ​ສຽງ​ຟ້ອງ​ຮ້ອງ​ຢ່າງ​ໜັກໜ່ວງ ຕໍ່ສູ້​ປະຊາຊົນ​ເຫຼົ່ານີ້. ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໃຊ້​ພວກເຮົາ​ມາ​ເພື່ອ​ທຳລາຍ​ເມືອງ​ໂຊໂດມ​ນີ້.”</verse>
				<verse number="14">ແລ້ວ​ໂລດ​ກໍ​ໄປ​ເວົ້າ​ກັບ​ຄູ່ໝັ້ນ​ຂອງ​ລູກສາວ​ຕົນ​ວ່າ, “ຈົ່ງ​ໜີ​ອອກ​ຈາກ​ເມືອງ​ນີ້​ໄວໆ ເພາະ​ພຣະເຈົ້າຢາເວ​ຈະ​ທຳລາຍ​ເມືອງ​ນີ້.” ແຕ່​ພວກເຂົາ​ຄິດ​ວ່າ​ໂລດ​ເວົ້າຫລິ້ນ.</verse>
				<verse number="15">ເມື່ອ​ເວລາ​ຮຸ່ງ​ເຊົ້າ​ມາ ເທວະດາ​ສອງ​ຕົນ​ນັ້ນ​ກໍ​ພະຍາຍາມ​ເລັ່ງ​ໂລດ​ວ່າ, “ໄວໆ! ຈົ່ງ​ເອົາ​ເມຍ​ກັບ​ລູກສາວ​ສອງ​ຄົນ​ຂອງ​ເຈົ້າ​ອອກ​ໜີໄປ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ຕາຍ​ເມື່ອ​ເມືອງ​ນີ້​ຖືກ​ທຳລາຍ.”</verse>
				<verse number="16">ແຕ່​ໂລດ​ຍັງ​ສົງໄສ​ຢູ່ ເຖິງ​ຢ່າງ​ໃດ​ກໍດີ ພຣະເຈົ້າຢາເວ​ຍັງ​ເມດຕາ​ໂລດ. ດັ່ງນັ້ນ ເທວະດາ​ທັງສອງ​ຈຶ່ງ​ດຶງ​ມື​ລາວ​ພ້ອມ​ທັງ​ເມຍ ແລະ​ລູກສາວ ອອກ​ໄປ​ຈາກ​ເມືອງ​ໂດຍ​ໄວ.</verse>
				<verse number="17">ເມື່ອ​ພວກເຂົາ​ຖືກ​ນຳ​ອອກ​ມາ​ຈາກ​ເມືອງ​ແລ້ວ ເທວະດາ​ຕົນ​ໜຶ່ງ​ກໍ​ເວົ້າ​ວ່າ, “ຈົ່ງ​ຟ້າວ​ໜີ​ເອົາ​ຕົວ​ລອດ! ຢ່າ​ຫລຽວ​ຄືນ​ຫລັງ ແລະ​ຢ່າ​ຢຸດ​ຢູ່​ທີ່​ຮ່ອມພູ. ຈົ່ງ​ພາກັນ​ແລ່ນ​ຂຶ້ນ​ໄປ​ເທິງ​ເນີນພູ​ເພື່ອ​ເອົາ​ຊີວິດ​ລອດ.”</verse>
				<verse number="18">ແຕ່​ໂລດ​ຕອບ​ວ່າ, “ທ່ານເອີຍ ຂ້ານ້ອຍ​ຂໍ​ນຳ ຢ່າ​ໃຫ້​ພວກ​ຂ້ານ້ອຍ​ໄປ​ທີ່​ນັ້ນ​ເທາະ.</verse>
				<verse number="19">ການ​ທີ່​ທ່ານ​ຊ່ວຍ​ຊີວິດ​ພວກ​ຂ້ານ້ອຍ​ໄວ້ ກໍ​ເປັນ​ຄວາມ​ເມດຕາ​ອັນ​ໃຫຍ່ຫລວງ​ຢູ່​ແລ້ວ. ແຕ່​ເນີນພູ​ນັ້ນ​ຢູ່​ໄກ​ຫລາຍ. ໄພພິບັດ​ອາດ​ຕາມ​ມາ​ທັນ​ຂ້ານ້ອຍ​ກໍໄດ້ ແລະ​ຂ້ານ້ອຍ​ຈະ​ຕາຍ​ກ່ອນ​ຈະ​ໄປ​ເຖິງ​ທີ່​ນັ້ນ.</verse>
				<verse number="20">ທ່ານ​ເຫັນ​ເມືອງ​ນ້ອຍໆ​ນັ້ນ​ບໍ? ເມືອງ​ນັ້ນ​ຢູ່​ໃກ້​ພໍ​ທີ່​ຈະ​ໄປ​ເຖິງ​ໄດ້. ໂຜດ​ໃຫ້​ຂ້ານ້ອຍ​ໄປ​ທີ່​ນັ້ນ​ສາ. ທ່ານ​ເບິ່ງ​ເຫັນ​ວ່າ​ມັນ​ເປັນ​ບ່ອນ​ນ້ອຍໆ ແລະ​ພວກ​ຂ້ານ້ອຍ​ຈະ​ປອດໄພ.”</verse>
				<verse number="21">ເທວະດາ​ນັ້ນ​ຕອບ​ວ່າ, “ຕົກລົງ ເຮົາ​ຈະ​ບໍ່​ທຳລາຍ​ເມືອງ​ນັ້ນ.</verse>
				<verse number="22">ຮີບ​ແລ່ນ​ໄປ​ໄວໆ! ເຮົາ​ຈະ​ບໍ່​ເຮັດ​ສິ່ງໃດ​ສິ່ງໜຶ່ງ ຈົນກວ່າ​ເຈົ້າ​ຈະ​ໄປ​ເຖິງ​ທີ່​ນັ້ນ.” ສະນັ້ນ ເມືອງ​ນີ້​ຈຶ່ງ​ມີ​ຊື່​ວ່າ ໂຊອາ.</verse>
				<verse number="23">ເມື່ອ​ໂລດ​ໄປ​ເຖິງ​ເມືອງ​ໂຊອາ ຕາເວັນ​ກໍ​ກຳລັງ​ຂຶ້ນ.</verse>
				<verse number="24">ຈາກນັ້ນ ພຣະເຈົ້າຢາເວ​ກໍ​ບັນດານ​ໃຫ້​ໄຟ​ແລະ​ມາດ​ມາ​ຈາກ​ພຣະເຈົ້າຢາເວ, ຈາກ​ສະຫວັນ ດັ່ງ​ຫ່າຝົນ​ຕົກ​ມາ​ໃສ່​ເມືອງ​ໂຊໂດມ​ແລະ​ໂກໂມຣາ;</verse>
				<verse number="25">ແລະ​ທຳລາຍ​ສອງ​ຕົວເມືອງ, ຮ່ອມພູ​ທັງໝົດ, ຊາວ​ເມືອງ​ທຸກຄົນ​ພ້ອມ​ກັບ​ພືດພັນ​ຕ່າງໆ ທີ່​ເກີດຂຶ້ນ​ຈາກ​ພື້ນດິນ​ນັ້ນ​ຈົນ​ກ້ຽງ.</verse>
				<verse number="26">ແຕ່​ເມຍ​ຂອງ​ໂລດ​ຫລຽວ​ຄືນ​ຫລັງ. ສະນັ້ນ ນາງ​ຈຶ່ງ​ກາຍເປັນ​ເສົາ​ເກືອ.</verse>
				<verse number="27">ມື້​ຕໍ່ມາ ຕັ້ງແຕ່​ເຊົ້າໆ ອັບຣາຮາມ​ຟ້າວ​ໄປ​ບ່ອນ​ທີ່​ເພິ່ນ​ໄດ້​ພົບ​ພຣະເຈົ້າຢາເວ​ນັ້ນ.</verse>
				<verse number="28">ເພິ່ນ​ຫລຽວ​ລົງ​ເບິ່ງ​ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ​ແລະ​ຮ່ອມພູ​ທັງໝົດ ຈຶ່ງ​ເຫັນ​ຄວັນໄຟ​ພຸ່ງ​ຂຶ້ນ​ມາ​ຈາກ​ພື້ນດິນ ດັ່ງ​ຄວັນໄຟ​ທີ່​ພຸ່ງ​ຂຶ້ນ​ມາ​ຈາກ​ເຕົາ​ຫລອມ​ໃຫຍ່.</verse>
				<verse number="29">ແຕ່​ເມື່ອ​ພຣະເຈົ້າ​ທຳລາຍ​ເມືອງ​ຕ່າງໆ​ໃນ​ຮ່ອມພູ ບ່ອນ​ທີ່​ໂລດ​ອາໄສ​ຢູ່​ນັ້ນ; ພຣະອົງ​ຍັງ​ຈື່ຈຳ​ຄຳ​ຂໍຮ້ອງ​ຂອງ​ອັບຣາຮາມ ແລະ​ຊ່ວຍ​ໂລດ​ໃຫ້​ພົ້ນ​ຈາກ​ອັນຕະລາຍ.</verse>
				<verse number="30">ເພາະ​ໂລດ​ຢ້ານກົວ ຈຶ່ງ​ບໍ່​ຢາກ​ຢູ່​ໃນ​ເມືອງ​ໂຊອາ​ອີກ​ຕໍ່ໄປ. ສະນັ້ນ ເພິ່ນ​ຈຶ່ງ​ພາ​ລູກສາວ​ທັງສອງ​ຍ້າຍ​ຂຶ້ນ​ໄປ​ທີ່​ເນີນພູ ແລະ​ອາໄສ​ຢູ່​ໃນ​ຖໍ້າ.</verse>
				<verse number="31">ຕໍ່ມາ ຜູ້​ເອື້ອຍ​ໄດ້​ເວົ້າ​ກັບ​ຜູ້​ນ້ອງ​ວ່າ, “ພໍ່​ຂອງ​ພວກເຮົາ​ກໍ​ເຖົ້າແກ່​ແລ້ວ ແລະ​ບໍ່ມີ​ຊາຍ​ຄົນ​ໃດ​ໃນ​ດິນແດນ ເຫຼືອ​ຢູ່ ພໍ​ທີ່​ຈະ​ແຕ່ງງານ​ກັບ​ພວກເຮົາ ເພື່ອ​ຈະ​ໄດ້​ມີ​ລູກ​ສືບແທນ​ຂອງ​ພວກເຮົາ.</verse>
				<verse number="32">ມາເທາະ ຈົ່ງ​ເອົາ​ເຫຼົ້າ​ໃຫ້​ພໍ່​ດື່ມ​ຈົນ​ເມົາ ເພື່ອ​ພວກເຮົາ​ຈະ​ໄດ້​ນອນ​ນຳ​ເພິ່ນ ແລະ​ໂດຍ​ວິທີ​ນີ້​ພວກເຮົາ​ຈະ​ໄດ້​ມີ​ລູກ.”</verse>
				<verse number="33">ໃນຄືນນັ້ນ ພວກເຂົາ​ໄດ້​ເອົາ​ເຫຼົ້າ​ອະງຸ່ນ​ໃຫ້​ພໍ່​ຂອງຕົນ​ດື່ມ​ຈົນ​ເມົາ ແລະ​ຜູ້​ເອື້ອຍ​ກໍ​ໄປ​ນອນ​ນຳ​ພໍ່​ຂອງຕົນ, ແຕ່​ຍ້ອນ​ຄວາມ​ມຶນເມົາ​ເພິ່ນ​ຈຶ່ງ​ບໍ່​ຮູ້​ເລື່ອງ​ນີ້.</verse>
				<verse number="34">ມື້​ຕໍ່ມາ ຜູ້​ເອື້ອຍ​ຈຶ່ງ​ເວົ້າ​ກັບ​ຜູ້​ນ້ອງ​ວ່າ, “ຂ້ອຍ​ນອນ​ນຳ​ພໍ່​ແລ້ວ​ຄືນ​ວານນີ້; ຄືນ​ມື້ນີ້ ເຮົາ​ເຮັດ​ໃຫ້​ເພິ່ນ​ເມົາ​ອີກ ແລະ​ແມ່ນ​ທີ​ຂອງ​ເຈົ້າ​ທີ່​ຈະ​ນອນ​ນຳ​ເພິ່ນ. ແລ້ວ​ພວກເຮົາ​ກໍ​ຈະ​ໄດ້​ລູກ​ນຳ​ພໍ່.”</verse>
				<verse number="35">ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ເຫຼົ້າ​ໃຫ້​ພໍ່​ດື່ມ​ໃນ​ຄືນ​ນັ້ນ ແລ້ວ​ຜູ້​ນ້ອງ​ກໍ​ນອນ​ນຳ​ພໍ່​ຂອງຕົນ, ແຕ່​ຍ້ອນ​ຄວາມ​ມຶນເມົາ ເພິ່ນ​ຈຶ່ງ​ບໍ່​ຮູ້​ເລື່ອງ​ນີ້.</verse>
				<verse number="36">ດ້ວຍ​ວິທີ​ນີ້ ລູກສາວ​ທັງສອງ​ຂອງ​ໂລດ​ຈຶ່ງ​ພາກັນ​ຕັ້ງ​ທ້ອງ​ກັບ​ພໍ່​ຂອງ​ຕົນເອງ.</verse>
				<verse number="37">ຜູ້​ເອື້ອຍ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ໂມອາບ. ລາວ​ເປັນ​ບັນພະບຸລຸດ​ຂອງ​ຊາວ​ໂມອາບ​ມາ​ຈົນເຖິງ​ປັດຈຸບັນ​ນີ້.</verse>
				<verse number="38">ສ່ວນ​ຜູ້​ນ້ອງ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຄື​ກັນ​ຊື່​ວ່າ ເບນນຳມີ. ລາວ​ເປັນ​ບັນພະບຸລຸດ​ຂອງ​ຊາວ​ອຳໂມນ​ມາ​ຈົນເຖິງ​ປັດຈຸບັນ​ນີ້.</verse>
			</chapter>
			<chapter number="20">
				<verse number="1">ອັບຣາຮາມ​ໄດ້​ຍ້າຍ​ຈາກ​ເມືອງ​ມຳເຣ ໄປ​ທີ່​ເຂດ​ພາກໃຕ້​ຂອງ​ການາອານ ແລະ​ເພິ່ນ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ລະຫວ່າງ​ເມືອງ​ກາເດັດ​ແລະ​ເມືອງ​ຊູເຣ. ຕໍ່ມາ ເມື່ອ​ອັບຣາຮາມ​ພັກ​ຢູ່​ທີ່​ເມືອງ​ເກຣາກ​ນັ້ນ</verse>
				<verse number="2">ເພິ່ນ​ເວົ້າ​ວ່າ​ນາງ​ຊາຣາ​ເມຍ​ຂອງຕົນ​ເປັນ​ນ້ອງສາວ. ດັ່ງນັ້ນ ເຈົ້າ​ອາບີເມເຫຼັກ ກະສັດ​ແຫ່ງ​ເກຣາກ ຈຶ່ງ​ເອົາ​ນາງ​ຊາຣາ​ໄປ.</verse>
				<verse number="3">ໃນ​ຄືນ​ໜຶ່ງ ພຣະເຈົ້າ​ໄດ້​ປາກົດ​ແກ່​ກະສັດ​ໃນ​ຄວາມຝັນ​ວ່າ “ເຈົ້າ​ຈະ​ຕາຍ ເພາະ​ເຈົ້າ​ເອົາ​ຍິງ​ຜູ້​ນີ້​ມາ. ນາງ​ມີ​ຜົວ​ແລ້ວ.”</verse>
				<verse number="4">ແຕ່​ເຈົ້າ​ອາບີເມເຫຼັກ​ຜູ້​ທີ່​ບໍ່ໄດ້​ແຕະຕ້ອງ​ນາງ​ແຕ່​ຢ່າງ​ໃດ ຖາມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂ້ານ້ອຍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ ພຣະອົງ​ຈະ​ທຳລາຍ​ຂ້ານ້ອຍ​ແລະ​ປະຊາຊົນ​ຂອງ​ຂ້ານ້ອຍ​ດ້ວຍ​ກັນ​ບໍ?</verse>
				<verse number="5">ອັບຣາຮາມ​ເອງ​ບອກ​ວ່າ​ນາງ​ເປັນ​ນ້ອງສາວ​ຂອງ​ລາວ ແລະ​ນາງ​ຊາຣາ​ເອງ​ກໍ​ເວົ້າ​ຄືກັນ. ຂ້ານ້ອຍ​ເຮັດ​ໄປ​ດ້ວຍ​ຄວາມ​ບໍຣິສຸດ​ໃຈ ແລະ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ເລີຍ.”</verse>
				<verse number="6">ພຣະເຈົ້າ​ຕອບ​ເພິ່ນ​ທາງ​ຄວາມຝັນ​ວ່າ, “ຖືກຕ້ອງ ເຮົາ​ຮູ້​ດີ​ວ່າ​ເຈົ້າ​ໄດ້​ເຮັດ​ໄປ​ດ້ວຍ​ຄວາມ​ບໍຣິສຸດ​ໃຈ. ສະນັ້ນ ເຮົາ​ຈຶ່ງ​ປ້ອງກັນ​ເຈົ້າ​ໄວ້​ບໍ່​ໃຫ້​ເຮັດ​ຜິດ​ຕໍ່​ເຮົາ ແລະ​ບໍ່​ໃຫ້​ເຈົ້າ​ໄດ້​ແຕະຕ້ອງ​ນາງ.</verse>
				<verse number="7">ແຕ່​ບັດນີ້ ຈົ່ງ​ເອົາ​ຍິງ​ຜູ້​ນີ້​ໄປ​ສົ່ງ​ໃຫ້​ຜົວ​ຂອງ​ນາງ. ຜົວ​ຂອງ​ນາງ​ເປັນ​ຜູ້ທຳນວາຍ ແລະ​ລາວ​ຈະ​ພາວັນນາ​ອະທິຖານ​ສຳລັບ​ເຈົ້າ​ເພື່ອ​ເຈົ້າ​ຈະ​ບໍ່​ຕາຍ, ແຕ່​ເຮົາ​ຂໍ​ເຕືອນ​ເຈົ້າ​ວ່າ ຖ້າ​ເຈົ້າ​ບໍ່​ສົ່ງ​ນາງ​ຄືນ​ໄປ ເຈົ້າ​ແລະ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ຈະ​ຕ້ອງ​ຕາຍ.”</verse>
				<verse number="8">ມື້​ໃໝ່​ມາ​ແຕ່​ເຊົ້າໆ ເຈົ້າ​ອາບີເມເຫຼັກ​ໄດ້​ເອີ້ນ​ຄົນ​ຮັບໃຊ້​ທຸກຄົນ​ຂອງຕົນ​ມາ ແລະ​ເລົ່າ​ເຫດການ​ນັ້ນ​ສູ່​ພວກເຂົາ​ຟັງ ແລະ​ພວກເຂົາ​ກໍ​ຢ້ານ​ທີ່ສຸດ.</verse>
				<verse number="9">ແລ້ວ​ເຈົ້າ​ອາບີເມເຫຼັກ​ກໍ​ເອີ້ນ​ອັບຣາຮາມ​ມາ ແລະ​ຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເຊັ່ນ​ນີ້​ກັບ​ເຮົາ? ເຮົາ​ເຮັດ​ຜິດ​ຫຍັງ​ຕໍ່​ເຈົ້າ ເຈົ້າ​ຈຶ່ງ​ຈະ​ນຳ​ຄວາມ​ຈິບຫາຍ​ແບບ​ນີ້​ມາ​ສູ່​ເຮົາ ແລະ​ອານາຈັກ​ຂອງເຮົາ? ບໍ່ມີ​ຜູ້ໃດ​ເຄີຍ​ເຮັດ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ນີ້​ກັບ​ເຮົາ​ຈັກເທື່ອ.</verse>
				<verse number="10">ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ກັບ​ເຮົາ​ເຊັ່ນນີ້?”</verse>
				<verse number="11">ອັບຣາຮາມ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ຄິດ​ວ່າ​ໃນ​ທີ່​ນີ້ ຈະ​ບໍ່ມີ​ໃຜ​ຢຳເກງ​ພຣະເຈົ້າ ແລະ​ພວກເຂົາ​ອາດ​ສັງຫານ​ຂ້ານ້ອຍ​ເສຍ ເພື່ອ​ເອົາ​ເມຍ​ຂອງ​ຂ້ານ້ອຍ​ໄປ.</verse>
				<verse number="12">ຕາມ​ຄວາມ​ເປັນ​ຈິງ​ແລ້ວ ນາງ​ກໍ​ເປັນ​ນ້ອງສາວ​ຂອງ​ຂ້ານ້ອຍ​ແທ້. ນາງ​ເປັນ​ລູກ​ຕ່າງ​ແມ່ ແລະ​ຂ້ານ້ອຍ​ໄດ້​ເອົາ​ນາງ​ມາ​ເປັນ​ເມຍ.</verse>
				<verse number="13">ດັ່ງນັ້ນ ເມື່ອ​ພຣະເຈົ້າ​ໃຫ້​ຂ້ານ້ອຍ​ອອກ​ໜີ​ຈາກ​ເຮືອນ​ຂອງ​ພໍ່ ໄປ​ສູ່​ດິນແດນ​ທີ່​ຕ່າງ​ປະເທດ; ຂ້ານ້ອຍ​ຈຶ່ງ​ເວົ້າ​ກັບ​ນາງ​ວ່າ, ‘ເຈົ້າ​ຕ້ອງ​ສັດຊື່​ຕໍ່​ຂ້ອຍ​ໂດຍ​ໃຫ້​ເວົ້າ​ກັບ​ທຸກຄົນ​ວ່າ ຂ້ອຍ​ເປັນ​ອ້າຍ​ຂອງ​ເຈົ້າ.”’</verse>
				<verse number="14">ແລ້ວ​ເຈົ້າ​ອາບີເມເຫຼັກ​ກໍ​ສົ່ງ​ນາງ​ຊາຣາ​ຄືນ​ໃຫ້​ອັບຣາຮາມ ແລະ​ເພິ່ນ​ກໍ​ເອົາ​ຝູງແກະ, ຝູງງົວ, ແລະ​ຄົນ​ຮັບໃຊ້​ຊາຍຍິງ​ຫລາຍ​ຄົນ​ໃຫ້​ອັບຣາຮາມ​ອີກ​ດ້ວຍ.</verse>
				<verse number="15">ເຈົ້າ​ອາບີເມເຫຼັກ​ເວົ້າ​ກັບ​ອັບຣາຮາມ​ວ່າ, “ທີ່​ນີ້​ເປັນ​ດິນແດນ​ຂອງເຮົາ​ທັງໝົດ; ເຈົ້າ​ຢູ່​ບ່ອນ​ໃດ​ກໍໄດ້​ຕາມ​ທີ່​ເຈົ້າ​ຕ້ອງການ.”</verse>
				<verse number="16">ແລ້ວ​ເພິ່ນ​ກໍ​ກ່າວ​ຕໍ່​ນາງ​ຊາຣາ​ວ່າ, “ເຮົາ​ເອົາ​ເງິນ​ໜຶ່ງພັນ​ຫລຽນ​ໃຫ້​ອ້າຍ​ຂອງ​ເຈົ້າ​ເພື່ອ​ເປັນ​ຂໍ້​ພິສູດ ໃຫ້​ທຸກຄົນ​ທີ່​ຢູ່​ນຳ​ເຈົ້າ​ເຫັນ​ວ່າ ເຈົ້າ​ເປັນ​ຄົນ​ສັດຊື່; ທຸກຄົນ​ຈະ​ຮູ້​ເຫັນ​ວ່າ ເຈົ້າ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ເລີຍ.”</verse>
				<verse number="17">ຍ້ອນ​ເລື່ອງ​ເກີດຂຶ້ນ​ກັບ​ຊາຣາ​ເມຍ​ຂອງ​ອັບຣາຮາມ ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ໃຫ້​ຜູ້ຍິງ​ທຸກຄົນ​ໃນ​ວັງ​ຂອງ​ເຈົ້າ​ອາບີເມເຫຼັກ​ບໍ່ມີ​ລູກ. ສະນັ້ນ ອັບຣາຮາມ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ເພື່ອ​ເພິ່ນ ແລະ​ພຣະເຈົ້າ​ກໍ​ໂຜດ​ຮັກສາ​ເພິ່ນ​ໃຫ້​ຫາຍ​ດີ. ພຣະອົງ​ຍັງ​ໄດ້​ໂຜດ​ໃຫ້​ເມຍ​ຂອງ​ເພິ່ນ ແລະ​ບັນດາ​ຍິງ​ທັງໝົດ​ຫາຍ​ດີ​ເໝືອນກັນ ເພື່ອ​ວ່າ​ພວກເຂົາ​ຈະ​ມີ​ລູກ​ໄດ້.</verse>
				<verse number="18"></verse>
			</chapter>
			<chapter number="21">
				<verse number="1">ພຣະເຈົ້າຢາເວ​ໄດ້ມາ​ຢ້ຽມຢາມ​ນາງ​ຊາຣາ ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ກ່າວໄວ້, ແລະ​ພຣະເຈົ້າຢາເວ​ໄດ້​ກະທຳ​ແກ່​ນາງ​ຊາຣາ​ຕາມ​ທີ່​ຊົງ​ສັນຍາ​ໄວ້;</verse>
				<verse number="2">ນາງ​ໄດ້​ຕັ້ງ​ທ້ອງ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ​ໃຫ້​ແກ່​ອັບຣາຮາມ ເມື່ອ​ເພິ່ນ​ເຖົ້າແກ່​ແລ້ວ. ເດັກຊາຍ​ນັ້ນ​ເກີດ​ມາ ຕາມ​ເວລາ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ໄວ້.</verse>
				<verse number="3">ອັບຣາຮາມ​ໃສ່​ຊື່​ລູກຊາຍ​ວ່າ ອີຊາກ</verse>
				<verse number="4">ແລະ​ເມື່ອ​ອີຊາກ​ໄດ້​ແປດ​ວັນ ອັບຣາຮາມ​ກໍ​ເຮັດ​ພິທີຕັດ​ໃຫ້​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ເພິ່ນ.</verse>
				<verse number="5">ເມື່ອ​ອີຊາກ​ເກີດ​ມາ ອັບຣາຮາມ​ອາຍຸ​ໄດ້ 100 ປີ</verse>
				<verse number="6">ແລະ​ຊາຣາ​ເວົ້າ​ວ່າ, “ພຣະເຈົ້າ​ໃຫ້​ຂ້ອຍ​ຊົມຊື່ນ​ຍິນດີ​ແລະ​ຫົວເລາະ. ທຸກຄົນ​ທີ່​ໄດ້ຍິນ​ເລື່ອງ​ນີ້​ກໍ​ຈະ​ຫົວເລາະ​ນຳ​ຂ້ອຍ.”</verse>
				<verse number="7">ນາງ​ເວົ້າ​ອີກ​ວ່າ, “ໃຜ​ໜໍ​ຈະ​ກ້າ​ເວົ້າ​ກັບ​ອັບຣາຮາມ​ວ່າ ຊາຣາ​ຍັງ​ມີ​ລູກ​ດູດ​ນົມ? ແຕ່​ຂ້ອຍ​ກໍໄດ້​ລູກຊາຍ​ຜູ້ໜຶ່ງ​ໃຫ້​ລາວ​ເມື່ອ​ເຖົ້າແກ່​ແລ້ວ.”</verse>
				<verse number="8">ເດັກນ້ອຍ​ນັ້ນ​ໄດ້​ຈະເລີນ​ເຕີບໂຕ​ຂຶ້ນ ແລະ​ໃນ​ມື້​ທີ່​ອີຊາກ​ເຊົາ​ນົມ ອັບຣາຮາມ​ໄດ້​ຈັດ​ງານກິນລ້ຽງ​ຢ່າງ​ຍິ່ງໃຫຍ່.</verse>
				<verse number="9">ມື້​ໜຶ່ງ​ອິດຊະມາເອນ​ລູກຊາຍ​ຂອງ​ອັບຣາຮາມ ຜູ້​ທີ່​ເກີດ​ຈາກ​ນາງ​ຮາກາ​ຊາວ​ເອຢິບ ກຳລັງ​ເຢາະເຢີ້ຍ ອີຊາກ​ລູກຊາຍ​ຂອງ​ນາງ​ຊາຣາ.</verse>
				<verse number="10">ເມື່ອ​ນາງ​ຊາຣາ​ເຫັນ​ເຊັ່ນນີ້ ຈຶ່ງ​ເວົ້າ​ກັບ​ອັບຣາຮາມ​ວ່າ, “ຈົ່ງ​ສົ່ງ​ຄົນ​ຮັບໃຊ້​ຍິງ​ຜູ້​ນີ້ ແລະ​ລູກຊາຍ​ຂອງ​ນາງ​ໜີໄປ​ສາ. ລູກຊາຍ​ຂອງ​ນາງ​ບໍ່ຄວນ​ໄດ້​ຮັບ​ມໍຣະດົກ​ສ່ວນ​ໃດໆ​ຂອງ​ເຈົ້າ ຊຶ່ງ​ອີຊາກ​ລູກຊາຍ​ຂອງຂ້ອຍ​ແຕ່​ຜູ້​ດຽວ​ເທົ່ານັ້ນ ຈະ​ເປັນ​ຜູ້​ໄດ້​ຮັບ.”</verse>
				<verse number="11">ເລື່ອງ​ນີ້​ສ້າງ​ຄວາມ​ໜັກໃຈ​ໃຫ້​ແກ່​ອັບຣາຮາມ ເພາະ​ອິດຊະມາເອນ​ກໍ​ເປັນ​ລູກ​ຂອງ​ເພິ່ນ​ຄື​ກັນ.</verse>
				<verse number="12">ແຕ່​ພຣະເຈົ້າ​ກ່າວ​ແກ່​ອັບຣາຮາມ​ວ່າ, “ຢ່າ​ອຸກໃຈ​ໃນ​ເລື່ອງ​ເດັກນ້ອຍ​ກັບ​ຄົນ​ຮັບໃຊ້​ຍິງ​ຮາກາ​ເລີຍ. ຈົ່ງ​ເຮັດ​ຕາມ​ທີ່​ຊາຣາ​ບອກ​ເຈົ້າ ເພາະ​ແມ່ນ​ທາງ​ອີຊາກ​ທີ່​ເຈົ້າ​ຈະ​ມີ​ເຊື້ອສາຍ​ຫລວງຫລາຍ ຕາມ​ທີ່​ເຮົາ​ໄດ້​ສັນຍາ​ໄວ້.</verse>
				<verse number="13">ເຮົາ​ຈະ​ໃຫ້​ເດັກນ້ອຍ​ເກີດ​ມາ​ຢ່າງ​ຫລວງຫລາຍ ແກ່​ລູກຊາຍ​ຂອງ​ຄົນ​ຮັບໃຊ້​ຍິງ​ຜູ້​ນີ້​ເໝືອນກັນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ກາຍເປັນ​ປະເທດ​ໜຶ່ງ. ລາວ​ກໍ​ເປັນ​ລູກຊາຍ​ຂອງ​ເຈົ້າ​ເໝືອນກັນ.”</verse>
				<verse number="14">ມື້​ຕໍ່ມາ ຕັ້ງແຕ່​ເຊົ້າໆ ອັບຣາຮາມ​ໄດ້​ເອົາ​ເຂົ້າຈີ່ ແລະ​ນໍ້າ​ໃສ່​ຖົງ​ໜັງ​ໃຫ້​ນາງ​ຮາກາ. ເພິ່ນ​ເອົາ​ເດັກນ້ອຍ​ເຈ່ຍ​ໃສ່​ຫລັງ​ໃຫ້​ນາງ ແລະ​ສົ່ງ​ນາງ​ໜີໄປ. ນາງ​ພະເນຈອນ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເບເອນເຊບາ.</verse>
				<verse number="15">ເມື່ອ​ນໍ້າ​ໃນ​ຖົງ​ໜັງ​ໝົດ ນາງ​ຈຶ່ງ​ປະ​ລູກ​ໄວ້​ຢູ່​ໃຕ້​ພຸ່ມໄມ້​ແຫ່ງ​ໜຶ່ງ ແລະ​ໜີໄປ​ນັ່ງ​ຢູ່​ຫ່າງ​ຈາກ​ເດັກ​ນັ້ນ​ປະມານ​ລູກ​ໜ້າທະນູ​ຕົກ. ນາງ​ເວົ້າ​ຢູ່​ຜູ້​ດຽວ​ວ່າ, “ຂ້ອຍ​ບໍ່​ກ້າ​ເບິ່ງ​ລູກ​ສິ້ນ​ໃຈ​ຕາຍ​ຕໍ່ໜ້າຕໍ່ຕາ.” ແລ້ວ​ນາງ ກໍ​ເລີ່ມ​ຮ້ອງໄຫ້​ຂຶ້ນ.</verse>
				<verse number="16"></verse>
				<verse number="17">ພຣະເຈົ້າ​ໄດ້ຍິນ​ສຽງ​ຂອງ​ເດັກນ້ອຍ​ຮ້ອງໄຫ້ ແລະ​ເທວະດາ​ຂອງ​ພຣະເຈົ້າ​ກໍໄດ້​ເອີ້ນ​ນາງ​ຮາກາ​ມາ​ຈາກ​ສະຫວັນ​ວ່າ, “ຮາກາ ເຈົ້າ​ມີ​ຄວາມ​ເດືອດຮ້ອນ​ຫຍັງ? ຢ່າ​ຢ້ານກົວ​ເລີຍ. ພຣະເຈົ້າ​ໄດ້ຍິນ​ສຽງ​ເດັກນ້ອຍ​ຮ້ອງໄຫ້​ແລ້ວ.</verse>
				<verse number="18">ຈົ່ງ​ລຸກ​ຂຶ້ນ​ໄປ​ອູ້ມ​ແລະ​ອອຍ​ລາວ​ເຖີດ. ເຮົາ​ຈະ​ໃຫ້​ບັນດາ​ເຊື້ອສາຍ​ຂອງ​ລາວ​ເກີດ​ເປັນ​ຊົນຊາດ​ໃຫຍ່.”</verse>
				<verse number="19">ແລ້ວ​ພຣະເຈົ້າ​ກໍໄດ້​ບັນດານ​ໃຫ້​ນາງ​ເຫັນ​ນໍ້າສ້າງ​ໜ່ວຍ​ໜຶ່ງ. ນາງ​ຈຶ່ງ​ຟ້າວ​ໄປ​ຕັກ​ເອົາ​ນໍ້າ​ຈົນ​ເຕັມ​ຖົງ ແລະ​ເອົາ​ມາ​ໃຫ້​ລູກຊາຍ​ດື່ມ.</verse>
				<verse number="20">ພຣະເຈົ້າ​ຢູ່​ນຳ​ເດັກຊາຍ​ຜູ້​ນີ້ ຈົນ​ລາວ​ຈະເລີນ​ເຕີບໂຕ​ໃຫຍ່​ຂຶ້ນ; ລາວ​ອາໄສ​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ ແລະ​ກາຍເປັນ​ນາຍພານ​ຜູ້​ສະຫລາດ​ແລະ​ຊຳນິ​ຊຳນານ.</verse>
				<verse number="21">ຜູ້​ເປັນ​ແມ່​ໄດ້​ໄປ​ຫາ​ເມຍ​ຈາກ​ປະເທດ​ເອຢິບ​ມາ​ໃຫ້​ລາວ.</verse>
				<verse number="22">ໃນ​ຄາວ​ນັ້ນ ເຈົ້າ​ອາບີເມເຫຼັກ ແລະ​ຟິໂກນ​ແມ່​ທັບ​ຂອງ​ເພິ່ນ​ໄດ້​ມາ​ຫາ​ອັບຣາຮາມ ແລະ​ເວົ້າ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຈົ້າ ບໍ່​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ​ກໍຕາມ.</verse>
				<verse number="23">ສະນັ້ນ ຈົ່ງ​ປະຕິຍານ​ໃນ​ທີ່​ນີ້​ຊ້ອງໜ້າ​ພຣະເຈົ້າ​ວ່າ ເຈົ້າ​ຈະ​ບໍ່​ຫລອກລວງ​ເຮົາ, ລູກຫລານ ຫລື​ເຊື້ອສາຍ​ຂອງເຮົາ. ເຮົາ​ສັດຊື່​ຕໍ່​ເຈົ້າ. ດັ່ງນັ້ນ ຈົ່ງ​ສັນຍາ​ກັບ​ເຮົາ​ວ່າ ເຈົ້າ​ຈະ​ສັດຊື່​ຕໍ່​ເຮົາ​ເໝືອນກັນ​ແລະ​ຕໍ່​ດິນແດນ​ທີ່​ເຈົ້າ​ຢູ່​ນີ້.”</verse>
				<verse number="24">ອັບຣາຮາມ​ຕອບ​ວ່າ, “ຂ້ານ້ອຍ​ຂໍ​ປະຕິຍານ.”</verse>
				<verse number="25">ອັບຣາຮາມ​ຮ້ອງ​ຂໍ​ຕໍ່​ເຈົ້າ​ອາບີເມເຫຼັກ​ເຖິງ​ເລື່ອງ​ນໍ້າສ້າງ ທີ່​ຂ້າຣາຊການ​ຂອງ​ເພິ່ນ​ໄດ້​ຢຶດເອົາ​ໄປ​ນັ້ນ.</verse>
				<verse number="26">ເພິ່ນ​ຕອບ​ວ່າ, “ເຮົາ​ບໍ່​ຮູ້ຈັກ ເຈົ້າ​ບໍ່ເຄີຍ​ບອກ​ເຮົາ​ເຖິງ​ເລື່ອງ​ນີ້​ເລີຍ ແລະ​ແມ່ນ​ເທື່ອ​ທຳອິດ​ທີ່​ເຮົາ​ໄດ້ຍິນ​ກ່ຽວກັບ​ເລື່ອງ​ນີ້.”</verse>
				<verse number="27">ແລ້ວ​ອັບຣາຮາມ​ກໍໄດ້​ເອົາ​ແກະ​ແລະ​ງົວ​ບາງ​ໂຕ​ມອບ​ໃຫ້​ເຈົ້າ​ອາບີເມເຫຼັກ ແລະ​ທັງສອງ​ໄດ້​ເຮັດ​ຂໍ້​ຕົກລົງ​ກັນ.</verse>
				<verse number="28">ອັບຣາຮາມ​ໄດ້​ແຍກ​ເອົາ​ລູກແກະ​ເຈັດ​ໂຕ​ອອກ​ມາ​ຈາກ​ຝູງ</verse>
				<verse number="29">ແລະ​ເຈົ້າ​ອາບີເມເຫຼັກ​ໄດ້​ຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເຊັ່ນ​ນັ້ນ?”</verse>
				<verse number="30">ແລ້ວ​ອັບຣາຮາມ​ກໍ​ຕອບ​ວ່າ, “ທ່ານ​ຈົ່ງ​ຮັບ​ເອົາ​ລູກແກະ​ເຈັດ​ໂຕ​ນີ້​ໄປ​ເຖີດ. ໂດຍ​ກະທຳ​ເຊັ່ນນີ້ ທ່ານ​ຈະ​ໄດ້​ຮັບຮູ້​ວ່າ​ຂ້ານ້ອຍ​ເປັນ​ຜູ້​ຂຸດ​ນໍ້າສ້າງ​ນີ້.”</verse>
				<verse number="31">ດັ່ງນັ້ນ ບ່ອນ​ນັ້ນ​ຈຶ່ງ​ເອີ້ນ​ວ່າ ເບເອນເຊບາ ເພາະ​ເປັນ​ບ່ອນ​ທີ່​ທັງສອງ​ຝ່າຍ​ໄດ້​ປະຕິຍານ​ຕໍ່​ກັນແລະກັນ.</verse>
				<verse number="32">ຫລັງຈາກ​ທີ່​ທັງສອງ​ໄດ້​ເຮັດ​ຂໍ້​ຕົກລົງ​ກັນ​ທີ່​ເບເອນເຊບາ​ແລ້ວ; ເຈົ້າ​ອາບີເມເຫຼັກ ແລະ​ຟິໂກນ​ຜູ້​ທີ່​ເປັນ​ແມ່​ທັບ​ຂອງ​ເພິ່ນ ກໍ​ພາກັນ​ກັບຄືນ​ສູ່​ດິນແດນ​ຊາວ​ຟີລິດສະຕິນ.</verse>
				<verse number="33">ແລ້ວ​ອັບຣາຮາມ​ກໍ​ປູກ​ກົກໄມ້​ຕົ້ນ​ໜຶ່ງ​ຊື່​ວ່າ, “ຕາມາຣີ” ໃສ່​ທີ່​ເບເອນເຊບາ ແລະ​ຮ້ອງທູນ​ອອກ​ນາມຊື່​ພຣະເຈົ້າຢາເວ ຄື​ພຣະເຈົ້າ​ຜູ້​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.</verse>
				<verse number="34">ອັບຣາຮາມ​ໄດ້​ຢູ່​ທີ່​ດິນແດນ​ຟີລິດສະຕິນ​ເປັນ​ເວລາ​ນານ.</verse>
			</chapter>
			<chapter number="22">
				<verse number="1">ຕໍ່ມາ ພຣະເຈົ້າ​ໄດ້​ລອງໃຈ​ອັບຣາຮາມ; ພຣະອົງ​ເອີ້ນ​ເພິ່ນ​ວ່າ, “ອັບຣາຮາມ​ເອີຍ” ແລະ​ອັບຣາຮາມ​ກໍ​ຕອບ​ວ່າ, “ໂດຍ ຂ້ານ້ອຍ​ກຳລັງ​ຟັງ​ຢູ່.”</verse>
				<verse number="2">ພຣະເຈົ້າ​ສັ່ງ​ວ່າ, “ເອົາ​ອີຊາກ​ລູກຊາຍ​ຂອງ​ເຈົ້າ ຄື​ລູກຊາຍ​ຄົນ​ດຽວ​ທີ່​ເຈົ້າ​ຮັກ​ຫລາຍ​ນັ້ນ ໄປ​ທີ່​ແຄວ້ນ​ໂມຣິຢາ. ໃຫ້​ເຈົ້າ​ເຜົາ​ລາວ​ຖວາຍ​ເປັນ​ເຄື່ອງ​ບູຊາ​ແກ່​ເຮົາ​ຢູ່​ເທິງ​ພູເຂົາ​ແຫ່ງ​ໜຶ່ງ ຊຶ່ງ​ເຮົາ​ຈະ​ບອກ​ເຈົ້າ​ທີ່​ນັ້ນ.”</verse>
				<verse number="3">ອັບຣາຮາມ​ຈຶ່ງ​ລຸກ​ຂຶ້ນ​ແຕ່​ເຊົ້າ​ມືດ ຈັດຕຽມ​ເອົາ​ຟືນ​ເພື່ອ​ເຜົາ​ເຄື່ອງ​ບູຊາ, ເອົາ​ເຄື່ອງ​ຂອງ​ບັນທຸກ​ໃສ່​ເທິງ​ຫລັງ​ລໍ ແລະ​ເອົາ​ອີຊາກ​ກັບ​ຄົນ​ຮັບໃຊ້​ສອງ​ຄົນ​ໄປ​ນຳ​ຕົນ. ພວກເຂົາ​ອອກ​ເດີນທາງ​ມຸ່ງໜ້າ​ໄປ​ສູ່​ບ່ອນ​ທີ່​ພຣະເຈົ້າ​ໄດ້​ບອກ.</verse>
				<verse number="4">ເມື່ອ​ເດີນທາງ​ມາ​ໄດ້​ສາມ​ວັນ​ແລ້ວ ອັບຣາຮາມ​ກໍ​ຫລຽວເຫັນ​ບ່ອນ​ນັ້ນ​ແຕ່​ໄກ.</verse>
				<verse number="5">ແລ້ວ​ເພິ່ນ​ກໍ​ກ່າວ​ແກ່​ຄົນ​ຮັບໃຊ້​ວ່າ, “ພວກເຈົ້າ​ກັບ​ລໍ ຈົ່ງ​ຖ້າ​ຂ້ອຍ​ຢູ່​ທີ່​ນີ້. ຂ້ອຍ​ກັບ​ລູກ​ຈະ​ຂຶ້ນ​ໄປ​ນະມັດສະການ​ພຣະເຈົ້າ​ຢູ່​ເທິງ​ພຸ້ນ ແລະ​ຈະ​ກັບ​ມາ​ຫາ​ພວກເຈົ້າ.”</verse>
				<verse number="6">ອັບຣາຮາມ​ເອົາ​ຟືນ​ສຳລັບ​ເຜົາ​ເຄື່ອງ​ບູຊາ​ໃຫ້​ອີຊາກ​ແບກ​ຂຶ້ນ​ໄປ ສ່ວນ​ເພິ່ນ​ເອງ​ຖື​ມີດ​ກັບ​ຖ່ານໄຟ​ທີ່​ກຳລັງ​ລຸກ​ຢູ່. ເມື່ອ​ເດີນທາງ​ໄປ​ນັ້ນ</verse>
				<verse number="7">ອີຊາກ​ເວົ້າ​ກັບ​ອັບຣາຮາມ​ວ່າ, “ພໍ່​ເອີຍ” ພໍ່​ຈຶ່ງ​ຕອບ​ວ່າ, “ແມ່ນ​ຫຍັງ​ລູກ?” ອີຊາກ​ຖາມ​ວ່າ, “ຟືນ​ກັບ​ໄຟ​ກໍ​ມີ​ແລ້ວ, ແຕ່​ລູກແກະ​ທີ່​ຈະ​ເຜົາບູຊາ​ນັ້ນ​ຢູ່​ໃສ?”</verse>
				<verse number="8">ອັບຣາຮາມ​ຕອບ​ວ່າ, “ພຣະເຈົ້າ​ຈະ​ຈັດ​ຫາ​ໃຫ້​ເອງ.” ແລ້ວ​ສອງ​ພໍ່​ລູກ​ກໍ​ຍ່າງ​ຕໍ່ໄປ.</verse>
				<verse number="9">ເມື່ອ​ເດີນທາງ​ມາ​ຮອດ​ບ່ອນ​ທີ່​ພຣະເຈົ້າ​ໄດ້​ບອກ​ໄວ້​ແລ້ວ ອັບຣາຮາມ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ ແລະ​ຈັດ​ເອົາ​ຟືນ​ວາງ​ໄວ້​ເທິງ​ແທ່ນ​ນັ້ນ. ເພິ່ນ​ມັດ​ລູກຊາຍ​ຂອງຕົນ​ວາງ​ໄວ້​ທີ່​ກອງຟືນ​ເທິງ​ແທ່ນບູຊາ.</verse>
				<verse number="10">ແລ້ວ​ເພິ່ນ​ກໍ​ຈັບ​ເອົາ​ມີດ​ຕຽມ​ຈະ​ລົງມື​ຂ້າ</verse>
				<verse number="11">ແຕ່​ໃນ​ທັນໃດນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ເອີ້ນ​ມາ​ແຕ່​ສະຫວັນ​ວ່າ, “ອັບຣາຮາມ ອັບຣາຮາມ​ເອີຍ!” ເພິ່ນ​ຈຶ່ງ​ຕອບ​ວ່າ, “ໂດຍ ຂ້ານ້ອຍ​ກຳລັງ​ຟັງ​ຢູ່.”</verse>
				<verse number="12">ແລະ​ພຣະອົງ​ໄດ້ກ່າວ​ວ່າ, “ຢ່າ​ທຳຮ້າຍ​ຫລື​ເຮັດ​ຫຍັງ​ແກ່​ເດັກຊາຍ​ນີ້​ເລີຍ. ບັດນີ້ ເຮົາ​ຮູ້​ແລ້ວ​ວ່າ ເຈົ້າ​ເຊື່ອຟັງ​ແລະ​ຢຳເກງ​ພຣະເຈົ້າ​ຢູ່​ສະເໝີ; ດ້ວຍວ່າ ເຈົ້າ​ບໍ່ໄດ້​ຫວງ​ລູກຊາຍ​ຄົນ​ດຽວ​ຂອງ​ເຈົ້າ​ໄວ້​ຈາກ​ພຣະອົງ.”</verse>
				<verse number="13">ອັບຣາຮາມ​ແນມ​ໄປ​ຮອບໆ​ຕົວ ແລະ​ເຫັນ​ແກະເຖິກ​ໂຕໜຶ່ງ ຊຶ່ງ​ເຂົາ​ຂອງ​ມັນ​ຄາ​ພຸ່ມໄມ້​ຢູ່. ເພິ່ນ​ຈຶ່ງ​ໄປ​ອຸ້ມ​ເອົາ​ມັນ​ມາ​ຂ້າ​ຖວາຍ​ແທນ​ລູກຊາຍ​ຂອງຕົນ.</verse>
				<verse number="14">ອັບຣາຮາມ​ໃສ່​ຊື່​ບ່ອນ​ນັ້ນ​ວ່າ, “ພຣະເຈົ້າຢາເວ​ຈັດຕຽມ​ໃຫ້” ແລະ​ຈົນເຖິງ​ທຸກ​ວັນນີ້ ຊາວ​ເມືອງ​ກໍ​ຍັງ​ເວົ້າ​ຕໍ່ໆ​ກັນ​ມາ​ວ່າ, “ເທິງ​ພູ​ຂອງ​ພຣະເຈົ້າຢາເວ​ຜູ້​ຈັດ​ຫາ​ໃຫ້.”</verse>
				<verse number="15">ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ເອີ້ນ​ອັບຣາຮາມ​ເປັນ​ເທື່ອ​ທີ​ສອງ​ມາ​ແຕ່​ສະຫວັນ​ວ່າ,</verse>
				<verse number="16">“ເຮົາ​ຂໍ​ສາບານ​ໃນ​ນາມ​ຂອງເຮົາ​ຄື​ພຣະເຈົ້າຢາເວ​ຜູ້​ກຳລັງ​ກ່າວ​ຢູ່​ນີ້​ວ່າ, ເຮົາ​ຈະ​ອວຍພອນ​ເຈົ້າ​ຢ່າງ​ຫລວງຫລາຍ. ເພາະ​ເຈົ້າ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ ແລະ​ບໍ່ໄດ້​ຫວງ​ລູກຊາຍ​ຄົນ​ດຽວ​ຂອງ​ເຈົ້າ​ໄວ້;</verse>
				<verse number="17">ເຮົາ​ຂໍ​ສັນຍາ​ວ່າ ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ​ຫລື​ເມັດ​ດິນຊາຍ​ທີ່​ແຄມ​ທະເລ. ເຊື້ອສາຍ​ຂອງ​ເຈົ້າ​ຈະ​ຕີ​ຊະນະ​ສັດຕູ​ທັງປວງ.</verse>
				<verse number="18">ຊົນຊາດ​ທັງປວງ​ໃນ​ໂລກ​ຈະ​ຂໍຮ້ອງ​ເຮົາ​ໃຫ້​ອວຍພອນ​ພວກເຂົາ ດັ່ງ​ທີ່​ເຮົາ​ໄດ້​ອວຍພອນ​ເຊື້ອສາຍ​ຂອງ​ເຈົ້າ. ເຮົາ​ຈະ​ເຮັດ​ສິ່ງ​ທັງໝົດ​ນີ້ ເພາະ​ເຈົ້າ​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ.”</verse>
				<verse number="19">ອັບຣາຮາມ​ກັບຄືນ​ມາ​ຫາ​ຄົນ​ຮັບໃຊ້​ທັງສອງ​ຂອງຕົນ ແລະ​ພາກັນ​ກັບ​ເມືອ​ເມືອງ​ເບເອນເຊບາ ບ່ອນ​ທີ່​ຕົນ​ອາໄສ​ຢູ່.</verse>
				<verse number="20">ຕໍ່ມາ ອັບຣາຮາມ​ກໍ​ຮູ້​ວ່າ​ມີລະກາ​ເມຍ​ຂອງ​ນາໂຮ​ນ້ອງຊາຍ​ຂອງຕົນ​ນັ້ນ ມີ​ລູກ​ແປດ​ຄົນ​ດັ່ງນີ້:</verse>
				<verse number="21">ອູເຊ​ອ້າຍ​ກົກ, ບູເຊ​ນ້ອງຊາຍ, ເກມູເອນ​ພໍ່​ຂອງ​ອາຣາມ,</verse>
				<verse number="22">ເກເສັດ, ຮາໂຊ, ປິນດາດ, ຢິດລັບ ແລະ​ເບທູເອນ</verse>
				<verse number="23">ຜູ້​ທີ່​ເປັນ​ພໍ່​ຂອງ​ນາງ​ເຣເບກາ. ມີລະກາ​ໄດ້​ເກີດ​ລູກຊາຍ​ແປດ​ຄົນ​ນີ້​ໃຫ້​ນາໂຮ ນ້ອງຊາຍ​ຂອງ​ອັບຣາຮາມ.</verse>
				<verse number="24">ນາງ​ຣູມາ ເມຍ​ຜູ້​ທີ​ສອງ​ຂອງ​ນາໂຮ​ໄດ້​ເກີດລູກ​ສີ່​ຄົນ​ດັ່ງນີ້: ເຕບາ, ກາຮາມ, ຕາຮັດ ແລະ​ມາອາກາ.</verse>
			</chapter>
			<chapter number="23">
				<verse number="1">ນາງ​ຊາຣາ​ໄດ້​ຕາຍໄປ​ເມື່ອ​ນາງ​ອາຍຸ​ໄດ້ 127 ປີ</verse>
				<verse number="2">ນາງ​ໄດ້​ເສຍ​ຊີວິດ​ທີ່​ເຮັບໂຣນ​ໃນ​ແຜ່ນດິນ​ການາອານ ແລະ​ອັບຣາຮາມ​ໄດ້​ໄວ້ທຸກ​ໃຫ້​ນາງ.</verse>
				<verse number="3">ອັບຣາຮາມ​ປະ​ຊາກສົບ​ເມຍ​ຂອງຕົນ​ໄວ້ ແລະ​ໄປ​ເວົ້າ​ກັບ​ຊາວ​ຮິດຕີ​ວ່າ,</verse>
				<verse number="4">“ຂ້ານ້ອຍ​ເປັນ​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກທ່ານ; ສະນັ້ນ ຂໍ​ຂາຍ​ທີ່ດິນ​ບາງ​ຕອນ​ໃຫ້​ຂ້ານ້ອຍ ເພື່ອ​ຈະ​ໄດ້​ຝັງສົບ​ເມຍ​ຂອງ​ຂ້ານ້ອຍ​ແດ່ທ້ອນ.”</verse>
				<verse number="5">ຊາວ​ຮິດຕີ​ຕອບ​ອັບຣາຮາມ​ວ່າ,</verse>
				<verse number="6">“ກະລຸນາ​ຟັງ​ພວກເຮົາ​ກ່ອນ. ພວກເຮົາ​ນັບຖື​ທ່ານ​ເປັນ​ຜູ້ນຳ​ທີ່​ມີ​ອຳນາດ​ຍິ່ງໃຫຍ່​ຄົນ​ໜຶ່ງ; ຈົ່ງ​ຝັງສົບ​ເມຍ​ຂອງທ່ານ​ໃນ​ຂຸມຝັງສົບ​ທີ່ດີ​ທີ່ສຸດ​ຂອງ​ພວກເຮົາ​ເທີ້ນ. ໃຜໆ​ໃນ​ພວກເຮົາ​ຕ່າງ​ກໍ​ຍິນດີ ທີ່​ຈະ​ໃຫ້​ທ່ານ​ຝັງສົບ​ເມຍ​ຂອງທ່ານ​ໃສ່​ໃນ​ອຸບມຸງ​ທີ່​ພວກເຮົາ​ມີ​ຢູ່.”</verse>
				<verse number="7">ແລ້ວ​ອັບຣາຮາມ​ກໍ​ກົ້ມ​ຄຳນັບ​ພວກເຂົາ ແລະ​ເວົ້າ​ວ່າ,</verse>
				<verse number="8">“ຖ້າ​ພວກທ່ານ​ຍິນດີ​ໃຫ້​ຂ້ານ້ອຍ ຝັງສົບ​ເມຍ​ຂອງ​ຂ້ານ້ອຍ​ໃນ​ທີ່​ນີ້; ຈົ່ງ​ກະລຸນາ​ໄປ​ຂໍ​ນຳ​ເອຟະໂຣນ ລູກຊາຍ​ຂອງ​ໂຊຮາ</verse>
				<verse number="9">ໃຫ້​ຂາຍ​ຖໍ້າ​ມັກ​ເປລາ​ທີ່​ແຄມ​ນາ​ຂອງ​ລາວ​ໃຫ້​ຂ້ານ້ອຍ ຕາມ​ລາຄາ​ທີ່​ກຳນົດ​ໄວ້​ຢູ່​ຊ້ອງໜ້າ​ພວກທ່ານ​ໃນ​ທີ່​ນີ້ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ໄດ້​ມີ​ຖໍ້າ​ຂອງ​ຕົນເອງ​ໄວ້​ເປັນ​ບ່ອນ​ຝັງສົບ.”</verse>
				<verse number="10">ສ່ວນ​ເອຟະໂຣນ​ເອງ​ກໍ​ນັ່ງ​ຮ່ວມ​ປະຊຸມ​ກັບ​ຊາວ​ຮິດຕີ​ຄົນອື່ນໆ ທີ່​ທາງ​ປະຕູເຂົ້າ​ເມືອງ; ລາວ​ຕອບ​ໃຫ້​ທຸກຄົນ​ໃນ​ທີ່ນັ້ນ​ໄດ້ຍິນ​ວ່າ,</verse>
				<verse number="11">“ບໍ່ແມ່ນ, ທ່ານເອີຍ ຈົ່ງ​ຟັງ​ຂ້ານ້ອຍ​ກ່ອນ; ຂ້ານ້ອຍ​ຈະ​ມອບ​ທີ່ດິນ​ຢູ່​ໃນ​ນາ​ທັງໝົດ ພ້ອມ​ທັງ​ຖໍ້າ​ໃຫ້​ແກ່​ທ່ານ​ຊ້ອງໜ້າ​ປະຊາຊົນ​ຂອງ​ຂ້ານ້ອຍ​ນີ້​ແຫຼະ; ຂ້ານ້ອຍ​ຈະ​ມອບ​ຖໍ້າ​ນັ້ນ​ໃຫ້​ແກ່​ທ່ານ ເພື່ອ​ວ່າ​ທ່ານ​ຈະ​ໄດ້​ຝັງສົບ​ເມຍ​ຂອງ​ທ່ານ​ໃສ່​ທີ່​ນັ້ນ.”</verse>
				<verse number="12">ແຕ່​ອັບຣາຮາມ​ກົ້ມຂາບ​ຊາວ​ເມືອງ​ນັ້ນ</verse>
				<verse number="13">ແລະ​ກ່າວ​ຕໍ່​ເອຟະໂຣນ​ດ້ວຍ​ສຽງ​ອັນ​ດັງ ເພື່ອ​ຊາວ​ເມືອງ​ຈະ​ໄດ້ຍິນ​ນຳ​ວ່າ, “ກະລຸນາ​ຟັງ​ກ່ອນ ຂ້ານ້ອຍ​ຂໍ​ເວົ້າ​ອີກ​ແດ່. ຂ້ານ້ອຍ​ຈະ​ຊື້​ນາ​ນັ້ນ​ທັງໝົດ. ຈົ່ງ​ຮັບ​ເງິນ​ຄ່າ​ຊື້​ນາ​ໄປ ແລະ​ຂ້ານ້ອຍ​ກໍ​ຈະ​ຝັງສົບ​ເມຍ​ຂອງ​ຂ້ານ້ອຍ​ໃສ່​ໃນ​ທີ່ນັ້ນ.”</verse>
				<verse number="14">ເອຟະໂຣນ​ໄດ້ຕອບ​ອັບຣາຮາມ​ວ່າ,</verse>
				<verse number="15">“ທ່ານເອີຍ ນາ​ທົ່ງ​ນັ້ນ​ມີ​ລາຄາ​ພຽງ 400 ຫລຽນ​ເທົ່ານັ້ນ ມັນ​ຈະ​ມີ​ຫຍັງ​ລະຫວ່າງ​ທ່ານ​ກັບ​ຂ້ານ້ອຍ? ຈົ່ງ​ຝັງສົບ​ເມຍ​ຂອງທ່ານ​ໃສ່​ໃນ​ນາ​ນັ້ນ​ສາ.”</verse>
				<verse number="16">ອັບຣາຮາມ​ໄດ້​ຕົກລົງ​ຊື້​ທີ່ດິນ​ນັ້ນ​ນຳ​ເອຟະໂຣນ ໂດຍ​ຈ່າຍ​ເງິນ​ຈຳນວນ 400 ຫລຽນ ຊ້ອງໜ້າ​ຊາວ​ຮິດຕີ ຕາມ​ອັດຕາ​ເງິນ​ທີ່​ໃຊ້​ກັນ​ໃນ​ທ້ອງ​ຕະຫລາດ.</verse>
				<verse number="17">ທີ່ດິນ​ຂອງ​ເອຟະໂຣນ ທາງທິດ​ຕາເວັນອອກ​ຂອງ​ມຳເຣ​ທີ່​ມັກເປລາ ຕົກ​ເປັນ​ຂອງ​ອັບຣາຮາມ​ດ້ວຍ​ວິທີ​ນີ້​ແຫຼະ. ມີ​ທົ່ງນາ​ກັບ​ຖໍ້າ​ຊຶ່ງ​ຢູ່​ໃນ​ນັ້ນ ຕົ້ນໄມ້​ທັງ​ສິ້ນ​ທີ່​ຢູ່​ໃນ​ທົ່ງນາ​ຕະຫລອດ​ທົ່ວ​ບໍລິເວນ​ນັ້ນ ເອຟະໂຣນ​ກໍ​ໂອນ​ໃຫ້</verse>
				<verse number="18">ຕົກ​ເປັນ​ສົມບັດ​ຂອງ​ອັບຣາຮາມ​ໂດຍ​ການ​ຮັບຮອງ​ຂອງ​ຊາວ​ຮິດຕີ​ທັງໝົດ.</verse>
				<verse number="19">ແລ້ວ​ອັບຣາຮາມ​ກໍ​ຝັງສົບ​ນາງ​ຊາຣາ​ເມຍ​ຂອງ​ຕົນ ໄວ້​ໃນ​ຖໍ້າ​ທີ່​ມັກເປລາ​ຊຶ່ງ​ກົງກັນຂ້າມ​ກັບ​ມຳເຣ(ທີ່​ເຮັບໂຣນ)​ໃນ​ດິນແດນ​ການາອານ.</verse>
				<verse number="20">ສະນັ້ນ ນາ​ແລະ​ຖໍ້າ​ຢູ່​ໃນ​ນັ້ນ​ຊຶ່ງ​ເຄີຍ​ເປັນ​ຂອງ​ຊາວ​ຮິດຕີ ຈຶ່ງ​ຕົກ​ເປັນ​ຊັບສົມບັດ​ຂອງ​ອັບຣາຮາມ ເພື່ອ​ໃຊ້​ໃຫ້​ເປັນ​ບ່ອນ​ຝັງສົບ.</verse>
			</chapter>
			<chapter number="24">
				<verse number="1">ມາບັດນີ້ ອັບຣາຮາມ​ກໍ​ເຖົ້າແກ່​ແລະ​ມີ​ອາຍຸ​ສູງ​ຫລາຍ​ແລ້ວ; ແລະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ວຽກງານ​ທຸກຢ່າງ​ທີ່​ເພິ່ນ​ໄດ້​ເຮັດ.</verse>
				<verse number="2">ເພິ່ນ​ເວົ້າ​ກັບ​ຄົນ​ຮັບໃຊ້​ຜູ້​ອາວຸໂສ ທີ່​ຮັບຜິດຊອບ​ຊັບສົມບັດ​ທັງໝົດ​ຂອງຕົນ​ວ່າ, “ຈົ່ງ​ວາງ​ມື​ໃສ່​ວ່າງ​ຂາ​ຂອງຂ້ອຍ ແລະ​ສາບານ​ສາ.</verse>
				<verse number="3">ຂ້ອຍ​ຢາກ​ໃຫ້​ເຈົ້າ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ວ່າ, ເຈົ້າ​ຈະ​ບໍ່​ຫາ​ເມຍ​ທີ່​ການາອານ​ນີ້​ໃຫ້​ລູກຊາຍ​ຂອງຂ້ອຍ.</verse>
				<verse number="4">ແຕ່​ຈະໃຫ້​ເຈົ້າ​ກັບ​ໄປ​ທີ່​ບ້ານເກີດ​ເມືອງນອນ​ຂອງຂ້ອຍ ແລະ​ຊອກ​ຫາ​ເມຍ​ໃຫ້​ອີຊາກ​ໃນ​ທ່າມກາງ​ພວກ​ຍາດຕິພີ່ນ້ອງ​ຂອງຂ້ອຍ.”</verse>
				<verse number="5">ແຕ່​ຄົນ​ຮັບໃຊ້​ຖາມ​ວ່າ, “ຈະ​ເຮັດ​ແນວ​ໃດ ເມື່ອ​ຜູ້ຍິງ​ບໍ່​ຍອມ​ຈາກ​ບ້ານ​ມາ​ຢູ່​ນຳ​ເຮົາ​ທີ່​ດິນແດນ​ນີ້? ຈະ​ໃຫ້​ຂ້ານ້ອຍ​ພາ​ລູກຊາຍ​ຂອງທ່ານ​ໄປ​ຢູ່​ພຸ້ນ​ບໍ?”</verse>
				<verse number="6">ອັບຣາຮາມ​ຕອບ​ວ່າ, “ບໍ່, ຢ່າ​ພາ​ລູກຊາຍ​ຂອງຂ້ອຍ​ກັບ​ໄປ​ທີ່​ນັ້ນ​ເດັດຂາດ</verse>
				<verse number="7">ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ ໄດ້​ນຳພາ​ຂ້ອຍ​ໜີ​ຈາກ​ເຮືອນ​ພໍ່ ແລະ​ບ້ານເກີດ​ເມືອງນອນ​ຕະຫລອດ​ທັງ​ຍາດຕິພີ່ນ້ອງ​ຂອງຂ້ອຍ​ມາ​ຢູ່​ໃນ​ດິນ​ຕອນ​ນີ້ ຊຶ່ງ​ພຣະອົງ​ໄດ້​ສັນຍາ​ຢ່າງ​ໜັກແໜ້ນ​ວ່າ​ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງຂ້ອຍ. ພຣະອົງ​ຈະ​ໃຊ້​ເທວະດາ​ຂອງ​ພຣະອົງ​ນຳ​ໜ້າ​ໄປ ເພື່ອ​ເຈົ້າ​ຈະ​ຫາ​ເມຍ​ທີ່​ນັ້ນ ໃຫ້​ລູກຊາຍ​ຂອງຂ້ອຍ​ໄດ້.</verse>
				<verse number="8">ຖ້າ​ຍິງ​ນັ້ນ​ບໍ່​ຍອມ​ມາ​ກັບ​ເຈົ້າ ເຈົ້າ​ກໍ​ຫວິດ​ຈາກ​ຄຳ​ສາບານ. ແຕ່​ເຈົ້າ​ຢ່າ​ພາ​ລູກຊາຍ​ຂອງຂ້ອຍ​ກັບ​ໄປ​ທີ່​ນັ້ນ​ເດັດຂາດ.”</verse>
				<verse number="9">ສະນັ້ນ ຄົນ​ຮັບໃຊ້​ຈຶ່ງ​ວາງ​ມື​ໃສ່​ຫວ່າງ​ຂາ​ອັບຣາຮາມ​ຜູ້​ເປັນ​ນາຍ​ຂອງ​ຕົນ ແລະ​ສາບານ​ວ່າ​ຕົນ​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ເພິ່ນ​ໄດ້​ຂໍຮ້ອງ.</verse>
				<verse number="10">ຄົນ​ຮັບໃຊ້​ຜູ້​ທີ່​ຮັບຜິດຊອບ​ຊັບສົມບັດ​ທັງໝົດ​ຂອງ​ອັບຣາຮາມ ໄດ້​ເອົາ​ອູດ​ຂອງ​ນາຍ​ສິບ​ໂຕ​ອອກ​ເດີນທາງ ພ້ອມ​ທັງ​ຂອງຂວັນ​ທີ່​ມີ​ຄ່າ​ຫລາຍ​ຢ່າງ; ລາວ​ມຸ່ງໜ້າ​ໄປ​ສູ່​ເມືອງ​ທີ່​ນາໂຮ​ອາໄສ​ຢູ່ ທາງ​ທິດເໜືອ​ຂອງ​ເມໂຊໂປຕາເມຍ.</verse>
				<verse number="11">ລາວ​ມາ​ຮອດ​ເມືອງ​ນີ້​ພໍດີ​ເປັນ​ເວລາ​ແລງ. ລາວ​ຈຶ່ງ​ໃຫ້​ໂຕ​ອູດ​ຄຸເຂົ່າ​ລົງ​ທີ່​ບໍລິເວນ​ນໍ້າສ້າງ​ນອກ​ເມືອງ ຊຶ່ງ​ພວກຜູ້ຍິງ​ເຄີຍ​ອອກ​ມາ​ຕັກ​ນໍ້າ.</verse>
				<verse number="12">ລາວ​ພາວັນນາ​ອະທິຖານ​ພຣະເຈົ້າ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ​ນາຍ​ຂອງ​ຂ້ານ້ອຍ; ຂໍໂຜດ​ໃຫ້​ຂ້ານ້ອຍ​ເຮັດ​ສຳເລັດ​ໜ້າທີ່​ໃນ​ມື້ນີ້​ດ້ວຍ ແລະ​ຂໍໂຜດ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ ທີ່​ມີ​ຕໍ່​ນາຍ​ຂອງ​ຂ້ານ້ອຍ​ດ້ວຍ​ເທີ້ນ.</verse>
				<verse number="13">ຂ້ານ້ອຍ​ກຳລັງ​ຢູ່​ແຄມ​ນໍ້າສ້າງ​ນີ້ ຄື​ບ່ອນ​ທີ່​ບັນດາ​ຍິງ​ສາວ​ຊາວ​ເມືອງ​ກຳລັງ​ອອກ​ມາ​ຕັກ​ນໍ້າ.</verse>
				<verse number="14">ຂ້ານ້ອຍ​ຈະ​ເວົ້າ​ກັບ​ຍິງ​ຜູ້ໜຶ່ງ​ວ່າ, ‘ກະລຸນາ​ປົງ​ໄຫ​ຂອງ​ເຈົ້າ​ລົງ ແລະ​ໃຫ້​ຂ້ອຍ​ດື່ມ​ນໍ້າ​ຈາກ​ໄຫ​ຂອງ​ເຈົ້າ​ແດ່.’ ຖ້າ​ນາງ​ຕອບ​ວ່າ, ‘ເຊີນ​ດື່ມ​ແມ ແລະ​ຫລານ​ຈະ​ເອົາ​ໃຫ້​ຝູງ​ອູດ​ຂອງ​ລຸງ​ກິນ​ນຳ​ດ້ວຍ’ ຂໍ​ໃຫ້​ຍິງ​ສາວ​ຜູ້ນັ້ນ​ເປັນ​ຜູ້​ທີ່​ພຣະອົງ​ຊົງ​ເລືອກ​ໄວ້​ໃຫ້​ເປັນ​ເມຍ​ອີຊາກ ຜູ້ຮັບໃຊ້​ຂອງ​ພຣະອົງ​ທ້ອນ. ຖ້າ​ເປັນ​ເຊັ່ນນີ້ ຂ້ານ້ອຍ​ຈະ​ຮູ້​ໄດ້​ວ່າ​ພຣະອົງ​ຮັກສາ​ພັນທະສັນຍາ ທີ່​ພຣະອົງ​ມີ​ຕໍ່​ນາຍ​ຂອງ​ຂ້ານ້ອຍ.”</verse>
				<verse number="15">ກ່ອນ​ຄຳ​ພາວັນນາ​ອະທິຖານ​ຂອງ​ລາວ​ຈົບ​ລົງ ນາງ​ເຣເບກາ​ກໍ​ແບກ​ໄຫ​ນໍ້າ​ຍ່າງ​ມາ​ທີ່​ນໍ້າສ້າງ. ນາງ​ເປັນ​ລູກສາວ​ຂອງ​ເບທູເອນ. ເບທູເອນ​ເປັນ​ລູກຊາຍ​ຂອງ​ນາງ​ມີລະກາ ເມຍ​ຂອງ​ນາໂຮ​ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ອັບຣາຮາມ.</verse>
				<verse number="16">ນາງ​ເປັນ​ສາວ​ບໍຣິສຸດ​ແລະ​ຮູບຮ່າງ​ໜ້າ​ຕາ​ງາມ​ຫລາຍ. ນາງ​ລົງ​ມາ​ທີ່​ນໍ້າສ້າງ​ຕັກ​ນໍ້າ​ຈົນ​ເຕັມ​ໄຫ​ແລະ​ກຳລັງ​ຈະ​ກັບຄືນ​ເມືອ.</verse>
				<verse number="17">ແຕ່​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ຟ້າວ​ແລ່ນ​ໄປ​ຫາ​ນາງ ແລະ​ເວົ້າ​ວ່າ, “ຂ້ອຍ​ຂໍ​ດື່ມ​ນໍ້າ​ຈາກ​ໄຫ​ຂອງ​ເຈົ້າ​ແດ່.”</verse>
				<verse number="18">ນາງ​ຕອບ​ວ່າ “ເຊີນ​ໂລດ​ລຸງ” ນາງ​ປົງ​ໄຫ​ນໍ້າ​ລົງ​ຈາກ​ບ່າ​ແລະ​ເອົາ​ນໍ້າ​ໃຫ້​ລາວ​ດື່ມ.</verse>
				<verse number="19">ຫລັງຈາກ​ລາວ​ອີ່ມ​ແລ້ວ ນາງ​ຈຶ່ງ​ເວົ້າ​ວ່າ “ຫລານ​ຈະ​ຕັກ​ນໍ້າ​ໃຫ້​ໂຕ​ອູດ​ຂອງ​ລຸງ​ກິນ​ຄື​ກັນ ແລະ​ໃຫ້​ກິນ​ອີ່ມ​ໝົດ​ທຸກ​ໂຕ.”</verse>
				<verse number="20">ນາງ​ຖອກ​ນໍ້າ​ໃນ​ໄຫ​ໃສ່​ຮາງ ແລະ​ຟ້າວ​ແລ່ນ​ໄປ​ຕັກ​ມາ​ຖອກ​ໃສ່​ອີກ ຈົນ​ອູດ​ທຸກ​ໂຕ​ກິນ​ອີ່ມ.</verse>
				<verse number="21">ຊາຍ​ຄົນ​ນັ້ນ​ຢືນ​ເບິ່ງ​ນາງ​ຢ່າງ​ງຽບໆ​ເພື່ອ​ຢາກ​ຈະ​ຮູ້​ວ່າ ພຣະເຈົ້າຢາເວ​ໄດ້​ໃຫ້​ຄວາມ​ສຳເລັດ​ແກ່​ຕົນ​ຫລື​ບໍ່.</verse>
				<verse number="22">ເມື່ອ​ນາງ​ເອົາ​ນໍ້າ​ໃຫ້​ອູດ​ກິນ​ອີ່ມ​ໝົດ​ທຸກ​ໂຕ​ແລ້ວ ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ກໍ​ເອົາ​ແຫວນ​ຄຳ​ລາຄາ​ແພງ​ປະດັບ​ທີ່​ດັງ​ຂອງ​ນາງ ແລະ​ເອົາ​ປອກ​ແຂນ​ຄຳ​ຄູ່​ໜຶ່ງ​ໃສ່​ໃຫ້​ນາງ.</verse>
				<verse number="23">ລາວ​ເວົ້າ​ວ່າ, “ບອກ​ຂ້ອຍ​ແດ່​ໄດ້​ບໍ​ວ່າ ພໍ່​ຂອງ​ເຈົ້າ​ແມ່ນ​ໃຜ? ໃນ​ເຮືອນ​ຂອງ​ພໍ່​ເຈົ້າ​ມີ​ບ່ອນ​ນອນ​ພັກ ສຳລັບ​ຄົນ​ຂອງຂ້ອຍ​ແລະ​ຂ້ອຍ​ເອງ​ແດ່​ບໍ?”</verse>
				<verse number="24">ນາງ​ຕອບ​ວ່າ, “ຫລານ​ເປັນ​ລູກສາວ​ຂອງ​ເບທູເອນ. ພໍ່​ຂອງ​ຫລານ​ເປັນ​ລູກຊາຍ​ຂອງ​ນາໂຮ​ແລະ​ມີລະກາ.</verse>
				<verse number="25">ຢູ່​ບ້ານ​ຂອງ​ພວກເຮົາ​ມີ​ເຟືອງ​ແລະ​ຫຍ້າ​ຢ່າງ​ຫລວງຫລາຍ​ສຳລັບ​ສັດ ແລະ​ມີ​ບ່ອນ​ນອນ​ພັກ​ສຳລັບ​ລຸງ​ດ້ວຍ.”</verse>
				<verse number="26">ເມື່ອ​ໄດ້ຍິນ​ນາງ​ເວົ້າ​ຢ່າງ​ນັ້ນ ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ຈຶ່ງ​ຂາບລົງ​ນະມັດສະການ​ພຣະເຈົ້າຢາເວ.</verse>
				<verse number="27">ລາວ​ເວົ້າ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ​ນາຍ​ຂອງ​ຂ້ານ້ອຍ; ພຣະອົງ​ຮັກສາ​ຄຳສັນຍາ​ທີ່​ມີ​ຕໍ່​ນາຍ​ຂອງ​ຂ້ານ້ອຍ​ຢ່າງ​ສັດຊື່. ພຣະເຈົ້າຢາເວ​ໄດ້​ນຳພາ​ຂ້ານ້ອຍ​ມາ​ເຖິງ​ບ້ານ​ຍາດຕິ​ພີ່ນ້ອງ​ຂອງ​ເພິ່ນ.”</verse>
				<verse number="28">ຍິງ​ສາວ​ຈຶ່ງ​ຟ້າວ​ແລ່ນ​ເມືອ​ຫາ​ແມ່​ຢູ່​ເຮືອນ ແລະ​ເລົ່າ​ເລື່ອງ​ທັງໝົດ​ສູ່​ຟັງ.</verse>
				<verse number="29">ເມື່ອ​ລາບານ​ອ້າຍ​ຂອງ​ເຣເບກາ​ເຫັນ​ແຫວນ​ຄຳ​ປະດັບ​ດັງ; ແລະ​ສາຍ​ແຂນ​ຄຳ​ທີ່​ແຂນ​ຂອງ​ນ້ອງສາວ​ຂອງຕົນ ທັງ​ໄດ້ຍິນ​ເລື່ອງ​ທີ່​ນ້ອງສາວ​ເວົ້າ​ເຖິງ​ຊາຍ​ຄົນ​ນັ້ນ​ສູ່​ແມ່​ຟັງ;</verse>
				<verse number="30">ລາວ​ຈຶ່ງ​ຟ້າວ​ແລ່ນ​ອອກ​ໄປ​ພົບ​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ ທີ່​ຢືນ​ລໍ​ຖ້າ​ຢູ່​ກັບ​ຝູງ​ອູດ​ໃກ້​ນໍ້າສ້າງ</verse>
				<verse number="31">ແລະ​ເວົ້າ​ວ່າ “ທ່ານ​ຜູ້​ມີ​ພຣະພອນ​ເອີຍ ເຊີນ​ໄປ​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ເທີ້ນ. ເປັນຫຍັງ​ຈຶ່ງ​ຢືນ​ຢູ່​ທີ່​ນີ້? ຢູ່​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ມີ​ບ່ອນ​ສຳລັບ​ທ່ານ​ແລະ​ມີ​ທີ່​ພັກ​ສຳລັບ​ໂຕ​ອູດ​ຂອງທ່ານ​ດ້ວຍ.”</verse>
				<verse number="32">ສະນັ້ນ ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ຈຶ່ງ​ໄປ​ທີ່​ເຮືອນ ແລະ​ລາບານ​ໄດ້​ຂົນ​ເຄື່ອງ​ລົງ​ຈາກ​ຫລັງ​ອູດ, ເອົາ​ເຟືອງ​ກັບ​ຫຍ້າ​ໃຫ້​ອູດ​ກິນ, ແລ້ວ​ລາວ​ກໍ​ເອົາ​ນໍ້າ​ໃຫ້​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ແລະ​ຄົນ​ທີ່​ມາ​ນຳ​ລາວ​ລ້າງ​ຕີນ.</verse>
				<verse number="33">ແລ້ວ​ຈຶ່ງ​ຈັດ​ອາຫານ​ມາ​ຕ້ອນຮັບ​ລາວ. ແຕ່​ລາວ​ໄດ້ເວົ້າ​ວ່າ, “ຂ້ອຍ​ຈະ​ບໍ່​ກິນ​ຈົນກວ່າ​ຂ້ອຍ​ຈະ​ໄດ້​ເວົ້າ​ເຖິງ​ສິ່ງ​ທີ່​ຂ້ອຍ​ໄດ້​ຮັບ​ມອບໝາຍ​ມາ​ນັ້ນ​ໃຫ້​ທ່ານ​ຟັງ​ສາ​ກ່ອນ.” ລາບານ​ເວົ້າ​ວ່າ “ເຊີນ​ເວົ້າ​ມາ​ເທາະ.”</verse>
				<verse number="34">ລາວ​ຈຶ່ງ​ເລີ່ມ​ເວົ້າ​ວ່າ “ຂ້ອຍ​ເປັນ​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ.</verse>
				<verse number="35">ພຣະເຈົ້າຢາເວ​ໄດ້​ອວຍພອນ​ນາຍ​ຂອງຂ້ອຍ​ຢ່າງ​ຫລວງຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ກາຍເປັນ​ຄົນ​ຮັ່ງມີ. ພຣະອົງ​ໂຜດ​ໃຫ້​ເພິ່ນ​ມີ​ຝູງແກະ, ຝູງແບ້, ຝູງງົວ, ຝູງ​ລໍ ແລະ​ຝູງ​ອູດ ທັງ​ມີ​ເງິນຄຳ​ແລະ​ຄົນ​ຮັບໃຊ້​ຊາຍ​ຍິງ​ຢ່າງ​ຫຼວງຫລາຍ.</verse>
				<verse number="36">ນາງ​ຊາຣາ​ເມຍ​ຂອງ​ນາຍ​ຂ້ອຍ​ມີ​ລູກຊາຍ​ຜູ້ໜຶ່ງ ເມື່ອ​ເວລາ​ເພິ່ນ​ເຖົ້າແກ່​ແລ້ວ ແລະ​ນາຍ​ຂອງຂ້ອຍ​ໄດ້​ມອບ​ຊັບສົມບັດ​ທັງໝົດ​ໃຫ້​ລາວ.</verse>
				<verse number="37">ເພິ່ນ​ໃຫ້​ຂ້ອຍ​ເຮັດ​ຕາມ​ຄຳສັ່ງ​ຂອງ​ເພິ່ນ ໂດຍ​ເພິ່ນ​ເວົ້າ​ວ່າ, ‘ເຈົ້າ​ຢ່າ​ເອົາ​ຍິງ​ສາວ​ຊາວ​ການາອານ ມາ​ເປັນ​ເມຍ​ລູກຊາຍ​ຂອງຂ້ອຍ.</verse>
				<verse number="38">ແຕ່​ໃຫ້​ໄປ​ຫາ​ຄົນ​ຈາກ​ຄອບຄົວ​ຂອງ​ພໍ່​ຂ້ອຍ ແລະ​ຍາດຕິພີ່ນ້ອງ​ຂອງຂ້ອຍ ໃຫ້​ມາ​ເປັນ​ເມຍ​ລູກຊາຍ​ຂອງຂ້ອຍ.’</verse>
				<verse number="39">ຂ້ອຍ​ເວົ້າ​ກັບ​ເພິ່ນ​ວ່າ, ‘ຈະ​ເຮັດ​ແນວ​ໃດ​ຖ້າ​ຍິງ​ສາວ​ຄົນ​ນັ້ນ​ບໍ່​ມາ​ນຳ.’</verse>
				<verse number="40">ເພິ່ນ​ຕອບ​ຂ້ອຍ​ວ່າ, ‘ພຣະເຈົ້າຢາເວ ອົງ​ທີ່​ຂ້ອຍ​ເຊື່ອຟັງ​ຕະຫລອດ​ມາ​ນັ້ນ ຈະ​ສົ່ງ​ເທວະດາ​ຂອງ​ພຣະອົງ​ໄປ​ກັບ​ເຈົ້າ ແລະ​ພຣະອົງ​ຈະ​ໃຫ້​ເຈົ້າ​ເຮັດ​ສຳເລັດ​ໜ້າທີ່. ເຈົ້າ​ຈະ​ໄດ້​ຍິງ​ສາວ​ຜູ້ໜຶ່ງ​ຈາກ​ຄອບຄົວ​ຍາດຕິພີ່ນ້ອງ​ຂອງ​ພໍ່​ຂ້ອຍ ມາ​ໃຫ້​ອີຊາກ.</verse>
				<verse number="41">ມີ​ວິທີ​ດຽວ​ເທົ່ານັ້ນ​ທີ່​ເຈົ້າ​ຈະ​ຫວິດ​ຈາກ​ຄຳ​ສາບານ​ຄື: ຖ້າ​ເຈົ້າ​ໄປ​ຫາ​ຍາດຕິພີ່ນ້ອງ​ໃນ​ຄອບຄົວ​ຂອງຂ້ອຍ​ແລ້ວ​ແລະ​ພວກເຂົາ​ປະຕິເສດ ເຈົ້າ​ກໍ​ຫວິດ​ຈາກ​ຄຳ​ສາບານ​ນີ້.’</verse>
				<verse number="42">ເມື່ອ​ເດີນທາງ​ມາ​ຮອດ​ນໍ້າສ້າງ​ໃນ​ມື້ນີ້ ຂ້ອຍ​ຈຶ່ງ​ພາວັນນາ​ອະທິຖານ​ວ່າ, ‘ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ​ນາຍ​ຂອງ​ຂ້ານ້ອຍ ໂຜດ​ໃຫ້​ຂ້ານ້ອຍ​ເຮັດ​ສຳເລັດ​ໜ້າທີ່​ດ້ວຍ.</verse>
				<verse number="43">ເວລາ​ນີ້​ຂ້ານ້ອຍ​ກຳລັງ​ຢືນ​ຢູ່​ໃກ້​ນໍ້າສ້າງ. ເມື່ອ​ຍິງ​ສາວ​ຄົນ​ໜຶ່ງ​ມາ​ຕັກ​ນໍ້າ ຂ້ານ້ອຍ​ຈະ​ເວົ້າ​ກັບ​ນາງ​ວ່າ ຂ້ານ້ອຍ​ຂໍ​ດື່ມ​ນໍ້າ​ຈາກ​ໄຫ​ຂອງ​ນາງ.</verse>
				<verse number="44">ຖ້າ​ນາງ​ຕອບ​ວ່າ​ເຊີນ​ດື່ມ​ແມ ແລະ​ນາງ​ເອົາ​ນໍ້າ​ໃຫ້​ຝູງ​ອູດ​ຂອງ​ຂ້ານ້ອຍ​ກິນ​ດ້ວຍ ກໍ​ຂໍ​ໃຫ້​ຍິງ​ສາວ​ຄົນ​ນັ້ນ ເປັນ​ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ເລືອກ​ໄວ້​ໃຫ້​ເປັນ​ເມຍ​ລູກຊາຍ​ຂອງ​ນາຍ​ຂ້ານ້ອຍ.’</verse>
				<verse number="45">ກ່ອນ​ຂ້ອຍ​ພາວັນນາ​ອະທິຖານ​ຢ່າງ​ງຽບໆ​ຈົບ​ລົງ ຂ້ອຍ​ກໍ​ເຫັນ​ນາງ​ເຣເບກາ​ແບກ​ໄຫ​ລົງ​ມາ​ຕັກ​ນໍ້າ. ຂ້ອຍ​ເວົ້າ​ກັບ​ນາງ​ວ່າ, ‘ຂ້ອຍ​ຂໍ​ດື່ມ​ນໍ້າ​ແດ່.’</verse>
				<verse number="46">ນາງ​ຈຶ່ງ​ຟ້າວ​ປົງ​ໄຫ​ລົງ​ຈາກ​ບ່າ ແລະ​ເວົ້າ​ວ່າ, ‘ເຊີນ​ດື່ມ​ແມ ແລະ​ຫລານ​ຈະ​ເອົາ​ໃຫ້​ຝູງ​ອູດ​ຂອງ​ລຸງ​ກິນ​ນຳ​ດ້ວຍ.’ ດັ່ງນັ້ນ ຂ້ອຍ​ຈຶ່ງ​ດື່ມ​ນໍ້າ ແລະ​ນາງ​ໄດ້​ຕັກ​ນໍ້າ​ໃຫ້​ຝູງ​ອູດ​ກິນ​ດ້ວຍ.</verse>
				<verse number="47">ຂ້ອຍ​ຖາມ​ນາງ​ວ່າ, ‘ພໍ່​ຂອງ​ຫລານ​ແມ່ນ​ໃຜ?’ ແລະ​ນາງ​ຕອບ​ວ່າ, ‘ພໍ່​ຂອງ​ຫລານ​ແມ່ນ​ເບທູເອນ ລູກຊາຍ​ຂອງ​ນາໂຮ​ແລະ​ມີລະກາ.’ ດັ່ງນັ້ນ ຂ້ອຍ​ຈຶ່ງ​ເອົາ​ແຫວນ​ຄຳ​ປະດັບ​ທີ່​ດັງ​ຂອງ​ນາງ ແລະ​ເອົາ​ສາຍ​ແຂນ​ໃສ່​ໃຫ້​ນາງ.</verse>
				<verse number="48">ແລ້ວ​ຂ້ອຍ​ກໍ​ຂາບລົງ​ນະມັດສະການ​ພຣະເຈົ້າຢາເວ ແລະ​ສັນລະເສີນ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ອັບຣາຮາມ​ນາຍ​ຂອງຂ້ອຍ ທີ່​ພຣະອົງ​ໄດ້​ນຳ​ຂ້ອຍ​ມາ​ສູ່​ຍາດຕິພີ່ນ້ອງ​ຂອງ​ນາຍ​ຂ້ອຍ ຄື​ບ່ອນ​ທີ່​ຂ້ອຍ​ໄດ້​ພົບ​ລູກສາວ​ຂອງ​ເພິ່ນ​ສຳລັບ​ລູກຊາຍ​ຂອງ​ຜູ້​ເປັນ​ນາຍ​ຂ້ອຍ.</verse>
				<verse number="49">ມາບັດນີ້ ຖ້າ​ພວກເຈົ້າ​ຈະ​ສະແດງ​ຄວາມ​ເມດຕາ ແລະ​ຄວາມ​ສັດຊື່​ຕໍ່​ນາຍ​ຂອງຂ້ອຍ​ແລະ​ຈິງໃຈ​ຕໍ່​ເພິ່ນ ຈົ່ງ​ບອກ​ໃຫ້​ຂ້ອຍ​ຮູ້ ຫລື​ຖ້າ​ເປັນ​ໄປ​ບໍ່ໄດ້​ກໍ​ໃຫ້​ບອກ​ມາ ແລະ​ຂ້ອຍ​ຈະ​ຕັດສິນໃຈ​ໄດ້​ວ່າ ຄວນ​ຈະ​ເຮັດ​ແນວ​ໃດ​ໃນ​ຂັ້ນ​ຕໍ່ໄປ.”</verse>
				<verse number="50">ເບທູເອນ​ແລະ​ລາບານ​ຈຶ່ງ​ຕອບ​ວ່າ “ເມື່ອ​ເລື່ອງ​ນີ້​ເປັນ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ​ແລ້ວ ບໍ່ແມ່ນ​ພວກເຮົາ​ທີ່​ຈະ​ຕັດສິນໃຈ​ແນວໃດ​ແນວໜຶ່ງ​ໄດ້.</verse>
				<verse number="51">ນາງ​ເຣເບກາ​ກໍ​ຢູ່​ໃນ​ທີ່​ນີ້ ຈົ່ງ​ເອົາ​ນາງ​ໄປ​ເປັນ​ເມຍ​ລູກຊາຍ​ຂອງ​ນາຍ​ເຈົ້າ ຕາມ​ທີ່​ພຣະເຈົ້າຢາເວ​ກ່າວ​ໄວ້​ສາ.”</verse>
				<verse number="52">ເມື່ອ​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ໄດ້ຍິນ​ເຊັ່ນ​ນັ້ນ ລາວ​ຈຶ່ງ​ຂາບລົງ​ນະມັດສະການ​ພຣະເຈົ້າຢາເວ.</verse>
				<verse number="53">ແລ້ວ​ລາວ​ກໍ​ເອົາ​ເສື້ອຜ້າ​ກັບ​ເຄື່ອງ​ເອ້​ເປັນ​ເງິນ​ເປັນ​ຄຳ​ອອກ​ມາ ແລະ​ມອບ​ໃຫ້​ນາງ​ເຣເບກາ. ລາວ​ຍັງ​ເອົາ​ຂອງຂວັນ​ລາຄາ​ແພງ​ໃຫ້​ແມ່​ແລະ​ອ້າຍ​ຂອງ​ນາງ​ເຣເບກາ​ດ້ວຍ.</verse>
				<verse number="54">ແລ້ວ​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ແລະ​ຄົນ​ທີ່​ມາ​ກັບ​ລາວ ກໍ​ພາກັນ​ຮັບປະທານ​ອາຫານ​ແລະ​ພັກ​ນອນ​ຢູ່​ທີ່​ນັ້ນ. ເມື່ອ​ພວກເຂົາ​ຕື່ນ​ຂຶ້ນ​ມາ​ໃນ​ຕອນເຊົ້າ ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ຈຶ່ງ​ເວົ້າ​ວ່າ, “ຈົ່ງ​ໃຫ້​ຂ້ອຍ​ກັບ​ເມືອ​ຫາ​ນາຍ​ຂອງຂ້ອຍ​ສາ.”</verse>
				<verse number="55">ແຕ່​ແມ່​ແລະ​ອ້າຍ​ຂອງ​ເຣເບກາ​ໄດ້​ເວົ້າ​ວ່າ, “ຂໍ​ໃຫ້​ນາງ​ຢູ່​ກັບ​ພວກເຮົາ​ຈັກ​ອາທິດ​ໜຶ່ງ​ຫລື​ສິບ​ມື້​ກ່ອນ ຈຶ່ງ​ຄ່ອຍ​ໄປ​ບໍ່ໄດ້​ບໍ?”</verse>
				<verse number="56">ແຕ່​ລາວ​ຕອບ​ວ່າ, “ຢ່າ​ໜ່ວງໜ່ຽວ​ຂ້ອຍ​ໄວ້​ເທາະ ພຣະເຈົ້າຢາເວ​ໄດ້​ໃຫ້​ຂ້ອຍ​ເຮັດ​ສຳເລັດ​ໜ້າທີ່​ແລ້ວ ຈົ່ງ​ໃຫ້​ຂ້ອຍ​ກັບ​ເມືອ​ຫາ​ນາຍ​ສາ.”</verse>
				<verse number="57">ພວກເຂົາ​ຕອບ​ວ່າ “ຖ້າດັ່ງນັ້ນ ໃຫ້​ເອີ້ນ​ນາງ​ເຣເບກາ​ມາ​ຖາມ​ເບິ່ງ ແລະ​ນາງ​ຈະ​ວ່າ​ຢ່າງໃດ?”</verse>
				<verse number="58">ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອີ້ນ​ນາງ​ເຣເບກາ​ມາ ແລະ​ຖາມ​ວ່າ “ເຈົ້າ​ຈະ​ໄປ​ກັບ​ເພິ່ນ​ບໍ?” ນາງ​ຕອບ​ວ່າ, “ໂດຍ ລູກ​ຈະ​ໄປ.”</verse>
				<verse number="59">ດ້ວຍເຫດນີ້ ພວກເຂົາ​ຈຶ່ງ​ມອບ​ນາງ​ເຣເບກາ​ພ້ອມ​ດ້ວຍ​ເອື້ອຍ​ລ້ຽງ ໃຫ້​ໄປ​ກັບ​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ແລະ​ຄົນ​ຂອງ​ລາວ.</verse>
				<verse number="60">ກ່ອນ​ຈະ​ຈາກ​ໄປ ພວກເຂົາ​ໄດ້​ອວຍພອນ​ນາງ​ເຣເບກາ​ດ້ວຍ​ຖ້ອຍຄຳ​ດັ່ງນີ້: “ນ້ອງເອີຍ ຂໍ​ໃຫ້​ເຈົ້າ​ເປັນ​ແມ່ ຂອງ​ຄົນ​ຫລາຍ​ແສນ; ຂໍ​ໃຫ້​ແມ່ນ​ເຊື້ອສາຍ​ຂອງ​ເຈົ້າ ທີ່​ຊະນະ​ສັດຕູ​ຕາມ​ເມືອງ​ຕ່າງໆ.”</verse>
				<verse number="61">ແລ້ວ​ເຣເບກາ ແລະ​ເອື້ອຍ​ລ້ຽງ​ຈຶ່ງ​ຂີ່​ອູດ ອອກ​ເດີນທາງ​ໄປ​ກັບ​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ.</verse>
				<verse number="62">ອີຊາກ​ໄດ້​ມາ​ຈາກ​ນໍ້າສ້າງ​ລາໄຮຣອຍ ເພາະ​ເພິ່ນ​ເປັນ​ຄົນ​ທີ່​ອາໄສ​ຢູ່​ທາງ​ພາກ​ໃຕ້.</verse>
				<verse number="63">ໃນ​ຕອນແລງ​ຂອງ​ມື້​ນັ້ນ ເພິ່ນ​ອອກ​ໄປ​ຍ່າງ​ຫລິ້ນ​ໃນ​ທົ່ງນາ ແລະ​ເຫັນ​ຂະບວນ​ອູດ​ກຳລັງ​ມາ.</verse>
				<verse number="64">ເມື່ອ​ເຣເບກາ​ເຫັນ​ອີຊາກ ນາງ​ກໍ​ລົງ​ຈາກ​ຫລັງ​ອູດ</verse>
				<verse number="65">ແລະ​ຖາມ​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ວ່າ, “ຜູ້​ທີ່​ກຳລັງ​ຍ່າງ​ຜ່ານ​ທົ່ງນາ ມາ​ຫາ​ພວກເຮົາ​ນັ້ນ​ແມ່ນ​ໃຜ?” ລາວ​ຈຶ່ງ​ຕອບ​ນາງ​ວ່າ, “ແມ່ນ​ນາຍ​ຂອງຂ້ອຍ.” ດັ່ງນັ້ນ ນາງ​ຈຶ່ງ​ເອົາ​ຜ້າ​ອັດ​ໜ້າ​ໄວ້.</verse>
				<verse number="66">ຄົນ​ຮັບໃຊ້​ຈຶ່ງ​ເລົ່າ​ສູ່​ອີຊາກ​ຟັງ​ທຸກໆ​ສິ່ງ​ທີ່​ຕົນ​ໄດ້​ເຮັດ​ມາ.</verse>
				<verse number="67">ແລ້ວ​ອີຊາກ​ກໍ​ພາ​ນາງ​ເຣເບກາ​ເຂົ້າ​ໄປ​ໃນ​ເຕັນ ບ່ອນ​ທີ່​ຊາຣາ​ແມ່​ຂອງຕົນ​ເຄີຍ​ຢູ່​ແລະ​ເອົາ​ນາງ​ເປັນ​ເມຍ ອີຊາກ​ຮັກ​ນາງ​ເຣເບກາ ດັ່ງນັ້ນ ນາງ​ຈຶ່ງ​ເປັນ​ຜູ້​ເລົ້າໂລມ​ໃຈ​ຂອງ​ອີຊາກ ຫລັງຈາກ​ລາວ​ໄດ້​ສູນເສຍ​ແມ່​ຜູ້​ເປັນ​ທີ່ຮັກ​ຂອງຕົນ.</verse>
			</chapter>
			<chapter number="25">
				<verse number="1">ອັບຣາຮາມ​ໄດ້​ແຕ່ງງານ​ກັບ​ຍິງ​ອີກ​ຜູ້ໜຶ່ງ​ຊື່​ວ່າ ເກຕູຣາ.</verse>
				<verse number="2">ນາງ​ເກີດ​ລູກຊາຍ​ຫລາຍ​ຄົນ​ໃຫ້​ເພິ່ນ​ດັ່ງນີ້: ຊິມຣານ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ ແລະ​ຊູອາ.</verse>
				<verse number="3">ໂຢກຊານ​ເປັນ​ພໍ່​ຂອງ​ເຊບາ ແລະ​ເດດານ; ເຊື້ອສາຍ​ຂອງ​ເດດານ ມີ​ດັ່ງນີ້: ອັດຊູຣີມ, ເລຕູຊີມ ແລະ​ເລອຸມມີມ.</verse>
				<verse number="4">ລູກຊາຍ​ຂອງ​ມີດີອານ ມີ​ດັ່ງນີ້: ເອຟາ, ເອເຟ, ຮານົກ, ອາບີດາ ແລະ​ເອນດາອາ. ພວກເຂົາ​ທັງໝົດ​ເປັນ​ລູກຫລານ​ຂອງ​ນາງ​ເກຕູຣາ.</verse>
				<verse number="5">ອັບຣາຮາມ​ມອບ​ມໍຣະດົກ​ທຸກຢ່າງ​ໃຫ້​ອີຊາກ;</verse>
				<verse number="6">ກ່ອນ​ຕາຍໄປ ເພິ່ນ​ໄດ້​ແບ່ງ​ຊັບ​ສິ່ງຂອງ​ບາງສ່ວນ​ໃຫ້​ລູກຊາຍ​ທຸກໆ​ຄົນ ທີ່​ໄດ້​ຈາກ​ເມຍ​ຜູ້​ອື່ນໆ. ແລ້ວ​ກໍ​ໃຫ້​ພວກເຂົາ​ໜີ​ຈາກ​ອີຊາກ​ລູກຊາຍ​ຂອງຕົນ ໄປ​ຢູ່​ດິນແດນ​ທາງທິດ​ຕາເວັນອອກ.</verse>
				<verse number="7">ອັບຣາຮາມ​ມີ​ອາຍຸ​ທັງໝົດ 175 ປີ.</verse>
				<verse number="8">ຈາກ​ນັ້ນ ອັບຣາຮາມ​ກໍ​ໄດ້​ສິ້ນ​ລົມ​ຫາຍໃຈ ແລະ​ໄດ້​ຕາຍ​ໄປ​ໃນ​ຂະນະ​ທີ່​ມີ​ອາຍຸ​ສູງ ເປັນ​ຜູ້​ເຖົ້າ​ທີ່​ມີ​ອາຍຸ​ໝັ້ນຍືນ ແລະ​ໄດ້​ຖືກ​ຮວບຮວມ​ໄວ້​ກັບ​ຄົນ​ທັງຫລາຍ​ຂອງ​ຕົນ.</verse>
				<verse number="9">ອີຊາກ​ແລະ​ອິດຊະມາເອນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຝັງສົບ​ເພິ່ນ​ໄວ້ ທີ່​ຖໍ້າ​ມັກເປລາ​ໃນ​ນາ​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ມຳເຣ ຊຶ່ງ​ເປັນ​ຂອງ​ເອຟະໂຣນ ລູກຊາຍ​ຂອງ​ໂຊຮາ​ຊາວ​ຮິດຕີ.</verse>
				<verse number="10">ນາ​ບ່ອນ​ນີ້​ອັບຣາຮາມ​ໄດ້​ຊື້​ຈາກ​ຊາວ​ຮິດຕີ ອັບຣາຮາມ​ກັບ​ເມຍ​ຂອງ​ເພິ່ນ​ທັງສອງ​ກໍ​ຖືກ​ຝັງ​ໄວ້​ໃນ​ທີ່ນັ້ນ.</verse>
				<verse number="11">ຫລັງຈາກ​ອັບຣາຮາມ​ໄດ້​ຕາຍໄປ​ແລ້ວ ພຣະເຈົ້າ​ໄດ້​ອວຍພອນ​ອີຊາກ​ລູກຊາຍ​ຂອງ​ເພິ່ນ ຜູ້​ທີ່​ອາໄສ​ຢູ່​ໃກ້ “ນໍ້າສ້າງ​ຂອງ​ພຣະເຈົ້າ​ຜູ້​ເຫັນ​ຂ້ອຍ.”</verse>
				<verse number="12">ອິດຊະມາເອນ​ຜູ້​ທີ່​ນາງ​ຮາກາ ສາວ​ໃຊ້​ຊາວ​ເອຢິບ​ຂອງ​ນາງ​ຊາຣາ ເກີດ​ໃຫ້​ອັບຣາຮາມ​ນັ້ນ</verse>
				<verse number="13">ມີ​ລູກຊາຍ​ຕາມ​ລະດັບ​ການ​ເກີດ ດັ່ງນີ້: ເນບາໂຢດ, ເກດາ, ອັດເບເອນ, ມິບສາມ,</verse>
				<verse number="14">ມີຊະມາ, ດູມາ, ມາສາ,</verse>
				<verse number="15">ຮາດັດ, ເຕມາ, ເຢຕູເຣ, ນາຟິດ ແລະ​ເກເດມາ.</verse>
				<verse number="16">ພວກເຂົາ​ເປັນ​ບັນພະບຸລຸດ​ຂອງ​ສິບສອງ​ເຜົ່າ ແລະ​ຊື່​ຂອງ​ພວກເຂົາ​ກາຍເປັນ​ຊື່​ຂອງ​ບ້ານ​ກັບ​ທີ່ພັກ​ອາໄສ​ຕ່າງໆ.</verse>
				<verse number="17">ອິດຊະມາເອນ​ໄດ້​ຕາຍໄປ​ເມື່ອ​ອາຍຸ​ໄດ້ 137 ປີ.</verse>
				<verse number="18">ເຊື້ອສາຍ​ຂອງ​ອິດຊະມາເອນ​ອາໄສ​ຢູ່​ໃນ​ດິນແດນ ລະຫວ່າງ​ເມືອງ​ຮາວີລາ​ແລະ​ຊູເຣ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ປະເທດ​ເອຢິບ ຕາມ​ທາງ​ໄປ​ສູ່​ປະເທດ​ອັດຊີເຣຍ. ພວກເຂົາ​ອາໄສ​ຢູ່​ຕ່າງຫາກ​ຈາກ​ເຊື້ອສາຍ​ຂອງ​ອັບຣາຮາມ.</verse>
				<verse number="19">ຕໍ່ໄປນີ້​ແມ່ນ​ເລື່ອງ​ຂອງ​ອີຊາກ ລູກຊາຍ​ຂອງ​ອັບຣາຮາມ.</verse>
				<verse number="20">ອີຊາກ​ມີ​ອາຍຸ​ໄດ້ 40 ປີ ເມື່ອ​ແຕ່ງງານ​ກັບ​ເຣເບກາ​ລູກສາວ​ຂອງ​ເບທູເອນ (ຊາວ​ປາດານ-ອາຣາມ​ຈາກ​ເມໂຊ​ໂປຕາເມຍ) ແລະ​ເປັນ​ນ້ອງສາວ​ຂອງ​ລາບານ.</verse>
				<verse number="21">ຍ້ອນ​ນາງ​ເຣເບກາ​ບໍ່ມີ​ລູກ ອີຊາກ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເພື່ອ​ນາງ. ພຣະເຈົ້າຢາເວ​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ລາວ ແລະ​ນາງ​ເຣເບກາ​ຈຶ່ງ​ຕັ້ງ​ທ້ອງ.</verse>
				<verse number="22">ເມື່ອ​ນາງ​ຖືພາ​ຢູ່​ນັ້ນ ລູກ​ຝາແຝດ​ກໍ​ບຽດກັນ​ຢູ່​ໃນ​ທ້ອງ. ນາງ​ເລີຍ​ເວົ້າ​ວ່າ “ຖ້າ​ເປັນ​ເຊັ່ນນີ້ ເປັນຫຍັງ​ຂ້ອຍ​ຈຶ່ງ​ຢາກ​ມີ​ລູກ?” ດັ່ງນັ້ນ ນາງ​ຈຶ່ງ​ພາວັນນາ​ອະທິຖານ​ຖາມ​ພຣະເຈົ້າຢາເວ​ກ່ຽວກັບ​ເລື່ອງ​ນີ້.</verse>
				<verse number="23">ພຣະເຈົ້າຢາເວ​ຕອບ​ນາງ​ວ່າ, “ມີ​ສອງ​ຊົນຊາດ​ທີ່​ຢູ່​ພາຍ​ໃນ​ເຈົ້າ; ເປັນ​ສອງ​ຊົນເຜົ່າ​ທີ່​ຈະ​ເກີດ​ມາ​ຕໍ່ສູ້​ກັນ. ສ່ວນ​ຜູ້ໜຶ່ງ​ນັ້ນ​ຈະ​ແຂງແຮງ​ລື່ນ​ກວ່າ; ຜູ້​ອ້າຍ​ຈະ​ຮັບໃຊ້​ຜູ້​ເປັນ​ນ້ອງ​ຂອງຕົນ.”</verse>
				<verse number="24">ເມື່ອ​ເຖິງ​ກຳນົດ​ຄອດ ນາງ​ໄດ້​ເກີດ​ລູກຊາຍ​ເປັນ​ຝາແຝດ.</verse>
				<verse number="25">ຜູ້​ທີ່​ອອກ​ມາ​ກ່ອນ​ແດງ​ແລະ​ມີ​ຂົນ​ເຕັມ​ຕົວ ເໝືອນ​ເສື້ອ​ທີ່​ເຮັດ​ດ້ວຍ​ຂົນສັດ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ລາວ​ວ່າ ເອຊາວ.</verse>
				<verse number="26">ຜູ້​ທີ​ສອງ​ອອກ​ມາ​ມື​ຈັບ​ສົ້ນໜ່ອງ​ຂອງ​ເອຊາວ​ໄວ້. ສະນັ້ນ ລາວ​ຈຶ່ງ​ມີ​ຊື່​ວ່າ ຢາໂຄບ. ເມື່ອ​ລູກຊາຍ​ຝາແຝດ​ເກີດ​ມາ ອີຊາກ​ອາຍຸ​ໄດ້ 60 ປີ.</verse>
				<verse number="27">ເດັກນ້ອຍ​ທັງສອງ​ເຕີບ​ໃຫຍ່​ຂຶ້ນ​ມາ ແລະ​ເອຊາວ​ກາຍເປັນ​ນາຍພານ​ທີ່​ເກັ່ງກ້າ​ທັງ​ຊຳນິ​ຊຳນານ ແລະ​ມັກ​ໃຊ້​ຊີວິດ​ຢູ່​ນອກ​ບ້ານ. ສ່ວນ​ຢາໂຄບ​ນັ້ນ ເປັນ​ຄົນ​ສຸກຂຸມ​ແລະ​ມັກ​ຢູ່​ແຕ່​ໃນ​ເຮືອນ.</verse>
				<verse number="28">ອີຊາກ​ຮັກ​ເອຊາວ​ເພາະ​ເພິ່ນ​ໄດ້​ກິນ​ສັດ​ທີ່​ລາວ​ຫາ​ມາ​ໄດ້. ສ່ວນ​ເຣເບກາ​ນັ້ນ​ນາງ​ຮັກ​ຢາໂຄບ.</verse>
				<verse number="29">ມື້​ໜຶ່ງ ເມື່ອ​ຢາໂຄບ​ກຳລັງ​ເຮັດ​ແກງ​ໝາກຖົ່ວ​ຢູ່ ກໍ​ພໍດີ​ເອຊາວ​ກັບ​ມາ​ແຕ່​ລ່າເນື້ອ. ລາວ​ຫິວ​ຫລາຍ</verse>
				<verse number="30">ຈຶ່ງ​ເວົ້າ​ກັບ​ຢາໂຄບ​ວ່າ, “ຂ້ອຍ​ຂໍ​ກິນ​ແກງ​ໝາກຖົ່ວແດງ​ຂອງ​ເຈົ້າ​ຈັກ​ຄຳ​ແດ່ ເພາະ​ຂ້ອຍ​ຫິວ​ຫລາຍ​ແທ້ໆ.” (ດ້ວຍ​ເຫດຜົນ​ດັ່ງ​ກ່າວ​ນີ້ ເພິ່ນ​ຈຶ່ງ​ເອີ້ນ​ເອຊາວ​ວ່າ ເອໂດມ)</verse>
				<verse number="31">ຢາໂຄບ​ຕອບ​ວ່າ, “ຂ້ອຍ​ຈະ​ໃຫ້​ກິນ ຖ້າ​ເຈົ້າ​ຂາຍ​ສິດ​ອ້າຍກົກ​ໃຫ້​ຂ້ອຍ.”</verse>
				<verse number="32">ເອຊາວ​ຕອບ​ວ່າ, “ເອົາລະ ຂ້ອຍ​ຫິວ​ໃກ້​ຈະ​ຕາຍ​ຢູ່​ແລ້ວ ສິດ​ອ້າຍ​ກົກ​ຈະ​ມີ​ປະໂຫຍດ​ຫຍັງ​ແກ່​ຂ້ອຍ.”</verse>
				<verse number="33">ຢາໂຄບ​ຈຶ່ງ​ຕອບ​ວ່າ, “ສາບານ​ກ່ອນ​ແມ​ວ່າ ເຈົ້າ​ຈະ​ມອບ​ສິດ​ອ້າຍກົກ​ໃຫ້​ຂ້ອຍ.” ເອຊາວ​ຈຶ່ງ​ສາບານ ແລະ​ຂາຍ​ສິດ​ອ້າຍກົກ​ຂອງຕົນ​ໃຫ້​ຢາໂຄບ.</verse>
				<verse number="34">ແລ້ວ​ຢາໂຄບ​ກໍ​ເອົາ​ເຂົ້າຈີ່​ແລະ​ແກງ​ໝາກຖົ່ວ​ໃຫ້​ເອຊາວ, ລາວ​ກິນ​ແລະ​ດື່ມ​ຈົນ​ອີ່ມ​ແລ້ວ​ກໍ​ໜີໄປ. ເອຊາວ​ໄດ້​ໝິ່ນປະໝາດ​ສິດ​ຂອງ​ອ້າຍກົກ.</verse>
			</chapter>
			<chapter number="26">
				<verse number="1">ຢູ່​ຕໍ່ມາ ມີ​ການ​ອຶດຢາກ​ເກີດຂຶ້ນ​ໃນ​ປະເທດ​ຊຶ່ງ​ການ​ອຶດຢາກ​ເຊັ່ນນີ້ ເຄີຍ​ມີ​ມາ​ແລ້ວ​ໃນ​ສະໄໝ​ຂອງ​ອັບຣາຮາມ. ອີຊາກ​ຈຶ່ງ​ໄປ​ຫາ​ເຈົ້າ​ອາບີເມເຫຼັກ ຜູ້​ທີ່​ເປັນ​ກະສັດ​ຂອງ​ຊາວ​ຟີລິດສະຕິນ​ທີ່​ເມືອງ​ເກຣາກ.</verse>
				<verse number="2">ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອີຊາກ ແລະ​ບອກ​ເພິ່ນ​ວ່າ, “ຢ່າ​ໄປ​ປະເທດ​ເອຢິບ; ຈົ່ງ​ຢູ່​ໃນ​ດິນແດນ​ນີ້​ຊຶ່ງ​ເປັນ​ບ່ອນ​ທີ່​ເຮົາ​ບອກ​ເຈົ້າ​ຢູ່.</verse>
				<verse number="3">ໃນ​ທີ່​ນີ້ ເຮົາ​ຈະ​ຢູ່​ນຳ​ເຈົ້າ​ແລະ​ອວຍພອນ​ເຈົ້າ. ເຮົາ​ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຈົ້າ​ກັບ​ເຊື້ອສາຍ​ຂອງ​ເຈົ້າ. ເຮົາ​ຈະ​ເຮັດ​ໃຫ້​ຄຳ​ສາບານ ຊຶ່ງ​ເຮົາ​ໄດ້​ປະຕິຍານ​ໄວ້​ກັບ​ອັບຣາຮາມ ພໍ່​ຂອງ​ເຈົ້າ​ສຳເລັດ.</verse>
				<verse number="4">ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ​ເຮົາ​ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ເຊື້ອສາຍ​ຂອງ​ເຈົ້າ. ຊົນຊາດ​ທັງປວງ​ຈະ​ໄດ້​ຮັບ​ພຣະພອນ​ຜ່ານ​ທາງ​ເຊື້ອສາຍ​ຂອງ​ເຈົ້າ.</verse>
				<verse number="5">ເຮົາ​ຈະ​ອວຍພອນ​ເຈົ້າ ເພາະ​ອັບຣາຮາມ​ເຊື່ອຟັງ​ເຮົາ ໂດຍ​ໄດ້​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ.”</verse>
				<verse number="6">ດັ່ງນັ້ນ ອີຊາກ​ຈຶ່ງ​ອາໄສ​ຢູ່​ທີ່​ເມືອງ​ເກຣາກ.</verse>
				<verse number="7">ເມື່ອ​ຜູ້ຊາຍ​ຊາວ​ເມືອງ​ຖາມ​ກ່ຽວກັບ​ເມຍ​ຂອງ​ເພິ່ນ ເພິ່ນ​ກໍ​ຕອບ​ພວກເຂົາ​ວ່າ ນາງ​ເປັນ​ນ້ອງສາວ. ເພິ່ນ​ບໍ່​ກ້າ​ເວົ້າ​ວ່າ​ນາງ​ເປັນ​ເມຍ​ຂອງຕົນ ເພາະ​ຢ້ານ​ພວກ​ຜູ້ຊາຍ​ຊາວ​ເມືອງ​ນີ້​ຂ້າ​ເພິ່ນ ແລະ​ເອົາ​ນາງ​ເຣເບກາ​ຜູ້​ເປັນ​ຍິງ​ສວຍງາມ​ນີ້​ໄປ.</verse>
				<verse number="8">ເມື່ອ​ອີຊາກ​ອາໄສ​ຢູ່​ໃນ​ເມືອງ​ນີ້​ຊົ່ວ​ໄລຍະ​ໜຶ່ງ​ແລ້ວ ເຈົ້າ​ອາບີເມເຫຼັກ​ກະສັດ​ຂອງ​ຊາວ​ຟີລິດສະຕິນ​ໄດ້​ຫລຽວ​ລົງ​ມາ​ຈາກ​ປ່ອງຢ້ຽມ ແລະ​ເຫັນ​ອີຊາກ​ກຳລັງ​ກອດ​ນາງ​ເຣເບກາ​ເມຍ​ຂອງຕົນ​ຢູ່.</verse>
				<verse number="9">ເຈົ້າ​ອາບີເມເຫຼັກ​ຈຶ່ງ​ເອີ້ນ​ອີຊາກ​ມາ ແລະ​ເວົ້າ​ວ່າ, “ເບິ່ງດູ ນາງ​ເປັນ​ເມຍ​ຂອງ​ເຈົ້າ​ແທ້ ແຕ່​ເປັນຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ​ນາງ​ເປັນ​ນ້ອງສາວ?” ອີຊາກ​ຈຶ່ງ​ຕອບ​ວ່າ, “ເພາະ​ຂ້ານ້ອຍ​ຢ້ານ​ຖືກ​ຂ້າ ຖ້າ​ເວົ້າ​ວ່າ​ນາງ​ເປັນ​ເມຍ.”</verse>
				<verse number="10">ເຈົ້າ​ອາບີເມເຫຼັກ​ເວົ້າ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ກັບ​ເຮົາ​ດັ່ງນີ້? ຄົນ​ຂອງເຮົາ​ບາງຄົນ​ອາດ​ນອນ​ນຳ​ເມຍ​ຂອງ​ເຈົ້າ​ກໍໄດ້ ແລະ​ເຈົ້າ​ຕ້ອງ​ຮັບຜິດຊອບ​ໃນ​ຄວາມຜິດ​ຂອງ​ພວກເຮົາ.”</verse>
				<verse number="11">ດັ່ງນັ້ນ ເຈົ້າ​ອາບີເມເຫຼັກ​ຈຶ່ງ​ອອກ​ຄຳສັ່ງ​ເຕືອນ​ປະຊາຊົນ​ໃນ​ເມືອງ​ນັ້ນ​ວ່າ, “ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຂົ່ມເຫັງ​ຊາຍ​ຜູ້​ນີ້​ແລະ​ເມຍ​ຂອງ​ລາວ ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”</verse>
				<verse number="12">ອີຊາກ​ເຮັດ​ນາ​ໃນ​ປະເທດ​ນີ້ ແລະ​ໃນ​ປີ​ນັ້ນ​ເອງ ເພິ່ນ​ເກັບກ່ຽວ​ເຂົ້າ​ໄດ້​ຮ້ອຍ​ເທົ່າ​ໃນ​ຈຳນວນ​ເຂົ້າ​ທີ່​ເພາະ​ປູກ ເພາະ​ພຣະເຈົ້າຢາເວ​ອວຍພອນ​ເພິ່ນ.</verse>
				<verse number="13">ອີຊາກ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ແລະ​ກາຍເປັນ​ຄົນ​ຮັ່ງມີ.</verse>
				<verse number="14">ຍ້ອນ​ເພິ່ນ​ມີ​ຝູງແກະ, ຝູງງົວ ແລະ​ມີ​ຄົນ​ຮັບໃຊ້​ຫລາຍ​ຄົນ ຊາວ​ຟີລິດສະຕິນ​ຈຶ່ງ​ອິດສາ​ເພິ່ນ.</verse>
				<verse number="15">ສະນັ້ນ ພວກເຂົາ​ຈຶ່ງ​ເອົາ​ຂີ້ດິນ​ຖົມ​ນໍ້າສ້າງ​ທຸກ​ໜ່ວຍ ຊຶ່ງ​ຄົນ​ຮັບໃຊ້​ຂອງ​ພໍ່​ເພິ່ນ​ໄດ້​ຂຸດ​ໃນ​ສະໄໝ​ທີ່​ພໍ່​ຂອງ​ເພິ່ນ​ຍັງ​ມີ​ຊີວິດ​ຢູ່.</verse>
				<verse number="16">ຕໍ່ມາ ເຈົ້າ​ອາບີເມເຫຼັກ​ໄດ້​ບອກ​ອີຊາກ​ວ່າ, “ຈົ່ງ​ໜີໄປ​ຈາກ​ດິນແດນ​ຂອງເຮົາ. ເຈົ້າ​ມີ​ກຳລັງ​ອຳນາດ​ຫລາຍກວ່າ​ເຮົາ​ແລ້ວ.”</verse>
				<verse number="17">ດັ່ງນັ້ນ ອີຊາກ​ຈຶ່ງ​ໜີໄປ​ຕັ້ງ​ຄ້າຍພັກ​ຢູ່​ຮ່ອມພູ​ຂອງ​ເມືອງ​ເກຣາກ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ​ຊົ່ວ​ໄລຍະ​ໜຶ່ງ.</verse>
				<verse number="18">ເພິ່ນ​ຂຸດ​ນໍ້າສ້າງ​ເກົ່າ​ທີ່​ອັບຣາຮາມ ພໍ່​ຂອງຕົນ​ໄດ້​ຂຸດ​ໄວ້​ໃນ​ສະໄໝ​ກ່ອນ ແລະ​ພວກ​ຟີລິດສະຕິນ​ໄດ້​ຖົມ​ນໍ້າສ້າງ​ເຫຼົ່ານັ້ນ ຫລັງຈາກ​ອັບຣາຮາມ​ໄດ້​ຕາຍໄປ​ແລ້ວ. ອີຊາກ​ເອີ້ນ​ຊື່​ນໍ້າສ້າງ​ທີ່​ຂຸດ​ໃໝ່​ນີ້ ເໝືອນ​ຊື່​ເດີມ​ທີ່​ພໍ່​ຂອງຕົນ​ໄດ້​ເອີ້ນ​ມາ​ແລ້ວ.</verse>
				<verse number="19">ຄົນ​ຮັບໃຊ້​ຂອງ​ອີຊາກ​ໄດ້​ຂຸດ​ນໍ້າສ້າງ​ທີ່​ຮ່ອມພູ ແລະ​ພວກເຂົາ​ໄດ້​ພົບ​ນໍ້າ​ອອກ​ບໍ່.</verse>
				<verse number="20">ຄົນ​ລ້ຽງສັດ​ຂອງ​ຊາວ​ເມືອງ​ເກຣາກ​ຈຶ່ງ​ມາ​ຖົກຖຽງ​ກັນ​ກັບ​ຄົນ​ລ້ຽງສັດ​ຂອງ​ອີຊາກ​ວ່າ, “ບໍ່ນໍ້າ​ນີ້​ເປັນ​ຂອງ​ພວກເຮົາ.” ດັ່ງນັ້ນ ອີຊາກ​ຈຶ່ງ​ໃສ່​ຊື່​ບໍ່ນໍ້າ​ນີ້​ວ່າ, “ທະເລາະ​ວິວາດ.”</verse>
				<verse number="21">ຄົນ​ຮັບໃຊ້​ຂອງ​ອີຊາກ​ໄດ້​ຂຸດ​ນໍ້າສ້າງ​ອີກ​ໜ່ວຍ​ໜຶ່ງ ໃນ​ບ່ອນ​ນີ້​ກໍ​ມີ​ການ​ຖົກຖຽງ​ກັນ​ຕື່ມ​ອີກ; ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ນໍ້າສ້າງ​ນີ້​ວ່າ, “ສັດຕູ.”</verse>
				<verse number="22">ເພິ່ນ​ຈຶ່ງ​ໜີ​ຈາກ​ທີ່​ນັ້ນ​ແລະ​ໄປ​ຂຸດ​ນໍ້າສ້າງ​ທີ່​ອື່ນ​ອີກ. ໃນ​ທີ່​ນີ້​ບໍ່ມີ​ການ​ຖົກຖຽງ​ກັນ​ເກີດຂຶ້ນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ນໍ້າສ້າງ​ນີ້​ວ່າ, “ອິດສະລະພາບ.” ເພິ່ນ​ເວົ້າ​ວ່າ, “ບັດນີ້ ພຣະເຈົ້າຢາເວ​ໄດ້​ໃຫ້​ອິດສະລະພາບ​ແກ່​ພວກເຮົາ​ໃນ​ດິນແດນ​ນີ້ ພວກເຮົາ​ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃນ​ທີ່​ນີ້.”</verse>
				<verse number="23">ແລ້ວ​ອີຊາກ​ກໍ​ຈາກ​ບ່ອນ​ນີ້​ໄປ​ສູ່​ເບເອນເຊບາ.</verse>
				<verse number="24">ໃນ​ຄືນ​ນັ້ນ ພຣະເຈົ້າຢາເວ​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ​ພໍ່​ຂອງ​ເຈົ້າ; ຢ່າສູ່ຢ້ານ​ເລີຍ ເພາະ​ເຮົາ​ຢູ່​ກັບ​ເຈົ້າ. ແລະ​ອວຍພອນ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ; ເຮົາ​ໄດ້​ສັນຍາ​ໄວ້​ກັບ​ອັບຣາຮາມ​ຜູ້ຮັບໃຊ້​ຂອງເຮົາ.”</verse>
				<verse number="25">ໃນ​ທີ່ນັ້ນ ອີຊາກ​ໄດ້​ສ້າງ​ແທ່ນບູຊາ​ຮ້ອງທູນ​ອອກ​ນາມຊື່​ພຣະເຈົ້າຢາເວ. ແລ້ວ​ເພິ່ນ​ກໍ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ນັ້ນ ແລະ​ຄົນ​ຂອງ​ເພິ່ນ​ກໍ​ຂຸດ​ນໍ້າສ້າງ​ຕື່ມ​ອີກ.</verse>
				<verse number="26">ເຈົ້າ​ອາບີເມເຫຼັກ​ມາ​ແຕ່​ເມືອງ​ເກຣາກ​ພ້ອມ​ກັບ​ອາຮູຊາດ​ທີ່ປຶກສາ ແລະ​ຟີໂກນ​ແມ່ທັບ​ຂອງຕົນ​ເພື່ອ​ຢ້ຽມຢາມ​ອີຊາກ.</verse>
				<verse number="27">ອີຊາກ​ຖາມ​ວ່າ, “ທ່ານເອີຍ ດ້ວຍເຫດໃດ​ຈຶ່ງ​ມາ​ຫາ​ຂ້ານ້ອຍ? ໃນ​ເມື່ອ​ທ່ານ​ກຽດຊັງ​ຂ້ານ້ອຍ ແລະ​ຂັບໄລ່​ຂ້ານ້ອຍ​ອອກ​ມາ​ຈາກ​ດິນແດນ​ຂອງທ່ານ.”</verse>
				<verse number="28">ເຈົ້າ​ອາບີເມເຫຼັກ​ຕອບ​ວ່າ, “ບັດນີ້ ພວກເຮົາ​ຮູ້​ແລ້ວ​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ ແລະ​ພວກເຮົາ​ຄິດ​ວ່າ​ເຈົ້າ​ແລະ​ເຮົາ​ຄວນ​ມີ​ການ​ຕົກລົງ​ກັນ​ຢ່າງ​ຈິງໃຈ.</verse>
				<verse number="29">ພວກເຮົາ​ປະສົງ​ຢາກ​ໃຫ້​ເຈົ້າ​ສັນຍາ​ວ່າ​ຈະ​ບໍ່​ທຳຮ້າຍ​ພວກເຮົາ ດັ່ງ​ທີ່​ພວກເຮົາ​ບໍ່ໄດ້​ທຳຮ້າຍ​ເຈົ້າ. ພວກເຮົາ​ເມດຕາ​ເຈົ້າ​ໂດຍ​ໃຫ້​ເດີນທາງ​ອອກ​ໜີ​ມາ​ຢ່າງ​ສະຫງົບສຸກ. ມາບັດນີ້ ເປັນ​ການ​ຈະແຈ້ງ​ແລ້ວ​ວ່າ ແມ່ນ​ພຣະເຈົ້າຢາເວ​ທີ່​ອວຍພອນ​ເຈົ້າ.”</verse>
				<verse number="30">ອີຊາກ​ໄດ້​ຈັດ​ງານກິນລ້ຽງ​ຂຶ້ນ​ເພື່ອ​ຕ້ອນຮັບ​ພວກເພິ່ນ ພວກເພິ່ນ​ພາກັນ​ກິນ​ແລະ​ດື່ມ​ຢ່າງ​ມ່ວນຊື່ນ.</verse>
				<verse number="31">ໃນ​ຕອນເຊົ້າ​ມືດ​ທັງສອງ​ຝ່າຍ​ຕ່າງ​ກໍ​ສາບານ​ຕໍ່​ກັນແລະກັນ. ອີຊາກ​ໄດ້​ສັ່ງ​ລາ​ພວກເພິ່ນ ແລະ​ພວກເພິ່ນ​ໄດ້​ອຳລາ​ກັບ​ເມືອ​ຢ່າງ​ສັນມິດ​ທີ່​ດີ.</verse>
				<verse number="32">ໃນ​ມື້​ນັ້ນ​ເອງ ຄົນ​ຮັບໃຊ້​ຂອງ​ອີຊາກ​ໄດ້​ມາ​ບອກ​ເຖິງ​ການ​ຂຸດ​ນໍ້າສ້າງ​ວ່າ, “ເຮົາ​ໄດ້​ພົບ​ນໍ້າ.”</verse>
				<verse number="33">ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ນໍ້າສ້າງ​ນີ້​ວ່າ, “ສາບານ” ຊຶ່ງ​ຕໍ່ມາ​ໄດ້​ກາຍເປັນ​ຊື່​ຂອງ​ເມືອງ​ເບເອນເຊບາ.</verse>
				<verse number="34">ເມື່ອ​ເອຊາວ​ອາຍຸ​ໄດ້ 40 ປີ; ເພິ່ນ​ແຕ່ງງານ​ກັບ​ລູກສາວ​ຂອງ​ຊາວ​ຮິດຕີ​ສອງ​ຄົນ​ຄື: ນາງ​ຢູດິດ​ລູກສາວ​ຂອງ​ເບເອຣີ ແລະ​ນາງ​ບາເສມາດ​ລູກສາວ​ຂອງ​ເອໂລນ.</verse>
				<verse number="35">ລູກໃພ້​ສອງ​ຄົນ​ນີ້​ເຮັດ​ໃຫ້​ອີຊາກ​ແລະ​ນາງ​ເຣເບກາ ບໍ່ມີ​ຄວາມ​ສຸກໃຈ​ເລີຍ.</verse>
			</chapter>
			<chapter number="27">
				<verse number="1">ອີຊາກ​ເຖົ້າແກ່​ຫລາຍ ແລະ​ສາຍ​ຕາ​ກໍ​ມືດມົວ​ລົງ. ເພິ່ນ​ເອີ້ນ​ເອຊາວ​ລູກຊາຍກົກ​ມາ ແລະ​ເວົ້າ​ວ່າ, “ລູກເອີຍ” ລາວ​ຕອບ​ວ່າ, “ໂດຍ ລູກ​ກຳລັງ​ຟັງ​ຢູ່.”</verse>
				<verse number="2">ອີຊາກ​ກ່າວ​ວ່າ, “ລູກ​ກໍ​ເຫັນ​ວ່າ ພໍ່​ນີ້​ເຖົ້າແກ່​ຫລາຍ​ແລ້ວ ອາດ​ຈະ​ຕາຍ​ໃນ​ໄວໆ​ນີ້​ກໍໄດ້.</verse>
				<verse number="3">ບັດນີ້ ຈົ່ງ​ເອົາ​ໜ້າທະນູ​ກັບ​ລູກສອນ ແລະ​ອອກ​ໄປ​ລ່າສັດ​ໃນ​ປ່າ​ມາ​ໃຫ້​ພໍ່.</verse>
				<verse number="4">ຈົ່ງ​ເຮັດ​ອາຫານ​ແຊບໆ​ທີ່​ພໍ່​ມັກ​ກິນ​ມາ​ໃຫ້​ພໍ່. ເມື່ອ​ກິນ​ອີ່ມ​ແລ້ວ ພໍ່​ຈະ​ອວຍພອນ​ເຈົ້າ​ເປັນ​ຄັ້ງ​ສຸດທ້າຍ​ກ່ອນ​ພໍ່​ຈະ​ຕາຍ.”</verse>
				<verse number="5">ເມື່ອ​ອີຊາກ​ເວົ້າ​ກັບ​ເອຊາວ ນາງ​ເຣເບກາ​ກໍ​ຢູ່​ທີ່​ນັ້ນ. ສະນັ້ນ ພໍ​ເອຊາວ​ອອກ​ຈາກ​ເມືອງ​ໄປ​ລ່າສັດ</verse>
				<verse number="6">ນາງ​ຈຶ່ງ​ເວົ້າ​ກັບ​ຢາໂຄບ​ວ່າ, “ແມ່​ຫາ​ກໍ​ໄດ້​ຍິນ​ພໍ່​ຂອງ​ເຈົ້າ​ເວົ້າ​ກັບ​ເອຊາວ​ວ່າ,</verse>
				<verse number="7">‘ໄປ​ລ່າສັດ​ມາ​ເຮັດ​ອາຫານ​ອັນ​ແຊບໆ​ໃຫ້​ພໍ່. ເມື່ອ​ກິນ​ອີ່ມ​ແລ້ວ ພໍ່​ຈະ​ອວຍພອນ​ເຈົ້າ​ຊ້ອງໜ້າ​ພຣະເຈົ້າຢາເວ​ກ່ອນ​ພໍ່​ຈະ​ຕາຍ.’</verse>
				<verse number="8">ບັດນີ້​ລູກ​ເອີຍ ຈົ່ງ​ຟັງ​ໃຫ້​ດີ ແລະ​ເຮັດ​ຕາມ​ສິ່ງ​ທີ່​ແມ່​ບອກ.</verse>
				<verse number="9">ຈົ່ງ​ໄປ​ທີ່​ຝູງສັດ ແລະ​ເລືອກ​ເອົາ​ລູກ​ແບ້​ໂຕ​ຕຸ້ຍພີ​ດີ​ງາມ​ມາ ເພື່ອ​ແມ່​ຈະ​ເຮັດ​ອາຫານ​ຢ່າງ​ແຊບໆ​ທີ່​ພໍ່​ເຈົ້າ​ມັກ.</verse>
				<verse number="10">ແລ້ວ​ຈົ່ງ​ເອົາ​ອາຫານ​ໄປ​ໃຫ້​ພໍ່​ເຈົ້າ​ກິນ ເພື່ອ​ວ່າ​ພໍ່​ຈະ​ອວຍພອນ​ເຈົ້າ​ກ່ອນ​ເພິ່ນ​ຈະ​ຕາຍ.”</verse>
				<verse number="11">ແຕ່​ຢາໂຄບ​ເວົ້າ​ກັບ​ແມ່​ວ່າ, “ແມ່​ກໍ​ຮູ້​ວ່າ​ເອຊາວ​ເປັນ​ຄົນ​ມີ​ຂົນ ສ່ວນ​ເຮົາ​ນັ້ນ​ຕົນຕົວ​ກ້ຽງ.</verse>
				<verse number="12">ພໍ່​ອາດ​ລູບ​ເບິ່ງ​ເຮົາ​ແລະ​ເມື່ອ​ຮູ້​ວ່າ​ເຮົາ​ກຳລັງ​ຫລອກລວງ​ເພິ່ນ ແທນ​ທີ່​ເຮົາ​ຈະ​ໄດ້​ຮັບ​ພອນ​ເລີຍ​ຈະ​ຖືກ​ສາບແຊ່ງ​ຊໍ້າ.”</verse>
				<verse number="13">ແມ່​ຕອບ​ລາວ​ວ່າ, “ລູກ​ເອີຍ ຂໍ​ໃຫ້​ຄຳສາບແຊ່ງ​ຕົກ​ຖືກ​ແມ່​ເທາະ; ຈົ່ງ​ເຮັດ​ຕາມ​ທີ່​ແມ່​ບອກ​ເຖີດ ຈົ່ງ​ໄປ​ເອົາ​ແບ້​ມາ.”</verse>
				<verse number="14">ດັ່ງນັ້ນ ລາວ​ຈຶ່ງ​ໄປ​ເອົາ​ແບ້​ມາ​ໃຫ້​ແມ່​ເຮັດ​ອາຫານ​ອັນ​ແຊບໆ ທີ່​ອີຊາກ​ມັກ.</verse>
				<verse number="15">ແລ້ວ​ນາງ​ເຣເບກາ​ກໍ​ເອົາ​ເສື້ອ​ໂຕ​ດີທີ່ສຸດ​ຂອງ​ເອຊາວ​ທີ່​ມີ​ໃນ​ເຮືອນ​ມາ​ໃຫ້​ຢາໂຄບ​ໃສ່.</verse>
				<verse number="16">ນາງ​ເອົາ​ໜັງ​ແກະ​ມາ​ປົກ​ແຂນ ແລະ​ຄໍ​ອັນ​ກ້ຽງ​ຂອງ​ລາວ.</verse>
				<verse number="17">ນາງ​ເອົາ​ອາຫານ​ອັນ​ຫອມຫວນ ແລະ​ເຂົ້າຈີ່​ທີ່​ຕົນ​ເຮັດ​ນັ້ນ​ໃຫ້​ຢາໂຄບ​ຖື​ໄປ.</verse>
				<verse number="18">ແລ້ວ​ຢາໂຄບ​ກໍ​ໄປ​ຫາ​ພໍ່ ແລະ​ເວົ້າ​ວ່າ, “ພໍ່​ເອີຍ” ຜູ້​ເປັນ​ພໍ່​ຈຶ່ງ​ຕອບ​ວ່າ, “ແມ່ນ​ຫຍັງ​ລູກ ເຈົ້າ​ເປັນ​ລູກ​ຄົນໃດ​ຂອງ​ພໍ່?”</verse>
				<verse number="19">ຢາໂຄບ​ຕອບ​ວ່າ, “ລູກ​ແມ່ນ​ເອຊາວ​ລູກຊາຍ​ຄົນ​ກົກ​ຂອງ​ພໍ່. ລູກ​ເຮັດ​ສິ່ງ​ທີ່​ພໍ່​ໄດ້​ບອກ​ນັ້ນ​ແລ້ວ. ຈົ່ງ​ລຸກ​ຂຶ້ນ​ກິນ​ອາຫານ​ນີ້​ເຖີດ ເພື່ອ​ວ່າ​ພໍ່​ຈະ​ອວຍພອນ​ລູກ.”</verse>
				<verse number="20">ອີຊາກ​ຖາມ​ວ່າ, “ລູກ​ໄດ້​ມາ​ແຕ່​ໃສ​ໄວ​ແທ້?” ຢາໂຄບ​ຕອບ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພໍ່​ຊ່ວຍ​ຫາ​ໃຫ້​ລູກ.”</verse>
				<verse number="21">ອີຊາກ​ເວົ້າ​ກັບ​ຢາໂຄບ​ວ່າ, “ຈົ່ງ​ຫຍັບ​ເຂົ້າ​ມາ​ໃກ້ໆ​ພໍ່​ພີ້​ເພື່ອ​ພໍ່​ຈະ​ລູບ​ເບິ່ງ​ວ່າ ເຈົ້າ​ແມ່ນ​ເອຊາວ​ແທ້​ຫລື​ບໍ່?”</verse>
				<verse number="22">ຢາໂຄບ​ຈຶ່ງ​ຫຍັບ​ເຂົ້າ​ໃກ້​ພໍ່ ເພິ່ນ​ລູບ​ຄຳ​ລາວ​ແລະ​ເວົ້າ​ວ່າ, “ສຽງ​ປາກ​ຂອງ​ເຈົ້າ​ຄື​ກັບ​ສຽງ​ປາກ​ຂອງ​ຢາໂຄບ ແຕ່​ແຂນ​ຂອງ​ເຈົ້າ​ຄື​ກັບ​ແຂນ​ຂອງ​ເອຊາວ.”</verse>
				<verse number="23">ເພິ່ນ​ບໍ່​ຮູ້​ວ່າ​ແມ່ນ​ຢາໂຄບ ເພາະ​ແຂນ​ຂອງ​ລາວ​ມີ​ຂົນ​ຄື​ກັບ​ແຂນ​ຂອງ​ເອຊາວ. ເພິ່ນ​ເກືອບ​ຈະ​ເລີ່ມ​ອວຍພອນ​ລາວ,</verse>
				<verse number="24">ແຕ່​ເພິ່ນ​ຍັງ​ຖາມ​ຊໍ້າ​ອີກ​ວ່າ, “ເຈົ້າ​ແມ່ນ​ເອຊາວ​ແທ້​ບໍ?” ລາວ​ຕອບ​ວ່າ, “ແມ່ນແທ້.”</verse>
				<verse number="25">ອີຊາກ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ເອົາ​ອາຫານ​ມາ​ໃຫ້​ພໍ່​ກິນ ເມື່ອ​ກິນ​ແລ້ວ​ພໍ່​ຈະ​ອວຍພອນ​ເຈົ້າ.” ຢາໂຄບ​ຈຶ່ງ​ເອົາ​ອາຫານ​ມາ​ໃຫ້​ພໍ່​ຂອງຕົນ​ກິນ ແລະ​ເອົາ​ເຫຼົ້າ​ອະງຸ່ນ​ໃຫ້​ເພິ່ນ​ດື່ມ.</verse>
				<verse number="26">ແລ້ວ​ເພິ່ນ​ກໍ​ເວົ້າ​ວ່າ, “ລູກເອີຍ ຈົ່ງ​ຫຍັບ​ເຂົ້າ​ມາ​ໃກ້ໆ​ແລະ​ຈູບ​ພໍ່​ສາ.”</verse>
				<verse number="27">ພໍ​ລາວ​ຫຍັບ​ເຂົ້າ​ໄປ​ຈູບ​ພໍ່​ຂອງຕົນ ອີຊາກ​ກໍໄດ້​ກິ່ນ​ເຄື່ອງນຸ່ງ​ຂອງ​ເອຊາວ. ດັ່ງນັ້ນ ເພິ່ນ​ຈຶ່ງ​ອວຍພອນ​ລາວ​ວ່າ, “ກິ່ນ​ຫອມ​ລູກຊາຍ​ຂອງຂ້ອຍ​ນີ້ ຄື​ກິ່ນ​ທີ່​ມາ​ຈາກ​ທົ່ງນາ ທີ່​ພຣະເຈົ້າຢາເວ​ສົ່ງ​ພອນ​ລົງ​ມາ​ໃຫ້.</verse>
				<verse number="28">ຂໍ​ໃຫ້​ພຣະເຈົ້າ​ປະທານ​ຄວາມ​ຊຸ່ມຊື່ນ ຈາກ​ສະຫວັນ​ລົງ​ມາ​ແຜ່ ລ້ຽງ​ທົ່ງນາ​ແລະ​ຕົ້ນ​ເຂົ້າ ທັງ​ເຫຼົ້າ​ອະງຸ່ນ​ໃຫ້​ມີ​ຫລາຍ.</verse>
				<verse number="29">ແລ້ວ​ຫລາຍໆ​ຊົນຊາດ ຈະ​ຄຳນັບ​ຮັບ​ຄຳ​ບັນຊາ; ພ້ອມ​ພາກັນ​ຕັ້ງໜ້າ ມາ​ຂາບລົງ​ຮັບໃຊ້​ເຈົ້າ. ຈົ່ງ​ປົກຄອງ​ພວກເຂົາ​ໃຫ້​ໄດ້​ດັ່ງ​ປົກຄອງ​ນ້ອງພີ່ ເຊັ່ນ​ພີ່ນ້ອງ​ແມ່​ເຈົ້າ ຈຸ້ມເຈື້ອ​ເຫຼົ່າ​ລູກຫລານ ພວກເຂົາ​ຈະ​ພາກັນ​ມາ​ກົ້ມຂາບ ກົ້ມຄານ​ຢ້ານກົວ​ຍິ່ງ ຈິງໃຈ​ຄຳນັບ​ເຈົ້າ​ສະເໝີ​ດ້າມ ເຈົ້າພະຍາ​ແທ້​ໃດ ບັດນີ້ ພວກ​ເຜົ່າໃດ​ປ້ອຍດ່າ​ເຈົ້າ ພວກເຂົາ​ຈະ​ຖືກ​ປ້ອຍດ່າ​ກັບຄືນ ພວກ​ເຜົ່າໃດ​ອວຍພອນ​ເຈົ້າ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ພຣະພອນ​ນັ້ນ​ເໝືອນກັນ.”</verse>
				<verse number="30">ພໍ​ຢາໂຄບ​ໄດ້​ຮັບ​ພອນ​ຈາກ​ອີຊາກ​ແລ້ວ ລາວ​ກໍ​ອຳລາ​ຈາກ​ໄປ. ຫລັງຈາກ​ນັ້ນ​ໜ້ອຍ​ໜຶ່ງ ເອຊາວ​ອ້າຍ​ຂອງ​ລາວ​ກໍ​ກັບ​ມາ​ແຕ່​ລ່າສັດ.</verse>
				<verse number="31">ລາວ​ຄົວ​ອາຫານ​ອັນ​ແຊບໆ ແລະ​ຖື​ໄປ​ໃຫ້​ພໍ່. ລາວ​ເວົ້າ​ວ່າ, “ພໍ່​ເອີຍ ຈົ່ງ​ລຸກ​ຂຶ້ນ​ກິນ​ອາຫານ​ຂອງ​ລູກ​ເຖີດ ເພື່ອ​ພໍ່​ຈະ​ອວຍພອນ​ລູກ.”</verse>
				<verse number="32">ອີຊາກ​ຖາມ​ວ່າ, “ເຈົ້າ​ແມ່ນ​ໃຜ?” ລາວ​ຕອບ​ວ່າ, “ເຮົາ​ແມ່ນ​ເອຊາວ​ລູກຊາຍກົກ​ຂອງ​ພໍ່.”</verse>
				<verse number="33">ພໍ​ໄດ້ຍິນ​ດັ່ງນັ້ນ ອີຊາກ​ຈຶ່ງ​ຕົກໃຈ​ທັງ​ສັ່ນ​ໝົດ​ຕົວ ແລະ​ຖາມ​ວ່າ, “ຖ້າດັ່ງນັ້ນ ແມ່ນ​ໃຜ​ທີ່​ຂ້າ​ສັດ ແລະ​ຈັດແຈ່ງ​ອາຫານ​ເອົາ​ມາ​ໃຫ້​ພໍ່​ກິນ? ພໍ່​ໄດ້​ກິນ ແລະ​ອວຍພອນ​ທຸກຢ່າງ​ແກ່​ລາວ​ແລ້ວ ກ່ອນ​ເຈົ້າ​ມາ​ຮອດ ແລະ​ພອນ​ນັ້ນ​ກໍ​ຈະ​ເປັນ​ຂອງ​ລາວ​ຕະຫລອດໄປ.”</verse>
				<verse number="34">ເມື່ອ​ເອຊາວ​ໄດ້ຍິນ​ຢ່າງ​ນັ້ນ ລາວ​ຈຶ່ງ​ຮ້ອງໄຫ້​ຂຶ້ນ​ຢ່າງ​ຂົມຂື່ນ ແລະ​ເວົ້າ​ວ່າ, “ພໍ່​ເອີຍ ຈົ່ງ​ອວຍພອນ​ລູກ​ເໝືອນກັນ​ແດ່ທ້ອນ.”</verse>
				<verse number="35">ອີຊາກ​ຕອບ​ວ່າ, “ນ້ອງ​ຂອງ​ເຈົ້າ​ຫລອກລວງ​ພໍ່. ລາວ​ເອົາ​ພອນ​ທີ່​ເຈົ້າ​ຄວນ​ຈະ​ໄດ້​ຮັບ​ນັ້ນ​ໄປ​ແລ້ວ.”</verse>
				<verse number="36">ເອຊາວ​ເວົ້າ​ວ່າ, “ນີ້​ແມ່ນ​ເທື່ອ​ທີ​ສອງ​ທີ່​ລາວ​ໄດ້​ໂກງ​ລູກ ກໍ​ບໍ່ແມ່ນ​ຍ້ອນ​ລາວ​ຊື່​ຢາໂຄບ ນັ້ນ​ບໍ? ລາວ​ໄດ້​ເອົາ​ສິດທິ​ອ້າຍກົກ​ຂອງ​ລູກ​ໄປ ແລະ​ບັດນີ້​ລາວ​ຊໍ້າ​ເອົາ​ພອນ​ຂອງ​ລູກ​ໄປ​ອີກ. ພໍ່​ບໍ່ມີ​ພອນ​ຈັກ​ຢ່າງ​ເຫຼືອ​ໄວ້​ໃຫ້​ລູກ​ອີກ​ແດ່​ບໍ?”</verse>
				<verse number="37">ອີຊາກ​ຕອບ​ວ່າ, “ພໍ່​ໄດ້​ອວຍພອນ​ລາວ​ເປັນ​ນາຍ​ຂອງ​ເຈົ້າ ແລະ​ໃຫ້​ພວກ​ຍາດຕິພີ່ນ້ອງ​ເປັນ​ຄົນ​ຮັບໃຊ້​ລາວ. ພໍ່​ໄດ້​ອວຍພອນ​ລາວ​ໃຫ້​ມີ​ເຂົ້າ ແລະ​ມີ​ເຫຼົ້າ​ອະງຸ່ນ​ຢ່າງ​ອຸດົມສົມບູນ. ບັດນີ້ ພໍ່​ບໍ່ມີ​ຫຍັງ​ເຫຼືອ ພໍ​ທີ່​ຈະ​ອວຍພອນ​ເຈົ້າ​ໄດ້​ດອກ​ລູກ​ເອີຍ.”</verse>
				<verse number="38">ເອຊາວ​ສືບຕໍ່​ວອນຂໍ​ພໍ່​ຂອງຕົນ​ວ່າ, “ພໍ່​ເອີຍ ພອນ​ຂອງ​ພໍ່​ມີ​ເທົ່າ​ນີ້​ບໍ? ຂໍ​ອວຍພອນ​ລູກ​ແດ່ທ້ອນ.” ລາວ​ເວົ້າ​ພ້ອມ​ທັງ​ຮ້ອງໄຫ້.</verse>
				<verse number="39">ແລ້ວ​ອີຊາກ​ກໍ​ເວົ້າ​ວ່າ, “ເຈົ້າ​ຈະ​ພາກ​ຈາກ​ຖິ່ນ ທີ່​ສົມບູນ​ແລະ​ຮັ່ງມີ; ເຈົ້າ​ຈະ​ຂາດ​ຄວາມ​ຊຸ່ມເຢັນ ທີ່​ສະຫວັນ​ໂຜດ​ໃຫ້.</verse>
				<verse number="40">ຊີວິດ​ຂອງ​ເຈົ້າ​ນັ້ນ​ຈະ​ໃຊ້​ດາບ ຮັບໃຊ້​ນ້ອງຊາຍ​ຕົນ; ແຕ່​ໃນ​ທີ່ສຸດ​ເຈົ້າ​ຈະ​ປົດປ່ອຍ​ຕົນເອງ ເປັນ​ອິດສະຫລະ​ຈາກ​ເຂົາ​ໄດ້.”</verse>
				<verse number="41">ເອຊາວ​ກຽດຊັງ​ຢາໂຄບ ຍ້ອນ​ວ່າ​ພໍ່​ໄດ້​ອວຍພອນ​ລາວ. ລາວ​ຄິດ​ວ່າ, “ມື້​ໄວ້ທຸກ​ໃຫ້​ພໍ່​ກໍ​ໃກ້​ເຂົ້າ​ມາ​ແລ້ວ; ເມື່ອ​ມື້​ນັ້ນ​ສິ້ນສຸດ​ລົງ​ຍາມໃດ ເຮົາ​ກໍ​ຈະ​ຂ້າ​ຢາໂຄບ​ເສຍ​ຍາມນັ້ນ.”</verse>
				<verse number="42">ແຕ່​ນາງ​ເຣເບກາ​ຮູ້​ແຜນການ​ຂອງ​ເອຊາວ​ກ່ອນ ຈຶ່ງ​ໃຊ້​ຄົນ​ໄປ​ເອີ້ນ​ຢາໂຄບ​ມາ ແລະ​ບອກ​ວ່າ, “ລູກ​ຈົ່ງ​ຟັງ​ໃຫ້​ດີ ເອຊາວ​ອ້າຍ​ຂອງ​ເຈົ້າ​ກຳລັງ​ວາງແຜນ​ຈະ​ຂ້າ​ເຈົ້າ​ເພື່ອ​ແກ້ແຄ້ນ.</verse>
				<verse number="43">ສະນັ້ນ ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ແມ່​ບອກ​ເຈົ້າ​ເດີ ລູກ​ເອີຍ.</verse>
				<verse number="44">ຈົ່ງ​ໜີໄປ​ຢູ່​ນຳ​ລາບານ​ລູງ​ຂອງ​ເຈົ້າ ທີ່​ເມືອງ​ຮາຣານ​ຊົ່ວ​ໄລຍະ​ໜຶ່ງ​ກ່ອນ ຈົນກວ່າ​ອ້າຍ​ຂອງ​ເຈົ້າ​ເຊົາ​ຄຽດແຄ້ນ</verse>
				<verse number="45">ແລະ​ລືມ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ລາວ​ມາ​ນັ້ນ. ແລ້ວ​ແມ່​ກໍ​ຈະ​ໃຊ້​ຄົນ​ໄປ​ເອົາ​ເຈົ້າ​ກັບຄືນ​ມາ. ເປັນຫຍັງ​ໜໍ ຂ້ອຍ​ຈະ​ຕ້ອງ​ສູນເສຍ​ລູກ​ທັງສອງ​ໃນ​ມື້​ດຽວ?”</verse>
				<verse number="46">ນາງ​ເຣເບກາ​ເວົ້າ​ຕໍ່​ອີຊາກ​ວ່າ, “ຂ້ອຍ​ເບື່ອໜ່າຍ​ທີ່​ເອຊາວ​ເອົາ​ເມຍ​ຄົນຕ່າງຊາດ. ຖ້າ​ຢາໂຄບ​ເອົາ​ສາວ​ຊາວ​ຮິດຕີ​ມາ​ເປັນ​ເມຍ​ອີກ ກໍ​ໃຫ້​ຂ້ອຍ​ຕາຍ​ເສຍ​ດີກວ່າ.”</verse>
			</chapter>
			<chapter number="28">
				<verse number="1">ອີຊາກ​ໄດ້​ເອີ້ນ​ຢາໂຄບ​ມາ​ເພື່ອ​ອວຍພອນ ແລະ​ສັ່ງ​ວ່າ, “ລູກ​ຢ່າ​ເອົາ​ຍິງສາວ​ຊາວ​ການາອານ​ມາ​ເປັນ​ເມຍ​ເດີ</verse>
				<verse number="2">ແຕ່​ຈົ່ງ​ໄປ​ຫາ​ເບທູເອນ​ພໍ່​ຂອງ​ແມ່​ເຈົ້າ​ທີ່​ເມໂຊໂປຕາເມຍ ແລະ​ຫາ​ເອົາ​ຍິງ​ສາວ​ຜູ້ໜຶ່ງ​ໃນ​ພວກ​ຜູ້​ສາວ​ຢູ່​ທີ່​ນັ້ນ​ມາ​ເປັນ​ເມຍ​ຄື: ລູກສາວ​ຄົນ​ໜຶ່ງ​ໃນ​ພວກ​ລູກສາວ​ຂອງ​ລາບານ​ລູງ​ຂອງ​ເຈົ້າ.</verse>
				<verse number="3">ຂໍ​ໃຫ້​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໂຜດ​ອວຍພອນ​ການ​ແຕ່ງງານ​ຂອງ​ເຈົ້າ ແລະ​ໃຫ້​ເຈົ້າ​ມີ​ລູກ​ຢ່າງ​ຫລວງຫລາຍ ເພື່ອ​ເຈົ້າ​ຈະ​ໄດ້​ເປັນ​ບັນພະບຸລຸດ​ຂອງ​ຫລາຍ​ຊົນຊາດ</verse>
				<verse number="4">ຂໍ​ພຣະອົງ​ໂຜດ​ອວຍພອນ​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ ເໝືອນ​ດັ່ງ​ພຣະອົງ​ໄດ້​ອວຍພອນ​ອັບຣາຮາມ ຂໍ​ໃຫ້​ເຈົ້າ​ໄດ້​ເປັນ​ກຳມະສິດ​ດິນແດນ​ທີ່​ເຈົ້າ​ກຳລັງ​ຢູ່​ນີ້ ຊຶ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ອັບຣາຮາມ.”</verse>
				<verse number="5">ອີຊາກ​ສົ່ງ​ຢາໂຄບ​ໄປ​ຫາ​ລາບານ​ທີ່​ເມໂຊໂປຕາເມຍ. ລາບານ​ເປັນ​ລູກຊາຍ​ຂອງ​ເບທູເອນ​ຊາວ​ອາຣາມ ແລະ​ເປັນ​ອ້າຍ​ຂອງ​ນາງ​ເຣເບກາ ຜູ້​ທີ່​ເປັນ​ແມ່​ຂອງ​ຢາໂຄບ​ແລະ​ເອຊາວ.</verse>
				<verse number="6">ເອຊາວ​ຮູ້​ວ່າ​ອີຊາກ​ໄດ້​ອວຍພອນ​ຢາໂຄບ ແລະ​ສົ່ງ​ລາວ​ໜີໄປ​ຫາ​ເອົາ​ເມຍ​ທີ່​ເມໂຊໂປຕາເມຍ. ລາວ​ຮູ້ຈັກ​ຄື​ກັນ​ວ່າ​ເມື່ອ​ອີຊາກ​ອວຍພອນ​ຢາໂຄບ​ນັ້ນ ເພິ່ນ​ໄດ້​ບອກ​ລາວ​ວ່າ ບໍ່​ໃຫ້​ເອົາ​ຍິງ​ສາວ​ຊາວ​ການາອານ​ມາ​ເປັນ​ເມຍ.</verse>
				<verse number="7">ເອຊາວ​ຮູ້​ວ່າ​ຢາໂຄບ​ຟັງ​ຄວາມ​ຂອງ​ພໍ່​ແມ່ ແລະ​ໄດ້​ໄປ​ທີ່​ເມໂຊໂປຕາເມຍ​ແລ້ວ.</verse>
				<verse number="8">ລາວ​ເຂົ້າໃຈ​ວ່າ​ອີຊາກ​ພໍ່​ຂອງຕົນ​ບໍ່​ມັກ​ຍິງ​ສາວ​ຊາວ​ການາອານ.</verse>
				<verse number="9">ດັ່ງນັ້ນ ລາວ​ຈຶ່ງ​ໄປ​ຫາ​ອິດຊະມາເອນ​ລູກຊາຍ​ຂອງ​ອັບຣາຮາມ ແລະ​ເອົາ​ນາງ​ມາຮາລາດ​ລູກສາວ​ຂອງ​ເພິ່ນ​ມາ​ເປັນ​ເມຍ​ຄື: ນ້ອງສາວ​ຂອງ​ເນບາໂຢດ.</verse>
				<verse number="10">ຢາໂຄບ​ອອກ​ຈາກ​ເບເອນເຊບາ ແລະ​ມຸ່ງໜ້າ​ໄປ​ສູ່​ເມືອງ​ຮາຣານ.</verse>
				<verse number="11">ລາວ​ມາ​ຮອດ​ບ່ອນ​ໜຶ່ງ ພໍດີ​ຄໍ່າ​ຈຶ່ງ​ພັກ​ນອນ​ຢູ່​ທີ່​ນັ້ນ. ລາວ​ນອນ​ລົງ​ໂດຍ​ໃຊ້​ກ້ອນຫີນ​ໝູນ​ຕາງ​ໝອນ.</verse>
				<verse number="12">ເມື່ອ​ຫລັບ​ໄປ ລາວ​ໄດ້​ຝັນ​ເຫັນ​ຂັ້ນໄດ​ແຕ່​ດິນ​ຈົນ​ຈຸ​ສະຫວັນ ແລະ ມີ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ກຳລັງ​ຍ່າງ​ຂຶ້ນ​ຍ່າງ​ລົງ​ຕາມ​ຂັ້ນໄດ​ນັ້ນ.</verse>
				<verse number="13">ແລະ​ຢູ່​ທີ່​ນັ້ນ ພຣະເຈົ້າຢາເວ​ກຳລັງ​ຢືນ​ຢູ່​ຂ້າງ​ລາວ. ພຣະອົງ​ກ່າວ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ​ປູ່​ຂອງ​ເຈົ້າ​ແລະ​ພຣະເຈົ້າ​ຂອງ​ອີຊາກ; ເຮົາ​ຈະ​ມອບ​ດິນແດນ​ທີ່​ເຈົ້າ​ກຳລັງ​ນອນ​ຢູ່​ນີ້​ໃຫ້​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ.</verse>
				<verse number="14">ເຊື້ອສາຍ​ຂອງ​ເຈົ້າ​ນັ້ນ​ຈະ​ມີ​ຫລວງຫລາຍ​ດັ່ງ​ຂີ້ຝຸ່ນ​ດິນ. ພວກເຂົາ​ຈະ​ແຜ່ຜາຍ​ຂະຫຍາຍ​ເຂດ​ໄປ​ທົ່ວ​ທຸກ​ທິດ ແລະ​ໂດຍ​ຜ່ານ​ທາງ​ເຈົ້າ ແລະ​ເຊື້ອສາຍ​ຂອງ​ເຈົ້າ ເຮົາ​ຈະ​ອວຍພອນ​ບັນດາ​ຊົນຊາດ​ທັງປວງ.</verse>
				<verse number="15">ຈົ່ງ​ຈົດຈຳ​ຢູ່​ສະເໝີ​ວ່າ​ເຮົາ​ຈະ​ຢູ່​ນຳ​ເຈົ້າ​ແລະ​ປົກປັກ​ຮັກສາ​ເຈົ້າ ທຸກທີ່​ທຸກບ່ອນ​ທີ່​ເຈົ້າ​ໄປ ແລະ​ເຮົາ​ຈະ​ໃຫ້​ເຈົ້າ​ກັບ​ມາ​ຢູ່​ໃນ​ດິນແດນ​ນີ້. ເຮົາ​ຈະ​ບໍ່​ໜີໄປ​ຈາກ​ເຈົ້າ ຈົນກວ່າ​ເຮົາ​ຈະ​ເຮັດ​ສິ່ງ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ເຈົ້າ.”</verse>
				<verse number="16">ເມື່ອ​ຢາໂຄບ​ຕື່ນ​ຂຶ້ນ​ຈຶ່ງ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ສະຖິດ​ຢູ່​ບ່ອນ​ນີ້​ແທ້ໆ ແຕ່​ເຮົາ​ບໍ່​ຮູ້ຈັກ.”</verse>
				<verse number="17">ລາວ​ຢ້ານ​ແລະ​ເວົ້າ​ວ່າ, “ບ່ອນ​ນີ້ ໜ້າ​ຂົນ​ຫົວ​ລຸກ​ແທ້ໆ! ຄົງ​ເປັນ​ວິຫານ​ຂອງ​ພຣະເຈົ້າ ແລະ​ຄົງ​ເປັນ​ປະຕູ​ທີ່​ໄຂ​ໄປ​ສູ່​ສະຫວັນ.”</verse>
				<verse number="18">ຢາໂຄບ​ລຸກ​ຂຶ້ນ​ແຕ່​ເຊົ້າໆ ແລະ​ເອົາ​ກ້ອນຫີນ​ທີ່​ໝູນ​ຫົວ​ນັ້ນ​ຕັ້ງ​ຂຶ້ນ​ເປັນ​ເສົາ​ອະນຸສອນ. ແລ້ວ​ລາວ​ກໍ​ເອົາ​ນໍ້າມັນ​ຫອມ​ຖອກ​ເທ​ໃສ່​ເພື່ອ​ອຸທິດ​ຖວາຍ​ໃຫ້​ແກ່​ພຣະເຈົ້າ.</verse>
				<verse number="19">ລາວ​ເອີ້ນ​ບ່ອນ​ນີ້​ວ່າ ເບັດເອນ. (ແຕ່​ກ່ອນ​ເມືອງ​ນີ້​ຊື່​ວ່າ ລູເຊ)</verse>
				<verse number="20">ແລ້ວ​ຢາໂຄບ​ກໍ​ໄດ້​ສາບານ​ວ່າ, “ຖ້າ​ພຣະເຈົ້າ​ສະຖິດ​ຢູ່​ກັບ​ຂ້ານ້ອຍ ແລະ​ປົກປັກ​ຮັກສາ​ຂ້ານ້ອຍ​ໃນ​ການ​ເດີນທາງ ແລະ​ໃຫ້​ອາຫານ​ແລະ​ເຄື່ອງນຸ່ງຫົ່ມ</verse>
				<verse number="21">ແລະ​ຖ້າ​ຂ້ານ້ອຍ​ກັບ​ມາ​ເຖິງ​ບ້ານ​ພໍ່​ຂອງ​ຂ້ານ້ອຍ​ຢ່າງ​ປອດໄພ ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ.</verse>
				<verse number="22">ກ້ອນຫີນ​ທີ່​ຂ້ານ້ອຍ​ຕັ້ງ​ຂຶ້ນ​ເປັນ​ເສົາ​ອະນຸສອນ​ນີ້ ຈະ​ເປັນ​ເສົາ​ວິຫານ​ຂອງ​ພຣະເຈົ້າ ແລະ​ຂ້ານ້ອຍ​ຈະ​ຖວາຍ​ໜຶ່ງສ່ວນສິບ​ໃນ​ທຸກໆ​ສິ່ງ​ທີ່​ພຣະອົງ​ໄດ້​ອວຍພອນ​ຂ້ານ້ອຍ.”</verse>
			</chapter>
			<chapter number="29">
				<verse number="1">ຢາໂຄບ​ໄດ້​ເດີນທາງ​ຕໍ່ໄປ ຈົນເຖິງ​ດິນແດນ​ຂອງ​ຊາວ​ຕາເວັນອອກ.</verse>
				<verse number="2">ໃນ​ທັນໃດນັ້ນ ລາວ​ກໍ​ມາ​ຮອດ​ນໍ້າສ້າງ​ທີ່​ທົ່ງນາ ຊຶ່ງ​ມີ​ແກະ​ສາມ​ຝູງ​ກຳລັງ​ນອນ​ພັກຜ່ອນ​ຢູ່​ໃກ້ໆ​ນັ້ນ. ແກະ​ເຫຼົ່ານັ້ນ​ກິນ​ນໍ້າ​ຈາກ​ສ້າງ​ແຫ່ງ​ນີ້ ຊຶ່ງ​ມີ​ຫີນ​ກ້ອນ​ໃຫຍ່​ອັດ​ປາກ​ສ້າງ​ຢູ່.</verse>
				<verse number="3">ຕາມ​ປົກກະຕິ ເມື່ອ​ແກະ​ທຸກ​ຝູງ​ມາ​ໂຮມ​ກັນ​ທີ່​ນັ້ນ​ໝົດ​ແລ້ວ ພວກ​ລ້ຽງແກະ​ຈຶ່ງ​ພາກັນ​ກິ້ງ​ກ້ອນຫີນ​ອອກ ແລະ​ຕັກ​ນໍ້າ​ໃຫ້​ແກະ​ກິນ. ແລ້ວ​ພວກເຂົາ​ກໍ​ກິ້ງ​ກ້ອນຫີນ​ນັ້ນ ອັດ​ປາກ​ນໍ້າສ້າງ​ໄວ້​ຄື​ເກົ່າ.</verse>
				<verse number="4">ຢາໂຄບ​ຖາມ​ພວກ​ລ້ຽງແກະ​ວ່າ, “ພີ່ນ້ອງ​ທັງຫຼາຍ​ເອີຍ ພວກເຈົ້າ​ມາ​ແຕ່​ໃສ?” ພວກເຂົາ​ຕອບ​ວ່າ, “ມາ​ແຕ່​ເມືອງ​ຮາຣານ”.</verse>
				<verse number="5">ລາວ​ຖາມ​ອີກ​ວ່າ, “ພວກເຈົ້າ​ຮູ້ຈັກ​ລາບານ ຫລານຊາຍ​ນາໂຮ​ບໍ?” ພວກເຂົາ​ຕອບ​ວ່າ, “ຮູ້ ພວກເຮົາ​ຮູ້ຈັກ​ເພິ່ນ”.</verse>
				<verse number="6">ລາວ​ຖາມ​ວ່າ, “ເພິ່ນ​ສະບາຍດີ​ບໍ?” ພວກເຂົາ​ຕອບ​ວ່າ, “ເພິ່ນ​ສະບາຍດີ ຫັ້ນເດ ຣາເຊັນ​ລູກສາວ​ຂອງ​ເພິ່ນ​ກຳລັງ​ຕ້ອນ​ຝູງແກະ​ມາ.”</verse>
				<verse number="7">ຢາໂຄບ​ເວົ້າ​ວ່າ, “ເວລາ​ນີ້​ກໍ​ຍັງ​ເວັນ​ຢູ່ ແລະ​ບໍ່​ທັນ​ແມ່ນ​ຍາມ​ນຳ​ຝູງສັດ​ກັບຄືນ​ມາ​ເທື່ອ; ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເອົາ​ຝູງສັດ​ກິນ​ນໍ້າ ແລ້ວ​ນຳ​ເອົາ​ໄປ​ລ້ຽງ​ອີກ?”</verse>
				<verse number="8">ພວກເຂົາ​ຕອບ​ວ່າ, “ບໍ່ໄດ້ ພວກເຮົາ​ຕ້ອງ​ລໍ​ຖ້າ​ຈົນ​ແກະ​ທຸກໆ​ຝູງ​ມາ​ຮອດ​ສາ​ກ່ອນ ແລ້ວ​ຈຶ່ງ​ພາກັນ​ກິ້ງ​ກ້ອນຫີນ​ອອກ ແລະ​ເອົາ​ນໍ້າ​ໃຫ້​ສັດ​ກິນ.”</verse>
				<verse number="9">ໃນ​ເວລາ​ທີ່​ຢາໂຄບ​ກຳລັງ​ຢືນ​ລົມ​ກັບ​ພວກ​ລ້ຽງແກະ​ຢູ່​ນັ້ນ ນາງ​ຣາເຊັນ​ກໍ​ກຳລັງ​ນຳ​ຝູງແກະ​ມາ​ຮອດ​ທີ່​ນໍ້າສ້າງ.</verse>
				<verse number="10">ພໍ​ຢາໂຄບ​ເຫັນ​ຣາເຊັນ​ພ້ອມ​ກັບ​ຝູງແກະ​ຂອງ​ລູງ​ຕົນ​ມາ​ເຖິງ ລາວ​ຈຶ່ງ​ໄປ​ທີ່​ນໍ້າສ້າງ​ເພື່ອ​ຊ່ວຍ​ກິ້ງ​ກ້ອນຫີນ​ອອກ ແລະ​ຕັກ​ນໍ້າ​ໃຫ້​ສັດ​ກິນ.</verse>
				<verse number="11">ແລ້ວ​ລາວ​ກໍ​ຈູບ​ນາງ​ພ້ອມ​ທັງ​ຮ້ອງໄຫ້​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.</verse>
				<verse number="12">ລາວ​ບອກ​ນາງ​ວ່າ, “ຂ້ອຍ​ແມ່ນ​ລູກ​ຂອງ​ນາງ​ເຣເບກາ​ພີ່ນ້ອງ​ຂອງ​ພໍ່​ເຈົ້າ.” ນາງ​ຈຶ່ງ​ຟ້າວ​ແລ່ນ​ໄປ​ບອກ​ພໍ່​ຂອງຕົນ;</verse>
				<verse number="13">ເມື່ອ​ລາບານ​ໄດ້ຍິນ​ຂ່າວ​ວ່າ ຢາໂຄບ​ຫລານຊາຍ​ຂອງຕົນ​ມາ ເພິ່ນ​ກໍ​ຟ້າວ​ອອກ​ມາ​ພົບ​ທັງ​ກອດ​ຈູບ ແລະ​ພາ​ລາວ​ເມືອ​ເຮືອນ. ເມື່ອ​ຢາໂຄບ​ເລົ່າ​ເລື່ອງ​ທັງໝົດ​ທີ່​ເກີດຂຶ້ນ​ສູ່​ຟັງ​ແລ້ວ</verse>
				<verse number="14">ລາບານ​ກໍ​ເວົ້າ​ວ່າ, “ເຈົ້າ​ແມ່ນ​ເລືອດເນື້ອເຊື້ອໄຂ​ຂອງຂ້ອຍ​ແທ້.” ຢາໂຄບ​ອາໄສ​ຢູ່​ນຳ​ລາບານ​ໜຶ່ງ​ເດືອນ.</verse>
				<verse number="15">ຕໍ່ມາ ລາບານ​ໄດ້​ເວົ້າ​ຕໍ່​ຢາໂຄບ​ວ່າ, “ພວກເຮົາ​ເປັນ​ພີ່ນ້ອງ​ກັນ​ກໍ​ຈິງ ແຕ່​ການ​ເຮັດ​ວຽກ​ນັ້ນ​ຕ້ອງ​ມີ​ຄ່າຈ້າງ. ເຈົ້າ​ບໍ່​ຕ້ອງ​ເຮັດ​ວຽກ​ໃຫ້​ຂ້ອຍ​ລ້າໆ​ດອກ. ເຈົ້າ​ຕ້ອງການ​ຄ່າຈ້າງ​ເທົ່າ​ໃດ?”</verse>
				<verse number="16">ລາບານ​ມີ​ລູກສາວ​ສອງ​ຄົນ; ຜູ້​ກົກ​ຊື່​ວ່າ ເລອາ; ສ່ວນ​ຜູ້​ນ້ອງ​ນັ້ນ​ຊື່​ວ່າ ຣາເຊັນ.</verse>
				<verse number="17">ນາງ​ເລອາ​ເປັນ​ຄົນ​ມີ​ແວວ​ຕາ​ສັ້ນ ສ່ວນ​ນາງ​ຣາເຊັນ​ນັ້ນ​ເປັນ​ຄົນ​ໄດ້​ຊັດສ່ວນ​ງາມ​ດີ.</verse>
				<verse number="18">ຢາໂຄບ​ຮັກ​ນາງ​ຣາເຊັນ ດັ່ງນັ້ນ​ລາວ​ຈຶ່ງ​ເວົ້າ​ວ່າ, “ຫລານ​ຈະ​ເຮັດ​ວຽກ​ໃຫ້​ລູງ​ເຈັດ​ປີ ຖ້າ​ລູງ​ຍອມ​ໃຫ້​ຫລານ​ແຕ່ງງານ​ກັບ​ຣາເຊັນ.”</verse>
				<verse number="19">ລາບານ​ເວົ້າ​ວ່າ, “ລູງ​ຍິນດີ​ມອບ​ນາງ​ໃຫ້​ເຈົ້າ ດີກວ່າ​ຈະ​ມອບ​ໃຫ້​ຄົນອື່ນ. ຈົ່ງ​ຢູ່​ນຳ​ລູງ​ນີ້​ແຫຼະ.”</verse>
				<verse number="20">ສະນັ້ນ ຢາໂຄບ​ຈຶ່ງ​ຕ້ອງ​ເຮັດ​ວຽກ​ເຈັດ​ປີ​ເພື່ອ​ຈະ​ໄດ້​ນາງ​ຣາເຊັນ ແລະ​ເວລາ​ໄດ້​ຜ່ານ​ໄປ​ເໝືອນ​ສອງ​ສາມ​ມື້ ຍ້ອນ​ວ່າ​ລາວ​ຮັກ​ນາງ​ຣາເຊັນ.</verse>
				<verse number="21">ແລ້ວ​ຢາໂຄບ​ກໍ​ເວົ້າ​ຕໍ່​ລາບານ​ວ່າ, “ເວລາ​ທີ່​ກຳນົດ​ໄວ້​ນັ້ນ​ກໍ​ຄົບ​ແລ້ວ ຈົ່ງ​ໃຫ້​ຫລານ​ແຕ່ງງານ​ກັບ​ຣາເຊັນ​ສາ.”</verse>
				<verse number="22">ດັ່ງນັ້ນ ລາບານ​ຈຶ່ງ​ຈັດ​ການ​ແຕ່ງງານ​ຂຶ້ນ ແລະ​ເຊີນ​ເພື່ອນບ້ານ​ກັບ​ມິດ​ສະຫາຍ​ຢ່າງ​ຫລວງຫລາຍ​ມາ​ຮ່ວມ.</verse>
				<verse number="23">ແຕ່​ໃນ​ຄືນ​ນັ້ນ ລາບານ​ພັດ​ເອົາ​ນາງ​ເລອາ​ໄປ​ໃຫ້​ຢາໂຄບ​ແທນທີ່​ຈະ​ແມ່ນ​ນາງ​ຣາເຊັນ ແລະ​ຢາໂຄບ​ໄດ້​ສົມສູ່​ກັບ​ນາງ. (</verse>
				<verse number="24">ລາບານ​ມອບ​ນາງ​ຊີລະປາ​ຄົນ​ຮັບໃຊ້​ຂອງຕົນ ໃຫ້​ເປັນ​ເອື້ອຍ​ລ້ຽງ​ຂອງ​ນາງ​ເລອາ.)</verse>
				<verse number="25">ແຕ່​ບໍ່​ທັນ​ຮອດ​ຕອນເຊົ້າ​ຊໍ້າ ຢາໂຄບ​ໄດ້​ຮູ້​ວ່າ​ຜູ້​ທີ່​ຕົນ​ແຕ່ງງານ​ນຳ​ນັ້ນ​ແມ່ນ​ເລອາ. ລາວ​ຈຶ່ງ​ເວົ້າ​ຕໍ່​ລາບານ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ກັບ​ຂ້ອຍ​ແບບ​ນີ້? ຂ້ອຍ​ເຮັດ​ວຽກ​ໃຫ້​ເຈົ້າ​ຈົນ​ເຈັດ​ປີ ເພື່ອ​ຈະ​ໄດ້​ນາງ​ຣາເຊັນ​ມາ​ເປັນ​ເມຍ, ແຕ່​ເປັນຫຍັງ​ເຈົ້າ​ຈຶ່ງ​ສໍ້ໂກງ​ຂ້ອຍ?”</verse>
				<verse number="26">ລາບານ​ຕອບ​ວ່າ, “ກໍ​ຍ້ອນ​ວ່າ​ບໍ່ແມ່ນ​ທຳນຽມ​ຂອງ​ເມືອງ​ນີ້ ທີ່​ຈະ​ໃຫ້​ນ້ອງສາວ​ເອົາ​ຜົວ​ກ່ອນ​ເອື້ອຍ.</verse>
				<verse number="27">ຈົ່ງ​ລໍ​ຖ້າ​ໃຫ້​ງານ​ນີ້​ອາທິດ​ໜຶ່ງ​ຜ່ານ​ພົ້ນ​ກ່ອນ ລູງ​ຈຶ່ງ​ຈະ​ມອບ​ນາງ​ຣາເຊັນ​ໃຫ້​ເຈົ້າ ຖ້າ​ເຈົ້າ​ຈະ​ຕົກລົງ​ເຮັດ​ວຽກ​ໃຫ້​ລູງ​ຕື່ມ​ອີກ​ເຈັດ​ປີ.”</verse>
				<verse number="28">ຢາໂຄບ​ຕົກລົງ ແລະ​ເມື່ອ​ງານ​ແຕ່ງງານ​ອາທິດ​ໜຶ່ງ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ ລາບານ​ກໍ​ມອບ​ນາງ​ຣາເຊັນ​ໃຫ້​ເປັນ​ເມຍ​ຂອງ​ຢາໂຄບ. (</verse>
				<verse number="29">ລາບານ​ໄດ້​ມອບ​ນາງ​ບິນຮາ​ຄົນ​ຮັບໃຊ້​ຂອງຕົນ ໃຫ້​ເປັນ​ເອື້ອຍ​ລ້ຽງ​ຂອງ​ນາງ​ຣາເຊັນ.)</verse>
				<verse number="30">ຢາໂຄບ​ໄດ້​ສົມສູ່​ກັບ​ນາງ​ຣາເຊັນ​ຄື​ກັນ ແລະ​ລາວ​ຮັກ​ນາງ​ຫລາຍກວ່າ​ຮັກ​ເລອາ. ແລ້ວ​ລາວ​ກໍ​ຕ້ອງ​ເຮັດ​ວຽກ​ໃຫ້​ລາບານ​ຕື່ມ​ອີກ​ເຈັດ​ປີ.</verse>
				<verse number="31">ເມື່ອ​ພຣະເຈົ້າຢາເວ​ເຫັນ​ວ່າ ຢາໂຄບ​ຮັກ​ນາງ​ເລອາ​ໜ້ອຍ​ກວ່າ​ຮັກ​ຣາເຊັນ ພຣະອົງ​ຈຶ່ງ​ເຮັດ​ໃຫ້​ນາງ​ເລອາ​ມີ​ລູກ ສ່ວນ​ນາງ​ຣາເຊັນ​ນັ້ນ​ບໍ່ມີ​ລູກ.</verse>
				<verse number="32">ນາງ​ເລອາ​ໄດ້​ຕັ້ງ​ທ້ອງ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ. ນາງ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ໄດ້​ເຫັນ​ຄວາມ​ທຸກ​ລຳບາກ​ໃຈ​ຂອງຂ້ອຍ ແລະ​ບັດນີ້ ຜົວ​ຄົງ​ຈະ​ຮັກ​ຂ້ອຍ.” ດັ່ງນັ້ນ ນາງ​ຈຶ່ງ​ຕັ້ງ​ຊື່​ໃຫ້​ເດັກ​ນັ້ນ​ວ່າ ຣູເບັນ.</verse>
				<verse number="33">ນາງ​ຕັ້ງ​ທ້ອງ​ອີກ​ແລະ​ເກີດ​ລູກຊາຍ​ຜູ້​ທີ​ສອງ. ນາງ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ໃຫ້​ລູກຊາຍ​ຜູ້​ນີ້​ແກ່​ຂ້ອຍ ເພາະ​ພຣະອົງ​ໄດ້ຍິນ​ວ່າ​ຜົວ​ບໍ່​ຮັກ​ຂ້ອຍ.” ດັ່ງນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກນ້ອຍ​ນັ້ນ​ວ່າ ຊີເມໂອນ.</verse>
				<verse number="34">ຢູ່​ມາ​ນາງ​ກໍ​ຖືພາ​ອີກ​ແລະ​ອອກ​ລູກຊາຍ​ຜູ້​ໃໝ່​ຕື່ມ. ນາງ​ເວົ້າ​ວ່າ, “ບັດນີ້ ຜົວ​ຕ້ອງ​ຕິດພັນ​ຢູ່​ກັບ​ຂ້ອຍ ເພາະ​ຂ້ອຍ​ໄດ້​ລູກຊາຍ​ໃຫ້​ລາວ​ເຖິງ​ສາມ​ຄົນ​ແລ້ວ.” ດັ່ງນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກນ້ອຍ​ນັ້ນ​ວ່າ ເລວີ.</verse>
				<verse number="35">ຕໍ່ມາ ນາງ​ກໍ​ຖືພາ​ອີກ​ແລະ​ໄດ້​ລູກຊາຍ​ຜູ້​ທີ​ສີ່. ນາງ​ຈຶ່ງ​ເວົ້າ​ວ່າ, “ເທື່ອ​ນີ້​ຂ້ອຍ​ຈະ​ສັນລະເສີນ​ພຣະເຈົ້າຢາເວ.” ສະນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກນ້ອຍ​ນີ້​ວ່າ ຢູດາ. ແລ້ວ​ນາງ​ກໍ​ເຊົາ​ມີ​ລູກ.</verse>
			</chapter>
			<chapter number="30">
				<verse number="1">ສ່ວນ​ນາງ​ຣາເຊັນ​ບໍ່ມີ​ລູກ​ໃຫ້​ຢາໂຄບ​ຈັກ​ຄົນ. ດັ່ງນັ້ນ ນາງ​ຈຶ່ງ​ອິດສາ​ເອື້ອຍ​ຂອງຕົນ ແລະ​ເວົ້າ​ຕໍ່​ຢາໂຄບ​ວ່າ, “ເຈົ້າ​ຈະ​ໃຫ້​ຂ້ອຍ​ມີ​ລູກ ຫລື​ຈະ​ໃຫ້​ຂ້ອຍ​ຕາຍ.”</verse>
				<verse number="2">ຢາໂຄບ​ຮ້າຍ​ນາງ​ຣາເຊັນ​ວ່າ, “ຂ້ອຍ​ບໍ່ແມ່ນ​ພຣະເຈົ້າ. ແມ່ນ​ພຣະອົງ​ທີ່​ເປັນ​ຜູ້​ບໍ່​ໃຫ້​ເຈົ້າ​ມີ​ລູກ.”</verse>
				<verse number="3">ນາງ​ຣາເຊັນ​ເວົ້າ​ວ່າ, “ນາງ​ບິນຮາ​ເອື້ອຍ​ລ້ຽງ​ຂອງຂ້ອຍ​ກໍ​ຢູ່​ທີ່​ນີ້; ໃຫ້​ເຈົ້າ​ໄປ​ນອນ​ກັບ​ນາງ​ສາ ເພື່ອ​ວ່າ​ຂ້ອຍ​ຈະ​ໄດ້​ເປັນ​ແມ່​ຂອງ​ເດັກນ້ອຍ​ທີ່​ເກີດ​ຈາກ​ນາງ.”</verse>
				<verse number="4">ດັ່ງນັ້ນ ຣາເຊັນ​ຈຶ່ງ​ເອົາ​ນາງ​ບິນຮາ​ເອື້ອຍ​ລ້ຽງ​ຂອງຕົນ​ໃຫ້​ຜົວ ແລະ​ຜົວ​ກໍ​ນອນ​ນຳ​ນາງ.</verse>
				<verse number="5">ນາງ​ບິນຮາ​ໄດ້​ຖືພາ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ​ໃຫ້​ຢາໂຄບ.</verse>
				<verse number="6">ເມື່ອ​ເປັນ​ເຊັ່ນ​ນີ້​ຣາເຊັນ​ຈຶ່ງ​ເວົ້າ​ວ່າ, “ພຣະເຈົ້າ​ໄດ້​ຕັດສິນ​ເຂົ້າ​ຂ້າງ​ຂ້ອຍ​ສາ​ແລ້ວ. ພຣະອົງ​ໄດ້ຍິນ​ຄຳ​ພາວັນນາ​ອະທິຖານ​ຂອງຂ້ອຍ ຈຶ່ງ​ໃຫ້​ຂ້ອຍ​ມີ​ລູກຊາຍ.” ນາງ​ໃສ່​ຊື່​ໃຫ້​ເດັກນ້ອຍ​ນີ້​ວ່າ ດານ.</verse>
				<verse number="7">ນາງ​ບິນຮາ​ຖືພາ​ອີກ ແລະ​ເກີດ​ລູກຊາຍ​ຜູ້​ທີ​ສອງ​ໃຫ້​ແກ່​ຢາໂຄບ.</verse>
				<verse number="8">ນາງ​ຣາເຊັນ​ເວົ້າ​ວ່າ, “ຂ້ອຍ​ພະຍາຍາມ​ເອົາ​ຊະນະ​ເອື້ອຍ​ຂອງຂ້ອຍ ດ້ວຍ​ການ​ຕໍ່ສູ້​ອັນ​ແສນ​ລຳບາກ ແຕ່​ຂ້ອຍ​ໄດ້​ຊະນະ​ແລ້ວ.” ດັ່ງນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກນ້ອຍ​ນີ້​ວ່າ ເນັບທາລີ.</verse>
				<verse number="9">ເມື່ອ​ນາງ​ເລອາ​ເຫັນ​ວ່າ ຕົນ​ບໍ່ມີ​ລູກ​ອີກ​ຈຶ່ງ​ເອົາ​ນາງ​ຊີລະປາ ສາວ​ໃຊ້​ຂອງຕົນ​ໃຫ້​ເປັນ​ເມຍ​ຂອງ​ຢາໂຄບ.</verse>
				<verse number="10">ແລ້ວ​ນາງ​ຊີລະປາ​ກໍ​ເກີດ​ລູກຊາຍ​ຜູ້ໜຶ່ງ​ໃຫ້​ຢາໂຄບ.</verse>
				<verse number="11">ເລອາ​ຈຶ່ງ​ເວົ້າ​ວ່າ, “ຂ້ອຍ​ຊ່າງ​ໂຊກ​ດີ​ແທ້ໆ.” ສະນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກນ້ອຍ​ນີ້​ວ່າ ກາດ.</verse>
				<verse number="12">ນາງ​ຊີລະປາ​ໄດ້​ລູກຊາຍ​ຜູ້ໜຶ່ງ​ອີກ​ໃຫ້​ຢາໂຄບ</verse>
				<verse number="13">ນາງ​ເອລາ​ຈຶ່ງ​ເວົ້າ​ວ່າ, “ຂ້ອຍ​ຊ່າງ​ຍິນດີ​ແທ້ໆ ບັດນີ້​ພວກຜູ້ຍິງ​ຈະ​ເອີ້ນ​ຂ້ອຍ​ວ່າ, ຜູ້​ມີ​ຄວາມ​ຍິນດີ.” ສະນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກນ້ອຍ​ນີ້​ວ່າ ອາເຊ.</verse>
				<verse number="14">ພໍ​ເຖິງ​ລະດູ​ກ່ຽວ​ເຂົ້າ ຣູເບັນ​ໄດ້​ໄປ​ທ່ຽວ​ຫລິ້ນ​ຕາມ​ທົ່ງນາ. ລາວ​ໄດ້​ພົບ​ໝາກເຂືອ​ຊະນິດ​ໜຶ່ງ ຣູເບັນ​ໄດ້​ເອົາ​ໝາກເຂືອ​ນັ້ນ​ມາ​ໃຫ້​ເລອາ​ແມ່​ຂອງຕົນ. ນາງ​ຣາເຊັນ​ເວົ້າ​ກັບ​ເລອາ​ວ່າ, “ຂ້ອຍ​ຂໍ​ໝາກເຂືອ​ຂອງ​ລູກຊາຍ​ເຈົ້າ​ຈັກ​ໜ່ວຍ​ແດ່.”</verse>
				<verse number="15">ນາງ​ເລອາ​ຈຶ່ງ​ຕອບ​ວ່າ, “ເຈົ້າ​ເອົາ​ຜົວ​ຂອງຂ້ອຍ​ໄປ​ແລ້ວ​ຍັງ​ບໍ່​ພຽງພໍ​ບໍ? ບັດນີ້ ເຈົ້າ​ຍັງ​ຈະ​ພະຍາຍາມ​ເອົາ​ໝາກເຂືອ​ລູກຊາຍ​ຂອງຂ້ອຍ​ໄປ​ອີກ.” ຣາເຊັນ​ເວົ້າ​ວ່າ, “ຖ້າ​ເຈົ້າ​ເອົາ​ໝາກເຂືອ​ໃຫ້​ຂ້ອຍ ຄືນ​ນີ້ ຂ້ອຍ​ຈະ​ໃຫ້​ຢາໂຄບ​ໄປ​ນອນ​ນຳ​ເຈົ້າ.”</verse>
				<verse number="16">ຕອນແລງ ເມື່ອ​ຢາໂຄບ​ກັບ​ມາ​ແຕ່​ທົ່ງນາ ນາງ​ເລອາ​ກໍ​ຟ້າວ​ແລ່ນ​ອອກ​ໄປ​ຫາ ແລະ​ເວົ້າ​ວ່າ, “ຄືນ​ນີ້​ເຈົ້າ​ຕ້ອງ​ມາ​ນອນ​ນຳ​ຂ້ອຍ ເພາະ​ຂ້ອຍ​ຊື້​ເຈົ້າ​ມາ​ດ້ວຍ​ໝາກເຂືອ​ລູກຊາຍ​ຂອງຂ້ອຍ.” ດັ່ງນັ້ນ ລາວ​ຈຶ່ງ​ສົມສູ່​ກັບ​ນາງ​ໃນ​ຄືນ​ມື້​ນັ້ນ.</verse>
				<verse number="17">ພຣະເຈົ້າ​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ເລອາ ນາງ​ຈຶ່ງ​ຖືພາ​ແລະ​ເກີດ​ລູກຊາຍ​ຜູ້​ທີ​ຫ້າ.</verse>
				<verse number="18">ນາງ​ເວົ້າ​ວ່າ, “ພຣະເຈົ້າ​ໃຫ້​ບຳເໜັດ​ແກ່​ຂ້ອຍ ຍ້ອນ​ຂ້ອຍ​ໄດ້​ເອົາ​ສາວ​ໃຊ້​ໃຫ້​ຜົວ​ເອົາ​ເປັນ​ເມຍ.” ສະນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກ​ນີ້​ວ່າ ອິດຊາຄາ.</verse>
				<verse number="19">ຕໍ່ມາ​ນາງ​ເລອາ​ກໍ​ຖືພາ​ອີກ​ແລະ​ເກີດ​ລູກຊາຍ​ຜູ້​ທີ​ຫົກ​ໃຫ້​ຢາໂຄບ.</verse>
				<verse number="20">ນາງ​ເວົ້າ​ວ່າ, “ພຣະເຈົ້າ​ໄດ້​ໃຫ້​ຂອງຂວັນ​ຢ່າງດີ​ແກ່​ຂ້ອຍ. ບັດນີ້​ຜົວ​ຄົງ​ຈະ​ຮັກ​ຂ້ອຍ​ເພາະ​ຂ້ອຍ​ໄດ້​ລູກ​ໃຫ້​ລາວ​ຫົກ​ຄົນ​ແລ້ວ.” ສະນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກ​ນີ້​ວ່າ ເຊບູໂລນ.</verse>
				<verse number="21">ຕໍ່ມາ ນາງ​ໄດ້​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ດີນາ.</verse>
				<verse number="22">ແລ້ວ​ພຣະເຈົ້າ​ກໍ​ຄິດເຖິງ​ນາງ​ຣາເຊັນ; ພຣະອົງ​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ນາງ​ແລະ​ໃຫ້​ນາງ​ມີ​ລູກ.</verse>
				<verse number="23">ນາງ​ຈຶ່ງ​ຖືພາ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ. ນາງ​ເວົ້າ​ວ່າ, “ພຣະເຈົ້າ​ອະໄພ​ໂທດ​ໃຫ້​ຂ້ອຍ​ແລ້ວ ໂດຍ​ໂຜດ​ໃຫ້​ຂ້ອຍ​ມີ​ລູກ.</verse>
				<verse number="24">ຂໍ​ພຣະເຈົ້າຢາເວ​ໂຜດ​ໃຫ້​ຂ້ອຍ ມີ​ລູກຊາຍ​ຜູ້​ໃໝ່​ອີກ​ແດ່ທ້ອນ.” ສະນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກ​ນັ້ນ​ວ່າ ໂຢເຊັບ.</verse>
				<verse number="25">ຫລັງຈາກ​ໂຢເຊັບ​ເກີດ​ແລ້ວ ຢາໂຄບ​ໄດ້​ເວົ້າ​ຕໍ່​ລາບານ​ວ່າ, “ຈົ່ງ​ອະນຸຍາດ​ໃຫ້​ຫລານ​ກັບ​ເມືອ​ບ້ານ​ສາ.</verse>
				<verse number="26">ຂໍ​ມອບ​ເມຍ​ກັບ​ລູກ​ທີ່​ຫລານ​ໄດ້​ມາ ດ້ວຍ​ການ​ເຮັດ​ວຽກ​ສຳລັບ​ລູງ​ນັ້ນ​ໃຫ້​ຫລານ ແລະ​ຫລານ​ກໍ​ຈະ​ອຳລາ​ລູງ​ກັບ​ເມືອ. ລູງ​ກໍ​ຮູ້​ດີ​ແລ້ວ​ວ່າ​ຫລານ​ໄດ້​ເຮັດ​ວຽກ​ໃຫ້​ລູງ​ດີ​ພຽງໃດ.”</verse>
				<verse number="27">ແຕ່​ລາບານ​ຕອບ​ວ່າ, “ລູງ​ຂໍ​ເວົ້າ​ຢ່າງ​ນີ້ ຄື: ລູງ​ໄດ້​ຮຽນຮູ້​ຈາກ​ການເດົາ​ວ່າ ພຣະເຈົ້າຢາເວ​ໄດ້​ອວຍພອນ​ລຸງ​ກໍ​ຍ້ອນ​ຫລານ.</verse>
				<verse number="28">ຈົ່ງ​ບອກ​ຄ່າຈ້າງ​ທີ່​ຫລານ​ຕ້ອງການ​ມາ ແລະ​ລູງ​ຈະ​ຈ່າຍ​ໃຫ້.”</verse>
				<verse number="29">ຢາໂຄບ​ຕອບ​ລາບານ​ວ່າ, “ລູງ​ກໍ​ຮູ້​ດີ​ວ່າ​ຫລານ​ໄດ້​ເຮັດ​ວຽກ​ໃຫ້​ລູງ​ຢ່າງໃດ ແລະ​ຝູງສັດ​ຂອງ​ລູງ​ໄດ້​ອອກ​ແມ່​ແຜ່​ລູກ​ຫລາຍ​ສໍ່າ​ໃດ.</verse>
				<verse number="30">ກ່ອນ​ຫລານ​ມາ ລູງ​ມີ​ສັດ​ແຕ່​ໜ້ອຍດຽວ. ແຕ່​ມາບັດນີ້ ລູງ​ມີ​ຝູງສັດ​ຈຳນວນ​ຫລວງຫລາຍ ແລະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ລູງ​ກໍ​ເພາະ​ຫລານ. ບັດນີ້ ເຖິງ​ເວລາ​ແລ້ວ​ທີ່​ຫລານ​ຈະ​ມີ​ຝູງສັດ​ເປັນ​ຂອງ​ຕົນເອງ.”</verse>
				<verse number="31">ລາບານ​ຖາມ​ວ່າ, “ຖ້າດັ່ງນັ້ນ ຈະ​ໃຫ້​ລູງ​ຈ່າຍຄ່າ​ຈ້າງ​ຫລານ​ເທົ່າໃດ?” ຢາໂຄບ​ຕອບ​ວ່າ, “ຫລານ​ບໍ່​ຕ້ອງການ​ຄ່າຈ້າງ​ຫຍັງ​ໝົດ. ຫລານ​ຈະ​ສືບຕໍ່​ລ້ຽງ​ສັດ​ໃຫ້​ລູງ​ອີກ ຖ້າ​ລູງ​ຕົກລົງ​ຕາມ​ຄຳ​ສະເໜີ​ຂອງ​ຫລານ​ຄື:</verse>
				<verse number="32">ມື້ນີ້​ຫລານ​ຈະ​ໄປ​ກວດເບິ່ງ​ຝູງສັດ​ທັງໝົດ ແລະ​ແຍກ​ລູກແກະ​ສີດຳ ແບ້​ສີກ່ານ​ແລະ​ມີ​ຈຸດ​ດ່າງ​ດາວ​ທຸກໆ​ໂຕ​ອອກ​ຈາກ​ຝູງ. ສັດ​ເຫຼົ່ານີ້​ແຫຼະ ຈະ​ເປັນ​ຄ່າຈ້າງ​ຂອງ​ຫລານ.</verse>
				<verse number="33">ໃນ​ພາຍ​ຄັ້ງ​ໜ້າ ເມື່ອ​ລູງ​ມາ​ຢ້ຽມຢາມ​ແລະ​ກວດເບິ່ງ​ສັດ​ທີ່​ເປັນ​ຄ່າຈ້າງ​ຂອງ​ຫລານ ລູງ​ກໍ​ຈະ​ເຫັນ​ຢ່າງ​ງ່າຍດາຍ​ວ່າ​ຫລານ​ສັດຊື່​ຫລື​ບໍ່. ຖ້າ​ຫລານ​ມີ​ແບ້​ທີ່​ບໍ່ມີ​ສີກ່ານ​ຫລື​ຈຸດ​ດ່າງດາວ​ຫລື​ສີດຳ ລູງ​ກໍ​ຈະ​ຮູ້​ໄດ້​ວ່າ​ສັດ​ເຫຼົ່ານັ້ນ​ຖືກ​ລັກ​ມາ.”</verse>
				<verse number="34">ລາບານ​ຕອບ​ວ່າ, “ຕົກລົງ. ພວກເຮົາ​ຈະ​ເຮັດ​ດັ່ງ​ທີ່​ຫລານ​ເວົ້າ​ມາ.”</verse>
				<verse number="35">ແຕ່​ໃນ​ມື້​ນັ້ນ ລາບານ​ໄດ້​ຄັດ​ເລືອກ​ເອົາ​ແບ້ເຖິກ​ທຸກ​ໂຕ​ທີ່​ມີ​ສີ​ລາຍ​ແລະ​ມີ​ຈຸດ​ດ່າງ, ແບ້​ແມ່​ທຸກ​ໂຕ​ທີ່​ມີ​ສີ​ກ່ານ​ກັບ​ສີ​ດ່າງດາວ; ເພິ່ນ​ຍັງ​ເລືອກ​ເອົາ​ແກະ​ທຸກ​ໂຕ​ທີ່​ມີ​ສີດຳ​ອອກ​ໄວ້. ແລ້ວ​ເພິ່ນ​ໄດ້​ມອບ​ສັດ​ເຫຼົ່ານີ້​ໃຫ້​ພວກ​ລູກຊາຍ​ຂອງຕົນ​ລ້ຽງ</verse>
				<verse number="36">ແລະ​ພວກເຂົາ​ໄດ້​ນຳ​ຝູງສັດ​ໜີໄປ​ໄກ​ຈາກ​ຢາໂຄບ ເປັນ​ໄລຍະ​ທາງ​ເດີນ​ເຖິງ​ສາມ​ວັນ. ຝ່າຍ​ຢາໂຄບ​ລ້ຽງດູ​ຝູງສັດ​ຂອງ​ລາບານ​ສ່ວນ​ທີ່​ເຫຼືອ.</verse>
				<verse number="37">ຢາໂຄບ​ໄດ້​ເອົາ​ງ່າ​ໄມ້​ຈາກ​ຕົ້ນ​ຈັນ​ປ່າ, ຕົ້ນ​ໝາກບົກ ແລະ​ຕົ້ນ​ຫູ​ກວາງ​ມາ​ປອກ​ເປືອກ​ບາງ​ບ່ອນ​ເຮັດ​ໃຫ້​ເປັນ​ລາຍ.</verse>
				<verse number="38">ລາວ​ເອົາ​ງ່າ​ໄມ້​ນັ້ນ​ວາງ​ໄວ້​ຕໍ່ໜ້າ​ອ່າງ​ບ່ອນ​ທີ່​ສັດ​ໄປ​ກິນ​ນໍ້າ ເພາະ​ສັດ​ມັກ​ປະສົມພັນ​ກັນ​ເມື່ອ​ຕອນ​ມັນ​ມາ​ກິນ​ນໍ້າ.</verse>
				<verse number="39">ສະນັ້ນ ເມື່ອ​ແບ້​ມາ​ປະສົມພັນ​ກັນ​ຕໍ່ໜ້າ​ງ່າໄມ້​ນີ້ ກໍ​ຈະ​ອອກລູກ​ເປັນ​ສີກ່ານ, ດ່າງດາວ ແລະ​ເປັນ​ຈຸດໆ.</verse>
				<verse number="40">ຢາໂຄບ​ແຍກ​ໂຕ​ແກະ​ໄວ້​ອອກ​ຕ່າງຫາກ​ຈາກ​ໂຕ​ແບ້ ແລະ​ເຮັດ​ໃຫ້​ມັນ​ແນມ​ໄປ​ທາງ​ຝູງສັດ​ຂອງ​ລາບານ​ທີ່​ມີ​ສີ​ດ່າງດາວ​ແລະ​ສີດຳ. ໂດຍ​ວິທີ​ນີ້ ລາວ​ຈຶ່ງ​ຜະລິດ​ແກະ​ເປັນ​ຂອງ​ຕົນເອງ​ໄດ້ ແລະ​ເອົາ​ໄປ​ໄວ້​ຕ່າງຫາກ​ຈາກ​ຝູງສັດ​ຂອງ​ລາບານ.</verse>
				<verse number="41">ເມື່ອ​ສັດ​ໂຕ​ທີ່​ມີ​ແຮງ​ປະສົມພັນ​ກັນ ຢາໂຄບ​ກໍ​ເອົາ​ງ່າໄມ້​ທີ່​ເປັນ​ລາຍ​ມາ​ວາງ​ໄວ້​ຕໍ່ໜ້າ​ອ່າງ ບ່ອນ​ທີ່​ສັດ​ກິນ​ນໍ້າ ເພື່ອ​ວ່າ​ສັດ​ຈະ​ຖືເຊີງ​ກັນ​ຢູ່​ຕໍ່ໜ້າ​ງ່າໄມ້.</verse>
				<verse number="42">ສ່ວນ​ສັດ​ທີ່​ຈ່ອຍຜອມ​ນັ້ນ ຢາໂຄບ​ບໍ່ໄດ້​ເອົາ​ງ່າ​ໄມ້​ໃສ່​ໄວ້. ໃນ​ບໍ່​ນານ ລາບານ​ກໍໄດ້​ສັດ​ໂຕ​ທີ່​ບໍ່​ແຂງແຮງ​ແລະ​ຢາໂຄບ​ໄດ້​ສັດ​ໂຕ​ທີ່​ແຂງແຮງ.</verse>
				<verse number="43">ຢາໂຄບ​ກາຍເປັນ​ຄົນ​ຮັ່ງມີ​ໄດ້​ໂດຍ​ວິທີ​ນີ້. ລາວ​ມີ​ແກະ​ຫລາຍ​ຝູງ, ມີ​ອູດ, ມີ​ລໍ, ຕະຫລອດ​ທັງ​ຄົນ​ຮັບໃຊ້​ຊາຍ​ຍິງ​ຫລາຍ​ຄົນ.</verse>
			</chapter>
			<chapter number="31">
				<verse number="1">ຢາໂຄບ​ໄດ້ຍິນ​ພວກ​ລູກຊາຍ​ຂອງ​ລາບານ​ເວົ້າ​ວ່າ, “ຢາໂຄບ​ໄດ້​ເອົາ​ຊັບສົມບັດ​ທຸກສິ່ງ​ທີ່​ເປັນ​ຂອງ​ພໍ່​ພວກເຮົາ​ໄປ. ຊັບສົມບັດ​ທັງໝົດ​ທີ່​ລາວ​ມີ​ນັ້ນ​ເປັນ​ຂອງ​ພໍ່​ພວກເຮົາ.”</verse>
				<verse number="2">ຢາໂຄບ​ເຫັນ​ໄດ້​ອີກ​ວ່າ ທ່າທີ​ຂອງ​ລາບານ​ທີ່​ມີ​ຕໍ່​ຕົນ​ນັ້ນ​ບໍ່​ດີ​ຄື​ແຕ່​ກ່ອນ.</verse>
				<verse number="3">ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ລາວ​ວ່າ, “ຈົ່ງ​ກັບຄືນ​ເມືອ​ສູ່​ດິນແດນ​ຂອງ​ບັນພະບຸລຸດ ແລະ​ຍາດຕິພີ່ນ້ອງ​ຂອງ​ເຈົ້າ​ສາ ເຮົາ​ຈະ​ຢູ່​ກັບ​ເຈົ້າ.”</verse>
				<verse number="4">ສະນັ້ນ ຢາໂຄບ​ຈຶ່ງ​ສັ່ງ​ຄວາມ​ໄປ​ຫາ​ນາງ​ຣາເຊັນ ແລະ​ນາງ​ເລອາ ໃຫ້​ມາ​ພົບ​ຕົນ​ທີ່​ທົ່ງ​ລ້ຽງ​ສັດ.</verse>
				<verse number="5">ລາວ​ເວົ້າ​ກັບ​ເມຍ​ທັງສອງ​ວ່າ, “ອ້າຍ​ສັງເກດ​ເຫັນ​ວ່າ​ພໍ່​ຂອງ​ພວກ​ນ້ອງ​ນັ້ນ ບໍ່ມີ​ທ່າທີ​ດີ​ຕໍ່​ອ້າຍ​ເໝືອນ​ດັ່ງ​ແຕ່​ກ່ອນ, ແຕ່​ພຣະເຈົ້າ​ຂອງ​ພໍ່​ອ້າຍ​ສະຖິດ​ຢູ່​ນຳ​ອ້າຍ.</verse>
				<verse number="6">ພວກ​ນ້ອງ​ທັງສອງ​ກໍ​ຮູ້​ແລ້ວ​ວ່າ ອ້າຍ​ໄດ້​ເຮັດ​ວຽກ​ໃຫ້​ເພິ່ນ​ເຕັມ​ກຳລັງ.</verse>
				<verse number="7">ນອກ​ນີ້​ເພິ່ນ​ຍັງ​ໂກງ​ອ້າຍ ແລະ​ປ່ຽນ​ຄ່າຈ້າງ​ຂອງ​ອ້າຍ​ເຖິງ​ສິບ​ເທື່ອ. ແຕ່​ພຣະເຈົ້າ​ບໍ່​ອະນຸຍາດ​ໃຫ້​ເພິ່ນ​ທຳຮ້າຍ​ອ້າຍ​ແຕ່​ຢ່າງ​ໃດ.</verse>
				<verse number="8">ເມື່ອໃດ​ທີ່​ພໍ່​ຂອງ​ນ້ອງ​ເວົ້າ​ວ່າ, ‘ແບ້​ທີ່​ມີ​ຂົນ​ກ່ານ​ຈະ​ເປັນ​ຄ່າຈ້າງ​ຂອງ​ອ້າຍ’ ແລະ​ແບ້​ທຸກ​ໂຕ​ໄດ້​ອອກລູກ​ມາ​ເປັນ​ສີ​ກ່ານ. ເມື່ອໃດ​ທີ່​ເພິ່ນ​ເວົ້າ​ວ່າ ‘ແບ້​ທີ່​ມີ​ຂົນ​ດ່າງ​ດາວ​ຈະ​ເປັນ​ຄ່າຈ້າງ​ຂອງ​ອ້າຍ’ ແບ້​ທຸກ​ໂຕ​ໄດ້​ອອກລູກ​ມາ​ເປັນ​ສີ​ດ່າງດາວ.</verse>
				<verse number="9">ພຣະເຈົ້າ​ໄດ້​ເອົາ​ຝູງສັດ​ຂອງ​ພໍ່​ພວກ​ນ້ອງ​ມາ​ໃຫ້​ອ້າຍ.</verse>
				<verse number="10">ໃນ​ລະດູ​ປະສົມພັນ​ຂອງ​ສັດ​ນັ້ນ ອ້າຍ​ໄດ້​ຝັນ​ເຫັນ​ແບ້​ປະສົມພັນ​ກັນ ມີ​ຂົນ​ເປັນ​ສີ​ກ່ານ, ເປັນ​ຈຸດ ແລະ​ດ່າງ​ດາວ.</verse>
				<verse number="11">ເທວະດາ​ຂອງ​ພຣະເຈົ້າ​ໄດ້​ກ່າວ​ແກ່​ອ້າຍ​ທາງ​ຄວາມຝັນ​ວ່າ, ‘ຢາໂຄບ​ເອີຍ’ ອ້າຍ​ຕອບ​ວ່າ, ‘ຂ້ານ້ອຍ​ຢູ່​ທີ່​ນີ້.’</verse>
				<verse number="12">ແລະ​ເພິ່ນ​ກ່າວ​ຕໍ່ໄປ​ວ່າ, ‘ຈົ່ງ​ເບິ່ງ​ພຸ້ນ​ດູ ແບ້ເຖິກ​ທີ່​ປະສົມພັນ​ກັນ​ຢູ່​ນັ້ນ ເປັນ​ຈຸດ​ດ່າງດາວ​ແລະ​ກ່ານ. ເຮົາ​ບັນດານ​ໃຫ້​ເປັນ​ເຊັ່ນນີ້ ເພາະ​ເຮົາ​ຮູ້ຈັກ​ທຸກໆ​ສິ່ງ​ທີ່​ລາບານ​ກຳລັງ​ເຮັດ​ກັບ​ເຈົ້າ.</verse>
				<verse number="13">ເຮົາ​ແມ່ນ​ພຣະເຈົ້າ​ຜູ້​ທີ່​ປາກົດ​ໃຫ້​ເຈົ້າ​ເຫັນ​ທີ່​ເບັດເອນ ບ່ອນ​ທີ່​ເຈົ້າ​ໄດ້​ຖວາຍ​ເສົາ​ອະນຸສອນ ໂດຍ​ຖອກ​ນໍ້າມັນ​ຫອມ​ຖວາຍ ແລະ​ສາບານ​ໄວ້​ກັບ​ເຮົາ​ນັ້ນ. ບັດນີ້ ຈົ່ງ​ຕຽມຕົວ​ອອກ​ໜີ​ຈາກ​ດິນແດນ​ນີ້ ແລະ​ກັບຄືນ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ເຈົ້າ.”’</verse>
				<verse number="14">ນາງ​ຣາເຊັນ ແລະ​ນາງ​ເລອາ​ຈຶ່ງ​ຕອບ​ເພິ່ນ​ວ່າ, “ພໍ່​ຂອງ​ພວກເຮົາ​ບໍ່ມີ​ມໍຣະດົກ​ຫຍັງ​ເຫຼືອ​ໄວ້​ໃຫ້​ພວກເຮົາ​ແລ້ວ.</verse>
				<verse number="15">ເພິ່ນ​ຖື​ພວກເຮົາ​ຄື​ຄົນອື່ນ ເພິ່ນ​ຂາຍ​ພວກເຮົາ ແລະ​ດຽວ​ນີ້ ເພິ່ນ​ກໍ​ຈ່າຍ​ຄືນ​ສິ່ງ​ທີ່​ເພິ່ນ​ໄດ້​ມາ​ຈາກ​ການ​ຂາຍ​ພວກເຮົາ​ນັ້ນ.</verse>
				<verse number="16">ຊັບສົມບັດ​ທຸກຢ່າງ​ທີ່​ພຣະເຈົ້າ​ໄດ້​ເອົາ​ມາ​ຈາກ​ພໍ່​ຂອງ​ພວກ​ນ້ອງ ເປັນ​ຂອງ​ພວກເຮົາ​ແລະ​ລູກໆ. ຈົ່ງ​ເຮັດ​ຕາມ​ທີ່​ພຣະເຈົ້າ​ໄດ້​ບອກ​ອ້າຍ​ເຖີດ.”</verse>
				<verse number="17">ດັ່ງນັ້ນ ຢາໂຄບ​ຈຶ່ງ​ຕຽມຕົວ​ກັບຄືນ​ເມືອ​ຫາ​ພໍ່​ຂອງຕົນ​ທີ່​ການາອານ. ລາວ​ຕຽມ​ເອົາ​ລູກ​ກັບ​ເມຍ​ຂຶ້ນ​ຂີ່​ຫລັງ​ອູດ ແລະ​ມ້ຽນ​ມັດ​ເອົາ​ສິ່ງຂອງ​ທຸກຢ່າງ ຊຶ່ງ​ຕົນ​ໄດ້​ທີ່​ເມໂຊໂປຕາເມຍ</verse>
				<verse number="18">ແລະ​ປ້ອງ​ຝູງສັດ​ນຳ​ໜ້າ​ອອກ​ເດີນທາງ​ກັບຄືນ​ເມືອ​ຫາ​ເມືອງ​ພໍ່​ຂອງຕົນ.</verse>
				<verse number="19">ລາບານ​ອອກ​ໄປ​ຕັດ​ຂົນແກະ ແລະ​ໃນ​ຂະນະທີ່​ເພິ່ນ​ບໍ່​ຢູ່​ນັ້ນ ນາງ​ຣາເຊັນ​ໄດ້​ເຂົ້າ​ໄປ​ລັກ​ເອົາ​ຮູບເຄົາຣົບ​ປະຈຳ​ຄອບຄົວ​ຂອງ​ພໍ່​ຕົນ​ໄປ​ນຳ.</verse>
				<verse number="20">ຢາໂຄບ​ໄດ້​ຫລອກລວງ​ລາບານ​ຊາວ​ອາຣາມ​ດ້ວຍ​ການ​ໜີໄປ​ໂດຍ​ບໍ່​ຄອບ.</verse>
				<verse number="21">ລາວ​ໄດ້​ເອົາ​ຊັບສົມບັດ​ທັງໝົດ​ໜີ​ຂ້າມ​ແມ່ນໍ້າ​ເອີຟຣັດ ແລະ​ມຸ່ງໜ້າ​ໄປ​ສູ່​ເຂດ​ເນີນພູ​ກີເລອາດ.</verse>
				<verse number="22">ສາມ​ວັນ​ຕໍ່ມາ ລາບານ​ຈຶ່ງ​ຮູ້​ວ່າ​ຢາໂຄບ​ໄດ້​ໜີໄປ​ແລ້ວ.</verse>
				<verse number="23">ສະນັ້ນ ເພິ່ນ​ຈຶ່ງ​ພາ​ຄົນ​ໄລ່​ຕິດຕາມ​ຢາໂຄບ​ໄປ​ເປັນ​ເວລາ​ເຈັດ​ວັນ ແລະ​ທັນ​ລາວ​ທີ່​ເຂດ​ເນີນພູ​ກີເລອາດ.</verse>
				<verse number="24">ໃນ​ຄືນ​ນັ້ນ ພຣະເຈົ້າ​ໄດ້​ປາກົດ​ໃນ​ຄວາມຝັນ​ຂອງ​ລາບານ​ຊາວ​ອາຣາມ ແລະ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ລະວັງ ເຈົ້າ​ຢ່າ​ຂູ່ເຂັນ​ຢາໂຄບ​ແຕ່​ຢ່າງ​ໃດ​ເລີຍ.”</verse>
				<verse number="25">ຢາໂຄບ​ຕັ້ງ​ຄ້າຍພັກ​ຂອງຕົນ​ຢູ່​ເທິງ​ເນີນພູ; ສ່ວນ​ລາບານ​ແລະ​ພວກ​ທີ່​ຕິດຕາມ​ຕົນ​ມາ​ນັ້ນ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ເນີນພູ​ກີເລອາດ.</verse>
				<verse number="26">ລາບານ​ເວົ້າ​ຕໍ່​ຢາໂຄບ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ຫຼອກລວງ​ຂ້ອຍ ແລະ​ພາ​ລູກສາວ​ຂ້ອຍ​ໜີໄປ​ເໝືອນ​ດັ່ງ​ຍິງ​ຊະເລີຍເສິກ?</verse>
				<verse number="27">ເປັນຫຍັງ​ເຈົ້າ​ຈຶ່ງ​ປົບໜີ​ຂ້ອຍ​ມາ​ຢ່າງ​ລັບໆ ແລະ​ໜີ​ມາ​ໂດຍ​ບໍ່​ຄອບ​ຂ້ອຍ? ຖ້າ​ເຈົ້າ​ບອກ ຂ້ອຍ​ກໍ​ຈະ​ໄປ​ສົ່ງ​ເຖິງ​ທາງ​ດ້ວຍ​ຄວາມ​ຍິນດີ ໂດຍ​ມີ​ຂະບວນ​ແຫ່​ທັງ​ສຽງ​ຄ້ອງ, ສຽງ​ກອງ, ສຽງ​ພິນ ແລະ​ສຽງ​ຮ້ອງລຳ​ທຳເພງ.</verse>
				<verse number="28">ເຈົ້າ​ບໍ່​ໃຫ້​ຂ້ອຍ​ຈູບ​ສັ່ງ​ລາ​ແມ່ນແຕ່​ລູກສາວ ແລະ​ຫລານໆ​ຂອງຂ້ອຍ​ເລີຍ. ເຈົ້າ​ຄື​ມາ​ເຮັດ​ແບບ​ໂງ່ໆ​ເຊັ່ນນີ້</verse>
				<verse number="29">ຂ້ອຍ​ມີ​ສິດ​ທີ່​ຈະ​ທຳຮ້າຍ​ເຈົ້າ, ແຕ່​ຄືນ​ນີ້​ພຣະເຈົ້າ​ຂອງ​ພໍ່​ເຈົ້າ​ໄດ້​ບອກ​ຂ້ອຍ ບໍ່​ໃຫ້​ຂູ່ເຂັນ​ເຈົ້າ​ແຕ່​ປະການ​ໃດ.</verse>
				<verse number="30">ຂ້ອຍ​ຮູ້​ວ່າ​ເຈົ້າ​ປົບໜີ ເພາະ​ຢາກ​ກັບ​ເມືອ​ບ້ານ​ແຮງ, ແຕ່​ເປັນຫຍັງ ເຈົ້າ​ຈຶ່ງ​ເອົາ​ຮູບເຄົາຣົບ​ປະຈຳ​ຄອບຄົວ​ຂອງຂ້ອຍ​ມາ​ນຳ.”</verse>
				<verse number="31">ຢາໂຄບ​ຕອບ​ວ່າ, “ຂ້ອຍ​ຄິດ​ຢ້ານ​ເຈົ້າ ແລະ​ຢ້ານ​ວ່າ​ເຈົ້າ​ຈະ​ເອົາ​ລູກສາວ​ຂອງ​ເຈົ້າ​ຄືນ.</verse>
				<verse number="32">ແຕ່​ຖ້າ​ເຈົ້າ​ພົບ​ຮູບເຄົາຣົບ​ນຳ​ຜູ້ໃດ​ຜູ້ໜຶ່ງ​ໃນ​ທີ່​ນີ້ ໃຫ້​ຂ້າ​ຜູ້ນັ້ນ​ຖິ້ມ​ໂລດ. ຄົນ​ຂອງເຮົາ​ກໍ​ຢູ່​ທີ່​ນີ້​ເພື່ອ​ເປັນ​ພະຍານ. ຈົ່ງ​ຄົ້ນ​ຫາ​ເອົາ​ທຸກສິ່ງ​ທີ່​ເປັນ​ຂອງ​ເຈົ້າ​ຄືນ​ໄປ.” ຢາໂຄບ​ບໍ່​ຮູ້​ວ່າ ຣາເຊັນ​ໄດ້​ລັກ​ເອົາ​ຮູບເຄົາຣົບ​ມາ​ນຳ.</verse>
				<verse number="33">ລາບານ​ເຂົ້າ​ໄປ​ຄົ້ນ​ໃນ​ຜ້າເຕັນ​ຂອງ​ຢາໂຄບ. ແລ້ວ​ເຂົ້າ​ໄປ​ໃນ​ຜ້າເຕັນ​ຂອງ​ເລອາ ແລະ​ຜ້າເຕັນ​ຂອງ​ຄົນ​ຮັບໃຊ້​ຍິງ​ສອງ​ຄົນ ແຕ່​ບໍ່​ພົບ​ຮູບ​ພະ​ນັ້ນ​ເລີຍ. ແລ້ວ​ເພິ່ນ​ກໍໄດ້​ເຂົ້າ​ໄປ​ໃນ​ຜ້າເຕັນ​ຂອງ​ນາງ​ຣາເຊັນ.</verse>
				<verse number="34">ນາງ​ຣາເຊັນ​ເອົາ​ຮູບ​ພະ​ປະຈຳ​ຄອບຄົວ​ເຫຼົ່ານັ້ນ ເຊື່ອງ​ໄວ້​ໃນ​ຖົງ​ອານ​ໃສ່​ຫລັງ​ອູດ ແລະ​ນັ່ງ​ເທິງ​ອານ​ນັ້ນ. ລາບານ​ຊອກ​ເບິ່ງ​ໝົດ​ໃນ​ຜ້າເຕັນ​ແຕ່​ບໍ່​ພົບ.</verse>
				<verse number="35">ນາງ​ຣາເຊັນ​ເວົ້າ​ຕໍ່​ພໍ່​ຂອງຕົນ​ວ່າ, “ພໍ່​ຢ່າ​ຮ້າຍ​ລູກ​ເດີ ທີ່​ລູກ​ບໍ່​ອາດ​ລຸກ​ຢືນ​ຂຶ້ນ​ໄດ້​ເມື່ອ​ພໍ່​ເຂົ້າ​ມາ ຍ້ອນ​ວ່າ​ລູກ​ເປັນ​ປະຈຳເດືອນ.” ລາບານ​ຊອກ​ຄົ້ນ​ເບິ່ງ​ໝົດ​ທຸກ​ບ່ອນ ແຕ່​ເພິ່ນ​ບໍ່​ພົບ​ຮູບ​ພະ​ນັ້ນ.</verse>
				<verse number="36">ແລ້ວ​ຢາໂຄບ​ກໍ​ຮ້າຍ​ຂຶ້ນ​ຈຶ່ງ​ຖາມ​ວ່າ, “ຂ້ອຍ​ໄດ້​ເຮັດ​ຫຍັງ​ຜິດ? ຂ້ອຍ​ໄດ້​ສ້າງ​ອາດຊະຍາກຳ​ຫຍັງ​ຈຶ່ງ​ເຮັດ​ໃຫ້​ເຈົ້າ​ຕ້ອງ​ຕາມ​ຂ້ອຍ​ມາ?</verse>
				<verse number="37">ບັດນີ້ ເຈົ້າ​ໄດ້​ຄົ້ນ​ເບິ່ງ​ສິ່ງຂອງ​ຂອງຂ້ອຍ​ທັງໝົດ​ແລ້ວ ມີ​ສິ່ງໃດ​ແດ່​ທີ່​ເຈົ້າ​ເຫັນ​ວ່າ​ມັນ​ເປັນ​ຂອງ​ເຈົ້າ? ເອົາ​ອອກ​ມາ​ໃຫ້​ຄົນ​ຂອງ​ເຈົ້າ ແລະ​ຄົນ​ຂອງຂ້ອຍ​ເບິ່ງດູ ແລະ​ໃຫ້​ພວກເຂົາ​ຕັດສິນ​ວ່າ​ລະຫວ່າງ​ເຈົ້າ​ກັບ​ຂ້ອຍ​ແມ່ນ​ຜູ້ໃດ​ຜິດ​ຜູ້ໃດ​ຖືກ.</verse>
				<verse number="38">ເບິ່ງດູ ຂ້ອຍ​ໄດ້​ອາໄສ​ຢູ່​ກັບ​ເຈົ້າ​ເປັນ​ເວລາ​ຊາວ​ປີ ແລະ​ແກະ​ກັບ​ແບ້​ຂອງ​ເຈົ້າ​ໄດ້​ອອກ​ແມ່​ແຜ່​ລູກ​ຢູ່​ບໍ່​ຂາດ, ແຕ່​ຂ້ອຍ​ບໍ່ໄດ້​ກິນ​ແກະເຖິກ​ຢູ່​ໃນ​ຝູງ​ຂອງ​ເຈົ້າ​ແມ່ນແຕ່​ໂຕ​ດຽວ.</verse>
				<verse number="39">ເທື່ອໃດ​ທີ່​ແກະ​ຂອງ​ເຈົ້າ​ຖືກ​ສັດປ່າ​ກັດ​ຕາຍ ຂ້ອຍ​ກໍ​ຈ່າຍ​ຄ່າ​ເສຍຫາຍ​ເອງ​ເທື່ອນັ້ນ. ຂ້ອຍ​ບໍ່ໄດ້​ເອົາ​ມາ​ໃຫ້​ເຈົ້າ​ເບິ່ງ ແລະ​ບອກ​ວ່າ​ມັນ​ບໍ່ແມ່ນ​ຄວາມຜິດ​ຂອງຂ້ອຍ. ເຈົ້າ​ໄດ້​ທວງ​ຄືນ​ສິ່ງ​ທີ່​ຖືກ​ລັກ​ໄປ​ຍາມ​ກາງເວັນ​ແລະ​ຍາມ​ກາງຄືນ.</verse>
				<verse number="40">ມີ​ຫລາຍ​ເທື່ອ​ທີ່​ຂ້ອຍ​ຕ້ອງ​ທົນ​ຕໍ່​ແສງ​ແດດ​ເຜົາຜານ​ໃນ​ເວລາ​ກາງເວັນ ແລະ​ທົນ​ຕໍ່​ຄວາມ​ໜາວ​ໃນ​ເວລາ​ກາງຄືນ ຈົນ​ຂ້ອຍ​ບໍ່​ອາດ​ຈະ​ນອນ​ຕາ​ຫລັບ​ໄດ້.</verse>
				<verse number="41">ແມ່ນ​ແບບ​ນີ້​ແຫຼະ ທີ່​ຂ້ອຍ​ໄດ້​ອາໄສ​ຢູ່​ນຳ​ເຈົ້າ​ເປັນ​ເວລາ​ສິບສີ່​ປີ ເພື່ອ​ຈະ​ໄດ້​ລູກສາວ​ຂອງ​ເຈົ້າ​ສອງ​ຄົນ​ມາ​ເປັນ​ເມຍ ແລະ​ອີກ​ຫົກ​ປີ​ເພື່ອ​ມີ​ຝູງສັດ​ເປັນ​ຂອງ​ຕົນເອງ, ແຕ່​ເຖິງ​ປານ​ນັ້ນ ເຈົ້າ​ຍັງ​ປ່ຽນ​ຄ່າຈ້າງ​ຂອງຂ້ອຍ​ເຖິງ​ສິບ​ເທື່ອ.</verse>
				<verse number="42">ຖ້າ​ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງຂ້ອຍ ຄື​ພຣະເຈົ້າ​ຂອງ​ອັບຣາຮາມ​ແລະ​ອີຊາກ ບໍ່ໄດ້​ສະຖິດ​ຢູ່​ນຳ​ຂ້ອຍ; ປານ​ນີ້​ເຈົ້າ​ຄົງ​ໄລ່​ຂ້ອຍ​ໜີໄປ​ມື​ເປົ່າ​ແລ້ວ. ແຕ່​ພຣະເຈົ້າ​ເຫັນ​ຄວາມ​ທຸກ​ລຳບາກ​ຂອງຂ້ອຍ ທັງ​ຮູ້ຈັກ​ວຽກງານ​ທີ່​ຂ້ອຍ​ໄດ້​ເຮັດ ແລະ​ໃນ​ຄືນ​ວານ​ນີ້ ພຣະອົງ​ຈຶ່ງ​ຕັດສິນ​ຄວາມ​ໃຫ້.”</verse>
				<verse number="43">ລາບານ​ຕອບ​ຢາໂຄບ​ວ່າ, “ຍິງ​ພວກ​ນີ້​ເປັນ​ຂອງຂ້ອຍ ແລະ​ລູກ​ຂອງ​ພວກເຂົາ​ກໍ​ເປັນ​ຂອງຂ້ອຍ ຕະຫລອດ​ທັງ​ຝູງສັດ​ກໍ​ເປັນ​ຂອງຂ້ອຍ​ດ້ວຍ. ທີ່​ຈິງ​ແລ້ວ​ທຸກສິ່ງ​ທີ່​ເຈົ້າ​ເຫັນ​ຢູ່​ນີ້​ເປັນ​ຂອງຂ້ອຍ​ໝົດ, ແຕ່​ໃນ​ເມື່ອ​ຂ້ອຍ​ບໍ່​ສາມາດ​ກີດກັ້ນ ລູກສາວ​ກັບ​ພວກ​ຫລານໆ​ຂອງຂ້ອຍ​ບໍ່​ໃຫ້​ໄປ​ກັບ​ເຈົ້າ​ໄດ້</verse>
				<verse number="44">ຂ້ອຍ​ພ້ອມ​ແລ້ວ​ທີ່​ຈະ​ເຮັດ​ຂໍ້​ຕົກລົງ​ກັບ​ເຈົ້າ. ພວກເຮົາ​ຈົ່ງ​ພາກັນ​ຂົນ​ຫີນ​ມາ​ກອງ​ໄວ້ ເພື່ອ​ໃຫ້​ເປັນ​ສິ່ງ​ເຕືອນໃຈ​ພວກເຮົາ​ໃນ​ເລື່ອງ​ນີ້.”</verse>
				<verse number="45">ສະນັ້ນ ຢາໂຄບ​ຈຶ່ງ​ຕັ້ງ​ເສົາ​ຫີນ​ເສົາ​ໜຶ່ງ​ຂຶ້ນ​ເປັນ​ທີ່ລະນຶກ.</verse>
				<verse number="46">ລາວ​ບອກ​ຄົນ​ຂອງຕົນ​ຂົນ​ຫີນ​ມາ​ກອງ​ໄວ້ ແລະ​ພວກເຂົາ​ໄດ້​ກິນ​ລ້ຽງ​ໃກ້​ກອງ​ຫີນ​ນັ້ນ.</verse>
				<verse number="47">ລາບານ​ໃສ່​ຊື່​ກອງ​ຫີນ​ນັ້ນ​ວ່າ ເຢກາ​ສາຮາດູທາ; ໃນຂະນະ​ດຽວກັນ​ນັ້ນ ຢາໂຄບ​ໃສ່​ຊື່​ກອງ​ຫີນ​ນັ້ນ​ວ່າ ຄາລີເອັດ.</verse>
				<verse number="48">ລາບານ​ເວົ້າ​ວ່າ, “ກອງ​ຫີນ​ນີ້​ຈະ​ເປັນ​ສິ່ງ​ເຕືອນໃຈ​ລະຫວ່າງ​ພວກເຮົາ​ທັງສອງ.” ດ້ວຍເຫດນີ້ ບ່ອນ​ນັ້ນ​ຈຶ່ງ​ມີ​ຊື່​ວ່າ ຄາລີເອັດ.</verse>
				<verse number="49">ລາບານ​ອວຍພອນ​ອີກ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ເຝົ້າ​ຄອຍ​ເບິ່ງ​ພວກເຮົາ ເວລາ​ຫ່າງ​ຈາກ​ກັນ​ໄປ.” ດັ່ງນັ້ນ ບ່ອນ​ນີ້​ຈຶ່ງ​ມີ​ຊື່​ອີກ​ວ່າ, “ມີຊະປາ.”</verse>
				<verse number="50">ລາບານ​ເວົ້າ​ຕໍ່ໄປ​ວ່າ, “ຖ້າ​ເຈົ້າ​ຂົ່ມເຫັງ​ລູກສາວ​ຂອງຂ້ອຍ ຫລື​ແຕ່ງງານ​ກັບ​ຍິງ​ອື່ນ​ອີກ; ເຖິງ​ແມ່ນ​ຂ້ອຍ​ບໍ່​ຮູ້​ກໍຕາມ ຈົ່ງ​ຈົດຈຳ​ໄວ້​ວ່າ​ພຣະເຈົ້າ​ຄອຍ​ເຝົ້າ​ເບິ່ງ​ພວກເຮົາ​ສະເໝີ.” ລາບານ​ເວົ້າ​ຕໍ່​ຢາໂຄບ​ວ່າ,</verse>
				<verse number="51">“ອັນ​ນີ້​ແມ່ນ​ກອງ​ຫີນ​ທີ່​ຂ້ອຍ​ກອງ​ຂຶ້ນ​ກັ້ນ​ເຂດແດນ​ລະຫວ່າງ​ພວກເຮົາ​ທັງສອງ ເພື່ອ​ໃຫ້​ເປັນ​ທີ່​ຄິດຮອດ​ຄິດເຖິງ.</verse>
				<verse number="52">ເສົາ​ຫີນ​ທັງສອງ​ນີ້​ຈະ​ເປັນ​ສິ່ງ​ເຕືອນໃຈ​ວ່າ ຂ້ອຍ​ຈະ​ບໍ່​ຂ້າມ​ເຂດແດນ​ໄປ​ໂຈມຕີ​ເຈົ້າ ແລະ​ເຈົ້າ​ກໍ​ຈະ​ບໍ່​ຂ້າມ​ເຂດແດນ​ມາ​ໂຈມຕີ​ຂ້ອຍ.</verse>
				<verse number="53">ພຣະເຈົ້າ​ຂອງ​ອັບຣາຮາມ ແລະ​ພຣະເຈົ້າ​ຂອງ​ນາໂຮ ຈະ​ເປັນ​ຜູ້ຕັດສິນ​ລະຫວ່າງ​ພວກເຮົາ​ທັງສອງ.” ແລ້ວ​ຢາໂຄບ​ກໍ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າ ອົງ​ທີ່​ອີຊາກ​ພໍ່​ຂອງຕົນ​ນະມັດສະການ.</verse>
				<verse number="54">ຢາໂຄບ​ໄດ້​ຖວາຍ​ເຄື່ອງ​ບູຊາ​ທີ່​ເນີນພູ ແລະ​ໄດ້ເຊີນ​ພີ່ນ້ອງ​ຂອງຕົນ​ມາ​ຮ່ວມ​ກິນ​ເຂົ້າຈີ່​ນຳກັນ. ຫລັງຈາກ​ກິນ​ເຂົ້າຈີ່​ແລ້ວ ພວກເຂົາ​ກໍໄດ້​ນອນ​ຄ້າງຄືນ​ຢູ່​ທີ່​ນັ້ນ.</verse>
				<verse number="55">ວັນ​ຕໍ່ມາ​ແຕ່​ເຊົ້າໆ ລາບານ​ໄດ້​ຈູບ​ສັ່ງ​ລາ​ລູກສາວ​ກັບ​ພວກ​ຫລານໆ​ຂອງຕົນ ແລ້ວ​ເພິ່ນ​ກໍ​ກັບຄືນ​ເມືອ​ບ້ານ​ເມືອງ​ຂອງຕົນ.</verse>
			</chapter>
			<chapter number="32">
				<verse number="1">ເມື່ອ​ຢາໂຄບ​ເດີນທາງ​ໄປ​ຕໍ່ ເທວະດາ​ຂອງ​ພຣະເຈົ້າ​ໄດ້​ມາ​ພົບ​ເພິ່ນ.</verse>
				<verse number="2">ພໍ​ເຫັນ​ເທວະດາ​ຕົນ​ນັ້ນ ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ນີ້​ແມ່ນ​ຄ້າຍ​ຂອງ​ພຣະເຈົ້າ.” ສະນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ບ່ອນ​ນັ້ນ​ວ່າ ມະຫານາອິມ.</verse>
				<verse number="3">ຢາໂຄບ​ໄດ້​ໃຊ້​ຄົນນຳຂ່າວ​ໄປ​ບອກ​ເອຊາວ​ອ້າຍ​ຂອງຕົນ ທີ່​ເມືອງ​ເສອີ​ໃນ​ດິນແດນ​ເອໂດມ.</verse>
				<verse number="4">ເພິ່ນ​ສັ່ງ​ຄົນນຳຂ່າວ​ໃຫ້​ໄປ​ບອກ​ເອຊາວ​ດັ່ງນີ້: “ຂ້ານ້ອຍ​ຢາໂຄບ ຄົນ​ຮັບໃຊ້​ຜູ້​ເຊື່ອຟັງ​ຂອງທ່ານ​ທີ່​ໄດ້​ໄປ​ອາໄສ​ຢູ່​ນຳ​ລາບານ​ນັ້ນ ແລະ​ດຽວ​ນີ້​ຫາ​ກໍ​ກັບ​ມາ ຂໍ​ລາຍງານ​ຕໍ່​ທ່ານ​ເອຊາວ​ວ່າ</verse>
				<verse number="5">ຂ້ານ້ອຍ​ມີ​ຝູງງົວ, ຝູງ​ລໍ, ຝູງແບ້ ແລະ​ຝູງແກະ​ພ້ອມ​ທັງ​ຄົນ​ຮັບໃຊ້​ຊາຍ​ຍິງ​ຢ່າງ​ຫລວງຫລາຍ. ດັ່ງນັ້ນ ຈຶ່ງ​ໄດ້​ໃຊ້​ຄົນ​ມາ​ຄຳນັບ​ທ່ານ ໂດຍ​ຫວັງ​ວ່າ​ທ່ານ​ຈະ​ໃຫ້​ຄວາມ​ເຫັນອົກ​ເຫັນໃຈ.”</verse>
				<verse number="6">ເມື່ອ​ຄົນນຳຂ່າວ​ກັບຄືນ​ມາ ພວກເຂົາ​ຈຶ່ງ​ເລົ່າ​ໃຫ້​ຢາໂຄບ​ຟັງ​ວ່າ, “ພວກເຮົາ​ໄດ້​ໄປ​ຫາ​ເອຊາວ​ອ້າຍ​ຂອງທ່ານ​ແລ້ວ ແລະ​ເພິ່ນ​ກຳລັງ​ອອກ​ເດີນທາງ​ມາ​ພົບ​ທ່ານ ພ້ອມ​ທັງ​ມີ​ຄົນ​ມາ​ນຳ​ສີ່ຮ້ອຍ​ຄົນ.”</verse>
				<verse number="7">ຢາໂຄບ​ຢ້ານ​ແລະ​ອຸກໃຈ​ຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ແບ່ງ​ຄົນ​ຕະຫລອດ​ທັງ​ຝູງແກະ, ຝູງແບ້, ຝູງງົວ ແລະ ຝູງ​ອູດ​ອອກ​ເປັນ​ສອງ​ພວກ;</verse>
				<verse number="8">ເພາະ​ເພິ່ນ​ຄິດ​ວ່າ, ຖ້າ​ເອຊາວ​ມາ​ບຸກໂຈມຕີ​ພວກ​ທີ​ໜຶ່ງ, ພວກ​ທີ​ສອງ​ກໍ​ຈະ​ສາມາດ​ຫລົບ​ໜີໄປ​ໄດ້.</verse>
				<verse number="9">ແລ້ວ​ຢາໂຄບ​ກໍ​ພາວັນນາ​ອະທິຖານ​ວ່າ, “ໂອ ພຣະເຈົ້າ​ຂອງ​ອັບຣາຮາມ​ຜູ້​ເປັນ​ປູ່ ແລະ​ພຣະເຈົ້າ​ຂອງ​ອີຊາກ​ຜູ້​ເປັນ​ພໍ່​ຂອງ​ຂ້ານ້ອຍ, ໂອ ພຣະເຈົ້າຢາເວ ພຣະອົງ​ບອກ​ໃຫ້​ຂ້ານ້ອຍ​ກັບຄືນ​ເມືອ​ສູ່​ດິນແດນ​ຫາ​ຍາດຕິພີ່ນ້ອງ ແລະ​ພຣະອົງ​ຈະ​ໃຫ້​ທຸກສິ່ງ​ຜ່ານ​ພົ້ນ​ໄປ​ໂດຍ​ດີ​ສຳລັບ​ຂ້ານ້ອຍ.</verse>
				<verse number="10">ຂ້ານ້ອຍ​ບໍ່​ສົມຄວນ​ກັບ​ພຣະ​ກະລຸນາ ແລະ​ຄວາມ​ສັດຊື່​ທີ່​ພຣະອົງ​ໄດ້​ສຳແດງ​ຕໍ່​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເລີຍ. ຂ້ານ້ອຍ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ ມີ​ພຽງ​ໄມ້ເທົ້າ​ເທົ່ານັ້ນ; ແຕ່​ບັດນີ້ ຂ້ານ້ອຍ​ກັບ​ມາ​ພ້ອມ​ດ້ວຍ​ຈຳນວນ​ຄົນ​ແລະ​ຝູງສັດ​ສອງ​ໝວດ​ນີ້.</verse>
				<verse number="11">ຂ້ານ້ອຍ​ພາວັນນາ​ອະທິຖານ ຂໍ​ພຣະອົງ​ໂຜດ​ຊ່ວຍ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ອ້າຍ​ເອຊາວ​ແດ່ທ້ອນ. ຂ້ານ້ອຍ​ຢ້ານ​ວ່າ ລາວ​ຈະ​ເຂົ້າ​ມາ​ບຸກໂຈມຕີ ແລະ​ທຳຮ້າຍ​ພວກ​ຂ້ານ້ອຍ​ທັງໝົດ​ຄື: ພວກຜູ້ຍິງ​ແລະ​ເດັກນ້ອຍ.</verse>
				<verse number="12">ໂຜດ​ຈົດຈຳ​ຄຳສັນຍາ​ທີ່​ວ່າ ພຣະອົງ​ຈະ​ເຮັດ​ທຸກສິ່ງ​ໃຫ້​ຜ່ານ​ພົ້ນ​ໄປ​ໂດຍ​ດີ ແລະ​ໃຫ້​ຂ້ານ້ອຍ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ດັ່ງ​ເມັດຊາຍ​ທີ່​ແຄມ​ທະເລ​ຊຶ່ງ​ບໍ່​ອາດ​ນັບ​ໄດ້.”</verse>
				<verse number="13">ຫລັງຈາກ​ຢາໂຄບ​ໄດ້​ນອນ​ຄ້າງຄືນ​ທີ່​ມະຫານາອິມ​ແລ້ວ ເພິ່ນ​ກໍ​ເລືອກ​ເອົາ​ເຄື່ອງຂອງ​ທີ່​ເພິ່ນ​ມີ ເພື່ອ​ເປັນ​ຂອງຕ້ອນ​ໃຫ້​ແກ່​ເອຊາວ ອ້າຍ​ຂອງຕົນ​ດັ່ງນີ້: ແບ້ແມ່ 200 ໂຕ ແລະ​ແບ້ເຖິກ 20 ໂຕ, ແກະ​ແມ່ 200 ໂຕ ແລະ​ແກະເຖິກ 20 ໂຕ, ອູດແມ່​ແລະ​ລູກ​ທີ່​ຍັງ​ກິນ​ນົມ​ຢູ່ 30 ໂຕ, ງົວແມ່ 40 ໂຕ, ງົວເຖິກ 10 ໂຕ, ລໍແມ່ 20 ໂຕ, ລໍເຖິກ 10 ໂຕ.</verse>
				<verse number="14"></verse>
				<verse number="15"></verse>
				<verse number="16">ເພິ່ນ​ມອບ​ຝູງສັດ​ແຕ່ລະ​ຝູງ​ໃຫ້​ຄົນ​ຮັບໃຊ້​ແຕ່ລະຄົນ​ເບິ່ງແຍງ​ຮັກສາ. ເພິ່ນ​ສັ່ງ​ພວກເຂົາ​ວ່າ, “ຈົ່ງ​ເດີນທາງ​ໄປ​ກ່ອນ​ຂ້ອຍ ທັງ​ປ່ອຍ​ໄລຍະ​ໃຫ້​ຫ່າງ​ກັນ​ພໍສົມຄວນ.”</verse>
				<verse number="17">ເພິ່ນ​ສັ່ງ​ຄົນ​ຮັບໃຊ້​ຜູ້​ທີ​ໜຶ່ງ​ວ່າ, “ເວລາ​ເອຊາວ​ພົບ​ເຈົ້າ​ແລະ​ຖາມ​ວ່າ, ‘ເຈົ້າ​ຈະ​ໄປ​ໃສ? ໃຜ​ເປັນ​ນາຍ​ຂອງ​ເຈົ້າ? ສັດ​ທີ່​ຍ່າງ​ໄປ​ກ່ອນ​ນັ້ນ​ເປັນ​ຂອງ​ໃຜ?’</verse>
				<verse number="18">ເຈົ້າ​ຕ້ອງ​ຕອບ​ເພິ່ນ​ວ່າ, ‘ສັດ​ເຫຼົ່ານັ້ນ​ເປັນ​ຂອງ​ຢາໂຄບ ຄົນ​ຮັບໃຊ້​ຂອງທ່ານ. ເພິ່ນ​ສັ່ງ​ໃຫ້​ນຳ​ສັດ​ເຫຼົ່ານີ້​ມາ​ເປັນ​ຂອງຕ້ອນ​ແກ່​ເອຊາວ ນາຍ​ຂອງ​ເພິ່ນ. ສ່ວນ​ເພິ່ນເອງ​ນັ້ນ​ກຳລັງ​ເດີນທາງ​ມາ​ຕາມຫລັງ.”’</verse>
				<verse number="19">ຢາໂຄບ​ສັ່ງ​ຜູ້​ທີ​ສອງ, ຜູ້​ທີ​ສາມ ແລະ​ທຸກຄົນ​ທີ່​ຮັບຜິດຊອບ​ເບິ່ງແຍງ​ຝູງສັດ​ວ່າ, “ເມື່ອ​ພວກເຈົ້າ​ພົບ​ເອຊາວ​ໃຫ້​ພາກັນ​ເວົ້າ​ດັ່ງນີ້:</verse>
				<verse number="20">‘ທ່ານເອີຍ ຢາໂຄບ​ຄົນ​ຮັບໃຊ້​ຂອງທ່ານ​ກຳລັງ​ເດີນທາງ​ມາ​ຕາມຫລັງ.”’ ຢາໂຄບ​ຄິດ​ວ່າ, “ດ້ວຍ​ຂອງຕ້ອນ​ທີ່​ຂ້ອຍ​ສົ່ງ​ໄປ​ໃຫ້​ນັ້ນ ລາວ​ຄົງ​ຈະ​ເຫັນໃຈ​ຂ້ອຍ ແລະ​ເມື່ອ​ຂ້ອຍ​ພົບ​ລາວ ບາງທີ​ລາວ​ອາດ​ຈະ​ຍົກໂທດ​ໃຫ້​ຂ້ອຍ​ກໍໄດ້.”</verse>
				<verse number="21">ຢາໂຄບ​ໄດ້​ສົ່ງ​ຂອງຕ້ອນ​ໄປ​ກ່ອນ ສ່ວນ​ເພິ່ນເອງ​ນັ້ນ​ຍັງ​ນອນ​ຄ້າງຄືນ​ຢູ່​ທີ່​ຄ້າຍພັກ.</verse>
				<verse number="22">ໃນ​ຄືນ​ດຽວກັນ​ນັ້ນ ຢາໂຄບ​ຕື່ນ​ຂຶ້ນ​ພາ​ເມຍ​ທັງສອງ, ຄົນ​ຮັບໃຊ້​ຍິງ​ສອງ​ຄົນ ແລະ​ລູກ​ສິບເອັດ​ຄົນ​ຂອງຕົນ​ຂ້າມ​ແມ່ນໍ້າ​ຢັບໂບກ.</verse>
				<verse number="23">ຫລັງຈາກ​ສົ່ງ​ພວກເຂົາ​ຂ້າມ​ແມ່ນໍ້າ​ໄປ​ໝົດ​ແລ້ວ ເພິ່ນ​ກໍ​ຈັດ​ເອົາ​ສິ່ງຂອງ​ຂ້າມ​ກັບ​ໄປ​ອີກ,</verse>
				<verse number="24">ສ່ວນ​ເພິ່ນ​ເອງ​ຍັງ​ນອນ​ຄ້າງຄືນ​ຢູ່​ຟາກ​ແມ່ນໍ້າ​ພຸ້ນ​ແຕ່​ຜູ້​ດຽວ. ແລ້ວ​ມີ​ຊາຍ​ຄົນ​ໜຶ່ງ​ມາ​ກຸມ​ປໍ້າສູ້​ກັບ​ເພິ່ນ​ຈົນເຖິງ​ຮຸ່ງ​ເຊົ້າ.</verse>
				<verse number="25">ເມື່ອ​ຊາຍ​ຄົນ​ນີ້​ເຫັນ​ວ່າ​ຕົນ​ຈະ​ບໍ່​ຊະນະ ຈຶ່ງ​ຕີ​ແອວ​ຂອງ​ຢາໂຄບ​ຈົນ​ພິກໂບກ.</verse>
				<verse number="26">ຊາຍ​ຜູ້ນັ້ນ​ເວົ້າ​ວ່າ, “ປ່ອຍ​ຂ້ອຍ​ແມ ເພາະ​ຕາເວັນ​ຈວນ​ຈະ​ຂຶ້ນ​ແລ້ວ.” ແຕ່​ຢາໂຄບ​ຕອບ​ວ່າ, “ຂ້ອຍ​ຈະ​ບໍ່​ປ່ອຍ​ເຈົ້າ​ໄປ ຈົນກວ່າ​ເຈົ້າ​ຈະ​ອວຍພອນ​ຂ້ອຍ.”</verse>
				<verse number="27">ຊາຍ​ຄົນ​ນັ້ນ​ຖາມ​ວ່າ, “ເຈົ້າ​ຊື່​ຫຍັງ?” ລາວ​ຕອບ​ວ່າ, “ຢາໂຄບ”.</verse>
				<verse number="28">ຊາຍ​ນັ້ນ​ເວົ້າ​ວ່າ, “ຊື່​ຂອງ​ເຈົ້າ​ຈະ​ບໍ່ແມ່ນ​ຢາໂຄບ​ອີກ​ຕໍ່ໄປ. ເຈົ້າ​ໄດ້​ຕໍ່ສູ້​ກັບ​ພຣະເຈົ້າ ແລະ​ມະນຸດ ແລະ​ເຈົ້າ​ຊະນະ; ສະນັ້ນ ຊື່​ຂອງ​ເຈົ້າ​ຈະ​ແມ່ນ​ອິດສະຣາເອນ.”</verse>
				<verse number="29">ຢາໂຄບ​ຂໍຮ້ອງ​ວ່າ, “ບັດນີ້ ຈົ່ງ​ບອກ​ຊື່​ຂອງ​ເຈົ້າ​ໃຫ້​ຂ້ອຍ​ຮູ້​ແດ່.” ແຕ່​ຊາຍ​ຄົນ​ນັ້ນ​ຕອບ​ວ່າ, “ເຈົ້າ​ຢາກ​ຮູ້​ຊື່​ຂອງຂ້ອຍ​ເຮັດ​ຫຍັງ?” ແລ້ວ​ເພິ່ນ​ກໍໄດ້​ອວຍພອນ​ຢາໂຄບ.</verse>
				<verse number="30">ຢາໂຄບ​ເວົ້າ​ວ່າ, “ຂ້ອຍ​ໄດ້​ເຫັນ​ພຣະເຈົ້າ​ຕໍ່ໜ້າຕໍ່ຕາ ແລະ​ຂ້ອຍ​ຍັງ​ບໍ່​ຕາຍ.” ສະນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ບ່ອນ​ນັ້ນ​ວ່າ “ເປນີເອນ.”</verse>
				<verse number="31">ເມື່ອ​ຢາໂຄບ​ອອກ​ໄປ​ຈາກ​ເປນີເອນ ຕາເວັນ​ກໍ​ກຳລັງ​ຂຶ້ນ; ເພິ່ນ​ຍ່າງ​ຂາ​ເຢັກ​ໄປ​ເພາະ​ເຈັບ​ແອວ.</verse>
				<verse number="32">ດ້ວຍເຫດນີ້ ຊາວ​ອິດສະຣາເອນ​ຈຶ່ງ​ບໍ່​ກິນ​ຊີ້ນ​ເອັນ​ທີ່​ຕໍ່​ກັບ​ແອວ ເພາະ​ແມ່ນ​ບ່ອນ​ທີ່​ພຣະເຈົ້າ​ໄດ້​ຕີ.</verse>
			</chapter>
			<chapter number="33">
				<verse number="1">ຢາໂຄບ​ເຫັນ​ເອຊາວ​ພ້ອມ​ລູກ​ນ້ອງ 400 ຄົນ​ກຳລັງ​ເດີນທາງ​ມາ. ດັ່ງນັ້ນ ເພິ່ນ​ຈຶ່ງ​ແບ່ງ​ເດັກນ້ອຍ​ໃຫ້​ເລອາ, ຣາເຊັນ ແລະ​ໃຫ້​ສາວໃຊ້​ທັງສອງ.</verse>
				<verse number="2">ເພິ່ນ​ໃຫ້​ສາວ​ໃຊ້​ສອງ​ຄົນ​ກັບ​ລູກ​ຂອງ​ພວກເຂົາ​ອອກ​ໜ້າ​ກ່ອນ ຕໍ່ມາ​ແມ່ນ​ເລອາ​ແລະ​ລູກ​ຢູ່​ກາງ ແລະ​ຣາເຊັນ​ກັບ​ໂຢເຊັບ​ຢູ່​ທາງຫລັງ.</verse>
				<verse number="3">ສ່ວນ​ຢາໂຄບ​ເອງ​ໄດ້​ອອກ​ໜ້າ​ພາ​ພວກເຂົາ​ໄປ ແລະ​ຂາບລົງ​ເຈັດ​ເທື່ອ​ຈົນ​ເຂົ້າ​ໄປ​ຮອດ​ອ້າຍ.</verse>
				<verse number="4">ຝ່າຍ​ເອຊາວ​ກໍ​ຟ້າວ​ແລ່ນ​ໄປ​ພົບ​ຢາໂຄບ ທັງ​ກອດ​ແລະ​ຈູບ​ລາວ. ພວກເຂົາ​ພາກັນ​ຮ້ອງໄຫ້.</verse>
				<verse number="5">ເມື່ອ​ເອຊາວ​ມືນ​ຕາ​ຂຶ້ນ​ເຫັນ​ພວກ​ແມ່ຍິງ ແລະ​ເດັກນ້ອຍ ລາວ​ຈຶ່ງ​ຖາມ​ວ່າ, “ຄົນ​ທີ່​ມາ​ນຳ​ເຈົ້າ​ນີ້​ແມ່ນ​ໃຜ?” ຢາໂຄບ​ຕອບ​ວ່າ, “ທ່ານເອີຍ ພວກ​ເຫຼົ່ານີ້​ແມ່ນ​ລູກ​ຂອງ​ນ້ອງ​ເອງ ທີ່​ພຣະເຈົ້າ​ໂຜດ​ປະທານ​ໃຫ້.”</verse>
				<verse number="6">ແລ້ວ​ພວກເຂົາ​ກໍ​ຫຍັບ​ເຂົ້າ​ມາ​ກົ້ມຂາບ​ເອຊາວ​ເປັນ​ລຳດັບ​ໄປ ດັ່ງນີ້: ສາວໃຊ້​ທັງສອງ​ພ້ອມ​ດ້ວຍ​ລູກ</verse>
				<verse number="7">ຕໍ່ມາ ເລອາ​ພ້ອມ​ດ້ວຍ​ລູກ ແລະ​ທ້າຍສຸດ​ແມ່ນ​ຣາເຊັນ​ພ້ອມ​ດ້ວຍ​ໂຢເຊັບ.</verse>
				<verse number="8">ເອຊາວ​ຈຶ່ງ​ຖາມ​ວ່າ, “ຖ້າດັ່ງນັ້ນ ໝວດ​ທີ່​ອ້າຍ​ພົບ​ມາ​ກ່ອນ​ຫັ້ນ​ເດ ແມ່ນ​ພວກ​ໃດ?” ຢາໂຄບ​ຕອບ​ວ່າ, “ພວກ​ນັ້ນ​ແມ່ນ​ນ້ອງ​ໄດ້​ສົ່ງ​ໄປ​ຂໍ​ຄວາມ​ກະລຸນາ​ຈາກ​ອ້າຍ.”</verse>
				<verse number="9">ແຕ່​ເອຊາວ​ຕອບ​ວ່າ, “ນ້ອງ​ເອີຍ ອ້າຍ​ມີ​ພໍ​ແລ້ວ ເອົາ​ໄວ້​ເພື່ອ​ເຈົ້າ​ເອງ​ສາ.”</verse>
				<verse number="10">ຢາໂຄບ​ເວົ້າ​ວ່າ, “ບໍ່ແມ່ນ​ຢ່າງ​ນັ້ນ ຖ້າ​ອ້າຍ​ກະລຸນາ​ນ້ອງ​ແລ້ວ ຈົ່ງ​ຮັບ​ເອົາ​ຂອງຕ້ອນ​ນີ້​ເຖີດ. ເຫັນ​ໜ້າ​ອ້າຍ​ກໍ​ເທົ່າ​ກັບ​ໄດ້​ເຫັນ​ໜ້າ​ພຣະເຈົ້າ ດຽວ​ນີ້​ອ້າຍ​ດີ​ຕໍ່​ນ້ອງ​ແທ້ໆ.</verse>
				<verse number="11">ຈົ່ງ​ຮັບ​ເອົາ​ຂອງຕ້ອນ​ທີ່​ນ້ອງ​ນຳ​ມາ​ມອບ​ໃຫ້​ອ້າຍ​ນີ້​ສາ ພຣະເຈົ້າ​ໄດ້​ໂຜດ​ກະລຸນາ​ນ້ອງ​ໂດຍ​ໃຫ້​ທຸກສິ່ງ​ທີ່​ນ້ອງ​ຕ້ອງການ.” ຢາໂຄບ​ວິງວອນ​ຂໍ​ຢ່າງ​ອ່ອນນ້ອມ​ຈົນ​ອ້າຍ​ຍອມ​ຮັບ​ເອົາ.</verse>
				<verse number="12">ເອຊາວ​ເວົ້າ​ວ່າ, “ເຮົາ​ພາກັນ​ອອກ​ເດີນທາງ​ເທາະ ອ້າຍ​ຈະ​ນຳ​ໜ້າ​ນ້ອງ​ໄປ.”</verse>
				<verse number="13">ຢາໂຄບ​ຕອບ​ວ່າ, “ອ້າຍ​ເອີຍ ອ້າຍ​ກໍ​ເຫັນ​ແລ້ວ​ວ່າ​ພວກ​ເດັກນ້ອຍ​ຍັງ​ອ່ອນແຮງ​ຫລາຍ ແລະ​ນ້ອງ​ຍັງ​ເປັນຫ່ວງ​ນຳ​ຝູງສັດ ແລະ​ລູກ​ນ້ອຍ​ຂອງ​ມັນ​ທີ່​ຍັງ​ກິນ​ນົມ​ຢູ່. ຖ້າ​ພວກເຮົາ​ຮີບເຮັ່ງ​ໄລ່​ມັນ​ໄປ​ໃນ​ມື້​ດຽວ​ໂລດ ສັດ​ເຫຼົ່ານີ້​ກໍ​ຈະ​ຕາຍ​ໝົດ.</verse>
				<verse number="14">ອ້າຍ​ຈົ່ງ​ໄປ​ກ່ອນ​ສາ​ເຖີດ ນ້ອງ​ກັບ​ເດັກນ້ອຍ​ພ້ອມ​ດ້ວຍ​ຝູງສັດ​ຈະ​ຕິດຕາມ​ໄປ​ນຳຫລັງ​ຊ້າໆ, ແຕ່​ກໍ​ຈະ​ພະຍາຍາມ​ໄປ​ໄວ​ເທົ່າທີ່ຈະ​ໄວ​ໄດ້​ຈົນ​ຮອດ​ເມືອງ​ເອໂດມ.”</verse>
				<verse number="15">ເອຊາວ​ເວົ້າ​ວ່າ, “ຖ້າດັ່ງນັ້ນ ອ້າຍ​ຈະ​ປະ​ຄົນ​ຂອງ​ອ້າຍ​ບາງຄົນ​ໄວ້​ກັບ​ນ້ອງ.” ແຕ່​ຢາໂຄບ​ຕອບ​ວ່າ, “ນ້ອງ​ເຫັນວ່າ​ບໍ່ມີ​ຄວາມ​ຈຳເປັນ​ດອກ ເພາະ​ນ້ອງ​ຕ້ອງການ​ຄວາມ​ກະລຸນາ​ຈາກ​ອ້າຍ​ຫລາຍກວ່າ.”</verse>
				<verse number="16">ສະນັ້ນ ເອຊາວ​ຈຶ່ງ​ກັບຄືນ​ເມືອ​ດິນແດນ​ເອໂດມ​ໃນ​ວັນ​ນັ້ນ​ເອງ.</verse>
				<verse number="17">ສ່ວນ​ຢາໂຄບ​ນັ້ນ ໄດ້​ເດີນທາງ​ໄປ​ເຖິງ​ເມືອງ​ຊຸກໂກດ ແລະ​ສ້າງ​ເຮືອນ​ຫລັງ​ໜຶ່ງ​ສຳລັບ​ຄອບຄົວ​ຂອງຕົນ ແລະ​ສ້າງ​ຄອກ​ສຳລັບ​ຝູງສັດ. ດ້ວຍເຫດນີ້​ບ່ອນ​ນັ້ນ​ຈຶ່ງ​ມີ​ຊື່​ວ່າ ຊຸກໂກດ.</verse>
				<verse number="18">ເມື່ອ​ຄາວ​ກັບ​ມາ​ແຕ່​ເມໂຊໂປຕາເມຍ​ນັ້ນ ຢາໂຄບ​ໄດ້​ເດີນທາງ​ໄປ​ຢ່າງ​ປອດໄພ ຈົນ​ຮອດ​ເມືອງ​ຊີເຄມ​ຢູ່​ໃນ​ການາອານ ແລະ​ຕັ້ງ​ຄ້າຍພັກ​ຢູ່​ໃກ້​ນາ​ທົ່ງ​ໜຶ່ງ​ຂອງ​ເມືອງ​ນັ້ນ.</verse>
				<verse number="19">ເພິ່ນ​ໄດ້​ຊື້​ນາ​ທົ່ງ​ນັ້ນ ລາຄາ​ໜຶ່ງຮ້ອຍ​ຫລຽນ​ຈາກ​ເຊື້ອສາຍ​ຂອງ​ຮາໂມ ພໍ່​ຂອງ​ຊີເຄມ.</verse>
				<verse number="20">ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ​ທີ່​ນັ້ນ​ແລະ​ໃສ່​ຊື່​ແທ່ນ​ນັ້ນ​ວ່າ ເອນ, ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.</verse>
			</chapter>
			<chapter number="34">
				<verse number="1">ວັນ​ໜຶ່ງ ນາງ​ດີນາ​ລູກສາວ​ຂອງ​ຢາໂຄບ​ແລະ​ນາງ​ເລອາ ໄດ້​ໄປ​ຢ້ຽມຢາມ​ຍິງ​ຊາວ​ການາອານ​ບາງຄົນ.</verse>
				<verse number="2">ເມື່ອ​ຊີເຄມ ລູກຊາຍ​ຂອງ​ຮາໂມ​ຊາວ​ຮີວີ ທີ່​ເປັນ​ຜູ້ປົກຄອງ​ໃນ​ຂົງ​ເຂດ​ນີ້ ເຫັນ​ດີນາ; ລາວ​ຈຶ່ງ​ຈັບ​ເອົາ​ນາງ​ໄປ​ຂົ່ມຂືນ.</verse>
				<verse number="3">ແຕ່​ເມື່ອ​ເຫັນ​ນາງ​ງາມ​ດືງດູດ​ໃຈ​ຫລາຍ ລາວ​ຈຶ່ງ​ຫລົງ​ຮັກ​ນາງ ແລະ​ພະຍາຍາມ​ໃຫ້​ນາງ​ຮັກ​ຕົນ​ຄືນ.</verse>
				<verse number="4">ຊາຍ​ຄົນ​ນີ້​ຈຶ່ງ​ເວົ້າ​ກັບ​ພໍ່​ຂອງຕົນ​ວ່າ, “ຈົ່ງ​ໄປ​ຂໍ​ຍິງ​ຜູ້​ນີ້​ໃຫ້​ລູກ​ເອົາ​ມາ​ເປັນ​ເມຍ​ແດ່.”</verse>
				<verse number="5">ຢາໂຄບ​ຮູ້​ວ່າ, ລູກສາວ​ຂອງຕົນ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ, ແຕ່​ເພິ່ນ​ບໍ່​ກ້າ​ເຮັດ​ຫຍັງ​ລົງ​ໄປ​ເທື່ອ ຈົນກວ່າ​ພວກ​ລູກຊາຍ​ຂອງ​ເພິ່ນ ທີ່​ໄດ້​ອອກ​ໄປ​ລ້ຽງ​ສັດ​ທີ່​ທົ່ງນາ​ນັ້ນ​ກັບ​ມາ​ທຸກຄົນ​ກ່ອນ.</verse>
				<verse number="6">ຮາໂມ​ພໍ່​ຂອງ​ຊີເຄມ​ໄດ້​ມາ​ປຶກສາ​ກັບ​ຢາໂຄບ</verse>
				<verse number="7">ແລະ​ເປັນ​ເວລາ​ພໍດີ​ກັບ​ທີ່​ພວກ​ລູກຊາຍ​ຂອງ​ຢາໂຄບ​ພາກັນ​ກັບ​ມາ​ແຕ່​ທົ່ງນາ. ເມື່ອ​ຮູ້​ວ່າ​ນາງ​ດີນາ​ຖືກ​ຂົ່ມຂືນ. ພວກເຂົາ​ຈຶ່ງ​ຄຽດແຄ້ນ ແລະ​ທຸກໃຈ​ຫລາຍ​ທີ່​ຊີເຄມ​ໄດ້​ເຮັດ​ເຊັ່ນນັ້ນ ອັນ​ເປັນ​ການ​ໝິ່ນປະໝາດ​ຄົນ​ອິດສະຣາເອນ ໂດຍ​ໄດ້​ຂົ່ມຂືນ​ລູກສາວ​ຂອງ​ຢາໂຄບ.</verse>
				<verse number="8">ຮາໂມ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ຊີເຄມ​ລູກຊາຍ​ຂອງຂ້ອຍ​ຫລົງ​ຮັກ​ລູກສາວ​ຂອງ​ເຈົ້າ ຂໍ​ໃຫ້​ພວກເຂົາ​ໄດ້​ແຕ່ງງານ​ກັນ​ສາ</verse>
				<verse number="9">ໃຫ້​ພວກເຮົາ​ມາ​ຕົກລົງ​ກັນ​ວ່າ ຄົນ​ຂອງຂ້ອຍ ແລະ​ຄົນ​ຂອງ​ເຈົ້າ​ແຕ່ງງານ​ກັນ​ໄດ້.</verse>
				<verse number="10">ແລ້ວ​ພວກເຈົ້າ​ກໍ​ສາມາດ​ຢູ່​ໃນ​ດິນແດນ​ຂອງ​ພວກເຮົາ​ນີ້​ນຳ​ກັນ; ພວກເຈົ້າ​ຈະ​ຢູ່​ບ່ອນ​ໃດ​ກໍໄດ້ ຈະ​ຄ້າຂາຍ​ແລະ​ມີ​ທີ່ດິນ​ເປັນ​ຂອງ​ຕົນເອງ​ໄດ້​ຕາມໃຈມັກ.”</verse>
				<verse number="11">ແລ້ວ​ຊີເຄມ​ກໍ​ເວົ້າ​ກັບ​ພໍ່​ແລະ​ອ້າຍ​ຂອງ​ດີນາ​ວ່າ, “ກະລຸນາ​ຍົກ​ນາງ​ໃຫ້​ຂ້ອຍ​ສາ ແລະ​ຂ້ອຍ​ຈະ​ໃຫ້​ທຸກສິ່ງ​ຕາມ​ທີ່​ພວກເຈົ້າ​ຕ້ອງການ.</verse>
				<verse number="12">ພວກເຈົ້າ​ຕ້ອງການ​ສິ່ງໃດ​ໃຫ້​ບອກ​ມາ ຈະ​ຄິດຄ່າ​ດອງ​ສູງ​ເທົ່າ​ໃດ ຕາມ​ທີ່​ພວກເຈົ້າ​ຕ້ອງການ​ກໍໄດ້; ຂ້ອຍ​ຈະ​ໃຫ້​ທຸກສິ່ງ​ທີ່​ພວກເຈົ້າ​ຂໍ​ມາ. ຂໍ​ພຽງແຕ່​ໃຫ້​ຂ້ອຍ​ໄດ້​ນາງ​ມາ​ເປັນ​ເມຍ​ກໍ​ພໍ.”</verse>
				<verse number="13">ພວກ​ລູກຊາຍ​ຂອງ​ຢາໂຄບ​ຈຶ່ງ​ຕອບ​ຊີເຄມ​ແລະ​ຮາໂມ​ໃນ​ທຳນອງ​ຫລອກລວງ ເພາະ​ຊີເຄມ​ໄດ້​ເຮັດ​ໃຫ້​ນ້ອງສາວ​ຂອງ​ພວກເຂົາ​ຖືກ​ອັບອາຍ.</verse>
				<verse number="14">ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ບໍ່​ຍອມ​ໃຫ້​ນາງ​ດີນາ​ແຕ່ງງານ​ກັບ​ຜູ້ຊາຍ​ທີ່​ບໍ່ໄດ້​ຮັບ​ພິທີຕັດ ເພາະ​ເປັນ​ການ​ເສຍ​ກຽດ​ສັກສີ​ສຳລັບ​ພວກເຮົາ.</verse>
				<verse number="15">ມີ​ເງື່ອນໄຂ​ດຽວ​ເທົ່ານັ້ນ​ທີ່​ພວກເຮົາ​ຈະ​ລົງລອຍ​ກັນ​ໄດ້​ຄື: ພວກເຈົ້າ​ຕ້ອງ​ເປັນ​ຄື​ພວກເຮົາ. ຜູ້ຊາຍ​ຂອງ​ພວກເຈົ້າ​ທຸກຄົນ​ຕ້ອງ​ຮັບ​ພິທີຕັດ.</verse>
				<verse number="16">ແລ້ວ​ພວກເຮົາ​ກໍ​ຈະ​ຍອມ​ໃຫ້​ແຕ່ງງານ​ກັນ​ໄດ້. ພວກເຮົາ​ຈະ​ຢູ່​ຮ່ວມກັນ​ແລະ​ເປັນ​ປະຊາຊົນ​ຊາດ​ດຽວກັນ.</verse>
				<verse number="17">ແຕ່​ຖ້າ​ພວກເຈົ້າ​ບໍ່​ຍິນຍອມ​ຮັບ​ເອົາ​ຂໍ້​ສະເໜີ​ຂອງ​ພວກເຮົາ​ແລ້ວ ພວກເຮົາ​ກໍ​ຈະ​ໄປ​ເອົາ​ນາງ​ດີນາ​ກັບຄືນ​ມາ ແລະ​ພາກັນ​ອອກ​ໜີ​ຈາກ​ດິນແດນ​ນີ້​ໄປ.”</verse>
				<verse number="18">ຮາໂມ​ແລະ​ລູກຊາຍ​ເຫັນ​ວ່າ​ເງື່ອນໄຂ​ນັ້ນ​ເປັນ​ທີ່​ພໍໃຈ​ແລ້ວ</verse>
				<verse number="19">ດັ່ງນັ້ນ ຊີເຄມ​ຈຶ່ງ​ຮັບ​ເອົາ​ໂລດ​ໂດຍ​ບໍ່​ໃຫ້​ເສຍ​ເວລາ ຍ້ອນ​ວ່າ​ລາວ​ຮັກ​ດີນາ​ລູກສາວ​ຂອງ​ຢາໂຄບ​ຫລາຍ. ຊີເຄມ​ເປັນ​ຄົນ​ສຳຄັນ​ທີ່ສຸດ​ໃນ​ຄອບຄົວ.</verse>
				<verse number="20">ແລ້ວ​ຮາໂມ​ກັບ​ລູກຊາຍ​ຂອງຕົນ​ກໍ​ໄປ​ບ່ອນ​ປະຊຸມ​ທີ່​ປະຕູ​ເມືອງ ແລະ​ເວົ້າ​ກັບ​ຊາວ​ເມືອງ​ວ່າ,</verse>
				<verse number="21">“ຄົນ​ພວກ​ນີ້​ເປັນ​ມິດ​ກັບ​ພວກເຮົາ; ຈົ່ງ​ໃຫ້​ພວກເຂົາ​ອາໄສ​ຢູ່​ໃນ​ດິນແດນ​ນີ້ ແລະ​ສາມາດ​ໄປມາ​ຕາມໃຈມັກ​ເທີ້ນ. ດິນແດນ​ກໍ​ຍັງ​ມີ​ກວ້າງ​ຂວາງ​ຢູ່​ສຳລັບ​ພວກເຂົາ. ຈົ່ງ​ໃຫ້​ລູກສາວ​ຂອງ​ພວກເຂົາ​ແຕ່ງງານ​ກັບ​ລູກຊາຍ​ຂອງ​ພວກເຮົາ ແລະ​ໃຫ້​ລູກສາວ​ຂອງ​ພວກເຮົາ​ແຕ່ງງານ​ກັບ​ລູກຊາຍ​ຂອງ​ພວກເຂົາ.</verse>
				<verse number="22">ແຕ່​ພວກເຂົາ​ຈະ​ຍິນຍອມ​ຢູ່​ນຳ​ພວກເຮົາ ແລະ​ເປັນ​ປະຊາຊົນ​ດຽວ​ກັບ​ພວກເຮົາ​ໄດ້​ນັ້ນ ກໍ​ມີ​ຢູ່​ເງື່ອນໄຂ​ດຽວ​ເທົ່ານັ້ນ​ທີ່​ພວກເຮົາ​ຕ້ອງ​ເຮັດ​ດັ່ງນີ້: ໃຫ້​ຜູ້ຊາຍ​ຂອງ​ພວກເຮົາ​ທຸກຄົນ​ຮັບ​ພິທີຕັດ​ຄື​ພວກເຂົາ.</verse>
				<verse number="23">ຝູງສັດ​ທັງຫລາຍ​ພ້ອມ​ດ້ວຍ​ສິ່ງຂອງ​ທັງໝົດ​ຂອງ​ພວກເຂົາ ຈະ​ເປັນ​ຂອງ​ພວກເຮົາ​ບໍ່ແມ່ນ​ບໍ? ດັ່ງນັ້ນ ຈົ່ງ​ຍອມ​ຮັບ​ເອົາ​ເງື່ອນໄຂ​ຂອງ​ພວກເຂົາ ແລະ​ໃຫ້​ພວກເຂົາ​ຢູ່​ນຳ​ກັນ​ກັບ​ພວກເຮົາ​ເຖີດ.”</verse>
				<verse number="24">ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ເຫັນດີ​ເຫັນພ້ອມ​ນຳ​ສິ່ງ​ທີ່​ຮາໂມ​ກັບ​ຊີເຄມ​ໄດ້​ສະເໜີ​ມາ​ນັ້ນ; ສະນັ້ນ ຜູ້ຊາຍ​ທຸກຄົນ​ໃນ​ເມືອງ​ນີ້​ຈຶ່ງ​ພາກັນ​ຮັບ​ພິທີຕັດ.</verse>
				<verse number="25">ສາມ​ວັນ​ຕໍ່ມາ ໃນ​ຂະນະທີ່​ພວກ​ຜູ້ຊາຍ​ຊາວ​ເມືອງ​ຍັງ​ເຈັບປວດ​ຢູ່ ເພາະ​ຮັບ​ພິທີຕັດ​ນັ້ນ; ລູກຊາຍ​ສອງ​ຄົນ​ຂອງ​ຢາໂຄບ ຄື​ຊີເມໂອນ​ແລະ​ເລວີ​ຜູ້​ເປັນ​ອ້າຍ​ຂອງ​ນາງ​ດີນາ ໄດ້​ຖື​ດາບ​ເຂົ້າ​ໄປ​ໃນ​ເມືອງ​ຢ່າງ​ບໍ່ມີ​ໃຜ​ຄິດ​ສົງໄສ ແລະ​ສັງຫານ​ພວກ​ຜູ້ຊາຍ​ທັງໝົດ​ໃນ​ເມືອງ​ຖິ້ມ</verse>
				<verse number="26">ລວມ​ທັງ​ຮາໂມ ແລະ​ຊີເຄມ​ລູກຊາຍ​ຂອງ​ລາວ​ດ້ວຍ. ແລ້ວ​ພວກເຂົາ​ກໍໄດ້​ພາ​ນາງ​ດີນາ​ໜີ​ອອກ​ຈາກ​ເຮືອນ​ຂອງ​ຊີເຄມ.</verse>
				<verse number="27">ຫລັງຈາກ​ສັງຫານ​ພວກ​ຜູ້ຊາຍ​ຢູ່​ໃນ​ເມືອງ​ແລ້ວ ລູກຊາຍ​ຄົນອື່ນໆ​ຂອງ​ຢາໂຄບ​ກໍ​ປຸ້ນສະດົມ​ເມືອງ ເພື່ອ​ແກ້ແຄ້ນ​ໃຫ້​ນາງ​ດີນາ​ນ້ອງສາວ​ຂອງ​ພວກ​ຕົນ ເພາະ​ຖືກ​ໝິ່ນປະໝາດ.</verse>
				<verse number="28">ພວກເຂົາ​ຢຶດເອົາ​ແກະ, ງົວ, ລໍ ແລະ​ສິ່ງ​ຂອງ​ໃນ​ເມືອງ​ແລະ​ໃນ​ທົ່ງນາ​ໄປ​ໝົດ.</verse>
				<verse number="29">ພວກເຂົາ​ຍັງ​ຢຶດເອົາ​ຂອງ​ມີຄ່າ​ທັງ​ຈັບ​ເອົາ​ຜູ້ຍິງ​ແລະ​ເດັກນ້ອຍ ແລ້ວ​ຂົນ​ເອົາ​ທຸກສິ່ງ​ໃນ​ເຮືອນ​ໄປ​ຈົນກ້ຽງ.</verse>
				<verse number="30">ຢາໂຄບ​ຈຶ່ງ​ເວົ້າ​ກັບ​ຊີເມໂອນ​ແລະ​ເລວີ​ວ່າ, “ພວກເຈົ້າ​ກໍ່​ເລື່ອງ​ເດືອດຮ້ອນ​ມາ​ໃຫ້​ຂ້ອຍ​ແລ້ວ; ບັດນີ້ ຊາວ​ການາອານ, ຊາວ​ເປຣີຊີ ແລະ​ປະຊາຊົນ​ທຸກຄົນ​ໃນ​ດິນແດນ​ນີ້​ຈະ​ກຽດຊັງ​ຂ້ອຍ. ຖ້າ​ປະຊາຊົນ​ເຫຼົ່ານີ້​ພ້ອມໃຈ​ກັນ​ມາ​ໂຈມຕີ ຄອບຄົວ​ພວກເຮົາ​ກໍ​ຈະ​ຖືກ​ທຳລາຍ​ຖິ້ມ​ໝົດ ເພາະ​ຄົນ​ຂອງ​ພວກເຮົາ​ມີ​ບໍ່​ຫລາຍ.”</verse>
				<verse number="31">ແຕ່​ພວກເຂົາ​ຕອບ​ວ່າ, “ພວກເຮົາ​ບໍ່​ອາດ​ຍອມ​ໃຫ້​ພວກເຂົາ ເຮັດ​ຕໍ່​ນ້ອງສາວ​ຂອງ​ພວກເຮົາ​ເໝືອນດັ່ງ​ຍິງໂສເພນີ​ດອກ.”</verse>
			</chapter>
			<chapter number="35">
				<verse number="1">ພຣະເຈົ້າ​ໄດ້​ບອກ​ຢາໂຄບ​ວ່າ, “ຈົ່ງ​ຮີບ​ຕຽມຕົວ​ໄປ​ທີ່​ເບັດເອນ​ດຽວ​ນີ້ ແລະ​ອາໄສ​ຢູ່​ທີ່​ນັ້ນ. ໃນ​ທີ່ນັ້ນ ຈົ່ງ​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າ ອົງ​ທີ່​ໄດ້​ປາກົດ​ແກ່​ເຈົ້າ​ຄາວ​ທີ່​ເຈົ້າ​ກຳລັງ​ໄດ້​ປົບໜີ​ຈາກ​ເອຊາວ ອ້າຍ​ຂອງ​ເຈົ້າ.”</verse>
				<verse number="2">ດັ່ງນັ້ນ ຢາໂຄບ​ຈຶ່ງ​ບອກ​ຄົນ​ຢູ່​ໃນ​ຄອບຄົວ ແລະ​ທຸກຄົນ​ທີ່​ອາໄສ​ຢູ່​ນຳ​ຕົນ​ວ່າ, “ຈົ່ງ​ຖິ້ມ​ຮູບ​ພະ​ຂອງ​ຄົນຕ່າງຊາດ​ທີ່​ພວກເຈົ້າ​ມີ​ຢູ່​ນັ້ນ; ຈົ່ງ​ຊຳລະ​ຕົວ​ໃຫ້​ໝົດ​ມົນທິນ ແລະ​ນຸ່ງ​ຫົ່ມ​ເຄື່ອງ​ທີ່​ສະອາດ.</verse>
				<verse number="3">ພວກເຮົາ​ຈະ​ໜີ​ຈາກ​ທີ່​ນີ້​ໄປ​ຢູ່​ເບັດເອນ; ໃນ​ທີ່ນັ້ນ ຂ້ອຍ​ຈະ​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າ ອົງ​ທີ່​ໄດ້​ຊ່ວຍເຫລືອ​ຂ້ອຍ​ຍາມ​ເດືອດຮ້ອນ ແລະ​ອົງ​ທີ່​ສະຖິດ​ຢູ່​ນຳ​ຂ້ອຍ​ໃນ​ທຸກບ່ອນ​ທີ່​ຂ້ອຍ​ໄປ.”</verse>
				<verse number="4">ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ຮູບ​ພະ​ທັງໝົດ​ຂອງ​ຄົນຕ່າງຊາດ ຊຶ່ງ​ພວກເຂົາ​ມີ​ຢູ່​ກັບ​ຕຸ້ມຫູ​ທີ່​ພວກເຂົາ​ໃສ່​ຢູ່​ມອບ​ໃຫ້​ຢາໂຄບ. ເພິ່ນ​ໄດ້​ເອົາ​ເຄື່ອງ​ເຫຼົ່ານີ້​ໄປ​ຝັງ​ໄວ້​ໃຕ້​ຕົ້ນ​ໝາກກໍ່​ໃກ້​ກັບ​ເມືອງ​ຊີເຄມ.</verse>
				<verse number="5">ເມື່ອ​ຢາໂຄບ​ພ້ອມ​ກັບ​ລູກຊາຍ​ກຳລັງ​ອອກ​ເດີນທາງ​ໄປ​ນັ້ນ ຊາວ​ເມືອງ​ໃກ້ຄຽງ​ກໍ​ເກີດ​ຄວາມ​ຢ້ານກົວ​ຫຼາຍ ແລະ​ບໍ່​ກ້າ​ໄລ່​ຕິດຕາມ​ພວກເຂົາ​ໄປ.</verse>
				<verse number="6">ຢາໂຄບ​ແລະ​ຄົນ​ຂອງຕົນ​ທຸກຄົນ​ໄດ້​ມາ​ຮອດ​ເມືອງ​ລູເຊ​ໃນ​ການາອານ ຊຶ່ງ​ເອີ້ນ​ກັນ​ໃນ​ເວລາ​ນັ້ນ​ວ່າ ເບັດເອນ.</verse>
				<verse number="7">ໃນ​ທີ່ນັ້ນ ເພິ່ນ​ໄດ້​ສ້າງ​ແທ່ນບູຊາ ແລະ​ໃສ່​ຊື່​ບ່ອນ​ນີ້​ວ່າ ພຣະເຈົ້າ​ຂອງ​ເບັດເອນ ເພາະ​ພຣະເຈົ້າ​ປາກົດ​ແກ່​ເພິ່ນ​ຄາວ​ທີ່​ເພິ່ນ​ໄດ້​ປົບໜີ​ຈາກ​ອ້າຍ​ຂອງຕົນ​ນັ້ນ.</verse>
				<verse number="8">ນາງ​ເດໂບຣາ​ເອື້ອຍ​ລ້ຽງ​ຂອງ​ນາງ​ເຣເບກາ​ໄດ້​ເສຍ​ຊີວິດ ແລະ​ຖືກ​ຝັງ​ໄວ້​ໃຕ້​ຕົ້ນ​ໝາກກໍ່​ທີ່​ຢູ່​ທາງ​ທິດ​ໃຕ້​ຂອງ​ເມືອງ​ເບັດເອນ. ສະນັ້ນ ພວກເຂົາ​ຈຶ່ງ​ໃສ່​ຊື່​ຕົ້ນໄມ້​ນັ້ນ​ວ່າ, “ຕົ້ນ​ໝາກກໍ່​ແຫ່ງ​ນໍ້າຕາ.”</verse>
				<verse number="9">ເມື່ອ​ຢາໂຄບ​ກັບ​ຈາກ​ເມໂຊໂປຕາເມຍ​ນັ້ນ​ພຣະເຈົ້າ​ໄດ້​ປາກົດ​ແກ່​ເພິ່ນ​ອີກ ແລະ​ທັງ​ອວຍພອນ​ເພິ່ນ​ວ່າ,</verse>
				<verse number="10">“ເຈົ້າ​ຊື່​ຢາໂຄບ ແຕ່​ບັດນີ້​ໄປ ຊື່​ຂອງ​ເຈົ້າ​ຈະ​ແມ່ນ​ອິດສະຣາເອນ.” ສະນັ້ນ ພຣະເຈົ້າ​ຈຶ່ງ​ເອີ້ນ​ເພິ່ນ​ວ່າ ອິດສະຣາເອນ.</verse>
				<verse number="11">ແລ້ວ​ພຣະອົງ​ກໍ​ກ່າວ​ອີກ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ມີ​ລູກຫລານ​ໃຫ້​ຫລວງຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ກາຍເປັນ​ຫລາຍ​ຊົນຊາດ ແລະ​ສືບ​ເຊື້ອສາຍ​ໃຫ້​ກະສັດ​ຫລາຍ​ຄົນ.</verse>
				<verse number="12">ເຮົາ​ຈະ​ມອບ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ອັບຣາຮາມ​ແລະ​ອີຊາກ​ນັ້ນ ໃຫ້​ແກ່​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ​ສືບຕໍ່​ກັນ​ໄປ.”</verse>
				<verse number="13">ແລ້ວ​ພຣະເຈົ້າ​ກໍ​ຈາກ​ເພິ່ນ​ໄປ.</verse>
				<verse number="14">ໃນ​ບ່ອນ​ທີ່​ພຣະເຈົ້າ​ກ່າວ​ແກ່​ຢາໂຄບ​ນັ້ນ ເພິ່ນ​ໄດ້​ຕັ້ງ​ເສົາ​ຫີນ​ໄວ້​ເປັນ​ທີ່ລະນຶກ ແລະ​ຖວາຍ​ໃຫ້​ພຣະເຈົ້າ​ໂດຍ​ຖອກ​ເຫຼົ້າ​ອະງຸ່ນ​ກັບ​ນໍ້າມັນ​ໝາກກອກເທດ​ໃສ່​ເທິງ​ນັ້ນ.</verse>
				<verse number="15">ຢາໂຄບ​ໃສ່​ຊື່​ບ່ອນ​ນັ້ນ​ວ່າ ເບັດເອນ.</verse>
				<verse number="16">ຢາໂຄບ​ແລະ​ຄອບຄົວ​ຂອງຕົນ​ໄດ້​ອອກ​ຈາກ​ເບັດເອນ​ໄປ ແລະ​ເມື່ອ​ເດີນທາງ​ມາ​ໃກ້​ຈະ​ຮອດ​ເອຟຣາທາ ນາງ​ຣາເຊັນ​ກໍ​ເຈັບ​ທ້ອງ​ຈະ​ອອກລູກ. ເທື່ອ​ນີ້​ນາງ​ຄອດ​ລູກ​ລຳບາກ​ຫລາຍ.</verse>
				<verse number="17">ເມື່ອ​ນາງ​ເບັ່ງ​ລູກ​ອອກ​ເທື່ອໃດ ນາງ​ຜະດຸງຄັນ​ກໍ​ເວົ້າ​ກັບ​ນາງ​ວ່າ “ບໍ່​ຕ້ອງ​ຢ້ານ​ຣາເຊັນ​ເອີຍ ເຈົ້າ​ຈະ​ໄດ້​ລູກ​ຜູ້ຊາຍ​ອີກ.”</verse>
				<verse number="18">ແຕ່​ນາງ​ສິ້ນໃຈ​ຕາຍ​ຫລັງຈາກ​ຄອດ​ລູກ​ແລ້ວ. ກ່ອນ​ສິ້ນໃຈ​ຕາຍ ນາງ​ໄດ້​ໃສ່​ຊື່​ໃຫ້​ລູກຊາຍ​ຂອງຕົນ​ວ່າ ເບັນໂອນີ ແຕ່​ຢາໂຄບ​ຜູ້​ເປັນ​ພໍ່​ໃສ່​ຊື່​ໃຫ້​ໃໝ່​ວ່າ ເບັນຢາມິນ.</verse>
				<verse number="19">ຣາເຊັນ​ໄດ້​ຕາຍໄປ ແລະ​ຢາໂຄບ​ໄດ້​ຝັງສົບ​ຂອງ​ນາງ​ໄວ້ ໃກ້​ແຄມ​ທາງ​ໄປ​ເມືອງ​ເອຟຣາທາ ປັດຈຸບັນ​ນີ້​ແມ່ນ​ເມືອງ​ເບັດເລເຮັມ.</verse>
				<verse number="20">ຢາໂຄບ​ຝັງ​ເສົາ​ຫີນ​ໄວ້​ທີ່​ນັ້ນ​ເປັນ​ທີ່ລະນຶກ ແລະ​ເສົາ​ຫີນ​ນັ້ນ​ໝາຍ​ຊື່​ຂອງ​ນາງ​ຣາເຊັນ​ໄວ້ ຈົນເຖິງ​ເທົ່າ​ທຸກ​ວັນນີ້.</verse>
				<verse number="21">ຢາໂຄບ​ໄດ້​ຍົກຍ້າຍ​ໄປ​ຕໍ່ ແລະ​ຕັ້ງ​ຄ້າຍພັກ​ອາໄສ​ຢູ່​ທາງ​ດ້ານ​ໜຶ່ງ​ອີກ​ຂອງ​ຫໍຄອຍ​ເອເດ.</verse>
				<verse number="22">ເມື່ອ​ຢາໂຄບ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ ຣູເບັນ​ໄດ້​ລັກ​ນອນ​ນຳ​ນາງ​ບິນຮາ ເມຍນ້ອຍ​ຄົນ​ໜຶ່ງ​ຂອງ​ພໍ່​ຕົນ; ເມື່ອ​ຢາໂຄບ​ຮູ້​ເລື່ອງ​ນີ້ ເພິ່ນ​ກໍ​ຮ້າຍ​ຫຼາຍ. ຢາໂຄບ​ມີ​ລູກຊາຍ​ສິບສອງ​ຄົນ.</verse>
				<verse number="23">ລູກຊາຍ​ທີ່​ເກີດ​ຈາກ​ນາງ​ເລອາ ມີ​ດັ່ງນີ້: ຣູເບັນ​ຜູ້​ເປັນ​ອ້າຍກົກ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ ແລະ​ເຊບູໂລນ.</verse>
				<verse number="24">ລູກຊາຍ​ທີ່​ເກີດ​ຈາກ​ນາງ​ຣາເຊັນ ມີ​ດັ່ງນີ້: ໂຢເຊັບ​ແລະ​ເບັນຢາມິນ.</verse>
				<verse number="25">ລູກຊາຍ​ທີ່​ເກີດ​ຈາກ​ນາງ​ບິນຮາ ເອື້ອຍ​ລ້ຽງ​ຂອງ​ຣາເຊັນ ມີ​ດັ່ງນີ້: ດານ​ແລະ​ເນັບທາລີ.</verse>
				<verse number="26">ລູກຊາຍ​ທີ່​ເກີດ​ຈາກ​ນາງ​ຊີລະປາ ເອື້ອຍ​ລ້ຽງ​ຂອງ​ນາງ​ເລອາ ມີ​ດັ່ງນີ້: ກາດ​ແລະ​ອາເຊ. ພວກ​ລູກຊາຍ​ເຫຼົ່ານີ້​ໄດ້​ເກີດ​ທີ່​ເມໂຊໂປຕາເມຍ.</verse>
				<verse number="27">ຢາໂຄບ​ໄດ້​ກັບຄືນ​ມາ​ຫາ​ອີຊາກ​ພໍ່​ຂອງຕົນ​ທີ່​ມຳເຣ ໃກ້​ກັບ​ເຮັບໂຣນ ບ່ອນ​ທີ່​ອັບຣາຮາມ​ແລະ​ອີຊາກ​ເຄີຍ​ອາໄສ​ຢູ່.</verse>
				<verse number="28">ອີຊາກ​ໄດ້​ດຳລົງ​ຊີວິດ​ອີກ​ຕໍ່ໄປ​ຈົນເຖິງ 180 ປີ;</verse>
				<verse number="29">ເພິ່ນ​ໄດ້​ຕາຍໄປ​ເມື່ອ​ອາຍຸ​ສູງ​ຫລາຍ; ຢາໂຄບ ແລະ​ເອຊາວ​ລູກຊາຍ​ຂອງ​ເພິ່ນ​ເອງ ເປັນ​ຜູ້​ຝັງສົບ​ເພິ່ນ​ໄວ້.</verse>
			</chapter>
			<chapter number="36">
				<verse number="1">ເຊື້ອສາຍ​ຂອງ​ເອຊາວ ຫລື​ມີ​ຊື່​ໜຶ່ງ​ອີກ​ວ່າ ເອໂດມ ມີ​ດັ່ງນີ້:</verse>
				<verse number="2">ເອຊາວ​ມີ​ເມຍ​ຊາວ​ການາອານ​ສາມ​ຄົນ​ຄື: ນາງ​ອາດາ​ລູກສາວ​ຂອງ​ເອໂລນ​ຊາວ​ຮິດຕີ, ນາງ​ໂອໂຮລີບາມາ​ລູກສາວ​ຂອງ​ອານາ, ຫລານຊາຍ​ຂອງ​ຊີເບໂອນ​ຊາວ​ຮີວີ;</verse>
				<verse number="3">ແລະ​ນາງ​ບາເສມາດ​ລູກສາວ​ຂອງ​ອິດຊະມາເອນ ແລະ​ຜູ້​ເປັນ​ນ້ອງສາວ​ຂອງ​ເນບາໂຢດ.</verse>
				<verse number="4">ອາດາ ມີ​ລູກຊາຍ​ກັບ​ເອຊາວ​ຜູ້ໜຶ່ງ​ຊື່​ວ່າ ເອລີຟັດ. ບາເສມາດ ມີ​ລູກຊາຍ​ກັບ​ເອຊາວ​ຜູ້ໜຶ່ງ​ຊື່​ວ່າ ເຣອູເອນ</verse>
				<verse number="5">ແລະ​ໂອໂຮລີບາມາ ມີ​ລູກຊາຍ​ດັ່ງນີ້: ເຢອຸດ, ຢາລາມ ແລະ​ໂກຣາ. ທັງໝົດ​ເປັນ​ລູກຊາຍ​ຂອງ​ເອຊາວ ທີ່​ເກີດ​ໃນ​ເວລາ​ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ການາອານ.</verse>
				<verse number="6">ແລ້ວ​ເອຊາວ​ກໍ​ພາ​ບັນດາ​ເມຍ​ຂອງຕົນ, ບັນດາ​ລູກ​ຊາຍ​ຍິງ​ແລະ​ພວກ​ຄົນ​ຮັບໃຊ້​ທຸກຄົນ​ໃນ​ເຮືອນ, ຕະຫລອດ​ທັງ​ເອົາ​ສັດ ແລະ​ສິ່ງຂອງ​ທີ່​ຕົນ​ມີ​ຢູ່​ໃນ​ການາອານ​ນັ້ນ ອອກ​ໜີ​ຈາກ​ຢາໂຄບ​ນ້ອງຊາຍ​ຂອງຕົນ ໄປ​ຢູ່​ປະເທດ​ອື່ນ.</verse>
				<verse number="7">ເພິ່ນ​ໜີໄປ ເພາະວ່າ​ດິນ​ບ່ອນ​ທີ່​ເພິ່ນ​ແລະ​ຢາໂຄບ​ຢູ່​ນັ້ນ ບໍ່​ອຸດົມສົມບູນ​ພຽງພໍ​ສຳລັບ​ພວກເພິ່ນ; ພວກເພິ່ນ​ມີ​ຝູງສັດ​ຫລວງຫລາຍ ແລະ​ບໍ່​ສາມາດ​ຢູ່​ຮ່ວມ​ກັນ​ຕໍ່ໄປ​ໄດ້.</verse>
				<verse number="8">ສະນັ້ນ ເອຊາວ​ຈຶ່ງ​ໄປ​ອາໄສ​ຢູ່​ໃນ​ເຂດ​ເນີນພູ​ເສອີ​ຂອງ​ດິນແດນ​ເອໂດມ.</verse>
				<verse number="9">ຕໍ່ໄປນີ້ ແມ່ນ​ເຊື້ອສາຍ​ຂອງ​ເອຊາວ ຜູ້​ທີ່​ສືບ​ເຊື້ອສາຍ​ໃຫ້​ຊາວ​ເອໂດມ​ທີ່​ເນີນພູ​ເສອີ.</verse>
				<verse number="10">ນາງ​ອາດາ​ເມຍ​ຂອງ​ເອຊາວ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເອລີຟັດ; ແລະ​ເອລີຟັດ​ມີ​ລູກຊາຍ​ຢູ່​ຫ້າ​ຄົນ​ດັ່ງນີ້: ເຕມານ, ໂອມາກ, ເຊໂຟ, ຄາຕາມ ແລະ​ເກນາດ. ຕີມນາ​ເມຍ​ຜູ້ໜຶ່ງ​ອີກ​ຂອງ​ເອລີຟັດ ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ອາມາເຫຼັກ. ນາງ​ບາເສມາດ​ເມຍ​ຂອງ​ເອຊາວ ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເຣອູເອນ; ແລະ​ເຣອູເອນ​ມີ​ລູກຊາຍ​ສີ່​ຄົນ​ດັ່ງນີ້: ນາຮາດ, ເຊຣາ, ຊາມມາ ແລະ​ມິດຊາ.</verse>
				<verse number="11"></verse>
				<verse number="12"></verse>
				<verse number="13"></verse>
				<verse number="14">ນາງ​ໂອໂຮລີບາມາ ລູກສາວ​ຂອງ​ອານາ ແລະ​ຫລານສາວ​ຂອງ​ຊີເບໂອນ ຜູ້​ທີ່​ເປັນ​ເມຍ​ຂອງ​ເອຊາວ ມີ​ລູກຊາຍ​ສາມ​ຄົນ​ດັ່ງນີ້: ເຢອຸດ, ຢາລາມ ແລະ​ໂກຣາ.</verse>
				<verse number="15">ເຜົ່າ​ເຫຼົ່ານີ້​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ເອຊາວ. ເອລີຟັດ​ລູກຊາຍກົກ​ຂອງ​ເອຊາວ ເປັນ​ບັນພະບຸລຸດ​ຂອງ​ເຜົ່າ​ຕ່າງໆ​ດັ່ງ​ຕໍ່ໄປນີ້: ເຕມານ, ໂອມາກ, ເຊໂຟ, ເກນາດ,</verse>
				<verse number="16">ໂກຣາ, ຄາຕາມ ແລະ​ອາມາເຫຼັກ. ເຜົ່າ​ທັງໝົດ​ນີ້​ສືບ​ເຊື້ອສາຍ​ທາງ​ອາດາ ເມຍ​ຂອງ​ເອຊາວ.</verse>
				<verse number="17">ເຣອູເອນ​ລູກຊາຍ​ຂອງ​ເອຊາວ ເປັນ​ບັນພະບຸລຸດ​ຂອງ​ເຜົ່າ​ຕ່າງໆ​ດັ່ງ​ຕໍ່ໄປນີ້: ນາຮາດ, ເຊຣາ, ຊາມມາ ແລະ​ມິດຊາ. ເຜົ່າ​ທັງໝົດ​ນີ້​ສືບ​ເຊື້ອສາຍ​ທາງ​ບາເສມາດ ເມຍ​ຂອງ​ເອຊາວ.</verse>
				<verse number="18">ເຜົ່າ​ຕ່າງໆ​ທີ່​ສືບ​ເຊື້ອສາຍ​ທາງ​ນາງ​ໂອໂຮລີບາມາ ເມຍ​ຂອງ​ເອຊາວ ມີ​ດັ່ງ​ຕໍ່ໄປນີ້: ເຢອຸດ, ຢາລາມ ແລະ​ໂກຣາ.</verse>
				<verse number="19">ເຜົ່າ​ເຫຼົ່ານີ້​ທັງໝົດ​ສືບ​ເຊື້ອສາຍ​ມາ​ຈາກ​ເອຊາວ.</verse>
				<verse number="20">ຊາວ​ພື້ນເມືອງ​ໃນ​ດິນແດນ​ເອໂດມ​ແບ່ງ​ອອກ​ເປັນ​ຫລາຍ​ເຜົ່າ; ບັນພະບຸລຸດ​ຂອງ​ພວກເຂົາ​ທີ່​ໄດ້​ສືບ​ເຊື້ອສາຍ​ມາ​ແຕ່​ເສອີ​ຊາວ​ໂຮຣີ ມີ​ດັ່ງນີ້: ໂລຕັນ, ໂຊບານ, ຊີເບໂອນ, ອານາ,</verse>
				<verse number="21">ດີໂຊນ, ເອເຊ ແລະ​ດີຊານ.</verse>
				<verse number="22">ໂລຕັນ​ແມ່ນ​ບັນພະບຸລຸດ​ຂອງ​ຕະກຸນ​ໂຮຣີ​ແລະ​ໂຮມາມ. (ໂລຕັນ​ມີ​ນ້ອງສາວ​ຜູ້ໜຶ່ງ​ຊື່​ວ່າ ຕີມນາ.)</verse>
				<verse number="23">ໂຊບານ​ເປັນ​ບັນພະບຸລຸດ​ຂອງ​ຕະກຸນ​ດັ່ງ​ຕໍ່ໄປນີ້: ອັນວານ, ມານາຮາດ, ເອບານ, ເຊໂຟ ແລະ​ໂອນາມ.</verse>
				<verse number="24">ຊີເບໂອນ​ມີ​ລູກຊາຍ​ສອງ​ຄົນ​ດັ່ງນີ້: ອາອີຢາ​ແລະ​ອານາ. (ອານາ​ແມ່ນ​ຜູ້​ພົບ​ບໍ່ນໍ້າ​ຮ້ອນ ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເມື່ອ​ເວລາ​ກຳລັງ​ລ້ຽງ​ຝູງ​ລໍ​ພໍ່​ຂອງຕົນ​ຢູ່.)</verse>
				<verse number="25">ອານາ​ເປັນ​ພໍ່​ຂອງ​ດີໂຊນ ຜູ້​ທີ່​ເປັນ​ບັນພະບຸລຸດ​ຂອງ​ເຜົ່າ​ເຮັມດານ, ເອັດຊະບານ, ອີທະຣານ ແລະ​ເກຣານ. ອານາ​ມີ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ໂອໂຮລີບາມາ.</verse>
				<verse number="26"></verse>
				<verse number="27">ເອເຊ​ເປັນ​ບັນພະບຸລຸດ​ຂອງ​ບິນຮານ, ຊາອາວານ ແລະ​ອາການ.</verse>
				<verse number="28">ດີຊານ​ເປັນ​ບັນພະບຸລຸດ​ຂອງ​ອູເຊ​ແລະ​ອາຣານ.</verse>
				<verse number="29">ເຜົ່າ​ຕ່າງໆ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ໂຮຣີ ແລະ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ເອໂດມ ມີ​ດັ່ງນີ້: ໂລຕັນ, ໂຊບານ, ຊີເບໂອນ, ອານາ,</verse>
				<verse number="30">ດີໂຊນ, ເອເຊ ແລະ​ດີຊານ.</verse>
				<verse number="31">ແຕ່​ກ່ອນ​ບໍ່ມີ​ກະສັດ​ຢູ່​ໃນ​ອິດສະຣາເອນ ກະສັດ​ທີ່​ໄດ້​ປົກຄອງ​ສືບຕໍ່​ກັນ​ມາ ໃນ​ດິນແດນ​ເອໂດມ ມີ​ດັ່ງນີ້: ເຈົ້າ​ເບລາ, ລູກຊາຍ​ຂອງ​ເບອໍ, ຈາກ​ເມືອງ​ດິນຮາບາ ໂຢບັບ, ລູກຊາຍ​ຂອງ​ເຊຣາ, ຈາກ​ເມືອງ​ໂບຊະຣາ ຮູຊາມ, ມາ​ຈາກ​ເມືອງ​ເຕມານ ຮາດັດ, ລູກຊາຍ​ຂອງ​ເບດັດ, ມາ​ຈາກ​ເມືອງ​ອາວິດ (ຜູ້​ທີ່​ເອົາ​ຊະນະ​ຊາວ​ມີດີອານ​ໃນ​ບັ້ນ​ຮົບ ຂອງ​ດິນແດນ​ໂມອາບ) ສາມລາ, ມາ​ຈາກ​ເມືອງ​ມາສະເຣກາ ຊາອູນ, ຊາວ​ເມືອງ​ເຣໂຮໂບດ​ທີ່​ຢູ່​ແຄມ​ແມ່ນໍ້າ ບາອານຮານານ, ລູກຊາຍ​ຂອງ​ອັກໂບ ຮາດັດ, ມາ​ຈາກ​ເມືອງ​ປາອູ. (ເມຍ​ຂອງ​ເພິ່ນ​ມີ​ຊື່​ວ່າ ເມເຮຕາເບນ, ລູກສາວ​ຂອງ​ມັດເຣັດ ແລະ​ຫລານ​ສາວ​ຂອງ​ເມຊາຮາບ.)</verse>
				<verse number="32"></verse>
				<verse number="33"></verse>
				<verse number="34"></verse>
				<verse number="35"></verse>
				<verse number="36"></verse>
				<verse number="37"></verse>
				<verse number="38"></verse>
				<verse number="39"></verse>
				<verse number="40">ເອຊາວ​ໄດ້​ສືບ​ເຊື້ອສາຍ​ໃຫ້​ຊາວ​ເອໂດມ ແລະ​ເຜົ່າ​ຕ່າງໆ​ດັ່ງນີ້: ຕີມນາ, ອານວາ, ເຢເທັດ, ໂອໂຮລີບາມາ, ເອລາ, ປີໂນນ, ເກນັດ, ເຕມານ, ມິບຊາ, ມັກດີເອນ ແລະ​ອີຣາມ. ທ້ອງຖິ່ນ​ຕ່າງໆ​ທີ່​ພວກເຂົາ​ໄດ້​ອາໄສ​ຢູ່​ນັ້ນ ກໍ​ໃສ່​ຊື່​ຕາມ​ແຕ່ລະເຜົ່າ​ຂອງ​ພວກເຂົາ.</verse>
				<verse number="41"></verse>
				<verse number="42"></verse>
				<verse number="43"></verse>
			</chapter>
			<chapter number="37">
				<verse number="1">ຢາໂຄບ​ໄດ້​ສືບຕໍ່​ອາໄສ​ຢູ່​ໃນ​ການາອານ ບ່ອນ​ທີ່​ພໍ່​ຂອງຕົນ​ເຄີຍ​ອາໄສ​ຢູ່​ມາ​ແຕ່​ກ່ອນ.</verse>
				<verse number="2">ປະຫວັດ​ຄອບຄົວ​ຂອງ​ຢາໂຄບ ມີ​ດັ່ງນີ້: ໂຢເຊັບ​ຊາຍໜຸ່ມ​ອາຍຸ 17 ປີ ເຄີຍ​ໄປ​ລ້ຽງ​ແກະ ແລະ​ແບ້​ນຳ​ພວກ​ອ້າຍ​ຂອງຕົນ​ເຊັ່ນ: ພວກ​ລູກຊາຍ​ຂອງ​ນາງ​ບິນຮາ ແລະ​ນາງ​ຊີລະປາ​ຜູ້​ເປັນ​ເມຍນ້ອຍ​ຂອງ​ພໍ່​ຕົນ. ໂຢເຊັບ​ຟ້ອງ​ການ​ຊົ່ວຊ້າ​ທີ່​ພວກ​ອ້າຍ​ຂອງຕົນ​ໄດ້​ເຮັດ ສູ່​ພໍ່​ຟັງ​ຢູ່​ສະເໝີ.</verse>
				<verse number="3">ຢາໂຄບ​ຮັກ​ໂຢເຊັບ​ຫລາຍກວ່າ​ລູກຊາຍ​ຄົນອື່ນໆ ເພາະ​ເພິ່ນ​ໄດ້​ລາວ​ເມື່ອ​ເພິ່ນ​ແກ່ຕົວ​ແລ້ວ. ເພິ່ນ​ໄດ້​ຕັດ​ເສື້ອລ່າມ ມີ​ແຂນ​ຜືນ​ໜຶ່ງ​ໃຫ້​ລາວ.</verse>
				<verse number="4">ເມື່ອ​ພວກ​ອ້າຍ​ເຫັນ​ວ່າ ພໍ່​ຂອງຕົນ​ຮັກ​ໂຢເຊັບ​ຫລາຍກວ່າ​ຮັກ​ພວກ​ຕົນ; ພວກເຂົາ​ກໍ​ອິດສາ ທັງ​ກຽດຊັງ​ໂຢເຊັບ​ຫລາຍ​ທີ່ສຸດ​ຈົນ​ບໍ່​ເວົ້າ​ດີ​ນຳ.</verse>
				<verse number="5">ຄືນ​ໜຶ່ງ ໂຢເຊັບ​ຝັນ ເມື່ອ​ລາວ​ເລົ່າ​ຄວາມຝັນ​ສູ່​ພວກ​ອ້າຍ​ຟັງ ພວກເຂົາ​ແຮ່ງ​ກຽດຊັງ​ລາວ​ຫລາຍ​ຂຶ້ນ.</verse>
				<verse number="6">ລາວ​ເວົ້າ​ວ່າ, “ຟັງ​ຄວາມຝັນ​ທີ່​ຂ້ອຍ​ຈະ​ເລົ່າ​ສູ່​ຟັງ​ນີ້​ແມ</verse>
				<verse number="7">ພວກເຮົາ​ກຳລັງ​ພາກັນ​ມັດ​ເຂົ້າ​ຢູ່​ທີ່​ທົ່ງນາ ເມື່ອ​ມັດ​ແລ້ວ ຟ່ອນ​ເຂົ້າ​ຂອງຂ້ອຍ​ກໍ​ຕັ້ງ​ຂຶ້ນ​ຊື່. ສ່ວນ​ຟ່ອນ​ເຂົ້າ​ຂອງ​ພວກເຈົ້າ​ໄດ້​ຕີ​ວົງ​ລ້ອມ​ຟ່ອນ​ເຂົ້າ​ຂອງຂ້ອຍ ແລະ​ຂາບລົງ​ຕໍ່ໜ້າ​ຟ່ອນ​ເຂົ້າ​ຂອງຂ້ອຍ.”</verse>
				<verse number="8">ພວກ​ອ້າຍ​ຈຶ່ງ​ຖາມ​ລາວ​ວ່າ, “ເຈົ້າ​ຄິດ​ວ່າ ເຈົ້າ​ຈະ​ໄດ້​ເປັນ​ກະສັດ​ປົກຄອງ​ພວກເຮົາ​ຊັ້ນບໍ?” ດັ່ງນັ້ນ ພວກ​ອ້າຍ​ຈຶ່ງ​ພາກັນ​ກຽດຊັງ​ລາວ​ຫລາຍ​ຍິ່ງ​ຂຶ້ນ ເພາະ​ຄວາມຝັນ​ທີ່​ລາວ​ໄດ້​ເລົ່າ​ມາ​ນັ້ນ.</verse>
				<verse number="9">ແລ້ວ​ໂຢເຊັບ​ກໍ​ຝັນ​ອີກ ແລະ​ເລົ່າ​ຄວາມຝັນ​ສູ່​ພວກ​ອ້າຍ​ຟັງ​ຕື່ມ​ວ່າ, “ຂ້ອຍ​ຝັນ​ອີກ. ຂ້ອຍ​ຝັນ​ເຫັນ​ຕາເວັນ, ເດືອນ ແລະ​ດວງດາວ​ສິບເອັດ​ດວງ​ກົ້ມຂາບ​ຂ້ອຍ.”</verse>
				<verse number="10">ເມື່ອ​ລາວ​ເລົ່າ​ຄວາມຝັນ​ສູ່​ພໍ່ ແລະ​ພວກ​ອ້າຍ​ຟັງ ພໍ່​ຈຶ່ງ​ທ້ວງ​ລາວ​ວ່າ, “ເຈົ້າ​ມາ​ຊ່າງ​ຝັນ​ແທ້ ເຈົ້າ​ຄິດ​ວ່າ​ແມ່, ພວກ​ອ້າຍ​ນ້ອງ​ຂອງ​ເຈົ້າ ແລະ​ພໍ່​ຈະ​ພາກັນ​ໄປ​ກົ້ມຂາບ​ເຈົ້າ​ຊັ້ນບໍ?”</verse>
				<verse number="11">ພວກ​ອ້າຍ​ຈຶ່ງ​ອິດສາ​ໂຢເຊັບ​ຫລາຍ​ຂຶ້ນ ສ່ວນ​ຜູ້​ເປັນ​ພໍ່​ກໍໄດ້​ແຕ່​ຄຸ່ນ​ຄິດເຖິງ​ເລື່ອງ​ນັ້ນ.</verse>
				<verse number="12">ວັນ​ໜຶ່ງ ພວກ​ອ້າຍ​ຂອງ​ໂຢເຊັບ​ໄປ​ລ້ຽງ​ສັດ​ໃຫ້​ຢາໂຄບ​ພໍ່​ຂອງຕົນ​ທີ່​ຊີເຄມ;</verse>
				<verse number="13">ຢາໂຄບ ຈຶ່ງ​ເວົ້າ​ກັບ​ໂຢເຊັບ​ວ່າ, “ພໍ່​ຢາກ​ໃຫ້​ເຈົ້າ​ໄປ​ຫາ​ພວກ​ອ້າຍ​ຂອງ​ເຈົ້າ ທີ່​ກຳລັງ​ລ້ຽງ​ສັດ​ຢູ່​ທີ່​ຊີເຄມ.” ໂຢເຊັບ​ຕອບ​ວ່າ, “ລູກ​ພ້ອມ​ທີ່​ຈະ​ໄປ.”</verse>
				<verse number="14">ພໍ່​ເວົ້າ​ຕື່ມ​ອີກ​ວ່າ, “ໃຫ້​ເຈົ້າ​ໄປ​ເບິ່ງ​ວ່າ​ພວກ​ອ້າຍ​ຂອງ​ເຈົ້າ​ກຳລັງ​ຢູ່​ກັນ​ຢ່າງ​ໃດ ແລະ​ໄປ​ເບິ່ງ​ຝູງສັດ​ຂອງເຮົາ​ອີກ​ວ່າ​ຍັງ​ຢູ່​ດີ​ບໍ່? ແລ້ວ​ໃຫ້​ລູກ​ກັບ​ມາ​ບອກ​ພໍ່.” ສະນັ້ນ ພໍ່​ຈຶ່ງ​ໄດ້​ສົ່ງ​ໂຢເຊັບ​ອອກ​ເດີນທາງ​ຈາກ​ຮ່ອມພູ​ເຮັບໂຣນ. ລາວ​ໄດ້​ມາ​ຮອດ​ຊີເຄມ</verse>
				<verse number="15">ແລະ​ຂະນະທີ່​ລາວ​ຍ່າງ​ໄປມາ​ໃນ​ເຂດ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ມາ​ພົບ​ລາວ ແລະ​ຖາມ​ວ່າ, “ເຈົ້າ​ຊອກ​ຫາ​ໃຜ?”</verse>
				<verse number="16">ໂຢເຊັບ​ຕອບ​ວ່າ, “ຂ້ອຍ​ຊອກ​ຫາ​ພວກ​ອ້າຍ​ຂອງຂ້ອຍ ທີ່​ກຳລັງ​ລ້ຽງ​ສັດ​ຢູ່​ໃນ​ທີ່​ນີ້ ກະລຸນາ​ບອກ​ຂ້ອຍ​ແດ່​ໄດ້​ບໍ່​ວ່າ​ພວກເຂົາ​ຢູ່​ໃສ?”</verse>
				<verse number="17">ຊາຍ​ຄົນ​ນັ້ນ​ຕອບ​ວ່າ, “ພວກເຂົາ​ໜີໄປ​ຈາກ​ທີ່​ນີ້​ແລ້ວ. ຂ້ອຍ​ໄດ້ຍິນ​ວ່າ​ພວກເຂົາ​ຈະ​ໄປ​ໂດທານ.” ດັ່ງນັ້ນ ໂຢເຊັບ​ຈຶ່ງ​ນຳ​ໄປ ແລະ​ພົບ​ພວກເຂົາ​ຢູ່​ທີ່​ນັ້ນ.</verse>
				<verse number="18">ພວກ​ອ້າຍ​ຫລຽວເຫັນ​ໂຢເຊັບ​ແຕ່​ໄກໆ ແລະ​ກ່ອນ​ລາວ​ຈະ​ມາ​ຮອດ ພວກເຂົາ​ຈຶ່ງ​ພາກັນ​ວາງແຜນ​ເພື່ອ​ຈະ​ຂ້າ​ລາວ​ເສຍ.</verse>
				<verse number="19">ພວກເຂົາ​ເວົ້າ​ກັນ​ວ່າ, “ຄົນ​ຊ່າງຝັນ​ມາ​ທີ່​ນີ້​ແລ້ວ.</verse>
				<verse number="20">ມາ​ເທາະ ໃຫ້​ພວກເຮົາ​ຂ້າ​ລາວ ແລະ​ໂຍນ​ຊາກສົບ​ຂອງ​ລາວ​ຖິ້ມ​ລົງ​ໃນ​ນໍ້າສ້າງ​ທີ່​ບໍ່ມີ​ນໍ້າ. ພວກເຮົາ​ເວົ້າ​ວ່າ​ສັດຮ້າຍ​ກັດ​ກິນ​ລາວ​ກໍໄດ້. ແລ້ວ​ພວກເຮົາ​ກໍ​ຈະ​ໄດ້​ເຫັນ​ວ່າ ຄວາມຝັນ​ຂອງ​ລາວ​ນັ້ນ​ຈະ​ເປັນ​ຢ່າງ​ໃດ​ກັນ​ແທ້?”</verse>
				<verse number="21">ເມື່ອ​ຣູເບັນ​ໄດ້ຍິນ​ພວກເຂົາ​ເວົ້າ​ດັ່ງນັ້ນ ກໍ​ຊອກ​ຫາ​ວິທີ​ຊ່ວຍ​ໂຢເຊັບ; ລາວ​ເວົ້າ​ວ່າ, “ຢ່າ​ຂ້າ​ລາວ​ເທາະ</verse>
				<verse number="22">ພຽງແຕ່​ໂຍນ​ລາວ​ຖິ້ມ​ລົງ​ໃນ​ນໍ້າສ້າງ ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້​ກໍ​ພໍ​ແລ້ວ.” ລາວ​ເວົ້າ​ເຊັ່ນນີ້ ເພື່ອ​ຊ່ວຍ​ໂຢເຊັບ​ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ພວກເຂົາ ແລະ​ຈະ​ສົ່ງ​ລາວ​ເມືອ​ຫາ​ພໍ່.</verse>
				<verse number="23">ພໍ​ໂຢເຊັບ​ມາ​ຮອດ​ບ່ອນ​ພວກເຂົາ​ຢູ່ ພວກເຂົາ​ກໍ​ກຸມ​ແກ້​ເສື້ອລ່າມ ທີ່​ລາວ​ນຸ່ງ​ນັ້ນ​ອອກ.</verse>
				<verse number="24">ແລ້ວ​ພວກເຂົາ​ກໍ​ຈັບ​ລາວ​ໂຍນ​ຖິ້ມ​ລົງ​ໃນ​ສ້າງ​ທີ່​ບໍ່​ມີ​ນໍ້າ.</verse>
				<verse number="25">ໃນ​ຂະນະທີ່​ຮັບປະທານ​ອາຫານ​ຢູ່​ນັ້ນ ໃນທັນໃດ ພວກເຂົາ​ກໍ​ເຫັນ​ພວກ​ອິດຊະມາເອນ; ພວກ​ນີ້​ກຳລັງ​ເດີນທາງ​ມາ​ຈາກ​ເມືອງ​ກີເລອາດ​ເພື່ອ​ຈະ​ໄປ​ປະເທດ​ເອຢິບ. ໂຕ​ອູດ​ຂອງ​ພວກເຂົາ​ຕ່າງ​ຢາງ​ໄມ້ຫອມ​ແລະ​ເຄື່ອງ​ເທດ​ໄປ​ຂາຍ.</verse>
				<verse number="26">ຢູດາ​ເວົ້າ​ຕໍ່​ພວກ​ອ້າຍ​ນ້ອງ​ຂອງຕົນ​ວ່າ, “ຖ້າ​ພວກເຮົາ​ຂ້າ​ລາວ​ແລະ​ອຳ​ຄວາມຜິດ​ໄວ້ ພວກເຮົາ​ຈະ​ໄດ້​ຫຍັງ?</verse>
				<verse number="27">ຂາຍ​ລາວ​ໃຫ້​ພວກ​ອິດຊະມາເອນ​ສາ. ແລ້ວ​ພວກເຮົາ​ກໍ​ບໍ່​ຕ້ອງ​ທຳຮ້າຍ​ລາວ ເພາະ​ເຖິງ​ຢ່າງ​ໃດ​ລາວ​ກໍ​ແມ່ນ​ເລືອດເນື້ອເຊື້ອໄຂ​ອັນ​ດຽວກັນ.” ສະນັ້ນ ພວກ​ອ້າຍ​ນ້ອງ​ທຸກຄົນ​ຈຶ່ງ​ເຫັນ​ພ້ອມ​ພຽງ​ກັນ</verse>
				<verse number="28">ແລະ​ເມື່ອ​ພໍ່ຄ້າ​ຊາວ​ມີດີອານ​ບາງຄົນ​ກາຍ​ມາ ພວກເຂົາ ກໍ​ດືງ​ເອົາ​ໂຢເຊັບ​ຂຶ້ນ​ມາ​ແຕ່​ນໍ້າສ້າງ ແລະ​ຂາຍ​ລາວ​ໃຫ້​ພໍ່ຄ້າ​ຊາວ​ອິດຊະມາເອນ​ເປັນ​ເງິນ 20 ຫລຽນ. ແລ້ວ​ພວກ​ພໍ່ຄ້າ​ເຫຼົ່ານີ້​ກໍ​ພາ​ໂຢເຊັບ​ໄປ​ປະເທດ​ເອຢິບ.</verse>
				<verse number="29">ເມື່ອ​ຣູເບັນ​ກັບ​ໄປ​ເບິ່ງ​ທີ່​ນໍ້າສ້າງ ແລະ​ບໍ່​ພົບ​ໂຢເຊັບ​ຢູ່​ທີ່​ນັ້ນ ລາວ​ຈຶ່ງ​ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ດ້ວຍ​ຄວາມທຸກໃຈ​ຢ່າງ​ໜັກ.</verse>
				<verse number="30">ລາວ​ກັບ​ມາ​ຫາ​ພວກ​ອ້າຍ​ຂອງ​ໂຢເຊັບ ແລະ​ເວົ້າ​ວ່າ, “ໂຢເຊັບ​ບໍ່​ຢູ່​ໃນ​ນໍ້າສ້າງ! ຂ້ອຍ​ຈະ​ເຮັດ​ແນວ​ໃດ​ດີ?”</verse>
				<verse number="31">ຕໍ່ມາ ພວກເຂົາ​ກໍ​ຂ້າ​ແບ້ ແລະ​ເອົາ​ເສື້ອລ່າມ​ຂອງ​ໂຢເຊັບ​ຈຸ່ມ​ໃສ່​ເລືອດ​ນັ້ນ</verse>
				<verse number="32">ແລ້ວ​ພວກເຂົາ​ກໍ​ພາກັນ​ຖື​ເສື້ອ​ນັ້ນ​ໄປ​ຫາ​ພໍ່ ແລະ​ເວົ້າ​ວ່າ, “ພວກ​ລູກ​ໄດ້​ພົບ​ເສື້ອ​ຜືນ​ນີ້. ເບິ່ງດູ, ມັນ​ແມ່ນ​ເສື້ອ​ລູກຊາຍ​ຂອງ​ພໍ່​ຫລື​ບໍ່?”</verse>
				<verse number="33">ເພິ່ນ​ຈື່​ເສື້ອ​ນັ້ນ​ໄດ້ ແລະ​ເວົ້າ​ວ່າ, “ແມ່ນແລ້ວ ນີ້​ແມ່ນ​ເສື້ອ​ຂອງ​ລູກຊາຍ​ເຮົາ ສັດຮ້າຍ​ໄດ້​ກັດ​ກິນ​ລາວ​ແລ້ວ. ໂທ່ ໂຢເຊັບ! ລູກຊາຍ​ຂອງ​ພໍ່ ເຈົ້າ​ຖືກ​ສັດຮ້າຍ​ຈີກ​ກິນ​ເປັນ​ຊິ້ນໆ​ເສຍ​ແລ້ວ.”</verse>
				<verse number="34">ຢາໂຄບ​ຈີກ​ເສື້ອ​ຕົນເອງ​ໄວ້ທຸກ ແລະ​ນຸ່ງ​ເສື້ອ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ. ເພິ່ນ​ໄວ້ທຸກ​ໃຫ້​ລູກຊາຍ​ຂອງຕົນ​ເປັນ​ເວລາ​ນານ.</verse>
				<verse number="35">ລູກຊາຍ​ແລະ​ລູກສາວ​ຕ່າງ​ກໍ​ເລົ້າໂລມ​ເພິ່ນ, ແຕ່​ເພິ່ນ​ບໍ່​ຟັງ​ໃຜ​ໝົດ ແລະ​ເວົ້າ​ວ່າ, “ຂ້ອຍ​ຈະ​ໄວ້ທຸກ​ໃຫ້​ລູກຊາຍ​ຂອງຂ້ອຍ ຈົນກວ່າ​ຈະ​ຕາຍ​ຕາມ​ລາວ​ໄປ.” ສະນັ້ນ ເພິ່ນ​ຈຶ່ງ​ສືບຕໍ່​ໄວ້ທຸກ​ໃຫ້​ແກ່​ໂຢເຊັບ​ລູກຊາຍ​ຂອງຕົນ.</verse>
				<verse number="36">ໃນ​ເວລາ​ດຽວກັນ​ນັ້ນ​ໃນ​ປະເທດ​ເອຢິບ ຊາວ​ມາດີອານ​ໄດ້​ຂາຍ​ໂຢເຊັບ​ໃຫ້​ໂປຕີຟາ ນາຍ​ທະຫານ​ຄົນ​ໜຶ່ງ​ທີ່​ເປັນ​ຫົວໜ້າ​ຮັກສາ​ວັງ​ຂອງ​ກະສັດ.</verse>
			</chapter>
			<chapter number="38">
				<verse number="1">ໃນ​ເວລາ​ນັ້ນ ຢູດາ​ໄດ້​ໜີ​ຈາກ​ພວກ​ອ້າຍ​ນ້ອງ​ຂອງຕົນ ແລະ​ໄປ​ອາໄສ​ຢູ່​ນຳ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ຮີຣາ. ຮີຣາ​ເປັນ​ຄົນ​ມາ​ຈາກ​ເມືອງ​ອາດຸນລຳ.</verse>
				<verse number="2">ຢູ່​ໃນ​ທີ່ນັ້ນ ຢູດາ​ໄດ້​ພົບ​ກັບ​ລູກສາວ​ຂອງ​ຊູອາ​ຊາວ​ການາອານ. ລາວ​ຈຶ່ງ​ແຕ່ງງານ​ກັບ​ນາງ</verse>
				<verse number="3">ແລະ​ນາງ​ເກີດ​ລູກຊາຍ​ຜູ້ໜຶ່ງ​ໃຫ້​ລາວ​ຊື່​ວ່າ ເອຣະ.</verse>
				<verse number="4">ນາງ​ຖືພາ​ອີກ ແລະ​ເກີດ​ລູກຊາຍ​ອີກ​ຜູ້ໜຶ່ງ​ໃຫ້​ລາວ​ຊື່​ວ່າ ໂອນານ.</verse>
				<verse number="5">ນາງ​ໄດ້​ລູກຊາຍ​ອີກ​ເປັນ​ຄົນ​ທີ​ສາມ​ແລະ​ໃສ່​ຊື່​ໃຫ້​ວ່າ ເຊລາ. ເວລາ​ລູກຊາຍ​ຜູ້​ນີ້​ເກີດ​ມາ ຢູດາ​ອາໄສ​ຢູ່​ທີ່​ເມືອງ​ອັກຊິບ.</verse>
				<verse number="6">ເມື່ອ​ເອຣະ​ໃຫຍ່​ແລ້ວ ພໍ່​ໄດ້​ແຕ່ງ​ເມຍ​ໃຫ້​ລາວ​ຊື່​ວ່າ ຕາມາ.</verse>
				<verse number="7">ເອຣະ​ປະພຶດ​ຊົ່ວ ແລະ​ພຣະເຈົ້າຢາເວ​ບໍ່​ພໍໃຈ​ນຳ​ລາວ. ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ໃຫ້​ລາວ​ຕາຍ.</verse>
				<verse number="8">ເມື່ອ​ເປັນ​ເຊັ່ນນີ້​ຢູດາ​ກໍ​ເວົ້າ​ຕໍ່​ໂອນານ​ວ່າ, “ຈົ່ງ​ເອົາ​ເມຍ​ຂອງ​ອ້າຍ​ເຈົ້າ​ສາ ເພື່ອ​ສືບທອດ​ຕະກຸນ​ໄວ້, ແຕ່​ໃຫ້​ຖື​ນາງ​ເປັນ​ເອື້ອຍໃພ້​ຢູ່.”</verse>
				<verse number="9">ແຕ່​ໂອນານ​ຮູ້​ວ່າ ເດັກນ້ອຍ​ທີ່​ຈະ​ເກີດ​ມາ​ນັ້ນ​ບໍ່ແມ່ນ​ລູກ​ຂອງຕົນ. ດັ່ງນັ້ນ ເມື່ອ​ລາວ​ນອນ​ກັບ​ເມຍ​ຂອງ​ອ້າຍ​ເທື່ອໃດ ລາວ​ກໍ​ເຮັດ​ໃຫ້​ນໍ້າກາມ​ຕົກ​ເຮ່ຍ​ເທື່ອນັ້ນ ເພື່ອ​ວ່າ​ລາວ​ຈະ​ບໍ່ໄດ້​ມີ​ລູກ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ຂອງຕົນ.</verse>
				<verse number="10">ສິ່ງ​ທີ່​ລາວ​ກະທຳ​ນັ້ນ ບໍ່​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ແລະ​ພຣະອົງ​ເຮັດ​ໃຫ້​ລາວ​ຕາຍ​ຄືກັນ.</verse>
				<verse number="11">ແລ້ວ​ຢູດາ​ກໍ​ເວົ້າ​ຕໍ່​ຕາມາ​ລູກໃພ້​ຂອງຕົນ​ວ່າ, “ຈົ່ງ​ກັບຄືນ​ເມືອ​ບ້ານ​ພໍ່​ຂອງ​ເຈົ້າ​ສາ ແລະ​ຢູ່​ເປັນ​ຍິງໝ້າຍ​ຄອຍ​ຖ້າ​ໃຫ້​ເຊລາ​ລູກຊາຍ​ຂອງຂ້ອຍ​ໃຫຍ່.” ເພິ່ນ​ເວົ້າ​ເຊັ່ນນີ້​ຍ້ອນ​ເພິ່ນ​ຢ້ານ​ວ່າ ເຊລາ​ອາດ​ຈະ​ຖືກ​ຂ້າ​ຄື​ກັນ​ກັບ​ອ້າຍ​ຂອງ​ລາວ. ສະນັ້ນ ຕາມາ​ຈຶ່ງ​ກັບຄືນ​ເມືອ​ຢູ່​ບ້ານ​ນຳ​ພໍ່​ຂອງຕົນ.</verse>
				<verse number="12">ຢູ່​ມາ​ອີກ​ດົນນານ ເມຍ​ຂອງ​ຢູດາ​ກໍ​ຕາຍໄປ. ເມື່ອ​ຢູດາ​ໝົດ​ກຳນົດ​ໄວ້ທຸກ​ແລ້ວ ເພິ່ນ​ກັບ​ຮີຣາ​ຊາວ​ອາດຸນລຳ​ໝູ່​ຂອງ​ເພິ່ນ ກໍ​ໄປ​ຕັດ​ຂົນແກະ​ຂອງຕົນ​ທີ່​ເມືອງ​ຕິມນາ.</verse>
				<verse number="13">ມີ​ຄົນ​ມາ​ບອກ​ຕາມາ​ວ່າ, “ພໍ່ປູ່​ຂອງ​ເຈົ້າ​ກຳລັງ​ໄປ​ຕັດ​ຂົນແກະ​ທີ່​ເມືອງ​ຕິມນາ.”</verse>
				<verse number="14">ສະນັ້ນ ນາງ​ຈຶ່ງ​ປ່ຽນ​ເຄື່ອງ​ໄວ້ທຸກ​ແລະ​ເອົາ​ຜ້າ​ອັດ​ໜ້າ​ໄວ້ ແລ້ວ​ໄປ​ນັ່ງ​ຢູ່​ທາງ​ເຂົ້າ​ຂອງ​ບ້ານ​ເອນາອີມ​ທີ່​ຈະ​ໄປ​ເມືອງ​ຕິມນາ ຍ້ອນ​ນາງ​ຮູ້​ວ່າ​ເຊລາ​ກໍ​ໃຫຍ່​ແລ້ວ, ແຕ່​ນາງ​ບໍ່ທັນ​ໄດ້​ແຕ່ງງານ​ກັບ​ລາວ​ເທື່ອ.</verse>
				<verse number="15">ເມື່ອ​ຢູດາ​ເຫັນ​ນາງ ເພິ່ນ​ກໍ​ຄິດ​ວ່າ​ນາງ​ເປັນ​ໂສເພນີ ຍ້ອນ​ວ່າ​ນາງ​ໄດ້​ເອົາ​ຜ້າ​ອັດ​ໜ້າ​ໄວ້.</verse>
				<verse number="16">ເພິ່ນ​ຈຶ່ງ​ເຂົ້າ​ໄປ​ຫາ​ນາງ​ທີ່​ແຄມ​ທາງ ແລະ​ຖາມ​ວ່າ, “ນ້ອງສາວ​ໄປ​ນອນ​ກັບ​ອ້າຍ​ບໍ່?” (ເພິ່ນ​ບໍ່​ຮູ້​ວ່າ​ນາງ​ເປັນ​ລູກໃພ້​ຂອງ​ຕົນເອງ.) ນາງ​ຖາມ​ຄືນ​ວ່າ, “ອ້າຍ​ຈະ​ເອົາ​ຫຍັງ​ໃຫ້​ນ້ອງ?”</verse>
				<verse number="17">ເພິ່ນ​ຕອບ​ວ່າ, “ອ້າຍ​ຈະ​ເອົາ​ລູກ​ແບ້​ຈາກ​ຝູງ​ໂຕໜຶ່ງ​ສົ່ງ​ມາ​ໃຫ້​ນ້ອງ.” ນາງ​ຕອບ​ວ່າ, “ຕົກລົງ ແຕ່​ອ້າຍ​ຈະ​ຕ້ອງ​ມອບ​ຂອງ​ມັດຈຳ​ໃຫ້​ນ້ອງ ຈົນກວ່າ​ອ້າຍ​ຈະ​ສົ່ງ​ລູກ​ແບ້​ມາ​ໃຫ້.”</verse>
				<verse number="18">ເພິ່ນ​ຖາມ​ນາງ​ວ່າ, “ອ້າຍ​ຈະ​ເອົາ​ຫຍັງ​ໃຫ້​ນ້ອງ​ເປັນ​ຂອງ​ມັດຈຳ?” ນາງ​ຕອບ​ວ່າ, “ກາ​ທີ່​ມີ​ເຊືອກ​ຫ້ອຍ ແລະ​ໄມ້ຄ້ອນເທົ້າ​ທີ່​ອ້າຍ​ກຳລັງ​ຖື​ຢູ່​ນັ້ນ​ເດ.” ເພິ່ນ​ເອົາ​ຂອງ​ເຫຼົ່ານັ້ນ​ໃຫ້​ນາງ. ແລ້ວ​ທັງສອງ​ກໍ​ໄປ​ນອນ​ນຳ​ກັນ​ແລະ​ນາງ​ກໍ​ຕັ້ງ​ທ້ອງ.</verse>
				<verse number="19">ຕາມາ​ລຸກ​ຂຶ້ນ​ໜີ​ເມືອ​ເຮືອນ​ຂອງຕົນ; ນາງ​ເອົາ​ຜ້າ​ອັດ​ໜ້າ​ອອກ​ແລະ​ນຸ່ງ​ເຄື່ອງ​ໄວ້ທຸກ​ຕາມ​ເຄີຍ.</verse>
				<verse number="20">ຕໍ່ມາ ຢູດາ​ໄດ້​ສົ່ງ​ຮີຣາ​ເພື່ອນ​ຊາວ​ອາດຸນລຳ​ຂອງ​ຕົນ​ນຳ​ລູກ​ແບ້​ໄປ​ໃຫ້​ຍິງ​ນັ້ນ ເພື່ອ​ປ່ຽນ​ເອົາ​ຂອງ​ທີ່​ຕົນ​ໄດ້​ມັດຈຳ​ໄວ້ ແຕ່​ລາວ​ໄປ​ຫາ​ນາງ​ບໍ່​ພົບ.</verse>
				<verse number="21">ລາວ​ໄດ້​ຖາມ​ຊາວ​ເອນາອີມ​ບາງຄົນ​ຢູ່​ໃນ​ທີ່ນັ້ນ​ວ່າ, “ໂສເພນີ​ຜູ້​ທີ່​ນັ່ງ​ຢູ່​ແຄມ​ທາງ​ນີ້​ໄປ​ຢູ່​ໃສ​ແລ້ວ?” ພວກເຂົາ​ຕອບ​ວ່າ, “ຢູ່​ທີ່​ນີ້​ບໍ່ເຄີຍ​ມີ​ໂສເພນີ.”</verse>
				<verse number="22">ສະນັ້ນ ລາວ​ຈຶ່ງ​ກັບຄືນ​ເມືອ​ຫາ​ຢູດາ ແລະ​ເວົ້າ​ຕໍ່​ລາວ​ວ່າ, “ຂ້ອຍ​ບໍ່​ພົບ​ນາງ. ຄົນ​ໃນ​ເຂດ​ນັ້ນ​ເວົ້າ​ວ່າ​ໃນ​ທີ່ນັ້ນ​ບໍ່ເຄີຍ​ມີ​ໂສເພນີ.”</verse>
				<verse number="23">ຢູດາ​ເວົ້າ​ວ່າ, “ຊ່າງເທາະ ປະ​ຂອງ​ເຫຼົ່ານັ້ນ​ໄວ້​ໃຫ້​ນາງ​ສາ. ພວກເຮົາ​ບໍ່​ຢາກ​ໃຫ້​ຄົນ​ຫົວເລາະ​ເຍາະເຍີ້ຍ. ຂ້ອຍ​ພະຍາຍາມ​ເອົາ​ຂອງ​ໄປ​ໃຫ້​ນາງ ແຕ່​ເຈົ້າ​ກໍ​ບໍ່​ພົບ​ນາງ.”</verse>
				<verse number="24">ຢູ່​ຕໍ່​ມາ ປະມານ​ສາມ​ເດືອນ​ມີ​ຄົນ​ມາ​ບອກ​ຢູດາ​ວ່າ, “ດຽວ​ນີ້​ຕາມາ​ລູກໃພ້​ຂອງ​ເຈົ້າ​ຖືກ​ເຂົາ​ຫລິ້ນ​ມານ​ສາ​ແລ້ວ.” ຢູດາ​ຈຶ່ງ​ສັ່ງ​ວ່າ, “ເອົາ​ນາງ​ອອກ​ມາ​ແລະ​ເຜົາ​ໃຫ້​ຕາຍ​ທັງເປັນ.”</verse>
				<verse number="25">ເມື່ອ​ເຂົາ​ເອົາ​ນາງ​ອອກ​ມາ​ຂ້າງ​ນອກ ນາງ​ຈຶ່ງ​ສົ່ງ​ຄົນ​ໄປ​ບອກ​ກັບ​ພໍ່ປູ່​ວ່າ, “ຂ້ອຍ​ຖືພາ​ນຳ​ຄົນ​ທີ່​ມີ​ຂອງ​ເຫຼົ່ານີ້. ຈົ່ງ​ເບິ່ງ​ກາ​ທີ່​ມີ​ເຊືອກ​ຫ້ອຍ​ກັບ​ໄມ້ເທົ້າ​ນີ້​ດູ ວ່າ​ເປັນ​ຂອງ​ໃຜ?”</verse>
				<verse number="26">ຢູດາ​ຈື່​ຂອງ​ເຫຼົ່ານັ້ນ​ໄດ້ ແລະ​ເວົ້າ​ວ່າ, “ນາງ​ເຮັດ​ຖືກຕ້ອງ​ແລ້ວ. ຂ້ອຍ​ບໍ່ໄດ້​ເຮັດ​ຕາມ​ຄຳ​ຕົກລົງ​ທີ່​ມີ​ຕໍ່​ນາງ. ຂ້ອຍ​ຄວນ​ຈະ​ໃຫ້​ນາງ​ແຕ່ງງານ​ກັບ​ເຊລາ​ລູກຊາຍ​ຂອງຂ້ອຍ.” ແຕ່ນັ້ນມາ ຢູດາ​ກໍ​ບໍ່ໄດ້​ນອນ​ນຳ​ນາງ​ອີກ​ຈັກເທື່ອ.</verse>
				<verse number="27">ຢູ່ມາ ເມື່ອ​ເຖິງ​ກຳນົດ​ຄອດ​ລູກ ກໍ​ຮູ້​ວ່າ​ລູກ​ໃນ​ທ້ອງ​ນັ້ນ​ເປັນ​ຝາແຝດ.</verse>
				<verse number="28">ເມື່ອ​ນາງ​ຕາມາ​ເບັ່ງ​ລູກ​ອອກ ລູກ​ຜູ້ໜຶ່ງ​ເອົາ​ມື​ອອກ​ມາ; ນາງ​ຜະດຸງຄັນ​ຈຶ່ງ​ຈັບ​ມື​ໄວ້ ແລະ​ເອົາ​ດ້າຍ​ສີແດງ​ມັດ​ມື​ແລະ​ເວົ້າ​ວ່າ, “ຜູ້​ນີ້​ອອກ​ກ່ອນ.”</verse>
				<verse number="29">ແຕ່​ເດັກນ້ອຍ​ຫົດ​ມື​ເຂົ້າ​ຄືນ ແລະ​ນ້ອງ​ຂອງ​ລາວ​ຈຶ່ງ​ເກີດ​ກ່ອນ. ແລ້ວ​ນາງ​ຜະດຸງຄັນ​ກໍ​ເວົ້າ​ວ່າ, “ອ້າວ! ຊ່າງ​ແຫກ​ອອກ​ມາ​ໄດ້.” ສະນັ້ນ ເດັກນ້ອຍ​ຜູ້​ນີ້​ຈຶ່ງ​ມີ​ຊື່​ວ່າ ເປເຣັດ.</verse>
				<verse number="30">ແລ້ວ​ອ້າຍ​ຂອງ​ລາວ​ກໍ​ອອກ​ມາ ໂດຍ​ມີ​ດ້າຍ​ສີແດງ​ມັດ​ທີ່​ມື​ຂອງ​ລາວ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ລາວ​ວ່າ ເຊຣາ.</verse>
			</chapter>
			<chapter number="39">
				<verse number="1">ພວກ​ອິດຊະມາເອນ​ໄດ້​ພາ​ໂຢເຊັບ​ມາ​ທີ່​ປະເທດ​ເອຢິບ ແລະ​ຂາຍ​ຕໍ່​ໃຫ້​ໂປຕີຟາ​ນາຍ​ທະຫານ​ຄົນ​ໜຶ່ງ​ຂອງ​ກະສັດ; ເພິ່ນ​ເປັນ​ຫົວໜ້າ​ຮັບຜິດຊອບ​ຮັກສາ​ຣາຊວັງ.</verse>
				<verse number="2">ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ໂຢເຊັບ ແລະ​ບັນດານ​ໃຫ້​ທຸກສິ່ງ​ທີ່​ລາວ​ເຮັດ​ເກີດຜົນ​ດີ. ລາວ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​ຂອງ​ຄົນ​ເອຢິບ​ນາຍ​ຂອງຕົນ</verse>
				<verse number="3">ນາຍ​ກໍ​ເຫັນ​ວ່າ​ພຣະເຈົ້າຢາເວ​ໄດ້​ຢູ່​ກັບ​ໂຢເຊັບ ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ການງານ​ທຸກຢ່າງ​ທີ່​ລາວ​ກະທຳ​ຈະເລີນ​ຂຶ້ນ​ຫລາຍ​ໃນ​ມື​ຂອງ​ລາວ.</verse>
				<verse number="4">ໂປຕີຟາ​ພໍໃຈ​ກັບ​ວຽກງານ​ທີ່​ໂຢເຊັບ​ໄດ້​ເຮັດ ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຄົນ​ຮັບໃຊ້​ປະຈຳ​ຕົນ; ສະນັ້ນ ເພິ່ນ​ຈຶ່ງ​ມອບ​ທຸກໆ​ສິ່ງ​ທີ່​ເພິ່ນ​ມີ ໃຫ້​ໂຢເຊັບ​ເປັນ​ຜູ້​ເບິ່ງແຍງ​ແລະ​ຮັບຜິດຊອບ​ແທນ​ຕົນ.</verse>
				<verse number="5">ຕັ້ງແຕ່​ໂປຕີຟາ​ໄດ້​ແຕ່ງຕັ້ງ​ໂຢເຊັບ​ມາ ພຣະເຈົ້າຢາເວ​ຈຶ່ງ​ອວຍພອນ​ຄອບຄົວ​ຂອງ​ຄົນ​ເອຢິບ​ຜູ້​ນີ້​ເພາະ​ເຫັນ​ແກ່​ໂຢເຊັບ ແລະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ທຸກສິ່ງ​ທີ່​ໂປຕີຟາ​ມີ​ໃນ​ເຮືອນ​ແລະ​ໃນ​ທົ່ງນາ.</verse>
				<verse number="6">ໂປຕີຟາ​ໄດ້​ມອບ​ຊັບ​ສິ່ງຂອງ​ທຸກຢ່າງ​ໃຫ້​ໂຢເຊັບ​ເປັນ​ຜູ້​ເບິ່ງແຍງ​ຮັກສາ​ແທນ ແລະ​ບໍ່​ກັງວົນ​ສົນໃຈ​ນຳ​ສິ່ງໃດ​ເລີຍ ນອກຈາກ​ອາຫານ​ທີ່​ຕົນ​ກິນ​ເທົ່ານັ້ນ. ໂຢເຊັບ​ເປັນ​ຊາຍໜຸ່ມ​ທີ່​ມີ​ຮູບຮ່າງ​ໄດ້​ຊັດສ່ວນ​ດີ ແລະ​ໜ້າຕາ​ງາມ.</verse>
				<verse number="7">ແຕ່​ແລ້ວ​ບໍ່​ເຫິງ​ເທົ່າ​ໃດ ເມຍ​ຂອງ​ນາຍ​ກໍ​ຫລົງ​ມັກ​ໂຢເຊັບ ແລະ​ຊວນ​ລາວ​ເຂົ້າ​ໄປ​ນອນ​ນຳ.</verse>
				<verse number="8">ໂຢເຊັບ​ປະຕິເສດ ແລະ​ຕອບ​ນາງ​ວ່າ, “ເບິ່ງດູ ນາຍ​ຂອງຂ້ອຍ​ບໍ່​ກັງວົນ​ສົນໃຈ​ນຳ​ສິ່ງໃດ​ເລີຍ​ຢູ່​ໃນ​ເຮືອນ​ນີ້ ຍ້ອນ​ເພິ່ນ​ໄວ້ເນື້ອ​ເຊື່ອໃຈ​ຂ້ອຍ. ເພິ່ນ​ໃຫ້​ຂ້ອຍ​ຮັບຜິດຊອບ​ທຸກໆ​ສິ່ງ​ທີ່​ເພິ່ນ​ມີ.</verse>
				<verse number="9">ຂ້ອຍ​ມີ​ອຳນາດ​ໃນ​ເຮືອນ​ຫລັງ​ນີ້​ເທົ່າໆ​ກັນ​ກັບ​ເພິ່ນ ແລະ​ເພິ່ນ​ບໍ່ເຄີຍ​ຫວງຫ້າມ​ຂ້ອຍ​ໃນ​ສິ່ງ​ໃດໆ​ເລີຍ ເວັ້ນໄວ້​ແຕ່​ຍານາງ​ເອງ​ທີ່​ເປັນ​ເມຍ​ຂອງ​ເພິ່ນ. ຂ້ອຍ​ຈະ​ກ້າ​ລ່ວງ​ປະເວນີ ແລະ​ເຮັດ​ຜິດບາບ​ຕໍ່ສູ້​ພຣະເຈົ້າ​ໄດ້​ຢ່າງໃດ?”</verse>
				<verse number="10">ເຖິງ​ແມ່ນ​ວ່າ​ນາງ​ຂໍຮ້ອງ​ໂຢເຊັບ​ທຸກມື້​ທຸກວັນ, ແຕ່​ໂຢເຊັບ​ກໍ​ບໍ່​ຍອມ​ໄປ​ນອນ​ນຳ​ນາງ.</verse>
				<verse number="11">ແຕ່​ຕໍ່ມາ​ມື້​ໜຶ່ງ ເມື່ອ​ໂຢເຊັບ​ເຂົ້າ​ໄປ​ເຮັດ​ວຽກ​ຢູ່​ໃນ​ເຮືອນ ຊຶ່ງ​ໃນ​ມື້​ນັ້ນ​ບໍ່ມີ​ຄົນ​ຮັບໃຊ້​ຈັກ​ຄົນ​ຢູ່​ໃນ​ເຮືອນ.</verse>
				<verse number="12">ເມຍ​ຂອງ​ນາຍ​ຈຶ່ງ​ສວຍ​ໂອກາດ​ນັ້ນ​ຈ່ອງ​ເສື້ອ​ລາວ​ໄວ້ ແລະ​ເວົ້າ​ວ່າ, “ໄປ​ນອນ​ນຳ​ຂ້ອຍ​ສາ.” ແຕ່​ໂຢເຊັບ​ຫລົບ​ໜີ​ແລ່ນ​ອອກ​ໄປ​ຂ້າງ​ນອກ​ໄດ້ ໂດຍ​ປະ​ເສື້ອ​ຄາ​ໄວ້​ໃນ​ມື​ຂອງ​ນາງ.</verse>
				<verse number="13">ເມື່ອ​ນາງ​ເຫັນ​ໂຢເຊັບ​ປະ​ເສື້ອ​ໄວ້ ແລະ​ແລ່ນ​ອອກ​ໄປ​ຈາກ​ເຮືອນ</verse>
				<verse number="14">ນາງ​ຈຶ່ງ​ຮ້ອງ​ໃສ່​ຄົນ​ຮັບໃຊ້​ໃນ​ເຮືອນ​ວ່າ, “ເບິ່ງ​ນີ້​ແມ! ຄົນ​ເຮັບເຣີ​ຜູ້​ທີ່​ຜົວ​ຂອງ​ຂ້ອຍ​ເອົາ​ມາ​ຢູ່​ໃນ​ເຮືອນ ໄດ້​ລ່ວງເກີນ​ພວກເຮົາ. ລາວ​ເຂົ້າ​ມາ​ໃນ​ຫ້ອງ​ນອນ​ຂອງຂ້ອຍ ແລະ​ພະຍາຍາມ​ຂົ່ມຂືນ​ຂ້ອຍ ແຕ່​ຂ້ອຍ​ຮ້ອງ​ຈົນ​ສຸດ​ສຽງ.</verse>
				<verse number="15">ເມື່ອ​ລາວ​ໄດ້ຍິນ​ສຽງ​ຂ້ອຍ​ຮ້ອງ ລາວ​ຈຶ່ງ​ປະ​ເສື້ອ​ໄວ້​ແລະ​ຟ້າວ​ແລ່ນ​ໜີໄປ.”</verse>
				<verse number="16">ນາງ​ຮັກສາ​ເສື້ອ​ນອກ​ຂອງ​ໂຢເຊັບ​ໄວ້ ຈົນ​ຜູ້​ເປັນ​ນາຍ​ຂອງ​ໂຢເຊັບ​ກັບ​ມາ​ເຮືອນ.</verse>
				<verse number="17">ແລ້ວ​ນາງ​ກໍ​ເລົ່າ​ເລື່ອງ​ແບບ​ດຽວກັນ​ນັ້ນ​ວ່າ, “ຄົນ​ເຮັບເຣີ​ຜູ້​ທີ່​ເຈົ້າ​ເອົາ​ມາ​ຢູ່​ນຳ​ນັ້ນ ລາວ​ໄດ້​ເຂົ້າ​ມາ​ຂົ່ມຂືນ​ຂ້ອຍ​ຢູ່​ໃນ​ຫ້ອງນອນ.</verse>
				<verse number="18">ແຕ່​ເມື່ອ​ຂ້ອຍ​ຮ້ອງ​ຂຶ້ນ ລາວ​ຈຶ່ງ​ປະ​ເສື້ອ​ໄວ້​ທີ່​ນີ້​ແລະ​ແລ່ນ​ໜີໄປ.”</verse>
				<verse number="19">ເມື່ອ​ນາຍ​ຂອງ​ໂຢເຊັບ​ໄດ້ຍິນ​ເລື່ອງ​ທີ່​ເມຍ​ຂອງຕົນ​ເລົ່າ​ສູ່​ຟັງ​ກໍ​ໃຈຮ້າຍ​ຫຼາຍ</verse>
				<verse number="20">ແລະ​ສັ່ງ​ຂັງ​ໂຢເຊັບ​ໄວ້​ໃນ​ຄຸກ​ບ່ອນ​ທີ່​ກະສັດ​ຂັງ​ນັກໂທດ.</verse>
				<verse number="21">ແຕ່​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ໂຢເຊັບ​ແລະ​ເມດຕາ​ລາວ. ດັ່ງນັ້ນ ຫົວໜ້າ​ຜູ້ຄຸມຄຸກ​ຈຶ່ງ​ພໍອົກ​ພໍໃຈ​ນຳ​ໂຢເຊັບ.</verse>
				<verse number="22">ລາວ​ໃຫ້​ໂຢເຊັບ​ເປັນ​ຜູ້​ຕາງໜ້າ​ເບິ່ງແຍງ​ນັກໂທດ​ທັງຫລາຍ ແລະ​ໃຫ້​ລາວ​ຮັບຜິດຊອບ​ວຽກງານ​ທຸກໆ​ຢ່າງ​ຢູ່​ໃນ​ຄຸກ.</verse>
				<verse number="23">ຫົວໜ້າ​ຜູ້ຄຸມຄຸກ​ບໍ່ໄດ້​ກວດກາ​ສິ່ງ​ໃດໆ​ທີ່​ໂຢເຊັບ​ຮັບຜິດຊອບ ຍ້ອນ​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ລາວ ແລະ​ພຣະເຈົ້າຢາເວ​ໄດ້​ໂຜດ​ໃຫ້​ທຸກສິ່ງ​ທີ່​ລາວ​ເຮັດ​ນັ້ນ​ຈະເລີນ.</verse>
			</chapter>
			<chapter number="40">
				<verse number="1">ຫລັງຈາກ​ນັ້ນ​ມາ​ອີກ​ບໍ່​ເຫິງ​ເທົ່າ​ໃດ ຫົວໜ້າ​ພະນັກງານ​ເຮັດ​ເຫຼົ້າ​ອະງຸ່ນ ກັບ​ຫົວໜ້າ​ພະນັກງານ​ເຮັດ​ເຂົ້າຈີ່​ຂອງ​ກະສັດ​ເອຢິບ​ໄດ້​ເຮັດ​ໃຫ້​ກະສັດ​ເຄືອງໃຈ.</verse>
				<verse number="2">ສະນັ້ນ ເພິ່ນ​ຈຶ່ງ​ໃຈຮ້າຍ​ຂ້າຣາຊການ​ສອງ​ຄົນ​ນີ້</verse>
				<verse number="3">ແລະ​ສັ່ງ​ຂັງ​ພວກເຂົາ​ໃນ​ຄຸກ​ທີ່​ເຮືອນ​ຂອງ​ນາຍ​ທະຫານ​ຮັກສາ​ຣາຊວັງ ຊຶ່ງ​ເປັນ​ບ່ອນ​ດຽວກັນ​ກັບ​ທີ່​ໂຢເຊັບ​ຖືກ​ຂັງ​ຢູ່.</verse>
				<verse number="4">ພວກເຂົາ​ຢູ່​ນຳ​ກັນ​ໃນ​ຄຸກ​ເປັນ​ເວລາ​ນານ ແລະ​ເຈົ້າໜ້າທີ່​ຮັກສາ​ໄດ້​ເອົາ​ໂຢເຊັບ ມາ​ເປັນ​ຜູ້ຮັບໃຊ້​ຂ້າຣາຊການ​ສອງ​ຄົນ​ນີ້.</verse>
				<verse number="5">ຄືນ​ໜຶ່ງ ໃນ​ຫ້ອງ​ຂັງ​ນັ້ນ ຂ້າຣາຊການ​ສອງ​ຄົນ​ຕ່າງ​ກໍ​ຝັນ; ຄວາມຝັນ​ຂອງ​ແຕ່ລະຄົນ​ມີ​ຄວາມໝາຍ​ແຕກຕ່າງ​ກັນ.</verse>
				<verse number="6">ຕອນເຊົ້າ​ມາ ເມື່ອ​ໂຢເຊັບ​ເຂົ້າ​ໄປ​ໃນ​ຫ້ອງ​ຂອງ​ພວກເຂົາ ລາວ​ກໍ​ສັງເກດ​ເຫັນ​ວ່າ​ເຂົາ​ທັງສອງ​ກະວົນ​ກະວາຍ​ໃຈ.</verse>
				<verse number="7">ລາວ​ຈຶ່ງ​ຖາມ​ວ່າ, “ມື້ນີ້ ພວກທ່ານ​ມີ​ຄວາມ​ທຸກໃຈ​ເລື່ອງ​ຫຍັງ​ນໍ?”</verse>
				<verse number="8">ພວກເຂົາ​ຕອບ​ວ່າ, “ພວກຂ້ອຍ​ຝັນ ແລະ​ບໍ່ມີ​ຜູ້ໃດ​ໃນ​ທີ່​ນີ້​ສາມາດ​ແກ້​ຄວາມຝັນ​ໄດ້.” ໂຢເຊັບ​ເວົ້າ​ຂຶ້ນ​ວ່າ, “ແມ່ນ​ພຣະເຈົ້າ​ເທົ່ານັ້ນ​ທີ່​ຈະ​ແກ້​ໄດ້ ພວກທ່ານ​ລອງ​ເລົ່າ​ຄວາມຝັນ​ສູ່​ຂ້ານ້ອຍ​ຟັງ​ເບິ່ງດູ.”</verse>
				<verse number="9">ເມື່ອ​ໄດ້ຍິນ​ດັ່ງນັ້ນ ຫົວໜ້າ​ພະນັກງານ​ເຮັດ​ເຫຼົ້າ​ອະງຸ່ນ ຈຶ່ງ​ເລົ່າ​ຄວາມຝັນ​ຂອງຕົນ​ສູ່​ໂຢເຊັບ​ຟັງ​ວ່າ, “ຂ້ອຍ​ໄດ້​ຝັນ​ເຫັນ​ເຄືອ​ອະງຸ່ນ​ເຄືອ​ໜຶ່ງ​ຢູ່​ຕໍ່ໜ້າ​ຂ້ອຍ</verse>
				<verse number="10">ແລະ​ມີ​ສາມ​ງ່າ. ໃນທັນໃດ ງ່າ​ເຫຼົ່ານັ້ນ​ກໍ​ປົ່ງ​ໃບ, ດອກ​ກໍ​ບານ ແລະ​ມີ​ພົ້ວ​ໝາກອະ​ງຸ່ນ​ສຸກ​ຢູ່​ເຕັມ​ງ່າ.</verse>
				<verse number="11">ຂ້ອຍ​ຍົກ​ຈອກ​ຂອງ​ກະສັດ​ຂຶ້ນ ແລະ​ປິດ​ໝາກອະ​ງຸ່ນ​ບີບ​ລົງ​ໃສ່​ຈອກ​ນັ້ນ​ແລະ​ຍື່ນໃຫ້​ເພິ່ນ.”</verse>
				<verse number="12">ໂຢເຊັບ​ເວົ້າ​ວ່າ, “ຄວາມຝັນ​ຂອງທ່ານ​ມີ​ຄວາມໝາຍ​ດັ່ງນີ້: ສາມ​ງ່າ​ນັ້ນ​ໝາຍເຖິງ​ສາມ​ວັນ.</verse>
				<verse number="13">ພາຍ​ໃນ​ສາມ​ວັນ ກະສັດ​ຈະ​ປົດປ່ອຍ​ທ່ານ​ອອກ​ຈາກ​ຄຸກ ທັງ​ຍົກໂທດ​ໃຫ້​ແລະ​ມອບ​ຕຳແໜ່ງ​ເດີມ​ໃຫ້. ທ່ານ​ຈະ​ຍໍ​ຈອກ​ເຫຼົ້າ​ອະງຸ່ນ​ໃຫ້​ເພິ່ນ​ດັ່ງ​ທີ່​ເຄີຍ​ໄດ້​ເຮັດ​ມາ.</verse>
				<verse number="14">ແຕ່​ຢ່າ​ລືມ​ຂ້ານ້ອຍ​ເດີ ເມື່ອ​ທຸກສິ່ງ​ຮຽບຮ້ອຍ​ໄປ​ດ້ວຍ​ດີ​ແລ້ວ. ຂໍ​ທ່ານ​ກະລຸນາ​ບອກ​ເລື່ອງ​ຂອງ​ຂ້ານ້ອຍ​ໃຫ້​ກະສັດ​ຮັບຮູ້​ນຳ​ແດ່ ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ອອກ​ຈາກ​ຄຸກ​ນີ້​ດ້ວຍ.</verse>
				<verse number="15">ຕາມ​ທີ່​ຈິງ​ແລ້ວ ຂ້ານ້ອຍ​ຖືກ​ຂາຍ​ມາ​ແຕ່​ດິນແດນ​ຂອງ​ຊາວ​ເຮັບເຣີ; ແມ່ນແຕ່​ທີ່​ປະເທດ​ເອຢິບ​ນີ້ ຂ້ານ້ອຍ​ກໍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ເລີຍ ພໍ​ທີ່​ຈະ​ຖືກ​ຄຸກ​ຍ້ອນ.”</verse>
				<verse number="16">ເມື່ອ​ຫົວໜ້າ​ພະນັກງານ​ເຮັດ​ເຂົ້າຈີ່​ເຫັນ​ວ່າ ຄວາມຝັນ​ຂອງ​ພະນັກງານ​ເຫຼົ້າ​ອະງຸ່ນ​ເປັນ​ເລື່ອງ​ດີ; ລາວ​ຈຶ່ງ​ເວົ້າ​ກັບ​ໂຢເຊັບ​ວ່າ, “ຂ້ອຍ​ກໍ​ຝັນ​ຄື​ກັນ ຂ້ອຍ​ຝັນ​ວ່າ​ໄດ້​ຖື​ຖາດ​ເຂົ້າຈີ່​ສາມ​ຖາດ​ເທິງ​ຫົວ​ຂ້ອຍ.</verse>
				<verse number="17">ໃນ​ຖາດ​ໜ່ວຍ​ເທິງ​ມີ​ເຂົ້າຈີ່​ທຸກ​ຊະນິດ​ສຳລັບ​ກະສັດ ແຕ່​ນົກ​ໄດ້​ມາ​ກິນ​ເຂົ້າຈີ່​ນັ້ນ.”</verse>
				<verse number="18">ໂຢເຊັບ​ຕອບ​ວ່າ, “ຄວາມຝັນ​ນັ້ນ​ມີ​ຄວາມໝາຍ​ດັ່ງນີ້: ຖາດ​ສາມ​ໃບ​ນັ້ນ​ໝາຍເຖິງ​ສາມ​ວັນ.</verse>
				<verse number="19">ພາຍ​ໃນ​ສາມ​ວັນ ກະສັດ​ຟາໂຣ​ຈະ​ເອົາ​ທ່ານ​ອອກ​ມາ​ຈາກ​ຄຸກ ແລະ​ສັ່ງ​ຕັດ​ຄໍ​ທ່ານ​ເສຍ! ແລ້ວ​ເຂົາ​ກໍ​ຈະ​ເອົາ​ສົບ​ຂອງທ່ານ​ໄປ​ແຂວນ​ໄວ້​ທີ່​ຕົ້ນໄມ້ ແລະ​ຝູງນົກ​ຈະ​ມາ​ເຈາະ​ກິນ​ເນື້ອ​ຂອງທ່ານ.”</verse>
				<verse number="20">ຫລັງຈາກ​ນັ້ນ​ສາມ​ວັນ ກໍ​ເປັນ​ວັນ​ເກີດ​ຂອງ​ກະສັດ ເພິ່ນ​ໄດ້​ຈັດ​ງານກິນລ້ຽງ​ຂຶ້ນ​ສຳລັບ​ຂ້າຣາຊການ​ທັງຫລາຍ​ຂອງ​ເພິ່ນ; ກະສັດ​ໄດ້​ປ່ອຍ​ພະນັກງານ​ເຮັດ​ເຫຼົ້າ​ອະງຸ່ນ ແລະ​ພະນັກງານ​ເຮັດ​ເຂົ້າຈີ່​ອອກ​ຈາກ​ຄຸກ ແລະ​ໃຫ້​ພວກເຂົາ​ມາ​ຢືນ​ຢູ່​ຕໍ່ໜ້າ​ຂ້າຣາຊການ​ທັງຫລາຍ.</verse>
				<verse number="21">ເພິ່ນ​ມອບ​ຕຳແໜ່ງ​ເດີມ​ຄືນ​ໃຫ້​ພະນັກງານ​ເຮັດ​ເຫຼົ້າ​ອະງຸ່ນ</verse>
				<verse number="22">ແຕ່​ສັ່ງ​ປະຫານ​ຫົວໜ້າ​ພະນັກງານ​ເຮັດ​ເຂົ້າຈີ່. ທຸກສິ່ງ​ເປັນ​ໄປ​ຕາມ​ທີ່​ໂຢເຊັບ​ໄດ້​ກ່າວ​ໄວ້.</verse>
				<verse number="23">ແຕ່​ຫົວໜ້າ​ພະນັກງານ​ເຮັດ​ເຫຼົ້າ​ອະງຸ່ນ​ບໍ່ໄດ້​ລະນຶກເຖິງ​ໂຢເຊັບ​ເລີຍ ລາວ​ລືມໄລ​ໂຢເຊັບ​ໄປ​ຢ່າງ​ໝົດສິ້ນ.</verse>
			</chapter>
			<chapter number="41">
				<verse number="1">ຫລັງຈາກ​ນັ້ນ​ມາ​ສອງ​ປີ ກະສັດ​ເອຢິບ​ກໍໄດ້​ຝັນ​ວ່າ ຕົນ​ກຳລັງ​ຢືນ​ຢູ່​ທີ່​ແຄມ​ແມ່ນໍ້ານິນ.</verse>
				<verse number="2">ໃນ​ຂະນະ​ນັ້ນ ມີ​ງົວແມ່​ທີ່​ຕຸ້ຍພີ​ເຈັດ​ໂຕ​ຂຶ້ນ​ມາ​ຈາກ​ແມ່ນໍ້າ ແລະ​ກິນ​ຫຍ້າ​ທີ່​ເທິງ​ຝັ່ງ.</verse>
				<verse number="3">ແລ້ວ​ຕໍ່ມາ ກໍ​ມີ​ງົວແມ່​ອີກ​ເຈັດ​ໂຕ​ຂຶ້ນ​ມາ​ຈາກ​ແມ່ນໍ້າ; ມັນ​ເປັນ​ງົວແມ່​ທີ່​ຈ່ອຍຜອມ ແລະ​ເຫັນ​ແຕ່​ກະດູກ. ງົວ​ເຫຼົ່ານີ້​ຂຶ້ນ​ມາ​ຢືນ​ຢູ່​ກັບ​ງົວແມ່​ໂຕ​ທີ່​ຕຸ້ຍພີ</verse>
				<verse number="4">ແລະ​ງົວແມ່​ໂຕ​ທີ່​ຈ່ອຍຜອມ​ໄດ້​ກືນ​ກິນ​ງົວແມ່​ໂຕ​ທີ່​ຕຸ້ຍພີ​ທັງ​ເຈັດ​ໂຕ​ນັ້ນ​ເສຍ. ແລ້ວ​ກະສັດ​ກໍ​ຕື່ນ​ຂຶ້ນ​ທັນທີ.</verse>
				<verse number="5">ເມື່ອ​ເພິ່ນ​ຫລັບ​ໄປ​ອີກ​ກໍ​ຝັນ​ເທື່ອ​ທີ​ສອງ​ຄື: ມີ​ຮວງເຂົ້າ​ທີ່​ມີ​ເມັດ​ຕື່ງ​ດີ​ເຈັດ​ຮວງ​ເກີດ​ຈາກ​ຕົ້ນ​ດຽວກັນ.</verse>
				<verse number="6">ແລ້ວ​ມີ​ຮວງເຂົ້າ​ເຈັດ​ຮວງ​ງອກ​ອອກ​ມາ​ເປັນ​ເມັດລີບ​ແລະ​ຫ່ຽວແຫ້ງ ເພາະ​ຖືກ​ລົມ​ທະເລຊາຍ​ພັດ</verse>
				<verse number="7">ແລະ​ຮວງເຂົ້າ​ລີບ​ເຈັດ​ຮວງ​ກໍ​ກືນ​ກິນ​ຮວງເຂົ້າ​ເມັດ​ຕື່ງ​ເຈັດ​ຮວງ​ນັ້ນ. ກະສັດ​ຕື່ນ​ຂຶ້ນ ແລ້ວ​ກໍ​ເຫັນ​ວ່າ​ຕົນ​ກຳລັງ​ຝັນ​ໄປ.</verse>
				<verse number="8">ໃນ​ຕອນເຊົ້າ​ຂອງ​ມື້​ນັ້ນ ເພິ່ນ​ວຸ້ນວາຍ​ໃຈ​ຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ຄົນ​ໃຫ້​ໄປ​ເຊີນ​ໝໍ​ດູ ໝໍ​ມໍ ແລະ​ນັກປາດ​ໃນ​ປະເທດ​ເອຢິບ​ມາ. ກະສັດ​ໄດ້​ເລົ່າ​ຄວາມຝັນ​ໃຫ້​ຄົນ​ເຫຼົ່ານັ້ນ​ຟັງ ແຕ່​ບໍ່ມີ​ຜູ້ໃດ​ສາມາດ​ແກ້​ຄວາມຝັນ​ໃຫ້​ເພິ່ນ​ໄດ້.</verse>
				<verse number="9">ແລ້ວ​ຫົວໜ້າ​ພະນັກງານ​ເຮັດ​ເຫຼົ້າ​ອະງຸ່ນ​ກໍ​ກ່າວ​ຕໍ່​ກະສັດ​ວ່າ, “ຂ້ານ້ອຍ​ຂໍ​ຮັບ​ສາລະພາບ​ກັບ​ທ່ານ​ວ່າ​ໄດ້​ເຮັດ​ຜິດ​ໄປ​ແລ້ວ.</verse>
				<verse number="10">ຄາວ​ເມື່ອ​ທ່ານ​ໃຈຮ້າຍ​ໃຫ້​ຫົວໜ້າ​ພະນັກງານ​ເຮັດ​ເຂົ້າຈີ່​ກັບ​ຂ້ານ້ອຍ​ນັ້ນ ທ່ານ​ໄດ້​ສັ່ງ​ຂັງ​ພວກ​ຂ້ານ້ອຍ​ຢູ່​ໃນ​ຄຸກ​ຂອງ​ນາຍ​ທະຫານ​ຮັກສາ​ຣາຊວັງ.</verse>
				<verse number="11">ໃນ​ຄືນ​ໜຶ່ງ​ພວກ​ຂ້ານ້ອຍ​ທັງສອງ​ຕ່າງ​ກໍ​ຝັນ ແລະ​ຄວາມຝັນ​ນັ້ນ​ມີ​ຄວາມໝາຍ​ແຕກຕ່າງ​ກັນ.</verse>
				<verse number="12">ມີ​ຊາຍໜຸ່ມ​ຊາວ​ເຮັບເຣີ​ຜູ້ໜຶ່ງ​ທີ່​ຖືກ​ຂັງ​ຢູ່​ນຳ​ພວກ​ຂ້ານ້ອຍ. ລາວ​ເປັນ​ຄົນ​ຮັບໃຊ້​ຂອງ​ນາຍ​ທະຫານ​ຮັກສາ​ຣາຊວັງ. ພວກ​ຂ້ານ້ອຍ​ໄດ້​ເລົ່າ​ຄວາມຝັນ​ສູ່​ລາວ​ຟັງ ແລະ​ລາວ​ສາມາດ​ແກ້​ຄວາມຝັນ​ໃຫ້​ພວກ​ຂ້ານ້ອຍ​ໄດ້.</verse>
				<verse number="13">ທຸກສິ່ງ​ເປັນ​ຈິງ​ຕາມ​ທີ່​ລາວ​ໄດ້​ເວົ້າ​ຄື: ທ່ານ​ໃຫ້​ຂ້ານ້ອຍ​ມາ​ຮັບໃຊ້​ໃນ​ຕຳແໜ່ງ​ເດີມ ແລະ​ຫົວໜ້າ​ພະນັກງານ​ເຮັດ​ເຂົ້າຈີ່​ຖືກ​ປະຫານ​ຊີວິດ.”</verse>
				<verse number="14">ກະສັດ​ຈຶ່ງ​ສັ່ງ​ໃຫ້​ຄົນ​ໄປ​ນຳ​ເອົາ​ໂຢເຊັບ​ມາ ແລະ​ເຂົາ​ໄດ້​ນຳ​ລາວ​ອອກ​ຈາກ​ຄຸກ​ທັນທີ. ຫລັງຈາກ​ແຖ​ໜວດ ແລະ​ປ່ຽນ​ເຄື່ອງນຸ່ງ​ແລ້ວ ເຂົາ​ໄດ້​ນຳ​ໂຢເຊັບ​ມາ​ຢືນ​ຢູ່​ຕໍ່ໜ້າ​ກະສັດ​ຟາໂຣ.</verse>
				<verse number="15">ກະສັດ​ກ່າວ​ແກ່​ໂຢເຊັບ​ວ່າ, “ເຮົາ​ຝັນ ແລະ​ບໍ່ມີ​ໃຜ​ແກ້​ຄວາມຝັນ​ນັ້ນ​ໄດ້. ເຮົາ​ຮູ້​ວ່າ​ເຈົ້າ​ສາມາດ​ແກ້​ຄວາມຝັນ​ໄດ້.”</verse>
				<verse number="16">ໂຢເຊັບ​ຕອບ​ວ່າ, “ຂ້ານ້ອຍ​ແກ້​ຄວາມຝັນ​ບໍ່ໄດ້​ດອກ ແຕ່​ແມ່ນ​ພຣະເຈົ້າ​ຕ່າງຫາກ​ທີ່​ຈະ​ແກ້​ຄວາມຝັນ​ຢ່າງດີ​ໃຫ້​ທ່ານ​ໄດ້.”</verse>
				<verse number="17">ກະສັດ​ກ່າວ​ວ່າ, “ເຮົາ​ໄດ້​ຝັນ​ດັ່ງນີ້: ເຮົາ​ກຳລັງ​ຢືນ​ຢູ່​ທີ່​ແຄມ​ແມ່ນໍ້ານິນ.</verse>
				<verse number="18">ໃນ​ເວລາ​ນັ້ນ ມີ​ງົວແມ່​ທີ່​ຕຸ້ຍພີ​ເຈັດ​ໂຕ​ຂຶ້ນ​ມາ​ຈາກ​ແມ່ນໍ້ານິນ ກິນ​ຫຍ້າ​ທີ່​ເທິງ​ຝັ່ງ.</verse>
				<verse number="19">ຕໍ່ມາ ກໍ​ມີ​ງົວແມ່​ຈ່ອຍຜອມ, ໜ້າຂີ້ດຽດ ແລະ​ໜ້າຢ້ານ​ອີກ​ເຈັດ​ໂຕ ຊຶ່ງ​ເປັນ​ງົວແມ່​ທີ່​ໜ້າ​ສັງເວດ​ທີ່ສຸດ ທີ່​ເຮົາ​ບໍ່ເຄີຍ​ເຫັນ​ມາ​ກ່ອນ​ໃນ​ປະເທດ​ເອຢິບ.</verse>
				<verse number="20">ງົວ​ຈ່ອຍຜອມ​ເຫຼົ່ານີ້​ໄດ້​ກືນ​ກິນ​ງົວແມ່​ໂຕ​ທີ່​ຕຸ້ຍພີ,</verse>
				<verse number="21">ແຕ່​ມັນ​ກິນ​ເວລາ​ໃດ​ບໍ່ມີ​ໃຜ​ຮູ້​ເຫັນ ເພາະ​ງົວ​ເຫຼົ່ານັ້ນ​ເບິ່ງ​ແລ້ວ​ແຮ່ງ​ຈ່ອຍຜອມ​ກວ່າເກົ່າ. ແລ້ວ​ເຮົາ​ກໍ​ຕື່ນ​ຂຶ້ນ.</verse>
				<verse number="22">ເຮົາ​ຍັງ​ຝັນ​ເຫັນ​ຮວງເຂົ້າ​ເມັດ​ຕື່ງ​ເຈັດ​ຮວງ​ຢູ່​ໃນ​ຕົ້ນ​ດຽວກັນ.</verse>
				<verse number="23">ແລ້ວ​ກໍ​ມີ​ຮວງເຂົ້າ​ເຈັດ​ຮວງ​ງອກ​ອອກ​ມາ ເປັນເມັດ​ເຂົ້າລີບ ແລະ​ຫ່ຽວແຫ້ງ​ເພາະ​ຖືກ​ລົມ​ທະເລຊາຍ​ພັດ.</verse>
				<verse number="24">ຮວງເຂົ້າ​ເມັດລີບ​ໄດ້​ກືນ​ກິນ​ຮວງເຂົ້າ​ເມັດ​ຕື່ງ. ເຮົາ​ໄດ້​ເລົ່າ​ຄວາມຝັນ​ນີ້​ໃຫ້​ພວກ​ໝໍ​ມໍ​ຟັງ ແຕ່​ບໍ່ມີ​ຜູ້ໃດ​ສາມາດ​ແກ້​ຄວາມຝັນ​ໃຫ້​ເຮົາ​ໄດ້.”</verse>
				<verse number="25">ໂຢເຊັບ​ຕອບ​ກະສັດ​ວ່າ, “ຄວາມຝັນ​ສອງ​ຢ່າງ​ນັ້ນ​ມີ​ຄວາມໝາຍ​ຢ່າງ​ດຽວກັນ; ພຣະເຈົ້າ​ໄດ້​ບອກ​ທ່ານ​ໃຫ້​ຮູ້​ເຖິງ​ສິ່ງ​ທີ່​ພຣະອົງ​ຈະ​ໃຫ້​ບັງເກີດ​ຂຶ້ນ.</verse>
				<verse number="26">ງົວແມ່​ທີ່​ຕຸ້ຍພີ​ເຈັດ​ໂຕ​ນັ້ນ​ໝາຍເຖິງ​ເຈັດ​ປີ ແລະ​ຮວງເຂົ້າ​ເມັດ​ຕື່ງ​ເຈັດ​ຮວງ​ນັ້ນ​ກໍ​ໝາຍເຖິງ​ເຈັດ​ປີ​ເຊັ່ນກັນ; ທັງສອງ​ຢ່າງ​ມີ​ຄວາມໝາຍ​ແບບ​ດຽວກັນ.</verse>
				<verse number="27">ງົວແມ່​ທີ່​ຈ່ອຍຜອມ​ແລະ​ເຫັນ​ແຕ່​ກະດູກ​ທີ່​ຂຶ້ນ​ມາ​ຈາກ​ແມ່ນໍ້າ​ທີ​ຫລັງ ແລະ​ຮວງເຂົ້າ​ເມັດລີບ​ເຈັດ​ຮວງ​ທີ່​ຫ່ຽວແຫ້ງ​ຍ້ອນ​ລົມ​ທະເລຊາຍ​ພັດ​ນັ້ນ ແມ່ນ​ເວລາ​ເຈັດ​ປີ​ທີ່​ຈະ​ປະສົບ​ພົບພໍ້​ກັບ​ຄວາມ​ອຶດຢາກ.</verse>
				<verse number="28">ຄວາມຝັນ​ຂອງທ່ານ​ແມ່ນ​ຕາມ​ທີ່​ຂ້ານ້ອຍ​ເວົ້າ​ມາ​ນີ້​ແຫຼະ. ພຣະເຈົ້າ​ສຳແດງ​ໃຫ້​ທ່ານ​ຮູ້​ເຖິງ​ສິ່ງ​ທີ່​ພຣະອົງ​ຈະ​ໃຫ້​ບັງເກີດ​ຂຶ້ນ.</verse>
				<verse number="29">ຢູ່​ໃນ​ທົ່ວ​ດິນແດນ​ຂອງ​ປະເທດ​ເອຢິບ ຈະ​ມີ​ຄວາມ​ອຸດົມ​ສົມບູນ​ເປັນ​ເວລາ​ເຈັດ​ປີ.</verse>
				<verse number="30">ຫລັງຈາກ​ນັ້ນ ຈະ​ມີ​ການອຶດຢາກ​ເກີດຂຶ້ນ​ເປັນ​ເວລາ​ເຈັດ​ປີ​ອີກ ແລະ​ປີ​ແຫ່ງ​ຄວາມ​ອຸດົມ​ສົມບູນ​ໃນ​ປະເທດ​ເອຢິບ​ຈະ​ຖືກ​ລຶບ​ໄປ ຍ້ອນ​ວ່າ​ຄວາມ​ອຶດຢາກ​ຈະ​ທຳລາຍ​ປະເທດ.</verse>
				<verse number="31">ປີ​ແຫ່ງ​ຄວາມ​ອຸດົມ​ສົມບູນ​ຈະ​ຖືກ​ລຶບ​ໄປ​ຢ່າງ​ໝົດສິ້ນ ເພາະ​ຄວາມ​ອຶດຢາກ​ທີ່​ຈະ​ຕາມ​ມາ​ນັ້ນ ຮ້າຍແຮງ​ທີ່ສຸດ.</verse>
				<verse number="32">ສາເຫດ​ທີ່​ທ່ານ​ຝັນ​ສອງ​ເທື່ອນັ້ນ ໝາຍຄວາມວ່າ​ພຣະເຈົ້າ​ໄດ້​ກຳນົດ​ການ​ນີ້​ໄວ້​ແລ້ວ ແລະ​ພຣະເຈົ້າ​ຈະ​ໃຫ້​ສິ່ງ​ນັ້ນ​ເກີດຂຶ້ນ​ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້.</verse>
				<verse number="33">ບັດນີ້ ທ່ານ​ຄວນ​ຊອກ​ຫາ​ຄົນ​ໜຶ່ງ​ທີ່​ສະຫລຽວ​ສະຫລາດ​ແລະ​ມີ​ປັນຍາ ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້ປົກຄອງ​ປະເທດ.</verse>
				<verse number="34">ທ່ານ​ຕ້ອງ​ແຕ່ງຕັ້ງ​ຂ້າຣາຊການ​ປົກຄອງ​ເຂດ​ຕ່າງໆ​ເໝືອນກັນ ເພື່ອ​ໃຫ້​ເກັບ​ເອົາ​ຜົນລະປູກ​ໜຶ່ງ​ສ່ວນ​ຫ້າ ໃນ​ລະຫວ່າງ​ເຈັດ​ປີ​ທີ່​ອຸດົມສົມບູນ​ນັ້ນ​ໄວ້.</verse>
				<verse number="35">ໃຫ້​ພວກເຂົາ​ຮິບໂຮມ​ອາຫານ​ທຸກ​ຊະນິດ​ໃນ​ປີ​ອຸດົມສົມບູນ​ທີ່​ຈະ​ມາ​ເຖິງ​ໄວ້ ທັງ​ໃຫ້​ອຳນາດ​ແກ່​ພວກເຂົາ​ຮິບໂຮມ​ເຂົ້າ​ໄວ້​ໃນ​ເມືອງ​ຕ່າງໆ ແລະ​ເກັບ​ຮັກສາ​ໄວ້.</verse>
				<verse number="36">ອາຫານ​ທີ່​ເກັບ​ໄວ້​ນີ້ ຈະ​ເປັນ​ເຄື່ອງ​ບັນເທົາທຸກ​ເວລາ​ອຶດຢາກ ໃນ​ໄລຍະ​ເຈັດ​ປີ​ຈະ​ມາ​ເຖິງ. ໂດຍ​ວິທີ​ນີ້​ແຫຼະ ປະຊາຊົນ​ຊາວ​ເອຢິບ​ຈະ​ບໍ່​ອຶດ​ຕາຍ.”</verse>
				<verse number="37">ກະສັດ​ກັບ​ຂ້າຣາຊການ​ຂອງ​ເພິ່ນ​ເຫັນພ້ອມ​ໃນ​ແຜນການ​ນີ້</verse>
				<verse number="38">ແລະ​ກະສັດ​ກ່າວ​ຕໍ່​ບັນດາ​ຂ້າຣາຊການ​ວ່າ, “ພວກເຮົາ​ຈະ​ບໍ່​ພົບ​ຄົນ​ດີກວ່າ​ໂຢເຊັບ​ເລີຍ ຄື​ຄົນ​ທີ່​ມີ​ພຣະວິນຍານ​ຂອງ​ພຣະເຈົ້າ​ສະຖິດ​ຢູ່​ນຳ.”</verse>
				<verse number="39">ກະສັດ​ກ່າວ​ຕໍ່​ໂຢເຊັບ​ວ່າ, “ດ້ວຍວ່າ ພຣະເຈົ້າ​ໄດ້​ສຳແດງ​ທຸກສິ່ງ​ນັ້ນ​ແກ່​ເຈົ້າ; ສະນັ້ນ ຈຶ່ງ​ເປັນ​ການ​ຈະແຈ້ງ​ແລ້ວ​ວ່າ ບໍ່ມີ​ຜູ້ໃດ​ທີ່​ເຂົ້າໃຈ ແລະ​ມີ​ສະຕິປັນຍາ​ເທົ່າ​ກັບ​ເຈົ້າ.</verse>
				<verse number="40">ເຮົາ​ຈະ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ປົກຄອງ​ປະເທດ ແລະ​ປະຊາຊົນ​ທຸກໆ​ຄົນ​ຂອງເຮົາ​ຈະ​ຕ້ອງ​ເຮັດ​ຕາມ​ຄຳສັ່ງ​ຂອງ​ເຈົ້າ. ເວັ້ນແຕ່​ຝ່າຍ​ພຣະທີ່ນັ່ງ​ເທົ່ານັ້ນ ທີ່​ເຮົາ​ຈະ​ເປັນ​ໃຫຍ່​ກວ່າ​ເຈົ້າ ເພາະ​ເຮົາ​ເປັນ​ກະສັດ.</verse>
				<verse number="41">ບັດນີ້ ເຮົາ​ຂໍ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ປົກຄອງ​ປະເທດ​ເອຢິບ.”</verse>
				<verse number="42">ແລ້ວ​ກະສັດ​ກໍ​ຖອດ​ແຫວນ​ແຫ່ງ​ອຳນາດ​ອອກ​ຈາກ​ນິ້ວມື​ຂອງຕົນ ແລະ​ສຸບ​ໃສ່​ນິ້ວມື​ຂອງ​ໂຢເຊັບ. ເພິ່ນ​ເອົາ​ເສື້ອ​ໂຕ​ງາມ​ທີ່ສຸດ​ໃຫ້​ໂຢເຊັບ​ນຸ່ງ ແລະ​ເອົາ​ສາຍສ້ອຍ​ຄຳ​ຄ້ອງ​ຄໍ​ໃຫ້.</verse>
				<verse number="43">ກະສັດ​ໃຫ້​ລາວ​ຂີ່​ລົດ​ປະຈຳ​ຕຳແໜ່ງ​ຄັນ​ຮອງ​ມາ​ຈາກ​ເພິ່ນ ແລະ​ທະຫານ​ປ້ອງກັນ​ຕົວ​ກໍ​ຮ້ອງ​ປະກາດ​ວ່າ, “ຫລີກ​ທາງ! ຫລີກ​ທາງ!” ນີ້​ຄື​ໂຢເຊັບ​ຜູ້​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ປົກຄອງ​ປະເທດ​ເອຢິບ​ກໍ​ເປັນ​ດັ່ງນີ້.</verse>
				<verse number="44">ກະສັດ​ກ່າວ​ຕໍ່​ໂຢເຊັບ​ວ່າ, “ເຮົາ​ເປັນ​ກະສັດ​ກໍ​ຈິງ​ຢູ່, ແຕ່​ໃນ​ປະເທດ​ເອຢິບ​ນີ້ ຖ້າ​ຜູ້ໃດ​ຜູ້ໜຶ່ງ​ບໍ່ໄດ້​ຮັບ​ອະນຸຍາດ​ຈາກ​ເຈົ້າ ຈະ​ເຮັດ​ຫຍັງ​ບໍ່ໄດ້​ເດັດຂາດ.”</verse>
				<verse number="45">ເພິ່ນ​ໃສ່​ຊື່​ເອຢິບ​ໃຫ້​ໂຢເຊັບ​ວ່າ, “ຊາເຟນາດ ປາເນອາ” ແລະ​ມອບ​ນາງ​ອາເສນາດ​ລູກສາວ​ປະໂຣຫິດ​ໂປຕີເຟຣາ​ແຫ່ງ​ເມືອງ​ເຮລີໂອໂປລີ ໃຫ້​ເປັນ​ເມຍ​ຂອງ​ໂຢເຊັບ. ເມື່ອ​ເຂົ້າ​ຮັບໃຊ້​ກະສັດ​ແຫ່ງ​ເອຢິບ​ນັ້ນ ໂຢເຊັບ​ມີ​ອາຍຸ 30 ປີ. ເພິ່ນ​ໄດ້​ຮັບ​ອຳນາດ​ໃນ​ການ​ປົກຄອງ​ທົ່ວ​ປະເທດ​ເອຢິບ.</verse>
				<verse number="46"></verse>
				<verse number="47">ໃນ​ໄລຍະ​ເຈັດ​ປີ​ທີ່​ອຸດົມສົມບູນ​ນັ້ນ ທີ່ດິນ​ກໍ​ຜະລິດ​ຜົນລະປູກ​ໄດ້​ຢ່າງ​ຫລວງຫລາຍ</verse>
				<verse number="48">ໂຢເຊັບ​ເກັບ ແລະ​ຮິບໂຮມ​ອາຫານ​ທຸກໆ​ຊະນິດ​ໄວ້​ຕາມ​ເມືອງ​ຕ່າງໆ. ໃນ​ແຕ່ລະ​ເມືອງ​ນັ້ນ ເພິ່ນ​ຮິບໂຮມ​ເອົາ​ເຂົ້າ​ທີ່​ເກັບກ່ຽວ​ໄດ້​ຈາກ​ນາ​ຢູ່​ອ້ອມແອ້ມ.</verse>
				<verse number="49">ເພິ່ນ​ໄດ້​ຮິບໂຮມ​ເຂົ້າ​ໄວ້​ຢ່າງ​ຫລວງຫລາຍ ດັ່ງ​ເມັດ​ດິນຊາຍ​ທີ່​ແຄມ​ທະເລ ຈົນ​ບໍ່ມີ​ໃຜ​ສາມາດ​ຈະ​ຊັ່ງຕວງ​ໄດ້.</verse>
				<verse number="50">ກ່ອນ​ປີ​ແຫ່ງ​ການ​ອຶດຢາກ​ຈະ​ມາ​ເຖິງ ໂຢເຊັບ​ມີ​ລູກຊາຍ​ສອງ​ຄົນ​ກັບ​ນາງ​ອາເສນາດ​ລູກສາວ​ປະໂຣຫິດ​ໂປຕີເຟຣາ​ແຫ່ງ​ເມືອງ​ເຮລີໂອໂປລີ.</verse>
				<verse number="51">ເພິ່ນ​ເວົ້າ​ວ່າ, “ພຣະເຈົ້າ​ໄດ້​ເຮັດ​ໃຫ້​ຂ້ອຍ​ລືມ​ຄວາມ​ເຈັບຊໍ້າ​ນາໆ​ປະການ ແລະ​ລືມ​ຄອບຄົວ​ພໍ່​ຂ້ອຍ​ທັງໝົດ.” ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ລູກຊາຍກົກ​ວ່າ, “ມານາເຊ.”</verse>
				<verse number="52">ເພິ່ນ​ເວົ້າ​ອີກ​ວ່າ, “ພຣະເຈົ້າ​ໄດ້​ໃຫ້​ຂ້ອຍ​ມີ​ລູກຊາຍ​ຢູ່​ໃນ​ປະເທດ ທີ່​ຂ້ອຍ​ມີ​ຄວາມ​ເດືອດຮ້ອນ.” ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ລູກຊາຍ​ຜູ້​ທີ​ສອງ​ວ່າ, “ເອຟຣາອິມ.”</verse>
				<verse number="53">ເວລາ​ເຈັດ​ປີ​ແຫ່ງ​ຄວາມ​ອຸດົມສົມບູນ ທີ່​ປະເທດ​ເອຢິບ​ໄດ້​ຮັບ​ນັ້ນ​ກໍ​ສິ້ນສຸດ​ລົງ</verse>
				<verse number="54">ແລະ​ຄວາມ​ອຶດຢາກ​ເປັນ​ເວລາ​ເຈັດ​ປີ​ກໍ​ເກີດຂຶ້ນ​ມາ​ແທນ ຕາມ​ທີ່​ໂຢເຊັບ​ໄດ້​ກ່າວ​ໄວ້​ລ່ວງໜ້າ. ຢູ່​ໃນ​ປະເທດ​ອື່ນ​ບໍ່ມີ​ເຂົ້າ​ກິນ​ແລ້ວ ແຕ່​ຢູ່​ໃນ​ປະເທດ​ເອຢິບ​ຍັງ​ມີ​ເຂົ້າ​ກິນ​ທົ່ວ​ປະເທດ.</verse>
				<verse number="55">ເມື່ອ​ປະເທດ​ເອຢິບ​ເລີ່ມຕົ້ນ​ອຶດຢາກ ປະຊາຊົນ​ທັງຫຼາຍ​ກໍ​ໄດ້​ມາ​ຂໍ​ອາຫານ​ນຳ​ກະສັດ. ສະນັ້ນ ກະສັດ​ຈຶ່ງ​ສັ່ງ​ພວກເຂົາ​ໃຫ້​ໄປ​ຫາ​ໂຢເຊັບ ແລະ​ເຮັດ​ຕາມ​ທີ່​ໂຢເຊັບ​ບອກ​ໃຫ້​ເຮັດ.</verse>
				<verse number="56">ເມື່ອ​ຄວາມ​ອຶດຢາກ​ຮ້າຍແຮງ​ຂຶ້ນ ແລະ​ເລີ່ມ​ແຜ່​ຂະຫຍາຍ​ໄປ​ທົ່ວ​ປະເທດ ໂຢເຊັບ​ກໍ​ໄຂ​ສາງ​ເຂົ້າ​ທຸກ​ສາງ ແລະ​ຂາຍ​ໃຫ້​ແກ່​ປະຊາຊົນ​ເອຢິບ.</verse>
				<verse number="57">ປະຊາຊົນ​ຈາກ​ຫລາຍ​ບ່ອນ​ໃນ​ໂລກ​ໄດ້​ພາກັນ​ມາ​ປະເທດ​ເອຢິບ ເພື່ອ​ຂໍ​ຊື້​ເຂົ້າ​ນຳ​ໂຢເຊັບ ເພາະ​ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ​ຢູ່​ທຸກທີ່​ທຸກບ່ອນ.</verse>
			</chapter>
			<chapter number="42">
				<verse number="1">ເມື່ອ​ຢາໂຄບ​ຮູ້​ວ່າ​ຢູ່​ທີ່​ປະເທດ​ເອຢິບ​ຍັງ​ມີ​ເຂົ້າ​ຂາຍ ເພິ່ນ​ກໍ​ເວົ້າ​ຕໍ່​ພວກ​ລູກຊາຍ​ວ່າ, “ພວກເຈົ້າ​ພາກັນ​ຢູ່​ລ້າໆ​ເຮັດ​ຫຍັງ?</verse>
				<verse number="2">ຂ້ອຍ​ໄດ້ຍິນ​ວ່າ​ທີ່​ປະເທດ​ເອຢິບ​ມີ​ເຂົ້າ​ຂາຍ. ຈົ່ງ​ໄປ​ຊື້​ເຂົ້າ​ທີ່​ນັ້ນ​ແມ ບໍ່​ດັ່ງນັ້ນ ພວກເຮົາ​ຈະ​ອຶດ​ຕາຍ​ໃດ.”</verse>
				<verse number="3">ດັ່ງນັ້ນ ພວກ​ອ້າຍ​ຕ່າງ​ແມ່​ຂອງ​ໂຢເຊັບ​ສິບ​ຄົນ ຈຶ່ງ​ພາກັນ​ໄປ​ປະເທດ​ເອຢິບ​ເພື່ອ​ຊື້​ເຂົ້າ;</verse>
				<verse number="4">ແຕ່​ຢາໂຄບ​ບໍ່​ໃຫ້​ເບັນຢາມິນ​ນ້ອງຊາຍ​ຄີງໆ​ຂອງ​ໂຢເຊັບ​ໄປ​ນຳ​ພວກເຂົາ ເພາະ​ຢ້ານ​ມີ​ອັນຕະລາຍ​ເກີດຂຶ້ນ​ກັບ​ລາວ.</verse>
				<verse number="5">ພວກ​ລູກຊາຍ​ຂອງ​ຢາໂຄບ​ໄດ້​ມາ​ຫາ​ຊື້​ເຂົ້າ​ພ້ອມ​ກັບ​ຄົນ​ພວກ​ອື່ນໆ ເພາະ​ໃນ​ການາອານ​ເກີດ​ການ​ອຶດຢາກ.</verse>
				<verse number="6">ໂຢເຊັບ ໃນ​ຖານະ​ເປັນ​ຜູ້ປົກຄອງ​ປະເທດ​ເອຢິບ ເພິ່ນ​ໄດ້​ຂາຍ​ເຂົ້າ​ໃຫ້​ແກ່​ປະຊາຊົນ​ຈາກ​ທຸກ​ຊາດ​ທົ່ວ​ໂລກ. ດັ່ງນັ້ນ ພວກ​ອ້າຍ​ຂອງ​ໂຢເຊັບ​ຈຶ່ງ​ເຂົ້າ​ມາ​ຫາ​ແລະ​ຂາບລົງ​ຕໍ່ໜ້າ​ເພິ່ນ.</verse>
				<verse number="7">ເມື່ອ​ໂຢເຊັບ​ເຫັນ​ພວກ​ອ້າຍ ເພິ່ນ​ກໍ​ຈື່​ພວກເຂົາ​ໄດ້, ແຕ່​ເພິ່ນ​ເຮັດ​ຄື​ບໍ່​ຮູ້ຈັກ​ພວກເຂົາ. ເພິ່ນ​ເວົ້າ​ຢ່າງ​ມີ​ອຳນາດ​ຕໍ່​ພວກເຂົາ​ວ່າ, “ພວກເຈົ້າ​ມາ​ແຕ່​ໃສ?” ພວກເຂົາ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ມາ​ແຕ່​ການາອານ​ເພື່ອ​ຂໍ​ຊື້​ອາຫານ.”</verse>
				<verse number="8">ໂຢເຊັບ​ຈື່​ພວກ​ອ້າຍ​ຂອງຕົນ​ໄດ້ ແຕ່​ພວກເຂົາ​ຈື່​ໂຢເຊັບ​ບໍ່ໄດ້.</verse>
				<verse number="9">ເພິ່ນ​ລະນຶກເຖິງ​ຄວາມຝັນ​ທີ່​ເພິ່ນ​ໄດ້​ມີ​ກ່ຽວກັບ​ພວກເຂົາ ແລະ​ເວົ້າ​ວ່າ, “ພວກເຈົ້າ​ເປັນ​ນັກສືບ ພວກເຈົ້າ​ມາ​ສືບ​ເບິ່ງ​ຈຸດອ່ອນ​ໃນ​ປະເທດ​ຂອງເຮົາ.”</verse>
				<verse number="10">ພວກເຂົາ​ຕອບ​ວ່າ, “ບໍ່ແມ່ນ ທ່ານເອີຍ ພວກ​ຂ້ານ້ອຍ​ມາ​ຢ່າງ​ຄົນ​ຮັບໃຊ້​ຂອງທ່ານ​ເພື່ອ​ຂໍ​ຊື້​ອາຫານ.</verse>
				<verse number="11">ພວກ​ຂ້ານ້ອຍ​ທັງໝົດ​ເປັນ​ອ້າຍ​ນ້ອງ​ກັນ. ທ່ານເອີຍ ພວກ​ຂ້ານ້ອຍ​ບໍ່ແມ່ນ​ນັກສືບ​ດອກ ແຕ່​ເປັນ​ຄົນ​ສັດຊື່.”</verse>
				<verse number="12">ແຕ່​ໂຢເຊັບ​ໄດ້ກ່າວ​ວ່າ, “ບໍ່ແມ່ນ​ດອກ ພວກເຈົ້າ​ມາ​ສືບ​ເອົາ​ຈຸດອ່ອນ​ໃນ​ປະເທດ​ຂອງເຮົາ.”</verse>
				<verse number="13">ພວກເຂົາ​ເວົ້າ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ມີ​ອ້າຍ​ນ້ອງ​ນຳ​ກັນ​ສິບສອງ​ຄົນ ທີ່​ເກີດ​ຈາກ​ພໍ່​ດຽວກັນ​ທີ່​ການາອານ. ນ້ອງຊາຍ​ຜູ້ໜຶ່ງ​ໄດ້​ຕາຍໄປ​ແລ້ວ ແລະ​ນ້ອງຊາຍ​ຫລ້າ​ຍັງ​ຢູ່​ນຳ​ພໍ່.”</verse>
				<verse number="14">ໂຢເຊັບ​ຕອບ​ວ່າ, “ແມ່ນ​ຄື​ຂ້ອຍ​ເວົ້າ​ແທ້ໆ ພວກເຈົ້າ​ເປັນ​ນັກສືບ​ອີ່ຫລີ.</verse>
				<verse number="15">ສິ່ງ​ນີ້​ຈະ​ເປັນ​ເຄື່ອງ​ພິສູດ​ພວກເຈົ້າ​ຄື: ເຮົາ​ສັນຍາ​ໃນ​ນາມ​ຂອງ​ພະຣາຊາ​ວ່າ ພວກເຈົ້າ​ຈະ​ໄປ​ຈາກ​ທີ່​ນີ້​ບໍ່ໄດ້ ຈົນກວ່າ​ນ້ອງຊາຍ​ຫລ້າ​ຂອງ​ພວກເຈົ້າ​ຈະ​ມາ​ທີ່​ນີ້.</verse>
				<verse number="16">ໃຫ້​ສົ່ງ​ຜູ້ໜຶ່ງ​ໃນ​ພວກເຈົ້າ​ໄປ​ເອົາ​ລາວ​ມາ. ພວກ​ທີ່​ເຫຼືອ​ຢູ່​ນັ້ນ​ຈະ​ຕ້ອງ​ຖືກ​ກັກຂັງ​ໄວ້​ທີ່​ນີ້ ຈົນກວ່າ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເວົ້າ​ມາ​ນັ້ນ ຈະ​ພິສູດ​ໃຫ້​ເຫັນ​ວ່າ​ເປັນ​ຄວາມຈິງ. ຖ້າບໍ່​ດັ່ງນັ້ນ ຕາບໃດ​ທີ່​ກະສັດ​ຍັງ​ມີ​ຊີວິດ​ຢູ່ ຕາບນັ້ນ​ພວກເຈົ້າ​ກໍ​ຍັງ​ເປັນ​ນັກສືບ​ຢູ່.”</verse>
				<verse number="17">ສະນັ້ນ ໂຢເຊັບ​ຈຶ່ງ​ສັ່ງ​ຂັງ​ພວກເຂົາ​ໄວ້​ສາມ​ວັນ.</verse>
				<verse number="18">ໃນ​ວັນ​ທີ​ສາມ ໂຢເຊັບ​ຈຶ່ງ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ຂ້ອຍ​ເປັນ​ຄົນ​ຢຳເກງ​ພຣະເຈົ້າ ພວກເຈົ້າ​ຈະ​ລອດຊີວິດ​ໄດ້ ຖ້າ​ພວກເຈົ້າ​ເຮັດ​ດັ່ງນີ້:</verse>
				<verse number="19">ເພື່ອ​ພິສູດ​ວ່າ​ພວກເຈົ້າ​ເປັນ​ຄົນ​ສັດຊື່​ແທ້​ນັ້ນ ໃຫ້​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ຍັງ​ຢູ່​ໃນ​ຄຸກ​ນີ້. ສ່ວນ​ທີ່​ເຫຼືອ​ໃຫ້​ເອົາ​ເຂົ້າ​ທີ່​ໄດ້​ຊື້​ນີ້ ເມືອ​ໃຫ້​ຄອບຄົວ​ຂອງ​ພວກເຈົ້າ​ທີ່​ກຳລັງ​ອຶດຫິວ.</verse>
				<verse number="20">ແລ້ວ​ພວກເຈົ້າ​ຕ້ອງ​ເອົາ​ນ້ອງຊາຍ​ຫລ້າ​ຂອງ​ພວກເຈົ້າ​ມາ​ຫາ​ເຮົາ. ອັນ​ນີ້ ຈະ​ພິສູດ​ວ່າ​ພວກເຈົ້າ​ໄດ້​ເວົ້າ​ຄວາມຈິງ ແລະ​ພວກເຈົ້າ​ກໍ​ຈະ​ບໍ່​ຖືກ​ປະຫານ​ຊີວິດ.” ພວກເຂົາ​ຕົກລົງ​ຕາມ​ຂໍ້​ສະເໜີ​ມາ​ນັ້ນ</verse>
				<verse number="21">ແລ້ວ​ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ກັນແລະກັນ​ວ່າ, “ແມ່ນ​ແລ້ວ ພວກເຮົາ​ໄດ້​ຮັບ​ທຸກ​ໃນ​ເວລາ​ນີ້​ກໍ​ຍ້ອນ​ໂທດກຳ ທີ່​ພວກເຮົາ​ໄດ້​ເຮັດ​ຕໍ່​ນ້ອງຊາຍ​ຂອງ​ພວກເຮົາ; ພວກເຮົາ​ເຫັນ​ວ່າ​ລາວ​ເປັນ​ທຸກ​ພຽງໃດ ເມື່ອ​ລາວ​ໄດ້​ວິງວອນ​ຂໍ​ຄວາມ​ເມດຕາ, ແຕ່​ພວກເຮົາ​ບໍ່​ຍອມ​ຟັງ​ສຽງ​ຂອງ​ລາວ​ເລີຍ. ສະນັ້ນ ຄວາມ​ທຸກ​ລຳບາກ​ອັນນີ້​ຈຶ່ງ​ມາ​ຕົກຖືກ​ພວກເຮົາ.”</verse>
				<verse number="22">ຣູເບັນ​ເວົ້າ​ວ່າ, “ຂ້ອຍ​ບອກ​ພວກເຈົ້າ​ແລ້ວ​ວ່າ​ຢ່າ​ຕີ​ລາວ ແຕ່​ພວກເຈົ້າ​ບໍ່​ຍອມ​ຟັງ​ຂ້ອຍ​ເລີຍ. ເຫັນ​ບໍ​ບັດນີ້ ບາບໄລ່​ເວນທັນ​ສາ​ແລ້ວ.”</verse>
				<verse number="23">ໂຢເຊັບ​ເຂົ້າໃຈ​ເລື່ອງ​ທັງໝົດ​ທີ່​ພວກເຂົາ​ເວົ້າ​ກັນ, ແຕ່​ພວກເຂົາ​ບໍ່​ຮູ້​ວ່າ​ເພິ່ນ​ເຂົ້າໃຈ​ໄດ້ ເພາະ​ໂຢເຊັບ​ໃຊ້​ນາຍ​ພາສາ​ເວົ້າ​ກັບ​ພວກເຂົາ.</verse>
				<verse number="24">ໂຢເຊັບ​ຫລົບ​ໜີ​ຈາກ​ພວກເຂົາ ແລະ​ໄປ​ລີ້​ຮ້ອງໄຫ້​ຢູ່​ຜູ້​ດຽວ. ເມື່ອ​ເພິ່ນ​ຕັ້ງ​ສະຕິ​ໄດ້​ແລ້ວ​ຈຶ່ງ​ກັບ​ເຂົ້າ​ມາ​ອີກ ແລະ​ສັ່ງ​ໃຫ້​ເອົາ​ຊີເມໂອນ​ອອກ​ມາ​ຜູກ​ໄວ້ ຕໍ່ໜ້າຕໍ່ຕາ​ຂອງ​ພວກເຂົາ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="25">ໂຢເຊັບ​ສັ່ງ​ໃຫ້​ຄົນ​ເອົາ​ເຂົ້າ​ໃສ່​ຖົງ​ພວກເຂົາ​ຈົນ​ເຕັມ ແລະ​ເອົາ​ເງິນ​ຂອງ​ແຕ່ລະຄົນ​ໃສ່​ໄວ້​ເທິງ​ເຂົ້າ​ໃນ​ຖົງ​ນັ້ນ​ຄືນ ແລະ​ເອົາ​ອາຫານ​ໃຫ້​ພວກເຂົາ​ໄປ​ກິນ​ຕາມ​ທາງ​ດ້ວຍ. ຄົນ​ຂອງ​ເພິ່ນ​ກໍ​ເຮັດ​ຕາມ​ຄຳສັ່ງ​ນັ້ນ​ທຸກປະການ.</verse>
				<verse number="26">ພວກ​ອ້າຍ​ຂອງ​ໂຢເຊັບ​ໄດ້​ພາກັນ​ເອົາ​ເຂົ້າ​ທີ່​ຊື້​ນັ້ນ​ບັນທຸກ​ໃສ່​ຫລັງ​ລໍ ແລ້ວ​ກໍ​ອອກ​ເດີນທາງ​ໄປ.</verse>
				<verse number="27">ໃນ​ບ່ອນ​ທີ່​ພັກ​ເຊົາ​ແຮມ​ຄືນ​ແຫ່ງ​ໜຶ່ງ ມີ​ຄົນ​ໜຶ່ງ​ໃນ​ພວກເຂົາ​ໄດ້​ໄຂ​ຖົງ​ເພື່ອ​ເອົາ​ເຟືອງ​ໃຫ້​ລໍ​ກິນ ລາວ​ເລີຍ​ພົບ​ເງິນ​ຢູ່​ໃນ​ປາກ​ຂອງ​ຖົງເຂົ້າ.</verse>
				<verse number="28">ລາວ​ຈຶ່ງ​ຮ້ອງ​ໃສ່​ພວກ​ອ້າຍ​ນ້ອງ​ຂອງຕົນ​ວ່າ, “ຂ້ອຍ​ໄດ້​ເງິນ​ຄືນ​ມາ ມັນ​ຢູ່​ໃນ​ຖົງ​ເຂົ້າ​ນີ້​ເດ!” ພວກເຂົາ​ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຈົນ​ຕົວສັ່ນ ແລະ​ຖາມ​ກັນ​ວ່າ, “ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ເຮັດ​ກັບ​ພວກເຮົາ​ເຊັ່ນນີ້?”</verse>
				<verse number="29">ເມື່ອ​ພວກເຂົາ​ກັບ​ມາ​ຫາ​ຢາໂຄບ​ຜູ້​ເປັນ​ພໍ່​ໃນ​ການາອານ​ແລ້ວ ພວກເຂົາ​ກໍ​ເລົ່າ​ເລື່ອງ​ຕ່າງໆ​ທີ່​ເກີດຂຶ້ນ​ກັບ​ພວກ​ຕົນ​ສູ່​ພໍ່​ຟັງ​ວ່າ,</verse>
				<verse number="30">“ຜູ້ປົກຄອງ​ປະເທດ​ໄດ້​ເວົ້າ​ຢ່າງ​ຮຸນແຮງ​ຕໍ່​ພວກເຮົາ ທັງ​ຫາ​ເລື່ອງ​ໃສ່​ພວກເຮົາ​ວ່າ ພວກເຮົາ​ເປັນ​ນັກສືບ​ເຂົ້າ​ໄປ​ສອດແນມ​ປະເທດ​ຂອງ​ເພິ່ນ. ພວກເຮົາ​ຈຶ່ງ​ເວົ້າ​ກັບ​ເພິ່ນ​ວ່າ,</verse>
				<verse number="31">‘ພວກເຮົາ​ເປັນ​ຄົນ​ສັດຊື່​ແລະ​ບໍ່ແມ່ນ​ນັກສືບ.</verse>
				<verse number="32">ພວກເຮົາ​ມີ​ອ້າຍ​ນ້ອງ​ນຳ​ກັນ​ສິບສອງ​ຄົນ​ທີ່​ເກີດ​ຈາກ​ພໍ່​ດຽວກັນ. ຜູ້ໜຶ່ງ​ນັ້ນ​ໄດ້​ຕາຍໄປ​ແລ້ວ ແລະ​ນ້ອງຊາຍ​ຫລ້າ​ຍັງ​ຢູ່​ກັບ​ພໍ່​ທີ່​ການາອານ.’</verse>
				<verse number="33">ເພິ່ນ​ຕອບ​ວ່າ, ‘ໂດຍ​ວິທີ​ນີ້ ເຮົາ​ຈຶ່ງ​ຈະ​ຮູ້​ວ່າ​ພວກເຈົ້າ​ເປັນ​ຄົນ​ສັດຊື່​ຄື: ຄົນ​ໜຶ່ງ​ໃນ​ພວກເຈົ້າ​ຈະ​ຕ້ອງ​ຢູ່​ກັບ​ເຮົາ. ນອກ​ນັ້ນ ໃຫ້​ເອົາ​ເຂົ້າ​ກັບ​ເມືອ​ສູ່​ຄອບຄົວ​ຂອງ​ພວກເຈົ້າ​ທີ່​ກຳລັງ​ອຶດຫິວ​ຢູ່.</verse>
				<verse number="34">ແຕ່​ໃຫ້​ພວກເຈົ້າ​ນຳ​ນ້ອງຊາຍ​ຫລ້າ​ມາ​ຫາ​ເຮົາ ແລ້ວ​ເຮົາ​ກໍ​ຈະ​ເຊື່ອ​ວ່າ ພວກເຈົ້າ​ບໍ່ແມ່ນ​ນັກສືບ​ແຕ່​ເປັນ​ຄົນ​ສັດຊື່. ເຮົາ​ຈະ​ສົ່ງ​ຄົນ​ທີ່​ເຮົາ​ໄດ້​ກັກ​ໄວ້​ນັ້ນ​ຄືນ ແລະ​ພວກເຈົ້າ​ຈະ​ໄປມາ​ຄ້າຂາຍ​ຢູ່​ໃນ​ປະເທດ​ນີ້​ໄດ້.”’</verse>
				<verse number="35">ແລ້ວ​ເມື່ອ​ພວກເຂົາ​ໄຂ​ຖົງເຂົ້າ​ອອກ ແຕ່ລະຄົນ​ຕ່າງ​ກໍ​ພົບ​ຫໍ່​ເງິນ​ຂອງຕົນ​ໃນ​ຖົງ​ນັ້ນ. ເມື່ອ​ເຫັນ​ເງິນ ພວກເຂົາ​ເອງ​ພ້ອມ​ກັບ​ຜູ້​ເປັນ​ພໍ່​ກໍ​ພາກັນ​ຢ້ານກົວ​ຫຼາຍ.</verse>
				<verse number="36">ຢາໂຄບ​ຜູ້​ເປັນ​ພໍ່​ຈຶ່ງ​ເວົ້າ​ວ່າ, “ພວກເຈົ້າ​ຈະ​ບໍ່​ໃຫ້​ຂ້ອຍ​ມີ​ລູກຊາຍ​ເຫຼືອ​ຢູ່​ຈັກ​ຄົນ​ບໍ? ໂຢເຊັບ​ກໍໄດ້​ຕາຍໄປ​ແລ້ວ ຊີເມໂອນ​ກໍ​ຖືກ​ຈັບ. ບັດນີ້ ພວກເຈົ້າ​ຈະ​ເອົາ​ເບັນຢາມິນ​ໜີໄປ​ຈາກ​ຂ້ອຍ​ອີກ. ຂ້ອຍ​ມາ​ຊ່າງ​ເປັນ​ຄົນ​ທຸກ​ລະທົມ​ໃຈ​ຫລາຍ​ແທ້ໆ​ນໍ.”</verse>
				<verse number="37">ຣູເບັນ​ຈຶ່ງ​ເວົ້າ​ກັບ​ພໍ່​ວ່າ, “ຖ້າ​ລູກ​ບໍ່​ນຳ​ເບັນຢາມິນ​ຄືນ​ມາ ກໍ​ໃຫ້​ພໍ່​ຂ້າ​ລູກຊາຍ​ສອງ​ຄົນ​ຂອງ​ລູກ​ຖິ້ມ​ສາ. ລູກ​ຈະ​ເປັນ​ຜູ້​ຮັກສາ​ລາວ​ເອງ ແລະ​ຈະ​ເປັນ​ຜູ້​ເອົາ​ລາວ​ກັບຄືນ​ມາ.”</verse>
				<verse number="38">ແຕ່​ຢາໂຄບ​ເວົ້າ​ວ່າ, “ຂ້ອຍ​ຈະ​ບໍ່​ຍອມ​ໃຫ້​ລູກຊາຍ​ຂ້ອຍ​ໄປ​ນຳ​ພວກເຈົ້າ. ອ້າຍ​ຂອງ​ລາວ​ໄດ້​ຕາຍໄປ​ແລ້ວ ແລະ​ຍັງເຫລືອ​ແຕ່​ລາວ​ຜູ້​ດຽວ​ເທົ່ານັ້ນ. ບາງທີ​ອາດ​ມີ​ສິ່ງໃດສິ່ງໜຶ່ງ​ເກີດຂຶ້ນ​ກັບ​ລາວ​ຕາມ​ທາງ​ກໍໄດ້. ຂ້ອຍ​ກໍ​ເຖົ້າແກ່​ຫລາຍ​ແລ້ວ ແລະ​ຄວາມ​ທຸກໃຈ​ທີ່​ພວກເຈົ້າ​ກໍ່​ຂຶ້ນ​ນີ້ ອາດ​ຈະ​ເຮັດ​ໃຫ້​ຂ້ອຍ​ຊໍ້າໃຈ​ຕາຍ​ກໍໄດ້.”</verse>
			</chapter>
			<chapter number="43">
				<verse number="1">ຄວາມ​ອຶດຢາກ​ໃນ​ການາອານ​ຮ້າຍແຮງ​ໜັກ​ຂຶ້ນ</verse>
				<verse number="2">ແລະ​ເມື່ອ​ຄອບຄົວ​ຂອງ​ຢາໂຄບ​ກິນ​ເຂົ້າ​ທີ່​ໄດ້​ຊື້​ມາ​ແຕ່​ປະເທດ​ເອຢິບ​ໝົດ​ແລ້ວ ຢາໂຄບ​ຈຶ່ງ​ເວົ້າ​ກັບ​ພວກ​ລູກຊາຍ​ວ່າ, “ຈົ່ງ​ກັບຄືນ​ໄປ​ຊື້​ອາຫານ​ຕື່ມ​ອີກ​ເລັກນ້ອຍ​ສຳລັບ​ພວກເຮົາ​ແມ.”</verse>
				<verse number="3">ຢູດາ​ຕອບ​ວ່າ, “ຜູ້ປົກຄອງ​ເອຢິບ​ໄດ້​ເວົ້າ​ກັບ​ພວກເຮົາ​ຢ່າງ​ເດັດຂາດ​ແລ້ວ​ວ່າ ຢ່າ​ໄປ​ໃຫ້​ເພິ່ນ​ເຫັນ​ໜ້າ ຈົນກວ່າ​ພວກເຮົາ​ຈະ​ນຳ​ນ້ອງຊາຍ​ຫລ້າ​ໄປ​ດ້ວຍ.</verse>
				<verse number="4">ຖ້າ​ພໍ່​ຍອມ​ໃຫ້​ນ້ອງຊາຍ​ຫລ້າ​ໄປ​ກັບ​ພວກເຮົາ ພວກເຮົາ​ກໍ​ຈະ​ໄປ​ຊື້​ເຂົ້າ​ໃຫ້​ພໍ່.</verse>
				<verse number="5">ຖ້າ​ພໍ່​ບໍ່​ຍອມ ພວກເຮົາ​ກໍ​ຈະ​ບໍ່​ໄປ ເພາະ​ເພິ່ນ​ເວົ້າ​ກັບ​ພວກເຮົາ​ວ່າ ຢ່າ​ມາ​ໃຫ້​ເຫັນ​ໜ້າ ຈົນກວ່າ​ພວກເຮົາ​ຈະ​ພາ​ນ້ອງຊາຍ​ຂອງ​ພວກເຮົາ​ໄປ​ດ້ວຍ.”</verse>
				<verse number="6">ຢາໂຄບ​ເວົ້າ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ເລື່ອງ​ຫຍຸ້ງຍາກ​ໃຫ້​ຂ້ອຍ​ຫລາຍ​ແທ້ ເປັນຫຍັງ​ຈຶ່ງ​ບອກ​ເພິ່ນ​ວ່າ ພວກເຈົ້າ​ມີ​ນ້ອງຊາຍ​ຢູ່​ອີກ​ຜູ້ໜຶ່ງ.”</verse>
				<verse number="7">ພວກເຂົາ​ຕອບ​ວ່າ, “ຊາຍ​ຄົນ​ນັ້ນ​ຖາມ​ພວກເຮົາ ແລະ​ຖາມ​ເຖິງ​ຄອບຄົວ​ຂອງ​ພວກເຮົາ​ວ່າ, ‘ພໍ່​ຂອງ​ພວກເຈົ້າ​ຍັງ​ມີ​ຊີວິດ​ຢູ່​ບໍ? ພວກເຈົ້າ​ມີ​ນ້ອງຊາຍ​ບໍ?’ ພວກເຮົາ​ກໍ​ຕ້ອງ​ຕອບ​ຄຳຖາມ​ຂອງ​ເພິ່ນ​ຕາມ​ນັ້ນ. ພວກເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ ເພິ່ນ​ຈະ​ບອກ​ໃຫ້​ພາ​ນ້ອງຊາຍ​ໄປ​ຫາ​ເພິ່ນ.”</verse>
				<verse number="8">ຢູດາ​ເວົ້າ​ກັບ​ອິດສະຣາເອນ​ພໍ່​ຂອງຕົນ​ວ່າ, “ໃຫ້​ນ້ອງຊາຍ​ໄປ​ກັບ​ເຮົາ​ສາ ແລະ​ພວກເຮົາ​ຈະ​ຮີບ​ອອກ​ເດີນທາງ. ແລ້ວ​ພວກເຮົາ​ກໍ​ຈະ​ບໍ່ໄດ້​ອຶດ​ຕາຍ​ລວມ​ທັງ​ພໍ່ ແລະ​ພວກ​ລູກນ້ອຍ​ຂອງ​ພວກເຮົາ​ດ້ວຍ.</verse>
				<verse number="9">ລູກ​ຈະ​ຍອມ​ອຸທິດ​ຊີວິດ​ເພື່ອ​ລາວ​ເອງ ໃຫ້​ພໍ່​ມອບ​ຄວາມ​ຮັບຜິດຊອບ​ໃຫ້​ລູກ​ໂລດ. ຖ້າ​ລູກ​ບໍ່​ນຳ​ລາວ​ກັບຄືນ​ມາ​ໄດ້​ຢ່າງ​ປອດໄພ ລູກ​ຈະ​ຍອມ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ພໍ່​ຕະຫລອດ​ຊີວິດ.</verse>
				<verse number="10">ຖ້າ​ພວກເຮົາ​ບໍ່​ຊັກຊ້າ​ຢູ່​ຢ່າງ​ນີ້ ປານນີ້ ພວກເຮົາ​ຄົງ​ຈະ​ໄປ​ແລະ​ກັບ​ມາ​ເປັນ​ຖ້ຽວ​ທີ​ສອງ​ແລ້ວ.”</verse>
				<verse number="11">ພໍ່​ຂອງ​ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ຖ້າດັ່ງນັ້ນ ໃຫ້​ເຮັດ​ຢ່າງ​ນີ້: ໃຫ້​ເອົາ​ໝາກໄມ້​ຢ່າງດີ​ທີ່ສຸດ​ທີ່​ມີ​ໃນ​ດິນແດນ​ຂອງເຮົາ ໃສ່​ຖົງເຂົ້າ​ໄປ​ຕ້ອນ​ຜູ້ປົກຄອງ​ຄົນ​ນັ້ນ ເຊັ່ນ: ກຳຍານ, ນໍ້າເຜິ້ງ, ໝາກກໍ່, ເຄື່ອງເທດ ແລະ​ໝາກບົກ.</verse>
				<verse number="12">ຈົ່ງ​ຖື​ເງິນ​ໄປ​ນຳ​ສອງ​ເທົ່າ ເພາະ​ພວກເຈົ້າ​ຈະ​ຕ້ອງ​ເອົາ​ເງິນ​ທີ່​ໄດ້​ພົບ​ໃນ​ຖົງເຂົ້າ​ນັ້ນ​ສົ່ງ​ຄືນ. ບາງທີ​ອາດ​ເປັນ​ການ​ຫລົງລືມ​ກໍໄດ້.</verse>
				<verse number="13">ພາ​ນ້ອງຊາຍ​ຂອງ​ເຈົ້າ​ອອກ​ເດີນທາງ​ໄປ​ສາ.</verse>
				<verse number="14">ຂໍ​ໃຫ້​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ດົນ​ບັນດານ​ໃຫ້​ຊາຍ​ຜູ້ນັ້ນ ມີ​ຄວາມ​ເມດຕາ​ຕໍ່​ພວກເຈົ້າ ເພື່ອ​ວ່າ​ເພິ່ນ​ຈະ​ປ່ອຍ​ຊີເມໂອນ ແລະ​ເບັນຢາມິນ​ໃຫ້​ກັບຄືນ​ມາ. ສຳລັບ​ພໍ່​ແລ້ວ ຖ້າ​ວ່າ​ຈະ​ສູນເສຍ​ລູກ​ທັງສອງ​ກໍ​ຕ້ອງ​ຈຳເປັນ.”</verse>
				<verse number="15">ດັ່ງນັ້ນ ພວກ​ລູກຊາຍ​ຂອງ​ຢາໂຄບ​ຈຶ່ງ​ນຳ​ຂອງ​ຕ້ອນ​ແລະ​ເງິນ​ສອງ​ເທົ່າ ພ້ອມ​ກັບ​ເບັນຢາມິນ ອອກ​ເດີນທາງ​ໄປ​ສູ່​ປະເທດ​ເອຢິບ. ເມື່ອ​ໄປ​ຮອດ ພວກເຂົາ​ກໍ​ເຂົ້າ​ໄປ​ຫາ​ໂຢເຊັບ.</verse>
				<verse number="16">ພໍ​ເມື່ອ​ໂຢເຊັບ​ເຫັນ​ເບັນຢາມິນ​ມາ​ກັບ​ພວກເຂົາ ເພິ່ນ​ຈຶ່ງ​ສັ່ງ​ຄົນ​ຮັບໃຊ້​ຜູ້​ຮັບຜິດຊອບ​ໃນ​ເຮືອນ​ຂອງຕົນ​ວ່າ, “ຈົ່ງ​ພາ​ຄົນ​ເຫຼົ່ານີ້​ໄປ​ໃນ​ເຮືອນ​ຂອງຂ້ອຍ ເພາະ​ໃນ​ຕອນທ່ຽງ ຄົນ​ເຫຼົ່ານີ້​ຈະ​ກິນ​ເຂົ້າ​ນຳ​ຂ້ອຍ. ສະນັ້ນ ຈົ່ງ​ໄປ​ຂ້າ​ສັດ​ແລະ​ຈັດແຈງ​ອາຫານ​ໄວ້​ເດີ.”</verse>
				<verse number="17">ຄົນ​ຮັບໃຊ້​ກໍ​ເຮັດ​ຕາມ​ທີ່​ໂຢເຊັບ​ໄດ້​ສັ່ງ​ນັ້ນ ແລະ​ລາວ​ໄດ້​ພາ​ພວກເຂົາ​ໄປ​ທີ່​ເຮືອນ​ຂອງ​ເພິ່ນ.</verse>
				<verse number="18">ເມື່ອ​ຄົນ​ຮັບໃຊ້​ນຳ​ພວກເຂົາ​ມາ​ຮອດ​ເຮືອນ​ຂອງ​ໂຢເຊັບ​ພວກເຂົາ​ກໍ​ຢ້ານ​ຫລາຍ ແລະ​ຄິດ​ວ່າ, “ລາວ​ພາ​ພວກເຮົາ​ມາ​ທີ່​ນີ້ ເພາະ​ເງິນ​ທີ່​ພວກເຮົາ​ໄດ້​ພົບ​ຢູ່​ໃນ​ຖົງເຂົ້າ​ຄາວ​ທີ່​ມາ​ຖ້ຽວ​ທຳອິດ​ນັ້ນ​ແຫຼະ. ເຂົາ​ຈະ​ຕ້ອງ​ຂ້ຽນ​ພວກເຮົາ, ຢຶດເອົາ​ລໍ​ທັງໝົດ​ຂອງ​ພວກເຮົາ ແລະ​ເອົາ​ພວກເຮົາ​ໄປ​ເປັນ​ທາດ.”</verse>
				<verse number="19">ດັ່ງນັ້ນ ເມື່ອ​ມາ​ຮອດ​ປະຕູ​ເຮືອນ​ຂອງ​ໂຢເຊັບ ພວກເຂົາ​ຈຶ່ງ​ເວົ້າ​ກັບ​ຄົນ​ຮັບໃຊ້​ຜູ້​ຮັບຜິດຊອບ​ນັ້ນ​ວ່າ,</verse>
				<verse number="20">“ທ່ານເອີຍ ຂໍ​ໄດ້​ໂຜດ​ກະລຸນາ​ເທີ້ນ ເມື່ອ​ຄາວ​ທີ່​ພວກ​ຂ້ານ້ອຍ​ໄດ້​ມາ​ຊື້​ອາຫານ​ຖ້ຽວ​ກ່ອນ​ນັ້ນ.</verse>
				<verse number="21">ເມື່ອ​ເດີນທາງ​ກັບຄືນ ພໍ​ຫາ​ທີ່​ພັກ​ໄດ້ ພວກ​ຂ້ານ້ອຍ​ຈຶ່ງ​ໄຂ​ຖົງເຂົ້າ ແລະ​ແຕ່ລະຄົນ​ກໍ​ພົບ​ເງິນ​ທີ່​ໄດ້​ຈ່າຍ​ຄ່າ​ຊື້​ເຂົ້າ​ຄົບ​ຕາມ​ຈຳນວນ​ເດີມ; ພວກ​ຂ້ານ້ອຍ​ຈຶ່ງ​ເອົາ​ມາ​ສົ່ງ​ຄືນ​ໃຫ້​ທ່ານ. ພວກ​ຂ້ານ້ອຍ​ບໍ່​ຮູ້​ວ່າ ແມ່ນ​ຜູ້ໃດ​ເອົາ​ເງິນ​ນັ້ນ​ມາ​ໃສ່​ໄວ້​ໃນ​ຖົງ​ເຂົ້າ.</verse>
				<verse number="22">ເທື່ອ​ນີ້ ພວກ​ຂ້ານ້ອຍ​ຖື​ເງິນ​ມາ​ນຳ​ຫລາຍ​ສົມຄວນ​ເພື່ອ​ຂໍ​ຊື້​ເຂົ້າ​ອີກ.”</verse>
				<verse number="23">ຄົນ​ຮັບໃຊ້​ຈຶ່ງ​ເວົ້າ​ວ່າ, “ຢ່າ​ອຸກໃຈ​ແລະ​ຢ້ານກົວ​ເລີຍ. ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພຣະເຈົ້າ​ຂອງ​ພໍ່​ພວກເຈົ້າ​ໄດ້​ເອົາ​ເງິນ​ນີ້​ໃສ່​ໃນ​ຖົງເຂົ້າ​ໃຫ້​ພວກເຈົ້າ. ເງິນ​ທີ່​ພວກເຈົ້າ​ໄດ້​ຈ່າຍ​ນັ້ນ ຂ້ອຍ​ໄດ້​ຮັບ​ຮຽບຮ້ອຍ​ແລ້ວ.” ແລ້ວ​ຄົນ​ຮັບໃຊ້​ກໍ​ນຳ​ຊີເມໂອນ​ອອກ​ມາ​ຫາ​ພວກເຂົາ.</verse>
				<verse number="24">ຄົນ​ຮັບໃຊ້​ພາ​ພວກ​ອ້າຍ​ນ້ອງ​ຂອງ​ໂຢເຊັບ​ເຂົ້າ​ໄປ​ໃນ​ເຮືອນ. ລາວ​ເອົາ​ນໍ້າ​ໃຫ້​ພວກເຂົາ​ລ້າງ​ຕີນ ແລະ​ເອົາ​ເຟືອງ​ໃຫ້​ລໍ​ຂອງ​ພວກເຂົາ​ກິນ.</verse>
				<verse number="25">ສ່ວນ​ພວກເຂົາ​ກໍ​ຕຽມ​ເອົາ​ຂອງຕ້ອນ​ໄວ້ ເພື່ອ​ມອບ​ໃຫ້​ແກ່​ໂຢເຊັບ​ໃນ​ຕອນທ່ຽງ ເພາະ​ພວກເຂົາ​ຮູ້​ວ່າ​ເພິ່ນ​ຈະ​ມາ​ກິນ​ເຂົ້າ​ຮ່ວມ​ກັບ​ພວກ​ຕົນ​ທີ່​ບ້ານ.</verse>
				<verse number="26">ເມື່ອ​ໂຢເຊັບ​ກັບ​ມາ​ເຮືອນ ພວກເຂົາ​ກໍ​ເອົາ​ຂອງຕ້ອນ​ເຂົ້າ​ໄປ​ມອບ​ໃຫ້​ໂຢເຊັບ ແລະ​ຂາບລົງ​ຕໍ່ໜ້າ​ເພິ່ນ.</verse>
				<verse number="27">ໂຢເຊັບ​ໄດ້​ຖາມ​ເຖິງ​ຄວາມສຸກທຸກ​ຂອງ​ພວກເຂົາ ແລະ​ຖາມ​ວ່າ, “ພວກເຈົ້າ​ໄດ້​ເວົ້າ​ສູ່​ຂ້ອຍ​ຟັງ​ເລື່ອງ​ພໍ່​ຂອງ​ພວກເຈົ້າ​ທີ່​ເຖົ້າແກ່​ແລ້ວ​ນັ້ນ, ດຽວ​ນີ້ ເພິ່ນ​ເປັນ​ຢ່າງ​ໃດ? ເພິ່ນ​ຍັງ​ມີ​ຊີວິດ​ຢູ່​ແລະ​ສະບາຍດີ​ບໍ?”</verse>
				<verse number="28">ພວກເຂົາ​ຕອບ​ວ່າ, “ພໍ່​ຂອງ​ພວກ​ຂ້ານ້ອຍ​ຜູ້ຮັບໃຊ້​ທີ່​ສັດຊື່​ຕໍ່​ທ່ານ ຍັງ​ມີ​ຊີວິດ​ຢູ່​ແລະ​ຍັງ​ສະບາຍດີ.” ແລ້ວ​ພວກເຂົາ​ກໍ​ຂາບລົງ​ດິນ​ຕໍ່ໜ້າ​ໂຢເຊັບ.</verse>
				<verse number="29">ເມື່ອ​ໂຢເຊັບ​ເຫັນ​ເບັນຢາມິນ​ນ້ອງຊາຍ​ຄີງໆ​ຂອງຕົນ ເພິ່ນ​ກໍ​ເວົ້າ​ວ່າ, “ຊາຍ​ຄົນ​ນີ້​ຄົງ​ເປັນ​ນ້ອງຊາຍ​ຫລ້າ​ຂອງ​ພວກເຈົ້າ ທີ່​ພວກເຈົ້າ​ໄດ້​ເວົ້າ​ສູ່​ຂ້ອຍ​ຟັງ​ເມື່ອ​ມາ​ຄັ້ງ​ກ່ອນ​ແມ່ນ​ບໍ? ນ້ອງເອີຍ ຂໍ​ພຣະເຈົ້າ​ຈົ່ງ​ອວຍພອນ​ເຈົ້າ​ເດີ.”</verse>
				<verse number="30">ແລ້ວ​ໂຢເຊັບ​ກໍ​ຟ້າວ​ຍ່າງ​ອອກ​ໄປ​ທັນທີ ເພາະ​ເພິ່ນ​ຕື້ນຕັນ​ໃຈ​ຍ້ອນ​ວ່າ​ຮັກ​ນ້ອງຊາຍ​ຄີງໆ​ຂອງຕົນ. ເພິ່ນ​ເກືອບ​ຮ້ອງໄຫ້​ຕໍ່ໜ້າ​ພວກເຂົາ. ສະນັ້ນ ເພິ່ນ​ຈຶ່ງ​ເຂົ້າ​ໄປ​ລີ້​ຮ້ອງໄຫ້​ຢູ່​ໃນ​ຫ້ອງ​ສ່ວນຕົວ.</verse>
				<verse number="31">ຫລັງຈາກ​ລ້າງໜ້າ​ແລ້ວ ເພິ່ນ​ຈຶ່ງ​ອອກ​ມາ​ຂ້າງ​ນອກ​ລະງັບ​ຈິດໃຈ​ໄວ້ ແລະ​ສັ່ງ​ຄົນ​ໃຫ້​ຈັດແຈ່ງ​ອາຫານ​ມາ.</verse>
				<verse number="32">ເຂົາ​ໄດ້​ຈັດແຈ່ງ​ໂຕະ​ໃຫ້​ໂຢເຊັບ​ກິນ​ຜູ້​ດຽວ​ຕ່າງຫາກ ແລະ​ຈັດແຈ່ງ​ໃຫ້​ພວກ​ອ້າຍ​ນ້ອງ​ຂອງ​ໂຢເຊັບ​ກິນ​ໂຕະ​ໜຶ່ງ​ຕ່າງຫາກ. ຊາວ​ເອຢິບ​ຜູ້​ທີ່​ມາ​ຮ່ວມ​ນຳ​ນັ້ນ ເຂົາ​ໄດ້​ຈັດ​ໃຫ້​ກິນ​ໂຕະ​ໜຶ່ງ​ອີກ​ຕ່າງຫາກ ເພາະ​ເຂົາ​ຖື​ວ່າ​ມັນ​ເປັນ​ການ​ອັບອາຍ​ຂາຍໜ້າ ທີ່​ຈະ​ກິນ​ເຂົ້າ​ຮ່ວມ​ໂຕະ​ກັບ​ຊາວ​ເຮັບເຣີ.</verse>
				<verse number="33">ພວກ​ອ້າຍ​ນ້ອງ​ຂອງ​ໂຢເຊັບ​ນັ່ງ​ລຽນ​ກັນ​ປິ່ນໜ້າ​ໃສ່​ໂຢເຊັບ ໂດຍ​ລຽນ​ຕາມ​ລຳດັບ​ອາຍຸ​ຄື: ອ້າຍກົກ​ຫາ​ນ້ອງຫລ້າ. ເມື່ອ​ນັ່ງ​ຮຽບຮ້ອຍ​ແລ້ວ ເຂົາ​ກໍ​ແນມ​ເບິ່ງ​ໜ້າ​ກັນແລະກັນ​ຢ່າງ​ປະຫລາດ​ໃຈ.</verse>
				<verse number="34">ຄົນ​ຮັບໃຊ້​ເລີ່ມ​ຢາຍ​ອາຫານ​ຕັ້ງແຕ່​ໂຕະ​ຂອງ​ໂຢເຊັບ​ໄປ ແລະ​ເບັນຢາມິນ​ໄດ້​ຮັບ​ອາຫານ​ຫລາຍກວ່າ​ຜູ້​ອື່ນ​ຫ້າ​ເທົ່າ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ກິນ​ແລະ​ດື່ມ​ກັບ​ໂຢເຊັບ​ຢ່າງ​ມ່ວນຊື່ນ​ເບີກບານ.</verse>
			</chapter>
			<chapter number="44">
				<verse number="1">ໂຢເຊັບ​ໄດ້​ສັ່ງ​ຄົນ​ຮັບໃຊ້​ຜູ້​ທີ່​ຮັບຜິດຊອບ​ໃນ​ເຮືອນ​ຂອງຕົນ​ວ່າ, “ຈົ່ງ​ເອົາ​ອາຫານ​ໃສ່​ກະສອບ​ຂອງ​ຄົນ​ເຫຼົ່ານີ້ ໃຫ້​ຫລາຍ​ເທົ່າ​ທີ່​ພວກເຂົາ​ສາມາດ​ເອົາ​ເມືອ​ໄດ້ ແລະ​ໃຫ້​ເອົາ​ເງິນ​ຂອງ​ແຕ່ລະຄົນ​ໃສ່​ເທິງ​ເຂົ້າ​ໃນ​ກະສອບ​ຂອງ​ແຕ່ລະ​ຄົນ.</verse>
				<verse number="2">ໃຫ້​ເອົາ​ເງິນ​ຄ່າ​ເຂົ້າ​ກັບ​ຈອກ​ເງິນ​ຂອງເຮົາ ໃສ່​ໃນ​ກະສອບ​ເຂົ້າ​ຂອງ​ນ້ອງຊາຍ​ຫລ້າ​ຂອງ​ພວກເຂົາ.” ຄົນ​ຮັບໃຊ້​ກໍ​ປະຕິບັດ​ຕາມ​ທີ່​ໂຢເຊັບ​ໄດ້​ສັ່ງ​ນັ້ນ.</verse>
				<verse number="3">ເມື່ອ​ຮຸ່ງ​ເຊົ້າ​ຂຶ້ນ​ມາ ພວກເຂົາ​ຈຶ່ງ​ອອກ​ເດີນທາງ​ກັບ​ເມືອ​ພ້ອມ​ດ້ວຍ​ລໍ​ຂອງ​ພວກເຂົາ.</verse>
				<verse number="4">ເມື່ອ​ພວກເຂົາ​ໄປ​ບໍ່​ໄກ​ຈາກ​ຕົວເມືອງ​ພໍເທົ່າໃດ ໂຢເຊັບ​ກໍ​ກ່າວ​ແກ່​ຄົນ​ຮັບໃຊ້​ຜູ້​ຮັບຜິດຊອບ​ປະຈຳ​ເຮືອນ​ຂອງຕົນ​ວ່າ, “ຈົ່ງ​ຮີບ​ອອກ​ໄປ​ຕິດຕາມ​ຄົນ​ເຫຼົ່ານັ້ນ. ເມື່ອ​ເຈົ້າ​ທັນ​ພວກເຂົາ​ແລ້ວ ໃຫ້​ເຈົ້າ​ຖາມ​ພວກເຂົາ​ວ່າ, ‘ເປັນຫຍັງ​ພວກເຈົ້າ​ຈຶ່ງ​ປະພຶດ​ການຊົ່ວ​ຕອບ​ແທນ​ການດີ?</verse>
				<verse number="5">ເປັນຫຍັງ​ຈຶ່ງ​ລັກ​ເອົາ​ຈອກ​ເງິນ​ນາຍ​ຂອງຂ້ອຍ ທີ່​ເພິ່ນ​ໃຊ້​ດື່ມ​ແລະ​ໃຊ້​ທຳນວາຍ​ເບິ່ງ​ເຫດການ? ພວກເຈົ້າ​ເຮັດ​ຜິດ​ຢ່າງ​ຮ້າຍແຮງ​ຮູ້​ບໍ່?”’</verse>
				<verse number="6">ເມື່ອ​ຄົນ​ຮັບໃຊ້​ຕາມ​ພວກເຂົາ​ໄປ​ທັນ​ແລ້ວ ລາວ​ກໍ​ເວົ້າ​ດັ່ງ​ທີ່​ນາຍ​ໄດ້​ສັ່ງ.</verse>
				<verse number="7">ພວກເຂົາ​ຈຶ່ງ​ຕອບ​ວ່າ, “ທ່ານ​ເວົ້າ​ເຊັ່ນ​ນີ້​ໝາຍຄວາມວ່າ​ຢ່າງ​ໃດ? ພວກເຮົາ​ສາບານ​ໄດ້​ວ່າ​ບໍ່ເຄີຍ​ກະທຳ​ຢ່າງ​ນັ້ນ​ຈັກເທື່ອ.</verse>
				<verse number="8">ທ່ານ​ໄດ້​ເຫັນ​ແລ້ວ​ວ່າ ພວກເຮົາ​ນຳ​ເອົາ​ເງິນ​ທີ່​ພົບ​ຢູ່​ໃນ​ກະສອບ​ເຂົ້າ​ທີ່​ການາອານ​ນັ້ນ​ມາ​ສົ່ງ​ຄືນ. ພວກເຮົາ​ຈະ​ມາ​ລັກ​ເອົາ​ເງິນ ຫລື​ຄຳ​ຂອງ​ນາຍ​ຂອງທ່ານ​ເຮັດ​ຫຍັງ?</verse>
				<verse number="9">ເອົາ​ເທາະ ໃນ​ຈຳນວນ​ພວກເຮົາ​ນີ້​ຖ້າ​ຈອກ​ເງິນ​ຕົກ​ຢູ່​ນຳ​ຜູ້ໃດ ໃຫ້​ທ່ານ​ຂ້າ​ຜູ້ນັ້ນ​ຖິ້ມ​ໂລດ ແລະ​ພວກເຮົາ​ທຸກຄົນ​ກໍ​ຈະ​ຍອມ​ເປັນ​ຄົນ​ຮັບໃຊ້​ຂອງທ່ານ.”</verse>
				<verse number="10">ຄົນ​ຮັບໃຊ້​ເວົ້າ​ວ່າ, “ຕົກລົງ ແຕ່​ຖ້າ​ຂ້ອຍ​ພົບ​ຈອກ​ນັ້ນ​ຢູ່​ນຳ​ຜູ້ໃດ ຜູ້ນັ້ນ​ຈະ​ຕ້ອງ​ເປັນ​ຄົນ​ຮັບໃຊ້​ຂອງຂ້ອຍ ນອກ​ນັ້ນ​ໃຫ້​ກັບ​ໄປ​ຢ່າງ​ອິດສະຫລະ.”</verse>
				<verse number="11">ດັ່ງນັ້ນ ພວກເຂົາ​ແຕ່ລະ​ຄົນ​ຈຶ່ງ​ຟ້າວ​ຍົກ​ກະສອບ​ຂອງ​ຕົນ​ວາງລົງ​ເທິງ​ດິນ ແລ້ວ​ໄດ້ເປີດ​ກະສອບ​ຂອງຕົນ​ອອກ.</verse>
				<verse number="12">ຄົນ​ຮັບໃຊ້​ຂອງ​ໂຢເຊັບ​ໄດ້​ຄົ້ນ​ເບິ່ງ​ຢ່າງ​ຄັກແນ່ ແຕ່​ອ້າຍ​ກົກ​ຈົນ​ຮອດ​ນ້ອງ​ຫລ້າ ແລະ​ໃນ​ທີ່ສຸດ​ກໍ​ພົບ​ຈອກ​ນັ້ນ​ຢູ່​ໃນ​ກະສອບ​ເຂົ້າ​ຂອງ​ເບັນຢາມິນ.</verse>
				<verse number="13">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈີກ​ເສື້ອ​ຂອງຕົນ​ດ້ວຍ​ຄວາມ​ເສຍໃຈ. ພວກເຂົາ​ເອົາ​ກະສອບ​ຂຶ້ນ​ຫລັງ​ລໍ​ຄືນ ແລະ​ກັບ​ຄືນ​ເມືອ​ໃນ​ເມືອງ.</verse>
				<verse number="14">ເມື່ອ​ຢູດາ​ແລະ​ອ້າຍ​ນ້ອງ​ຂອງ​ລາວ​ໄດ້ມາ​ຮອດ​ເຮືອນ​ຂອງ​ໂຢເຊັບ ພໍດີ​ໃນ​ຂະນະນັ້ນ ເພິ່ນ​ເອງ​ກໍ​ຍັງ​ຢູ່​ເຮືອນ. ພວກເຂົາ​ພາກັນ​ກົ້ມ​ຂາບລົງ​ຕໍ່ໜ້າ​ເພິ່ນ</verse>
				<verse number="15">ແລະ​ໂຢເຊັບ​ໄດ້ກ່າວ​ຕໍ່​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ເຊັ່ນນີ້? ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຄົນ​ຄື​ຂ້ອຍ​ນີ້​ທຳນວາຍ​ໄດ້?”</verse>
				<verse number="16">ຢູດາ​ເວົ້າ​ວ່າ, “ບໍ່​ຮູ້​ຈະ​ເວົ້າ​ກັບ​ທ່ານ​ຢ່າງ​ໃດ​ແລ້ວ ທ່ານເອີຍ? ບໍ່ມີ​ທາງ​ໂຕ້ຖຽງ​ໄດ້​ແລ້ວ? ແລະ​ບໍ່​ຮູ້​ວ່າ​ຈະ​ພິສູດ​ຄວາມ​ບໍຣິສຸດ​ໄດ້​ຢ່າງ​ໃດ? ພຣະເຈົ້າ​ໄດ້​ປະຈານ​ຂາຍໜ້າ​ຄວາມຜິດ​ຂອງ​ພວກເຮົາ​ແລ້ວ. ບັດນີ້ ພວກເຮົາ​ທຸກຄົນ​ຕົກ​ເປັນ​ຄົນ​ຮັບໃຊ້​ຂອງທ່ານ ແລະ​ບໍ່ແມ່ນແຕ່​ຜູ້​ດຽວ​ທີ່​ທ່ານ​ໄດ້​ພົບ​ຈອກ​ນຳ.”</verse>
				<verse number="17">ໂຢເຊັບ​ເວົ້າ​ວ່າ, “ໂອ ບໍ່! ຂ້ອຍ​ຈະ​ເຮັດ​ເຊັ່ນນັ້ນ​ບໍ່ໄດ້​ດອກ ຂ້ອຍ​ພົບ​ຈອກ​ນຳ​ຜູ້ໃດ ແມ່ນ​ຜູ້ນັ້ນ ທີ່​ຈະ​ຕົກ​ເປັນ​ຄົນ​ຮັບໃຊ້​ຂອງຂ້ອຍ. ນອກ​ນັ້ນ ຈົ່ງ​ກັບ​ເມືອ​ຫາ​ພໍ່​ຂອງ​ພວກເຈົ້າ​ຢ່າງ​ປອດໄພ​ສາເຖີດ.”</verse>
				<verse number="18">ຢູດາ​ໄດ້​ເຂົ້າ​ໄປ​ຫາ​ໂຢເຊັບ ແລະ​ຂໍຮ້ອງ​ວ່າ, “ທ່ານເອີຍ ກະລຸນາ​ໃຫ້​ຂ້ານ້ອຍ​ໄດ້​ເວົ້າ​ກັບ​ທ່ານ​ຢ່າງ​ກົງໄປ​ກົງມາ​ແດ່ທ້ອນ. ຢ່າ​ຟ້າວ​ຮ້າຍ​ໃຫ້​ຂ້ານ້ອຍ​ເລີຍ; ທ່ານເອງ​ກໍ​ເປັນ​ດັ່ງ​ກະສັດ.</verse>
				<verse number="19">ທ່ານ​ໄດ້​ຖາມ​ພວກ​ຂ້ານ້ອຍ​ວ່າ, ‘ເຈົ້າ​ມີ​ພໍ່​ແລະ​ນ້ອງ​ອີກ​ບໍ່?’</verse>
				<verse number="20">ພວກ​ຂ້ານ້ອຍ​ກໍ​ຕອບ​ວ່າ, ‘ພວກ​ຂ້ານ້ອຍ​ມີ​ພໍ່​ທີ່​ເຖົ້າແກ່​ຫລາຍ ແລະ​ຍັງ​ມີ​ນ້ອງຊາຍ​ຜູ້ໜຶ່ງ​ທີ່​ເກີດ​ມາ​ເມື່ອ​ເພິ່ນ​ເຖົ້າແກ່​ແລ້ວ. ອ້າຍ​ຂອງ​ເດັກ​ຜູ້​ນີ້​ໄດ້​ຕາຍໄປ​ແລ້ວ ແລະ​ລາວ​ຜູ້​ດຽວ​ເທົ່ານັ້ນ ທີ່​ເກີດ​ຮ່ວມ​ທ້ອງ​ແມ່​ດຽວກັນ ທີ່​ຍັງ​ມີ​ຊີວິດ​ຢູ່; ສະນັ້ນ ພໍ່​ຈຶ່ງ​ຮັກ​ລາວ​ຫລາຍ.’</verse>
				<verse number="21">ທ່ານເອີຍ ທ່ານ​ໄດ້​ບອກ​ໃຫ້​ພວກ​ຂ້ານ້ອຍ​ເອົາ​ລາວ​ມາ​ທີ່​ນີ້ ເພື່ອ​ທ່ານ​ຈະ​ໄດ້​ເຫັນ​ລາວ</verse>
				<verse number="22">ແລະ​ພວກ​ຂ້ານ້ອຍ​ກໍໄດ້​ຕອບ​ທ່ານ​ວ່າ ເດັກ​ຜູ້​ນີ້​ຈາກ​ພໍ່​ຂອງ​ລາວ​ມາ​ບໍ່ໄດ້. ຖ້າ​ລາວ​ຈາກ​ມາ​ເມື່ອໃດ ພໍ່​ຂອງ​ລາວ​ຕ້ອງ​ຕາຍ​ເມື່ອນັ້ນ.</verse>
				<verse number="23">ແລ້ວ​ທ່ານ​ກໍ​ເວົ້າ​ວ່າ, ‘ພວກເຈົ້າ​ຢ່າ​ມາ​ໃຫ້​ຂ້ອຍ​ເຫັນ​ໜ້າ​ອີກ ຖ້າ​ບໍ່ມີ​ນ້ອງຊາຍ​ຂອງ​ພວກເຈົ້າ​ມາ​ນຳ.’</verse>
				<verse number="24">ເມື່ອ​ພວກ​ຂ້ານ້ອຍ​ກັບຄືນ​ເມືອ​ຫາ​ພໍ່ ພວກ​ຂ້ານ້ອຍ​ກໍໄດ້​ເລົ່າ​ເລື່ອງ​ທີ່​ທ່ານ​ໄດ້​ເວົ້າ​ນັ້ນ​ສູ່​ເພິ່ນ​ຟັງ.</verse>
				<verse number="25">ແລ້ວ​ເພິ່ນ​ກໍ​ບອກ​ໃຫ້​ພວກ​ຂ້ານ້ອຍ​ກັບ​ມາ​ຊື້​ອາຫານ​ອີກ​ເລັກນ້ອຍ.</verse>
				<verse number="26">ພວກ​ຂ້ານ້ອຍ​ຈຶ່ງ​ຕອບ​ເພິ່ນ​ວ່າ, ‘ພວກເຮົາ​ກັບ​ໄປ​ບໍ່ໄດ້; ເພິ່ນ​ຈະ​ບໍ່​ຮັບ ຖ້າ​ບໍ່ມີ​ນ້ອງຊາຍ​ຂອງ​ພວກເຮົາ​ມາ​ນຳ. ພວກເຮົາ​ຈະ​ໄປ​ຖ້າ​ມີ​ນ້ອງຊາຍ​ຫລ້າ​ໄປ​ນຳ.’</verse>
				<verse number="27">ພໍ່​ຂອງ​ພວກ​ຂ້ານ້ອຍ​ຈຶ່ງ​ຕອບ​ວ່າ, ‘ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ຣາເຊັນ ເມຍ​ຂອງຂ້ອຍ ໄດ້​ເກີດ​ລູກຊາຍ​ສອງ​ຄົນ​ເທົ່ານັ້ນ​ໃຫ້​ຂ້ອຍ.</verse>
				<verse number="28">ຜູ້​ທີ​ໜຶ່ງ​ໄດ້​ຈາກ​ຂ້ອຍ​ໄປ​ແລ້ວ. ຂ້ອຍ​ຄາດ​ວ່າ​ລາວ​ຄົງ​ຖືກ​ສັດຮ້າຍ​ກັດ​ກິນ​ຕາຍ ເພາະ​ຂ້ອຍ​ບໍ່ໄດ້​ເຫັນ​ລາວ​ນັບ​ຕັ້ງແຕ່​ມື້​ລາວ​ຈາກ​ໄປ.</verse>
				<verse number="29">ຖ້າ​ພວກເຈົ້າ​ເອົາ​ຜູ້ຫລ້າ​ໄປ​ຈາກ​ຂ້ອຍ​ແລະ​ຖືກ​ຂ້າ​ອີກ ກໍ​ເທົ່າ​ກັບ​ພວກເຈົ້າ​ເຮັດ​ໃຫ້​ພໍ່​ອຸກໃຈ​ຕາຍ​ໃນ​ຍາມ​ເຖົ້າແກ່​ແລ້ວ​ເຊັ່ນນີ້!”’</verse>
				<verse number="30">ຢູດາ​ເວົ້າ​ຕໍ່ໄປ​ວ່າ, “ທ່ານ​ເອີຍ ຖ້າ​ຂ້ານ້ອຍ​ກັບ​ເມືອ​ຫາ​ພໍ່ ໂດຍ​ບໍ່ມີ​ນ້ອງ​ຄົນ​ນີ້​ກັບ​ເມືອ​ນຳ​ແລ້ວ ພໍ​ພໍ່​ເຫັນ​ວ່າ​ບໍ່ມີ​ລາວ​ມາ​ນຳ ເພິ່ນ​ກໍ​ຈະ​ທໍລະມານ​ໃຈ​ຕາຍ. ຊີວິດ​ຂອງ​ເພິ່ນ​ແມ່ນ​ຂຶ້ນ​ຢູ່​ກັບ​ຊີວິດ​ຂອງ​ເດັກ​ຄົນ​ນີ້ ແລະ​ເພິ່ນ​ກໍ​ເຖົ້າແກ່​ຫລາຍ​ແທ້ ທີ່​ຈະ​ທໍລະມານ​ໃຈ​ຕາຍ​ຍ້ອນ​ສິ່ງ​ທີ່​ພວກ​ຂ້ານ້ອຍ​ໄດ້​ສ້າງ​ຂຶ້ນ.</verse>
				<verse number="31"></verse>
				<verse number="32">ຂ້ານ້ອຍ​ໄດ້​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ເອງ​ປະກັນ​ແທນ​ເດັກ​ຄົນ​ນີ້. ຂ້ານ້ອຍ​ບອກ​ເພິ່ນ​ວ່າ, ‘ຖ້າ​ຂ້ານ້ອຍ​ບໍ່​ນຳ​ລາວ​ກັບຄືນ​ເມືອ​ຫາ​ເພິ່ນ​ແລ້ວ ຂ້ານ້ອຍ​ກໍ​ຈະ​ເປັນ​ຜູ້​ຮັບຜິດຊອບ​ທຸກຢ່າງ​ຈາກ​ເພິ່ນ​ຊົ່ວຊີວິດ.’</verse>
				<verse number="33">ບັດນີ້​ທ່ານເອີຍ ຂ້ານ້ອຍ​ຈະ​ຢູ່​ທີ່​ນີ້​ເປັນ​ຄົນ​ຮັບໃຊ້​ຂອງທ່ານ​ແທນ​ເດັກນ້ອຍ​ຜູ້​ນີ້; ກະລຸນາ​ໃຫ້​ລາວ​ກັບຄືນ​ເມືອ​ພ້ອມ​ກັບ​ພວກອ້າຍ​ຂອງ​ລາວ​ສາ.</verse>
				<verse number="34">ຂ້ານ້ອຍ​ຈະ​ກັບຄືນ​ເມືອ​ຫາ​ພໍ່​ໄດ້​ຢ່າງ​ໃດ ໃນ​ເມື່ອ​ບໍ່ມີ​ເດັກ​ຄົນ​ນີ້​ເມືອ​ນຳ? ຂ້ານ້ອຍ​ທົນ​ເບິ່ງ​ເພິ່ນ​ທໍລະມານ​ໃຈ​ຕາຍ​ບໍ່ໄດ້ດອກ.”</verse>
			</chapter>
			<chapter number="45">
				<verse number="1">ໂຢເຊັບ​ບໍ່​ສາມາດ​ອົດກັ້ນ​ນໍ້າຕາ​ໄວ້​ໄດ້​ຕໍ່ໜ້າ​ຄົນ​ຮັບໃຊ້​ຂອງຕົນ. ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ພວກເຂົາ​ທັງໝົດ​ອອກ​ໄປ​ຈາກ​ຫ້ອງ. ເມື່ອ​ໂຢເຊັບ​ບອກ​ພວກ​ອ້າຍ​ນ້ອງ​ຂອງຕົນ​ວ່າ ເພິ່ນ​ແມ່ນ​ໃຜ​ນັ້ນ; ບໍ່ມີ​ຄົນອື່ນ​ຢູ່​ໃນ​ທີ່ນັ້ນ​ເລີຍ.</verse>
				<verse number="2">ເພິ່ນ​ໄຫ້​ສະອື້ນ​ສຽງດັງ​ຈົນ​ຊາວ​ເອຢິບ​ໄດ້ຍິນ ແລະ​ຂ່າວ​ຈຶ່ງ​ແຜ່​ໄປ​ເຖິງ​ຣາຊວັງ.</verse>
				<verse number="3">ໂຢເຊັບ​ກ່າວ​ແກ່​ພວກ​ອ້າຍ​ນ້ອງ​ຂອງຕົນ​ວ່າ, “ຂ້ອຍ​ແມ່ນ​ໂຢເຊັບ. ພໍ່​ຂອງຂ້ອຍ​ຍັງ​ມີ​ຊີວິດ​ຢູ່​ບໍ?” ແຕ່​ພໍ​ເມື່ອ​ໄດ້ຍິນ​ເຊັ່ນນັ້ນ ພວກ​ອ້າຍ​ນ້ອງ​ຂອງ​ໂຢເຊັບ​ກໍ​ຢ້ານ​ຫລາຍ ຈົນ​ບໍ່​ສາມາດ​ຕອບ​ເພິ່ນ​ໄດ້.</verse>
				<verse number="4">ແລ້ວ​ໂຢເຊັບ​ກໍ​ເວົ້າ​ຕໍ່ໄປ​ວ່າ, “ຈົ່ງ​ຫຍັບ​ເຂົ້າ​ມາ​ໃກ້ໆ​ຂ້ອຍ​ພີ້.” ພວກເຂົາ​ຈຶ່ງ​ຫຍັບ​ເຂົ້າ​ມາ ແລະ​ເພິ່ນ​ເວົ້າ​ຕໍ່ໄປ​ວ່າ, “ຂ້ອຍ​ແມ່ນ​ໂຢເຊັບ​ນ້ອງຊາຍ​ຂອງ​ພວກເຈົ້າ ຜູ້​ທີ່​ພວກເຈົ້າ​ໄດ້​ຂາຍ​ມາ​ທີ່​ປະເທດ​ເອຢິບ.</verse>
				<verse number="5">ບັດນີ້ ຢ່າ​ເປັນທຸກໃຈ​ຫລື​ກ່າວໂທດ​ຕົນເອງ​ທີ່​ໄດ້​ຂາຍ​ຂ້ອຍ​ມາ​ທີ່​ນີ້. ແມ່ນ​ພຣະເຈົ້າ ທີ່​ໄດ້​ສົ່ງ​ຂ້ອຍ​ມາ​ນີ້​ກ່ອນ​ເພື່ອ​ຊ່ວຍ​ຊີວິດ​ມະນຸດ.</verse>
				<verse number="6">ດຽວນີ້ ເປັນ​ພຽງ​ປີ​ທີ​ສອງ​ຂອງ​ການ​ອຶດຢາກ​ທີ່​ດິນແດນ​ນີ້​ເທົ່ານັ້ນ, ແຕ່​ຍັງ​ຈະ​ມີ​ອີກ​ຫ້າ​ປີ​ທີ່​ບໍ່ມີ​ການ​ປູກຝັງ​ແລະ​ການ​ເກັບກ່ຽວ.</verse>
				<verse number="7">ພຣະເຈົ້າ​ໄດ້​ສົ່ງ​ຂ້ອຍ​ມາ​ກ່ອນ ເພື່ອ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ​ໄວ້​ແບບ​ອັດສະຈັນ ກໍ​ເພື່ອ​ໃຫ້​ແນ່ໃຈ​ວ່າ​ພວກເຈົ້າ​ແລະ​ເຊື້ອສາຍ​ຈະ​ມີ​ຊີວິດ​ຢູ່.</verse>
				<verse number="8">ດັ່ງນັ້ນ ຈຶ່ງ​ບໍ່ແມ່ນ​ພວກເຈົ້າ​ທີ່​ໄດ້​ສົ່ງ​ຂ້ອຍ​ມາ​ທີ່​ນີ້ ແຕ່​ແມ່ນ​ພຣະເຈົ້າ​ຕ່າງຫາກ​ທີ່​ໄດ້​ສົ່ງ​ຂ້ອຍ​ມາ. ພຣະອົງ​ບັນດານ​ໃຫ້​ຂ້ອຍ​ເປັນ​ຂຸນນາງ​ຜູ້​ສຳຄັນ​ຂອງ​ກະສັດ. ຂ້ອຍ​ເປັນ​ຜູ້​ຮັບຜິດຊອບ​ປະເທດ​ທັງໝົດ​ຂອງ​ເພິ່ນ. ຂ້ອຍ​ເປັນ​ຜູ້ປົກຄອງ​ປະເທດ​ເອຢິບ​ທັງໝົດ.”</verse>
				<verse number="9">“ບັດນີ້ ຈົ່ງ​ພາກັນ​ກັບ​ເມືອ​ຫາ​ພໍ່​ຂອງຂ້ອຍ ແລະ​ບອກ​ເພິ່ນ​ວ່າ ນີ້​ແມ່ນ​ຄຳເວົ້າ​ຂອງ​ໂຢເຊັບ​ລູກຊາຍ​ຂອງ​ເພິ່ນ​ວ່າ, ‘ພຣະເຈົ້າ​ໄດ້​ບັນດານ​ໃຫ້​ລູກ ເປັນ​ຜູ້ປົກຄອງ​ປະເທດ​ເອຢິບ​ທັງໝົດ ໃຫ້​ພໍ່​ມາ​ຫາ​ລູກ​ໄວ​ທີ່ສຸດ.</verse>
				<verse number="10">ໃຫ້​ພໍ່​ມາ​ທີ່​ເຂດ​ໂກເຊັນ​ບ່ອນ​ທີ່​ຢູ່​ໃກ້​ກັບ​ລູກ ພ້ອມ​ລູກຫລານ ຕະຫລອດ​ທັງ​ຝູງແກະ, ຝູງແບ້, ຝູງງົວ ແລະ​ທຸກໆ​ສິ່ງ​ທີ່​ພໍ່​ມີ​ຢູ່.</verse>
				<verse number="11">ຖ້າ​ພໍ່​ມາ​ຢູ່​ເຂດ​ໂກເຊັນ ລູກ​ກໍ​ສາມາດ​ເບິ່ງແຍງ​ພໍ່​ໄດ້​ດີ. ຄວາມ​ອຶດຢາກ​ຍັງ​ຈະ​ມີ​ອີກ​ຫ້າ​ປີ, ແລະ​ລູກ​ບໍ່​ຢາກ​ໃຫ້​ຄອບຄົວ​ຂອງ​ພໍ່​ກັບ​ຝູງສັດ​ຕ້ອງ​ອຶດຕາຍ.”’</verse>
				<verse number="12">ໂຢເຊັບ​ເວົ້າ​ກັບ​ພວກ​ອ້າຍ​ນ້ອງ​ຕໍ່ໄປ​ວ່າ, “ດຽວ​ນີ້ ພວກເຈົ້າ​ທຸກຄົນ ແລະ​ເບັນຢາມິນ​ນ້ອງຊາຍ​ຂອງຂ້ອຍ​ກໍໄດ້​ເຫັນ​ແລ້ວ​ວ່າ ຂ້ອຍ​ແມ່ນ​ໂຢເຊັບ​ແທ້ໆ.</verse>
				<verse number="13">ຈົ່ງ​ເລົ່າ​ສູ່​ພໍ່​ຂອງຂ້ອຍ​ຟັງ​ວ່າ ຂ້ອຍ​ມີ​ອຳນາດ​ໃນ​ປະເທດ​ເອຢິບ​ນີ້​ພຽງໃດ ແລະ​ຈົ່ງ​ເລົ່າ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​ນີ້​ສູ່​ເພິ່ນ​ຟັງ. ແລ້ວ​ຈົ່ງ​ຮີບ​ພາ​ເພິ່ນ​ມາ​ຢູ່​ປະເທດ​ເອຢິບ​ພີ້​ໄວໆ.”</verse>
				<verse number="14">ໂຢເຊັບ​ກອດ​ເບັນຢາມິນ​ນ້ອງຊາຍ​ຂອງຕົນ​ໄວ້​ຢູ່​ໃນ​ອ້ອມ​ແຂນ​ພ້ອມ​ທັງ​ຮ້ອງໄຫ້. ເບັນຢາມິນ​ກໍ​ຮ້ອງໄຫ້​ໃນ​ອ້ອມກອດ​ຂອງ​ອ້າຍ​ເໝືອນກັນ.</verse>
				<verse number="15">ແລ້ວ​ທັງໆ​ທີ່​ຍັງ​ຮ້ອງໄຫ້​ຢູ່​ນັ້ນ ເພິ່ນ​ກອດ​ແລະ​ຈູບ​ພວກອ້າຍ​ທຸກໆ​ຄົນ. ຫລັງຈາກ​ນັ້ນ ອ້າຍ​ແລະ​ນ້ອງ​ກໍ​ໂອ້​ລົມ​ກັນ​ກັບ​ໂຢເຊັບ.</verse>
				<verse number="16">ເມື່ອ​ຂ່າວ​ໄດ້​ແຜ່​ໄປ​ເຖິງ​ຣາຊວັງ​ຂອງ​ຟາໂຣ​ວ່າ ບັນດາ​ອ້າຍ​ແລະ​ນ້ອງ​ຂອງ​ໂຢເຊັບ​ໄດ້​ມາ​ຫາ​ເພິ່ນ ກະສັດ​ພ້ອມ​ດ້ວຍ​ບັນດາ​ຂ້າຣາຊການ​ກໍ​ມີ​ຄວາມ​ຍິນດີ​ນຳ.</verse>
				<verse number="17">ກະສັດ​ກ່າວ​ຕໍ່​ໂຢເຊັບ​ວ່າ, “ຈົ່ງ​ບອກ​ໃຫ້​ພວກ​ອ້າຍ​ນ້ອງ​ຂອງ​ເຈົ້າ ບັນທຸກ​ເອົາ​ສິ່ງຂອງ​ກັບຄືນ​ເມືອ​ການາອານ.</verse>
				<verse number="18">ໃຫ້​ພວກເຂົາ​ເມືອ​ເອົາ​ພໍ່ ແລະ​ຄອບຄົວ​ຂອງ​ພວກເຂົາ​ກັບ​ມາ​ທີ່​ນີ້. ເຮົາ​ຈະ​ມອບ​ທີ່ດິນ​ບ່ອນ​ອຸດົມສົມບູນ​ທີ່ສຸດ​ໃນ​ປະເທດ​ເອຢິບ​ໃຫ້​ພວກເຂົາ ແລະ​ພວກເຂົາ​ຈະ​ມີຢູ່​ມີກິນ​ຈົນ​ເຫລືອເຟືອ.</verse>
				<verse number="19">ຈົ່ງ​ບອກ​ພວກເຂົາ​ໃຫ້​ເອົາ​ກວຽນ​ເມືອ​ນຳ ເພື່ອ​ຂົນ​ເອົາ​ພໍ່​ພ້ອມ​ທັງ​ເມຍ ແລະ​ລູກໆ​ຂອງ​ພວກເຂົາ ມາ​ຢູ່​ທີ່​ປະເທດ​ເອຢິບ​ພີ້.</verse>
				<verse number="20">ຢ່າ​ພາກັນ​ຫ່ວງ​ຊັບ​ສິ່ງຂອງ​ທີ່​ພວກເຂົາ​ຕ້ອງ​ປະ​ມາ​ນັ້ນ ເພາະ​ສິ່ງ​ດີທີ່ສຸດ​ຢູ່​ໃນ​ປະເທດ​ເອຢິບ​ທັງໝົດ ຈະ​ເປັນ​ຂອງ​ພວກເຂົາ.”</verse>
				<verse number="21">ພວກ​ລູກຊາຍ​ຂອງ​ຢາໂຄບ​ກໍ​ປະຕິບັດ​ຕາມ​ຄຳສັ່ງ​ນັ້ນ. ໂຢເຊັບ​ໄດ້​ເອົາ​ກວຽນ​ຫລາຍ​ລຳ​ໃຫ້​ພວກເຂົາ​ຕາມ​ຄຳສັ່ງ​ຂອງ​ກະສັດ ແລະ​ເອົາ​ອາຫານ​ໃຫ້​ໄປ​ກິນ​ຕາມ​ທາງ​ອີກ​ດ້ວຍ.</verse>
				<verse number="22">ເພິ່ນ​ຍັງ​ເອົາ​ເຄື່ອງນຸ່ງ​ໃໝ່​ໃຫ້​ພວກເຂົາ​ນຸ່ງ​ຜູ້​ລະ​ຊຸດ​ຕື່ມ​ອີກ; ສ່ວນ​ເບັນຢາມິນ​ນັ້ນ ເພິ່ນ​ໄດ້​ເອົາ​ເງິນ​ສາມຮ້ອຍ​ຫລຽນ ແລະ​ເຄື່ອງນຸ່ງ​ຫ້າ​ຊຸດ​ໃຫ້​ລາວ​ເປັນ​ພິເສດ.</verse>
				<verse number="23">ເພິ່ນ​ຍັງ​ສົ່ງ​ລໍ​ສິບ​ໂຕ​ຕ່າງ​ຜະລິດຕະພັນ​ຢ່າງດີ​ທີ່ສຸດ​ຂອງ​ປະເທດ​ເອຢິບ​ໄປ​ໃຫ້​ພໍ່​ຂອງຕົນ ແລະ​ມີ​ລໍ​ອີກ​ສິບ​ໂຕ​ຕ່າງ​ເຂົ້າ​ສານ, ເຂົ້າຈີ່, ກັບ​ອາຫານ​ອື່ນໆ ສຳລັບ​ພໍ່​ຂອງຕົນ​ເພື່ອ​ໃຫ້​ເດີນທາງ​ມາ​ສູ່​ປະເທດ​ເອຢິບ.</verse>
				<verse number="24">ເພິ່ນ​ໄປ​ສົ່ງ​ພວກ​ອ້າຍ​ນ້ອງ​ອອກ​ເດີນທາງ​ກັບ​ເມືອ ແລະ​ສັ່ງ​ພວກເຂົາ​ວ່າ, “ຢ່າ​ຜິດຖຽງ​ກັນ​ເດີ ເມື່ອ​ເວລາ​ເດີນທາງ​ກັບ​ໄປ.”</verse>
				<verse number="25">ພວກເຂົາ​ໄດ້​ອອກ​ເດີນທາງ​ກັບ​ເມືອ​ຫາ​ຢາໂຄບ​ພໍ່​ຂອງ​ພວກເຂົາ​ໃນ​ການາອານ.</verse>
				<verse number="26">ເມື່ອ​ກັບ​ມາ​ຮອດ​ແລ້ວ ພວກເຂົາ​ຈຶ່ງ​ຟ້າວ​ບອກ​ພໍ່​ຂອງ​ພວກຕົນ​ວ່າ, “ໂຢເຊັບ​ຍັງ​ມີ​ຊີວິດ​ຢູ່! ເພິ່ນ​ເປັນ​ຜູ້ປົກຄອງ​ປະເທດ​ເອຢິບ​ທັງໝົດ.” ພໍ​ໄດ້ຍິນ​ເຊັ່ນນັ້ນ ຢາໂຄບ​ກໍ​ຕົກ​ຕະລຶງ ແລະ​ຍັງ​ບໍ່​ເຊື່ອ​ຄຳເວົ້າ​ຂອງ​ພວກເຂົາ​ເທື່ອ.</verse>
				<verse number="27">ແຕ່​ເມື່ອ​ພວກເຂົາ​ໄດ້​ເລົ່າ​ຄຳ​ເວົ້າ​ຂອງ​ໂຢເຊັບ​ທຸກໆ​ຄຳ​ສູ່​ເພິ່ນ​ຟັງ ພ້ອມ​ທັງ​ເຫັນ​ກວຽນ​ທີ່​ໂຢເຊັບ​ໄດ້​ສົ່ງ​ມາ​ຮັບ​ໄປ​ປະເທດ​ເອຢິບ ເພິ່ນ​ກໍ​ຕື່ນເຕັ້ນ​ດີໃຈ​ຫລາຍ.</verse>
				<verse number="28">ເພິ່ນ​ເວົ້າ​ວ່າ, “ພໍ​ແລ້ວ​ບັດນີ້! ໂຢເຊັບ​ລູກຊາຍ​ຂອງຂ້ອຍ​ຍັງ​ມີ​ຊີວິດ​ຢູ່ ຂ້ອຍ​ຕ້ອງ​ໄປ​ພົບ​ລາວ​ກ່ອນ​ທີ່​ຂ້ອຍ​ຈະ​ຕາຍ.”</verse>
			</chapter>
			<chapter number="46">
				<verse number="1">ຢາໂຄບ​ໄດ້​ມ້ຽນ​ມັດ​ເອົາ​ສິ່ງຂອງ​ທັງໝົດ​ທີ່​ຕົນ​ມີ​ຢູ່ ແລະ​ໄປ​ເມືອງ​ເບເອນເຊບາ ບ່ອນ​ທີ່​ເພິ່ນ​ໄດ້​ຖວາຍບູຊາ​ແກ່​ພຣະເຈົ້າ​ຂອງ​ອີຊາກ​ພໍ່​ຂອງຕົນ.</verse>
				<verse number="2">ໃນ​ຄືນ​ນັ້ນ ພຣະເຈົ້າ​ໄດ້​ກ່າວ​ກັບ​ຢາໂຄບ​ທາງ​ຄວາມຝັນ​ວ່າ, “ຢາໂຄບ ຢາໂຄບ​ເອີຍ.” ເພິ່ນ​ຂານ​ຕອບ​ວ່າ, “ໂດຍ ຂ້ານ້ອຍ​ກຳລັງ​ຟັງ​ຢູ່.”</verse>
				<verse number="3">ພຣະອົງ​ກ່າວ​ວ່າ, “ເຮົາ​ຄື​ພຣະເຈົ້າ ພຣະເຈົ້າ​ຂອງ​ພໍ່​ເຈົ້າ, ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ໄປ​ປະເທດ​ເອຢິບ. ເຮົາ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ເຈົ້າ​ທະວີ​ຂຶ້ນ​ເປັນ​ຊົນຊາດ​ໃຫຍ່​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="4">ເຮົາ​ຈະ​ໄປ​ປະເທດ​ເອຢິບ​ກັບ​ເຈົ້າ ແລະ​ເຮົາ​ຈະ​ນຳ​ເອົາ​ເຊື້ອສາຍ​ຂອງ​ເຈົ້າ ກັບຄືນ​ມາ​ສູ່​ດິນແດນ​ນີ້​ອີກ. ໂຢເຊັບ​ຈະ​ຢູ່​ນຳ​ເຈົ້າ​ເມື່ອ​ເວລາ​ເຈົ້າ​ຕາຍ.”</verse>
				<verse number="5">ແລ້ວ​ຢາໂຄບ​ກໍ​ອອກ​ໄປ​ຈາກ​ເມືອງ​ເບເອນເຊບາ. ພວກ​ລູກຊາຍ​ໄດ້​ເອົາ​ພໍ່​ຂອງ​ພວກ​ຕົນ, ພວກ​ເດັກນ້ອຍ ແລະ​ເມຍ​ຂອງ​ພວກເຂົາ ຂຶ້ນ​ຂີ່​ກວຽນ​ທີ່​ກະສັດ​ເອຢິບ​ໄດ້​ສົ່ງ​ມາ​ຮັບ.</verse>
				<verse number="6">ພວກເຂົາ​ເອົາ​ຝູງສັດ​ກັບ​ຊັບສົມບັດ​ທັງໝົດ​ທີ່​ມີ​ໃນ​ການາອານ ອອກ​ເດີນທາງ​ໄປ​ສູ່​ປະເທດ​ເອຢິບ.</verse>
				<verse number="7">ຢາໂຄບ​ໄດ້​ນຳ​ເອົາ​ເຊື້ອສາຍ​ທັງໝົດ​ຂອງຕົນ​ໄປ​ນຳ​ດັ່ງນີ້: ບັນດາ​ລູກຊາຍ​ຂອງ​ເພິ່ນ, ບັນດາ​ຫລານຊາຍ​ຂອງ​ເພິ່ນ, ບັນດາ​ລູກສາວ​ຂອງ​ເພິ່ນ ແລະ​ບັນດາ​ຫລານສາວ​ຂອງ​ເພິ່ນ.</verse>
				<verse number="8">ເຊື້ອສາຍ​ຂອງ​ຢາໂຄບ​ທີ່​ໄປ​ປະເທດ​ເອຢິບ​ກັບ​ເພິ່ນ​ມີ​ຣູເບັນ​ລູກຊາຍ​ກົກ​ຂອງ​ເພິ່ນ</verse>
				<verse number="9">ແລະ​ພວກ​ລູກຊາຍ​ຂອງ​ຣູເບັນ​ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະ​ການໝີ.</verse>
				<verse number="10">ຊີເມໂອນ​ແລະ​ພວກ​ລູກຊາຍ​ຂອງຕົນ: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ ແລະ​ລູກ​ທີ່​ເກີດ​ຈາກ​ຍິງ​ຊາວ​ການາອານ​ຊື່​ວ່າ ຊາອູນ.</verse>
				<verse number="11">ເລວີ​ແລະ​ລູກຊາຍ​ຂອງຕົນ: ເກໂຊນ, ໂກຮາດ ແລະ​ເມຣາຣີ.</verse>
				<verse number="12">ຢູດາ​ແລະ​ພວກ​ລູກຊາຍ​ຂອງຕົນ: ເອຣະ, ໂອນານ, ເຊລາ, ເປເຣັດ ແລະ​ເຊຣາ. (ສ່ວນ​ເອຣະ​ກັບ​ໂອນານ ລູກຊາຍ​ສອງ​ຄົນ​ຂອງ​ຢູດາ​ນັ້ນ ຕາຍ​ທີ່​ການາອານ) ພ້ອມ​ດ້ວຍ​ລູກຊາຍ​ຂອງ​ເປເຣັດ​ຊື່​ວ່າ ເຮຊະໂຣນ ແລະ​ຮາມູນ.</verse>
				<verse number="13">ອິດຊາຄາ​ກັບ​ພວກ​ລູກຊາຍ​ຂອງຕົນ: ໂຕລາ, ປູອາ, ຢາຊຸບ ແລະ​ຊີມໂຣນ.</verse>
				<verse number="14">ເຊບູໂລນ​ກັບ​ພວກ​ລູກຊາຍ​ຂອງຕົນ: ເສເຣັດ, ເອໂລນ ແລະ​ຢາເລເອນ.</verse>
				<verse number="15">ຄົນ​ເຫຼົ່ານັ້ນ​ແມ່ນ​ລູກຊາຍ​ຂອງ​ນາງ​ເລອາ ທີ່​ໄດ້​ເກີດ​ໃຫ້​ຢາໂຄບ​ໃນ​ເມໂຊໂປຕາເມຍ ລວມທັງ​ນາງ​ດີນາ​ລູກສາວ​ຂອງຕົນ​ດ້ວຍ. ເມື່ອ​ນັບ​ລວມ​ທັງໝົດ​ແລ້ວ ເຊື້ອສາຍ​ທີ່​ສືບ​ມາ​ຈາກ​ນາງ​ເລອາ ມີ​ຢູ່ 33 ຄົນ.</verse>
				<verse number="16">ກາດ​ແລະ​ບັນດາ​ລູກຊາຍ​ຂອງຕົນ: ເຊໂຟນ, ຮັກກີ, ຊູນີ, ເອຊະໂບນ, ເອຣີ, ອາໂຣດ ແລະ​ອາເຣລີ.</verse>
				<verse number="17">ອາເຊ​ແລະ​ພວກ​ລູກຊາຍ​ຂອງຕົນ: ອີມນາ, ອີຊະວາ, ອີຊະວີ, ເບຣິຢາ, ແລະ​ນາງ​ເສຣາ​ລູກສາວ​ຂອງ​ລາວ ພ້ອມ​ທັງ​ລູກຊາຍ​ຂອງ​ເບຣິຢາ: ເຮເບ​ແລະ​ມັນກີເອນ.</verse>
				<verse number="18">ພວກ 16 ຄົນ​ນີ້​ແມ່ນ​ເຊື້ອສາຍ​ຂອງ​ຢາໂຄບ ທີ່​ສືບ​ມາ​ຈາກ​ນາງ​ຊີລະປາ ເອື້ອຍ​ລ້ຽງ​ທີ່​ລາບານ​ໄດ້​ມອບ​ໃຫ້​ນາງ​ເລອາ ລູກສາວ​ຂອງຕົນ.</verse>
				<verse number="19">ສ່ວນ​ຣາເຊັນ ເມຍ​ຂອງ​ຢາໂຄບ ມີ​ລູກຊາຍ​ສອງ​ຄົນ: ໂຢເຊັບ​ແລະ​ເບັນຢາມິນ.</verse>
				<verse number="20">ຢູ່​ໃນ​ປະເທດ​ເອຢິບ ໂຢເຊັບ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ມານາເຊ​ແລະ​ເອຟຣາອິມ ທີ່​ໄດ້​ນຳ​ນາງ​ອາເສນາດ​ລູກສາວ​ຂອງ​ໂປຕີເຟຣາ​ປະໂຣຫິດ​ແຫ່ງ​ເມືອງ​ເຮລີໂອໂປລີ.</verse>
				<verse number="21">ລູກຊາຍ​ຂອງ​ເບັນຢາມິນ ມີ​ດັ່ງນີ້: ເບລາ, ເບເຄ, ອັດຊະເບນ, ເກຣາ, ນາອາມານ, ເອຮີ, ໂຣເຊ, ມຸບປິມ, ຮຸບປິມ ແລະ​ອາກເດ.</verse>
				<verse number="22">ພວກ​ສິບສີ່​ຄົນ​ນີ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ ທີ່​ສືບ​ມາ​ຈາກ​ນາງ​ຣາເຊັນ.</verse>
				<verse number="23">ດານ​ແລະ​ລູກຊາຍ​ຂອງຕົນ​ຊື່​ວ່າ ຮູຊິມ.</verse>
				<verse number="24">ເນັບທາລີ​ແລະ​ລູກຊາຍ​ຂອງຕົນ ມີ​ດັ່ງນີ້: ຢາເຊເອນ, ກູນີ, ເຢເຊ ແລະ​ຊິນເລັມ.</verse>
				<verse number="25">ພວກ​ເຈັດ​ຄົນ​ນີ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ​ທີ່​ສືບ​ມາ​ຈາກ​ນາງ​ບິນຮາ ເອື້ອຍ​ລ້ຽງ​ທີ່​ລາບານ​ໄດ້​ມອບ​ໃຫ້​ນາງ​ຣາເຊັນ​ລູກສາວ​ຂອງຕົນ.</verse>
				<verse number="26">ຈຳນວນ​ເຊື້ອສາຍ​ແທ້ໆ​ທັງໝົດ​ຂອງ​ຢາໂຄບ​ທີ່​ໄປ​ຢູ່​ໃນ​ປະເທດ​ເອຢິບ​ມີ 66 ຄົນ; ໂດຍ​ບໍ່​ນັບ​ເມຍ​ຂອງ​ພວກ​ລູກຊາຍ​ຂອງ​ເພິ່ນ.</verse>
				<verse number="27">ໂຢເຊັບ​ມີ​ລູກຊາຍ​ທີ່​ເກີດ​ຢູ່​ໃນ​ປະເທດ​ເອຢິບ​ສອງ​ຄົນ. ເມື່ອ​ຮວບຮວມ​ຄອບຄົວ​ຂອງ​ຢາໂຄບ​ທັງໝົດ ທີ່​ໄປ​ຢູ່​ໃນ​ປະເທດ​ເອຢິບ​ແລ້ວ​ມີ 70 ຄົນ.</verse>
				<verse number="28">ຢາໂຄບ​ໄດ້​ສົ່ງ​ຢູດາ​ໄປ​ບອກ​ໂຢເຊັບ​ລ່ວງໜ້າ ເພື່ອ​ໃຫ້​ມາ​ພົບ​ພໍ່​ຂອງຕົນ​ທີ່​ເຂດ​ໂກເຊັນ. ເມື່ອ​ພວກເຂົາ​ມາ​ຮອດ</verse>
				<verse number="29">ໂຢເຊັບ​ຈຶ່ງ​ຂີ່​ລົດມ້າ​ອອກ​ໄປ​ພົບ​ພໍ່​ຂອງຕົນ​ທີ່​ເຂດ​ໂກເຊັນ​ທັນທີ. ເມື່ອ​ທັງສອງ​ພົບ​ກັນ ໂຢເຊັບ​ຈຶ່ງ​ຟ້າວ​ກອດ​ຄໍ​ພໍ່​ຂອງຕົນ​ໄຫ້​ສະອື້ນ​ເປັນ​ເວລາ​ນານ.</verse>
				<verse number="30">ຢາໂຄບ​ເວົ້າ​ກັບ​ໂຢເຊັບ​ວ່າ, “ບັດນີ້ ພໍ່​ພ້ອມ​ແລ້ວ​ທີ່​ຈະ​ຕາຍ ເມື່ອ​ໄດ້​ເຫັນ​ໜ້າ​ລູກ​ແລະ​ຮູ້​ວ່າ​ລູກ​ຍັງ​ມີ​ຊີວິດ​ຢູ່.”</verse>
				<verse number="31">ແລ້ວ​ໂຢເຊັບ​ກໍ​ກ່າວ​ຕໍ່​ພວກ​ອ້າຍ ຕະຫລອດ​ທັງ​ຄອບຄົວ​ທັງໝົດ​ຂອງ​ພໍ່​ຕົນ​ວ່າ, “ຂ້ອຍ​ຕ້ອງ​ໄປ​ບອກ​ໃຫ້​ກະສັດ​ຮູ້​ວ່າ ພວກ​ອ້າຍ​ນ້ອງ​ກັບ​ຄອບຄົວ​ທັງໝົດ​ຂອງ​ພໍ່​ຂ້ອຍ ທີ່​ໄດ້​ອາໄສ​ຢູ່​ໃນ​ການາອານ​ນັ້ນ​ມາ​ຮອດ​ແລ້ວ.</verse>
				<verse number="32">ຂ້ອຍ​ຈະ​ບອກ​ເພິ່ນ​ວ່າ ພວກເຈົ້າ​ເປັນ​ຄົນລ້ຽງແກະ​ແລະ​ລ້ຽງ​ງົວ ແລະ​ພວກເຈົ້າ​ໄດ້​ເອົາ​ຝູງແກະ​ກັບ​ຝູງງົວ​ພ້ອມ​ທຸກສິ່ງ​ທີ່​ມີ​ນັ້ນ​ມາ​ນຳ.</verse>
				<verse number="33">ເມື່ອ​ກະສັດ​ເອີ້ນ​ພວກເຈົ້າ​ໄປ​ຖາມ​ເຖິງ​ວິຊາ​ອາຊີບ​ຂອງ​ພວກເຈົ້າ</verse>
				<verse number="34">ໃຫ້​ພວກເຈົ້າ​ຕອບ​ວ່າ, ພວກເຈົ້າ​ລ້ຽງ​ສັດ​ເປັນ​ອາຊີບ​ເໝືອນ​ດັ່ງ​ບັນ​ພະບຸລຸດ​ຂອງ​ພວກເຮົາ. ໂດຍ​ວິທີ​ນີ້​ກະສັດ​ກໍ​ຈະ​ອະນຸຍາດ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ເຂດ​ໂກເຊັນ​ໄດ້.” ໂຢເຊັບ​ແນະນຳ​ເຊັ່ນນີ້ ເພາະ​ຊາວ​ເອຢິບ​ບໍ່​ມັກ​ພວກ​ລ້ຽງແກະ.</verse>
			</chapter>
			<chapter number="47">
				<verse number="1">ດັ່ງນັ້ນ ໂຢເຊັບ​ຈຶ່ງ​ພາ​ອ້າຍ​ຫ້າ​ຄົນ​ຂອງຕົນ​ໄປ​ພົບ​ກະສັດ. ເພິ່ນ​ບອກ​ກະສັດ​ວ່າ, “ພໍ່​ແລະ​ພວກ​ອ້າຍນ້ອງ​ຂອງ​ຂ້ານ້ອຍ​ໄດ້​ມາ​ແຕ່​ການາອານ​ແລ້ວ ພ້ອມ​ກັບ​ຝູງແກະ​ແລະ​ຝູງງົວ ຕະຫລອດ​ທັງ​ທຸກສິ່ງ​ທີ່​ພວກເຂົາ​ມີ​ຢູ່. ດຽວ​ນີ້​ພວກ​ເຂົາເຈົ້າ​ອາໄສ​ຢູ່​ເຂດ​ໂກເຊັນ.”</verse>
				<verse number="2">ແລ້ວ​ໂຢເຊັບ​ກໍ​ແນະນຳ​ພວກ​ອ້າຍ​ຂອງຕົນ​ຕໍ່​ກະສັດ.</verse>
				<verse number="3">ກະສັດ​ຖາມ​ວ່າ, “ພວກເຈົ້າ​ມີ​ອາຊີບ​ຫຍັງ?” ພວກເຂົາ​ຕອບ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ມີ​ອາຊີບ​ເປັນ​ຜູ້​ລ້ຽງສັດ ຄື​ກັບ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ.</verse>
				<verse number="4">ພວກ​ຂ້ານ້ອຍ​ມາ​ຂໍ​ອາໄສ​ຢູ່​ປະເທດ​ນີ້ ເພາະ​ໃນ​ການາອານ​ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ ຈົນ​ບໍ່ມີ​ທົ່ງຫຍ້າ​ສຳລັບ​ລ້ຽງ​ຝູງສັດ. ກະລຸນາ​ໂຜດ​ໃຫ້​ພວກ​ຂ້ານ້ອຍ​ໄດ້​ອາໄສ​ຢູ່​ໃນ​ເຂດ​ໂກເຊັນ​ນັ້ນ​ເຖີດ.”</verse>
				<verse number="5">ກະສັດ​ກ່າວ​ແກ່​ໂຢເຊັບ​ວ່າ, “ບັດນີ້ ພໍ່​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ເຈົ້າ​ໄດ້​ມາຮອດ​ແລ້ວ</verse>
				<verse number="6">ດິນແດນ​ຂອງ​ປະເທດ​ເອຢິບ​ກໍ​ເປັນ​ຂອງ​ພວກເຂົາ​ຄືກັນ. ພວກເຂົາ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ເຂດ​ໂກເຊັນ​ໄດ້ ບ່ອນ​ທີ່​ມີ​ດິນ​ດີທີ່ສຸດ​ໃນ​ປະເທດ​ນີ້. ນອກຈາກນີ້ ຖ້າ​ເຈົ້າ​ຮູ້​ວ່າ ໃນ​ພວກເຂົາ​ຜູ້ໜຶ່ງ​ຜູ້ໃດ​ມີ​ຄວາມ​ສາມາດ ກໍ​ໃຫ້​ຮັບ​ລ້ຽງ​ຝູງສັດ​ຂອງເຮົາ​ດ້ວຍ.”</verse>
				<verse number="7">ແລ້ວ​ໂຢເຊັບ​ກໍໄດ້​ພາ​ຢາໂຄບ​ພໍ່​ຂອງຕົນ​ເຂົ້າ​ໄປ​ພົບ​ກະສັດ. ຢາໂຄບ​ອວຍພອນ​ກະສັດ</verse>
				<verse number="8">ແລະ​ກະສັດ​ໄດ້​ຖາມ​ຢາໂຄບ​ວ່າ, “ເຈົ້າ​ອາຍຸ​ໄດ້​ຈັກ​ປີ​ແລ້ວ?”</verse>
				<verse number="9">ຢາໂຄບ​ຕອບ​ວ່າ, “ຊີວິດ​ທີ່​ທ່ອງທ່ຽວ​ໄປມາ​ຂອງ​ຂ້ານ້ອຍ ມີ​ຢູ່ 130 ປີ. ເປັນ​ເວລາສັ້ນ​ແລະ​ລຳບາກ ບໍ່​ຄື​ຊີວິດ​ທີ່​ທ່ອງທ່ຽວ​ໄປມາ​ຂອງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ.”</verse>
				<verse number="10">ຢາໂຄບ​ອວຍພອນ​ກະສັດ​ແລະ​ອຳລາ​ກັບ​ໄປ.</verse>
				<verse number="11">ໂຢເຊັບ​ໄດ້​ຈັດ​ທີ່ດິນ​ໃຫ້​ພໍ່​ກັບ​ພວກ​ອ້າຍ​ຂອງຕົນ​ຢູ່​ໃນ​ປະເທດ​ເອຢິບ ໂດຍ​ເລືອກ​ເອົາ​ດິນ​ຕອນ​ດີທີ່ສຸດ​ຢູ່​ໃກ້​ກັບ​ເມືອງ​ຣາມາເຊັດ ໃຫ້​ເປັນ​ສົມບັດ​ຂອງ​ພວກເຂົາ​ຕາມ​ທີ່​ກະສັດ​ໄດ້​ສັ່ງ.</verse>
				<verse number="12">ໂຢເຊັບ​ໄດ້​ຈັດ​ຫາ​ສະບຽງ​ອາຫານ​ໃຫ້​ພໍ່, ບັນດາ​ອ້າຍ​ນ້ອງ ແລະ​ຄອບຄົວ​ຂອງ​ພວກເຂົາ​ທຸກໆ​ຄົນ ຕະຫລອດ​ທັງ​ພວກ​ເດັກນ້ອຍ​ທີ່​ໄດ້​ຕິດຕາມ​ມາ​ນຳ​ນັ້ນ.</verse>
				<verse number="13">ການ​ອຶດຢາກ​ຄັ້ງ​ນີ້​ຮ້າຍແຮງ​ທີ່ສຸດ ຈົນ​ວ່າ​ຢູ່​ໃນ​ປະເທດ​ອື່ນໆ​ບໍ່ມີ​ອາຫານ​ກິນ ແລະ​ປະຊາຊົນ​ເອຢິບ​ກັບ​ຊາວ​ການາອານ​ກໍ​ອ່ອນເພຍ​ຍ້ອນ​ການ​ອຶດຢາກ.</verse>
				<verse number="14">ໂຢເຊັບ​ທ້ອນໂຮມ​ເອົາ​ເງິນ​ທັງໝົດ​ທີ່​ໄດ້​ມາ​ຈາກ​ການ​ຂາຍ​ເຂົ້າ ນຳ​ໄປ​ຖອກ​ທີ່​ຄັງ​ຂອງ​ຣາຊວັງ.</verse>
				<verse number="15">ເມື່ອ​ຊາວ​ເອຢິບ​ແລະ​ຊາວ​ການາອານ​ຈ່າຍ​ເງິນ​ໝົດ​ແລ້ວ ຊາວ​ເອຢິບ​ຈຶ່ງ​ຫຸ້ມ​ກັນ​ມາ​ຫາ​ໂຢເຊັບ ແລະ​ເວົ້າ​ວ່າ, “ຂໍ​ອາຫານ​ໃຫ້​ພວກ​ຂ້ານ້ອຍ​ກິນ​ແດ່ທ້ອນ ຢ່າ​ປະ​ໃຫ້​ພວກ​ຂ້ານ້ອຍ​ຕ້ອງ​ຫິວ​ຕາຍ​ເລີຍ. ກະລຸນາ​ຫາ​ທາງ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ ເພາະ​ເງິນ​ຂອງ​ພວກ​ຂ້ານ້ອຍ​ກໍໄດ້​ຈ່າຍ​ໄປ​ຈົນ​ໝົດ​ແລ້ວ.”</verse>
				<verse number="16">ໂຢເຊັບ​ຈຶ່ງ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ໝົດ​ເງິນ​ແທ້ ໃຫ້​ນຳ​ສັດ​ມາ​ແລກ​ປ່ຽນ​ເອົາ​ເຂົ້າ.”</verse>
				<verse number="17">ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ສັດ​ຂອງຕົນ​ມາ​ໃຫ້​ໂຢເຊັບ ແລະ​ເພິ່ນ​ກໍ​ເອົາ​ອາຫານ​ແລກ​ປ່ຽນ​ເອົາ​ສັດ ເປັນ​ຕົ້ນ: ມ້າ, ແກະ, ແບ້, ງົວ ແລະ​ລໍ. ໃນ​ປີ​ນັ້ນ ເພິ່ນ​ໄດ້​ຈ່າຍ​ອາຫານ​ໃຫ້​ແກ່​ປະຊາຊົນ ໂດຍ​ວິທີ​ແລກ​ປ່ຽນ​ກັບ​ສັດ​ຕ່າງໆ​ຂອງ​ພວກເຂົາ.</verse>
				<verse number="18">ປີ​ຕໍ່ມາ ພວກເຂົາ​ກໍ​ພາກັນ​ມາ​ຫາ​ໂຢເຊັບ​ອີກ ແລະ​ເວົ້າ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ຂໍ​ເວົ້າ​ຄວາມຈິງ​ສູ່​ທ່ານ​ຟັງ ໂດຍ​ບໍ່ໄດ້​ປິດບັງ​ຫຍັງ​ເລີຍ​ຄື: ເງິນ​ຂອງ​ພວກ​ຂ້ານ້ອຍ​ກໍ​ໝົດ​ແລ້ວ ແລະ​ສັດ​ຂອງ​ພວກ​ຂ້ານ້ອຍ​ກໍ​ເປັນ​ຂອງທ່ານ​ແລ້ວ. ດຽວນີ້ ພວກ​ຂ້ານ້ອຍ​ບໍ່​ເຫຼືອ​ຫຍັງ​ພໍ​ເອົາ​ມາ​ໃຫ້​ທ່ານ​ແລກ​ປ່ຽນ ນອກຈາກ​ພວກ​ຂ້ານ້ອຍ​ເອງ​ກັບ​ທີ່ດິນ​ເທົ່ານັ້ນ.</verse>
				<verse number="19">ຢ່າ​ປ່ອຍ​ໃຫ້​ພວກ​ຂ້ານ້ອຍ​ຕ້ອງ​ອຶດຕາຍ​ເທາະ. ກະລຸນາ​ຫາ​ທາງ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ ຢ່າ​ປ່ອຍ​ໃຫ້​ທີ່ດິນ​ຂອງ​ພວກ​ຂ້ານ້ອຍ​ຫວ່າງເປົ່າ​ລ້າໆ​ເລີຍ. ຂໍ​ທ່ານ​ຈົ່ງ​ຊື້​ທີ່ດິນ​ຂອງ​ພວກ​ຂ້ານ້ອຍ​ເພື່ອ​ແລກ​ເອົາ​ອາຫານ. ພວກ​ຂ້ານ້ອຍ​ຍິນດີ​ຍອມ​ເປັນ​ຄົນ​ຮັບໃຊ້​ຂອງ​ກະສັດ ແລະ​ທີ່ດິນ​ຂອງ​ພວກ​ຂ້ານ້ອຍ​ກໍ​ໃຫ້​ເປັນ​ຂອງ​ເພິ່ນ​ດ້ວຍ. ຈົ່ງ​ເອົາ​ເຂົ້າ​ໃຫ້​ພວກ​ຂ້ານ້ອຍ​ເພື່ອ​ພວກ​ຂ້ານ້ອຍ​ຈະ​ບໍ່​ອຶດຕາຍ ແລະ​ເອົາ​ເຂົ້າປູກ​ໃຫ້​ພວກ​ຂ້ານ້ອຍ​ເພື່ອ​ທີ່ດິນ​ຈະ​ບໍ່​ຖືກ​ປະປ່ອຍ​ໃຫ້​ວ່າງເປົ່າ​ລ້າໆ.”</verse>
				<verse number="20">ໂຢເຊັບ​ໄດ້​ຊື້​ເອົາ​ທີ່ດິນ​ທັງໝົດ​ໃນ​ປະເທດ​ເອຢິບ​ໃຫ້​ກະສັດ. ຊາວ​ເອຢິບ​ທຸກຄົນ​ຈຳເປັນ​ຕ້ອງ​ຂາຍ​ທີ່ດິນ​ຂອງຕົນ ຍ້ອນ​ວ່າ​ການ​ອຶດຢາກ​ເທື່ອ​ນີ້​ຮ້າຍແຮງ​ທີ່ສຸດ ແລະ​ທີ່ດິນ​ທັງໝົດ​ໃນ​ປະເທດ​ເອຢິບ​ກໍ​ກາຍເປັນ​ຂອງ​ກະສັດ.</verse>
				<verse number="21">ໂຢເຊັບ​ໄດ້​ນຳພາ​ຊາວ​ເອຢິບ​ມາ​ເປັນ​ຄົນ​ຮັບໃຊ້ ແລະ​ເຂດແດນ​ຈາກ​ສົ້ນສຸດ​ຂອງ​ປະເທດ​ເບື້ອງ​ນີ້​ຈຸ​ເບື້ອງ​ອື່ນ.</verse>
				<verse number="22">ຍັງ​ແຕ່​ທີ່ດິນ​ຂອງ​ພວກ​ປະໂຣຫິດ​ເທົ່ານັ້ນ​ທີ່​ເພິ່ນ​ບໍ່ໄດ້​ຊື້​ເອົາ. ພວກ​ປະໂຣຫິດ​ບໍ່ໄດ້​ຂາຍ​ທີ່ດິນ​ຂອງ​ພວກ​ຕົນ ເພາະ​ກະສັດ​ໃຫ້​ເງິນ​ອຸດໜູນ​ແກ່​ພວກເຂົາ.</verse>
				<verse number="23">ໂຢເຊັບ​ກ່າວ​ແກ່​ປະຊາຊົນ​ວ່າ, “ພວກເຈົ້າ​ເຫັນ​ແລ້ວ​ວ່າ ມື້ນີ້​ຂ້ອຍ​ໄດ້​ຊື້​ເອົາ​ພວກເຈົ້າ ພ້ອມ​ທີ່ດິນ​ຂອງ​ພວກເຈົ້າ​ມາ​ເປັນ​ຂອງ​ກະສັດ. ອັນ​ນີ້​ແມ່ນ​ເຂົ້າປູກ​ເພື່ອ​ໃຫ້​ພວກເຈົ້າ​ເອົາ​ໄປ​ຫວ່ານ​ໃນ​ນາ.</verse>
				<verse number="24">ເມື່ອ​ຮອດ​ລະດູ​ເກັບກ່ຽວ ພວກເຈົ້າ​ຕ້ອງ​ເອົາ​ຜົນລະປູກ​ໜຶ່ງ​ສ່ວນ​ຫ້າ​ໃຫ້​ກະສັດ. ສ່ວນ​ທີ່​ເຫຼືອ​ນັ້ນ ໃຫ້​ເປັນ​ຂອງ​ພວກເຈົ້າ​ເພື່ອ​ເປັນ​ເຂົ້າປູກ ແລະ​ສຳລັບ​ກິນ​ໃນ​ຄອບຄົວ.”</verse>
				<verse number="25">ພວກເຂົາ​ຕອບ​ວ່າ, “ທ່ານ​ໄດ້​ເຮັດ​ດີ​ຕໍ່​ພວກ​ຂ້ານ້ອຍ​ໂດຍ​ຊ່ວຍ​ເອົາ​ຊີວິດ​ຂອງ​ພວກ​ຂ້ານ້ອຍ​ໄວ້. ພວກ​ຂ້ານ້ອຍ​ຍິນດີ​ເປັນ​ຄົນ​ຮັບໃຊ້​ຂອງ​ກະສັດ.”</verse>
				<verse number="26">ດັ່ງນັ້ນ ໂຢເຊັບ​ຈຶ່ງ​ໄດ້​ແຕ່ງ​ກົດໝາຍ​ປົກຄອງ​ທີ່ດິນ​ໄວ້​ໃນ​ປະເທດ​ເອຢິບ​ຄື: ຜົນລະປູກ​ໜຶ່ງ​ສ່ວນ​ຫ້າ​ເປັນ​ຂອງ​ກະສັດ. ກົດໝາຍ​ນີ້​ຍັງ​ໃຊ້​ກັນ​ຈົນເຖິງ​ທຸກ​ວັນນີ້. ມີ​ແຕ່​ທີ່ດິນ​ຂອງ​ພວກ​ປະໂຣຫິດ​ເທົ່ານັ້ນ​ທີ່​ບໍ່​ເປັນ​ຂອງ​ກະສັດ.</verse>
				<verse number="27">ຊາວ​ອິດສະຣາເອນ​ທີ່​ອາໄສ​ໃນ​ປະເທດ​ເອຢິບ​ຢູ່​ໃນ​ເຂດ​ໂກເຊັນ ໄດ້​ຮັ່ງມີ​ເປັນ​ດີ​ຂຶ້ນ​ພ້ອມ​ທັງ​ມີ​ລູກຫລານ​ຢ່າງ​ຫລວງຫລາຍ.</verse>
				<verse number="28">ຢາໂຄບ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ສິບເຈັດ​ປີ ຈົນ​ເພິ່ນ​ມີ​ອາຍຸ​ໜຶ່ງຮ້ອຍ​ສີ່ສິບເຈັດ​ປີ.</verse>
				<verse number="29">ເມື່ອ​ຢາໂຄບ​ຮູ້ສຶກ​ວ່າ​ຕົນເອງ​ໃກ້​ຈະ​ຕາຍ​ແລ້ວ ເພິ່ນ​ຈຶ່ງ​ເອີ້ນ​ເອົາ​ໂຢເຊັບ​ລູກຊາຍ​ຂອງຕົນ​ມາ ແລະ​ເວົ້າ​ວ່າ, “ຈົ່ງ​ວາງ​ມື​ໃສ່​ວ່າງ​ຂາ​ຂອງ​ພໍ່ ແລະ​ສາບານ​ຢ່າງ​ໜັກແໜ້ນ​ວ່າ ເຈົ້າ​ຈະ​ບໍ່​ຝັງ​ພໍ່​ໄວ້​ໃນ​ປະເທດ​ເອຢິບ​ນີ້.</verse>
				<verse number="30">ພໍ່​ຕ້ອງການ​ໃຫ້​ລູກ​ຝັງສົບ​ຂອງ​ພໍ່​ໄວ້​ຢູ່​ໃນ​ບ່ອນ​ຝັງສົບ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ; ຈົ່ງ​ເອົາ​ຊາກສົບ​ຂອງ​ພໍ່​ອອກ​ໜີ​ຈາກ​ປະເທດ​ເອຢິບ ແລະ​ຝັງ​ໄວ້​ຢູ່​ໃນ​ຖໍ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ.” ໂຢເຊັບ​ຕອບ​ວ່າ, “ລູກ​ຈະ​ເຮັດ​ຕາມ​ທີ່​ພໍ່​ຕ້ອງການ.”</verse>
				<verse number="31">ຢາໂຄບ​ເວົ້າ​ວ່າ, “ຈົ່ງ​ສາບານ​ຕໍ່​ພໍ່​ວ່າ​ລູກ​ຈະ​ເຮັດ​ດັ່ງນັ້ນ.” ໂຢເຊັບ​ໄດ້​ສາບານ. ແລ້ວ​ຢາໂຄບ​ກໍ​ໂມທະນາ​ຂອບພຣະຄຸນ ໂດຍ​ກົ້ມ​ຂາບລົງ​ເທິງ​ທີ່​ຫົວ​ຕຽງນອນ​ຂອງຕົນ.</verse>
			</chapter>
			<chapter number="48">
				<verse number="1">ຫລັງຈາກ​ນັ້ນ​ມາ​ບໍ່​ດົນນານ ກໍ​ມີ​ຄົນ​ມາ​ບອກ​ໂຢເຊັບ​ວ່າ​ພໍ່​ຂອງ​ເພິ່ນ​ເຈັບ​ໜັກ. ສະນັ້ນ ໂຢເຊັບ​ຈຶ່ງ​ພາ​ລູກຊາຍ​ທັງສອງ​ຂອງຕົນ​ຄື ມານາເຊ​ແລະ​ເອຟຣາອິມ ໄປ​ຫາ​ພໍ່​ຂອງຕົນ.</verse>
				<verse number="2">ເມື່ອ​ຢາໂຄບ​ຮູ້​ວ່າ​ໂຢເຊັບ​ລູກຊາຍ​ຂອງຕົນ​ມາ​ຢາມ ເພິ່ນ​ຈຶ່ງ​ຮວບຮວມ​ເຫື່ອແຮງ​ທັງໝົດ​ທີ່​ຕົນ​ມີ​ຢູ່ ລຸກ​ຂຶ້ນ​ນັ່ງ​ເທິງ​ຕຽງ.</verse>
				<verse number="3">ຢາໂຄບ​ກ່າວ​ແກ່​ໂຢເຊັບ​ວ່າ, “ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ປາກົດ​ແກ່​ພໍ່​ທີ່​ເມືອງ​ລູເຊ ໃນ​ການາອານ​ແລະ​ອວຍພອນ​ພໍ່.</verse>
				<verse number="4">ພຣະອົງ​ໄດ້​ກ່າວ​ວ່າ, ‘ເຮົາ​ຈະ​ໃຫ້​ເຈົ້າ​ມີ​ລູກຫລານ​ຢ່າງ​ຫລວງຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ກາຍເປັນ​ຫລາຍໆ​ຊົນຊາດ; ເຮົາ​ຈະ​ເອົາ​ດິນແດນ​ນີ້ ໃຫ້​ເປັນ​ສົມບັດ​ແກ່​ເຊື້ອສາຍ​ຂອງ​ເຈົ້າ​ຕະຫລອດໄປ.”’</verse>
				<verse number="5">ຢາໂຄບ​ກ່າວ​ຕໍ່ໄປ​ວ່າ, “ໂຢເຊັບ​ເອີຍ ລູກຊາຍ​ຂອງ​ເຈົ້າ​ສອງ​ຄົນ​ທີ່​ໄດ້​ເກີດ​ຢູ່​ໃນ​ປະເທດ​ເອຢິບ ກ່ອນ​ພໍ່​ມາ​ຢູ່​ນີ້​ເປັນ​ລູກ​ຂອງ​ພໍ່. ເອຟຣາອິມ​ແລະ​ມານາເຊ​ກໍ​ເທົ່າໆ​ກັບ​ຣູເບັນ​ແລະ​ຊີເມໂອນ.</verse>
				<verse number="6">ຖ້າ​ເຈົ້າ​ມີ​ລູກຊາຍ​ອີກ ພໍ່​ຈະ​ບໍ່​ຖື​ວ່າ​ເປັນ​ລູກ​ຂອງ​ພໍ່. ພວກເຂົາ​ຈະ​ໄດ້​ຮັບ​ມໍຣະດົກ ໂດຍ​ທາງ​ເອຟຣາອິມ​ແລະ​ມານາເຊ.</verse>
				<verse number="7">ພໍ່​ເຮັດ​ດັ່ງນີ້ ເພາະ​ເຫັນ​ແກ່​ຣາເຊັນ​ແມ່​ຂອງ​ເຈົ້າ. ພໍ່​ໂສກເສົ້າ​ຫລາຍ ເມື່ອ​ແມ່​ຂອງ​ເຈົ້າ​ຈາກ​ພໍ່​ໄປ​ໃນ​ການາອານ ຊຶ່ງ​ບໍ່​ຢູ່​ໄກ​ເທົ່າ​ໃດ​ຈາກ​ເອຟຣາທາ. ພໍ່​ໄດ້​ຝັງສົບ​ແມ່​ຂອງ​ເຈົ້າ​ໄວ້​ທີ່​ແຄມ​ທາງ​ໄປ​ສູ່​ເອຟຣາທາ.” (ເອຟຣາທາ​ແມ່ນ​ເມືອງ​ເບັດເລເຮັມ​ໃນ​ປັດຈຸບັນ​ນີ້.)</verse>
				<verse number="8">ເມື່ອ​ຢາໂຄບ​ເຫັນ​ລູກຊາຍ​ຂອງ​ໂຢເຊັບ ເພິ່ນ​ຈຶ່ງ​ຖາມ​ວ່າ, “ເດັກນ້ອຍ​ພວກ​ນີ້​ແມ່ນ​ຜູ້ໃດ?”</verse>
				<verse number="9">ໂຢເຊັບ​ຕອບ​ວ່າ, “ພວກເຂົາ​ແມ່ນ​ລູກ​ຂອງ​ຂ້ານ້ອຍ ທີ່​ພຣະເຈົ້າ​ໄດ້​ໂຜດ​ໃຫ້​ທີ່​ປະເທດ​ເອຢິບ​ນີ້.” ຢາໂຄບ​ເວົ້າ​ວ່າ, “ຈົ່ງ​ເອົາ​ພວກເຂົາ​ມາ​ຫາ​ພໍ່​ດູ ເພື່ອ​ພໍ່​ຈະ​ໄດ້​ອວຍພອນ​ພວກເຂົາ.”</verse>
				<verse number="10">ສາຍຕາ​ຂອງ​ຢາໂຄບ​ອ່ອນ​ລົງ​ຫລາຍ ຍ້ອນ​ຄວາມ​ຊະລາ​ແລະ​ບໍ່​ເຫັນ​ຮຸ່ງ​ຄັກ. ເມື່ອ​ໂຢເຊັບ​ນຳ​ພວກເຂົາ​ເຂົ້າ​ມາ ເພິ່ນ​ຈຶ່ງ​ກອດ​ແລະ​ຈູບ​ພວກເຂົາ.</verse>
				<verse number="11">ຢາໂຄບ​ກ່າວ​ແກ່​ໂຢເຊັບ​ວ່າ, “ພໍ່​ບໍ່ເຄີຍ​ຄິດ​ເລີຍ​ວ່າ​ຈະ​ໄດ້​ເຫັນ​ເຈົ້າ​ອີກ, ແຕ່​ບັດນີ້ ພຣະເຈົ້າ​ໃຫ້​ພໍ່​ໄດ້​ເຫັນ​ຮອດ​ລູກ​ຂອງ​ເຈົ້າ.”</verse>
				<verse number="12">ແລ້ວ​ໂຢເຊັບ​ກໍ​ເອົາ​ເຂົາ​ທັງສອງ​ອອກ​ຈາກ​ຕັກ​ຂອງ​ຢາໂຄບ ແລະ​ພາ​ພວກເຂົາ​ກົ້ມ​ຂາບລົງ​ຕໍ່ໜ້າ​ເພິ່ນ.</verse>
				<verse number="13">ໂຢເຊັບ​ເອົາ​ເອຟຣາອິມ​ມາ​ທາງ​ຊ້າຍ​ມື​ຂອງ​ຢາໂຄບ​ແລະ​ມານາເຊ​ຢູ່​ທາງ​ຂວາ​ມື.</verse>
				<verse number="14">ແຕ່​ຢາໂຄບ​ໄຂ່ວ​ແຂນ​ຂອງຕົນ ແລະ​ເອົາ​ມື​ຂວາ​ວາງ​ເທິງ​ຫົວ​ຂອງ​ເອຟຣາອິມ​ຜູ້​ເປັນ​ນ້ອງ ແລະ​ມື​ຊ້າຍ​ວາງ​ເທິງ​ຫົວ​ຂອງ​ມານາເຊ​ຜູ້​ເປັນ​ອ້າຍ.</verse>
				<verse number="15">ແລ້ວ​ເພິ່ນ​ກໍ​ອວຍພອນ​ແກ່​ໂຢເຊັບ ວ່າ: “ຂໍ​ພຣະເຈົ້າ​ອົງ​ທີ່​ພໍ່​ຂອງ​ຂ້ານ້ອຍ​ຄື​ອີຊາກ​ແລະ​ອັບຣາຮາມ ຜູ້​ທີ່​ບາກບັ່ນ​ຮັບໃຊ້​ພຣະອົງ ອວຍພອນ​ເດັກນ້ອຍ​ເຫຼົ່ານີ້ ຂໍ​ພຣະເຈົ້າ​ອົງ​ທີ່​ນຳພາ​ຂ້ານ້ອຍ​ທຸກ​ມື້ນີ້​ແລະ​ທຸກ​ເວລາ; ຈົ່ງ​ອວຍພອນ​ເຂົາ​ເຫຼົ່ານີ້​ເທີ້ນ</verse>
				<verse number="16">ຂໍ​ໃຫ້​ເທວະດາ​ຕົນ​ທີ່​ໄດ້​ຊ່ວຍ​ກູ້​ເອົາ​ຂ້ານ້ອຍ; ຈົ່ງ​ອວຍພອນ​ເຂົາ​ເຫຼົ່ານີ້​ດ້ວຍ ຂໍ​ໃຫ້​ຊື່​ຂອງ​ຂ້ານ້ອຍ​ທັງ​ອີຊາກ​ແລະ​ອັບຣາຮາມ ດຳລົງ​ຄົງ​ຢູ່​ນຳ​ເດັກນ້ອຍ​ເຫຼົ່ານີ້ ຂໍ​ໃຫ້​ພວກເຂົາ​ຈົ່ງ​ມີ​ລູກຫລານ​ຢ່າງ​ຫຼວງຫລາຍ ທັງ​ມີ​ເຊື້ອສາຍ​ມາກມາຍ​ຫລາຍ​ລົ້ນ ແດ່ທ້ອນ.”</verse>
				<verse number="17">ໂຢເຊັບ​ບໍ່​ສະບາຍ​ໃຈ ເມື່ອ​ເຫັນ​ພໍ່​ຂອງຕົນ​ເອົາ​ມື​ຂວາ​ວາງ​ເທິງ​ຫົວ​ຂອງ​ເອຟຣາອິມ. ສະນັ້ນ ເພິ່ນ​ຈຶ່ງ​ປ່ຽນ​ມື​ຂອງ​ພໍ່​ທີ່​ວາງ​ເທິງ​ຫົວ​ຂອງ​ເອຟຣາອິມ ມາ​ວາງ​ໃສ່​ເທິງ​ຫົວ​ຂອງ​ມານາເຊ.</verse>
				<verse number="18">ເພິ່ນ​ເວົ້າ​ກັບ​ພໍ່​ວ່າ, “ບໍ່ແມ່ນ​ທາງ​ນີ້​ພໍ່ ທາງ​ນີ້​ແມ່ນ​ອ້າຍ, ເອົາ​ມື​ຂວາ​ວາງ​ເທິງ​ຫົວ​ລາວ​ສາ.”</verse>
				<verse number="19">ຢາໂຄບ​ປະຕິເສດ ແລະ​ເວົ້າ​ວ່າ, “ພໍ່​ຮູ້​ແລ້ວ​ລູກ​ເອີຍ ພໍ່​ຮູ້​ດີ. ເຊື້ອສາຍ​ຂອງ​ມານາເຊ​ກໍ​ຈະ​ກາຍເປັນ​ຊົນຊາດ​ໃຫຍ່​ເໝືອນກັນ. ແຕ່​ຜູ້ນ້ອງ​ນັ້ນ​ຈະ​ຍິ່ງໃຫຍ່​ກວ່າ​ຜູ້ອ້າຍ ແລະ​ເຊື້ອສາຍ​ຂອງ​ລາວ​ຈະ​ກາຍເປັນ​ຊົນຊາດ​ທີ່​ຍິ່ງໃຫຍ່.”</verse>
				<verse number="20">ສະນັ້ນ ເພິ່ນ​ຈຶ່ງ​ອວຍພອນ​ພວກເຂົາ​ໃນ​ມື້​ນັ້ນ​ວ່າ, “ຊາວ​ອິດສະຣາເອນ​ຈະ​ເອີ່ຍ​ຊື່​ເຈົ້າ ເມື່ອ​ອວຍພອນ​ກັນ; ເຂົາ​ຈະ​ເວົ້າ​ກັນ​ດ້ວຍ​ຖ້ອຍຄຳ​ດັ່ງນີ້: ‘ຂໍ​ພຣະເຈົ້າ​ບັນດານ​ໃຫ້​ຂ້ານ້ອຍ​ກາຍເປັນ​ເໝືອນ ເອຟຣາອິມ​ແລະ​ມານາເຊ​ດ້ວຍ.”’</verse>
				<verse number="21">ແລ້ວ​ຢາໂຄບ​ກໍ​ເວົ້າ​ກັບ​ໂຢເຊັບ​ວ່າ, “ລູກ​ເຫັນ​ແລ້ວ​ວ່າ ພໍ່​ໃກ້​ຈະ​ສິ້ນໃຈ​ຕາຍ, ແຕ່​ພຣະເຈົ້າ​ຈະ​ຢູ່​ກັບ​ເຈົ້າ ແລະ​ນຳ​ເຈົ້າ​ຄືນ​ໄປ​ສູ່​ດິນແດນ​ຂອງ​ປູ່ຍ່າຕາຍາຍ​ຂອງເຈົ້າ.</verse>
				<verse number="22">ພໍ່​ມອບ​ຊີເຄມ ເຂດ​ອຸດົມສົມບູນ ແລະ​ຮັ່ງມີ​ໃຫ້​ແກ່​ເຈົ້າ ແລະ​ບໍ່ແມ່ນ​ໃຫ້​ພວກອ້າຍ​ຂອງເຈົ້າ ເພາະ​ພໍ່​ໄດ້​ຊີເຄມ​ມາ​ຈາກ​ພວກ​ອາໂມ​ດ້ວຍ​ຄົມ​ດາບ​ແລະ​ທະນູ.”</verse>
			</chapter>
			<chapter number="49">
				<verse number="1">ຢາໂຄບ​ໄດ້​ເອີ້ນ​ພວກ​ລູກຊາຍ​ທຸກຄົນ​ຂອງຕົນ​ມາ ແລະ​ເວົ້າ​ວ່າ, “ຈົ່ງ​ມາ​ໂຮມກັນ​ໃກ້​ພໍ່​ພີ້ ແລະ​ພໍ່​ຈະ​ບອກ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ​ໃນ​ພາຍ​ຄັ້ງໜ້າ​ດັ່ງນີ້:</verse>
				<verse number="2">ພວກ​ລູກຊາຍ​ຂອງ​ຢາໂຄບ ຈົ່ງ​ພ້ອມໜ້າ​ມາ​ຮັບ​ຟັງ ຟັງ​ວາຈາ​ຂອງ​ອິດສະຣາເອນ​ບິດາ​ຂອງ​ພວກເຈົ້າ.</verse>
				<verse number="3">ຣູເບັນ ຜູ້​ເປັນ​ລູກກົກ​ຂອງ​ເຮົາ ຜູ້​ຊຶ່ງ​ເປັນ​ກຳລັງ ແລະ​ຜົນ​ແຮກ​ແຫ່ງ​ເຫື່ອແຮງ​ຂອງ​ເຮົາ ທັງ​ຂະຫຍັນ​ແລະ​ອົງອາດ​ໃນ​ບັນດາ​ລູກ​ຂອງ​ພໍ່; ແຮງ​ເທົ່າທຽມ​ດັ່ງ​ກະແສ​ນໍ້າ​ຊັດຊົນ​ໄປ, ແຕ່​ເຈົ້າ​ນັ້ນ​ຈະ​ບໍ່ແມ່ນ​ບຸລຸດ​ຄົນ​ສຳຄັນ ເພາະ​ເຈົ້າ​ລັກ​ນອນ​ນຳ​ເມຍນ້ອຍ​ຂອງຂ້ອຍ. ເຈົ້າ​ຈຶ່ງ​ເຮັດ​ໃຫ້​ຂ້ອຍ​ເສື່ອມເສຍ​ກຽດ​ສັກສີ ເຮັດ​ໃຫ້​ຕຽງ​ຂ້ອຍ​ມີ​ຣາຄີ​ເປັນ​ມົນທິນ​ໄປ​ຕະຫລອດ.</verse>
				<verse number="4"></verse>
				<verse number="5">ສ່ວນ​ຊີເມໂອນ​ແລະ​ເລວີ​ນັ້ນ ເປັນ​ພີ່ນ້ອງ​ດຽວກັນ; ເມົາ​ແຕ່​ໃຊ້​ອາວຸດ​ຍຸດທະພັນ​ຮ່ວມ​ກັນ​ເຂັ່ນຂ້າ.</verse>
				<verse number="6">ຂ້ອຍ​ຈະ​ບໍ່ມີ​ໜ້າ​ໃນ​ການ​ສົນທະນາ​ລັບ​ກັບ​ພວກເຂົາ ທັງ​ຈະ​ບໍ່​ເຂົ້າ​ໄປ​ປະຊຸມ​ບ່ອນ​ໃດໆ​ນຳ​ເດັດຂາດ ເພາະ​ພວກເຂົາ​ຂ້າ​ຄົນ​ຕັ້ງ​ຫລວງຫລາຍ ລົ້ມຕາຍ​ກັນ​ມາກມາຍ​ກໍ​ເພາະ​ຄວາມ​ໂກດຮ້າຍ. ພວກເຂົາ​ໄດ້​ໃຊ້​ມີດ​ຕັດ​ເອັນ​ຂະນ່ອງ​ງົວເຖິກ ສະໜຸກ​ດຸດດັ່ງ​ກິລາ​ຈົນ​ງົວ​ຂາ​ພິການ​ຍ້ອນ;</verse>
				<verse number="7">ຂ້ອຍ​ຂໍ​ສາບແຊ່ງ​ໄວ້ ຄວາມ​ໂຫດຫ້ຽມ​ຂອງ​ພວກເຂົາ. ຍ້ອນ​ເມົາມົວ​ໂມໂຫ​ຈຶ່ງ​ລືມ​ຕົວ​ເຮັດ​ຊົ່ວ​ໄວ້. ຂ້ອຍ​ຈະ​ໃຫ້​ພວກເຂົາ​ແຕກ​ກະຈັດ​ກະຈາຍ​ໄປ​ທົ່ວ​ອິດສະຣາເອນ; ຂ້ອຍ​ຈະ​ໃຫ້​ພວກເຂົາ​ແຕກ​ກັນ​ໃນ​ພວກ​ເຂົາເຈົ້າ.</verse>
				<verse number="8">ຢູດາ​ເອີຍ ພວກ​ພີ່ນ້ອງ​ຈະ​ຮ້ອງ​ຄຳ​ສັນລະເສີນ ເພາະ​ເຈົ້າ​ເຄີຍ​ຈັບ​ຄໍ​ສັດຕູ​ຍໍ​ຂື້ນ​ແລະ​ລົງ​ໄດ້. ອ້າຍ​ນ້ອງ​ນົບນ້ອມ​ໄຫວ້​ເປັນໃຈ​ນຳ​ທຸກ​ທ່າ; ພາກັນ​ມາ​ຊ້ອງໜ້າ​ຢູດາ​ທ້າວ​ແທ້​ໃດ</verse>
				<verse number="9">ຢູດາ​ນີ້ ຍັງ​ເກັ່ງກ້າ​ຮ້າຍກາດ​ເໝືອນ​ໂຕສິງ; ຂ້າ​ເຫຍື່ອ​ຍາດ​ຊີງ​ມາ ແລະ​ຟ້າວ​ໄປ​ຫາ​ໝົ້ງ​ນອນ​ລີ້. ຢຽດຕົວ​ລົງ​ນອນ​ເນີ້ງ​ເຮັດ​ຕາ​ຫລັບ​ສີ​ພັບໆ ໃຜ​ບໍ່​ກ້າ​ຫຍັບ​ເຂົ້າ​ໃກ້​ຍາມ​ລາວ​ໄດ້​ນອນ​ຫລັບ​ສະບາຍ.</verse>
				<verse number="10">ຢູດາ ຈະ​ຖື​ຕາ​ຕັ້ງ​ອຳນາດ​ແຫ່ງ​ຣາຊາ ສືບ​ຮອດ​ຍາດ​ວົງ​ໃຫ້​ເຊື້ອສາຍ​ຄອງ​ອຳນາດ ຈົນ​ມີ​ຫລາຍ​ຊົນຊາດ​ອາສາ​ຫາ​ຂອງຂວັນ​ມາ​ຖວາຍ​ແດ່ ແລະ​ກົ້ມ​ຂາບລົງ​ໄຫວ້​ເຈົ້າ​ຝູງ​ຄົນ​ເຝົ້າ​ເຊື່ອຟັງ.</verse>
				<verse number="11">ລາວ​ມັດ​ລໍ​ລ່າມ​ໄວ້​ໃຕ້​ເຫຼົ່າ​ຕົ້ນ​ອະງຸ່ນ ງາມ​ອຸ່ມຊຸ່ມ​ເຕັມ​ກົກ​ພົ້ວ​ດົກ​ໝາກອະງຸ່ນ​ແທ້ ໃຊ້​ເຫຼົ້າ​ອະງຸ່ນ​ແດງ​ແຫລ້ໆ​ຈຸ່ມ​ແຊ່​ຊັກເຄື່ອງ ເສື້ອຄຸມ​ຈຶ່ງ​ຖືກ​ຍ້ອມ​ດ້ວຍ​ນໍ້າ​ເຫຼົ້າ​ອະງຸ່ນ.</verse>
				<verse number="12">ດວງຕາ​ເບິ່ງ​ໄສ​ແຈ້ງ​ຍ້ອນ​ແຮງ​ລິດ​ເຫຼົ້າ​ອະງຸ່ນ; ແຂ້ວ​ຂາວ​ເປັນ​ເງົາ ຍ້ອນ​ລາວ​ດື່ມ​ນໍ້ານົມ​ຕາງ​ນໍ້າ.</verse>
				<verse number="13">ເຊບູໂລນ ຈະ​ຢູ່​ຕາມ​ແຄມ​ຝັ່ງ​ທະເລ ບັນດາ​ເຮືອ​ຈະ​ຈອດ​ຊຸມກັນ​ຢູ່​ທີ່​ນັ້ນ ເພາະ​ໃນ​ແຄມ​ຝັ່ງ​ຫັ້ນ​ມີ​ທ່າ​ເຮືອ​ຫລາຍ​ບ່ອນ ເຂດ​ຍາວ​ຢ້ອນ​ກາຍ​ພົ້ນ​ຈົນ​ຮອດ​ເມືອງ​ຊີໂດນ.</verse>
				<verse number="14">ອິດຊາຄາ​ນັ້ນ ບໍ່​ດີກວ່າ​ໂຕ​ລໍ​ພໍ​ເທົ່າ​ໃດ ຢຽດກາຍ​ລົງ​ກາງ​ຖົງ​ໜັງ​ນອນ​ສະບາຍ​ຫາຍ​ຮ້ອນ.</verse>
				<verse number="15">ນອນ​ຢູ່​ຫັ້ນ​ເພາະ​ເຫັນ​ດິນດອນ​ວ່າ​ງາມ​ຍິ່ງ; ດິນແດນ​ຈຶ່ງ​ຊື່ນຊ້ອຍ​ຍິນດີ​ດ້ວຍ​ຕື່ມເຕັມ ສະນັ້ນ ລາວ​ຈຶ່ງ​ຢຽດ​ຕົວ​ກົ້ມ​ກົ່ງ​ຫລັງ​ລົງ​ເພື່ອ​ລໍ​ຮັບ; ຍອມ​ຮັບ​ແບກ​ເຄື່ອງໃຊ້​ບັນທຸກ​ໄວ້​ແຕ່​ສິ່ງຂອງ. ລາວ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກໜ່ວງ​ແທ້​ໃດ ຈົນ​ທົນ​ຮັບໃຊ້​ເຂົາ​ເໝືອນ​ເປັນ​ທາດຮັບໃຊ້.</verse>
				<verse number="16">ດານ ຈະ​ປົກປ້ອງ​ຄຸ້ມຄອງ​ຄົນ​ຂອງຕົນ ດັ່ງ​ຊົນເຜົ່າ​ຝູງ​ຊາວ​ອິດສະຣາເອນ​ອື່ນ​ໄດ້.</verse>
				<verse number="17">ດານ ຈະ​ເປັນ​ງູພິດ​ຮ້າຍ​ນອນ​ຂວາງ​ທາງຍ່າງ ເລືອ​ລ້ຽວ​ໄປ​ຢ່າງ​ນັ້ນ​ຊອກ​ຫາ​ເລື່ອງ​ຕາມ​ແຄມ​ທາງ. ທີ່​ນັ້ນ ມັນ​ດັກ​ກັດ​ຂະນ່ອງ​ມ້າ​ທີ່​ກຳລັງ​ແລ່ນ​ຫອບ​ໄປ ຈົນ​ຄົນ​ຂີ່​ຫງາຍ​ຫລັງ​ລົງ​ຈາກ​ຫລັງ​ມ້າ.</verse>
				<verse number="18">ໂອ ຂ້າແດ່​ພຣະເຈົ້າຢາເວ ອົງ​ທີ່​ຂ້ານ້ອຍ​ເຝົ້າ​ຄອງຫາ ເຊີນ​ມາ​ຊ່ວຍຊູ​ຂ້ານ້ອຍ​ໃຫ້​ພົ້ນໄພ​ດ້ວຍ.</verse>
				<verse number="19">ກາດ ຈະ​ຖືກ​ຄົນ​ເຂົາ​ປຸ້ນ​ໂອລະຫົນ​ວຸ້ນວາຍ, ແຕ່​ລາວ​ຈະ​ໄລ່ຕາມ​ຕິດ​ຄິດ​ບັນຊີ​ນຳ​ເຂົາ​ໃຫ້​ໄດ້.</verse>
				<verse number="20">ອາເຊ ຈະ​ມີ​ທີ່ດິນ​ກວ້າງ​ປູກຝັງ​ໄດ້​ຫລາຍ​ຢ່າງ ຈະ​ຫາ​ອາຫານ​ຢ່າງດີ​ໃຫ້​ຣາຊາ​ເຈົ້າ​ເຫຼົ່າ​ກະສັດ.</verse>
				<verse number="21">ເນັບທາລີ ເປັນ​ດັ່ງ​ກວາງນ້ອຍ​ຮອຍ​ງາມ​ຍ່າງ​ສະຫງ່າ ແລ່ນ​ລ່າເລີງ​ເລາະ​ຫລິ້ນ​ເສລີ​ແທ້​ຕາມ​ພົງໄພ; ດັ່ງ​ພັນ​ໄມ້​ດີ​ມີ​ເຊື້ອ​ງາມ​ງ່າ​ງາມ​ຕາ ເກີດ​ລູກ​ມາ​ຊ່າງ​ໜ້າ​ຊົມ ຊື່ນ​ອາຣົມ​ສົມໃຈ​ແທ້.</verse>
				<verse number="22">ສ່ວນ​ໂຢເຊັບ​ນັ້ນ​ດັ່ງ​ລໍປ່າ​ຕາມ​ແຄມ​ນໍ້າພຸ​ໄສ ປຽບ​ຄື​ລູກ​ມ້າ​ເຖິກ​ໂຕ​ງາມ​ຕາມ​ເນີນພູ​ພຸ້ນ.</verse>
				<verse number="23">ສັດຕູ​ບຸກໂຈມຕີ​ຮອບດ້ານ​ຢ່າງ​ໃຈ​ອຳມະຫິດ ແລະ​ເລັ່ງ​ໄລ່​ຕິດຕາມ​ຖື​ທະນູ​ແລະ​ໜ້າ​ພ້ອມ.</verse>
				<verse number="24">ແຕ່​ໂຢເຊັບ​ຖື​ໜ້າທະນູ​ໄວ້​ໃນ​ກຳມື​ຢ່າງ​ໝັ້ນແກ່ນ ແລະ​ແຂນ​ລາວ​ຈຶ່ງ​ໄດ້​ຮັບ​ຊ່ວຍ​ຊູ​ຂຶ້ນ​ໃຫ້​ແຂງແຮງ; ເປັນ​ເພາະ​ຣິດອຳນາດ​ຂອງ​ພຣະອົງ ຄື​ພຣະເຈົ້າ​ອົງ​ຊົງ​ນຳພາ​ຢາໂຄບ​ມາ​ຕະຫລອດ. ພຣະອົງ​ເປັນ​ທັງ​ຜູ້​ປົກປ້ອງ​ຄຸ້ມຄອງ​ຕະຫລອດ​ມາ ທັງ​ເປັນ​ພຣະຜູ້​ລ້ຽງ​ຊົນເຜົ່າ​ຊາດ​ອິດສະຣາເອນ​ດ້ວຍ.</verse>
				<verse number="25">ຍ້ອນ​ຄວາມ​ຊ່ວຍຊູ​ຂອງ​ພຣະເຈົ້າ​ແຫ່ງ​ພຣະ​ບິດາ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຖອກເທ​ພອນ​ລົງ​ມາ ເໝືອນ​ດັ່ງ​ຫ່າຝົນ​ເທ​ລົງ​ມາ​ສູ່​ພິພົບ ປັດຖະພີ​ບໍ່​ຫລົບຫລີກ​ໄດ້​ເລີຍ​ໄປ​ສູ່​ພື້ນ​ທ້ອງ​ທາລາ. ໂດຍ​ອວຍພອນ​ໃຫ້​ມີ​ລົ້ນ ທັງ​ຝູງງົວ​ແລະ​ລູກຫລານ​ຕື່ມ ໃຫ້​ເປັນ​ກໍ​ເປັນ​ເຫງົ້າ​ຢ່າງ​ຫລວງຫລາຍ.</verse>
				<verse number="26">ຄື​ອວຍພອນ​ໃຫ້​ມີ​ເຂົ້າ​ແລະ​ມາລາ​ງາມ​ສະຫງ່າ ພອນ​ຈາກ​ພູຜາ​ແຕ່​ກ່ອນກີ້ ທັງ​ພູ​ນ້ອຍ​ທັງຫຼາຍ ສືບໄປ ຂໍ​ໃຫ້​ໂຢເຊັບ​ໄດ້​ເປັນ​ຜູ້​ຮັບ​ພອນ​ນີ້ ໃຫ້​ພອນ​ນັ້ນ​ປະດັບ​ທີ່​ເທິງ​ຫົວ​ຂອງ​ລາວ​ໄວ້. ທີ່​ໜ້າຜາກ​ຂອງ​ຜູ້​ທີ່​ຖືກ​ຕັ້ງ​ໄວ້​ສະເພາະ ຈາກ​ບັນດາ​ຍາດຕິພີ່ນ້ອງ​ຂອງຕົນ​ນັ້ນ.</verse>
				<verse number="27">ສ່ວນ​ເບັນຢາມິນ ນັ້ນ ຄື​ໝາໄນ​ໂຕ​ຫ້ຽມໂຫດ ຕອນເຊົ້າ​ລ່າເນື້ອ​ໄດ້​ແລະ​ແບ່ງກັນ​ໃນ​ຕອນແລງ.”</verse>
				<verse number="28">ຄົນ​ທັງໝົດ​ນີ້​ທີ່​ໄດ້​ເວົ້າ​ມາ​ນັ້ນ ແມ່ນ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ; ແລະ​ທຸກສິ່ງ​ທີ່​ພໍ່​ຂອງ​ພວກເຂົາ​ໄດ້​ເວົ້າ​ເຖິງ ແມ່ນ​ຄຳອວຍພອນ​ອຳລາ ທີ່​ເໝາະສົມ​ສຳລັບ​ແຕ່ລະຄົນ.</verse>
				<verse number="29">ຢາໂຄບ​ໄດ້​ສັ່ງ​ພວກເຂົາ​ວ່າ, “ບັດນີ້ ພໍ່​ໃກ້​ຈະ​ສິ້ນໃຈ​ຕາຍໄປ​ຢູ່​ກັບ​ບັນພະບຸລຸດ​ຂອງເຮົາ​ທີ່​ຕາຍໄປ​ກ່ອນ​ແລ້ວ; ຈົ່ງ​ຝັງ​ພໍ່​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ​ຢູ່​ໃນ​ຂຸມຝັງສົບ​ທີ່​ນາ​ຂອງ​ເອຟະໂຣນ​ຊາວ​ຮິດຕີ</verse>
				<verse number="30">ທີ່​ມັກເປລາ ທາງທິດ​ຕາເວັນອອກ​ຂອງ​ມຳເຣ​ໃນ​ການາອານ. ອັບຣາຮາມ​ໄດ້​ຊື້​ຖໍ້າ​ໃນ​ທົ່ງນາ​ຂອງ​ເອຟະໂຣນ​ຊາວ​ຮິດຕີ​ໄວ້ ກໍ​ເພື່ອ​ເຮັດ​ເປັນ​ບ່ອນ​ຝັງສົບ.</verse>
				<verse number="31">ແມ່ນ​ໃນ​ບ່ອນ​ນັ້ນ​ເອງ​ທີ່​ພວກເຂົາ​ໄດ້​ຝັງ​ອັບຣາຮາມ​ກັບ​ນາງ​ຊາຣາ ເມຍ​ຂອງ​ເພິ່ນ; ອີຊາກ​ກັບ​ນາງ​ເຣເບກາ​ເມຍ​ຂອງ​ເພິ່ນ; ແລະ​ຂ້ອຍ​ໄດ້​ຝັງ​ນາງ​ເລອາ​ເມຍ​ຂອງຂ້ອຍ​ໄວ້​ຢູ່​ໃນ​ທີ່ນັ້ນ​ເໝືອນກັນ.</verse>
				<verse number="32">ທົ່ງນາ​ກັບ​ຖໍ້າ​ນັ້ນ ໄດ້​ຊື້​ມາ​ຈາກ​ຊາວ​ຮິດຕີ. ຈົ່ງ​ຝັງ​ຂ້ອຍ​ໄວ້​ຢູ່​ໃນ​ທີ່ນັ້ນ.”</verse>
				<verse number="33">ເມື່ອ​ຢາໂຄບ​ສັ່ງ​ລາ​ພວກ​ລູກຊາຍ​ຂອງຕົນ​ແລ້ວ ເພິ່ນ​ກໍ​ເອ່ນ​ຕົວ​ລົງ​ເທິງ​ຕຽງ​ແລ້ວ​ສິ້ນ​ລົມຫາຍໃຈ ແລະ​ຖືກ​ຮວບຮວມ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ.</verse>
			</chapter>
			<chapter number="50">
				<verse number="1">ໂຢເຊັບ​ຟ້າວ​ເຂົ້າ​ໄປ​ຫາ​ພໍ່​ຂອງຕົນ ທັງ​ຮ້ອງໄຫ້​ແລະ​ຈູບ​ທີ່​ໜ້າຜາກ​ຂອງ​ເພິ່ນ.</verse>
				<verse number="2">ແລ້ວ​ໂຢເຊັບ​ກໍ​ສັ່ງ​ໃຫ້​ແພດ​ທີ່​ຢູ່​ໃຕ້​ການປົກຄອງ​ຂອງຕົນ ອາບນໍ້າ​ຢາ​ຮັກສາ​ຊາກສົບ​ຂອງ​ຢາໂຄບ.</verse>
				<verse number="3">ພວກເຂົາ​ໃຊ້​ເວລາ​ສີ່ສິບ​ວັນ ເພື່ອ​ດອງ​ສົບ​ນັ້ນ. ແລ້ວ​ຊາວ​ເອຢິບ​ກໍ​ໄວ້ທຸກ​ໃຫ້​ເພິ່ນ ເປັນ​ເວລາ​ເຈັດສິບ​ວັນ.</verse>
				<verse number="4">ເມື່ອ​ເວລາ​ກຳນົດ​ໄວ້ທຸກ​ສິ້ນສຸດ​ລົງ​ແລ້ວ ໂຢເຊັບ​ຈຶ່ງ​ກ່າວ​ແກ່​ຂຸນນາງ​ຂອງ​ກະສັດ​ວ່າ, “ກະລຸນາ​ໄປ​ບອກ​ກະສັດ​ໃຫ້​ຂ້ອຍ​ແດ່​ວ່າ,</verse>
				<verse number="5">‘ເມື່ອ​ພໍ່​ຂອງ​ຂ້ານ້ອຍ​ໃກ້​ຈະ​ສິ້ນໃຈ​ຕາຍ​ນັ້ນ ເພິ່ນ​ໄດ້​ໃຫ້​ຂ້ານ້ອຍ​ສັນຍາ​ຕໍ່​ເພິ່ນ​ວ່າ ໃຫ້​ນຳ​ເອົາ​ຊາກສົບ​ຂອງ​ເພິ່ນ​ໄປ​ຝັງ​ໄວ້​ຢູ່​ໃນ​ຖໍ້າ ທີ່​ເພິ່ນ​ໄດ້​ຕຽມ​ໄວ້​ເອງ​ໃນ​ການາອານ. ສະນັ້ນ ຂໍ​ທ່ານ​ຈົ່ງ​ອະນຸຍາດ​ໃຫ້​ຂ້ານ້ອຍ​ໄປ​ຝັງສົບ​ພໍ່​ຂອງ​ຂ້ານ້ອຍ​ແດ່ທ້ອນ ເມື່ອ​ຝັງ​ແລ້ວໆ​ຂ້ານ້ອຍ​ຈະ​ກັບຄືນ​ມາ​ທີ່​ນີ້.”’</verse>
				<verse number="6">ກະສັດ​ຝາກ​ຕອບ​ໂຢເຊັບ​ມາ​ວ່າ, “ຈົ່ງ​ໄປ​ຝັງສົບ​ຂອງ​ພໍ່​ເຈົ້າ ຕາມ​ທີ່​ເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ເພິ່ນ​ສາ.”</verse>
				<verse number="7">ດັ່ງນັ້ນ ໂຢເຊັບ​ຈຶ່ງ​ໄປ​ຝັງສົບ​ພໍ່​ຂອງຕົນ. ບັນດາ​ຂຸນນາງ​ໃນ​ວັງ​ຂອງ​ກະສັດ​ທຸກຄົນ, ຣາຊມົນຕີ​ໃນ​ຣາຊວັງ ແລະ​ບັນດາ​ຜູ້ນຳ​ຂອງ​ຊາວ​ເອຢິບ ກໍ​ໄປ​ນຳ​ໂຢເຊັບ​ດ້ວຍ.</verse>
				<verse number="8">ຄອບຄົວ​ຂອງ​ໂຢເຊັບ, ພວກ​ອ້າຍ​ນ້ອງ​ຂອງ​ເພິ່ນ ແລະ​ຄອບຄົວ​ຂອງ​ພໍ່​ທັງໝົດ​ກໍ​ໄປ​ນຳ​ເໝືອນກັນ. ເວັ້ນໄວ້​ແຕ່​ພວກ​ເດັກນ້ອຍ, ຝູງແກະ, ຝູງແບ້ ແລະ​ຝູງງົວ​ທີ່​ປະ​ໄວ້​ຢູ່​ໃນ​ເຂດ​ໂກເຊັນ.</verse>
				<verse number="9">ນອກຈາກນີ້ ຍັງ​ມີ​ລົດມ້າ​ກັບ​ທະຫານ​ມ້າ​ຕິດຕາມ​ເພິ່ນ​ໄປ​ເປັນ​ຂະບວນ​ແຫ່​ຢ່າງ​ຍືດຍາວ.</verse>
				<verse number="10">ເມື່ອ​ຂະບວນ​ແຫ່​ໄດ້​ມາ​ເຖິງ​ລານເຂົ້າ​ຂອງ​ອາຕາດ ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ; ພວກເຂົາ​ໄດ້​ຈັດ​ພິທີ​ປົງສົບ​ຢ່າງ​ຍິ່ງໃຫຍ່​ຂຶ້ນ ແລະ​ໂຢເຊັບ​ກໍ​ຈັດ​ພິທີ​ໄວ້ທຸກ​ເປັນ​ເວລາ​ເຈັດ​ວັນ.</verse>
				<verse number="11">ເມື່ອ​ຊາວ​ການາອານ​ເຫັນ​ການ​ໄວ້ທຸກ​ທີ່​ອາຕາດ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ແມ່ນ​ພິທີ​ໄວ້​ທຸກຢ່າງ​ພິລຶກ​ຂອງ​ຊາວ​ເອຢິບ.” ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ໃສ່​ຊື່​ບ່ອນ​ນັ້ນ​ວ່າ ອາເບັນ​ມິຊະຣາອິມ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ.</verse>
				<verse number="12">ດັ່ງນັ້ນ ພວກ​ລູກຫລານ​ຂອງ​ຢາໂຄບ​ຈຶ່ງ​ເຮັດ​ຕາມ ສິ່ງ​ທີ່​ພໍ່​ໄດ້​ສັ່ງ​ພວກເຂົາ​ທຸກປະການ;</verse>
				<verse number="13">ພວກເຂົາ​ໄດ້​ຫາມ​ຊາກສົບ​ຂອງ​ພໍ່​ໄປ​ສູ່​ການາອານ ແລະ​ຝັງ​ໄວ້​ຢູ່​ໃນ​ຖໍ້າ​ຝັງສົບ​ທີ່​ມັກເປລາ; ທາງ​ທິດ​ຕາເວັນອອກ​ຂອງ​ມຳເຣ ໃນ​ນາ​ຊຶ່ງ​ອັບຣາຮາມ​ໄດ້​ຊື້​ຈາກ​ເອຟະໂຣນ​ຊາວ​ຮິດຕີ ເພື່ອ​ເອົາ​ໄວ້​ເປັນ​ບ່ອນ​ຝັງສົບ.</verse>
				<verse number="14">ຫລັງຈາກ​ໂຢເຊັບ​ໄດ້​ຝັງສົບ​ພໍ່​ຂອງຕົນ​ແລ້ວ ເພິ່ນ​ກໍ​ກັບຄືນ​ເມືອ​ປະເທດ​ເອຢິບ ພ້ອມ​ກັບ​ພວກ​ອ້າຍ​ນ້ອງ​ຂອງຕົນ ແລະ​ຜູ້​ຕິດຕາມ​ເພິ່ນ​ມາ​ນັ້ນ​ທຸກຄົນ.</verse>
				<verse number="15">ຫລັງຈາກ​ພໍ່​ຂອງ​ພວກເຂົາ​ໄດ້​ຕາຍໄປ​ແລ້ວ ພວກ​ອ້າຍ​ຂອງ​ໂຢເຊັບ​ຈຶ່ງ​ປຶກສາ​ກັນ​ວ່າ, “ພວກເຮົາ​ຈະ​ເຮັດ​ແນວ​ໃດ​ດີ? ໂຢເຊັບ​ອາດ​ຈະ​ຍັງ​ກຽດຊັງ​ພວກເຮົາ​ຢູ່​ກໍໄດ້ ແລະ​ອາດ​ວາງແຜນ​ແກ້ແຄ້ນ​ການ​ຊົ່ວຊ້າ​ທຸກຢ່າງ ທີ່​ພວກເຮົາ​ໄດ້​ເຮັດ​ຕໍ່​ລາວ​ນັ້ນ​ກໍໄດ້.”</verse>
				<verse number="16">ດັ່ງນັ້ນ ພວກເຂົາ​ຈຶ່ງ​ສັ່ງ​ຄວາມ​ໄປ​ຫາ​ໂຢເຊັບ​ວ່າ,</verse>
				<verse number="17">“ກ່ອນ​ພໍ່​ຕາຍ ເພິ່ນ​ໄດ້​ສັ່ງ​ໄວ້​ກັບ​ພວກເຮົາ​ໃຫ້​ມາ​ບອກ​ເຈົ້າ​ວ່າ, ‘ລູກ​ຈົ່ງ​ກະລຸນາ​ຍົກ​ຄວາມຜິດ ທີ່​ພວກ​ອ້າຍ​ຂອງ​ເຈົ້າ​ໄດ້​ເຮັດ​ຕໍ່​ເຈົ້າ​ເດີ.’ ບັດນີ້ ກະລຸນາ​ຍົກ​ຄວາມຜິດ​ທີ່​ພວກເຮົາ ຜູ້ຮັບໃຊ້​ພຣະເຈົ້າ​ຂອງ​ພໍ່​ເຈົ້າ ໄດ້​ເຮັດ​ມາ​ນັ້ນ​ເຖີດ.” ເມື່ອ​ໂຢເຊັບ​ໄດ້ຍິນ​ເລື່ອງ​ນີ້​ແລ້ວ ເພິ່ນ​ກໍ​ຮ້ອງໄຫ້.</verse>
				<verse number="18">ແລ້ວ​ພວກ​ອ້າຍ​ຂອງ​ໂຢເຊັບ​ກໍ​ພາກັນ​ມາ​ຫາ​ໂຢເຊັບ​ໂດຍ​ຕົນເອງ ແລະ​ຂາບລົງ​ຕໍ່ໜ້າ​ເພິ່ນ. ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ຢູ່​ທີ່​ນີ້​ເໝືອນ​ຜູ້ຮັບໃຊ້​ຂອງທ່ານ.”</verse>
				<verse number="19">ແຕ່​ໂຢເຊັບ​ກ່າວ​ແກ່​ພວກເຂົາ​ວ່າ, “ຢ່າ​ຢ້ານ​ເລີຍ ຂ້ອຍ​ບໍ່​ສາມາດ​ຍົກ​ຕົວ​ເອງ ຂຶ້ນ​ໄປ​ແທນ​ພຣະເຈົ້າ​ໄດ້​ດອກ.</verse>
				<verse number="20">ພວກເຈົ້າ​ໄດ້​ເຮັດ​ເລື່ອງ​ຊົ່ວຊ້າ​ຕໍ່​ຂ້ອຍ, ແຕ່​ພຣະເຈົ້າ​ໄດ້​ຫັນປ່ຽນ​ໃຫ້​ເປັນ​ເລື່ອງ​ດີ ເພື່ອ​ຊ່ວຍ​ຊີວິດ​ຂອງ​ຫລາຍໆ​ຄົນ​ໃຫ້​ຍັງ​ມີ​ຊີວິດ​ຢູ່​ໄດ້​ຈົນ​ທຸກ​ວັນ​ນີ້ ຍ້ອນ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ.</verse>
				<verse number="21">ບັດນີ້ ຢ່າ​ຢ້ານ​ເລີຍ ຂ້ອຍ​ຈະ​ປົກປັກ​ຮັກສາ​ພວກເຈົ້າ ພ້ອມ​ທັງ​ລູກຫລານ​ຂອງ​ພວກເຈົ້າ​ທຸກຄົນ.” ເພິ່ນ​ເວົ້າ​ອອຍໃຈ​ຂອງ​ພວກເຂົາ ດ້ວຍ​ຖ້ອຍຄຳ​ທີ່​ສຸພາບ​ອ່ອນໂຍນ.</verse>
				<verse number="22">ໂຢເຊັບ​ສືບຕໍ່​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ກັບ​ຄອບຄົວ​ຂອງ​ພໍ່​ຕົນ; ເພິ່ນ​ຕາຍໄປ​ເມື່ອ​ອາຍຸ​ໄດ້ 110 ປີ.</verse>
				<verse number="23">ເພິ່ນ​ມີ​ຊີວິດ​ຢູ່​ຈົນ​ເຫັນ​ລູກ ແລະ​ຫລານ​ຂອງ​ເອຟຣາອິມ. ເພິ່ນ​ມີ​ຊີວິດ​ຢູ່​ຈົນ​ໄດ້​ຮັບ​ເອົາ​ລູກ​ຂອງ​ມາກີ ລູກຊາຍ​ຂອງ​ມານາເຊ​ເຂົ້າ​ໃນ​ຄອບຄົວ​ຄືກັນ.</verse>
				<verse number="24">ໂຢເຊັບ​ກ່າວ​ແກ່​ພວກ​ອ້າຍ​ນ້ອງ​ວ່າ, “ຂ້ອຍ​ໃກ້​ຈະ​ສິ້ນໃຈ​ຕາຍ​ແລ້ວ, ແຕ່​ພຣະເຈົ້າ​ຈະ​ຮັກສາ​ພວກເຈົ້າ​ຢ່າງ​ແນ່ນອນ ແລະ​ພຣະອົງ​ຈະ​ນຳ​ພວກເຈົ້າ​ອອກ​ໄປ​ຈາກ​ປະເທດ​ນີ້ ຄືນ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ຢ່າງ​ໜັກແໜ້ນ​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ.”</verse>
				<verse number="25">ແລ້ວ​ໂຢເຊັບ​ກໍ​ໃຫ້​ປະຊາຊົນ​ຂອງຕົນ​ສາບານ​ຕໍ່​ຕົນ​ວ່າ, “ຈົ່ງ​ສາບານ​ຕໍ່​ຂ້ອຍ​ວ່າ ເມື່ອ​ພຣະເຈົ້າ​ໄດ້​ນຳພາ​ພວກເຈົ້າ​ອອກ​ໄປ​ສູ່​ດິນແດນ​ນັ້ນ​ແລ້ວ ພວກເຈົ້າ​ຈະ​ຕ້ອງ​ເອົາ​ຊາກສົບ​ຂອງຂ້ອຍ​ອອກ​ໄປ​ນຳ.”</verse>
				<verse number="26">ສະນັ້ນ ໂຢເຊັບ​ຈຶ່ງ​ໄດ້​ຕາຍໄປ​ທີ່​ປະເທດ​ເອຢິບ ເມື່ອ​ເພິ່ນ​ອາຍຸ​ໄດ້​ໜຶ່ງຮ້ອຍ​ສິບ​ປີ. ພວກເຂົາ​ໄດ້​ອາບນໍ້າ​ຢາ​ຮັກສາ​ຊາກສົບ​ຂອງ​ເພິ່ນ ແລະ​ບັນຈຸ​ໃສ່​ໂລງສົບ​ເພື່ອ​ເກັບ​ຮັກສາ​ໄວ້.</verse>
			</chapter>
		</book>
		<book number="2">
			<chapter number="1">
				<verse number="1">ຕໍ່ໄປນີ້​ແມ່ນ​ລາຍຊື່​ພວກ​ລູກຊາຍ​ຂອງ​ຢາໂຄບ ທີ່​ໄດ້​ອົບພະຍົບ​ພ້ອມ​ເພິ່ນ​ໄປ​ຢູ່​ໃນ​ປະເທດ​ເອຢິບ ມີ​ດັ່ງນີ້:</verse>
				<verse number="2">ຣູເບັນ, ຊີເມໂອນ, ເລວີ, ຢູດາ,</verse>
				<verse number="3">ອິດຊາຄາ, ເຊບູໂລນ, ເບັນຢາມິນ,</verse>
				<verse number="4">ດານ, ເນັບທາລີ, ກາດ ແລະ​ອາເຊ ແຕ່ລະຄົນ​ເອົາ​ລູກ​ເມຍ​ຂອງຕົນ​ໄປ​ນຳ​ດ້ວຍ.</verse>
				<verse number="5">ພວກ​ລູກຫລານ​ທີ່​ໄປ​ກັບ​ຢາໂຄບ​ມີ​ທັງໝົດ 70 ຄົນ. ສ່ວນ​ລູກຊາຍ​ອີກ​ຜູ້ໜຶ່ງ​ຂອງ​ເພິ່ນ​ນັ້ນ​ແມ່ນ​ໂຢເຊັບ ຜູ້​ທີ່​ໄດ້​ໄປ​ຢູ່​ໃນ​ປະເທດ​ເອຢິບ​ກ່ອນ​ແລ້ວ.</verse>
				<verse number="6">ຫຼັງຈາກ​ນັ້ນ ໂຢເຊັບ​ກັບ​ພວກ​ອ້າຍ​ນ້ອງ ແລະ​ບັນດາ​ຄົນ​ໃນ​ລຸ້ນ​ດຽວກັນ​ກໍໄດ້​ຕາຍໄປ</verse>
				<verse number="7">ແຕ່​ເນື່ອງ​ຈາກ​ວ່າ ຊາວ​ອິດສະຣາເອນ​ໃນ​ລຸ້ນ​ຕໍ່ມາ​ມີ​ລູກ​ຫລາຍ ຈົນ​ນັບ​ມື້​ນັບ​ຫລາຍ​ຂຶ້ນ ແລະ​ທັງ​ມີ​ກຳລັງ​ພົນ​ເຂັ້ມແຂງ ພວກເຂົາ​ຈຶ່ງ​ແຜ່ຜາຍ​ກະຈັດ​ກະຈາຍ​ກັນ​ຢູ່​ເຕັມ​ປະເທດ​ເອຢິບ.</verse>
				<verse number="8">ຕໍ່ມາ ໄດ້​ມີ​ກະສັດ​ຟາໂຣ​ຄົນ​ໃໝ່​ຂຶ້ນ​ປົກຄອງ​ປະເທດ​ເອຢິບ. ກະສັດ​ຟາໂຣ​ຜູ້​ນີ້​ບໍ່​ຮູ້​ເລື່ອງ​ຫຍັງ​ກ່ຽວກັບ​ໂຢເຊັບ​ເລີຍ.</verse>
				<verse number="9">ເພິ່ນ​ໄດ້​ປະກາດ​ຕໍ່​ປະຊາຊົນ​ຂອງຕົນ​ວ່າ, “ເບິ່ງດູ ຄົນ​ອິດສະຣາເອນ​ນັບ​ມື້​ນັບ​ຫລາຍ​ຂຶ້ນ ແລະ​ມີ​ກຳລັງ​ພົນ​ເຂັ້ມແຂງ ຊຶ່ງ​ພວກເຂົາ​ຈະ​ຂົ່ມຂູ່​ພວກເຮົາ.</verse>
				<verse number="10">ໃນ​ກໍລະນີ​ເກີດ​ເສິກ​ຂຶ້ນ ພວກເຂົາ​ອາດ​ເຂົ້າ​ຂ້າງ​ຂອງ​ສັດຕູ ແລະ​ຫັນ​ມາ​ຕໍ່ສູ້​ພວກເຮົາ ແລະ​ອອກ​ໄປ​ຈາກ ປະເທດ. ບັດນີ້ ພວກເຮົາ​ຕ້ອງ​ຫາ​ວິທີ​ກຳຈັດ​ຄົນ​ພວກ​ນີ້​ບໍ່​ໃຫ້​ຫລາຍ​ຂຶ້ນ.”</verse>
				<verse number="11">ດັ່ງນັ້ນ ຊາວ​ເອຢິບ​ຈຶ່ງ​ແຕ່ງຕັ້ງ​ຄົນ​ຄຸມ​ດູແລ​ຊາວ​ອິດສະຣາເອນ ໃຫ້​ເຮັດ​ວຽກ​ໜັກ​ຈົນ​ໝົດ​ເຮື່ອແຮງ ແລະ​ໝົດ​ກຳລັງໃຈ ພວກເຂົາ​ໄດ້​ສ້າງ​ເມືອງ​ປີທົມ​ແລະ​ເມືອງ​ຣາມາເຊັດ ເພື່ອ​ເປັນ​ສາງ​ໄວ້​ເຂົ້າ​ຂອງ​ກະສັດ​ຟາໂຣ.</verse>
				<verse number="12">ເຖິງ​ແມ່ນ​ວ່າ ຊາວ​ເອຢິບ​ຂົ່ມເຫັງ​ຊາວ​ອິດສະຣາເອນ​ໜັກ​ປານໃດ​ກໍຕາມ ຈຳນວນ​ຊາວ​ອິດສະຣາເອນ​ກໍ​ຍິ່ງ​ເພີ່ມ​ທະວີຄູນ​ຍິ່ງ​ຂຶ້ນ ແລະ​ແຜ່ຜາຍ​ໄປ​ທົ່ວ​ປະເທດ ຈົນ​ຊາວ​ເອຢິບ​ມີ​ຄວາມ​ຫວັ່ນເກງ​ຊາວ​ອິດສະຣາເອນ.</verse>
				<verse number="13">ຊາວ​ເອຢິບ​ໄດ້​ເຮັດ​ໃຫ້​ຊີວິດ​ຂອງ​ຊາວ​ອິດສະຣາເອນ​ຂົມຂື່ນ ໂດຍ​ບັງຄັບ​ພວກເຂົາ​ໃຫ້​ເຮັດ​ວຽກ​ໜັກ​ຢ່າງ​ຂ້າທາດ</verse>
				<verse number="14">ຊາວ​ເອຢິບ​ໄດ້​ບັງຄັບ​ຊາວ​ອິດສະຣາເອນ ໃຫ້​ເຜົາ​ດິນຈີ່ ແລະ​ເຮັດ​ວຽກ​ກໍ່ສ້າງ ທັງ​ເຮັດ​ວຽກ​ໜັກ​ທຸກ​ຊະນິດ​ຢູ່​ຕາມ​ທົ່ງນາ ໂດຍ​ບໍ່ມີ​ຄວາມ​ເມດຕາປານີ​ແຕ່​ຢ່າງ​ໃດ​ເລີຍ.</verse>
				<verse number="15">ຕໍ່ມາ ກະສັດ​ຟາໂຣ​ແຫ່ງ​ເອຢິບ​ໄດ້​ສັ່ງ​ຊີຟາຣາ ແລະ​ປູອາ ນາງ​ໝໍ​ຕຳແຍ​ຊາວ​ເຮັບເຣີ​ສອງ​ຄົນ​ວ່າ,</verse>
				<verse number="16">“ເມື່ອ​ພວກເຈົ້າ​ໄປ​ຊ່ວຍ​ເອົາ​ລູກ​ອອກ​ໃຫ້​ຍິງ​ຊາວ​ເຮັບເຣີ ຖ້າ​ເດັກນ້ອຍ​ເປັນ​ຜູ້ຊາຍ​ໃຫ້​ຂ້າ​ຖິ້ມ, ແຕ່​ຖ້າ​ເດັກນ້ອຍ​ເປັນ​ຜູ້ຍິງ​ໃຫ້​ປະ​ໄວ້.”</verse>
				<verse number="17">ແຕ່​ນາງ​ໝໍ​ຕຳແຍ​ທັງສອງ​ເປັນ​ຄົນ​ຢຳເກງ​ພຣະເຈົ້າ. ພວກ​ນາງ​ບໍ່ໄດ້​ເຮັດ​ຕາມ​ຄຳສັ່ງ​ຂອງ​ກະສັດ​ຟາໂຣ ແລະ​ປ່ອຍ​ເດັກນ້ອຍ​ຜູ້ຊາຍ​ໃຫ້​ມີ​ຊີວິດ​ຢູ່.</verse>
				<verse number="18">ເມື່ອ​ເຫັນ​ເປັນ​ເຊັ່ນນີ້ ກະສັດ​ຟາໂຣ​ຈຶ່ງ​ໄດ້​ເອີ້ນ​ນາງ​ໝໍ​ຕຳແຍ​ທັງສອງ​ມາ ແລະ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຮັດ​ຕາມ​ຄຳສັ່ງ? ເປັນຫຍັງ​ພວກເຈົ້າ​ປ່ອຍ​ໃຫ້​ເດັກນ້ອຍ​ຜູ້ຊາຍ​ມີ​ຊີວິດ​ຢູ່?”</verse>
				<verse number="19">ພວກ​ນາງ​ຈຶ່ງ​ຕອບ​ວ່າ, “ຍິງ​ຊາວ​ເຮັບເຣີ​ຕ່າງ​ກັບ​ຍິງ​ຊາວ​ເອຢິບ. ພວກເຂົາ​ອອກລູກ​ງ່າຍ​ຫລາຍ. ກ່ອນ​ທີ່​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກ​ຂ້ານ້ອຍ​ຈະ​ໄປ​ເຖິງ​ນັ້ນ ພວກເຂົາ​ກໍໄດ້​ອອກລູກ​ກ່ອນ​ແລ້ວ.”</verse>
				<verse number="20">ສະນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ມີ​ຈຳນວນ​ຄົນ​ທະວີຄູນ​ຂຶ້ນ​ເລື້ອຍໆ ທັງ​ມີ​ກຳລັງ​ເຂັ້ມແຂງ​ຫລາຍ.</verse>
				<verse number="21">ເພາະ​ນາງ​ໝໍ​ຕຳແຍ​ທັງສອງ​ຢຳເກງ​ພຣະເຈົ້າ. ພຣະເຈົ້າ​ຈຶ່ງ​ດີ​ຕໍ່​ພວກ​ນາງ ໂດຍ​ໄດ້​ໃຫ້​ພວກ​ນາງ​ມີ​ລູກ​ຫລາຍ​ຄົນ.</verse>
				<verse number="22">ແຕ່​ກະສັດ​ຟາໂຣ​ກໍໄດ້​ສັ່ງ​ປະຊາຊົນ​ຂອງຕົນ​ວ່າ, “ລູກ​ຜູ້ຊາຍ​ທຸກໆ​ຄົນ​ຂອງ​ຊາວ​ເຮັບເຣີ​ທີ່​ເກີດ​ໃໝ່ ໃຫ້​ຖິ້ມ​ລົງ​ໃນ​ແມ່ນໍ້ານິນ, ແຕ່​ລູກ​ຜູ້ຍິງ​ຈົ່ງ​ປະ​ໄວ້​ໃຫ້​ມີ​ຊີວິດ​ຢູ່.”</verse>
			</chapter>
			<chapter number="2">
				<verse number="1">ຍັງ​ມີ​ຊາຍ​ຈາກ​ເຜົ່າເລວີ​ຄົນ​ໜຶ່ງ ທີ່​ໄດ້​ແຕ່ງງານ​ກັບ​ຍິງ​ສາວ​ຢູ່​ໃນ​ເຜົ່າ​ດຽວກັນ</verse>
				<verse number="2">ແລະ​ນາງ​ໄດ້​ເກີດ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ລາວ. ເມື່ອ​ນາງ​ເຫັນ​ລູກ​ທີ່​ເກີດ​ມາ​ນັ້ນ​ມີ​ຮູບຮ່າງ​ງາມ ນາງ​ຈຶ່ງ​ໄດ້​ເຊື່ອງ​ລູກ​ໄວ້​ເຖິງ​ສາມ​ເດືອນ.</verse>
				<verse number="3">ແຕ່​ເມື່ອ​ນາງ​ເຊື່ອງ​ລູກຊາຍ​ນັ້ນ​ໄວ້​ບໍ່ໄດ້​ອີກ​ຕໍ່ໄປ. ສະນັ້ນ ນາງ​ຈຶ່ງ​ເອົາ​ໄມ້ອໍ້​ມາ​ເຮັດ​ເປັນ​ອູ່ ແລະ​ທາ​ດ້ວຍ​ຢາງໄມ້​ເພື່ອ​ໃຫ້​ມັນ​ຟູ. ນາງ​ເອົາ​ລູກ​ວາງ​ນອນ​ລົງ​ໃນ​ອູ່​ນັ້ນ ແລ້ວ​ນາງ​ກໍໄດ້​ນຳ​ອູ່​ນັ້ນ​ໄປ​ປະ​ໄວ້​ທີ່​ແຄມ​ແມ່ນໍ້ານິນ ບ່ອນ​ທີ່​ມີ​ກໍ​ຫຍ້າອໍ້​ແຄມ​ຕາຝັ່ງ.</verse>
				<verse number="4">ຜູ້​ເປັນ​ເອື້ອຍ​ຂອງ​ເດັກນ້ອຍ​ນັ້ນ​ກໍ​ຢືນ​ຢູ່​ຫ່າງໆ ເພື່ອ​ຢາກ​ຮູ້​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ແກ່​ນ້ອງ​ຂອງຕົນ.</verse>
				<verse number="5">ຕໍ່ມາ ລູກສາວ​ຂອງ​ກະສັດ​ຟາໂຣ​ໄດ້​ລົງ​ມາ​ອາບນໍ້າ ສ່ວນ​ພວກ​ສາວ​ຮັບໃຊ້​ກໍ​ພາກັນ​ຍ່າງ​ເລາະ​ຫລີ້ນ​ຢູ່​ຕາມ​ແຄມ​ຝັ່ງ ເມື່ອ​ກຳລັງ​ອາບນໍ້າ​ຢູ່​ນັ້ນ ນາງ​ເລີຍ​ຫລຽວເຫັນ​ອູ່​ຢູ່​ກາງ​ກໍຫຍ້າ ນາງ​ຈຶ່ງ​ບອກ​ສາວ​ຮັບໃຊ້​ໄປ​ເອົາ​ມາ​ເບິ່ງ.</verse>
				<verse number="6">ເມື່ອ​ເປີດ​ເບິ່ງ​ໃນ​ອູ່ ນາງ​ກໍ​ເຫັນ​ເດັກນ້ອຍ​ຜູ້ຊາຍ​ນອນ​ຮ້ອງໄຫ້​ຢູ່. ນາງ​ເກີດ​ສົງສານ​ເລີຍ​ເວົ້າ​ວ່າ, “ເດັກ​ນີ້​ແມ່ນ​ລູກ​ຂອງ​ຊາວ​ເຮັບເຣີ.”</verse>
				<verse number="7">ສ່ວນ​ເອື້ອຍ​ຂອງລາວ​ກໍ​ຟ້າວ​ມາ​ຖາມ​ລູກສາວ​ຂອງ​ກະສັດ​ຟາໂຣ​ວ່າ, “ຢາກ​ໃຫ້​ຂ້ານ້ອຍ​ໄປ​ຫາ​ຍິງ​ຊາວ​ເຮັບເຣີ ມາ​ລ້ຽງ​ເດັກນ້ອຍ​ໃຫ້​ຫລື​ບໍ່?”</verse>
				<verse number="8">ນາງ​ຕອບ​ວ່າ, “ຈົ່ງ​ໄປ​ຫາ​ໃຫ້​ແດ່.” ດັ່ງນັ້ນ ເດັກ​ຍິງ​ຈຶ່ງ​ໄປ​ເອີ້ນ​ເອົາ​ແມ່​ຂອງ​ເດັກນ້ອຍ​ມາ.</verse>
				<verse number="9">ລູກສາວ​ກະສັດ​ຟາໂຣ​ສັ່ງ​ຍິງ​ນັ້ນ​ວ່າ, “ຈົ່ງ​ເອົາ​ເດັກນ້ອຍ​ຄົນ​ນີ້​ໄປ​ລ້ຽງ​ໄວ້​ໃຫ້​ຂ້ອຍ ແລະ​ຂ້ອຍ​ຈະ​ໃຫ້​ຄ່າ​ລ້ຽງ​ແກ່​ເຈົ້າ.” ສະນັ້ນ ນາງ​ຈຶ່ງ​ຮັບ​ເອົາ​ເດັກນ້ອຍ​ຜູ້​ນີ້​ໄປ​ລ້ຽງ​ໄວ້.</verse>
				<verse number="10">ຕໍ່ມາ ເມື່ອ​ເດັກ​ໃຫຍ່​ຂຶ້ນ​ແດ່​ແລ້ວ ແມ່ລ້ຽງ​ກໍໄດ້​ນຳ​ເດັກນ້ອຍ​ນັ້ນ​ມາ ແລະ​ມອບ​ໃຫ້​ລູກສາວ​ຂອງ​ກະສັດ​ຟາໂຣ. ນາງ​ໄດ້​ຮັບ​ລ້ຽງ​ເດັກຊາຍ​ຜູ້​ນີ້​ໄວ້​ເປັນ​ລູກຊາຍ​ຂອງ​ຕົນເອງ ໂດຍ​ເວົ້າ​ວ່າ, “ຍ້ອນ​ຂ້ອຍ​ໄດ້​ເດັກນ້ອຍ​ຄົນ​ນີ້​ມາ​ຈາກ​ນໍ້າ. ສະນັ້ນ ຂ້ອຍ​ຈຶ່ງ​ຈະ​ຕັ້ງ​ຊື່​ໃຫ້​ລາວ​ວ່າ ໂມເຊ.”</verse>
				<verse number="11">ຢູ່ມາ​ວັນໜຶ່ງ ເມື່ອ​ໂມເຊ​ໃຫຍ່​ແລ້ວ ລາວ​ກໍໄດ້​ອອກ​ໄປ​ຢ້ຽມຢາມ​ຄົນ​ທີ່​ເປັນ​ຊົນຊາດ​ດຽວກັນ​ຄື ຊາວ​ເຮັບເຣີ ແລະ​ລາວ​ໄດ້​ເຫັນ​ພວກເຂົາ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກ​ຫລາຍ. ລາວ​ຍັງ​ໄດ້​ເຫັນ​ຄົນ​ເອຢິບ​ຜູ້ໜຶ່ງ​ຕົບຕີ​ຄົນ​ເຮັບເຣີ​ຜູ້ໜຶ່ງ ທີ່​ເປັນ​ຊົນຊາດ​ດຽວກັນ​ກັບ​ຕົນ.</verse>
				<verse number="12">ໂມເຊ​ຫລຽວໜ້າ​ຫລຽວຫລັງ ເມື່ອ​ບໍ່​ເຫັນ​ຜູ້ໃດ​ໃນ​ທີ່ນັ້ນ ລາວ​ຈຶ່ງ​ຂ້າ​ຄົນ​ເອຢິບ​ຜູ້ນັ້ນ​ເສຍ ແລະ​ຝັງສົບ​ເຊື່ອງ​ໄວ້​ໃນ​ດິນ​ຊາຍ.</verse>
				<verse number="13">ມື້​ຕໍ່ມາ ໂມເຊ​ໄດ້​ກັບ​ໄປ​ບ່ອນ​ນັ້ນ​ອີກ ແລະ​ເທື່ອ​ນີ້​ລາວ​ເຫັນ​ຄົນ​ເຮັບເຣີ​ສອງ​ຄົນ​ກຳລັງ​ຕີ​ກັນ​ຢູ່. ລາວ​ຈຶ່ງ​ໄດ້​ຖາມ​ຜູ້​ເປັນ​ຝ່າຍ​ຜິດ​ນັ້ນ​ວ່າ, “ເປັນຫຍັງ​ຈຶ່ງ​ຕີ​ຄົນ​ຊາດ​ດຽວກັນ?”</verse>
				<verse number="14">ຄົນ​ນັ້ນ​ຕອບ​ວ່າ, “ໃຜ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ນາຍ​ຕັດສິນ​ຄວາມ​ພວກຂ້ອຍ? ເຈົ້າ​ຈະ​ຂ້າ​ຂ້ອຍ​ເໝືອນ​ໄດ້​ຂ້າ​ຄົນ​ເອຢິບ​ຜູ້ນັ້ນ​ບໍ?” ໂມເຊ​ຕົກໃຈ​ແຮງຫລາຍ​ພ້ອມ​ທັງ​ຄິດ​ໃນ​ໃຈ​ວ່າ, “ມີ​ຜູ້​ຮູ້ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ກະທຳ​ນັ້ນ​ແລ້ວ.”</verse>
				<verse number="15">ເມື່ອ​ກະສັດ​ຟາໂຣ​ໄດ້​ຮູ້​ເລື່ອງ​ນີ້ ເພິ່ນ​ຈຶ່ງ​ພະຍາຍາມ​ຫາ​ຊ່ອງທາງ​ຂ້າ​ໂມເຊ, ແຕ່​ໂມເຊ​ໄດ້​ເອົາ​ຕົວ​ຫລົບ​ໜີໄປ​ຢູ່​ດິນແດນ​ມີດີອານ​ເສຍ​ກ່ອນ. ພໍ​ໂມເຊ​ໄປ​ຮອດ​ທີ່​ນັ້ນ ລາວ​ກໍ​ນັ່ງ​ລົງ​ພັກຜ່ອນ​ເອົາ​ແຮງ​ຢູ່​ໃກ້​ບໍ່ນໍ້າສ້າງ​ແຫ່ງ​ໜຶ່ງ.</verse>
				<verse number="16">ປະໂຣຫິດ​ແຫ່ງ​ມີດີອານ​ຜູ້​ທີ່​ຊື່​ວ່າ ເຢທະໂຣ, ເພິ່ນ​ມີ​ລູກສາວ​ເຈັດ​ຄົນ. ພວກ​ນາງ​ໄດ້​ພາກັນ​ມາ​ຕັກ​ນໍ້າ​ໃຫ້​ຝູງແບ້​ແລະ​ຝູງແກະ​ກິນ.</verse>
				<verse number="17">ແຕ່​ມີ​ຄົນລ້ຽງແກະ​ບາງ​ພວກ​ໄດ້​ມາ​ໄລ່​ໃຫ້​ພວກ​ນາງ​ໜີໄປ. ໂມເຊ​ໄດ້​ເຂົ້າ​ໄປ​ຊ່ວຍເຫລືອ ແລະ​ທັງ​ໄດ້​ຕັກ​ນໍ້າ​ໃຫ້​ຝູງສັດ​ຂອງ​ພວກ​ນາງ​ກິນ​ດ້ວຍ.</verse>
				<verse number="18">ເມື່ອ​ພວກ​ນາງ​ກັບ​ເມືອ​ເຮືອນ​ຫາ​ເຣອູເອນ ຜູ້​ເປັນ​ພໍ່​ຈຶ່ງ​ຖາມ​ວ່າ, “ເປັນຫຍັງ​ວັນນີ້​ຈຶ່ງ​ກັບ​ມາ​ໄວ​ແທ້?”</verse>
				<verse number="19">ພວກ​ນາງ​ຕອບ​ວ່າ, “ມີ​ຄົນ​ເອຢິບ​ຜູ້ໜຶ່ງ​ໄດ້​ຊ່ວຍ​ພວກ​ລູກ​ໃຫ້​ພົ້ນ​ຈາກ​ພວກ​ລ້ຽງແກະ ແລະ​ທັງ​ໄດ້​ຊ່ວຍ​ຕັກ​ນໍ້າ​ໃຫ້​ສັດ​ຂອງ​ພວກເຮົາ​ກິນ​ດ້ວຍ.”</verse>
				<verse number="20">ຜູ້​ເປັນ​ພໍ່​ຈຶ່ງ​ຖາມ​ລູກສາວ​ອີກ​ວ່າ, “ຊາຍ​ຜູ້ນັ້ນ​ຢູ່​ໃສ? ເຫດ​ໃດ​ຈຶ່ງ​ມາ​ປະ​ລາວ? ຮີບ​ໄປ​ເຊີນ​ລາວ​ມາ​ກິນ​ເຂົ້າ​ນຳ​ພວກເຮົາ​ແມ.”</verse>
				<verse number="21">ໂມເຊ​ໄດ້​ຕັດສິນໃຈ​ຢູ່​ທີ່​ມີດີອານ ແລະ​ເຢທະໂຣ​ຈຶ່ງ​ໄດ້​ຍົກ​ນາງ​ຊິບໂປຣາ ລູກສາວ​ຂອງຕົນ​ໃຫ້​ເປັນ​ເມຍ​ຂອງ​ໂມເຊ.</verse>
				<verse number="22">ນາງ​ໄດ້​ເກີດ​ລູກຊາຍ​ຜູ້ໜຶ່ງ​ໃຫ້​ໂມເຊ ແລະ​ໂມເຊ​ຄິດ​ໃນ​ໃຈ​ວ່າ, “ຂ້ອຍ​ເປັນ​ຄົນ​ຕ່າງດ້າວ​ທີ່​ໄດ້​ມາ​ອາໄສ​ຢູ່​ໃນ​ປະເທດ​ນີ້. ສະນັ້ນ ຂ້ອຍ​ຈຶ່ງ​ຈະ​ໃສ່​ຊື່​ໃຫ້​ລູກຊາຍ​ຜູ້​ນີ້​ວ່າ ເກໂຊມ.”</verse>
				<verse number="23">ຕໍ່ມາ​ອີກ​ຫລາຍປີ ກະສັດ​ຟາໂຣ​ແຫ່ງ​ປະເທດ​ເອຢິບ​ກໍໄດ້​ຕາຍໄປ, ແຕ່​ເພາະ​ຊາວ​ອິດສະຣາເອນ​ຍັງ​ຕົກ​ເປັນ​ທາດຮັບໃຊ້​ຢູ່ ພວກເຂົາ​ຈຶ່ງ​ຮ້ອງໄຫ້​ຄວນຄາງ​ແລະ​ຮ້ອງ​ຫາ​ຜູ້​ຊ່ວຍເຫລືອ. ສຽງ​ຂໍຮ້ອງ​ຂອງ​ພວກເຂົາ​ໄດ້​ດັງ​ຂຶ້ນ​ໄປ​ເຖິງ​ພຣະເຈົ້າ.</verse>
				<verse number="24">ພຣະເຈົ້າ​ໄດ້ຍິນ​ສຽງ​ຮ້ອງໄຫ້​ຄວນຄາງ​ຂອງ​ພວກເຂົາ ແລະ​ລະນຶກເຖິງ​ພັນທະສັນຍາ ທີ່​ພຣະອົງ​ໄດ້​ໃຫ້​ໄວ້​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ.</verse>
				<verse number="25">ພຣະເຈົ້າ​ເບິ່ງ​ເຫັນ​ສະພາບ​ການ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ອິດສະຣາເອນ. ສະນັ້ນ ພຣະເຈົ້າ​ຈຶ່ງ​ຫ່ວງໃຍ​ພວກເຂົາ.</verse>
			</chapter>
			<chapter number="3">
				<verse number="1">ມື້​ໜຶ່ງ ໃນ​ຂະນະທີ່​ໂມເຊ​ກຳລັງ​ລ້ຽງ​ຝູງແກະ ແລະ​ຝູງແບ້​ຂອງ​ເຢທະໂຣ ພໍ່​ເຖົ້າ​ຂອງຕົນ​ຜູ້​ທີ່​ເປັນ​ປະໂຣຫິດ​ຂອງ​ຊາວ​ມີດີອານ ລາວ​ໄດ້​ຕ້ອນ​ຝູງສັດ​ເລີຍ​ຂ້າມ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄປ​ທີ່​ຊີນາຍ​ພູເຂົາ​ຂອງ​ພຣະເຈົ້າ.</verse>
				<verse number="2">ໃນ​ທີ່ນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ປາກົດ​ເປັນ​ແປວ​ໄຟ ໃຫ້​ໂມເຊ​ເຫັນ​ຢູ່​ໃນ​ກາງ​ພຸ່ມໄມ້​ຂຽວ​ແຫ່ງ​ໜຶ່ງ. ໂມເຊ​ຈ້ອງຕາ​ເບິ່ງ​ໄຟ​ແຕ່​ບໍ່​ເຫັນ​ພຸ່ມໄມ້​ໄໝ້.</verse>
				<verse number="3">ໂມເຊ​ຄິດ​ໃນ​ໃຈ​ວ່າ, “ບະ! ປະຫລາດ​ແທ້ໆ ເປັນຫຍັງ​ພຸ່ມໄມ້​ຈຶ່ງ​ບໍ່​ໄໝ້. ເຮົາ​ຈະ​ລອງ​ເຂົ້າ​ໄປ​ໃກ້ໆ​ເບິ່ງດູ.”</verse>
				<verse number="4">ເມື່ອ​ພຣະເຈົ້າຢາເວ​ເຫັນ​ໂມເຊ​ຍ່າງ​ເຂົ້າ​ມາ​ໃກ້, ພຣະອົງ​ຈຶ່ງ​ກ່າວ​ອອກ​ມາ​ຈາກ​ພຸ່ມໄມ້​ນັ້ນ​ວ່າ, “ໂມເຊ ໂມເຊ​ເອີຍ.” ໂມເຊ​ຈຶ່ງ​ຕອບ​ວ່າ, “ໂດຍ ຂ້ານ້ອຍ​ກຳລັງ​ຟັງ​ຢູ່.”</verse>
				<verse number="5">ພຣະເຈົ້າ​ບອກ​ວ່າ, “ຢ່າ​ຫຍັບ​ເຂົ້າ​ມາ​ໃກ້​ອີກ​ເປັນ​ເດັດຂາດ. ຈົ່ງ​ຖອດ​ເກີບ​ອອກ​ສາ ເພາະວ່າ​ເຈົ້າ​ກຳລັງ​ຢືນ​ຢູ່​ທີ່​ບ່ອນ​ສັກສິດ.</verse>
				<verse number="6">ເຮົາ​ເປັນ​ພຣະເຈົ້າ​ຂອງ​ພໍ່​ເຈົ້າ, ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ເປັນ​ພຣະເຈົ້າ​ຂອງ​ອີຊາກ ແລະ​ເປັນ​ພຣະເຈົ້າ​ຂອງ​ຢາໂຄບ.” ສະນັ້ນ ໂມເຊ​ຈຶ່ງ​ເອົາ​ມື​ອັດ​ໜ້າ​ຂອງຕົນ​ໄວ້ ເພາະ​ບໍ່​ກ້າ​ເບິ່ງ​ພຣະເຈົ້າ.</verse>
				<verse number="7">ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ຕໍ່ໄປ​ອີກ​ວ່າ, “ເຮົາ​ໄດ້​ເຫັນ​ປະຊາຊົນ​ຂອງເຮົາ ຖືກ​ກົດຂີ່​ຢ່າງ​ໃດ​ແລ້ວ​ຢູ່​ໃນ​ປະເທດ​ເອຢິບ. ເຮົາ​ໄດ້ຍິນ​ພວກເຂົາ​ຮ້ອງ​ຫາ​ເຮົາ ໃຫ້​ຊ່ວຍກູ້​ພວກເຂົາ​ຈາກ​ບັນດາ​ນາຍຄຸມ​ຂອງ​ພວກເຂົາ. ເຮົາ​ຮູ້​ເຫັນ​ຄວາມ​ທົນທຸກ​ຂອງ​ພວກເຂົາ​ທຸກຢ່າງ.</verse>
				<verse number="8">ສະນັ້ນ ເຮົາ​ຈຶ່ງ​ລົງ​ມາ​ຊ່ວຍກູ້​ພວກເຂົາ​ໃຫ້​ພົ້ນ​ຈາກ​ການ​ທາລຸນ​ຂອງ​ຊາວ​ເອຢິບ; ເພື່ອ​ນຳພາ​ພວກເຂົາ​ໄປ​ສູ່​ດິນແດນ​ທີ່​ອຸດົມສົມບູນ ແລະ​ຮັ່ງມີ​ບ່ອນ​ທີ່​ຊາວ​ການາອານ, ຮິດຕີ, ອາໂມ, ເປຣີຊີ, ຮີວີ ແລະ​ຊາວ​ເຢບຸດ​ອາໄສ​ຢູ່​ໃນ​ເວລາ​ນີ້.</verse>
				<verse number="9">ເຮົາ​ໄດ້ຍິນ​ສຽງ​ຮ້ອງໄຫ້​ຄໍ່າຄວນ​ໃຫ້​ຊ່ວຍເຫລືອ​ຂອງ​ປະຊາຊົນ​ເຮົາ​ຄັກແນ່​ແລ້ວ ແລະ​ເຮົາ​ໄດ້​ເຫັນ​ຊາວ​ເອຢິບ​ກົດຂີ່​ພວກເຂົາ​ຢ່າງ​ໃດ.</verse>
				<verse number="10">ບັດນີ້ ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ຫາ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ເພື່ອ​ນຳພາ​ປະຊາຊົນ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ​ນັ້ນ.”</verse>
				<verse number="11">ແຕ່​ໂມເຊ​ໄດ້ກ່າວ​ຕໍ່​ພຣະເຈົ້າ​ວ່າ, “ຂ້ານ້ອຍ​ເປັນ​ມະນຸດ​ສາມັນ​ທຳມະດາ ຈະ​ໄປ​ຫາ​ກະສັດ​ຟາໂຣ​ໄດ້​ບໍ? ຂ້ານ້ອຍ​ຈະ​ນຳພາ​ຊາວ​ອິດສະຣາເອນ ອອກ​ໄປ​ຈາກ​ປະເທດ​ເອຢິບ​ໄດ້​ຢ່າງ​ໃດ?”</verse>
				<verse number="12">ພຣະເຈົ້າ​ໄດ້ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ເຈົ້າ. ໝາຍສຳຄັນ​ດັ່ງ​ຕໍ່ໄປນີ້​ຈະ​ສຳແດງ​ໃຫ້​ເຈົ້າ​ຮູ້​ວ່າ ເຮົາ​ເປັນ​ຜູ້​ໃຊ້​ເຈົ້າ​ໄປ​ຄື: ເມື່ອ​ເຈົ້າ​ນຳພາ​ປະຊາຊົນ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ​ເອຢິບ​ແລ້ວ ພວກເຈົ້າ​ຈະ​ໄດ້​ນະມັດສະການ​ເຮົາ​ຢູ່​ທີ່​ເທິງ​ພູເຂົາ​ນີ້.”</verse>
				<verse number="13">ແຕ່​ໂມເຊ​ຖາມ​ພຣະເຈົ້າ​ຄືນ​ວ່າ, “ເມື່ອ​ຂ້ານ້ອຍ​ໄປ​ຫາ​ຊາວ​ອິດສະຣາເອນ ແລະ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ໄດ້​ສົ່ງ​ຂ້ອຍ​ມາ​ຫາ​ພວກເຈົ້າ,’ ພວກເຂົາ​ກໍ​ຈະ​ຖາມ​ຂ້ານ້ອຍ​ວ່າ, ‘ພຣະເຈົ້າ​ອົງ​ທີ່​ໃຊ້​ເຈົ້າ​ມາ​ນັ້ນ​ຊື່​ຫຍັງ?’ ແລ້ວ​ຂ້ານ້ອຍ​ຈະ​ຕອບ​ພວກເຂົາ​ວ່າ​ຢ່າງ​ໃດ?”</verse>
				<verse number="14">ພຣະເຈົ້າ​ໄດ້ກ່າວ​ຕໍ່​ໂມເຊ​ວ່າ, “ເຮົາເປັນ​ຜູ້​ເຮົາເປັນ ເຈົ້າ​ຈົ່ງ​ບອກ​ຊາວ​ອິດສະຣາເອນ​ດັ່ງນີ້: ‘ຜູ້​ທີ່​ເອີ້ນ​ຊື່​ວ່າ ເຮົາເປັນ’ ສົ່ງ​ຂ້ອຍ​ມາ​ຫາ​ພວກເຈົ້າ.”</verse>
				<verse number="15">ພຣະເຈົ້າ​ໄດ້ກ່າວ​ຕໍ່​ໂມເຊ​ອີກ​ວ່າ, “ໃຫ້​ບອກ​ຊາວ​ອິດສະຣາເອນ​ວ່າ, ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ​ພຣະເຈົ້າ​ຂອງ​ຢາໂຄບ ໃຊ້​ຂ້ອຍ​ມາ​ຫາ​ພວກເຈົ້າ.’ ອັນນີ້ ແມ່ນ​ຊື່​ຂອງເຮົາ ແລະ​ຊື່​ນີ້​ຈະ​ບໍ່ມີ​ການ​ປ່ຽນແປງ​ຈັກເທື່ອ ທຸກ​ຊົ່ວ​ອາຍຸ​ຄົນ​ຈະ​ເອີ້ນ​ຊື່​ນີ້​ຕະຫລອດໄປ.</verse>
				<verse number="16">ບັດນີ້ ເຈົ້າ​ຈົ່ງ​ໄປ​ປະຊຸມ​ກັບ​ບັນດາ​ຜູ້ນຳ​ຂອງ​ຊົນຊາດ​ອິດສະຣາເອນ ແລະ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ ໄດ້​ປາກົດ​ແກ່​ຂ້ອຍ. ແລະ​ກ່າວ​ວ່າ: ເຮົາ​ໄດ້​ມາ​ຫາ​ພວກເຈົ້າ ແລະ​ໄດ້​ເຫັນ​ສິ່ງ​ທີ່​ຊາວ​ເອຢິບ​ໄດ້​ເຮັດ​ຕໍ່​ພວກເຈົ້າ.</verse>
				<verse number="17">ເຮົາ​ຕັດສິນໃຈ​ແລ້ວ​ວ່າ ຈະ​ນຳ​ພວກເຈົ້າ​ອອກ​ໄປ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ທົນທຸກ​ຢູ່​ນີ້ ແລະ​ເຮົາ​ຈະ​ນຳພາ​ພວກເຈົ້າ​ເຂົ້າ​ໄປ​ສູ່​ດິນແດນ​ທີ່​ອຸດົມສົມບູນ ແລະ​ຮັ່ງມີ​ຄື: ດິນແດນ​ຂອງ​ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.’</verse>
				<verse number="18">ປະຊາຊົນ​ຂອງເຮົາ​ຈະ​ເຊື່ອຟັງ​ສິ່ງ​ທີ່​ເຈົ້າ​ກ່າວ​ແກ່​ພວກເຂົາ. ແລ້ວ​ເຈົ້າ​ກັບ​ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ຈົ່ງ​ໄປ​ຫາ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ບອກ​ລາວ​ວ່າ, ‘ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ໄດ້​ປາກົດ​ຕໍ່​ພວກ​ຂ້ານ້ອຍ. ບັດນີ້​ຂໍ​ທ່ານ​ອະນຸຍາດ​ໃຫ້​ພວກ​ຂ້ານ້ອຍ ເດີນທາງ​ເປັນ​ໄລຍະ​ສາມ​ວັນ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ.’</verse>
				<verse number="19">ເຮົາ​ຮູ້​ແລ້ວ​ວ່າ ກະສັດ​ຟາໂຣ​ແຫ່ງ​ເອຢິບ​ຈະ​ບໍ່​ຍອມ​ໃຫ້​ພວກເຈົ້າ​ໄປ ເວັ້ນໄວ້​ແຕ່​ລາວ​ຈະ​ຖືກ​ບີບ​ບັງຄັບ​ເທົ່ານັ້ນ.</verse>
				<verse number="20">ແຕ່​ເຮົາ​ຈະ​ໃຊ້​ຣິດອຳນາດ​ຂອງເຮົາ​ລົງໂທດ​ປະເທດ​ເອຢິບ ໂດຍ​ເຮັດ​ການ​ອັດສະຈັນ​ທັງໝົດ​ຂອງເຮົາ​ອັນ​ໜ້າຢ້ານກົວ​ຢູ່​ທີ່​ນັ້ນ. ແລ້ວ​ລາວ​ກໍ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ.</verse>
				<verse number="21">ເຮົາ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ຢຳເກງ​ປະຊາຊົນ​ຂອງເຮົາ ເພື່ອ​ວ່າ​ເມື່ອ​ພວກເຂົາ​ອອກ​ໄປ​ນັ້ນ ພວກເຂົາ​ຈະ​ບໍ່ໄດ້​ໜີໄປ​ໂດຍ​ມືເປົ່າ.</verse>
				<verse number="22">ໃຫ້​ຜູ້ຍິງ​ຊາວ​ອິດສະຣາເອນ​ແຕ່ລະຄົນ​ໄປ​ຂໍ​ເຄື່ອງເງິນ, ເຄື່ອງຄຳ ແລະ​ຂໍ​ເສື້ອຜ້າ​ຈາກ​ຜູ້ຍິງ​ຊາວ​ເອຢິບ​ທີ່​ຢູ່​ບ້ານ​ດຽວກັນ ແລະ​ຈາກ​ບ້ານໃກ້​ເຮືອນຄຽງ​ຂອງຕົນ. ຊາວ​ອິດສະຣາເອນ​ຈະ​ເອົາ​ສິ່ງຂອງ​ເຫຼົ່ານີ້ ມາ​ຕົບແຕ່ງ​ໃຫ້​ພວກ​ລູກ​ຊາຍ​ຍິງ​ຂອງຕົນ ແລະ​ພວກເຂົາ​ກໍ​ຈະ​ຂົນ​ເອົາ​ຊັບສົມບັດ​ຂອງ​ຊາວ​ເອຢິບ​ໄປ​ນຳ.”</verse>
			</chapter>
			<chapter number="4">
				<verse number="1">ໂມເຊ​ໄດ້​ຕອບ​ວ່າ, “ແຕ່​ຖ້າ​ວ່າ​ຊາວ​ອິດສະຣາເອນ​ບໍ່​ເຊື່ອ ແລະ​ທັງ​ບໍ່​ຟັງ​ສິ່ງ​ທີ່​ຂ້ານ້ອຍ​ກ່າວ​ໄປ​ນັ້ນ, ແຕ່​ພວກເຂົາ​ກັບ​ເວົ້າ​ວ່າ, ‘ພຣະເຈົ້າຢາເວ​ບໍ່ໄດ້​ປາກົດ​ຕໍ່​ເຈົ້າ​ດອກ.’ ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ເຮັດ​ຢ່າງ​ໃດ?”</verse>
				<verse number="2">ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຖາມ​ໂມເຊ​ວ່າ, “ແມ່ນ​ຫຍັງ​ທີ່​ເຈົ້າ​ກຳລັງ​ຖື​ຢູ່​ນັ້ນ?” ໂມເຊ​ຕອບ​ວ່າ, “ແມ່ນ​ໄມ້ຄ້ອນເທົ້າ.”</verse>
				<verse number="3">ພຣະອົງ​ຈຶ່ງ​ສັ່ງ​ໂມເຊ​ວ່າ, “ຖິ້ມ​ມັນ​ລົງ​ພື້ນດິນ​ເບິ່ງດູ.” ເມື່ອ​ໂມເຊ​ຖິ້ມ​ໄມ້ຄ້ອນເທົ້າ​ນັ້ນ​ລົງ​ພື້ນດິນ ມັນ​ກໍ​ກາຍເປັນ​ງູ ແລະ​ໂມເຊ​ຈຶ່ງ​ແລ່ນ​ໜີໄປ.</verse>
				<verse number="4">ແລ້ວ​ພຣະເຈົ້າຢາເວ​ກໍ​ສັ່ງ​ໂມເຊ​ວ່າ, “ຈັບ​ຫາງ​ມັນ​ໄວ້.” ໂມເຊ​ຈຶ່ງ​ກົ້ມ​ລົງ​ຈັບ​ຫາງ​ງູ ແລະ​ງູ​ນັ້ນ​ກໍ​ກາຍເປັນ​ໄມ້ຄ້ອນເທົ້າ​ຄື​ເກົ່າ.</verse>
				<verse number="5">ພຣະເຈົ້າຢາເວ​ບອກ​ວ່າ, “ຈົ່ງ​ເຮັດ​ຢ່າງ​ນີ້​ເພື່ອ​ພິສູດ​ໃຫ້​ຊາວ​ອິດສະຣາເອນ​ເຫັນ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ, ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ​ພຣະເຈົ້າ​ຂອງ​ຢາໂຄບ ໄດ້​ປາກົດ​ແກ່​ເຈົ້າ.”</verse>
				<verse number="6">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ອີກ​ວ່າ, “ສອດ​ມື​ເຂົ້າ​ໄປ​ໃນ​ເສື້ອ​ເບິ່ງດູ.” ໂມເຊ​ກໍ​ເຮັດ​ຕາມ​ທີ່​ພຣະເຈົ້າ​ໄດ້​ບອກ ແລະ​ເມື່ອ​ເພິ່ນ​ຖອດ​ມື​ອອກ​ມາ ມື​ນັ້ນ​ກໍ​ເປັນ​ພະຍາດ​ຂີ້ທູດ ຫຸ້ມ​ໄປ​ດ້ວຍ​ດອກ​ຂາວໆ​ຄື​ຫິມະ.</verse>
				<verse number="7">ແລ້ວ​ພຣະອົງ​ກໍ​ສັ່ງ​ອີກ​ວ່າ, “ສອດ​ມື​ເຂົ້າ​ໄປ​ໃນ​ເສື້ອ​ຄືນ.” ໂມເຊ​ກໍ​ເຮັດ​ຕາມ ແລະ​ເມື່ອ​ເພິ່ນ​ຖອດ​ມື​ອອກ​ມາ ມື​ນັ້ນ​ກໍ​ສະອາດ​ດີ​ຄື​ເກົ່າ​ເໝືອນ​ດັ່ງ​ສ່ວນ​ອື່ນໆ​ຂອງ​ຮ່າງກາຍ.</verse>
				<verse number="8">ພຣະເຈົ້າຢາເວ​ຊົງ​ກ່າວ​ວ່າ, “ຖ້າ​ພວກເຂົາ​ບໍ່​ຍອມ​ເຊື່ອຟັງ​ເຈົ້າ ຫລື​ບໍ່​ສົນໃຈ​ໝາຍສຳຄັນ​ການ​ອັດສະຈັນ​ເທື່ອ​ທີ​ໜຶ່ງ, ແລ້ວ​ເທື່ອ​ທີ​ສອງ​ນີ້​ກໍ​ຈະ​ເຮັດ​ໃຫ້​ພວກເຂົາ​ເຊື່ອຟັງ.</verse>
				<verse number="9">ຖ້າ​ພວກເຂົາ​ເຫັນ​ໝາຍສຳຄັນ​ການ​ອັດສະຈັນ​ທັງສອງ​ເທື່ອ​ແລ້ວ ຍັງ​ບໍ່​ຍອມ​ເຊື່ອ​ເຈົ້າ ແລະ​ບໍ່​ຍອມ​ຟັງ​ເຈົ້າ. ເຈົ້າ​ຈົ່ງ​ໄປ​ຕັກ​ເອົາ​ນໍ້າ​ທີ່​ແມ່ນໍ້ານິນ ແລະ​ເທ​ລົງ​ໃສ່​ດິນ​ແຫ້ງ. ນໍ້າ​ນັ້ນ​ຈະ​ກາຍເປັນ​ເລືອດ​ເທິງ​ດິນ​ແຫ້ງ.”</verse>
				<verse number="10">ແຕ່​ໂມເຊ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ບໍ່ໄດ້​ດອກ ພຣະເຈົ້າຢາເວ​ເອີຍ ຂໍ​ຢ່າ​ໃຊ້​ຂ້ານ້ອຍ​ໄປ​ເທາະ. ຂ້ານ້ອຍ​ເອງ​ເປັນ​ຄົນ​ເວົ້າ​ບໍ່​ເກັ່ງ ແລະ​ບໍ່ມີ​ສີ​ປາກ​ມາ​ແຕ່​ໃດໆ, ຕັ້ງແຕ່​ພຣະອົງ​ໄດ້​ເລີ່ມ​ກ່າວ​ແກ່​ຂ້ານ້ອຍ​ມາ​ນີ້ ຂ້ານ້ອຍ​ແຮ່ງ​ເວົ້າ​ອອກ​ຍາກ​ຫລາຍ ເວົ້າ​ເກິໆກະໆ​ບໍ່ລ່ຽນ​ບໍ່ໄຫລ.”</verse>
				<verse number="11">ພຣະເຈົ້າຢາເວ​ໄດ້​ຖາມ​ໂມເຊ​ວ່າ, “ໃຜ​ສ້າງ​ປາກ​ມະນຸດ? ໃຜ​ເຮັດ​ໃຫ້​ມະນຸດ​ປາກ​ກືກ​ຫູ​ໜວກ? ໃຜ​ເຮັດ​ໃຫ້​ມະນຸດ​ຕາບອດ​ແລະ​ຕາ​ດີ? ແມ່ນ​ເຮົາເອງ​ຄື​ພຣະເຈົ້າຢາເວ.</verse>
				<verse number="12">ບັດນີ້​ໂມເຊ​ເອີຍ ເຈົ້າ​ຈົ່ງ​ໄປ ເຮົາ​ຈະ​ຊ່ວຍ​ເຈົ້າ​ກ່າວ ແລະ​ຈະ​ບອກ​ສິ່ງ​ທີ່​ເຈົ້າ​ຈະ​ກ່າວ.”</verse>
				<verse number="13">ແຕ່​ໂມເຊ​ຍັງ​ຕອບ​ວ່າ, “ຂໍ​ພຣະອົງ​ໃຊ້​ຄົນອື່ນ​ໄປ​ສາ.”</verse>
				<verse number="14">ພໍ​ໂມເຊ​ເວົ້າ​ດັ່ງນັ້ນ ພຣະເຈົ້າຢາເວ​ກໍ​ໂກດຮ້າຍ ແລະ​ຖາມ​ໂມເຊ​ວ່າ, “ເຈົ້າ​ມີ​ອ້າຍ​ຜູ້ໜຶ່ງ​ທີ່​ເປັນ​ຊາວ​ເລວີ ແລະ​ລາວ​ຊື່​ວ່າ​ອາໂຣນ​ບໍ່ແມ່ນ​ບໍ? ເຮົາ​ຮູ້​ວ່າ​ລາວ​ເວົ້າ​ເກັ່ງ. ເວລາ​ນີ້​ລາວ​ກຳລັງ​ອອກ​ມາ​ພົບ​ເຈົ້າ ແລະ​ລາວ​ຈະ​ດີ​ໃຈ​ທີ່ສຸດ​ເມື່ອ​ໄດ້​ພົບ​ເຈົ້າ.</verse>
				<verse number="15">ເຈົ້າ​ຈົ່ງ​ກ່າວ​ແກ່​ລາວ ແລະ​ບອກ​ເລື່ອງ​ຕ່າງໆ​ນັ້ນ​ໃຫ້​ລາວ​ເວົ້າ. ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ກ່າວ ແລະ​ທັງ​ຈະ​ບອກ​ເຈົ້າ​ທັງສອງ​ວ່າ​ຄວນ​ຈະ​ເຮັດ​ຢ່າງ​ໃດ.</verse>
				<verse number="16">ອາໂຣນ​ຈະ​ເປັນ​ຜູ້​ກ່າວ​ແກ່​ປະຊາຊົນ​ຕາງ​ເຈົ້າ ລາວ​ຈະ​ເປັນ​ຜູ້​ກ່າວ​ຕາງ​ເຈົ້າ. ສ່ວນ​ເຈົ້າ​ຈະ​ເປັນ​ດັ່ງ​ພຣະເຈົ້າ ໂດຍ​ບອກ​ລາວ​ວ່າ​ຄວນ​ກ່າວ​ຫຍັງ​ແດ່.</verse>
				<verse number="17">ຈົ່ງ​ຖື​ໄມ້ຄ້ອນເທົ້າ​ນີ້​ໄປ​ພ້ອມ ເພື່ອ​ເຈົ້າ​ຈະ​ໃຊ້​ເຮັດ​ໝາຍສຳຄັນ​ການ​ອັດສະຈັນ​ຕ່າງໆ.”</verse>
				<verse number="18">ຫລັງຈາກ​ນັ້ນ ໂມເຊ​ໄດ້​ກັບຄືນ​ເມືອ​ຫາ​ເຢທະໂຣ​ພໍ່ເຖົ້າ​ຂອງຕົນ ແລະ​ໄດ້​ບອກ​ເພິ່ນ​ວ່າ, “ກະລຸນາ​ໃຫ້​ລູກ​ກັບ​ເມືອ​ຢ້ຽມຢາມ​ພີ່ນ້ອງ​ຢູ່​ໃນ​ປະເທດ​ເອຢິບ ເພື່ອ​ເບິ່ງ​ວ່າ​ພວກເຂົາ​ຍັງ​ມີ​ຊີວິດ​ຢູ່​ຫລື​ບໍ່.” ເຢທະໂຣ​ໄດ້​ອະນຸຍາດ​ໃຫ້​ໂມເຊ​ກັບ​ເມືອ ພ້ອມ​ທັງ​ອວຍພອນ​ໃຫ້​ລາວ​ກັບ​ໄປ​ໂດຍ​ດີ.</verse>
				<verse number="19">ໃນ​ຕອນ​ທີ່​ໂມເຊ​ຍັງ​ຢູ່​ທີ່​ມີດີອານ​ນັ້ນ ພຣະເຈົ້າຢາເວ​ໄດ້​ບອກ​ລາວ​ວ່າ, “ຈົ່ງ​ກັບ​ເມືອ​ເອຢິບ​ສາ ເພາະ​ພວກ​ທີ່​ຢາກ​ຂ້າ​ເຈົ້າ​ນັ້ນ​ໄດ້​ຕາຍໄປ​ໝົດ​ແລ້ວ.”</verse>
				<verse number="20">ສະນັ້ນ ໂມເຊ​ຈຶ່ງ​ຈັດແຈ່ງ​ໃຫ້​ລູກ​ເມຍ​ຂຶ້ນ​ຂີ່​ລໍ ແລະ​ກັບຄືນ​ສູ່​ປະເທດ​ເອຢິບ. ສ່ວນ​ເພິ່ນ​ເອງ​ໄດ້​ຖື​ໄມ້ຄ້ອນເທົ້າ​ຂອງ​ພຣະເຈົ້າ​ໄປ​ນຳ.</verse>
				<verse number="21">ພຣະເຈົ້າຢາເວ​ຍັງ​ໄດ້​ສັ່ງ​ໂມເຊ​ໄວ້​ອີກ​ວ່າ, “ບັດນີ້ ເຈົ້າ​ກຳລັງ​ເດີນທາງ​ກັບຄືນ​ສູ່​ປະເທດ​ເອຢິບ ຈົ່ງ​ເຮັດ​ການ​ອັດສະຈັນ​ທຸກຢ່າງ​ໃຫ້​ກະສັດ​ຟາໂຣ​ເຫັນ​ແທ້ໆ​ຄື: ເຮັດ​ຕາມ​ຣິດອຳນາດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ. ແຕ່​ຝ່າຍ​ເຮົາ​ຈະ​ເຮັດ​ໃຫ້​ໃຈ​ຂອງ​ກະສັດ​ຟາໂຣ​ແຂງ​ກະດ້າງ​ດື້ດຶງ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ໄປ.</verse>
				<verse number="22">ແລ້ວ​ເຈົ້າ​ກໍ​ຕ້ອງ​ບອກ​ກະສັດ​ຟາໂຣ​ວ່າ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ຊາດ​ອິດສະຣາເອນ​ເປັນ​ລູກຊາຍກົກ​ຂອງເຮົາ.</verse>
				<verse number="23">ເຮົາ​ສັ່ງ​ເຈົ້າ​ໃຫ້​ປ່ອຍ​ພວກເຂົາ​ໄປ​ນະມັດສະການ​ເຮົາ ແຕ່​ເຈົ້າ​ບໍ່​ຍອມ​ຟັງ​ເຮົາ. ບັດນີ້ ເຮົາ​ຈະ​ຂ້າ​ລູກຊາຍກົກ​ຂອງ​ເຈົ້າ​ຖິ້ມ.”’</verse>
				<verse number="24">ໃນ​ບ່ອນ​ພັກ​ແຮມ​ຄືນ​ແຫ່ງ​ໜຶ່ງ​ຕາມ​ທາງ​ໄປ​ສູ່​ປະເທດ​ເອຢິບ ພຣະເຈົ້າຢາເວ​ໄດ້​ມາ​ຫາ​ໂມເຊ​ເພື່ອ​ໝາຍ​ຈະ​ຂ້າ​ເພິ່ນ.</verse>
				<verse number="25">ໃນ​ທັນໃດນັ້ນ ຊິບໂປຣາ​ເມຍ​ຂອງ​ໂມເຊ​ກໍ​ຈັບ​ເອົາ​ຫີນ​ຄົມ ປາດ​ໜັງ​ອະໄວຍະວະ​ເພດ​ຂອງ​ລູກຊາຍ ແລ້ວ​ເອົາ​ໄປ​ແປະ​ໃສ່​ທີ່​ຂາ​ຂອງ​ໂມເຊ. ຍ້ອນ​ພິທີຕັດ​ນີ້ ນາງ​ຈຶ່ງ​ເວົ້າ​ກັບ​ໂມເຊ​ວ່າ, “ເຈົ້າ​ແມ່ນ​ຜົວ​ທີ່​ຂ້ອຍ​ໄດ້​ມາ​ດ້ວຍ​ເລືອດ.”</verse>
				<verse number="26">ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ໄວ້​ຊີວິດ​ຂອງ​ໂມເຊ.</verse>
				<verse number="27">ໃນຂະນະ​ດຽວກັນນີ້ ພຣະເຈົ້າຢາເວ​ໄດ້​ບອກ​ອາໂຣນ​ວ່າ, “ຈົ່ງ​ອອກ​ໄປ​ພົບ​ໂມເຊ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ.” ສະນັ້ນ ອາໂຣນ​ຈຶ່ງ​ອອກ​ໄປ​ພົບ​ໂມເຊ​ທີ່​ພູເຂົາ​ຂອງ​ພຣະເຈົ້າ ແລະ​ເມື່ອ​ພວກເພິ່ນ​ໄດ້​ພົບ​ກັນ ອາໂຣນ​ກໍ​ກອດ​ຈູບ​ໂມເຊ.</verse>
				<verse number="28">ແລ້ວ​ໂມເຊ​ກໍໄດ້​ເລົ່າ​ເລື່ອງ​ທັງໝົດ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ຕົນ​ນັ້ນ​ສູ່​ອາໂຣນ​ຟັງ ພ້ອມ​ທັງ​ບັນລະຍາຍ​ການ​ອັດສະຈັນ​ຕ່າງໆ ທີ່​ພຣະອົງ​ໄດ້​ສັ່ງ​ຕົນ​ໃຫ້​ເຮັດ​ສູ່​ຟັງ​ດ້ວຍ.</verse>
				<verse number="29">ດັ່ງນັ້ນ ໂມເຊ​ກັບ​ອາໂຣນ​ຈຶ່ງ​ເຂົ້າ​ໄປ​ໃນ​ປະເທດ​ເອຢິບ ແລະ​ເອີ້ນ​ປະຊຸມ​ບັນດາ​ຜູ້ນຳ​ຂອງ​ຊົນຊາດ​ອິດສະຣາເອນ.</verse>
				<verse number="30">ອາໂຣນ​ເລົ່າ​ເລື່ອງ​ທັງໝົດ ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ແກ່​ໂມເຊ​ສູ່​ພວກເຂົາ​ຟັງ ແລ້ວ​ໂມເຊ​ກໍ​ກະທຳ​ການ​ອັດສະຈັນ​ຕ່າງໆ​ໃຫ້​ປະຊາຊົນ​ເຫັນ​ຕໍ່ໜ້າຕໍ່ຕາ.</verse>
				<verse number="31">ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຊື່ອ ແລະ​ເມື່ອ​ໄດ້ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ມາ​ຫາ​ພວກເຂົາ ແລະ​ທັງ​ຮູ້​ວ່າ ພຣະອົງ​ໄດ້​ເຫັນ​ພວກເຂົາ​ຖືກ​ກົດຂີ່​ຢ່າງ​ໂຫດຮ້າຍ​ທາລຸນ​ຢ່າງ​ໃດ ພວກເຂົາ​ຈຶ່ງ​ໄດ້​ພາກັນ​ຂາບລົງ​ແລະ​ນ້ອມ​ນະມັດສະການ.</verse>
			</chapter>
			<chapter number="5">
				<verse number="1">ຕໍ່ມາ ໂມເຊ​ກັບ​ອາໂຣນ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ບອກ​ວ່າ, ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ​ຍັງ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ພວກເຂົາ​ຈະ​ໄດ້​ຈັດ​ເທດສະການ​ຍ້ອງຍໍ​ຖວາຍ​ກຽດ​ແກ່​ເຮົາ.”’</verse>
				<verse number="2">ກະສັດ​ຟາໂຣ​ຖາມ​ວ່າ, “ພຣະເຈົ້າຢາເວ​ແມ່ນ​ໃຜ? ເປັນຫຍັງ​ເຮົາ​ຈະ​ຕ້ອງ​ຟັງ ແລະ​ປ່ອຍ​ປະຊາຊົນ​ພວກ​ນີ້​ໄປ? ເຮົາ​ບໍ່​ຮູ້ຈັກ​ພຣະເຈົ້າຢາເວ ແລະ​ເຮົາ​ຈະ​ບໍ່​ປ່ອຍ​ປະຊາຊົນ​ອິດສະຣາເອນ​ໄປ.”</verse>
				<verse number="3">ໂມເຊ​ແລະ​ອາໂຣນ​ຕອບ​ຄືນ​ວ່າ, “ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ​ໄດ້​ປາກົດ​ແກ່​ພວກເຮົາ. ຂໍ​ອະນຸຍາດ​ໃຫ້​ພວກເຮົາ​ເດີນທາງ​ເປັນ​ໄລຍະ​ສາມ​ວັນ ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ຖ້າບໍ່​ດັ່ງນັ້ນ ພຣະອົງ​ຈະ​ຂ້າ​ພວກເຮົາ​ດ້ວຍ​ໂຣກໄພ​ໄຂ້ເຈັບ​ຫລື​ດ້ວຍ​ເສິກ​ສົງຄາມ.”</verse>
				<verse number="4">ແຕ່​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ກ່າວ​ແກ່​ພວກເພິ່ນ​ວ່າ, “ໂມເຊ​ແລະ​ອາໂຣນ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ໃຫ້​ປະຊາຊົນ ປະຖິ້ມ​ວຽກ​ຂອງ​ພວກເຂົາ​ໄປ? ຈົ່ງ​ໃຫ້​ພວກ​ທາດຮັບໃຊ້​ເຫຼົ່ານີ້​ກັບຄືນ​ໄປ​ເຮັດ​ວຽກ​ດຽວ​ນີ້!</verse>
				<verse number="5">ປະຊາຊົນ​ພວກ​ນີ້​ມີ​ຈຳນວນ​ເພີ່ມ​ຂຶ້ນ​ຢ່າງ​ຫລວງຫລາຍ. ບັດນີ້ ພວກເຈົ້າ​ຢາກ​ໃຫ້​ພວກເຂົາ​ເຊົາ​ເຮັດ​ວຽກ​ຊັ້ນບໍ?”</verse>
				<verse number="6">ໃນ​ມື້ນັ້ນເອງ ກະສັດ​ຟາໂຣ​ໄດ້​ສັ່ງ​ຜູ້​ຄຸມງານ​ຊາວ​ເອຢິບ ແລະ​ຫົວໜ້າ​ຄົນງານ​ຊາວ​ອິດສະຣາເອນ​ໄວ້​ວ່າ,</verse>
				<verse number="7">“ຢ່າ​ເອົາ​ເຟືອງ​ໃຫ້​ຊາວ​ອິດສະຣາເອນ​ໃຊ້​ເຮັດ​ດິນຈີ່​ຕໍ່ໄປ​ອີກ. ໃຫ້​ພວກເຂົາ​ໄປ​ຊອກຫາ​ເອົາ​ເອງ,</verse>
				<verse number="8">ແຕ່​ເຮັດ​ດິນຈີ່​ໃຫ້​ໄດ້​ຈຳນວນ​ເທົ່າ​ເດີມ ບໍ່​ໃຫ້​ຫລຸດ​ແມ່ນແຕ່​ກ້ອນ​ດຽວ. ພວກເຂົາ​ກຽດຄ້ານ ດ້ວຍເຫດນີ້ ພວກເຂົາ​ຈຶ່ງ​ມາ​ຂໍ​ອະນຸຍາດ​ນຳ​ເຮົາ ເພື່ອ​ໄປ​ຂ້າ​ສັດ​ຖວາຍບູຊາ​ແກ່​ພຣະເຈົ້າ​ຂອງ​ພວກເຂົາ</verse>
				<verse number="9">ໃຫ້​ພວກເຂົາ​ເຮັດ​ວຽກ​ໜັກ​ຂຶ້ນ​ອີກ ເພື່ອ​ພວກເຂົາ​ຈະ​ໄດ້​ຫຍຸ້ງ​ຢູ່​ກັບ​ວຽກ ແລະ​ບໍ່ມີ​ເວລາ​ຟັງ​ຄຳ​ຕົວະຍົວະ​ຕ່າງໆ​ນາໆ​ອີກ​ຕໍ່ໄປ.”</verse>
				<verse number="10">ແລ້ວ​ຜູ້​ຄຸມງານ ແລະ​ຫົວໜ້າ​ຄົນງານ​ກໍໄດ້​ອອກ​ມາ ແລະ​ເວົ້າ​ກັບ​ຊາວ​ອິດສະຣາເອນ​ວ່າ, “ຕໍ່ໄປນີ້ ກະສັດ​ຟາໂຣ​ຈະ​ບໍ່​ໃຫ້​ເຟືອງ​ແກ່​ພວກເຈົ້າ​ອີກ.</verse>
				<verse number="11">ເພິ່ນ​ບອກ​ວ່າ​ໃຫ້​ພວກເຈົ້າ​ໄປ​ຊອກຫາ​ເອົາ​ເອງ, ແຕ່​ຈຳນວນ​ດິນຈີ່​ນັ້ນ​ຕ້ອງ​ໃຫ້​ໄດ້​ເທົ່າ​ເດີມ.”</verse>
				<verse number="12">ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ແຍກຍ້າຍ​ກັນ​ໄປ​ຊອກຫາ​ເຟືອງ​ຢູ່​ທົ່ວ​ປະເທດ​ເອຢິບ.</verse>
				<verse number="13">ຝ່າຍ​ພວກ​ຜູ້​ຄຸມງານ​ກໍ​ພະຍາຍາມ​ບັງຄັບ​ພວກເຂົາ​ເຮັດ​ດິນຈີ່ ໃຫ້​ໄດ້​ຈຳນວນ​ເທົ່າ​ເດີມ​ທຸກໆ​ວັນ ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ມາ ເມື່ອ​ຄາວ​ທີ່​ພວກເຂົາ​ໄດ້​ຮັບ​ເຟືອງ.</verse>
				<verse number="14">ຜູ້​ຄຸມງານ​ທີ່​ເປັນ​ຄົນ​ເອຢິບ​ໄດ້​ຂ້ຽນຕີ​ຫົວໜ້າ​ຄົນງານ​ຊາວ​ອິດສະຣາເອນ ພ້ອມ​ກັບ​ໄດ້​ຖາມ​ວ່າ, “ເປັນຫຍັງ​ມື້ວານນີ້​ແລະ​ມື້ນີ້​ຈຶ່ງ​ບໍ່ໄດ້​ດິນຈີ່​ເຕັມ​ຈຳນວນ​ຄື​ແຕ່ກ່ອນ?”</verse>
				<verse number="15">ຕໍ່ມາ ພວກ​ຫົວໜ້າ​ຄົນງານ​ຊາວ​ອິດສະຣາເອນ ກໍໄດ້​ເຂົ້າ​ໄປ​ຮ້ອງທຸກ​ຕໍ່​ກະສັດ​ຟາໂຣ​ວ່າ, “ດ້ວຍເຫດໃດ​ທ່ານ​ຈຶ່ງ​ເຮັດ​ກັບ​ພວກ​ຄົນ​ຮັບໃຊ້​ຂອງທ່ານ​ຢ່າງ​ນີ້?</verse>
				<verse number="16">ພວກ​ຂ້ານ້ອຍ​ບໍ່ໄດ້​ຮັບ​ເຟືອງ, ແຕ່​ຍັງ​ສັ່ງ​ໃຫ້​ເຮັດ​ດິນຈີ່​ຈຳນວນ​ເທົ່າ​ເດີມ ບໍ່​ພຽງແຕ່​ເທົ່ານັ້ນ ພວກ​ຂ້ານ້ອຍ​ຍັງ​ຖືກ​ຂ້ຽນຕີ​ຕື່ມ. ຄົນ​ຂອງ​ກະສັດ​ຟາໂຣ​ເປັນ​ຜູ້​ເຮັດ​ຜິດ.”</verse>
				<verse number="17">ກະສັດ​ຟາໂຣ​ຈຶ່ງ​ຕອບ​ວ່າ, “ພວກເຈົ້າ​ຂີ້ຄ້ານ​ແລະ​ບໍ່​ຢາກ​ເຮັດ​ວຽກ ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ຂໍ​ອະນຸຍາດ​ໄປ​ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ.</verse>
				<verse number="18">ບັດນີ້ ໃຫ້​ພາກັນ​ກັບ​ໄປ​ເຮັດ​ວຽກ​ສາ ພວກເຈົ້າ​ຈະ​ບໍ່ໄດ້​ຮັບ​ເຟືອງ​ອີກ ແຕ່​ຕ້ອງ​ເຮັດ​ດິນຈີ່ ໃຫ້​ໄດ້​ຈຳນວນ​ເທົ່າ​ເດີມ.”</verse>
				<verse number="19">ເມື່ອ​ຫົວໜ້າ​ຄົນງານ​ຊາວ​ອິດສະຣາເອນ​ໄດ້​ເຫັນ​ວ່າ ພວກຕົນ​ກຳລັງ​ຖືກ​ບີບ​ບັງຄັບ​ເຮັດ​ດິນຈີ່ ໃຫ້​ໄດ້​ຈຳນວນ​ຄື​ແຕ່​ກ່ອນ ກໍ​ພາກັນ​ເປັນທຸກໃຈ​ຫລາຍ.</verse>
				<verse number="20">ພໍ​ອອກ​ຈາກ​ວັງ​ຂອງ​ກະສັດ​ຟາໂຣ​ມາ ພວກເຂົາ​ກໍ​ເຫັນ​ໂມເຊ ແລະ​ອາໂຣນ​ກຳລັງ​ຢືນ​ຄອຍຖ້າ​ພວກເຂົາ​ຢູ່.</verse>
				<verse number="21">ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ໂມເຊ ແລະ​ອາໂຣນ​ວ່າ, “ພຣະເຈົ້າຢາເວ​ຮູ້ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຮັດ ແລະ​ພຣະອົງ​ຈະ​ລົງໂທດ​ພວກເຈົ້າ ທີ່​ກໍ່​ເຫດ​ໃຫ້​ກະສັດ​ຟາໂຣ ແລະ​ຂ້າຣາຊການ​ຂອງ​ເພິ່ນ​ກຽດຊັງ​ພວກເຮົາ. ພວກເຈົ້າ​ເຮັດ​ເຊັ່ນນີ້​ກໍ​ເທົ່າກັບ​ວ່າ​ເອົາ​ດາບ​ໃຫ້​ພວກເຂົາ​ຂ້າ​ພວກເຮົາ​ຖິ້ມ.”</verse>
				<verse number="22">ແລ້ວ​ໂມເຊ​ກໍ​ຮ້ອງທູນ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ເຫດ​ໃດ​ພຣະອົງ​ຈຶ່ງ​ບໍ່​ເມດຕາ​ໄພ່ພົນ​ຂອງ​ພຣະອົງ? ເປັນຫຍັງ​ພຣະອົງ​ຈຶ່ງ​ໃຊ້​ຂ້ານ້ອຍ​ມາ​ທີ່​ນີ້?</verse>
				<verse number="23">ຕັ້ງແຕ່​ຂ້ານ້ອຍ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ​ໃນ​ນາມ​ຂອງ​ພຣະອົງ; ໄພ່ພົນ​ຂອງ​ພຣະອົງ​ຊໍ້າ​ຖືກ​ຂົ່ມເຫັງ​ຢ່າງ​ໂຫດຮ້າຍ ແລະ​ບໍ່​ເຫັນ​ພຣະອົງ​ຊ່ວຍ​ໄພ່ພົນ​ຂອງ​ພຣະອົງ​ໃຫ້​ພົ້ນ​ເລີຍ.”</verse>
			</chapter>
			<chapter number="6">
				<verse number="1">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕອບ​ໂມເຊ​ວ່າ, “ບັດນີ້ ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ຕໍ່​ກະສັດ​ຟາໂຣ. ເຮົາ​ຈະ​ໃຊ້​ຣິດອຳນາດ​ບັງຄັບ​ລາວ ໃຫ້​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ. ຕາມ​ຄວາມຈິງ​ແລ້ວ ເຮົາ​ຈະ​ໃຊ້​ຣິດອຳນາດ​ບັງຄັບ​ລາວ ໃຫ້​ໄລ່​ພວກເຂົາ​ອອກ​ໄປ​ຈາກ​ດິນແດນ​ຂອງ​ລາວ.”</verse>
				<verse number="2">ພຣະເຈົ້າ​ໄດ້​ກ່າວ​ແກ່​ໂມເຊ​ແລະ​ເວົ້າ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ</verse>
				<verse number="3">ເຮົາ​ໄດ້​ປາກົດ​ແກ່​ອັບຣາຮາມ, ອີຊາກ ແລະ​ຢາໂຄບ ໃນ​ຖານະ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່, ແຕ່​ເຮົາ​ບໍ່ໄດ້​ສຳແດງ​ເຮົາ​ເອງ ໃຫ້​ພວກເຂົາ​ຮູ້ຈັກ​ນາມຊື່​ອັນ​ສັກສິດ​ຂອງເຮົາ​ຄື ພຣະເຈົ້າຢາເວ.</verse>
				<verse number="4">ເຮົາ​ຍັງ​ໄດ້​ຕັ້ງ​ພັນທະສັນຍາ​ໄວ້​ກັບ​ພວກເຂົາ​ໂດຍ​ສັນຍາ​ວ່າ ຈະ​ຍົກ​ດິນແດນ​ການາອານ​ໃຫ້​ແກ່​ພວກເຂົາ ຄື​ດິນແດນ​ທີ່​ພວກເຂົາ​ອາໄສ​ຢູ່​ໃນ​ຖານະ​ເປັນ​ຊາວ​ຕ່າງດ້າວ​ນັ້ນ.</verse>
				<verse number="5">ມາບັດນີ້ ເຮົາ​ໄດ້ຍິນ​ສຽງ​ຄວນຄາງ​ຂອງ​ຊາວ​ອິດສະຣາເອນ ຜູ້​ທີ່​ຖືກ​ຊາວ​ເອຢິບ​ບັງຄັບ​ໃຫ້​ເປັນ​ທາດຮັບໃຊ້ ແລະ​ເຮົາ​ໄດ້​ຈົດຈຳ​ພັນທະສັນຍາ​ຂອງເຮົາ.</verse>
				<verse number="6">ສະນັ້ນ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ດັ່ງນີ້​ວ່າ, ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ ແລະ​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ ຈາກ​ການ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ. ເຮົາ​ຈະ​ໃຊ້​ຣິດອຳນາດ​ອັນ​ແກ່ກ້າ​ຂອງເຮົາ ລົງໂທດ​ພວກເຂົາ​ຢ່າງ​ຮຸນແຮງ ແລະ​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.</verse>
				<verse number="7">ເຮົາ​ຈະ​ຮັບ​ເອົາ​ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເມື່ອ​ເຮົາ​ປົດປ່ອຍ​ພວກເຈົ້າ​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ.</verse>
				<verse number="8">ເຮົາ​ຈະ​ນຳ​ພວກເຈົ້າ​ເຂົ້າ​ໄປ​ສູ່​ດິນແດນ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ຢ່າງ​ໜັກແໜ້ນ​ນັ້ນ​ວ່າ ຈະ​ມອບ​ໃຫ້​ແກ່​ອັບຣາຮາມ, ອີຊາກ ແລະ​ຢາໂຄບ; ແລະ​ເຮົາ​ຈະ​ມອບ​ດິນແດນ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຈົ້າ. ເຮົາ​ແມ່ນ​ພຣະເຈົ້າຢາເວ.”’</verse>
				<verse number="9">ແລ້ວ​ໂມເຊ​ກໍ​ນຳ​ຖ້ອຍຄຳ​ເຫຼົ່ານີ້​ໄປ​ບອກ​ຊາວ​ອິດສະຣາເອນ, ແຕ່​ເນື່ອງ​ຈາກ​ວ່າ​ຈິດໃຈ​ຂອງ​ພວກເຂົາ​ເປັນທຸກ ທັງ​ອ່ອນ​ເພຍ ແລະ​ເສຍ​ກຳລັງ​ໃຈ ຍ້ອນ​ຖືກ​ບັງຄັບ​ໃຫ້​ເປັນ​ທາດຮັບໃຊ້​ຢ່າງ​ໂຫດຮ້າຍ​ທາລຸນ. ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ຍອມ​ເຊື່ອຟັງ​ໂມເຊ.</verse>
				<verse number="10">ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ອີກ​ວ່າ, “ຈົ່ງ​ໄປ​ບອກ​ກະສັດ​ຟາໂຣ​ແຫ່ງ​ປະເທດ​ເອຢິບ​ວ່າ ລາວ​ຈະ​ຕ້ອງ​ປ່ອຍ​ປະຊາຊົນ​ອິດສະຣາເອນ ອອກ​ໄປ​ຈາກ​ປະເທດ​ຂອງ​ລາວ.”</verse>
				<verse number="11"></verse>
				<verse number="12">ແຕ່​ໂມເຊ​ໄດ້​ຕອບ​ພຣະເຈົ້າຢາເວ​ວ່າ, “ແມ່ນແຕ່​ຊາວ​ອິດສະຣາເອນ​ກໍ​ຍັງ​ບໍ່​ຟັງ​ຂ້ານ້ອຍ ແລ້ວ​ຈະ​ໃຫ້​ກະສັດ​ຟາໂຣ​ເຊື່ອຟັງ​ຂ້ານ້ອຍ​ໄດ້​ຢ່າງ​ໃດ? ຂ້ານ້ອຍ​ເປັນ​ຄົນ​ບໍ່​ຊ່າງເວົ້າ.”</verse>
				<verse number="13">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ ແລະ​ອາໂຣນ​ດັ່ງນີ້: “ຈົ່ງ​ບອກ​ຊາວ​ອິດສະຣາເອນ ແລະ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ວ່າ ເຮົາ​ເປັນ​ຜູ້​ສັ່ງ​ພວກເຈົ້າ​ໃຫ້​ນຳ​ຊາວ​ອິດສະຣາເອນ​ອອກ​ໄປ​ຈາກ​ດິນແດນ​ຂອງ​ປະເທດ​ເອຢິບ.”</verse>
				<verse number="14">ຣູເບັນ​ຜູ້​ເປັນ​ລູກຊາຍກົກ​ຂອງ​ຢາໂຄບ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະ​ການໝີ; ພວກເຂົາ​ໄດ້​ເປັນ​ບັນພະບຸລຸດ​ຂອງ​ເຜົ່າ​ຕ່າງໆ ທີ່​ໄດ້​ໃສ່​ຊື່​ຂອງ​ພວກເຂົາ.</verse>
				<verse number="15">ຊີເມໂອນ​ມີ​ລູກຊາຍ​ຫົກ​ຄົນ ດັ່ງນີ້: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ ແລະ​ຊາອູນ​ຜູ້​ທີ່​ເກີດ​ຈາກ​ຍິງ​ຊາວ​ການາອານ. ພວກເຂົາ​ໄດ້​ເປັນ​ບັນພະບຸລຸດ​ຂອງ​ເຜົ່າ​ຕ່າງໆ ທີ່​ໄດ້​ໃສ່​ຊື່​ຂອງ​ພວກເຂົາ.</verse>
				<verse number="16">ເລວີ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ. ພວກເຂົາ​ໄດ້​ເປັນ​ບັນພະບຸລຸດ​ຂອງ​ເຜົ່າ​ຕ່າງໆ ທີ່​ໄດ້​ໃສ່​ຊື່​ຂອງ​ພວກເຂົາ. ເລວີ​ມີ​ອາຍຸ​ຢູ່​ຮອດ ໜຶ່ງຮ້ອຍ​ສາມສິບເຈັດ​ປີ.</verse>
				<verse number="17">ເກໂຊນ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ລິບນີ ແລະ​ຊີເມອີ, ແລະ​ພວກເຂົາ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ.</verse>
				<verse number="18">ໂກຮາດ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ ແລະ​ອຸດຊີເອນ. ໂກຮາດ​ມີ​ອາຍຸ​ຢູ່​ຮອດ ໜຶ່ງຮ້ອຍ​ສາມສິບສາມ​ປີ.</verse>
				<verse number="19">ເມຣາຣີ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ມາຮະລີ​ແລະ​ມູຊີ. ພວກ​ເຫຼົ່ານີ້​ແມ່ນ​ເຜົ່າ​ຂອງ​ເລວີ ຕະຫລອດ​ທັງ​ເຊື້ອສາຍ​ຂອງ​ພວກເຂົາ​ດ້ວຍ.</verse>
				<verse number="20">ອຳຣາມ​ໄດ້​ໂຢເກເບັດ​ນ້ອງສາວ​ຂອງ​ພໍ່​ຕົນ​ມາ​ເປັນ​ເມຍ ແລະ​ນາງ​ໄດ້​ເກີດ​ລູກຊາຍ​ໃຫ້​ລາວ ດັ່ງນີ້: ອາໂຣນ ແລະ​ໂມເຊ. ອຳຣາມ​ມີ​ອາຍຸ​ຢູ່​ຮອດ ໜຶ່ງຮ້ອຍ​ສາມສິບ​ເຈັດ​ປີ.</verse>
				<verse number="21">ອີຊະຮາ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ໂກຣາ, ເນເຟັກ ແລະ​ຊີກະຣີ.</verse>
				<verse number="22">ອຸດຊີເອນ​ມີ​ລູກຊາຍ​ສາມ​ຄົນ​ເຊັ່ນກັນ ດັ່ງນີ້: ມີຊາເອນ, ເອນຊາຟັນ ແລະ​ສິດທະຣີ.</verse>
				<verse number="23">ອາໂຣນ​ໄດ້​ແຕ່ງງານ​ກັບ​ນາງ​ເອລີເຊບາ ຜູ້​ທີ່​ເປັນ​ລູກສາວ​ຂອງ​ອຳມີນາດາບ ແລະ​ເປັນ​ເອື້ອຍ​ຂອງ​ນາໂຊນ. ນາງ​ເກີດ​ລູກຊາຍ​ສີ່​ຄົນ​ໃຫ້​ລາວ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ.</verse>
				<verse number="24">ໂກຣາ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ອັດສີເຣ, ເອນການາ ແລະ​ອາບີອາສັບ. ຄົນ​ເຫຼົ່ານີ້​ໄດ້​ກາຍເປັນ​ບັນພະບຸລຸດ​ຂອງ​ເຜົ່າ​ໂກຣາ.</verse>
				<verse number="25">ເອເລອາຊາ ລູກຊາຍ​ຂອງ​ອາໂຣນ ໄດ້​ລູກສາວ​ຄົນ​ໜຶ່ງ​ຂອງ​ປູຕີເອນ​ມາ​ເປັນ​ເມຍ; ແລະ​ນາງ​ເກີດ​ລູກຊາຍ​ຜູ້ໜຶ່ງ​ໃຫ້​ລາວ​ຊື່​ວ່າ ຟີເນຮາ. ຄົນ​ເຫຼົ່ານີ້​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ ແລະ​ເປັນ​ຕະກຸນ​ຕ່າງໆ​ຂອງ​ເຜົ່າ​ເລວີ.</verse>
				<verse number="26">ແມ່ນ​ອາໂຣນ ແລະ​ໂມເຊ​ນີ້​ເອງ ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ວ່າ, “ຈົ່ງ​ນຳພາ​ຄົນ​ໃນ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ອອກ​ໄປ​ຈາກ​ປະເທດ​ເອຢິບ.”</verse>
				<verse number="27">ແມ່ນ​ສອງ​ຄົນ​ນີ້​ແຫຼະ ທີ່​ໄດ້​ບອກ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ປ່ອຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ເປັນ​ອິດສະຫລະ.</verse>
				<verse number="28">ເມື່ອ​ພຣະເຈົ້າຢາເວ​ກ່າວ​ແກ່​ໂມເຊ​ຢູ່​ໃນ​ປະເທດ​ເອຢິບ​ນັ້ນ</verse>
				<verse number="29">ພຣະອົງ​ບອກ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ. ຈົ່ງ​ບອກ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ເຖິງ​ເລື່ອງ​ຕ່າງໆ​ທີ່​ເຮົາ​ໄດ້​ບອກ​ເຈົ້າ.”</verse>
				<verse number="30">ແຕ່​ໂມເຊ​ໄດ້​ຕອບ​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ກໍ​ຮູ້​ແລ້ວ​ວ່າ ຂ້ານ້ອຍ​ເປັນ​ຄົນ​ເວົ້າ​ບໍ່​ເກັ່ງ​ເຊັ່ນນີ້; ແລ້ວ​ຈະ​ໃຫ້​ກະສັດ​ຟາໂຣ​ເຊື່ອຟັງ​ຂ້ານ້ອຍ​ໄດ້​ຢ່າງ​ໃດ?”</verse>
			</chapter>
			<chapter number="7">
				<verse number="1">ພຣະເຈົ້າຢາເວ​ໄດ້​ຕອບ​ໂມເຊ​ວ່າ, “ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ດັ່ງ​ພຣະເຈົ້າ​ຕໍ່ໜ້າ​ກະສັດ​ຟາໂຣ ແລະ​ອາໂຣນ​ອ້າຍ​ຂອງ​ເຈົ້າ​ຈະ​ເວົ້າ​ຕໍ່​ກະສັດ​ຟາໂຣ ດັ່ງ​ຜູ້ທຳນວາຍ​ຂອງ​ເຈົ້າ.</verse>
				<verse number="2">ຈົ່ງ​ບອກ​ອາໂຣນ​ໃຫ້​ຮູ້​ທຸກໆ​ສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ​ນັ້ນ ແລະ​ແມ່ນ​ອາໂຣນ​ເອງ ທີ່​ຈະ​ເປັນ​ຜູ້​ບອກ​ກະສັດ​ຟາໂຣ​ໃຫ້​ປ່ອຍ​ຊາວ​ອິດສະຣາເອນ ອອກ​ໄປ​ຈາກ​ປະເທດ​ຂອງ​ລາວ.</verse>
				<verse number="3">ແຕ່​ເຮົາ​ຈະ​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈແຂງ ທັງ​ບໍ່​ຍອມ​ເຊື່ອຟັງ​ເຈົ້າ ແມ່ນ​ວ່າ​ເຮົາ​ຈະ​ເຮັດ​ການ​ອິດທີຣິດ ແລະ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່​ນາໆ​ປະການ ທີ່​ປະເທດ​ເອຢິບ​ກໍຕາມ.</verse>
				<verse number="4">ຫລັງຈາກ​ນັ້ນ ເຮົາ​ຈະ​ລົງໂທດ​ປະເທດ​ເອຢິບ​ຢ່າງໜັກ ແລະ​ຈະ​ນຳ​ປະຊາຊົນ​ເຜົ່າ​ຕ່າງໆ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ.</verse>
				<verse number="5">ຊາວ​ເອຢິບ​ຈະ​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ກໍ​ຕໍ່​ເມື່ອ​ເຮົາ​ໃຊ້​ຣິດອຳນາດ​ຂອງເຮົາ​ຕໍ່ສູ້​ພວກເຂົາ ແລະ​ນຳ​ຊາວ​ອິດສະຣາເອນ​ອອກ​ໄປ​ຈາກ​ປະເທດ​ຂອງ​ພວກເຂົາ​ເທົ່ານັ້ນ.”</verse>
				<verse number="6">ໂມເຊ ແລະ​ອາໂຣນ​ກໍ​ປະຕິບັດ​ຕາມ ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ.</verse>
				<verse number="7">ເມື່ອ​ທັງສອງ​ໄດ້​ເຂົ້າ​ໄປ​ກ່າວ​ຕໍ່​ກະສັດ​ຟາໂຣ​ນັ້ນ; ໂມເຊ​ອາຍຸ​ໄດ້ ແປດສິບ​ປີ​ແລະ​ອາໂຣນ​ອາຍຸ​ໄດ້ ແປດສິບສາມ​ປີ.</verse>
				<verse number="8">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ແລະ​ອາໂຣນ​ວ່າ,</verse>
				<verse number="9">“ຖ້າ​ກະສັດ​ຟາໂຣ​ບອກ​ພວກເຈົ້າ​ໃຫ້​ເຮັດ​ການ​ອັດສະຈັນ ຈົ່ງ​ບອກ​ອາໂຣນ​ຈັບ​ເອົາ​ໄມ້ຄ້ອນເທົ້າ​ຂອງຕົນ​ຖິ້ມ​ລົງ​ຕໍ່ໜ້າ​ກະສັດ​ຟາໂຣ ແລ້ວ​ໄມ້ຄ້ອນເທົ້າ​ນັ້ນ​ກໍ​ຈະ​ກາຍເປັນ​ງູ.”</verse>
				<verse number="10">ດັ່ງນັ້ນ ໂມເຊ​ກັບ​ອາໂຣນ​ຈຶ່ງ​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ ແລະ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ. ອາໂຣນ​ໄດ້​ຖິ້ມ​ໄມ້ຄ້ອນເທົ້າ​ຂອງຕົນ​ລົງ​ດິນ ຕໍ່ໜ້າ​ບັນດາ​ຂ້າຣາຊການ ແລະ​ໄມ້ຄ້ອນເທົ້າ​ນັ້ນ​ກໍ​ກາຍເປັນ​ງູ.</verse>
				<verse number="11">ຝ່າຍ​ກະສັດ​ຟາໂຣ​ກໍ​ເອີ້ນ​ບັນດາ​ນັກປາດ ແລະ​ບັນດາ​ໝໍມົນ​ຂອງຕົນ​ມາ ເພື່ອ​ໃຫ້​ພວກເຂົາ​ໃຊ້​ກົນ​ເຮັດ​ແບບ​ດຽວກັນ.</verse>
				<verse number="12">ພວກເຂົາ​ໄດ້​ຖິ້ມ​ໄມ້ຄ້ອນເທົ້າ​ຂອງ​ພວກເຂົາ​ລົງ ແລະ​ໄມ້ຄ້ອນເທົ້າ​ນັ້ນ​ກໍໄດ້​ກາຍເປັນ​ງູ. ແຕ່​ງູ​ຂອງ​ອາໂຣນ​ໄດ້​ກືນກິນ​ງູ​ຂອງ​ພວກເຂົາ.</verse>
				<verse number="13">ເຖິງ​ປານ​ນັ້ນ​ກໍຕາມ ກະສັດ​ຟາໂຣ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຢູ່ ແລະ​ບໍ່​ເຊື່ອຟັງ​ໂມເຊ ແລະ​ອາໂຣນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້.</verse>
				<verse number="14">ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ໄປ.</verse>
				<verse number="15">ສະນັ້ນ ໃຫ້​ເຈົ້າ​ໄປ​ພົບ​ກະສັດ​ຟາໂຣ​ໃນ​ຕອນເຊົ້າ ເມື່ອ​ລາວ​ລົງ​ໄປ​ທີ່​ແມ່ນໍ້ານິນ. ໃຫ້​ຖື​ໄມ້ຄ້ອນເທົ້າ​ທີ່​ກາຍເປັນ​ງູ​ນັ້ນ​ໄປ​ນຳ ແລະ​ຄອຍ​ຖ້າ​ລາວ​ຢູ່​ແຄມ​ແມ່ນໍ້າ.</verse>
				<verse number="16">ແລ້ວ​ຈົ່ງ​ກ່າວ​ຕໍ່​ກະສັດ​ຟາໂຣ​ວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ໄດ້​ໃຊ້​ຂ້ານ້ອຍ​ມາ​ເພື່ອ​ບອກ​ໃຫ້​ທ່ານ​ປ່ອຍ​ປະຊາຊົນ​ຂອງ​ພຣະອົງ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ພຣະອົງ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ. ແຕ່​ຈົນ​ບັດນີ້ ທ່ານ​ກໍ​ຍັງ​ບໍ່​ເຊື່ອຟັງ​ພຣະອົງ.</verse>
				<verse number="17">ບັດນີ້ ພຣະເຈົ້າຢາເວ​ກ່າວ​ວ່າ, ດ້ວຍ​ເຫດການ​ນີ້ ທ່ານ​ຈະ​ຮູ້ຈັກ​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ. ເບິ່ງ​ເຖີດ ຂ້ານ້ອຍ​ຈະ​ເອົາ​ໄມ້ຄ້ອນເທົ້າ​ຕີ​ນໍ້າ ແລະ​ນໍ້າ​ກໍ​ຈະ​ກາຍເປັນ​ເລືອດ.</verse>
				<verse number="18">ປາ​ຈະ​ຕາຍ​ໝົດ, ນໍ້າ​ຈະ​ເນົ່າເໝັນ ແລະ​ຊາວ​ເອຢິບ​ກໍ​ຈະ​ດື່ມ​ນໍ້າ​ບໍ່ໄດ້.”’</verse>
				<verse number="19">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ວ່າ, “ຈົ່ງ​ບອກ​ອາໂຣນ​ໃຫ້​ເດ່​ໄມ້ຄ້ອນເທົ້າ​ໃສ່​ແມ່ນໍ້າ​ລຳຄອງ ຕະຫລອດ​ທັງ​ໜອງ​ບຶງ ແລະ​ອ່າງ​ນໍ້າ​ໃນ​ປະເທດ​ເອຢິບ. ແລ້ວ​ນໍ້າ​ໃນ​ບ່ອນ​ທັງໝົດ​ນັ້ນ​ຈະ​ກາຍເປັນ​ເລືອດ ແລະ​ທົ່ວ​ປະເທດ​ກໍ​ຈະ​ມີ​ແຕ່​ເລືອດ ແມ່ນແຕ່​ໃນ​ແອ່ງ​ທີ່​ເຮັດ​ດ້ວຍ​ໄມ້ ແລະ​ໃນ​ໄຫ​ທີ່​ເຮັດ​ດ້ວຍ​ຫີນ.”</verse>
				<verse number="20">ແລ້ວ​ໂມເຊ ແລະ​ອາໂຣນ​ກໍ​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ນັ້ນ​ທຸກປະການ ຕໍ່ໜ້າ​ກະສັດ​ຟາໂຣ​ແລະ​ບັນດາ​ຂ້າຣາຊການ​ຂອງ​ເພິ່ນ ອາໂຣນ​ໄດ້​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ​ຕີ​ໜ້າ​ນໍ້າ ແລະ​ນໍ້າ​ກໍ​ກາຍເປັນ​ເລືອດ​ຢູ່​ໃນ​ທຸກໆ​ບ່ອນ​ທີ່​ມີ​ນໍ້າ.</verse>
				<verse number="21">ຝູງ​ປາ​ໃນ​ແມ່ນໍ້າ​ຕາຍ​ໝົດ ແລະ​ນໍ້າ​ກໍ​ເນົ່າເໝັນ ຈົນ​ຊາວ​ເອຢິບ​ດື່ມ​ນໍ້າ​ໃນ​ແມ່ນໍ້າ​ບໍ່ໄດ້ ເພາະວ່າ​ມີ​ເລືອດ​ທົ່ວ​ໄປ​ໃນ​ປະເທດ​ເອຢິບ.</verse>
				<verse number="22">ແລ້ວ​ບັນດາ​ໝໍມົນ​ຂອງ​ກະສັດ​ຟາໂຣ​ກໍ​ໃຊ້​ຄາຖາ​ອາຄົມ​ຂອງ​ພວກເຂົາ ກະທຳ​ໄດ້​ຄືກັນ ແລະ​ກະສັດ​ຟາໂຣ​ແຮ່ງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ​ຍິ່ງ​ຂຶ້ນ. ເຫດການ​ເປັນ​ໄປ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ; ສະນັ້ນ ກະສັດ​ຟາໂຣ​ຈຶ່ງ​ບໍ່​ເຊື່ອຟັງ​ໂມເຊ​ແລະ​ອາໂຣນ.</verse>
				<verse number="23">ເພິ່ນ​ບໍ່​ສົນໃຈ​ໃນ​ເຫດການ​ນັ້ນ​ເລີຍ ແຕ່​ກັບຄືນ​ເມືອ​ວັງ​ຂອງ​ເພິ່ນ​ດ້ວຍ​ທ່າທີ່​ອັນ​ເບີດເສີຍ.</verse>
				<verse number="24">ຊາວ​ເອຢິບ​ທົ່ວ​ປະເທດ​ຕ່າງ​ກໍ​ຂຸດ​ນໍ້າສ້າງ​ຕາມ​ແຄມ​ແມ່ນໍ້ານິນ ຍ້ອນ​ວ່າ​ພວກເຂົາ​ດື່ມ​ນໍ້າ​ຢູ່​ໃນ​ແມ່ນໍ້ານິນ​ບໍ່ໄດ້.</verse>
				<verse number="25">ເຈັດ​ວັນ​ຜ່ານໄປ ຫລັງຈາກ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ແມ່ນໍ້ານິນ​ກາຍເປັນ​ເລືອດ.</verse>
			</chapter>
			<chapter number="8">
				<verse number="1">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂມເຊ​ວ່າ, “ຈົ່ງ​ໄປ​ບອກ​ກະສັດ​ຟາໂຣ​ວ່າ ພຣະເຈົ້າຢາເວ​ສັ່ງ​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ​ນະມັດສະການ​ເຮົາ.</verse>
				<verse number="2">ຖ້າ​ເຈົ້າ​ບໍ່​ຍອມ​ປ່ອຍ​ໄປ ເຮົາ​ຈະ​ລົງໂທດ​ປະເທດ​ນີ້ ໂດຍ​ຈະ​ໃຫ້​ມີ​ຝູງ​ກົບ​ທົ່ວ​ປະເທດ.</verse>
				<verse number="3">ແມ່ນໍ້ານິນ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ກົບ. ມັນ​ຈະ​ເຂົ້າ​ໄປ​ໃນ​ວັງ, ເຂົ້າ​ໄປ​ໃນ​ຫ້ອງ​ນອນ, ໃນ​ເຮືອນ​ຂອງ​ບັນດາ​ຂ້າຣາຊການ, ໃນ​ເຮືອນ​ຂອງ​ປະຊາຊົນ ແລະ​ແມ່ນແຕ່​ໃນ​ເຕົາ​ອົບ​ແລະ​ໃນ​ຮາງ​ນວດແປ້ງ.</verse>
				<verse number="4">ມັນ​ຈະ​ເຕັ້ນ​ຂຶ້ນ​ເທິງ​ຕົວ​ທ່ານ, ເທິງ​ປະຊາຊົນ​ຂອງທ່ານ, ແລະ​ເທິງ​ຂ້າຣາຊການ​ທັງໝົດ​ຂອງທ່ານ.”’</verse>
				<verse number="5">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ບອກ​ອາໂຣນ​ໃຫ້​ເດ່​ໄມ້ຄ້ອນເທົ້າ​ໃສ່​ແມ່ນໍ້າ​ລຳຄອງ ແລະ​ໜອງ​ບຶງ​ທັງຫລາຍ ເພື່ອ​ເຮັດ​ໃຫ້​ຝູງ​ກົບ​ຂຶ້ນ​ມາ​ເຕັມ​ທົ່ວ​ໄປ​ໃນ​ດິນແດນ​ເອຢິບ.”</verse>
				<verse number="6">ດັ່ງນັ້ນ ອາໂຣນ​ຈຶ່ງ​ເດ່​ໄມ້ຄ້ອນເທົ້າ​ຊີ້​ໄປ​ທາງ​ແມ່ນໍ້າ​ລຳຄອງ​ທັງຫລາຍ​ຢູ່​ໃນ​ປະເທດ​ເອຢິບ ແລະ​ຝູງ​ກົບ​ກໍ​ຂຶ້ນ​ມາ​ທົ່ວ​ປະເທດ.</verse>
				<verse number="7">ແຕ່​ບັນດາ​ໝໍມົນ​ກໍໄດ້​ໃຊ້​ເວດມົນ​ຄາຖາ​ຂອງ​ພວກເຂົາ ເຮັດ​ໃຫ້​ຝູງ​ກົບ​ຂຶ້ນ​ມາ​ເທິງ​ໜ້າ​ດິນ​ໄດ້​ເຊັ່ນດຽວ​ກັນ.</verse>
				<verse number="8">ດັ່ງນັ້ນ ກະສັດ​ຟາໂຣ​ຈຶ່ງ​ໃຊ້​ຄົນ​ໄປ​ເອີ້ນ​ໂມເຊ ແລະ​ອາໂຣນ​ມາ​ພົບ​ພ້ອມ​ສັ່ງ​ວ່າ, “ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ບອກ​ຝູງ​ກົບ​ອອກ​ໄປ​ສາ ແລະ​ເຮົາ​ຈະ​ປ່ອຍ​ປະຊາຊົນ​ຂອງ​ພວກເຈົ້າ​ໄປ ເພື່ອ​ພວກເຂົາ​ຈະ​ໄດ້​ເອົາ​ເຄື່ອງບູຊາ​ໄປ​ຖວາຍ​ແກ່​ພຣະເຈົ້າຢາເວ.”</verse>
				<verse number="9">ໂມເຊ​ຈຶ່ງ​ຕອບ​ກະສັດ​ຟາໂຣ​ວ່າ, “ຂ້ານ້ອຍ​ເຕັມໃຈ​ທີ່​ຈະ​ພາວັນນາ​ອະທິຖານ​ເພື່ອ​ທ່ານ ຂໍ​ທ່ານ​ກຳນົດ​ເວລາ​ໃຫ້​ຂ້ານ້ອຍ​ມາ​ພາວັນນາ​ອະທິຖານ​ສຳລັບ​ທ່ານ​ເອງ, ພວກ​ຂ້າຣາຊການ ແລະ​ປະຊາຊົນ​ຂອງທ່ານ​ໄວ້​ເຖີດ ແລ້ວ​ກົບ​ກໍ​ຈະ​ຖືກ​ໄລ່​ໃຫ້​ໜີໄປ, ມັນ​ຈະ​ໜີໄປ​ໝົດ ແລະ​ຈະ​ຍັງເຫລືອ​ຢູ່​ແຕ່​ໃນ​ແມ່ນໍ້ານິນ​ເທົ່ານັ້ນ.”</verse>
				<verse number="10">ກະສັດ​ຟາໂຣ​ບອກ​ວ່າ, “ໃຫ້​ພາວັນນາ​ອະທິຖານ​ເພື່ອ​ເຮົາ​ໃນ​ມື້ອື່ນ.” ໂມເຊ​ຕອບ​ວ່າ, “ຂ້ານ້ອຍ​ຈະ​ເຮັດ​ຕາມ​ທີ່​ທ່ານ​ຂໍຮ້ອງ​ມາ​ນັ້ນ ແລ້ວ​ທ່ານ​ກໍ​ຈະ​ໄດ້​ຮູ້​ວ່າ ບໍ່ມີ​ພະອື່ນ​ໃດ​ເໝືອນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.</verse>
				<verse number="11">ຝູງ​ກົບ​ຈະ​ໜີໄປ​ຈາກ​ທ່ານ, ຈາກ​ວັງ, ຈາກ​ບັນດາ​ຂ້າຣາຊການ ແລະ​ຈາກ​ປະຊາຊົນ​ຂອງທ່ານ ແລະ​ມັນ​ຈະ​ຍັງເຫລືອ​ຢູ່​ແຕ່​ໃນ​ແມ່ນໍ້ານິນ​ເທົ່ານັ້ນ.”</verse>
				<verse number="12">ແລ້ວ​ໂມເຊ​ກັບ​ອາໂຣນ​ກໍ​ອຳລາ​ກະສັດ​ຟາໂຣ​ກັບ​ເມືອ. ໂມເຊ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ໃຫ້​ເຊົາ​ໃຊ້​ຝູງ​ກົບ​ທໍລະມານ​ກະສັດ​ຟາໂຣ.</verse>
				<verse number="13">ພຣະເຈົ້າຢາເວ​ໄດ້​ເຮັດ​ຕາມ​ຄຳ​ພາວັນນາ​ອະທິຖານ​ຂອງ​ໂມເຊ ແລະ​ຝູງ​ກົບ​ທີ່​ຢູ່​ໃນ​ເຮືອນ, ໃນ​ເດີ່ນ​ບ້ານ ແລະ​ໃນ​ທົ່ງນາ​ກໍ​ຕາຍໄປ​ຈົນ​ໝົດ​ສິ້ນ.</verse>
				<verse number="14">ຊາວ​ເອຢິບ​ເອົາ​ກົບ​ຕາຍ​ມາ​ໂຮມ​ໄວ້​ເປັນ​ກອງ​ໃຫຍ່ ອັນ​ເປັນ​ເຫດ​ໃຫ້​ປະເທດ​ເອຢິບ​ເນົ່າເໝັນ​ທົ່ວໄປ.</verse>
				<verse number="15">ເມື່ອ​ກະສັດ​ຟາໂຣ​ເຫັນ​ວ່າ​ຝູງ​ກົບ​ໄດ້​ຕາຍໄປ​ໝົດ​ແລ້ວ ເພິ່ນ​ຈຶ່ງ​ມີ​ໃຈ​ແຂງ​ກະດ້າງ​ດື້ດຶງ​ເໝືອນ​ເດີມ ແລະ​ບໍ່​ຍອມ​ຟັງ​ໂມເຊ ແລະ​ອາໂຣນ​ອີກ​ຕໍ່ໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ.</verse>
				<verse number="16">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ, “ຈົ່ງ​ບອກ​ອາໂຣນ​ເອົາ​ໄມ້ຄ້ອນເທົ້າ​ຕີ​ດິນ ແລະ​ຂີ້ຝຸ່ນ​ກໍ​ຈະ​ກາຍເປັນ​ຮີ້ນ​ຢູ່​ທົ່ວ​ໄປ​ໃນ​ປະເທດ​ເອຢິບ.”</verse>
				<verse number="17">ສະນັ້ນ ອາໂຣນ​ຈຶ່ງ​ເອົາ​ໄມ້ຄ້ອນເທົ້າ​ຕີ​ດິນ ແລະ​ຂີ້ຝຸ່ນ​ດິນ​ກໍ​ກາຍເປັນ​ຮີ້ນ​ຢູ່​ເຕັມ​ທົ່ວ​ໄປ​ໃນ​ປະເທດ​ເອຢິບ. ມັນ​ຕອມ​ຄົນ​ແລະ​ສັດ.</verse>
				<verse number="18">ພວກ​ໝໍມົນ​ໄດ້​ພະຍາຍາມ​ໃຊ້​ເວດມົນ​ຄາຖາ​ຂອງ​ພວກເຂົາ​ຂັບໄລ່​ຮີ້ນ​ໜີໄປ ແຕ່​ເຮັດ​ບໍ່ໄດ້. ຮີ້ນ​ຈຶ່ງ​ຕອມ​ຢູ່​ເຕັມ​ທົ່ວ​ທຸກ​ບ່ອນ</verse>
				<verse number="19">ແລະ​ພວກ​ໝໍມົນ​ຈຶ່ງ​ໄປ​ບອກ​ກະສັດ​ຟາໂຣ​ວ່າ, “ແມ່ນ​ພຣະເຈົ້າ​ທີ່​ເຮັດ​ສິ່ງ​ນີ້!” ແຕ່​ກະສັດ​ຟາໂຣ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຄື​ເກົ່າ ແລະ​ບໍ່​ເຊື່ອຟັງ​ໂມເຊ ແລະ​ອາໂຣນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ.</verse>
				<verse number="20">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ, “ມື້ອື່ນ​ແຕ່​ເຊົ້າ​ມືດ ເຈົ້າ​ຈົ່ງ​ໄປ​ພົບ​ກະສັດ​ຟາໂຣ ໃນ​ຂະນະທີ່​ລາວ​ໄປ​ຍັງ​ແມ່ນໍ້າ​ນິນ. ຈົ່ງ​ບອກ​ລາວ​ວ່າ ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.</verse>
				<verse number="21">ຖ້າ​ເຈົ້າ​ບໍ່​ຍອມ​ປ່ອຍ​ພວກເຂົາ​ໄປ ເຮົາ​ຈະ​ລົງໂທດ​ປະເທດ​ນີ້ ໂດຍ​ສົ່ງ​ຝູງເຫລືອກ​ມາ​ຕອມ​ຕົວ​ເຈົ້າ, ບັນດາ​ຂ້າຣາຊການ​ຂອງ​ເຈົ້າ, ປະຊາຊົນ​ຂອງ​ເຈົ້າ ແລະ​ວັງ​ຂອງ​ເຈົ້າ. ຕາມ​ບ້ານເຮືອນ​ແລະ​ຕາມ​ໜ້າດິນ​ຈະ​ເຕັມ​ໄປ​ດ້ວຍ​ຝູງເຫລືອກ.</verse>
				<verse number="22">ແຕ່​ເຮົາ​ຈະ​ຍົກເວັ້ນ​ເຂດ​ໂກເຊັນ ບ່ອນ​ທີ່​ປະຊາຊົນ​ຂອງເຮົາ​ອາໄສ​ຢູ່. ບ່ອນ​ນີ້​ຈະ​ບໍ່ມີ​ຝູງເຫລືອກ. ເຮົາ​ຈະ​ເຮັດ​ເຊັ່ນນີ້​ກໍ​ເພື່ອ​ເຈົ້າ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ກໍ​ຢູ່​ເໜືອ​ທ່າມກາງ​ດິນແດນ​ນີ້.</verse>
				<verse number="23">ເຮົາ​ຈະ​ເຮັດ​ໃຫ້​ເຫັນ​ຄວາມ​ແຕກຕ່າງ ລະຫວ່າງ​ປະຊາຊົນ​ຂອງເຮົາ ແລະ​ປະຊາຊົນ​ຂອງ​ເຈົ້າ. ໝາຍສຳຄັນ​ການ​ອັດສະຈັນ​ນີ້​ຈະ​ເກີດຂຶ້ນ​ໃນ​ມື້ອື່ນ.”’</verse>
				<verse number="24">ແລ້ວ​ພຣະເຈົ້າຢາເວ​ກໍ​ໃຊ້​ຝູງເຫລືອກ​ອັນ​ມະຫາສານ ເຂົ້າ​ໄປ​ໃນ​ວັງ​ຂອງ​ກະສັດ​ຟາໂຣ​ພ້ອມ​ທັງ​ທີ່ພັກ​ຂອງ​ພວກ​ຂ້າຣາຊການ. ທົ່ວ​ປະເທດ​ເອຢິບ​ໄດ້​ຮັບ​ຜົນ​ເສຍຫາຍ​ຍ້ອນ​ຝູງເຫລືອກ​ນີ້.</verse>
				<verse number="25">ຕໍ່ມາ ກະສັດ​ຟາໂຣ​ໄດ້​ເອີ້ນ​ໂມເຊ ແລະ​ອາໂຣນ​ເຂົ້າ​ມາ​ພົບ ແລະ​ບອກ​ວ່າ, “ຈົ່ງ​ອອກ​ໄປ​ສາ ຈົ່ງ​ເອົາ​ເຄື່ອງບູຊາ​ໄປ​ຖວາຍ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ໃນ​ເຂດແດນ​ເອຢິບ​ນີ້​ສາ.”</verse>
				<verse number="26">ໂມເຊ​ຕອບ​ວ່າ, “ບໍ່ໄດ້ດອກ ເພາະວ່າ​ຊາວ​ເອຢິບ​ຈະ​ກຽດຊັງ ໂດຍ​ການ​ຂ້າ​ສັດ​ຖວາຍບູຊາ​ຂອງ​ພວກ​ຂ້ານ້ອຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ຖ້າ​ພວກ​ຂ້ານ້ອຍ​ໃຊ້​ສັດ​ເຫຼົ່ານີ້​ເປັນ​ເຄື່ອງ​ຖວາຍບູຊາ ໃນ​ບ່ອນ​ທີ່​ພວກເຂົາ​ເຫັນ​ພວກ​ຂ້ານ້ອຍ, ພວກເຂົາ​ກໍ​ຈະ​ເອົາ​ກ້ອນຫີນ​ຄວ່າງ​ໃສ່​ພວກ​ຂ້ານ້ອຍ​ໃຫ້​ຕາຍ.</verse>
				<verse number="27">ພວກ​ຂ້ານ້ອຍ​ຕ້ອງ​ເດີນທາງ​ສາມ​ວັນ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້.”</verse>
				<verse number="28">ກະສັດ​ຟາໂຣ​ບອກ​ວ່າ, “ເຮົາ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຖ້າ​ພວກເຈົ້າ​ບໍ່​ໄປ​ໄກ. ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ເຮົາ​ສາ.”</verse>
				<verse number="29">ໂມເຊ​ຕອບ​ວ່າ, “ເມື່ອ​ຂ້ານ້ອຍ​ກັບຄືນ​ເມືອ​ແລ້ວ ຂ້ານ້ອຍ​ຈະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ຂໍ​ໃຫ້​ຝູງເຫລືອກ​ໜີໄປ​ຈາກ​ທ່ານ ຈາກ​ຂ້າຣາຊການ ແລະ​ຈາກ​ປະຊາຊົນ​ຂອງທ່ານ​ໃນ​ມື້ອື່ນ. ແຕ່​ຂໍ​ທ່ານ​ຢ່າ​ຫລອກລວງ​ພວກ​ຂ້ານ້ອຍ​ຕໍ່ໄປ ແລະ​ຢ່າ​ຂັດຂວາງ​ພວກຂ້ານ້ອຍ ເພື່ອ​ໄປ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ.”</verse>
				<verse number="30">ໂມເຊ​ອຳລາ​ຈາກ​ກະສັດ​ຟາໂຣ ແລະ​ໄປ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ</verse>
				<verse number="31">ແລະ​ພຣະເຈົ້າຢາເວ​ກໍ​ເຮັດ​ຕາມ​ທີ່​ໂມເຊ​ໄດ້​ພາວັນນາ​ອະທິຖານ​ຂໍ​ນັ້ນ. ຝູງເຫລືອກ​ໄດ້​ໜີໄປ​ຈາກ​ກະສັດ​ຟາໂຣ ແລະ​ບັນດາ​ຂ້າຣາຊການ​ຕະຫລອດ​ທັງ​ປະຊາຊົນ​ດ້ວຍ; ບໍ່ມີ​ເຫລືອກ​ແມ່ນແຕ່​ໂຕ​ດຽວ​ເຫຼືອ​ຢູ່​ເລີຍ.</verse>
				<verse number="32">ເຖິງ​ປານ​ນັ້ນ​ກໍຕາມ ກະສັດ​ຟາໂຣ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຢູ່ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ໄປ.</verse>
			</chapter>
			<chapter number="9">
				<verse number="1">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ໄປ​ຫາ​ກະສັດ​ຟາໂຣ ແລະ​ບອກ​ລາວ​ອີກ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ກ່າວ​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.</verse>
				<verse number="2">ຖ້າ​ເຈົ້າ​ຍັງ​ບໍ່​ຍອມ​ປ່ອຍ​ພວກເຂົາ​ໄປ</verse>
				<verse number="3">ມື​ຂອງ​ພຣະເຈົ້າຢາເວ​ຈະ​ລົງໂທດ​ເຈົ້າ​ໂດຍ​ຈະ​ໃຫ້​ເກີດ​ໂຣກ​ລະບາດ​ຢ່າງ​ຮ້າຍແຮງ ແກ່​ຝູງສັດ​ທັງຫລາຍ​ຄື: ມ້າ, ລໍ, ອູດ, ງົວ, ແກະ ແລະ​ແບ້.</verse>
				<verse number="4">ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ເຫັນ​ຄວາມ​ແຕກຕ່າງ​ກັນ​ລະຫວ່າງ​ສັດ​ຂອງ​ຊາວ​ອິດສະຣາເອນ ແລະ​ສັດ​ຂອງ​ຊາວ​ເອຢິບ ແລະ​ຝູງສັດ​ຂອງ​ຊາວ​ອິດສະຣາເອນ​ຈະ​ບໍ່​ຕາຍ​ຈັກໂຕ.</verse>
				<verse number="5">ພຣະເຈົ້າຢາເວ​ໄດ້​ກຳນົດ​ໄວ້​ວ່າ ພຣະເຈົ້າຢາເວ​ຈະ​ໃຫ້​ສິ່ງ​ນີ້​ເກີດຂຶ້ນ​ໃນ​ມື້ອື່ນ.”’</verse>
				<verse number="6">ແລະ​ມື້​ຕໍ່ມາ ພຣະເຈົ້າຢາເວ​ກໍ​ເຮັດ​ຕາມ​ທີ່​ພຣະອົງ​ໄດ້​ບອກ​ໄວ້​ນັ້ນ​ຄື: ສັດ​ຂອງ​ຊາວ​ເອຢິບ​ຕາຍ​ໝົດ ແຕ່​ສັດ​ຂອງ​ຊາວ​ອິດສະຣາເອນ​ບໍ່​ຕາຍ​ຈັກ​ໂຕ.</verse>
				<verse number="7">ກະສັດ​ຟາໂຣ​ສອບ​ຖາມ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ຈຶ່ງ​ຮູ້​ວ່າ ສັດ​ຂອງ​ຊາວ​ອິດສະຣາເອນ​ບໍ່ໄດ້​ຕາຍ​ແມ່ນແຕ່​ໂຕ​ດຽວ. ແຕ່​ກະສັດ​ຟາໂຣ​ກໍ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຢູ່​ຕາມເຄີຍ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ອິດສະຣາເອນ​ໄປ.</verse>
				<verse number="8">ແລ້ວ​ພຣະເຈົ້າຢາເວ​ກໍ​ສັ່ງ​ໂມເຊ​ກັບ​ອາໂຣນ​ວ່າ, “ຈົ່ງ​ກຳ​ເອົາ​ຂີ້ເຖົ່າ​ໄຟ​ສອງ​ຫລື​ສາມ​ກຳ​ຈາກ​ເຕົາ ແລະ​ໃຫ້​ໂມເຊ​ຫວ່ານ​ຂຶ້ນ​ເທິງ​ອາກາດ​ຕໍ່ໜ້າ​ກະສັດ​ຟາໂຣ.</verse>
				<verse number="9">ແລ້ວ​ຂີ້ເຖົ່າ​ນັ້ນ​ກໍ​ຈະ​ປິວ​ໄປ​ດັ່ງ​ຂີ້ຝຸ່ນ​ດິນ​ເມັດ​ນ້ອຍໆ​ທົ່ວ​ປະເທດ​ເອຢິບ ແລະ​ທຸກ​ບ່ອນ​ທີ່​ຂີ້ຝຸ່ນ​ດິນ​ນີ້​ຕົກ​ຖືກ​ຈະ​ເກີດ​ຕຸ່ມຝີ​ຕາມ​ຕົນຕົວ ຊຶ່ງ​ແຕກ​ເປັນ​ບາດ​ລາມ​ໄປ​ຕາມ​ຮ່າງກາຍ​ຂອງ​ຄົນ​ແລະ​ສັດ.”</verse>
				<verse number="10">ສະນັ້ນ ໂມເຊ​ກັບ​ອາໂຣນ​ຈຶ່ງ​ກຳ​ເອົາ​ຂີ້ເຖົ່າ​ໄຟ​ໄປ​ຢືນ​ຢູ່​ຕໍ່ໜ້າ​ກະສັດ​ຟາໂຣ; ໂມເຊ​ຫວ່ານ​ຂີ້ເຖົ່າ​ໄຟ​ນັ້ນ​ຂຶ້ນ​ສູ່​ອາກາດ ແລະ​ມັນ​ກໍ​ປິວ​ໄປ​ຕົກ​ໃສ່​ຄົນ ແລະ​ສັດ​ອັນ​ເປັນ​ເຫດ​ໃຫ້​ເກີດ​ຕຸ່ມຝີ ແລະ​ແຕກ​ເປັນ​ບາດແຜ​ຕາມ​ຕົນຕົວ.</verse>
				<verse number="11">ບັນດາ​ໝໍມົນ​ຂອງ​ຊາວ​ເອຢິບ​ບໍ່​ສາມາດ​ມາ​ປາກົດ​ຕົວ​ແຂ່ງ​ກັບ​ໂມເຊ​ໄດ້ ເພາະ​ເຂົາ​ເອງ​ກໍ​ເປັນ​ຕຸ່ມຝີ​ຄື​ກັນ​ກັບ​ຊາວ​ເອຢິບ​ຄົນອື່ນໆ.</verse>
				<verse number="12">ແຕ່​ພຣະເຈົ້າຢາເວ​ຍັງ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຢູ່​ຄື​ເກົ່າ. ເພິ່ນ​ບໍ່​ຍອມ​ຟັງ​ໂມເຊ ແລະ​ອາໂຣນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ.</verse>
				<verse number="13">ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ໄປ​ຫາ​ກະສັດ​ຟາໂຣ​ຕັ້ງແຕ່​ເຊົ້າ​ມືດ ແລະ​ບອກ​ລາວ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ກ່າວ​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.</verse>
				<verse number="14">ໃນ​ເທື່ອ​ນີ້ ເຮົາ​ຈະ​ບໍ່​ລົງໂທດ​ບັນດາ​ຂ້າຣາຊການ ແລະ​ປະຊາຊົນ​ຂອງ​ເຈົ້າ​ເທົ່ານັ້ນ; ແຕ່​ເຮົາ​ຈະ​ລົງໂທດ​ເຈົ້າ​ເຊັ່ນກັນ​ເພື່ອ​ເຈົ້າ​ຈະ​ໄດ້​ຮູ້​ວ່າ ທົ່ວ​ເທິງ​ແຜ່ນດິນ​ໂລກນີ້​ບໍ່ມີ​ພະອື່ນ​ໃດ​ເທົ່າທຽມ​ເຮົາ.</verse>
				<verse number="15">ຖ້າ​ເຮົາ​ຍົກ​ມື​ຂຶ້ນ​ທຳຮ້າຍ​ເຈົ້າ ແລະ​ປະຊາຊົນ​ຂອງ​ເຈົ້າ​ດ້ວຍ​ພະຍາດ​ອັນ​ຮ້າຍແຮງ ພວກເຈົ້າ​ກໍ​ຈະ​ດັບສູນ​ກັນ​ໝົດ.</verse>
				<verse number="16">ແຕ່​ທີ່​ເຮົາ​ໃຫ້​ເຈົ້າ​ຍັງ​ມີ​ຊີວິດ​ຢູ່​ນີ້ ກໍ​ເພື່ອ​ໃຫ້​ເຈົ້າ​ໄດ້​ເຫັນ​ຣິດອຳນາດ​ຂອງເຮົາ ແລະ​ໃຫ້​ນາມຊື່​ຂອງເຮົາ​ແຜ່​ຂະຫຍາຍ​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກ.</verse>
				<verse number="17">ແຕ່​ຈົນ​ບັດນີ້ ເຈົ້າ​ກໍ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ຂອງເຮົາ​ໄປ.</verse>
				<verse number="18">ສະນັ້ນ ມື້ອື່ນ​ໃນ​ເວລາ​ດຽວກັນ​ນີ້ ເຮົາ​ຈະ​ໃຫ້​ໝາກເຫັບ​ລູກ​ໃຫຍ່​ຕົກລົງ​ຢ່າງ​ໜັກ ຢ່າງ​ບໍ່ເຄີຍ​ມີ​ມາ​ຈັກເທື່ອ​ໃນ​ປະຫວັດສາດ​ຂອງ​ປະເທດ​ເອຢິບ.</verse>
				<verse number="19">ບັດນີ້ ຈົ່ງ​ຕ້ອນ​ຝູງສັດ ແລະ​ສິ່ງຂອງ​ຕ່າງໆ​ໃນ​ກາງ​ແຈ້ງ​ເຂົ້າ​ສູ່​ບ່ອນ​ກຳບັງ. ຄົນ​ທຸກຄົນ​ແລະ​ສັດ​ທຸກ​ໂຕ​ທີ່​ຢູ່​ນອກ ຈະ​ຖືກ​ໝາກເຫັບ​ລູກ​ໃຫຍ່​ຕົກ​ໃສ່​ຕາຍ​ໝົດ.”’</verse>
				<verse number="20">ເມື່ອ​ໄດ້ຍິນ​ດັ່ງນີ້ ບັນດາ​ຂ້າຣາຊການ​ຂອງ​ກະສັດ​ຟາໂຣ​ບາງຄົນ​ກໍ​ເກີດ​ມີ​ຄວາມ​ຢ້ານ ໃນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ; ພວກເຂົາ​ຈຶ່ງ​ນຳ​ທາດຮັບໃຊ້ ແລະ​ຝູງສັດ​ຂອງ​ພວກເຂົາ​ເຂົ້າ​ສູ່​ບ່ອນ​ກຳບັງ.</verse>
				<verse number="21">ແຕ່​ຄົນອື່ນ​ທີ່​ບໍ່​ສົນໃຈ​ຕໍ່​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ກໍ​ປ່ອຍ​ໃຫ້​ພວກ​ທາດຮັບໃຊ້ ແລະ​ຝູງສັດ​ຂອງ​ພວກເຂົາ​ຢູ່​ທົ່ງນາ​ກາງ​ແຈ້ງ.</verse>
				<verse number="22">ຕໍ່ມາ ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ, “ຈົ່ງ​ຍົກ​ມື​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ໝາກເຫັບ​ໃຫຍ່​ກໍ​ຈະ​ຕົກ​ທົ່ວ​ປະເທດ​ເອຢິບ ຖືກ​ຄົນ, ສັດ​ທັງຫລາຍ ແລະ​ພືດພັນ​ທັງໝົດ​ຕາມ​ທົ່ງໄຮ່​ທົ່ງນາ.”</verse>
				<verse number="23">ດັ່ງນັ້ນ ໂມເຊ​ຈຶ່ງ​ຍົກ​ໄມ້ຄ້ອນເທົ້າ​ຂອງຕົນ​ຂຶ້ນ​ສູ່​ສະຫວັນ ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ຟ້າຮ້ອງ, ໝາກເຫັບ​ແລະ​ໄຟ​ໄດ້​ຕົກລົງ​ມາ​ເທິງ​ໜ້າດິນ. ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ໝາກເຫັບ​ດັ່ງ​ຫ່າຝົນ​ຕົກລົງ​ເທິງ​ປະເທດ​ເອຢິບ.</verse>
				<verse number="24">ມີ​ໝາກເຫັບ​ແລະ​ໄຟ​ປົນ​ໝາກເຫັບ​ຕົກ​ລົງມາ​ຢ່າງ​ໜັກ ແບບ​ທີ່​ບໍ່ເຄີຍ​ມີ​ມາ​ຈັກເທື່ອ ໃນ​ທົ່ວ​ດິນແດນ​ຂອງ​ປະເທດ​ເອຢິບ, ຕັ້ງແຕ່​ເອຢິບ​ເລີ້ມ​ເປັນ​ປະເທດ​ມາ.</verse>
				<verse number="25">ສິ່ງສາລະພັດ​ໃນ​ທົ່ງນາ​ກາງ​ແຈ້ງ​ທົ່ວ​ປະເທດ ຕະຫລອດ​ທັງ​ຄົນ ແລະ​ສັດ​ໄດ້​ຖືກ​ໝາກເຫັບ​ໃຫຍ່ ຕົກລົງ​ມາ​ທຳລາຍ​ຈົນ​ຈິບຫາຍ​ໝົດ. ພືດຜົນ​ພ້ອມ​ທັງ​ຕົ້ນໄມ້​ໃນ​ທົ່ງໄຮ່​ທົ່ງນາ​ກໍ​ລົ້ມ​ທະລາຍ​ຕາຍ​ກ້ຽງ.</verse>
				<verse number="26">ມີ​ແຕ່​ເຂດ​ໂກເຊັນ ບ່ອນ​ທີ່​ຊາວ​ອິດສະຣາເອນ​ອາໄສ​ຢູ່​ເທົ່ານັ້ນ​ທີ່​ໝາກເຫັບ​ບໍ່ໄດ້​ຕົກ​ໃສ່.</verse>
				<verse number="27">ກະສັດ​ຟາໂຣ​ໄດ້​ໃຊ້​ຄົນ​ໄປ​ເອີ້ນ​ໂມເຊ ແລະ​ອາໂຣນ​ມາ​ພົບ ແລະ​ເວົ້າ​ວ່າ, “ໃນ​ເທື່ອ​ນີ້ ເຮົາ​ໄດ້​ເຮັດ​ຜິດບາບ​ແລ້ວ; ພຣະເຈົ້າຢາເວ​ເປັນ​ຝ່າຍ​ຖືກ ແລະ​ເຮົາ​ກັບ​ປະຊາຊົນ​ຂອງເຮົາ​ເປັນ​ຝ່າຍ​ຜິດ.</verse>
				<verse number="28">ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເຖີດ ໝາກເຫັບ​ແລະ​ຟ້າຮ້ອງ​ໄດ້​ລົງໂທດ​ເຮົາ​ໜັກ​ພໍ​ແລ້ວ ເຮົາ​ຂໍ​ສັນຍາ​ວ່າ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ; ພວກເຈົ້າ​ບໍ່​ຈຳເປັນ​ຢູ່​ທີ່​ນີ້​ອີກ​ຕໍ່ໄປ​ດອກ.”</verse>
				<verse number="29">ໂມເຊ​ຈຶ່ງ​ບອກ​ກະສັດ​ຟາໂຣ​ວ່າ, “ເມື່ອ​ຂ້ານ້ອຍ​ອອກ​ໄປ​ຈາກ​ເມືອງ​ນີ້​ແລ້ວ ຂ້ານ້ອຍ​ຈະ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ. ສຽງ​ຟ້າຮ້ອງ​ຈະ​ຢຸດ​ແລະ​ໝາກເຫັບ​ກໍ​ຈະ​ບໍ່ມີ​ອີກ ເພື່ອ​ທ່ານ​ຈະ​ໄດ້​ຮູ້​ວ່າ​ແຜ່ນດິນ​ໂລກ​ນີ້​ເປັນ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="30">ແຕ່​ຂ້ານ້ອຍ​ຮູ້​ຢູ່​ວ່າ ທ່ານ​ກັບ​ບັນດາ​ຂ້າຣາຊການ​ຂອງທ່ານ ຈະ​ຍັງ​ບໍ່​ຢຳເກງ​ພຣະເຈົ້າຢາເວ​ພຣະເຈົ້າ​ເທື່ອ.”</verse>
				<verse number="31">ຕົ້ນ​ປ່ານ ແລະ​ຕົ້ນ​ເຂົ້າເດືອຍ​ໄດ້​ຖືກ​ທຳລາຍ​ໝົດກ້ຽງ ເພາະ​ຕົ້ນ​ປ່ານ​ກຳລັງ​ອອກ​ດອກ ແລະ​ຕົ້ນ​ເຂົ້າເດືອຍ​ກໍ​ກຳລັງ​ມີ​ຮວງ.</verse>
				<verse number="32">ແຕ່​ເຂົ້າ​ບະເລ​ນັ້ນ​ບໍ່ໄດ້​ຖືກ​ທຳລາຍ ເພາະ​ຍັງ​ບໍ່ທັນ​ພົ້ນ​ດິນ​ຂຶ້ນ​ມາ​ເທື່ອ.</verse>
				<verse number="33">ໂມເຊ​ຈຶ່ງ​ອຳລາ​ກະສັດ​ຟາໂຣ​ໄປ. ຫລັງຈາກ​ອອກ​ຈາກ​ຕົວເມືອງ​ແລ້ວ ເພິ່ນ​ກໍໄດ້​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ. ສຽງ​ຟ້າຮ້ອງ, ໝາກເຫັບ ແລະ​ຝົນ​ຈຶ່ງ​ເຊົາ​ຕົກ.</verse>
				<verse number="34">ເມື່ອ​ກະສັດ​ຟາໂຣ​ໄດ້​ເຫັນ​ເປັນ​ແນວ​ນັ້ນ ເພິ່ນ​ກໍ​ກະທຳ​ບາບ​ອີກ. ເພິ່ນ​ເອງ​ແລະ​ຂ້າຣາຊການ​ແຮ່ງ​ເກີດ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຂຶ້ນ​ຫລາຍກວ່າ​ເກົ່າ</verse>
				<verse number="35">ແລະ​ເພິ່ນ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ອິດສະຣາເອນ​ໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ໂມເຊ​ທຸກປະການ.</verse>
			</chapter>
			<chapter number="10">
				<verse number="1">ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ. ເຮົາ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ກັບ​ບັນດາ​ຂ້າຣາຊການ​ຂອງ​ລາວ​ມີ​ໃຈ​ແຂງ​ກະດ້າງ​ດື້ດຶງ ເພື່ອ​ເຮົາ​ຈະ​ສຳແດງ​ໝາຍສຳຄັນ​ກັບ​ການ​ອັດສະຈັນ​ເຫຼົ່ານີ້​ໃນ​ທ່າມກາງ​ພວກເຂົາ</verse>
				<verse number="2">ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ເລົ່າ​ສູ່​ພວກ​ລູກຫລານ​ຟັງ​ວ່າ ເຮົາ​ໄດ້​ກະທຳ​ໃຫ້​ຊາວ​ເອຢິບ​ໂງ່ງ່າວ​ພຽງ​ໃດ ເມື່ອ​ເຮົາ​ໄດ້​ເຮັດ​ການ​ອັດສະຈັນ​ຕ່າງໆ​ເຫຼົ່ານັ້ນ. ພວກເຈົ້າ​ທຸກຄົນ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
				<verse number="3">ສະນັ້ນ ໂມເຊ​ແລະ​ອາໂຣນ​ຈຶ່ງ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ​ກ່າວ​ວ່າ, ‘ເຈົ້າ​ຍັງ​ຈະ​ແຂງຂໍ້​ຕໍ່​ເຮົາ​ອີກ​ດົນນານ​ປານໃດ? ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.</verse>
				<verse number="4">ຖ້າ​ເຈົ້າ​ຍັງ​ສືບຕໍ່​ປະຕິເສດ​ຢູ່​ໃນ​ມື້ອື່ນ​ນີ້ ເຮົາ​ຈະ​ໃຫ້​ຝູງຕັກແຕນ​ເຂົ້າ​ມາ​ໃນ​ປະເທດ​ຂອງ​ເຈົ້າ.</verse>
				<verse number="5">ມັນ​ຈະ​ມາ​ເປັນ​ຈຳນວນ​ຫລວງຫລາຍ​ປົກຄຸມ​ຢູ່​ທົ່ວ​ໄປ ຈົນ​ເບິ່ງ​ບໍ່​ເຫັນ​ໜ້າ​ດິນ. ມັນ​ຈະ​ກິນ​ທຸກໆ​ສິ່ງ​ທີ່​ໝາກເຫັບ​ບໍ່ໄດ້​ທຳລາຍ ແມ່ນແຕ່​ຕົ້ນໄມ້​ທີ່​ເຫຼືອ​ຢູ່.</verse>
				<verse number="6">ມັນ​ຈະ​ເຂົ້າ​ໄປ​ຢູ່​ເຕັມ​ຣາຊວັງ ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ບັນດາ​ຂ້າຣາຊການ ແລະ​ເຮືອນ​ຂອງ​ປະຊາຊົນ​ທຸກຄົນ. ມັນ​ໂຫດຮ້າຍ​ກວ່າ​ສິ່ງໃດໆ​ທັງໝົດ ທີ່​ບັນພະບຸລຸດ​ຂອງ​ເຈົ້າ​ເຄີຍ​ໄດ້​ເຫັນ​ມາ.”’ ແລ້ວ​ໂມເຊ​ກໍໄດ້​ອຳລາ​ກະສັດ​ຟາໂຣ​ກັບໄປ.</verse>
				<verse number="7">ບັນດາ​ຂ້າຣາຊການ​ຈຶ່ງ​ຖາມ​ກະສັດ​ຟາໂຣ​ວ່າ, “ຊາຍ​ຄົນ​ນີ້​ຍັງ​ຈະ​ເຮັດ​ໃຫ້​ພວກເຮົາ​ເດືອດຮ້ອນ​ຢູ່​ອີກ​ເຫິງ​ປານໃດ? ຈົ່ງ​ປ່ອຍ​ຊາວ​ອິດສະຣາເອນ​ໄປ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ສາ. ທ່ານ​ບໍ່​ເຫັນ​ບໍ​ວ່າ ເອຢິບ​ກຳລັງ​ຈິບຫາຍ​ວາຍວອດ​ພຽງ​ໃດ​ແລ້ວ?”</verse>
				<verse number="8">ສະນັ້ນ ເຂົາ​ຈຶ່ງ​ໄປ​ເຊີນ​ໂມເຊ ແລະ ອາໂຣນ​ໃຫ້​ກັບຄືນ​ມາ​ພົບ​ກະສັດ​ຟາໂຣ​ອີກ ແລະ​ເພິ່ນ​ກ່າວ​ຕໍ່​ພວກເພິ່ນ​ວ່າ, “ຈົ່ງ​ໄປ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສາ. ແຕ່​ມີ​ຜູ້ໃດ​ຈະ​ໄປ​ແດ່?”</verse>
				<verse number="9">ໂມເຊ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ຈະ​ໄປ​ໝົດ​ທຸກຄົນ ລວມ​ທັງ​ເດັກນ້ອຍ​ແລະ​ຜູ້ເຖົ້າ. ພວກ​ຂ້ານ້ອຍ​ຈະ​ເອົາ​ລູກ​ຊາຍ​ຍິງ, ຝູງແກະ, ຝູງແບ້ ແລະ​ພ້ອມ​ທັງ​ຝູງງົວ​ໄປ​ດ້ວຍ ເພາະ​ພວກ​ຂ້ານ້ອຍ​ຈະ​ຈັດ​ເທດສະການ ເພື່ອ​ຍົກຍໍ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ​ຂອງ​ພວກ​ຂ້ານ້ອຍ.”</verse>
				<verse number="10">ກະສັດ​ຟາໂຣ​ຈຶ່ງ​ກ່າວ​ຂຶ້ນ​ທັນທີ​ວ່າ, “ບໍ່ໄດ້ ເຮົາ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ວ່າ ຈະ​ບໍ່​ຍອມ​ປ່ອຍ​ໃຫ້​ພວກເຈົ້າ​ເອົາ​ພວກຜູ້ຍິງ​ແລະ​ເດັກນ້ອຍ​ໄປ​ນຳ ມັນ​ຈະແຈ້ງ​ແລ້ວ​ວ່າ ພວກເຈົ້າ​ກຳລັງ​ວາງແຜນ​ກໍ່​ການ​ກະບົດ.</verse>
				<verse number="11">ບໍ່ໄດ້ ຖ້າ​ພວກເຈົ້າ​ຢາກ​ໄປ​ນະມັດສະການ​ພຣະເຈົ້າຢາເວ ກໍ​ໃຫ້​ແຕ່​ຜູ້ຊາຍ​ເທົ່ານັ້ນ​ໄປ.” ແລ້ວ​ໂມເຊ​ແລະ​ອາໂຣນ​ກໍ​ຖືກ​ໄລ່​ໃຫ້​ອອກ​ໄປ​ຈາກ​ວັງ​ຂອງ​ກະສັດ​ຟາໂຣ.</verse>
				<verse number="12">ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ຍົກ​ມື​ຂຶ້ນ​ເທິງ​ປະເທດ​ເອຢິບ ເພື່ອ​ນຳ​ເອົາ​ຕັກແຕນ​ມາ. ມັນ​ຈະ​ກິນ​ທຸກໆ​ສິ່ງ​ທີ່​ງອກ​ຂຶ້ນ ແລະ​ທຸກໆ​ສິ່ງ​ທີ່​ເຫຼືອ​ຈາກ​ຖືກ​ໝາກເຫັບ​ທຳລາຍ.”</verse>
				<verse number="13">ດັ່ງນັ້ນ ໂມເຊ​ຈຶ່ງ​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ ແລະ​ພຣະເຈົ້າຢາເວ​ກໍ​ເຮັດ​ໃຫ້​ລົມ​ຈາກ​ທິດ​ຕາເວັນອອກ ພັດ​ມາ​ສູ່​ປະເທດ​ເອຢິບ​ຕະຫລອດ​ເວັນ​ຕະຫລອດ​ຄືນ. ພໍ​ຮອດ​ຮຸ່ງ​ເຊົ້າ ລົມ​ກໍໄດ້​ພັດ​ເອົາ​ຝູງ​ຕັກແຕນ​ມາ​ຢ່າງ​ຫລວງຫລາຍ.</verse>
				<verse number="14">ມັນ​ເກາະ​ມັນ​ໄຕ່​ໄປມາ​ເປັນ​ໝູ່ໆ​ຢູ່​ເຕັມ​ທົ່ວ​ປະເທດ​ເອຢິບ. ແມ່ນ​ຕັກແຕນ​ຝູງ​ໃຫຍ່​ທີ່ສຸດ​ທີ່​ເຄີຍ​ເຫັນ​ມາ ຫລື​ຈະ​ບໍ່ມີ​ໃຜ​ເຄີຍ​ໄດ້​ເຫັນ​ຝູງ​ຕັກແຕນ​ໃຫຍ່​ທໍ່​ຄາວ​ນີ້​ອີກ​ເລີຍ.</verse>
				<verse number="15">ຝູງ​ຕັກແຕນ​ໄດ້​ໄຕ່​ໄປມາ​ຫຸ້ມ​ໜ້າ​ດິນ​ຈົນ​ດຳ​ໄປ​ໝົດ; ທຸກໆ​ສິ່ງ​ທີ່​ເຫຼືອ​ຈາກ​ໝາກເຫັບ​ທຳລາຍ​ຖືກ​ມັນ​ກິນ​ໝົດ ລວມ​ທັງ​ໝາກໄມ້​ໃນ​ຕົ້ນ ພືດ​ຫລື​ຕົ້ນໄມ້​ໃນ​ປະເທດ​ເອຢິບ ບໍ່ມີ​ສິ່ງໃດ​ທີ່​ມີ​ສີ​ຂຽວ​ເຫຼືອ​ຢູ່​ເລີຍ.</verse>
				<verse number="16">ແລ້ວ​ກະສັດ​ຟາໂຣ​ກໍ​ຟ້າວ​ເອີ້ນ​ໂມເຊ​ກັບ​ອາໂຣນ​ມາ ແລະ​ກ່າວ​ວ່າ, “ເຮົາ​ໄດ້​ເຮັດ​ຜິດບາບ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ແລະ​ຕໍ່​ພວກເຈົ້າ.</verse>
				<verse number="17">ບັດນີ້ ຈົ່ງ​ຍົກ​ບາບກຳ​ໃຫ້​ເຮົາ​ອີກເທື່ອໜຶ່ງ​ແດ່ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໃຫ້​ນຳ​ເອົາ​ການ​ລົງໂທດ​ອັນ​ຮ້າຍແຮງ​ນີ້​ໜີໄປ​ຈາກ​ເຮົາ​ເສຍ.”</verse>
				<verse number="18">ໂມເຊ​ຈຶ່ງ​ອຳລາ​ກະສັດ​ຟາໂຣ​ໄປ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ.</verse>
				<verse number="19">ແລ້ວ​ພຣະເຈົ້າຢາເວ​ກໍ​ປ່ຽນ​ລົມ​ແຕ່​ທິດ​ຕາເວັນອອກ ເປັນ​ລົມແຮງ​ຈາກ​ທິດ​ຕາເວັນຕົກ ພັດ​ເອົາ​ຕັກແຕນ​ໄປ​ຕົກ​ໃສ່​ອ່າວ​ຊູແອດ. ບໍ່ມີ​ຕັກແຕນ​ແມ່ນແຕ່​ໂຕ​ດຽວ​ເຫຼືອ​ຢູ່​ໃນ​ປະເທດ​ເອຢິບ.</verse>
				<verse number="20">ແຕ່​ພຣະເຈົ້າຢາເວ​ຍັງ​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຢູ່​ຄື​ເກົ່າ ແລະ​ເພິ່ນ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ອິດສະຣາເອນ​ໄປ.</verse>
				<verse number="21">ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ຍົກ​ມື​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ທົ່ວ​ປະເທດ​ເອຢິບ​ຈະ​ມືດ​ໄປ​ໝົດ.”</verse>
				<verse number="22">ໂມເຊ​ໄດ້​ຍົກ​ມື​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ທົ່ວ​ປະເທດ​ເອຢິບ​ກໍ​ມຶດ​ໄປ​ໝົດ​ຕະຫລອດ​ສາມ​ວັນ.</verse>
				<verse number="23">ຊາວ​ເອຢິບ​ເບິ່ງ​ກັນ​ບໍ່​ເຫັນ ແລະ​ບໍ່ມີ​ໃຜ​ໄດ້​ອອກ​ໄປ​ນອກ​ບ້ານ​ໃນ​ໄລຍະ​ນັ້ນ. ແຕ່​ໃນ​ເຂດ​ຂອງ​ຊົນຊາດ​ຊາວ​ອິດສະຣາເອນ​ອາໄສ​ຢູ່​ນັ້ນ ໄດ້​ມີ​ແສງ​ສະຫວ່າງ​ຕາມ​ປົກກະຕິ.</verse>
				<verse number="24">ສະນັ້ນ ກະສັດ​ຟາໂຣ​ຈຶ່ງ​ເອີ້ນ​ໂມເຊ​ມາ ແລະ​ກ່າວ​ວ່າ, “ພວກເຈົ້າ​ໄປ​ນະມັດສະການ​ພຣະເຈົ້າຢາເວ​ສາ; ໃຫ້​ເອົາ​ຜູ້ຍິງ ແລະ​ເດັກນ້ອຍ​ໄປ​ໄດ້. ສ່ວນ​ຝູງແກະ​ກັບ​ແບ້ ແລະ​ຝູງງົວ​ນັ້ນ​ໃຫ້​ປະ​ໄວ້​ທີ່​ນີ້.”</verse>
				<verse number="25">ໂມເຊ​ຕອບ​ວ່າ, “ຖ້າ​ເປັນ​ເຊັ່ນນັ້ນ ທ່ານ​ຕ້ອງ​ໃຫ້​ພວກ​ຂ້ານ້ອຍ​ຈັດຫາ​ສັດ​ທີ່​ຈະ​ຂ້າ​ເຜົາບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.</verse>
				<verse number="26">ພວກ​ຂ້ານ້ອຍ​ຕ້ອງ​ເອົາ​ສັດ​ຂອງ​ພວກ​ຂ້ານ້ອຍ​ໄປ​ນຳ ແລະ​ບໍ່​ໃຫ້​ເຫຼືອ​ຢູ່​ໃນ​ທີ່​ນີ້​ຈັກ​ໂຕ​ເລີຍ. ພວກ​ຂ້ານ້ອຍ​ເອງ​ຈະ​ເປັນ​ຜູ້​ເລືອກ​ເອົາ​ສັດ​ທີ່​ຈະ​ຂ້າ​ເຜົາບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ແລະ​ຈົນ​ໄປ​ຮອດ​ທີ່​ນັ້ນ​ແລ້ວ ພວກ​ຂ້ານ້ອຍ​ກໍ​ຍັງ​ບໍ່​ຮູ້​ວ່າ​ຈະ​ເອົາ​ສັດ​ໂຕ​ໃດ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ.”</verse>
				<verse number="27">ແຕ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ມີ​ໃຈ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຕໍ່ໄປ. ດັ່ງນັ້ນ ເພິ່ນ​ຈຶ່ງ​ບໍ່​ຍອມ​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ໄປ.</verse>
				<verse number="28">ເພິ່ນ​ກ່າວ​ຕໍ່​ໂມເຊ​ວ່າ, “ອອກ​ໜີໄປ​ຈາກ​ນີ້ ຢ່າ​ສູ່​ມາ​ໃຫ້​ເຮົາ​ເຫັນ​ໜ້າ​ເຈົ້າ​ອີກ​ຈັກເທື່ອ ຖ້າ​ເຈົ້າ​ມາ​ໃຫ້​ເຮົາ​ເຫັນ ເຈົ້າ​ຈະ​ຕ້ອງ​ຕາຍ.”</verse>
				<verse number="29">ໂມເຊ​ຕອບ​ວ່າ, “ທ່ານ​ກ່າວ​ຖືກຕ້ອງ​ແລ້ວ ຂ້ານ້ອຍ​ຈະ​ບໍ່​ເຫັນ​ໜ້າ​ທ່ານ​ອີກ​ຈັກເທື່ອ.”</verse>
			</chapter>
			<chapter number="11">
				<verse number="1">ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ເຮົາ​ຈະ​ນຳ​ການ​ລົງໂທດ​ອີກ​ຢ່າງ​ໜຶ່ງ​ເທົ່ານັ້ນ ມາ​ສູ່​ກະສັດ​ຟາໂຣ ແລະ​ປະຊາຊົນ​ຂອງ​ລາວ. ຫລັງຈາກ​ນັ້ນ​ລາວ​ຈະ​ປ່ອຍ​ພວກເຈົ້າ​ໄປ. ຕາມ​ຄວາມຈິງ​ແລ້ວ ລາວ​ຈະ​ໄລ່​ພວກເຈົ້າ​ທຸກຄົນ​ໃຫ້​ອອກ​ໄປ​ຈາກ​ທີ່​ນີ້.</verse>
				<verse number="2">ບັດນີ້ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ທຸກຄົນ​ໃຫ້​ຂໍ​ເອົາ​ເຄື່ອງ​ເງິນ, ເຄື່ອງ​ຄຳ​ຈາກ​ເພື່ອນບ້ານ​ຂອງ​ພວກເຂົາ.”</verse>
				<verse number="3">ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຄົນ​ເອຢິບ​ຢຳເກງ​ຄົນ​ອິດສະຣາເອນ. ແທ້ຈິງ​ແລ້ວ ບັນດາ​ຂ້າຣາຊການ ແລະ​ປະຊາຊົນ​ທັງໝົດ​ຕ່າງ​ກໍ​ຍອມ​ຮັບ​ວ່າ ໂມເຊ​ເປັນ​ບຸລຸດ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ.</verse>
				<verse number="4">ແລ້ວ​ໂມເຊ​ກໍໄດ້​ກ່າວ​ຕໍ່​ກະສັດ​ຟາໂຣ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ໃນ​ຕອນ​ປະມານ​ທ່ຽງຄືນ ເຮົາ​ຈະ​ຜ່ານ​ໄປ​ທົ່ວ​ປະເທດ​ເອຢິບ</verse>
				<verse number="5">ແລະ​ລູກຊາຍກົກ​ໃນ​ປະເທດ​ເອຢິບ​ທັງໝົດ​ຈະ​ຕາຍ​ຄື: ຕັ້ງແຕ່​ລູກຊາຍກົກ​ຂອງ​ກະສັດ​ຟາໂຣ​ຜູ້​ທີ່​ຈະ​ສືບຕໍ່​ຄອງ​ຣາຊບັນລັງ ຕະຫລອດ​ເຖິງ​ລູກຊາຍກົກ​ຂອງ​ຄົນ​ຮັບໃຊ້​ຍິງ​ໂມ້​ແປ້ງ. ສັດ​ໂຕເຖິກ​ຫົວປີ​ກໍ​ຈະ​ຕາຍ​ໝົດ​ຄືກັນ.</verse>
				<verse number="6">ສຽງ​ຮ້ອງໄຫ້​ຈະ​ດັງ​ກ້ອງສະໜັ່ນ​ທົ່ວ​ປະເທດ​ເອຢິບ ຢ່າງ​ບໍ່ເຄີຍ​ມີ​ມາ​ກ່ອນ​ຫລື​ຈະ​ບໍ່ມີ​ອີກ​ຈັກເທື່ອ.</verse>
				<verse number="7">ແຕ່​ໃນ​ໝູ່​ບ້ານ​ຂອງ​ຊາວ​ອິດສະຣາເອນ ແມ່ນແຕ່​ສຽງ​ໝາ​ເຫົ່າ​ຄົນ​ແລະ​ສັດ​ກໍ​ຈະ​ບໍ່ມີ. ແລ້ວ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ພຣະເຈົ້າຢາເວ​ໄດ້​ໃຫ້​ມີ​ຄວາມ​ແຕກຕ່າງ​ກັນ ລະຫວ່າງ​ຊາວ​ເອຢິບ​ແລະ​ຊາວ​ອິດສະຣາເອນ.’</verse>
				<verse number="8">ບັນດາ​ຂ້າຣາຊການ​ທັງໝົດ​ຂອງທ່ານ​ຈະ​ມາ​ຫາ​ຂ້ານ້ອຍ ແລະ​ພາກັນ​ຂາບລົງ ແລະ​ຈະ​ຂໍຮ້ອງ​ຂ້ານ້ອຍ ໃຫ້​ນຳພາ​ປະຊາຊົນ​ຂອງ​ຂ້ານ້ອຍ​ທັງໝົດ​ນີ້​ອອກ​ໄປ​ຈາກ​ປະເທດ. ຫລັງຈາກ​ນັ້ນ​ແລ້ວ ຂ້ານ້ອຍ​ຈຶ່ງ​ຈະ​ຈາກ​ໄປ.” ແລ້ວ​ໂມເຊ​ກໍ​ຈາກ​ກະສັດ​ຟາໂຣ​ໄປ​ດ້ວຍ​ໃຈ​ໂກດຮ້າຍ​ທີ່ສຸດ.</verse>
				<verse number="9">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ອີກ​ວ່າ, “ກະສັດ​ຟາໂຣ​ຈະ​ສືບຕໍ່​ບໍ່​ຍອມ​ຟັງ​ເຈົ້າ ເພື່ອ​ເຮົາ​ຈະ​ໄດ້​ເຮັດ​ການ​ອັດສະຈັນ​ຕ່າງໆ​ຕື່ມ​ອີກ​ໃນ​ປະເທດ​ເອຢິບ.”</verse>
				<verse number="10">ໂມເຊ​ແລະ​ອາໂຣນ​ໄດ້​ເຮັດ​ການ​ອັດສະຈັນ​ເຫຼົ່ານັ້ນ​ຊ້ອງໜ້າ​ກະສັດ​ຟາໂຣ, ແຕ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ ແລະ​ເພິ່ນ​ບໍ່​ຍອມ​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ອອກ​ໜີໄປ​ຈາກ​ປະເທດ.</verse>
			</chapter>
			<chapter number="12">
				<verse number="1">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ກັບ​ອາໂຣນ​ໃນ​ປະເທດ​ເອຢິບ​ວ່າ,</verse>
				<verse number="2">“ຈົ່ງ​ຕັ້ງ​ເດືອນ​ນີ້​ໃຫ້​ເປັນ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ສຳລັບ​ພວກເຈົ້າ.</verse>
				<verse number="3">ຈົ່ງ​ໃຫ້​ຄຳແນະນຳ​ເຫຼົ່ານີ້​ແກ່​ຊຸມຊົນ​ອິດສະຣາເອນ​ທັງໝົດ​ວ່າ: ໃນ​ມື້​ທີ​ສິບ​ຂອງ​ເດືອນ​ນີ້​ໃຫ້​ຊາຍ​ທຸກຄົນ​ໃນ​ແຕ່ລະ​ຄອບຄົວ ເລືອກ​ເອົາ​ລູກແກະ​ຫລື​ລູກ​ແບ້ເຖິກ​ໂຕໜຶ່ງ​ໄວ້.</verse>
				<verse number="4">ຖ້າ​ຄອບຄົວ​ໃດ​ມີ​ໜ້ອຍ​ຄົນ​ທີ່​ຈະ​ກິນ​ສັດ​ໂຕໜຶ່ງ​ບໍ່​ໝົດ ກໍ​ໃຫ້​ພວກເຂົາ​ລວມ​ກັບ​ເພື່ອນບ້ານ​ທີ່​ຢູ່​ໃກ້ຄຽງ​ກິນ​ສັດ​ໂຕໜຶ່ງ ໂດຍ​ໃຫ້​ຄິດໄລ່​ຕາມ​ຈຳນວນ​ຄົນ ແລະ​ຄວາມ​ສາມາດ​ຂອງ​ແຕ່ລະຄົນ​ທີ່​ຈະ​ກິນ​ໄດ້​ເທົ່າ​ໃດ.</verse>
				<verse number="5">ລູກແກະ​ຫລື​ລູກ​ແບ້​ທີ່​ຈະ​ເລືອກ​ເອົາ​ນັ້ນ​ຈະ​ຕ້ອງ​ເປັນ​ໂຕ​ເຖິກ​ອາຍຸ​ໜຶ່ງ​ປີ ແລະ​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ໃດໆ​ທັງ​ສິ້ນ.</verse>
				<verse number="6">ແລ້ວ​ໃນ​ຕອນແລງ​ຂອງ​ມື້​ທີ​ສິບສີ່​ຂອງ​ເດືອນ ໃຫ້​ຊຸມຊົນ​ອິດສະຣາເອນ​ທັງໝົດ​ພາກັນ​ຂ້າ​ສັດ​ຂອງ​ພວກ​ຕົນ.</verse>
				<verse number="7">ຈົ່ງ​ໃຫ້​ປະຊາຊົນ​ເອົາ​ເລືອດ​ບາງ​ສ່ວນ​ທາ​ໃສ່​ໄມ້​ຂອບ​ວົງ​ປະຕູ​ເຂົ້າ​ເຮືອນ ບ່ອນ​ທີ່​ກິນ​ສັດ​ນັ້ນ​ຄື: ໃຫ້​ທາ​ຂ້າງ​ຊ້າຍ, ຂ້າງ​ຂວາ ແລະ​ຂ້າງ​ເທິງ.</verse>
				<verse number="8">ໃນ​ຄືນ​ນັ້ນ ຈົ່ງ​ປີ້ງ​ຊີ້ນ​ກິນ​ກັບ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກັບ​ຜັກຂົມ.</verse>
				<verse number="9">ຢ່າ​ກິນ​ດິບ​ຫລື​ຢ່າ​ຕົ້ມ​ກິນ ແຕ່​ໃຫ້​ປີ້ງ​ກິນ​ທັງໝົດ​ຄື: ທັງ​ຫົວ, ທັງ​ຂາ ແລະ​ເຄື່ອງໃນ​ໄສ້​ພຸງ.</verse>
				<verse number="10">ພວກເຈົ້າ​ບໍ່​ຕ້ອງ​ໃຫ້​ສິ່ງໃດໆ​ເຫຼືອ​ຮອດ​ມື້​ເຊົ້າ ຖ້າ​ມີ​ສິ່ງ​ເຫຼືອ​ຢູ່​ກໍ​ໃຫ້​ເຜົາ​ໄຟ​ຖິ້ມ​ເສຍ.</verse>
				<verse number="11">ໃຫ້​ພວກເຈົ້າ​ກິນ​ໄວໆ​ເພາະ​ພວກເຈົ້າ​ຕ້ອງ​ນຸ່ງ​ເຄື່ອງ​ຕຽມ​ອອກ​ເດີນທາງ ພ້ອມ​ທັງ​ຕ້ອງ​ສຸບ​ເກີບ ແລະ​ຖື​ໄມ້ຄ້ອນເທົ້າ. ການ​ກີນລ້ຽງ​ນີ້ ແມ່ນ​ການ​ສະຫລອງ​ປັດສະຄາ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="12">ໃນ​ຄືນ​ນັ້ນ ເຮົາ​ຈະ​ຜ່ານ​ດິນແດນ​ປະເທດ​ເອຢິບ​ໄປ ເພື່ອ​ຂ້າ​ລູກຊາຍກົກ​ຂອງ​ມະນຸດ ແລະ​ລູກ​ສັດ​ໂຕ​ເຖິກ​ຫົວປີ​ທຸກໆ​ໂຕ ແລະ​ເພື່ອ​ລົງໂທດ​ບັນດາ​ພະ​ທັງໝົດ​ຂອງ​ຊາວ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="13">ເລືອດ​ທີ່​ປະຕູ​ເຮືອນ​ນັ້ນ ຈະ​ເປັນ​ໝາຍສຳຄັນ​ບອກ​ວ່າ ເປັນ​ເຮືອນ​ທີ່​ພວກເຈົ້າ​ອາໄສ​ຢູ່. ເມື່ອ​ເຮົາ​ເຫັນ​ເລືອດ​ນັ້ນ ເຮົາ​ຈະ​ຜ່ານ​ເວັ້ນ​ໄປ ແລະ​ຈະ​ບໍ່​ທຳຮ້າຍ​ພວກເຈົ້າ ເວລາ​ເຮົາ​ລົງໂທດ​ຊາວ​ເອຢິບ.</verse>
				<verse number="14">ພວກເຈົ້າ​ຕ້ອງ​ສະຫລອງ​ວັນ​ນີ້​ເປັນ​ວັນ​ສຳຄັນ ເພື່ອ​ໃຫ້​ລະນຶກເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ພວກເຈົ້າ. ຈົ່ງ​ສະຫລອງ​ວັນ​ນີ້​ຕະຫລອດໄປ.</verse>
				<verse number="15">ຈົ່ງ​ກິນ​ເຂົ້າຈີ່ ບໍ່ມີ​ເຊື້ອແປ້ງ​ໃຫ້​ຄົບ​ເຕັມ​ເຈັດ​ວັນ. ໃນ​ວັນ​ທຳອິດ ໃຫ້​ເອົາ​ເຊື້ອແປ້ງ​ທັງໝົດ​ໃນ​ເຮືອນ​ຖິ້ມ ເພາະວ່າ​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ກິນ​ເຂົ້າຈີ່ ມີ​ເຊື້ອແປ້ງ​ໃນ​ເຈັດ​ວັນ​ນັ້ນ ຈະ​ບໍ່ໄດ້​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.</verse>
				<verse number="16">ໃນ​ມື້​ທີ​ໜຶ່ງ ແລະ​ໃນ​ມື້​ທີ​ເຈັດ ພວກເຈົ້າ​ຕ້ອງ​ມາ​ເຕົ້າໂຮມ​ກັນ​ນະມັດສະການ​ເຮົາ. ຢ່າ​ເຮັດ​ວຽກ​ໃດໆ​ໃນ​ສອງ​ມື້​ນັ້ນ ແຕ່​ໃຫ້​ພວກເຈົ້າ​ຕຽມ​ອາຫານ​ກິນ​ໄດ້.</verse>
				<verse number="17">ຈົ່ງ​ຖື​ຮັກສາ​ພິທີ​ກິນ​ເຂົ້າຈີ່ ບໍ່ມີ​ເຊື້ອແປ້ງ​ນີ້​ໄວ້ ເພາະ​ໃນວັນນີ້​ເອງ ທີ່​ເຮົາ​ໄດ້​ນຳ​ປະຊາຊົນ​ເຜົ່າ​ຕ່າງໆ​ຂອງ​ພວກເຈົ້າ​ອອກ​ໄປ​ຈາກ​ປະເທດ​ເອຢິບ. ຈົ່ງ​ຖື​ວັນນີ້​ເປັນ​ວັນ​ສະຫລອງ​ປະຈຳ​ປີ​ຕະຫລອດໄປ​ທຸກ​ຊົ່ວ​ອາຍຸ​ຄົນ.</verse>
				<verse number="18">ໃນ​ຕອນ​ຄໍ່າ​ຂອງ​ມື້​ທີ​ສິບສີ່ ເດືອນ​ທີ​ໜຶ່ງ ຈົນເຖິງ​ຕອນ​ຄໍ່າ​ຂອງ​ມື້​ທີ​ຊາວເອັດ ຢ່າ​ກິນ​ເຂົ້າຈີ່​ມີ​ເຊື້ອແປ້ງ.</verse>
				<verse number="19">ໃນ​ເຈັດ​ວັນ​ນີ້ ຢ່າ​ໃຫ້​ມີ​ເຊື້ອແປ້ງ​ຢູ່​ໃນ​ເຮືອນ. ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ກິນ​ເຂົ້າຈີ່​ມີ​ເຊື້ອແປ້ງ ບໍ່​ວ່າ​ເປັນ​ຄົນ​ຕ່າງດ້າວ ຫລື​ເປັນ​ຄົນ​ອິດສະຣາເອນ​ກໍຕາມ ລາວ​ຈະ​ບໍ່ໄດ້​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.”</verse>
				<verse number="20"></verse>
				<verse number="21">ໂມເຊ​ໄດ້​ເອີ້ນ​ບັນດາ​ຫົວໜ້າ​ຂອງ​ຊາວ​ອິດສະຣາເອນ​ມາ​ຮ່ວມ​ປະຊຸມ​ກັນ ແລະ​ກ່າວ​ຕໍ່​ພວກເຂົາ​ວ່າ, “ໃຫ້​ພວກເຈົ້າ​ແຕ່ລະຄົນ​ໄປ​ເລືອກ​ເອົາ​ລູກແກະ ຫລື​ລູກ​ແບ້ເຖິກ​ໂຕໜຶ່ງ​ມາ​ຂ້າ ເພື່ອ​ເປັນ​ການ​ສະຫລອງ​ປັດສະຄາ.</verse>
				<verse number="22">ຈົ່ງ​ເອົາ​ໃບ​ຫູສົບ​ມັດ​ໜຶ່ງ​ຈຸ່ມ​ລົງ​ໃນ​ຂັນ ທີ່​ມີ​ເລືອດ​ແລະ​ທາ​ເລືອດ​ນັ້ນ​ໃສ່​ອ້ອມ​ຂອບ​ວົງ​ປະຕູ. ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ອອກ​ຈາກ​ເຮືອນ​ຈົນກວ່າ​ຈະ​ຮຸ່ງ​ເຊົ້າ.</verse>
				<verse number="23">ເມື່ອ​ພຣະເຈົ້າຢາເວ​ຜ່ານ​ດິນແດນ​ເອຢິບ​ໄປ ເພື່ອ​ຂ້າ​ຊາວ​ເອຢິບ​ນັ້ນ ພຣະເຈົ້າຢາເວ​ຈະ​ເຫັນ​ເລືອດ​ທີ່​ທາ​ອ້ອມ​ຂອບ​ໄມ້​ວົງປະຕູ ແລະ​ຈະ​ບໍ່​ໃຫ້​ທູດ​ແຫ່ງ​ຄວາມຕາຍ ເຂົ້າ​ໄປ​ໃນ​ເຮືອນ ແລະ​ປະຫານ​ພວກເຈົ້າ.</verse>
				<verse number="24">ພວກເຈົ້າ​ພ້ອມ​ທັງ​ລູກຫລານ ຈົ່ງ​ຖື​ຄຳສັ່ງ​ນີ້​ຕະຫລອດໄປ.</verse>
				<verse number="25">ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ ຈະ​ມອບ​ໃຫ້​ພວກເຈົ້າ​ນັ້ນ ພວກເຈົ້າ​ຕ້ອງ​ໄດ້​ຈັດ​ພິທີ​ນີ້​ຂຶ້ນ.</verse>
				<verse number="26">ເມື່ອ​ພວກ​ລູກຫລານ​ຖາມ​ວ່າ, ‘ພິທີ​ນີ້​ມີ​ຄວາມໝາຍ​ວ່າ​ຢ່າງ​ໃດ?’</verse>
				<verse number="27">ໃຫ້​ພວກເຈົ້າ​ຕອບ​ວ່າ, ‘ແມ່ນ​ພິທີ​ສະຫລອງ​ປັດສະຄາ ເພື່ອ​ຖວາຍ​ແກ່​ພຣະເຈົ້າຢາເວ ເພາະວ່າ​ພຣະອົງ​ໄດ້​ຜ່ານ​ເວັ້ນ​ເຮືອນ​ຂອງ​ຊາວ​ອິດສະຣາເອນ​ຢູ່​ໃນ​ປະເທດ​ເອຢິບ. ພຣະອົງ​ໄດ້​ຂ້າ​ຊາວ​ເອຢິບ ແຕ່​ໄດ້​ໄວ້​ຊີວິດ​ພວກເຮົາ.”’ ຈາກ​ນັ້ນ ຊາວ​ອິດສະຣາເອນ​ກໍໄດ້​ພາກັນ​ຄຸເຂົ່າ​ລົງ​ແລະ​ນ້ອມ​ນະມັດສະການ.</verse>
				<verse number="28">ແລ້ວ​ພວກເຂົາ​ກໍ​ພາກັນ​ໄປ​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ ແລະ​ອາໂຣນ​ໄວ້​ນັ້ນ​ທຸກປະການ.</verse>
				<verse number="29">ແລ້ວ​ໃນ​ຕອນ​ທ່ຽງຄືນ ພຣະເຈົ້າຢາເວ​ກໍໄດ້​ຂ້າ​ລູກຊາຍກົກ​ທັງໝົດ​ໃນ​ປະເທດ​ເອຢິບ ຕັ້ງແຕ່​ລູກຊາຍກົກ​ຂອງ​ກະສັດ​ຟາໂຣ​ຜູ້​ທີ່​ຈະ​ສືບ​ບັນລັງ ເຖິງ​ລູກຊາຍກົກ​ຂອງ​ນັກໂທດ​ຜູ້​ທີ່​ຖືກ​ຄຸມຂັງ​ຢູ່​ໃນ​ຄຸກ​ມືດ; ລູກ​ສັດ​ໂຕ​ເຖິກ​ຫົວປີ​ກໍໄດ້​ຖືກ​ຂ້າ​ຄື​ກັນ.</verse>
				<verse number="30">ໃນ​ຄືນ​ນັ້ນ ກະສັດ​ຟາໂຣ, ບັນດາ​ຂ້າຣາຊການ ແລະ​ຊາວ​ເອຢິບ​ທັງໝົດ​ຕ່າງ​ກໍ​ຕື່ນ​ຂຶ້ນ​ມາ. ສຽງ​ຮ້ອງໄຫ້​ຄໍ່າຄວນ​ອຶກກະທຶກ ໄດ້​ດັງ​ສະໜັ່ນ​ໄປ​ທົ່ວ​ປະເທດ​ເອຢິບ ເພາະວ່າ​ທຸກ​ບ້ານ ທຸກ​ເຮືອນ​ໃດ​ກໍ​ມີ​ຄົນ​ຕາຍ.</verse>
				<verse number="31">ໃນ​ຄືນ​ນັ້ນ​ເອງ ກະສັດ​ຟາໂຣ​ໄດ້​ເອີ້ນ​ໂມເຊ ແລະ​ອາໂຣນ​ມາ​ພົບ ແລະ​ບອກ​ວ່າ, “ໃຫ້​ພວກເຈົ້າ​ພາ​ຊາວ​ອິດສະຣາເອນ​ອອກ​ໄປ​ສາ ຈົ່ງ​ໜີ​ອອກ​ໄປ​ຈາກ​ປະເທດ​ຂອງເຮົາ​ດຽວ​ນີ້ ໄປ​ນະມັດສະການ​ພຣະເຈົ້າຢາເວ​ຕາມ​ທີ່​ພວກເຈົ້າ​ຂໍຮ້ອງ​ສາ​ເຖີດ.</verse>
				<verse number="32">ໃຫ້​ເອົາ​ຝູງແກະ​ຝູງແບ້​ກັບ​ຝູງງົວ​ຂອງ​ພວກເຈົ້າ​ໜີໄປ​ນຳ ແລະ​ຈົ່ງ​ພາວັນນາ​ອະທິຖານ​ຂໍ​ຊົງ​ໂຜດ​ອວຍພອນ​ເຮົາ​ດ້ວຍ.”</verse>
				<verse number="33">ຊາວ​ເອຢິບ​ໄດ້​ຂໍຮ້ອງ​ຊົນຊາດ​ນີ້​ໃຫ້​ຟ້າວ​ອອກ​ໜີໄປ​ຈາກ​ປະເທດ. ພວກເຂົາ​ໄດ້​ເວົ້າ​ວ່າ, “ພວກເຮົາ​ຈະ​ຕາຍ​ກັນ​ໝົດ​ຖ້າ​ພວກເຈົ້າ​ບໍ່​ໜີໄປ.”</verse>
				<verse number="34">ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ຈັດຕຽມ​ເອົາ​ແປ້ງ​ດິບ​ທີ່​ບໍ່ທັນ​ມີ​ເຊື້ອແປ້ງ​ເທື່ອ ພ້ອມ​ດ້ວຍ​ຮາງ​ນວດ​ແປ້ງ​ຫໍ່​ໃສ່​ເສື້ອຄຸມ​ຊັ້ນນອກ​ແບກ​ໄປ.</verse>
				<verse number="35">ພວກເຂົາ​ກະທຳ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້ ຄື​ໄດ້​ຂໍ​ໃຫ້​ເອົາ​ເຄື່ອງ​ເງິນ, ເຄື່ອງ​ຄຳ​ແລະ​ເສື້ອຜ້າ​ນຳ​ຊາວ​ເອຢິບ.</verse>
				<verse number="36">ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຊາວ​ເອຢິບ​ຢຳເກງ​ຊາວ​ອິດສະຣາເອນ ແລະ​ມອບ​ສິ່ງຂອງ​ໃຫ້​ພວກເຂົາ​ຕາມ​ທີ່​ຊາວ​ອິດສະຣາເອນ​ຂໍຮ້ອງ​ເອົາ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງໄດ້​ຢຶດເອົາ​ຊັບສົມບັດ​ຂອງ​ຊາວ​ເອຢິບ​ໄປ.</verse>
				<verse number="37">ຊາວ​ອິດສະຣາເອນ​ພາກັນ​ອອກ​ໄປ​ຈາກ​ເມືອງ​ຣາມາເຊັດ ມຸ້ງໜ້າ​ສູ່​ເມືອງ​ຊຸກໂກດ. ຜູ້​ເດີນທາງ​ມີ​ປະມານ​ຫົກແສນ​ຄົນ​ໂດຍ​ບໍ່​ນັບ​ຜູ້ຍິງ​ແລະ​ເດັກນ້ອຍ.</verse>
				<verse number="38">ນອກຈາກນີ້​ກໍ​ຍັງ​ມີ​ຄົນ​ເຊື້ອຊາດ​ອື່ນໆ ຝູງແກະ​ຝູງແບ້​ແລະ​ຝູງງົວ ເດີນທາງ​ໄປ​ນຳ​ອີກ​ດ້ວຍ.</verse>
				<verse number="39">ພວກເຂົາ​ໄດ້​ເອົາ​ກ້ອນ​ເຂົ້າຈີ່​ດິບ​ທີ່​ນຳ​ມາ​ຈາກ​ປະເທດ​ເອຢິບ ຊຶ່ງ​ຍັງ​ບໍ່​ທັນ​ໃສ່​ເຊື້ອແປ້ງ​ເທື່ອນັ້ນ ປີ້ງ​ກິນ​ເປັນ​ອາຫານ. ຍ້ອນ​ວ່າ​ພວກເຂົາ​ຖືກ​ຂັບໄລ່​ໃຫ້​ອອກ​ຈາກ​ປະເທດ​ເອຢິບ​ຢ່າງ​ກະທັນຫັນ. ສະນັ້ນ ພວກເຂົາ​ຈຶ່ງ​ບໍ່ມີ​ເວລາ​ພໍ​ທີ່​ຈະ​ຕຽມ​ອາຫານ ຫລື​ເຮັດ​ເຂົ້າຈີ່​ມີ​ເຊື້ອແປ້ງ​ໄວ້​ກິນ.</verse>
				<verse number="40">ຊາວ​ອິດສະຣາເອນ​ໄດ້​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ເປັນ​ເວລາ ສີ່ຮ້ອຍ​ສາມສິບ​ປີ.</verse>
				<verse number="41">ພໍດີ​ສິ້ນ​ປີ​ທີ​ສີ່ຮ້ອຍ​ສາມສິບ ປະຊາຊົນ​ໝົດ​ທຸກ​ເຜົ່າ​ຂອງ​ພຣະເຈົ້າຢາເວ ກໍໄດ້​ອອກ​ໄປ​ຈາກ​ປະເທດ​ເອຢິບ.</verse>
				<verse number="42">ຄືນ​ວັນນັ້ນ ເປັນ​ຄືນ​ທີ່​ຄວນ​ຈົດຈຳ​ໄວ້​ເປັນ​ທີ່ລະນຶກ​ອັນ​ຍິ່ງໃຫຍ່​ເຖິງ​ພຣະເຈົ້າຢາເວ ເພາະ​ໄດ້​ຊົງ​ນຳພາ​ພວກເຂົາ​ອອກ​ຈາກ​ປະເທດ​ເອຢິບ. ຄືນ​ວັນນັ້ນ ຈຶ່ງ​ເປັນ​ຄືນ​ຂອງ​ພຣະເຈົ້າຢາເວ​ທີ່​ຊາວ​ອິດສະຣາເອນ​ທັງໝົດ​ຖື​ເປັນ​ທີ່ລະນຶກ​ຕະຫລອດ​ຊົ່ວອາຍຸ​ຂອງ​ພວກເຂົາ.</verse>
				<verse number="43">ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ແລະ​ອາໂຣນ​ວ່າ, “ຕໍ່ໄປນີ້ ແມ່ນ​ກົດລະບຽບ​ກ່ຽວກັບ​ພິທີ​ສະຫລອງ​ປັດສະຄາ ຄື​ຢ່າ​ໃຫ້​ຄົນຕ່າງຊາດ​ຮ່ວມ​ກິນ​ປັດສະຄາ</verse>
				<verse number="44">ແຕ່​ທາດຮັບໃຊ້​ຜູ້​ທີ່​ນາຍ​ໄດ້​ຊື້​ມາ ແລະ​ເຂົ້າ​ພິທີຕັດ​ແລ້ວ​ໃຫ້​ຮ່ວມ​ກິນ​ນຳ​ໄດ້.</verse>
				<verse number="45">ຢ່າ​ໃຫ້​ຄົນ​ທີ່​ອາໄສ​ຢູ່​ຊົ່ວຄາວ ຫລື​ລູກຈ້າງ​ກິນ​ອາຫານ​ສຳລັບ​ພິທີ​ສະຫລອງ​ປັດສະຄາ.</verse>
				<verse number="46">ອາຫານ​ທັງໝົດ​ໃຫ້​ກິນ​ຢູ່​ໃນ​ເຮືອນ ແລະ​ຢ່າ​ນຳ​ອອກ​ໄປ​ກິນ​ນອກ​ເຮືອນ. ຢ່າ​ຫັກ​ກະດູກ​ສັດ​ທີ່​ຕົນ​ໄດ້​ຂ້າ​ກິນ​ໃນ​ພິທີ​ນີ້.</verse>
				<verse number="47">ໃຫ້​ຊຸມຊົນ​ອິດສະຣາເອນ​ທັງໝົດ​ສະຫລອງ​ເທດສະການ​ນີ້.</verse>
				<verse number="48">ແຕ່​ຢ່າ​ໃຫ້​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ຮ່ວມ​ກິນ​ນຳ. ຖ້າ​ຄົນຕ່າງຊາດ​ຜູ້ໜຶ່ງ​ໃນ​ທ່າມກາງ​ພວກເຂົາ​ຢາກ​ຈະ​ຈັດ​ປັດສະຄາ ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ ຕ້ອງ​ໃຫ້​ຜູ້ຊາຍ​ທຸກໆ​ຄົນ​ໃນ​ຄອບຄົວ​ຜູ້ນັ້ນ​ຮັບ​ພິທີຕັດ​ເສຍ​ກ່ອນ. ແລ້ວ​ພວກເຂົາ​ກໍ​ຈະ​ເຂົ້າ​ຮ່ວມ​ໃນ​ພິທີ​ນີ້​ໄດ້ ໂດຍ​ຮັບ​ການ​ປະຕິບັດ​ເໝືອນ​ກັບ​ວ່າ ຕົນ​ເປັນ​ຊາວ​ອິດສະຣາເອນ​ມາ​ແຕ່​ກຳເນີດ.</verse>
				<verse number="49">ກົດລະບຽບ​ອັນ​ດຽວກັນ​ນີ້​ໃຫ້​ໃຊ້​ສຳລັບ​ຄົນ​ອິດສະຣາເອນ​ແຕ່​ກຳເນີດ ແລະ​ສຳລັບ​ຄົນ​ຕ່າງດ້າວ​ຜູ້​ທີ່​ອາໄສ​ຢູ່​ນຳ​ພວກເຈົ້າ​ຄື​ກັນ.”</verse>
				<verse number="50">ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ເຮັດ​ຕາມ​ກົດລະບຽບ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ ແລະ​ອາໂຣນ​ທຸກປະການ.</verse>
				<verse number="51">ໃນ​ວັນ​ນັ້ນ​ເອງ ພຣະເຈົ້າຢາເວ​ໄດ້​ນຳ​ຊາວ​ອິດສະຣາເອນ​ເຜົ່າ​ຕ່າງໆ​ອອກ​ໄປ​ຈາກ​ດິນແດນ​ປະເທດ​ເອຢິບ.</verse>
			</chapter>
			<chapter number="13">
				<verse number="1">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,</verse>
				<verse number="2">“ຈົ່ງ​ອຸທິດ​ຖວາຍ​ລູກຊາຍກົກ​ທຸກຄົນ​ແກ່​ເຮົາ. ລູກຊາຍກົກ​ຂອງ​ຊາວ​ອິດສະຣາເອນ​ທຸກໆ​ຄົນ ແລະ​ສັດ​ໂຕ​ເຖິກ​ຫົວປີ​ທຸກໆ​ໂຕ​ເປັນ​ຂອງເຮົາ.”</verse>
				<verse number="3">ແລ້ວ​ໂມເຊ​ກໍ​ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ຈົດຈຳ​ວັນນີ້ ເປັນ​ວັນ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ອົບພະຍົບ​ອອກ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ຕົກ​ເປັນ​ທາດຮັບໃຊ້​ນັ້ນ. ວັນ​ນີ້​ເປັນ​ວັນ​ທີ່​ພຣະເຈົ້າຢາເວ ໄດ້​ນຳ​ພວກເຈົ້າ​ອອກ​ມາ​ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່. ສະນັ້ນ ຢ່າ​ກິນ​ເຂົ້າຈີ່​ມີ​ເຊື້ອແປ້ງ​ໃດໆ.</verse>
				<verse number="4">ພວກເຈົ້າ​ກຳລັງ​ອອກ​ໄປ​ຈາກ​ປະເທດ​ເອຢິບ​ໃນ​ເດືອນ​ທີ​ໜຶ່ງ​ວັນ​ນີ້ ຄື​ເດືອນ​ອາບີບ.</verse>
				<verse number="5">ພຣະເຈົ້າຢາເວ​ໄດ້​ສັນຍາ​ຢ່າງ​ໜັກແໜ້ນ​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ​ວ່າ ພຣະອົງ​ຈະ​ຍົກ​ດິນແດນ​ຂອງ​ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ຮີວີ ແລະ​ຊາວ​ເຢບຸດ​ໃຫ້​ພວກເຈົ້າ. ເມື່ອ​ພຣະອົງ​ໄດ້​ນຳ​ພວກເຈົ້າ ເຂົ້າ​ໄປ​ໃນ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ​ນັ້ນ​ແລ້ວ ພວກເຈົ້າ​ຕ້ອງ​ສະຫລອງ​ເທດສະການ​ນີ້​ທຸກໆ​ປີ​ໃນ​ເດືອນ​ທີ​ໜຶ່ງ.</verse>
				<verse number="6">ຈົ່ງ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ ແລະ​ໃນ​ວັນ​ທີ​ເຈັດ​ໃຫ້​ຈັດ​ເທດສະການ​ເພື່ອ​ຍົກຍໍ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ.</verse>
				<verse number="7">ໃນ​ເວລາ​ເຈັດ​ວັນ​ນີ້ ຢ່າ​ກິນ​ເຂົ້າຈີ່​ມີ​ເຊື້ອ​ແປ້ງ​ຢ່າງ​ເດັດຂາດ ແລະ​ທັງ​ຢ່າ​ໃຫ້​ມີ​ເຂົ້າຈີ່​ທີ່​ມີ​ເຊື້ອ​ແປ້ງ​ໃດໆ ຕາມ​ເຮືອນ​ໃນ​ດິນແດນ​ທີ່​ພວກເຈົ້າ​ອາໄສ​ຢູ່​ນັ້ນ.</verse>
				<verse number="8">ໃນ​ວັນ​ເລີ່ມຕົ້ນ​ເທດສະການ ຈົ່ງ​ອະທິບາຍ​ສູ່​ພວກ​ລູກຫລານ​ຂອງ​ພວກເຈົ້າ​ຟັງ​ວ່າ ພວກເຈົ້າ​ເຮັດ​ສິ່ງ​ທັງໝົດ​ນີ້ ກໍ​ເພາະວ່າ​ພຣະເຈົ້າຢາເວ​ໄດ້​ຊ່ວຍເຫລືອ​ພວກເຈົ້າ ໃນ​ສະໄໝ​ທີ່​ໜີ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ.</verse>
				<verse number="9">ແລະ​ສິ່ງ​ນີ້​ໃຫ້ເຮັດ​ເປັນ​ສັນຍາລັກ​ຂອງ​ພວກເຈົ້າ ເໝືອນ​ສິ່ງ​ໜຶ່ງ​ທີ່​ຜູກ​ໄວ້​ຕາມ​ແຂນ ຫລື​ຄຽນ​ໄວ້​ທີ່​ໜ້າຜາກ. ມັນ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ສືບຕໍ່​ເລົ່າ ແລະ​ສຶກສາ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ; ເພາະວ່າ​ພຣະເຈົ້າຢາເວ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.</verse>
				<verse number="10">ຈົ່ງ​ສະຫລອງ​ເທດສະການ​ນີ້​ທຸກໆ​ປີ​ເມື່ອ​ກຳນົດ​ມາ​ເຖິງ.”</verse>
				<verse number="11">ແລ້ວ​ໂມເຊ​ກໍໄດ້​ກ່າວ​ວ່າ, “ພຣະເຈົ້າຢາເວ​ຈະ​ນຳ​ພວກເຈົ້າ​ເຂົ້າ​ໄປ​ສູ່​ດິນແດນ​ການາອານ ບ່ອນ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ຢ່າງ​ໜັກແໜ້ນ​ວ່າ ຈະ​ຍົກ​ໃຫ້​ພວກເຈົ້າ​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ. ເມື່ອ​ພຣະອົງ​ມອບ​ດິນແດນ​ໃຫ້​ພວກເຈົ້າ​ແລ້ວ</verse>
				<verse number="12">ພວກເຈົ້າ​ຕ້ອງ​ຖວາຍ​ລູກຊາຍກົກ​ແກ່​ພຣະເຈົ້າຢາເວ. ສັດ​ໂຕ​ເຖິກ​ຫົວປີ​ທຸກໆ​ໂຕ​ຂອງ​ພວກເຈົ້າ​ເປັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="13">ແຕ່​ທຸກ​ເທື່ອ​ທີ່​ມີ​ລູກລໍ​ໂຕ​ເຖິກ​ເກີດ​ມາ ພວກເຈົ້າ​ຕ້ອງ​ເອົາ​ແກະ​ຫລື​ແບ້​ໂຕ​ເຖິກ​ແລກ​ເອົາ​ໄວ້. ຖ້າ​ພວກເຈົ້າ​ບໍ່​ຢາກ​ແລກ​ເອົາ​ໄວ້ ກໍ​ໃຫ້​ຫັກ​ຄໍ​ໂຕລໍ​ເຖິກ​ນັ້ນ​ຖິ້ມ​ເສຍ. ພວກເຈົ້າ​ຕ້ອງ​ໄຖ່​ຄືນ​ລູກຊາຍກົກ​ທຸກໆ​ຄົນ​ຂອງ​ພວກເຈົ້າ.</verse>
				<verse number="14">ຕໍ່ໄປ​ພາຍໜ້າ ເມື່ອ​ລູກຫລານ​ຂອງ​ພວກເຈົ້າ​ຖາມ​ວ່າ, ‘ການ​ເຮັດ​ແບບນີ້​ໝາຍຄວາມວ່າ​ຢ່າງ​ໃດ?’ ກໍ​ໃຫ້​ພວກເຈົ້າ​ບອກ​ພວກເຂົາ​ວ່າ, ‘ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ ພຣະອົງ​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຮົາ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້.</verse>
				<verse number="15">ເມື່ອ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ໃຈ​ແຂງ​ກະດ້າງ​ດື້ດຶງ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ພວກເຮົາ​ໄປ​ນັ້ນ ພຣະເຈົ້າຢາເວ​ໄດ້​ຂ້າ​ລູກຊາຍກົກ​ຫົວປີ​ທັງໝົດ​ຂອງ​ຊາວ​ເອຢິບ​ຄື: ລູກຊາຍກົກ​ຂອງ​ຄົນ​ແລະ​ທັງ​ລູກຫົວປີ​ຂອງ​ສັດ​ໂຕ​ເຖິກ​ຄື​ກັນ. ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ຕ້ອງ​ຖວາຍບູຊາ​ລູກຫົວປີ​ຂອງ​ສັດ​ໂຕ​ເຖິກ​ແກ່​ພຣະເຈົ້າຢາເວ, ແຕ່​ສ່ວນ​ລູກຊາຍກົກ​ນັ້ນ ພວກເຮົາ​ໄຖ່​ຄືນ​ໄວ້​ໄດ້.</verse>
				<verse number="16">ສິ່ງ​ນີ້​ຈະ​ເປັນ​ເຄື່ອງໝາຍ​ຜູກ​ໄວ້​ທີ່​ແຂນ ຫລື​ຄຽນ​ໄວ້​ທີ່​ໜ້າຜາກ​ຂອງ​ພວກເຈົ້າ. ມັນ​ຈະ​ເຕືອນ​ພວກເຮົາ​ວ່າ ພຣະເຈົ້າຢາເວ​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.”’</verse>
				<verse number="17">ເມື່ອ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ໄດ້​ປ່ອຍ​ປະຊາຊົນ​ອິດສະຣາເອນ​ໄປ​ນັ້ນ ພຣະເຈົ້າ​ບໍ່ໄດ້​ນຳພາ​ພວກເຂົາ​ຂຶ້ນ​ໄປ​ທາງ​ດິນແດນ​ຟີລິດສະຕິນ ເຖິງ​ແມ່ນ​ວ່າ​ທາງ​ນັ້ນ​ຈະ​ເປັນ​ທາງ​ໃກ້​ກໍຕາມ. ພຣະເຈົ້າ​ຄິດ​ໃນ​ໃຈ​ວ່າ, “ເຮົາ​ບໍ່​ຕ້ອງການ​ໃຫ້​ປະຊາຊົນ​ຄິດ​ປ່ຽນໃຈ​ກັບຄືນ​ໄປ​ທີ່​ປະເທດ​ເອຢິບ ເມື່ອ​ພວກເຂົາ​ເຫັນ​ວ່າ​ພວກເຂົາ​ຕ້ອງ​ເຮັດ​ເສິກ.”</verse>
				<verse number="18">ດັ່ງນັ້ນ ພຣະອົງ​ຈຶ່ງ​ນຳ​ພວກເຂົາ​ອ້ອມ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ມຸ້ງໜ້າ​ໄປ​ສູ່​ທະເລແດງ. ຊາວ​ອິດສະຣາເອນ​ຕ່າງ​ກໍ​ມີ​ອາວຸດ​ຄົບມື​ເພື່ອ​ຕຽມ​ສູ້ຮົບ.</verse>
				<verse number="19">ໂມເຊ​ເອົາ​ຊາກສົບ​ຂອງ​ໂຢເຊັບ​ໄປ​ນຳ ເພາະ​ໂຢເຊັບ​ໄດ້​ສັ່ງ​ໄວ້​ຢ່າງ​ໜັກແໜ້ນ. ເພິ່ນ​ໄດ້​ສັ່ງ​ໄວ້​ວ່າ, “ເມື່ອ​ພຣະເຈົ້າ​ມາ​ຊ່ວຍກູ້​ເອົາ​ພວກເຈົ້າ ພວກເຈົ້າ​ຕ້ອງ​ນຳ​ເອົາ​ຊາກສົບ​ຂອງຂ້ອຍ​ໄປ​ຈາກ​ທີ່​ນີ້.”</verse>
				<verse number="20">ຊາວ​ອິດສະຣາເອນ​ໄດ້​ອົບພະຍົບ​ຈາກ​ທ້ອງຖິ່ນ​ຊຸກໂກດ ໄປ​ຕັ້ງ​ຄ້າຍພັກ​ຢູ່​ໃນ​ທ້ອງຖິ່ນ​ເອທາມ ທີ່​ແຄມ​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="21">ໃນ​ລະຫວ່າງ​ການ​ເດີນທາງ​ນັ້ນ ພຣະເຈົ້າຢາເວ​ໄດ້​ນຳ​ໜ້າ​ພວກເຂົາ​ໄປ ໂດຍ​ບັນດານ​ໃຫ້​ມີ​ເສົາເມກ​ຊີ້​ທາງ​ໄປ​ໃນ​ເວລາ​ກາງເວັນ ແລະ​ມີ​ເສົາໄຟ​ເຍືອງ​ທາງ​ໄປ​ໃນ​ເວລາ​ກາງຄືນ ເພື່ອ​ພວກເຂົາ​ຈະ​ເດີນທາງ​ທັງ​ກາງເວັນ​ແລະ​ກາງຄືນ​ໄດ້.</verse>
				<verse number="22">ຕະຫລອດ​ການ​ເດີນທາງ​ນັ້ນ ເສົາເມກ​ໄດ້​ຊີ້​ທາງ​ໃນ​ເວລາ​ກາງເວັນ ແລະ​ເສົາໄຟ​ໄດ້​ຊີ້​ທາງ​ໃນ​ເວລາ​ກາງຄືນ.</verse>
			</chapter>
			<chapter number="14">
				<verse number="1">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ,</verse>
				<verse number="2">“ຈົ່ງ​ບອກ​ຊາວ​ອິດສະຣາເອນ​ໃຫ້​ກັບ​ເມືອ​ຕັ້ງ​ຄ້າຍພັກ​ຢູ່​ຕໍ່ໜ້າ​ຂອງ​ປີຮາຮີໂຣດ; ລະຫວ່າງ​ມິກໂດນ​ກັບ​ທະເລແດງ ແລະ​ຢູ່​ໃກ້​ກັບ ບາອານເຊໂຟນ.</verse>
				<verse number="3">ແລ້ວ​ກະສັດ​ຟາໂຣ​ກໍ​ຈະ​ຄິດ​ວ່າ ຊາວ​ອິດສະຣາເອນ​ກຳລັງ​ເດີນທາງ​ວົນວຽນ​ໄປມາ​ຢູ່​ໃນ​ຂົງເຂດ​ນີ້ ໂດຍ​ມີ​ຖິ່ນ​ແຫ້ງແລ້ງ​ກັນດານ​ກີດກັ້ນ​ໄວ້.</verse>
				<verse number="4">ເຮົາ​ຈະ​ເຮັດ​ໃຫ້​ລາວ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຂຶ້ນ​ອີກ ແລະ​ໄລ່​ຕິດຕາມ​ພວກເຈົ້າ​ມາ ແລະ​ໄຊຊະນະ​ຂອງເຮົາ​ທີ່​ມີ​ຕໍ່​ລາວ ແລະ​ກອງທັບ​ຂອງ​ລາວ ຈະ​ນຳ​ກຽດ​ສັກສີ​ແລະ​ຊື່ສຽງ​ມາ​ໃຫ້​ເຮົາ. ແລ້ວ​ຊາວ​ເອຢິບ​ກໍ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ.” ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ເຮັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ນັ້ນ​ທຸກປະການ.</verse>
				<verse number="5">ເມື່ອ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ຮູ້​ວ່າ ປະຊາຊົນ​ອິດສະຣາເອນ​ໄດ້​ໜີໄປ​ແລ້ວ, ກະສັດ​ຟາໂຣ ແລະ​ບັນດາ​ຂ້າຣາຊການ​ກໍ​ປ່ຽນໃຈ​ແລະ​ສອບ​ຖາມ​ວ່າ, “ເປັນຫຍັງ​ພວກເຮົາ​ຈຶ່ງ​ເຮັດ​ຢ່າງ​ນີ້? ພວກເຮົາ​ໄດ້​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ໜີໄປ ແລະ​ພວກເຮົາ​ກໍ​ເສຍ​ທາດຮັບໃຊ້​ໄປ​ໝົດ.”</verse>
				<verse number="6">ສະນັ້ນ ກະສັດ​ຟາໂຣ​ຈຶ່ງ​ຈັດ​ລົດຮົບ​ແລະ​ທະຫານ​ຕຽມພ້ອມ.</verse>
				<verse number="7">ເພິ່ນ​ໄດ້​ເອົາ​ລົດຮົບ​ທັງໝົດ​ອອກ​ມາ​ໃຊ້ ຊຶ່ງ​ລວມ​ທັງ​ລົດຮົບ​ດີທີ່ສຸດ ຫົກຮ້ອຍ​ຄັນ​ໂດຍ​ມີ​ນາຍ​ທະຫານ​ບັນຊາການ.</verse>
				<verse number="8">ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ ແລະ​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ ຊຶ່ງ​ພວມ​ເດີນທາງ​ໄປ​ຢ່າງ​ມີໄຊ.</verse>
				<verse number="9">ກອງທັບ​ເອຢິບ​ຊຶ່ງ​ມີ​ທະຫານ​ມ້າ ລວມ​ທັງ​ລົດຮົບ​ແລະ​ຄົນ​ຂັບ ໄດ້​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ​ມາ ແລະ​ທັນ​ພວກເຂົາ​ຢູ່​ໃກ້​ກັບ ປີຮາຮີໂຣດ; ຄື​ຕໍ່ໜ້າ​ບາອານເຊໂຟນ ຊື່​ບ່ອນ​ທີ່​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ແຄມ​ທະເລແດງ.</verse>
				<verse number="10">ເມື່ອ​ຊາວ​ອິດສະຣາເອນ​ໄດ້​ເຫັນ​ກະສັດ​ຟາໂຣ​ກັບ​ທະຫານ​ຂອງ​ເພິ່ນ​ໄລ່​ຕິດຕາມ​ມາ; ພວກເຂົາ​ຕ່າງ​ກໍ​ແຕກຕື່ນ​ຕົກໃຈ​ຢ່າງ​ໜັກ ທັງ​ຢ້ານ​ທັງ​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ.</verse>
				<verse number="11">ພວກເຂົາ​ຮ້ອງ​ໃສ່​ໂມເຊ​ວ່າ, “ໃນ​ປະເທດ​ເອຢິບ​ບໍ່ມີ​ບ່ອນ​ຝັງສົບ​ບໍ? ເປັນຫຍັງ​ຈຶ່ງ​ພາ​ພວກເຮົາ​ມາ​ຕາຍ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ເຊັ່ນນີ້? ເບິ່ງ​ພຸ້ນ​ດູ ຜົນ​ທີ່​ທ່ານ​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ</verse>
				<verse number="12">ພວກເຮົາ​ບອກ​ທ່ານ​ກ່ອນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ແລ້ວ​ວ່າ ເຫດການ​ເຊັ່ນນີ້​ຈະ​ເກີດຂຶ້ນ ບໍ່ແມ່ນ​ບໍ? ພວກເຮົາ​ໄດ້​ບອກ​ທ່ານ​ແລ້ວ​ວ່າ ຢ່າ​ຫຍຸ້ງກ່ຽວ​ກັບ​ພວກເຮົາ ແລະ​ປ່ອຍ​ໃຫ້​ພວກເຮົາ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ​ຕໍ່ໄປ. ເປັນ​ທາດຮັບໃຊ້​ຢູ່​ພຸ້ນ ກໍ​ດີກວ່າ​ມາ​ຕາຍ​ຢູ່​ໃນ​ກາງ​ຖິ່ນ​ແຫ້ງແລ້ງ​ກັນດານ​ເຊັ່ນນີ້.”</verse>
				<verse number="13">ແຕ່​ໂມເຊ​ຕອບ​ວ່າ, “ຢ່າ​ຢ້ານ​ເລີຍ ຕັ້ງໃຈ​ໃຫ້​ດີ ແລະ​ພວກເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ພຣະເຈົ້າຢາເວ​ກະທຳ ເພື່ອ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໃນ​ວັນນີ້ ພວກເຈົ້າ​ຈະ​ບໍ່​ເຫັນ​ຊາວ​ເອຢິບ​ເຫຼົ່ານີ້​ອີກ​ຈັກເທື່ອ.</verse>
				<verse number="14">ພຣະເຈົ້າຢາເວ​ຈະ​ສູ້ຮົບ​ຕາງ​ພວກເຈົ້າ ໂດຍ​ທີ່​ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ຫຍັງ​ເລີຍ.”</verse>
				<verse number="15">ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ເປັນຫຍັງ​ຈຶ່ງ​ຮ້ອງ​ຫາ​ເຮົາ​ໃຫ້​ຊ່ວຍເຫລືອ? ບອກ​ປະຊາຊົນ​ມຸ້ງໜ້າ​ຕໍ່ໄປ.</verse>
				<verse number="16">ຝ່າຍ​ເຈົ້າ ເຈົ້າ​ຈົ່ງ​ຍົກ​ໄມ້ຄ້ອນເທົ້າ​ຂອງ​ເຈົ້າ​ຂຶ້ນ ແລະ​ຊີ້​ໄປ​ເທິງ​ໜ້າ​ນໍ້າ​ທະເລ ແລະ​ມັນ​ຈະ​ແຍກ​ນໍ້າ​ອອກ​ໃຫ້​ເປັນ​ທາງຍ່າງ ເພື່ອ​ຊາວ​ອິດສະຣາເອນ​ຈະ​ສາມາດ​ຍ່າງ​ເທິງ​ພື້ນດິນ​ແຫ້ງ ແລະ​ຜ່ານ​ໄປ​ໄດ້.</verse>
				<verse number="17">ເຮົາ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ​ຍິ່ງ​ຂຶ້ນ ແລະ​ພວກເຂົາ​ຈະ​ໄລ່​ຕິດຕາມ​ພວກເຈົ້າ​ມາ ແລະ​ເຮົາ​ຈະ​ໄດ້​ຮັບ​ສະຫງ່າຣາສີ​ກຽດຕິຍົດ ເມື່ອ​ເຮົາ​ໄດ້​ຊະນະ​ກະສັດ​ຟາໂຣ, ກອງທັບ, ທະຫານ​ມ້າ, ລົດຮົບ, ພ້ອມ​ຄົນຂັບ​ຂອງ​ລາວ​ເທົ່ານັ້ນ.</verse>
				<verse number="18">ເມື່ອ​ເຮົາ​ໄດ້​ໄຊຊະນະ​ພວກເຂົາ​ແລ້ວ ຊາວ​ເອຢິບ​ຈຶ່ງ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
				<verse number="19">ສ່ວນ​ເທວະດາ​ຂອງ​ພຣະເຈົ້າ ຕົນ​ທີ່​ເຄີຍ​ນຳ​ໜ້າ​ຊາວ​ອິດສະຣາເອນ​ໄປ ກໍ​ມາ​ຢູ່​ເບື້ອງ​ຫລັງ​ພວກເຂົາ. ເສົາເມກ​ຊຶ່ງ​ຢູ່​ຂ້າງ​ໜ້າ​ກໍໄດ້​ຍ້າຍ​ກັບ​ມາ​ຂັ້ນ​ທາງ​ກາງ</verse>
				<verse number="20">ລະຫວ່າງ​ຊາວ​ເອຢິບ​ແລະ​ຊາວ​ອິດສະຣາເອນ. ເສົາເມກ​ນັ້ນ​ໄດ້​ເຮັດ​ໃຫ້​ດ້ານ​ຂອງ​ຊາວ​ເອຢິບ​ມືດ ແລະ​ດ້ານ​ຂອງ​ຊາວ​ອິດສະຣາເອນ​ແຈ້ງ ເພື່ອ​ສອງ​ຝ່າຍ​ຈະ​ເຂົ້າ​ປະເຊີນ​ໜ້າ​ກັນ​ບໍ່ໄດ້. ເຫດການ​ເປັນ​ຢູ່​ເຊັ່ນນີ້​ຕະຫລອດ​ຄືນ.</verse>
				<verse number="21">ໂມເຊ​ໄດ້​ເດ່​ມື​ຂອງຕົນ​ອອກ​ໄປ​ສູ່​ທະເລ ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ ໃຫ້​ລົມຮ້ອນ​ທາງ​ທິດ​ຕາເວັນອອກ​ພັດ​ທະເລ​ຕະຫລອດ​ຄືນ. ລົມ​ໄດ້​ພັດ​ທະເລ​ຢູ່​ຢ່າງ​ລຽນຕິດ​ຈົນ​ເຫັນ​ພື້ນດິນ​ແຫ້ງ. ນໍ້າ​ໄດ້​ແຍກ​ອອກ​ຈາກ​ກັນ​ເປັນ​ທາງຍ່າງ</verse>
				<verse number="22">ແລະ​ຊາວ​ອິດສະຣາເອນ​ໄດ້​ຍ່າງ​ເທິງ​ພື້ນດິນ​ແຫ້ງ​ຜ່ານ​ຂ້າມ​ໄປ ໂດຍ​ມີ​ນໍ້າ​ຂັ້ນ​ທັງສອງ​ຂ້າງ​ເໝືອນ​ກຳແພງ.</verse>
				<verse number="23">ຊາວ​ເອຢິບ​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ​ມາ​ຢ່າງ​ບໍ່​ລົດລະ ໂດຍ​ມີ​ທັງ​ທະຫານ​ມ້າ, ລົດຮົບ, ພ້ອມ​ຄົນຂັບ​ມຸ້ງໜ້າ​ເຂົ້າ​ໄປ​ໃນ​ທະເລ.</verse>
				<verse number="24">ຕອນ​ໃກ້​ຮຸ່ງ​ເຊົ້າ ພຣະເຈົ້າຢາເວ​ໄດ້​ສັງເກດ​ເບິ່ງ​ກອງທັບ​ເອຢິບ​ຈາກ​ເສົາເມກ ແລະ​ເສົາໄຟ. ສະນັ້ນ ພຣະອົງ​ຈຶ່ງ​ບັນດານ​ໃຫ້​ເກີດ​ອົນລາຫົນ​ຂຶ້ນ​ໃນ​ເຫຼົ່າ​ທະຫານ.</verse>
				<verse number="25">ພຣະອົງ​ໄດ້​ເຮັດ​ໃຫ້​ລໍ້​ລົດຮົບ​ຄາ​ດິນ ແລະ​ໝູນ​ໄປ​ໄດ້​ຍາກ​ເຕັມທີ. ເມື່ອ​ເຫັນ​ເປັນ​ເຊັ່ນນັ້ນ ຊາວ​ເອຢິບ​ຈຶ່ງ​ຮ້ອງ​ວ່າ, “ພຣະເຈົ້າຢາເວ​ກຳລັງ​ເຂົ້າ​ຂ້າງ​ພວກ​ອິດສະຣາເອນ​ສູ້ຮົບ​ພວກເຮົາ. ໃຫ້​ພາກັນ​ໜີ​ອອກ​ຈາກ​ທີ່​ນີ້​ດຽວ​ນີ້.”</verse>
				<verse number="26">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂມເຊ​ວ່າ, “ເດ່​ມື​ຂອງ​ເຈົ້າ​ອອກ​ສູ່​ທະເລ ແລະ​ນໍ້າ​ຈະ​ໄຫລ​ມາ​ຖ້ວມ​ຊາວ​ເອຢິບ ພ້ອມ​ທັງ​ລົດຮົບ​ແລະ​ຄົນຂັບ​ຂອງ​ພວກເຂົາ.”</verse>
				<verse number="27">ສະນັ້ນ ໂມເຊ​ຈຶ່ງ​ເດ່​ມື​ຂອງຕົນ​ອອກ​ສູ່​ທະເລ ແລະ​ແຕ່​ເຊົ້າໆ ນໍ້າ​ກໍໄດ້​ໄຫລ​ກັບຄືນ​ເຂົ້າ​ສູ່​ລະດັບ​ເດີມ. ຊາວ​ເອຢິບ​ພະຍາຍາມ​ແລ່ນ​ໜີ​ເອົາ​ຕົວ​ລອດ ແຕ່​ພຣະເຈົ້າຢາເວ​ໄດ້​ໂຍນ​ພວກເຂົາ​ຈົມ​ລົງ​ໃນ​ທະເລ.</verse>
				<verse number="28">ນໍ້າ​ໄຫລ​ກັບຄືນ​ມາ​ຖ້ວມ​ລົດຮົບ​ພ້ອມ​ຄົນຂັບ​ຄື: ກອງທັບ​ຊາວ​ເອຢິບ​ທັງໝົດ ຊຶ່ງ​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ທະເລ. ບໍ່ມີ​ຜູ້ໃດ​ລອດຊີວິດ​ມາ​ໄດ້​ຈັກ​ຄົນ.</verse>
				<verse number="29">ສ່ວນ​ຊາວ​ອິດສະຣາເອນ​ນັ້ນ​ກໍໄດ້​ຍ່າງ​ໄປ​ເທິງ​ພື້ນດິນ​ແຫ້ງ​ຢ່າງ​ປອດໄພ​ຄື: ບ່ອນ​ມີ​ນໍ້າ​ຂັ້ນ​ທັງສອງ​ຂ້າງ​ດັ່ງ​ກຳແພງ.</verse>
				<verse number="30">ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ໄດ້​ໂຜດ​ຊ່ວຍ​ປະຊາຊົນ​ອິດສະຣາເອນ ໃຫ້​ພົ້ນ​ຈາກ​ການ​ຕິດຕາມ​ທຳລາຍ​ຂອງ​ຊາວ​ເອຢິບ. ຊາວ​ອິດສະຣາເອນ​ໄດ້​ເຫັນ​ຊາກສົບ​ຂອງ​ຊາວ​ເອຢິບ ຢາຍ​ເດຍລະດາດ​ຢູ່​ຕາມ​ແຄມ​ທະເລ.</verse>
				<verse number="31">ເມື່ອ​ຊາວ​ອິດສະຣາເອນ​ໄດ້​ເຫັນ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ໄຊ​ຊະນະ​ຊາວ​ເອຢິບ​ເຊັ່ນນີ້ ພວກເຂົາ​ຈຶ່ງ​ຢ້ານຢຳ​ພຣະເຈົ້າຢາເວ; ພວກເຂົາ​ຕ່າງ​ກໍ​ມີ​ຄວາມເຊື່ອ​ໃນ​ພຣະເຈົ້າຢາເວ ແລະ​ໃນ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ.</verse>
			</chapter>
			<chapter number="15">
				<verse number="1">ແລ້ວ​ໂມເຊ​ກັບ​ຊາວ​ອິດສະຣາເອນ​ກໍໄດ້​ຮ້ອງເພງ​ນີ້ ສັນລະເສີນ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ເພາະ​ໄຊຊະນະ​ຂອງ​ພຣະອົງ​ຊ່າລື​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກ. ພຣະອົງ​ໄດ້​ໂຍນ​ຝູງ​ມ້າ​ພ້ອມ​ທະຫານ​ທັງຫລາຍ​ຂອງ​ເອຢິບ ໃຫ້​ມໍຣະນາ​ໃນ​ທ້ອງ​ທະເລ​ອັນ​ໃຫຍ່ກວ້າງ.</verse>
				<verse number="2">ພຣະເຈົ້າຢາເວ​ເປັນ​ປ້ອມ​ປ້ອງກັນ​ຢ່າງ​ເຂັ້ມແຂງ; ພຣະອົງ​ເປັນ​ແຫລ່ງ​ແຫ່ງ​ການ​ຊ່ວຍ​ກູ້​ຈາກ​ໂພຍໄພ​ຮ້າຍ. ພຣະອົງ​ເປັນ​ພຣະເຈົ້າ​ທີ່​ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ; ເປັນ​ພຣະເຈົ້າ​ແຫ່ງ​ພຣະບິດາ ຈຶ່ງ​ຂໍ​ຍົກ​ຍໍ​ພຣະ​ຣິດທານຸພາບ.</verse>
				<verse number="3">ພຣະເຈົ້າຢາເວ​ເປັນ​ນັກຮົບ​ຜູ້​ຍິ່ງໃຫຍ່ ພຣະເຈົ້າຢາເວ​ນັ້ນ ແມ່ນ​ນາມ​ອັນ​ກຽງໄກ​ຂອງ​ພຣະອົງ.</verse>
				<verse number="4">ພຣະອົງ​ໂຍນ​ກອງທັບ​ເອຢິບ​ລົງ​ໃນ​ທ້ອງ​ທະເລ; ພວກ​ນາຍ​ທະຫານ​ທີ່​ເກັ່ງກ້າ ຈຶ່ງ​ຈົມ​ລົງ​ໃນ​ນໍ້າ.</verse>
				<verse number="5">ທ້ອງ​ທະເລ​ອັນ​ເລິກ​ຈຶ່ງ​ຫຸ້ມຫໍ່​ເອົາ​ພວກເຂົາ; ພວກເຂົາ​ຈົມ​ສູ່​ພື້ນ​ທະເລ​ດັ່ງ​ກ້ອນຫີນ​ຈົມ​ລົງ​ດິ່ງໆ.</verse>
				<verse number="6">ຂ້າແດ່​ພຣະເຈົ້າຢາເວ ມື​ຂວາ​ຂອງ​ພຣະອົງ​ນັ້ນ​ຊົງ​ຣິດອຳນາດ​ຍິ່ງ ຂ້າແດ່​ພຣະເຈົ້າຢາເວ ມື​ຂວາ​ຂອງ​ພຣະອົງ​ນັ້ນ​ທຳລາຍ​ພວກ​ສັດຕູ​ໃຫ້​ໝຸ່ນ​ທະລາຍ​ໄປ​ໄດ້.</verse>
				<verse number="7">ພຣະອົງ​ໂຄ່ນລົ້ມ​ສັດຕູ​ໄດ້​ດ້ວຍ​ໄຊຊະນະ​ອັນ​ສະຫງ່າງາມ; ພຣະອົງ​ເຜົາຜານ​ພວກເຂົາ​ດັ່ງ​ເຟືອງ​ດ້ວຍ​ຄວາມຮ້າຍ​ທີ່​ລຸກ​ໄໝ້.</verse>
				<verse number="8">ພຣະອົງ​ເປົ່າ​ທະເລ​ດ້ວຍ​ລົມຫາຍໃຈ ແລະ​ນໍ້າ​ຈຶ່ງ​ກາຍເປັນ​ຟອງ​ສູງ​ໃຫຍ່; ຟອງນໍ້າ​ໄດ້​ຢືນ​ແຂງ​ຄ້າງ​ເໝືອນ​ດັ່ງ​ກຳແພງ. ທ້ອງ​ທະເລ​ອັນ​ກວ້າງ ແລະ​ເລິກ​ຢ່າງ​ເຫຼືອ​ຫລາຍ; ກໍ​ເລີຍ​ກາຍ​ຄ້າງ​ແຂງ​ແໜ້ນໜັກ​ໄປ​ຈົນ​ສິ້ນ.</verse>
				<verse number="9">ສັດຕູ​ເວົ້າ​ວ່າ, ‘ຂ້ອຍ​ຈະ​ຕາມລ່າ​ຈັບ​ກຸມ​ເອົາ​ພວກເຂົາ ຂ້ອຍ​ຈະ​ແບ່ງປັນ​ຊັບສິນ​ຂອງ​ພວກເຂົາ​ໃຫ້​ໄດ້; ແລະ​ຢຶດເອົາ​ສິ່ງ​ທີ່​ຂ້ອຍ​ຕ້ອງການ​ທັງໝົດ​ໄປ ຂ້ອຍ​ຈະ​ຊັກ​ດາບ​ແລະ​ຢຶດ​ສິ່ງ​ຂອງ​ທີ່​ພວກເຂົາ​ມີ​ນັ້ນ.’</verse>
				<verse number="10">ເມື່ອ​ພຣະອົງ​ຫາຍໃຈ ພຽງ​ຄັ້ງ​ດຽວ​ເທົ່ານັ້ນ ຊາວ​ເອຢິບ​ກໍ​ຈົມ​ລົງ​ສູ່​ທ້ອງ​ທະເລ​ທັງ​ດີ້ນ. ພວກເຂົາ​ຈົມ​ລົງ​ດິ່ງໆ​ເໝືອນ​ດັ່ງ​ກ້ອນ​ຂີ້ກົ່ວ ຕົນຕົວ​ຈົມ​ລົງ​ສູ່​ພື້ນ​ທະເລ​ກວ້າງ​ຄຶກຄະນອງ.</verse>
				<verse number="11">ຂ້າແດ່​ພຣະເຈົ້າຢາເວ ໃນ​ບັນດາ​ພະ​ທັງຫລາຍ​ນັ້ນ​ໃຜ​ແດ່​ຄື​ພຣະອົງ? ແນ່ວແນ່​ຄື​ພຣະອົງ ຜູ້​ຍິ່ງໃຫຍ່​ແລະ​ບໍຣິສຸດ​ດ້ວຍ. ພະ​ໃດ​ເຮັດ​ການ​ອັດສະຈັນ​ຕ່າງໆ​ໄດ້​ແດ່? ແລະ​ເຮັດ​ການ​ອັນ​ໃຫຍ່ຍິ່ງ​ໄດ້​ດັ່ງ​ພຣະອົງ?</verse>
				<verse number="12">ພຽງແຕ່​ພຣະອົງ​ຢຽດ​ມື​ຂວາ​ອອກ​ໃສ່ ພື້ນດິນ​ກໍໄດ້​ຍະ​ອອກ​ກຶນ​ກິນ​ສັດຕູ​ຈົນ​ດັບສູນ.</verse>
				<verse number="13">ໂດຍ​ສັດຊື່​ຕໍ່​ພຣະສັນຍາ ພຣະອົງ​ຈຶ່ງ​ໄດ້ ຊ່ວຍກູ້​ແລະ​ນຳພາ​ປະຊາຊົນ​ຂອງ​ພຣະອົງ; ໂດຍ​ກຳລັງ​ອັນ​ສູ້ຊົນ​ຂອງ​ພຣະອົງ ຈຶ່ງ​ນຳ​ພວກເຂົາ​ສູ່​ດິນແດນ​ອັນ​ສັກສິດ​ໄດ້.</verse>
				<verse number="14">ເມື່ອ​ຊົນຊາດ​ທັງຫລາຍ​ໄດ້ຍິນ​ເລື່ອງ ກໍ​ແຕກຕື່ນ​ຕົກໃຈ​ກົວ; ຄວາມ​ຢ້ານກົວ​ອັນ​ໃຫຍ່ຫລວງ ໄດ້​ຄວບຄຸມ​ຊາວ​ຟີລິດສະຕິນ​ໄວ້.</verse>
				<verse number="15">ສ່ວນ​ພວກ​ເຈົ້ານາຍ​ຊາວ​ເອໂດມ​ກໍ​ຢ້ານ​ໃຫຍ່; ຊາວ​ໂມອາບ​ຜູ້​ເກັ່ງກ້າ​ກໍ​ເກີດ​ຢ້ານ​ໃຈ​ສັ່ນເຊັນ. ສ່ວນ​ຊາວ​ການາອານ​ຊໍ້າ​ໝົດ​ກຳລັງ​ໃຈ​ຫຼາຍ; ຕົກໃຈ​ຢ້ານ​ແລະ​ໄຫວຫວັ່ນ​ຍ້ອນ​ຄວາມກົວ.</verse>
				<verse number="16">ຂ້າແດ່​ພຣະເຈົ້າຢາເວ ພວກເຂົາ​ເສຍຂວັນ​ແລະ​ຢ້ານກົວ​ໃຫຍ່ ເມື່ອ​ພວກເຂົາ​ເຫັນ​ພຣະ​ເດຊານຸພາບ; ພວກເຂົາ​ຢືນ​ຢ່າງ​ສິ້ນ​ທ່າ​ດ້ວຍ​ຄວາມ​ຢ້ານກົວ ຈົນກວ່າ​ປະຊາຊົນ​ຂອງ​ພຣະອົງ​ຜ່ານ​ໄປ​ໄດ້; ຄື​ປະຊາຊົນ​ທີ່​ພຣະອົງ​ປົດປ່ອຍ​ໃຫ້​ມີ​ອິດສະຫລະ​ເສລີ ຈາກ​ການ​ເປັນ​ທາດຮັບໃຊ້.</verse>
				<verse number="17">ພຣະອົງ​ນຳ​ພວກເຂົາ ເຂົ້າ​ມາ​ໃກ້ ແລະ​ຕັ້ງ​ໄວ້​ທີ່​ພູເຂົາ​ສັກສິດ; ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ສັນ​ເປັນ​ບ່ອນ​ສະຖິດ​ຢູ່. ຄື​ໃນ​ພຣະວິຫານ​ທີ່​ພຣະອົງ​ໄດ້​ສ້າງ​ເອງ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ເອງ​ຈະ​ເປັນ​ກະສັດ​ປົກຄອງ​ສືບໆໄປ​ເປັນນິດ.”</verse>
				<verse number="18"></verse>
				<verse number="19">ເມື່ອ​ທະຫານ​ມ້າ​ກັບ​ລົດຮົບ​ພ້ອມ​ຄົນ​ຂັບ​ຊາວ​ເອຢິບ ໄດ້​ແລ່ນ​ລົງ​ໄປ​ໃນ​ທະເລ​ນັ້ນ ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ນໍ້າ​ໄຫລ​ຄືນ​ເຂົ້າ​ກັນ ແລະ​ຖ້ວມ​ພວກເຂົາ, ແຕ່​ສຳລັບ​ຊາວ​ອິດສະຣາເອນ ພວກເຂົາ​ໄດ້​ຍ່າງ​ຂ້າມ​ເທິງ​ໜ້າ​ດິນ​ແຫ້ງ​ໃນ​ພື້ນ​ທະເລ​ໄປ​ຢ່າງ​ປອດໄພ.</verse>
				<verse number="20">ແລ້ວ​ນາງ​ມີຣີອາມ ເອື້ອຍ​ອາໂຣນ​ທີ່​ເປັນ​ຜູ້ທຳນວາຍ​ກໍ​ຕີ​ກອງ​ອອກ​ໜ້າ ຕິດຕາມ​ດ້ວຍ​ຜູ້ຍິງ​ທຸກຄົນ​ທັງ​ຕີ​ກອງ​ແລະ​ຟ້ອນລຳ.</verse>
				<verse number="21">ນາງ​ຮ້ອງເພງ​ຊໍ້າໄປ​ຊໍ້າມາ​ວ່າ, “ຈົ່ງ​ຍ້ອງຍໍ​ສັນລະສັນ​ພຣະເຈົ້າຢາເວ​ດ້ວຍ​ການ​ຮ້ອງລຳ​ທຳເພງ ເພາະ​ໄຊຊະນະ​ຂອງ​ພຣະອົງ ຊ່າລື​ໄປ​ທົ່ວ​ໂລກ. ພຣະອົງ​ໄດ້​ໂຍນ​ຝູງມ້າ ແລະ​ທະຫານ​ທັງຫລາຍ ໃຫ້​ມໍຣະນາ​ໃນ​ທ້ອງ​ທະເລ​ອັນ​ກວ້າງໃຫຍ່.”</verse>
				<verse number="22">ແລ້ວ​ໂມເຊ​ກໍໄດ້​ນຳ​ປະຊາຊົນ​ອິດສະຣາເອນ​ຈາກ​ທະເລແດງ ມຸ້ງໜ້າ​ເຂົ້າ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ ຊູເຣ. ພວກເຂົາ​ຍ່າງ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເຖິງ​ສາມ​ມື້ ແຕ່​ບໍ່​ພົບ​ນໍ້າ.</verse>
				<verse number="23">ແລ້ວ​ພວກເຂົາ​ກໍໄດ້​ມາ​ຮອດ​ບ່ອນ​ໜຶ່ງ​ທີ່​ເອີ້ນ​ວ່າ ມາຣາ, ແຕ່​ນໍ້າ​ໃນ​ທີ່ນັ້ນ​ຂົມ​ຫລາຍ​ຈົນ​ດື່ມ​ບໍ່ໄດ້. ສະນັ້ນ ບ່ອນ​ນີ້​ຈຶ່ງ​ມີ​ຊື່​ວ່າ ມາຣາ.</verse>
				<verse number="24">ປະຊາຊົນ​ໄດ້​ຈົ່ມຮ້າຍ​ໃສ່​ໂມເຊ ແລະ​ຖາມ​ເພິ່ນ​ວ່າ, “ພວກເຮົາ​ຈະ​ຫາ​ນໍ້າ​ມາ​ແຕ່​ໃສ​ດື່ມ?”</verse>
				<verse number="25">ໂມເຊ​ຈຶ່ງ​ໄດ້​ໄຫວ້ວອນ​ພາວັນນາ​ອະທິຖານ​ດ້ວຍ​ໃຈ​ຮ້ອນຮົນ​ຕໍ່​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ໄດ້​ສຳແດງ​ໃຫ້​ໂມເຊ​ເຫັນ​ໄມ້​ທ່ອນ​ໜຶ່ງ. ໂມເຊ​ໄດ້​ຈັບ​ເອົາ​ໄມ້​ທ່ອນ​ນັ້ນ​ຖິ້ມ​ລົງ​ໃສ່​ນໍ້າ. ດັ່ງນັ້ນ ນໍ້າ​ຈຶ່ງ​ເຊົາ​ຂົມ​ແລະ​ດື່ມ​ໄດ້. ໃນ​ທີ່ນັ້ນ ພຣະເຈົ້າຢາເວ​ໄດ້​ໃຫ້​ກົດບັນຍັດ​ຕ່າງໆ​ເພື່ອ​ການ​ດຳເນີນ​ຊີວິດ ແລະ​ໃນ​ທີ່ນັ້ນ​ພຣະອົງ​ໄດ້​ທົດສອບ​ພວກເຂົາ​ດ້ວຍ.</verse>
				<verse number="26">ພຣະອົງ​ໄດ້​ບອກ​ວ່າ, “ຖ້າ​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງພວກເຈົ້າ​ໂດຍ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ສາຍຕາ​ຂອງ​ພຣະອົງ ແລະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ທຸກຂໍ້​ຂອງ​ພຣະອົງ ເຮົາ​ກໍ​ຈະ​ບໍ່​ລົງໂທດ​ພວກເຈົ້າ​ດ້ວຍ​ໂຣກໄພໄຂ້ເຈັບ ດັ່ງ​ທີ່​ໄດ້​ນຳ​ມາ​ທຳລາຍ​ຊາວ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ​ຜູ້​ທີ່​ປິ່ນປົວ​ຮັກສາ​ເຈົ້າ​ໃຫ້​ດີ.”</verse>
				<verse number="27">ຕໍ່ມາ ພວກເຂົາ​ໄດ້​ເດີນທາງ​ມາ​ເຖິງ​ເອລິມ ຊຶ່ງ​ໃນ​ບ່ອນ​ນັ້ນ​ມີ​ນໍ້າ​ອອກ​ບໍ່​ສິບສອງ​ແຫ່ງ ແລະ​ມີ​ຕົ້ນ​ຕານ​ເຈັດສິບ​ຕົ້ນ. ສະນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ໃກ້​ບໍ່ນໍ້າ​ແຫ່ງ​ນີ້.</verse>
			</chapter>
			<chapter number="16">
				<verse number="1">ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ເດີນທາງ​ອອກ​ຈາກ​ເອລິມ ແລະ​ໃນ​ມື້​ທີ​ສິບຫ້າ​ເດືອນ​ທີ​ສອງ​ຫລັງຈາກ​ໄດ້​ໜີ​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຂົາ​ໄດ້​ເດີນທາງ​ມາ​ຮອດ​ຖິ່ນ​ແຫ້ງແລ້ງ​ກັນດານ​ສີນ ຊຶ່ງ​ຢູ່​ລະຫວ່າງ​ເອລິມ​ແລະ​ພູເຂົາ​ຊີນາຍ.</verse>
				<verse number="2">ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້ ພວກເຂົາ​ໄດ້​ຈົ່ມຮ້າຍ​ໃສ່​ໂມເຊ​ກັບ​ອາໂຣນ​ອີກ.</verse>
				<verse number="3">ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ຢາກ​ໃຫ້​ພຣະເຈົ້າຢາເວ​ຂ້າ​ພວກເຮົາ​ຖິ້ມ​ຢູ່​ປະເທດ​ເອຢິບ ບ່ອນ​ທີ່​ພວກເຮົາ​ໄດ້​ກິນ​ເຂົ້າ​ປາ​ອາຫານ​ເຕັມອີ່ມ​ພຸ້ນ​ສາ! ແຕ່​ທ່ານ​ຊໍ້າພັດ​ນຳ​ພວກເຮົາ​ມາ​ອຶດ​ຕາຍ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້.”</verse>
				<verse number="4">ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ບັດນີ້ ເຮົາ​ຈະ​ບັນດານ​ໃຫ້​ເຂົ້າຈີ່​ຕົກລົງ​ມາ​ຈາກ​ສະຫວັນ ດັ່ງ​ຫ່າຝົນ​ໃຫ້​ພວກເຈົ້າ​ທຸກຄົນ​ໄດ້​ກິນ. ຈົ່ງ​ບອກ​ປະຊາຊົນ​ໄປ​ເກັບ​ເອົາ​ແຕ່ລະ​ວັນ ໃຫ້​ພໍດີ​ກິນ​ສຳລັບ​ວັນ​ໜຶ່ງ. ໂດຍ​ວິທີ​ນີ້​ເຮົາ​ຈຶ່ງ​ທົດສອບ​ເບິ່ງ​ໄດ້​ວ່າ ພວກເຂົາ​ຈະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ​ນັ້ນ​ຫລື​ບໍ່.</verse>
				<verse number="5">ໃນ​ມື້​ທີ​ຫົກ ໃຫ້​ເກັບ​ເອົາ​ຫລາຍກວ່າ​ມື້​ທຳມະດາ​ໜຶ່ງ​ເທົ່າ ເພື່ອ​ເອົາ​ໄວ້​ຕຽມ​ເປັນ​ອາຫານ.”</verse>
				<verse number="6">ດັ່ງນັ້ນ ໂມເຊ​ແລະ​ອາໂຣນ​ຈຶ່ງ​ບອກ​ຊາວ​ອິດສະຣາເອນ​ໝົດ​ທຸກຄົນ​ວ່າ, “ໃນ​ຕອນ​ຄໍ່າ​ນີ້ ພວກເຈົ້າ​ທຸກຄົນ​ຈະ​ໄດ້​ຮູ້​ຄັກ​ວ່າ ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.</verse>
				<verse number="7">ໃນ​ຕອນເຊົ້າ ພວກເຈົ້າ​ຈະ​ໄດ້​ເຫັນ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ. ພຣະເຈົ້າຢາເວ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ຂອງ​ພວກເຈົ້າ​ຕໍ່ສູ້​ພຣະອົງ ແນ່ນອນ​ແມ່ນ​ພວກເຈົ້າ​ໄດ້​ຈົ່ມ​ຕໍ່ສູ້​ພຣະອົງ​ແທ້ ເພາະ​ພວກເຮົາ​ທັງສອງ​ເປັນ​ພຽງແຕ່​ຜູ້​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ພຣະອົງ​ເທົ່ານັ້ນ.”</verse>
				<verse number="8">ແລ້ວ​ໂມເຊ​ກໍ​ກ່າວ​ວ່າ, “ແມ່ນ​ພຣະເຈົ້າຢາເວ​ທີ່​ຈະ​ໃຫ້​ພວກເຈົ້າ​ມີ​ຊີ້ນ​ກິນ​ໃນ​ຕອນແລງ ແລະ​ຈະ​ໃຫ້​ມີ​ເຂົ້າຈີ່​ກິນ​ຢ່າງ​ບໍຣິບູນ​ໃນ​ຕອນເຊົ້າ ເພາະວ່າ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຈົ້າ​ຈົ່ມຮ້າຍ​ໃສ່​ພຣະອົງ​ຢ່າງ​ຮຸນແຮງ. ເມື່ອ​ພວກເຈົ້າ​ຈົ່ມຮ້າຍ​ຕໍ່​ພວກເຮົາ ພວກເຮົາ​ທັງ​ສອງ​ແມ່ນ​ຜູ້ໃດ, ຄວາມ​ຈົ່ມຮ້າຍ​ຂອງ​ພວກເຈົ້າ​ບໍ່​ໄດ້​ຕໍ່ສູ້​ພວກເຮົາ, ແຕ່​ຕໍ່ສູ້​ພຣະເຈົ້າຢາເວ.”</verse>
				<verse number="9">ແລ້ວ​ໂມເຊ​ກໍ​ກ່າວ​ແກ່​ອາໂຣນ​ວ່າ, “ຈົ່ງ​ບອກ​ຊຸມຊົນ​ອິດສະຣາເອນ ເຂົ້າ​ມາ​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ຍ້ອນ​ພຣະອົງ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ຂອງ​ພວກເຂົາ​ແລ້ວ.”</verse>
				<verse number="10">ໃນ​ຂະນະທີ່​ອາໂຣນ​ກຳລັງ​ກ່າວ​ແກ່​ຊຸມຊົນ​ອິດສະຣາເອນ​ຢູ່​ນັ້ນ ພວກເຂົາ​ຕ່າງ​ກໍ​ຫັນໜ້າ​ແນມ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃນ​ທັນໃດນັ້ນ ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ປາກົດ​ຂຶ້ນ​ໃນ​ເມກ.</verse>
				<verse number="11">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ,</verse>
				<verse number="12">“ເຮົາ​ໄດ້ຍິນ​ຊາວ​ອິດສະຣາເອນ​ຈົ່ມຮ້າຍ​ຕໍ່​ເຮົາ​ແລ້ວ. ຈົ່ງ​ບອກ​ພວກເຂົາ​ວ່າ, ‘ໃນ​ມື້​ແລງ​ນີ້​ພວກເຂົາ​ຈະ​ມີ​ຊີ້ນ​ກິນ ແລະ​ໃນ​ຕອນເຊົ້າ​ພວກເຂົາ​ຈະ​ມີ​ເຂົ້າຈີ່​ກິນ​ຕາມ​ຄວາມ​ຕ້ອງການ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.”’</verse>
				<verse number="13">ພໍ​ເຖິງ​ເວລາ​ຄໍ່າ​ມາ​ກໍ​ມີ​ຝູງ​ນົກ​ຂຸ້ມ​ບິນ​ມາ​ຢູ່​ເຕັມ​ຄ້າຍພັກ ແລະ​ພໍ​ເຖິງ​ຕອນເຊົ້າ​ມາ​ກໍ​ມີ​ນໍ້າ​ໝອກ​ປົກ​ຫຸ້ມ​ຢູ່​ຮອບ​ຄ້າຍ.</verse>
				<verse number="14">ເມື່ອ​ນໍ້າ​ໝອກ​ເຫີຍຫາຍ​ໄປ​ແລ້ວ ໄດ້​ມີ​ສິ່ງ​ໜຶ່ງ​ບາງໆ​ເປັນ​ປ່ຽງ ປົກ​ເຕັມ​ເທິງ​ໜ້າ​ດິນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ສິ່ງ​ນັ້ນ​ເປັນ​ແຜ່ນ​ບາງໆ​ດັ່ງ​ນໍ້າໝອກ​ກ້າມ.</verse>
				<verse number="15">ເມື່ອ​ຊາວ​ອິດສະຣາເອນ​ເຫັນ ພວກເຂົາ​ບໍ່​ຮູ້​ວ່າ​ແມ່ນ​ຫຍັງ ຈຶ່ງ​ຖາມ​ກັນ​ວ່າ, “ອັນ​ນີ້​ແມ່ນ​ຫຍັງ?” ແລ້ວ​ໂມເຊ​ກໍ​ບອກ​ພວກເຂົາ​ວ່າ, “ອັນ​ນີ້​ແມ່ນ​ເຂົ້າຈີ່​ທີ່​ພຣະເຈົ້າຢາເວ​ໃຫ້​ພວກເຈົ້າ​ກິນ.</verse>
				<verse number="16">ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ວ່າ ໃຫ້​ແຕ່ລະຄົນ​ເກັບ​ເອົາ​ຕາມ​ທີ່​ຕົນ​ຈະ​ກິນ​ໄດ້​ໝົດ​ປະມານ​ຄົນລະ​ສອງ​ລິດ ໂດຍ​ໃຫ້​ເກັບ​ເອົາ​ຄົບ​ຕາມ​ຈຳນວນ​ຄົນ​ໃນ​ຄອບຄົວ.”</verse>
				<verse number="17">ຊາວ​ອິດສະຣາເອນ​ກໍ​ເຮັດ​ຕາມ​ຄຳສັ່ງ​ນັ້ນ ບາງຄົນ​ກໍ​ເກັບ​ເອົາ​ຫລາຍ ແລະ​ບາງຄົນ​ກໍ​ເກັບ​ເອົາ​ໜ້ອຍ.</verse>
				<verse number="18">ເມື່ອ​ຊັ່ງ​ເບິ່ງ​ແລ້ວ ຜູ້​ທີ່​ເກັບ​ເອົາ​ຫລາຍ​ກໍ​ບໍ່ໄດ້​ເຫຼືອ ແລະ​ຜູ້​ທີ່​ເກັບ​ເອົາ​ໜ້ອຍ​ກໍ​ບໍ່ໄດ້​ຂາດ. ທຸກຄົນ​ເກັບ​ເອົາ​ໄດ້​ພໍດີ​ກັບ​ທີ່​ຕົນ​ກິນ​ອີ່ມ.</verse>
				<verse number="19">ໂມເຊ​ບອກ​ພວກເຂົາ​ວ່າ, “ຢ່າ​ໃຫ້​ຜູ້ໃດ​ເກັບ​ເອົາ​ໄວ້​ຈົນ​ຮອດ​ມື້ອື່ນ​ເຊົ້າ.”</verse>
				<verse number="20">ແຕ່​ມີ​ບາງຄົນ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ໂມເຊ ຈຶ່ງ​ໄດ້​ເກັບ​ເອົາ​ບາງ​ສ່ວນ​ໄວ້. ພໍ​ຮອດ​ມື້​ເຊົ້າ​ມາ ອາຫານ​ນັ້ນ​ກໍ​ເປັນ​ໜອນ​ແລະ​ເນົ່າເໝັນ. ໂມເຊ​ຈຶ່ງ​ຮ້າຍ​ໃຫ້​ພວກເຂົາ.</verse>
				<verse number="21">ສະນັ້ນ ທຸກໆ​ເຊົ້າ​ໃດ ແຕ່ລະຄົນ​ຈຶ່ງ​ເກັບ​ເອົາ​ຕາມ​ທີ່​ຕົນ​ຈະ​ກິນ​ໄດ້​ໝົດ. ເມື່ອ​ຕາເວັນ​ຂຶ້ນ​ສູງ ແລະ​ແດດຮ້ອນ​ແລ້ວ ອາຫານ​ນີ້​ກໍ​ຈະ​ລະລາຍ​ໄປ.</verse>
				<verse number="22">ໃນ​ມື້​ທີ​ຫົກ ພວກເຂົາ​ກໍ​ເກັບ​ເອົາ​ອາຫານ​ໄວ້​ສອງ​ເທົ່າ ຄົນລະ​ປະມານ​ສີ່​ລິດ. ບັນດາ​ຫົວໜ້າ​ຊຸມຊົນ​ອິດສະຣາເອນ​ໄດ້​ມາ​ລາຍງານ​ເລື່ອງ​ນີ້​ຕໍ່​ໂມເຊ</verse>
				<verse number="23">ແລະ​ໂມເຊ​ກໍໄດ້​ບອກ​ພວກເຂົາ​ວ່າ, “ພຣະເຈົ້າຢາເວ​ສັ່ງ​ວ່າ​ໃນ​ມື້ອື່ນ​ແມ່ນ​ວັນ​ພັກຜ່ອນ, ເປັນ​ວັນ​ຊະບາໂຕ​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ. ສະນັ້ນ ໃນວັນນີ້ ມີ​ສິ່ງໃດ​ທີ່​ຢາກ​ປີ້ງ​ກໍ​ໃຫ້​ປີ້ງ​ສາ ແລະ​ມີ​ສິ່ງໃດ​ທີ່​ຢາກ​ຕົ້ມ​ກໍ​ໃຫ້​ຕົ້ມ​ສາ ສ່ວນ​ທີ່​ເຫຼືອ​ນັ້ນ​ຈົ່ງ​ເກັບ​ໄວ້​ສຳລັບ​ມື້ອື່ນ.”</verse>
				<verse number="24">ເພື່ອ​ເຮັດ​ຕາມ​ໂມເຊ​ສັ່ງ ເຂົາ​ໄດ້​ເກັບ​ຮັກສາ​ອາຫານ​ທີ່​ເຫຼືອ​ນັ້ນ​ມ້ຽນ​ຈົນ​ຮອດ​ມື້ອື່ນ ແລະ​ອາຫານ​ນັ້ນ​ກໍ​ບໍ່ໄດ້​ບູດ​ເນົ່າ​ເປັນ​ໜອນ​ເລີຍ.</verse>
				<verse number="25">ໂມເຊ​ສັ່ງ​ອີກ​ວ່າ, “ວັນນີ້ ຈົ່ງ​ກິນ​ອາຫານ​ທີ່​ເຫຼືອ​ນັ້ນ​ສາ ເພາະ​ວັນ​ນີ້​ແມ່ນ​ວັນ​ຊະບາໂຕ​ຂອງ​ພຣະເຈົ້າຢາເວ ແລະ​ພວກເຈົ້າ​ຈະ​ບໍ່​ພົບ​ອາຫານ​ໃດໆ​ທີ່​ນອກ​ຄ້າຍ.</verse>
				<verse number="26">ພວກເຈົ້າ​ຈະ​ຕ້ອງ​ເກັບ​ເອົາ​ອາຫານ​ໃນ​ຫົກ​ວັນ, ແຕ່​ໃນ​ວັນ​ທີ​ເຈັດ​ຄື​ວັນ​ຊະບາໂຕ ວັນ​ນັ້ນ​ຈະ​ບໍ່ມີ​ເລີຍ.”</verse>
				<verse number="27">ໃນ​ວັນ​ທີ​ເຈັດ ໄດ້​ມີ​ຊາວ​ອິດສະຣາເອນ​ບາງຄົນ​ອອກ​ໄປ​ຫາ​ເກັບ​ເອົາ​ອາຫານ ແຕ່​ພວກເຂົາ​ບໍ່ໄດ້​ພົບ​ສິ່ງໃດ​ເລີຍ.</verse>
				<verse number="28">ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ປະຊາຊົນ​ເຫຼົ່ານີ້​ຈະ​ຂັດຂືນ​ຄຳສັ່ງ​ຂອງເຮົາ ໄປ​ອີກ​ເຫິງ​ນານ​ປານໃດ?</verse>
				<verse number="29">ຈົ່ງ​ຈົດຈຳ​ໄວ້​ວ່າ ພຣະເຈົ້າຢາເວ​ໄດ້​ປະທານ​ວັນ​ຊະບາໂຕ​ນີ້​ໃຫ້​ແກ່​ພວກເຈົ້າ; ດ້ວຍເຫດນີ້ ໃນ​ມື້​ທີ​ຫົກ​ເຮົາ​ຈຶ່ງ​ໃຫ້​ອາຫານ​ແກ່​ພວກເຈົ້າ​ພໍ​ກິນ​ສຳລັບ​ກຸ້ມ​ສອງ​ວັນ. ແຕ່​ໃນ​ວັນ​ຊະບາໂຕ ທຸກຄົນ​ຈະ​ຕ້ອງ​ຢູ່​ກັບ​ທີ່ ແລະ​ຢ່າ​ໃຫ້​ຜູ້ໃດ​ອອກ​ຈາກ​ເຮືອນ​ຂອງຕົນ.”</verse>
				<verse number="30">ສະນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ພາກັນ​ຢຸດ​ພັກ​ໃນ​ວັນ​ທີ​ເຈັດ.</verse>
				<verse number="31">ປະຊາຊົນ​ອິດສະຣາເອນ​ຕ່າງ​ກໍ​ເອີ້ນ​ອາຫານ​ນີ້​ວ່າ ມານາ. ອາຫານ​ນີ້​ເປັນເມັດ​ຂາວ​ເໝືອນ​ໃນ​ຜັກຊີ ແລະ​ມີ​ຣົດຊາດ​ເໝືອນ​ເຂົ້າໜົມ​ແຜ່ນ​ປະສົມ​ນໍ້າເຜິ້ງ.</verse>
				<verse number="32">ໂມເຊ​ກ່າວ​ວ່າ, “ພຣະເຈົ້າຢາເວ​ສັ່ງ​ພວກເຮົາ​ຮັກສາ​ມານາ​ບາງສ່ວນ​ໄວ້ ໃຫ້​ເຊື້ອສາຍ​ຂອງ​ພວກເຮົາ​ເບິ່ງ ເພື່ອ​ພວກເຂົາ​ຈະ​ໄດ້​ເຫັນ​ອາຫານ ທີ່​ພຣະອົງ​ໄດ້​ໃຫ້​ພວກເຮົາ​ກິນ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຄາວ​ເມື່ອ​ພຣະອົງ​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.”</verse>
				<verse number="33">ດັ່ງນັ້ນ ໂມເຊ​ຈຶ່ງ​ບອກ​ອາໂຣນ​ວ່າ, “ຈົ່ງ​ເອົາ​ໄຫ​ໜ່ວຍ​ໜຶ່ງ​ມາ​ຜອງ​ມານາ​ໃສ່​ສອງ​ລິດ​ໄວ້ໃນ​ໄຫ ແລະ​ເອົາ​ໄຫ​ນັ້ນ​ໄປ​ວາງ​ໄວ້​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ເພື່ອ​ເອົາ​ໄວ້​ໃຫ້​ເຊື້ອສາຍ​ຂອງ​ພວກເຮົາ​ເບິ່ງ.”</verse>
				<verse number="34">ເພື່ອ​ກະທຳ​ຕາມ​ທີ່​ພຣະເຈົ້າຢາເວ​ສັ່ງ​ໄວ້​ກັບ​ໂມເຊ ອາໂຣນ​ຈຶ່ງ​ເອົາ​ໄຫ​ມານາ ມາ​ວາງ​ໄວ້​ຕໍ່ໜ້າ​ຫີບ​ພັນທະສັນຍາ ເພື່ອ​ຈະ​ເກັບຮັກສາ​ໄວ້.</verse>
				<verse number="35">ຊາວ​ອິດສະຣາເອນ​ໄດ້​ກິນ​ມານາ​ເປັນ​ອາຫານ ເປັນ​ເວລາ​ສີ່ສິບ​ປີ ຈົນ​ພວກເຂົາ​ໄດ້​ເດີນທາງ​ໄປ​ຮອດ​ດິນແດນ​ການາອານ ບ່ອນ​ທີ່​ຕັ້ງ​ຫຼັກແຫຼ່ງ​ຢູ່. (</verse>
				<verse number="36">ໜຶ່ງ​ໂອເມ​ເທົ່າ​ກັບ​ປະມານ​ສອງ​ລິດ ຫລື​ເທົ່າ​ກັບ​ໜຶ່ງສ່ວນສິບ​ຂອງ​ເອຟາ)</verse>
			</chapter>
			<chapter number="17">
				<verse number="1">ຊຸມຊົນ​ອິດສະຣາເອນ​ທັງໝົດ ໄດ້​ອອກ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ສີນ ໂດຍ​ເຄື່ອນຍ້າຍ​ໄປ​ເປັນ​ໄລຍະ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ເຣຟີດີມ ແຕ່​ຢູ່​ໃນ​ທີ່ນັ້ນ​ພວກເຂົາ​ບໍ່ມີ​ນໍ້າ​ດື່ມ.</verse>
				<verse number="2">ພວກເຂົາ​ຈຶ່ງ​ຈົ່ມຮ້າຍ​ໃສ່​ໂມເຊ ແລະ​ເວົ້າ​ວ່າ, “ຫາ​ນໍ້າ​ໃຫ້​ພວກເຮົາ​ດື່ມ​ແມ!” ໂມເຊ​ຈຶ່ງ​ຕອບ​ວ່າ, “ເປັນຫຍັງ​ຈຶ່ງ​ພາກັນ​ຈົ່ມ? ເປັນຫຍັງ​ຈຶ່ງ​ທົດລອງ​ພຣະເຈົ້າຢາເວ?”</verse>
				<verse number="3">ແຕ່​ປະຊາຊົນ​ຫິວນໍ້າ​ຫລາຍ​ຈຶ່ງ​ສືບຕໍ່​ຈົ່ມຮ້າຍ​ໂມເຊ ໂດຍ​ເວົ້າ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ໃຫ້​ພວກເຮົາ​ກັບ​ລູກຫລານ ແລະ​ຝູງສັດ​ຕາຍ​ຫິວນໍ້າ​ຊັ້ນບໍ?”</verse>
				<verse number="4">ແລ້ວ​ໂມເຊ​ກໍ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ດ້ວຍ​ໃຈ​ຮ້ອນຮົນ​ວ່າ, “ຂ້ານ້ອຍ​ຈະ​ເຮັດ​ແນວ​ໃດ​ດີ​ກັບ​ປະຊາຊົນ​ເຫຼົ່ານີ້? ພວກເຂົາ​ເກືອບ​ຈະ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ຂ້ານ້ອຍ.”</verse>
				<verse number="5">ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ຈົ່ງ​ເອົາ​ຫົວໜ້າ​ຂອງ​ຊາວ​ອິດສະຣາເອນ​ບາງຄົນ​ໄປ​ກັບ​ເຈົ້າ ແລະ​ລ່ວງໜ້າ​ປະຊາຊົນ​ໄປ​ກ່ອນ. ຈົ່ງ​ຖື​ໄມ້ຄ້ອນເທົ້າ​ທີ່​ເຈົ້າ​ໄດ້​ໃຊ້​ຕີ​ນໍ້າ​ນິນ​ນັ້ນ​ໄປ​ນຳ.</verse>
				<verse number="6">ເຮົາ​ຈະ​ຢືນ​ຢູ່​ຂ້າງ​ໜ້າ​ເຈົ້າ​ເທິງ​ຫີນດານ​ທີ່​ພູເຂົາ​ໂຮເຣັບ. ຈົ່ງ​ໃຊ້​ໄມ້​ເທົ້າ​ຂອງ​ເຈົ້າ​ຕີ​ໂງ່ນຫີນ ແລະ​ນໍ້າ​ກໍ​ຈະ​ໄຫລ​ອອກ​ມາ​ໃຫ້​ປະຊາຊົນ​ດື່ມ.” ໂມເຊ​ຈຶ່ງ​ປະຕິບັດ​ຕາມ​ທີ່​ໄດ້​ບອກ​ນັ້ນ ຢູ່​ທ່າມກາງ​ບັນດາ​ຜູ້ນຳ​ຂອງ​ປະຊາຊົນ​ອິດສະຣາເອນ.</verse>
				<verse number="7">ສະນັ້ນ ບ່ອນ​ນີ້​ຈຶ່ງ​ໄດ້​ໃສ່​ຊື່​ວ່າ ມັດສາ​ແລະ​ເມຣີບາ ເພາະວ່າ​ຊາວ​ອິດສະຣາເອນ​ໄດ້​ຈົ່ມຮ້າຍ​ທັງ​ທົດລອງ​ພຣະເຈົ້າຢາເວ ເມື່ອ​ພວກເຂົາ​ຖາມ​ວ່າ, “ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ພວກເຮົາ​ຫລື​ບໍ່?”</verse>
				<verse number="8">ຊາວ​ອາມາເຫຼັກ​ໄດ້​ຍົກທັບ​ມາ​ຕີ​ຊາວ​ອິດສະຣາເອນ​ທີ່​ເຣຟີດີມ.</verse>
				<verse number="9">ໂມເຊ​ຈຶ່ງ​ສັ່ງ​ໂຢຊວຍ​ວ່າ, “ມື້ອື່ນ ເຈົ້າ​ຈົ່ງ​ເລືອກເຟັ້ນ​ເອົາ​ບາງຄົນ ອອກ​ໄປ​ສູ້ຮົບ​ກັບ​ຊາວ​ອາມາເຫຼັກ. ສ່ວນ​ເຮົາ​ເອງ​ຈະ​ຖື​ໄມ້ຄ້ອນເທົ້າ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ນັ້ນ ຢືນ​ເບິ່ງ​ຢູ່​ເທິງ​ເນີນພູ.”</verse>
				<verse number="10">ໂຢຊວຍ​ກໍ​ເຮັດ​ຕາມ​ທີ່​ໂມເຊ​ສັ່ງ​ຕົນ ແລະ​ນຳ​ຊາວ​ອິດສະຣາເອນ ອອກ​ໄປ​ສູ້ຮົບ​ກັບ​ທະຫານ​ອາມາເຫຼັກ ໃນຂະນະ​ດຽວກັນ​ນັ້ນ ໂມເຊ​ກັບ​ອາໂຣນ ແລະ​ຮູເຣ​ກໍ​ໄດ້ຂຶ້ນ​ໄປ​ຢູ່​ເທິງ​ເນີນພູ.</verse>
				<verse number="11">ການ​ສູ້ຮົບ​ເລີ່ມຂຶ້ນ ເມື່ອໃດ​ທີ່​ໂມເຊ​ຍົກ​ແຂນ​ຂຶ້ນ ຊາວ​ອິດສະຣາເອນ​ກໍ​ເປັນ​ຝ່າຍ​ໄດ້​ໄຊຊະນະ, ແຕ່​ພໍ​ໂມເຊ​ປ່ອຍ​ແຂນ​ລົງ ຝ່າຍ​ອາມາເຫຼັກ​ກໍ​ເລີ່ມ​ເປັນ​ຝ່າຍ​ໄດ້​ໄຊຊະນະ.</verse>
				<verse number="12">ເມື່ອ​ເຫັນ​ແຂນ​ຂອງ​ໂມເຊ​ອ່ອນ​ລົງ​ເພາະ​ຄວາມ​ອິດເມື່ອຍ ອາໂຣນ​ກັບ​ຮູເຣ​ກໍໄດ້​ຫາ​ກ້ອນຫີນ​ມາ​ໃຫ້​ໂມເຊ​ນັ່ງ; ໃນ​ເວລາ​ດຽວກັນ​ນັ້ນ ພວກເຂົາ​ກໍ​ຢືນ​ຈັບ​ແຂນ​ໂມເຊ​ຍົກ​ຂຶ້ນ​ຈົນກວ່າ​ຕາເວັນ​ຕົກ​ດິນ.</verse>
				<verse number="13">ໂດຍ​ວິທີ​ນີ້ ໂຢຊວຍ​ຈຶ່ງ​ໄດ້​ຊະນະ​ທະຫານ​ອາມາເຫຼັກ​ຢ່າງ​ສິ້ນເຊີງ.</verse>
				<verse number="14">ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ຈົ່ງ​ບັນທຶກ​ເລື່ອງ​ໄຊຊະນະ​ນີ້​ໄວ້ ເພື່ອ​ຈະ​ໄດ້​ຈົດຈຳ​ຕະຫລອດໄປ. ຈົ່ງ​ບອກ​ໂຢຊວຍ​ວ່າ ເຮົາ​ຈະ​ທຳລາຍ​ຊາວ​ອາມາເຫຼັກ​ໃຫ້​ກ້ຽງ.”</verse>
				<verse number="15">ໂມເຊ​ໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ຂຶ້ນ ແລະ​ໃສ່​ຊື່​ແທ່ນບູຊາ​ນີ້​ວ່າ, “ພຣະເຈົ້າຢາເວ​ເປັນ​ທຸງໄຊ​ຂອງຂ້ອຍ.”</verse>
				<verse number="16">ເພິ່ນ​ໄດ້​ກ່າວ​ວ່າ, “ຈົ່ງ​ຍົກ​ສູງ​ທຸງໄຊ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າຢາເວ​ຈະ​ສູ້ຮົບ​ກັບ​ຊາວ​ອາມາເຫຼັກ​ຕະຫລອດໄປ.”</verse>
			</chapter>
			<chapter number="18">
				<verse number="1">ເຢທະໂຣ​ພໍ່ເຖົ້າ​ຂອງ​ໂມເຊ ຜູ້​ທີ່​ເປັນ​ປະໂຣຫິດ​ແຫ່ງ​ມີດີອານ​ໄດ້ຍິນ​ເຖິງ​ທຸກສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ເພື່ອ​ໂມເຊ ແລະ​ປະຊາຊົນ​ອິດສະຣາເອນ ເມື່ອ​ພຣະເຈົ້າຢາເວ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.</verse>
				<verse number="2">ສະນັ້ນ ເພິ່ນ​ຈຶ່ງ​ພາ​ຊິບໂປຣາ​ເມຍ​ຂອງ​ໂມເຊ ຜູ້​ທີ່​ຖືກ​ປະ​ໄວ້​ກັບ​ຕົນ​ນັ້ນ​ມາ​ຫາ​ໂມເຊ</verse>
				<verse number="3">ພ້ອມ​ທັງ​ເກໂຊມ ແລະ​ເອລີເອເຊ ລູກຊາຍ​ສອງ​ຄົນ​ຂອງ​ນາງ​ມາ​ດ້ວຍ. (ໂມເຊ​ໄດ້​ກ່າວ​ວ່າ, “ຂ້າພະເຈົ້າ​ເປັນ​ຄົນ​ຕ່າງດ້າວ​ໄດ້​ມາ​ອາໄສ​ຢູ່​ຕ່າງ​ປະເທດ.” ສະນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ລູກຊາຍ​ຜູ້ໜຶ່ງ​ວ່າ ເກໂຊມ.</verse>
				<verse number="4">ເພິ່ນ​ກ່າວ​ອີກ​ວ່າ, “ພຣະເຈົ້າ​ຂອງ​ພໍ່​ຂ້ອຍ​ເປັນ​ຜູ້​ຊ່ວຍເຫຼືອ​ຂ້ອຍ ໃຫ້​ພົ້ນ​ຈາກ​ການ​ນຳລ່າ​ສັງຫານ​ຂອງ​ກະສັດ​ຟາໂຣ​ແຫ່ງ​ເອຢິບ.” ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ໃສ່​ຊື່​ໃຫ້​ລູກຊາຍ​ອີກ​ຜູ້ໜຶ່ງ​ວ່າ ເອລີເອເຊ.)</verse>
				<verse number="5">ເຢທະໂຣ​ໄດ້​ພາ​ເມຍ​ຂອງ​ໂມເຊ​ພ້ອມ​ດ້ວຍ​ລູກຊາຍ​ທັງສອງ​ຂອງ​ນາງ ມາ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ທີ່​ໂມເຊ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ພູ​ຂອງ​ພຣະເຈົ້າ.</verse>
				<verse number="6">ເພິ່ນ​ໄດ້​ສົ່ງ​ຄົນ​ໄປ​ບອກ​ໂມເຊ​ວ່າ ພວກ​ຕົນ​ກຳລັງ​ເດີນທາງ​ມາ.</verse>
				<verse number="7">ດັ່ງນັ້ນ ໂມເຊ​ຈຶ່ງ​ອອກ​ໄປ​ພົບ ແລະ​ຂາບລົງ​ຕໍ່ໜ້າ​ເຢທະໂຣ ແລະ​ທັງ​ຈູບ​ເພິ່ນ. ພວກເພິ່ນ​ໄດ້​ຖາມ​ເຖິງ​ຄວາມສຸກ​ທຸກ​ຂອງ​ກັນແລະກັນ ແລ້ວ​ກໍ​ພາກັນ​ໄປ​ສູ່​ເຕັນ​ບ່ອນ​ພັກ​ຂອງ​ໂມເຊ.</verse>
				<verse number="8">ໂມເຊ​ເລົ່າ​ສູ່​ເຢທະໂຣ​ຟັງ​ທຸກສິ່ງ​ທຸກຢ່າງ ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ຕໍ່​ກະສັດ​ຟາໂຣ​ແລະ​ຕໍ່​ຊາວ​ເອຢິບ ເພື່ອ​ຊ່ວຍ​ກອບກູ້​ເອົາ​ຊາວ​ອິດສະຣາເອນ. ເພິ່ນ​ຍັງ​ໄດ້​ເລົ່າ​ເຖິງ​ຄວາມ​ຍາກ​ລຳບາກ​ນາໆ​ປະການ ທີ່​ຊາວ​ອິດສະຣາເອນ​ໄດ້​ປະເຊີນ​ໃນ​ການ​ເດີນທາງ ແລະ​ເຖິງ​ການ​ທີ່​ພຣະເຈົ້າຢາເວ​ໄດ້​ໂຜດ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຢ່າງ​ໃດ.</verse>
				<verse number="9">ເມື່ອ​ເຢທະໂຣ​ໄດ້ຍິນ​ຄຸນຄວາມດີ​ໝົດ​ທຸກ​ເລື່ອງ​ຢ່າງ​ນີ້​ແລ້ວ ເພິ່ນ​ກໍ​ຊົມຊື່ນຍິນດີ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ແກ່​ຊາວ​ອິດສະຣາເອນ ທີ່​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ຊາວ​ເອຢິບ.</verse>
				<verse number="10">ແລະ​ເພິ່ນ​ໄດ້ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ຜູ້​ທີ່​ໄດ້​ໂຜດ​ຊ່ວຍ​ເຈົ້າ​ທັງຫລາຍ​ໃຫ້​ພົ້ນ​ຈາກ​ຊາວ​ເອຢິບ​ແລະ​ຈາກ​ກະສັດ​ຟາໂຣ ແລະ​ໄດ້​ຊ່ວຍ​ຄົນ​ຂອງ​ພຣະອົງ​ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ຊາວ​ເອຢິບ.</verse>
				<verse number="11">ບັດນີ້ ຂ້ອຍ​ຮູ້​ແລ້ວ​ວ່າ ພຣະເຈົ້າຢາເວ​ຍິ່ງໃຫຍ່​ກວ່າ​ພະ​ທັງຫລາຍ ເພາະ​ພຣະອົງ​ໄດ້​ສຳແດງ​ຄວາມ​ຍິ່ງໃຫຍ່​ນີ້ ເມື່ອ​ຊາວ​ເອຢິບ​ໄດ້​ເຮັດ​ຕໍ່​ຊາວ​ອິດສະຣາເອນ ດ້ວຍ​ການ​ທາລຸນ​ເຊັ່ນນັ້ນ.”</verse>
				<verse number="12">ແລ້ວ​ເຢທະໂຣ​ກໍ​ຂ້າ​ສັດ​ເຜົາ​ທັງ​ໂຕ ແລະ​ເອົາ​ເຄື່ອງ​ບູຊາ​ອື່ນໆ​ຖວາຍ​ແກ່​ພຣະເຈົ້າ; ຝ່າຍ​ອາໂຣນ ແລະ​ພວກ​ຜູ້ນຳ​ກໍໄດ້​ໄປ​ຮ່ວມ​ກິນ​ເຂົ້າຈີ່​ຮ່ວມ​ກັບ​ພໍ່ເຖົ້າ​ຂອງ​ໂມເຊ ເພື່ອ​ເປັນ​ການ​ນະມັດສະການ​ພຣະເຈົ້າ.</verse>
				<verse number="13">ໃນ​ມື້​ຕໍ່ມາ ໂມເຊ​ໄດ້​ອອກ​ມາ​ນັ່ງ​ພິຈາລະນາ​ເພື່ອ​ຕັດສິນຄວາມ​ໃຫ້​ປະຊາຊົນ ເພິ່ນ​ໄດ້​ຫຍຸ້ງ​ຢູ່​ກັບ​ວຽກ​ແຕ່​ເຊົ້າ​ຈົນ​ຮອດ​ຄໍ່າ.</verse>
				<verse number="14">ເມື່ອ​ເຢທະໂຣ​ໄດ້​ເຫັນ​ທຸກໆ​ສິ່ງ​ທີ່​ໂມເຊ​ເຮັດ ເພິ່ນ​ຈຶ່ງ​ຖາມ​ວ່າ, “ວຽກ​ທັງໝົດ​ທີ່​ເຈົ້າ​ກຳລັງ​ເຮັດ​ຢູ່​ນີ້​ເພື່ອ​ປະຊາຊົນ​ບໍ່ແມ່ນ​ບໍ? ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ເຮັດ​ຜູ້​ດຽວ ໂດຍ​ປ່ອຍ​ປະຊາຊົນ​ໃຫ້​ຢືນ​ຢູ່​ທີ່​ນີ້​ແຕ່​ເຊົ້າ​ຮອດ​ຄໍ່າ ເພື່ອ​ຂໍ​ຄວາມເຫັນ​ຈາກ​ເຈົ້າ?”</verse>
				<verse number="15">ແລ້ວ​ໂມເຊ​ກໍ​ຕອບ​ວ່າ, “ຂ້ອຍ​ຈຳເປັນ​ຕ້ອງ​ເຮັດ​ເຊັ່ນນີ້ ຍ້ອນ​ປະຊາຊົນ​ມາ​ຫາ​ເພື່ອ​ຮຽນ​ຮູ້​ສິ່ງ​ທີ່​ພຣະເຈົ້າ​ຕ້ອງການ​ໃຫ້​ພວກເຂົາ​ເຮັດ.</verse>
				<verse number="16">ເມື່ອ​ມີ​ສອງ​ຄົນ​ໂຕ້ຖຽງ​ກັນ ພວກເຂົາ​ກໍ​ມາ​ຫາ​ຂ້ອຍ ແລະ​ຂ້ອຍ​ຕ້ອງ​ຕັດສິນ​ໃຫ້ ລະຫວ່າງ​ເຂົາ​ທັງສອງ​ວ່າ​ແມ່ນ​ໃຜ​ເປັນ​ຜູ້​ຖືກ ແລະ​ພ້ອມ​ດຽວກັນ​ນັ້ນ​ຂ້ອຍ​ກໍ​ຕ້ອງ​ສັ່ງສອນ​ພວກເຂົາ ໃຫ້​ຮູ້​ເຖິງ​ກົດເກນ​ແລະ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າ.”</verse>
				<verse number="17">ແລ້ວ​ເຢທະໂຣ​ກໍ​ບອກ​ວ່າ, “ເຈົ້າ​ເຮັດ​ຢ່າງ​ນີ້​ບໍ່ແມ່ນ​ວິທີ​ທີ່​ດີ.</verse>
				<verse number="18">ເຈົ້າ​ຈະ​ເຮັດ​ໃຫ້​ເຈົ້າ​ເອງ​ອ່ອນເພຍ​ເສຍ​ກຳລັງ ພ້ອມ​ທັງ​ປະຊາຊົນ​ເຫຼົ່ານີ້​ດ້ວຍ. ວຽກ​ການ​ນີ້​ໜັກ​ເຫຼືອ​ກຳລັງ​ທີ່​ເຈົ້າ​ຜູ້​ດຽວ​ຈະ​ເຮັດ​ໄດ້.</verse>
				<verse number="19">ບັດນີ້ ຂ້ອຍ​ຂໍ​ໃຫ້​ຄຳແນະນຳ​ທີ່​ດີ​ແກ່​ເຈົ້າ ແລະ​ພຣະເຈົ້າ​ຈະ​ສະຖິດ​ຢູ່​ກັບ​ເຈົ້າ. ເປັນ​ການ​ຖືກຕ້ອງ​ທີ່​ເຈົ້າ​ເປັນ​ຜູ້​ແທນ​ຂອງ​ປະຊາຊົນ​ຕໍ່​ພຣະເຈົ້າ ແລະ​ນຳ​ການ​ໂຕ້ຖຽງ​ກັນ​ສະເໜີ​ຕໍ່​ພຣະເຈົ້າ.</verse>
				<verse number="20">ເຈົ້າ​ຈົ່ງ​ສັ່ງສອນ​ພວກເຂົາ​ໃຫ້​ຮູ້​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າ ແລະ​ອະທິບາຍ​ສູ່​ພວກເຂົາ​ຟັງ​ວ່າ ຄວນ​ດຳເນີນ​ຊີວິດ​ຢ່າງ​ໃດ​ແລະ​ຄວນ​ປະຕິບັດ​ຫຍັງ​ແດ່.</verse>
				<verse number="21">ແຕ່​ນອກຈາກນີ້ ເຈົ້າ​ຄວນ​ເລືອກເຟັ້ນ​ເອົາ​ຄົນ​ທີ່​ມີ​ຄວາມ​ສາມາດ​ບາງຄົນ​ໃນ​ທ່າມກາງ​ປະຊາຊົນ​ທັງໝົດ ແລະ​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ປົກຄອງ​ໜຶ່ງພັນ​ຄົນ, ໜຶ່ງຮ້ອຍ​ຄົນ, ຫ້າສິບ​ຄົນ ແລະ​ສິບ​ຄົນ. ພວກ​ຜູ້ປົກຄອງ​ນັ້ນ​ຈະ​ຕ້ອງ​ເປັນ​ຄົນ​ຢຳເກງ​ພຣະເຈົ້າ ທັງ​ໄວ້ວາງໃຈ​ໄດ້​ແລະ​ບໍ່​ກິນ​ສິນບົນ.</verse>
				<verse number="22">ໃຫ້​ພວກເຂົາ​ຮັບ​ໜ້າທີ່​ເປັນ​ຜູ້​ຕັດສິນ​ປະຈຳ. ສ່ວນ​ກໍລະນີ​ໃຫຍ່ໆ​ໃຫ້​ເຂົາ​ນຳ​ມາ​ແຈ້ງ​ຕໍ່​ເຈົ້າ, ແຕ່​ສ່ວນ​ຄະດີ​ເລັກນ້ອຍ ໃຫ້​ພວກເຂົາ​ຕັດສິນ​ກັນເອງ. ໃນ​ເມື່ອ​ພວກເຂົາ​ຊ່ວຍ​ຮັບ​ແບກ​ພາລະ​ຮ່ວມ​ກັບ​ເຈົ້າ ວິທີ​ນີ້​ຈະ​ເຮັດ​ໃຫ້​ການງານ​ຂອງ​ເຈົ້າ​ເບົາລົງ.</verse>
				<verse number="23">ຖ້າ​ເຮັດ​ເຊັ່ນນີ້ ແລະ​ເມື່ອ​ພຣະເຈົ້າ​ສັ່ງ​ການ​ແລ້ວ ເຈົ້າ​ກໍ​ຈະ​ບໍ່​ອ່ອນເພຍ​ເສຍ​ກຳລັງ​ເຈົ້າ​ເອງ ແລະ​ປະຊາຊົນ​ພວກ​ນີ້​ທຸກຄົນ​ຈະ​ກັບ​ບ້ານໃຜ​ເຮືອນລາວ ໂດຍ​ທີ່​ບັນຫາ​ຂອງ​ແຕ່ລະຄົນ​ໄດ້​ຮັບ​ການ​ແກ້ໄຂ​ໄປ​ດ້ວຍ​ດີ.”</verse>
				<verse number="24">ໂມເຊ​ໄດ້​ຮັບ​ເອົາ​ຄຳແນະນຳ​ທຸກປະການ​ຂອງ​ເຢທະໂຣ</verse>
				<verse number="25">ແລະ​ໄດ້​ເລືອກເຟັ້ນ​ເອົາ​ຄົນ​ທີ່​ມີ​ຄວາມ​ສາມາດ​ຈາກ​ຊາວ​ອິດສະຣາເອນ​ທັງໝົດ. ເພິ່ນ​ໄດ້​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ປົກຄອງ​ພັນ​ຄົນ, ຮ້ອຍ​ຄົນ, ຫ້າສິບ​ຄົນ ແລະ​ສິບ​ຄົນ.</verse>
				<verse number="26">ພວກເຂົາ​ໄດ້​ເຮັດ​ໜ້າທີ່​ເປັນ​ຜູ້​ຕັດສິນຄວາມ​ປະຈຳ ໂດຍ​ນຳ​ຄະດີ​ໃຫຍ່ໆ​ມາ​ຫາ​ໂມເຊ; ສ່ວນ​ຄະດີ​ເລັກນ້ອຍ​ນັ້ນ ພວກເຂົາ​ພິຈາລະນາ​ຕັດສິນ​ກັນ​ເອງ.</verse>
				<verse number="27">ແລ້ວ​ໂມເຊ​ກໍ​ອຳລາ​ເຢທະໂຣ ແລະ​ເຢທະໂຣ​ໄດ້​ກັບຄືນ​ເມືອ​ບ້ານເມືອງ​ຂອງຕົນ.</verse>
			</chapter>
			<chapter number="19">
				<verse number="1">ຊາວ​ອິດສະຣາເອນ​ໄດ້​ຍົກຍ້າຍ​ໄປ​ຈາກ ເຣຟີດີມ ແລະ​ໃນ​ວັນ​ທີ​ໜຶ່ງ​ເດືອນ​ທີ​ສາມ ຫລັງຈາກ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຂົາ​ກໍໄດ້​ເດີນທາງ​ມາ​ຮອດ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. ໃນ​ທີ່ນັ້ນ​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ຕີນ​ພູເຂົາ​ຊີນາຍ</verse>
				<verse number="2"></verse>
				<verse number="3">ແລະ​ໂມເຊ​ກໍໄດ້​ຂຶ້ນ​ໄປ​ທີ່​ເທິງ​ພູ​ເພື່ອ​ເຂົ້າ​ເຝົ້າ​ພຣະເຈົ້າ. ພຣະເຈົ້າຢາເວ​ໄດ້​ເອີ້ນ​ໂມເຊ​ຈາກ​ເທິງ​ພູ​ໃຫ້​ບອກ​ຊາວ​ອິດສະຣາເອນ ເຊື້ອສາຍ​ຂອງ​ຢາໂຄບ​ດັ່ງນີ້:</verse>
				<verse number="4">“ພວກເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ຊາວ​ເອຢິບ ແລະ​ທັງ​ໄດ້​ເຫັນ​ເຮົາ​ນຳ​ເອົາ​ພວກເຈົ້າ​ຂຶ້ນ​ມາ​ທີ່​ນີ້​ໃກ້ຊິດ​ເຮົາ​ຢ່າງ​ໃດ ກໍ​ດັ່ງ​ນົກອິນຊີ​ໃຊ້​ປີກ​ຍົກ​ລູກ​ຂອງຕົນ​ຂຶ້ນ​ຂີ່​ຫລັງ.</verse>
				<verse number="5">ບັດນີ້ ຖ້າ​ພວກເຈົ້າ​ເຊື່ອຟັງ​ເຮົາ ແລະ​ຮັກສາ​ພັນທະສັນຍາ​ຂອງເຮົາ ພວກເຈົ້າ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ. ທົ່ວ​ທັງ​ແຜ່ນດິນ​ໂລກ​ນີ້​ເປັນ​ຂອງເຮົາ, ແຕ່​ພວກເຈົ້າ​ຈະ​ເປັນ​ປະຊາຊົນ​ທີ່​ເຮົາ​ເລືອກ​ໄວ້​</verse>
				<verse number="6">ແລະ​ເປັນ​ອານາຈັກ​ແຫ່ງ​ປະໂຣຫິດ​ທັງ​ເປັນ​ຊົນຊາດ​ບໍຣິສຸດ​ສຳລັບ​ເຮົາ.”</verse>
				<verse number="7">ສະນັ້ນ ໂມເຊ​ຈຶ່ງ​ລົງ​ໄປ​ທີ່​ຄ້າຍພັກ ເອີ້ນ​ບັນດາ​ຫົວໜ້າ​ປະຊາຊົນ​ອິດສະຣາເອນ​ມາ​ປະຊຸມ ແລະ​ບອກ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ສູ່​ພວກເຂົາ​ຟັງ.</verse>
				<verse number="8">ປະຊາຊົນ​ທັງໝົດ​ຈຶ່ງ​ຕອບ​ພ້ອມ​ກັນ​ວ່າ, “ພວກເຮົາ​ຈະ​ເຮັດ​ທຸກໆ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ.” ແລ້ວ​ໂມເຊ​ກໍ​ຂຶ້ນ​ໄປ​ແຈ້ງ​ຕໍ່​ພຣະເຈົ້າຢາເວ ຕາມ​ທີ່​ປະຊາຊົນ​ໄດ້​ຕອບ​ນັ້ນ.</verse>
				<verse number="9">ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ເຮົາ​ຈະ​ມາ​ຫາ​ເຈົ້າ​ໃນ​ເມກ​ອັນ​ຕຶບໜາ ເພື່ອ​ວ່າ​ປະຊາຊົນ​ຈະ​ໄດ້ຍິນ​ເຮົາ​ກ່າວ​ແກ່​ເຈົ້າ ແລະ​ພວກເຂົາ​ຈະ​ໄດ້​ເຊື່ອຟັງ​ເຈົ້າ​ຕະຫລອດໄປ.” ໂມເຊ​ຈຶ່ງ​ບອກ​ພຣະເຈົ້າຢາເວ​ຕາມ​ທີ່​ປະຊາຊົນ​ໄດ້​ຕອບ​ມາ​ນັ້ນ</verse>
				<verse number="10">ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ໄປ​ບອກ​ປະຊາຊົນ​ຊຳລະ​ຕົວ ໃຫ້​ສະອາດ​ໃນ​ມື້ນີ້​ແລະ​ມື້ອື່ນ ເພື່ອ​ເຂົ້າ​ມາ​ນະມັດສະການ​ເຮົາ. ພວກເຂົາ​ຈະ​ຕ້ອງ​ພາກັນ​ຊັກ​ເສື້ອຜ້າ​ກ່ອນ</verse>
				<verse number="11">ແລະ​ມື້ຮື ໃຫ້​ພວກເຂົາ​ຕຽມພ້ອມ ໃນ​ມື້​ນັ້ນ ພຣະເຈົ້າຢາເວ​ຈະ​ລົງ​ມາ​ເທິງ​ພູເຂົາ​ຊີນາຍ ບ່ອນ​ທີ່​ປະຊາຊົນ​ອິດສະຣາເອນ​ທັງໝົດ​ຈະ​ເຫັນ​ເຮົາ.</verse>
				<verse number="12">ເຈົ້າ​ຈົ່ງ​ກຳນົດ​ເຂດ​ອ້ອມຮອບ​ພູ​ໄວ້​ໃຫ້​ປະຊາຊົນ ແລະ​ບອກ​ພວກເຂົາ​ບໍ່​ໃຫ້​ລ່ວງ​ເຂດ​ຂຶ້ນ​ໄປ​ເທິງ​ພູ ຫລື​ເຂົ້າ​ໄປ​ໃກ້​ຕີນ​ພູ​ເດັດຂາດ. ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຍ່າງ​ຂຶ້ນ​ໄປ​ທີ່​ນັ້ນ​ຈະ​ມີ​ໂທດ​ເຖິງ​ຕາຍ;</verse>
				<verse number="13">ລາວ​ຈະ​ຖືກ​ແກວ່ງ​ດ້ວຍ​ກ້ອນຫີນ ຫລື​ຖືກ​ຍິງ​ດ້ວຍ​ລູກ​ໜ້າທະນູ ແລະ​ຢ່າ​ຂ້າ​ໂດຍ​ໃຊ້​ມື​ແຕະຕ້ອງ​ລາວ. ຢ່າ​ໄວ້​ຊີວິດ​ຜູ້ໃດ​ຜູ້ໜຶ່ງ ບໍ່​ວ່າ​ຄົນ​ຫລື​ສັດ​ກໍຕາມ, ແຕ່​ພໍ​ເມື່ອ​ສຽງ​ແກ​ດັງ​ໃຫ້​ບາງຄົນ ຂຶ້ນ​ມາ​ເທິງ​ພູ​ໄດ້.”</verse>
				<verse number="14">ແລ້ວ​ໂມເຊ​ກໍໄດ້​ລົງ​ມາ​ແຕ່​ພູ ແລະ​ບອກ​ປະຊາຊົນ​ໃຫ້​ຕຽມຕົວ ເພື່ອ​ນະມັດສະການ. ພວກເຂົາ​ໄດ້​ຊັກ​ເສື້ອຜ້າ</verse>
				<verse number="15">ແລະ​ໂມເຊ​ບອກ​ພວກເຂົາ​ຕື່ມ​ວ່າ, “ໃນ​ມື້​ທີ​ສາມ ຈົ່ງ​ພາກັນ​ຕຽມພ້ອມ​ໃຫ້​ດີ ແລະ​ຢ່າ​ສົມສູ່​ກັນ​ທາງ​ເພດ​ເປັນ​ເດັດຂາດ.”</verse>
				<verse number="16">ໃນ​ຕອນເຊົ້າ​ມື້​ທີ​ສາມ ເກີດ​ມີ​ຟ້າຮ້ອງ, ຟ້າ​ແມບ, ທັງ​ມີ​ເມກ​ອັນ​ຕຶບໜາ ປົກຄຸມ​ຫຸ້ມ​ຢູ່​ຕາມ​ເທິງ​ພູເຂົາ​ນັ້ນ ແລະ​ມີ​ສຽງ​ແກ​ດັງ​ກ້ອງ​ສະໜັ່ນ​ທົ່ວ​ໄປ. ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ຄ້າຍພັກ​ເກີດ​ຢ້ານກົວ​ຈົນ​ຕົວ​ສັ່ນ.</verse>
				<verse number="17">ໂມເຊ​ໄດ້​ນຳ​ພວກເຂົາ​ອອກ​ຈາກ​ຄ້າຍພັກ​ໄປ​ເຝົ້າ​ພຣະເຈົ້າ ແລະ​ຢຸດ​ຢູ່​ທີ່​ຕີນ​ພູ.</verse>
				<verse number="18">ພູເຂົາ​ຊີນາຍ​ທັງ​ໜ່ວຍ​ມີ​ຄວັນ​ປົກຄຸມ​ຢູ່ ເພາະ​ພຣະເຈົ້າຢາເວ​ໄດ້​ສະເດັດ​ລົງ​ມາ​ໃນ​ໄຟ​ທີ່​ເທິງ​ພູ​ນັ້ນ. ສະນັ້ນ ຄວັນ​ທີ່​ພຸ່ງ​ຂຶ້ນ​ມາ ຈຶ່ງ​ຄື​ຄວັນ​ທີ່​ອອກ​ມາ​ຈາກ​ເຕົາ​ໄຟ​ອັນ​ໃຫຍ່ ແລະ​ພູເຂົາ​ທັງ​ໜ່ວຍ​ກໍ​ສະທ້ານ​ຫວັ່ນໄຫວ​ຢ່າງ​ໜັກ.</verse>
				<verse number="19">ສຽງ​ແກ​ໄດ້​ດັງ​ແຮງ​ແລະ​ແຮງ​ຂຶ້ນ. ເມື່ອ​ໂມເຊ​ກ່າວ​ອອກ​ໄປ ພຣະເຈົ້າ​ກໍ​ຕອບ​ເພິ່ນ​ມາ​ດ້ວຍ​ສຽງ​ຟ້າຮ້ອງ.</verse>
				<verse number="20">ພຣະເຈົ້າຢາເວ​ໄດ້​ສະເດັດ​ລົງ​ມາ​ເທິງ​ຈອມ​ພູເຂົາ​ຊີນາຍ, ພຣະເຈົ້າຢາເວ​ເອີ້ນ​ໂມເຊ​ໃຫ້​ຂຶ້ນ​ໄປ​ພົບ​ພຣະອົງ ແລະ​ໂມເຊ​ກໍ​ຂຶ້ນ​ໄປ.</verse>
				<verse number="21">ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ຈົ່ງ​ລົງ​ໄປ​ເຕືອນ​ປະຊາຊົນ ບໍ່​ໃຫ້​ຂ້າມ​ເຂດ​ເຂົ້າ​ມາ​ເບິ່ງ​ພຣະເຈົ້າຢາເວ, ຖ້າ​ພວກເຂົາ​ຂືນ​ຂຶ້ນ​ມາ​ທີ່​ນີ້​ຈະ​ມີ​ຫລາຍ​ຄົນ​ຕາຍ.</verse>
				<verse number="22">ແມ່ນແຕ່​ພວກ​ປະໂຣຫິດ​ທີ່​ເຂົ້າ​ມາ​ໃກ້​ພຣະເຈົ້າຢາເວ​ກໍດີ ຕ້ອງ​ຊຳລະ​ຕົນ ຫລື​ຈະ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ພວກເຂົາ.”</verse>
				<verse number="23">ໂມເຊ​ຈຶ່ງ​ຕອບ​ພຣະເຈົ້າຢາເວ​ວ່າ, “ຊາວ​ອິດສະຣາເອນ​ຂຶ້ນ​ມາ​ເທິງ​ພູ​ນີ້​ບໍ່ໄດ້​ດອກ ເພາະ​ພຣະອົງ​ໄດ້​ສັ່ງ​ພວກ​ຂ້ານ້ອຍ​ໃຫ້​ເຄົາຣົບ​ພູເຂົາ​ສັກສິດ ແລະ​ທັງ​ໃຫ້​ກຳນົດ​ເຂດ​ອ້ອມຮອບ​ໄວ້​ດ້ວຍ.”</verse>
				<verse number="24">ພຣະເຈົ້າຢາເວ​ໄດ້​ຕອບ​ວ່າ, “ຈົ່ງ​ລົງ​ໄປ​ນຳ​ເອົາ​ອາໂຣນ​ຂຶ້ນ​ມາ​ທີ່​ນີ້​ກັບ​ເຈົ້າ, ແຕ່​ສຳລັບ​ພວກ​ປະໂຣຫິດ ແລະ​ປະຊາຊົນ​ອິດສະຣາເອນ​ນັ້ນ ຢ່າ​ໃຫ້​ພວກເຂົາ​ຂ້າມ​ເຂດ​ຂຶ້ນ​ມາ​ຫາ​ເຮົາ​ຢ່າງ​ເດັດຂາດ ຫລື​ຈະ​ໃຫ້​ເຮົາ​ລົງໂທດ​ພວກເຂົາ.”</verse>
				<verse number="25">ໂມເຊ​ຈຶ່ງ​ໄດ້ລົງ​ຈາກ​ພູ​ມາ​ຫາ​ປະຊາຊົນ ແລະ​ໄດ້ກ່າວ​ຖ້ອຍຄຳ​ທັງຫລາຍ​ນີ້​ໃຫ້​ພວກເຂົາ​ຟັງ.</verse>
			</chapter>
			<chapter number="20">
				<verse number="1">ຕໍ່ໄປ​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າ ທີ່​ໄດ້​ສັ່ງ​ປະຊາຊົນ​ອິດສະຣາເອນ ດັ່ງນີ້:</verse>
				<verse number="2">“ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຜູ້​ທີ່​ໄດ້​ນຳພາ​ເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ເຈົ້າ​ຕົກ​ເປັນ​ທາດຮັບໃຊ້.</verse>
				<verse number="3">ຢ່າ​ນະມັດສະການ​ພະອື່ນ ນອກຈາກ​ເຮົາ.</verse>
				<verse number="4">ຢ່າ​ສ້າງ​ຮູບເຄົາຣົບ​ຢ່າງໃດ​ຢ່າງໜຶ່ງ​ສຳລັບ​ຕົນ ອັນ​ເປັນ​ຕົວແທນ​ຂອງ​ສິ່ງ​ທີ່​ຢູ່​ໃນ​ສະຫວັນ ຫລື​ເທິງ​ແຜ່ນດິນ​ໂລກ ຫລື​ຢູ່​ໃຕ້​ນໍ້າ.</verse>
				<verse number="5">ຢ່າ​ນົບ​ຫລື​ຂາບໄຫວ້​ຮູບ​ເຫຼົ່ານັ້ນ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ແລະ​ເຮົາ​ເປັນ​ພຣະເຈົ້າ​ທີ່​ຫວງແຫນ. ເຮົາ​ນຳ​ການ​ລົງໂທດ​ມາ​ສູ່​ພວກ​ທີ່​ກຽດຊັງ​ເຮົາ ຕະຫລອດ​ທັງ​ລູກຫລານ​ຂອງ​ພວກເຂົາ ເຖິງ​ສາມ ແລະ​ສີ່​ຊົ່ວ​ເຊັ່ນ​ຄົນ.</verse>
				<verse number="6">ແຕ່​ເຮົາ​ສຳແດງ​ຄວາມຮັກ​ຕໍ່​ຜູ້​ທີ່​ຮັກ​ເຮົາ ແລະ​ຖື​ຮັກສາ​ບັນຍັດ​ທັງຫລາຍ​ຂອງເຮົາ ຫລາຍ​ພັນ​ເຊັ່ນຄົນ.</verse>
				<verse number="7">ຢ່າ​ໃຊ້​ຊື່​ຂອງເຮົາ​ໄປ​ໃນ​ທາງ​ຊົ່ວຮ້າຍ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ, ພຣະເຈົ້າຢາເວ​ຈະ​ເອົາ​ໂທດ​ກັບ​ທຸກໆ​ຄົນ​ທີ່​ເຮັດ​ເຊັ່ນນັ້ນ.</verse>
				<verse number="8">ຈົ່ງ​ຖື​ວັນ​ຊະບາໂຕ ແລະ​ຢຶດຖື​ໄວ້​ເປັນ​ວັນ​ສັກສິດ.</verse>
				<verse number="9">ເຈົ້າ​ມີ​ຫົກ​ວັນ​ທີ່​ຈະ​ເຮັດ​ວຽກ​ຂອງ​ເຈົ້າ</verse>
				<verse number="10">ແຕ່​ໃນ​ວັນ​ທີ​ເຈັດ ເປັນ​ວັນ​ຊະບາໂຕ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ. ໃນວັນນີ້​ເຈົ້າ​ເອງ​ພ້ອມ​ດ້ວຍ​ລູກ​ຊາຍ​ຍິງ​ກັບ​ຄົນ​ຮັບໃຊ້ ແລະ​ສັດ​ລ້ຽງ​ຂອງ​ເຈົ້າ​ຕະຫລອດ​ທັງ​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ບ້ານ​ເມືອງ​ຂອງ​ເຈົ້າ ບໍ່​ຕ້ອງ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.</verse>
				<verse number="11">ໃນ​ຫົກ​ວັນ ພຣະເຈົ້າຢາເວ​ໄດ້​ນິຣະມິດ​ສ້າງ​ຟ້າ​ສະຫວັນ​ແລະ​ແຜ່ນດິນ​ໂລກ, ທະເລ ແລະ​ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ, ແຕ່​ໃນ​ວັນ​ທີ​ເຈັດ​ໄດ້​ພັກຜ່ອນ. ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ອວຍພອນ​ວັນ​ຊະບາໂຕ ແລະ​ຕັ້ງ​ໄວ້​ເປັນ​ວັນ​ສັກສິດ.</verse>
				<verse number="12">ຈົ່ງ​ໃຫ້ກຽດ​ພໍ່​ແມ່​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ມີ​ອາຍຸ​ໝັ້ນຍືນ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ແກ່​ເຈົ້າ.</verse>
				<verse number="13">ຢ່າ​ຂ້າ​ຄົນ.</verse>
				<verse number="14">ຢ່າ​ຫລີ້ນຊູ້​ສູ່ຜົວເມຍ​ຜູ້ອື່ນ.</verse>
				<verse number="15">ຢ່າ​ລັກ.</verse>
				<verse number="16">ຢ່າ​ເປັນ​ພະຍານ​ບໍ່​ຈິງ​ຕໍ່ສູ້​ເພື່ອນບ້ານ.</verse>
				<verse number="17">ຢ່າ​ໄດ້​ໂລບເອົາ​ເຮືອນຊານ​ບ້ານຊ່ອງ​ຂອງ​ເພື່ອນບ້ານ​ຂອງເຈົ້າ; ຢ່າ​ຢາກ​ໄດ້​ເມຍ​ຂອງ​ລາວ, ຄົນ​ຮັບໃຊ້​ຊາຍ​ຍິງ, ງົວ, ລໍ ຫລື​ສິ່ງ​ອື່ນໆ​ອີກ​ທີ່​ລາວ​ມີ​ຢູ່.”</verse>
				<verse number="18">ເມື່ອ​ປະຊາຊົນ​ໄດ້ຍິນ​ສຽງ​ຟ້າຮ້ອງ ແລະ​ສຽງ​ແກ​ດັງ​ກ້ອງສະໜັ່ນ ທັງ​ເຫັນ​ຟ້າ​ແມບເຫລື້ອມ ແລະ​ຄວັນໄຟ​ພຸ່ງ​ຂຶ້ນ​ທີ່​ພູເຂົາ​ນັ້ນ ພວກເຂົາ​ກໍ​ຢ້ານກົວ​ຕົວສັ່ນ​ແລະ​ຫຍັບ​ອອກ​ຫ່າງໆ.</verse>
				<verse number="19">ພວກເຂົາ​ຕ່າງ​ກໍ​ເວົ້າ​ກັບ​ໂມເຊ​ວ່າ, “ຖ້າ​ທ່ານ​ກ່າວ​ກັບ​ພວກເຮົາ ພວກເຮົາ​ຈະ​ຍອມ​ຟັງ​ທ່ານ, ແຕ່​ຖ້າ​ພຣະເຈົ້າ​ກ່າວ​ແກ່​ພວກເຮົາ ພວກເຮົາ​ຈະ​ຕ້ອງ​ຕາຍ​ເປັນ​ແນ່.”</verse>
				<verse number="20">ໂມເຊ​ຈຶ່ງ​ໄດ້​ກ່າວ​ຕໍ່​ປະຊາຊົນ​ວ່າ, “ຢ່າ​ຢ້ານ​ເລີຍ ພຣະເຈົ້າ​ໄດ້​ມາ​ພຽງ​ເພື່ອ​ທົດສອບ​ເບິ່ງ​ພວກເຈົ້າ ແລະ​ເຮັດ​ໃຫ້​ພວກເຈົ້າ​ສືບຕໍ່​ຢຳເກງ​ພຣະອົງ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ເຮັດ​ບາບ.”</verse>
				<verse number="21">ແຕ່​ປະຊາຊົນ​ຍັງ​ສືບຕໍ່​ຢືນ​ຢູ່​ຫ່າງໆ ແລະ​ມີ​ແຕ່​ໂມເຊ​ຜູ້​ດຽວ​ເທົ່ານັ້ນ ທີ່​ກ້າ​ຫຍັບ​ເຂົ້າ​ໄປ​ໃກ້​ເມກ​ອັນ​ຕຶບໜາ ບ່ອນ​ທີ່​ພຣະເຈົ້າ​ສະຖິດ​ຢູ່​ນັ້ນ.</verse>
				<verse number="22">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໃຫ້​ບອກ​ຊາວ​ອິດສະຣາເອນ​ວ່າ, “ພວກເຈົ້າ​ໄດ້ເຫັນ​ດ້ວຍ​ຕົນເອງ​ແລ້ວ​ວ່າ ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ​ອອກ​ມາ​ຈາກ​ສະຫວັນ.</verse>
				<verse number="23">ຢ່າ​ເຮັດ​ຮູບ​ພະ​ເປັນ​ເງິນ​ເປັນ​ຄຳ ໄວ້​ຂາບໄຫວ້​ຄຽງ​ຄູ່​ເຮົາ​ເດັດຂາດ.</verse>
				<verse number="24">ຈົ່ງ​ເອົາ​ດິນ​ມາ​ສ້າງ​ແທ່ນບູຊາ​ສຳລັບ​ເຮົາ ແລະ​ທີ່​ເທິງ​ແທ່ນ​ນັ້ນ​ໃຫ້​ນຳ​ແກະ ແລະ​ງົວເຖິກ​ມາ​ເຜົາ​ຖວາຍ​ເປັນ​ເຄື່ອງ​ບູຊາ ແລະຖວາຍ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ໃນ​ທຸກ​ບ່ອນ​ທີ່​ເຮົາ​ຈັດ​ໃຫ້​ນະມັດສະການ ເຮົາ​ຈະ​ມາ​ອວຍພອນ​ພວກເຈົ້າ​ໃນ​ທີ່ນັ້ນ.</verse>
				<verse number="25">ຖ້າ​ພວກເຈົ້າ​ສ້າງ​ແທ່ນບູຊາ​ທີ່​ເປັນ​ຫີນ​ຖວາຍ​ແກ່​ເຮົາ ຢ່າ​ເອົາ​ຫີນ​ທີ່​ໃຊ້​ເຫຼັກ​ຕັດ​ມາ​ສ້າງ ເພາະ​ແທ່ນບູຊາ​ທີ່​ສ້າງ​ດ້ວຍ​ຫີນ​ທີ່​ໃຊ້​ເຫຼັກ​ຕັດ ບໍ່​ເໝາະສົມ​ທີ່​ຈະ​ໃຊ້​ນະມັດສະການ​ເຮົາ.</verse>
				<verse number="26">ຢ່າ​ເຮັດ​ແທ່ນ​ທີ່​ມີ​ຂັ້ນໄດ​ຂຶ້ນ ເພາະ​ມັນ​ຈະ​ເປັນ​ເຫດ​ໃຫ້​ພວກເຈົ້າ​ເຜີຍ​ຂອງ​ລັບ​ໃສ່​ແທ່ນ​ນັ້ນ.”</verse>
			</chapter>
			<chapter number="21">
				<verse number="1">“ຈົ່ງ​ອອກ​ກົດບັນຍັດ​ຕ່າງໆ​ໃຫ້​ຊາວ​ອິດສະຣາເອນ​ປະຕິບັດ ດັ່ງນີ້:</verse>
				<verse number="2">ຖ້າ​ພວກເຈົ້າ​ຊື້​ທາດຮັບໃຊ້​ຊາຍ ຊຶ່ງ​ເປັນ​ຄົນ​ເຮັບເຣີ ລາວ​ຈະ​ຢູ່​ຮັບໃຊ້​ເຈົ້າ​ຫົກ​ປີ. ໃນ​ປີ​ທີ​ເຈັດ​ເຈົ້າ​ຕ້ອງ​ປ່ອຍ​ລາວ​ໃຫ້​ເປັນ​ອິດສະຫລະ ໂດຍ​ລາວ​ບໍ່​ຕ້ອງ​ຈ່າຍ​ຫຍັງ​ເລີຍ.</verse>
				<verse number="3">ຖ້າ​ລາວ​ບໍ່ມີ​ເມຍ​ຂະນະທີ່​ມາ​ເປັນ​ທາດຮັບໃຊ້​ຂອງ​ພວກເຈົ້າ​ນັ້ນ, ເມື່ອ​ລາວ​ໄດ້​ເປັນ​ອິດສະຫລະ​ແລ້ວ ລາວ​ກໍ​ບໍ່​ຕ້ອງ​ເອົາ​ເມຍ​ໄປ​ນຳ, ແຕ່​ຖ້າ​ລາວ​ມີ​ເມຍ​ມາ​ນຳ ເມື່ອ​ລາວ​ມາ​ເປັນ​ທາດຮັບໃຊ້​ຂອງ​ພວກເຈົ້າ​ນັ້ນ ລາວ​ກໍ​ຕ້ອງ​ເອົາ​ເມຍ​ໄປ​ນຳ.</verse>
				<verse number="4">ແຕ່​ຖ້າ​ນາຍ​ຫາ​ເມຍ​ໃຫ້ ແລະ​ນາງ​ໄດ້​ເກີດ​ລູກ​ບໍ່​ວ່າ​ຊາຍ​ຫລື​ຍິງ​ກໍດີ ຍິງ​ນັ້ນ​ແລະ​ລູກ​ຂອງ​ນາງ​ຈະ​ຕ້ອງ​ເປັນ​ຄົນ​ຂອງ​ນາຍ ແລະ​ຊາຍ​ຜູ້​ທີ່​ເປັນ​ທາດຮັບໃຊ້​ນັ້ນ ຈະ​ໜີໄປ​ເປັນ​ອິດສະຫລະ​ໄດ້​ແຕ່​ຕົວ​ຄົນ​ດຽວ.</verse>
				<verse number="5">ແຕ່​ຖ້າ​ທາດຮັບໃຊ້​ນັ້ນ​ມາ​ກ່າວ​ຢ່າງ​ເປີດເຜີຍ​ແລະ​ບໍຣິສຸດ​ໃຈ​ວ່າ ລາວ​ຮັກ​ນາຍ​ຂອງຕົນ, ຮັກ​ເມຍ ແລະ​ລູກ​ຂອງ​ລາວ ແລະ​ບໍ່​ຢາກ​ໜີໄປ​ເປັນ​ອິດສະຫລະ</verse>
				<verse number="6">ເວລາ​ນັ້ນ​ໃຫ້​ນາຍ​ພາ​ທາດຮັບໃຊ້​ຜູ້ນັ້ນ​ໄປ​ຕໍ່ໜ້າ​ຜູ້​ພິພາກສາ. ຢູ່​ທີ່​ນັ້ນ​ນາຍ​ຈະ​ໃຫ້​ທາດຮັບໃຊ້​ຢືນ​ແນບຢູ່​ກັບ​ປະຕູ​ຫລື​ວົງ​ປະຕູ ແລະ​ບ່ອງ​ຫູ​ໃຫ້​ລາວ. ແລ້ວ​ລາວ​ກໍ​ຈະ​ເປັນ​ທາດຮັບໃຊ້​ຂອງ​ນາຍ​ຕະຫລອດ​ຊີວິດ.”</verse>
				<verse number="7">“ຖ້າ​ຊາຍ​ຄົນ​ໃດ​ຂາຍ​ລູກສາວ​ຂອງຕົນ​ໄປ​ເປັນ​ທາດຮັບໃຊ້, ທາດຮັບໃຊ້​ຍິງ​ຜູ້​ນີ້ ຈະ​ບໍ່ໄດ້​ເປັນ​ອິດສະຫລະ​ເໝືອນ​ດັ່ງ​ທາດຮັບໃຊ້​ຊາຍ.</verse>
				<verse number="8">ຖ້າ​ນາງ​ຖືກ​ຂາຍ​ຕໍ່​ໃຫ້​ອີກ​ຄົນ​ໜຶ່ງ​ທີ່​ຢາກ​ໄດ້​ນາງ​ໄປ​ເປັນ​ເມຍ, ແຕ່​ລາວ​ບໍ່​ຮັກ​ນາງ ກໍ​ໃຫ້​ຜູ້​ເປັນ​ພໍ່​ຊື້​ເອົາ​ນາງ​ຄືນ. ຜູ້​ເປັນ​ນາຍ​ຈະ​ຂາຍ​ນາງ​ຕໍ່​ໃຫ້​ແກ່​ຄົນ​ຕ່າງດ້າວ​ບໍ່ໄດ້ ເພາະ​ລາວ​ໄດ້​ປະຕິບັດ​ຕໍ່​ນາງ​ຢ່າງ​ບໍ່​ເປັນທຳ.</verse>
				<verse number="9">ຖ້າ​ຊາຍ​ຄົນ​ໃດ​ຊື້​ທາດຮັບໃຊ້​ຍິງ​ມາ​ໃຫ້​ລູກຊາຍ​ຂອງຕົນ ຊາຍ​ຜູ້ນັ້ນ​ຈະ​ຕ້ອງ​ປະຕິບັດ​ຕໍ່​ນາງ ເໝືອນ​ດັ່ງ​ທີ່​ປະຕິບັດ​ຕໍ່​ລູກສາວ​ຂອງຕົນ.</verse>
				<verse number="10">ຖ້າ​ຊາຍ​ຄົນ​ໃດ​ເອົາ​ເມຍ​ຄົນ​ທີ​ສອງ ລາວ​ຕ້ອງ​ສືບຕໍ່​ເບິ່ງແຍງ​ເມຍ​ຄົນ​ທີ​ໜຶ່ງ​ດ້ານ​ອາຫານ, ເຄື່ອງນຸ່ງຫົ່ມ ແລະ​ສິດທິ​ຢູ່​ໃນ​ລະດັບ​ເດີມ​ຕາມ​ທີ່​ນາງ​ເຄີຍ​ໄດ້​ຮັບ​ມາ​ກ່ອນ.</verse>
				<verse number="11">ຖ້າ​ລາວ​ບໍ່​ປະຕິບັດ​ຕໍ່​ນາງ​ໃຫ້​ຫລ້ອນໜ້າທີ່ ນາງ​ກໍ​ຈະ​ໄດ້​ຮັບ​ອິດສະຫລະ ໂດຍ​ບໍ່​ຕ້ອງ​ຈ່າຍ​ເງິນ​ໃດໆ​ທັງ​ນັ້ນ.”</verse>
				<verse number="12">“ຜູ້ໃດ​ກໍຕາມ​ທີ່​ທຸບຕີ​ຄົນ​ໜຶ່ງ​ໃຫ້​ເຖິງ​ຕາຍ ຈະ​ຕ້ອງ​ຮັບ​ໂທດ​ເຖິງ​ຕາຍ​ຄືກັນ.</verse>
				<verse number="13">ຖ້າ​ຜູ້ໃດ​ບໍ່ໄດ້​ມີ​ເຈດຕະນາ​ຂ້າ​ເຂົາ, ແຕ່​ເຂົາ​ຕາຍ​ເພາະ​ພຣະເຈົ້າ​ຊົງ​ອະນຸຍາດ​ໃຫ້​ເຂົາ​ຕາຍ. ຖ້າ​ເປັນ​ເຊັ່ນນັ້ນ ລາວ​ກໍ​ສາມາດ​ປົບໜີໄປ​ບ່ອນ​ທີ່​ເຮົາ​ກຳນົດ​ໄວ້​ໃຫ້​ໄດ້ ແລະ​ໃນ​ທີ່ນັ້ນ​ລາວ​ຈະ​ປອດໄພ.</verse>
				<verse number="14">ແຕ່​ຖ້າ​ຄົນ​ໜຶ່ງ​ເກີດ​ໂມໂຫ ແລະ​ຂ້າ​ຄົນ​ຕາຍ​ໂດຍ​ເຈດຕະນາ ເຖິງ​ແມ່ນ​ຜູ້ນັ້ນ​ຈະ​ແລ່ນ​ໜີ​ມາ​ທີ່​ແທ່ນບູຊາ​ຂອງເຮົາ ເພື່ອ​ຂໍ​ຫລົບລີ້​ໄພ​ກໍຕາມ ລາວ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.</verse>
				<verse number="15">ຜູ້ໃດ​ກໍຕາມ​ທີ່​ຕົບຕີ​ພໍ່​ແມ່​ຂອງຕົນ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.</verse>
				<verse number="16">ຜູ້ໃດ​ກໍຕາມ​ທີ່​ລັກ​ພາ​ເອົາ​ຄົນ​ໄປ ບໍ່​ວ່າ​ຈະ​ເອົາ​ໄປ​ຂາຍ​ຕໍ່ ຫລື​ເອົາ​ໄວ້​ເປັນ​ທາດຮັບໃຊ້​ກໍຕາມ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.</verse>
				<verse number="17">ຜູ້ໃດ​ກໍຕາມ​ທີ່​ສາບແຊ່ງ​ພໍ່​ແມ່​ຂອງຕົນ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.</verse>
				<verse number="18">ຖ້າ​ມີ​ການ​ຕົບຕີ​ຕໍ່ສູ້​ກັນ ແລະ​ຝ່າຍ​ໜຶ່ງ​ໃຊ້​ກ້ອນຫີນ​ຕີ​ຫລື​ຊົກ​ຕ່ອຍ, ແຕ່​ອີກ​ຝ່າຍ​ໜຶ່ງ​ບໍ່​ເຖິງ​ແກ່​ຄວາມ​ຕາຍ ລາວ​ຈະ​ບໍ່ໄດ້​ຮັບ​ໂທດ. ຖ້າ​ຜູ້​ທີ່​ຖືກ​ຕີ​ນັ້ນ​ເຈັບ​ເຖິງ​ຂັ້ນ​ນອນປ່ວຍ,</verse>
				<verse number="19">ແຕ່​ຕໍ່ມາ ລາວ​ສາມາດ​ໃຊ້​ໄມ້ຄ້ອນເທົ້າ​ລຸກ​ຍ່າງ​ໄປມາ​ໄດ້ ຝ່າຍ​ຜູ້​ຕີ​ນັ້ນ​ຈະ​ຕ້ອງ​ຈ່າຍ​ຄ່າ​ປ່ວຍການ ແລະ​ເບິ່ງແຍງ​ລາວ​ຈົນ​ຫາຍດີ​ເປັນ​ປົກກະຕິ.</verse>
				<verse number="20">ຖ້າ​ຜູ້ໜຶ່ງ​ໃຊ້​ໄມ້​ຂ້ຽນຕີ​ທາດຮັບໃຊ້​ຂອງຕົນ​ຕາຍ​ຄາ​ມື ລາວ​ຕ້ອງ​ຖືກ​ລົງໂທດ.</verse>
				<verse number="21">ແຕ່​ຖ້າ​ທາດຮັບໃຊ້​ຜູ້ນັ້ນ​ລອດ​ຕາຍ​ມາ​ໄດ້​ເຖິງ​ວັນ​ໜຶ່ງ​ຫລື​ສອງ​ວັນ ຜູ້​ເປັນ​ນາຍ​ກໍ​ບໍ່ໄດ້​ຮັບ​ໂທດ. ການ​ສູນເສຍ​ຊັບສົມບັດ​ຂອງ​ລາວ ກໍ​ແມ່ນ​ການ​ລົງໂທດ​ລາວ​ພຽງພໍ​ແລ້ວ.</verse>
				<verse number="22">ຖ້າ​ມີ​ຜູ້ຊາຍ​ຕີ​ກັນ ແລະ​ໄປ​ຕີ​ຖືກ​ຍິງ​ຖືພາ ຈົນ​ເປັນ​ເຫດ​ໃຫ້​ລູກ​ໃນ​ທ້ອງ​ຕາຍ ແຕ່​ຜູ້​ເປັນ​ແມ່​ບໍ່ໄດ້​ເປັນ​ອັນຕະລາຍ​ແຕ່​ປະການ​ໃດ. ຜູ້​ຕີ​ນັ້ນ​ຈະ​ຕ້ອງ​ຖືກ​ປັບໄໝ​ຕາມ​ແຕ່​ຜົວ​ຂອງ​ນາງ​ຮຽກຮ້ອງ​ເອົາ ໂດຍ​ຄວາມ​ເຫັນຊອບ​ຂອງ​ຜູ້​ຕັດສິນຄວາມ.</verse>
				<verse number="23">ແຕ່​ຖ້າ​ຍິງ​ນັ້ນ​ບາດເຈັບ​ເປັນ​ອັນຕະລາຍ ການ​ລົງໂທດ​ນັ້ນ​ຈະ​ຕ້ອງ​ແມ່ນ​ຊີວິດ​ແທນ​ຊີວິດ,</verse>
				<verse number="24">ຕາ​ແທນ​ຕາ, ແຂ້ວ​ແທນ​ແຂ້ວ, ມື​ແທນ​ມື, ຕີນ​ແທນ​ຕີນ,</verse>
				<verse number="25">ຮອຍ​ໄຟ​ໄໝ້​ແທນ​ຮອຍ​ໄຟ​ໄໝ້, ບາດແຜ​ແທນ​ບາດແຜ, ຮອຍ​ບວມຊໍ້າ​ແທນ​ຮອຍບວມຊໍ້າ.”</verse>
				<verse number="26">“ຖ້າ​ນາຍ​ຕີ​ຕາ​ແກ່ນ​ໜຶ່ງ​ຂອງ​ທາດຮັບໃຊ້​ໃຫ້​ບອດ​ໄປ ລາວ​ຕ້ອງ​ປ່ອຍ​ທາດຮັບໃຊ້​ນັ້ນ​ໃຫ້​ເປັນ​ອິດສະຫລະ ເທົ່າ​ກັບ​ເປັນ​ການ​ຈ່າຍ​ຄ່າ​ຕາ​ຂອງ​ລາວ.</verse>
				<verse number="27">ຖ້າ​ລາວ​ຕີ​ຖືກ​ແຂ້ວ​ຂອງ​ທາດຮັບໃຊ້​ຫັກ​ໄປ ລາວ​ຕ້ອງ​ປ່ອຍ​ທາດຮັບໃຊ້​ນັ້ນ​ໃຫ້​ເປັນ​ອິດສະຫລະ ເທົ່າ​ກັບ​ການ​ຈ່າຍ​ຄ່າ​ແຂ້ວ​ຂອງ​ທາດຮັບໃຊ້​ຜູ້ນັ້ນ.”</verse>
				<verse number="28">“ຖ້າ​ງົວເຖິກ​ໂຕໜຶ່ງ​ຊົນ​ຄົນ​ຕາຍ ຈົ່ງ​ເອົາ​ຫີນ​ແກວ່ງ​ໃສ່​ງົວ​ນັ້ນ​ໃຫ້​ຕາຍ ແລະ​ຢ່າ​ກິນ​ຊີ້ນ​ຂອງ​ມັນ, ແຕ່​ເຈົ້າຂອງ​ງົວ​ຈະ​ບໍ່ໄດ້​ຮັບ​ໂທດ.</verse>
				<verse number="29">ຖ້າ​ງົວເຖິກ​ນັ້ນ​ເຄີຍ​ຊົນ​ຄົນ​ມາ​ແລ້ວ ແລະ​ເຈົ້າຂອງ​ງົວ​ກໍໄດ້​ຮັບ​ການ​ຕັກເຕືອນ​ມາ​ແລ້ວ ແຕ່​ບໍ່​ຜູກມັດ​ງົວ​ຂອງຕົນ​ໄວ້. ຕໍ່ມາ ຖ້າ​ມັນ​ຊົນ​ຄົນ​ຕາຍ ຈົ່ງ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ງົວ​ໂຕ​ນັ້ນ​ໃຫ້​ຕາຍ ແລະ​ເຈົ້າຂອງ​ງົວ​ຈະ​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ​ເໝືອນກັນ.</verse>
				<verse number="30">ເຖິງຢ່າງໃດກໍດີ ຖ້າ​ເຈົ້າຂອງ​ງົວ​ຍອມ​ເສຍ​ຄ່າ​ຫົວ​ເພື່ອ​ແລກ​ເອົາ​ຊີວິດ​ຂອງຕົນ​ໄວ້ ລາວ​ຕ້ອງ​ຍອມ​ຈ່າຍ​ຕາມ​ຈຳນວນ​ເງິນ​ທີ່​ຖືກ​ຮຽກຮ້ອງ​ເອົາ.</verse>
				<verse number="31">ຖ້າ​ງົວເຖິກ​ຊົນ​ເດັກນ້ອຍ​ຜູ້ຊາຍ ຫລື​ເດັກນ້ອຍ​ຜູ້ຍິງ​ຕາຍ ໃຫ້​ລົງໂທດ​ເຈົ້າຂອງ​ງົວ​ນັ້ນ​ຕາມ​ກົດ​ນີ້​ເຊັ່ນດຽວ​ກັນ.</verse>
				<verse number="32">ຖ້າ​ງົວເຖິກ​ຊົນ​ທາດຮັບໃຊ້​ຊາຍ​ຕາຍ ເຈົ້າຂອງ​ງົວ​ຕ້ອງ​ຈ່າຍ​ຄ່າ​ຫົວ​ໃຫ້​ແກ່​ນາຍ​ຂອງ​ທາດຮັບໃຊ້ ເປັນ​ເງິນ​ສາມສິບ​ຫລຽນ ແລະ​ຈົ່ງ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ງົວ​ໂຕ​ນັ້ນ​ໃຫ້​ເຖິງ​ຕາຍ.”</verse>
				<verse number="33">“ຖ້າ​ຜູ້ໃດ​ເປີດ​ນໍ້າສ້າງ ຫລື​ຂຸດ​ບໍ່​ນໍ້າ ແລະ​ບໍ່​ອັດ​ໄວ້ ຖ້າ​ງົວ​ຫລື​ລໍ​ຕົກລົງ​ໃນ​ບໍ່ນໍ້າ​ນັ້ນ;</verse>
				<verse number="34">ຜູ້ນັ້ນ​ຕ້ອງ​ຈ່າຍ​ຄ່າ​ຫົວ​ໃຫ້​ແກ່​ເຈົ້າຂອງ​ສັດ ແລະ​ສັດ​ໂຕ​ທີ່​ຕາຍ​ນີ້​ໃຫ້​ຕົກ​ເປັນ​ຂອງ​ເຈົ້າຂອງ​ນໍ້າສ້າງ.</verse>
				<verse number="35">ຖ້າ​ງົວເຖິກ​ຂອງ​ຄົນ​ໜຶ່ງ​ຊົນ​ງົວເຖິກ​ຂອງ​ອີກ​ຄົນ​ໜຶ່ງ​ຕາຍ ລາວ​ຕ້ອງ​ຂາຍ​ງົວເຖິກ​ໂຕ​ທີ່​ຊົນ​ນັ້ນ ແລະ​ເອົາ​ເງິນ​ແບ່ງປັນ​ກັນ ທັງ​ໃຫ້​ເອົາ​ຊີ້ນ​ງົວ​ໂຕ​ທີ່​ຕາຍ​ນັ້ນ​ແບ່ງປັນ​ກັນ​ດ້ວຍ.</verse>
				<verse number="36">ແຕ່​ຖ້າ​ຮູ້​ວ່າ​ງົວ​ຂອງຕົນ​ເຄີຍ​ຊົນ​ມາ​ແລ້ວ ແລະ​ເຈົ້າ​ຂອງ​ບໍ່​ຮັກສາ​ຫລື​ຜູກ​ໄວ້ ລາວ​ຕ້ອງ​ເອົາ​ງົວ​ໂຕ​ເປັນ​ໃຊ້​ແທນ ສ່ວນ​ງົວ​ໂຕ​ຕາຍ​ນັ້ນ​ໃຫ້​ຕົກ​ເປັນ​ຂອງຕົນ.”</verse>
			</chapter>
			<chapter number="22">
				<verse number="1">ຖ້າ​ຜູ້ໜຶ່ງ​ລັກ​ງົວ​ຫລື​ແກະ​ໄປ​ຂ້າ​ຫລື​ໄປ​ຂາຍ ລາວ​ຕ້ອງ​ໃຊ້​ຄືນ​ງົວ​ຫ້າ​ໂຕ​ແທນ​ງົວ​ໂຕໜຶ່ງ ແລະ​ໃຊ້​ແກະ​ຫ້າ​ໂຕ​ແທນ​ແກະ​ໂຕໜຶ່ງ.</verse>
				<verse number="2">ລາວ​ຕ້ອງ​ໃຊ້​ຄືນ​ສິ່ງ​ທີ່​ຕົນ​ໄດ້​ລັກ​ນັ້ນ. ຖ້າ​ລາວ​ບໍ່ມີ​ເງິນ​ຊົດໃຊ້​ຄືນ ລາວ​ຈະ​ຕ້ອງ​ຖືກ​ຂາຍ​ໄປ​ເປັນ​ທາດຮັບໃຊ້​ໃຫ້​ກຸ້ມ​ຄ່າ​ເສຍຫາຍ​ທີ່​ຕົນ​ໄດ້​ລັກ​ນັ້ນ. ຖ້າ​ສັດ​ຖືກ​ລັກ​ໄປ​ນັ້ນ​ເປັນ​ງົວ, ລໍ ຫລື​ແກະ​ທີ່​ຍັງ​ມີ​ຊີວິດ ແລະ​ຢູ່​ໃນ​ຄວາມ​ຄອບຄອງ​ຂອງຕົນ; ລາວ​ຕ້ອງ​ໃຊ້​ຄືນ​ສັດ​ສອງ​ໂຕ​ແທນ​ສັດ​ໂຕໜຶ່ງ. ຖ້າ​ຄົນ​ຂີ້ລັກ​ຖືກ​ຈັບ​ໄດ້​ແລະ​ຖືກ​ຂ້າ​ຕາຍ ໃນ​ຂະນະທີ່​ບຸກ​ເຂົ້າ​ໄປ​ໃນ​ເຮືອນ​ຕອນ​ກາງຄືນ ຜູ້​ທີ່​ຂ້າ​ນັ້ນ​ບໍ່ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ, ແຕ່​ຖ້າ​ເຫດການ​ເກີດຂຶ້ນ​ໃນ​ຕອນ​ກາງເວັນ ລາວ​ຈະ​ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ.</verse>
				<verse number="3"></verse>
				<verse number="4"></verse>
				<verse number="5">ຖ້າ​ຜູ້ໜຶ່ງ​ປ່ອຍ​ສັດ​ຂອງຕົນ ກິນ​ຫຍ້າ​ຢູ່​ໃນ​ໄຮ່ນາ ຫລື​ຢູ່​ໃນ​ສວນອະງຸ່ນ ແລະ​ມັນ​ຫລົງ​ຝູງ​ໄປ​ກິນ​ຜົນລະປູກ ທີ່​ເກີດ​ໃນ​ໄຮ່ນາ​ຂອງ​ຄົນອື່ນ; ເຈົ້າຂອງ​ສັດ​ນັ້ນ​ຕ້ອງ​ໃຊ້​ຈ່າຍ​ຄ່າ​ເສຍຫາຍ​ຄືນ ເປັນ​ຜົນລະປູກ​ທີ່ດີ​ທີ່ສຸດ​ຈາກ​ໄຮ່ນາ ແລະ​ສວນອະງຸ່ນ​ຂອງຕົນ ໃຫ້​ແກ່​ຜູ້​ທີ່​ໄດ້​ຮັບ​ຄວາມ​ເສຍຫາຍ​ນັ້ນ.</verse>
				<verse number="6">ຖ້າ​ຜູ້ໜຶ່ງ​ຈູດ​ໄຮ່ນາ​ຂອງຕົນ ແລະ​ໄຟ​ເລີຍ​ລຸກລາມ​ໄປ​ໄໝ້​ຫຍ້າ​ໃນ​ນາ​ຂອງ​ຄົນອື່ນ ທັງ​ໄໝ້​ຕົ້ນ​ເຂົ້າ​ທີ່​ເກີດ ຫລື​ທີ່​ໄດ້​ກ່ຽວ​ແລະ​ກອງ​ໄວ້​ດ້ວຍ ຜູ້​ທີ່​ຈູດ​ນາ​ນັ້ນ​ຕ້ອງ​ໃຊ້​ຄ່າ​ເສຍຫາຍ​ທັງໝົດ.</verse>
				<verse number="7">ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຮັບ​ເງິນ ຫລື​ຂອງ​ມີຄ່າ​ຂອງ​ເພື່ອນບ້ານ​ທີ່​ນຳ​ມາ​ຝາກ​ໄວ້​ກັບ​ຕົນ ແລະ​ຂອງ​ເຫຼົ່ານັ້ນ​ຊໍ້າ​ຖືກ​ລັກ​ໄປ​ຈາກ​ເຮືອນ​ຂອງຕົນ; ຖ້າ​ຈັບ​ໄດ້​ໄລ່​ທັນ ຜູ້​ລັກ​ນັ້ນ​ຕ້ອງ​ຈ່າຍ​ໃຫ້​ຄືນ​ເຖິງ​ສອງ​ເທົ່າ.</verse>
				<verse number="8">ແຕ່​ຖ້າ​ຈັບ​ຄົນ​ຂີ້ລັກ​ບໍ່ໄດ້ ຜູ້​ຮັບ​ຝາກ​ຕ້ອງ​ຖືກ​ນຳ​ໄປ​ຍັງ​ສະຖານທີ່​ນະມັດສະການ ເພື່ອ​ສະແດງ​ຕົນ​ວ່າ​ບໍ່ໄດ້​ລັກ​ສິ່ງຂອງ​ໃດໆ​ຂອງ​ເພື່ອນບ້ານ​ທີ່​ມາ​ຝາກໄວ້​ກັບຕົນ​ນັ້ນ.</verse>
				<verse number="9">ໃນ​ທຸກໆ​ກໍລະນີ ທີ່​ມີ​ການ​ຜິດຖຽງ​ກັນ​ກ່ຽວກັບ​ເລື່ອງ​ຊັບສົມບັດ, ບໍ່​ວ່າ​ແມ່ນ​ງົວ, ລໍ, ແກະ, ເຄື່ອງນຸ່ງຫົ່ມ ຫລື​ສິ່ງຂອງ​ໃດໆ​ທີ່​ເສຍ​ໄປ, ຕ້ອງ​ນຳ​ທັງສອງ​ຝ່າຍ​ທີ່​ອ້າງ​ວ່າ ຊັບສົມບັດ​ນັ້ນ​ເປັນ​ຂອງຕົນ​ໄປ​ຍັງ​ສະຖານທີ່​ນະມັດສະການ. ຜູ້​ທີ່​ພຣະເຈົ້າ​ໄດ້​ບອກ​ວ່າ​ເປັນ​ຝ່າຍ​ຜິດ ຕ້ອງ​ໃຊ້​ຄືນ​ໃຫ້​ຄູ່ຄວາມ​ເຖິງ​ສອງ​ເທົ່າ.</verse>
				<verse number="10">ຖ້າ​ຜູ້ໜຶ່ງ​ຮັບ​ເອົາ​ລໍ, ງົວ, ແກະ ຫລື​ສັດ​ຊະນິດ​ອື່ນໆ ທີ່​ເພື່ອນບ້ານ​ນຳ​ມາ​ຝາກ​ລ້ຽງ ແລະ​ຖ້າ​ສັດ​ນັ້ນ​ຕາຍ ຫລື​ບາດເຈັບ ຫລື​ມີ​ຜູ້​ໄລ່​ຕ້ອນ​ເອົາ​ໄປ​ໂດຍ​ບໍ່ມີ​ພະຍານ​ຮູ້​ເຫັນ</verse>
				<verse number="11">ຕ້ອງ​ໃຫ້​ຜູ້​ທີ່​ຮັບ​ຝາກ​ນັ້ນ​ສາບານຕົວ​ຕໍ່​ເພື່ອນບ້ານ​ແລະ​ຕໍ່ໜ້າ​ພຣະເຈົ້າຢາເວ​ວ່າ ຕົນ​ບໍ່ໄດ້​ລັກ​ສັດ​ຂອງ​ຜູ້​ທີ່​ນຳ​ມາ​ຝາກ​ໄວ້​ນັ້ນ ຖ້າ​ສັດ​ນັ້ນ​ບໍ່ໄດ້​ຖືກ​ລັກ ຜູ້​ເປັນ​ເຈົ້າຂອງ​ສັດ​ນັ້ນ​ຕ້ອງ​ຍອມ​ຮັບ​ຄວາມ​ເສຍຫາຍ ແລະ​ຜູ້​ຮັບ​ຝາກ​ນັ້ນ​ກໍ​ບໍ່​ຕ້ອງ​ໃຊ້​ຄ່າ​ທົດແທນ​ຫຍັງ.</verse>
				<verse number="12">ແຕ່​ຖ້າ​ສັດ​ນັ້ນ​ຖືກ​ລັກ​ໄປ ຜູ້​ຮັບ​ຝາກ​ຕ້ອງ​ໃຊ້​ຄ່າ​ທົດແທນ​ຄືນ​ໃຫ້​ແກ່​ເຈົ້າຂອງ​ສັດ.</verse>
				<verse number="13">ຖ້າ​ສັດ​ຖືກ​ສັດປ່າ​ກັດ​ຕາຍ ຜູ້​ຮັບ​ລ້ຽງ​ຕ້ອງ​ນຳ​ຫຼັກຖານ​ມາ​ຢັ້ງຢືນ; ລາວ​ບໍ່​ຈຳເປັນ​ຕ້ອງ​ໃຊ້​ຄ່າ​ສັດ​ທີ່​ຖືກ​ສັດປ່າ​ກັດ​ຕາຍ.</verse>
				<verse number="14">ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຢືມ​ສັດ​ລ້ຽງ​ຈາກ​ເພື່ອນບ້ານ​ຂອງຕົນ ແລະ​ສັດ​ນັ້ນ​ຖືກ​ອັນຕະລາຍ ຫລື​ຕາຍໄປ​ລະຫວ່າງ​ເຈົ້າຂອງ​ສັດ​ບໍ່​ຢູ່ ກໍ​ໃຫ້​ຜູ້​ຢືມ​ນັ້ນ​ຊົດໃຊ້​ຄືນ.</verse>
				<verse number="15">ແຕ່​ຖ້າ​ເຈົ້າຂອງ​ສັດ​ນັ້ນ​ຢູ່ ຜູ້​ຢືມ​ນັ້ນ​ກໍ​ບໍ່​ຕ້ອງ​ໃຊ້​ຄ່າ​ທົດແທນ​ຫຍັງ. ຖ້າ​ເປັນ​ການ​ເຊົ່າ​ກໍ​ໃຫ້​ຄິດ​ແຕ່​ຄ່າ​ເຊົ່າ​ເທົ່ານັ້ນ​ກໍ​ພໍ.</verse>
				<verse number="16">ຖ້າ​ຊາຍ​ຄົນ​ໜຶ່ງ​ຫລອກລວງ​ຍິງ​ສາວ​ບໍຣິສຸດ​ທີ່​ຍັງ​ບໍ່ມີ​ຄູ່ໝັ້ນ ລາວ​ກໍ​ຕ້ອງ​ຈ່າຍ​ຄ່າ​ແຕ່ງ​ດອງ​ແກ່​ນາງ ແລະ​ຮັບ​ນາງ​ມາ​ເປັນ​ເມຍ​ຂອງຕົນ.</verse>
				<verse number="17">ແຕ່​ຖ້າ​ພໍ່​ຂອງ​ຍິງ​ນັ້ນ​ບໍ່​ຍິນ​ຍອມ​ໃຫ້​ນາງ​ແຕ່ງງານ​ກັບ​ຊາຍ​ນັ້ນ ລາວ​ຕ້ອງ​ເສຍ​ເງິນ​ເທົ່າ​ກັບ​ຄ່າ​ດອງ ຕາມ​ທຳນຽມ​ສູ່​ຂໍ​ຍິງ​ສາວ​ບໍຣິສຸດ.</verse>
				<verse number="18">ຢ່າ​ໄວ້​ຊີວິດ​ຍິງ​ທີ່​ໃຊ້​ເວດມົນ​ຄາຖາ.</verse>
				<verse number="19">ຢ່າ​ໄວ້​ຊີວິດ​ຄົນ​ທີ່​ສົມສູ່​ທາງ​ເພດ​ກັບ​ສັດ.</verse>
				<verse number="20">ຈົ່ງ​ປະຫານ​ຊີວິດ​ຜູ້​ທີ່​ຖວາຍບູຊາ​ແກ່​ພະອື່ນ ນອກຈາກ​ພຣະເຈົ້າຢາເວ.</verse>
				<verse number="21">ຢ່າ​ຂົ່ມເຫັງ​ຫລື​ບີບ​ບັງຄັບ​ຄົນ​ຕ່າງດ້າວ; ຈົ່ງ​ຈົດຈຳ​ໄວ້​ວ່າ ພວກເຈົ້າ​ເອງ​ກໍ​ເຄີຍ​ເປັນ​ຄົນ​ຕ່າງດ້າວ​ໃນ​ປະເທດ​ເອຢິບ.</verse>
				<verse number="22">ຢ່າ​ຂົ່ມເຫັງ​ແມ່ໝ້າຍ​ຫລື​ລູກກຳພ້າ.</verse>
				<verse number="23">ຖ້າ​ພວກເຈົ້າ​ຂົ່ມເຫັງ​ພວກເຂົາ ເມື່ອ​ພວກເຂົາ​ຮ້ອງ​ຫາ​ເຮົາ​ໃຫ້​ຊ່ວຍເຫລືອ ເຮົາ​ຈະ​ຟັງ​ຄຳ​ຮ້ອງທຸກ​ຂອງ​ພວກເຂົາ​ແນ່ນອນ.</verse>
				<verse number="24">ແລະ​ເຮົາ​ຈະ​ໂກດຮ້າຍ ແລະ​ຂ້າ​ພວກເຈົ້າ​ເສຍ​ໃນ​ສົງຄາມ​ດ້ວຍ​ຄົມ​ດາບ. ເມຍ​ຂອງ​ພວກເຈົ້າ​ຈະ​ເປັນ​ໝ້າຍ ແລະ​ລູກ​ຂອງ​ພວກເຈົ້າ​ກໍ​ຈະ​ເປັນ​ກຳພ້າ​ພໍ່.</verse>
				<verse number="25">ຖ້າ​ເຈົ້າ​ໃຫ້​ປະຊາຊົນ​ຜູ້​ຍາກຈົນ​ຂອງເຮົາ​ຢືມ​ເງິນ ຢ່າ​ເຮັດ​ຄື​ວ່າ​ຕົນ​ເປັນ​ເຈົ້າໜີ້ ແລະ​ຮຽກຮ້ອງ​ເອົາ​ດອກເບ້ຍ​ນຳ​ພວກເຂົາ.</verse>
				<verse number="26">ຖ້າ​ເຈົ້າ​ເອົາ​ເສື້ອຄຸມ​ຂອງ​ເພື່ອນບ້ານ​ໄວ້​ເປັນ​ຂອງ​ປະກັນ ຈົ່ງ​ສົ່ງ​ເຂົາ​ຄືນ​ກ່ອນ​ຕາເວັນ​ຕົກ​ດິນ</verse>
				<verse number="27">ເພາະວ່າ​ລາວ​ມີ​ເສື້ອຄຸມ​ຜືນ​ດຽວ​ເທົ່ານັ້ນ ເພື່ອ​ປົກຄຸມ​ລາວ​ໃຫ້​ອົບອຸ່ນ; ບໍ່​ດັ່ງນັ້ນ ລາວ​ຈະ​ເອົາ​ຫຍັງ​ຕຸ້ມ​ຫົ່ມ​ນອນ. ເມື່ອ​ລາວ​ຮ້ອງ​ຫາ​ເຮົາ​ໃຫ້​ຊ່ວຍເຫລືອ ເຮົາ​ຈະ​ຕອບ​ລາວ ເພາະວ່າ​ເຮົາ​ເປັນ​ຜູ້​ມີ​ໃຈ​ເມດຕາ.</verse>
				<verse number="28">ຢ່າ​ດ່າ​ວ່າ​ພຣະເຈົ້າ ແລະ​ຢ່າ​ສາບແຊ່ງ​ຜູ້ນຳ​ຊົນຊາດ​ຂອງ​ພວກເຈົ້າ.</verse>
				<verse number="29">ຈົ່ງ​ນຳ​ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ​ທີ່​ຕ້ອງ​ຖວາຍ​ຕາມ​ກຳນົດ​ນັ້ນ​ມາ​ຖວາຍ​ແກ່​ເຮົາ. ຈົ່ງ​ຖວາຍ​ລູກຊາຍກົກ​ຂອງ​ພວກເຈົ້າ​ແກ່​ເຮົາ.</verse>
				<verse number="30">ຈົ່ງ​ຖວາຍ​ລູກ​ສັດ​ໂຕ​ເຖິກ​ຫົວປີ​ຂອງ​ງົວ ແລະ​ແກະ​ຂອງ​ພວກເຈົ້າ​ແກ່​ເຮົາ. ຈົ່ງ​ໃຫ້​ລູກ​ສັດ​ໂຕ​ເຖິກ​ຫົວປີ​ຢູ່​ກັບ​ແມ່​ຂອງ​ມັນ​ເຈັດ​ວັນ ແລະ​ໃນ​ວັນ​ທີ​ແປດ​ໃຫ້​ນຳ​ມາ​ຖວາຍ​ແກ່​ເຮົາ.</verse>
				<verse number="31">ພວກເຈົ້າ​ເປັນ​ປະຊາຊົນ​ບໍຣິສຸດ​ຂອງເຮົາ. ສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ຕ້ອງ​ກິນ​ຊີ້ນ​ສັດ​ໃດໆ​ທີ່​ຖືກ​ສັດປ່າ​ກັດ​ຕາຍ ຈົ່ງ​ຖິ້ມ​ໃຫ້​ໝາ​ກິນ​ເສຍ.</verse>
			</chapter>
			<chapter number="23">
				<verse number="1">ຢ່າ​ນຳ​ເອົາ​ເລື່ອງ​ບໍ່​ຈິງ​ໄປ​ເລົ່າ​ຕໍ່ໆ​ກັນ ແລະ​ຢ່າ​ຊ່ວຍ​ຄົນ​ຜິດ​ໂດຍ​ໃຫ້​ຄຳ​ພະຍານ​ບໍ່​ຈິງ.</verse>
				<verse number="2">ຢ່າ​ເຂົ້າ​ຂ້າງ​ສຽງ​ສ່ວນຫລາຍ​ເມື່ອ​ພວກເຂົາ​ເຮັດ​ຜິດ ຫລື​ເມື່ອ​ພວກເຂົາ​ສະແດງ​ຫຼັກຖານ ເພື່ອ​ນຳ​ໄປ​ໃຊ້​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ.</verse>
				<verse number="3">ຢ່າ​ເຂົ້າຂ້າງ​ຄະດີ​ຂອງ​ຄົນ​ໃດ ແມ່ນແຕ່​ຄົນ​ຍາກຈົນ​ກໍຕາມ.</verse>
				<verse number="4">ຖ້າ​ເຈົ້າ​ເຫັນ​ງົວ ຫລື​ລໍ​ຂອງ​ສັດຕູ​ແລ່ນ​ຫລົງ​ມາ ຈົ່ງ​ເອົາ​ໄປ​ສົ່ງ​ຄືນ​ໃຫ້​ເຂົາ.</verse>
				<verse number="5">ຖ້າ​ລໍ​ຂອງ​ເຂົາ​ລົ້ມລົງ​ຍ້ອນ​ບັນທຸກ​ຂອງ​ໜັກ ຈົ່ງ​ຊ່ວຍ​ເຂົາ​ຍົກ​ລໍ​ນັ້ນ​ຂຶ້ນ ຢ່າ​ຍ່າງ​ໜີໄປ​ລ້າໆ.</verse>
				<verse number="6">ຈົ່ງ​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຄົນ​ຍາກຈົນ ເມື່ອ​ມີ​ການ​ສືບສວນ​ໃນ​ສານ.</verse>
				<verse number="7">ຢ່າ​ໃສ່​ຄຳ​ກ່າວຫາ​ຢ່າງ​ຜິດໆ ແລະ​ຢ່າ​ປະຫານ​ຊີວິດ​ຄົນ​ບໍຣິສຸດ ເພາະ​ເຮົາ​ຈະ​ລົງໂທດ​ຄົນ​ທີ່​ກະທຳ​ຊົ່ວ​ເຊັ່ນນັ້ນ.</verse>
				<verse number="8">ຢ່າ​ຮັບ​ສິນບົນ ເພາະ​ສິນບົນ​ເຮັດ​ໃຫ້​ຄົນ​ຕາບອດ​ຕໍ່​ສິ່ງ​ທີ່​ຖືກຕ້ອງ ແລະ​ບິດເບືອນ​ຄະດີ​ຂອງ​ຜູ້​ບໍ່ມີ​ຄວາມຜິດ.</verse>
				<verse number="9">ຢ່າ​ຂົ່ມເຫັງ​ຄົນ​ຕ່າງດ້າວ; ເຈົ້າ​ຮູ້​ຄວາມ​ຮູ້ສຶກ​ຂອງ​ຄົນ​ຕ່າງດ້າວ​ວ່າ​ເປັນ​ແນວ​ໃດ ເພາະ​ພວກເຈົ້າ​ເອງ​ກໍ​ເຄີຍ​ເປັນ​ຄົນ​ຕ່າງດ້າວ​ມາ​ແລ້ວ​ຢູ່​ໃນ​ປະເທດ​ເອຢິບ.</verse>
				<verse number="10">ຈົ່ງ​ຫວ່ານ​ພືດ ແລະ​ເກັບກ່ຽວ​ຜົນລະປູກ​ໃນ​ນາ​ຂອງ​ເຈົ້າ​ຕະຫລອດ​ຫົກ​ປີ.</verse>
				<verse number="11">ແຕ່​ໃນ​ປີ​ທີ​ເຈັດ ຈົ່ງ​ປະ​ໃຫ້​ນາ​ນັ້ນ​ວ່າງ​ເປົ່າ ແລະ​ຢ່າ​ເກັບກ່ຽວ​ຫຍັງ​ທີ່​ເກີດຂຶ້ນ​ໃນ​ນາ​ນັ້ນ. ຄົນ​ຍາກຈົນ​ອາດ​ເກັບ​ກິນ​ສິ່ງ​ທີ່​ເກີດຂຶ້ນ​ໃນ​ນາ​ນັ້ນ​ໄດ້ ແລະ​ສັດປ່າ​ທັງຫລາຍ​ອາດ​ກິນ​ສິ່ງ​ທີ່​ເຫຼືອ​ນັ້ນ​ໄດ້. ຈົ່ງ​ເຮັດ​ຢ່າງ​ດຽວກັນ​ສຳລັບ​ສວນອະງຸ່ນ ແລະ​ສວນ​ໝາກກອກເທດ​ຂອງເຈົ້າ.</verse>
				<verse number="12">ຈົ່ງ​ເຮັດ​ວຽກ​ຫົກ​ວັນ​ຕໍ່​ອາທິດ ແລະ​ຢ່າ​ເຮັດ​ວຽກ​ໃນ​ວັນ​ທີ​ເຈັດ ເພື່ອ​ວ່າ​ຄົນ​ຮັບໃຊ້ ແລະ​ຄົນ​ຕ່າງດ້າວ​ທີ່​ເຮັດ​ວຽກ​ໃຫ້​ເຈົ້າ ຕະຫລອດ​ທັງ​ສັດ​ຂອງ​ເຈົ້າ​ຈະ​ໄດ້​ພັກຜ່ອນ.</verse>
				<verse number="13">ຈົ່ງ​ເອົາໃຈໃສ່​ເຊື່ອຟັງ​ທຸກສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ນັ້ນ. ຢ່າ​ພາວັນນາ​ອະທິຖານ​ຫາ​ບັນດາ​ພະອື່ນ ແລະ​ຢ່າ​ເອີ່ຍ​ເຖິງ​ແມ່ນແຕ່​ຊື່​ຂອງ​ພະ​ເຫຼົ່ານັ້ນ.</verse>
				<verse number="14">ຈົ່ງ​ສະຫລອງ​ເທດສະການ​ສາມ​ຄັ້ງ​ຕໍ່​ປີ ເພື່ອ​ຍົກຍໍ​ໃຫ້ກຽດ​ເຮົາ.</verse>
				<verse number="15">ໃນ​ເດືອນ​ອາບີບ ເດືອນ​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ຈົ່ງ​ສະຫລອງ​ມື້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ຕາມ​ພິທີ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ. ຢ່າ​ກິນ​ເຂົ້າຈີ່ ມີ​ເຊື້ອແປ້ງ​ໃດໆ​ໃນ​ເຈັດ​ວັນ ຕາມ​ກຳນົດ​ຂອງ​ພິທີ​ນັ້ນ. ຢ່າ​ເຂົ້າ​ມາ​ນະມັດສະການ​ເຮົາ​ໂດຍ​ບໍ່ມີ​ເຄື່ອງ​ຖວາຍ.</verse>
				<verse number="16">ຈົ່ງ​ສະຫລອງ​ເທດສະການ​ວັນ​ເກັບກ່ຽວ ເມື່ອ​ພວກເຈົ້າ​ເລີ່ມ​ເກັບກ່ຽວ​ຜົນລະປູກ​ຜົນແຮກ​ທີ່​ເກີດ​ຈາກ​ແຮງງານ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ໄດ້​ຫວ່ານ​ພືດ​ລົງ​ໃນ​ນາ. ຈົ່ງ​ສະຫລອງ​ເທດສະການ​ວັນ​ເກັບ​ພືດຜົນ​ປາຍປີ ເມື່ອ​ເຈົ້າ​ເກັບ​ພືດຜົນ​ຈາກ​ທົ່ງນາ​ອັນ​ເປັນ​ຜົນງານ​ຂອງ​ເຈົ້າ.</verse>
				<verse number="17">ທຸກໆ​ປີ​ໃດ​ໃນ​ເທດສະການ​ສາມ​ປາງ​ນີ້ ໃຫ້​ພວກ​ຜູ້ຊາຍ​ເຂົ້າ​ມາ​ຕໍ່ໜ້າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ.</verse>
				<verse number="18">ຢ່າ​ຖວາຍ​ເຂົ້າຈີ່​ມີ​ເຊື້ອແປ້ງ ເມື່ອ​ພວກເຈົ້າ​ຂ້າ​ສັດ​ຖວາຍບູຊາ​ແກ່​ເຮົາ. ໄຂມັນ​ສັດ​ທີ່​ຂ້າ​ຖວາຍ​ແກ່​ເຮົາ​ໃນ​ລະຫວ່າງ​ເທດສະການ​ສາມ​ປາງ​ນີ້ ບໍ່​ໃຫ້​ມີ​ເຫຼືອ​ຈົນ​ຮອດ​ຕອນເຊົ້າ​ຂອງ​ມື້​ໃໝ່.</verse>
				<verse number="19">ຈົ່ງ​ນຳ​ພືດຜົນ​ທີ່​ດີ​ເລີດ ຊຶ່ງ​ໄດ້​ເກັບກ່ຽວ​ຄັ້ງແຮກ ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຢ່າ​ຕົ້ມ​ຊີ້ນ​ລູກແກະ ຫລື​ລູກ​ແບ້​ດ້ວຍ​ນໍ້ານົມ​ແມ່​ຂອງ​ມັນ.</verse>
				<verse number="20">ເຮົາ​ຈະ​ໃຊ້​ເທວະດາ​ນຳ​ໜ້າ​ໄປ ເພື່ອ​ປົກປັກ​ຮັກສາ​ພວກເຈົ້າ​ໃນ​ການ​ເດີນທາງ ທັງ​ຈະ​ນຳ​ພວກເຈົ້າ​ໄປ​ບ່ອນ​ທີ່​ເຮົາ​ໄດ້​ຈັດແຈງ​ໄວ້.</verse>
				<verse number="21">ຈົ່ງ​ເອົາໃຈໃສ່ ແລະ​ເຊື່ອຟັງ​ເທວະດາ. ຢ່າ​ຂັດຂືນ ເພາະ​ແມ່ນ​ເຮົາ​ເອງ​ທີ່​ເປັນ​ຜູ້​ສັ່ງ​ເທວະດາ​ນັ້ນ ແລະ​ເພິ່ນ​ຈະ​ບໍ່​ຍົກໂທດ​ໃຫ້​ແກ່​ການ​ຂັດຂືນ​ໃດໆ​ທັງ​ສິ້ນ.</verse>
				<verse number="22">ແຕ່​ຖ້າ​ພວກເຈົ້າ​ເຊື່ອຟັງ​ເທວະດາ​ນັ້ນ ແລະ​ເຮັດ​ຕາມ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ໄວ້ ເຮົາ​ຈະ​ຕໍ່ສູ້​ສັດຕູ​ທັງຫລາຍ​ຂອງ​ພວກເຈົ້າ.</verse>
				<verse number="23">ເທວະດາ​ຂອງເຮົາ​ຈະ​ນຳ​ໜ້າ​ພວກເຈົ້າ​ໄປ ແລະ​ຈະ​ພາ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ​ຂອງ​ຊາວ​ອາໂມ, ຊາວ​ຮິດຕີ, ຊາວ​ເປຣີຊີ, ຊາວ​ການາອານ, ຊາວ​ຮີວີ ແລະ​ຊາວ​ເຢບູດ ແລະ​ເຮົາ​ຈະ​ທຳລາຍ​ພວກເຂົາ​ທັງໝົດ.</verse>
				<verse number="24">ຢ່າ​ຂາບໄຫວ້​ພະ​ຂອງ​ພວກເຂົາ ຫລື​ນະມັດສະການ​ພະ​ເຫຼົ່ານັ້ນ​ເດັດຂາດ ແລະ​ຢ່າ​ນຳ​ເອົາ​ພິທີ​ປະຕິບັດ​ທາງ​ສາສະໜາ​ຂອງ​ພວກເຂົາ​ມາ​ໃຊ້. ຈົ່ງ​ທຳລາຍ​ບັນດາ​ພະ​ຂອງ​ພວກເຂົາ ພ້ອມທັງ​ທັບ​ເສົາ​ຫີນ​ສັກສິດ​ໃຫ້​ໝຸ່ນ​ທະລາຍ.</verse>
				<verse number="25">ຖ້າ​ພວກເຈົ້າ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ເຮົາ​ກໍ​ຈະ​ອວຍພອນ​ພວກເຈົ້າ ບໍຣິບູນ​ໄປ​ດ້ວຍ​ອາຫານ​ການ​ກິນ​ແລະ​ນໍ້າດື່ມ ທັງ​ຈະ​ບັນດານ​ໃຫ້​ພວກເຈົ້າ​ພົ້ນ​ຈາກ​ຄວາມ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ.</verse>
				<verse number="26">ໃນ​ດິນແດນ​ຂອງ​ພວກເຈົ້າ​ຈະ​ບໍ່ມີ​ແມ່ຍິງ​ຫລຸລູກ​ຫລື​ເປັນໝັນ. ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຊີວິດ​ຍືນຍາວ.</verse>
				<verse number="27">ເຮົາ​ຈະ​ເຮັດ​ໃຫ້​ຄົນ​ຕໍ່ສູ້​ພວກເຈົ້າ​ຢ້ານກົວ​ເຮົາ. ເຮົາ​ຈະ​ນຳ​ຄວາມ​ສັບສົນ​ວຸ້ນວາຍ​ມາ​ໃນ​ທ່າມກາງ​ຄົນ​ຕໍ່ສູ້​ພວກເຈົ້າ ແລະ​ຈະ​ເຮັດ​ໃຫ້​ສັດຕູ​ຂອງ​ພວກເຈົ້າ​ທຸກໆ​ຄົນ​ແລ່ນ​ພ່າຍ​ໜີໄປ.</verse>
				<verse number="28">ເຮົາ​ຈະ​ເຮັດ​ໃຫ້​ສັດຕູ​ຂອງ​ພວກເຈົ້າ​ແຕກຕື່ນ​ເສຍຂວັນ; ເຮົາ​ຈະ​ຂັບໄລ່​ຊາວ​ຮີວີ, ຊາວ​ການາອານ ແລະ​ຊາວ​ຮິດຕີ ອອກ​ໜີ​ໃນ​ຂະນະທີ່​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ.</verse>
				<verse number="29">ເຮົາ​ຈະ​ບໍ່​ຂັບໄລ່​ພວກເຂົາ​ອອກ​ໄປ​ໃນ​ລະຫວ່າງ​ປີ​ດຽວກັນ​ໂລດ; ຖ້າ​ເຮົາ​ເຮັດ​ເຊັ່ນນັ້ນ ດິນແດນ​ຈະ​ວ່າງເປົ່າ ແລະ​ສັດປ່າ​ກໍ​ຈະ​ທະວີ​ຫລາຍ​ໂພດ​ສຳລັບ​ພວກເຈົ້າ.</verse>
				<verse number="30">ແຕ່​ເຮົາ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ​ເທື່ອລະເລັກ​ລະນ້ອຍ ຈົນ​ພວກເຈົ້າ​ມີ​ຈຳນວນ​ພຽງພໍ ເພື່ອ​ຢຶດຄອງ​ເອົາ​ດິນແດນ​ເປັນ​ກຳມະສິດ.</verse>
				<verse number="31">ເຮົາ​ຈະ​ກຳນົດ​ເຂດແດນ​ຂອງ​ພວກເຈົ້າ​ໄວ້ ຕັ້ງແຕ່​ອ່າວ​ອາກາບາ​ຈົນເຖິງ​ທະເລ​ເມດີແຕຣາເນ ແລະ​ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ຈົນເຖິງ​ແມ່ນໍ້າ​ເອີຟຣັດ. ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ອຳນາດ​ເໜືອ​ປະຊາຊົນ​ຕ່າງໆ​ໃນ​ດິນແດນ ແລະ​ພວກເຈົ້າ​ຈະ​ຂັບໄລ່​ພວກເຂົາ​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ.</verse>
				<verse number="32">ຢ່າ​ເຮັດ​ຂໍ້​ຕົກລົງ​ໃດໆ​ກັບ​ພວກເຂົາ ຫລື​ກັບ​ບັນດາ​ພະ​ຂອງ​ພວກເຂົາ.</verse>
				<verse number="33">ຢ່າ​ຍອມ​ໃຫ້​ພວກເຂົາ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ. ຖ້າ​ພວກເຈົ້າ​ຍອມ ພວກເຂົາ​ຈະ​ພາ​ພວກເຈົ້າ​ເຮັດ​ບາບ​ຕໍ່ສູ້​ເຮົາ. ຖ້າ​ພວກເຈົ້າ​ຂາບໄຫວ້​ພະ​ຂອງ​ພວກເຂົາ ການ​ກະທຳ​ເຊັ່ນນັ້ນ​ກໍ​ຈະ​ເປັນ​ບ້ວງແຮ້ວ​ອັນ​ຮ້າຍກາດ ສຳລັບ​ດັກຈັບ​ພວກເຈົ້າ​ເອງ.</verse>
			</chapter>
			<chapter number="24">
				<verse number="1">ແລ້ວ​ພຣະເຈົ້າ​ໄດ້​ບອກ​ໂມເຊ​ວ່າ, “ເຈົ້າ​ກັບ​ອາໂຣນ, ນາດາບ, ອາບີຮູ, ພ້ອມ​ທັງ​ບັນດາ​ຫົວໜ້າ 70 ຄົນ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຂຶ້ນ​ມາ​ຫາ​ພຣະເຈົ້າຢາເວ​ທີ່​ເທິງ​ພູເຂົາ; ເມື່ອ​ຂຶ້ນ​ມາ​ແລ້ວ​ໃຫ້​ກົ້ມຂາບ​ນະມັດສະການ​ຢູ່​ຫ່າງໆ.</verse>
				<verse number="2">ໃຫ້​ເຈົ້າ​ຄົນ​ດຽວ​ເທົ່ານັ້ນ​ເຂົ້າ​ມາ​ໃກ້​ພຣະເຈົ້າຢາເວ. ຄົນອື່ນ​ຢ່າ​ໃຫ້​ຫຍັບ​ເຂົ້າ​ມາ​ໃກ້. ສ່ວນ​ປະຊາຊົນ​ນັ້ນ ຢ່າ​ໃຫ້​ຂຶ້ນ​ມາ​ເທິງ​ພູ​ເປັນ​ເດັດຂາດ.”</verse>
				<verse number="3">ໂມເຊ​ຈຶ່ງ​ໄດ້​ນຳ​ຂໍ້ຄຳສັ່ງ ແລະ​ກົດ​ຕ່າງໆ​ຂອງ​ພຣະເຈົ້າຢາເວ​ໄປ​ບອກ​ປະຊາຊົນ ແລະ​ປະຊາຊົນ​ທຸກຄົນ​ໄດ້​ຕອບ​ພ້ອມ​ກັນ​ວ່າ, “ພວກເຮົາ​ຈະ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ.”</verse>
				<verse number="4">ໂມເຊ​ໄດ້​ບັນທຶກ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ໄວ້. ມື້​ຕໍ່ມາ​ແຕ່​ເຊົ້າ ໂມເຊ​ໄດ້​ສ້າງ​ແທ່ນບູຊາ​ໜຶ່ງ​ແທ່ນ​ຂຶ້ນ​ທີ່​ຕີນ​ພູ ແລະ​ໄດ້​ຕັ້ງ​ຫີນ​ສິບສອງ​ກ້ອນ​ໄວ້​ເປັນ​ອະນຸສອນ​ຄື: ກ້ອນ​ໜຶ່ງ​ສຳລັບ​ເຜົ່າ​ໜຶ່ງ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="5">ຕໍ່ມາ ເພິ່ນ​ໄດ້​ໃຊ້​ພວກ​ຄົນ​ໜຸ່ມ​ອິດສະຣາເອນ ເຜົາ​ເຄື່ອງ​ບູຊາ​ຖວາຍ​ແລະ​ເຜົາ​ງົວ​ທັງ​ໂຕ ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ.</verse>
				<verse number="6">ໂມເຊ​ໄດ້​ແບ່ງ​ເລືອດ​ສັດ​ທີ່​ຂ້າ​ນັ້ນ​ໃສ່​ໄວ້​ໃນ​ຊາມ​ເຄິ່ງ​ໜຶ່ງ ແລະ​ອີກ​ເຄິ່ງ​ໜຶ່ງ​ເພິ່ນ​ໄດ້​ຊິດ​ໃສ່​ແທ່ນບູຊາ.</verse>
				<verse number="7">ແລ້ວ​ເພິ່ນ​ກໍ​ອ່ານ​ໜັງສື​ພັນທະສັນຍາ​ດ້ວຍ​ສຽງດັງ​ສູ່​ປະຊາຊົນ​ຟັງ. ພວກເຂົາ​ຕ່າງ​ກໍ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ທັງໝົດ​ຈະ​ເຊື່ອຟັງ​ພຣະເຈົ້າຢາເວ ແລະ​ຈະ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້.”</verse>
				<verse number="8">ແລ້ວ​ໂມເຊ​ກໍໄດ້​ເອົາ​ເລືອດ​ໃນ​ຊາມ​ຊິດ​ໃສ່​ປະຊາຊົນ ແລະ​ກ່າວ​ວ່າ, “ອັນ​ນີ້​ແມ່ນ​ເລືອດ​ແຫ່ງ​ພັນທະສັນຍາ​ທີ່​ພຣະເຈົ້າຢາເວ​ຕັ້ງ​ໄວ້​ກັບ​ພວກເຈົ້າ ເມື່ອ​ພຣະອົງ​ມອບ​ພັນທະສັນຍາ​ນີ້​ໃຫ້.”</verse>
				<verse number="9">ໂມເຊ, ອາໂຣນ, ນາດາບ, ອາບີຮູ ແລະ​ບັນດາ​ຫົວໜ້າ​ເຈັດສິບ​ຄົນ​ຂອງ​ຊາດ​ອິດສະຣາເອນ ຈຶ່ງ​ພາກັນ​ຂຶ້ນ​ໄປ​ເທິງ​ພູ;</verse>
				<verse number="10">ແລະ​ພວກເຂົາ​ໄດ້​ເຫັນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ລຸ່ມ​ຕີນ​ຂອງ​ພຣະອົງ​ມີ​ສິ່ງ​ໜຶ່ງ​ປູ​ໄວ້ ເປັນ​ຄື​ແກ້ວໄພທູນ​ສະຫງ່າ​ແຈ່ມໃສ​ດັ່ງ​ທ້ອງຟ້າ.</verse>
				<verse number="11">ພຣະອົງ​ບໍ່ໄດ້​ທຳລາຍ​ບັນດາ​ຫົວໜ້າ​ຂອງ​ຊາດ​ອິດສະຣາເອນ; ພວກເຂົາ​ໄດ້​ເຫັນ​ພຣະເຈົ້າ ແລ້ວ​ພວກເຂົາ​ກໍ​ພາກັນ​ກິນ​ແລະ​ດື່ມ.</verse>
				<verse number="12">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ຂຶ້ນ​ມາ​ຫາ​ເຮົາ​ທີ່​ເທິງ​ພູເຂົາ; ເມື່ອ​ເຈົ້າ​ມາ​ຮອດ​ທີ່​ນີ້​ແລ້ວ ເຮົາ​ຈະ​ໃຫ້​ແຜ່ນ​ຫີນ​ສອງ​ແຜ່ນ ຊຶ່ງ​ບັນຈຸ​ກົດບັນຍັດ​ທັງໝົດ​ທີ່​ເຮົາ​ໄດ້​ຂຽນ​ໄວ້​ສຳລັບ​ແນະນຳ​ປະຊາຊົນ.”</verse>
				<verse number="13">ໂມເຊ​ແລະ​ໂຢຊວຍ ຜູ້​ຊ່ວຍ​ຂອງຕົນ ຈຶ່ງ​ໄດ້​ຕຽມຕົວ ແລະ​ໂມເຊ​ກໍ​ເລີ່ມ ຂຶ້ນ​ໄປ​ທີ່​ເທິງ​ພູເຂົາ​ຂອງ​ພຣະເຈົ້າ.</verse>
				<verse number="14">ໂມເຊ​ໄດ້​ກ່າວ​ແກ່​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ວ່າ, “ຈົ່ງ​ຄອຍ​ຖ້າ​ພວກເຮົາ​ຢູ່​ທີ່​ຄ້າຍພັກ​ນີ້ ຈົນກວ່າ​ພວກເຮົາ​ກັບ​ມາ. ອາໂຣນ​ກັບ​ຮູເຣ​ຈະ​ຢູ່​ທີ່​ນີ້​ກັບ​ພວກເຈົ້າ. ຖ້າ​ມີ​ເລື່ອງ​ຫຍັງ​ເກີດຂຶ້ນ ກໍ​ໃຫ້​ໄປ​ຫາ​ທ່ານ​ທັງສອງ​ນີ້​ໄກ່​ເກ່ຍ​ໃຫ້.”</verse>
				<verse number="15">ເວລາ​ໂມເຊ​ຂຶ້ນ​ໄປ​ທີ່​ເທິງ​ພູເຂົາ​ນັ້ນ ເມກ​ໄດ້​ປົກຄຸມ​ໜ່ວຍ​ພູ​ໄວ້.</verse>
				<verse number="16">ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍ​ລົງ​ມາ​ທີ່​ເທິງ​ພູເຂົາ​ຊີນາຍ. ໃນ​ສາຍ​ຕາ​ຂອງ​ຊາວ​ອິດສະຣາເອນ​ແລ້ວ ແສງ​ນັ້ນ​ເບິ່ງ​ຄື​ໄຟ​ທີ່​ກຳລັງ​ໄໝ້​ເທິງ​ພູເຂົາ. ເມກ​ໄດ້​ປົກຄຸມ​ພູ​ຢູ່​ເປັນ​ເວລາ​ຫົກ​ວັນ ແລະ​ໃນ​ວັນ​ທີ​ເຈັດ ພຣະເຈົ້າຢາເວ​ໄດ້​ເອີ້ນ​ໂມເຊ​ຈາກ​ເມກ​ທີ່​ປົກຄຸມ​ນັ້ນ.</verse>
				<verse number="17"></verse>
				<verse number="18">ໂມເຊ​ໄດ້​ຍ່າງ​ຂຶ້ນ​ໄປ​ເທິງ​ພູເຂົາ ແລະ​ເຂົ້າ​ໄປ​ໃນ​ເມກ​ນັ້ນ. ເພິ່ນ​ໄດ້​ຢູ່​ໃນ​ທີ່ນັ້ນ​ເປັນ​ເວລາ​ສີ່ສິບ​ວັນ ແລະ​ສີ່ສິບ​ຄືນ.</verse>
			</chapter>
			<chapter number="25">
				<verse number="1">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂມເຊ​ໄວ້​ວ່າ,</verse>
				<verse number="2">“ຈົ່ງ​ບອກ​ຊາວ​ອິດສະຣາເອນ​ໃຫ້​ນຳ​ສິ່ງຂອງ​ມາ​ຖວາຍ​ແກ່​ເຮົາ. ຈົ່ງ​ຮັບ​ຂອງ​ຖວາຍ​ຈາກ​ທຸກໆ​ຄົນ​ທີ່​ເຕັມໃຈ​ໃຫ້.</verse>
				<verse number="3">ຂອງ​ຖວາຍ​ນັ້ນ​ຈະ​ຕ້ອງ​ແມ່ນ: ຄຳ, ເງິນ, ທອງສຳຣິດ;</verse>
				<verse number="4">ຜ້າປ່ານ​ເນື້ອລະອຽດ​ດີ, ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ; ຜ້າ​ທີ່​ເຮັດ​ດ້ວຍ​ຂົນແບ້;</verse>
				<verse number="5">ໜັງ​ແກະເຖິກ​ຍ້ອມ​ສີແດງ; ໜັງ​ສັດ​ທີ່​ລະອຽດ​ດີ; ໄມ້​ກະຖິນເທດ;</verse>
				<verse number="6">ນໍ້າມັນ​ໄຕ້​ຕະກຽງ; ເຄື່ອງເທດ​ປຸງ​ນໍ້າມັນ​ເຈີມ​ສັກສິດ ເພື່ອ​ໃຊ້​ຫົດສົງ​ແລະ​ໃຊ້​ເຮັດ​ເຄື່ອງຫອມ​ເຜົາບູຊາ.</verse>
				<verse number="7">ແກ້ວໂກເມນ​ແລະ​ເພັດພອຍ​ຊະນິດ​ຕ່າງໆ ສຳລັບ​ຕົບແຕ່ງ​ເສື້ອຄຸມ​ສັ້ນ​ເອໂຟດ ແລະ​ແຜ່ນ​ປົກເອິກ​ຂອງ​ປະໂຣຫິດ.</verse>
				<verse number="8">ຊາວ​ອິດສະຣາເອນ​ຕ້ອງ​ສ້າງ​ຫໍເຕັນ​ສັກສິດ​ສຳລັບ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ຢູ່​ທ່າມກາງ​ພວກເຂົາ.</verse>
				<verse number="9">ຈົ່ງ​ເຮັດ​ຫໍເຕັນ​ສັກສິດ​ແລະ​ເຄື່ອງ​ປະກອບ​ນັ້ນ ຕາມ​ແບບແຜນ​ທີ່​ເຮົາ​ຈະ​ສຳແດງ​ໃຫ້​ເຈົ້າ​ເບິ່ງ.</verse>
				<verse number="10">ຈົ່ງ​ເຮັດ​ຫີບ​ໜ່ວຍ​ໜຶ່ງ​ດ້ວຍ​ໄມ້​ກະຖິນເທດ​ຍາວ 110 ເຊັນ, ກວ້າງ 66 ເຊັນ ແລະ​ສູງ 66 ເຊັນ.</verse>
				<verse number="11">ຈົ່ງ​ໂອບ​ຫີບ​ນັ້ນ​ດ້ວຍ​ຄຳສົດ​ທັງ​ຂ້າງ​ໃນ​ແລະ​ຂ້າງ​ນອກ ແລະ​ໃຫ້​ເຮັດ​ຂອບ​ຄຳ​ອ້ອມຮອບ​ຫີບ.</verse>
				<verse number="12">ຈົ່ງ​ເອົາ​ຄຳ​ຫລໍ່​ຫູ​ເພື່ອ​ສອດ​ຄານຫາມ​ສີ່​ຫູ​ນັ້ນ​ຕິດ​ໃສ່​ກັບ​ແຈ​ທັງ​ສີ່​ຄື​ຂ້າງ​ລະ​ສອງ​ຫູ.</verse>
				<verse number="13">ຈົ່ງ​ເຮັດ​ຄານຫາມ​ດ້ວຍ​ໄມ້​ກະຖິນເທດ​ແລະ​ໂອບ​ດ້ວຍ​ຄຳ</verse>
				<verse number="14">ແລະ​ຈົ່ງ​ສອດ​ຄານຫາມ​ເຂົ້າ​ໃສ່​ຫູ​ຂອງ​ຂ້າງ​ຫີບ​ແຕ່ລະ​ຂ້າງ.</verse>
				<verse number="15">ຈົ່ງ​ສອດ​ຄານຫາມ​ນັ້ນ​ຄາ​ໄວ້​ເລີຍ ຢ່າ​ຖອດ​ອອກ.</verse>
				<verse number="16">ແລ້ວ​ຈົ່ງ​ເອົາ​ຫີນ​ສອງ​ແຜ່ນ​ທີ່​ຈາລຶກ​ຂໍ້ຄຳສັ່ງ​ຂອງເຮົາ ທີ່​ເຮົາ​ຈະ​ໃຫ້​ເຈົ້າ​ນັ້ນ​ໃສ່​ລົງ​ໃນ​ຫີບ.</verse>
				<verse number="17">ຈົ່ງ​ເອົາ​ຄຳສົດ​ເຮັດ​ຝາອັດ​ຫີບ ຊຶ່ງ​ຍາວ 110 ເຊັນ ແລະ​ກວ້າງ 66 ເຊັນ.</verse>
				<verse number="18">ແລ້ວ​ເຈົ້າ​ຈົ່ງ​ເອົາ​ຄຳ​ມາ​ຫລໍ່​ເຄຣຸບ ສອງ​ຕົນ​ຕິດ​ໃສ່​ກັບ​ແຕ່ລະ​ສົ້ນ​ຂອງ​ຝາອັດ​ຫີບ​ນັ້ນ. ຈົ່ງ​ເຮັດ​ໃຫ້​ມັນ​ເປັນ​ເນື້ອ​ດຽວ​ກັບ​ຝາອັດ​ຫີບ.</verse>
				<verse number="19"></verse>
				<verse number="20">ໃຫ້​ເຄຣຸບ​ນັ້ນ​ປິ່ນ​ໜ້າ​ເຂົ້າ​ຫາ​ກັນ​ຈາກ​ສົ້ນ​ໜຶ່ງ​ຫາ​ອີກ​ສົ້ນ​ໜຶ່ງ​ຂອງ​ຝາອັດ​ຫີບ ແລະ​ໃຫ້​ສົ້ນ​ສຸດ​ຂອງ​ປີກ​ທັງສອງ​ຂ້າງ​ທີ່​ພື​ອອກ​ນັ້ນ ຕິດ​ກັບ​ຝາອັດ​ຫີບ​ໃຫ້​ເປັນ​ເນື້ອ​ດຽວກັນ.</verse>
				<verse number="21">ຈົ່ງ​ເອົາ​ຫີນ​ສອງ​ແຜ່ນ​ໃສ່​ລົງ​ໃນ​ຫີບ​ນັ້ນ ແລະ​ເອົາ​ຝາອັດ​ຫີບ​ຢອງ​ໄວ້​ຢູ່​ທາງ​ເທິງ.</verse>
				<verse number="22">ເຮົາ​ຈະ​ພົບ​ກັບ​ເຈົ້າ​ຢູ່​ທີ່​ເທິງ​ຝາອັດ​ຫີບ​ນັ້ນ ຄື​ຢູ່​ລະຫວ່າງ​ເທິງ​ປີກ​ທັງສອງ​ຂອງ​ເຄຣຸບ; ໃນ​ທີ່ນັ້ນ ເຮົາ​ຈະ​ໃຫ້​ກົດບັນຍັດ​ຕ່າງໆ​ຂອງເຮົາ​ແກ່​ປະຊາຊົນ​ອິດສະຣາເອນ.</verse>
				<verse number="23">ຈົ່ງ​ເຮັດ​ໂຕະ​ໜ່ວຍ​ໜຶ່ງ​ດ້ວຍ​ໄມ້​ກະຖິນເທດ​ທີ່​ຍາວ 88 ເຊັນ, ກວ້າງ 44 ເຊັນ ແລະ​ສູງ 66 ເຊັນ.</verse>
				<verse number="24">ຈົ່ງ​ໂອບ​ໂຕະ​ນັ້ນ​ດ້ວຍ​ຄຳສົດ ແລະ​ຈົ່ງ​ແນບ​ຂອບ​ໂຕະ​ດ້ວຍ​ຄຳສົດ​ຄື​ກັນ.</verse>
				<verse number="25">ສ່ວນ​ຂອບ​ນອກ​ຂອງ​ໂຕະ​ທີ່​ເດ່​ອອກ​ມາ​ນັ້ນ​ໃຫ້​ກວ້າງ​ເຈັດ​ເຊັນ​ເຄິ່ງ​ພ້ອມ​ແນບ​ຂອບ​ຄຳ​ໃສ່​ອ້ອມຮອບ.</verse>
				<verse number="26">ຈົ່ງ​ເຮັດ​ຫູ​ເປັນ​ຄຳ​ຕິດ​ໃສ່​ໄວ້​ທີ່​ແຈ​ຂາ​ທັງ​ສີ່.</verse>
				<verse number="27">ຫູ​ຊຶ່ງ​ໃຊ້​ສອດ​ຄານຫາມ​ນັ້ນ​ໃຫ້​ຕິດ​ກັບ​ຂອບ​ຂອງ​ໂຕະ.</verse>
				<verse number="28">ຈົ່ງ​ເຮັດ​ຄານຫາມ​ດ້ວຍ​ໄມ້​ກະຖິນເທດ​ແລະ​ໂອບ​ດ້ວຍ​ຄຳ.</verse>
				<verse number="29">ສ່ວນ​ຈານ, ຈອກ, ໄຫ ແລະ​ຖ້ວຍ​ເພື່ອ​ໃຊ້​ໃນ​ການ​ຖວາຍບູຊາ​ເຫຼົ້າ​ອະງຸ່ນ​ນັ້ນ ຂອງ​ເຫຼົ່ານີ້​ໃຫ້​ເຮັດ​ດ້ວຍ​ຄຳສົດ.</verse>
				<verse number="30">ຈົ່ງ​ວາງ​ໂຕະ​ໄວ້​ຢູ່​ຕໍ່ໜ້າ​ຫີບ​ພັນທະສັນຍາ ແລະ​ທີ່​ເທິງ​ໂຕະ​ນັ້ນ ຈົ່ງ​ວາງ​ເຂົ້າຈີ່​ທີ່​ຖວາຍບູຊາ​ແກ່​ເຮົາ​ຕະຫລອດໄປ.</verse>
				<verse number="31">ຈົ່ງ​ເຮັດ​ຕີນ​ຮອງ​ຕະກຽງ​ດ້ວຍ​ຄຳສົດ; ຕີນ​ແລະ​ລຳ​ໂຕ​ຂອງ​ຫລັກ​ຕະກຽງ​ນັ້ນ ໃຫ້​ຕີ​ເປັນ​ຮູບ​ດອກໄມ້​ມີ​ທັງ​ດອກ​ຈູມ​ດອກບານ ແລະ​ກີບ​ດອກໄມ້​ໃຫ້​ຕິດ​ເປັນ​ເນື້ອ​ດຽວກັນ​ກັບ​ຕີນ​ຮອງ​ຂອງ​ຕະກຽງ.</verse>
				<verse number="32">ໃຫ້​ມີ​ກິ່ງ​ຫົກ​ກິ່ງ​ແຍກ​ອອກ​ຈາກ​ລຳ​ຂອງ​ຕີນ​ຕະກຽງ​ນັ້ນ​ຂ້າງ​ລະ​ສາມ​ກິ່ງ.</verse>
				<verse number="33">ແຕ່ລະ​ກິ່ງ​ໃນ​ຫົກ​ກິ່ງ​ນັ້ນ ໃຫ້​ປະດັບ​ປະດາ​ດ້ວຍ​ຮູບ​ດອກໄມ້​ສາມ​ດອກ ຊຶ່ງ​ມີ​ລວດລາຍ​ເໝືອນ​ດອກ​ໝາກບົກ​ບານ ຄື​ມີ​ທັງ​ກີບ​ແລະ​ກາບ​ດ້ວຍ.</verse>
				<verse number="34">ສ່ວນ​ລຳ​ຂອງ​ຕີນ​ຕະກຽງ​ນັ້ນ​ໃຫ້​ປະດັບ​ປະດາ​ດ້ວຍ​ຮູບ​ດອກໄມ້​ສີ່​ດອກ ຊຶ່ງ​ມີ​ລວດລາຍ​ເໝືອນ​ດອກ​ໝາກບົກ​ບານ​ມີກີບ ແລະ​ມີກາບ​ເຊັ່ນກັນ.</verse>
				<verse number="35">ຢູ່​ລຸ່ມ​ຂອງ​ກິ່ງ​ທັງ​ສາມ​ຄູ່ ມີ​ດອກໄມ້​ຈູມ​ດອກ​ໜຶ່ງ​ຕິດ​ເປັນ​ເນື້ອ​ດຽວກັນ​ກັບ​ຕີນ​ຂອງ​ຕະກຽງ.</verse>
				<verse number="36">ຈົ່ງ​ເອົາ​ຄຳສົດ​ມາ​ຕີ​ເປັນ​ດອກໄມ້​ຈູມ, ກິ່ງ​ແລະ​ຕີນ​ຕະກຽງ​ເຮັດ​ໃຫ້​ເປັນ​ເນື້ອ​ດຽວກັນ.</verse>
				<verse number="37">ຈົ່ງ​ເຮັດ​ຕະກຽງ​ເຈັດ​ໜ່ວຍ​ໃສ່​ຕີນ​ຕະກຽງ ແລະ​ໄຕ້​ໃຫ້​ມັນ​ສ່ອງ​ແສງ​ອອກ​ໄປ​ເປັນ​ໜ້າ​ກະດານ.</verse>
				<verse number="38">ຄີມ​ຄີບ​ໄສ້​ຕະກຽງ​ແລະ​ຖາດ​ໃສ່​ຄີມ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ຄຳສົດ.</verse>
				<verse number="39">ຕີນ​ຕະກຽງ​ກັບ​ເຄື່ອງໃຊ້​ທຸກຢ່າງ ຈົ່ງ​ເຮັດ​ດ້ວຍ​ຄຳສົດ​ປະມານ 35 ກິໂລກຼາມ.</verse>
				<verse number="40">ຈົ່ງ​ເອົາໃຈໃສ່​ເຮັດ​ສິ່ງ​ເຫຼົ່ານີ້ ຕາມ​ແບບແຜນ​ທີ່​ເຮົາ​ໄດ້​ສຳແດງ​ຕໍ່​ເຈົ້າ​ທີ່​ເທິງ​ພູ​ນັ້ນ.”</verse>
			</chapter>
			<chapter number="26">
				<verse number="1">“ສຳລັບ​ຂ້າງ​ໃນ​ຂອງ​ຫໍເຕັນ​ສັກສິດ​ບ່ອນ​ຢູ່​ຂອງເຮົາ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ສິບ​ຜືນ​ຕໍ່າ​ໃສ່​ກັບ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງ. ຈົ່ງ​ແສ່ວ​ເຄຣຸບ​ໃສ່​ຜ້າ​ເຫຼົ່ານັ້ນ.</verse>
				<verse number="2">ຜ້າ​ແຕ່ລະ​ຜືນ​ນັ້ນ​ໃຫ້​ມີ​ຂະໜາດ​ເທົ່າ​ກັນ ຄື: ຍາວ​ສິບສອງ​ແມັດ​ແລະ​ກວ້າງ​ສອງ​ແມັດ.</verse>
				<verse number="3">ຈົ່ງ​ຫຍິບ​ຜ້າ​ຫ້າ​ຜືນ​ໃຫ້​ຕໍ່​ກັນ​ເປັນ​ຜືນ​ດຽວ ແລະ​ອີກ​ຫ້າ​ຜືນ​ນັ້ນ​ກໍ​ໃຫ້​ຫຍິບ​ເປັນ​ຜືນ​ດຽວ​ຄື​ກັນ.</verse>
				<verse number="4">ຈົ່ງ​ເຮັດ​ຫູ​ຜ້າກັ້ງ​ດ້ວຍ​ຜ້າ​ສີຟ້າ ຕາມ​ແຂບ​ຜ້າກັ້ງ​ຊັ້ນນອກ​ແຕ່ລະ​ຜືນ.</verse>
				<verse number="5">ຈົ່ງ​ເຮັດ​ຫູ​ຫ້າສິບ​ອັນ ໃສ່​ຜ້າ​ຜືນ​ທີ​ໜຶ່ງ​ຂອງ​ຜ້າກັ້ງ​ຊຸດ​ທຳອິດ ແລະ​ອີກ​ຫ້າສິບ​ຫູ ໃສ່​ຜ້າ​ຜືນ​ສຸດທ້າຍ​ຂອງ​ຜ້າກັ້ງ​ຊຸດ​ທີ​ສອງ.</verse>
				<verse number="6">ຈົ່ງ​ເຮັດ​ຂໍ​ຄຳ​ຫ້າສິບ​ອັນ ສຳລັບ​ເກາະ​ຜ້າກັ້ງ​ໃຫ້​ເປັນ​ຫໍເຕັນ​ສັກສິດ​ດຽວກັນ.</verse>
				<verse number="7">ຈົ່ງ​ເຮັດ​ຜ້າ​ປົກຄຸມ​ຫໍເຕັນ​ສັກສິດ​ສິບເອັດ​ຜືນ​ດ້ວຍ​ຂົນແບ້.</verse>
				<verse number="8">ແຕ່ລະ​ຜືນ​ໃຫ້​ມີ​ຂະໜາດ​ເທົ່າ​ກັນ ຄື: ຍາວ​ສິບສາມ​ແມັດ ແລະ​ກວ້າງ​ສອງ​ແມັດ.</verse>
				<verse number="9">ໃຫ້​ຫຍິບ​ຜ້າກັ້ງ​ຫ້າ​ຜືນ​ຕໍ່​ກັນ​ເປັນ​ຜ້າປົກ​ໜຶ່ງ​ຊຸດ ແລະ​ຫຍິບ​ຫົກ​ຜືນ​ເປັນ​ອີກ​ຊຸດ​ໜຶ່ງ. ສ່ວນ​ຜືນ​ທີ​ຫົກ​ນັ້ນ​ໃຫ້​ຢ່ອນ​ລົງ​ມາ​ທາງ​ໜ້າ​ເຕັນ.</verse>
				<verse number="10">ແລ້ວ​ຈົ່ງ​ເຮັດ​ຫູ​ຫ້າສິບ​ອັນ​ໃສ່​ຜ້າ​ຜືນ​ສຸດທ້າຍ​ຂອງ​ຜ້າປົກ​ຊຸດ​ທຳອິດ ແລະ​ອີກ​ຫ້າສິບ​ອັນ​ໃສ່​ແຂບ​ເທິງ​ຂອງ​ຜ້າປົກ​ຊຸດ​ທີ​ສອງ.</verse>
				<verse number="11">ຈົ່ງ​ເຮັດ​ຂໍ​ທອງສຳຣິດ​ຫ້າສິບ​ອັນ ສຳລັບ​ໃຊ້​ເກາະ​ຜ້າປົກ​ທັງສອງ​ຊຸດ​ນັ້ນ ໃຫ້​ຕິດ​ເຂົ້າ​ກັນ​ເປັນ​ຜ້າ​ປົກຄຸມ​ຜືນ​ໜຶ່ງ​ເທົ່ານັ້ນ.</verse>
				<verse number="12">ແລ້ວ​ຈົ່ງ​ຫ້ອຍ​ຜ້າ​ເຄິ່ງ​ຜືນ​ທີ່​ເຫຼືອ​ນັ້ນ​ທາງ​ຂ້າງ​ຫລັງ​ຂອງ​ຫໍເຕັນ​ສັກສິດ.</verse>
				<verse number="13">ສ່ວນ​ທີ່​ເຫຼືອ​ອັນ​ລະ​ເຄິ່ງ​ແມັດ​ຂອງ​ແຕ່ລະ​ຂ້າງ​ນັ້ນ ຈົ່ງ​ຫ້ອຍ​ຢ່ອນ​ລົງ​ມາ​ປົກຄຸມ​ຂ້າງ​ຂອງ​ຫໍເຕັນ​ສັກສິດ.</verse>
				<verse number="14">ຈົ່ງ​ເຮັດ​ສິ່ງ​ປົກຄຸມ​ອີກ​ສອງ​ຜືນ ຜ້າ​ຜືນ​ທຳອິດ​ໃຫ້​ເຮັດ​ດ້ວຍ​ໜັງ​ແກະເຖິກ​ຍ້ອມ​ສີແດງ ແລະ​ຜ້າ​ຜືນ​ອື່ນ​ໃຫ້​ເຮັດ​ດ້ວຍ​ໜັງ​ສັດ​ທີ່​ລະອຽດ​ດີ​ເພື່ອ​ໃຊ້​ປົກຄຸມ​ຊັ້ນນອກ.</verse>
				<verse number="15">ຈົ່ງ​ເຮັດ​ຮ່າງ​ຂອບ​ກາງ​ຫໍເຕັນ​ສັກສິດ​ດ້ວຍ​ໄມ້​ກະຖິນເທດ ໂດຍ​ຕັ້ງ​ໃຫ້​ທ່ຽງ.</verse>
				<verse number="16">ແຕ່ລະ​ຮ່າງ​ນັ້ນ​ໃຫ້​ຍາວ 4 ແມັດ ແລະ​ກວ້າງ 66 ເຊັນ.</verse>
				<verse number="17">ແລ້ວ​ໃຊ້​ໄມ້​ຄານ​ສອງ​ອັນ​ຈັບ​ຂອບ​ເຂົ້າ​ກັນ​ໃຫ້​ແໜ້ນ. ຮ່າງ​ຂອບ​ຜ້າກັ້ງ​ຂອງ​ຫໍເຕັນ​ສັກສິດ​ນັ້ນ​ຕ້ອງ​ມີ​ຄານ​ຈັບ​ທຸກໆ​ອັນ.</verse>
				<verse number="18">ຈົ່ງ​ເຮັດ​ຮ່າງ​ຂອບ​ໄມ້​ຂອງ​ຫໍເຕັນ​ສັກສິດ 20 ຮ່າງ ທາງດ້ານ​ໃຕ້</verse>
				<verse number="19">ແລະ​ເຮັດ​ຕີນ​ຮອງ​ດ້ວຍ​ເງິນ 40 ຕີນ ໂດຍ​ໃຫ້​ໃຊ້​ຕີນ​ຮອງ​ສອງ​ຕີນ​ຕໍ່​ຮ່າງ​ຂອບ​ໄມ້​ໜຶ່ງ​ຮ່າງ​ຊຶ່ງ​ຈັ້ງ​ດ້ວຍ​ຄານ​ສອງ​ອັນ.</verse>
				<verse number="20">ຈົ່ງ​ເຮັດ​ຮ່າງ​ຂອບ​ໄມ້ 20 ຮ່າງ ທາງ​ດ້ານ​ເໜືອ​ຂອງ​ຫໍເຕັນ​ສັກສິດ,</verse>
				<verse number="21">ແລະ​ຕີນ​ຮອງ​ເປັນ​ເງິນ 40 ຕີນ ໂດຍ​ໃຫ້​ໃຊ້​ຕີນ​ຮອງ​ສອງ​ຕີນ ຕໍ່​ຮ່າງ​ຂອບ​ໄມ້​ເຕັນ​ໜຶ່ງ​ຮ່າງ.</verse>
				<verse number="22">ສຳລັບ​ດ້ານຫລັງ​ຂອງ​ຫໍເຕັນ​ສັກສິດ​ນັ້ນ ຄື​ດ້ານ​ຕາເວັນຕົກ ຈົ່ງ​ເຮັດ​ຮ່າງ​ຂອບ​ໄມ້​ຫໍເຕັນ​ຫົກ​ຮ່າງ</verse>
				<verse number="23">ແລະ​ຮ່າງ​ຂອບ​ໄມ້​ສອງ​ຮ່າງ​ສຳລັບ​ແຈ​ຂອງ​ຫໍເຕັນ​ສັກສິດ.</verse>
				<verse number="24">ສ່ວນ​ແຈ​ຂອງ​ຮ່າງ​ຂອບ​ໄມ້ ຈົ່ງ​ຕໍ່​ເຂົ້າ​ກັນ​ທາງ​ຂ້າງ​ລຸ່ມ ແລະ​ເລີຍ​ໄປ​ຮອດ​ຂ້າງ​ເທິງ. ແຈ​ຮ່າງ​ຂອບ​ໄມ້​ສອງ​ອັນ ຈົ່ງ​ເຮັດ​ດັ່ງ​ທີ່​ກ່າວ​ມາ​ນີ້.</verse>
				<verse number="25">ດັ່ງນັ້ນ ເມື່ອ​ລວມ​ກັນ​ແລ້ວ​ກໍ​ຈະ​ມີ​ຮ່າງ​ຂອບ​ໄມ້​ຫໍເຕັນ​ແປດ​ຮ່າງ ແລະ​ມີ​ຕີນ​ຮອງ​ທີ່​ເຮັດ​ດ້ວຍ​ເງິນ 16 ຕີນ ຄື​ແຕ່ລະ​ຮ່າງ​ຂອບ​ໄມ້​ມີ​ຕີນ​ຮອງ​ສອງ​ຕີນ.</verse>
				<verse number="26">ຈົ່ງ​ເຮັດ​ຂາງ​ດ້ວຍ​ໄມ້​ກະຖິນເທດ 15 ອັນ. ໄມ້​ຂາງ​ຫ້າ​ອັນ​ໃຊ້​ສຳລັບ​ຮ່າງ​ຂອບ​ໄມ້​ຫໍເຕັນ​ສັກສິດ​ດ້ານ​ໜຶ່ງ.</verse>
				<verse number="27">ໄມ້​ຂາງ​ອີກ​ຫ້າ​ອັນ​ໃຊ້​ສຳລັບ​ຈັ້ງ​ຮ່າງ​ຂອບ​ໄມ້​ຫໍເຕັນ​ສັກສິດ​ອີກ​ດ້ານ​ໜຶ່ງ ແລະ​ອີກ​ຫ້າ​ອັນ​ເພື່ອ​ໃຊ້​ຈັ້ງ​ຮ່າງ​ຂອບ​ໄມ້​ຫໍເຕັນ​ສັກສິດ​ທາງ​ດ້ານຫລັງ ຄື​ດ້ານ​ຕາເວັນຕົກ.</verse>
				<verse number="28">ສ່ວນ​ຂາງ​ໂຕ​ກາງ​ທີ່​ໃຊ້​ຈັ້ງ​ຮ່າງ​ຂອບ​ໄມ້​ເຄິ່ງ​ໜຶ່ງ​ຂຶ້ນ​ໄປ ຈົ່ງ​ໃຫ້​ຢຽດ​ຈາກ​ສົ້ນ​ໜຶ່ງ​ຂອງ​ຫໍເຕັນ​ຫາ​ອີກ​ສົ້ນ​ໜຶ່ງ.</verse>
				<verse number="29">ຈົ່ງ​ໂອບ​ຮ່າງ​ຂອບ​ໄມ້​ນັ້ນ​ດ້ວຍ​ຄຳ ແລະ​ເຮັດ​ຫູ​ຂອງ​ຮ່າງ​ຂອບ​ນັ້ນ​ດ້ວຍ​ຄຳ​ຄື​ກັນ ເພື່ອ​ຈັບ​ຂາງ​ໃຫ້​ແໜ້ນ​ເຂົ້າ​ກັນ ສ່ວນ​ຂາງ​ນັ້ນ​ກໍ​ຈົ່ງ​ໂອບ​ດ້ວຍ​ຄຳ​ຄື​ກັນ.</verse>
				<verse number="30">ຈົ່ງ​ຕັ້ງ​ຫໍເຕັນ​ສັກສິດ​ຂຶ້ນ​ຕາມ​ແບບ ຊຶ່ງ​ເຮົາ​ໄດ້​ສຳແດງ​ຕໍ່​ເຈົ້າ​ທີ່​ເທິງ​ພູເຂົາ​ນັ້ນ.</verse>
				<verse number="31">ຈົ່ງ​ເຮັດ​ຜ້າກັ້ງ​ຜືນ​ໜຶ່ງ ທີ່​ຕໍ່າ​ດ້ວຍ​ດ້າຍ​ເປັນ​ສີຟ້າ, ສີມ່ວງ, ສີແດງ​ເຂັ້ມ ແລະ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ. ຈົ່ງ​ແສ່ວ​ຮູບ​ເຄຣຸບ​ໃສ່​ຜ້າ​ຜືນ​ນັ້ນ.</verse>
				<verse number="32">ຈົ່ງ​ແຂວນ​ຜ້າກັ້ງ​ຜືນ​ນັ້ນ​ໄວ້ ໂດຍ​ໃຊ້​ຂໍເກາະ​ໃສ່​ກັບ​ເສົາ​ໄມ້​ກະຖິນເທດ​ສີ່​ເສົາ ຊຶ່ງ​ໂອບ​ດ້ວຍ​ຄຳ ແລະ​ຕັ້ງ​ໃສ່​ຕີນຮອງເສົາ​ເປັນ​ເງິນ​ສີ່​ຕີນ.</verse>
				<verse number="33">ຈົ່ງ​ໃຊ້​ຂໍເກາະ​ແຂວນ​ຜ້າກັ້ງ​ຢ່ອນ​ລົງ​ມາ​ແຕ່​ເພ​ດານ​ຂອງ​ຫໍເຕັນ ແລ້ວ​ຈົ່ງ​ວາງ​ຫີບ​ພັນທະສັນຍາ​ທີ່​ໃຊ້​ບັນຈຸ​ຫີນ​ສອງ​ແຜ່ນ​ນັ້ນ ໄວ້​ທາງ​ດ້ານຫລັງ​ຂອງ​ຜ້າກັ້ງ. ຜ້າກັ້ງ​ນັ້ນ​ຈະ​ແຍກ​ບ່ອນ​ສັກສິດ​ຈາກ​ບ່ອນ​ສັກສິດ​ທີ່ສຸດ.</verse>
				<verse number="34">ຈົ່ງ​ເອົາ​ຝາອັດ​ຫີບ​ພັນທະສັນຍາ​ໄວ້.</verse>
				<verse number="35">ຢູ່​ທາງ​ຂ້າງ​ນອກ​ຂອງ​ບ່ອນ​ສັກສິດ​ທີ່ສຸດ​ນັ້ນ ຈົ່ງ​ຕັ້ງ​ໂຕະ​ໃສ່​ທາງ​ດ້ານ​ເໜືອ​ຂອງ​ຫໍເຕັນ​ສັກສິດ ແລະ​ຕັ້ງ​ຫລັກ​ຕະກຽງ​ໃສ່​ທາງດ້ານ​ໃຕ້.</verse>
				<verse number="36">ສຳລັບ​ທາງ​ເຂົ້າ​ຫໍເຕັນ​ນັ້ນ ຈົ່ງ​ເຮັດ​ຜ້າກັ້ງ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ຕໍ່າ​ສັບ​ກັນ​ກັບ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງ ພ້ອມ​ທັງ​ຕົບແຕ່ງ​ໂດຍ​ຜ້າ​ຫຍິບແສ່ວ​ດ້ວຍ.</verse>
				<verse number="37">ສຳລັບ​ຜ້າກັ້ງ​ນັ້ນ ຈົ່ງ​ເຮັດ​ເສົາ​ດ້ວຍ​ໄມ້​ກະຖິນເທດ​ຫ້າ​ເສົາ​ໂອບ​ດ້ວຍ​ຄຳ ແລະ​ມີ​ຂໍ​ຄຳ​ເກາະ​ຜ້າກັ້ງ​ໄວ້; ຈົ່ງ​ຫລໍ່​ຕີນຮອງເສົາ​ເປັນ​ທອງສຳຣິດ​ຫ້າ​ຕີນ​ສຳລັບ​ຕັ້ງ​ເສົາ.”</verse>
			</chapter>
			<chapter number="27">
				<verse number="1">“ຈົ່ງ​ເຮັດ​ແທ່ນບູຊາ​ດ້ວຍ​ໄມ້​ກະຖິນເທດ. ສ່ວນ​ແທ່ນ​ນັ້ນ ຈົ່ງ​ໃຫ້​ເປັນ​ຮູບ​ສີ່​ຫລ່ຽມ​ດັ່ງນີ້: ຍາວ 2,2 ແມັດ, ກວ້າງ 2,2 ແມັດ ແລະ​ສູງ 1,3 ແມັດ.</verse>
				<verse number="2">ຈົ່ງ​ເຮັດ​ຍອດ​ແທ່ນ​ເປັນ​ຮູບ​ເຂົາ​ສັດ​ໄວ້​ທັງ​ສີ່​ແຈ ແລະ​ໃຫ້​ເປັນ​ເນື້ອ​ດຽວກັນ​ກັບ​ແທ່ນບູຊາ; ຈົ່ງ​ໂອບ​ແທ່ນ​ນັ້ນ​ດ້ວຍ​ທອງສຳຣິດ.</verse>
				<verse number="3">ຈົ່ງ​ເຮັດ​ໝໍ້​ໃສ່​ຂີ້ເຖົ່າ​ຂອງ​ໄຂມັນ, ເຮັດ​ຊ້ວນ, ຖ້ວຍ, ຂໍເກາະ ແລະ​ຖາດ​ຮອງ​ຖ່ານໄຟ. ເຄື່ອງໃຊ້​ເຫຼົ່ານີ້ ຈົ່ງ​ເຮັດ​ດ້ວຍ​ທອງສຳຣິດ​ທັງໝົດ.</verse>
				<verse number="4">ຈົ່ງ​ເຮັດ​ຕະຂ່າຍ​ທອງສຳຣິດ​ໃສ່​ເຕົາ​ໄຟ ແລະ​ຫລໍ່​ຫູ​ຈັບ​ດ້ວຍ​ທອງສຳຣິດ​ໃສ່​ແຕ່ລະ​ແຈ.</verse>
				<verse number="5">ຕະຂ່າຍ​ນີ້​ໃຫ້​ຢູ່​ລຸ່ມ​ຂອບ​ຂອງ​ແທ່ນ ແລະ​ໃຫ້​ຢ່ອນ​ລົງ​ມາ​ຮອດ​ແຕ່​ກາງ​ແທ່ນ.</verse>
				<verse number="6">ສ່ວນ​ຄານຫາມ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ໄມ້​ກະຖິນເທດ ແລະ​ໂອບ​ດ້ວຍ​ທອງສຳຣິດ.</verse>
				<verse number="7">ແລ້ວ​ໃຫ້​ສອດ​ໃສ່​ຫູ​ຂອງ​ແທ່ນ​ແຕ່ລະ​ເບື້ອງ​ໄວ້ ເພື່ອ​ຫາມ​ຍົກຍ້າຍ​ໄປມາ.</verse>
				<verse number="8">ສ່ວນ​ແທ່ນ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ໄມ້​ກະດານ​ແລະ​ຄວັດ​ລົງ​ເປັນ​ໝົ້ງ ຕາມ​ແຜນ​ທີ່​ເຮົາ​ໄດ້​ສຳແດງ​ໃຫ້​ເຈົ້າ​ເບິ່ງ​ທີ່​ເທິງ​ພູເຂົາ​ນັ້ນ.</verse>
				<verse number="9">ສຳລັບ​ຫໍເຕັນ​ບ່ອນ​ທີ່​ເຮົາ​ຢູ່​ນັ້ນ ຈົ່ງ​ອ້ອມ​ດ້ວຍ​ຜ້າກັ້ງ​ທີ່​ເຮັດ​ຈາກ​ຜ້າປ່ານ​ເນື້ອລະອຽດ​ດີ. ຜ້າກັ້ງ​ທາງດ້ານ​ໃຕ້​ໃຫ້​ຍາວ 44 ແມັດ</verse>
				<verse number="10">ຈັ້ງ​ດ້ວຍ​ເສົາ​ທອງສຳຣິດ 20 ເສົາ ແລະ​ຕີນຮອງເສົາ​ທອງສຳຣິດ 20 ຕີນ ໂດຍ​ມີ​ຂໍເກາະ​ກັບ​ຄັນ​ສອດ​ຜ້າກັ້ງ​ທີ່​ເຮັດ​ດ້ວຍ​ເງິນ.</verse>
				<verse number="11">ສ່ວນ​ທາງ​ດ້ານ​ເໜືອ​ຂອງ​ເດີ່ນ​ນັ້ນ ຈົ່ງ​ເຮັດ​ຄື​ກັນ​ກັບ​ດ້ານ​ໃຕ້​ທຸກຢ່າງ.</verse>
				<verse number="12">ຜ້າກັ້ງ​ທາງ​ດ້ານ​ຕາເວັນຕົກ​ໃຫ້​ຍາວ​ຊາວສອງ​ແມັດ ກັບ​ມີ​ເສົາ​ສິບ​ເສົາ ແລະ​ມີ​ຕີນຮອງເສົາ​ສິບ​ຕີນ​ດ້ວຍ.</verse>
				<verse number="13">ທາງດ້ານ​ຕາເວັນອອກ​ຂອງ​ປະຕູ​ເຂົ້າ ຜ້າກັ້ງ​ຊຶ່ງ​ອ້ອມຮອບ​ນັ້ນ​ກໍ​ໃຫ້​ຍາວ 22 ແມັດ ເຊັ່ນ​ກັນ.</verse>
				<verse number="14">ແຕ່ລະ​ຂ້າງ​ທາງ​ດ້ານ​ປະຕູ​ເຂົ້າ​ໃຫ້​ມີ​ຜ້າກັ້ງ 6,6 ແມັດ ພ້ອມ​ເສົາ​ສາມ​ເສົາ​ແລະ​ຕີນ​ຮອງ​ສາມ​ຕີນ.</verse>
				<verse number="15"></verse>
				<verse number="16">ທີ່​ທາງ​ປະຕູເຂົ້າ​ນັ້ນ ຈົ່ງ​ໃຫ້​ມີ​ຜ້າກັ້ງ​ເກົ້າ​ແມັດ ຊຶ່ງ​ເຮັດ​ດ້ວຍ​ຜ້າ​ປ່ານເນື້ອລະອຽດ​ດີ ຕໍ່າ​ສັບ​ກັນ​ກັບ​ຜ້າ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງ ພ້ອມ​ທັງ​ຕົບແຕ່ງ​ດ້ວຍ​ການ​ຫຍິບແສ່ວ. ຜ້າກັ້ງ​ຜືນ​ນີ້ ຈົ່ງ​ໃຫ້​ມີ​ເສົາ​ສີ່​ເສົາ​ແລະ​ມີ​ຕີນຮອງເສົາ​ສີ່​ຕີນ​ຈັ້ງ​ໄວ້.</verse>
				<verse number="17">ຄັນ​ສອດ​ຜ້າກັ້ງ​ທີ່​ເປັນ​ເງິນ​ນັ້ນ ຈົ່ງ​ຕໍ່​ເຂົ້າ​ກັນ​ກັບ​ເສົາ​ທັງໝົດ​ຂອງ​ຜ້າກັ້ງ​ທີ່​ອ້ອມຮອບ​ຫໍເຕັນ ໂດຍ​ມີ​ຂໍເກາະ​ເປັນ​ເງິນ ແລະ​ຕີນຮອງເສົາ​ເປັນ​ທອງສຳຣິດ.</verse>
				<verse number="18">ຜ້າກັ້ງ​ອ້ອມຮອບ​ໃຫ້​ຍາວ 44 ແມັດ, ກວ້າງ 22 ແມັດ ແລະ​ສູງ 2,2 ແມັດ. ສ່ວນ​ຜ້າກັ້ງ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ຜ້າ​ປ່ານເນື້ອລະອຽດ​ດີ ແລະ​ຕີນຮອງເສົາ​ນັ້ນ​ກໍ​ໃຫ້​ເຮັດ​ດ້ວຍ​ທອງສຳຣິດ.</verse>
				<verse number="19">ເຄື່ອງໃຊ້​ທັງໝົດ​ປະຈຳ​ຫໍເຕັນ​ພ້ອມ​ທັງ​ຫລັກ​ສຽບ​ຂອງ​ຫໍເຕັນ ແລະ​ຂອງ​ຜ້າກັ້ງ​ທີ່​ອ້ອມຮອບ​ຫໍເຕັນ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ທອງສຳຣິດ​ທັງສິ້ນ.</verse>
				<verse number="20">ຈົ່ງ​ສັ່ງ​ປະຊາຊົນ​ອິດສະຣາເອນ​ໃຫ້​ນຳ​ນໍ້າມັນ​ໝາກກອກເທດ​ອັນ​ດີທີ່ສຸດ ມາ​ໃຫ້​ເຈົ້າ​ສຳລັບ​ໄຕ້​ຕະກຽງ​ໃນ​ເວລາ​ກາງຄືນ ເພື່ອ​ມັນ​ຈະ​ສ່ອງ​ແສງ​ສະຫວ່າງ​ຢູ່​ສະເໝີ.</verse>
				<verse number="21">ໃຫ້​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເປັນ​ຜູ້​ບົວລະບັດ​ຮັກສາ​ຕະກຽງ ຢູ່​ຊ້ອງໜ້າ​ເຮົາ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ເບື້ອງ​ນອກ ຄື​ຢູ່​ນອກ​ຜ້າກັ້ງ​ທາງ​ໜ້າ​ຂອງ​ຫີບ​ພັນທະສັນຍາ. ຈົ່ງ​ໄຕ້​ຕະກຽງ​ແຕ່​ຕອນ​ຄໍ່າ​ຈົນເຖິງ​ຕອນ​ຮຸ່ງ​ເຊົ້າ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ຈົ່ງ​ໃຫ້​ຊາວ​ອິດສະຣາເອນ​ກັບ​ເຊື້ອສາຍ​ຂອງ​ພວກເຂົາ ຕັ້ງໃຈ​ໃສ່​ປະຕິບັດ​ຕາມ​ຄຳສັ່ງ​ນີ້​ຕະຫລອດໄປ.”</verse>
			</chapter>
			<chapter number="28">
				<verse number="1">“ຈົ່ງ​ເອີ້ນ​ອາໂຣນ ອ້າຍ​ຂອງ​ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ມາ​ເຊັ່ນ​ວ່າ: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ. ຈົ່ງ​ແຍກ​ພວກເຂົາ​ຢູ່​ຕ່າງຫາກ ຈາກ​ປະຊາຊົນ​ອິດສະຣາເອນ ເພື່ອ​ວ່າ​ພວກເຂົາ​ຈະ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.</verse>
				<verse number="2">ຈົ່ງ​ເຮັດ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ໃຫ້​ແກ່​ອາໂຣນ​ອ້າຍ​ຂອງ​ເຈົ້າ ໃຫ້​ສົມກຽດ​ແລະ​ສະຫງ່າງາມ.</verse>
				<verse number="3">ໃຫ້​ເອີ້ນ​ຊ່າງ​ທີ່​ມີ​ສີ​ມື​ທັງໝົດ ຄື​ຜູ້​ທີ່​ເຮົາ​ໄດ້​ໃຫ້​ຄວາມ​ສາມາດ​ພິເສດ​ແກ່​ພວກເຂົາ​ນັ້ນ​ມາ ແລະ​ບອກ​ພວກເຂົາ​ເຮັດ​ເຄື່ອງນຸ່ງ​ໃຫ້​ອາໂຣນ ເພື່ອ​ວ່າ​ລາວ​ຈະ​ໄດ້​ຖວາຍ​ຊີວິດ​ຂອງ​ລາວ ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.</verse>
				<verse number="4">ຈົ່ງ​ບອກ​ພວກເຂົາ​ໃຫ້​ເຮັດ​ແຜ່ນ​ປົກເອິກ, ເສື້ອຄຸມ​ສັ້ນ​ເອໂຟດ, ເສື້ອຄຸມ​ຍາວ​ບໍ່ມີ​ແຂນ, ເສື້ອຄຸມ​ຍາວ​ມີ​ແຂນ, ໝວກ​ສຸບ ແລະ​ຜ້າ​ຮັດ​ແອວ. ພວກເຂົາ​ຕ້ອງ​ເຮັດ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ເຫຼົ່ານີ້​ໃຫ້​ອາໂຣນ​ອ້າຍ​ຂອງ​ເຈົ້າ ແລະ​ພວກ​ລູກຊາຍ​ຂອງ​ລາວ ເພື່ອ​ພວກເຂົາ​ຈະ​ໄດ້​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.</verse>
				<verse number="5">ຈົ່ງ​ໃຫ້​ພວກ​ຊ່າງສີມື​ໃຊ້​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ, ສີແດງ, ດ້າຍ​ສີຄຳ ແລະ​ຜ້າປ່ານ​ເນື້ອລະອຽດ​ດີ​ເຮັດ​ເຄື່ອງ​ເຫຼົ່ານີ້.</verse>
				<verse number="6">ຈົ່ງ​ໃຫ້​ພວກເຂົາ​ເຮັດ​ເສື້ອຄຸມ​ສັ້ນ​ເອໂຟດ​ນີ້​ດ້ວຍ​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ, ສີແດງ, ດ້າຍ​ສີຄຳ ແລະ​ຜ້າປ່ານ​ເນື້ອລະອຽດ​ດີ ຕົບແຕ່ງ​ດ້ວຍ​ການ​ຫຍິບແສ່ວ.</verse>
				<verse number="7">ຜ້າ​ສອງ​ຕ່ອນ​ທີ່​ບ່າໄຫລ່​ຂອງ​ເສື້ອ​ນັ້ນ ຈົ່ງ​ໃຫ້​ຫຍິບ​ຕິດ​ກັນ​ກັບ​ຂ້າງ​ເສື້ອ​ທັງສອງ.</verse>
				<verse number="8">ສ່ວນ​ສາຍ​ຮັດ​ນັ້ນ ຈົ່ງ​ໃຊ້​ຜ້າປ່ານ​ເນື້ອລະອຽດ​ດີ​ຊະນິດ​ດຽວກັນ​ກັບ​ເສື້ອຄຸມ​ສັ້ນ​ເອໂຟດ ແລະ​ຫຍິບ​ຕິດ​ກັບ​ເສື້ອ​ເລີຍ.</verse>
				<verse number="9">ຈົ່ງ​ໃຊ້​ແກ້ວໂກເມນ​ສອງ​ແຜ່ນ ຈາລຶກ​ຊື່​ຂອງ​ລູກຊາຍ​ສິບສອງ​ຄົນ​ຂອງ​ຢາໂຄບ</verse>
				<verse number="10">ຕາມ​ລຳດັບ​ການ​ເກີດ ໂດຍ​ຫົກ​ຊື່​ທຳອິດ​ນັ້ນ​ໃຫ້​ຈາລຶກ​ໃສ່​ແກ້ວ​ຫີນ​ແຜ່ນ​ທີ​ໜຶ່ງ ແລະ​ອີກ​ຫົກ​ຊື່​ຫລັງ​ນັ້ນ​ໃຫ້​ຈາລຶກ​ໃສ່​ແກ້ວ​ຫີນ​ແຜ່ນ​ທີ​ສອງ.</verse>
				<verse number="11">ຈົ່ງ​ໃຫ້​ຊ່າງ​ແກະສະຫລັກ​ຜູ້​ທີ່​ຊຳນິ​ຊຳນານ ຈາລຶກ​ຊື່​ລູກຊາຍ​ສິບສອງ​ຄົນ​ຂອງ​ຢາໂຄບ ໃສ່​ແຜ່ນ​ຫີນ​ສອງ​ແຜ່ນ ແລະ​ເຮັດ​ຂອບ​ຄຳ​ໃສ່​ແຜ່ນ​ຫີນ​ນັ້ນ.</verse>
				<verse number="12">ຫີນ​ສອງ​ແຜ່ນ​ຊຶ່ງ​ໝາຍເຖິງ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ​ນັ້ນ ຈົ່ງ​ໃຫ້​ຕິດ​ໃສ່​ໄວ້​ກັບ​ເສື້ອຄຸມ​ສັ້ນ​ເອໂຟດ​ເລີຍ​ທີ່​ເທິງ​ບ່າໄຫລ່. ດ້ວຍເຫດນີ້ ອາໂຣນ​ຈຶ່ງ​ຈະ​ຖື​ຊື່​ຂອງ​ພວກເຂົາ​ໄວ້​ເທິງ​ບ່າໄຫລ່​ຂອງຕົນ ເພື່ອ​ເປັນ​ທີ່ລະນຶກ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="13">ຈົ່ງ​ເຮັດ​ກະໂບກ​ຄຳ​ສອງ​ອັນ</verse>
				<verse number="14">ແລະ​ຕີ​ສາຍສ້ອຍ​ຄຳສົດ​ສອງ​ເສັ້ນ ຖັກ​ກ້ຽວ​ກັນ​ຄື​ກັບ​ເສັ້ນ​ເຊືອກ ແລະ​ມັດ​ຕິດ​ໄວ້​ກັບ​ກະໂບກ​ຄຳ​ນັ້ນ.”</verse>
				<verse number="15">“ຈົ່ງ​ເຮັດ​ແຜ່ນ​ປົກເອິກ​ໃຫ້​ປະໂຣຫິດ ເພື່ອ​ໃຊ້​ໃນ​ການ​ຕັດສິນ​ພຣະປະສົງ​ຂອງ​ພຣະເຈົ້າ. ໃຫ້​ໃຊ້​ຜ້າ​ແບບ​ດຽວກັນ​ກັບ​ຜ້າ​ທີ່​ເຮັດ​ເສື້ອຄຸມ​ສັ້ນ​ເອໂຟດ ພ້ອມ​ກັບ​ຕົບແຕ່ງ​ຢ່າງ​ດຽວກັນ​ດ້ວຍ.</verse>
				<verse number="16">ສ່ວນ​ແຜ່ນ​ປົກເອິກ​ນັ້ນ ຈົ່ງ​ເຮັດ​ເປັນ​ສີ່​ຫລ່ຽມ​ມົນທົນ ພັບ​ທາງ​ກາງ​ໄດ້; ແຕ່ລະ​ຂ້າງ​ໃຫ້​ມີ​ຊາວສອງ​ເຊັນ.</verse>
				<verse number="17">ແລ້ວ​ຈົ່ງ​ໃຫ້​ຝັງ​ແກ້ວ​ສີ່​ແຖວ​ໃສ່​ຕາມ​ແຜ່ນ​ປົກເອິກ​ນັ້ນ​ຄື: ໃນ​ແຖວ​ທີ​ໜຶ່ງ​ໃຫ້​ຝັງ​ທັບທິມ, ພອຍເຫລືອງ, ໂກເມນ;</verse>
				<verse number="18">ໃນ​ແຖວ​ທີ​ສອງ​ໃຫ້​ຝັງ​ມໍຣະກົດ, ໄພທູນ ແລະ​ເພັດ;</verse>
				<verse number="19">ໃນ​ແຖວ​ທີ​ສາມ​ໃຫ້​ຝັງ​ນິນ, ໂມຣາ ແລະ​ເພທາຍ​ສີມ່ວງ;</verse>
				<verse number="20">ສ່ວນ​ຢູ່​ໃນ​ແຖວ​ທີ​ສີ່​ນັ້ນ​ໃຫ້​ຝັງ​ເພທາຍ, ພອຍສີແດງໃສ ແລະ​ມະນີໂຊດ. ແກ້ວ​ທັງໝົດ​ນີ້​ໃຫ້​ຝັງ​ລົງ​ໃສ່​ໃນ​ກະໂບກ​ຄຳ.</verse>
				<verse number="21">ແກ້ວ​ແຕ່ລະ​ຢ່າງ​ໃນ​ຈຳນວນ​ສິບສອງ​ຊະນິດ​ນັ້ນ ຈົ່ງ​ໃຫ້​ຈາລຶກ​ຊື່​ລູກຊາຍ​ຂອງ​ຢາໂຄບ​ໃສ່ ຊຶ່ງ​ໝາຍເຖິງ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="22">ຈົ່ງ​ຕີ​ສາຍສ້ອຍ​ຄຳສົດ​ຖັກ​ກ້ຽວ​ກັນ​ຄື​ເຊືອກ ແລະ​ມັດ​ຕິດ​ກັນ​ກັບ​ແຜ່ນ​ປົກເອິກ​ນັ້ນ.</verse>
				<verse number="23">ຈົ່ງ​ເຮັດ​ແຫວນ​ຄຳ​ສອງ​ວົງ ແລະ​ມັດ​ຕິດ​ໃສ່​ກັບ​ສົ້ນ​ເທິງ​ຂອງ​ແຜ່ນ​ປົກເອິກ</verse>
				<verse number="24">ພ້ອມ​ທັງ​ມັດ​ສ້ອຍ​ຄຳ​ສອງ​ເສັ້ນ​ໃສ່​ກັບ​ແຫວນ​ສອງ​ວົງ​ນັ້ນ.</verse>
				<verse number="25">ປາຍ​ສາຍສ້ອຍ​ອີກ​ສອງ​ຂ້າງ ໃຫ້​ມັດ​ຕິດ​ກັບ​ກະໂບກ​ຄຳ. ດ້ວຍ​ວິທີ​ນີ້ ມັນ​ຈຶ່ງ​ຖືກ​ມັດ​ຕິດ​ໄວ້​ທາງ​ໜ້າ​ກັບ​ສາຍ​ຮັດ​ເສື້ອຄຸມ​ສັ້ນ​ເອໂຟດ ທັງສອງ​ເບື້ອງ​ທີ່​ບ່າໄຫລ່​ໄດ້.</verse>
				<verse number="26">ຈົ່ງ​ເຮັດ​ແຫວນ​ຄຳ​ສອງ​ວົງ​ແລະ​ມັດ​ເປັນ​ຫູ​ຕິດ​ໄວ້ ທີ່​ແຈ​ລຸ່ມ​ທັງສອງ​ຂ້າງ​ຂອງ​ແຜ່ນ​ປົກເອິກ​ທາງ​ໃນ ທີ່​ຕິດ​ກັບ​ເສື້ອຄຸມ​ສັ້ນ​ເອໂຟດ.</verse>
				<verse number="27">ຈົ່ງ​ເຮັດ​ແຫວນ​ຄຳ​ອີກ​ສອງ​ວົງ​ຜູກ​ຕິດ​ກັນ​ກັບ​ທາງ​ລຸ່ມ​ຂອງ​ສາຍ​ດຶງ ທັງສອງ​ຂ້າງ​ທາງ​ໜ້າ​ບ່າໄຫລ່​ຂອງ​ເສື້ອຄຸມ​ສັ້ນ​ເອໂຟດ ທີ່​ໃກ້​ກັບ​ສາຍ​ດຶງ​ແລະ​ເທິງ​ສາຍ​ແອວ​ປ່ານ​ນັ້ນ.</verse>
				<verse number="28">ໃຫ້​ຜູກ​ຫູ​ແຜ່ນ​ປົກເອິກ​ຕິດ​ກັບ​ຫູ​ເສື້ອຄຸມ​ສັ້ນ​ເອໂຟດ​ດ້ວຍ​ເຊືອກ​ສີຟ້າ ເພື່ອ​ໃຫ້​ແຜ່ນ​ປົກເອິກ​ຮັດ​ຕິດ​ກັບ​ເອິກ​ທີ່​ເທິງ​ສາຍແອວ ແລະ​ບໍ່​ໃຫ້​ມັນ​ຫລຸດ​ລົງ​ມາ​ໄດ້.</verse>
				<verse number="29">ເມື່ອ​ອາໂຣນ​ເຂົ້າ​ໄປ​ສະຖານທີ່​ສັກສິດ ລາວ​ຈະ​ໃສ່​ແຜ່ນ​ປົກເອິກ ຊຶ່ງ​ຈາລຶກ​ຊື່​ຂອງ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ກໍ​ເພື່ອ​ວ່າ​ຈະ​ເປັນ​ທີ່ລະນຶກ​ຕໍ່ໜ້າ​ພຣະເຈົ້າຢາເວ​ສືບໆໄປ.</verse>
				<verse number="30">ຈົ່ງ​ໃສ່​ອຸຣິມ​ແລະ​ທຸມມິມ ໄວ້​ໃນ​ແຜ່ນ​ປົກເອິກ​ແຫ່ງ​ການ​ພິພາກສາ ແລະ​ຂອງ​ສອງ​ສິ່ງນີ້​ຈະ​ຢູ່​ທີ່​ຫົວໃຈ​ຂອງ​ອາໂຣນ ເມື່ອ​ລາວ​ເຂົ້າ​ເຝົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ. ອາໂຣນ​ຈະ​ຮັບ​ພາລະ​ການ​ພິພາກສາ​ປະຊາຊົນ​ອິດສະຣາເອນ​ໄວ້​ທີ່​ຫົວໃຈ​ຂອງ​ຕົນ​ສະເໝີ​ຕໍ່ໜ້າ​ພຣະເຈົ້າຢາເວ.”</verse>
				<verse number="31">“ເສື້ອຄຸມ​ຍາວ​ບໍ່ມີ​ແຂນ​ທີ່​ຢູ່​ລຸ່ມ​ເສື້ອຄຸມ​ສັ້ນ​ເອໂຟດ​ນັ້ນ ຈົ່ງ​ໃຫ້​ເຮັດ​ດ້ວຍ​ຜ້າ​ຂົນແກະ​ສີຟ້າ​ໝົດ​ທັງ​ໂຕ.</verse>
				<verse number="32">ຈົ່ງ​ຫຍິບ​ເປັນ​ເສື້ອ​ຄໍສຸບ​ທັງ​ລຽບ​ຕາມ​ຄໍ. ເສື້ອ​ນີ້​ໃຫ້​ແນບ​ດ້ວຍ​ຜ້າ​ໜາ​ເພື່ອ​ບໍ່​ໃຫ້​ຂາດ​ງ່າຍ.</verse>
				<verse number="33">ທີ່​ຕີນ​ຂອງ​ເສື້ອຄຸມ ໃຫ້​ປັກ​ຮູບ​ໝາກພີລາ​ດ້ວຍ​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງ ສັບ​ກັນ​ໄປ​ກັບ​ໝາກ​ກະດິ່ງ​ຄຳ.</verse>
				<verse number="34"></verse>
				<verse number="35">ຈົ່ງ​ໃຫ້​ອາໂຣນ​ໃສ່​ເສື້ອຄຸມ​ນີ້ ເມື່ອ​ລາວ​ເຂົ້າ​ໄປ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ. ເມື່ອ​ລາວ​ເຂົ້າ​ມາ​ຫາ​ເຮົາ​ໃນ​ບ່ອນ​ສັກສິດ​ຕໍ່ໜ້າ​ພຣະເຈົ້າຢາເວ ຫລື​ເມື່ອ​ລາວ​ອອກ​ໄປ ໝາກ​ກະດິ່ງ​ຈະ​ດັງ​ຂຶ້ນ ແລະ​ລາວ​ກໍ​ຈະ​ບໍ່​ຕາຍ.</verse>
				<verse number="36">ຈົ່ງ​ເຮັດ​ເຄື່ອງ​ປະດັບ​ດ້ວຍ​ຄຳສົດ ແລະ​ຈາລຶກ​ຊື່​ໃສ່​ວ່າ ‘ອຸທິດ​ຖວາຍ​ແດ່​ອົງພຣະ​ຜູ້​ເປັນເຈົ້າ.’</verse>
				<verse number="37">ຈົ່ງ​ມັດ​ເຄື່ອງ​ປະດັບ​ນັ້ນ​ດ້ວຍ​ເຊືອກ​ສີຟ້າ​ຕິດ​ທາງ​ໜ້າ​ໝວກ.</verse>
				<verse number="38">ຈົ່ງ​ໃຫ້​ອາໂຣນ​ໃສ່​ເຄື່ອງ​ປະດັບ​ນັ້ນ​ປິ່ນ​ມາ​ທາງ​ໜ້າ ເພື່ອ​ວ່າ​ພຣະເຈົ້າຢາເວ​ຈະ​ຮັບ​ເອົາ​ການ​ຖວາຍ​ທຸກຢ່າງ ທີ່​ປະຊາຊົນ​ອິດສະຣາເອນ​ຖວາຍ ເຖິງ​ແມ່ນ​ວ່າ​ປະຊາຊົນ​ໄດ້​ເຮັດ​ຜິດ​ບາງສິ່ງ​ບາງຢ່າງ​ໃນ​ການ​ຖວາຍ​ກໍຕາມ.</verse>
				<verse number="39">ຈົ່ງ​ຫຍິບ​ເສື້ອຄຸມ​ຍາວ​ມີ​ແຂນ​ຂອງ​ອາໂຣນ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ແລະ​ໝວກ​ສຸບ​ກໍ​ໃຫ້​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ​ຄື​ກັນ. ສ່ວນ​ສາຍແອວ​ນັ້ນ​ກໍ​ເຊັ່ນດຽວ​ກັນ ຈົ່ງ​ຕົບແຕ່ງ​ດ້ວຍ​ການ​ຫຍິບແສ່ວ​ຢ່າງ​ສວຍງາມ.</verse>
				<verse number="40">ຈົ່ງ​ຫຍິບ​ເສື້ອຄຸມ, ສາຍ​ຮັດ​ແອວ ແລະ​ໝວກ​ສຸບ​ໃຫ້​ພວກ​ລູກຊາຍ​ຂອງ​ອາໂຣນ​ເຊັ່ນດຽວ​ກັນ ເພື່ອ​ໃຫ້​ພວກເຂົາ​ໄດ້​ຮັບ​ກຽດ​ແລະ​ສະຫງ່າງາມ.</verse>
				<verse number="41">ເຈົ້າ​ຈົ່ງ​ນຸ່ງ​ເຄື່ອງ​ເຫຼົ່ານີ້​ໃຫ້​ອາໂຣນ ອ້າຍ​ຂອງ​ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ລາວ. ແລ້ວ​ຈົ່ງ​ແຕ່ງຕັ້ງ​ແລະ​ອຸທິດ​ຖວາຍ​ພວກເຂົາ ໂດຍ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ທີ່​ເຮັດ​ດ້ວຍ​ໝາກກອກເທດ​ຫົດສົງ ເພື່ອ​ພວກເຂົາ​ຈະ​ໄດ້​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.</verse>
				<verse number="42">ຈົ່ງ​ຫຍິບ​ສົ້ງ​ຂາສັ້ນ​ດ້ວຍ​ຜ້າປ່ານ​ໃຫ້​ພວກເຂົາ ໃຫ້​ຍາວ​ຕັ້ງແຕ່​ແອວ​ລົງ​ມາ​ຮອດ​ຂາ​ໂຕ້ ເພື່ອ​ປົກປິດ​ຕົວ​ຂອງ​ພວກເຂົາ.</verse>
				<verse number="43">ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ຕ້ອງ​ນຸ່ງ​ສົ້ງ​ຂາສັ້ນ​ຢູ່​ປະຈຳ ເມື່ອ​ພວກເຂົາ​ເຂົ້າ​ມາ​ຫໍເຕັນ​ບ່ອນ​ຊຸມນຸມ ຫລື​ເຂົ້າ​ມາ​ໃກ້​ແທ່ນບູຊາ​ເວລາ​ບົວລະບັດ​ຮັບໃຊ້​ເຮົາ ໃນ​ຖານະ​ປະໂຣຫິດ​ທີ່​ບ່ອນ​ສັກສິດ ເພື່ອ​ພວກເຂົາ​ຈະ​ບໍ່​ຕາຍ​ຍ້ອນ​ວ່າ​ບໍ່​ປົກປິດ​ຕົນຕົວ. ອັນ​ນີ້​ແມ່ນ​ກົດເກນ​ອັນ​ຖາວອນ ຊຶ່ງ​ອາໂຣນ​ແລະ​ເຊື້ອສາຍ​ຂອງ​ລາວ ຈະ​ຕ້ອງ​ປະຕິບັດ​ຕະຫລອດໄປ.”</verse>
			</chapter>
			<chapter number="29">
				<verse number="1">“ນີ້​ແມ່ນ​ສິ່ງ​ທີ່​ເຈົ້າ​ຈະ​ເຮັດ​ໃນ​ການ​ອຸທິດ​ຖວາຍ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເພື່ອ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ. ຈົ່ງ​ເອົາ​ງົວເຖິກໜຸ່ມ​ໂຕໜຶ່ງ ແລະ​ແກະເຖິກ​ສອງ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ມາ​ຖວາຍ.</verse>
				<verse number="2">ຈົ່ງ​ໃຊ້​ແປ້ງ​ຊະນິດ​ດີທີ່ສຸດ​ແຕ່​ບໍ່ມີ​ເຊື້ອແປ້ງ ແລະ​ນໍ້າມັນ​ໝາກກອກເທດ​ມາ​ເຮັດ​ເຂົ້າຈີ່ ຊຶ່ງ​ບາງ​ຊະນິດ​ນັ້ນ​ບໍ່​ຕ້ອງ​ໃຊ້​ນໍ້າມັນ​ໝາກກອກ​ເທດ ແລະ​ເຂົ້າຈີ່​ບາງ​ຊະນິດ​ຊຶ່ງ​ເປັນ​ແຜ່ນ​ບາງໆ ຕ້ອງ​ໃຊ້​ນໍ້າມັນ​ໝາກກອກເທດ.</verse>
				<verse number="3">ເມື່ອ​ເຮັດ​ແລ້ວໆ ຈົ່ງ​ໃຫ້​ເອົາ​ເຂົ້າຈີ່​ທັງໝົດ​ໃສ່​ກະຕ່າ​ໜ່ວຍ​ໜຶ່ງ​ແລະ​ຖວາຍ​ແກ່​ເຮົາ ເມື່ອ​ພວກເຈົ້າ​ນຳ​ງົວໜຸ່ມ ແລະ​ແກະເຖິກ​ມາ​ເຜົາ​ຖວາຍ.</verse>
				<verse number="4">ຈົ່ງ​ນຳ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ໃຫ້​ພວກເຂົາ​ຮັບ​ພິທີ​ອາບນໍ້າ​ຊຳລະ.</verse>
				<verse number="5">ເມື່ອ​ອາບ​ແລ້ວໆ ເຈົ້າ​ຈົ່ງ​ໃສ່​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ໃຫ້​ອາໂຣນ​ເຊັ່ນ​ວ່າ: ເສື້ອຄຸມ​ຍາວ​ມີ​ແຂນ, ເສື້ອຄຸມ​ຍາວ​ບໍ່ມີ​ແຂນ, ເສື້ອຄຸມ​ສັ້ນ​ເອໂຟດ, ແຜ່ນ​ປົກເອິກ ແລະ​ສາຍ​ຮັດ​ແອວ.</verse>
				<verse number="6">ຈົ່ງ​ສຸບ​ໝວກ​ໃຫ້​ລາວ ແລະ​ມັດ​ເຄື່ອງ​ປະດັບ​ທີ່​ຈາລຶກ​ວ່າ ‘ອຸທິດ​ຖວາຍ​ແດ່​ອົງພຣະ​ຜູ້​ເປັນເຈົ້າ’ ໃສ່​ທາງ​ໜ້າ​ໝວກ</verse>
				<verse number="7">ແລ້ວ​ເຈົ້າ​ຈົ່ງ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ທີ່​ເທິງ​ຫົວ​ຂອງ​ລາວ ແລະ​ສະຖາປະນາ​ລາວ.</verse>
				<verse number="8">ຈົ່ງ​ນຳ​ພວກ​ລູກຊາຍ​ຂອງ​ອາໂຣນ​ມາ​ແລະ​ນຸ່ງ​ເຄື່ອງ​ໃຫ້ ພ້ອມ​ທັງ​ຮັດ​ສາຍ​ແອວ​ກັບ​ສຸບ​ໝວກ​ໃຫ້​ພວກເຂົາ​ດ້ວຍ. ຈົ່ງ​ສະຖາປະນາ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ດ້ວຍ​ວິທີ​ນີ້. ພວກເຂົາ​ແລະ​ເຊື້ອສາຍ​ຂອງ​ພວກເຂົາ​ຈະ​ບົວລະບັດ​ຮັບໃຊ້​ເຮົາ ໃນ​ຖານະ​ປະໂຣຫິດ​ຕະຫລອດໄປ.</verse>
				<verse number="9"></verse>
				<verse number="10">ຈົ່ງ​ເອົາ​ງົວເຖິກ​ມາ​ທາງ​ໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ບອກ​ອາໂຣນ​ພ້ອມ​ພວກ​ລູກຊາຍ​ຂອງ​ລາວ ວາງ​ມື​ລົງ​ເທິງ​ຫົວ​ງົວເຖິກ​ນັ້ນ.</verse>
				<verse number="11">ແລ້ວ​ໃຫ້​ເຈົ້າ​ຂ້າປາດຄໍ​ງົວເຖິກ​ຊ້ອງໜ້າ​ພຣະເຈົ້າຢາເວ​ຢູ່​ທາງ​ປະຕູເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="12">ເຈົ້າ​ຈົ່ງ​ເອົາ​ເລືອດ​ງົວ​ບາງ​ສ່ວນ​ແລະ​ໃຊ້​ມື​ຂອງ​ເຈົ້າ ຈຸ່ມ​ລົງ​ໃນ​ເລືອດ​ທາ​ໃສ່​ຍອດ​ແທ່ນ. ແລ້ວ​ຈົ່ງ​ຖອກ​ສ່ວນ​ທີ່​ເຫຼືອ​ໃສ່​ພື້ນ​ຂອງ​ແທ່ນບູຊາ.</verse>
				<verse number="13">ຕໍ່ໄປ ເຈົ້າ​ຈົ່ງ​ເອົາ​ເຄື່ອງ​ໃນ​ໄຂມັນ, ໜັງບາງໆ​ຫຸ້ມຫໍ່ຕັບ, ແລະ​ໝາກໄຂ່ຫຼັງ​ທັງສອງ​ໜ່ວຍ​ພ້ອມ​ໄຂມັນ​ທີ່​ຕິດ​ຢູ່​ນັ້ນ ເຜົາ​ເທິງ​ແທ່ນບູຊາ​ຖວາຍ​ແກ່​ເຮົາ.</verse>
				<verse number="14">ສ່ວນ​ຊີ້ນ, ໜັງ ແລະ​ໄສ້​ພຸງ​ໃຫ້​ເຜົາ​ຢູ່​ນອກ​ຄ້າຍ. ອັນ​ນີ້​ແມ່ນ​ການ​ຖວາຍບູຊາ ເພື່ອ​ລຶບລ້າງ​ບາບ​ຂອງ​ພວກ​ປະໂຣຫິດ.</verse>
				<verse number="15">ຈົ່ງ​ເອົາ​ແກະເຖິກ​ໂຕໜຶ່ງ​ມາ ແລະ​ບອກ​ໃຫ້​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ວາງ​ມື​ລົງ​ເທິງ​ຫົວ​ຂອງ​ມັນ.</verse>
				<verse number="16">ຈົ່ງ​ຂ້າ​ແກະ​ນັ້ນ​ແລະ​ເອົາ​ເລືອດ​ຂອງ​ມັນ ໄປ​ຖອກ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ.</verse>
				<verse number="17">ໃຫ້​ຕັດ​ແກະ​ເປັນ​ຕ່ອນໆ ແລະ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ແລະ​ຂາຫລັງ ແລ້ວ​ເອົາ​ມາ​ວາງ​ໄວ້​ເທິງ​ຫົວ​ແລະ​ເທິງ​ຕ່ອນ​ອື່ນໆ.</verse>
				<verse number="18">ຈົ່ງ​ເຜົາ​ຕ່ອນ​ແກະ​ທັງໝົດ​ນັ້ນ​ທີ່​ເທິງ​ແທ່ນ​ເປັນ​ການ​ຖວາຍບູຊາ​ອາຫານ​ແກ່​ພຣະເຈົ້າຢາເວ. ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ບູຊາ​ນີ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ພໍໃຈ.</verse>
				<verse number="19">ຈົ່ງ​ນຳ​ແກະເຖິກ​ໂຕໜຶ່ງ​ມາ​ອີກ ຄື​ໂຕ​ທີ່​ຈະ​ໃຊ້​ໃນ​ການ​ອຸທິດ​ຖວາຍ​ຕົວ​ນັ້ນ ແລ້ວ​ຈົ່ງ​ບອກ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ວາງ​ມື​ລົງ​ເທິງ​ຫົວ​ຂອງ​ມັນ.</verse>
				<verse number="20">ຈົ່ງ​ຂ້າ​ແກະ​ນັ້ນ​ແລະ​ເອົາ​ເລືອດ​ສ່ວນ​ໜຶ່ງ​ທາ​ທີ່​ປາຍ​ໃບຫູ​ຂ້າງ​ຂວາ​ຂອງ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ແລະ​ທາ​ທີ່​ຫົວໂປ້ມື​ແລະ​ຫົວໂປ້​ຕີນ​ຂ້າງ​ຂວາ​ດ້ວຍ. ສ່ວນ​ເລືອດ​ທີ່​ເຫຼືອ​ນັ້ນ​ໃຫ້​ຖອກ​ໃສ່​ຂ້າງ​ທັງ​ສີ່​ຂອງ​ແທ່ນບູຊາ.</verse>
				<verse number="21">ຈົ່ງ​ເອົາ​ເລືອດ​ສ່ວນ​ໜຶ່ງ​ເທິງ​ແທ່ນບູຊາ ແລະ​ນໍ້າມັນ​ສັກສິດ ຊິດ​ໃສ່​ອາໂຣນ​ກັບ​ເຄື່ອງນຸ່ງ​ຂອງ​ລາວ ແລະ​ຊິດ​ໃສ່​ພວກ​ລູກຊາຍ​ຂອງ​ລາວ ຕະຫລອດ​ທັງ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຂົາ​ດ້ວຍ ແລ້ວ​ລາວ​ເອງ​ພ້ອມ​ກັບ​ພວກ​ລູກຊາຍ ແລະ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການ​ອຸທິດ​ຖວາຍ​ແກ່​ເຮົາ​ທັງໝົດ.</verse>
				<verse number="22">ຈົ່ງ​ຕັດ​ເອົາ​ໄຂມັນ​ຂອງ​ແກະເຖິກ, ໄຂມັນ​ໃນ​ຫາງ, ໄຂມັນ​ທີ່​ຫຸ້ມ​ເຄື່ອງ​ໃນ ແລະ​ໜັງບາງໆ​ຫຸ້ມຫໍ່ຕັບ ແລະ​ໝາກໄຂ່ຫລັງ​ທັງສອງ​ໜ່ວຍ​ພ້ອມ​ທັງ​ໄຂມັນ​ທີ່​ຕິດ​ຫ້ອຍ ແລະ​ຕົ້ນ​ຂາໜ້າ​ຂ້າງ​ຂວາ.</verse>
				<verse number="23">ແລ້ວ​ຈົ່ງ​ເອົາ​ເຂົ້າຈີ່​ກ້ອນ​ໜຶ່ງ​ຂອງ​ແຕ່ລະ​ຢ່າງ​ໃນ​ກະຕ່າ​ເຂົ້າຈີ່​ທີ່​ບໍ່ມີ​ເຊື້ອແປ້ງ ທີ່ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ນັ້ນ​ຄື: ກ້ອນ​ໜຶ່ງ​ທີ່​ເຮັດ​ປະສົມ​ກັບ​ນໍ້າມັນ​ໝາກກອກເທດ ອີກ​ກ້ອນ​ໜຶ່ງ​ທີ່​ບໍ່​ປະສົມ​ກັບ​ນໍ້າມັນ ແລະ​ກ້ອນ​ນ້ອຍ​ກ້ອນ​ໜຶ່ງ​ທີ່​ເປັນ​ແຜ່ນ​ບາງໆ.</verse>
				<verse number="24">ຈົ່ງ​ວາງ​ສິ່ງ​ເຫຼົ່ານີ້​ໃສ່​ໃນ​ອົ້ງ​ມື​ຂອງ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ແລ້ວ​ບອກ​ພວກເຂົາ​ໃຫ້​ຖວາຍ​ແກວ່ງໄປ​ແກວ່ງມາ​ເພື່ອ​ເປັນ​ເຄື່ອງ​ບູຊາ​ແກວ່ງໄປ​ແກວ່ງມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="25">ແລ້ວ​ຈົ່ງ​ຮັບເອົາ​ສິ່ງ​ເຫຼົ່ານີ້​ຈາກ​ມື​ຂອງ​ພວກເຂົາ​ນຳ​ໄປ​ເຜົາ​ເທິງ​ແທ່ນບູຊາ ຄື​ເຜົາ​ເທິງ​ເຄື່ອງ​ຊຶ່ງ​ໄດ້​ເຜົາບູຊາ​ແລ້ວ ທີ່​ມີ​ກິ່ນ​ຫອມຫວນ​ເປັນ​ທີ່​ພໍພຣະໄທ​ຕໍ່ໜ້າ​ພຣະເຈົ້າຢາເວ; ເປັນ​ເຄື່ອງ​ບູຊາ​ດ້ວຍໄຟ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="26">ຈົ່ງ​ເອົາ​ຊີ້ນ​ໜ້າເອິກ​ຂອງ​ແກະເຖິກ​ຊຶ່ງ​ເປັນ​ແກະ​ສະຖາປະນາ​ອາໂຣນ ໃຫ້​ຖວາຍ​ແກວ່ງໄປ​ແກວ່ງມາ​ສຳລັບ​ເປັນ​ເຄື່ອງ​ບູຊາ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຊີ້ນ​ສ່ວນ​ນີ້​ຈະ​ເປັນ​ສ່ວນ​ຂອງ​ພວກເຈົ້າ.</verse>
				<verse number="27">ເມື່ອ​ມີ​ການ​ສະຖາປະນາ​ປະໂຣຫິດ ຊີ້ນ​ໜ້າເອິກ​ແລະ​ຂາໜ້າ​ຂອງ​ແກະເຖິກ ທີ່​ຈັດ​ເອົາ​ໄວ້​ສຳລັບ​ການ​ສະຖາປະນາ ຈົ່ງ​ໃຫ້​ຖວາຍ​ແກວ່ງໄປ​ແກວ່ງມາ​ຊຶ່ງ​ເປັນ​ເຄື່ອງ​ບູຊາ​ແກວ່ງໄປ​ແກວ່ງມາ ແລະ​ໃຫ້​ປະ​ໄວ້​ຕ່າງຫາກ​ສຳລັບ​ພວກ​ປະໂຣຫິດ.</verse>
				<verse number="28">ອັນ​ນີ້​ແມ່ນ​ການ​ຕັດສິນໃຈ​ທີ່​ບໍ່​ປ່ຽນແປງ​ຂອງເຮົາ. ເວລາ​ທີ່​ປະຊາຊົນ​ຂອງເຮົາ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ຊີ້ນ​ໜ້າເອິກ​ແລະ​ຂາໜ້າ​ຂອງ​ແກະ​ໃຫ້​ເປັນ​ສ່ວນ​ຂອງ​ປະໂຣຫິດ. ອັນ​ນີ້​ແມ່ນ​ເຄື່ອງ​ຖວາຍ​ຂອງ​ປະຊາຊົນ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="29">ເມື່ອ​ປະໂຣຫິດ​ອາໂຣນ​ຕາຍໄປ ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ຂອງ​ລາວ​ນັ້ນ ຕ້ອງ​ມອບ​ໃຫ້​ແກ່​ພວກ​ລູກຊາຍ​ຂອງ​ລາວ ເພື່ອ​ພວກເຂົາ​ຈະ​ໄດ້​ໃສ່ ເມື່ອ​ໄດ້​ຮັບ​ສະຖາປະນາ​ໃຫ້​ເປັນ​ປະໂຣຫິດ.</verse>
				<verse number="30">ໃຫ້​ລູກ​ຜູ້​ທີ່​ຮັບ​ການ​ສະຖາປະນາ​ເປັນ​ປະໂຣຫິດ​ແທນ​ອາໂຣນ ຄື​ຜູ້​ທີ່​ຈະ​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ເພື່ອ​ບົວລະບັດ​ຮັບໃຊ້​ໃນ​ບ່ອນ​ສັກສິດ​ນັ້ນ ໃສ່​ເຄື່ອງ​ປະຈຳ​ຕຳແໜ່ງ​ນີ້​ເຈັດ​ວັນ.</verse>
				<verse number="31">ຈົ່ງ​ເອົາ​ຊີ້ນ​ແກະເຖິກ ຊຶ່ງ​ໃຊ້​ໃນ​ການ​ສະຖາປະນາ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ມາ​ຕົ້ມ​ໃນ​ບ່ອນ​ສັກສິດ.</verse>
				<verse number="32">ຈົ່ງ​ໃຫ້​ພວກເຂົາ​ກິນ​ຊີ້ນ​ແລະ​ເຂົ້າຈີ່​ທີ່​ເຫຼືອ​ຢູ່​ໃນ​ກະຕ່າ​ທີ່​ທາງ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="33">ພວກເຂົາ​ຈະ​ກິນ​ຂອງ​ທີ່​ໄດ້​ໃຊ້​ແລ້ວ​ໃນ​ພິທີ​ລຶບລ້າງ​ບາບ ສຳລັບ​ການ​ສະຖາປະນາ​ນັ້ນ​ກໍໄດ້. ມີ​ແຕ່​ປະໂຣຫິດ​ເທົ່ານັ້ນ​ທີ່​ກິນ​ໄດ້​ເພາະ​ແມ່ນ​ອາຫານ​ບໍຮິສຸດ.</verse>
				<verse number="34">ຖ້າ​ຊີ້ນ​ຫລື​ເຂົ້າຈີ່​ບາງ​ສ່ວນ​ເຫຼືອ​ກິນ ຈົນ​ຮອດ​ຕອນເຊົ້າ​ຂອງ​ວັນ​ໃໝ່ ໃຫ້​ເຜົາ​ໄຟ​ສາ; ຢ່າ​ກິນ​ເພາະ​ເປັນ​ຂອງ​ບໍຣິສຸດ.</verse>
				<verse number="35">ຈົ່ງ​ເຮັດ​ພິທີ​ສະຖາປະນາ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໃຫ້​ຄົບ​ເຈັດ​ວັນ ຕາມ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້​ທຸກປະການ.</verse>
				<verse number="36">ແຕ່ລະມື້ ເຈົ້າ​ຕ້ອງ​ຖວາຍ​ງົວເຖິກ​ເປັນ​ເຄື່ອງ​ບູຊາ​ເພື່ອ​ເປັນ​ການ​ລຶບລ້າງ​ບາບ. ການ​ຖວາຍບູຊາ​ນີ້​ຈະ​ເປັນ​ການ​ຊຳລະ​ແທ່ນບູຊາ. ແລ້ວ​ຈົ່ງ​ຫົດສົງ​ແທ່ນບູຊາ​ນີ້​ດ້ວຍ​ນໍ້າມັນ​ໝາກກອກເທດ ເພື່ອ​ໃຫ້​ສັກສິດ.</verse>
				<verse number="37">ຈົ່ງ​ເຮັດ​ດັ່ງນີ້​ທຸກໆ​ວັນ ຕະຫລອດ​ເຈັດ​ວັນ. ແລ້ວ​ແທ່ນ​ນັ້ນ​ກໍ​ຈະ​ສັກສິດ​ທີ່ສຸດ ແລະ​ຖ້າ​ຜູ້ໃດ​ຫລື​ສິ່ງໃດ​ແຕະຕ້ອງ​ຖືກ​ແທ່ນ​ນັ້ນ ຄົນ​ນັ້ນ​ແລະ​ສິ່ງ​ນັ້ນ​ກໍ​ຈະ​ຖືກ​ສຳພັດ ກັບ​ຣິດອຳນາດ​ແຫ່ງ​ຄວາມ​ສັກສິດ​ຂອງ​ແທ່ນບູຊາ.”</verse>
				<verse number="38">“ໃນ​ທຸກໆ​ວັນ​ຕະຫລອດໄປ ຈົ່ງ​ຖວາຍ​ລູກແກະເຖິກ​ສອງ​ໂຕ​ອາຍຸ​ໜຶ່ງ​ປີ​ເທິງ​ແທ່ນບູຊາ.</verse>
				<verse number="39">ຈົ່ງ​ນຳ​ລູກແກະ​ໂຕໜຶ່ງ​ມາ​ຖວາຍ​ໃນ​ຕອນເຊົ້າ ແລະ​ນຳ​ອີກ​ໂຕໜຶ່ງ​ມາ​ຖວາຍ​ໃນ​ຕອນແລງ.</verse>
				<verse number="40">ໃນ​ເວລາ​ທີ່​ຖວາຍ​ລູກແກະ​ໂຕ​ທີ່​ໜຶ່ງ​ນັ້ນ ຈົ່ງ​ຖວາຍ​ຍອດ​ແປ້ງ​ປະມານ​ໜຶ່ງ​ກິໂລກຼາມ ປົນ​ກັບ​ນໍ້າມັນ​ໝາກກອກເທດ​ໜຶ່ງ​ລິດ. ຈົ່ງ​ຖວາຍ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ​ຄື​ກັນ.</verse>
				<verse number="41">ສ່ວນ​ແກະ​ໂຕ​ທີ​ສອງ​ນັ້ນ ຈົ່ງ​ຖວາຍ​ໃນ​ຕອນແລງ​ພ້ອມ​ກັບ​ຍອດ​ແປ້ງ ນໍ້າມັນ​ໝາກກອກເທດ​ສົດ ແລະ​ເຫຼົ້າ​ອະງຸ່ນ​ໃນ​ອັດຕາ​ເທົ່າ​ກັນ​ກັບ​ທີ່​ຖວາຍ​ໃນ​ຕອນເຊົ້າ. ອັນ​ນີ້​ແມ່ນ​ການ​ຖວາຍ​ອາຫານ​ແກ່​ພຣະເຈົ້າຢາເວ ແລະ​ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ເປັນທີ່​ພໍໃຈ.</verse>
				<verse number="42">ການ​ເຜົາ​ຖວາຍບູຊາ​ແກ່​ເຮົາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ພຣະເຈົ້າຢາເວ ຈົ່ງ​ໃຫ້​ປະຕິບັດ​ກັນ​ສືບໆໄປ. ແມ່ນ​ໃນ​ບ່ອນ​ນີ້ ທີ່​ເຮົາ​ຈະ​ພົບ​ກັບ​ພວກເຈົ້າ ແລະ​ກ່າວ​ແກ່​ພວກເຈົ້າ.</verse>
				<verse number="43">ໃນ​ທີ່ນັ້ນ ເຮົາ​ຈະ​ພົບ​ກັບ​ປະຊາຊົນ​ອິດສະຣາເອນ ແລະ​ສະຫງ່າຣາສີ​ອັນ​ສຸກໃສ​ຂອງເຮົາ​ຈາກ​ທີ່​ນັ້ນ​ກໍ​ຈະ​ເຮັດ​ໃຫ້​ບ່ອນ​ນັ້ນ​ສັກສິດ.</verse>
				<verse number="44">ເຮົາ​ຈະ​ເຮັດ​ໃຫ້​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ແທ່ນບູຊາ​ສັກສິດ ແລະ​ເຮົາ​ຈະ​ຕັ້ງ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ໃຫ້​ໃຊ້​ຊີວິດ​ຢູ່​ຕ່າງຫາກ ເພື່ອ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.</verse>
				<verse number="45">ເຮົາ​ຈະ​ຢູ່​ທ່າມກາງ​ປະຊາຊົນ​ອິດສະຣາເອນ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="46">ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຜູ້​ໄດ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ກໍ​ເພື່ອ​ເຮົາ​ຈະ​ຢູ່​ທ່າມກາງ​ພວກເຂົາ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.”</verse>
			</chapter>
			<chapter number="30">
				<verse number="1">“ຈົ່ງ​ເຮັດ​ແທ່ນບູຊາ​ເຜົາ​ເຄື່ອງຫອມ​ດ້ວຍ​ໄມ້​ກະຖິນເທດ.</verse>
				<verse number="2">ແທ່ນ​ນັ້ນ ຈົ່ງ​ໃຫ້​ເປັນ​ຮູບ​ສີ່​ຫລ່ຽມ​ຊຶ່ງ​ແຕ່ລະ​ຂ້າງ​ມີ 45 ເຊັນ ແລະ​ສູງ 90 ເຊັນ. ສ່ວນ​ຍອດ​ຂອງ​ແທ່ນ​ທັງ​ສີ່​ຫລ່ຽມ​ນັ້ນ ໃຫ້​ເປັນ​ໄມ້​ເນື້ອ​ດຽວກັນ​ກັບ​ແທ່ນ.</verse>
				<verse number="3">ຈົ່ງ​ໂອບ​ດ້ານ​ເທິງ​ແລະ​ຈອມ​ຂອງ​ແທ່ນ​ທັງ​ສີ່​ດ້ານ​ນັ້ນ​ດ້ວຍ​ຄຳສົດ ແລະ​ຈົ່ງ​ເຮັດ​ຂອບ​ຄຳ​ອ້ອມຮອບ​ແທ່ນ​ດ້ວຍ.</verse>
				<verse number="4">ຈົ່ງ​ເຮັດ​ຫູ​ສອງ​ຫູ​ເພື່ອ​ໃຊ້​ຫາມ ຈອດ​ຕິດ​ໄວ້​ກັບ​ຂອບ​ລຸ່ມ​ທັງສອງ​ຂອບ​ສຳລັບ​ສອດ​ຄານຫາມ​ໃສ່.</verse>
				<verse number="5">ຈົ່ງ​ເຮັດ​ຄານຫາມ​ດ້ວຍ​ໄມ້​ກະຖິນເທດ​ແລະ​ໂອບ​ດ້ວຍ​ຄຳ.</verse>
				<verse number="6">ໃຫ້​ຕັ້ງ​ແທ່ນບູຊາ​ນັ້ນ​ໄວ້​ຂ້າງ​ນອກ​ຜ້າກັ້ງ ຊຶ່ງ​ກາງ​ຢູ່​ຕໍ່ໜ້າ​ຫີບ​ພັນທະສັນຍາ. ຢູ່​ໃນ​ທີ່ນັ້ນ​ແຫຼະ ແມ່ນ​ບ່ອນ​ທີ່​ເຮົາ​ຈະ​ພົບ​ກັບ​ເຈົ້າ.</verse>
				<verse number="7">ທຸກໆ​ເຊົ້າ​ເມື່ອ​ອາໂຣນ​ເຂົ້າ​ມາ​ບົວລະບັດ​ຕະກຽງ ໃຫ້​ລາວ​ເຜົາ​ເຄື່ອງຫອມ​ເທິງ​ແທ່ນບູຊາ​ນັ້ນ.</verse>
				<verse number="8">ໃຫ້​ລາວ​ເຮັດ​ວິທີ​ດຽວກັນ​ກັບ ເມື່ອ​ລາວ​ໄຕ້​ຕະກຽງ​ໃນ​ຕອນ​ຄໍ່າ. ການ​ເຜົາ​ເຄື່ອງຫອມ​ຖວາຍບູຊາ​ແມ່ນ​ໃຫ້​ປະຕິບັດ​ສືບໆ​ໄປ​ຕໍ່ໜ້າ​ພຣະເຈົ້າຢາເວ ຕະຫລອດ​ຊົ່ວ​ເຊື້ອສາຍ​ຂອງ​ເຈົ້າ.</verse>
				<verse number="9">ຢ່າ​ໄດ້​ຖວາຍ​ສິ່ງ​ທີ່​ຕ້ອງ​ຫ້າມ​ເທິງ​ແທ່ນບູຊາ ບໍ່​ວ່າ​ເຄື່ອງຫອມ​ຊະນິດ​ໃດໆ, ສັດ, ພືດຜົນ​ເປັນເມັດ​ກໍຕາມ ແລະ​ຢ່າ​ຖອກ​ເຫຼົ້າ​ອະງຸ່ນ​ໃສ່​ແທ່ນ.</verse>
				<verse number="10">ທຸກໆ​ປີ​ໃດ ໃຫ້​ປະໂຣຫິດ​ອາໂຣນ​ປະກອບ​ພິທີ​ຊຳລະ​ແທ່ນບູຊາ​ເທື່ອໜຶ່ງ ໂດຍ​ໃຫ້​ເອົາ​ເລືອດ​ຂອງ​ສັດ​ທີ່​ຖວາຍ​ສຳລັບ​ການ​ໄຖ່​ບາບ ຫົດສົງ​ໃສ່​ຈອມ​ແທ່ນ​ທັງ​ສີ່​ດ້ານ. ໃຫ້​ປະກອບ​ພິທີ​ນີ້​ທຸກໆ​ປີ​ຕະຫລອດໄປ. ແລ້ວ​ແທ່ນ​ນີ້​ກໍ​ຈະ​ເປັນ​ແທ່ນບູຊາ​ທີ່​ບໍຣິສຸດ​ທັງ​ສິ້ນ ຊຶ່ງ​ໄດ້​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ.”</verse>
				<verse number="11">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,</verse>
				<verse number="12">“ເມື່ອ​ເຈົ້າ​ຈົດ​ທະບຽນ​ສຳມະໂນຄົວ​ປະຊາຊົນ​ອິດສະຣາເອນ ຈົ່ງ​ໃຫ້​ຊາຍ​ແຕ່ລະຄົນ​ຈ່າຍ​ຄ່າ​ຊີວິດ​ຂອງຕົນ​ແກ່​ພຣະເຈົ້າຢາເວ ເພື່ອ​ວ່າ​ໄພ​ອັນຕະລາຍ​ຈະ​ບໍ່​ມາ​ຖືກ​ພວກເຂົາ ໃນ​ຂະນະທີ່​ມີ​ການ​ຈົດ​ທະບຽນ​ນັ້ນ.</verse>
				<verse number="13">ທຸກຄົນ​ທີ່​ມີ​ລາຍຊື່​ໃນ​ການ​ຈົດ​ທະບຽນ ຕ້ອງ​ຈ່າຍ​ເງິນ​ໃນ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້ ຕາມ​ອັດຕາ​ຂອງ​ສຳນັກ​ນະມັດສະການ. ທຸກໆ​ຄົນ​ຈະ​ຕ້ອງ​ຈ່າຍ​ເງິນ​ຕາມ​ຈຳນວນ​ດັ່ງ​ກ່າວ​ນີ້ ເປັນ​ການ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="14">ທຸກໆ​ຄົນ​ທີ່​ໄດ້​ນັບ​ເຂົ້າ​ໃນ​ການ​ຈົດ​ທະບຽນ​ຄອບຄົວ ຄື​ຜູ້​ທີ່​ມີ​ອາຍຸ​ຕັ້ງແຕ່ 20 ປີ ຂຶ້ນ​ໄປ ຕ້ອງ​ຈ່າຍ​ເງິນ​ຕາມ​ຈຳນວນ​ນີ້​ແກ່​ພຣະເຈົ້າຢາເວ.</verse>
				<verse number="15">ເມື່ອ​ພວກເຈົ້າ​ນຳ​ເອົາ​ເງິນ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ເພື່ອ​ຈະ​ໄດ້ໄຖ່​ຊີວິດ​ຂອງ​ເຈົ້າ​ທັງຫຼາຍ​ນັ້ນ ຄົນ​ຮັ່ງມີ​ກໍ​ບໍ່​ໃຫ້​ເກີນ​ເຄິ່ງ​ເຊເຄນ ແລະ​ຄົນ​ຍາກຈົນ​ກໍ​ບໍ່​ໃຫ້​ຫລຸດ​ໜ້ອຍກວ່າ​ເຄິ່ງ​ເຊເຄນ.</verse>
				<verse number="16">ຈົ່ງ​ໂຮມ​ເງິນ​ທັງໝົດ​ທີ່​ໄດ້​ຈາກ​ປະຊາຊົນ​ອິດສະຣາເອນ​ນັ້ນ ນຳ​ມາ​ໃຊ້​ຈ່າຍ​ໃນ​ການ​ບົວລະບັດ​ຫໍເຕັນ​ບ່ອນ​ຊຸມນຸມ. ເພື່ອ​ເປັນທີ່​ລະນຶກເຖິງ​ຊົນຊາດ​ອິດສະຣາເອນ​ຕໍ່ໜ້າ​ພຣະເຈົ້າຢາເວ, ສຳລັບ​ການໄຖ່​ຊີວິດ​ຂອງ​ພວກເຈົ້າ​ທັງຫຼາຍ.”</verse>
				<verse number="17">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,</verse>
				<verse number="18">“ຈົ່ງ​ເອົາ​ທອງສຳຣິດ​ມາ​ຫລໍ່​ເປັນ​ຂັນ​ແລະ​ພານ​ຮອງ​ຂັນ. ຈົ່ງ​ວາງ​ຂັນ​ນັ້ນ​ໃຫ້​ຢູ່​ລະຫວ່າງ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ແທ່ນບູຊາ ແລະ​ຕັກ​ນໍ້າ​ໃສ່​ໃນ​ນັ້ນ.</verse>
				<verse number="19">ຈົ່ງ​ໃຫ້​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ​ໃຊ້​ນໍ້າ​ນັ້ນ​ລ້າງ​ມື​ແລະ​ຕີນ​ຂອງ​ພວກເຂົາ</verse>
				<verse number="20">ກ່ອນ​ທີ່​ຈະ​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ຫລື​ເຂົ້າ​ໄປ​ໃກ້​ແທ່ນບູຊາ​ສຳລັບ​ຖວາຍ​ບູຊາ​ດ້ວຍໄຟ​ແດ່​ພຣະເຈົ້າຢາເວ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ຕາຍ.</verse>
				<verse number="21">ພວກເຂົາ​ຕ້ອງ​ລ້າງ​ມື​ແລະ​ລ້າງ​ຕີນ ເພື່ອ​ພວກເຂົາ​ຈະ​ບໍ່​ຕາຍ. ອັນ​ນີ້​ແມ່ນ​ກົດເກນ ຊຶ່ງ​ພວກເຂົາ​ແລະ​ເຊື້ອສາຍ​ຂອງ​ພວກເຂົາ​ຈະ​ຕ້ອງ​ພາກັນ​ຢຶດຖື ແລະ​ຮັກສາ​ໄວ້​ສືບໆໄປ.”</verse>
				<verse number="22">ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ,</verse>
				<verse number="23">“ຈົ່ງ​ເອົາ​ເຄື່ອງຫອມ​ຊັ້ນ​ດີທີ່ສຸດ​ມາ​ປຸງ​ເຮັດ​ນໍ້າຫອມ​ເຊັ່ນ: ຢາງໄມ້​ຫອມ​ປະມານ​ຫົກ​ກິໂລກຼາມ ກຳຍານ​ເປັນ​ດິ້ວ​ປະມານ​ສາມ​ກິໂລກຼາມ ໃບເຕີຍ​ຫອມ​ປະມານ​ສາມ​ກິໂລກຼາມ</verse>
				<verse number="24">ແລະ​ກາລະບູນ​ປະມານ​ຫົກ​ກິໂລກຼາມ (ທັງໝົດ​ນີ້​ໃຫ້​ສັ່ງ​ຕາມ​ນໍ້າໜັກ ທາງ​ການ​ຂອງ​ສຳນັກ​ນະມັດສະການ). ປະສົມ​ກັບ​ນໍ້າມັນ​ໝາກກອກເທດ​ສີ່​ລິດ</verse>
				<verse number="25">ເພື່ອ​ເຮັດ​ນໍ້າມັນ​ສັກສິດ​ປຸງແຕ່ງ​ແບບ​ນໍ້າຫອມ.</verse>
				<verse number="26">ຈົ່ງ​ໃຊ້​ນໍ້າມັນ​ສັກສິດ​ນີ້​ຫົດສົງ​ຫໍເຕັນ​ບ່ອນ​ຊຸມນຸມ, ຫີບ​ພັນທະສັນຍາ,</verse>
				<verse number="27">ໂຕະ​ແລະ​ເຄື່ອງໃຊ້​ປະຈຳ​ໂຕະ, ຫລັກ​ຕະກຽງ​ແລະ​ເຄື່ອງໃຊ້​ປະຈຳ​ຫລັກ​ຕະກຽງ​ທັງໝົດ ແລະ​ແທ່ນ​ສຳລັບ​ເຜົາ​ເຄື່ອງຫອມ,</verse>
				<verse number="28">ແທ່ນບູຊາ​ສຳລັບ​ເຜົາ​ເຄື່ອງ​ຖວາຍບູຊາ, ພ້ອມ​ເຄື່ອງໃຊ້​ປະຈຳ​ແທ່ນ​ທັງໝົດ, ຕະຫລອດ​ທັງ​ຂັນ​ແລະ​ພານ​ຮອງ​ຂັນ​ດ້ວຍ.</verse>
				<verse number="29">ຈົ່ງ​ອຸທິດ​ຖວາຍ​ສິ່ງ​ເຫຼົ່ານັ້ນ​ດ້ວຍ​ວິທີ​ດັ່ງ​ກ່າວ​ນີ້ ແລະ​ສິ່ງ​ທັງໝົດ​ກໍ​ຈະ​ສັກສິດ​ທີ່ສຸດ ແລະ​ຖ້າ​ຜູ້ໃດ​ຫລື​ສິ່ງໃດ​ແຕະຕ້ອງ​ຖືກ​ສິ່ງ​ເຫຼົ່ານີ້ ຜູ້ນັ້ນ​ຫລື​ສິ່ງ​ນັ້ນ​ກໍ​ຈະ​ຖືກ​ສຳພັດ​ກັບ​ຣິດອຳນາດ​ແຫ່ງ​ຄວາມ​ສັກສິດ.</verse>
				<verse number="30">ແລ້ວ​ຈົ່ງ​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ອາໂຣນ​ພ້ອມ​ກັບ​ພວກ​ລູກຊາຍ​ຂອງ​ລາວ ແລະ​ສະຖາປະນາ​ພວກເຂົາ​ໃຫ້​ເປັນ​ຜູ້​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.</verse>
				<verse number="31">ຈົ່ງ​ບອກ​ປະຊາຊົນ​ວ່າ, ‘ອັນນີ້ ແມ່ນ​ນໍ້າມັນ​ສັກສິດ​ຂອງເຮົາ ທີ່​ຈະ​ຕ້ອງ​ໃຊ້​ຫົດສົງ​ຕະຫລອດໄປ.</verse>
				<verse number="32">ຢ່າ​ໃຊ້​ນໍ້າມັນ​ນີ້​ຫົດສົງ​ຄົນ​ທຳມະດາ ແລະ​ຢ່າ​ໃຊ້​ສູດ​ນີ້​ເພື່ອ​ປະສົມ​ນໍ້າມັນ​ຊະນິດ​ອື່ນໆ​ອີກ. ນໍ້າມັນ​ນີ້​ເປັນ​ນໍ້າມັນ​ສັກສິດ. ສະນັ້ນ ເຈົ້າ​ຈົ່ງ​ຮັກສາ​ໄວ້​ໃຫ້​ສັກສິດ.</verse>
				<verse number="33">ຜູ້ໃດ​ກໍຕາມ​ທີ່​ໃຊ້​ສູດ​ນີ້​ປະສົມ​ເພື່ອ​ປຸງ​ນໍ້າມັນ​ຫົດສົງ ຫລື​ໃຊ້​ນໍ້າມັນ​ນີ້​ຫົດສົງ​ຄົນ​ທີ່​ບໍ່ແມ່ນ​ປະໂຣຫິດ ຜູ້ນັ້ນ​ຈະ​ບໍ່​ຖືກ​ນັບ​ເຂົ້າ​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.”’</verse>
				<verse number="34">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ເອົາ​ເຄື່ອງຫອມ​ແນວ​ລະ​ຊະນິດ ຈຳນວນ​ເທົ່າ​ກັນ​ມາ​ຄື: ພືດພັນ​ຊະນິດ​ຫອມ, ຊາມົດ, ມະຫາຫິງ ແລະ​ກຳຍານ​ບໍຣິສຸດ.</verse>
				<verse number="35">ຈົ່ງ​ໃຊ້​ສິ່ງ​ເຫຼົ່ານີ້​ປຸງ​ເປັນ​ເຄື່ອງຫອມ ແລະ​ປະສົມ​ກັນ​ເໝືອນ​ດັ່ງ​ປຸງ​ນໍ້າຫອມ. ຈົ່ງ​ຕື່ມ​ເກືອ​ໃສ່​ເພື່ອ​ຮັກສາ​ໃຫ້​ເຄື່ອງຫອມ​ນັ້ນ​ບໍຣິສຸດ​ແລະ​ສັກສິດ.</verse>
				<verse number="36">ຈົ່ງ​ເອົາ​ສ່ວນ​ໜຶ່ງ​ມາ​ຕຳ​ໃຫ້​ໝຸ່ນ​ລະອຽດ ແລ້ວ​ນຳ​ໄປ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ໂຮຍ​ໃສ່​ຕໍ່ໜ້າ​ຫີບ​ພັນທະສັນຍາ. ຈົ່ງ​ຮັກສາ​ເຄື່ອງຫອມ​ນີ້​ໄວ້​ໃຫ້​ສັກສິດ​ທີ່ສຸດ.</verse>
				<verse number="37">ຢ່າ​ໃຊ້​ສູດ​ດຽວກັນ​ນີ້​ເພື່ອ​ປຸງ​ເຄື່ອງຫອມ​ສຳລັບ​ພວກເຈົ້າ​ເອງ. ຈົ່ງ​ໃຫ້​ຖື​ວ່າ​ເປັນ​ສິ່ງ​ບໍຣິສຸດ​ທີ່​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="38">ຖ້າ​ໃຜ​ເຮັດ​ເຄື່ອງຫອມ​ເຊັ່ນນີ້ ຫລື​ໃຊ້​ສຳລັບ​ຜູ້ໜຶ່ງ​ຜູ້ໃດ​ທີ່​ບໍ່ແມ່ນ​ປະໂຣຫິດ​ແລ້ວ ຜູ້ນັ້ນ​ກໍ​ຈະ​ບໍ່​ຖືກ​ນັບ​ເຂົ້າ​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.”</verse>
			</chapter>
			<chapter number="31">
				<verse number="1">ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ,</verse>
				<verse number="2">“ເຮົາ​ໄດ້​ເລືອກ​ເອົາ​ເບຊາເລນ ລູກຊາຍ​ຂອງ​ອູຣິ ແລະ​ຫລານຊາຍ​ຂອງ​ຮູເຣ​ຈາກ​ເຜົ່າ​ຢູດາ</verse>
				<verse number="3">ໃຫ້​ໄດ້​ຮັບ​ຣິດອຳນາດ​ຂອງເຮົາ. ເຮົາ​ໄດ້​ໃຫ້​ລາວ​ມີ​ສະຕິປັນຍາ, ຄວາມ​ເຂົ້າໃຈ ແລະ​ຄວາມ​ສາມາດ​ໃນ​ວິຊາການ​ດ້ານ​ສີລະປະກຳ​ທຸກໆ​ຢ່າງ</verse>
				<verse number="4">ສຳລັບ​ວາງແຜນ​ແລະ​ອອກແບບ​ຢ່າງ​ລະອຽດ​ໃນ​ການ​ເຮັດ​ເຄື່ອງ​ຄຳ, ເງິນ ແລະ​ທອງສຳຣິດ;</verse>
				<verse number="5">ສຳລັບ​ເຈຍລະໄນ​ພອຍ​ຕ່າງໆ​ເພື່ອ​ຝັງ​ລົງ​ໃນ​ກະໂບກ; ສຳລັບ​ແກະສະຫລັກ​ໄມ້ ແລະ​ສຳລັບ​ວິຊາການ​ໃນ​ວຽກງານ​ສີລະປະກຳ​ຊະນິດ​ອື່ນໆ​ອີກ.</verse>
				<verse number="6">ເຮົາ​ໄດ້​ເລືອກ​ເອົາ​ໂອໂຮລີອາບ ລູກຊາຍ​ຂອງ​ອາຮີສາມັກ​ຈາກ​ເຜົ່າ​ດານ​ຄືກັນ ເພື່ອ​ໃຫ້​ເຮັດ​ວຽກ​ຮ່ວມ​ກັນ​ກັບ​ເບຊາເລນ. ເຮົາ​ໄດ້​ໃຫ້​ພວກ​ຊ່າງສີມື​ຄົນອື່ນໆ​ມີ​ສະຕິປັນຍາ​ຄືກັນ ເພື່ອ​ວ່າ​ພວກເຂົາ​ຈະ​ສາມາດ​ເຮັດ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໃຫ້​ເຮັດ​ເຊັ່ນ:</verse>
				<verse number="7">ຫໍເຕັນ​ບ່ອນ​ຊຸມນຸມ, ຫີບ​ພັນທະສັນຍາ​ພ້ອມ​ທັງ​ຝາອັດ, ເຄື່ອງ​ປະກອບ​ທຸກໆ​ຊະນິດ​ຂອງ​ຫໍເຕັນ,</verse>
				<verse number="8">ໂຕະ​ແລະ​ເຄື່ອງໃຊ້​ທັງໝົດ​ປະຈຳ​ໂຕະ, ຫລັກ​ຕະກຽງ​ເປັນ​ຄຳສົດ ແລະ​ເຄື່ອງໃຊ້​ປະຈຳ​ຕະກຽງ, ແທ່ນ​ສຳລັບ​ເຜົາ​ເຄື່ອງຫອມ,</verse>
				<verse number="9">ແທ່ນ​ສຳລັບ​ເຜົາ​ເຄື່ອງ​ຖວາຍບູຊາ ແລະ​ເຄື່ອງໃຊ້​ທັງໝົດ​ປະຈຳ​ແທ່ນ, ຂັນ​ແລະ​ພານທອງ,</verse>
				<verse number="10">ເຄື່ອງ​ສະຫງ່າງາມ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ຂອງ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເພື່ອ​ໃສ່​ໃນ​ເວລາ​ພວກເຂົາ​ເຂົ້າ​ມາ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.</verse>
				<verse number="11">ສ່ວນ​ນໍ້າມັນ​ສັກສິດ ແລະ​ເຄື່ອງຫອມ​ເພື່ອ​ຖວາຍ​ສຳລັບ​ສະຖານທີ່​ບໍຣິສຸດ​ນັ້ນ ຈົ່ງ​ໃຫ້​ພວກເຂົາ​ເຮັດ​ຢ່າງ​ຖືກຕ້ອງ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້​ທຸກປະການ.”</verse>
				<verse number="12">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ. ໃຫ້​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ, “ຈົ່ງ​ນັບຖື​ວັນ​ຊະບາໂຕ​ເປັນ​ວັນ​ພັກຜ່ອນ​ຂອງເຮົາ ເພາະ​ມັນ​ແມ່ນ​ໝາຍສຳຄັນ​ລະຫວ່າງ​ເຈົ້າ​ແລະ​ເຮົາ​ສືບໄປ​ເປັນນິດ ເພື່ອ​ສະແດງ​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ໄດ້​ຮັບ​ເອົາ​ພວກເຈົ້າ​ມາ​ເປັນ​ປະຊາຊົນ​ຂອງເຮົາ.</verse>
				<verse number="13"></verse>
				<verse number="14">ຈົ່ງ​ຮັກສາ​ວັນ​ພັກຜ່ອນ​ນີ້ ເພາະ​ເປັນ​ວັນ​ສັກສິດ. ຜູ້ໃດ​ທີ່​ເຮັດ​ວຽກ​ໃນວັນນີ້ ຜູ້ນັ້ນ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ.</verse>
				<verse number="15">ຈົ່ງ​ເຮັດ​ວຽກ​ຂອງ​ພວກເຈົ້າ​ໃນ​ຫົກ​ວັນ ແຕ່​ໃນ​ວັນ​ທີ່​ເຈັດ​ໃຫ້​ຖື​ເປັນ​ວັນ​ພັກຜ່ອນ​ເພື່ອ​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ. ຜູ້ໃດ​ກໍຕາມ​ທີ່​ເຮັດ​ວຽກ​ໃນວັນນີ້ ຜູ້ນັ້ນ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ.</verse>
				<verse number="16">ໃຫ້​ປະຊາຊົນ​ອິດສະຣາເອນ​ຢຶດຖື​ວັນ​ຊະບາໂຕ ຕະຫຼອດ​ຊົ່ວ​ອາຍຸ​ຂອງ​ພວກເຂົາ ໃຫ້​ເປັນ​ພັນທະສັນຍາ​ອັນ​ຕະຫຼອດ​ໄປ.</verse>
				<verse number="17">ມັນ​ເປັນ​ໝາຍສຳຄັນ​ລະຫວ່າງ​ປະຊາຊົນ​ອິດສະຣາເອນ​ກັບ​ເຮົາ​ຕະຫລອດໄປ ເພາະວ່າ​ພຣະເຈົ້າຢາເວ​ໄດ້​ສ້າງ​ຟ້າ​ສະຫວັນ ແລະ​ແຜ່ນດິນ​ໂລກ​ໃນ​ຫົກ​ວັນ ແລະ​ໃນ​ວັນ​ທີ​ເຈັດ ພຣະອົງ​ໄດ້​ຢຸດ​ກິດຈະການ​ທັງໝົດ​ແລະ​ພັກຜ່ອນ.”</verse>
				<verse number="18">ເມື່ອ​ພຣະເຈົ້າ​ໄດ້​ກ່າວ​ກັບ​ໂມເຊ​ທີ່​ເທິງ​ພູເຂົາ​ຊີນາຍ​ຈົບ​ແລ້ວ ພຣະອົງ​ໄດ້​ເອົາ​ຫີນ​ສອງ​ແຜ່ນ ຊຶ່ງ​ໄດ້​ຈາລຶກ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຊຶ່ງ​ຂຽນ​ໂດຍ​ພຣະຫັດ(ມື)​ຂອງ​ພຣະເຈົ້າ​ເອງ​ນັ້ນ ຍື່ນໃຫ້​ໂມເຊ.</verse>
			</chapter>
			<chapter number="32">
				<verse number="1">ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້​ເຫັນ​ວ່າ ໂມເຊ​ພັກ​ຢູ່​ເທິງ​ພູເຂົາ​ດົນນານ​ໂພດ ພວກເຂົາ​ຈຶ່ງ​ໄດ້​ເຕົ້າໂຮມ​ກັນ​ອ້ອມ​ອາໂຣນ ແລະ​ເວົ້າ​ຂຶ້ນ​ວ່າ, “ພວກເຮົາ​ບໍ່​ຮູ້​ວ່າ ມີ​ຫຍັງ​ເກີດຂຶ້ນ​ກັບ​ໂມເຊ ຜູ້​ທີ່​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ; ສະນັ້ນ ຈົ່ງ​ເຮັດ​ຮູບ​ພະ ໃຫ້​ນຳພາ​ພວກເຮົາ​ສາ.”</verse>
				<verse number="2">ອາໂຣນ​ຈຶ່ງ​ບອກ​ພວກເຂົາ​ວ່າ, “ຈົ່ງ​ປົດ​ຕຸ້ມຫູ​ຂອງ​ເມຍ, ລູກຊາຍ ແລະ​ລູກສາວ​ຂອງ​ພວກເຈົ້າ​ທີ່​ໃສ່​ຢູ່​ນັ້ນ​ເອົາ​ມາ​ໃຫ້​ຂ້ອຍ.”</verse>
				<verse number="3">ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ທຸກຄົນ​ຈຶ່ງ​ໄດ້​ປົດ​ຕຸ້ມຫູ​ຄຳ​ຂອງຕົນ ມອບ​ໃຫ້​ອາໂຣນ.</verse>
				<verse number="4">ເພິ່ນ​ໄດ້​ຮວບຮວມ​ເອົາ​ຕຸ້ມຫູ​ທັງໝົດ ແລະ​ໃຊ້​ເຄື່ອງ​ມື​ຫລໍ່​ເປັນ​ຮູບ​ງົວ​ຄຳ​ໂຕໜຶ່ງ. ຕໍ່ມາ ປະຊາຊົນ​ກໍ​ເວົ້າ​ວ່າ, “ຊາວ​ອິດສະຣາເອນ​ເອີຍ ອັນນີ້ ແມ່ນ​ພະ​ຂອງ​ພວກເຮົາ​ຜູ້​ທີ່​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.”</verse>
				<verse number="5">ແລ້ວ​ອາໂຣນ​ກໍໄດ້​ກໍ່ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ໄວ້​ຕໍ່ໜ້າ​ຮູບ​ງົວ​ຄຳ ແລະ​ປະກາດ​ວ່າ, “ມື້ອື່ນ​ຈະ​ມີ​ການ​ກິນ​ລ້ຽງ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ.”</verse>
				<verse number="6">ໃນ​ມື້​ຕໍ່ມາ ພວກເຂົາ​ໄດ້​ຕື່ນ​ແຕ່​ເຊົ້າໆ ພວກເຂົາ​ໄດ້​ເຜົາ​ສັດ​ທັງ​ໂຕ​ຖວາຍບູຊາ ແລະ​ນຳ​ເອົາ​ສັດ​ໂຕ​ອື່ນ​ມາ​ຂ້າ​ກິນ​ເພື່ອ​ຄວາມ​ສາມັກຄີທຳ. ປະຊາຊົນ​ຕ່າງ​ກໍໄດ້​ນັ່ງ​ລົງ​ກິນ​ແລະ​ດື່ມ ຊຶ່ງ​ຕໍ່ມາ​ກໍ​ໄດ້​ມີ​ການ​ເຕັ້ນລຳ​ຖວາຍ​ບູຊາ​ຮູບເຄົາຣົບ​ຢ່າງ​ເຖິງ​ໃຈ.</verse>
				<verse number="7">ແລ້ວ​ພຣະເຈົ້າຢາເວ​ໄດ້ກ່າວ​ຕໍ່​ໂມເຊ​ວ່າ, “ຟ້າວ​ກັບ​ລົງ​ໄປ​ດຽວ​ນີ້ ເພາະ​ປະຊາຊົນ​ຂອງ​ເຈົ້າ ຄື​ພວກ​ທີ່​ເຈົ້າ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ໄດ້​ເຮັດ​ບາບ ແລະ​ປະຖິ້ມ​ເຮົາ​ສາ​ແລ້ວ.</verse>
				<verse number="8">ພວກເຂົາ​ໄດ້​ປະຖິ້ມ​ການ​ດຳເນີນ​ຊີວິດ ທີ່​ເຮົາ​ໄດ້​ສັ່ງ​ພວກເຂົາ​ໃຫ້​ປະຕິບັດ; ພວກເຂົາ​ໄດ້​ເອົາ​ຄຳ​ມາ​ຫລໍ່​ເປັນ​ຮູບ​ງົວເຖິກ​ນ້ອຍ​ໂຕໜຶ່ງ ແລະ​ໄດ້​ຂາບໄຫວ້​ຮູບ​ນັ້ນ​ທັງ​ຖວາຍບູຊາ​ແກ່​ມັນ. ພວກເຂົາ​ກຳລັງ​ເວົ້າ​ວ່າ ຮູບ​ນັ້ນ​ແມ່ນ​ພະ​ຂອງ​ພວກເຂົາ ທີ່​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.”</verse>
				<verse number="9">ພຣະເຈົ້າຢາເວ​ໄດ້ກ່າວ​ຕໍ່​ໂມເຊ​ວ່າ, “ເຮົາ​ຮູ້​ວ່າ​ປະຊາຊົນ​ເຫຼົ່ານີ້​ໃຈ​ແຂງ​ກະດ້າງ​ດື້ດຶງ​ພຽງໃດ.</verse>
				<verse number="10">ບັດນີ້​ເຮົາ​ໃຈຮ້າຍ​ໃຫ້​ພວກເຂົາ​ແລ້ວ ແລະ​ເຮົາ​ຈະ​ທຳລາຍ​ພວກເຂົາ​ຖິ້ມ​ໝົດ. ຢ່າ​ພະຍາຍາມ​ຫ້າມ​ເຮົາ​ໄວ້​ເລີຍ. ແລ້ວ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ ກາຍເປັນ​ຊົນຊາດ​ໃຫຍ່.”</verse>
				<verse number="11">ແຕ່​ໂມເຊ​ໄດ້​ວິງວອນ​ຂໍ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຕົນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ເປັນຫຍັງ​ພຣະອົງ​ຈຶ່ງ​ໂກດຮ້າຍ​ຢ່າງ​ຮຸນແຮງ​ຕໍ່​ປະຊາຊົນ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ຊ່ວຍ​ກູ້​ເອົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ດ້ວຍ​ຣິດເດດ​ອຳນາດ​ອັນ​ຍິ່ງໃຫຍ່​ແລະ​ມະຫັດສະຈັນ​ຂອງ​ພຣະອົງ?</verse>
				<verse number="12">ເປັນຫຍັງ​ຈຶ່ງ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ຕ້ອງ​ໄດ້​ເວົ້າ​ໃຫ້​ພຣະອົງ​ວ່າ ພຣະອົງ​ໄດ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ອອກ​ມາ ກໍ​ເພື່ອ​ວາງແຜນ​ຂ້າ​ພວກເຂົາ​ຢູ່​ໃນ​ເທິງ​ພູ​ນີ້ ໂດຍ​ທຳລາຍ​ພວກເຂົາ​ໃຫ້​ໝົດ​ສິ້ນ​ໄປ? ຂໍ​ຢ່າ​ຊົງ​ໂກດຮ້າຍ ແລະ​ຢ່າ​ທຳລາຍ​ປະຊາຊົນ​ຂອງ​ພຣະອົງ.</verse>
				<verse number="13">ຂໍ​ໃຫ້​ລະນຶກເຖິງ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຊັ່ນ: ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ໂຜດ​ລະນຶກເຖິງ​ພັນທະສັນຍາ​ອັນ​ໜັກແໜ້ນ ທີ່​ພຣະອົງ​ໄດ້​ຕັ້ງ​ໄວ້​ກັບ​ພວກເຂົາ​ວ່າ ພຣະອົງ​ຈະ​ໃຫ້​ພວກເຂົາ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ​ຈະ​ໃຫ້​ພວກເຂົາ​ໄດ້​ດິນແດນ​ທັງໝົດ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ນັ້ນ ເປັນ​ກຳມະສິດ​ຂອງ​ພວກເຂົາ​ຕະຫລອດໄປ.”</verse>
				<verse number="14">ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ປ່ຽນ​ການ​ຕັດສິນໃຈ ແລະ​ບໍ່ໄດ້​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ປະຊາຊົນ​ຂອງ​ພຣະອົງ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ.</verse>
				<verse number="15">ໂມເຊ​ໄດ້​ລົງ​ຈາກ​ພູ​ໄປ​ພ້ອມ​ທັງ​ຖື​ແຜ່ນ​ຫີນ​ສອງ​ແຜ່ນ ຊຶ່ງ​ແຕ່ລະ​ຂ້າງ​ຖືກ​ຈາລຶກ​ດ້ວຍ​ຂໍ້ຄຳສັ່ງ​ຕ່າງໆ.</verse>
				<verse number="16">ແມ່ນ​ພຣະເຈົ້າ​ເອງ​ທີ່​ໄດ້​ເຮັດ​ແຜ່ນຫີນ ແລະ​ຈາລຶກ​ຂໍ້ຄຳສັ່ງ​ຂອງ​ພຣະເຈົາ​ໃສ່​ໃນ​ນັ້ນ.</verse>
				<verse number="17">ເມື່ອ​ໂຢຊວຍ​ໄດ້ຍິນ​ສຽງ​ປະຊາຊົນ​ພວມ​ຮ້ອງ​ເອະອະ​ກັນ​ຢູ່ ລາວ​ຈຶ່ງ​ເວົ້າ​ກັບ​ໂມເຊ​ວ່າ, “ຂ້ອຍ​ຄື​ໄດ້ຍິນ​ສຽງ​ສູ້ຮົບ​ກັນ​ຢູ່​ໃນ​ຄ້າຍພັກ.”</verse>
				<verse number="18">ໂມເຊ​ໄດ້​ຕອບ​ວ່າ, “ບໍ່ແມ່ນ​ສຽງ​ຮ້ອງ​ໄຊໂຢ​ຫລື​ສຽງ​ຍອມ​ແພ້ ແຕ່​ແມ່ນ​ສຽງ​ຮ້ອງລຳ​ທຳເພງ​ຕ່າງຫາກ.”</verse>
				<verse number="19">ເມື່ອ​ໂມເຊ​ຮອດ​ຄ້າຍພັກ​ແລະ​ເຫັນ​ຮູບ​ງົວ​ຄຳ ທັງ​ປະຊາຊົນ​ກຳລັງ​ຮ້ອງລຳ​ທຳເພງ​ກັນ​ຢູ່ ເພິ່ນ​ຈຶ່ງ​ໂກດຮ້າຍ​ຫຼາຍ. ເພິ່ນ​ໄດ້​ໂຍນ​ແຜ່ນຫີນ​ທີ່​ເພິ່ນ​ຖື​ມາ​ນັ້ນ​ໃສ່​ຕີນ​ພູ ແລະ​ແຜ່ນ​ຫີນ​ນັ້ນ​ແຕກ.</verse>
				<verse number="20">ເພິ່ນ​ເຂົ້າ​ໄປ​ຢຶດເອົາ​ຮູບ​ງົວ​ນ້ອຍ​ທີ່​ຫລໍ່​ດ້ວຍ​ຄຳ​ຖິ້ມ​ໃສ່​ໄຟ ບົດ​ສິ່ງ​ທີ່​ເສດເຫລືອ​ເປັນ​ຂີ້ເຖົ່າ​ໃຫ້​ໝຸ່ນ​ລະອຽດ ແລະ​ປົນ​ລົງ​ໃນ​ນໍ້າ​ໃຫ້​ຊາວ​ອິດສະຣາເອນ​ດື່ມ.</verse>
				<verse number="21">ແລ້ວ​ເພິ່ນ​ກໍ​ຖາມ​ອາໂຣນ​ວ່າ, “ປະຊາຊົນ​ພວກ​ນີ້​ໄດ້​ເຮັດ​ຫຍັງ​ໃຫ້​ເຈົ້າ ເຈົ້າ​ຈຶ່ງ​ພາ​ພວກເຂົາ​ເຮັດ​ບາບ​ຢ່າງ​ຫລວງຫຼາຍ​ເຊັ່ນນີ້?”</verse>
				<verse number="22">ອາໂຣນ​ໄດ້​ຕອບ​ວ່າ, “ຢ່າ​ຮ້າຍ​ໃຫ້​ຂ້ອຍ​ເທາະ ເຈົ້າ​ກໍ​ຮູ້​ຢູ່​ເຕັມໃຈ​ແລ້ວ​ບໍ່ແມ່ນ​ຫລື​ວ່າ​ປະຊາຊົນ​ເຫຼົ່ານີ້​ພ້ອມ​ທີ່​ຈະ​ເຮັດ​ບາບ​ຢູ່​ແລ້ວ.</verse>
				<verse number="23">ພວກເຂົາ​ມາ​ເວົ້າ​ກັບ​ຂ້ອຍ​ວ່າ, ‘ພວກເຮົາ​ບໍ່​ຮູ້​ວ່າ​ມີ​ຫຍັງ​ເກີດຂຶ້ນ​ກັບ​ໂມເຊ ຜູ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ. ສະນັ້ນ ໃຫ້​ພວກເຮົາ​ເຮັດ​ຮູບ​ພະ​ເພື່ອ​ນຳພາ​ພວກເຮົາ​ສາ.’</verse>
				<verse number="24">ຂ້ອຍ​ໄດ້​ຂໍ​ໃຫ້​ພວກເຂົາ​ນຳ​ເຄື່ອງ​ເອ້​ທີ່​ເປັນ​ຄຳ​ມາ​ໃຫ້​ຂ້ອຍ ແລະ​ຜູ້​ທີ່​ມີ​ກໍ​ປົດ​ອອກ​ມາ​ໃຫ້​ຂ້ອຍ​ໂລດ. ຂ້ອຍ​ໄດ້​ໂຍນ​ເຄື່ອງ​ເອ້​ເຫຼົ່ານັ້ນ​ຖິ້ມ​ໃສ່​ໄຟ ແລະ​ຈາກ​ສິ່ງ​ເຫຼົ່ານັ້ນ​ກໍ​ອອກ​ມາ​ເປັນ​ຮູບ​ງົວ​ຄຳ​ໂຕ​ນີ້​ແຫຼະ.”</verse>
				<verse number="25">ໂມເຊ​ໄດ້​ຮູ້​ວ່າ​ແມ່ນ​ອາໂຣນ ທີ່​ເປັນ​ຜູ້​ປ່ອຍ​ປະຊາຊົນ​ໃຫ້​ເຮັດ​ຕາມໃຈ ແລະ​ຂາດ​ການ​ຄວບຄຸມ​ຢັບຢັ້ງ ໂດຍ​ທີ່​ພວກເຂົາ​ຢູ່​ທ່າມກາງ​ເຫຼົ່າ​ສັດຕູ.</verse>
				<verse number="26">ສະນັ້ນ ໂມເຊ​ຈຶ່ງ​ໄດ້​ມາ​ຢືນ​ຢູ່​ທີ່​ທາງ​ປະຕູເຂົ້າ​ຄ້າຍ ແລະ​ຮ້ອງ​ຂຶ້ນ​ວ່າ, “ຜູ້ໃດ​ທີ່​ຢູ່​ຝ່າຍ​ພຣະເຈົ້າຢາເວ ຈົ່ງ​ມາ​ທາງ​ພີ້” ປະຊາຊົນ​ໃນ​ເຜົ່າເລວີ​ທັງໝົດ​ໄດ້​ມາ​ເຂົ້າ​ກັບ​ໂມເຊ</verse>
				<verse number="27">ແລ້ວ​ເພິ່ນ​ກໍ​ບອກ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ສັ່ງ​ພວກເຈົ້າ​ທຸກຄົນ ໃຫ້​ຈັບ​ດາບ​ແລະ​ໄປ​ທົ່ວ​ຄ້າຍ​ແຕ່​ປະຕູ​ນີ້​ເຖິງ​ປະຕູ​ນັ້ນ ຂ້າ​ບັນດາ​ອ້າຍ​ເອື້ອຍ​ນ້ອງ ໝູ່ຄູ່​ແລະ​ເພື່ອນບ້ານ​ຂອງຕົນ.”</verse>
				<verse number="28">ພວກ​ເລວີ​ຈຶ່ງ​ເຮັດ​ຕາມ​ທີ່​ໂມເຊ​ສັ່ງ ໂດຍ​ໄດ້​ຂ້າ​ປະມານ​ສາມພັນ​ຄົນ​ໃນ​ມື້​ນັ້ນ.</verse>
				<verse number="29">ສະນັ້ນ ໂມເຊ​ຈຶ່ງ​ກ່າວ​ແກ່​ພວກ​ເລວີ​ວ່າ, “ວັນ​ນີ້ ພວກເຈົ້າ​ໄດ້​ອຸທິດ​ຖວາຍ​ພວກເຈົ້າ​ເອງ ເປັນ​ປະໂຣຫິດ​ເພື່ອ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ໂດຍ​ໄດ້​ຂ້າ​ບັນດາ​ລູກຊາຍ ແລະ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກເຈົ້າ. ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ອວຍພອນ​ໃຫ້​ແກ່​ພວກເຈົ້າ​ໃນ​ວັນນີ້.”</verse>
				<verse number="30">ໃນ​ມື້​ຕໍ່ມາ ໂມເຊ​ໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, “ພວກເຈົ້າ​ໄດ້​ເຮັດ​ບາບ​ຢ່າງ​ຮ້າຍແຮງ​ຫລາຍ. ແຕ່​ບັດນີ້ ເຮົາ​ຈະ​ຂຶ້ນ​ໄປ​ພົບ​ພຣະເຈົ້າຢາເວ​ຢູ່​ເທິງ​ພູເຂົາ ບາງທີ​ເຮົາ​ອາດ​ຂໍຮ້ອງ​ພຣະອົງ ໃຫ້​ຍົກ​ບາບ​ແກ່​ພວກເຈົ້າ​ກໍ​ເປັນ​ໄປ​ໄດ້.”</verse>
				<verse number="31">ແລ້ວ​ໂມເຊ​ກໍ​ກັບ​ໄປ​ເຝົ້າ​ພຣະເຈົ້າຢາເວ ແລະ​ໄດ້ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ໄດ້​ເຮັດ​ບາບ​ຢ່າງ​ຮ້າຍແຮງ​ຫລາຍ. ພວກເຂົາ​ໄດ້​ເອົາ​ຄຳ​ຫລໍ່​ເປັນ​ພະ​ແລະ​ຂາບໄຫວ້.</verse>
				<verse number="32">ກະລຸນາ​ຍົກ​ບາບ​ໃຫ້​ພວກເຂົາ​ດ້ວຍ; ຖ້າບໍ່​ດັ່ງນັ້ນ ຈົ່ງ​ລຶບ​ຊື່​ຂອງ​ຂ້ານ້ອຍ​ອອກ​ຈາກ​ປື້ມ​ບັນຊີ​ແຫ່ງ​ຊີວິດ​ປະຊາຊົນ​ຂອງ​ພຣະອົງ​ສາ​ເຖີດ.”</verse>
				<verse number="33">ພຣະເຈົ້າຢາເວ​ຈຶ່ງ​ຕອບ​ໂມເຊ​ວ່າ, “ຜູ້ໃດ​ເຮັດ​ບາບ​ຕໍ່ສູ້​ເຮົາ ເຮົາ​ຈະ​ລຶບ​ຊື່​ຜູ້ນັ້ນ​ອອກ​ຈາກ​ປື້ມ​ບັນຊີ​ຂອງເຮົາ.</verse>
				<verse number="34">ບັດນີ້​ຈົ່ງ​ໄປ​ສາ ນຳ​ປະຊາຊົນ​ໃຫ້​ໄປ​ເຖິງ​ບ່ອນ​ທີ່​ເຮົາ​ໄດ້​ບອກ​ເຈົ້າ​ນັ້ນ. ຈົ່ງ​ຈົດຈຳ​ໄວ້​ວ່າ ເທວະດາ​ຂອງເຮົາ​ຈະ​ນຳ​ໜ້າ​ເຈົ້າ​ໄປ. ເມື່ອ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ແລ້ວ ເຮົາ​ຈະ​ລົງໂທດ​ພວກ​ທີ່​ໄດ້​ເຮັດ​ບາບ​ນັ້ນ.”</verse>
				<verse number="35">ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ບັນດານ​ໃຫ້​ປະຊາຊົນ​ເກີດ​ໂຣກລະບາດ ເພາະ​ພວກເຂົາ​ໄດ້​ບັງຄັບ​ອາໂຣນ​ໃຫ້​ເຮັດ​ງົວ​ຄຳ.</verse>
			</chapter>
			<chapter number="33">
				<verse number="1">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ຍ້າຍ​ຈາກ​ທີ່​ນີ້ ແລະ​ພາ​ປະຊາຊົນ​ທີ່​ເຈົ້າ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ໄປ​ສູ່​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ວ່າ​ຈະ​ມອບ​ໃຫ້​ອັບຣາຮາມ, ອີຊາກ, ຢາໂຄບ, ແລະ​ເຊື້ອສາຍ​ຂອງ​ພວກເຂົາ.</verse>
				<verse number="2">ເຮົາ​ຈະ​ສົ່ງ​ເທວະດາ​ນຳ​ໜ້າ​ພວກເຈົ້າ​ໄປ ແລະ​ເຮົາ​ຈະ​ຂັບໄລ່​ຊາວ​ການາອານ, ອາໂມ, ຮິດຕີ, ເປຣີຊີ, ຮີວີ ແລະ​ຊາວ​ເຢບຸດ ອອກ​ໄປ.</verse>
				<verse number="3">ພວກເຈົ້າ​ກຳລັງ​ເດີນທາງ​ໄປ​ສູ່​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ. ແຕ່​ສ່ວນ​ເຮົາ​ເອງ ເຮົາ​ໄປ​ກັບ​ພວກເຈົ້າ​ບໍ່ໄດ້​ຍ້ອນ​ວ່າ​ພວກເຈົ້າ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ ແລະ​ເຮົາ​ອາດ​ທຳລາຍ​ພວກເຈົ້າ​ຕາມ​ທາງ​ກໍໄດ້.”</verse>
				<verse number="4">ເມື່ອ​ປະຊາຊົນ​ໄດ້ຍິນ​ດັ່ງນີ້ ພວກເຂົາ​ກໍໄດ້​ໄວ້ທຸກ ແລະ​ບໍ່ມີ​ຜູ້ໃດ​ໃສ່​ເຄື່ອງ​ເອ້​ອີກ​ຕໍ່ໄປ.</verse>
				<verse number="5">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໃຫ້​ບອກ​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ຄົນ​ໃຈ​ແຂງ​ກະດ້າງ​ດື້ດຶງ. ຖ້າ​ເຮົາ​ໄປ​ກັບ​ພວກເຈົ້າ​ພຽງ​ເວລາ​ໜ້ອຍ​ດຽວ ເຮົາ​ອາດ​ທຳລາຍ​ພວກເຈົ້າ​ຈົນ​ໝົດ​ສິ້ນ​ກໍໄດ້. ບັດນີ້​ຈົ່ງ​ປົດ​ເຄື່ອງ​ເອ້​ຂອງ​ພວກເຈົ້າ​ອອກ​ສາ ແລະ​ເຮົາ​ຈະ​ຕັດສິນໃຈ​ວ່າ ຄວນ​ເຮັດ​ຢ່າງ​ໃດ​ດີ​ກັບ​ພວກເຈົ້າ​ໃນ​ຂັ້ນ​ຕໍ່ໄປ.”</verse>
				<verse number="6">ເພາະສະນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ບໍ່ໄດ້​ໃສ່​ເຄື່ອງເອ້​ອີກ​ຕໍ່ໄປ ເມື່ອ​ຈາກ​ພູເຂົາ​ຊີນາຍ​ໄປ​ນັ້ນ.</verse>
				<verse number="7">ເມື່ອໃດ​ທີ່​ປະຊາຊົນ​ອິດສະຣາເອນ​ຕັ້ງ​ຄ້າຍພັກ​ອາໄສ​ຢູ່ ໂມເຊ​ກໍ​ກາງ​ຫໍເຕັນ​ບ່ອນ​ຊຸມນຸມ​ຂຶ້ນ​ຫ່າງ​ຈາກ​ຄ້າຍພັກ​ເມື່ອນັ້ນ. ຫໍເຕັນ​ນີ້​ເອີ້ນ​ວ່າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ຖ້າ​ຜູ້ໃດ​ຕ້ອງການ​ເຂົ້າ​ພົບ​ພຣະເຈົ້າຢາເວ ກໍ​ໃຫ້​ຜູ້ນັ້ນ​ອອກ​ໄປ​ທີ່​ຫໍເຕັນ​ນັ້ນ ຊຶ່ງ​ຕັ້ງ​ຢູ່​ນອກ​ບໍລິເວນ​ຄ້າຍ.</verse>
				<verse number="8">ເມື່ອໃດ​ໂມເຊ​ອອກ​ຈາກ​ເຕັນ​ຂອງຕົນ​ໄປ​ທີ່​ຫໍເຕັນ ເມື່ອນັ້ນ​ປະຊາຊົນ​ຕ່າງ​ກໍ​ຢືນ​ຢູ່​ຕໍ່ໜ້າ​ຄ້າຍພັກ​ຂອງ​ໃຜ​ລາວ ເບິ່ງ​ໂມເຊ​ຍ່າງ​ເຂົ້າ​ໄປ​ໃນ​ຫໍເຕັນ.</verse>
				<verse number="9">ຫລັງຈາກ​ທີ່​ໂມເຊ​ໄດ້​ເຂົ້າ​ໄປ​ໃນ​ຫໍເຕັນ​ແລ້ວ ໄດ້​ມີ​ເມກ​ເປັນ​ຮູບ​ເສົາ​ລອຍ​ລົງ​ມາ ແລະ​ຢຸດ​ຢູ່​ທີ່​ປະຕູ​ເຂົ້າ​ຫໍເຕັນ ແລະ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ໂມເຊ​ຈາກ​ເສົາເມກ​ນັ້ນ.</verse>
				<verse number="10">ເມື່ອ​ປະຊາຊົນ​ໄດ້​ເຫັນ​ເສົາເມກ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ເທື່ອໃດ ພວກເຂົາ​ກໍ​ຂາບລົງ​ເທື່ອນັ້ນ.</verse>
				<verse number="11">ພຣະເຈົ້າຢາເວ​ກ່າວ​ແກ່​ໂມເຊ​ໜ້າ​ຕໍ່ໜ້າ ດັ່ງ​ຄົນ​ໜຶ່ງ​ທີ່​ກ່າວ​ຕໍ່​ເພື່ອນ​ຂອງຕົນ. ແລ້ວ​ໂມເຊ​ກໍ​ກັບຄືນ​ເມືອ​ຄ້າຍພັກ, ສ່ວນ​ໂຢຊວຍ​ລູກຊາຍ​ຂອງ​ນູນ ຜູ້ຮັບໃຊ້​ທີ່​ໜຸ່ມແໜ້ນ​ຂອງເພິ່ນ​ໄດ້​ປະຈຳ​ຢູ່​ໃນ​ຫໍເຕັນ.</verse>
				<verse number="12">ແລ້ວ​ໂມເຊ​ກໍ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ໄດ້​ສັ່ງ​ໃຫ້​ຂ້ານ້ອຍ​ນຳພາ​ປະຊາຊົນ​ເຫຼົ່ານີ້ ແຕ່​ພຣະອົງ​ບໍ່ໄດ້​ສັນຍາ​ວ່າ ຈະ​ສົ່ງ​ຜູ້ໃດ​ມາ​ຊ່ວຍ​ຂ້ານ້ອຍ​ເລີຍ. ພຣະອົງ​ບອກ​ພຽງແຕ່​ວ່າ ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ດີ ແລະ​ພໍໃຈ​ນຳ​ຂ້ານ້ອຍ.</verse>
				<verse number="13">ບັດນີ້ ຖ້າ​ພຣະອົງ​ພໍໃຈ​ນຳ​ຂ້ານ້ອຍ​ແທ້​ແລ້ວ ຈົ່ງ​ບອກ​ແຜນການ​ຂອງ​ພຣະອົງ​ໃຫ້​ຂ້ານ້ອຍ​ຮູ້​ນຳ​ແດ່ທ້ອນ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ໄດ້​ຮັບໃຊ້​ພຣະອົງ​ຕໍ່ໄປ ແລະ​ສືບຕໍ່​ເຮັດ​ໃຫ້​ພຣະອົງ​ພໍໃຈ​ນຳ​ຂ້ານ້ອຍ​ຫລາຍ​ຍິ່ງ​ຂຶ້ນ. ໂຜດ​ລະນຶກເຖິງ​ຄື​ກັນ​ວ່າ ພຣະອົງ​ໄດ້​ເລືອກ​ເອົາ​ຊົນຊາດ​ນີ້​ເປັນ​ປະຊາຊົນ​ຂອງ​ພຣະອົງ.”</verse>
				<verse number="14">ພຣະອົງ​ຈຶ່ງ​ຕອບ​ວ່າ, “ເຮົາ​ຈະ​ນຳພາ​ເຈົ້າ​ໄປ ແລະ​ເຈົ້າ​ຈະ​ໄດ້​ຮັບ​ການ​ພັກຜ່ອນ.”</verse>
				<verse number="15">ໂມເຊ​ໄດ້​ກ່າວ​ຕໍ່​ພຣະອົງ​ວ່າ, “ຖ້າ​ພຣະອົງ​ບໍ່​ນຳພາ​ພວກ​ຂ້ານ້ອຍ​ທັງຫລາຍ​ໄປ ກໍ​ຢ່າ​ໃຫ້​ພວກ​ຂ້ານ້ອຍ​ຍ້າຍ​ອອກ​ໄປ​ຈາກ​ທີ່​ນີ້​ເລີຍ.</verse>
				<verse number="16">ໃຜ​ຈະ​ຮູ້​ວ່າ​ພຣະອົງ​ພໍໃຈ​ນຳ​ປະຊາຊົນ​ຂອງ​ພຣະອົງ ແລະ​ພໍໃຈ​ນຳ​ຂ້ານ້ອຍ​ໄດ້​ຢ່າງ​ໃດ ຖ້າ​ພຣະອົງ​ບໍ່​ນຳພາ​ຂ້ານ້ອຍ​ໄປ? ການ​ທີ່​ພຣະອົງ​ນຳພາ​ພວກ​ຂ້ານ້ອຍ​ໄປ​ນັ້ນ ຈະ​ສຳແດງ​ໃຫ້​ປະຊາຊົນ​ອື່ນໆ​ໃນ​ໂລກ​ເຫັນ​ວ່າ ພວກ​ຂ້ານ້ອຍ​ທັງຫລາຍ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ແທ້.”</verse>
				<verse number="17">ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ບອກ​ໂມເຊ​ວ່າ, “ເຮົາ​ຈະ​ເຮັດ​ຕາມ​ທີ່​ເຈົ້າ​ຂໍ​ມາ ຍ້ອນ​ວ່າ​ເຮົາ​ຮູ້ຈັກ​ເຈົ້າ​ດີ​ແລະ​ພໍໃຈ​ນຳ​ເຈົ້າ.”</verse>
				<verse number="18">ແລ້ວ​ໂມເຊ​ກໍ​ຮ້ອງ​ຂໍ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ເອີຍ ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະອົງ​ແດ່ທ້ອນ.”</verse>
				<verse number="19">ພຣະອົງ​ຕອບ​ວ່າ, “ເຮົາ​ຈະ​ໃຫ້​ຄຸນຄວາມດີ​ທັງໝົດ​ຂອງເຮົາ ຜ່ານ​ໄປ​ຕໍ່ໜ້າ​ຕໍ່ຕາ​ເຈົ້າ ແລະ​ທັງ​ຈະ​ບອກ​ຊື່​ອັນ​ສັກສິດ​ຂອງເຮົາ​ໃຫ້​ເຈົ້າ​ຮູ້. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ສຳແດງ​ຄວາມ​ເມດຕາປານີ ຕໍ່​ຜູ້​ທີ່​ເຮົາ​ໄດ້​ເລືອກ​ເອົາ.</verse>
				<verse number="20">ເຈົ້າ​ຈະ​ບໍ່​ເຫັນ​ໜ້າ​ເຮົາ ເພາະວ່າ​ບໍ່ມີ​ຜູ້ໃດ​ທີ່​ໄດ້​ເຫັນ​ໜ້າ​ເຮົາ​ແລ້ວ​ມີ​ຊີວິດ​ຢູ່.”</verse>
				<verse number="21">ແລະ​ພຣະເຈົ້າຢາເວ​ໄດ້ກ່າວ​ວ່າ, “ເບິ່ງ​ຫັ້ນ​ແມ ມີ​ໂງ່ນຫີນ​ໃຫຍ່​ຢູ່​ຂ້າງ​ເຮົາ​ນີ້ ຈົ່ງ​ໄປ​ຢືນ​ຢູ່​ເທິງ​ໂງ່ນຫີນ​ນັ້ນ.</verse>
				<verse number="22">ເມື່ອ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງເຮົາ​ຜ່ານ​ໄປ ເຮົາ​ຈະ​ເອົາ​ເຈົ້າ​ຊົ້ນ​ໄວ້​ໃນ​ຫວ່າງ​ຫີນ ໂດຍ​ເອົາ​ມື​ເຮົາ​ບັງ​ເຈົ້າ​ໄວ້ ຈົນກວ່າ​ເຮົາ​ຈະ​ຜ່ານ​ໄປ.</verse>
				<verse number="23">ແລ້ວ​ເຮົາ​ກໍ​ຈະ​ເອົາ​ມື​ອອກ ແລະ​ເຈົ້າ​ຈະ​ເຫັນ​ຫລັງ​ເຮົາ ແຕ່​ຈະ​ບໍ່ໄດ້​ເຫັນ​ໜ້າ​ເຮົາ.”</verse>
			</chapter>
			<chapter number="34">
				<verse number="1">ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ຈົ່ງ​ຕັດ​ຫີນ​ສອງ​ແຜ່ນ​ໃຫ້​ຄື​ເທື່ອ​ທຳອິດ ແລະ​ເຮົາ​ຈະ​ຂຽນ​ຖ້ອຍຄຳ​ຂອງ​ຫີນ​ສອງ​ແຜ່ນ​ທຳອິດ​ທີ່​ແຕກ​ນັ້ນ​ໃສ່.</verse>
				<verse number="2">ຈົ່ງ​ເຮັດ​ໃຫ້​ແລ້ວ​ໃນ​ມື້ອື່ນ​ຕອນເຊົ້າ ແລະ​ຂຶ້ນ​ມາ​ພົບ​ເຮົາ​ຢູ່​ເທິງ​ພູເຂົາ​ຊີນາຍ​ພີ້.</verse>
				<verse number="3">ເຈົ້າ​ຢ່າ​ໃຫ້​ໃຜ​ຂຶ້ນ​ມາ​ນຳ ຢ່າ​ໃຫ້​ເຮົາ​ເຫັນ​ຜູ້ໃດ ໃນ​ບ່ອນໃດ​ບ່ອນໜຶ່ງ​ທີ່​ເທິງ​ພູ​ເປັນ​ເດັດຂາດ ແມ່ນແຕ່​ຝູງແກະ, ຝູງແບ້ ແລະ​ຝູງງົວ ກໍ​ຢ່າ​ໃຫ້​ຂຶ້ນ​ມາ​ກິນ​ຫຍ້າ​ທີ່​ເນີນພູ​ນີ້.”</verse>
				<verse number="4">ດັ່ງນັ້ນ ໂມເຊ​ຈຶ່ງ​ຕັດ​ຫີນ​ເປັນ​ສອງ​ແຜ່ນ​ຄື​ເທື່ອ​ທຳອິດ ແລະ​ມື້​ຕໍ່ມາ​ແຕ່​ເດິກໆ ເພິ່ນ​ກໍ​ຖື​ແຜ່ນ​ຫີນ​ນັ້ນ​ຂຶ້ນ​ໄປ​ເທິງ​ພູເຂົາ​ຊີນາຍ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.</verse>
				<verse number="5">ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ລົງ​ມາ​ໃນ​ເມກ​ຢືນ​ຢູ່​ກັບ​ໂມເຊ​ໃນ​ທີ່ນັ້ນ. ພຣະອົງ​ປະກາດ​ນາມຊື່​ອັນ​ສັກສິດ​ຂອງ​ພຣະອົງ​ວ່າ ພຣະເຈົ້າຢາເວ.</verse>
				<verse number="6">ແລ້ວ​ພຣະເຈົ້າຢາເວ​ກໍ​ຍ່າງ​ຜ່ານ​ໂມເຊ​ໄປ​ພ້ອມ​ທັງ​ປະກາດ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ​ແລະ​ເຕັມລົ້ນ​ດ້ວຍ​ພຣະຄຸນ ຜູ້​ບໍ່​ຮ້າຍ​ງ່າຍ ແລະ​ຜູ້​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ແລະ​ສັດຊື່.</verse>
				<verse number="7">ເຮົາ​ຮັກສາ​ພັນທະສັນຍາ​ຂອງເຮົາ​ຕະຫລອດໄປ​ເຖິງ​ພັນ​ຊົ່ວ​ເຊັ່ນ​ຄົນ ທັງ​ຍົກຜິດ​ຍົກບາບ​ໃຫ້​ດ້ວຍ; ແຕ່​ເຮົາ​ບໍ່​ອາດ​ຈະ​ລືມ​ລົງໂທດ​ລູກຫລານ ຂອງ​ຜູ້​ທີ່​ເຮັດ​ບາບ​ຕໍ່ສູ້​ເຮົາ​ໄດ້​ເຖິງ​ສາມ ແລະ​ສີ່​ຊົ່ວ​ເຊັ່ນ​ຄົນ.”</verse>
				<verse number="8">ໂມເຊ​ຈຶ່ງ​ຟ້າວ​ຂາບລົງ ແລະ​ນ້ອມ​ນະມັດສະການ​ພຣະອົງ.</verse>
				<verse number="9">ເພິ່ນ​ກ່າວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຖ້າ​ພຣະອົງ​ພໍໃຈ​ນຳ​ຂ້ານ້ອຍ​ແທ້ ຂໍ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ໂຜດ​ນຳ​ໜ້າ​ພວກ​ຂ້ານ້ອຍ​ໄປ​ເຖີດ. ປະຊາຊົນ​ພວກ​ນີ້​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ, ແຕ່​ຂໍ​ຊົງ​ໂຜດ​ຍົກຜິດ​ຍົກບາບ​ຂອງ​ພວກ​ຂ້ານ້ອຍ​ແດ່ທ້ອນ ແລະ​ຂໍ​ຊົງ​ໂຜດ​ຮັບ​ເອົາ​ພວກ​ຂ້ານ້ອຍ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ດ້ວຍ​ເຖີດ.”</verse>
				<verse number="10">ພຣະອົງ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ບັດນີ້ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ປະຊາຊົນ​ອິດສະຣາເອນ. ເຮົາ​ຈະ​ເຮັດ​ສິ່ງ​ອັນ​ຍິ່ງ​ໃຫ່ຍ​ໃນ​ທ່າມກາງ​ພວກເຂົາ ຊຶ່ງ​ບໍ່ເຄີຍ​ເຮັດ​ກັບ​ຊົນຊາດ​ໃດໆ​ໃນ​ໂລກ​ມາ​ກ່ອນ. ປະຊາຊົນ​ທັງໝົດ​ຈະ​ໄດ້​ເຫັນ​ການ​ອັນ​ຍິ່ງໃຫຍ່ ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ ເພາະ​ເຮົາ​ກຳລັງ​ຈະ​ເຮັດ​ສິ່ງ​ອັນ​ໜ້າຢ້ານກົວ​ສຳລັບ​ເຈົ້າ.</verse>
				<verse number="11">ຈົ່ງ​ເຮັດ​ຕາມ​ກົດບັນຍັດ​ຕ່າງໆ ທີ່​ເຮົາ​ກຳລັງ​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້. ເຮົາ​ຈະ​ຂັບໄລ່​ຊາວ​ອາໂມ, ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ​ທີ່​ນັ້ນ.</verse>
				<verse number="12">ຢ່າ​ເຮັດ​ຂໍ້​ຕົກລົງ​ໃດໆ​ກັບ​ປະຊາຊົນ​ໃນ​ດິນແດນ ທີ່​ເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢູ່​ນີ້​ເດັດຂາດ ເພາະ​ສິ່ງ​ນັ້ນ​ຈະ​ເປັນ​ບ້ວງແຮ້ວ​ອັນ​ຮ້າຍກາດ​ດັກຈັບ​ພວກເຈົ້າ.</verse>
				<verse number="13">ແຕ່​ກົງກັນຂ້າມ ຈົ່ງ​ມ້າງ​ແທ່ນບູຊາ, ທັບ​ມ້າງ​ເສົາ​ຫີນ​ສັກສິດ ແລະ​ປໍ້າ​ເສົາ​ໄມ້​ສັກສິດ ຊຶ່ງ​ເປັນ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ​ຖິ້ມ.</verse>
				<verse number="14">ຢ່າ​ຂາບໄຫວ້​ພະອື່ນ​ໃດ ເພາະ​ພຣະເຈົ້າຢາເວ ຜູ້​ມີ​ນາມຊື່​ວ່າ​ອົງ​ຫວງແຫນ​ເປັນ​ພຣະເຈົ້າ​ອົງ​ຫວງແຫນ.</verse>
				<verse number="15">ຢ່າ​ເຮັດ​ຂໍ້​ຕົກລົງ​ໃດໆ​ກັບ​ປະຊາຊົນ​ໃນ​ດິນແດນ​ນີ້ ເພາະວ່າ​ເມື່ອ​ພວກເຂົາ​ຂາບໄຫວ້​ບູຊາ​ພະ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ຈະ​ເຊີນ​ພວກເຈົ້າ​ໃຫ້​ເຂົ້າ​ຮ່ວມ ແລະ​ພວກເຈົ້າ​ອາດ​ຖືກ​ຊັກຊວນ​ໃຫ້​ກິນ​ອາຫານ ທີ່​ໄດ້​ຖວາຍ​ແກ່​ບັນດາ​ພະ​ຂອງ​ພວກເຂົາ​ກໍໄດ້.</verse>
				<verse number="16">ລູກຊາຍ​ຂອງ​ພວກເຈົ້າ​ອາດ​ແຕ່ງງານ​ກັບ​ຍິງສາວ​ຊາວ​ຕ່າງດ້າວ​ເຫຼົ່ານັ້ນ ຊຶ່ງ​ອາດ​ພາ​ໃຫ້​ລູກຊາຍ​ຂອງ​ພວກເຈົ້າ​ບໍ່​ສັດຊື່​ຕໍ່​ເຮົາ ແລະ​ໜີໄປ​ຂາບໄຫວ້​ບັນດາ​ພະ​ຂອງ​ຄົນ​ເຫຼົ່ານັ້ນ​ກໍໄດ້.</verse>
				<verse number="17">ຢ່າ​ເຮັດ​ຮູບ​ພະ​ໄວ້​ຂາບໄຫວ້.</verse>
				<verse number="18">ຈົ່ງ​ຖື​ຮັກສາ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ຕາມ​ທີ່​ເຮົາ​ສັ່ງ​ໄວ້​ໃນ​ເດືອນ​ອາບີບ​ນັ້ນ ຈົ່ງ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ໃຫ້​ຄົບ​ເຈັດ​ວັນ ເພາະ​ໃນ​ເດືອນ​ນີ້​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ.</verse>
				<verse number="19">ລູກຊາຍກົກ​ທຸກຄົນ ແລະ​ສັດ​ຫົວປີ​ທຸກ​ໂຕ​ເປັນ​ຂອງເຮົາ</verse>
				<verse number="20">ແຕ່​ລໍ​ເຖິກ​ນັ້ນ ເຈົ້າ​ຊື້​ຄືນ​ໄວ້​ໄດ້​ໂດຍ​ໃຫ້​ຖວາຍ​ແກະ​ແທນ. ຖ້າ​ພວກເຈົ້າ​ບໍ່​ຊື້​ຄືນ​ກໍ​ໃຫ້​ຫັກ​ຄໍ​ມັນ​ຖິ້ມ​ເສຍ. ສ່ວນ​ລູກຊາຍກົກ​ຂອງ​ພວກເຈົ້າ​ນັ້ນ ໃຫ້​ຊື້​ເອົາ​ໄວ້​ຄືນ​ທຸກໆ​ຄົນ. ຢ່າ​ໃຫ້​ຜູ້ໃດ​ເຂົ້າ​ມາ​ເຝົ້າ​ເຮົາ​ມື​ເປົ່າ ໂດຍ​ບໍ່ມີ​ເຄື່ອງ​ຖວາຍ​ມາ​ນຳ.</verse>
				<verse number="21">ຈົ່ງ​ເຮັດ​ວຽກ​ໃນ​ຫົກ​ວັນ ແຕ່​ໃນ​ວັນ​ທີ​ເຈັດ​ໃຫ້​ຖື​ເປັນ​ວັນ​ພັກຜ່ອນ ເຖິງ​ແມ່ນ​ຈະ​ຢູ່​ໃນ​ລະດູ​ເຮັດໄຮ່​ເຮັດນາ​ຫລື​ຫວ່ານກ້າ​ກໍຕາມ.</verse>
				<verse number="22">ຈົ່ງ​ສະຫລອງ​ເທດສະການ​ແຫ່ງ​ການ​ເກັບກ່ຽວ ເມື່ອ​ເຈົ້າ​ເລີ່ມ​ກ່ຽວເຂົ້າ​ໃນ​ນາ​ຄັ້ງ​ທຳອິດ ແລະ​ສະຫລອງ​ເທດສະການ​ປຸກຕູບຢູ່ ເມື່ອ​ເຈົ້າ​ເກັບ​ຜົນລະປູກ​ຈາກ​ສວນ​ທຸກໆ​ປາຍ​ປີ.</verse>
				<verse number="23">ສາມ​ເທື່ອ​ຕໍ່​ທຸກໆ​ປີ​ໃດ ຈົ່ງ​ໃຫ້​ຜູ້ຊາຍ​ທຸກຄົນ​ເຂົ້າ​ມາ​ນະມັດສະການ​ພຣະເຈົ້າຢາເວ​ພຣະເຈົ້າ, ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="24">ຫລັງຈາກ​ທີ່​ເຮົາ​ໄດ້​ຂັບໄລ່​ຊົນຊາດ​ຕ່າງໆ ໃຫ້​ອອກ​ໄປ​ກ່ອນ​ໜ້າ​ພວກເຈົ້າ ແລະ​ຂະຫຍາຍ​ດິນແດນ​ອອກ​ໃຫ້​ພວກເຈົ້າ​ແລ້ວ ກໍ​ຈະ​ບໍ່ມີ​ໃຜ​ກ້າ​ຄິດ​ຢຶດຄອງ​ເອົາ​ດິນແດນ​ຂອງ​ພວກເຈົ້າ ໃນ​ລະຫວ່າງ​ການ​ສະຫລອງ​ເທດສະການ​ສາມ​ປາງ​ນີ້.</verse>
				<verse number="25">ຢ່າ​ຖວາຍ​ເຂົ້າຈີ່​ມີ​ເຊື້ອແປ້ງ ເມື່ອ​ເຈົ້າ​ຂ້າ​ສັດ​ຖວາຍບູຊາ​ແກ່​ເຮົາ. ຢ່າ​ຮັກສາ​ຊີ້ນ​ສັດ​ສ່ວນໃດ​ສ່ວນໜຶ່ງ​ທີ່​ຂ້າ​ຖວາຍ​ໃນ​ເທດສະການ​ປັດສະຄາ ໄວ້​ຈົນ​ຮອດ​ຮຸ່ງ​ເຊົ້າ​ຂອງ​ມື້​ໃໝ່.</verse>
				<verse number="26">ຈົ່ງ​ນຳ​ພືດຜົນ​ທີ່​ດີເລີດ​ຊຶ່ງ​ເກັບກ່ຽວ​ແຕ່ລະ​ຫົວປີ ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຢ່າ​ຕົ້ມ​ຊີ້ນ​ລູກແກະ​ຫລື​ລູກ​ແບ້​ດ້ວຍ​ນໍ້ານົມ​ແມ່​ຂອງ​ມັນ.”</verse>
				<verse number="27">ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ຈົ່ງ​ຂຽນ​ຂໍ້​ຄວາມ​ເຫຼົ່ານີ້​ໄວ້ ເພາະວ່າ​ແມ່ນ​ຫລັກ​ຂອງ​ພັນທະສັນຍາ ທີ່​ເຮົາ​ໄດ້​ເຮັດ​ໄວັ​ກັບ​ເຈົ້າ ແລະ​ປະຊາຊົນ​ອິດສະຣາເອນ.”</verse>
				<verse number="28">ໂມເຊ​ໄດ້​ຢູ່​ທີ່​ນັ້ນ​ກັບ​ພຣະເຈົ້າຢາເວ ເປັນ​ເວລາ​ສີ່ສິບ​ວັນ​ສີ່ສິບ​ຄືນ ໂດຍ​ບໍ່ໄດ້​ກິນ​ແລະ​ບໍ່ໄດ້​ດື່ມ​ຫຍັງ. ເພິ່ນ​ໄດ້​ຂຽນ​ຖ້ອຍຄຳ​ຕ່າງໆ​ຂອງ​ພັນທະສັນຍາ​ໃສ່​ລົງ​ໃນ​ແຜ່ນຫີນ ຄື​ຂຽນ​ຂໍ້ຄຳສັ່ງ​ສິບ​ປະການ.</verse>
				<verse number="29">ເມື່ອ​ໂມເຊ​ຖື​ແຜ່ນຫີນ​ທີ່​ບັນຈຸ​ກົດບັນຍັດ​ສິບ​ປະການ​ລົງ​ມາ​ຈາກ​ພູເຂົາ​ຊີນາຍ ເພິ່ນ​ບໍ່ໄດ້​ຮູ້​ເມື່ອ​ຕົວ​ວ່າ​ໜ້າ​ຂອງຕົນ​ສ່ອງແສງ​ເຫລື້ອມ ເພາະ​ຕົນ​ໄດ້​ກ່າວ​ກັບ​ພຣະເຈົ້າ.</verse>
				<verse number="30">ເມື່ອ​ອາໂຣນ​ແລະ​ຊາວ​ອິດສະຣາເອນ​ເຫັນ​ໜ້າ​ໂມເຊ​ສ່ອງແສງ​ເຫລື້ອມ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ກ້າ​ຫຍັບ​ເຂົ້າ​ໄປ​ໃກ້​ເພິ່ນ.</verse>
				<verse number="31">ແຕ່​ໂມເຊ​ໄດ້​ເອີ້ນ​ຫາ​ພວກເຂົາ ແລ້ວ​ອາໂຣນ​ພ້ອມ​ດ້ວຍ​ບັນດາ​ຫົວໜ້າ​ຂອງ​ຊຸມນຸມຊົນ​ກໍ​ເຂົ້າ​ມາ​ໃກ້ ແລະ​ຟັງ​ຄຳ​ກ່າວ​ຂອງ​ໂມເຊ.</verse>
				<verse number="32">ຫລັງຈາກ​ນັ້ນ ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ມາ​ຫຸ້ມລ້ອມ​ເບິ່ງ​ໂມເຊ. ເພິ່ນ​ສອນ​ປະຊາຊົນ​ໃຫ້​ຮູ້ຈັກ​ກົດບັນຍັດ​ຕ່າງໆ ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ເພິ່ນ​ຢູ່​ເທິງ​ພູເຂົາ​ຊີນາຍ​ນັ້ນ.</verse>
				<verse number="33">ເມື່ອ​ໂມເຊ​ກ່າວ​ສຸດ ເພິ່ນ​ກໍ​ເອົາ​ຜ້າປົກ​ໜ້າ​ໄວ້.</verse>
				<verse number="34">ທຸກ​ເທື່ອ​ທີ່​ເພິ່ນ​ເຂົ້າ​ໄປ​ໃນ​ຫໍເຕັນ​ຂອງ​ພຣະເຈົ້າຢາເວ​ເພື່ອ​ກ່າວ​ກັບ​ພຣະອົງ ເພິ່ນ​ຈຶ່ງ​ເອົາ​ຜ້າປົກ​ໜ້າ​ອອກ. ເມື່ອ​ອອກ​ມາ​ຈາກ​ຫໍເຕັນ​ເທື່ອໃດ ເພິ່ນ​ກໍ​ກ່າວ​ຂໍ້ຄຳສັ່ງ​ຕ່າງໆ​ທີ່​ພຣະອົງ​ໄດ້​ສັ່ງ ໃຫ້​ປະຊາຊົນ​ອິດສະຣາເອນ​ຮູ້​ນຳ​ເທື່ອນັ້ນ.</verse>
				<verse number="35">ແລະ​ພວກເຂົາ​ໄດ້​ເຫັນ​ໜ້າ​ຂອງ​ເພິ່ນ​ສ່ອງແສງ​ເຫລື້ອມ. ແລ້ວ​ໂມເຊ​ກໍ​ເອົາ​ຜ້າປົກ​ໜ້າ​ຕົນເອງ​ໄວ້​ເຊັ່ນ​ເຄີຍ ຈົນກວ່າ​ເພິ່ນ​ຈະ​ໄດ້​ເຂົ້າ​ໄປ​ພົບ​ພຣະເຈົ້າຢາເວ​ອີກ.</verse>
			</chapter>
			<chapter number="35">
				<verse number="1">ແລ້ວ​ໂມເຊ​ກໍ​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ມາ​ປະຊຸມ. ເພິ່ນ​ໄດ້​ບອກ​ພວກເຂົາ​ວ່າ, “ຕໍ່ໄປນີ້ ແມ່ນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ທີ່​ໃຫ້​ພວກເຈົ້າ​ປະຕິບັດ:</verse>
				<verse number="2">ຈົ່ງ​ເຮັດ​ວຽກ​ໃນ​ຫົກ​ວັນ ແຕ່​ໃນ​ວັນ​ທີ​ເຈັດ​ໃຫ້​ພວກເຈົ້າ​ຢຶດຖື​ເປັນ​ວັນ​ສັກສິດ ເປັນ​ວັນ​ສຳຄັນ​ຂອງ​ການ​ພັກຜ່ອນ​ທີ່​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ. ຜູ້ໃດ​ທີ່​ເຮັດ​ວຽກ​ໃນວັນນີ້ ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ.</verse>
				<verse number="3">ແມ່ນແຕ່​ໄຟ​ກໍ​ບໍ່​ໃຫ້​ດັງ​ໃນ​ເຮືອນ​ຂອງ​ພວກເຈົ້າ​ໃນ​ວັນ​ຊະບາໂຕ.”</verse>
				<verse number="4">ໂມເຊ​ໄດ້​ກ່າວ​ຕໍ່​ປະຊາຊົນ​ອິດສະຣາເອນ​ທັງໝົດ​ວ່າ, “ຕໍ່ໄປນີ້ ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້:</verse>
				<verse number="5">ຈົ່ງ​ນຳ​ສິ່ງຂອງ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ຜູ້ໃດ​ທີ່​ເຕັມໃຈ​ໃຫ້ ຈົ່ງ​ນຳ​ສິ່ງ​ດັ່ງ​ຕໍ່ໄປນີ້​ມາ​ຄື: ຄຳ, ເງິນ, ທອງສຳຣິດ;</verse>
				<verse number="6">ຜ້າປ່ານ​ເນື້ອລະອຽດ​ດີ; ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງ; ຜ້າ​ທີ່​ເຮັດ​ດ້ວຍ​ຂົນແບ້;</verse>
				<verse number="7">ໜັງ​ແກະເຖິກ​ຍ້ອມ​ສີແດງ; ໜັງ​ສັດ​ລະອຽດ​ດີ; ໄມ້​ກະຖິນເທດ;</verse>
				<verse number="8">ນໍ້າມັນ​ໄຕ້​ຕະກຽງ; ເຄື່ອງຫອມ​ເພື່ອ​ປຸງ​ນໍ້າມັນ​ເຈີມ​ສັກສິດ ແລະ​ເຄື່ອງຫອມ​ສຳລັບ​ເຜົາບູຊາ,</verse>
				<verse number="9">ແກ້ວ​ໂກເມນ​ກັບ​ເພັດພອຍ​ອື່ນໆ​ສຳລັບ​ປະດັບ​ເສື້ອຄຸມ​ສັ້ນ​ເອໂຟດ ແລະ​ແຜ່ນ​ປົກເອິກ​ຂອງ​ປະໂຣຫິດ.”</verse>
				<verse number="10">“ຜູ້ໃດ​ທີ່​ມີ​ສະຕິປັນຍາ​ໃນ​ທ່າມກາງ​ພວກເຈົ້າ ໃຫ້​ຜູ້ນັ້ນ​ເຮັດ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຄື:</verse>
				<verse number="11">ຫໍເຕັນ​ສັກສິດ, ຜ້າ​ຄຸມເຕັນ ແລະ​ຜ້າ​ປົກເຕັນ​ຊັ້ນນອກ, ຂໍເກາະ, ຮ່າງ​ຂອບໄມ້, ຄານ, ເສົາ ແລະ​ຕີນຮອງເສົາ​ຂອງ​ຫໍເຕັນ,</verse>
				<verse number="12">ຫີບ​ພັນທະສັນຍາ, ຄານຫາມ, ຝາອັດ​ຫີບ​ພັນທະສັນຍາ ແລະ​ຜ້າກັ້ງ​ບັງຫີບ​ພັນທະສັນຍາ;</verse>
				<verse number="13">ໂຕະ, ຄານຫາມ​ຂອງ​ໂຕະ ແລະ​ເຄື່ອງໃຊ້​ທັງໝົດ​ປະຈຳ​ໂຕະ ເຂົ້າຈີ່​ເພື່ອ​ການ​ຖວາຍ​ນັ້ນ;</verse>
				<verse number="14">ຫລັກ​ຕະກຽງ​ທີ່​ໃຫ້​ແສງ​ສະຫວ່າງ ພ້ອມ​ທັງ​ເຄື່ອງໃຊ້​ປະຈຳ; ຕະກຽງ​ແລະ​ນໍ້າມັນ;</verse>
				<verse number="15">ແທ່ນ​ສຳລັບ​ເຜົາ​ເຄື່ອງຫອມ​ແລະ​ຄານຫາມ; ນໍ້າມັນ​ເຈີມ​ສັກສິດ; ເຄື່ອງຫອມ​ເພື່ອ​ເຜົາບູຊາ ຜ້າກັ້ງ​ປະຕູ​ເຂົ້າ​ຫໍເຕັນ​ສັກສິດ;</verse>
				<verse number="16">ແທ່ນ​ສຳລັບ​ເຜົາ​ເຄື່ອງ​ຖວາຍບູຊາ ແລະ​ຕະຂ່າຍ​ທອງສຳຣິດ, ຄານຫາມ ແລະ​ເຄື່ອງໃຊ້​ປະຈຳ​ແທ່ນບູຊາ ຂັນ​ຊຳລະ​ລ້າງ​ແລະ​ພານ​ຮອງ​ຂັນ;</verse>
				<verse number="17">ຜ້າກັ້ງ​ອ້ອມຮອບ​ຫໍເຕັນ; ເສົາ​ແລະ​ຕີນຮອງເສົາ; ຜ້າກັ້ງ​ບັງ​ທາງ​ເຂົ້າ​ຜ້າ​ອ້ອມ​ຫໍເຕັນ.</verse>
				<verse number="18">ຫລັກປັກ, ເຊືອກເນັ່ງ​ຂອງຫໍ​ເຕັນ​ແລະ​ເດີ່ນ​ຂອງ​ຫໍເຕັນ​ສັກສິດ;</verse>
				<verse number="19">ເຄື່ອງ​ອັນ​ງົດງາມ​ຂອງ​ປະໂຣຫິດ ຄື​ເຄື່ອງນຸ່ງ​ອັນ​ສັກສິດ​ປະຈຳ​ຕຳແໜ່ງ​ຂອງ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເມື່ອ​ພວກເຂົາ​ເຂົ້າ​ມາ​ບົວລະບັດ​ຮັບໃຊ້​ໃນ​ບ່ອນ​ສັກສິດ.”</verse>
				<verse number="20">ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ພາກັນ​ແຍກຍ້າຍ​ຈາກ​ໂມເຊ​ໄປ</verse>
				<verse number="21">ແລະ​ທຸກຄົນ​ທີ່​ມີ​ໃຈ​ເຫລື້ອມໃສ​ສັດທາ ກໍໄດ້​ນຳ​ຂອງ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ເພື່ອ​ນຳ​ໄປ​ສ້າງ​ຫໍເຕັນ​ບ່ອນ​ຊຸມນຸມ. ພວກເຂົາ​ໄດ້​ນຳ​ທຸກສິ່ງ​ທີ່​ຈຳເປັນ​ໃຊ້​ໃນ​ການ​ນະມັດສະການ ແລະ​ໃນ​ການ​ເຮັດ​ເຄື່ອງນຸ່ງ​ອັນ​ສັກສິດ​ປະຈຳ​ຕຳແໜ່ງ​ຂອງ​ປະໂຣຫິດ​ມາ​ຖວາຍ.</verse>
				<verse number="22">ທຸກຄົນ​ທີ່​ເຕັມໃຈ​ໃຫ້​ທັງ​ຍິງ​ແລະ​ຊາຍ​ກໍໄດ້​ນຳ​ເຄື່ອງເອ້​ຄື: ເຂັມຄັດ, ຕຸ້ມຫູ, ແຫວນ, ສາຍຄໍ ແລະ​ເຄື່ອງເອ້​ຕ່າງໆ​ເປັນ​ຄຳ​ຢ່າງ​ອື່ນ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="23">ຜູ້​ທີ່​ມີ​ຜ້າປ່ານ​ເນື້ອລະອຽດ​ດີ; ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ; ຜ້າ​ທີ່​ເຮັດ​ດ້ວຍ​ຂົນແບ້, ໜັງ​ແກະເຖິກ​ຍ້ອມ​ສີແດງ​ຫລື​ໜັງ​ສັດ​ລະອຽດ​ດີ ກໍໄດ້​ນຳ​ເອົາ​ຂອງ​ເຫຼົ່ານັ້ນ​ມາ​ຖວາຍ.</verse>
				<verse number="24">ຜູ້​ທີ່​ສາມາດ​ບໍລິຈາກ​ເງິນ ຫລື​ທອງສຳຣິດ​ກໍໄດ້​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ຜູ້​ທີ່​ມີ​ໄມ້​ກະຖິນເທດ ຊຶ່ງ​ສາມາດ​ໃຊ້​ຢ່າງໜຶ່ງ​ຢ່າງໃດ​ໃນ​ວຽກງານ​ນີ້​ກໍໄດ້​ນຳ​ມາ​ຖວາຍ​ຄືກັນ.</verse>
				<verse number="25">ສ່ວນ​ແມ່ຍິງ​ທີ່​ຊຳນິ​ຊຳນານ​ໃນ​ການ​ປັ່ນ​ຜ້າປ່ານ ກໍໄດ້​ເອົາ​ເສັ້ນ​ປ່ານ​ເນື້ອ​ລະອຽດ​ດີ ແລະ​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ​ມາ​ຖວາຍ.</verse>
				<verse number="26">ພວກເຂົາ​ໄດ້​ເຮັດ​ເສັ້ນດ້າຍ​ດ້ວຍ​ຂົນແບ້​ມາ​ຖວາຍ​ຄືກັນ.</verse>
				<verse number="27">ພວກ​ຜູ້ນຳ​ໄດ້​ເອົາ​ແກ້ວ​ໂກເມນ ແລະ​ເພັດພອຍ​ຢ່າງ​ອື່ນ​ມາ ເພື່ອ​ໃຊ້​ໃນ​ການ​ປະດັບ​ເສື້ອຄຸມ​ສັ້ນ​ເອໂຟດ ແລະ​ແຜ່ນ​ປົກເອິກ​ຂອງ​ປະໂຣຫິດ</verse>
				<verse number="28">ທັງ​ໄດ້​ນຳ​ເອົາ​ເຄື່ອງເທດ​ຊະນິດ​ຕ່າງໆ, ນໍ້າມັນ​ໄຕ້​ຕະກຽງ, ນໍ້າມັນ​ເຈີມ​ສັກສິດ ແລະ​ສຳລັບ​ເຄື່ອງຫອມ​ໃຊ້​ເຜົາບູຊາ​ມາ​ຖວາຍ​ດ້ວຍ.</verse>
				<verse number="29">ປະຊາຊົນ​ອິດສະຣາເອນ​ທັງ​ຍິງ​ແລະ​ຊາຍ​ຜູ້​ທີ່​ມີ​ໃຈ​ເຫລື້ອມໃສ​ສັດທາ ກໍໄດ້​ນຳ​ເຄື່ອງ​ຖວາຍ​ຂອງ​ພວກເຂົາ​ມາ​ປະກອບສ່ວນ​ໃນ​ວຽກງານ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ຜ່ານ​ທາງ​ໂມເຊ ໃຫ້​ພວກເຂົາ​ເຮັດ​ນັ້ນ​ທຸກປະການ.</verse>
				<verse number="30">ໂມເຊ​ໄດ້​ກ່າວ​ຕໍ່​ຊາວ​ອິດສະຣາເອນ​ວ່າ, “ພຣະເຈົ້າຢາເວ​ໄດ້​ເລືອກ​ເອົາ​ເບຊາເລນ ລູກຊາຍ​ຂອງ​ອູຣິ​ແລະ​ຫລານຊາຍ​ຂອງ​ຮູເຣ​ຈາກ​ເຜົ່າ​ຢູດາ.</verse>
				<verse number="31">ພຣະເຈົ້າ​ໃຫ້​ລາວ​ໄດ້​ຮັບ​ຣິດອຳນາດ ມີ​ສະຕິປັນຍາ, ຄວາມ​ເຂົ້າໃຈ ແລະ​ຄວາມ​ສາມາດ​ໃນ​ວິຊາການ​ດ້ານ​ສີລະປະກຳ​ຊະນິດ​ອື່ນໆ​ອີກ</verse>
				<verse number="32">ສຳລັບ​ວາງແຜນ​ແລະ​ອອກແບບ​ຢ່າງ​ລະອຽດ​ປານີດ​ໃນ​ການ​ເຮັດ​ເຄື່ອງຄຳ, ເຄື່ອງເງິນ ແລະ​ເຄື່ອງ​ທອງສຳຣິດ;</verse>
				<verse number="33">ສຳລັບ​ເຈຍລະໄນ​ພອຍ​ຕ່າງໆ​ເພື່ອ​ຝັງ​ໃສ່​ກະໂບກ ແລະ​ສຳລັບ​ແກະສະຫລັກ​ໄມ້​ໄດ້​ດີ; ພ້ອມ​ທັງ​ວິຊາການ​ໃນ​ວຽກງານ​ດ້ານ​ສີລະປະກຳ​ດ້ານ​ອື່ນໆ​ອີກ.</verse>
				<verse number="34">ພຣະອົງ​ຍັງ​ໄດ້​ບັນດານ​ໃຫ້​ລາວ​ກັບ​ໂອໂຮລີອາບ ລູກຊາຍ​ຂອງ​ອາຮີສາມັກ​ຈາກ​ເຜົ່າ​ດານ ມີ​ຄວາມ​ສາມາດ​ໃນ​ການ​ສິດສອນ​ຖ່າຍທອດ​ຄວາມຮູ້​ດ້ານ​ວິຊາ​ສີລະປະກຳ​ນີ້ ໃຫ້​ແກ່​ຄົນອື່ນ​ອີກ​ດ້ວຍ.</verse>
				<verse number="35">ພຣະອົງ​ຍັງ​ໃຫ້​ພວກເຂົາ​ມີ​ສະຕິປັນຍາ ແລະ​ຄວາມ​ສາມາດ​ໃນ​ວຽກງານ​ຫລາຍ​ຢ່າງ​ຄື: ວຽກງານ​ຂອງ​ນັກ​ແກະສະຫລັກ, ນັກ​ອອກແບບ, ນັກ​ຫຍິບປັກ​ຖັກແສ່ວ​ຜ້າປ່ານ​ເນື້ອລະອຽດ​ດີ; ຕໍ່າ​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງ ແລະ​ການ​ຕໍ່າ​ຜ້າ​ຊະນິດ​ອື່ນໆ​ອີກ​ດ້ວຍ. ພວກເຂົາ​ມີ​ຄວາມ​ສາມາດ​ເຮັດ​ວຽກ​ຊ່າງສີມື​ໄດ້​ທຸກຢ່າງ ແລະ​ເປັນ​ຊ່າງ​ທີ່​ຊຳນິ​ຊຳນານ​ໃນ​ການ​ອອກແບບ​ເຊັ່ນກັນ.”</verse>
			</chapter>
			<chapter number="36">
				<verse number="1">“ເບຊາເລນ, ໂອໂຮລີອາບ ກັບ​ພວກ​ຊ່າງສີມື​ຄົນອື່ນໆ​ທັງໝົດ ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ​ນັ້ນ ຕ່າງ​ກໍ​ມີ​ຄວາມ​ສາມາດ​ເຮັດ​ສິ່ງ​ທີ່​ຈຳເປັນ ເພື່ອ​ສ້າງ​ຫໍເຕັນ​ສັກສິດ ແລະ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ.”</verse>
				<verse number="2">ໂມເຊ​ໄດ້​ເອີ້ນ​ເບຊາເລນ, ໂອໂຮລີອາບ ກັບ​ຄົນອື່ນໆ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ຄວາມ​ສາມາດ ພ້ອມທັງ​ຜູ້​ທີ່​ມີ​ຈິດໃຈ​ຢາກ​ຊ່ວຍ​ປະກອບສ່ວນ​ໃນ​ວຽກງານ​ກໍ່ສ້າງ​ນັ້ນ​ມາ ແລະ​ໂມເຊ​ໄດ້​ບອກ​ພວກເຂົາ​ໃຫ້​ເລີ່ມ​ລົງມື​ເຮັດ​ວຽກ.</verse>
				<verse number="3">ໂມເຊ​ຈຶ່ງ​ມອບ​ສິ່ງຂອງ​ທັງໝົດ ຊຶ່ງ​ຊາວ​ອິດສະຣາເອນ​ໄດ້​ຖວາຍ​ເພື່ອ​ກໍ່ສ້າງ​ຫໍເຕັນ​ສັກສິດ​ນັ້ນ ໃຫ້​ພວກເຂົາ, ແຕ່​ວ່າ​ຍັງ​ມີ​ຊາວ​ອິດສະຣາເອນ​ຄົນອື່ນ​ສືບຕໍ່​ນຳ​ຂອງ​ມາ​ຖວາຍ​ດ້ວຍ​ສະມັກ​ໃຈ​ໃຫ້​ໂມເຊ​ທຸກ​ເຊົ້າ.</verse>
				<verse number="4">ຕໍ່ມາ ພວກ​ນາຍ​ຊ່າງສີມື ທີ່​ພວມ​ເຮັດ​ວຽກ​ຢູ່​ນັ້ນ​ຈຶ່ງ​ມາ​ຫາ​ໂມເຊ</verse>
				<verse number="5">ແລະ​ບອກ​ເພິ່ນ​ວ່າ, “ປະຊາຊົນ​ໄດ້​ນຳ​ສິ່ງຂອງ​ມາ​ໃຫ້ ຫລາຍກວ່າ​ຄວາມ​ຕ້ອງການ​ຂອງ​ວຽກງານ​ທີ່​ພຣະເຈົ້າຢາເວ​ສັ່ງ​ໃຫ້​ເຮັດ.”</verse>
				<verse number="6">ສະນັ້ນ ໂມເຊ​ຈຶ່ງ​ອອກ​ຄຳສັ່ງ​ປະກາດ​ໄປ​ທົ່ວ​ຄ້າຍພັກ​ວ່າ, “ບໍ່​ຕ້ອງ​ໃຫ້​ຜູ້ໃດ​ນຳ​ສິ່ງຂອງ​ບໍລິຈາກ​ຂອງຕົນ ມາ​ຖວາຍ​ສຳລັບ​ກໍ່ສ້າງ​ຫໍເຕັນ​ສັກສິດ​ອີກ​ຕໍ່ໄປ.” ດັ່ງນັ້ນ ປະຊາຊົນ​ຈຶ່ງ​ບໍ່ໄດ້​ນຳ​ສິ່ງຂອງ​ບໍລິຈາກ​ຂອງຕົນ​ມາ​ອີກ</verse>
				<verse number="7">ກໍ​ເພາະ​ສິ່ງຂອງ​ທີ່​ໄດ້​ນຳ​ມາ​ຖວາຍ​ແລ້ວ​ນັ້ນ ມີ​ພຽງພໍ​ຈົນ​ເຫຼືອ​ເກີນ​ຄວາມ​ຕ້ອງການ ໃນ​ການ​ດຳເນີນ​ວຽກງານ​ຕ່າງໆ​ໃຫ້​ສຳເລັດຜົນ.</verse>
				<verse number="8">ບັນດາ​ຊ່າງ​ທີ່​ຊຳນິ​ຊຳນານ​ກວ່າໝູ່ ໄດ້​ສ້າງ​ຫໍເຕັນ​ສັກສິດ. ພວກເຂົາ​ເຮັດ​ຜ້າກັ້ງ​ຂອງເຕັນ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ​ເປັນ​ຜ້າກັ້ງ​ສິບ​ຜືນ ຕໍ່າ​ສັບ​ປົນ​ກັນ​ກັບ​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ ພ້ອມ​ທັງ​ແສ່ວ​ຮູບ​ເຄຣຸບ​ໃສ່​ຜ້າ​ເຫຼົ່ານັ້ນ​ດ້ວຍ.</verse>
				<verse number="9">ຜ້າ​ແຕ່ລະ​ຜືນ​ມີ​ຂະໜາດ​ເທົ່າກັນ​ຄື: ຍາວ​ສິບສອງ​ແມັດ​ແລະ​ກວ້າງ​ສອງ​ແມັດ.</verse>
				<verse number="10">ພວກເຂົາ​ໄດ້​ຫຍິບ​ຜ້າກັ້ງ​ຫ້າ​ຜືນ​ໃຫ້​ເປັນ​ຜ້າກັ້ງ​ຜືນ​ດຽວ ແລະ​ອີກ​ຫ້າ​ຜືນ​ກໍໄດ້​ຫຍິບ​ໃຫ້​ຄືກັນ.</verse>
				<verse number="11">ພວກເຂົາ​ຍັງ​ໄດ້​ເຮັດ​ຫູ​ຜ້າກັ້ງ​ເປັນ​ສີຟ້າ ຕາມ​ແຂບ​ຜ້າກັ້ງ​ຊັ້ນນອກ​ແຕ່ລະ​ຜືນ​ອີກ.</verse>
				<verse number="12">ພວກເຂົາ​ໄດ້​ເຮັດ​ຫູ​ຜ້າກັ້ງ​ຫ້າສິບ​ຫູ​ໃສ່​ຜືນ​ທຳອິດ​ຂອງ​ຜ້າກັ້ງ​ຊຸດ​ທີ​ໜຶ່ງ ແລະ​ອີກ​ຫ້າສິບ​ຫູ​ໃສ່​ຜ້າກັ້ງ​ຜືນ​ສຸດທ້າຍ​ຂອງ​ຜ້າກັ້ງ​ຊຸດ​ທີ​ສອງ.</verse>
				<verse number="13">ພວກເຂົາ​ໄດ້​ເຮັດ​ຂໍ​ຄຳ​ຫ້າສິບ​ຂໍ​ສຳລັບ​ໃຊ້​ເກາະ​ຜ້າກັ້ງ ເພື່ອ​ເກາະ​ຜ້າກັ້ງ​ທັງສອງ​ຜຶນ​ໃຫ້​ເປັນ​ຫໍເຕັນ​ສັກສິດ​ດຽວກັນ.</verse>
				<verse number="14">ຕໍ່ມາ ພວກເຂົາ​ໄດ້​ເຮັດ​ຜ້າ​ປົກຄຸມ​ຫໍເຕັນ​ສັກສິດ​ສິບເອັດ​ຜືນ​ດ້ວຍ​ຂົນແບ້</verse>
				<verse number="15">ແຕ່ລະ​ຜືນ​ໃຫ້​ມີ​ຂະໜາດ​ເທົ່າກັນ: ຍາວ​ສິບສາມ​ແມັດ​ແລະ​ກວ້າງ​ສອງ​ແມັດ.</verse>
				<verse number="16">ນອກ​ນີ້​ຍັງ​ໄດ້​ຫຍິບ​ຜ້າ​ຫ້າ​ຜືນ​ໃຫ້​ເປັນ​ຜ້າກັ້ງ​ຊຸດ​ໜຶ່ງ ແລະ​ຫຍິບ​ຜ້າ​ຫົກ​ຜືນ​ໃຫ້​ເປັນ​ອີກ​ຊຸດ​ໜຶ່ງ.</verse>
				<verse number="17">ສ່ວນ​ຜ້າ​ຜືນ​ສຸດທ້າຍ​ຂອງ​ຜ້າກັ້ງ​ຊຸດ​ທຳອິດ​ນັ້ນ ພວກເຂົາ​ໄດ້​ເຮັດ​ຫູ​ໃສ່​ຫ້າສິບ​ອັນ ແລະ​ເຮັດ​ຕື່ມ​ຫ້າສິບ​ອັນ​ໃສ່​ເທິງ​ແຂບ​ຂອງ​ຜ້າກັ້ງ​ຊຸດ​ທີ​ສອງ.</verse>
				<verse number="18">ພວກເຂົາ​ໄດ້​ເຮັດ​ຂໍ​ທອງສຳຣິດ​ຫ້າສິບ​ຂໍ ສຳລັບ​ໃຊ້​ເກາະ​ຜ້າ​ກັງ​ທັງສອງ​ຊຸດ​ນັ້ນ ໃຫ້​ເຂົ້າ​ກັນ​ເປັນ​ຜືນ​ດຽວ</verse>
				<verse number="19">ແລະ​ໄດ້​ເຮັດ​ຜ້າ​ປົກຄຸມ​ອີກ​ສອງ​ຊະນິດ ຄື​ຜ້າ​ຜືນ​ທຳອິດ​ເຮັດ​ດ້ວຍ​ໜັງ​ແກະເຖິກ​ຍ້ອມ​ສີແດງ ແລະ​ຜ້າ​ຜືນ​ທີ​ສອງ​ໄດ້​ເຮັດ​ດ້ວຍ​ໜັງ​ສັດ​ອັນ​ລະອຽດ​ດີ ເພື່ອ​ໃຊ້​ປົກ​ຊັ້ນນອກ.</verse>
				<verse number="20">ພວກເຂົາ​ໄດ້​ເຮັດ​ຮ່າງ​ຂອບ​ກາງ​ຫໍເຕັນ​ສັກສິດ​ດ້ວຍ​ໄມ້​ກະຖິນເທດ ໂດຍ​ຕັ້ງ​ຂຶ້ນ​ໃຫ້​ທ່ຽງ​ດີ.</verse>
				<verse number="21">ແຕ່ລະ​ຮ່າງ​ຍາວ​ສີ່​ແມັດ ແລະ​ກວ້າງ​ຫົກສິບຫົກ​ເຊັນ.</verse>
				<verse number="22">ໂດຍ​ໄດ້​ໃຊ້​ໄມ້​ຄານ​ສອງ​ທ່ອນ ຮ່າງ​ຂອບ​ກາງ​ຫໍເຕັນ​ສັກສິດ​ຈຶ່ງ​ສາມາດ​ຕໍ່​ເຂົ້າ​ກັນ​ໄດ້ ຢ່າງ​ໜຽວແໜ້ນ​ດີ. ຮ່າງ​ຂອບ​ກາງ​ຫໍເຕັນ​ມີ​ຄານ​ຈັບ​ທຸກ​ອັນ.</verse>
				<verse number="23">ພວກເຂົາ​ໄດ້​ເຮັດ​ຮ່າງ​ຂອບ​ກາງ​ຫໍເຕັນ​ສັກສິດ​ຊາວ​ຮ່າງ​ຢູ່​ທາງດ້ານ​ໃຕ້</verse>
				<verse number="24">ແລະ​ໄດ້​ເຮັດ​ຕີນ​ຮອງ​ຕີນ​ເສົາ​ດ້ວຍ​ເງິນ​ສີ່ສິບ​ຕີນ ໂດຍ​ໃຊ້​ຕີນ​ຮອງ​ສອງ​ຕີນ​ຕໍ່​ຮ່າງ​ຂອບ​ໄມ້​ກາງ​ຫໍເຕັນ​ສັກສິດ​ຮ່າງ​ໜຶ່ງ ຊຶ່ງ​ຈັ້ງ​ດ້ວຍ​ໄມ້​ຄານ​ສອງ​ອັນ.</verse>
				<verse number="25">ພວກເຂົາ​ໄດ້​ເຮັດ​ຮ່າງ​ຂອບ​ໄມ້​ກາງ​ຫໍເຕັນ​ສັກສິດ​ຊາວ​ອັນ​ຢູ່​ທາງ​ດ້ານເໜືອ</verse>
				<verse number="26">ແລະ​ໄດ້​ເຮັດ​ຕີນຮອງເສົາ​ສີ່ສິບ​ອັນ​ດ້ວຍ​ເງິນ ໂດຍ​ໄດ້​ໃຊ້​ຕີນຮອງເສົາ​ສອງ​ອັນ ຕໍ່​ຮາງ​ຂອບ​ໄມ້​ກາງ​ຫໍເຕັນ​ຮ່າງ​ໜຶ່ງ.</verse>
				<verse number="27">ສຳລັບ​ດ້ານຫລັງ​ຂອງ​ຫໍເຕັນ​ສັກສິດ ຄື​ດ້ານ​ຕາເວັນຕົກ ພວກເຂົາ​ໄດ້​ເຮັດ​ຂອບ​ໄມ້​ກາງ​ຫົກ​ອັນ</verse>
				<verse number="28">ແລະ​ອີກ​ສອງ​ຮ່າງ​ສຳລັບ​ແຈ​ຂອງ​ຫໍເຕັນ​ສັກສິດ.</verse>
				<verse number="29">ສ່ວນ​ແຈ​ຂອງ​ຮ່າງ​ຂອບ​ໄມ້​ກາງ​ຫໍເຕັນ​ສັກສິດ​ເຫຼົ່ານັ້ນ ໄດ້​ຕໍ່​ເຂົ້າ​ກັນ​ຂ້າງ​ລຸ່ມ ແລະ​ເລີຍ​ຂຶ້ນ​ໄປ​ຮອດ​ຂ້າງ​ເທິງ. ແຈ​ຮ່າງ​ຂອບ​ໄມ້​ສອງ​ອັນ​ແມ່ນ​ໄດ້​ເຮັດ​ຕາມ​ດັ່ງ​ກ່າວ​ມາ​ນີ້.</verse>
				<verse number="30">ດັ່ງນັ້ນ ເມື່ອ​ລວມ​ກັນ​ແລ້ວ​ຈຶ່ງ​ໄດ້​ມີ​ຮ່າງ​ຂອບ​ໄມ້​ຫໍເຕັນ​ແປດ​ຮ່າງ ກັບ​ມີ​ຕີນ​ຮອງ​ທີ່​ເຮັດ​ດ້ວຍ​ເງິນ​ສິບຫົກ​ອັນ ຄື​ແຕ່ລະ​ຮ່າງ​ຂອບ​ໄມ້​ໃຊ້​ຕີນ​ຮອງ​ສອງ​ອັນ.</verse>
				<verse number="31">ພວກເຂົາ​ໄດ້​ເຮັດ​ຂາງ​ດ້ວຍ​ໄມ້​ກະຖິນເທດ​ສິບຫ້າ​ອັນ. ໄມ້​ຂາງ​ຫ້າ​ອັນ​ໃດ​ໃຊ້​ສຳລັບ​ຮ່າງ​ຂອບ​ໄມ້​ຫໍເຕັນ​ສັກສິດ​ດ້ານ​ໜຶ່ງ.</verse>
				<verse number="32">ໄມ້​ຂາງ​ອີກ​ຫ້າ​ອັນ​ໄດ້​ໃຊ້​ສຳລັບ​ຈັ້ງ​ຮ່າງ​ຂອບ​ໄມ້​ຫໍເຕັນ​ສັກສິດ​ອີກ​ດ້ານ​ໜຶ່ງ ແລະ​ອີກ​ຫ້າ​ອັນ​ນັ້ນ​ໄດ້​ໃຊ້​ສຳລັບ​ຈັ້ງ​ຮ່າງ​ຂອບ​ໄມ້​ຂອງ​ຫໍເຕັນ​ສັກສິດ​ທາງ​ດ້ານຫລັງ ຄື​ດ້ານ​ຕາເວັນຕົກ.</verse>
				<verse number="33">ສ່ວນ​ຂາງ​ໂຕ​ກາງ​ທີ່​ໃຊ້​ຈັ້ງ​ຮ່າງ​ຂອບ​ໄມ້​ເຄິ່ງ​ໜຶ່ງ​ຂຶ້ນ​ໄປ​ນັ້ນ ຢຽດ​ຈາກ​ສົ້ນ​ໜຶ່ງ​ຂອງ​ຫໍເຕັນ​ຫາ​ອີກ​ສົ້ນ​ໜຶ່ງ.</verse>
				<verse number="34">ພວກເຂົາ​ໄດ້​ໂອບ​ຮ່າງ​ຂອບ​ໄມ້​ນັ້ນ​ດ້ວຍ​ຄຳ ແລະ​ໄດ້​ເຮັດ​ຫູ​ຂອງ​ຮ່າງ​ຂອບ​ໄມ້​ດ້ວຍ​ຄຳ​ຄື​ກັນ ເພື່ອ​ຈັບ​ຂາງ​ນັ້ນ​ໄວ້ ສ່ວນ​ຂາງ​ນັ້ນ​ກໍໄດ້​ໂອບ​ດ້ວຍ​ຄຳ​ຄືກັນ.</verse>
				<verse number="35">ພວກເຂົາ​ໄດ້​ເຮັດ​ຜ້າກັ້ງ​ຜືນ​ໜຶ່ງ​ທີ່​ຕໍ່າ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ປົນ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ ແລະ​ໄດ້​ແສ່ວ​ຮູບ​ເຄຣຸບ​ໃສ່​ຜ້າ​ນັ້ນ.</verse>
				<verse number="36">ພວກເຂົາ​ໄດ້​ເຮັດ​ເສົາ​ສີ່​ເສົາ​ດ້ວຍ​ໄມ້​ກະຖິນເທດ ແລະ​ໄດ້​ເອົາ​ຄຳ​ໂອບ​ດ້ວຍ. ພວກເຂົາ​ໄດ້​ເຮັດ​ຂໍ​ຄຳ​ເກາະ​ໃສ່ ແລະ​ໄດ້​ເຮັດ​ຕີນຮອງເສົາ​ສີ່​ອັນ​ເປັນ​ເງິນ​ເພື່ອ​ໃຫ້​ຈັ້ງ​ໄວ້.</verse>
				<verse number="37">ສຳລັບ​ປະຕູ​ຫໍເຕັນ​ນັ້ນ ພວກເຂົາ​ໄດ້​ເຮັດ​ຜ້າກັ້ງ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ທີ່​ຕໍ່າ​ປົນ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ ພ້ອມ​ທັງ​ໄດ້​ຕົບແຕ່ງ​ດ້ວຍ​ການ​ຫຍິບແສ່ວ​ຢ່າງ​ລະອຽດ​ດີດ້ວຍ.</verse>
				<verse number="38">ສຳລັບ​ຜ້າກັ້ງ​ນັ້ນ ພວກເຂົາ​ໄດ້​ເຮັດ​ເສົາ​ຫ້າ​ເສົາ​ຕິດ​ໃສ່​ກັບ​ຂໍເກາະ ແລະ​ໃຊ້​ຄຳ​ໂອບ​ທັງ​ເສົາ​ແລະ​ເຊືອກ​ທີ່​ຫ້ອຍ​ຜ້າກັ້ງ​ນັ້ນ​ດ້ວຍ. ສ່ວນ​ຕີນຮອງເສົາ​ຫ້າ​ອັນ​ນັ້ນ ແມ່ນ​ໄດ້​ເຮັດ​ດ້ວຍ​ທອງສຳຣິດ.</verse>
			</chapter>
			<chapter number="37">
				<verse number="1">ເບຊາເລນ​ໄດ້​ເຮັດ​ຫີບ​ພັນທະສັນຍາ​ດ້ວຍ​ໄມ້​ກະຖິນເທດ ຊຶ່ງ​ຍາວ 110 ເຊັນ, ກວ້າງ 66 ເຊັນ ແລະ​ສູງ 66 ເຊັນ.</verse>
				<verse number="2">ລາວ​ໄດ້​ໂອບ​ຫີບ​ນັ້ນ​ດ້ວຍ​ຄຳສົດ​ທັງ​ຂ້າງ​ໃນ​ແລະ​ຂ້າງ​ນອກ ແລະ​ເຮັດ​ຂອບ​ຄຳ​ອ້ອມຮອບ​ຫີບ​ນັ້ນ.</verse>
				<verse number="3">ລາວ​ໄດ້​ຫລໍ່​ຫູຄຳ​ເພື່ອ​ສອດ​ຄານຫາມ​ໃສ່​ສີ່​ຫູ​ຕິດ​ໄວ້​ກັບ​ແຈ​ທັງ​ສີ່​ຄື​ຂ້າງ​ລະ​ສອງ​ຫູ.</verse>
				<verse number="4">ລາວ​ເຮັດ​ຄານຫາມ​ດ້ວຍ​ໄມ້​ກະຖິນເທດ​ໂອບ​ດ້ວຍ​ຄຳ</verse>
				<verse number="5">ແລະ​ສອດ​ຄານຫາມ​ເຂົ້າ​ໃສ່​ຫູ​ໄວ້​ທີ່​ຂ້າງ​ຫີບ​ແຕ່ລະ​ຂ້າງ.</verse>
				<verse number="6">ຝາອັດ​ຫີບ​ນັ້ນ​ເຮັດ​ດ້ວຍ​ຄຳສົດ​ທີ່​ຍາວ 110 ເຊັນ ແລະ​ກວ້າງ 66 ເຊັນ.</verse>
				<verse number="7">ລາວ​ໄດ້​ຫລໍ່​ເຄຣຸບ​ສອງ​ໂຕ​ດ້ວຍ​ຄຳ ຕິດ​ໃສ່​ກັບ​ແຕ່ລະ​ສົ້ນ​ຂອງ​ຝາ​ອັດ ໂດຍ​ໃຫ້​ສົ້ນ​ສຸດ​ຂອງ​ປີກ​ທັງສອງ​ພື​ອອກ ເປັນ​ເນື້ອ​ດຽວກັນ​ກັບ​ຝາອັດ​ຫີບ.</verse>
				<verse number="8"></verse>
				<verse number="9">ເຄຣຸບ​ນັ້ນ​ແມ່ນ​ໄດ້​ປິ່ນ​ໜ້າ​ເຂົ້າ​ຫາ​ກັນ ຈາກ​ສົ້ນ​ໜຶ່ງ​ຫາ​ອີກ​ສົ້ນ​ໜຶ່ງ​ຂອງ​ຝາອັດ​ຫີບ.</verse>
				<verse number="10">ເບຊາເລນ​ໄດ້​ເຮັດ​ໂຕະ​ໜ່ວຍ​ໜຶ່ງ​ດ້ວຍ​ໄມ້​ກະຖິນເທດ​ຍາວ 88 ເຊັນ, ກວ້າງ 44 ເຊັນ ແລະ​ສູງ 66 ເຊັນ.</verse>
				<verse number="11">ແລ້ວ​ໄດ້​ໂອບ​ໂຕະ​ນັ້ນ​ດ້ວຍ​ຄຳສົດ ແລະ​ເຮັດ​ຂອບ​ໂຕະ​ນັ້ນ​ດ້ວຍ​ຄຳສົດ​ຄື​ກັນ.</verse>
				<verse number="12">ສ່ວນ​ຂອບນອກ​ຂອງ​ໂຕະ​ນັ້ນ ລາວ​ໄດ້​ເຮັດ​ຂອບ​ຄຳ​ໃສ່​ອ້ອມຮອບ​ກວ້າງ 7,5 ເຊັນ.</verse>
				<verse number="13">ລາວ​ໄດ້​ເຮັດ​ຫູ​ເປັນ​ຄຳ​ຕິດ​ໄວ້​ທີ່​ແຈ​ໂຕະ​ທັງ​ສີ່​ຂ້າງ​ອີກ.</verse>
				<verse number="14">ເພື່ອ​ສອດ​ຄານຫາມ​ເຂົ້າ​ໃສ່​ຫູ​ຄຳ​ທີ່​ຕິດ​ກັບ​ໂຕະ​ນັ້ນ</verse>
				<verse number="15">ລາວ​ໄດ້​ເຮັດ​ຄານຫາມ​ດ້ວຍ​ໄມ້​ກະຖິນເທດ​ແລະ​ໂອບ​ດ້ວຍ​ຄຳ.</verse>
				<verse number="16">ສຳລັບ​ເຄື່ອງໃຊ້​ເທິງ​ໂຕະ​ເພື່ອ​ຖອກ​ຖວາຍ​ເຄື່ອງ​ດື່ມ​ບູຊາ​ເຊັ່ນ: ຈານ, ຈອກ, ໄຫ, ແລະ​ຖ້ວຍ ແມ່ນ​ໄດ້​ເຮັດ​ດ້ວຍ​ຄຳສົດ​ທັງໝົດ.</verse>
				<verse number="17">ເບຊາເລນ​ໄດ້​ເຮັດ​ຫລັກ​ຮອງ​ຕະກຽງ​ດ້ວຍ​ຄຳສົດ. ລາວ​ໄດ້​ຕີ​ຕີນ ແລະ​ລຳຕົວ​ຂອງ​ຫລັກ​ນັ້ນ​ໃຫ້​ເປັນ​ຮູບ​ດອກໄມ້ ມີ​ທັງ​ດອກຈູມ​ດອກບານ ແລະ​ກີບ​ດອກໄມ້​ທີ່​ຕິດ​ເປັນ​ເນື້ອ​ດຽວກັນ​ກັບ​ຫລັກ​ຕະກຽງ.</verse>
				<verse number="18">ລາວ​ໄດ້​ເຮັດ​ກິ່ງ​ຫົກ​ກິ່ງ​ແຍກ​ອອກ​ຈາກ​ລຳຕົວ​ຂອງ​ຫລັກ​ຕະກຽງ​ນັ້ນ ຄື​ຂ້າງ​ລະ​ສາມ​ກິ່ງ.</verse>
				<verse number="19">ແຕ່ລະ​ກິ່ງ​ໃນ​ຫົກ​ກິ່ງ​ນັ້ນ​ໄດ້​ປະດັບ​ປະດາ​ດ້ວຍ​ຮູບ​ດອກໄມ້ ທີ່​ມີ​ລວດລາຍ​ເໝືອນ​ດັ່ງ​ດອກ​ໝາກບົກ ທັງ​ມີ​ກີບ​ແລະ​ມີກາບ​ອີກ​ດ້ວຍ.</verse>
				<verse number="20">ສ່ວນ​ລຳ​ຂອງ​ຫລັກ​ຕະກຽງ​ນັ້ນ​ໄດ້​ປະດັບ​ປະດາ​ດ້ວຍ​ດອກໄມ້​ສີ່​ດອກ ຊຶ່ງ​ມີ​ລວດລາຍ​ເໝືອນ​ດອກ​ໝາກບົກ ທັງ​ມີ​ກີບ​ແລະ​ກາບ​ເຊັ່ນກັນ.</verse>
				<verse number="21">ຢູ່​ລຸ່ມ​ຂອງ​ກິ່ງ​ທັງ​ສາມ​ຄູ່​ມີ​ດອກໄມ້​ຈູມ​ດອກ​ໜຶ່ງ ທີ່​ຕິດ​ເປັນ​ເນື້ອ​ດຽວກັນ​ກັບ​ຫລັກ​ຕະກຽງ.</verse>
				<verse number="22">ດອກໄມ້​ຈູມ ແລະ​ກິ່ງ ເຮັດ​ໃຫ້​ເປັນ​ເນື້ອ​ດຽວກັນ​ກັບ​ຫລັກ​ຕະກຽງ​ດ້ວຍ​ຄຳສົດ.</verse>
				<verse number="23">ລາວ​ໄດ້​ເຮັດ​ຕະກຽງ​ເຈັດ​ໜ່ວຍ​ໃສ່​ຫລັກ​ຮອງ​ຕະກຽງ​ນັ້ນ ສ່ວນ​ຄີມ​ຄີບ​ໄສ້ຕະກຽງ ແລະ​ຖາດ​ໃສ່​ຄີມ​ແມ່ນ​ໄດ້​ເຮັດ​ດ້ວຍ​ຄຳສົດ.</verse>
				<verse number="24">ເບຊາເລນ​ໄດ້​ໃຊ້​ຄຳສົດ​ປະມານ 35 ກິໂລກຼາມ ເຮັດ​ຫລັກ​ຕະກຽງ​ແລະ​ເຄື່ອງໃຊ້​ທຸກຢ່າງ​ສຳລັບ​ຫລັກ​ຕະກຽງ.</verse>
				<verse number="25">ເບຊາເລນ​ໄດ້​ເຮັດ​ແທ່ນ​ສຳລັບ​ເຜົາ​ເຄື່ອງຫອມ​ດ້ວຍ​ໄມ້​ກະຖິນເທດ. ແທ່ນ​ນັ້ນ​ເປັນ​ຮູບ​ສີ່​ຫລ່ຽມ​ມົນທິນ ຊຶ່ງ​ແຕ່ລະ​ຂ້າງ​ແທກ​ໄດ້ 45 ເຊັນ ແລະ​ສູງ 90 ເຊັນ. ສ່ວນ​ຍອດ​ແທນ​ທັງ​ສີ່​ຫລ່ຽມ​ນັ້ນ​ໄດ້​ເຮັດ​ເປັນ​ໄມ້​ທ່ອນ​ດຽວກັນ​ກັບ​ແທ່ນ.</verse>
				<verse number="26">ແທ່ນ​ນັ້ນ​ແມ່ນ​ໂອບ​ດ້ວຍ​ຄຳສົດ ຄື​ໂອບ​ທາງ​ດ້ານ​ເທິງ​ທັງ​ສີ່​ດ້ານ​ພ້ອມ​ກັບ​ຈອມ ແລະ​ເຮັດ​ຂອບ​ຄຳ​ອ້ອມຮອບ​ແທ່ນ​ດ້ວຍ.</verse>
				<verse number="27">ເບຊາເລນ​ໄດ້​ເຮັດ​ຫູ​ສອດ​ຄານຫາມ​ສອງ​ຫູ ຕິດ​ກັບ​ຂອບ​ລຸ່ມ​ທັງສອງ​ຂ້າງ​ເພື່ອ​ສອດ​ຄານຫາມ​ໃສ່.</verse>
				<verse number="28">ຄານຫາມ​ນັ້ນ​ເຮັດ​ດ້ວຍ​ໄມ້​ກະຖິນເທດ​ແລະ​ໂອບ​ດ້ວຍ​ຄຳ.</verse>
				<verse number="29">ເບຊາເລນ​ໄດ້​ເຮັດ​ນໍ້າມັນ​ເຈີມ​ສັກສິດ ແລະ​ເຄື່ອງຫອມ​ສັກສິດ ຕາມ​ແບບ​ວິທີ​ປຸງ​ນໍ້າຫອມ.</verse>
			</chapter>
			<chapter number="38">
				<verse number="1">ເພື່ອ​ເຜົາ​ເຄື່ອງ​ຖວາຍບູຊາ ເບຊາເລນ​ໄດ້​ເຮັດ​ແທ່ນ​ດ້ວຍ​ໄມ້​ກະຖິນເທດ ໃຫ້​ເປັນ​ຮູບ​ສີ​ຫລ່ຽມ​ມົນທົນ ຊຶ່ງ​ແຕ່ລະ​ຂ້າງ​ນັ້ນ​ວັດ​ແທກ​ໄດ້ 2,2 ແມັດ ແລະ​ສູງ 1,3 ແມັດ.</verse>
				<verse number="2">ລາວ​ໄດ້​ເຮັດ​ຍອດແທ່ນ​ຕິດ​ໄວ້​ກັບ​ແຈ​ທັງ​ສີ່​ໃຫ້​ເປັນ​ເນື້ອ​ດຽວກັນ​ກັບ​ແທ່ນບູຊາ ແລ້ວ​ໂອບ​ແທ່ນ​ນັ້ນ​ດ້ວຍ​ທອງສຳຣິດ.</verse>
				<verse number="3">ສ່ວນ​ເຄື່ອງໃຊ້​ສຳລັບ​ແທ່ນ​ເຊັ່ນ: ໝໍ້, ຊ້ວນ, ຖ້ວຍ, ຂໍເກາະ ແລະ​ຖາດ​ຮອງ​ຖ່ານໄຟ​ນັ້ນ ເຮັດ​ດ້ວຍ​ທອງສຳຣິດ.</verse>
				<verse number="4">ແຕ່​ທາງ​ກາງ​ແທ່ນ​ລົງ​ມາ ລາວ​ໄດ້​ເຮັດ​ຕະຂ່າຍ​ເປັນ​ທອງສຳຣິດ​ຕິດ​ກັບ​ຂອບ​ຂອງ​ແທ່ນ.</verse>
				<verse number="5">ແລ້ວ​ລາວ​ໄດ້​ຫລໍ່​ຫູ​ຈັບ​ເປັນ​ທອງສຳຣິດ​ໄວ້​ທັງ​ສີ່​ຫລ່ຽມ.</verse>
				<verse number="6">ລາວ​ເຮັດ​ຄານຫາມ​ດ້ວຍ​ໄມ້​ກະຖິນເທດ​ໂດຍ​ໃຊ້​ທອງສຳຣິດ​ໂອບ</verse>
				<verse number="7">ແລະ​ສອດ​ຄາ​ໄວ້​ທີ່​ຫູ​ຂອງ​ແທ່ນ​ແຕ່ລະ​ເບື້ອງ. ສ່ວນ​ແທ່ນ​ນັ້ນ​ເຮັດ​ດ້ວຍ​ໄມ້​ກະດານ ໂດຍ​ຄວັດ​ລົງ​ເປັນ​ໝົ້ງ​ທາງກາງ.</verse>
				<verse number="8">ເບຊາເລນ​ເຮັດ​ຂັນ​ແລະ​ພານ​ຮອງ​ຂັນ ດ້ວຍ​ທອງສຳຣິດ​ຈາກ​ແວ່ນແຍງ​ຂອງ​ພວກຜູ້ຍິງ​ທີ່​ບົວລະບັດ​ຮັບໃຊ້​ທີ່​ທາງ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="9">ສຳລັບ​ເດີ່ນ​ຫໍເຕັນ​ທາງດ້ານ​ໃຕ້ ລາວ​ໄດ້​ເອົາ​ຜ້າປ່ານ​ເນື້ອລະອຽດ​ດີ ຍາວ 44 ແມັດ ມາ​ອ້ອມຮອບ​ໄວ້.</verse>
				<verse number="10">ໂດຍ​ໃຊ້​ເສົາ 20 ຕົ້ນ​ກັບ​ຕີນຮອງເສົາ 20 ອັນ ເປັນ​ທອງສຳຣິດ​ຈັ້ງ​ໄວ້ ພ້ອມ​ທັງ​ຂໍເກາະ​ເຮັດ​ດ້ວຍ​ເງິນ ແລະ​ເຊືອກ​ຜູກ​ຜ້າກັ້ງ ທີ່​ຜ້າ​ອ້ອມຮອບ​ນັ້ນ​ກໍ​ເຮັດ​ດ້ວຍ​ເງິນ.</verse>
				<verse number="11">ແລະ​ທາງ​ດ້ານ​ເໜືອ ຜ້າ​ອ້ອມຮອບ​ນັ້ນ​ກໍ​ມີ​ຂະໜາດ​ດຽວກັນ.</verse>
				<verse number="12">ທາງ​ດ້ານ​ຕາເວັນຕົກ​ໄດ້​ໃຊ້​ຜ້າປ່ານ 22 ແມັດ ເສົາ​ສິບ​ຕົ້ນ ແລະ​ຕີນຮອງເສົາ​ສິບ​ອັນ. ສ່ວນ​ຂໍເກາະ​ແລະ​ຄັນ​ສອດ​ຜ້າກັ້ງ​ນັ້ນ​ໄດ້​ເຮັດ​ດ້ວຍ​ເງິນ.</verse>
				<verse number="13">ທາງດ້ານ​ຕາເວັນອອກ​ຊຶ່ງ​ເປັນ​ທາງ​ປະຕູເຂົ້າ​ນັ້ນ ຜ້າ​ອ້ອມຮອບ​ຫໍເຕັນ​ກວ້າງ​ຊາວສອງ​ແມັດ.</verse>
				<verse number="14">ແຕ່ລະ​ຂ້າງ​ທາງ​ປະຕູເຂົ້າ​ໄດ້​ໃຊ້​ຜ້າກັ້ງ​ຍາວ 6,6 ແມັດ ແລະ​ເສົາ​ສາມ​ຕົ້ນ​ກັບ​ຕີນຮອງເສົາ​ສາມ​ອັນ.</verse>
				<verse number="15"></verse>
				<verse number="16">ຜ້າ​ອ້ອມຮອບ​ຫໍເຕັນ​ສັກສິດ​ທັງໝົດ​ໄດ້​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ.</verse>
				<verse number="17">ສຳລັບ​ຕີນຮອງເສົາ​ໄດ້​ເຮັດ​ດ້ວຍ​ທອງສຳຣິດ. ສ່ວນ​ຂໍເກາະ, ເຊືອກຜູກຜ້າກັ້ງ ແລະ​ກຸບ​ປົກ​ເທິງ​ເສົາ​ນັ້ນ​ເຮັດ​ດ້ວຍ​ເງິນ. ເສົາ​ຈັ້ງ​ຜ້າ​ອ້ອມຮອບ​ທັງໝົດ​ໄດ້​ຕໍ່​ເຂົ້າ​ກັນ​ດ້ວຍ​ຄັນ​ຜ້າກັ້ງ​ທີ່​ເຮັດ​ດ້ວຍ​ເງິນ.</verse>
				<verse number="18">ສຳລັບ​ຜ້າກັ້ງ​ທາງ​ປະຕູເຂົ້າ​ນັ້ນ​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ປົນ​ກັບ​ຜ້າ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ​ພ້ອມ​ທັງ​ໄດ້​ຫຍິບແສ່ວ​ຢ່າງ​ຈົບ​ດີ. ຜ້າກັ້ງ​ນັ້ນ​ຍາວ​ເກົ້າ​ແມັດ ແລະ​ສູງ​ສອງ​ແມັດ ເທົ່າ​ກັນ​ກັບ​ຜ້າກັ້ງ​ອ້ອມຮອບ​ຫໍເຕັນ​ສັກສິດ.</verse>
				<verse number="19">ຜ້າກັ້ງ​ທີ່​ປະຕູ​ເຂົ້າ​ນັ້ນ​ຖືກ​ຈັ້ງ​ດ້ວຍ​ເສົາ​ສີ່​ຕົ້ນ ແລະ​ຕີນຮອງເສົາ​ສີ່​ອັນ​ເຮັດ​ດ້ວຍ​ທອງສຳຣິດ. ສ່ວນ​ຂໍເກາະ​ກັບ​ກຸບ​ປົກ​ເສົາ ແລະ​ເຊືອກ​ຜູກ​ຜ້າກັ້ງ​ນັ້ນ​ແມ່ນ​ເຮັດ​ດ້ວຍ​ເງິນ.</verse>
				<verse number="20">ຫລັກ​ສຽບ​ທັງໝົດ​ຂອງ​ຫໍເຕັນ​ສັກສິດ ແລະ​ຂອງ​ຜ້າກັ້ງ​ອ້ອມຮອບ​ຫໍເຕັນ​ສັກສິດ ແມ່ນເຮັດ​ດ້ວຍ​ທອງສຳຣິດ.</verse>
				<verse number="21">ຕໍ່ໄປນີ້​ແມ່ນ​ບັນຊີ​ຈຳນວນ​ໂລຫະ​ທີ່​ໄດ້​ໃຊ້​ສ້າງ​ຫໍເຕັນ​ສັກສິດ, ຫໍເຕັນ​ສັກສິດ​ແຫ່ງ​ຄຳພິຍານ ບ່ອນ​ມີ​ຫີນ​ສອງ​ແຜ່ນ​ຈາລຶກ​ຄຳສັ່ງ​ຂອງ​ພຣະເຈົ້າ​ສິບ​ຂໍ້​ຖືກ​ບັນຈຸ​ໄວ້. ບັນຊີ​ນີ້​ໄດ້​ຂຽນ​ຂຶ້ນ​ຕາມ​ຄຳສັ່ງ​ຂອງ​ໂມເຊ ແລະ​ຊາວ​ເລວີ ເປັນ​ຜູ້​ລົງ​ມື​ປະຕິບັດ​ງານ ພາຍໃຕ້​ການ​ຊີ້ນຳ​ຂອງ​ອີທາມາ ລູກຊາຍ​ຂອງ​ປະໂຣຫິດ​ອາໂຣນ.</verse>
				<verse number="22">ເບຊາເລນ ລູກຊາຍ​ຂອງ​ອູຣິ ແລະ​ຫລານຊາຍ​ຂອງ​ຮູເຣ​ຄົນ​ໃນ​ເຜົ່າຢູດາ ເປັນ​ຜູ້​ລົງ​ມື​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ.</verse>
				<verse number="23">ໂອໂຮລີອາບ ລູກຊາຍ​ຂອງ​ອາຮີສາມັກ​ຄົນ​ເຜົ່າ​ດານ ແລະ​ຜູ້​ຊ່ວຍ​ຂອງ​ເບຊາເລນ ເປັນ​ຜູ້​ແກະສະຫລັກ, ອອກແບບ ແລະ​ຕໍ່າ​ຜ້າປ່ານ​ເນື້ອລະອຽດ​ດີ​ກັບ​ຜ້າ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ.</verse>
				<verse number="24">ຄຳ​ທັງໝົດ​ທີ່​ໄດ້​ອຸທິດ​ຖວາຍ​ເພື່ອ​ສ້າງ​ຫໍເຕັນ​ນີ້ ໜັກ​ໜຶ່ງພັນ​ກິໂລກຼາມ ຕາມ​ອັດຕາ​ຊັ່ງ​ຂອງ​ສຳນັກ​ນະມັດສະການ.</verse>
				<verse number="25">ຈຳນວນ​ເງິນ​ທັງໝົດ​ຈາກ​ການ​ຈົດ​ທະບຽນ​ສຳມະໂນຄົວ​ນັ້ນ​ໜັກ​ສາມພັນ​ສີ່ຮ້ອຍ​ສາມສິບ​ກິໂລກຼາມ ຕາມ​ອັດຕາ​ຊັ່ງ​ຂອງ​ສຳນັກ​ນະມັດສະການ.</verse>
				<verse number="26">ເງິນ​ຈຳນວນ​ນີ້​ໄດ້​ເທົ່າ​ກັບ​ຈຳນວນ​ເງິນ ທີ່​ທຸກຄົນ​ໄດ້​ຈ່າຍ​ໃຫ້​ຕາມ​ສຳມະໂນຄົວ ຄື​ແຕ່ລະຄົນ​ໄດ້​ຈ່າຍ​ຕາມ​ອັດຕາ​ຂອງ​ສຳນັກ​ນະມັດສະການ. ເມື່ອ​ສຳຫລວດ​ເບິ່ງ​ແລ້ວ ຕົວເລກ​ຂອງ​ການ​ຈົດທະບຽນ​ຄອບຄົວ​ມີ 603.550 ຄົນ ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ.</verse>
				<verse number="27">ຈາກ​ເງິນ​ທັງໝົດ​ນັ້ນ ພວກເຂົາ​ໄດ້​ເອົາ​ສາມພັນ​ສີ່ຮ້ອຍ​ກິໂລກຼາມ ໄປ​ໃຊ້​ເຮັດ​ຕີນຮອງເສົາ​ຂອງ​ຫໍເຕັນ​ແລະ​ຂອງ​ຜ້າກັ້ງ​ຄື: ສາມສິບສີ່​ກິໂລກຼາມ​ຕໍ່​ຕີນຮອງເສົາ​ໜຶ່ງ​ຕົ້ນ.</verse>
				<verse number="28">ສ່ວນ​ເງິນ​ທີ່​ເຫຼືອ​ສາມສິບ​ກິໂລກຼາມ​ນັ້ນ ເບຊາເລນ​ໄດ້​ເອົາ​ເຮັດ​ເຊືອກຜູກຜ້າກັ້ງ, ຂໍເກາະ​ສຳລັບ​ຈັບ​ເສົາ ແລະ​ກຸບ​ປົກ​ເທິງ​ເສົາ.</verse>
				<verse number="29">ສ່ວນ​ທອງສຳຣິດ​ທີ່​ໄດ້​ອຸທິດ​ຖວາຍ​ນັ້ນ ເມື່ອ​ຊັ່ງ​ທັງໝົດ​ແລ້ວ​ໜັກ​ໄດ້ 2.425 ກິໂລກຼາມ.</verse>
				<verse number="30">ທອງສຳຣິດ​ຈຳນວນ​ນີ້​ໄດ້​ເອົາ​ເຮັດ​ຕີນຮອງເສົາ​ທາງ​ປະຕູເຂົ້າ​ຜ້າ​ອ້ອມ​ຫໍເຕັນ​ບ່ອນ​ຊຸມນຸມ, ເຮັດ​ແທ່ນບູຊາ ແລະ​ຕະຂ່າຍ​ຂອງ​ແທ່ນ, ເຄື່ອງໃຊ້​ປະຈຳ​ແທ່ນ,</verse>
				<verse number="31">ຕີນຮອງເສົາ​ສຳລັບ​ຜ້າ​ອ້ອມຮອບ ແລະ​ຕີນຮອງເສົາ​ສຳລັບ​ປະຕູ​ເຂົ້າ​ຜ້າ​ອ້ອມຮອບ​ຫໍເຕັນ ຫລັກສຽບ​ທັງໝົດ​ຂອງ​ຫໍເຕັນ​ສັກສິດ ແລະ​ຫລັກສຽບ​ທັງໝົດ​ຂອງ​ຜ້າ​ອ້ອມຮອບ​ເດີ່ນ​ຫໍເຕັນ.</verse>
			</chapter>
			<chapter number="39">
				<verse number="1">ພວກເຂົາ​ໄດ້​ໃຊ້​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ ເຮັດ​ເຄື່ອງ​ແຕ່ງກາຍ​ອັນ​ງົດງາມ​ຂອງ​ປະໂຣຫິດ ເພື່ອ​ນຸ່ງ​ເຂົ້າ​ໄປ​ບົວລະບັດ​ຮັບໃຊ້​ໃນ​ບ່ອນ​ສັກສິດ. ພວກເຂົາ​ໄດ້​ເຮັດ​ເຄື່ອງ​ແຕ່ງກາຍ​ຂອງ​ປະໂຣຫິດ​ໃຫ້​ອາໂຣນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.</verse>
				<verse number="2">ພວກເຂົາ​ໄດ້​ໃຊ້​ຜ້າປ່ານ​ເນື້ອລະອຽດ​ດີ​ຕໍ່າ​ປົນ​ກັບ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ ແລະ​ດ້າຍ​ຄຳ​ເຮັດ​ເສື້ອຄຸມ​ສັ້ນ​ເອໂຟດ.</verse>
				<verse number="3">ພວກເຂົາ​ໄດ້​ຕີ​ຄຳ​ໃຫ້​ແບນ​ອອກ​ເປັນ​ແຜ່ນ​ບາງໆ ແລະ​ໄດ້​ຕັດ​ເປັນ​ເສັ້ນ​ນ້ອຍໆ ເພື່ອ​ຕໍ່າ​ເຂົ້າ​ກັນ​ກັບ​ຜ້າປ່ານ​ເນື້ອລະອຽດ​ດີ ແລະ​ຜ້າ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ.</verse>
				<verse number="4">ພວກເຂົາ​ໄດ້​ຕັດ​ຜ້າ​ສອງ​ແຜ່ນ​ນ້ອຍໆ ຊຶ່ງ​ສົ້ນ​ທັງສອງ​ສາມາດ​ມັດ​ຕິດ​ກັບ​ເສື້ອຄຸມສັ້ນ​ເອໂຟດ​ໄດ້.</verse>
				<verse number="5">ສ່ວນ​ສາຍຮັດ​ນັ້ນ ໄດ້​ໃຊ້​ຜ້າປ່ານ​ເນື້ອລະອຽດ​ດີ​ເຮັດ ໂດຍ​ຫຍິບ​ຕິດ​ໃສ່​ກັບ​ເສື້ອຄຸມ​ສັ້ນ​ເອໂຟດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.</verse>
				<verse number="6">ພວກເຂົາ​ໄດ້​ຝັງ​ແກ້ວໂກເມນ​ໃສ່​ກະໂບກ​ຄຳ​ຢ່າງ​ຊຳນິ​ຊຳນານ ພ້ອມ​ທັງ​ຈາລຶກ​ຊື່​ລູກຊາຍ​ຂອງ​ຢາໂຄບ​ສິບສອງ​ຄົນ​ໃສ່​ດ້ວຍ.</verse>
				<verse number="7">ພວກເຂົາ​ປະດັບ​ມັນ​ໄວ້​ທີ່​ເທິງ​ຜ້າ​ຮັດ​ເສື້ອຄຸມສັ້ນ​ເອໂຟດ ເພື່ອ​ໃຫ້​ລະນຶກເຖິງ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.</verse>
				<verse number="8">ແຜ່ນ​ປົກເອິກ​ນັ້ນ​ແມ່ນ​ໄດ້​ໃຊ້​ວັດຖຸ​ຊະນິດ​ດຽວກັນ​ກັບ​ເຮັດ​ເສື້ອຄຸມ​ສັ້ນ​ເອໂຟດ ແລະ​ຫຍິບແສ່ວ​ແບບ​ດຽວກັນ.</verse>
				<verse number="9">ສ່ວນ​ແຜ່ນ​ປົກເອິກ​ນັ້ນ​ໄດ້​ເຮັດ​ເປັນ​ສີ່​ຫລ່ຽມ​ມົນທົນ ພັບ​ເຄິ່ງ​ກາງ​ໄດ້ ແລະ​ແຕ່ລະ​ຂ້າງ​ມີ​ຊາວສອງ​ເຊັນ.</verse>
				<verse number="10">ພວກເຂົາ​ຍັງ​ຕີ​ຂອບ​ຄຳ​ແລະ​ຝັງ​ແກ້ວ​ສີ່​ແຖວ​ໃສ່​ເທິງ​ແຜ່ນ​ປົກເອິກ​ນັ້ນ​ຄື: ໃນ​ແຖວ​ທີ​ໜຶ່ງ​ໄດ້​ຝັງ​ທັບທິມ, ພອຍເຫລືອງ, ໂກເມນ;</verse>
				<verse number="11">ໃນ​ແຖວ​ທີ​ສອງ​ໄດ້​ຝັງ​ມໍຣະກົດ, ໄພທູນ ແລະ​ເພັດ;</verse>
				<verse number="12">ໃນ​ແຖວ​ທີ​ສາມ​ໄດ້​ຝັງ​ນິນ, ໂມລາ ແລະ​ເພທາຍ​ສີມ່ວງ;</verse>
				<verse number="13">ແລະ​ໃນ​ແຖວ​ທີ​ສີ່​ໄດ້​ຝັງ​ເພທາຍ, ພອຍສີແດງໃສ ແລະ​ມະນີໂຊດ.</verse>
				<verse number="14">ແກ້ວ​ແຕ່ລະ​ຢ່າງ​ໃນ​ຈຳນວນ​ສິບສອງ​ຊະນິດ​ນັ້ນ ໄດ້​ຈາລຶກ​ຊື່​ພວກ​ລູກຊາຍ​ຂອງ​ຢາໂຄບ​ໃສ່ ຊຶ່ງ​ໝາຍເຖິງ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="15">ສຳລັບ​ແຜ່ນ​ປົກເອິກ​ນັ້ນ ພວກເຂົາ​ໄດ້​ຕີ​ສາຍສ້ອຍ​ຄຳສົດ​ຖັກ​ກ້ຽວກັນ​ຄື​ເຊືອກ.</verse>
				<verse number="16">ພວກເຂົາ​ໄດ້​ເຮັດ​ຂອບ​ຄຳ​ສອງ​ອັນ ເຮັດ​ແຫວນ​ສອງ​ວົງ ແລະ​ຈອດ​ຕິດ​ກັບ​ສົ້ນ​ເບື້ອງ​ເທິງ​ຂອງ​ແຜ່ນ​ປົກເອິກ.</verse>
				<verse number="17">ພວກເຂົາ​ໄດ້​ມັດ​ສົ້ນ​ຂອງ​ສາຍ​ສ້ອຍ​ຄຳ​ສອງ​ສາຍ​ໃສ່​ກັບ​ແຫວນ​ຄຳ​ສອງ​ວົງ ທີ່​ໄດ້​ຈອດ​ຕິດ​ກັບ​ແຜ່ນ​ປົກເອິກ</verse>
				<verse number="18">ແລະ​ມັດ​ສົ້ນ​ສາຍ​ສ້ອຍ​ຄຳ​ສອງ​ສາຍ​ອີກ ໃສ່​ກັບ​ແຜ່ນ​ປົກເອິກ ເພື່ອ​ໃຫ້​ຮັດ​ເອິກ​ຕິດ​ກັບ​ບ່າ ແລະ​ຕິດ​ກັບ​ແຖບ​ເສື້ອຄຸມສັ້ນ​ເອໂຟດ​ໄດ້.</verse>
				<verse number="19">ພວກເຂົາ​ເຮັດ​ແຫວນ​ຄຳ​ສອງ​ວົງ ເພື່ອ​ໃຊ້​ເປັນ​ຫູ​ຕິດ​ໃສ່​ກັບ​ສົ້ນ​ເສື້ອ​ເບື້ອງ​ລຸ່ມ ຂອງ​ແຜ່ນ​ປົກເອິກ​ຂ້າງ​ໃນ​ໂດຍ​ໃຫ້​ມັນ​ຕິດ​ກັບ​ເສື້ອຄຸມ​ສັ້ນ​ເອໂຟດ.</verse>
				<verse number="20">ພວກເຂົາ​ໄດ້​ເຮັດ​ແຫວນ​ຄຳ​ອີກ​ສອງ​ວົງ ເພື່ອ​ຜູກ​ຕິດ​ກັບ​ທາງ​ລຸ່ມ​ຂອງ​ສາຍ​ດຶງ​ທັງສອງ​ຂ້າງ ທີ່​ເບື້ອງ​ໜ້າ​ບ່າ​ໄຫລ່​ຂອງ​ເສື້ອຄຸມ​ສັ້ນ​ເອໂຟດ ຄື​ໃກ້​ກັບ​ສາຍດຶງ​ແລະ​ເທິງ​ສາຍແອວ​ປ່ານ.</verse>
				<verse number="21">ເພື່ອ​ບໍ່​ໃຫ້​ມັນ​ຫລວມ​ແລະ​ຫລຸດ​ລົງ​ໄດ້ ພວກເຂົາ​ຍັງ​ໄດ້​ຜູກ​ຫູ​ແຜ່ນ​ປົກເອິກ ໃຫ້​ຮັດ​ຕິດ​ກັບ​ເອິກ​ທີ່​ເທິງ​ສາຍ​ແອວ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.</verse>
				<verse number="22">ເສື້ອຄຸມ​ຍາວ​ທີ່​ຢູ່​ລຸ່ມ​ເສື້ອຄຸມ​ສັ້ນ​ເອໂຟດ​ນັ້ນ ໄດ້​ເຮັດ​ດ້ວຍ​ຜ້າ​ຂົນແກະ​ສີຟ້າ​ທັງໝົດ.</verse>
				<verse number="23">ເສື້ອ​ນີ້​ໄດ້​ຫຍິບ​ເປັນ​ເສື້ອ​ຄໍ​ສຸບ ແລະ​ແນບ​ດ້ວຍ​ຜ້າ​ໜາ​ເພື່ອ​ບໍ່​ໃຫ້​ຂາດ​ງ່າຍ.</verse>
				<verse number="24">ຢູ່​ທີ່​ຕີນ​ຂອງ​ເສື້ອຄຸມ​ນັ້ນ ພວກເຂົາ​ໄດ້​ປັກ​ຮູບ​ໝາກພີລາ​ເປັນ​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ​ສັບ​ກັນ​ໄປ​ກັບ​ໝາກ​ກະດິ່ງ​ທີ່​ເຮັດ​ດ້ວຍ​ຄຳສົດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.</verse>
				<verse number="25"></verse>
				<verse number="26"></verse>
				<verse number="27">ພວກເຂົາ​ໄດ້​ຫຍິບ​ເສື້ອຄຸມ​ຍາວ​ມີ​ແຂນ​ສຳລັບ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ,</verse>
				<verse number="28">ພ້ອມ​ທັງ​ເຮັດ​ຜ້າ​ປົກຫົວ, ໝວກສຸບ, ສົ້ງ​ຂາສັ້ນ,</verse>
				<verse number="29">ແລະ​ສາຍແອວ ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ​ຕໍ່າ​ປົນ​ກັບ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ ໂດຍ​ຕົບແຕ່ງ​ດ້ວຍ​ການ​ຫຍິບແສ່ວ​ຢ່າງ​ງາມ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.</verse>
				<verse number="30">ສ່ວນ​ເຄື່ອງ​ເອ້​ທີ່​ເປັນ​ເຄື່ອງໝາຍ​ເຖິງ​ການ​ອຸທິດ​ຕົວ ພ້ອມ​ທັງ​ຈາລຶກ​ຖ້ອຍຄຳ​ວ່າ, “ອຸທິດ​ຖວາຍ​ແດ່​ພຣະເຈົ້າຢາເວ” ນັ້ນ​ແມ່ນ​ເຮັດ​ດ້ວຍ​ຄຳສົດ​ທັງໝົດ.</verse>
				<verse number="31">ພວກເຂົາ​ໄດ້​ມັດ​ເຄື່ອງ​ເອ້​ນັ້ນ​ຕິດ​ໃສ່​ກັບ​ໝວກ​ທີ່​ດ້ານໜ້າ​ດ້ວຍ​ເຊືອກ​ສີຟ້າ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.</verse>
				<verse number="32">ໃນທີ່ສຸດ ການ​ສ້າງ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ ກໍ​ສຳເລັດ​ລົງ​ທຸກຢ່າງ. ຊາວ​ອິດສະຣາເອນ​ໄດ້​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.</verse>
				<verse number="33">ພວກເຂົາ​ໄດ້​ນຳ​ເອົາ​ຫໍເຕັນ​ສັກສິດ​ພ້ອມ​ທັງ​ເຄື່ອງໃຊ້​ທັງໝົດ​ປະຈຳ​ຫໍເຕັນ ມາ​ໃຫ້​ໂມເຊ​ເບິ່ງ​ເຊັ່ນ: ຂໍເກາະ, ຮ່າງ​ຂອບໄມ້, ໄມ້ຂາງ, ເສົາ ແລະ​ຕີນຮອງເສົາ;</verse>
				<verse number="34">ຜ້າ​ປົກຄຸມ​ທີ່​ເຮັດ​ດ້ວຍ​ໜັງ​ແກະເຖິກ​ຍ້ອມ​ສີແດງ, ຜ້າ​ປົກຄຸມ​ທີ່​ເຮັດ​ດ້ວຍ​ໜັງ​ສັດ​ອັນ​ລະອຽດ​ດີ​ແລະ​ຜ້າ​ກັ້ງບັງ;</verse>
				<verse number="35">ຫີບ​ໃສ່​ແຜ່ນຫີນ​ພັນທະສັນຍາ​ພ້ອມ​ທັງ​ຄານຫາມ ແລະ​ຝາອັດ​ຫີບ;</verse>
				<verse number="36">ໂຕະ​ແລະ​ເຄື່ອງໃຊ້​ທຸກຢ່າງ​ປະຈຳ​ໂຕະ​ແລະ​ເຂົ້າຈີ່​ຖວາຍ;</verse>
				<verse number="37">ຫລັກຕັ້ງຕະກຽງ​ທີ່​ເຮັດ​ດ້ວຍ​ຄຳສົດ, ຕະກຽງ ແລະ​ເຄື່ອງໃຊ້​ທຸກຢ່າງ​ສຳລັບ​ຕະກຽງ ແລະ​ນໍ້າມັນ​ສຳລັບ​ໄຕ້​ຕະກຽງ;</verse>
				<verse number="38">ແທ່ນຄຳ ນໍ້າມັນ​ເຈີມ​ສັກສິດ ເຄື່ອງຫອມ​ສຳລັບ​ການເຜົາ​ຖວາຍບູຊາ; ຜ້າກັ້ງ​ທາງ​ປະຕູເຂົ້າ​ຫໍເຕັນ;</verse>
				<verse number="39">ແທ່ນ​ທອງສຳຣິດ​ພ້ອມ​ດ້ວຍ​ຕະຂ່າຍ​ທີ່​ເຮັດ​ດ້ວຍ​ທອງສຳຣິດ, ຄານຫາມ​ປະຈຳ​ແທ່ນ ແລະ​ເຄື່ອງໃຊ້​ທັງໝົດ​ປະຈຳ​ແທ່ນ; ຂັນ​ຊຳລະ ແລະ​ພານ​ຮອງຂັນ;</verse>
				<verse number="40">ຜ້າກັ້ງ​ສຳລັບ​ອ້ອມຮອບ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ ພ້ອມ​ທັງ​ເສົາ ແລະ​ຕີນຮອງເສົາ; ຜ້າກັ້ງ​ສຳລັບ​ປະຕູ​ທາງ​ເຂົ້າ ແລະ​ເຊືອກເນັ່ງ, ຫລັກສຽບ​ຂອງ​ຫໍເຕັນ, ອຸປະກອນ​ທັງໝົດ​ທີ່​ໃຊ້​ປະຈຳ​ຫໍເຕັນ;</verse>
				<verse number="41">ແລະ​ເຄື່ອງ​ແຕ່ງກາຍ​ອັນ​ສະຫງ່າງາມ​ປະຈຳ​ຕຳແໜ່ງ​ປະໂຣຫິດ, ເພື່ອ​ໃສ່​ເມື່ອ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ ຄື​ເຄື່ອງ​ແຕ່ງກາຍ​ສຳລັບ​ອາໂຣນ ແລະ​ສຳລັບ​ພວກ​ລູກຊາຍ​ຂອງ​ລາວ.</verse>
				<verse number="42">ຊາວ​ອິດສະຣາເອນ​ໄດ້​ເຮັດ​ວຽກ​ທຸກຢ່າງ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.</verse>
				<verse number="43">ແລ້ວ​ໂມເຊ​ກໍ​ກວດເບິ່ງ​ທຸກໆ​ສິ່ງ ແລະ​ເຫັນ​ວ່າ ພວກເຂົາ​ໄດ້​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ທຸກປະການ. ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ອວຍພອນ​ພວກເຂົາ.</verse>
			</chapter>
			<chapter number="40">
				<verse number="1">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,</verse>
				<verse number="2">“ໃນ​ມື້ທຳອິດ​ຂອງ​ເດືອນ​ທີ​ໜຶ່ງ ຈົ່ງ​ຕັ້ງ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ​ຂຶ້ນ.</verse>
				<verse number="3">ຈົ່ງ​ເອົາ​ຫີບ​ພັນທະສັນຍາ ວາງ​ໄວ້​ໃນ​ນັ້ນ​ແລະ​ກາງ​ຜ້າກັ້ງ​ບັງ​ໄວ້.</verse>
				<verse number="4">ຈົ່ງ​ຍົກ​ໂຕະ​ເຂົ້າ​ມາ ແລະ​ຈັດ​ເຄື່ອງໃຊ້​ທຸກຢ່າງ​ປະຈຳ​ໂຕະ​ໄວ້. ແລ້ວ​ຍົກ​ຫລັກ​ຕະກຽງ​ເຂົ້າ​ມາ ແລະ​ໃຕ້​ຕະກຽງ​ໄວ້​ເທິງ​ຫລັກ.</verse>
				<verse number="5">ຈົ່ງ​ຕັ້ງ​ແທ່ນ​ຄຳ​ສຳລັບ​ເຜົາ​ເຄື່ອງຫອມ​ໄວ້​ຕໍ່ໜ້າ​ຫີບ​ພັນທະສັນຍາ ແລະ​ກາງ​ຜ້າກັ້ງ​ໃສ່​ທາງ​ປະຕູເຂົ້າ​ຫໍເຕັນ​ສັກສິດ.</verse>
				<verse number="6">ຈົ່ງ​ຕັ້ງ​ແທ່ນເຜົາ​ບູຊາ​ດ້ວຍໄຟ​ໄວ້​ຕໍ່ໜ້າ​ທາງເຂົ້າ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="7">ສ່ວນ​ຂັນ​ໃສ່​ນໍ້າ​ຊຳລະ​ນັ້ນ ໃຫ້​ວາງ​ໄວ້​ລະຫວ່າງ​ຫໍເຕັນ​ບ່ອນ​ຊຸມນຸມ​ກັບ​ແທ່ນ​ບູຊາ​ແລະ​ຕັກ​ນໍ້າ​ໃສ່​ໄວ້.</verse>
				<verse number="8">ຈົ່ງ​ເຮັດ​ຜ້າ​ອ້ອມຮອບ​ຫໍເຕັນ ແລະ​ກາງ​ຜ້າກັ້ງ​ໄວ້​ທີ່​ທາງ​ປະຕູເຂົ້າ.</verse>
				<verse number="9">ແລ້ວ​ຈົ່ງ​ອຸທິດ​ຖວາຍ​ຫໍເຕັນ​ສັກສິດ ແລະ​ເຄື່ອງໃຊ້​ທັງໝົດ​ປະຈຳ​ຫໍເຕັນ ໂດຍ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ຫົດສົງ​ທັງໝົດ ແລະ​ທຸກສິ່ງ​ກໍ​ຈະ​ບໍຣິສຸດ​ສັກສິດ.</verse>
				<verse number="10">ແລ້ວ​ຈົ່ງ​ອຸທິດ​ຖວາຍ​ແທ່ນບູຊາ ກັບ​ເຄື່ອງໃຊ້​ທັງໝົດ​ປະຈຳ​ແທ່ນ​ນັ້ນ ໂດຍ​ເອົາ​ນໍ້າມັນ​ເຈີມ​ສັກສິດ​ຫົດສົງ​ທັງໝົດ ແລະ​ທຸກສິ່ງ​ກໍ​ຈະ​ບໍຣິສຸດ​ສັກສິດ​ທີ່ສຸດ.</verse>
				<verse number="11">ຈົ່ງ​ອຸທິດ​ຖວາຍ​ຊາມ​ໃສ່​ນໍ້າ​ຊຳລະ​ແລະ​ຕີນ​ຊາມ ໂດຍ​ວິທີ​ດຽວກັນ​ນີ້.</verse>
				<verse number="12">ຈົ່ງ​ນຳ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ບອກ​ໃຫ້​ພວກເຂົາ​ອາບນໍ້າ​ຊຳລະ​ຮ່າງກາຍ.</verse>
				<verse number="13">ຈົ່ງ​ນຸ່ງ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ໃຫ້​ອາໂຣນ ແລະ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ຫົດສົງ​ລາວ; ໂດຍ​ວິທີ​ນີ້ແຫລະ ລາວ​ຈະ​ໄດ້​ອຸທິດ​ຕົນ​ເພື່ອ​ເຂົ້າ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ</verse>
				<verse number="14">ແລ້ວ​ຈົ່ງ​ນຳ​ພວກ​ລູກຊາຍ​ຂອງ​ລາວ​ມາ ແລະ​ນຸ່ງ​ເສື້ອ​ຊັ້ນໃນ​ໃຫ້​ພວກເຂົາ.</verse>
				<verse number="15">ແລ້ວ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ຫົດສົງ​ພວກເຂົາ ເໝືອນກັນ​ກັບ​ໄດ້​ຫົດສົງ​ພໍ່​ຂອງ​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ບົວລະບັດ​ຮັບໃຊ້​ເຮົາ ໃນ​ຖານະ​ປະໂຣຫິດ​ຄື​ກັນ​ກັບ​ພໍ່​ຂອງ​ພວກເຂົາ. ການ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ຫົດສົງ​ນີ້​ແມ່ນ​ການ​ສະຖາປະນາ​ພວກເຂົາ ໃຫ້​ເປັນ​ປະໂຣຫິດ​ຕະຫລອດໄປ.”</verse>
				<verse number="16">ໂມເຊ​ກໍ​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.</verse>
				<verse number="17">ດັ່ງນັ້ນ ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທຳອິດ​ຂອງ​ປີ​ທີ​ສອງ ຫລັງຈາກ​ພວກເຂົາ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຂົາ​ກໍໄດ້​ຕັ້ງ​ຫໍເຕັນ​ສັກສິດ​ຂຶ້ນ.</verse>
				<verse number="18">ໂມເຊ​ໄດ້​ວາງ​ຕີນ​ເສົາ​ລົງ ປະກອບ​ຮ່າງ​ຂອບ​ໄມ້​ກາງ​ຫໍເຕັນ​ສັກສິດ, ຕອກ​ໄມ້​ຂາງ​ໃສ່ ແລະ​ຕັ້ງ​ເສົາ​ຂຶ້ນ.</verse>
				<verse number="19">ເພິ່ນ​ໄດ້​ຄຶງ​ຜ້າ​ມຸງ​ປົກ​ຫໍເຕັນ​ສັກສິດ ແລະ​ໃຊ້​ຜ້າ​ໜາ​ປົກ​ຊັ້ນນອກ​ອີກ ຄື​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ.</verse>
				<verse number="20">ແລ້ວ​ເພິ່ນ​ກໍ​ເອົາ​ຫີນ​ສອງ​ແຜ່ນ​ໃສ່​ລົງ​ໃນ​ຫີບ​ພັນທະສັນຍາ. ເພິ່ນ​ສອດ​ຄານຫາມ​ຄາ​ໄວ້ ແລະ​ເອົາ​ພຣະທີ່ນັ່ງ​ແຫ່ງ​ພຣະຄຸນ​ຊຶ່ງ​ເປັນ​ຝາ ອັດ​ເທິງ​ຫີບ​ນັ້ນ.</verse>
				<verse number="21">ເພິ່ນ​ໄດ້​ນຳ​ຫີບ​ນັ້ນ​ມາ​ໄວ້​ທີ່​ຫໍເຕັນ​ສັກສິດ ແລະ​ກາງ​ຜ້າກັ້ງ​ບັງ​ໄວ້ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ.</verse>
				<verse number="22">ເພິ່ນ​ໄດ້​ຕັ້ງ​ໂຕະ​ໄວ້​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ທາງ​ຂ້າງ​ດ້ານ​ເໜືອ​ນອກ​ຜ້າກັ້ງ​ຂອງ​ຫໍເຕັນ​ສັກສິດ</verse>
				<verse number="23">ແລະ​ເອົາ​ເຂົ້າຈີ່ ຊຶ່ງ​ຖວາຍ​ແກ່​ພຣະເຈົ້າຢາເວ​ນັ້ນ​ວາງ​ໄວ້​ທີ່​ເທິງ​ໂຕະ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ.</verse>
				<verse number="24">ສ່ວນ​ຫຼັກ​ຕະກຽງ​ນັ້ນ ເພິ່ນ​ໄດ້​ຕັ້ງ​ໄວ້​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ກົງກັນຂ້າມ​ກັບ​ໂຕະ​ຂ້າງ​ທາງດ້ານ​ໃຕ້​ຂອງ​ຫໍເຕັນ​ສັກສິດ</verse>
				<verse number="25">ເພິ່ນ​ໄດ້​ໄຕ້​ຕະກຽງ​ໄວ້​ຊ້ອງໜ້າ​ພຣະເຈົ້າຢາເວ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.</verse>
				<verse number="26">ເພິ່ນ​ນຳ​ແທ່ນ​ຄຳ​ຊຶ່ງ​ມີ​ເຄື່ອງຫອມ​ເຜົາ​ຢູ່​ມາ​ວາງ​ໄວ້​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ຄື​ຕໍ່ໜ້າ​ຜ້າກັ້ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ.</verse>
				<verse number="27"></verse>
				<verse number="28">ເພິ່ນ​ກາງ​ຜ້າກັ້ງ​ໄວ້​ຢູ່​ທີ່​ທາງ​ເຂົ້າ​ຫໍເຕັນ​ສັກສິດ</verse>
				<verse number="29">ແລະ​ວາງ​ແທ່ນ​ເຜົາ​ບູຊາ​ຕໍ່ໜ້າ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ ຊຶ່ງ​ຊື່​ກັນ​ກັບ​ຜ້າກັ້ງ. ທີ່​ເທິງ​ແທ່ນ​ນັ້ນ ເພິ່ນ​ໄດ້​ເຜົາ​ເຄື່ອງບູຊາ​ກັບ​ຖວາຍ​ພືດຜົນ​ເປັນເມັດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ.</verse>
				<verse number="30">ເພິ່ນ​ໄດ້​ຕັ້ງ​ຂັນ​ໃສ່​ນໍ້າ​ຊຳລະ​ໄວ້​ລະຫວ່າງ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ແທ່ນບູຊາ​ທັງ​ຕັກ​ນໍ້າ​ໃສ່​ໃຫ້​ເຕັມ.</verse>
				<verse number="31">ໂມເຊ​ກັບ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ໃຊ້​ນໍ້າ​ໃນ​ຂັນ​ນີ້ ລ້າງ​ມື​ແລະ​ລ້າງ​ຕີນ</verse>
				<verse number="32">ເມື່ອ​ທຸກໆ​ຄັ້ງ​ທີ່​ພວກເຂົາ​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ຫລື​ເຂົ້າ​ໄປ​ໃກ້​ທີ່​ແທ່ນບູຊາ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ນັ້ນ​ທຸກປະການ.</verse>
				<verse number="33">ໂມເຊ​ໄດ້​ກາງ​ຜ້າ​ອ້ອມຮອບ​ຫໍເຕັນ​ສັກສິດ​ແລະ​ແທ່ນບູຊາ ແລ້ວ​ກໍໄດ້​ກາງ​ຜ້າກັ້ງ​ນັ້ນ​ໄວ້​ທີ່​ທາງ​ປະຕູເຂົ້າ​ຫໍເຕັນ. ເພິ່ນ​ໄດ້​ເຮັດ​ທຸກໆ​ສິ່ງ​ສຳເລັດ​ຢ່າງ​ຮຽບຮ້ອຍ​ດີ.</verse>
				<verse number="34">ຕໍ່ມາ ເມກ​ໄດ້​ມາ​ປົກຄຸມ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍ​ປົກຄຸມ​ເຕັມ​ຢູ່​ທີ່​ຫໍເຕັນ​ສັກສິດ​ນັ້ນ.</verse>
				<verse number="35">ໂມເຊ​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ບໍ່ໄດ້ ເພາະ​ທີ່​ນັ້ນ​ມີ​ເມກ​ໜາແໜ້ນ​ຫລາຍ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ເຕັມ​ຢູ່​ທົ່ວ​ຫໍເຕັນ​ສັກສິດ.</verse>
				<verse number="36">ຊາວ​ອິດສະຣາເອນ​ໄດ້​ເຄື່ອນຍ້າຍ​ຄ້າຍພັກ​ຂອງ​ພວກເຂົາ​ໄປ​ສູ່​ທີ່​ອື່ນ ກໍ​ຕໍ່​ເມື່ອ​ເມກ​ໄດ້​ຫາຍ​ໄປ​ຈາກ​ຫໍເຕັນ​ສັກສິດ.</verse>
				<verse number="37">ຕາບໃດ​ທີ່​ເມກ​ໄດ້​ປົກຄຸມ​ຢູ່​ທີ່​ນັ້ນ ພວກເຂົາ​ບໍ່ໄດ້​ອອກ​ເດີນທາງ​ໄປ​ທີ່​ອື່ນ​ເດັດຂາດ.</verse>
				<verse number="38">ຕະຫລອດ​ການ​ເດີນທາງ​ທ່ອງທ່ຽວ​ໄປມາ​ນັ້ນ ພວກເຂົາ​ໄດ້​ເຫັນ​ເມກ​ຂອງ​ພຣະເຈົ້າຢາເວ​ສະຖິດ​ຢູ່​ເທິງ​ຫໍເຕັນ​ສັກສິດ​ໃນ​ເວລາ​ກາງເວັນ ແລະ​ໄດ້​ເຫັນ​ແສງ​ເປັນ​ໄຟ​ພຸ່ງ​ຂຶ້ນ​ເທິງ​ຫໍເຕັນ​ສັກສິດ​ໃນ​ເວລາ​ກາງຄືນ​ຕໍ່ໜ້າ​ພວກ​ອິດສະຣາເອນ.</verse>
			</chapter>
		</book>
		<book number="3">
			<chapter number="1">
				<verse number="1">ພຣະເຈົ້າຢາເວ​ໄດ້​ເອີ້ນ​ໂມເຊ ຈາກ​ຫໍເຕັນ​ບ່ອນ​ຊຸມນຸມ</verse>
				<verse number="2">ໃຫ້​ໄປ​ບອກ​ຊາວ​ອິດສະຣາເອນ ປະຕິບັດ​ຕາມ​ລະບຽບການ​ດັ່ງ​ຕໍ່ໄປນີ້: ເມື່ອ​ພວກເຂົາ​ມີ​ການ​ຖວາຍບູຊາ. ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ຕ້ອງການ​ຖວາຍ​ສັດ​ໂຕໜຶ່ງ​ໃນ​ຝູງ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ອາດ​ຈະ​ເປັນ​ງົວ ຫລື​ແກະ ຫລື​ແບ້​ກໍຕາມ.</verse>
				<verse number="3">ຖ້າ​ຜູ້ນັ້ນ​ນຳ​ສັດ​ໂຕໜຶ່ງ​ຂອງຕົນ​ມາ​ເຜົາ​ຖວາຍບູຊາ ລາວ​ຕ້ອງ​ຖວາຍ​ງົວເຖິກ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ. ລາວ​ຕ້ອງ​ນຳ​ສັດ​ໂຕ​ນັ້ນ​ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ວ່າ​ພຣະອົງ​ຈະ​ຮັບ​ເອົາ​ການ​ຖວາຍ​ຂອງ​ລາວ.</verse>
				<verse number="4">ຜູ້ນຳ​ສັດ​ມາ​ຖວາຍ​ນັ້ນ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ ແລະ​ພຣະອົງ​ພໍໃຈ​ຮັບ​ເອົາ​ສັດ​ນັ້ນ ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ.</verse>
				<verse number="5">ລາວ​ຈະ​ຕ້ອງ​ຂ້າປາດຄໍ​ງົວເຖິກ​ຢູ່​ທີ່​ນັ້ນ ແລະ​ປະໂຣຫິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ​ຈະ​ຖວາຍ​ເລືອດ​ສັດ​ນັ້ນ ແລ້ວ​ຖອກ​ເລືອດ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ ທີ່​ຕັ້ງ​ຢູ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="6">ແລ້ວ​ລາວ​ກໍ​ຈະ​ລອກ​ໜັງ​ສັດ​ອອກ​ແລະ​ຕັດ​ສັດ​ເປັນ​ຕ່ອນໆ.</verse>
				<verse number="7">ລູກຊາຍ​ຂອງ​ອາໂຣນ​ຜູ້​ເປັນ​ປະໂຣຫິດ​ກໍ​ຈະ​ກອງ​ຟືນ ແລະ​ດັງ​ໄຟ​ຂຶ້ນ​ທີ່​ເທິງ​ແທ່ນ.</verse>
				<verse number="8">ແລ້ວ​ພວກເຂົາ​ກໍ​ຈະ​ເອົາ​ຕ່ອນ​ສັດ​ທັງໝົດ ພ້ອມ​ກັບ​ຫົວ​ແລະ​ໄຂມັນ​ເຜົາ​ໃສ່​ໄຟ.</verse>
				<verse number="9">ຜູ້ນຳ​ສັດ​ມາ​ຖວາຍ​ນັ້ນ​ຈະ​ຕ້ອງ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ແລະ​ຂາ​ຫລັງ ແລະ​ພວກ​ປະໂຣຫິດ​ທີ່​ເຮັດ​ພິທີ​ຈະ​ເຜົາ​ຕ່ອນ​ຊີ້ນ​ງົວ​ທັງໝົດ​ທີ່​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="10">ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ແກະ ຫລື​ແບ້​ໂຕໜຶ່ງ​ໃນ​ຝູງ​ຂອງຕົນ ຕ້ອງ​ໃຫ້​ເປັນ​ໂຕ​ເຖິກ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.</verse>
				<verse number="11">ລາວ​ຈະ​ຕ້ອງ​ຂ້າປາດຄໍ​ສັດ​ນັ້ນ​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ບັນດາ​ພວກ​ລູກຊາຍ​ຂອງ​ອາໂຣນ​ຊຶ່ງ​ເປັນ​ປະໂຣຫິດ ກໍ​ຈະ​ຖອກ​ເລືອດ​ສັດ​ນັ້ນ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ.</verse>
				<verse number="12">ຫລັງຈາກ​ຊາຍ​ຄົນ​ນັ້ນ​ໄດ້​ຕັດ​ຊີ້ນ​ສັດ​ເປັນ​ຕ່ອນໆ​ແລ້ວ ປະໂຣຫິດ​ຜູ້​ເຮັດ​ພິທີ​ຈະ​ເອົາ​ຊີ້ນ​ສັດ ເຜົາ​ໃສ່​ໄຟ​ພ້ອມ​ທັງ​ຫົວ​ແລະ​ໄຂມັນ.</verse>
				<verse number="13">ຜູ້​ທີ່​ນຳ​ສັດ​ມາ​ຖວາຍ​ນັ້ນ​ຕ້ອງ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ແລະ​ຂາ​ຫລັງ ແລະ​ປະໂຣຫິດ​ກໍ​ຈະ​ນຳ​ສ່ວນ​ທັງໝົດ​ມາ​ຖວາຍ​ເຜົາ​ບູຊາ​ທີ່​ເທິງ​ແທ່ນບູຊາ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="14">ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ນົກ​ເປັນ​ເຄື່ອງ​ເຜົາບູຊາ​ແກ່​ພຣະເຈົ້າຢາເວ ຕ້ອງ​ໃຫ້​ແມ່ນ​ນົກເຂົາ​ຫລື​ນົກ​ກາງແກ.</verse>
				<verse number="15">ປະໂຣຫິດ​ຈະ​ຕ້ອງ​ນຳ​ນົກ​ນັ້ນ​ມາ​ທີ່​ແທ່ນບູຊາ ບິດ​ຄໍ​ນົກ​ໃຫ້​ຕາຍ ແລະ​ເຜົາ​ຫົວ​ນົກ​ເທິງ​ແທ່ນບູຊາ, ບີບ​ເລືອດ​ນົກ​ໃຫ້​ໄຫຼ​ອອກ​ທາງ​ຂ້າງ​ແທ່ນບູຊາ.</verse>
				<verse number="16">ລາວ​ຕ້ອງ​ດຶງ​ໜຽງ​ອອກ ແລະ​ຖິ້ມ​ໃສ່​ບ່ອນ​ຖິ້ມ​ຂີ້ເຖົ່າ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແທ່ນບູຊາ.</verse>
				<verse number="17">ລາວ​ຈະ​ຕ້ອງ​ພື​ປີກ​ຈີກ​ທ້ອງ​ນົກ​ອອກ ໂດຍ​ບໍ່​ໃຫ້​ປີກ​ຂາດ​ອອກ​ຈາກ​ໂຕ ແລະ​ໃຫ້​ປະໂຣຫິດ​ເຜົາ​ນົກ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
			</chapter>
			<chapter number="2">
				<verse number="1">ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ພືດຜົນ​ເປັນເມັດ​ແກ່​ພຣະເຈົ້າຢາເວ ໃຫ້​ຜູ້ນັ້ນ​ບົດ​ເປັນ​ແປ້ງ​ເສຍ​ກ່ອນ, ຖອກ​ນໍ້າມັນ​ໝາກກອກເທດ​ໃສ່ ແລະ​ເອົາ​ກຳຍານ​ໃສ່​ດ້ວຍ</verse>
				<verse number="2">ແລະ​ໃຫ້​ລາວ​ນຳ​ສິ່ງ​ນັ້ນ​ມາ​ໃຫ້​ປະໂຣຫິດ ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ. ປະໂຣຫິດ​ຜູ້​ເຮັດ​ພິທີ​ຈະ​ເອົາ​ແປ້ງ​ກຳ​ໜຶ່ງ ພ້ອມ​ນໍ້າມັນ​ແລະ​ເຄື່ອງຫອມ ມາ​ເຜົາ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="3">ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ​ທີ່​ຍັງເຫລືອ​ຢູ່​ນັ້ນ ເປັນ​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ເພາະ​ເປັນ​ສ່ວນໜຶ່ງ​ບໍຣິສຸດ​ທີ່ສຸດ ໃນ​ທ່າມກາງ​ເຄື່ອງ​ບູຊາ​ດ້ວຍ​ໄຟ ຊຶ່ງ​ໄດ້​ຖວາຍ​ແກ່​ພຣະເຈົ້າຢາເວ​ແລ້ວ.</verse>
				<verse number="4">ຖ້າ​ເຄື່ອງ​ຖວາຍ​ນັ້ນ​ເປັນ​ເຂົ້າຈີ່​ທີ່​ອົບ​ໃສ່​ເຕົາ​ແລ້ວ ຕ້ອງ​ໃຫ້​ເປັນ​ເຂົ້າຈີ່​ບໍ່ມີ​ເຊື້ອ​ແປ້ງ; ມັນ​ອາດ​ເຮັດ​ເປັນ​ກ້ອນ​ປົນ​ນໍ້າມັນ​ໝາກກອກເທດ ຫລື​ເປັນ​ເຂົ້າໜົມ​ແຜ່ນ​ບາງໆ​ທາ​ກັບ​ນໍ້າມັນ​ໝາກກອກເທດ​ກໍໄດ້.</verse>
				<verse number="5">ຖ້າ​ເຄື່ອງ​ຖວາຍ​ເປັນ​ເຂົ້າຈີ່​ປີ້ງ​ທີ່​ເທິງ​ເຫຼັກ​ປີ້ງ ຕ້ອງ​ໃຫ້​ເຮັດ​ດ້ວຍ​ແປ້ງ​ປົນ​ກັບ​ນໍ້າມັນ​ໝາກກອກເທດ ແຕ່​ບໍ່​ໃຫ້​ມີ​ເຊື້ອແປ້ງ.</verse>
				<verse number="6">ຈົ່ງ​ຫັກ​ເຂົ້າຈີ່​ນັ້ນ​ເປັນ​ຕ່ອນ​ນ້ອຍໆ​ພ້ອມ​ທັງ​ຖອກ​ນໍ້າມັນ​ໃສ່ ເມື່ອ​ພວກເຈົ້າ​ນຳ​ມາ​ຖວາຍ.</verse>
				<verse number="7">ຖ້າ​ເຄື່ອງ​ຖວາຍ​ເປັນ​ເຂົ້າໜົມ​ຈືນ​ໃສ່​ໝໍ້ຂາງ ຕ້ອງ​ໃຫ້​ເຮັດ​ດ້ວຍ​ແປ້ງ​ປົນ​ກັບ​ນໍ້າມັນ​ໝາກກອກເທດ ແລ້ວ​ຈຶ່ງ​ຈືນ.</verse>
				<verse number="8">ຈົ່ງ​ນຳ​ເຂົ້າໜົມ​ຈືນ​ນັ້ນ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ໂດຍ​ມອບ​ໃຫ້​ປະໂຣຫິດ​ຜູ້​ຈະ​ນຳ​ໄປ​ວາງ​ເທິງ​ແທ່ນບູຊາ.</verse>
				<verse number="9">ປະໂຣຫິດ​ຈະ​ຮັບ​ເອົາ​ສ່ວນ​ໜຶ່ງ ແລ້ວ​ກໍ​ນຳ​ໄປ​ເຜົາ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="10">ສ່ວນ​ເຄື່ອງ​ຖວາຍ​ທີ່​ເຫຼືອ​ນັ້ນ​ເປັນ​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ເພາະ​ເປັນ​ສ່ວນໜຶ່ງ​ບໍຣິສຸດ​ທີ່ສຸດ​ໃນ​ທ່າມກາງ​ເຄື່ອງ​ບູຊາ​ດ້ວຍ​ໄຟ ຊຶ່ງ​ໄດ້​ຖວາຍ​ແກ່​ພຣະເຈົ້າຢາເວ​ແລ້ວ.</verse>
				<verse number="11">ພືດຜົນ​ເປັນເມັດ​ໃດໆ​ຊຶ່ງ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ນັ້ນ ຕ້ອງ​ບໍ່​ໃຫ້​ມີ​ເຊື້ອ​ແປ້ງ ຢ່າ​ຖວາຍ​ອາຫານ​ໃດໆ​ທີ່​ມີ​ເຊື້ອແປ້ງ ຫລື​ນໍ້າເຜິ້ງ​ແກ່​ພຣະເຈົ້າຢາເວ​ເປັນ​ເດັດຂາດ.</verse>
				<verse number="12">ພືດຜົນ​ເປັນເມັດ​ຫົວປີ​ທີ່​ພວກເຈົ້າ​ເກັບກ່ຽວ​ໄດ້​ແຕ່ລະ​ປີ​ນັ້ນ ຕ້ອງ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ເຄື່ອງ​ຖວາຍ​ເຊັ່ນ​ນີ້​ຢ່າ​ໄດ້​ເຜົາ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ.</verse>
				<verse number="13">ຈົ່ງ​ເອົາ​ເກືອ​ໃສ່​ພືດຜົນ​ເປັນເມັດ​ທຸກໆ​ຊະນິດ​ທີ່​ນຳ​ມາ​ຖວາຍ​ນັ້ນ ເພາະວ່າ​ເກືອ​ເປັນ​ເຄື່ອງໝາຍ​ແຫ່ງ​ພັນທະສັນຍາ ລະຫວ່າງ​ເຈົ້າ​ກັບ​ພຣະເຈົ້າ. (ເຈົ້າ​ຕ້ອງ​ເອົາ​ເກືອ​ໃສ່​ເຄື່ອງ​ຖວາຍ​ທຸກ​ຊະນິດ).</verse>
				<verse number="14">ເມື່ອ​ເຈົ້າ​ນຳ​ພືດຜົນ​ເປັນເມັດ​ທີ່​ເກັບກ່ຽວ​ໄດ້​ແຕ່ລະ​ປີ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ຈົ່ງ​ຢ້າງ​ໄຟ​ຫລື​ບົດ​ໃຫ້​ໝຸ່ນ​ລະອຽດ​ເສຍ​ກ່ອນ ຈຶ່ງ​ນຳ​ມາ​ຖວາຍ.</verse>
				<verse number="15">ຈົ່ງ​ຖອກ​ນໍ້າມັນ​ໝາກກອກເທດ​ໃສ່ ແລະ​ເອົາ​ເຄື່ອງຫອມ​ໃສ່​ເທິງ​ເຄື່ອງ​ຖວາຍ​ນັ້ນ.</verse>
				<verse number="16">ປະໂຣຫິດ​ຈະ​ຕ້ອງ​ເຜົາ​ສ່ວນ​ໜຶ່ງ​ຂອງ​ອາຫານ, ນໍ້າມັນ ແລະ​ເຄື່ອງຫອມ​ທັງໝົດ ຖວາຍ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ຖວາຍ​ອາຫານ.</verse>
			</chapter>
			<chapter number="3">
				<verse number="1">ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ສັດ​ໂຕໜຶ່ງ​ໃນ​ຝູງ​ຂອງຕົນ​ເພື່ອ​ຄວາມ​ສາມັກຄີທຳ ຕ້ອງ​ໃຫ້​ຜູ້ນັ້ນ​ຖວາຍ​ງົວເຖິກ ຫລື​ງົວແມ່ ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="2">ຊາຍ​ຄົນ​ນັ້ນ​ຈະ​ຕ້ອງ​ວາງ​ມື​ໃສ່​ເທິງ​ຫົວ​ສັດ ແລະ​ຂ້າປາດຄໍ​ສັດ​ທີ່​ທາງ​ເຂົ້າ​ປະຕູ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. ປະໂຣຫິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ ຈະ​ຖອກ​ເລືອດ​ງົວ​ໃສ່​ຂ້າງ​ແທ່ນບູຊາ​ທັງ​ສີ່​ຂ້າງ.</verse>
				<verse number="3">ການ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ນັ້ນ ຈົ່ງ​ເອົາ​ສ່ວນ​ໜຶ່ງ​ຂອງ​ສັດ​ມາ​ຖວາຍ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ຖວາຍ​ອາຫານ​ຄື: ໄຂມັນ​ທີ່​ຕິດ​ກັບ​ເຄື່ອງ​ໃນ​ທັງໝົດ</verse>
				<verse number="4">ໝາກໄຂ່ຫລັງ​ສອງ​ໜ່ວຍ​ກັບ​ໄຂມັນ​ທີ່​ຕິດ​ຢູ່​ໃນ​ນັ້ນ ແລະ​ໜັງບາງໆ​ຫຸ້ມຫໍ່ຕັບ.</verse>
				<verse number="5">ພວກ​ປະໂຣຫິດ​ຈະ​ຕ້ອງ​ເຜົາ​ສ່ວນ​ເຫຼົ່ານີ້​ທັງໝົດ ເທິງ​ແທ່ນບູຊາ​ແລະ​ເຄື່ອງ​ຖວາຍ​ອື່ນໆ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="6">ຖ້າ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ​ນັ້ນ ເປັນ​ແກະ​ຫລື​ແບ້ ຈະ​ເປັນ​ໂຕ​ເຖິກ​ຫລື​ໂຕ​ແມ່​ກໍດີ ຕ້ອງ​ໃຫ້​ເປັນ​ສັດ​ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີ​ຕຳໜິ.</verse>
				<verse number="7">ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ແກະ​ໂຕໜຶ່ງ ເພິ່ນ​ຕ້ອງ​ນຳ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="8">ຈົ່ງ​ໃຫ້​ຜູ້ນັ້ນ​ວາງ​ມື​ລົງ​ເທິງ​ຫົວ​ແກະ ແລະ​ຂ້າປາດຄໍ​ສັດ​ນັ້ນ​ທີ່​ທາງ​ດ້ານໜ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. ບັນດາ​ປະໂຣຫິດ​ຈະ​ຕ້ອງ​ຖອກ​ເລືອດ​ແກະ​ນັ້ນ​ໃສ່​ຂ້າງ​ທັງ​ສີ່​ຂອງ​ແທ່ນບູຊາ</verse>
				<verse number="9">ການ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ນັ້ນ ຈົ່ງ​ເອົາ​ສ່ວນ​ໜຶ່ງ​ຂອງ​ສັດ​ມາ​ຖວາຍ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ ຕາມ​ພິທີ​ຖວາຍ​ອາຫານ​ຄື: ໄຂມັນ, ໄຂມັນ​ຂອງ​ຫາງ​ແປະ​ກະດູກ​ສັນຫລັງ</verse>
				<verse number="10">ແລະ​ໄຂມັນ​ທັງໝົດ​ທີ່​ຫຸ້ມຫໍ່​ເຄື່ອງ​ໃນ, ໝາກໄຂ່ຫລັງ​ທັງສອງ​ໜ່ວຍ​ກັບ​ໄຂມັນ​ຢູ່​ໃນ​ນັ້ນ ແລະ​ໜັງບາງໆ​ຫຸ້ມ​ຫໍ່ຕັບ.</verse>
				<verse number="11">ປະໂຣຫິດ​ຜູ້​ເຮັດ​ພິທີ​ຈະ​ເຜົາ​ສ່ວນ​ເຫຼົ່ານີ້​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ ເພື່ອ​ເປັນ​ການ​ຖວາຍ​ອາຫານ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ.</verse>
				<verse number="12">ຖ້າ​ຊາຍ​ຄົນ​ໜຶ່ງ​ຖວາຍ​ແບ້​ໂຕໜຶ່ງ ເພິ່ນ​ຕ້ອງ​ນຳ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="13">ຈົ່ງ​ໃຫ້​ຜູ້ນັ້ນ​ວາງ​ມື​ລົງ​ເທິງ​ຫົວ​ຂອງ​ມັນ ແລະ​ຂ້າປາດຄໍ​ແບ້​ນັ້ນ​ຢູ່​ທາງ​ດ້ານໜ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. ພວກ​ປະໂຣຫິດ​ຈະ​ຕ້ອງ​ຖອກ​ເລືອດ​ແບ້​ນັ້ນ ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ</verse>
				<verse number="14">ຈາກ​ເຄື່ອງຖວາຍ​ບູຊາ​ນັ້ນ ຈົ່ງ​ເອົາ​ສ່ວນໜຶ່ງ​ມາ​ຖວາຍ​ບູຊາ​ດ້ວຍໄຟ ເພື່ອ​ເປັນ​ການ​ຖວາຍ​ອາຫານ​ແກ່​ພຣະເຈົ້າຢາເວ​ຄື: ໄຂມັນ​ທັງໝົດ​ທີ່​ຫຸ້ມຫໍ່​ຢູ່​ໃນ​ເຄື່ອງ​ໃນ,</verse>
				<verse number="15">ໝາກໄຂ່ຫລັງ​ທັງສອງ​ໜ່ວຍ​ກັບ​ໄຂມັນ​ທີ່​ຢູ່​ໃນ​ນັ້ນ ແລະ​ໜັງບາງໆ​ຫຸ້ມຫໍ່ຕັບ.</verse>
				<verse number="16">ບັນດາ​ປະໂຣຫິດ​ຈະ​ເຜົາ​ສ່ວນ​ເຫຼົ່ານີ້​ທັງໝົດ​ເທິງ​ແທ່ນບູຊາ ເປັນ​ອາຫານ​ບູຊາ​ເຜົາ​ດ້ວຍ​ໄຟ​ທີ່​ເປັນ​ກິ່ນ​ຫອມຫວນ ໄຂມັນ​ທັງໝົດ​ເປັນ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="17">ຢ່າ​ໃຫ້​ຊາວ​ອິດສະຣາເອນ​ຄົນ​ໃດ​ກິນ​ໄຂມັນ ຫລື​ກິນ​ເລືອດ; ອັນ​ນີ້​ແມ່ນ​ລະບຽບການ ທີ່​ຊາວ​ອິດສະຣາເອນ​ຕ້ອງ​ຢຶດຖື​ຕະຫລອດໄປ​ບໍ່​ວ່າ​ພວກເຂົາ​ຈະ​ອາໄສ​ຢູ່​ທີ່​ໃດ​ກໍຕາມ.</verse>
			</chapter>
			<chapter number="4">
				<verse number="1">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ</verse>
				<verse number="2">ໃຫ້​ບອກ​ຊາວ​ອິດສະຣາເອນ​ວ່າ ຜູ້ໃດ​ຜູ້ໜຶ່ງ​ທີ່​ໄດ້​ເຮັດ​ບາບ ແລະ​ຝ່າຝືນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ໂດຍ​ບໍ່ຕັ້ງໃຈ ຕ້ອງ​ໃຫ້​ຜູ້ນັ້ນ​ປະຕິບັດ​ຕາມ​ລະບຽບ​ການ​ດັ່ງ​ຕໍ່ໄປນີ້:</verse>
				<verse number="3">ຖ້າ​ປະໂຣຫິດ​ຜູ້​ໄດ້​ຮັບ​ການ​ເຈີມ​ເຮັດ​ບາບ ແລະ​ໄດ້​ນຳ​ຄວາມຜິດ​ມາ​ສູ່​ປະຊາຊົນ; ເພື່ອ​ລຶບລ້າງ​ບາບ​ຂອງຕົນ ເພິ່ນ​ຕ້ອງ​ນຳ​ງົວເຖິກໜຸ່ມ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳ​ໜິ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="4">ເພິ່ນ​ຈະ​ຕ້ອງ​ນຳ​ງົວເຖິກ​ໂຕ​ນັ້ນ​ໄປ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ອົງພຣະ​ຜູ້​ເປັນເຈົ້າ, ໃຫ້​ລາວ​ວາງ​ມື​ຂອງ​ຕົນ​ລົງ​ເທິງ​ຫົວ​ສັດ ແລະ​ຂ້າປາດຄໍ​ມັນ​ຢູ່​ໃນ​ທີ່ນັ້ນ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="5">ແລ້ວ​ປະໂຣຫິດ​ຜູ້​ໄດ້​ຮັບ​ການ​ເຈີມ​ກໍ​ຈະ​ເອົາ​ເລືອດ​ບາງ​ສ່ວນ​ຂອງ​ງົວເຖິກ​ໂຕ​ນັ້ນ ຖື​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="6">ເມື່ອ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ​ແລ້ວ ເພິ່ນ​ກໍ​ຈະ​ຊິດ​ໃສ່​ທາງ​ໜ້າ​ຜ້າກັ້ງ​ສັກສິດ​ເຈັດ​ເທື່ອ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="7">ແລ້ວ​ເພິ່ນ​ກໍ​ຈະ​ເອົາ​ເລືອດ​ບາງ​ສ່ວນ ທາ​ໃສ່​ເຂົາ​ຂອງ​ແຈ​ແທ່ນ​ທີ່​ໃຊ້​ເຜົາ​ເຄື່ອງຫອມ​ຢູ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ພຣະເຈົ້າຢາເວ. ສ່ວນ​ເລືອດ​ທີ່​ເຫຼືອ​ນັ້ນ ເພິ່ນ​ຈະ​ຖອກ​ໃສ່​ຕີນ​ແທ່ນ​ທີ່​ໃຊ້​ເຜົາ​ຖວາຍບູຊາ ແທ່ນ​ນີ້​ຢູ່​ໃກ້​ປະຕູເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="8">ແລ້ວ​ເພິ່ນ​ກໍ​ຈະ​ເອົາ​ໄຂມັນ​ຂອງ​ງົວ​ທັງໝົດ, ໄຂມັນ​ຂອງ​ເຄື່ອງ​ໃນ,</verse>
				<verse number="9">ຂອງ​ໝາກໄຂ່ຫລັງ​ທັງສອງ​ກັບ​ໄຂມັນ​ທີ່​ຕິດ​ຢູ່​ໃນ​ນັ້ນ ແລະ​ໜັງບາງໆ​ຫຸ້ມ​ຫໍ່ຕັບ​ຈະ​ເອົາ​ອອກ​ພ້ອມ​ກັບ​ໝາກໄຂ່ຫຼັງ.</verse>
				<verse number="10">ປະໂຣຫິດ​ຈະ​ຕ້ອງ​ເອົາ​ໄຂມັນ​ເຫຼົ່ານັ້ນ ເຜົາ​ເທິງ​ແທ່ນ​ເປັນ​ເຄື່ອງບູຊາ​ດ້ວຍໄຟ ໂດຍ​ໃຫ້​ເຮັດ​ຢ່າງ​ດຽວກັນ​ກັບ​ໄຂມັນ​ຂອງ​ສັດ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.</verse>
				<verse number="11">ສ່ວນ​ໜັງ, ຊີ້ນ, ຫົວ, ຂາ ແລະ​ເຄື່ອງໃນ​ໄສ້​ພຸງ​ນັ້ນ</verse>
				<verse number="12">ໃຫ້​ຫາມ​ອອກ​ໄປ​ນອກ​ຄ້າຍ ບ່ອນ​ທີ່​ທຳ​ຄວາມ​ສະອາດ​ຄື​ບ່ອນ​ຖິ້ມ​ຂີ້ເຖົ່າ ແລ້ວ​ໃຊ້​ຟືນ​ເຜົາ​ສິ່ງ​ເຫຼົ່ານັ້ນ​ເສຍ.</verse>
				<verse number="13">ຖ້າ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ເຮັດ​ບາບ ແລະ​ມີ​ຄວາມຜິດ​ໂດຍ​ຝ່າຝືນ​ລະບຽບ​ການ​ຂອງ​ພຣະເຈົ້າຢາເວ​ຂໍ້ໃດ​ຂໍ້ໜຶ່ງ​ໂດຍ​ບໍ່ຕັ້ງໃຈ</verse>
				<verse number="14">ແລະ​ຕໍ່ມາ ເມື່ອ​ບາບ​ນັ້ນ​ໄດ້​ເປັນ​ທີ່​ຮູ້ຈັກ​ກັນ​ແລ້ວ ຊຸມຊົນ​ອິດສະຣາເອນ​ຈະ​ຕ້ອງ​ນຳ​ງົວເຖິກໜຸ່ມ​ໂຕໜຶ່ງ ມາ​ຖວາຍ​ເພື່ອ​ເປັນ​ການ​ລຶບລ້າງ​ບາບ. ພວກເຂົາ​ຈະ​ຕ້ອງ​ນຳ​ງົວ​ນັ້ນ​ມາ​ຕໍ່ໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="15">ບັນດາ​ຜູ້ນຳ​ຂອງ​ຊຸມຊົນ​ອິດສະຣາເອນ ຈະ​ຕ້ອງ​ເອົາ​ມື​ວາງ​ລົງ​ເທິງ​ຫົວ​ງົວ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຂ້າປາດຄໍ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="16">ປະໂຣຫິດ​ຜູ້​ໄດ້​ຮັບ​ການ​ເຈີມ​ຈະ​ເອົາ​ເລືອດ​ບາງ​ສ່ວນ​ເຂົ້າ​ໄປ​ທາງ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ;</verse>
				<verse number="17">ເພິ່ນ​ຈະ​ໃຊ້​ນິ້ວ​ມື​ຈຸ່ມ​ລົງ​ໃນ​ເລືອດ ແລະ​ຊິດ​ເລືອດ​ນັ້ນ​ໃສ່​ທາງ​ໜ້າ​ຜ້າກັ້ງ​ສັກສິດ​ເຈັດ​ເທື່ອ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="18">ເພິ່ນ​ຈະ​ຕ້ອງ​ເອົາ​ເລືອດ​ບາງ​ສ່ວນ ທາ​ໃສ່​ເຂົາ​ທັງຫລາຍ​ຂອງ​ແທ່ນ​ທີ່​ໃຊ້​ເຜົາ​ເຄື່ອງຫອມ​ຢູ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຖອກ​ເລືອດ​ທີ່​ເຫຼືອ​ນັ້ນ​ໃສ່​ຕີນ​ແທ່ນ​ທີ່​ໃຊ້​ເຜົາບູຊາ. ແທ່ນ​ນີ້​ຢູ່​ທາງ​ປະຕູເຂົ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="19">ແລ້ວ​ປະໂຣຫິດ​ຜູ້​ໄດ້​ຮັບ​ການ​ເຈີມ​ກໍ​ຈະ​ເອົາ​ໄຂມັນ​ທັງໝົດ​ອອກ ໄປ​ເຜົາ​ເທິງ​ແທ່ນບູຊາ.</verse>
				<verse number="20">ເພິ່ນ​ຈະ​ເຮັດ​ຢ່າງ​ດຽວກັນ​ກັບ​ງົວ ທີ່​ຖວາຍ​ເພື່ອ​ລຶບລ້າງ​ບາບ​ຂອງຕົນ ແລະ​ໂດຍ​ພິທີ​ນີ້ ເພິ່ນ​ຈະ​ຕ້ອງ​ຖວາຍບູຊາ​ລຶບລ້າງ​ບາບ​ແກ່​ປະຊາຊົນ ແລະ​ປະຊາຊົນ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.</verse>
				<verse number="21">ຕໍ່ມາ ເພິ່ນ​ຈະ​ເອົາ​ງົວ​ທີ່​ໄດ້​ຄົວ​ແລ້ວ​ທັງ​ໂຕ​ນັ້ນ ຫາມ​ອອກ​ໄປ​ເຜົາ​ນອກ​ຄ້າຍ ເໝືອນ​ດັ່ງ​ເຜົາ​ງົວ​ທີ່​ໄດ້​ຖວາຍ​ເພື່ອ​ລຶບລ້າງ​ບາບ​ຂອງຕົນ. ອັນ​ນີ້​ແມ່ນ​ການ​ຖວາຍ ເພື່ອ​ລຶບລ້າງ​ບາບ​ຂອງ​ຊຸມຊົນ.</verse>
				<verse number="22">ຖ້າ​ຜູ້ປົກຄອງ​ຜູ້ໜຶ່ງ​ເຮັດ​ບາບ ແລະ​ມີ​ຄວາມຜິດ​ໂດຍ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຕົນ​ຂໍ້ໃດ​ຂໍ້ໜຶ່ງ​ໂດຍ​ບໍ່ຕັ້ງໃຈ</verse>
				<verse number="23">ຕໍ່ມາ ເມື່ອ​ລາວ​ຮູ້​ວ່າ​ສິ່ງ​ທີ່​ຕົນ​ໄດ້​ເຮັດ​ໄປ​ນັ້ນ​ເປັນ​ບາບ ລາວ​ຈະ​ຕ້ອງ​ນຳ​ແບ້ເຖິກ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ມາ​ຖວາຍ.</verse>
				<verse number="24">ລາວ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ ແລະ​ປາດ​ຄໍ​ສັດ​ນັ້ນ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ ບ່ອນ​ຂ້າ​ສັດ​ຖວາຍ​ບູຊາ​ດ້ວຍ​ໄຟ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="25">ປະໂຣຫິດ​ຈະ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ​ນັ້ນ ແລະ​ທາ​ມັນ​ໃສ່​ເຂົາ​ຂອງ​ແທ່ນ​ທີ່​ແຈ​ຂອງ​ແທ່ນບູຊາ ສ່ວນ​ເລືອດ​ທີ່​ເຫຼືອ ໃຫ້​ເພິ່ນ​ຖອກ​ໃສ່​ຕີນ​ແທ່ນ​ນັ້ນ.</verse>
				<verse number="26">ແລ້ວ​ເພິ່ນ​ກໍ​ຈະ​ເຜົາ​ໄຂມັນ​ທັງໝົດ ດັ່ງ​ເຜົາ​ໄຂມັນ​ສັດ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ຜູ້ປົກຄອງ ແລະ​ຜູ້ປົກຄອງ​ນັ້ນ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.</verse>
				<verse number="27">ຖ້າ​ຄົນ​ສາມັນ​ທຳມະດາ​ຜູ້ໜຶ່ງ​ເຮັດ​ບາບ ແລະ​ມີ​ຄວາມຜິດ​ໂດຍ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ຂໍ້ໃດ​ຂໍ້ໜຶ່ງ​ໂດຍ​ບໍ່ຕັ້ງໃຈ</verse>
				<verse number="28">ຕໍ່ມາ ເມື່ອ​ລາວ​ຮູ້​ວ່າ​ສິ່ງ​ທີ່​ຕົນ​ໄດ້​ເຮັດ​ໄປ​ນັ້ນ​ເປັນ​ບາບ ລາວ​ຈະ​ຕ້ອງ​ນຳ​ແບ້​ແມ່​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ມາ​ຖວາຍ.</verse>
				<verse number="29">ລາວ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ ແລະ​ຂ້າປາດຄໍ​ມັນ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ ບ່ອນ​ຂ້າ​ສັດ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ.</verse>
				<verse number="30">ປະໂຣຫິດ​ຈະ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ​ສັດ ແລະ​ທາ​ມັນ​ໃສ່​ຍອດ​ແທ່ນ​ທີ່​ແຈ​ຂອງ​ແທ່ນ​ບູຊາ ແລະ​ຖອກ​ເລືອດ​ສ່ວນ​ທີ່​ເຫຼືອ​ໃສ່​ຕີນ​ຂອງ​ແທ່ນ​ນັ້ນ.</verse>
				<verse number="31">ແລ້ວ​ເພິ່ນ​ກໍ​ຈະ​ປາດ​ເອົາ​ໄຂມັນ​ທັງໝົດ​ຂອງ​ສັດ​ໂຕ​ນັ້ນ​ອອກ ດັ່ງ​ປາດ​ເອົາ​ໄຂມັນ​ຂອງ​ສັດ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ເພິ່ນ​ຈະ​ຕ້ອງ​ເຜົາ​ໄຂມັນ​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ ໃຫ້​ກິ່ນ​ຫອມຫວນ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.</verse>
				<verse number="32">ຖ້າ​ຊາຍ​ຄົນ​ໜຶ່ງ​ນຳ​ແກະ​ມາ​ຖວາຍ​ເປັນ​ພິທີ​ລຶບລ້າງ​ບາບ ຕ້ອງ​ໃຫ້​ເປັນ​ແກະແມ່​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.</verse>
				<verse number="33">ລາວ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ​ນັ້ນ ແລະ​ຂ້າປາດຄໍ​ມັນ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ​ດ້ວຍ​ໄຟ.</verse>
				<verse number="34">ປະໂຣຫິດ​ຈະ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ ແລະ​ທາ​ມັນ​ໃສ່​ຍອດ​ແທ່ນ​ທີ່​ແຈ​ຂອງ​ແທ່ນບູຊາ ແລະ​ຖອກ​ເລືອດ​ສ່ວນ​ທີ່​ເຫຼືອ​ນັ້ນ​ໃສ່​ຕີນ​ຂອງ​ແທ່ນ​ນັ້ນ.</verse>
				<verse number="35">ແລ້ວ​ເພິ່ນ​ກໍ​ຈະ​ປາດ​ເອົາ​ໄຂມັນ​ທັງໝົດ​ຂອງ​ສັດ​ໂຕ​ນັ້ນ​ອອກ ດັ່ງ​ປາດ​ເອົາ​ໄຂມັນ​ຂອງ​ແກະ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ປະໂຣຫິດ​ກໍ​ຈະ​ເຜົາ​ໄຂມັນ​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ ເປັນ​ການ​ຖວາຍ​ອາຫານ​ແກ່​ພຣະເຈົ້າຢາເວ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ລຶບລ້າງ​ບາບ​ຂອງ​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.</verse>
			</chapter>
			<chapter number="5">
				<verse number="1">ການ​ຖວາຍ​ລຶບລ້າງ​ບາບ​ທີ່​ຮຽກຮ້ອງ​ເອົາ​ເຄື່ອງ​ບູຊາ​ນັ້ນ ແມ່ນ​ຕາມ​ກໍລະນີ​ດັ່ງ​ຕໍ່ໄປນີ້: ຖ້າ​ຜູ້ໜຶ່ງ​ຖືກ​ສານ​ເອີ້ນ​ໄປ​ໃຫ້​ການ ແລະ​ບໍ່​ຍອມ​ບອກ​ເລື່ອງ​ທີ່​ຕົນ​ໄດ້​ຮູ້ ໄດ້​ເຫັນ ແລະ​ໄດ້ຍິນ, ລາວ​ຕ້ອງ​ໄດ້​ຮັບ​ໂທດ​ໃນ​ຖານ​ຜູ້​ກະທຳ​ຜິດ.</verse>
				<verse number="2">ຖ້າ​ຜູ້ໜຶ່ງ​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ໂດຍ​ບໍ່ຕັ້ງໃຈ ເຊັ່ນ​ຊາກສັດ​ຕາຍ; ລາວ​ກໍ​ເປັນ​ມົນທິນ​ແລະ​ມີ​ຄວາມຜິດ.</verse>
				<verse number="3">ຖ້າ​ຜູ້ໜຶ່ງ​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ​ຈາກ​ມະນຸດ​ໂດຍ​ບໍ່ຕັ້ງໃຈ ບໍ່​ວ່າ​ໃນ​ກໍລະນີ​ໃດໆ​ກໍຕາມ; ລາວ​ກໍ​ມີ​ຄວາມຜິດ ເມື່ອ​ສຳນຶກ​ໄດ້​ໃນ​ສິ່ງ​ທີ່​ຕົນ​ໄດ້​ກະທຳ​ໄປ​ນັ້ນ.</verse>
				<verse number="4">ຖ້າ​ຜູ້ໜຶ່ງ​ເຜີ​ຕົວ​ກ່າວ​ສາບານ ບໍ່​ວ່າ​ຈະ​ເປັນ​ເລື່ອງ​ຫຍັງ​ກໍຕາມ; ລາວ​ກໍ​ມີ​ຄວາມຜິດ ເມື່ອ​ສຳນຶກ​ໄດ້​ໃນ​ສິ່ງ​ທີ່​ຕົນ​ໄດ້​ກະທຳ​ໄປ​ນັ້ນ.</verse>
				<verse number="5">ເມື່ອ​ບຸກຄົນ​ໜຶ່ງ​ກະທຳ​ຜິດ ລາວ​ຕ້ອງ​ສາລະພາບ​ບາບ​ຂອງຕົນ</verse>
				<verse number="6">ແລະ​ເພື່ອ​ເປັນ​ການ​ໄຖ່​ໂທດ​ສຳລັບ​ບາບ​ນັ້ນ ລາວ​ຕ້ອງ​ນຳ​ແກະແມ່​ຫລື​ແບ້​ແມ່​ໂຕໜຶ່ງ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ປະໂຣຫິດ​ຈະ​ເປັນ​ຜູ້​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ.</verse>
				<verse number="7">ຖ້າ​ຊາຍ​ຄົນ​ໜຶ່ງ​ບໍ່​ສາມາດ​ຖວາຍ​ແກະ​ຫລື​ແບ້​ໂຕໜຶ່ງ​ໄດ້ ຕ້ອງ​ໃຫ້​ລາວ​ນຳ​ນົກ​ກາງແກ​ຫລື​ນົກເຂົາ​ສອງ​ໂຕ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ເປັນ​ຄ່າ​ຊົດໃຊ້​ບາບ​ຂອງຕົນ​ຄື: ໂຕໜຶ່ງ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ອີກ​ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ.</verse>
				<verse number="8">ລາວ​ຈະ​ຕ້ອງ​ນຳ​ນົກ​ເຫຼົ່ານັ້ນ​ມາ​ໃຫ້​ປະໂຣຫິດ ຜູ້​ທີ່​ຈະ​ເຮັດ​ພິທີ​ລຶບລ້າງ​ບາບ​ກ່ອນ. ລາວ​ຈະ​ຫັກ​ຄໍ​ນົກ​ບໍ່​ໃຫ້​ຂາດ​ຈາກ​ໂຕ,</verse>
				<verse number="9">ແລະ​ຊິດ​ເລືອດ​ບາງ​ສ່ວນ​ໃສ່​ຂ້າງ​ແທ່ນບູຊາ. ສ່ວນ​ເລືອດ​ທີ່​ເຫຼືອ​ນັ້ນ ບີບ​ໃຫ້​ມັນ​ໄຫລ​ໃສ່​ຕີນ​ແທ່ນ. ອັນນີ້ ແມ່ນ​ພິທີ​ຖວາຍ​ລຶບລ້າງ​ບາບ.</verse>
				<verse number="10">ແລ້ວ​ລາວ​ກໍ​ຈະ​ເຜົາ​ນົກ​ໂຕ​ທີ​ສອງ​ຖວາຍບູຊາ​ຕາມ​ລະບຽບ​ການ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍ​ລຶບລ້າງ​ບາບ​ຂອງ​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.</verse>
				<verse number="11">ຖ້າ​ຊາຍ​ຄົນ​ໜຶ່ງ​ບໍ່​ສາມາດ​ຖວາຍ​ນົກ​ກາງແກ​ຫລື​ນົກເຂົາ​ສອງ​ໂຕ​ໄດ້ ຕ້ອງ​ໃຫ້​ລາວ​ນຳ​ແປ້ງ​ໜຶ່ງ​ກິໂລກຼາມ ມາ​ຖວາຍ​ເປັນ​ການ​ລຶບລ້າງ​ບາບ. ລາວ​ບໍ່​ຕ້ອງ​ເອົາ​ນໍ້າມັນ​ໝາກກອກເທດ ຫລື​ເຄື່ອງຫອມ​ໃສ່​ໃນ​ແປ້ງ​ນັ້ນ ເພາະວ່າ​ແມ່ນ​ການ​ຖວາຍ​ລຶບລ້າງ​ບາບ ແລະ​ບໍ່ແມ່ນ​ການ​ຖວາຍ​ພືດຜົນ​ເປັນເມັດ.</verse>
				<verse number="12">ລາວ​ຕ້ອງ​ນຳ​ແປ້ງເຂົ້າ​ມາ​ໃຫ້​ປະໂຣຫິດ ຜູ້​ທີ່​ຈະ​ກຳ​ເອົາ​ແປ້ງ​ເຕັມ​ກຳ ອັນ​ເປັນ​ເຄື່ອງໝາຍ​ສະແດງ​ວ່າ​ໄດ້​ຖວາຍ​ດ້ວຍໄຟ​ແກ່​ພຣະເຈົ້າຢາເວ​ແລ້ວ ແລະ​ປະໂຣຫິດ​ກໍ​ຈະ​ເຜົາ​ແປ້ງ​ກຳ​ນັ້ນ ເທິງ​ແທ່ນບູຊາ​ເປັນ​ພິທີ​ຖວາຍ​ອາຫານ.</verse>
				<verse number="13">ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍ​ລຶບລ້າງ​ບາບ​ຂອງ​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ. ສ່ວນ​ແປ້ງເຂົ້າ​ທີ່​ເຫຼືອ​ຈະ​ເປັນ​ຂອງ​ປະໂຣຫິດ ເໝືອນກັນ​ກັບ​ກໍລະນີ​ຖວາຍ​ພືດຜົນ​ເປັນເມັດ.</verse>
				<verse number="14">ພຣະເຈົ້າຢາເວ​ໄດ້​ອອກ​ລະບຽບ​ການ​ດັ່ງ​ຕໍ່ໄປນີ້​ໃຫ້​ໂມເຊ.</verse>
				<verse number="15">ຖ້າ​ຜູ້ໃດ​ຜູ້ໜຶ່ງ​ເຮັດ​ບາບ ຍ້ອນ​ລືມ​ຊຳລະ​ສິ່ງ​ບໍຣິສຸດ​ໃຫ້​ແກ່​ພຣະເຈົ້າຢາເວ ໂດຍ​ບໍ່ຕັ້ງໃຈ ເພື່ອ​ເປັນ​ການ​ຊົດໃຊ້​ແທນຄືນ​ຫລັງ​ໃຫ້​ພຣະອົງ ລາວ​ຕ້ອງ​ນຳ​ແກະ​ຫລື​ແບ້​ເຖິກ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີ​ຕຳໜິ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ສ່ວນ​ລາຄາ​ສັດ​ນັ້ນ ໃຫ້​ຖື​ເອົາ​ຕາມ​ອັດຕາ​ທາງ​ການ​ຂອງ​ສຳນັກ​ນະມັດສະການ.</verse>
				<verse number="16">ລາວ​ຕ້ອງ​ຈ່າຍ​ສິ່ງ​ທີ່​ຍັງ​ຄ້າງ​ຢູ່​ນັ້ນ​ກ່ອນ ແລະ​ຈ່າຍ​ເພີ່ມ​ອີກ​ໜຶ່ງ​ສ່ວນ​ຫ້າ​ເປັນ​ຄ່າ​ທົດແທນ​ການ​ຫລົງ​ລືມ. ລາວ​ຈະ​ຕ້ອງ​ຈ່າຍ​ສິ່ງ​ເຫຼົ່ານີ້​ໃຫ້​ແກ່​ປະໂຣຫິດ ແລະ​ປະໂຣຫິດ​ຈະ​ຖວາຍ​ລຶບລ້າງ​ບາບ​ຂອງ​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.</verse>
				<verse number="17">ຖ້າ​ຜູ້ໃດ​ຜູ້ໜຶ່ງ​ກະທຳ​ບາບ​ໂດຍ​ບໍ່ຕັ້ງໃຈ ຄື​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ຂໍ້ໃດ​ຂໍ້ໜຶ່ງ ລາວ​ມີ​ຄວາມຜິດ​ແລະ​ຕ້ອງ​ຮັບ​ໂທດ.</verse>
				<verse number="18">ລາວ​ຕ້ອງ​ນຳ​ແກະ ຫລື​ແບ້ເຖິກ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ມາ​ຖວາຍ. ສ່ວນ​ລາຄາ​ສັດ​ນັ້ນ ໃຫ້​ຖື​ເອົາ​ຕາມ​ອັດຕາ​ທາງ​ການ​ຂອງ​ສຳນັກ​ນະມັດສະການ. ປະໂຣຫິດ​ຈະ​ຕ້ອງ​ຖວາຍບູຊາ​ລຶບລ້າງ​ບາບ​ໃຫ້​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.</verse>
				<verse number="19">ອັນນີ້ ແມ່ນ​ການ​ຖວາຍ ເພື່ອ​ຊົດໃຊ້​ແທນຄືນ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
			</chapter>
			<chapter number="6">
				<verse number="1">ພຣະເຈົ້າຢາເວ​ໄດ້​ອອກ​ລະບຽບ​ການ​ດັ່ງ​ຕໍ່ໄປນີ້​ມອບ​ໃຫ້​ໂມເຊ.</verse>
				<verse number="2">ການ​ຖວາຍບູຊາ​ນັ້ນ​ໃຫ້​ໃຊ້​ບັງຄັບ​ໃນ​ກໍລະນີ​ດັ່ງ​ຕໍ່ໄປນີ້: ຖ້າ​ຄົນໜຶ່ງ​ຄົນໃດ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ໂດຍ​ບໍ່​ຍອມ​ຄືນ​ສິ່ງ​ຂອງ​ທີ່​ພີ່ນ້ອງ​ອິດສະຣາເອນ​ນຳ​ມາ​ຝາກ ຫລື​ໂດຍ​ລັກ​ເອົາ​ສິ່ງໃດສິ່ງໜຶ່ງ​ຈາກ​ລາວ ຫລື​ສໍ້ໂກງ​ລາວ</verse>
				<verse number="3">ຫລື​ໂດຍ​ເວົ້າ​ຕົວະ ແລະ​ສາບານ​ເຖິງ​ສິ່ງ​ທີ່​ເສຍ​ໄປ​ນັ້ນ​ວ່າ​ຕົນ​ບໍ່​ເຫັນ.</verse>
				<verse number="4">ເມື່ອ​ຊາຍ​ຄົນ​ໜຶ່ງ​ໄດ້​ເຮັດ​ບາບ ບໍ່​ວ່າ​ກໍລະນີ​ໃດໆ​ທີ່​ໄດ້​ກ່າວ​ມາ​ນີ້ ລາວ​ຕ້ອງ​ຈ່າຍ​ຄ່າ​ຊົດໃຊ້​ແທນຄືນ​ທຸກສິ່ງ​ທີ່​ຕົນ​ໄດ້​ມາ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ​ນັ້ນ. ລາວ​ຕ້ອງ​ຈ່າຍ​ແທນຄືນ​ໃຫ້​ເຈົ້າຂອງ​ເຕັມ​ຈຳນວນ ໃນ​ມື້​ທີ່​ເຫັນ​ວ່າ​ຕົນ​ເປັນ​ຜູ້​ຜິດ​ແລະ​ຕື່ມ​ອີກ​ຊາວ​ເປີເຊັນ.</verse>
				<verse number="5"></verse>
				<verse number="6">ລາວ​ຈະ​ຕ້ອງ​ນຳ​ແກະ​ຫລື​ແບ້ເຖິກ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ ມາ​ໃຫ້​ປະໂຣຫິດ​ເປັນ​ການ​ຖວາຍ​ຊົດໃຊ້​ແທນຄືນ​ແກ່​ພຣະເຈົ້າຢາເວ. ສ່ວນ​ລາຄາ​ສັດ​ນັ້ນ ໃຫ້​ຖື​ເອົາ​ຕາມ​ອັດຕາ​ທາງ​ການ​ຂອງ​ສຳນັກ​ນະມັດສະການ.</verse>
				<verse number="7">ປະໂຣຫິດ​ຈະ​ຕ້ອງ​ຖວາຍບູຊາ​ລຶບລ້າງ​ບາບ​ໃຫ້​ຜູ້ນັ້ນ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.</verse>
				<verse number="8">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ</verse>
				<verse number="9">ໄປ​ບອກ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ໃຫ້​ປະຕິບັດ​ຕາມ​ລະບຽບ​ການ​ດັ່ງ​ຕໍ່ໄປນີ້: ສຳລັບ​ການ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ. ເຄື່ອງ​ຖວາຍ​ເຜົາບູຊາ​ຕ້ອງ​ຖືກ​ປະ​ໄວ້​ທີ່​ແທ່ນ​ຕະຫລອດ​ຄືນ ແລະ​ໄຟ​ກໍ​ໃຫ້​ລຸກ​ຢູ່​ສະເໝີ.</verse>
				<verse number="10">ແລ້ວ​ປະໂຣຫິດ ຜູ້​ນຸ່ງ​ເສື້ອຄຸມ​ກັບ​ສົ້ງ​ຂາສັ້ນ​ທີ່​ເຮັດ​ດ້ວຍ​ຜ້າປ່ານ ກໍ​ຈະ​ເອົາ​ຂີ້ເຖົ່າ​ຂອງ​ໄຂມັນ​ເຫຼືອ​ທີ່​ແທ່ນບູຊາ ໄປ​ຖອກ​ໄວ້​ທີ່​ຂ້າງ​ແທ່ນ.</verse>
				<verse number="11">ຕໍ່ມາ ປະໂຣຫິດ​ຈະ​ປ່ຽນ​ຖ່າຍ​ເຄື່ອງນຸ່ງ​ອອກ ແລະ​ເອົາ​ຂີ້ເຖົ່າ​ໄປ​ຖິ້ມ​ນອກ​ຄ້າຍ ໃນ​ບ່ອນ​ເຮັດ​ຄວາມ​ສະອາດ.</verse>
				<verse number="12">ໄຟ​ທີ່​ເທິງ​ແທ່ນບູຊາ​ນັ້ນ ຕ້ອງ​ດັງ​ໃຫ້​ລຸກ​ຢູ່​ສະເໝີ ແລະ​ຢ່າ​ໃຫ້​ມອດ. ທຸກໆ​ເຊົ້າ​ໃດ ປະໂຣຫິດ​ຈະ​ຕ້ອງ​ກອງ​ຟືນ​ຂຶ້ນ​ເທິງ​ແທ່ນ ຕຽມ​ເຄື່ອງ​ບູຊາ ແລະ​ເຜົາ​ໄຂມັນ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.</verse>
				<verse number="13">ສ່ວນ​ໄຟ​ນັ້ນ​ຕ້ອງ​ໃຫ້​ລຸກ​ໄໝ້​ທີ່​ເທິງ​ແທ່ນບູຊາ​ຢູ່​ສະເໝີ ແລະ​ຢ່າ​ປະ​ໃຫ້​ມອດ​ເປັນ​ເດັດຂາດ.</verse>
				<verse number="14">ລະບຽບ​ການ​ດັ່ງ​ຕໍ່ໄປນີ້ ແມ່ນ​ສຳລັບ​ຖວາຍ​ພືດຜົນ​ເປັນເມັດ. ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ​ຈະ​ເປັນ​ຜູ້​ເຮັດ​ພິທີ​ຖວາຍ​ພືດຜົນ​ເປັນເມັດ​ຕໍ່ໜ້າ​ພຣະເຈົ້າຢາເວ ທາງ​ດ້ານ​ໜ້າ​ຂອງ​ແທ່ນບູຊາ.</verse>
				<verse number="15">ແລ້ວ​ເພິ່ນ​ກໍ​ຈະ​ເອົາ​ແປ້ງ​ກຳ​ໜຶ່ງ​ແລະ​ນໍ້າມັນ​ໝາກກອກເທດ​ພ້ອມ​ທັງ​ເຄື່ອງຫອມ ໄປ​ເຜົາ​ທີ່​ເທິງ​ແທ່ນບູຊາ​ເພື່ອ​ເປັນ​ເຄື່ອງໝາຍ​ສະແດງ​ວ່າ ທັງໝົດ​ນັ້ນ​ໄດ້​ຖວາຍ​ແລ້ວ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="16">ພວກ​ປະໂຣຫິດ​ຈະ​ກິນ​ຂອງ​ທີ່​ເຫຼືອ​ນັ້ນ​ກໍໄດ້,</verse>
				<verse number="17">ແຕ່​ຈະ​ຕ້ອງ​ເຮັດ​ເປັນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກິນ​ໃນ​ບ່ອນ​ສັກສິດ​ຄື: ທີ່​ເດີ່ນ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. ເຮົາ​ໄດ້​ໃຫ້​ເຄື່ອງ​ທີ່​ເຫຼືອ​ຈາກ​ການ​ຖວາຍ​ບູຊາ​ດ້ວຍ​ໄຟ​ນັ້ນ ເປັນ​ຂອງ​ປະໂຣຫິດ. ມັນ​ເປັນ​ເຄື່ອງ​ບໍຣິສຸດ​ທີ່ສຸດ ເໝືອນກັນ​ກັບ​ເຄື່ອງ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ເຄື່ອງ​ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ.</verse>
				<verse number="18">ທຸກຍຸກ​ທຸກສະໄໝ​ສືບ​ໄປ ເຊື້ອສາຍ​ອາໂຣນ​ຜູ້​ທີ່​ເປັນ​ເພດ​ຊາຍ​ຈະ​ກິນ​ສິ່ງ​ນີ້​ໄດ້ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ອາຫານ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ. ຄົນອື່ນ​ທີ່​ແຕະຕ້ອງ​ອາຫານ​ທີ່​ໄດ້​ຖວາຍ​ນັ້ນ ຈະ​ໄດ້​ຮັບ​ອັນຕະລາຍ​ຈາກ​ຣິດອຳນາດ​ແຫ່ງ​ຄວາມ​ສັກສິດ.</verse>
				<verse number="19">ພຣະເຈົ້າຢາເວ​ໄດ້​ມອບ​ກົດບັນຍັດ​ດັ່ງ​ຕໍ່ໄປນີ້​ໃຫ້​ໂມເຊ</verse>
				<verse number="20">ສຳລັບ​ການ​ສະຖາປະນາ​ປະໂຣຫິດ​ຜູ້​ທີ່​ຖືກ​ເຈີມ​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ. ໃນ​ມື້​ທີ່​ລາວ​ໄດ້​ຮັບ​ສະຖາປະນາ​ນັ້ນ ລາວ​ຈະ​ຕ້ອງ​ຖວາຍ​ແປ້ງເຂົ້າ​ສອງ​ກິໂລກຼາມ​ແກ່​ພຣະເຈົ້າຢາເວ (ຈຳນວນ​ເທົ່າ​ກັບ​ການ​ຖວາຍ​ພືດຜົນ​ເປັນເມັດ​ປະຈຳ​ວັນ) ຄື: ເຄິ່ງ​ໜຶ່ງ​ໃນ​ຕອນເຊົ້າ​ແລະ​ອີກ​ເຄິ່ງ​ໜຶ່ງ​ໃນ​ຕອນແລງ.</verse>
				<verse number="21">ໃຫ້​ປົນ​ແປ້ງ​ກັບ​ນໍ້າມັນ​ແລະ​ປີ້ງ​ເທິງ​ເຫຼັກ​ປີ້ງ ແລະ​ຫັກ​ເປັນ​ຕ່ອນ​ນ້ອຍໆ ຖວາຍ​ເປັນ​ເຄື່ອງບູຊາ​ພືດຜົນ​ເປັນເມັດ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="22">ທຸກຍຸກ​ທຸກສະໄໝ​ສືບ​ໄປ ການ​ຖວາຍ​ນີ້​ໃຫ້​ເປັນ​ທີ່​ຢຶດຖື​ໂດຍ​ໃຫ້​ທຸກໆ​ຄົນ​ໃນ​ເຊື້ອສາຍ​ຂອງ​ອາໂຣນ ຜູ້​ທີ່​ຖືກ​ເຈີມ​ເປັນ​ມະຫາ​ປະໂຣຫິດ. ໃຫ້​ເຜົາ​ພືດຜົນ​ເປັນເມັດ​ທັງໝົດ ຖວາຍ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ.</verse>
				<verse number="23">ຢ່າ​ໄດ້​ກິນ​ພືດຜົນ​ເປັນເມັດ​ສ່ວນ​ໃດ​ສ່ວນ​ໜຶ່ງ ທີ່​ປະໂຣຫິດ​ໄດ້​ເຮັດ​ຖວາຍ​ນັ້ນ; ໃຫ້​ເຜົາ​ສິ່ງ​ເຫຼົ່ານັ້ນ​ທັງໝົດ.</verse>
				<verse number="24">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ</verse>
				<verse number="25">ໄປ​ບອກ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ໃຫ້​ປະຕິບັດ​ຕາມ​ລະບຽບການ​ນີ້ ສຳລັບ​ຖວາຍ​ເພື່ອ​ລຶບລ້າງ​ບາບ: ສັດ​ທີ່​ຈະ​ຖວາຍ​ເພື່ອ​ລຶບລ້າງ​ບາບ​ນັ້ນ ຈະ​ຕ້ອງ​ຂ້າປາດຄໍ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ ບ່ອນ​ຂ້າ​ສັດ​ສຳລັບ​ເຜົາບູຊາ. ອັນ​ນີ້​ແມ່ນ​ເຄື່ອງ​ຖວາຍ​ທີ່​ບໍຣິສຸດ​ທີ່ສຸດ.</verse>
				<verse number="26">ປະໂຣຫິດ​ຜູ້​ເຮັດ​ພິທີ​ຖວາຍບູຊາ ຈະ​ກິນ​ຊີ້ນ​ສັດ​ນັ້ນ​ໄດ້​ໃນ​ບ່ອນ​ສັກສິດ ຄື​ໃນ​ເດີ່ນ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="27">ຜູ້ໃດ​ຜູ້ໜຶ່ງ​ຫລື​ສິ່ງໃດສິ່ງໜຶ່ງ​ທີ່​ແຕະຕ້ອງ​ຊີ້ນ​ສັດ ຈະ​ເປັນ​ບໍຣິສຸດ​ຈາກ​ຣິດອຳນາດ​ແຫ່ງ​ຄວາມ​ບໍຣິສຸດ. ຖ້າ​ເຄື່ອງນຸ່ງ​ຜືນ​ໃດ​ຖືກ​ເລືອດ​ສັດ ຕ້ອງ​ໃຊ້​ນໍ້າ​ລ້າງ​ເຄື່ອງນຸ່ງ​ຜືນ​ນັ້ນ​ໃນ​ບ່ອນ​ບໍຣິສຸດ.</verse>
				<verse number="28">ໝໍ້​ໜ່ວຍ​ໃດ​ທີ່​ໃຊ້​ຕົ້ມ​ຊີ້ນ​ແລ້ວ​ຕ້ອງ​ໃຫ້​ທັບຖິ້ມ ແລະ​ຖ້າ​ໃຊ້​ໝໍ້​ໂລຫະ​ຕົ້ມ​ໃຫ້​ຜັດຖູ​ແລ້ວ​ຈຶ່ງ​ໃຊ້​ນໍ້າ​ລ້າງ.</verse>
				<verse number="29">ຜູ້ຊາຍ​ທຸກໆ​ຄົນ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ ກິນ​ຊີ້ນ​ທີ່​ໄດ້​ຖວາຍ​ແລ້ວ​ນີ້​ໄດ້;</verse>
				<verse number="30">ແຕ່​ເຄື່ອງ​ບູຊາ​ໄຖ່​ບາບ​ທີ່​ໄດ້ນຳ​ເອົາ​ເລືອດ​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ໃນ​ສະຖານທີ່​ສັກສິດ​ແລ້ວ ຢ່າ​ໄດ້​ກິນ​ຊີ້ນ​ສັດ​ນັ້ນ​ແຕ່​ໃຫ້​ເຜົາ​ໄຟ​ເສຍ.</verse>
			</chapter>
			<chapter number="7">
				<verse number="1">ຕໍ່ໄປນີ້ ແມ່ນ​ລະບຽບ​ການ​ສຳລັບ​ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ ຊຶ່ງ​ເປັນ​ການ​ຖວາຍ​ອັນ​ສັກສິດ​ທີ່ສຸດ.</verse>
				<verse number="2">ສັດ​ທີ່​ຈະ​ຖວາຍ​ນີ້​ຕ້ອງ​ໃຫ້​ຂ້າປາດຄໍ​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ ບ່ອນ​ຂ້າ​ສັດ​ເພື່ອ​ຖວາຍບູຊາ​ດ້ວຍ​ໄຟ ແລະ​ໃຫ້​ຖອກ​ເລືອດ​ສັດ​ໃສ່​ທັງ​ສີ່​ດ້ານ​ຂອງ​ແທ່ນ.</verse>
				<verse number="3">ໃຫ້​ເອົາ​ໄຂມັນ​ທັງໝົດ​ອອກ​ແລະ​ຖວາຍ​ເທິງ​ແທ່ນບູຊາ​ຄື: ໄຂມັນ​ໃນ​ຫາງ, ໄຂມັນ​ທີ່​ຕິດ​ກັບ​ເຄື່ອງໃນ​ໄສ້​ພຸງ,</verse>
				<verse number="4">ໝາກໄຂ່ຫລັງ​ທັງສອງ​ອັນ​ກັບ​ໄຂມັນ​ທີ່​ຢູ່​ເທິງ​ນັ້ນ ແລະ​ໜັງບາງໆ​ຫຸ້ມຫໍ່ຕັບ.</verse>
				<verse number="5">ປະໂຣຫິດ​ຈະ​ຕ້ອງ​ເຜົາ​ໄຂມັນ​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ ເປັນ​ພິທີ​ຖວາຍບູຊາ​ອາຫານ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ. ອັນ​ນີ້​ແມ່ນ​ເຄື່ອງ​ຖວາຍ​ຊົດໃຊ້​ແທນຄືນ.</verse>
				<verse number="6">ຜູ້ຊາຍ​ທຸກໆ​ຄົນ​ໃນ​ຄອບຄົວ​ປະໂຣຫິດ​ກິນ​ຊີ້ນ​ສັດ​ທີ່​ຖວາຍ​ແລ້ວ​ນັ້ນ​ໄດ້, ແຕ່​ຕ້ອງ​ກິນ​ໃນ​ບ່ອນ​ສັກສິດ ເພາະ​ເປັນ​ເຄື່ອງ​ບໍຣິສຸດ​ທີ່ສຸດ.</verse>
				<verse number="7">ລະບຽບ​ການ​ຂໍ້​ໜຶ່ງ​ທີ່​ໃຊ້​ປະຕິບັດ​ກັບ​ການ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ເພື່ອ​ຊົດໃຊ້​ແທນຄືນ​ຄື: ຊີ້ນ​ສັດ​ນັ້ນ​ເປັນ​ຂອງ​ປະໂຣຫິດ​ຜູ້​ເຮັດ​ພິທີ.</verse>
				<verse number="8">ໜັງ​ສັດ​ທີ່​ໄດ້​ຖວາຍ​ເປັນ​ເຄື່ອງ​ເຜົາບູຊາ​ແລ້ວ ໃຫ້​ເປັນ​ຂອງ​ປະໂຣຫິດ​ຜູ້​ເຮັດ​ພິທີ.</verse>
				<verse number="9">ການ​ຖວາຍ​ພືດຜົນ​ເປັນເມັດ​ທຸກ​ຄັ້ງ ທີ່​ໄດ້​ບົດ​ເປັນ​ແປ້ງ​ແລະ​ອົບ​ໃນ​ເຕົາ ຫລື​ຈືນ​ໃສ່​ໝໍ້ຂາງ ຫລື​ປີ້ງ​ເທິງ​ເຫລັກປີ້ງ ຕ້ອງ​ເປັນ​ຂອງ​ປະໂຣຫິດ​ຜູ້​ເຮັດ​ພິທີ​ຖວາຍ.</verse>
				<verse number="10">ແຕ່​ຖ້າ​ພືດຜົນ​ເປັນເມັດ​ຍັງ​ດິບ​ຢູ່​ແລະ​ບໍ່​ທັນ​ໄດ້​ຂົ້ວ ເຖິງ​ແມ່ນ​ວ່າ​ຈະ​ປົນ​ກັບ​ນໍ້າມັນ​ຫລື​ແຫ້ງ​ແລ້ວ​ກໍຕາມ ໃຫ້​ເປັນ​ຂອງ​ປະໂຣຫິດ​ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ ໂດຍ​ໃຫ້​ແບ່ງປັນ​ເປັນ​ສ່ວນ​ເທົ່າກັນ.</verse>
				<verse number="11">ຕໍ່ໄປນີ້ ແມ່ນ​ລະບຽບ​ການ​ຕ່າງໆ ສຳລັບ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ.</verse>
				<verse number="12">ຖ້າ​ຊາຍ​ຄົນ​ໜຶ່ງ​ຖວາຍ​ເພື່ອ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ລາວ​ຈະ​ຕ້ອງ​ນຳ​ເຄື່ອງ​ຖວາຍ​ນັ້ນ​ມາ​ພ້ອມ​ກັບ​ສັດ​ທີ່​ຈະ​ຂ້າ​ບູຊາ​ເຊັ່ນ: ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ອາດ​ເປັນ​ກ້ອນ​ເຮັດ​ຈາກ​ແປ້ງ​ເຂົ້າ​ທີ່​ປົນ​ກັບ​ນໍ້າມັນ​ໝາກກອກເທດ ຫລື​ເຂົ້າໜົມ​ແຜ່ນ​ບາງໆ​ທີ່​ທາ​ດ້ວຍ​ນໍ້າມັນ​ໝາກກອກເທດ ຫລື​ເຂົ້າໜົມ​ເປັນ​ແຜ່ນ​ເຮັດ​ດ້ວຍ​ແປ້ງເຂົ້າ​ປົນ​ກັບ​ນໍ້າມັນ​ໝາກກອກເທດ.</verse>
				<verse number="13">ນອກຈາກນີ້ ລາວ​ຈະ​ຕ້ອງ​ນຳ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ມາ​ຖວາຍ​ຕື່ມ​ອີກ.</verse>
				<verse number="14">ລາວ​ຈະ​ຕ້ອງ​ເອົາ​ເຂົ້າຈີ່​ສ່ວນ​ໜຶ່ງ​ຂອງ​ແຕ່ລະ​ຊະນິດ ຖວາຍ​ແກ່​ພຣະເຈົ້າຢາເວ; ສ່ວນ​ນີ້​ຈະ​ເປັນ​ຂອງ​ປະໂຣຫິດ​ຜູ້​ເອົາ​ເລືອດ​ສັດ​ໄປ​ຊິດ​ໃສ່​ແທ່ນບູຊາ.</verse>
				<verse number="15">ຊີ້ນ​ສັດ​ຕ້ອງ​ກິນ​ໃນ​ມື້​ທີ່​ຖວາຍບູຊາ​ເທົ່ານັ້ນ; ຢ່າ​ໃຫ້​ມີ​ຊີ້ນ​ສັດ​ສ່ວນໃດ​ສ່ວນໜຶ່ງ ເຫຼືອ​ໄວ້​ຈົນເຖິງ​ຕອນເຊົ້າ​ຂອງ​ມື້​ໃໝ່.</verse>
				<verse number="16">ຖ້າ​ຊາຍ​ຄົນ​ໜຶ່ງ​ນຳ​ເຄື່ອງ​ມາ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ ຕາມ​ການ​ແກ້​ບະບົນ​ຫລື​ໃຈ​ສະໝັກ​ກໍດີ ໃຫ້​ລາວ​ກິນ​ເຄື່ອງ​ຖວາຍບູຊາ​ໃນ​ມື້​ຈັດ​ພິທີ​ນັ້ນ; ສ່ວນ​ທີ່​ເຫຼືອ​ໃຫ້​ລາວ​ເອົາ​ໄວ້​ກິນ​ໃນ​ມື້​ຕໍ່ໄປ​ກໍໄດ້.</verse>
				<verse number="17">ຊີ້ນ​ທຸກ​ຊະນິດ​ທີ່​ປະໂຣຫິດ​ປະ​ໄວ້​ຈົນເຖິງ​ສາມ​ມື້​ໃຫ້​ເຜົາ​ໄຟ​ຖິ້ມ​ໝົດ.</verse>
				<verse number="18">ຖ້າ​ຜູ້ໃດ​ຍັງ​ເອົາ​ຊີ້ນ​ທີ່​ເຫຼືອ​ຢູ່​ນັ້ນ​ມາ​ກິນ​ໃນ​ມື້​ທີ​ສາມ ພຣະເຈົ້າ​ກໍ​ຈະ​ບໍ່​ຮັບ​ການ​ຖວາຍ​ຂອງ​ຊາຍ​ຄົນ​ນັ້ນ. ການ​ຖວາຍ​ນີ້​ຈະ​ຖື​ວ່າ​ບໍ່​ຖືກ​ຍອມ​ຮັບ ແຕ່​ຈະ​ຖື​ວ່າ​ເປັນ​ມົນທິນ ແລະ​ຜູ້ໃດ​ກໍຕາມ​ທີ່​ກິນ​ຈະ​ໄດ້​ຮັບ​ຜົນ​ກຳ.</verse>
				<verse number="19">ຖ້າ​ຊີ້ນ​ສັດ​ສ່ວນ​ໃດ​ໄປ​ຖືກ​ຂອງ​ທີ່​ເປັນ​ມົນທິນ ຢ່າ​ໄດ້​ກິນ​ຊີ້ນ​ສ່ວນ​ນັ້ນ ແຕ່​ໃຫ້​ເຜົາ​ໄຟ​ຖິ້ມ​ເສຍ. ສຳລັບ​ຊີ້ນ​ສ່ວນ​ອື່ນ ຄົນ​ໃດ​ທີ່​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ​ກິນ​ຊີ້ນ​ນັ້ນ​ໄດ້</verse>
				<verse number="20">ແຕ່​ຖ້າ​ຄົນ​ໃດ​ທີ່​ເປັນມົນທິນ​ກິນ​ຊີ້ນ​ນັ້ນ ລາວ​ຈະ​ບໍ່ໄດ້​ມີ​ຊື່​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ.</verse>
				<verse number="21">ເຊັ່ນດຽວ​ກັນ ຖ້າ​ຜູ້ໃດ​ກິນ​ຊີ້ນ​ທີ່​ຖວາຍ​ນີ້ ຫລັງຈາກ​ຕົນ​ໄດ້​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ແລ້ວ ບໍ່​ວ່າ​ຈາກ​ຄົນ​ຫລື​ຈາກ​ສັດ​ກໍຕາມ ຜູ້ນັ້ນ​ຈະ​ບໍ່ໄດ້​ມີ​ຊື່​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ.</verse>
				<verse number="22">ພຣະເຈົ້າຢາເວ​ໄດ້​ອອກ​ລະບຽບ​ການ​ດັ່ງ​ຕໍ່ໄປນີ້​ມອບ​ໃຫ້​ໂມເຊ</verse>
				<verse number="23">ເພື່ອ​ໃຫ້​ປະຊາຊົນ​ອິດສະຣາເອນ​ປະຕິບັດ​ຕາມ​ຄື: ຢ່າ​ກິນ​ໄຂມັນ​ຂອງ​ງົວ ແກະ​ຫລື​ແບ້.</verse>
				<verse number="24">ຢ່າ​ກິນ​ໄຂມັນ​ສັດ​ທີ່​ຕາຍ​ເອງ ຫລື​ທີ່​ຖືກ​ສັດປ່າ​ກັດ​ຕາຍ ແຕ່​ຈະ​ເອົາ​ໄປ​ເຮັດ​ຢ່າງ​ອື່ນ​ກໍໄດ້.</verse>
				<verse number="25">ຖ້າ​ຜູ້ໃດ​ກິນ​ໄຂມັນ​ສັດ ທີ່​ໄດ້​ຖວາຍ​ດ້ວຍ​ໄຟ​ເປັນ​ອາຫານ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ແລ້ວ ຜູ້ນັ້ນ​ຈະ​ບໍ່ໄດ້​ມີ​ຊື່​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ອີກ​ຕໍ່ໄປ.</verse>
				<verse number="26">ຊາວ​ອິດສະຣາເອນ​ບໍ່​ວ່າ​ພວກເຂົາ​ຈະ​ຢູ່​ບ່ອນ​ໃດ​ກໍຕາມ ຢ່າ​ເອົາ​ເລືອດ​ນົກ​ຫລື​ເລືອດ​ສັດ ມາ​ກິນ​ເປັນ​ອາຫານ.</verse>
				<verse number="27">ຜູ້ໃດ​ທີ່​ຝ່າຝືນ​ລະບຽບ​ການ​ນີ້ ຜູ້ນັ້ນ​ຈະ​ບໍ່ໄດ້​ມີ​ຊື່​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ອີກ​ຕໍ່ໄປ.</verse>
				<verse number="28">ພຣະເຈົ້າຢາເວ​ໄດ້​ອອກ​ລະບຽບ​ການ​ຕໍ່ໄປນີ້</verse>
				<verse number="29">ມອບ​ໃຫ້​ໂມເຊ​ບອກ​ປະຊາຊົນ​ອິດສະຣາເອນ​ປະຕິບັດ​ຕາມ ດັ່ງນີ້: ຖ້າ​ຜູ້ໃດ​ນຳ​ເຄື່ອງ​ມາ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ ຜູ້ນັ້ນ​ຕ້ອງ​ນຳ​ເຄື່ອງ​ຖວາຍ​ມາ​ເປັນ​ຂອງ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="30">ຈົ່ງ​ໃຫ້​ລາວ​ຖື​ມາ​ໂດຍ​ຕົນເອງ​ຕາມ​ພິທີ​ຖວາຍບູຊາ​ອາຫານ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ. ລາວ​ຈະ​ຕ້ອງ​ເອົາ​ໄຂມັນ​ສັດ​ພ້ອມ​ທັງ​ຊີ້ນ​ໜ້າເອິກ ມາ​ຖວາຍ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="31">ປະໂຣຫິດ​ຈະ​ເປັນ​ຜູ້​ເຜົາ​ໄຂມັນ​ນັ້ນ​ເທິງ​ແທ່ນບູຊາ ແຕ່​ຊີ້ນ​ໜ້າເອິກ​ນັ້ນ​ຈະ​ຕ້ອງ​ເປັນ​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ.</verse>
				<verse number="32">ຂາ​ຂວາ​ດ້ານຫລັງ​ສັດ​ຈະ​ຕ້ອງ​ມອບ​ເປັນ​ຂອງ​ບຳລຸງ​ແກ່​ປະໂຣຫິດ</verse>
				<verse number="33">ສຳລັບ​ປະໂຣຫິດ​ຜູ້​ຖວາຍ​ເລືອດ​ກັບ​ໄຂມັນ​ຕາມ​ພິທີ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ, ຜູ້ນັ້ນ​ຕ້ອງ​ໄດ້​ຮັບ​ຊີ້ນ​ຂາ​ຂວາ​ດ້ານຫລັງ​ຂອງ​ສັດ​ນັ້ນ.</verse>
				<verse number="34">ຊີ້ນ​ໜ້າເອິກ​ແລະ​ຊີ້ນ​ຂາ​ຂວາ​ດ້ານຫລັງ​ຂອງ​ສັດ ທີ່​ປະຊາຊົນ​ອິດສະຣາເອນ​ນຳ​ມາ​ຖວາຍ​ເປັນ​ຂອງ​ມອບ​ໃຫ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ.</verse>
				<verse number="35">ອັນ​ນີ້​ເປັນ​ສ່ວນ​ອາຫານ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ ຊຶ່ງ​ໄດ້​ມອບ​ໃຫ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງຕົນ ໃນ​ມື້​ທີ່​ສະຖາປະນາ​ພວກເຂົາ​ເປັນ​ປະໂຣຫິດ​ຮັບໃຊ້​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="36">ໃນ​ມື້ນັ້ນ ພຣະເຈົ້າຢາເວ​ໄດ້​ສັ່ງ​ປະຊາຊົນ​ອິດສະຣາເອນ ເອົາ​ເຄື່ອງ​ຖວາຍ​ສ່ວນ​ນັ້ນ​ໃຫ້​ແກ່​ພວກ​ປະໂຣຫິດ. ອັນນີ້​ແມ່ນ​ລະບຽບການ ທີ່​ປະຊາຊົນ​ອິດສະຣາເອນ​ຕ້ອງ​ເຊື່ອຟັງ​ທຸກຍຸກ​ທຸກສະໄໝ​ສືບໄປ.</verse>
				<verse number="37">ສະນັ້ນ ທັງໝົດ​ນີ້​ຈຶ່ງ​ແມ່ນ​ລະບຽບ​ການ​ສຳລັບ​ເຜົາ​ເຄື່ອງ​ຖວາຍບູຊາ, ຖວາຍ​ພືດຜົນ​ເປັນເມັດ, ຖວາຍ​ເພື່ອ​ລຶບລ້າງ​ບາບ, ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ, ຖວາຍ​ສຳລັບ​ການ​ສະຖາປະນາ ແລະ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.</verse>
				<verse number="38">ພຣະເຈົ້າຢາເວ​ໄດ້​ມອບ​ຂໍ້ຄຳສັ່ງ​ເຫຼົ່ານີ້​ໃຫ້​ແກ່​ໂມເຊ ທີ່​ເທິງ​ພູເຂົາ​ຊີນາຍ ໃນ​ມື້​ທີ່​ເພິ່ນ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ ໃຫ້​ນຳ​ເຄື່ອງ​ມາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຂອງ​ຊີນາຍ.</verse>
			</chapter>
			<chapter number="8">
				<verse number="1">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ,</verse>
				<verse number="2">“ຈົ່ງ​ນຳ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ເຮົາ​ມາ​ປາກົດ ແລ້ວ​ເອົາ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ມາ​ພ້ອມ​ກັບ​ນໍ້າມັນ​ເຈີມ​ສັກສິດ, ງົວເຖິກໜຸ່ມ​ໂຕໜຶ່ງ​ເພື່ອ​ຖວາຍ​ລຶບລ້າງ​ບາບ, ແກະເຖິກ ສອງ​ໂຕ ແລະ​ກະຕ່າ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ.</verse>
				<verse number="3">ແລ້ວ​ຈົ່ງ​ເອີ້ນ​ຊຸມຊົນ​ອິດສະຣາເອນ​ທັງໝົດ ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ທາງເຂົ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.”</verse>
				<verse number="4">ໂມເຊ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ສັ່ງ​ນັ້ນ ແລະ​ເມື່ອ​ຊຸມຊົນ​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ທາງເຂົ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="5">ເພິ່ນ​ໄດ້ກ່າວ​ແກ່​ພວກເຂົາ​ວ່າ, “ສິ່ງ​ທີ່​ຂ້າພະເຈົ້າ​ຈະ​ເຮັດ​ໄປ​ນີ້ ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ເຮັດ.”</verse>
				<verse number="6">ແລ້ວ​ໂມເຊ​ກໍ​ນຳ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ອອກ​ມາ​ຂ້າງ​ໜ້າ ແລະ​ໃຫ້​ພວກເຂົາ​ຮັບ​ພິທີ​ອາບນໍ້າ​ຊຳລະ.</verse>
				<verse number="7">ເມື່ອ​ອາບ​ແລ້ວໆ ເພິ່ນ​ໄດ້​ເອົາ​ເສື້ອຊ້ອນ​ໃນ​ແລະ​ເສື້ອຄຸມ ໃສ່​ໃຫ້​ອາໂຣນ​ແລະ​ເອົາ​ຜ້າ​ຮັດ​ແອວ​ລາວ. ເພິ່ນ​ໄດ້​ສຸບ​ເສື້ອຄຸມ​ສັ້ນ​ເອໂຟດ ໃສ່​ໃຫ້ ແລ້ວ​ກໍ​ເອົາ​ສາຍແອວ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ​ຮັດ​ໃຫ້​ຕື່ມ.</verse>
				<verse number="8">ແລ້ວ​ເພິ່ນ​ກໍ​ເອົາ​ແຜ່ນ​ຮອງເອິກ​ໃສ່​ໃຫ້ ພ້ອມ​ທັງ​ເອົາ​ອຸຣິມ​ແລະ​ທຸມມິມ ໃສ່​ໃນ​ນັ້ນ​ດ້ວຍ.</verse>
				<verse number="9">ເມື່ອ​ສຸບ​ໝວກ​ໃຫ້​ແລ້ວ ເພິ່ນ​ໄດ້​ເອົາ​ເຄື່ອງໝາຍ​ເປັນ​ຄຳ​ປະດັບ​ໃສ່​ທາງ​ດ້ານ​ໜ້າ​ໝວກ ຊຶ່ງ​ເປັນ​ມຸງກຸດ​ບໍຣິສຸດ​ໝາຍ​ເຖິງ​ການ​ອຸທິດ​ຖວາຍ​ຕົວ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.</verse>
				<verse number="10">ແລ້ວ​ໂມເຊ​ກໍ​ເອົາ​ນໍ້າມັນ​ເຈີມ​ສັກສິດ​ຫົດສົງ​ຫໍເຕັນ​ສັກສິດ ພ້ອມ​ກັບ​ທຸກໆ​ສິ່ງ​ທີ່​ຢູ່​ໃນ​ນັ້ນ ແລະ​ໃນ​ທຳນອງນີ້ ເພິ່ນ​ໄດ້​ອຸທິດ​ຖວາຍ​ທຸກສິ່ງ​ໃຫ້​ເປັນ​ອັນ​ສັກສິດ.</verse>
				<verse number="11">ເພິ່ນ​ໄດ້​ເອົາ​ນໍ້າມັນ​ບາງ​ສ່ວນ​ຊິດ​ເຈັດ​ເທື່ອ​ໃສ່​ແທ່ນບູຊາ​ກັບ​ເຄື່ອງໃຊ້​ຂອງ​ແທ່ນ, ໃສ່​ຂັນ​ກັບ​ພານ​ຮອງ​ຂັນ ເພື່ອ​ອຸທິດ​ຖວາຍ​ສິ່ງ​ເຫຼົ່ານີ້.</verse>
				<verse number="12">ເພິ່ນ​ໄດ້​ສະຖາປະນາ​ອາໂຣນ ໂດຍ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ບາງ​ສ່ວນ​ຫົດສົງ​ທີ່​ຫົວ​ຂອງ​ລາວ ເປັນ​ການ​ອຸດທິດ​ຖວາຍຕົວ.</verse>
				<verse number="13">ຕໍ່ມາ ໂມເຊ​ກໍໄດ້​ນຳ​ພວກ​ລູກຊາຍ​ຂອງ​ອາໂຣນ​ອອກ​ມາ​ຂ້າງ​ໜ້າ ເອົາ​ເສື້ອຄຸມ​ໃສ່​ໃຫ້, ເອົາ​ຜ້າ​ມັດ​ແອວ​ພວກເຂົາ ແລະ​ເອົາ​ໝວກ​ສຸບ​ໃສ່​ຫົວ​ຂອງ​ພວກເຂົາ, ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ທຸກປະການ.</verse>
				<verse number="14">ແລ້ວ​ໂມເຊ​ກໍໄດ້​ນຳ​ງົວເຖິກ​ມາ​ເພື່ອ​ຖວາຍ​ລຶບລ້າງ​ບາບ. ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ພາກັນ​ວາງ​ມື​ລົງ​ເທິງ​ຫົວ​ສັດ.</verse>
				<verse number="15">ໂມເຊ​ໄດ້​ຂ້າປາດຄໍ​ງົວ​ໂຕ​ນັ້ນ​ແລະ​ເອົາ​ເລືອດ​ບາງ​ສ່ວນ​ມາ ແລະ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ​ແລະ​ທາ​ໃສ່​ເຂົາ​ຂອງ​ແທ່ນ​ທີ່​ແຈ​ແທ່ນບູຊາ​ເພື່ອ​ອຸທິດ​ຖວາຍ. ແລ້ວ​ເພິ່ນ​ກໍ​ຖອກ​ເລືອດ​ສ່ວນ​ທີ່​ເຫຼືອ​ນັ້ນ​ໃສ່​ຕີນ​ແທ່ນ ເພື່ອ​ຊຳລະ​ໃຫ້​ສັກສິດ​ບໍຣິສຸດ ແລະ​ອຸທິດ​ຖວາຍ​ແທ່ນບູຊາ​ນັ້ນ.</verse>
				<verse number="16">ໂມເຊ​ໄດ້​ເອົາ​ໄຂມັນ​ທັງໝົດ​ຂອງ​ເຄື່ອງໃນ​ໄສ້​ພຸງ, ໜັງບາງໆ​ຫຸ້ມຫໍ່ຕັບ, ແລະ​ໝາກໄຂ່ຫລັງ​ທັງສອງ​ໜ່ວຍ ເຜົາ​ເທິງ​ແທ່ນບູຊາ.</verse>
				<verse number="17">ແລ້ວ​ເພິ່ນ​ກໍ​ເອົາ​ສ່ວນ​ທີ່​ເຫຼືອ​ຂອງ​ງົວເຖິກ​ໂຕ​ນັ້ນ​ເຊັ່ນ: ໜັງ, ຊີ້ນ, ແລະ​ເຄື່ອງໃນ​ໄສ້​ພຸງ​ໄປ​ເຜົາ​ທີ່​ນອກ​ຄ້າຍ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ທຸກປະການ.</verse>
				<verse number="18">ຕໍ່ມາ ໂມເຊ​ໄດ້​ນຳ​ແກະເຖິກ​ມາ ເພື່ອ​ເຜົາບູຊາ. ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ວາງ​ມື​ລົງ​ເທິງ​ຫົວ​ສັດ.</verse>
				<verse number="19">ເພິ່ນ​ໄດ້​ຂ້າປາດຄໍ​ສັດ​ໂຕ​ນັ້ນ ແລະ​ຊິດ​ເລືອດ​ຂອງ​ມັນ​ໃສ່​ຂ້າງ​ທັງ​ສີ່​ຂອງ​ແທ່ນ.</verse>
				<verse number="20">ເພິ່ນ​ໄດ້​ຕັດ​ເປັນ​ຕ່ອນໆ, ໃຊ້​ນໍ້າ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ກັບ​ຂາ​ຫລັງ ແລະ​ເຜົາ​ຫົວ​ກັບ​ໄຂມັນ​ແລະ​ສ່ວນ​ອື່ນໆ​ທີ່​ເທິງ​ແທ່ນບູຊາ​ດ້ວຍ​ໄຟ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ທຸກປະການ. ການ​ເຜົາ​ຖວາຍ​ນີ້​ເປັນ​ການ​ຖວາຍບູຊາ​ທີ່​ມີ​ກິ່ນ​ຫອມຫວນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="21"></verse>
				<verse number="22">ຕໍ່ມາ​ອີກ ໂມເຊ​ໄດ້​ນຳ​ແກະເຖິກ ໂຕ​ທີ​ສອງ​ມາ ຊຶ່ງ​ເປັນ​ແກະ​ທີ່​ຖວາຍ​ສຳລັບ​ການ​ສະຖາປະນາ​ປະໂຣຫິດ. ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ວາງ​ມື​ລົງ​ເທິງ​ຫົວ​ສັດ.</verse>
				<verse number="23">ໂມເຊ​ຂ້າປາດຄໍ​ແກະ​ນັ້ນ ແລະ​ເອົາ​ເລືອດ​ບາງ​ສ່ວນ​ທາ​ໃສ່​ທີ່​ໃບຫູ​ຂ້າງ​ຂວາ​ຂອງ​ອາໂຣນ ທາ​ໃສ່​ທີ່​ຫົວໂປ້ມື​ຂ້າງ​ຂວາ ແລະ​ທາ​ໃສ່​ທີ່​ຫົວໂປ້​ຕີນ​ຂ້າງ​ຂວາ​ດ້ວຍ.</verse>
				<verse number="24">ແລ້ວ​ເພິ່ນ​ກໍ​ນຳ​ພວກ​ລູກຊາຍ​ຂອງ​ອາໂຣນ​ອອກ​ມາ​ຂ້າງ​ໜ້າ ທາ​ເລືອດ​ບາງ​ສ່ວນ​ໃສ່​ທີ່​ໃບຫູ​ຂ້າງ​ຂວາ​ຂອງ​ພວກເຂົາ ທາ​ໃສ່​ທີ່​ຫົວໂປ້ມື​ຂ້າງ​ຂວາ ແລະ​ທາ​ໃສ່​ທີ່​ໂປ້​ຕີນ​ຂ້າງ​ຂວາ​ດ້ວຍ. ສ່ວນ​ເລືອດ​ທີ່​ເຫຼືອ​ນັ້ນ ໂມເຊ​ໄດ້​ຖອກ​ໃສ່​ຂ້າງ​ທັງ​ສີ່​ຂອງ​ແທ່ນບູຊາ.</verse>
				<verse number="25">ເພິ່ນ​ໄດ້​ເອົາ​ໄຂມັນ, ໄຂມັນ​ຂອງ​ຫາງ, ໄຂມັນ​ຕິດ​ກັບ​ເຄື່ອງໃນ​ໄສ້​ພຸງ, ໜັງບາງໆ​ຫຸ້ມຫໍ່ຕັບ, ໝາກ​ໄຂ່​ຫລັງ​ສອງ​ໜ່ວຍ​ທັງ​ໄຂມັນ ແລະ​ຂາ​ຫລັງ​ເບື້ອງຂວາ.</verse>
				<verse number="26">ແລ້ວ​ເພິ່ນ​ກໍ​ເອົາ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກ້ອນ​ໜຶ່ງ​ຈາກ​ກະຕ່າ ຊຶ່ງ​ອຸທິດ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ, ກ້ອນ​ໜຶ່ງ​ທີ່​ຈືນ​ດ້ວຍ​ນໍ້າມັນ ແລະ​ເຂົ້າໜົມ​ແຜ່ນ​ກ້ອນ​ໜຶ່ງ ວາງ​ໃສ່​ເທິງ​ໄຂມັນ​ແລະ​ຂາ​ຫລັງ​ເບື້ອງຂວາ​ສັດ.</verse>
				<verse number="27">ເພິ່ນ​ໄດ້​ເອົາ​ອາຫານ​ທັງໝົດ​ນີ້ ວາງ​ໃສ່​ມື​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ແລະ​ພວກເຂົາ​ໄດ້​ຖວາຍ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="28">ແລ້ວ​ໂມເຊ​ກໍ​ເອົາ​ອາຫານ​ໃນ​ມື​ຂອງ​ພວກເຂົາ ໄປ​ເຜົາ​ເທິງ​ແທ່ນບູຊາ​ເຕັງ​ໃສ່​ອາຫານ​ທີ່​ເຜົາບູຊາ​ດ້ວຍ​ໄຟ ເປັນ​ເຄື່ອງ​ຖວາຍ​ສຳລັບ​ການ​ສະຖາປະນາ ຊຶ່ງ​ເປັນ​ການ​ຖວາຍບູຊາ​ທີ່​ມີ​ກິ່ນ​ຫອມຫວນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="29">ແລ້ວ​ໂມເຊ​ໄດ້​ເອົາ​ຊີ້ນ​ໜ້າເອິກ​ແກະ ມາ​ຖວາຍ​ເປັນ​ເຄື່ອງ​ບູຊາ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ. ຊີ້ນ​ສ່ວນ​ນີ້​ເປັນ​ຂອງ​ໂມເຊ ເມື່ອ​ມີ​ການ​ສະຖາປະນາ. ໂມເຊ​ໄດ້​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.</verse>
				<verse number="30">ໂມເຊ​ໄດ້​ເອົາ​ນໍ້າມັນ​ສັກສິດ​ແລະ​ເລືອດ​ບາງ​ສ່ວນ​ທີ່​ແທ່ນບູຊາ​ນັ້ນ ຊິດ​ໃສ່​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ແລະ​ຊິດ​ໃສ່​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ພວກເຂົາ. ໃນ​ທຳນອງນີ້ ເພິ່ນ​ໄດ້​ອຸທິດ​ຖວາຍ​ພວກເຂົາ​ພ້ອມ​ທັງ​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ພວກເຂົາ.</verse>
				<verse number="31">ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ວ່າ, “ຈົ່ງ​ເອົາ​ຊີ້ນ​ທີ່​ຕົ້ມ​ໄວ້​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ, ແລ້ວ​ກິນ​ໃນ​ທີ່ນັ້ນ​ກັບ​ເຂົ້າຈີ່​ໃນ​ກະຕ່າ​ສຳລັບ​ການ​ສະຖາປະນາ​ຕາມ​ຄຳສັ່ງ​ນັ້ນ.</verse>
				<verse number="32">ຈົ່ງ​ເຜົາ​ເຂົ້າຈີ່​ຫລື​ຊີ້ນ​ຊຶ່ງ​ເຫຼືອ​ກິນ​ນັ້ນ​ຖິ້ມ​ໝົດ.</verse>
				<verse number="33">ພວກເຈົ້າ​ຈະ​ຕ້ອງ​ຢູ່​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ເປັນ​ເວລາ​ເຈັດ​ວັນ ຈົນກວ່າ​ພິທີ​ສະຖາປະນາ​ຂອງ​ພວກເຈົ້າ​ໄດ້​ສຳເລັດ.</verse>
				<verse number="34">ພຣະເຈົ້າຢາເວ​ໄດ້​ສັ່ງ​ພວກເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໃນ​ມື້ນີ້ ເພື່ອ​ເປັນ​ການ​ຍົກ​ຜິດບາບ​ຂອງ​ພວກເຈົ້າ.</verse>
				<verse number="35">ພວກເຈົ້າ​ຈະ​ຕ້ອງ​ຢູ່​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ທັງເວັນ​ທັງຄືນ​ເປັນ​ເວລາ​ເຈັດ​ວັນ ໂດຍ​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້. ຖ້າ​ພວກເຈົ້າ​ບໍ່​ເຮັດ​ຕາມ ພວກເຈົ້າ​ຈະ​ຕາຍ. ອັນນີ້ ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ໄວ້.”</verse>
				<verse number="36">ດັ່ງນັ້ນ ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ຈຶ່ງ​ໄດ້​ປະຕິບັດ​ຕາມ ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ຜ່ານ​ທາງ​ໂມເຊ​ທຸກປະການ.</verse>
			</chapter>
			<chapter number="9">
				<verse number="1">ຫລັງຈາກ​ມື້​ພິທີ​ສະຖາປະນາ​ສຳເລັດ​ແລ້ວ ໂມເຊ​ໄດ້​ເອີ້ນ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ​ມາ ພ້ອມ​ທັງ​ບັນດາ​ຜູ້ນຳ​ຊາດ​ອິດສະຣາເອນ​ດ້ວຍ.</verse>
				<verse number="2">ເພິ່ນ​ກ່າວ​ແກ່​ອາໂຣນ​ວ່າ, “ຈົ່ງ​ເອົາ​ງົວເຖິກໜຸ່ມ​ໂຕໜຶ່ງ ແລະ​ແກະເຖິກ​ໜຸ່ມ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ຄື: ງົວເຖິກໜຸ່ມ​ໃຫ້​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ແກະເຖິກ​ໜຸ່ມ​ໃຫ້​ເຜົາ​ຖວາຍບູຊາ.</verse>
				<verse number="3">ແລ້ວ​ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ໃຫ້​ນຳ​ແບ້ເຖິກ​ໂຕໜຶ່ງ ມາ​ຖວາຍ​ເພື່ອ​ລຶບລ້າງ​ບາບ ພ້ອມ​ທັງ​ລູກ​ງົວເຖິກ​ແລະ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ແນວ​ລະ​ໂຕ. ທັງໝົດ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ ເປັນ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ</verse>
				<verse number="4">ສ່ວນ​ງົວເຖິກ​ກັບ​ລູກແກະ​ເຖິກ​ນັ້ນ​ແມ່ນ​ໃຫ້​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ພວກເຂົາ​ຕ້ອງ​ຖວາຍບູຊາ​ສັດ​ເຫຼົ່ານີ້​ຕໍ່ໜ້າ​ພຣະເຈົ້າຢາເວ ພ້ອມ​ກັບ​ຖວາຍ​ພືດຜົນ​ເປັນເມັດ​ປົນ​ນໍ້າມັນ​ໝາກກອກເທດ. ພວກເຂົາ​ຕ້ອງ​ເຮັດ​ສິ່ງ​ເຫຼົ່ານີ້ ເພາະວ່າ​ພຣະເຈົ້າຢາເວ​ຈະ​ປາກົດ​ແກ່​ພວກເຂົາ​ໃນ​ມື້ນີ້.”</verse>
				<verse number="5">ພວກເຂົາ​ໄດ້​ນຳ​ທຸກໆ​ສິ່ງ​ທີ່​ໂມເຊ​ໄດ້​ສັ່ງ​ນັ້ນ​ມາ​ທາງໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ຊຸມຊົນ​ທັງປວງ​ເຕົ້າໂຮມ​ກັນ​ຫຍັບ​ເຂົ້າມາ​ໃກ້ ແລະ​ໄດ້ຢືນ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="6">ໂມເຊ​ໄດ້​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ພວກເຈົ້າ​ເຮັດ​ສິ່ງ​ທັງໝົດ​ນີ້ ເພື່ອ​ວ່າ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ປາກົດ​ແກ່​ພວກເຈົ້າ.”</verse>
				<verse number="7">ແລ້ວ​ໂມເຊ​ກໍ​ກ່າວ​ແກ່​ອາໂຣນ​ວ່າ, “ຈົ່ງ​ໄປ​ທີ່​ແທ່ນບູຊາ​ແລະ​ເຮັດ​ພິທີ​ຖວາຍບູຊາ​ລຶບລ້າງ​ບາບ ແລະ​ພິທີ​ເຜົາບູຊາ​ເພື່ອ​ລຶບລ້າງ​ການບາບ​ຂອງ​ພວກເຈົ້າ​ແລະ​ຂອງ​ປະຊາຊົນ. ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ນີ້​ເພື່ອ​ລຶບລ້າງ​ການບາບ​ຂອງ​ປະຊາຊົນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ທຸກປະການ.”</verse>
				<verse number="8">ດັ່ງນັ້ນ ອາໂຣນ​ຈຶ່ງ​ໄປ​ທີ່​ແທ່ນບູຊາ​ແລະ​ຂ້າ​ປາດຄໍ​ງົວເຖິກ​ໜຸ່ມ ເພື່ອ​ເປັນ​ການ​ຖວາຍບູຊາ​ລຶບລ້າງ​ຄວາມບາບ​ຂອງ​ຕົນເອງ.</verse>
				<verse number="9">ພວກ​ລູກຊາຍ​ຂອງ​ລາວ​ໄດ້​ນຳ​ເລືອດ​ມາ ແລະ​ອາໂຣນ​ກໍ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ ແລະ​ເອົາ​ເລືອດ​ສ່ວນ​ໜຶ່ງ​ທາ​ໃສ່​ເຂົາ​ຂອງ​ແທ່ນ​ທີ່​ແຈ​ຂອງ​ແທ່ນບູຊາ ແລະ​ຖອກ​ເລືອດ​ສ່ວນ​ທີ່​ເຫຼືອ​ນັ້ນ​ໃສ່​ຕີນ​ຂອງ​ແທ່ນບູຊາ.</verse>
				<verse number="10">ຕໍ່ມາ ລາວ​ໄດ້​ເຜົາ​ໄຂມັນ, ໝາກໄຂ່ຫລັງ​ທັງສອງ ແລະ​ໜັງບາງໆ​ຫຸ້ມຫໍ່ຕັບ​ເທິງ​ແທ່ນບູຊາ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ຜ່ານ​ທາງ​ໂມເຊ​ທຸກປະການ.</verse>
				<verse number="11">ແຕ່​ລາວ​ໄດ້​ເຜົາ​ຊີ້ນ​ແລະ​ໜັງ​ຢູ່​ນອກຄ້າຍ.</verse>
				<verse number="12">ອາໂຣນ​ໄດ້​ຂ້າປາດຄໍ​ສັດ​ຊຶ່ງ​ເປັນ​ການ​ເຜົາ​ຖວາຍບູຊາ​ສຳລັບ​ຕົນເອງ. ພວກ​ລູກຊາຍ​ຂອງ​ລາວ​ໄດ້​ນຳ​ເລືອດ​ມາ ແລະ​ອາໂຣນ​ກໍໄດ້​ຖອກ​ເລືອດ​ນັ້ນ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ.</verse>
				<verse number="13">ພວກ​ລູກຊາຍ​ຂອງ​ລາວ​ໄດ້​ນຳ​ຫົວ ແລະ​ສ່ວນ​ອື່ນໆ​ຂອງ​ສັດ​ມາ​ໃຫ້​ອາໂຣນ ແລະ​ເພິ່ນ​ກໍໄດ້​ນຳ​ໄປ​ເຜົາ​ເທິງ​ແທ່ນບູຊາ.</verse>
				<verse number="14">ແຕ່​ເພິ່ນ​ໄດ້​ໃຊ້​ນໍ້າ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ກັບ​ຂາ​ຫລັງ​ສັດ​ກ່ອນ ຈຶ່ງ​ເຜົາ​ສິ່ງ​ເຫຼົ່ານັ້ນ​ເຕັງ​ໃສ່​ເຄື່ອງ​ເຜົາ ທີ່​ເຫຼືອ​ຢູ່​ເທິງ​ແທ່ນບູຊາ.</verse>
				<verse number="15">ຫລັງຈາກ​ນັ້ນ ອາໂຣນ​ໄດ້​ຖວາຍ​ເຄື່ອງ​ບູຊາ​ສຳລັບ​ປະຊາຊົນ. ເພິ່ນ​ໄດ້​ນຳ​ແບ້ເຖິກ​ທີ່​ຕ້ອງ​ຖືກ​ຖວາຍ​ສຳລັບ​ການບາບ​ຂອງ​ປະຊາຊົນ​ມາ ແລ້ວ​ຂ້າປາດຄໍ​ແບ້​ນັ້ນ ແລະ​ຖວາຍ​ເປັນ​ເຄື່ອງ​ບູຊາ​ເໝືອນ​ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ​ສຳລັບ​ພິທີ​ລຶບລ້າງ​ບາບ​ຂອງຕົນ.</verse>
				<verse number="16">ເພິ່ນ​ຍັງ​ໄດ້​ນຳ​ສັດ​ມາ​ເຜົາ​ຖວາຍບູຊາ​ອີກ​ຕາມ​ລະບຽບ​ການ​ທຸກຢ່າງ.</verse>
				<verse number="17">ເພິ່ນ​ໄດ້​ຖວາຍ​ພືດຜົນ​ເປັນເມັດ ໂດຍ​ໄດ້​ເອົາ​ແປ້ງ​ກຳ​ໜຶ່ງ​ເຜົາ​ທີ່​ເທິງ​ແທ່ນບູຊາ. (ຊຶ່ງ​ເປັນ​ການ​ຖວາຍ​ຕື່ມ​ໃສ່​ການ​ຖວາຍບູຊາ​ດ້ວຍ​ໄຟ​ໃນ​ຕອນເຊົ້າ).</verse>
				<verse number="18">ລາວ​ໄດ້​ຂ້າປາດຄໍ​ງົວເຖິກ​ແລະ​ແກະເຖິກ ເປັນ​ການ​ຖວາຍ ເພື່ອ​ຄວາມ​ສາມັກຄີທຳ​ສຳລັບ​ປະຊາຊົນ. ພວກ​ລູກຊາຍ​ຂອງ​ລາວ​ໄດ້​ນຳ​ເລືອດ​ມາ ແລະ​ລາວ​ໄດ້​ຊິດ​ເລືອດ​ນັ້ນ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ.</verse>
				<verse number="19">ອາໂຣນ​ໄດ້​ເອົາ​ໄຂມັນ​ຂອງ​ງົວ, ແກະເຖິກ ໄຂມັນ​ຕິດ​ກັບ​ຫາງ, ໄຂມັນ​ຕິດ​ກັບ​ເຄື່ອງໃນ​ໄສ້​ພຸງ, ໝາກ​ໄຂ່​ຫລັງ ແລະ​ໜັງບາງໆ​ຫຸ້ມຫໍ່ຕັບ,</verse>
				<verse number="20">ເຕັງ​ໃສ່​ເທິງ​ຊີ້ນ​ໜ້າເອິກ​ຂອງ​ສັດ ແລະ​ນຳ​ທັງໝົດ​ນັ້ນ​ໄປ​ທີ່​ແທ່ນບູຊາ. ເພິ່ນ​ໄດ້​ເຜົາ​ໄຂມັນ​ເທິງ​ແທ່ນບູຊາ;</verse>
				<verse number="21">ສ່ວນ​ຊີ້ນ​ໜ້າເອິກ​ແລະ​ຂາ​ຫລັງ​ເບື້ອງຂວາ​ນັ້ນ ໃຫ້​ເປັນ​ເຄື່ອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ເປັນ​ສ່ວນ​ມອບ​ໃຫ້​ປະໂຣຫິດ ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້​ທຸກປະການ.</verse>
				<verse number="22">ອາໂຣນ​ໄດ້​ຍົກ​ມື​ຂຶ້ນ​ຢຽດ​ໃສ່​ປະຊາຊົນ​ເພື່ອ​ອວຍພອນ​ພວກເຂົາ ເມື່ອ​ເພິ່ນ​ໄດ້​ເຮັດ​ພິທີ​ຖວາຍບູຊາ​ທຸກຢ່າງ​ແລ້ວ ກໍໄດ້​ລົງ​ມາ​ຈາກ​ແທ່ນບູຊາ.</verse>
				<verse number="23">ໂມເຊ​ແລະ​ອາໂຣນ​ໄດ້​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ເມື່ອ​ອອກ​ມາ​ແລ້ວ ພວກເພິ່ນ​ທັງສອງ​ໄດ້​ອວຍພອນ​ປະຊາຊົນ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ປາກົດ​ໃຫ້​ປະຊາຊົນ​ທັງໝົດ​ໄດ້​ເຫັນ.</verse>
				<verse number="24">ໄຟ​ໄດ້ລົງ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ​ໄໝ້​ເຄື່ອງ​ຖວາຍບູຊາ​ແລະ​ສ່ວນ​ຕ່າງໆ​ຂອງ​ໄຂມັນ​ທີ່​ເທິງ​ແທ່ນບູຊາ. ເມື່ອ​ປະຊາຊົນ​ໄດ້​ເຫັນ​ດັ່ງນັ້ນ ພວກເຂົາ​ກໍ​ພາກັນ​ໂຮຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ກ້ອງສະໜັ່ນ ແລະ​ຂາບລົງ​ຈົນ​ໜ້າ​ຈຸ​ດິນ.</verse>
			</chapter>
			<chapter number="10">
				<verse number="1">ນາດາບ​ແລະ​ອາບີຮູ​ລູກຊາຍ​ອາໂຣນ ຕ່າງ​ກໍໄດ້​ນຳ​ໝໍ້ຂາງ​ຂອງຕົນ​ມາ ແລະ​ເອົາ​ຖ່ານໄຟ​ທີ່​ກຳລັງ​ລຸກ​ຢູ່​ໃສ່​ໃນ​ນັ້ນ. ພວກເຂົາ​ໄດ້​ເອົາ​ກຳຍານ​ໂຮຍ​ໃສ່​ຕື່ມ ແລະ​ນຳ​ໄປ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ. ແຕ່​ໄຟ​ທີ່​ຖວາຍ​ນີ້​ບໍ່​ບໍຣິສຸດ ເພາະວ່າ​ພຣະອົງ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ຖວາຍ​ຢ່າງ​ນັ້ນ.</verse>
				<verse number="2">ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ສົ່ງ​ໄຟ​ລົງ​ມາ​ໄໝ້​ພວກເຂົາ​ຕາຍ​ຄາ​ທີ່​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ.</verse>
				<verse number="3">ແລ້ວ​ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ​ວ່າ, “ພຣະເຈົ້າຢາເວ​ໄດ້​ປະກາດ​ໄວ້​ດັ່ງນີ້: ‘ທຸກຄົນ​ທີ່​ຮັບໃຊ້​ເຮົາ​ຕ້ອງ​ຢຳເກງ​ຄວາມ​ບໍຣິສຸດ​ຂອງເຮົາ; ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ເຫັນ​ສະຫງ່າຣາສີ​ຂອງເຮົາ.”’ ສ່ວນ​ອາໂຣນ​ກໍໄດ້​ແຕ່​ຕົກສະເງີ້​ຈົນ​ປາກ​ບໍ່​ອອກ.</verse>
				<verse number="4">ໂມເຊ​ໄດ້​ເອີ້ນ​ມີຊາເອນ​ແລະ​ເອນຊາຟັນ ລູກຊາຍ​ຂອງ​ອຸດຊີເອນ​ຜູ້​ເປັນ​ລຸງ​ຂອງ​ອາໂຣນ​ມາ ແລະ​ບອກ​ພວກເຂົາ​ວ່າ, “ຈົ່ງ​ຫາມ​ສົບ​ພີ່ນ້ອງ​ຂອງ​ພວກເຈົ້າ ອອກ​ຈາກ​ຫໍເຕັນ​ສັກສິດ​ໄປ​ໄວ້​ນອກ​ຄ້າຍພັກ​ເສຍ.”</verse>
				<verse number="5">ດັ່ງນັ້ນ ພວກເຂົາ​ຈຶ່ງ​ມາ​ຍົກ​ເສື້ອ​ພ້ອມ​ສົບ​ຄົນ​ຕາຍ​ອອກ​ໄປ​ໄວ້​ນອກ​ຄ້າຍພັກ ຕາມ​ທີ່​ໂມເຊ​ໄດ້​ສັ່ງ.</verse>
				<verse number="6">ຕໍ່ມາ ໂມເຊ​ໄດ້​ກ່າວ​ກັບ​ອາໂຣນ ແລະ​ເອເລອາຊາ​ແລະ​ອີທາມາ ລູກຊາຍ​ຂອງ​ອາໂຣນ​ວ່າ, “ຢ່າ​ປ່ອຍ​ຜົມ​ໃຫ້​ຫຍຸ້ງ​ຫລື​ຈີກ​ເຄື່ອງນຸ່ງຫົ່ມ ເພື່ອ​ສະແດງ​ວ່າ​ພວກເຈົ້າ​ກຳລັງ​ໄວ້ທຸກ. ຖ້າ​ພວກເຈົ້າ​ເຮັດ ພວກເຈົ້າ​ກໍ​ຈະ​ຕາຍ ແລະ​ພຣະເຈົ້າຢາເວ​ຈະ​ໂກດຮ້າຍ ແລະ​ລົງໂທດ​ຊຸມຊົນ​ທັງໝົດ​ນີ້. ແຕ່​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຄົນອື່ນໆ​ພາກັນ​ໄວ້ທຸກ ຍ້ອນ​ການ​ຕາຍ​ດ້ວຍ​ໄຟ​ທີ່​ພຣະເຈົ້າຢາເວ​ໄດ້​ສົ່ງ​ມາ.</verse>
				<verse number="7">ຢ່າ​ໜີໄປ​ຈາກ​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ຖ້າບໍ່​ດັ່ງນັ້ນ ພວກເຈົ້າ​ຈະ​ຕາຍ ຍ້ອນ​ວ່າ​ພວກເຈົ້າ​ຖືກ​ອຸທິດ​ຖວາຍ​ແລ້ວ ໂດຍ​ນໍ້າມັນ​ເຈີມ​ສັກສິດ​ຂອງ​ພຣະເຈົ້າຢາເວ.” ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ໂມເຊ​ໄດ້​ບອກ.</verse>
				<verse number="8">ພຣະເຈົ້າຢາເວ​ໄດ້​ບອກ​ອາໂຣນ​ວ່າ,</verse>
				<verse number="9">“ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ເຈົ້າ​ບໍ່​ຕ້ອງ​ເຂົ້າ​ມາ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ເມື່ອ​ພວກເຈົ້າ​ດື່ມ​ເຫຼົ້າ​ອະງຸ່ນ ຫລື​ເຫລົ້າປຸກ; ຖ້າ​ພວກເຈົ້າ​ຂືນ​ເຮັດ ພວກເຈົ້າ​ຈະ​ຕາຍ. ອັນ​ນີ້​ແມ່ນ​ລະບຽບ​ການ​ທີ່​ຈະ​ຕ້ອງ​ປະຕິບັດ​ກັນ ທຸກ​ຊົ່ວ​ເຊັ່ນ​ເຊື້ອສາຍ​ຂອງ​ພວກເຈົ້າ.</verse>
				<verse number="10">ພວກເຈົ້າ​ຕ້ອງ​ໄຈ້ແຍກ​ໃຫ້​ຈະແຈ້ງ ລະຫວ່າງ​ສິ່ງ​ທີ່​ເປັນ​ບໍຣິສຸດ​ແລະ​ສິ່ງ​ທີ່​ໃຊ້​ກັນ​ຢູ່​ທົ່ວໆໄປ; ລະຫວ່າງ​ສິ່ງ​ທີ່​ເປັນ​ມົນທິນ​ແລະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="11">ເຈົ້າ​ຕ້ອງ​ສັ່ງສອນ​ປະຊາຊົນ​ອິດສະຣາເອນ​ໃຫ້​ຮູ້​ລະບຽບ​ການ​ທັງໝົດ​ນີ້ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ໃຫ້​ພວກເຈົ້າ​ໂດຍ​ຜ່ານ​ທາງ​ໂມເຊ.”</verse>
				<verse number="12">ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ​ແລະ​ເອເລອາຊາ​ແລະ​ອີທາມາ ລູກຊາຍ​ສອງ​ຄົນ​ຂອງ​ລາວ​ວ່າ, “ຈົ່ງ​ເອົາ​ພືດຜົນ​ເປັນເມັດ​ທີ່​ເຫຼືອ​ຈາກ​ການ​ຖວາຍ​ແກ່​ພຣະເຈົ້າຢາເວ​ນັ້ນ ມາ​ເຮັດ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ແລະ​ກິນ​ທີ່​ຂ້າງ​ແທ່ນບູຊາ​ເພາະ​ການ​ຖວາຍ​ນີ້​ແມ່ນ​ບໍຣິສຸດ​ທີ່ສຸດ.</verse>
				<verse number="13">ຈົ່ງ​ກິນ​ໃນ​ບ່ອນ​ບໍຣິສຸດ ເພາະ​ແມ່ນ​ສ່ວນ​ຂອງ​ເຈົ້າ​ແລະ​ແມ່ນ​ສ່ວນ​ຂອງ​ພວກ​ລູກຊາຍ​ຂອງ​ເຈົ້າ ທີ່​ໄດ້​ມາ​ຈາກ​ການ​ຖວາຍ​ອາຫານ​ບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ. ອັນ​ນີ້​ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ຮັບສັ່ງ​ໄວ້​ແລ້ວ.</verse>
				<verse number="14">ແຕ່​ເຈົ້າ​ພ້ອມ​ຄອບຄົວ​ຂອງ​ເຈົ້າ​ຈົ່ງ​ກິນ​ຊີ້ນ​ໜ້າເອິກ​ແລະ​ຊີ້ນ​ຂາ​ຫລັງ ແລະ​ຈົ່ງ​ກິນ​ໄດ້​ໃນ​ທຸກໆ​ບ່ອນ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ. ເຄື່ອງ​ຖວາຍ​ເຫຼົ່ານີ້​ໄດ້​ມອບ​ແກ່​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ​ແລ້ວ ຊຶ່ງ​ເປັນ​ສ່ວນ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ການ​ຖວາຍ ເພື່ອ​ຄວາມ​ສາມັກຄີທຳ​ຂອງ​ປະຊາຊົນ​ອິດສະຣາເອນ.</verse>
				<verse number="15">ຊີ້ນ​ຂາ​ຫລັງ​ກັບ​ຊີ້ນ​ໜ້າເອິກ​ພ້ອມ​ໄຂມັນ ທຸກຢ່າງ​ທີ່​ຖວາຍ​ບູຊາ​ດ້ວຍ​ໄຟ ຈົ່ງ​ເອົາ​ມາ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ. ສ່ວນ​ນີ້​ເປັນ​ຂອງ​ເຈົ້າ​ກັບ​ເຊື້ອສາຍ​ຂອງ​ເຈົ້າ​ສືບ​ໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.”</verse>
				<verse number="16">ໂມເຊ​ໄດ້​ສອບ​ຖາມ​ກ່ຽວກັບ​ຊີ້ນ​ແບ້​ທີ່​ໄດ້​ຖວາຍ​ເພື່ອ​ລຶບລ້າງ​ບາບ​ນັ້ນ ເມື່ອ​ເພິ່ນ​ຮູ້​ວ່າ​ແບ້​ນັ້ນ​ໄດ້​ເຜົາ​ໝົດ​ເສຍ​ແລ້ວ. ໂມເຊ​ຈຶ່ງ​ຮ້າຍ​ເອເລອາຊາ​ແລະ​ອີທາມາ​ກ່ຽວກັບ​ເລື່ອງ​ນີ້. ເພິ່ນ​ໄດ້​ຖາມ​ເຂົາ​ວ່າ,</verse>
				<verse number="17">“ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ກິນ​ເຄື່ອງ​ຖວາຍ​ລຶບລ້າງ​ບາບ​ໃນ​ບ່ອນ​ບໍຣິສຸດ? ມັນ​ເປັນ​ຂອງ​ບໍຣິສຸດ​ທີ່ສຸດ ແລະ​ພຣະອົງ​ໄດ້​ມອບ​ສິ່ງ​ນັ້ນ​ໃຫ້​ພວກເຈົ້າ ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="18">ເມື່ອ​ບໍ່ໄດ້​ນຳ​ເລືອດ​ສັດ​ເຂົ້າ​ໄປ​ໃນ​ຫໍເຕັນ ພວກເຈົ້າ​ຕ້ອງ​ກິນ​ເຄື່ອງ​ຖວາຍບູຊາ​ໃນ​ທີ່ນັ້ນ ຕາມ​ທີ່​ຂ້ອຍ​ໄດ້​ສັ່ງ​ໄວ້.”</verse>
				<verse number="19">ອາໂຣນ​ໄດ້​ຕອບ​ວ່າ, “ເບິ່ງແມ! ໃນ​ມື້ນີ້ ປະຊາຊົນ​ໄດ້​ນຳ​ເຄື່ອງ​ມາ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ພວກເຂົາ​ກໍໄດ້​ນຳ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ, ແຕ່​ເຖິງປານນັ້ນ ເລື່ອງ​ຫຍຸ້ງຍາກ​ແບບນີ້​ກໍ​ຍັງ​ຕົກ​ຖືກ​ຂ້ອຍ​ຈົນ​ໄດ້. ຖ້າ​ຂ້ອຍ​ກິນ​ເຄື່ອງ​ຖວາຍບູຊາ​ລຶບລ້າງ​ບາບ​ໃນ​ມື້ນີ້ ຈະ​ເຮັດ​ໃຫ້​ພຣະເຈົ້າຢາເວ​ເຫັນຊອບ​ບໍ?”</verse>
				<verse number="20">ເມື່ອ​ໂມເຊ​ໄດ້ຍິນ​ດັ່ງນັ້ນ​ເພິ່ນ​ກໍ​ເຫັນດີນຳ.</verse>
			</chapter>
			<chapter number="11">
				<verse number="1">ພຣະເຈົ້າຢາເວ​ໄດ້​ໃຫ້​ລະບຽບ​ການ​ດັ່ງ​ຕໍ່ໄປນີ້​ແກ່​ໂມເຊ​ແລະ​ອາໂຣນ</verse>
				<verse number="2">ສຳລັບ​ປະຊາຊົນ​ອິດສະຣາເອນ. ພວກເຈົ້າ​ສາມາດ​ກິນ​ສັດ​ທຸກຢ່າງ​ທີ່​ເທິງ​ແຜ່ນດິນ​ໂລກ​ໄດ້.</verse>
				<verse number="3">ເຈົ້າ​ກິນ​ສັດ​ທີ່​ເທິງ​ແຜ່ນດິນ​ທີ່​ມີ​ໂບກຕີນ​ເປັນ​ກີບ ແລະ​ສັດ​ທີ່​ຄ້ຽວເອື້ອງ​ທຸກໆ​ຊະນິດ​ໄດ້</verse>
				<verse number="4">ແຕ່​ເຈົ້າ​ຢ່າ​ກິນ​ໂຕອູດ, ເໝັ້ນ ຫລື​ກະຕ່າຍ. ສັດ​ເຫຼົ່ານີ້​ຖື​ວ່າ​ເປັນ​ມົນທິນ; ເປັນ​ສັດ​ຈຳພວກ​ທີ່​ຄ້ຽວເອື້ອງ, ແຕ່​ມີ​ໂບກຕີນ​ບໍ່​ເປັນ​ກີບ.</verse>
				<verse number="5"></verse>
				<verse number="6"></verse>
				<verse number="7">ຢ່າ​ກິນ​ໝູ​ເພາະ​ຖື​ວ່າ​ເປັນ​ສັດ​ມີ​ມົນທິນ; ມັນ​ເປັນ​ສັດ​ທີ່​ມີ​ເລັບຕີນ​ເປັນ​ກີບ ແຕ່​ມັນ​ບໍ່​ຄ້ຽວເອື້ອງ.</verse>
				<verse number="8">ຢ່າ​ກິນ​ສັດ​ເຫຼົ່ານີ້ ຫລື​ແມ່ນແຕ່​ແຕະຕ້ອງ​ຊາກສັດ​ຕາຍ ເພາະ​ສັດ​ເຫຼົ່ານີ້​ເປັນ​ມົນທິນ.</verse>
				<verse number="9">ເຈົ້າ​ກິນ​ປາ​ທຸກໆ​ຊະນິດ​ທີ່​ມີ​ຄີ​ແລະ​ມີ​ເກັດ​ໄດ້</verse>
				<verse number="10">ແຕ່​ສິ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ນໍ້າ​ທີ່​ບໍ່ມີ​ຄີ​ແລະ​ບໍ່ມີ​ເກັດ ຢ່າ​ໄດ້​ກິນ.</verse>
				<verse number="11">ສັດ​ເຊັ່ນນັ້ນ​ຖື​ວ່າ​ເປັນ​ມົນທິນ. ຢ່າ​ກິນ​ສັດ​ເຫຼົ່ານັ້ນ ຫລື​ແມ່ນແຕ່​ແຕະຕ້ອງ​ຊາກສັດ​ຕາຍ.</verse>
				<verse number="12">ເຈົ້າ​ຢ່າ​ກິນ​ສັດນໍ້າ​ຊະນິດ​ໃດໆ​ທີ່​ບໍ່ມີ​ຄີ​ແລະ​ເກັດ ໃຫ້​ຖື​ວ່າ​ມັນ​ເປັນ​ສັດ​ທີ່​ໜ້າ​ກຽດຊັງ​ສຳລັບ​ພວກເຈົ້າ.</verse>
				<verse number="13">ເຈົ້າ​ຢ່າ​ກິນ​ນົກ​ຊະນິດ​ໃດໆ​ດັ່ງ​ຕໍ່ໄປນີ້: ນົກອິນຊີ, ນົກເຄົ້າ, ແຫລວ, ແຫລວຫາງຍາວ, ແຫລວດຳ​ຕາມ​ຊະນິດ​ຂອງ​ມັນ, ແຮ້ງ, ກາ, ນົກ​ກະຈອກເທດ, ນົກ​ນາງນວນ, ນົກ​ກະສາ, ນົກຍາງ, ນົກ​ກະທຸງ, ນົກເປັດ, ນົກ​ຫອນຍາວ ຫລື​ເຈຍ.</verse>
				<verse number="14"></verse>
				<verse number="15"></verse>
				<verse number="16"></verse>
				<verse number="17"></verse>
				<verse number="18"></verse>
				<verse number="19"></verse>
				<verse number="20">ແມງໄມ້​ທຸກ​ຊະນິດ​ທີ່​ມີ​ປີກ​ແລະ​ມີ​ສີ່​ຕີນ​ຍ່າງ​ໄປມາ ໃຫ້​ຖື​ວ່າ​ເປັນ​ສັດ​ທີ່​ໜ້າກຽດ​ໜ້າຊັງ​ສຳລັບ​ພວກເຈົ້າ.</verse>
				<verse number="21">ເວັ້ນ​ໄວ້​ແຕ່​ຊະນິດ​ທີ່​ເຕັ້ນ​ໄດ້.</verse>
				<verse number="22">ເຈົ້າ​ກິນ​ຕັກແຕນ, ຈີ່ຫລໍ່ (ຈີ່ນາຍ) ຫລື​ຈັກຈັ່ນ​ໄດ້.</verse>
				<verse number="23">ແຕ່​ແມງໄມ້​ນ້ອຍໆ​ຊະນິດ​ອື່ນໆ ທີ່​ມີ​ປີກ ແລະ​ທີ່​ມີ​ສີ່​ຕີນ ໃຫ້​ຖື​ວ່າ​ເປັນ​ສັດ​ທີ່​ໜ້າກຽດ​ໜ້າຊັງ.</verse>
				<verse number="24">ຜູ້ໃດ​ກໍຕາມ​ທີ່​ແຕະຕ້ອງ​ຊາກສັດ​ຕາຍ​ດັ່ງ​ຕໍ່ໄປນີ້ ຈະ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ​ຄື: ສັດ​ທຸກ​ຊະນິດ​ທີ່​ມີ​ເລັບຕີນ​ເປັນ​ກີບ ນອກຈາກ​ເລັບຕີນ​ແຍກກັນ​ແລະ​ຄ້ຽວເອື້ອງ ແລະ​ສັດ​ສີ່​ຕີນ​ທີ່​ຕີນ​ເປັນ​ຈຸ້ມ. ຜູ້ໃດ​ກໍຕາມ​ທີ່​ຫາມ​ຊາກສັດ​ຕ້ອງ​ຊັກ​ເຄື່ອງນຸ່ງ​ຂອງຕົນ ແຕ່​ລາວ​ຈະ​ຍັງ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ.</verse>
				<verse number="25"></verse>
				<verse number="26"></verse>
				<verse number="27"></verse>
				<verse number="28"></verse>
				<verse number="29">ເຫງັນ, ໜູ, ໜູຊິງ ແລະ​ກັບແກ້​ໃຫ້​ຖື​ວ່າ​ສັດ​ເປັນ​ມົນທິນ.</verse>
				<verse number="30"></verse>
				<verse number="31">ຜູ້ໃດ​ກໍຕາມ​ທີ່​ແຕະຕ້ອງ​ສັດ​ເຫຼົ່ານີ້​ຫລື​ຊາກ​ຂອງ​ມັນ ຈະ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ.</verse>
				<verse number="32">ຖ້າ​ຊາກສັດ​ຕົກ​ຖືກ​ສິ່ງໃດ​ກໍຕາມ ສິ່ງ​ນັ້ນ​ກໍ​ເປັນ​ມົນທິນ; ບໍ່​ວ່າ​ຈະ​ເປັນ​ໄມ້, ເຄື່ອງນຸ່ງຫົ່ມ, ໜັງສັດ, ຫລື​ກະສອບ; ບໍ່​ວ່າ​ຈະ​ໃຊ້​ເພື່ອ​ປະໂຫຍດ​ຫຍັງ​ກໍຕາມ. ສິ່ງ​ນັ້ນ​ຈະ​ຕ້ອງ​ຖືກ​ແຊ່​ນໍ້າ ແຕ່​ຈະ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.</verse>
				<verse number="33">ຖ້າ​ຊາກສັດ​ຕົກ​ໃນ​ໝໍ້ດິນ ທຸກສິ່ງ​ທີ່​ຢູ່​ໃນ​ໝໍ້ນັ້ນ​ກໍ​ເປັນ​ມົນທິນ ແລະ​ຕ້ອງ​ທັບ​ໝໍ້ນັ້ນ​ຖິ້ມ.</verse>
				<verse number="34">ຖ້າ​ນໍ້າ​ຈາກ​ໝໍ້ນັ້ນ​ຖືກ​ອາຫານ​ທີ່​ກິນ​ເປັນ​ປົກກະຕິ ອາຫານ​ນັ້ນ​ກໍ​ເປັນ​ມົນທິນ ແລະ​ນໍ້າ​ທີ່​ດື່ມ​ໄດ້​ໃນ​ໝໍ້ນັ້ນ​ກໍ​ເປັນ​ມົນທິນ.</verse>
				<verse number="35">ສິ່ງໃດໆ​ທີ່​ຊາກສັດ​ຕົກ​ຖືກ​ນັ້ນ​ຈະ​ເປັນ​ມົນທິນ; ບໍ່​ວ່າ​ເປັນ​ເຕົາອົບ​ຫລື​ເຕົາໄຟ​ກໍດີ​ຈະ​ຕ້ອງ​ຖືກ​ທັບ​ຖິ້ມ.</verse>
				<verse number="36">ແຕ່​ນໍ້າ​ໃນ​ບໍ່​ຫລື​ໃນ​ຖັງ​ເກັບ​ນໍ້າ​ຍັງ​ຖື​ວ່າ​ເປັນ​ນໍ້າ​ສະອາດ ແຕ່​ວ່າ​ຜູ້ໃດ​ທີ່​ແຕະຕ້ອງ​ຊາກ​ສັດ​ນັ້ນ​ໃຫ້​ຖື​ວ່າ​ເປັນ​ມົນທິນ.</verse>
				<verse number="37">ຖ້າ​ສ່ວນ​ໃດ​ຂອງ​ຊາກ​ສັດ​ຕົກ​ໃສ່​ແນວປູກ​ທີ່​ຈະ​ເອົາ​ໄປ​ກ້າ ແນວປູກ​ນັ້ນ​ກໍ​ບໍ່​ຖື​ວ່າ​ເປັນ​ມົນທິນ.</verse>
				<verse number="38">ແຕ່​ຖ້າ​ແນວປູກ​ນັ້ນ​ແຊ່​ນໍ້າ ແລະ​ຖ້າ​ສ່ວນ​ໜຶ່ງ​ສ່ວນ​ໃດ​ຂອງ​ຊາກສັດ​ໄດ້​ຕົກ​ໃສ່​ແນວປູກ​ນັ້ນ​ກໍ​ເປັນ​ມົນທິນ.</verse>
				<verse number="39">ຖ້າ​ສັດ​ທີ່​ກິນ​ໄດ້​ຕາຍ​ເອງ ຜູ້ໃດ​ຜູ້ໜຶ່ງ​ທີ່​ແຕະຕ້ອງ​ຊາກສັດ​ນັ້ນ ກໍ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.</verse>
				<verse number="40">ແລະ​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ກິນ​ສ່ວນໃດ​ສ່ວນໜຶ່ງ​ຂອງ​ສັດ ລາວ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ ແຕ່​ຈະ​ຍັງ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ; ຜູ້ໃດ​ທີ່​ຫາມ​ຊາກສັດ ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ຂອງຕົນ ແຕ່​ຜູ້ນັ້ນ​ຈະ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.</verse>
				<verse number="41">ແລະ​ສັດ​ທຸກ​ໂຕ​ທີ່​ເລືອຄານ​ເທິງ​ໜ້າດິນ ຢ່າ​ໄດ້​ກິນ​ສັດ​ເຫຼົ່ານັ້ນ</verse>
				<verse number="42">ບໍ່​ວ່າ​ຈະ​ເປັນ​ສັດ​ທີ່​ເລືອຄານ​ໄປມາ​ຫລື​ສັດ​ສີ່​ຕີນ​ກໍຕາມ.</verse>
				<verse number="43">ຢ່າ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ມົນທິນ​ໂດຍ​ກິນ​ສັດ​ເຫຼົ່ານີ້.</verse>
				<verse number="44">ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ຕ້ອງ​ບໍຣິສຸດ ເພາະ​ເຮົາ​ບໍຣິສຸດ. ຢ່າ​ເຮັດ​ໃຫ້​ພວກເຈົ້າ​ເປັນມົນທິນ​ຍ້ອນ​ສັດ​ທີ່​ເລືອຄານ​ເທິງ​ໜ້າດິນ.</verse>
				<verse number="45">ເຮົາ​ແມ່ນ​ພຣະເຈົ້າຢາເວ​ພຣະເຈົ້າ​ຜູ້​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ວ່າ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຈົ້າ​ຕ້ອງ​ບໍຣິສຸດ ເພາະ​ເຮົາ​ບໍຣິສຸດ.</verse>
				<verse number="46">ອັນນີ້ ແມ່ນ​ລະບຽບ​ການ​ກ່ຽວກັບ​ສັດ​ແລະ​ນົກ ຕະຫລອດ​ທັງ​ທຸກໆ​ສິ່ງ​ທີ່​ຢູ່​ໃນ​ນໍ້າ ແລະ​ສັດ​ທຸກໆ​ຊະນິດ​ທີ່​ເຄື່ອນຍ້າຍ​ໄປມາ​ເທິງ​ໜ້າດິນ.</verse>
				<verse number="47">ເຈົ້າ​ຕ້ອງ​ສາມາດ​ໄຈ້ແຍກ​ຢ່າງ​ລະມັດ​ລະວັງ ລະຫວ່າງ​ສັດ​ຈຳພວກ​ທີ່​ເປັນ​ມົນທິນ ແລະ​ຈຳພວກ​ທີ່​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ​ຄື: ລະຫວ່າງ​ສັດ​ທີ່​ກິນ​ໄດ້​ແລະ​ສັດ​ທີ່​ກິນ​ບໍ່ໄດ້.</verse>
			</chapter>
			<chapter number="12">
				<verse number="1">ພຣະເຈົ້າຢາເວ​ໄດ້​ມອບ​ລະບຽບການ​ດັ່ງ​ຕໍ່ໄປນີ້​ໃຫ້​ໂມເຊ</verse>
				<verse number="2">ສຳລັບ​ປະຊາຊົນ​ອິດສະຣາເອນ. ເຈັດ​ມື້​ຫລັງຈາກ​ຜູ້ຍິງ​ເກີດ​ລູກ​ເປັນ​ຜູ້ຊາຍ​ແລ້ວ ນາງ​ເປັນມົນທິນ​ຕາມ​ກົດບັນຍັດ ເໝືອນກັນ​ກັບ​ໄລຍະ​ທີ່​ນາງ​ເປັນ​ປະຈຳເດືອນ.</verse>
				<verse number="3">ໃນ​ມື້​ທີ​ແປດ ເດັກນ້ອຍ​ຜູ້​ນີ້​ຈະ​ຕ້ອງ​ຮັບ​ພິທີຕັດ.</verse>
				<verse number="4">ແລ້ວ​ອີກ​ສາມສິບສາມ​ວັນ​ຕໍ່ມາ ນາງ​ຈຶ່ງ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ ອັນ​ເນື່ອງ​ມາ​ຈາກ​ການ​ເສຍ​ເລືອດ​ນັ້ນ; ນາງ​ຕ້ອງ​ບໍ່​ແຕະຕ້ອງ​ສິ່ງໃດໆ​ທີ່​ສັກສິດ ຫລື​ເຂົ້າ​ໄປ​ໃນ​ຫໍເຕັນ ຈົນກວ່າ​ການ​ຊຳລະ​ຕົວ​ໃຫ້​ບໍຣິສຸດ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ.</verse>
				<verse number="5">ຫລັງຈາກ​ເກີດ​ລູກ​ເປັນ​ຜູ້ຍິງ​ໄດ້​ສິບສີ່​ວັນ ຜູ້ຍິງ​ນັ້ນ​ເປັນ​ມົນທິນ​ຕາມ​ກົດບັນຍັດ​ເໝືອນກັນ​ກັບ​ໃນ​ໄລຍະ​ທີ່​ນາງ​ເປັນ​ປະຈຳເດືອນ. ແລ້ວ​ອີກ​ຫົກສິບຫົກ​ວັນ​ຕໍ່ມາ ນາງ​ຈຶ່ງ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ ອັນ​ເນື່ອງ​ມາ​ຈາກ​ການ​ເສຍ​ເລືອດ​ນັ້ນ.</verse>
				<verse number="6">ເມື່ອ​ກຳນົດ​ຊຳລະຕົວ​ໃຫ້​ບໍຣິສຸດ​ໄດ້​ຜ່ານພົ້ນ​ໄປ​ແລ້ວ ບໍ່​ວ່າ​ໄດ້​ລູກ​ຜູ້ຍິງ​ຫລື​ລູກ​ຜູ້ຊາຍ​ກໍດີ ນາງ​ຈະ​ຕ້ອງ​ນຳ​ລູກແກະ​ອາຍຸ​ໜຶ່ງ​ປີ ມາ​ໃຫ້​ປະໂຣຫິດ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ເພື່ອ​ເຮັດ​ພິທີ​ເຜົາ​ຖວາຍບູຊາ ແລະ​ນົກ​ກາງແກ​ຫລື​ນົກເຂົາ​ໜຶ່ງ​ໂຕ ເພື່ອ​ຖວາຍບູຊາ​ລຶບລ້າງ​ບາບ.</verse>
				<verse number="7">ປະໂຣຫິດ​ຈະ​ເອົາ​ເຄື່ອງ​ຖວາຍ​ຂອງ​ນາງ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຖວາຍບູຊາ​ຊຳລະ​ມົນທິນ​ໃຫ້​ແກ່​ນາງ ແລ້ວ​ນາງ​ກໍ​ຈະ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ. ນີ້​ແມ່ນ​ລະບຽບການ​ທີ່​ຜູ້ຍິງ​ຕ້ອງ​ປະຕິບັດ ຫລັງຈາກ​ທີ່​ນາງ​ໄດ້​ອອກລູກ​ແລ້ວ.</verse>
				<verse number="8">ຖ້າ​ນາງ​ບໍ່​ສາມາດ​ຖວາຍ​ລູກແກະ​ໄດ້ ຕ້ອງ​ໃຫ້​ນຳ​ນົກເຂົາ​ຫລື​ນົກ​ກາງແກ​ສອງ​ໂຕ​ມາ; ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ ແລະ​ອີກ​ໂຕໜຶ່ງ​ເພື່ອ​ຖວາຍ​ລຶບລ້າງ​ບາບ. ປະໂຣຫິດ​ຈະ​ຖວາຍບູຊາ​ຊຳລະ​ມົນທິນ​ໃຫ້​ແກ່​ນາງ ແລະ​ຍິງ​ນັ້ນ​ກໍ​ຈະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.</verse>
			</chapter>
			<chapter number="13">
				<verse number="1">ພຣະເຈົ້າຢາເວ​ໄດ້​ມອບ​ລະບຽບການ​ຕ່າງໆ ດັ່ງ​ຕໍ່ໄປນີ້​ໃຫ້​ໂມເຊ​ແລະ​ອາໂຣນ.</verse>
				<verse number="2">ຖ້າ​ຜູ້ໃດ​ຜູ້ໜຶ່ງ​ມີ​ອາການ​ເຈັບປວດ​ຕາມ​ຜິວໜັງ ຫລື​ໂພງ​ຂຶ້ນ ຫລື​ບວມ​ທີ່​ອາດ​ຈະ​ກາຍເປັນ​ພະຍາດ​ຂີ້ທູດ ຜູ້ນັ້ນ​ຕ້ອງ​ຖືກ​ນຳ​ຕົວ​ໄປ​ຫາ​ປະໂຣຫິດ ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ.</verse>
				<verse number="3">ປະໂຣຫິດ​ຈະ​ກວດເບິ່ງ​ອາການ​ເຈັບປວດ​ນັ້ນ ແລະ​ຖ້າ​ຂົນ​ທີ່​ຜິວໜັງ​ຫງອກ ແລະ​ພະຍາດ​ກໍ​ຢູ່​ເລິກ​ກວ່າ​ຜິວໜັງ​ລົງ​ໄປ ໃຫ້​ນັບ​ຜູ້ນັ້ນ​ວ່າ​ເປັນ​ພະຍາດ​ຂີ້ທູດ ແລະ​ປະໂຣຫິດ​ຕ້ອງ​ປະກາດ​ວ່າ​ຄົນ​ນັ້ນ​ເປັນ​ມົນທິນ.</verse>
				<verse number="4">ແຕ່​ຖ້າ​ຜິວໜັງ​ຊື່​ບ່ອນ​ທີ່​ເຈັບປວດ​ນັ້ນ​ຂາວ ແລະ​ພະຍາດ​ບໍ່​ກິນ​ເລິກ​ລົງ​ໄປກວ່າ​ຜິວໜັງ ພ້ອມ​ທັງ​ຂົນ​ໃນ​ບໍລິເວນ​ນັ້ນ​ກໍ​ບໍ່​ຫງອກ ປະໂຣຫິດ​ຈະ​ຕ້ອງ​ກັກ​ຕົວ​ຜູ້ນັ້ນ​ໄວ້​ຢູ່​ຕ່າງຫາກ​ເຈັດ​ວັນ.</verse>
				<verse number="5">ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ລາວ​ອີກ​ໃນ​ວັນ​ທີ​ເຈັດ ແລະ​ຖ້າ​ປະໂຣຫິດ​ເຫັນ​ວ່າ​ອາການ​ເຈັບປວດ​ຍັງ​ຄືເກົ່າ ແລະ​ບໍ່ໄດ້​ຂະຫຍາຍ​ອອກ​ໄປ ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ກັກຕົວ​ໄວ້​ຢູ່​ຕ່າງຫາກ​ອີກ​ເຈັດ​ວັນ.</verse>
				<verse number="6">ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ຜູ້ນັ້ນ​ອີກ​ໃນ​ມື້​ທີ​ເຈັດ ແລະ​ຖ້າ​ອາການ​ເຈັບປວດ​ເບົາບາງ​ລົງ ແລະ​ພະຍາດ​ນັ້ນ​ບໍ່ໄດ້​ແຜ່ລາມ​ອອກ​ໄປ; ປະໂຣຫິດ​ຕ້ອງ​ປະກາດ​ວ່າ ຜູ້ນັ້ນ​ບໍ່ໄດ້​ເປັນມົນທິນ​ຕາມ​ກົດບັນຍັດ. ມັນ​ເປັນ​ພຽງ​ອາການ​ເຈັບປວດ​ເທົ່ານັ້ນ.</verse>
				<verse number="7">ແຕ່​ຖ້າ​ອາການ​ເຈັບປວດ​ນັ້ນ​ແຜ່​ລາມ​ອອກ​ໄປ ຫລັງຈາກ​ທີ່​ປະໂຣຫິດ​ໄດ້​ກວດເບິ່ງ ແລະ​ປະກາດ​ວ່າ​ຜູ້ນັ້ນ​ສະອາດ​ດີ​ແລ້ວ ລາວ​ຕ້ອງ​ກັບຄືນ​ມາ​ຫາ​ປະໂຣຫິດ​ອີກ.</verse>
				<verse number="8">ປະໂຣຫິດ​ຈະ​ກວດເບິ່ງ​ລາວ​ຕື່ມ​ອີກ ແລະ​ຖ້າ​ພະຍາດ​ນັ້ນ​ແຜ່​ລາມ​ອອກ​ໄປ​ແທ້ ປະໂຣຫິດ​ຈະ​ປະກາດ​ວ່າ​ຜູ້ນັ້ນ​ເປັນ​ມົນທິນ ຍ້ອນ​ພະຍາດ​ຂີ້ທູດ​ຂອງ​ຜູ້ກ່ຽວ.</verse>
				<verse number="9">ຖ້າ​ຜູ້ໃດ​ຜູ້ໜຶ່ງ​ເປັນ​ພະຍາດ​ຂີ້ທູດ ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ນຳ​ຕົວ​ໄປ​ຫາ​ປະໂຣຫິດ​ໃຫ້​ກວດເບິ່ງ. ຖ້າ​ບໍລິເວນ​ເຈັບປວດ​ນັ້ນ​ບວບ​ມີ​ສີ​ຂາວ ຊຶ່ງ​ເຮັດ​ໃຫ້​ຂົນ​ໜັງ​ຫງອກ​ແລະ​ມີ​ໜອງ​ໃນ​ແຜ</verse>
				<verse number="10"></verse>
				<verse number="11">ກໍ​ສະແດງ​ວ່າ​ເປັນ​ພະຍາດ​ຜິວໜັງ​ຊໍ້າເຮື້ອ. ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ​ຜູ້ນັ້ນ​ເປັນ​ມົນທິນ; ບໍ່​ຈຳເປັນ​ຕ້ອງ​ກັກ​ລາວ​ໄວ້​ຢູ່​ຕ່າງຫາກ​ອີກ​ຕໍ່ໄປ ເພາະ​ຮູ້​ໄດ້​ຢ່າງ​ຄັກແນ່​ແລ້ວ​ວ່າ​ລາວ​ເປັນ​ມົນທິນ.</verse>
				<verse number="12">ຖ້າ​ພະຍາດ​ຜິວໜັງ​ລາມ​ໄປ​ທົ່ວ​ຮ່າງກາຍ​ແຕ່​ຫົວ​ຫາ​ຕີນ</verse>
				<verse number="13">ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ລາວ​ຄືນ​ໃໝ່. ຖ້າ​ປະໂຣຫິດ​ພົບ​ວ່າ ໂຣກ​ນັ້ນ​ໄດ້​ແຜ່ລາມ​ອອກ​ໄປ​ທົ່ວ​ຮ່າງກາຍ​ແທ້ ເພິ່ນ​ຈະ​ປະກາດ​ວ່າ​ຜູ້ນັ້ນ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ. ຖ້າ​ໝົດ​ທັງ​ຕົວ​ຂອງ​ລາວ​ຂາວ​ດັ່ງ​ຊ້າງເຜືອກ ລາວ​ກໍ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="14">ແຕ່​ຖ້າ​ອາການ​ເຈັບປວດ​ຕາມ​ຜິວໜັງ​ປາກົດ​ໃຫ້​ເຫັນ​ເມື່ອໃດ ຕ້ອງ​ໃຫ້​ຖື​ວ່າ​ລາວ​ເປັນມົນທິນ​ເມື່ອນັ້ນ.</verse>
				<verse number="15">ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ອີກ​ໃໝ່ ແລະ​ຖ້າ​ເພິ່ນ​ເຫັນ​ແຜ​ໃໝ່​ປາກົດ​ຂຶ້ນ​ມາ ເພິ່ນ​ກໍ​ຈະ​ປະກາດ​ວ່າ​ຊາຍ​ຜູ້ນັ້ນ​ເປັນ​ມົນທິນ. ແຜ​ໃໝ່​ນັ້ນ​ເປັນມົນທິນ​ເພາະ​ມັນ​ແມ່ນ​ພະຍາດ​ຂີ້ທູດ.</verse>
				<verse number="16">ແຕ່​ເມື່ອ​ແຜ​ໃໝ່​ນັ້ນ​ດີ ປ່ຽນ​ເປັນ​ສີ​ຂາວ​ອີກ ຕ້ອງ​ໃຫ້​ລາວ​ໄປ​ຫາ​ປະໂຣຫິດ</verse>
				<verse number="17">ເພື່ອ​ຈະ​ກວດເບິ່ງ​ລາວ​ຄືນ​ອີກ. ຖ້າ​ພະຍາດ​ນັ້ນ​ເປັນ​ພະຍາດ​ຜິວໜັງ​ສີ​ຂາວ​ເທົ່ານັ້ນ ລາວ​ກໍ​ບໍ່​ເປັນ​ມົນທິນ ແລະ​ປະໂຣຫິດ​ຕ້ອງ​ປະກາດ​ວ່າ ລາວ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="18">ຖ້າ​ຜູ້ໃດ​ຜູ້ໜຶ່ງ​ເປັນ​ຝີ​ໃນ​ຜິວໜັງ​ແຕ່​ດີ​ແລ້ວ</verse>
				<verse number="19">ແລະ​ຫລັງຈາກ​ນັ້ນ ຖ້າ​ມີ​ສີຂາວ​ບວມ​ຂຶ້ນ​ມາ ຫລື​ຮອຍ​ສີແດງ​ປົນ​ສີຂາວ​ປາກົດ​ຂຶ້ນ​ໃນ​ບໍລິເວນ​ນັ້ນ ລາວ​ຈະ​ຕ້ອງ​ໄປ​ຫາ​ປະໂຣຫິດ.</verse>
				<verse number="20">ປະໂຣຫິດ​ຈະ​ກວດເບິ່ງ​ລາວ ແລະ​ຖ້າ​ບໍລິເວນ​ນັ້ນ​ປາກົດ​ວ່າ ເລິກ​ກວ່າ​ຜິວໜັງ​ແລະ​ຂົນ​ທີ່​ບໍລິເວນ​ນັ້ນ​ຫງອກ ປະໂຣຫິດ​ຕ້ອງ​ປະກາດ​ວ່າ​ລາວ​ເປັນ​ມົນທິນ. ອັນ​ນີ້​ແມ່ນ​ພະຍາດ​ຂີ້ທູດ ທີ່​ໄດ້​ເລີ່ມ​ຟູ​ຂຶ້ນ​ຈາກ​ແປ້ວ​ຝີ.</verse>
				<verse number="21">ແຕ່​ຖ້າ​ປະໂຣຫິດ​ກວດເບິ່ງ​ໂຣກ​ນັ້ນ​ແລ້ວ​ແລະ​ພົບ​ວ່າ ຂົນ​ໃນ​ບໍລິເວນ​ນັ້ນ​ບໍ່​ຫງອກ ແລະ​ບໍລິເວນ​ເຈັບປວດ​ນັ້ນ​ບໍ່ໄດ້​ເລິກ​ກວ່າ​ຜິວໜັງ​ແຕ່​ມີ​ສີ​ຊີດໆ; ປະໂຣຫິດ​ຈະ​ຕ້ອງ​ກັກ​ຕົວ​ຄົນ​ນັ້ນ​ໄວ້​ຢູ່​ຕ່າງຫາກ​ເຈັດ​ວັນ.</verse>
				<verse number="22">ຖ້າ​ພະຍາດ​ແຜ່​ລາມ​ອອກ​ໄປ​ຕາມ​ຜິວໜັງ ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ​ຜູ້ນັ້ນ​ເປັນ​ມົນທິນ; ລາວ​ໄດ້​ເປັນ​ພະຍາດ​ຜິວໜັງ​ແລ້ວ.</verse>
				<verse number="23">ແຕ່​ຖ້າ​ບໍລິເວນ​ນັ້ນ​ຍັງ​ຄືເກົ່າ​ແລະ​ບໍ່ໄດ້​ແຜ່​ລາມ​ອອກ​ໄປ ກໍ​ເປັນ​ພຽງ​ບາດແຜ​ທີ່​ສືບ​ມາ​ຈາກ​ຕຸ່ມຝີ​ເທົ່ານັ້ນ ແລະ​ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ ລາວ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="24">ໃນ​ກໍລະນີ​ຂອງ​ຄົນ​ໜຶ່ງ​ທີ່​ຖືກ​ໄຟ​ໄໝ້ ຖ້າ​ເນື້ອ​ໃນ​ບາດ​ສົດ​ທີ່​ຊື່​ກັບ​ບໍລິເວນ​ນັ້ນ​ເປັນ​ສີຂາວ​ຊໍ້າ</verse>
				<verse number="25">ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ລາວ. ຖ້າ​ຂົນ​ທີ່​ບໍລິເວນ​ນັ້ນ​ຫງອກ ແລະ​ບໍລິເວນ​ນັ້ນ​ກໍ​ປາກົດ​ວ່າ​ເລິກກວ່າ​ຜິວໜັງ ພະຍາດ​ນີ້​ແມ່ນ​ພະຍາດ​ຂີ້ທູດ ຊຶ່ງ​ໄດ້​ເລີ່ມ​ໃຄ່​ຂຶ້ນ​ຕາມ​ບໍລິເວນ​ບ່ອນ​ໄຟ​ໄໝ້​ນັ້ນ ແລະ​ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ ລາວ​ເປັນ​ມົນທິນ.</verse>
				<verse number="26">ແຕ່​ຖ້າ​ຂົນ​ເຫຼົ່ານັ້ນ​ບໍ່​ຫງອກ​ແລະ​ບໍລິເວນ​ນັ້ນ​ບໍ່​ເລິກກວ່າ​ຜິວໜັງ​ແຕ່​ມັນ​ເປັນ​ສີ​ຈາງໆ ປະໂຣຫິດ​ຈະ​ຕ້ອງ​ກັກ​ຄົນ​ນັ້ນ​ໄວ້​ຢູ່​ຕ່າງຫາກ​ເປັນ​ເວລາ​ເຈັດ​ວັນ.</verse>
				<verse number="27">ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ລາວ​ຄືນ​ໃໝ່​ໃນ​ວັນ​ທີ​ເຈັດ ແລະ​ຖ້າ​ພະຍາດ​ນັ້ນ​ແຜ່​ລາມ​ອອກ​ໄປ ກໍ​ສະແດງ​ວ່າ​ລາວ​ເປັນ​ພະຍາດ​ຂີ້ທູດ ແລະ​ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ​ລາວ​ເປັນມົນທິນ.</verse>
				<verse number="28">ແຕ່​ຖ້າ​ບໍລິເວນ​ນັ້ນ​ຍັງ​ຄືເກົ່າ ແລະ​ບໍ່ໄດ້​ແຜ່​ລາມ​ອອກ​ໄປ ພ້ອມ​ທັງ​ເປັນ​ສີ​ຊີດໆ ນັ້ນ​ກໍ​ບໍ່ແມ່ນ​ພະຍາດ​ຂີ້ທູດ. ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ ລາວ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ ເພາະວ່າ​ມັນ​ເປັນ​ພຽງແຕ່​ແປ້ວ​ຈາກ​ໄຟ້​ໄໝ້​ເທົ່ານັ້ນ.</verse>
				<verse number="29">ເມື່ອ​ຊາຍ​ຫລື​ຍິງ​ຜູ້ໜຶ່ງ​ເປັນ​ພະຍາດ​ທີ່​ຫົວ​ຫລື​ທີ່​ຄາງ</verse>
				<verse number="30">ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ພະຍາດ​ນັ້ນ. ຖ້າ​ບໍລິເວນ​ນັ້ນ​ປາກົດ​ວ່າ​ເລິກ​ກວ່າ​ຜິວໜັງ ທັງ​ຜົມ​ຊື່​ບໍລິເວນ​ນັ້ນ​ເຫລືອງ ແລະ​ບາງ​ກໍ​ສະແດງ​ວ່າ​ອາການ​ເຊັ່ນນັ້ນ​ແມ່ນ​ພະຍາດ​ຜິວໜັງ. ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ​ຄົນ​ນັ້ນ​ເປັນ​ມົນທິນ.</verse>
				<verse number="31">ຫລັງຈາກ​ປະໂຣຫິດ​ກວດເບິ່ງ​ລາວ​ແລ້ວ ຖ້າ​ບໍລິເວນ​ບ່ອນ​ເຈັບປວດ​ນັ້ນ​ບໍ່​ປາກົດ​ວ່າ ເລິກ​ກວ່າ​ຜິວໜັງ​ທັງ​ຜົມ​ຍັງ​ບໍ່​ດຳ​ຂຶ້ນ​ຄືນ ປະໂຣຫິດ​ຈະ​ຕ້ອງ​ກັກ​ຜູ້ນັ້ນ​ໄວ້​ຢູ່​ຕ່າງຫາກ​ເປັນ​ເວລາ​ເຈັດ​ວັນ.</verse>
				<verse number="32">ປະໂຣຫິດ​ຈະ​ກວດເບິ່ງ​ພະຍາດ​ຄືນ​ໃໝ່​ໃນ​ວັນ​ທີ​ເຈັດ ແລະ​ຖ້າ​ພະຍາດ​ນັ້ນ​ບໍ່​ແຜ່​ລາມ​ອອກ​ໄປ ແລະ​ບໍ່ມີ​ຂົນ​ເຫລືອງ​ແລະ​ບໍ່​ປາກົດ​ເຫັນ​ວ່າ ທີ່​ບໍລິເວນ​ນັ້ນ​ເລິກ​ກວ່າ​ຜິວໜັງ</verse>
				<verse number="33">ຕ້ອງ​ໃຫ້​ແຖ​ຜົມ​ຄົນ​ນັ້ນ​ອ້ອມ​ບ່ອນ​ທີ່​ລາວ​ເຈັບປວດ. ແຕ່​ປະໂຣຫິດ​ຈະ​ຕ້ອງ​ກັກ​ຕົວ​ລາວ​ໄວ້​ຢູ່​ຕ່າງຫາກ​ເຈັດ​ວັນ.</verse>
				<verse number="34">ໃນ​ວັນ​ທີ​ເຈັດ ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ຄືນ​ໃໝ່ ແລະ​ຖ້າ​ມັນ​ບໍ່​ແຜ່​ລາມ​ອອກ​ໄປ ທັງ​ບໍ່​ປາກົດ​ໃຫ້​ເຫັນ​ວ່າ​ເລິກ​ກວ່າ​ຜິວໜັງ ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ ລາວ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ. ລາວ​ຈະ​ຕ້ອງ​ຊັກ​ເຄື່ອງນຸ່ງ ແລະ​ລາວ​ກໍ​ຈະ​ໝົດ​ເປັນ​ມົນທິນ.</verse>
				<verse number="35">ແຕ່​ຖ້າ​ພະຍາດ​ນັ້ນ​ແຜ່ລາມ​ອອກ​ໄປ ຫລັງຈາກ​ທີ່​ລາວ​ໄດ້​ຖືກ​ປະກາດ​ວ່າ​ບໍ່​ເປັນ​ມົນທິນ</verse>
				<verse number="36">ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ຄືນ​ອີກ. ຖ້າ​ອາການ​ເຈັບປວດ​ນັ້ນ​ແຜ່ລາມ​ອອກ​ໄປ ບໍ່​ຈຳເປັນ​ຕ້ອງ​ເບິ່ງ​ຜົມ​ຂອງ​ລາວ​ວ່າ​ເຫລືອງ​ຫລື​ບໍ່; ຄົນ​ນັ້ນ​ເປັນ​ມົນທິນ​ຢ່າງ​ຈະແຈ້ງ​ແລ້ວ.</verse>
				<verse number="37">ແຕ່​ຖ້າ​ປະໂຣຫິດ​ເຫັນ​ວ່າ ຄວາມ​ເຈັບປວດ​ນັ້ນ​ບໍ່ໄດ້​ແຜ່​ລາມ​ອອກ​ໄປ ແລະ​ມີ​ຜົມ​ດຳ​ປົ່ງ​ຂຶ້ນ​ມາ​ໃນ​ບໍລິເວນ​ນັ້ນ ກໍ​ສະແດງ​ວ່າ​ພະຍາດ​ນັ້ນ​ໄດ້​ດີ​ແລ້ວ. ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ ຄົນ​ນັ້ນ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="38">ເມື່ອ​ຊາຍ​ຫລື​ຍິງ​ຜູ້ໜຶ່ງ​ມີ​ຮອຍ​ສີ​ຂາວໆ​ທີ່​ຜິວໜັງ</verse>
				<verse number="39">ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ຜູ້ນັ້ນ. ຖ້າ​ຮອຍ​ຂາວ​ທີ່​ຜິວໜັງ​ນັ້ນ​ເປັນ​ສີ​ຂາວ​ໝົ່ນ ຮອຍ​ນັ້ນ​ກໍ​ເປັນ​ແຕ່​ພຽງ​ຂີ້ກ້ຽນ​ທີ່​ຟູ​ຂຶ້ນ​ຕາມ​ຜິວໜັງ​ເທົ່ານັ້ນ; ຄົນ​ນັ້ນ​ບໍ່ໄດ້​ເປັນມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="40">ຖ້າ​ຊາຍ​ຄົນ​ໃດ​ຜົມ​ຫລົ່ນ ບໍ່​ວ່າ​ທາງ​ດ້ານ​ໜ້າ​ຫລື​ດ້ານຫລັງ​ກໍຕາມ ຄົນ​ນັ້ນ​ບໍ່ໄດ້​ເປັນ​ມົນທິນ</verse>
				<verse number="41"></verse>
				<verse number="42">ແຕ່​ຖ້າ​ບໍລິເວນ​ຊື່​ຫົວລ້ານ​ນັ້ນ ປາກົດ​ມີ​ອາການ​ບວມ​ແດງ​ປົນ​ຂາວ​ແລະ​ເຈັບປວດ ອັນ​ນີ້​ກໍ​ສະແດງ​ວ່າ​ແມ່ນ​ພະຍາດ​ຂີ້ທູດ.</verse>
				<verse number="43">ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ລາວ ແລະ​ຖ້າ​ບໍລິເວນ​ນັ້ນ​ມີ​ອາການ​ບວມ​ແດງຊໍ້າ​ປົນ​ຂາວ​ແລະ​ເຈັບປວດ</verse>
				<verse number="44">ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ​ຜູ້ນັ້ນ​ເປັນ​ມົນທິນ ເພາະ​ພະຍາດ​ຂີ້ທູດ​ທີ່​ຫົວ​ຂອງ​ລາວ.</verse>
				<verse number="45">ບຸກຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ຂີ້ທູດ ຕ້ອງ​ໃສ່​ເຄື່ອງນຸ່ງ​ຂາດ, ປ່ອຍ​ຜົມ​ໃຫ້​ຫຍຸ້ງ, ອັດ​ຮີມ​ສົບ​ດ້ານ​ເທິງ​ໄວ້ ແລະ​ຮ້ອງ​ໄປ​ວ່າ, “ເປັນ​ມົນທິນ! ເປັນ​ມົນທິນ!”</verse>
				<verse number="46">ຄົນ​ນັ້ນ​ຈະ​ເປັນ​ມົນທິນ​ຕາບໃດ​ທີ່​ລາວ​ຍັງ​ເປັນ​ພະຍາດ​ນີ້​ຢູ່ ແລະ​ລາວ​ຕ້ອງ​ຢູ່​ນອກ​ຄ້າຍພັກ​ຫ່າງ​ຈາກ​ຄົນອື່ນໆ.</verse>
				<verse number="47">ເມື່ອໃດ​ມີ​ຂີ້ເຮື້ອນ ຕິດ​ຢູ່​ຕາມ​ເຄື່ອງນຸ່ງຫົ່ມ ບໍ່​ວ່າ​ຈະ​ເປັນ​ເຄື່ອງນຸ່ງຫົ່ມ​ທີ່​ເປັນ​ຂົນສັດ​ຫລື​ເປັນ​ຜ້າປ່ານ</verse>
				<verse number="48">ຫລື​ຕິດ​ຢູ່​ຕາມ​ຜ້າປ່ານ​ຕ່ອນໃດ​ຕ່ອນໜຶ່ງ ຫລື​ຜ້າ​ຂົນສັດ ຫລື​ໜັງສັດ ຫລື​ສິ່ງໃດໆ​ທີ່​ເຮັດ​ດ້ວຍ​ໜັງ​ສັດ;</verse>
				<verse number="49">ຖ້າ​ພະຍາດ​ນັ້ນ​ເຮັດ​ໃຫ້​ເຄື່ອງນຸ່ງຫົ່ມ​ມີ​ສີຂຽວ​ຫລື​ສີແດງ ກໍ​ສະແດງ​ວ່າ​ແມ່ນ​ຂີ້ເຮື້ອນ​ທີ່​ກຳລັງ​ແຜ່​ລາມ​ອອກ​ໄປ ແລະ​ຕ້ອງ​ນຳ​ສິ່ງຂອງ​ນັ້ນ​ໄປ​ສະແດງ​ຕໍ່​ປະໂຣຫິດ.</verse>
				<verse number="50">ປະໂຣຫິດ​ຈະ​ກວດເບິ່ງ ແລະ​ເອົາ​ສິ່ງຂອງ​ທີ່​ເປັນ​ພະຍາດ​ນັ້ນ ໄປ​ໄວ້​ຕ່າງຫາກ​ເຈັດ​ວັນ.</verse>
				<verse number="51">ໃນ​ວັນ​ທີ​ເຈັດ ເພິ່ນ​ຈະ​ກວດເບິ່ງ​ອີກ ແລະ​ຖ້າ​ໂຣກ​ຂີ້ເຮື້ອນ​ນັ້ນ​ແຜ່​ລາມ​ອອກ​ໄປ ສິ່ງຂອງ​ນັ້ນ​ກໍ​ເປັນ​ມົນທິນ.</verse>
				<verse number="52">ປະໂຣຫິດ​ຈະ​ຕ້ອງ​ຈູດ​ສິ່ງ​ເຫຼົ່ານັ້ນ ເພາະ​ມັນ​ມີ​ຂີ້ເຮື້ອນ​ທີ່​ກຳລັງ​ແຜ່ລາມ​ອອກ​ໄປ ຈົ່ງ​ໃຫ້​ຈູດໄຟ​ຖິ້ມ​ເສຍ.</verse>
				<verse number="53">ແຕ່​ເມື່ອ​ກວດເບິ່ງ​ແລ້ວ ຖ້າ​ປະໂຣຫິດ​ເຫັນ​ວ່າ ຂີ້ເຮື້ອນ​ບໍ່ໄດ້​ແຜ່ລາມ​ອອກ​ໄປ​ເຖິງ​ສິ່ງຂອງ,</verse>
				<verse number="54">ເພິ່ນ​ກໍ​ຈະ​ສັ່ງ​ໃຫ້​ເອົາ​ໄປ​ຊັກລ້າງ​ແລະ​ປະ​ໄວ້​ຕ່າງຫາກ​ອີກ​ເຈັດ​ວັນ.</verse>
				<verse number="55">ເມື່ອ​ຊັກ​ແລ້ວ​ປະໂຣຫິດ​ຈະ​ກວດເບິ່ງ ແລະ​ຖ້າ​ບໍລິເວນ​ບ່ອນ​ເປັນ​ຂີ້ເຮື້ອນ​ບໍ່​ປ່ຽນ​ສີ ແມ່ນ​ວ່າ​ບໍ່​ແຜ່ລາມ​ອອກ​ໄປ​ກໍຕາມ ມັນ​ກໍ​ຍັງ​ເປັນມົນທິນ​ຢູ່ ຈົ່ງ​ຈູດ​ສິ່ງຂອງ​ນັ້ນ​ເສຍ ບໍ່​ວ່າ​ຂີ້ເຮື້ອນ​ນັ້ນ​ຈະ​ຕິດແປດ​ຢູ່​ຂ້າງໃນ ຫລື​ຢູ່​ຂ້າງນອກ​ສິ່ງຂອງ​ກໍຕາມ.</verse>
				<verse number="56">ແຕ່​ຫລັງຈາກ​ທີ່​ປະໂຣຫິດ​ໄດ້​ກວດເບິ່ງ​ອີກ​ແລ້ວ ຖ້າ​ບໍລິເວນ​ທີ່​ເປັນ​ຂີ້ເຮື້ອນ​ມີ​ສີ​ຊີດໆ​ລົງ ປະໂຣຫິດ​ຕ້ອງ​ຈີກ​ບໍລິເວນ​ທີ່​ຕິດ​ໂຣກ​ນັ້ນ​ອອກ​ຈາກ​ເຄື່ອງນຸ່ງ ຫລື​ອອກ​ຈາກ​ໜັງສັດ.</verse>
				<verse number="57">ຕໍ່ມາ ຖ້າ​ຂີ້ເຮື້ອນ​ປາກົດ​ຂຶ້ນ​ມາ​ອີກ ແລະ​ແຜ່ລາມ​ອອກ​ໄປ​ຕາມ​ສິ່ງຂອງ​ເຫຼົ່ານັ້ນ. ຜູ້​ເປັນ​ເຈົ້າຂອງ​ຈະ​ຕ້ອງ​ຈູດ​ສິ່ງຂອງ​ເຫຼົ່ານັ້ນ​ເສຍ.</verse>
				<verse number="58">ຖ້າ​ລາວ​ຊັກ​ສິ່ງຂອງ​ເຫຼົ່ານັ້ນ​ແລ້ວ ແລະ​ຈຸດ​ທີ່​ປາກົດ​ນັ້ນ​ໝົດ​ໄປ ຕ້ອງ​ໃຫ້​ລາວ​ຊັກ​ຕື່ມ​ອີກ ແລ້ວ​ຈຶ່ງ​ໃຫ້​ຖື​ວ່າ​ເຄື່ອງ​ນັ້ນ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="59">ອັນນີ້ ແມ່ນ​ລະບຽບການ​ກ່ຽວກັບ​ຂີ້ເຮື້ອນ ບໍ່​ວ່າ​ເກີດ​ນຳ​ຂົນສັດ ຫລື​ຜ້າປ່ານ ຫລື​ໃນ​ຜ້າປ່ານ ຫລື​ໃນ​ເຄື່ອງນຸ່ງ​ທີ່​ເປັນ​ຂົນສັດ ຫລື​ສິ່ງໃດໆ​ກໍຕາມ​ທີ່​ເຮັດ​ດ້ວຍ​ໜັງສັດ; ອັນ​ນີ້​ແມ່ນ​ລະບຽບ​ເພື່ອ​ຕັດສິນ​ວ່າ ເປັນ​ມົນທິນ​ຫລື​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.</verse>
			</chapter>
			<chapter number="14">
				<verse number="1">ພຣະເຈົ້າຢາເວ​ໄດ້​ມອບ​ລະບຽບການ​ດັ່ງ​ຕໍ່ໄປນີ້​ໃຫ້​ໂມເຊ.</verse>
				<verse number="2">ລະບຽບການ​ນີ້​ແມ່ນ​ກ່ຽວກັບ​ພິທີ​ຊຳລະ​ຕົວ​ຂອງ​ຜູ້​ທີ່​ດີ​ຈາກ​ພະຍາດ​ຂີ້ທູດ ໃນ​ມື້​ທີ່​ລາວ​ຖືກ​ປະກາດ​ວ່າ​ບໍ່​ເປັນ​ມົນທິນ. ຜູ້​ດີ​ພະຍາດ​ນັ້ນ​ຈະ​ຖືກ​ນຳ​ຕົວ​ໄປ​ຫາ​ປະໂຣຫິດ</verse>
				<verse number="3">ແລະ​ເພິ່ນ​ຈະ​ນຳ​ລາວ​ໄປ​ນອກຄ້າຍ ແລະ​ກວດເບິ່ງ. ຖ້າ​ພະຍາດ​ນັ້ນ​ດີ​ແລ້ວ</verse>
				<verse number="4">ເພິ່ນ​ຈະ​ສັ່ງ​ລາວ​ໃຫ້​ນຳ​ນົກ​ສອງ​ໂຕ​ທີ່​ບໍ່​ເປັນມົນທິນ​ມາ ເພື່ອ​ເຮັດ​ພິທີ​ຊຳລະ​ຕົວ ແລະ​ນຳ​ສິ່ງ​ເຫຼົ່ານີ້​ມາ​ດ້ວຍ​ຄື: ໄມ້​ສົນສີດາ​ແທ່ງ​ໜຶ່ງ, ດ້າຍ​ສີແດງ​ເສັ້ນ​ໜຶ່ງ ແລະ​ໃບ​ຫູສົບ​ມັດ​ໜຶ່ງ.</verse>
				<verse number="5">ແລ້ວ​ປະໂຣຫິດ​ກໍ​ຈະ​ຂ້າປາດຄໍ​ນົກ​ໂຕໜຶ່ງ​ໃນ​ຖ້ວຍ​ດິນ ຊຶ່ງ​ມີ​ນໍ້າ​ທີ່​ເອົາ​ມາ​ຈາກ​ບໍ່.</verse>
				<verse number="6">ປະໂຣຫິດ​ຈະ​ເອົາ​ນົກ​ໂຕ​ທີ່​ຍັງ​ເປັນ​ຢູ່ ຈຸ່ມ​ລົງ​ໃນ​ຖ້ວຍ​ເລືອດ​ຂອງ​ນົກ​ໂຕ​ທີ່​ໄດ້​ຂ້າ​ນັ້ນ ພ້ອມ​ກັບ​ໄມ້​ສົນສີດາ, ດ້າຍ​ສີແດງ ແລະ​ໃບ​ຫູສົບ.</verse>
				<verse number="7">ແລ້ວ​ປະໂຣຫິດ​ກໍ​ຈະ​ຊິດ​ເລືອດ​ນັ້ນ​ເຈັດ​ເທື່ອ​ໃສ່​ຄົນ​ທີ່​ຈະ​ຖືກ​ຊຳລະ​ຕົວ​ຈາກ​ພະຍາດ​ຜິວໜັງ ແລະ​ເພິ່ນ​ກໍ​ຈະ​ປະກາດ​ວ່າ​ລາວ​ບໍ່​ເປັນ​ມົນທິນ.</verse>
				<verse number="8">ຕໍ່ມາ ຄົນ​ນັ້ນ​ຈະ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ, ແຖ​ໜວດ, ແຖ​ຫົວ ແລະ​ອາບນໍ້າ; ແລ້ວ​ຜູ້ນັ້ນ​ກໍ​ຈະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ. ລາວ​ອາດ​ຈະ​ເຂົ້າ​ໄປ​ໃນ​ຄ້າຍ​ກໍໄດ້ ແຕ່​ລາວ​ຕ້ອງ​ນອນ​ຢູ່​ນອກ​ເຕັນ​ກ່ອນ​ເປັນ​ເວລາ​ເຈັດ​ວັນ.</verse>
				<verse number="9">ໃນ​ວັນ​ທີ​ເຈັດ ລາວ​ຈະ​ຕ້ອງ​ແຖ​ຫົວ, ແຖ​ໜວດ, ແຖ​ຄິ້ວ ແລະ​ແຖ​ຂົນ​ຕາມ​ຕົນຕົວ​ທົ່ວ​ທັງ​ຮ່າງກາຍ; ນອກຈາກນີ້​ອີກ ລາວ​ຈະ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ ແລະ​ອາບນໍ້າ​ຊຳລະ​ຮ່າງກາຍ​ເສຍ​ກ່ອນ ແລ້ວ​ລາວ​ກໍ​ຈະ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="10">ໃນ​ວັນ​ທີ​ແປດ ລາວ​ຈະ​ຕ້ອງ​ນຳ​ສິ່ງຂອງ​ເຫຼົ່ານີ້​ມາ​ຄື: ແກະເຖິກ​ສອງ​ໂຕ ແລະ​ລູກ​ແກະແມ່​ອາຍຸ​ໜຶ່ງ​ປີ​ໂຕໜຶ່ງ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ, ແປ້ງ​ປົນ​ນໍ້າມັນ​ໝາກກອກເທດ​ສອງ​ກິໂລກຼາມ ແລະ​ນໍ້າມັນ​ໝາກກອກເທດ​ເຄິ່ງ​ລິດ.</verse>
				<verse number="11">ປະໂຣຫິດ​ຈະ​ນຳ​ຊາຍ​ຜູ້​ນີ້​ພ້ອມກັບ​ເຄື່ອງ​ຖວາຍ​ຂອງ​ລາວ​ໄປ​ຕໍ່ໜ້າ​ພຣະເຈົ້າຢາເວ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="12">ແລ້ວ​ປະໂຣຫິດ​ກໍ​ຈະ​ນຳ​ລູກແກະເຖິກ ໜຶ່ງ​ໃນ​ສອງ​ໂຕ​ນັ້ນ ພ້ອມ​ກັບ​ນໍ້າມັນ​ໝາກກອກເທດ​ເຄິ່ງ​ລິດ​ມາ ເພື່ອ​ເປັນ​ເຄື່ອງ​ຖວາຍບູຊາ​ໄຖ່​ຄວາມ​ຜິດບາບ. ປະໂຣຫິດ​ຈະ​ຕ້ອງ​ຖວາຍ​ສິ່ງ​ເຫຼົ່ານີ້​ແກວ່ງໄປ​ແກວ່ງມາ ເປັນ​ເຄື່ອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ​ສຳລັບ​ປະໂຣຫິດ.</verse>
				<verse number="13">ເພິ່ນ​ຈະ​ຂ້າປາດຄໍ​ແກະເຖິກ ຢູ່​ໃນ​ບ່ອນ​ສັກສິດ ຄື​ບ່ອນ​ຂ້າ​ສັດ​ຖວາຍ​ລຶບລ້າງ​ບາບ ແລະ​ເຜົາ​ຖວາຍບູຊາ. ເພິ່ນ​ຕ້ອງ​ຂ້າ​ສັດ​ໃນ​ທີ່ນັ້ນ ເພາະວ່າ​ເຄື່ອງ​ຖວາຍ​ຊົດໃຊ້​ແທນຄືນ ແລະ​ລຶບລ້າງ​ບາບ ເປັນ​ຂອງ​ປະໂຣຫິດ​ແລະ​ເປັນ​ເຄື່ອງ​ບໍຣິສຸດ​ທີ່ສຸດ.</verse>
				<verse number="14">ປະໂຣຫິດ​ຈະ​ເອົາ​ເລືອດ​ບາງ​ສ່ວນ​ຂອງ​ລູກແກະ ທາ​ໃສ່​ລຸ່ມ​ໃບຫູ​ເບື້ອງຂວາ, ໃສ່​ໂປ້ມື​ເບື້ອງຂວາ ແລະ​ໃສ່​ໂປ້ຕີນ​ເບື້ອງຂວາ​ຂອງ​ຜູ້​ທີ່​ຈະ​ຖືກ​ປະກາດ​ວ່າ ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="15">ປະໂຣຫິດ​ຈະ​ຖອກ​ນໍ້າມັນ​ໝາກກອກເທດ​ບາງ​ສ່ວນ​ໃນ​ເຄິ່ງ​ລິດ​ນັ້ນ ໃສ່​ໂອ້ງ​ມື​ຊ້າຍ​ຂອງຕົນ</verse>
				<verse number="16">ແລ້ວ​ເອົາ​ນິ້ວມື​ເບື້ອງຂວາ​ຈຸ່ມ​ລົງ​ໃນ​ນໍ້າມັນ​ນັ້ນ ແລະ​ຊິດ​ເຈັດ​ເທື່ອ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ໃນ​ທີ່ນັ້ນ.</verse>
				<verse number="17">ເພິ່ນ​ຈະ​ຕ້ອງ​ເອົາ​ນໍ້າມັນ​ບາງ​ສ່ວນ​ໃນ​ອົ້ງ​ມື ແລະ​ເລືອດ​ແກະ​ບາງ​ສ່ວນ​ທາ​ໃສ່​ໃບຫູ​ເບື້ອງຂວາ, ໃສ່​ນິ້ວ​ໂປ້ມື​ເບື້ອງຂວາ ແລະ​ໃສ່​ໂປ້ຕີນ​ເບື້ອງຂວາ​ຂອງ​ຜູ້​ທີ່​ຖືກ​ປະກາດ​ວ່າ ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="18">ສ່ວນ​ນໍ້າມັນ​ທີ່​ເຫຼືອ​ຢູ່​ໃນ​ອົ້ງ​ມື​ນັ້ນ ເພິ່ນ​ຈະ​ຕ້ອງ​ຖອກ​ໃສ່​ເທິງ​ຫົວ​ຂອງ​ລາວ ຈາກ​ນັ້ນ ປະໂຣຫິດ​ຈຶ່ງ​ຈະ​ໄຖ່ໂທດ​ແທນ​ຜູ້ນັ້ນ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="19">ຕໍ່ມາ ປະໂຣຫິດ​ຕ້ອງ​ຖວາຍ​ລຶບລ້າງ​ບາບ ແລະ​ເຮັດ​ພິທີ​ຊຳລະ​ໃຫ້​ໝົດ​ມົນທິນ. ຫລັງຈາກ​ນັ້ນ ເພິ່ນ​ຈະ​ຂ້າປາດຄໍ​ສັດ​ສຳລັບ​ເຜົາ​ຖວາຍບູຊາ</verse>
				<verse number="20">ແລະ​ຖວາຍ​ພືດຜົນ​ເປັນເມັດ​ເທິງ​ແທ່ນບູຊາ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ໃຫ້​ໝົດ​ມົນທິນ ແລະ​ຄົນ​ນັ້ນ​ກໍ​ຈະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="21">ຖ້າ​ລາວ​ເປັນ​ຄົນ​ຍາກຈົນ ແລະ​ບໍ່​ສາມາດ​ທີ່​ຈະ​ຫາ​ມາ​ໄດ້​ຕາມ​ທີ່​ກຳນົດ​ໄວ້ ເພື່ອ​ເປັນ​ການ​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ ລາວ​ຈະ​ຕ້ອງ​ນຳ​ລູກແກະເຖິກ​ໂຕໜຶ່ງ​ມາ ເພື່ອ​ເປັນ​ເຄື່ອງ​ຖວາຍ​ໄຖ່​ຄວາມຜິດ ເປັນ​ເຄື່ອງ​ຖວາຍ​ແກວ່ງໄປ​ແກວ່ງມາ ເພື່ອ​ໄຖ່​ຄວາມຜິດ​ຂອງຕົນ. ນອກ​ນັ້ນ ລາວ​ຈະ​ຕ້ອງ​ນຳ​ແປ້ງ​ປະສົມ​ກັບ​ນໍ້າມັນ​ໝາກກອກເທດ​ໜຶ່ງ​ກິໂລກຼາມ​ເທົ່ານັ້ນ ເພື່ອ​ເປັນ​ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ ແລະ​ນໍ້າມັນ​ໝາກກອກເທດ​ອີກ​ເຄິ່ງ​ລິດ.</verse>
				<verse number="22">ລາວ​ຈະ​ຕ້ອງ​ນຳ​ນົກເຂົາ ຫລື​ນົກ​ກາງແກ​ສອງ​ໂຕ​ມາ​ດ້ວຍ​ຄື: ໂຕໜຶ່ງ​ສຳລັບ​ຖວາຍ​ລຶບລ້າງ​ບາບ ແລະ​ໂຕໜຶ່ງ​ອີກ​ສຳລັບ​ເຜົາ​ຖວາຍບູຊາ​ດ້ວຍໄຟ.</verse>
				<verse number="23">ໃນ​ວັນ​ທີ​ແປດ​ຂອງ​ພິທີ​ຊຳລະ​ໃຫ້​ໝົດ​ມົນທິນ​ນັ້ນ ລາວ​ຈະ​ຕ້ອງ​ນຳ​ສັດ​ເຫຼົ່ານັ້ນ ມາ​ໃຫ້​ປະໂຣຫິດ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="24">ປະໂຣຫິດ​ຈະ​ຕ້ອງ​ເອົາ​ລູກແກະ​ເຖິກ ກັບ​ນໍ້າມັນ​ໝາກກອກເທດ​ເຄິ່ງ​ລິດ ມາ​ຖວາຍ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="25">ປະໂຣຫິດ​ຈະ​ຕ້ອງ​ຂ້າປາດຄໍ​ແກະ​ນັ້ນ ແລະ​ເອົາ​ເລືອດ​ບາງ​ສ່ວນ​ທາ​ໃສ່​ລຸ່ມ​ໃບຫູ​ເບື້ອງຂວາ, ໃສ່​ໂປ້ມື​ເບື້ອງຂວາ ແລະ​ໂປ້ຕີນ​ເບື້ອງຂວາ​ຂອງ​ຄົນ​ນັ້ນ.</verse>
				<verse number="26">ແລ້ວ​ປະໂຣຫິດ​ກໍ​ຈະ​ຖອກ​ນໍ້າມັນ​ບາງ​ສ່ວນ​ໃສ່​ອົ້ງ​ມື​ເບື້ອງຊ້າຍ​ຂອງຕົນ</verse>
				<verse number="27">ແລະ​ໃຊ້​ມື​ຂວາ​ຊິດ​ນໍ້າມັນ​ເຈັດ​ເທື່ອ​ຊ້ອງໜ້າ​ພຣະເຈົ້າຢາເວ​ໃນ​ທີ່ນັ້ນ.</verse>
				<verse number="28">ເພິ່ນ​ຈະ​ເອົາ​ນໍ້າມັນ​ບາງ​ສ່ວນ​ໃນ​ໂອ້ງ​ມື ທາ​ໃສ່​ບ່ອນ​ດຽວກັນ​ກັບ​ທີ່​ໄດ້​ທາ​ເລືອດ​ໃສ່​ນັ້ນ​ຄື: ທາ​ໃສ່​ລຸ່ມ​ໃບຫູ​ເບື້ອງຂວາ, ໃສ່​ໂປ້ມື​ເບື້ອງຂວາ, ໃສ່​ໂປ້ຕີນ​ເບື້ອງຂວາ​ຂອງ​ຄົນ​ນັ້ນ.</verse>
				<verse number="29">ສ່ວນ​ນໍ້າມັນ​ທີ່​ເຫຼືອ​ໃນ​ອົ້ງ​ມື​ນັ້ນ ເພິ່ນ​ຈະ​ຕ້ອງ​ຖອກ​ໃສ່​ຫົວ​ຂອງ​ຜູ້ນັ້ນ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ໃຫ້​ໝົດ​ມົນທິນ​ຕາມ​ກົດບັນຍັດ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="30">ຕໍ່ມາ ປະໂຣຫິດ​ຕ້ອງ​ເອົາ​ນົກເຂົາ ຫລື​ນົກ​ກາງແກ​ຕາມ​ທີ່​ຫາ​ມາ​ໄດ້​ນັ້ນ​ມາ​ຖວາຍ.</verse>
				<verse number="31">ເປັນ​ເຄື່ອງ​ຖວາຍ​ລຶບລ້າງ​ບາບ ແລະ​ອີກ​ໂຕໜຶ່ງ​ນັ້ນ​ເປັນ​ເຄື່ອງ​ເຜົາບູຊາ​ດ້ວຍໄຟ ຖວາຍ​ກັບ​ພືດຜົນ​ເປັນເມັດ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ໃຫ້​ໝົດ​ມົນທິນ​ຂອງ​ຜູ້​ຮັບ​ການ​ຊຳລະ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="32">ອັນນີ້​ແມ່ນ​ກົດບັນຍັດ​ສຳລັບ​ຜູ້​ທີ່​ເປັນ​ພະຍາດ​ຂີ້ທູດ ແຕ່​ບໍ່​ສາມາດ​ຫາ​ເຄື່ອງ​ຖວາຍ​ມາ​ຕາມ​ທີ່​ກຳນົດ​ໄວ້​ໄດ້ ເພື່ອ​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="33">ພຣະເຈົ້າຢາເວ​ໄດ້​ມອບ​ລະບຽບ​ການ​ດັ່ງ​ກ່າວ​ນີ້​ໃຫ້​ແກ່​ໂມເຊ​ກັບ​ອາໂຣນ.</verse>
				<verse number="34">ລະບຽບການ​ນີ້​ແມ່ນ​ກ່ຽວກັບ​ເຮືອນ​ທີ່​ມີ​ຂີ້ເຮື້ອນ​ແຜ່​ລາມ​ອອກ​ໄປ. (ລະບຽບການ​ເຫຼົ່ານີ້​ແມ່ນ​ໄດ້​ນຳ​ມາ​ໃຊ້ ຫລັງຈາກ​ທີ່​ປະຊາຊົນ​ອິດສະຣາເອນ ໄດ້​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ດິນແດນ​ການາອານ ທີ່​ໄດ້​ມອບ​ໃຫ້​ແກ່​ພວກເຂົາ​ເປັນ​ກຳມະສິດ.)</verse>
				<verse number="35">ຖ້າ​ຜູ້ໜຶ່ງ​ພົບ​ເຫັນ​ຂີ້ເຮື້ອນ​ຢູ່​ໃນ​ເຮືອນ​ຂອງຕົນ ຜູ້ນັ້ນ​ຕ້ອງ​ມາ​ແຈ້ງ​ຕໍ່​ປະໂຣຫິດ.</verse>
				<verse number="36">ປະໂຣຫິດ​ຈະ​ສັ່ງ​ໃຫ້​ຍົກຍ້າຍ​ທຸກໆ​ສິ່ງ​ອອກ​ຈາກ​ເຮືອນ​ຫລັງ​ນັ້ນ ກ່ອນ​ເພິ່ນ​ຈະ​ເຂົ້າ​ໄປ​ກວດເບິ່ງ​ຂີ້ເຮື້ອນ; ບໍ່​ດັ່ງນັ້ນ ທຸກສິ່ງ​ໃນ​ເຮືອນ​ຈະ​ຖືກ​ປະກາດ​ວ່າ​ເປັນ​ມົນທິນ. ແລ້ວ​ປະໂຣຫິດ​ກໍ​ຈະ​ໄປ​ທີ່​ເຮືອນ​ຫລັງ​ນັ້ນ</verse>
				<verse number="37">ແລະ​ກວດເບິ່ງ​ຂີ້ເຮື້ອນ. ຖ້າ​ຝາ​ເຮືອນ​ມີ​ຈຸດ​ຂຽວ​ປົນ​ແດງ​ປາກົດ​ໃຫ້​ເຫັນ ແລະ​ກັດ​ກິນ​ລົງ​ໄປ​ຢູ່​ໃນ​ຝາ​ເຮືອນ</verse>
				<verse number="38">ເພິ່ນ​ຈະ​ຕ້ອງ​ອອກ​ຈາກ​ເຮືອນ​ໃນ​ທັນທີ ແລະ​ອັດ​ເຮືອນ​ປະ​ໄວ້​ເຈັດ​ວັນ.</verse>
				<verse number="39">ໃນ​ມື້​ທີ​ເຈັດ ເພິ່ນ​ຈະ​ກັບ​ມາ​ໃນ​ເຮືອນ​ຫລັງ​ນັ້ນ​ແລະ​ກວດເບິ່ງ​ອີກ. ຖ້າ​ຂີ້ເຮືອນ​ໄດ້​ແຜ່ລາມ​ອອກ​ໄປ​ຕາມ​ຝາເຮືອນ</verse>
				<verse number="40">ເພິ່ນ​ຈະ​ຕ້ອງ​ສັ່ງ​ໃຫ້​ເອົາ​ກ້ອນຫີນ​ໃນ​ບໍລິເວນ​ບ່ອນ​ພົບ​ຂີ້ເຮື້ອນ​ນັ້ນ​ອອກ​ໄປ​ຖິ້ມ ໃນ​ບ່ອນ​ທີ່​ຖິ້ມ​ຂອງ​ເປິເປຶ້ອນ​ນອກ​ເມືອງ.</verse>
				<verse number="41">ຫລັງຈາກ​ນັ້ນ ເພິ່ນ​ຈະ​ສັ່ງ​ໃຫ້​ຂູດ​ຝາ​ໃນ​ເຮືອນ​ທຸກ​ຝາ ແລະ​ໃຫ້​ນຳ​ຝຸ່ນ​ປູນ​ທີ່​ຂູດ​ອອກ​ນັ້ນ ໄປ​ຖິ້ມ​ໃນ​ບ່ອນ​ຖິ້ມ​ຂອງ​ເປິເປື້ອນ​ນອກ​ເມືອງ​ຄືກັນ.</verse>
				<verse number="42">ແລ້ວ​ໃຫ້​ເອົາ​ຫີນ​ກ້ອນ​ໃໝ່​ມາ​ອັດ​ກ້ອນ​ທີ່​ໄດ້​ເຈາະ​ອອກ​ໄປ​ນັ້ນ ແລະ​ເອົາ​ປູນ​ມາ​ໂບກ​ຝາ​ເຮືອນ​ໃໝ່​ອີກ.</verse>
				<verse number="43">ຖ້າ​ຂີ້ເຮື້ອນ​ເກີດຂຶ້ນ​ໃນ​ເຮືອນ ຫລັງຈາກ​ທີ່​ໄດ້​ເຈາະ​ຫີນ​ບ່ອນ​ມີ​ເຊື້ອ​ຂີ້ເຮື້ອນ​ອອກ ພ້ອມ​ທັງ​ຂູດ​ເຮືອນ​ແລະ​ໂບກ​ປູນ​ໃໝ່​ແລ້ວ</verse>
				<verse number="44">ປະໂຣຫິດ​ຈະ​ຕ້ອງ​ໄປ​ກວດເບິ່ງ​ອີກ. ຖ້າ​ຂີ້ເຮື້ອນ​ຍັງ​ແຜ່ລາມ​ອອກ​ໄປ ເຮືອນ​ນັ້ນ​ກໍ​ເປັນ​ມົນທິນ.</verse>
				<verse number="45">ເຮືອນ​ຫລັງ​ນີ້​ຕ້ອງ​ຖືກ​ມ້າງ​ຖິ້ມ ແລະ​ກ້ອນຫີນ​ກັບ​ໄມ້​ແລະ​ປູນ​ທີ່​ໄດ້​ໃຊ້​ເຮັດ​ເຮືອນ​ນັ້ນ ຕ້ອງ​ໃຫ້​ຂົນ​ອອກ​ໄປ​ນອກ​ເມືອງ​ບ່ອນ​ທີ່​ເຂົາ​ຖິ້ມ​ຂອງ​ເປິເປື້ອນ.</verse>
				<verse number="46">ຜູ້ໃດ​ຜູ້ໜຶ່ງ​ທີ່​ເຂົ້າ​ໄປ ຂະນະທີ່​ອັດ​ເຮືອນ​ໄວ້​ນັ້ນ​ຈະ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.</verse>
				<verse number="47">ຜູ້ໃດ​ຜູ້ໜຶ່ງ​ທີ່​ນອນ​ຫລື​ກິນ​ໃນ​ເຮືອນ​ນັ້ນ ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ.</verse>
				<verse number="48">ເມື່ອ​ປະໂຣຫິດ​ເຂົ້າ​ໄປ​ກວດເບິ່ງ​ແລ້ວ ຖ້າ​ຂີ້ເຮື້ອນ​ບໍ່​ປາກົດ​ເຫັນ​ອີກ ຫລັງຈາກ​ທີ່​ໄດ້​ໂບກ​ປູນ​ເຮືອນ​ໃໝ່​ແລ້ວ; ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ ເຮືອນ​ຫລັງ​ນັ້ນ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ ເພາະວ່າ​ຂີ້ເຮື້ອນ​ໄດ້​ຫາຍ​ໄປ​ໝົດ​ແລ້ວ.</verse>
				<verse number="49">ເພື່ອ​ຊຳລະ​ເຮືອນ​ໃຫ້​ໝົດ​ຄວາມ​ຂີ້ດຽດ​ເປິເປື້ອນ ໃຫ້​ເຈົ້າ​ຂອງ​ເຮືອນ​ນຳ​ນົກ​ສອງ​ໂຕ​ມາ ພ້ອມ​ກັບ​ໄມ້​ສົນສີດາ​ແທ່ງ​ໜຶ່ງ, ດ້າຍ​ສີແດງ​ເສັ້ນ​ໜຶ່ງ ແລະ​ໃບ​ຫູສົບ​ມັດ​ໜຶ່ງ.</verse>
				<verse number="50">ປະໂຣຫິດ​ຈະ​ຕ້ອງ​ຂ້າປາດຄໍ​ນົກ​ໂຕໜຶ່ງ​ໃນ​ສອງ​ໂຕ​ນັ້ນ​ໃນ​ຖ້ວຍ​ດິນ​ທີ່​ມີ​ນໍ້າ​ຈາກ​ບໍ່.</verse>
				<verse number="51">ແລ້ວ​ປະໂຣຫິດ​ກໍ​ຈະ​ເອົາ​ໄມ້​ສົນສີດາ, ໃບ​ຫູສົບ, ດ້າຍ​ສີແດງ ແລະ​ນົກ​ໂຕ​ທີ່​ຍັງ​ເປັນ​ຢູ່ ຈຸ່ມ​ລົງ​ໃນ​ເລືອດ​ຂອງ​ນົກ​ໂຕ​ທີ່​ໄດ້​ຂ້າ​ໃນ​ຖ້ວຍ​ດິນ​ທີ່​ມີ​ນໍ້າ​ບໍ່​ນັ້ນ. ເພິ່ນ​ຈະ​ຊິດ​ເລືອດ​ຂອງ​ນົກ​ໃສ່​ເຮືອນ​ຫລັງ​ນັ້ນ​ເຈັດ​ເທື່ອ.</verse>
				<verse number="52">ໃນ​ທຳນອງນີ້ ປະໂຣຫິດ​ຈະ​ໄດ້​ຊຳລະ​ຄວາມ​ຂີ້ດຽດ​ເປິເປື້ອນ​ອອກ​ໄປ​ຈາກ​ເຮືອນ ໂດຍ​ເລືອດ​ນົກ​ກັບ​ນໍ້າ​ບໍ່​ແລະ​ນົກ​ໂຕ​ທີ່​ຍັງ​ເປັນ​ຢູ່, ໄມ້​ສົນສີດາ, ໃບ​ຫູສົບ ແລະ​ດ້າຍ​ສີແດງ.</verse>
				<verse number="53">ແລ້ວ​ເພິ່ນ​ກໍ​ຈະ​ປ່ອຍ​ນົກ​ໂຕ​ທີ່​ຍັງ​ເປັນ​ຢູ່​ນັ້ນ ບິນ​ອອກ​ຈາກ​ເມືອງ​ໄປ​ສູ່​ທົ່ງນາ. ໃນ​ທຳນອງນີ້ ເພິ່ນ​ຈະ​ເຮັດ​ພິທີ​ຊຳລະ​ຄວາມ​ຂີ້ດຽດ​ເປິເປື້ອນ​ໃນ​ເຮືອນ​ນັ້ນ​ໃຫ້​ໝົດ​ໄປ ແລະ​ເຮືອນ​ນັ້ນ​ກໍ​ຈະ​ບໍ່​ເປັນ​ມົນທິນ.</verse>
				<verse number="54">ອັນ​ນີ້​ແມ່ນ​ກົດບັນຍັດ​ກ່ຽວກັບ​ພະຍາດ​ຂີ້ເຮື້ອນ ເຊັ່ນ:</verse>
				<verse number="55">ເຈັບປວດ, ໂພງ​ຫລື​ບວມ ແລະ​ກ່ຽວກັບ​ຂີ້ເຮື້ອນ​ໃນ​ເຄື່ອງນຸ່ງຫົ່ມ​ຫລື​ໃນ​ເຮືອນ.</verse>
				<verse number="56"></verse>
				<verse number="57">ກົດບັນຍັດ​ເຫຼົ່ານີ້​ແມ່ນ​ຊີ້ຂາດ​ວ່າ ເມື່ອໃດ​ສິ່ງຂອງ​ເຫຼົ່ານັ້ນ​ເປັນ​ມົນທິນ ຫລື​ບໍ່​ເປັນ​ມົນທິນ.</verse>
			</chapter>
			<chapter number="15">
				<verse number="1">ພຣະເຈົ້າຢາເວ​ໄດ້​ມອບ​ລະບຽບ​ການ​ໃຫ້​ໂມເຊ​ແລະ​ອາໂຣນ​ດັ່ງ​ຕໍ່ໄປນີ້:</verse>
				<verse number="2">ຈົ່ງ​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ມີ​ນໍ້າໜອງ​ໄຫລ​ອອກ​ມາ​ຈາກ​ຮ່າງກາຍ ສິ່ງ​ທີ່​ໄຫລ​ອອກ​ມາ​ນັ້ນ​ກໍ​ເປັນ​ມົນທິນ</verse>
				<verse number="3">ບໍ່​ວ່າ​ໄຫລ​ອອກ​ມາ​ຈາກ​ອະໄວຍະວະ​ລັບ​ຫລື​ໄຫລ​ອອກ​ມາ​ຄ້າງ​ຢູ່​ທາງ​ໃນ​ກໍຕາມ.</verse>
				<verse number="4">ຕຽງ​ຂອງ​ຄົນ​ນັ້ນ​ທີ່​ໃຊ້​ນອນ​ຫລື​ໃຊ້​ນັ່ງ​ຕ້ອງ​ຖື​ວ່າ​ເປັນ​ມົນທິນ.</verse>
				<verse number="5">ຜູ້ໃດ​ກໍຕາມ​ທີ່​ແຕະຕ້ອງ​ຕຽງນອນ​ຂອງ​ລາວ ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ແລະ​ໃຫ້​ອາບນໍ້າ​ຊຳລະ​ຮ່າງກາຍ ແລະ​ລາວ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.</verse>
				<verse number="6">ຫລື​ຜູ້ໃດ​ທີ່​ນັ່ງ​ເທິງ​ສິ່ງ​ທີ່​ລາວ​ໄດ້​ນັ່ງ ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ແລະ​ໃຫ້​ອາບນໍ້າ​ຊຳລະ​ຮ່າງກາຍ ແລະ​ລາວ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.</verse>
				<verse number="7">ຜູ້ໃດ​ກໍຕາມ​ທີ່​ແຕະຕ້ອງ​ຄົນ​ທີ່​ມີ​ສິ່ງ​ໄຫລ​ອອກ​ນັ້ນ ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ ແລະ​ອາບນໍ້າ​ຊຳລະ​ຮ່າງກາຍ ແລະ​ລາວ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.</verse>
				<verse number="8">ຖ້າ​ຜູ້​ທີ່​ມີ​ສິ່ງ​ໄຫລ​ອອກ ຖົ່ມ​ນໍ້າລາຍ​ຖືກ​ຜູ້​ທີ່​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ; ຜູ້​ຖືກ​ນໍ້າລາຍ​ນັ້ນ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ ແລະ​ໃຫ້​ອາບນໍ້າ​ຊຳລະ​ຮ່າງກາຍ ແລະ​ລາວ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.</verse>
				<verse number="9">ອານ​ໃສ່​ຫລັງ​ສັດ​ຫລື​ບ່ອນ​ນັ່ງ​ໃດໆ​ທີ່​ຄົນ​ມີ​ສິ່ງ​ໄຫລ​ອອກ​ນັ່ງ ຕ້ອງ​ໃຫ້​ຖື​ວ່າ​ເປັນ​ມົນທິນ.</verse>
				<verse number="10">ຜູ້ໃດ​ຜູ້ໜຶ່ງ​ທີ່​ແຕະຕ້ອງ​ບ່ອນ​ນັ່ງ​ຂອງ​ຄົນ​ທີ່​ມີ​ສິ່ງ​ໄຫລ​ອອກ ກໍ​ເປັນມົນທິນ​ຈົນ​ຮອດ​ຄໍ່າ. ຜູ້ໃດ​ຜູ້ໜຶ່ງ​ທີ່​ຫາມ​ສິ່ງ​ທີ່​ລາວ​ໄດ້​ນັ່ງ ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ຫົ່ມ​ຂອງຕົນ ແລະ​ອາບນໍ້າ​ຊຳລະ​ຮ່າງກາຍ; ແລະ​ລາວ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.</verse>
				<verse number="11">ຖ້າ​ຜູ້​ທີ່​ມີ​ສິ່ງ​ໄຫລ​ອອກ​ມາ​ນັ້ນ ແຕະຕ້ອງ​ຜູ້ໃດ​ຜູ້ໜຶ່ງ ໂດຍ​ບໍ່ໄດ້​ລ້າງ​ມື​ເສຍ​ກ່ອນ; ຜູ້​ທີ່​ຖືກ​ແຕະຕ້ອງ​ນັ້ນ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ ແລະ​ອາບນໍ້າ​ຊຳລະ​ຮ່າງກາຍ ແລະ​ລາວ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.</verse>
				<verse number="12">ຜູ້​ມີ​ສິ່ງ​ໄຫລ​ອອກ​ມາ​ແຕະຕ້ອງ​ໝໍ້ດິນ​ທຸກ​ໜ່ວຍ​ນັ້ນ​ຕ້ອງ​ໃຫ້​ທັບ​ຖິ້ມ​ໝົດ ແລະ​ເຄື່ອງ​ຄົວ​ກິນ​ທີ່​ເຮັດ​ດ້ວຍ​ໄມ້​ຕ້ອງ​ໃຫ້​ລ້າງ​ດ້ວຍ​ນໍ້າ.</verse>
				<verse number="13">ຫລັງຈາກ​ຊາຍ​ຄົນ​ນັ້ນ​ດີ​ຈາກ​ອາການ​ມີ​ສິ່ງ​ທີ່​ໄຫລ​ອອກ​ມາ​ແລ້ວ ລາວ​ຕ້ອງ​ລໍ​ຖ້າ​ອີກ​ເຈັດ​ວັນ​ຈຶ່ງ​ຊັກ​ເຄື່ອງນຸ່ງຫົ່ມ ແລະ​ອາບນໍ້າ​ຊຳລະ​ຮ່າງກາຍ​ຢູ່​ໃຕ້​ບໍ່​ທີ່​ມີ​ນໍ້າ​ໄຫລ ແລ້ວ​ລາວ​ກໍ​ຈະ​ໝົດ​ມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="14">ໃນ​ວັນ​ທີ​ແປດ ລາວ​ຈະ​ຕ້ອງ​ເອົາ​ນົກເຂົາ​ຫລື​ນົກ​ກາງແກ​ສອງ​ໂຕ ໄປ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ມອບ​ນົກ​ນັ້ນ​ໃຫ້​ປະໂຣຫິດ.</verse>
				<verse number="15">ຝ່າຍ​ປະໂຣຫິດ​ຈະ​ຖວາຍ​ນົກ​ໂຕໜຶ່ງ​ໃນ​ສອງ​ໂຕ​ນັ້ນ ເພື່ອ​ເປັນ​ການ​ລຶບລ້າງ​ບາບ ແລະ​ໂຕໜຶ່ງ​ອີກ​ເພື່ອ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ​ຕໍ່ໜ້າ​ພຣະເຈົ້າຢາເວ​ສຳລັບ​ຊາຍ​ຄົນ​ນັ້ນ. ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ລາວ​ໃຫ້​ໝົດ​ມົນທິນ​ຕາມ​ກົດບັນຍັດ ຍ້ອນ​ມີ​ສິ່ງ​ໄຫຼ​ອອກ​ນັ້ນ.</verse>
				<verse number="16">ເມື່ອ​ຊາຍ​ຜູ້ໜຶ່ງ​ມີ​ນໍ້າກາມ​ໄຫລ​ອອກ ລາວ​ຕ້ອງ​ອາບນໍ້າ​ຊຳລະ​ຮ່າງກາຍ ແລະ​ລາວ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.</verse>
				<verse number="17">ສິ່ງໃດສິ່ງໜຶ່ງ​ທີ່​ເຮັດ​ດ້ວຍ​ຜ້າ​ຫລື​ດ້ວຍ​ໜັງ​ທີ່​ນໍ້າກາມ​ເຮ່ຍ​ໃສ່​ນັ້ນ ຕ້ອງ​ລ້າງ​ດ້ວຍ​ນໍ້າ​ແລະ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.</verse>
				<verse number="18">ຫລັງຈາກ​ສົມສູ່​ກັນ​ແລ້ວ ທັງ​ຜູ້ຊາຍ​ແລະ​ຜູ້ຍິງ​ຕ້ອງ​ອາບນໍ້າ ແລະ​ທັງສອງ​ຍັງ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ.</verse>
				<verse number="19">ເມື່ອ​ຜູ້ຍິງ​ເປັນ​ປະຈຳເດືອນ ນາງ​ຍັງ​ເປັນ​ມົນທິນ​ຢູ່​ເຈັດ​ວັນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ແຕະຕ້ອງ​ນາງ ກໍ​ຈະ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ.</verse>
				<verse number="20">ສິ່ງໃດ​ກໍຕາມ​ທີ່​ນາງ​ໃຊ້​ນັ່ງ​ຫລື​ໃຊ້​ນອນ​ໃນ​ໄລຍະ​ເປັນ​ປະຈຳເດືອນ​ນັ້ນ ແມ່ນ​ເປັນ​ມົນທິນ.</verse>
				<verse number="21">ຜູ້ໃດ​ຜູ້ໜຶ່ງ​ທີ່​ແຕະຕ້ອງ​ຕຽງນອນ​ຂອງ​ນາງ​ຫລື​ສິ່ງ​ທີ່​ນາງ​ໄດ້​ນັ່ງ ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ແລະ​ອາບນໍ້າ​ຊຳລະ​ຮ່າງກາຍ ແລະ​ລາວ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.</verse>
				<verse number="22"></verse>
				<verse number="23"></verse>
				<verse number="24">ຖ້າ​ຊາຍ​ຄົນ​ໃດ​ສົມສູ່​ກັບ​ນາງ​ໃນ​ໄລຍະ​ທີ່​ເປັນ​ປະຈຳເດືອນ ຊາຍ​ຄົນ​ນັ້ນ​ກໍ​ຕິດ​ແປດ​ກັບ​ຄວາມ​ບໍ່​ສະອາດ​ຂອງ​ນາງ ແລະ​ເປັນມົນທິນ​ຢູ່​ເຈັດ​ວັນ ແລະ​ຕຽງ​ທີ່​ລາວ​ໃຊ້​ນອນ​ກໍ​ເປັນ​ມົນທິນ​ດ້ວຍ.</verse>
				<verse number="25">ຖ້າ​ຍິງ​ຄົນ​ໜຶ່ງ​ມີ​ເລືອດ​ໄຫລ​ອອກ​ຫລາຍ​ວັນ ນອກຈາກ​ໄລຍະ​ທີ່​ນາງ​ເປັນ​ປະຈຳເດືອນ ຫລື​ຖ້າ​ເລືອດ​ນັ້ນ​ຍັງ​ໄຫລ ກາຍ​ໄລຍະ​ເປັນ​ປະຈຳເດືອນ​ຕາມ​ປົກກະຕິ; ຍິງ​ຄົນ​ນັ້ນ​ກໍ​ເປັນມົນທິນ​ຕາບໃດ​ທີ່​ເລືອດ​ຍັງ​ໄຫລ​ອອກ​ມາ ເໝືອນກັນ​ກັບ​ໄລຍະ​ທີ່​ນາງ​ເປັນ​ປະຈຳເດືອນ.</verse>
				<verse number="26">ຕຽງ​ທຸກ​ໜ່ວຍ​ທີ່​ນາງ​ໃຊ້​ນອນ ແລະ​ທຸກສິ່ງ​ທີ່​ນາງ​ໃຊ້​ນັ່ງ​ໃນ​ໄລຍະ​ນັ້ນ ແມ່ນ​ເປັນມົນທິນ​ໝົດ.</verse>
				<verse number="27">ຜູ້ໃດ​ຜູ້ໜຶ່ງ​ທີ່​ແຕະຕ້ອງ​ສິ່ງ​ເຫຼົ່ານັ້ນ ກໍ​ເປັນ​ມົນທິນ. ລາວ​ຕ້ອງ​ຊັກ​ເຄື່ອງນຸ່ງ​ຂອງຕົນ​ພ້ອມ​ທັງ​ອາບນໍ້າ​ຊຳລະ​ຮ່າງກາຍ​ດ້ວຍ ແລະ​ລາວ​ກໍ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.</verse>
				<verse number="28">ຫລັງຈາກ​ເລືອດ​ເຊົາ​ໄຫລ​ແລ້ວ ນາງ​ຕ້ອງ​ລໍ​ຖ້າ​ອີກ​ເຈັດ​ວັນ ແລ້ວ​ນາງ​ກໍ​ຈະ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="29">ໃນ​ວັນ​ທີ​ແປດ ນາງ​ຈະ​ຕ້ອງ​ນຳ​ນົກເຂົາ​ຫລື​ນົກ​ກາງແກ​ສອງ​ໂຕ​ມາ​ໃຫ້​ປະໂຣຫິດ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="30">ປະໂຣຫິດ​ຈະ​ຖວາຍ​ນົກ​ໂຕໜຶ່ງ​ເພື່ອ​ລຶບລ້າງ​ບາບ ແລະ​ໂຕໜຶ່ງ​ອີກ​ເພື່ອ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ. ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ນາງ​ໃຫ້​ໝົດ​ມົນທິນ​ຕາມ​ກົດບັນຍັດ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="31">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໃຫ້​ເຕືອນ​ປະຊາຊົນ​ອິດສະຣາເອນ ກ່ຽວກັບ​ການ​ເປັນ​ມົນທິນ​ຂອງ​ພວກເຂົາ; ເພື່ອ​ພວກເຂົາ​ຈະ​ບໍ່ໄດ້​ເຮັດ​ໃຫ້​ຫໍເຕັນ​ສັກສິດ​ຂອງ​ພຣະອົງ ທີ່​ຕັ້ງ​ຢູ່​ກາງ​ຄ້າຍ​ດ່າງພອຍ. ຖ້າ​ພວກເຂົາ​ເຮັດ​ໃຫ້​ຫໍເຕັນ​ດ່າງພອຍ ພວກເຂົາ​ຈະ​ຕ້ອງ​ຖືກ​ຂ້າ.</verse>
				<verse number="32">ອັນ​ນີ້​ແມ່ນ​ລະບຽບການ​ກ່ຽວກັບ​ຜູ້ຊາຍ​ທີ່​ມີ​ນໍ້າໜອງ​ໄຫຼ​ອອກ​ຈາກ​ຮ່າງກາຍ ຫລື​ມີ​ນໍ້າກາມ​ໄຫລ​ອອກ, ກ່ຽວກັບ​ຜູ້ຍິງ​ເມື່ອ​ເປັນ​ປະຈຳເດືອນ ຫລື​ຜູ້ຊາຍ​ທີ່​ສົມສູ່​ກັບ​ຜູ້ຍິງ​ທີ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="33"></verse>
			</chapter>
			<chapter number="16">
				<verse number="1">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ ຫລັງຈາກ​ລູກຊາຍ​ສອງ​ຄົນ​ຂອງ​ອາໂຣນ​ໄດ້​ຕາຍໄປ ຜູ້​ທີ່​ຖືກ​ຂ້າ​ຄາວ​ເມື່ອ​ພວກເຂົາ​ໄດ້​ຫຍັບ​ເຂົ້າ​ໄປ​ໃກ້​ພຣະເຈົ້າຢາເວ​ນັ້ນ.</verse>
				<verse number="2">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ບອກ​ອາໂຣນ​ອ້າຍ​ຂອງ​ເຈົ້າ​ວ່າ ລາວ​ຈະ​ເຂົ້າ​ໄປ​ເບື້ອງ​ຫລັງ​ຜ້າກັ້ງ​ຕໍ່ໜ້າ​ພຣະທີ່ນັ່ງ​ແຫ່ງພຣະຄຸນ​ໃນ​ເວລາ​ກຳນົດ​ໃຫ້​ເທົ່ານັ້ນ​ຄື: ໃນ​ບ່ອນ​ສັກສິດ​ທີ່ສຸດ; ເພາະວ່າ​ທີ່​ນັ້ນ​ແມ່ນ​ບ່ອນ​ທີ່​ເຮົາ​ປາກົດ​ໃນ​ເມກ ເໜືອ​ຝາອັດ​ຫີບ​ພັນທະສັນຍາ. ຖ້າ​ລາວ​ບໍ່​ເຊື່ອຟັງ ລາວ​ຈະ​ຕ້ອງ​ຕາຍ.</verse>
				<verse number="3">ຫລັງຈາກ​ລາວ​ໄດ້​ນຳ​ງົວເຖິກ​ໜຸ່ມ​ໂຕໜຶ່ງ​ມາ ເພື່ອ​ຖວາຍ​ລຶບລ້າງ​ບາບ ແລະ​ແກະເຖິກ​ໜຸ່ມ​ໂຕໜຶ່ງ ເພື່ອ​ເຜົາ​ບູຊາ​ແລ້ວ; ລາວ​ຈຶ່ງ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ໄດ້.”</verse>
				<verse number="4">ຕໍ່ມາ ພຣະເຈົ້າຢາເວ​ໄດ້​ມອບ​ຂໍ້ຄຳສັ່ງ​ດັ່ງ​ຕໍ່ໄປນີ້. ກ່ອນ​ອາໂຣນ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ​ນັ້ນ ເພິ່ນ​ຕ້ອງ​ອາບນໍ້າ​ຊຳລະ​ຕົວ ແລ້ວ​ໃສ່​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ຄື: ໃສ່​ເສື້ອຄຸມ​ຍາວ​ມີ​ແຂນ​ທີ່​ເຮັດ​ດ້ວຍ​ຜ້າປ່ານ, ເສື້ອຄຸມ​ຍາວ​ບໍ່ມີ​ແຂນ, ສາຍ​ຮັດ​ແອວ ແລະ​ໝວກສຸບ.</verse>
				<verse number="5">ສ່ວນ​ຊຸມຊົນ​ອິດສະຣາເອນ​ນັ້ນ​ຈະ​ຕ້ອງ​ນຳ​ແບ້ເຖິກ​ສອງ​ໂຕ ມາ​ໃຫ້​ອາໂຣນ​ເພື່ອ​ຖວາຍ​ລຶບລ້າງ​ບາບ ແລະ​ແກະເຖິກ​ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ.</verse>
				<verse number="6">ເພິ່ນ​ຈະ​ຕ້ອງ​ຖວາຍ​ງົວເຖິກ​ໂຕໜຶ່ງ ຕາມ​ພິທີ​ຖວາຍບູຊາ​ລຶບລ້າງ​ການບາບ​ຂອງຕົນ​ແລະ​ຂອງ​ຄົນ​ໃນ​ຄອບຄົວ.</verse>
				<verse number="7">ຕໍ່ມາ ເພິ່ນ​ຈະ​ຕ້ອງ​ນຳ​ແບ້​ສອງ​ໂຕ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="8">ໃນ​ທີ່ນັ້ນ ອາໂຣນ​ຈະ​ໃຊ້​ສະຫລາກ​ດ້ວຍ​ຫີນ​ສອງ​ແຜ່ນ; ແຜ່ນ​ໜຶ່ງ​ນັ້ນ​ໃຫ້​ຂຽນ​ວ່າ, “ສຳລັບ​ພຣະເຈົ້າຢາເວ” ແລະ​ແຜ່ນ​ໜຶ່ງ​ອີກ​ຂຽນ​ວ່າ, “ສຳລັບ​ອາຊາເຊນ.”</verse>
				<verse number="9">ອາໂຣນ​ຈະ​ຕ້ອງ​ຖວາຍ​ແບ້​ໂຕ​ທີ່​ສະຫລາກ​ຕົກ​ຖືກ​ນັ້ນ ແກ່​ພຣະເຈົ້າຢາເວ​ເພື່ອ​ລຶບລ້າງ​ບາບ.</verse>
				<verse number="10">ແບ້​ໂຕ​ທີ່​ຕົກ​ເປັນ​ຂອງ​ອາຊາເຊນ ຈະ​ຖືກ​ນຳ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ​ທັງ​ເປັນ; ແລ້ວ​ເຂົາ​ກໍ​ຈະ​ປ່ອຍ​ແບ້​ໂຕ​ນີ້​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ອາຊາເຊນ ເພື່ອ​ລຶບລ້າງ​ການບາບ​ຂອງ​ປະຊາຊົນ​ອິດສະຣາເອນ.</verse>
				<verse number="11">ເມື່ອ​ອາໂຣນ​ຖວາຍບູຊາ​ງົວເຖິກໜຸ່ມ ເພື່ອ​ລຶບລ້າງ​ບາບ​ຂອງຕົນ​ແລະ​ຄົນ​ໃນ​ຄອບຄົວ​ນັ້ນ</verse>
				<verse number="12">ເພິ່ນ​ຕ້ອງ​ເອົາ​ໝໍ້ຂາງ​ທີ່​ມີ​ຖ່ານໄຟ​ລຸກ​ແດງ​ຢູ່​ຈາກ​ແທ່ນບູຊາ​ທີ່​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພ້ອມ​ທັງ​ກຳຍານ​ທີ່​ບົດ​ໃຫ້​ລະອຽດ​ແລ້ວ​ສອງ​ກຳ ມາ​ບ່ອນ​ສັກສິດ​ທີ່ສຸດ.</verse>
				<verse number="13">ໃນ​ທີ່ນັ້ນ ໂດຍ​ຊ້ອງໜ້າ​ພຣະເຈົ້າຢາເວ ເພິ່ນ​ຈະ​ເອົາ​ກຳຍານ​ໂຮຍ​ໃສ່​ໄຟ ແລະ​ຄວັນ​ກຳຍານ​ກໍ​ຈະ​ພຸ່ງ​ຂຶ້ນ​ບັງ​ຝາ​ຫີບ​ພັນທະສັນຍາ​ໄວ້ ເພື່ອ​ວ່າ​ເພິ່ນ​ຈະ​ບໍ່ໄດ້​ເຫັນ​ສິ່ງ​ນັ້ນ ແລະ​ຖືກ​ຂ້າ.</verse>
				<verse number="14">ເພິ່ນ​ຈະ​ຕ້ອງ​ເອົາ​ເລືອດ​ບາງ​ສ່ວນ​ຂອງ​ງົວເຖິກໜຸ່ມ​ມາ ແລະ​ໃຊ້​ນິ້ວ​ມື​ຊິດ​ເລືອດ​ນັ້ນ​ໃສ່​ເທິງ​ດ້ານ​ໜ້າ​ຂອງ​ຝາອັດ​ຫີບ​ພັນທະສັນຍາ ແລ້ວ​ຊິດ​ເລືອດ​ນັ້ນ​ອີກ​ເຈັດ​ເທື່ອ​ໃສ່​ທາງ​ດ້ານ​ໜ້າ​ຂອງ​ຫີບ​ພັນທະສັນຍາ.</verse>
				<verse number="15">ຫລັງຈາກ​ນັ້ນ ເພິ່ນ​ຈະ​ຕ້ອງ​ຂ້າ​ແບ້​ເພື່ອ​ຖວາຍ​ລຶບລ້າງ​ບາບ​ຂອງ​ປະຊາຊົນ ແລ້ວ​ນຳ​ເລືອດ​ແບ້​ນັ້ນ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ ເພື່ອ​ຊິດ​ໃສ່​ເທິງ​ຝາອັດ​ຫີບ​ແລະ​ຊິດ​ໃສ່​ທາງ​ດ້ານ​ໜ້າ​ຂອງ​ຫີບ​ພັນທະສັນຍາ ແບບ​ດຽວ​ກັບ​ຊິດ​ເລືອດ​ຂອງ​ງົວເຖິກ​ໜຸ່ມ.</verse>
				<verse number="16">ດັ່ງນີ້ ເພິ່ນ​ຈຶ່ງ​ຈະ​ເຮັດ​ພິທີ​ຊຳລະ​ບ່ອນ​ສັກສິດ​ທີ່ສຸດ ໃຫ້​ພົ້ນ​ຈາກ​ມົນທິນ​ຂອງ​ປະຊາຊົນ​ອິດສະຣາເອນ ແລະ​ຈາກ​ການບາບ​ທຸກຢ່າງ​ຂອງ​ພວກເຂົາ. ເພິ່ນ​ຈະ​ເຮັດ​ພິທີ​ຊຳລະ​ນີ້​ໃຫ້​ຫໍເຕັນ​ບ່ອນ​ຊຸມນຸມ ເພາະວ່າ​ຫໍເຕັນ​ໄດ້​ຕັ້ງ​ຢູ່​ກາງ​ຄ້າຍ ຊຶ່ງ​ເປັນມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="17">ເວລາ​ທີ່​ອາໂຣນ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ ເພື່ອ​ເຮັດ​ພິທີ​ຊຳລະ​ໃຫ້​ໝົດ​ມົນທິນ​ຈົນ​ຮອດ​ເວລາ​ເພິ່ນ​ອອກ​ມາ​ນັ້ນ ຢ່າ​ໃຫ້​ຜູ້ໃດ​ຢູ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ. ເມື່ອ​ເພິ່ນ​ໄດ້​ເຮັດ​ພິທີ​ຊຳລະ​ຕົນເອງ, ຄົນ​ໃນ​ຄອບຄົວ ແລະ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ແລ້ວ</verse>
				<verse number="18">ເພິ່ນ​ຕ້ອງ​ອອກ​ມາ​ຂ້າງ​ນອກ​ທີ່​ແທ່ນບູຊາ​ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ເຜົາ​ເຄື່ອງ​ຖວາຍ​ແລະ​ຊຳລະ​ແທ່ນ​ນັ້ນ​ໃຫ້​ໝົດ​ມົນທິນ. ເພິ່ນ​ຈະ​ເອົາ​ເລືອດ​ງົວເຖິກໜຸ່ມ ແລະ​ເລືອດ​ແບ້​ບາງ​ສ່ວນ ທາ​ໃສ່​ເຂົາ​ທີ່​ແຈ​ຂອງ​ແທ່ນບູຊາ.</verse>
				<verse number="19">ແລ້ວ​ໃຊ້​ນິ້ວ​ມື​ຊິດ​ເລືອດ​ບາງ​ສ່ວນ​ເຈັດ​ເທື່ອ​ໃສ່​ເທິງ​ແທ່ນບູຊາ ແລະ​ເຮັດ​ໃຫ້​ແທ່ນ​ນັ້ນ​ບໍຣິສຸດ ເພື່ອ​ໃຫ້​ພົ້ນ​ຈາກ​ການບາບ​ຂອງ​ປະຊາຊົນ​ອິດສະຣາເອນ.</verse>
				<verse number="20">ເມື່ອ​ອາໂຣນ​ເຮັດ​ພິທີ​ຊຳລະ​ລ້າງ​ບ່ອນ​ສັກສິດ​ທີ່ສຸດ, ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ແທ່ນບູຊາ​ແລ້ວ; ເພິ່ນ​ຈະ​ນຳ​ແບ້​ໂຕ​ຍັງ​ເປັນ​ຢູ່ ທີ່​ຕົກ​ເປັນ​ຂອງ​ອາຊາເຊນ ນັ້ນ​ມາ​ຖວາຍ.</verse>
				<verse number="21">ເພິ່ນ​ຈະ​ວາງ​ມື​ທັງສອງ​ຂອງ​ເພິ່ນ​ລົງ​ເທິງ​ຫົວ​ແບ້ ແລະ​ສາລະພາບ​ສິ່ງ​ຊົ່ວຮ້າຍ​ທຸກຢ່າງ, ການບາບ​ນາໆ​ຊະນິດ ແລະ​ການ​ທໍລະຍົດ​ທຸກປະການ​ຂອງ​ປະຊາຊົນ​ອິດສະຣາເອນ ແລະ​ຢອງ​ສິ່ງ​ທັງໝົດ​ນີ້​ທີ່​ເທິງ​ຫົວ​ຂອງ​ແບ້​ໂຕ​ນັ້ນ. ຕໍ່ມາ​ແບ້​ໂຕ​ນີ້ ກໍ​ຈະ​ຖືກ​ນຳ​ອອກ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ ໂດຍ​ຊາຍ​ທີ່​ໄດ້​ຖືກ​ເລືອກ​ໄວ້.</verse>
				<verse number="22">ແບ້​ໂຕ​ນີ້​ກໍ​ຈະ​ຮັບ​ແບກ​ການບາບ​ທັງໝົດ​ຂອງ​ພວກເຂົາ ໄປ​ສູ່​ຖິ່ນ​ເປົ່າປ່ຽວ.</verse>
				<verse number="23">ແລ້ວ​ອາໂຣນ​ກໍ​ຕ້ອງ​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ, ແກ້​ເຄື່ອງ​ປະຈຳ​ຕໍ່າແໜ່ງ​ຂອງ​ປະໂຣຫິດ ທີ່​ເພິ່ນ​ໄດ້​ໃສ່​ເມື່ອ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ ແລະ​ປະ​ໄວ້​ໃນ​ທີ່ນັ້ນ.</verse>
				<verse number="24">ເພິ່ນ​ຕ້ອງ​ອາບນໍ້າ​ຊຳລະ​ຕົວ​ໃນ​ບ່ອນ​ສັກສິດ ແລະ​ນຸ່ງ​ເຄື່ອງ​ແຕ່ງກາຍ​ຂອງ​ຕົນເອງ​ຄືນ. ຫລັງຈາກ​ນັ້ນ ເພິ່ນ​ຈະ​ຕ້ອງ​ອອກ​ໄປ​ຂ້າງ​ນອກ ເພື່ອ​ຖວາຍ​ເຄື່ອງ​ເຜົາບູຊາ​ລຶບລ້າງ​ການບາບ​ຂອງຕົນ​ແລະ​ຂອງ​ປະຊາຊົນ.</verse>
				<verse number="25">ເພິ່ນ​ຈະ​ຕ້ອງ​ເຜົາ​ໄຂມັນ​ທັງໝົດ​ທີ່​ເທິງ​ແທ່ນບູຊາ ເພື່ອ​ເປັນ​ການ​ຖວາຍ​ລຶບລ້າງ​ບາບ.</verse>
				<verse number="26">ຜູ້​ທີ່​ນຳ​ແບ້​ໄປ​ປ່ອຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ອາຊາເຊນ​ນັ້ນ ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ແລະ​ອາບນໍ້າ​ຊຳລະ​ຮ່າງກາຍ ແລ້ວ​ຈຶ່ງ​ກັບຄືນ​ເຂົ້າ​ໃນ​ຄ້າຍພັກ​ໄດ້.</verse>
				<verse number="27">ສ່ວນ​ງົວເຖິກ​ກັບ​ແບ້ເຖິກ​ນັ້ນ​ແມ່ນ​ຂ້າ​ຖວາຍ​ລຶບລ້າງ​ບາບ ໂດຍ​ນຳ​ເລືອດ​ສັດ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ເພື່ອ​ການ​ຍົກ​ບາບ ຈະ​ຕ້ອງ​ຖືກ​ນຳ​ອອກ​ໄປ​ເຜົາ​ຂ້າງ​ນອກ​ພ້ອມ​ທັງ​ໜັງ, ຊີ້ນ ແລະ​ເຄື່ອງໃນ​ໄສ້​ພຸງ.</verse>
				<verse number="28">ຜູ້​ເຮັດ​ໜ້າທີ່​ເຜົາ​ນັ້ນ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ ແລະ​ອາບນໍ້າ​ຊຳລະ​ຕົວ​ເສຍ​ກ່ອນ ຈຶ່ງ​ກັບຄືນ​ເຂົ້າ​ໄປ​ໃນ​ຄ້າຍພັກ​ໄດ້.</verse>
				<verse number="29">ລະບຽບການ​ດັ່ງ​ກ່າວ​ນີ້​ໃຫ້​ຢຶດຖື​ໄວ້​ທຸກຍຸກ​ທຸກສະໄໝ​ສືບ​ໄປ. ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ທີ​ເຈັດ ຊາວ​ອິດສະຣາເອນ​ກັບ​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ ຕ້ອງ​ຖືສິນ​ອົດ​ອາຫານ​ແລະ​ບໍ່​ຕ້ອງ​ເຮັດ​ວຽກ​ທຳງານ​ໃດໆ​ທັງ​ສິ້ນ.</verse>
				<verse number="30">ໃນ​ວັນ​ນັ້ນ ໃຫ້​ຈັດ​ພິທີ​ລຶບລ້າງ​ການບາບ​ທັງໝົດ​ຂອງ​ພວກເຂົາ ເພື່ອ​ພວກເຂົາ​ຈະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="31">ໃຫ້​ຖື​ວັນນີ້​ເປັນ​ວັນ​ຊະບາໂຕ​ພັກຜ່ອນ ໃຫ້​ເປັນ​ວັນ​ທີ່​ພວກເຂົາ​ຖືສິນ​ອົດອາຫານ ແລະ​ພັກ​ວຽກງານ​ທັງ​ສິ້ນ.</verse>
				<verse number="32">ມະຫາ​ປະໂຣຫິດ​ຜູ້​ໄດ້​ຮັບ​ການ​ສະຖາປະນາ ແລະ​ອຸທິດ​ຕົນ​ໃຫ້​ສືບແທນ​ພໍ່​ຂອງຕົນ​ໃນ​ຖານະ​ເປັນ​ມະຫາ​ປະໂຣຫິດ​ນັ້ນ ຕ້ອງ​ເຮັດ​ພິທີ​ຊຳລະ​ໃຫ້​ໝົດ​ມົນທິນ​ນີ້. ເພິ່ນ​ຈະ​ຕ້ອງ​ນຸ່ງ​ເຄື່ອງ​ປະຈຳ​ຕໍ່າແໜ່ງ​ປະໂຣຫິດ</verse>
				<verse number="33">ແລະ​ເຮັດ​ພິທີ​ຊຳລະ​ບ່ອນ​ສັກສິດ​ທີ່ສຸດ, ຫໍເຕັນ, ແທ່ນບູຊາ, ບັນດາ​ປະໂຣຫິດ ແລະ​ຊຸມຊົນ​ທັງໝົດ​ໃຫ້​ໝົດ​ມົນທິນ.</verse>
				<verse number="34">ຈົ່ງ​ຢຶດຖື​ລະບຽບການ​ເຫຼົ່ານີ້​ໄວ້​ທຸກຍຸກ​ທຸກສະໄໝ​ສືບໄປ. ພິທີ​ຊຳລະ​ນີ້​ໃຫ້​ຈັດ​ຂຶ້ນ​ປີ​ລະ​ເທື່ອ ເພື່ອ​ຊຳລະ​ປະຊາຊົນ​ອິດສະຣາເອນ​ຈາກ​ການບາບ​ຂອງ​ພວກເຂົາ. ດັ່ງນັ້ນ ໂມເຊ ຈຶ່ງ​ໄດ້​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ.</verse>
			</chapter>
			<chapter number="17">
				<verse number="1">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ</verse>
				<verse number="2">ໃຫ້​ມອບ​ລະບຽບການ​ດັ່ງ​ຕໍ່ໄປນີ້​ແກ່​ອາໂຣນ​ແລະ​ພວກ​ລູກຊາຍ ພ້ອມ​ທັງ​ປະຊາຊົນ​ອິດສະຣາເອນ​ທຸກຄົນ ແລະ​ຈົ່ງ​ກ່າວ​ແກ່​ພວກເຂົາ​ວ່າ, ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ດັ່ງນີ້:</verse>
				<verse number="3">ຖ້າ​ຄົນ​ອິດສະຣາເອນ​ຜູ້ໜຶ່ງ​ຂ້າປາດຄໍ​ງົວ ຫລື​ແກະ ຫລື​ແບ້​ໂຕໜຶ່ງ ເພື່ອ​ຖວາຍ​ແກ່​ພຣະເຈົ້າຢາເວ​ໃນ​ບ່ອນ​ໃດ​ກໍດີ ແທນ​ທີ່​ຈະ​ເອົາ​ມາ​ຖວາຍ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ຈະໄດ້​ເປັນ​ເຄື່ອງ​ຖວາຍ​ແກ່​ພຣະເຈົ້າຢາເວ​ຕໍ່ໜ້າ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ; ແມ່ນ​ຄົນ​ນັ້ນ​ໄດ້​ລະເມີດ​ກົດບັນຍັດ ເພາະ​ລາວ​ໄດ້​ເຮັດ​ໃຫ້​ເລືອດ​ໄຫລ​ອອກ ແລະ​ລາວ​ຈະ​ບໍ່ໄດ້​ມີ​ຊື່​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ອີກ​ຕໍ່ໄປ.</verse>
				<verse number="4"></verse>
				<verse number="5">ຄວາມໝາຍ​ຂອງ​ຄຳສັ່ງ​ນີ້ ເພື່ອ​ໃຫ້​ປະຊາຊົນ​ນຳ​ສັດ​ທີ່​ພວກເຂົາ​ເຄີຍ​ຂ້າ​ນອກ​ເມືອງ​ນັ້ນ ມາ​ຂ້າ​ຖວາຍ​ແກ່​ພຣະເຈົ້າຢາເວ. ບັດນີ້ ພວກເຂົາ​ຈະ​ຕ້ອງ​ນຳ​ສັດ​ເຫຼົ່ານັ້ນ ມາ​ຫາ​ປະໂຣຫິດ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ຂ້າ​ສັດ​ນັ້ນ​ຕາມ​ພິທີ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ.</verse>
				<verse number="6">ປະໂຣຫິດ​ຈະ​ຊິດ​ເລືອດ​ສັດ​ໃສ່​ຂ້າງ​ທັງ​ສີ່​ຂອງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ທີ່​ຕັ້ງ​ຢູ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ເຜົາ​ໄຂມັນ​ເພື່ອ​ໃຫ້​ກິ່ນ​ຫອມຫວນ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="7">ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍ​ຈະ​ບໍ່​ເຮັດ​ຜິດ​ອີກ​ຕໍ່ໄປ​ຄື: ຈະ​ບໍ່​ຂ້າ​ສັດ​ຂອງ​ພວກເຂົາ​ຖວາຍ​ແກ່​ຜີປີສາດ​ແບ້. ປະຊາຊົນ​ອິດສະຣາເອນ​ຕ້ອງ​ຢຶດຖື​ລະບຽບ​ການ​ນີ້​ໄວ້ ທຸກຍຸກ​ທຸກສະໄໝ​ສືບໄປ.</verse>
				<verse number="8">ຖ້າ​ຊາວ​ອິດສະຣາເອນ ຫລື​ຊາວ​ຕ່າງດ້າວ​ຜູ້ໜຶ່ງ​ຜູ້ໃດ ທີ່​ອາໄສ​ຢູ່​ນຳ​ຊຸມຊົນ ນຳ​ເຄື່ອງ​ມາ​ເຜົາ​ຖວາຍ​ຫລື​ເຄື່ອງ​ບູຊາ​ອື່ນໆ</verse>
				<verse number="9">ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ຢູ່​ໃນ​ບ່ອນ​ໃດໆ​ກໍຕາມ ນອກຈາກ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ແລ້ວ ຈະ​ບໍ່ໄດ້​ມີ​ຊື່​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ອີກ​ຕໍ່ໄປ.</verse>
				<verse number="10">ຖ້າ​ຊາວ​ອິດສະຣາເອນ ຫລື​ຄົນ​ຕ່າງດ້າວ​ຜູ້ໃດ​ຜູ້ໜຶ່ງ ທີ່​ອາໄສ​ຢູ່​ທ່າມກາງ​ເຈົ້າ ກິນ​ຊີ້ນ​ທີ່​ມີ​ເລືອດ​ຢູ່; ເຮົາ​ຈະ​ຕໍ່ສູ້​ລາວ ແລະ​ເຮົາ​ຈະ​ບໍ່​ຖື​ຜູ້ນັ້ນ​ວ່າ​ເປັນ​ປະຊາຊົນ​ຂອງ​ເຮົາ​ອີກ​ຕໍ່ໄປ.</verse>
				<verse number="11">ຊີວິດ​ຂອງ​ທຸກໆ​ສິ່ງ​ທີ່​ເປັນ​ຢູ່​ແມ່ນ​ຢູ່​ໃນ​ເລືອດ; ເພາະສະນັ້ນ ເຮົາ​ຈຶ່ງ​ໄດ້​ສັ່ງ​ໃຫ້​ຖອກ​ເລືອດ​ທຸກ​ຊະນິດ​ໃສ່​ເທິງ​ແທ່ນບູຊາ ເພື່ອ​ລຶບລ້າງ​ການບາບ​ທຸກຢ່າງ​ຂອງ​ປະຊາຊົນ. ເລືອດ​ສາມາດ​ລຶບລ້າງ​ບາບ​ໄດ້ ເພາະ​ແມ່ນ​ຊີວິດ.</verse>
				<verse number="12">ດັ່ງນັ້ນ ເຮົາ​ຈຶ່ງ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ​ບໍ່​ໃຫ້​ພວກເຂົາ ຫລື​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ເຈົ້າ ກິນ​ຊີ້ນ​ທີ່​ມີ​ເລືອດ​ຢູ່.</verse>
				<verse number="13">ຖ້າ​ຊາວ​ອິດສະຣາເອນ​ຫລື​ຄົນ​ຕ່າງດ້າວ​ຜູ້ໜຶ່ງ​ຜູ້ໃດ ທີ່​ອາໄສ​ຢູ່​ທ່າມກາງ​ເຈົ້າ ຈັບ​ສັດ ຫລື​ນົກ​ທີ່​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ​ໄດ້ ລາວ​ຕ້ອງ​ຂ້າ​ສັດ​ນັ້ນ​ໂດຍ​ໃຫ້​ເລືອດ​ໄຫລ​ລົງ​ໃສ່​ດິນ ແລະ​ເອົາ​ຂີ້ຝຸ່ນ​ດິນ​ຖົມ​ໄວ້.</verse>
				<verse number="14">ຊີວິດ​ຂອງ​ທຸກໆ​ສິ່ງ​ທີ່​ເປັນ​ຢູ່ ແມ່ນ​ຢູ່​ໃນ​ເລືອດ ເພາະ​ສະນັ້ນ ເຮົາ​ຈຶ່ງ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ​ບໍ່​ໃຫ້​ກິນ​ຊີ້ນ​ສັດ​ໃດໆ​ທີ່​ມີ​ເລືອດ​ຢູ່ ແລະ​ຜູ້ໃດ​ຜູ້ໜຶ່ງ​ທີ່​ຍັງ​ຂືນ​ກິນ ເຮົາ​ຈະ​ບໍ່​ຖື​ຜູ້ນັ້ນ​ວ່າ ເປັນ​ປະຊາຊົນ​ຂອງ​ເຮົາ​ອີກ​ຕໍ່ໄປ.</verse>
				<verse number="15">ບຸກຄົນ​ໃດໆ ບໍ່​ວ່າ​ຄົນ​ອິດສະຣາເອນ ຫລື​ຄົນ​ຕ່າງດ້າວ​ກໍຕາມ ທີ່​ໄດ້​ກິນ​ຊີ້ນ​ສັດ​ຕາຍ​ເອງ ຫລື​ຖືກ​ສັດປ່າ​ກັດ​ຕາຍ; ລາວ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ, ອາບນໍ້າ​ຊຳລະ​ຮ່າງກາຍ ແລະ​ລາວ​ຈະ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ ຈົ່ງ​ອາບນໍ້າ​ຊັກເຄື່ອງ ຫລັງຈາກ​ນັ້ນ ຈຶ່ງ​ຖື​ວ່າ​ຈະ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="16">ຖ້າ​ລາວ​ບໍ່​ອາບນໍ້າ​ຊັກເຄື່ອງ ລາວ​ຈະ​ໄດ້​ຮັບ​ໂທດກຳ​ຂອງ​ລາວ.</verse>
			</chapter>
			<chapter number="18">
				<verse number="1">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ,</verse>
				<verse number="2">“ໃຫ້​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ, ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="3">ຢ່າ​ເຮັດ​ຕາມ​ຮີດຄອງ​ຂອງ​ປະຊາຊົນ​ຊາວ​ເອຢິບ ບ່ອນ​ທີ່​ຄັ້ງ​ໜຶ່ງ​ນັ້ນ​ພວກເຈົ້າ​ເຄີຍ​ໄດ້​ອາໄສ​ຢູ່; ຫລື​ເຮັດ​ຕາມ​ຮີດຄອງ​ຂອງ​ປະຊາຊົນ​ທີ່​ການາອານ ບ່ອນ​ທີ່​ເຮົາ​ກຳລັງ​ນຳພາ​ພວກເຈົ້າ​ເຂົ້າ​ໄປ.</verse>
				<verse number="4">ຈົ່ງ​ເຊື່ອຟັງ​ກົດບັນຍັດ​ຂອງເຮົາ ແລະ​ເຮັດ​ແຕ່​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ເທົ່າ​ນັ້ນ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="5">ຈົ່ງ​ເຮັດ​ຕາມ​ຮີດຄອງ​ແລະ​ກົດບັນຍັດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ; ການ​ປະຕິບັດ​ຕາມ​ຄຳສັ່ງ​ດັ່ງ​ກ່າວ​ນີ້​ເປັນ​ການ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ​ເອງ. ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="6">ຢ່າ​ສົມສູ່​ກັບ​ຍາດຕິພີ່ນ້ອງ​ຂອງຕົນ ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="7">ຢ່າ​ເຮັດ​ໃຫ້​ພໍ່​ຂອງຕົນ​ຕ້ອງ​ອັບອາຍຂາຍໜ້າ ໂດຍ​ສົມສູ່​ກັບ​ແມ່​ຂອງຕົນ. ຢ່າ​ເຮັດ​ໃຫ້​ແມ່​ຂອງຕົນ​ຕ້ອງ​ອັບອາຍຂາຍໜ້າ.</verse>
				<verse number="8">ຢ່າ​ເຮັດ​ໃຫ້​ພໍ່​ຂອງຕົນ​ຕ້ອງ​ອັບອາຍຂາຍໜ້າ ໂດຍ​ສົມສູ່​ກັບ​ເມຍ​ຄົນອື່ນໆ​ຂອງ​ເພິ່ນ.</verse>
				<verse number="9">ຢ່າ​ສົມສູ່​ກັບ​ເອື້ອຍ ຫລື​ນ້ອງສາວ​ຂອງ​ພວກເຈົ້າ ເພາະ​ນາງ​ກໍໄດ້​ໃຫຍ່​ຂຶ້ນ​ຮ່ວມ​ເຮືອນ​ດຽວກັນ​ກັບ​ພວກເຈົ້າ.</verse>
				<verse number="10">ຢ່າ​ໄດ້​ສົມສູ່​ກັບ​ຫລານ​ສາວ​ຂອງຕົນ; ອັນ​ນີ້​ແມ່ນ​ການ​ອັບອາຍ​ຂາຍໜ້າ​ທີ່ສຸດ.</verse>
				<verse number="11">ຢ່າ​ສົມສູ່​ກັບ​ເອື້ອຍ​ຕ່າງ​ພໍ່ ຫລື​ຕ່າງ​ແມ່; ນາງ​ແມ່ນ​ເອື້ອຍ​ຂອງ​ພວກເຈົ້າ​ຄືກັນ.</verse>
				<verse number="12">ຢ່າ​ສົມສູ່​ກັບ​ປ້າ​ຫລື​ອາ ບໍ່​ວ່າ​ຈະ​ເປັນ​ນ້ອງ ຫລື​ເອື້ອຍ​ຂອງ​ພໍ່ ຫລື​ນ້ອງ​ຫລື​ເອື້ອຍ​ຂອງ​ແມ່​ພວກເຈົ້າ​ກໍຕາມ.</verse>
				<verse number="13"></verse>
				<verse number="14">ຢ່າ​ສົມສູ່​ກັບ​ເມຍ​ຂອງ​ລຸງ ເພາະ​ນາງ​ເປັນ​ປ້າ​ຂອງ​ພວກເຈົ້າ​ເອງ.</verse>
				<verse number="15">ຢ່າ​ສົມສູ່​ກັບ​ລູກໃພ້​</verse>
				<verse number="16">ຫລື​ກັບ​ເອື້ອຍໃພ້ ຫລື​ກັບ​ນ້ອງ​ໃພ້​ຂອງຕົນ.</verse>
				<verse number="17">ຢ່າ​ສົມສູ່​ກັບ​ລູກສາວ ຫລື​ຫລານ​ສາວ​ຂອງ​ຍິງ​ທີ່​ຕົນ​ໄດ້​ສົມສູ່​ຢູ່​ຮ່ວມ​ກັບ​ນາງ; ພວກເຂົາ​ອາດ​ເປັນ​ພີ່ນ້ອງ​ຂອງ​ພວກເຈົ້າ​ກໍໄດ້. ການ​ກະທຳ​ເຊັ່ນນັ້ນ​ເປັນ​ການ​ຜິດ​ຊາຍ​ຍິງ ທີ່​ຮ່ວມ​ພໍ່​ແມ່​ດຽວກັນ.</verse>
				<verse number="18">ຢ່າ​ໄດ້​ເອົາ​ເອື້ອຍ​ຫລື​ນ້ອງ​ເມຍ ມາ​ເປັນ​ເມຍ​ຂອງ​ພວກເຈົ້າ ຕາບໃດ​ທີ່​ເມຍ​ຂອງຕົນ​ຍັງ​ມີ​ຊີວິດ​ຢູ່.</verse>
				<verse number="19">ຢ່າ​ສົມສູ່​ກັບ​ຍິງ​ທີ່​ເປັນ​ປະຈຳເດືອນ ເພາະວ່າ​ນາງ​ເປັນ​ມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="20">ຢ່າ​ສົມສູ່​ກັບ​ເມຍ​ຂອງ​ຄົນອື່ນ; ຕາມ​ກົດບັນຍັດ​ແລ້ວ​ຈະ​ເຮັດ​ໃຫ້​ຜູ້ນັ້ນ​ເປັນ​ມົນທິນ.</verse>
				<verse number="21">ຢ່າ​ຖວາຍ​ລູກ​ຂອງ​ພວກເຈົ້າ ເປັນ​ເຄື່ອງມື​ໃນ​ການ​ຂາບໄຫວ້​ພະ​ໂມເລັກ ເພາະ​ມັນ​ນຳ​ຄວາມ​ເສື່ອມເສຍ​ມາ​ໃຫ້​ນາມຊື່​ຂອງ​ພຣະເຈົ້າ​ຂອງ​ເຈົ້າ, ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="22">ຊາຍ​ຢ່າ​ໄດ້​ສົມສູ່​ກັບ​ຊາຍ ເພາະ​ການ​ກະທຳ​ເຊັ່ນນີ້​ພຣະເຈົ້າ​ກຽດຊັງ​ທີ່ສຸດ.</verse>
				<verse number="23">ຊາຍ​ກໍດີ​ຫລື​ຍິງ​ກໍດີ ຢ່າ​ໄດ້​ສົມສູ່​ທາງ​ເພດ​ກັບ​ສັດ; ເພາະ​ການ​ເຮັດ​ຢ່າງ​ບ້າ​ຄັ່ງ​ເຊັ່ນນີ້ ພາ​ໃຫ້​ພວກເຈົ້າ​ເປັນມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="24">ຢ່າ​ປະພຶດ​ຕົນ​ໃຫ້​ເປັນມົນທິນ​ໂດຍ​ກະທຳ​ສິ່ງ​ເຫຼົ່ານີ້ ເພາະວ່າ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ທີ່​ເຮົາ​ຂັບໄລ່​ອອກ​ໄປ​ຕໍ່ໜ້າ​ພວກເຈົ້າ ກໍໄດ້​ປະພຶດ​ຕົນ​ໃຫ້​ເປັນມົນທິນ​ໂດຍ​ວິທີ​ນີ້.</verse>
				<verse number="25">ການ​ກະທຳ​ຂອງ​ພວກເຂົາ​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ; ສະນັ້ນ ເຮົາ​ຈຶ່ງ​ລົງໂທດ​ດິນແດນ​ນັ້ນ ໂດຍ​ເຮັດ​ໃຫ້​ເປັນ​ສ້ຽນໜາມ​ຕໍ່​ຄົນ​ທີ່​ເຄີຍ​ຢູ່​ອາໄສ.</verse>
				<verse number="26">ພວກ​ທີ່​ໄດ້​ຢູ່​ໃນ​ດິນແດນ​ກ່ອນ​ພວກເຈົ້າ​ໄດ້​ເຮັດ​ແຕ່​ສິ່ງ​ເບື່ອໜ່າຍ ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ ແຕ່​ພວກເຈົ້າ​ຢ່າ​ໄດ້​ເຮັດ​ສິ່ງ​ເຫຼົ່ານັ້ນ. ພວກເຈົ້າ​ທຸກຄົນ ບໍ່​ວ່າ​ຄົນ​ອິດສະຣາເອນ​ຫລື​ຄົນ​ຕ່າງດ້າວ​ກໍຕາມ​ທີ່​ອາໄສ​ຢູ່​ກັບ​ພວກເຈົ້າ ຕ້ອງ​ຢຶດຖື​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ທັງຫລາຍ​ຂອງ​ເຮົາ.</verse>
				<verse number="27"></verse>
				<verse number="28">ແລ້ວ​ດິນແດນ​ນີ້​ກໍ​ຈະ​ບໍ່​ເປັນ​ສ້ຽນໜາມ​ຕໍ່​ພວກເຈົ້າ ດັ່ງ​ທີ່​ເຄີຍ​ໄດ້​ເປັນ​ມາ ຕໍ່​ພວກ​ບໍ່​ນັບຖື​ພຣະເຈົ້າ ທີ່​ເຄີຍ​ອາໄສ​ຢູ່​ທີ່​ນັ້ນ​ກ່ອນ​ພວກເຈົ້າ.</verse>
				<verse number="29">ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ຜູ້ໃດ​ກໍຕາມ​ທີ່​ເຮັດ​ສິ່ງ​ເບື່ອໜ່າຍ​ເຫຼົ່ານີ້ ຈະ​ບໍ່ໄດ້​ມີ​ຊື່​ວ່າ​ເປັນ​ປະຊາຊົນ​ຂອງ​ເຮົາ​ອີກ​ຕໍ່ໄປ.</verse>
				<verse number="30">ເຫດສະນັ້ນ ຈົ່ງ​ເຊື່ອຟັງ​ຂໍ້ຄຳສັ່ງ​ທີ່​ເຮົາ​ໃຫ້​ພວກເຈົ້າ ແລະ​ຢ່າ​ເຮັດ​ຕາມ​ຮີດຄອງ​ຂອງ​ປະຊາຊົນ ທີ່​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ນີ້​ກ່ອນ​ພວກເຈົ້າ ແລະ​ຢ່າ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ມົນທິນ ໂດຍ​ປະຕິບັດ​ຕາມ​ຮີດຄອງ​ເຫຼົ່ານັ້ນ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”</verse>
			</chapter>
			<chapter number="19">
				<verse number="1">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ</verse>
				<verse number="2">ໃຫ້​ບອກ​ຊຸມຊົນ​ອິດສະຣາເອນ​ວ່າ, “ຈົ່ງ​ບໍຣິສຸດ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເປັນ​ບໍຣິສຸດ.</verse>
				<verse number="3">ເຈົ້າ​ແຕ່ລະຄົນ​ຕ້ອງ​ນັບຖື​ພໍ່​ແມ່​ຂອງ​ຕົນ ແລະ​ຢຶດຖື​ວັນ​ຊະບາໂຕ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ໄວ້. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="4">ຢ່າ​ປະຖິ້ມ​ເຮົາ​ແລະ​ຂາບໄຫວ້​ຮູບເຄົາຣົບ; ຢ່າ​ເອົາ​ໂລຫະ​ມາ​ເຮັດ​ຮູບ​ພະ ແລະ​ຂາບໄຫວ້​ຮູບ​ນັ້ນ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="5">ເມື່ອ​ພວກເຈົ້າ​ຂ້າ​ສັດ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ ຈົ່ງ​ປະຕິບັດ​ຕາມ​ລະບຽບການ​ທີ່​ເຮົາ​ໄດ້​ມອບ​ໃຫ້; ແລ້ວ​ເຮົາ​ກໍ​ຈະ​ຮັບ​ການ​ຖວາຍ​ນັ້ນ.</verse>
				<verse number="6">ຊີ້ນ​ສັດ​ນັ້ນ​ໃຫ້​ກິນ​ໝົດ​ໃນ​ມື້​ທີ່​ຂ້າ​ສັດ ຫລື​ໃນ​ມື້​ຕໍ່ມາ. ຊີ້ນ​ທີ່​ເຫຼືອ​ໃນ​ມື້​ທີ​ສາມ​ໃຫ້​ເຜົາ​ໄຟ​ຖິ້ມ</verse>
				<verse number="7">ເພາະ​ແມ່ນ​ຊີ້ນ​ທີ່​ເປັນ​ມົນທິນ​ຕາມ​ກົດບັນຍັດ ແລະ​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ກິນ​ຊີ້ນ​ນັ້ນ ເຮົາ​ຈະ​ບໍ່​ຮັບ​ເຄື່ອງ​ຖວາຍ​ຂອງ​ຜູ້ນັ້ນ.</verse>
				<verse number="8">ຜູ້ໃດ​ຜູ້ໜຶ່ງ​ທີ່​ກິນ​ຊີ້ນ​ນັ້ນ ຈະ​ມີ​ຄວາມຜິດ​ເພາະ​ເຂົາ​ໄດ້​ເຮັດ​ໃຫ້​ສິ່ງ​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ມົນທິນ ແລະ​ເຮົາ​ຈະ​ບໍ່​ຖື​ຄົນ​ນັ້ນ​ວ່າ​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.</verse>
				<verse number="9">ເມື່ອ​ພວກເຈົ້າ​ເກັບກ່ຽວ​ເຂົ້າ​ໃນ​ໄຮ່​ນາ ຢ່າ​ກ່ຽວ​ຕາມ​ແຄມ​ນາ ແລະ​ຢ່າ​ຄືນ​ມາ​ກ່ຽວ​ເຂົ້າ​ທີ່​ເຫຼືອ​ຢູ່.</verse>
				<verse number="10">ຢ່າ​ຄືນ​ໄປ​ໃນ​ສວນ​ເກັບເລັມ​ເອົາ​ພົ້ວ​ອະງຸ່ນ​ທີ່​ລືມ​ເກັບ ຫລື​ໝາກອະງຸ່ນ​ທີ່​ຕົກ​ເທິງ​ໜ້າ​ດິນ; ຈົ່ງ​ປະ​ໃຫ້​ຄົນ​ຍາກຈົນ ແລະ​ຄົນ​ຕ່າງດ້າວ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="11">ຢ່າ​ລັກ, ຢ່າ​ຕົວະ, ຢ່າ​ຫລອກລວງ​ກັນແລະກັນ.</verse>
				<verse number="12">ຢ່າ​ສາບານ​ອອກ​ນາມຊື່​ຂອງເຮົາ​ເພື່ອ​ຕົວະ ຊຶ່ງ​ເປັນ​ການ​ນຳ​ຄວາມ​ເສື່ອມເສຍ​ມາ​ສູ່​ນາມຊື່​ຂອງ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="13">ຢ່າ​ເອົາລັດ​ເອົາປຽບ​ຜູ້ໜຶ່ງ​ຜູ້ໃດ ຫລື​ປຸ້ນຈີ້​ເຂົາ. ຢ່າ​ກັກ​ຄ່າ​ແຮງງານ​ຂອງ​ລູກຈ້າງ​ໄວ້ ແມ່ນແຕ່​ຄືນ​ດຽວ​ກໍຕາມ.</verse>
				<verse number="14">ຢ່າ​ປ້ອຍດ່າ​ຄົນ​ຫູ​ໜວກ ຫລື​ເອົາ​ຂອງ​ຂວາງ​ທາງ​ຄົນ​ຕາບອດ​ເພື່ອ​ໃຫ້​ລາວ​ຕຳ​ສະດຸດ. ແຕ່​ຈົ່ງ​ຢຳເກງ​ພຣະເຈົ້າ​ຂອງ​ພວກເຈົ້າ; ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="15">ຈົ່ງ​ສັດຊື່​ແລະ​ທ່ຽງທຳ ເມື່ອ​ພວກເຈົ້າ​ຕັດສິນ​ຄະດີ​ທາງ​ກົດໝາຍ; ຢ່າ​ສະແດງ​ຄວາມ​ເຫັນອົກ​ເຫັນໃຈ​ຄົນ​ຍາກຈົນ ແລະ​ຢ່າ​ສະແດງ​ຄວາມ​ຢ້ານກົວ​ຕໍ່​ຄົນ​ຮັ່ງມີ.</verse>
				<verse number="16">ຢ່າ​ທຽວໄປ​ທຽວມາ​ໃສ່ຮ້າຍ​ປ້າຍສີ​ຄົນອື່ນ ຢ່າ​ປອງຮ້າຍ​ຕໍ່​ຊີວິດ​ເພື່ອນບ້ານ. ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="17">ຢ່າ​ຮັກສາ​ຄວາມ​ກຽດຊັງ​ພີ່ນ້ອງ​ໄວ້​ໃນ​ໃຈ ແຕ່​ຈົ່ງ​ສະສາງ​ຄວາມ​ຂັດແຍ້ງ​ກັນ​ກັບ​ຜູ້ນັ້ນ ເພື່ອ​ວ່າ​ເຈົ້າ​ຈະ​ບໍ່​ເຂົ້າ​ສ່ວນ​ໃນ​ໂທດ​ຂອງ​ລາວ.</verse>
				<verse number="18">ຢ່າ​ແກ້ແຄ້ນ​ຫລື​ຜູກ​ພະຍາບາດ​ກັບ​ຜູ້ໃດ​ຜູ້ໜຶ່ງ ແຕ່​ຈົ່ງ​ຮັກ​ເພື່ອນ​ມະນຸດ​ເໝືອນ​ຮັກ​ຕົນເອງ. ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="19">ຈົ່ງ​ຍອມ​ຟັງ​ຂໍ້ຄຳສັ່ງ​ຂອງເຮົາ. ຢ່າ​ປະສົມພັນ​ສັດ​ປະເພດ​ຕ່າງກັນ. ຢ່າ​ຫວ່ານ​ແນວປູກ​ສອງ​ຊະນິດ​ໃສ່​ນາ​ໄຮ່​ດຽວກັນ. ຢ່າ​ນຸ່ງ​ເຄື່ອງ​ເຮັດ​ດ້ວຍ​ຜ້າ​ສອງ​ຊະນິດ​ປົນກັນ.</verse>
				<verse number="20">ຖ້າ​ຊາຍ​ຜູ້ໃດ​ຜູ້ໜຶ່ງ​ນອນ​ນຳ​ທາດຍິງ​ຄົນ​ໜຶ່ງ ທີ່​ປະຕິຍານ​ໄວ້​ຈະ​ແຕ່ງງານ​ກັບ​ຊາຍ​ອື່ນ ແຕ່​ທາດຍິງ​ນັ້ນ​ບໍ່​ທັນ​ຖືກ​ຮັບ​ການ​ໄຖ່ ເຂົາ​ທັງສອງ​ຕ້ອງ​ຖືກ​ໂທດ ແຕ່​ບໍ່ແມ່ນ​ໂທດ​ເຖິງ​ປະຫານ​ຊີວິດ ເຫດ​ວ່າ​ຍິງ​ນັ້ນ​ບໍ່​ທັນ​ໄດ້​ຖືກ​ໄຖ່​ໃຫ້​ເປັນ​ອິດສະຫລະ ຍັງ​ເປັນ​ທາດ​ຢູ່.</verse>
				<verse number="21">ສ່ວນ​ຝ່າຍ​ຊາຍ​ຈະ​ຕ້ອງ​ນຳ​ແກະເຖິກ​ໂຕໜຶ່ງ ມາ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ເປັນ​ເຄື່ອງ​ບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ເພື່ອ​ຊົດໃຊ້​ແທນຄືນ</verse>
				<verse number="22">ແລະ​ໂດຍ​ແກະ​ນັ້ນ ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ລຶບລ້າງ​ບາບ​ໂທດ​ຂອງ​ຜູ້ນັ້ນ ແລະ​ບາບ​ທີ່​ຜູ້ນັ້ນ​ໄດ້​ເຮັດ​ກໍ​ຈະ​ໄດ້​ຮັບ​ການ​ຍົກໂທດ​ໃຫ້.</verse>
				<verse number="23">ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ຢູ່​ໃນ​ດິນແດນ​ການາອານ ແລະ​ປູກ​ຕົ້ນໄມ້​ຊະນິດ​ກິນ​ໝາກ ຈົ່ງ​ລະນຶກ​ວ່າ​ໃນ​ເວລາ​ສາມ​ປີ​ທຳອິດ​ໝາກໄມ້​ໃນ​ຕົ້ນ​ນັ້ນ​ເປັນ​ມົນທິນ. ໃນ​ໄລຍະ​ເວລາ​ນັ້ນ ພວກເຈົ້າ​ຢ່າ​ສູ່​ກິນ.</verse>
				<verse number="24">ໃນ​ປີ​ທີ​ສີ່ ໝາກໄມ້​ທຸກ​ໜ່ວຍ​ຈະ​ຕ້ອງ​ຖືກ​ນຳ​ມາ​ຖວາຍ​ແກ່​ເຮົາ​ຕາມ​ພິທີ ເພື່ອ​ສະແດງ​ເຖິງ​ການ​ຮູ້​ພຣະຄຸນ​ຕໍ່​ພຣະເຈົ້າຢາເວ</verse>
				<verse number="25">ແຕ່​ໃນ​ປີ​ທີ​ຫ້າ ພວກເຈົ້າ​ກິນ​ໝາກໄມ້​ນັ້ນ​ໄດ້. ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ສິ່ງ​ທັງໝົດ​ນີ້ ຕົ້ນໄມ້​ຂອງ​ພວກເຈົ້າ​ກໍ​ຈະ​ເກີດ​ໝາກ​ຢ່າງ​ຫລວງຫລາຍ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="26">ຢ່າ​ກິນ​ຊີ້ນ​ທີ່​ຍັງ​ມີ​ເລືອດ​ຢູ່​ໃນ​ນັ້ນ. ຢ່າ​ຝຶກ​ເວດມົນ​ຄາຖາ​ຊະນິດ​ໃດໆ​ທັງ​ສິ້ນ.</verse>
				<verse number="27">ຢ່າ​ກຽນ​ຜົມ​ກາຍ​ຫູ​ຂຶ້ນ​ໄປ ຫລື​ກຽນ​ຮິມ​ໜວດ​ຂອງ​ພວກເຈົ້າ</verse>
				<verse number="28">ຫລື​ປາດເນື້ອ​ເຖືອໜັງ​ຂອງ​ພວກເຈົ້າ​ເອງ ເພື່ອ​ໄວ້ທຸກ​ໃຫ້​ແກ່​ຄົນ​ຕາຍ. ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="29">ຢ່າ​ເຮັດ​ໃຫ້​ລູກສາວ​ຂອງ​ພວກເຈົ້າ​ອັບອາຍ​ຂາຍໜ້າ ໂດຍ​ຊຸກຍູ້​ໃຫ້​ເຂົາ​ເປັນ​ໂສເພນີ​ຢູ່​ຕາມ​ວັດ. ຖ້າ​ພວກເຈົ້າ​ຂືນ​ເຮັດ ພວກເຈົ້າ​ກໍ​ຫັນ​ໄປ​ຫາ​ພະອື່ນ​ສາ​ແລ້ວ ແລະ​ດິນແດນ​ຂອງ​ພວກເຈົ້າ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ການ​ຜິດ​ສິນທຳ.</verse>
				<verse number="30">ຈົ່ງ​ຢຶດຖື​ວັນ​ຊະບາໂຕ ແລະ​ຈົ່ງ​ເຄົາຣົບ​ນັບຖື​ບ່ອນ​ທີ່​ຄົນ​ນະມັດສະການ​ເຮົາ. ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="31">ຢ່າ​ໄປ​ຂໍ​ຄຳແນະນຳ​ຈາກ​ໝໍ​ຜີ ທີ່​ປຸກ​ວິນຍານ​ຄົນ​ຕາຍ​ຂຶ້ນ​ມາ​ປຶກສາ; ຖ້າ​ພວກເຈົ້າ​ຂືນ​ເຮັດ ພວກເຈົ້າ​ກໍ​ເປັນມົນທິນ​ຕາມ​ກົດບັນຍັດ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="32">ຈົ່ງ​ສະແດງ​ຄວາມ​ເຄົາຣົບ​ນັບຖື​ແກ່​ຄົນ​ເຖົ້າແກ່​ຊະຣາ ແລະ​ໃຫ້ກຽດ​ແກ່​ເພິ່ນ. ຈົ່ງ​ຢຳເກງ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="33">ຢ່າ​ຂົ່ມເຫັງ​ຄົນຕ່າງດ້າວ ທີ່​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ.</verse>
				<verse number="34">ຈົ່ງ​ເຮັດ​ກັບ​ພວກເຂົາ​ເໝືອນ​ເຮັດ​ກັບ​ພີ່ນ້ອງ​ອິດສະຣາເອນ​ຄົນອື່ນໆ ແລະ​ຈົ່ງ​ຮັກ​ພວກເຂົາ​ເໝືອນ​ຮັກ​ພວກເຈົ້າ​ເອງ. ຈົ່ງ​ຈຳ​ໄວ້​ວ່າ ພວກເຈົ້າ​ກໍ​ເຄີຍ​ເປັນ​ຄົນ​ຕ່າງດ້າວ​ໃນ​ດິນແດນ​ຂອງ​ຊາວ​ເອຢິບ​ມາ​ຄັ້ງ​ໜຶ່ງ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="35">ຢ່າ​ສໍ້ໂກງ​ຜູ້ໃດ​ຜູ້ໜຶ່ງ​ໂດຍ​ໃຊ້​ເຄື່ອງ​ວັດແທກ​ປອມ ເຊັ່ນ: ແທກ​ຄວາມ​ຍາວ, ຊັ່ງ​ນໍ້າໜັກ ຫລື​ນັບ​ຈຳນວນ.</verse>
				<verse number="36">ຈົ່ງ​ໃຊ້​ມາດຕາສ່ວນ, ເຄື່ອງຊັ່ງ ແລະ​ເຄື່ອງ​ວັດແທກ​ອັນ​ຖືກຕ້ອງ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.</verse>
				<verse number="37">ຈົ່ງ​ປະຕິບັດ​ຕາມ​ບັນດາ​ກົດບັນຍັດ ແລະ​ຄຳສັ່ງ​ທຸກ​ຂໍ້​ຂອງເຮົາ. ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
			</chapter>
			<chapter number="20">
				<verse number="1">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ</verse>
				<verse number="2">ໃຫ້​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ, “ໃນ​ພວກເຈົ້າ​ຫລື​ໃນ​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ພວກເຈົ້າ ຖ້າ​ຜູ້ໃດ​ໃຫ້​ລູກ​ຊາຍ​ຍິງ​ຂອງຕົນ ໄປ​ເປັນ​ເຄື່ອງ​ມື​ຮັບໃຊ້​ພະ​ໂມເລັກ; ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ຊຸມຊົນ​ແກວ່ງ​ກ້ອນຫີນ​ໃສ່​ໃຫ້​ຕາຍ.</verse>
				<verse number="3">ຖ້າ​ຜູ້ໃດ​ມອບ​ລູກ​ຊາຍ​ຍິງ​ຂອງຕົນ​ໃຫ້​ພະ​ໂມເລັກ ແລະ​ເຮັດ​ໃຫ້​ຫໍເຕັນ​ສັກສິດ​ຂອງເຮົາ​ເປັນ​ມົນທິນ ແລະ​ເຮັດ​ໃຫ້​ນາມຊື່​ອັນ​ສັກສິດ​ຂອງເຮົາ​ເສື່ອມ​ເສຍ; ເຮົາ​ຈະ​ຫັນ​ມາ​ຕໍ່ສູ້​ຜູ້ນັ້ນ ທັງ​ຈະ​ບໍ່​ຖື​ລາວ​ວ່າ​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.</verse>
				<verse number="4">ແຕ່​ຖ້າ​ຊຸມຊົນ​ບໍ່​ເອົາໃຈໃສ່​ຕໍ່​ສິ່ງ​ທີ່​ຜູ້​ນັ້ນ​ໄດ້​ເຮັດ ແລະ​ບໍ່​ລົງໂທດ​ລາວ​ໃຫ້​ເຖິງ​ຕາຍ</verse>
				<verse number="5">ເຮົາ​ເອງ​ຈະ​ຫັນ​ມາ​ຕໍ່ສູ້​ລາວ​ກັບ​ຄອບຄົວ​ຂອງ​ລາວ ແລະ​ຕໍ່ສູ້​ທຸກຄົນ​ທີ່​ສົມຮູ້​ຮ່ວມຄິດ​ກັນ​ບໍ່​ສັດຊື່​ຕໍ່​ເຮົາ ຍ້ອນ​ຫັນ​ໄປ​ຂາບໄຫວ້​ພະ​ໂມເລັກ. ເຮົາ​ຈະ​ບໍ່​ຖື​ພວກເຂົາ​ວ່າ​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.</verse>
				<verse number="6">ຖ້າ​ຜູ້ໃດ​ໄປ​ຂໍ​ຄຳແນະນຳ​ຈາກ​ໝໍ​ຜີ ທີ່​ປຸກ​ວິນຍານ​ຄົນຕາຍ​ຂຶ້ນ​ມາ​ປຶກສາ ເຮົາ​ຈະ​ຫັນ​ມາ​ຕໍ່ສູ້​ຜູ້ນັ້ນ​ທັງ​ຈະ​ບໍ່​ຖື​ລາວ​ວ່າ ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.</verse>
				<verse number="7">ຈົ່ງ​ຮັກສາ​ພວກເຈົ້າ​ເອງ​ໃຫ້​ບໍຣິສຸດ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="8">ຈົ່ງ​ເຊື່ອຟັງ​ກົດບັນຍັດ​ທັງຫລາຍ​ຂອງເຮົາ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ຜູ້​ເຮັດ​ໃຫ້​ພວກເຈົ້າ​ບໍຣິສຸດ.</verse>
				<verse number="9">ຜູ້ໃດ​ຜູ້ໜຶ່ງ​ທີ່​ສາບແຊ່ງ​ພໍ່​ແມ່​ຂອງຕົນ ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ; ລາວ​ຮັບຜິດຊອບ​ລາວ​ເອງ​ຕໍ່​ການ​ຕາຍ​ຂອງ​ລາວ​ນັ້ນ.</verse>
				<verse number="10">ຖ້າ​ຊາຍ​ຄົນ​ໜຶ່ງ​ຫລິ້ນຊູ້​ກັບ​ເມຍ​ຂອງ​ພີ່ນ້ອງ​ຊາວ​ອິດສະຣາເອນ ຊາຍ​ຍິງ​ທັງສອງ​ຄົນ​ນັ້ນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ.</verse>
				<verse number="11">ຊາຍ​ຄົນ​ໜຶ່ງ​ທີ່​ສົມສູ່​ກັບ​ເມຍນ້ອຍ​ຄົນ​ໜຶ່ງ​ຂອງ​ພໍ່​ຕົນ ກໍ​ເຮັດ​ໃຫ້​ພໍ່​ຕົນ​ໄດ້​ຮັບ​ຄວາມ​ເສື່ອມເສຍ ແລະ​ອັບອາຍຂາຍໜ້າ; ຊາຍ​ຍິງ​ທັງສອງ​ຄົນ​ນັ້ນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ພວກເຂົາ​ຮັບຜິດຊອບ​ຕໍ່​ການ​ຕາຍ​ຂອງ​ພວກເຂົາ​ເອງ.</verse>
				<verse number="12">ຖ້າ​ຊາຍ​ຄົນ​ໜຶ່ງ​ສົມສູ່​ກັບ​ລູກໃພ້​ຂອງຕົນ ພວກເຂົາ​ທັງສອງ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ພວກເຂົາ​ໄດ້​ປະພຶດ​ຜິດ​ນອກ​ສິນທຳ. ພວກເຂົາ​ຮັບຜິດຊອບ​ຕໍ່​ການ​ຕາຍ​ຂອງ​ພວກເຂົາ​ເອງ.</verse>
				<verse number="13">ຖ້າ​ຊາຍ​ກັບ​ຊາຍ​ຮ່ວມ​ຫລິ້ນກັນ​ທາງເພດ ພວກເຂົາ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ກຽດຊັງ ທັງສອງ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ​ເໝືອນກັນ. ພວກເຂົາ​ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ການ​ຕາຍ​ຂອງ​ພວກເຂົາ​ເອງ.</verse>
				<verse number="14">ຖ້າ​ຊາຍ​ກັບ​ຍິງ​ແຕ່ງງານ​ກັນ ແລະ​ເອົາ​ແມ່​ຂອງ​ຍິງ​ນັ້ນ​ເປັນ​ເມຍ​ດ້ວຍ; ເຂົາ​ທັງ​ສາມ​ຈະ​ຕ້ອງ​ຖືກ​ເຜົາ​ໄຟ​ໃຫ້​ຕາຍ​ທັງ​ເປັນ ຍ້ອນ​ສິ່ງ​ອັບອາຍ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ; ການ​ກະທຳ​ເຊັ່ນນີ້​ບໍ່ຄວນ​ໃຫ້​ເກີດຂຶ້ນ​ໃນ​ທ່າມກາງ​ພວກເຈົ້າ.</verse>
				<verse number="15">ຖ້າ​ຊາຍ​ຜູ້ໃດ​ໄດ້​ສົມສູ່​ທາງ​ເພດ​ກັບ​ສັດ ຊາຍ​ຜູ້ນັ້ນ​ແລະ​ສັດ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.</verse>
				<verse number="16">ຖ້າ​ຍິງ​ຜູ້ໃດ​ພະຍາຍາມ​ສົມສູ່​ທາງ​ເພດ​ກັບ​ສັດ ຍິງ​ຜູ້ນັ້ນ​ກັບ​ສັດ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ​ເໝືອນກັນ. ເຂົາ​ຮັບຜິດຊອບ​ຕໍ່​ການ​ຕາຍ​ຂອງ​ຕົນເອງ.</verse>
				<verse number="17">ຖ້າ​ຊາຍ​ຜູ້ໜຶ່ງ​ແຕ່ງງານ​ກັບ​ເອື້ອຍ ຫລື​ນ້ອງ​ຂອງ​ຕົນເອງ ຫລື​ເອື້ອຍ​ນ້ອງ​ຕ່າງ​ພໍ່​ຕ່າງ​ແມ່​ກັນ, ພວກເຂົາ​ຈະ​ຕ້ອງ​ຖືກ​ປະຊາຊົນ​ປະຈານ​ຂາຍໜ້າ ແລະ​ຖືກ​ຂັບໄລ່​ໃຫ້​ອອກ​ໄປ​ຈາກ​ຊຸມຊົນ. ລາວ​ໄດ້​ສົມສູ່​ກັບ​ເອື້ອຍ​ຫລື​ນ້ອງ​ຂອງຕົນ; ສະນັ້ນ ລາວ​ຈຶ່ງ​ຕ້ອງ​ຮັບ​ຜົນ​ທີ່​ຕາມ​ມາ.</verse>
				<verse number="18">ຖ້າ​ຊາຍ​ຜູ້ໜຶ່ງ​ສົມສູ່​ກັບ​ຍິງ​ທີ່​ເປັນ​ປະຈຳເດືອນ ໃຫ້​ຂັບໄລ່​ທັງສອງ​ອອກ​ໄປ​ຈາກ​ຊຸມຊົນ; ເພາະ​ພວກເຂົາ​ໄດ້​ຝ່າຝືນ​ລະບຽບ​ການ ກ່ຽວກັບ​ການ​ເປັນ​ມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="19">ຖ້າ​ຊາຍ​ຜູ້ໜຶ່ງ​ໄດ້​ສົມສູ່​ກັບ​ປ້າ​ຫລື​ອາ​ຂອງຕົນ ເຂົາ​ທັງສອງ​ຕ້ອງ​ໄດ້​ຮັບ​ຜົນ​ກຳ​ສຳລັບ​ການ​ຜິດ​ນອກ​ສິນທຳ.</verse>
				<verse number="20">ຖ້າ​ຊາຍ​ຜູ້ໜຶ່ງ​ສົມສູ່​ກັບ​ເມຍ​ຂອງ​ລຸງ ລາວ​ກໍ​ເຮັດ​ໃຫ້​ລຸງ​ຂອງຕົນ​ເສື່ອມເສຍ ແລະ​ລາວ​ກັບ​ຍິງ​ນັ້ນ​ຈະ​ເສຍ​ຄ່າ​ທົດແທນ​ໂທດ; ທັງສອງ​ຈະ​ຕາຍ​ໂດຍ​ບໍ່ມີ​ລູກ.</verse>
				<verse number="21">ຖ້າ​ຊາຍ​ຜູ້ໜຶ່ງ​ເອົາ​ເມຍ​ອ້າຍ​ນ້ອງ​ຂອງຕົນ​ມາ​ເປັນ​ເມຍ ເຂົາ​ກໍ​ຈະ​ຕາຍ​ໂດຍ​ບໍ່ມີ​ລູກ​ເລີຍ. ເຂົາ​ໄດ້​ເຮັດ​ສິ່ງ​ທີ່​ເປັນ​ມົນທິນ ທັງ​ໄດ້​ສ້າງ​ຄວາມ​ອັບອາຍ​ຂາຍໜ້າ​ໃຫ້​ແກ່​ອ້າຍ​ນ້ອງ​ຂອງຕົນ​ດ້ວຍ.</verse>
				<verse number="22">ຈົ່ງ​ປະຕິບັດ​ຕາມ​ບັນດາ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ທັງໝົດ​ຂອງ​ເຮົາ ເພື່ອ​ວ່າ​ດິນແດນ​ການາອານ​ຈະ​ບໍ່​ຄາຍ​ພວກເຈົ້າ​ອອກ​ໄປ ຄື​ດິນແດນ​ຊຶ່ງ​ເຮົາ​ກຳລັງ​ນຳພາ​ພວກເຈົ້າ​ເຂົ້າ​ໄປ.</verse>
				<verse number="23">ຢ່າ​ໄດ້​ນຳ​ເອົາ​ຮີດຄອງ​ຂອງ​ປະຊາຊົນ​ຜູ້​ທີ່​ອາໄສ​ຢູ່​ໃນ​ບ່ອນ​ນັ້ນ​ມາ​ໃຊ້; ເຮົາ​ກຳລັງ​ຂັບໄລ່​ຄົນ​ບໍ່​ນັບຖື​ພຣະເຈົ້າ​ເຫຼົ່ານັ້ນ​ໃຫ້​ອອກ​ໄປ ເພື່ອ​ພວກເຈົ້າ​ຈະ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ. ພວກເຂົາ​ໄດ້​ເຮັດ​ໃຫ້​ເຮົາ​ເບື່ອໜ່າຍ ຕໍ່​ຮີດຄອງ​ອັນ​ຊົ່ວຊ້າ​ທັງປວງ​ຂອງ​ພວກເຂົາ.</verse>
				<verse number="24">ແຕ່​ເຮົາ​ໄດ້​ສັນຍາ​ໄວ້​ວ່າ ເຮົາ​ຈະ​ມອບ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ນີ້​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຈົ້າ ແລະ​ເຮົາ​ກໍ​ຈະ​ມອບ​ໃຫ້​ພວກເຈົ້າ​ແທ້. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຈະ​ແຍກ​ພວກເຈົ້າ​ອອກ​ຕ່າງຫາກ​ຈາກ​ບັນດາ​ປະຊາຊາດ​ອື່ນໆ.</verse>
				<verse number="25">ສະນັ້ນ ພວກເຈົ້າ​ຈຶ່ງ​ຈະ​ຕ້ອງ​ໄຈ້ແຍກ​ຢ່າງ​ຈະແຈ້ງ ລະຫວ່າງ​ສັດ​ກັບ​ນົກ​ຈຳພວກ​ທີ່​ເປັນ​ມົນທິນ ແລະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ໃຫ້​ໄດ້. ຢ່າ​ກິນ​ສັດ​ຫລື​ນົກ​ຈຳພວກ​ທີ່​ເປັນ​ມົນທິນ ເພາະ​ເຮົາ​ໄດ້​ປະກາດ​ວ່າ​ສັດ​ຈຳພວກ​ນັ້ນ​ເປັນ​ມົນທິນ ແລະ​ການ​ກິນ​ສັດ​ເຫຼົ່ານັ້ນ​ກໍ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນມົນທິນ​ດ້ວຍ.</verse>
				<verse number="26">ພວກເຈົ້າ​ຈະ​ຕ້ອງ​ບໍຣິສຸດ ແລະ​ເປັນ​ປະຊາຊົນ​ຂອງເຮົາ​ເທົ່ານັ້ນ ເພາະວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ອົງ​ບໍຣິສຸດ. ເຮົາ​ໄດ້​ແຍກ​ພວກເຈົ້າ​ອອກ​ຕ່າງຫາກ​ຈາກ​ຊົນຊາດ​ອື່ນໆ ເພື່ອ​ພວກເຈົ້າ​ເທົ່ານັ້ນ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ.”</verse>
				<verse number="27">“ຊາຍ​ຫລື​ຍິງ​ຄົນ​ໃດ​ທີ່​ປຸກ​ວິນຍານ​ຂອງ​ຄົນ​ຕາຍ​ຂຶ້ນ​ມາ​ປຶກສາ ກໍ​ຈະ​ຖືກ​ແກວ່ງ​ດ້ວຍ​ກ້ອນຫີນ​ໃຫ້​ເຖິງ​ຕາຍ; ຄົນ​ໃດ​ທີ່​ເຮັດ​ສິ່ງ​ນັ້ນ ແມ່ນ​ຮັບຜິດຊອບ​ຕໍ່​ການ​ຕາຍ​ຂອງ​ຕົນເອງ.”</verse>
			</chapter>
			<chapter number="21">
				<verse number="1">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໃຫ້​ບອກ​ບັນດາ​ປະໂຣຫິດ ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ​ວ່າ, “ຢ່າ​ໃຫ້​ປະໂຣຫິດ​ປະພຶດ​ຕົນ​ເປັນ​ມົນທິນ​ຕາມ​ກົດບັນຍັດ ໂດຍ​ເຂົ້າ​ຮ່ວມ​ພິທີ​ສົບ​ຂອງ​ພວກ​ພີ່ນ້ອງ​ຂອງຕົນ ເມື່ອ​ພວກເຂົາ​ຕາຍໄປ;</verse>
				<verse number="2">ເວັ້ນ​ແຕ່​ເປັນ​ພໍ່, ແມ່, ລູກຊາຍ, ລູກສາວ,</verse>
				<verse number="3">ອ້າຍ​ເອື້ອຍ​ນ້ອງ​ທີ່​ຍັງ​ບໍ່​ທັນ​ໄດ້​ແຕ່ງງານ ແລະ​ຍັງ​ອາໄສ​ຢູ່​ນຳ​ຄອບຄົວ​ຂອງຕົນ​ເທົ່ານັ້ນ.</verse>
				<verse number="4">ລາວ​ຈະ​ຕ້ອງ​ບໍ່​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ ໃນ​ເລື່ອງ​ການ​ຕາຍ​ຂອງ​ພີ່ນ້ອງ​ທາງ​ພໍ່ດອງ​ແມ່ດອງ.</verse>
				<verse number="5">ຢ່າ​ໃຫ້​ປະໂຣຫິດ​ແຖ​ຫົວ​ສ່ວນ​ໃດ​ສ່ວນ​ໜຶ່ງ ຫລື​ກຽນ​ໜວດ​ກຽນ​ເຄົາ ຫລື​ປາດເນື້ອ​ເຖືອໜັງ​ຕາມ​ຮ່າງກາຍ​ຂອງຕົນ​ອັນ​ສະແດງ​ເຖິງ​ການ​ໄວ້ທຸກ.</verse>
				<verse number="6">ພວກເຂົາ​ຕ້ອງ​ໃຫ້​ບໍຣິສຸດ​ຕໍ່​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຢ່າ​ເຮັດ​ໃຫ້​ນາມຊື່​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ​ເສື່ອມ​ເສຍ. ເພາະວ່າ​ພວກເຂົາ​ເປັນ​ຜູ້​ຖວາຍ​ບູຊາ​ດ້ວຍໄຟ​ແກ່​ພຣະເຈົ້າຢາເວ, ເປັນ​ອາຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ; ສະນັ້ນ ພວກເຂົາ​ຕ້ອງ​ບໍຣິສຸດ.</verse>
				<verse number="7">ປະໂຣຫິດ​ຈະ​ບໍ່​ຕ້ອງ​ແຕ່ງງານ​ກັບ​ຍິງ​ທີ່​ເປັນ​ໂສເພນີ ຫລື​ກັບ​ຍິງ​ທີ່​ບໍ່​ບໍຣິສຸດ ຫລື​ກັບ​ແມ່ຮ້າງ. ເພາະ​ພວກເຂົາ​ບໍຣິສຸດ​ຕໍ່​ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="8">ປະຊາຊົນ​ຕ້ອງ​ຖື​ປະໂຣຫິດ​ວ່າ​ບໍຣິສຸດ ເພາະ​ພວກເຂົາ​ເປັນ​ຜູ້​ຖວາຍ​ອາຫານ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຂົາ​ຕ້ອງ​ບໍຣິສຸດ​ຕໍ່​ພວກເຈົ້າ ເພາະວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ອົງ​ບໍຣິສຸດ ແລະ​ເຮົາ​ສ້າງ​ປະຊາຊົນ​ຂອງເຮົາ​ໃຫ້​ບໍຣິສຸດ.</verse>
				<verse number="9">ຖ້າ​ລູກສາວ​ຂອງ​ປະໂຣຫິດ​ເປັນ​ໂສເພນີ ນາງ​ກໍ​ເຮັດ​ໃຫ້​ພໍ່​ຂອງຕົນ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ; ນາງ​ຈະ​ຕ້ອງ​ຖືກ​ເຜົາ​ທັງເປັນ.</verse>
				<verse number="10">ສ່ວນ​ມະຫາ​ປະໂຣຫິດ​ນັ້ນ ແມ່ນ​ຜູ້ໜຶ່ງ​ທີ່​ໄດ້​ຮັບ​ການ​ຫົດສົງ​ສະຖາປະນາ​ດ້ວຍ​ນໍ້າມັນ​ເຈີມ​ສັກສິດ​ໃສ່​ເທິງ​ຫົວ ແລະ​ທັງ​ໄດ້​ຖືກ​ສະຖາປະນາ​ໃຫ້​ນຸ່ງ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ໃນ​ທ່າມກາງ​ພີ່ນ້ອງ​ຂອງຕົນ. ສະນັ້ນ ລາວ​ຈຶ່ງ​ບໍ່​ຕ້ອງ​ປ່ອຍ​ຜົມ​ໃຫ້​ຫຍຸ້ງ ຫລື​ຈີກ​ເຄື່ອງນຸ່ງ​ຂອງຕົນ​ເປັນ​ການ​ໄວ້ທຸກ.</verse>
				<verse number="11">ລາວ​ຕ້ອງ​ບໍ່​ເຂົ້າ​ໄປ​ໃນ​ສະຖານທີ່​ບ່ອນ​ມີ​ຄົນ​ຕາຍ; ລາວ​ຕ້ອງ​ບໍ່​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ​ຕາມ​ກົດບັນຍັດ ເຖິງ​ແມ່ນ​ວ່າ​ຜູ້ນັ້ນ​ຈະ​ເປັນ​ຍາດຕິພີ່ນ້ອງ​ຂອງ​ພໍ່​ຫຼື​ແມ່​ຂອງ​ຕົນເອງ​ກໍຕາມ</verse>
				<verse number="12">ລາວ​ບໍ່​ຕ້ອງ​ອອກ​ໄປ​ຈາກ​ວິຫານ​ຂອງ​ພຣະເຈົ້າ ແລະ​ບໍ່​ເຮັດ​ໃຫ້​ວິຫານ​ຂອງ​ພຣະເຈົ້າ​ເປັນ​ມົນທິນ ເພາະວ່າ​ລາວ​ໄດ້​ຮັບ​ການ​ຫົດສົງ​ແຕ່ງຕັ້ງ​ດ້ວຍ​ນໍ້າມັນ​ສັກສິດ​ຂອງ​ພຣະເຈົ້າ ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="13">ລາວ​ຈະ​ຕ້ອງ​ແຕ່ງງານ​ກັບ​ຍິງ​ສາວ​ບໍຣິສຸດ</verse>
				<verse number="14">ຢ່າ​ແຕ່ງງານ​ກັບ​ແມ່ຮ້າງ ຫລື​ກັບ​ແມ່ໝ້າຍ ຫລື​ກັບ​ແມ່ຍິງ​ທີ່​ເຄີຍ​ເປັນ​ໂສເພນີ. ລາວ​ຈະ​ຕ້ອງ​ແຕ່ງງານ​ກັບ​ຍິງ​ສາວ​ບໍຣິສຸດ ທີ່​ຢູ່​ໃນ​ຕະກຸນ​ຂອງ​ຕົນເອງ​ເທົ່ານັ້ນ.</verse>
				<verse number="15">ບໍ່​ດັ່ງນັ້ນ ລູກຫລານ​ຂອງ​ພວກເຂົາ​ຜູ້​ທີ່​ຈະ​ຕ້ອງ​ບໍຣິສຸດ​ນັ້ນ ກໍ​ຈະ​ເປັນ​ມົນທິນ​ຕາມ​ກົດບັນຍັດ​ດ້ວຍ. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ໄດ້​ຕັ້ງ​ລາວ​ໄວ້​ຕ່າງຫາກ​ເພື່ອ​ເປັນ​ມະຫາ​ປະໂຣຫິດ.”</verse>
				<verse number="16">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ.</verse>
				<verse number="17">ໃຫ້​ບອກ​ອາໂຣນ​ວ່າ, “ໃນ​ເຊື້ອສາຍ​ຂອງ​ເຈົ້າ​ນັ້ນ ບໍ່​ໃຫ້​ຜູ້ໃດ​ທີ່​ມີ​ຮ່າງກາຍ​ພິການ ເຂົ້າ​ມາ​ຖວາຍ​ອາຫານ​ແກ່​ພຣະເຈົ້າ​ຂອງເຈົ້າ​ເດັດຂາດ. ຄຳສັ່ງ​ນີ້​ໃຫ້​ປະຕິບັດ​ກັນ​ສືບໄປ​ທຸກຍຸກ​ທຸກສະໄໝ.</verse>
				<verse number="18">ບໍ່​ໃຫ້​ຊາຍ​ໃດ​ທີ່​ມີ​ຮ່າງກາຍ​ພິການ​ຖວາຍ​ອາຫານ​ແກ່​ເຮົາ ເຊັ່ນ: ຄົນ​ຕາບອດ, ຄົນ​ຂາ​ພິການ, ຄົນ​ໜ້າ​ຕາ​ເສຍ​ຮູບຊົງ ຫລື​ຕີນມື​ຄົດງໍ;</verse>
				<verse number="19">ຄົນ​ຕີນ​ມື​ເປັນ​ຫລ່ອຍ;</verse>
				<verse number="20">ຄົນ​ຫລັງກ່ອມ​ຫລື​ຄົນ​ເຕ້ຍ​ຜິດ​ປົກກະຕິ; ຄົນ​ເສຍຕາ ຫລື​ຄົນ​ເປັນ​ພະຍາດ​ຜິວໜັງ ແລະ​ຊາຍ​ທີ່​ອະໄວຍະວະ​ເພດ​ພິການ.</verse>
				<verse number="21">ບໍ່​ໃຫ້​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ ທີ່​ມີ​ຮ່າງກາຍ​ພິການ​ຖວາຍ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ ເພາະວ່າ​ເຂົາ​ເປັນ​ຄົນ​ມີ​ຕຳໜິ ຢ່າ​ໃຫ້​ເຂົາ​ເຂົ້າ​ມາ​ໃກ້​ອາຫານ​ທີ່​ຖວາຍ​ແກ່​ພຣະເຈົ້າ​ຂອງ​ເຂົາ.</verse>
				<verse number="22">ຄົນ​ຢ່າງ​ນັ້ນ​ອາດ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ​ຂອງເຂົາ​ແລ້ວ​ໄດ້ ຄື: ທັງ​ອາຫານ​ທີ່​ຖວາຍ​ແລ້ວ​ຢ່າງ​ບໍຣິສຸດ​ແລະ​ຢ່າງ​ບໍຣິສຸດ​ທີ່ສຸດ;</verse>
				<verse number="23">ແຕ່​ຍ້ອນ​ວ່າ​ລາວ​ມີ​ຮ່າງກາຍ​ພິການ ຈຶ່ງ​ຈະ​ເຂົ້າ​ມາ​ໃກ້​ຜ້າກັ້ງ ຫລື​ໃກ້​ແທ່ນບູຊາ​ບໍ່ໄດ້. ລາວ​ຕ້ອງ​ບໍ່​ເຮັດ​ໃຫ້​ສິ່ງ​ບໍຣິສຸດ​ເຫຼົ່ານີ້​ເປັນມົນທິນ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ຜູ້​ໃຫ້​ພວກເຂົາ​ເປັນ​ບໍຣິສຸດ.”</verse>
				<verse number="24">ນີ້​ແມ່ນ​ຖ້ອຍຄຳ​ທີ່​ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ອາໂຣນ ຕະຫລອດ​ທັງ​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ດ້ວຍ.</verse>
			</chapter>
			<chapter number="22">
				<verse number="1">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ</verse>
				<verse number="2">ໃຫ້​ບອກ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ວ່າ, “ພວກເຈົ້າ​ບໍ່​ຕ້ອງ​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ນາມຊື່​ອັນ​ບໍຣິສຸດ​ຂອງເຮົາ; ສະນັ້ນ ຈົ່ງ​ພາກັນ​ແຍກ​ອອກ​ຈາກ​ເຄື່ອງ​ຖວາຍ​ອັນ​ສັກສິດ ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ນຳ​ມາ​ຖວາຍ​ແກ່​ເຮົາ​ນີ້​ດ້ວຍ​ຄວາມ​ຢຳເກງ. ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="3">ຖ້າ​ເຊື້ອສາຍ​ຂອງ​ພວກເຈົ້າ​ຜູ້ໃດ​ເປັນມົນທິນ​ຕາມ​ກົດບັນຍັດ ເຂົ້າ​ມາ​ໃກ້​ເຄື່ອງ​ຖວາຍ​ອັນ​ສັກສິດ ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ຜູ້ນັ້ນ​ຈະ​ບໍ່ໄດ້​ເຂົ້າ​ມາ​ຮັບໃຊ້​ເຮົາ​ທີ່​ແທ່ນບູຊາ​ຈັກເທື່ອ. ຂໍ້ຄຳສັ່ງ​ທັງໝົດ​ນີ້​ໃຫ້​ປະຕິບັດ​ສືບຕໍ່​ກັນ​ໄປ. ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="4">ບໍ່​ໃຫ້​ເຊື້ອສາຍ​ຂອງ​ອາໂຣນ​ຄົນ​ໃດ​ຄົນ​ໜຶ່ງ ທີ່​ເປັນ​ພະຍາດ​ຂີ້ທູດ ຫລື​ຜູ້​ທີ່​ມີ​ສິ່ງ​ໄຫລ​ອອກ​ຈາກ​ຮ່າງກາຍ​ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ ຈົນກວ່າ​ລາວ​ຈະ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ. ປະໂຣຫິດ​ທຸກຄົນ​ກໍ​ເປັນ​ມົນທິນ ຖ້າ​ແຕະຕ້ອງ​ສິ່ງ​ທີ່​ເປັນມົນທິນ​ເຊັ່ນ: ແຕະຕ້ອງ​ຊາກສົບ, ມີ​ນໍ້າກາມ​ທີ່​ໄຫລ​ອອກ,</verse>
				<verse number="5">ແຕະຕ້ອງ​ສັດ​ຫລື​ຄົນ​ທີ່​ເປັນ​ມົນທິນ.</verse>
				<verse number="6">ປະໂຣຫິດ​ທຸກຄົນ​ທີ່​ເປັນມົນທິນ​ກໍ​ຍັງ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ ແລະ​ເຂົາ​ຍັງ​ກິນ​ຂອງ​ຖວາຍ​ອັນ​ສັກສິດ​ບໍ່ໄດ້ ຈົນ​ກ່ວາ​ໄດ້​ອາບນໍ້າ​ຊຳລະ​ຮ່າງກາຍ​ແລ້ວ.</verse>
				<verse number="7">ຫລັງຈາກ​ຕາເວັນ​ຕົກ​ດິນ​ແລ້ວ ລາວ​ກໍ​ບໍ່​ເປັນ​ມົນທິນ ແລະ​ລາວ​ອາດ​ກິນ​ຂອງ​ຖວາຍ​ອັນ​ສັກສິດ ຊຶ່ງ​ເປັນ​ອາຫານ​ຂອງ​ລາວ​ໄດ້.</verse>
				<verse number="8">ລາວ​ຈະ​ຕ້ອງ​ບໍ່​ກິນ​ຊີ້ນ​ສັດ​ໃດໆ​ທີ່​ຕາຍ​ເອງ ຫລື​ຖືກ​ສັດປ່າ​ກັດ​ຕາຍ; ອາຫານ​ນັ້ນ​ຈະ​ເຮັດ​ໃຫ້​ລາວ​ເປັນ​ມົນທິນ. ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="9">ປະໂຣຫິດ​ທຸກຄົນ​ຈະ​ຕ້ອງ​ປະຕິບັດ​ຕາມ​ລະບຽບການ​ຕ່າງໆ ທີ່​ເຮົາ​ໄດ້​ມອບ​ໃຫ້​ນີ້. ຖ້າບໍ່​ດັ່ງນັ້ນ ພວກເຂົາ​ຈະ​ເຮັດ​ຜິດ​ແລະ​ຕາຍ ເພາະ​ໄດ້​ຝ່າຝືນ​ລະບຽບ​ການ​ອັນ​ສັກສິດ. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ບໍຣິສຸດ.</verse>
				<verse number="10">ຄົນ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ຂອງ​ປະໂຣຫິດ​ເທົ່ານັ້ນ ທີ່​ຈະ​ກິນ​ຂອງ​ຖວາຍ​ອັນ​ສັກສິດ​ໄດ້; ນອກ​ນັ້ນ​ບໍ່ມີ​ຜູ້ໃດ​ສາມາດ​ຈະ​ກິນ​ໄດ້ ແມ່ນແຕ່​ຄົນ​ທີ່​ອາໄສ​ຢູ່​ນຳ​ປະໂຣຫິດ ຫລື​ຄົນ​ທີ່​ປະໂຣຫິດ​ຈ້າງ​ມາ​ຊ່ວຍ​ວຽກ​ກໍ​ກິນ​ບໍ່ໄດ້.</verse>
				<verse number="11">ແຕ່​ພວກ​ຄົນ​ຮັບໃຊ້​ທີ່​ປະໂຣຫິດ​ຊື້​ມາ​ດ້ວຍ​ເງິນ​ຂອງ​ຕົນເອງ ຫລື​ທີ່​ເກີດ​ໃນ​ຄອບຄົວ ອາດ​ກິນ​ອາຫານ​ທີ່​ປະໂຣຫິດ​ໄດ້​ນຳມາ​ນັ້ນ.</verse>
				<verse number="12">ລູກສາວ​ຂອງ​ປະໂຣຫິດ​ທີ່​ແຕ່ງງານ​ກັບ​ຄົນ​ທີ່​ບໍ່​ເປັນ​ປະໂຣຫິດ ບໍ່​ອາດ​ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ​ໄດ້.</verse>
				<verse number="13">ແຕ່​ລູກສາວ​ຂອງ​ປະໂຣຫິດ​ທີ່​ເປັນ​ແມ່ໝ້າຍ ຫລື​ແມ່ຮ້າງ​ທີ່​ຍັງ​ບໍ່ມີ​ລູກ ແລະ​ຜູ້​ທີ່​ກັບຄືນ​ມາ​ຢູ່​ໃນ​ຄອບຄົວ​ພໍ່​ທີ່​ຢູ່​ໃຕ້​ຄວາມ​ດູແລ​ຂອງ​ເພິ່ນ ອາດ​ກິນ​ອາຫານ​ທີ່​ພໍ່​ຂອງຕົນ​ໄດ້​ຮັບ​ໃນ​ຖານະ​ເປັນ​ປະໂຣຫິດ​ໄດ້. ຄົນ​ໃນ​ຄອບຄົວ​ຂອງ​ປະໂຣຫິດ​ເທົ່ານັ້ນ ທີ່​ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ​ໄດ້.</verse>
				<verse number="14">ຖ້າ​ບຸກຄົນ​ໃດ​ທີ່​ບໍ່ແມ່ນ​ຄົນ​ໃນ​ຄອບຄົວ​ຂອງ​ປະໂຣຫິດ ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ​ໂດຍ​ບໍ່ໄດ້​ຕັ້ງໃຈ ລາວ​ຕ້ອງ​ຈ່າຍ​ເງິນ​ຄືນ​ໃຫ້​ປະໂຣຫິດ ເຕັມ​ລາຄາ​ພ້ອມ​ກັບ​ເພີ່ມ​ອີກ​ຊາວ​ເປີເຊັນ.</verse>
				<verse number="15">ຝ່າຍ​ປະໂຣຫິດ​ຈະ​ຕ້ອງ​ບໍ່​ໝິ່ນປະໝາດ​ຄວາມ​ສັກສິດ​ຂອງ​ເຄື່ອງ​ຖວາຍ​ຕໍ່​ພຣະເຈົ້າຢາເວ</verse>
				<verse number="16">ໂດຍ​ປະ​ໃຫ້​ຄົນ​ທີ່​ບໍ່ໄດ້​ຮັບ​ອະນຸຍາດ​ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ; ເພາະ​ອັນ​ນີ້​ເປັນ​ການ​ນຳ​ຄວາມຜິດ​ກັບ​ການ​ລົງໂທດ​ມາ​ໃຫ້​ຜູ້ນັ້ນ. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ເປັນ​ຜູ້​ເຮັດ​ໃຫ້​ເຄື່ອງຖວາຍ​ສັກສິດ.”</verse>
				<verse number="17">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ</verse>
				<verse number="18">ໃຫ້​ມອບ​ລະບຽບການ​ທັງໝົດ​ນີ້ ແກ່​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ກັບ​ປະຊາຊົນ​ອິດສະຣາເອນ ດັ່ງ​ຕໍ່ໄປນີ້: “ເມື່ອ​ຄົນ​ອິດສະຣາເອນ​ຫລື​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ອິດສະຣາເອນ ນຳ​ເຄື່ອງ​ມາ​ເພື່ອ​ເຜົາ​ຖວາຍ​ບໍ່​ວ່າ​ເພື່ອ​ແກ້​ບະບົນ ຫລື​ດ້ວຍ​ໃຈ​ສັດທາ​ແກ່​ພຣະເຈົ້າຢາເວ ສັດ​ທີ່​ຈະ​ຖວາຍ​ນັ້ນ​ຕ້ອງ​ເປັນ​ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.</verse>
				<verse number="19">ເຄື່ອງ​ຖວາຍ​ຈະ​ເປັນ​ທີ່​ຍອມ​ຮັບ​ໄດ້​ນັ້ນ ກໍ​ຕໍ່​ເມື່ອ​ຖວາຍ​ສັດ​ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.</verse>
				<verse number="20">ຢ່າ​ເອົາ​ສັດ​ມີ​ຕຳໜິ​ມາ​ຖວາຍ ເພາະວ່າ​ຈະ​ບໍ່​ເປັນ​ທີ່​ຖືກ​ຍອມຮັບ​ໄດ້.</verse>
				<verse number="21">ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ນຳ​ເຄື່ອງ​ມາ​ຖວາຍ ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ ບໍ່​ວ່າ​ຈະ​ເປັນ​ເຄື່ອງ​ຖວາຍ​ເພື່ອ​ແກ້​ບະບົນ ຫລື​ດ້ວຍ​ໃຈ​ສັດທາ​ກໍດີ ສັດ​ທີ່​ຈະ​ຖວາຍ​ນັ້ນ​ຕ້ອງ​ເປັນ​ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ ຈຶ່ງ​ຈະ​ເປັນ​ທີ່​ຍອມ​ຮັບ​ເອົາ​ໄດ້.</verse>
				<verse number="22">ຢ່າ​ຖວາຍ​ສັດ​ດັ່ງ​ຕໍ່ໄປນີ້​ໃຫ້​ພຣະເຈົ້າຢາເວ ຄື: ສັດ​ຕາບອດ ຫລື​ຂາ​ພິການ ຫລື​ມີ​ແປ້ວ ຫລື​ມີ​ສິ່ງ​ໄຫລ​ອອກ ຫລື​ເປັນ​ຂີ້ກາກ​ຂີ້ຫິດ. ຢ່າ​ຖວາຍ​ສັດ​ເຫຼົ່ານີ້​ເທິງ​ແທ່ນບູຊາ​ເປັນ​ເຄື່ອງ​ບູຊາ​ຖວາຍ​ດ້ວຍໄຟ​ແກ່​ພຣະເຈົ້າຢາເວ.</verse>
				<verse number="23">ສ່ວນ​ການ​ຖວາຍ​ຕາມໃຈ​ສັດທາ​ນັ້ນ ພວກເຈົ້າ​ຖວາຍ​ສັດ​ທີ່​ເປັນ​ໝັນ ຫລື​ຕົນ​ໂຕ​ທີ່​ບໍ່​ສົມບູນ​ໄດ້, ແຕ່​ສຳລັບ​ການ​ຖວາຍ​ເພື່ອ​ແກ້​ບະບົນ​ນັ້ນ​ຈະ​ບໍ່​ເປັນ​ທີ່​ຍອມຮັບ​ໄດ້.</verse>
				<verse number="24">ຢ່າ​ຖວາຍ​ສັດ​ໂຕ​ໃດ​ທີ່​ໝາກ​ໄຂ່​ຫຳ​ຖືກ​ບີບ​ແຕກ, ຖືກ​ຕັດ, ຖືກ​ຕອນ ຫລື​ຖືກ​ລອກ​ອອກ​ແກ່​ພຣະເຈົ້າຢາເວ ສິ່ງ​ນີ້​ບໍ່​ເປັນ​ທີ່​ອະນຸຍາດ​ໃຫ້​ເຮັດ​ໃນ​ດິນແດນ​ຂອງ​ພວກເຈົ້າ​ຢ່າງ​ເດັດຂາດ,</verse>
				<verse number="25">ຢ່າ​ເອົາ​ສັດ​ທີ່​ໄດ້​ຈາກ​ຊາວ​ຕ່າງດ້າວ ມາ​ເຮັດ​ພິທີ​ຖວາຍ​ອາຫານ​ແກ່​ພຣະເຈົ້າ​ຂອງເຈົ້າ. ສັດ​ເຫຼົ່ານັ້ນ​ຈະ​ຖື​ວ່າ ເປັນ​ສັດ​ທີ່​ບໍ່​ປົກກະຕິ​ແລະ​ຈະ​ເປັນ​ທີ່​ຍອມ​ຮັບ​ເອົາ​ບໍ່ໄດ້.”</verse>
				<verse number="26">ພຣະເຈົ້າຢາເວ​ກ່າວ​ແກ່​ໂມເຊ​ວ່າ: “ເມື່ອ​ລູກ​ງົວ ຫລື​ລູກແກະ ຫລື​ລູກ​ແບ້​ເກີດ​ມາ ຈົ່ງ​ປະ​ໄວ້​ຢູ່​ກັບ​ແມ່​ຂອງ​ມັນ​ເຈັດ​ວັນ; ຕັ້ງແຕ່​ວັນ​ທີ​ແປດ​ເປັນ​ຕົ້ນ​ໄປ​ການ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ ຈຶ່ງ​ຈະ​ເປັນ​ທີ່​ຍອມ​ຮັບ.</verse>
				<verse number="27"></verse>
				<verse number="28">ຢ່າ​ເອົາ​ງົວ​ກັບ​ລູກ ຫລື​ແກະ​ກັບ​ລູກ ຫລື​ແບ້​ກັບ​ລູກ​ຂອງ​ມັນ ຖວາຍບູຊາ​ໃນ​ວັນ​ດຽວກັນ.</verse>
				<verse number="29">ເມື່ອ​ພວກເຈົ້າ​ຖວາຍ​ບູຊາ​ໂມທະນາ​ຂອບພຣະຄຸນ​ແກ່​ພຣະເຈົ້າຢາເວ​ນັ້ນ ຈົ່ງ​ເຮັດ​ຕາມ​ລະບຽບການ​ນີ້ ເພື່ອ​ການ​ຖວາຍ​ນັ້ນ​ຈະ​ເປັນ​ທີ່​ຍອມ​ຮັບ​ເອົາ​ໄດ້;</verse>
				<verse number="30">ຈົ່ງ​ກິນ​ເຄື່ອງ​ບູຊາ​ໃນ​ມື້​ນັ້ນ​ໂລດ ແລະ​ຢ່າ​ປະ​ໄວ້​ຈົນ​ຮອດ​ມື້ອື່ນ​ເຊົ້າ. ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="31">ຈົ່ງ​ເຊື່ອຟັງ​ແລະ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ ຝ່າຍ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="32">ຢ່າ​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ນາມຊື່​ອັນ​ບໍຣິສຸດ​ຂອງເຮົາ; ເຮົາ​ຕ້ອງ​ເປັນ​ທີ່​ບໍຣິສຸດ​ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ເປັນ​ຜູ້​ເຮັດ​ໃຫ້​ພວກເຈົ້າ​ບໍຣິສຸດ;</verse>
				<verse number="33">ແລະ​ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ກໍ​ເພື່ອ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
			</chapter>
			<chapter number="23">
				<verse number="1">ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ໂມເຊ​ວ່າ,</verse>
				<verse number="2">“ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ສິ່ງ​ເຫຼົ່ານີ້ ແມ່ນ​ເປັນ​ເທດສະການ​ທີ່​ເຮົາ​ຈັດ​ຕັ້ງ​ໄວ້​ແກ່​ພຣະເຈົ້າຢາເວ ຊຶ່ງ​ເຈົ້າ​ທັງຫລາຍ​ຕ້ອງ​ປະກາດ​ວ່າ​ເປັນ​ການ​ໂຮມ​ຊຸມນຸມ​ອັນ​ສັກສິດ​ບໍຣິສຸດ.</verse>
				<verse number="3">ຈົ່ງ​ເຮັດ​ວຽກ​ໃນ​ຫົກ​ມື້ ສ່ວນ​ມື້​ທີ​ເຈັດ​ນັ້ນ​ໃຫ້​ຢຶດຖື​ໄວ້​ເປັນ​ວັນ​ຊະບາໂຕ​ພັກຜ່ອນ. ຢ່າ​ເຮັດ​ວຽກ​ໃນວັນນີ້ ແຕ່​ຈົ່ງ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ. ບໍ່​ວ່າ​ເຈົ້າ​ຈະ​ຢູ່​ທີ່​ໃດ​ກໍຕາມ ໃຫ້​ຖື​ວັນ​ຊະບາໂຕ​ເປັນ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="4">ຈົ່ງ​ປະກາດ​ເທດສະການ​ຂອງ​ພຣະເຈົ້າຢາເວ​ດັ່ງ​ຕໍ່ໄປນີ້​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້.</verse>
				<verse number="5">ປັດສະຄາ ຄື​ວັນ​ສະເຫລີມ​ສະຫລອງ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ພຣະເຈົ້າຢາເວ ວັນ​ນີ້​ເລີ່ມ​ແຕ່​ຕາເວັນ​ຕົກ​ດິນ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ.</verse>
				<verse number="6">ໃນ​ວັນ​ທີ​ສິບຫ້າ​ໃນ​ເດືອນ​ດຽວກັນ​ແມ່ນ​ວັນ​ເລີ່ມ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ແກ່​ພຣະເຈົ້າຢາເວ ແລະ​ໃນ​ທັງໝົດ​ເຈັດ​ວັນ​ນັ້ນ ເຈົ້າ​ບໍ່​ຕ້ອງ​ກິນ​ເຂົ້າຈີ່​ໃດໆ​ທີ່​ມີ​ເຊື້ອແປ້ງ.</verse>
				<verse number="7">ໃນ​ວັນ​ທຳອິດ​ຂອງ​ເທດສະການ​ນີ້ ພວກເຈົ້າ​ຕ້ອງ​ຈັດຕັ້ງ​ການ​ໂຮມ​ຊຸມນຸມ​ອັນ​ສັກສິດ​ບໍຣິສຸດ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ.</verse>
				<verse number="8">ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ​ເປັນ​ເວລາ​ເຈັດ​ວັນ. ໃນ​ວັນ​ທີ​ເຈັດ ພວກເຈົ້າ​ຈະ​ຕ້ອງ​ຈັດຕັ້ງ​ການ​ໂຮມ​ຊຸມນຸມ​ອັນ​ສັກສິດ​ບໍຣິສຸດ​ອີກ​ເພື່ອ​ນະມັດສະການ ແຕ່​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ​ໃນວັນນີ້.”</verse>
				<verse number="9">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ ແລະ​ເກັບກ່ຽວ​ພືດຜົນ​ຂອງ​ດິນແດນ​ນັ້ນ; ຈົ່ງ​ນຳ​ຮວງເຂົ້າ​ຮວງ​ທຳອິດ​ທີ່​ໄດ້​ກ່ຽວ ແລ້ວ​ໄປ​ໃຫ້​ປະໂຣຫິດ.</verse>
				<verse number="10"></verse>
				<verse number="11">ປະໂຣຫິດ​ຈະ​ຍົກ​ຮວງເຂົ້າ​ຂຶ້ນ​ແກວ່ງໄປ​ແກວ່ງມາ ເປັນ​ເຄື່ອງ​ຖວາຍບູຊາ​ພິເສດ​ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ວ່າ​ພຣະອົງ​ຈະ​ຮັບ​ຮອງ​ເອົາ​ພວກເຈົ້າ. ປະໂຣຫິດ​ຈະ​ຖວາຍ​ຮວງເຂົ້າ​ໃນ​ມື້​ໃໝ່ ຫລັງຈາກ​ວັນ​ຊະບາໂຕ.</verse>
				<verse number="12">ໃນ​ວັນ​ທີ່​ພວກເຈົ້າ​ຖວາຍ​ພືດຜົນ​ເປັນເມັດ​ແກວ່ງໄປ​ແກວ່ງມາ​ນັ້ນ ພວກເຈົ້າ​ຈົ່ງ​ເຜົາ​ລູກແກະ​ໂຕໜຶ່ງ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ອາຍຸ​ໜຶ່ງ​ປີ ຖວາຍບູຊາ​ແກ່​ພຣະເຈົ້າຢາເວ.</verse>
				<verse number="13">ພ້ອມ​ດຽວກັນ​ນັ້ນ ພວກເຈົ້າ​ຈະ​ຕ້ອງ​ຖວາຍ ແປ້ງ​ປົນ​ກັບ​ນໍ້າມັນ​ໝາກກອກເທດ ຈຳນວນ​ສອງ​ກິໂລກຼາມ​ເປັນ​ການ​ຖວາຍ​ອາຫານ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ພວກເຈົ້າ​ຈະ​ຕ້ອງ​ຖວາຍ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ​ເຊັ່ນດຽວ​ກັນ.</verse>
				<verse number="14">ຢ່າ​ກິນ​ພືດຜົນ​ເປັນເມັດ​ຊຶ່ງ​ເກັບກ່ຽວ​ໃໝ່​ໃດໆ​ທັງ​ສິ້ນ ບໍ່​ວ່າ​ກິນ​ດິບ ຫລື​ປີ້ງ ຫລື​ອົບ​ເປັນ​ເຂົ້າຈີ່; ຈົນກວ່າ​ພວກເຈົ້າ​ໄດ້​ຖວາຍ​ສິ່ງ​ເຫຼົ່ານີ້​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ​ແລ້ວ. ໃຫ້​ເຊື້ອສາຍ​ຂອງ​ພວກເຈົ້າ​ຢຶດຖື​ລະບຽບ​ການ​ນີ້​ໄວ້​ທຸກຍຸກ​ທຸກສະໄໝ​ສືບໄປ.</verse>
				<verse number="15">ແລະ​ຕັ້ງແຕ່​ວັນ​ພາຍຫລັງ​ວັນ​ຊະບາໂຕ ທີ່​ພວກເຈົ້າ​ນຳ​ຮວງເຂົ້າ​ມາ​ຍົກ​ຖວາຍ​ແກວ່ງໄປ​ແກວ່ງມາ ຈົ່ງ​ນັບ​ໃຫ້​ຄົບ​ເຈັດ​ອາທິດ.</verse>
				<verse number="16">ໃນ​ມື້​ທີ​ຫ້າສິບ ຫລັງ​ວັນ​ຊະບາໂຕ​ເຈັດ​ເທື່ອ ຈົ່ງ​ນຳ​ພືດຜົນ​ເປັນເມັດ ທີ່​ເກັບກ່ຽວ​ໃໝ່​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="17">ໃຫ້​ແຕ່ລະ​ຄອບຄົວ​ນຳ​ເຂົ້າຈີ່​ສອງ​ກ້ອນ ມາ​ຖວາຍ​ຍົກ​ຂຶ້ນ​ແກວ່ງໄປ​ແກວ່ງມາ​ເປັນ​ເຄື່ອງ​ຖວາຍ​ພິເສດ. ເຂົ້າຈີ່​ແຕ່ລະ​ກ້ອນ​ນັ້ນ​ຈະ​ຕ້ອງ​ເຮັດ​ດ້ວຍ​ແປ້ງ​ສອງ​ກິໂລກຼາມ​ຕີ​ໃສ່​ກັບ​ເຊື້ອແປ້ງ ແລະ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແບບ​ພືດຜົນ​ເປັນເມັດ​ສຳລັບ​ການ​ເກັບກ່ຽວ​ຄັ້ງ​ທຳອິດ.</verse>
				<verse number="18">ພ້ອມ​ກັບ​ເຂົ້າຈີ່​ນັ້ນ ຈົ່ງ​ໃຫ້​ຊຸມຊົນ​ອິດສະຣາເອນ ນຳ​ລູກແກະ​ເຈັດ​ໂຕ​ອາຍຸ​ໜຶ່ງ​ປີ, ງົວເຖິກໜຸ່ມ​ໜຶ່ງ​ໂຕ ແລະ​ແບ້ເຖິກ​ໜຸ່ມ​ສອງ​ໂຕ ມາ​ຖວາຍ ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ. ພວກເຂົາ​ຈະ​ຕ້ອງ​ເຜົາ​ສັດ​ເຫຼົ່ານີ້​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ຄູ່​ກັນ​ໄປ​ກັບ​ການ​ຖວາຍ​ພືດຜົນ​ເປັນເມັດ​ແລະ​ເຫຼົ້າ​ອະງຸ່ນ. ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍບູຊາ​ນີ້ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="19">ເຊັ່ນດຽວ​ກັນ ຈົ່ງ​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ເພື່ອ​ລຶບລ້າງ​ບາບ ແລະ​ແກະເຖິກ ອາຍຸ​ໜຶ່ງ​ປີ​ສອງ​ໂຕ​ເພື່ອ​ຄວາມ​ສາມັກຄີທຳ.</verse>
				<verse number="20">ປະໂຣຫິດ​ຈະ​ຕ້ອງ​ນຳ​ເຄື່ອງ​ບູຊາ​ນີ້​ແກວ່ງໄປ​ແກວ່ງມາ ພ້ອມ​ກັບ​ລູກແກະ​ສອງ​ໂຕ ມາ​ຖວາຍ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ. ເຄື່ອງ​ຖວາຍ​ເຫຼົ່ານີ້​ແມ່ນ​ເຄື່ອງ​ຖວາຍ​ບູຊາ​ສັກສິດ​ແກ່​ພຣະເຈົ້າຢາເວ​ສຳລັບ​ປະໂຣຫິດ.</verse>
				<verse number="21">ໃນ​ວັນ​ນັ້ນ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ ແຕ່​ຈົ່ງ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ. ໃຫ້​ເຊື້ອສາຍ​ຂອງ​ພວກເຈົ້າ​ຢຶດຖື​ລະບຽບການ​ນີ້ ທຸກຍຸກ​ທຸກສະໄໝ​ສືບ​ໄປ ບໍ່​ວ່າ​ພວກເຂົາ​ຈະ​ຢູ່​ທີ່​ໃດ​ກໍຕາມ.</verse>
				<verse number="22">ເມື່ອ​ພວກເຈົ້າ​ເກັບກ່ຽວ​ເຂົ້າ​ໃນ​ນາ ຢ່າ​ກ່ຽວ​ຕາມ​ແຄມນາ ແລະ​ຢ່າ​ກັບຄືນ​ມາ​ເລັມ​ເຂົ້າ​ທີ່​ຍັງເຫລືອ​ຢູ່​ນັ້ນ, ແຕ່​ຈົ່ງ​ປະ​ໄວ້​ໃຫ້​ຄົນ​ຍາກຈົນ ແລະ​ຄົນ​ຕ່າງດ້າວ. ຝ່າຍ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”</verse>
				<verse number="23">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ບອກ​ກັບ​ປະຊາຊົນ​ອິດສະຣາເອນ​ວ່າ ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ເຈັດ ໃຫ້​ຖື​ເປັນ​ວັນ​ພິເສດ​ສຳລັບ​ພັກຜ່ອນ ແລະ​ເມື່ອ​ໄດ້ຍິນ​ສຽງ​ແກ​ດັງ​ຂຶ້ນ ຈົ່ງ​ພາກັນ​ມາ​ເຕົ້າ​ໂຮມ​ເພື່ອ​ນະມັດສະການ.</verse>
				<verse number="24"></verse>
				<verse number="25">ພວກເຈົ້າ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ​ໃນວັນນີ້ ແລະ​ເຈົ້າ​ຈະຕ້ອງ​ຖວາຍ​ບູຊາ​ດ້ວຍໄຟ​ແກ່​ພຣະເຈົ້າຢາເວ.”</verse>
				<verse number="26">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ບອກ​ກັບ​ປະຊາຊົນ​ອິດສະຣາເອນ​ວ່າ ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ທີ​ເຈັດ​ແມ່ນ​ວັນ​ລຶບລ້າງ​ບາບ​ປະຈຳປີ​ຂອງ​ປະຊາຊົນ ຕາມ​ກົດບັນຍັດ. ໃນວັນນີ້ ຢ່າ​ກິນ​ສິ່ງໃດໆ​ເລີຍ; ຈົ່ງ​ພາກັນ​ມາ​ນະມັດສະການ ແລະ​ນຳ​ອາຫານ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="27"></verse>
				<verse number="28">ຢ່າ​ເຮັດ​ວຽກ​ໃດໆ​ໃນວັນນີ້ ເພາະວ່າ​ແມ່ນ​ວັນ​ລຶບລ້າງ​ບາບ​ເພື່ອ​ກະທຳ​ການ​ລຶບລ້າງ​ບາບ​ຂອງ​ພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ.</verse>
				<verse number="29">ຜູ້ໃດ​ທີ່​ກິນ​ສິ່ງ​ໜຶ່ງ​ສິ່ງໃດ​ໃນວັນນີ້ ຈະ​ບໍ່​ຖື​ຜູ້ນັ້ນ​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ອີກ​ຕໍ່ໄປ.</verse>
				<verse number="30">ຖ້າ​ຜູ້ໃດ​ເຮັດ​ວຽກ​ຢ່າງໜຶ່ງ​ຢ່າງໃດ​ໃນວັນນີ້ ພຣະເຈົ້າ​ຈະ​ລົງໂທດ​ຜູ້ນັ້ນ​ເຖິງ​ຕາຍ.</verse>
				<verse number="31">ໃຫ້​ເຊື້ອສາຍ​ຂອງ​ພວກເຈົ້າ​ຢຶດຖື​ລະບຽບ​ການ​ນີ້​ທຸກຍຸກ​ທຸກສະໄໝ​ສືບໄປ ບໍ່​ວ່າ​ພວກເຂົາ​ຈະ​ຢູ່​ບ່ອນ​ໃດ​ກໍຕາມ.</verse>
				<verse number="32">ແຕ່​ຕາເວັນ​ຕົກ​ດິນ​ໃນ​ວັນ​ທີ​ເກົ້າ ຈົນ​ຮອດ​ຕາເວັນ​ຕົກ​ດິນ​ໃນ​ວັນ​ທີ​ສິບ​ຂອງ​ເດືອນ; ຈົ່ງ​ຢຶດຖື​ວັນນີ້​ເປັນ​ມື້​ພິເສດ ລະຫວ່າງ​ນີ້​ບໍ່​ໃຫ້​ຜູ້ໃດ​ກິນ​ຫຍັງ​ເລີຍ.”</verse>
				<verse number="33">ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ໂມເຊ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ໃນ​ວັນ​ທີ​ສິບຫ້າ​ຂອງ​ເດືອນ​ເຈັດ ແລະ​ສືບຕໍ່​ເປັນ​ເວລາ​ເຈັດ​ວັນ ເປັນ​ວັນ​ເທດສະການ​ປຸກຕູບ​ຢູ່​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="34"></verse>
				<verse number="35">ໃນ​ວັນ​ທຳອິດ​ຂອງ​ວັນ​ເຫຼົ່ານີ້ ໃຫ້​ພາກັນ​ມາ​ເຕົ້າໂຮມ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ.</verse>
				<verse number="36">ແຕ່ລະວັນ​ໃນ​ເຈັດ​ວັນ​ນັ້ນ ພວກເຈົ້າ​ຈະ​ຕ້ອງ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ. ໃນ​ວັນ​ທີ​ແປດ ຈົ່ງ​ມາ​ເຕົ້າໂຮມ​ກັນ​ອີກ​ເພື່ອ​ນະມັດສະການ ແລະ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ. ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ວຽກ​ການ​ໃດໆ​ທັງ​ສິ້ນ ເພາະ​ແມ່ນ​ວັນ​ນະມັດສະການ.</verse>
				<verse number="37">ອັນ​ນີ້​ແມ່ນ​ເທດສະການ​ທາງ​ສາສະໜາ ທີ່​ພວກເຈົ້າ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ພຣະເຈົ້າຢາເວ ໂດຍ​ການ​ມາ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະ​ການ ແລະ​ຖວາຍ​ບູຊາ​ແກ່​ພຣະເຈົ້າຢາເວ​ຄື: ຖວາຍ​ເຄື່ອງ​ເຜົາບູຊາ, ພືດຜົນ​ເປັນເມັດ, ເຄື່ອງ​ບູຊາ​ອື່ນໆ ແລະ​ເຫຼົ້າ​ອະງຸ່ນ​ຕາມ​ທີ່​ໄດ້​ກຳນົດ​ໄວ້​ແຕ່ລະວັນ.</verse>
				<verse number="38">ເທດສະການ​ເຫຼົ່ານີ້​ໄດ້​ຖືກ​ຈັດຕັ້ງ​ຂຶ້ນ ເພື່ອ​ຕື່ມ​ໃສ່​ວັນ​ຊະບາໂຕ​ຂອງ​ພຣະເຈົ້າຢາເວ​ຕາມ​ປົກກະຕິ ແລະ​ເຄື່ອງ​ຖວາຍ​ເຫຼົ່ານີ້​ໃຫ້​ຕື່ມ​ໃສ່​ເຄື່ອງ​ຖວາຍ​ທີ່​ໄດ້​ຖວາຍ​ຕາມ​ປົກກະຕິ, ເຄື່ອງ​ຖວາຍ​ເພື່ອ​ແກ້​ບະບົນ ແລະ​ເຄື່ອງ​ຖວາຍ​ຕາມໃຈ​ສັດທາ.</verse>
				<verse number="39">ເມື່ອ​ພວກເຈົ້າ​ເກັບກ່ຽວ​ພືດຜົນ​ຈາກ​ໄຮ່​ນາ​ຂອງ​ພວກເຈົ້າ ຈົ່ງ​ສະເຫລີມ​ສະຫລອງ​ເທດສະການ​ຂອງ​ພຣະເຈົ້າຢາເວ​ເຈັດ​ວັນ ໂດຍ​ໃຫ້​ຕັ້ງຕົ້ນ​ແຕ່​ວັນ​ທີ​ສິບຫ້າ​ຂອງ​ເດືອນ​ທີ​ເຈັດ. ວັນ​ທຳອິດ​ໃຫ້​ຖື​ເປັນ​ວັນ​ພິເສດ​ເພື່ອ​ພັກຜ່ອນ ແລະ​ໃນ​ວັນ​ທີ​ແປດ​ກໍ​ໃຫ້​ຖື​ເປັນ​ວັນ​ພິເສດ​ເພື່ອ​ພັກຜ່ອນ​ອີກ.</verse>
				<verse number="40">ໃນວັນນີ້ ຈົ່ງ​ນຳ​ໝາກໄມ້​ຢ່າງດີ​ທີ່ສຸດ​ຈາກ​ຕົ້ນໄມ້​ຂອງ​ພວກເຈົ້າ​ມາ, ໃບ​ຕານ​ກ້ານພ້າວ​ກັບ​ງ່າໄມ້​ທີ່​ມີ​ໃບ​ດົກ ແລະ​ຈົ່ງ​ຊົມຊື່ນຍິນດີ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ລະຫວ່າງ​ເຈັດ​ວັນ.</verse>
				<verse number="41">ຈົ່ງ​ສະຫລອງ​ເທດສະການ​ນີ້​ເຈັດ​ວັນ. ໃຫ້​ເຊື້ອສາຍ​ຂອງ​ພວກເຈົ້າ​ຢຶດຖື​ລະບຽບ​ການ​ນີ້​ທຸກຍຸກ​ທຸກສະໄໝ​ສືບໄປ.</verse>
				<verse number="42">ປະຊາຊົນ​ອິດສະຣາເອນ​ທຸກຄົນ​ຈະ​ຕ້ອງ​ສະຫລອງ​ເທດສະການ​ປຸກຕູບຢູ່​ເປັນ​ເວລາ​ເຈັດ​ວັນ,</verse>
				<verse number="43">ເພື່ອ​ເຊື້ອສາຍ​ຂອງ​ພວກເຈົ້າ​ຈະ​ຮູ້​ວ່າ ເຮົາ​ໄດ້​ໃຫ້​ປະຊາຊົນ​ອິດສະຣາເອນ ຢູ່​ຕາມ​ຕູບ​ແບບ​ປຸກ​ງ່າຍໆ ສະໄໝ​ທີ່​ເຮົາ​ໄດ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”</verse>
				<verse number="44">ສະນັ້ນ ໂມເຊ​ໄດ້​ບອກ​ລູກຫລານ​ປະຊາຊົນ​ອິດສະຣາເອນ ໃຫ້​ຮູ້ຈັກ​ວັນ​ເທດສະການ​ທັງຫລາຍ​ຂອງ​ພຣະເຈົ້າຢາເວ.</verse>
			</chapter>
			<chapter number="24">
				<verse number="1">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,</verse>
				<verse number="2">“ໃຫ້​ສັ່ງ​ປະຊາຊົນ​ນຳ​ນໍ້າມັນ​ໝາກກອກເທດ​ສົດ ທີ່​ມີ​ຄຸນນະພາບ​ດີ​ສຳລັບ​ໄຕ້​ຕະກຽງ​ມາ​ຖວາຍ​ໃນ​ຫໍເຕັນ ເພື່ອ​ວ່າ​ຕະກຽງ​ຈະ​ຮຸ່ງແຈ້ງ​ຢູ່​ສະເໝີ.</verse>
				<verse number="3">ທຸກ​ວັນ​ເວລາ​ຄໍ່າ ອາໂຣນ​ຕ້ອງ​ໄຕ້​ຕະກຽງ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ຮັກສາ​ໃຫ້​ມັນ​ຮຸ່ງ​ຢູ່​ຈົນເຖິງ​ແຈ້ງ ຕໍ່ໜ້າ​ພຣະເຈົ້າຢາເວ​ທີ່​ຢູ່​ນອກ​ຜ້າກັ້ງ​ຕໍ່ໜ້າ​ຂອງ​ຫີບ​ພັນທະສັນຍາ. ໃຫ້​ພາກັນ​ຢຶດຖື​ລະບຽບ​ການ​ນີ້​ໄວ້​ທຸກຍຸກ​ທຸກສະໄໝ​ສືບໄປ.</verse>
				<verse number="4">ອາໂຣນ​ຈະ​ຕ້ອງ​ດູແລ​ຮັກສາ​ຕະກຽງ​ເທິງ​ຫລັກ​ທີ່​ເຮັດ​ດ້ວຍ​ຄຳສົດ ແລະ​ກວດເບິ່ງ​ໃຫ້​ຮຸ່ງ​ແຈ້ງ​ຢູ່​ຢ່າງ​ສະໝໍ່າ​ສະເໝີ ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ.</verse>
				<verse number="5">ຈົ່ງ​ເອົາ​ແປ້ງ​ສິບສອງ​ກິໂລກຼາມ​ມາ ແລະ​ປັ້ນ​ເຮັດ​ເຂົ້າຈີ່​ສິບສອງ​ກ້ອນ.</verse>
				<verse number="6">ເມື່ອ​ເຮັດ​ແລ້ວ ຈົ່ງ​ວາງ​ເຂົ້າຈີ່​ນັ້ນ​ເປັນ​ສອງ​ແຖວ​ຄື: ແຖວ​ລະ​ຫົກ​ກ້ອນ​ເທິງ​ໂຕະ​ທີ່​ໂອບ​ດ້ວຍ​ຄຳສົດ ຊຶ່ງ​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="7">ເທິງ​ແຕ່ລະ​ແຖວ​ນັ້ນ ໃຫ້​ເອົາ​ກຳຍານ​ບໍຣິສຸດ​ບາງ​ສ່ວນ​ໃສ່ ແລະ​ກຳຍານ​ນັ້ນ​ກໍ​ຈະ​ເປັນ​ເຄື່ອງໝາຍ​ວ່າ ເຂົ້າຈີ່​ນັ້ນ​ໄດ້​ອຸທິດ​ຖວາຍ​ເປັນ​ອາຫານ​ແກ່​ພຣະເຈົ້າຢາເວ​ແລ້ວ.</verse>
				<verse number="8">ທຸກ​ວັນ​ຊະບາໂຕ ຈົ່ງ​ນຳ​ເຂົ້າຈີ່​ມາ​ວາງ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ທຸກຍຸກ​ທຸກສະໄໝ​ສືບໄປ. ອັນ​ນີ້​ໃຫ້​ຖື​ເປັນ​ໜ້າທີ່​ຂອງ​ຊາວ​ອິດສະຣາເອນ​ຕະຫລອດໄປ.</verse>
				<verse number="9">ສ່ວນ​ເຂົ້າຈີ່​ນັ້ນ​ໃຫ້​ເປັນ​ຂອງ​ອາໂຣນ ແລະ​ເຊື້ອສາຍ​ຂອງ​ລາວ ແລະ​ພວກເຂົາ​ຈະ​ຕ້ອງ​ກິນ​ເຂົ້າຈີ່​ນັ້ນ​ໃນ​ບ່ອນ​ສັກສິດ ເພາະ​ແມ່ນ​ອາຫານ​ບໍຣິສຸດ ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າຢາເວ​ສຳລັບ​ປະໂຣຫິດ.”</verse>
				<verse number="10">ມີ​ຊາຍ​ຄົນ​ໜຶ່ງ​ທີ່​ພໍ່​ເປັນ​ຄົນ​ເອຢິບ ແລະ​ແມ່​ເປັນ​ຄົນ​ອິດສະຣາເອນ​ຊື່​ວ່າ ເຊໂລມິດ ເປັນ​ລູກສາວ​ຂອງ​ດີບະຣີ ທີ່​ມາ​ຈາກ​ຕະກຸນ​ດານ. ຊາຍ​ຜູ້​ນີ້​ໄດ້​ຜິດຖຽງກັນ​ກັບ​ຄົນ​ອິດສະຣາເອນ​ຜູ້ໜຶ່ງ​ຢູ່​ໃນ​ຄ້າຍພັກ. ເວລາ​ຜິດຖຽງກັນ​ນັ້ນ ລາວ​ໄດ້​ສາບແຊ່ງ​ພຣະນາມ​ພຣະເຈົ້າ. ສະນັ້ນ ເຂົາ​ຈຶ່ງ​ນຳ​ລາວ​ມາ​ຫາ​ໂມເຊ;</verse>
				<verse number="11"></verse>
				<verse number="12">ເພິ່ນ​ໃຫ້​ເຂົາ​ກັກ​ໂຕ​ລາວ​ໄວ້ ແລະ​ລໍ​ເບິ່ງ​ວ່າ ພຣະເຈົ້າຢາເວ​ຈະ​ບອກ​ໃຫ້​ເຮັດ​ຫຍັງ​ໃນ​ຂັ້ນ​ຕໍ່ໄປ.</verse>
				<verse number="13">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ,</verse>
				<verse number="14">“ໃຫ້​ນຳ​ຊາຍ​ຜູ້​ນີ້​ອອກ​ໄປ​ນອກ​ຄ້າຍ. ທຸກໆ​ຄົນ​ທີ່​ໄດ້ຍິນ​ລາວ​ສາບແຊ່ງ ຈະ​ຕ້ອງ​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ລາວ ເພື່ອ​ຢັ້ງຢືນ​ວ່າ​ຊາຍ​ຄົນ​ນີ້​ໄດ້​ກະທຳ​ຜິດ ແລະ​ຕໍ່ໄປ​ຊຸມຊົນ​ອິດສະຣາເອນ​ຈະ​ຕ້ອງ​ຄວ່າງ​ກ້ອນຫີນ​ໃສ່​ລາວ​ໃຫ້​ຕາຍ.</verse>
				<verse number="15">ແລ້ວ​ໃຫ້​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ຜູ້ໃດ​ຜູ້ໜຶ່ງ​ທີ່​ສາບແຊ່ງ​ພຣະເຈົ້າ ຕ້ອງ​ໄດ້​ຮັບ​ຜົນ​ກຳ ແລະ​ຕ້ອງ​ຮັບ​ໂທດ​ເຖິງ​ຕາຍ.</verse>
				<verse number="16">ຄົນ​ອິດສະຣາເອນ​ຜູ້ໃດ ຫລື​ຄົນ​ຕ່າງດ້າວ​ຜູ້ໃດ​ກໍຕາມ ອາໄສ​ຢູ່​ໃນ​ດິນແດນ​ອິດສະຣາເອນ​ທີ່​ສາບແຊ່ງ​ພຣະນາມ​ຂອງ​ພຣະເຈົ້າຢາເວ ຈະ​ຕ້ອງ​ຖືກ​ປະຊາຊົນ​ຄວ່າງ​ກ້ອນຫີນ​ໃສ່​ໃຫ້​ຕາຍ.</verse>
				<verse number="17">ຜູ້ໃດ​ຜູ້ໜຶ່ງ​ທີ່​ຂ້າ​ຄົນ ຈະ​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ</verse>
				<verse number="18">ແລະ​ຜູ້ໃດ​ຜູ້ໜຶ່ງ​ທີ່​ຂ້າ​ສັດ​ຂອງ​ຄົນອື່ນ ຈະ​ຕ້ອງ​ໃຊ້​ສັດ​ນັ້ນ​ຄືນ​ໃຫ້​ເຈົ້າຂອງ. ຫລັກການ​ມີ​ຢູ່​ວ່າ ຊີວິດ​ແທນ​ຊີວິດ.</verse>
				<verse number="19">ຖ້າ​ຜູ້ໃດ​ຜູ້ໜຶ່ງ​ທຳຮ້າຍ​ຮ່າງກາຍ​ຂອງ​ຜູ້​ອື່ນ ບໍ່​ວ່າ​ລາວ​ຈະ​ເຮັດ​ໃຫ້​ຄົນອື່ນ​ນັ້ນ​ຢ່າງໃດ ເຂົາ​ກໍ​ຈະ​ເຮັດ​ໃຫ້​ລາວ​ເໝືອນກັນ​ຢ່າງນັ້ນ.</verse>
				<verse number="20">ຖ້າ​ລາວ​ເຮັດ​ໃຫ້​ກະດູກ​ຊີກ​ໜຶ່ງ​ຂອງ​ຄົນອື່ນ​ຫັກ ກະດູກ​ຊີກ​ໜຶ່ງ​ຂອງ​ລາວ​ກໍ​ຈະ​ຕ້ອງ​ຫັກ​ຄືກັນ; ຖ້າ​ລາວ​ເຮັດ​ໃຫ້​ຕາ​ໜ່ວຍ​ໜຶ່ງ​ຂອງ​ຄົນອື່ນ​ບອດ ຕາ​ໜ່ວຍ​ໜຶ່ງ​ຂອງ​ລາວ​ກໍ​ຈະ​ຕ້ອງ​ບອດ​ດ້ວຍ; ຖ້າ​ລາວ​ຕີ​ແຂ້ວ​ເຫຼັ້ມ​ໜຶ່ງ​ຂອງ​ຄົນອື່ນ​ຫັກ ແຂ້ວ​ເຫຼັ້ມ​ໜຶ່ງ​ຂອງ​ລາວ​ກໍ​ຈະ​ຕ້ອງ​ຫັກ​ດ້ວຍ. ລາວ​ທຳຮ້າຍ​ຄົນອື່ນ​ຢ່າງໃດ ຄົນອື່ນ​ກໍ​ຈະ​ທຳຮ້າຍ​ລາວ​ຄືນ​ຢ່າງນັ້ນ.</verse>
				<verse number="21">ຜູ້ໃດ​ກໍຕາມ​ທີ່​ຂ້າ​ສັດ​ຂອງ​ຄົນອື່ນ ຈະ​ຕ້ອງ​ຊົດໃຊ້​ສັດ​ນັ້ນ​ແທນ​ຄືນ, ແຕ່​ຜູ້ໃດ​ກໍຕາມ​ທີ່​ຂ້າ​ຄົນ ຈະ​ຕ້ອງ​ຖືກ​ລົງໂທດ​ໃຫ້​ເຖິງ​ຕາຍ.</verse>
				<verse number="22">ກົດບັນຍັດ​ນີ້​ໃຫ້​ໃຊ້​ສຳລັບ​ທຸກຄົນ ບໍ່​ວ່າ​ຈະ​ເປັນ​ຄົນ​ອິດສະຣາເອນ ຫລື​ຄົນ​ຕ່າງດ້າວ​ກໍຕາມ​ທີ່​ອາໄສ​ຢູ່​ໃນ​ທ່າມກາງ​ພວກເຈົ້າ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”</verse>
				<verse number="23">ເມື່ອ​ໂມເຊ​ໄດ້​ກ່າວ​ເຊັ່ນນີ້​ຕໍ່​ປະຊາຊົນ​ອິດສະຣາເອນ​ແລ້ວ ພວກເຂົາ​ໄດ້​ນຳ​ຊາຍ​ຄົນ​ນັ້ນ​ອອກ​ໄປ​ນອກ​ຄ້າຍພັກ ແລະ​ຄວ່າງ​ກ້ອນຫີນ​ໃສ່​ລາວ​ໃຫ້​ຕາຍ. ໃນ​ທຳນອງນີ້​ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ປະຕິບັດ ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ແກ່​ໂມເຊ.</verse>
			</chapter>
			<chapter number="25">
				<verse number="1">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ທີ່​ເທິງ​ພູເຂົາ​ຊີນາຍ​ວ່າ,</verse>
				<verse number="2">“ໃຫ້​ມອບ​ລະບຽບການ​ດັ່ງ​ຕໍ່ໄປນີ້​ແກ່​ປະຊາຊົນ​ອິດສະຣາເອນ. ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ກຳລັງ​ຈະ​ມອບ​ໃຫ້ ພວກເຈົ້າ​ຈະ​ຕ້ອງ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ພຣະເຈົ້າຢາເວ ໂດຍ​ທຸກ​ປີ​ທີ​ເຈັດ​ໃດ​ໃຫ້​ຢຸດ​ການ​ປູກຝັງ.</verse>
				<verse number="3">ພວກເຈົ້າ​ຈະ​ຂຸດຄົ້ນ​ໄຮ່ນາ ຕັດຕອນ​ສວນອະງຸ່ນ ແລະ​ຮີບໂຮມ​ຜົນລະປູກ​ໄວ້​ພາຍ​ໃນ​ຫົກ​ປີ.</verse>
				<verse number="4">ແຕ່​ໃນ​ປີ​ທີ​ເຈັດ ແມ່ນ​ປີ​ໃຫ້​ທີ່ດິນ​ທັງໝົດ​ພັກຜ່ອນ ໂດຍ​ອຸທິດ​ຖວາຍ​ເປັນ​ປີ​ຊະບາໂຕ​ແກ່​ພຣະເຈົ້າຢາເວ. ຢ່າ​ປູກຝັງ​ໃນ​ໄຮ່ນາ​ຫລື​ຕັດຕອນ​ສວນອະງຸ່ນ.</verse>
				<verse number="5">ຢ່າ​ເກັບກ່ຽວ​ພືດຜົນ​ທີ່​ງອກ​ຂຶ້ນ​ມາ​ເອງ ແລະ​ຢ່າ​ເກັບ​ພົ້ວ​ໝາກອະງຸ່ນ ທີ່​ພວກເຈົ້າ​ບໍ່ໄດ້​ຕັດຕອນ​ຕົ້ນ​ຂອງ​ມັນ. ຈົ່ງ​ປ່ອຍ​ທີ່ດິນ​ໃຫ້​ເປັນ​ດິນ​ເຮື້ອ.</verse>
				<verse number="6">ໃນ​ປີ​ຊະບາໂຕ​ນັ້ນ ແມ່ນ​ວ່າ​ດິນ​ບ່ອນ​ເຮັດຢູ່​ເຮັດກິນ​ບໍ່ໄດ້​ໃຊ້​ປູກຝັງ​ກໍຕາມ ພວກເຈົ້າ​ຍັງ​ສາມາດ​ນຳ​ອາຫານ​ສຳລັບ​ພວກເຈົ້າ ບັນດາ​ຄົນ​ຮັບໃຊ້ ແລະ​ບັນດາ​ລູກຈ້າງ​ຂອງ​ພວກເຈົ້າ ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ກັບ​ພວກເຈົ້າ,</verse>
				<verse number="7">ສັດລ້ຽງ​ຂອງ​ພວກເຈົ້າ ແລະ​ສັດປ່າ​ທີ່​ອາໄສ​ຢູ່​ຕາມ​ທົ່ງນາ. ທຸກໆ​ສິ່ງ​ທີ່​ເກີດຂຶ້ນ​ໃນ​ດິນ​ຕອນນັ້ນ​ພວກເຈົ້າ​ກິນ​ໄດ້.”</verse>
				<verse number="8">“ຈົ່ງ​ນັບ​ເຈັດ​ເທື່ອ​ຄູນ​ເຈັດ ລວມ​ທັງໝົດ​ເປັນ​ສີ່ສິບເກົ້າ​ປີ.</verse>
				<verse number="9">ແລ້ວ​ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ທີ​ເຈັດ​ແມ່ນ​ວັນ​ລຶບລ້າງ​ບາບ ຈົ່ງ​ໃຊ້​ຄົນ​ເປົ່າແກ​ປ່າວເຕືອນ​ໄປ​ທົ່ວ​ປະເທດ.</verse>
				<verse number="10">ໃນ​ທຳນອງນີ້ ພວກເຈົ້າ​ຈົ່ງ​ຕັ້ງ​ປີ​ທີ​ຫ້າສິບ​ໄວ້​ຕ່າງຫາກ ແລະ​ປະກາດ​ອິດສະລະພາບ​ໃຫ້​ປະຊາຊົນ​ໃນ​ປະເທດ​ທຸກ​ຄົນ. ໃນ​ປີ​ນີ້​ຊັບສົມບັດ​ທັງໝົດ​ທີ່​ໄດ້​ຖືກ​ຂາຍ​ໄປ​ນັ້ນ ຈະ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ເຈົ້າ​ຂອງ​ເດີມ ຫລື​ເຊື້ອສາຍ​ຂອງ​ລາວ ແລະ​ຜູ້ໃດ​ທີ່​ຖືກ​ຊື້​ມາ​ເປັນ​ຄົນ​ຮັບໃຊ້ ຈະ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ຄອບຄົວ​ຂອງ​ລາວ.</verse>
				<verse number="11">ພວກເຈົ້າ​ຈະ​ຕ້ອງ​ບໍ່​ປູກຝັງ ຫລື​ເກັບກ່ຽວ​ໃນ​ໄຮ່ນາ​ພືດຜົນ​ທີ່​ເກີດຂຶ້ນ​ມາ​ເອງ ຫລື​ເກັບ​ເອົາ​ຜົນ​ອະງຸ່ນ​ໃນ​ສວນ​ທີ່​ບໍ່ໄດ້​ຕັດຕອນ​ມັນ.</verse>
				<verse number="12">ຕະຫລອດ​ປີ​ທີ​ຫ້າສິບ​ຈະ​ເປັນ​ປີ​ບໍຣິສຸດ​ສຳລັບ​ພວກເຈົ້າ; ພວກເຈົ້າ​ຈະ​ກິນ​ພືດຜົນ​ທີ່​ເກີດຂຶ້ນ​ເອງ​ໃນ​ທົ່ງນາ​ເທົ່ານັ້ນ.</verse>
				<verse number="13">ໃນ​ປີ​ນີ້ ຊັບສົມບັດ​ທັງໝົດ​ທີ່​ຖືກ​ຂາຍ​ໄປ​ນັ້ນ ຈະ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ເຈົ້າຂອງ​ເດີມ.</verse>
				<verse number="14">ສະນັ້ນ ເມື່ອ​ພວກເຈົ້າ​ຂາຍ​ທີ່ດິນ​ໃຫ້​ຄົນ​ອິດສະຣາເອນ ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ພວກເຈົ້າ ຫລື​ຊື້​ທີ່ດິນ​ຈາກ​ລາວ​ກໍດີ ຢ່າ​ໄດ້​ຊື້​ຂາຍ​ກັນ​ໂດຍ​ບໍ່​ຍຸດຕິທຳ.</verse>
				<verse number="15">ສ່ວນ​ລາຄາ​ນັ້ນ​ໃຫ້​ໄລ່​ເອົາ​ຕາມ​ຈຳນວນ​ປີ ຊຶ່ງ​ທີ່ດິນ​ຜະລິດ​ຜົນລະປູກ​ໄດ້ ກ່ອນ​ຈະ​ເຖິງ​ປີ​ຄົບຮອບ​ປີ​ທີ​ຫ້າສິບ.</verse>
				<verse number="16">ຖ້າ​ມີ​ຫລາຍ​ປີ​ກໍ​ຕ້ອງ​ໃຫ້​ຕື່ມ​ລາຄາ​ຂຶ້ນ ແຕ່​ຖ້າ​ມີ​ນ້ອຍ​ປີ​ກໍ​ຕ້ອງ​ໃຫ້​ຫລຸດ​ລາຄາ​ລົງ; ເພາະ​ສິ່ງ​ທີ່​ຖືກ​ຂາຍ​ໄປ​ນັ້ນ​ແມ່ນ​ຈຳນວນ​ພືດຜົນ ຊຶ່ງ​ທີ່ດິນ​ຜະລິດ​ຜົນ​ໄດ້.</verse>
				<verse number="17">ຢ່າ​ໄດ້​ສໍ້ໂກງ​ຄົນ​ອິດສະຣາເອນ ພີ່ນ້ອງ​ຮ່ວມຊາດ​ຂອງ​ພວກເຈົ້າ, ແຕ່​ຈົ່ງ​ຢຳເກງ​ພຣະເຈົ້າ​ຂອງ​ພວກເຈົ້າ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”</verse>
				<verse number="18">“ຈົ່ງ​ເຊື່ອຟັງ​ກົດບັນຍັດ​ທຸກໆ​ບົດ​ຂອງ​ເຮົາ ແລະ​ຈົ່ງ​ຖື​ຮັກສາ​ຄຳສັ່ງ​ທຸກໆ​ຂໍ້​ຂອງ​ເຮົາ ເພື່ອ​ວ່າ​ພວກເຈົ້າ​ຈະ​ຢູ່​ໃນ​ດິນແດນ​ໄດ້​ຢ່າງ​ປອດໄພ.</verse>
				<verse number="19">ທີ່ດິນ​ຈະ​ຜະລິດ​ຜົນລະປູກ​ໃຫ້ ແລະ​ພວກເຈົ້າ​ຈະ​ໄດ້​ກິນ​ຢ່າງ​ອີ່ມໜຳ​ສຳລານ ແລະ​ຈະ​ຢູ່​ໃນ​ປະເທດ​ໄດ້​ຢ່າງ​ປອດໄພ.</verse>
				<verse number="20">ແຕ່​ບາງຄົນ​ອາດ​ຈະ​ຖາມ​ວ່າ, ‘ຈະ​ມີ​ຫຍັງ​ກິນ​ໃນ​ປີ​ທີ​ເຈັດ ໃນ​ເມື່ອ​ບໍ່ໄດ້​ຂຸດຄົ້ນ​ທີ່ດິນ ແລະ​ບໍ່ໄດ້​ເກັບກ່ຽວ​ພືດຜົນ.’</verse>
				<verse number="21">ເຮົາ​ຈະ​ອວຍພອນ​ທີ່ດິນ​ປູກຝັງ​ໃນ​ປີ​ທີ​ຫົກ ເພື່ອ​ວ່າ​ມັນ​ຈະ​ຜະລິດ​ອາຫານ​ໃຫ້​ພໍ​ສຳລັບ​ສາມ​ປີ.</verse>
				<verse number="22">ເມື່ອ​ພວກເຈົ້າ​ປູກຝັງ​ໃນ​ໄຮ່ນາ​ໃນ​ປີ​ທີ​ແປດ ພວກເຈົ້າ​ຍັງ​ຈະ​ກິນ​ສິ່ງ​ທີ່​ເກັບກ່ຽວ​ໄດ້​ຈາກ​ຜົນລະປູກ​ໃນ​ປີ​ທີ​ຫົກ​ນັ້ນ​ຢູ່ ແລະ​ພວກເຈົ້າ​ຍັງ​ຈະ​ມີ​ກິນ​ພຽງພໍ​ຈົນເຖິງ​ລະດູ​ເກັບກ່ຽວ​ຜົນລະປູກ​ໃນ​ປີ​ທີ​ເກົ້າ.”</verse>
				<verse number="23">“ທີ່ດິນ​ຂອງ​ພວກເຈົ້າ​ຂາຍ​ໃນ​ລັກສະນະ​ຖາວອນ​ບໍ່ໄດ້ ເພາະວ່າ​ພວກເຈົ້າ​ບໍ່ແມ່ນ​ເຈົ້າຂອງ​ທີ່ດິນ​ນັ້ນ; ທີ່ດິນ​ເປັນ​ຂອງ​ເຮົາ ແລະ​ພວກເຈົ້າ​ກໍ​ເປັນ​ດັ່ງ​ຄົນ​ຕ່າງດ້າວ​ທັງຫລາຍ ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ປູກຝັງ​ກິນ​ໃນ​ທີ່ດິນ​ເທົ່ານັ້ນ.</verse>
				<verse number="24">ແລະ​ທີ່ດິນ​ທຸກບ່ອນ​ທີ່​ພວກເຈົ້າ​ຢຶດຄອງ​ຢູ່​ນັ້ນ ພວກເຈົ້າ​ຕ້ອງ​ຮັບ​ຮູ້​ສິດທິ​ຂອງ​ເຈົ້າຂອງ​ເດີມ ທີ່​ຈະ​ຊື້​ທີ່ດິນ​ນັ້ນ​ຄືນ​ໄດ້.</verse>
				<verse number="25">ຖ້າ​ຄົນ​ອິດສະຣາເອນ​ຜູ້ນັ້ນ​ຍາກຈົນ ແລະ​ຖືກ​ບັງຄັບ​ໃຫ້​ຂາຍ​ທີ່ດິນ​ຂອງຕົນ​ໄປ ພີ່ນ້ອງ​ຜູ້​ໃກ້ຊິດ​ລາວ​ສາມາດ​ຊື້​ທີ່ດິນ​ຄືນ​ໄດ້.</verse>
				<verse number="26">ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່ມີ​ພີ່ນ້ອງ​ຊື້​ທີ່ດິນ​ຄືນ ໃນ​ພາຍລຸນ​ມາ​ເມື່ອ​ເກີດ​ຮັ່ງມີ​ເປັນດີ​ຂຶ້ນ ແລະ​ມີ​ເງື່ອນໄຂ​ພຽງພໍ ລາວ​ຈະ​ຊື້​ທີ່ດິນ​ຄືນ​ກໍໄດ້.</verse>
				<verse number="27">ໃນ​ກໍລະນີ​ເຊັ່ນນີ້ ລາວ​ຕ້ອງ​ຈ່າຍ​ໃຫ້​ຜູ້​ທີ່​ໄດ້​ຊື້​ທີ່ດິນ​ນັ້ນ ໃນ​ຈຳນວນ​ເງິນ​ຊົດເຊີຍ​ຢ້ອນຫລັງ​ນັບ​ຕັ້ງແຕ່​ມື້​ທີ່​ລາວ​ໄດ້​ຊື້​ມາ ຈົນ​ຮອດ​ປີ​ຄົບຮອບ​ຫ້າສິບ​ປີ​ຊຸດ​ຕໍ່ມາ.</verse>
				<verse number="28">ແຕ່​ຖ້າ​ລາວ​ບໍ່ມີ​ເງິນ​ພຽງພໍ​ສຳລັບ​ຊື້​ທີ່ດິນ​ຄືນ ທີ່ດິນ​ນັ້ນ​ກໍ​ຍັງ​ຢູ່​ພາຍໃຕ້​ການ​ດູແລ​ຮັກສາ​ຂອງ​ຜູ້​ທີ່​ໄດ້​ຊື້​ທີ່ດິນ​ນັ້ນ​ຕໍ່ໄປ ຈົນ​ຮອດ​ຄົບຮອບ​ປີ​ຫ້າສິບ​ຊຸດ​ໜ້າ. ໃນ​ປີ​ນັ້ນ​ທີ່ດິນ​ຈະ​ຖືກ​ສົ່ງ​ຄືນ​ໃຫ້​ເຈົ້າຂອງ​ເດີມ.</verse>
				<verse number="29">ຖ້າ​ຜູ້ໜຶ່ງ​ຂາຍ​ເຮືອນ​ໃນ​ເມືອງ​ທີ່​ມີ​ກຳແພງ ລາວ​ມີ​ສິດ​ທີ່​ຈະ​ຊື້​ເຮືອນ​ນັ້ນ​ຄືນ​ພາຍ​ໃນ​ໜຶ່ງ​ປີ​ທຳອິດ ນັບ​ຕັ້ງແຕ່​ມື້​ຊື້ຂາຍ​ກັນ.</verse>
				<verse number="30">ແຕ່​ຖ້າ​ລາວ​ບໍ່​ຊື້​ຄືນ​ພາຍໃນ​ໜຶ່ງ​ປີ ລາວ​ໝົດ​ສິດທິ​ໃນ​ການ​ຊື້​ຄືນ ແລະ​ເຮືອນ​ນັ້ນ​ກໍ​ກາຍເປັນ​ກຳມະສິດ​ອັນ​ຖາວອນ​ຂອງ​ຜູ້​ຊື້ ແລະ​ເຊື້ອສາຍ​ຂອງ​ລາວ ການ​ສົ່ງ​ໃຫ້​ຄືນ​ໃນ​ຄົບຮອບ​ຫ້າສິບ​ປີ​ກໍ​ຈະ​ບໍ່ມີ.</verse>
				<verse number="31">ແຕ່​ເຮືອນ​ທີ່​ຢູ່​ນອກ​ເມືອງ​ທີ່​ບໍ່ມີ​ກຳແພງ​ອ້ອມ ໃຫ້​ຖື​ເອົາ​ຄືກັນ​ກັບ​ດິນ​ໄຮ່​ນາ; ເຈົ້າຂອງ​ຜູ້​ທຳອິດ​ມີ​ສິດ​ຊື້​ຄືນ ແລະ​ໃນ​ປີ​ຄົບຮອບ​ຫ້າສິບ​ປີ ທີ່ດິນ​ຈະ​ຖືກ​ສົ່ງ​ຄືນ​ໃຫ້​ເຈົ້າຂອງ​ເດີມ.</verse>
				<verse number="32">ຢ່າງ​ໃດ​ກໍຕາມ ຄົນເລວີ​ມີ​ສິດ​ຊື້​ຊັບສົມບັດ​ໃນ​ຕົວເມືອງ​ທັງຫລາຍ​ຄືນ​ໄດ້​ທຸກ​ເວລາ ຕາມ​ທີ່​ໄດ້​ກຳນົດ​ໄວ້.</verse>
				<verse number="33">ຖ້າ​ຄົນເລວີ​ຜູ້ໜຶ່ງ​ຂາຍ​ເຮືອນ​ຂອງຕົນ​ຢູ່​ໃນ​ເມືອງ ແລະ​ບໍ່ໄດ້​ຊື້​ຄືນ​ມາ; ເຮືອນ​ນັ້ນ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ລາວ​ໃນ​ເວລາ​ຄົບຮອບ​ຫ້າສິບ​ປີ ເພາະ​ເຮືອນ​ທີ່​ຄົນເລວີ​ເປັນ​ເຈົ້າຂອງ​ຢູ່​ໃນ​ເມືອງ​ຂອງ​ພວກເຂົາ ແມ່ນ​ຊັບສົມບັດ​ອັນ​ຖາວອນ​ຂອງ​ພວກເຂົາ​ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ.</verse>
				<verse number="34">ແຕ່​ດິນດອນ​ຕ່ອນຫຍ້າ​ບ່ອນ​ລ້ຽງສັດ​ທີ່​ອ້ອມ​ຕົວເມືອງ​ຕ່າງໆ​ຂອງ​ຄົນເລວີ​ນັ້ນ ຈະ​ຂາຍ​ບໍ່ໄດ້​ເດັດຂາດ; ມັນ​ເປັນ​ຊັບສົມບັດ​ຂອງ​ພວກເຂົາ​ຕະຫລອດໄປ.”</verse>
				<verse number="35">“ຖ້າ​ພີ່ນ້ອງ​ອິດສະຣາເອນ​ບ້ານໃກ້​ເຮືອນຄຽງ​ພວກເຈົ້າ​ຄົນ​ໜຶ່ງ​ຍາກຈົນ​ຫລາຍ ຈົນ​ລາວ​ບໍ່​ສາມາດ​ຈະ​ລ້ຽງ​ຕົນເອງ​ໄດ້; ພວກເຈົ້າ​ຕ້ອງ​ຫາ​ທາງ​ຊ່ວຍເຫລືອ​ລາວ ໃນ​ຖານະ​ເປັນ​ແຂກ​ອາໄສ​ຢູ່​ນຳ​ຂອງ​ພວກເຈົ້າ ເພື່ອ​ລາວ​ຈະ​ໄດ້​ຢູ່​ໃກ້​ພວກເຈົ້າ.</verse>
				<verse number="36">ຢ່າ​ຄິດ​ເອົາ​ດອກເບ້ຍ​ນຳ​ລາວ​ເລີຍ ແຕ່​ຈົ່ງ​ຢຳເກງ​ພຣະເຈົ້າ​ຂອງເຈົ້າ​ແລະ​ໃຫ້​ລາວ​ອາໄສ​ຢູ່​ໃກ້​ພວກເຈົ້າ.</verse>
				<verse number="37">ຢ່າ​ໃຫ້​ລາວ​ຈ່າຍ​ດອກເບ້ຍ​ເງິນ​ທີ່​ພວກເຈົ້າ​ໃຫ້​ລາວ​ຢືມ ແລະ​ຢ່າ​ເອົາ​ກຳໄລ​ຈາກ​ອາຫານ ທີ່​ພວກເຈົ້າ​ຂາຍ​ໃຫ້​ລາວ​ກິນ.</verse>
				<verse number="38">ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ມອບ​ດິນແດນ​ການາອານ​ໃຫ້​ແກ່​ພວກເຈົ້າ ແລະ​ເພື່ອ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="39">ຖ້າ​ພີ່ນ້ອງ​ຊົນຊາດ​ອິດສະຣາເອນ​ທີ່​ຢູ່​ໃກ້​ພວກເຈົ້າ ຕົກທຸກ​ໄດ້ຍາກ​ທີ່ສຸດ ຈົນ​ຂາຍ​ຕົນເອງ​ເປັນ​ທາດຮັບໃຊ້​ພວກເຈົ້າ; ຢ່າ​ປະຕິບັດ​ຕໍ່​ລາວ​ເໝືອນ​ດັ່ງ​ຄົນ​ຮັບໃຊ້.</verse>
				<verse number="40">ໃຫ້​ລາວ​ເປັນ​ລູກຈ້າງ​ຜູ້ໜຶ່ງ​ຂອງ​ພວກເຈົ້າ ແລະ​ຢູ່​ຮັບໃຊ້​ພວກເຈົ້າ​ຈົນ​ຄົບຮອບ​ຫ້າສິບ​ປີ​ຊຸດໜ້າ.</verse>
				<verse number="41">ເມື່ອ​ເຖິງ​ເວລາ​ນັ້ນ ລາວ​ເອງ​ພ້ອມ​ລູກ​ຈະ​ຕ້ອງ​ໄດ້​ຮັບ​ການ​ປົດປ່ອຍ​ເປັນ​ອິດສະຫລະ ແລະ​ກັບຄືນ​ໄປ​ຢູ່​ນຳ​ຄອບຄົວ ແລະ​ສູ່​ຊັບສິນ​ຂອງ​ປູ່ຍ່າຕາຍາຍ​ຂອງ​ລາວ.</verse>
				<verse number="42">ເພາະ​ພວກເຂົາ​ເປັນ​ຄົນ​ຮັບໃຊ້​ຂອງເຮົາ ຊຶ່ງ​ເຮົາ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ; ພວກເຂົາ​ຈະ​ບໍ່​ຖືກ​ຂາຍ​ໃຫ້​ເປັນ​ທາດຮັບໃຊ້​ອີກ.</verse>
				<verse number="43">ຢ່າ​ເຮັດ​ກັບ​ພວກເຂົາ​ຢ່າງ​ໂຫດຮ້າຍ​ທາລຸນ, ແຕ່​ຈົ່ງ​ຢຳເກງ​ພຣະເຈົ້າ​ຂອງ​ເຈົ້າ.</verse>
				<verse number="44">ຖ້າ​ພວກເຈົ້າ​ຕ້ອງການ​ຄົນ​ຮັບໃຊ້ ພວກເຈົ້າ​ຊື້​ເອົາ​ມາ​ໄດ້​ຈາກ​ປະເທດ​ໃກ້ຄຽງ.</verse>
				<verse number="45">ພວກເຈົ້າ​ອາດ​ຊື້​ເອົາ​ລູກຫລານ​ຂອງ​ຄົນ​ຕ່າງດ້າວ ທີ່​ຢູ່​ທ່າມກາງ​ພວກເຈົ້າ​ກໍໄດ້. ພວກ​ເດັກນ້ອຍ​ເຫຼົ່ານີ້​ເກີດ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ ແລະ​ເປັນ​ຊັບສົມບັດ​ຂອງ​ພວກເຈົ້າ​ກໍໄດ້</verse>
				<verse number="46">ແລະ​ພວກເຈົ້າ​ມອບ​ພວກເຂົາ ສືບຕໍ່​ໃຫ້​ພວກ​ລູກຫລານ​ຂອງ​ພວກເຈົ້າ​ກໍໄດ້. ພວກເຂົາ​ຈະ​ຢູ່​ຮັບໃຊ້​ພວກເຈົ້າ​ຕາບໃດ​ທີ່​ພວກເຂົາ​ຍັງ​ມີ​ຊີວິດ​ຢູ່. ແຕ່​ພວກເຈົ້າ​ຕ້ອງ​ບໍ່​ປະຕິບັດ​ຢ່າງ​ໂຫດຮ້າຍ​ທາລຸນ​ຕໍ່​ພີ່ນ້ອງ​ອິດສະຣາເອນ ຊົນຊາດ​ດຽວກັນ​ກັບ​ພວກເຈົ້າ.</verse>
				<verse number="47">ຖ້າ​ຄົນ​ຕ່າງດ້າວ​ຜູ້ໜຶ່ງ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ ເກີດ​ຮັ່ງມີ​ເປັນດີ​ຂຶ້ນ​ມາ ແລະ​ໃນຂະນະ​ດຽວກັນ​ນັ້ນ ພີ່ນ້ອງ​ຮ່ວມ​ຊາດ​ອິດສະຣາເອນ​ເກີດ​ຕົກທຸກ​ໄດ້ຍາກ ຈົນ​ຕ້ອງ​ຂາຍ​ຕົວ​ເອງ​ໃຫ້​ເປັນ​ທາດຮັບໃຊ້ ເພື່ອ​ຮັບໃຊ້​ຄົນ​ຕ່າງດ້າວ ຫລື​ສະມາຊິກ​ໃນ​ຄອບຄົວ​ຂອງ​ລາວ.</verse>
				<verse number="48">ຫລັງຈາກ​ລາວ​ຖືກ​ຂາຍ​ໄປ​ແລ້ວ ລາວ​ຍັງ​ມີ​ສິດ​ທີ່​ຈະ​ຊື້​ລາວ​ຄືນ​ມາ​ໄດ້. ຄົນ​ໜຶ່ງ​ໃນ​ບັນດາ​ອ້າຍນ້ອງ,</verse>
				<verse number="49">ລຸງ ຫລື​ລູກ​ອ້າຍ​ລູກ​ນ້ອງ ແລະ​ຄົນອື່ນໆ​ທີ່​ເປັນ​ພີ່ນ້ອງ​ຜູ້​ໃກ້ຊິດ​ຂອງ​ລາວ ຊື້​ລາວ​ຄືນ​ມາ​ໄດ້ ຫລື​ຖ້າ​ລາວ​ເອງ​ມີ​ເງື່ອນໄຂ​ພຽງພໍ ຕ້ອງ​ໃຫ້​ລາວ​ຊື້​ຕົນເອງ​ເປັນ​ອິດສະຫລະ.</verse>
				<verse number="50">ລາວ​ຕ້ອງ​ປຶກສາ​ກັບ​ຜູ້​ທີ່​ຊື້​ລາວ​ມາ​ນັ້ນ​ກ່ອນ ແລ້ວ​ໃຫ້​ພວກເຂົາ​ຄິດ​ໄລ່​ປີ ນັບ​ຕັ້ງແຕ່​ມື້​ທີ່​ລາວ​ໄດ້​ຂາຍ​ຕົວ​ເປັນ​ຄົນ​ຮັບໃຊ້ ຈົນ​ຮອດ​ປີ​ຄົບຮອບ​ຫ້າສິບ​ປີ​ຈະ​ມາ​ເຖິງ ແລະ​ໃຫ້​ຕັ້ງ​ຄ່າ​ຊື້​ຄືນ​ໂດຍ​ອີງໃສ່​ອັດຕາ​ຄ່າ​ແຮງງານ ຊຶ່ງ​ເຂົາ​ໄດ້​ໃຫ້​ລູກຈ້າງ​ຜູ້ໜຶ່ງ.</verse>
				<verse number="51">ຖ້າ​ຍັງ​ມີ​ຫລາຍ​ປີ ລາວ​ຕ້ອງ​ໃຊ້​ແທນ​ລາຄາ​ໄຖ່​ຕົວ​ຕາມ​ປີ​ທັງຫຼາຍ​ທີ່​ຍັງເຫລືອ​ຢູ່​ນັ້ນ.</verse>
				<verse number="52">ແລະ​ຖ້າ​ຍັງ​ມີ​ໜ້ອຍ​ປີ​ທີ່​ຈະ​ຮອດ​ປີ​ທີ​ຫ້າສິບ ລາວ​ຕ້ອງ​ຄິດໄລ່​ກັບ​ເຈົ້ານາຍ​ຕາມ​ຈຳນວນ​ປີ​ທີ່​ຍັງເຫລືອ​ນັ້ນ</verse>
				<verse number="53">ເໝືອນ​ດັ່ງ​ກັບ​ວ່າ​ລາວ​ຖືກ​ຈ້າງ​ປະຈຳ​ປີ. ນາຍ​ຂອງ​ລາວ​ບໍ່​ຕ້ອງ​ເຮັດ​ຕໍ່​ລາວ​ແບບ​ໂຫດຮ້າຍ​ທາລຸນ.</verse>
				<verse number="54">ຖ້າ​ລາວ​ບໍ່ໄດ້​ຮັບ​ການ​ປົດປ່ອຍ​ໃຫ້​ເປັນ​ອິດສະຫລະ​ໂດຍ​ວິທີ​ເຫຼົ່ານີ້ ລາວ​ພ້ອມ​ດ້ວຍ​ລູກ​ຂອງ​ລາວ​ຕ້ອງ​ຖືກ​ປົດປ່ອຍ​ໃຫ້​ເປັນ​ອິດສະຫລະ ໃນ​ເວລາ​ຄົບຮອບ​ຫ້າສິບ​ປີ​ຊຸດ​ທີ່​ຈະ​ມາ​ເຖິງ.</verse>
				<verse number="55">ດ້ວຍວ່າ, ປະຊາຊົນ​ອິດສະຣາເອນ​ນັ້ນ​ເປັນ​ທາດຮັບໃຊ້​ຂອງເຮົາ ພວກເຂົາ​ເປັນ​ທາດຮັບໃຊ້​ຂອງເຮົາ​ທີ່​ເຮົາ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ; ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”</verse>
			</chapter>
			<chapter number="26">
				<verse number="1">“ຢ່າ​ສ້າງ​ຮູບເຄົາຣົບ ຫລື​ຕັ້ງ​ຮູບ​ຫລໍ່​ຮູບປັ້ນ, ເສົາ​ຫີນ ຫລື​ເສົາ​ຫີນ​ທີ່​ແກະສະຫລັກ​ເປັນ​ລວດລາຍ ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ​ເພື່ອ​ຂາບໄຫວ້​ມັນ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="2">ຈົ່ງ​ຢຶດຖື​ວັນ​ຊະບາໂຕ​ເປັນ​ວັນ​ພັກຜ່ອນ ແລະ​ຈົ່ງ​ໃຫ້ກຽດ​ວິຫານ​ບ່ອນ​ທີ່​ມະນຸດ​ນະມັດສະການ​ເຮົາ. ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="3">ຖ້າ​ພວກເຈົ້າ​ໃຊ້​ຊີວິດ​ຕາມ​ກົດບັນຍັດ ແລະ​ຄຳສັ່ງ​ທັງຫລາຍ​ຂອງເຮົາ</verse>
				<verse number="4">ເຮົາ​ກໍ​ຈະ​ໃຫ້​ຝົນ​ຕົກ​ຕາມ​ລະດູ​ການ ເພື່ອ​ທີ່ດິນ​ຈະ​ຜະລິດ​ຜົນລະປູກ​ໄດ້​ຫລາຍ ແລະ​ຕົ້ນໄມ້​ກໍ​ຈະ​ເກີດ​ໝາກ​ຫລາຍ.</verse>
				<verse number="5">ຜົນລະປູກ​ຂອງ​ພວກເຈົ້າ​ຈະ​ມີ​ຫລາຍ ຈົນ​ພວກເຈົ້າ​ຈະ​ຍັງ​ເກັບກ່ຽວ​ເຂົ້າ​ຢູ່ ເມື່ອ​ເຖິງ​ລະດູ​ເກັບ​ໝາກອະງຸ່ນ ແລະ​ພວກເຈົ້າ​ຍັງ​ຈະ​ເກັບ​ໝາກອະງຸ່ນ​ຢູ່​ເມື່ອ​ເຖິງ​ລະດູ​ປູກ​ເຂົ້າ. ພວກເຈົ້າ​ຈະ​ມີ​ທຸກສິ່ງ​ທີ່​ພວກເຈົ້າ​ຕ້ອງການ​ກິນ ແລະ​ພວກເຈົ້າ​ກໍ​ຈະ​ອາໄສ​ຢູ່​ໃນ​ດິນແດນ​ຢ່າງ​ປອດໄພ.</verse>
				<verse number="6">ເຮົາ​ຈະ​ນຳ​ຄວາມ​ສະຫງົບສຸກ​ມາ​ສູ່​ດິນແດນ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ສາມາດ​ນອນຫລັບ​ສະບາຍ​ຢ່າງ​ຫາຍ​ກັງວົນ. ເຮົາ​ຈະ​ກຳຈັດ​ຝູງສັດ​ທີ່​ນຳ​ອັນຕະລາຍ​ມາ​ສູ່​ທີ່​ດິນແດນ​ທຳມາ​ຫາກິນ​ຂອງ​ພວກເຈົ້າ ແລະ​ໃນ​ທີ່ນັ້ນ​ເສິກ​ສົງຄາມ​ຈະ​ບໍ່ມີ​ອີກ​ຕໍ່ໄປ.</verse>
				<verse number="7">ພວກເຈົ້າ​ຈະ​ເອົາ​ຊະນະ​ເຫຼົ່າ​ສັດຕູ​ທັງຫລາຍ ພວກເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ຄົມດາບ​ຕໍ່ໜ້າ​ພວກເຈົ້າ;</verse>
				<verse number="8">ພວກເຈົ້າ​ຫ້າ​ຄົນ​ຈະ​ຂັບໄລ່​ສັດຕູ​ຮ້ອຍ​ຄົນ​ໃຫ້​ພ່າຍແພ້​ໄດ້ ແລະ​ພວກເຈົ້າ​ຮ້ອຍ​ຄົນ​ຈະ​ຂັບໄລ່​ສັດຕູ​ສິບພັນ​ຄົນ​ໃຫ້​ພ່າຍແພ້​ໄດ້ ແລະ​ເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ຄົມ​ດາບ​ຕໍ່ໜ້າ​ພວກເຈົ້າ.</verse>
				<verse number="9">ເຮົາ​ຈະ​ອວຍພອນ​ພວກເຈົ້າ​ໃຫ້​ມີ​ລູກຫລານ​ຢ່າງ​ຫລວງຫລາຍ; ສ່ວນ​ເຮົາ​ກໍ​ຈະ​ຖື​ຮັກສາ​ພັນທະສັນຍາ ຊຶ່ງ​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ.</verse>
				<verse number="10">ພວກເຈົ້າ​ຈະ​ເກັບກ່ຽວ​ໄດ້​ຢ່າງ​ຫລວງຫລາຍ ຈົນ​ວ່າ​ເອົາ​ໄວ້​ກິນ​ກຸ້ມ​ໜຶ່ງ​ປີ​ໄດ້ ແລະ​ເຖິງ​ແມ່ນ​ວ່າ ພວກເຈົ້າ​ຈະ​ຂົນ​ຜົນລະປູກ​ທີ່​ເຫຼືອ​ໃນ​ປີ​ທີ່​ຜ່ານ​ມາ​ນັ້ນ​ອອກ​ໄປ​ໝົດ ມັນ​ຍັງ​ຈະ​ບໍ່ມີ​ບ່ອນ​ພຽງພໍ​ສຳລັບ​ໄວ້​ຜົນລະປູກ​ທີ່​ເກັບກ່ຽວ​ໃໝ່​ໃນ​ປີ​ນັ້ນ.</verse>
				<verse number="11">ເຮົາ​ຈະ​ສະຖິດ​ຢູ່​ໃນ​ຫໍເຕັນ​ຂອງເຮົາ​ໃນ​ທ່າມກາງ​ພວກເຈົ້າ ໂດຍ​ຈະ​ບໍ່​ຫັນ​ໜີໄປ​ຈາກ​ພວກເຈົ້າ​ຈັກເທື່ອ.</verse>
				<verse number="12">ເຮົາ​ຈະ​ຢູ່​ກັບ​ເຈົ້າ, ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.</verse>
				<verse number="13">ຝ່າຍ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ​ອີກ​ຕໍ່ໄປ. ເຮົາ​ໄດ້​ຕັດ​ແລະ​ຫັກ​ແອກ ທີ່​ເຮັດ​ໃຫ້ກຽດ​ແລະ​ສັກສີ​ຂອງ​ພວກເຈົ້າ​ຕົກຕໍ່າ ແລະ​ທັງ​ໄດ້​ຊ່ວຍ​ກອບກູ້​ເອົາ​ພວກເຈົ້າ ໃຫ້​ຍ່າງ​ໄປມາ​ຢ່າງ​ສະຫງ່າ​ຜ່າເຜີຍ.”</verse>
				<verse number="14">“ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ໂທດກຳ.</verse>
				<verse number="15">ຖ້າ​ພວກເຈົ້າ​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ກົດບັນຍັດ​ທັງ​ຂໍ້ຄຳສັ່ງ​ທັງຫລາຍ​ຂອງເຮົາ ແລະ​ທຳລາຍ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ</verse>
				<verse number="16">ເຮົາ​ຈະ​ລົງໂທດ​ພວກເຈົ້າ. ເຮົາ​ຈະ​ນຳ​ໄພ​ອັນຕະລາຍ​ມາ​ສູ່​ພວກເຈົ້າ ຄື: ພະຍາດ​ຊໍ້າເຮື້ອ​ແລະ​ການ​ເຈັບໄຂ້​ໄດ້ປ່ວຍ​ນາໆ​ປະການ ອັນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ຕາບອດ ແລະ​ຕາຍ​ຖິ້ມ​ໄປ​ລ້າໆ; ພວກເຈົ້າ​ຈະ​ປູກ​ພືດ​ນາໆ​ຊະນິດ ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ກິນ​ຜົນ​ຂອງ​ມັນ ຍ້ອນ​ວ່າ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ຈະ​ເຂົ້າ​ມາ​ຢຶດຄອງ ແລະ​ກິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ລົງ​ແຮງ​ປູກຝັງ​ນັ້ນ.</verse>
				<verse number="17">ເຮົາ​ຈະ​ຫັນ​ມາ​ຕໍ່ສູ້​ພວກເຈົ້າ​ເພື່ອ​ວ່າ​ພວກເຈົ້າ​ຈະ​ພ່າຍແພ້ ແລະ​ຜູ້​ທີ່​ຊັງ​ພວກເຈົ້າ​ກໍ​ຈະ​ປົກຄອງ​ພວກເຈົ້າ; ພວກເຈົ້າ​ຈະ​ຕື່ນ​ຕົກໃຈ​ຢ້ານກົວ ຈົນ​ແລ່ນ​ເປີດ​ໜີໄປ​ຢ່າງ​ບໍ່​ຮູ້ສຶກ​ຕົວ​ໂດຍ​ບໍ່ມີ​ໃຜ​ໄລ່​ຕິດຕາມ.</verse>
				<verse number="18">ຖ້າ​ເຖິງ​ຂັ້ນ​ນີ້​ແລ້ວ​ພວກເຈົ້າ​ຍັງ​ບໍ່​ຍອມ​ເຊື່ອຟັງ​ເຮົາ ເຮົາ​ກໍ​ຈະ​ລົງໂທດ​ບາບກຳ​ຂອງ​ພວກເຈົ້າ​ຕື່ມ​ອີກ​ເຈັດ​ເທົ່າ.</verse>
				<verse number="19">ເຮົາ​ຈະ​ທຳລາຍ​ຄວາມ​ດື້ດຶງ​ຈອງຫອງ​ຂອງ​ພວກເຈົ້າ; ຝົນ​ຈະ​ບໍ່​ຕົກ ປະເທດ​ຂອງ​ພວກເຈົ້າ​ຈະ​ເກີດ​ແຫ້ງແລ້ງ ແລະ​ດິນ​ປູກຝັງ​ຈະ​ແຂງ​ດັ່ງ​ຫີນ.</verse>
				<verse number="20">ພວກເຈົ້າ​ເຮັດ​ວຽກ​ໜັກ ແຕ່​ມັນ​ຈະ​ບໍ່​ນຳ​ຜົນ​ດີ​ຫຍັງ​ມາ​ໃຫ້​ພວກເຈົ້າ ເພາະວ່າ​ທີ່ດິນ​ປູກຝັງ​ນັ້ນ​ຈະ​ບໍ່​ຜະລິດ​ຜົນລະປູກ​ຫຍັງ​ໃຫ້ ແລະ​ຕົ້ນໄມ້​ກໍ​ຈະ​ບໍ່​ເກີດ​ໝາກ​ອີກ​ດ້ວຍ.</verse>
				<verse number="21">ຖ້າ​ພວກເຈົ້າ​ຍັງ​ສືບຕໍ່​ຕໍ່ຕ້ານ​ເຮົາ ແລະ​ປະຕິເສດ​ທີ່​ຈະ​ຍອມ​ເຊື່ອຟັງ​ເຮົາ; ເຮົາ​ກໍ​ຈະ​ເພີ່ມ​ໂທດກຳ​ໃຫ້​ແກ່​ພວກເຈົ້າ ຕາມ​ໂທດກຳ​ທີ່​ພວກເຈົ້າ​ສົມຄວນ​ໄດ້​ຮັບ​ອີກ​ເຖິງ​ເຈັດ​ເທົ່າ.</verse>
				<verse number="22">ເຮົາ​ຈະ​ໃຫ້​ສັດຮ້າຍ​ມາ​ທຳຮ້າຍ​ລູກ​ຂອງ​ພວກເຈົ້າ​ໃຫ້​ຕາຍ ຝູງສັດ​ຂອງ​ພວກເຈົ້າ​ຈະ​ຈິບຫາຍ ຈົນ​ຕາມ​ຖະໜົນ​ຫົນທາງ​ບໍ່ມີ​ຄົນ​ທຽວ​ໄປມາ​ເລີຍ.</verse>
				<verse number="23">ຫລັງຈາກ​ຜ່ານ​ການ​ລົງໂທດ​ນີ້​ແລ້ວ ຖ້າ​ພວກເຈົ້າ​ຍັງ​ບໍ່​ຍອມ​ເຊື່ອຟັງ​ເຮົາ ແລະ​ສືບຕໍ່​ໝິ່ນປະໝາດ​ເຮົາ​ຢູ່</verse>
				<verse number="24">ເຮົາ​ກໍ​ຈະ​ຫັນ​ມາ​ຕໍ່ສູ້​ພວກເຈົ້າ ແລະ​ເຮົາ​ຈະ​ລົງໂທດ​ບາບກຳ​ຂອງ​ພວກເຈົ້າ​ໃຫ້​ໜັກ​ກວ່າເກົ່າ​ອີກ​ເຖິງ​ເຈັດ​ເທົ່າ.</verse>
				<verse number="25">ເຮົາ​ຈະ​ນຳ​ການ​ລົບລາຂ້າຟັນ​ມາ​ເປັນ​ການ​ລົງໂທດ ຍ້ອນ​ວ່າ​ພວກເຈົ້າ​ໄດ້​ຝ່າຝືນ​ພັນທະສັນຍາ​ຂອງເຮົາ ແລະ​ຖ້າ​ພວກເຈົ້າ​ເຕົ້າໂຮມ​ກັນ​ຢູ່​ໃນ​ເມືອງ​ທີ່​ປອດໄພ ເຮົາ​ກໍ​ຈະ​ສົ່ງ​ໂຣກ​ລະບາດ​ມາ​ໃນ​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ຖືກ​ບີບ​ບັງຄັບ​ໃຫ້​ຍອມ​ຈຳນົນ​ແກ່​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ.</verse>
				<verse number="26">ເມື່ອ​ເຮົາ​ທຳລາຍ​ອາຫານ​ຫລັກ​ຂອງ​ພວກເຈົ້າ, ແມ່ຍິງ​ສິບ​ຄົນ​ຈະ​ໃຊ້​ເຕົາ​ໜ່ວຍ​ດຽວ​ອົບ​ເຂົ້າຈີ່. ພວກເຂົາ​ຈະ​ກຳນົດ​ອັດຕາ​ອາຫານ​ໃຫ້ ແລະ​ເມື່ອ​ພວກເຈົ້າ​ກິນ​ແລ້ວ, ແຕ່​ຍັງ​ຈະ​ຫິວ​ຢູ່.</verse>
				<verse number="27">ຫລັງຈາກ​ເຫດການ​ທັງໝົດ​ນີ້​ແລ້ວ ຖ້າ​ພວກເຈົ້າ​ສືບຕໍ່​ຂັດຂືນ​ເຮົາ​ຢູ່;</verse>
				<verse number="28">ຕໍ່ໄປ​ເຮົາ​ຈະ​ຫັນ​ມາ​ລົງໂທດ​ພວກເຈົ້າ​ຢ່າງ​ໂຫດຮ້າຍ​ທາລຸນ ໃຫ້​ໜັກ​ຕື່ມຂຶ້ນ​ກວ່າເກົ່າ​ອີກ​ເຈັດ​ເທົ່າ.</verse>
				<verse number="29">ພວກເຈົ້າ​ຈະ​ຫິວໂຫຍ​ຢ່າງ​ໜັກ​ທີ່ສຸດ ຈົນ​ຈະ​ຕ້ອງ​ກິນ​ພວກ​ລູກຊາຍ​ລູກຍິງ​ຂອງຕົນເອງ.</verse>
				<verse number="30">ເຮົາ​ຈະ​ທຳລາຍ​ສະຖານທີ່​ນະມັດສະການ​ຂອງ​ພວກເຈົ້າ​ທີ່​ເທິງ​ພູ ມ້າງ​ແລະ​ຮື້​ແທ່ນບູຊາ​ເຄື່ອງຫອມ​ລົງ​ໝົດ ແລະ​ໂຍນ​ສົບ​ພວກເຈົ້າ​ຖິ້ມ​ໃສ່​ເທິງ​ຮູບເຄົາຣົບ​ຂອງ​ພວກເຈົ້າ​ທີ່​ຫັກ​ເພພັງ. ຍ້ອນ​ເຮົາ​ເບື່ອໜ່າຍ​ພວກເຈົ້າ​ຫລາຍ​ທີ່ສຸດ</verse>
				<verse number="31">ເຮົາ​ຈະ​ປ່ຽນ​ເມືອງ​ທັງຫລາຍ​ຂອງ​ພວກເຈົ້າ​ໃຫ້​ເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ ແລະ​ຈະ​ທຳລາຍ​ສະຖານທີ່​ນະມັດສະການ​ຂອງ​ພວກເຈົ້າ​ດ້ວຍ. ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ເຄື່ອງ​ບູຊາ​ຂອງ​ພວກເຈົ້າ.</verse>
				<verse number="32">ເຮົາ​ຈະ​ທຳລາຍ​ດິນແດນ​ຂອງ​ພວກເຈົ້າ​ໃຫ້​ກ້ຽງ ເພື່ອ​ວ່າ​ສັດຕູ​ຜູ້​ຢຶດຄອງ​ດິນແດນ​ນັ້ນ ຈະ​ອົກສັ່ນ​ຂວັນເສຍ​ອັນ​ເນື່ອງ​ມາ​ຈາກ​ການ​ທຳລາຍນີ້.</verse>
				<verse number="33">ເຮົາ​ຈະ​ເອົາ​ການ​ລົບລາ​ຂ້າຟັນ​ກັນ​ມາ​ສູ່​ພວກເຈົ້າ ແລະ​ເຮັດ​ໃຫ້​ພວກເຈົ້າ​ແຕກ​ກະຈັດ​ກະຈາຍ​ໄປ​ຢູ່​ໃນ​ປະເທດ​ຕ່າງໆ. ດິນແດນ​ຂອງ​ພວກເຈົ້າ​ຈະ​ຮົກຮ້າງ​ວ່າງເປົ່າ ແລະ​ຕົວເມືອງ​ທັງຫລາຍ​ຂອງ​ພວກເຈົ້າ​ກໍ​ຈະ​ຖືກ​ປະ​ໃຫ້​ເປັນ​ເມືອງ​ຮ້າງ.</verse>
				<verse number="34">ແລ້ວ​ທີ່ດິນ​ກໍ​ຈະ​ດີອົກ​ດີໃຈ​ກັບ​ປີ​ຊະບາໂຕ​ພັກຜ່ອນ​ຢ່າງ​ແທ້ຈິງ ຊຶ່ງ​ພວກເຈົ້າ​ບໍ່​ສາມາດ​ຢິບ​ຍື່ນໃຫ້​ໄດ້ ຕະຫຼອດ​ເວລາ​ທີ່ດິນ​ນັ້ນ​ຖືກ​ປະ​ໄວ້​ໃຫ້​ຮົກຮ້າງ​ຫວ່າງເປົ່າ ໃນ​ຂະນະທີ່​ພວກເຈົ້າ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ. ເມື່ອນັ້ນ​ແຜ່ນດິນ​ຈະ​ໄດ້​ພັກຜ່ອນ ແລະ​ຊົມຊື່ນ​ຍິນດີ​ກັບ​ປີ​ຊະບາໂຕ.</verse>
				<verse number="35"></verse>
				<verse number="36">ເຮົາ​ຈະ​ໃຫ້​ຫລາຍ​ຄົນ​ໃນ​ພວກເຈົ້າ ຄື​ຜູ້​ທີ່​ຢູ່​ໃນ​ຕ່າງຖິ່ນ​ອົກສັ່ນ​ຂວັນເສຍ ຈົນ​ສຽງ​ລົມ​ພັດ​ໃບ​ໄມ້​ກໍ​ເຮັດ​ໃຫ້​ພວກເຈົ້າ​ແລ່ນ​ເປີດ​ໜີໄປ. ພວກເຈົ້າ​ຈະ​ແລ່ນ​ປົບໜີ​ເໝືອນ​ດັ່ງ​ກັບ​ວ່າ ຖືກ​ສັດຕູ​ໄລ່​ຕິດຕາມ​ໃນ​ສະໜາມຮົບ ແລະ​ພວກເຈົ້າ​ຈະ​ລົ້ມ​ລົງ​ໃນ​ບ່ອນ​ທີ່​ບໍ່ມີ​ສັດຕູ​ໃດໆ​ໄລ່​ມາ​ໃກ້​ພວກເຈົ້າ.</verse>
				<verse number="37">ພວກເຈົ້າ​ຈະ​ສະດຸ້ງ​ຕື່ນ​ກັນ​ເອງ ທັງໆ​ທີ່​ບໍ່ມີ​ໃຜ​ໄລ່​ຕິດຕາມ​ມາ ແລະ​ພວກເຈົ້າ​ຈະ​ບໍ່​ສາມາດ​ຕໍ່ສູ້​ສັດຕູ​ໃດໆ​ໄດ້.</verse>
				<verse number="38">ພວກເຈົ້າ​ຈະ​ສິ້ນ​ຊີວິດ​ຢູ່​ໃນ​ປະເທດ​ຕ່າງໆ ບ່ອນ​ດິນແດນ​ຂອງ​ສັດຕູ​ຈະ​ກືນກິນ​ພວກເຈົ້າ.</verse>
				<verse number="39">ຜູ້​ທີ່​ລອດຊີວິດ​ມາ​ໄດ້ ຕ່າງ​ກໍ​ຈະ​ໝົດເຫື່ອ​ໝົດແຮງ​ຕາຍໄປ​ໃນທີ່ສຸດ ເພາະ​ບາບກຳ​ຂອງ​ພວກ​ເຈົ້າເອງ ແລະ​ບາບກຳ​ບັນພະບຸລຸດ​ຂອງ​ພວກເຈົ້າ.</verse>
				<verse number="40">ແຕ່​ຖ້າ​ພວກເຈົ້າ​ຈະ​ສາລະພາບ​ການບາບ​ຂອງ​ພວກເຂົາ ແລະ​ການບາບ​ຂອງ​ບັນພະບຸລຸດ​ຜູ້​ທີ່​ໄດ້​ກະບົດ​ຕໍ່​ເຮົາ</verse>
				<verse number="41">ອັນ​ເປັນ​ຕົ້ນເຫດ​ໃຫ້​ເຮົາ​ຫັນ​ມາ​ຕໍ່ສູ້​ພວກເຂົາ ແລະ​ສົ່ງ​ພວກເຂົາ​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ເຫຼົ່າ​ສັດຕູ. ໃນທີ່ສຸດ ເມື່ອ​ເຊື້ອສາຍ​ຂອງ​ພວກເຂົາ​ຍອມ​ຖ່ອມຕົວ​ລົງ ແລະ​ຍອມ​ຮັບ​ໂທດ ອັນ​ເນື່ອງ​ມາ​ຈາກ​ການບາບ ແລະ​ການ​ກະບົດ​ຂອງ​ພວກເຂົາ​ນັ້ນ​ແລ້ວ</verse>
				<verse number="42">ເຮົາ​ກໍ​ຈະ​ລະນຶກເຖິງ​ພັນທະສັນຍາ​ຂອງເຮົາ ທີ່​ໄດ້​ມີ​ໄວ້​ກັບ​ຢາໂຄບ, ອີຊາກ ແລະ​ອັບຣາຮາມ ແລະ​ເຮົາ​ຈະ​ຮື້ຟື້ນ​ພັນທະສັນຍາ​ຂອງເຮົາ​ໃໝ່ ເພື່ອ​ມອບ​ດິນແດນ​ໃຫ້​ປະຊາຊົນ​ຂອງເຮົາ.</verse>
				<verse number="43">ເຖິງຢ່າງໃດກໍດີ ໃນ​ຂັ້ນຕົ້ນ​ດິນແດນ​ຈະ​ຕ້ອງ​ບໍ່​ໃຫ້​ມີ​ຄົນ​ພັກພາ​ອາໄສ​ຢູ່ ເພື່ອ​ວ່າ​ມັນ​ຈະ​ຊົມຊື່ນ​ຍິນດີ​ກັບ​ປີຊະບາໂຕ (ປີ​ແຫ່ງ​ການ​ພັກຜ່ອນ) ແລະ​ພວກເຂົາ​ຕ້ອງ​ຮັບ​ໂທດ​ຢ່າງ​ພຽງພໍ​ເສຍ​ກ່ອນ ຍ້ອນ​ການ​ທີ່​ພວກເຂົາ​ໄດ້​ປະຖິ້ມ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຂອງເຮົາ.</verse>
				<verse number="44">ແຕ່​ເຖິງ​ປານນັ້ນ​ກໍດີ ເມື່ອ​ພວກເຂົາ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ສັດຕູ​ນັ້ນ ເຮົາ​ຈະ​ບໍ່​ປະຖິ້ມ​ພວກເຂົາ​ຢ່າງ​ໝົດສິ້ນ ຫລື​ທຳລາຍ​ພວກເຂົາ​ໃຫ້​ໝົດ​ໄປ. ການ​ກະທຳ​ເຊັ່ນນັ້ນ ກໍ​ເທົ່າ​ກັບ​ເປັນ​ການ​ຕັດຂາດ​ຕໍ່​ພັນທະສັນຍາ​ຂອງເຮົາ​ທີ່​ມີ​ໄວ້​ກັບ​ພວກເຂົາ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="45">ເຮົາ​ຈະ​ຮື້ຟື້ນ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ເມື່ອ​ເຮົາ​ໄດ້​ສຳແດງ​ໃຫ້​ທຸກ​ຊົນຊາດ​ໄດ້​ເຫັນ​ຣິດອຳນາດ​ຂອງເຮົາ ໂດຍ​ໄດ້​ນຳພາ​ປະຊາຊົນ​ຂອງເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
				<verse number="46">ທັງໝົດ​ນີ້​ແມ່ນ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຕ່າງໆ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ໂມເຊ ທີ່​ເທິງ​ພູເຂົາ​ຊີນາຍ​ສຳລັບ​ປະຊາຊົນ​ອິດສະຣາເອນ.</verse>
			</chapter>
			<chapter number="27">
				<verse number="1">ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ໂມເຊ​ວ່າ,</verse>
				<verse number="2">“ລະບຽບການ​ຕ່າງໆ​ດັ່ງ​ຕໍ່ໄປນີ້​ສຳລັບ​ປະຊາຊົນ​ອິດສະຣາເອນ: ຖ້າ​ຄົນໃດ​ຄົນໜຶ່ງ​ໄດ້​ສາບານ​ໄວ້​ຢ່າງ​ພິເສດ​ວ່າ​ຕົນ​ຈະ​ຖວາຍ​ແກ່​ພຣະເຈົ້າຢາເວ ອັນ​ເນື່ອງ​ມາ​ຈາກ​ຜົນ​ສຳເລັດ​ໃນ​ການ​ບະບົນ​ໄວ້; ລາວ​ຈະ​ເປັນ​ອິດສະຫລະ​ໄດ້​ກໍ​ຕໍ່​ເມື່ອ​ໄດ້​ຈ່າຍ​ເງິນ​ຈຳນວນ</verse>
				<verse number="3">ຕາມ​ອັດຕາ​ຂອງ​ສຳນັກ​ນະມັດສະການ​ດັ່ງ​ຕໍ່ໄປນີ້:</verse>
				<verse number="4">ຜູ້ຊາຍ​ອາຍຸ​ແຕ່​ຊາວ​ປີ​ຫາ​ຫ້າສິບ​ປີ ເງິນ 50 ແທ່ງ, ແລະ​ສຳລັບ​ແມ່ຍິງ ເງິນ 30 ແທ່ງ</verse>
				<verse number="5">ຊາຍໜຸ່ມ​ອາຍຸ​ແຕ່​ຫ້າ​ປີ​ຫາ​ຊາວ​ປີ ເງິນ 20 ແທ່ງ, ແລະ​ສຳລັບ​ຍິງໜຸ່ມ ເງິນ 10 ແທ່ງ</verse>
				<verse number="6">ເດັກນ້ອຍ​ຜູ້ຊາຍ ອາຍຸ​ຕໍ່າ​ກວ່າ​ໜຶ່ງ​ເດືອນ​ຫາ​ຫ້າ​ປີ ເງິນ 5 ແທ່ງ, ແລະ​ສຳລັບ​ເດັກນ້ອຍ​ຜູ້ຍິງ ເງິນ 3 ແທ່ງ.</verse>
				<verse number="7">ຜູ້ຊາຍ​ອາຍຸ​ຫົກສິບ​ປີ​ຂຶ້ນ​ໄປ, ເງິນ 15 ແທ່ງ, ແລະ​ສຳລັບ​ແມ່ຍິງ​ອາຍຸ​ຫົກສິບ​ປີ​ຂຶ້ນ​ໄປ, ເງິນ 10 ແທ່ງ.</verse>
				<verse number="8">ຖ້າ​ຜູ້ໃດ​ຜູ້ໜຶ່ງ​ທີ່​ໄດ້​ບະບົນ​ໄວ້​ນັ້ນ​ເປັນ​ຄົນ​ຍາກຈົນ ແລະ​ບໍ່​ສາມາດ​ຈ່າຍ​ຕາມ​ອັດຕາ​ກຳນົດ​ໄວ້​ໄດ້ ຕ້ອງ​ໃຫ້​ນຳ​ຜູ້ນັ້ນ​ໄປ​ຫາ​ປະໂຣຫິດ ເພື່ອ​ວ່າ​ເພິ່ນ​ຈະ​ວາງ​ອັດຕາ​ໃໝ່​ໃຫ້​ຕາມ​ຄວາມ​ສາມາດ​ທີ່​ລາວ​ຈະ​ຈ່າຍ​ໄດ້.</verse>
				<verse number="9">ຖ້າ​ການ​ບະບົນ​ກ່ຽວຂ້ອງ​ກັບ​ສັດ​ໂຕໜຶ່ງ​ທີ່​ຮັບ​ເອົາ​ໄດ້ ໃຫ້​ເປັນ​ການ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ແລ້ວ​ເຄື່ອງ​ຖວາຍ​ທຸກໆ​ຢ່າງ​ຊຶ່ງ​ຖວາຍ​ແກ່​ພຣະເຈົ້າຢາເວ​ກໍ​ບໍຣິສຸດ.</verse>
				<verse number="10">ຢ່າ​ໃຫ້​ເຂົາ​ເອົາ​ສັດ​ໂຕ​ອື່ນ​ມາ​ປ່ຽນ​ແທນ​ສັດ​ໂຕ​ທີ່​ໄດ້​ສັນຍາ​ຖວາຍ ບໍ່​ວ່າ​ໂຕດີ​ປ່ຽນ​ແທນ​ໂຕ​ບໍ່ດີ ຫລື​ໂຕ​ບໍ່ດີ​ປ່ຽນ​ໂຕດີ. ຖ້າ​ລາວ​ປ່ຽນ​ແທນ ສັດ​ທັງສອງ​ນັ້ນ​ກໍ​ຈະ​ເປັນ​ບໍຣິສຸດ.</verse>
				<verse number="11">ແຕ່​ຖ້າ​ການ​ບະບົນ​ກ່ຽວຂ້ອງ​ກັບ​ສັດ​ທີ່​ເປັນມົນທິນ​ຕາມ​ກົດບັນຍັດ ຊຶ່ງ​ຮັບ​ເອົາ​ເປັນ​ເຄື່ອງ​ຖວາຍ​ແກ່​ພຣະເຈົ້າຢາເວ​ບໍ່ໄດ້ ຊາຍ​ຄົນ​ນັ້ນ​ຈະ​ຕ້ອງ​ນຳ​ສັດ​ໄປ​ຫາ​ປະໂຣຫິດ.</verse>
				<verse number="12">ປະໂຣຫິດ​ຈະ​ຕີ​ລາຄາ​ສັດ​ນັ້ນ ຕາມ​ສຸຂະພາບ​ວ່າ​ດີ​ຫລື​ບໍ່​ດີ; ປະໂຣຫິດ​ກຳນົດ​ລາຄາ​ເທົ່າໃດ​ກໍ​ເປັນ​ເງິນ​ເທົ່ານັ້ນ.</verse>
				<verse number="13">ຖ້າ​ຊາຍ​ຄົນ​ນັ້ນ​ຕ້ອງການ​ຊື້​ຄືນ ລາວ​ຕ້ອງ​ຈ່າຍ​ເງິນ​ໃຫ້​ຕາມ​ລາຄາ​ສັດ ແລະ​ຕື່ມ​ອີກ​ຊາວ​ເປີເຊັນ​ຂອງ​ເງິນ​ທີ່​ໄດ້​ຈ່າຍ​ໄປ​ນັ້ນ.</verse>
				<verse number="14">ເມື່ອ​ຜູ້ໜຶ່ງ​ມອບ​ເຮືອນ​ຂອງຕົນ​ຖວາຍ​ແກ່​ພຣະເຈົ້າຢາເວ ປະໂຣຫິດ​ຈະ​ຕີ​ລາຄາ​ເຮືອນ​ນັ້ນ​ຕາມ​ຄຸນນະພາບ​ດີ​ຫລື​ບໍ່​ດີ; ປະໂຣຫິດ​ກຳນົດ​ເທົ່າໃດ​ກໍ​ເປັນ​ເງິນ​ເທົ່ານັ້ນ.</verse>
				<verse number="15">ຖ້າ​ຜູ້​ທີ່​ມອບ​ເຮືອນ​ນັ້ນ​ຕ້ອງການ​ຊື້​ຄືນ ລາວ​ຕ້ອງ​ຈ່າຍ​ເງິນ​ໃຫ້​ຕາມ​ລາຄາ​ຂອງ​ເຮືອນ ແລະ​ຕື່ມ​ອີກ​ຊາວ​ເປີເຊັນ.</verse>
				<verse number="16">ຖ້າ​ຜູ້ໜຶ່ງ​ມອບ​ທີ່ດິນ​ຂອງຕົນ​ສ່ວນໃດ​ສ່ວນໜຶ່ງ​ຖວາຍ​ແກ່​ພຣະເຈົ້າຢາເວ ໃຫ້​ຕີ​ລາຄາ​ທີ່ດິນ​ນັ້ນ​ຕາມ​ຈຳນວນ​ພືດ​ທີ່​ໄດ້​ຫວ່ານ​ລົງ​ໄປ​ຄື: ອັດຕາ​ເງິນ​ຫ້າສິບ​ແທ່ງ​ຕໍ່​ເຂົ້າເດືອຍ​ຊາວ​ກິໂລກຼາມ.</verse>
				<verse number="17">ຖ້າ​ລາວ​ມອບ​ທີ່ດິນ​ໃຫ້ ໃນທັນທີ ຫລັງຈາກ​ຄົບຮອບ​ຫ້າສິບ​ປີ​ໃຫ້​ຕີລາຄາ​ທີ່ດິນ​ນັ້ນ​ເຕັມຄ່າ.</verse>
				<verse number="18">ຖ້າ​ລາວ​ຖວາຍ​ທີ່ດິນ​ຫລັງຈາກ​ຄົບຮອບ​ຫ້າສິບ​ປີ ປະໂຣຫິດ​ຈະ​ຄິດ​ຄ່າ​ທີ່ດິນ​ຕາມ​ຈຳນວນ​ປີ​ທີ່​ເຫຼືອ​ຢູ່ ຈົນກວ່າ​ຈະ​ຮອດ​ຄົບຮອບ​ຫ້າສິບ​ປີ​ຊຸດ​ໜ້າ ແລະ​ຈະ​ມີ​ການ​ຫລຸດ​ລາຄາ​ຕາມ​ອັດຕາ​ທີ່​ໄດ້​ກຳນົດ​ໄວ້.</verse>
				<verse number="19">ຖ້າ​ຜູ້​ຖວາຍ​ໄຮ່ນາ​ໃຫ້​ນັ້ນ ຕ້ອງການ​ຊື້​ທີ່ດິນ​ຄືນ ລາວ​ຕ້ອງ​ຈ່າຍ​ເງິນ​ໃຫ້​ຕາມ​ລາຄາ​ຂອງ​ທີ່ດິນ​ນັ້ນ ແລະ​ຕື່ມ​ອີກ​ຊາວ​ເປີເຊັນ.</verse>
				<verse number="20">ຖ້າ​ລາວ​ຂາຍ​ໄຮ່ນາ​ຕໍ່​ໃຫ້​ຄົນອື່ນ​ໂດຍ​ບໍ່ໄດ້​ຊື້​ຄືນ ລາວ​ກໍ​ຈະ​ສູນເສຍ​ສິດທິ​ໃນ​ການ​ຊື້​ນັ້ນ.</verse>
				<verse number="21">ໃນ​ເວລາ​ຄົບຮອບ​ຫ້າສິບ​ປີ​ຊຸດ​ໜ້າ ໄຮ່ນາ​ນັ້ນ​ກໍ​ຈະ​ກາຍເປັນ​ສົມບັດ​ຂອງ​ພຣະເຈົ້າຢາເວ​ຢ່າງ​ຖາວອນ​ຄື: ທີ່ດິນ​ຈະ​ເປັນ​ຂອງ​ປະໂຣຫິດ.</verse>
				<verse number="22">ຖ້າ​ຜູ້ໜຶ່ງ​ມອບ​ໄຮ່ນາ​ທີ່​ຕົນ​ໄດ້​ຊື້​ມາ ຊຶ່ງ​ບໍ່ແມ່ນ​ມໍຣະດົກ​ຈາກ​ຄອບຄົວ​ຂອງຕົນ​ນັ້ນ ຖວາຍ​ແກ່​ພຣະເຈົ້າຢາເວ</verse>
				<verse number="23">ປະໂຣຫິດ​ຈະ​ຄິດໄລ່​ເບິ່ງ​ລາຄາ​ຂອງ​ໄຮ່ນາ​ນັ້ນ ຕາມ​ຈຳນວນ​ປີ ຈົນ​ຮອດ​ຄົບຮອບ​ຫ້າສິບ​ປີ​ຊຸດໜ້າ ແລະ​ຜູ້ນັ້ນ​ຕ້ອງ​ຈ່າຍ​ຄ່າ​ທີ່ດິນ​ໃຫ້​ໃນ​ມື້ນັ້ນໂລດ; ເງິນ​ນັ້ນ​ເປັນ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="24">ເມື່ອ​ຄົບຮອບ​ຫ້າສິບ​ປີ​ມາ​ເຖິງ ໄຮ່ນາ​ນັ້ນ​ຈະ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ເຈົ້າຂອງ​ເດີມ ຫລື​ໃຫ້​ລູກຫລານ​ທີ່​ເປັນ​ເຊື້ອສາຍ​ຂອງ​ລາວ.</verse>
				<verse number="25">ການ​ຕີ​ລາຄາ​ສິ່ງຂອງ​ທັງໝົດ ຈະ​ຕ້ອງ​ກຳນົດ​ເອົາ​ຕາມ​ຫລັກ​ຂອງ​ສຳນັກ​ນະມັດສະການ.</verse>
				<verse number="26">ລູກ​ສັດ​ຫົວປີ​ທຸກໆ​ໂຕ​ເປັນ​ຂອງ​ພຣະເຈົ້າຢາເວ​ແລ້ວ; ສະນັ້ນ ຈຶ່ງ​ບໍ່​ໃຫ້​ຜູ້ໃດ​ນຳ​ມາ​ຖວາຍ​ດ້ວຍ​ໃຈ​ສັດທາ​ແກ່​ພຣະອົງ. ລູກ​ງົວ​ກັບ​ລູກແກະ​ຫລື​ລູກ​ແບ້​ເປັນ​ຂອງ​ພຣະເຈົ້າຢາເວ</verse>
				<verse number="27">ແຕ່​ຖ້າ​ສັດ​ນັ້ນ​ເປັນ​ມົນທິນ​ຕາມ​ກົດບັນຍັດ ອາດ​ຈະ​ຊື້​ຄືນ​ໄດ້​ຕາມ​ລາຄາ​ຂອງ​ສຳນັກ​ນະມັດສະການ ແລະ​ຕື່ມ​ອີກ​ຊາວ​ເປີເຊັນ. ຖ້າ​ບໍ່​ຢາກ​ຊື້​ຄືນ ຈະ​ຂາຍ​ສັດ​ນັ້ນ​ໃຫ້​ຄົນອື່ນ​ຕາມ​ລາຄາ​ທາງການ​ກໍໄດ້.</verse>
				<verse number="28">ຢ່າ​ໃຫ້​ຜູ້ໃດ​ຂາຍ​ຫລື​ຊື້​ຄືນ​ສິ່ງ​ທີ່​ຕົນ​ໄດ້​ຖວາຍ​ຂາດຕົວ ແກ່​ພຣະເຈົ້າຢາເວ​ແລ້ວ ບໍ່​ວ່າ​ຈະ​ເປັນ​ມະນຸດ, ສັດ ຫລື​ທີ່ດິນ​ກໍດີ. ສິ່ງ​ນັ້ນ​ເປັນ​ຂອງ​ພຣະເຈົ້າຢາເວ​ຢ່າງ​ຖາວອນ.</verse>
				<verse number="29">ແມ່ນແຕ່​ມະນຸດ​ຜູ້​ທີ່​ໄດ້​ຖວາຍ​ຕົວ​ແລ້ວ ກໍ​ຈະ​ໄຖ່ຕົວ​ຄືນ​ມາ​ບໍ່ໄດ້​ເດັດຂາດ; ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ.</verse>
				<verse number="30">ເຄື່ອງ​ຖວາຍ​ໜຶ່ງສ່ວນສິບ​ຂອງ​ຜົນລະປູກ​ຈາກ​ທີ່ດິນ ບໍ່​ວ່າ​ເປັນເມັດ​ຫລື​ເປັນ​ໝາກ​ກໍດີ ຈະ​ຕ້ອງ​ເປັນ​ຂອງ​ພຣະເຈົ້າຢາເວ ສິ່ງ​ເຫຼົ່ານັ້ນ​ເປັນ​ບໍຣິສຸດ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="31">ຖ້າ​ຄົນ​ໜຶ່ງ​ຕ້ອງການ​ໄຖ່ເອົາ​ສິ່ງ​ເຫຼົ່ານັ້ນ​ຄືນ​ມາ ລາວ​ຕ້ອງ​ຈ່າຍ​ເງິນ​ໃຫ້​ຕາມ​ລາຄາ​ຂອງ​ສຳນັກ​ນະມັດສະການ ແລະ​ຕື່ມ​ອີກ​ຊາວ​ເປີເຊັນ.</verse>
				<verse number="32">ສັດ​ລ້ຽງ​ໜຶ່ງ​ໃນ​ສິບ​ໂຕ​ເປັນ​ຂອງ​ພຣະເຈົ້າຢາເວ. ເມື່ອ​ນັບ​ສັດ ສັດ​ໂຕ​ທີ​ສິບ​ເປັນ​ຂອງ​ບໍຣິສຸດ​ຖວາຍ​ແກ່​ພຣະເຈົ້າຢາເວ</verse>
				<verse number="33">ຢ່າ​ໃຫ້​ເຈົ້າຂອງ​ສັດ​ຕຽມ​ເລືອກ​ສັດ​ໃນ​ລັກສະນະ​ທີ່​ວ່າ ເລືອກ​ເອົາ​ໂຕ​ບໍ່​ດີ​ແລະ​ລາວ​ຈະ​ສັບ​ປ່ຽນ​ບໍ່ໄດ້. ຖ້າ​ລາວ​ສັບປ່ຽນ​ສັດ​ໂຕໜຶ່ງ​ແທ່ນ​ອີກ​ໂຕໜຶ່ງ ໃນ​ເວລາ​ນັ້ນ​ສັດ​ທັງສອງ​ໂຕ​ຈະ​ເປັນ​ບໍຣິສຸດ ແລະ​ລາວ​ກໍ​ຈະ​ບໍ່ມີ​ສິດ​ໄຖ່​ຄືນ​ໄດ້​ອີກ.”</verse>
				<verse number="34">ອັນ​ນີ້​ແມ່ນ​ຂໍ້ຄຳສັ່ງ​ຕ່າງໆ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ມອບ​ໃຫ້​ໂມເຊ​ທີ່​ເທິງ​ພູເຂົາ​ຊີນາຍ​ສຳລັບ​ປະຊາຊົນ​ອິດສະຣາເອນ.</verse>
			</chapter>
		</book>
		<book number="4">
			<chapter number="1">
				<verse number="1">ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສອງ​ໃນ​ປີ​ທີ​ສອງ ຫລັງຈາກ​ທີ່​ປະຊາຊົນ​ອິດສະຣາເອນ​ອອກ​ຈາກ​ປະເທດ​ເອຢິບ​ແລ້ວ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ວ່າ,</verse>
				<verse number="2">“ໃຫ້​ເຈົ້າ​ແລະ​ອາໂຣນ​ຈົດ​ຈຳນວນພົນ​ຊາວ​ອິດສະຣາເອນ ຕາມ​ຕະກຸນ​ແລະ​ຕາມ​ຄອບຄົວ ໃຫ້​ຈົດ​ລາຍຊື່​ຜູ້ຊາຍ​ທັງໝົດ</verse>
				<verse number="3">ແຕ່​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ທີ່​ເປັນ​ທະຫານ​ໄດ້.</verse>
				<verse number="4">ຈົ່ງ​ຂໍ​ເອົາ​ຫົວໜ້າ​ທຸກໆ​ຕະກຸນ​ຂອງ​ແຕ່ລະເຜົ່າ​ໃຫ້​ຊ່ວຍ​ພວກເຈົ້າ.”</verse>
				<verse number="5">ຕໍ່ໄປນີ້​ແມ່ນ​ລາຍຊື່​ບຸກຄົນ ຄື​ບັນດາ​ຜູ້ນຳ​ຢູ່​ໃນ​ເຜົ່າ​ຂອງ​ພວກເຂົາ ຜູ້​ທີ່​ໄດ້​ຖືກ​ຄັດເລືອກ​ຈາກ​ຊຸມຊົນ ໃຫ້​ຊ່ວຍເຫລືອ​ໃນ​ວຽກງານ​ການ​ຈົດ​ຈຳນວນພົນ​ໃນ​ຄັ້ງ​ນີ້:</verse>
				<verse number="6">ຊື່​ເຜົ່າ ຜູ້​ທີ່​ເປັນ​ຫົວໜ້າ​ຕະກຸນ ຣູເບັນ ເອລີຊູ ລູກຊາຍ​ຂອງ​ເຊເດອູເຣ ຊີເມໂອນ ເຊລູມີເອນ ລູກຊາຍ​ຂອງ​ຊູຣິດຊັດດາຍ ຢູດາ ນາໂຊນ ລູກຊາຍ​ຂອງ​ອຳມີນາດາບ ອິດຊາຄາ ເນທາເນນ ລູກຊາຍ​ຂອງ​ຊູອາ ເຊບູໂລນ ເອລີອາບ ລູກຊາຍ​ຂອງ​ເຮໂລນ ເອຟຣາອິມ ເອລີຊາມາ ລູກຊາຍ​ຂອງ​ອາມມີຮຸດ ມານາເຊ ກາມາລີເອນ ລູກຊາຍ​ຂອງ​ເປດາຊູ ເບັນຢາມິນ ອາບີດານ ລູກຊາຍ​ຂອງ​ກີເດໂອນີ ດານ ອາຮີເອເຊ ລູກຊາຍ​ຂອງ​ອຳມີຊັດດາຍ ອາເຊ ປາກີເອນ ລູກຊາຍ​ຂອງ​ອົກກະຣັນ ກາດ ເອລີອາສັບ ລູກຊາຍ​ຂອງ​ດູເອນ ເນັບທາລີ ອາຮີຣາ ລູກຊາຍ​ຂອງ​ເອນັນ</verse>
				<verse number="7">ດ້ວຍ​ການ​ຊ່ວຍເຫລືອ​ຂອງ​ສິບສອງ​ຄົນ​ນີ້ ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສອງ</verse>
				<verse number="8">ໂມເຊ​ແລະ​ອາໂຣນ​ຈຶ່ງ​ໄດ້​ເອີ້ນ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ມາ ແລະ​ໄດ້​ຈົດ​ຊື່​ພວກເຂົາ​ທັງໝົດ​ຕາມ​ຕະກຸນ ແລະ​ຕາມ​ຄອບຄົວ. ຜູ້ຊາຍ​ອິດສະຣາເອນ​ທຸກຄົນ ຕັ້ງແຕ່​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ໄດ້​ຖືກ​ຈົດ​ຊື່ ແລະ​ຖືກ​ນັບ​ໄວ້</verse>
				<verse number="9">ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້. ໂມເຊ​ໄດ້​ຈົດ​ຊື່​ປະຊາຊົນ​ນີ້​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ.</verse>
			</chapter>
			<chapter number="2">
				<verse number="1">ພຣະເຈົ້າຢາເວ​ໄດ້​ແນະນຳ​ໂມເຊ​ແລະ​ອາໂຣນ​ດັ່ງ​ຕໍ່ໄປນີ້</verse>
				<verse number="2">ຄື: ເມື່ອ​ຊາວ​ອິດສະຣາເອນ​ຕັ້ງ​ຄ້າຍພັກ ໃຫ້​ແຕ່ລະຄົນ​ຕັ້ງ​ຄ້າຍ​ຢູ່​ພາຍໃຕ້​ທຸງໄຊ​ປະຈຳ​ກອງພົນ ແລະ​ທຸງ​ປະຈຳ​ຕະກຸນ​ຂອງ​ຕົນເອງ. ໃຫ້​ຕັ້ງ​ຄ້າຍພັກ​ຢູ່​ອ້ອມຮອບ​ຫໍເຕັນ​ບ່ອນ​ຊຸມນຸມ ແຕ່​ໃຫ້​ຫ່າງໄກ​ພໍສົມຄວນ.</verse>
				<verse number="3">ທາງດ້ານ​ຕາເວັນອອກ ໃຫ້​ເຜົ່າ​ທີ່​ຢູ່​ພາຍໃຕ້​ທຸງໄຊ​ປະຈຳ​ກອງພົນ​ຢູດາ ຕັ້ງ​ຄ້າຍພັກ​ເປັນ​ໝວດ​ໝູ່​ຕ່າງໆ ຢູ່​ພາຍໃຕ້​ການນຳພາ​ຂອງ​ຫົວໜ້າ​ຂອງ​ພວກເຂົາ​ດັ່ງ​ຕໍ່ໄປນີ້: ຢູດາ ນາໂຊນ ລູກຊາຍ​ຂອງ​ອຳມີນາດາບ 74.600 ຄົນ ອິດຊາຄາ ເນທາເນນ ລູກຊາຍ​ຂອງ​ຊູອາ 54.400 ຄົນ ເຊບູໂລນ ເອລີອາບ ລູກຊາຍ​ຂອງ​ເຮໂລນ 57.400 ຄົນ ລວມ: 186.400 ຄົນ ໃຫ້​ກອງພົນ​ຂອງ​ຢູດາ​ຍົກ​ອອກ​ໜ້າ​ກ່ອນ.</verse>
				<verse number="4"></verse>
				<verse number="5"></verse>
				<verse number="6"></verse>
				<verse number="7"></verse>
				<verse number="8"></verse>
				<verse number="9"></verse>
				<verse number="10">ທາງດ້ານ​ໃຕ້​ໃຫ້​ເຜົ່າ​ທີ່​ຢູ່​ພາຍໃຕ້​ທຸງໄຊ​ປະຈຳ​ກອງພົນ​ຂອງ​ຣູເບັນ ຕັ້ງ​ຄ້າຍພັກ​ເປັນ​ໝວດ​ໝູ່​ຕ່າງໆ​ຢູ່​ພາຍໃຕ້​ການ​ນຳພາ​ຂອງ​ຫົວໜ້າ​ຂອງ​ພວກເຂົາ​ດັ່ງ​ຕໍ່ໄປນີ້: ຣູເບັນ ເອລີຊູ, ລູກຊາຍ​ຂອງ​ເຊເດອູເຣ 46.500 ຄົນ ຊີເມໂອນ ເຊລູມີເອນ, ລູກຊາຍ​ຂອງ​ຊູຣິດຊັດດາຍ 59.300 ຄົນ ກາດ ເອລີອາສັບ, ລູກຊາຍ​ຂອງ​ດູເອນ 45.650 ຄົນ ລວມ: 151.450 ຄົນ ໃຫ້​ກອງພົນ​ຂອງ​ຣູເບັນ​ຍົກ​ອອກ​ໄປ​ເປັນ​ພວກ​ທີ​ສອງ.</verse>
				<verse number="11"></verse>
				<verse number="12"></verse>
				<verse number="13"></verse>
				<verse number="14"></verse>
				<verse number="15"></verse>
				<verse number="16"></verse>
				<verse number="17">ຕໍ່ມາ ລະຫວ່າງ​ສອງ​ກອງພົນ​ທີ່​ນຳ​ໜ້າ​ກ່ອນ ແລະ​ສອງ​ກອງພົນ​ທີ່​ນຳຫລັງ​ນັ້ນ ໃຫ້​ຊາວ​ເລວີ​ຫາມ​ຫໍເຕັນ​ບ່ອນ​ຊຸມນຸມ​ຍົກ​ອອກ​ໄປ. ແຕ່ລະ​ກອງພົນ​ຈະ​ຕ້ອງ​ຍົກ​ອອກ​ໄປ​ໃຫ້​ເປັນ​ລຳດັບ​ແບບ​ດຽວກັນ ແລະ​ໃນ​ບ່ອນ​ທີ່​ຕັ້ງ​ຄ້າຍພັກ​ກໍ​ໃຫ້​ຢູ່​ໃນ​ລະບຽບ​ນີ້​ຄື: ແຕ່ລະ​ກອງພົນ​ໃຫ້​ຢູ່​ພາຍໃຕ້​ທຸງໄຊ​ຂອງຕົນ.</verse>
				<verse number="18">ທາງດ້ານ​ຕາເວັນຕົກ ໃຫ້​ເຜົ່າ​ທີ່​ຢູ່​ພາຍໃຕ້​ທຸງໄຊ​ປະຈຳ​ກອງພົນ​ຂອງ​ເອຟຣາອິມ ຕັ້ງ​ຄ້າຍພັກ​ເປັນ​ໝວດ​ໝູ່​ຕ່າງໆ​ຢູ່​ພາຍໃຕ້​ການນຳພາ​ຂອງ​ຫົວໜ້າ​ຂອງ​ພວກເຂົາ​ດັ່ງ​ຕໍ່ໄປນີ້: ເອຟຣາອິມ ເອລີຊາມາ ລູກຊາຍ​ຂອງ​ອາມມີຮຸດ 40.500 ຄົນ ມານາເຊ ກາມາລີເອນ ລູກຊາຍ​ຂອງ​ເປດາຊູ 32.200 ຄົນ ເບັນຢາມິນ ອາບີດານ ລູກຊາຍ​ຂອງ​ກີເດໂອນີ 35.400 ຄົນ ລວມ: 108.100 ຄົນ ໃຫ້​ກອງພົນ​ຂອງ​ເອຟຣາອິມ​ຍົກ​ອອກ​ໄປ​ເປັນ​ພວກ​ທີ​ສາມ.</verse>
				<verse number="19"></verse>
				<verse number="20"></verse>
				<verse number="21"></verse>
				<verse number="22"></verse>
				<verse number="23"></verse>
				<verse number="24"></verse>
				<verse number="25">ທາງ​ດ້ານ​ເໜືອ​ໃຫ້​ເຜົ່າ​ທີ່​ຢູ່​ພາຍໃຕ້​ທຸງໄຊ​ປະຈຳ​ກອງພົນ​ຂອງ​ດານ ຕັ້ງ​ຄ້າຍພັກ​ເປັນ​ໝວດ​ໝູ່​ຕ່າງໆ​ຢູ່​ພາຍໃຕ້​ການນຳພາ​ຂອງ​ຫົວໜ້າ​ຂອງ​ພວກເຂົາ​ດັ່ງ​ຕໍ່ໄປນີ້: ດານ ອາຮີເອເຊ ລູກຊາຍ​ຂອງ​ອຳມີຊັດດາຍ 62.700 ຄົນ ອາເຊ ປາກີເອນ ລູກຊາຍ​ຂອງ​ອົກກະຣັນ 41.500 ຄົນ ເນັບທາລີ ອາຮີຣາ ລູກຊາຍ​ຂອງ​ເອນັນ 53.400 ຄົນ ລວມ: 157.600 ຄົນ ໃຫ້​ກອງພົນ​ຂອງ​ດານ​ຍົກ​ອອກ​ໄປ​ເປັນ​ພວກ​ສຸດທ້າຍ.</verse>
				<verse number="26"></verse>
				<verse number="27"></verse>
				<verse number="28"></verse>
				<verse number="29"></verse>
				<verse number="30"></verse>
				<verse number="31"></verse>
				<verse number="32">ລວມ​ຈຳນວນ​ປະຊາຊົນ​ອິດສະຣາເອນ​ທັງໝົດ ທີ່​ຖືກ​ເກນ​ເຂົ້າ​ເປັນ​ທະຫານ​ຢູ່​ໃນ​ກອງພົນ ເປັນ​ໝວດ​ໝູ່​ຕ່າງໆ​ນັ້ນ​ມີ: 603.550 ຄົນ.</verse>
				<verse number="33">ສ່ວນ​ຊາວ​ເລວີ​ບໍ່ໄດ້​ຖືກ​ຈົດ​ຊື່​ລວມ​ເຂົ້າ​ນຳ​ພວກ​ອິດສະຣາເອນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ກັບ​ໂມເຊ.</verse>
				<verse number="34">ສະນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ປະຕິບັດ​ຕາມ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ກັບ​ໂມເຊ​ໄວ້​ທຸກປະການ. ແຕ່ລະຄົນ​ໃນ​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ພາຍໃຕ້​ທຸງໄຊ​ຂອງຕົນ ແລະ​ຍົກ​ອອກ​ໄປ​ຕາມ​ຕະກຸນ​ຂອງຕົນ.</verse>
			</chapter>
			<chapter number="3">
				<verse number="1">ຕໍ່ໄປນີ້​ແມ່ນ​ຄົນ​ໃນ​ຄອບຄົວ​ຂອງ​ອາໂຣນ​ແລະ​ໂມເຊ ຄາວ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ຢູ່​ເທິງ​ພູເຂົາ​ຊີນາຍ.</verse>
				<verse number="2">ອາໂຣນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ນາດາບ​ຜູ້​ເປັນ​ອ້າຍກົກ, ອາບີຮູ, ເອເລອາຊາ ແລະ​ອີທາມາ.</verse>
				<verse number="3">ພວກເຂົາ​ໄດ້​ຮັບ​ສະຖາປະນາ​ໃຫ້​ເປັນ​ປະໂຣຫິດ ໂດຍ​ໃຊ້​ນໍ້າມັນ​ສັກສິດ​ເຈີມ.</verse>
				<verse number="4">ແຕ່​ນາດາບ​ແລະ​ອາບີຮູ​ໄດ້​ຕາຍ​ຕໍ່ໜ້າ​ພຣະເຈົ້າຢາເວ ຕອນ​ທີ່​ພວກເຂົາ​ໄດ້​ຖວາຍ​ໄຟ​ອັນ​ບໍ່​ບໍຣິສຸດ​ຕໍ່ໜ້າ​ພຣະເຈົ້າຢາເວ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. ພວກເຂົາ​ບໍ່ມີ​ລູກ. ດັ່ງນັ້ນ​ຈຶ່ງ​ມີ​ແຕ່​ເອເລອາຊາ​ແລະ​ອີທາມາ​ເທົ່ານັ້ນ ທີ່​ໄດ້​ຮັບໃຊ້​ໃນ​ຕຳແໜ່ງ​ປະໂຣຫິດ​ໃນ​ຄາວ​ທີ່​ອາໂຣນ​ຍັງ​ມີ​ຊີວິດ​ຢູ່.</verse>
				<verse number="5">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,</verse>
				<verse number="6">“ຈົ່ງ​ນຳ​ເຜົ່າເລວີ​ອອກ​ມາ​ຂ້າງ​ໜ້າ ແລະ​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ຮັບໃຊ້​ປະໂຣຫິດ​ອາໂຣນ.</verse>
				<verse number="7">ພວກເຂົາ​ຈະ​ເຮັດ​ໜ້າທີ່​ຊຶ່ງ​ໄດ້​ຮັບ​ມອບໝາຍ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ເຮັດ​ໜ້າທີ່​ສຳລັບ​ປະໂຣຫິດ​ແລະ​ສຳລັບ​ຊຸມຊົນ​ທັງໝົດ ໂດຍ​ເຮັດວຽກ​ຮັບໃຊ້​ທີ່​ຫໍເຕັນ​ສັກສິດ.</verse>
				<verse number="8">ພວກເຂົາ​ຈະ​ຮັບຜິດຊອບ​ອຸປະກອນ​ທັງໝົດ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ເຮັດ​ໜ້າທີ່​ສຳລັບ​ຊາວ​ອິດສະຣາເອນ​ທັງປວງ ໂດຍ​ເຮັດວຽກ​ຮັບໃຊ້​ທີ່​ຫໍເຕັນ​ສັກສິດ.</verse>
				<verse number="9">ຄວາມ​ຮັບຜິດຊອບ​ຢ່າງ​ດຽວ​ທີ່​ຊາວ​ເລວີ​ມີ​ນັ້ນ ແມ່ນ​ຮັບໃຊ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ.</verse>
				<verse number="10">ເຈົ້າ​ຈະ​ຕ້ອງ​ສະຖາປະນາ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໃຫ້​ເຮັດ​ໜ້າທີ່​ປະໂຣຫິດ; ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຫາກ​ພະຍາຍາມ​ຈະ​ເຮັດ​ໜ້າທີ່​ນີ້​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”</verse>
				<verse number="11">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,</verse>
				<verse number="12">“ແມ່ນ​ເຮົາ​ເອງ​ທີ່​ເປັນ​ຜູ້​ເລືອກ​ເອົາ​ຊາວ​ເລວີ ໃນ​ທ່າມກາງ​ຊາວ​ອິດສະຣາເອນ​ທັງຫລາຍ. ໃຫ້​ພວກເຂົາ​ຮັບໃຊ້​ເຮົາ​ແທນ​ລູກກົກ​ທັງຫລາຍ​ຂອງ​ປະຊາຊົນ​ອິດສະຣາເອນ.</verse>
				<verse number="13">ອັນ​ນີ້​ກໍ​ເປັນ​ຜົນ​ສືບເນື່ອງ​ມາ​ຈາກ ໃນ​ມື້​ທີ່​ເຮົາ​ໄດ້​ຂ້າ​ລູກກົກ​ທັງໝົດ​ຂອງ​ຊາວ​ເອຢິບ​ນັ້ນ ເຮົາ​ໄດ້​ໄວ້​ຊີວິດ​ລູກກົກ​ຂອງ​ຊາວ​ອິດສະຣາເອນ​ທຸກໆ​ຄົນ ແລະ​ສັດ​ໂຕເຖິກ​ຫົວປີ​ທຸກໆ​ໂຕ. ລູກຫົວປີ​ເຫຼົ່ານັ້ນ​ເປັນ​ຂອງເຮົາ. ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
				<verse number="14">ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ ພຣະເຈົ້າຢາເວ​ໄດ້ສັ່ງ​ໂມເຊ​ໃຫ້​ຈົດ​ຈຳນວນພົນ​ຊາວ​ເລວີ ຕາມ​ຕະກຸນ​ແລະ​ຕາມ​ຄອບຄົວ ໂດຍ​ໃຫ້​ນັບ​ເອົາ​ແຕ່​ຜູ້ຊາຍ​ທີ່​ມີ​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ ແລະ​ໂມເຊ​ກໍໄດ້​ປະຕິບັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້ສັ່ງ.</verse>
				<verse number="15"></verse>
				<verse number="16"></verse>
				<verse number="17">ເລວີ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ ຜູ້​ທີ່​ເປັນ​ປູ່ຍ່າຕາຍາຍ​ຂອງ​ຕະກຸນ​ຕ່າງໆ​ທີ່​ໃສ່​ຊື່​ຂອງ​ພວກເຂົາ. ເກໂຊນ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ລິບນີ​ແລະ​ຊີເມອີ; ໂກຮາດ​ມີ​ລູກຊາຍ​ສີ່ ຄົນ​ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ, ອຸດຊີເອນ ແລະ​ເມຣາຣີ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ມາຮະລີ​ແລະ​ມູຊີ. ພວກເຂົາ​ເປັນ​ປູ່ຍ່າຕາຍາຍ​ຂອງ​ບັນດາ​ຄອບຄົວ​ທັງຫລາຍ​ທີ່​ໃສ່​ຊື່​ຂອງ​ພວກເຂົາ.</verse>
				<verse number="18"></verse>
				<verse number="19"></verse>
				<verse number="20"></verse>
				<verse number="21">ຕະກຸນ​ຂອງ​ເກໂຊນ​ມີ​ຄອບຄົວ​ຂອງ​ລິບນີ​ແລະ​ຊີເມອີ.</verse>
				<verse number="22">ຈຳນວນ​ຊາຍ​ທັງໝົດ​ທີ່​ມີ​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ​ມີ: 7.500 ຄົນ.</verse>
				<verse number="23">ໃຫ້​ຕະກຸນ​ນີ້​ຕັ້ງ​ຄ້າຍ​ຢູ່​ທາງທິດ​ຕາເວັນຕົກ​ທາງ​ດ້ານຫລັງ​ຫໍເຕັນ​ສັກສິດ.</verse>
				<verse number="24">ຊຶ່ງ​ແມ່ນ​ເອລີອາສັບ ລູກຊາຍ​ຂອງ​ລາເອນ​ເປັນ​ຫົວໜ້າ​ຕະກຸນ.</verse>
				<verse number="25">ພວກ​ເກໂຊນ​ຮັບຜິດຊອບ​ຫໍເຕັນ​ບ່ອນ​ຊຸມນຸມ​ທີ່​ເປັນ​ຫໍເຕັນ​ສັກສິດ, ຜ້າປົກ​ເຕັນ​ດ້ານໃນ, ຜ້າປົກ​ເຕັນ​ດ້ານນອກ, ຜ້າກັ້ງ​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ,</verse>
				<verse number="26">ຜ້າກັ້ງ​ອ້ອມ​ເດີ່ນ​ທີ່​ລ້ອມ​ທັງ​ຫໍເຕັນ​ແລະ​ແທ່ນບູຊາ ແລະ​ຜ້າກັ້ງ​ທາງເຂົ້າ​ເດີ່ນ​ຂອງ​ຫໍເຕັນ​ສັກສິດ. ພວກເຂົາ​ຮັບຜິດຊອບ​ວຽກງານ​ທຸກຢ່າງ​ທີ່​ກ່ຽວຂ້ອງ​ກັບ​ສິ່ງ​ເຫຼົ່ານີ້.</verse>
				<verse number="27">ຕະກຸນ​ໂກຮາດ​ມີ​ຄອບຄົວ​ຂອງ​ອຳຣາມ, ອີຊະຮາ, ເຮັບໂຣນ ແລະ​ອຸດຊີເອນ.</verse>
				<verse number="28">ຈຳນວນ​ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ​ມີ: 8.600 ຄົນ.</verse>
				<verse number="29">ໃຫ້​ຕະກຸນ​ນີ້​ຕັ້ງ​ຄ້າຍ​ຢູ່​ທາງດ້ານ​ໃຕ້​ຂອງ​ຫໍເຕັນ​ສັກສິດ.</verse>
				<verse number="30">ຊຶ່ງ​ມີ​ເອລີຊາຟັນ​ລູກຊາຍ​ຂອງ​ອຸດຊີເອນ ເປັນ​ຫົວໜ້າ​ຕະກຸນ.</verse>
				<verse number="31">ພວກ​ໂກຮາດ​ຮັບຜິດຊອບ​ຫີບ​ພັນທະສັນຍາ, ໂຕະ, ຫລັກ​ຕະກຽງ, ແທ່ນບູຊາ, ພາຊະນະ​ຕ່າງໆ​ທີ່​ປະໂຣຫິດ​ໃຊ້​ໃນ​ບ່ອນ​ສັກສິດ ແລະ​ຜ້າກັ້ງ​ປະຕູ​ເຂົ້າ​ບ່ອນ​ສັກສິດ​ທີ່ສຸດ. ພວກເຂົາ​ຮັບຜິດຊອບ​ວຽກງານ​ທຸກຢ່າງ​ທີ່​ກ່ຽວຂ້ອງ​ກັບ​ສິ່ງ​ເຫຼົ່ານີ້.</verse>
				<verse number="32">ຫົວໜ້າ​ຂອງ​ພວກ​ເລວີ​ແມ່ນ​ເອເລອາຊາ ລູກຊາຍ​ຂອງ​ປະໂຣຫິດ​ອາໂຣນ. ລາວ​ດູແລ​ຄົນ​ທີ່​ມີ​ໜ້າທີ່​ຮັກສາ​ບ່ອນ​ສັກສິດ​ທີ່ສຸດ​ໃນ​ຫໍເຕັນ.</verse>
				<verse number="33">ຕະກຸນ​ເມຣາຣີ​ມີ​ຄອບຄົວ​ຂອງ​ມາຮະລີ​ແລະ​ມູຊີ.</verse>
				<verse number="34">ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ​ມີ: 6.200 ຄົນ.</verse>
				<verse number="35">ໃຫ້​ຕະກຸນ​ນີ້​ຕັ້ງ​ຄ້າຍພັກ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ຫໍເຕັນ​ສັກສິດ ຊຶ່ງ​ມີ​ຊູຣິເອນ​ລູກຊາຍ​ຂອງ​ອາບີໄຮ ເປັນ​ຫົວໜ້າ​ຕະກຸນ.</verse>
				<verse number="36">ພວກ​ເມຣາຣີ​ໄດ້​ຖືກ​ມອບໝາຍ​ໃຫ້​ຮັບຜິດຊອບ​ວຽກງານ​ໂຄງຮ່າງ​ຂອງ​ຫໍເຕັນ​ສັກສິດ, ໄມ້ກອນ, ໄມ້ເສົາ, ຕີນເສົາ ແລະ​ເຄື່ອງປະກອບ​ທີ່​ກ່ຽວຂ້ອງ​ກັບ​ສິ່ງ​ເຫຼົ່ານີ້​ທັງໝົດ.</verse>
				<verse number="37">ພວກເຂົາ​ຍັງ​ຮັບຜິດຊອບ​ສິ່ງ​ຕໍ່ໄປນີ້​ຄື: ເສົາ, ຕີນຮອງເສົາ, ຫລັກ​ສຽບ ແລະ​ເຊືອກ​ສຳລັບ​ເດີ່ນ​ນອກ​ຂອງ​ຫໍເຕັນ.</verse>
				<verse number="38">ສ່ວນ​ໂມເຊ​ແລະ​ອາໂຣນ​ພ້ອມ​ກັບ​ພວກ​ລູກຊາຍ​ຂອງຕົນ​ນັ້ນ ໃຫ້​ຕັ້ງ​ຄ້າຍ​ຢູ່​ຕໍ່ໜ້າ​ຫໍເຕັນ​ສັກສິດ​ທາງດ້ານ​ຕາເວັນອອກ, ຢູ່​ຕໍ່ໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ພວກເຂົາ​ເປັນ​ຜູ້​ຮັບ​ໜ້າທີ່​ເຮັດ​ພິທີ​ຕ່າງໆ​ໃນ​ບ່ອນ​ສັກສິດ​ແທນ​ປະຊາຊົນ​ອິດສະຣາເອນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ພະຍາຍາມ​ເຮັດ​ພິທີ​ນີ້​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.</verse>
				<verse number="39">ລວມ​ຈຳນວນ​ຜູ້ຊາຍ​ຊາວ​ເລວີ​ທັງໝົດ ທີ່​ມີ​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ​ໃນ​ແຕ່ລະ​ຕະກຸນ ທີ່​ໂມເຊ​ໄດ້​ນັບ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ມີ: 22.000 ຄົນ.</verse>
				<verse number="40">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ລູກຊາຍ​ກົກ​ຂອງ​ຊາວ​ອິດສະຣາເອນ​ທຸກຄົນ​ເປັນ​ຂອງເຮົາ. ດັ່ງນັ້ນ ຈົ່ງ​ຈົດ​ຊື່​ລູກຊາຍ​ກົກ​ທຸກຄົນ​ຂອງ​ຊາວ​ອິດສະຣາເອນ ທີ່​ມີ​ອາຍຸ​ແຕ່​ໜຶ່ງ​ເດືອນ​ຂຶ້ນ​ໄປ.</verse>
				<verse number="41">ເພື່ອ​ແທນ​ລູກ​ກົກ​ທັງໝົດ​ຂອງ​ຊາວ​ອິດສະຣາເອນ ຈົ່ງ​ແຍກ​ຊາວ​ເລວີ​ໄວ້​ເປັນ​ຂອງເຮົາ ເຮົາ​ແມ່ນ​ພຣະເຈົ້າຢາເວ ເຊັ່ນດຽວ​ກັນ ຈົ່ງ​ແຍກ​ເອົາ​ຝູງ​ສັດ​ຂອງ​ຊາວ​ເລວີ ເພື່ອ​ແທນ​ລູກ​ສັດ​ຫົວປີ​ທັງໝົດ​ຂອງ​ຊາວ​ອິດສະຣາເອນ.”</verse>
				<verse number="42">ໂມເຊ​ກໍ​ເຮັດ​ຕາມ​ພຣະເຈົ້າຢາເວ​ໄດ້​ສັ່ງ​ເພີ່ນ​ໄວ້ ແລະ​ໄດ້​ຈົດ​ຊື່​ລູກຊາຍ​ຫົວປີ​ຂອງ​ຊາວ​ອິດສະຣາເອນ​ທຸກໆ​ຄົນ</verse>
				<verse number="43">ທີ່​ມີ​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ. ເມື່ອ​ລວມ​ຈຳນວນ​ທັງໝົດ​ແລ້ວ​ມີ: 22.273 ຄົນ.</verse>
				<verse number="44">ແລ້ວ​ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ອີກ​ວ່າ,</verse>
				<verse number="45">“ບັດນີ້ ຈົ່ງ​ອຸທິດ​ຖວາຍ​ຊາວ​ເລວີ​ໃຫ້​ເປັນ​ຂອງເຮົາ ແທນ​ລູກຊາຍ​ກົກ​ທຸກຄົນ​ຂອງ​ຊາວ​ອິດສະຣາເອນ ແລະ​ຈົ່ງ​ອຸທິດ​ຖວາຍ​ສັດ​ທັງຫລາຍ​ຂອງ​ຊາວ​ເລວີ ແທນ​ລູກຫົວປີ​ຂອງ​ສັດ​ທຸກ​ໂຕ​ຂອງ​ຊາວ​ອິດສະຣາເອນ. ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="46">ແຕ່​ເນື່ອງ​ຈາກ​ວ່າ​ລູກຊາຍ​ກົກ​ຂອງ​ຊາວ​ອິດສະຣາເອນ ມີ​ຈຳນວນ​ເກີນ​ຊາວ​ເລວີ​ຢູ່ 273 ຄົນ; ເຈົ້າ​ຕ້ອງ​ໄຖ່​ຈຳນວນ​ທີ່​ເກີນ​ນັ້ນ​ຄືນ.</verse>
				<verse number="47">ສຳລັບ​ແຕ່ລະຄົນ​ນັ້ນ​ໃຫ້​ເອົາ​ເງິນ​ໄຖ່​ຄືນ​ໃນ​ລາຄາ​ຜູ້ລະ​ຫ້າ​ຫລຽນ ຕາມ​ອັດຕາ​ຂອງ​ສຳນັກ​ນະມັດສະການ;</verse>
				<verse number="48">ແລ້ວ​ເຈົ້າ​ຈົ່ງ​ເອົາ​ເງິນ​ຈຳນວນ​ນີ້​ມອບ​ໃຫ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ.”</verse>
				<verse number="49">ໂມເຊ​ກໍ​ໄດ້​ເຊື່ອຟັງ​ແລະ​ເຮັດ​ຕາມ​ຄື</verse>
				<verse number="50">ໄດ້​ເອົາ​ເງິນ​ຈຳນວນ 1.365 ຫລຽນ</verse>
				<verse number="51">ມອບ​ໃຫ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ແລ້ວ.</verse>
			</chapter>
			<chapter number="4">
				<verse number="1">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ ແລະ​ອາໂຣນ​ດັ່ງນີ້:</verse>
				<verse number="2">“ໃຫ້​ຈົດ​ຈຳນວນພົນ​ຊາວ​ເລວີ​ຢູ່​ໃນ​ຕະກຸນ​ໂກຮາດ ຕາມ​ຕະກຸນ​ຍ່ອຍ​ແລະ​ຕາມ​ຄອບຄົວ.</verse>
				<verse number="3">ເພິ່ນ​ໄດ້​ຈົດ​ຊື່​ຜູ້ຊາຍ​ທຸກຄົນ​ທີ່​ມີ​ອາຍຸ​ຕັ້ງແຕ່ 30 ປີ​ຫາ 50 ປີ ຄື: ພວກ​ທີ່​ມີ​ຄຸນສົມບັດ​ເຮັດ​ໜ້າທີ່​ຮັບໃຊ້​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="4">ໜ້າທີ່​ຮັບຜິດຊອບ​ຂອງ​ພວກ​ໂກຮາດ​ແມ່ນ​ພົວພັນ​ກັບ​ສິ່ງ​ສັກສິດ​ທີ່ສຸດ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="5">ເວລາ​ຊາວ​ອິດສະຣາເອນ​ຍົກຍ້າຍ​ຄ້າຍພັກ ໃຫ້​ອາໂຣນ​ແລະ​ລູກຊາຍ​ຂອງ​ລາວ​ເຂົ້າ​ໄປ​ໃນ​ຫໍເຕັນ ແລະ​ປົດ​ເອົາ​ຜ້າກັ້ງ​ຊຶ່ງ​ໃຊ້​ບັງ​ຫີບ​ພັນທະສັນຍາ​ນັ້ນ​ປົກ​ຫີບ​ໄວ້.</verse>
				<verse number="6">ນອກຈາກນີ້​ໃຫ້​ເອົາ​ໜັງ​ຢ່າງດີ​ປົກ​ທາງ​ເທິງ​ກ່ອນ ແລະ​ເອົາ​ຜ້າ​ສີຟ້າ​ປົກ​ເທິງ​ອີກເທື່ອໜຶ່ງ ແລ້ວ​ຈຶ່ງ​ສອດ​ໄມ້​ຄານຫາມ​ໃສ່.</verse>
				<verse number="7">ຕ້ອງ​ປູ​ຜ້າ​ສີຟ້າ​ລົງ​ເທິງ​ໂຕະ​ກ່ອນ ຊຶ່ງ​ມີ​ເຂົ້າຈີ່​ຖວາຍ​ວາງ​ໄວ້​ທີ່​ນັ້ນ ແລ້ວ​ຈຶ່ງ​ເອົາ​ຊາມ, ຈານ​ເຄື່ອງຫອມ, ຈານ​ໃສ່​ເຄື່ອງ​ຖວາຍ ແລະ​ຈອກ​ໃສ່​ເຫຼົ້າ​ອະງຸ່ນ​ສຳລັບ​ຖວາຍ ວາງ​ໃສ່​ເທິງ​ໂຕະ. ສ່ວນ​ເຂົ້າຈີ່​ນັ້ນ ຈະ​ຕ້ອງ​ມີ​ຢູ່​ເທິງ​ໂຕະ​ສະເໝີ.</verse>
				<verse number="8">ພວກເຂົາ​ຈະ​ຕ້ອງ​ໃຊ້​ຜ້າ​ສີແດງເຂັ້ມ​ປົກ​ສິ່ງຂອງ​ທັງໝົດ​ເຫຼົ່ານີ້​ກ່ອນ ແລະ​ເອົາ​ໜັງ​ຢ່າງດີ​ປົກ​ອີກເທື່ອໜຶ່ງ ແລ້ວ​ຈຶ່ງ​ສອດ​ໄມ້​ຄານຫາມ​ໃສ່.</verse>
				<verse number="9">ພວກເຂົາ​ຈະ​ຕ້ອງ​ໃຊ້​ຜ້າ​ສີຟ້າ​ປົກ​ຫລັກ​ຕະກຽງ, ຕະກຽງ, ເຫລັກຄີບ, ຖາດ​ໃສ່ຄີມ, ແລະ​ຖັງ​ໃສ່​ນໍ້າມັນ​ໄຕ້​ຕະກຽງ.</verse>
				<verse number="10">ໃຫ້​ເອົາ​ໜັງ​ຢ່າງດີ​ຫໍ່​ຕະກຽງ ແລະ​ເຄື່ອງ​ປະກອບ​ທັງໝົດ​ອີກເທື່ອໜຶ່ງ ແລ້ວ​ຈຶ່ງ​ເອົາ​ໄປ​ວາງ​ໄວ້​ທີ່​ເທິງ​ໄມ້ຄານຫາມ.</verse>
				<verse number="11">ຕໍ່ໄປ ພວກເຂົາ​ຈະ​ຕ້ອງ​ເອົາ​ຜ້າ​ສີຟ້າ​ປົກ​ແທ່ນບູຊາ​ຄຳ ແລະ​ເອົາ​ໜັງ​ຢ່າງດີ​ປົກ​ອີກເທື່ອໜຶ່ງ ແລ້ວ​ຈຶ່ງ​ສອດ​ໄມ້ຄານຫາມ​ໃສ່.</verse>
				<verse number="12">ສ່ວນ​ເຄື່ອງໃຊ້​ທັງໝົດ​ໃນ​ສະຖານທີ່​ສັກສິດ​ນັ້ນ ໃຫ້​ເອົາ​ຜ້າ​ສີຟ້າ​ຫໍ່​ແລະ​ເອົາ​ໜັງ​ຢ່າງດີ​ຫໍ່​ອີກເທື່ອໜຶ່ງ ແລ້ວ​ຈຶ່ງ​ເອົາ​ໄປ​ວາງ​ເທິງ​ໄມ້​ຄານຫາມ.</verse>
				<verse number="13">ໃຫ້​ພວກເຂົາ​ເອົາ​ຂີ້ເຖົ່າ​ຂອງ​ໄຂມັນ​ອອກ​ຈາກ​ແທ່ນບູຊາ ແລະ​ເອົາ​ຜ້າ​ສີມ່ວງ​ປົກ​ແທ່ນ​ນັ້ນ​ໄວ້.</verse>
				<verse number="14">ແລ້ວ​ໃຫ້​ເອົາ​ເຄື່ອງໃຊ້​ປະຈຳ​ແທ່ນບູຊາ​ເຊັ່ນ: ຖາດ​ຮອງໄຟ, ຂໍເກາະ, ຊ້ວນ ແລະ​ອ່າງ​ວາງ​ໃສ່​ເທິງ​ນັ້ນ. ແລ້ວ​ຈຶ່ງ​ເອົາ​ໜັງ​ຢ່າງດີ​ປົກ​ອີກເທື່ອໜຶ່ງ ແລະ​ສອດ​ໄມ້​ຄານຫາມ​ໃສ່.</verse>
				<verse number="15">ເມື່ອ​ເຖິງ​ເວລາ​ຍົກຍ້າຍ​ຄ້າຍພັກ ໃຫ້​ຄົນ​ໃນ​ຕະກຸນ​ໂກຮາດ​ຫາມ​ເຄື່ອງ​ອັນ​ບໍຣິສຸດ​ເຫຼົ່ານີ້​ໄປ ຫລັງຈາກ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ປົກຄຸມ​ຫຸ້ມຫໍ່​ແລ້ວ. ຄົນ​ໃນ​ຕະກຸນ​ໂກຮາດ​ບໍ່​ຕ້ອງ​ແຕະຕ້ອງ​ເຄື່ອງໃຊ້​ອັນ​ບໍຣິສຸດ​ນີ້​ເດັດຂາດ ຖ້າ​ແຕະຕ້ອງ ພວກເຂົາ​ຈະ​ຕ້ອງ​ຕາຍ. ເມື່ອ​ຍົກຍ້າຍ​ຫໍເຕັນ​ບ່ອນ​ຊຸມນຸມ​ເທື່ອໃດ ຄົນ​ໃນ​ຕະກຸນ​ໂກຮາດ​ຈະ​ຕ້ອງ​ຮັບ​ໜ້າທີ່​ດັ່ງ​ກ່າວ​ນີ້​ທຸກ​ຄັ້ງ.</verse>
				<verse number="16">ສ່ວນ​ເອເລອາຊາ​ລູກຊາຍ​ຂອງ​ປະໂຣຫິດ​ອາໂຣນ​ນັ້ນ ໃຫ້​ລາວ​ຮັບຜິດຊອບ​ຫໍເຕັນ​ສັກສິດ​ທັງໝົດ​ພ້ອມ​ດ້ວຍ​ນໍ້າມັນ​ສຳລັບ​ໄຕ້​ຕະກຽງ, ເຄື່ອງຫອມ, ພືດຜົນ​ເປັນເມັດ​ເພື່ອ​ຖວາຍບູຊາ, ນໍ້າມັນ​ເຈີມ​ບໍຣິສຸດ ແລະ​ສິ່ງ​ອື່ນ​ອີກ​ທີ່​ຢູ່ໃນ​ນັ້ນ.”</verse>
				<verse number="17">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ກັບ​ອາໂຣນ​ວ່າ,</verse>
				<verse number="18">“ຢ່າ​ປ່ອຍ​ໃຫ້​ຕະກຸນ​ໂກຮາດ​ຕ້ອງ​ຖືກ​ຂ້າ</verse>
				<verse number="19">ໂດຍ​ເຂົ້າ​ມາ​ໃກ້​ສິ່ງຂອງ​ບໍຣິສຸດ​ທີ່ສຸດ​ເຫຼົ່ານີ້. ເພື່ອ​ປ້ອງກັນ​ບໍ່​ໃຫ້​ເຫດ​ເກີດຂຶ້ນ​ໄດ້ ໃຫ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ເຂົ້າ​ໄປ​ກຳກັບ​ບອກ​ພວກເຂົາ​ວ່າ ສິ່ງໃດ​ຄວນ​ເຮັດ​ແລະ​ສິ່ງໃດ​ຄວນ​ຫ້າມ.</verse>
				<verse number="20">ແຕ່​ຖ້າ​ຄົນ​ໃນ​ຕະກຸນ​ໂກຮາດ​ຫາກ​ເຂົ້າ​ໄປ​ໃນ​ຫໍເຕັນ ເບິ່ງ​ປະໂຣຫິດ​ປົກຄຸມ​ຫຸ້ມຫໍ່​ສິ່ງ​ຂອງ​ສັກສິດ​ເພື່ອ​ຍົກຍ້າຍ ພວກເຂົາ​ຈະ​ຕ້ອງ​ຕາຍ.”</verse>
				<verse number="21">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,</verse>
				<verse number="22">“ໃຫ້​ຈົດ​ຈຳນວນພົນ​ຊາວ​ເລວີ​ໃນ​ຕະກຸນ​ເກໂຊນ ຕາມ​ຕະກຸນ​ຍ່ອຍ​ແລະ​ຕາມ​ຄອບຄົວ</verse>
				<verse number="23">ແລະ​ໃຫ້​ລົງ​ທະບຽນ​ຜູ້ຊາຍ​ທັງໝົດ​ຜູ້​ທີ່​ມີ​ອາຍຸ​ແຕ່ 30 ປີ ຫາ 50 ປີ ຄື​ຜູ້​ທີ່​ມີ​ຄຸນສົມບັດ​ເຮັດ​ໜ້າທີ່​ຮັບໃຊ້​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="24">ຄົນ​ເຫຼົ່ານີ້​ຈະ​ເປັນ​ຜູ້​ຮັບຜິດຊອບ​ແບກຫາມ​ສິ່ງຂອງ​ດັ່ງ​ຕໍ່ໄປນີ້:</verse>
				<verse number="25">ຜ້າກັ້ງ​ຂອງ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ, ຜ້າ​ປົກຄຸມ​ຊັ້ນໃນ, ຜ້າ​ປົກຄຸມ​ຊັ້ນນອກ, ໜັງ​ຢ່າງດີ​ເພື່ອ​ໃຊ້​ປົກ​ຍອດ​ຫໍເຕັນ, ຜ້າກັ້ງ​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ,</verse>
				<verse number="26">ຜ້າກັ້ງ​ອື່ນໆ​ກັບ​ເຊືອກ​ສຳລັບ​ອ້ອມ​ເດີ່ນ​ຂອງ​ຫໍເຕັນ​ແລະ​ແທ່ນບູຊາ, ຜ້າກັ້ງ​ທາງ​ປະຕູເຂົ້າ​ເດີ່ນ ແລະ​ເຄື່ອງໃຊ້​ເປັນ​ປະຈຳ​ຢູ່​ໃນ​ຫໍເຕັນ. ພວກເຂົາ​ຈະ​ຕ້ອງ​ເຮັດ​ໜ້າທີ່​ທຸກຢ່າງ​ກ່ຽວກັບ​ສິ່ງ​ທີ່​ໄດ້​ເວົ້າ​ມາ​ນັ້ນ.</verse>
				<verse number="27">ໃຫ້​ຊາວ​ເກໂຊນ​ໄດ້​ປະຕິບັດ​ໜ້າທີ່​ທັງໝົດ ແລະ​ແບກຫາມ​ທຸກໆ​ສິ່ງ​ຕາມ​ການ​ຊີ້ນຳ​ຂອງ​ອາໂຣນ​ເອງ​ແລະ​ພວກ​ລູກຊາຍ​ຂອງ​ເພິ່ນ ທີ່​ໄດ້​ມອບໝາຍ​ໃຫ້​ພວກເຂົາ​ນັ້ນ.</verse>
				<verse number="28">ໃຫ້​ຄົນ​ໃນ​ຕະກຸນ​ເກໂຊນ​ຮັບຜິດຊອບ​ໜ້າທີ່​ດັ່ງ​ກ່າວ​ນັ້ນ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ; ພວກເຂົາ​ຈະ​ຕ້ອງ​ແບກຫາມ​ເຄື່ອງຂອງ​ຕ່າງໆ​ພາຍໃຕ້​ການ​ຊີ້ນຳ​ຂອງ​ອີທາມາ ລູກຊາຍ​ຂອງ​ປະໂຣຫິດ​ອາໂຣນ.</verse>
				<verse number="29">ໃຫ້​ຈົດ​ຈຳນວນພົນ​ຕະກຸນ​ຊາວ​ເລວີ ຕາມ​ຕະກຸນ​ຍ່ອຍ​ແລະ​ຕາມ​ຄອບຄົວ.</verse>
				<verse number="30">ໃນ​ຕະກຸນ​ເມຣາຣີ ເພິ່ນ​ໄດ້​ຈົດ​ຊື່​ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ​ແຕ່ 30 ປີ ຫາ 50 ປີ ຄື​ຜູ້​ທີ່​ມີ​ຄຸນສົມບັດ​ເຮັດ​ໜ້າທີ່​ຮັບໃຊ້​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="31">ພວກເຂົາ​ຈະ​ຕ້ອງ​ຮັບຜິດຊອບ​ແບກຫາມ​ໂຄງຮ່າງ​ຫໍເຕັນ​ບ່ອນ​ຊຸມນຸມ​ມີ: ໄມ້​ຄານ​ກາງ​ຂອງ​ຫໍເຕັນ​ສັກສິດ, ເສົາ, ຕີນ​ຮອງ,</verse>
				<verse number="32">ແລະ​ຫລັກ​ຂອງເຕັນ, ຕີນ​ຮອງຫລັກ, ຫລັກສຽບ, ຕະຫລອດ​ທັງ​ເຊືອກ​ສຳລັບ​ອ້ອມ​ເດີ່ນ ແລະ​ເຄື່ອງ​ປະກອບ​ໃນ​ການ​ຕິດຕັ້ງ​ທັງໝົດ​ດ້ວຍ. ແຕ່ລະຄົນ​ຈະ​ຮັບຜິດຊອບ ແບກຫາມ​ສິ່ງ​ຂອງ​ແຕ່ລະ​ຢ່າງ​ໂດຍ​ສະເພາະ.</verse>
				<verse number="33">ໃຫ້​ຄົນ​ໃນ​ຕະກຸນ​ເມຣາຣີ​ຮັບຜິດຊອບ​ໜ້າທີ່​ດັ່ງ​ກ່າວ​ນັ້ນ​ທັງໝົດ​ທີ່​ພົວພັນ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ; ພວກເຂົາ​ຈະ​ຕ້ອງ​ແບກຫາມ​ເຄື່ອງຂອງ​ຕ່າງໆ​ພາຍໃຕ້​ການ​ຊີ້ນຳ​ຂອງ​ອີທາມາ ລູກຊາຍ​ຂອງ​ປະໂຣຫິດ​ອາໂຣນ.”</verse>
				<verse number="34">ໂດຍ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ໂມເຊ​ແລະ​ອາໂຣນ​ພ້ອມ​ດ້ວຍ​ບັນດາ​ຜູ້ນຳ​ຂອງ​ຊຸມຊົນ​ອິດສະຣາເອນ ໄດ້​ຈົດ​ຈຳນວນພົນ​ຊາວ​ເລວີ​ໃນ​ສາມ​ຕະກຸນ ດັ່ງນີ້: ໂກຮາດ, ເກໂຊນ ແລະ​ເມຣາຣີ. ການ​ຈົດ​ຈຳນວນພົນ​ນີ້​ໄດ້​ນັບ​ເອົາ​ຕາມ​ຕະກຸນ​ຍ່ອຍ​ແລະ​ຕາມ​ຄອບຄົວ ໂດຍ​ຈົດ​ຊື່​ຄົນ​ອາຍຸ​ຕັ້ງແຕ່​30 ປີ ຫາ 50 ປີ ຄື: ຜູ້​ທີ່​ມີ​ຄຸນສົມບັດ​ເຮັດ​ໜ້າທີ່​ຮັບໃຊ້​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ:</verse>
				<verse number="35">ຕະກຸນ ຈຳນວນ ໂກຮາດ 2.750 ຄົນ ເກໂຊນ 2.630 ຄົນ ເມຣາຣີ 3.200 ຄົນ ລວມ: 8.580 ຄົນ</verse>
				<verse number="36">ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຜ່ານ​ໂມເຊ. ຄົນເລວີ​ແຕ່ລະຄົນ​ໄດ້ຮັບ​ຄຳແນະນຳ​ໂດຍ​ສະເພາະ​ກ່ຽວກັບ​ໜ້າທີ່ ຊຶ່ງ​ພວກເຂົາ​ຕ້ອງ​ເຮັດ​ແລະ​ສິ່ງ​ທີ່​ພວກເຂົາ​ຕ້ອງ​ແບກຫາມ ແລະ​ໂມເຊ​ກໍໄດ້​ຈົດ​ບັນຊີ​ແຕ່ລະຄົນ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.</verse>
			</chapter>
			<chapter number="5">
				<verse number="1">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,</verse>
				<verse number="2">“ຈົ່ງ​ສັ່ງ​ປະຊາຊົນ​ອິດສະຣາເອນ​ໃຫ້​ໄລ່​ທຸກຄົນ​ທີ່​ເປັນ​ໂຣກ​ຂີ້ທູດ ຫລື​ມີ​ສິ່ງ​ບໍ່​ສະອາດ​ໄຫລ​ອອກ​ມາ​ຈາກ​ຮ່າງກາຍ ແລະ​ເປັນມົນທິນ​ເພາະ​ແຕະຕ້ອງ​ຊາກສົບ ອອກ​ໄປ​ຈາກ​ຄ້າຍພັກ​ອາໄສ.</verse>
				<verse number="3">ຈົ່ງ​ໄລ່​ຄົນ​ເຫຼົ່ານີ້​ອອກ​ໄປ​ຢູ່​ນອກ​ຄ້າຍພັກ ບໍ່​ວ່າ​ຍິງ​ຫລື​ຊາຍ​ກໍຕາມ; ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ນຳ​ເອົາ​ຄວາມ​ໜ້າກຽດ​ໜ້າຊັງ​ມາສູ່​ຄ້າຍພັກ ບ່ອນ​ທີ່​ເຮົາ​ສະຖິດ​ຢູ່​ໃນ​ທ່າມກາງ​ປະຊາຊົນ​ຂອງເຮົາ.”</verse>
				<verse number="4">ຊາວ​ອິດສະຣາເອນ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ໄລ່​ພວກເຂົາ​ທຸກຄົນ​ອອກ​ໄປ​ຈາກ​ຄ້າຍພັກ.</verse>
				<verse number="5">ພຣະເຈົ້າຢາເວ​ໄດ້​ມອບ​ຄຳສັ່ງ​ດັ່ງ​ຕໍ່ໄປນີ້​ໃຫ້​ແກ່​ໂມເຊ​ວ່າ,</verse>
				<verse number="6">“ເມື່ອ​ປະຊາຊົນ​ອິດສະຣາເອນ ຜູ້ໃດ​ຜູ້ໜຶ່ງ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ ແລະ​ເຮັດ​ຜິດ​ຕໍ່​ຜູ້ໜຶ່ງ​ຜູ້ໃດ</verse>
				<verse number="7">ລາວ​ຕ້ອງ​ສາລະພາບ​ຄວາມຜິດ​ຂອງຕົນ ແລະ​ໃຫ້​ໃຊ້​ແທນຄືນ​ແກ່​ຜູ້​ທີ່​ຕົນ​ໄດ້​ເຮັດ​ຜິດ​ນັ້ນ ທັງ​ຕື່ມ​ອີກ​ຊາວ​ເປີເຊັນ.</verse>
				<verse number="8">ແຕ່​ຖ້າ​ຜູ້​ຮັບ​ນັ້ນ​ຫາກ​ຕາຍໄປ ແລະ​ບໍ່ມີ​ຍາດພີ່ນ້ອງ​ໃກ້ຄຽງ​ທີ່​ຈະ​ຮັບ​ຄ່າ​ໃຊ້​ແທນຄືນ; ຈົ່ງ​ມອບ​ເງິນ​ນັ້ນ​ໃຫ້​ປະໂຣຫິດ​ເພື່ອ​ເປັນ​ການ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ. ນອກຈາກນີ້ ຜູ້​ເຮັດ​ຜິດ​ຈະ​ຕ້ອງ​ຖວາຍ​ແກະເຖິກ​ໂຕໜຶ່ງ ເພື່ອ​ປະກອບ​ພິທີ​ລຶບລ້າງ​ບາບ​ຂອງຕົນ.</verse>
				<verse number="9">ເຊັ່ນດຽວ​ກັນ ການ​ຖວາຍ​ແກວ່ງໄປ​ແກວ່ງມາ​ທຸກ​ເທື່ອ ທີ່​ຊາວ​ອິດສະຣາເອນ​ໄດ້​ນຳ​ມາ​ຖວາຍ ຈະ​ເປັນ​ຂອງ​ປະໂຣຫິດ​ຜູ້​ປະກອບ​ພິທີ​ລຶບລ້າງ​ບາບ.</verse>
				<verse number="10">ປະໂຣຫິດ​ແຕ່ລະຄົນ​ຈະ​ຮັບ​ເອົາ​ເຄື່ອງ​ບູຊາ​ທີ່​ນຳ​ມາ​ຖວາຍ​ນັ້ນ​ເປັນ​ຂອງຕົນ.”</verse>
				<verse number="11">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ,</verse>
				<verse number="12">“ໃຫ້​ມອບ​ຄຳແນະນຳ​ດັ່ງ​ຕໍ່ໄປນີ້​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ ຖ້າ​ຊາຍ​ຜູ້ໜຶ່ງ​ເກີດ​ສົງໄສ​ເມຍ​ຂອງຕົນ​ວ່າ ນາງ​ບໍ່​ສັດຊື່​ແລະ​ເປັນ​ຊູ້​ກັບ​ຊາຍ​ຄົນອື່ນ, ແຕ່​ຕົນ​ບໍ່​ແນ່ໃຈ​ຍ້ອນ​ວ່າ​ຜູ້ເປັນ​ເມຍ​ອາດ​ອຳ​ໄວ້ ຄື​ບໍ່ມີ​ຜູ້​ຮູ້ເຫັນ​ເປັນ​ພະຍານ​ໃຫ້ ແລະ​ຈັບ​ບໍ່ໄດ້​ຄາທີ່​ຄາບ່ອນ ຫລື​ອາດ​ເປັນໄປ​ໄດ້​ທີ່​ຊາຍ​ຜູ້ໜຶ່ງ​ເກີດ​ສົງໄສ​ເມຍ​ຂອງຕົນ ໂດຍ​ທີ່​ນາງ​ບໍ່ໄດ້​ນອກໃຈ​ຕົນ​ກໍຕາມ.</verse>
				<verse number="13"></verse>
				<verse number="14"></verse>
				<verse number="15">ໃນ​ສອງ​ກໍລະນີ​ນີ້ ໃຫ້​ຜູ້​ເປັນ​ຜົວ​ພາ​ເມຍ​ຂອງຕົນ​ໄປ​ຫາ​ປະໂຣຫິດ. ລາວ​ຈະ​ຕ້ອງ​ນຳ​ແປ້ງເຂົ້າ​ໜຶ່ງ​ກິໂລກຼາມ​ໄປ​ຖວາຍ, ແຕ່​ລາວ​ຈະ​ບໍ່​ຖອກ​ນໍ້າມັນ​ໝາກກອກເທດ​ໃສ່​ແປ້ງ ຫລື​ໂຮຍ​ເຄື່ອງຫອມ​ລົງ​ເທິງ​ແປ້ງ​ນັ້ນ ເພາະ​ແມ່ນ​ການ​ຖວາຍ​ທີ່​ເກີດ​ຈາກ​ຄວາມ​ສົງໄສ ເພື່ອ​ຈະ​ນຳ​ຄວາມ​ຈິງໃຈ​ມາ​ສູ່​ຊຶ່ງກັນແລະກັນ.</verse>
				<verse number="16">ປະໂຣຫິດ​ຈະ​ນຳ​ຍິງ​ນັ້ນ​ມາໃກ້, ແລະ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="17">ເພິ່ນ​ຈະ​ຖອກ​ນໍ້າ​ບໍຣິສຸດ​ໃສ່​ຖ້ວຍ​ດິນ ແລະ​ເອົາ​ຂີ້ຝຸ່ນ​ດີນ​ທີ່​ຫໍເຕັນ​ສັກສິດ ໂຮຍ​ລົງ​ໃນ​ນໍ້າ.</verse>
				<verse number="18">ແລ້ວ​ປະໂຣຫິດ​ກໍ​ຈະໃຫ້​ຍິງນັ້ນ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ, ແກ້​ຜົມ​ທີ່​ນາງ​ມ້ວນ​ໄວ້​ນັ້ນ​ອອກ​ມາ, ແລະ​ເອົາ​ແປ້ງເຂົ້າ​ທີ່​ນາງ​ນຳ​ມາ​ຖວາຍ​ໃຫ້​ນາງ​ຖື. ສ່ວນ​ປະໂຣຫິດ​ເອງ​ຈະ​ເປັນ​ຜູ້​ຖື​ຖ້ວຍ​ນໍ້າ​ຂົມ​ທີ່​ນຳ​ຄຳສາບແຊ່ງ​ມາ​ໃຫ້.</verse>
				<verse number="19">ແລ້ວ​ປະໂຣຫິດ​ກໍ​ຈະ​ກ່າວ​ຄຳ​ສາບານ ໂດຍ​ໃຫ້​ຍິງ​ຜູ້ນັ້ນ​ຕອບ​ຮັບ​ດັ່ງນີ້: ‘ຖ້າ​ເຈົ້າ​ຫາກ​ບໍ່ໄດ້​ຫລີ້ນຊູ້ ເຈົ້າ​ກໍ​ຈະ​ພົ້ນ​ຈາກ​ຄຳສາບແຊ່ງ​ທີ່​ນໍ້າ​ນີ້​ຈະ​ນຳ​ມາ​ໃຫ້.</verse>
				<verse number="20">ແຕ່​ຖ້າ​ເຈົ້າ​ຫາກ​ໄດ້​ຫລີ້ນຊູ້ ກໍ​ຂໍໃຫ້​ພຣະເຈົ້າຢາເວ​ເຮັດ​ໃຫ້​ຊື່​ຂອງ​ເຈົ້າ​ຖືກ​ປະນາມ​ຢູ່​ໃນ​ທ່າມກາງ​ຄົນ​ທັງຫລາຍ. ຂໍ​ພຣະອົງ​ບັນດານ​ໃຫ້​ອະໄວຍະວະ​ລັບ​ຂອງ​ເຈົ້າ​ເປັນ​ໝັນ​ແລະ​ທ້ອງ​ຂອງ​ເຈົ້າ​ໃຄ່.</verse>
				<verse number="21"></verse>
				<verse number="22">ຂໍ​ພຣະເຈົ້າຢາເວ​ເຮັດ​ໃຫ້​ນໍ້າ​ທີ່​ເຂົ້າ​ໄປ​ໃນ​ທ້ອງ​ຂອງ​ເຈົ້າ​ນັ້ນ ເຮັດ​ໃຫ້​ທ້ອງ​ເຈົ້າ​ໃຄ່ ແລະ​ທັງ​ເຮັດ​ໃຫ້​ອະໄວຍະວະ​ລັບ​ຂອງ​ເຈົ້າ​ເປັນ​ໝັນ​ດ້ວຍ.’ ຍິງ​ນັ້ນ​ຈະ​ຕ້ອງ​ຕອບ​ວ່າ, ‘ອາແມນ ອາແມນ.’</verse>
				<verse number="23">ແລ້ວ​ປະໂຣຫິດ​ກໍ​ຈະ​ຂຽນ​ຄຳສາບແຊ່ງ​ຈຸ່ມ​ລົງ​ໃນ​ນໍ້າ​ຂົມ ຈົນ​ຄຳສາບແຊ່ງ​ນັ້ນ​ລຶບອອກ.</verse>
				<verse number="24">ກ່ອນ​ຈະ​ເອົາ​ນໍ້າ​ໃຫ້​ຍິງ​ຜູ້ນັ້ນ​ດື່ມ ຄື​ນໍ້າ​ທີ່​ເຮັດ​ໃຫ້​ນາງ​ເຈັບປວດ</verse>
				<verse number="25">ປະໂຣຫິດ​ຈະ​ຮັບ​ເອົາ​ແປ້ງ​ຊຶ່ງ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ​ນໍາ​ມາ​ທີ່​ແທ່ນບູຊາ.</verse>
				<verse number="26">ແລ້ວ​ປະໂຣຫິດ​ກໍ​ຈະ​ກຳ​ເອົາ​ແປ້ງ​ໜຶ່ງ​ກຳ​ໄປ​ເຜົາ​ທີ່​ເທິງ​ແທ່ນບູຊາ ເພື່ອ​ເປັນ​ເຄື່ອງໝາຍ​ສະແດງ​ວ່າ ໄດ້​ຖວາຍ​ແປ້ງ​ນັ້ນ​ແລ້ວ. ສຸດທ້າຍ ເພິ່ນ​ຈຶ່ງ​ເອົາ​ນໍ້າ​ໃຫ້​ນາງ​ດື່ມ.</verse>
				<verse number="27">ຖ້າ​ນາງ​ຫາກ​ໄດ້​ຫລີ້ນຊູ້​ແທ້ ນໍ້າ​ນັ້ນ​ກໍ​ຈະ​ເຮັດ​ໃຫ້​ນາງ​ໄດ້​ຮັບ​ຄວາມ​ເຈັບປວດ​ຢ່າງແຮງ; ທ້ອງ​ຂອງ​ນາງ​ຈະ​ໃຄ່​ແລະ​ອະໄວຍະວະ​ກໍ​ຈະ​ລີບ​ເຂົ້າ. ຝ່າຍ​ຄົນ​ທັງຫລາຍ​ຈະ​ສາບແຊ່ງ​ຊື່​ຂອງ​ນາງ.</verse>
				<verse number="28">ແຕ່​ຖ້າ​ນາງ​ຫາກ​ບໍ່ມີ​ຄວາມຜິດ ນາງ​ກໍ​ຈະ​ບໍ່​ເປັນ​ອັນຕະລາຍ​ແຕ່​ຢ່າງ​ໃດ ແລະ​ນາງ​ຈະ​ມີ​ລູກ​ໄດ້.</verse>
				<verse number="29">ອັນນີ້ ແມ່ນ​ກົດບັນຍັດ​ໃນ​ກໍລະນີ​ທີ່​ຊາຍ​ຜູ້ໜຶ່ງ​ຫຶງຫວງ​ແລະ​ສົງໄສ​ວ່າ ເມຍ​ຂອງຕົນ​ຫລີ້ນຊູ້. ແລ້ວ​ຍິງນັ້ນ​ຈະ​ຕ້ອງ​ຢືນ​ຢູ່​ຕໍ່ໜ້າ​ແທ່ນບູຊາ​ຊ້ອງໜ້າ​ພຣະເຈົ້າຢາເວ ແລະ​ປະໂຣຫິດ​ຈະ​ເປັນ​ຜູ້​ປະຕິບັດ​ຕາມ​ກົດບັນຍັດ​ນີ້​ທຸກ​ປະການ.</verse>
				<verse number="30"></verse>
				<verse number="31">ຝ່າຍ​ຜົວ​ຈະ​ພົ້ນ​ຄວາມຜິດ ແຕ່​ຝ່າຍ​ເມຍ​ກໍ​ຈະ​ໄດ້​ຮັບ​ໂທດ​ຖ້າ​ນາງ​ຫາກ​ເຮັດ​ຜິດ.”</verse>
			</chapter>
			<chapter number="6">
				<verse number="1">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ,</verse>
				<verse number="2">“ຈົ່ງ​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, ຊາຍ​ຫລື​ຍິງ​ຄົນ​ໃດ​ທີ່​ບະບົນ​ຕົນເອງ​ເປັນ​ພິເສດ​ວ່າ ຈະ​ເປັນ​ຄົນ​ນາຊີຣີ​ແລະ​ອຸທິດ​ຕົນ​ໃຫ້​ແກ່​ພຣະເຈົ້າຢາເວ</verse>
				<verse number="3">ຈະ​ຕ້ອງ​ບໍ່​ດື່ມ​ເຫຼົ້າ​ອະງຸ່ນ ຫລື​ເຫຼົ້າ. ລາວ​ຈະ​ຕ້ອງ​ບໍ່​ດື່ມ​ເຄື່ອງ​ດື່ມ​ຊະນິດ​ໃດໆ ທີ່​ເຮັດ​ດ້ວຍ​ໝາກອະງຸ່ນ​ຫລື​ກິນ​ໝາກອະງຸ່ນ​ສົດ​ຫລື​ແຫ້ງ.</verse>
				<verse number="4">ຕາບໃດ​ທີ່​ລາວ​ຍັງ​ເປັນ​ຄົນ​ນາຊີຣີ​ຢູ່ ລາວ​ຈະ​ຕ້ອງ​ບໍ່​ກິນ​ສິ່ງໃດ​ທີ່​ມາ​ຈາກ​ໝາກອະງຸ່ນ ແມ່ນແຕ່​ແນວປູກ​ແລະ​ເປືອກ​ຂອງ​ມັນ​ກໍຕາມ.</verse>
				<verse number="5">ໃນ​ລະຫວ່າງ​ທີ່​ອຸທິດ​ຕົນ​ເປັນ​ຄົນ​ນາຊີຣີ​ຢູ່​ນັ້ນ ລາວ​ຈະ​ຕ້ອງ​ບໍ່​ຕັດ​ຜົມ​ຫລື​ແຖ​ໜວດ. ລາວ​ຈະ​ຕ້ອງ​ຢູ່​ໃຕ້​ຄຳ​ບະບົນຕົວ​ຕະຫລອດ​ເວລາ​ທີ່​ວ່າ ຈະ​ອຸທິດ​ຕົນ​ໃຫ້​ແກ່​ພຣະເຈົ້າຢາເວ ແລະ​ລາວ​ຈະ​ຕ້ອງ​ຈົ່ງ​ຜົມ​ແລະ​ຈົ່ງ​ໜວດ​ຂອງຕົນ.</verse>
				<verse number="6">ຜົມ​ຂອງ​ລາວ​ເປັນ​ເຄື່ອງໝາຍ​ຂອງ​ການ​ອຸທິດ​ຕົນ​ໃຫ້​ແກ່​ພຣະເຈົ້າຢາເວ. ສະນັ້ນ ລາວ​ຈຶ່ງ​ຈະ​ຕ້ອງ​ບໍ່​ປະພຶດ​ຕົນ​ໃຫ້​ເປັນມົນທິນ​ໂດຍ​ເຂົ້າ​ໄປ​ໃກ້​ຊາກສົບ ບໍ່​ວ່າ​ຂອງ​ພໍ່​ແມ່​ຫລື​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ກໍຕາມ.</verse>
				<verse number="7"></verse>
				<verse number="8">ຕາບໃດ​ທີ່​ລາວ​ຍັງ​ເປັນ​ຄົນ​ນາຊີຣີ​ຢູ່ ລາວ​ຈະ​ຕ້ອງ​ປະພຶດ​ຕົນ​ຢ່າງ​ບໍຣິສຸດ​ໃຫ້​ແກ່​ພຣະເຈົ້າຢາເວ.</verse>
				<verse number="9">ຖ້າ​ມີ​ຄົນ​ໜຶ່ງ​ຫາກ​ຕາຍ​ຢ່າງ​ກະທັນຫັນ​ຢູ່​ໃກ້​ຄົນ​ນາຊີຣີ ອັນ​ເປັນ​ເຫດ​ໃຫ້​ຜົມ​ອັນ​ສັກສິດ​ຂອງ​ລາວ​ເປັນ​ມົນທິນ ລາວ​ຕ້ອງ​ຄອຍ​ຖ້າ​ເຈັດ​ວັນ​ກ່ອນ​ຈຶ່ງ​ຕັດ​ຜົມ​ແລະ​ແຖ​ໜວດ​ໄດ້. ແລ້ວ​ລາວ​ກໍ​ຈະ​ເປັນມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="10">ໃນ​ວັນ​ທີ​ແປດ ລາວ​ຈະ​ຕ້ອງ​ນຳ​ນົກເຂົາ​ຫລື​ນົກ​ກາງແກ​ແນວ​ລະ​ສອງ​ໂຕ ມາ​ໃຫ້​ປະໂຣຫິດ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="11">ປະໂຣຫິດ​ຈະ​ຕ້ອງ​ຖວາຍ​ໂຕໜຶ່ງ​ເພື່ອ​ເປັນ​ການ​ລຶບລ້າງ​ບາບ ແລະ​ອີກ​ໂຕໜຶ່ງ​ຈະ​ຕ້ອງ​ເຜົາບູຊາ​ເພື່ອ​ປະກອບ​ພິທີ​ຊຳລະ​ຕົວ​ໃຫ້​ບໍຣິສຸດ ຍ້ອນ​ແຕະຕ້ອງ​ຊາກສົບ. ນັບ​ແຕ່​ວັນ​ນັ້ນ​ເປັນ​ຕົ້ນ​ໄປ ຊາຍ​ຄົນ​ນີ້​ຈະ​ຮັກສາ​ຜົມ​ຂອງ​ລາວ​ໃຫ້​ສັກສິດ​ອີກ​ໃໝ່</verse>
				<verse number="12">ແລະ​ຈະ​ຕ້ອງ​ອຸທິດ​ຕົນ​ໃຫ້​ແກ່​ພຣະເຈົ້າຢາເວ ເປັນ​ຄົນ​ນາຊີຣີ​ອີກ​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້. ການ​ອຸທິດ​ຕົນ​ໃນ​ຄັ້ງ​ກ່ອນ​ນັ້ນ​ໃຊ້​ການ​ບໍ່ໄດ້ ເພາະວ່າ​ຜົມ​ອັນ​ສັກສິດ​ຂອງ​ລາວ​ເປັນ​ມົນທິນ. ເພື່ອ​ເປັນ​ການ​ໃຊ້​ແທນຄືນ ລາວ​ຈະ​ຕ້ອງ​ນຳ​ແກະເຖິກ​ໂຕໜຶ່ງ​ອາຍຸ​ໜຶ່ງ​ປີ​ມາ​ຖວາຍ.</verse>
				<verse number="13">ເມື່ອ​ຄົບ​ກຳນົດ​ບະບົນ​ແລ້ວ ຄົນ​ນາຊີຣີ​ຈະ​ຕ້ອງ​ປະກອບ​ພິທີ​ຕາມ​ກົດບັນຍັດ ລາວ​ຈະ​ຕ້ອງ​ໄປ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ</verse>
				<verse number="14">ແລະ​ຖວາຍ​ສັດ​ສາມ​ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີ​ຕຳໜິ ໃຫ້​ແກ່​ພຣະເຈົ້າຢາເວ​ດັ່ງນີ້: ແກະເຖິກ​ໂຕໜຶ່ງ​ອາຍຸ​ໜຶ່ງ​ປີ​ເພື່ອ​ເຜົາບູຊາ, ແກະ​ແມ່​ໂຕໜຶ່ງ​ອາຍຸ​ໜຶ່ງ​ປີ​ເພື່ອ​ລຶບລ້າງ​ບາບ ແລະ​ແກະເຖິກ​ໂຕໜຶ່ງ​ເພື່ອ​ຄວາມ​ສາມັກຄີທຳ.</verse>
				<verse number="15">ລາວ​ຈະ​ຕ້ອງ​ຖວາຍ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ອີກ​ກະຕ່າ​ໜຶ່ງ​ຄື: ເຂົ້າໜົມ​ເປັນ​ແຜ່ນ​ໜາໆ​ທີ່​ເຮັດ​ດ້ວຍ​ແປ້ງ​ປະສົມ​ກັບ​ນໍ້າມັນ​ໝາກກອກເທດ, ເຂົ້າໜົມ​ເປັນ​ແຜ່ນ​ບາງໆ​ທີ່​ປົນ​ກັບ​ນໍ້າມັນ​ໝາກກອກເທດ ແລະ​ນອກຈາກນີ້​ຍັງ​ຈະ​ຖວາຍ​ພືດຜົນ​ເປັນເມັດ ແລະ​ເຫຼົ້າ​ອະງຸ່ນ​ຕາມ​ກຳນົດ​ອີກ​ດ້ວຍ.</verse>
				<verse number="16">ປະໂຣຫິດ​ຈະ​ຕ້ອງ​ຖວາຍ​ສິ່ງ​ທັງໝົດ​ເຫຼົ່ານັ້ນ​ຕໍ່ໜ້າ​ພຣະເຈົ້າຢາເວ ພ້ອມ​ທັງ​ຖວາຍ​ເຄື່ອງ​ລຶບລ້າງ​ບາບ​ແລະ​ເຄື່ອງບູຊາ​ດ້ວຍ​ໄຟ.</verse>
				<verse number="17">ເພິ່ນ​ຈະ​ຕ້ອງ​ຖວາຍ​ແກະເຖິກ ໃຫ້​ແກ່​ພຣະເຈົ້າຢາເວ​ເພື່ອ​ຄວາມ​ສາມັກຄີທຳ ພ້ອມ​ກັບ​ກະຕ່າ​ເຂົ້າຈີ່​ນັ້ນ; ເພິ່ນ​ຈະ​ຕ້ອງ​ຖວາຍ​ພືດຜົນ​ເປັນເມັດ​ແລະ​ເຫຼົ້າ​ອະງຸ່ນ​ອີກ​ດ້ວຍ.</verse>
				<verse number="18">ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ຄົນ​ນາຊີຣີ​ຈະ​ແຖ​ຫົວ​ຂອງຕົນ​ແລະ​ເອົາ​ຜົມ​ໄປ​ຈູດ​ໄຟ ທີ່​ກຳລັງ​ໄໝ້​ເຄື່ອງ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ຢູ່​ນັ້ນ.</verse>
				<verse number="19">ແລ້ວ​ປະໂຣຫິດ​ກໍ​ຈະ​ເອົາ​ຊີ້ນ​ຂາໜ້າ​ຂອງ​ແກະເຖິກ ທີ່​ຕົ້ມ​ສຸກ​ແລ້ວ ພ້ອມ​ທັງ​ເຂົ້າໜົມ​ໜາ​ແຜ່ນ​ໜຶ່ງ​ແລະ​ເຂົ້າໜົມ​ບາງ​ແຜ່ນ​ໜຶ່ງ ໄປ​ໃສ່​ມື​ຂອງ​ຄົນ​ນາຊີຣີ.</verse>
				<verse number="20">ຕໍ່ມາ ປະໂຣຫິດ​ຈະ​ຖວາຍ​ສິ່ງ​ເຫຼົ່ານີ້ ເປັນ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ; ສິ່ງ​ເຫຼົ່ານັ້ນ ເປັນ​ເຄື່ອງ​ຖວາຍ​ອັນ​ສັກສິດ​ສຳລັບ​ປະໂຣຫິດ ນອກຈາກ​ສ່ວນ​ທຳມະດາ​ທີ່​ເພິ່ນ​ໄດ້​ຮັບ​ຕາມ​ກົດບັນຍັດ​ຄື: ຊີ້ນ​ໜ້າເອິກ​ແລະ​ຂາ​ຂອງ​ແກະເຖິກ. ຫລັງຈາກ​ນັ້ນ ຄົນ​ນາຊີຣີ​ຈຶ່ງ​ດື່ມ​ເຫຼົ້າ​ອະງຸ່ນ​ໄດ້.</verse>
				<verse number="21">ອັນນີ້ ເປັນ​ກົດບັນຍັດ​ຂອງ​ຄົນ​ນາຊີຣີ, ແຕ່​ຖ້າ​ຄົນ​ນາຊີຣີ​ຜູ້ໜຶ່ງ​ຫາກ​ສາບານ​ວ່າ ຈະ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ​ນອກເໜືອ​ໄປກວ່ານີ້ອີກ ລາວ​ຕ້ອງ​ປະຕິບັດ​ໃຫ້​ສຳເລັດ​ຕາມ​ທີ່​ຕົນ​ໄດ້​ສາບານ​ໄວ້.”</verse>
				<verse number="22">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ</verse>
				<verse number="23">ໃຫ້​ບອກ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ເພິ່ນ ອວຍພອນ​ປະຊາຊົນ​ອິດສະຣາເອນ ໂດຍ​ໃຊ້​ຖ້ອຍຄຳ​ດັ່ງ​ຕໍ່ໄປນີ້:</verse>
				<verse number="24">“ຂໍ​ພຣະເຈົ້າຢາເວ​ອວຍພອນ​ແລະ​ປົກປັກ​ຮັກສາ​ພວກເຈົ້າ;</verse>
				<verse number="25">ຂໍ​ພຣະເຈົ້າຢາເວ​ຫຼຽວເບິ່ງ​ພວກເຈົ້າ​ດ້ວຍ​ຄວາມ​ເມດຕາ​ແລະ​ກະລຸນາ;</verse>
				<verse number="26">ຂໍ​ພຣະເຈົ້າຢາເວ​ຫຼຽວເບິ່ງ​ພວກເຈົ້າ​ດ້ວຍ​ຄວາມ​ເມດຕາ​ເອັນດູ ແລະ​ໂຜດ​ສັນຕິສຸກ​ແກ່​ພວກເຈົ້າ​ເຖີດ.”</verse>
				<verse number="27">“ຖ້າ​ພວກເຂົາ​ຫາກ​ກ່າວ​ຄຳອວຍພອນ​ແກ່​ລູກ​ຫຼານ​ອິດສະຣາເອນ ໃນ​ນາມຊື່​ຂອງເຮົາ​ດັ່ງນີ້ ເຮົາ​ກໍ​ຈະ​ອວຍພອນ​ພວກເຂົາ.”</verse>
			</chapter>
			<chapter number="7">
				<verse number="1">ໃນ​ວັນ​ທີ່​ໂມເຊ​ກາງ​ຫໍເຕັນ​ສັກສິດ​ສຳເລັດ​ຮຽບຮ້ອຍ​ນັ້ນ; ເພິ່ນ​ໄດ້​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ ແລະ​ອຸທິດ​ຖວາຍ​ຫໍເຕັນ​ກັບ​ເຄື່ອງໃຊ້​ຕ່າງໆ​ປະຈຳ​ຫໍເຕັນ ແລະ​ແທ່ນບູຊາ​ກັບ​ເຄື່ອງໃຊ້​ຕ່າງໆ​ປະຈຳ​ແທ່ນບູຊາ.</verse>
				<verse number="2">ແລ້ວ​ບັນດາ​ຫົວໜ້າ​ຕະກຸນ​ທັງຫລາຍ ທີ່​ເປັນ​ຜູ້ນຳ​ໃນ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ຄື​ພວກ​ທີ່​ຮັບຜິດຊອບ​ໃນ​ການ​ຈົດ​ສຳມະໂນຄົວ</verse>
				<verse number="3">ຕ່າງ​ກໍ​ນຳ​ເອົາ​ສິ່ງຂອງ​ຂອງ​ພວກ​ຕົນ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ​ດັ່ງນີ້: ກວຽນ​ຫົກ​ລຳ​ກັບ​ງົວເຖິກ​ຫົກ​ຄູ່, ກວຽນ​ລຳ​ໜຶ່ງ​ຕໍ່​ຜູ້ນຳ​ສອງ​ຄົນ ແລະ​ງົວເຖິກ​ໂຕໜຶ່ງ​ຕໍ່​ຜູ້ນຳ​ຄົນ​ໜຶ່ງ ເມື່ອ​ນຳ​ສິ່ງ​ເຫຼົ່ານີ້​ມາ​ຕໍ່ໜ້າ​ຫໍເຕັນ​ສັກສິດ​ແລ້ວ</verse>
				<verse number="4">ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ,</verse>
				<verse number="5">“ຈົ່ງ​ຮັບ​ເອົາ​ຂອງ​ຖວາຍ​ເຫຼົ່ານີ້​ໄວ້​ໃຊ້​ໃນ​ວຽກງານ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ ແລ້ວ​ຈົ່ງ​ມອບ​ຕໍ່​ໃຫ້​ຊາວ​ເລວີ​ຕາມ​ວຽກງານ​ທີ່​ພວກເຂົາ​ຮັບຜິດຊອບ​ນັ້ນ.”</verse>
				<verse number="6">ດັ່ງນັ້ນ ໂມເຊ​ຈຶ່ງ​ເອົາ​ກວຽນ​ແລະ​ງົວ​ມອບ​ໃຫ້​ຊາວ​ເລວີ.</verse>
				<verse number="7">ເພິ່ນ​ໄດ້​ມອບ​ກວຽນ​ສອງ​ລຳ​ກັບ​ງົວເຖິກ​ສອງ​ຄູ່​ໃຫ້​ພວກ​ເກໂຊນ</verse>
				<verse number="8">ແລະ​ກວຽນ​ສີ່​ລຳ​ກັບ​ງົວເຖິກ​ສີ່​ຄູ່​ໃຫ້​ພວກ​ເມຣາຣີ. ວຽກງານ​ທັງໝົດ​ຂອງ​ພວກເຂົາ​ແມ່ນ​ຢູ່​ໃຕ້​ການ​ຊີ້ນຳ​ຂອງ​ອີທາມາ ລູກຊາຍ​ຂອງ​ອາໂຣນ.</verse>
				<verse number="9">ແຕ່​ໂມເຊ​ບໍ່ໄດ້​ມອບ​ກວຽນ​ແລະ​ງົວ​ໃຫ້​ພວກ​ໂກຮາດ ເພາະວ່າ​ສິ່ງຂອງ​ບໍຣິສຸດ​ທີ່​ພວກເຂົາ​ເບິ່ງແຍງ​ຮັກສາ​ນັ້ນ ຕ້ອງ​ແບກຫາມ​ໂດຍ​ພວກເຂົາ​ເອງ.</verse>
				<verse number="10">ບັນດາ​ຜູ້ນຳ​ຊາດ​ອິດສະຣາເອນ​ໄດ້​ນຳ​ເຄື່ອງ​ຖວາຍ ສຳລັບ​ການ​ອຸທິດ​ແທ່ນບູຊາ​ມາ​ໃຫ້​ເຊັ່ນດຽວ​ກັນ. ເມື່ອ​ພວກເຂົາ​ຕຽມພ້ອມ​ທີ່​ຈະ​ຖວາຍ​ຂອງ​ຖວາຍ​ທີ່​ແທ່ນບູຊາ​ນັ້ນ</verse>
				<verse number="11">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ແຕ່ລະມື້ ຈົ່ງ​ໃຫ້​ຫົວໜ້າ​ແຕ່ລະຄົນ​ນຳ​ເຄື່ອງ​ມາ​ຖວາຍບູຊາ​ທີ່​ແທ່ນ ຕາມ​ຜຽນ​ຂອງ​ໃຜ​ລາວ​ໃຫ້​ຄົບ​ສິບສອງ​ວັນ.”</verse>
			</chapter>
			<chapter number="8">
				<verse number="1">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ວ່າ,</verse>
				<verse number="2">“ຈົ່ງ​ບອກ​ອາໂຣນ​ໃຫ້​ຕັ້ງ​ຕະກຽງ​ເຈັດ​ໜ່ວຍ​ຢູ່​ເທິງ​ຫລັກ​ຕະກຽງ ໂດຍ​ໃຫ້​ແສງ​ໄຟ​ເຍືອງ​ໄປ​ຂ້າງໜ້າ.”</verse>
				<verse number="3">ອາໂຣນ​ກໍໄດ້​ເຊື່ອຟັງ ແລະ​ຕັ້ງ​ຕະກຽງ​ເຍືອງ​ໄປ​ຂ້າງໜ້າ​ຂອງ​ຫລັກ​ຕະກຽງ, ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້.</verse>
				<verse number="4">ແລະ​ຫລັກ​ຕະກຽງ​ນັ້ນ ແຕ່​ລຸ່ມ​ຂຶ້ນ​ເທິງ​ແມ່ນ​ເຮັດ​ດ້ວຍ​ຄຳ​ທີ່​ຕີ​ເປັນ​ລວດລາຍ ຕາມ​ແບບ​ທີ່​ພຣະເຈົ້າຢາເວ​ໄດ້​ສຳແດງ​ໃຫ້​ແກ່​ໂມເຊ.</verse>
				<verse number="5">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,</verse>
				<verse number="6">“ຈົ່ງ​ແຍກ​ພວກ​ເລວີ​ອອກ​ຈາກ​ພວກ​ອິດສະຣາເອນ​ຄົນອື່ນໆ ແລະ​ຊຳລະ​ພວກເຂົາ</verse>
				<verse number="7">ຕາມ​ພິທີ​ການ​ດັ່ງນີ້: ໃຫ້​ໃຊ້​ນໍ້າ​ຊຳລະ​ຊິດ​ໃສ່​ພວກເຂົາ, ໃຫ້​ພວກເຂົາ​ແຖ​ຂົນ​ຕາມ​ຕົນຕົວ ແລະ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຂົາ. ແລ້ວ​ກໍ​ຈະ​ຖືວ່າ​ພວກເຂົາ​ບໍ່​ເປັນ​ມົນທິນ.</verse>
				<verse number="8">ຕໍ່ມາ​ໃຫ້​ພວກເຂົາ​ນຳ​ງົວເຖິກໜຸ່ມ​ໂຕໜຶ່ງ ແລະ​ພືດຜົນ​ເປັນເມັດ​ມາ​ຖວາຍ​ຄູ່​ກັນ​ຄື: ແປ້ງເຂົ້າ​ປະສົມ​ກັບ​ນໍ້າມັນ​ໝາກກອກເທດ ແລະ​ໃຫ້​ນຳ​ງົວເຖິກໜຸ່ມ​ໂຕໜຶ່ງ​ມາ​ອີກ​ເປັນ​ການ​ຖວາຍ​ລຶບລ້າງ​ບາບ.</verse>
				<verse number="9">ແລ້ວ​ຈົ່ງ​ເອີ້ນ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ມາ​ເຕົ້າໂຮມ​ກັນ ໂດຍ​ໃຫ້​ພວກ​ເລວີ​ຢືນ​ຢູ່​ແຖວໜ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="10">ຈົ່ງ​ໃຫ້​ພວກ​ເລວີ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຊົນຊາດ​ອິດສະຣາເອນ​ເອົາ​ມື​ວາງ​ທີ່​ເທິງ​ຫົວ​ຂອງ​ພວກ​ເລວີ,</verse>
				<verse number="11">ແລ້ວ​ອາໂຣນ​ກໍ​ຈະ​ຖວາຍ​ພວກເຂົາ​ຕໍ່ໜ້າ​ພຣະເຈົ້າຢາເວ ເປັນ​ເຄື່ອງ​ບູຊາ​ແກວ່ງໄປ​ແກວ່ງມາ​ຈາກ​ຊາວ​ອິດສະຣາເອນ ເພື່ອ​ວ່າ​ພວກ​ເລວີ​ຈະ​ເຮັດ​ໜ້າທີ່​ຮັບໃຊ້​ພຣະເຈົ້າຢາເວ.</verse>
				<verse number="12">ແລ້ວ​ໃຫ້​ພວກ​ເລວີ​ວາງ​ມື​ລົງ​ເທິງ​ຫົວ​ງົວເຖິກໜຸ່ມ​ສອງ​ໂຕ​ນັ້ນ; ໂຕໜຶ່ງ​ໃຫ້​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ອີກ​ໂຕໜຶ່ງ​ນັ້ນ​ໃຫ້​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ ເພື່ອ​ເປັນ​ພິທີ​ຊຳລະ​ພວກ​ເລວີ.</verse>
				<verse number="13">ຈົ່ງ​ອຸທິດ​ຖວາຍ​ພວກ​ເລວີ​ໃຫ້​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ ​ແກ່​ພຣະເຈົ້າຢາເວ ແລະ​ໃຫ້​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ເປັນ​ຜູ້ດູແລ​ພວກເຂົາ.</verse>
				<verse number="14">ໃນ​ທຳນອງນີ້ ໃຫ້​ເຈົ້າ​ແຍກ​ພວກ​ເລວີ​ອອກ​ຈາກ​ພວກ​ອິດສະຣາເອນ​ຄົນອື່ນໆ ເພື່ອ​ວ່າ​ພວກເຂົາ​ຈະ​ເປັນ​ຂອງເຮົາ.</verse>
				<verse number="15">ຫລັງຈາກ​ເຈົ້າ​ໄດ້​ຊຳລະ​ແລະ​ອຸທິດ​ຖວາຍ​ພວກ​ເລວີ​ແກ່​ເຮົາ​ແລ້ວ ພວກເຂົາ​ຈຶ່ງ​ຈະ​ມີ​ຄຸນສົມບັດ​ເຮັດ​ວຽກ​ງານ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ​ໄດ້.</verse>
				<verse number="16">ເຮົາ​ໄດ້​ໃຫ້​ເຈົ້າ​ແຍກ​ເອົາ​ພວກ​ເລວີ ແທນ​ລູກກົກ​ຂອງ​ຊາວ​ອິດສະຣາເອນ​ທຸກ​ຄົນ ແລະ​ພວກເຂົາ​ຈະ​ເປັນ​ຂອງເຮົາ​ແຕ່​ຜູ້​ດຽວ​ເທົ່ານັ້ນ.</verse>
				<verse number="17">ເມື່ອ​ເຮົາ​ໄດ້​ຂ້າ​ລູກກົກ​ທັງໝົດ​ໃນ​ປະເທດ​ເອຢິບ​ນັ້ນ ເຮົາ​ໄດ້​ອຸທິດ​ຖວາຍ​ລູກກົກ​ຂອງ​ຊາວ​ອິດສະຣາເອນ​ແຕ່ລະ​ຄອບຄົວ​ໃຫ້​ເປັນ​ຂອງເຮົາ ຕະຫລອດ​ທັງ​ລູກຫົວປີ​ຂອງ​ສັດ​ທຸກໆ​ໂຕ​ດ້ວຍ.</verse>
				<verse number="18">ບັດນີ້ ເຮົາ​ກຳລັງ​ຮັບ​ເອົາ​ພວກ​ເລວີ​ໄວ້​ແທນ​ລູກກົກ​ຂອງ​ຊາວ​ອິດສະຣາເອນ;</verse>
				<verse number="19">ເຮົາ​ໄດ້​ມອບ​ພວກ​ເລວີ​ໃຫ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ເປັນ​ຂອງ​ຖວາຍ​ຈາກ​ຊາວ​ອິດສະຣາເອນ; ເພື່ອ​ໃຫ້​ພວກ​ເລວີ​ບົວລະບັດ​ຫໍເຕັນ​ບ່ອນ​ຊຸມນຸມ​ແທນ​ປະຊາຊົນ​ອິດສະຣາເອນ​ທັງໝົດ ແລະ​ເພື່ອ​ປ້ອງກັນ​ພວກເລວີ​ຈາກ​ໄພພິບັດ​ທີ່​ຈະ​ມາ​ຖືກ​ພວກເຂົາ ເມື່ອໃດ​ທີ່​ພວກເຂົາ​ເຂົ້າ​ມາ​ໃກ້​ສະຖານທີ່​ສັກສິດ​ເກີນ​ໄປ.”</verse>
				<verse number="20">ສະນັ້ນ ໂມເຊ​ແລະ​ອາໂຣນ​ພ້ອມ​ກັບ​ປະຊາຊົນ​ອິດສະຣາເອນ ຈຶ່ງ​ໄດ້​ອຸທິດ​ຖວາຍ​ພວກເລວີ​ໃຫ້​ແກ່​ພຣະເຈົ້າຢາເວ ຕາມ​ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="21">ພວກ​ເລວີ​ໄດ້​ຊຳລະ​ຕົນເອງ​ແລະ​ຊັກ​ເຄື່ອງນຸ່ງຫົ່ມ ແລ້ວ​ອາໂຣນ​ກໍ​ອຸທິດ​ຖວາຍ​ພວກເຂົາ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ໃຫ້​ແກ່​ພຣະເຈົ້າຢາເວ. ເພິ່ນ​ໄດ້​ປະກອບ​ພິທີ​ຊຳລະ​ໃຫ້​ພວກເຂົາ​ຄືກັນ.</verse>
				<verse number="22">ປະຊາຊົນ​ໄດ້​ເຮັດ​ທຸກໆ​ສິ່ງ​ຕໍ່​ພວກ​ເລວີ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້. ສະນັ້ນ ພວກເຂົາ​ຈຶ່ງ​ມີ​ຄຸນສົມບັດ​ເຮັດ​ວຽກງານ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ໂດຍ​ພາຍໃຕ້​ການ​ດູແລ​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ເພິ່ນ.</verse>
				<verse number="23">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ອີກ​ວ່າ,</verse>
				<verse number="24">“ຊາວ​ເລວີ​ແຕ່ລະຄົນ​ທີ່​ມີ​ອາຍຸ 25​ປີ ຂຶ້ນ​ໄປ ຈະ​ຕ້ອງ​ປະຕິບັດ​ໜ້າທີ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ;</verse>
				<verse number="25">ເມື່ອ​ອາຍຸ​ຮອດ 50​ປີ ແລ້ວ​ຈຶ່ງ​ໃຫ້​ພວກເຂົາ​ເຊົາ.</verse>
				<verse number="26">ຫລັງຈາກ​ນັ້ນ​ແລ້ວ ພວກເຂົາ​ອາດ​ຊ່ວຍ​ພີ່ນ້ອງ​ເລວີ​ຄົນອື່ນໆ​ເຮັດ​ໜ້າທີ່​ຮັກສາ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ກໍໄດ້; ແຕ່​ຢ່າ​ໃຫ້​ພວກເຂົາ​ປະຕິບັດ​ໜ້າທີ່​ໂດຍ​ຕົນເອງ. ອັນນີ້ ແມ່ນ​ຂໍ້​ບັງຄັບ​ໃນ​ການ​ກຳນົດ​ໜ້າທີ່​ໃຫ້​ພວກ​ເລວີ​ເຮັດ.”</verse>
			</chapter>
			<chapter number="9">
				<verse number="1">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ ເມື່ອ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ທີ​ສອງ ຫລັງຈາກ​ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ອອກ​ຈາກ​ປະເທດ​ເອຢິບ. ພຣະອົງ​ກ່າວ​ວ່າ,</verse>
				<verse number="2">“ໃນ​ວັນ​ທີ​ສິບສີ່ ຂອງ​ເດືອນ​ນີ້ ຕັ້ງແຕ່​ຕາເວັນ​ຕົກ​ດິນ​ໄປ ໃຫ້​ປະຊາຊົນ​ອິດສະຣາເອນ​ສະຫລອງ​ປັດສະຄາ ຕາມ​ລະບຽບການ​ແລະ​ກົດເກນ​ທຸກຢ່າງ​ທີ່​ໄດ້​ກຳນົດ​ໄວ້.”</verse>
				<verse number="3"></verse>
				<verse number="4">ສະນັ້ນ ໂມເຊ​ຈຶ່ງ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ​ໃຫ້​ສະຫລອງ​ປັດສະຄາ.</verse>
				<verse number="5">ແລະ​ໃນ​ຕອນແລງ​ຂອງ​ວັນ​ທີ​ສິບສີ່​ເດືອນ​ທີ​ໜຶ່ງ ພວກເຂົາ​ໄດ້​ຈັດ​ພິທີ​ຂຶ້ນ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. ປະຊາຊົນ​ໄດ້​ປະຕິບັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ທຸກປະການ.</verse>
				<verse number="6">ແຕ່​ໄດ້​ມີ​ປະຊາຊົນ​ບາງຄົນ​ທີ່​ເປັນ​ມົນທິນ ຍ້ອນ​ພວກເຂົາ​ໄດ້​ແຕະຕ້ອງ​ຊາກສົບ ແລະ​ພວກເຂົາ​ບໍ່​ສາມາດ​ສະຫລອງ​ປັດສະຄາ​ໃນ​ມື້​ນັ້ນ​ໄດ້. ພວກເຂົາ​ຈຶ່ງ​ໄດ້​ໄປ​ຖາມ​ໂມເຊ​ແລະ​ອາໂຣນ</verse>
				<verse number="7">ແລະ​ກ່າວ​ວ່າ, “ພວກເຮົາ​ເປັນ​ມົນທິນ​ຍ້ອນ​ພວກເຮົາ​ໄດ້​ແຕະຕ້ອງ​ຊາກສົບ, ແຕ່​ເປັນຫຍັງ​ພວກເຮົາ​ຈຶ່ງ​ຖືກ​ຍົກເວັ້ນ​ຈາກ​ການ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ກັບ​ຊາວ​ອິດສະຣາເອນ​ຄົນອື່ນໆ?”</verse>
				<verse number="8">ໂມເຊ​ຈຶ່ງ​ຕອບ​ວ່າ, “ຈົ່ງ​ລໍ​ຖ້າ​ຈົນກວ່າ​ຂ້າພະເຈົ້າ​ໄດ້​ຮັບ​ຄຳແນະນຳ ຈາກ​ພຣະເຈົ້າຢາເວ​ກ່ຽວກັບ​ເລື່ອງ​ນີ້.”</verse>
				<verse number="9">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ</verse>
				<verse number="10">ໃຫ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ດັ່ງນີ້: “ເມື່ອ​ຜູ້ໃດ​ໃນ​ພວກເຈົ້າ ຫລື​ລູກຫລານ​ຂອງ​ພວກເຈົ້າ​ເປັນ​ມົນທິນ ຍ້ອນ​ແຕະຕ້ອງ​ຊາກສົບ​ຫລື​ຍ້ອນ​ເດີນທາງ​ໄກ ແຕ່​ຍັງ​ຕ້ອງການ​ທີ່​ຈະ​ຖື​ປັດສະຄາ​ຖວາຍ​ແກ່​ພຣະເຈົ້າຢາເວ​ຢູ່</verse>
				<verse number="11">ຈົ່ງ​ໃຫ້​ພວກເຂົາ​ສະຫລອງ​ພິທີ​ນີ້​ໄດ້​ເດືອນ​ໜຶ່ງ​ຕໍ່ມາ ຄື​ໃນ​ຕອນແລງ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ສອງ ຈົ່ງ​ສະຫລອງ​ພິທີ​ນັ້ນ​ດ້ວຍ​ການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກັບ​ຜັກຂົມ.</verse>
				<verse number="12">ຢ່າ​ປະ​ອາຫານ​ໃດໆ​ເຫຼືອ​ໄວ້​ຮອດ​ມື້ອື່ນ​ເຊົ້າ ແລະ​ຢ່າ​ຫັກ​ກະດູກ​ໃດໆ​ຂອງ​ສັດ. ຈົ່ງ​ສະຫລອງ​ປັດສະຄາ​ນີ້​ຕາມ​ລະບຽບ​ທຸກຢ່າງ​ທີ່​ໄດ້​ວາງ​ໄວ້.</verse>
				<verse number="13">ແຕ່​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຫາກ​ບໍ່​ເປັນມົນທິນ​ແລະ​ບໍ່ໄດ້​ເດີນທາງ​ໄກ, ຜູ້​ນັ້ນ​ບໍ່ໄດ້​ຖື​ປັດສະຄາ, ກໍ​ຢ່າ​ຖື​ລາວ​ວ່າ​ເປັນ​ປະຊາຊົນ​ຂອງ​ເຮົາ​ອີກ​ຕໍ່ໄປ ເພາະ​ລາວ​ບໍ່ໄດ້​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ​ຕາມ​ກຳນົດ​ທີ່​ໄດ້​ຖືກ​ວາງ​ໄວ້. ລາວ​ຕ້ອງ​ຮັບ​ຜົນ​ບາບກຳ​ທີ່​ຕົນ​ໄດ້​ກະທຳ​ນັ້ນ.</verse>
				<verse number="14">ຖ້າ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ ຫາກ​ຢາກ​ຖື​ປັດສະຄາ​ຂອງ​ພຣະເຈົ້າຢາເວ ເຂົາ​ຕ້ອງ​ຖື​ຕາມ​ລະບຽບ​ການ​ແລະ​ກົດເກນ​ທຸກຢ່າງ. ຈົ່ງ​ໃຊ້​ກົດບັນຍັດ​ນີ້​ສຳລັບ​ທຸກໆ​ຄົນ ບໍ່​ວ່າ​ເປັນ​ຄົນ​ອິດສະຣາເອນ​ຫລື​ຄົນ​ຕ່າງດ້າວ​ກໍຕາມ.”</verse>
				<verse number="15">ໃນ​ມື້​ຕັ້ງ​ຫໍເຕັນ​ສັກສິດ, ໄດ້​ມີ​ເມກ​ມາ​ປົກຄຸມ​ຫໍເຕັນ​ສັກສິດ, ຫໍເຕັນ​ແຫ່ງ​ພັນທະສັນຍາ. ແຕ່​ຕອນ​ກາງຄືນ​ເມກ​ໄດ້ປົກຄຸມ​ຫໍເຕັນ​ສັກສິດ​ຈົນເຖິງ​ຕອນເຊົ້າ. ແລະ​ກາງຄືນ​ເບິ່ງ​ຄື​ໄຟ.</verse>
				<verse number="16"></verse>
				<verse number="17">ເມື່ອໃດ​ເມກ​ລອຍ​ຂຶ້ນ​ໄປ ປະຊາຊົນ​ອິດສະຣາເອນ​ໄດ້​ມ້າງ​ຄ້າຍພັກ​ເມື່ອນັ້ນ ແລະ​ພວກເຂົາ​ກໍ​ຕັ້ງ​ຄ້າຍພັກ​ໃໝ່​ອີກ​ໃນ​ບ່ອນ​ທີ່​ເມກ​ລອຍ​ລົງ​ມາ.</verse>
				<verse number="18">ປະຊາຊົນ​ໄດ້​ມ້າງ​ຄ້າຍພັກ​ແລະ​ຕັ້ງ​ຄ້າຍພັກ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ. ຕາບໃດ​ທີ່​ເມກ​ຍັງ​ປົກຄຸມ​ຫໍເຕັນ​ສັກສິດ​ຢູ່ ພວກເຂົາ​ກໍ​ຢູ່​ໃນ​ຄ້າຍພັກ​ບ່ອນ​ເກົ່າ.</verse>
				<verse number="19">ເມື່ອ​ເມກ​ປົກຄຸມ​ຫໍເຕັນ​ສັກສິດ​ເປັນ​ເວລາ​ນານ ພວກເຂົາ​ຕ້ອງ​ເຊື່ອຟັງ​ພຣະເຈົ້າຢາເວ​ແລະ​ບໍ່ໄດ້​ເຄື່ອນຍ້າຍ​ໄປ​ໃສ.</verse>
				<verse number="20">ບາງ​ເທື່ອ​ເມກ​ໄດ້​ປົກຄຸມ​ຢູ່​ເທິງ​ຫໍເຕັນ​ສັກສິດ ພຽງແຕ່​ບໍ່​ເທົ່າໃດ​ວັນ​ເທົ່ານັ້ນ; ໃນ​ກໍລະນີ​ໃດ​ກໍຕາມ ພວກເຂົາ​ຈະ​ຢູ່​ຕາມ​ທີ່​ພຣະເຈົ້າຢາເວ​ສັ່ງ​ຫລື​ຍົກຍ້າຍ​ໄປ​ກໍ​ແມ່ນ​ພຣະເຈົ້າຢາເວ​ເປັນ​ຜູ້​ສັ່ງການ.</verse>
				<verse number="21">ບາງ​ເທື່ອ​ເມກ​ໄດ້​ປົກຄຸມ​ຢູ່​ພຽງ​ຕອນແລງ​ຫາ​ຕອນເຊົ້າ​ເທົ່ານັ້ນ ພວກເຂົາ​ກໍ​ຍົກຍ້າຍ​ທັນທີ ທີ່​ເມກ​ລອຍ​ຂຶ້ນ​ໄປ ເມກ​ລອຍ​ຂຶ້ນ​ເມື່ອໃດ ພວກເຂົາ​ກໍ​ຍົກຍ້າຍ​ໄປ​ເມື່ອນັ້ນ.</verse>
				<verse number="22">ບໍ່​ວ່າ​ຈະ​ເປັນ​ສອງມື້, ໜຶ່ງເດືອນ, ໜຶ່ງ​ປີ ຫລື​ດົນນານ​ກໍຕາມ, ຕາບໃດ​ທີ່​ເມກ​ປົກຄຸມ​ຫໍເຕັນ​ສັກສິດ​ຢູ່ ພວກເຂົາ​ກໍ​ຈະ​ບໍ່​ຍົກຍ້າຍ​ໄປ​ໃສ​ເປັນ​ເດັດຂາດ, ແຕ່​ເມື່ອໃດ​ທີ່​ເມກ​ລອຍ​ຂຶ້ນ​ໄປ​ແລ້ວ ເມື່ອນັ້ນ​ພວກເຂົາ​ກໍ​ຕ້ອງ​ຍົກຍ້າຍ​ໂລດ.</verse>
				<verse number="23">ພວກເຂົາ​ຕັ້ງ​ຄ້າຍພັກ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ, ຫລື​ມ້າງ​ຄ້າຍພັກ​ກໍ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ, ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ຜ່ານ​ທາງ​ໂມເຊ.</verse>
			</chapter>
			<chapter number="10">
				<verse number="1">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ວ່າ,</verse>
				<verse number="2">“ຈົ່ງ​ເອົາ​ເງິນ​ມາ​ເຮັດ​ແກ​ສອງ​ອັນ ເພື່ອ​ໃຊ້​ເອີ້ນ​ປະຊາຊົນ​ມາ​ປະຊຸມ ແລະ​ເອີ້ນ​ໃຫ້​ມ້າງ​ຄ້າຍ.</verse>
				<verse number="3">ເມື່ອ​ແກ​ທັງສອງ​ດັງ​ສຽງ​ຍາວໆ ໃຫ້​ຊຸມຊົນ​ທັງໝົດ​ມາ​ປະຊຸມ​ກັນ​ກັບ​ເຈົ້າ ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="4">ແຕ່​ເມື່ອ​ແກ​ດຽວ​ດັງ​ຂຶ້ນ ໃຫ້​ບັນດາ​ຫົວໜ້າ​ຕະກຸນ​ຕ່າງໆ​ມາ​ປະຊຸມ​ກັນ​ກັບ​ເຈົ້າ.</verse>
				<verse number="5">ເມື່ອ​ສຽງ​ແກ​ດັງ​ສັ້ນໆ ໃຫ້​ເຜົ່າ​ຕ່າງໆ​ທີ່​ຕັ້ງ​ຄ້າຍ​ຢູ່​ທາງທິດ​ຕາເວັນອອກ​ຍົກ​ອອກ​ໄປ.</verse>
				<verse number="6">ເມື່ອ​ສຽງ​ແກ​ດັງ​ສັ້ນໆ​ເທື່ອ​ທີ​ສອງ ໃຫ້​ເຜົ່າ​ທັງຫລາຍ​ທີ່​ຕັ້ງ​ຢູ່​ທາງໃຕ້​ຍົກ​ອອກ​ໄປ. ສະນັ້ນ ສຽງ​ແກ​ສັ້ນໆ​ຈຶ່ງ​ເປັນ​ສັນຍານ​ໃຫ້​ຍົກຍ້າຍ​ຄ້າຍພັກ,</verse>
				<verse number="7">ແຕ່​ເພື່ອ​ໃຫ້​ຊຸມຊົນ​ມາ​ປະຊຸມ​ກັນ ໃຫ້​ເປົ່າ​ແກ​ສຽງດັງ​ຍາວໆ.</verse>
				<verse number="8">ໃຫ້​ພວກ​ລູກຊາຍ​ຂອງ​ປະໂຣຫິດ​ອາໂຣນ ເປັນ​ຜູ້​ເຮັດ​ໜ້າທີ່​ເປົ່າ​ແກ​ນີ້. ໃຫ້​ຊາວ​ອິດສະຣາເອນ​ທຸກ​ຊົ່ວ​ເຊັ່ນ​ຄົນ​ໃນ​ພາຍ​ຄັ້ງໜ້າ ຢຶດຖື​ຂໍ້​ບັງຄັບ​ດັ່ງ​ຕໍ່ໄປນີ້:</verse>
				<verse number="9">ເມື່ອ​ອອກ​ໄປ​ເຮັດ​ເສິກ​ໃນ​ດິນແດນ​ຂອງ​ພວກເຈົ້າ​ທີ່​ສັດຕູ​ເຂົ້າ​ມາ​ໂຈມຕີ ຈົ່ງ​ເປົ່າແກ​ນີ້​ເປັນ​ສັນຍານ​ສູ້ຮົບ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ລະນຶກ​ຄິດເຖິງ​ພວກເຈົ້າ ແລະ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ເຫຼົ່າ​ສັດຕູ​ທັງຫລາຍ.</verse>
				<verse number="10">ໃນ​ໂອກາດ​ມ່ວນຊື່ນ​ເບີກບານ​ເຊັ່ນ: ວັນ​ສະຫລອງ​ເທດສະການ​ຕ່າງໆ​ແລະ​ເດືອນ​ອອກ​ໃໝ່ ເມື່ອ​ພວກເຈົ້າ​ຖວາຍ​ເຄື່ອງ​ບູຊາ​ດ້ວຍ​ໄຟ ແລະ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ກໍ​ໃຫ້​ເປົ່າແກ​ສຽງດັງ​ກ້ອງສະໜັ່ນ. ການ​ສະຫລອງ​ເທດສະການ​ຕ່າງໆ​ນັ້ນ​ຈະ​ເປັນ​ທີ່​ລະນຶກ​ຄິດເຖິງ​ພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”</verse>
				<verse number="11">ໃນ​ວັນ​ທີ​ຊາວ​ຂອງ​ເດືອນ​ທີ​ສອງ​ໃນ​ປີ​ທີ​ສອງ ເມກ​ທີ່​ຢູ່​ເທິງ​ຫໍເຕັນ​ສັກສິດ ກໍໄດ້​ລອຍ​ຂຶ້ນ​ໄປ</verse>
				<verse number="12">ແລະ​ຊາວ​ອິດສະຣາເອນ​ໄດ້​ເລີ່ມ​ອອກ​ເດີນທາງ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. ເມກ​ນັ້ນ​ໄດ້​ມາ​ຢຸດ​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ.</verse>
				<verse number="13">ແມ່ນ​ຄັ້ງ​ທຳອິດ ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ມ້າງ​ຄ້າຍ​ຍົກ​ອອກ​ໄປ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ໂດຍ​ຜ່ານ​ທາງ​ໂມເຊ,</verse>
				<verse number="14">ແຕ່ລະ​ເທື່ອ​ທີ່​ຍົກຍ້າຍ​ນັ້ນ ພວກເຂົາ​ກໍ​ຍົກຍ້າຍ​ຕາມ​ລະບຽບ​ດຽວກັນ. ພວກ​ທີ່​ຢູ່​ໃຕ້​ທຸງໄຊ​ປະຈຳ​ກອງພົນ​ຂອງ​ເຜົ່າ​ຢູດາ​ອອກ​ເດີນທາງ​ກ່ອນ ຄື​ຍ້າຍ​ອອກ​ໄປ​ເທື່ອລະ​ກອງຮ້ອຍ ໂດຍ​ແມ່ນ​ນາໂຊນ​ລູກຊາຍ​ຂອງ​ອຳມີນາດາບ ເປັນ​ຜູ້​ບັນຊາການ.</verse>
				<verse number="15">ເນທາເນນ​ລູກຊາຍ​ຂອງ​ຊູອາ ເປັນ​ຜູ້​ບັນຊາການ​ເຜົ່າ​ອິດຊາຄາ</verse>
				<verse number="16">ແລະ​ເອລີອາບ​ລູກຊາຍ​ຂອງ​ເຮໂລນ​ເປັນ​ຜູ້​ບັນຊາການ​ເຜົ່າ​ເຊບູໂລນ.</verse>
				<verse number="17">ເວລາ​ມ້າງ​ຫໍເຕັນ​ສັກສິດ​ແລ້ວໆ ຕະກຸນ​ຂອງ​ເກໂຊນ​ແລະ​ເມຣາຣີ ຈະ​ເປັນ​ພວກ​ແບກຫາມ​ຫໍເຕັນ​ສັກສິດ​ອອກ​ເດີນທາງ​ໄປ.</verse>
				<verse number="18">ຕໍ່ມາ ພວກ​ທີ່​ຢູ່​ພາຍໃຕ້​ທຸງໄຊ​ປະຈຳ​ກອງພົນ​ຂອງ​ເຜົ່າ​ຣູເບັນ​ກໍ​ເລີ່ມ​ອອກ​ເດີນທາງ ໂດຍ​ແມ່ນ​ເອລີຊູ​ລູກຊາຍ​ຂອງ​ເຊເດອູເຣ ເປັນ​ຜູ້​ບັນຊາການ.</verse>
				<verse number="19">ເຊລູມີເອນ​ລູກຊາຍ​ຂອງ​ຊູຣິດຊັດດາຍ ເປັນ​ຜູ້​ບັນຊາການ​ເຜົ່າ​ຊີເມໂອນ</verse>
				<verse number="20">ແລະ​ເອລີອາສັບ​ລູກຊາຍ​ຂອງ​ດູເອນ ເປັນ​ຜູ້​ບັນຊາການ​ເຜົ່າກາດ.</verse>
				<verse number="21">ແລ້ວ​ຊາວ​ເລວີ​ໃນ​ຕະກຸນ​ໂກຮາດ​ທີ່​ເປັນ​ພວກ​ແບກຫາມ​ເຄື່ອງ​ສັກສິດ ກໍ​ເລີ່ມ​ອອກ​ເດີນທາງ. ເມື່ອ​ພວກ​ນີ້​ໄດ້​ເດີນທາງ​ໄປ​ຮອດ​ຄ້າຍພັກ​ໃໝ່​ແລ້ວ ພວກ​ອື່ນໆ​ທີ່​ໄປ​ກ່ອນ​ກໍໄດ້​ຕັ້ງ​ຫໍເຕັນ​ສັກສິດ​ຂຶ້ນ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ.</verse>
				<verse number="22">ຕໍ່ມາ ພວກ​ທີ່​ຢູ່​ພາຍໃຕ້​ທຸງໄຊ​ປະຈຳ​ກອງພົນ​ຂອງ​ເຜົ່າ​ເອຟຣາອິມ ກໍ​ເລີ່ມ​ອອກ​ເດີນທາງ ເທື່ອລະ​ກອງຮ້ອຍ​ໂດຍ​ມີ​ເອລີຊາມາ​ລູກຊາຍ​ຂອງ​ອາມມີຮຸດ ເປັນ​ຜູ້​ບັນຊາການ.</verse>
				<verse number="23">ກາມາລີເອນ​ລູກຊາຍ​ຂອງ​ເປດາຊູ​ເປັນ​ຜູ້​ບັນຊາການ​ເຜົ່າ​ມານາເຊ</verse>
				<verse number="24">ແລະ​ອາບີດານ​ລູກຊາຍ​ຂອງ​ກີເດໂອນີ ເປັນ​ຜູ້​ບັນຊາການ​ເຜົ່າ​ເບັນຢາມິນ.</verse>
				<verse number="25">ສຸດທ້າຍ​ໃຫ້​ພວກ​ທີ່​ຢູ່​ໃຕ້​ທຸງໄຊ​ປະຈຳ​ກອງພົນ​ຂອງ​ເຜົ່າ​ດານ ທີ່​ເປັນ​ໜ່ວຍ​ປ້ອງກັນ​ດ້ານຫລັງ​ຂອງ​ທຸກໆ​ກອງພົນ​ເລີ່ມ​ອອກ​ເດີນທາງ ເທື່ອລະ​ກອງຮ້ອຍ ໂດຍ​ມີ​ອາຮີເອເຊ​ລູກຊາຍ​ຂອງ​ອຳມີຊັດດາຍ ເປັນ​ຜູ້​ບັນຊາການ.</verse>
				<verse number="26">ປາກີເອນ​ລູກຊາຍ​ຂອງ​ອົກກະຣັນ ເປັນ​ຜູ້​ບັນຊາການ​ເຜົ່າ​ອາເຊ</verse>
				<verse number="27">ແລະ​ອາຮີຣາ​ລູກຊາຍ​ຂອງ​ເອນັນ ເປັນ​ຜູ້​ບັນຊາການ​ເຜົ່າ​ເນັບທາລີ.</verse>
				<verse number="28">ອັນນີ້ ແມ່ນ​ລະບຽບ​ການ​ຍົກຍ້າຍ​ຂະບວນ​ໄປ​ຕາມ​ລຳດັບ​ເທື່ອລະ​ກອງຮ້ອຍ ໃນ​ເວລາໃດ​ທີ່​ຊາວ​ອິດສະຣາເອນ​ມ້າງ​ຫລື​ຕັ້ງ​ຄ້າຍ​ຂຶ້ນ​ໃໝ່.</verse>
				<verse number="29">ແລ້ວ​ໂມເຊ​ກໍໄດ້​ເຊີນ​ໂຮບັບ ລູກຊາຍ​ຂອງ​ເຢທະໂຣ​ຊາວ​ມີດີອານ ຜູ້​ເປັນ​ລູງ​ຂອງຕົນ​ວ່າ, “ພວກເຮົາ​ກຳລັງ​ຈະ​ອອກ​ເດີນທາງ​ໄປ​ສູ່​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້​ວ່າ​ຈະ​ມອບ​ໃຫ້. ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ ຈະ​ບັນດານ​ໃຫ້​ຊາວ​ອິດສະຣາເອນ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ; ສະນັ້ນ ຈົ່ງ​ໄປ​ກັບ​ພວກເຮົາ​ເທາະ ແລະ​ພວກເຮົາ​ຈະ​ແບ່ງປັນ​ຄວາມ​ຈະເລີນ​ຮຸ່ງເຮືອງ​ນັ້ນ​ໃຫ້​ແກ່​ເຈົ້າ​ດ້ວຍ.”</verse>
				<verse number="30">ໂຮບັບ​ຕອບ​ວ່າ, “ບໍ່​ໄປ​ດອກ ຂ້ອຍ​ຈະ​ກັບຄືນ​ສູ່​ບ້ານເກີດ​ເມືອງນອນ​ຂອງຂ້ອຍ.”</verse>
				<verse number="31">ໂມເຊ​ຂໍຮ້ອງ​ວ່າ, “ຢ່າ​ໜີໄປ​ປະ​ພວກເຮົາ​ເລີຍ ເຈົ້າ​ຮູ້ຈັກ​ດີ​ວ່າ ບ່ອນ​ໃດ​ທີ່​ພວກເຮົາ​ຄວນ​ຈະ​ຕັ້ງ​ຄ້າຍພັກ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ເຈົ້າ​ກໍ​ເປັນ​ຜູ້ນຳ​ທາງ​ພວກເຮົາ​ໄດ້.</verse>
				<verse number="32">ຖ້າ​ເຈົ້າ​ຫາກ​ໄປ​ກັບ​ພວກເຮົາ ພວກເຮົາ​ຈະ​ແບ່ງປັນ​ພຣະພອນ​ທຸກຢ່າງ​ໃຫ້​ເຈົ້າ ຕາມ​ທີ່​ພຣະເຈົ້າຢາເວ​ໂຜດ​ໃຫ້​ພວກເຮົາ.”</verse>
				<verse number="33">ເມື່ອ​ປະຊາຊົນ​ອອກ​ຈາກ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ໄປ​ນັ້ນ ພວກເຂົາ​ໄດ້​ເດີນທາງ​ເປັນ​ເວລາ​ສາມ​ວັນ. ພວກເຂົາ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ອອກ​ໜ້າ​ໄປ​ກ່ອນ ເພື່ອ​ຊອກຫາ​ບ່ອນ​ຕັ້ງ​ຄ້າຍພັກ.</verse>
				<verse number="34">ເມື່ອ​ພວກເຂົາ​ຍ້າຍ​ອອກ​ຈາກ​ຄ້າຍພັກ​ເທື່ອໃດ ກ້ອນ​ເມກ​ຂອງ​ພຣະເຈົ້າຢາເວ​ກໍ​ຢູ່​ເທິງ​ພວກເຂົາ​ເທື່ອນັ້ນ.</verse>
				<verse number="35">ທຸກ​ເທື່ອ​ທີ່​ພວກເຂົາ​ຍົກຍ້າຍ​ຫີບ​ພັນທະສັນຍາ​ອອກ​ເດີນທາງ​ໄປ​ນັ້ນ ໂມເຊ​ຕ້ອງ​ໄດ້​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລຸກ​ຂຶ້ນ​ເທີ້ນ ໂຜດ​ບັນດານ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພຣະອົງ​ແຕກ​ກະຈັດ​ກະຈາຍ ແລະ​ໃຫ້​ຜູ້​ທີ່​ກຽດຊັງ​ພຣະອົງ​ປົບໜີ.”</verse>
				<verse number="36">ແລະ​ເມື່ອໃດ​ທີ່​ພວກເຂົາ​ຢຸດ​ເດີນທາງ ເພິ່ນ​ຕ້ອງ​ເວົ້າ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ໂຜດ​ກັບ​ມາ​ຫາ​ຄອບຄົວ​ຊາວ​ອິດສະຣາເອນ​ທີ່​ມີ​ເປັນ​ໝື່ນໆ​ເຖີດ.”</verse>
			</chapter>
			<chapter number="11">
				<verse number="1">ປະຊາຊົນ​ໄດ້​ເລີ່ມ​ຈົ່ມທຸກ​ຕໍ່​ພຣະເຈົ້າຢາເວ​ເຖິງ​ຄວາມ​ເດືອດຮ້ອນ​ຂອງ​ພວກເຂົາ. ເມື່ອ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຂົາ ພຣະອົງ​ກໍ​ໂກດຮ້າຍ​ແລະ​ສົ່ງ​ໄຟ​ລົງ​ມາ​ເທິງ​ພວກເຂົາ. ໄຟ​ພຣະເຈົ້າຢາເວ​ໄດ້​ລຸກ​ໄໝ້​ຢູ່​ທ່າມກາງ​ພວກເຂົາ ແລະ​ໄດ້​ທຳລາຍ​ສົ້ນ​ໜຶ່ງ​ຂອງ​ຄ້າຍພັກ.</verse>
				<verse number="2">ປະຊາຊົນ​ໄດ້​ຮ້ອງ​ຫາ​ໂມເຊ​ໃຫ້​ຊ່ວຍເຫລືອ; ເພິ່ນ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ແລະ​ໄຟ​ນັ້ນ​ກໍໄດ້​ມອດ​ລົງ.</verse>
				<verse number="3">ສະນັ້ນ ບ່ອນ​ນີ້​ຈຶ່ງ​ມີ​ຊື່​ວ່າ​ຕາເບຣາ ກໍ​ເພາະວ່າ​ໃນ​ທີ່ນັ້ນ ໄຟ​ຂອງ​ພຣະເຈົ້າຢາເວ​ໄດ້​ລຸກ​ໄໝ້​ຕໍ່ສູ້​ພວກເຂົາ.</verse>
				<verse number="4">ມີ​ພວກ​ຄົນ​ມັກໂລບ​ບາງຄົນ​ໄດ້​ເດີນທາງ​ໄປ​ກັບ​ຊາວ​ອິດສະຣາເອນ. ພວກເຂົາ​ຢາກ​ກິນ​ຊີ້ນ​ຫລາຍ​ທີ່ສຸດ ແລະ​ແມ່ນແຕ່​ຊາວ​ອິດສະຣາເອນ​ເອງ​ກໍໄດ້​ເລີ່ມ​ຕໍ່ວ່າ​ຕໍ່ຂານ​ວ່າ, “ພວກເຮົາ​ຢາກ​ກິນ​ຊີ້ນ​ເຫລືອເກີນ</verse>
				<verse number="5">ຢູ່​ໃນ​ປະເທດ​ເອຢິບ ພວກເຮົາ​ເຄີຍ​ກິນ​ປາ​ຕາມ​ຄວາມ​ຕ້ອງການ​ໂດຍ​ບໍ່​ຕ້ອງ​ຊື້. ພວກເຮົາ​ຄິດຮອດ​ໝາກແຕງ, ໝາກໂມ, ຜັກຫອມແປ້ນ, ຜັກບົ່ວ ແລະ​ຜັກທຽມ​ເດ</verse>
				<verse number="6">ແຕ່​ດຽວ​ນີ້​ບໍ່ມີ​ຫຍັງ​ກິນ​ເລີຍ ທຸກໆ​ມື້​ໄດ້​ກິນ​ແຕ່​ມານາ​ເທົ່ານັ້ນ ແລະ​ພວກເຮົາ​ກໍ​ອິດອ່ອນ​ໝົດແຮງ.” (</verse>
				<verse number="7">ມານາ​ເປັນ​ຄື​ເມັດ​ຜັກ​ກໍຣຽນເດ ແລະ​ສີ​ຄື​ຢາງ​ເຣຊິນ.</verse>
				<verse number="8">ມັນ​ຕົກລົງ​ເທິງ​ຄ້າຍພັກ​ໃນ​ຕອນ​ກາງຄືນ​ພ້ອມ​ກັບ​ນໍ້າ​ໝອກ. ເຊົ້າ​ວັນ​ໃໝ່​ມາ ປະຊາຊົນ​ຈະ​ໄປ​ເກັບ​ເອົາ​ມາ​ໂມ້​ເຮັດ​ແປ້ງ ແລະ​ຕົ້ມ​ໃຫ້​ສຸກ​ເພື່ອ​ເຮັດ​ເຂົ້າໜົມ​ແຜ່ນ. ຣົດຊາດ​ຂອງ​ມານາ​ຄື​ກັບ​ເຂົ້າຈີ່ ທີ່​ອົບ​ໃສ່​ນໍ້າມັນ​ໝາກກອກເທດ.)</verse>
				<verse number="9"></verse>
				<verse number="10">ໂມເຊ​ໄດ້ຍິນ​ປະຊາຊົນ​ທັງໝົດ​ກຳລັງ​ຈົ່ມ​ຕໍ່ວ່າ​ຕໍ່ຂານ ໃນ​ຂະນະທີ່​ພວກເຂົາ​ຢືນ​ຈົ່ມ​ຢູ່​ທີ່​ປະຕູ​ເຂົ້າເຕັນ​ຂອງ​ພວກເຂົາ, ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ຢ່າງແຮງ ແລະ​ໂມເຊ​ກໍ​ເປັນທຸກ​ໜັກໃຈ​ຫລາຍ.</verse>
				<verse number="11">ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ເປັນຫຍັງ​ພຣະອົງ​ຈຶ່ງ​ນຳ​ຄວາມ​ເດືອດຮ້ອນ​ຢ່າງ​ນີ້​ມາ​ຖືກ​ຂ້ານ້ອຍ? ພຣະອົງ​ເຊົາ​ພໍໃຈ​ກັບ​ຂ້ານ້ອຍ​ແລ້ວ​ບໍ? ດ້ວຍເຫດໃດ ພຣະອົງ​ຈຶ່ງ​ໄດ້​ໃຫ້​ຂ້ານ້ອຍ​ຮັບຜິດຊອບ​ຄົນ​ທັງໝົດ​ເຫຼົ່ານີ້.</verse>
				<verse number="12">ຂ້ານ້ອຍ​ບໍ່ໄດ້​ຖືພາ​ພວກເຂົາ ຫລື​ບໍ່ໄດ້​ໃຫ້​ກຳເນີດ​ແກ່​ພວກເຂົາ ເປັນຫຍັງ​ພຣະອົງ​ຈຶ່ງ​ໃຫ້​ຂ້ານ້ອຍ​ເຮັດ​ໜ້າທີ່​ເປັນ​ນາງ​ພະຍາບານ ຄອຍ​ອູ້ມໂຊມ​ພວກເຂົາ​ເໝືອນ​ດັ່ງ​ແອນ້ອຍ​ໄປ​ຕະຫລອດ​ທາງ​ຢ່າງນີ້ ເພື່ອ​ນຳ​ພວກເຂົາ​ໄປ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ?</verse>
				<verse number="13">ຂ້ານ້ອຍ​ຈະ​ໄປ​ຫາ​ຊີ້ນ​ມາ​ແຕ່​ໃສ ເພື່ອ​ໃຫ້​ພຽງພໍ​ກັບ​ຄົນ​ເຫຼົ່ານີ້​ກິນ? ພວກເຂົາ​ກຳລັງ​ຈົ່ມທຸກ​ຕໍ່​ຂ້ານ້ອຍວ່າ, ‘ຈົ່ງ​ເອົາ​ຊີ້ນ​ໃຫ້​ພວກເຮົາ​ກິນ​ແດ່!’</verse>
				<verse number="14">ຂ້ານ້ອຍ​ບໍ່​ສາມາດ​ຮັບຜິດຊອບ​ຄົນ​ທັງໝົດ​ເຫຼົ່ານີ້​ໂດຍ​ຕົນເອງ​ໄດ້​ດອກ ມັນ​ເຫລືອບ່າ​ກວ່າແຮງ​ຂອງ​ຂ້ານ້ອຍ​ແທ້ໆ.</verse>
				<verse number="15">ຖ້າ​ພຣະອົງ​ຈະ​ເຮັດ​ຕໍ່​ຂ້ານ້ອຍ​ຢ່າງນີ້​ແລ້ວ ຈົ່ງ​ສັງຫານ​ຂ້ານ້ອຍ​ຖິ້ມ​ເສຍ ຖ້າ​ພຣະຄຸນ​ຂອງ​ພຣະອົງ​ຍັງ​ມີ​ສຳລັບ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່ໄດ້​ປະເຊີນ​ຕໍ່​ຄວາມ​ຫຼົ້ມຈົມ​ອັນ​ໂຫດຮ້າຍ​ທີ່​ຈະ​ມາ​ຖືກ​ຂ້ານ້ອຍ​ຕໍ່ໄປ.”</verse>
				<verse number="16">ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ນັດ​ປະຊຸມ​ຫົວໜ້າ​ເຈັດສິບ​ຄົນ​ທີ່​ປະຊາຊົນ​ເຄົາຣົບ​ນັບຖື ແລະ​ພາ​ພວກເຂົາ​ມາ​ຫາ​ເຮົາ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ບອກ​ພວກເຂົາ​ໃຫ້​ຢືນ​ຢູ່​ໃກ້​ເຈົ້າ.</verse>
				<verse number="17">ເຮົາ​ຈະ​ລົງ​ມາ​ກ່າວ​ແກ່​ເຈົ້າ​ຢູ່​ໃນ​ທີ່ນັ້ນ ແລະ​ເຮົາ​ຈະ​ເອົາ​ພຣະວິນຍານ​ບາງສ່ວນ ທີ່​ເຮົາ​ໄດ້​ປະທານ​ໃຫ້​ເຈົ້າ ແລະ​ມອບ​ໃຫ້​ພວກເຂົາ. ແລ້ວ​ພວກເຂົາ​ກໍ​ຈະ​ຊ່ວຍ​ເຈົ້າ​ຮັບຜິດຊອບ​ປະຊາຊົນ​ເຫຼົ່ານີ້ ເພື່ອ​ເຈົ້າ​ຈະ​ບໍ່​ຕ້ອງ​ຮັບ​ພາລະ​ນີ້​ຜູ້​ດຽວ.</verse>
				<verse number="18">ບັດນີ້ ຈົ່ງ​ບອກ​ປະຊາຊົນ​ວ່າ, ‘ໃນ​ມື້ອື່ນ​ໃຫ້​ພວກເຈົ້າ​ເຮັດ​ພິທີ​ຊຳລະ​ຕົນເອງ. ພວກເຈົ້າ​ຈະ​ມີ​ຊີ້ນ​ກິນ ເພາະ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຈົ້າ​ຈົ່ມທຸກ. ພຣະອົງ​ຮູ້​ວ່າ​ພວກເຈົ້າ​ຢາກ​ກິນ​ຊີ້ນ ແລະ​ເວົ້າ​ວ່າ​ຢູ່​ປະເທດ​ເອຢິບ​ພຸ້ນ​ສະບາຍ​ກວ່າ. ບັດນີ້ ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຈົ້າ​ມີ​ຊີ້ນ​ກິນ ແລະ​ພວກເຈົ້າ​ຈະ​ຕ້ອງ​ກິນ​ຊີ້ນ​ນີ້.</verse>
				<verse number="19">ພວກເຈົ້າ​ຈະ​ມີ​ຊີ້ນ​ກິນ​ບໍ່​ພຽງແຕ່​ມື້​ໜຶ່ງ​ຫລື​ສອງ​ມື້ ຫລື​ຫ້າ​ມື້ ຫລື​ສິບ​ມື້ ຫລື​ຊາວ​ມື້​ເທົ່ານັ້ນ</verse>
				<verse number="20">ແຕ່​ຈະ​ມີ​ກິນ​ໜຶ່ງ​ເດືອນ​ເຕັມ ຈົນ​ມັນ​ລົ້ນ​ອອກ​ມາ​ທາງ​ຮູ​ດັງ ຈົນ​ພວກເຈົ້າ​ເບື່ອໜ່າຍ​ມັນ. ເລື່ອງ​ນີ້​ຈະ​ເກີດຂຶ້ນ​ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຍອມ​ຮັບ​ເອົາ​ພຣະເຈົ້າຢາເວ ອົງ​ທີ່​ໄດ້​ສະຖິດ​ຢູ່​ທີ່​ນີ້​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ຍັງ​ໄດ້​ຈົ່ມ​ຕໍ່ວ່າ​ຕໍ່ຂານ​ໃສ່​ພຣະອົງ​ວ່າ ພວກເຈົ້າ​ບໍ່ຄວນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ກໍດີກວ່າ.”’</verse>
				<verse number="21">ໂມເຊ​ໄດ້​ກ່າວ​ວ່າ, “ພວກ​ທີ່​ຢູ່​ນຳ​ຂ້ານ້ອຍ​ມີ​ຊາຍ​ສະກັນ​ຫົກແສນ​ຄົນ ແລະ​ພຣະອົງ​ກ່າວ​ວ່າ, ‘ຈະ​ໃຫ້​ພວກເຂົາ​ມີ​ຊີ້ນ​ກິນ​ພຽງພໍ​ໜຶ່ງ​ເດືອນ​ຊັ້ນບໍ?’</verse>
				<verse number="22">ຈະ​ມີ​ງົວ​ແລະ​ແກະ​ມາ​ແຕ່​ໃສ​ພຽງພໍ ເພື່ອ​ຂ້າ​ໃຫ້​ພວກເຂົາ​ກິນ? ປາ​ໝົດ​ທັງ​ທ້ອງ​ທະເລ​ຈະ​ພຽງພໍ​ສຳລັບ​ໃຫ້​ພວກເຂົາ​ກິນ​ບໍ?”</verse>
				<verse number="23">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ເຈົ້າ​ຄິດ​ວ່າ​ອຳນາດ​ຂອງ​ພຣະເຈົ້າຢາເວ​ມີ​ຂອບເຂດ​ຈຳກັດ​ຊັ້ນບໍ? ໃນ​ບໍ່​ຊ້າ​ນີ້ ເຈົ້າ​ຈະ​ໄດ້​ເຫັນ​ວ່າ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ໄປ​ນັ້ນ​ຈະ​ເກີດຂຶ້ນ​ແທ້​ຫລື​ບໍ່.”</verse>
				<verse number="24">ສະນັ້ນ ໂມເຊ​ຈຶ່ງ​ອອກ​ໄປ ແລະ​ໄດ້ບອກ​ປະຊາຊົນ ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ. ເພິ່ນ​ໄດ້​ນັດ​ປະຊຸມ​ພວກ​ຜູ້ນຳ​ເຈັດສິບ​ຄົນ ແລະ​ຈັດ​ໃຫ້​ພວກເຂົາ​ຢືນ​ຢູ່​ອ້ອມ​ຫໍເຕັນ.</verse>
				<verse number="25">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ລົງ​ມາ​ໃນ​ກ້ອນ​ເມກ​ແລະ​ກ່າວ​ແກ່​ໂມເຊ. ພຣະອົງ​ໄດ້​ເອົາ​ພຣະວິນຍານ​ທີ່​ພຣະອົງ​ໄດ້​ປະທານ​ໃຫ້​ແກ່​ໂມເຊ​ນັ້ນ ມອບ​ໃຫ້​ແກ່​ຜູ້ນຳ​ເຈັດສິບ​ຄົນ​ດ້ວຍ. ເມື່ອ​ພຣະວິນຍານ​ໄດ້​ລົງ​ມາ​ເທິງ​ພວກເຂົາ​ນັ້ນ ຕ່າງ​ກໍ​ຮ້ອງ​ສຽງດັງ​ເໝືອນ​ດັ່ງ​ຜູ້ທຳນວາຍ ແຕ່​ຫລັງຈາກ​ນັ້ນ​ພວກເຂົາ​ບໍ່ໄດ້​ເຮັດ​ຢ່າງ​ນັ້ນ​ອີກ.</verse>
				<verse number="26">ມີ​ສອງ​ຄົນ​ໃນ​ພວກ​ຜູ້ນຳ​ເຈັດສິບ​ຄົນ ຄື​ເອັນດາດ​ແລະ​ເມດາດ​ທີ່​ພັກ​ຢູ່​ໃນ​ຄ້າຍ ແລະ​ບໍ່ໄດ້​ເຂົ້າ​ມາ​ໃນ​ຫໍເຕັນ. ພຣະວິນຍານ​ໄດ້​ລົງ​ມາ​ເທິງ​ພວກເຂົາ​ຢູ່​ທີ່​ຄ້າຍພັກ​ນັ້ນ ແລະ​ພວກເຂົາ​ກໍໄດ້​ຮ້ອງ​ສຽງດັງ​ເໝືອນ​ດັ່ງ​ຜູ້ທຳນວາຍ.</verse>
				<verse number="27">ມີ​ຊາຍໜຸ່ມ​ຄົນ​ໜຶ່ງ​ຮີບ​ຟ້າວ​ແລ່ນ​ອອກ​ໄປ​ບອກ​ໂມເຊ ເຖິງ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ເອັນດາດ​ແລະ​ເມດາດ.</verse>
				<verse number="28">ແລ້ວ​ໂຢຊວຍ​ລູກຊາຍ​ຂອງ​ນູນ ຜູ້​ຊ່ວຍ​ຂອງ​ໂມເຊ​ຕັ້ງແຕ່​ສະໄໝ​ຍັງ​ເປັນ​ໜຸ່ມ ກໍໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ທ່ານເອີຍ ຈົ່ງ​ໄປ​ບອກ​ພວກເຂົາ​ໃຫ້​ຢຸດ​ສາ.”</verse>
				<verse number="29">ໂມເຊ​ໄດ້ຕອບ​ວ່າ, “ເຈົ້າ​ມາ​ອິດສາ​ຜົນປະໂຫຍດ​ຂອງຂ້ອຍ​ເຮັດ​ຫຍັງ? ຂ້ອຍ​ຢາກ​ໃຫ້​ປະຊາຊົນ​ທຸກໆ​ຄົນ​ຂອງ​ພຣະອົງ​ເປັນ​ຜູ້ທຳນວາຍ ແລະ​ຂໍໃຫ້​ພຣະເຈົ້າຢາເວ​ມອບ​ພຣະວິນຍານ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຂົາ​ເທີ້ນ.”</verse>
				<verse number="30">ແລ້ວ​ໂມເຊ​ພ້ອມ​ດ້ວຍ​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ເຈັດສິບ​ຄົນ ກໍໄດ້​ພາກັນ​ກັບຄືນ​ເມືອ​ຄ້າຍພັກ.</verse>
				<verse number="31">ໃນ​ທັນໃດນັ້ນ ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ມີ​ລົມ​ພັດ​ເອົາ​ຝູງ​ນົກຂຸ້ມ​ມາ​ຈາກ​ທະເລ ໂດຍ​ກອງ​ກັນ​ຂຶ້ນ​ຈາກ​ພື້ນດິນ​ປະມານ​ໜຶ່ງ​ແມັດ. ມັນ​ໄດ້​ມາ​ຈາກ​ທຸກ​ທິດທາງ​ອ້ອມ​ຄ້າຍພັກ ເປັນ​ໄລຍະ​ຫລາຍ​ກິໂລແມັດ​ທົ່ວ​ທຸກ​ບ່ອນ​ທີ່​ອ້ອມແອ້ມ​ຄ້າຍພັກ​ນັ້ນ.</verse>
				<verse number="32">ດັ່ງນັ້ນ ປະຊາຊົນ​ຈຶ່ງ​ພາກັນ​ຈັບ​ເອົາ​ນົກຂຸ້ມ​ນັ້ນ​ຕະຫລອດ​ວັນ​ຕະຫລອດ​ຄືນ, ແຕ່ລະຄົນ​ຈັບ​ໄດ້​ຫລາຍ​ບໍ່ຕໍ່າກວ່າ​ຫ້າ​ຍາງ ແລ້ວ​ພວກເຂົາ​ກໍ​ເອົາ​ອອກ​ໄປ​ຕາກ​ໄວ້​ທົ່ວ​ຄ້າຍພັກ.</verse>
				<verse number="33">ໃນ​ຂະນະທີ່​ພວກເຂົາ​ຍັງ​ມີ​ຊີ້ນ​ກິນ​ຢ່າງ​ອຸດົມສົມບູນ​ຢູ່​ນັ້ນ ພຣະເຈົ້າຢາເວ​ຊໍ້າ​ໂກດຮ້າຍ​ປະຊາຊົນ ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ເກີດ​ໂຣກ​ອະຫິວາ​ໃນ​ທ່າມກາງ​ພວກເຂົາ.</verse>
				<verse number="34">ພວກເຂົາ​ໄດ້​ໃສ່​ຊື່​ບ່ອນ​ນັ້ນ​ວ່າ ກິບໂຣດ ຮັດຕາອາວາ (ຊຶ່ງ​ໝາຍຄວາມວ່າ “ຂຸມຝັງສົບ​ຂອງ​ຜູ້​ຢາກກິນ​ແຮງ”) ເພາະ​ໃນ​ທີ່ນັ້ນ​ແມ່ນ​ບ່ອນ​ຝັງສົບ​ຂອງ​ຄົນ​ທີ່​ອຶດຫິວ​ຊີ້ນ​ກິນ​ເປັນ​ອາຫານ.</verse>
				<verse number="35">ແລ້ວ​ປະຊາຊົນ​ກໍໄດ້​ຍົກຍ້າຍ​ໄປ​ສູ່ ຮາເຊໂຣດ ບ່ອນ​ທີ່​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ.</verse>
			</chapter>
			<chapter number="12">
				<verse number="1">ໂມເຊ​ໄດ້​ແຕ່ງງານ​ກັບ​ຍິງ​ສາວ​ຜູ້ໜຶ່ງ​ທີ່​ເປັນ​ຊາວ​ກູເຊ ແລະ​ມີຣີອາມ​ກັບ​ອາໂຣນ​ໄດ້​ຕໍ່ສູ້​ໂມເຊ​ກ່ຽວກັບ​ເລື່ອງ​ນີ້.</verse>
				<verse number="2">ພວກເຂົາ​ຖາມ​ວ່າ, “ພຣະເຈົ້າຢາເວ​ກ່າວ​ຜ່ານ​ທາງ​ໂມເຊ​ແຕ່​ຜູ້​ດຽວ​ເທົ່ານັ້ນ​ບໍ? ພຣະອົງ​ກໍ​ກ່າວ​ຜ່ານ​ທາງ ພວກເຮົາ​ຄືກັນ​ບໍ່ແມ່ນ​ບໍ?” ພຣະເຈົ້າຢາເວ​ໄດ້ຍິນ​ສິ່ງ​ທີ່​ພວກເຂົາ​ໄດ້​ເວົ້າ​ນັ້ນ. (</verse>
				<verse number="3">ໂມເຊ​ເປັນ​ຄົນ​ອ່ອນນ້ອມ​ຖ່ອມຕົວ​ທີ່ສຸດ​ກວ່າ​ທຸກໆ​ຄົນ​ໃນ​ເທິງ​ແຜ່ນດິນ​ໂລກ​ນີ້).</verse>
				<verse number="4">ໃນ​ທັນໃດນັ້ນ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ, ອາໂຣນ ແລະ​ມີຣີອາມ​ວ່າ, “ໃຫ້​ພວກເຈົ້າ​ທັງ​ສາມ​ຄົນ​ອອກ​ມາ​ຈາກ​ຫໍເຕັນ​ບ່ອນ​ຊຸມນຸມ.” ທັງ​ສາມ​ຈຶ່ງ​ອອກ​ມາ</verse>
				<verse number="5">ແລະ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ໃນ​ເສົາເມກ ໂດຍ​ຢືນ​ຢູ່​ທາງ​ປະຕູເຂົ້າ​ຫໍເຕັນ​ແລະ​ພຣະອົງ​ໄດ້​ເອີ້ນ​ອາໂຣນ​ແລະ​ມີຣີອາມ​ອອກ​ມາ ເຂົາ​ທັງສອງ​ຈຶ່ງ​ກ້າວ​ອອກ​ໄປ​ຂ້າງໜ້າ</verse>
				<verse number="6">ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ບັດນີ້ ຈົ່ງ​ຟັງ​ເຮົາ​ກ່າວ​ໃຫ້​ດີ ເມື່ອ​ມີ​ຜູ້ທຳນວາຍ​ໃນ​ທ່າມກາງ​ພວກເຈົ້າ ເຮົາ​ໄດ້​ປາກົດ​ເຮົາ​ເອງ​ໃຫ້​ແກ່​ພວກເຂົາ​ເຫັນ​ທາງ​ນິມິດ ແລະ​ກ່າວ​ແກ່​ພວກເຂົາ​ທາງ​ຄວາມຝັນ.</verse>
				<verse number="7">ມັນ​ແຕກຕ່າງ​ກັບ​ເມື່ອ​ເຮົາ​ກ່າວ​ແກ່​ໂມເຊ ຄົນ​ຮັບໃຊ້​ທີ່​ສັດຊື່​ຂອງເຮົາ; ເຮົາ​ໄດ້​ໃຫ້​ລາວ​ຮັບຜິດຊອບ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ຂອງເຮົາ.</verse>
				<verse number="8">ດັ່ງນັ້ນ ເຮົາ​ຈຶ່ງ​ກ່າວ​ແກ່​ລາວ​ຕໍ່ໜ້າ​ຢ່າງ​ຈະແຈ້ງ​ແລະ​ຢ່າງ​ບໍ່ມີ​ບັນຫາ; ລາວ​ໄດ້​ເຫັນ​ແມ່ນແຕ່​ຮູບຮ່າງ​ຂອງ​ພຣະເຈົ້າຢາເວ ເຫດໃດ​ພວກເຈົ້າ​ຈຶ່ງ​ກ້າ​ເວົ້າ​ຕໍ່ສູ້​ໂມເຊ ຜູ້ຮັບໃຊ້​ຂອງເຮົາ?”</verse>
				<verse number="9">ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ພວກເຂົາ​ຢ່າງ​ຮຸນແຮງ​ແລະ​ຈາກ​ໄປ;</verse>
				<verse number="10">ໃນ​ເວລາ​ດຽວກັນ​ນັ້ນ​ເມກ​ກໍ​ລອຍ​ຂຶ້ນ​ໄປ​ຈາກ​ຫໍເຕັນ ແລະ​ໃນທັນໃດ ມີຣີອາມ​ກໍ​ເກີດ​ພະຍາດ​ຂີ້ທູດ ຄື​ຜິວໜັງ​ຂາວ​ດັ່ງ​ນວນຝ້າຍ. ເມື່ອ​ອາໂຣນ​ຫລຽວເບິ່ງ​ແລະ​ເຫັນ​ວ່າ​ນາງ​ເປັນ​ຂີ້ທູດ</verse>
				<verse number="11">ເພິ່ນ​ຈຶ່ງ​ເວົ້າ​ກັບ​ໂມເຊ​ວ່າ, “ຂໍ​ຢ່າ​ໃຫ້​ພວກເຮົາ​ໄດ້​ຮັບ​ໂທດ ຍ້ອນ​ບາບກຳ​ເພາະ​ຄວາມ​ໂງ່ງ່າວ​ຂອງ​ພວກເຮົາ​ເລີຍ​ເທາະ.</verse>
				<verse number="12">ຢ່າ​ປະ​ໃຫ້​ມີຣີອາມ​ຕ້ອງ​ຕາຍ​ທັງ​ເປັນ ໂດຍ​ພະຍາດ​ຂີ້ທູດ​ກັດ​ກິນ​ນາງ​ແລ້ວ​ຕັ້ງ​ເຄິ່ງ​ຕົວ.”</verse>
				<verse number="13">ສະນັ້ນ ໂມເຊ​ຈຶ່ງ​ຂໍຮ້ອງ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າ ຂໍ​ຊົງໂຜດ​ຮັກສາ​ນາງ​ໃຫ້​ຫາຍດີ​ດ້ວຍເຖີດ.”</verse>
				<verse number="14">ພຣະເຈົ້າຢາເວ​ໄດ້ຕອບ​ວ່າ, “ຖ້າ​ພໍ່​ຂອງ​ມີຣີອາມ​ຫາກ​ຖົ່ມ​ນໍ້າລາຍ​ໃສ່​ໜ້າ​ນາງ ນາງ​ຈະ​ຕ້ອງ​ໄດ້​ຮັບ​ຄວາມ​ອັບອາຍ​ເປັນ​ເວລາ​ເຈັດ​ວັນ. ສະນັ້ນ ໃຫ້​ນາງ​ອອກ​ໄປ​ຢູ່​ນອກ​ຄ້າຍພັກ​ໜຶ່ງ​ອາທິດ ແລະ​ຫລັງຈາກ​ນັ້ນ​ໃຫ້​ນາງ​ກັບ​ເຂົ້າ​ມາ​ໄດ້.”</verse>
				<verse number="15">ສະນັ້ນ ມີຣີອາມ​ຈຶ່ງ​ຢູ່​ນອກ​ຄ້າຍ​ເຈັດ​ວັນ ແລະ​ປະຊາຊົນ​ບໍ່ໄດ້​ຍົກຍ້າຍ​ໄປ​ໃສ​ຈົນກວ່າ​ນາງ​ໄດ້​ຖືກ​ນຳ​ເຂົ້າ​ມາ​ອີກ.</verse>
				<verse number="16">ແລ້ວ​ພວກເຂົາ​ກໍ​ຈາກ​ເມືອງ​ຮາເຊໂຣດ ແລະ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ.</verse>
			</chapter>
			<chapter number="13">
				<verse number="1">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,</verse>
				<verse number="2">“ຈົ່ງ​ເລືອກ​ເອົາ​ຜູ້ນຳ​ຄົນ​ໜຶ່ງ​ໃນ​ແຕ່ລະເຜົ່າ ແລະ​ສົ່ງ​ພວກເຂົາ​ໄປ​ສອດແນມ​ເບິ່ງ​ດິນແດນ​ການາອານ ບ່ອນ​ທີ່​ເຮົາ​ກຳລັງ​ຈະ​ມອບ​ໃຫ້​ແກ່​ຊາວ​ອິດສະຣາເອນ.”</verse>
				<verse number="3">ໂມເຊ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ ເພິ່ນ​ໄດ້​ສົ່ງ​ພວກ​ຜູ້ນຳ​ອອກ​ໄປ​ດັ່ງນີ້:</verse>
				<verse number="4">ເຜົ່າ ຜູ້ນຳ ຣູເບັນ ຊາມມູອາ ລູກຊາຍ​ຂອງ​ຊັກກູເຣ ຊີເມໂອນ ຊາຟັດ ລູກຊາຍ​ຂອງ​ໂຮຣີ ຢູດາ ກາເລັບ ລູກຊາຍ​ຂອງ​ເຢຟຸນເນ ອິດຊາຄາ ອີການ ລູກຊາຍ​ຂອງ​ໂຢເຊັບ ເອຟຣາອິມ ໂຮເຊຢາ ລູກຊາຍ​ຂອງ​ນູນ ເບັນຢາມິນ ປານຕີ ລູກຊາຍ​ຂອງ​ຣາຟູ ເຊບູໂລນ ກາດດີເອນ ລູກຊາຍ​ຂອງ​ໂສດີ ມານາເຊ ກາດດີ ລູກຊາຍ​ຂອງ​ສູສີ ດານ ອາມມີເອນ ລູກຊາຍ​ຂອງ​ເກມາລີ ອາເຊ ເສທູເຣ ລູກຊາຍ​ຂອງ​ມີກາເອນ ເນັບທາລີ ນາບີ ລູກຊາຍ​ຂອງ​ວົບສີ ກາດ ເກອູເອນ ລູກຊາຍ​ຂອງ​ມາກີ</verse>
				<verse number="5">ພວກ​ເຫຼົ່ານີ້​ແມ່ນ​ນັກສືບ​ສອດແນມ ທີ່​ໂມເຊ​ສົ່ງ​ໄປ​ສຳຫລວດ​ເບິ່ງ​ດິນແດນ. ເພິ່ນ​ໄດ້​ປ່ຽນ​ຊື່​ໃຫ້​ໂຮເຊຢາ​ລູກຊາຍ​ຂອງ​ນູນ​ວ່າ ໂຢຊວຍ.</verse>
				<verse number="6">ເມື່ອ​ໂມເຊ​ສົ່ງ​ພວກ​ສອດແນມ​ອອກ​ໄປ​ນັ້ນ ເພິ່ນ​ໄດ້​ບອກ​ພວກເຂົາ​ວ່າ, “ໃຫ້​ຂຶ້ນ​ໄປ​ທິດເໜືອ ແລະ​ເຂົ້າ​ໄປ​ທາງທິດໃຕ້​ຂອງ​ດິນແດນ​ການາອານ ແລະ​ໄປ​ສູ່​ເຂດ​ເນີນພູ.</verse>
				<verse number="7">ເພື່ອ​ສຳຫລວດ​ເບິ່ງ​ວ່າ ດິນແດນ​ນັ້ນ​ເປັນ​ຢ່າງ​ໃດ ມີ​ປະຊາຊົນ​ຫລາຍ​ເທົ່າໃດ ແລະ​ເປັນ​ຄົນ​ມີ​ກຳລັງ​ເຂັ້ມແຂງ​ຫລື​ບໍ່?</verse>
				<verse number="8">ຈົ່ງ​ສຳຫລວດ​ເບິ່ງ​ອີກ​ວ່າ​ດິນແດນ​ນັ້ນ ມີ​ທີ່ດິນ​ອຸດົມສົມບູນ​ຫລື​ບໍ່ ແລະ​ປະຊາຊົນ​ຢູ່​ໃນ​ເມືອງ​ມີ​ປ້ອມ​ລ້ອມ​ດ້ວຍ​ກຳແພງ ຫລື​ຢູ່​ໃນ​ເມືອງ​ເປີດແປນ.</verse>
				<verse number="9">ຈົ່ງ​ສຳຫລວດ​ເບິ່ງ​ວ່າ​ດິນ​ປູກຝັງ​ນັ້ນ​ອຸດົມສົມບູນ​ແລະ​ມີ​ປ່າໄມ້​ຫລື​ບໍ່? ຈົ່ງ​ນຳ​ໝາກໄມ້​ບາງ​ຊະນິດ​ໃນ​ທີ່ນັ້ນ​ມາ​ພ້ອມ.” (ໃນ​ຍາມ​ນັ້ນ​ເປັນ​ລະດູ​ໝາກອະງຸ່ນ​ລຸ້ນ​ທຳອິດ​ສຸກ.)</verse>
				<verse number="10">ດັ່ງນັ້ນ ພວກ​ສອດແນມ​ຈຶ່ງ​ເດີນທາງ​ໄປ​ສູ່​ເຂດເໜືອ ແລະ​ສຳຫລວດ​ເບິ່ງ​ດິນແດນ ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ​ຢູ່​ທາງ​ເຂດ​ໃຕ້ ຈົນເຖິງ​ທາງ​ໄປ​ສູ່​ເມືອງ​ເຣໂຮບ​ໃກ້​ກັບ​ຊ່ອງແຄບ​ຮາມັດ​ທາງທິດເໜືອ.</verse>
				<verse number="11">ພວກເຂົາ​ໄດ້​ໄປ​ທາງ​ເຂດໃຕ້​ຂອງ​ດິນແດນ​ກ່ອນ ແລະ​ຈຶ່ງ​ມາ​ເຖິງ​ເມືອງ​ເຮັບໂຣນ ບ່ອນ​ທີ່​ຕະກຸນ​ຕ່າງໆ​ຂອງ​ອາຮີມານ, ເຊຊາຍ ແລະ​ຕານໄມ ຊຶ່ງ​ເປັນ​ເຊື້ອສາຍ​ຂອງ​ຊົນຊາດ​ຮູບຮ່າງ​ໃຫຍ່​ອາໄສ​ຢູ່​ເອີ້ນ​ວ່າ, ອານາກີມ. (ເມືອງ​ເຮັບໂຣນ​ໄດ້​ຕັ້ງ​ຂຶ້ນ​ກ່ອນ​ເມືອງ​ໂຊອານ​ໃນ​ປະເທດ​ເອຢິບ​ເຈັດ​ປີ.)</verse>
				<verse number="12">ພວກເຂົາ​ໄດ້​ມາ​ຮອດ​ຮ່ອມພູ​ເອັດຊະໂຄນ ແລະ​ຢູ່​ໃນ​ທີ່ນັ້ນ​ພວກເຂົາ​ໄດ້​ຕັດ​ເອົາ​ງ່າ​ອະງຸ່ນ​ຊຶ່ງ​ມີ​ໝາກ​ດົກ​ຫລາຍ ຈົນ​ຕ້ອງ​ໃຊ້​ໄມ້ຄານ​ສອດ​ໃຫ້​ສອງ​ຄົນ​ຫາມ. ພວກເຂົາ​ຍັງ​ໄດ້​ນຳ​ເອົາ​ໝາກພີລາ​ແລະ​ໝາກເດື່ອ​ບາງສ່ວນ​ມາ​ດ້ວຍ.</verse>
				<verse number="13">ບ່ອນ​ນັ້ນ​ຖືກ​ໃສ່​ຊື່​ໃຫ້​ວ່າ​ຮ່ອມພູ​ເອັດຊະໂຄນ ເພາະວ່າ​ພວກ​ອິດສະຣາເອນ​ໄດ້​ຕັດ​ເອົາ​ພົ້ວ​ໝາກອະງຸ່ນ​ຢູ່​ທີ່​ນັ້ນ.</verse>
				<verse number="14">ຫລັງຈາກ​ໄດ້​ສຳຫລວດ​ດິນແດນ​ເປັນ​ເວລາ​ສີ່ສິບ​ວັນ​ແລ້ວ;</verse>
				<verse number="15">ພວກ​ນັກສືບ​ສອດແນມ​ຈຶ່ງ​ກັບຄືນ​ມາ​ຫາ​ໂມເຊ, ອາໂຣນ ແລະ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ທີ່​ກາເດັດ ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ. ພວກເຂົາ​ໄດ້​ລາຍງານ​ສິ່ງ​ທີ່​ພວກເຂົາ​ໄດ້​ເຫັນ ແລະ​ໄດ້​ເອົາ​ໝາກໄມ້​ທີ່​ພວກເຂົາ​ໄດ້​ນຳ​ມາ​ນັ້ນ​ໃຫ້​ເບິ່ງ.</verse>
				<verse number="16">ພວກເຂົາ​ໄດ້​ບອກ​ໂມເຊ​ວ່າ, “ພວກເຮົາ​ໄດ້​ສຳຫລວດ​ເບິ່ງ​ດິນແດນ​ແລ້ວ ແລະ​ເຫັນ​ວ່າ​ເປັນ​ດິນແດນ​ທີ່​ອຸດົມ​ແລະ​ຮັ່ງມີ; ນີ້​ເດ ໝາກໄມ້​ບາງ​ຊະນິດ​ຈາກ​ທີ່​ນັ້ນ.</verse>
				<verse number="17">ແຕ່​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ​ມີ​ກຳລັງ​ແຂງແຮງ​ຫລາຍ ແລະ​ເມືອງ​ຂອງ​ພວກເຂົາ​ກໍ​ໃຫຍ່ ທັງ​ມີ​ປ້ອມ​ປ້ອງກັນ​ເມືອງ​ເປັນ​ຢ່າງດີ. ນອກເໜືອ​ໄປຈາກນີ້ ພວກເຮົາ​ຍັງ​ໄດ້​ເຫັນ​ເຊື້ອສາຍ​ຂອງ​ອານາກີມ​ຄົນ​ຮູບຮ່າງ​ໃຫ່ຍ​ຢູ່​ທີ່ນັ້ນ​ດ້ວຍ.</verse>
				<verse number="18">ຊາວ​ອາມາເຫຼັກ​ອາໄສ​ຢູ່​ທາງທິດໃຕ້​ຂອງ​ດິນແດນ; ຊາວ​ຮິດຕີ, ຊາວ​ເຢບຸດ ແລະ​ຊາວ​ອາໂມ​ອາໄສ​ຢູ່​ເຂດ​ເນີນພູ ແລະ​ຊາວ​ການາອານ​ກໍ​ອາໄສ​ຢູ່​ຕາມ​ຝັ່ງ​ທີ່​ທະເລ​ເມດີແຕຣາເນ​ແລະ​ຝັ່ງ​ແມ່ນໍ້າ​ຈໍແດນ.”</verse>
				<verse number="19">ແຕ່​ກາເລັບ​ໄດ້​ບອກ​ປະຊາຊົນ​ທີ່​ກຳລັງ​ຈົ່ມຮ້າຍ ໃສ່​ໂມເຊ​ນັ້ນ​ໃຫ້​ພວກເຂົາ​ມິດ ແລ້ວ​ລາວ​ກໍ​ເວົ້າ​ຕໍ່ໄປ​ວ່າ, “ໃຫ້​ພວກເຮົາ​ເຂົ້າ​ໂຈມຕີ​ດຽວ​ນີ້​ໂລດ​ແລະ​ຢຶດເອົາ​ດິນແດນ ພວກເຮົາ​ມີ​ກຳລັງ​ເຂັ້ມແຂງ​ພໍ​ທີ່​ຈະ​ຕີ​ຊະນະ​ພວກເຂົາ​ໄດ້.”</verse>
				<verse number="20">ແຕ່​ພວກ​ທີ່​ໄດ້​ໄປ​ນຳ​ກາເລັບ​ນັ້ນ​ຕ່າງ​ກໍ​ຕອບ​ວ່າ, “ບໍ່ແມ່ນ ພວກເຮົາ​ບໍ່​ເຂັ້ມແຂງ​ພໍ​ເພື່ອ​ຈະ​ໂຈມຕີ​ພວກເຂົາ​ໄດ້; ຄົນ​ຢູ່​ໃນ​ທີ່ນັ້ນ​ມີ​ກຳລັງ​ເຂັ້ມແຂງ​ຫລາຍກວ່າ​ພວກເຮົາ.”</verse>
				<verse number="21">ດັ່ງນັ້ນ ພວກເຂົາ​ຈຶ່ງ​ແຜ່​ຂ່າວ​ບໍ່ຈິງ​ໃນ​ທ່າມກາງ​ຊາວ​ອິດສະຣາເອນ ກ່ຽວກັບ​ດິນແດນ​ທີ່​ພວກເຂົາ​ໄດ້​ໄປ​ສຳຫລວດ​ມາ​ນັ້ນ. ພວກເຂົາ​ໄດ້​ເວົ້າ​ວ່າ, “ດິນແດນ​ນັ້ນ​ບໍ່ມີ​ອາຫານ​ພຽງພໍ​ເພື່ອ​ລ້ຽງ​ປະຊາຊົນ​ໃນ​ທີ່ນັ້ນ​ຊໍ້າ. ພວກເຮົາ​ໄດ້​ເຫັນ​ແຕ່​ຄົນ​ຮູບຮ່າງ​ໃຫຍ່​ສູງ</verse>
				<verse number="22">ແລະ​ຄົນ​ຮູບຮ່າງ​ໃຫຍ່​ສູງ​ທີ່​ເປັນ​ເຊື້ອສາຍ​ຂອງ​ຊາວ​ອານາກີມ​ກໍ​ອາໄສ​ຢູ່​ໃນ​ບ່ອນນັ້ນ. ພວກເຮົາ​ເລີຍ​ເບິ່ງ​ເປັນ​ດັ່ງ​ຕັກແຕນ​ໃນ​ສາຍ​ຕາ​ຂອງ​ຄົນ​ເຫຼົ່ານັ້ນ.”</verse>
			</chapter>
			<chapter number="14">
				<verse number="1">ປະຊາຊົນ​ຕ່າງ​ກໍ​ຮ້ອງໄຫ້​ດ້ວຍ​ຄວາມທຸກໃຈ​ຕະຫລອດ​ທັງຄືນ.</verse>
				<verse number="2">ພວກເຂົາ​ຈົ່ມຮ້າຍ​ໃສ່​ໂມເຊ​ແລະ​ອາໂຣນ​ວ່າ, “ຕາຍ​ຢູ່​ທີ່​ປະເທດ​ເອຢິບ ຫລື​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ກໍ​ຍັງ​ດີກວ່າ</verse>
				<verse number="3">ເປັນຫຍັງ​ພຣະເຈົ້າຢາເວ​ຈຶ່ງ​ຈະ​ນຳ​ພວກເຮົາ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ? ພວກເຮົາ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ບັນດາ​ລູກ​ເມຍ​ຂອງ​ພວກເຮົາ​ກໍ​ຈະ​ຖືກ​ຈັບ​ໄປ. ພວກເຮົາ​ກັບຄືນ​ໄປ​ເອຢິບ​ບໍ່​ດີກວ່າ​ບໍ?”</verse>
				<verse number="4">ສະນັ້ນ ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ກັນແລະກັນ​ວ່າ, “ໃຫ້​ເລືອກ​ເອົາ​ຜູ້ນຳ​ຜູ້ໜຶ່ງ​ແລະ​ກັບຄືນ​ໄປ​ປະເທດ​ເອຢິບ.”</verse>
				<verse number="5">ແລ້ວ​ໂມເຊ​ແລະ​ອາໂຣນ​ກໍ​ຂາບລົງ​ດິນ​ຕໍ່ໜ້າ​ປະຊາຊົນ​ທັງໝົດ.</verse>
				<verse number="6">ແຕ່​ໂຢຊວຍ​ລູກຊາຍ​ຂອງ​ນູນ ແລະ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ສອງ​ຄົນ​ໃນ​ຈຳນວນ​ພວກ​ນັກສືບ​ສອດແນມ ໄດ້​ຈີກ​ເສື້ອ​ຂອງຕົນ​ດ້ວຍ​ຄວາມ​ເສຍໃຈ</verse>
				<verse number="7">ແລະ​ເວົ້າ​ຕໍ່​ປະຊາຊົນ​ວ່າ, “ດິນແດນ​ຊຶ່ງ​ພວກ​ຂ້າພະເຈົ້າ​ໄດ້​ໄປ​ສຳຫລວດ​ເບິ່ງ​ນັ້ນ ເປັນ​ດິນແດນ​ທີ່​ດີເລີດ.</verse>
				<verse number="8">ຖ້າ​ພຣະເຈົ້າຢາເວ​ຫາກ​ພໍໃຈ​ນຳ​ພວກເຮົາ ພຣະອົງ​ກໍ​ຈະ​ນຳພາ​ພວກເຮົາ​ໄປ​ທີ່ນັ້ນ ແລະ​ມອບ​ດິນແດນ​ທີ່​ອຸດົມ​ແລະ​ຮັ່ງມີ​ໃຫ້​ແກ່​ພວກເຮົາ.</verse>
				<verse number="9">ຢ່າ​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ​ເລີຍ ແລະ​ຢ່າສູ່ຢ້ານ​ປະຊາຊົນ​ທີ່​ອາໄສ​ຢູ່​ທີ່​ນັ້ນ. ພວກເຮົາ​ຈະ​ຊະນະ​ພວກເຂົາ​ຢ່າງ​ງ່າຍດາຍ. ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຮົາ ແລະ​ຈະ​ຊົງ​ທຳລາຍ​ບັນດາ​ພະ​ທີ່​ປົກປັກ​ຮັກສາ​ພວກເຂົາ​ໃຫ້​ສູນສິ້ນ​ໄປ​ໝົດ; ສະນັ້ນ ຢ່າສູ່ຢ້ານເລີຍ.”</verse>
				<verse number="10">ຊຸມຊົນ​ທັງໝົດ​ກຳລັງ​ຈະ​ໃຊ້​ຫີນ​ແກວ່ງ​ໃສ່​ໂມເຊ​ແລະ​ອາໂຣນ​ໃຫ້​ຕາຍ, ແຕ່​ໃນ​ທັນໃດນັ້ນ ປະຊາຊົນ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ປາກົດ​ທີ່​ເທິງ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="11">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ປະຊາຊົນ​ເຫຼົ່ານີ້​ຍັງ​ຈະ​ໝິ່ນປະໝາດ​ເຮົາ​ອີກ​ດົນນານ​ປານໃດ? ເຖິງແມ່ນ​ວ່າ ເຮົາ​ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ຢ່າງ​ໃນ​ທ່າມກາງ​ພວກເຂົາ​ແລ້ວ ພວກເຂົາ​ກໍ​ຍັງ​ປະຕິເສດ​ທີ່​ຈະ​ໄວ້ວາງໃຈ​ໃນ​ເຮົາ​ຕະຫລອດໄປ​ບໍ?</verse>
				<verse number="12">ເຮົາ​ຈະ​ສົ່ງ​ໂຣກ​ລະບາດ​ຮ້າຍແຮງ​ທຳລາຍ​ພວກເຂົາ ແຕ່​ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ພໍ່​ຂອງ​ຊົນຊາດ​ໃຫຍ່​ຊາດ​ໜຶ່ງ ແລະ​ມີ​ອຳນາດ​ຫລາຍກວ່າ​ພວກເຂົາ.”</verse>
				<verse number="13">ແຕ່​ໂມເຊ​ໄດ້​ຕອບ​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ໄດ້​ນຳ​ປະຊາຊົນ​ເຫຼົ່ານີ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ​ເອງ. ເມື່ອ​ຊາວ​ເອຢິບ​ໄດ້ຍິນ​ສິ່ງ​ທີ່​ພຣະອົງ​ເຮັດ​ຕໍ່​ປະຊາຊົນ​ຂອງ​ພຣະອົງ</verse>
				<verse number="14">ພວກເຂົາ​ກໍ​ຈະ​ບອກ​ເລື່ອງ​ນັ້ນ​ໃຫ້​ແກ່​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້. ຄົນ​ພວກ​ນັ້ນ​ໄດ້ຍິນ​ແລ້ວ​ວ່າ​ພຣະອົງ​ຄື​ພຣະເຈົ້າຢາເວ ສະຖິດ​ຢູ່​ທ່າມກາງ​ພວກ​ຂ້ານ້ອຍ ແລະ​ພຣະເຈົ້າຢາເວ​ໄດ້​ປາກົດ​ໜ້າ​ຕໍ່​ໜ້າ​ໃຫ້​ພວກ​ຂ້ານ້ອຍ​ເຫັນ, ແລະ​ເປັນ​ເສົາເມກ​ຊຶ່ງ​ຢຸດ​ຢູ່​ເທິງ​ພວກ​ຂ້ານ້ອຍ ແລະ​ພຣະອົງ​ຍັງ​ໄດ້​ນຳພາ​ພວກ​ຂ້ານ້ອຍ​ໄປ ເປັນ​ເສົາເມກ​ໃນ​ເວລາ​ກາງເວັນ ແລະ​ເປັນ​ເສົາໄຟ​ໃນ​ເວລາ​ກາງຄືນ.</verse>
				<verse number="15">ມາບັດນີ້ ຖ້າ​ພຣະອົງ​ຫາກ​ຂ້າ​ປະຊາຊົນ​ຂອງ​ພຣະອົງ​ທັງໝົດ ຊົນຊາດ​ທັງຫລາຍ​ທີ່​ໄດ້ຍິນ​ເຖິງ​ຊື່ສຽງ​ຂອງ​ພຣະອົງ​ກໍ​ຈະ​ກ່າວ​ວ່າ</verse>
				<verse number="16">‘ເພາະ​ພຣະເຈົ້າຢາເວ​ບໍ່​ສາມາດ​ນຳພາ​ພວກເຂົາ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ພວກເຂົາ​ນັ້ນ​ໄດ້. ພຣະອົງ​ຈຶ່ງ​ຂ້າ​ປະຊາຊົນ​ຂອງ​ພຣະອົງ​ເອງ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.’</verse>
				<verse number="17">ສະນັ້ນ ບັດນີ້​ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່​ເອີຍ ຂ້ານ້ອຍ​ຈຶ່ງ​ວິງວອນ​ຂໍ​ພຣະອົງ​ຊົງ​ໂຜດ​ສຳແດງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ເຮັດ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້ ເມື່ອ​ພຣະອົງ​ກ່າວ​ວ່າ,</verse>
				<verse number="18">‘ພຣະເຈົ້າຢາເວ​ຜູ້​ບໍ່​ຮ້າຍ​ງ່າຍ, ຜູ້​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ຄວາມ​ສັດຊື່​ຕະຫລອດໄປ ພ້ອມ​ທັງ​ຍົກ​ບາບ​ໃຫ້​ອະໄພ​ແກ່​ຜູ້​ທີ່​ກະບົດ​ຕໍ່ສູ້​ເຮົາ, ແຕ່​ເຮົາ​ຈະ​ບໍ່​ລະເລີຍ​ທີ່​ຈະ​ລົງໂທດ ລູກຫລານ​ຂອງ​ຜູ້​ທີ່​ໄດ້​ກະທຳ​ບາບ​ຕໍ່ສູ້​ເຮົາ​ເຖິງ​ສາມ​ສີ່​ຊົ່ວ​ເຊັ່ນ​ຄົນ ສຳລັບ​ການບາບ​ຂອງ​ພໍ່​ແມ່​ພວກເຂົາ.’</verse>
				<verse number="19">ຂໍ​ຊົງ​ຍົກ​ໂທດບາບ​ໃຫ້​ຄົນ​ເຫຼົ່ານີ້​ເສຍເຖີດ ຕາມ​ຄວາມຮັກ​ອັນ​ໝັ້ນຄົງ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ຍົກ​ໂທດບາບ​ໃຫ້​ພວກເຂົາ ຕອນ​ທີ່​ຫາກໍໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ຈົນ​ເຖິງ​ທຸກ​ວັນນີ້.”</verse>
				<verse number="20">ພຣະເຈົ້າຢາເວ​ໄດ້​ຕອບ​ວ່າ, “ເຮົາ​ຈະ​ຍົກໂທດ​ບາບ​ໃຫ້​ພວກເຂົາ ຕາມ​ທີ່​ເຈົ້າ​ໄດ້​ຂໍຮ້ອງ​ມາ,</verse>
				<verse number="21">ແຕ່​ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ທົ່ວ​ແຜ່ນດິນ​ໂລກ​ຈະ​ເຕັມ​ໄປ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ສັນນັ້ນ,</verse>
				<verse number="22">ບໍ່ມີ​ໃຜ​ຈັກ​ຄົນ​ໃນ​ຈຳນວນ​ຄົນ​ເຫຼົ່ານີ້ ທີ່​ໄດ້​ເຫັນ​ສະຫງ່າຣາສີ​ຂອງເຮົາ ແລະ​ການ​ອັດສະຈັນ​ແລະ​ໝາຍສຳຄັນ​ຕ່າງໆ​ທີ່​ເຮົາ​ໄດ້​ກະທຳ ຢູ່​ໃນ​ປະເທດ​ເອຢິບ​ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໄດ້​ທົດລອງ​ເຮົາ​ເຖິງ​ສິບ​ເທື່ອ​ແລ້ວ ແຕ່​ຍັງ​ໄດ້​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ເຮົາ.</verse>
				<verse number="23">ພວກເຂົາ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ ຊຶ່ງ​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ​ນັ້ນ​ຈັກເທື່ອ. ພວກ​ທີ່​ໝິ່ນປະໝາດ​ເຮົາ​ນັ້ນ ຈະ​ບໍ່ມີ​ຈັກ​ຄົນໜຶ່ງ​ຄົນດຽວ​ທີ່​ໄດ້​ເຂົ້າ​ໄປ​ໃນ​ທີ່ນັ້ນ.</verse>
				<verse number="24">ແຕ່​ຍ້ອນ​ກາເລັບ ຄົນ​ຮັບໃຊ້​ຂອງເຮົາ ມີ​ທ່າທີ​ແຕກຕ່າງ​ຈາກ​ຄົນ​ເຫຼົ່ານີ້ ແລະ​ລາວ​ສັດຊື່​ຕໍ່​ເຮົາ ເຮົາ​ຈະ​ນຳພາ​ລາວ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ລາວ​ໄດ້​ໄປ​ສຳຫລວດ ແລະ​ເຊື້ອສາຍ​ຂອງ​ລາວ​ຈະ​ໄດ້​ເປັນ​ກຳມະສິດ​ດິນແດນ</verse>
				<verse number="25">ຊຶ່ງ​ເປັນ​ຮ່ອມພູ​ທີ່​ຊາວ​ອາມາເຫຼັກ​ກັບ​ຊາວ​ການາອານ​ອາໄສ​ຢູ່​ໃນ​ເວລານີ້. ໃນ​ມື້ອື່ນ ພວກເຈົ້າ​ຈົ່ງ​ກັບຄືນ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຕາມ​ສາຍ​ທາງ​ໄປ​ສູ່​ອ່າວ​ອາກາບາ.”</verse>
				<verse number="26">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ກັບ​ອາໂຣນ​ວ່າ,</verse>
				<verse number="27">“ຄົນຊົ່ວ​ເຫຼົ່ານີ້ ຈະ​ຈົ່ມຮ້າຍ​ໃສ່​ເຮົາ​ໄປ​ອີກ​ດົນນານ​ປານໃດ? ເຮົາ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ເຫຼົ່ານັ້ນ​ພຽງພໍ​ແລ້ວ</verse>
				<verse number="28">ບັດນີ້ ຈົ່ງ​ໃຫ້​ຄຳຕອບ​ນີ້​ແກ່​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ມີ​ຊີວິດ​ຢູ່​ແນ່ນອນ​ສັນໃດ ເຮົາ​ຈະ​ເຮັດ​ຕາມ​ທີ່​ເຈົ້າ​ໄດ້​ຂໍຮ້ອງ​ເຮົາ​ສັນນັ້ນ.</verse>
				<verse number="29">ພວກເຈົ້າ​ຈະ​ຕາຍ​ແລະ​ຊາກສົບ​ຂອງ​ພວກເຈົ້າ​ຈະ​ກະຈັດ​ກະຈາຍ ທົ່ວ​ຖິ່ນ​ແຫ້ງແລ້ງ​ກັນດານ. ຍ້ອນ​ພວກເຈົ້າ​ຈົ່ມຮ້າຍ​ໃສ່​ເຮົາ ຄົນ​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ໃນ​ພວກເຈົ້າ ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ເດັດຂາດ.</verse>
				<verse number="30">ເຮົາ​ໄດ້​ສັນຍາ​ວ່າ​ຈະ​ໃຫ້​ພວກເຈົ້າ​ຢູ່​ທີ່​ນັ້ນ ແຕ່​ໃນ​ພວກເຈົ້າ​ຈະ​ບໍ່ມີ​ໃຜ​ໄດ້​ຢູ່ ນອກຈາກ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ແລະ​ໂຢຊວຍ​ລູກຊາຍ​ຂອງ​ນູນ.</verse>
				<verse number="31">ພວກເຈົ້າ​ໄດ້​ເວົ້າ​ວ່າ, ລູກຫລານ​ຂອງ​ພວກເຈົ້າ​ຈະ​ຖືກ​ຈັບ​ໄປ ແຕ່​ເຮົາ​ຈະ​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ພວກເຈົ້າ​ບໍ່​ຍອມ​ຮັບ​ເອົາ ແລະ​ທີ່​ນັ້ນ​ຈະ​ເປັນ​ບ້ານ​ເຮືອນ​ຂອງ​ພວກເຂົາ.</verse>
				<verse number="32">ພວກເຈົ້າ​ຈະ​ຕາຍ​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້.</verse>
				<verse number="33">ພວກ​ລູກຫລານ​ຂອງ​ພວກເຈົ້າ​ຈະ​ທ່ອງທ່ຽວ​ໄປມາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ເວລາ​ສີ່ສິບ​ປີ ຕ້ອງ​ທົນທຸກ​ລຳບາກ​ຍ້ອນ​ຄວາມ​ບໍ່​ສັດຊື່​ຂອງ​ພວກເຈົ້າ ຈົນກວ່າ​ຄົນ​ສຸດທ້າຍ​ໃນ​ພວກເຈົ້າ​ຕາຍໄປ.</verse>
				<verse number="34">ພວກເຈົ້າ​ຈະ​ໄດ້​ຮັບ​ຜົນ​ກຳ​ເພາະ​ການບາບ​ຂອງ​ພວກເຈົ້າ​ເປັນ​ເວລາ 40 ປີ​ນັ້ນ​ຄື: ໜຶ່ງ​ປີ​ຕໍ່​ໜຶ່ງ​ວັນ​ຂອງ​ສີ່ສິບ​ວັນ ຕາມ​ເວລາ​ທີ່​ພວກເຈົ້າ​ໄດ້​ໃຊ້​ສຳຫລວດ​ດິນແດນ​ນັ້ນ. ພວກເຈົ້າ​ຈະ​ຮູ້​ວ່າ​ການ​ເປັນ​ສັດຕູ​ກັບ​ເຮົາ​ນັ້ນ​ເປັນ​ຢ່າງ​ໃດ.</verse>
				<verse number="35">ເຮົາ​ແມ່ນ​ພຣະເຈົ້າຢາເວ ເຮົາ​ໄດ້ກ່າວ​ວ່າ ເຮົາ​ຈະ​ເຮັດ​ເຊັ່ນນີ້​ຕໍ່​ຄົນ​ຢ່າງ​ພວກເຈົ້າ ທີ່​ຮ່ວມ​ຫົວ​ກັນ​ຕໍ່ສູ້​ເຮົາ. ພວກເຈົ້າ​ແຕ່ລະຄົນ​ຈະ​ຕາຍ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້.”’</verse>
				<verse number="36">ຄົນ​ທີ່​ໂມເຊ​ໄດ້​ສົ່ງ​ໄປ​ສຳຫລວດ​ດິນແດນ​ນຳ​ລາຍງານ​ບໍ່ຈິງ​ມາ​ເວົ້າ ຊຶ່ງ​ພາ​ໃຫ້​ປະຊາຊົນ​ຈົ່ມຮ້າຍ​ຕໍ່ສູ້​ພຣະອົງ. ສະນັ້ນ ຈຶ່ງ​ເຮັດ​ໃຫ້​ພວກເຂົາ​ເປັນ​ໂຣກ​ລະບາດ​ຮ້າຍແຮງ ແລະ​ຕາຍໄປ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="37"></verse>
				<verse number="38">ໃນ​ຈຳນວນ​ນັກສືບ​ສອດແນມ​ສິບສອງ​ຄົນ​ນັ້ນ ມີ​ແຕ່​ໂຢຊວຍ​ລູກຊາຍ​ຂອງ​ນູນ​ແລະ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ເທົ່ານັ້ນ​ທີ່​ມີ​ຊີວິດ​ຢູ່.</verse>
				<verse number="39">ເມື່ອ​ໂມເຊ​ໄດ້​ບອກ​ເຖິງ​ຖ້ອຍຄຳ​ເຫຼົ່ານີ້​ໃຫ້​ຊາວ​ອິດສະຣາເອນ​ທັງໝົດ​ຟັງ, ພວກເຂົາ​ກໍ​ພາກັນ​ຮ້ອງໄຫ້​ທຸກໂສກ​ຢ່າງ​ຂົມຂື່ນ.</verse>
				<verse number="40">ພວກເຂົາ​ໄດ້​ລຸກຂື້ນ​ຕັ້ງແຕ່​ເຊົ້າໆ ແລະ​ພວກເຂົາ​ໄດ້​ຂື້ນ​ໄປ​ເທິງ​ເນີນພູ​ສູງ​ໂດຍ​ເວົ້າ​ວ່າ, “ບັດນີ້ ພວກເຮົາ​ພ້ອມແລ້ວ​ທີ່​ຈະ​ໄປ​ສູ່​ດິນແດນ​ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ສັນຍາ​ໄວ້. ພວກເຮົາ​ຍອມ​ຮັບ​ວ່າ​ພວກເຮົາ​ໄດ້​ເຮັດ​ບາບ​ແລ້ວ.”</verse>
				<verse number="41">ແຕ່​ໂມເຊ​ໄດ້​ບອກ​ວ່າ, “ຖ້າ​ດັ່ງນັ້ນ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ? ພວກເຈົ້າ​ຈະ​ບໍ່ໄດ້​ຮັບ​ໄຊຊະນະ​ດອກ</verse>
				<verse number="42">ຢ່າໄປເລີຍ ເພາະ​ພຣະເຈົ້າຢາເວ​ຈະ​ບໍ່​ສະຖິດ​ຢູ່​ນຳ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ພ່າຍແພ້​ພວກ​ສັດຕູ.</verse>
				<verse number="43">ເມື່ອ​ພວກເຈົ້າ​ປະເຊີນ​ໜ້າ​ກັບ​ຊາວ​ອາມາເຫຼັກ ແລະ​ຊາວ​ການາອານ​ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຕາຍ​ຢູ່​ໃນ​ສະໜາມຮົບ; ເພາະວ່າ​ພວກເຈົ້າ​ບໍ່​ຍິນຍອມ​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ, ພຣະເຈົ້າຢາເວ​ຈະ​ບໍ່​ສະຖິດ​ຢູ່​ນຳ​ພວກເຈົ້າ.”</verse>
				<verse number="44">ແຕ່​ພວກເຂົາ​ກໍ​ຍັງ​ຕັ້ງໃຈ​ຂຶ້ນ​ໄປ​ເທິງ​ເນີນພູ​ສູງ ໂດຍ​ທີ່​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ແລະ​ໂມເຊ​ຍັງ​ຢູ່​ໃນ​ຄ້າຍ.</verse>
				<verse number="45">ແລ້ວ​ພວກ​ອາມາເຫຼັກ​ແລະ​ພວກ​ການາອານ​ທີ່​ຢູ່​ໃນ​ທີ່ນັ້ນ​ກໍໄດ້​ໂຈມຕີ​ຄືນ ແລະ​ຂັບໄລ່​ພວກເຂົາ​ໃຫ້​ພ່າຍແພ້​ຢ່າງ​ສິ້ນເຊີງ​ທີ່​ເມືອງ​ໂຮມາ.</verse>
			</chapter>
			<chapter number="15">
				<verse number="1">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ,</verse>
				<verse number="2">“ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ, ‘ເມື່ອ​ພວກເຈົ້າ​ເຂົ້າ​ໃນ​ດິນແດນ ທີ່​ເຮົາ​ຈະ​ມອບ​ໃຫ້​ເປັນ​ທີ່​ຢູ່​ອາໄສ​ຂອງ​ພວກເຈົ້າ​ແລ້ວ</verse>
				<verse number="3">ພວກເຈົ້າ​ຕ້ອງ​ຖວາຍ​ງົວເຖິກ​ໂຕໜຶ່ງ, ແກະເຖິກ​ໂຕໜຶ່ງ, ແກະ ຫລື​ແບ້​ໂຕໜຶ່ງ​ແກ່​ພຣະເຈົ້າຢາເວ​ກໍໄດ້ ຕາມ​ພິທີ​ເຜົາ​ສັດ​ທັງໂຕ​ຖວາຍ​ບູຊາ​ດ້ວຍ​ໄຟ ຫລື​ຖວາຍບູຊາ​ອັນ​ເນື່ອງ​ມາ​ຈາກ​ຜົນສຳເລັດ​ໃນ​ການ​ບະບົນ​ໄວ້ ຫລື​ຖວາຍ​ບູຊາ​ຕາມໃຈ​ສະໝັກ ຫລື​ຖວາຍບູຊາ​ໃນ​ວັນ​ສະຫລອງ​ເທດສະການ​ຕ່າງໆ​ຕາມ​ປົກກະຕິ ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ບູຊາ​ເຫຼົ່ານີ້ ຈຶ່ງ​ເປັນ​ທີ່​ພໍໃຈ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="4">ຜູ້ໃດ​ກໍຕາມ​ທີ່​ເອົາ​ລູກແກະ​ຫລື​ແບ້​ມາ​ເຜົາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ຈະ​ຕ້ອງ​ນຳ​ມາ​ພ້ອມ​ກັບ​ສັດ​ແຕ່ລະໂຕ​ຄື: ແປ້ງເຂົ້າ​ຢ່າງດີ​ໜຶ່ງ​ກິໂລກຼາມ​ປົນ​ກັບ​ນໍ້າມັນ​ໝາກກອກເທດ​ໜຶ່ງ​ລິດ ຕາມ​ພິທີການ​ຖວາຍ​ພືດຜົນ​ເປັນເມັດ​ພ້ອມ​ກັບ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ.</verse>
				<verse number="5"></verse>
				<verse number="6">ເມື່ອ​ຖວາຍ​ແກະເຖິກ​ໂຕໜຶ່ງ ໃຫ້​ນຳ​ເຄື່ອງ​ຖວາຍ​ມາ​ພ້ອມ ມີ​ແປ້ງເຂົ້າ​ຢ່າງດີ​ສອງ​ກິໂລກຼາມ ປົນ​ກັບ​ນໍ້າມັນ​ໝາກກອກເທດ​ເຄິ່ງລິດ</verse>
				<verse number="7">ພ້ອມ​ກັບ​ເຫຼົ້າ​ອະງຸ່ນ​ລິດເຄິ່ງ. ກິ່ນ​ຫອມຫວນ​ຂອງ​ເຄື່ອງບູຊາ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="8">ເມື່ອ​ຖວາຍ​ງົວເຖິກ​ໂຕໜຶ່ງ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ຖວາຍ​ບູຊາ​ດ້ວຍ​ໄຟ ຫລື​ຖວາຍ​ບູຊາ​ທີ່​ສືບ​ເນື່ອງ​ມາ​ຈາກ​ຜົນ​ສຳເລັດ​ໃນ​ການ​ບະບົນ​ໄວ້ ຫລື​ຕາມ​ພິທີ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ກໍດີ</verse>
				<verse number="9">ໃຫ້​ນຳ​ເຄື່ອງ​ມາ​ຖວາຍ​ພ້ອມ​ງົວເຖິກ ມີ​ແປ້ງເຂົ້າ​ຢ່າງດີ​ສາມ​ກິໂລກຼາມ ປົນ​ກັບ​ນໍ້າມັນ​ໝາກກອກເທດ​ສອງ​ລິດ</verse>
				<verse number="10">ພ້ອມ​ທັງ​ເຫຼົ້າ​ອະງຸ່ນ​ສອງ​ລິດ. ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ບູຊາ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="11">ໃຫ້​ປະຕິບັດ​ດັ່ງນີ້ ເມື່ອ​ຖວາຍ​ບູຊາ​ງົວເຖິກ​ຫລື​ແບ້, ແກະເຖິກ, ລູກແກະ​ຫລື​ລູກ​ແບ້​ໜຸ່ມ.</verse>
				<verse number="12">ເມື່ອໃດ​ໄດ້​ຖວາຍ​ຫລາຍກວ່າ​ໜຶ່ງ​ໂຕ​ຂຶ້ນ​ໄປ ກໍ​ໃຫ້​ເພີ່ມ​ເຄື່ອງ​ຖວາຍ​ບູຊາ​ຄູ່​ກັນ​ໄປ​ຕາມ​ຊັດສ່ວນ.</verse>
				<verse number="13">ໃຫ້​ຊາວ​ອິດສະຣາເອນ​ພື້ນເມືອງ​ທຸກຄົນ​ປະຕິບັດ​ຕາມ​ລະບຽບການ​ນີ້ ເມື່ອ​ມີ​ການ​ຖວາຍ​ອາຫານ ກິ່ນ​ຫອມຫວນ​ຂອງ​ການ​ຖວາຍ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="14">ຖ້າ​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ພວກເຈົ້າ​ນັ້ນ ບໍ່​ວ່າ​ຢູ່​ຊົ່ວຄາວ​ຫລື​ຢູ່​ຢ່າງ​ຖາວອນ​ກໍດີ ຖ້າ​ຢາກ​ຖວາຍ​ອາຫານ​ກໍ​ໃຫ້​ປະຕິບັດ​ຕາມ​ແບບ​ດຽວກັນ. ກິ່ນ​ຫອມຫວນ​ຂອງ​ການ​ຖວາຍ​ນັ້ນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="15">ໃຫ້​ພວກເຈົ້າ​ເອງ ແລະ​ຄົນ​ຕ່າງດ້າວ​ທີ່​ຢູ່​ນຳ​ພວກເຈົ້າ ປະຕິບັດ​ຕາມ​ແບບ​ດຽວກັນ​ນີ້ ທຸກຍຸກ​ທຸກສະໄໝ​ສືບໄປ. ພວກເຈົ້າ ແລະ​ພວກເຂົາ​ມີ​ຄຸນຄ່າ​ເທົ່າທຽມ​ກັນ ຕໍ່ໜ້າ​ຂອງ​ພຣະເຈົ້າຢາເວ</verse>
				<verse number="16">ດັ່ງນັ້ນ ຈຶ່ງ​ໃຫ້​ໃຊ້​ກົດບັນຍັດ ແລະ​ລະບຽບການ​ຢ່າງ​ດຽວກັນ.”’</verse>
				<verse number="17">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ,</verse>
				<verse number="18">“ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ, ‘ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ກຳລັງ​ຈະ​ນຳ​ພວກເຈົ້າ​ເຂົ້າ​ໄປ​ນັ້ນ.</verse>
				<verse number="19">ເມື່ອ​ກິນ​ອາຫານ​ຊະນິດ​ໃດ​ທີ່​ໄດ້​ຈາກ​ພືດຜົນ​ຢູ່​ໃນ​ດິນແດນ​ນັ້ນ ເຈົ້າ​ຈົ່ງ​ນຳ​ເຄື່ອງ​ບູຊາ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="20">ເມື່ອ​ພວກເຈົ້າ​ເຮັດ​ເຂົ້າຈີ່ ດ້ວຍ​ເມັດ​ພືດ​ທີ່​ຫາ​ກໍ​ເກັບກ່ຽວ​ໃໝ່ ຈົ່ງ​ເອົາ​ເຂົ້າຈີ່​ກ້ອນ​ທຳອິດ​ມາ​ຖວາຍ ເປັນ​ເຄື່ອງ​ບູຊາ​ຢ່າງ​ດຽວ​ກັບ​ເຄື່ອງ​ເຄື່ອງ​ບູຊາ​ເຂົ້າ​ທີ່​ຫາ​ກໍ​ເອົາ​ອອກ​ມາ​ຈາກ​ລານ​ຟາດເຂົ້າ.</verse>
				<verse number="21">ຈົ່ງ​ຖວາຍ​ເຂົ້າຈີ່​ທີ່​ເຮັດ​ນັ້ນ ເປັນ​ຂອງ​ຖວາຍ​ພິເສດ​ຖວາຍ​ແກ່​ພຣະເຈົ້າຢາເວ​ທຸກຍຸກ​ທຸກສະໄໝ​ສືບໄປ.</verse>
				<verse number="22">ແຕ່​ເມື່ອ​ມີ​ຜູ້ໜຶ່ງ​ບໍ່ໄດ້​ປະຕິບັດ ໂດຍ​ບໍ່ຕັ້ງໃຈ​ຕາມ​ກົດບັນຍັດ​ເຫຼົ່ານັ້ນ ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ໂມເຊ.</verse>
				<verse number="23">ໃນ​ຫລາຍ​ຊົ່ວອາຍຸ​ຄົນ​ໃນ​ຊຸມຊົນ ບໍ່ໄດ້​ປະຕິບັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ທຸກປະການ​ຜ່ານ​ທາງ​ໂມເຊ.</verse>
				<verse number="24">ຖ້າ​ການ​ຜິດພາດ​ຢ່າງ​ນີ້​ຫາກ​ໄດ້​ເກີດຂຶ້ນ​ເພາະ​ຊຸມຊົນ​ຮູ້ເທົ່າ​ບໍ່​ເຖິງການ ໃຫ້​ພວກເຈົ້າ​ນຳ​ງົວເຖິກ​ໂຕໜຶ່ງ​ມາ​ຕາມ​ພິທີ​ຖວາຍບູຊາ ຄູ່​ກັບ​ການ​ຖວາຍ​ພືດຜົນ​ເປັນເມັດ​ຢ່າງດີ ແລະ​ເຫຼົ້າ​ອະງຸ່ນ. ກິ່ນ​ຫອມຫວນ​ຂອງ​ການ​ຖວາຍ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ນອກຈາກນີ້ ພວກເຂົາ​ຕ້ອງ​ຖວາຍ​ແບ້ເຖິກ​ຕື່ມ​ອີກ​ໂຕໜຶ່ງ​ຕາມ​ພິທີ​ຖວາຍ​ເພື່ອ​ລຶບລ້າງ​ບາບ.</verse>
				<verse number="25">ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ບາບ​ສຳລັບ​ຊຸມຊົນ​ອິດສະຣາເອນ ແລະ​ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການອະໄພ ເພາະ​ແມ່ນ​ຄວາມ​ຜິດພາດ​ທີ່​ໄດ້​ເກີດຂຶ້ນ​ໂດຍ​ບໍ່ຕັ້ງໃຈ ແລະ​ພວກເຂົາ​ກໍໄດ້​ນຳ​ເຄື່ອງ​ຖວາຍ​ເພື່ອ​ລຶບລ້າງ​ບາບ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ ຕາມ​ພິທີ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ​ແລ້ວ.</verse>
				<verse number="26">ຍ້ອນ​ທຸກໆຄົນ​ໄດ້​ມີ​ສ່ວນ​ໃນ​ຄວາມ​ຜິດພາດ​ນັ້ນ ສະນັ້ນ ຊຸມຊົນ​ອິດສະຣາເອນ​ທັງໝົດ ແລະ​ຄົນ​ຕ່າງດ້າວ​ທຸກໆຄົນ​ທີ່​ໄດ້​ອາໄສ​ຢູ່​ນຳ​ກໍ​ຈະ​ໄດ້​ຮັບ​ການອະໄພ​ດ້ວຍ.</verse>
				<verse number="27">ຖ້າ​ແມ່ນ​ຄົນດຽວ​ຫາກ​ເຮັດ​ບາບ​ໂດຍ​ບໍ່ຕັ້ງໃຈ ກໍ​ໃຫ້​ລາວ​ຖວາຍ​ແບ້​ແມ່​ໂຕໜຶ່ງ​ອາຍຸ​ໜຶ່ງ​ປີ ຕາມ​ພິທີ​ຖວາຍ​ເພື່ອ​ລຶບລ້າງ​ບາບ.</verse>
				<verse number="28">ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ບາບ​ໃຫ້​ຜູ້ທີ່​ເຮັດ​ບາບ​ໂດຍ​ບໍ່ຕັ້ງໃຈ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ລາວ​ກໍ​ຈະ​ໄດ້​ຮັບ​ການອະໄພ.</verse>
				<verse number="29">ໃຫ້​ທຸກຄົນ​ທີ່​ໄດ້​ເຮັດ​ບາບ​ໂດຍ​ບໍ່ຕັ້ງໃຈ​ປະຕິບັດ​ຕາມ​ລະບຽບການ​ດຽວກັນນີ້ ບໍ່​ວ່າ​ຄົນ​ນັ້ນ​ຈະ​ເປັນ​ຊາວ​ອິດສະຣາເອນ​ໂດຍ​ກຳເນີດ ຫລື​ຄົນ​ຕ່າງດ້າວ​ທີ່​ມາ​ອາໄສ​ຢູ່​ນຳ​ພວກ​ຕົນ​ກໍຕາມ.</verse>
				<verse number="30">ແຕ່​ຖ້າ​ບຸກຄົນ​ໃດ ບໍ່​ວ່າ​ຄົນ​ອິດສະຣາເອນ​ໂດຍ​ກຳເນີດ ຫລື​ຄົນ​ຕ່າງດ້າວ​ທີ່​ໄດ້​ມາ​ອາໄສ​ຢູ່​ນຳ​ກໍດີ ຫາກ​ເຮັດ​ບາບ​ໂດຍ​ຕັ້ງໃຈ​ດູໝິ່ນ​ປະໝາດ​ພຣະເຈົ້າຢາເວ ກໍ​ໃຫ້​ລົງໂທດ​ບຸກຄົນ​ນັ້ນ​ໃຫ້​ເຖິງ​ຕາຍ;</verse>
				<verse number="31">ຍ້ອນ​ວ່າ​ລາວ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ ແລະ​ໄດ້​ຕັ້ງໃຈ​ລະເມີດ​ຂໍ້ຄຳສັ່ງ​ຂອງ​ພຣະອົງ. ໃຫ້​ລາວ​ຮັບຜິດຊອບ​ການຕາຍ​ຂອງ​ລາວເອງ.”’</verse>
				<verse number="32">ມີຢູ່​ຄັ້ງໜຶ່ງ ເມື່ອ​ຊາວ​ອິດສະຣາເອນ​ຍັງ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ມີ​ຊາຍ​ຄົນໜຶ່ງ​ໄດ້​ລະເມີດ​ວັນ​ຊະບາໂຕ​ໂດຍ​ໄປ​ຫາ​ຟືນ.</verse>
				<verse number="33">ລາວ​ໄດ້​ຖືກ​ນຳ​ຕົວ​ມາ​ຫາ​ໂມເຊ ອາໂຣນ ແລະ​ຊຸມຊົນ​ທັງໝົດ.</verse>
				<verse number="34">ແລ້ວ​ເພິ່ນ​ກໍ​ສັ່ງ​ໃຫ້​ຄຸມຂັງ​ລາວ​ໄວ້ ເພາະ​ຍັງ​ບໍ່​ຮູ້​ວ່າ​ຈະ​ເຮັດ​ຢ່າງ​ໃດ​ກັບ​ລາວ​ເທື່ອ.</verse>
				<verse number="35">ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ໃຫ້​ປະຫານ​ຊີວິດ​ຊາຍ​ຄົນນີ້ເສຍ ໂດຍ​ໃຫ້​ຊຸມຊົນ​ທັງໝົດ​ແກວ່ງ​ກ້ອນຫີນ​ໃສ່​ລາວ​ໃຫ້​ຕາຍ​ຢູ່​ນອກ​ຄ້າຍພັກ.”</verse>
				<verse number="36">ສະນັ້ນ ຊຸມຊົນ​ທັງໝົດ​ຈຶ່ງ​ໄດ້​ນຳ​ລາວ​ອອກ​ໄປ​ນອກ​ຄ້າຍ ແລະ​ແກວ່ງ​ກ້ອນຫີນ​ໃສ່​ໃຫ້​ຕາຍ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ.</verse>
				<verse number="37">ແລ້ວ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ,</verse>
				<verse number="38">“ໃຫ້​ໄປ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ, ‘ຈົ່ງ​ເຮັດ​ຍອຍ​ສີຟ້າ​ໃສ່​ຕາມ​ແຈ​ຂອງ​ເຄື່ອງນຸ່ງ. ໃຫ້​ເຮັດ​ຢ່າງ​ນີ້​ທຸກຍຸກ​ທຸກສະໄໝ​ສືບໄປ.’</verse>
				<verse number="39">ຍອຍ​ນັ້ນ​ຈະ​ເປັນ​ສິ່ງ​ເຕືອນໃຈ ແລະ​ທຸກໆ​ເທື່ອ​ທີ່​ພວກເຈົ້າ​ເຫັນ​ຍອຍ​ນັ້ນ ມັນ​ຈະ​ຊ່ວຍ​ໃຫ້​ພວກເຈົ້າ​ຄິດເຖິງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ປະຕິບັດ​ຕາມ ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ລືມໄລ​ເຮົາ​ໄປ​ເຮັດ​ຕາມໃຈ​ມັກ.</verse>
				<verse number="40">ຍອຍ​ນັ້ນ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ຮັກສາ​ຂໍ້ຄຳສັ່ງ​ທັງໝົດ​ຂອງເຮົາ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ຄົນ​ບໍຣິສຸດ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="41">ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ເຮົາ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”</verse>
			</chapter>
			<chapter number="16">
				<verse number="1">ໂກຣາ ລູກຊາຍ​ຂອງ​ອີຊະຮາ ຊາວ​ເລວີ​ຢູ່​ໃນ​ຕະກຸນ​ໂກຮາດ ກໍ​ໄດ້​ຍົກຍໍ​ຕົວຂຶ້ນ​ກະບົດ​ຕໍ່​ໂມເຊ. ສະມາຊິກ​ໃນ​ເຜົ່າ​ຣູເບັນ​ສາມ​ຄົນ​ຄື: ດາທານ, ອາບີຣາມ ລູກຊາຍ​ຂອງ​ເອລີອາບ ແລະ​ອອນ​ລູກຊາຍ​ຂອງ​ເປເລັດ</verse>
				<verse number="2">ໄດ້​ຮ່ວມ​ມື​ກັບ​ລາວ​ໂດຍ​ມີ​ຜູ້ນຳ 250 ຄົນ ທີ່​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ຊຸມນຸມ​ເປັນ​ຜູ້​ສະໜັບ​ສະໜູນ.</verse>
				<verse number="3">ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ຕໍ່ສູ້​ໂມເຊ​ແລະ​ຕໍ່ສູ້​ອາໂຣນ ແລະ​ກ່າວ​ວ່າ, “ທ່ານ​ເຮັດ​ໂພດ​ເກີນ​ໄປ​ແລ້ວໃດ! ສະມາຊິກ​ທັງໝົດ​ຢູ່​ໃນ​ຊຸມຊົນ​ເປັນ​ຄົນ​ບໍຣິສຸດ ແລະ​ພຣະເຈົ້າຢາເວ​ກໍ​ສະຖິດ​ຢູ່​ນຳ​ພວກເຮົາ​ທຸກຄົນ. ແລ້ວ​ເປັນຫຍັງ​ທ່ານ​ຈຶ່ງ​ຖືຕົວ​ເໜືອ​ກວ່າ​ຊຸມຊົນ​ຂອງ​ພຣະເຈົ້າຢາເວ?”</verse>
				<verse number="4">ເມື່ອ​ໂມເຊ​ໄດ້ຍິນ​ເຊັ່ນ​ນັ້ນ ເພິ່ນ​ຈຶ່ງ​ຂາບລົງ​ກັບ​ພື້ນດິນ.</verse>
				<verse number="5">ແລ້ວ​ເພິ່ນ​ກໍໄດ້​ບອກ​ໂກຣາ​ແລະ​ພັກພວກ​ຂອງ​ລາວ​ວ່າ, “ໃນ​ມື້ອື່ນ​ເຊົ້າ ພຣະເຈົ້າຢາເວ​ຈະ​ສຳແດງ​ໃຫ້​ພວກເຮົາ​ເຫັນ​ວ່າ​ຜູ້ໃດ​ເປັນ​ຂອງ​ພຣະອົງ ພຣະອົງ​ຈະ​ໃຫ້​ຜູ້​ທີ່​ເປັນ​ຂອງ​ພຣະອົງ ຄື​ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ນັ້ນ ຫຍັບ​ເຂົ້າ​ໃກ້​ພຣະອົງ​ທີ່​ແທ່ນບູຊາ.</verse>
				<verse number="6">ໃນ​ມື້ອື່ນ​ເຊົ້າ ໃຫ້​ເຈົ້າ​ກັບ​ພັກພວກ​ຂອງ​ເຈົ້າ​ເອົາ​ໝໍ້ຂາງ ແລະ​ໃສ່​ຖ່ານໄຟ​ທີ່​ລຸກ​ແດງ​ພ້ອມ​ທັງ​ໂຮຍ​ເຄື່ອງຫອມ​ໃສ່​ດ້ວຍ ແລະ​ຖື​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ ແລ້ວ​ພວກເຮົາ​ກໍ​ຈະ​ຮູ້​ວ່າ ແມ່ນ​ຜູ້ໃດ​ໃນ​ພວກເຮົາ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ເອົາ. ແມ່ນ​ພວກເຈົ້າ​ຊາວ​ເລວີ​ນັ້ນ​ແຫຼະ ທີ່​ໄດ້​ເຮັດ​ໂພດ​ເກີນໄປ.”</verse>
				<verse number="7"></verse>
				<verse number="8">ໂມເຊ​ບອກ​ໂກຣາ​ອີກ​ວ່າ, “ຟັງ​ໃຫ້​ດີ ພວກເຈົ້າ ຊາວ​ເລວີ​ເອີຍ</verse>
				<verse number="9">ພວກເຈົ້າ​ຖື​ເປັນ​ເລື່ອງ​ເລັກນ້ອຍ​ຊັ້ນບໍ ທີ່​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ຕັ້ງ​ພວກເຈົ້າ​ໄວ້​ຕ່າງຫາກ​ຈາກ​ຊຸມຊົນ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເຂົ້າ​ໃກ້ຊິດ​ພຣະອົງ ແລະ​ເຮັດ​ພິທີ​ຕ່າງໆ​ຢູ່​ໃນ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ ພ້ອມ​ທັງ​ເຮັດ​ໜ້າທີ່​ຮັບໃຊ້​ຊຸມຊົນ​ດ້ວຍ.</verse>
				<verse number="10">ພຣະອົງ​ໄດ້​ໃຫ້​ພວກເຈົ້າ​ແລະ​ຊາວ​ເລວີ​ອື່ນໆ​ທັງໝົດ​ໄດ້​ຮັບ​ກຽດ​ນີ້ ແລະ​ມາບັດນີ້ ພວກເຈົ້າ​ກຳລັງ​ພະຍາຍາມ​ຢາກ​ເອົາ​ຕຳແໜ່ງ​ປະໂຣຫິດ​ອີກ</verse>
				<verse number="11">ເມື່ອ​ພວກເຈົ້າ​ກ່າວ​ຮ້າຍ​ໃສ່​ອາໂຣນ​ກໍ​ສໍ່າ​ກັບ​ວ່າ ພວກເຈົ້າ​ກ່າວ​ຮ້າຍ​ໃສ່​ພຣະເຈົ້າຢາເວ ອົງ​ທີ່​ພວກເຈົ້າ​ແລະ​ພັກພວກ​ກຳລັງ​ກະບົດ​ຕໍ່ສູ້​ຢູ່​ນີ້.”</verse>
				<verse number="12">ຕໍ່ມາ ໂມເຊ​ໃຫ້​ຄົນ​ໄປ​ຕາມ​ດາທານ ແລະ​ອາບີຣາມ​ລູກຊາຍ​ຂອງ​ເອລີອາບ​ມາ ແຕ່​ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ບໍ່​ໄປ!</verse>
				<verse number="13">ທ່ານ​ໄດ້​ນຳ​ພວກເຮົາ​ອອກ​ມາ​ຈາກ​ດິນແດນ​ທີ່​ອຸດົມສົມບູນ​ໃນ​ປະເທດ​ເອຢິບ ເພື່ອ​ຈະ​ຂ້າ​ພວກເຮົາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້​ຍັງ​ບໍ່​ພໍ​ບໍ? ທ່ານ​ຍັງ​ຈະ​ມາ​ຕັ້ງ​ຕົວ​ເປັນ​ນາຍ​ເໜືອ​ຫົວ​ເຮົາ​ອີກ​ບໍ?</verse>
				<verse number="14">ທ່ານ​ບໍ່ໄດ້​ນຳ​ພວກເຮົາ​ເຂົ້າ​ໄປ​ໃນ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ ຫລື​ມອບ​ໄຮ່​ນາ​ແລະ​ສວນອະງຸ່ນ​ໃຫ້​ພວກເຮົາ​ເປັນ​ກຳມະສິດ ແລະ​ບັດນີ້ ທ່ານ​ກຳລັງ​ພະຍາຍາມ​ຫລອກລວງ​ພວກເຮົາ​ອີກ. ພວກເຮົາ​ບໍ່​ໄປ​ດອກ.”</verse>
				<verse number="15">ໂມເຊ​ໃຈຮ້າຍ​ແລະ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂໍ​ພຣະອົງ​ຢ່າ​ຮັບ​ເຄື່ອງ​ຖວາຍ​ໃດໆ ທີ່​ຄົນ​ເຫຼົ່ານີ້​ນຳ​ມາ​ເລີຍ. ຂ້ານ້ອຍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ຕໍ່​ພວກເຂົາ; ແມ່ນແຕ່​ລໍ​ໂຕໜຶ່ງ​ຂ້ານ້ອຍ​ກໍ​ບໍ່ໄດ້​ເອົາ​ມາ​ຈາກ​ພວກເຂົາ.”</verse>
				<verse number="16">ໂມເຊ​ໄດ້​ເວົ້າ​ຕໍ່​ໂກຣາ​ວ່າ, “ມື້ອື່ນ ໃຫ້​ເຈົ້າ​ແລະ​ພັກພວກ 250 ຄົນ​ຂອງ​ເຈົ້າ ມາ​ຕໍ່ໜ້າ​ພຣະເຈົ້າຢາເວ ອາໂຣນ​ຈະ​ໄປ​ທີ່​ນັ້ນ​ຄື​ກັນ.</verse>
				<verse number="17">ໃຫ້​ພວກເຈົ້າ​ແຕ່ລະຄົນ​ຖື​ໝໍ້ຂາງ​ທີ່​ມີ​ຖ່ານໄຟ​ແດງ ແລະ​ໂຮຍ​ເຄື່ອງຫອມ​ໃສ່​ເທິງ​ໝໍ້ຂາງ 250 ໜ່ວຍ​ນັ້ນ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ ພວກເຈົ້າ​ແຕ່ລະຄົນ​ພ້ອມ​ອາໂຣນ​ໃຫ້​ຖື​ໝໍ້ຂາງ​ຂອງຕົນ​ມາ​ດ້ວຍ.”</verse>
				<verse number="18">ດັ່ງນັ້ນ ທຸກໆ​ຄົນ​ຈຶ່ງ​ໄດ້​ເອົາ​ໝໍ້ຂາງ​ຂອງຕົນ​ໃສ່​ຖ່ານໄຟ​ທີ່​ກຳລັງ​ລຸກ​ຢູ່ ພ້ອມ​ທັງ​ເຄື່ອງຫອມ​ໂຮຍ​ໃສ່​ເທິງ​ຖື​ມາ ແລະ​ຢືນ​ຢູ່​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ພ້ອມ​ກັບ​ໂມເຊ​ແລະ​ອາໂຣນ.</verse>
				<verse number="19">ແລ້ວ​ໂກຣາ​ກໍ​ຮວບຮວມ​ພັກພວກ​ຂອງຕົນ ມາ​ຢືນ​ປະເຊີນ​ໜ້າ​ກັບ​ໂມເຊ​ແລະ​ອາໂຣນ ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ໃນ​ທັນໃດນັ້ນ ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍ​ປາກົດ​ຕໍ່​ຊຸມຊົນ​ທັງໝົດ</verse>
				<verse number="20">ແລະ​ພຣະເຈົ້າຢາເວ​ກໍໄດ້​ບອກ​ໂມເຊ​ແລະ​ອາໂຣນ​ວ່າ,</verse>
				<verse number="21">“ຈົ່ງ​ຖ່ອຍໜີ​ຈາກ​ປະຊາຊົນ​ເຫຼົ່ານີ້ ເຮົາ​ຈະ​ທຳລາຍ​ພວກເຂົາ​ດຽວ​ນີ້.”</verse>
				<verse number="22">ແຕ່​ໂມເຊ​ແລະ​ອາໂຣນ​ຂາບລົງ​ດິນ ທູນ​ວ່າ, “ໂອ ຂ້າແດ່​ພຣະເຈົ້າ ອົງ​ເປັນ​ພຣະເຈົ້າ​ແຫ່ງ​ຈິດວິນຍານ​ທັງໝົດ​ຂອງ​ມະນຸດ. ເມື່ອ​ຄົນ​ຜູ້​ດຽວ​ເຮັດ​ບາບ ພຣະອົງ​ຈະ​ໂກດຮ້າຍ​ຊຸມຊົນ​ທັງໝົດ​ຫລື?”</verse>
				<verse number="23">ພຣະເຈົ້າຢາເວ​ຕອບ​ໂມເຊ​ວ່າ,</verse>
				<verse number="24">“ບອກ​ໃຫ້​ປະຊາຊົນ​ຍ້າຍ​ໜີ​ຈາກ​ເຕັນ​ຂອງ​ໂກຣາ, ດາທານ ແລະ​ອາບີຣາມ ດຽວນີ້.”</verse>
				<verse number="25">ແລ້ວ​ໂມເຊ ຕິດຕາມ​ດ້ວຍ​ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ ກໍໄດ້​ໄປ​ຫາ​ດາທານ​ແລະ​ອາບີຣາມ.</verse>
				<verse number="26">ເພິ່ນ​ໄດ້​ບອກ​ປະຊາຊົນ​ວ່າ, “ຈົ່ງ​ຍ້າຍ​ໜີ​ຈາກ​ເຕັນ​ຂອງ​ຄົນຊົ່ວ​ເຫຼົ່ານີ້ ແລະ​ຢ່າ​ແຕະຕ້ອງ​ສິ່ງໃດສິ່ງໜຶ່ງ​ທີ່​ເປັນ​ຂອງ​ພວກເຂົາ. ບໍ່​ດັ່ງນັ້ນ ພວກເຈົ້າ​ຈະ​ຖືກ​ກວາດ​ໄປ​ນຳ ເພາະ​ການບາບ​ຂອງ​ພວກເຂົາ.”</verse>
				<verse number="27">ສະນັ້ນ ປະຊາຊົນ​ຈຶ່ງ​ຍ້າຍ​ໜີ​ຈາກ​ເຕັນ​ຂອງ​ໂກຣາ, ດາທານ ແລະ​ອາບີຣາມ. ດາທານ​ແລະ​ອາບີຣາມ​ພ້ອມ​ດ້ວຍ​ເມຍ​ແລະ​ລູກ​ຂອງ​ພວກເຂົາ ໄດ້​ອອກ​ມາ​ຢືນ​ຢູ່​ຕໍ່ໜ້າ​ເຕັນ​ຂອງ​ພວກເຂົາ.</verse>
				<verse number="28">ໂມເຊ​ກ່າວ​ຕໍ່​ປະຊາຊົນ​ວ່າ, “ດ້ວຍ​ວິທີ​ນີ້ ພວກເຈົ້າ​ຈຶ່ງ​ຈະ​ຮູ້​ວ່າ ພຣະເຈົ້າຢາເວ​ໄດ້​ໃຊ້​ຂ້າພະເຈົ້າ​ມາ​ເຮັດ​ສິ່ງ​ທັງໝົດ​ນີ້ ແລະ​ຂ້າພະເຈົ້າ​ບໍ່ໄດ້​ເລືອກ​ເຮັດ​ເອງ.</verse>
				<verse number="29">ຖ້າ​ຄົນ​ເຫຼົ່ານີ້​ຫາກ​ຕາຍ​ແບບ​ທຳມະດາ ໂດຍ​ບໍ່ໄດ້​ຖືກ​ລົງໂທດ​ພວກເຂົາ​ແຕ່​ຢ່າງໃດ​ຢ່າງໜຶ່ງ ກໍ​ໝາຍຄວາມວ່າ​ພຣະເຈົ້າຢາເວ​ບໍ່ໄດ້​ໃຊ້​ຂ້າພະເຈົ້າ​ມາ.</verse>
				<verse number="30">ແຕ່​ຖ້າ​ພຣະເຈົ້າຢາເວ​ຫາກ​ເຮັດ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ພວກເຈົ້າ​ບໍ່ເຄີຍ​ເຫັນ ແລະ​ພື້ນດິນ​ຍະ​ກືນກິນ​ພວກເຂົາ​ພ້ອມ​ກັບ​ທຸກສິ່ງ​ທີ່​ເປັນ​ຂອງ​ພວກເຂົາ ເພື່ອ​ໃຫ້​ລົງ​ໄປ​ສູ່​ແດນ​ມໍຣະນາ; ພວກເຈົ້າ​ກໍ​ຈະ​ຮູ້​ວ່າ ຄົນ​ພວກ​ນີ້​ໄດ້​ໝິ່ນປະໝາດ​ຢຽບ​ຢໍ່າ​ພຣະເຈົ້າຢາເວ​ໄປ​ເສຍ​ແລ້ວ.”</verse>
				<verse number="31">ພໍ​ໂມເຊ​ກ່າວ​ຈົບ ພື້ນດິນ​ບ່ອນ​ທີ່​ດາທານ​ແລະ​ອາບີຣາມ​ຢືນ​ຢູ່​ນັ້ນ</verse>
				<verse number="32">ກໍ​ຍະ​ອອກ​ກືນກິນ​ພວກເຂົາ​ແລະ​ຄອບຄົວ​ພ້ອມ​ພັກພວກ​ຂອງ​ໂກຣາ ແລະ​ສິ່ງ​ຂອງ​ທັງໝົດ​ຂອງ​ພວກເຂົາ.</verse>
				<verse number="33">ພື້ນດິນ​ຍະ​ກືນກິນ​ພວກເຂົາ​ທັງເປັນ ແລະ​ທຸກຢ່າງ​ກໍ​ດັບສູນ​ໄປ​ໝົດ.</verse>
				<verse number="34">ປະຊາຊົນ​ອິດສະຣາເອນ​ທຸກຄົນ​ທີ່​ຢູ່​ໃນ​ທີ່ນັ້ນ ໄດ້​ແລ່ນ​ປົບໜີໄປ ເມື່ອ​ໄດ້ຍິນ​ສຽງ​ຮ້ອງ​ຂອງ​ຄົນ​ເຫຼົ່ານັ້ນ. ປະຊາຊົນ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ແລ່ນ​ໜີ​ໄວໆ! ພື້ນດິນ​ອາດ​ຍະ​ກືນກິນ​ພວກເຮົາ​ເໝືອນກັນ​ກໍໄດ້.”</verse>
				<verse number="35">ແລ້ວ​ໄຟ​ຈາກ​ພຣະເຈົ້າຢາເວ​ກໍ​ໄດ້ລົງ​ມາ​ເຜົາຜານ 250 ຄົນ ຄື​ຜູ້​ທີ່​ໄດ້​ເຜົາ​ເຄື່ອງຫອມ​ມາ​ຖວາຍ​ນັ້ນ.</verse>
				<verse number="36">ຕໍ່ມາ ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ວ່າ,</verse>
				<verse number="37">“ຈົ່ງ​ບອກ​ເອເລອາຊາ​ລູກຊາຍ​ຂອງ​ປະໂຣຫິດ​ອາໂຣນ ໃຫ້​ເອົາ​ຖ່ານໄຟ​ຢູ່​ໃນ​ໝໍ້ຂາງ​ທອງສຳຣິດ ຈາກ​ຄົນ​ທີ່​ຖືກ​ໄຟ​ເຜົາຜານ​ນັ້ນ​ໄປ​ຖອກຖິ້ມ​ບ່ອນ​ອື່ນ ເພາະ​ເປັນ​ໝໍ້ຂາງ​ບໍຣິສຸດ.</verse>
				<verse number="38">ໝໍ້ຂາງ​ເຫຼົ່ານີ້​ບໍຣິສຸດ ເມື່ອ​ໄດ້​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ​ທີ່​ແທ່ນບູຊາ. ສະນັ້ນ ຈົ່ງ​ເອົາ​ໝໍ້ຂາງ​ຈາກ​ຜູ້​ທີ່​ຖືກ​ຂ້າ​ຕາຍ ເພາະ​ການບາບ​ຂອງ​ພວກເຂົາ​ເຫຼົ່ານີ້​ໄປ​ຊຸບ​ຕີ​ເປັນ​ແຜ່ນ​ບາງໆ​ສຳລັບ​ປົກ​ແທ່ນບູຊາ ເພື່ອ​ຈະ​ເປັນ​ໝາຍສຳຄັນ​ແກ່​ປະຊາຊົນ​ອິດສະຣາເອນ.”</verse>
				<verse number="39">ສະນັ້ນ ປະໂຣຫິດ​ເອເລອາຊາ​ຈຶ່ງ​ເອົາ​ໝໍ້ຂາງ​ເຫຼົ່ານັ້ນ ມາ​ຕີ​ເປັນ​ແຜ່ນ​ບາງໆ​ສຳລັບ​ປົກຄຸມ​ແທ່ນບູຊາ.</verse>
				<verse number="40">ແຜ່ນ​ນີ້​ເປັນ​ສິ່ງ​ເຕືອນ​ຊາວ​ອິດສະຣາເອນ​ວ່າ ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່ແມ່ນ​ລູກຫລານ​ຂອງ​ອາໂຣນ​ມາ​ໃກ້​ແທ່ນບູຊາ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ. ບໍ່​ດັ່ງນັ້ນ ເຂົາ​ຈະ​ຖືກ​ທຳລາຍ​ເໝືອນ​ດັ່ງ​ໂກຣາ ແລະ​ພັກພວກ​ຂອງຕົນ. ເອເລອາຊາ​ກໍໄດ້​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ​ທຸກປະການ.</verse>
				<verse number="41">ວັນ​ຕໍ່ມາ ຊຸມຊົນ​ທັງໝົດ​ໄດ້​ມາ​ຈົ່ມຮ້າຍ​ໃສ່​ໂມເຊ​ແລະ​ອາໂຣນ​ວ່າ, “ທ່ານ​ເປັນ​ຜູ້​ເຮັດ​ໃຫ້​ປະຊາຊົນ​ບາງຄົນ​ຂອງ​ພຣະເຈົ້າຢາເວ ຖືກ​ຂ້າ​ຕາຍ.”</verse>
				<verse number="42">ຫລັງຈາກ​ທີ່​ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ ເພື່ອ​ປະທ້ວງ​ໂມເຊ​ກັບ​ອາໂຣນ​ແລ້ວ ພວກເຂົາ​ຕ່າງ​ກໍ​ຫັນ​ໜ້າ​ໄປ​ທາງ​ຫໍເຕັນ​ບ່ອນ​ຊຸມນຸມ; ພວກເຂົາ​ຈຶ່ງ​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ປາກົດ​ຂຶ້ນ.</verse>
				<verse number="43">ໂມເຊ​ແລະ​ອາໂຣນ​ໄດ້​ອອກ​ໄປ​ຢືນ​ຢູ່​ຕໍ່ໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ,</verse>
				<verse number="44">ແລະ​ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,</verse>
				<verse number="45">“ຈົ່ງ​ຖອຍ​ອອກ​ຫ່າງ​ຈາກ​ປະຊາຊົນ​ເຫຼົ່ານີ້​ສາ ເພາະ​ເຮົາ​ຈະ​ທຳລາຍ​ພວກເຂົາ​ກັບ​ບ່ອນນີ້.” ທັງສອງ​ພາກັນ​ໝູບ​ໜ້າ​ລົງ​ດິນ</verse>
				<verse number="46">ແລະ​ໂມເຊ​ບອກ​ອາໂຣນ​ວ່າ, “ຈົ່ງ​ເອົາ​ໝໍ້ຂາງ​ໄປ​ໃສ່​ຖ່ານໄຟ​ໃນ​ແທ່ນບູຊາ ແລະ​ເອົາ​ເຄື່ອງຫອມ​ໂຮຍ​ໃສ່​ເທິງ​ເພື່ອ​ເຮັດ​ພິທີ​ຊຳລະ​ປະຊາຊົນ​ໄວໆ. ພຣະເຈົ້າຢາເວ​ໂກດຮ້າຍ ແລະ​ເຮັດ​ໃຫ້​ໂຣກ​ລະບາດ​ເກີດຂຶ້ນ​ແລ້ວ.”</verse>
				<verse number="47">ອາໂຣນ​ກໍໄດ້​ປະຕິບັດ​ຕາມ​ນັ້ນ ເພິ່ນ​ໄດ້​ເອົາ​ໝໍ້ຂາງ​ທີ່​ມີ​ຖ່ານໄຟ​ລຸກ​ແດງ​ຢູ່ ແລ່ນ​ໄປ​ທ່າມກາງ​ປະຊາຊົນ. ເມື່ອ​ເຫັນ​ວ່າ​ໂຣກ​ລະບາດ​ຮ້າຍແຮງ​ໄດ້​ແຜ່​ກວ້າງ​ອອກ​ໄປ​ຫລາຍ​ແລ້ວ ເພິ່ນ​ກໍ​ເອົາ​ເຄື່ອງຫອມ​ໂຮຍ​ໃສ່​ເທິງ​ຖ່ານ ແລະ​ເຮັດ​ພິທີ​ຊຳລະ​ມົນທິນ​ໃຫ້​ປະຊາຊົນ.</verse>
				<verse number="48">ໂຣກ​ລະບາດ​ຮ້າຍແຮງ​ຈຶ່ງ​ຢຸດ​ເຊົາ ແລະ​ເພິ່ນ​ໄດ້​ຢືນ​ຂຶ້ນ​ລະຫວ່າງ​ຄົນ​ເປັນ​ແລະ​ຄົນຕາຍ.</verse>
				<verse number="49">ຈຳນວນ​ຄົນຕາຍ​ມີ 14.700 ຄົນ​ໂດຍ​ບໍ່​ນັບ​ຜູ້​ທີ່​ຕາຍ​ຍ້ອນ​ໂກຣາ​ໄດ້​ກະບົດ.</verse>
				<verse number="50">ເມື່ອ​ໂຣກ​ລະບາດ​ຮ້າຍແຮງ​ເຊົາ​ແລ້ວ ອາໂຣນ​ຈຶ່ງ​ກັບຄືນ​ໄປ​ຫາ​ໂມເຊ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
			</chapter>
			<chapter number="17">
				<verse number="1">ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ໂມເຊ​ວ່າ,</verse>
				<verse number="2">“ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ໃຫ້​ເອົາ​ໄມ້ຄ້ອນເທົ້າ​ສິບສອງ​ອັນ​ມາ​ໃຫ້​ເຈົ້າ​ຄື: ໄມ້ຄ້ອນເທົ້າ​ອັນ​ໜຶ່ງ​ຈາກ​ຜູ້ນຳ​ແຕ່ລະເຜົ່າ. ຈົ່ງ​ຂຽນ​ຊື່​ຂອງ​ຜູ້ນຳ​ເຜົ່າ​ໃສ່​ໄມ້ຄ້ອນເທົ້າ​ແຕ່ລະອັນ</verse>
				<verse number="3">ແລະ​ໃຫ້​ຂຽນ​ຊື່​ອາໂຣນ​ໃສ່​ເທິງ​ໄມ້ຄ້ອນເທົ້າ​ຂອງ​ເຜົ່າເລວີ. ຫົວໜ້າ​ແຕ່ລະເຜົ່າ​ຈະ​ມີ​ໄມ້ຄ້ອນເທົ້າ​ອັນ​ໜຶ່ງ.</verse>
				<verse number="4">ຈົ່ງ​ນຳ​ໄມ້ຄ້ອນເທົ້າ​ເຫຼົ່ານີ້​ໄປ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ວາງ​ລົງ​ຕໍ່ໜ້າ​ຫີບ​ພັນທະສັນຍາ​ບ່ອນ​ທີ່​ເຮົາ​ພົບ​ກັບ​ເຈົ້າ.</verse>
				<verse number="5">ແລ້ວ​ໄມ້ຄ້ອນເທົ້າ​ຂອງ​ໃຜ​ທີ່​ເຮົາ​ໄດ້​ເລືອກ​ເອົາ ກໍ​ຈະ​ອອກ​ດອກ. ດ້ວຍ​ວິທີ​ນີ້ ເຮົາ​ຈະ​ເຮັດ​ໃຫ້​ຊາວ​ອິດສະຣາເອນ​ເຊົາ​ຈົ່ມຮ້າຍ​ໃສ່​ພວກເຈົ້າ.”</verse>
				<verse number="6">ດັ່ງນັ້ນ ໂມເຊ​ຈຶ່ງ​ກ່າວ​ແກ່​ຊາວ​ອິດສະຣາເອນ ແລະ​ຜູ້ນຳ​ຂອງ​ພວກເຂົາ​ແຕ່ລະຄົນ​ກໍໄດ້​ນຳ​ໄມ້ຄ້ອນເທົ້າ​ອັນໜຶ່ງ​ມາ​ໃຫ້​ເຜົ່າລະ​ອັນ​ຄື: ທັງໝົດ​ມີ​ຢູ່​ສິບສອງ​ອັນ​ແລະ​ມີ​ໄມ້​ຄ້ອນ​ເທົ້າ​ຂອງ​ອາໂຣນ​ຮ່ວມ​ຢູ່​ດ້ວຍ.</verse>
				<verse number="7">ແລ້ວ​ໂມເຊ​ກໍ​ເອົາ​ໄມ້ຄ້ອນເທົ້າ​ເຫຼົ່ານັ້ນ​ໄປ​ໄວ້​ໃນ​ຫໍເຕັນ ຕໍ່ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="8">ວັນ​ຕໍ່ມາ ເມື່ອ​ໂມເຊ​ໄດ້​ເຂົ້າ​ໄປ​ໃນ​ຫໍເຕັນ ເພິ່ນ​ຈຶ່ງ​ໄດ້​ເຫັນ​ວ່າ​ໄມ້ຄ້ອນເທົ້າ​ຂອງ​ອາໂຣນ ຊຶ່ງ​ເປັນ​ຂອງ​ເຜົ່າເລວີ​ນັ້ນ​ອອກ​ດອກ​ຄື: ດອກຈູມ, ດອກບານ ແລະ​ມີ​ໝາກອາມອນ​ສຸກ​ຄ້າຍໆ​ໝາກບົກ​ຕິດ​ຢູ່​ດ້ວຍ</verse>
				<verse number="9">ໂມເຊ​ໄດ້​ເອົາ​ໄມ້ຄ້ອນເທົ້າ​ທັງໝົດ​ອອກ​ຈາກ​ຕໍ່ໜ້າ​ພຣະເຈົ້າຢາເວ ໄປ​ໃຫ້​ຊາວ​ອິດສະຣາເອນ​ທັງໝົດ​ເບິ່ງ. ພວກເຂົາ​ໄດ້​ເຫັນ​ເຫດການ​ທີ່​ເກີດຂຶ້ນ ແລະ​ຫົວໜ້າ​ຂອງ​ແຕ່ລະເຜົ່າ ຈຶ່ງ​ຮັບ​ເອົາ​ໄມ້ຄ້ອນເທົ້າ​ຂອງ​ໃຜ​ລາວ​ຄືນ.</verse>
				<verse number="10">ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ຈົ່ງ​ເອົາ​ໄມ້ຄ້ອນເທົ້າ​ຂອງ​ອາໂຣນ ໄປ​ວາງ​ໄວ້​ຕໍ່ໜ້າ​ຫີບ​ພັນທະສັນຍາ ເພື່ອ​ຮັກສາ​ໄວ້​ເປັນ​ສິ່ງ​ເຕືອນໃຈ​ຊາວ​ອິດສະຣາເອນ​ຜູ້​ກະບົດ​ຕໍ່​ເຮົາ​ວ່າ ພວກເຂົາ​ຈະ​ເຊົາ​ຈົ່ມຮ້າຍ​ຕໍ່​ເຮົາ ເພື່ອ​ພວກເຂົາ​ຈະ​ບໍ່​ຕາຍ.”</verse>
				<verse number="11">ໂມເຊ​ກໍ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ທຸກປະການ.</verse>
				<verse number="12">ປະຊາຊົນ​ອິດສະຣາເອນ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ພວກເຮົາ​ກຳລັງ​ຈະ​ຈິບຫາຍ ພວກເຮົາ​ໝົດ​ກຳລັງ​ເສຍ​ແລ້ວ, ພວກເຮົາ​ທັງໝົດ​ຈະ​ຕາຍ</verse>
				<verse number="13">ທຸກໆ​ຄົນ​ທີ່​ເຂົ້າ​ໄປ​ໃກ້​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ​ຕ້ອງ​ຕາຍ ພວກເຮົາ​ທັງໝົດ​ຈະ​ບໍ່​ຕາຍ​ໝົດ​ບໍ?”</verse>
			</chapter>
			<chapter number="18">
				<verse number="1">ພຣະເຈົ້າຢາເວ​ໄດ້​ບອກ​ອາໂຣນ​ວ່າ, “ເຈົ້າ​ກັບ​ພວກ​ລູກຊາຍ​ຂອງ​ເຈົ້າ ພ້ອມ​ທັງ​ຊາວ​ເລວີ​ຕ້ອງ​ເປັນ​ຜູ້​ຮັບ​ຜົນ​ກຳ​ຈາກ​ຄວາມຜິດ​ໃນ​ການ​ຮັບໃຊ້ ແລະ​ການ​ປະຕິບັດ​ໜ້າທີ່​ໃນ​ຫໍເຕັນ​ບ່ອນ​ເຮົາ​ສະຖິດ​ຢູ່, ແຕ່​ເຈົ້າ​ກັບ​ພວກ​ລູກຊາຍ​ຂອງ​ເຈົ້າ​ໃນ​ຖານະ​ທີ່​ເປັນ​ປະໂຣຫິດ​ຂອງເຮົາ ຈະ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ຄວາມຜິດ​ນັ້ນ.</verse>
				<verse number="2">ໃຫ້​ນຳ​ຍາດຕິພີ່ນ້ອງ​ໃນ​ເຜົ່າເລວີ​ຂອງ​ເຈົ້າ​ມາ​ເຮັດ​ວຽກ​ຊ່ວຍ​ເຈົ້າ ໃນ​ເວລາ​ທີ່​ພວກເຈົ້າ​ເຂົ້າ​ໄປ​ຮັບໃຊ້​ເຮົາ​ໃນ​ຫໍເຕັນ.</verse>
				<verse number="3">ໃຫ້​ພວກເຂົາ​ເຮັດ​ວຽກ​ເພື່ອ​ເຈົ້າ ແລະ​ຮັບຜິດຊອບ​ໜ້າທີ່​ໃນ​ຫໍເຕັນ, ແຕ່​ຢ່າ​ໃຫ້​ພວກເຂົາ​ເຂົ້າ​ໃກ້​ສິ່ງ​ໃດໆ​ໃນ​ບ່ອນ​ສັກສິດ​ຂອງເຮົາ​ຫລື​ໃກ້​ແທ່ນບູຊາ. ຖ້າ​ພວກເຂົາ​ຫາກ​ຂືນ​ເຮັດ​ທັງ​ເຂົາ ແລະ​ເຈົ້າ​ເອງ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.</verse>
				<verse number="4">ພວກເຂົາ​ຈະ​ເຮັດ​ວຽກ​ກັບ​ເຈົ້າ ແລະ​ຮັບຜິດຊອບ​ໜ້າທີ່​ທຸກຢ່າງ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ, ແຕ່​ຢ່າ​ເອົາ​ຄົນ​ທີ່​ຂາດ​ຄຸນສົມບັດ​ມາ​ເຮັດ​ວຽກ​ການ​ນຳ​ເຈົ້າ.</verse>
				<verse number="5">ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ເຈົ້າ​ເທົ່ານັ້ນ ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ບ່ອນ​ສັກສິດ​ແລະ​ຕໍ່​ແທ່ນບູຊາ ເພື່ອ​ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ບໍ່ໄດ້​ຕົກຖືກ​ປະຊາຊົນ​ອິດສະຣາເອນ​ອີກ.</verse>
				<verse number="6">ແມ່ນ​ເຮົາ​ເອງ​ທີ່​ເປັນ​ຜູ້​ເລືອກ​ເອົາ​ຍາດຕິພີ່ນ້ອງ​ຊາວ​ເລວີ​ຂອງ​ເຈົ້າ ຈາກ​ທ່າມກາງ​ຊາວ​ອິດສະຣາເອນ ເພື່ອ​ໃຫ້​ເປັນ​ຂອງຂວັນ​ແກ່​ເຈົ້າ. ເຈົ້າ​ໄດ້​ອຸທິດ​ຖວາຍ​ພວກເຂົາ​ໃຫ້​ແກ່​ພຣະເຈົ້າຢາເວ ເພື່ອ​ວ່າ​ພວກເຂົາ​ຈະ​ປະຕິບັດ​ໜ້າທີ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ໄດ້.</verse>
				<verse number="7">ແຕ່​ແມ່ນ​ເຈົ້າ​ກັບ​ພວກ​ລູກຊາຍ​ຂອງ​ເຈົ້າ​ເທົ່ານັ້ນ ທີ່​ຈະ​ປະຕິບັດ​ໜ້າທີ່​ຄວາມ​ຮັບຜິດຊອບ​ທັງໝົດ​ຂອງ​ປະໂຣຫິດ ກ່ຽວກັບ​ແທ່ນບູຊາ​ແລະ​ໃນ​ບ່ອນ​ສັກສິດ​ທີ່ສຸດ​ໃຫ້​ສຳເລັດ. ສິ່ງ​ເຫຼົ່ານີ້​ເປັນ​ຄວາມ​ຮັບຜິດຊອບ​ຂອງ​ເຈົ້າ ກໍ​ຍ້ອນ​ວ່າ​ເຮົາ​ໄດ້​ມອບ​ຕຳແໜ່ງ​ປະໂຣຫິດ​ໃຫ້​ເຈົ້າ. ຜູ້ອື່ນໃດ​ທີ່​ເຂົ້າ​ມາ​ໃກ້ ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”</verse>
				<verse number="8">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ອາໂຣນ​ວ່າ, “ຈົ່ງ​ຈົດຈຳ​ໄວ້​ວ່າ​ເຮົາ​ໄດ້​ມອບ​ເຄື່ອງ​ຖວາຍ​ພິເສດ​ທຸກສິ່ງ​ທີ່​ບໍ່ໄດ້​ເຜົາບູຊາ ທີ່​ຊາວ​ອິດສະຣາເອນ​ໄດ້​ຖວາຍ​ແກ່​ເຮົາ​ໃຫ້​ແກ່​ເຈົ້າ. ເຮົາ​ໄດ້​ມອບ​ສິ່ງ​ນັ້ນ​ທັງໝົດ​ໃຫ້​ເປັນ​ສ່ວນແບ່ງ​ແກ່​ເຈົ້າ ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ​ຕະຫລອດໄປ.</verse>
				<verse number="9">ເຄື່ອງ​ຖວາຍ​ອັນ​ບໍຣິສຸດ​ທີ່ສຸດ ຊຶ່ງ​ບໍ່ໄດ້​ຖືກ​ເຜົາ​ເທິງ​ແທ່ນບູຊາ​ເປັນ​ຂອງ​ເຈົ້າ ແລະ​ມີ​ດັ່ງ​ຕໍ່ໄປນີ້: ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ, ເຄື່ອງ​ຖວາຍ​ລຶບລ້າງ​ບາບ ແລະ​ເຄື່ອງ​ຖວາຍ​ໃນ​ການ​ໃຊ້ແທນຄືນ. ທຸກໆ​ສິ່ງ​ທີ່​ໄດ້​ຖວາຍ​ຢ່າງ​ບໍຣິສຸດ​ໃຫ້​ແກ່​ເຮົາ​ເປັນ​ຂອງ​ເຈົ້າ​ແລະ​ພວກ​ລູກ​ຂອງ​ເຈົ້າ.</verse>
				<verse number="10">ພວກເຈົ້າ​ຕ້ອງ​ກິນ​ສິ່ງ​ເຫຼົ່ານີ້​ຢູ່​ໃນ​ບ່ອນ​ສັກສິດ​ທີ່ສຸດ ແລະ​ມີ​ພຽງແຕ່​ຜູ້ຊາຍ​ເທົ່ານັ້ນ​ທີ່​ກິນ​ໄດ້​ເພາະ​ເປັນ​ຂອງ​ບໍຣິສຸດ.</verse>
				<verse number="11">ນອກຈາກນີ້​ອີກ ເຄື່ອງ​ຖວາຍ​ພິເສດ​ອື່ນໆ​ທີ່​ຊາວ​ອິດສະຣາເອນ​ຖວາຍ​ແກ່​ເຮົາ ຈະ​ເປັນ​ຂອງ​ເຈົ້າ. ເຮົາ​ຍົກ​ໃຫ້​ເປັນ​ຂອງ​ເຈົ້າ, ພວກ​ລູກຊາຍ​ຂອງ​ເຈົ້າ ແລະ​ລູກສາວ​ຂອງ​ເຈົ້າ​ທຸກຍຸກ​ທຸກສະໄໝ​ສືບໄປ. ສະມາຊິກ​ທຸກໆ​ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ ທີ່​ບໍ່​ເປັນ​ມົນທິນ​ກິນ​ຂອງ​ຖວາຍ​ນັ້ນ​ໄດ້.</verse>
				<verse number="12">ຜົນລະປູກ​ຫົວປີ​ອັນ​ດີທີ່ສຸດ ຊຶ່ງ​ຊາວ​ອິດສະຣາເອນ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ແຕ່ລະປີ​ເຊັ່ນ: ນໍ້າມັນ​ໝາກກອກເທດ, ເຫຼົ້າ​ອະງຸ່ນ ແລະ​ພືດຜົນ​ເປັນເມັດ​ເຮົາ​ໄດ້​ມອບ​ໃຫ້​ແກ່​ເຈົ້າ.</verse>
				<verse number="13">ຜົນລະປູກ​ລຸ້ນ​ທຳອິດ​ຂອງ​ທຸກຢ່າງ​ທີ່​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ ທີ່​ພວກເຂົາ​ນຳມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ຂອງ​ເຈົ້າ. ສະມາຊິກ​ທຸກໆ​ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ທີ່​ບໍ່​ເປັນ​ມົນທິນ ກິນ​ຂອງ​ຖວາຍ​ນັ້ນ​ໄດ້.</verse>
				<verse number="14">ທຸກໆ​ສິ່ງ​ທີ່​ປະຊາຊົນ​ໃນ​ຊາດ​ອິດສະຣາເອນ ໄດ້​ນຳ​ມາ​ຖວາຍ​ແກ່​ເຮົາ ໂດຍ​ບໍ່ມີ​ເງື່ອນໄຂ​ເປັນ​ຂອງ​ເຈົ້າ.</verse>
				<verse number="15">ລູກກົກ​ຂອງ​ຊາວ​ອິດສະຣາເອນ ບໍ່​ວ່າ​ເປັນ​ຄົນ​ຫລື​ສັດ​ກໍດີ​ທີ່​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ຂອງ​ເຈົ້າ. ແຕ່​ໃຫ້​ໄຖ່​ລູກກົກ​ຂອງ​ທຸກໆ​ຄົນ​ຄືນ​ໄວ້ ແລະ​ສັດ​ຫົວປີ​ທຸກໆ​ໂຕ​ທີ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ກໍ​ໃຫ້​ໄຖ່ຄືນ​ໄດ້​ເໝືອນກັນ.</verse>
				<verse number="16">ສິ່ງ​ທີ່​ຖືກ​ໄຖ່ຄືນ​ນັ້ນ ຈົ່ງ​ໄຖ່​ໄວ້​ແຕ່​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ ໃຫ້​ໄຖ່​ເອົາ​ຄືນ​ໄດ້​ໃນ​ລາຄາ​ເງິນ​ຫ້າ​ຫລຽນ ຕາມ​ອັດຕາ​ເງິນ​ຂອງ​ສຳນັກ​ນະມັດສະການ​ຊຶ່ງ​ໄດ້​ກຳນົດ​ໄວ້.</verse>
				<verse number="17">ແຕ່​ລູກຫົວປີ​ຂອງ​ງົວ, ແກະ ແລະ​ແບ້​ໄຖ່ຄືນ​ໄວ້​ບໍ່ໄດ້; ສັດ​ເຫຼົ່ານີ້​ເປັນ​ຂອງເຮົາ​ຢ່າງ​ສົມບູນ ແລະ​ໃຫ້​ພວກເຈົ້າ​ຂ້າ​ຖວາຍບູຊາ​ແກ່​ເຮົາ. ຈົ່ງ​ຖອກ​ເລືອດ​ໃສ່​ແທ່ນບູຊາ ແລະ​ເຜົາ​ໄຂມັນ​ຕາມ​ພິທີ​ຖວາຍບູຊາ​ດ້ວຍ​ໄຟ ກິ່ນ​ຫອມຫວນ​ນັ້ນ​ຈຶ່ງ​ເປັນ​ທີ່​ພໍໃຈ​ແກ່​ພຣະເຈົ້າຢາເວ.</verse>
				<verse number="18">ສ່ວນ​ຊີ້ນ​ສັດ​ເຫຼົ່ານັ້ນ​ເປັນ​ຂອງ​ເຈົ້າ ເຊັ່ນ: ຊີ້ນ​ໜ້າເອິກ ແລະ​ຊີ້ນ​ຂາ​ຫລັງ​ເບື້ອງຂວາ ທີ່​ເປັນ​ເຄື່ອງ​ຖວາຍ​ແກວ່ງໄປ​ແກວ່ງມາ.</verse>
				<verse number="19">ເຄື່ອງ​ຖວາຍ​ພິເສດ​ທັງໝົດ​ເປັນ​ບໍຣິສຸດ​ທີ່​ຊາວ​ອິດສະຣາເອນ​ໄດ້​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ເປັນ​ຂອງ​ເຈົ້າ​ແລະ​ພວກ​ລູກ​ຊາຍ​ຍິງ​ຂອງ​ເຈົ້າ​ທຸກຍຸກ​ທຸກສະໄໝ​ສືບໄປ. ອັນນີ້ ແມ່ນ​ພັນທະສັນຍາ​ຂອງ​ເກືອ​ອັນ​ປ່ຽນແປງ​ບໍ່ໄດ້​ຕໍ່ໜ້າ​ພຣະເຈົ້າຢາເວ​ສຳລັບ​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ.”</verse>
				<verse number="20">ພຣະເຈົ້າຢາເວ​ໄດ້​ບອກ​ອາໂຣນ​ວ່າ, “ເຈົ້າ​ຈະ​ບໍ່ໄດ້​ຮັບ​ຊັບສົມບັດ​ໃດໆ​ເປັນ​ມູນ​ມໍຣະດົກ ແລະ​ທັງ​ຈະ​ບໍ່ໄດ້​ທີ່ດິນ​ສ່ວນ​ໃດໆ​ໃນ​ດິນແດນ​ອິດສະຣາເອນ​ເປັນ​ຂອງ​ພວກເຈົ້າ​ໃນ​ທ່າມກາງ​ພວກເຂົາ. ເຮົາ​ເປັນ​ທຸກສິ່ງ​ທີ່​ເຈົ້າ​ຕ້ອງການ.”</verse>
				<verse number="21">“ເຮົາ​ໄດ້​ມອບ​ໜຶ່ງສ່ວນສິບ​ຂອງ​ທຸກໆ​ສິ່ງ ທີ່​ຊາວ​ອິດສະຣາເອນ​ຖວາຍ​ແກ່​ເຮົາ​ໃຫ້​ຊາວ​ເລວີ. ອັນ​ນີ້​ເປັນ​ຄ່າ​ຕອບແທນ​ວຽກ​ການ​ທີ່​ພວກເຂົາ​ຮັບຜິດຊອບ​ເບິ່ງແຍງ​ຮັກສາ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="22">ຊາວ​ອິດສະຣາເອນ​ຄົນອື່ນໆ​ບໍ່​ຕ້ອງ​ເຂົ້າ​ມາ​ໃກ້​ຫໍເຕັນ​ບ່ອນ​ຊຸມນຸມ ບໍ່​ດັ່ງນັ້ນ ພວກເຂົາ​ຈະ​ຖືກ​ລົງໂທດ​ເຖິງ​ຕາຍ.</verse>
				<verse number="23">ຕັ້ງແຕ່​ນີ້​ໄປ ໃຫ້​ຊາວ​ເລວີ​ເທົ່ານັ້ນ​ເບິ່ງແຍງ​ຮັກສາ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ໃຫ້​ພວກເຂົາ​ຮັບຜິດຊອບ​ຢ່າງ​ເຕັມສ່ວນ​ຕໍ່​ໜ້າທີ່​ນີ້. ອັນນີ້​ແມ່ນ​ລະບຽບການ​ຕາຍຕົວ​ທີ່​ໃຫ້​ພວກ​ເຊື້ອສາຍ​ຂອງ​ພວກເຈົ້າ​ປະຕິບັດ​ຄືກັນ. ຊາວ​ເລວີ​ຈະ​ບໍ່ມີ​ສົມບັດ​ອັນ​ຖາວອນ ໃນ​ດິນແດນ​ອິດສະຣາເອນ​ເຊັ່ນກັນ</verse>
				<verse number="24">ເພາະ​ເຮົາ​ໄດ້​ຍົກ​ໜຶ່ງສ່ວນສິບ​ຂອງ​ການ​ຖວາຍ​ພິເສດ ທີ່​ຊາວ​ອິດສະຣາເອນ​ໄດ້​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ນັ້ນ ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຂົາ. ດັ່ງນັ້ນ ເຮົາ​ຈຶ່ງ​ບອກ​ວ່າ​ພວກເຂົາ​ຈະ​ບໍ່ມີ​ຊັບສົມບັດ​ອັນ​ຖາວອນ​ໃດໆ ຢູ່​ໃນ​ດິນແດນ​ອິດສະຣາເອນ.”</verse>
				<verse number="25">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້</verse>
				<verse number="26">ໃຫ້​ບອກ​ຊາວ​ເລວີ​ດັ່ງນີ້, “ເມື່ອ​ພວກເຈົ້າ​ຮັບ​ໜຶ່ງສ່ວນສິບ​ທີ່​ໄດ້​ຈາກ​ຊາວ​ອິດສະຣາເອນ ພວກເຈົ້າ​ຕ້ອງ​ແບ່ງ​ໜຶ່ງສ່ວນສິບ​ຖວາຍ​ເປັນ​ສ່ວນ​ຖວາຍ​ພິເສດ​ໃຫ້​ແກ່​ພຣະເຈົ້າຢາເວ​ເໝືອນກັນ.</verse>
				<verse number="27">ສ່ວນ​ຖວາຍ​ພິເສດ​ນີ້ ຈະ​ຖື​ເປັນ​ດັ່ງ​ເຂົ້າ​ໃໝ່ ແລະ​ເຫຼົ້າ​ອະງຸ່ນ​ໃໝ່​ທີ່​ຊາວ​ສວນ​ໄດ້​ນຳ​ມາ​ຖວາຍ.</verse>
				<verse number="28">ໃນ​ທຳນອງນີ້ ພວກເຈົ້າ​ຈົ່ງ​ຖວາຍ​ສ່ວນ​ຖວາຍ​ພິເສດ​ທີ່​ເປັນ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ຮັບ​ຈາກ​ໜຶ່ງສ່ວນສິບ​ທັງໝົດ​ຂອງ​ຊາວ​ອິດສະຣາເອນ​ເໝືອນກັນ. ໃຫ້​ພວກເຈົ້າ​ມອບ​ສ່ວນ​ຖວາຍ​ພິເສດ​ນີ້​ໃຫ້​ປະໂຣຫິດ​ອາໂຣນ ເພື່ອ​ໃຫ້​ເພິ່ນ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="29">ຈາກ​ສິ່ງ​ທັງໝົດ​ຊຶ່ງ​ພວກເຈົ້າ​ໄດ້​ຮັບ ຈົ່ງ​ເອົາ​ສ່ວນ​ດີທີ່ສຸດນັ້ນ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="30">ເມື່ອ​ພວກເຈົ້າ​ໄດ້​ຖວາຍ​ສ່ວນ​ທີ່ດີ​ທີ່ສຸດ​ແລ້ວ ພວກເຈົ້າ​ກໍ​ຮັກສາ​ສ່ວນ​ທີ່​ເຫຼືອ​ນັ້ນ​ໄວ້​ໄດ້ ເໝືອນກັນ​ກັບ​ຊາວ​ສວນ​ໄດ້​ຮັກສາ​ສິ່ງ​ທີ່​ເຫຼືອ​ໄວ້ ຫລັງຈາກ​ທີ່​ພວກເຂົາ​ໄດ້​ຖວາຍ​ແລ້ວ.</verse>
				<verse number="31">ພວກເຈົ້າ​ແລະ​ຄອບຄົວ​ຈະ​ເອົາ​ໄປ​ກິນ​ບ່ອນ​ໃດ​ບ່ອນ​ໜຶ່ງ​ກໍໄດ້ ເພາະວ່າ​ແມ່ນ​ຄ່າຈ້າງ​ສຳລັບ​ວຽກງານ​ທີ່​ພວກເຈົ້າ​ໄດ້​ເຮັດ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="32">ພວກເຈົ້າ​ບໍ່ມີ​ຄວາມຜິດ​ໃນ​ຂອງ​ຖວາຍ ເມື່ອ​ພວກເຈົ້າ​ກິນ​ສ່ວນ​ທີ່​ໄດ້​ຮັບ​ນັ້ນ. ແຕ່​ຢ່າ​ເຮັດ​ໃຫ້​ຂອງ​ຖວາຍ​ທີ່​ຊາວ​ອິດສະຣາເອນ​ຖື​ວ່າ​ບໍຣິສຸດ​ນັ້ນ​ເປັນ​ມົນທິນ ໂດຍ​ກິນ​ສ່ວນໃດ​ສ່ວນໜຶ່ງ​ກ່ອນ​ຖວາຍ​ສ່ວນ​ທີ່ດີ​ທີ່ສຸດ ຖ້າ​ພວກເຈົ້າ​ຫາກ​ຂືນ​ເຮັດ ພວກເຈົ້າ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”</verse>
			</chapter>
			<chapter number="19">
				<verse number="1">ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ແລະ​ອາໂຣນ​ວ່າ,</verse>
				<verse number="2">“ຕໍ່ໄປນີ້​ແມ່ນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ໄດ້ສັ່ງ​ດັ່ງນີ້: ຈົ່ງ​ບອກ​ຊາວ​ອິດສະຣາເອນ​ໃຫ້​ນຳ​ງົວແມ່​ສີແດງ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ທັງ​ບໍ່ເຄີຍ​ໃຊ້​ວຽກ​ຈັກເທື່ອ</verse>
				<verse number="3">ມາ​ໃຫ້​ປະໂຣຫິດ​ເອເລອາຊາ. ຈົ່ງ​ເອົາ​ງົວ​ໂຕ​ນີ້​ໄປ​ຂ້າປາດຄໍ​ຢູ່​ນອກ​ຄ້າຍ​ຊ້ອງໜ້າ​ເພິ່ນ.</verse>
				<verse number="4">ໃຫ້​ປະໂຣຫິດ​ເອົາ​ເລືອດ​ບາງສ່ວນ​ມາ ໃຊ້​ນິ້ວ​ມື​ຈຸ່ມ​ລົງ​ໃນ​ນັ້ນ ແລະ​ຊິດ​ໄປ​ທາງໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ເຈັດ​ເທື່ອ.</verse>
				<verse number="5">ຈົ່ງ​ເຜົາ​ສັດ​ທັງ​ໂຕ​ເຊັ່ນ: ໜັງ, ຊີ້ນ ແລະ​ເຄື່ອງໃນ​ໄສ້​ພຸງ​ຊ້ອງໜ້າ​ປະໂຣຫິດ.</verse>
				<verse number="6">ແລ້ວ​ໃຫ້​ເພິ່ນ​ເອົາ​ໄມ້​ສົນສີດາ​ຈຳນວນ​ໜຶ່ງ, ໃບ​ຕົ້ນ​ຫູສົບ​ມັດໜຶ່ງ ແລະ​ດ້າຍ​ສີແດງ​ເສັ້ນໜຶ່ງ​ຖິ້ມ​ໃສ່​ໄຟ.</verse>
				<verse number="7">ຫລັງຈາກ​ນັ້ນ​ແລ້ວ ໃຫ້​ເພິ່ນ​ຊັກ​ເຄື່ອງນຸ່ງຫົ່ມ ແລະ​ອາບນໍ້າ​ຊຳລະ​ຮ່າງກາຍ​ແລ້ວ ຈຶ່ງ​ເຂົ້າ​ໄປ​ຢູ່​ໃນ​ຄ້າຍພັກ​ໄດ້, ແຕ່​ເພິ່ນ​ຍັງ​ເປັນມົນທິນ​ຢູ່​ຈົນ​ຮອດ​ຄໍ່າ.</verse>
				<verse number="8">ຊາຍ​ຜູ້​ທີ່​ເຜົາ​ງົວ​ນັ້ນ​ຕ້ອງ​ຊັກ​ເຄື່ອງນຸ່ງ ແລະ​ອາບນໍ້າ​ຊຳລະ​ຮ່າງກາຍ​ເໝືອນກັນ ແຕ່​ລາວ​ຍັງ​ຈະ​ເປັນ​ມົນທິນ​ຢູ່​ຈົນ​ຮອດ​ຄໍ່າ.</verse>
				<verse number="9">ແລ້ວ​ໃຫ້​ຊາຍ​ຜູ້ໜຶ່ງ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ໄປ​ເກັບ​ເອົາ​ຂີ້ເຖົ່າ​ຂອງ​ງົວແມ່ ແລ້ວ​ເອົາ​ໄປ​ວາງ​ຮັກສາ​ໄວ້​ໃນ​ບ່ອນ​ທີ່​ສະອາດ​ນອກ​ຄ້າຍ​ຕາມ​ກົດບັນຍັດ ເພື່ອ​ຊຸມຊົນ​ອິດສະຣາເອນ​ຈະ​ໄດ້​ເອົາ​ມາ​ໃຊ້​ເປັນ​ນໍ້າ​ຊຳລະ​ມົນທິນ​ເພື່ອ​ລົບລ້າງ​ບາບ.</verse>
				<verse number="10">ຊາຍ​ທີ່​ຊ້ວນ​ຂີ້ເຖົ່າ​ນັ້ນ​ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ຫົ່ມ​ຂອງຕົນ ແຕ່​ລາວ​ຍັງ​ຈະ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ. ໃຫ້​ຊາວ​ອິດສະຣາເອນ​ຫລື​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ນັ້ນ ປະຕິບັດ​ຕາມ​ລະບຽບການ​ນີ້​ທຸກຍຸກ​ທຸກສະໄໝ​ສືບໄປ.”</verse>
				<verse number="11">“ຜູ້ໃດ​ກໍຕາມ​ທີ່​ຈັບ​ບາຍ​ຊາກສົບ​ຈະ​ເປັນມົນທິນ​ຢູ່​ເຈັດ​ວັນ.</verse>
				<verse number="12">ໃນ​ວັນ​ທີ​ສາມ ແລະ​ວັນ​ທີ​ເຈັດ​ລາວ​ຕ້ອງ​ຊຳລະ​ຕົນເອງ​ດ້ວຍ​ນໍ້າ ແລ້ວ​ລາວ​ກໍ​ຈະ​ບໍ່​ເປັນ​ມົນທິນ, ແຕ່​ຖ້າ​ລາວ​ຫາກ​ບໍ່​ຊຳລະ​ຕົນເອງ​ໃນ​ວັນ​ທີ​ສາມ ແລະ​ວັນ​ທີ​ເຈັດ ລາວ​ກໍ​ຍັງ​ເປັນມົນທິນ​ຢູ່.</verse>
				<verse number="13">ຜູ້ໃດ​ກໍຕາມ​ທີ່​ຈັບ​ບາຍ​ຊາກສົບ ແລະ​ບໍ່ໄດ້​ຊຳລະ​ຕົນເອງ​ຍັງ​ຈະ​ເປັນມົນທິນ​ຢູ່ ຍ້ອນ​ລາວ​ບໍ່ໄດ້​ຊຳລະ​ລາວເອງ. ລາວ​ໝິ່ນປະໝາດ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ ແລະ​ຢ່າ​ຖື​ລາວ​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ອີກ​ຕໍ່ໄປ.</verse>
				<verse number="14">ຖ້າ​ຫາກ​ມີ​ຄົນໜຶ່ງ​ຕາຍ​ໃນ​ຫໍເຕັນ​ແຫ່ງ​ໜຶ່ງ ທຸກຄົນ​ທີ່​ຢູ່​ໃນ​ຫໍເຕັນ ຫລື​ເຂົ້າ​ໄປ​ໃນ​ທີ່ນັ້ນ ຈະ​ເປັນມົນທິນ​ຢູ່​ເຈັດ​ວັນ​ຕາມ​ກົດບັນຍັດ.</verse>
				<verse number="15">ໄຫ​ກັບ​ໝໍ້​ທຸກ​ໜ່ວຍ​ທີ່​ບໍ່ມີ​ຝາອັດ ໃນ​ຫໍເຕັນ​ນັ້ນ ຈະ​ເປັນ​ມົນທິນ​ເຊັ່ນດຽວ​ກັນ.</verse>
				<verse number="16">ຖ້າ​ຫາກ​ມີ​ຄົນໜຶ່ງ​ຄົນໃດ​ຈັບບາຍ​ຄົນ​ທີ່​ຖືກ​ຂ້າ​ຕາຍ ຫລື​ຕາຍ​ຕາມ​ທຳມະດາ​ນອກ​ຫໍເຕັນ ຫລື​ຖ້າ​ຫາກ​ມີ​ຄົນໜຶ່ງ​ຄົນໃດ​ຈັບບາຍ​ກະດູກ​ຫລື​ຂຸມຝັງສົບ ຜູ້ນັ້ນ​ຈະ​ເປັນ​ມົນທິນ​ຢູ່​ເຈັດ​ວັນ.</verse>
				<verse number="17">ເພື່ອ​ຊຳລະ​ມົນທິນ​ໃຫ້​ເອົາ​ຂີ້ເຖົ່າ​ຂອງ​ງົວແມ່​ສີແດງ​ທີ່​ເຜົາ​ແລ້ວ​ນັ້ນ​ມາ​ໃສ່​ໃນ​ຖ້ວຍ ແລະ​ປົນ​ກັບ​ນໍ້າ​ທີ່​ສະອາດ.</verse>
				<verse number="18">ໃນ​ກໍລະນີ​ທຳອິດ ໃຫ້​ຜູ້ໜຶ່ງ​ທີ່​ບໍ່​ເປັນມົນທິນ​ນັ້ນ ເອົາ​ໃບ​ຕົ້ນ​ຫູສົບ​ມັດ​ໜຶ່ງ ຈຸ່ມ​ລົງ​ໃນ​ນໍ້າ​ແລະ​ຊິດ​ໃສ່​ຜ້າເຕັນ, ໃສ່​ທຸກໆ​ສິ່ງ ແລະ​ໃສ່​ຄົນ​ທີ່​ຢູ່​ໃນ​ຫໍເຕັນ. ໃນ​ກໍລະນີ​ທີ​ສອງ ໃຫ້​ຜູ້ໜຶ່ງ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ ເອົາ​ນໍ້າ​ຊິດ​ໃສ່​ຜູ້​ທີ່​ໄດ້​ຈັບບາຍ​ກະດູກ​ຄົນ ຫລື​ຊາກສົບ​ຄົນຕາຍ ຫລື​ຂຸມຝັງສົບ.</verse>
				<verse number="19">ໃນ​ວັນ​ທີ​ສາມ ແລະ​ວັນ​ທີ​ເຈັດ​ໃຫ້​ບຸກຄົນ​ຜູ້​ທີ່​ບໍ່​ເປັນ​ມົນທິນ​ຊິດ​ນໍ້າ​ໃສ່​ຜູ້​ເປັນ​ມົນທິນ. ໃນ​ວັນ​ທີ​ເຈັດ​ໃຫ້​ລາວ​ຊຳລະ​ບຸກຄົນ​ນັ້ນ ຄື​ຜູ້​ທີ່​ຫລັງຈາກ​ຊັກ​ເຄື່ອງນຸ່ງ ແລະ​ອາບນໍ້າ​ແລ້ວ ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ເມື່ອ​ຕາເວັນ​ຕົກ​ດິນ.</verse>
				<verse number="20">ຄົນໃດ​ທີ່​ເປັນ​ມົນທິນ ແລະ​ບໍ່ໄດ້​ຊຳລະ​ຕົນເອງ​ກໍ​ຍັງ​ເປັນມົນທິນ​ຢູ່ ເພາະ​ລາວ​ບໍ່ໄດ້​ໃຊ້​ນໍ້າ​ຊຳລະ​ຕົນເອງ. ລາວ​ໄດ້​ເຮັດ​ໃຫ້​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ​ເປັນ​ມົນທິນ ແລະ​ຈະ​ບໍ່ໄດ້​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ອີກ​ຕໍ່ໄປ.</verse>
				<verse number="21">ພວກເຈົ້າ​ຕ້ອງ​ປະຕິບັດ​ຕາມ​ລະບຽບການ​ນີ້​ທຸກຍຸກ​ທຸກສະໄໝ​ສືບໄປ. ຄົນ​ຜູ້​ທີ່​ຊິດ​ນໍ້າ​ນັ້ນ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ເໝືອນກັນ; ຜູ້ໃດ​ທີ່​ແຕະຕ້ອງ​ນໍ້າ​ນັ້ນ ຍັງ​ເປັນມົນທິນ​ຢູ່​ຈົນ​ຮອດ​ຄໍ່າ​ຕາມ​ກົດບັນຍັດ.</verse>
				<verse number="22">ສິ່ງໃດ​ທີ່​ຄົນ​ເປັນມົນທິນ​ຈັບບາຍ​ກໍ​ເປັນ​ມົນທິນ ແລະ​ຜູ້ໃດ​ທີ່​ຈັບບາຍ ຜູ້ນັ້ນ​ກໍ​ຍັງ​ເປັນມົນທິນ​ຢູ່​ຈົນ​ຮອດ​ຄໍ່າ.”</verse>
			</chapter>
			<chapter number="20">
				<verse number="1">ໃນ​ເດືອນ​ທຳອິດ ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ມາ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ ແລະ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ກາເດັດ. ນາງ​ມີຣີອາມ​ໄດ້​ຕາຍ​ແລະ​ຖືກ​ຝັງ​ໄວ້​ຢູ່​ທີ່​ນັ້ນ.</verse>
				<verse number="2">ໃນ​ບ່ອນ​ທີ່​ພວກເຂົາ​ຕັ້ງ​ຄ້າຍພັກ​ຢູ່​ນັ້ນ​ບໍ່ມີ​ນໍ້າ. ດັ່ງນັ້ນ ປະຊາຊົນ​ຈຶ່ງ​ມາ​ເຕົ້າໂຮມ​ກັນ​ອ້ອມ​ໂມເຊ​ກັບ​ອາໂຣນ</verse>
				<verse number="3">ແລະ​ຈົ່ມຮ້າຍ​ວ່າ, “ຖ້າ​ພວກເຮົາ​ຫາກ​ໄດ້​ຕາຍ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ຮ່ວມ​ກັບ​ພີ່ນ້ອງ​ອິດສະຣາເອນ​ຂອງ​ພວກເຮົາ​ກໍ​ຄົງ​ເປັນ​ການ​ດີກວ່າ​ດອກ</verse>
				<verse number="4">ເປັນຫຍັງ​ພວກທ່ານ​ຈຶ່ງ​ນຳ​ພວກຊຸມນຸມ​ຂອງ​ພຣະເຈົ້າຢາເວ​ມາ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້? ເພື່ອ​ຢາກ​ໃຫ້​ພວກເຮົາ​ກັບ​ຝູງສັດ​ຂອງ​ພວກເຮົາ​ຕາຍ​ໃນ​ທີ່ນີ້​ຊັ້ນບໍ?</verse>
				<verse number="5">ເປັນຫຍັງ​ພວກທ່ານ​ຈຶ່ງ​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ເຂົ້າ​ໄປ​ໃນ​ບ່ອນ​ທຸກຍາກ​ລຳບາກ​ເຊັ່ນນີ້ ຊຶ່ງ​ບໍ່ມີ​ພືດພັນ​ຫຍັງ​ເກີດຂຶ້ນ? ໃນ​ບ່ອນນີ້​ບໍ່ມີ​ເຂົ້າ​ກິນ, ບໍ່ມີ​ຕົ້ນ​ໝາກ​ເດື່ອເທດ, ບໍ່ມີ​ເຄືອ​ອະງຸ່ນ ແລະ​ບໍ່ມີ​ຕົ້ນ​ໝາກພີລາ ແມ່ນແຕ່​ນໍ້າ​ຈະ​ດື່ມ​ກໍ​ຍັງ​ບໍ່ມີ.”</verse>
				<verse number="6">ໂມເຊ​ກັບ​ອາໂຣນ​ໄດ້​ພາກັນ​ຍ່າງ​ໜີ​ຈາກ​ປະຊາຊົນ ແລະ​ໄປ​ຢືນ​ຢູ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ພວກເພິ່ນ​ໝູບ​ໜ້າ​ລົງ​ດິນ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍໄດ້​ປາກົດ​ຂຶ້ນ​ໃຫ້​ພວກເຂົາ​ເຫັນ.</verse>
				<verse number="7">ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ໂມເຊ​ວ່າ,</verse>
				<verse number="8">“ຈົ່ງ​ຈັບ​ເອົາ​ໄມ້ຄ້ອນເທົ້າ​ທີ່​ຢູ່​ຕໍ່ໜ້າ​ຫີບ​ພັນທະສັນຍາ​ນັ້ນ ແລ້ວ​ໃຫ້​ເຈົ້າ​ແລະ​ອາໂຣນ​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທັງໝົດ. ຈົ່ງ​ກ່າວ​ແກ່​ໂງ່ນຫີນ​ຕໍ່ໜ້າ​ພວກເຂົາ ແລະ​ນໍ້າ​ກໍ​ຈະ​ໄຫລ​ອອກ​ມາ. ໃນ​ທຳນອງນີ້ ພວກເຈົ້າ​ຈະ​ໄດ້​ນໍ້າ​ໄຫລ​ອອກ​ມາ​ຈາກ​ໂງ່ນຫີນ​ສຳລັບ​ປະຊາຊົນ ສຳລັບ​ພວກເຂົາ​ແລະ​ສັດ​ຂອງ​ພວກເຂົາ​ໄດ້​ດື່ມ.”</verse>
				<verse number="9">ແລ້ວ​ໂມເຊ​ກໍ​ອອກ​ໄປ​ແລະ​ຖືເອົາ​ໄມ້ຄ້ອນເທົ້າ​ທີ່​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້.</verse>
				<verse number="10">ເພິ່ນ​ກັບ​ອາໂຣນ​ໄດ້​ເຕົ້າໂຮມ​ຊຸມຊົນ​ທັງໝົດ​ຢູ່​ຕໍ່ໜ້າ​ໂງ່ນຫີນ ແລະ​ໂມເຊ​ກໍ​ກ່າວ​ວ່າ, “ຈົ່ງ​ຟັງ​ທາງ​ນີ້ ພວກເຈົ້າ​ຄົນ​ກະບົດ​ເອີຍ ພວກເຮົາ​ຈະ​ຕ້ອງ​ເອົາ​ນໍ້າ​ອອກ​ມາ​ຈາກ​ໂງ່ນຫີນ​ນີ້ ໃຫ້​ພວກເຈົ້າ​ດື່ມ​ຊັ້ນບໍ?”</verse>
				<verse number="11">ແລ້ວ​ໂມເຊ​ກໍ​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ​ຕີ​ໂງ່ນຫີນ​ສອງ​ເທື່ອ ແລະ​ນໍ້າ​ກໍ​ໄຫລ​ທະລຸ​ອອກ​ມາ​ຢ່າງ​ຫລວງຫລາຍ ແລ້ວ​ທັງ​ຄົນ​ແລະ​ຝູງສັດ​ທັງປວງ​ກໍ​ພາກັນ​ດື່ມ.</verse>
				<verse number="12">ແຕ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ແລະ​ອາໂຣນ​ວ່າ, “ຍ້ອນ​ພວກເຈົ້າ​ບໍ່ມີ​ຄວາມເຊື່ອ​ພຽງພໍ​ທີ່​ຈະ​ຮັບຮູ້​ຣິດເດດ​ອັນ​ສັກສິດ​ຂອງເຮົາ ຊ້ອງໜ້າ​ປະຊາຊົນ​ອິດສະຣາເອນ, ພວກເຈົ້າ​ຈະ​ບໍ່ໄດ້​ນຳພາ​ພວກເຂົາ​ເຂົ້າ​ໄປ​ຢູ່​ໃນ​ດິນແດນ ບ່ອນ​ທີ່​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້​ແກ່​ພວກເຂົາ​ນັ້ນ.”</verse>
				<verse number="13">ເຫດການ​ນີ້​ໄດ້​ເກີດຂຶ້ນ​ທີ່​ເມຣີບາ ບ່ອນ​ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ຈົ່ມຮ້າຍ​ໃສ່​ພຣະເຈົ້າຢາເວ ແລະ​ບ່ອນ​ທີ່​ພຣະອົງ​ໄດ້​ສຳແດງ​ໃຫ້​ພວກເຂົາ​ເຫັນ​ວ່າ ພຣະອົງ​ຊົງ​ບໍຣິສຸດ.</verse>
				<verse number="14">ແລ້ວ​ໂມເຊ​ກໍ​ໃຊ້​ຜູ້ນຳຂ່າວ​ຈາກ​ເມືອງ​ກາເດັດ ໄປ​ຫາ​ກະສັດ​ແຫ່ງ​ດິນແດນ​ເອໂດມ​ວ່າ, “ຂ່າວ​ນີ້​ແມ່ນ​ສົ່ງ​ມາ​ຈາກ​ຍາດຕິພີ່ນ້ອງ​ຂອງທ່ານ ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ. ທ່ານ​ກໍ​ຮູ້​ເຖິງ​ຄວາມ​ຍາກ​ລຳບາກ​ທີ່​ພວກ​ຂ້າພະເຈົ້າ​ໄດ້​ປະສົບພົບພໍ້​ມາ</verse>
				<verse number="15">ແລະ​ບັນພະບຸລຸດ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ໄປ​ທີ່​ປະເທດ​ເອຢິບ ບ່ອນ​ທີ່​ພວກເພິ່ນ​ໄດ້​ອາໄສ​ຢູ່​ເປັນ​ເວລາ​ຫລາຍ​ປີ. ຊາວ​ເອຢິບ​ໄດ້​ກົດຂີ່​ຂົ່ມເຫັງ​ບັນພະບຸລຸດ​ຂອງ​ພວກ​ຂ້າພະເຈົ້າ ຕະຫລອດ​ທັງ​ພວກ​ຂ້າພະເຈົ້າ​ດ້ວຍ</verse>
				<verse number="16">ແລະ​ພວກ​ຂ້າພະເຈົ້າ​ກໍໄດ້​ຮ້ອງ​ຂໍ​ຕໍ່​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ. ພຣະອົງ​ໄດ້ຍິນ​ຄຳ​ຮ້ອງໄຫ້​ຂອງ​ພວກ​ຂ້າພະເຈົ້າ ຈຶ່ງ​ສົ່ງ​ເທວະດາ​ຕົນ​ໜຶ່ງ​ນຳພາ​ພວກ​ຂ້າພະເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ. ໃນ​ເວລານີ້ ພວກ​ຂ້າພະເຈົ້າ​ພັກ​ຢູ່​ທີ່​ກາເດັດ ເມືອງ​ທີ່​ຢູ່​ໃກ້​ກັບ​ເຂດແດນ​ຂອງທ່ານ​ນີ້ເອງ.</verse>
				<verse number="17">ສະນັ້ນ ຈົ່ງ​ອະນຸຍາດ​ໃຫ້​ພວກ​ຂ້າພະເຈົ້າ​ຜ່ານ​ດິນແດນ​ປະເທດ​ຂອງທ່ານ​ໄປ​ດ້ວຍ. ພວກ​ຂ້າພະເຈົ້າ​ແລະ​ຝູງສັດ​ຈະ​ບໍ່​ອອກ​ນອກ​ຫົນທາງ ຫລື​ເຂົ້າ​ໄປ​ໃນ​ຮົ້ວ​ສວນ ຫລື​ສວນອະງຸ່ນ​ຂອງທ່ານ​ແລະ​ພວກ​ຂ້າພະເຈົ້າ​ກໍ​ຈະ​ບໍ່​ດື່ມ​ນໍ້າ​ຈາກ​ສ້າງ​ຂອງທ່ານ​ດ້ວຍ. ພວກ​ຂ້າພະເຈົ້າ​ຈະ​ໄປ​ຕາມ​ຖະໜົນ​ໃຫຍ່ ຈົນກວ່າ​ຈະ​ພົ້ນ​ເຂດແດນ​ປະເທດ​ຂອງທ່ານ​ໄປ.”</verse>
				<verse number="18">ແຕ່​ຊາວ​ເອໂດມ​ໄດ້​ຕອບ​ວ່າ, “ພວກເຮົາ​ບໍ່​ຍອມ​ໃຫ້​ພວກເຈົ້າ​ຜ່ານ​ດິນແດນ​ຂອງ​ພວກເຮົາ​ໄປ ຖ້າ​ພວກເຈົ້າ​ຫາກ​ຂືນ​ເຂົ້າ​ມາ ພວກເຮົາ​ຈະ​ຍົກ​ກຳລັງ​ອອກ​ໄປ​ໂຈມຕີ​ພວກເຈົ້າ.”</verse>
				<verse number="19">ປະຊາຊົນ​ອິດສະຣາເອນ​ກ່າວ​ວ່າ, “ພວກ​ຂ້າພະເຈົ້າ​ຈະ​ຢູ່​ຕາມ​ຖະໜົນ​ໃຫຍ່​ເທົ່ານັ້ນ ແລະ​ຖ້າ​ພວກ​ຂ້າພະເຈົ້າ​ຫລື​ຝູງສັດ​ຫາກ​ດື່ມ​ນໍ້າ​ຂອງ​ພວກທ່ານ ພວກ​ຂ້າພະເຈົ້າ​ຈະ​ຈ່າຍ​ເງິນ​ໃຫ້​ພວກທ່ານ. ສິ່ງ​ທີ່​ພວກ​ຂ້າພະເຈົ້າ​ຕ້ອງການ ແມ່ນ​ຜ່ານ​ດິນແດນ​ປະເທດ​ຂອງ​ພວກທ່ານ​ໄປ​ເທົ່ານັ້ນ.”</verse>
				<verse number="20">ແຕ່​ຊາວ​ເອໂດມ​ໄດ້​ຢືນຢັນ​ວ່າ, “ພວກເຮົາ​ບໍ່​ຍອມ​ໃຫ້​ຜ່ານ​ເປັນ​ເດັດຂາດ.” ແລ້ວ​ພວກເຂົາ​ກໍ​ຍົກທັບ​ອັນ​ເຂັ້ມແຂງ ອອກ​ມາ​ໂຈມຕີ​ປະຊາຊົນ​ອິດສະຣາເອນ.</verse>
				<verse number="21">ຍ້ອນ​ຊາວ​ເອໂດມ​ບໍ່​ຍອມ​ໃຫ້​ຊາວ​ອິດສະຣາເອນ​ຜ່ານ​ດິນແດນ​ຂອງ​ພວກເຂົາ​ໄປ ຊາວ​ອິດສະຣາເອນ​ຈຶ່ງ​ລ້ຽວ​ໄປ​ທາງ​ອື່ນ.</verse>
				<verse number="22">ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ອອກ​ຈາກ​ກາເດັດ ແລະ​ເດີນທາງ​ມາ​ຮອດ​ພູເຂົາ​ໂຮເຣ</verse>
				<verse number="23">ໃກ້​ເຂດແດນ​ຂອງ​ເມືອງ​ເອໂດມ. ໃນ​ທີ່ນັ້ນ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ກັບ​ອາໂຣນ​ວ່າ,</verse>
				<verse number="24">“ອາໂຣນ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ ຊຶ່ງ​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້​ແກ່​ຊາວ​ອິດສະຣາເອນ; ລາວ​ຈະ​ຕາຍ ເພາະ​ພວກເຈົ້າ​ທັງສອງ​ໄດ້​ກະບົດ​ຕໍ່​ຄຳສັ່ງ​ຂອງເຮົາ​ທີ່​ເມຣີບາ.</verse>
				<verse number="25">ຈົ່ງ​ນຳ​ອາໂຣນ​ແລະ​ເອເລອາຊາ ລູກຊາຍ​ຂອງ​ລາວ​ຂຶ້ນ​ໄປ​ທີ່​ເທິງ​ພູ​ໂຮເຣ</verse>
				<verse number="26">ແລະ​ຢູ່​ທີ່​ນັ້ນ​ໃຫ້​ເຈົ້າ​ຖອດ​ເຄື່ອງ​ປະໂຣຫິດ​ຂອງ​ອາໂຣນ​ອອກ ແລະ​ສວມ​ໃສ່​ໃຫ້​ເອເລອາຊາ. ອາໂຣນ​ຈະ​ໄປ​ຕາຍ​ຢູ່​ທີ່​ນັ້ນ.”</verse>
				<verse number="27">ໂມເຊ​ກໍ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້. ເພິ່ນ​ໄດ້​ຂຶ້ນ​ໄປ​ທີ່​ເທິງ​ພູເຂົາ​ໂຮເຣ​ຕໍ່ໜ້າ​ຊຸມຊົນ​ທັງໝົດ</verse>
				<verse number="28">ແລະ​ໂມເຊ​ກໍ​ຖອດ​ເຄື່ອງ​ຕຳແໜ່ງ​ປະໂຣຫິດ​ອອກ​ຈາກ​ອາໂຣນ ແລະ​ສວມ​ໃສ່​ໃຫ້​ເອເລອາຊາ​ຜູ້​ເປັນ​ລູກຊາຍ. ອາໂຣນ​ຕາຍ ຢູ່​ທີ່​ຈອມ​ພູ; ໂມເຊ​ແລະ​ເອເລອາຊາ​ຈຶ່ງ​ກັບ​ລົງ​ມາ.</verse>
				<verse number="29">ເມື່ອ​ຊຸມຊົນ​ທັງໝົດ​ຮູ້​ວ່າ ອາໂຣນ​ໄດ້​ຕາຍ​ແລ້ວ ຄອບຄົວ​ອິດສະຣາເອນ​ທັງໝົດ​ກໍ​ພາກັນ​ໄວ້ທຸກ​ໃຫ້​ເພິ່ນ 30 ວັນ.</verse>
			</chapter>
			<chapter number="21">
				<verse number="1">ເມື່ອ​ກະສັດ​ອາຣາດ​ທີ່​ຢູ່​ທາງ​ພາກ​ໃຕ້​ຂອງ​ດິນແດນ​ການາອານ ໄດ້ຍິນ​ວ່າ​ຊາວ​ອິດສະຣາເອນ​ກຳລັງ​ເດີນທາງ​ມຸ້ງໜ້າ​ມາ​ທາງ​ເມືອງ​ອາທາຣິມ; ເພິ່ນ​ຈຶ່ງ​ນຳ​ທະຫານ​ອອກ​ໄປ​ໂຈມຕີ​ພວກເຂົາ ແລະ​ຈັບ​ໄດ້​ບາງຄົນ​ມາ​ເປັນ​ຊະເລີຍເສິກ.</verse>
				<verse number="2">ແລ້ວ​ພວກ​ອິດສະຣາເອນ​ກໍໄດ້​ສາບານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຖ້າ​ພຣະອົງ​ຫາກ​ໃຫ້​ພວກ​ຂ້ານ້ອຍ​ຕີ​ຊະນະ​ປະຊາຊົນ​ເຫຼົ່ານີ້​ໄດ້ ພວກ​ຂ້ານ້ອຍ​ຈະ​ອຸທິດ​ຖວາຍ​ພວກເຂົາ​ຢ່າງ​ບໍ່ມີ​ເງື່ອນໄຂ ພ້ອມ​ທັງ​ເມືອງ​ຕ່າງໆ​ນັ້ນ​ແກ່​ພຣະອົງ ແລະ​ຈະ​ທຳລາຍ​ພວກເຂົາ​ໃຫ້​ດັບກ້ຽງ.”</verse>
				<verse number="3">ພຣະເຈົ້າຢາເວ​ໄດ້ຍິນ​ສຽງ​ຂອງ​ຊາວ​ອິດສະຣາເອນ ຈຶ່ງ​ຊ່ວຍ​ພວກເຂົາ​ຕີ​ຊະນະ​ພວກ​ການາອານ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ທຳລາຍ​ຊາວ​ເມືອງ ແລະ​ເມືອງ​ຕ່າງໆ​ຂອງ​ພວກເຂົາ​ຖິ້ມ​ໝົດ ແລະ​ໄດ້​ໃສ່​ຊື່​ບ່ອນ​ນັ້ນ​ວ່າ​ໂຮມາ.</verse>
				<verse number="4">ຊາວ​ອິດສະຣາເອນ​ໄດ້​ອອກ​ຈາກ​ພູເຂົາ​ໂຮເຣ ມຸ້ງໜ້າ​ຕໍ່ໄປ​ຕາມ​ທາງ​ສູ່​ອ່າວ​ອາກາບາ ເພື່ອ​ເດີນທາງ​ອ້ອມ​ໄປ​ທາງ​ເຂດແດນ​ຂອງ​ເອໂດມ. ແຕ່​ໃນ​ເວລາ​ເດີນທາງ​ໄປ​ນັ້ນ ປະຊາຊົນ​ພາກັນ​ໝົດ​ຄວາມ​ອົດທົນ</verse>
				<verse number="5">ພວກເຂົາ​ໄດ້​ຈົ່ມຮ້າຍ​ຕໍ່​ພຣະເຈົ້າ ແລະ​ຕໍ່​ໂມເຊ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ນຳພາ​ພວກເຮົາ​ອອກ​ຈາກ​ປະເທດ​ເອຢິບ ມາ​ຕາຍ​ຢູ່​ໃນ​ກາງ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ບໍ່ມີ​ອາຫານ ແລະ​ບໍ່ມີ​ນໍ້າ​ເຊັ່ນນີ້? ພວກເຮົາ​ບໍ່​ອາດ​ທົນ​ກິນ​ອາຫານ​ຕາຍໆ​ເຊັ່ນນີ້​ໄດ້​ດອກ.”</verse>
				<verse number="6">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສົ່ງ​ງູພິດ ມາ​ຕອດ​ຊາວ​ອິດສະຣາເອນ​ຕາຍ​ຢ່າງ​ຫລວງຫລາຍ.</verse>
				<verse number="7">ປະຊາຊົນ​ຈຶ່ງ​ພາກັນ​ມາ​ຫາ​ໂມເຊ​ແລະ​ກ່າວ​ວ່າ, “ພວກເຮົາ​ເຮັດ​ບາບ​ແລ້ວ ເມື່ອ​ຈົ່ມຮ້າຍ​ໃສ່​ພຣະເຈົ້າຢາເວ ແລະ​ຈົ່ມຮ້າຍ​ໃສ່​ທ່ານ. ຂໍ​ທ່ານ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ໃຫ້​ໄລ່​ງູພິດ​ເຫຼົ່ານີ້​ໜີໄປ​ເຖີດ.” ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ.</verse>
				<verse number="8">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ບອກ​ໂມເຊ​ໃຫ້​ເຮັດ​ງູ​ເປັນ​ທອງສຳຣິດ​ຕອກ​ຕິດ​ໄວ້​ກັບ​ເສົາ ເພື່ອ​ວ່າ​ຜູ້ໃດ​ຜູ້ໜຶ່ງ​ທີ່​ຖືກ​ງູ​ຕອດ ເມື່ອ​ແນມ​ເບິ່ງ​ງູ​ທອງສຳຣິດ​ນັ້ນ​ແລ້ວ​ກໍໄດ້​ຮັບ​ການ​ປິ່ນປົວ​ໃຫ້​ຫາຍ​ດີ.</verse>
				<verse number="9">ສະນັ້ນ ໂມເຊ​ຈຶ່ງ​ເຮັດ​ງູ​ທອງສຳຣິດ​ຕອກ​ໄວ້​ກັບ​ເສົາ. ຜູ້ໃດ​ຜູ້ໜຶ່ງ​ທີ່​ຖືກ​ງູພິດ​ຕອດ ເມື່ອ​ຫລຽວ​ເບິ່ງ​ງູ​ທອງສຳຣິດ​ນັ້ນ​ແລ້ວ ກໍໄດ້​ຮັບ​ການ​ປິ່ນປົວ​ໃຫ້​ຫາຍ​ດີ.</verse>
				<verse number="10">ຊາວ​ອິດສະຣາເອນ​ໄດ້​ເຄື່ອນຍ້າຍ​ເດີນທາງ​ຕໍ່ໄປ ແລະ​ພວກເຂົາ​ໄດ້​ມາ​ຕັ້ງ​ຄ້າຍ​ທີ່​ເມືອງ​ໂອໂບດ.</verse>
				<verse number="11">ເມື່ອ​ອອກ​ຈາກ​ເມືອງ​ໂອໂບດ​ແລ້ວ ພວກເຂົາ​ໄດ້​ເດີນທາງ​ໄປ​ຕັ້ງ​ຄ້າຍພັກ​ຢູ່​ເມືອງ​ຮ້າງ​ທີ່​ມີ​ຊື່​ວ່າ, ອາບາຣິມ ເມືອງ​ນີ້​ຢູ່​ໃນ​ຖິ່ນ​ແຫ້ງແລ້ງກັນດານ​ທາງ​ທິດ​ຕາເວັນອອກ​ຂອງ​ເຂດແດນ​ຊາວ​ໂມອາບ.</verse>
				<verse number="12">ຕໍ່ມາ ພວກເຂົາ​ໄດ້​ໄປ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ຮ່ອມພູ​ເຊເຣັດ.</verse>
				<verse number="13">ຈາກ​ຮ່ອມພູ​ເຊເຣັດ ພວກເຂົາ​ໄດ້​ຍົກຍ້າຍ​ໄປ​ຕັ້ງ​ຄ້າຍ​ຢູ່​ທາງ​ພາກເໜືອ​ຂອງ​ແມ່ນໍ້າ​ອາກໂນນ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຊຶ່ງ​ຢຽດ​ຍາວ​ອອກ​ໄປ​ສູ່​ເຂດແດນ​ຂອງ​ຊາວ​ອາໂມ. (ແມ່ນໍ້າ​ອາກໂນນ​ແມ່ນ​ໃຊ້​ເປັນ​ເຂດແດນ​ລະຫວ່າງ​ຊາວ​ໂມອາບ​ແລະ​ຊາວ​ອາໂມ.)</verse>
				<verse number="14">ດ້ວຍເຫດນີ້ ປື້ມ​ບັນທຶກ​ແຫ່ງ​ບັ້ນຮົບ​ຕ່າງໆ​ຂອງ​ພຣະເຈົ້າຢາເວ ຈຶ່ງ​ມີ​ຄຳ​ຂຽນ​ໄວ້​ວ່າ, “...ເມືອງ​ຂອງ​ວາເຮັບ​ໃນ​ເຂດ​ຂອງ​ຊູຟາ​ແລະ​ຮ່ອມພູ​ທັງຫລາຍ ແມ່ນໍ້າ​ອາກໂນນ</verse>
				<verse number="15">ເນີນ​ຂອງ​ຮ່ອມພູ​ທັງຫລາຍ ຊຶ່ງ​ຢຽດ​ຍາວ​ອອກ​ໄປ​ສູ່​ເມືອງ​ອາຣະ ແລະ​ຕໍ່​ໃສ່​ຊາຍແດນ​ຂອງ​ໂມອາບ.”</verse>
				<verse number="16">ຈາກ​ທີ່​ນັ້ນ ພວກເຂົາ​ໄດ້​ເດີນທາງ​ຕໍ່ໄປ​ຮອດ​ບ່ອນໜຶ່ງ​ທີ່​ມີ​ຊື່​ວ່າ ບໍ່ນໍ້າ ຄື​ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ໃຫ້​ປະຊາຊົນ​ທັງໝົດ​ມາ​ເຕົ້າໂຮມ​ກັນ ແລະ​ເຮົາ​ຈະ​ໃຫ້​ນໍ້າ​ດື່ມ​ແກ່​ພວກເຈົ້າ.”</verse>
				<verse number="17">ໃນ​ທີ່ນີ້ ຊາວ​ອິດສະຣາເອນ​ໄດ້​ຮ້ອງເພງ​ວ່າ, “ບໍ່ນໍ້າເອີຍ ຂ້າ​ຂໍ​ເອີ່ຍ​ເຜີຍ​ວາຈີ ເປັນ​ດົນຕຼີ​ບັນເລງ​ເພງ​ຈາກ​ໃຈ; ເຈົ້າ​ຜະລິດ​ນໍ້າ​ລໍ້າຄ່າ​ກວ່າ​ສິ່ງໃດ ນໍ້າ​ສົດໄສ​ໄຫລຫລັ່ງ​ທັ່ງ​ອອກ​ມາ. ໃຕ້​ຕະບອງ​ຄອງ​ອຳນາດ​ແຫ່ງ​ຣາຊາ ນຳ​ປະຊາ​ຂຸດ​ຄົ້ນ​ບໍ່ນໍ້າ​ໄສ; ໃຕ້​ໄມ້ຄ້ອນເທົ້າ​ເຫຼົ່າ​ຫົວໜ້າ​ນຳພາ ພ້ອມ​ປະຊາ​ຕັ້ງໜ້າ​ເຮັດ​ຕາມ.” ພວກເຂົາ​ໄດ້​ຍ້າຍ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄປ​ເຖິງ​ມັດຕານາ</verse>
				<verse number="18"></verse>
				<verse number="19">ແລະ​ຈາກ​ມັດຕານາ​ເຖິງ​ນາຮາລີເອນ ແລະ​ຈາກ​ນາ​ຮາລີເອນ​ເຖິງ​ບາໂມດ</verse>
				<verse number="20">ແລະ​ຈາກ​ບາໂມດ​ເຖິງ​ຮ່ອມພູ​ທີ່​ເຂດແດນ​ຂອງ​ໂມອາບ ໃຕ້​ຍອດ​ພູ​ປີສະກາ​ຊຶ່ງ​ແນມ​ອອກ​ໄປ​ເຫັນ​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="21">ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍໄດ້​ສົ່ງ​ທູດ​ນຳ​ຂ່າວ​ໄປ​ບອກ​ເຈົ້າສີໂຫນ ກະສັດ​ຂອງ​ຊາວ​ອາໂມ​ວ່າ,</verse>
				<verse number="22">“ກະລຸນາ​ໃຫ້​ພວກ​ຂ້າພະເຈົ້າ​ຜ່ານ​ດິນແດນ​ຂອງທ່ານ​ໄປ​ແດ່ທ້ອນ. ພວກ​ຂ້າພະເຈົ້າ​ກັບ​ຝູງສັດ​ຈະ​ໄປ​ຕາມ​ຖະໜົນ ແລະ​ຈະ​ບໍ່​ເຂົ້າ​ໄປ​ໃນ​ໄຮ່​ນາ​ຫລື​ສວນອະງຸ່ນ​ເລີຍ ແລະ​ຈະ​ບໍ່​ດື່ມ​ນໍ້າ​ຈາກ​ບໍ່​ໃດໆ​ຂອງທ່ານ ພວກ​ຂ້າພະເຈົ້າ​ຈະ​ໄປ​ຕາມ​ຖະໜົນ​ໃຫຍ່ ຈົນກວ່າ​ຈະ​ພົ້ນ​ເຂດແດນ​ຂອງທ່ານ​ອອກ​ໄປ.”</verse>
				<verse number="23">ແຕ່​ເຈົ້າສີໂຫນ​ບໍ່​ອະນຸຍາດ​ໃຫ້​ປະຊາຊົນ​ອິດສະຣາເອນ ຜ່ານ​ເຂດແດນ​ຂອງ​ເພິ່ນ​ໄປ. ເພິ່ນ​ໄດ້​ຮວບຮວມ​ເອົາ​ກອງ​ທະຫານ ແລະ​ຍົກທັບ​ອອກ​ໄປ​ທີ່​ຢາຮາດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ບຸກໂຈມຕີ​ຊາວ​ອິດສະຣາເອນ.</verse>
				<verse number="24">ແຕ່​ຊາວ​ອິດສະຣາເອນ​ໄດ້​ທຳລາຍ​ສັດຕູ​ດ້ວຍ​ຄົມ​ດາບ​ໃນ​ສະໜາມຮົບ​ຢ່າງ​ຫລວງຫລາຍ ແລະ​ຢຶດເອົາ​ດິນແດນ​ຂອງ​ພວກເຂົາ​ຈາກ​ພາກ​ເໜືອ​ຂອງ​ແມ່ນໍ້າ​ອາກໂນນ​ຈົນເຖິງ​ຢັບໂບກ ໝາຍຄວາມວ່າ​ຮອດ​ຊາວ​ອຳໂມນ ເພາະ​ເຂດແດນ​ຂອງ​ຊາວ​ອຳໂມນ​ຖືກ​ປ້ອງກັນ​ໄວ້​ຢ່າງ​ເຂັ້ມແຂງ.</verse>
				<verse number="25">ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ຢຶດເອົາ​ໝົດ​ທຸກ​ເມືອງ​ຂອງ​ຊາວ​ອາໂມ ພ້ອມ​ທັງ​ເຮັດຊະໂບນ​ກັບ​ເມືອງ​ທີ່​ອ້ອມແອ້ມ​ດ້ວຍ ແລະ​ໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່​ທີ່​ນັ້ນ.</verse>
				<verse number="26">ເຮັດຊະໂບນ​ເປັນ​ເມືອງ​ຫລວງ​ຂອງ​ເຈົ້າສີໂຫນ ກະສັດ​ຂອງ​ຊາວ​ອາໂມ; ເພິ່ນ​ໄດ້​ຊະນະ​ກະສັດ​ແຫ່ງ​ໂມອາບ​ຄົນ​ກ່ອນ ແລ້ວ​ກໍ​ຢຶດຄອງ​ເອົາ​ດິນແດນ​ທັງໝົດ​ມາ​ປົກຄອງ ຈົນ​ຮອດ​ແມ່ນໍ້າ​ອາກໂນນ.</verse>
				<verse number="27">ເຫດສະນັ້ນ ຈຶ່ງ​ມີ​ນັກ​ກະວີ​ໄດ້​ປະພັນ​ເພງ​ໄວ້​ວ່າ “ເຊີນ​ມາ​ທີ່​ເຮັດຊະໂບນ ເຈົ້າສີໂຫນ​ພະນະຄອນ ມາ​ບຸຣະນະ​ສ້ອມແປງ ສ້າງ​ນະຄອນ​ເພພັງ​ຂຶ້ນ​ໃໝ່.</verse>
				<verse number="28">ມີ​ຄັ້ງໜຶ່ງ​ໃນ​ນະຄອນນີ້​ ທີ່​ມີ​ຊື່​ວ່າ​ເຮັດຊະໂບນ; ກອງທັບ​ເຈົ້າສີໂຫນ ໄດ້​ຮຸກຮານ​ລາມ​ໄປ​ດັ່ງ​ໄຟ​ໄໝ້ ແລະ​ໄດ້​ທຳລາຍ​ເມືອງ​ອາຣະ ໃນ​ດິນແດນ​ໂມອາບ​ຈົນ​ໝົດ; ພ້ອມ​ທັງ​ກືນກິນ ອາກໂນນ ເມືອງ​ໂພນ​ພູດອຍ​ເຜົາຜານ​ກ້ຽງ.</verse>
				<verse number="29">ຊາວ​ໂມອາບ​ຖືກ​ປາບສ້ຽງ ສູນເສຍ​ຢ່າງ​ຫລວງຫລາຍ; ເຈົ້າ​ຜູ້​ຝຶກ​ຂາບໄຫວ້ ພະ​ເຄໂມດ​ເລີຍສິ້ນ​ວອດວາຍ. ພະ​ຂອງ​ພວກເຈົ້າ​ນັ້ນ​ເຮັດ​ໃຫ້ ຄົນ​ປົບ​ຫລົບ​ໄພ​ໄປ​ຍົ່ວໆ; ຍິງ​ຕ້ອງ​ຖິ້ມ​ຜົວ​ຖິ້ມ​ລູກ ເປັນ​ຊະເລີຍ​ຮັບໃຊ້​ເຈົ້າ​ອາໂມ.</verse>
				<verse number="30">ແຕ່​ບັດນີ້ ລູກຫລານ​ຂອງ​ພວກເຂົາ​ນັ້ນ ຊໍ້າ​ຖືກ​ທຳລາຍ​ຖິ້ມ​ໝົດ; ຕາຍ​ຢາຍ​ກັນ​ຕາມ​ທາງ ແຕ່​ເຮັດຊະໂບນ​ເຖິງ​ດີໂບນ​ພຸ້ນ. ຕາຍ​ແຕ່​ນາຊິມ​ດ້ວຍ ຈົນເຖິງ​ເມືອງ​ໂນຟາ​ແດ່; ຄື​ບ່ອນ​ທີ່​ຢູ່​ໃກ້ ກັບ​ເຂດ​ເມເດບາ”.</verse>
				<verse number="31">ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ຕັ້ງ​ຫຼັກແຫຼ່ງ ຢູ່​ໃນ​ເຂດ​ຂອງ​ຊາວ​ອາໂມ​ຕະຫລອດ​ມາ</verse>
				<verse number="32">ແລະ​ໂມເຊ​ໄດ້​ສົ່ງ​ພວກ​ນັກສືບ​ເຂົ້າ​ໄປ​ສອດແນມ​ເບິ່ງ​ຊ່ອງທາງ ທີ່ດີ​ທີ່ສຸດ​ເພື່ອ​ເຂົ້າ​ໂຈມຕີ​ເມືອງ​ຢາເຊ. ຊາວ​ອິດສະຣາເອນ​ຈຶ່ງ​ຢຶດເອົາ​ຕົວເມືອງ​ໄດ້ ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ແລະ​ໄດ້​ຂັບໄລ່​ຊາວ​ອາໂມ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານີ້​ອອກໄປ.</verse>
				<verse number="33">ແລ້ວ​ຊາວ​ອິດສະຣາເອນ​ກໍ​ລ້ຽວ​ໄປ​ຕາມ​ທາງ​ທີ່​ມຸ່ງໜ້າ​ສູ່​ບາຊານ ແລ້ວ​ເຈົ້າໂອກ​ແຫ່ງ​ເມືອງ​ບາຊານ​ກໍໄດ້​ຍົກທັບ​ອອກ​ມາ ເພື່ອ​ໂຈມຕີ​ພວກເຂົາ​ທີ່​ເອັດເຣອີ.</verse>
				<verse number="34">ແຕ່​ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຢ່າສູ່ຢ້ານເລີຍ ເຮົາ​ຈະ​ໃຫ້​ເຈົ້າ​ຕີ​ຊະນະ​ກະສັດ​ຄົນ​ນີ້, ຊະນະ​ປະຊາຊົນ​ທັງໝົດ ແລະ​ຢຶດຄອງ​ເອົາ​ດິນແດນ​ຂອງ​ລາວ. ຈົ່ງ​ເຮັດ​ກັບ​ເຈົ້າໂອກ​ຄື​ກັນ​ກັບ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ເຈົ້າສີໂຫນ ກະສັດ​ຂອງ​ຊາວ​ອາໂມ​ຜູ້​ທີ່​ໄດ້​ປົກຄອງ​ທີ່​ນະຄອນ​ເຮັດຊະໂບນ.”</verse>
				<verse number="35">ສະນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ສັງຫານ​ເຈົ້າໂອກ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ປະຊາຊົນ​ທັງໝົດ​ຂອງ​ລາວ​ໂດຍ​ບໍ່ມີ​ໃຜ​ລອດຊີວິດ​ເລີຍ ແລ້ວ​ຢຶດເອົາ​ດິນແດນ​ມາ​ປົກຄອງ.</verse>
			</chapter>
			<chapter number="22">
				<verse number="1">ຊາວ​ອິດສະຣາເອນ​ໄດ້​ເຄື່ອນຍ້າຍ​ໄປ​ຕັ້ງ​ຄ້າຍພັກ​ຕາມ​ທົ່ງ​ຮາບພຽງ​ຂອງ​ໂມອາບ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ແລະ​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ.</verse>
				<verse number="2">ພໍ​ເຈົ້າ​ບາຫລາກ​ລູກຊາຍ​ຂອງ​ຊິບໂປ​ກະສັດ​ແຫ່ງ​ໂມອາບ​ໄດ້ຍິນ​ເຖິງ​ເລື່ອງ​ທີ່​ຊາວ​ອິດສະຣາເອນ​ໄດ້​ເຮັດ​ກັບ​ຊາວ​ອາໂມ ແລະ​ຮູ້​ວ່າ​ຊາວ​ອິດສະຣາເອນ​ຢູ່​ທີ່​ນັ້ນ​ຫລາຍ​ພຽງໃດ;</verse>
				<verse number="3">ເພິ່ນ​ແລະ​ປະຊາຊົນ​ທັງໝົດ​ຈຶ່ງ​ເກີດ​ຢ້ານ​ຫຼາຍ.</verse>
				<verse number="4">ຊາວ​ໂມອາບ​ໄດ້​ເວົ້າ​ຕໍ່​ພວກ​ຜູ້ນຳ​ຊາວ​ມີດີອານ​ວ່າ, “ໃນ​ບໍ່​ຊ້າ​ປະຊາຊົນ​ອັນ​ໃຫຍ່​ນີ້​ຈະ​ທຳລາຍ​ທຸກໆ​ສິ່ງ​ທີ່​ຢູ່​ອ້ອມຮອບ​ພວກເຮົາ ເໝືອນ​ດັ່ງ​ງົວ​ກິນ​ຫຍ້າ​ຢູ່​ຕາມ​ທົ່ງ.” ຍ້ອນວ່າ​ໃນ​ເວລາ​ນັ້ນ ເຈົ້າ​ບາຫລາກ​ລູກຊາຍ​ຂອງ​ຊິບໂປ​ກໍ​ເປັນ​ກະສັດ​ຂອງ​ຊາວ​ໂມອາບ.</verse>
				<verse number="5">ເພິ່ນ​ຈຶ່ງ​ໄດ້​ສົ່ງ​ຄະນະທູດ​ໄປ​ເຊີນ​ເອົາ​ບາລາອາມ​ລູກຊາຍ​ຂອງ​ເບອໍ ຜູ້​ທີ່​ອາໄສ​ຢູ່​ໃນ​ເປໂທ ໃກ້​ກັບ​ແມ່ນໍ້າ​ເອີຟຣັດ​ທີ່​ດິນແດນ​ອາມາວ. ພວກເຂົາ​ໄດ້​ນຳ​ຂ່າວ​ຈາກ​ເຈົ້າ​ບາຫລາກ​ໄປ​ບອກ​ດັ່ງນີ້: “ເຮົາ​ຢາກ​ໃຫ້​ທ່ານ​ຮູ້​ວ່າ​ມີ​ຊົນຊາດ​ໜຶ່ງ​ໄດ້​ມາ​ຈາກ​ປະເທດ​ເອຢິບ, ປະຊາຊົນ​ຂອງ​ຊາດ​ນີ້​ກຳລັງ​ແຜ່ຜາຍ​ໄປ​ທົ່ວ​ທຸກແຫ່ງ ແລະ​ກຳລັງ​ມີ​ອຳນາດ​ເໜືອ​ດິນແດນ​ຂອງ​ພວກເຮົາ.</verse>
				<verse number="6">ພວກເຂົາ​ມີ​ຈຳນວນ​ຫລາຍກວ່າ​ພວກເຮົາ, ສະນັ້ນ ຂໍ​ໃຫ້​ທ່ານ​ມາ​ສາບແຊ່ງ​ພວກເຂົາ​ໃຫ້​ພວກເຮົາ​ດ້ວຍ. ບາງທີ​ພວກເຮົາ​ອາດ​ຈະ​ຊະນະ ແລະ​ຂັບໄລ່​ພວກເຂົາ​ໃຫ້​ອອກ​ຈາກ​ດິນແດນ​ຂອງ​ພວກເຮົາ​ກໍໄດ້. ເຮົາ​ຮູ້​ວ່າ​ເມື່ອໃດ​ທີ່​ທ່ານ​ກ່າວ​ຄຳອວຍພອນ ປະຊາຊົນ​ຈະ​ໄດ້​ຮັບ​ຄຳອວຍພອນ ແລະ​ເມື່ອໃດ​ທີ່​ທ່ານ​ກ່າວ​ຄຳສາບແຊ່ງ ພວກເຂົາ​ຈະ​ໄດ້​ຮັບ​ຄຳສາບແຊ່ງ.”</verse>
				<verse number="7">ດັ່ງນັ້ນ ບັນດາ​ຜູ້ນຳ​ຂອງ​ຊາວ​ໂມອາບ​ແລະ​ຂອງ​ຊາວ​ມີດີອານ ຈຶ່ງ​ອອກ​ເດີນທາງ​ໄປ​ຫາ​ບາລາອາມ ພ້ອມ​ທັງ​ນຳ​ເງິນ​ຄ່າ​ພິທີ​ສາບແຊ່ງ​ໄປ​ນຳ​ດ້ວຍ ແລະ​ບອກ​ຄຳເວົ້າ​ຂອງ​ເຈົ້າ​ບາຫລາກ​ໃຫ້​ແກ່​ເພິ່ນ.</verse>
				<verse number="8">ບາລາອາມ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, “ຈົ່ງ​ພາກັນ​ນອນ​ຄ້າງຄືນ​ຢູ່​ທີ່​ນີ້​ສາ​ກ່ອນ ແລະ​ໃນ​ມື້ອື່ນ​ເຊົ້າ ຂ້ອຍ​ຈະ​ລາຍງານ​ໃຫ້​ພວກເຈົ້າ​ຮູ້​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ຂ້ອຍ.” ດັ່ງນັ້ນ ພວກ​ຜູ້ນຳ​ຂອງ​ຊາວ​ໂມອາບ​ຈຶ່ງ​ພັກ​ຢູ່​ທີ່​ນັ້ນ​ກັບ​ບາລາອາມ.</verse>
				<verse number="9">ພຣະເຈົ້າ​ໄດ້​ມາ​ຫາ​ບາລາອາມ ແລະ​ຖາມ​ລາວ​ວ່າ, “ຄົນ​ເຫຼົ່ານີ້​ທີ່​ມາ​ພັກ​ນຳ​ເຈົ້າ​ນັ້ນ​ແມ່ນ​ໃຜ?”</verse>
				<verse number="10">ບາລາອາມ​ຈຶ່ງ​ຕອບ​ພຣະເຈົ້າ​ວ່າ, “ເຈົ້າ​ບາຫລາກ​ລູກຊາຍ​ຂອງ​ຊິບໂປ​ກະສັດ​ແຫ່ງ​ໂມອາບ​ໄດ້​ສົ່ງ​ຄົນ​ພວກ​ນີ້​ມາ ແລະ​ບອກ​ຂ້ານ້ອຍ​ວ່າ,</verse>
				<verse number="11">ມີ​ປະຊາຊົນ​ຊາດ​ໜຶ່ງ​ທີ່​ອອກ​ມາ​ຈາກ​ປະເທດ​ເອຢິບ ໄດ້​ແຜ່​ຂະຫຍາຍ​ອອກ​ໄປ​ທົ່ວ​ທຸກ​ຫົນແຫ່ງ​ໃນ​ປະເທດ. ເພິ່ນ​ຢາກ​ໃຫ້​ຂ້ານ້ອຍ​ໄປ​ສາບແຊ່ງ​ພວກເຂົາ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຮົບ​ຊະນະ​ພວກເຂົາ.”</verse>
				<verse number="12">ພຣະເຈົ້າ​ໄດ້​ບອກ​ບາລາອາມ​ວ່າ, “ຢ່າ​ໄປ​ກັບ​ຄົນ​ເຫຼົ່ານີ້ ແລະ​ຢ່າ​ສາບແຊ່ງ​ປະຊາຊົນ​ອິດສະຣາເອນ ເພາະ​ແມ່ນ​ເຮົາເອງ​ທີ່​ອວຍພອນ​ພວກເຂົາ.”</verse>
				<verse number="13">ເມື່ອ​ເຊົ້າ​ມື້​ໃໝ່​ມາ ບາລາອາມ​ຈຶ່ງ​ໄປ​ຫາ​ຄະນະທູດ​ຂອງ​ເຈົ້າ​ບາຫລາກ ແລະ​ເວົ້າ​ວ່າ, “ຈົ່ງ​ກັບຄືນ​ເມືອ​ສາ ເພາະ​ພຣະເຈົ້າຢາເວ​ບໍ່​ໃຫ້​ຂ້ອຍ​ໄປ​ກັບ​ພວກເຈົ້າ.”</verse>
				<verse number="14">ສະນັ້ນ ພວກເຂົາ​ຈຶ່ງ​ກັບຄືນ​ໄປ​ຫາ​ເຈົ້າ​ບາຫລາກ ແລະ​ບອກ​ເພິ່ນ​ວ່າ​ບາລາອາມ​ບໍ່​ຍອມ​ມາ​ກັບ​ພວກຕົນ.</verse>
				<verse number="15">ແລ້ວ​ເຈົ້າ​ບາຫລາກ​ກໍໄດ້​ສົ່ງ​ບັນດາ​ຜູ້ນຳ​ຄົນ​ສຳຄັນ​ກວ່າ​ພວກ​ທຳອິດ​ໄປ​ອີກ.</verse>
				<verse number="16">ພວກເຂົາ​ໄດ້​ມາ​ຫາ​ບາລາອາມ​ພ້ອມ​ທັງ​ນຳ​ຄຳ​ເວົ້າ​ຈາກ​ເຈົ້າ​ບາຫລາກ​ລູກຊາຍ​ຂອງ​ຊິບໂປ​ມາ​ດັ່ງນີ້: “ຂໍ​ຢ່າ​ໃຫ້​ສິ່ງໃດ​ສິ່ງໜຶ່ງ​ກີດຂວາງ​ທ່ານ​ໄວ້​ເລີຍ</verse>
				<verse number="17">ເຮົາ​ຈະ​ໃຫ້​ບຳເໜັດ​ແກ່​ທ່ານ​ຢ່າງ​ຫລວງຫລາຍ ແລະ​ຈະ​ເຮັດ​ສິ່ງໃດໆ​ກໍໄດ້​ຕາມ​ທີ່​ທ່ານ​ກ່າວ. ກະລຸນາ​ມາ​ສາບແຊ່ງ​ພວກ​ເຫຼົ່ານີ້​ໃຫ້​ເຮົາ​ແດ່ທ້ອນ.”</verse>
				<verse number="18">ແຕ່​ບາລາອາມ​ໄດ້​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ​ເຈົ້າ​ບາຫລາກ​ຈະ​ມອບ​ເງິນຄຳ​ທັງໝົດ ຢູ່​ໃນ​ພະຣາຊວັງ​ຂອງ​ເພິ່ນ​ໃຫ້​ຂ້າພະເຈົ້າ ຂ້າພະເຈົ້າ​ກໍ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ບໍ່ໄດ້ ແມ່ນແຕ່​ເລື່ອງ​ເລັກນ້ອຍ​ກໍຕາມ.</verse>
				<verse number="19">ແຕ່​ຂໍ​ໃຫ້​ພວກທ່ານ​ຄ້າງຄືນ​ຢູ່​ບ່ອນ​ນີ້​ດັ່ງ​ພວກ​ອື່ນໆ​ທີ່​ເຄີຍ​ມາ​ແລ້ວ ເພາະ​ບາງທີ​ພຣະເຈົ້າຢາເວ​ອາດ​ຈະ​ມີ​ສິ່ງໃດສິ່ງໜຶ່ງ​ອີກ​ບອກ​ຂ້າພະເຈົ້າ​ໃຫ້​ຮູ້​ຕື່ມ​ກໍໄດ້.”</verse>
				<verse number="20">ແລ້ວ​ໃນຄືນນັ້ນ ພຣະເຈົ້າ​ໄດ້​ມາ​ຫາ​ບາລາອາມ ແລະ​ບອກ​ເພິ່ນ​ວ່າ, “ຖ້າ​ພວກ​ເຫຼົ່ານີ້​ຫາກ​ຍັງ​ຂໍຮ້ອງ​ເຈົ້າ​ໃຫ້​ໄປ​ກັບ​ພວກເຂົາ ຈົ່ງ​ຕຽມຕົວ​ໄປ​ສາ, ແຕ່​ໃຫ້​ເຈົ້າ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ເທົ່ານັ້ນ.”</verse>
				<verse number="21">ດັ່ງນັ້ນ ເຊົ້າ​ວັນ​ຕໍ່ມາ ບາລາອາມ​ຈຶ່ງ​ຈັດແຈງ​ເອົາ​ອານ​ໃສ່​ຫລັງ​ລໍ ແລະ​ອອກ​ເດີນທາງ​ໄປ​ກັບ​ພວກ​ຜູ້ນຳ​ຊາວ​ໂມອາບ.</verse>
				<verse number="22">ພຣະເຈົ້າ​ໂກດຮ້າຍ​ທີ່​ບາລາອາມ​ໄປ​ກັບ​ພວກເຂົາ; ໃນ​ຂະນະທີ່​ບາລາອາມ​ກຳລັງ​ຂີ່​ລໍ​ໄປ ໂດຍ​ມີ​ຄົນ​ຮັບໃຊ້​ສອງ​ຄົນ​ຕິດຕາມ​ໄປ​ນຳ​ນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ມາ​ຢືນ​ຂວາງ​ທາງ​ໄວ້.</verse>
				<verse number="23">ເມື່ອ​ໂຕລໍ​ໄດ້​ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ຢືນ​ຖື​ດາບ​ຢູ່​ທີ່​ນັ້ນ ກໍ​ແລ່ນ​ອອກ​ຈາກ​ທາງ​ໄປ​ສູ່​ທົ່ງນາ. ບາລາອາມ​ຈຶ່ງ​ຕີ​ລໍ​ແລະ​ຂະໜາບ​ມັນ​ໃຫ້​ກັບຄືນ​ມາ​ສູ່​ຫົນທາງ​ໃຫຍ່.</verse>
				<verse number="24">ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ມາ​ຢືນ​ຂວາງ​ທາງ​ລະຫວ່າງ​ສວນອະງຸ່ນ ຊຶ່ງ​ມີ​ກຳແພງ​ຫີນ​ຢູ່​ສອງ​ຟາກ​ຂ້າງ.</verse>
				<verse number="25">ເມື່ອ​ໂຕລໍ​ໄດ້​ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ເຊ​ເຂົ້າ​ໄປ​ຕຳ​ກຳແພງ ແລະ​ໜິບ​ຕີນ​ຂອງ​ບາລາອາມ​ເຂົ້າ​ໃສ່​ກັບ​ຝາ​ຫີນ, ບາລາອາມ​ຈຶ່ງ​ຕີ​ລໍ​ອີກ.</verse>
				<verse number="26">ອີກເທື່ອໜຶ່ງ​ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ໄປ​ລ່ວງໜ້າ​ກ່ອນ ແລະ​ຮອດ​ບ່ອນ​ແຄບໆ​ຊຶ່ງ​ບໍ່ມີ​ປ່ອງ​ທີ່​ຈະ​ຜ່ານ​ໄປ​ສູ່​ທາງ​ອື່ນ​ໄດ້.</verse>
				<verse number="27">ໃນ​ເທື່ອ​ນີ້ ເມື່ອ​ລໍ​ຫລຽວ​ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ມັນ​ກໍ​ໝູບ​ລົງ. ບາລາອາມ​ເກີດ​ໃຈຮ້າຍ​ຂຶ້ນ​ຈຶ່ງ​ໃຊ້​ໄມ້ແສ້​ຕີ​ຫລັງ​ລໍ​ອີກ.</verse>
				<verse number="28">ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ລໍ​ປາກ​ເປັນ ແລະ​ເວົ້າ​ຕໍ່​ບາລາອາມ​ວ່າ, “ຂ້ອຍ​ເຮັດ​ຫຍັງ​ໃຫ້​ເຈົ້າ​ແດ່? ເປັນຫຍັງ​ເຈົ້າ​ຈຶ່ງ​ຕີ​ຂ້ອຍ​ເຖິງ​ສາມ​ເທື່ອ​ເຊັ່ນນີ້?”</verse>
				<verse number="29">ບາລາອາມ​ຕອບ​ວ່າ, “ກໍ​ຍ້ອນ​ເຈົ້າ​ແກ້ງເຮັດ​ໃຫ້​ຂ້ອຍ ຖ້າ​ຫາກ​ຂ້ອຍ​ມີ​ດາບ ຂ້ອຍ​ຈະ​ຂ້າ​ເຈົ້າ​ໂລດ.”</verse>
				<verse number="30">ໂຕລໍ​ຈຶ່ງ​ຖາມ​ອີກ​ວ່າ, “ຂ້ອຍ​ບໍ່ແມ່ນ​ລໍ​ໂຕ​ທີ່​ເຈົ້າ​ເຄີຍ​ຂີ່​ໄປມາ​ຊົ່ວຊີວິດ​ນັ້ນ​ບໍ? ຂ້ອຍ​ເຄີຍ​ໄດ້​ເຮັດ​ກັບ​ເຈົ້າ​ແບບ​ນີ້​ມາ​ກ່ອນ​ຫລື​ບໍ່?” ບາລາອາມ​ຕອບ​ວ່າ, “ບໍ່.”</verse>
				<verse number="31">ແລ້ວ​ພຣະເຈົ້າຢາເວ​ກໍ​ບັນດານ​ໃຫ້​ບາລາອາມ​ເຫັນ​ເທວະດາ​ຖື​ດາບ​ຢືນ​ຢູ່​ທີ່​ນັ້ນ; ບາລາອາມ​ຈຶ່ງ​ໝູບ​ໜ້າ​ລົງ​ດິນ.</verse>
				<verse number="32">ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ຕີ​ລໍ​ຂອງ​ເຈົ້າ​ເຖິງ​ສາມ​ເທື່ອ​ເຊັ່ນນີ້? ເຮົາ​ມາ​ທີ່​ນີ້​ເພື່ອ​ຂັດຂວາງ​ເຈົ້າ​ໄວ້ ເພາະ​ເຮົາ​ເຫັນ​ວ່າ​ເຈົ້າ​ບໍ່ຄວນ​ຈະ​ໄປ.</verse>
				<verse number="33">ແຕ່​ລໍ​ຂອງ​ເຈົ້າ​ໄດ້​ເຫັນ​ເຮົາ​ຈຶ່ງ​ຫັນ​ໜີ​ເຖິງ​ສາມ​ເທື່ອ. ຖ້າ​ມັນ​ຫາກ​ບໍ່​ເຮັດ​ດັ່ງນັ້ນ ປານນີ້​ເຮົາ​ຄົງ​ຂ້າ​ເຈົ້າ​ຖິ້ມ​ແລະ​ໄວ້​ຊີວິດ​ລໍ​ສາ​ແລ້ວ.”</verse>
				<verse number="34">ບາລາອາມ​ໄດ້ກ່າວ​ຕໍ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ເຮັດ​ຜິດ​ສາ​ແລ້ວ ເພາະ​ຂ້ານ້ອຍ​ບໍ່​ຮູ້​ວ່າ​ທ່ານ​ຢືນ​ຂວາງ​ທາງ​ໄວ້, ແຕ່ບັດນີ້​ຖ້າ​ຫາກ​ທ່ານ​ເຫັນ​ວ່າ ການ​ໄປ​ຂອງ​ຂ້ານ້ອຍ​ນັ້ນ​ບໍ່​ເປັນ​ການ​ສົມຄວນ ຂ້ານ້ອຍ​ກໍ​ຈະ​ກັບຄືນ​ເມືອ.”</verse>
				<verse number="35">ແຕ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ບອກ​ບາລາອາມ​ວ່າ, “ຈົ່ງ​ເດີນທາງ​ຕໍ່ໄປ​ກັບ​ຄົນ​ເຫຼົ່ານີ້ ແຕ່​ໃຫ້​ເຈົ້າ​ກ່າວ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ກ່າວ​ເທົ່ານັ້ນ.” ສະນັ້ນ ບາລາອາມ​ຈຶ່ງ​ເດີນທາງ​ຕໍ່ໄປ​ກັບ​ຄະນະທູດ.</verse>
				<verse number="36">ເມື່ອ​ເຈົ້າ​ບາຫລາກ​ໄດ້ຍິນ​ວ່າ​ບາລາອາມ​ກຳລັງ​ເດີນທາງ​ມາ ເພິ່ນ​ກໍ​ຮີບ​ເດີນທາງ​ອອກ​ໄປ​ພົບ​ລາວ​ທີ່​ເມືອງ​ອາຣະ ຊຶ່ງ​ຕັ້ງ​ຢູ່​ແຄມ​ແມ່ນໍ້າ​ອາກໂນນ​ໃກ້​ຊາຍແດນ​ຂອງ​ໂມອາບ.</verse>
				<verse number="37">ເຈົ້າ​ບາຫລາກ​ໄດ້​ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ມາ ເມື່ອ​ເຮົາ​ໃຊ້​ຄົນ​ໄປ​ເຊີນ​ເຈົ້າ​ເທື່ອ​ທຳອິດ? ເຈົ້າ​ຄິດ​ວ່າ, ເຮົາ​ບໍ່​ສາມາດ​ໃຫ້​ຂອງ​ບັນນາການ​ແກ່​ເຈົ້າ​ພຽງພໍ​ຊັ້ນບໍ?”</verse>
				<verse number="38">ບາລາອາມ​ຈຶ່ງ​ຕອບ​ວ່າ, “ຂ້າພະເຈົ້າ​ມາ​ນີ້​ແລ້ວ​ບໍ່ແມ່ນ​ບໍ? ແຕ່​ບັດນີ້ ຂ້າພະເຈົ້າ​ຈະ​ມີ​ອຳນາດ​ເຮັດ​ຫຍັງ​ໄດ້​ແດ່? ຂ້າພະເຈົ້າ​ກ່າວ​ໄດ້​ພຽງແຕ່​ສິ່ງ​ທີ່​ພຣະເຈົ້າ​ບອກ​ໃຫ້​ກ່າວ​ເທົ່ານັ້ນ.”</verse>
				<verse number="39">ດັ່ງນັ້ນ ບາລາອາມ​ກັບ​ເຈົ້າ​ບາຫລາກ​ຈຶ່ງ​ໄປ​ທີ່​ເມືອງ​ກິຣີອາດ-ຮູຊົດ</verse>
				<verse number="40">ບ່ອນ​ທີ່​ເຈົ້າ​ບາຫລາກ​ໄດ້​ຂ້າ​ງົວ ແລະ​ແກະ​ຖວາຍບູຊາ. ເພິ່ນ​ໄດ້​ເອົາ​ຊີ້ນ​ບາງສ່ວນ​ໃຫ້​ບາລາອາມ ແລະ​ພວກ​ຜູ້ນຳ​ທີ່​ໄດ້​ໄປ​ກັບ​ຕົນ.</verse>
				<verse number="41">ເຊົ້າ​ວັນໃໝ່​ມາ ເຈົ້າ​ບາຫລາກ​ໄດ້​ພາ​ບາລາອາມ​ຂຶ້ນ​ໄປ​ທີ່​ເມືອງ​ບາໂມດ-ບາອານ ຈາກ​ບ່ອນ​ນັ້ນ​ບາລາອາມ​ສາມາດ​ຫລຽວ​ເຫັນ​ປະຊາຊົນ​ອິດສະຣາເອນ​ສ່ວນ​ໜຶ່ງ​ໄດ້.</verse>
			</chapter>
			<chapter number="23">
				<verse number="1">ເພິ່ນ​ໄດ້​ກ່າວ​ແກ່​ເຈົ້າ​ບາຫລາກ​ວ່າ, “ຈົ່ງ​ສ້າງ​ແທ່ນບູຊາ​ຂຶ້ນ​ເຈັດ​ແທ່ນ​ໃຫ້​ຂ້າພະເຈົ້າ ແລ້ວ​ໃຫ້​ນຳ​ເອົາ​ງົວ​ແລະ​ແກະເຖິກ​ແນວ​ລະ​ເຈັດ​ໂຕ​ມາ​ໃຫ້​ຂ້າພະເຈົ້າ.”</verse>
				<verse number="2">ເຈົ້າ​ບາຫລາກ​ກໍ​ເຮັດ​ຕາມ​ທີ່​ບາລາອາມ​ໄດ້​ບອກ ແລະ​ທັງສອງ​ໄດ້​ຖວາຍ​ງົວເຖິກ​ກັບ​ແກະເຖິກ​ແນວ​ລະ​ໂຕ​ເທິງ​ແທ່ນບູຊາ​ແຕ່ລະອັນ.</verse>
				<verse number="3">ແລ້ວ​ບາລາອາມ​ກໍໄດ້​ກ່າວ​ຕໍ່​ເຈົ້າ​ບາຫລາກ​ວ່າ, “ຈົ່ງ​ຢືນ​ຢູ່​ໃກ້​ກັບ​ແທ່ນບູຊາ​ຂອງທ່ານ​ນີ້ ສ່ວນ​ຂ້າພະເຈົ້າ​ນັ້ນ​ຈະ​ໄປ​ເບິ່ງ​ວ່າ ພຣະເຈົ້າຢາເວ​ຈະ​ໃຫ້​ຂ້າພະເຈົ້າ​ພົບ​ພຣະອົງ​ຫລື​ບໍ່? ແລ້ວ​ຂ້າພະເຈົ້າ​ກໍ​ຈະ​ກັບ​ມາ​ບອກ​ທ່ານ​ວ່າ ພຣະອົງ​ໄດ້​ກ່າວ​ຫຍັງ​ແດ່.” ສະນັ້ນ ບາລາອາມ​ຈຶ່ງ​ໄປ​ທີ່​ຈອມ​ພູ​ແຕ່​ຜູ້​ດຽວ</verse>
				<verse number="4">ແລະ​ພຣະເຈົ້າ​ກໍ​ມາ​ພົບ​ບາລາອາມ, ແລ້ວ​ບາລາອາມ​ກໍໄດ້​ກ່າວ​ຕໍ່​ພຣະອົງ​ວ່າ, “ຂ້ານ້ອຍ​ໄດ້​ສ້າງ​ແທ່ນບູຊາ​ເຈັດ​ແທ່ນ ແລະ​ຂ້າ​ງົວເຖິກ​ກັບ​ແກະເຖິກ​ຖວາຍ​ໄວ້​ເທິງ​ແຕ່ລະ​ແທ່ນ​ຢູ່​ທີ່ນັ້ນ.”</verse>
				<verse number="5">ພຣະເຈົ້າຢາເວ​ໄດ້​ບອກ​ບາລາອາມ​ສິ່ງ​ທີ່​ລາວ​ຕ້ອງ​ກ່າວ; ແລ້ວ​ພຣະອົງ​ກໍ​ສົ່ງ​ລາວ​ກັບຄືນ​ມາ​ຫາ​ເຈົ້າ​ບາຫລາກ ເພື່ອ​ແຈ້ງ​ຖ້ອຍຄຳ​ຂອງ​ພຣະອົງ​ສູ່​ເພິ່ນ​ຟັງ.</verse>
				<verse number="6">ສະນັ້ນ ລາວ​ຈຶ່ງ​ກັບຄືນມາ​ແລະ​ພົບ​ເຈົ້າ​ບາຫລາກ​ກຳລັງ​ຢືນ​ຢູ່​ໃກ້​ແທ່ນ​ຖວາຍ​ເຄື່ອງຫອມ​ຂອງຕົນ ພ້ອມ​ກັບ​ບັນດາ​ຫົວໜ້າ​ຂອງ​ຊາວ​ໂມອາບ​ໝົດ​ທຸກຄົນ​ດ້ວຍ.</verse>
				<verse number="7">ບາລາອາມ​ໄດ້​ກ່າວ​ຄຳທຳນວາຍ​ດັ່ງນີ້: “ກະສັດ​ບາຫລາກ​ແຫ່ງ​ໂມອາບ ໄດ້​ນຳ​ຂ້າພະເຈົ້າ​ມາ; ຈາກ​ປະເທດ​ຊີເຣຍ ຄື​ຈາກ​ພູດອຍ​ທາງ​ທິດ​ຕາເວັນອອກ. ເພິ່ນ​ກ່າວ​ວ່າ, ຮີບ​ມາ​ເວົ້າ ສຳລັບ​ເຮົາ​ໃຫ້​ແດ່ ມາ​ສາບແຊ່ງ​ປະຊາຊົນ​ຊາດເຊື້ອ ອິດສະຣາເອນ​ໃຫ້​ແດ່ດູ</verse>
				<verse number="8">ເຮົາ​ຈະ​ສາບແຊ່ງ​ຄົນ​ທີ່​ພຣະເຈົ້າ ບໍ່​ສາບແຊ່ງ​ໄດ້​ຢ່າງ​ໃດ? ຫລື​ປະນາມ​ຄົນ​ທີ່​ພຣະເຈົ້າຢາເວ ບໍ່ໄດ້​ປະນາມ​ກໍ​ບໍ່​ຫ່ອນ​ໄດ້.</verse>
				<verse number="9">ຈາກ​ເທິງ​ໂງ່ນ​ພູ​ສູງ​ນັ້ນ ຂ້າພະເຈົ້າ​ສາມາດ​ຫລຽວ​ເຫັນ​ພວກເຂົາ ທັງ​ສາມາດ​ເຝົ້າ​ເບິ່ງ​ພວກເຂົາ ຈາກ​ເທິງ​ເນີນພູ​ສູງ​ໄດ້. ພວກເຂົາ​ແມ່ນ​ຊົນຊາດ​ເຊື້ອ ທີ່​ຢູ່​ໂດດດ່ຽວ​ຕາມ​ລຳພັງ ທັງ​ຮູ້​ວ່າ​ຈະ​ໄດ້​ຮັບ​ພຣະພອນ ຫລາຍກວ່າ​ຊົນຊາດ​ອື່ນໆ.</verse>
				<verse number="10">ເຊື້ອສາຍ​ອິດສະຣາເອນ​ນັ້ນ​ຫລວງຫລາຍ ປຽບ​ປຸນ​ດັ່ງ​ຂີ້ຝຸ່ນ​ດິນ; ພວກເຂົາ​ທະວີຄູນ​ຂຶ້ນ​ຫລາຍ ເກີນ​ກວ່າ​ຈະ​ນັບ​ໄດ້. ຂໍ​ໃຫ້​ຂ້າພະເຈົ້າ​ສິ້ນ​ຊີບ ດັ່ງ​ປະຊາຊົນ​ຂອງ​ພຣະເຈົ້າ​ຄົນໜຶ່ງ; ຂໍ​ໃຫ້​ຂ້າພະເຈົ້າ​ຕາຍ​ຢ່າງ​ສຸກລົ້ນ ເໝືອນ​ດັ່ງ​ຄົນ​ຜູ້ໜຶ່ງ​ທີ່​ຊອບທຳ.”</verse>
				<verse number="11">ແລ້ວ​ເຈົ້າ​ບາຫລາກ​ກໍ​ເວົ້າ​ຕໍ່​ບາລາອາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ກະທຳ​ຕໍ່​ເຮົາ​ແບບນີ້? ເຮົາ​ໄດ້​ເຊີນ​ເຈົ້າ​ມາ​ທີ່ນີ້​ເພື່ອ​ໃຫ້​ເຈົ້າ​ສາບແຊ່ງ​ສັດຕູ​ຂອງ​ເຮົາ, ແຕ່​ເຈົ້າ​ກັບ​ມາ​ອວຍພອນ​ພວກເຂົາ​ແທນ.”</verse>
				<verse number="12">ລາວ​ຕອບ​ເພິ່ນ​ວ່າ, “ຂ້າພະເຈົ້າ​ກ່າວ​ໄດ້​ແຕ່​ສິ່ງ​ທີ່​ພຣະເຈົ້າຢາເວ ບອກ​ໃຫ້​ຂ້າພະເຈົ້າ​ກ່າວ​ເທົ່ານັ້ນ.”</verse>
				<verse number="13">ແລ້ວ​ເຈົ້າ​ບາຫລາກ​ກໍໄດ້​ກ່າວ​ແກ່​ບາລາອາມ​ວ່າ, “ຈົ່ງ​ໄປ​ກັບ​ເຮົາ​ຢູ່​ໃນ​ບ່ອນ​ອື່ນ​ອີກ ຊຶ່ງ​ເຈົ້າ​ເຫັນ​ພວກ​ອິດສະຣາເອນ​ໄດ້​ພຽງ​ຈຳນວນ​ໜ້ອຍ​ຄົນ​ເທົ່ານັ້ນ. ໃນ​ທີ່​ນັ້ນ ຈົ່ງ​ສາບແຊ່ງ​ພວກເຂົາ​ໃຫ້​ເຮົາ.”</verse>
				<verse number="14">ເພິ່ນ​ໄດ້​ພາ​ລາວ​ໄປ​ທີ່​ນາ​ຂອງ​ໂຊພິມ​ເທິງ​ພູ​ປີສະກາ. ຢູ່​ທີ່​ນັ້ນ ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ເຈັດ​ແທ່ນ​ເຊັ່ນກັນ ແລະ​ຖວາຍ​ງົວເຖິກ​ແລະ​ແກະເຖິກ​ໄວ້​ໃນ​ແຕ່ລະ​ແທ່ນ.</verse>
				<verse number="15">ບາລາອາມ​ໄດ້​ກ່າວ​ຕໍ່​ເຈົ້າ​ບາຫລາກ​ວ່າ, “ຈົ່ງ​ຢືນ​ຢູ່​ໃກ້​ກັບ​ແທ່ນບູຊາ​ຂອງທ່ານ​ນີ້ ສ່ວນ​ຂ້າພະເຈົ້າ​ນັ້ນ​ຈະ​ໄປ​ພົບ​ພຣະອົງ​ຢູ່​ທີ່​ອື່ນ.”</verse>
				<verse number="16">ພຣະເຈົ້າຢາເວ​ໄດ້​ມາ​ພົບ​ບາລາອາມ​ທັງ​ບອກ​ສິ່ງ​ທີ່​ລາວ​ຈະ​ຕ້ອງ​ກ່າວ ແລະ​ສົ່ງ​ລາວ​ກັບຄືນ​ມາ​ຫາ​ເຈົ້າ​ບາຫລາກ ເພື່ອ​ແຈ້ງ​ຖ້ອຍຄຳ​ຂອງ​ພຣະອົງ​ສູ່​ເພິ່ນ​ຟັງ.</verse>
				<verse number="17">ສະນັ້ນ ລາວ​ຈຶ່ງ​ກັບຄືນ​ມາ ແລະ​ພົບ​ເຈົ້າ​ບາຫລາກ​ຢືນ​ຢູ່​ໃກ້​ແທ່ນ​ຖວາຍ​ເຄື່ອງຫອມ ພ້ອມ​ກັບ​ພວກ​ຫົວໜ້າ​ຂອງ​ຊາວ​ໂມອາບ. ເຈົ້າ​ບາຫລາກ​ຈຶ່ງ​ຖາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ກ່າວ</verse>
				<verse number="18">ແລະ​ບາລາອາມ​ກໍ​ກ່າວ​ຄຳທຳນວາຍ​ດັ່ງນີ້: “ກະສັດ​ບາຫລາກ ລູກຊາຍ​ຊິບໂປ​ເອີຍ ທ່ານ​ຢ່າ​ເມີນເສີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ຂ້າພະເຈົ້າ​ຕ້ອງ​ກ່າວ.</verse>
				<verse number="19">ພຣະເຈົ້າ​ນັ້ນ​ບໍ່​ຄື​ມະນຸດ ຜູ້​ເວົ້າ​ຕົວະ​ເປັນ​ເດີ ພຣະອົງ​ບໍ່​ປ່ຽນ​ຄວາມ​ຄິດ​ເຫັນ ດັ່ງ​ມະນຸດ​ເຮົາ​ຈັກເທື່ອ. ເມື່ອ​ພຣະອົງ​ສັນຍາ​ເຮັດ​ສິ່ງໃດ​ແລ້ວ ພຣະອົງ​ກໍ​ເຮັດ​ສິ່ງ​ນັ້ນ​ທັນທີ ເມື່ອ​ພຣະອົງ​ກ່າວ​ຈາ ພຣະອົງ​ກໍ​ລົງ​ມື​ກະທຳ​ໂລດ.</verse>
				<verse number="20">ພຣະອົງ​ແນະນຳ​ຂ້າພະເຈົ້າ ໃຫ້​ກ່າວ​ຄຳອວຍພອນ ແລະ​ເມື່ອ​ພຣະເຈົ້າ​ອວຍພອນ ຂ້າພະເຈົ້າ​ບໍ່​ຫ່ອນ​ຈະ​ຢັບຢັ້ງ​ໄດ້.</verse>
				<verse number="21">ຂ້າພະເຈົ້າ​ຫຼິງ​ເຫັນ​ວ່າ ອະນາຄົດ​ຂອງ​ຊາດ​ອິດສະຣາເອນ ຈະ​ບໍ່​ນຳ​ໂຊກຮ້າຍ​ໃດໆ ຫລື​ຄວາມ​ລຳບາກ​ມາ​ສູ່​ພວກເຂົາ​ຈັກດີ້. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ກໍ​ສະຖິດ​ຢູ່​ນຳ​ພວກເຂົາ ພວກເຂົາ​ປະກາດ​ວ່າ​ພຣະອົງ ເປັນ​ກະສັດ​ຂອງ​ພວກ​ເຂົາເຈົ້າ.</verse>
				<verse number="22">ພຣະເຈົ້າ​ໄດ້​ນຳ​ພວກເຂົາ​ອອກ ມາ​ຈາກ​ປະເທດ​ເອຢິບ ພຣະອົງ​ສູ້ຮົບ​ຕາງ​ພວກເຂົາ​ລຽນຕິດ ດັ່ງ​ກຳລັງ​ຂອງ​ຄວາຍປ່າ.</verse>
				<verse number="23">ບໍ່ມີ​ເວດມົນ​ຄາຖາ​ໃດ​ດອກ ແລະ​ບໍ່ມີ​ວິຊາ​ອາຄົມ​ໃດ​ເລີຍ ຊຶ່ງ​ຈະ​ນຳ​ມາ​ໃຊ້​ຕໍ່ສູ້​ກັບ ຊົນຊາດ​ອິດສະຣາເອນ​ໄດ້. ບັດນີ້ ປະຊາຊົນ​ທັງຫລາຍ​ຈະ​ເວົ້າ ເຖິງ​ຊາດ​ອິດສະຣາເອນ ວ່າ ເບິ່ງແມ! ສິ່ງ​ທີ່​ພຣະເຈົ້າ​ກຳລັງ ໄດ້​ເຮັດ​ສຳລັບ​ພວກເຂົາ</verse>
				<verse number="24">ປະຊາຊົນ​ພວກ​ນີ້ ຈະ​ລຸກ​ຂຶ້ນ​ເໝືອນ​ດັ່ງ​ໂຕສິງ ມັນ​ຈະ​ກັດ​ກິນ​ເນື້ອໜັງ ສິ່ງ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ມັນ​ນັ້ນ. ມັນ​ຈະ​ດູດ​ກິນ​ເລືອດ ຂອງ​ຜູ້​ທີ່​ຖືກ​ເຄາະຮ້າຍ​ທັງຫລາຍ ແລ້ວ​ກໍ​ພາກັນ​ຍ່າງຍ້າຍ​ໄປ ຫລົບ​ເຂົ້າ​ສູ່​ໝົ້ງ​ນອນ​ພຸ້ນ.”</verse>
				<verse number="25">ແລ້ວ​ເຈົ້າ​ບາຫລາກ​ກໍ​ເວົ້າ​ຕໍ່​ບາລາອາມ​ວ່າ, “ເຖິງ​ແມ່ນ​ເຈົ້າ​ບໍ່​ຍອມ​ສາບແຊ່ງ ປະຊາຊົນ​ອິດສະຣາເອນ​ກໍຕາມ ແຕ່​ເຈົ້າ​ຢ່າ​ອວຍພອນ​ພວກເຂົາ​ແມ.”</verse>
				<verse number="26">ແລ້ວ​ບາລາອາມ​ກໍ​ຕອບ​ເຈົ້າ​ບາຫລາກ​ວ່າ, “ຂ້າພະເຈົ້າ​ໄດ້​ບອກ​ທ່ານ​ແລ້ວ​ບໍ່ແມ່ນ​ບໍ​ວ່າ ຂ້າພະເຈົ້າ​ຕ້ອງ​ກ່າວ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ກ່າວ.”</verse>
				<verse number="27">ເຈົ້າ​ບາຫລາກ​ໄດ້​ເວົ້າ​ວ່າ, “ຈົ່ງ​ມາ​ພີ້​ກັບ​ເຮົາ ແລະ​ເຮົາ​ຈະ​ພາ​ເຈົ້າ​ໄປ​ທີ່​ອື່ນ​ອີກ. ບາງທີ​ໃນ​ທີ່​ນັ້ນ ພຣະເຈົ້າ​ຈະ​ຍິນຍອມ​ໃຫ້​ເຈົ້າ​ສາບແຊ່ງ​ພວກເຂົາ​ສຳລັບ​ເຮົາ​ກໍໄດ້.”</verse>
				<verse number="28">ສະນັ້ນ ເພິ່ນ​ຈຶ່ງ​ພາ​ບາລາອາມ​ໄປ​ເທິງ​ພູ​ເປອໍ ບ່ອນ​ທີ່​ສາມາດ​ແນມ​ເຫັນ​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="29">ບາລາອາມ​ໄດ້​ເວົ້າ​ກັບ​ເຈົ້າ​ບາຫລາກ​ວ່າ, “ຈົ່ງ​ເຮັດ​ແທ່ນບູຊາ​ຂຶ້ນ​ໃນ​ທີ່​ນີ້​ເຈັດ​ແທ່ນ​ໃຫ້​ຂ້າພະເຈົ້າ ແລະ​ນຳ​ງົວເຖິກ​ແລະ​ແກະເຖິກ​ເຈັດ​ໂຕ​ມາ.”</verse>
				<verse number="30">ເຈົ້າ​ບາຫລາກ​ກໍ​ເຮັດ​ຕາມ​ທີ່​ບາລາອາມ​ໄດ້​ບອກ ແລະ​ເພິ່ນ​ໄດ້​ຖວາຍ​ງົວເຖິກ ແລະ​ແກະເຖິກ ແນວລະ​ໂຕ​ໄວ້​ໃນ​ແຕ່ລະ​ແທ່ນ.</verse>
			</chapter>
			<chapter number="24">
				<verse number="1">ໃນ​ເທື່ອ​ນີ້ ບາລາອາມ​ຮູ້​ວ່າ​ພຣະເຈົ້າຢາເວ​ຢາກ​ໃຫ້​ຕົນ​ອວຍພອນ​ປະຊາຊົນ​ອິດສະຣາເອນ; ສະນັ້ນ ລາວ​ຈຶ່ງ​ບໍ່ໄດ້​ໄປ​ເບິ່ງໂຊກ​ເບິ່ງລາງ​ຕາມ​ທີ່​ຕົນ​ໄດ້​ກະທຳ​ມາ. ລາວ​ໄດ້​ອ່ວາຍ​ໜ້າ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ</verse>
				<verse number="2">ແລະ​ເຫັນ​ປະຊາຊົນ​ອິດສະຣາເອນ​ຕັ້ງ​ຄ້າຍພັກ​ຢູ່​ຕາມ​ເຜົ່າ​ຂອງຕົນ. ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ຄວບຄຸມ​ລາວ</verse>
				<verse number="3">ແລ້ວ​ລາວ​ກໍ​ກ່າວ​ຄຳທຳນວາຍ​ດັ່ງນີ້: “ນີ້​ແມ່ນ​ຖ້ອຍຄຳ​ຂອງ​ບາລາອາມ ລູກຊາຍ​ເບອໍ ເປັນ​ຖ້ອຍຄຳ​ຂອງ​ຄົນ ທີ່​ສາມາດ​ເຫັນ​ໄດ້​ຢ່າງ​ຈະແຈ້ງ.</verse>
				<verse number="4">ຜູ້​ທີ່ໄດ້ຍິນ​ຖ້ອຍຄຳ​ທັງຫລາຍ​ຂອງ​ພຣະເຈົ້າ. ຄື​ຜູ້​ທີ່​ເຫັນ​ນິມິດ​ຈາກ​ພຣະເຈົ້າ ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຜູ້​ທີ່​ລົ້ມລົງ, ແຕ່​ຕາ​ໄດ້​ຖືກ​ເປີດອອກ ກ່າວວ່າ,</verse>
				<verse number="5">ໂອ ຢາໂຄບ​ເອີຍ ບັນດາ​ເຕັນ​ຂອງ​ທ່ານ​ຊ່າງ​ງາມ​ຫລາຍ ໂອ ຊາວ​ອິດສະຣາເອນ​ເອີຍ ທີ່​ອາໄສ​ທັງຫລາຍ​ຂອງ​ທ່ານ ຊ່າງ​ງາມ​ແທ້ໆ.</verse>
				<verse number="6">ດັ່ງ​ຖັນແຖວ​ຂອງ​ຕົ້ນ ໝາກຕານ​ທີ່​ຍາວ​ຢຽດ; ດັ່ງ​ອຸດທະຍານ​ແກ້ວ ທີ່​ແຄມ​ແມ່ນໍ້າ​ພຸ້ນ​ໃດ ດັ່ງ​ຕົ້ນໄມ້​ຫອມ​ຫວນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ປູກໄວ້; ຫລື​ດັ່ງ​ຕົ້ນ​ສົນສີດາ ທີ່​ຖືກ​ປູກໄວ້​ໃກ້​ແຄມ​ນໍ້າ.</verse>
				<verse number="7">ພວກເຂົາ​ຈະ​ໄດ້​ຮັບ ນໍ້າ​ຝົນ​ຢ່າງ​ອຸດົມສົມບູນ​ຫລາຍ ແລະ​ປູກ​ພືດພັນ​ໃນ​ນາ ທີ່​ມີ​ນໍ້າ​ຢ່າງດີ​ລໍ່ລ້ຽງ. ກະສັດ​ຂອງ​ພວກເຂົາ​ນັ້ນ ຈະ​ຍິ່ງໃຫຍ່​ກວ່າ​ເຈົ້າ​ອາກາ ແລະ​ອຳນາດ​ການ​ປົກຄອງ ຈະ​ຂະຫຍາຍ​ຢ່າງ​ໄກກວ້າງ.</verse>
				<verse number="8">ພຣະເຈົ້າ​ໄດ້​ນຳ​ພວກເຂົາ​ອອກ ມາ​ຈາກ​ປະເທດ​ເອຢິບ ພຣະອົງ​ສູ້ຮົບ​ຕາງ​ພວກເຂົາ​ລຽນຕິດ ດັ່ງ​ກຳລັງ​ຂອງ​ຄວາຍປ່າ ພວກເຂົາ​ໄດ້​ເຂັ່ນຂ້າ ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ທັງ​ຫັກ​ກະດູກ​ກັບ​ລູກທະນູ ໃຫ້​ໝຸ່ນ​ທະລາຍ​ຈົນກ້ຽງ.</verse>
				<verse number="9">ປະຊາຊົນ​ຊາດ​ນີ້​ ເປັນ​ດັ່ງ​ໂຕ​ສິງ​ທີ່​ມີ​ອຳນາດ​ຍິ່ງ; ເມື່ອ​ມັນ​ພວມ​ນອນ​ຢູ່​ນັ້ນ ບໍ່ມີ​ໃຜ​ກ້າ​ປຸກ​ມັນ​ຂຶ້ນ​ມາ. ຜູ້ໃດ​ອວຍພອນ​ຊາດ​ອິດສະຣາເອນ​ນັ້ນ ຜູ້ນັ້ນ​ຈະ​ໄດ້​ຮັບ​ຄຳອວຍພອນ​ຄືນ ແລະ​ຜູ້ໃດ​ສາບແຊ່ງ​ຊາດ​ອິດສະຣາເອນ ຜູ້ນັ້ນ​ຈະ​ໄດ້​ຖືກ​ສາບແຊ່ງ​ຕອບ.”</verse>
				<verse number="10">ເຈົ້າ​ບາຫລາກ​ລຸກ​ຂຶ້ນ​ຢືນ​ກຳ​ກຳປັ້ນ​ດ້ວຍ​ຄວາມ​ໂກດຮ້າຍ ແລະ​ເວົ້າ​ຕໍ່​ບາລາອາມ​ວ່າ, “ເຮົາ​ໄດ້​ເຊີນ​ເຈົ້າ​ມາ​ນີ້ ເພື່ອ​ໃຫ້​ສາບແຊ່ງ​ສັດຕູ​ຂອງເຮົາ ແຕ່​ເຈົ້າ​ກັບ​ອວຍພອນ​ພວກເຂົາ​ເຖິງ​ສາມ​ເທື່ອ.</verse>
				<verse number="11">ບັດນີ້ ກັບ​ເມືອ​ເຮືອນ​ສາ ເຮົາ​ສັນຍາ​ວ່າ​ຈະ​ໃຫ້​ບຳເໜັດ​ແກ່​ເຈົ້າ ແຕ່​ພຣະເຈົ້າຢາເວ​ບໍ່​ເຫັນດີ​ໃຫ້​ເຈົ້າ​ຮັບ​ບຳເໜັດ​ນັ້ນ.”</verse>
				<verse number="12">ແລ້ວ​ບາລາອາມ​ກໍ​ຕອບ​ເຈົ້າ​ບາຫລາກ​ວ່າ, “ຂ້າພະເຈົ້າ​ບອກ​ຄະນະທູດ​ທີ່​ທ່ານ​ໄດ້​ສົ່ງ​ໄປ​ຫາ​ຂ້າພະເຈົ້າ​ແລ້ວ​ວ່າ</verse>
				<verse number="13">ແມ່ນແຕ່​ທ່ານ​ຈະ​ເອົາ​ເງິນຄຳ​ທັງໝົດ​ໃນ​ຣາຊວັງ​ໃຫ້​ຂ້າພະເຈົ້າ ຂ້າພະເຈົ້າ​ກໍ​ບໍ່​ອາດ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ໄດ້​ໂດຍ​ເຮັດ​ຕາມໃຈ​ຂອງທ່ານ. ຂ້າພະເຈົ້າ​ກ່າວ​ໄດ້​ພຽງແຕ່​ສິ່ງ​ທີ່​ພຣະເຈົ້າຢາເວ​ບອກ​ໃຫ້​ຂ້າພະເຈົ້າ​ກ່າວ​ເທົ່ານັ້ນ.”</verse>
				<verse number="14">ບາລາອາມ​ໄດ້​ເວົ້າ​ກັບ​ເຈົ້າ​ບາຫລາກ​ວ່າ, “ບັດນີ້ ຂ້າພະເຈົ້າ​ຈະ​ກັບຄືນ​ເມືອ​ບ້ານ​ເມືອງ​ຂອງ​ຂ້າພະເຈົ້າ, ແຕ່​ກ່ອນ​ຂ້າພະເຈົ້າ​ຈາກ​ໄປ ຂ້າພະເຈົ້າ​ຢາກ​ເຕືອນ​ທ່ານ​ກ່ຽວກັບ​ສິ່ງ​ທີ່​ປະຊາຊົນ​ອິດສະຣາເອນ ຈະ​ເຮັດ​ຕໍ່​ປະຊາຊົນ​ຂອງທ່ານ​ໃນ​ອະນາຄົດ.”</verse>
				<verse number="15">ແລ້ວ​ບາລາອາມ​ກໍ​ທຳນວາຍ​ໄວ້​ດັ່ງນີ້: “ນີ້​ແມ່ນ​ຖ້ອຍຄຳ​ຂອງ​ບາລາອາມ ລູກຊາຍ​ເບອໍ ເປັນ​ຖ້ອຍຄຳ​ຂອງ​ຄົນ ທີ່​ສາມາດ​ເຫັນ​ໄດ້​ຢ່າງ​ຈະແຈ້ງ.</verse>
				<verse number="16">ຜູ້​ໄດ້ຍິນ​ສິ່ງ​ທີ່​ພຣະເຈົ້າ ກຳລັງ​ກ່າວ​ຈາ ແລະ​ໄດ້​ຮັບ​ສະຕິປັນຍາ ມາ​ຈາກ​ຜູ້​ສູງສຸດ​ພຸ້ນ. ຄື​ເຫັນ​ນິມິດ​ລົງ​ມາ ຈາກ​ພຣະເຈົ້າ​ອົງ​ມີ​ຣິດອຳນາດ​ຍິ່ງໃຫຍ່ ຜູ້​ທີ່​ລົ້ມລົງ, ແຕ່​ຕາ​ໄດ້​ຖືກ​ເປີດອອກ ກ່າວວ່າ,</verse>
				<verse number="17">ຂ້າພະເຈົ້າ​ແນມ​ເບິ່ງ ໄປ​ໃນ​ຄັ້ງໜ້າ​ຄັ້ງໃນ ແລະ​ຂ້າພະເຈົ້າ​ໄດ້​ເຫັນ ຊົນຊາດ​ອິດສະຣາເອນ​ນີ້. ມີ​ກະສັດ​ອົງ​ໜຶ່ງ​ຈະ​ເກີດຂຶ້ນ ດັ່ງ​ດວງ​ແຈ້ງ​ໃນ​ຊົນຊາດ​ຂອງ​ພວກເຂົາ ເໝືອນ​ດາວ​ຫາງ​ອັນ​ຊົງຣິດ ທີ່​ມາ​ຈາກ​ຊາດ​ອິດສະຣາເອນ​ນັ້ນ ເພິ່ນ​ຈະ​ເຂັ່ນຂ້າ​ເປັນ​ໝູ່ ຜູ້ນຳ​ຂອງ​ໂມອາບ​ທັງຫລາຍ ຜູ້​ທີ່​ໂຫດຮ້າຍ​ແລະ​ຈອງຫອງ. ເພິ່ນ​ຈະ​ປາບ​ພວກເຂົາ​ໝົດ​ທຸກຄົນ​ຖິ້ມ.</verse>
				<verse number="18">ເພິ່ນ​ຈະ​ຕີ​ຊະນະ ເຫຼົ່າ​ສັດຕູ​ໃນ​ເອໂດມ ແລະ​ຢຶດເອົາ​ທີ່ດິນ​ຂອງ​ເຂົາ ມາ​ເປັນ​ກຳມະສິດ​ຂອງຕົນ​ດ້ວຍ, ແຕ່​ວ່າ​ຊາດ​ອິດສະຣາເອນ​ນັ້ນ ຈະ​ສືບຕໍ່​ເຂັ້ມແຂງ ຈະ​ສືບຕໍ່​ມີໄຊ ຕໍ່​ເຫຼົ່າ​ສັດຕູ​ໝູ່​ມານຮ້າຍ.</verse>
				<verse number="19">ຊົນຊາດ​ອິດສະຣາເອນ​ນັ້ນ ຈະ​ຢຽບຢໍ່າ​ເຫຼົ່າ​ສັດຕູ​ລົງ ແລະ​ກວາດລ້າງ​ພວກ​ທີ່​ຍັງເຫລືອ ຈົນ​ຮອດ​ຄົນ​ສຸດທ້າຍ.”</verse>
				<verse number="20">ຕໍ່ມາ ໃນ​ນິມິດ​ນັ້ນ​ບາລາອາມ​ກໍ​ເຫັນ​ຊາວ​ອາມາເຫຼັກ ແລ້ວ​ເພິ່ນ​ກໍ​ທຳນວາຍ​ດັ່ງນີ້: “ອາມາເຫຼັກ​ແມ່ນ​ຊົນຊາດ ທີ່​ມີ​ອຳນາດ​ກວ່າ​ທຸກ​ຊາດ​ອື່ນໃດ ແຕ່​ໃນ​ບັ້ນປາຍ ຈະ​ຈິບຫາຍ​ໄປ​ຕະຫລອດ.”</verse>
				<verse number="21">ໃນ​ນິມິດ​ນັ້ນ​ບາລາອາມ​ຍັງ​ໄດ້​ເຫັນ​ຊາວ​ເກນິດ ແລ້ວ​ເພິ່ນ​ກໍ​ທຳນວາຍ​ດັ່ງນີ້: “ບ່ອນ​ທີ່​ພວກທ່ານ​ຢູ່​ນີ້ ໜາແໜ້ນ​ປອດໄພ​ດີ; ປອດໄພ​ເໝືອນ​ຮັງ​ນົກ ທີ່​ງອຍ​ຢູ່​ເທິງ​ໜ້າຜາ​ພຸ້ນ.</verse>
				<verse number="22">ແຕ່​ຊາວ​ເກນິດ​ນັ້ນ ພວກເຈົ້າ​ຈະ​ຖືກ​ທຳລາຍ​ລົງ​ຈົນ​ໝົດ ເມື່ອ​ຊາວ​ອັດຊີເຣຍ ມາ​ຈັບ​ພວກເຈົ້າ​ໄປ​ສູ່​ຕ່າງຖິ່ນ.”</verse>
				<verse number="23">ບາລາອາມ​ຍັງ​ໄດ້​ທຳນວາຍ​ໄວ້​ຕື່ມ​ອີກ​ວ່າ: “ຄົນ​ທີ່​ກຳລັງ​ເຕົ້າໂຮມ​ຢູ່ ທາງທິດເໜືອ ນັ້ນ​ແມ່ນ​ພວກ​ໃດ​ກັນ? ພວກ​ຮຸກຮານ​ຮາວີ ຈະ​ຂີ່​ເຮືອ​ມາ​ຈາກ​ໄຊປຣັດ​ພຸ້ນ. ພວກເຂົາ​ຈະ​ຕີ​ຊະນະ ຊາວ​ອັດຊີເຣຍ​ແລະ​ເອເບ, ແຕ່​ໃນ​ທີ່ສຸດ​ພວກເຂົາ ກໍ​ຈະ​ດັບສູນ​ໄປ​ຕະຫລອດ.”</verse>
				<verse number="24"></verse>
				<verse number="25">ແລ້ວ​ບາລາອາມ​ກໍ​ກັບ​ສູ່​ບ້ານ​ເມືອງ​ຂອງຕົນ ສ່ວນ​ເຈົ້າ​ບາຫລາກ​ກໍ​ໄປ​ຕາມ​ທາງ​ຂອງຕົນ.</verse>
			</chapter>
			<chapter number="25">
				<verse number="1">ເມື່ອ​ຊາວ​ອິດສະຣາເອນ​ໄດ້​ມາ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ຊິດຕິມ​ນັ້ນ ພວກ​ຜູ້ຊາຍ​ຊາວ​ອິດສະຣາເອນ​ໄດ້​ສົມສູ່​ຢູ່​ກິນ​ກັບ​ຍິງ​ຊາວ​ໂມອາບ.</verse>
				<verse number="2">ພວກ​ແມ່ຍິງ​ເຫຼົ່ານີ້​ໄດ້​ເຊີນ​ພວກເຂົາ​ເຂົ້າ​ຮ່ວມ ບຸນ​ສະຫລອງ​ພິທີ​ຖວາຍບູຊາ​ໃນ​ບ່ອນ​ຂາບໄຫວ້​ພະ​ຂອງ​ຊາວ​ໂມອາບ. ພວກເຂົາ​ໄດ້​ກິນ​ອາຫານ​ທີ່​ໄດ້​ບູຊາ​ແລ້ວ​ແລະ​ໄດ້​ນົບ​ຮູບ​ພະ​ທັງຫລາຍ​ຂອງ​ພວກເຂົາ</verse>
				<verse number="3">ຊາວ​ອິດສະຣາເອນ​ກໍໄດ້​ຮ່ວມ​ຂາບໄຫວ້​ພະບາອານ​ແຫ່ງ​ເປອໍ​ດ້ວຍ. ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ພວກເຂົາ</verse>
				<verse number="4">ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ໃຫ້​ຈັບ​ບັນດາ​ຫົວໜ້າ​ຂອງ​ຊາດ​ອິດສະຣາເອນ​ທັງໝົດ​ມາ​ປະຫານ​ຊີວິດ​ຕໍ່ໜ້າ​ຄົນ​ທັງຫລາຍ. ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ຈະ​ບໍ່​ໂກດຮ້າຍ​ຊາວ​ອິດສະຣາເອນ​ຕໍ່ໄປ.”</verse>
				<verse number="5">ໂມເຊ​ຈຶ່ງ​ສັ່ງ​ບັນດາ​ເຈົ້າໜ້າທີ່​ວ່າ, “ໃຫ້​ແຕ່ລະຄົນ​ໃນ​ພວກເຈົ້າ ປະຫານ​ຊີວິດ​ທຸກໆ​ຄົນ​ໃນ​ເຜົ່າ​ຂອງ​ພວກເຈົ້າ​ທີ່​ຂາບໄຫວ້​ພະບາອານ​ແຫ່ງ​ເປອໍ.”</verse>
				<verse number="6">ມີ​ຊາວ​ອິດສະຣາເອນ​ຜູ້ໜຶ່ງ​ໄດ້​ນຳ​ຍິງ​ຊາວ​ມີດີອານ​ຜູ້ໜຶ່ງ ເຂົ້າ​ໄປ​ໃນ​ເຕັນ​ຂອງຕົນ​ຕໍ່ໜ້າ​ໂມເຊ ແລະ​ຊຸມຊົນ​ທັງໝົດ ໃນ​ຂະນະທີ່​ກຳລັງ​ໄວ້ທຸກ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="7">ເມື່ອ​ຟີເນຮາ ລູກຊາຍ​ຂອງ​ເອເລອາຊາ ແລະ​ຫລານຊາຍ​ຂອງ​ປະໂຣຫິດ​ອາໂຣນ ໄດ້​ເຫັນ​ເຊັ່ນນັ້ນ; ລາວ​ຈຶ່ງ​ຖື​ຫອກ​ລຸກ​ຂຶ້ນ​ໄປ​ຈາກ​ທີ່​ປະຊຸມ​ຕິດຕາມ​ຊາຍ​ແລະ​ຍິງ​ຄູ່ນັ້ນ​ເຂົ້າ​ໄປ​ໃນ​ເຕັນ</verse>
				<verse number="8">ແລະ​ຊັດ​ຫອກ​ຂອງຕົນ​ໃສ່ ຈົນ​ຊອດ​ເຂົາ​ທັງສອງ. ດ້ວຍເຫດນີ້ ໂຣກ​ລະບາດ​ທີ່​ພວມ​ທຳລາຍ​ຊາວ​ອິດສະຣາເອນ​ຢູ່​ນັ້ນ​ຈຶ່ງ​ຢຸດຕິລົງ,</verse>
				<verse number="9">ແຕ່​ໂຣກ​ລະບາດ​ນີ້​ກໍໄດ້​ທຳລາຍ​ປະຊາຊົນ​ອິດສະຣາເອນ​ໄປ​ແລ້ວ 24.000 ຄົນ.</verse>
				<verse number="10">ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ,</verse>
				<verse number="11">“ເພາະ​ສິ່ງ​ທີ່​ຟີເນຮາ​ໄດ້​ເຮັດ​ນັ້ນ ເຮົາ​ຈຶ່ງ​ບໍ່​ໂກດຮ້າຍ​ປະຊາຊົນ​ອິດສະຣາເອນ​ອີກ​ຕໍ່ໄປ. ລາວ​ໄດ້​ຈັດການ​ຢ່າງ​ເດັດຂາດ ຕໍ່​ຜູ້​ທີ່​ຂາບໄຫວ້​ພະອື່ນໆ​ນອກ​ເໜືອ​ຈາກ​ເຮົາ. ດ້ວຍເຫດນີ້ ເຮົາ​ຈຶ່ງ​ບໍ່​ໂກດຮ້າຍ​ແລະ​ທຳລາຍ​ພວກເຂົາ.</verse>
				<verse number="12">ເພາະສະນັ້ນ ເຈົ້າ​ຈົ່ງ​ບອກ​ລາວ​ວ່າ, ເຮົາ​ຈະ​ຕັ້ງ​ຄຳສັນຍາ​ຢ່າງ​ໜຶ່ງ​ໄວ້​ກັບ​ລາວ​ຕະຫລອດໄປ</verse>
				<verse number="13">ຄື​ລາວ​ຕະຫລອດ​ທັງ​ເຊື້ອສາຍ​ຂອງ​ລາວ​ຈະ​ໄດ້​ເປັນ​ປະໂຣຫິດ​ຮັບໃຊ້​ເຮົາ​ສືບໆໄປ ເພາະວ່າ​ລາວ​ໄດ້​ຈັດການ​ຢ່າງ​ເດັດຂາດ​ກັບ​ທຸກໆ​ຄົນ​ທີ່​ກະບົດ​ຕໍ່​ເຮົາ ແລະ​ໄດ້​ເຮັດ​ໃຫ້​ເຮົາ​ຍົກໂທດ​ປະຊາຊົນ​ອິດສະຣາເອນ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ.”</verse>
				<verse number="14">ຊາຍ​ອິດສະຣາເອນ​ທີ່​ຖືກ​ຂ້າ​ຕາຍ​ພ້ອມ​ກັບ​ຍິງ​ມີດີອານ​ນັ້ນ​ຊື່​ວ່າ ຊິມຣີ ລູກຊາຍ​ຂອງ​ສາລູ ຫົວໜ້າ​ຄອບຄົວ​ໃນ​ເຜົ່າ​ຊີເມໂອນ.</verse>
				<verse number="15">ສ່ວນ​ຍິງ​ຊາວ​ມີດີອານ​ນັ້ນ​ຊື່​ວ່າ ໂກຊະບີ ລູກສາວ​ຂອງ​ຊູເຣ ຫົວໜ້າ​ຂອງ​ໝວດ​ໜຶ່ງ​ໃນ​ບັນດາ​ຕະກຸນ​ມີດີອານ.</verse>
				<verse number="16">ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ,</verse>
				<verse number="17">“ຈົ່ງ​ບຸກໂຈມຕີ​ຊາວ​ມີດີອານ ແລະ​ທຳລາຍ​ພວກເຂົາ​ໃຫ້​ກ້ຽງ.</verse>
				<verse number="18">ເພາະ​ພວກເຂົາ​ໄດ້​ເຮັດ​ຊົ່ວ​ຕໍ່​ເຈົ້າ​ທີ່​ເມືອງ​ເປອໍ ແລະ​ຍ້ອນ​ໂກຊະບີ​ຜູ້​ທີ່​ໄດ້​ຖືກ​ຂ້າ​ໃນ​ເວລາ​ທີ່​ເກີດ​ໂຣກ​ລະບາດ​ນັ້ນ.”</verse>
			</chapter>
			<chapter number="26">
				<verse number="1">ຫລັງຈາກ​ໂຣກ​ລະບາດ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ກັບ​ເອເລອາຊາ ລູກຊາຍ​ຂອງ​ອາໂຣນ​ວ່າ,</verse>
				<verse number="2">“ຈົ່ງ​ຈົດ​ຈຳນວນ​ຜູ້ຊາຍ​ທັງໝົດ​ໃນ​ແຕ່ລະ​ຄອບຄົວ​ຂອງ​ຊຸມຊົນ​ອິດສະຣາເອນ ຜູ້​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ແລະ​ເປັນ​ທະຫານ​ໄດ້.”</verse>
				<verse number="3">ດັ່ງນັ້ນ ໂມເຊ​ກັບ​ເອເລອາຊາ​ປະໂຣຫິດ​ຈຶ່ງ​ໄດ້​ກ່າວ​ກັບ​ພວກເຂົາ​ທີ່​ທົ່ງ​ຮາບພຽງ​ໂມອາບ ຢູ່​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ. ແລະ​ໄດ້ກ່າວ​ວ່າ,</verse>
				<verse number="4">“ຈົ່ງ​ຈົດ​ບັນຊີ​ຊາຍ​ທັງໝົດ​ຜູ້​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ.” ຕາມ​ທີ່​ພຣະເຈົ້າຢາເວ​ໄດ້ສັ່ງ​ໂມເຊ. ຊາວ​ອິດສະຣາເອນ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ມີ​ດັ່ງນີ້:</verse>
				<verse number="5">ເຜົ່າ​ຣູເບັນ (ຣູເບັນ​ເປັນ​ລູກຊາຍກົກ​ຂອງ​ຢາໂຄບ) ປະກອບ​ດ້ວຍ​ຕະກຸນ​ຂອງ​ຮານົກ, ປານລູ,</verse>
				<verse number="6">ເຮຊະໂຣນ ແລະ​ການໝີ.</verse>
				<verse number="7">ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 43.730 ຄົນ.</verse>
				<verse number="8">ບັນດາ​ລູກຫລານ​ເຫຼັນ​ຂອງ​ປານລູ​ແມ່ນ​ເອລີອາບ</verse>
				<verse number="9">ແລະ​ພວກ​ລູກຊາຍ​ຂອງ​ລາວ​ມີ: ເນມູເອນ, ດາທານ ແລະ​ອາບີຣາມ. (ດາທານ​ແລະ​ອາບີຣາມ​ແມ່ນ​ຜູ້​ທີ່​ຖືກ​ເລືອກ​ຂຶ້ນ​ມາ​ຈາກ​ຊຸມຊົນ. ພວກເຂົາ​ໄດ້​ກະບົດ​ຕໍ່​ໂມເຊ​ແລະ​ອາໂຣນ ໂດຍ​ເຂົ້າ​ຮ່ວມ​ເປັນ​ພັກພວກ​ກັບ​ໂກຣາ ເມື່ອ​ພວກເຂົາ​ໄດ້​ກະບົດ​ຕໍ່​ພຣະເຈົ້າຢາເວ​ນັ້ນ.</verse>
				<verse number="10">ພື້ນດິນ​ໄດ້​ຍະ​ກືນກິນ​ພວກເຂົາ ແລະ ພວກເຂົາ​ໄດ້​ຕາຍໄປ​ພ້ອມ​ກັບ​ໂກຣາ ຕະຫລອດ​ທັງ​ພັກພວກ 250 ຄົນ​ໃນ​ຕອນ​ທີ່​ຖືກ​ໄຟ​ເຜົາຜານ​ນັ້ນ. ສິ່ງ​ນີ້​ໄດ້​ເກີດຂຶ້ນ​ເພື່ອ​ເຕືອນ​ປະຊາຊົນ​ທັງຫລາຍ.</verse>
				<verse number="11">ແຕ່​ພວກ​ລູກຊາຍ​ຂອງ​ໂກຣາ​ບໍ່ໄດ້​ຖືກ​ຂ້າ.)</verse>
				<verse number="12">ເຜົ່າ​ຊີເມໂອນ​ປະກອບ​ດ້ວຍ​ຕະກຸນ​ເນມູເອນ, ຢາມິນ, ຢາກິນ,</verse>
				<verse number="13">ເຊຣາ​ແລະ​ໂຊນ.</verse>
				<verse number="14">ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 22.200 ຄົນ.</verse>
				<verse number="15">ເຜົ່າ​ກາດ​ປະກອບ​ດ້ວຍ​ຕະກຸນ​ຂອງ​ເຊໂຟນ, ຮັກກີ, ຊູນີ,</verse>
				<verse number="16">ໂອຊະນີ, ເອຣີ,</verse>
				<verse number="17">ອາໂຣດ ແລະ​ອາເຣລີ.</verse>
				<verse number="18">ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 40.500 ຄົນ.</verse>
				<verse number="19">ເຜົ່າ​ຢູດາ​ປະກອບ​ດ້ວຍ​ຕະກຸນ​ເຊລາ, ເປເຣັດ, ເຊຣາ, ເຮຊະໂຣນ ແລະ​ຮາມູນ. (ລູກຊາຍ​ສອງ​ຄົນ​ຂອງ​ຢູດາ ຄື​ເອຣະ ແລະ​ໂອນານ​ໄດ້​ຕາຍ​ຢູ່​ດິນແດນ​ການາອານ.)</verse>
				<verse number="20"></verse>
				<verse number="21"></verse>
				<verse number="22">ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 76.500 ຄົນ.</verse>
				<verse number="23">ເຜົ່າ​ອິດຊາຄາ​ປະກອບ​ດ້ວຍ​ຕະກຸນ​ໂຕລາ, ປູອາ,</verse>
				<verse number="24">ຢາຊຸບ ແລະ​ຊິມໂຣນ.</verse>
				<verse number="25">ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 64.300 ຄົນ.</verse>
				<verse number="26">ເຜົ່າ​ເຊບູໂລນ​ປະກອບ​ດ້ວຍ​ຕະກຸນ​ເສເຣັດ, ເອໂລນ ແລະ​ຢາເລເອນ.</verse>
				<verse number="27">ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 60.500 ຄົນ.</verse>
				<verse number="28">ເຜົ່າ​ໂຢເຊັບ​ມີ​ລູກຊາຍ​ສອງ​ຄົນ ຄື​ມານາເຊ​ແລະ​ເອຟຣາອິມ.</verse>
				<verse number="29">ເຜົ່າ​ມານາເຊ: ມາກີ​ລູກຊາຍ​ຂອງ​ມານາເຊ​ພໍ່​ຂອງ​ກີເລອາດ ແລະ​ຕະກຸນ​ດັ່ງ​ຕໍ່ໄປນີ້​ໄດ້​ສືບ​ເຊື້ອສາຍ​ໃຫ້​ກີເລອາດ ດັ່ງນີ້:</verse>
				<verse number="30">ຕະກຸນ​ອີເອເຊ, ເຮເລັກ,</verse>
				<verse number="31">ອາສະຣິເອນ, ເຊເຄມ,</verse>
				<verse number="32">ເຊມີດາ ແລະ​ເຮເຟ.</verse>
				<verse number="33">ເຊໂລເຟຮັດ​ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ເຮເຟ​ບໍ່ມີ​ລູກຊາຍ ມີ​ແຕ່​ລູກສາວ ຊຶ່ງ​ມີ​ຊື່​ດັ່ງນີ້: ມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະ​ຕີຣະຊາ.</verse>
				<verse number="34">ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 52.700 ຄົນ.</verse>
				<verse number="35">ເຜົ່າ​ເອຟຣາອິມ​ປະກອບ​ດ້ວຍ​ຕະກຸນ​ຊູເທລາ, ເບເຄ ແລະ​ຕາຮານ.</verse>
				<verse number="36">ຕະກຸນ​ຂອງ​ເອຣານ​ສືບ​ເຊື້ອສາຍ​ມາ​ຈາກ​ຊູເທລາ.</verse>
				<verse number="37">ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 32.500 ຄົນ. ຕະກຸນ​ເຫຼົ່ານີ້​ແມ່ນ​ສືບ​ເຊື້ອສາຍ​ມາ​ຈາກ​ໂຢເຊັບ.</verse>
				<verse number="38">ເຜົ່າ​ເບັນຢາມິນ​ປະກອບ​ດ້ວຍ​ຕະກຸນ​ເບລາ, ອາຊະເບນ, ອາຮີຣາມ,</verse>
				<verse number="39">ເຊຟູຟາມ ແລະ​ຮູຟາມ.</verse>
				<verse number="40">ສ່ວນ​ຕະກຸນ​ຂອງ​ອາກດາ ແລະ​ອານາມານ​ແມ່ນ​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ເບລາ.</verse>
				<verse number="41">ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 45.600 ຄົນ.</verse>
				<verse number="42">ເຜົ່າ​ດານ​ປະກອບ​ດ້ວຍ​ຕະກຸນ​ຮູຊິມ,</verse>
				<verse number="43">ຊຶ່ງ​ມີ​ຈຳນວນພົນ 64.400 ຄົນ.</verse>
				<verse number="44">ເຜົ່າ​ອາເຊ​ປະກອບ​ດ້ວຍ​ຕະກຸນ​ອີມນາ, ອີຊະວີ ແລະ​ເບຣິຢາ.</verse>
				<verse number="45">ຕະກຸນ​ເຮເບ ແລະ​ມັນກີເອນ​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ເບຣິຢາ.</verse>
				<verse number="46">ອາເຊ​ມີ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ເສຣາ.</verse>
				<verse number="47">ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 53.400 ຄົນ.</verse>
				<verse number="48">ເຜົ່າ​ເນັບທາລີ​ປະກອບ​ດ້ວຍ​ຕະກຸນ​ຢາເຊເອນ, ກູນີ,</verse>
				<verse number="49">ເຢເຊ ແລະ​ຊິນເລັມ.</verse>
				<verse number="50">ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 45.400 ຄົນ.</verse>
				<verse number="51">ຈຳນວນ​ຜູ້ຊາຍ​ຊາວ​ອິດສະຣາເອນ​ທັງໝົດ​ມີ 601.730 ຄົນ.</verse>
				<verse number="52">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,</verse>
				<verse number="53">“ຈົ່ງ​ແບ່ງ​ດິນແດນ​ໃຫ້​ແກ່​ຊາວ​ອິດສະຣາເອນ​ເຜົ່າ​ຕ່າງໆ​ຕາມ​ຈຳນວນ​ປະຊາຊົນ.</verse>
				<verse number="54">ໃນ​ການ​ແບ່ງປັນ​ດິນແດນ​ເທື່ອ​ນີ້ ຈົ່ງ​ໃຊ້​ສະຫລາກ​ເປັນ​ວິທີ​ແບ່ງປັນ ແລະ​ເຜົ່າໃດ​ທີ່​ມີ​ຈຳນວນ​ຄົນ​ຫລາຍ ກໍ​ຈະ​ໄດ້​ສ່ວນ​ແບ່ງ​ດິນແດນ​ຫລາຍ ແລະ​ເຜົ່າໃດ​ທີ່​ມີ​ຈຳນວນ​ຄົນໜ້ອຍ ກໍ​ຈະ​ໄດ້​ສ່ວນ​ແບ່ງ​ດິນແດນ​ໜ້ອຍ.”</verse>
				<verse number="55"></verse>
				<verse number="56"></verse>
				<verse number="57">ສ່ວນ​ເຜົ່າ​ເລວີ​ນັ້ນ​ປະກອບ​ດ້ວຍ​ຕະກຸນ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ.</verse>
				<verse number="58">ເຊື້ອສາຍ​ຂອງ​ພວກເຂົາ​ໄດ້​ຮວມ​ເອົາ​ທັງ​ຕະກຸນ​ຍ່ອຍ​ດັ່ງນີ້: ລິບນີ​ເຮັບໂຣນ, ມາຮະລີ, ມູຊີ ແລະ​ໂກຣາ. ໂກຮາດ​ເປັນ​ພໍ່​ຂອງ​ອຳຣາມ.</verse>
				<verse number="59">ເມຍ​ຂອງ​ລາວ​ແມ່ນ​ໂຢເກເບັດ ລູກສາວ​ຂອງ​ເລວີ​ທີ່​ເກີດ​ໃນ​ປະເທດ​ເອຢິບ. ນາງ​ໄດ້​ເກີດ​ລູກຊາຍ​ໃຫ້​ອຳຣາມ​ສອງ​ຄົນ ດັ່ງນີ້: ອາໂຣນ ແລະ ໂມເຊ​ກັບ​ລູກສາວ​ຜູ້ໜຶ່ງ​ຊື່​ມີຣີອາມ.</verse>
				<verse number="60">ອາໂຣນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ນາດາບ ອາບີຮູ ເອເລອາຊາ ແລະ​ອີທາມາ.</verse>
				<verse number="61">ນາດາບ​ແລະ​ອາບີຮູ​ໄດ້​ຕາຍ ຕອນ​ທີ່​ພວກເຂົາ​ໄດ້​ຖວາຍ​ບູຊາ​ໄຟ​ທີ່​ຕ້ອງຫ້າມ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="62">ລູກຊາຍ​ຂອງ​ຊາວ​ເລວີ​ທີ່​ມີ​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ​ມີ​ຈຳນວນ 23.000 ຄົນ. ພວກເຂົາ​ບໍ່ໄດ້​ຖືກ​ນັບ​ຮ່ວມ​ເຂົ້າ​ກັບ​ປະຊາຊົນ​ອິດສະຣາເອນ​ເຜົ່າ​ອື່ນໆ ຍ້ອນ​ພວກເຂົາ​ຈະ​ບໍ່ໄດ້​ຮັບ​ຊັບສົມບັດ​ສ່ວນ​ໃດໆ​ຢູ່​ໃນ​ຊາດ​ອິດສະຣາເອນ.</verse>
				<verse number="63">ໂມເຊ​ແລະ​ເອເລອາຊາ​ເປັນ​ຜູ້​ຈົດ​ທະບຽນ​ຕະກຸນ​ຕ່າງໆ​ເຫຼົ່ານີ້ ເມື່ອ​ເພິ່ນ​ໄດ້​ເຮັດ​ສຳມະໂນຄົວ​ຊາວ​ອິດສະຣາເອນ​ທີ່​ທົ່ງພຽງ​ໂມອາບ ຊຶ່ງ​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນໍ້າ​ຈໍແດນ​ກົງກັນຂ້າມ​ເມືອງ​ເຢຣິໂກ.</verse>
				<verse number="64">ຕາມ​ບັນຊີ​ທີ່​ໂມເຊ​ແລະ​ປະໂຣຫິດ​ອາໂຣນ​ໄດ້​ຈົດ​ທະບຽນ​ປະຊາຊົນ​ອິດສະຣາເອນ​ເທື່ອ​ທຳອິດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ນັ້ນ ບໍ່ມີ​ຜູ້ຊາຍ​ລຸ້ນ​ກ່ອນ​ແມ່ນແຕ່​ຄົນດຽວ​ທີ່​ມີ​ຊີວິດ​ຢູ່.</verse>
				<verse number="65">ເພາະ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ພວກເຂົາ​ໄວ້​ວ່າ, ພວກເຂົາ​ທຸກຄົນ​ຈະ​ຕ້ອງ​ຕາຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ກໍໄດ້​ເປັນ​ດັ່ງນັ້ນ​ທຸກປະການ ຍົກເວັ້ນ​ແຕ່​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ແລະ​ໂຢຊວຍ​ລູກຊາຍ​ຂອງ​ນູນ.</verse>
			</chapter>
			<chapter number="27">
				<verse number="1">ມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະ​ຕີຣະຊາ ແມ່ນ​ລູກສາວ​ຂອງ​ເຊໂລເຟຮັດ ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ເຮເຟ ແລະ​ຫລານຊາຍ​ຂອງ​ກີເລອາດ ເຫຼັນ​ຂອງ​ມາກີ​ແລະ​ຫລ້ອນ​ຂອງ​ມານາເຊ ລູກຊາຍ​ຂອງ​ໂຢເຊັບ.</verse>
				<verse number="2">ພວກເຂົາ​ມາ​ຢືນ​ຢູ່​ຊ້ອງໜ້າ​ໂມເຊ​ປະໂຣຫິດ​ເອເລອາຊາ, ບັນດາ​ຜູ້ນຳ ແລະ​ຊຸມຊົນ​ທັງໝົດ ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ຮຽກຮ້ອງ​ສິດທິ​ຂອງ​ພວກ​ຕົນ​ວ່າ,</verse>
				<verse number="3">“ພໍ່​ຂອງ​ພວກເຮົາ​ໄດ້​ຕາຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ໂດຍ​ບໍ່ມີ​ລູກຊາຍ​ຈັກ​ຄົນ. ເພິ່ນ​ບໍ່ແມ່ນ​ພັກພວກ​ຂອງ​ໂກຣາ​ຜູ້​ທີ່​ໄດ້​ກະບົດ​ຕໍ່​ພຣະເຈົ້າຢາເວ ເພິ່ນ​ໄດ້​ຕາຍໄປ​ຍ້ອນ​ບາບກຳ​ຂອງ​ເພິ່ນ​ເອງ.</verse>
				<verse number="4">ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ນາມຊື່​ພໍ່​ຂອງ​ພວກເຮົາ​ຕ້ອງ​ດັບສູນ​ໄປ​ຈາກ​ຊາດ​ອິດສະຣາເອນ ເພາະ​ເພິ່ນ​ບໍ່ມີ​ລູກ​ຜູ້ຊາຍ​ພຽງ​ເທົ່ານັ້ນ​ຊັ້ນບໍ? ຂໍ​ໃຫ້​ພວກເຮົາ​ມີ​ດິນແດນ ຢູ່​ໃນ​ທ່າມກາງ​ຍາດຕິພີ່ນ້ອງ​ຂອງ​ພວກເຮົາ​ດ້ວຍ​ເຖີດ.”</verse>
				<verse number="5">ໂມເຊ​ໄດ້​ນຳ​ເລື່ອງ​ນີ້​ໄປ​ຕໍ່ໜ້າ​ພຣະເຈົ້າຢາເວ</verse>
				<verse number="6">ແລະ​ພຣະເຈົ້າຢາເວ​ກໍ​ໄດ້​ບອກ​ເພິ່ນ​ວ່າ,</verse>
				<verse number="7">“ສິ່ງ​ທີ່​ພວກ​ລູກສາວ​ຂອງ​ເຊໂລເຟຮັດ​ຂໍຮ້ອງ​ນັ້ນ​ແມ່ນ​ສິ່ງ​ທີ່​ຖືກຕ້ອງ ຈົ່ງ​ໃຫ້​ພວກເຂົາ​ມີ​ດິນແດນ​ຢູ່​ໃນ​ທ່າມກາງ​ຍາດຕິພີ່ນ້ອງ​ພໍ່​ຂອງ​ພວກເຂົາ​ໄດ້. ໃຫ້​ສ່ວນ​ມໍຣະດົກ​ຂອງ​ເຊໂລເຟຮັດ​ຕົກທອດ​ມາ​ເຖິງ​ພວກເຂົາ.</verse>
				<verse number="8">ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ, ເມື່ອ​ຊາຍ​ຜູ້ໜຶ່ງ​ຕາຍໄປ​ໂດຍ​ບໍ່ມີ​ລູກຊາຍ ຈົ່ງ​ໃຫ້​ລູກສາວ​ຂອງ​ລາວ​ເປັນ​ຜູ້​ສືບທອດ​ມໍຣະດົກ​ແທນ.</verse>
				<verse number="9">ຖ້າ​ລາວ​ຫາກ​ບໍ່ມີ​ລູກສາວ​ກໍ​ໃຫ້​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ສືບທອດ​ມໍຣະດົກ​ແທນ.</verse>
				<verse number="10">ຖ້າ​ລາວ​ບໍ່ມີ​ອ້າຍ​ຫລື​ນ້ອງຊາຍ ກໍ​ໃຫ້​ອ້າຍ​ຫລື​ນ້ອງຊາຍ​ຂອງ​ພໍ່​ລາວ ສືບທອດ​ມໍຣະດົກ​ຂອງ​ລາວ​ແທນ.</verse>
				<verse number="11">ແລະ​ຖ້າ​ລາວ​ບໍ່ມີ​ອ້າຍ​ຫລື​ນ້ອງຊາຍ ຫລື​ພໍ່​ຂອງ​ລາວ​ບໍ່ມີ​ອ້າຍ​ນ້ອງ​ອີກ ກໍ​ໃຫ້​ຍາດຕິພີ່ນ້ອງ​ຜູ້​ທີ່​ໃກ້ຄຽງ​ທີ່ສຸດ​ຂອງ​ລາວ​ສືບທອດ​ມໍຣະດົກ​ແທນ ແລະ​ຖື​ເອົາ​ເປັນ​ກຳມະສິດ​ຂອງຕົນ​ຕໍ່ໄປ. ຈົ່ງ​ໃຫ້​ປະຊາຊົນ​ອິດສະຣາເອນ​ຢຶດຖື​ຫລັກການ​ນີ້ ເປັນ​ກົດບັນຍັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ເຈົ້າ​ໄວ້.”</verse>
				<verse number="12">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ຂຶ້ນ​ໄປ​ເທິງ​ພູ​ອາບາຣິມ ແລະ ຈົ່ງ​ແນມ​ເບິ່ງ​ດິນແດນ​ທີ່​ເຮົາ​ຈະ​ມອບ​ໃຫ້​ຊາວ​ອິດສະຣາເອນ.</verse>
				<verse number="13">ຫລັງຈາກ​ທີ່​ເຈົ້າ​ໄດ້​ເຫັນ​ແລ້ວ ເຈົ້າ​ຈະ​ຕາຍ​ຄື​ກັນ​ກັບ​ອາໂຣນ​ອ້າຍ​ຂອງ​ເຈົ້າ</verse>
				<verse number="14">ເພາະ​ເຈົ້າ​ທັງສອງ​ໄດ້​ຝ່າຝືນ​ຂໍ້ຄຳສັ່ງ​ຂອງເຮົາ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ ຄາວ​ທີ່​ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຈົ່ມຮ້າຍ​ໃສ່​ເຮົາ​ທີ່​ເມຣິບາ​ນັ້ນ ເຈົ້າ​ປະຕິເສດ​ບໍ່​ຍອມ​ຮັບ​ຂໍ້ຄຳສັ່ງ​ຂອງເຮົາ​ຕໍ່ໜ້າ​ພວກເຂົາ.” (ເມຣິບາ​ແມ່ນ​ບໍ່ນໍ້າ​ທີ່​ກາເດັດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ.)</verse>
				<verse number="15">ໂມເຊ​ໄດ້ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ,</verse>
				<verse number="16">“ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຈິດວິນຍານ​ທັງໝົດ​ຂອງ​ມະນຸດ ຂໍ​ພຣະອົງ​ຈົ່ງ​ໄດ້​ແຕ່ງຕັ້ງ​ຊາຍ​ຜູ້ໃດ​ຜູ້ໜຶ່ງ​ທີ່​ສາມາດ​ນຳພາ​ປະຊາຊົນ</verse>
				<verse number="17">ແລະ​ສາມາດ​ບັນຊາ​ພວກເຂົາ​ເຂົ້າ​ສູ້ຮົບ​ໄດ້ ເພື່ອ​ວ່າ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຈະ​ບໍ່​ເປັນ​ດັ່ງ​ຝູງແກະ​ທີ່​ຂາດ​ຜູ້​ລ້ຽງ.”</verse>
				<verse number="18">ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ຈົ່ງ​ໄປ​ເອົາ​ໂຢຊວຍ​ລູກຊາຍ​ຂອງ​ນູນ​ຜູ້​ທີ່​ມີ​ພຣະວິນຍານ ແລ້ວ​ຈົ່ງ​ວາງ​ມື​ເທິງ​ຫົວ​ລາວ​ແຕ່ງຕັ້ງ​ລາວ.</verse>
				<verse number="19">ໃຫ້​ລາວ​ຢືນ​ຢູ່​ຕໍ່ໜ້າ​ປະໂຣຫິດ​ເອເລອາຊາ ແລະ ຊຸມຊົນ​ທັງໝົດ ແລະ​ໃນ​ທີ່ນັ້ນ​ຈົ່ງ​ປະກາດ​ແຕ່ງຕັ້ງ​ລາວ​ຕໍ່ໜ້າ​ພວກເຂົາ​ໃຫ້​ເປັນ​ຜູ້​ສືບທອດ​ຕຳແໜ່ງ​ແທນ​ເຈົ້າ.</verse>
				<verse number="20">ເຈົ້າ​ຈົ່ງ​ມອບ​ສິດ​ແລະ​ອຳນາດ​ບາງ​ສ່ວນ​ຂອງ​ເຈົ້າ​ໃຫ້​ແກ່​ລາວ ເພື່ອ​ວ່າ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ຈະ​ຍອມ​ເຊື່ອຟັງ​ລາວ.</verse>
				<verse number="21">ລາວ​ຈະ​ເພິ່ງ​ປະໂຣຫິດ​ເອເລອາຊາ ຜູ້​ທີ່​ຈະ​ຮຽນຮູ້​ຄວາມປະສົງ​ຂອງເຮົາ ໂດຍ​ໃຊ້​ອຸຣິມ​ແລະ​ທຸມມິມ ຕໍ່ໜ້າ​ພຣະເຈົ້າຢາເວ ອັນ​ນີ້​ຈະ​ແມ່ນ​ວິທີ​ທີ່​ເອເລອາຊາ ນຳພາ​ໂຢຊວຍ ແລະ​ຊຸມຊົນ​ອິດສະຣາເອນ ໃນ​ວຽກ​ການ​ທັງໝົດ​ຂອງ​ພວກເຂົາ.”</verse>
				<verse number="22">ໂມເຊ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ຕົນ​ນັ້ນ. ເພິ່ນ​ໃຫ້​ໂຢຊວຍ​ມາ​ຢືນ​ຢູ່​ຕໍ່ໜ້າ​ປະໂຣຫິດ​ເອເລອາຊາ​ແລະ​ຊຸມຊົນ.</verse>
				<verse number="23">ເພິ່ນ​ໄດ້​ວາງ​ມື​ລົງ​ເທິງ​ຫົວ​ໂຢຊວຍ ແລະ​ປະກາດ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ສືບທອດ​ຕຳແໜ່ງ​ແທນ​ຕົນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ເພິ່ນ​ໄວ້​ທຸກປະການ.</verse>
			</chapter>
			<chapter number="28">
				<verse number="1">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ</verse>
				<verse number="2">ໃຫ້​ແນະນຳ​ຊາວ​ອິດສະຣາເອນ​ຖວາຍ​ອາຫານ​ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ ທີ່​ຈຳເປັນ​ແລະ​ພໍໃຈ​ພຣະອົງ ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ດັ່ງນີ້:</verse>
				<verse number="3">ອາຫານ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ເຄື່ອງ​ເຜົາບູຊາ​ດ້ວຍ​ໄຟ​ປະຈຳ​ວັນ​ມີ: ລູກແກະເຖິກ ອາຍຸ​ໜຶ່ງ​ປີ​ສອງ​ໂຕ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.</verse>
				<verse number="4">ໃຫ້​ຖວາຍ​ໂຕ​ທີໜຶ່ງ​ໃນ​ຕອນເຊົ້າ ແລະ​ໂຕ​ທີສອງ​ໃນ​ຕອນແລງ</verse>
				<verse number="5">ແຕ່ລະ​ໂຕ​ໃຫ້​ຖວາຍ​ກັບ​ພືດຜົນ​ເປັນເມັດ ເປັນ​ແປ້ງເຂົ້າ​ສາມ​ກິໂລກຼາມ ປົນ​ກັບ​ນໍ້າມັນ​ໝາກກອກເທດ​ເຄິ່ງລິດ.</verse>
				<verse number="6">ອັນ​ນີ້​ແມ່ນ​ເຄື່ອງ​ຖວາຍ​ປະຈຳ​ວັນ ທີ່​ຕ້ອງ​ເຜົາ​ໃຫ້​ໝົດ​ຕາມ​ພິທີ​ຖວາຍ​ບູຊາ​ອາຫານ​ເທື່ອ​ທຳອິດ​ທີ່​ພູເຂົາ​ຊີນາຍ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="7">ສ່ວນ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ​ທີ່​ຖວາຍ​ພ້ອມ​ກັບ​ລູກແກະ​ໂຕ​ທີໜຶ່ງ​ນັ້ນ ໃຫ້​ຖອກ​ໃນ​ບ່ອນ​ບໍຣິສຸດ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="8">ລູກແກະ​ໂຕ​ທີສອງ​ທີ່​ຈະ​ຖວາຍ​ໃນ​ຕອນແລງ ໃຫ້​ຖວາຍ​ຢ່າງ​ດຽວກັນ​ກັບ​ການ​ຖວາຍ​ໃນ​ຕອນເຊົ້າ ແລະ​ໃຫ້​ຖວາຍ​ເຫຼົ້າ​ອະງຸ່ນ​ພ້ອມ. ອັນ​ນີ້​ກໍ​ແມ່ນ​ການ​ຖວາຍ​ອາຫານ​ຄືກັນ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="9">ໃນ​ວັນ​ຊະບາໂຕ ໃຫ້​ຖວາຍ​ແກະເຖິກ ອາຍຸ​ໜຶ່ງ​ປີ​ສອງ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ ແລະ​ພືດຜົນ​ເປັນເມັດ​ເປັນ​ແປ້ງເຂົ້າ​ສອງ​ກິໂລກຼາມ ປົນ​ກັບ​ນໍ້າມັນ​ໝາກກອກເທດ​ແລະ​ເຫຼົ້າ​ອະງຸ່ນ.</verse>
				<verse number="10">ສ່ວນ​ການ​ເຜົາ​ສັດ​ຖວາຍບູຊາ​ດ້ວຍ​ໄຟ​ນັ້ນ​ໃຫ້​ເຮັດ​ທຸກໆ​ວັນ​ຊະບາໂຕ ຕື່ມ​ໃສ່​ເຄື່ອງ​ຖວາຍບູຊາ​ປະຈຳ​ວັນ​ພ້ອມ​ກັບ​ເຫຼົ້າ​ອະງຸ່ນ.</verse>
				<verse number="11">ໃນ​ວັນ​ທຳອິດ​ຂອງ​ແຕ່ລະ​ເດືອນ ຈົ່ງ​ນຳ​ງົວເຖິກ​ສອງ​ໂຕ, ແບ້ເຖິກ​ໜຶ່ງ​ໂຕ, ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ. ເປັນ​ສັດ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ມາ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ.</verse>
				<verse number="12">ສຳລັບ​ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ​ນັ້ນ ໃຫ້​ຖວາຍ​ແປ້ງເຂົ້າ​ປົນ​ກັບ​ນໍ້າມັນ​ໝາກກອກເທດ​ຄື: ງົວເຖິກ​ໂຕໜຶ່ງ​ຕໍ່​ແປ້ງເຂົ້າ​ສາມ​ກິໂລກຼາມ; ແກະເຖິກ​ໂຕໜຶ່ງ ຕໍ່​ແປ້ງເຂົ້າ​ສອງ​ກິໂລກຼາມ;</verse>
				<verse number="13">ແລະ​ລູກແກະ​ໂຕໜຶ່ງ​ຕໍ່​ແປ້ງເຂົ້າ​ໜຶ່ງ​ກິໂລກຼາມ. ການ​ເຜົາ​ຖວາຍບູຊາ​ເຫຼົ່ານີ້​ແມ່ນ​ການ​ຖວາຍ​ຊຶ່ງ​ເປັນ​ກິ່ນ​ຫອມຫວນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="14">ການ​ຖວາຍ​ເຫຼົ້າ​ອະງຸ່ນ​ນັ້ນ ໃຫ້​ເຮັດ​ດັ່ງນີ້: ເຫຼົ້າ​ອະງຸ່ນ​ສາມ​ລິດ​ຕໍ່​ງົວເຖິກ​ໂຕໜຶ່ງ; ເຫຼົ້າ​ອະງຸ່ນ​ສອງ​ລິດ​ຕໍ່​ແກະເຖິກ​ໂຕໜຶ່ງ ແລະ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ ຕໍ່​ລູກແກະເຖິກ​ໜຶ່ງ​ໂຕ. ອັນ​ນີ້​ແມ່ນ​ລະບຽບ​ສຳລັບ​ການ​ເຜົາ​ຖວາຍບູຊາ​ຂອງ​ວັນ​ທຳອິດ​ໃນ​ແຕ່ລະ​ຕົ້ນ​ເດືອນ​ຕະຫລອດ​ປີ.</verse>
				<verse number="15">ໃຫ້​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ເພື່ອ​ລຶບລ້າງ​ບາບ ຕື່ມ​ໃສ່​ເຄື່ອງ​ເຜົາ​ຖວາຍບູຊາ​ປະຈຳວັນ​ພ້ອມ​ກັບ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="16">ໃນ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ​ໃຫ້ຖື​ເປັນ​ວັນ​ປັດສະຄາ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="17">ໃນ​ວັນ​ທີ​ສິບຫ້າ​ໃຫ້​ຈັດ​ເທດສະການ​ຂຶ້ນ​ເປັນ​ເວລາ​ເຈັດ​ວັນ ຊຶ່ງ​ໃນ​ລະຫວ່າງ​ນີ້​ໃຫ້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເທົ່ານັ້ນ.</verse>
				<verse number="18">ໃນ​ວັນ​ເລີ່ມຕົ້ນ​ຂອງ​ເທດສະການ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.</verse>
				<verse number="19">ຈົ່ງ​ເຜົາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ຖວາຍ​ອາຫານ ດັ່ງນີ້: ງົວໜຸ່ມ​ສອງ​ໂຕ, ແກະເຖິກ​ໜຶ່ງ​ໂຕ ແລະ​ລູກ​ແກະເຖິກ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ. ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.</verse>
				<verse number="20">ສຳລັບ​ສັດ​ແຕ່ລະໂຕ​ນັ້ນ​ໃຫ້​ຖວາຍ​ແປ້ງເຂົ້າ​ປົນ​ກັບ​ນໍ້າມັນ​ໝາກກອກເທດ​ຄື: ແປ້ງເຂົ້າ​ສາມ​ກິໂລກຼາມ​ຕໍ່​ງົວເຖິກ​ໂຕໜຶ່ງ ແປ້ງເຂົ້າ​ສອງ​ກິໂລກຼາມ​ຕໍ່​ແກະເຖິກ​ໂຕໜຶ່ງ;</verse>
				<verse number="21">ແປ້ງເຂົ້າ​ໜຶ່ງ​ກິໂລກຼາມ​ຕໍ່​ລູກແກະ​ໂຕໜຶ່ງ.</verse>
				<verse number="22">ໃຫ້​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ອີກ​ເພື່ອ​ລຶບລ້າງ​ບາບ ແລະ​ໃນ​ທຳນອງນີ້​ຈຶ່ງ​ເປັນ​ສ່ວນ​ປະກອບ​ພິທີ​ຊຳລະ​ບາບກຳ​ຂອງ​ປະຊາຊົນ.</verse>
				<verse number="23">ໃຫ້​ຖວາຍ​ສິ່ງ​ເຫຼົ່ານີ້ ເພີ່ມ​ຕື່ມ​ໃສ່​ການ​ເຜົາ​ຖວາຍບູຊາ​ປະຈຳ​ວັນ​ໃນ​ຕອນເຊົ້າ.</verse>
				<verse number="24">ໃນທຳນອງ​ດຽວກັນ ຈົ່ງ​ຖວາຍບູຊາ​ດ້ວຍ​ໄຟ​ຕະຫລອດ​ເຈັດ​ວັນ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ຈົ່ງ​ຖວາຍ​ສິ່ງ​ເຫຼົ່ານີ້ ຕື່ມ​ໃສ່​ເຄື່ອງ​ເຜົາ​ຖວາຍ​ປະຈຳ​ວັນ​ພ້ອມ​ກັບ​ເຫຼົ້າ​ອະງຸ່ນ.</verse>
				<verse number="25">ແຕ່​ໃນ​ວັນ​ທີ​ເຈັດ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ປະຈຳ​ວັນ​ໃດໆ​ທັງ​ສິ້ນ.</verse>
				<verse number="26">ໃນ​ວັນ​ເລີ່ມ​ເທດສະການ​ຂອງ​ລະດູ​ເກັບກ່ຽວ ຄື​ເມື່ອ​ຖວາຍ​ພືດຜົນ​ເປັນເມັດ​ອັນ​ໃໝ່​ໃຫ້​ພຣະເຈົ້າຢາເວ​ນັ້ນ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.</verse>
				<verse number="27">ຈົ່ງ​ເຜົາ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ດັ່ງນີ້: ງົວເຖິກ​ສອງ​ໂຕ, ແກະເຖິກ​ໂຕໜຶ່ງ ແລະ​ລູກແກະ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="28">ໃຫ້​ຖວາຍ​ພືດຜົນ​ເປັນເມັດ​ເປັນ​ແປ້ງເຂົ້າ​ປົນ​ກັບ​ນໍ້າມັນ​ໝາກກອກເທດ​ຄື: ແປ້ງເຂົ້າ​ສາມ​ກິໂລກຼາມ​ຕໍ່​ງົວເຖິກ​ໂຕໜຶ່ງ ແປ້ງເຂົ້າ​ສອງ​ກິໂລກຼາມ​ຕໍ່​ແກະເຖິກ​ໂຕໜຶ່ງ,</verse>
				<verse number="29">ແລະ​ແປ້ງເຂົ້າ​ໜຶ່ງ​ກິໂລກຼາມ​ຕໍ່​ລູກແກະ​ໂຕໜຶ່ງ.</verse>
				<verse number="30">ໃຫ້​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ອີກ​ເພື່ອ​ເຮັດ​ພິທີ​ຊຳລະ​ບາບກຳ​ຂອງ​ປະຊາຊົນ.</verse>
				<verse number="31">ໃຫ້​ຖວາຍ​ສິ່ງ​ເຫຼົ່ານີ້​ແລະ​ເຫຼົ້າ​ອະງຸ່ນ​ເພີ່ມ​ຕື່ມ​ໃສ່​ເຄື່ອງ​ເຜົາ​ຖວາຍບູຊາ​ປະຈຳ ພ້ອມ​ທັງ​ຖວາຍ​ພືດຜົນ​ເປັນເມັດ ສັດ​ທີ່​ນຳ​ມາ​ຖວາຍ​ນັ້ນ ຕ້ອງ​ມີ​ສຸຂະພາບ​ດີ ບໍ່ມີ​ຕຳໜິ.</verse>
			</chapter>
			<chapter number="29">
				<verse number="1">ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ເຈັດ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງສິ້ນ. ໃນວັນນີ້​ຈົ່ງ​ເປົ່າແກ​ໃຫ້​ດັງ​ສະໜັ່ນ.</verse>
				<verse number="2">ຈົ່ງ​ເຜົາ​ເຄື່ອງ​ບູຊາ​ຖວາຍ​ດັ່ງນີ້: ງົວເຖິກ​ໂຕໜຶ່ງ, ແກະເຖິກ​ໂຕໜຶ່ງ ແລະ​ລູກແກະ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ. ສັດ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີ​ຕຳໜິ. ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="3">ໃຫ້​ຖວາຍ​ພືດຜົນ​ເປັນເມັດ​ເປັນ​ແປ້ງເຂົ້າ​ປົນ​ກັບ​ນໍ້າມັນ​ໝາກກອກເທດ​ຄື: ແປ້ງເຂົ້າ​ສາມ​ກິໂລກຼາມ​ຕໍ່​ງົວເຖິກ​ໂຕໜຶ່ງ ແປ້ງເຂົ້າ​ສອງ​ກິໂລກຼາມ​ຕໍ່​ແກະເຖິກ​ໂຕໜຶ່ງ</verse>
				<verse number="4">ແລະ​ແປ້ງເຂົ້າ​ໜຶ່ງ​ກິໂລກຼາມ​ຕໍ່​ລູກແກະ​ໂຕໜຶ່ງ.</verse>
				<verse number="5">ໃຫ້​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ອີກ​ເພື່ອ​ເຮັດ​ພິທີ​ຊຳລະ​ບາບກຳ​ຂອງ​ປະຊາຊົນ.</verse>
				<verse number="6">ໃຫ້​ຖວາຍ​ສິ່ງ​ເຫຼົ່ານີ້​ຕື່ມ​ໃສ່​ເຄື່ອງ​ບູຊາ​ດ້ວຍ​ໄຟ​ປະຈຳ​ສຳລັບ​ວັນ​ທີ​ໜຶ່ງ​ຂອງ​ເດືອນ ພ້ອມ​ກັບ​ພືດຜົນ​ເປັນເມັດ ແລະ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ປະຈຳວັນ​ພ້ອມ​ກັບ​ພືດຜົນ​ເປັນເມັດ ແລະ​ຖວາຍ​ເຫຼົ້າ​ອະງຸ່ນ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍບູຊາ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="7">ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ທີ​ເຈັດ​ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະ​ມັດສະການ; ຢ່າ​ກິນ​ອາຫານ​ໃດໆ ແລະ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ.</verse>
				<verse number="8">ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ດັ່ງນີ້: ງົວເຖິກ​ໂຕໜຶ່ງ​ແກະເຖິກ​ໂຕໜຶ່ງ, ກັບ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ; ຊຶ່ງ​ທັງໝົດ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ, ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="9">ໃຫ້​ຖວາຍ​ພືດຜົນ​ເປັນເມັດ​ເປັນ​ແປ້ງເຂົ້າ​ປົນ​ກັບ​ນໍ້າມັນ​ໝາກກອກເທດ​ຄື: ແປ້ງເຂົ້າ​ສາມ​ກິໂລກຼາມ​ຕໍ່​ງົວເຖິກ​ໂຕໜຶ່ງ ແປ້ງເຂົ້າ​ສອງ​ກິໂລກຼາມ​ຕໍ່​ແກະເຖິກ​ໂຕໜຶ່ງ,</verse>
				<verse number="10">ແລະ​ແປ້ງເຂົ້າ​ໜຶ່ງ​ກິໂລກຼາມ​ຕໍ່​ລູກແກະ​ໂຕໜຶ່ງ.</verse>
				<verse number="11">ໃຫ້​ຖວາຍ​ແບ້ເຖິກ​ອີກ​ໂຕໜຶ່ງ​ເພື່ອ​ລຶບລ້າງ​ບາບ ເພີ່ມ​ຕື່ມ​ໃສ່​ແບ້​ທີ່​ຖືກ​ເຜົາບູຊາ​ເພື່ອ​ຊຳລະລ້າງ​ບາບ​ຂອງ​ປະຊາຊົນ ພ້ອມ​ທັງ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ປະຈຳ​ວັນ​ຄູ່​ກັບ​ພືດຜົນ​ເປັນເມັດ ແລະ​ເຫຼົ້າ​ອະງຸ່ນ.</verse>
				<verse number="12">ໃນ​ວັນ​ທີ​ສິບຫ້າ​ຂອງ​ເດືອນ​ທີ​ເຈັດ​ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະ​ການ. ຈົ່ງ​ສະຫລອງ​ເທດສະການ​ນີ້ ເພື່ອ​ຍົກຍໍ​ໃຫ້ກຽດ​ພຣະເຈົ້າຢາເວ​ຕະຫລອດ​ເຈັດ​ວັນ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.</verse>
				<verse number="13">ໃນ​ມື້​ທີໜຶ່ງ ໃຫ້​ຖວາຍບູຊາ​ອາຫານ​ແກ່​ພຣະເຈົ້າຢາເວ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະອົງ ດັ່ງນີ້: ງົວເຖິກ​ໜຸ່ມ​ສິບສາມ​ໂຕ ແກະເຖິກ​ສອງ​ໂຕ ແລະ​ລູກແກະ​ເຖິກ​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.</verse>
				<verse number="14">ໃຫ້​ຖວາຍ​ພືດຜົນ​ເປັນເມັດ ເປັນ​ແປ້ງເຂົ້າ​ປົນ​ກັບ​ນໍ້າມັນ​ໝາກກອກເທດ​ຄື: ແປ້ງເຂົ້າ​ສາມ​ກິໂລກຼາມ​ຕໍ່​ງົວເຖິກ​ໂຕໜຶ່ງ ແປ້ງເຂົ້າ​ສອງ​ກິໂລກຼາມ​ຕໍ່​ແກະເຖິກ​ໂຕໜຶ່ງ,</verse>
				<verse number="15">ແລະ​ແປ້ງເຂົ້າ​ໜຶ່ງ​ກິໂລກຼາມ​ຕໍ່​ລູກແກະ​ໂຕໜຶ່ງ ພ້ອມ​ທັງ​ຖວາຍ​ເຫຼົ້າ​ອະງຸ່ນ​ຕາມ​ທີ່​ກຳນົດ​ໄວ້.</verse>
				<verse number="16">ໃຫ້​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ເໝືອນກັນ​ເພື່ອ​ເຮັດ​ພິທີ​ລຶບລ້າງ​ບາບ. ໃຫ້​ຖວາຍ​ສິ່ງ​ເຫຼົ່ານີ້​ຕື່ມ​ໃສ່​ເຄື່ອງ​ເຜົາ​ຖວາຍບູຊາ​ປະຈຳ​ວັນ​ພ້ອມ​ກັບ​ພືດຜົນ​ເປັນເມັດ ແລະ​ເຫຼົ້າ​ອະງຸ່ນ.</verse>
				<verse number="17">ໃນ​ມື້ທີສອງ ໃຫ້​ຖວາຍ​ງົວເຖິກໜຸ່ມ​ສິບສອງ​ໂຕ, ແກະເຖິກ​ສອງ​ໂຕ ແລະ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີ​ຕຳໜິ.</verse>
				<verse number="18">ພ້ອມ​ກັບ​ການ​ຖວາຍ​ສັດ​ເຫຼົ່ານັ້ນ​ໃຫ້​ຖວາຍ​ເຄື່ອງ​ອື່ນໆ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ມື້​ທີ​ໜຶ່ງ.</verse>
				<verse number="19"></verse>
				<verse number="20">ໃນ​ມື້ທີສາມ ໃຫ້​ຖວາຍ​ງົວເຖິກໜຸ່ມ​ສິບເອັດ​ໂຕ, ແກະເຖິກ​ສອງ​ໂຕ ແລະ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.</verse>
				<verse number="21">ພ້ອມ​ກັບ​ການ​ຖວາຍ​ສັດ​ເຫຼົ່ານັ້ນ​ໃຫ້​ຖວາຍ​ເຄື່ອງ​ອື່ນໆ​ອີກ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ມື້​ທີ​ໜຶ່ງ.</verse>
				<verse number="22"></verse>
				<verse number="23">ໃນ​ມື້​ທີສີ່ ໃຫ້​ຖວາຍ​ງົວເຖິກໜຸ່ມ​ສິບ​ໂຕ, ແກະເຖິກ​ສອງ​ໂຕ ແລະ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ ສິບສີ່​ໂຕ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.</verse>
				<verse number="24">ພ້ອມ​ສັດ​ເຫຼົ່ານັ້ນ​ໃຫ້​ຖວາຍ​ເຄື່ອງ​ອື່ນໆ​ອີກ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ມື້​ທີ​ໜຶ່ງ.</verse>
				<verse number="25"></verse>
				<verse number="26">ໃນ​ມື້​ທີຫ້າ ໃຫ້​ຖວາຍ​ງົວເຖິກໜຸ່ມ​ເກົ້າ​ໂຕ, ແກະເຖິກ​ສອງ​ໂຕ ແລະ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ ສິບສີ່​ໂຕ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.</verse>
				<verse number="27">ພ້ອມ​ກັບ​ການ​ຖວາຍ​ສັດ​ເຫຼົ່ານັ້ນ​ໃຫ້​ຖວາຍ​ເຄື່ອງ​ອື່ນໆ​ອີກ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ມື້​ທີ​ໜຶ່ງ.</verse>
				<verse number="28"></verse>
				<verse number="29">ໃນ​ມື້​ທີຫົກ ໃຫ້​ຖວາຍ​ງົວເຖິກໜຸ່ມ​ແປດ​ໂຕ, ແກະເຖິກ​ສອງ​ໂຕ ແລະ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.</verse>
				<verse number="30">ພ້ອມ​ກັບ​ການ​ຖວາຍ​ສັດ​ເຫຼົ່ານັ້ນ​ໃຫ້​ຖວາຍ​ເຄື່ອງ​ອື່ນໆ​ອີກ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ມື້​ທີໜຶ່ງ.</verse>
				<verse number="31"></verse>
				<verse number="32">ໃນ​ມື້ທີເຈັດ ໃຫ້​ຖວາຍ​ງົວເຖິກໜຸ່ມ​ເຈັດ​ໂຕ, ແກະເຖິກ​ສອງ​ໂຕ ແລະ​ລູກແກະ​ເຖິກ​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.</verse>
				<verse number="33">ພ້ອມ​ສັດ​ເຫຼົ່ານັ້ນ​ໃຫ້​ຖວາຍ​ເຄື່ອງ​ອື່ນໆ​ອີກ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ມື້​ທີໜຶ່ງ.</verse>
				<verse number="34"></verse>
				<verse number="35">ໃນ​ມື້ທີແປດ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ປະຈຳ​ວັນ​ໃດໆ​ທັງ​ສິ້ນ.</verse>
				<verse number="36">ໃຫ້​ເຜົາ​ສັດ​ຖວາຍບູຊາ​ຕາມ​ພິທີ​ຖວາຍ​ອາຫານ​ແກ່​ພຣະອົງ​ດັ່ງນີ້: ງົວເຖິກໜຸ່ມ​ໂຕໜຶ່ງ, ແກະເຖິກ​ໂຕໜຶ່ງ ແລະ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີ​ຕຳໜິ. ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.</verse>
				<verse number="37">ພ້ອມ​ກັບ​ການ​ຖວາຍ​ສັດ​ເຫຼົ່ານັ້ນ ໃຫ້​ຖວາຍ​ເຄື່ອງ​ອື່ນໆ​ອີກ​ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ມື້​ທີໜຶ່ງ.</verse>
				<verse number="38"></verse>
				<verse number="39">ອັນນີ້ ແມ່ນ​ລະບຽບການ​ຕ່າງໆ​ກ່ຽວກັບ​ການ​ເຜົາບູຊາ, ການ​ຖວາຍ​ພືດຜົນ​ເປັນເມັດ​ການ​ຖວາຍ​ເຫຼົ້າ​ອະງຸ່ນ ແລະ​ການ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ທີ່​ໃຫ້​ພວກເຈົ້າ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ໃນ​ເທດສະການ​ຕ່າງໆ​ທີ່​ໄດ້​ກຳນົດ​ໄວ້. ອັນ​ນີ້​ແມ່ນ​ຕື່ມ​ໃສ່​ການ​ຖວາຍ​ຂອງ​ພວກເຈົ້າ ອັນ​ສືບເນື່ອງ​ມາ​ຈາກ​ຜົນ​ສຳເລັດ​ໃນ​ການ​ບະບົນ​ໄວ້​ເປັນ​ພິເສດ ຫລື​ການ​ຖວາຍບູຊາ​ຕາມ​ຄວາມ​ສະໝັກ​ໃຈ.</verse>
				<verse number="40">ສະນັ້ນ ໂມເຊ​ຈຶ່ງ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ​ທຸກສິ່ງ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ເພິ່ນ​ໄວ້​ທຸກປະການ.</verse>
			</chapter>
			<chapter number="30">
				<verse number="1">ໂມເຊ​ໄດ້​ກ່າວ​ແກ່​ບັນດາ​ຜູ້ນຳ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ​ວ່າ, ນີ້​ເປັນ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ໄດ້ສັ່ງ​ໄວ້​ຄື:</verse>
				<verse number="2">ເມື່ອ​ຊາຍ​ຄົນ​ໜຶ່ງ​ບະບົນ​ໄວ້​ວ່າ​ຈະ​ຖວາຍ​ສິ່ງໃດ​ສິ່ງໜຶ່ງ​ໃຫ້​ແກ່​ພຣະເຈົ້າຢາເວ ຫລື​ສາບານ​ວ່າ​ຈະ​ລະເວັ້ນ​ຈາກ​ສິ່ງໃດ​ສິ່ງໜຶ່ງ; ລາວ​ຕ້ອງ​ບໍ່​ເຮັດ​ຜິດ​ຄຳສັນຍາ, ແຕ່​ຈະ​ຕ້ອງ​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ໄວ້​ທຸກປະການ.</verse>
				<verse number="3">ເມື່ອ​ຍິງ​ສາວ​ຜູ້ໜຶ່ງ​ຍັງ​ຢູ່​ໃນ​ເຮືອນ​ພໍ່​ຂອງ​ຕົນ​ແລະ​ບະບົນ​ໄວ້​ວ່າ ຈະ​ຖວາຍ​ສິ່ງໃດ​ສິ່ງໜຶ່ງ​ແກ່​ພຣະເຈົ້າຢາເວ ຫລື​ສັນຍາ​ວ່າ​ຈະ​ລະເວັ້ນ​ຈາກ​ສິ່ງໜຶ່ງ​ສິ່ງໃດ;</verse>
				<verse number="4">ນາງ​ຈະ​ຕ້ອງ​ກະທຳ​ຕາມ​ທີ່​ຕົນ​ໄດ້​ບະບົນ ຫລື​ໄດ້​ສັນຍາ​ໄວ້​ນັ້ນ​ທຸກປະການ ເວັ້ນ​ເສຍ​ແຕ່​ພໍ່​ຂອງ​ນາງ​ຮູ້​ເລື່ອງ​ແລະ​ຂັດຂວາງ​ໄວ້.</verse>
				<verse number="5">ແຕ່​ຖ້າ​ພໍ່​ຂອງ​ນາງ​ຫາກ​ໄດ້​ຮູ້​ເລື່ອງ ແລະ​ຫ້າມປາມ​ໄວ້ ນາງ​ກໍ​ບໍ່​ຕ້ອງ​ເຮັດ​ຕາມ​ນັ້ນ. ພຣະເຈົ້າຢາເວ​ຈະ​ຍົກ​ຜິດ​ໃຫ້​ນາງ ເພາະວ່າ​ພໍ່​ຂອງ​ນາງ​ບໍ່​ຍອມ​ໃຫ້​ນາງ​ຮັກສາ​ຄຳສັນຍາ​ນັ້ນ.</verse>
				<verse number="6">ຖ້າ​ຍິງ​ຜູ້ໜຶ່ງ​ທີ່​ບໍ່​ທັນ​ໄດ້​ແຕ່ງງານ​ຫາກ​ບະບົນ​ໄວ້​ໂດຍ​ບໍ່ຕັ້ງໃຈ ຫລື​ຢ່າງ​ບໍ່​ຄິດ​ຖີ່ຖ້ວນ ຫລື​ສັນຍາ​ວ່າ​ຈະ​ລະເວັ້ນ​ຈາກ​ສິ່ງໃດ​ສິ່ງໜຶ່ງ ແລ້ວ​ນາງ​ກໍ​ແຕ່ງງານ​ໄປ;</verse>
				<verse number="7">ນາງ​ຕ້ອງ​ເຮັດ​ຕາມ​ທີ່​ຕົນ​ໄດ້​ສັນຍາ​ໄວ້​ທຸກປະການ ເວັ້ນເສຍ​ແຕ່​ເມື່ອ​ຜົວ​ຂອງ​ນາງ​ຮູ້​ເລື່ອງ ແລະ​ຂັດຂວາງ​ໄວ້.</verse>
				<verse number="8">ແຕ່​ຖ້າ​ຜົວ​ຂອງ​ນາງ​ຫາກ​ຮູ້​ເລື່ອງ ແລະ​ໄດ້​ຫ້າມປາມ​ໄວ້ ນາງ​ກໍ​ບໍ່​ຕ້ອງ​ກະທຳ​ຕາມ​ສັນຍາ​ນັ້ນ. ພຣະເຈົ້າຢາເວ​ຈະ​ຍົກ​ຜິດ​ໃຫ້​ນາງ​ເອງ.</verse>
				<verse number="9">ແມ່ໝ້າຍ​ຫລື​ແມ່ຮ້າງ​ຕ້ອງ​ເຮັດ​ຕາມ​ຄຳ​ບະບົນ​ທີ່​ຕົນ​ໄດ້​ບະບົນ​ໄວ້ ແລະ​ຮັກສາ​ຄຳສັນຍາ​ທີ່​ຕົນ​ໄດ້​ກ່າວ​ໄວ້​ວ່າ​ຈະ​ລະເວັ້ນ​ຈາກ​ສິ່ງໃດ​ສິ່ງໜຶ່ງ.</verse>
				<verse number="10">ຖ້າ​ແມ່ຍິງ​ທີ່​ແຕ່ງງານ​ແລ້ວ​ຫາກ​ໄດ້​ບະບົນ ຫລື​ສັນຍາ​ໄວ້​ວ່າ​ຕົນ​ຈະ​ລະເວັ້ນ​ຈາກ​ສິ່ງໃດ​ສິ່ງໜຶ່ງ</verse>
				<verse number="11">ນາງ​ຕ້ອງ​ເຮັດ​ຕາມ​ທີ່​ຕົນ​ໄດ້​ບະບົນ​ຫລື​ສັນຍາ​ໄວ້​ທຸກປະການ ເວັ້ນເສຍ​ແຕ່​ເມື່ອ​ຜົວ​ຂອງ​ນາງ​ຮູ້​ເລື່ອງ​ແລະ​ຂັດຂວາງ​ໄວ້.</verse>
				<verse number="12">ແຕ່​ຖ້າ​ຜົວ​ຂອງ​ນາງ​ຫາກ​ຮູ້​ເລື່ອງ ແລະ​ຫ້າມປາມ​ໄວ້ ນາງ​ກໍ​ບໍ່​ຕ້ອງ​ເຮັດ​ຕາມ​ທີ່​ໄດ້​ບະບົນ​ໄວ້. ພຣະເຈົ້າຢາເວ​ຈະ​ຍົກ​ຜິດ​ໃຫ້ ຍ້ອນ​ວ່າ​ຜົວ​ຂອງ​ນາງ​ບໍ່​ຍອມ​ໃຫ້​ນາງ​ເຮັດ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ນັ້ນ.</verse>
				<verse number="13">ຜົວ​ຂອງ​ນາງ​ມີ​ສິດ​ທີ່​ຈະ​ຮັບຮອງ ຫລື​ຍົກເລີກ​ຄຳ​ບະບົນ ຫລື​ສັນຍາ​ຕ່າງໆ​ທີ່​ນາງ​ໄດ້​ເຮັດ​ໄວ້.</verse>
				<verse number="14">ແຕ່​ຖ້າ​ຜົວ​ຂອງ​ນາງ​ຫາກ​ບໍ່ໄດ້​ຂັດຂວາງ​ໄວ້​ໃນ​ມື້​ທີ່​ລາວ​ຮູ້​ນັ້ນ ນາງ​ຕ້ອງ​ເຮັດ​ຕາມ​ທີ່​ນາງ​ໄດ້​ສັນຍາ ຫລື​ບະບົນ​ໄວ້​ນັ້ນ​ທຸກປະການ. ລາວ​ໄດ້​ຮັບ​ຮອງ​ເອົາ​ການ​ບະບົນ​ນັ້ນ​ແລ້ວ ໂດຍ​ບໍ່ໄດ້​ຂັດຂວາງ​ໄວ້​ໃນ​ມື້​ທີ່​ຕົນ​ຮູ້​ເລື່ອງ​ນັ້ນ.</verse>
				<verse number="15">ແຕ່​ຕໍ່ມາ ຖ້າ​ລາວ​ຫາກ​ຍົກເລີກ​ການ​ບະບົນ ລາວ​ຈະ​ຕ້ອງ​ຮັບ​ຜົນ​ກຳ​ຂອງ​ເມຍ ສຳລັບ​ຄວາມ​ບໍ່​ສຳເລັດ​ທີ່​ຕົນ​ໄດ້​ບະບົນ​ໄວ້.</verse>
				<verse number="16">ອັນ​ນີ້​ແມ່ນ​ກົດ​ຕ່າງໆ​ກ່ຽວກັບ​ການ​ບະບົນ​ຂອງ​ຍິງ​ທີ່​ບໍ່ທັນ​ໄດ້​ແຕ່ງງານ​ແລະ​ອາໄສ​ຢູ່​ນຳ​ພໍ່​ແມ່ ຫລື​ຍິງ​ທີ່​ໄດ້​ແຕ່ງງານ​ແລ້ວ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ໂມເຊ.</verse>
			</chapter>
			<chapter number="31">
				<verse number="1">ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ,</verse>
				<verse number="2">“ໃຫ້​ລົງໂທດ​ຊາວ​ມີດີອານ​ສຳລັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ປະຊາຊົນ​ອິດສະຣາເອນ. ຫລັງຈາກ​ນັ້ນ​ແລ້ວ ເຈົ້າ​ຈະ​ຕາຍ.”</verse>
				<verse number="3">ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ຕຽມຕົວ​ເຮັດ​ເສິກ ເພື່ອ​ວ່າ​ພວກເຈົ້າ​ຈະ​ໂຈມຕີ​ຊາວ​ມີດີອານ​ໄດ້ ແລະ​ລົງໂທດ​ພວກເຂົາ​ສຳລັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ພຣະເຈົ້າຢາເວ.</verse>
				<verse number="4">ແຕ່ລະເຜົ່າ​ຂອງ​ຊາດ​ອິດສະຣາເອນ​ເກນ​ທະຫານ​ໃຫ້​ໄດ້​ໜຶ່ງພັນ​ຄົນ.”</verse>
				<verse number="5">ສະນັ້ນ ແຕ່ລະເຜົ່າ​ຈຶ່ງ​ໄດ້​ເກນ​ເອົາ​ທະຫານ​ໜຶ່ງພັນ​ຄົນ ເມື່ອ​ລວມ​ກັນ​ແລ້ວ​ມີ​ທະຫານ 12.000 ຄົນ ຕຽມ​ອອກ​ສູ້ຮົບ.</verse>
				<verse number="6">ໂມເຊ​ໄດ້​ສົ່ງ​ທະຫານ​ເຫຼົ່ານີ້​ອອກ​ສູ້ຮົບ​ພາຍໃຕ້​ການ​ບັນຊາ​ຂອງ​ຟີເນຮາ ລູກຊາຍ​ຂອງ​ປະໂຣຫິດ​ເອເລອາຊາ. ຟີເນຮາ​ຮັບຜິດຊອບ​ສິ່ງຂອງ​ໃນ​ຫໍເຕັນ ແລະ​ແກ​ສຳລັບ​ເປົ່າ​ເປັນ​ສັນຍານ​ສູ້ຮົບ.</verse>
				<verse number="7">ພວກເຂົາ​ໄດ້​ເຂົ້າ​ໂຈມຕີ​ພວກ​ມີດີອານ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້ ແລະ​ຂ້າ​ຜູ້ຊາຍ​ທຸກຄົນ​ຖິ້ມ</verse>
				<verse number="8">ຕະຫລອດ​ທັງ​ກະສັດ​ມີດີອານ​ຫ້າ​ຄົນ ດັ່ງນີ້: ເອວີ, ເຣເກມ, ຊູຣະ, ຮູເຣ ແລະ​ເຣບາ. ພວກເຂົາ​ໄດ້​ຂ້າ​ບາລາອາມ​ລູກຊາຍ​ຂອງ​ເບອໍ​ດ້ວຍ.</verse>
				<verse number="9">ປະຊາຊົນ​ອິດສະຣາເອນ​ໄດ້​ຈັບ​ເອົາ​ແມ່ຍິງ ແລະ​ເດັກນ້ອຍ​ມີດີອານ​ມາ​ເປັນ​ຊະເລີຍ ແລະ​ຢຶດເອົາ​ຝູງງົວ​ກັບ​ຝູງແກະ​ຕະຫລອດ​ທັງ​ຊັບສົມບັດ​ຂອງ​ພວກເຂົາ</verse>
				<verse number="10">ແລະ​ຈູດ​ເມືອງ ພ້ອມ​ຄ້າຍພັກ​ຂອງ​ພວກເຂົາ​ຖິ້ມ​ໝົດ.</verse>
				<verse number="11">ພວກເຂົາ​ໄດ້​ຢຶດເອົາ​ສິ່ງຂອງ ພ້ອມ​ກັບ​ຊະເລີຍເສິກ ແລະ​ສັດ​ທັງໝົດ</verse>
				<verse number="12">ມາ​ມອບ​ໃຫ້​ໂມເຊ​ແລະ​ເອເລອາຊາ ຜູ້​ເປັນ​ປະໂຣຫິດ ແລະ​ຊຸມຊົນ​ອິດສະຣາເອນ​ທີ່​ຄ້າຍພັກ​ທົ່ງພຽງ​ໂມອາບ ຢູ່​ຟາກ​ໜຶ່ງ​ຂອງ​ແມ່ນໍ້າ​ຈໍແດນ ຊຶ່ງ​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ.</verse>
				<verse number="13">ໂມເຊ, ເອເລອາຊາ ແລະ​ພວກ​ຜູ້ນຳ​ອື່ນໆ​ຂອງ​ຊຸມຊົນ​ທັງໝົດ ໄດ້​ອອກ​ຈາກ​ຄ້າຍພັກ​ມາ​ຕ້ອນຮັບ​ກອງທັບ​ທີ່​ກັບ​ມາ.</verse>
				<verse number="14">ໂມເຊ​ໄດ້​ຮ້າຍ​ພວກ​ນາຍ​ທະຫານ, ພວກ​ຜູ້​ບັນຊາການ​ກອງພັນ ແລະ​ພວກ​ຜູ້​ບັນຊາ​ກອງຮ້ອຍ​ທີ່​ນຳ​ທັບ​ກັບຄືນ​ມາ​ນັ້ນ​ວ່າ,</verse>
				<verse number="15">“ເປັນຫຍັງ​ຈຶ່ງ​ໄວ້​ຊີວິດ​ພວກ​ແມ່ຍິງ​ເຫຼົ່ານີ້?</verse>
				<verse number="16">ບໍ່​ຈື່​ບໍ​ວ່າ​ແມ່ນ​ຍິງ​ມີດີອານ​ທີ່​ໄດ້​ເຮັດ​ຕາມ​ຄຳແນະນຳ​ຂອງ​ບາລາອາມ ແລະ​ທີ່​ເປອໍ ໄດ້​ນຳພາ​ປະຊາຊົນ​ບໍ່​ໃຫ້​ສັດຊື່​ຕໍ່​ພຣະເຈົ້າຢາເວ. ເຫດ​ການ​ນັ້ນ​ເປັນ​ເຫດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຕ້ອງ​ລົ້ມ​ຕາຍ​ດ້ວຍ​ໂຣກ​ລະບາດ.</verse>
				<verse number="17">ສະນັ້ນ ບັດນີ້​ໃຫ້​ຂ້າ​ເດັກນ້ອຍ​ຜູ້ຊາຍ ແລະ​ແມ່ຍິງ​ທຸກໆ​ຄົນ​ທີ່​ເຄີຍ​ໄດ້​ຮ່ວມ​ເພດ​ກັບ​ຜູ້ຊາຍ​ຖິ້ມ</verse>
				<verse number="18">ແຕ່​ຈົ່ງ​ໄວ້​ຊີວິດ​ຍິງ​ສາວ​ບໍຣິສຸດ​ທຸກໆ​ຄົນ​ສຳລັບ​ພວກເຈົ້າ​ເອງ.</verse>
				<verse number="19">ໃຫ້​ພວກເຈົ້າ​ທຸກຄົນ​ທີ່​ໄດ້​ຂ້າ​ຄົນ​ຫລື​ຈັບ​ບາຍ​ຊາກສົບ ອອກ​ຢູ່​ນອກ​ຄ້າຍພັກ​ເປັນ​ເວລາ​ເຈັດ​ວັນ. ໃນ​ວັນ​ທີ​ສາມ​ກັບ​ວັນ​ທີ​ເຈັດ​ໃຫ້​ພວກເຈົ້າ ແລະ​ພວກ​ແມ່ຍິງ​ທີ່​ຖືກ​ຈັບ​ມາ​ນັ້ນ​ເຮັດ​ພິທີ​ຊຳລະ​ຕົວ.</verse>
				<verse number="20">ໃຫ້​ຊຳລະ​ເສື້ອຜ້າ​ທຸກໆ​ໂຕ ແລະ ທຸກໆ​ສິ່ງ​ທີ່​ເຮັດ​ດ້ວຍ​ໜັງສັດ, ຂົນແບ້ ແລະ​ໄມ້.”</verse>
				<verse number="21">ປະໂຣຫິດ​ເອເລອາຊາ​ໄດ້​ບອກ​ພວກ​ນັກຮົບ​ທີ່​ຫາ​ກໍ​ກັບ​ມາ​ແຕ່​ເຮັດ​ເສິກ​ນັ້ນ​ວ່າ, “ອັນ​ນີ້​ແມ່ນ​ລະບຽບການ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ໂມເຊ.</verse>
				<verse number="22">ທຸກໆ​ສິ່ງ​ທີ່​ໄຟ​ໄໝ້​ບໍ່ໄດ້ ເຊັ່ນ​ວ່າ: ຄຳ, ເງິນ, ທອງສຳຣິດ, ເຫຼັກ, ກົ່ວ ແລະ​ຊືນ ໃຫ້​ເຮັດ​ພິທີ​ຊຳລະ​ມົນທິນ​ໂດຍ​ໃຊ້​ໄຟ​ເຜົາ. ສ່ວນ​ສິ່ງ​ອື່ນ​ໃຫ້​ໃຊ້​ນໍ້າ​ລ້າງ​ເພື່ອ​ຊຳລະ.</verse>
				<verse number="23"></verse>
				<verse number="24">ໃນ​ມື້​ທີ​ເຈັດ​ໃຫ້​ຊັກ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຈົ້າ ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ ແລະ​ກັບ​ເຂົ້າ​ໄປ​ໃນ​ຄ້າຍພັກ​ໄດ້.”</verse>
				<verse number="25">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,</verse>
				<verse number="26">“ໃຫ້​ເຈົ້າ​ແລະ​ເອເລອາຊາ​ພ້ອມ​ດ້ວຍ​ບັນດາ​ຫົວໜ້າ​ຄອບຄົວ​ຂອງ​ຊຸມຊົນ​ຄົນອື່ນໆ ພາກັນ​ນັບ​ສິ່ງຂອງ​ທັງໝົດ ທີ່​ໄດ້​ຢຶດ​ມາ​ຕະຫລອດ​ທັງ​ຊະເລີຍເສິກ​ແລະ​ສັດ​ດ້ວຍ.</verse>
				<verse number="27">ຈົ່ງ​ແບ່ງ​ສິ່ງຂອງ​ເຫຼົ່ານັ້ນ​ອອກ​ເປັນ​ສອງ​ສ່ວນ​ເທົ່າ​ກັນ​ຄື: ສ່ວນ​ໜຶ່ງ​ສຳລັບ​ທະຫານ​ທີ່​ໄດ້​ອອກ​ໄປ​ສູ້ຮົບ ແລະ​ອີກ​ສ່ວນ​ໜຶ່ງ​ສຳລັບ​ຊຸມຊົນ.</verse>
				<verse number="28">ສຳລັບ​ສ່ວນ​ທີ່​ເປັນ​ຂອງ​ນັກຮົບ​ນັ້ນ ຈົ່ງ​ຫັກ​ເອົາ​ໜຶ່ງ​ໃນ​ຫ້າຮ້ອຍ​ເປັນ​ຂອງ​ຖວາຍ​ສຳລັບ​ພຣະເຈົ້າຢາເວ ບໍ່​ວ່າ​ເປັນ​ຊະເລີຍເສິກ, ງົວ, ລໍ, ແກະ ແລະ​ແບ້​ກໍດີ.</verse>
				<verse number="29">ຈົ່ງ​ມອບ​ສ່ວນ​ນີ້​ໃຫ້​ປະໂຣຫິດ​ເອເລອາຊາ ຕາມ​ພິທີ​ຖວາຍ​ເຄື່ອງ​ອຸດໜູນ​ພິເສດ​ແກ່​ພຣະເຈົ້າຢາເວ.</verse>
				<verse number="30">ສຳລັບ​ສ່ວນ​ຂອງ​ຊຸມຊົນ​ນັ້ນ​ເໝືອນກັນ ໃຫ້​ຫັກ​ເອົາ​ໜຶ່ງ​ໃນ​ຫ້າສິບ ມອບ​ໃຫ້​ແກ່​ພວກ​ເລວີ​ທີ່​ເບິ່ງແຍງ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ ບໍ່​ວ່າ​ເປັນ​ຊະເລີຍ, ງົວ, ລໍ, ແກະ ແລະ​ແບ້​ກໍດີ.”</verse>
				<verse number="31">ໂມເຊ ແລະ​ປະໂຣຫິດ​ເອເລອາຊາ​ກໍ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ.</verse>
				<verse number="32">ຕໍ່ໄປນີ້​ແມ່ນ​ລາຍຊື່​ສິ່ງຂອງ​ທີ່​ນັກຮົບ​ຢຶດ​ມາ​ໄດ້ ໂດຍ​ບໍ່​ນັບ​ສິ່ງຂອງ​ທີ່​ພວກເຂົາ​ຮັກສາ​ໄວ້​ເອງ ມີ​ດັ່ງນີ້: ແກະ​ແລະ​ແບ້ 675.000 ໂຕ, ງົວ 72.000 ໂຕ, ລໍ 61.000 ໂຕ ແລະ​ຍິງ​ສາວ​ບໍຣິ​ສຸດ 32.000 ຄົນ.</verse>
				<verse number="33"></verse>
				<verse number="34"></verse>
				<verse number="35"></verse>
				<verse number="36">ສຳລັບ​ສ່ວນ​ທີ່​ເປັນ​ຂອງ​ນັກຮົບ​ນັ້ນ ມີ​ແກະ​ແລະ​ແບ້​ລວມ​ທັງໝົດ 337.500 ໂຕ, 675 ໂຕ ຖວາຍ​ແກ່​ພຣະເຈົ້າຢາເວ; ງົວ 36.000 ໂຕ ເປັນ​ຂອງ​ນັກຮົບ​ແລະ 72 ໂຕ ຖວາຍ​ແກ່​ພຣະເຈົ້າຢາເວ; ລໍ 30.500 ໂຕ ເປັນ​ຂອງ​ນັກຮົບ​ແລະ 61 ໂຕ ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ຍິງ​ສາວ​ບໍຣິສຸດ 16.000 ຄົນ ເປັນ​ຂອງ​ບັນດາ​ນັກຮົບ ແລະ 32 ຄົນ ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="37"></verse>
				<verse number="38"></verse>
				<verse number="39"></verse>
				<verse number="40"></verse>
				<verse number="41">ສະນັ້ນ ໂມເຊ​ຈຶ່ງ​ໄດ້​ມອບ​ເຄື່ອງ​ຖວາຍ​ພິເສດ​ແກ່​ພຣະເຈົ້າຢາເວ​ນີ້ ໃຫ້​ປະໂຣຫິດ​ເອເລອາຊາ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ.</verse>
				<verse number="42">ສຳລັບ​ສ່ວນ​ຂອງ​ຊຸມຊົນ​ນັ້ນ ມີ​ເທົ່າ​ກັບ​ສ່ວນ​ຂອງ​ນັກຮົບ ດັ່ງນີ້: ແກະ​ແລະ​ແບ້ 337.500 ໂຕ, ງົວ 36.000 ໂຕ, ລໍ 30.500 ໂຕ ແລະ​ຍິງ​ສາວ​ບໍຣິສຸດ 16.000 ຄົນ.</verse>
				<verse number="43"></verse>
				<verse number="44"></verse>
				<verse number="45"></verse>
				<verse number="46"></verse>
				<verse number="47">ໂມເຊ​ໄດ້​ຫັກ​ໜຶ່ງ​ໃນ​ຫ້າສິບ​ຂອງ​ຊະເລີຍ​ແລະ​ສັດ​ມອບ​ໃຫ້​ແກ່​ພວກ​ເລວີ ຜູ້​ທີ່​ເບິ່ງແຍງ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ.</verse>
				<verse number="48">ແລ້ວ​ພວກ​ນາຍ​ທະຫານ​ທີ່​ບັນຊາການ​ກອງທັບ​ກໍໄດ້​ມາ​ຫາ​ໂມເຊ</verse>
				<verse number="49">ແລະ​ລາຍງານ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ໄດ້​ນັບ​ທະຫານ​ທີ່​ຢູ່​ໃຕ້​ບັນຊາການ​ເບິ່ງ ແລະ​ເຫັນ​ວ່າ​ບໍ່ມີ​ແມ່ນແຕ່​ຄົນ​ດຽວ​ຂາດຫາຍ​ໄປ.</verse>
				<verse number="50">ສະນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ໄດ້​ນຳ​ເຄື່ອງເອ້​ເປັນ​ຄຳ​ທີ່​ຢຶດເອົາ​ມາ​ໄດ້​ມີ​ດັ່ງນີ້: ປອກແຂນ, ປອກຂໍ້ມື, ແຫວນ, ຕ້າງຫູ ແລະ​ສາຍຄໍ. ພວກ​ຂ້ານ້ອຍ​ຂໍ​ຖວາຍ​ສິ່ງ​ເຫຼົ່ານີ້​ຕໍ່ໜ້າ​ພຣະເຈົ້າຢາເວ​ເປັນ​ການ​ໄຖ່​ຊີວິດ ເພື່ອ​ວ່າ​ພຣະອົງ​ຈະ​ປົກປັກ​ຮັກສາ​ພວກ​ຂ້ານ້ອຍ.”</verse>
				<verse number="51">ໂມເຊ​ແລະ​ປະໂຣຫິດ​ເອເລອາຊາ​ໄດ້​ຮັບ​ເອົາ​ຄຳ​ແລະ​ເຄື່ອງເອ້​ເປັນ​ຄຳ​ທັງໝົດ​ນັ້ນ.</verse>
				<verse number="52">ຄຳ​ທັງໝົດ​ທີ່​ບັນດາ​ນາຍ​ທະຫານ​ໄດ້​ຖວາຍ​ແກ່​ພຣະເຈົ້າຢາເວ ມີ 16.750 ເຊເຄນ (ປະມານ 200 ກິໂລກຼາມ).</verse>
				<verse number="53">ສ່ວນ​ພວກ​ນາຍ​ທະຫານ​ກໍໄດ້​ຮັກສາ​ສິ່ງ​ທີ່​ພວກເຂົາ​ຢຶດ​ມາ​ໄດ້​ນັ້ນ​ໄວ້​ເປັນ​ຂອງ​ຕົນເອງ.</verse>
				<verse number="54">ດັ່ງນັ້ນ ໂມເຊ​ແລະ​ປະໂຣຫິດ​ເອເລອາຊາ ຈຶ່ງ​ໄດ້​ນຳ​ເຄື່ອງ​ຄຳ​ຈາກ​ນາຍພັນ ນາຍຮ້ອຍ ໄປ​ໄວ້​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ເພື່ອ​ໃຫ້​ເປັນ​ທີ່​ລະນຶກເຖິງ​ປະຊາຊົນ​ອິດສະຣາເອນ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
			</chapter>
			<chapter number="32">
				<verse number="1">ເຜົ່າ​ຣູເບັນ​ແລະ​ກາດ​ມີ​ຝູງສັດ​ເປັນ​ຈຳນວນ​ຫລວງຫລາຍ. ເມື່ອ​ພວກເຂົາ​ເຫັນ​ວ່າ ດິນແດນ​ຢາເຊ​ກັບ​ກີເລອາດ​ເໝາະ​ສຳລັບ​ການ​ລ້ຽງ​ສັດ</verse>
				<verse number="2">ພວກເຂົາ​ຈຶ່ງ​ມາ​ຫາ​ໂມເຊ ປະໂຣຫິດ​ເອເລອາຊາ ແລະ​ບັນດາ​ຜູ້ນຳ​ຄົນອື່ນໆ​ຂອງ​ຊຸມຊົນ​ອິດສະຣາເອນ ແລະ​ກ່າວ​ວ່າ,</verse>
				<verse number="3">“ດິນແດນ​ສ່ວນ​ທີ່​ພຣະເຈົ້າຢາເວ​ໄດ້​ຢຶດເອົາ​ສຳລັບ​ປະຊາຊົນ​ອິດສະຣາເອນ​ເຊັ່ນ: ເມືອງ​ອາຕາໂຣດ, ດີໂບນ, ຢາເຊ, ນີມຣາ, ເຮັດຊະໂບນ, ເອເລອາເລ, ສິບມາ, ເນໂບ ແລະ​ເບໂອນ ເປັນ​ດິນ​ດີ​ຊຶ່ງ​ເໝາະ​ສຳລັບ​ລ້ຽງ​ສັດ ແລະ​ພວກ​ຄົນ​ຮັບໃຊ້​ຂອງທ່ານ​ກໍ​ມີ​ຝູງສັດ​ຫລາຍ.</verse>
				<verse number="4"></verse>
				<verse number="5">ກະລຸນາ​ມອບ​ດິນແດນ​ເຫຼົ່ານີ້​ໃຫ້​ເປັນ​ສົມບັດ​ຂອງ​ພວກເຮົາ​ເຖີດ ແລະ​ຢ່າ​ໃຫ້​ພວກເຮົາ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ຕັ້ງ​ຖິ່ນຖານ​ຢູ່​ທາງ​ຟາກ​ພຸ້ນ​ເລີຍ.”</verse>
				<verse number="6">ໂມເຊ​ຖາມ​ຄືນ​ວ່າ, “ພວກເຈົ້າ​ຢາກ​ຢູ່​ທີ່​ນີ້ ໃນ​ເມື່ອ​ພວກ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ​ອອກ​ໄປ​ເຮັດ​ເສິກ​ຊັ້ນບໍ?</verse>
				<verse number="7">ດ້ວຍເຫດໃດ ພວກເຈົ້າ​ຈຶ່ງ​ເຮັດ​ໃຫ້​ປະຊາຊົນ​ອິດສະຣາເອນ​ທໍ້ຖອຍ​ກຳລັງໃຈ ທີ່​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ​ເຂົ້າ​ໄປ​ຢຶດເອົາ​ດິນແດນ​ທີ່​ພຣະເຈົ້າຢາເວ​ມອບ​ໃຫ້​ພວກເຂົາ?</verse>
				<verse number="8">ຕອນ​ເມື່ອ​ຂ້າພະເຈົ້າ​ໄດ້​ໃຊ້​ພໍ່​ຂອງ​ພວກເຈົ້າ​ຈາກ​ກາເດັດ​ບາກເນອາ​ໄປ​ສຳຫລວດ​ເບິ່ງ​ດິນແດນ​ນັ້ນ ພວກເຂົາ​ກໍ​ເຮັດ​ຄື​ພວກເຈົ້າ​ນີ້​ແຫຼະ.</verse>
				<verse number="9">ເມື່ອ​ໄປ​ຮອດ​ຮ່ອມພູ​ເອັດຊະໂຄນ​ແລະ​ເຫັນ​ດິນແດນ​ແລ້ວ ພວກເຂົາ​ກັບ​ມາ​ເລົ່າ​ເລື່ອງ​ໃຫ້​ປະຊາຊົນ​ທໍ້ຖອຍ​ກຳລັງ​ໃຈ ທີ່​ຈະ​ເຂົ້າ​ໄປ​ຢຶດເອົາ​ດິນແດນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ​ນັ້ນ.</verse>
				<verse number="10">ໃນ​ມື້ນັ້ນ ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ຫລາຍ ແລະ​ພຣະອົງ​ໄດ້​ສັນຍາ​ດັ່ງນີ້:</verse>
				<verse number="11">‘ເຮົາ​ຂໍ​ສາບານ​ວ່າ ເພາະ​ພວກເຂົາ​ບໍ່ໄດ້​ສັດຊື່​ຕໍ່​ເຮົາ ບໍ່ມີ​ຊາຍ​ຄົນໃດ​ໃນ​ພວກເຂົາ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ ຈະ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ.’</verse>
				<verse number="12">ເລື່ອງ​ນີ້​ລວມ​ເຖິງ​ທຸກໆ​ຄົນ ນອກຈາກ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ຊາວ​ເກນີຊິດ ແລະ​ໂຢຊວຍ​ລູກຊາຍ​ຂອງ​ນູນ ເພາະ​ພວກເຂົາ​ໄດ້​ຕິດຕາມ​ພຣະເຈົ້າຢາເວ.</verse>
				<verse number="13">ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ຕໍ່​ປະຊາຊົນ ແລະ​ເຮັດ​ໃຫ້​ພວກເຂົາ​ທ່ອງທ່ຽວ​ໄປມາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເປັນ​ເວລາ 40 ປີ ຈົນ​ຄົນ​ຢູ່​ໃນ​ລຸ້ນ​ທີ່​ພຣະອົງ​ບໍ່​ພໍໃຈ​ນຳ​ນັ້ນ​ຕາຍໄປ​ໝົດ.</verse>
				<verse number="14">ມາບັດນີ້ ພວກເຈົ້າ​ໄດ້​ເຮັດ​ຄື​ບັນພະບຸລຸດ​ຂອງ​ພວກເຈົ້າ​ອີກ; ຄົນ​ບາບ​ລຸ້ນ​ໃໝ່​ນີ້​ຕຽມ​ຈະ​ນຳ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ມາ​ສູ່​ຊາດ​ອິດສະຣາເອນ​ອີກ​ແລ້ວ.</verse>
				<verse number="15">ຖ້າ​ຄົນ​ຢູ່​ໃນ​ເຜົ່າ​ຣູເບັນ​ແລະ​ກາດ​ຫາກ​ບໍ່​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ. ພຣະອົງ​ຈະ​ປະຖິ້ມ​ຄົນ​ເຫຼົ່ານີ້​ທັງໝົດ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ອີກເທື່ອໜຶ່ງ ແລະ​ພວກເຈົ້າ​ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ຄວາມ​ຈິບຫາຍ​ຂອງ​ຊາດ​ອິດສະຣາເອນ.”</verse>
				<verse number="16">ພວກເຂົາ​ໄດ້​ຫຍັບ​ເຂົ້າ​ມາ​ໃກ້​ໂມເຊ ແລະ​ກ່າວ​ວ່າ, “ກ່ອນ​ອື່ນ​ໃຫ້​ພວກເຮົາ​ສ້າງ​ກຳແພງ​ຫີນ​ລ້ອມ​ຝູງແກະ ແລະ​ສ້າງ​ປ້ອມລ້ອມ​ກຳແພງ​ເມືອງ​ໃຫ້​ລູກ​ເມຍ​ກ່ອນ.</verse>
				<verse number="17">ແລ້ວ​ພວກເຮົາ​ກໍ​ພ້ອມ​ທີ່​ຈະ​ໄປ​ກັບ​ພວກ​ພີ່ນ້ອງ​ອິດສະຣາເອນ​ຄົນອື່ນໆ ເຂົ້າ​ສູ່​ສະໜາມຮົບ ແລະ​ນຳພາ​ບຸກໂຈມຕີ​ຂ້າ​ເສິກ ຈົນກວ່າ​ພວກເຂົາ​ຈະ​ໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ດິນແດນ​ທີ່​ເປັນ​ຂອງ​ພວກເຂົາ. ໃນ​ເວລາ​ດຽວກັນ​ນັ້ນ ຄົນ​ຂອງ​ພວກເຮົາ​ກໍ​ຈະ​ໄດ້​ຢູ່​ໃນ​ເມືອງ​ທີ່​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ ແລະ​ປອດໄພ​ຈາກ​ປະຊາຊົນ​ໃນ​ດິນແດນ​ນີ້.</verse>
				<verse number="18">ພວກເຮົາ​ຈະ​ບໍ່​ຍິນຍອມ​ກັບ​ມາ​ບ້ານ​ເມືອງ ຈົນກວ່າ​ພີ່ນ້ອງ​ອິດສະຣາເອນ​ທັງໝົດ​ໄດ້​ຮັບ​ດິນແດນ ທີ່​ຖືກ​ມອບໝາຍ​ໃຫ້​ນັ້ນ​ມາ​ເປັນ​ກຳມະສິດ​ຂອງ​ພວກເຂົາ.</verse>
				<verse number="19">ພວກເຮົາ​ຈະ​ບໍ່​ເອົາ​ດິນແດນ​ສ່ວນ​ໃດໆ​ທີ່​ທາງ​ຟາກ​ນັ້ນ​ຂອງ​ແມ່ນໍ້າ​ຈໍແດນ​ອີກ ເພາະ​ໄດ້​ຮັບ​ສ່ວນ​ແບ່ງ​ຢູ່​ທີ່​ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ນີ້​ແລ້ວ.”</verse>
				<verse number="20">ໂມເຊ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ຫາກ​ໝາຍຄວາມວ່າ​ຢ່າງ​ນັ້ນ​ແທ້ ແລ້ວ​ຊ້ອງໜ້າ​ພຣະເຈົ້າຢາເວ​ຢູ່​ທີ່​ນີ້ ຈົ່ງ​ຕຽມຕົວ​ເຂົ້າ​ໄປ​ສູ້ຮົບ.</verse>
				<verse number="21">ໃຫ້​ນັກຮົບ​ຂອງ​ພວກເຈົ້າ​ທຸກຄົນ​ຂ້າມ​ແມ່ນໍ້າ​ຈໍແດນ ແລະ​ພາຍໃຕ້​ການ​ບັນຊາ​ຂອງ​ພຣະເຈົ້າຢາເວ​ໃຫ້​ພວກເຂົາ​ບຸກໂຈມຕີ​ເຫຼົ່າ​ສັດຕູ ຈົນກວ່າ​ພຣະອົງ​ຊະນະ​ພວກເຂົາ</verse>
				<verse number="22">ແລະ​ຢຶດຄອງ​ເອົາ​ດິນແດນ​ມາ​ເປັນ​ກຳມະສິດ. ຫລັງຈາກ​ນັ້ນ ພວກເຈົ້າ​ຈຶ່ງ​ຈະ​ສາມາດ​ກັບຄືນ​ມາ​ໄດ້ ຍ້ອນ​ພວກເຈົ້າ​ໄດ້​ເຮັດ​ຕາມ​ຄຳສັນຍາ​ທີ່​ໃຫ້​ໄວ້​ກັບ​ພຣະເຈົ້າຢາເວ ແລະ​ກັບ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ​ແລ້ວ ພຣະເຈົ້າຢາເວ​ກໍ​ຈະ​ຮັບ​ຮູ້​ວ່າ ດິນແດນ​ທີ່​ທາງ​ຟາກ​ຕາເວັນອອກ​ນີ້​ເປັນ​ຂອງ​ພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="23">ແຕ່​ຖ້າ​ພວກເຈົ້າ​ຫາກ​ບໍ່​ເຮັດ​ຕາມ​ສັນຍາ ເຮົາ​ຂໍເຕືອນ​ວ່າ ພວກເຈົ້າ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ພວກເຈົ້າ​ຈະ​ໄດ້​ຮັບ​ໂທດກຳ​ຍ້ອນ​ບາບ​ນັ້ນ. ຢ່າ​ເຂົ້າໃຈ​ຜິດ​ໃນ​ເລື່ອງ​ນີ້.</verse>
				<verse number="24">ສະນັ້ນ ຈົ່ງ​ໃຫ້​ພວກເຈົ້າ​ສ້າງ​ເມືອງ ແລະ​ກຳແພງ​ລ້ອມ​ຝູງສັດ​ສາ ແຕ່​ຈົ່ງ​ເຮັດ​ຕາມ​ທີ່​ພວກເຈົ້າ​ໄດ້​ສັນຍາ​ໄວ້​ນັ້ນ.”</verse>
				<verse number="25">ຊາວ​ກາດ​ແລະ​ຊາວ​ຣູເບັນ​ໄດ້​ຢືນຢັນ​ກັບ​ໂມເຊ​ວ່າ, “ທ່ານເອີຍ ພວກເຮົາ​ຈະ​ເຮັດ​ຕາມ​ທີ່​ທ່ານ​ສັ່ງ</verse>
				<verse number="26">ລູກ​ເມຍ​ກັບ​ຝູງສັດ​ຂອງ​ພວກເຮົາ​ຈະ​ຢູ່​ໃນ​ເມືອງ​ກີເລອາດ​ນີ້.</verse>
				<verse number="27">ສ່ວນ​ພວກເຮົາ​ທັງໝົດ​ຈະ​ຕຽມພ້ອມ​ເຂົ້າ​ໄປ​ສູ້ຮົບ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ. ພວກເຮົາ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ແລະ​ຈະ​ສູ້ຮົບ​ຕາມ​ທີ່​ທ່ານ​ໄດ້​ສັ່ງ​ໄວ້.”</verse>
				<verse number="28">ດັ່ງນັ້ນ ໂມເຊ​ຈຶ່ງ​ສັ່ງ​ເອເລອາຊາ, ໂຢຊວຍ ແລະ​ບັນດາ​ຜູ້ນຳ​ຄົນອື່ນໆ​ຂອງ​ຊາດ​ອິດສະຣາເອນ​ວ່າ,</verse>
				<verse number="29">“ຖ້າ​ຊາວ​ກາດ​ກັບ​ຊາວ​ຣູເບັນ​ຫາກ​ຕຽມພ້ອມ​ສູ້ຮົບ ແລະ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປກັບພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຖ້າ​ພວກເຂົາ​ຫາກ​ຊ່ວຍ​ພວກເຈົ້າ​ຢຶດຄອງ​ດິນແດນ​ໄດ້​ແລ້ວ ຈົ່ງ​ມອບ​ດິນແດນ​ກີເລອາດ​ໃຫ້​ເປັນ​ສົມບັດ​ຂອງ​ພວກເຂົາ.</verse>
				<verse number="30">ແຕ່​ຖ້າ​ພວກເຂົາ​ຫາກ​ບໍ່ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ເຂົ້າ​ໄປ​ສູ້ຮົບ​ຊ່ວຍ​ພວກເຈົ້າ ໃຫ້​ພວກເຂົາ​ຮັບ​ສ່ວນ​ສົມບັດ​ຂອງ​ພວກເຂົາ​ຢູ່​ໃນ​ດິນແດນ​ການາອານ​ຄື​ກັນ​ກັບ​ພວກເຈົ້າ.”</verse>
				<verse number="31">ຊາວ​ກາດ​ແລະ​ຊາວ​ຣູເບັນ​ໄດ້​ຕອບ​ຢືນຢັນ​ວ່າ, “ທ່ານເອີຍ ພວກເຮົາ​ຈະ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.</verse>
				<verse number="32">ພວກເຮົາ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ສູ້ຮົບ​ໃນ​ດິນແດນ​ການາອານ​ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ດິນແດນ ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ມາ​ເປັນ​ສ່ວນ​ຂອງ​ພວກເຮົາ.”</verse>
				<verse number="33">ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ມອບ​ດິນແດນ​ນັ້ນ​ໃຫ້​ແກ່​ເຜົ່າກາດ, ເຜົ່າ​ຣູເບັນ ແລະ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ​ເຄິ່ງ​ເຜົ່າ​ຄື: ເຂດແດນ​ທັງໝົດ​ຂອງ​ເຈົ້າສີໂຫນ​ກະສັດ​ຂອງ​ຊາວ​ອາໂມ ແລະ​ຂອງ​ເຈົ້າໂອກ​ກະສັດ​ແຫ່ງ​ນະຄອນ​ບາຊານ ພ້ອມ​ເມືອງ​ຕ່າງໆ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="34">ເຜົ່າກາດ​ໄດ້​ສ້າງ​ປ້ອມລ້ອມ​ກຳແພງ​ເມືອງ​ຂຶ້ນ​ໃໝ່​ໃນ​ເມືອງ​ຕ່າງໆ ດັ່ງນີ້: ດີໂບນ, ອາຕາໂຣດ, ອາໂຣເອ,</verse>
				<verse number="35">ອັດໂຣດ​ໂຊຟັນ, ຢາເຊ, ໂຢກເບຮາ,</verse>
				<verse number="36">ເບັດ​ນີມຣາ ແລະ​ເບັດ​ຮາຣານ.</verse>
				<verse number="37">ເຜົ່າ​ຣູເບັນ​ໄດ້​ສ້າງ​ເມືອງ​ຂຶ້ນ​ໃໝ່​ໃນ​ເມືອງ​ຕ່າງໆ ດັ່ງນີ້: ເຮັດຊະໂບນ, ເອເລອາເລ, ກີຣິອາດທາອິມ,</verse>
				<verse number="38">ເນໂບ, ບາອານ​ເມໂອນ (ຊື່​ນີ້​ຕໍ່ມາ​ໄດ້​ປ່ຽນ​ໃໝ່) ແລະ​ສິບມາ. ພວກເຂົາ​ໄດ້​ປ່ຽນ​ຊື່​ໃຫ້​ເມືອງ​ທີ່​ໄດ້​ສ້າງ​ຂຶ້ນ​ໃໝ່​ເຫຼົ່ານັ້ນ​ທັງໝົດ.</verse>
				<verse number="39">ຕະກຸນ​ມາກີ ລູກຊາຍ​ຂອງ​ມານາເຊ ໄດ້​ບຸກລຸກ​ດິນແດນ​ກີເລອາດ​ພ້ອມ​ທັງ​ໄລ່​ຊາວ​ອາໂມ ທີ່​ອາໄສ​ຢູ່​ໃນ​ເມືອງ​ອອກ​ໄປ​ແລະ​ຢຶດຄອງ​ເອົາ​ເມືອງ.</verse>
				<verse number="40">ດັ່ງນັ້ນ ໂມເຊ​ຈຶ່ງ​ມອບ​ເມືອງ​ກີເລອາດ​ໃຫ້​ຕະກຸນ​ມາກີ ລູກຊາຍ​ຂອງ​ມານາເຊ ແລະ​ພວກເຂົາ​ກໍ​ພາກັນ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="41">ຢາອີ ຊາວ​ມານາເຊ​ໄດ້​ບຸກໂຈມຕີ​ແລະ​ຢຶດເອົາ​ໝູ່​ບ້ານ​ບາງ​ແຫ່ງ ແລະ​ໃສ່​ຊື່​ໝູ່ບ້ານ​ນັ້ນ​ວ່າ, ໝູ່ບ້ານ​ຢາອີ.</verse>
				<verse number="42">ໂນບາ​ໄດ້​ໂຈມຕີ ແລະ​ຢຶດຄອງ​ເອົາ​ເມືອງ​ເກນາດ​ພ້ອມ​ທັງ​ໝູ່​ບ້ານ​ຕ່າງໆ ແລະ​ໃສ່​ຊື່​ເມືອງ​ນີ້​ໃໝ່​ຕາມ​ຊື່​ຂອງຕົນ​ວ່າ, ເມືອງ​ໂນບາ.</verse>
			</chapter>
			<chapter number="33">
				<verse number="1">ເລື່ອງລາວ​ຕໍ່ໄປນີ້​ແມ່ນ​ຊື່​ບ່ອນ​ຕ່າງໆ ຊຶ່ງ​ຊາວ​ອິດສະຣາເອນ​ໄດ້​ຕັ້ງ​ຄ້າຍພັກ​ອາໄສ​ຢູ່​ຫລັງຈາກ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ຕາມ​ເຜົ່າ​ຂອງ​ໃຜ​ລາວ ພາຍໃຕ້​ການ​ນຳພາ​ຂອງ​ໂມເຊ​ແລະ​ອາໂຣນ.</verse>
				<verse number="2">ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ໂມເຊ​ໄດ້​ຈົດ​ຊື່​ແຕ່ລະ​ບ່ອນ​ທີ່​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ນັ້ນ.</verse>
				<verse number="3">ປະຊາຊົນ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ ເມື່ອ​ວັນ​ທີ​ສິບຫ້າ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ນັ້ນ ໃນ​ມື້​ຕໍ່ມາ ຫລັງຈາກ​ປັດສະຄາ​ຄັ້ງ​ທຳອິດ. ພວກເຂົາ​ໄດ້​ອອກ​ມາ​ຈາກ​ເມືອງ​ຣາມາເຊັດ​ຕໍ່ໜ້າ​ຊາວ​ເອຢິບ​ທັງໝົດ</verse>
				<verse number="4">ໃນຂະນະທີ່​ກຳລັງ​ຝັງສົບ​ລູກຊາຍ​ຫົວປີ​ຂອງ​ພວກເຂົາ​ທີ່​ພຣະເຈົ້າຢາເວ​ໄດ້​ລົງໂທດ​ເຖິງ​ຕາຍ ພຣະເຈົ້າຢາເວ​ໄດ້​ສຳແດງ​ໃຫ້​ເຫັນ​ເຖິງ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ທີ່​ພຣະອົງ​ມີ​ເໜືອ​ພະ​ທັງຫລາຍ​ຂອງ​ພວກເຂົາ.</verse>
				<verse number="5">ປະຊາຊົນ​ອິດສະຣາເອນ​ໄດ້​ອອກ​ຈາກ​ເມືອງ​ຣາມາເຊັດ ແລະ​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ເມືອງ​ຊຸກໂກດ.</verse>
				<verse number="6">ຕໍ່ມາ ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ເອທາມ​ແຄມ​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="7">ຈາກ​ເອທາມ​ພວກເຂົາ​ໄດ້​ກັບ​ຄືນ​ມາ​ທີ່​ປີຮາຮີໂຣດ ທາງທິດ​ຕາເວັນອອກ​ຂອງ​ບາອານເຊໂຟນ ແລະ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ໃກ້​ມິກໂດນ.</verse>
				<verse number="8">ພວກເຂົາ​ໄດ້​ເດີນທາງ​ຈາກ​ປີ-ຮາຮີໂຣດ ແລະ​ໄດ້​ຜ່ານ​ທະເລແດງ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊູເຣ; ຫລັງຈາກ​ເດີນທາງ​ໄດ້​ສາມ​ວັນ​ແລ້ວ ພວກເຂົາ​ໄດ້​ມາ​ຕັ້ງ​ຄ້າຍພັກ​ທີ່​ມາຣາ.</verse>
				<verse number="9">ຈາກ​ມາຣາ​ພວກເຂົາ​ໄດ້​ເດີນທາງ​ຮອດ​ເອລິມ​ບ່ອນ​ທີ່​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່ ເພາະວ່າ​ບ່ອນ​ນີ້​ມີ​ນໍ້າພຸ 12 ບໍ່ ແລະ​ຕົ້ນຕານ 70 ຕົ້ນ.</verse>
				<verse number="10">ພວກເຂົາ​ໄດ້​ອອກ​ຈາກ​ເອລິມ​ແລະ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ໃກ້​ທະເລແດງ.</verse>
				<verse number="11">ຕໍ່ມາ ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ສີນ.</verse>
				<verse number="12">ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ສີນ ແລ້ວ​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ໂດບຟະກາ</verse>
				<verse number="13">ຈາກ​ໂດບຟະກາ ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ອາລູຊາ.</verse>
				<verse number="14">ຈາກ​ອາລູຊາ ພວກເຂົາ​ໄດ້​ມາ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ເຣຟີດີມ ບ່ອນ​ທີ່​ບໍ່ມີ​ນໍ້າ​ສຳລັບ​ໃຫ້​ພວກເຂົາ​ດື່ມ.</verse>
			</chapter>
			<chapter number="34">
				<verse number="1">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ</verse>
				<verse number="2">ໃຫ້​ແນະນຳ​ປະຊາຊົນ​ອິດສະຣາເອນ​ດັ່ງ​ຕໍ່ໄປນີ້: “ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ການາອານ ດິນແດນ​ທີ່​ເຮົາ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ​ນັ້ນ ຊາຍແດນ​ຂອງ​ພວກເຈົ້າ​ຈະ​ມີ​ດັ່ງນີ້:</verse>
				<verse number="3">ຊາຍແດນ​ທາງໃຕ້​ຈະ​ຢຽດ​ອອກ​ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ ເລີຍ​ໄປ​ຕາມ​ຊາຍແດນ​ຂອງ​ເອໂດມ. ທາງທິດ​ຕາເວັນອອກ ຊາຍແດນ​ທາງດ້ານ​ໃຕ້​ເລີ່ມ​ແຕ່​ສົ້ນ​ສຸດ​ຂອງ​ທະເລຕາຍ</verse>
				<verse number="4">ແລ້ວ​ໂຄ້ງ​ໄປ​ທາງໃຕ້​ຂອງ​ທາງ​ຜ່ານ​ຊ່ອງແຄບ​ອັກຣັບບິມ ແລະ​ຜ່ານ​ຊິນ​ໄປ​ສູ່​ທາງໃຕ້​ເຖິງ​ກາເດັດ​ບາກເນອາ. ແລ້ວ​ກໍ​ໂຄ້ງ​ຂຶ້ນ​ໄປ​ທາງ​ທິດ​ຕາເວັນຕົກ​ສ່ຽງ​ເໜືອ​ເຖິງ​ຮາຊາອັດດາ ແລະ​ເລີຍ​ໄປ​ຮອດ​ອາຊະໂມນ</verse>
				<verse number="5">ຕໍ່​ຈາກ​ນັ້ນ ຊາຍແດນ​ຈະ​ລ້ຽວ​ໄປ​ທາງ​ຮ່ອມພູ​ຂອງ​ຊາຍແດນ​ເອຢິບ ແລະ​ສຸດ​ລົງ​ທີ່​ທະເລ​ເມດີແຕຣາເນ.</verse>
				<verse number="6">ຊາຍແດນ​ທາງ​ທິດ​ຕາເວັນຕົກ​ແມ່ນ​ທະເລ​ເມດີແຕຣາເນ.</verse>
				<verse number="7">ຊາຍແດນ​ທາງ​ດ້ານ​ເໜືອ​ແມ່ນ​ລຽບ​ຕາມ​ຝັ່ງ​ຂອງ​ທະເລ​ເມດີແຕຣາເນ ໄປ​ເຖິງ​ພູ​ໂຮເຣ</verse>
				<verse number="8">ແລະ​ຈາກ​ນັ້ນ​ໄປ​ເຖິງ​ຊ່ອງແຄບ​ຮາມັດ​ແລ້ວ​ຕໍ່ໄປ​ເຖິງ​ເຊດາດ</verse>
				<verse number="9">ແລະ​ຊິບຟະໂຣນ​ແລະ​ຈະ​ສຸດ​ລົງ​ທີ່​ຮາຊາເອນານ.</verse>
				<verse number="10">ຊາຍແດນ​ທາງ​ດ້ານ​ຕາເວັນອອກ​ຈະ​ລຽບ​ຕາມ​ເສັ້ນ​ທາງ​ຮາຊາເອນານ ໄປ​ເຖິງ​ເຊຟາມ.</verse>
				<verse number="11">ຕໍ່ຈາກນັ້ນ ຈະ​ເລີຍ​ລົງ​ໄປ​ທາງໃຕ້​ເຖິງ​ຣິບລາ ທາງ​ຕາເວັນອອກ​ຂອງ​ອາອິນ ແລະ​ຂຶ້ນ​ສູ່​ເນີນພູ​ທາງທິດ​ຕາເວັນອອກ​ຂອງ​ຝັ່ງ​ທະເລສາບ​ຄາລິເລ</verse>
				<verse number="12">ແລ້ວ​ກໍ​ລຽບ​ລົງ​ມາ​ທາງໃຕ້​ຕາມ​ຝັ່ງ​ຂອງ​ແມ່ນໍ້າ​ຈໍແດນ​ຈົນເຖິງ​ທະເລຕາຍ. ອັນ​ນີ້​ແມ່ນ​ຊາຍແດນ​ທັງ​ສີ່​ທິດ​ຂອງ​ດິນແດນ​ຂອງ​ພວກເຈົ້າ.”</verse>
				<verse number="13">ສະນັ້ນ ໂມເຊ​ຈຶ່ງ​ປະກາດ​ຕໍ່​ຊາວ​ອິດສະຣາເອນ​ວ່າ, “ອັນນີ້ ແມ່ນ​ດິນແດນ​ທີ່​ພວກເຈົ້າ​ຈະ​ໄດ້​ຮັບ​ໂດຍ​ວິທີ​ໃຊ້​ສະຫລາກ ຄື​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ເກົ້າ​ເຜົ່າ​ເຄິ່ງ.</verse>
				<verse number="14">ສ່ວນ​ເຜົ່າ​ຣູເບັນ​ແລະ​ກາດ​ກັບ​ອີກ​ເຄິ່ງ​ເຜົ່າ​ຂອງ​ມານາເຊ​ນັ້ນ ໄດ້​ຮັບ​ສ່ວນ​ແບ່ງ​ຕາມ​ຄອບຄົວ​ຂອງ​ພວກເຂົາ​ແລ້ວ</verse>
				<verse number="15">ຄື​ດິນແດນ​ທາງ​ຝັ່ງ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ທີ່​ຢູ່​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ.”</verse>
				<verse number="16">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,</verse>
				<verse number="17">“ປະໂຣຫິດ​ເອເລອາຊາ​ແລະ​ໂຢຊວຍ​ລູກຊາຍ​ຂອງ​ນູນ ຈະ​ເປັນ​ຜູ້​ແບ່ງປັນ​ດິນແດນ​ໃຫ້​ປະຊາຊົນ.</verse>
				<verse number="18">ຈົ່ງ​ເລືອກ​ເອົາ​ຜູ້ນຳ​ຄົນ​ໜຶ່ງ​ຈາກ​ແຕ່ລະເຜົ່າ ໃຫ້​ເປັນ​ຜູ້​ຊ່ວຍເຫລືອ​ໃນ​ວຽກງານ​ນີ້.”</verse>
				<verse number="19">ບຸກຄົນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເລືອກ​ເອົາ ມີ​ດັ່ງນີ້: ຢູດາ ກາເລັບ ລູກຊາຍ​ຂອງ​ເຢຟຸນເນ ຊີເມໂອນ ເຊລູມີເອນ ລູກຊາຍ​ຂອງ​ອາມມີຮຸດ ເບັນຢາມິນ ເອລິດາດ ລູກຊາຍ​ຂອງ​ກີສະໂລນ ດານ ບຸກກີ ລູກຊາຍ​ຂອງ​ໂຢກລີ ມານາເຊ ຮານນີເອນ ລູກຊາຍ​ຂອງ​ເອໂຟດ ເອຟຣາອິມ ເກມູເອນ ລູກຊາຍ​ຂອງ​ຊິບຟະຕານ ເຊບູໂລນ ເອລີຊາຟັນ ລູກຊາຍ​ຂອງ​ປາຣະນັກ ອິດຊາຄາ ປານຕີເອນ ລູກຊາຍ​ຂອງ​ອາຊະຊານ ອາເຊ ອາຮີຮຸດ ລູກຊາຍ​ຂອງ​ເຊໂລມີ ເນັບທາລີ ເປດາເຮນ ລູກຊາຍ​ຂອງ​ອາມມີຮຸດ</verse>
				<verse number="20"></verse>
				<verse number="21"></verse>
				<verse number="22"></verse>
				<verse number="23"></verse>
				<verse number="24"></verse>
				<verse number="25"></verse>
				<verse number="26"></verse>
				<verse number="27"></verse>
				<verse number="28"></verse>
				<verse number="29">ແມ່ນ​ບຸກຄົນ​ເຫຼົ່ານີ້ ທີ່​ພຣະເຈົ້າຢາເວ​ໄດ້​ມອບໝາຍ​ໃຫ້​ແບ່ງປັນ​ຊັບສິນ​ແກ່​ປະຊາຊົນ​ອິດສະຣາເອນ​ໃນ​ດິນແດນ​ການາອານ.</verse>
			</chapter>
			<chapter number="35">
				<verse number="1">ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ໃນ​ທົ່ງ​ຮາບພຽງ​ຂອງ​ໂມອາບ ທີ່​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ​ຈາກ​ເມືອງ​ເຢຣິໂກ​ວ່າ,</verse>
				<verse number="2">“ຈົ່ງ​ມອບ​ບາງ​ເມືອງ​ລວມ​ທັງ​ທົ່ງຫຍ້າ​ຢູ່​ອ້ອມແອ້ມ​ດິນແດນ ທີ່​ຊາວ​ອິດສະຣາເອນ​ໄດ້​ຮັບ​ນັ້ນ​ໃຫ້​ແກ່​ພວກ​ເລວີ.</verse>
				<verse number="3">ເມືອງ​ເຫຼົ່ານີ້ ຈະ​ເປັນ​ຂອງ​ພວກ​ເລວີ ເພື່ອ​ພວກເຂົາ​ຈະ​ໄດ້​ອາໄສ​ຢູ່​ໃນ​ທີ່ນັ້ນ. ທົ່ງຫຍ້າ​ຈະ​ໃຊ້​ລ້ຽງ​ຝູງງົວ​ກັບ​ຝູງສັດ​ອື່ນໆ​ຂອງ​ພວກເຂົາ.</verse>
				<verse number="4">ທົ່ງຫຍ້າ​ນັ້ນ ຈາກ​ກຳແພງ​ເມືອງ​ແຕ່ລະ​ດ້ານ​ໃຫ້​ມີ 500 ແມັດ</verse>
				<verse number="5">ເພື່ອ​ພື້ນ​ທີ່​ນັ້ນ​ຈະ​ເປັນ​ຮູບ​ສີ່ຫລ່ຽມ​ມົນທົນ ຊຶ່ງ​ແຕ່ລະ​ຂ້າງ​ແທກ​ໄດ້ 1.000 ແມັດ ໂດຍ​ມີ​ເມືອງ​ຕັ້ງ​ຢູ່​ທາງກາງ.</verse>
				<verse number="6">ໃຫ້​ຍົກ​ເມືອງ​ລີ້ໄພ​ຫົກ​ເມືອງ​ໃຫ້​ແກ່​ຊາວ​ເລວີ ເພື່ອ​ວ່າ​ຜູ້​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ​ຈະ​ມາ​ຫລົບລີ້​ຢູ່​ໄດ້. ໃຫ້​ຍົກ 42 ເມືອງ​ອື່ນ</verse>
				<verse number="7">ພ້ອມ​ທັງ​ທົ່ງຫຍ້າ​ໃຫ້​ພວກເຂົາ​ດ້ວຍ ເມື່ອ​ລວມ​ທັງໝົດ​ແລ້ວ​ມີ 48 ເມືອງ.</verse>
				<verse number="8">ຈຳນວນ​ເມືອງ​ຂອງ​ຊາວ​ເລວີ​ແຕ່ລະເຜົ່າ​ນີ້​ໃຫ້​ກຳນົດ​ເອົາ​ຕາມ​ຂະໜາດ​ຂອງ​ເຂດແດນ.”</verse>
				<verse number="9">ພຣະເຈົ້າຢາເວ​ໄດ້​ກ່າວຕໍ່​ໂມເຊ​ໃຫ້​ບອກ​ປະຊາຊົນ​ອິດສະຣາເອນ ດັ່ງນີ້: “ເວລາ​ພວກເຈົ້າ​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ໃນ​ດິນແດນ​ການາອານ​ນັ້ນ</verse>
				<verse number="10"></verse>
				<verse number="11">ໃຫ້​ພວກເຈົ້າ​ເລືອກ​ເອົາ​ເມືອງ​ລີ້ໄພ ເພື່ອ​ຜູ້​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ​ຈະ​ຫລົບລີ້​ຢູ່​ໄດ້.</verse>
				<verse number="12">ຢູ່​ໃນ​ທີ່​ນີ້ ລາວ​ຈະ​ປອດໄພ​ຈາກ​ການ​ນຳ​ແກ້ແຄ້ນ​ຂອງ​ຍາດຕິພີ່ນ້ອງ​ຂອງ​ຜູ້​ຕາຍ. ຄົນ​ທີ່​ຖືກ​ກ່າວຫາ​ວ່າ​ເປັນ​ຜູ້ຂ້າຄົນ​ຈະ​ບໍ່​ຖືກ​ລົງໂທດ​ເຖິງ​ຕາຍ ຈົນກວ່າ​ໄດ້​ຮັບ​ການ​ຕັດສິນ​ຈາກ​ປະຊາຊົນ​ທັງປວງ​ເສຍກ່ອນ.</verse>
				<verse number="13">ໃຫ້​ເລືອກ​ເອົາ​ຫົກ​ເມືອງ</verse>
				<verse number="14">ສາມ​ເມືອງ​ຢູ່​ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ແລະ​ອີກ​ສາມ​ເມືອງ​ຢູ່​ໃນ​ດິນແດນ​ການາອານ ເພື່ອ​ໃຫ້​ເປັນ​ເມືອງ​ລີ້ໄພ.</verse>
				<verse number="15">ເມືອງ​ທັງ​ຫົກ​ນີ້ ຈະ​ໃຊ້​ເປັນ​ບ່ອນ​ລີ້ໄພ​ຂອງ​ຊາວ​ອິດສະຣາເອນ ແລະ​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ຊົ່ວຄາວ​ຫລື​ຢູ່​ຖາວອນ ເພື່ອ​ຜູ້ໃດ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ ມາ​ຫລົບລີ້​ຢູ່​ໃນ​ເມືອງ​ໃດ​ເມືອງ​ໜຶ່ງ​ນີ້​ໄດ້.</verse>
				<verse number="16">ແຕ່​ຖ້າ​ຜູ້ໃດ​ຫາກ​ໃຊ້​ໂລຫະ ຫລື​ກ້ອນຫີນ ຫລື​ໄມ້ ເປັນ​ອາວຸດ​ຂ້າ​ຄົນ ລາວ​ກໍ​ຜິດ​ໃນ​ຖານ​ເປັນ​ຜູ້ຂ້າຄົນ ແລະ​ໃຫ້​ລົງໂທດ​ຄົນ​ນີ້​ເຖິງ​ຕາຍ.</verse>
				<verse number="17"></verse>
				<verse number="18"></verse>
				<verse number="19">ພີ່ນ້ອງ​ຜູ້​ໃກ້ຊິດ​ຂອງ​ຜູ້​ຕາຍ​ຕ້ອງ​ຮັບຜິດຊອບ ລົງໂທດ​ຜູ້ຂ້າຄົນ​ນັ້ນ​ໃຫ້​ເຖິງ​ຕາຍ. ເມື່ອ​ຫາ​ຕົວ​ພົບ​ເມື່ອໃດ ໃຫ້​ຂ້າ​ຖິ້ມ​ເມື່ອນັ້ນ.</verse>
				<verse number="20">ຖ້າ​ຜູ້ໃດ​ຫາກ​ຊັງ​ຄົນ​ໜຶ່ງ​ແລະ​ຂ້າ​ລາວ ໂດຍ​ຊຸກ​ໃຫ້​ລົ້ມ​ລົງ ຫລື​ໂດຍ​ແກວ່ງ​ສິ່ງຂອງ​ໃສ່​ຈົນ​ລາວ​ຕາຍ</verse>
				<verse number="21">ຫລື​ຕົບຕີ​ລາວ​ດ້ວຍ​ກຳປັ້ນ​ໃຫ້​ເຖິງ​ຕາຍ ຜູ້ນັ້ນ​ກໍ​ມີ​ໂທດ​ໃນ​ຖານ​ເປັນ​ຜູ້ຂ້າຄົນ ແລະ​ໃຫ້​ລົງໂທດ​ເຖິງ​ຕາຍ. ພີ່ນ້ອງ​ຜູ້​ໃກ້ຊິດ​ຂອງ​ຜູ້​ຕາຍ​ຕ້ອງ​ຮັບຜິດຊອບ ລົງໂທດ​ຜູ້ຂ້າຄົນ​ນັ້ນ​ໃຫ້​ເຖິງ​ຕາຍ. ເມື່ອ​ຫາ​ຕົວ​ພົບ​ເມື່ອໃດ ໃຫ້​ຂ້າ​ຖິ້ມ​ເມື່ອນັ້ນ.</verse>
				<verse number="22">ແຕ່​ຖ້າ​ວ່າ ມີ​ຜູ້ໃດ​ຜູ້ໜຶ່ງ​ຂ້າ​ຄົນ​ທີ່​ຕົນ​ບໍ່ໄດ້​ກຽດຊັງ​ໂດຍ​ບໍ່​ເຈດຕະນາ ບໍ່​ວ່າ​ໂດຍ​ຊຸກ​ລາວ​ໃຫ້​ລົ້ມ​ລົງ ຫລື​ໂດຍ​ແກວ່ງ​ສິ່ງຂອງ​ໃສ່.</verse>
				<verse number="23">ຫລື​ຖ້າ​ວ່າ ລາວ​ຫລຽວ​ບໍ່​ເຫັນ ຜູ້ໃດ​ຜູ້ໜຶ່ງ​ແກວ່ງ​ກ້ອນຫີນ​ຖືກ​ອີກ​ຄົນ​ໜຶ່ງ​ຕາຍ ຜູ້​ທີ່​ລາວ​ບໍ່ໄດ້​ຕັ້ງໃຈ​ເຮັດ​ໃຫ້​ບາດເຈັບ ແລະ​ທັງ​ບໍ່ໄດ້​ເປັນ​ສັດຕູ​ກັນ​ດ້ວຍ.</verse>
				<verse number="24">ໃນ​ກໍລະນີ​ເຊັ່ນນີ້ ຊຸມຊົນ​ຈະ​ຕ້ອງ​ຕັດສິນ​ຊ່ວຍ​ຜູ້ຂ້າຄົນ​ນັ້ນ ໃຫ້​ພົ້ນ​ຈາກ​ການ​ແກ້ແຄ້ນ​ຂອງ​ຍາດພີ່ນ້ອງ​ຜູ້ຕາຍ.</verse>
				<verse number="25">ໃຫ້​ຊຸມຊົນ​ຊ່ວຍກູ້​ຄວາມຜິດ​ຂອງ​ຜູ້​ທີ່​ຂ້າ​ຄົນ ໃຫ້​ພົ້ນ​ຈາກ​ເງື້ອມມື​ຍາດພີ່ນ້ອງ​ຂອງ​ຜູ້ຕາຍ ໂດຍ​ສົ່ງ​ລາວ​ໄປ​ທີ່​ເມືອງ​ລີ້ໄພ. ໃຫ້​ລາວ​ຢູ່​ທີ່​ນັ້ນ​ຈົນກວ່າ​ປະໂຣຫິດ​ປະຈຳການ​ໃນ​ສະໄໝ​ນັ້ນ​ຕາຍໄປ.</verse>
				<verse number="26">ຖ້າ​ຜູ້ຂ້າຄົນ​ໂດຍ​ບໍ່ໄດ້​ຕັ້ງໃຈ​ຫາກ​ໜີໄປ​ຈາກ​ເມືອງ​ລີ້ໄພ​ບ່ອນ​ທີ່​ລາວ​ຫລົບລີ້​ຢູ່​ນັ້ນ</verse>
				<verse number="27">ແລະ​ຖ້າ​ຍາດຕິພີ່ນ້ອງ​ຂອງ​ຜູ້​ຕາຍ​ຫາກ​ພົບ​ເຫັນ​ລາວ​ຢູ່​ນອກ​ເມືອງ​ລີ້ໄພ ແລະ​ຂ້າ​ລາວ ການ​ແກ້ແຄ້ນ​ເຊັ່ນນີ້​ກໍ​ບໍ່​ແມ່ນ​ການ​ຄາດຕະກຳ.</verse>
				<verse number="28">ຄົນ​ມີ​ຄວາມຜິດ​ໃນ​ຖານ​ເປັນ​ຜູ້​ຂ້າ​ຄົນ​ໂດຍ​ບໍ່ໄດ້​ຕັ້ງໃຈ ຈະ​ຕ້ອງ​ຢູ່​ໃນ​ເມືອງ​ລີ້ໄພ ຈົນກວ່າ​ປະໂຣຫິດ​ປະຈຳການ​ຢູ່​ໃນ​ສະໄໝ​ນັ້ນ​ຕາຍໄປ ຫລັງຈາກ​ນັ້ນ​ແລ້ວ ລາວ​ກໍ​ກັບ​ເມືອ​ເຮືອນ​ຂອງຕົນ​ໄດ້.</verse>
				<verse number="29">ບໍ່​ວ່າ​ພວກເຈົ້າ​ຈະ​ອາໄສ​ຢູ່​ແຫ່ງຫົນ​ໃດ​ກໍຕາມ ໃຫ້​ພວກເຈົ້າ​ແລະ​ລູກຫລານ​ປະຕິບັດ​ຕາມ​ກົດ​ບັງຄັບ​ເຫຼົ່ານີ້.</verse>
				<verse number="30">ຜູ້ໃດ​ທີ່​ຖືກ​ກ່າວຫາ​ວ່າ​ເປັນ​ຜູ້​ຂ້າ​ຄົນ​ຈະ​ຖືກ​ລົງໂທດ​ເຖິງ​ຕາຍ​ໄດ້ ກໍ​ຕໍ່​ເມື່ອ​ມີ​ພະຍານ​ສອງ​ຄົນ ຫລື​ຫລາຍກວ່າ​ນັ້ນ; ພະຍານ​ຄົນ​ດຽວ​ບໍ່​ພຽງພໍ​ຈະ​ສະໜັບສະໜູນ​ຂໍ້​ກ່າວຫາ​ໄດ້.</verse>
				<verse number="31">ຜູ້ຂ້າຄົນ​ຈະ​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ. ລາວ​ຈະ​ໃຊ້​ເງິນ​ຊື້​ໃຫ້​ພົ້ນ​ໂທດ​ນີ້​ບໍ່ໄດ້.</verse>
				<verse number="32">ຖ້າ​ຄົນ​ໜຶ່ງ​ຫາກ​ໜີ​ເຂົ້າ​ໄປ​ໃນ​ເມືອງ​ລີ້ໄພ ຢ່າ​ຍອມ​ໃຫ້​ຄົນ​ນັ້ນ​ໃຊ້​ເງິນ​ຊື້​ລາວ​ເອງ ກັບ​ເມືອ​ເຮືອນ​ກ່ອນ​ປະໂຣຫິດ​ຕາຍໄປ.</verse>
				<verse number="33">ຖ້າ​ພວກເຈົ້າ​ຫາກ​ເຮັດ​ເຊັ່ນນັ້ນ ກໍ​ເທົ່າ​ກັບ​ເຮັດ​ໃຫ້​ດິນແດນ​ທີ່​ພວກເຈົ້າ​ພວມ​ອາໄສ​ຢູ່​ນັ້ນ​ເປັນ​ມົນທິນ. ເມື່ອ​ຜູ້ຂ້າຄົນ​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ ກໍ​ບໍ່ມີ​ພິທີ​ໃດ​ຈະ​ຊຳລະ​ມົນທີນ​ໃຫ້​ໝົດ​ໄປ​ຈາກ​ດິນແດນ​ໄດ້ ນອກຈາກ​ການ​ປະຫານ​ຊີວິດ​ຂອງ​ຜູ້ຂ້າຄົນ​ນັ້ນ.</verse>
				<verse number="34">ຢ່າ​ເຮັດ​ໃຫ້​ດິນແດນ​ທີ່​ເຈົ້າ​ອາໄສ​ຢູ່​ນັ້ນ​ເປັນ​ມົນທິນ ເພາະວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ສະຖິດ​ຢູ່​ທ່າມກາງ​ປະຊາຊົນ​ອິດສະຣາເອນ.”</verse>
			</chapter>
			<chapter number="36">
				<verse number="1">ບັນດາ​ຫົວໜ້າ​ຄອບຄົວ​ຕ່າງໆ​ຢູ່​ໃນ​ຕະກຸນ​ກີເລອາດ ລູກຊາຍ​ຂອງ​ມາກີ ແລະ​ຫລານຊາຍ​ຂອງ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ ໄດ້​ມາ​ຫາ​ໂມເຊ​ກັບ​ພວກ​ຜູ້ນຳ​ຄົນອື່ນໆ.</verse>
				<verse number="2">ພວກເຂົາ​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້​ສັ່ງ​ທ່ານ ໃຫ້​ແບ່ງປັນ​ດິນແດນ​ແກ່​ປະຊາຊົນ​ອິດສະຣາເອນ ໂດຍ​ວິທີ​ໃຊ້​ສະຫລາກ. ພຣະເຈົ້າຢາເວ​ຍັງ​ໄດ້​ສັ່ງ​ທ່ານ​ໃຫ້​ຍົກ​ດິນແດນ ທີ່​ເປັນ​ສ່ວນ​ຂອງ​ເຊໂລເຟຮັດ​ພີ່ນ້ອງ​ຂອງ​ພວກເຮົາ​ໃຫ້​ພວກ​ລູກສາວ​ຂອງ​ລາວ.</verse>
				<verse number="3">ບັດນີ້ ຖ້າ​ພວກເຂົາ​ຫາກ​ແຕ່ງງານ​ກັບ​ຜູ້ຊາຍ​ຢູ່​ໃນ​ເຜົ່າອື່ນ​ຂອງ​ອິດສະຣາເອນ ຊັບສິນ​ຂອງ​ພວກເຂົາ​ຈະ​ເປັນ​ຂອງ​ເຜົ່ານັ້ນ ແລະ​ສ່ວນແບ່ງ​ໃນ​ດິນແດນ​ຂອງ​ພວກເຮົາ​ກໍ​ຈະ​ຫລຸດນ້ອຍ​ລົງ.</verse>
				<verse number="4">ໃນ​ປີ​ຄົບຮອບ​ຫ້າສິບ​ປີ ເມື່ອ​ທີ່ດິນ​ທີ່​ໄດ້​ຂາຍ​ໄປ​ນັ້ນ​ຖືກ​ສົ່ງ​ຄືນ​ໃຫ້​ແກ່​ເຈົ້າຂອງ​ເດີມ ທີ່ດິນ​ຂອງ​ພວກເຂົາ​ຈະ​ຖືກ​ເພີ່ມ​ເຂົ້າ​ກັບ​ເຜົ່າ​ຂອງ​ຝ່າຍຊາຍ ທີ່​ພວກເຂົາ​ໄດ້​ແຕ່ງງານ​ນຳ​ນັ້ນ ແລະ​ເຜົ່າ​ຂອງ​ພວກເຮົາ​ກໍ​ຈະ​ເປັນ​ຝ່າຍ​ສູນເສຍ.”</verse>
				<verse number="5">ດັ່ງນັ້ນ ໂມເຊ​ຈຶ່ງ​ບອກ​ປະຊາຊົນ​ໃຫ້​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ດັ່ງນີ້: “ເລື່ອງ​ທີ່​ເຜົ່າ​ມານາເຊ​ເວົ້າ​ມາ​ນັ້ນ​ແມ່ນ​ຖືກຕ້ອງ</verse>
				<verse number="6">ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ກ່າວ​ວ່າ, ‘ພວກ​ລູກສາວ​ຂອງ​ເຊໂລເຟຮັດ​ມີ​ສິດ​ທີ່​ຈະ​ແຕ່ງງານ​ກັບ​ໃຜ​ກໍໄດ້ ແຕ່​ຕ້ອງ​ແມ່ນ​ຄົນ​ໃນ​ເຜົ່າ​ດຽວກັນ.’</verse>
				<verse number="7">ທີ່ດິນ​ຂອງ​ຊາວ​ອິດສະຣາເອນ​ແຕ່ລະຄົນ​ຈະ​ຍັງ​ຄົງ​ຢູ່​ໃນ​ເຜົ່າ​ຂອງຕົນ.</verse>
				<verse number="8">ຍິງ​ທຸກໆ​ຄົນ​ທີ່​ສືບທອດ​ມໍຣະດົກ​ຢູ່​ໃນ​ເຜົ່າ​ໜຶ່ງ​ຂອງ​ຊາດ​ອິດສະຣາເອນ ຕ້ອງ​ແຕ່ງງານ​ກັບ​ຊາຍ​ທີ່​ຢູ່​ໃນ​ເຜົ່າ​ນັ້ນ. ໃນ​ທຳນອງນີ້ ຊາວ​ອິດສະຣາເອນ​ແຕ່ລະຄົນ​ຈະ​ໄດ້​ສືບ​ມໍຣະດົກ​ຂອງ​ບັນພະບຸລຸດ​ຂອງຕົນ</verse>
				<verse number="9">ແລະ​ຊັບສິນ​ກໍ​ຈະ​ບໍ່​ຕົກ​ເປັນ​ຂອງ​ຄົນ​ໃນ​ເຜົ່າອື່ນ. ແຕ່ລະເຜົ່າ​ຈະ​ສືບຕໍ່​ເປັນ​ກຳມະສິດ​ຊັບສິນ​ທີ່ດິນ​ໃນ​ເຜົ່າ​ຂອງຕົນເອງ.”</verse>
				<verse number="10">ສະນັ້ນ ບັນດາ​ລູກສາວ​ຂອງ​ເຊໂລເຟຮັດ​ຄື: ມາຮະລາ, ຕີຣະຊາ, ໂຮກະລາ, ມີລະກາ ແລະ​ໂນອາ ຈຶ່ງ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ ແລະ​ພວກເຂົາ​ກໍໄດ້​ແຕ່ງງານ​ກັບ​ຊາຍ​ໃນ​ເຊື້ອສາຍ​ດຽວກັນ</verse>
				<verse number="11"></verse>
				<verse number="12">ພວກເຂົາ​ແຕ່ງງານ​ກັບ​ຊາຍ​ໃນ​ຕະກຸນ​ຂອງ​ເຜົ່າ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ ແລະ​ຊັບສິນ​ທີ່ດິນ​ຂອງ​ພວກເຂົາ​ກໍ​ຍັງ​ຢູ່​ໃນ​ເຜົ່າ​ພໍ່​ຂອງ​ພວກ​ຕົນ​ຕໍ່ໄປ.</verse>
				<verse number="13">ລະບຽບການ​ຕ່າງໆ​ເຫຼົ່ານີ້​ແມ່ນ​ພຣະເຈົ້າຢາເວ ທີ່​ໄດ້​ມອບ​ໃຫ້​ແກ່​ຊາວ​ອິດສະຣາເອນ​ໂດຍ​ຜ່ານ​ທາງ​ໂມເຊ ໃນ​ທົ່ງພຽງ​ຂອງ​ໂມອາບ ທີ່​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ​ຈາກ​ເມືອງ​ເຢຣິໂກ.</verse>
			</chapter>
		</book>
		<book number="5">
			<chapter number="1">
				<verse number="1">ພຣະທຳ​ເຫຼັ້ມ​ນີ້​ໄດ້​ບັນທຶກ​ຖ້ອຍຄຳ​ຂອງ​ໂມເຊ ທີ່​ໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ ຄາວ​ທີ່​ພວກເຂົາ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ທີ່​ທົ່ງ​ຮາບພຽງ​ຈໍແດນ​ໃກ້​ຊູຟະ ລະຫວ່າງ​ເມືອງ​ປາຣານ​ດ້ານ​ໜຶ່ງ ແລະ​ເມືອງ​ຕ່າງໆ​ອີກ​ດ້ານ​ໜຶ່ງ ເຊັ່ນ: ໂຕເຟນ, ລາບານ, ຮາເຊໂຣດ ແລະ​ດີຊາຮາບ. (</verse>
				<verse number="2">ການ​ເດີນທາງ​ຈາກ​ພູເຂົາ​ຊີນາຍ​ເຖິງ​ເມືອງ​ກາເດັດ​ບາກເນອາ ຜ່ານ​ເຂດ​ພູດອຍ​ໃນ​ດິນແດນ​ເອໂດມ​ໄປ​ນັ້ນ ຕ້ອງ​ໃຊ້​ເວລາ​ເຖິງ​ສິບເອັດ​ວັນ.)</verse>
				<verse number="3">ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສິບເອັດ​ໃນ​ປີ​ທີ​ສີ່ສິບ ຫລັງຈາກ​ຊາວ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ ໂມເຊ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ​ທຸກໆ​ສິ່ງ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ເພິ່ນ​ໃຫ້​ພວກເຂົາ​ປະຕິບັດ.</verse>
				<verse number="4">ເຫດການ​ນີ້​ເກີດຂຶ້ນ​ຫລັງຈາກ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ຊະນະ​ເຈົ້າສີໂຫນ ກະສັດ​ຊາວ​ອາໂມ ຜູ້​ທີ່​ໄດ້​ປົກຄອງ​ນະຄອນ​ເຮັດຊະໂບນ ແລະ​ເຈົ້າໂອກ​ກະສັດ​ຊາວ​ບາຊານ ຜູ້​ທີ່​ໄດ້​ປົກຄອງ​ນະຄອນ​ອັດຊະຕາໂຣດ​ແລະ​ເອັດເຣອີ.</verse>
				<verse number="5">ແມ່ນ​ໃນ​ຂະນະທີ່​ປະຊາຊົນ​ໄດ້​ອາໄສ​ຢູ່​ທີ່​ຟາກ​ຕາເວັນອອກ ຂອງ​ແມ່ນໍ້າ​ຈໍແດນ​ໃນ​ເຂດແດນ​ໂມອາບ​ນັ້ນ​ເອງ ທີ່​ໂມເຊ​ໄດ້​ຕັ້ງຕົ້ນ​ອະທິບາຍ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຕ່າງໆ​ຂອງ​ພຣະເຈົ້າ. ເພິ່ນ​ໄດ້​ກ່າວ​ວ່າ,</verse>
				<verse number="6">“ເມື່ອ​ພວກເຮົາ​ຍັງ​ຢູ່​ທີ່​ພູເຂົາ​ໂຮເຣັບ(ຊີນາຍ)​ນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ບອກ​ວ່າ, ‘ພວກເຈົ້າ​ໄດ້​ພັກ​ຢູ່​ທີ່​ນີ້​ເຫິງນານ​ສົມຄວນ​ແລ້ວ.</verse>
				<verse number="7">ບັດນີ້ ຈົ່ງ​ມ້າງ​ຄ້າຍ​ແລະ​ຍົກຍ້າຍ​ໄປ​ຕໍ່. ຈົ່ງ​ໄປ​ທີ່​ເຂດ​ເນີນພູ​ຂອງ​ຊາວ​ອາໂມ ແລະ​ທົ່ວ​ອານາ​ເຂດ​ອ້ອມແອ້ມ​ທັງໝົດ​ນັ້ນ ເຊັ່ນ: ຮ່ອມພູ​ຈໍແດນ, ເຂດ​ເນີນພູ​ແລະ​ທົ່ງພຽງ, ເຂດ​ພາກໃຕ້ ແລະ​ແຄມ​ຝັ່ງ​ທີ່​ທະເລ​ເມດີແຕຣາເນ. ຈົ່ງ​ໄປ​ທີ່​ດິນແດນ​ຂອງ​ຊາວ​ການາອານ, ເທິງ​ພູ​ເລບານອນ ແລະ​ແມ່ນໍ້າ​ໃຫຍ່​ເອີຟຣັດ.</verse>
				<verse number="8">ທັງໝົດ​ນີ້​ແມ່ນ​ດິນແດນ​ທີ່​ເຮົາ​ມອບ​ໃຫ້​ພວກເຈົ້າ ຈົ່ງ​ເຂົ້າ​ໄປ​ແລະ​ຢຶດຄອງ​ເອົາ​ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັນຍາ​ໄວ້​ວ່າ ຈະ​ຍົກ​ໃຫ້​ປູ່ຍາຕາຍາຍ​ຂອງ​ພວກເຈົ້າ​ຄື: ອັບຣາຮາມ, ອີຊາກ ແລະ​ຢາໂຄບ, ຕະຫລອດ​ທັງ​ເຊັ່ນ​ລູກຫລານ​ເຫຼັນ​ຂອງ​ພວກເຂົາ.”’</verse>
				<verse number="9">ໂມເຊ​ບອກ​ປະຊາຊົນ​ວ່າ, “ເມື່ອ​ພວກເຮົາ​ຍັງ​ຢູ່​ທີ່​ພູເຂົາ​ຊີນາຍ​ນັ້ນ ຂ້າພະເຈົ້າ​ໄດ້​ບອກ​ພວກເຈົ້າ​ວ່າ ‘ການນຳພາ​ພວກເຈົ້າ​ແມ່ນ​ຄວາມ​ຮັບຜິດຊອບ​ອັນ​ໃຫຍ່ຫລວງ ທີ່​ບໍ່​ສາມາດ​ກະທຳ​ຄົນ​ດຽວ​ໄດ້.</verse>
				<verse number="10">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ບັນດານ​ໃຫ້​ພວກເຈົ້າ ມີ​ຈຳນວນ​ມາກມາຍ​ເໝືອນ​ດັ່ງ​ດວງດາວ​ໃນ​ທ້ອງຟ້າ.</verse>
				<verse number="11">ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ເຮັດ​ໃຫ້​ພວກເຈົ້າ​ມີ​ລູກຫລານ​ຫລາຍ​ຕື່ມ​ເຖິງ​ພັນ​ເທົ່າ ແລະ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້,</verse>
				<verse number="12">ແຕ່​ຂ້າພະເຈົ້າ​ຜູ້​ດຽວ​ຈະ​ຮັບຜິດຊອບ​ວຽກງານ​ອັນ​ໜັກໜ່ວງ ສຳລັບ​ສະສາງ​ການ​ໂຕ້ຖຽງ​ກັນ​ຂອງ​ພວກເຈົ້າ​ໄດ້​ຢ່າງ​ໃດ?</verse>
				<verse number="13">ສະນັ້ນ ຈົ່ງ​ເລືອກ​ເອົາ​ຊາຍ​ບາງຄົນ​ທີ່​ສະຫລຽວ​ສະຫລາດ, ມີ​ຄວາມ​ເຂົ້າໃຈ ແລະ​ມີ​ປະສົບການ​ໃນ​ແຕ່ລະເຜົ່າ​ຂອງ​ພວກເຈົ້າ ແລະ​ຂ້າພະເຈົ້າ​ຈະ​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເບິ່ງແຍງ​ພວກເຈົ້າ.’</verse>
				<verse number="14">ແລ້ວ​ພວກເຈົ້າ​ກໍ​ເຫັນ​ພ້ອມ​ນຳ​ດ້ວຍວ່າ ການ​ເຮັດ​ຢ່າງ​ນັ້ນ​ເປັນ​ການ​ດີ​ແທ້.</verse>
				<verse number="15">ດັ່ງນັ້ນ ເພື່ອ​ນຳພາ​ພວກເຈົ້າ ຂ້າພະເຈົ້າ​ຈຶ່ງ​ໄດ້​ແຕ່ງຕັ້ງ​ບັນດາ​ຜູ້ນຳ ທີ່​ສະຫລຽວ​ສະຫລາດ​ແລະ​ມີ​ປະສົບການ ທີ່​ພວກເຈົ້າ​ໄດ້​ເລືອກ​ມາ​ຈາກ​ແຕ່ລະເຜົ່າ​ຂອງ​ພວກເຈົ້າ ແລະ​ຂ້າພະເຈົ້າ​ໄດ້​ໃຫ້​ພວກເຂົາ​ເບິ່ງແຍງ​ພວກເຈົ້າ. ຂ້າພະເຈົ້າ​ໄດ້​ໃຫ້​ບາງຄົນ​ຮັບຜິດຊອບ​ພັນ​ຄົນ, ບາງຄົນ​ຮັບຜິດຊອບ​ຮ້ອຍ​ຄົນ, ບາງຄົນ​ຮັບຜິດຊອບ​ຫ້າສິບ​ຄົນ ແລະ​ບາງຄົນ​ຮັບຜິດຊອບ​ສິບ​ຄົນ. ນອກຈາກນີ້ ຂ້າພະເຈົ້າ​ໄດ້​ແຕ່ງຕັ້ງ​ເຈົ້າໜ້າທີ່​ອື່ນໆ​ຕາມ​ເຜົ່າ​ຕ່າງໆ​ອີກ​ດ້ວຍ.</verse>
				<verse number="16">ໃນ​ສະໄໝ​ນັ້ນ ຂ້າພະເຈົ້າ​ໄດ້​ແນະນຳ​ບັນດາ​ພວກ​ຜູ້ປົກຄອງ​ວ່າ, ‘ຈົ່ງ​ເອົາໃຈໃສ່​ຮັບ​ຟັງ​ການ​ຜິດຖຽງກັນ ທີ່​ເກີດຂຶ້ນ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ພວກເຈົ້າ. ຈົ່ງ​ຕັດສິນ​ການ​ຜິດຖຽງກັນ​ທຸກ​ເລື່ອງ​ຢ່າງ​ທ່ຽງທຳ ບໍ່​ວ່າ​ການ​ຕັດສິນ​ນັ້ນ​ຈະ​ກ່ຽວຂ້ອງ​ກັບ​ປະຊາຊົນ​ຂອງ​ພວກເຈົ້າ​ເອງ ຫລື​ກ່ຽວຂ້ອງ​ກັບ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ພວກເຈົ້າ​ກໍຕາມ.</verse>
				<verse number="17">ຢ່າ​ໄດ້​ເຂົ້າຂ້າງ​ອອກຂາ ຈົ່ງ​ຕັດສິນ​ແຕ່ລະຄົນ​ດ້ວຍ​ຫລັກເກນ​ຢ່າງ​ດຽວກັນ ບໍ່​ວ່າ​ຄົນ​ນັ້ນ​ຈະ​ເປັນ​ໃຜ​ກໍຕາມ. ຢ່າ​ຢ້ານ​ຜູ້ໃດ​ຜູ້ໜຶ່ງ​ເລີຍ ເພາະ​ການ​ຕັດສິນ​ທີ່​ພວກເຈົ້າ​ເຮັດ​ລົງ​ໄປ​ນັ້ນ​ແມ່ນ​ມາ​ຈາກ​ພຣະເຈົ້າ. ຖ້າ​ພວກເຈົ້າ​ມີ​ຄະດີ​ໃດໆ ທີ່​ຍາກ​ເກີນ​ກວ່າ​ຈະ​ຕັດສິນ​ໄດ້ ໃຫ້​ນຳ​ຄະດີ​ນັ້ນ​ມາ​ແຈ້ງ​ຕໍ່​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ຈະ​ຕັດສິນ​ເອງ.’</verse>
				<verse number="18">ໃນ​ເວລາ​ດຽວກັນ​ນັ້ນ ຂ້າພະເຈົ້າ​ໄດ້​ແນະນຳ​ສິ່ງ​ອື່ນ​ອີກ ເພື່ອ​ໃຫ້​ພວກເຈົ້າ​ປະຕິບັດ​ຕາມ.”</verse>
				<verse number="19">“ພວກເຮົາ​ໄດ້​ປະຕິບັດ​ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສັ່ງ​ໄວ້. ພວກເຮົາ​ໄດ້​ຈາກ​ພູເຂົາ​ຊີນາຍ​ແລະ​ເດີນທາງ​ຜ່ານ ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ກວ້າງໃຫຍ່​ແລະ​ໜ້າຢ້ານ ໄປ​ຕາມ​ທາງ​ສູ່​ເຂດ​ເນີນພູ​ຂອງ​ຊາວ​ອາໂມ. ເມື່ອ​ພວກເຮົາ​ໄດ້​ມາ​ຮອດ​ເມືອງ​ກາເດັດ​ບາກເນອາ</verse>
				<verse number="20">ຂ້າພະເຈົ້າ​ຈຶ່ງ​ໄດ້​ບອກ​ພວກເຈົ້າ​ວ່າ, ‘ບັດນີ້ ພວກເຈົ້າ​ໄດ້​ມາ​ຮອດ​ເຂດ​ເນີນພູ​ຂອງ​ຊາວ​ອາໂມ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຄື​ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ພວກເຮົາ ກຳລັງ​ຈະ​ມອບ​ໃຫ້​ພວກເຮົາ. ຫລຽວ​ເບິ່ງ​ດິນແດນ​ພຸ້ນ​ແມ! ຈົ່ງ​ໄປ​ຢຶດຄອງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ສາ. ຢ່າ​ສົງໄສ​ແລະ​ຢ້ານກົວ​ເລີຍ.’</verse>
				<verse number="21"></verse>
				<verse number="22">ແຕ່​ພວກເຈົ້າ​ໄດ້​ມາ​ສະເໜີ​ຕໍ່​ຂ້າພະເຈົ້າ​ວ່າ, ‘ໃຫ້​ສົ່ງ​ຄົນ​ເຮົາ​ໄປ​ສອດແນມ​ເບິ່ງ​ດິນແດນ​ນັ້ນ​ສາ​ກ່ອນ ເພື່ອ​ວ່າ​ພວກເຂົາ​ຈະ​ບອກ​ພວກເຮົາ​ໄດ້​ວ່າ ທາງ​ເສັ້ນ​ໃດ​ທີ່​ພວກເຮົາ​ຈະ​ເຂົ້າ​ຢຶດເອົາ​ເມືອງ​ໄດ້​ສະດວກ ແລະ​ເມືອງ​ເຫຼົ່ານັ້ນ​ເປັນ​ຢ່າງໃດ.’</verse>
				<verse number="23">ການ​ສະເໜີ​ນັ້ນ​ເຫັນ​ວ່າ​ເປັນ​ເລື່ອງ​ດີ​ທີ່​ຄວນ​ຈະ​ເຮັດ ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ເລືອກ​ເອົາ​ຊາຍ​ສິບສອງ​ຄົນ ຄື​ເຜົ່າລະ​ຄົນ.</verse>
				<verse number="24">ພວກເຂົາ​ໄດ້​ໄປ​ທີ່​ເຂດ​ເນີນພູ ເລີຍ​ໄປ​ເຖິງ​ຮ່ອມພູ​ເອັດຊະໂຄນ ແລະ​ໄດ້​ສອດແນມ​ເບິ່ງ.</verse>
				<verse number="25">ພວກເຂົາ​ໄດ້​ນຳ​ໝາກໄມ້​ບາງ​ຊະນິດ​ໃນ​ດິນແດນ​ນັ້ນ​ກັບ​ມາ​ພ້ອມ ແລະ​ລາຍງານ​ວ່າ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ກຳລັງ​ຈະ​ມອບ​ໃຫ້​ນັ້ນ​ເປັນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ​ຫລາຍ.</verse>
				<verse number="26">ແຕ່​ພວກເຈົ້າ​ໄດ້​ຂັດຂືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ບໍ່​ຢາກ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ.</verse>
				<verse number="27">ພວກເຈົ້າ​ໄດ້​ຈົ່ມ​ຕໍ່​ກັນແລະກັນ​ວ່າ, ‘ພຣະເຈົ້າຢາເວ​ກຽດຊັງ​ພວກເຮົາ. ດັ່ງນັ້ນ ພຣະອົງ​ໄດ້​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ມອບ​ພວກເຮົາ​ໃຫ້​ຊາວ​ອາໂມ​ເຫຼົ່ານີ້ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຂ້າ​ພວກເຮົາ​ຖິ້ມ.</verse>
				<verse number="28">ພວກເຮົາ​ຈະ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ເຮັດ​ຫຍັງ? ພວກເຮົາ​ຢ້ານ ເພາະ​ນັກສືບ​ສອດແນມ​ທີ່​ພວກເຮົາ​ໄດ້​ສົ່ງ​ໄປ​ນັ້ນ ມາ​ລາຍງານ​ວ່າ​ຄົນ​ໃນ​ດິນແດນ​ນັ້ນ​ໂຕ​ໃຫຍ່​ສູງ ແລະ​ແຂງແຮງ​ລື່ນ​ພວກເຮົາ. ພວກເຂົາ​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ທີ່​ມີ​ກຳແພງ​ສູງ​ຈຸ​ຟ້າ. ພວກເຂົາ​ໄດ້​ເຫັນ​ພວກ​ອານາກີມ​ຢູ່​ທີ່​ນັ້ນ.’</verse>
				<verse number="29">ແຕ່​ຂ້າພະເຈົ້າ​ໄດ້​ກ່າວ​ວ່າ, ‘ຢ່າ​ຢ້ານ​ຄົນ​ເຫຼົ່ານີ້​ເລີຍ.</verse>
				<verse number="30">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເປັນ​ຜູ້​ນຳພາ​ພວກເຈົ້າ ແລະ​ພຣະອົງ​ຈະ​ຕໍ່ສູ້​ພວກເຂົາ​ແທນ​ພວກເຈົ້າ ເໝືອນ​ດັ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​ພຣະອົງ​ເຮັດ​ໃນ​ປະເທດ​ເອຢິບ</verse>
				<verse number="31">ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກເຈົ້າ​ໄດ້​ເຫັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ ໃຫ້​ມາ​ເຖິງ​ທີ່​ນີ້​ຢ່າງ​ປອດໄພ​ຢ່າງ​ໃດ ກໍ​ເໝືອນ​ດັ່ງ​ພໍ່​ຫອບອູ້ມ​ເອົາ​ລູກຊາຍ​ຂອງຕົນ.’</verse>
				<verse number="32">ແຕ່​ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຕືອນ​ພວກເຈົ້າ​ແລ້ວ​ກໍຕາມ ພວກເຈົ້າ​ກໍ​ຍັງ​ບໍ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="33">ເຖິງ​ແມ່ນ​ວ່າ ພຣະອົງ​ໄດ້​ອອກ​ນຳ​ໜ້າ​ພວກເຈົ້າ​ກ່ອນ​ໃນ​ການ​ເດີນທາງ​ຂອງ​ພວກເຈົ້າ ເພື່ອ​ຊອກ​ຫາ​ທີ່​ຕັ້ງ​ຄ້າຍພັກ​ໃຫ້​ພວກເຈົ້າ ແລະ​ເພື່ອ​ຊີ້​ທາງ​ເດີນ​ໃຫ້​ພວກເຈົ້າ, ຕອນ​ກາງຄືນ​ພຣະອົງ​ໃຫ້​ມີ​ເສົາໄຟ ແລະ​ຕອນ​ກາງເວັນ​ພຣະອົງ​ໃຫ້​ມີ​ເສົາເມກ.”</verse>
				<verse number="34">“ພຣະເຈົ້າຢາເວ​ໄດ້ຍິນ​ພວກເຈົ້າ​ຈົ່ມຮ້າຍ​ໃສ່​ພຣະອົງ. ສະນັ້ນ ພຣະອົງ​ຈຶ່ງ​ໂກດຮ້າຍ ແລະ​ບອກ​ໃຫ້​ພວກເຈົ້າ​ຮູ້​ຢ່າງ​ຄັກແນ່​ວ່າ</verse>
				<verse number="35">‘ຄົນຊົ່ວຊ້າ​ເຊັ່ນ​ພວກເຈົ້າ​ນີ້ ແມ່ນ​ບໍ່ມີ​ໃຜ​ຈະ​ໄດ້​ເຂົ້າ​ໄປ​ຢູ່​ດິນແດນ​ອັນ​ອຸດົມສົມບູນ ທີ່​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ.</verse>
				<verse number="36">ມີ​ແຕ່​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ເທົ່ານັ້ນ ທີ່​ຈະ​ໄດ້​ເຂົ້າ​ໄປ​ເພາະວ່າ​ລາວ​ໄດ້​ສັດຊື່​ຕໍ່​ພຣະເຈົ້າຢາເວ ແລະ​ເຮົາ​ຈະ​ມອບ​ດິນແດນ​ທີ່​ລາວ​ໄດ້​ຢຽບ​ເຂົ້າ​ໄປ​ນັ້ນ ໃຫ້​ແກ່​ລາວ​ແລະ​ພວກ​ລູກຫລານ​ຂອງ​ລາວ.’</verse>
				<verse number="37">ຍ້ອນ​ພວກເຈົ້າ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຂ້າພະເຈົ້າ​ເໝືອນກັນ ແລະ​ກ່າວ​ວ່າ ‘ໂມເຊເອີຍ ເຈົ້າ​ເໝືອນກັນ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ</verse>
				<verse number="38">ແຕ່​ໂຢຊວຍ​ລູກຊາຍ​ຂອງ​ນູນ​ຜູ້​ຊ່ວຍ​ຂອງ​ເຈົ້າ ຈະ​ນຳ​ປະຊາຊົນ​ອິດສະຣາເອນ​ເຂົ້າ​ໄປ​ຢຶດຄອງ​ດິນແດນ. ສະນັ້ນ ຈົ່ງ​ໃຫ້​ກຳລັງໃຈ​ແກ່​ລາວ.’</verse>
				<verse number="39">ແລະ ‘ລູກຫລານ​ຂອງ​ພວກເຈົ້າ​ຜູ້​ທີ່​ຍັງ​ໜຸ່ມນ້ອຍ ແລະ​ບໍ່​ຮູ້​ວ່າ​ອັນໃດ​ຖືກ​ອັນໃດ​ຜິດ ທີ່​ພວກເຈົ້າ​ເຄີຍ​ເວົ້າ​ວ່າ​ຈະ​ຖືກ​ສັດຕູ​ຈັບ​ໄປ​ນັ້ນ ພວກເຂົາ​ຈະ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນີ້ ເຮົາ​ຈະ​ມອບ​ດິນແດນ​ນັ້ນ​ໃຫ້​ພວກເຂົາ​ເຂົ້າ​ຢຶດຄອງ</verse>
				<verse number="40">ແຕ່​ປະຊາຊົນ​ດັ່ງ​ພວກເຈົ້າ​ແລ້ວ ໃຫ້​ຕ່າວ​ຄືນ​ກັບ​ເຂົ້າ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ ຕາມ​ທາງ​ສູ່​ອ່າວ​ອາກາບາ.’</verse>
				<verse number="41">ພວກເຈົ້າ​ຕອບ​ວ່າ, ‘ໂມເຊ​ເອີຍ ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່​ພຣະເຈົ້າຢາເວ​ແລ້ວ ແຕ່​ບັດນີ້ ພວກເຮົາ​ຈະ​ເຂົ້າ​ໄປ​ໂຈມຕີ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສັ່ງ​ພວກເຮົາ.’ ແລ້ວ​ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ຕຽມຕົວ​ອອກ​ສູ້ຮົບ ໂດຍ​ຄິດວ່າ​ມັນ​ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ບຸກໂຈມຕີ​ເຂດ​ເນີນພູ.</verse>
				<verse number="42">ແຕ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ເຕືອນ​ພວກເຂົາ​ຢ່າ​ໃຫ້​ໄປ​ໂຈມຕີ ເພາະ​ເຮົາ​ຈະ​ບໍ່​ສະຖິດ​ຢູ່​ນຳ ແລະ​ສັດຕູ​ຈະ​ມີ​ໄຊຊະນະ​ເໜືອ​ພວກເຂົາ.’</verse>
				<verse number="43">ຂ້າພະເຈົ້າ​ໄດ້​ບອກ​ພວກເຈົ້າ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແລ້ວ ແຕ່​ພວກເຈົ້າ​ບໍ່​ເຊື່ອຟັງ ແລະ​ທັງ​ຂັດຂືນ​ຄຳສັ່ງ​ຂອງ​ພຣະອົງ ໂດຍ​ຍ່າງ​ມຸ້ງໜ້າ​ໄປ​ສູ່​ເຂດ​ເນີນພູ​ຢ່າງ​ອົງອາດ​ທະນົງ​ຕົວ.</verse>
				<verse number="44">ແລ້ວ​ຊາວ​ອາໂມ​ທີ່​ໄດ້​ອາໄສ​ຢູ່​ຕາມ​ເຂດ​ເນີນພູ ກໍ​ອອກ​ມາ​ສູ້ຮົບ​ພວກເຈົ້າ ເໝືອນ​ດັ່ງ​ໂຕ​ເຜິ້ງ​ທີ່​ບິນ​ອອກ​ຈາກ​ຮັງ​ຂອງ​ມັນ. ພວກເຂົາ​ໄດ້​ໄລ່​ຕາມລ່າ​ພວກເຈົ້າ​ໃນ​ເຂດ​ເອໂດມ​ມາ​ຈົນເຖິງ​ໂຮມາ ແລະ​ຊະນະ​ພວກເຈົ້າ​ຢູ່​ທີ່​ນັ້ນ.</verse>
				<verse number="45">ພວກເຈົ້າ​ຈຶ່ງ​ໄດ້​ກັບມາ​ແລະ​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ, ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ຟັງ​ສຽງ​ຂອງ​ພວກເຈົ້າ ຫລື​ສົນໃຈ​ຕໍ່​ພວກເຈົ້າ​ແຕ່​ປະການ​ໃດ.</verse>
				<verse number="46">ສະນັ້ນ ພວກເຮົາ​ຈຶ່ງ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ກາເດັດ​ເປັນ​ເວລາ​ດົນນານ.</verse>
			</chapter>
			<chapter number="2">
				<verse number="1">ໃນທີ່ສຸດ ພວກເຮົາ​ກໍໄດ້​ກັບຄືນ​ກັບ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຕາມ​ທາງ​ສູ່​ອ່າວ​ອາກາບາ ເໝືອນ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ ແລະ​ພວກເຮົາ​ໄດ້​ໃຊ້​ເວລາ​ດົນນານ​ທ່ອງທ່ຽວ​ໄປມາ ຕາມ​ເຂດ​ເນີນພູ​ເອໂດມ.</verse>
				<verse number="2">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ,</verse>
				<verse number="3">ພວກເຮົາ​ໃຊ້​ເວລາ​ທ່ອງທ່ຽວ​ໄປມາ​ຕາມ​ເຂດ​ເນີນພູ​ດົນນານ​ພໍ​ແລ້ວ ແລະ​ພວກເຮົາ​ຈະ​ໄດ້​ໄປ​ທາງ​ທິດເໜືອ.</verse>
				<verse number="4">ພຣະອົງ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ແນະນຳ​ພວກເຈົ້າ​ດັ່ງ​ຕໍ່ໄປນີ້: ‘ພວກເຈົ້າ​ເກືອບ​ຈະ​ເດີນທາງ​ຜ່ານ​ເຂດ​ພູດອຍ​ເອໂດມ ເຂດແດນ​ຂອງ​ຍາດພີ່ນ້ອງ​ຫ່າງໆ​ຂອງ​ພວກເຈົ້າ ຄື​ບັນດາ​ເຊື້ອສາຍ​ຂອງ​ເອຊາວ. ພວກເຂົາ​ຈະ​ຢ້ານກົວ​ພວກເຈົ້າ,</verse>
				<verse number="5">ແຕ່​ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ເສິກ​ຕໍ່ສູ້​ກັບ​ພວກເຂົາ ເພາະ​ເຮົາ​ຈະ​ບໍ່​ມອບ​ດິນແດນ​ຂອງ​ພວກເຂົາ​ຕອນໃດ​ຕອນໜຶ່ງ​ໃຫ້​ພວກເຈົ້າ. ເຮົາ​ໄດ້​ມອບ​ເມືອງ​ເອໂດມ​ໃຫ້​ເຊື້ອສາຍ​ຂອງ​ເອຊາວ.</verse>
				<verse number="6">ພວກເຈົ້າ​ອາດ​ຊື້​ນໍ້າ​ແລະ​ອາຫານ​ນຳ​ພວກເຂົາ​ກໍໄດ້.’</verse>
				<verse number="7">ຈົ່ງ​ຈົດຈຳ​ໄວ້​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ອວຍພອນ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ. ພຣະອົງ​ເບິ່ງແຍງ​ພວກເຈົ້າ ໃນ​ຂະນະທີ່​ພວກເຈົ້າ​ທ່ອງທ່ຽວ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ກວ້າງໃຫຍ່. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສະຖິດ​ຢູ່​ກັບ​ພວກເຈົ້າ​ເປັນ​ເວລາ​ສີ່ສິບ​ປີ ແລະ​ພວກເຈົ້າ​ກໍ​ມີ​ທຸກໆ​ສິ່ງ​ທີ່​ຈຳເປັນ.</verse>
				<verse number="8">ສະນັ້ນ ພວກເຮົາ​ຈຶ່ງ​ເດີນທາງ​ຕໍ່ ໂດຍ​ແຍກ​ອອກ​ຈາກ​ທາງ​ໄປ​ເມືອງ​ເອລາດ ແລະ​ເມືອງ​ເອຊີໂອນເກເບ​ສູ່​ທະເລຕາຍ; ແລ້ວ​ກໍ​ລ້ຽວ​ໄປ​ທາງ​ຕາເວັນອອກ​ສ່ຽງເໜືອ ມຸ່ງສູ່​ດິນແດນ​ໂມອາບ.</verse>
				<verse number="9">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຢ່າ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ຊາວ​ໂມອາບ ເຊື້ອສາຍ​ຂອງ​ໂລດ ຫລື​ລົງ​ມື​ເຮັດ​ເສິກ​ຕໍ່ສູ້​ພວກເຂົາ. ເຮົາ​ໄດ້​ມອບ​ເມືອງ​ອາຣະ​ໃຫ້​ພວກເຂົາ ແລະ​ເຮົາ​ຈະ​ບໍ່​ມອບ​ດິນແດນ​ສ່ວນ​ໃດໆ​ຂອງ​ພວກເຂົາ​ໃຫ້​ພວກເຈົ້າ.’</verse>
				<verse number="10">ແຕ່​ກ່ອນ ມີ​ຄົນ​ຊາດ​ໜຶ່ງ​ທີ່​ມີ​ອຳນາດ​ແລະ​ຮູບຮ່າງ​ໃຫຍ່​ສູງ ຊື່​ວ່າ ເອມິມ. ເຂົາ​ເຄີຍ​ອາໄສ​ຢູ່​ທີ່​ເມືອງ​ອາຣະ. ພວກ​ນີ້​ມີ​ຮູບຮ່າງ​ໃຫຍ່​ສູງ​ເທົ່າ​ກັບ​ພວກ​ອານາກີມ ຊຶ່ງ​ເປັນ​ຄົນ​ຮູບຮ່າງ​ສູງ​ອີກ​ຊາດ​ໜຶ່ງ.</verse>
				<verse number="11">ໃຜໆ​ກໍ​ເອີ້ນ​ພວກເຂົາ​ວ່າ ເຣຟາອິມ​ເໝືອນ​ດັ່ງ​ທີ່​ໄດ້​ມີ​ພວກ​ອານາກີມ ແຕ່​ຊາວ​ໂມອາບ​ເອີ້ນ​ພວກ​ນີ້​ວ່າ ເອມິມ.</verse>
				<verse number="12">ຊາວ​ໂຮຣີ​ເຄີຍ​ອາໄສ​ຢູ່​ທີ່​ດິນແດນ​ເອໂດມ ແຕ່​ພວກ​ລູກຫລານ​ຂອງ​ເອຊາວ​ໄດ້​ຂັບໄລ່​ພວກເຂົາ​ອອກ​ໄປ ທັງ​ທຳລາຍ​ລ້າງຜານ​ຊົນຊາດ​ຂອງ​ພວກເຂົາ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ​ແທນ; ເໝືອນ​ດັ່ງ​ກັບ​ຊາວ​ອິດສະຣາເອນ ໃນ​ເວລາ​ຕໍ່ມາ​ໄດ້​ຂັບໄລ່​ເຫຼົ່າ​ສັດຕູ​ຂອງ​ພວກ​ຕົນ ອອກ​ໄປ​ຈາກ​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້.</verse>
				<verse number="13">ແລ້ວ​ພວກເຮົາ​ກໍ​ຂ້າມ​ແມ່ນໍ້າ​ເຊເຣັດ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="14">ເຫດການ​ນີ້​ໄດ້​ເກີດຂຶ້ນ 38 ປີ​ຜ່ານ​ມາ​ແລ້ວ ຫລັງຈາກ​ທີ່​ພວກເຮົາ​ໄດ້​ໜີ​ມາ​ຈາກ​ກາເດັດ​ບາກເນອາ. ນັກຮົບ​ທັງໝົດ​ໃນ​ລຸ້ນ​ນັ້ນ ໄດ້​ຕາຍໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້.</verse>
				<verse number="15">ພຣະເຈົ້າຢາເວ​ໄດ້ຕໍ່ຕ້ານ​ພວກເຂົາ​ສະເໝີ​ມາ ຈົນກວ່າ​ພວກເຂົາ​ໄດ້​ຖືກ​ທຳລາຍ​ຈົນ​ໝົດ​ສິ້ນ​ໄປ.</verse>
				<verse number="16">ຫລັງຈາກ​ພວກເຂົາ​ໄດ້​ຕາຍໄປ​ໝົດ​ແລ້ວ</verse>
				<verse number="17">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ,</verse>
				<verse number="18">‘ວັນນີ້ ເຈົ້າ​ໃກ້​ຈະ​ຜ່ານ​ເຂດແດນ​ໂມອາບ​ໄປ​ທາງ​ເມືອງ​ອາຣະ.</verse>
				<verse number="19">ແລ້ວ​ເຈົ້າ​ກໍ​ຈະ​ໄປ​ໃກ້​ດິນແດນ​ຂອງ​ພວກ​ອຳໂມນ ເຊື້ອສາຍ​ຂອງ​ໂລດ. ຢ່າ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ພວກເຂົາ ຫລື​ລົງ​ມື​ເຮັດ​ເສິກ​ຕໍ່ສູ້​ພວກເຂົາ ເພາະ​ເຮົາ​ຈະ​ບໍ່​ມອບ​ດິນແດນ​ສ່ວນ​ໃດໆ ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຂົາ​ນັ້ນ​ໃຫ້​ແກ່​ພວກເຈົ້າ.’</verse>
				<verse number="20">ເຂດແດນ​ນີ້​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ ດິນແດນ​ຂອງ​ພວກ​ເຣຟາອິມ ຊຶ່ງ​ເອີ້ນ​ຕາມ​ຊື່​ທີ່​ປະຊາຊົນ​ຜູ້​ອາໄສ​ຢູ່​ທີ່​ນັ້ນ​ເຄີຍ​ເອີ້ນ​ກັນ​ມາ​ກ່ອນ; ຊາວ​ອຳໂມນ​ເອີ້ນ​ພວກ​ນີ້​ວ່າ ຊຳຊຸມມິມ.</verse>
				<verse number="21">ພວກເຂົາ​ມີ​ຮູບຮ່າງ​ໃຫຍ່​ສູງ​ຄື​ກັບ​ພວກ​ອານາກີມ ແລະ​ມີ​ຢູ່​ນຳກັນ​ຫລາຍ​ຄົນ ແລະ​ເປັນ​ຊົນຊາດ​ທີ່​ມີ​ອຳນາດ​ດ້ວຍ. ພຣະເຈົ້າຢາເວ​ໄດ້​ທຳລາຍ​ລ້າງຜານ​ພວກເຂົາ​ເໝືອນກັນ ເພື່ອ​ໃຫ້​ຊາວ​ອຳໂມນ​ຢຶດຄອງ​ດິນແດນ​ຂອງ​ພວກເຂົາ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="22">ພຣະອົງ​ໄດ້​ເຮັດ​ແບບ​ດຽວກັນ​ສຳລັບ​ຊາວ​ເອໂດມ ລູກຫລານ​ຂອງ​ເອຊາວ ຜູ້​ທີ່​ອາໄສ​ຢູ່​ຕາມ​ເຂດ​ພູດອຍ​ໃນ​ດິນແດນ​ເອໂດມ. ພຣະອົງ​ໄດ້​ທຳລາຍ​ລ້າງຜານ​ຊາວ​ໂຮຣີ ເພື່ອ​ໃຫ້​ຊາວ​ເອໂດມ​ຢຶດຄອງ​ດິນແດນ​ຂອງ​ພວກເຂົາ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ທີ່​ນັ້ນ​ແທນ ຈົນເຖິງ​ດຽວນີ້.</verse>
				<verse number="23">ສ່ວນ​ດິນແດນ​ຕາມ​ແຄມ​ຝັ່ງ​ຂອງ​ທະເລ​ເມດີແຕຣາເນ ແມ່ນ​ປະຊາຊົນ​ທີ່​ມາ​ຈາກ​ເກາະ​ກະເຣເຕ​ໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່. ພວກເຂົາ​ໄດ້​ທຳລາຍ​ລ້າງຜານ​ຊາວ​ອາວິມ ຊາວ​ພື້ນເມືອງ ແລະ​ໄດ້​ຢຶດຄອງ​ດິນແດນ​ທັງໝົດ​ຂອງ​ພວກເຂົາ ແຕ່​ໃຕ້​ສຸດ​ຈົນ​ຮອດ​ເມືອງ​ກາຊາ.</verse>
				<verse number="24">ຫລັງຈາກ​ພວກເຮົາ​ໄດ້​ຜ່ານ​ດິນແດນ​ໂມອາບ​ໄປ​ແລ້ວ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ພວກເຮົາ​ວ່າ, ‘ບັດນີ້ ຈົ່ງ​ເລີ່ມ​ຂ້າມ​ແມ່ນໍ້າ​ອາກໂນນ ເພາະ​ເຮົາ​ໄດ້​ມອບ​ເຈົ້າສີໂຫນ​ກະສັດ​ຂອງ​ຊາວ​ອາໂມ​ແຫ່ງ​ນະຄອນ​ເຮັດຊະໂບນ ພ້ອມ​ດ້ວຍ​ດິນແດນ​ຂອງ​ລາວ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພວກເຈົ້າ​ແລ້ວ. ຈົ່ງ​ໂຈມຕີ​ແລະ​ຢຶດຄອງ​ດິນແດນ​ຂອງ​ລາວ​ໄດ້.</verse>
				<verse number="25">ຕັ້ງແຕ່​ວັນ​ນີ້​ໄປ ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ທົ່ວ​ທຸກ​ບ່ອນ​ຢ້ານກົວ​ພວກເຈົ້າ. ທຸກຄົນ​ຈະ​ຢ້ານກົວ​ຈົນ​ຕົວ​ສັ່ນ​ຂວັນເສຍ ເມື່ອ​ພວກເຂົາ​ໄດ້ຍິນ​ຊື່​ຂອງ​ພວກເຈົ້າ.”’</verse>
				<verse number="26">“ແລ້ວ​ຂ້າພະເຈົ້າ​ກໍ​ສົ່ງ​ຄະນະທູດ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ເກເດໂມດ ໄປ​ຫາ​ເຈົ້າສີໂຫນ​ກະສັດ​ແຫ່ງ​ນະຄອນ​ເຮັດຊະໂບນ ພ້ອມ​ທັງ​ນຳ​ຂໍ້​ສະເໜີ​ສັນຕິພາບ ດັ່ງນີ້:</verse>
				<verse number="27">‘ຈົ່ງ​ອະນຸຍາດ​ໃຫ້​ພວກ​ຂ້າພະເຈົ້າ​ຜ່ານ​ດິນແດນ​ຂອງທ່ານ​ໄປ​ແດ່ທ້ອນ. ພວກ​ຂ້າພະເຈົ້າ​ຈະ​ມຸ່ງໜ້າ​ຜ່ານ​ໄປ​ໂດຍ​ຈະ​ບໍ່​ໜີ​ຈາກ​ທາງໃຫຍ່.</verse>
				<verse number="28">ພວກ​ຂ້າພະເຈົ້າ​ຈະ​ຈ່າຍ​ຄ່າ​ອາຫານ​ທີ່​ພວກ​ຂ້າພະເຈົ້າ​ກິນ ແລະ​ຈ່າຍ​ຄ່າ​ນໍ້າ​ທີ່​ພວກ​ຂ້າພະເຈົ້າ​ດື່ມ. ສິ່ງ​ດຽວ​ທີ່​ພວກ​ຂ້າພະເຈົ້າ​ຕ້ອງການ ຄື​ພຽງແຕ່​ຜ່ານ​ດິນແດນ​ຂອງທ່ານ​ໄປ</verse>
				<verse number="29">ຈົນກວ່າ​ພວກ​ຂ້າພະເຈົ້າ​ຈະ​ຜ່ານ​ແມ່ນໍ້າ​ຈໍແດນ​ເຂົ້າ​ໄປ​ສູ່​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້. ເຊື້ອສາຍ​ຂອງ​ເອຊາວ​ທີ່​ອາໄສ​ຢູ່​ເອໂດມ ແລະ​ຊາວ​ໂມອາບ​ທີ່​ອາໄສ​ຢູ່​ອາຣະ ກໍໄດ້​ອະນຸຍາດ​ໃຫ້​ພວກ​ຂ້າພະເຈົ້າ​ຜ່ານ​ເຂດແດນ​ຂອງ​ພວກເຂົາ​ມາ​ແລ້ວ.’</verse>
				<verse number="30">ແຕ່​ເຈົ້າ​ສີໂຫນ​ແຫ່ງ​ເຮັດຊະໂບນ​ບໍ່​ອະນຸຍາດ​ໃຫ້​ພວກເຮົາ​ຜ່ານ​ດິນແດນ​ຂອງ​ເພິ່ນ​ໄປ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃຫ້​ເພິ່ນ​ດື້ດຶງ​ແລະ​ແຂງກະດ້າງ ເພື່ອ​ພວກເຮົາ​ຈະ​ໄດ້​ຊະນະ​ແລະ​ຢຶດ​ເອົາ​ເຂດແດນ​ທັງໝົດ​ຂອງ​ເພິ່ນ ມາ​ຄອບຄອງ​ຈົນ​ເທົ່າ​ທຸກ​ວັນນີ້.</verse>
				<verse number="31">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ເບິ່ງແມ ເຮົາ​ໄດ້​ມອບ​ເຈົ້າສີໂຫນ​ແລະ​ດິນແດນ​ຂອງ​ລາວ ໄວ້​ຢູ່​ໃຕ້​ອຳນາດ​ຂອງ​ພວກເຈົ້າ​ແລ້ວ ຈົ່ງ​ຢຶດເອົາ​ເຖີດ.’</verse>
				<verse number="32">ເຈົ້າສີໂຫນ​ໄດ້​ຍົກທັບ​ອອກ​ມາ​ສູ້ຮົບ​ພວກເຮົາ​ຢູ່​ໃກ້​ເມືອງ​ຢາຮາດ,</verse>
				<verse number="33">ແຕ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ມອບ​ເພິ່ນ​ໄວ້​ຢູ່​ໃນ​ອຳນາດ​ຂອງ​ພວກເຮົາ ແລະ​ພວກເຮົາ​ໄດ້​ຊະນະ​ເຈົ້າສີໂຫນ​ແລະ​ພວກ​ລູກຊາຍ ແລະ​ທະຫານ​ທັງໝົດ​ຂອງ​ເພິ່ນ.</verse>
				<verse number="34">ໃນ​ເວລາ​ດຽວກັນ​ນັ້ນ ພວກເຮົາ​ໄດ້​ຢຶດ​ແລະ​ທຳລາຍ​ທຸກໆ​ເມືອງ​ຖິ້ມ ແລະ​ຂ້າ​ທຸກໆ​ຄົນ​ບໍ່​ວ່າ​ຊາຍ​ຍິງ ຫລື​ເດັກນ້ອຍ. ພວກເຮົາ​ບໍ່​ໃຫ້​ໃຜ​ລອດຊີວິດ​ຢູ່​ເລີຍ.</verse>
				<verse number="35">ພວກເຮົາ​ຢຶດເອົາ​ຝູງສັດ​ແລະ​ເກັບ​ກວາດ​ເອົາ​ສິ່ງຂອງ​ໃນ​ເມືອງ.</verse>
				<verse number="36">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ໄດ້​ໃຫ້​ພວກເຮົາ​ຢຶດເອົາ​ເມືອງ​ຕ່າງໆ ຕັ້ງແຕ່​ອາໂຣເອ​ໄປ ດັ່ງນີ້: ເມືອງ​ແຄມ​ຮ່ອມພູ​ອາກໂນນ ແລະ​ເມືອງ​ທີ່​ຢູ່​ທາງ​ກາງ​ຮ່ອມພູ, ຕະຫລອດ​ທຸກ​ເມືອງ​ທີ່​ຢູ່​ຕາມ​ທາງ​ໄປ​ສູ່​ເຂດແດນ​ກີເລອາດ. ບໍ່ມີ​ເມືອງ​ໃດ​ທີ່​ມີ​ກຳແພງ​ແໜ້ນໜາ ພໍ​ທີ່​ພວກເຮົາ​ຈະ​ຢຶດເອົາ​ບໍ່ໄດ້.</verse>
				<verse number="37">ແຕ່​ພວກເຮົາ​ບໍ່ໄດ້​ເຂົ້າ​ໄປ​ໃກ້​ເຂດແດນ​ຂອງ​ຊາວ​ອຳໂມນ ຫລື​ທົ່ງພຽງ​ຕາມ​ແຄມ​ແມ່ນໍ້າ​ຢັບໂບກ ຫລື​ເມືອງ​ຕ່າງໆ​ຢູ່​ທີ່​ເຂດ​ເນີນພູ ຫລື​ບ່ອນ​ອື່ນໆ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ໄດ້​ສັ່ງ​ໄວ້​ບໍ່​ໃຫ້​ພວກເຮົາ​ເຂົ້າ​ໄປ.”</verse>
			</chapter>
			<chapter number="3">
				<verse number="1">“ຕໍ່ມາ ພວກເຮົາ​ໄດ້​ເດີນທາງ​ໄປ​ທີ່​ພາກ​ເໜືອ​ສູ່​ອານາເຂດ​ບາຊານ ແລະ​ເຈົ້າໂອກ​ໄດ້​ຍົກທັບ​ອອກ​ມາ​ສູ້ຮົບ​ພວກເຮົາ​ໃກ້​ກັບ​ເມືອງ​ເອັດເຣອີ.</verse>
				<verse number="2">ແຕ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຢ່າ​ຢ້ານ​ລາວ​ເລີຍ. ເຮົາ​ກຳລັງ​ມອບ​ເຈົ້າໂອກ​ພ້ອມ​ກອງທັບ ແລະ​ເຂດແດນ​ທັງໝົດ​ຂອງ​ລາວ​ໃຫ້​ເຈົ້າ. ຈົ່ງ​ເຮັດ​ກັບ​ລາວ​ຢ່າງ​ດຽວ​ກັບ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ເຈົ້າສີໂຫນ ກະສັດ​ຊາວ​ອາໂມ​ຜູ້​ທີ່​ປົກຄອງ​ນະຄອນ​ເຮັດຊະໂບນ.’</verse>
				<verse number="3">ດັ່ງນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຈຶ່ງ​ມອບ​ເຈົ້າໂອກ ແລະ​ປະຊາຊົນ​ຂອງ​ເພິ່ນ ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພວກເຮົາ ແລະ​ພວກເຮົາ​ໄດ້​ຂ້າ​ພວກເຂົາ​ຖິ້ມ​ຈົນ​ໝົດ.</verse>
				<verse number="4">ໃນ​ເວລາ​ດຽວກັນ​ນັ້ນ ພວກເຮົາ​ກໍ​ຢຶດເອົາ​ທຸກ​ຕົວເມືອງ​ຂອງ​ເພິ່ນ ໂດຍ​ບໍ່ໄດ້​ປະ​ເມືອງ​ໃດ​ໄວ້. ທັງໝົດ​ທີ່​ຢຶດ​ໄດ້​ມີ 60 ເມືອງ ລວມ​ທັງ​ເຂດ​ອັກໂກບ​ທັງໝົດ ຊຶ່ງ​ເປັນ​ເມືອງ​ທີ່​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ​ໄດ້​ປົກຄອງ.</verse>
				<verse number="5">ເມືອງ​ເຫຼົ່ານັ້ນ​ທັງໝົດ​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ​ສູງ ແລະ​ມີ​ປະຕູ​ເມືອງ​ລົງ​ໄລ​ດ້ວຍ​ເຫລັກແທ່ງ ແລະ​ມີ​ຫລາຍ​ໝູ່ບ້ານ​ເໝືອນກັນ​ທີ່​ບໍ່ມີ​ກຳແພງ​ລ້ອມ.</verse>
				<verse number="6">ພວກເຮົາ​ໄດ້​ທຳລາຍ​ໝົດ​ທຸກ​ເມືອງ ແລະ​ຂ້າ​ຊາວ​ເມືອງ​ທຸກຄົນ ບໍ່​ວ່າ​ຊາຍ​ແລະ​ຍິງ​ຕະຫລອດ​ທັງ​ເດັກນ້ອຍ ດັ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໃນ​ເມືອງ​ຕ່າງໆ ຂອງ​ເຈົ້າສີໂຫນ​ແຫ່ງ​ນະຄອນ​ເຮັດຊະໂບນ.</verse>
				<verse number="7">ພວກເຮົາ​ໄດ້​ຢຶດເອົາ​ຝູງສັດ​ແລະ​ເກັບກວາດ​ເອົາ​ສິ່ງຂອງ​ໃນ​ເມືອງ.</verse>
				<verse number="8">ໃນຄັ້ງນັ້ນ ພວກເຮົາ​ໄດ້​ຢຶດເອົາ​ຈາກ​ກະສັດ​ທັງສອງ​ຂອງ​ຊາວ​ອາໂມ ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຕັ້ງແຕ່​ແມ່ນໍ້າ​ອາກໂນນ​ຈົນເຖິງ​ພູ​ເຮີໂມນ. (</verse>
				<verse number="9">ຊາວ​ຊີໂດນ​ເອີ້ນ​ພູ​ເຮີໂມນ​ວ່າ ສີຣິໂອນ ແລະ​ຊາວ​ອາໂມ​ເອີ້ນ​ວ່າ ເສນີ.)</verse>
				<verse number="10">ພວກເຮົາ​ໄດ້​ຢຶດເອົາ​ໝົດ​ທຸກ​ເຂດແດນ​ຂອງ​ເຈົ້າໂອກ​ໃນ​ບາຊານ ດັ່ງນີ້: ເມືອງ​ຕ່າງໆ​ຕາມ​ພູພຽງ, ຂົງເຂດ​ກີເລອາດ​ແລະ​ບາຊານ, ໄກ​ອອກ​ໄປ​ຈົນ​ຮອດ​ສາເລກາ​ແລະ​ເອັດເຣອີ. (</verse>
				<verse number="11">ເຈົ້າໂອກ​ແມ່ນ​ກະສັດ​ຄົນ​ສຸດທ້າຍ​ຂອງ​ຊາວ​ເຣຟາອິມ. ບ່ອນ​ໃສ່​ສົບ ຂອງ​ເພິ່ນ​ເຮັດ​ດ້ວຍ​ຫີນ ຍາວ 4 ແມັດ ແລະ​ກວ້າງ​ປະມານ 2 ແມັດ ຊຶ່ງ​ຍັງ​ມີ​ຄົນ​ເຫັນ​ຢູ່​ໃນ​ເມືອງ​ຣັບບາ​ຂອງ​ຊາວ​ອຳໂມນ.)”</verse>
				<verse number="12">“ເມື່ອ​ພວກເຮົາ​ຢຶດເອົາ​ດິນແດນ​ມາ​ເປັນ​ກຳມະສິດ​ນັ້ນ ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ເຜົ່າ​ຣູເບັນ​ແລະ​ກາດ ເຂດແດນ​ທາງທິດເໜືອ​ຂອງ​ເມືອງ​ອາໂຣເອ​ໃກ້​ກັບ​ແມ່ນໍ້າ​ອາກໂນນ ແລະ​ເຄິ່ງ​ໜຶ່ງ​ຂອງ​ເຂດ​ເນີນພູ​ກີເລອາດ​ພ້ອມ​ກັບ​ເມືອງເລັກ​ເມືອງນ້ອຍ​ຕ່າງໆ.</verse>
				<verse number="13">ສຳລັບ​ເຜົ່າ​ມານາເຊ​ເຄິ່ງ​ເຜົ່າ ຂ້າພະເຈົ້າ​ໄດ້​ມອບ​ສ່ວນ​ທີ່​ເຫຼືອ​ຂອງ​ກີເລອາດ ແລະ​ດິນ​ທຸກ​ເຂດ​ຂອງ​ບາຊານ​ດ້ວຍ ບ່ອນ​ທີ່​ເຈົ້າໂອກ​ໄດ້​ປົກຄອງ​ຄື​ຂົງເຂດ​ອັກໂກບ​ທັງໝົດ.” (ບາຊານ​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ ເປັນ​ດິນແດນ​ຂອງ​ຊາວ​ເຣຟາອິມ.</verse>
				<verse number="14">ຢາອີ​ຜູ້​ທີ່​ເປັນ​ຄົນ​ໃນ​ເຜົ່າ​ມານາເຊ ໄດ້​ຢຶດຄອງ​ຂົງ​ເຂດ​ອັກໂກບ​ທັງໝົດ ຄື​ບາຊານ ໄກ​ອອກ​ໄປ​ຈົນ​ຮອດ​ຊາຍແດນ​ຂອງ​ເກຊູ​ແລະ​ມາອາກາ. ລາວ​ໃສ່​ຊື່​ໝູ່ບ້ານ​ເຫຼົ່ານັ້ນ​ຕາມ​ຊື່​ຂອງຕົນ ຊຶ່ງ​ຍັງ​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ​ໝູ່ບ້ານ​ຂອງ​ຢາອີ.)</verse>
				<verse number="15">“ຂ້າພະເຈົ້າ​ໄດ້​ມອບ​ເຂດແດນ​ກີເລອາດ ໃຫ້​ຕະກຸນ​ມາກີ​ໃນ​ເຜົ່າ​ມານາເຊ.</verse>
				<verse number="16">ສ່ວນ​ເຜົ່າ​ຣູເບັນ​ແລະ​ເຜົ່າ​ກາດ​ນັ້ນ ຂ້າພະເຈົ້າ​ໄດ້​ມອບ​ເຂດແດນ​ຕັ້ງແຕ່​ກີເລອາດ​ຈົນເຖິງ​ແມ່ນໍ້າ​ອາກໂນນ. ທາງ​ກາງ​ແມ່ນໍ້າ​ນີ້ ໃຊ້​ເປັນ​ຊາຍແດນ​ຕອນ​ໃຕ້​ຂອງ​ພວກເຂົາ ແລະ​ຊາຍແດນ​ຕອນເໜືອ​ແມ່ນ​ແມ່ນໍ້າ​ຢັບໂບກ ຊຶ່ງ​ສ່ວນ​ໜຶ່ງ​ເປັນ​ຊາຍແດນ​ຂອງ​ພວກ​ອຳໂມນ.</verse>
				<verse number="17">ທາງທິດ​ຕາເວັນຕົກ ເຂດແດນ​ຂອງ​ພວກເຂົາ​ຍາວ​ອອກ​ໄປ​ຮອດ​ແມ່ນໍ້າ​ຈໍແດນ ຕັ້ງແຕ່​ທະເລສາບ​ຄາລີເລ​ໃນ​ຕອນເໜືອ ລົງ​ມາ​ຮອດ​ທະເລຕາຍ​ໃນ​ຕອນ​ໃຕ້ ແລະ​ເລີຍ​ມາ​ຮອດ​ຕີນ​ພູ​ປີສະກາ​ທາງທິດ​ຕາເວັນອອກ.</verse>
				<verse number="18">ໃນ​ເວລາ​ດຽວກັນ​ນັ້ນ ຂ້າພະເຈົ້າ​ໄດ້​ໃຫ້​ຄຳແນະນຳ​ພວກເຂົາ​ດັ່ງນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ມອບ​ເຂດແດນ ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ນີ້​ໃຫ້​ພວກເຈົ້າ​ຢຶດຄອງ. ບັດນີ້ ຈົ່ງ​ປະກອບ​ອາວຸດ​ໃຫ້​ພວກ​ນັກຮົບ​ຂອງ​ພວກເຈົ້າ ແລະ​ໃຊ້​ພວກເຂົາ​ໃຫ້​ຂ້າມ​ແມ່ນໍ້າ​ຈໍແດນ ອອກ​ໜ້າ​ເຜົ່າ​ອື່ນໆ​ຂອງ​ຊາດ​ອິດສະຣາເອນ ເພື່ອ​ໄປ​ຊ່ວຍ​ຢຶດຄອງ​ດິນແດນ​ໃຫ້​ພວກເຂົາ.</verse>
				<verse number="19">ຂ້າພະເຈົ້າ​ຮູ້​ວ່າ​ພວກເຈົ້າ​ມີ​ຝູງສັດ​ຫລາຍ ສະນັ້ນ ຈົ່ງ​ໃຫ້​ພວກ​ລູກ​ເມຍ​ຂອງ​ພວກເຈົ້າ​ເທົ່ານັ້ນ​ຢູ່​ໃນ​ເມືອງ​ທາງ​ຟາກ​ນີ້ ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ​ນັ້ນ.</verse>
				<verse number="20">ຈົ່ງ​ຊ່ວຍເຫລືອ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ ຈົນກວ່າ​ພວກເຂົາ​ໄດ້​ຢຶດຄອງ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ ຢູ່​ທາງ​ຟາກ​ຕາເວັນຕົກ​ແມ່ນໍ້າ​ຈໍແດນ ແລະ​ຈົນກວ່າ​ພວກເຂົາ​ຢູ່​ໃນ​ທີ່ນັ້ນ​ຢ່າງ​ສະຫງົບສຸກ ເໝືອນ​ດັ່ງ​ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຢູ່​ຢ່າງ​ສະຫງົບສຸກ​ແລ້ວ​ທາງ​ຟາກ​ນີ້. ຫລັງຈາກ​ນັ້ນ​ແລ້ວ ພວກເຈົ້າ​ຈົ່ງ​ກັບຄືນ​ເມືອ​ສູ່​ດິນແດນ ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ທາງ​ຟາກ​ນີ້.</verse>
				<verse number="21">ແລ້ວ​ຂ້າພະເຈົ້າ​ກໍ​ແນະນຳ​ໂຢຊວຍ​ວ່າ, ‘ເຈົ້າ​ໄດ້​ເຫັນ​ໝົດ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ໄດ້​ເຮັດ​ກັບ​ກະສັດ​ທັງສອງ​ຄົນ​ນັ້ນ​ແລ້ວ ຄື​ເຈົ້າສີໂຫນ​ແລະ​ເຈົ້າໂອກ ແລະ​ພຣະເຈົ້າຢາເວ​ຈະ​ເຮັດ​ຢ່າງ​ດຽວ​ກັບ​ຄົນອື່ນໆ ໃນ​ດິນແດນ​ທີ່​ພວກເຈົ້າ​ຈະ​ບຸກລຸກ​ເຂົ້າ​ໄປ.</verse>
				<verse number="22">ຢ່າ​ຢ້ານ​ພວກເຂົາ​ແຕ່​ປະການ​ໃດ​ເລີຍ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ສູ້ຮົບ​ແທນ​ພວກເຈົ້າ.’</verse>
				<verse number="23">ໃນ​ຄັ້ງ​ນັ້ນ ຂ້າພະເຈົ້າ​ໄດ້​ພາວັນນາ​ອະທິຖານ​ຢ່າງ​ຮ້ອນຮົນ​ຕໍ່​ພຣະເຈົ້າຢາເວ​ວ່າ</verse>
				<verse number="24">‘ໂອ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ໄດ້​ສຳແດງ​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຫັນ​ພຽງແຕ່ ເບື້ອງ​ຕົ້ນ​ຂອງ​ເຫດການ​ອັນ​ຍິ່ງໃຫຍ່​ແລະ​ອັດສະຈັນ​ຂອງ​ພຣະອົງ. ບໍ່ມີ​ພະ​ໃດໆ​ໃນ​ສະຫວັນ​ຫລື​ເທິງ​ແຜ່ນດິນ​ໂລກ ທີ່​ເຮັດ​ສິ່ງ​ອັດສະຈັນ​ເໝືອນ​ດັ່ງ​ພຣະອົງ​ໄດ້​ເຮັດ​ນັ້ນ</verse>
				<verse number="25">ຂໍ​ພຣະອົງ​ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ ໄປ​ເບິ່ງ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ​ທາງ​ຟາກ​ພຸ້ນ​ແດ່ທ້ອນ ຄື​ເບິ່ງ​ເນີນພູ​ອັນ​ສວຍງາມ​ແລະ​ພູເຂົາ​ຂອງ​ເລບານອນ.’</verse>
				<verse number="26">ແຕ່​ຍ້ອນ​ພວກເຈົ້າ ພຣະເຈົ້າຢາເວ​ຈຶ່ງ​ຄຽດຮ້າຍ​ຂ້າພະເຈົ້າ ແລະ​ບໍ່​ຟັງ​ຄຳ​ຂໍ​ຂອງ​ຂ້າພະເຈົ້າ, ແຕ່​ພຣະອົງ​ກັບ​ຕອບ​ຂ້າພະເຈົ້າ​ວ່າ, ‘ພໍແລ້ວ ຢ່າ​ໄດ້​ເອີ່ຍ​ເຖິງ​ເລື່ອງ​ນີ້​ອີກ</verse>
				<verse number="27">ເຈົ້າ​ຈົ່ງ​ຂຶ້ນ​ໄປ​ເທິງ​ຈອມ​ພູ​ປີສະກາ ແລະ​ແນມ​ເບິ່ງ​ທົ່ວ​ທຸກ​ທິດ​ຄື: ເໜືອ, ໃຕ້, ຕາເວັນອອກ ແລະ​ຕາເວັນຕົກ. ຈົ່ງ​ເບິ່ງ​ສິ່ງ​ທີ່​ເຈົ້າ​ເຫັນ​ໃຫ້​ຄັກໆ ເພາະ​ເຈົ້າ​ຈະ​ບໍ່ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ເປັນ​ເດັດຂາດ.</verse>
				<verse number="28">ເຈົ້າ​ຈົ່ງ​ແນະນຳ​ໂຢຊວຍ​ແລະ​ໃຫ້​ກຳລັງໃຈ​ລາວ ໃຫ້​ເດັດດ່ຽວ​ກ້າຫານ​ຫລາຍ​ຍິ່ງ​ຂຶ້ນ ເພາະ​ລາວ​ຈະ​ຕ້ອງ​ເປັນ​ຜູ້​ນຳພາ​ປະຊາຊົນ​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ຢຶດຄອງ​ດິນແດນ​ທີ່​ເຈົ້າ​ເຫັນ​ຢູ່​ນີ້.’</verse>
				<verse number="29">ສະນັ້ນ ພວກເຮົາ​ຈຶ່ງ​ໄດ້​ຄ້າງ​ຢູ່​ຮ່ອມພູ ທີ່​ກົງກັນຂ້າມ​ກັບ​ເມືອງ​ເບັດ​ເປອໍ.”</verse>
			</chapter>
			<chapter number="4">
				<verse number="1">ແລ້ວ​ໂມເຊ​ກໍໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ເຊື່ອຟັງ​ກົດບັນຍັດ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ກຳລັງ​ສອນ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ມີ​ຊີວິດ ແລະ​ຢຶດຄອງ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ.</verse>
				<verse number="2">ຢ່າ​ຕື່ມ​ສິ່ງໃດ​ສິ່ງໜຶ່ງ​ໃສ່​ສິ່ງ​ທີ່​ຂ້າພະເຈົ້າ​ສັ່ງ ແລະ​ຢ່າ​ຕັດ​ສິ່ງໃດ​ສິ່ງໜຶ່ງ​ອອກ. ຈົ່ງ​ຖື​ຮັກສາ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຊຶ່ງ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="3">ພວກເຈົ້າ​ໄດ້​ເຫັນ​ດ້ວຍ​ຕົນເອງ ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ທີ່​ພູ​ເປອໍ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ທຳລາຍ​ທຸກຄົນ​ທີ່​ຂາບໄຫວ້​ພະບາອານ​ໃນ​ທີ່ນັ້ນ</verse>
				<verse number="4">ແຕ່​ພວກ​ທີ່​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ຍັງ​ມີ​ຊີວິດ​ຢູ່​ເທົ່າ​ເຖິງ​ທຸກ​ວັນນີ້.</verse>
				<verse number="5">ຂ້າພະເຈົ້າ​ໄດ້​ສັ່ງສອນ​ກົດບັນຍັດ​ທຸກ​ຂໍ້​ແກ່​ພວກເຈົ້າ ຕາມ​ທີ່​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ໄດ້​ບອກ. ຈົ່ງ​ປະຕິບັດ​ຕາມ​ກົດບັນຍັດ​ເຫຼົ່ານີ້​ຢູ່​ໃນ​ດິນແດນ ທີ່​ພວກເຈົ້າ​ກຳລັງ​ຈະ​ບຸກຮຸກ​ເຂົ້າ​ໄປ​ຢຶດຄອງ.</verse>
				<verse number="6">ຈົ່ງ​ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ​ຢ່າງ​ສັດຊື່ ເພາະ​ການ​ກະທຳ​ເຊັ່ນນັ້ນ ຈະ​ສະແດງ​ໃຫ້​ຊົນຊາດ​ອື່ນ​ເຫັນ​ວ່າ ພວກເຈົ້າ​ສະຫລຽວ​ສະຫລາດ​ພຽງໃດ. ເມື່ອ​ເຂົາ​ໄດ້ຍິນ​ເຖິງ​ກົດບັນຍັດ​ເຫຼົ່ານີ້​ແລ້ວ ເຂົາ​ກໍ​ຈະ​ເວົ້າ​ວ່າ ‘ຊົນຊາດ​ທີ່​ຍິ່ງໃຫຍ່​ນີ້​ຊ່າງ​ມີ​ປັນຍາ​ແລະ​ຄວາມ​ຮອບຮູ້​ແທ້ນໍ.’</verse>
				<verse number="7">ບໍ່ມີ​ຊົນຊາດ​ອື່ນ​ໃດ ເຖິງ​ວ່າ​ຍິ່ງໃຫຍ່​ພຽງໃດ​ກໍຕາມ ທີ່​ມີ​ພຣະເຈົ້າ​ຢູ່​ໃກ້ຊິດ​ເມື່ອ​ພວກເຂົາ​ຕ້ອງການ​ຄວາມ​ຊ່ວຍເຫລືອ ເໝືອນ​ດັ່ງ​ທີ່​ພວກເຮົາ​ມີ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ພວກເຮົາ​ຮ້ອງ​ຫາ​ພຣະອົງ​ໃຫ້​ຊ່ວຍເຫລືອ​ເມື່ອໃດ ພຣະອົງ​ກໍ​ຕອບ​ພວກເຮົາ​ເມື່ອນັ້ນ.</verse>
				<verse number="8">ບໍ່ມີ​ຊົນຊາດ​ອື່ນ​ໃດ ເຖິງ​ວ່າ​ຍິ່ງໃຫຍ່​ພຽງໃດ​ກໍຕາມ​ທີ່​ມີ​ກົດບັນຍັດ​ອັນ​ຍຸດຕິທຳ ເໝືອນ​ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງສອນ​ພວກເຈົ້າ​ໃນວັນນີ້.</verse>
				<verse number="9">ຈົ່ງ​ເຝົ້າ​ລະວັງ​ໃຫ້​ດີ! ຕາບໃດ​ທີ່​ພວກເຈົ້າ​ມີ​ຊີວິດ​ຢູ່ ຈົ່ງ​ແນ່ໃຈ​ວ່າ​ພວກເຈົ້າ​ບໍ່ໄດ້​ລືມໄລ ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນກັບຕາ​ມາ​ແລ້ວ. ຈົ່ງ​ບອກ​ພວກ​ລູກຫລານ​ຂອງ​ພວກເຈົ້າ​ໃຫ້​ຮູ້​ເຖິງ​ສິ່ງ​ເຫຼົ່ານີ້</verse>
				<verse number="10">ມື້​ທີ່​ພວກເຈົ້າ​ໄດ້​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ທີ່​ພູເຂົາ​ຊີນາຍ ເມື່ອ​ພຣະເຈົ້າຢາເວ​ໄດ້​ສັ່ງ​ຂ້າພະເຈົ້າ​ວ່າ ‘ຈົ່ງ​ເຕົ້າໂຮມ​ປະຊາຊົນ ເຮົາ​ຕ້ອງການ​ໃຫ້​ພວກເຂົາ​ໄດ້ຍິນ​ສິ່ງ​ທີ່​ເຮົາ​ຕ້ອງ​ກ່າວ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮຽນ​ຮູ້​ເຊື່ອຟັງ​ເຮົາ​ຊົ່ວຊີວິດ​ຂອງ​ພວກເຂົາ ແລະ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ສັ່ງສອນ​ລູກຫລານ​ຂອງ​ພວກເຂົາ​ໃຫ້​ເຮັດ​ຢ່າງ​ດຽວກັນ.’</verse>
				<verse number="11">ຈົ່ງ​ບອກ​ລູກຫລານ​ຂອງ​ພວກເຈົ້າ​ວ່າ ພວກເຈົ້າ​ໄດ້​ໄປ​ແລະ​ຢືນ​ເຝົ້າ​ຢູ່​ຢ່າງ​ໃດ​ຢູ່​ທີ່​ຕີນ​ພູ ທີ່​ມີ​ເມກ​ອັນ​ໜາແໜ້ນ​ແລະ​ມີ​ຄວັນ​ອັນ​ມືດຕຶບ​ປົກຄຸມ​ຢູ່ ພ້ອມ​ທັງ​ມີ​ໄຟ​ລຸກ​ພຸ່ງ​ຂຶ້ນ​ສູ່​ຟ້າ​ສະຫວັນ.</verse>
				<verse number="12">ຈົ່ງ​ບອກ​ພວກເຂົາ​ວ່າ, ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ພວກເຈົ້າ ອອກ​ມາ​ຈາກ​ແປວໄຟ​ຢ່າງໃດ; ພວກເຈົ້າ​ໄດ້ຍິນ​ພຣະອົງ​ກ່າວ ແຕ່​ບໍ່ໄດ້​ເຫັນ​ພຣະອົງ​ປາກົດ​ໃນ​ຮູບຮ່າງ​ໃດໆ​ເລີຍ.</verse>
				<verse number="13">ພຣະອົງ​ໄດ້​ບອກ​ພວກເຈົ້າ​ວ່າ​ຕ້ອງ​ເຮັດ​ຢ່າງ​ໃດ ເພື່ອ​ຖື​ຮັກສາ​ພັນທະສັນຍາ ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ ຄື​ໃຫ້​ພວກເຈົ້າ​ປະຕິບັດ​ຕາມ​ພຣະ​ຄຳສັ່ງ​ສິບ​ຂໍ້ ທີ່​ພຣະອົງ​ໄດ້​ຈາລຶກ​ໄວ້​ໃນ​ຫີນ​ສອງ​ແຜ່ນ.</verse>
				<verse number="14">ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ສັ່ງສອນ​ກົດບັນຍັດ​ທຸກ​ຂໍ້​ນັ້ນ​ແກ່​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ນຳ​ໄປ​ປະຕິບັດ​ໃນ​ດິນແດນ ທີ່​ພວກເຈົ້າ​ກຳລັງ​ຈະ​ບຸກ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.”</verse>
				<verse number="15">“ເມື່ອ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ພວກເຈົ້າ​ຈາກ​ແປວໄຟ ທີ່​ເທິງ​ພູເຂົາ​ຊີນາຍ​ນັ້ນ ພວກເຈົ້າ​ບໍ່ໄດ້​ເຫັນ​ພຣະອົງ. ສະນັ້ນ ເພື່ອ​ຜົນປະໂຫຍດ​ຂອງ​ພວກເຈົ້າ​ເອງ</verse>
				<verse number="16">ຈົ່ງ​ໃຫ້​ແນ່ໃຈ​ວ່າ​ພວກເຈົ້າ​ບໍ່​ເຮັດ​ບາບ ໂດຍ​ສ້າງ​ຮູບເຄົາຣົບ​ໃດໆ​ສຳລັບ​ພວກເຈົ້າ​ເອງ ບໍ່​ວ່າ​ຈະ​ເປັນ​ຮູບ​ພະ​ຊາຍ​ຫລື​ພະ​ຍິງ</verse>
				<verse number="17">ຫລື​ຮູບ​ສັດ​ສີ່​ຕີນ​ຫລື​ຮູບ​ນົກ</verse>
				<verse number="18">ຫລື​ຮູບ​ສັດ​ຍ່າງຍ້າຍ​ເລືອຄານ​ຫລື​ປາ​ກໍຕາມ.</verse>
				<verse number="19">ຢ່າ​ໃຫ້​ຖືກ​ລໍ້ລວງ​ໄປ​ຂາບໄຫວ້​ແລະ​ຮັບໃຊ້ ສິ່ງ​ທີ່​ພວກເຈົ້າ​ເຫັນ​ໃນ​ຈັກກະວານ ເຊັ່ນ: ຕາເວັນ, ດວງເດືອນ ແລະ​ດວງດາວ​ຕ່າງໆ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ໃຫ້​ໝົດ​ທຸກ​ຊົນຊາດ​ອື່ນໆ​ຂາບໄຫວ້​ສິ່ງ​ເຫຼົ່ານີ້.</verse>
				<verse number="20">ແຕ່​ສຳລັບ​ພວກເຈົ້າ​ແລ້ວ ພວກເຈົ້າ​ເປັນ​ປະຊາຊົນ​ທີ່​ພຣະເຈົ້າຢາເວ​ໄດ້​ຊ່ວຍ​ກອບກູ້ ອອກ​ມາ​ຈາກ​ຂຸມ​ນະຣົກ​ຂອງ​ເອຢິບ. ພຣະອົງ​ໄດ້​ນຳ​ພວກເຈົ້າ​ອອກ​ມາ ເພື່ອ​ຫລໍ່ຫລອມ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ທີ່​ພວກເຈົ້າ​ເປັນ​ຢູ່​ໃນວັນນີ້.</verse>
				<verse number="21">ຍ້ອນ​ພວກເຈົ້າ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຂ້າພະເຈົ້າ​ແລະ​ປະກາດ​ຢ່າງ​ໜັກແໜ້ນ​ວ່າ, ຂ້າພະເຈົ້າ​ຈະ​ບໍ່ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ເຂົ້າ​ໄປ​ໃນ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ.</verse>
				<verse number="22">ຂ້າພະເຈົ້າ​ຈະ​ຕາຍ​ຢູ່​ໃນ​ດິນແດນ​ນີ້ ແລະ​ຈະ​ບໍ່ໄດ້​ຂ້າມ​ແມ່ນໍ້າ​ໄປ; ແຕ່​ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນໍ້າ ເຂົ້າ​ໄປ​ຢຶດຄອງ​ດິນແດນ​ອັນ​ອູດົມ​ສົມບູນ​ແລະ​ຮັ່ງມີ.</verse>
				<verse number="23">ສະນັ້ນ ຈົ່ງ​ແນ່ໃຈ​ວ່າ​ພວກເຈົ້າ​ຈະ​ບໍ່​ລືມໄລ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ. ຈົ່ງ​ເຮັດ​ຕາມ​ພຣະ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຢ່າ​ເຮັດ​ຮູບເຄົາຣົບ​ໃດໆ​ສຳລັບ​ຕົນ</verse>
				<verse number="24">ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເປັນ​ເໝືອນ​ດັ່ງ​ໄຟ​ທີ່​ເຜົາຜານ; ພຣະອົງ​ແມ່ນ​ພຣະເຈົ້າ​ຜູ້​ຫວງແຫນ.</verse>
				<verse number="25">ເຖິງແມ່ນ​ວ່າ ເມື່ອ​ພວກເຈົ້າ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ດົນນານ ແລະ​ມີ​ລູກຫລານ​ເຫຼັນ​ກໍຕາມ ຢ່າ​ເຮັດ​ບາບ​ໂດຍ​ສ້າງ​ຮູບເຄົາຣົບ​ໃດໆ​ເພື່ອ​ຂາບໄຫວ້. ອັນ​ນີ້​ເປັນ​ສິ່ງ​ຊົ່ວຮ້າຍ​ຕໍ່ສາຍຕາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຊຶ່ງ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ.</verse>
				<verse number="26">ຖ້າ​ເປັນ​ເຊັ່ນນັ້ນ ຂ້າພະເຈົ້າ​ຂໍ​ໃຫ້​ສະຫວັນ​ກັບ​ແຜ່ນດິນ​ໂລກ ຈົ່ງ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ​ໃນ​ວັນນີ້ ແລະ​ພວກເຈົ້າ​ຈະ​ດັບສູນ​ຈາກ​ດິນແດນ​ນີ້​ໃນບໍ່ຊ້າ. ພວກເຈົ້າ​ຈະ​ບໍ່ໄດ້​ຢູ່​ຍາວນານ​ໃນ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ຢຶດຄອງ​ນັ້ນ ແລະ​ພວກເຈົ້າ​ຈະ​ຖືກ​ທຳລາຍ​ຈົນ​ໝົດ​ສິ້ນ.</verse>
				<verse number="27">ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຈົ້າ ກະຈັດ​ກະຈາຍ​ໄປ​ຢູ່​ໃນ​ຊົນຊາດ​ອື່ນໆ ບ່ອນ​ທີ່​ພວກເຈົ້າ​ພຽງແຕ່​ໜ້ອຍ​ຄົນ​ເທົ່ານັ້ນ​ຈະ​ຍັງ​ມີ​ຊີວິດ​ຢູ່.</verse>
				<verse number="28">ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ພະ​ໄມ້ ແລະ​ພະ​ຫີນ​ຊຶ່ງ​ມະນຸດ​ໄດ້​ປະດິດ​ຂຶ້ນ ຄື​ພະ​ທີ່​ເບິ່ງ​ບໍ່​ເຫັນ ແລະ​ຟັງ​ບໍ່ໄດ້ຍິນ ທັງ​ກິນ​ຫລື​ດົມ​ກິ່ນ​ບໍ່ໄດ້​ດ້ວຍ.</verse>
				<verse number="29">ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ສະແຫວງ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ຖ້າ​ພວກເຈົ້າ​ສະແຫວງ​ຫາ​ພຣະອົງ​ດ້ວຍ​ສຸດໃຈ ພວກເຈົ້າ​ກໍ​ຈະ​ໄດ້​ພົບ​ພຣະອົງ.</verse>
				<verse number="30">ເມື່ອ​ພວກເຈົ້າ​ເດືອດຮ້ອນ​ແລະ​ປະເຊີນ​ກັບ​ສິ່ງ​ທັງໝົດ​ເຫຼົ່ານີ້​ແລ້ວ; ໃນທີ່ສຸດ ພວກເຈົ້າ​ກໍ​ຈະ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ເຊື່ອຟັງ​ພຣະອົງ.</verse>
				<verse number="31">ດ້ວຍວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເປັນ​ພຣະເຈົ້າ​ອົງ​ຊົງ​ເມດຕາ ພຣະອົງ​ຈະ​ບໍ່​ປະຖິ້ມ​ຫລື​ທຳລາຍ​ພວກເຈົ້າ ພຣະອົງ​ຈະ​ບໍ່​ລືມ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ.</verse>
				<verse number="32">ຈົ່ງ​ຄົ້ນ​ເບິ່ງ​ໃນ​ອະດີດ ເວລາ​ກ່ອນ​ພວກເຈົ້າ​ເກີດ​ມາ ຕະຫລອດ​ທັງ​ຢ້ອນ​ກັບຄືນ​ໄປ​ຫາ​ເວລາ ເມື່ອ​ພຣະເຈົ້າ​ໄດ້ສ້າງ​ມະນຸດ​ເທິງ​ແຜ່ນດິນ​ໂລກ. ຈົ່ງ​ຄົ້ນ​ເບິ່ງ​ແຜ່ນດິນ​ໂລກ​ທັງໝົດ​ນີ້​ເບິ່ງດູ ມີ​ສິ່ງໃດ​ທີ່​ຍິ່ງໃຫຍ່​ກວ່າ ທີ່​ເຄີຍ​ເກີດຂຶ້ນ​ມາ​ກ່ອນ​ແດ່? ມີ​ຜູ້ໃດ​ຜູ້ໜຶ່ງ​ທີ່​ເຄີຍ​ໄດ້ຍິນ​ເລື່ອງ​ຢ່າງ​ນີ້​ຫລື​ບໍ່?</verse>
				<verse number="33">ມີ​ປະຊາຊົນ​ຊາດ​ໃດໆ​ຍັງ​ມີ​ຊີວິດ​ຢູ່​ເໝືອນ​ດັ່ງ​ພວກເຈົ້າ​ແດ່ ຫລັງຈາກ​ທີ່​ໄດ້ຍິນ​ພຣະເຈົ້າ​ກ່າວ​ແກ່​ພວກເຂົາ​ອອກ​ມາ​ຈາກ​ແປວໄຟ.</verse>
				<verse number="34">ມີ​ພຣະເຈົ້າ​ອົງ​ໃດ​ອີກ​ທີ່​ກ້າ​ໄປ​ເອົາ​ປະຊາຊົນ​ຈາກ​ຊາດ​ອື່ນ ແລະ​ເອົາ​ມາ​ຫລໍ່ຫລອມ​ໃຫ້​ເປັນ​ປະຊາຊົນ​ຂອງຕົນ ເໝືອນ​ດັ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃນ​ປະເທດ​ເອຢິບ? ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ ພຣະອົງ​ໄດ້​ໃຊ້​ຣິດອຳນາດ​ກັບ​ພະລັງ​ອັນ​ຍິ່ງໃຫຍ່​ແລະ​ຣິດເດດ​ຂອງ​ພຣະອົງ; ພຣະອົງ​ໄດ້​ໃຫ້​ໂຣກ​ລະບາດ​ກັບ​ສົງຄາມ​ເກີດຂຶ້ນ, ເຮັດ​ສິ່ງ​ອັດສະຈັນ​ກັບ​ໝາຍສຳຄັນ​ຕ່າງໆ ແລະ​ເຮັດ​ໃຫ້​ສິ່ງ​ອັນ​ໜ້າຢ້ານກົວ​ຍິ່ງ​ເກີດຂຶ້ນ.</verse>
				<verse number="35">ການ​ສຳແດງ​ສິ່ງ​ເຫຼົ່ານີ້​ແກ່​ພວກເຈົ້າ ເພື່ອ​ພິສູດ​ໃຫ້​ພວກເຈົ້າ​ຮູ້​ວ່າ ພຣະເຈົ້າຢາເວ​ທີ່​ເປັນ​ພຣະເຈົ້າ​ແລະ​ບໍ່ມີ​ພະ​ອື່ນ​ອີກ.</verse>
				<verse number="36">ພຣະອົງ​ໃຫ້​ພວກເຈົ້າ​ໄດ້ຍິນ​ສຽງ​ຂອງ​ພຣະອົງ​ຈາກ​ສະຫວັນ ເພື່ອ​ພຣະອົງ​ຈະ​ສອນ​ພວກເຈົ້າ ແລະ​ທີ່​ເທິງ​ແຜ່ນດິນ​ໂລກ​ນີ້ ພຣະອົງ​ກໍໄດ້​ໃຫ້​ພວກເຈົ້າ​ເຫັນ​ໄຟ​ອັນ​ສັກສິດ​ຂອງ​ພຣະອົງ ແລະ​ຈາກ​ໄຟ​ນັ້ນ​ພຣະອົງ​ໄດ້​ກ່າວ​ແກ່​ພວກເຈົ້າ.</verse>
				<verse number="37">ເພາະ​ພຣະອົງ​ໄດ້​ຮັກ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ພຣະອົງ​ຈຶ່ງ​ເລືອກ​ເອົາ​ພວກເຈົ້າ ແລະ​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.</verse>
				<verse number="38">ເວລາ​ທີ່​ພວກເຈົ້າ​ໄດ້​ບຸກໜ້າ​ເຂົ້າ​ໄປ​ນັ້ນ ພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ຕ່າງໆ​ທີ່​ຍິ່ງໃຫຍ່ ແລະ​ມີ​ອຳນາດ​ກວ່າ​ພວກເຈົ້າ​ອອກ​ໄປ ເພື່ອ​ພຣະອົງ​ຈະ​ໄດ້​ນຳ​ພວກເຈົ້າ​ເຂົ້າ​ໄປ ແລະ​ເອົາ​ດິນແດນ​ຂອງ​ພວກເຂົາ​ໃຫ້​ພວກເຈົ້າ ຄື​ດິນແດນ​ທີ່​ຍັງ​ເປັນ​ຂອງ​ພວກເຈົ້າ​ຢູ່​ນີ້.</verse>
				<verse number="39">ສະນັ້ນ ໃນວັນນີ້ ຈົ່ງ​ຈົດຈຳ​ໄວ້​ແລະ​ຢ່າ​ລືມໄລ​ຈັກເທື່ອ​ວ່າ, ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ​ໃນ​ສະຫວັນ​ແລະ​ເທິງ​ແຜ່ນດິນ​ໂລກ. ບໍ່ມີ​ພຣະເຈົ້າ​ອົງ​ອື່ນ​ອີກ.</verse>
				<verse number="40">ຈົ່ງ​ປະຕິບັດ​ຕາມ​ກົດບັນຍັດ​ແລະ​ຂໍ້​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ທີ່​ຂ້າພະເຈົ້າ​ໄດ້​ໃຫ້​ພວກເຈົ້າ​ໃນວັນນີ້ ແລະ​ພວກເຈົ້າ​ພ້ອມ​ລູກຫລານ​ກໍ​ຈະ​ຢູ່ເຢັນ​ເປັນ​ສຸກ. ພວກເຈົ້າ​ຈະ​ສືບຕໍ່​ອາໄສ​ຢູ່​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ​ນີ້​ຕະຫລອດໄປ.”</verse>
				<verse number="41">ແລ້ວ​ໂມເຊ​ກໍໄດ້​ເລືອກ​ສາມ​ຕົວເມືອງ ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ໄວ້​ຕ່າງຫາກ.</verse>
				<verse number="42">ໃນ​ເມືອງ​ເຫຼົ່ານີ້ ຜູ້ໜຶ່ງ​ທີ່​ໄດ້​ຂ້າ​ຄົນ​ໜຶ່ງ​ໂດຍ​ບໍ່​ເຈດຕະນາ ແລະ​ທີ່​ບໍ່ໄດ້​ເປັນ​ສັດຕູ​ຂອງຕົນ ເຂົ້າ​ໄປ​ລີ້​ໄພ​ໃນ​ທີ່ນັ້ນ​ໄດ້. ລາວ​ໜີ​ເຂົ້າ​ໄປ​ຢູ່​ໃນ​ເມືອງ​ໜຶ່ງ​ຂອງ​ເມືອງ​ເຫຼົ່ານີ້​ໄດ້ ໂດຍ​ບໍ່​ຕ້ອງ​ຖືກ​ປະຫານ​ຊີວິດ.</verse>
				<verse number="43">ສຳລັບ​ເຜົ່າ​ຣູເບັນ​ແມ່ນ​ເມືອງ​ເບເຊ ທີ່​ເທິງ​ພູພຽງ​ຂອງ​ຖິ່ນ​ແຫ້ງແລ້ງ​ກັນດານ ສຳລັບ​ເຜົ່າກາດ​ແມ່ນ​ເມືອງ​ຣາໂມດ​ໃນ​ເຂດແດນ​ຂອງ​ກີເລອາດ ແລະ​ສຳລັບ​ເຜົ່າ​ມານາເຊ​ແມ່ນ​ເມືອງ​ໂກລານ​ໃນ​ເຂດແດນ​ບາຊານ.</verse>
				<verse number="44">ໂມເຊ​ໄດ້​ມອບ​ກົດບັນຍັດ​ຂອງ​ພຣະເຈົ້າ​ກັບ​ຄຳສັ່ງສອນ​ຂອງ​ພຣະອົງ ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ.</verse>
				<verse number="45">ແມ່ນ​ຫລັງຈາກ​ທີ່​ພວກເຂົາ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ຢູ່​ໃນ​ຮ່ອມພູ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ກົງກັນຂ້າມ​ກັບ​ເມືອງ​ເບັດເປອໍ ທີ່​ເພິ່ນ​ໄດ້​ມອບ​ກົດບັນຍັດ​ເຫຼົ່ານີ້​ໃຫ້​ພວກເຂົາ. ເມືອງ​ເບັດເປອໍ​ນີ້​ຢູ່​ໃນ​ເຂດແດນ​ຂອງ​ເຈົ້າ​ສີໂຫນ ກະສັດ​ຂອງ​ຊາວ​ອາໂມ ຜູ້​ທີ່​ໄດ້​ປົກຄອງ​ຢູ່​ໃນ​ນະຄອນ​ເຮັດຊະໂບນ. ໂມເຊ​ກັບ​ປະຊາຊົນ​ອິດສະຣາເອນ​ໄດ້​ຊະນະ​ເພິ່ນ ເມື່ອ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.</verse>
				<verse number="46"></verse>
				<verse number="47">ພວກເຂົາ​ໄດ້​ຢຶດຄອງ​ດິນແດນ​ຂອງ​ເພິ່ນ ແລະ​ດິນແດນ​ຂອງ​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ແລະ​ກະສັດ​ຄົນ​ໜຶ່ງ​ອີກ​ຂອງ​ຊາວ​ອາໂມ ຜູ້​ທີ່​ໄດ້​ປົກຄອງ​ຢູ່​ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ.</verse>
				<verse number="48">ດິນແດນ​ນີ້​ຂະຫຍາຍ​ອອກ​ໄປ ຕັ້ງແຕ່​ເມືອງ​ອາໂຣເອ​ທາງ​ແຄມ​ຝັ່ງ​ແມ່ນໍ້າ​ອາກໂນນ ຈົນ​ໄປ​ຮອດ​ທາງເໜືອ​ເຖິງ​ພູ​ສີຣິໂອນ ຊຶ່ງ​ແມ່ນ​ພູ​ເຮີໂມນ.</verse>
				<verse number="49">ດິນແດນ​ນັ້ນ​ຍັງ​ນັບ​ລວມ​ເອົາ​ອານາເຂດ​ທັງໝົດ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຈົນ​ໄປ​ຮອດ​ທະເລຕາຍ​ທີ່​ຕີນ​ພູ​ປີສະກາ.</verse>
			</chapter>
			<chapter number="5">
				<verse number="1">ໂມເຊ​ໄດ້​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ມາ​ເຕົ້າໂຮມ​ກັນ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ກົດບັນຍັດ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ຈະ​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້. ຈົ່ງ​ໝັ່ນ​ຮຽນ​ເອົາ​ແລະ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ເຊື່ອຟັງ​ກົດບັນຍັດ​ເຫຼົ່ານັ້ນ.</verse>
				<verse number="2">ທີ່​ພູເຂົາ​ຊີນາຍ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ຕັ້ງ​ພັນທະສັນຍາ​ນີ້</verse>
				<verse number="3">ບໍ່ແມ່ນ​ຕັ້ງໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ, ແຕ່​ກັບ​ພວກເຮົາ​ທຸກຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່​ໃນວັນນີ້.</verse>
				<verse number="4">ພຣະເຈົ້າຢາເວ​ໄດ້​ກ່າວ​ຈາກ​ແປວໄຟ​ໜ້າ​ຕໍ່ໜ້າ​ກັບ​ພວກເຈົ້າ​ທີ່​ເທິງ​ພູ​ນັ້ນ.</verse>
				<verse number="5">ຂ້າພະເຈົ້າ​ໄດ້​ຢືນ​ຢູ່​ທາງ​ກາງ​ລະຫວ່າງ​ພວກເຈົ້າ ແລະ​ພຣະເຈົ້າຢາເວ​ໃນ​ຄາວ​ນັ້ນ ເພື່ອ​ບອກ​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໃຫ້​ພວກເຈົ້າ​ຮູ້ ເພາະ​ພວກເຈົ້າ​ຢ້ານ​ແປວໄຟ​ແລະ​ບໍ່​ກ້າ​ຂຶ້ນ​ມາ​ເທິງ​ພູ. ພຣະເຈົ້າຢາເວ​ກ່າວ​ວ່າ,</verse>
				<verse number="6">‘ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳພາ​ເອົາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້.</verse>
				<verse number="7">ຢ່າ​ມີ​ບັນດາ​ພະອື່ນ ຕໍ່ໜ້າ​ເຮົາ​ຈັກເທື່ອ.</verse>
				<verse number="8">ຢ່າ​ສ້າງ​ຮູບເຄົາຣົບ​ໃດໆ​ທັງ​ສິ້ນ​ໄວ້​ສຳລັບ​ຕົນ ບໍ່​ວ່າ​ຈະ​ເປັນ​ຮູບ​ທີ່​ສະແດງ​ສິ່ງໃດ​ສິ່ງໜຶ່ງ​ໃນ​ສະຫວັນ ຫລື​ເທິງ​ແຜ່ນດິນ​ໂລກ ຫລື​ໃນ​ນໍ້າ​ໃຕ້​ແຜ່ນດິນ​ໂລກ.</verse>
				<verse number="9">ຢ່າ​ກົ້ມຂາບ​ຫລື​ນະມັດສະການ​ຮູບ​ເຫຼົ່ານັ້ນ. ດ້ວຍວ່າ, ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຜູ້​ຫວງແຫນ. ເຮົາ​ນຳ​ການ​ລົງໂທດ​ມາ​ສູ່​ຜູ້​ທີ່​ກຽດຊັງ​ເຮົາ ແລະ​ລູກຫລານ​ຂອງ​ພວກເຂົາ ເຖິງ​ສາມ​ສີ່​ຊົ່ວ​ເຊັ່ນຄົນ.</verse>
				<verse number="10">ແຕ່​ເຮົາ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ແກ່​ຜູ້​ທີ່​ຮັກ​ເຮົາ ແລະ​ເຊື່ອຟັງ​ກົດບັນຍັດ​ຂອງເຮົາ ເຖິງ​ຫລາຍ​ພັນ​ຊົ່ວ​ເຊັ່ນ​ຄົນ.</verse>
				<verse number="11">ຢ່າ​ໃຊ້​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ທາງ​ທີ່​ຜິດ ເພາະ​ພຣະເຈົ້າຢາເວ​ຈະ​ລົງໂທດ​ທຸກຄົນ​ທີ່​ໃຊ້​ນາມຊື່​ຂອງ​ພຣະອົງ​ໃນ​ທາງ​ຜິດ.</verse>
				<verse number="12">ຈົ່ງ​ຢຶດຖື​ວັນ​ຊະບາໂຕ​ເປັນ​ວັນ​ສັກສິດ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ໄວ້.</verse>
				<verse number="13">ຈົ່ງ​ເຮັດ​ວຽກ​ໃນ​ຫົກ​ວັນ</verse>
				<verse number="14">ແຕ່​ວັນ​ທີ​ເຈັດ​ເປັນ​ວັນ​ຊະບາໂຕ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໃນ​ມື້ນີ້​ບໍ່​ໃຫ້​ຜູ້ໃດ​ເຮັດ​ວຽກ ພວກເຈົ້າ​ເອງ​ພ້ອມດ້ວຍ​ລູກ​ຊາຍ​ຍິງ​ຂອງ​ພວກເຈົ້າ, ຄົນ​ຮັບໃຊ້​ຊາຍ​ຍິງ​ຂອງ​ພວກເຈົ້າ, ງົວ, ລໍ ແລະ ສັດ​ລ້ຽງ​ອື່ນໆ​ຂອງ​ພວກເຈົ້າ, ຕະຫລອດ​ທັງ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ບ້ານ​ເມືອງ​ຂອງ​ພວກເຈົ້າ. ບັນດາ​ຄົນ​ຮັບໃຊ້​ຊາຍ​ຍິງ​ຂອງ​ພວກເຈົ້າ​ຕ້ອງ​ຢຸດພັກ​ເຊັ່ນດຽວ​ກັບ​ພວກເຈົ້າ.</verse>
				<verse number="15">ຈົ່ງ​ຈົດຈຳ​ໄວ້​ວ່າ ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດ​ຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ເອົາ​ພວກເຈົ້າ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ແລະ​ພຣະກຳລັງ. ດ້ວຍເຫດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈຶ່ງ​ສັ່ງ​ພວກເຈົ້າ​ໃຫ້​ຢຶດຖື​ວັນ​ຊະບາໂຕ.</verse>
				<verse number="16">ຈົ່ງ​ນັບຖື​ພໍ່​ແມ່​ຂອງ​ພວກເຈົ້າ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ໄວ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ຢູ່ເຢັນ​ເປັນ​ສຸກ ແລະ​ພວກເຈົ້າ​ຈະ​ມີ​ອາຍຸ​ໝັ້ນຍືນ​ຢູ່​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ນັ້ນ.</verse>
				<verse number="17">ຢ່າ​ຂ້າ​ຄົນ.</verse>
				<verse number="18">ຢ່າ​ຫຼິ້ນຊູ້​ສູ່ຜົວເມຍ​ຜູ້​ອື່ນ.</verse>
				<verse number="19">ຢ່າ​ລັກ.</verse>
				<verse number="20">ຢ່າ​ໃສ່ຮ້າຍ​ປ້າຍສີ​ເພື່ອນບ້ານ​ຂອງ​ເຈົ້າ.</verse>
				<verse number="21">ຢ່າ​ຢາກ​ໄດ້​ເມຍ​ຂອງ​ຄົນອື່ນ, ເຮືອນຊານ​ບ້ານຊ່ອງ, ທີ່ດິນ, ຄົນ​ຮັບໃຊ້​ຊາຍ​ຍິງ, ງົວ, ລໍ, ຫລື​ສິ່ງໃດ​ສິ່ງໜຶ່ງ​ທີ່​ລາວ​ມີ​ຢູ່.’</verse>
				<verse number="22">ແມ່ນ​ຂໍ້ຄຳສັ່ງ​ເຫຼົ່ານີ້​ແຫຼະ ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ທຸກຄົນ ເມື່ອ​ພວກເຈົ້າ​ໄດ້​ເຕົ້າໂຮມ​ກັນ​ທີ່​ເທິງ​ພູ​ນັ້ນ. ເມື່ອ​ພຣະອົງ​ໄດ້​ກ່າວ​ດ້ວຍ​ສຽງ​ທີ່​ເຕັມ​ດ້ວຍ​ຣິດອຳນາດ ຈາກ​ແປວໄຟ​ແລະ​ຈາກ​ເມກ​ອັນ​ໜາຕຶບ ພຣະອົງ​ໄດ້​ມອບ​ຂໍ້ຄຳສັ່ງ​ເຫຼົ່ານີ້​ໃຫ້ ແລະ​ບໍ່ມີ​ຂໍ້ຄຳສັ່ງ​ອື່ນ​ອີກ ແລ້ວ​ພຣະອົງ​ກໍໄດ້​ຈາລຶກ​ຂໍ້ຄຳສັ່ງ​ເຫຼົ່ານັ້ນ ໃສ່​ແຜ່ນ​ຫີນ​ສອງ​ແຜ່ນ ແລະ​ມອບ​ໃຫ້​ຂ້າພະເຈົ້າ.”</verse>
				<verse number="23">“ເມື່ອ​ພູ​ທັງ​ໜ່ວຍ​ລຸກ​ເປັນ​ໄຟ ແລະ​ພວກເຈົ້າ​ໄດ້ຍິນ​ສຽງດັງ​ອອກ​ມາ​ຈາກ​ທີ່​ມືດ ບັນດາ​ຜູ້ນຳ​ແລະ​ພວກ​ຫົວໜ້າ​ເຜົ່າ​ຕ່າງໆ​ກໍໄດ້​ມາ​ຫາ​ຂ້າພະເຈົ້າ</verse>
				<verse number="24">ແລະ​ເວົ້າ​ວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ໄດ້​ສຳແດງ​ຄວາມ​ຍິ່ງໃຫຍ່​ແລະ​ສະຫງ່າຣາສີ​ຂອງ​ພຣະອົງ​ໃຫ້​ເຫັນ ເມື່ອ​ພວກເຮົາ​ໄດ້ຍິນ​ພຣະອົງ​ກ່າວ​ອອກ​ມາ​ຈາກ​ແປວໄຟ. ວັນ​ນີ້ ພວກເຮົາ​ໄດ້​ເຫັນ​ມະນຸດ​ຍັງ​ສືບຕໍ່​ມີ​ຊີວິດ​ຢູ່ ເຖິງ​ແມ່ນ​ວ່າ​ພຣະເຈົ້າ​ໄດ້​ກ່າວ​ແກ່​ພວກເຂົາ​ກໍຕາມ.</verse>
				<verse number="25">ແຕ່​ເປັນຫຍັງ​ພວກເຮົາ​ຕ້ອງ​ສ່ຽງ​ກັບ​ຄວາມຕາຍ​ຢ່າງ​ນີ້​ອີກ? ໄຟ​ອັນ​ໜ້າຢ້ານ​ຈະ​ທຳລາຍ​ພວກເຮົາ. ພວກເຮົາ​ຕ້ອງ​ຕາຍ​ຄາວ​ນີ້​ແທ້ໆ ຖ້າ​ພວກເຮົາ​ໄດ້ຍິນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ກ່າວ​ອີກ.</verse>
				<verse number="26">ມີ​ມະນຸດ​ຜູ້ໃດ​ແດ່​ທີ່​ຈະ​ຍັງ​ມີ​ຊີວິດ​ຢູ່ ຫລັງຈາກ​ທີ່​ໄດ້ຍິນ​ພຣະເຈົ້າ​ກ່າວ​ອອກ​ມາ​ຈາກ​ແປວໄຟ​ກັບ​ເຂົາ?</verse>
				<verse number="27">ໂມເຊ​ເອີຍ ຈົ່ງ​ກັບຄືນ​ໄປ​ຟັງ​ທຸກ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ກ່າວ​ສາ. ແລ້ວ​ໃຫ້​ທ່ານ​ກັບ​ມາ​ບອກ​ພວກເຮົາ ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ກ່າວ​ແກ່​ທ່ານ. ພວກເຮົາ​ຈະ​ເຊື່ອຟັງ ແລະ​ປະຕິບັດ​ຕາມ.’</verse>
				<verse number="28">ເມື່ອ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຈົ້າ​ບອກ​ເຊັ່ນນີ້ ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ເຮົາ​ໄດ້ຍິນ​ສິ່ງ​ທີ່​ປະຊາຊົນ​ເຫຼົ່ານີ້​ເວົ້າ ແລະ​ພວກເຂົາ​ກໍ​ເວົ້າ​ຖືກຕ້ອງ​ແລ້ວ.</verse>
				<verse number="29">ຖ້າ​ພວກເຂົາ​ພ້ອມ​ທີ່​ຈະ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ແກ່​ເຮົາ ແລະ​ເຊື່ອຟັງ​ຄຳສັ່ງ​ທຸກ​ຂໍ້​ຂອງເຮົາ​ສະເໝີ ພວກເຂົາ​ແລະ​ລູກຫລານ​ຂອງ​ພວກເຂົາ​ກໍ​ຈະ​ຢູ່ເຢັນ​ເປັນ​ສຸກ​ຈະເລີນ​ຮຸ່ງເຮືອງ​ຕະຫລອດໄປ.</verse>
				<verse number="30">ຈົ່ງ​ໄປ​ບອກ​ພວກເຂົາ​ກັບຄືນ​ສູ່​ຄ້າຍພັກ​ສາ.</verse>
				<verse number="31">ແຕ່​ສຳລັບ​ເຈົ້າ ໂມເຊ​ເອີຍ ຈົ່ງ​ຢູ່​ທີ່​ນີ້​ກັບ​ເຮົາ ແລະ​ເຮົາ​ຈະ​ມອບ​ກົດບັນຍັດ​ແລະ​ຄຳສັ່ງ​ທຸກ​ຂໍ້​ຂອງເຮົາ​ໃຫ້​ເຈົ້າ. ຈົ່ງ​ສັ່ງສອນ​ສິ່ງ​ນີ້​ໃຫ້​ປະຊາຊົນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮຽນຮູ້ ແລະ​ປະຕິບັດ​ຕາມ​ສິ່ງ​ນັ້ນ ຢູ່​ໃນ​ດິນແດນ​ທີ່​ເຮົາ​ຈະ​ມອບ​ໃຫ້​ພວກເຂົາ​ຄອບຄອງ.’</verse>
				<verse number="32">ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ປະຕິບັດ​ຕາມ​ທຸກໆ​ສິ່ງ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ສັ່ງ​ໄວ້​ນັ້ນ. ຢ່າ​ຝ່າຝືນ​ກົດບັນຍັດ​ຂໍ້ໜຶ່ງ​ຂໍ້ໃດ​ຢ່າງ​ເດັດຂາດ.</verse>
				<verse number="33">ຈົ່ງ​ດຳເນີນ​ຕາມ​ວິຖີ​ທາງ​ທັງໝົດ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ພວກເຈົ້າ​ໄວ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ຢູ່ເຢັນ​ເປັນສຸກ​ຈະເລີນ​ຮຸ່ງເຮືອງ ແລະ​ມີ​ຊີວິດ​ຍືນຍາວ​ໃນ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຄອບຄອງ​ນັ້ນ.”</verse>
			</chapter>
			<chapter number="6">
				<verse number="1">“ແມ່ນ​ກົດບັນຍັດ​ທັງໝົດ​ນີ້​ແຫຼະ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ສອນ​ພວກເຈົ້າ. ຈົ່ງ​ປະຕິບັດ​ຕາມ​ກົດບັນຍັດ​ເຫຼົ່ານີ້​ໃນ​ດິນແດນ ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຄອບຄອງ.</verse>
				<verse number="2">ເພື່ອ​ພວກເຈົ້າ​ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ ຈະ​ໄດ້​ຢຳເກງ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ເຊື່ອຟັງ​ກົດບັນຍັດ​ທຸກ​ຂໍ້​ທີ່​ຂ້າພະເຈົ້າ​ກຳລັງ​ມອບ​ໃຫ້​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່​ຍືນຍາວ​ໃນ​ດິນແດນ​ນັ້ນ.</verse>
				<verse number="3">ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ເຊື່ອຟັງ​ແລະ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລ້ວ​ພວກເຈົ້າ​ກໍ​ຈະ​ຢູ່ເຢັນ​ເປັນສຸກ ແລະ​ກາຍເປັນ​ຊົນຊາດ​ໜຶ່ງ​ທີ່​ມີ​ອຳນາດ ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່​ໃນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ຕາມ​ທີ່​ພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ສັນຍາ​ໄວ້.</verse>
				<verse number="4">ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເຖີດ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ເປັນ​ພຣະເຈົ້າຢາເວ​ແຕ່​ອົງ​ດຽວ.</verse>
				<verse number="5">ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ດ້ວຍ​ສຸດໃຈ, ດ້ວຍ​ສຸດຈິດ, ແລະ​ດ້ວຍ​ສຸດ​ກຳລັງ​ຂອງ​ເຈົ້າ.</verse>
				<verse number="6">ຢ່າ​ລືມ​ຂໍ້ຄຳສັ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້​ຈັກເທື່ອ.</verse>
				<verse number="7">ຈົ່ງ​ສັ່ງສອນ​ລູກຫຼານ​ຂອງ​ພວກເຈົ້າ​ໃຫ້​ຮຽນຮູ້​ເອົາ. ໃຫ້​ພວກເຈົ້າ​ເວົ້າ​ຫລຳໄປ​ຫລຳມາ ບໍ່​ວ່າ​ເມື່ອ​ຢູ່​ໃນ​ເຮືອນ​ຫລື​ທຽວທາງ​ກໍດີ ເມື່ອ​ພັກຜ່ອນ​ຫລື​ເຮັດວຽກ​ກໍດີ.</verse>
				<verse number="8">ຈົ່ງ​ຜູກ​ມັນ​ໄວ້​ທີ່​ແຂນ​ເປັນ​ໝາຍສຳຄັນ ແລະ​ຄຽນ​ມັນ​ໄວ້​ທີ່​ໜ້າຜາກ ເພື່ອ​ເປັນ​ສິ່ງ​ເຕືອນໃຈ.</verse>
				<verse number="9">ຈົ່ງ​ຂຽນ​ມັນ​ໄວ້​ຢູ່​ຕາມ​ປະຕູ​ເຮືອນ ແລະ​ທີ່​ປະຕູ​ຮົ້ວ​ຂອງ​ພວກເຈົ້າ.”</verse>
				<verse number="10">“ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳ​ພວກເຈົ້າ ເຂົ້າ​ໄປ​ຢູ່​ໃນ​ດິນແດນ​ທີ່​ພຣະອົງ​ຈະ​ມອບ​ໃຫ້ ຕາມ​ທີ່​ໄດ້​ສັນຍາ​ໄວ້​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ​ນັ້ນ; ພວກເຈົ້າ​ຈະ​ພົບ​ເມືອງ​ຕ່າງໆ​ທີ່​ຈະເລີນ​ຮຸ່ງເຮືອງ​ແລະ​ກວ້າງໃຫຍ່ ຊຶ່ງ​ພວກເຈົ້າ​ບໍ່ໄດ້​ລົງ​ແຮງ​ກໍ່ສ້າງ.</verse>
				<verse number="11">ເຮືອນຊານ​ບ້ານຊ່ອງ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຂອງ​ດີ​ທີ່​ພວກເຈົ້າ​ບໍ່ໄດ້​ຫາ​ມາ​ໄວ້ ພ້ອມ​ທັງ​ນໍ້າສ້າງ​ທີ່​ພວກເຈົ້າ​ບໍ່ໄດ້​ຂຸດ ແລະ​ສວນ​ໝາກອະງຸ່ນ​ທັງ​ສວນ​ໝາກກອກເທດ ທີ່​ພວກເຈົ້າ​ບໍ່ໄດ້​ປູກ. ເມື່ອ​ພຣະເຈົ້າຢາເວ​ນຳ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ ແລະ​ມີ​ອາຫານ​ການກິນ​ທຸກຢ່າງ​ຕາມ​ຄວາມ​ຕ້ອງການ​ແລ້ວ</verse>
				<verse number="12">ຈົ່ງ​ໃຫ້​ແນ່ໃຈ​ວ່າ​ພວກເຈົ້າ​ບໍ່ໄດ້​ລືມໄລ​ພຣະເຈົ້າຢາເວ ອົງ​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດ.</verse>
				<verse number="13">ຈົ່ງ​ຢຳເກງ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈົ່ງ​ນະມັດສະການ​ພຣະອົງ ແລະ​ສາບານ​ໃນ​ນາມ​ຂອງ​ພຣະອົງ​ເທົ່ານັ້ນ.</verse>
				<verse number="14">ຢ່າ​ຂາບໄຫວ້​ບັນດາ​ພະອື່ນໆ ຫລື​ພະ​ໃດໆ​ຂອງ​ຊົນຊາດ​ທີ່​ຢູ່​ອ້ອມຮອບ​ພວກເຈົ້າ.</verse>
				<verse number="15">ຖ້າ​ຂືນ​ເຮັດ ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ມາ​ຕໍ່ສູ້​ພວກເຈົ້າ​ເໝືອນ​ດັ່ງ​ໄຟ ແລະ​ຈະ​ທຳລາຍ​ພວກເຈົ້າ​ໃຫ້​ດັບ​ສິ້ນໄປ​ຈາກ​ແຜ່ນດິນ​ໂລກ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ທີ່​ສະຖິດ​ຢູ່​ກັບ​ພວກເຈົ້າ​ແມ່ນ​ພຣະເຈົ້າ​ຜູ້​ຫວງແຫນ.</verse>
				<verse number="16">ຢ່າ​ທົດລອງ​ກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເໝືອນ​ດັ່ງ​ໄດ້​ເຮັດ​ທີ່​ມັດສາ.</verse>
				<verse number="17">ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ເຊື່ອຟັງ​ກົດບັນຍັດ​ທຸກໆ​ຂໍ້​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຊຶ່ງ​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="18">ຈົ່ງ​ເຮັດ​ແຕ່​ສິ່ງ​ທີ່​ພຣະເຈົ້າຢາເວ​ເຫັນ​ວ່າ​ດີ​ແລະ​ຖືກຕ້ອງ ແລ້ວ​ພວກເຈົ້າ​ກໍ​ຈະ​ຢູ່ເຢັນ​ເປັນ​ສຸກ. ພວກເຈົ້າ​ຈະ​ໄດ້​ຮັບ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເປັນ​ກຳມະສິດ</verse>
				<verse number="19">ແລະ​ຈະ​ຂັບໄລ່​ເຫຼົ່າ​ສັດຕູ​ໃຫ້​ອອກ​ໜີໄປ​ຕໍ່ໜ້າ​ພວກເຈົ້າ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້.</verse>
				<verse number="20">ໃນ​ພາຍ​ໜ້າ ພວກ​ລູກຫລານ​ຂອງ​ພວກເຈົ້າ​ຈະ​ຖາມ​ວ່າ, ‘ດ້ວຍເຫດໃດ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຈຶ່ງ​ສັ່ງ​ໃຫ້​ເຊື່ອຟັງ​ກົດບັນຍັດ​ເຫຼົ່ານີ້?’</verse>
				<verse number="21">ແລ້ວ​ຈົ່ງ​ບອກ​ພວກເຂົາ​ວ່າ, ‘ພວກເຮົາ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຂອງ​ກະສັດ​ປະເທດ​ເອຢິບ ແລະ​ພຣະເຈົ້າຢາເວ​ໄດ້​ນຳພາ​ພວກເຮົາ ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.</verse>
				<verse number="22">ພວກເຮົາ​ໄດ້​ເຫັນ​ກັບຕາ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່ ແລະ​ສິ່ງ​ອັນ​ໜ້າ​ຢ້ານ ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ຕໍ່​ຊາວ​ເອຢິບ ຄື​ຕໍ່​ກະສັດ ແລະ​ຕໍ່​ຂ້າຣາຊການ​ທຸກຄົນ​ຂອງ​ເພິ່ນ.</verse>
				<verse number="23">ພຣະອົງ​ໄດ້​ປົດປ່ອຍ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ນຳພາ​ພວກເຮົາ​ມາ​ທີ່​ນີ້ ແລະ​ເພື່ອ​ມອບ​ດິນແດນ​ນີ້​ໃຫ້​ແກ່​ພວກເຮົາ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ.</verse>
				<verse number="24">ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ສັ່ງ​ໃຫ້​ພວກເຮົາ ເຊື່ອຟັງ​ກົດບັນຍັດ​ທັງໝົດ​ເຫຼົ່ານີ້ ແລະ​ຢຳເກງ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ເພື່ອ​ພຣະອົງ​ຈະ​ປົກປັກ​ຮັກສາ​ຊົນຊາດ​ຂອງ​ພວກເຮົາ ໃຫ້​ຈະເລີນ​ຮຸ່ງເຮືອງ​ຕະຫລອດໄປ​ຕາມ​ທີ່​ເຫັນ​ໃນ​ວັນນີ້.</verse>
				<verse number="25">ຖ້າ​ພວກເຮົາ​ເຊື່ອຟັງ​ຢ່າງ​ສັດຊື່​ທຸກໆ​ສິ່ງ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສັ່ງ​ພວກເຮົາ ພຣະອົງ​ກໍ​ຈະ​ພໍໃຈ​ນຳ​ພວກເຮົາ.”’</verse>
			</chapter>
			<chapter number="7">
				<verse number="1">“ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ນຳພາ​ພວກເຈົ້າ​ໄປ​ສູ່​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຄອບຄອງ ແລະ​ພຣະອົງ​ຈະ​ຂັບໄລ່​ຫລາຍ​ຊົນຊາດ​ໃຫ້​ອອກ​ໜີໄປ. ເມື່ອ​ພວກເຈົ້າ​ບຸກ​ເຂົ້າ​ໄປ​ນັ້ນ ພຣະອົງ​ຈະ​ຂັບໄລ່​ເຈັດ​ຊົນຊາດ​ໃຫຍ່ ແລະ​ມີ​ອຳນາດ​ກວ່າ​ພວກເຈົ້າ​ອອກ​ໄປ ດັ່ງນີ້: ຊາວ​ຮິດຕີ, ກີກາຊີ, ອາໂມ, ການາອານ, ເປຣີຊີ, ຮີວີ ແລະ​ເຢບຸດ.</verse>
				<verse number="2">ແລະ​ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃຫ້​ຊົນຊາດ​ເຫຼົ່ານີ້ ຢູ່​ໃຕ້​ອຳນາດ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ຊະນະ​ພວກເຂົາ​ແລ້ວ ຢ່າ​ໄວ້​ຊີວິດ​ຂອງ​ພວກເຂົາ​ເປັນ​ເດັດຂາດ. ຢ່າ​ເຮັດ​ສັນຍາ​ໃດໆ​ກັບ​ພວກເຂົາ ຫລື​ສະແດງ​ຄວາມ​ເມດຕາ​ຕໍ່​ພວກເຂົາ​ເລີຍ.</verse>
				<verse number="3">ຢ່າ​ໄດ້​ແຕ່ງງານ​ກັບ​ພວກເຂົາ ແລະ​ຢ່າ​ຍອມ​ໃຫ້​ລູກຫລານ​ຂອງ​ພວກເຈົ້າ ແຕ່ງງານ​ກັບ​ພວກເຂົາ</verse>
				<verse number="4">ເພາະ​ພວກເຂົາ​ຈະ​ພາ​ລູກຫລານ​ຂອງ​ພວກເຈົ້າ​ຫັນໜີ​ຈາກ​ພຣະອົງ ແລະ​ໄປ​ຂາບໄຫວ້​ພະອື່ນ. ຖ້າ​ເລື່ອງ​ເຊັ່ນນັ້ນ​ເກີດຂຶ້ນ ພຣະເຈົ້າຢາເວ​ຈະ​ໂກດຮ້າຍ​ພວກເຈົ້າ ແລະ​ທຳລາຍ​ພວກເຈົ້າ​ໃນ​ທັນທີ.</verse>
				<verse number="5">ເຫດສະນັ້ນ ຈົ່ງ​ມ້າງ​ແທ່ນບູຊາ, ທັບ​ເສົາ​ຫີນ​ສັກສິດ​ໃຫ້​ໝຸ່ນ, ປໍ້າ​ເສົາ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ແລະ​ເຜົາ​ຮູບເຄົາຣົບ​ທັງຫລາຍ​ຖິ້ມ​ເສຍ.</verse>
				<verse number="6">ຈົ່ງ​ເຮັດ​ເຊັ່ນນີ້ ເພາະວ່າ​ພວກເຈົ້າ​ເປັນ​ພວກ​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າຈາກ​ໄດ້​ເລືອກ​ເອົາ​ພວກເຈົ້າ​ຈາກ​ຊົນຊາດ​ທັງໝົດ​ທົ່ວ​ເທິງ​ແຜ່ນດິນ​ໂລກ ມາ​ເປັນ​ຊົນຊາດ​ພິເສດ​ຂອງ​ພຣະອົງ.</verse>
				<verse number="7">ພຣະເຈົ້າຢາເວ​ບໍ່ໄດ້​ຮັກ​ພວກເຈົ້າ​ແລະ​ເລືອກ​ເອົາ​ພວກເຈົ້າ ເພາະ​ພວກເຈົ້າ​ມີ​ຈຳນວນ​ຫລາຍກວ່າ​ຊົນຊາດ​ອື່ນ ພວກເຈົ້າ​ເປັນ​ຊົນຊາດ​ໜ້ອຍ​ທີ່ສຸດ​ໃນ​ໂລກ.</verse>
				<verse number="8">ແຕ່​ພຣະເຈົ້າຢາເວ​ຮັກ​ພວກເຈົ້າ ແລະ​ຕ້ອງການ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ ທີ່​ໄດ້​ເຮັດ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ. ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ດ້ວຍ​ພຣະຫັດ​ອັນ​ຊົງ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ​ຊົງໄຖ່​ພວກເຈົ້າ​ໃຫ້​ອອກ​ຈາກ​ເຮືອນ​ທີ່​ເຈົ້າ​ເປັນ​ທາດ​ຮັບໃຊ້ ອອກ​ຈາກ​ເງື້ອມມື​ຂອງ​ກະສັດ​ຟາໂຣ​ແຫ່ງ​ປະເທດ​ເອຢິບ.</verse>
				<verse number="9">ຈົ່ງ​ຈົດຈຳ​ໄວ້​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ແມ່ນ​ພຣະເຈົ້າ​ແຕ່​ອົງ​ດຽວ ແລະ​ພຣະອົງ​ຊົງ​ສັດຊື່ ພຣະອົງ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ ແລະ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ເຖິງ​ພັນ​ຊົ່ວ​ເຊັ່ນຄົນ ແກ່​ພວກ​ທີ່​ຮັກ​ພຣະອົງ​ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ,</verse>
				<verse number="10">ແຕ່​ພຣະອົງ​ຈະ​ບໍ່​ລັ່ງເລ​ໃຈ​ທີ່​ຈະ​ລົງໂທດ​ພວກ​ທີ່​ກຽດຊັງ​ພຣະອົງ.</verse>
				<verse number="11">ເຫດສະນັ້ນ ບັດນີ້​ຈົ່ງ​ເຊື່ອຟັງ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຮໍ່າຮຽນ​ມາ ຈົ່ງ​ເຊື່ອຟັງ​ກົດບັນຍັດ​ທຸກ​ຂໍ້​ທີ່​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້.”</verse>
				<verse number="12">“ຖ້າ​ພວກເຈົ້າ​ເຊື່ອຟັງ​ຂໍ້ຄຳສັ່ງ​ເຫຼົ່ານີ້​ແລະ​ປະຕິບັດ​ຕາມ​ຢ່າງ​ສັດຊື່​ແລ້ວ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກໍ​ຈະ​ສືບຕໍ່​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ​ກັບ​ພວກເຈົ້າ ແລະ​ພຣະອົງ​ຈະ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ພວກເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ.</verse>
				<verse number="13">ພຣະອົງ​ຈະ​ຮັກ​ພວກເຈົ້າ​ແລະ​ຈະ​ອວຍພອນ​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ມີ​ຈຳນວນ​ຄົນ​ຫລາຍ​ຂຶ້ນ​ແລະ​ມີ​ລູກຫລານ​ຫລາຍ ພຣະອົງ​ຈະ​ອວຍພອນ​ໄຮ່​ນາ​ຮົ້ວສວນ​ຂອງ​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ມີ​ເຂົ້າ, ເຫຼົ້າ​ອະງຸ່ນ​ແລະ​ນໍ້າມັນ​ໝາກກອກເທດ ແລະ​ພຣະອົງ​ຈະ​ອວຍພອນ​ພວກເຈົ້າ ໃຫ້​ມີ​ງົວ​ແລະ​ແກະ​ຢ່າງ​ຫລວງຫລາຍ. ພຣະອົງ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ພອນ​ທັງໝົດ​ເຫຼົ່ານີ້​ໃນ​ດິນແດນ ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ວ່າ​ຈະ​ມອບ​ໃຫ້​ພວກເຈົ້າ.</verse>
				<verse number="14">ບໍ່ມີ​ຊົນຊາດ​ໃດ​ໃນ​ໂລກນີ້ ຈະ​ໄດ້​ຮັບ​ພອນ​ຢ່າງ​ຫລວງຫລາຍ​ເໝືອນ​ດັ່ງ​ພວກເຈົ້າ. ບໍ່ມີ​ຄົນ​ໃດ​ແລະ​ສັດ​ໂຕ​ໃດ​ໃນ​ທ່າມກາງ​ພວກເຈົ້າ​ຈະ​ເປັນ​ໝັນ.</verse>
				<verse number="15">ພຣະເຈົ້າຢາເວ​ຈະ​ຄຸ້ມຄອງ​ຮັກສາ​ພວກເຈົ້າ ໃຫ້​ພົ້ນ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ ແລະ​ພຣະອົງ​ຈະ​ບໍ່​ນຳ​ພະຍາດ​ອັນ​ຮ້າຍແຮງ​ໃດໆ​ມາ​ຖືກ​ພວກເຈົ້າ ເໝືອນ​ດັ່ງ​ພວກເຈົ້າ​ໄດ້​ເຫັນ​ໃນ​ປະເທດ​ເອຢິບ ແຕ່​ພຣະອົງ​ຈະ​ນຳ​ພະຍາດ​ເຫຼົ່ານີ້​ໄປ​ຖືກ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ.</verse>
				<verse number="16">ຈົ່ງ​ທຳລາຍ​ທຸກໆ​ຊົນຊາດ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ມອບ​ໄວ້​ໃຕ້​ອຳນາດ​ຂອງ​ພວກເຈົ້າ ແລະ​ຢ່າ​ສະແດງ​ຄວາມ​ເມດຕາ​ໃດໆ​ແກ່​ພວກເຂົາ. ຢ່າ​ຂາບໄຫວ້​ບັນດາ​ພະ​ຂອງ​ພວກເຂົາ ເພາະ​ສິ່ງ​ນັ້ນ​ເປັນ​ການ​ທຳລາຍ​ພວກເຈົ້າ​ເອງ.</verse>
				<verse number="17">ຢ່າ​ຄິດ​ເລີຍ​ວ່າ​ຊົນຊາດ​ເຫຼົ່ານີ້​ມີ​ຈຳນວນ​ຫລາຍ​ລື່ນ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ​ບໍ່ໄດ້.</verse>
				<verse number="18">ຢ່າ​ຢ້ານ​ພວກເຂົາ​ເລີຍ ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ຕໍ່​ກະສັດ​ປະເທດ​ເອຢິບ​ແລະ​ຕໍ່​ຊາວ​ເອຢິບ​ທັງໝົດ.</verse>
				<verse number="19">ຈົ່ງ​ລະນຶກເຖິງ​ໂຣກ​ລະບາດ​ອັນ​ໜ້າຢ້ານກົວ ຊຶ່ງ​ພວກເຈົ້າ​ໄດ້​ເຫັນ​ກັບ​ຕາ ການ​ອັດສະຈັນ​ແລະ​ໝາຍສຳຄັນ​ຕ່າງໆ ພ້ອມ​ທັງ​ຣິດທານຸພາບ​ແລະ​ພະລັງ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ທຳລາຍ​ຊົນຊາດ​ທັງໝົດ​ເຫຼົ່ານີ້ ທີ່​ພວກເຈົ້າ​ຢ້ານກົວ​ຢູ່​ໃນ​ເວລາ​ນີ້.</verse>
				<verse number="20">ຍິ່ງ​ໄປ​ກວ່າ​ນີ້​ອີກ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເຮັດ​ໃຫ້​ພວກເຂົາ​ສັບສົນ​ວຸ້ນວາຍ​ກັນ ແລະ​ຈະ​ທຳລາຍ​ພວກ​ທີ່​ປົບໜີໄປ​ຫລົບລີ້​ຊ່ອນຕົວ​ຢູ່.</verse>
				<verse number="21">ສະນັ້ນ ຢ່າ​ຢ້ານ​ຊົນຊາດ​ເຫຼົ່ານີ້​ເລີຍ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ຍິ່ງໃຫຍ່ ແລະ​ອົງ​ດຽວ​ທີ່​ໜ້າ​ຢ້ານຢຳ.</verse>
				<verse number="22">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈະ​ຂັບໄລ່​ຊົນຊາດ​ເຫຼົ່ານີ້​ອອກ​ໄປ​ເທື່ອລະເລັກ​ລະນ້ອຍ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ. ພວກເຈົ້າ​ຈະ​ບໍ່​ສາມາດ​ທຳລາຍ​ພວກເຂົາ​ໃຫ້​ໝົດ​ບາດ​ດຽວ​ໄດ້ ເພາະ​ຖ້າ​ພວກເຈົ້າ​ເຮັດ​ເຊັ່ນນັ້ນ ຈຳນວນ​ສັດປ່າ​ກໍ​ຈະ​ມີ​ຫລາຍ​ຂຶ້ນ​ແລະ​ມັນ​ຈະ​ມາ​ລົບກວນ​ພວກເຈົ້າ.</verse>
				<verse number="23">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈະ​ເຮັດ​ໃຫ້​ເຫຼົ່າ​ສັດຕູ​ຢູ່​ໃຕ້​ອຳນາດ​ຂອງ​ພວກເຈົ້າ ແລະ​ຈະ​ເຮັດ​ໃຫ້​ພວກເຂົາ​ເກີດ​ສັບສົນ​ວຸ້ນວາຍ ຈົນ​ຖືກ​ທຳລາຍ​ໄປ​ໝົດ.</verse>
				<verse number="24">ພຣະອົງ​ຈະ​ໃຫ້​ບັນດາ​ກະສັດ​ຂອງ​ພວກເຂົາ​ຢູ່​ໃຕ້​ອຳນາດ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ຂ້າ​ພວກເຂົາ​ແລະ​ບໍ່ມີ​ໃຜ​ຈະ​ຈົດຈຳ​ພວກເຂົາ​ໄດ້​ອີກ​ເລີຍ ບໍ່ມີ​ຜູ້ໃດ​ຈະ​ສາມາດ​ຢັບຢັ້ງ​ພວກເຈົ້າ​ໄດ້ ພວກເຈົ້າ​ຈະ​ທຳລາຍ​ພວກເຂົາ​ທຸກຄົນ.</verse>
				<verse number="25">ຈົ່ງ​ຈູດ​ຮູບເຄົາຣົບ​ຂອງ​ພວກເຂົາ​ຖິ້ມ. ຢ່າ​ຄິດ​ຢາກ​ໄດ້​ເງິນ​ຫລື​ຄຳ​ທີ່​ໃຊ້​ໂອບ​ຮູບ​ເຫຼົ່ານັ້ນ ແລະ​ຢ່າ​ເອົາ​ມັນ​ມາ​ເປັນ​ຂອງ​ພວກເຈົ້າ. ຖ້າ​ພວກເຈົ້າ​ຂືນ​ເຮັດ ມັນ​ກໍ​ຈະ​ເປັນ​ອັນຕະລາຍ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ການ​ຂາບໄຫວ້​ຮູບເຄົາຣົບ.</verse>
				<verse number="26">ຢ່າ​ນຳ​ຮູບເຄົາຣົບ​ໃດໆ​ເຂົ້າ​ໄປ​ໃນ​ບ້ານ​ເຮືອນ​ຂອງ​ພວກເຈົ້າ ເພາະ​ຄຳສາບແຊ່ງ​ທີ່​ຢູ່​ໃນ​ຮູບເຄົາຣົບ​ນັ້ນ​ຈະ​ຕົກ​ຖືກ​ພວກເຈົ້າ. ພວກເຈົ້າ​ຕ້ອງ​ກຽດຊັງ​ແລະ​ດູໝິ່ນ​ຮູບເຄົາຣົບ​ເຫຼົ່ານີ້ ເພາະ​ມັນ​ຢູ່​ໃຕ້​ຄຳສາບແຊ່ງ​ແລ້ວ.”</verse>
			</chapter>
			<chapter number="8">
				<verse number="1">“ຈົ່ງ​ເຊື່ອຟັງ​ຢ່າງ​ສັດຊື່​ທຸກໆ​ຂໍ້ຄຳສັ່ງ ທີ່​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້ ເພື່ອ​ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່, ມີ​ຈຳນວນ​ຄົນ​ຕື່ມ​ຂຶ້ນ ແລະ​ຄອບຄອງ​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ.</verse>
				<verse number="2">ຈົ່ງ​ຈົດຈຳ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ ໃນ​ການ​ເດີນທາງ​ອັນ​ຍາວນານ​ນີ້​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ເວລາ 40 ປີ ຢ່າງ​ໃດ. ພຣະອົງ​ກໍໄດ້​ທົດສອບ​ພວກເຈົ້າ​ໃນ​ຄວາມທຸກ​ລຳບາກ​ເໝືອນກັນ ເພື່ອ​ຢາກ​ຈະ​ຢັ່ງຮູ້​ຈິດໃຈ​ຂອງ​ພວກເຈົ້າ​ວ່າ​ເປັນ​ຢ່າງ​ໃດ ແລະ​ພວກເຈົ້າ​ຈະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຫລື​ບໍ່?</verse>
				<verse number="3">ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ອຶດຫິວ ແລ້ວ​ພຣະອົງ​ກໍ​ໃຫ້​ພວກເຈົ້າ​ໄດ້​ກິນ​ມານາ ຄື​ອາຫານ​ທີ່​ພວກເຈົ້າ​ແລະ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ກິນ​ມາ​ກ່ອນ. ພຣະອົງ​ໄດ້​ເຮັດ​ເຊັ່ນນີ້​ເພື່ອ​ສອນ​ພວກເຈົ້າ​ວ່າ ມະນຸດ​ຈະ​ບໍ່ໄດ້​ລ້ຽງ​ຊີວິດ​ດ້ວຍ​ອາຫານ​ແຕ່​ຢ່າງ​ດຽວ ແຕ່​ດ້ວຍ​ທຸກ​ຖ້ອຍຄຳ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="4">ໃນ​ເວລາ 40 ປີ ເຫຼົ່ານີ້ ສົ້ງ​ເສື້ອ​ຂອງ​ພວກເຈົ້າ​ບໍ່ໄດ້​ຂາດ​ແລະ​ຕີນ​ຂອງ​ພວກເຈົ້າ​ກໍ​ບໍ່ໄດ້​ບວມ.</verse>
				<verse number="5">ຈົ່ງ​ຈົດຈຳ​ໄວ້​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ຕີສອນ​ແລະ​ລົງໂທດ​ພວກເຈົ້າ​ເໝືອນ​ດັ່ງ​ພໍ່​ຕີສອນ​ລູກ.</verse>
				<verse number="6">ເຫດສະນັ້ນ ຈົ່ງ​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ໄວ້​ກັບ​ພວກເຈົ້າ​ຄື: ດຳເນີນ​ຊີວິດ​ຕາມ​ບັນດາ​ກົດບັນຍັດ ແລະ​ເຊື່ອຟັງ​ຢຳເກງ​ພຣະອົງ.</verse>
				<verse number="7">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກຳລັງ​ນຳພາ​ພວກເຈົ້າ​ເຂົ້າ​ໄປ​ຢູ່​ໃນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ຊຶ່ງ​ມີ​ແມ່ນໍ້າ​ແລະ​ຫ້ວຍ​ຮ່ອງ, ນໍ້າ​ອອກ​ບໍ່ ແລະ​ນໍ້າ​ບາດານ​ທີ່​ໄຫລ​ອອກ​ມາ​ຈາກ​ຮ່ອມພູ​ແລະ​ເນີນພູ​ທັງຫລາຍ</verse>
				<verse number="8">ມີ​ເຂົ້າ​ບະເລ ແລະ​ເຂົ້າເດືອຍ ຕົ້ນ​ໝາກອະງຸ່ນ ແລະ​ຕົ້ນ​ໝາກເດື່ອເທດ, ຕົ້ນ​ໝາກພີລາ, ຕົ້ນ​ໝາກກອກເທດ ແລະ​ນໍ້າເຜິ້ງ.</verse>
				<verse number="9">ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ບໍ່​ອຶດຫິວ​ຫລື​ຂາດເຂີນ​ສິ່ງໃດ​ເລີຍ. ທີ່​ໂງ່ນຫີນ​ມີ​ເຫຼັກ ແລະ​ທີ່​ເນີນພູ​ມີ​ທອງແດງ.</verse>
				<verse number="10">ພວກເຈົ້າ​ຈະ​ມີ​ທຸກສິ່ງ​ທີ່​ພວກເຈົ້າ​ຕ້ອງການ​ກິນ ແລະ​ພວກເຈົ້າ​ກໍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ສຳລັບ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ ທີ່​ພຣະອົງ​ໄດ້​ມອບ​ໃຫ້​ພວກເຈົ້າ.”</verse>
				<verse number="11">“ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ບໍ່​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຢ່າ​ລົ້ມເລີກ​ທີ່​ຈະ​ເຊື່ອຟັງ​ກົດບັນຍັດ ຊຶ່ງ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ໃນວັນນີ້.</verse>
				<verse number="12">ເມື່ອ​ພວກເຈົ້າ​ມີ​ອາຫານ​ການ​ກິນ​ຕາມ​ຄວາມ​ຕ້ອງການ ແລະ​ມີ​ບ້ານ​ເຮືອນ​ດີໆ​ຢູ່</verse>
				<verse number="13">ແລະ​ເມື່ອ​ມີ​ຝູງງົວ​ແລະ​ຝູງແກະ, ເງິນ​ແລະ​ຄຳ, ແລະ​ສິ່ງ​ຂອງ​ອື່ນໆ​ຫລາຍ​ຂຶ້ນ,</verse>
				<verse number="14">ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ບໍ່ໄດ້​ກາຍເປັນ​ຄົນ​ຈອງຫອງ​ພອງຕົວ ແລະ​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ໄດ້​ຕົກ​ເປັນ​ທາດຮັບໃຊ້​ນັ້ນ.</verse>
				<verse number="15">ພຣະອົງ​ໄດ້​ນຳພາ​ພວກເຈົ້າ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ກວ້າງໃຫຍ່ ແລະ​ໜ້າຢ້ານກົວ ຊຶ່ງ​ມີ​ທັງ​ງູພິດ​ແລະ​ແມງງອດ. ໃນ​ດິນແດນ​ທີ່​ແຫ້ງແລ້ງ​ແລະ​ຂາດ​ນໍ້າ​ນັ້ນ ພຣະອົງ​ໄດ້​ເຮັດ​ໃຫ້​ນໍ້າ​ໄຫລ​ອອກ​ມາ​ຈາກ​ໂງ່ນຫີນ​ສຳລັບ​ພວກເຈົ້າ.</verse>
				<verse number="16">ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ພຣະອົງ​ໄດ້​ໃຫ້​ມານາ​ແກ່​ພວກເຈົ້າ​ກິນ ຄື​ອາຫານ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ກິນ. ພຣະອົງ​ໄດ້​ໃຫ້​ພວກເຈົ້າ​ຖືກ​ຄວາມທຸກ​ລຳບາກ​ເພື່ອ​ທົດສອບ​ພວກເຈົ້າ ເພື່ອ​ວ່າ​ໃນ​ບັ້ນປາຍ​ພຣະອົງ​ຈະ​ອວຍພອນ​ພວກເຈົ້າ​ດ້ວຍ​ສິ່ງ​ທີ່​ດີ.</verse>
				<verse number="17">ເຫດສະນັ້ນ ພວກເຈົ້າ​ບໍ່​ຕ້ອງ​ຄິດ​ວ່າ​ພວກເຈົ້າ​ຮັ່ງມີ​ເປັນດີ ດ້ວຍ​ກຳລັງ​ແລະ​ເຫື່ອແຮງ​ຂອງ​ພວກເຈົ້າ​ເອງ.</verse>
				<verse number="18">ຈົ່ງ​ຈົດຈຳ​ວ່າ ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ທີ່​ໃຫ້​ອຳນາດ​ແກ່​ພວກເຈົ້າ​ກາຍເປັນ​ຜູ້​ຮັ່ງມີ. ພຣະອົງ​ເຮັດ​ເຊັ່ນນີ້ ເພາະ​ພຣະອົງ​ຍັງ​ສັດຊື່​ຕໍ່​ພັນທະສັນຍາ ທີ່​ໄດ້​ເຮັດ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ.</verse>
				<verse number="19">ຢ່າ​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈັກເທື່ອ ຫລື​ຫັນເຫ​ໄປ​ຂາບໄຫວ້​ແລະ​ຮັບໃຊ້​ພະອື່ນ. ຖ້າ​ພວກເຈົ້າ​ຂືນ​ເຮັດ ຂ້າພະເຈົ້າ​ຂໍ​ເຕືອນ​ພວກເຈົ້າ​ໃນວັນນີ້​ໂລດ​ວ່າ ພວກເຈົ້າ​ຈະ​ຖືກ​ທຳລາຍ​ຢ່າງ​ແນ່ນອນ.</verse>
				<verse number="20">ເໝືອນ​ດັ່ງ​ທີ່​ພຣະເຈົ້າຢາເວ​ທຳລາຍ​ຊົນຊາດ​ທັງຫລາຍ​ຕໍ່ໜ້າ​ພວກເຈົ້າ​ຢ່າງໃດ ພວກເຈົ້າ​ກໍ​ຈະ​ຖືກ​ທຳລາຍ​ຍ້ອນ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢ່າງນັ້ນ.”</verse>
			</chapter>
			<chapter number="9">
				<verse number="1">“ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງເຖີດ ວັນ​ນີ້​ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ຢຶດຄອງ​ດິນແດນ​ທີ່​ເປັນ​ຂອງ​ຊົນຊາດ​ທີ່​ຍິ່ງໃຫຍ່​ແລະ​ມີ​ອຳນາດ​ກວ່າ​ພວກເຈົ້າ. ເມືອງ​ກໍ​ໃຫຍ່​ແລະ​ກຳແພງ​ກໍ​ສູງ​ຈຸ​ຟ້າ​ສະຫວັນ,</verse>
				<verse number="2">ປະຊາຊົນ​ມີ​ຕົວ​ສູງ​ແລະ​ແຂງແຮງ ພວກເຂົາ​ມີ​ຮູບຮ່າງ​ໃຫຍ່​ເປັນ​ລູກຫຼານ​ຂອງ​ພວກ​ອານາກີມ ແລະ​ພວກເຈົ້າ​ກໍ​ໄດ້​ຍິນ​ມາ​ແລ້ວ​ວ່າ ບໍ່ມີ​ຜູ້ໃດ​ຕໍ່ສູ້​ກັບ​ພວກເຂົາ​ໄດ້​ນັ້ນ.</verse>
				<verse number="3">ແຕ່​ບັດນີ້ ພວກເຈົ້າ​ຈະ​ໄດ້​ເຫັນ​ດ້ວຍ​ຕົນເອງ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈະ​ນຳ​ໜ້າ​ພວກເຈົ້າ​ໄປ​ເໝືອນ​ດັ່ງ​ໄຟ​ທີ່​ເຜົາຜານ. ພຣະອົງ​ຈະ​ເອົາ​ຊະນະ​ພວກເຂົາ​ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ ເພື່ອ​ວ່າ​ພວກເຈົ້າ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ ແລະ​ຈະ​ທຳລາຍ​ພວກເຂົາ​ຢ່າງ​ວ່ອງໄວ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້.</verse>
				<verse number="4">ຫລັງຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ຂັບໄລ່​ພວກເຂົາ​ອອກ​ໄປ​ໃຫ້​ພວກເຈົ້າ​ແລ້ວ ຢ່າ​ຄິດ​ວ່າ​ພຣະອົງ​ໄດ້​ນຳພາ​ພວກເຈົ້າ​ເຂົ້າ​ມາ​ຄອບຄອງ​ເອົາ​ດິນແດນ​ນີ້ ຍ້ອນ​ພວກເຈົ້າ​ເປັນ​ຄົນ​ຊອບທຳ. ບໍ່ແມ່ນ​ດອກ ພຣະເຈົ້າຢາເວ​ກຳລັງ​ຈະ​ຂັບໄລ່​ປະຊາຊົນ​ເຫຼົ່ານີ້​ອອກ​ໄປ​ຕໍ່ໜ້າ​ພວກເຈົ້າ ເພາະ​ພວກເຂົາ​ຊົ່ວຮ້າຍ.</verse>
				<verse number="5">ບໍ່ແມ່ນ​ເພາະ​ພວກເຈົ້າ​ເປັນ​ຄົນ​ຊອບທຳ​ແລະ​ເຮັດ​ຖືກຕ້ອງ ທີ່​ກຳລັງ​ຈະ​ເຂົ້າ​ໄປ​ໃນ​ດິນແດນ​ຂອງ​ພວກເຂົາ. ແຕ່​ເພາະ​ພວກເຂົາ​ຊົ່ວຮ້າຍ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈຶ່ງ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ​ຕໍ່ໜ້າ​ພວກເຈົ້າ, ແລະ​ເພື່ອ​ຢາກ​ຮັກສາ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໄວ້​ກັບ​ປູ່ຍ່າ​ຕາຍາຍ​ຂອງ​ພວກເຈົ້າ​ຄື: ອັບຣາຮາມ, ອີຊາກ ແລະ​ຢາໂຄບ.</verse>
				<verse number="6">ໃຫ້​ພວກເຈົ້າ​ແນ່ໃຈ​ໄດ້​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ມອບ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ​ນີ້​ໃຫ້ ບໍ່ແມ່ນ​ເພາະ​ພວກເຈົ້າ​ເປັນ​ຄົນ​ຊອບທຳ. ຕາມ​ຄວາມຈິງ​ແລ້ວ ພວກເຈົ້າ​ເປັນ​ປະຊາຊົນ​ທີ່​ດື້ດ້ານ​ຫລາຍ.</verse>
				<verse number="7">ຢ່າ​ລືມ​ຈັກເທື່ອ​ວ່າ ພວກເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໂກດຮ້າຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຢ່າງ​ໃດ. ຕັ້ງແຕ່​ມື້​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ເຖິງ​ມື້​ທີ່​ພວກເຈົ້າ​ມາ​ຮອດ​ທີ່​ນີ້ ພວກເຈົ້າ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ.</verse>
				<verse number="8">ແມ່ນແຕ່​ທີ່​ພູເຂົາ​ຊີນາຍ ພວກເຈົ້າ​ກໍໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ຫລາຍ ແລະ​ພຣະເຈົ້າຢາເວ​ໂກດຮ້າຍ​ພໍ​ທີ່​ຈະ​ທຳລາຍ​ພວກເຈົ້າ​ໄດ້.</verse>
				<verse number="9">ຂ້າພະເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູ ເພື່ອ​ຮັບ​ເອົາ​ແຜ່ນຫີນ ຊຶ່ງ​ເປັນ​ແຜ່ນຫີນ​ແຫ່ງ​ພັນທະສັນຍາ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ. ຂ້າພະເຈົ້າ​ໄດ້​ຢູ່​ທີ່​ນັ້ນ​ສີ່ສິບ​ວັນ​ສີ່ສິບ​ຄືນ ໂດຍ​ບໍ່ໄດ້​ກິນ​ແລະ​ດື່ມ​ຫຍັງ.</verse>
				<verse number="10">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ໃຫ້​ຫີນ​ສອງ​ແຜ່ນ​ແກ່​ຂ້າພະເຈົ້າ ຊຶ່ງ​ໄດ້ຂຽນ​ດ້ວຍ​ພຣະຫັດ​ຂອງ​ພຣະເຈົ້າ​ເປັນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ພວກເຈົ້າ ຈາກ​ແປວໄຟ​ທີ່​ເທິງ​ພູເຂົາ​ໃນ​ມື້​ທີ່​ພວກເຈົ້າ​ໄດ້​ເຕົ້າໂຮມ​ກັນ​ນັ້ນ.</verse>
				<verse number="11">ຫລັງຈາກ​ສີ່ສິບ​ວັນ​ສີ່ສິບ​ຄືນ​ແລ້ວ ພຣະເຈົ້າຢາເວ​ໄດ້​ໃຫ້​ຫີນ​ສອງ​ແຜ່ນ ຊຶ່ງ​ພຣະອົງ​ໄດ້​ຂຽນ​ພັນທະສັນຍາ​ໃສ່.</verse>
				<verse number="12">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ລົງ​ໄປ​ຈາກ​ພູ​ດຽວນີ້ ເພາະ​ປະຊາຊົນ​ທີ່​ເຈົ້າ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ໄດ້​ພາກັນ​ຫລົງ​ຜິດ​ແລະ​ເຮັດ​ຊົ່ວ​ສາ​ແລ້ວ. ພວກເຂົາ​ໄດ້​ຫັນໜີ​ຈາກ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ໃຫ້​ເຮັດ ໂດຍ​ຫລໍ່​ຮູບເຄົາຣົບ​ສຳລັບ​ພວກເຂົາ​ເອງ.’</verse>
				<verse number="13">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ອີກ​ວ່າ, ‘ເຮົາ​ຮູ້​ວ່າ​ປະຊາຊົນ​ເຫຼົ່ານີ້​ດື້ດ້ານ​ພຽງໃດ.</verse>
				<verse number="14">ຢ່າ​ພະຍາຍາມ​ຢັບຢັ້ງ​ເຮົາ​ໄວ້. ເຮົາ​ຕັ້ງໃຈ​ຈະ​ທຳລາຍ​ພວກເຂົາ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ລະນຶກເຖິງ​ພວກເຂົາ​ອີກ​ຕໍ່ໄປ. ແລ້ວ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ພໍ່​ຂອງ​ຊາດ​ໜຶ່ງ ທີ່​ຍິ່ງໃຫຍ່​ແລະ​ມີ​ອຳນາດ​ຫລາຍກວ່າ​ພວກເຂົາ.’</verse>
				<verse number="15">ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ກັບ​ຄືນ​ແລະ​ລົງ​ມາ​ຈາກ​ພູ ຂະນະ​ທີ່​ພູ​ນັ້ນ​ຮ້ອນ​ດ້ວຍ​ໄຟ ໂດຍ​ຖື​ແຜ່ນຫີນ​ສອງ​ແຜ່ນ ຊຶ່ງ​ມີ​ພັນທະສັນຍາ​ທີ່​ຈາລຶກ​ໄວ້.</verse>
				<verse number="16">ຂ້າພະເຈົ້າ​ໄດ້​ເຫັນ​ວ່າ​ພວກເຈົ້າ​ໄດ້​ລະເມີດ​ຂໍ້​ຄຳສັ່ງ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ແທ້ ແລະ​ພວກເຈົ້າ​ກໍໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ຢ່າງ​ວ່ອງໄວ ໂດຍ​ໄດ້​ໃຊ້​ໂລຫະ​ຫລໍ່​ຮູບ​ງົວ​ນ້ອຍ​ໄວ້​ຂາບໄຫວ້.</verse>
				<verse number="17">ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໂຍນ​ຫີນ​ສອງ​ແຜ່ນ​ນັ້ນ​ຖິ້ມ​ຕໍ່ໜ້າ​ຕໍ່ຕາ​ຂອງ​ພວກເຈົ້າ ຈົນ​ແຕກ​ເປັນ​ປ່ຽງໆ.</verse>
				<verse number="18">ແລ້ວ​ອີກເທື່ອໜຶ່ງ ຂ້າພະເຈົ້າ​ໄດ້​ໝູບ​ໜ້າ​ລົງ​ຊ້ອງໜ້າ​ພຣະເຈົ້າຢາເວ ເປັນ​ເວລາ​ສີ່ສິບ​ວັນ​ສີ່ສິບ​ຄືນ​ໂດຍ​ບໍ່ໄດ້​ກິນ​ແລະ​ບໍ່ໄດ້​ດື່ມ​ຫຍັງ. ຂ້າພະເຈົ້າ​ເຮັດ​ເຊັ່ນນີ້​ກໍ​ເພາະວ່າ ພວກເຈົ້າ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ແລະ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ.</verse>
				<verse number="19">ຂ້າພະເຈົ້າ​ຢ້ານ​ພຣະເຈົ້າຢາເວ​ໂກດຮ້າຍ​ຫຼາຍ ເພາະ​ພຣະອົງ​ໂກດຮ້າຍ​ພໍ​ທີ່​ຈະ​ທຳລາຍ​ພວກເຈົ້າ​ໄດ້, ແຕ່​ອີກເທື່ອໜຶ່ງ​ພຣະເຈົ້າຢາເວ​ໄດ້​ຟັງ​ຂ້າພະເຈົ້າ.</verse>
				<verse number="20">ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ອາໂຣນ​ດ້ວຍ ແລະ​ໝາຍ​ຈະ​ຂ້າ​ລາວ​ເສຍ. ດັ່ງນັ້ນ ໃນ​ເວລາ​ດຽວກັນ ຂ້າພະເຈົ້າ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ອາໂຣນ​ດ້ວຍ.</verse>
				<verse number="21">ຂ້າພະເຈົ້າ​ໄດ້​ເອົາ​ສິ່ງ​ອັນ​ເປັນ​ບາບ​ຊຶ່ງ​ພວກເຈົ້າ​ໄດ້​ເຮັດ ຄື​ຮູບ​ງົວ​ທີ່​ເປັນ​ໂລຫະ​ນັ້ນ ໂຍນ​ໃສ່​ໄຟ. ແລ້ວ​ຂ້າພະເຈົ້າ​ໄດ້​ທັບ​ເປັນ​ປ່ຽງໆ ບົດ​ໃຫ້​ໝຸ່ນ ແລະ​ເທ​ໃສ່​ນໍ້າ​ທີ່​ໄຫລ​ລົງ​ມາ​ຈາກ​ພູເຂົາ.</verse>
				<verse number="22">ເມື່ອ​ພວກເຈົ້າ​ໄດ້​ອາໄສ​ຢູ່​ທີ່​ຕາເບຣາ, ມັດສາ ແລະ​ກິບໂຣດ ຮັດຕາອາວາ ພວກເຈົ້າ​ກໍໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ເໝືອນກັນ.</verse>
				<verse number="23">ເມື່ອ​ພຣະເຈົ້າຢາເວ​ໃຊ້​ພວກເຈົ້າ​ໄປ​ຈາກ​ເມືອງ​ກາເດັດ​ບາກເນອາ ໂດຍ​ສັ່ງ​ໃຫ້​ເຂົ້າ​ໄປ​ຢຶດຄອງ​ດິນແດນ​ທີ່​ພຣະອົງ​ມອບ​ໃຫ້​ພວກເຈົ້າ ພວກເຈົ້າ​ກໍໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ພວກເຈົ້າ​ບໍ່ໄດ້​ໄວ້ວາງໃຈ​ພຣະອົງ​ຫລື​ເຊື່ອຟັງ​ພຣະອົງ.</verse>
				<verse number="24">ຕັ້ງແຕ່​ມື້​ທີ່​ຂ້າພະເຈົ້າ​ໄດ້​ຮູ້ຈັກ​ພວກເຈົ້າ ພວກເຈົ້າ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ​ຕະຫລອດ​ມາ.</verse>
				<verse number="25">ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ກົ້ມ​ຂາບລົງ​ຊ້ອງໜ້າ​ພຣະເຈົ້າຢາເວ​ສີ່ສິບ​ວັນ​ສີ່ສິບ​ຄືນ ເພາະ​ຂ້າພະເຈົ້າ​ຮູ້​ວ່າ​ພຣະເຈົ້າຢາເວ​ໄດ້​ຕົກລົງ​ໃຈ​ທີ່​ຈະ​ທຳລາຍ​ພວກເຈົ້າ.</verse>
				<verse number="26">ຂ້າພະເຈົ້າ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, ‘ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ເອີຍ ຢ່າ​ໄດ້​ທຳລາຍ​ປະຊາຊົນ​ທີ່​ເປັນ​ຂອງ​ພຣະອົງ​ເລີຍ ຄື​ປະຊາຊົນ​ທີ່​ພຣະອົງ​ໄດ້​ຊົງໄຖ່​ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ​ພຣະອົງ​ໄດ້​ນຳພາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ດ້ວຍ​ພຣະຫັດ​ອັນ​ຊົງ​ຣິດເດດ.</verse>
				<verse number="27">ໂຜດ​ຈົດຈຳ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຄື: ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ຢ່າ​ສົນໃຈ​ໃນ​ຄວາມ​ດື້ດຶງ, ຄວາມ​ຊົ່ວຮ້າຍ ແລະ​ບາບ​ຂອງ​ປະຊາຊົນ​ເຫຼົ່ານີ້.</verse>
				<verse number="28">ບໍ່​ດັ່ງນັ້ນ​ແລ້ວ ຊາວ​ເອຢິບ​ຈະ​ເວົ້າ​ວ່າ, ພຣະເຈົ້າຢາເວ​ບໍ່​ສາມາດ​ນຳພາ​ໄພ່ພົນ​ຂອງ​ພຣະອົງ ເຂົ້າ​ໄປ​ໃນ​ດິນແດນ​ທີ່​ພຣະອົງ​ໄດ້​ສັນຍາ​ແກ່​ພວກເຂົາ. ພວກເຂົາ​ຈະ​ເວົ້າ​ວ່າ​ພຣະອົງ​ໄດ້​ນຳພາ​ໄພ່ພົນ​ຂອງ​ພຣະອົງ​ອອກ​ມາ ແລະ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເພື່ອ​ຂ້າ​ພວກເຂົາ​ຖິ້ມ ເພາະ​ພຣະອົງ​ກຽດຊັງ​ພວກເຂົາ.</verse>
				<verse number="29">ເຖິງ​ຢ່າງ​ໃດ​ກໍດີ ປະຊາຊົນ​ເຫຼົ່ານີ້​ແມ່ນ​ພຣະອົງ​ເອງ​ທີ່​ໄດ້​ເລືອກ​ເອົາ​ໃຫ້​ເປັນ​ຂອງ​ພຣະອົງ ແລະ​ແມ່ນ​ພວກ​ທີ່​ພຣະອົງ​ໄດ້​ນຳພາ​ໃຫ້​ອອກ​ມາ​ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ​ດ້ວຍ​ແຂນ​ອັນ​ຊົງ​ຣິດເດດ​ຂອງ​ພຣະອົງ.”’</verse>
			</chapter>
			<chapter number="10">
				<verse number="1">“ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ຕັດ​ເອົາ​ຫີນ​ສອງ​ແຜ່ນ​ແບບ​ເກົ່າ ແລະ​ເຮັດ​ຫີບ​ໄມ້​ໜ່ວຍ​ໜຶ່ງ​ສຳລັບ​ໃສ່​ແຜ່ນ​ຫີນ. ແລ້ວ​ຈົ່ງ​ຂຶ້ນ​ມາ​ຫາ​ເຮົາ​ທີ່​ເທິງ​ພູ</verse>
				<verse number="2">ແລະ​ເຮົາ​ຈະ​ຂຽນ​ຂໍ້ຄວາມ​ໃນ​ແຜ່ນ​ຫີນ​ທີ່​ເຈົ້າ​ເຮັດ​ແຕກ​ນັ້ນ ໃສ່​ຫີນ​ສອງ​ແຜ່ນ​ນີ້. ແລ້ວ​ໃຫ້​ເຈົ້າ​ບັນຈຸ​ມັນ​ໄວ້​ໃນ​ຫີບ.’</verse>
				<verse number="3">ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ເຮັດ​ຫີບ​ດ້ວຍ​ໄມ້​ກະຖິນເທດ ແລະ​ຕັດ​ເອົາ​ແຜ່ນ​ຫີນ​ສອງ​ແຜ່ນ​ຄື​ກັບ​ເທື່ອ​ທຳອິດ ນຳ​ຂຶ້ນ​ໄປ​ທີ່​ເທິງ​ພູ.</verse>
				<verse number="4">ແລ້ວ​ພຣະເຈົ້າຢາເວ​ກໍ​ຂຽນ​ຂໍ້​ຄວາມ​ຢ່າງ​ດຽວກັນ​ກັບ​ແຜ່ນ​ທຳອິດ​ນັ້ນ​ໃສ່ ຄື​ຄຳສັ່ງ​ສິບ​ຂໍ້​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ພວກເຈົ້າ ເມື່ອ​ພຣະອົງ​ໄດ້​ກ່າວ​ຈາກ​ແປວ​ໄຟ ໃນ​ມື້​ທີ່​ພວກເຈົ້າ​ໄດ້​ເຕົ້າໂຮມ​ກັນ​ທີ່​ພູ. ພຣະເຈົ້າຢາເວ​ໄດ້​ມອບ​ແຜ່ນ​ຫີນ​ໃຫ້​ຂ້າພະເຈົ້າ</verse>
				<verse number="5">ແລະ​ຂ້າພະເຈົ້າ​ໄດ້​ກັບ​ລົງ​ມາ​ຈາກ​ພູ. ໂດຍ​ໄດ້​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ຂ້າພະເຈົ້າ​ໄດ້​ເອົາ​ແຜ່ນ​ຫີນ​ໃສ່​ໃນ​ຫີບ​ໄວ້ ແລະ​ມັນ​ກໍ​ຢູ່​ໃນ​ທີ່ນັ້ນ​ຕະຫລອດ​ມາ.” (</verse>
				<verse number="6">ຊາວ​ອິດສະຣາເອນ​ໄດ້​ໜີ​ຈາກ​ນໍ້າສ້າງ​ທີ່​ເປັນ​ຂອງ​ຢາອາການ ແລະ​ໄດ້​ໄປ​ທີ່​ໂມເສຣາ. ໃນ​ທີ່​ນີ້​ອາໂຣນ​ຕາຍ​ແລະ​ຖືກ​ຝັງ​ໄວ້ ແລະ​ເອເລອາຊາ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ປະໂຣຫິດ​ແທນ.</verse>
				<verse number="7">ຈາກ​ທີ່ນັ້ນ ພວກເຂົາ​ໄດ້​ໄປ​ທີ່​ກຸດໂກດາ ແລະ​ໄປ​ຕໍ່​ທີ່​ໂຢດບາທາ ຄື​ບ່ອນ​ທີ່​ມີ​ນໍ້າ​ຫລາຍ.</verse>
				<verse number="8">ໃນ​ເວລາ​ນັ້ນ ພຣະເຈົ້າຢາເວ​ໄດ້​ແຕ່ງຕັ້ງ​ພວກ​ຜູ້ຊາຍ​ໃນ​ເຜົ່າເລວີ ໃຫ້​ເປັນ​ຜູ້​ຮັບຜິດຊອບ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ຢືນຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ໃຫ້​ຮັບໃຊ້​ພຣະອົງ ເພື່ອ​ໃຫ້​ກ່າວ​ຄຳອວຍພອນ​ໃນ​ນາມ​ຂອງ​ພຣະອົງ​ຈົນເຖິງ​ທຸກ​ວັນ​ນີ້.</verse>
				<verse number="9">ດ້ວຍເຫດນີ້ ເຜົ່າ​ເລວີ​ຈົ່ງ​ບໍ່ໄດ້​ຮັບ​ດິນແດນ​ສ່ວນ​ໃດ​ເໝືອນ​ດັ່ງ​ເຜົ່າ​ອື່ນໆ ສິ່ງ​ທີ່​ພວກເຂົາ​ໄດ້​ຮັບ​ແມ່ນ​ສິດທິ​ພິເສດ ໃນ​ການ​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ພວກເຂົາ).</verse>
				<verse number="10">“ຂ້າພະເຈົ້າ​ໄດ້​ພັກ​ຢູ່​ເທິງ​ພູ ເໝືອນ​ດັ່ງ​ຄາວ​ກ່ອນ​ສີ່ສິບ​ວັນ​ສີ່ສິບ​ຄືນ. ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ໄດ້​ຟັງ​ຂ້າພະເຈົ້າ ແລະ​ພຣະເຈົ້າຢາເວ​ກໍ​ໄດ້​ຕົກລົງ​ໃຈ​ບໍ່​ທຳລາຍ​ພວກເຈົ້າ.</verse>
				<verse number="11">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ບອກ​ຂ້າພະເຈົ້າ​ນຳພາ​ພວກເຈົ້າ​ໄປ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຢຶດຄອງ​ດິນແດນ​ເປັນ​ກຳມະສິດ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ມອບ​ໃຫ້​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ.”</verse>
				<verse number="12">“ບັດນີ້ ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຮຽກຮ້ອງ​ຕ້ອງການ​ຈາກ​ພວກເຈົ້າ ຄື: ຈົ່ງ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ປະຕິບັດ​ທຸກສິ່ງ​ທີ່​ພຣະອົງ​ສັ່ງ. ຈົ່ງ​ຮັກ​ພຣະອົງ ແລະ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ</verse>
				<verse number="13">ແລະ​ຈົ່ງ​ເຊື່ອຟັງ​ກົດບັນຍັດ​ທຸກ​ຂໍ້​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຂ້າພະເຈົ້າ​ກຳລັງ​ມອບ​ກົດບັນຍັດ​ເຫຼົ່ານີ້​ໃຫ້​ພວກເຈົ້າ​ໃນວັນນີ້ ສຳລັບ​ຜົນດີ​ຂອງ​ພວກເຈົ້າ.</verse>
				<verse number="14">ຟ້າ​ສະຫວັນ ແລະ​ຟ້າ​ສະຫວັນ​ບ່ອນ​ສູງສຸດ​ເປັນ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແຜ່ນດິນ​ໂລກ​ກັບ​ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ​ກໍ​ເປັນ​ຂອງ​ພຣະອົງ​ເໝືອນກັນ.</verse>
				<verse number="15">ແຕ່​ຄວາມຮັກ​ຂອງ​ພຣະເຈົ້າຢາເວ ສຳລັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ມີ​ຫລາຍ​ທີ່ສຸດ ທີ່​ພຣະອົງ​ໄດ້​ເລືອກ​ເອົາ​ພວກເຈົ້າ ແທນ​ທີ່​ຈະ​ເລືອກ​ເອົາ​ປະຊາຊົນ​ຊາດ​ອື່ນ ແລະ​ພວກເຈົ້າ​ກໍ​ຍັງ​ເປັນ​ປະຊາຊົນ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ຈົນເຖິງ​ວັນ​ນີ້.</verse>
				<verse number="16">ເຫດສະນັ້ນ ຈົ່ງ​ຮັບ​ພິທີຕັດ ໃນ​ໃຈ ແລະ​ຢ່າ​ດື້ດຶງ​ຕໍ່ໄປ.</verse>
				<verse number="17">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແມ່ນ​ພຣະເຈົ້າ​ເໜືອ​ບັນດາ​ພະ​ທັງໝົດ ແລະ​ເປັນ​ອົງ​ພຣະຜູ້​ເປັນເຈົ້າ​ເໜືອ​ບັນດາ​ເຈົ້ານາຍ​ທັງປວງ, ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ຊົງ​ຣິດອຳນາດ ແລະ​ເປັນ​ທີ່​ຢຳເກງ. ພຣະອົງ​ບໍ່​ເຫັນແກ່​ໜ້າ​ຜູ້ໃດ​ແລະ​ບໍ່​ເຫັນແກ່​ສິນຈ້າງ​ລາງວັນ​ໃດໆ.</verse>
				<verse number="18">ພຣະອົງ​ໃຫ້​ສິດ​ລູກກຳພ້າ​ແລະ​ພວກ​ແມ່ໝ້າຍ​ໄດ້​ຮັບ​ຄວາມ​ເປັນທຳ; ພຣະອົງ​ຮັກ​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ພວກເຮົາ ໂດຍ​ໃຫ້​ອາຫານ​ແລະ​ເຄື່ອງນຸ່ງຫົ່ມ​ແກ່​ພວກເຂົາ.</verse>
				<verse number="19">ດັ່ງນັ້ນ ຈົ່ງ​ຮັກ​ຄົນ​ຕ່າງດ້າວ ເພາະ​ພວກເຈົ້າ​ກໍ​ເຄີຍ​ເປັນ​ຄົນຕ່າງດ້າວ​ໃນ​ປະເທດ​ເອຢິບ.</verse>
				<verse number="20">ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ນະມັດສະການ​ແຕ່​ພຣະອົງ​ເທົ່ານັ້ນ. ຈົ່ງ​ສັດຊື່​ຕໍ່​ພຣະອົງ ແລະ​ກ່າວ​ຄຳສັນຍາ​ໃນ​ພຣະນາມ​ຂອງ​ພຣະອົງ​ເທົ່ານັ້ນ.</verse>
				<verse number="21">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເພາະ​ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ເຫັນ​ໂດຍ​ປະຈັກຕາ​ແລ້ວ​ເຖິງ​ຄວາມ​ຍິ່ງໃຫຍ່ ແລະ​ສິ່ງ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ສຳລັບ​ພວກເຈົ້າ.</verse>
				<verse number="22">ເມື່ອ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ໄປ​ຢູ່​ປະເທດ​ເອຢິບ​ນັ້ນ ພວກເຂົາ​ມີ​ພຽງແຕ່ 70 ຄົນ​ເທົ່ານັ້ນ. ແຕ່​ມາບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃຫ້​ພວກເຈົ້າ​ມີ​ຄົນ​ຈຳນວນ​ຫລວງຫລາຍ​ເໝືອນ​ດັ່ງ​ດວງດາວ​ໃນ​ຟ້າ​ສະຫວັນ.”</verse>
			</chapter>
			<chapter number="11">
				<verse number="1">“ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ເຊື່ອຟັງ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ​ສະເໝີ.</verse>
				<verse number="2">ວັນ​ນີ້ ຈົ່ງ​ຈົດຈຳ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້​ກ່ຽວກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຜ່ານ​ປະສົບການ ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ. ແມ່ນ​ພວກເຈົ້າ​ທີ່​ມີ​ປະສົບການ​ນີ້ ແລະ​ບໍ່ແມ່ນ​ພວກ​ລູກຫລານ​ຂອງ​ພວກເຈົ້າ. ພວກເຈົ້າ​ໄດ້​ເຫັນ​ພຣະຫັດ​ອັນ​ຊົງ​ຣິດເດດ ແລະ​ແຂນ​ອັນ​ຊົງ​ຣິດອຳນາດ​ຂອງ​ພຣະອົງ</verse>
				<verse number="3">ພ້ອມ​ທັງ​ການ​ອັດສະຈັນ​ຕ່າງໆ​ທີ່​ພຣະອົງ​ໄດ້​ກະທຳ. ພວກເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ກະສັດ​ແຫ່ງ​ເອຢິບ ແລະ​ຕໍ່​ດິນແດນ​ທັງໝົດ​ຂອງ​ເພິ່ນ.</verse>
				<verse number="4">ພວກເຈົ້າ​ໄດ້​ເຫັນ​ພຣະອົງ​ກວາດລ້າງ​ກອງທັບ​ປະເທດ​ເອຢິບ​ໃຫ້​ດັບສູນ​ໄປ ພ້ອມ​ທັງ​ມ້າ​ແລະ​ລົດຮົບ​ຂອງ​ພວກເຂົາ ໂດຍ​ໂຍນ​ພວກເຂົາ​ຖິ້ມ​ລົງ​ໃນ​ທະເລແດງ ໃນ​ຂະນະທີ່​ພວກເຂົາ​ກຳລັງ​ຕິດຕາມ​ມາ​ນັ້ນ ແລະ​ພຣະເຈົ້າຢາເວ​ໄດ້​ທຳລາຍ​ພວກເຂົາ​ຈົນເຖິງ​ທຸກ​ວັນນີ້.</verse>
				<verse number="5">ພວກເຈົ້າ​ຮູ້​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ພວກເຈົ້າ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ກ່ອນ​ມາ​ຮອດ​ທີ່​ນີ້.</verse>
				<verse number="6">ຈົ່ງ​ຫວນ​ຄິດເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ດາທານ​ແລະ​ອາບີຣາມ ລູກຊາຍ​ຂອງ​ເອລີອາບ​ແຫ່ງ​ເຜົ່າ​ຣູເບັນ. ຕໍ່ໜ້າ​ທຸກຄົນ ແຜ່ນດິນ​ໄດ້​ຍະ​ອອກ​ກືນກິນ​ພວກເຂົາ​ພ້ອມ​ກັບ​ຄອບຄົວ, ຜ້າເຕັນ, ຄົນ​ຮັບໃຊ້ ແລະ​ຝູງສັດ​ຂອງ​ພວກເຂົາ.</verse>
				<verse number="7">ແມ່ນແລ້ວ ພວກເຈົ້າ​ແມ່ນ​ພວກ​ທີ່​ໄດ້​ເຫັນ​ທຸກໆສິ່ງ​ອັນ​ຍິ່ງໃຫຍ່​ເຫຼົ່ານັ້ນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ກະທຳ.”</verse>
				<verse number="8">“ຈົ່ງ​ເຊື່ອຟັງ​ກົດບັນຍັດ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້ ແລ້ວ​ພວກເຈົ້າ​ກໍ​ຈະ​ສາມາດ​ຂ້າມ​ແມ່ນໍ້າ ແລະ​ຢຶດຄອງ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ນັ້ນ.</verse>
				<verse number="9">ພວກເຈົ້າ​ຈະ​ມີ​ຊີວິດ​ໝັ້ນຍືນ​ຢູ່​ໃນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ມອບ​ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ແລະ​ເຊື້ອສາຍ​ຂອງ​ພວກເຂົາ.</verse>
				<verse number="10">ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ ບໍ່​ຄື​ດິນແດນ​ຂອງ​ປະເທດ​ເອຢິບ​ບ່ອນ​ທີ່​ພວກເຈົ້າ​ໄດ້​ອາໄສ​ຢູ່​ແຕ່​ກ່ອນ. ທີ່​ນັ້ນ​ເມື່ອ​ພວກເຈົ້າ​ປູກ​ເມັດພືດ ພວກເຈົ້າ​ຕ້ອງ​ທຳງານ​ໜັກ​ເພື່ອ​ປ້ານ​ຄັນຄູ​ກັນນໍ້າ​ໄວ້,</verse>
				<verse number="11">ແຕ່​ໃນ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ນັ້ນ ແມ່ນ​ດິນແດນ​ພູດອຍ​ແລະ​ຮ່ອມພູ ເປັນ​ດິນແດນ​ທີ່​ລໍ່ລ້ຽງ​ດ້ວຍ​ນໍ້າ​ຝົນ.</verse>
				<verse number="12">ເປັນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດູແລ​ຮັກສາ. ຕາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເປັນ​ຜູ້ດູແລ​ເບິ່ງແຍງ​ດິນແດນ​ນີ້​ຕະຫລອດ​ປີ.</verse>
				<verse number="13">ສະນັ້ນ ຈົ່ງ​ເຊື່ອຟັງ​ຂໍ້ຄຳສັ່ງ​ທີ່​ຂ້າພະເຈົ້າ​ໄດ້​ໃຫ້​ພວກເຈົ້າ​ໃນວັນນີ້ ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ແລະ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ.</verse>
				<verse number="14">ຖ້າ​ພວກເຈົ້າ​ເຮັດ​ຕາມ ພຣະອົງ​ກໍ​ຈະ​ສົ່ງ​ຝົນ​ມາ​ເທິງ​ດິນແດນ​ຂອງ​ພວກເຈົ້າ ຖືກ​ຕາມ​ລະດູການ ໃນ​ລະດູ​ໃບໄມ້​ຫລົ່ນ​ແລະ​ລະດູ​ໃບໄມ້ປົ່ງ ເພື່ອ​ວ່າ​ພວກເຈົ້າ​ຈະ​ມີ​ເຂົ້າ ມີ​ເຫຼົ້າ​ອະງຸ່ນ ແລະ​ມີ​ນໍ້າມັນ​ໝາກກອກເທດ</verse>
				<verse number="15">ທັງ​ຫຍ້າ​ສຳລັບ​ຝູງສັດ​ດ້ວຍ. ພວກເຈົ້າ​ຈະ​ມີ​ອາຫານ​ກິນ​ຕາມ​ຄວາມ​ຕ້ອງການ.</verse>
				<verse number="16">ຢ່າ​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ​ຖືກ​ນຳ​ໃຫ້​ຫັນ​ໜີ​ໄປ​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ.</verse>
				<verse number="17">ຖ້າ​ພວກເຈົ້າ​ຂືນ​ເຮັດ ພຣະເຈົ້າຢາເວ​ກໍ​ຈະ​ໂກດຮ້າຍ​ພວກເຈົ້າ. ພຣະອົງ​ຈະ​ປິດ​ຟ້າ​ສະຫວັນ​ບໍ່​ໃຫ້​ຝົນ​ຕົກ ແລະ​ດິນແດນ​ຂອງ​ພວກເຈົ້າ​ກໍ​ຈະ​ແຂງ​ກະດ້າງ ຈົນ​ພືດພັນ​ເກີດ​ບໍ່ໄດ້. ແລ້ວ​ໃນ​ບໍ່​ດົນ ພວກເຈົ້າ​ກໍ​ຈະ​ຕາຍ​ໃນ​ທີ່ນັ້ນ; ເຖິງ​ແມ່ນ​ວ່າ​ເປັນ​ດິນແດນ​ດີ​ທີ່​ພຣະເຈົ້າຢາເວ​ມອບ​ໃຫ້​ພວກເຈົ້າ​ກໍຕາມ.</verse>
				<verse number="18">ຈົ່ງ​ຈົດຈຳ​ຂໍ້ຄຳສັ່ງ​ເຫຼົ່ານີ້​ໄວ້ ໃນ​ຄວາມຄິດ, ຈິດໃຈ ແລະ​ຈິດວິນຍານ. ຈົ່ງ​ມັດ​ມັນ​ໄວ້​ທີ່​ແຂນ​ເປັນ​ໝາຍສຳຄັນ​ແລະ​ຄຽນ​ມັນ​ໄວ້​ທີ່​ໜ້າຜາກ​ເພື່ອ​ເປັນ​ສິ່ງ​ເຕືອນໃຈ.</verse>
				<verse number="19">ຈົ່ງ​ສັ່ງສອນ​ລູກຫລານ​ໃຫ້​ຮໍ່າຮຽນ​ເອົາ. ຈົ່ງ​ກ່າວ​ຕໍ່​ພວກເຂົາ​ເຖິງ​ກົດບັນຍັດ​ເຫຼົ່ານີ້ ບໍ່​ວ່າ​ເມື່ອ​ພວກເຈົ້າ​ຢູ່​ໃນ​ເຮືອນ​ຫຼື​ເມື່ອ​ຈາກ​ບ້ານ​ໄປ​ກໍດີ ເມື່ອ​ພວກເຈົ້າ​ນອນ​ພັກຜ່ອນ​ຫຼື​ເມື່ອ​ພວກເຈົ້າ​ລຸກ​ຂຶ້ນ​ກໍດີ.</verse>
				<verse number="20">ຈົ່ງ​ຂຽນ​ມັນ​ໄວ້​ຕາມ​ປະຕູ​ເຮືອນ ແລະ​ຕາມ​ປະຕູ​ຮົ້ວ​ຂອງ​ພວກເຈົ້າ.</verse>
				<verse number="21">ແລ້ວ​ພວກເຈົ້າ​ແລະ​ລູກຫລານ​ຂອງ​ພວກເຈົ້າ ກໍ​ຈະ​ມີ​ອາຍຸ​ໝັ້ນຍືນ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັນຍາ ເພື່ອ​ມອບ​ໃຫ້​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ໄດ້​ຢູ່​ໃນ​ທີ່ນັ້ນ​ຕາບ​ຊົ່ວ​ຟ້າ​ສະຫວັນ​ຢູ່ເໜືອ​ແຜ່ນດິນ​ໂລກ.</verse>
				<verse number="22">ຈົ່ງ​ເຊື່ອຟັງ​ຢ່າງ​ສັດຊື່​ກົດບັນຍັດ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ຄື: ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຈົ່ງ​ປະຕິບັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະອົງ​ສັ່ງ ແລະ​ຈົ່ງ​ສັດຊື່​ຕໍ່​ພຣະອົງ.</verse>
				<verse number="23">ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ຂັບໄລ່​ຊົນຊາດ​ເຫຼົ່ານັ້ນ​ທັງໝົດ​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ ແລະ​ພວກເຈົ້າ​ຈະ​ໄດ້​ຢຶດຄອງ​ດິນແດນ​ທີ່​ເປັນ​ຂອງ​ຊົນຊາດ​ອື່ນ​ທີ່​ຍິ່ງໃຫຍ່ ແລະ​ມີ​ອຳນາດ​ກວ່າ​ພວກເຈົ້າ.</verse>
				<verse number="24">ດິນ​ທຸກໆ​ບ່ອນ​ທີ່​ພວກເຈົ້າ​ຍ່າງ​ຢຽບ​ໄປ​ຈະ​ເປັນ​ຂອງ​ພວກເຈົ້າ. ເຂດແດນ​ຂອງ​ພວກເຈົ້າ​ຈະ​ຢຽດ​ອອກ ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ໃນ​ທິດໃຕ້ ຈົນ​ຮອດ​ພູ​ເລບານອນ​ໃນ​ທິດເໜືອ ແລະ​ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ທາງທິດ​ຕາເວັນອອກ ຈົນເຖິງ​ທະເລ​ເມດີແຕຣາເນ​ໃນ​ທິດ​ຕາເວັນຕົກ.</verse>
				<verse number="25">ບ່ອນ​ໃດ​ກໍຕາມ​ທີ່​ພວກເຈົ້າ​ຈະ​ຢຽບ​ຍ່າງ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເຮັດ​ໃຫ້​ປະຊາຊົນ​ເກງກົວ​ພວກເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້ ແລະ​ຈະ​ບໍ່ມີ​ຜູ້ໃດ​ກ້າ​ຂັດຂວາງ​ພວກເຈົ້າ.</verse>
				<verse number="26">ວັນນີ້ ຂ້າພະເຈົ້າ​ຈະ​ໃຫ້​ພວກເຈົ້າ​ໄດ້​ເລືອກເອົາ ລະຫວ່າງ​ຄຳອວຍພອນ​ກັບ​ຄຳສາບແຊ່ງ.</verse>
				<verse number="27">ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ຄຳອວຍພອນ,</verse>
				<verse number="28">ແຕ່​ຖ້າ​ພວກເຈົ້າ​ບໍ່​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ແຕ່​ຫັນ​ໜີໄປ​ຂາບໄຫວ້​ບັນດາ​ພະອື່ນ​ທີ່​ພວກເຈົ້າ​ບໍ່ເຄີຍ​ຂາບໄຫວ້​ມາ​ກ່ອນ ພວກເຈົ້າ​ກໍ​ຈະ​ຖືກ​ສາບແຊ່ງ.</verse>
				<verse number="29">ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ນຳ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ພວກເຈົ້າ​ຈະ​ຢຶດຄອງ​ນັ້ນ ພວກເຈົ້າ​ຈະ​ຕ້ອງ​ປະກາດ​ຄຳອວຍພອນ​ຈາກ​ພູ​ເກຣີຊິມ ແລະ​ຄຳສາບແຊ່ງ​ຈາກ​ພູ​ເອບານ. (</verse>
				<verse number="30">ພູ​ສອງ​ໜ່ວຍ​ນີ້​ຢູ່​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ໃນ​ເຂດແດນ​ຂອງ​ຊາວ​ການາອານ​ທີ່​ອາໄສ​ຢູ່​ໃນ​ຮ່ອມພູ​ຈໍແດນ. ມັນ​ລ່ວງ​ເລີຍ​ໄປ​ທາງ​ດ້ານ​ຕາເວັນຕົກ ບໍ່​ໄກ​ຈາກ​ຕົ້ນໄມ້​ສັກສິດ​ໂມເຣ​ແລະ​ໃກ້​ກັບ​ເມືອງ​ກິນການ.)</verse>
				<verse number="31">ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ​ເຂົ້າ​ໄປ​ຢຶດຄອງ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້. ເມື່ອ​ພວກເຈົ້າ​ເຂົ້າ​ຢຶດຄອງ​ດິນແດນ​ແລະ​ອາໄສ​ຢູ່​ໃນ​ທີ່ນັ້ນ​ແລ້ວ</verse>
				<verse number="32">ຈົ່ງ​ໃຫ້​ແນ່ໃຈ​ວ່າ​ພວກເຈົ້າ​ເຊື່ອຟັງ​ກົດບັນຍັດ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ກຳລັງ​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້.”</verse>
			</chapter>
			<chapter number="12">
				<verse number="1">“ນີ້​ແມ່ນ​ກົດບັນຍັດ​ຕ່າງໆ​ທີ່​ພວກເຈົ້າ​ຕ້ອງ​ເຊື່ອຟັງ ຕາບໃດ​ທີ່​ພວກເຈົ້າ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ປະທານ​ໃຫ້. ຈົ່ງ​ປະຕິບັດ​ຕາມ​ກົດບັນຍັດ​ເຫຼົ່ານີ້</verse>
				<verse number="2">ໃນ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ຢຶດຄອງ​ນີ້ ຈົ່ງ​ທຳລາຍ​ບ່ອນ​ຂາບໄຫວ້​ພະ​ຕ່າງໆ​ຂອງ​ປະຊາຊົນ​ໃຫ້​ໝົດ ບໍ່​ວ່າ​ບ່ອນ​ນັ້ນ​ຈະ​ຢູ່​ເທິງ​ພູເຂົາ​ສູງ ທີ່​ເທິງ​ເນີນພູ ແລະ​ຢູ່​ກ້ອງ​ຕົ້ນໄມ້​ໃບ​ຂຽວ​ກໍຕາມ.</verse>
				<verse number="3">ຈົ່ງ​ມ້າງ​ແທ່ນບູຊາ ແລະ​ທັບ​ເສົາ​ຫີນ​ສັກສິດ​ໃຫ້​ແຕກ​ເປັນ​ປ່ຽງໆ. ຈົ່ງ​ເຜົາ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ແລະ​ຕັດ​ຮູບເຄົາຣົບ​ຖິ້ມ​ເປັນ​ທ່ອນໆ ເພື່ອ​ວ່າ​ສະຖານທີ່​ເຫຼົ່ານັ້ນ​ຈະ​ບໍ່​ເປັນ​ທີ່​ຂາບໄຫວ້​ອີກ​ຕໍ່ໄປ.</verse>
				<verse number="4">ຢ່າ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເໝືອນ​ດັ່ງ​ແບບ​ຢ່າງ​ຂອງ​ປະຊາຊົນ​ເຫຼົ່ານີ້​ຂາບໄຫວ້​ພະ​ຂອງ​ພວກເຂົາ.</verse>
				<verse number="5">ຈົ່ງ​ຊອກ​ຫາ​ບ່ອນ​ໜຶ່ງ​ໃນ​ບັນດາ​ເຜົ່າ​ຂອງ​ພວກເຈົ້າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເລືອກ​ເອົາ​ແຫ່ງ​ໜຶ່ງ​ໄວ້​ທ່າມກາງ​ປະຊາຊົນ ເພື່ອ​ຕັ້ງ​ພຣະນາມຊື່​ຂອງ​ພຣະອົງ​ໃນ​ທີ່ນັ້ນ​ແລະ​ສະຖິດ​ທີ່​ນັ້ນ​ດ້ວຍ ພວກເຈົ້າ​ຕ້ອງ​ໄປ​ທີ່​ນັ້ນ ແລະ​ນະມັດສະການ​ພຣະອົງ.</verse>
				<verse number="6">ໃນ​ທີ່ນັ້ນ ພວກເຈົ້າ​ຕ້ອງ​ເຜົາ​ສັດ​ຖວາຍບູຊາ​ດ້ວຍ​ໄຟ ຖວາຍ​ເຄື່ອງ​ບູຊາ​ຕ່າງໆ, ຖວາຍ​ໜຶ່ງສ່ວນສິບ​ກັບ​ເຄື່ອງ​ຖວາຍ​ອື່ນໆ, ເຄື່ອງ​ທີ່​ໄດ້​ສັນຍາ​ຖວາຍ, ເຄື່ອງ​ຖວາຍ​ຕາມ​ໃຈ​ສະໝັກ ແລະ​ລູກຫົວປີ​ຂອງ​ງົວ​ແລະ​ຂອງ​ແກະ​ທຸກ​ໂຕ.</verse>
				<verse number="7">ທີ່​ນັ້ນ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ອວຍພອນ​ພວກເຈົ້າ. ພວກເຈົ້າ​ພ້ອມ​ທັງ​ຄອບຄົວ​ຈະ​ກິນ ແລະ​ຊົມຊື່ນ​ຍິນດີ​ກັບ​ສິ່ງ​ດີ​ນາໆ​ປະການ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ອວຍພອນ​ໃຫ້.</verse>
				<verse number="8">ເມື່ອ​ໄປ​ເຖິງ​ດິນແດນ​ນັ້ນ​ແລ້ວ ພວກເຈົ້າ​ບໍ່​ຕ້ອງ​ນະມັດສະການ​ພຣະເຈົ້າ ເໝືອນດັ່ງ​ທີ່​ເຄີຍ​ເຮັດ​ມາ. ຈົນເຖິງ​ບັດນີ້​ພວກເຈົ້າ​ຍັງ​ເຮັດ​ຕາມໃຈ​ປາຖະໜາ​ຂອງ​ຕົນເອງ</verse>
				<verse number="9">ເພາະ​ພວກເຈົ້າ​ບໍ່​ທັນ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ປະທານ​ໃຫ້​ພວກເຈົ້າ​ເທື່ອ ຄື​ບ່ອນ​ທີ່​ພວກເຈົ້າ​ຈະ​ຢູ່​ຢ່າງ​ສະຫງົບສຸກ.</verse>
				<verse number="10">ເມື່ອ​ພວກເຈົ້າ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ນຳພາ​ພວກເຈົ້າ​ເຂົ້າ​ຢຶດຄອງ​ດິນແດນ ແລະ​ອາໄສ​ຢູ່​ໃນ​ທີ່ນັ້ນ. ພຣະອົງ​ຈະ​ຮັກສາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ສັດຕູ​ທັງປວງ ແລະ​ພວກເຈົ້າ​ຈະ​ຢູ່​ຢ່າງ​ສະຫງົບສຸກ.</verse>
				<verse number="11">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເລືອກ​ເອົາ​ແຫ່ງ​ດຽວ ໃຫ້​ເປັນ​ບ່ອນ​ນະມັດສະການ​ພຣະອົງ ແລະ​ທີ່​ນັ້ນ​ພວກເຈົ້າ​ຕ້ອງ​ນຳ​ເອົາ​ທຸກໆ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ ໄປ​ຖວາຍ​ແກ່​ພຣະອົງ​ດັ່ງນີ້: ສັດ​ສຳລັບ​ເຜົາບູຊາ​ແລະ​ເຄື່ອງ​ບູຊາ​ຕ່າງໆ, ເຄື່ອງ​ຖວາຍ​ໜຶ່ງສ່ວນສິບ​ກັບ​ເຄື່ອງ​ຖວາຍ​ອື່ນໆ, ພ້ອມ​ທັງ​ເຄື່ອງ​ຖວາຍ​ພິເສດ​ທີ່​ພວກເຈົ້າ​ໄດ້​ສັນຍາ ວ່າ​ຈະ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="12">ຈົ່ງ​ຊົມຊື່ນ​ຍິນດີ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ພ້ອມ​ກັບ​ລູກຫລານ​ຂອງ​ພວກເຈົ້າ, ຄົນ​ຮັບໃຊ້​ຂອງ​ພວກເຈົ້າ ແລະ​ຊາວ​ເລວີ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຂອງ​ພວກເຈົ້າ; ຈົ່ງ​ຈົດຈຳ​ໄວ້​ວ່າ​ຊາວ​ເລວີ​ຈະ​ບໍ່ມີ​ດິນແດນ​ເປັນ​ຂອງ​ຕົນເອງ.</verse>
				<verse number="13">ພວກເຈົ້າ​ບໍ່​ຕ້ອງ​ຖວາຍ​ເຄື່ອງ​ບູຊາ​ບ່ອນ​ໃດ​ກໍຕາມ ທີ່​ພວກເຈົ້າ​ເລືອກ​ເອົາ​ເອງ</verse>
				<verse number="14">ພວກເຈົ້າ​ຕ້ອງ​ຖວາຍ​ເຄື່ອງບູຊາ​ໃນ​ບ່ອນ​ໜຶ່ງ​ເທົ່ານັ້ນ ທີ່​ພຣະເຈົ້າຢາເວ​ຈະ​ເລືອກ​ໃຫ້​ໃນ​ເຂດແດນ​ເຜົ່າ​ໜຶ່ງ​ຂອງ​ພວກເຈົ້າ. ໃນ​ບ່ອນ​ດັ່ງ​ກ່າວ​ນີ້​ເທົ່ານັ້ນ​ທີ່​ພວກເຈົ້າ​ຕ້ອງ​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ເຮັດ​ທຸກສິ່ງ​ທັງໝົດ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ພວກເຈົ້າ.</verse>
				<verse number="15">ແຕ່​ພວກເຈົ້າ​ມີ​ອິດສະຫລະ​ທີ່​ຈະ​ຂ້າ​ແລະ​ກິນ​ສັດ​ຂອງຕົນ ບ່ອນ​ໃດ​ກໍຕາມ​ທີ່​ພວກເຈົ້າ​ຈະ​ອາໄສ​ຢູ່. ພວກເຈົ້າ​ຈະ​ກິນ​ຫລາຍ​ເທົ່າ​ໃດ​ກໍໄດ້ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໂຜດ​ໃຫ້​ພວກເຈົ້າ. ພວກເຈົ້າ​ທຸກຄົນ ບໍ່​ວ່າ​ເປັນມົນທິນ​ຫລື​ບໍ່​ເປັນມົນທິນ​ກໍຕາມ ກິນ​ສັດ​ນັ້ນ​ໄດ້​ເໝືອນ​ດັ່ງ​ກິນ​ຊີ້ນ​ກວາງ​ຫລື​ຊີ້ນ​ຟານ.</verse>
				<verse number="16">ແຕ່​ພວກເຈົ້າ​ບໍ່​ຕ້ອງ​ກິນ​ເລືອດ​ສັດ​ສຳລັບ​ເປັນ​ອາຫານ; ໃຫ້​ເທ​ລົງ​ດິນ​ເໝືອນ​ດັ່ງ​ເທ​ນໍ້າ.</verse>
				<verse number="17">ພວກເຈົ້າ​ບໍ່ມີ​ສິດ​ກິນ​ເຄື່ອງ​ໃດໆ​ທີ່​ໄດ້​ຖວາຍ​ແລ້ວ ໃນ​ບ່ອນ​ທີ່​ພວກເຈົ້າ​ອາໄສ​ຢູ່​ນັ້ນ ເຊັ່ນ: ໜຶ່ງສ່ວນສິບ​ຂອງ​ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ, ລູກຫົວປີ​ຂອງ​ງົວ​ແລະ​ແກະ, ພ້ອມ​ຂອງ​ຖວາຍ​ທີ່​ພວກເຈົ້າ​ສັນຍາ​ແລ້ວ​ວ່າ​ຈະ​ຖວາຍ, ເຄື່ອງ​ຖວາຍ​ຕາມ​ໃຈ​ສະໝັກ ຫລື​ເຄື່ອງ​ຖວາຍ​ອື່ນໆ​ຢ່າງໃດ​ຢ່າງໜຶ່ງ.</verse>
				<verse number="18">ໃຫ້​ພວກເຈົ້າ​ພ້ອມ​ລູກ​ເມຍ​ກັບ​ຄົນ​ຮັບໃຊ້ ແລະ​ຊາວ​ເລວີ​ທີ່​ອາໄສ​ຢູ່​ໃນ​ເມືອງ​ພວກເຈົ້າ ພາກັນ​ກິນ​ຂອງ​ຖວາຍ​ເຫຼົ່ານີ້​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໃນ​ບ່ອນ​ນະມັດສະການ​ແຫ່ງ​ດຽວ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກ​ໄວ້ ແລະ​ພວກເຈົ້າ​ກໍ​ຈະ​ດີໃຈ​ໃນ​ທີ່ນັ້ນ ເພາະ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ.</verse>
				<verse number="19">ຈົ່ງ​ໃຫ້​ແນ່ໃຈ​ເໝືອນກັນ​ວ່າ ຊາວ​ເລວີ​ບໍ່ໄດ້​ຖືກ​ປ່ອຍປະ ຕາບໃດ​ທີ່​ພວກເຈົ້າ​ອາໄສ​ຢູ່​ໃນ​ດິນແດນ​ນີ້.</verse>
				<verse number="20">ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຂະຫຍາຍ​ເຂດແດນ​ອອກ​ດັ່ງ​ທີ່​ພຣະອົງ​ສັນຍາ​ໄວ້ ແລ້ວ​ພວກເຈົ້າ​ກໍ​ຈະ​ກິນ​ຊີ້ນ​ບ່ອນ​ໃດ​ກໍຕາມ ໄດ້​ຕາມ​ຄວາມ​ຕ້ອງການ</verse>
				<verse number="21">ຖ້າ​ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກ​ໄວ້​ໃຫ້​ນາມຊື່​ຂອງ​ພຣະອົງ​ຕັ້ງ​ຢູ່ຫັ້ນ​ໄກ​ເກີນ​ໄປ ພວກເຈົ້າ​ກໍ​ອາດ​ຂ້າ​ສັດ​ລ້ຽງ​ໂຕໃດ​ໂຕໜຶ່ງ​ຫລື​ແກະ ທີ່​ພຣະເຈົ້າຢາເວ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ເມື່ອໃດ​ກໍໄດ້ ແລະ​ພວກເຈົ້າ​ອາດ​ກິນ​ຊີ້ນ​ທີ່​ເຮືອນ ຕາມ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ພວກເຈົ້າ.</verse>
				<verse number="22">ຜູ້ໃດ​ຜູ້ໜຶ່ງ​ທີ່​ເປັນ​ມົນທິນ​ຫລື​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ​ກິນ​ຊີ້ນ​ນັ້ນ​ໄດ້ ເໝືອນ​ກັບ​ກິນ​ຊີ້ນ​ກວາງ​ຫລື​ຊີ້ນ​ຟານ.</verse>
				<verse number="23">ແຕ່​ຢ່າ​ກິນ​ຊີ້ນ​ທີ່​ຍັງ​ມີ​ເລືອດ​ຢູ່​ໃນ​ນັ້ນ ເພາະ​ຊີວິດ​ແມ່ນ​ຢູ່​ໃນ​ເລືອດ ແລະ​ພວກເຈົ້າ​ບໍ່​ຕ້ອງ​ກິນ​ຊີວິດ​ພ້ອມ​ກັບ​ຊີ້ນ.</verse>
				<verse number="24">ຢ່າ​ກິນ​ເລືອດ​ສັດ​ສຳລັບ​ເປັນ​ອາຫານ ແຕ່​ໃຫ້​ເທ​ລົງ​ດິນ​ເໝືອນ​ດັ່ງ​ເທ​ນໍ້າ.</verse>
				<verse number="25">ຖ້າ​ພວກເຈົ້າ​ເຊື່ອຟັງ​ຄຳສັ່ງ​ນີ້ ພຣະເຈົ້າຢາເວ​ກໍ​ຈະ​ພໍໃຈ ແລະ​ພວກເຈົ້າ​ຈະ​ຢູ່ເຢັນ​ເປັນສຸກ​ຕະຫລອດ​ທັງ​ເຊື້ອສາຍ​ຂອງ​ພວກເຈົ້າ.</verse>
				<verse number="26">ຈົ່ງ​ນຳ​ເອົາ​ເຄື່ອງ​ຖວາຍ​ແລະ​ເຄື່ອງ​ຖວາຍ​ຕ່າງໆ ທີ່​ພວກເຈົ້າ​ໄດ້​ສັນຍາ​ວ່າ​ຈະ​ຖວາຍ, ໃຫ້​ຖື​ໄປ​ຍັງ​ສະຖານທີ່​ທີ່​ພຣະເຈົ້າຢາເວ​ໄດ້ເລືອກ​ໄວ້.</verse>
				<verse number="27">ໃນ​ທີ່ນັ້ນ ຈົ່ງ​ເຜົາ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ​ທັງ​ຊີ້ນ​ແລະ​ເລືອດ​ເທິງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ເໝືອນກັນ​ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ເຫຼົ່ານັ້ນ ໃນ​ບ່ອນ​ທີ່​ພວກເຈົ້າ​ກິນ​ຊີ້ນ​ແລະ​ເທ​ເລືອດ​ໃສ່​ເທິງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="28">ຈົ່ງ​ລະວັງ​ໃຫ້​ດີ ແລະ​ຈົ່ງ​ເຊື່ອຟັງ​ຢ່າງ​ສັດຊື່​ໃນ​ທຸກໆ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ພວກເຈົ້າ; ແລ້ວ​ພວກເຈົ້າ​ພ້ອມ​ທັງ​ລູກຫລານ​ກໍ​ຈະ​ຢູ່ເຢັນ​ເປັນສຸກ​ຕະຫລອດໄປ ເພາະ​ພວກເຈົ້າ​ກະທຳ​ສິ່ງ​ທີ່​ຖືກຕ້ອງ​ແລະ​ສິ່ງ​ທີ່​ພໍໃຈ ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”</verse>
				<verse number="29">“ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈະ​ທຳລາຍ​ຊົນຊາດ​ຕ່າງໆ ເມື່ອ​ພວກເຈົ້າ​ບຸກລຸກ​ດິນແດນ​ຂອງ​ພວກເຂົາ ແລະ​ພວກເຈົ້າ​ກໍ​ຈະ​ຢຶດຄອງ​ແລະ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ.</verse>
				<verse number="30">ຫລັງຈາກ​ທີ່​ຊົນຊາດ​ເຫຼົ່ານັ້ນ​ໄດ້​ຖືກ​ທຳລາຍ​ແລ້ວ ຢ່າ​ໄດ້​ເຮັດ​ຕາມ​ແບບ​ຢ່າງ​ການ​ປະຕິບັດ​ທາງ​ສາສະໜາ​ຂອງ​ພວກເຂົາ ບໍ່​ດັ່ງນັ້ນ ມັນ​ຈະ​ເປັນ​ການ​ທຳລາຍ​ພວກເຈົ້າ​ເອງ. ຢ່າ​ພະຍາຍາມ​ຊອກ​ຮູ້​ວ່າ ພວກເຂົາ​ຂາບໄຫວ້​ພະ​ຂອງ​ພວກເຂົາ​ຢ່າງໃດ ເພື່ອ​ພວກເຈົ້າ​ຈະ​ບໍ່ໄດ້​ຮຽນ​ແບບ​ຂອງ​ພວກເຂົາ.</verse>
				<verse number="31">ຢ່າ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເໝືອນ​ດັ່ງ​ທີ່​ພວກເຂົາ​ຂາບໄຫວ້​ບັນດາ​ພະ​ຂອງ​ພວກເຂົາ ເພາະ​ໃນ​ການ​ຂາບໄຫວ້​ບັນດາ​ພະ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ໄດ້​ເຮັດ​ສິ່ງ​ທີ່​ໜ້າລັງກຽດ​ທຸກຢ່າງ ຊຶ່ງ​ພຣະເຈົ້າຢາເວ​ກຽດຊັງ​ທີ່ສຸດ. ພວກເຂົາ​ເຜົາ​ແມ່ນແຕ່​ລູກຊາຍ ລູກສາວ​ຂອງ​ພວກເຂົາ​ເອງ​ເທິງ​ແທ່ນບູຊາ.</verse>
				<verse number="32">ຈົ່ງ​ເຮັດ​ທຸກສິ່ງ​ຕາມ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ໄວ້; ຢ່າ​ຕື່ມ​ສິ່ງໃດ​ສິ່ງໜຶ່ງ ຫລື​ຕັດ​ສິ່ງໃດ​ສິ່ງໜຶ່ງ​ເດັດຂາດ.”</verse>
			</chapter>
			<chapter number="13">
				<verse number="1">“ຖ້າ​ຜູ້ທຳນວາຍ​ຫລື​ຜູ້​ແກ້​ຄວາມຝັນ​ສັນຍາ​ວ່າ ຈະ​ມີ​ໝາຍສຳຄັນ​ການ​ອັດສະຈັນ​ຫລື​ການ​ອິດທິຣິດ​ຕ່າງໆ​ເກີດຂຶ້ນ</verse>
				<verse number="2">ເພື່ອ​ຊັກຊວນ​ພວກເຈົ້າ​ໄປ​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະ​ທີ່​ພວກເຈົ້າ​ບໍ່ເຄີຍ​ເຮັດ​ມາ​ກ່ອນ. ເຖິງ​ວ່າ​ສິ່ງ​ທີ່​ພວກເຂົາ​ໄດ້​ສັນຍາ​ໄວ້​ນັ້ນ​ຈະ​ເປັນ​ຄວາມຈິງ​ກໍຕາມ,</verse>
				<verse number="3">ຢ່າ​ຟັງຄວາມ​ຜູ້ທຳນວາຍ​ຫລື​ຜູ້​ແກ້​ຄວາມຝັນ​ນັ້ນ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກຳລັງ​ໃຊ້​ພວກເຂົາ​ມາ​ທົດລອງ​ເບິ່ງ​ພວກເຈົ້າ ເພື່ອ​ຢາກ​ຮູ້​ວ່າ​ພວກເຈົ້າ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ​ແລະ​ດ້ວຍ​ສຸດຈິດ​ຂອງ​ພວກເຈົ້າ​ຫລື​ບໍ່.</verse>
				<verse number="4">ຈົ່ງ​ຕິດຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ແລະ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ພຣະອົງ ຈົ່ງ​ເຊື່ອຟັງ​ພຣະອົງ​ແລະ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຈົ່ງ​ນະມັດສະການ​ພຣະອົງ​ແລະ​ຈົ່ງ​ສັດຊື່​ຕໍ່​ພຣະອົງ.</verse>
				<verse number="5">ແຕ່​ຜູ້​ທີ່​ແກ້​ຄວາມຝັນ​ຫລື​ຜູ້ທຳນວາຍ ທີ່​ບອກ​ພວກເຈົ້າ​ໃຫ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ອົງ​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດ. ຄົນຊົ່ວຮ້າຍ​ຢ່າງ​ນີ້​ຊັກຊວນ​ພວກເຈົ້າ​ໃຫ້​ໜີ​ຈາກ​ທາງ​ດຳເນີນ​ຊີວິດ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ໄວ້​ໃຫ້​ເດີນ​ຕາມ. ຈົ່ງ​ກຳຈັດ​ຄວາມ​ຊົ່ວຮ້າຍ​ນີ້​ໃຫ້​ດັບ​ສິ້ນ​ໄປ​ຈາກ​ທ່າມກາງ​ພວກເຈົ້າ ພວກເຂົາ​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ.</verse>
				<verse number="6">ເຖິງ​ແມ່ນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກເຈົ້າ ຫລື​ລູກຊາຍ​ລູກສາວ ຫລື​ເມຍ​ທີ່​ຮັກ​ຫລື​ໝູ່​ເພື່ອນ​ທີ່​ສະໜິດ​ສະໜົມ ອາດ​ຊັກຊວນ​ພວກເຈົ້າ​ຢ່າງ​ລັບໆ​ໃຫ້​ຂາບໄຫວ້​ບັນດາ​ພະອື່ນ ຄື​ບັນດາ​ພະ​ຊຶ່ງ​ພວກເຈົ້າ​ແລະ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ຂາບໄຫວ້.</verse>
				<verse number="7">ຄົນ​ໜຶ່ງ​ໃນ​ພວກເຂົາ​ຊັກຊວນ​ພວກເຈົ້າ​ໃຫ້​ຂາບໄຫວ້​ບັນດາ​ພະ​ຂອງ​ຊົນຊາດ​ອື່ນ ທີ່​ຢູ່​ໃກ້​ຫຼື​ຢູ່​ໄກ​ພວກເຈົ້າ ຫລື​ໃນ​ທ່າມກາງ​ບັນດາ​ພະ​ຂອງ​ຊົນຊາດ​ອື່ນ​ນັ້ນ.</verse>
				<verse number="8">ຢ່າ​ປ່ອຍ​ໃຫ້​ລາວ​ຊັກຊວນ​ພວກເຈົ້າ ແລະ​ຢ່າ​ຟັງ​ຄວາມ​ລາວ. ຢ່າ​ສະແດງ​ຄວາມ​ເມດຕາປານີ ແລະ​ຢ່າ​ປ້ອງກັນ​ລາວ​ໄວ້.</verse>
				<verse number="9">ຈົ່ງ​ປະຫານ​ຊີວິດ​ລາວ​ເສຍ ໃຫ້​ເຈົ້າ​ເປັນ​ຄົນ​ທຳອິດ​ທີ່​ແກວ່ງ​ກ້ອນຫີນ​ໃສ່​ລາວ ແລະ​ໃຫ້​ຄົນອື່ນ​ແກວ່ງ​ກ້ອນຫີນ​ໃສ່​ເໝືອນກັນ.</verse>
				<verse number="10">ຈົ່ງ​ແກວ່ງ​ກ້ອນຫີນ​ໃສ່​ລາວ​ໃຫ້​ຕາຍ ເພາະ​ລາວ​ຊັກຊວນ​ນຳພາ​ພວກເຈົ້າ ໃຫ້​ໜີ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ເຄີຍ​ຕົກເປັນ​ທາດ.</verse>
				<verse number="11">ແລ້ວ​ຊາວ​ອິດສະຣາເອນ​ທັງໝົດ​ກໍ​ຈະ​ໄດ້ຍິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ ພວກເຂົາ​ຈະ​ຢ້ານກົວ​ແລະ​ຈະ​ບໍ່ມີ​ໃຜ​ກ້າ​ເຮັດ​ສິ່ງ​ຊົ່ວຮ້າຍ​ໃນ​ທ່າມກາງ​ພວກເຈົ້າ​ອີກ.</verse>
				<verse number="12">ເມື່ອ​ພວກເຈົ້າ​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ມອບ​ໃຫ້​ນັ້ນ ພວກເຈົ້າ​ອາດ​ຈະ​ໄດ້ຍິນ</verse>
				<verse number="13">ວ່າ​ມີ​ຄົນ​ຊົ່ວຮ້າຍ​ທີ່​ອອກ​ໄປ​ຈາກ​ທ່າມກາງ​ພວກເຈົ້າ ໄດ້​ຊັກຊວນ​ປະຊາຊົນ​ໃນ​ເມືອງ​ນັ້ນ​ໄປ​ໃນ​ທາງ​ຜິດ ຄື​ໃຫ້​ຂາບໄຫວ້​ບັນດາ​ພະ​ຊຶ່ງ​ພວກເຈົ້າ​ບໍ່ເຄີຍ​ຂາບໄຫວ້​ມາ​ກ່ອນ.</verse>
				<verse number="14">ຖ້າ​ພວກເຈົ້າ​ໄດ້ຍິນ​ຂ່າວ​ເລົ່າລື​ເຊັ່ນນັ້ນ ຈົ່ງ​ສືບສວນ​ເບິ່ງ​ຢ່າງ​ຖ້ວນຖີ່ ແລະ​ຖ້າ​ສິ່ງ​ຊົ່ວຮ້າຍ​ນັ້ນ​ເກີດຂຶ້ນ​ແທ້</verse>
				<verse number="15">ໃຫ້​ຂ້າ​ຊາວ​ເມືອງ​ໝົດ​ທຸກຄົນ​ຖິ້ມ ຕະຫລອດ​ທັງ​ຝູງສັດ​ຂອງ​ພວກເຂົາ​ດ້ວຍ ຄື​ທຳລາຍ​ເມືອງ​ໃຫ້​ກ້ຽງ.</verse>
				<verse number="16">ໃຫ້​ຂົນ​ເອົາ​ຊັບສິນ​ຂອງ​ຊາວເມືອງ​ອອກ​ມາ​ກອງ​ຢູ່​ທີ່​ສີ່​ແຍກ​ກາງ​ເມືອງ ແລະ​ຈູດ​ເມືອງ ພ້ອມ​ທັງ​ຈູດ​ທຸກໆ​ສິ່ງ​ໃນ​ເມືອງ​ນັ້ນ ເປັນ​ການ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຈົ່ງ​ປ່ອຍ​ໃຫ້​ເປັນ​ເມືອງ​ຮ້າງ​ຢູ່​ຢ່າງ​ນັ້ນ​ຕະຫລອດໄປ ແລະ​ຢ່າ​ສ້າງ​ຂຶ້ນ​ໃໝ່​ເປັນ​ເດັດຂາດ.</verse>
				<verse number="17">ຢ່າ​ເອົາ​ສິ່ງຂອງ​ໃດໆ​ທີ່​ຈະ​ຕ້ອງ​ສາບແຊ່ງ​ແລະ​ທຳລາຍ​ຖິ້ມ​ນັ້ນ​ມາ​ເປັນ​ຂອງຕົນ ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ເຊົາ​ໂກດຮ້າຍ ແລະ​ຫັນ​ມາ​ເມດຕາ​ພວກເຈົ້າ. ພຣະອົງ​ຈະ​ເມດຕາ​ພວກເຈົ້າ ແລະ​ຈະ​ໃຫ້​ພວກເຈົ້າ​ມີ​ປະຊາຊົນ​ເພີ່ມພູນ​ຂຶ້ນ ເປັນ​ຈຳນວນ​ຫລວງຫລາຍ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ</verse>
				<verse number="18">ຖ້າ​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ດ້ວຍ​ການ​ປະຕິບັດ​ຕາມ​ຄຳສັ່ງ​ທຸກຂໍ້​ຂອງ​ພຣະອົງ ທີ່​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້ ແລະ​ເຮັດ​ຕາມ​ຢ່າງ​ຖືກຕ້ອງ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”</verse>
			</chapter>
			<chapter number="14">
				<verse number="1">“ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ດັ່ງນັ້ນ ຢ່າ​ປາດເນື້ອ​ເຖືອໜັງ​ຕົນເອງ ຫລື​ແຖ​ຫົວ​ທາງ​ດ້ານ​ໜ້າ​ເມື່ອ​ມີ​ຄົນ​ຕາຍ.</verse>
				<verse number="2">ພວກເຈົ້າ​ເປັນ​ພວກ​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ພຣະເຈົ້າຢາເວ​ໄດ້​ເລືອກ​ພວກເຈົ້າ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ​ຈາກ​ປະຊາຊາດ​ທົ່ວ​ເທິງ​ແຜ່ນດິນ​ໂລກ​ນີ້.”</verse>
				<verse number="3">“ຢ່າ​ກິນ​ສິ່ງໃດ​ສິ່ງໜຶ່ງ​ທີ່​ໄດ້​ຖື​ວ່າ​ເປັນ​ມົນທິນ.</verse>
				<verse number="4">ສັດ​ທີ່​ພວກເຈົ້າ​ກິນ​ໄດ້​ນັ້ນ ມີ​ດັ່ງນີ້: ງົວ, ແກະ, ແບ້,</verse>
				<verse number="5">ກວາງ, ແກະ​ປ່າ, ແບ້​ປ່າ ຫລື​ຟານ</verse>
				<verse number="6">ຄື​ສັດ​ທັງຫລາຍ​ທີ່​ມີ​ໂບກຕີນ​ເປັນ​ກີບ​ແລະ​ຄ້ຽວເອື້ອງ​ໄດ້​ທຸກ​ຊະນິດ.</verse>
				<verse number="7">ແຕ່​ຢ່າ​ກິນ​ສັດ​ຊະນິດ​ອື່ນ​ໃດ​ນອກຈາກ​ທີ່​ມີ​ໂບກຕີນ​ເປັນ​ກີບ​ແລະ​ຄ້ຽວເອື້ອງ​ໄດ້​ເທົ່ານັ້ນ. ຢ່າ​ກິນ​ອູດ, ກະຕ່າຍ ຫລື​ເໝັ້ນ. ສັດ​ເຫຼົ່ານັ້ນ​ເປັນ​ມົນທິນ​ມັນ​ຄ້ຽວເອື້ອງ​ແຕ່​ບໍ່ມີ​ໂບກຕີນ​ເປັນ​ກີບ.</verse>
				<verse number="8">ຢ່າ​ກິນ​ໝູ​ເພາະ​ໝູ​ເປັນ​ທີ່​ຖື​ວ່າ​ເປັນ​ມົນທິນ. ມັນ​ບໍ່​ຄ້ຽວເອື້ອງ ແຕ່​ມີ​ໂບກຕີນ​ເປັນ​ກີບ. ຢ່າ​ກິນ​ສັດ​ເຫຼົ່ານີ້ ແລະ​ຢ່າ​ແຕະຕ້ອງ​ແມ່ນແຕ່​ຊາກສົບ​ຂອງ​ມັນ.</verse>
				<verse number="9">ພວກເຈົ້າ​ກິນ​ປາ​ທຸກໆ​ຊະນິດ​ທີ່​ມີ​ຄີ​ແລະ​ມີ​ເກັດ​ໄດ້</verse>
				<verse number="10">ແຕ່​ສັດ​ໃດໆ​ທີ່​ອາໄສ​ຢູ່​ໃນ​ນໍ້າ​ທີ່​ບໍ່ມີ​ຄີ​ແລະ​ເກັດ ຢ່າ​ກິນ​ເດັດຂາດ​ເພາະ​ຖື​ວ່າ​ເປັນ​ມົນທິນ.</verse>
				<verse number="11">ສ່ວນ​ນົກ​ຊະນິດ​ທີ່​ບໍ່​ເປັນ​ມົນທິນ​ນັ້ນ​ເຈົ້າ​ກິນ​ໄດ້.</verse>
				<verse number="12">ແຕ່​ຢ່າ​ກິນ​ນົກ​ຊະນິດ​ເຫຼົ່ານີ້: ນົກ​ອີນຊີ, ນົກ​ເຄົ້າ, ແຫລວດຳ, ແຫລວຫາງຍາວ, ແຫລວດຳ​ຕາມ​ຊະນິດ​ຂອງ​ມັນ, ແຮ້ງ, ກາ, ນົກ​ກະຈອກເທດ, ນົກ​ນາງນວນ, ນົກ​ກະສາ, ນົກ​ຍາງ, ນົກ​ກະທຸງ, ນົກ​ເປັດ, ນົກ​ຫອນຍາວ ແລະ​ເຈຍ.</verse>
				<verse number="13"></verse>
				<verse number="14"></verse>
				<verse number="15"></verse>
				<verse number="16"></verse>
				<verse number="17"></verse>
				<verse number="18"></verse>
				<verse number="19">ແມງໄມ້​ທີ່​ມີ​ປີກ​ທຸກໆ​ຊະນິດ​ເປັນ​ມົນທິນ ຢ່າ​ກິນ​ສັດ​ເຫຼົ່ານີ້.</verse>
				<verse number="20">ແຕ່​ພວກເຈົ້າ​ອາດ​ຈະ​ກິນ​ແມງໄມ້​ທີ່​ບໍ່​ເປັນ​ມົນທິນ​ໄດ້.</verse>
				<verse number="21">ຢ່າ​ກິນ​ສັດ​ໃດໆ​ທີ່​ຕາຍ​ເອງ. ພວກເຈົ້າ​ອາດ​ຈະ​ເອົາ​ໃຫ້​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ​ກິນ​ໄດ້ ຫລື​ຂາຍ​ໃຫ້​ຄົນ​ຕ່າງດ້າວ​ພວກ​ອື່ນໆ​ໄດ້. ສ່ວນ​ພວກເຈົ້າ​ເປັນ​ພວກ​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຢ່າ​ຕົ້ມ​ຊີ້ນ​ລູກແກະ​ຫລື​ລູກ​ແບ້​ດ້ວຍ​ນໍ້ານົມ​ຂອງ​ແມ່​ມັນ.”</verse>
				<verse number="22">“ຈົ່ງ​ແບ່ງ​ຜົນລະປູກ​ທີ່​ໄດ້​ຈາກ​ໄຮ່ນາ​ຮົ້ວສວນ​ຂອງ​ພວກເຈົ້າ​ແຕ່ລະ​ປີ​ນັ້ນ ອອກ​ມາ​ເປັນ​ສິບ​ສ່ວນ ແລະ​ຫັກ​ເອົາ​ໜຶ່ງ​ສ່ວນ​ໄວ້.</verse>
				<verse number="23">ແລ້ວ​ຈົ່ງ​ໄປ​ທີ່​ແຫ່ງ​ດຽວ​ເທົ່ານັ້ນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເລືອກ​ໄວ້​ໃຫ້​ນະມັດສະການ. ຈົ່ງ​ກິນ​ພືດຜົນ​ເປັນເມັດ, ດື່ມ​ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ ລູກຫົວປີ​ຂອງ​ງົວ​ແລະ​ຂອງ​ແກະ​ທີ່​ໄດ້​ຖືກ​ນຳ​ມາ​ຖວາຍ​ເປັນ​ໜຶ່ງສ່ວນສິບ​ຊ້ອງໜ້າ​ພຣະອົງ​ໃນ​ທີ່ນັ້ນ. ຈົ່ງ​ປະຕິບັດ​ເຊັ່ນນີ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮຽນຮູ້​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຕະຫລອດໄປ.</verse>
				<verse number="24">ຖ້າ​ສະຖານທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກໄວ້​ນັ້ນ ຢູ່​ໄກ​ຈາກ​ເຮືອນ​ຂອງ​ພວກເຈົ້າ​ໂພດ ສຳລັບ​ນຳ​ເຄື່ອງ​ຖວາຍ​ໜຶ່ງສ່ວນສິບ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ອວຍພອນ​ນັ້ນ ໃຫ້​ປະຕິບັດ​ດັ່ງນີ້:</verse>
				<verse number="25">ຈົ່ງ​ຂາຍ​ພືດຜົນ​ນັ້ນ ແລະ​ນຳ​ເງິນ​ໄປ​ບ່ອນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກໄວ້.</verse>
				<verse number="26">ແລ້ວ​ຈົ່ງ​ຊື້​ສິ່ງ​ທີ່​ພວກເຈົ້າ​ຕ້ອງການ ເຊັ່ນ: ງົວ, ແກະ, ເຫຼົ້າ​ອະງຸ່ນ ແລະ​ເຄື່ອງດື່ມ​ອື່ນໆ. ໃຫ້​ພວກເຈົ້າ​ກັບ​ໄທເຮືອນ​ຂອງ​ພວກເຈົ້າ​ກິນ​ແລະ​ດື່ມ​ຢ່າງ​ຊົມຊື່ນ​ຍິນດີ ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ທີ່ນັ້ນ.</verse>
				<verse number="27">ຢ່າ​ໄດ້​ປ່ອຍປະ​ຊາວ​ເລວີ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ ເພາະ​ພວກເຂົາ​ບໍ່ມີ​ຊັບສົມບັດ​ໃດໆ​ເລີຍ​ເປັນ​ຂອງຕົນເອງ.</verse>
				<verse number="28">ທຸກໆ​ທ້າຍ​ສາມ​ປີ​ໃດ ໃຫ້​ພວກເຈົ້າ​ນຳ​ໜຶ່ງສ່ວນສິບ​ພືດຜົນ​ທັງໝົດ​ຂອງ​ພວກເຈົ້າ ມາ​ໄວ້​ຢູ່​ໃນ​ເມືອງ.</verse>
				<verse number="29">ອາຫານ​ນີ້​ແມ່ນ​ສຳລັບ​ພວກ​ເລວີ ໃນ​ເມື່ອ​ພວກເຂົາ​ບໍ່ມີ​ຊັບສົມບັດ​ໃດໆ​ເປັນ​ຂອງ​ຕົນເອງ ແລະ​ສຳລັບ​ຊາວ​ຕ່າງດ້າວ ລູກ​ກຳພ້າ ແລະ​ແມ່ໝ້າຍ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ໄດ້​ມາ​ຮັບ​ເອົາ​ໄປ​ກິນ​ຕາມ​ຄວາມ​ຕ້ອງການ​ຂອງ​ພວກເຂົາ. ຈົ່ງ​ປະຕິບັດ​ເຊັ່ນນີ້ ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ຈະ​ອວຍພອນ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ເຮັດ.”</verse>
			</chapter>
			<chapter number="15">
				<verse number="1">“ເມື່ອ​ຄົບ​ທຸກໆ​ເຈັດ​ປີ​ໃດ ຈົ່ງ​ຍົກໜີ້​ໃຫ້​ແກ່​ຜູ້​ທີ່​ຢືມ​ເງິນ​ຂອງ​ພວກເຈົ້າ.</verse>
				<verse number="2">ການ​ຍົກໜີ້​ນັ້ນ​ໃຫ້​ປະຕິບັດ​ດັ່ງນີ້: ທຸກຄົນ​ທີ່​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຢືມ​ເງິນ ຈົ່ງ​ຍົກໜີ້​ໃຫ້​ເຂົາ ຢ່າ​ພະຍາຍາມ​ທວງ​ໜີ້​ນັ້ນ​ຄືນ ເພາະ​ແມ່ນ​ພຣະເຈົ້າຢາເວ​ເອງ​ທີ່​ໄດ້​ປະກາດ​ຍົກໜີ້​ນັ້ນ​ໃຫ້.</verse>
				<verse number="3">ພວກເຈົ້າ​ທວງ​ໜີ້​ຈາກ​ຄົນ​ຕ່າງດ້າວ​ໄດ້ ແຕ່​ຢ່າ​ທວງ​ໜີ້​ຈາກ​ຄົນ​ໃນ​ຊົນຊາດ​ດຽວກັນ.</verse>
				<verse number="4">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈະ​ອວຍພອນ​ພວກເຈົ້າ​ໃນ​ດິນແດນ​ທີ່​ພຣະອົງ​ກຳລັງ​ຈະ​ມອບ​ໃຫ້​ນີ້. ບໍ່ມີ​ໃຜ​ໃນ​ປະຊາຊົນ​ຂອງ​ພວກເຈົ້າ​ຈະ​ຍາກຈົນ</verse>
				<verse number="5">ຖ້າ​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຢຶດຖື​ຢ່າງ​ຕັ້ງ​ໜ້າ ຕາມ​ທຸກໆ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ໃນ​ວັນນີ້.</verse>
				<verse number="6">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ອວຍພອນ​ພວກເຈົ້າ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ພວກເຈົ້າ​ຈະ​ໃຫ້​ຫລາຍ​ຊົນຊາດ​ຢືມ​ເງິນ, ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ຢືມ​ເງິນ​ຈາກ​ຊາດ​ໃດ; ພວກເຈົ້າ​ຈະ​ໄດ້​ຄວບຄຸມ​ຫລາຍ​ຊາດ ແຕ່​ຈະ​ບໍ່ມີ​ຊາດ​ໃດ​ໄດ້​ຄວບຄຸມ​ພວກເຈົ້າ.</verse>
				<verse number="7">ຖ້າ​ມີ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຜູ້ໃດ​ທີ່​ຢູ່​ຕາມ​ເມືອງ​ຕ່າງໆ​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ນັ້ນ​ມີ​ຄວາມ​ຂັດສົນ ກໍ​ຢ່າ​ເປັນ​ຄົນ​ໃຈ​ຄັບແຄບ ແລະ​ປະຕິເສດ​ທີ່​ຈະ​ຊ່ວຍເຫລືອ​ພວກເຂົາ.</verse>
				<verse number="8">ແຕ່​ຈົ່ງ​ເປັນ​ຄົນ​ໃຈ​ກວ້າງຂວາງ ແລະ​ໃຫ້​ຢືມ​ຕາມ​ທີ່​ລາວ​ຕ້ອງການ.</verse>
				<verse number="9">ຢ່າ​ປະຕິເສດ​ໃຫ້​ລາວ​ຢືມ​ໂດຍ​ເຫັນ​ແກ່​ປີ​ແຫ່ງ​ການ​ຍົກໜີ້​ໃກ້​ຈະ​ມາ​ເຖິງ. ຢ່າ​ໃຫ້​ຄວາມ​ຄິດ​ບໍ່​ດີ​ເຊັ່ນນີ້​ມີ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຈົ້າ​ເລີຍ. ຖ້າ​ພວກເຈົ້າ​ບໍ່​ຍອມ​ໃຫ້​ກູ້ຢືມ ເມື່ອ​ລາວ​ຮ້ອງ​ຫາ​ພຣະເຈົ້າຢາເວ ພວກເຈົ້າ​ກໍ​ຈະ​ເປັນ​ຝ່າຍ​ຜິດ.</verse>
				<verse number="10">ຈົ່ງ​ໃຫ້​ລາວ​ຢືມ​ດ້ວຍ​ຄວາມ​ເຕັມໃຈ​ແລະ​ຢ່າ​ມີ​ຈິດໃຈ​ຄັບແຄບ ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ຈະ​ອວຍພອນ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ເຮັດ.</verse>
				<verse number="11">ຄົນ​ຍາກຈົນ​ກັບ​ຄົນ​ຂັດສົນ​ຈະ​ມີ​ຢູ່​ບໍ່​ຂາດ​ໃນ​ດິນແດນ​ຂອງ​ພວກເຈົ້າ. ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ສັ່ງ​ພວກເຈົ້າ​ໃຫ້​ມີ​ຈິດໃຈ​ກວ້າງຂວາງ​ຕໍ່​ພວກເຂົາ.”</verse>
				<verse number="12">“ຖ້າ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຜູ້ໜຶ່ງ ບໍ່​ວ່າ​ຊາຍ​ຫລື​ຍິງ​ກໍດີ​ຂາຍ​ຕົວ​ເອງ ເປັນ​ຄົນ​ຮັບໃຊ້ ໃຫ້​ພວກເຈົ້າ​ປ່ອຍ​ລາວ​ເປັນ​ອິດສະຫລະ ຫລັງຈາກ​ລາວ​ໄດ້​ຮັບໃຊ້​ພວກເຈົ້າ​ເປັນ​ເວລາ​ຫົກ​ປີ. ເມື່ອ​ປີ​ທີ​ເຈັດ​ມາ​ເຖິງ​ໃຫ້​ພວກເຈົ້າ​ປ່ອຍ​ລາວ​ເປັນ​ອິດສະຫລະ.</verse>
				<verse number="13">ເມື່ອ​ພວກເຈົ້າ​ປ່ອຍ​ລາວ​ໄປ​ນັ້ນ​ຢ່າ​ໃຫ້​ລາວ​ກັບ​ໄປ​ມືເປົ່າ.</verse>
				<verse number="14">ຈົ່ງ​ແບ່ງປັນ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ອວຍພອນ​ພວກເຈົ້າ​ດ້ວຍ​ໃຈ​ກວ້າງຂວາງ​ເຊັ່ນ: ແກະ, ເຂົ້າ ແລະ​ເຫຼົ້າ​ອະງຸ່ນ.</verse>
				<verse number="15">ຈົ່ງ​ຈົດຈຳ​ໄວ້​ວ່າ​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ; ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ມອບ​ຄຳສັ່ງ​ນີ້​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="16">ແຕ່​ທາດຮັບໃຊ້​ຂອງ​ພວກເຈົ້າ​ອາດ​ບໍ່​ຢາກ​ໜີໄປ​ຈາກ​ພວກເຈົ້າ ເພາະ​ລາວ​ຮັກ​ພວກເຈົ້າ​ກັບ​ຄອບຄົວ ແລະ​ຍິນດີ​ຢູ່​ຮັບໃຊ້​ພວກເຈົ້າ​ຕໍ່ໄປ.</verse>
				<verse number="17">ໃນ​ກໍລະນີ​ເຊັ່ນນີ້ ໃຫ້​ພວກເຈົ້າ​ພາ​ລາວ​ໄປ​ທີ່​ປະຕູ​ເຮືອນ​ຂອງ​ພວກເຈົ້າ ແລະ​ບ່ອງ​ຫູ​ໃຫ້​ລາວ​ທີ່​ນັ້ນ ແລ້ວ​ລາວ​ກໍ​ຈະ​ເປັນ​ທາດຮັບໃຊ້​ພວກເຈົ້າ​ຕະຫລອດ​ຊີວິດ. ຈົ່ງ​ປະຕິບັດ​ກັບ​ທາດຮັບໃຊ້​ຍິງ​ຂອງ​ພວກເຈົ້າ​ໃນ​ແບບ​ດຽວກັນ​ນີ້.</verse>
				<verse number="18">ເມື່ອ​ພວກເຈົ້າ​ປ່ອຍ​ທາດຮັບໃຊ້​ໄປ​ນັ້ນ ຢ່າ​ສະແດງ​ຄວາມ​ບໍ່​ພໍໃຈ. ແຕ່​ເຖິງ​ຢ່າງ​ໃດ​ກໍດີ ລາວ​ຮັບໃຊ້​ພວກເຈົ້າ​ມາ​ຫົກ​ປີ​ແລ້ວ ແລະ​ກາຍ​ຄ່າຈ້າງ​ຂອງ​ຄົນງານ​ຕັ້ງ​ໜຶ່ງ​ເທົ່າ. ສະນັ້ນ ຈົ່ງ​ປ່ອຍ​ລາວ​ໄປ​ເຖີດ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈະ​ອວຍພອນ​ໃນ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ເຮັດ.”</verse>
				<verse number="19">“ຈົ່ງ​ແຍກ​ລູກຫົວປີ​ຂອງ​ງົວເຖິກ​ແລະ​ແກະ​ທຸກໆ​ໂຕ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ຢ່າ​ໃຊ້​ແຮງ​ສັດ​ແລະ​ຢ່າ​ຕັດ​ຂົນແກະ​ເຫຼົ່ານັ້ນ.</verse>
				<verse number="20">ແຕ່ລະປີ​ໃດ ໃຫ້​ພວກເຈົ້າ​ພ້ອມ​ກັບ​ຄອບຄົວ​ກິນ​ສັດ​ເຫຼົ່ານັ້ນ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໃນ​ສະຖານທີ່​ພຣະເຈົ້າຢາເວ​ໄດ້​ເລືອກໄວ້.</verse>
				<verse number="21">ແຕ່​ຖ້າ​ສັດ​ນັ້ນ​ບໍ່​ປົກກະຕິ​ຄື​ເປັນ​ງ່ອຍ ຫລື​ຕາບອດ ຫລື​ພິການ ຢ່າ​ນຳ​ມາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢ່າງ​ເດັດຂາດ.</verse>
				<verse number="22">ໃຫ້​ພວກເຈົ້າ​ທຸກຄົນ​ບໍ່​ວ່າ​ເປັນ​ມົນທິນ​ຫລື​ບໍ່​ກໍຕາມ ກິນ​ສັດ​ນັ້ນ​ຢູ່​ເຮືອນ​ດັ່ງ​ກິນ​ກວາງ​ຫລື​ຟານ.</verse>
				<verse number="23">ຢ່າ​ໃຊ້​ເລືອດ​ສັດ​ສຳລັບ​ເປັນ​ອາຫານ ແຕ່​ໃຫ້​ເທ​ລົງ​ດິນ​ເໝືອນ​ດັ່ງ​ເທ​ນໍ້າ.”</verse>
			</chapter>
			<chapter number="16">
				<verse number="1">“ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໂດຍ​ການ​ສະຫລອງ​ປັດສະຄາ​ໃນ​ເດືອນ​ອາບີບ; ມັນ​ແມ່ນ​ໃນ​ຄືນ​ໜຶ່ງ​ຂອງ​ເດືອນ​ນີ້ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.</verse>
				<verse number="2">ຈົ່ງ​ນຳ​ສັດ​ມາ​ຖວາຍ​ບູຊາ ໂດຍ​ຂ້າ​ແກະ​ຫລື​ງົວ​ຕຽມ​ສະຫລອງ​ປັດສະຄາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກໄວ້ ຊຶ່ງ​ໃຫ້​ນາມຊື່​ຂອງ​ພຣະອົງ​ຕັ້ງຢູ່.</verse>
				<verse number="3">ຢ່າ​ເຮັດ​ເຂົ້າຈີ່​ໃສ່​ເຊື້ອແປ້ງ​ເມື່ອ​ກິນ​ອາຫານ​ນີ້, ແຕ່​ໃຫ້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ ເໝືອນ​ດັ່ງ​ພວກເຈົ້າ​ໄດ້​ເຮັດ​ຄາວ​ທີ່​ອອກ​ມາ​ຈາກ​ປະເທດ​ເອຢິບ​ຢ່າງ​ຟ້າວຟັ່ງ​ນັ້ນ. ຈົ່ງ​ກິນ​ເຂົ້າຈີ່​ນີ້ ຄື​ເຂົ້າຈີ່​ແຫ່ງ​ຄວາມ​ທົນທຸກ​ເພື່ອ​ວ່າ​ຕາບໃດ​ທີ່​ຍັງ​ມີ​ຊີວິດ​ຢູ່ ພວກເຈົ້າ​ຈະ​ໄດ້​ຈົດຈຳ​ວັນ​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ເຄີຍ​ທົນທຸກ​ນັ້ນ.</verse>
				<verse number="4">ເປັນ​ເວລາ​ເຈັດ​ວັນ​ນີ້ ຢ່າ​ໃຫ້​ຜູ້ໃດ​ໃນ​ດິນແດນ​ຂອງ​ພວກເຈົ້າ​ມີ​ເຊື້ອແປ້ງ​ຢູ່​ໃນ​ເຮືອນ ແລະ​ຊີ້ນ​ສັດ​ທີ່​ຂ້າ​ໃນ​ຕອນແລງ​ຂອງ​ມື້​ທີ​ໜຶ່ງ​ນັ້ນ ຕ້ອງ​ກິນ​ໃຫ້​ໝົດ​ໃນ​ຄືນ​ນັ້ນ.</verse>
				<verse number="5">ຈົ່ງ​ຂ້າ​ສັດ​ສຳລັບ​ປັດສະຄາ​ນີ້​ໃນ​ທີ່​ນະມັດສະການ​ແຫ່ງ​ດຽວ ແລະ​ຢ່າ​ຂ້າ​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ມອບ​ໃຫ້. ຈົ່ງ​ເຮັດ​ພິທີ​ນີ້​ໃນ​ເວລາ​ຕາເວັນ​ຕົກ​ຄື​ເວລາ​ດຽວ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກໄວ້ ຊຶ່ງ​ໃຫ້​ນາມຊື່​ຂອງ​ພຣະອົງ​ຕັ້ງຢູ່ ແລະ​ມື້​ດຽວກັນ​ກັບ​ຄາວ​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ.</verse>
				<verse number="6"></verse>
				<verse number="7">ຈົ່ງ​ຕົ້ມ​ຊີ້ນ​ກິນ​ໃນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກໄວ້ ແລະ​ໃນ​ຕອນເຊົ້າ​ໃຫ້​ກັບ​ເມືອ​ເຮືອນ​ຂອງ​ໃຜ​ລາວ.</verse>
				<verse number="8">ສຳລັບ​ຫົກ​ມື້​ຕໍ່ໄປ ໃຫ້​ພວກເຈົ້າ​ເຮັດ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກິນ ແລະ​ໃນ​ມື້​ທີ​ເຈັດ ຈົ່ງ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຢ່າ​ເຮັດ​ວຽກ​ໃນວັນນີ້.”</verse>
				<verse number="9">“ຕັ້ງແຕ່​ມື້​ລົງ​ມື​ກ່ຽວເຂົ້າ ຈົ່ງ​ນັບ​ໃຫ້​ເຕັມ​ເຈັດ​ອາທິດ.</verse>
				<verse number="10">ແລ້ວ​ຈົ່ງ​ສະຫລອງ​ເທດສະການ​ລະດູ​ເກັບກ່ຽວ ເພື່ອ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໂດຍ​ນຳ​ເຄື່ອງ​ບູຊາ​ຕາມໃຈ​ສະໝັກ ມາ​ຖວາຍ​ຕາມ​ອັດຕາສ່ວນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ອວຍພອນ.</verse>
				<verse number="11">ຈົ່ງ​ຊົມຊື່ນ​ຍິນດີ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຮ່ວມ​ກັບ​ລູກ​ຊາຍ​ຍິງ​ຂອງ​ເຈົ້າ, ທາດຮັບໃຊ້​ຂອງ​ເຈົ້າ, ຊາວ​ເລວີ, ຊາວ​ຕ່າງດ້າວ ເດັກ​ກຳພ້າ ແລະ​ແມ່ໝ້າຍ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ. ຈົ່ງ​ຈັດ​ພິທີ​ນີ້​ຂຶ້ນ​ຢູ່​ໃນ​ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກໄວ້ ຊຶ່ງ​ໃຫ້​ນາມຊື່​ຂອງ​ພຣະອົງ​ຕັ້ງຢູ່.</verse>
				<verse number="12">ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ເຊື່ອຟັງ​ຂໍ້ຄຳສັ່ງ​ເຫຼົ່ານີ້ ຢ່າ​ລືມ​ວ່າ​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ.”</verse>
				<verse number="13">“ຫລັງຈາກ​ຟາດ​ເຂົ້າ​ແລະ​ບີບ​ໝາກອະງຸ່ນ​ແລ້ວໆ ຈົ່ງ​ສະຫລອງ​ເທດສະການ​ປຸກຕູບຢູ່​ເປັນ​ເວລາ​ເຈັດ​ວັນ.</verse>
				<verse number="14">ຈົ່ງ​ຊົມຊື່ນ​ຍິນດີ​ໃນ​ງານ​ເທດສະການ​ຂອງ​ເຈົ້າ​ຮ່ວມ​ກັນ​ກັບ​ລູກ​ຊາຍ​ຍິງ​ຂອງ​ເຈົ້າ, ທາດຮັບໃຊ້​ຂອງ​ເຈົ້າ, ຊາວ​ເລວີ, ຊາວ​ຕ່າງດ້າວ, ເດັກ​ກຳພ້າ ແລະ​ແມ່ໝ້າຍ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ.</verse>
				<verse number="15">ຈົ່ງ​ສະຫລອງ​ເທດສະການ​ນີ້​ໃນ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກໄວ້​ເປັນ​ເວລາ​ເຈັດ​ວັນ ເພື່ອ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຈົ່ງ​ຊົມຊື່ນ​ຍິນດີ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ອວຍພອນ​ລະດູ​ເກັບກ່ຽວ​ແລະ​ວຽກງານ​ຂອງ​ພວກເຈົ້າ.</verse>
				<verse number="16">ໃຫ້​ຜູ້ຊາຍ​ທຸກໆ​ຄົນ​ໃນ​ຊົນຊາດ​ຂອງ​ພວກເຈົ້າ ເຂົ້າ​ມາ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ບ່ອນ​ທີ່​ພຣະອົງ​ໄດ້​ເລືອກໄວ້ ສາມ​ເທື່ອ​ຕໍ່​ປີ ດັ່ງນີ້: ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ແປ້ງ, ເທດສະການ​ລະດູ​ເກັບກ່ຽວ ແລະ​ເທດສະການ​ປຸກຕູບຢູ່. ຢ່າ​ໃຫ້​ພວກເຂົາ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ​ໂດຍ​ມື​ເປົ່າ;</verse>
				<verse number="17">ພວກເຈົ້າ​ທຸກຄົນ​ຈະ​ຕ້ອງ​ນຳ​ສິ່ງ​ທີ່​ຕົນ​ສາມາດ, ມາ​ຖວາຍ​ໃນ​ອັດຕາ​ສ່ວນ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ອວຍພອນ.”</verse>
				<verse number="18">“ຈົ່ງ​ແຕ່ງຕັ້ງ​ບັນດາ​ຜູ້​ຕັດສິນຄວາມ ແລະ​ເຈົ້າໜ້າທີ່​ອື່ນໆ​ໃນ​ເມືອງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້. ຄົນ​ເຫຼົ່ານັ້ນ​ຕ້ອງ​ຕັດສິນ​ຄະດີ​ຂອງ​ປະຊາຊົນ​ຢ່າງ​ທ່ຽງທຳ.</verse>
				<verse number="19">ຢ່າ​ໃຫ້​ພວກເຂົາ​ຕັດສິນ​ແບບ​ເຂົ້າຂ້າງ​ອອກຂາ ແລະ​ຢ່າ​ຮັບ​ສິນຈ້າງ​ໃດໆ. ດ້ວຍວ່າ, ສິນຈ້າງ​ອັດຫູ​ບັງຕາ​ຄົນ​ສະຫລາດ​ແລະ​ຄົນ​ສັດຊື່ ແລະ​ພາ​ໃຫ້​ພວກເຂົາ​ຕັດສິນ​ຄວາມ​ຜິດພາດ​ໄດ້.</verse>
				<verse number="20">ຈົ່ງ​ທ່ຽງທຳ​ແລະ​ສັດຊື່​ຕະຫລອດໄປ ເພື່ອ​ວ່າ​ພວກເຈົ້າ​ຈະ​ຢຶດຄອງ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ນີ້​ໄດ້ ແລະ​ອາໄສ​ຢູ່​ທີ່​ນັ້ນ​ສືບໆໄປ.</verse>
				<verse number="21">ເມື່ອ​ສ້າງ​ແທ່ນບູຊາ​ຖວາຍ​ແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຢ່າ​ຕັ້ງ​ເສົາ​ໄມ້​ຂຶ້ນ​ຄຽງຂ້າງ​ທີ່​ເປັນ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ.</verse>
				<verse number="22">ຢ່າ​ສ້າງ​ເສົາ​ຫີນ​ໃດໆ​ເປັນ​ຮູບເຄົາຣົບ​ໄວ້​ຂາບໄຫວ້ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ສິ່ງ​ເຫຼົ່ານີ້.”</verse>
			</chapter>
			<chapter number="17">
				<verse number="1">“ຢ່າ​ເອົາ​ງົວ​ຫລື​ແກະ​ທີ່​ມີ​ສຸຂະພາບ​ບໍ່​ດີ​ແລະ​ມີ​ຕຳໜິ ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ການ​ເຮັດ​ເຊັ່ນນີ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ຫລາຍ​ທີ່ສຸດ.</verse>
				<verse number="2">ຖ້າ​ພວກເຈົ້າ​ໄດ້​ພົບ​ວ່າ ມີ​ຊາຍ​ຫລື​ຍິງ​ຄົນ​ໜຶ່ງ​ທີ່​ຢູ່​ໃນ​ເມືອງ​ຂອງ​ພວກເຈົ້າ ໄດ້​ເຮັດ​ຊົ່ວຮ້າຍ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຝ່າຝືນ​ພັນທະສັນຍາ​ຂອງ​ພຣະອົງ</verse>
				<verse number="3">ໂດຍ​ຂາບໄຫວ້​ແລະ​ຮັບໃຊ້​ບັນດາ​ພະອື່ນ ຫລື​ຂາບໄຫວ້​ຕາເວັນ, ເດືອນ ແລະ​ດວງດາວ​ຕ່າງໆ ຊຶ່ງ​ເປັນ​ທີ່​ຕ້ອງ​ຫ້າມ</verse>
				<verse number="4">ແລະ​ຖ້າ​ພວກເຈົ້າ​ໄດ້ຍິນ​ການ​ລາຍງານ​ເຊັ່ນນັ້ນ ຈົ່ງ​ສືບສວນ​ເບິ່ງ​ຢ່າງ​ຮອບຄອບ​ຖ້ວນຖີ່. ຖ້າ​ເປັນ​ຄວາມຈິງ​ວ່າ ສິ່ງ​ທີ່​ຊົ່ວຮ້າຍ​ເຊັ່ນນັ້ນ​ໄດ້​ເກີດຂຶ້ນ​ໃນ​ຊາດ​ອິດສະຣາເອນ​ແທ້ໆ</verse>
				<verse number="5">ຈົ່ງ​ນຳ​ຄົນ​ນັ້ນ​ອອກ​ໄປ​ນອກ​ເມືອງ ແລະ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ໃຫ້​ຕາຍ.</verse>
				<verse number="6">ເຖິງ​ຢ່າງ​ໃດ​ກໍຕາມ ຜູ້​ທີ່​ຖືກ​ກ່າວຫາ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ ກໍ​ຕໍ່​ເມື່ອ​ມີ​ພະຍານ​ສອງ​ຫລື​ສາມ​ຄົນ​ເປັນ​ຫຼັກຖານ. ຖ້າ​ມີ​ພະຍານ​ແຕ່​ຜູ້​ດຽວ​ເທົ່ານັ້ນ ຢ່າ​ໄດ້​ລົງໂທດ​ຄົນ​ນັ້ນ​ໃຫ້​ເຖິງ​ຕາຍ.</verse>
				<verse number="7">ໃຫ້​ພວກ​ພະຍານ​ທີ່​ຮູ້​ເຫັນ​ນັ້ນ​ແກວ່ງ​ກ້ອນຫີນ​ໃສ່​ລາວ​ກ່ອນ ແລະ​ປະຊາຊົນ​ຄົນອື່ນໆ​ຈຶ່ງ​ແກວ່ງ​ໃສ່​ຕາມ​ທີ​ຫລັງ. ເພື່ອ​ພວກເຈົ້າ​ຈະ​ໄດ້​ກຳຈັດ​ຄວາມ​ຊົ່ວຊ້າ​ນີ້​ໃຫ້​ໝົດສິ້ນ​ໄປ​ຈາກ​ທ່າມກາງ​ພວກເຈົ້າ.</verse>
				<verse number="8">ອາດ​ຈະ​ມີ​ເລື່ອງ​ໃນ​ບາງ​ຄະດີ​ທີ່​ບັນດາ​ຜູ້ຕັດສິນ​ທ້ອງຖິ່ນ​ຕັດສິນ​ໄດ້​ຍາກ​ເຊັ່ນ​ວ່າ: ຄະດີ​ກ່ຽວກັບ​ສິດທິ​ເລື່ອງ​ມໍຣະດົກ ຫລື​ຄະດີ​ເລື່ອງ​ການ​ທຳຮ້າຍ​ຮ່າງກາຍ ຫລື​ຄະດີ​ອື່ນໆ​ກ່ຽວກັບ​ການ​ໄຈ້ແຍກ​ລະຫວ່າງ​ເລື່ອງ​ຄາດຕະກຳ​ແລະ​ເລື່ອງ​ຂ້າ​ຄົນ​ຕາຍ ໂດຍ​ບໍ່​ເຈດຕະນາ. ເມື່ອ​ມີ​ກໍລະນີ​ເຊັ່ນນີ້​ເກີດຂຶ້ນ ຈົ່ງ​ໄປ​ບ່ອນ​ນະມັດສະການ​ແຫ່ງ​ດຽວ ຊຶ່ງ​ເປັນ​ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກ​ໄວ້,</verse>
				<verse number="9">ແລະ​ສະເໜີ​ຄະດີ​ນັ້ນ​ຕໍ່​ພວກ​ປະໂຣຫິດ​ຊາວ​ເລວີ ແລະ​ຜູ້​ຕັດສິນ​ຄວາມ​ປະຈຳການ​ໃນ​ສະໄໝ​ນັ້ນ ເພື່ອ​ເພິ່ນ​ຈະ​ໄດ້​ຕັດສິນ​ຄວາມ​ໃຫ້.</verse>
				<verse number="10">ພວກເພິ່ນ​ຈະ​ເປັນ​ຜູ້​ຕັດສິນ​ຄວາມ​ໃນ​ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກ​ໄວ້ ແລະ​ໃຫ້​ພວກເຈົ້າ​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເພິ່ນ​ບອກ​ໃຫ້​ເຮັດ.</verse>
				<verse number="11">ຈົ່ງ​ຍອມ​ຮັບ​ການຕັດສິນ​ນັ້ນ ແລະ​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ພວກເພິ່ນ​ທຸກປະການ.</verse>
				<verse number="12">ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່​ເຊື່ອຟັງ​ຜູ້​ຕັດສິນ​ຄວາມ ຫລື​ປະໂຣຫິດ​ຜູ້​ປະຕິບັດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກໍ​ໃຫ້​ປະຫານ​ຜູ້ນັ້ນ​ເສຍ ເພື່ອ​ພວກເຈົ້າ​ຈະ​ໄດ້​ກຳຈັດ​ຄວາມ​ຊົ່ວຮ້າຍ​ໃຫ້​ໝົດສິ້ນ​ໄປ​ຈາກ​ຊາດ​ອິດສະຣາເອນ.</verse>
				<verse number="13">ແລ້ວ​ທຸກໆ​ຄົນ​ກໍ​ຈະ​ໄດ້ຍິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ​ແລະ​ເກີດ​ຢ້ານກົວ ແລ້ວ​ກໍ​ຈະ​ບໍ່ມີ​ຜູ້ໃດ​ບັງ​ອາດ​ຝ່າຝືນ​ເຮັດ​ເຊັ່ນນັ້ນ​ອີກ​ຕໍ່ໄປ.”</verse>
				<verse number="14">“ຫລັງຈາກ​ພວກເຈົ້າ​ໄດ້​ກຳມະສິດ​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ມອບ​ໃຫ້​ພວກເຈົ້າ ແລະ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ​ແລ້ວ ຕໍ່ໄປ​ພວກເຈົ້າ​ກໍ​ຈະ​ຕັດສິນໃຈ​ຢາກ​ມີ​ກະສັດ ເໝືອນ​ດັ່ງ​ຊາດ​ອື່ນໆ​ທີ່​ຢູ່​ອ້ອມຮອບ​ພວກເຈົ້າ.</verse>
				<verse number="15">ຈົ່ງ​ໃຫ້​ແນ່ໃຈ​ວ່າ​ຄົນ​ທີ່​ພວກເຈົ້າ​ເລືອກ​ຂຶ້ນ​ເປັນ​ກະສັດ​ນັ້ນ ແມ່ນ​ຜູ້​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກ​ເອົາ. ລາວ​ຕ້ອງ​ເປັນ​ຄົນ​ຊາດ​ດຽວກັນ​ກັບ​ພວກເຈົ້າ; ຢ່າ​ເອົາ​ຊາວ​ຕ່າງດ້າວ​ມາ​ເປັນ​ກະສັດ.</verse>
				<verse number="16">ກະສັດ​ບໍ່​ຕ້ອງ​ມີ​ມ້າ​ຈຳນວນ​ຫລວງຫລາຍ​ໄວ້​ໃຊ້​ໃນ​ກອງທັບ ແລະ​ບໍ່​ຕ້ອງ​ສົ່ງ​ຄົນ​ໄປ​ຊື້​ມ້າ ທີ່​ປະເທດ​ເອຢິບ ເພາະ​ພຣະເຈົ້າຢາເວ​ໄດ້​ບອກ​ໄພ່ພົນ​ຂອງ​ພຣະອົງ​ບໍ່​ໃຫ້​ພວກເຂົາ​ກັບ​ໄປ​ທີ່​ນັ້ນ​ອີກ​ຈັກເທື່ອ.</verse>
				<verse number="17">ກະສັດ​ບໍ່​ຕ້ອງ​ມີ​ເມຍ​ຫລາຍ​ຄົນ ເພາະ​ການ​ມີ​ເມຍ​ຫລາຍ​ຄົນ​ນັ້ນ ເຮັດ​ໃຫ້​ໃຈ​ຫ່າງ​ເຫີນ​ໄປ ແລະ​ກະສັດ​ຈະ​ຕ້ອງ​ບໍ່​ເປັນ​ຄົນ​ຮັກ​ເງິນ​ແລະ​ຄຳ​ຫລາຍ.</verse>
				<verse number="18">ເມື່ອ​ລາວ​ໄດ້​ຂຶ້ນ​ນັ່ງ​ບັນລັງ​ແຫ່ງ​ອານາຈັກ​ຂອງຕົນ ລາວ​ຈະ​ຕ້ອງ​ມີ​ປື້ມ​ກົດບັນຍັດ​ແລະ​ຄຳສັ່ງສອນ​ຂອງ​ພຣະເຈົ້າ​ສະບັບ​ໜຶ່ງ ຄັດລອກ​ອອກ​ມາ​ແຕ່​ຕົ້ນສະບັບ ຊຶ່ງ​ພວກ​ປະໂຣຫິດ​ຊາວ​ເລວີ​ຮັກສາ​ໄວ້.</verse>
				<verse number="19">ລາວ​ຈະ​ຕ້ອງ​ມີ​ປື້ມກົດບັນຍັດ​ໄວ້​ຢູ່​ນຳ​ສະເໝີ ແລະ​ຮໍ່າຮຽນ​ເອົາ​ເປັນ​ປະຈຳ​ຕະຫລອດ​ຊີວິດ ເພື່ອ​ວ່າ​ລາວ​ຈະ​ໄດ້​ຮຽນຮູ້​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງຕົນ ແລະ​ປະຕິບັດ​ຕາມ​ກົດບັນຍັດ​ໃນ​ປື້ມ​ນັ້ນ​ແລະ​ຂໍ້ຄຳສັ່ງ​ຢ່າງ​ສັດຊື່.</verse>
				<verse number="20">ການ​ປະຕິບັດ​ເຊັ່ນນັ້ນ​ຈະ​ເຮັດ​ໃຫ້​ລາວ​ຄິດ​ຢູ່​ສະເໝີ​ວ່າ ຕົນ​ບໍ່ໄດ້​ດີກວ່າ​ພວກ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຄົນອື່ນໆ ທັງ​ຈະ​ບໍ່​ຄິດ​ຝ່າຝືນ​ກົດບັນຍັດ​ດ້ວຍ ບໍ່​ວ່າ​ໃນ​ກໍລະນີ​ໃດໆ​ກໍຕາມ. ແລ້ວ​ລາວ​ກໍ​ຈະ​ປົກຄອງ​ຢູ່​ໄດ້​ຫລາຍ​ປີ ແລະ​ລູກຫລານ​ຂອງ​ລາວ​ກໍ​ຈະ​ໄດ້​ປົກຄອງ​ດິນແດນ​ອິດສະຣາເອນ​ໄປ​ໄດ້​ຫລາຍ​ເຊັ່ນຄົນ.”</verse>
			</chapter>
			<chapter number="18">
				<verse number="1">“ບັນດາ​ປະໂຣຫິດ​ຈາກ​ເຜົ່າເລວີ ຈະ​ບໍ່ໄດ້​ຮັບ​ສ່ວນແບ່ງ​ໃນ​ດິນແດນ​ອິດສະຣາເອນ, ແຕ່​ພວກເຂົາ​ຈະ​ດຳລົງ​ຊີວິດ​ຢູ່​ໂດຍ​ເຄື່ອງ​ຖວາຍ​ຕ່າງໆ ແລະ​ເຄື່ອງ​ບູຊາ​ອື່ນໆ​ທີ່​ປະຊາຊົນ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="2">ພວກເຂົາ​ຈະ​ບໍ່ມີ​ທີ່ດິນ​ເປັນ​ຂອງ​ຕົນເອງ​ດັ່ງ​ເຜົ່າ​ອື່ນໆ, ສ່ວນແບ່ງ​ຂອງ​ພວກເຂົາ​ແມ່ນ​ສິດທິ​ແຫ່ງ​ການ​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.</verse>
				<verse number="3">ເມື່ອໃດ​ມີ​ການ​ຂ້າ​ງົວ​ແລະ​ແກະ​ເປັນ​ການ​ຖວາຍບູຊາ ບັນດາ​ປະໂຣຫິດ​ຈະ​ໄດ້​ຮັບ​ຊີ້ນ​ຂາໜ້າ, ຊີ້ນ​ຄາງ ແລະ​ຊີ້ນ​ໜັງ​ທ້ອງ.</verse>
				<verse number="4">ພວກເຂົາ​ຈະ​ໄດ້​ຮັບ​ພືດຜົນ​ຫົວປີ​ເປັນ​ສ່ວນແບ່ງ​ເຊັ່ນ: ເຂົ້າ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ແລະ​ຂົນແກະ.</verse>
				<verse number="5">ໃນ​ເຜົ່າ​ທັງໝົດ​ຂອງ​ພວກເຈົ້າ​ນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກ​ເອົາ​ເຜົ່າເລວີ​ໃຫ້​ເປັນ​ປະໂຣຫິດ​ເພື່ອ​ຮັບໃຊ້​ພຣະອົງ​ຕະຫລອດໄປ.</verse>
				<verse number="6">ຖ້າ​ຊາວ​ເລວີ​ຄົນ​ໃດ​ຕ້ອງການ​ຍ້າຍ​ຈາກ​ເມືອງ​ທີ່​ຕົນ​ອາໄສ​ຢູ່ ແລະ​ໄປ​ປະຈຳ​ຢູ່​ໃນ​ສະຖານທີ່​ພຣະເຈົ້າຢາເວ​ຈັດ​ໄວ້​ໃຫ້</verse>
				<verse number="7">ລາວ​ກໍ​ຈະ​ເປັນ​ຜູ້​ຮັບໃຊ້​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ລາວ​ຢູ່​ທີ່​ນັ້ນ ໃນ​ຖານະ​ດຽວກັນ​ກັບ​ຊາວ​ເລວີ​ຄົນອື່ນໆ​ທີ່​ໄດ້​ຮັບໃຊ້​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ກ່ອນແລ້ວ.</verse>
				<verse number="8">ລາວ​ຈະ​ໄດ້​ຮັບ​ສ່ວນແບ່ງ​ເທົ່າ​ກັນ​ກັບ​ປະໂຣຫິດ​ຄົນອື່ນໆ ແລະ​ຮັກສາ​ສິ່ງຂອງ​ທີ່​ຄອບຄົວ​ຂອງ​ລາວ​ຈັດ​ສົ່ງ​ມາ​ໃຫ້​ລາວ​ໄດ້.”</verse>
				<verse number="9">“ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ປະທານ​ໃຫ້​ແລ້ວ ຢ່າ​ປະຕິບັດ​ຕາມ​ທຳນຽມ​ອັນ​ໜ້າກຽດ​ໜ້າຊັງ​ຂອງ​ຊາດ​ຕ່າງໆ​ທີ່​ອາໄສ​ຢູ່​ທີ່​ນັ້ນ.</verse>
				<verse number="10">ຢ່າ​ເຜົາບູຊາ​ລູກຊາຍ ລູກສາວ​ຂອງ​ພວກເຈົ້າ​ເທິງ​ແທ່ນບູຊາ ແລະ​ຢ່າ​ໃຫ້​ປະຊາຊົນ​ໄປ​ຫາ​ໝໍ​ດູ, ໝໍ​ມໍ, ຫລື​ສ່ຽງໂຊກ ຫລື​ເສກ​ມົນຄາຖາ​ຫາ​ສະເໜ່​</verse>
				<verse number="11">ຫລື​ໃຊ້​ເຄື່ອງແຄ້ວ​ຂອງຄົງ​ແລະ​ໄປ​ປຶກສາ​ໝໍ​ຜີ​ໝໍ​ເຢົາ.</verse>
				<verse number="12">ພຣະເຈົ້າຢາເວ​ກຽດຊັງ​ຄົນ​ທີ່​ຖື​ສິ່ງ​ອັນ​ໜ້າລັງກຽດ​ເຫຼົ່ານີ້. ເພາະ​ສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈຶ່ງ​ກຳລັງ​ຂັບໄລ່​ບັນດາ​ຊົນຊາດ​ເຫຼົ່ານີ້​ອອກ​ໄປ​ຈາກ​ດິນແດນ ທີ່​ພວກເຈົ້າ​ກຳລັງ​ຈະ​ບຸກໜ້າ​ເຂົ້າ​ໄປ.</verse>
				<verse number="13">ຈົ່ງ​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢ່າງ​ຄົບຖ້ວນ​ບໍຣິບູນ​ເຖີດ.”</verse>
				<verse number="14">ແລ້ວ​ໂມເຊ​ກໍ​ກ່າວ​ວ່າ, “ໃນ​ດິນແດນ​ທີ່​ພວກເຈົ້າ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ ປະຊາຊົນ​ເຊື່ອ​ໝໍ​ດູ ໝໍ​ມໍ​ແລະ​ສ່ຽງໂຊກ, ແຕ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ບໍ່​ໃຫ້​ພວກເຈົ້າ​ປະຕິບັດ​ເຊັ່ນນັ້ນ.</verse>
				<verse number="15">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ສົ່ງ​ຜູ້ທຳນວາຍ​ຜູ້ໜຶ່ງ​ເໝືອນ​ດັ່ງ​ຂ້າພະເຈົ້າ​ນີ້ ຈາກ​ປະຊາຊົນ​ໃນ​ຊາດ​ຂອງ​ພວກເຈົ້າ​ເອງ​ມາ​ໃຫ້​ແທນ ແລະ​ພວກເຈົ້າ​ຕ້ອງ​ເຊື່ອຟັງ​ເພິ່ນ.</verse>
				<verse number="16">ໃນ​ມື້​ເຕົ້າໂຮມ​ກັນ​ທີ່​ພູເຂົາ​ຊີນາຍ​ນັ້ນ ພວກເຈົ້າ​ໄດ້​ຂໍຮ້ອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ວ່າ, ‘ຢ່າ​ໃຫ້​ໄດ້ຍິນ​ສຽງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ກ່າວ ຫລື​ເຫັນ​ແປວໄຟ​ທີ່​ພຣະອົງ​ສະຖິດ​ຢູ່​ນັ້ນ​ອີກ​ຕໍ່ໄປ ຍ້ອນ​ພວກເຈົ້າ​ຢ້ານກົວ​ຈົນ​ເກືອບ​ຈະ​ຕາຍ.’</verse>
				<verse number="17">ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, ‘ເປັນ​ຄຳ​ຂໍຮ້ອງ​ທີ່​ສະຫລາດ​ແທ້.</verse>
				<verse number="18">ເຮົາ​ຈະ​ສົ່ງ​ຜູ້ທຳນວາຍ​ຄົນ​ໜຶ່ງ​ເໝືອນ​ເຈົ້າ​ນີ້ແຫລະ ຈາກ​ປະຊາຊົນ​ໃນ​ຊາດ​ຂອງ​ພວກເຂົາ​ເອງ​ມາ​ໃຫ້; ເຮົາ​ຈະ​ບອກ​ລາວ​ໃນ​ສິ່ງ​ທີ່​ຈະ​ກ່າວ ແລະ​ລາວ ຈະ​ບອກ​ປະຊາຊົນ​ທຸກໆ​ສິ່ງ​ຕາມ​ທີ່​ເຮົາ​ສັ່ງ.</verse>
				<verse number="19">ລາວ​ຈະ​ກ່າວ​ໃນ​ນາມ​ຂອງ​ເຮົາ ແລະ​ເຮົາ ຈະ​ລົງໂທດ​ຜູ້​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ລາວ.</verse>
				<verse number="20">ແຕ່​ຖ້າ​ຜູ້ທຳນວາຍ​ຜູ້ໃດ​ບັງ​ອາດ​ກ່າວ​ຖ້ອຍຄຳ​ໃນ​ນາມ​ຂອງ​ເຮົາ ເມື່ອ​ເຮົາ​ບໍ່ໄດ້​ສັ່ງ​ໃຫ້​ກ່າວ ຫລື​ກ່າວ​ໃນ​ນາມ​ຂອງ​ບັນດາ​ພະອື່ນ​ລາວ​ຕ້ອງ​ຕາຍ.</verse>
				<verse number="21">ພວກເຈົ້າ​ອາດ​ຢາກ​ຮູ້​ວ່າ​ເຮັດ​ແນວໃດ​ຈຶ່ງ​ຈະ​ບອກ​ໄດ້​ວ່າ ຖ້ອຍຄຳ​ຂອງ​ຜູ້ທຳນວາຍ​ບໍ່ໄດ້​ມາ​ຈາກ​ພຣະເຈົ້າຢາເວ?</verse>
				<verse number="22">ຖ້າ​ຜູ້ທຳນວາຍ​ຄົນ​ໃດ​ກ່າວ​ໃນ​ນາມຊື່​ຂອງ​ພຣະເຈົ້າຢາເວ ແລະ​ສິ່ງ​ທີ່​ລາວ​ກ່າວ​ໄປ​ນັ້ນ​ບໍ່​ເປັນ​ຄວາມຈິງ ຖ້ອຍຄຳ​ນັ້ນ​ກໍ​ບໍ່ໄດ້​ມາ​ຈາກ​ພຣະເຈົ້າຢາເວ. ມັນ​ເປັນ​ຖ້ອຍຄຳ​ທີ່​ຜູ້ທຳນວາຍ​ກ່າວ​ໂດຍ​ສິດ​ອຳນາດ​ຂອງຕົນເອງ. ສະນັ້ນ ພວກເຈົ້າ​ບໍ່​ຕ້ອງ​ສົນໃຈ​ໃນ​ຄຳເວົ້າ​ຂອງ​ລາວ.”’</verse>
			</chapter>
			<chapter number="19">
				<verse number="1">“ຫລັງຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ທຳລາຍ​ຊົນຊາດ​ຕ່າງໆ​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ ແລະ​ຫລັງຈາກ​ພວກເຈົ້າ​ໄດ້​ຢຶດເອົາ​ເມືອງ, ເຮືອນຊານ​ບ້ານຊ່ອງ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ທີ່​ນັ້ນ​ແລ້ວ</verse>
				<verse number="2">ໃຫ້​ແບ່ງ​ເຂດແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ​ນັ້ນ​ອອກ​ເປັນ​ສາມ​ສ່ວນ ແຕ່ລະ​ສ່ວນ​ໃຫ້​ມີ​ເມືອງ​ໜຶ່ງ ຊຶ່ງ​ໄປມາ​ຫາກັນ​ໄດ້​ຢ່າງ​ສະດວກ​ສະບາຍ. ແລ້ວ​ຜູ້ໃດ​ຜູ້ໜຶ່ງ​ທີ່​ຂ້າ​ຄົນ​ກໍ​ສາມາດ​ຫລົບ​ໜີ​ໄປ​ລີ້​ຢູ່​ໃນ​ເມືອງ​ໜຶ່ງ ໃນ​ເມືອງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ​ນັ້ນ​ໄດ້​ເພື່ອ​ຂໍ​ຄວາມ​ຄຸ້ມກັນ.</verse>
				<verse number="3"></verse>
				<verse number="4">ຖ້າ​ຄົນ​ໃດ​ຂ້າ​ຄົນ​ໜຶ່ງ​ໂດຍ​ບໍ່​ເຈດຕະນາ​ທີ່​ບໍ່ໄດ້​ເປັນ​ສັດຕູ​ຂອງຕົນ ລາວ​ກໍ​ໜີໄປ​ຫລົບລີ້​ຢູ່​ໃນ​ເມືອງ​ເຫຼົ່ານີ້​ໄດ້​ຢ່າງ​ປອດໄພ.</verse>
				<verse number="5">ຕົວຢ່າງ: ມີ​ສອງ​ຄົນ​ໄປ​ຕັດ​ຟືນ​ນຳ​ກັນ​ຢູ່​ໃນ​ປ່າ ແລະ​ໃນ​ຂະນະທີ່​ຄົນ​ໜຶ່ງ​ພວມ​ປໍ້າ​ຕົ້ນໄມ້​ລົງ​ນັ້ນ​ຫົວ​ຂວານ​ເລີຍ​ຫລຸດ​ອອກ​ຈາກ​ດ້າມ ແລະ​ໄປ​ຖືກ​ໝູ່​ຕາຍ; ລາວ​ແລ່ນ​ໜີ​ເຂົ້າ​ໄປ​ຫລົບລີ້​ຢູ່​ເມືອງ​ໜຶ່ງ​ໃນ​ສາມ​ເມືອງ​ນັ້ນ​ໄດ້​ຢ່າງ​ປອດໄພ.</verse>
				<verse number="6">ຖ້າ​ໃນ​ເຂດ​ນັ້ນ​ມີ​ເມືອງ​ດຽວ​ທັງ​ໄລຍະ​ທາງ​ຫາ​ເມືອງ​ນັ້ນ​ກໍ​ໄກ​ໂພດ ພີ່ນ້ອງ​ຜູ້​ທີ່​ມີ​ໜ້າທີ່​ຮັບຜິດຊອບ​ແກ້ແຄ້ນ​ແທນ​ຜູ້​ຕາຍ​ນັ້ນ​ອາດ​ນຳ​ມາ​ຈັບ​ລາວ​ທັນ ແລະ​ຂ້າ​ຄົນ​ບໍຣິສຸດ​ເພາະ​ຄວາມ​ໂກດຮ້າຍ​ກໍໄດ້. ເຖິງຢ່າງໃດ​ກໍຕາມ ລາວ​ໄດ້​ຂ້າ​ຄົນ​ນັ້ນ​ໂດຍ​ບໍ່​ເຈດຕະນາ ແລະ​ທັງ​ບໍ່ເຄີຍ​ເປັນ​ສັດຕູ​ກັນ​ມາ​ກ່ອນ​ດ້ວຍ.</verse>
				<verse number="7">ດ້ວຍເຫດນີ້ ຂ້າພະເຈົ້າ​ຈຶ່ງ​ບອກ​ພວກເຈົ້າ​ໃຫ້​ແຍກ​ເມືອງ​ລີ້ໄພ​ໄວ້​ສາມ​ເມືອງ.</verse>
				<verse number="8">ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຂະຫຍາຍ​ເຂດແດນ​ຂອງ​ພວກເຈົ້າ​ໃຫ້​ກວ້າງ​ອອກ​ໄປ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ບອກ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ແລະ​ມອບ​ດິນແດນ​ທັງໝົດ​ໃຫ້​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ແລ້ວ</verse>
				<verse number="9">ໃຫ້​ພວກເຈົ້າ​ເລືອກ​ເອົາ​ອີກ​ສາມ​ເມືອງ. (ພຣະອົງ​ຈະ​ມອບ​ດິນແດນ​ນີ້​ໃຫ້ ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ສິ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ສັ່ງ​ພວກເຈົ້າ​ໃນວັນນີ້ ແລະ​ຖ້າ​ພວກເຈົ້າ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ດຳເນີນ​ຊີວິດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ).</verse>
				<verse number="10">ຈົ່ງ​ປະຕິບັດ​ສິ່ງ​ນີ້​ເພື່ອ​ວ່າ​ຄົນ​ບໍຣິສຸດ​ຈະ​ບໍ່ໄດ້​ຖືກ​ຂ້າ ແລະ​ເພື່ອ​ພວກເຈົ້າ​ຈະ​ບໍ່ມີ​ໂທດ​ຖານ​ຂ້າ​ຄົນ ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="11">ແຕ່​ຖ້າ​ວ່າ​ຄົນ​ໜຶ່ງ​ຕັ້ງໃຈ​ຂ້າ​ສັດຕູ​ຂອງຕົນ​ຢ່າງ​ເລືອດ​ເຢັນ ແລ້ວ​ຄົນ​ນັ້ນ​ກໍ​ປົບໜີໄປ​ຂໍ​ຫລົບລີ້​ຢູ່​ໃນ​ເມືອງ​ໜຶ່ງ​ໃນ​ບັນດາ​ເມືອງ​ລີ້ໄພ.</verse>
				<verse number="12">ໃນ​ກໍລະນີ​ເຊັ່ນນີ້ ບັນດາ​ຜູ້ນຳ​ໃນ​ເມືອງ​ຂອງ​ຄົນ​ນັ້ນ ຕ້ອງ​ສັ່ງ​ຄົນ​ໄປ​ນຳ​ເອົາ​ລາວ​ມາ​ມອບ​ໃຫ້​ຍາດພີ່ນ້ອງ ຜູ້​ທີ່​ມີ​ໜ້າທີ່​ຮັບຜິດຊອບ​ແກ້ແຄ້ນ​ແທນ​ຜູ້​ຖືກ​ຂ້າ ເພື່ອ​ວ່າ​ຈະ​ໄດ້​ຂ້າ​ຊາຍ​ຄົນ​ນັ້ນ​ເສຍ.</verse>
				<verse number="13">ຢ່າ​ໄດ້​ປານີ​ຕໍ່​ຄົນ​ເຊັ່ນນີ້​ເລີຍ. ຈົ່ງ​ກຳຈັດ​ຜູ້ຂ້າຄົນ​ໃຫ້​ໝົດ​ໄປ​ຈາກ​ຊາດ​ອິດສະຣາເອນ ເພື່ອ​ວ່າ​ພວກເຈົ້າ​ຈະ​ຢູ່ເຢັນ​ເປັນສຸກ.”</verse>
				<verse number="14">“ຢ່າ​ຍົກຍ້າຍ​ຫລັກ​ໝາຍ​ເຂດແດນ​ຂອງ​ເພື່ອນບ້ານ ທີ່​ໄດ້​ປັກ​ໄວ້​ເປັນ​ເວລາ​ດົນນານ​ມາ​ແລ້ວ​ຢູ່​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ.”</verse>
				<verse number="15">“ພະຍານ​ປາກ​ດຽວ​ບໍ່​ພຽງພໍ​ຈະ​ຢືນຢັນ​ກ່າວໂທດ​ຜູ້​ເຮັດ​ຜິດ​ໄດ້; ຢ່າງໜ້ອຍ​ຕ້ອງ​ມີ​ພະຍານ​ສອງ​ຄົນ​ຂຶ້ນ​ໄປ ຈຶ່ງ​ຈະ​ພິສູດ​ໄດ້​ວ່າ​ຄົນ​ນັ້ນ​ໄດ້​ເຮັດ​ຜິດ.</verse>
				<verse number="16">ຖ້າ​ຄົນ​ໜຶ່ງ​ກ່າວ​ໃສ່ຮ້າຍ​ປ້າຍສີ​ຄົນ​ໜຶ່ງ​ວ່າ​ເຮັດ​ຜິດ</verse>
				<verse number="17">ກໍ​ໃຫ້​ທັງສອງ​ຝ່າຍ​ເຂົ້າ​ໄປ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຕໍ່ໜ້າ​ປະໂຣຫິດ​ກັບ​ຜູ້​ຕັດສິນ​ຄວາມ​ປະຈຳ​ໃນ​ສະໄໝ​ນັ້ນ​ຕັດສິນ​ຄວາມ​ໃຫ້.</verse>
				<verse number="18">ບັນດາ​ຜູ້​ຕັດສິນ​ຄວາມ​ຈະ​ສືບສວນ​ເບິ່ງ​ຄະດີ​ຢ່າງ​ຖ້ວນຖີ່ ແລະ​ຖ້າ​ພົບ​ວ່າ​ຄົນ​ໜຶ່ງ​ຫາ​ເລື່ອງ​ໃສ່ຮ້າຍ​ປ້າຍສີ​ພີ່ນ້ອງ​ອິດສະຣາເອນ​ຂອງ​ຕົນ</verse>
				<verse number="19">ຄົນ​ນັ້ນ​ກໍ​ຈະ​ໄດ້​ຮັບ​ໂທດ​ຂອງ​ຜູ້​ທີ່​ຖືກ​ກ່າວຫາ​ນັ້ນ. ດ້ວຍ​ວິທີ​ນີ້​ພວກເຈົ້າ​ຈະ​ໄດ້​ກຳຈັດ​ຄວາມ​ຊົ່ວຊ້າ​ໃຫ້​ໝົດສິ້ນ​ໄປ.</verse>
				<verse number="20">ແລ້ວ​ທຸກໆ​ຄົນ​ກໍ​ຈະ​ໄດ້ຍິນ​ເລື່ອງ​ທີ່​ໄດ້​ເກີດຂຶ້ນ ຕໍ່ໄປ​ພວກເຂົາ​ຈະ​ເກີດ​ຢ້ານກົວ ແລະ​ຈະ​ບໍ່ມີ​ໃຜ​ບັງອາດ​ເຮັດ​ເລື່ອງ​ຊົ່ວຊ້າ​ຢ່າງ​ນີ້​ອີກ.</verse>
				<verse number="21">ໃນ​ຄະດີ​ເຊັ່ນນີ້ ຢ່າ​ໄດ້​ປານີ​ເລີຍ; ໃຫ້​ວາງ​ມາດຕະການ​ລົງໂທດ​ໄວ້​ດັ່ງນີ້: ຊີວິດ​ແທນ​ຊີວິດ, ຕາ​ແທນ​ຕາ, ແຂ້ວ​ແທນ​ແຂ້ວ, ມື​ແທນ​ມື ແລະ​ຕີນ​ແທນ​ຕີນ.”</verse>
			</chapter>
			<chapter number="20">
				<verse number="1">“ເມື່ອ​ອອກ​ໄປ​ສູ້ຮົບ​ສັດຕູ​ແລະ​ເຫັນ​ລົດຮົບ​ພ້ອມ​ກັບ​ມ້າ​ເສິກ​ທັງ​ກອງທັບ ທີ່​ມີ​ກຳລັງ​ຫລາຍກວ່າ​ພວກເຈົ້າ ຢ່າ​ຢ້ານ​ພວກເຂົາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ອົງ​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ກໍ​ສະຖິດ​ຢູ່​ນຳ​ພວກເຈົ້າ.</verse>
				<verse number="2">ກ່ອນ​ຈະ​ລົງ​ມື​ເຂົ້າ​ສູ້ຮົບ ໃຫ້​ປະໂຣຫິດ​ອອກ​ມາ​ຂ້າງໜ້າ​ກ່າວ​ກັບ​ບັນດາ​ນັກຮົບ​ໃນ​ກອງທັບ​ວ່າ,</verse>
				<verse number="3">‘ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ໃຫ້​ດີ ໃນວັນນີ້​ພວກເຈົ້າ​ຈະ​ອອກ​ສູ່​ສະໜາມຮົບ. ຢ່າ​ຢ້ານ​ຂ້າເສິກ ຫລື​ເສຍຂວັນ ຫລື​ເກີດ​ອົນລະຫົນ​ວຸ້ນວາຍ​ເລີຍ.</verse>
				<verse number="4">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກໍ​ສະຖິດ​ຢູ່​ນຳ​ພວກເຈົ້າ ແລະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ໄຊຊະນະ.’</verse>
				<verse number="5">ແລ້ວ​ນາຍ​ທະຫານ​ທີ່​ມີ​ໜ້າທີ່​ເກນ​ຄົນ​ເປັນ​ທະຫານ​ຈະ​ກ່າວ​ວ່າ, ‘ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ ທີ່​ຫາ​ກໍ​ປຸກ​ເຮືອນ​ແລະ​ບໍ່​ທັນ​ເຂົ້າ​ໄປ​ຢູ່? ຖ້າ​ມີ ຈົ່ງ​ໃຫ້​ຜູ້​ນັ້ນ​ກັບຄືນ​ເມືອ​ຢູ່​ເຮືອນ​ສາ. ບໍ່​ດັ່ງນັ້ນ ລາວ​ອາດ​ຕາຍ​ໃນ​ສະໜາມຮົບ​ກໍໄດ້ ແລ້ວ​ຜູ້​ອື່ນ​ກໍ​ຈະ​ເຂົ້າ​ໄປ​ຢູ່​ເຮືອນ​ແທນ.</verse>
				<verse number="6">ມີ​ຜູ້ໃດ​ແດ່​ໃນ​ທີ່​ນີ້ ທີ່​ຫາ​ກໍ່​ໄດ້​ປູກ​ຕົ້ນອະງຸ່ນ​ໃໝ່? ຖ້າ​ມີ ຈົ່ງ​ໃຫ້​ຜູ້​ນັ້ນ​ກັບຄືນ​ເມືອ​ເຮືອນ​ສາ. ບໍ່​ດັ່ງນັ້ນ ລາວ​ອາດ​ຕາຍ​ໃນ​ສະໜາມຮົບ​ກໍໄດ້ ແລ້ວ​ຜູ້​ອື່ນ​ກໍ​ຈະ​ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ແທນ.</verse>
				<verse number="7">ມີ​ຜູ້ໃດ​ແດ່​ໃນ​ທີ່​ນີ້ ທີ່​ໄດ້​ໝັ້ນ​ຜູ້​ສາວ​ໄວ້​ແລ້ວ​ວ່າ​ຈະ​ແຕ່ງງານ? ຖ້າ​ມີ ຈົ່ງ​ໃຫ້​ຜູ້ນັ້ນ​ກັບຄືນ​ເມືອ​ເຮືອນ​ສາ ບໍ່​ດັ່ງນັ້ນ ລາວ​ອາດ​ຕາຍ​ໃນ​ສະໜາມຮົບ​ກໍໄດ້ ແລ້ວ​ຄົນອື່ນ​ກໍ​ຈະ​ໄດ້​ແຕ່ງງານ​ກັບ​ຜູ້​ສາວ​ທີ່​ຕົນ​ໄດ້​ໝັ້ນໝາຍ​ໄວ້​ນັ້ນ​ແທນ.’</verse>
				<verse number="8">ນາຍ​ທະຫານ​ຈະ​ກ່າວ​ກັບ​ນັກຮົບ​ອີກ​ວ່າ, ‘ມີ​ຜູ້ໃດ​ແດ່​ໃນ​ທີ່​ນີ້ ທີ່​ເສຍຂວັນ​ແລະ​ຢ້ານ? ຖ້າ​ມີ ຈົ່ງ​ໃຫ້​ຜູ້ນັ້ນ​ກັບຄືນ​ເມືອ​ເຮືອນ​ສາ. ບໍ່​ດັ່ງນັ້ນ ລາວ​ອາດ​ຈະ​ເຮັດ​ໃຫ້​ຜູ້​ອື່ນ​ເສຍຂວັນ​ໄປ​ນຳ​ເໝືອນກັນ.’</verse>
				<verse number="9">ເມື່ອ​ນາຍ​ທະຫານ​ເວົ້າ​ສຸດ​ແລ້ວ ໃຫ້​ເລືອກ​ເອົາ​ຫົວໜ້າ​ປະຈຳ​ແຕ່ລະ​ໜ່ວຍ.</verse>
				<verse number="10">ເມື່ອ​ພວກເຈົ້າ​ໄປ​ໂຈມຕີ​ເມືອງ​ໜຶ່ງ ໃນ​ຂັ້ນຕົ້ນ ຈົ່ງ​ໃຫ້​ໂອກາດ​ແກ່​ຊາວ​ເມືອງ​ນັ້ນ​ຍອມ​ຈຳນົນ.</verse>
				<verse number="11">ຖ້າ​ພວກເຂົາ​ໄຂ​ປະຕູ​ເມືອງ​ໃຫ້ ແລະ​ຍອມ​ຈຳນົນ​ໂດຍ​ດີ ຈົ່ງ​ເອົາ​ພວກເຂົາ​ທັງໝົດ​ເປັນ​ຄົນ​ຮັບໃຊ້ ແລະ​ໃຫ້​ເຮັດ​ວຽກ​ສຳລັບ​ພວກເຈົ້າ.</verse>
				<verse number="12">ຖ້າ​ຊາວ​ເມືອງ​ນັ້ນ​ບໍ່​ຍອມ​ເປັນ​ມິດໄມຕີ​ກັບ​ພວກເຈົ້າ, ແຕ່​ເລືອກເອົາ​ການ​ຕໍ່ສູ້​ພວກເຈົ້າ; ພວກເຈົ້າ​ຈົ່ງ​ເຂົ້າ​ລ້ອມ​ຕີ​ເອົາ​ເມືອງ​ນັ້ນ​ໄດ້.</verse>
				<verse number="13">ຕໍ່ມາ ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຈົ້າ​ໃຫ້​ຢຶດ​ເມືອງ​ໄດ້​ແລ້ວ ຈົ່ງ​ຂ້າ​ຜູ້ຊາຍ​ທຸກໆ​ຄົນ​ໃນ​ເມືອງ.</verse>
				<verse number="14">ແຕ່​ສ່ວນ​ຜູ້ຍິງ, ເດັກນ້ອຍ, ຝູງສັດ ແລະ​ສິ່ງຂອງ​ທັງໝົດ​ໃນ​ເມືອງ​ນັ້ນ ພວກເຈົ້າ​ຢຶດເອົາ​ເປັນ​ຂອງ​ຕົນເອງ​ໄດ້. ພວກເຈົ້າ​ອາດ​ຈະ​ໃຊ້​ທຸກໆ​ສິ່ງ​ທີ່​ເປັນ​ຂອງ​ຂ້າເສິກ​ໄດ້; ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ແລ້ວ.</verse>
				<verse number="15">ໃຫ້​ພວກເຈົ້າ​ຈັດການ​ຢ່າງ​ນີ້​ແຫຼະ ກັບ​ເມືອງ​ເຫຼົ່ານັ້ນ ທີ່​ຢູ່​ຫ່າງໄກ​ອອກ​ໄປ​ຈາກ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຕັ້ງ​ຫຼັກແຫຼ່ງ​ຢູ່​ນັ້ນ.</verse>
				<verse number="16">ແຕ່​ເມື່ອ​ພວກເຈົ້າ​ຢຶດຄອງ​ເມືອງ​ຕ່າງໆ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ນັ້ນ ຈົ່ງ​ຂ້າ​ທຸກໆ​ຄົນ​ຖິ້ມ.</verse>
				<verse number="17">ຈົ່ງ​ທຳລາຍ​ໝົດ​ທຸກຄົນ​ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ໄວ້​ດັ່ງນີ້: ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ການາອານ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.</verse>
				<verse number="18">ໃຫ້​ຂ້າ​ຄົນ​ເຫຼົ່ານີ້​ຖິ້ມ​ໝົດ​ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ນຳພາ​ພວກເຈົ້າ ໃຫ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໂດຍ​ສອນ​ພວກເຈົ້າ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ໜ້າລັງກຽດ ເມື່ອ​ພວກເຂົາ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຂອງ​ພວກເຂົາ.</verse>
				<verse number="19">ເມື່ອ​ພວກເຈົ້າ​ພະຍາຍາມ​ຈະ​ຢຶດຄອງ​ເມືອງ​ໜຶ່ງ ຢ່າ​ໄດ້​ປໍ້າ​ຕົ້ນໄມ້​ທີ່​ກິນ​ໝາກ ແມ່ນ​ວ່າ​ການ​ປິດລ້ອມ​ເມືອງ​ໄວ້​ນັ້ນ ຈະ​ໃຊ້​ເວລາ​ນານ​ກໍຕາມ. ພວກເຈົ້າ​ກິນ​ໝາກໄມ້​ນັ້ນ​ໄດ້ ແຕ່​ຢ່າ​ປໍ້າ​ຕົ້ນ​ມັນ​ຖິ້ມ ເພາະ​ມັນ​ບໍ່ແມ່ນ​ສັດຕູ​ຂອງ​ພວກເຈົ້າ.</verse>
				<verse number="20">ພວກເຈົ້າ​ອາດ​ປໍ້າ​ຕົ້ນໄມ້​ທີ່​ຮູ້ວ່າ​ບໍ່ມີ​ໝາກ​ກິນໄດ້ ເພື່ອ​ໃຊ້​ປິດລ້ອມ​ເມືອງ​ໄວ້​ໄດ້ ຈົນກວ່າ​ຈະ​ເຂົ້າ​ຢຶດຄອງ​ເມືອງ.”</verse>
			</chapter>
			<chapter number="21">
				<verse number="1">“ຖ້າ​ວ່າ​ຄົນ​ໄດ້​ພົບ​ຜູ້ໜຶ່ງ​ທີ່​ຖືກ​ຂ້າ​ຢູ່​ໃນ​ທົ່ງນາ ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້ ແລະ​ພວກເຈົ້າ​ບໍ່​ຮູ້​ວ່າ​ແມ່ນ​ໃຜ​ເປັນ​ຜູ້​ຂ້າ</verse>
				<verse number="2">ກໍ​ໃຫ້​ພວກ​ຜູ້ນຳ​ແລະ​ພວກ​ຜູ້ຕັດສິນ​ອອກ​ໄປ​ແທກ​ເບິ່ງ​ໄລຍະ​ທາງ ຈາກ​ບ່ອນ​ທີ່​ພົບ​ສົບ​ຜູ້​ຕາຍ​ໃສ່​ເມືອງ​ຕ່າງໆ​ທີ່​ໃກ້ຄຽງ.</verse>
				<verse number="3">ແລ້ວ​ໃຫ້​ພວກ​ຜູ້ນຳ​ໃນ​ເມືອງ​ທີ່​ຢູ່​ໃກ້ຊິດ​ກັບ​ບ່ອນ​ພົບ​ສົບ​ນັ້ນ ເລືອກ​ເອົາ​ງົວແມ່​ໜຸ່ມ​ໂຕໜຶ່ງ​ທີ່​ບໍ່ເຄີຍ​ໃຊ້​ວຽກ​ມາ​ກ່ອນ.</verse>
				<verse number="4">ແລ້ວ​ໃຫ້​ພວກເຂົາ​ນຳ​ມັນ​ໄປ​ບ່ອນ​ໜຶ່ງ​ໃກ້​ຫວ້ຍນໍ້າ​ທີ່​ບໍ່ເຄີຍ​ແຫ້ງ​ຈັກເທື່ອ ແລະ​ດິນ​ຢູ່​ໃນ​ທີ່ນັ້ນ​ກໍ​ບໍ່ເຄີຍ​ຂຸດ​ຄົ້ນ​ປູກຝັງ​ມາ​ກ່ອນ ແລ້ວ​ໃຫ້​ຫັກ​ຄໍ​ງົວແມ່​ໜຸ່ມ​ຢູ່​ທີ່​ນັ້ນ.</verse>
				<verse number="5">ໃຫ້​ພວກ​ປະໂຣຫິດ​ຊາວ​ເລວີ​ໄປ​ຮ່ວມ​ໃນ​ພິທີ​ເໝືອນກັນ ເພາະ​ແມ່ນ​ພວກເຂົາ​ທີ່​ເປັນ​ຜູ້ຕັດສິນ​ຊີ້ຂາດ​ທຸກໆ​ຄະດີ​ຕາມ​ກົດບັນຍັດ​ກ່ຽວກັບ​ການ​ທຳລາຍ​ຮ່າງກາຍ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເລືອກ​ເອົາ​ປະໂຣຫິດ​ຊາວ​ເລວີ​ໃຫ້​ຮັບໃຊ້​ພຣະອົງ ແລະ​ໃຫ້​ກ່າວ​ຄຳອວຍພອນ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="6">ແລ້ວ​ຈົ່ງ​ໃຫ້​ພວກ​ຜູ້ນຳ​ທັງໝົດ​ຂອງ​ເມືອງ ຊຶ່ງ​ໃກ້​ທີ່ສຸດ​ກັບ​ບ່ອນ​ທີ່​ພົບ​ສົບ​ຄົນຕາຍ​ລ້າງ​ມື​ໃສ່​ເທິງ​ງົວ</verse>
				<verse number="7">ແລະ​ເວົ້າ​ວ່າ, ‘ພວກເຮົາ​ບໍ່ໄດ້​ຂ້າ​ຊາຍ​ຄົນ​ນີ້ ແລະ​ພວກເຮົາ​ບໍ່​ຮູ້​ວ່າ​ແມ່ນ​ໃຜ​ເປັນ​ຜູ້​ຂ້າ.</verse>
				<verse number="8">ພຣະເຈົ້າຢາເວ​ເອີຍ ໂຜດ​ຍົກໂທດ​ໃຫ້​ຊາວ​ອິດສະຣາເອນ​ດ້ວຍ​ເຖີດ ຄື​ປະຊາຊົນ​ທີ່​ພຣະອົງ​ໄດ້​ຊ່ວຍກູ້​ອອກ​ມາ​ຈາກ​ປະເທດ​ເອຢິບ. ໂຜດ​ຍົກໂທດ​ໃຫ້​ພວກ​ຂ້ານ້ອຍ ແລະ​ຢ່າ​ໃຫ້​ພວກ​ຂ້ານ້ອຍ​ຮັບຜິດຊອບ​ເລື່ອງ​ການຕາຍ​ຂອງ​ຄົນ​ໜຶ່ງ ທີ່​ບໍ່​ຮູ້​ຜູ້​ສັງຫານ.’</verse>
				<verse number="9">ສະນັ້ນ ເມື່ອ​ເຮັດ​ຕາມ​ພຣະເຈົ້າຢາເວ​ໄດ້​ກຳນົດ​ແລ້ວ ພວກເຈົ້າ​ກໍ​ຈະ​ບໍ່​ເປັນ​ຜູ້​ຮັບຜິດຊອບ​ສຳລັບ​ການ​ຂ້າ​ຄົນ.”</verse>
				<verse number="10">“ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໃຫ້​ພວກເຈົ້າ​ໄຊຊະນະ​ຢູ່​ໃນ​ສະໜາມຮົບ​ແລະ​ຈັບ​ຊະເລີຍເສິກ​ໄດ້</verse>
				<verse number="11">ພວກເຈົ້າ​ອາດ​ຈະ​ເຫັນ​ຍິງ​ສາວ​ທີ່​ສວຍງາມ​ໃນ​ທ່າມກາງ​ພວກ​ຊະເລີຍເສິກ​ກໍໄດ້ ແລະ​ຢາກ​ໄດ້​ນາງ​ມາ​ເປັນ​ເມຍ.</verse>
				<verse number="12">ຈົ່ງ​ນຳ​ນາງ​ເມືອ​ເຮືອນ​ຂອງ​ພວກເຈົ້າ​ແລະ​ໃຫ້​ນາງ​ແຖ​ຫົວ ຕັດ​ເລັບ​ມື</verse>
				<verse number="13">ແລະ​ປ່ຽນ​ເສື້ອຜ້າ​ໃຫ້​ນາງ​ຢູ່​ໃນ​ເຮືອນ ແລະ​ໄວ້ທຸກ​ໃຫ້​ພໍ່​ແມ່​ຂອງ​ນາງ​ໜຶ່ງ​ເດືອນ; ຫລັງຈາກ​ນັ້ນ​ແລ້ວ ພວກເຈົ້າ​ຈຶ່ງ​ເອົາ​ນາງ​ໄປ​ເປັນ​ເມຍ​ໄດ້.</verse>
				<verse number="14">ຕໍ່ມາ ຖ້າ​ພວກເຈົ້າ​ບໍ່​ຕ້ອງການ​ນາງ​ອີກ ຈົ່ງ​ປ່ອຍ​ນາງ​ໃຫ້​ເປັນ​ອິດສະຫລະ. ເມື່ອ​ພວກເຈົ້າ​ໄດ້​ບັງຄັບ​ນາງ​ໃຫ້​ເປັນ​ເມຍ ສະນັ້ນ ຈຶ່ງ​ບໍ່​ສົມຄວນ​ທີ່​ພວກເຈົ້າ​ຈະ​ປະຕິບັດ​ຕໍ່​ນາງ​ຢ່າງ​ຄົນ​ຮັບໃຊ້ ໂດຍ​ຂາຍ​ນາງ​ຕໍ່​ໃຫ້​ຄົນອື່ນ.”</verse>
				<verse number="15">“ຖ້າ​ວ່າ​ຊາຍ​ຜູ້ໜຶ່ງ​ມີ​ເມຍ​ສອງ​ຄົນ ແລະ​ທັງສອງ​ກໍ​ເກີດ​ລູກ​ຜູ້ຊາຍ. ແຕ່​ລູກຊາຍ​ຄົນ​ທຳອິດ​ບໍ່ແມ່ນ​ລູກ​ທີ່​ເກີດ​ຈາກ​ເມຍ​ທີ່​ຕົນ​ຮັກ.</verse>
				<verse number="16">ເມື່ອ​ຊາຍ​ຄົນ​ນີ້​ຕົກລົງ​ຈະ​ແບ່ງປັນ​ມໍຣະດົກ​ໃຫ້​ແກ່​ລູກໆ​ຂອງຕົນ ລາວ​ບໍ່​ຕ້ອງ​ເຂົ້າ​ຂ້າງ​ລູກຊາຍ​ຂອງ​ເມຍ​ທີ່​ຕົນ​ຮັກ ໂດຍ​ມອບ​ມໍຣະດົກ​ຂອງ​ລູກ​ເມຍ​ກົກ​ໃຫ້​ລາວ.</verse>
				<verse number="17">ລາວ​ຕ້ອງ​ແບ່ງ​ມໍຣະດົກ​ສອງ​ເທົ່າ​ໃຫ້​ລູກຊາຍ​ຄົນ​ກົກ ເຖິງ​ແມ່ນ​ວ່າ​ລາວ​ບໍ່ແມ່ນ​ລູກຊາຍ​ຂອງ​ເມຍ​ທີ່​ຕົນ​ຮັກ​ກໍຕາມ. ຊາຍ​ຜູ້ໜຶ່ງ​ຕ້ອງ​ຮັບ​ຮູ້​ສິດທິ​ຂອງ​ລູກຊາຍກົກ​ຂອງຕົນ ແລະ​ແບ່ງ​ມໍຣະດົກ​ທີ່​ຖືກ​ຕາມ​ກົດໝາຍ​ທີ່​ລາວ​ສົມຄວນ​ຈະ​ໄດ້​ຮັບ​ໃຫ້​ແກ່​ລາວ.”</verse>
				<verse number="18">“ຖ້າ​ວ່າ​ຜູ້ໜຶ່ງ​ມີ​ລູກຊາຍ​ທີ່​ດື້ດ້ານ​ແລະ​ບໍ່​ຢູ່​ໃນ​ຄຳ​ໂອວາດ ຄື​ລູກຊາຍ​ທີ່​ບໍ່​ຟັງ​ຄວາມ​ພໍ່​ແມ່​ຂອງ​ຕົນ ເຖິງ​ແມ່ນ​ວ່າ​ພໍ່​ແມ່​ໄດ້​ລົງໂທດ​ລາວ​ແລ້ວ​ກໍຕາມ.</verse>
				<verse number="19">ພໍ່​ແມ່​ຕ້ອງ​ນຳ​ລູກຊາຍ​ຂອງ​ຕົນ​ໄປ​ຫາ​ພວກ​ຜູ້ນຳ​ໃນ​ເມືອງ​ທີ່​ຕົນ​ອາໄສ​ຢູ່ ແລະ​ນຳ​ລາວ​ຂຶ້ນ​ສານ.</verse>
				<verse number="20">ພໍ່​ແມ່​ຕ້ອງ​ເວົ້າ​ກັບ​ພວກເພິ່ນ​ວ່າ, ‘ລູກຊາຍ​ຂອງ​ພວກ​ຂ້ານ້ອຍ​ດື້ດ້ານ​ທັງ​ບໍ່​ຢູ່​ໃນ​ຄຳ​ໂອວາດ ແລະ​ບໍ່​ເຊື່ອຟັງ​ພວກ​ຂ້ານ້ອຍ​ດ້ວຍ; ລາວ​ລ້າງຜານ​ເງິນຄຳ​ແລະ​ຕິດເຫລົ້າ​ເມົາສຸຣາ.’</verse>
				<verse number="21">ແລ້ວ​ຊາວ​ເມືອງ​ກໍ​ຈະ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ລາວ​ໃຫ້​ເຖິງ​ຕາຍ. ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ຈະ​ກຳຈັດ​ຄວາມ​ຊົ່ວຊ້າ​ເຊັ່ນນີ້​ໃຫ້​ໝົດ​ໄປ​ໄດ້. ທຸກຄົນ​ໃນ​ຊາດ​ອິດສະຣາເອນ​ຈະ​ໄດ້ຍິນ​ສິ່ງ​ທີ່​ເກີດຂຶ້ນ ແລະ​ພວກເຂົາ​ຈະ​ຢ້ານກົວ.”</verse>
				<verse number="22">“ຖ້າ​ຄົນ​ໜຶ່ງ​ຖືກ​ປະຫານ​ສຳລັບ​ຄວາມຜິດ​ທາງ​ອາດຍາ​ໂດຍ​ການ​ແຂວນຄໍ</verse>
				<verse number="23">ຢ່າ​ປ່ອຍ​ຊາກສົບ​ແຂວນ​ໄວ້​ຈົນ​ຮອດ​ກາງຄືນ. ໃຫ້​ຝັງ​ຊາກສົບ​ຂອງ​ຄົນ​ນີ້​ໃນ​ມື້​ນັ້ນ​ໂລດ ເພາະ​ຊາກສົບ​ຂອງ​ຄົນຕາຍ​ທີ່​ຖືກ​ແຂວນຄໍ​ກັບ​ເສົາ ນຳ​ຄວາມ​ສາບແຊ່ງ​ຂອງ​ພຣະເຈົ້າ​ມາ​ສູ່​ດິນແດນ. ຈົ່ງ​ຝັງ​ຊາກສົບ​ນັ້ນ​ສາ ເພື່ອ​ບໍ່​ເປັນ​ການ​ນຳ​ການ​ສາບແຊ່ງ​ມາ​ສູ່​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້.”</verse>
			</chapter>
			<chapter number="22">
				<verse number="1">“ຖ້າ​ພວກເຈົ້າ​ເຫັນ​ງົວ​ຫລື​ແກະ​ຂອງ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຫລົງ​ມາ ຢ່າ​ໄດ້​ເຮັດ​ເມີນເສີຍ; ຈົ່ງ​ນຳ​ສັດ​ນັ້ນ​ກັບ​ໄປ​ສົ່ງ​ຄືນ​ໃຫ້​ເຈົ້າຂອງ.</verse>
				<verse number="2">ແຕ່​ຖ້າ​ເຈົ້າຂອງ​ສັດ​ຢູ່​ຫ່າງໄກ​ຫລື​ບໍ່​ຮູ້​ວ່າ​ຜູ້ໃດ​ເປັນ​ເຈົ້າຂອງ​ສັດ ກໍ​ໃຫ້​ນຳ​ສັດ​ນັ້ນ​ເມືອ​ບ້ານ​ຂອງຕົນ. ເມື່ອ​ເຈົ້າຂອງ​ສັດ​ມາ​ຕາມ​ຫາ ຈົ່ງ​ສົ່ງ​ສັດ​ນັ້ນ​ຄືນ​ໃຫ້​ເຈົ້າຂອງ.</verse>
				<verse number="3">ຈົ່ງ​ປະຕິບັດ​ເຊັ່ນດຽວ​ກັນ​ຖ້າ​ພວກເຈົ້າ​ພົບ​ລໍ ເຄື່ອງນຸ່ງຫົ່ມ ແລະ​ສິ່ງ​ອື່ນໆ​ທີ່​ພີ່ນ້ອງ​ຊາວ​ອິດສະຣາເອນ​ໄດ້​ເຮັດ​ເສຍ.</verse>
				<verse number="4">ຖ້າ​ລໍ​ຫລື​ງົວ​ຂອງ​ພີ່ນ້ອງ​ຊາວ​ອິດສະຣາເອນ​ລົ້ມ​ລົງ ຢ່າ​ໄດ້​ເຮັດ​ເມີນເສີຍ. ຈົ່ງ​ຊ່ວຍ​ລາວ​ຊູ​ສັດ​ນັ້ນ​ຂຶ້ນ.</verse>
				<verse number="5">ຜູ້ຍິງ​ຕ້ອງ​ບໍ່​ນຸ່ງ​ເຄື່ອງ​ຜູ້ຊາຍ ແລະ​ຜູ້ຊາຍ​ຕ້ອງ​ບໍ່​ນຸ່ງ​ເຄື່ອງ​ຜູ້ຍິງ; ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ຄົນ​ທີ່​ເຮັດ​ເຊັ່ນນັ້ນ.</verse>
				<verse number="6">ຖ້າ​ພວກເຈົ້າ​ພົບ​ຮັງ​ນົກ​ຢູ່​ເທິງ​ຕົ້ນໄມ້​ຫລື​ເທິງ​ພື້ນດິນ ທີ່​ແມ່​ຂອງ​ມັນ​ກຳລັງ​ຟັກໄຂ່​ຫລື​ເຝົ້າ​ລູກ​ຂອງ​ມັນ​ຢູ່​ພວກເຈົ້າ​ບໍ່​ຕ້ອງ​ຈັບ​ແມ່​ຂອງ​ມັນ​ໄປ.</verse>
				<verse number="7">ພວກເຈົ້າ​ອາດ​ຈະ​ເອົາ​ລູກ​ນົກ​ໄປ​ໄດ້​ແຕ່​ປ່ອຍ​ແມ່​ຂອງ​ມັນ​ໄປ ເພື່ອ​ວ່າ​ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່​ຍືນຍາວ​ແລະ​ຈະເລີນ​ຮຸ່ງເຮືອງ.</verse>
				<verse number="8">ເມື່ອ​ພວກເຈົ້າ​ສ້າງ​ເຮືອນ​ໃໝ່​ໃຫ້​ເຮັດ​ຂອບ​ເທິງ​ຫລັງຄາ​ເຮືອນ​ໄວ້. ແລ້ວ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ຮັບຜິດຊອບ ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຕົກລົງ​ຕາຍ.</verse>
				<verse number="9">ຢ່າ​ປູກ​ພືດ​ໃດໆ​ໃນ​ບ່ອນ​ດຽວ​ກັບ​ສວນອະງຸ່ນ; ຖ້າ​ພວກເຈົ້າ​ຂືນ​ເຮັດ ພວກເຈົ້າ​ບໍ່​ຕ້ອງ​ໃຊ້​ພືດຜົນ​ທັງສອງ​ຢ່າງ​ທີ່​ໄດ້​ມາ​ຈາກ​ສວນ​ນັ້ນ.</verse>
				<verse number="10">ຢ່າ​ເອົາ​ງົວເຖິກ​ແລະ​ລໍ​ທຽມ​ແອກ​ນຳ​ກັນ​ໃຊ້​ໄຖ​ນາ.</verse>
				<verse number="11">ຢ່າ​ນຸ່ງ​ເຄື່ອງ​ທີ່​ໃຊ້​ຂົນແກະ​ແລະ​ຜ້າປ່ານ​ຕໍ່າ​ປົນ​ກັນ.</verse>
				<verse number="12">ຈົ່ງ​ຫຍິບ​ຍອຍ​ໃສ່​ສີ່​ແຈ​ເສື້ອຄຸມ​ຂອງ​ພວກເຈົ້າ.”</verse>
				<verse number="13">“ຖ້າ​ວ່າ​ຊາຍ​ຜູ້ໜຶ່ງ​ໄດ້​ແຕ່ງງານ​ກັບ​ຍິງ​ຜູ້ໜຶ່ງ ແລະ​ຕໍ່ມາ​ລາວ​ບໍ່​ຕ້ອງການ​ນາງ​ອີກ.</verse>
				<verse number="14">ດັ່ງນັ້ນ ລາວ​ຈຶ່ງ​ຫາ​ເຫດຜົນ​ອັນ​ບໍ່ຈິງ​ກ່າວ​ຟ້ອງ​ນາງ​ວ່າ ເປັນ​ຍິງ​ບໍ່​ບໍຣິສຸດ​ເມື່ອ​ເຂົາ​ແຕ່ງງານ​ກັນ​ແລ້ວ.</verse>
				<verse number="15">ຖ້າ​ເຫດການ​ເຊັ່ນນີ້​ເກີດຂຶ້ນ​ໃຫ້​ພໍ່​ແມ່​ຂອງ​ຝ່າຍຍິງ​ເອົາ​ຜ້າປູ​ບ່ອນນອນ ທີ່​ມີ​ຮອຍ​ເລືອດ​ໃນ​ຄືນ​ມື້​ແຕ່ງງານ​ຊຶ່ງ​ພິສູດ​ວ່າ​ນາງ​ເປັນ​ສາວ​ບໍຣິສຸດ ແລະ​ນຳ​ໄປ​ທີ່​ສານ​ເພື່ອ​ໃຫ້​ພວກ​ຫົວໜ້າ​ປົກຄອງ​ເມືອງ​ເບິ່ງ.</verse>
				<verse number="16">ພໍ່​ຂອງ​ຝ່າຍຍິງ​ນັ້ນ​ຈະ​ຕ້ອງ​ເວົ້າ​ກັບ​ຜູ້ປົກຄອງ​ເມືອງ​ວ່າ ‘ຂ້າພະເຈົ້າ​ເອງ​ເປັນ​ຜູ້​ມອບ​ລູກສາວ​ໃຫ້​ແຕ່ງງານ​ກັບ​ຊາຍ​ຄົນ​ນີ້, ແຕ່​ມາບັດນີ້​ລາວ​ບໍ່​ຕ້ອງການ​ນາງ.</verse>
				<verse number="17">ລາວ​ໄດ້​ຫາ​ເຫດ​ອັນ​ບໍ່ຈິງ​ຟ້ອງ​ນາງ​ໂດຍ​ເວົ້າ​ຕໍ່​ນາງ​ວ່າ ນາງ​ບໍ່​ບໍຣິສຸດ​ເມື່ອ​ລາວ​ໄດ້​ນາງ​ມາ​ເປັນ​ເມຍ​ແລ້ວ. ຈົ່ງ​ເບິ່ງ​ຮອຍ​ເລືອດ​ທີ່​ຕິດ​ຜ້າ​ປູບ່ອນ​ນີ້​ດູ’</verse>
				<verse number="18">ແລ້ວ​ໃຫ້​ບັນດາ​ຫົວໜ້າ​ຜູ້ປົກຄອງ​ເມືອງ ເອົາ​ຜົວ​ຂອງ​ຍິງ​ນັ້ນ​ໄປ​ຂ້ຽນ.</verse>
				<verse number="19">ໃຫ້​ພວກເຂົາ​ປັບໄໝ​ລາວ​ອີກ​ເປັນ​ເງິນ​ຮ້ອຍ​ຫລຽນ ແລະ​ມອບ​ເງິນ​ໃຫ້​ພໍ່​ຂອງ​ຝ່າຍຍິງ​ຍ້ອນ​ຊາຍ​ຜູ້​ນີ້​ໄດ້​ນຳ​ການ​ສາບແຊ່ງ​ມາ​ສູ່​ຍິງ​ອິດສະຣາເອນ. ບໍ່​ແລ້ວ​ແຕ່​ເທົ່ານັ້ນ ນາງ​ຍັງ​ຈະ​ຕ້ອງ​ເປັນ​ເມຍ​ຂອງ​ລາວ​ຕໍ່ໄປ ແລະ​ຈະ​ປະຮ້າງ​ນາງ​ບໍ່ໄດ້​ຕະຫລອດ​ຊີວິດ.</verse>
				<verse number="20">ແຕ່​ຖ້າ​ການ​ກ່າວ​ຟ້ອງ​ນັ້ນ​ເປັນ​ຄວາມຈິງ ແລະ​ບໍ່ມີ​ຂໍ້​ພິສູດ​ໃດໆ​ວ່າ​ຍິງ​ນັ້ນ​ບໍຣິສຸດ</verse>
				<verse number="21">ກໍ​ໃຫ້​ນຳ​ຍິງ​ນັ້ນ​ອອກ​ໄປ​ທີ່​ປະຕູ​ເຮືອນ​ພໍ່​ຂອງ​ນາງ ແລ້ວ​ໃຫ້​ຊາວ​ເມືອງ​ແກວ່ງ​ກ້ອນຫີນ​ໃສ່​ໃຫ້​ຕາຍ​ໃນ​ທີ່ນັ້ນ. ນາງ​ໄດ້​ເຮັດ​ສິ່ງ​ທີ່​ອັບອາຍ​ຂາຍໜ້າ​ທ່າມກາງ​ຊາວ​ເມືອງ​ຂອງ​ພວກເຮົາ ໂດຍ​ສົມສູ່​ທາງເພດ​ກ່ອນ​ແຕ່ງງານ​ຄາວ​ທີ່​ນາງ​ໄດ້​ອາໄສ​ຢູ່​ນຳ​ພໍ່​ແມ່. ໃນ​ທຳນອງນີ້​ພວກເຈົ້າ​ຈຶ່ງ​ຈະ​ກຳຈັດ​ຄວາມ​ຊົ່ວຮ້າຍ​ນີ້.</verse>
				<verse number="22">ຖ້າ​ຊາຍ​ຄົນ​ໜຶ່ງ​ຖືກ​ຈັບ​ໄດ້​ໃນ​ຂະນະທີ່​ລາວ​ສົມສູ່​ກັບ​ເມຍ​ຂອງ​ຄົນອື່ນ ກໍ​ໃຫ້​ລົງໂທດ​ທັງສອງ​ຄົນ​ເຖິງ​ຕາຍ. ໃນ​ທຳນອງນີ້​ພວກເຈົ້າ​ຈຶ່ງ​ຈະ​ກຳຈັດ​ຄວາມ​ຊົ່ວຮ້າຍ​ນີ້.</verse>
				<verse number="23">ຖ້າ​ວ່າ​ຊາຍ​ຜູ້ໜຶ່ງ​ຖືກ​ຈັບ​ໄດ້​ໃນ​ເມືອງ ໃນ​ຂະນະທີ່​ລາວ​ສົມສູ່​ກັບ​ຍິງ​ສາວ​ທີ່​ມີ​ຄູ່ໝັ້ນ​ແລ້ວ</verse>
				<verse number="24">ໃຫ້​ນຳ​ເຂົາ​ທັງສອງ​ອອກ​ໄປ​ນອກເມືອງ ແລະ​ແກວ່ງ​ກ້ອນຫີນ​ໃສ່​ໃຫ້​ຕາຍ. ຜູ້ຍິງ​ນີ້​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ​ເພາະ​ນາງ​ບໍ່ໄດ້​ຮ້ອງ​ຂໍ​ໃຫ້​ຊ່ວຍເຫລືອ ເຖິງ​ແມ່ນ​ນາງ​ຢູ່​ໃນ​ເມືອງ​ບ່ອນ​ທີ່​ຄົນ​ຍິນ​ສຽງ​ໄດ້. ສ່ວນ​ຜູ້ຊາຍ​ນັ້ນ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ ເພາະ​ລາວ​ໄດ້​ສົມສູ່​ກັບ​ຍິງ​ທີ່​ມີ​ຄູ່ໝັ້ນ​ແລ້ວ. ໃນ​ທຳນອງນີ້​ພວກເຈົ້າ​ຈຶ່ງ​ຈະ​ກຳຈັດ​ຄວາມ​ຊົ່ວຮ້າຍ​ນີ້.</verse>
				<verse number="25">ຖ້າ​ວ່າ​ຊາຍ​ຜູ້ໜຶ່ງ​ຂົ່ມຂືນ​ຍິງ​ສາວ​ທີ່​ມີ​ຄູ່ໝັ້ນ​ແລ້ວ​ຢູ່​ນອກເມືອງ ໃຫ້​ລົງໂທດ​ຊາຍ​ຄົນ​ນີ້​ຜູ້​ດຽວ​ໃຫ້​ເຖິງ​ຕາຍ;</verse>
				<verse number="26">ຢ່າ​ເຮັດ​ຫຍັງ​ແກ່​ຜູ້ຍິງ​ນັ້ນ​ເລີຍ ເພາະ​ນາງ​ບໍ່ໄດ້​ເຮັດ​ຜິດ​ເຖິງ​ຂັ້ນ​ໂທດ​ປະຫານ. ຄະດີ​ນີ້​ແມ່ນ​ຢ່າງ​ດຽວ​ກັບ ເມື່ອ​ຊາຍ​ຄົນ​ໜຶ່ງ​ຕີ​ຊາຍ​ອີກ​ຄົນ​ໜຶ່ງ​ແລະ​ຂ້າ​ລາວ.</verse>
				<verse number="27">ຊາຍ​ຄົນ​ນັ້ນ​ໄດ້​ຂົ່ມຂືນ​ຍິງ​ທີ່​ມີ​ຄູ່ໝັ້ນ​ແລ້ວ​ທີ່​ນອກເມືອງ ເຖິງ​ແມ່ນ​ວ່າ​ນາງ​ຈະ​ຮ້ອງ​ໃຫ້​ຊ່ວຍເຫລືອ​ກໍ​ບໍ່ມີ​ຜູ້ໃດ​ມາ​ຊ່ວຍເຫລືອ​ນາງ​ໄດ້.</verse>
				<verse number="28">ຖ້າ​ວ່າ​ຊາຍ​ຜູ້ໜຶ່ງ​ຖືກ​ຈັບ​ໄດ້​ໃນ​ຂະນະທີ່​ຂົ່ມຂືນ​ຜູ້​ສາວ​ຍັງ​ບໍ່ມີ​ຄູ່ໝັ້ນ​ເທື່ອ</verse>
				<verse number="29">ລາວ​ຈະ​ຕ້ອງ​ຈ່າຍ​ເງິນ​ຫ້າສິບ​ຫລຽນ​ໃຫ້​ພໍ່​ຂອງ​ຍິງ​ນັ້ນ ແລ້ວ​ໃຫ້​ລາວ​ຮັບ​ເອົາ​ນາງ​ໄປ​ເປັນ​ເມຍ​ຂອງຕົນ ເພາະ​ລາວ​ໄດ້​ບັງຄັບ​ນາງ​ໃຫ້​ສົມສູ່​ທາງເພດ​ກັບ​ຕົນ. ລາວ​ຈະ​ຢ່າຮ້າງ​ນາງ​ບໍ່ໄດ້​ຕະຫລອດ​ຊີວິດ.</verse>
				<verse number="30">ຢ່າ​ໃຫ້​ຊາຍ​ຜູ້ໃດ​ເຮັດ​ໃຫ້​ພໍ່​ຂອງຕົນ​ຕ້ອງ​ໄດ້​ຖືກ​ອັບອາຍ​ຂາຍໜ້າ ໂດຍ​ສົມສູ່​ທາງເພດ​ກັບ​ເມຍນ້ອຍ​ຂອງ​ເພິ່ນ.”</verse>
			</chapter>
			<chapter number="23">
				<verse number="1">“ຢ່າ​ນັບ​ຜູ້​ທີ່​ຖືກ​ຕອນ​ຫລື​ຜູ້​ທີ່​ມີ​ອະໄວຍະວະ​ສືບພັນ​ພິການ ເຂົ້າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="2">ຢ່າ​ນັບ​ລູກ​ທີ່​ເກີດ​ນອກ​ການ​ແຕ່ງງານ ຫລື​ລູກຫລານ​ຂອງ​ລາວ​ເຖິງ​ສິບ​ຊົ່ວ​ເຊັ່ນ​ຄົນ ເຂົ້າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="3">ຢ່າ​ນັບ​ຊາວ​ອຳໂມນ​ຫລື​ຊາວ​ໂມອາບ ຫລື​ລູກຫລານ​ຂອງ​ພວກເຂົາ​ເຖິງ​ສິບ​ຊົ່ວ​ເຊັ່ນ​ຄົນ ເຂົ້າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="4">ພວກເຂົາ​ບໍ່​ຍອມ​ໃຫ້​ສະບຽງ​ອາຫານ​ແລະ​ນໍ້າ​ແກ່​ພວກເຈົ້າ ຄາວ​ເມື່ອ​ພວກເຈົ້າ​ໄດ້​ເດີນທາງ​ອອກ​ມາ​ຈາກ​ປະເທດ​ເອຢິບ, ແຕ່​ພວກເຂົາ​ຊໍ້າ​ໄດ້​ຈ້າງ​ບາລາອາມ ລູກຊາຍ​ຂອງ​ເບອໍ​ຈາກ​ເມືອງ​ເປໂທ​ໃນ​ເມໂຊໂປຕາເມຍ ມາ​ສາບແຊ່ງ​ພວກເຈົ້າ.</verse>
				<verse number="5">ແຕ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ບໍ່ໄດ້​ຟັງ​ບາລາອາມ; ພຣະອົງ​ຈຶ່ງ​ປ່ຽນ​ຄຳສາບແຊ່ງ​ນັ້ນ​ມາ​ເປັນ​ຄຳອວຍພອນ ເພາະວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຮັກ​ພວກເຈົ້າ.</verse>
				<verse number="6">ຕາບໃດ​ທີ່​ພວກເຈົ້າ​ເປັນ​ຊົນຊາດ​ໜຶ່ງ​ຢູ່ ຢ່າ​ຊ່ວຍເຫລືອ​ຊົນຊາດ​ເຫຼົ່ານີ້​ຢ່າງໃດ​ຢ່າງໜຶ່ງ ໃຫ້​ຈະເລີນ​ຮຸ່ງເຮືອງ​ຈັກເທື່ອ.</verse>
				<verse number="7">ຢ່າ​ດູໝິ່ນ​ປະໝາດ​ຊາວ​ເອໂດມ ເພາະ​ພວກເຂົາ​ເປັນ​ຍາດພີ່ນ້ອງ​ຂອງ​ພວກເຈົ້າ. ຢ່າ​ນຳ​ການ​ສາບແຊ່ງ​ມາ​ສູ່​ຊາວ​ເອຢິບ ເພາະ​ຄັ້ງ​ໜຶ່ງ​ພວກເຈົ້າ​ເຄີຍ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ.</verse>
				<verse number="8">ໃນ​ພາຍ​ຄັ້ງ​ໜ້າ ລູກຫລານ​ຂອງ​ພວກເຂົາ​ໃນ​ສາມ​ສີ່​ຊົ່ວ​ເຊັ່ນ​ຄົນ ອາດ​ຈະ​ຖືກ​ນັບ​ເຂົ້າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ກໍໄດ້.”</verse>
				<verse number="9">“ເມື່ອ​ພວກເຈົ້າ​ອາໄສ​ຢູ່​ໃນ​ຄ້າຍພັກ​ຍາມ​ເຮັດ​ເສິກ ໃຫ້​ພວກເຈົ້າ​ຫລີກເວັ້ນ​ທຸກໆ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ເປັນ​ມົນທິນ​ຕາມ​ກົດບັນຍັດ.</verse>
				<verse number="10">ຖ້າ​ຊາຍ​ຄົນ​ໜຶ່ງ​ເປັນ​ມົນທິນ​ຍ້ອນ​ລາວ​ຝັນ​ໃນ​ຕອນ​ກາງຄືນ​ອັນ​ເປັນ​ເຫດ​ໃຫ້​ນໍ້າກາມ​ໄຫລ​ອອກ ໃຫ້​ລາວ​ອອກ​ໄປ​ຢູ່​ນອກ​ຄ້າຍພັກ.</verse>
				<verse number="11">ເຖິງ​ເວລາ​ແລງ​ໃຫ້​ລາວ​ອາບນໍ້າ​ຊຳລະ​ຕົວ ແລະ​ເມື່ອ​ຕາເວັນ​ຕົກ​ດິນ​ແລ້ວ ລາວ​ກັບຄືນ​ເຂົ້າ​ສູ່​ຄ້າຍພັກ​ໄດ້.</verse>
				<verse number="12">ພວກເຈົ້າ​ຕ້ອງ​ສະຫງວນ​ເຂດ​ຖ່າຍໜັກ​ຖ່າຍເບົາ​ໄວ້​ຢູ່​ນອກ​ຄ້າຍພັກ.</verse>
				<verse number="13">ທະຫານ​ແຕ່ລະຄົນ​ຈະ​ຕ້ອງ​ມີ​ເຄື່ອງມື​ປະຈຳຕົວ ແລະ​ເມື່ອໃດ​ໄປ​ຖ່າຍ​ກໍ​ໃຫ້​ໃຊ້​ເຄື່ອງ​ມື​ນັ້ນ​ຂຸດ​ຂຸມ​ແລະ​ໃຊ້​ດິນ​ຖົມ​ໄວ້.</verse>
				<verse number="14">ຈົ່ງ​ຮັກສາ​ຄ້າຍພັກ​ຂອງ​ພວກເຈົ້າ​ໃຫ້​ປາສະຈາກ​ມົນທິນ​ຕາມ​ກົດບັນຍັດ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສະຖິດ​ຢູ່​ໃນ​ຄ້າຍ​ນັ້ນ​ເພື່ອ​ຄຸ້ມຄອງ​ພວກເຈົ້າ ແລະ​ໃຫ້​ພວກເຈົ້າ​ມີ​ໄຊຊະນະ​ຕໍ່​ຂ້າເສິກ​ສັດຕູ. ຢ່າ​ເຮັດ​ສິ່ງໃດ​ສິ່ງໜຶ່ງ​ທີ່​ໜ້າ​ເປິເປື້ອນ ຊຶ່ງ​ເປັນ​ເຫດ​ໃຫ້​ພຣະອົງ​ປິ່ນ​ໜ້າ​ໜີ​ຈາກ​ພວກເຈົ້າ.”</verse>
				<verse number="15">“ຖ້າ​ຄົນຮັບໃຊ້​ຊາຍ​ຍິງ​ຜູ້ໜຶ່ງ​ປົບໜີ​ຈາກ​ນາຍ​ຂອງຕົນ ແລະ​ມາ​ຂໍ​ການ​ຄຸ້ມຄອງ​ຈາກ​ພວກເຈົ້າ ຢ່າ​ໄດ້​ສົ່ງ​ລາວ​ກັບຄືນ​ໄປ.</verse>
				<verse number="16">ແຕ່​ລາວ​ຈະ​ຢູ່​ບ່ອນ​ໃດ​ກໍໄດ້​ຕາມ​ທີ່​ລາວ​ມັກ​ໃນ​ບັນດາ​ເມືອງ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ຮຸນແຮງ​ຕໍ່​ລາວ.</verse>
				<verse number="17">ຢ່າ​ໃຫ້​ຊາວ​ອິດສະຣາເອນ ບໍ່​ວ່າ​ຊາຍ​ຫລື​ຍິງ ເປັນ​ໂສເພນີ​ຢູ່​ຕາມ​ວັດ​ຮູບເຄົາຣົບ.</verse>
				<verse number="18">ເຊັ່ນດຽວ​ກັນ ເງິນ​ທີ່​ໄດ້​ໃນ​ທຳນອງນີ້​ບໍ່​ໃຫ້​ຖືກ​ນຳ​ເຂົ້າ​ມາ​ເປັນ​ການ​ແກ້​ບະບົນ ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ວັດ​ຂອງ​ພວກ​ໂສເພນີ.</verse>
				<verse number="19">ເມື່ອ​ພວກເຈົ້າ​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຜູ້ໜຶ່ງ​ຢືມ​ເງິນ ຫລື​ອາຫານ​ການກິນ ຫລື​ສິ່ງ​ອື່ນໆ​ກໍດີ ຢ່າ​ໄດ້​ຄິດໄລ່​ເອົາ​ດອກເບ້ຍ​ນຳ​ລາວ.</verse>
				<verse number="20">ພວກເຈົ້າ​ອາດ​ຈະ​ຄິດໄລ່​ເອົາ​ດອກເບ້ຍ​ນຳ​ຄົນ​ຕ່າງດ້າວ​ໄດ້ ແຕ່​ຢ່າ​ຄິດໄລ່​ເອົາ​ດອກເບ້ຍ​ນຳ​ສິ່ງ​ທີ່​ພີ່ນ້ອງ​ອິດສະຣາເອນ​ໄດ້​ຢືມ. ຈົ່ງ​ເຮັດ​ຕາມ​ລະບຽບການ​ນີ້ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ອວຍພອນ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ເຮັດ ຢູ່​ໃນ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.</verse>
				<verse number="21">ເມື່ອ​ພວກເຈົ້າ​ສາບານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຢ່າ​ລະເລີຍ​ຕໍ່​ສິ່ງ​ທີ່​ໄດ້​ສັນຍາ​ໄວ້; ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຖືເອົາ​ຕາມ​ຄຳ​ສາບານ​ຂອງ​ພວກເຈົ້າ ແລະ​ການ​ບໍ່​ຢຶດຖື​ຕາມ​ນັ້ນ​ກໍ​ເປັນ​ບາບ.</verse>
				<verse number="22">ເມື່ອ​ພວກເຈົ້າ​ບໍ່ໄດ້​ສາບານ​ໄວ້. ພວກເຈົ້າ​ກໍ​ບໍ່ມີ​ບາບ;</verse>
				<verse number="23">ແຕ່​ຖ້າ​ພວກເຈົ້າ​ສະໝັກ​ໃຈ​ສາບານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄວ້​ແລ້ວ ຈົ່ງ​ເອົາໃຈໃສ່​ເຮັດ​ຕາມ​ນັ້ນ.</verse>
				<verse number="24">ເມື່ອ​ພວກເຈົ້າ​ຍ່າງ​ຜ່ານ​ໄປ​ໃນ​ສວນອະງຸ່ນ​ຂອງ​ຄົນອື່ນ ພວກເຈົ້າ​ຈະ​ກິນ​ໝາກອະງຸ່ນ​ໃນ​ສວນ​ນັ້ນ​ຈົນ​ອີ່ມ​ກໍໄດ້ ແຕ່​ຢ່າ​ເກັບ​ໃສ່​ກະຕ່າ​ຖື​ໄປ​ນຳ.</verse>
				<verse number="25">ເມື່ອ​ຍ່າງ​ຜ່ານ​ທົ່ງນາ ພວກເຈົ້າ​ຈະ​ໃຊ້​ມື​ເດັດ​ເອົາ​ຮ່ວງ​ເຂົ້າ​ມາ​ເກັດ​ກິນ​ກໍໄດ້ ແຕ່​ຢ່າ​ໃຊ້​ກ່ຽວ​ຕັດ​ເອົາ​ໄປ.”</verse>
			</chapter>
			<chapter number="24">
				<verse number="1">“ຖ້າ​ວ່າ​ຊາຍ​ຜູ້ໜຶ່ງ​ແຕ່ງງານ​ກັບ​ຍິງ​ຜູ້ໜຶ່ງ ແລະ​ພາຍລຸນ​ມາ ລາວ​ບໍ່​ຕ້ອງການ​ນາງ​ອີກ​ຕໍ່ໄປ ເພາະ​ລາວ​ພົບ​ພຶດຕິການ​ບາງສິ່ງ​ບາງຢ່າງ​ຊຶ່ງ​ລາວ​ບໍ່​ມັກ. ດັ່ງນັ້ນ ລາວ​ຈຶ່ງ​ເຮັດ​ໜັງສື​ຢ່າຮ້າງ​ຍື່ນໃຫ້​ນາງ ແລະ​ບອກ​ນາງ​ໃຫ້​ໜີ​ຈາກ​ເຮືອນ​ຂອງຕົນ​ໄປ.</verse>
				<verse number="2">ຕໍ່ມາ ຖ້າ​ວ່າ​ນາງ​ໄດ້​ແຕ່ງງານ​ກັບ​ຊາຍ​ອື່ນ​ອີກ</verse>
				<verse number="3">ແລະ​ຊາຍ​ຜູ້ນັ້ນ​ຕັດສິນໃຈ​ຢ່າຮ້າງ​ນາງ​ເໝືອນກັນ ດັ່ງນັ້ນ ລາວ​ຈຶ່ງ​ຂຽນ​ໜັງສື​ຢ່າຮ້າງ​ຍື່ນໃຫ້​ນາງ ແລະ​ບອກ​ໃຫ້​ນາງ​ໜີ​ອອກ​ໄປ​ຈາກ​ເຮືອນ​ຂອງຕົນ. ຫລື​ຖ້າ​ວ່າ​ຜົວ​ຄົນ​ທີ​ສອງ​ຂອງ​ນາງ​ຕາຍໄປ.</verse>
				<verse number="4">ໃນ​ກໍລະນີ​ເຊັ່ນນີ້ ຜົວ​ຜູ້​ທຳອິດ​ຈະ​ເອົາ​ນາງ​ກັບຄືນ​ມາ​ເປັນ​ເມຍ​ອີກ​ບໍ່ໄດ້; ໃຫ້​ລາວ​ຖື​ວ່າ​ນາງ​ເປັນ​ມົນທິນ​ເສຍ​ແລ້ວ. ຖ້າ​ລາວ​ເອົາ​ນາງ​ມາ​ເປັນ​ເມຍ​ອີກ ກໍ​ຈະ​ເຮັດ​ໃຫ້​ພຣະເຈົ້າຢາເວ​ບໍ່​ພໍໃຈ. ຢ່າ​ໃຫ້​ພວກເຈົ້າ​ເຮັດ​ບາບ​ອັນ​ຮ້າຍແຮງ​ເຊັ່ນນີ້ ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ນີ້.”</verse>
				<verse number="5">“ເມື່ອ​ຊາຍ​ຜູ້ໜຶ່ງ​ຫາ​ກໍ​ແຕ່ງງານ ຢ່າ​ເກນ​ເອົາ​ລາວ​ເຂົ້າ​ເປັນ​ທະຫານ ຫລື​ຮັບ​ໜ້າທີ່​ໃດໆ​ຕໍ່​ປະຊາຊົນ; ໃຫ້​ລາວ​ພັກ​ຢູ່​ບ້ານ​ໜຶ່ງ​ປີ​ເພື່ອ​ຈະ​ໄດ້​ເຮັດ​ໃຫ້​ເມຍ​ມີ​ຄວາມສຸກ.</verse>
				<verse number="6">ເມື່ອ​ພວກເຈົ້າ​ໃຫ້​ຄົນ​ໜຶ່ງ​ຢືມ​ບາງສິ່ງ​ບາງຢ່າງ ຢ່າ​ໄດ້​ເອົາ​ຫີນ​ໂມ້​ແປ້ງ​ຂອງ​ລາວ​ໄວ້​ເປັນ​ເຄື່ອງ​ຄໍ້າປະກັນ. ມັນ​ຈະ​ເປັນ​ການ​ເອົາ​ສິ່ງ​ທີ່​ຕຽມ​ອາຫານ​ເພື່ອ​ລ້ຽງ​ຊີບ​ໃນ​ຄອບຄົວ​ໄປ.</verse>
				<verse number="7">ຜູ້ໃດ​ກໍຕາມ ທີ່​ລັກ​ເອົາ​ພີ່ນ້ອງ​ຊາວ​ອິດສະຣາເອນ​ໄປ​ຮັບໃຊ້​ຕົນ ຫລື​ເອົາ​ໄປ​ຂາຍ​ເປັນ​ທາດຮັບໃຊ້​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ໃນ​ທຳນອງນີ້​ພວກເຈົ້າ​ຈະ​ກຳຈັດ​ຄວາມ​ຊົ່ວຮ້າຍ​ນີ້.</verse>
				<verse number="8">ເມື່ອ​ພວກເຈົ້າ​ຕ້ອງ​ທົນທຸກ​ທໍລະມານ​ຈາກ​ພະຍາດ​ຂີ້ທູດ ຈົ່ງ​ເອົາໃຈໃສ່​ປິ່ນປົວ​ຕາມ​ຄຳແນະນຳ​ຂອງ​ປະໂຣຫິດ​ຊາວ​ເລວີ; ຈົ່ງ​ປະຕິບັດ​ຕາມ​ຄຳແນະນຳ ຊຶ່ງ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ.</verse>
				<verse number="9">ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເຮັດ​ຕໍ່​ມີຣີອາມ ໃນ​ຄາວ​ທີ່​ພວກເຈົ້າ​ໄດ້​ເດີນທາງ​ອອກ​ມາ​ຈາກ​ປະເທດ​ເອຢິບ.</verse>
				<verse number="10">ເມື່ອ​ພວກເຈົ້າ​ໃຫ້​ເພື່ອນບ້ານ​ຢືມ​ບາງສິ່ງ​ບາງຢ່າງ ຢ່າ​ໄດ້​ລ່ວງ​ເຂົ້າ​ໄປ​ໃນ​ເຮືອນ​ເອົາ​ເຄື່ອງ​ນຸ່ງຫົ່ມ​ຂອງ​ເຂົາ​ເປັນ​ເຄື່ອງ​ມັດຈຳ,</verse>
				<verse number="11">ແຕ່​ຈົ່ງ​ຢືນ​ຖ້າ​ຢູ່​ຂ້າງ​ນອກ​ແລະ​ໃຫ້​ເຂົາ​ເອົາ​ມາ​ໃຫ້​ພວກເຈົ້າ​ເອງ.</verse>
				<verse number="12">ຖ້າ​ເຂົາ​ເປັນ​ຄົນ​ຍາກຈົນ ຢ່າ​ເກັບ​ຂອງ​ຄໍ້າປະກັນ​ນັ້ນ​ໄວ້​ຈົນ​ຄ້າງຄືນ;</verse>
				<verse number="13">ໃຫ້​ພວກເຈົ້າ​ສົ່ງ​ລາວ​ຄືນ​ທຸກໆ​ແລງ ເພື່ອ​ວ່າ​ລາວ​ຈະ​ໄດ້​ໃຊ້​ຫົ່ມ​ເມື່ອ​ເວລາ​ເຂົ້າ​ນອນ ແລະ​ລາວ​ຈະ​ອວຍພອນ​ພວກເຈົ້າ​ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກໍ​ຈະ​ພໍໃຈ​ນຳ​ພວກເຈົ້າ.</verse>
				<verse number="14">ຢ່າ​ສໍ້ໂກງ​ຄົນ​ຍາກຈົນ​ແລະ​ລູກຈ້າງ​ທີ່​ຂັດສົນ ບໍ່​ວ່າ​ຄົນ​ນັ້ນ​ຈະ​ເປັນ​ພີ່ນ້ອງ​ຊາວ​ອິດສະຣາເອນ ຫລື​ເປັນ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ເມືອງ​ໜຶ່ງ​ຂອງ​ພວກເຈົ້າ​ກໍຕາມ.</verse>
				<verse number="15">ແຕ່​ຈົ່ງ​ຈ່າຍ​ຄ່າຈ້າງ​ໃຫ້​ລາວ​ທຸກໆ​ມື້​ກ່ອນ​ຕາເວັນ​ຕົກ​ດິນ; ລາວ​ຕ້ອງການ​ເງິນ​ແລະ​ລໍ​ຮັບ​ຄ່າຈ້າງ​ນັ້ນ​ຢູ່. ຖ້າ​ພວກເຈົ້າ​ບໍ່​ຈ່າຍ​ໃຫ້​ລາວ ລາວ​ຈະ​ຮ້ອງ​ຟ້ອງ​ຕໍ່​ພຣະເຈົ້າຢາເວ ແລ້ວ​ພວກເຈົ້າ​ກໍ​ຈະ​ເປັນ​ຜູ້​ຜິດ​ໃນ​ຖານ​ເຮັດ​ບາບ.</verse>
				<verse number="16">ພໍ່​ແມ່​ບໍ່​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ​ຍ້ອນ​ລູກ​ເຮັດ​ຜິດ ແລະ​ລູກໆ​ກໍ​ບໍ່​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ​ຍ້ອນ​ພໍ່​ແມ່​ເຮັດ​ຜິດ; ບຸກຄົນ​ໃດ​ເຮັດ​ຜິດ ກໍ​ແມ່ນ​ບຸກຄົນ​ນັ້ນ​ເອງ​ເປັນ​ຜູ້​ໄດ້​ຮັບ​ໂທດ.</verse>
				<verse number="17">ຢ່າ​ຕັດ​ສິດທິ​ຂອງ​ຄົນຕ່າງດ້າວ​ແລະ​ລູກກຳພ້າ ແລະ​ຢ່າ​ເອົາ​ເສື້ອຜ້າ​ຂອງ​ແມ່ໝ້າຍ​ໄວ້​ເປັນ​ເຄື່ອງ​ຄໍ້າປະກັນ.</verse>
				<verse number="18">ຢ່າ​ລືມ​ວ່າ​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ຊົງໄຖ່​ພວກເຈົ້າ​ໃຫ້​ພົ້ນ. ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ມອບ​ຂໍ້ຄຳສັ່ງ​ນີ້​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="19">ເມື່ອ​ພວກເຈົ້າ​ເກັບກ່ຽວ ແລະ​ລືມ​ຟ່ອນ​ເຂົ້າ​ບາງ​ຟ່ອນ​ໄວ້​ໃນ​ນາ ຢ່າ​ກັບຄືນ​ໄປ​ເກັບ​ເອົາ; ຈົ່ງ​ປະໄວ້​ໃຫ້​ຄົນ​ຕ່າງດ້າວ, ລູກກຳພ້າ ແລະ​ແມ່ໝ້າຍ ເພື່ອ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈະ​ໄດ້​ອວຍພອນ​ພວກເຈົ້າ​ໃນ​ການງານ​ທຸກໆ​ຢ່າງ​ທີ່​ພວກເຈົ້າ​ເຮັດ.</verse>
				<verse number="20">ເມື່ອ​ພວກເຈົ້າ​ເກັບ​ໝາກກອກເທດ ຢ່າ​ຄືນ​ໄປ​ເລັມ​ອັນ​ທີ່​ເຫຼືອ; ຈົ່ງ​ປະໄວ້​ໃຫ້​ຊາວ​ຕ່າງດ້າວ, ລູກກຳພ້າ ແລະ​ແມ່ໝ້າຍ.</verse>
				<verse number="21">ເມື່ອ​ພວກເຈົ້າ​ເກັບ​ໝາກອະງຸ່ນ​ຢ່າ​ຄືນ​ໄປ​ເລັມ​ເອົາ​ໝາກ​ຂອງ​ມັນ; ຈົ່ງ​ປະ​ອັນ​ທີ່​ເຫຼືອ​ນັ້ນ​ໄວ້​ໃຫ້​ຊາວ​ຕ່າງດ້າວ, ລູກກຳພ້າ ແລະ​ແມ່ໝ້າຍ.</verse>
				<verse number="22">ຢ່າ​ລືມໄລ​ຈັກເທື່ອ​ວ່າ​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ; ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ມອບ​ຂໍ້ຄຳສັ່ງ​ນີ້​ໃຫ້​ແກ່​ພວກເຈົ້າ.”</verse>
			</chapter>
			<chapter number="25">
				<verse number="1">“ຖ້າ​ວ່າ​ຄົນ​ອິດສະຣາເອນ​ເປັນຄວາມກັນ​ຈົນເຖິງ​ສານ ແລະ​ສານ​ຕັດສິນ​ວ່າ​ຝ່າຍ​ໜຶ່ງ​ຖືກ​ແລະ​ອີກ​ຝ່າຍ​ໜຶ່ງ​ຜິດ.</verse>
				<verse number="2">ຖ້າ​ຜູ້​ທີ່​ຜິດ​ນັ້ນ​ຖືກ​ລົງໂທດ​ໃຫ້​ຂ້ຽນ ກໍ​ໃຫ້​ຜູ້ຕັດສິນ​ສັ່ງ​ໃຫ້​ລາວ​ນອນ​ຄວໍ້າ​ໜ້າ​ລົງ​ແລ້ວ​ຈຶ່ງ​ຂ້ຽນ. ຈຳນວນ​ບາດ​ຂ້ຽນ​ນັ້ນ​ຈະ​ຂຶ້ນ​ຢູ່​ກັບ​ຄວາມຜິດ​ທີ່​ລາວ​ໄດ້​ເຮັດ​ນັ້ນ.</verse>
				<verse number="3">ລາວ​ອາດ​ຖືກ​ຂ້ຽນ​ບໍ່​ເກີນ​ສີ່ສິບ​ບາດ​ກໍໄດ້; ຖ້າ​ຫລາຍກວ່າ​ນັ້ນ ອາດ​ເປັນ​ການ​ຫຍໍ້ຫຍັນ​ລາວ​ເກີນ​ໄປ​ຕໍ່ໜ້າ​ມະຫາຊົນ.</verse>
				<verse number="4">ຢ່າ​ເອົາ​ກະສອບ​ອັດ​ປາກ​ງົວ​ທີ່​ກຳລັງ​ຢຽບ​ເຂົ້າ​ຢູ່.”</verse>
				<verse number="5">“ຖ້າ​ສອງ​ອ້າຍ​ນ້ອງ​ມີ​ສ່ວນ​ໃນ​ກອງ​ມໍຣະດົກ​ດຽວກັນ ແລະ​ຜູ້ໜຶ່ງ​ຕາຍໄປ​ໂດຍ​ບໍ່ມີ​ລູກ ເມຍ​ຂອງ​ຜູ້ຕາຍ​ຈະ​ແຕ່ງງານ​ໃໝ່​ກັບ​ຄົນອື່ນ​ນອກ​ຄອບຄົວ​ບໍ່ໄດ້; ແມ່ນ​ໜ້າທີ່​ຂອງ​ອ້າຍ​ຫລື​ນ້ອງ​ຂອງ​ຜູ້ຕາຍ​ເອງ ທີ່​ຈະ​ຮັບ​ເອົາ​ນາງ​ເປັນ​ເມຍ.</verse>
				<verse number="6">ລູກຊາຍ​ຜູ້​ທຳອິດ​ທີ່​ເຂົາ​ໄດ້​ນຳ​ກັນ​ຈະ​ຖື​ວ່າ​ເປັນ​ລູກ​ຂອງ​ຜູ້​ທີ່​ໄດ້​ຕາຍໄປ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ລາວ​ຈະ​ສືບຕໍ່​ມີ​ໃນ​ຊາດ​ອິດສະຣາເອນ.</verse>
				<verse number="7">ແຕ່​ຖ້າ​ອ້າຍ​ຫລື​ນ້ອງ​ຂອງ​ຜູ້​ຕາຍ​ນັ້ນ​ບໍ່​ຍອມ​ແຕ່ງງານ​ກັບ​ນາງ ກໍ​ໃຫ້​ນາງ​ໄປ​ຫາ​ຜູ້ປົກຄອງເມືອງ ແລະ​ເວົ້າ​ວ່າ, ‘ອ້າຍ​ຫລື​ນ້ອງ​ທາງ​ຜົວ​ຂອງ​ຂ້ານ້ອຍ​ບໍ່ໄດ້​ເຮັດ​ຕາມ​ໜ້າທີ່​ຂອງຕົນ; ເຂົາ​ບໍ່​ຍອມ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ຫລື​ນ້ອງ​ຂອງຕົນ ໃນ​ທ່າມກາງ​ປະຊາຊົນ​ຊາດ​ອິດສະຣາເອນ.’</verse>
				<verse number="8">ແລ້ວ​ຜູ້ປົກຄອງເມືອງ​ກໍ​ຈະ​ເອີ້ນ​ເຂົາ​ມາ​ສອບ​ຖາມ​ເບິ່ງ. ຖ້າ​ລາວ​ຍັງ​ບໍ່​ຍອມ​ແຕ່ງງານ​ກັບ​ນາງ</verse>
				<verse number="9">ກໍ​ໃຫ້​ເມຍ​ໝ້າຍ​ຂອງ​ຜູ້ຕາຍ​ນັ້ນ​ໄປ​ຫາ​ລາວ​ຢູ່​ຊ້ອງໜ້າ​ຜູ້ປົກຄອງເມືອງ ແລ້ວ​ຖອດ​ເກີບ​ກິ່ງ​ໜຶ່ງ​ຂອງ​ລາວ​ອອກ​ທັງ​ຖົ່ມ​ນໍ້າລາຍ​ໃສ່​ໜ້າ​ດ້ວຍ ແລະ​ເວົ້າ​ວ່າ ‘ນີ້​ແຫຼະ ຄື​ສິ່ງ​ທີ່​ເກີດ​ກັບ​ຜູ້​ທີ່​ບໍ່​ຍອມ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ນ້ອງ​ຂອງຕົນ.’</verse>
				<verse number="10">ແລ້ວ​ຄອບຄົວ​ຂອງ​ລາວ​ກໍ​ຈະ​ເປັນ​ທີ່​ເອີ້ນ​ກັນ​ໃນ​ຊາດ​ອິດສະຣາເອນ​ວ່າ, ‘ຄອບຄົວ​ຂອງ​ຊາຍ​ທີ່​ຖືກ​ຖອດ​ເກີບ​ອອກ.”’</verse>
				<verse number="11">“ຖ້າ​ຊາຍ​ສອງ​ຄົນ​ຜິດຖຽງກັນ ແລະ​ເມຍ​ຂອງ​ຊາຍ​ຄົນ​ໜຶ່ງ​ພະຍາຍາມ​ຊ່ວຍ​ຜົວ​ຂອງຕົນ​ໄວ້ ໂດຍ​ບີບ​ອະໄວຍະວະ​ສືບພັນ​ຂອງ​ຊາຍ​ອີກ​ຄົນ​ໜຶ່ງ;</verse>
				<verse number="12">ຈົ່ງ​ຕັດ​ມື​ນາງ​ຖິ້ມ​ເສຍ ຢ່າ​ໃຫ້​ຄວາມ​ເມດຕາ​ແກ່​ນາງ​ເລີຍ.</verse>
				<verse number="13">ຢ່າ​ສໍ້ໂກງ​ເມື່ອ​ພວກເຈົ້າ​ໃຊ້​ເຄື່ອງ​ຊັ່ງຕວງ​ແລະ​ເຄື່ອງ​ວັດແທກ.</verse>
				<verse number="14"></verse>
				<verse number="15">ຈົ່ງ​ໃຊ້​ເຄື່ອງ​ຊັ່ງຕວງ​ກັບ​ເຄື່ອງ​ວັດແທກ​ທີ່​ຖືກຕ້ອງ​ແລະ​ທ່ຽງທຳ. ເພື່ອ​ວ່າ​ພວກເຈົ້າ​ຈະ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກຳລັງ​ຈະ​ມອບ​ໃຫ້​ນັ້ນ​ໄດ້​ດົນນານ.</verse>
				<verse number="16">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ຄົນ​ສໍ້ໂກງ.”</verse>
				<verse number="17">“ຈົ່ງ​ຈົດຈຳ​ສິ່ງ​ທີ່​ຊາວ​ອາມາເຫຼັກ​ໄດ້​ເຮັດ​ໃສ່​ພວກເຈົ້າ ໃນ​ຄາວ​ທີ່​ພວກເຈົ້າ​ກຳລັງ​ເດີນທາງ​ອອກ​ມາ​ຈາກ​ປະເທດ​ເອຢິບ.</verse>
				<verse number="18">ພວກເຂົາ​ບໍ່ໄດ້​ຢຳເກງ​ພຣະເຈົ້າ ສະນັ້ນ ພວກເຂົາ​ຈຶ່ງ​ໂຈມຕີ​ພວກເຈົ້າ​ທາງ​ດ້ານຫລັງ ເມື່ອ​ພວກເຈົ້າ​ອິດເມືອຍ​ອ່ອນເພຍ ແລະ​ຂ້າ​ຄົນ​ທີ່​ຄ້າງ​ຢູ່​ທາງຫລັງ​ຕາຍ​ຈົນ​ໝົດ.</verse>
				<verse number="19">ເຫດສະນັ້ນ ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ໃຫ້​ພວກເຈົ້າ​ຢຸດພັກ​ຈາກ​ເຫຼົ່າ​ສັດຕູ​ທີ່​ຢູ່​ອ້ອມຂ້າງ​ແລ້ວ, ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ມອບ​ໃຫ້​ເປັນ​ມໍຣະດົກ, ຈົ່ງ​ຈັດການ​ກັບ​ຊາວ​ອາມາເຫຼັກ​ໂດຍ​ຂ້າ​ພວກເຂົາ​ໃຫ້​ໝົດກ້ຽງ ເພື່ອ​ວ່າ​ຈະ​ບໍ່ມີ​ໃຜ​ລະນຶກ​ເຖິງ​ພວກເຂົາ​ອີກ​ຕໍ່ໄປ ຢ່າ​ລືມ​ຄຳສັ່ງ​ນີ້.”</verse>
			</chapter>
			<chapter number="26">
				<verse number="1">“ຫລັງຈາກ​ພວກເຈົ້າ​ເຂົ້າ​ຢຶດຄອງ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ ແລະ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ທີ່ນັ້ນ​ແລ້ວ;</verse>
				<verse number="2">ຈົ່ງ​ໃຫ້​ແຕ່ລະ​ຄົນ​ໃນ​ພວກເຈົ້າ​ເອົາ​ຜົນລະປູກ​ແຕ່ລະ​ຊະນິດ​ທີ່​ເກັບກ່ຽວ​ມາ​ຈາກ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ ຈົ່ງ​ເອົາ​ຜົນ​ທຳອິດ​ໃສ່​ກະຕ່າ ແລະ​ໄປ​ໃນ​ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເລືອກໄວ້​ໃຫ້​ນາມຊື່​ຂອງ​ພຣະອົງ​ຕັ້ງຢູ່.</verse>
				<verse number="3">ຈົ່ງ​ໄປ​ຫາ​ປະໂຣຫິດ​ປະຈຳການ​ໃນ​ເວລາ​ນັ້ນ ແລະ​ເວົ້າ​ກັບ​ເພິ່ນ​ວ່າ, ‘ໃນວັນນີ້ ຂ້ານ້ອຍ​ຍອມ​ຮັບຮອງ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ວ່າ ຂ້ານ້ອຍ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ພຣະອົງ​ໄດ້​ສັນຍາ​ວ່າ​ຈະ​ມອບໃຫ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ ໄດ້​ມອບ​ໃຫ້​ພວກ​ຂ້ານ້ອຍ​ແລ້ວ.’</verse>
				<verse number="4">ປະໂຣຫິດ​ຈະ​ຮັບ​ເອົາ​ກະຕ່າ​ຈາກ​ພວກເຈົ້າ ແລະ​ຖື​ໄປ​ວາງ​ໄວ້​ຢູ່​ຕໍ່ໜ້າ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="5">ແລ້ວ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ທີ່ນັ້ນ ໃຫ້​ພວກເຈົ້າ​ເລົ່າ​ຖ້ອຍຄຳ​ດັ່ງ​ຕໍ່ໄປນີ້: ‘ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ເປັນ​ນັກ​ພະຈົນໄພ​ຊາວ​ອາຣາມ ຜູ້​ທີ່​ໄດ້​ນຳ​ຄອບຄົວ​ຂອງຕົນ​ໄປ​ອາໄສ​ຢູ່​ປະເທດ​ເອຢິບ. ເມື່ອ​ໄປ​ນັ້ນ​ພວກເພິ່ນ​ມີ​ແຕ່​ໜ້ອຍ​ຄົນ ແຕ່​ພວກເພິ່ນ​ໄດ້​ກາຍເປັນ​ຊົນຊາດ​ໜຶ່ງ​ທີ່​ຍິ່ງໃຫຍ່​ແລະ​ເຂັ້ມແຂງ.</verse>
				<verse number="6">ຊາວ​ເອຢິບ​ໄດ້​ເຮັດ​ຕໍ່​ພວກ​ຂ້ານ້ອບ​ຢ່າງ​ໂຫດຮ້າຍ ແລະ​ໄດ້​ຂົ່ມເຫັງ​ພວກ​ຂ້ານ້ອຍ​ໃຫ້​ເຮັດ​ວຽກ​ເໝືອນ​ດັ່ງ​ຂ້າທາດ.</verse>
				<verse number="7">ຕໍ່ມາ ພວກ​ຂ້ານ້ອຍ​ໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ໃຫ້​ຊ່ວຍເຫລືອ. ພຣະເຈົ້າຢາເວ​ໄດ້ຍິນ​ພວກ​ຂ້ານ້ອຍ​ທັງ​ເຫັນ​ຄວາມ​ທົນທຸກ ຄວາມ​ລຳບາກ ແລະ​ການ​ຍາກຈົນ​ຫລາຍຢ່າງ​ຂອງ​ພວກ​ຂ້ານ້ອຍ.</verse>
				<verse number="8">ດ້ວຍ​ຣິດອຳນາດ​ແລະ​ພະລັງ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະເຈົ້າຢາເວ​ໄດ້​ນຳພາ​ພວກ​ຂ້ານ້ອຍ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພຣະອົງ​ໄດ້​ເຮັດ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ຫລາຍ​ປະການ ທັງ​ໄດ້​ເຮັດ​ສິ່ງ​ອັນ​ໜ້າຢ້ານກົວ​ຕ່າງໆ​ອີກ​ດ້ວຍ.</verse>
				<verse number="9">ພຣະອົງ​ໄດ້​ນຳພາ​ພວກ​ຂ້ານ້ອຍ​ມາ​ເຖິງ​ທີ່​ນີ້ ແລະ​ມອບ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ​ໃຫ້​ພວກ​ຂ້ານ້ອຍ.</verse>
				<verse number="10">ສະນັ້ນ ບັດນີ້ ຂ້ານ້ອຍ​ຈຶ່ງ​ນຳ​ພືດຜົນ​ທຳອິດ​ທີ່​ພຣະເຈົ້າຢາເວ​ໄດ້​ໂຜດ​ໃຫ້​ນັ້ນ​ມາ​ຖວາຍ​ແດ່​ພຣະອົງ.’ ແລ້ວ​ພວກເຈົ້າ​ຈົ່ງ​ປົງ​ກະຕ່າ​ລົງ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ກົ້ມຂາບ​ລົງ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ທີ່​ນັ້ນ.</verse>
				<verse number="11">ຈົ່ງ​ຮູ້ຈັກ​ພຣະຄຸນ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ສຳລັບ​ສິ່ງ​ດີໆ​ທີ່​ພຣະອົງ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ກັບ​ຄອບຄົວ; ຈົ່ງ​ໃຫ້​ຊາວ​ເລວີ​ແລະ​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ ຮ່ວມ​ຊົມຊື່ນ​ຍິນດີ​ໃນ​ການ​ສະຫລອງ​ນີ້.</verse>
				<verse number="12">ທຸກໆ​ສາມ​ປີ​ໃດ ຈົ່ງ​ມອບ​ໜຶ່ງສ່ວນສິບ​ຜົນລະປູກ​ຂອງ​ພວກເຈົ້າ​ໃຫ້​ຊາວ​ເລວີ, ຊາວ​ຕ່າງດ້າວ, ລູກກຳພ້າ ແລະ​ແມ່ໝ້າຍ ເພື່ອ​ວ່າ​ພວກເຂົາ​ທຸກຄົນ​ຈະ​ໄດ້​ກິນ​ອີ່ມໜຳ​ສຳລານ​ຕາມ​ຄວາມ​ຕ້ອງການ. ເມື່ອ​ພວກເຈົ້າ​ຖວາຍ​ເຄື່ອງ​ເຫຼົ່ານັ້ນ​ແລ້ວ</verse>
				<verse number="13">ຈົ່ງ​ກ່າວ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ວ່າ, ‘ບໍ່ມີ​ໜຶ່ງສ່ວນສິບ​ອັນ​ສັກສິດ​ໃດໆ​ເຫຼືອ​ຢູ່​ໃນ​ເຮືອນ; ຂ້ານ້ອຍ​ນຳ​ມາ​ມອບ​ໃຫ້​ຊາວ​ເລວີ, ຊາວ​ຕ່າງດ້າວ, ລູກ​ກຳພ້າ ແລະ​ແມ່ໝ້າຍ ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້. ຂ້ານ້ອຍ​ບໍ່ໄດ້​ຝ່າຝືນ​ຫລື​ລືມໄລ​ຕໍ່​ຂໍ້ຄຳສັ່ງ​ໃດໆ ເຖິງ​ການ​ຖວາຍ​ໜຶ່ງສ່ວນສິບ​ນີ້​ເລີຍ.</verse>
				<verse number="14">ເມື່ອ​ໄວ້ທຸກ​ຂ້ານ້ອຍ​ບໍ່ໄດ້​ກິນ​ໜຶ່ງສ່ວນສິບ; ເມື່ອ​ເປັນ​ມົນທິນ​ຂ້ານ້ອຍ​ບໍ່ໄດ້​ເອົາ​ສ່ວນ​ໃດໆ​ອອກ​ໄປ​ຈາກ​ເຮືອນ ແລະ​ທັງ​ບໍ່ໄດ້​ຖວາຍ​ສ່ວນ​ໃດໆ​ສຳລັບ​ຄົນ​ຕາຍ. ໂອ ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ເຊື່ອຟັງ​ພຣະອົງ; ຂ້ານ້ອຍ​ໄດ້​ປະຕິບັດ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້​ທຸກປະການ​ກ່ຽວກັບ​ເລື່ອງ​ໜຶ່ງສ່ວນສິບ.</verse>
				<verse number="15">ຈົ່ງ​ຫລຽວ​ລົງ​ມາ​ຈາກ​ບ່ອນ​ບໍຣິສຸດ​ຂອງ​ພຣະອົງ, ຈາກ​ສະຫວັນ ແລະ​ອວຍພອນ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ​ເທີ້ນ; ຈົ່ງ​ອວຍພອນ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ນັ້ນ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ​ເທີ້ນ.’</verse>
				<verse number="16">ວັນ​ນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ສັ່ງ​ພວກເຈົ້າ​ໃຫ້​ເຊື່ອຟັງ​ກົດບັນຍັດ​ທຸກ​ຂໍ້​ຂອງ​ພຣະອົງ, ສະນັ້ນ ຈົ່ງ​ເຊື່ອຟັງ​ກົດບັນຍັດ​ເຫຼົ່ານັ້ນ​ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ.</verse>
				<verse number="17">ວັນ​ນີ້ ພວກເຈົ້າ​ໄດ້​ຮັບຮອງ​ຕໍ່​ພຣະເຈົ້າຢາເວ​ວ່າ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ; ພວກເຈົ້າ​ໄດ້​ສັນຍາ​ວ່າ​ຈະ​ເຊື່ອຟັງ​ພຣະອົງ, ຢຶດຖື​ກົດບັນຍັດ​ໝົດ​ທຸກ​ຂໍ້​ຂອງ​ພຣະອົງ ແລະ​ປະຕິບັດ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້​ທຸກປະການ.</verse>
				<verse number="18">ວັນນີ້ ພຣະເຈົ້າຢາເວ​ໄດ້​ຮັບ​ເອົາ​ພວກເຈົ້າ​ເປັນ​ໄພ່ພົນ​ຂອງ​ພຣະອົງ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ພວກເຈົ້າ ແລະ​ພຣະອົງ​ສັ່ງ​ພວກເຈົ້າ​ໃຫ້​ເຊື່ອຟັງ​ກົດບັນຍັດ​ໝົດ​ທຸກ​ຂໍ້​ຂອງ​ພຣະອົງ.</verse>
				<verse number="19">ພຣະອົງ​ຈະ​ເຮັດ​ໃຫ້​ຊາດ​ຂອງ​ພວກເຈົ້າ​ຍິ່ງໃຫຍ່ ກວ່າ​ຊາດ​ອື່ນໆ​ທີ່​ພຣະອົງ​ໄດ້​ສ້າງ​ມາ ແລະ​ພວກເຈົ້າ​ຈະ​ນຳ​ເອົາ​ຄຳ​ສັນລະເສີນ​ແລະ​ກຽດສັກສີ​ມາ​ສູ່​ນາມ​ຂອງ​ພຣະອົງ. ພວກເຈົ້າ​ຈະ​ເປັນ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.”</verse>
			</chapter>
			<chapter number="27">
				<verse number="1">ແລ້ວ​ໂມເຊ ພ້ອມ​ກັບ​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ ກໍໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ເຊື່ອຟັງ​ຄຳແນະນຳ​ທຸກ​ຂໍ້​ທີ່​ຂ້າພະເຈົ້າ​ມອບ​ໃຫ້​ພວກເຈົ້າ​ວັນນີ້.</verse>
				<verse number="2">ໃນ​ມື້​ທີ່​ພວກເຈົ້າ​ຂ້າມ​ແມ່ນໍ້າ​ຈໍແດນ​ແລະ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ນັ້ນ ພວກເຈົ້າ​ຕ້ອງ​ຕັ້ງ​ຫີນ​ໃຫຍ່​ຂຶ້ນ​ໂປ້​ດ້ວຍ​ປູນຂາວ</verse>
				<verse number="3">ເຈົ້າ​ຈົ່ງ​ຂຽນ​ຖ້ອຍຄຳ​ຂອງ​ກົດບັນຍັດ​ທັງໝົດ​ເຫຼົ່ານີ້​ໃສ່. ເມື່ອ​ພວກເຈົ້າ​ໄດ້​ເຂົ້າ​ໄປ​ຢູ່​ໃນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ສັນຍາ​ໄວ້​ນັ້ນ</verse>
				<verse number="4">ແລະ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ຟາກ​ນັ້ນ​ແລ້ວ ຈົ່ງ​ຕັ້ງ​ຫີນ​ເຫຼົ່ານີ້​ຂຶ້ນ​ທີ່​ພູ​ເອບານ ເໝືອນ​ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ພວກເຈົ້າ​ໃນ​ວັນນີ້ ແລະ​ໃຊ້​ປູນ​ໂບກ​ເປັນ​ຢ່າງດີ.</verse>
				<verse number="5">ຈົ່ງ​ເອົາ​ຫີນ​ທີ່​ບໍ່​ໃຊ້​ເຫຼັກ​ຕັດ​ສ້າງ​ແທ່ນບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ທີ່ນັ້ນ</verse>
				<verse number="6">ພວກເຈົ້າ​ຕ້ອງ​ສ້າງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ຫີນ​ທີ່​ບໍ່ໄດ້​ສະກັດ ແລະ​ໃຫ້​ພວກເຈົ້າ​ຖວາຍ​ເຄື່ອງ​ເຜົາບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ທີ່ນັ້ນ.</verse>
				<verse number="7">ແລະ​ໃນ​ທີ່ນັ້ນ ໃຫ້​ພວກເຈົ້າ​ຖວາຍ​ເຄື່ອງ​ບູຊາ​ທັງ​ກິນ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ຫລັງຈາກ​ໂມທະນາ​ຂອບພຣະຄຸນ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="8">ເທິງ​ຫີນ​ທີ່​ໃຊ້​ປູນ​ໂປ້​ນັ້ນ ໃຫ້​ພວກເຈົ້າ​ຂຽນ​ກົດບັນຍັດ​ທຸກໆ​ຂໍ້​ໃສ່​ຢ່າງ​ຈະແຈ້ງ​ດີ.”</verse>
				<verse number="9">ແລ້ວ​ໂມເຊ ພ້ອມ​ກັບ​ພວກ​ປະໂຣຫິດ​ຊາວ​ເລວີ ກໍໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ວ່າ, “ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຕັ້ງໃຈ​ຟັງ​ຂ້າພະເຈົ້າ​ໃຫ້​ດີ. ວັນນີ້ ພວກເຈົ້າ​ໄດ້​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ແລ້ວ;</verse>
				<verse number="10">ສະນັ້ນ ຈົ່ງ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ແລະ​ຢຶດຖື​ກົດບັນຍັດ​ທຸກ​ຂໍ້​ຂອງ​ພຣະອົງ ທີ່​ຂ້າພະເຈົ້າ​ກຳລັງ​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້.”</verse>
				<verse number="11">ແລ້ວ​ໂມເຊ​ກໍໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ,</verse>
				<verse number="12">“ຫລັງຈາກ​ທີ່​ພວກເຈົ້າ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ແລ້ວ ໃຫ້​ເຜົ່າ​ຕ່າງໆ​ດັ່ງ​ຕໍ່ໄປນີ້: ຊີເມໂອນ, ເລວີ, ຢູດາ, ອິດຊາຄາ, ໂຢເຊັບ​ແລະ​ເບັນຢາມິນ ຢືນ​ຢູ່​ເທິງ​ພູ​ເກຣີຊິມ​ເມື່ອ​ກ່າວ​ຄຳອວຍພອນ​ແກ່​ປະຊາຊົນ.</verse>
				<verse number="13">ໃຫ້​ເຜົ່າ​ຕ່າງໆ​ດັ່ງ​ຕໍ່ໄປນີ້: ຣູເບັນ, ກາດ, ອາເຊ, ເຊບູໂລນ, ດານ ແລະ​ເນັບທາລີ​ຢືນ​ຢູ່​ເທິງ​ພູ​ເອບານ ເມື່ອ​ກ່າວ​ຄຳສາບແຊ່ງ​ແກ່​ປະຊາຊົນ.</verse>
				<verse number="14">ຊາວ​ເລວີ​ຈະ​ເປັນ​ຜູ້​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ດ້ວຍ​ສຽງດັງ ດັ່ງນີ້:</verse>
				<verse number="15">‘ຄຳສາບແຊ່ງ​ເປັນ​ຂອງ​ທຸກໆ​ຄົນ ທີ່​ໃຊ້​ຫີນ, ໄມ້ ແລະ​ໂລຫະ ເຮັດ​ຮູບເຄົາຣົບ​ແລະ​ຂາບໄຫວ້​ຮູບ​ນັ້ນ​ຢ່າງ​ລັບລີ້; ພຣະເຈົ້າຢາເວ​ກຽດຊັງ​ການ​ຂາບໄຫວ້​ຮູບເຄົາຣົບ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’</verse>
				<verse number="16">‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ບໍ່​ເຄົາຣົບ​ນັບຖື​ພໍ່​ແມ່​ຂອງຕົນ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’</verse>
				<verse number="17">‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ຍົກຍ້າຍ​ຫລັກປັກ​ເອົາ​ເຂດແດນ​ຂອງ​ເພື່ອນບ້ານ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’</verse>
				<verse number="18">‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ນຳ​ຄົນ​ຕາບອດ​ໄປ​ໃນ​ທາງ​ຜິດ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’</verse>
				<verse number="19">‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ຕັດສິດ​ຂອງ​ຄົນຕ່າງດ້າວ, ລູກ​ກຳພ້າ ແລະ​ແມ່ໝ້າຍ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’</verse>
				<verse number="20">‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ເຮັດ​ໃຫ້​ພໍ່​ຂອງຕົນ​ຕ້ອງ​ອັບອາຍ​ຂາຍໜ້າ ໂດຍ​ສົມສູ່​ກັບ​ເມຍ​ຄົນ​ໃດ​ຄົນ​ໜຶ່ງ​ຂອງ​ເພິ່ນ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’</verse>
				<verse number="21">‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ສົມສູ່​ທາງ​ເພດ​ກັບ​ສັດ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’</verse>
				<verse number="22">‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ສົມສູ່​ກັບ​ເອື້ອຍ​ນ້ອງ​ຄີງໆ​ຂອງຕົນ ຫລື​ເອື້ອຍ​ນ້ອງ​ຕ່າງ​ພໍ່​ແມ່.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’</verse>
				<verse number="23">‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ສົມສູ່​ທາງເພດ​ກັບ​ແມ່ນ້າ​ຂອງຕົນ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’</verse>
				<verse number="24">‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ຂ້າ​ຄົນ​ຢ່າງ​ລັບລີ້.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’</verse>
				<verse number="25">‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ຮັບ​ຈ້າງ​ຂ້າ​ຄົນ​ໂດຍ​ບໍ່ມີ​ຄວາມຜິດ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’</verse>
				<verse number="26">‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ບໍ່​ເຊື່ອຟັງ​ກົດບັນຍັດ​ແລະ​ຄຳສັ່ງສອນ​ທຸກ​ຂໍ້​ຂອງ​ພຣະເຈົ້າ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.”’</verse>
			</chapter>
			<chapter number="28">
				<verse number="1">“ຖ້າ​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ປະຕິບັດ​ຢ່າງ​ສັດຊື່​ຕາມ​ພຣະ​ຄຳສັ່ງ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ວັນນີ້; ພຣະອົງ​ຈະ​ບັນດານ​ໃຫ້​ພວກເຈົ້າ​ເປັນ​ໃຫຍ່​ກວ່າ​ຊົນຊາດ​ອື່ນໆ​ເທິງ​ແຜ່ນດິນ​ໂລກ.</verse>
				<verse number="2">ຈົ່ງ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຄຳອວຍພອນ​ທັງໝົດ​ເຫຼົ່ານີ້​ກໍ​ຈະ​ເປັນ​ຂອງ​ພວກເຈົ້າ:</verse>
				<verse number="3">ພຣະອົງ​ຈະ​ອວຍພອນ​ເມືອງ​ຕ່າງໆ ພ້ອມ​ກັບ​ໄຮ່​ນາ​ແລະ​ຮົ້ວສວນ​ຂອງ​ພວກເຈົ້າ.</verse>
				<verse number="4">ພຣະອົງ​ຈະ​ອວຍພອນ​ພວກເຈົ້າ​ໃຫ້​ມີ​ລູກຫລານ​ຫລາຍ, ມີ​ພືດຜົນ​ອຸດົມສົມບູນ ແລະ​ມີ​ຝູງງົວ​ແລະ​ຝູງແກະ​ເຕັມ​ຄອກ.</verse>
				<verse number="5">ພຣະອົງ​ຈະ​ອວຍພອນ​ພວກເຈົ້າ​ໃຫ້​ມີ​ພືດຜົນ​ຫລາຍ​ເພື່ອ​ຈັດຕຽມ​ອາຫານ​ການກິນ.</verse>
				<verse number="6">ພຣະອົງ​ຈະ​ອວຍພອນ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ເຮັດ.</verse>
				<verse number="7">ພຣະເຈົ້າຢາເວ​ຈະ​ເອົາ​ຊະນະ​ສັດຕູ​ທັງຫລາຍ​ທີ່​ມາ​ໂຈມຕີ​ພວກເຈົ້າ. ພວກເຂົາ​ຈະ​ໂຈມຕີ​ພວກເຈົ້າ​ຈາກ​ທິດດຽວ ແຕ່​ພວກເຂົາ​ຈະ​ແລ່ນ​ເປີດ​ໜີໄປ​ທຸກ​ທິດ​ທຸກ​ທາງ.</verse>
				<verse number="8">ພຣະເຈົ້າຢາເວ​ຈະ​ອວຍພອນ​ວຽກ​ການ​ທີ່​ພວກເຈົ້າ​ເຮັດ ແລະ​ໃຫ້​ພວກເຈົ້າ​ມີ​ເຂົ້າ​ເຕັມ​ເລົ້າ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ອວຍພອນ​ດິນແດນ​ທີ່​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ​ນີ້.</verse>
				<verse number="9">ພຣະເຈົ້າຢາເວ​ຈະ​ຮັບ​ພວກເຈົ້າ​ເປັນ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະອົງ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້, ຖ້າ​ພວກເຈົ້າ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ເດີນ​ຕາມທາງ​ຂອງ​ພຣະອົງ.</verse>
				<verse number="10">ແລ້ວ​ທຸກ​ຊົນຊາດ​ເທິງ​ແຜ່ນດິນ​ໂລກ​ກໍ​ຈະ​ເຫັນ​ວ່າ ພວກເຈົ້າ​ເປັນ​ທີ່​ເອີ້ນ​ໂດຍ​ນາມຊື່​ພຣະເຈົ້າຢາເວ ແລະ​ພວກເຂົາ​ຈະ​ຢ້ານກົວ​ພວກເຈົ້າ.</verse>
				<verse number="11">ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຈົ້າ​ມີ​ລູກຫລານ​ຫລາຍ ມີ​ຝູງສັດ​ມາກມາຍ ແລະ​ມີ​ພືດຜົນ​ອຸດົມສົມບູນ​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ເພື່ອ​ມອບ​ໃຫ້​ພວກເຈົ້າ.</verse>
				<verse number="12">ພຣະເຈົ້າຢາເວ​ຈະ​ສົ່ງ​ຝົນ​ຈາກ​ຄັງ​ອັນ​ອຸດົມສົມບູນ​ຂອງ​ພຣະອົງ​ໃນ​ຟ້າ​ສະຫວັນ ໃຫ້​ຕົກ​ຖືກ​ຕາມ​ລະດູການ ແລະ​ອວຍພອນ​ທຸກໆ​ວຽກງານ​ຂອງ​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ໃຫ້​ຫລາຍ​ຊົນຊາດ​ກູ້​ຢືມ, ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ກູ້​ຢືມ​ຈາກ​ຊົນຊາດ​ໃດ.</verse>
				<verse number="13">ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຈົ້າ​ເປັນ​ຜູ້ນຳ​ທ່າມກາງ​ຫລາຍ​ຊົນຊາດ, ແຕ່​ບໍ່​ແມ່ນ​ຜູ້​ຕິດຕາມ; ພວກເຈົ້າ​ຈະ​ຈະເລີນ​ຮຸ່ງເຮືອງ​ສະເໝີ ແລະ​ຈະ​ບໍ່​ຫຼົ້ມຈົມ​ຈັກເທື່ອ ຖ້າ​ພວກເຈົ້າ​ເຊື່ອຟັງ​ຢ່າງ​ຕັ້ງໜ້າ​ຂໍ້​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້.</verse>
				<verse number="14">ແຕ່​ພວກເຈົ້າ​ຢ່າ​ໄດ້​ຝ່າຝືນ​ຂໍ້ຄຳສັ່ງ​ເຫຼົ່ານັ້ນ​ຈັກເທື່ອ ຫລື​ຂາບໄຫວ້​ແລະ​ຮັບໃຊ້​ບັນດາ​ພະອື່ນ.”</verse>
				<verse number="15">“ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ບໍ່​ຢຶດຖື​ຢ່າງ​ຕັ້ງ​ໜ້າ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ພ້ອມ​ກັບ​ກົດບັນຍັດ​ທັງຫລາຍ​ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້ ແລ້ວ​ຄຳສາບແຊ່ງ​ທັງໝົດ​ເຫຼົ່ານີ້​ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ​ດັ່ງນີ້:</verse>
				<verse number="16">ບ້ານ​ເມືອງ ແລະ​ໄຮ່​ນາ​ຮົ້ວສວນ​ທັງຫລາຍ​ຂອງ​ພວກເຈົ້າ​ຈະ​ຖືກ​ສາບແຊ່ງ.</verse>
				<verse number="17">ພືດຜົນ​ແລະ​ອາຫານ​ການກິນ​ທີ່​ໄດ້​ມາ​ຈາກ​ພືດຜົນ​ນັ້ນ​ຈະ​ຖືກ​ສາບແຊ່ງ.</verse>
				<verse number="18">ພວກເຈົ້າ​ຈະ​ຖືກ​ສາບແຊ່ງ ໂດຍ​ໃຫ້​ພວກເຈົ້າ​ມີ​ລູກ​ແຕ່​ໜ້ອຍ​ຄົນ ເກັບ​ພືດຜົນ​ໄດ້​ໜ້ອຍດຽວ ແລະ​ຝູງງົວ​ແລະ​ຝູງແກະ​ມີ​ເຫຼືອ​ໜ້ອຍດຽວ.</verse>
				<verse number="19">ທຸກໆ​ສິ່ງ​ທີ່​ພວກເຈົ້າ​ເຮັດ​ຈະ​ຖືກ​ສາບແຊ່ງ.</verse>
				<verse number="20">ຖ້າ​ພວກເຈົ້າ​ເຮັດ​ຊົ່ວ​ແລະ​ປະຖິ້ມ​ພຣະເຈົ້າຢາເວ​ໄປ ພຣະອົງ​ກໍ​ຈະ​ນຳ​ຄວາມ​ຈິບຫາຍ​ຄວາມ​ສັບສົນ​ວຸ້ນວາຍ ແລະ​ຄວາມ​ຫຍຸ້ງຍາກ​ລຳບາກ​ນາໆ​ປະການ​ມາ​ສູ່​ທຸກສິ່ງ​ທີ່​ພວກເຈົ້າ​ເຮັດ ຈົນກວ່າ​ພວກເຈົ້າ​ຖືກ​ທຳລາຍ​ຢ່າງ​ໄວວາ​ຈົນກ້ຽງ.</verse>
				<verse number="21">ພຣະເຈົ້າຢາເວ​ຈະ​ນຳ​ຄວາມ​ເຈັບໄຂ້​ໄດ້ປ່ວຍ​ມາ​ສູ່​ພວກເຈົ້າ​ຊໍ້າແລ້ວ​ຊໍ້າອີກ ຈົນກວ່າ​ຈະ​ບໍ່ມີ​ໃຜ​ເຫຼືອ​ຢູ່​ໃນ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.</verse>
				<verse number="22">ພຣະເຈົ້າຢາເວ​ຈະ​ລົງໂທດ​ພວກເຈົ້າ​ດ້ວຍ​ພະຍາດ​ຕິດຕໍ່, ພະຍາດ​ອັກເສບ​ແລະ​ຄວາມ​ເຈັບໄຂ້​ໄດ້ປ່ວຍ; ນອກຈາກນີ້ ພຣະອົງ​ຈະ​ໃຫ້​ເກີດ​ການ​ແຫ້ງແລ້ງ ແລະ​ແມງໄມ້​ຈະ​ມາ​ທຳລາຍ​ເຄື່ອງປູກ​ຂອງຝັງ​ຂອງ​ພວກເຈົ້າ​ຈົນ​ໝົດ. ຄວາມ​ຈິບຫາຍ​ເຫຼົ່ານີ້​ຈະ​ຄຸກຄາມ​ປະຈຳ ຈົນ​ພວກເຈົ້າ​ຕາຍ.</verse>
				<verse number="23">ຝົນ​ຈະ​ບໍ່​ຕົກ​ແລະ​ດິນ​ຈະ​ແຫ້ງແລ້ງ​ແຂງ​ກະດ້າງ​ຄື​ເຫຼັກ.</verse>
				<verse number="24">ແທນ​ທີ່​ຈະ​ສົ່ງ​ຝົນ​ລົງ​ມາ ພຣະເຈົ້າຢາເວ​ຈະ​ສົ່ງ​ພະຍຸ​ຂີ້ຊາຍ​ມາ​ແທນ ຈົນກວ່າ​ພວກເຈົ້າ​ຈະ​ຖືກ​ທຳລາຍ​ໄປ​ໝົດກ້ຽງ.</verse>
				<verse number="25">ພຣະເຈົ້າຢາເວ​ຈະ​ໃຫ້​ສັດຕູ​ມາ​ຊະນະ​ພວກເຈົ້າ. ພວກເຈົ້າ​ຈະ​ໂຈມຕີ​ພວກເຂົາ​ທາງ​ທິດດຽວ ແຕ່​ພວກເຈົ້າ​ຈະ​ແລ່ນ​ເປີດ​ໜີໄປ​ທຸກ​ທິດ​ທຸກ​ທາງ ແລະ​ປະຊາຊົນ​ທັງໝົດ​ເທິງ​ແຜ່ນດິນ​ໂລກ​ຈະ​ອົກສັ່ນ​ຂວັນເສຍ ເມື່ອ​ພວກເຂົາ​ໄດ້ຍິນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ພວກເຈົ້າ.</verse>
				<verse number="26">ເມື່ອ​ພວກເຈົ້າ​ຕາຍໄປ ແຮ້ງ​ແລະ​ສັດປ່າ​ຈະ​ມາ​ກິນ​ຊາກສົບ ແລະ​ຈະ​ບໍ່ມີ​ໃຜ​ໄລ່​ພວກ​ມັນ​ໜີໄປ.</verse>
				<verse number="27">ພຣະເຈົ້າຢາເວ​ຈະ​ສົ່ງ​ຕຸ່ມຝີ​ມາ​ຖືກ​ພວກເຈົ້າ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ກັບ​ຊາວ​ເອຢິບ. ພຣະອົງ​ຈະ​ເຮັດ​ໃຫ້​ຕົນຕົວ​ຂອງ​ພວກເຈົ້າ​ມີ​ບາດແຜ. ພວກເຈົ້າ​ຈະ​ມີ​ເກັດ​ເຕັມຕົວ​ທັງ​ຄັນ​ແລະ​ຮັກສາ​ບໍ່​ດີ​ຈັກເທື່ອ.</verse>
				<verse number="28">ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເສຍ​ສະຕິ, ຕາບອດ ແລະ​ສັບສົນ​ວຸ້ນວາຍ.</verse>
				<verse number="29">ພວກເຈົ້າ​ຈະ​ຍ່າງ​ງົມໆ​ທ່າວໆ ໄປມາ​ໃນ​ກາງເວັນ​ເໝືອນ​ຄົນ​ຕາບອດ ແລະ​ຈະ​ຫາ​ທາງເດີນ​ບໍ່​ພົບ. ວຽກງານ​ທີ່​ພວກເຈົ້າ​ເຮັດ​ຈະ​ບໍ່​ຈະເລີນ​ຮຸ່ງເຮືອງ. ພວກເຈົ້າ​ຈະ​ຖືກ​ກົດຂີ່ ແລະ​ຖືກ​ເກັບກວາດ​ຖືກ​ຈີ້​ເປັນ​ປະຈຳ ແລະ​ທັງ​ຈະ​ບໍ່ມີ​ຜູ້ໃດ​ມາ​ຊ່ວຍເຫລືອ​ພວກເຈົ້າ.</verse>
				<verse number="30">ພວກເຈົ້າ​ຈະ​ໝັ້ນ​ຜູ້​ສາວ​ໄວ້, ແຕ່​ຄົນອື່ນ​ຈະ​ເອົາ​ນາງ​ໄປ​ເປັນ​ເມຍ. ພວກເຈົ້າ​ຈະ​ສ້າງ​ເຮືອນ, ແຕ່​ຈະ​ບໍ່ໄດ້​ຢູ່​ຈັກເທື່ອ. ພວກເຈົ້າ​ຈະ​ປູກ​ຕົ້ນອະງຸ່ນ, ແຕ່​ຈະ​ບໍ່ໄດ້​ກິນ​ໝາກ​ເລີຍ.</verse>
				<verse number="31">ຝູງສັດ​ຂອງ​ພວກເຈົ້າ​ຈະ​ຖືກ​ຂ້າ​ຕໍ່ໜ້າ​ຕໍ່ຕາ, ແຕ່​ພວກເຈົ້າ​ພັດ​ບໍ່ໄດ້​ກິນ​ຊີ້ນ​ຂອງ​ມັນ. ລໍ​ຂອງ​ພວກເຈົ້າ​ຈະ​ຖືກ​ລາກ​ໄປ​ຕໍ່ໜ້າ​ຕໍ່ຕາ ແຕ່​ເຂົາ​ຈະ​ບໍ່​ສົ່ງ​ມັນ​ກັບຄືນ​ມາ​ໃຫ້​ພວກເຈົ້າ. ຝູງແກະ​ຂອງ​ພວກເຈົ້າ​ຈະ​ຖືກ​ສັດຕູ​ປ້ອງ​ເອົາ​ໄປ ແຕ່​ຈະ​ບໍ່ມີ​ໃຜ​ຊ່ວຍ​ພວກເຈົ້າ.</verse>
				<verse number="32">ລູກຊາຍ​ລູກສາວ​ຂອງ​ພວກເຈົ້າ​ຈະ​ຖືກ​ນຳ​ໄປ​ເປັນ​ຄົນ​ຮັບໃຊ້​ແກ່​ຊາວ​ຕ່າງດ້າວ​ຕໍ່ໜ້າ​ຕໍ່ຕາ. ແຕ່ລະມື້​ແຕ່ລະວັນ​ພວກເຈົ້າ​ລໍຖ້າ​ພວກເຂົາ​ກັບ​ມາ ແຕ່​ກໍ​ສິ້ນຫວັງ.</verse>
				<verse number="33">ຊົນຊາດ​ຕ່າງດ້າວ​ຈະ​ມາ​ຢຶດເອົາ​ພືດຜົນ ທີ່​ພວກເຈົ້າ​ໄດ້​ປູກຝັງ​ໄວ້​ດ້ວຍ​ຄວາມຍາກ​ລຳບາກ ໄປ​ຈົນ​ໝົດກ້ຽງ, ແຕ່​ພວກເຈົ້າ​ບໍ່ໄດ້​ຫຍັງ​ໝົດ ຊໍ້າບໍ່ໜຳ​ຍັງ​ຖືກ​ກົດຂີ່ ແລະ​ຖືກ​ຂົ່ມເຫັງ​ຢ່າງ​ທາລຸນ.</verse>
				<verse number="34">ຄວາມ​ທົນທຸກ​ນີ້​ຈະ​ເຮັດ​ໃຫ້​ພວກເຈົ້າ​ເສຍຈິດ.</verse>
				<verse number="35">ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ແຂ່ງ​ຂາ​ຂອງ​ພວກເຈົ້າ​ເຈັບປວດ ແລະ​ບໍ່​ຫາຍ​ດີ​ຈັກເທື່ອ; ຕຸ່ມຝີ​ຈະ​ມີ​ຢູ່​ເຕັມ​ຕົວ​ຕັ້ງແຕ່​ຫົວ​ເຖິງ​ຕີນ.</verse>
				<verse number="36">ພຣະເຈົ້າຢາເວ​ຈະ​ນຳ​ພວກເຈົ້າ​ແລະ​ກະສັດ​ຂອງ​ພວກເຈົ້າ​ໄປ​ສູ່​ຕ່າງແດນ ບ່ອນ​ທີ່​ພວກ​ເຈົ້າເອງ​ແລະ​ປູ່ຍ່າຕາຍາຍ​ບໍ່ເຄີຍ​ຢູ່​ມາ​ກ່ອນ; ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ພະອື່ນ​ທີ່​ເຮັດ​ດ້ວຍ​ໄມ້ ແລະ​ຫີນ.</verse>
				<verse number="37">ໃນ​ບັນດາ​ປະເທດ​ທີ່​ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຈົ້າ​ກະຈັດ​ກະຈາຍ​ໄປ​ອາໄສ​ຢູ່​ນັ້ນ ປະຊາຊົນ​ຈະ​ຕື່ນ​ຕົກໃຈ​ຕໍ່​ເຫດການ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກເຈົ້າ ແລ້ວ​ພວກເຂົາ​ຕ່າງ​ກໍ​ຈະ​ຫົວເລາະ​ເຍາະເຍີ້ຍ​ພວກເຈົ້າ.</verse>
				<verse number="38">ພວກເຈົ້າ​ຈະ​ຫວ່ານ​ພືດ​ຢ່າງ​ຫລວງຫລາຍ, ແຕ່​ຈະ​ເກັບກ່ຽວ​ໄດ້​ໜ້ອຍ​ດຽວ ເພາະ​ຕັກແຕນ​ຈະ​ມາ​ກິນ​ພືດຜົນ​ນັ້ນ.</verse>
				<verse number="39">ພວກເຈົ້າ​ຈະ​ປູກ​ຕົ້ນອະງຸ່ນ​ແລະ​ເອົາໃຈໃສ່​ບົວລະບັດ​ມັນ, ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ເກັບ​ໝາກ ຫລື​ແມ່ນແຕ່​ດື່ມ​ເຫຼົ້າ​ອະງຸ່ນ​ເລີຍ ເພາະ​ໂຕ​ບົ້ງ, ໂຕ​ໜອນ​ຈະ​ກັດ​ກິນ​ຕົ້ນ​ຂອງ​ມັນ.</verse>
				<verse number="40">ຕົ້ນ​ໝາກກອກເທດ​ຈະ​ເກີດ​ໃນ​ທຸກທີ່​ທຸກບ່ອນ​ໃນ​ດິນແດນ​ຂອງ​ພວກເຈົ້າ, ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ນໍ້າມັນ ເພາະ​ໝາກ​ຂອງ​ມັນ​ລົ່ນ​ຖິ້ມ​ເສຍໝົດ.</verse>
				<verse number="41">ພວກເຈົ້າ​ຈະ​ມີ​ລູກຊາຍ​ລູກສາວ​ແຕ່​ຈະ​ສູນເສຍ​ໄປ ເພາະ​ພວກເຂົາ​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ.</verse>
				<verse number="42">ຕົ້ນໄມ້​ແລະ​ພືດຜົນ​ທັງຫລາຍ​ຂອງ​ພວກເຈົ້າ​ຈະ​ຖືກ​ແມງໄມ້​ມາ​ທຳລາຍ​ໝົດ.</verse>
				<verse number="43">ຊາວ​ຕ່າງດ້າວ​ທີ່​ມາ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ​ຈະ​ມີ​ອຳນາດ​ຫລາຍ​ຂຶ້ນ ແຕ່​ຂະນະດຽວ​ກັນນັ້ນ ອຳນາດ​ຂອງ​ພວກເຈົ້າ​ຈະ​ໜ້ອຍ​ລົງ.</verse>
				<verse number="44">ພວກເຂົາ​ມີ​ເງິນ​ຈະ​ໃຫ້​ພວກເຈົ້າ​ກູ້ຢືມ ແຕ່​ພວກເຈົ້າ​ບໍ່ມີ​ເງິນ​ໃຫ້​ພວກເຂົາ​ກູ້ຢືມ. ໃນທີ່ສຸດ ພວກເຂົາ​ຈະ​ເປັນ​ຜູ້ປົກຄອງ​ພວກເຈົ້າ.</verse>
				<verse number="45">ໄພພິບັດ​ເຫຼົ່ານີ້ ຈະ​ມາ​ສູ່​ພວກເຈົ້າ​ແລະ​ຕົກ​ຖືກ​ພວກເຈົ້າ ຈົນກວ່າ​ພວກເຈົ້າ​ຖືກ​ທຳລາຍ ເພາະ​ພວກເຈົ້າ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຍືດຖື​ກົດບັນຍັດ​ທັງໝົດ​ທີ່​ຂ້າພະເຈົ້າ​ໄດ້​ມອບ​ໃຫ້.</verse>
				<verse number="46">ສິ່ງ​ເຫຼົ່ານັ້ນ ຈະ​ເປັນ​ໝາຍສຳຄັນ​ແລະ​ການ​ອັດສະຈັນ​ສຳລັບ​ພວກເຈົ້າ​ແລະ​ລູກຫລານ​ຂອງ​ພວກເຈົ້າ​ຕະຫລອດໄປ.</verse>
				<verse number="47">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ອວຍພອນ​ພວກເຈົ້າ​ໃນ​ທຸກໆ​ສິ່ງ, ແຕ່​ພວກເຈົ້າ​ບໍ່ໄດ້​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ໃຈ​ຊົມຊື່ນ​ຍິນດີ​ແລະ​ເບີກບານ.</verse>
				<verse number="48">ເພາະ​ສະນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ເຫຼົ່າ​ສັດຕູ ທີ່​ພຣະເຈົ້າຢາເວ​ກຳລັງ​ນຳມາ​ຕໍ່ສູ້​ພວກເຈົ້າ. ພວກເຈົ້າ​ຈະ​ອຶດເຂົ້າ, ຫິວນໍ້າ, ເປືອຍຕົວ ແລະ​ບໍ່ມີ​ຫຍັງ​ຈັກ​ຢ່າງ. ພຣະອົງ ຈະ​ກົດຂີ່​ພວກເຈົ້າ​ຢ່າງ​ທາລຸນ ຈົນກວ່າ​ພວກເຈົ້າ​ຖືກ​ທຳລາຍ​ໄປ​ໝົດ​ສິ້ນ.</verse>
				<verse number="49">ພຣະເຈົ້າຢາເວ​ຈະ​ນຳ​ຊົນຊາດ​ທີ່​ຢູ່​ສຸດປາຍ​ແຜ່ນດິນ​ໂລກ ຊຶ່ງ​ພວກເຈົ້າ​ບໍ່​ຮູ້ຈັກ​ພາສາ ມາ​ຕໍ່ສູ້​ພວກເຈົ້າ. ພວກເຂົາ​ຈະ​ບຸກ​ຖະຫຼົ່ມ​ໂຈມຕີ​ພວກເຈົ້າ ເໝືອນ​ດັ່ງ​ນົກອິນຊີ​ບິນ​ລົງ​ຈັບ​ເຫຍື່ອ.</verse>
				<verse number="50">ພວກເຂົາ​ຈະ​ຮ້າຍກາດ​ທີ່ສຸດ ແລະ​ຈະ​ບໍ່​ສະແດງ​ຄວາມ​ປານີ​ແກ່​ຜູ້ໃດ​ຜູ້ໜຶ່ງ​ເລີຍ ບໍ່​ວ່າ​ຜູ້ໜຸ່ມ​ຫລື​ຜູ້ເຖົ້າ.</verse>
				<verse number="51">ພວກເຂົາ​ຈະ​ກິນ​ງົວ​ໃນ​ຝູງ​ຂອງ​ພວກເຈົ້າ ແລະ​ພືດຜົນ​ຂອງ​ພວກເຈົ້າ ສ່ວນ​ພວກເຈົ້າ​ນັ້ນ ກໍ​ຈະ​ພາກັນ​ອຶດ​ຕາຍ. ເຂົ້າ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ, ງົວ, ແກະ ແລະ​ພືດຜົນ​ຕ່າງໆ​ຈະ​ບໍ່ມີ​ເຫຼືອ​ໄວ້​ໃຫ້​ເລີຍ ແລະ ພວກເຈົ້າ​ຈະ​ພາກັນ​ຕາຍ.</verse>
				<verse number="52">ພວກເຂົາ​ຈະ​ໂຈມຕີ​ທຸກໆ​ເມືອງ​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ ແມ່ນແຕ່​ເມືອງ​ທີ່​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ​ສູງ ທີ່​ພວກເຈົ້າ​ເຊື່ອ​ວ່າ​ປອດໄພ​ກໍ​ຈະ​ລົ້ມ​ທະລາຍ​ລົງ.</verse>
				<verse number="53">ເມື່ອ​ເຫຼົ່າ​ສັດຕູ​ປິດລ້ອມ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ​ຢູ່​ນັ້ນ ພວກເຈົ້າ​ຈະ​ກາຍເປັນ​ຄົນ​ສິ້ນຫວັງ ເພາະ​ຂາດ​ອາຫານ​ການກິນ​ຈົນ​ກິນ​ລູກ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ໂຜດ​ໃຫ້​ນັ້ນ.</verse>
				<verse number="54">ແມ່ນແຕ່​ຜູ້ດີ​ມີ​ຖານະ​ກໍ​ຈະ​ໝົດ​ຫວັງ ເພາະ​ຂາດ​ອາຫານ​ການກິນ ເວລາ​ຖືກ​ປິດລ້ອມ​ຢູ່​ນັ້ນ ຈົນ​ຕ້ອງ​ກິນ​ລູກ​ບາງຄົນ​ຂອງ​ຕົນເອງ​ເປັນ​ອາຫານ. ລາວ​ຈະ​ບໍ່​ຍອມ​ແບ່ງປັນ​ໃຫ້​ໃຜ​ກິນ​ນຳ ບໍ່​ວ່າ​ອ້າຍ​ເອື້ອຍ​ນ້ອງ, ເມຍ​ທີ່ຮັກ ຫລື​ລູກ​ບາງຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່.</verse>
				<verse number="55"></verse>
				<verse number="56">ແມ່ນແຕ່​ຍິງ​ຜູ້​ດີ​ມີ​ຖານະ​ສູງ​ທີ່​ລໍ້າລວຍ​ຮັ່ງມີ ແລະ​ບໍ່ເຄີຍ​ຍ່າງ​ໄປມາ​ໃສ​ໂດຍ​ຕົນເອງ​ຈັກເທື່ອ ກໍ​ຈະ​ປະພຶດ​ແບບ​ດຽວ​ກັນ. ເມື່ອ​ສັດຕູ​ປິດລ້ອມ​ເມືອງ​ຂອງ​ນາງ​ຢູ່​ນັ້ນ ນາງ​ຈະ​ກາຍເປັນ​ຄົນ​ໝົດ​ຫວັງ ເພາະ​ຂາດ​ອາຫານ​ການກິນ ຈົນ​ຕ້ອງ​ລີ້​ກິນ​ລູກ​ຂອງ​ຕົນເອງ​ທີ່​ຫາ​ກໍ​ເກີດ​ໃໝ່ໆ ຕະຫລອດ​ທັງ​ສາຍແຮ່​ດ້ວຍ. ນາງ​ຈະ​ບໍ່​ຍອມ​ແບ່ງປັນ​ໃຫ້​ຜົວ​ທີ່ຮັກ​ແລະ​ລູກ​ຄົນອື່ນໆ​ຂອງຕົນ​ກິນ​ນຳ.</verse>
				<verse number="57"></verse>
				<verse number="58">ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ຢ່າງ​ສັດຊື່​ຄຳສັ່ງສອນ​ທຸກ​ຂໍ້​ຂອງ​ພຣະເຈົ້າ ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ປື້ມ​ຫົວ​ນີ້ ແລະ​ຖ້າ​ພວກເຈົ້າ​ບໍ່​ຍົກຍໍ​ໃຫ້ກຽດ​ນາມ​ອັນ​ເລີດ​ປະເສີດ​ແລະ​ອັນ​ໜ້າຢ້ານກົວ ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ</verse>
				<verse number="59">ພຣະເຈົ້າຢາເວ​ຈະ​ສົ່ງ​ພະຍາດ​ອັນ​ຮ້າຍແຮງ​ທັງ​ໂຣກ​ລະບາດ ທີ່​ປິ່ນປົວ​ບໍ່ໄດ້​ແລະ​ຮັກສາ​ບໍ່​ດີ​ຈັກເທື່ອ ມາ​ສູ່​ພວກເຈົ້າ​ແລະ​ລູກຫລານ​ຂອງ​ພວກເຈົ້າ.</verse>
				<verse number="60">ພຣະອົງ​ຈະ​ນຳ​ໂຣກ​ອັນ​ຮ້າຍແຮງ​ທີ່ສຸດ​ຊຶ່ງ​ພວກເຈົ້າ​ໄດ້​ພົບພໍ້​ແລ້ວ​ທີ່​ເອຢິບ ມາ​ສູ່​ພວກເຈົ້າ​ອີກ​ຄັ້ງໜຶ່ງ ແລະ​ພວກເຈົ້າ​ຈະ​ປິ່ນປົວ​ຮັກສາ​ບໍ່​ດີ​ຈັກເທື່ອ.</verse>
				<verse number="61">ພຣະເຈົ້າຢາເວ​ຍັງ​ຈະ​ນຳ​ເອົາ​ພະຍາດ​ທຸກຢ່າງ ແລະ​ໂຣກ​ລະບາດ​ທຸກ​ຊະນິດ ທີ່​ບໍ່ໄດ້​ກ່າວ​ໄວ້​ໃນ​ປື້ມ​ຂໍ້ຄຳສັ່ງ​ຫົວ​ນີ້ ມາ​ສູ່​ພວກເຈົ້າ ຈົນກວ່າ​ພວກເຈົ້າ​ຈະ​ຖືກ​ທຳລາຍ.</verse>
				<verse number="62">ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຈະ​ມີ​ຈຳນວນພົນ​ຫລາຍ ເໝືອນ​ດັ່ງ​ດວງດາວ​ໃນ​ທ້ອງຟ້າ​ກໍດີ ແຕ່​ຈະ​ມີ​ໜ້ອຍ​ຄົນ​ເທົ່ານັ້ນ​ທີ່​ຍັງ​ມີ​ຊີວິດ​ຢູ່ ເພາະ​ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="63">ພຣະເຈົ້າຢາເວ​ໄດ້​ມີ​ຄວາມ​ສຸກໃຈ ທີ່​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ແລະ​ມີ​ຈຳນວນພົນ​ຫລາຍ​ຂຶ້ນ​ສັນໃດ ພຣະເຈົ້າຢາເວ​ກໍ​ຈະ​ມີ​ຄວາມ​ສຸກໃຈ ທີ່​ຈະ​ທຳລາຍ​ພວກເຈົ້າ​ແລະ​ເຮັດ​ໃຫ້​ພວກເຈົ້າ​ໝຸ່ນ​ທະລາຍ​ສັນນັ້ນ. ພວກເຈົ້າ​ຈະ​ຖືກ​ຖອດຖອນ​ອອກ​ຈາກ​ດິນແດນ​ຫຼັກແຫຼ່ງ ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.</verse>
				<verse number="64">ພຣະເຈົ້າຢາເວ​ຈະ​ກະຈັດ​ກະຈາຍ​ພວກເຈົ້າ​ໃນ​ທ່າມກາງ​ທຸກ​ຊົນຊາດ ຕັ້ງແຕ່​ສົ້ນໜຶ່ງ​ຫາ​ອີກ​ສົ້ນໜຶ່ງ​ຂອງ​ໂລກ ແລ້ວ​ພວກເຈົ້າ​ກໍ​ຈະ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ເປັນ​ໄມ້​ແລະ​ເປັນ​ຫີນ ຊຶ່ງ​ທັງ​ພວກເຈົ້າ​ເອງ​ແລະ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ຂາບໄຫວ້​ມາກ່ອນ.</verse>
				<verse number="65">ພວກເຈົ້າ​ຈະ​ບໍ່​ພົບ​ຄວາມ​ສະຫງົບສຸກ​ຢູ່​ທີ່​ໃດ​ເລີຍ ບໍ່ມີ​ບ່ອນ​ໃດ​ທີ່​ຈະ​ເອີ້ນ​ວ່າ​ເປັນ​ຂອງ​ພວກເຈົ້າ ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຈົ້າ ເຕັມ​ໄປ​ດ້ວຍ​ຄວາມ​ອຸກອັ່ງ​ກະວົນ​ກະວາຍ​ໃຈ ສະພາບ​ໝົດທ່າ​ເສຍທີ ແລະ​ສິ້ນຫວັງ.</verse>
				<verse number="66">ຊີວິດ​ຂອງ​ພວກເຈົ້າ​ຈະ​ຕົກ​ຢູ່​ໃນ​ຂັ້ນ​ອັນຕະລາຍ​ສະເໝີ. ຄວາມຢ້ານ​ຈະ​ປົກຄຸມ​ພວກເຈົ້າ​ທັງເວັນ​ທັງຄືນ ແລະ​ພວກເຈົ້າ​ຈະ​ຢ້ານ​ຕາຍ​ຢູ່​ສະເໝີ.</verse>
				<verse number="67">ໃຈ​ພວກເຈົ້າ​ຈະ​ເກີດ​ຢ້ານ​ຕໍ່​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ເຫັນ. ທຸກໆເຊົ້າ ພວກເຈົ້າ​ປາຖະໜາ​ຢາກ​ໃຫ້​ຄໍ່າ​ໄວໆ ແລະ​ທຸກໆແລງ ພວກເຈົ້າ​ປາດຖະນາ​ຢາກ​ໃຫ້​ແຈ້ງ​ໄວໆ.</verse>
				<verse number="68">ພຣະເຈົ້າຢາເວ​ຈະ​ສົ່ງ​ພວກເຈົ້າ​ກັບຄືນ​ໄປ​ສູ່​ປະເທດ​ເອຢິບ​ທາງ​ເຮືອ ເຖິງ​ແມ່ນ​ວ່າ​ພຣະອົງ ໄດ້​ສັ່ງ​ໄວ້​ວ່າ ພວກເຈົ້າ​ບໍ່​ຕ້ອງ​ກັບຄືນ​ໄປ​ທີ່​ນັ້ນ​ອີກ​ຈັກເທື່ອ​ກໍຕາມ. ຢູ່​ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຈ່າວ​ຂາຍ​ຕົນເອງ​ເປັນ​ຄົນ​ຮັບໃຊ້​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ ແຕ່​ບໍ່ມີ​ຜູ້ໃດ​ຕ້ອງການ​ຊື້​ພວກເຈົ້າ.”</verse>
			</chapter>
			<chapter number="29">
				<verse number="1">ຕໍ່ໄປນີ້ ແມ່ນ​ເນື້ອໃນ​ຂອງ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ ໃຫ້​ເຮັດ​ໄວ້​ກັບ​ປະຊາຊົນ​ອິດສະຣາເອນ​ໃນ​ດິນແດນ​ໂມອາບ; ທັງໝົດ​ນີ້​ແມ່ນ​ໃຫ້​ຕື່ມ​ໃສ່​ພັນທະສັນຍາ ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເຮັດ​ກັບ​ພວກເຂົາ​ແລ້ວ​ທີ່​ພູເຂົາ​ຊີນາຍ.</verse>
				<verse number="2">ໂມເຊ​ໄດ້​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ມາ​ເຕົ້າໂຮມ​ກັນ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ໄດ້​ເຫັນ​ຕໍ່ໜ້າ​ຕົນເອງ​ແລ້ວ​ວ່າ ພຣະເຈົ້າຢາເວ​ໄດ້​ເຮັດ​ຕໍ່​ຟາໂຣ​ກະສັດ​ຂອງ​ປະເທດ​ເອຢິບ​ຕໍ່​ບັນດາ​ຂ້າຣາຊການ ແລະ​ຕໍ່​ດິນແດນ​ທັງໝົດ​ຂອງ​ເພິ່ນ​ຢ່າງໃດ.</verse>
				<verse number="3">ພວກເຈົ້າ​ໄດ້​ເຫັນ​ໄພພິບັດ​ອັນ​ໜ້າຢ້ານ ການ​ອັດສະຈັນ​ຕ່າງໆ ແລະ​ໝາຍສຳຄັນ​ນາໆ​ປະການ​ທີ່​ໄດ້​ຊົງ​ກະທຳ.</verse>
				<verse number="4">ພຣະເຈົ້າຢາເວ​ບໍ່ໄດ້​ປະທານ​ຕາ​ທີ່​ເຫັນ​ໄດ້ ໃຈ​ທີ່​ເຂົ້າໃຈ ຫູ​ທີ່​ຍິນ​ໄດ້​ແກ່​ພວກເຈົ້າ​ຈົນເຖິງ​ວັນນີ້.</verse>
				<verse number="5">ເປັນ​ເວລາ​ສີ່ສິບ​ປີ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳ​ພວກເຈົ້າ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ແມ່ນແຕ່​ເຄື່ອງ​ນຸ່ງຫົ່ມ​ແລະ​ເກີບ​ຂອງ​ພວກເຈົ້າ​ກໍ​ບໍ່ໄດ້​ຂາດ.</verse>
				<verse number="6">ພວກເຈົ້າ​ບໍ່ມີ​ເຂົ້າຈີ່​ກິນ ບໍ່ມີ​ເຫຼົ້າ​ອະງຸ່ນ ແລະ​ເຫຼົ້າ​ຊະນິດ​ອື່ນໆ​ດື່ມ, ແຕ່​ພຣະອົງ​ໄດ້​ຕອບ​ສະໜອງ​ຄວາມ​ຈຳເປັນ​ຂອງ​ພວກເຈົ້າ ເພື່ອ​ສັ່ງສອນ​ພວກເຈົ້າ​ໃຫ້​ຮູ້​ວ່າ​ພຣະອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="7">ເມື່ອ​ພວກເຮົາ​ໄດ້​ເດີນທາງ​ມາ​ຮອດ​ບ່ອນ​ນີ້ ເຈົ້າສີໂຫນ​ແຫ່ງ​ນະຄອນ​ເຮັດຊະໂບນ​ແລະ​ເຈົ້າໂອກ​ແຫ່ງ​ນະຄອນ​ບາຊານ ໄດ້​ຍົກທັບ​ມາ​ສູ້ຮົບ​ກັບ​ພວກເຮົາ, ແຕ່​ພວກເຮົາ​ໄດ້​ຊະນະ​ພວກເຂົາ</verse>
				<verse number="8">ໂດຍ​ໄດ້​ຢຶດເອົາ​ດິນແດນ​ຂອງ​ພວກເຂົາ ແລະ​ພວກເຮົາ​ໄດ້​ແບ່ງປັນ​ດິນແດນ​ນັ້ນ​ໃຫ້​ເຜົ່າ​ຣູເບັນ, ເຜົ່າກາດ ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ.</verse>
				<verse number="9">ຈົ່ງ​ເຊື່ອຟັງ​ຢ່າງ​ຈິງໃຈ ເນື້ອໃນ​ທັງໝົດ​ຂອງ​ພັນທະສັນຍາ​ນີ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ເຮັດ​ທຸກໆສິ່ງ​ເປັນ​ຜົນ​ສຳເລັດ.</verse>
				<verse number="10">ວັນນີ້ ພວກເຈົ້າ​ກຳລັງ​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໝົດ​ທຸກຄົນ​ຄື​ພວກ​ຜູ້ນຳ​ແລະ​ເຈົ້າໜ້າທີ່​ຜູ້ຊາຍ</verse>
				<verse number="11">ຜູ້ຍິງ​ແລະ​ເດັກນ້ອຍ ແລະ​ຊາວ​ຕ່າງດ້າວ​ທີ່​ໄດ້​ອາໄສ​ຢູ່​ນຳ ທີ່​ເປັນ​ຜູ້​ຕັດຟືນ​ແລະ​ຕັກນໍ້າ​ໃຫ້​ພວກເຈົ້າ.</verse>
				<verse number="12">ເພື່ອ​ພວກເຈົ້າ​ຈະ​ໄດ້ເຂົ້າ​ມາ​ໃນ​ພັນທະສັນຍາ​ແຫ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ຄື​ໃນ​ພັນທະສັນຍາ​ທີ່​ສາບານ​ໄວ້ ແລະ​ໃນ​ພັນທະສັນຍາ​ແຫ່ງ​ພຣະເຈົ້າຢາເວ​ທີ່​ຊົງກະທຳ​ກັບ​ພວກເຈົ້າ​ໃນ​ວັນ​ນີ້</verse>
				<verse number="13">ເພື່ອ​ວ່າ​ແຕ່​ນີ້​ຕໍ່ໄປ ພຣະອົງ​ຈະ​ໄດ້​ກ່າວ​ຢືນຢັນ​ວ່າ ພວກເຈົ້າ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ແລະ​ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ຄື: ອັບຣາຮາມ, ອີຊາກ ແລະ​ຢາໂຄບ.</verse>
				<verse number="14">ບໍ່ແມ່ນ​ພຽງແຕ່​ພວກເຈົ້າ​ເທົ່ານັ້ນ ທີ່​ກຳລັງ​ເຮັດ​ພັນທະສັນຍາ​ແລະ​ຂໍ້​ຕົກລົງ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.</verse>
				<verse number="15">ພຣະອົງ​ກຳລັງ​ເຮັດ​ກັບ​ໝົດ​ທຸກຄົນ​ທີ່​ຢືນ​ຢູ່​ຊ້ອງໜ້າ​ພຣະອົງ​ໃນ​ວັນນີ້ ແລະ​ກັບ​ລູກຫລານ​ຂອງ​ພວກເຮົາ​ທີ່​ຈະ​ເກີດ​ມາ​ໃນ​ອະນາຄົດ​ດ້ວຍ.</verse>
				<verse number="16">ພວກເຈົ້າ​ຮູ້​ແລ້ວ​ວ່າ ການ​ໃຊ້​ຊີວິດ​ຂອງ​ພວກເຈົ້າ​ໃນ​ປະເທດ​ເອຢິບ ແລະ​ໃນ​ການ​ເດີນທາງ​ຜ່ານ​ເຂດແດນ​ຂອງ​ຊົນຊາດ​ອື່ນໆ​ນັ້ນ​ເປັນ​ຢ່າງໃດ.</verse>
				<verse number="17">ພວກເຈົ້າ​ໄດ້​ເຫັນ​ບັນດາ​ຮູບເຄົາຣົບ​ອັນ​ໜ້າລັງກຽດ ທີ່​ພວກເຂົາ​ເຮັດ​ດ້ວຍ​ໄມ້, ຫີນ, ເງິນ ແລະ​ຄຳ.</verse>
				<verse number="18">ຈົ່ງ​ໃຫ້​ແນ່ໃຈ​ວ່າ​ບໍ່ມີ​ຜູ້ໃດ ບໍ່​ວ່າ​ຊາຍ, ຍິງ, ຄອບຄົວ ຫລື​ເຜົ່າໃດ​ກໍຕາມ​ທີ່​ຢືນ​ຢູ່​ທີ່​ນີ້​ໃນວັນນີ້ ຫັນເຫ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ໄປ​ຂາບໄຫວ້​ຮູບເຄົາຣົບ​ເຫຼົ່ານັ້ນ ທີ່​ເປັນ​ຂອງ​ຊົນຊາດ​ອື່ນ. ການ​ກະທຳ​ເຊັ່ນນີ້ ຈະ​ເປັນ​ດັ່ງ​ຮາກເຫງົ້າ​ທີ່​ໃຫຍ່​ຂຶ້ນ​ເປັນ​ຕົ້ນ​ຂົມຂື່ນ​ແລະ​ເປັນ​ພິດ.</verse>
				<verse number="19">ຈົ່ງ​ໃຫ້​ແນ່ໃຈ​ວ່າ​ບໍ່ມີ​ຜູ້ໃດ​ໃນ​ທີ່ນີ້ ວັນນີ້ ທີ່​ຍິນ​ຄຳ​ກ່າວ​ສາບານ​ອັນ​ໜັກແໜ້ນ​ເຫຼົ່ານີ້​ແລ້ວ ຄິດ​ອວດຕົວ​ວ່າ​ຕົນ​ຈະ​ຢູ່ເຢັນ​ເປັນສຸກ ເຖິງ​ແມ່ນ​ວ່າ​ຈະ​ດື້ດ້ານ​ໄປ​ຕາມ​ວິຖີ​ທາງ​ຂອງຕົນ​ກໍຕາມ. ການ​ເຮັດ​ເຊັ່ນນັ້ນ ເປັນ​ການ​ນຳ​ໄພພິບັດ​ມາ​ສູ່​ດິນແດນ​ທີ່​ອຸດົມສົມບູນ​ແລະ​ແຫ້ງແລ້ງ​ຂອງ​ພວກເຈົ້າ.</verse>
				<verse number="20">ພຣະເຈົ້າຢາເວ​ຈະ​ບໍ່​ຍົກໂທດ​ໃຫ້​ແກ່​ຄົນ​ເຊັ່ນນັ້ນ​ເລີຍ. ແຕ່​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ຈະ​ລຸກໄໝ້​ຕໍ່ສູ້​ລາວ​ເໝືອນດັ່ງ​ໄຟ​ທີ່​ເຜົາຜານ ແລະ​ການ​ສາບແຊ່ງ​ທັງໝົດ ທີ່​ໄດ້​ບັນທຶກ​ໄວ້​ໃນ​ປື້ມ​ກົດບັນຍັດ​ນີ້ ກໍ​ຈະ​ຕົກ​ຖືກ​ລາວ​ຈົນກວ່າ​ພຣະເຈົ້າຢາເວ​ໄດ້​ທຳລາຍ​ຄົນ​ນີ້​ໃຫ້​ດັບສູນໄປ.</verse>
				<verse number="21">ພຣະເຈົ້າຢາເວ​ຈະ​ລົງໂທດ​ລາວ ເພື່ອ​ເປັນ​ຕົວຢ່າງ​ແກ່​ຊາວ​ອິດສະຣາເອນ​ທຸກ​ເຜົ່າ. ພຣະອົງ​ຈະ​ນຳ​ເອົາ​ໄພພິບັດ​ມາ​ຖືກ​ລາວ​ຕາມ​ຄຳສາບແຊ່ງ​ທັງໝົດ​ໃນ​ພັນທະສັນຍາ​ທີ່​ມີ​ຂຽນ​ໄວ້​ໃນ​ປື້ມ​ກົດບັນຍັດ​ຫົວນີ້.</verse>
				<verse number="22">ລູກຫລານ​ຂອງ​ພວກເຈົ້າ​ໃນ​ລຸ້ນ​ຕໍ່ໄປ​ແລະ​ຊາວ​ຕ່າງດ້າວ​ແຕ່​ແດນໄກ ຈະ​ໄດ້​ເຫັນ​ໄພພິບັດ​ແລະ​ຄວາມ​ທົນທຸກ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ນຳ​ມາ​ສູ່​ດິນແດນ​ຂອງ​ພວກເຈົ້າ.</verse>
				<verse number="23">ໄຮ່​ນາ​ຈະ​ແຫ້ງແລ້ງ​ແລະ​ແຂງ​ເປັນ​ດິນ​ດາກ​ປົນ​ເກືອ ຈະ​ປູກ​ສິ່ງໃດ​ໃສ່​ດິນ​ນັ້ນ​ກໍ​ບໍ່ໄດ້ ແລະ​ແມ່ນແຕ່​ຫຍ້າ​ກໍ​ຈະ​ບໍ່​ເກີດຂຶ້ນ​ເລີຍ. ດິນແດນ​ຂອງ​ພວກເຈົ້າ​ຈະ​ເປັນ​ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ ເມືອງ​ອັດມາ​ແລະ​ເຊບົວອິມ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ທຳລາຍ ເມື່ອ​ພຣະອົງ​ໄດ້​ໂກດຮ້າຍ​ຢ່າງ​ຮຸນແຮງ​ນັ້ນ.</verse>
				<verse number="24">ແລ້ວ​ທົ່ວ​ທັງໂລກ​ກໍ​ຈະ​ຖາມ​ວ່າ, ‘ເປັນຫຍັງ​ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ເຊັ່ນນີ້​ຕໍ່​ດິນແດນ​ຂອງ​ພວກເຂົາ? ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ​ດັ່ງ​ໄຟ​ລຸກ​ໄໝ້​ເຊັ່ນນີ້?’</verse>
				<verse number="25">ແລະ​ຄຳຕອບ​ກໍ​ຄື ‘ເປັນ​ເພາະ​ພວກເຂົາ​ໄດ້​ລະເມີດ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ ຄາວ​ທີ່​ພຣະອົງ​ໄດ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ.</verse>
				<verse number="26">ພວກເຂົາ​ໄດ້​ຮັບໃຊ້​ບັນດາ​ພະອື່ນ ທີ່​ພວກເຂົາ​ບໍ່ເຄີຍ​ຂາບໄຫວ້​ມາ​ກ່ອນ ຄື​ບັນດາ​ພະ​ທີ່​ພຣະອົງ​ໄດ້​ຫ້າມ​ພວກເຂົາ​ບໍ່​ໃຫ້​ຂາບໄຫວ້.</verse>
				<verse number="27">ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກິ້ວໂກດ​ໄພ່ພົນ​ຂອງ​ພຣະອົງ ແລະ​ນຳ​ໄພພິບັດ​ຕ່າງໆ​ນາໆ​ມາ​ຕົກ​ຖືກ​ດິນແດນ​ຂອງ​ພວກເຂົາ ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ປື້ມ​ກົດບັນຍັດ​ຫົວ​ນີ້.</verse>
				<verse number="28">ພຣະເຈົ້າຢາເວ​ກິ້ວໂກດ​ຫລາຍ ແລະ​ຍ້ອນ​ຄວາມ​ກິ້ວ​ໂກດ​ນີ້ ພຣະອົງ​ຈຶ່ງ​ຖອນ​ຫຼັກແຫຼ່ງ​ໃນ​ດິນແດນ​ທີ່​ພວກເຂົາ​ໄດ້​ອາໄສ​ຢູ່​ນັ້ນ ແລະ​ຂັບໄລ່​ພວກເຂົາ​ອອກ​ໄປ​ອາໄສ​ຢູ່​ຕ່າງຖິ່ນ​ດັ່ງ​ທີ່​ເປັນ​ຢູ່​ໃນ​ທຸກ​ວັນນີ້.’</verse>
				<verse number="29">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ບໍ່ໄດ້​ເປີດເຜິຍ​ກ່ຽວກັບ​ປະຈຸບັນ ແລະ​ອະນາຄົດ, ແຕ່​ພຣະອົງ​ໄດ້​ສັ່ງ​ໃຫ້​ພວກເຮົາ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະອົງ ພວກເຮົາ​ພ້ອມ​ທັງ​ເຊື້ອສາຍ​ຂອງ​ພວກເຮົາ​ຕ້ອງ​ເຊື່ອຟັງ​ກົດບັນຍັດ​ນີ້​ຕະຫລອດໄປ.”</verse>
			</chapter>
			<chapter number="30">
				<verse number="1">“ບັດນີ້ ຂ້າພະເຈົ້າ​ຂໍ​ໃຫ້​ພວກເຈົ້າ​ເລືອກ​ເອົາ ລະຫວ່າງ​ຄຳອວຍພອນ​ແລະ​ຄຳສາບແຊ່ງ. ເມື່ອ​ເຫດການ​ເຫຼົ່ານີ້​ທັງໝົດ​ໄດ້​ເກີດຂຶ້ນ​ກັບ​ພວກເຈົ້າ​ແລ້ວ ແລະ​ພວກເຈົ້າ​ກຳລັງ​ອາໄສ​ຢູ່​ທ່າມກາງ​ຊົນຊາດ​ຕ່າງໆ ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ກະຈັດ​ກະຈາຍ​ໄປ​ນັ້ນ; ພວກເຈົ້າ​ກໍ​ຈະ​ຈົດຈຳ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ໃຫ້​ພວກເຈົ້າ​ເລືອກ​ເອົາ.</verse>
				<verse number="2">ຖ້າ​ພວກເຈົ້າ​ແລະ​ລູກຫລານ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ເຊື່ອຟັງ​ດ້ວຍ​ສຸດໃຈ​ພຣະ​ຂໍ້ຄຳສັ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້;</verse>
				<verse number="3">ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ຈະ​ຫັນ​ມາ​ເມດຕາ​ພວກເຈົ້າ. ພຣະອົງ​ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ຈາກ​ຊົນຊາດ​ຕ່າງໆ ບ່ອນ​ທີ່​ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ກະຈັດ​ກະຈາຍ​ໄປ​ອາໄສ​ຢູ່​ນັ້ນ ແລະ​ຈະ​ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່.</verse>
				<verse number="4">ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຈະ​ຕົກ​ໄປ​ຢູ່​ໄກ​ກັນ​ຄົນລະ​ຟາກຟ້າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກໍ​ຈະ​ເຕົ້າໂຮມ​ພວກເຈົ້າ​ໃຫ້​ກັບຄືນ​ມາ​ຫາ​ກັນ​ໃໝ່</verse>
				<verse number="5">ເພື່ອ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ນຳພາ​ພວກເຈົ້າ​ສູ່​ດິນແດນ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເຄີຍ​ອາໄສ​ຢູ່​ມາ​ແຕ່​ກ່ອນ​ນັ້ນ​ອີກ. ແລ້ວ​ພຣະອົງ​ກໍ​ຈະ​ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ ແລະ​ມີ​ຈຳນວນ​ຄົນ​ຫລາຍກວ່າ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເຄີຍເປັນ​ມາກ່ອນ.</verse>
				<verse number="6">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເຮັດ​ໃຫ້​ພວກເຈົ້າ ແລະ​ລູກຫລານ ມີ​ໃຈ​ເຊື່ອຟັງ​ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ​ແລະ​ດ້ວຍ​ສຸດຈິດ​ຂອງ​ພວກເຈົ້າ ແລະ​ສືບຕໍ່​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ​ໄດ້.</verse>
				<verse number="7">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຫັນ​ເອົາ​ຄຳສາບແຊ່ງ​ເຫຼົ່ານີ້​ທັງໝົດ​ໄປ​ສູ່​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ ຜູ້​ທີ່​ກຽດຊັງ​ແລະ​ກົດຂີ່​ຂົ່ມເຫັງ​ພວກເຈົ້າ,</verse>
				<verse number="8">ແລະ​ພວກເຈົ້າ​ກໍ​ຈະ​ເຊື່ອຟັງ​ພຣະເຈົ້າຢາເວ​ອີກ​ທັງ​ຖື​ຮັກສາ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້.</verse>
				<verse number="9">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ໃນ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ເຮັດ. ພວກເຈົ້າ​ຈະ​ມີ​ລູກຫລານ​ຫລາຍ​ແລະ​ມີ​ຝູງສັດ​ຢ່າງ​ຫລວງຫລາຍ ແລະ​ທົ່ງໄຮ່​ທົ່ງນາ​ຂອງ​ພວກເຈົ້າ​ຈະ​ຜະລິດ​ພືດຜົນ​ໄດ້​ຢ່າງ​ອຸດົມສົມບູນ. ພຣະເຈົ້າຢາເວ​ຈະ​ມີ​ຄວາມ​ດີໃຈ​ທີ່​ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ ເໝືອນດັ່ງ​ພຣະອົງ​ໄດ້​ເຮັດ​ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ,</verse>
				<verse number="10">ແຕ່​ພວກເຈົ້າ​ຈະ​ຕ້ອງ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ແລະ​ຖື​ຮັກສາ​ກົດບັນຍັດ​ທັງໝົດ​ຂອງ​ພຣະອົງ ຊຶ່ງ​ມີ​ຂຽນ​ໄວ້​ໃນ​ປື້ມ​ກົດບັນຍັດ​ຫົວ​ນີ້. ພວກເຈົ້າ​ຈະ​ຕ້ອງ​ຫັນ​ກັບ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ​ແລະ​ດ້ວຍ​ສຸດຈິດ.</verse>
				<verse number="11">ຄຳສັ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້​ບໍ່​ເປັນ​ສິ່ງ​ທີ່​ຍາກ ຫລື​ເຫຼືອ​ວິໄສ​ທີ່​ພວກເຈົ້າ​ຈະ​ປະຕິບັດ​ໄດ້.</verse>
				<verse number="12">ຄຳສັ່ງ​ນັ້ນ​ບໍ່ໄດ້​ຢູ່​ທີ່​ສະຫວັນ ພວກເຈົ້າ​ບໍ່​ຈຳເປັນ​ຕ້ອງ​ຖາມ​ວ່າ, ‘ໃຜ​ຈະ​ຂຶ້ນ​ໄປ​ສະຫວັນ​ແລະ​ນຳ​ລົງ​ມາ​ໃຫ້​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້ຍິນ​ແລະ​ເຮັດ​ຕາມ?’</verse>
				<verse number="13">ຄຳສັ່ງ​ນັ້ນ​ບໍ່ໄດ້​ຢູ່​ທາງ​ຟາກ​ທະເລ​ດ້ານ​ອື່ນ. ພວກເຈົ້າ​ບໍ່​ຈຳເປັນ​ຕ້ອງ​ຖາມ​ວ່າ ‘ໃຜ​ຈະ​ຂ້າມ​ທະເລ​ໄປ​ເອົາ​ມາ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້ຍິນ​ແລະ​ເຮັດ​ຕາມ?’</verse>
				<verse number="14">ບໍ່ແມ່ນ​ຢ່າງນັ້ນ​ດອກ ຄຳສັ່ງ​ນັ້ນ​ຢູ່​ກັບ​ພວກເຈົ້າ. ພວກເຈົ້າ​ຮູ້​ແລະ​ຍົກ​ມາ​ເປັນ​ຂໍ້​ອ້າງອີງ​ໄດ້. ດັ່ງນັ້ນ ບັດນີ້​ຈົ່ງ​ເຊື່ອຟັງ​ຕາມນັ້ນ​ເຖີດ.</verse>
				<verse number="15">ວັນນີ້ ຂ້າພະເຈົ້າ​ຈະ​ໃຫ້​ພວກເຈົ້າ​ເລືອກ​ເອົາ ລະຫວ່າງ​ຊີວິດ​ແລະ​ຄວາມ​ຈະເລີນ ກັບ​ຄວາມຕາຍ​ແລະ​ຄວາມ​ຈິບຫາຍ.</verse>
				<verse number="16">ຖ້າ​ພວກເຈົ້າ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຊຶ່ງ​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້. ຖ້າ​ພວກເຈົ້າ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຊື່ອຟັງ​ພຣະອົງ ແລະ​ຖື​ຮັກສາ​ກົດບັນຍັດ​ທັງໝົດ​ຂອງ​ພຣະອົງ ແລ້ວ​ພວກເຈົ້າ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ​ຈົນ​ກາຍເປັນ​ຊົນຊາດ​ໃຫຍ່. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ອວຍພອນ​ພວກເຈົ້າ​ໃນ​ດິນແດນ ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ.</verse>
				<verse number="17">ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ແລະ​ປະຕິເສດ​ທີ່​ຈະ​ເຮັດ​ຕາມ ທັງ​ຍອມ​ໃຫ້​ຖືກ​ຊັກຊວນ​ໄປ​ຂາບໄຫວ້​ບັນດາ​ພະອື່ນ</verse>
				<verse number="18">ຂ້າພະເຈົ້າ​ຂໍ​ປະກາດ​ວ່າ ພວກເຈົ້າ​ຈະ​ຖືກ​ທຳລາຍ​ຢ່າງ​ໝົດສິ້ນ​ໃນ​ບັດນີ້​ແລະ​ໃນ​ທີ່​ນີ້. ພວກເຈົ້າ​ຈະ​ບໍ່ມີ​ອາຍຸ​ຍືນຍາວ​ໃນ​ດິນແດນ​ທີ່​ທາງ​ຟາກ​ແມ່ນໍ້າ​ຈໍແດນ ຊຶ່ງ​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.</verse>
				<verse number="19">ບັດນີ້ ຂ້າພະເຈົ້າ​ຂໍ​ໃຫ້​ພວກເຈົ້າ​ເລືອກເອົາ ລະຫວ່າງ​ຊີວິດ​ແລະ​ຄວາມຕາຍ, ພຣະພອນ​ແລະ​ຄຳສາບແຊ່ງ, ແລະ​ຂ້າພະເຈົ້າ​ວິງວອນ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ໃຫ້​ເປັນ​ພະຍານ​ໃນ​ສິ່ງ​ທີ່​ພວກເຈົ້າ​ເລືອກເອົາ. ຈົ່ງ​ເລືອກເອົາ​ຊີວິດ​ເຖີດ ເພື່ອ​ໃຫ້​ພວກເຈົ້າ​ແລະ​ລູກຫລານ​ຂອງ​ພວກເຈົ້າ​ມີ​ຊີວິດ​ຢູ່.</verse>
				<verse number="20">ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈົ່ງ​ເຊື່ອຟັງ​ພຣະອົງ​ແລະ​ສັດຊື່​ຕໍ່​ພຣະອົງ ແລ້ວ​ພວກເຈົ້າ​ແລະ​ລູກຫລານ​ກໍ​ຈະ​ມີ​ຊີວິດ​ຍືນຍາວ ຢູ່​ໃນ​ດິນແດນ​ທີ່​ພຣະອົງ​ໄດ້​ສັນຍາ​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ຄື: ອັບຣາຮາມ, ອີຊາກ ແລະ​ຢາໂຄບ.”</verse>
			</chapter>
			<chapter number="31">
				<verse number="1">ໂມເຊ​ໄດ້​ສືບຕໍ່​ໂອ້ລົມ​ກັບ​ປະຊາຊົນ​ອິດສະຣາເອນ</verse>
				<verse number="2">ແລະ​ກ່າວ​ວ່າ, “ດຽວ​ນີ້​ອາຍຸ​ຂອງ​ຂ້າພະເຈົ້າ​ກໍໄດ້ 120 ປີ​ແລ້ວ ແລະ​ຂ້າພະເຈົ້າ​ຈະ​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ​ຕໍ່ໄປ​ອີກ​ບໍ່ໄດ້. ນອກຈາກນີ້​ອີກ ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ວ່າ ຂ້າພະເຈົ້າ​ຈະ​ບໍ່ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ.</verse>
				<verse number="3">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ໄປ​ກ່ອນ​ໜ້າ​ພວກເຈົ້າ ແລະ​ພຣະອົງ​ຈະ​ທຳລາຍ​ຊົນຊາດ​ຕ່າງໆ​ທີ່​ອາໄສ​ຢູ່​ທີ່​ນັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຢຶດຄອງ​ດິນແດນ​ຂອງ​ພວກເຂົາ; ໂຢຊວຍ​ຈະ​ເປັນ​ຜູ້​ນຳພາ​ຂອງ​ພວກເຈົ້າ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້.</verse>
				<verse number="4">ພຣະເຈົ້າຢາເວ​ຈະ​ທຳລາຍ​ປະຊາຊົນ​ເຫຼົ່ານັ້ນ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ເອົາ​ຊະນະ​ກະສັດ​ຂອງ​ຊາວ​ອາໂມ ຄື​ເຈົ້າສີໂຫນ​ແລະ​ເຈົ້າໂອກ ແລະ​ໄດ້​ທຳລາຍ​ດິນແດນ​ຂອງ​ພວກເຂົາ.</verse>
				<verse number="5">ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຈົ້າ​ມີ​ໄຊຊະນະ​ເໜືອ​ພວກເຂົາ ແລະ​ພວກເຈົ້າ​ຕ້ອງ​ເຮັດ​ກັບ​ພວກເຂົາ​ແທ້ໆ ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ພວກເຈົ້າ.</verse>
				<verse number="6">ຈົ່ງ​ເດັດດ່ຽວ​ແລະ​ກ້າຫານ ຢ່າ​ຢ້ານ​ພວກເຂົາ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ຢູ່​ກັບ​ພວກເຈົ້າ. ພຣະອົງ​ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ຜິດຫວັງ ຫລື​ປະຖິ້ມ​ພວກເຈົ້າ.”</verse>
				<verse number="7">ແລ້ວ​ໂມເຊ​ກໍໄດ້​ເອີ້ນ​ໂຢຊວຍ​ເຂົ້າ​ມາ​ຫາ ແລະ​ກ່າວ​ແກ່​ລາວ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ວ່າ, “ຈົ່ງ​ເດັດດ່ຽວ​ແລະ​ກ້າຫານ ເຈົ້າ​ຕ້ອງ​ເປັນ​ຜູ້​ທີ່​ຈະ​ນຳພາ​ປະຊາຊົນ​ເຫຼົ່ານີ້​ເຂົ້າ​ໄປ​ຢຶດຄອງ​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ.</verse>
				<verse number="8">ພຣະເຈົ້າຢາເວ​ເອງ​ເປັນ​ຜູ້​ອອກ​ໜ້າກ່ອນ​ເຈົ້າ​ແລະ​ສະຖິດ​ຢູ່​ກັບ​ເຈົ້າ. ພຣະອົງ​ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ຜິດຫວັງ ຫລື​ປະຖິ້ມ​ພວກເຈົ້າ. ສະນັ້ນ ຢ່າ​ທໍ້ຖອຍ​ຫລື​ຢ້ານກົວ​ເລີຍ.”</verse>
				<verse number="9">ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ຂຽນ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ມອບ​ໃຫ້​ປະໂຣຫິດ​ຊາວ​ເລວີ ທີ່​ເປັນ​ຜູ້​ຮັບຜິດຊອບ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ແລະ​ມອບ​ໃຫ້​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="10">ເພິ່ນ​ໄດ້​ສັ່ງ​ພວກເຂົາ​ວ່າ, “ໃນ​ທ້າຍ​ປີ​ຂອງ​ທຸກ​ເຈັດ​ປີ​ໃດ ເມື່ອ​ປີ​ແຫ່ງ​ການ​ຍົກໜີ້​ວຽນ​ມາ​ເຖິງ ຈົ່ງ​ອ່ານ​ກົດບັນຍັດ​ນີ້​ດ້ວຍ​ສຽງດັງ​ໃນ​ເທດສະການ​ປຸກຕູບຢູ່.</verse>
				<verse number="11">ເມື່ອ​ພວກ​ອິດສະຣາເອນ​ທັງໝົດ​ມາ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ໃນ​ບ່ອນ​ທີ່​ພຣະອົງ​ເລືອກໄວ້. ເຈົ້າ​ຈົ່ງ​ອ່ານ​ກົດບັນຍັດ​ນີ້​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ​ໃຫ້​ຫູ​ຂອງ​ພວກເຂົາ​ໄດ້​ຍິນ.</verse>
				<verse number="12">ຈົ່ງ​ເອີ້ນ​ທຸກໆ​ຄົນ​ມາ​ເຕົ້າໂຮມ​ກັນ​ເຊັ່ນ: ຜູ້ຊາຍ, ຜູ້ຍິງ, ເດັກນ້ອຍ ແລະ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຂອງ​ພວກເຈົ້າ ເພື່ອ​ວ່າ​ທຸກຄົນ​ຈະ​ໄດ້ຍິນ​ແລະ​ຮຽນຮູ້ ທີ່​ຈະ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງ​ພຣະອົງ​ຢ່າງ​ສັດຊື່.</verse>
				<verse number="13">ດັ່ງນັ້ນ ພວກ​ລູກຫລານ​ຂອງ​ພວກເຈົ້າ​ຜູ້​ທີ່​ບໍ່ເຄີຍ​ໄດ້ຍິນ​ກົດບັນຍັດ​ກໍ​ຈະ​ໄດ້ຍິນ​ໄດ້​ຟັງ​ແລະ​ຮຽນຮູ້​ທີ່​ຈະ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຕາບໃດ​ທີ່​ພວກເຂົາ​ອາໄສ​ຢູ່​ໃນ​ດິນແດນ ທີ່​ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.”</verse>
				<verse number="14">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ບອກ​ໂມເຊ​ວ່າ, “ເຈົ້າ​ຈະ​ມີ​ຊີວິດ​ຢູ່​ອີກ​ບໍ່​ດົນ. ຈົ່ງ​ເອີ້ນ​ໂຢຊວຍ​ໄປ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ແນະນຳ​ລາວ.” ໂມເຊ​ແລະ​ໂຢຊວຍ​ກໍໄດ້​ພາກັນ​ໄປ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="15">ແລະ​ພຣະເຈົ້າຢາເວ​ກໍໄດ້​ປາກົດ​ຕໍ່​ພວກເພິ່ນ​ທີ່​ນັ້ນ ໃນ​ກ້ອນ​ເມກ​ທາງເຂົ້າ​ຫໍເຕັນ.</verse>
				<verse number="16">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ເຈົ້າ​ຈະ​ຕາຍ​ໃນ​ໄວໆ​ນີ້ ແລະ​ຫລັງຈາກ​ເຈົ້າ​ຕາຍໄປ​ແລ້ວ​ປະຊາຊົນ​ກໍ​ຈະ​ບໍ່​ສັດຊື່​ຕໍ່​ເຮົາ ແລະ​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ. ພວກເຂົາ​ຈະ​ປະຖິ້ມ​ເຮົາ ແລະ​ໄປ​ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ​ໃນ​ດິນແດນ​ທີ່​ພວກເຂົາ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.</verse>
				<verse number="17">ເມື່ອ​ສິ່ງ​ນັ້ນ​ເກີດຂຶ້ນ ເຮົາ​ຈະ​ຄຽດຮ້າຍ​ພວກເຂົາ ເຮົາ​ຈະ​ປະຖິ້ມ​ພວກເຂົາ​ແລະ​ພວກເຂົາ​ຈະ​ຖືກ​ທຳລາຍ. ໄພພິບັດ​ອັນ​ຮ້າຍແຮງ​ຫລາຍ​ຢ່າງ​ຈະ​ມາ​ເຖິງ​ພວກເຂົາ ແລ້ວ​ພວກເຂົາ​ຈະ​ຮູ້​ແນ່ແທ້​ວ່າ ສິ່ງ​ເຫຼົ່ານີ້​ທີ່​ເກີດຂຶ້ນ​ກັບ​ພວກເຂົາ ກໍ​ຍ້ອນ​ວ່າ​ເຮົາ​ຄື​ພຣະເຈົ້າ​ຂອງ​ພວກເຂົາ​ບໍ່​ຢູ່​ນຳ​ພວກເຂົາ​ອີກ​ຕໍ່ໄປ.</verse>
				<verse number="18">ເຮົາ​ຈະ​ບໍ່​ຍອມ​ຊ່ວຍເຫລືອ​ພວກເຂົາ​ອີກ​ຕໍ່ໄປ ເພາະ​ພວກເຂົາ​ໄດ້​ເຮັດ​ຊົ່ວ​ແລະ​ໄດ້​ຂາບໄຫວ້​ບັນດາ​ພະອື່ນ.</verse>
				<verse number="19">ບັດນີ້ ຈົ່ງ​ຂຽນ​ເພງ​ນີ້​ໄວ້. ຈົ່ງ​ສອນ​ປະຊາຊົນ​ອິດສະຣາເອນ​ໃຫ້​ຮຽນ​ຮ້ອງເພງ​ນັ້ນ ເພື່ອ​ວ່າ​ມັນ​ຈະ​ເປັນ​ຈຸດ​ຢືນ​ແຫ່ງຄວາມຈິງ​ຕໍ່ສູ້​ພວກເຂົາ.</verse>
				<verse number="20">ເຮົາ​ຈະ​ນຳ​ພວກເຂົາ​ເຂົ້າ​ໄປ​ສູ່​ດິນແດນ​ນີ້​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ຕາມ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ. ໃນ​ທີ່ນັ້ນ ພວກເຂົາ​ຈະ​ມີ​ອາຫານ​ການກິນ​ຕາມ​ຄວາມ​ຕ້ອງການ ແລະ​ພວກເຂົາ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ສະໜຸກ​ສຸກ​ສະບາຍ, ແຕ່​ພວກເຂົາ​ຈະ​ຫັນ​ໜີໄປ​ຂາບໄຫວ້​ບັນດາ​ພະອື່ນ. ພວກເຂົາ​ຈະ​ປະຖິ້ມ​ເຮົາ​ແລະ​ລະເມີດ​ພັນທະສັນຍາ​ຂອງເຮົາ</verse>
				<verse number="21">ແລະ​ໄພພິບັດ​ອັນ​ຮ້າຍແຮງ​ຫລາຍ​ຢ່າງ​ຈະ​ມາ​ເຖິງ​ພວກເຂົາ, ແຕ່​ຄົນ​ຍັງ​ຈະ​ຮ້ອງເພງ​ນີ້​ຢູ່​ຕໍ່ໄປ ແລະ​ມັນ​ຈະ​ເປັນ​ຈຸດ​ຢືນ​ແຫ່ງ​ຄວາມຈິງ​ຕໍ່ສູ້​ພວກເຂົາ. ແມ່ນແຕ່​ເວລາ​ນີ້ ກ່ອນ​ເຮົາ​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້​ພວກເຂົາ ເຮົາ​ກໍ​ຮູ້​ວ່າ​ພວກເຂົາ​ກຳລັງ​ຄິດ​ຢ່າງ​ໃດ​ແລ້ວ.”</verse>
				<verse number="22">ໃນ​ມື້ນັ້ນເອງ ໂມເຊ​ໄດ້​ປະພັນ​ບົດເພງ​ຂຶ້ນ ແລະ​ສອນ​ໃຫ້​ປະຊາຊົນ​ອິດສະຣາເອນ.</verse>
				<verse number="23">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ໂຢຊວຍ​ລູກຊາຍ​ຂອງ​ນູນ ໂດຍ​ໄດ້​ບອກ​ລາວ​ວ່າ, “ຈົ່ງ​ເດັດດ່ຽວ​ແລະ​ກ້າຫານ ເຈົ້າ​ຈະ​ນຳພາ​ປະຊາຊົນ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ພວກເຂົາ​ແລະ​ເຮົາ​ຈະ​ຢູ່​ກັບ​ເຈົ້າ.”</verse>
				<verse number="24">ໂມເຊ​ໄດ້​ຂຽນ​ກົດບັນຍັດ​ລົງ​ໃນ​ປື້ມ​ຫົວໜຶ່ງ ໂດຍ​ບໍ່​ຂາດ​ຈັກ​ຄຳ.</verse>
				<verse number="25">ເມື່ອ​ຂຽນ​ສຳເລັດ​ແລ້ວ ເພິ່ນ​ຈຶ່ງ​ກ່າວ​ແກ່​ປະໂຣຫິດ​ຊາວ​ເລວີ ຜູ້​ທີ່​ຮັບຜິດຊອບ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ວ່າ,</verse>
				<verse number="26">“ຈົ່ງ​ເອົາ​ປື້ມ​ທີ່​ບັນຈຸ​ກົດບັນຍັດ​ນີ້ ໄປ​ໄວ້​ຂ້າງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເພື່ອ​ວ່າ​ປື້ມນີ້​ຈະ​ເປັນ​ພະຍານ​ຕໍ່ສູ້​ໄພ່ພົນ​ຂອງ​ພຣະອົງ.</verse>
				<verse number="27">ຂ້າພະເຈົ້າ​ຮູ້​ວ່າ​ພວກເຂົາ​ດື້ດຶງ​ແລະ​ຄິດຄົດ​ທໍລະຍົດ​ເທົ່າໃດ. ພວກເຂົາ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ​ໃນ​ລະຫວ່າງ​ທີ່​ຂ້າພະເຈົ້າ​ຍັງ​ມີ​ຊີວິດ​ຢູ່ ແລະ​ພວກເຂົາ​ກໍ​ຈະ​ກະບົດ​ຕໍ່ສູ້​ພຣະອົງ​ຫລາຍກວ່າ​ນີ້​ອີກ ຫລັງຈາກ​ທີ່​ຂ້າພະເຈົ້າ​ຕາຍໄປ​ແລ້ວ.</verse>
				<verse number="28">ຈົ່ງ​ເອີ້ນ​ຫົວໜ້າ​ເຜົ່າ​ທັງໝົດ​ແລະ​ເຈົ້າໜ້າທີ່​ຂອງພວກເຈົ້າ ມາ​ປະຊຸມ​ກັນ​ຢູ່​ຊ້ອງໜ້າ​ຂ້າພະເຈົ້າ ເພື່ອ​ວ່າ​ຂ້າພະເຈົ້າ​ຈະ​ໄດ້​ບອກ​ສິ່ງ​ເຫຼົ່ານີ້​ເປັນ​ບົດເພງ​ສູ່​ພວກເຂົາ​ຟັງ; ຂ້າພະເຈົ້າ​ຈະ​ວິງວອນ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ໃຫ້​ເປັນ​ພະຍານ​ເພື່ອ​ຕໍ່ສູ້​ພວກເຂົາ.</verse>
				<verse number="29">ຂ້າພະເຈົ້າ​ຮູ້​ວ່າ​ຫລັງຈາກ​ຂ້າພະເຈົ້າ​ຕາຍໄປ​ແລ້ວ ປະຊາຊົນ​ຈະ​ເຮັດ​ຊົ່ວ​ແລະ​ປະຖິ້ມ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງສອນ​ພວກເຂົາ. ໃນ​ພາຍຄັ້ງໜ້າ ພວກເຂົາ​ຈະ​ພົບ​ກັບ​ໄພພິບັດ ເພາະ​ພວກເຂົາ​ຈະ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ ໂດຍ​ປະຕິບັດ​ໃນ​ສິ່ງ​ທີ່​ພຣະອົງ​ໄດ້​ຫ້າມ.”</verse>
				<verse number="30">ແລ້ວ​ໂມເຊ​ກໍ​ຮ້ອງ​ບົດເພງ​ທັງໝົດ​ນີ້​ໃຫ້​ປະຊາຊົນ​ອິດສະຣາເອນ​ຟັງ​ວ່າ,</verse>
			</chapter>
			<chapter number="32">
				<verse number="1">“ໂອ ຟ້າ​ສະຫວັນ​ເອີຍ ຈົ່ງ​ງ່ຽງຫູ​ຂອງເຈົ້າ​ຟັງ​ສຽງ​ຂອງຂ້ອຍ ແລະ​ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ຈາກ​ປາກ​ຂອງຂ້ອຍ.</verse>
				<verse number="2">ຄຳສັ່ງສອນ​ຂອງຂ້ອຍ ຈະ​ຕົກລົງ​ເໝືອນ​ຝົນ​ຫ່າໃຫຍ່ ຊຶ່ງ​ຈະ​ກໍ່​ຕົວ​ຄົງ​ຢູ່​ໄດ້ ເໝືອນ​ນໍ້າ​ຄ້າງ​ຮຸ່ງ​ອາລຸນ; ຖ້ອຍຄຳ​ຂອງຂ້ອຍ ຈະ​ລິນ​ລົງ​ເໝືອນ​ນໍ້າ​ຝົນ​ເທິງ​ພືດອ່ອນ ເໝືອນ​ສາຍຝົນ​ຄ່ອຍໆ​ຍ້ອຍ ໂຮຍ​ຮວດ​ເທິງ​ຫຍ້າຂຽວ.</verse>
				<verse number="3">ຂ້ອຍ​ຈະ​ປະກາດ​ໃຫ້​ດັງ​ກ້ອງ ພຣະນາມ​ຂອງ​ພຣະເຈົ້າຢາເວ! ຈົ່ງ​ຖະຫວາຍ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.</verse>
				<verse number="4">ພຣະອົງ​ເປັນ​ທີ່​ເພິ່ງ ອັນ​ເຂັ້ມແຂງ​ຂອງ​ເຈົ້າ​ຕະຫລອດ​ມາ ສົມບູນ​ແລະ​ທ່ຽງທຳ ໃນ​ວິຖີ​ທາງ​ຂອງ​ພຣະອົງ; ພຣະເຈົ້າ​ຂອງ​ພວກເຈົ້າ ສັດຊື່​ແລະ​ທ່ຽງທຳ ພຣະອົງ​ໄດ້​ກະທຳ ແຕ່​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ.</verse>
				<verse number="5">ແຕ່​ພວກເຈົ້າ​ນັ້ນ ພັດ​ບໍ່​ຈົງຮັກ​ແລະ​ພັກດີ ບໍ່​ເໝາະສົມ​ທີ່​ຈະ​ເປັນ ໄພ່ພົນ​ຂອງ​ພຣະອົງ ຄື​ເປັນ​ຊົນຊາດ​ບາບ ທີ່​ກະທຳ​ຜິດ​ຕະຫລອດ​ມາ ພາກັນ​ຄົດໂກງ​ແລະ​ຫັນໜີ ຈາກ​ພຣະເຈົ້າ​ມາ​ຕະຫລອດ.</verse>
				<verse number="6">ປະຊາຊົນ​ທີ່​ໂງ່ຈ້າ ແລະ​ເບົາ​ປັນຍາ​ເອີຍ ພວກເຈົ້າ​ຄວນ​ເຮັດ​ວິທີ​ນີ້​ບໍ ກັບ​ພຣະເຈົ້າຢາເວ? ພຣະອົງ​ເປັນ​ບິດາ​ຂອງ​ພວກເຈົ້າ ແລະ​ທັງ​ເປັນ​ຜູ້​ສ້າງ​ພວກເຈົ້າ​ມາ ທັງ​ດູແລ​ແລະ​ຮັກສາ ຈົນ​ພວກເຈົ້າ​ກາຍເປັນ​ຊາດ​ໜຶ່ງ.</verse>
				<verse number="7">ຈົ່ງ​ລະນຶກເຖິງ​ອະດີດ ເວລາ​ນານ​ຜ່ານ​ມາ; ຖາມ​ເບິ່ງ​ບັນດາ​ບິດາ ໃຫ້​ເລົ່າ​ສິ່ງ​ທີ່​ໄດ້​ເກີດ​ມາ ສູ່​ຟັງ​ເບິ່ງ ຖາມ​ເບິ່ງ​ພວກ​ຄົນ​ເຖົ້າ ຄົນ​ຊາຣາ​ທີ່​ເກີດ​ກ່ອນ; ບອກ​ເພິ່ນ​ຢ້ອນ​ເລົ່າ​ເລື່ອງ ໃນ​ອະດີດ​ສູ່​ຟັງ​ແດ່ແມ</verse>
				<verse number="8">ອົງ​ພຣະຜູ້​ສູງສຸດ​ໄດ້​ໃຫ້​ ຊາດ​ຕ່າງໆ​ມີ​ດິນແດນ​ຂອງຕົນ; ພຣະອົງ​ໄດ້​ກຳນົດ​ບ່ອນ​ໃຫ້​ລູກຫລານ​ຂອງ​ອິດສະຣາເອນ ເປັນ​ບ່ອນ​ທີ່​ພວກເຂົາ​ຈະ​ອາໄສ​ຢູ່ນັ້ນ.</verse>
				<verse number="9">ແຕ່​ສ່ວນ​ຂອງ​ພຣະເຈົ້າຢາເວ​ແມ່ນ​ສຳລັບ​ພຣະອົງ ພວກ​ເຊື້ອສາຍ​ຂອງ​ຢາໂຄບ​ເປັນ​ມໍຣະດົກ​ຂອງ​ພຣະອົງ​ເອງ.</verse>
				<verse number="10">ພຣະອົງ​ໄດ້​ເຫັນ​ພວກເຂົາ​ເຄື່ອນຍ້າຍ ຜ່ານ​ຜ່າ​ທ້ອງຖິ່ນ​ທະເລຊາຍ ເປົ່າປ່ຽວ​ທຸລະກັນດານ ທັງ​ລົມ​ພັດ​ແຮງ​ເຫລືອຮ້າຍ; ພຣະອົງ​ເລີຍ​ດູແລ​ປົກປ້ອງ​ໄວ້ ແລະ​ເອົາໃຈໃສ່​ພວກເຂົາ ແລະ​ເຝົ້າ​ປົກປັກ​ຮັກສາ ເໝືອນດັ່ງ​ແກ້ວຕາ​ຂອງ​ພຣະອົງ​ນັ້ນ.</verse>
				<verse number="11">ເໝືອນດັ່ງ​ນົກອິນຊີ​ໂຕໜຶ່ງ​ໄດ້ ສອນ​ລູກໆ​ຂອງ​ມັນ​ໃຫ້​ບິນ​ໄປ ກາງ​ປີກ​ຂອງຕົນ​ອອກ​ໄວ້​ລໍ​ຮັບ ລູກໆ​ນັ້ນ​ໄວ້​ຢ່າງ​ປອດໄພ​ໄດ້. ທັງ​ໄດ້​ປົກປ້ອງ​ຄຸ້ມຄອງ​ແລະ​ຮັກສາ ຊົນຊາດ​ອິດສະຣາເອນ ບໍ່​ໃຫ້​ຫຼົ້ມຈົມ​ລົງ​ໄດ້.</verse>
				<verse number="12">ພຣະເຈົ້າຢາເວ​ເທົ່ານັ້ນ ນຳພາ​ປະຊາຊົນ​ຂອງຕົນ ປາສະຈາກ​ຄວາມ​ຊ່ວຍເຫລືອ ຂອງ​ບັນດາ​ພະ​ຕ່າງຊາດ.</verse>
				<verse number="13">ພຣະອົງ​ໃຫ້​ພວກເຂົາ​ປົກຄອງ​ໄດ້ ພູພຽງ​ອັນ​ກວ້າງໃຫຍ່ ແລະ​ກິນ​ພືດຜົນ​ທີ່​ໃຫຍ່​ຂຶ້ນ ໃນ​ທົ່ງນາ​ນັ້ນ​ໄດ້​ທັງໝົດ. ພວກເຂົາ​ພົບ​ຮັງ​ເຜິ້ງ​ປ່າ ຢູ່​ທ່າມກາງ​ໂງ່ນຫີນ ແລະ​ທີ່​ເທິງ​ໜ້າ​ດິນ​ແຂງ ຕົ້ນ​ໝາກກອກເທດ​ກໍ​ເກີດຂຶ້ນ.</verse>
				<verse number="14">ພວກເຂົາ​ມີ​ງົວ​ແລະ​ແບ້ ບຽດ​ຢັດ​ເຕັມຝູງ ຜະລິດ​ນໍ້ານົມ​ໄດ້​ຫລາຍ ຢ່າງ​ອຸດົມສົມບູນ​ແທ້ ພວກເຂົາ​ມີ​ແກະ​ແລະ​ແບ້ ທັງ​ງົວ​ໂຕ​ທີ່​ຕຸ້ຍພີ​ຍິ່ງ ທັງ​ເຂົ້າ​ບະເລ​ອັນ​ດີເລີດ ແລະ​ເຫຼົ້າ​ອະງຸ່ນ​ຊັ້ນ​ດີທີ່ສຸດ.</verse>
				<verse number="15">ໄພ່ພົນ​ຂອງ​ພຣະເຈົ້າ​ຮັ່ງມີ​ຂຶ້ນ ແຕ່​ພັດ​ຄິດຄົດ​ທໍລະຍົດ​ຕໍ່​ພຣະອົງ; ພວກເຂົາ​ອ້ວນ​ຕຸ້ຍພີ​ດີ ເພາະ​ມີ​ອາຫານ​ການກິນ​ຢ່າງ​ເຫລືອລົ້ນ. ພວກເຂົາ​ຈຶ່ງ​ໄດ້​ປະຖິ້ມ ພຣະເຈົ້າ​ພຣະ​ຜູ້​ສ້າງ​ຂອງຕົນ​ໄປ ແລະ​ບໍ່​ຍອມ​ຮັບ​ພຣະຜູ້​ຊ່ວຍ​ກູ້​ພວກເຂົາ ວ່າ​ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່.</verse>
				<verse number="16">ການ​ຂາບໄຫວ້​ຮູບພະ​ຂອງ​ພວກເຂົາ​ນັ້ນ ໄດ້​ເຮັດ​ໃຫ້​ພຣະອົງ​ຊົງ​ຫວງແຫນ; ຄວາມ​ຊົ່ວຊ້າ​ທີ່​ພວກເຂົາ​ໄດ້​ກະທຳ ໄດ້​ເຮັດ​ໃຫ້​ພຣະອົງ​ຕ້ອງ​ໂກດຮ້າຍ.</verse>
				<verse number="17">ພວກເຂົາ​ໄດ້​ຖວາຍບູຊາ​ໃຫ້​ແກ່​ບັນດາ​ຜີມານຮ້າຍ ບໍ່ແມ່ນ​ພຣະແທ້​ ຊຶ່ງ​ບໍ່ແມ່ນ​ພຣະເຈົ້າ​ແຕ່​ແມ່ນ​ພະທຽມ ຄື​ພະ​ໃໝ່ໆ​ເຫຼົ່ານັ້ນ​ທັງຫລາຍ ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ບໍ່ເຄີຍ​ຮູ້; ເປັນ​ບັນດາ​ພະ​ຕ່າງໆ ທີ່​ຊາດ​ອິດສະຣາເອນ​ບໍ່ເຄີຍ​ຮູ້ຈັກ ແລະ​ບໍ່​ຮູ້​ຂາບໄຫວ້​ພວກ​ມັນ ທັງ​ບໍ່ເຄີຍ​ເຊື່ອຟັງ​ມັນ​ມາ​ກ່ອນ.</verse>
				<verse number="18">ພວກເຂົາ​ໄດ້​ລືມໄລ​ພຣະເຈົ້າ ພຣະ​ຜູ້ໂຜດຊ່ວຍ​ອົງ​ຍິ່ງໃຫຍ່​ຂອງ​ພວກເຂົາ ອົງ​ຊົງ​ຣິດອຳນາດ​ຫລາຍ ທີ່​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່.</verse>
				<verse number="19">ເມື່ອ​ພຣະເຈົ້າຢາເວ​ເຫັນ​ເຊັ່ນນີ້ ພຣະອົງ​ຈຶ່ງ​ໂກດຮ້າຍ​ຫລາຍ ຈຶ່ງ​ບໍ່​ຮັບ​ຊາຍ​ຍິງ​ເຫຼົ່ານີ້ ເປັນ​ບຸດ​ຂອງ​ພຣະເຈົ້າ.</verse>
				<verse number="20">ພຣະອົງ​ກ່າວ​ວ່າ, ‘ເຮົາ​ຈະ​ບໍ່​ຊ່ວຍ​ພວກເຂົາ​ຕໍ່ໄປ​ອີກ’ ‘ແລ້ວ​ເຮົາ​ກໍ​ຈະ​ເບິ່ງ​ວ່າ​ສິ່ງໃດ​ເກີດຂຶ້ນ​ກັບ​ເຂົາເຈົ້າ ຄື​ຄົນ​ທີ່​ດື້ດ້ານ​ສອນຍາກ​ແລະ​ຫົວແຂງ ທັງ​ບໍ່​ສັດຊື່​ແລະ​ບໍ່​ໝັ້ນຄົງ​ດ້ວຍ.</verse>
				<verse number="21">ໂດຍ​ຮູບເຄົາຣົບ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ແກ້ງເຮັດ​ໃຫ້​ເຮົາ​ໂມໂຫ ໂດຍ​ແກ້ງເຮັດ​ໃຫ້​ເຮົາ​ຫຶງຫວງ ຕໍ່​ສິ່ງ​ທີ່​ພວກເຂົາ​ເອີ້ນ​ວ່າ​ພະ​ຂອງ​ເຂົາເຈົ້າ​ນັ້ນ; ພະເກ້ໆ​ເຫຼົ່ານັ້ນ​ລ້ວນແຕ່​ເປັນ​ພະທຽມ ບໍ່ແມ່ນ​ພຣະເຈົ້າ​ແທ້​ຈັກດີ້. ສະນັ້ນ ເຮົາ​ຈຶ່ງ​ຈະ​ໃຊ້​ຊາດ​ໜຶ່ງ​ມາ​ເຮັດ​ໃຫ້ ພວກ​ເຂົາເຈົ້າ​ເກີດ​ໂມໂຫ; ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເກີດ​ອິດສາ ຊົນຊາດ​ເບົາ​ປັນຍານີ້.</verse>
				<verse number="22">ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ລຸກ​ໄໝ້ ເຜົາຜານ​ດັ່ງ​ແປວໄຟ​ລຸກ​ໃຫຍ່ ເຜົາໄໝ້​ທຸກສິ່ງ​ເທິງ​ແຜ່ນດິນ​ໂລກ ຈົນ​ທະລາຍ​ກ້ຽງ​ສິ້ນສູນ​ໝົດ. ມັນ​ຈະ​ເລີຍ​ລຸກ​ໄໝ້​ໄປ​ຮອດ ພື້ນ​ພິພົບ​ປັດຖະພີ ແລະ​ເຜົາຜານ​ທຸກສິ່ງ​ໝົດ ຮອດ​ຮາກໂຄນ​ຂອງ​ພູ​ສູງພຸ້ນ.</verse>
				<verse number="23">ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ເຂົາເຈົ້າ ເປັນ​ໄພພິບັດ​ອັນ​ບໍ່​ສິ້ນສຸດ​ເປັນ ເຊັ່ນ​ລູກທະນູ​ໜ້ອງ​ທັງໝົດ ທີ່​ເຮົາ​ຈະ​ໃຊ້​ຕໍ່ສູ້​ພວກ​ເຂົາເຈົ້າ.</verse>
				<verse number="24">ພວກເຂົາ​ຈະ​ຕາຍ​ເພາະ ການ​ເຈັບໄຂ້​ແລະ​ອຶດຫິວ; ພວກເຂົາ​ຈະ​ສິ້ນ​ຊີວິດ​ໄປ ຍ້ອນ​ພະຍາດ​ອັນ​ຮ້າຍແຮງ​ມາ​ຖືກ. ເຮົາ​ຈະ​ໃຫ້​ສັດປ່າ​ມາ​ຕໍ່ຕ້ານ ກັດ​ກິນ​ພວກເຂົາ​ໃຫ້​ວອດວາຍ ທັງ​ຈະ​ໃຫ້​ງູພິດ​ຮ້າຍ​ມາ​ກັດ ຕອດ​ພວກເຂົາ​ໃຫ້​ເຈັບປວດ.</verse>
				<verse number="25">ເສິກ​ສົງຄາມ​ຈະ​ເຮັດ​ໃຫ້ ຄົນ​ຕາຍ​ຕາມ​ທາງຍ່າງ; ຄວາມ​ຢ້ານ​ໃຫຍ່​ຈະ​ຍ່າງຍ້າຍ ບຸກ​ເຂົ້າ​ສູ່​ບ້ານເຮືອນ. ຊາຍໜຸ່ມ​ຍິງສາວ​ຈະ​ສິ້ນຊີບ ລົ້ມຫາຍ​ຕາຍ​ຈາກ​ໄປ; ແມ່ນແຕ່​ເດັກອ່ອນນ້ອຍ​ທັງຫລາຍ ແລະ​ຜູ້ເຖົ້າ​ກໍ​ບໍ່​ເຫຼືອ​ດ້ວຍ.</verse>
				<verse number="26">ເຮົາ​ຈະ​ຕ້ອງ​ລົງ​ມື​ທຳລາຍ ພວກ​ເຂົາເຈົ້າ​ໃຫ້​ສິ້ນ​ເຊື້ອສາຍ ເພື່ອ​ຈະ​ບໍ່ມີ​ໃຜ​ອາໄລ​ອາວອນ ຫວນ​ຈົດຈຳ​ພວກເຂົາ​ໄດ້​ອີກ.</verse>
				<verse number="27">ແຕ່​ເຮົາ​ຈະ​ບໍ່​ຍອມ​ໃຫ້​ສັດຕູ​ໂອ້ອວດ​ຈອງຫອງ ວ່າ​ປະຊາຊົນ​ຂອງເຮົາ ແມ່ນ​ເຂົາ​ທີ່​ໄດ້​ຊະນະ; ໃນ​ເມື່ອ​ແມ່ນ​ເຮົາ​ນີ້​ເອງ ທີ່​ໄດ້​ສຳແດງ​ສີ​ມື ພຣະເຈົ້າຢາເວ​ເປັນ​ຜູ້​ຕີ​ພວກເຂົາ​ໃຫ້​ສະຫລາຍ​ໄປ​ຕ່າງຫາກ.’</verse>
				<verse number="28">ຊາວ​ອິດສະຣາເອນ​ເປັນ​ຊົນຊາດ ທີ່​ຂາດ​ສະຕິ​ແລະ​ຄວາມຄິດ ພວກເຂົາ​ປະພຶດ​ຢ່າງ​ໂງ່ຈ້າ ປັນຍາ​ແທ້​ບໍ່ມີ​ເລີຍ.</verse>
				<verse number="29">ພວກເຂົາ​ບໍ່​ຮູ້​ວ່າ​ຕົນ​ພ່າຍແພ້​ນັ້ນ​ຍ້ອນ​ຫຍັງ ທັງ​ບໍ່​ເຂົ້າໃຈ​ແມ່ນແຕ່​ມີ​ຫຍັງ​ໄດ້​ເກີດຂຶ້ນ.</verse>
				<verse number="30">ເປັນຫຍັງ​ຄົນ​ຜູ້ດຽວ​ນັ້ນ ຈຶ່ງ​ຊະນະ​ຄົນ​ເປັນພັນ ແລະ​ເປັນຫຍັງ​ພຽງ​ສອງ​ຄົນ ຈຶ່ງ​ຊະນະ​ຄົນ​ເປັນ​ໝື່ນ? ກໍ​ເພາະວ່າ​ພຣະເຈົ້າ​ໄດ້​ປະຖິ້ມ​ພວກເຂົາ ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່​ໄດ້​ໃຫ້​ພວກເຂົາ​ພ່າຍແພ້.</verse>
				<verse number="31">ເຫຼົ່າ​ສັດຕູ​ຮູ້​ວ່າ​ພະ​ຂອງ​ພວກເຂົາ​ນັ້ນ​ອ່ອນແອ ບໍ່​ເຂັ້ມແຂງ​ຄື​ພຣະເຈົ້າ​ຂອງ​ອິດສະຣາເອນ​ໄດ້.</verse>
				<verse number="32">ສັດຕູ​ຂອງ​ພວກ​ເຂົາເຈົ້າ​ເປື່ອຍເຍື່ອຍ​ກັນ​ໝົດ ເໝືອນ​ເມືອງ​ໂຊໂດມ​ແລະ​ໂກໂມຣາ​ນັ້ນ; ເປັນ​ຄື​ກົກ​ອະງຸ່ນ​ທີ່​ເກີດ​ໝາກ​ຂົມ​ແລະ​ເປັນ​ພິດ ເໝືອນ​ເອົາ​ພິດ​ງູ​ມາ​ແຕ່ງ​ເຫຼົ້າ​ອະງຸ່ນ​ແທ້​ບໍ່​ຫ່ອນ​ເປັນ.</verse>
				<verse number="33"></verse>
				<verse number="34">ພຮະອົງ​ຈົດຈຳ​ສິ່ງ​ທີ່​ເຫຼົ່າ​ສັດຕູ​ໄດ້​ກະທຳ​ມາ; ພຣະອົງ​ລໍ​ຈັງຫວະ​ຈະ​ລົງໂທດ​ພວກເຂົາ​ໃຫ້​ໄດ້.</verse>
				<verse number="35">ພຮະອົງ​ຈະ​ແກ້ແຄ້ນ ແລະ​ລົງໂທດ​ພວກເຂົາ; ມື້​ເຄາະກຳ​ໃກ້​ເຂົ້າ​ມາ ມື້​ທີ່​ພວກເຂົາ​ຫຼົ້ມຈົມ​ຈະ​ມາ​ຮອດ.</verse>
				<verse number="36">ພຣະເຈົ້າຢາເວ​ຈະ​ຊ່ວຍ​ກູ້​ໄພ່ພົນ​ຂອງ​ພຣະອົງ ເມື່ອ​ພຣະອົງ​ເຫັນ​ວ່າ​ກຳລັງ​ຂອງ​ພວກເຂົາ​ຈວນ​ຈະ​ສິ້ນ. ພຣະອົງ​ຈະ​ເມດຕາ​ແກ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ເມື່ອ​ພຣະອົງ​ເຫັນ​ພວກເຂົາ​ຕ້ອງການ​ກຳລັງ​ຊຸກຍູ້.</verse>
				<verse number="37">ແລ້ວ​ພຮະອົງ​ກໍ​ຈະ​ຖາມ​ໄພ່ພົນ​ຂອງ​ພຣະອົງ ວ່າ, ‘ພະ​ຍິ່ງໃຫຍ່​ທີ່​ເຈົ້າ​ໄວ້​ໃຈ​ດຽວ​ນີ້​ຢູ່​ໃສ​ແລ້ວ</verse>
				<verse number="38">ເຈົ້າ​ບູຊາ​ລ້ຽງ​ມັນ​ໄວ້​ໂດຍ​ຖວາຍ​ໄຂມັນ​ໃຫ້​ມັນ​ຮັບ ທັງ​ຖວາຍ​ເຫຼົ້າ​ອະງຸ່ນ​ໃຫ້​ມັນ​ໄດ້​ດື່ມ​ຢ່າງ​ສະບາຍ. ບັດນີ້ ຈົ່ງ​ບອກ​ມັນ​ໃຫ້​ຊ່ວຍເຫລືອ​ເຈົ້າ​ລອງ​ເບິ່ງ ບອກ​ມັນ​ແລ່ນ​ມາ​ຊ່ວຍ​ກູ້​ເອົາ​ເຈົ້າ​ໄວ້​ສາ.</verse>
				<verse number="39">ເຮົາ​ແລະ​ເຮົາ​ເທົ່ານັ້ນ ທີ່​ເປັນ​ພຣະເຈົ້າ​ແທ້​ໃດ ນອກຈາກ​ເຮົາ​ນີ້​ໄປ​ບໍ່ມີ​ພະອື່ນ​ໃດ​ອີກ​ແລ້ວ; ມີ​ຜູ້ໃດ​ແດ່​ກ້າ​ຕໍ່ຕ້ານ​ແຜນການ​ຂອງເຮົາ ເຮົາ​ຂ້າ​ແລະ​ໃຫ້​ຊີວິດ ເຮັດ​ໃຫ້​ບາດເຈັບ​ແລະ​ປິ່ນປົວ​ດ້ວຍ.</verse>
				<verse number="40">ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ຈິງໆ​ໃດ ເຮົາ​ຍົກ​ມື​ຂຶ້ນ​ສະຫວັນ​ແລະ​ເຮົາ​ສາບານ​ໄວ້</verse>
				<verse number="41">ເຮົາ​ຈະ​ຝົນ​ດາບ​ໃຫ້​ເຫລື້ອມ​ເປັນ​ແສງ​ຄົມ​ມັບໆ ແລະ​ມື​ຂອງ​ເຮົາ​ຢຶດ​ການ​ຕັດສິນ​ໄວ້. ເຮົາ​ຈະ​ແກ້ແຄ້ນ​ບັນດາ​ເຫຼົ່າ​ສັດຕູ ແລະ​ເຮົາ​ຈະ​ລົງໂທດ​ທັນ​ຜູ້​ທີ່​ກຽດຊັງ​ເຮົາ​ນັ້ນ.</verse>
				<verse number="42">ລູກທະນູ​ຂອງເຮົາ​ເປື້ອນ​ຍ້ອນ​ເລືອດ​ຫລັ່ງ​ອອກ​ມາ ແລະ​ດາບ​ຂອງເຮົາ​ຈະ​ຕັດ​ຊີວາ​ຜູ້​ທີ່​ມາ​ຂັດຂວາງ​ເຮົາ​ນັ້ນ. ເຮົາ​ຈະ​ບໍ່​ໄວ້​ຊີວິດ​ຕໍ່​ຜູ້​ຄິດ​ຕໍ່ສູ້​ເຮົາ ແມ່ນແຕ່​ຜູ້​ບາດເຈັບ ແລະ​ຊະເລີຍ​ກໍ​ບໍ່​ມົ້ມ.’</verse>
				<verse number="43">ບັນດາ​ຊົນຊາດ​ເອີຍ ຈົ່ງ​ຊົມຊື່ນຍິນດີ​ຮ່ວມ​ກັບ​ປະຊາຊົນ​ຂອງ​ພຣະອົງ ເພາະ​ພຣະອົງ​ລົງໂທດ​ທຸກຄົນ​ທີ່​ຂ້າ​ພວກເຂົາ. ພຣະອົງ​ທຳການ​ແກ້ແຄ້ນ​ເຫຼົ່າ​ສັດຕູ​ທັງຫລາຍ ແລະ​ອະໄພ​ການບາບ​ໄພ່ພົນ​ຂອງ​ພຣະອົງ​ແລ້ວ.”</verse>
				<verse number="44">ໂມເຊ​ແລະ​ໂຢຊວຍ​ລູກຊາຍ​ຂອງ​ນູນ ໄດ້​ເລົ່າ​ເພງ​ນີ້​ສູ່​ປະຊາຊົນ​ຟັງ.</verse>
				<verse number="45">ເມື່ອ​ໂມເຊ​ກ່າວ​ຄຳສັ່ງສອນ​ຂອງ​ພຣະເຈົ້າ​ໃຫ້​ປະຊາຊົນ​ອິດສະຣາເອນ​ຟັງ​ສຸດແລ້ວ</verse>
				<verse number="46">ເພິ່ນ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ເຮັດ​ຕາມ​ຂໍ້ຄຳສັ່ງ​ເຫຼົ່ານີ້​ທັງໝົດ ຊຶ່ງ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້. ຈົ່ງ​ສັ່ງສອນ​ລູກຫລານ​ຂອງ​ພວກເຈົ້າ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຮັດ​ຕາມ​ຄຳສັ່ງສອນ​ທັງໝົດ​ຂອງ​ພຣະເຈົ້າ​ຢ່າງ​ຕັ້ງໜ້າ.</verse>
				<verse number="47">ຄຳສັ່ງສອນ​ເຫຼົ່ານີ້ ບໍ່ແມ່ນ​ຖ້ອຍຄຳ​ທີ່​ບໍ່ມີ​ປະໂຫຍດ ມັນ​ເປັນ​ຖ້ອຍຄຳ​ທີ່​ໃຫ້​ພວກເຈົ້າ​ມີ​ຊີວິດ. ສະນັ້ນ ຈົ່ງ​ເຮັດ​ຕາມ​ນັ້ນ ແລະ​ພວກເຈົ້າ​ຈະ​ມີ​ອາຍຸ​ຍືນຍາວ ໃນ​ດິນແດນ​ທາງ​ຟາກ​ເບື້ອງ​ນັ້ນ​ຂອງ​ແມ່ນໍ້າ​ຈໍແດນ ຊຶ່ງ​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ.”</verse>
				<verse number="48">ໃນ​ມື້ນັ້ນເອງ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,</verse>
				<verse number="49">“ຈົ່ງ​ຂຶ້ນ​ໄປ​ເທິງ​ພູເຂົາ​ອາບາຣິມ​ໃນ​ດິນແດນ​ໂມອາບ ຊຶ່ງ​ຢູ່​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ ຈົ່ງ​ປີນ​ຂຶ້ນ​ໄປ​ໃຫ້​ຈົນເຖິງ​ຍອດ​ພູເຂົາ​ເນໂບ ແລະ​ຫລຽວ​ເບິ່ງ​ດິນແດນ​ການາອານ ຊຶ່ງ​ເຮົາ​ກຳລັງ​ຈະ​ມອບ​ໃຫ້​ປະຊາຊົນ​ອິດສະຣາເອນ.</verse>
				<verse number="50">ເຈົ້າ​ຈະ​ຕາຍ​ຢູ່​ເທິງ​ພູ​ໜ່ວຍ​ນັ້ນ​ເໝືອນ​ດັ່ງ​ອາໂຣນ​ອ້າຍ​ຂອງ​ເຈົ້າ​ທີ່​ໄດ້​ຕາຍ​ຢູ່​ເທິງ​ພູ​ໂຮເຣ</verse>
				<verse number="51">ເພາະ​ເຈົ້າ​ທັງສອງ​ບໍ່​ສັດຊື່​ຕໍ່​ເຮົາ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ. ຄາວ​ຢູ່​ທີ່​ແມ່ນໍ້າ​ເມຣີບາ ໃກ້​ກັບ​ເມືອງ​ກາເດັດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ​ນັ້ນ ພວກເຈົ້າ​ຫລົບລູ່​ກຽດ​ຂອງເຮົາ​ໃນ​ທ່າມກາງ​ປະຊາຊົນ​ອິດສາຣະເອນ.</verse>
				<verse number="52">ເຈົ້າ​ຈະ​ຫລຽວເຫັນ​ດິນແດນ​ນັ້ນ​ໃນ​ໄລຍະ​ໄກ ແຕ່​ເຈົ້າ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ກຳລັງ​ຈະ​ມອບ​ໃຫ້​ປະຊາຊົນ​ອິດສະຣາເອນ.”</verse>
			</chapter>
			<chapter number="33">
				<verse number="1">ຕໍ່ໄປນີ້ ແມ່ນ​ຄຳອວຍພອນ​ທີ່​ໂມເຊ​ຄົນ​ຂອງ​ພຣະເຈົ້າ ໄດ້​ກ່າວ​ໃຫ້​ປະຊາຊົນ​ອິດສະຣາເອນ​ກ່ອນ​ເພິ່ນ​ຈະ​ຕາຍ.</verse>
				<verse number="2">ພຣະເຈົ້າຢາເວ​ໄດ້​ສະເດັດ​ມາ​ຈາກ​ພູເຂົາ​ຊີນາຍ ຊົງ​ໄດ້​ລຸກ​ຂຶ້ນ​ມາ​ເໝືອນ​ດັ່ງ​ຕາເວັນ​ເທິງ​ເອໂດມ​ນັ້ນ ແລະ​ຈາກ​ພູເຂົາ​ປາຣານ​ພຸ້ນ​ແສງໃສ​ແຈ້ງ​ສ່ອງ ຖືກ​ປະຊາຊົນ​ທົ່ວ​ໜ້າ​ສູ່​ຄົນ​ແທ້​ຂອງ​ພຣະອົງ. ມີ​ເທວະດາ​ເປັນ​ໝື່ນໆ​ອ້ອມລ້ອມ​ຢູ່​ກັບ​ພຣະອົງ ມີ​ໄຟ​ລຸກ​ຮຸ່ງເຮືອງ​ທີ່​ມື​ຂວາ ຂອງ​ພຣະອົງ​ດ້ວຍ.</verse>
				<verse number="3">ພຣະອົງ​ຮັກ​ໄພ່ພົນ​ຂອງ​ພຣະອົງ​ຫລາຍ ແລະ​ປົກປັກ​ຮັກສາ​ຜູ້​ທີ່​ເປັນ​ຄົນ​ຂອງ​ພຣະອົງ​ໄວ້. ດັ່ງນັ້ນ ພວກເຮົາ​ຈົ່ງ​ຂາບ​ຢູ່​ໃຕ້​ຕີນ​ຂອງ​ພຣະອົງ ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ທຸກປະການ​ນັ້ນ.</verse>
				<verse number="4">ພວກເຮົາ​ເຊື່ອຟັງ​ກົດບັນຍັດ​ທີ່​ໂມເຊ​ໄດ້​ໃຫ້​ພວກເຮົາ ຊຶ່ງ​ເປັນ​ຊັບສົມບັດ​ອັນ​ລໍ້າຄ່າ​ແຫ່ງ​ຊາດ​ຂອງ​ພວກເຮົາ​ນັ້ນ.</verse>
				<verse number="5">ພຣະອົງ​ເປັນ​ກະສັດ​ອົງ​ສູງສຸດ ເປັນ​ຜູ້​ປົກປ້ອງ​ຮັກສາ​ຊົນຊາດ​ອິດສະຣາເອນ​ໄວ້ ເມື່ອ​ຕ່າງ​ເຜົ່າ​ເຫຼົ່າ​ຫົວໜ້າ​ພາກັນ​ມາ​ທົ່ວ​ທຸກ​ທິດ ຮ່ວມ​ເປັນ​ຈິດໃຈ​ໜຶ່ງ​ແທ້​ທຸກ​ທົ່ວ​ໜ້າ​ມາ​ປະຊຸມ.</verse>
				<verse number="6">ເພິ່ນ​ໄດ້​ກ່າວ​ເຖິງ​ເຜົ່າ​ຣູເບັນ​ວ່າ, “ຂໍ​ຣູເບັນ​ຍືນຍົງ​ຢູ່​ໄດ້​ຢ່າ​ດັບຫາຍ​ຈັກເທື່ອ ເຖິງ​ວ່າ​ມີ​ປະຊາຊົນ​ໜ້ອຍ ຈົ່ງ​ຄ່ອຍ​ຕູ້ມ​ເອົາ​ກັນ​ເດີ.”</verse>
				<verse number="7">ເພິ່ນ​ໄດ້​ເວົ້າ​ເຖິງ​ເຜົ່າຢູດາ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຟັງ​ພວກເຂົາ​ຮ້ອງ​ໃຫ້​ຊ່ວຍເຫລືອ​ແດ່ ຊ່ວຍ​ດູແລ​ຕູ້ມ​ພວກເຂົາ​ໄວ້​ໃຫ້​ຮ່ວມ​ເຂົ້າ​ກັບ​ເຜົ່າອື່ນ​ແດ່ເດີ ໂຜດ​ສູ້ຮົບ​ເພື່ອ​ພວກເຂົາ​ດ້ວຍ ແລະ​ຊ່ວຍ​ພວກເຂົາ​ປາບ​ເຫຼົ່າ​ສັດຕູ​ແດ່ທ້ອນ.”</verse>
				<verse number="8">ເພິ່ນ​ໄດ້​ເວົ້າ​ເຖິງ​ເຜົ່າເລວີ​ວ່າ, “ໂດຍ​ອຸຣິມ​ແລະ​ທຸມມິມ ຂອງ​ພຣະອົງ​ນັ້ນ ໂຜດ​ເປີດເຜີຍ​ພຣະປະສົງ​ຜ່ານ ໂດຍ​ທາງ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ຊາວ​ເລວີ​ຜູ້ຮັບໃຊ້​ທີ່​ສັດຊື່; ພຣະອົງ​ໄດ້​ທົດສອບ​ເບິ່ງ​ພວກ​ເຂົາເຈົ້າ​ທີ່​ມັດສາ ໄດ້​ພິສູດ​ເບິ່ງ​ພວກເຂົາ​ວ່າ​ແທ້ຈິງ ທີ່​ບໍ່ນໍ້າ​ເມຣີບາ​ນັ້ນ.</verse>
				<verse number="9">ພວກເຂົາ​ໄດ້​ສະແດງ​ຄວາມ​ສັດຊື່​ຍິ່ງໃຫຍ່​ຕໍ່​ພຣະອົງ ຫລາຍກວ່າ​ຕໍ່​ພໍ່​ແມ່​ອ້າຍ​ເອື້ອຍ​ນ້ອງ​ກັບ​ລູກໆ. ພວກເຂົາ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ທັງ​ສັດຊື່​ແລະ​ໝັ້ນຄົງ​ຕໍ່​ພັນທະສັນຍາ​ດ້ວຍ.</verse>
				<verse number="10">ພວກເຂົາ​ສັ່ງສອນ​ປະຊາຊົນ​ໃຫ້​ເຊື່ອຟັງ​ກົດບັນຍັດ​ທຸກຢ່າງ ທັງ​ຈະ​ຖວາຍບູຊາ​ໃຫ້​ພ້ອມ​ທີ່​ເທິງ​ແທ່ນບູຊາ.</verse>
				<verse number="11">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍ​ເຜົ່າ​ຂອງ​ພວກເຂົາ​ໃຫ້​ເຂັ້ມແຂງ ໂຜດ​ພໍໃຈ​ໃນ​ສິ່ງ​ທີ່​ພວກເຂົາ​ເຮັດ​ທຸກປະການ​ແດ່ທ້ອນ. ຂໍ​ຈົ່ງ​ບົດ​ຂະຢີ້​ເຫຼົ່າ​ສັດຕູ​ທັງຫລາຍ ໃຫ້​ປະລາໄຊ​ໂດຍ​ເງີຍ​ຫົວ​ຂຶ້ນ​ມາ​ບໍ່ໄດ້.”</verse>
				<verse number="12">ເພິ່ນ​ໄດ້​ເວົ້າ​ເຖິງ​ເຜົ່າ​ເບັນຢາມິນ​ວ່າ, “ຄົນ​ເຫຼົ່ານີ້ ຊຶ່ງ​ພຣະເຈົ້າຢາເວ​ຊົງຮັກ ແລະ​ປົກປັກ​ຮັກສາ ເຝົ້າ​ເບິ່ງແຍງ​ຕະຫລອດ​ມາ​ທຸກໆ​ວັນ​ບໍ່​ລະເວັ້ນ. ພຣະອົງ​ສະຖິດ​ຢູ່​ດ້ວຍ​ນຳ​ພວກເຂົາ​ທຸກໆ​ເມື່ອ ພຣະອົງ​ສະຖິດ​ຢູ່​ໃກ້​ທ່າມກາງ​ພວກເຂົາ.”</verse>
				<verse number="13">ເພິ່ນ​ໄດ້​ເວົ້າ​ເຖິງ​ເຜົ່າ​ໂຢເຊັບ​ວ່າ, “ຂໍ​ພຣະເຈົ້າຢາເວ​ອວຍພອນ​ໃຫ້​ດິນແດນ​ມີ​ຝົນ ທັງ​ມີ​ບໍ່​ນໍ້າ​ໄຫລ​ຈາກ​ພື້ນ​ປັດຖະພີ​ດ້ວຍ.</verse>
				<verse number="14">ຂໍ​ອວຍພອນ​ໃຫ້​ດິນແດນ​ມີ​ແດດ​ບົ່ມ​ໝາກໄມ້​ໃຫ້​ສຸກ​ດີ ມີ​ໝາກໄມ້​ທຸກໆ​ລະດູ​ຣົດ​ຫວານ​ຫອມ​ແຊບ.</verse>
				<verse number="15">ຂໍ​ພູເຂົາ​ແຕ່​ກ່ອນກີ້​ມີ​ໝາກໄມ້​ຫລາຍ ມີ​ໝາກໄມ້​ທຸກ​ຊະນິດ​ທີ່​ເລືອກ​ກິນ​ຕາມໃຈມັກ.</verse>
				<verse number="16">ຂໍ​ໃຫ້​ດິນແດນ​ຂອງ​ພວກເຂົາ​ນັ້ນ​ເຕັມ​ແຕ່​ສິ່ງ​ທີ່​ດີ ໂດຍ​ເດດ​ແຫ່ງ​ພຣະຄຸນ​ໄດ້​ຮັບ​ພອນ​ຈາກ​ພຣະເຈົ້າ. ຄື​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ທີ່​ໄດ້​ກ່າວ​ຕັກເຕືອນ ອອກ​ມາ​ຈາກ​ແປວໄຟ​ໄໝ້​ລຸກ​ລາມ​ໃນ​ພຸ່ມໄມ້. ຂໍ​ພອນ​ເຫຼົ່ານີ້​ຫລັ່ງ​ໄຫລ​ເຂົ້າ​ສູ່​ເຜົ່າ​ໂຢເຊັບ ເພາະ​ລາວ​ເປັນ​ຫົວໜ້າ​ອ້າຍ​ນ້ອງ​ຂອງຕົນ.</verse>
				<verse number="17">ໂຢເຊັບ​ມີ​ກຳລັງ​ກ້າ​ຄື​ງົວກະທີງ​ເຖິກ​ໂຕໜຶ່ງ ຈຶ່ງ​ເກັ່ງກ້າ​ຕໍ່ສູ້ ເພາະ​ຮູ້​ວ່າ​ຕົນ​ມີ​ເຂົາ​ຕ້ານທານ; ເຂົາ​ຂອງ​ລາວ​ນັ້ນ​ມີ​ມານາເຊ​ຫລາຍ​ພັນ​ຄົນ​ຊ່ວຍ ແລະ​ຂອງ​ເອຟຣາອິມ​ເປັນ​ໝື່ນໆ​ຊຶ່ງ​ເປັນ​ກຳລັງ. ດ້ວຍ​ກຳລັງ​ເຫຼົ່ານັ້ນ​ລາວ​ຈຶ່ງ​ໄລ່​ຫລາຍ​ຊົນຊາດ​ໜີ ແລະ​ດັນ​ພວກເຂົາ​ອອກ​ໄປ​ຈົນ​ສຸດ​ແຜ່ນດິນ​ໂລກ.”</verse>
				<verse number="18">ເພິ່ນ​ໄດ້​ເວົ້າ​ເຖິງ​ເຜົ່າ​ເຊບູໂລນ ແລະ​ອິດຊາຄາ​ວ່າ, “ຂໍ​ໃຫ້​ເຊບູໂລນ​ຈະເລີນ​ຂຶ້ນ​ດ້ານ​ຄ້າຂາຍ​ທາງ​ທະເລ ແລະ​ຂໍ​ໃຫ້​ຊັບສິນ​ຂອງ​ອິດຊາຄາ​ທະວີ​ຂຶ້ນ​ເຕັມ​ບ້ານ.</verse>
				<verse number="19">ພວກເຂົາ​ເອີ້ນ​ປະຊາຊົນ​ທັງໝົດ​ມາ​ທີ່​ເທິງ​ພູເຂົາ ແລະ​ເຜົາ​ເຄື່ອງ​ຖວາຍບູຊາ​ອັນ​ຊອບທຳ​ຢູ່​ທີ່​ນັ້ນ. ເພາະ​ພວກເຂົາ​ຈະ​ດູດ​ຄວາມ​ອຸດົມ​ຈາກ​ທະເລ​ກວ້າງ ແລະ​ໄດ້​ຂຸມຊັບ​ທີ່​ຊ້ອນ​ຢູ່​ໃນ​ຫາດ​ຊາຍ​ຕາມ​ແຄມຝັ່ງ.”</verse>
				<verse number="20">ເພິ່ນ​ໄດ້​ເວົ້າ​ເຖິງ​ເຜົ່າ​ກາດ​ວ່າ, “ສັນລະເສີນ​ພຣະເຈົ້າ​ຜູ້​ບຸກເບີກ​ຂະຫຍາຍ​ເຂດແດນ ຄື​ໃຫ້​ເຂດແດນ​ພວກເຂົາ​ກວ້າງໄກ​ໄປ​ຫລາຍເທົ່າ. ພຣະເຈົ້າ​ຄອຍ​ເຝົ້າ​ເໝືອນ​ໂຕ​ສິງ​ຄອຍ​ຄຸບ​ເຫຍື່ອ ເພື່ອ​ຄອຍ​ຫັກ​ແຂນ​ແລ້ວ​ຈຶ່ງ​ລອກ​ເນື້ອ​ເຖືອໜັງ.</verse>
				<verse number="21">ລາວ​ໄດ້​ເລືອກ​ສັນ​ເອົາ​ດິນແດນ​ທີ່​ດີ​ຍິ່ງ​ໄວ້ ສິ່ງ​ທີ່​ເປັນ​ຂອງ​ຫົວໜ້າ​ກໍໄດ້​ມອບ​ໃຫ້​ພວກເຂົາ. ພວກເຂົາ​ໄດ້​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ແລະ​ເຮັດ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ເມື່ອ​ບັນດາ​ຫົວໜ້າ​ຂອງ​ຊາດ​ອິດສະຣາເອນ ໄດ້​ມາ​ເຕົ້າ​ຮ່ວມ​ກັນ​ຄົບໜ້າ.”</verse>
				<verse number="22">ເພິ່ນ​ໄດ້​ເວົ້າ​ເຖິງ​ເຜົ່າ​ດານ​ວ່າ, “ດານ​ນັ້ນ​ປຽບ​ດັ່ງ​ສິງໜຸ່ມ​ເຂັ້ມແຂງ​ໂຕໜຶ່ງ ລາວ​ແລ່ນ​ອອກ​ມາ​ຈາກ​ເຂດ​ບາຊານ​ພຸ້ນ.”</verse>
				<verse number="23">ເພິ່ນ​ໄດ້​ເວົ້າ​ເຖິງ​ເຜົ່າ​ເນັບທາລີ​ວ່າ, “ເນັບທາລີ​ບໍຣິບູນ​ດ້ວຍ​ພຣະພອນ​ນາໆ​ປະການ ໂດຍ​ພຣະຄຸນ​ຄວາມດີ​ປົກ​ເກົ້າ​ເຝົ້າ​ຄຸ້ມຄອງ​ໄວ້; ພຣະເຈົ້າຢາເວ​ອວຍພອນ​ໃຫ້​ດິນແດນ​ພວກເຂົາ​ຂະຫຍາຍ​ໃຫຍ່ ຍາວ​ຢຽດ​ໄປ​ຮອດ​ໃຕ້​ຈາກ​ທະເລສາບ​ຄາລີເລ.”</verse>
				<verse number="24">ເພິ່ນ​ໄດ້​ເວົ້າ​ເຖິງ​ເຜົ່າ​ອາເຊ​ວ່າ, “ອາເຊ​ໄດ້​ຮັບ​ພຣະພອນ​ເລີດລໍ້າ​ກວ່າ​ເຜົ່າອື່ນ ຂໍ​ໃຫ້​ລາວ​ເປັນ​ທີ່ເພິ່ງ​ພໍໃຈ​ແກ່​ພວກ​ພີ່ນ້ອງ ແລະ​ຂໍ​ໃຫ້​ດິນແດນ​ລາວ​ນັ້ນ​ຜະລິດ​ຜົນ​ໄດ້​ດີ​ຍິ່ງ ຈຶ່ງ​ອຸດົມ​ດ້ວຍ​ກົກ​ໝາກກອກເທດ​ພັນ​ດີໆ.</verse>
				<verse number="25">ຂໍ​ໃຫ້​ເມືອງ​ມີ​ປະຕູ​ເຫຼັກ​ປ້ອງກັນ​ໄພ​ໃຫ້​ແຂງແກ່ນ ຂໍ​ໃຫ້​ມີ​ແຮງ​ຊຸກຍູ້​ຊີວິດ​ເຈົ້າ​ໃຫ້​ປອດໄພ​ຕະຫລອດ.”</verse>
				<verse number="26">“ບໍ່ມີ​ພະ​ຕົນ​ໃດ​ດອກ ປະຊາຊົນ​ອິດສະຣາເອນ​ເອີຍ ເປັນ​ເໝືອນ​ດັ່ງ​ພຣະເຈົ້າ​ຂອງ​ພວກເຈົ້າ ໂດຍ​ຂີ່​ລົດມ້າ​ໄປ​ດ້ວຍ​ອານຸພາບ ແລະ​ດ້ວຍ​ສະຫງ່າຣາສີ​ສະເດັດ​ມາ​ເໜືອ​ຟ້າ​ສະຫວັນ ສະເດັດ​ມາ​ເທິງ​ເມກ ເພື່ອ​ມາ​ຊ່ວຍເຫຼືອ​ພວກເຈົ້າ.</verse>
				<verse number="27">ພຣະເຈົ້າ​ຄຸ້ມຄອງ​ໄດ້​ຢູ່​ບໍ່​ຂາດ​ຕະຫລອດໄປ ອູ້ມ​ຊູ​ເຈົ້າ​ສືບ​ໄປ​ດ້ວຍ​ແຂນ​ອັນ​ຊົງ​ຣິດອຳນາດ ພຣະອົງ​ໄດ້​ໄລ່​ສັດຕູ​ອອກ​ເມື່ອ​ເຈົ້າ​ບຸກລຸກ​ເຂົ້າ​ໄປ ແລະ​ບອກ​ເຈົ້າ​ໃຫ້​ທຳລາຍ​ພວກເຂົາ​ຈົນ​ດັບ​ສິ້ນ.</verse>
				<verse number="28">ສະນັ້ນ ເຊື້ອສາຍ​ຂອງ​ຢາໂຄບ​ຈຶ່ງ​ຈະ​ຢູ່​ຢ່າງ​ສັນຕິ ປອດໄພ​ໃນ​ດິນແດນ​ມີ​ເຂົ້າ​ເຫຼົ້າ​ອະງຸ່ນ​ຢ່າງ​ເຕັມ​ລົ້ນ; ມີ​ທັງ​ນໍ້າ​ໝອກ​ຄ້າງ​ຈາກ​ຟ້າ​ສະຫວັນ​ຫລັ່ງ​ລິນ​ລົງ​ມາ ຊ່ວຍ​ຊຸບລ້ຽງ​ພື້ນດິນ​ໃຫ້​ຊຸ່ມຊື່ນ​ຢູ່​ຕະຫລອດ.</verse>
				<verse number="29">ເຈົ້າ​ນັ້ນ​ຊ່າງ​ມີ​ຄວາມສຸກ​ແທ້ ພຽງ​ໃດ​ເຈົາ​ຮູ້​ບໍ່? ຊາດ​ອິດສະຣາເອນ​ເອີຍ! ບໍ່ມີ​ໃຜ​ເປັນ​ເໝືອນ​ດັ່ງ​ພວກເຈົ້າ ເປັນ​ຊົນຊາດ​ໜຶ່ງ​ທີ່​ພຣະເຈົ້າ​ໄດ້​ຊ່ວຍເຫຼືອ​ເອົາ. ພຣະເຈົ້າຢາເວ​ເປັນ​ໂລ້​ຕ້ານທານ​ແລະ​ເປັນ​ດາບ​ປາບ​ສັດຕູ ເປັນ​ຜູ້​ປ້ອງກັນ​ແລະ​ນຳ​ໄຊຊະນະ​ມາ​ໃຫ້​ເຈົ້າ. ເຫຼົ່າ​ສັດຕູ​ນັ້ນ​ຈະ​ມາ​ກາບ​ຂໍ​ຄວາມ​ເມດຕາ ແລະ​ເຈົ້າ​ຈະ​ຢຽບຢໍ່າ​ພວກເຂົາ​ລົງ​ຈົນກ້ຽງ.”</verse>
			</chapter>
			<chapter number="34">
				<verse number="1">ໂມເຊ​ໄດ້​ຂຶ້ນ​ຈາກ​ທົ່ງ​ຮາບພຽງ​ໂມອາບ​ໄປ​ທີ່​ພູເຂົາ​ເນໂບ ຈົນ​ໄປ​ເຖິງ​ຈອມພູ​ປີສະກາ ຊຶ່ງ​ຢູ່​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ ແລະ​ຢູ່​ທີ່​ນັ້ນ​ພຣະເຈົ້າຢາເວ​ໄດ້​ສຳແດງ​ໃຫ້​ເພິ່ນ​ເຫັນ​ດິນແດນ​ທັງໝົດ ດັ່ງນີ້: ເຂດແດນ​ກີເລອາດ​ໄກ​ໄປ​ຮອດ​ທາງທິດເໜືອ​ສຸດ​ຂອງ​ເມືອງ​ດານ</verse>
				<verse number="2">ເຂດແດນ​ທັງໝົດ​ຂອງ​ເນັບທາລີ; ເຂດແດນ​ຕ່າງໆ​ຂອງ​ເອຟຣາອິມ​ແລະ​ມານາເຊ ເຂດແດນ​ຂອງ​ຢູດາ​ໄກ​ໄປ​ຮອດ​ທິດ​ຕາເວັນຕົກ​ຂອງ​ທະເລ​ເມດີແຕຣາເນ</verse>
				<verse number="3">ເຂດແດນ​ທາງ​ພາກ​ໃຕ້​ຂອງ​ຢູດາ ແລະ​ທົ່ງ​ຮາບພຽງ ແຕ່​ເມືອງ​ໂຊອາ​ຈົນ​ໄປ​ເຖິງ​ເມືອງ​ເຢຣິໂກ ເມືອງ​ກົກຕານ.</verse>
				<verse number="4">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ຕໍ່​ລາວ​ວ່າ, “ນີ້​ແມ່ນ​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ​ວ່າ ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງ​ພວກເຂົາ. ເຮົາ​ໃຫ້​ເຈົ້າ​ເຫັນ​ດິນແດນ​ນີ້ ແຕ່​ເຈົ້າ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ທີ່ນັ້ນ.”</verse>
				<verse number="5">ດັ່ງນັ້ນ ໂມເຊ ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ ຈຶ່ງ​ໄດ້​ຕາຍ​ຢູ່​ທີ່​ນັ້ນ​ໃນ​ດິນແດນ​ໂມອາບ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້.</verse>
				<verse number="6">ພຣະອົງ​ໄດ້​ຝັງ​ເພິ່ນ​ໄວ້​ໃນ​ຮ່ອມພູ​ແຫ່ງໜຶ່ງ ທີ່​ດິນແດນ​ໂມອາບ ຊຶ່ງ​ກົງກັນຂ້າມ​ກັບ​ເມືອງ​ເບັດ​ເປອໍ, ແຕ່​ຈົນເຖິງ​ປັດຈຸບັນ​ນີ້​ຍັງ​ບໍ່ມີ​ໃຜ​ຮູ້​ຄັກແນ່​ວ່າ ຊາກສົບ​ຂອງ​ໂມເຊ​ນັ້ນ​ໄດ້​ຖືກ​ຝັງ​ຢູ່​ບ່ອນໃດ.</verse>
				<verse number="7">ເມື່ອ​ໂມເຊ​ຕາຍ​ນັ້ນ ເພິ່ນ​ມີ​ອາຍຸ​ໄດ້ 120 ປີ ທັງ​ຍັງ​ແຂງແຮງ​ດີ ແລະ​ຕາ​ກໍ​ຍັງ​ເຫັນ​ຮຸ່ງ​ຢູ່.</verse>
				<verse number="8">ປະຊາຊົນ​ອິດສະຣາເອນ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ​ເປັນ​ເວລາ 30 ວັນ ຢູ່​ໃນ​ທົ່ງພຽງ​ຂອງ​ໂມອາບ.</verse>
				<verse number="9">ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ ເພາະວ່າ​ໂມເຊ​ໄດ້​ແຕ່ງຕັ້ງ​ເພິ່ນ​ໃຫ້​ຮັບ​ໜ້າທີ່​ແທນ. ປະຊາຊົນ​ອິດສະຣາເອນ​ໄດ້​ເຊື່ອຟັງ​ໂຢຊວຍ ແລະ​ໄດ້​ເຮັດ​ຕາມ​ຄຳສັ່ງ​ທຸກ​ຂໍ້​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ​ຜ່ານ​ທາງ​ໂມເຊ.</verse>
				<verse number="10">ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ່ເຄີຍ​ມີ​ຜູ້ທຳນວາຍ​ຄົນ​ໃດ​ເໝືອນດັ່ງ​ໂມເຊ; ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ໜ້າ​ຕໍ່ໜ້າ.</verse>
				<verse number="11">ບໍ່ມີ​ຜູ້ທຳນວາຍ​ອື່ນໃດ​ທີ່​ເຄີຍ​ໄດ້​ເຮັດ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ໃຊ້​ໃຫ້​ໂມເຊ​ກະທຳ ເພື່ອ​ຕໍ່ສູ້​ກະສັດ​ຟາໂຣ​ແຫ່ງ​ປະເທດ​ເອຢິບ, ຂ້າຣາຊການ ແລະ​ດິນແດນ​ທັງໝົດ​ຂອງເພິ່ນ.</verse>
				<verse number="12">ແລະ​ດ້ວຍ​ພຣະຫັດ​ອັນຊົງ​ຣິດເດດ​ທັງສິ້ນ ແລະ​ດ້ວຍ​ການ​ອິດທິຣິດ​ອັນ​ໜ້າ​ຢ້ານກົວ​ອັນ​ຍິ່ງໃຫຍ່​ທັງໝົດ​ນີ້ ຄື​ກັບ​ໂມເຊ​ໄດ້​ເຮັດ​ຕໍ່ສາຍຕາ​ປະຊາຊົນ​ອິດສະຣາເອນ​ທັງໝົດ.</verse>
			</chapter>
		</book>
		<book number="6">
			<chapter number="1">
				<verse number="1">ຫລັງຈາກ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ຕາຍໄປ​ແລ້ວ ພຣະເຈົ້າຢາເວ​ໄດ້​ສັ່ງ​ໂຢຊວຍ​ລູກຊາຍ​ຂອງ​ນູນ ຜູ້​ຊ່ວຍ​ວຽກ​ຂອງ​ໂມເຊ​ວ່າ,</verse>
				<verse number="2">“ໂມເຊ​ຜູ້ຮັບໃຊ້​ຂອງເຮົາ​ກໍ​ຕາຍໄປ​ແລ້ວ ບັດນີ້ ເຈົ້າ​ກັບ​ປະຊາຊົນ​ອິດສະຣາເອນ​ທຸກຄົນ ຈົ່ງ​ຕຽມຕົວ​ໃຫ້​ພ້ອມ ແລະ​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ກຳລັງ​ໃຫ້​ພວກເຈົ້າ.</verse>
				<verse number="3">ດັ່ງ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ໂມເຊ​ແລ້ວ​ວ່າ ເຮົາ​ໄດ້​ມອບ​ດິນແດນ​ທຸກບ່ອນ​ທີ່​ເຈົ້າ​ຈະ​ຢຽບ​ໄປ ໃຫ້​ເຈົ້າ​ແລະ​ປະຊາຊົນ​ທັງໝົດ​ຂອງເຮົາ.</verse>
				<verse number="4">ເຂດແດນ​ຂອງ​ພວກເຈົ້າ​ຈະ​ຂະຫຍາຍ​ອອກ​ໄປ ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ທາງທິດໃຕ້ ຈົນເຖິງ​ພູເຂົາ​ເລບານອນ​ທາງທິດເໜືອ; ຕັ້ງແຕ່​ແມ່ນໍ້າ​ໃຫຍ່​ເອີຟຣັດ​ທາງທິດ​ຕາເວັນອອກ ຕະຫລອດ​ທັງ​ດິນແດນ​ຂອງ​ຊາວ​ຮິດຕີ ຈົນເຖິງ​ທະເລ​ເມດີ​ແຕຣາເນ​ທາງທິດ​ຕາເວັນຕົກ.</verse>
				<verse number="5">ໂຢຊວຍ​ເອີຍ ຕາບໃດ​ທີ່​ເຈົ້າ​ຍັງ​ມີ​ຊີວິດ​ຢູ່ ຈະ​ບໍ່ມີ​ໃຜ​ຊະນະ​ເຈົ້າ​ໄດ້. ເຮົາ​ຈະ​ຢູ່​ກັບ​ເຈົ້າ​ດັ່ງ​ທີ່​ເຮົາ​ໄດ້​ຢູ່​ກັບ​ໂມເຊ ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເລື້ອຍ​ໄປ ເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ.</verse>
				<verse number="6">ສະນັ້ນ ຈົ່ງ​ມີ​ໃຈ​ເດັດດ່ຽວ​ແລະ​ກ້າຫານ ເພາະ​ເຈົ້າ​ຈະ​ເປັນ​ຜູ້​ນຳພາ​ປະຊາຊົນ​ເຫຼົ່ານີ້ ເຂົ້າ​ໄປ​ຢຶດຄອງ​ດິນແດນ​ຊຶ່ງ​ເຮົາ​ໄດ້​ສັນຍາ​ວ່າ ຈະ​ມອບ​ໃຫ້​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ.</verse>
				<verse number="7">ຈົ່ງ​ມີ​ໃຈ​ເດັດດ່ຽວ​ແລະ​ກ້າຫານ ແລະ​ໃຫ້​ແນ່ໃຈ​ວ່າ​ເຈົ້າ​ເຊື່ອຟັງ​ກົດບັນຍັດ​ທຸກ​ຂໍ້​ຂອງເຮົາ ທີ່​ໂມເຊ​ຜູ້ຮັບໃຊ້​ຂອງເຮົາ​ໄດ້​ມອບ​ໃຫ້​ແກ່​ເຈົ້າ. ຢ່າ​ປະຖິ້ມ​ຂໍ້ໃດ​ຂໍ້ໜຶ່ງ ແລະ​ເຈົ້າ​ຈະ​ໄດ້​ປະສົບ​ຄວາມ​ສຳເລັດ​ໃນ​ທຸກບ່ອນ​ທີ່​ເຈົ້າ​ໄປ.</verse>
				<verse number="8">ຢ່າ​ໃຫ້​ໜັງສື​ກົດບັນຍັດ​ນີ້​ຫ່າງໄກ​ຈາກ​ປາກ​ຂອງ​ເຈົ້າ. ຈົ່ງ​ພາວັນນາ​ເອົາ​ທຸກວັນ​ທຸກຄືນ ແລະ​ໃຫ້​ແນ່ໃຈ​ວ່າ​ເຈົ້າ​ເຊື່ອຟັງ​ທຸກໆ​ສິ່ງ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ນັ້ນ. ແລ້ວ​ເຈົ້າ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ ແລະ​ຈະ​ປະສົບ​ຄວາມ​ສຳເລັດ.</verse>
				<verse number="9">ຈົ່ງ​ຈົດຈຳ​ວ່າ​ເຮົາ​ໄດ້​ສັ່ງ​ເຈົ້າ ຈົ່ງ​ມີ​ໃຈ​ເດັດດ່ຽວ​ແລະ​ກ້າຫານ ຢ່າ​ຢ້ານ​ຫລື​ທໍ້ຖອຍ​ກຳລັງ​ໃຈ ເພາະ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຢູ່​ກັບ​ເຈົ້າ​ໃນ​ທຸກໆ​ບ່ອນ​ທີ່​ເຈົ້າ​ໄປ.”</verse>
				<verse number="10">ແລ້ວ​ໂຢຊວຍ​ກໍໄດ້​ສັ່ງ​ພວກຜູ້ນຳ</verse>
				<verse number="11">ໃຫ້​ໄປ​ປ່າວ​ເຕືອນ​ປະຊາຊົນ​ຕາມ​ຄ້າຍພັກ​ວ່າ, “ຈົ່ງ​ຈັດແຈງ​ເອົາ​ອາຫານ​ໃຫ້​ພ້ອມ ເພາະ​ພາຍ​ໃນ​ສາມ​ວັນ ພວກເຈົ້າ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ​ເຂົ້າ​ໄປ​ຢຶດຄອງ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້.”</verse>
				<verse number="12">ຕໍ່ມາ ໂຢຊວຍ​ໄດ້​ກ່າວ​ແກ່​ເຜົ່າ​ຣູເບັນ ເຜົ່າກາດ ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ​ວ່າ,</verse>
				<verse number="13">“ຈົ່ງ​ຈົດຈຳ​ຖ້ອຍຄຳ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ບອກ​ພວກເຈົ້າ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ມອບ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ໃຫ້​ເປັນ​ຖິ່ນຖານ​ຂອງ​ພວກເຈົ້າ.</verse>
				<verse number="14">ລູກ ເມຍ​ກັບ​ຝູງ​ສັດ​ລ້ຽງ​ຂອງ​ພວກເຈົ້າ​ຈະ​ພັກ​ຢູ່​ທີ່​ນີ້ ສ່ວນ​ທະຫານ​ທີ່​ປະກອບ​ອາວຸດ​ເພື່ອ​ອອກ​ຮົບ​ນັ້ນ ພວກເຂົາ​ຈະ​ຂ້າມ​ແມ່ນໍ້າ​ອອກ​ນຳໜ້າ​ບັນດາ​ພີ່ນ້ອງ​ຊາວ​ອິດສະຣາເອນ​ເພື່ອ​ຊ່ວຍ​ພວກເຂົາ</verse>
				<verse number="15">ຈົນກວ່າ​ຈະ​ຕີ​ເອົາ​ໄດ້​ດິນແດນ​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ. ເມື່ອ​ພຣະອົງ​ໃຫ້​ທຸກໆເຜົ່າ​ຂອງ​ຊາດ​ອິດສະຣາເອນ​ຢູ່​ຢ່າງ​ປອດໄພ​ແລ້ວ ພວກເຈົ້າ​ຈຶ່ງ​ຈະ​ກັບຄືນ​ມາ​ຕັ້ງ​ຖິ່ນຖານ ທີ່​ດິນແດນ​ຂອງ​ພວກເຈົ້າ​ທາງພາກ​ທິດ​ຕາເວັນອອກ​ພີ້​ໄດ້ ບ່ອນ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ.”</verse>
				<verse number="16">ພວກເຂົາ​ໄດ້​ຕອບ​ໂຢຊວຍ​ວ່າ, “ພວກ​ຂ້ານ້ອຍ​ຈະ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ທ່ານ​ໄດ້​ບອກ ແລະ​ຈະ​ໄປ​ທຸກໆ​ບ່ອນ​ທີ່​ທ່ານ​ຈະ​ສົ່ງ​ພວກ​ຂ້ານ້ອຍ​ໄປ.</verse>
				<verse number="17">ພວກ​ຂ້ານ້ອຍ​ຈະ​ເຊື່ອຟັງ​ທ່ານ​ເໝືອນ​ດັ່ງ​ໄດ້​ເຊື່ອ​ຟັງ​ໂມເຊ​ເລື້ອຍ​ມາ. ຂໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ຈົ່ງ​ສະຖິດ​ຢູ່​ກັບ​ທ່ານ​ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ສະຖິດ​ຢູ່​ກັບ​ໂມເຊ.</verse>
				<verse number="18">ຜູ້ໃດ​ກໍຕາມ​ທີ່​ຖາມ​ເຖິງ​ສິດອຳນາດ​ຂອງ​ທ່ານ ຫລື​ບໍ່​ເຊື່ອ​ຟັງ​ຄຳສັ່ງ​ໃດໆ​ຂອງ​ທ່ານ ຈະ​ຕ້ອງ​ຖືກ​ປະຫານ​ຊີວິດ ຈົ່ງ​ມີ​ໃຈ​ເດັດດ່ຽວ​ແລະ​ກ້າຫານ​ເທີ້ນ.”</verse>
			</chapter>
			<chapter number="2">
				<verse number="1">ແລ້ວ​ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍໄດ້​ສົ່ງ​ສອດແນມ​ສອງ​ຄົນ​ຈາກ​ຄ້າຍພັກ​ທີ່​ຊິດຕິມ ພ້ອມ​ທັງ​ສັ່ງ​ໃຫ້​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ​ການາອານ​ຢ່າງ​ລັບໆ ໂດຍ​ສະເພາະ​ແລ້ວ​ແມ່ນ​ຕົວເມືອງ​ເຢຣິໂກ. ເມື່ອ​ມາ​ຮອດ​ເມືອງ​ເຢຣິໂກ​ແລ້ວ ສອດແນມ​ທັງສອງ​ຄົນ​ກໍໄດ້​ນອນ​ຄ້າງຄືນ​ຢູ່​ໃນ​ເຮືອນ​ຂອງ​ຍິງ​ໂສເພນີ​ຄົນ​ໜຶ່ງ​ຊື່​ວ່າ ຣາຮາບ.</verse>
				<verse number="2">ກະສັດ​ແຫ່ງ​ເມືອງ​ເຢຣິໂກ​ໄດ້ຍິນ​ຂ່າວ​ວ່າ ມີ​ຊາວ​ອິດສະຣາເອນ​ບາງຄົນ​ໄດ້​ເຂົ້າ​ມາ​ໃນ​ຄືນນັ້ນ ເພື່ອ​ສອດແນມ​ເບິ່ງ​ດິນແດນ.</verse>
				<verse number="3">ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ໃຊ້​ຄົນ​ໄປ​ບອກ​ນາງ​ຣາຮາບ​ວ່າ, “ຊາຍ​ທີ່​ມາ​ພັກ​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ​ນັ້ນ ໄດ້​ມາ​ສອດແນມ​ເບິ່ງ​ທົ່ວ​ດິນແດນ ຈົ່ງ​ນຳ​ພວກເຂົາ​ອອກ​ມາ.”</verse>
				<verse number="4">ນາງ​ຣາຮາບ​ໄດ້​ເອົາ​ນັກສືບ​ສອດແນມ​ທັງສອງ​ໄປ​ເຊື່ອງ​ໄວ້​ເທິງ​ຫລັງຄາ​ພຽງ ໃນ​ກອງ​ລຳຕົ້ນ​ປ່ານ​ທີ່​ນາງ​ລຽນ​ໄວ້​ຢູ່​ຂ້າງ​ເທິງ​ນັ້ນ. ນາງ​ໄດ້​ຕອບ​ກະສັດ​ວ່າ, “ພວກເຂົາ​ມາ​ພັກ​ຢູ່​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ແທ້ຈິງ, ແຕ່​ຂ້ານ້ອຍ​ບໍ່​ຮູ້​ວ່າ​ພວກເຂົາ​ມາ​ຈາກ​ໃສ. ພວກເຂົາ​ອອກ​ໜີໄປ​ແລ້ວ​ແຕ່​ເວລາ​ມືດຊຸ້ມ​ກ່ອນ​ປະຕູ​ເມືອງ​ຖືກ​ອັດ. ຂ້ານ້ອຍ​ເອງ​ກໍ​ບໍ່ໄດ້​ຖາມ​ວ່າ​ພວກເຂົາ​ຈະ​ໄປ​ທາງ​ໃດ ແຕ່​ຖ້າ​ທ່ານ​ຟ້າວ​ອອກ​ຕິດຕາມ ທ່ານ​ອາດ​ຈະ​ຕາມ​ໄປ​ທັນ​ແລະ​ຈັບ​ພວກເຂົາ​ໄດ້.”</verse>
				<verse number="5"></verse>
				<verse number="6"></verse>
				<verse number="7">ຄົນ​ຂອງ​ກະສັດ​ໄດ້​ອອກ​ຈາກ​ເມືອງ​ໄປ ແລ້ວ​ປະຕູ​ເມືອງ​ກໍ​ຖືກ​ອັດ. ພວກເຂົາ​ໄດ້​ໄປ​ຊອກ​ຫາ​ພວກ​ນັກສືບ​ສອດແນມ​ຊາວ​ອິດສະຣາເອນ ຈົນ​ຮອດ​ທ່າ​ຂ້າມ​ແມ່ນໍ້າ​ຈໍແດນ.</verse>
				<verse number="8">ກ່ອນ​ຊາຍ​ທັງສອງ​ຈະ​ນອນ ນາງ​ຣາຮາບ​ໄດ້​ຂຶ້ນ​ໄປ​ເທິງ​ຫລັງຄາ​ພຽງ</verse>
				<verse number="9">ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ຂ້ອຍ​ຮູ້​ວ່າ​ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ນີ້​ໃຫ້​ແກ່​ພວກເຈົ້າ ທຸກຄົນ​ໃນ​ດິນແດນ​ນີ້​ຢ້ານກົວ​ພວກເຈົ້າ​ຫລາຍ</verse>
				<verse number="10">ພວກເຮົາ​ຕ່າງ​ກໍ​ໄດ້​ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ທະເລແດງ​ແຫ້ງ​ຕໍ່ໜ້າ​ພວກເຈົ້າ ເມື່ອ​ພວກເຈົ້າ​ກຳລັງ​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຮົາ​ຍັງ​ໄດ້ຍິນ​ອີກ​ວ່າ ພວກເຈົ້າ​ໄດ້​ຂ້າ​ເຈົ້າສີໂຫນ​ແລະ​ເຈົ້າໂອກ ກະສັດ​ສອງ​ຄົນ​ຂອງ​ຊາວ​ອາໂມ​ຢ່າງ​ໃດ ທີ່​ທາງ​ທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ.</verse>
				<verse number="11">ພໍ​ເມື່ອ​ພວກເຮົາ​ໄດ້ຍິນ​ເລື່ອງລາວ​ຕ່າງໆ​ນັ້ນ​ແລ້ວ ພວກເຮົາ​ຈຶ່ງ​ຢ້ານ​ແລະ​ທຸກຄົນ​ຕ່າງ​ກໍ​ເສຍຂວັນ​ເພາະ​ພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແມ່ນ​ພຣະເຈົ້າ​ທີ່​ເທິງ​ສະຫວັນ​ແລະ​ທີ່​ເທິງ​ແຜ່ນດິນ​ໂລກ.</verse>
				<verse number="12">ບັດນີ້ ຈົ່ງ​ສາບານ​ຕໍ່​ພຣະເຈົ້າຢາເວ​ວ່າ ພວກເຈົ້າ​ຈະ​ປະຕິບັດ​ຕໍ່​ຄອບຄົວ​ຂອງຂ້ອຍ​ຢ່າງ​ມີ​ໃຈ​ເມດຕາ ເໝືອນ​ດັ່ງ​ທີ່​ຂ້ອຍ​ໄດ້​ປະຕິບັດ​ຕໍ່​ພວກເຈົ້າ ແລະ​ຈົ່ງ​ເຮັດ​ສັນຍາລັກ​ໃຫ້​ຂ້ອຍ​ໄດ້​ເຫັນ​ວ່າ​ພວກເຈົ້າ​ເປັນ​ຜູ້​ທີ່​ໄວ້ວາງໃຈ​ໄດ້</verse>
				<verse number="13">ຈົ່ງ​ສັນຍາ​ຕໍ່​ຂ້ອຍ​ວ່າ, ພວກເຈົ້າ​ຈະ​ໄວ້​ຊີວິດ​ພໍ່​ແມ່, ອ້າຍ​ເອື້ອຍ​ນ້ອງ ແລະ​ຄອບຄົວ​ຂອງ​ພວກເຂົາ. ຂໍ​ຢ່າ​ປ່ອຍ​ໃຫ້​ພວກເຮົາ​ຕ້ອງ​ຖືກ​ຂ້າ​ເລີຍ.”</verse>
				<verse number="14">ດັ່ງນັ້ນ ຊາຍ​ທັງສອງ​ຈຶ່ງ​ເວົ້າ​ວ່າ, “ຖ້າ​ເຈົ້າ​ບໍ່​ບອກ​ຜູ້ໃດ​ວ່າ ພວກຂ້ອຍ​ກຳລັງ​ມາ​ເຮັດ​ຫຍັງ, ພວກຂ້ອຍ​ກໍ​ຂໍ​ສັນຍາ​ວ່າ ເມື່ອໃດ​ທີ່​ພຣະເຈົ້າຢາເວ​ມອບ​ດິນແດນ​ນີ້​ໃຫ້​ພວກຂ້ອຍ​ແລ້ວ ພວກຂ້ອຍ​ຈະ​ປະຕິບັດ​ຕໍ່​ເຈົ້າ​ເປັນ​ຢ່າງດີ. ຖ້າ​ພວກຂ້ອຍ​ບໍ່​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ມາ​ນີ້ ຂໍ​ໃຫ້​ພຣະເຈົ້າ​ເອົາ​ຊີວິດ​ຂອງ​ພວກຂ້ອຍ​ໄປ​ເທີ້ນ.”</verse>
				<verse number="15">ເນື່ອງ​ຈາກ​ນາງ​ຣາຮາບ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​ຕິດ​ກັບ​ກຳແພງ​ເມືອງ. ດັ່ງນັ້ນ ນາງ​ຈຶ່ງ​ໄດ້​ຢ່ອນ​ເຊືອກ​ໃຫ້​ຊາຍ​ທັງສອງ​ລົງ​ທາງ​ປ່ອງຢ້ຽມ ແລະ​ບອກ​ວ່າ, “ເພື່ອ​ບໍ່​ໃຫ້​ຄົນ​ຂອງ​ກະສັດ​ພົບ​ພວກເຈົ້າ</verse>
				<verse number="16">ຈົ່ງ​ຂຶ້ນ​ໄປ​ລີ້​ຢູ່​ເນີນພູ​ນັ້ນ ໃຫ້​ລີ້​ຢູ່​ທີ່​ນັ້ນ​ສາມ​ວັນ ຈົນກວ່າ​ພວກເຂົາ​ກັບຄືນ​ມາ. ຫລັງຈາກ​ນັ້ນ​ແລ້ວ ພວກເຈົ້າ​ຈຶ່ງ​ເດີນທາງ​ໄປ​ຕໍ່.”</verse>
				<verse number="17">ສອດແນມ​ທັງສອງ​ຄົນ​ໄດ້​ບອກ​ນາງ​ວ່າ, “ພວກຂ້ອຍ​ຈະ​ເຮັດ​ຕາມ​ຄຳສັນຍາ​ທີ່​ມີ​ໄວ້​ກັບ​ເຈົ້າ.</verse>
				<verse number="18">ແຕ່​ເຈົ້າ​ຈະ​ຕ້ອງ​ເຮັດ​ດັ່ງນີ້: ເມື່ອ​ພວກຂ້ອຍ​ກັບ​ມາ​ບຸກໂຈມຕີ​ດິນແດນ​ຂອງ​ເຈົ້າ ໃຫ້​ເຈົ້າ​ເອົາ​ເຊືອກ​ສີແດງ​ນີ້ ຜູກ​ໃສ່​ປ່ອງຢ້ຽມ​ໄວ້​ໃນ​ບ່ອນ​ທີ່​ເຈົ້າ​ຢ່ອນ​ພວກຂ້ອຍ​ລົງ. ໃຫ້​ເອົາ​ພໍ່​ແມ່, ອ້າຍ​ເອື້ອຍ​ນ້ອງ ແລະ​ທຸກໆ​ຄອບຄົວ​ຂອງ​ເຈົ້າ​ທຸກຄົນ ມາ​ໂຮມກັນ​ຢູ່​ໃນ​ເຮືອນ​ຂອງເຈົ້າ.</verse>
				<verse number="19">ຖ້າ​ຜູ້ໃດ​ອອກ​ຈາກ​ເຮືອນ​ໄປ ລາວ​ຈະ​ຕ້ອງ​ຕາຍ​ເພາະ​ຄວາມຜິດ​ຂອງຕົນເອງ ພວກຂ້ອຍ​ຈະ​ບໍ່​ຮັບຜິດຊອບ, ແຕ່​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ທີ່​ຢູ່​ໃນ​ເຮືອນ​ນຳ​ເຈົ້າ​ຖືກ​ທຳຮ້າຍ ແລ້ວ​ພວກຂ້ອຍ​ກໍ​ຈະ​ເປັນ​ຜູ້​ຮັບຜິດຊອບ.</verse>
				<verse number="20">ເຖິງຢ່າງໃດ​ກໍຕາມ ຖ້າ​ເຈົ້າ​ບອກ​ຄົນ​ຜູ້ໃດ​ຜູ້ໜຶ່ງ​ວ່າ ພວກຂ້ອຍ​ມາ​ເຮັດ​ຫຍັງ​ໃນ​ທີ່​ນີ້ ແລ້ວ​ພວກຂ້ອຍ​ກໍ​ຈະ​ບໍ່​ຖື​ຮັກສາ​ຄຳສັນຍາ​ທີ່​ມີ​ໄວ້​ກັບ​ເຈົ້າ.”</verse>
				<verse number="21">ນາງ​ຣາຮາບ​ຕົກລົງ​ແລະ​ສົ່ງ​ຊາຍ​ທັງສອງ​ຄົນ​ນັ້ນ​ອອກ​ໜີໄປ. ເມື່ອ​ພວກເຂົາ​ໜີໄປ​ແລ້ວ ນາງ​ກໍ​ເອົາ​ເຊືອກ​ສີແດງ​ຜູກ​ໄວ້​ທີ່​ປ່ອງຢ້ຽມ.</verse>
				<verse number="22">ນັກສືບ​ສອດແນມ​ທັງສອງ​ຄົນ​ໄດ້​ຂຶ້ນ​ໄປ​ລີ້​ຢູ່​ເທິງ​ເນີນພູ. ສ່ວນ​ຄົນ​ຂອງ​ກະສັດ​ກໍ​ອອກ​ຄົ້ນ​ຫາ​ພວກເຂົາ ທົ່ວ​ຂົງເຂດ​ຊົນນະບົດ​ເປັນ​ເວລາ​ສາມ​ວັນ; ເມື່ອ​ຊອກ​ຫາ​ບໍ່​ພົບ ພວກເຂົາ​ຈຶ່ງ​ກັບ​ເມືອ​ເມືອງ​ເຢຣິໂກ.</verse>
				<verse number="23">ແລ້ວ​ນັກສືບ​ສອດແນມ​ທັງສອງ​ຄົນ ກໍ​ລົງ​ມາ​ຈາກ​ເນີນພູ​ຂ້າມ​ແມ່ນໍ້າ​ຄືນ​ໄປ​ຫາ​ໂຢຊວຍ ແລະ​ເລົ່າ​ເຫດການ​ທຸກຢ່າງ​ທີ່​ເກີດຂຶ້ນ​ສູ່​ເພິ່ນ​ຟັງ.</verse>
				<verse number="24">ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ແນ່ໃຈ​ວ່າ ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ທັງໝົດ​ໃຫ້​ແກ່​ພວກເຮົາ. ປະຊາຊົນ​ທຸກຄົນ​ໃນ​ເມືອງ​ນັ້ນ ຕ່າງ​ກໍ​ສະທ້ານ​ຢ້ານກົວ​ພວກເຮົາ.”</verse>
			</chapter>
			<chapter number="3">
				<verse number="1">ມື້ໃໝ່​ມາ ໂຢຊວຍ​ແລະ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ລຸກ​ແຕ່​ເຊົ້າໆ, ອອກ​ຈາກ​ຄ້າຍພັກ​ທີ່​ຊິດຕິມ ແລະ​ມຸ້ງໜ້າ​ໄປ​ສູ່​ແມ່ນໍ້າ​ຈໍແດນ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ບ່ອນ​ນີ້ ໃນ​ຂະນະທີ່​ລໍຖ້າ​ຈະ​ຂ້າມ​ແມ່ນໍ້າ.</verse>
				<verse number="2">ຄັນ​ລ່ວງ​ມາ​ໄດ້​ສາມ​ວັນ​ແລ້ວ ພວກຜູ້ນຳ​ກໍໄດ້​ຍ່າງ​ເລາະ​ຜ່ານ​ໄປ​ທົ່ວ​ຄ້າຍພັກ</verse>
				<verse number="3">ແລະ​ສັ່ງ​ປະຊາຊົນ​ວ່າ, “ເມື່ອ​ພວກເຈົ້າ​ເຫັນ​ພວກ​ປະໂຣຫິດ ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ອອກ​ໄປ ໃຫ້​ພາກັນ​ອອກ​ຈາກ​ຄ້າຍພັກ​ແລະ​ຕິດຕາມ​ໄປ​ໂລດ.</verse>
				<verse number="4">ພວກ​ປະໂຣຫິດ​ຈະ​ນຳທາງ​ພວກເຈົ້າ​ໄປ ເພາະ​ພວກເຈົ້າ​ບໍ່ເຄີຍ​ຜ່ານ​ທາງ​ເສັ້ນ​ນີ້​ຈັກເທື່ອ, ແຕ່​ຢ່າ​ເຂົ້າ​ໄປ​ໃກ້​ຫີບ​ພັນທະສັນຍາ ໃຫ້​ຢູ່​ຫ່າງ​ປະມານ​ໜຶ່ງ​ກິໂລແມັດ.”</verse>
				<verse number="5">ແລ້ວ​ໂຢຊວຍ​ກໍໄດ້​ສັ່ງ​ປະຊາຊົນ​ວ່າ, “ຈົ່ງ​ຊຳລະ​ຕົນ​ໃຫ້​ບໍຣິສຸດ ເພາະ​ມື້ອື່ນ​ພຣະເຈົ້າຢາເວ​ຈະ​ເຮັດ​ການ​ອັດສະຈັນ​ໃນ​ທ່າມກາງ​ພວກເຈົ້າ.”</verse>
				<verse number="6">ແລ້ວ​ໂຢຊວຍ​ກໍ​ບອກ​ພວກ​ປະໂຣຫິດ​ໃຫ້​ຫາມ​ຫີບ​ພັນທະສັນຍາ​ອອກ​ໄປ​ກ່ອນ​ປະຊາຊົນ ແລະ​ພວກເຂົາ​ກໍ​ປະຕິບັດ​ຕາມ.</verse>
				<verse number="7">ຕໍ່ມາ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ສິ່ງ​ທີ່​ເຮົາ​ກະທຳ​ໃນ​ມື້ນີ້ ຈະ​ເຮັດ​ໃຫ້​ຊາວ​ອິດສະຣາເອນ​ທຸກຄົນ​ໃຫ້ກຽດ​ແກ່​ເຈົ້າ ວ່າ​ເຈົ້າ​ເປັນ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ ແລະ​ພວກເຂົາ​ຈະ​ຮູ້​ວ່າ ເຮົາ​ໄດ້​ຢູ່​ນຳ​ເຈົ້າ​ເໝືອນດັ່ງ​ທີ່​ໄດ້​ຢູ່​ນຳ​ໂມເຊ.</verse>
				<verse number="8">ດັ່ງນັ້ນ ເຈົ້າ​ຈົ່ງ​ສັ່ງ​ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ພັນທະສັນຍາ​ນັ້ນ​ວ່າ ເມື່ອ​ໄປ​ຮອດ​ແມ່ນໍ້າ​ຈໍແດນ​ແລ້ວ ໃຫ້​ຢຸດ​ຢູ່​ໃນ​ນໍ້າ​ໃກ້ໆ​ກັບ​ຕາຝັ່ງ​ສາກ່ອນ.”</verse>
				<verse number="9">ແລ້ວ​ໂຢຊວຍ​ກໍໄດ້​ບອກ​ປະຊາຊົນ​ວ່າ, “ຈົ່ງ​ພາກັນ​ເຂົ້າ​ມາ​ພີ້ ເພື່ອ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ.</verse>
				<verse number="10">ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ ພຣະອົງ​ຈະ​ຂັບໄລ່​ຄົນ​ເຫຼົ່ານີ້​ອອກ​ໄປ ເຊັ່ນ: ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ຮີວີ, ຊາວ​ເປຣີຊີ, ຊາວ​ກີກາຊີ, ຊາວ​ອາໂມ ແລະ​ຊາວ​ເຢບຸດ. ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ສະຖິດ​ໃນ​ທ່າມກາງ​ພວກເຈົ້າ;</verse>
				<verse number="11">ເມື່ອ​ຫີບ​ພັນທະສັນຍາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ກ່ອນ​ພວກເຈົ້າ.</verse>
				<verse number="12">ດັ່ງນັ້ນ ຈົ່ງ​ຄັດເລືອກ​ເອົາ​ສິບສອງ​ຄົນ​ຈາກ​ເຜົ່າ​ອິດສະຣາເອນ ຄື​ເຜົ່າລະ​ຄົນ.</verse>
				<verse number="13">ເມື່ອ​ພວກ​ປະໂຣຫິດ ຜູ້​ທີ່​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ ແຫ່ງ​ແຜ່ນດິນ​ໂລກ ຈຸ່ມຕີນ​ລົງ​ໃນ​ແມ່ນໍ້າ​ຈໍແດນ ແລະ​ແມ່ນໍ້າ​ຈໍແດນ​ທີ່​ໄຫລ​ລົງ​ມາ​ແຕ່​ທາງເໜືອ​ກໍ​ຈະ​ຢຸດ​ໄຫລ​ໂຮມ​ກັນ​ຢູ່​ບ່ອນດຽວ.”</verse>
				<verse number="14">ເວລານັ້ນ​ເປັນ​ລະດູ​ເກັບກ່ຽວ ແລະ​ນໍ້າ​ໄດ້​ລົ້ນ​ຖ້ວມ​ຕາຝັ່ງ. ເມື່ອ​ປະຊາຊົນ​ໄດ້​ອອກ​ໄປ​ຈາກ​ຄ້າຍພັກ​ເພື່ອ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ພັນທະສັນຍາ​ໄດ້​ອອກ​ໄປ​ກ່ອນ​ໜ້າ​ພວກເຂົາ. ພໍ​ພວກ​ປະໂຣຫິດ​ຈຸ່ມຕີນ​ລົງ​ໃນ​ນໍ້າ</verse>
				<verse number="15"></verse>
				<verse number="16">ທັນໃດນັ້ນ ນໍ້າ​ທີ່​ໄຫລ​ມາ​ຈາກ​ທາງ​ເໜືອ​ກໍ​ຢຸດ​ໄຫລ​ແລະ​ໂຮມ​ເຂົ້າ​ກັນ​ທີ່​ເມືອງ​ອາດາມ ຢູ່​ໃກ້​ກັບ​ເມືອງ​ຊາເຣທານ ສາຍ​ນໍ້າ​ທີ່​ໄຫລ​ລົງ​ສູ່​ທະເລຕາຍ​ຖືກ​ຕັດຂາດ​ໝົດກ້ຽງ ແລະ​ປະຊາຊົນ​ຈຶ່ງ​ສາມາດ​ຂ້າມ​ນໍ້າ​ໄປ​ໃກ້​ກັບ​ເມືອງ​ເຢຣິໂກ​ໄດ້.</verse>
				<verse number="17">ໃນ​ຂະນະທີ່​ພວກເຂົາ​ຍ່າງ​ຂ້າມ​ດິນ​ແຫ້ງ​ໄປ​ນັ້ນ ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ກໍ​ຢືນ​ຢູ່​ເທິງ​ດິນ​ແຫ້ງ​ກາງ​ແມ່ນໍ້າ​ຈໍແດນ ຈົນກວ່າ​ປະຊາຊົນ​ທຸກຄົນ​ຂ້າມ​ໄປ​ຫວິດ​ໝົດແລ້ວ.</verse>
			</chapter>
			<chapter number="4">
				<verse number="1">ເມື່ອ​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ໝົດແລ້ວ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂຢຊວຍ​ວ່າ,</verse>
				<verse number="2">“ຈົ່ງ​ເລືອກ​ເອົາ​ຊາຍ​ສິບສອງ​ຄົນ​ຄື​ເຜົ່າລະ​ຄົນ</verse>
				<verse number="3">ແລະ​ສັ່ງ​ພວກເຂົາ​ໃຫ້​ຍົກ​ເອົາ​ຫີນ​ສິບສອງ​ກ້ອນ​ຈາກ​ແມ່ນໍ້າ​ຈໍແດນ ໃນ​ບ່ອນ​ທີ່​ພວກ​ປະໂຣຫິດ​ຢືນ​ຢູ່​ນັ້ນ ແລະ​ຂົນ​ໄປ​ວາງ​ໄວ້​ໃນ​ບ່ອນ​ທີ່​ເຈົ້າ​ຈະ​ຕັ້ງ​ຄ້າຍພັກ​ຄືນນີ້.”</verse>
				<verse number="4">ດັ່ງນັ້ນ ໂຢຊວຍ​ຈຶ່ງ​ເອີ້ນ​ເອົາ​ສິບສອງ​ຄົນ​ທີ່​ເພິ່ນ​ໄດ້​ເລືອກ​ນັ້ນ​ມາ ແລະ​ບອກ​ພວກເຂົາ​ວ່າ, “ຈົ່ງ​ໄປ​ທີ່​ແມ່ນໍ້າ​ຈໍແດນ ທາງ​ດ້ານ​ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ໃຫ້​ແຕ່ລະຄົນ​ໃນ​ພວກເຈົ້າ​ແບກ​ເອົາ​ຫີນ​ໜຶ່ງ​ກ້ອນ ຄື​ກ້ອນ​ໜຶ່ງ​ສຳລັບ​ເຜົ່າໜຶ່ງ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="5"></verse>
				<verse number="6">ກ້ອນຫີນ​ເຫຼົ່ານີ້​ຈະ​ເປັນ​ໝາຍສຳຄັນ​ໃຫ້​ປະຊາຊົນ​ຮູ້​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ ໃນ​ພາຍ​ຄັ້ງໜ້າ ເມື່ອ​ລູກຫລານ​ຂອງ​ພວກເຈົ້າ​ຖາມ​ວ່າ, ‘ກ້ອນຫີນ​ເຫຼົ່ານີ້​ມີ​ຄວາມໝາຍ​ຢ່າງ​ໃດ​ຕໍ່​ພວກເຈົ້າ?’</verse>
				<verse number="7">ກໍ​ໃຫ້​ພວກເຈົ້າ​ບອກ​ວ່າ, ເມື່ອ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຂ້າມ​ແມ່ນໍ້າ​ນັ້ນ ແມ່ນໍ້າ​ຈໍແດນ​ໄດ້​ເຊົາ​ໄຫລ. ກ້ອນຫີນ​ເຫຼົ່ານີ້​ຈະ​ເປັນ​ສິ່ງ​ເຕືອນ​ປະຊາຊົນ​ອິດສະຣາເອນ​ຢູ່​ສະເໝີ ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ.”</verse>
				<verse number="8">ຄົນ​ເຫຼົ່ານັ້ນ​ກໍ​ເຮັດ​ຕາມ​ຄຳສັ່ງ​ຂອງ​ໂຢຊວຍ. ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂຢຊວຍ​ນັ້ນ ພວກເຂົາ​ໄດ້​ແບກ​ເອົາ​ຫີນ​ສິບສອງ​ກ້ອນ​ຈາກ​ກາງ​ແມ່ນໍ້າ​ຈໍແດນ ຄື​ກ້ອນ​ໜຶ່ງ​ສຳລັບ​ເຜົ່າໜຶ່ງ​ຂອງ​ຊາດ​ອິດສະຣາເອນ ນຳ​ໄປ​ວາງ​ໄວ້​ໃນ​ບ່ອນ​ທີ່​ພວກເຂົາ​ຕັ້ງ​ຄ້າຍພັກ.</verse>
				<verse number="9">ແລ້ວ​ໂຢຊວຍ​ກໍ​ຍັງ​ໄດ້​ຕັ້ງ​ຫີນ​ອື່ນ​ອີກ​ສິບສອງ​ກ້ອນ ໄວ້​ທີ່​ກາງ​ແມ່ນໍ້າ​ຈໍແດນ ໃນ​ບ່ອນ​ທີ່​ພວກ​ປະໂຣຫິດ​ຫາມ​ຫີບ​ພັນທະສັນຍາ​ຢືນ​ຢູ່​ນັ້ນ. (ຫີນ​ນັ້ນ​ຍັງ​ມີ​ຢູ່​ຈົນເຖິງ​ທຸກ​ວັນນີ້.)</verse>
				<verse number="10">ພວກ​ປະໂຣຫິດ​ຢືນ​ຢູ່​ໃນ​ກາງ​ແມ່ນໍ້າ​ຈໍແດນ ຈົນກວ່າ​ປະຊາຊົນ​ກະທຳ​ທຸກສິ່ງ​ສຳເລັດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ພວກເຂົາ​ຜ່ານ​ທາງ​ໂຢຊວຍ. ເລື່ອງ​ນີ້​ແມ່ນ​ສິ່ງ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້. ປະຊາຊົນ​ຈຶ່ງ​ຟ້າວ​ຂ້າມ​ແມ່ນໍ້າ​ໄປ.</verse>
				<verse number="11">ເມື່ອ​ທຸກຄົນ​ໄດ້​ຂ້າມ​ໄປ​ເຖິງ​ຝັ່ງ​ໝົດແລ້ວ ພວກ​ປະໂຣຫິດ​ພ້ອມ​ດ້ວຍ​ຫີບ​ຂອງ​ພຣະເຈົ້າຢາເວ ກໍ​ອອກ​ນຳ​ໜ້າ​ປະຊາຊົນ​ໄປ.</verse>
				<verse number="12">ສ່ວນ​ພວກ​ຜູ້ຊາຍ​ໃນ​ເຜົ່າ​ຣູເບັນ, ເຜົ່າກາດ ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ​ທີ່​ຕຽມພ້ອມ​ໃນ​ການ​ສູ້ຮົບ ກໍໄດ້​ຂ້າມ​ແມ່ນໍ້າ​ໄປ​ກ່ອນ​ໝູ່​ຕາມ​ທີ່​ໂມເຊ​ໄດ້​ສັ່ງ.</verse>
				<verse number="13">ຊ້ອງໜ້າ​ພຣະເຈົ້າຢາເວ ມີ​ຊາຍ​ທັງໝົດ​ປະມານ​ສີ່ສິບ​ພັນ​ຄົນ​ທີ່​ຕຽມພ້ອມ​ເຮັດ​ເສິກ ໄດ້​ຂ້າມ​ໄປ​ສູ່​ທົ່ງ​ຮາບພຽງ​ໃກ້​ເມືອງ​ເຢຣິໂກ.</verse>
				<verse number="14">ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ໃນ​ມື້​ນັ້ນ ເຮັດ​ໃຫ້​ຊາວ​ອິດສະຣາເອນ​ຖື​ໂຢຊວຍ​ເປັນ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ. ພວກເຂົາ​ໃຫ້ກຽດ​ໂຢຊວຍ​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ ເໝືອນດັ່ງ​ທີ່​ພວກເຂົາ​ໄດ້​ໃຫ້ກຽດ​ໂມເຊ.</verse>
				<verse number="15">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ບອກ​ໂຢຊວຍ</verse>
				<verse number="16">ໃຫ້​ສັ່ງ​ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ພັນທະສັນຍາ​ນັ້ນ ຂຶ້ນ​ມາ​ຈາກ​ແມ່ນໍ້າ​ຈໍແດນ.</verse>
				<verse number="17">ໂຢຊວຍ​ກໍໄດ້​ປະຕິບັດ​ຕາມ.</verse>
				<verse number="18">ເມື່ອ​ພວກ​ປະໂຣຫິດ​ທີ່ໄດ້​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ໄດ້​ຂຶ້ນ​ມາ​ຮອດ​ຕາຝັ່ງ​ແລ້ວ ນໍ້າ​ກໍໄດ້​ໄຫລ​ເຂົ້າ​ກັນ​ຖ້ວມ​ເຕັມ​ຕາຝັ່ງ​ອີກ​ຄື​ເກົ່າ.</verse>
				<verse number="19">ໃນ​ມື້​ທີ່​ປະຊາຊົນ​ໄດ້​ຂ້າມ​ແມ່ນໍ້າ​ນັ້ນ ເປັນ​ມື້​ທີ​ສິບ​ຂອງ​ເດືອນ​ທີ​ໜຶ່ງ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ກິນການ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເຢຣິໂກ.</verse>
				<verse number="20">ສ່ວນ​ໂຢຊວຍ​ກໍໄດ້​ເອົາ​ຫີນ​ສິບສອງ​ກ້ອນ ທີ່​ນຳ​ຂຶ້ນ​ມາ​ແຕ່​ແມ່ນໍ້າ​ຈໍແດນ​ຕັ້ງ​ໄວ້​ຢູ່​ທີ່​ນັ້ນ.</verse>
				<verse number="21">ເພິ່ນ​ໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, “ໃນ​ອະນາຄົດ​ເມື່ອ​ພວກ​ລູກຫລານ​ຖາມ​ວ່າ​ຫີນ​ນີ້​ໝາຍ​ເຖິງ​ຫຍັງ?</verse>
				<verse number="22">ໃຫ້​ພວກເຈົ້າ​ບອກ​ພວກເຂົາ​ເຖິງ​ເວລາ​ທີ່​ຊາວ​ອິດສະຣາເອນ ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ເທິງ​ພື້ນດິນ​ແຫ້ງ.</verse>
				<verse number="23">ໃຫ້​ບອກ​ພວກເຂົາ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃຫ້​ແມ່ນໍ້າ​ຈໍແດນ​ແຫ້ງ​ສຳລັບ​ພວກເຈົ້າ ຈົນກວ່າ​ພວກເຈົ້າ​ທຸກໆ​ຄົນ​ຂ້າມ​ໄປ​ໄດ້​ໝົດ ເໝືອນດັ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃຫ້​ນໍ້າ​ທະເລແດງ​ແຫ້ງ​ລົງ​ສຳລັບ​ພວກເຮົາ.</verse>
				<verse number="24">ເພາະ​ເລື່ອງ​ນີ້​ທຸກໆ​ຄົນ​ທີ່​ເທິງ​ແຜ່ນດິນ​ໂລກ​ຈະ​ຮູ້​ວ່າ ພຣະຫັດ​ຂອງ​ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເທົ່າ​ໃດ ແລະ​ພວກເຈົ້າ​ກໍ​ຈະ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສືບໄປ.”</verse>
			</chapter>
			<chapter number="5">
				<verse number="1">ເມື່ອ​ກະສັດ​ທັງໝົດ​ຂອງ​ຊາວ​ອາໂມ ທີ່​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ແລະ​ກະສັດ​ທັງໝົດ​ຂອງ​ຊາວ​ການາອານ ທີ່​ຢູ່​ໃກ້​ທະເລ​ເມດີແຕຣາເນ​ໄດ້ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ແມ່ນໍ້າ​ຈໍແດນ​ແຫ້ງ ຈົນ​ປະຊາຊົນ​ອິດສະຣາເອນ​ຂ້າມ​ໄປ​ໄດ້; ກະສັດ​ເຫຼົ່ານີ້​ຕ່າງ​ກໍ​ຢ້ານກົວ​ແລະ​ເສຍຂວັນ​ຍ້ອນ​ຊາວ​ອິດສະຣາເອນ.</verse>
				<verse number="2">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂຢຊວຍ​ວ່າ, “ຈົ່ງ​ໃຊ້​ຫີນ​ເຮັດ​ມີດ ແລະ​ເຮັດ​ພິທີຕັດ​ໃຫ້​ຊາວ​ອິດສະຣາເອນ​ອີກ.”</verse>
				<verse number="3">ດັ່ງນັ້ນ ໂຢຊວຍ​ຈຶ່ງ​ໄດ້​ເຮັດ​ມີດ​ຫີນ ແລະ​ໄດ້​ເຮັດ​ພິທີຕັດ​ໃຫ້​ຊາວ​ອິດສະຣາເອນ​ຢູ່​ໃນ​ບ່ອນ​ໜຶ່ງ​ເອີ້ນ​ວ່າ ເນີນພູ​ອາຣາໂລດ.</verse>
				<verse number="4">ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ພວກ​ຜູ້ຊາຍ​ທຸກຄົນ​ກໍໄດ້​ຮັບ​ພິທີຕັດ, ແຕ່​ໃນ​ເວລາ 40 ປີ ທີ່​ຊາວ​ອິດສະຣາເອນ​ໄດ້​ຂ້າມ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ບໍ່ມີ​ເດັກນ້ອຍ​ຜູ້ຊາຍ​ຈັກ​ຄົນ​ໄດ້​ຮັບ​ພິທີຕັດ. ໃນ​ເວລາ​ນັ້ນ ຊາຍ​ທຸກຄົນ​ທີ່​ມີ​ອາຍຸ​ພໍ​ເຮັດ​ເສິກ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ກໍໄດ້​ຕາຍໄປ​ໝົດ​ຍ້ອນ​ວ່າ​ພວກເຂົາ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສາບານ​ໄວ້. ພຣະອົງ​ຈະ​ບໍ່​ອະນຸຍາດ​ໃຫ້​ພວກເຂົາ​ເຫັນ​ດິນແດນ​ອັນ​ສົມບູນ​ແລະ​ຮັ່ງມີ ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ.</verse>
				<verse number="5"></verse>
				<verse number="6"></verse>
				<verse number="7">ພວກ​ລູກຊາຍ​ຂອງ​ຄົນ​ເຫຼົ່ານີ້​ຍັງ​ບໍ່ເຄີຍ​ໄດ້​ຮັບ​ພິທີຕັດ​ເທື່ອ. ແມ່ນ​ຄົນ​ລຸ້ນຫລັງ​ນີ້ແຫລະ ທີ່​ໂຢຊວຍ​ໄດ້​ເຮັດ​ພິທີຕັດ​ໃຫ້.</verse>
				<verse number="8">ຫລັງຈາກ​ຮັບ​ພິທີຕັດ​ແລ້ວ ຄົນ​ໃນ​ຊາດ​ທຸກຄົນ​ກໍ​ຢູ່​ໃນ​ຄ້າຍ​ຈົນ​ບາດແຜ​ດີ.</verse>
				<verse number="9">ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂຢຊວຍ​ວ່າ, “ວັນນີ້ ເຮົາ​ໄດ້​ໃຫ້​ພວກເຈົ້າ​ພົ້ນ​ຈາກ​ຄວາມ​ອັບອາຍ ຈາກ​ການ​ເປັນ​ຄົນ​ຮັບໃຊ້​ທີ່​ປະເທດ​ເອຢິບ.” ດ້ວຍເຫດນີ້ ບ່ອນ​ນັ້ນ​ຈຶ່ງ​ເອີ້ນ​ວ່າ ກິນການ ຈົນເຖິງ​ທຸກ​ວັນນີ້.</verse>
				<verse number="10">ໃນ​ເວລາ​ທີ່​ຊາວ​ອິດສະຣາເອນ​ກຳລັງ​ຕັ້ງ​ຄ້າຍພັກ​ທີ່​ກິນການ ຕາມ​ທົ່ງ​ຮາບພຽງ​ຂອງ​ເມືອງ​ເຢຣິໂກ​ນັ້ນ ພວກເຂົາ​ໄດ້​ສະຫລອງ​ປັດສະຄາ​ໃນ​ຕອນ​ຄໍ່າ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ນັ້ນ.</verse>
				<verse number="11">ຕໍ່​ຈາກ​ວັນ​ປັດສະຄາ ແມ່ນ​ວັນ​ທຳອິດ​ຊຶ່ງ​ພວກເຂົາ​ໄດ້​ກິນ​ແຕ່​ສິ່ງ​ທີ່​ຊາວ​ການາອານ​ໄດ້​ປູກ​ຄື: ເຂົ້າ​ຂົ້ວ​ກັບ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ.</verse>
				<verse number="12">ແລ້ວ​ມານາ​ກໍໄດ້​ເຊົາ​ຕົກ​ແລະ​ຊາວ​ອິດສະຣາເອນ​ບໍ່ໄດ້​ກິນ​ມານາ​ອີກ. ແຕ່​ນັ້ນ​ເປັນ​ຕົ້ນ​ມາ ພວກເຂົາ​ໄດ້​ກິນ​ແຕ່​ອາຫານ​ທີ່​ເກີດ​ໃນ​ດິນແດນ​ການາອານ.</verse>
				<verse number="13">ເມື່ອ​ໂຢຊວຍ​ຢູ່​ໃກ້​ກັບ​ເມືອງ​ເຢຣິໂກ ໃນທັນໃດ ເພິ່ນ​ກໍໄດ້​ເຫັນ​ຊາຍ​ຄົນໜຶ່ງ​ພວມ​ຖື​ດາບ​ຢືນ​ຢູ່​ຕໍ່ໜ້າ​ເພິ່ນ. ໂຢຊວຍ​ຈຶ່ງ​ຫຍັບ​ເຂົ້າ​ໄປ​ໃກ້ ແລະ​ຖາມ​ຊາຍ​ຄົນ​ນັ້ນ​ວ່າ, “ທ່ານ​ເປັນ​ຝ່າຍເຮົາ​ຫລື​ຝ່າຍ​ສັດຕູ?”</verse>
				<verse number="14">ຊາຍ​ຜູ້ນັ້ນ​ໄດ້​ຕອບ​ວ່າ, “ເຮົາ​ບໍ່​ເປັນ​ຝ່າຍ​ໃດ​ໝົດ ເຮົາ​ມາ​ນີ້​ໃນ​ຖານະ​ເປັນ​ຜູ້​ບັນຊາການ​ກອງທັບ​ຂອງ​ພຣະເຈົ້າຢາເວ.” ໂຢຊວຍ​ຈຶ່ງ​ກົ້ມຂາບ​ລົງ​ພື້ນດິນ ແລະ​ຖາມ​ວ່າ, “ທ່ານເອີຍ ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງທ່ານ ທ່ານ​ຢາກ​ຈະ​ໃຫ້​ຂ້ານ້ອຍ​ເຮັດ​ຫຍັງ?”</verse>
				<verse number="15">ຜູ້​ບັນຊາການ​ກອງທັບ​ຂອງ​ພຣະເຈົ້າຢາເວ​ໄດ້​ບອກ​ໂຢຊວຍ​ວ່າ, “ຈົ່ງ​ຖອດ​ເກີບ​ຂອງ​ເຈົ້າ​ອອກ ເຈົ້າ​ກຳລັງ​ຢືນ​ຢູ່​ບ່ອນ​ສັກສິດ.” ແລ້ວ​ໂຢຊວຍ​ກໍ​ປະຕິບັດ​ຕາມ​ທີ່​ເພິ່ນ​ໄດ້​ບອກ​ນັ້ນ.</verse>
			</chapter>
			<chapter number="6">
				<verse number="1">ປະຕູ​ເມືອງ​ເຢຣິໂກ​ຖືກ​ອັດ​ໄວ້​ຢ່າງ​ແໜ້ນໜາ ແລະ​ມີ​ຄົນ​ຍາມ​ເພື່ອ​ບໍ່​ໃຫ້​ຊາວ​ອິດສະຣາເອນ​ເຂົ້າ​ໄປ​ໄດ້. ບໍ່ມີ​ໃຜ​ເຂົ້າ​ໄປ​ໃນເມືອງ ຫລື​ອອກ​ໄປ​ນອກເມືອງ​ໄດ້.</verse>
				<verse number="2">ພຣະເຈົ້າຢາເວ​ໄດ້​ບອກ​ໂຢຊວຍ​ວ່າ, “ເຮົາ​ໄດ້​ມອບ​ເມືອງ​ເຢຣິໂກ​ແລະ​ກະສັດ​ໃນ​ເມືອງ​ນີ້ ຕະຫລອດ​ທັງ​ທະຫານ​ທີ່​ເກັ່ງກ້າ​ໄວ້​ໃນ​ກຳມື​ຂອງເຈົ້າ.</verse>
				<verse number="3">ເຈົ້າ​ພ້ອມ​ທະຫານ​ຂອງ​ເຈົ້າ​ຕ້ອງ​ຍ່າງ​ອ້ອມ​ເມືອງ​ນີ້ ວັນລະ​ໜຶ່ງ​ຮອບ​ພາຍ​ໃນ​ຫົກ​ວັນ.</verse>
				<verse number="4">ຈົ່ງ​ໃຫ້​ປະໂຣຫິດ​ເຈັດ​ຄົນ​ຖື​ແກ​ຜູ້ລະ​ອັນ ຍ່າງ​ອອກ​ໜ້າ​ຫີບ​ພັນທະສັນຍາ. ໃນ​ວັນ​ທີ​ເຈັດ ເຈົ້າ​ແລະ​ພວກ​ທະຫານ​ຂອງ​ເຈົ້າ ຕ້ອງ​ຍ່າງ​ອ້ອມ​ເມືອງ​ເຈັດ​ຮອບ ໂດຍ​ໃຫ້​ມີ​ພວກ​ປະໂຣຫິດ​ເປົ່າແກ​ນຳໜ້າ.</verse>
				<verse number="5">ເມື່ອ​ໄດ້ຍິນ​ສຽງ​ແກ​ດັງ​ຂຶ້ນ​ເປັນ​ສຽງ​ຍາວໆ ໃຫ້​ຜູ້ຊາຍ​ທຸກໆ​ຄົນ​ພາກັນ​ຮ້ອງ​ຂຶ້ນ​ສຽງ​ດັງໆ ແລະ​ກຳແພງ​ເມືອງ​ກໍ​ຈະ​ເຈື່ອນ​ລົງ. ແລ້ວ​ໃຫ້​ກອງທັບ​ທັງໝົດ​ບຸກ​ເຂົ້າ​ໄປ​ໃນ​ຕົວເມືອງ​ທັນທີ.”</verse>
				<verse number="6">ໂຢຊວຍ​ໄດ້​ເອີ້ນ​ພວກ​ປະໂຣຫິດ​ມາ ແລະ​ບອກ​ວ່າ, “ຈົ່ງ​ຫາມ​ຫີບ​ພັນທະສັນຍາ ແລະ​ໃຫ້​ເຈັດ​ຄົນ​ໃນ​ພວກເຈົ້າ ຖື​ແກ​ຍ່າງ​ໄປ​ກ່ອນ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.”</verse>
				<verse number="7">ແລ້ວ​ໂຢຊວຍ​ກໍ​ບອກ​ໃຫ້​ເລີ່ມ​ຍ່າງ​ອ້ອມ​ເມືອງ ໂດຍ​ມີ​ທະຫານ​ກອງໜ້າ ຍ່າງ​ນຳ​ໜ້າ​ໄປ​ກ່ອນ​ຫີບ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="8">ດັ່ງນັ້ນ ຕາມ​ຄຳສັ່ງ​ຂອງ​ໂຢຊວຍ ທະຫານ​ກອງໜ້າ​ຈຶ່ງ​ເລີ່ມ​ຍ່າງ​ອອກ​ກ່ອນ​ພວກ​ປະໂຣຫິດ​ເຈັດ​ຄົນ​ທີ່​ຖື​ແກ​ຕໍ່ໜ້າ​ພຣະເຈົ້າຢາເວ; ຕາມ​ຫລັງ​ພວກ​ເຫຼົ່ານີ້​ມີ​ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="9">ແລ້ວ​ສຸດທ້າຍ​ແມ່ນ​ພວກ​ທະຫານ​ກອງຫລັງ. ສ່ວນ​ສຽງ​ແກ​ນັ້ນ​ກໍ​ດັງ​ຢູ່​ຕະຫລອດ​ເວລາ.</verse>
				<verse number="10">ແຕ່​ໂຢຊວຍ​ໄດ້​ສັ່ງ​ຄົນ​ຂອງຕົນ​ບໍ່​ໃຫ້​ຮ້ອງໂຮ ຫລື​ເວົ້າຫຍັງ ຈົນກວ່າ​ເພິ່ນ​ຈະ​ໃຫ້​ຄຳສັ່ງ​ໃໝ່.</verse>
				<verse number="11">ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້​ສັ່ງ​ພວກ​ເຫຼົ່ານີ້ ໃຫ້​ນຳ​ຫີບ​ຂອງ​ພຣະເຈົ້າຢາເວ​ຍ່າງ​ອ້ອມ​ເມືອງ​ໜຶ່ງ​ຮອບ. ແລ້ວ​ພວກເຂົາ​ກໍໄດ້​ກັບ​ເມືອ​ສູ່​ຄ້າຍພັກ ແລະ​ນອນ​ຄ້າງຄືນ​ຢູ່​ທີ່​ນັ້ນ.</verse>
				<verse number="12">ເຊົ້າ​ວັນ​ໃໝ່​ມາ ໂຢຊວຍ​ໄດ້​ລຸກ​ຂຶ້ນ​ແຕ່​ເດິກໆ ພ້ອມ​ທັງ​ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="13">ພວກເຂົາ​ໄດ້​ຍ່າງ​ອ້ອມ​ເມືອງ​ເປັນ​ເທື່ອ​ທີ​ສອງ ຕາມ​ລະບຽບ​ທີ່​ໄດ້​ວາງ​ໄວ້​ໃນ​ມື້​ກ່ອນ​ນັ້ນ ຄື​ທະຫານ​ກອງໜ້າ​ຍ່າງ​ອອກ​ກ່ອນ; ຕໍ່ມາ​ແມ່ນ​ພວກ​ປະໂຣຫິດ​ເຈັດ​ຄົນ​ທີ່​ຖື​ແກ​ເຈັດ​ອັນ ແລ້ວ​ແມ່ນ​ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ ແລະ​ສຸດທ້າຍ​ແມ່ນ​ພວກ​ທະຫານ​ກອງ​ນຳຫລັງ​ຫີບ​ຂອງ​ພຣະເຈົ້າຢາເວ. ສ່ວນ​ສຽງ​ແກ​ນັ້ນ​ກໍ​ດັງ​ຢູ່​ຕະຫລອດ​ເວລາ.</verse>
				<verse number="14">ໃນ​ວັນ​ທີ​ສອງ ພວກເຂົາ​ໄດ້​ຍ່າງ​ອ້ອມ​ເມືອງ​ອີກ​ຮອບ​ໜຶ່ງ ແລ້ວ​ກໍໄດ້​ກັບ​ເມືອ​ສູ່​ຄ້າຍພັກ. ພວກເຂົາ​ເຮັດ​ຢູ່​ຢ່າງ​ນີ້​ເປັນ​ເວລາ​ຫົກ​ວັນ.</verse>
				<verse number="15">ແຕ່​ໃນ​ວັນ​ທີເຈັດ ພວກເຂົາ​ໄດ້​ລຸກ​ຂຶ້ນ​ແຕ່​ເດິກໆ ແລະ​ໄດ້​ຍ່າງ​ອ້ອມ​ເມືອງ​ເຈັດ​ຮອບ​ຕາມ​ລະບຽບ​ເກົ່າ ມີ​ພຽງ​ວັນ​ດຽວ​ເທົ່ານັ້ນ ທີ່​ພວກເຂົາ​ໄດ້​ຍ່າງ​ອ້ອມ​ເມືອງ​ເຈັດຮອບ.</verse>
				<verse number="16">ພໍ​ຮອດ​ຮອບ​ທີເຈັດ ເມື່ອ​ພວກ​ປະໂຣຫິດ​ໄດ້​ເປົ່າແກ​ແລ້ວ ໂຢຊວຍ​ໄດ້​ສັ່ງ​ຄົນ​ຂອງຕົນ​ໃຫ້​ຮ້ອງ​ຂຶ້ນ ແລະ​ເພິ່ນ​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້​ມອບ​ເມືອງ​ນີ້​ໃຫ້​ພວກເຈົ້າ​ແລ້ວ</verse>
				<verse number="17">ຈົ່ງ​ທຳລາຍ​ເມືອງ​ແລະ​ທຸກສິ່ງ​ໃນ​ເມືອງ​ນີ້​ໃຫ້​ຈົນກ້ຽງ ເພື່ອ​ເປັນ​ການ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ, ແຕ່​ໃຫ້​ໄວ້​ຊີວິດ​ນາງ​ຣາຮາບ ຍິງ​ໂສເພນີ​ພ້ອມ​ກັບ​ທຸກຄົນ​ທີ່​ຢູ່​ໃນ​ເຮືອນ​ຂອງ​ນາງ ເພາະ​ນາງ​ໄດ້​ເຊື່ອງ​ນັກສືບ​ສອດແນມ​ສອງ​ຄົນ​ຂອງ​ພວກເຮົາ​ໄວ້.</verse>
				<verse number="18">ແຕ່​ພວກເຈົ້າ​ຢ່າ​ໄດ້​ຈັບ​ເອົາ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ໃຫ້​ທຳລາຍ ຖ້າ​ພວກເຈົ້າ​ເອົາ​ສິ່ງ​ເຫຼົ່ານັ້ນ​ໄປ ພວກເຈົ້າ​ກໍ​ຈະ​ນຳ​ເອົາ​ຄວາມ​ເດືອດຮ້ອນ​ກັບ​ຄວາມ​ຈິບຫາຍ ມາ​ສູ່​ຄ້າຍພັກ​ຂອງ​ຊາວ​ອິດສະຣາເອນ.</verse>
				<verse number="19">ສ່ວນ​ເຄື່ອງ​ທຸກຢ່າງ​ທີ່​ເຮັດ​ດ້ວຍ​ເງິນ, ຄຳ, ທອງສຳຣິດ ຫລື​ເຫຼັກ ໃຫ້​ເປັນ​ບໍຣິສຸດ​ສຳລັບ​ພຣະເຈົ້າຢາເວ. ໃຫ້​ເກັບ​ສິ່ງ​ເຫຼົ່ານັ້ນ​ໄວ້​ໃນ​ຄັງ​ຂອງ​ພຣະເຈົ້າຢາເວ.”</verse>
				<verse number="20">ດັ່ງນັ້ນ ພວກ​ປະໂຣຫິດ​ຈຶ່ງ​ໄດ້​ເປົ່າແກ ແລະ​ພໍ​ຄົນ​ຂອງ​ໂຢຊວຍ​ໄດ້ຍິນ​ສຽງ​ແກ ພວກເຂົາ​ກໍ​ພາກັນ​ຮ້ອງ​ຂຶ້ນ​ເລວເສິກ​ດ້ວຍ​ສຽງດັງ ແລະ​ກຳແພງ​ເມືອງ​ກໍ​ເຈື່ອນ​ລົງ. ແລ້ວ​ກອງ​ທະຫານ​ທັງໝົດ​ກໍໄດ້​ມຸ້ງໜ້າ​ຂຶ້ນ​ໄປ​ສູ່​ເນີນພູ ແລະ​ຢຶດຄອງ​ເມືອງ​ທັນທີ.</verse>
				<verse number="21">ພວກເຂົາ​ໄດ້​ໃຊ້​ດາບ​ຂ້າ​ທັງ​ຍິງ​ແລະ​ຊາຍ ຜູ້ໜຸ່ມ​ແລະ​ຜູ້ເຖົ້າ, ຕະຫລອດ​ທັງ​ຝູງງົວ, ຝູງແກະ ແລະ​ຝູງ​ລໍ​ດ້ວຍ.</verse>
				<verse number="22">ແລ້ວ​ໂຢຊວຍ​ກໍໄດ້​ບອກ​ຊາຍ​ສອງ​ຄົນ​ທີ່​ເຄີຍ​ເປັນ​ນັກສືບ​ສອດແນມ​ວ່າ, “ໃຫ້​ພວກເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຍິງ​ໂສເພນີ​ແລະ​ນຳ​ເອົາ​ນາງ ພ້ອມ​ກັບ​ທຸກຄົນ​ໃນ​ເຮືອນ​ຂອງ​ນາງ​ອອກ​ມາ ຕາມ​ທີ່​ໄດ້​ສັນຍາ​ໄວ້.”</verse>
				<verse number="23">ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຂົ້າ​ໄປ​ໃນ​ເຮືອນ ນຳ​ເອົາ​ນາງ​ຣາຮາບ​ພ້ອມ​ດ້ວຍ​ພໍ່​ແມ່, ອ້າຍ​ເອື້ອຍ​ນ້ອງ ແລະ​ທຸກໆ​ຄົນ​ໃນ​ຄອບຄົວ​ຂອງ​ນາງ​ອອກ​ມາ. ພວກເຂົາ​ໄດ້​ພາ​ຄົນ​ທັງໝົດ ຄື​ຄົນ​ໃນ​ຄອບຄົວ​ແລະ​ຄົນ​ຮັບໃຊ້ ໄປ​ອາໄສ​ຢູ່​ໃນ​ບ່ອນ​ປອດໄພ ໃກ້​ຄ້າຍພັກ​ຂອງ​ຊາວ​ອິດສະຣາເອນ.</verse>
				<verse number="24">ແລ້ວ​ພວກ​ອິດສະຣາເອນ​ກໍ​ຈູດ​ເຜົາ​ເມືອງ​ຖິ້ມ​ຈົນກ້ຽງ ຕະຫລອດ​ທຸກສິ່ງ​ໃນ​ເມືອງ​ນັ້ນ ເວັ້ນໄວ້ແຕ່​ເຄື່ອງໃຊ້​ທີ່​ເປັນ​ເງິນ, ຄຳ, ທອງສຳຣິດ ແລະ​ເຫຼັກ ທີ່​ພວກເຂົາ​ໄດ້​ຢຶດເອົາ ແລະ​ນຳ​ໄປ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="25">ແຕ່​ໂຢຊວຍ​ໄດ້​ໄວ້​ຊີວິດ​ນາງ​ຣາຮາບ​ຍິງ​ໂສເພນີ ພ້ອມ​ທັງ​ຍາດຕິພີ່ນ້ອງ​ທັງໝົດ​ຂອງ​ນາງ ເພາະ​ນາງ​ໄດ້​ເຊື່ອງ​ນັກສືບ​ສອດແນມ​ສອງ​ຄົນ ທີ່​ເພິ່ນ​ໄດ້​ໃຊ້​ໄປ​ເມືອງ​ເຢຣິໂກ. ເຊື້ອສາຍ​ຂອງ​ນາງ​ຣາຮາບ​ໄດ້​ຢູ່​ໃນ​ອິດສະຣາເອນ​ຈົນເຖິງ​ທຸກ​ວັນນີ້.</verse>
				<verse number="26">ໃນ​ເວລາ​ນັ້ນ ໂຢຊວຍ​ໄດ້​ອອກ​ຄຳເຕືອນ​ຢ່າງ​ໜັກແໜ້ນ​ວ່າ, “ຖ້າ​ຜູ້ໃດ​ຜູ້ໜຶ່ງ​ທີ່​ພະຍາຍາມ​ສ້າງ​ເມືອງ​ເຢຣິໂກ​ຂຶ້ນ​ໃໝ່ ຈະ​ຖືກ​ສາບແຊ່ງ​ຕໍ່ໜ້າ​ພຣະເຈົ້າຢາເວ. ຜູ້ໃດ​ກໍຕາມ​ທີ່​ສ້າງ​ຮາກຖານ​ຂອງ​ເມືອງ​ນີ້ ຈະ​ຕ້ອງ​ເສຍ​ລູກຊາຍກົກ​ຂອງຕົນ; ຜູ້ໃດ​ກໍຕາມ​ທີ່​ສ້າງ​ປະຕູ​ຂອງ​ເມືອງ​ນີ້ ຈະ​ຕ້ອງ​ເສຍ​ລູກຊາຍ​ຫລ້າ​ຂອງຕົນ.”</verse>
				<verse number="27">ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ໂຢຊວຍ ແລະ​ຊື່ສຽງ​ຂອງ​ເພິ່ນ​ກໍ​ຊ່າລື​ໄປ​ທົ່ວ​ທັງ​ດິນແດນ.</verse>
			</chapter>
			<chapter number="7">
				<verse number="1">ແຕ່​ຊາວ​ອິດສະຣາເອນ​ໄດ້​ລະເມີດ​ໃນ​ສິ່ງຂອງ​ທີ່​ຕ້ອງ​ຖວາຍ​ນັ້ນ​ຄື: ອາການ​ເປັນ​ລູກ​ຂອງ​ການໝີ ຫລານຊາຍ​ຂອງ​ຊັບດີ ແລະ​ຄົນ​ໃນ​ຕະກຸນ​ເຊຣາ​ເຜົ່າ​ຢູດາ​ໄດ້ເອົາ​ສິ່ງຂອງ​ທີ່​ຕ້ອງ​ຖວາຍ​ນັ້ນ​ໄປ​ເປັນ​ຂອງຕົນ; ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາວ​ອິດສະຣາເອນ​ຢ່າງໜັກ.</verse>
				<verse number="2">ໂຢຊວຍ​ໄດ້​ສົ່ງ​ບາງຄົນ​ຈາກ​ເມືອງ​ເຢຣິໂກ​ໄປ​ທີ່​ເມືອງ​ອາອີ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເບັດເອນ​ໃກ້​ກັບ​ເມືອງ​ເບັດ​ອາເວນ. ໂຢຊວຍ​ໄດ້​ສັ່ງ​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ. ເມື່ອ​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ແລ້ວ</verse>
				<verse number="3">ກໍໄດ້​ກັບ​ມາ​ລາຍງານ​ໂຢຊວຍ​ວ່າ, “ບໍ່​ຈຳເປັນ​ຈະ​ສົ່ງ​ທຸກໆ​ຄົນ​ໄປ​ຕີ​ເອົາ​ເມືອງ​ອາອີ. ໃຫ້​ສົ່ງ​ພຽງແຕ່​ສອງ​ຫລື​ສາມພັນ​ຄົນ​ເທົ່ານັ້ນ​ໄປ​ກໍ​ພໍ. ຢ່າ​ສົ່ງ​ກອງທັບ​ທັງໝົດ​ຂຶ້ນ​ໄປ​ສູ້ຮົບ​ໃນ​ທີ່ນັ້ນ ເພາະ​ເມືອງ​ອາອີ​ນີ້​ບໍ່​ເປັນ​ເມືອງ​ໃຫຍ່.”</verse>
				<verse number="4">ດັ່ງນັ້ນ ຊາວ​ອິດສະຣາເອນ​ປະມານ​ສາມພັນ​ຄົນ​ຈຶ່ງ​ໄດ້​ອອກ​ໄປ​ບຸກໂຈມຕີ ແຕ່​ພວກເຂົາ​ໄດ້​ຖືກ​ຕີ​ຄືນ​ໃຫ້​ແຕກ​ຖອຍໜີ​ມາ.</verse>
				<verse number="5">ຊາວ​ເມືອງ​ອາອີ​ໄດ້​ຂັບໄລ່​ຊາວ​ອິດສະຣາເອນ​ຈາກ​ປະຕູ​ເມືອງ ໃຫ້​ຖອຍໜີ​ໄປ​ຈົນເຖິງ​ເຊບາຣິມ ແລະ​ຂ້າ​ພວກເຂົາ​ຕາມ​ເນີນພູ ປະມານ 36 ຄົນ. ເມື່ອ​ເຫັນ​ເປັນ​ເຊັ່ນນີ້ ພວກ​ອິດສະຣາເອນ​ຈຶ່ງ​ເສຍຂວັນ​ແລະ​ຢ້ານກົວ.</verse>
				<verse number="6">ໂຢຊວຍ​ແລະ​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ ຕ່າງ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ເປັນທຸກໃຈ ແລະ​ໝູບ​ໜ້າ​ກັບ​ພື້ນດິນ​ຕໍ່ໜ້າ​ຫີບ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໝູບ​ຢູ່​ຢ່າງ​ນີ້ ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ ພ້ອມ​ທັງ​ເອົາ​ຂີ້ຝຸ່ນ​ດິນ​ໂຮຍ​ໃສ່​ເທິງ​ຫົວ​ຕົນເອງ ເພື່ອ​ສະແດງ​ເຖິງ​ຄວາມ​ໂສກເສົ້າ​ຂອງ​ພວກເຂົາ.</verse>
				<verse number="7">ແລ້ວ​ໂຢຊວຍ​ກໍ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ໄດ້​ນຳ​ພວກ​ຂ້ານ້ອຍ​ຂ້າມ​ແມ່ນໍ້າ​ຈໍແດນ​ມາ​ທີ່​ນີ້? ກໍ​ເພື່ອ​ມອບ​ພວກ​ຂ້ານ້ອຍ​ໃຫ້​ແກ່​ຊາວ​ອາໂມ ຊັ້ນບໍ? ເປັນຫຍັງ​ຈຶ່ງ​ບໍ່​ໃຫ້​ພວກ​ຂ້ານ້ອຍ ຢູ່​ຟາກ​ແມ່ນໍ້າ​ຈໍແດນ​ເບື້ອງ​ນັ້ນ​ພຸ້ນ?</verse>
				<verse number="8">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ກ່າວ​ຫຍັງ​ໄດ້​ແດ່? ບັດນີ້ ຈະ​ໃຫ້​ຊາວ​ອິດສະຣາເອນ​ປົບໜີ​ຕໍ່ໜ້າ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ຊັ້ນບໍ?</verse>
				<verse number="9">ຊາວ​ການາອານ​ແລະ​ພວກ​ອື່ນໆ​ທົ່ວ​ທັງ​ດິນແດນ​ຈະ​ຮູ້​ເຖິງ​ເລື່ອງ​ນີ້. ພວກເຂົາ​ຈະ​ພາກັນ​ມາ​ປິດລ້ອມ​ພວກ​ຂ້ານ້ອຍ​ໄວ້ ແລະ​ສັງຫານ​ພວກ​ຂ້ານ້ອຍ​ທຸກໆ​ຄົນ​ຖິ້ມ; ແລ້ວ​ພຣະອົງ​ຈະ​ກະທຳ​ຢ່າງ​ໃດ ເພື່ອ​ຮັກສາ​ກຽດ​ສັກສີ​ຂອງ​ພຣະອົງ​ໄວ້?”</verse>
				<verse number="10">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ຈົ່ງ​ລຸກ​ຂຶ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ໝູບ​ໜ້າ​ຢູ່​ຢ່າງ​ນີ້?</verse>
				<verse number="11">ຊາດ​ອິດສະຣາເອນ​ໄດ້​ເຮັດ​ບາບ ພວກເຂົາ​ໄດ້​ລະເມີດ​ພັນທະສັນຍາ ທີ່​ເຮົາ​ໄດ້​ສັ່ງ​ພວກເຂົາ​ໃຫ້​ຖື​ຮັກສາ. ພວກເຂົາ​ໄດ້​ເອົາ​ບາງສິ່ງ​ບາງຢ່າງ​ທີ່​ຕ້ອງ​ຖືກ​ທຳລາຍ​ນັ້ນ. ພວກເຂົາ​ໄດ້​ລັກ​ເອົາ​ມາ​ແລະ​ອຳ​ໄວ້ ແລ້ວ​ເອົາ​ສິ່ງ​ເຫຼົ່ານີ້​ລວມ​ເຂົ້າ​ກັບ​ສິ່ງຂອງ​ຂອງ​ຕົນເອງ.</verse>
				<verse number="12">ດ້ວຍເຫດນີ້ ຊາວ​ອິດສະຣາເອນ​ຈຶ່ງ​ສູ້ຮົບ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ບໍ່ໄດ້. ພວກເຂົາ​ຖືກ​ຕີ​ໃຫ້​ຖອຍໜີ​ໄປ ກໍ​ຍ້ອນ​ວ່າ​ພວກເຂົາ​ເປັນ​ຝ່າຍ​ທີ່​ຕ້ອງ​ຖືກ​ທຳລາຍ ເຮົາ​ຈະ​ບໍ່​ຢູ່​ກັບ​ພວກເຈົ້າ​ຕໍ່ໄປ ຈົນກວ່າ​ພວກເຈົ້າ​ຈະ​ທຳລາຍ​ສິ່ງ​ທີ່​ເຮົາ​ຫ້າມ​ບໍ່​ໃຫ້​ເອົາ​ນັ້ນ.</verse>
				<verse number="13">ຈົ່ງ​ລຸກ​ຂຶ້ນ ໄປ​ເຮັດ​ພິທີ​ຊຳລະ​ປະຊາຊົນ​ໃຫ້​ບໍຣິສຸດ ແລະ​ຕຽມ​ພວກເຂົາ​ໃຫ້​ພ້ອມ​ທີ່​ຈະ​ເຂົ້າ​ມາ​ພົບ​ເຮົາ. ຈົ່ງ​ບອກ​ພວກເຂົາ​ໃຫ້​ຕຽມພ້ອມ​ໃນ​ມື້ອື່ນ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກ່າວ​ດັ່ງນີ້, ‘ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ໄດ້​ລັກ​ເອົາ​ບາງສິ່ງ​ບາງຢ່າງ​ທີ່​ເຮົາ​ໄດ້​ສັ່ງ​ໃຫ້​ທຳລາຍ​ນັ້ນ ມາ​ເປັນ​ຂອງຕົນ ພວກເຈົ້າ​ຈະ​ສູ້ຮົບ​ເຫຼົ່າ​ສັດຕູ​ບໍ່ໄດ້ ຈົນກວ່າ​ພວກເຈົ້າ​ຈະ​ທຳລາຍ​ສິ່ງ​ເຫຼົ່ານັ້ນ​ເສຍ.’</verse>
				<verse number="14">ສະນັ້ນ ຈົ່ງ​ບອກ​ພວກເຂົາ​ວ່າ​ໃນ​ມື້ອື່ນ​ເຊົ້າ ພວກເຂົາ​ຈະ​ຖືກ​ນຳ​ອອກ​ມາ​ຂ້າງໜ້າ ເປັນເຜົ່າ. ຖ້າ​ພຣະເຈົ້າຢາເວ​ຄັດ​ເອົາ​ເຜົ່າໃດ​ແລ້ວ ໃຫ້​ຄົນ​ໃນ​ເຜົ່ານັ້ນ​ເຂົ້າ​ມາ​ເປັນ​ຕະກຸນ. ຖ້າ​ພຣະເຈົ້າຢາເວ​ຄັດ​ເອົາ​ຕະກຸນ​ໃດ​ແລ້ວ ໃຫ້​ຄົນ​ໃນ​ຕະກຸນ​ນັ້ນ​ເຂົ້າ​ມາ​ເປັນ​ຄອບຄົວ. ຖ້າ​ພຣະເຈົ້າຢາເວ​ຄັດ​ເອົາ​ຄອບຄົວ​ໃດ​ແລ້ວ ໃຫ້​ຄົນ​ໃນ​ຄອບຄົວ​ນັ້ນ​ອອກ​ມາ​ຂ້າງ​ໜ້າ​ເທື່ອ​ລະ​ຄົນ.</verse>
				<verse number="15">ຜູ້ໃດ​ທີ່​ຖືກ​ຈັບ​ໄດ້​ພ້ອມ​ກັບ​ສິ່ງຂອງ​ທີ່​ຕ້ອງ​ຖືກ​ທຳລາຍ ຈະ​ຖືກ​ເຜົາ​ທັງເປັນ​ພ້ອມ​ກັບ​ທຸກໆ​ຄົນ​ໃນ​ຄອບຄົວ​ຂອງ​ລາວ ແລະ​ທຸກໆ​ສິ່ງ​ທີ່​ເປັນ​ຂອງ​ລາວ. ດ້ວຍວ່າ, ລາວ​ໄດ້​ນຳ​ເອົາ​ຄວາມ​ອັບອາຍ​ອັນ​ໃຫຍ່ຫລວງ​ມາ​ສູ່​ຊາດ​ອິດສະຣາເອນ ແລະ​ທັງ​ໄດ້​ລະເມີດ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.”</verse>
				<verse number="16">ວັນ​ໃໝ່​ມາ​ແຕ່​ເດິກໆ ໂຢຊວຍ​ໄດ້​ນຳ​ເອົາ​ຊາວ​ອິດສະຣາເອນ​ແຕ່ລະເຜົ່າ​ໄປ​ຂ້າງໜ້າ ແລະ​ເຜົ່າຢູດາ​ເປັນ​ເຜົ່າ​ທີ່​ຖືກ​ເລືອກ.</verse>
				<verse number="17">ເພິ່ນ​ໄດ້​ນຳ​ເອົາ​ເຜົ່າ​ຢູດາ​ໄປ​ຂ້າງໜ້າ ແລະ​ຕະກຸນ​ເຊຣາ​ໄດ້​ຖືກ​ເລືອກ; ແລ້ວ​ເພິ່ນ​ກໍໄດ້​ນຳ​ເອົາ​ຕະກຸນ​ເຊຣາ​ໄປ​ຂ້າງໜ້າ​ແຕ່ລະ​ຄອບຄົວ ແລະ​ຄອບຄົວ​ຊັບດີ​ໄດ້​ຖືກ​ເລືອກ.</verse>
				<verse number="18">ເພິ່ນ​ໄດ້​ເອົາ​ຄອບຄົວ​ຊັບດີ​ໄປ​ຂ້າງໜ້າ​ແຕ່ລະຄົນ; ແລະ​ອາການ​ລູກຊາຍ​ຂອງ​ການໝີ, ຫລານຊາຍ​ຂອງ​ຊັບດີ​ຕະກຸນ​ເຊຣາ​ເຜົ່າ​ຢູດາ​ກໍ​ຖືກ​ເລືອກ.</verse>
				<verse number="19">ສະນັ້ນ ໂຢຊວຍ​ຈຶ່ງ​ໄດ້​ກ່າວ​ແກ່​ອາການ​ວ່າ, “ລູກ​ເອີຍ ຂໍ​ໃຫ້​ເຈົ້າ​ຈົ່ງ​ຖວາຍ​ສະຫງ່າຣາສີ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ສາລະພາບ​ຜິດບາບ​ຕໍ່​ພຣະອົງ​ສາ. ຈົ່ງ​ບອກ​ເຮົາ​ມາ​ດຽວ​ນີ້​ວ່າ​ເຈົ້າ​ໄດ້​ເຮັດ​ຫຍັງ​ແດ່? ຢ່າ​ພະຍາຍາມ​ປິດບັງ​ເຮົາ​ເລີຍ.”</verse>
				<verse number="20">ອາການ​ຕອບ​ວ່າ, “ເປັນ​ຄວາມຈິງ​ແທ້ ທີ່​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ຂ້ານ້ອຍ​ໄດ້​ເຮັດ​ສິ່ງ​ດັ່ງ​ຕໍ່ໄປນີ້:</verse>
				<verse number="21">ໃນ​ຈຳນວນ​ສິ່ງຂອງ​ທີ່​ພວກເຮົາ​ຢຶດ​ມາ​ໄດ້​ນັ້ນ ຂ້ານ້ອຍ​ໄດ້​ເຫັນ​ເສື້ອຄຸມ​ງາມ​ໂຕໜຶ່ງ​ຂອງ​ຊາວ​ບາບີໂລນ ແລະ​ເງິນ​ໜັກ​ປະມານ​ສອງ​ກິໂລກຼາມ ແລະ​ຄຳ​ແທ່ງ​ໜຶ່ງ​ໜັກ​ກວ່າ​ເຄິ່ງ​ກິໂລກຼາມ. ຂ້ານ້ອຍ​ຢາກ​ໄດ້​ສິ່ງ​ເຫຼົ່ານັ້ນ​ຫລາຍ ເລີຍ​ໄດ້​ເຊື່ອງ​ເອົາ​ໄວ້ ທ່ານ​ຈະ​ພົບ​ສິ່ງ​ເຫຼົ່ານັ້ນ ຝັງ​ໄວ້​ຢູ່​ໃຕ້​ພື້ນດິນ​ໃນ​ຜ້າເຕັນ​ຂອງ​ຂ້ານ້ອຍ ສ່ວນ​ເງິນ​ແມ່ນ​ຢູ່​ກ້ອງ​ລຸ່ມ​ນັ້ນ.”</verse>
				<verse number="22">ດັ່ງນັ້ນ ໂຢຊວຍ​ຈຶ່ງ​ໃຊ້​ຄົນ​ແລ່ນ​ໄປ​ເບິ່ງ​ໃນ​ຜ້າເຕັນ ແລະ​ພົບ​ສິ່ງຂອງ​ດັ່ງກ່າວ​ນັ້ນ​ພ້ອມ​ກັບ​ເງິນ​ຝັງ​ໄວ້​ໃນ​ຜ້າເຕັນ​ແທ້.</verse>
				<verse number="23">ພວກເຂົາ​ຈຶ່ງ​ນຳ​ເອົາ​ສິ່ງຂອງ​ເຫຼົ່ານັ້ນ ອອກ​ມາ​ຈາກ​ຜ້າເຕັນ ໃຫ້​ໂຢຊວຍ​ແລະ​ຊາວ​ອິດສະຣາເອນ​ທັງໝົດ​ເບິ່ງ ແລ້ວ​ວາງ​ສິ່ງຂອງ​ນັ້ນ​ລົງ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="24">ໂຢຊວຍ​ແລະ​ຊາວ​ອິດສະຣາເອນ​ທຸກຄົນ ຈຶ່ງ​ໄດ້​ຈັບ​ອາການ​ຕະກຸນ​ເຊຣາ​ພ້ອມ​ທັງ​ຢຶດເອົາ​ເງິນ, ເສື້ອຄຸມ, ແທ່ງຄຳ, ຕະຫລອດ​ທັງ​ລູກ​ຊາຍ​ຍິງ, ຝູງສັດ, ລໍ, ແກະ, ຜ້າເຕັນ ແລະ​ສິ່ງ​ອື່ນໆ​ອີກ​ທຸກຢ່າງ​ທີ່​ລາວ​ມີ ແລະ​ພວກເຂົາ​ໄດ້​ນຳ​ໄປ​ທີ່​ຮ່ອມພູ​ອາໂຄ.</verse>
				<verse number="25">ໂຢຊວຍ​ໄດ້​ກ່າວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ໄດ້​ເຮັດ​ໃຫ້​ພວກເຮົາ​ເດືອດຮ້ອນ​ຢ່າງ​ນີ້? ບັດນີ້​ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ເຈົ້າ​ເດືອດຮ້ອນ.” ພໍ​ກ່າວ​ສຸດ​ແລ້ວ ທຸກຄົນ​ກໍ​ແກວ່ງ​ກ້ອນຫີນ​ໃສ່​ອາການ​ຈົນ​ຕາຍ; ພວກເຂົາ​ຍັງ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ຄົນ​ໃນ​ຄອບຄົວ​ຂອງ​ລາວ ແລະ​ຈູດ​ພວກເຂົາ​ຕະຫລອດ​ທັງ​ທຸກສິ່ງ​ທີ່​ພວກເຂົາ​ມີ.</verse>
				<verse number="26">ຫລັງຈາກ​ນັ້ນ ພວກເຂົາ​ກໍ​ເອົາ​ຫີນ​ມາ​ເຮັດ​ເປັນ​ກອງ​ໃຫຍ່​ຖົມ​ລາວ​ໄວ້ ຊຶ່ງ​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້. ດັ່ງນັ້ນ ບ່ອນ​ນີ້​ຈົ່ງ​ເອີ້ນ​ວ່າ ຮ່ອມພູ​ອາໂຄ. ແລ້ວ​ພຣະເຈົ້າຢາເວ​ກໍ​ບໍ່ໄດ້​ໂກດຮ້າຍ​ອີກ​ຕໍ່ໄປ.</verse>
			</chapter>
			<chapter number="8">
				<verse number="1">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂຢຊວຍ​ວ່າ, “ຈົ່ງ​ນຳ​ເອົາ​ທະຫານ​ທັງໝົດ​ຂຶ້ນ​ໄປ​ສູ່​ເມືອງ​ອາອີ. ຢ່າຢ້ານ​ຫລື​ທໍ້ຖອຍ​ໃຈ​ເລີຍ. ເຮົາ​ຈະ​ໃຫ້​ເຈົ້າ​ຮົບ​ຊະນະ​ກະສັດ​ແຫ່ງ​ອາອີ, ປະຊາຊົນ, ເມືອງ ຕະຫລອດ​ທັງ​ດິນແດນ​ຂອງ​ລາວ​ດ້ວຍ.</verse>
				<verse number="2">ເຈົ້າ​ຈົ່ງ​ເຮັດ​ຕໍ່​ເມືອງ​ອາອີ​ແລະ​ກະສັດ​ຂອງ​ເມືອງ​ນີ້ ເໝືອນດັ່ງ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ເມືອງ​ເຢຣິໂກ​ແລະ​ກະສັດ​ຂອງ​ເມືອງ​ນັ້ນ. ແຕ່​ໃນຄັ້ງນີ້ ໃຫ້​ພວກເຈົ້າ​ເອົາ​ສິ່ງຂອງ ແລະ​ຝູງສັດ​ມາ​ເປັນ​ຂອງ​ພວກເຈົ້າ​ໄດ້. ຈົ່ງ​ຕຽມ​ໂຈມຕີ​ເມືອງ​ທາງ​ດ້ານຫລັງ ໂດຍ​ບໍ່​ໃຫ້​ພວກເຂົາ​ຮູ້ຕົວ.”</verse>
				<verse number="3">ດັ່ງນັ້ນ ໂຢຊວຍ​ຈຶ່ງ​ຕຽມ​ເອົາ​ທະຫານ​ທັງໝົດ​ໄປ​ໂຈມຕີ​ເມືອງ​ອາອີ. ເພິ່ນ​ໄດ້​ເລືອກ​ເອົາ​ທະຫານ​ທີ່​ເກັ່ງກ້າ​ສາມ​ໝື່ນ​ຄົນ ແລະ​ໃຫ້​ເຄື່ອນທັບ​ໄປ​ໃນ​ຕອນ​ກາງຄືນ</verse>
				<verse number="4">ໂດຍ​ໄດ້​ສັ່ງ​ວ່າ, “ຈົ່ງ​ລີ້​ຢູ່​ທາງ​ດ້ານຫລັງ​ຂອງ​ຕົວເມືອງ ແຕ່​ຢ່າ​ໃຫ້​ໄກ​ຈາກ​ຕົວເມືອງ​ຫລາຍ ແລ້ວ​ໃຫ້​ພາກັນ​ຕຽມພ້ອມ​ເຂົ້າ​ໂຈມຕີ.</verse>
				<verse number="5">ສ່ວນ​ຂ້ອຍ​ເອງ​ກັບ​ທະຫານ​ທີ່​ໄປ​ນຳ​ຂ້ອຍ​ຈະ​ເຂົ້າ​ໄປ​ໃກ້​ຕົວເມືອງ. ພໍ​ເມື່ອ​ກອງທັບ​ຂອງ​ຊາວ​ອາອີ​ອອກ​ມາ​ໂຈມຕີ ພວກເຮົາ​ຈະ​ຖອຍໜີ​ດັ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ມາ​ໃນ​ຄັ້ງ​ທຳອິດ​ນັ້ນ.</verse>
				<verse number="6">ພວກເຮົາ​ຈະ​ລໍ້​ພວກເຂົາ​ໃຫ້​ໄລ່​ຕິດຕາມ​ພວກເຮົາ​ອອກ​ໄປ​ໄກ​ຈາກ​ຕົວເມືອງ. ພວກເຂົາ​ຈະ​ຕ້ອງ​ຄິດ​ວ່າ ພວກເຮົາ​ປົບໜີໄປ​ດັ່ງ​ເທື່ອ​ກ່ອນ.</verse>
				<verse number="7">ແລ້ວ​ໃຫ້​ພວກເຈົ້າ​ອອກ​ມາ​ຈາກ​ບ່ອນ​ລີ້ ແລະ​ເຂົ້າ​ຢຶດຄອງ​ຕົວເມືອງ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຍົກ​ເມືອງ​ນີ້​ໃຫ້​ພວກເຈົ້າ.</verse>
				<verse number="8">ຫລັງຈາກ​ຢຶດຄອງ​ເມືອງ​ແລ້ວ ໃຫ້​ຈູດ​ເມືອງ​ຖິ້ມ​ໂລດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.”</verse>
				<verse number="9">ດັ່ງນັ້ນ ໂຢຊວຍ​ຈຶ່ງ​ຍົກທັບ​ອອກ​ໄປ ແລະ​ພວກ​ທະຫານ​ກໍໄດ້​ໄປ​ລີ້​ຢູ່​ທາງ​ທິດ​ຕາເວັນຕົກ​ຂອງ​ເມືອງ​ອາອີ ລະຫວ່າງ​ເມືອງ​ອາອີ​ກັບ​ເມືອງ​ເບັດເອນ. ສ່ວນ​ໂຢຊວຍ​ນັ້ນ​ໄດ້​ຄ້າງຄືນ​ຢູ່​ໃນ​ຄ້າຍພັກ.</verse>
				<verse number="10">ຕອນ​ເຊົ້າ​ແຕ່​ເດິກໆ ໂຢຊວຍ​ໄດ້​ລຸກ​ຂຶ້ນ​ແລະ​ເອີ້ນ​ບັນດາ​ທະຫານ​ມາ​ປະຊຸມ. ແລ້ວ​ເພິ່ນ​ເອງ​ແລະ​ພວກຜູ້ນຳ​ຊາດ​ອິດສະຣາເອນ ກໍໄດ້​ຍົກທັບ​ໄປ​ສູ່​ເມືອງ​ອາອີ.</verse>
				<verse number="11">ພວກ​ທະຫານ​ທີ່​ໄປ​ກັບ​ເພິ່ນ​ນັ້ນ ໄດ້​ມຸ້ງໜ້າ​ໄປ​ສູ່​ປະຕູ​ເມືອງ​ແລະ​ຕັ້ງ​ຄ້າຍພັກ​ຢູ່​ທາງ​ດ້ານ​ເໜືອ ບ່ອນ​ທີ່​ມີ​ຮ່ອມ​ພູ​ຂັ້ນ​ລະຫວ່າງ​ພວກເຂົາ​ແລະ​ເມືອງ​ອາອີ.</verse>
				<verse number="12">ເພິ່ນ​ໄດ້​ນຳ​ເອົາ​ທະຫານ​ປະມານ​ຫ້າພັນ​ຄົນ ໄປ​ລີ້​ຢູ່​ທາງ​ທິດ​ຕາເວັນຕົກ​ຂອງ​ເມືອງ ລະຫວ່າງ​ເມືອງ​ອາອີ​ແລະ​ເມືອງ​ເບັດເອນ.</verse>
				<verse number="13">ພວກ​ທະຫານ​ໄດ້​ຈັດຕຽມ​ການ​ສູ້ຮົບ​ດັ່ງນີ້: ຄ້າຍ​ໃຫຍ່​ໃຫ້​ຕັ້ງ​ຢູ່​ທາງ​ດ້ານເໜືອ​ຂອງ​ເມືອງ ແລະ​ນອກນັ້ນ​ໃຫ້​ຢູ່​ທາງດ້ານ​ຕາເວັນອອກ. ສ່ວນ​ໂຢຊວຍ​ນັ້ນ​ໄດ້​ຄ້າງຄືນ​ຢູ່​ໃນ​ຮ່ອມ​ພູ.</verse>
				<verse number="14">ເມື່ອ​ກະສັດ​ເມືອງ​ອາອີ​ໄດ້​ເຫັນ​ທະຫານ​ຂອງ​ໂຢຊວຍ ເພິ່ນ​ກໍ​ລະດົມພົນ​ທັນທີ ເພິ່ນ​ພ້ອມ​ທະຫານ​ທັງໝົດ​ຟ້າວ​ອອກ​ໄປ​ສູ່​ຮ່ອມພູ​ຈໍແດນ ເພື່ອ​ຕໍ່ສູ້​ພວກ​ອິດສະຣາເອນ​ໃນ​ບ່ອນ​ເກົ່າ ທີ່​ເຄີຍ​ໄດ້​ສູ້ຮົບ​ມາ​ແລ້ວ ໂດຍ​ບໍ່​ຮູ້​ວ່າ​ຕົນ​ຈະ​ຖືກ​ຫລອນ​ໂຈມຕີ​ທາງ​ດ້ານຫລັງ.</verse>
				<verse number="15">ໂຢຊວຍ​ແລະ​ທະຫານ​ໄດ້​ທຳທ່າ​ຖອຍຄືນ ໂດຍ​ປົບໜີໄປ​ທາງຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="16">ຝ່າຍ​ຜູ້ຊາຍ​ຢູ່​ໃນ​ເມືອງ​ທຸກຄົນ​ກໍ​ໄລ່ຕາມ​ໄປ ແລະ​ໃນ​ຂະນະທີ່​ພວກເຂົາ​ໄລ່ຕາມ​ໂຢຊວຍ​ໄປ​ນັ້ນ ພວກເຂົາ​ກໍ​ຫ່າງ​ຈາກ​ຕົວເມືອງ​ອອກ​ໄປ​ເລື້ອຍໆ.</verse>
				<verse number="17">ຜູ້ຊາຍ​ທຸກຄົນ​ໃນ​ເມືອງ​ອາອີ ໄດ້​ອອກ​ໄລ່ຕາມ​ພວກ​ອິດສະຣາເອນ​ໄປ ແລະ​ປ່ອຍ​ໃຫ້​ຕົວເມືອງ​ເປີດ​ປະໄວ້​ຢ່າງ​ບໍ່ມີ​ໃຜ​ປ້ອງກັນ.</verse>
				<verse number="18">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ຈົ່ງ​ເອົາ​ຫອກ​ຂອງ​ເຈົ້າ​ຊີ້​ໄປ​ທາງ​ເມືອງ​ອາອີ ເຮົາ​ກຳລັງ​ມອບ​ເມືອງ​ອາອີ​ໃຫ້​ເຈົ້າ.” ໂຢຊວຍ​ກໍ​ປະຕິບັດ​ຕາມ​ທີ່​ພຣະອົງ​ໄດ້​ບອກ</verse>
				<verse number="19">ແລະ​ພໍ​ໂຢຊວຍ​ຍົກ​ມື​ຂຶ້ນ ພວກ​ທີ່​ໄດ້​ລີ້​ຢູ່​ນັ້ນ​ກໍ​ຟ້າວ​ແລ່ນ​ອອກ​ມາ​ຢ່າງ​ວ່ອງໄວ ແລະ​ເຂົ້າ​ຢຶດຄອງ​ເມືອງ​ທັນທີ. ພວກເຂົາ​ຈູດ​ເມືອງ​ຖິ້ມ​ທັນໃດໂລດ.</verse>
				<verse number="20">ເມື່ອ​ຊາວ​ເມືອງ​ອາອີ​ຫລຽວ​ຄືນ​ຫລັງ ເຫັນ​ຄວັນໄຟ​ຟົ້ງ​ຂຶ້ນ​ສູ່​ທ້ອງຟ້າ ພວກເຂົາ​ກໍ​ບໍ່ມີ​ຊ່ອງທາງ​ທີ່​ຈະ​ປົບໜີໄປ​ໄດ້​ອີກ​ແລ້ວ ເພາະ​ພວກ​ອິດສະຣາເອນ​ທີ່​ກຳລັງ​ແລ່ນ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ບັດນີ້ ໄດ້​ຫັນໜ້າ​ມາ​ໂຈມຕີ​ພວກເຂົາ​ຄືນ.</verse>
				<verse number="21">ເມື່ອ​ໂຢຊວຍ​ກັບ​ຄົນ​ຂອງ​ເພິ່ນ​ເຫັນ​ວ່າ ທະຫານ​ອິດສະຣາເອນ​ໄດ້​ຢຶດຄອງ​ເມືອງ​ແລະ​ຈູດ​ເມືອງ​ແລ້ວ ພວກເຂົາ​ກໍ​ຫັນ​ມາ​ເລີ່ມ​ຂ້າ​ພວກ​ຜູ້ຊາຍ​ອາອີ.</verse>
				<verse number="22">ບັດນີ້ ພວກ​ອິດສະຣາເອນ​ທີ່​ຢູ່​ໃນ​ເມືອງ​ກໍໄດ້​ອອກ​ມາ​ສົມທົບ​ສູ້ຮົບ. ສະນັ້ນ ພວກ​ອາອີ​ຈຶ່ງ​ຖືກ​ປິດລ້ອມ​ໄວ້​ຢ່າງ​ສິ້ນເຊີງ ແລະ​ພວກ​ອິດສະຣາເອນ​ໄດ້​ຂ້າ​ພວກເຂົາ​ຖິ້ມ ໂດຍ​ບໍ່ມີ​ຜູ້ໃດ​ໜີ​ພົ້ນ​ແລະ​ລອດຊີວິດ​ໄປ​ໄດ້</verse>
				<verse number="23">ນອກຈາກ​ກະສັດ​ແຫ່ງ​ອາອີ​ເທົ່ານັ້ນ​ທີ່​ພວກເຂົາ​ໄລ່​ຈັບ​ໄດ້ ແລະ​ນຳ​ຕົວ​ມາ​ຫາ​ໂຢຊວຍ.</verse>
				<verse number="24">ພວກ​ອິດສະຣາເອນ​ໄດ້​ຂ້າ​ສັດຕູ​ທຸກຄົນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ທີ່​ພວກເຂົາ​ໄດ້​ໄລ່​ຕິດຕາມ​ຂ້າເສິກ​ໄປ. ແລ້ວ​ພວກເຂົາ​ກໍໄດ້​ກັບຄືນ​ມາ​ທີ່​ເມືອງ​ອາອີ ແລະ​ຂ້າ​ທຸກໆ​ຄົນ​ໃນ​ເມືອງ​ຖິ້ມ.</verse>
				<verse number="25">ສ່ວນ​ໂຢຊວຍ​ຍັງ​ສືບຕໍ່​ຊີ້​ຫອກ​ຂອງຕົນ​ໄປ​ສູ່​ເມືອງ​ອາອີ ຈົນກວ່າ​ທຸກຄົນ​ໃນ​ເມືອງ​ຖືກ​ຂ້າ​ໝົດ. ໃນ​ມື້ນັ້ນ ຄົນ​ໃນ​ເມືອງ​ອາອີ​ທຸກຄົນ​ໄດ້​ຖືກ​ຂ້າ ຊຶ່ງ​ລວມ​ທັງ​ຊາຍ​ແລະ​ຍິງ​ທັງໝົດ​ມີ​ສິບສອງພັນ​ຄົນ.</verse>
				<verse number="26"></verse>
				<verse number="27">ພວກ​ອິດສະຣາເອນ​ໄດ້​ຢຶດເອົາ​ຝູງສັດ​ແລະ​ສິ່ງຂອງ​ໃນ​ເມືອງ ມາ​ເປັນ​ຂອງຕົນ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ທີ່​ໄດ້​ສັ່ງ​ໂຢຊວຍ.</verse>
				<verse number="28">ໂຢຊວຍ​ໄດ້​ຈູດ​ເມືອງ​ອາອີ​ແລະ​ປະ​ໃຫ້​ເປັນ​ເມືອງ​ຮ້າງ. ສະນັ້ນ ເມືອງ​ອາອີ​ຈຶ່ງ​ຍັງ​ເປັນ​ເມືອງ​ຮ້າງ​ຕະຫລອດ​ມາ​ເຖິງ​ເທົ່າ​ທຸກ​ວັນນີ້.</verse>
				<verse number="29">ເພິ່ນ​ໄດ້​ແຂວນ​ຄໍ​ກະສັດ​ແຫ່ງ​ອາອີ​ທີ່​ເທິງ​ຕົ້ນໄມ້ ແລະ​ປະ​ໄວ້​ຈົນ​ຮອດ​ຄໍ່າ. ພໍ​ຕາເວັນ​ຕົກ​ດິນ​ແລ້ວ ໂຢຊວຍ​ກໍ​ສັ່ງ​ໃຫ້​ຄົນ​ປົດ​ເອົາ​ສົບ​ລົງ​ມາ​ຈາກ​ຕົ້ນໄມ້ ແລະ​ໄດ້​ໂຍນ​ສົບ​ນັ້ນ​ຖິ້ມ​ໄວ້​ທາງ​ປະຕູ​ເຂົ້າ​ເມືອງ. ພວກເຂົາ​ໄດ້​ເອົາ​ກ້ອນຫີນ​ກອງ​ຖົມ​ລາວ​ໄວ້​ເປັນ​ກອງ​ໃຫຍ່ ຊຶ່ງ​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້.</verse>
				<verse number="30">ຕໍ່ມາ ທີ່​ພູເຂົາ​ເອບານ ໂຢຊວຍ​ໄດ້​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="31">ເພິ່ນ​ໄດ້​ສ້າງ​ຂຶ້ນ​ຕາມ​ແບບ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ ໄດ້​ສັ່ງ​ໄວ້​ກັບ​ຊາວ​ອິດສະຣາເອນ ດັ່ງ​ທີ່​ໄດ້​ກ່າວ​ໄວ້​ຕາມ​ກົດບັນຍັດ​ຂອງ​ໂມເຊ​ວ່າ, “ແທ່ນບູຊາ​ສ້າງ​ຂຶ້ນ​ດ້ວຍ​ຫີນ​ທີ່​ບໍ່​ໃຊ້​ເຄື່ອງ​ມື​ເປັນ​ໂລຫະ​ຕັດ.” ທີ່​ເທິງ​ແທ່ນ​ນັ້ນ ພວກເຂົາ​ໄດ້​ເຜົາ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ ແລະ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.</verse>
				<verse number="32">ໃນ​ທີ່ນັ້ນ ຕໍ່ໜ້າ​ຊາວ​ອິດສະຣາເອນ ໂຢຊວຍ​ໄດ້​ຈາລຶກ​ກົດບັນຍັດ​ທີ່​ໂມເຊ​ໄດ້​ຂຽນ​ໃສ່​ໄວ້​ທີ່​ຫີນ​ນັ້ນ.</verse>
				<verse number="33">ຊາວ​ອິດສະຣາເອນ​ພ້ອມ​ທັງ​ພວກຜູ້ນຳ, ບັນດາ​ເຈົ້າໜ້າທີ່, ພວກ​ຜູ້ຕັດສິນ, ຕະຫລອດ​ທັງ​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ພວກເຂົາ ຕ່າງ​ກໍໄດ້​ຢືນ​ຢູ່​ສອງ​ຟາກ​ຂ້າງ​ຂອງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ໂດຍ​ປິ່ນ​ໜ້າ​ໃສ່​ປະໂຣຫິດ​ຊາວ​ເລວີ​ຜູ້​ທີ່​ມີ​ໜ້າທີ່​ຫາມ​ຫີບ. ປະຊາຊົນ​ເຄິ່ງ​ໜຶ່ງ​ໄດ້​ຢືນ​ປິ່ນຫລັງ​ໃສ່​ພູເຂົາ​ເກຣີຊິມ ແລະ​ອີກ​ເຄິ່ງ​ໜຶ່ງ​ໄດ້​ຢືນ​ປິ່ນຫລັງ​ໃສ່​ພູເຂົາ​ເອບານ. ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ພວກເຂົາ​ເຮັດ​ເຊັ່ນນີ້ ເມື່ອ​ເຖິງ​ເວລາ​ທີ່​ພວກເຂົາ​ຈະ​ຮັບ​ພອນ.</verse>
				<verse number="34">ແລ້ວ​ໂຢຊວຍ​ກໍໄດ້​ອ່ານ​ກົດບັນຍັດ​ທັງໝົດ​ດ້ວຍ​ສຽງດັງ ພ້ອມ​ທັງ​ອ່ານ​ຄຳອວຍພອນ​ກັບ​ຄຳສາບແຊ່ງ ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ​ຂອງ​ພຣະເຈົ້າ.</verse>
				<verse number="35">ໂຢຊວຍ​ໄດ້​ອ່ານ​ກົດບັນຍັດ​ຂອງ​ໂມເຊ​ທຸກ​ຂໍ້​ຢູ່​ຕໍ່ໜ້າ​ຊຸມນຸມ​ທັງໝົດ ຊຶ່ງ​ລວມທັງ​ຜູ້ຍິງ, ເດັກນ້ອຍ, ຕະຫລອດ​ທັງ​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ກັບ​ພວກເຂົາ.</verse>
			</chapter>
			<chapter number="9">
				<verse number="1">ໄຊຊະນະ​ຂອງ​ຊາວ​ອິດສະຣາເອນ ໄດ້​ຊ່າລື​ໄປ​ຈົນເຖິງ​ກະສັດ​ທັງໝົດ ທີ່​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ດັ່ງນີ້: ພວກ​ທີ່​ຢູ່​ຕາມ​ເນີນພູ, ຕາມ​ຕີນ​ພູ, ຕາມ​ທົ່ງ​ຮາບພຽງ ແລະ​ຕາມ​ຝັ່ງ​ທະເລ​ເມດີແຕຣາເນ​ທາງເໜືອ​ຈົນເຖິງ​ເລບານອນ. ພວກ​ນີ້​ແມ່ນ​ກະສັດ​ຂອງ​ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ການາອານ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.</verse>
				<verse number="2">ພວກເຂົາ​ໄດ້​ມາ​ຮ່ວມກັນ ຕໍ່ສູ້​ໂຢຊວຍ​ແລະ​ຊາວ​ອິດສະຣາເອນ.</verse>
				<verse number="3">ເມື່ອ​ຊາວ​ກີເບໂອນ​ຜູ້​ທີ່​ເປັນ​ຄົນ​ຮີວີ​ໄດ້ຍິນ​ເຖິງ​ເລື່ອງ ຊຶ່ງ​ໂຢຊວຍ​ໄດ້​ເຮັດ​ຕໍ່​ເມືອງ​ເຢຣິໂກ​ແລະ​ເມືອງ​ອາອີ</verse>
				<verse number="4">ພວກເຂົາ​ຈຶ່ງ​ໄດ້​ຊອກ​ຫາ​ວິທີ​ໃຊ້​ອຸບາຍ​ຫລອກລວງ​ໂຢຊວຍ. ພວກເຂົາ​ໄດ້​ນຳ​ເອົາ​ເຂົ້າປາ​ອາຫານ​ໃສ່​ຖົງ​ຂາດໆ ເອົາ​ເຫຼົ້າ​ອະງຸ່ນ​ໃສ່​ຖົງ​ໜັງ​ຂາດ​ແລະ​ຕາບ ແລະ​ພາດ​ໃສ່​ຫລັງ​ລໍ.</verse>
				<verse number="5">ພວກເຂົາ​ໄດ້​ນຸ່ງ​ເຄື່ອງ​ເກົ່າ​ແລະ​ໃສ່​ເກີບ​ຂາດ​ທີ່​ຖິ້ມ​ແລ້ວ. ສ່ວນ​ເຂົ້າຈີ່​ທີ່​ຖື​ໄປ​ນຳ​ນັ້ນ​ກໍ​ແຫ້ງ​ແລະ​ຕົກໂໝກ.</verse>
				<verse number="6">ແລ້ວ​ພວກເຂົາ​ກໍ​ໄປ​ຫາ​ໂຢຊວຍ​ແລະ​ຊາວ​ອິດສະຣາເອນ ທີ່​ຄ້າຍພັກ​ຂອງ​ເມືອງ​ກິນການ ແລະ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ເດີນທາງ​ມາ​ຈາກ​ດິນແດນ​ໄກ ແລະ​ຢາກ​ເຮັດ​ຂໍ້​ຕົກລົງ​ກັບ​ພວກທ່ານ.”</verse>
				<verse number="7">ແຕ່​ຊາວ​ອິດສະຣາເອນ​ໄດ້​ເວົ້າ​ຕໍ່​ຄົນ​ຮີວີ​ວ່າ, “ພວກເຈົ້າ​ອາດ​ຈະ​ຢູ່​ໃກ້​ກັບ​ພວກເຮົາ​ນີ້​ກໍໄດ້ ດ້ວຍເຫດໃດ​ພວກເຮົາ​ຈຶ່ງ​ຈະ​ເຮັດ​ຂໍ້​ຕົກລົງ​ກັບ​ພວກເຈົ້າ?”</verse>
				<verse number="8">ພວກເຂົາ​ໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ພວກ​ຂ້ານ້ອຍ​ມາ​ຂໍ​ຮັບໃຊ້​ທ່ານ.” ໂຢຊວຍ​ຈຶ່ງ​ໄດ້​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ແມ່ນ​ໃຜ​ແລະ​ມາ​ຈາກ​ໃສ?”</verse>
				<verse number="9">ແລ້ວ​ພວກເຂົາ​ກໍໄດ້​ເລົ່າ​ເລື່ອງ​ໃຫ້​ໂຢຊວຍ​ຟັງ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ໄດ້​ມາ​ແຕ່​ດິນແດນ​ໄກ​ທີ່ສຸດ ເພາະ​ໄດ້ຍິນ​ເລື່ອງ​ກ່ຽວກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ. ພວກ​ຂ້ານ້ອຍ​ໄດ້ຍິນ​ເຖິງ​ທຸກໆ​ສິ່ງ ທີ່​ພຣະອົງ​ໄດ້​ກະທຳ​ໃນ​ປະເທດ​ເອຢິບ</verse>
				<verse number="10">ແລະ​ເຖິງ​ທຸກໆ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ກະສັດ​ຂອງ​ຊາວ​ອາໂມ​ສອງ​ຄົນ ທີ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຄື​ເຈົ້າສີໂຫນ​ກະສັດ​ແຫ່ງ​ເຮັດຊະໂບນ​ແລະ​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ທີ່​ປົກຄອງ​ຢູ່​ໃນ​ເມືອງ​ອັດຊະຕາໂຣດ.</verse>
				<verse number="11">ດັ່ງນັ້ນ ບັນດາ​ຜູ້ນຳ​ຂອງ​ພວກ​ຂ້ານ້ອຍ ແລະ​ປະຊາຊົນ​ທັງໝົດ​ໃນ​ດິນແດນ ຈຶ່ງ​ໄດ້​ບອກ​ພວກ​ຂ້ານ້ອຍ​ໃຫ້​ນຳ​ເອົາ​ເຂົ້າປາ​ອາຫານ ອອກ​ເດີນທາງ​ມາ​ຫາ​ທ່ານ. ພວກເຂົາ​ໄດ້​ບອກ​ໃຫ້​ພວກ​ຂ້ານ້ອຍ​ມາ​ຂໍ​ຮັບໃຊ້​ທ່ານ ແລະ​ຢາກ​ໃຫ້​ທ່ານ​ເຮັດ​ຂໍ້​ຕົກລົງ​ກັບ​ພວກ​ຂ້ານ້ອຍ.</verse>
				<verse number="12">ຈົ່ງ​ເບິ່ງ​ເຂົ້າຈີ່​ຂອງ​ພວກ​ຂ້ານ້ອຍ​ນີ້​ດູ ຕອນ​ອອກ​ຈາກ​ບ້ານ​ມາ​ຍັງ​ອຸ່ນໆ​ຢູ່ ແຕ່​ດຽວ​ນີ້ ແຫ້ງ​ແລະ​ຕົກໂໝກ​ໝົດ.</verse>
				<verse number="13">ຕອນ​ທີ່​ພວກ​ຂ້ານ້ອຍ​ຮ່າຍ​ເຫຼົ້າ​ອະງຸ່ນ​ໃສ່​ຖົງ​ນັ້ນ​ມັນ​ຍັງ​ໃໝ່​ຢູ່ ແຕ່​ເບິ່ງແມ! ດຽວ​ນີ້​ມັນ​ຂາດ ເຄື່ອງນຸ່ງ​ແລະ​ເກີບ​ກໍ​ເກົ່າ​ທັງ​ຂາດ​ດ້ວຍ ເພາະ​ການ​ເດີນທາງ​ອັນ​ແສນໄກ​ໃນ​ຄັ້ງ​ນີ້.”</verse>
				<verse number="14">ຊາວ​ອິດສະຣາເອນ​ໄດ້​ຊີມ​ອາຫານ​ບາງ​ສ່ວນ​ຂອງ​ພວກເຂົາ ແຕ່​ບໍ່ໄດ້​ຂໍ​ຄຳແນະນຳ​ຈາກ​ພຣະເຈົ້າຢາເວ​ກ່ຽວກັບ​ເລື່ອງນີ້.</verse>
				<verse number="15">ໂຢຊວຍ​ໄດ້​ຕົກລົງ​ສ້າງ​ມິດຕະພາບ​ກັບ​ຊາວ​ກີເບໂອນ ແລະ​ຍອມ​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່​ໄດ້. ຝ່າຍ​ພວກຜູ້ນຳ​ຂອງ​ຊຸມນຸມ​ປະຊາຊົນ​ອິດສະຣາເອນ ຕ່າງ​ກໍໄດ້​ສັນຍາ​ຢ່າງ​ໜັກແໜ້ນ​ກັບ​ພວກເຂົາ​ວ່າ ຈະ​ຖື​ຮັກສາ​ຂໍ້​ຕົກລົງ​ນັ້ນ.</verse>
				<verse number="16">ສາມ​ມື້​ຕໍ່ມາ ຫລັງຈາກ​ທີ່​ເຮັດ​ຂໍ້​ຕົກລົງ​ກັນ​ແລ້ວ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ຮູ້​ວ່າ ຄົນ​ພວກ​ນີ້​ຢູ່​ໃກ້ຄຽງ​ກັບ​ພວກ​ຕົນ​ນັ້ນ​ເອງ.</verse>
				<verse number="17">ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ອອກ​ເດີນທາງ ແລະ​ໄປ​ຮອດ​ເມືອງ​ຂອງ​ພວກເຂົາ​ພາຍ​ໃນ​ສາມ​ວັນ. ເມືອງ​ເຫຼົ່ານີ້ ມີ​ດັ່ງນີ້: ກີເບໂອນ, ເກຟີຣາ, ເບເອໂຣດ ແລະ​ກີຣີອາດ​ເຢອາຣີມ.</verse>
				<verse number="18">ແຕ່​ຊາວ​ອິດສະຣາເອນ​ຂ້າ​ພວກເຂົາ​ບໍ່ໄດ້ ຍ້ອນ​ພວກ​ຜູ້ນຳ​ຂອງຕົນ​ໄດ້​ເຮັດ​ສາບານ​ຢ່າງ​ໜັກແໜ້ນ​ກັບ​ພວກເຂົາ​ແລ້ວ ໂດຍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ປະຊາຊົນ​ທັງໝົດ​ຈຶ່ງ​ໄດ້​ຈົ່ມ​ໃຫ້​ບັນດາ​ຜູ້ນຳ​ກ່ຽວກັບ​ເລື່ອງ​ນີ້.</verse>
				<verse number="19">ແຕ່​ພວກຜູ້ນຳ​ໄດ້​ຕອບ​ວ່າ, “ພວກເຮົາ​ບໍ່ຄວນ​ທຳຮ້າຍ​ພວກເຂົາ ເພາະ​ພວກເຮົາ​ໄດ້​ເຮັດ​ສາບານ​ຢ່າງ​ໜັກແໜ້ນ ໂດຍ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ແລ້ວ.</verse>
				<verse number="20">ຍ້ອນ​ດັ່ງນີ້ ພວກເຮົາ​ຈຳເປັນ​ຕ້ອງ​ໄວ້​ຊີວິດ​ຂອງ​ພວກເຂົາ. ຖ້າ​ພວກເຮົາ​ບໍ່​ເຮັດ​ຕາມ ພຣະເຈົ້າ​ຈະ​ລົງໂທດ​ພວກເຮົາ.</verse>
				<verse number="21">ຂໍ​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່​ຕໍ່ໄປ​ເຖີດ ແຕ່​ພວກເຂົາ​ຈະ​ຕ້ອງ​ຕັດຟືນ​ແລະ​ຕັກນໍ້າ​ໃຫ້​ພວກເຮົາ.” ອັນ​ນີ້​ແມ່ນ​ສິ່ງ​ທີ່​ພວກຫົວໜ້າ​ໄດ້​ແນະນຳ.</verse>
				<verse number="22">ໂຢຊວຍ​ໄດ້​ສັ່ງ​ໃຫ້​ນຳ​ຊາວ​ກີເບໂອນ​ເຂົ້າ​ມາ​ຫາ​ຕົນ ແລ້ວ​ເພິ່ນ​ກໍ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໄດ້​ໃຊ້​ອຸບາຍ​ຫລອກລວງ​ພວກເຮົາ ໂດຍ​ບອກ​ວ່າ​ພວກເຈົ້າ​ໄດ້​ເດີນທາງ​ມາ​ແຕ່​ໄກ ໃນ​ເມື່ອ​ພວກເຈົ້າ​ຢູ່​ໃກ້​ນີ້​ເອງ?</verse>
				<verse number="23">ຍ້ອນ​ພວກເຈົ້າ​ໄດ້​ເຮັດ​ເຊັ່ນນີ້ ພວກເຈົ້າ​ຈຶ່ງ​ຖືກ​ສາບແຊ່ງ ຄົນ​ຂອງ​ພວກເຈົ້າ​ຈະ​ເປັນ​ຄົນ​ຮັບໃຊ້​ເລື້ອຍໄປ ພວກເຈົ້າ​ຈະ​ຕ້ອງ​ຕັດຟືນ​ແລະ​ຕັກນໍ້າ ສຳລັບ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.”</verse>
				<verse number="24">ພວກເຂົາ​ໄດ້​ຕອບ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ໄດ້​ເຮັດ​ເຊັ່ນນີ້ ເພາະ​ຮູ້​ວ່າ​ເປັນ​ຄວາມຈິງ​ແທ້ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ໄດ້​ສັ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ ໃຫ້​ມອບ​ດິນແດນ​ທັງໝົດ​ນີ້​ແກ່​ພວກທ່ານ ແລະ​ຍັງ​ສັ່ງ​ພວກທ່ານ​ໃຫ້​ຂ້າ​ທຸກຄົນ​ໃນ​ບ່ອນ​ທີ່​ພວກທ່ານ​ໄດ້​ເຂົ້າ​ຢຶດຄອງ. ພວກ​ຂ້ານ້ອຍ​ໄດ້​ເຮັດ​ລົງ​ໄປ ເພາະ​ພວກ​ຂ້ານ້ອຍ​ຢ້ານ​ພວກທ່ານ​ຫລາຍ ພວກ​ຂ້ານ້ອຍ​ຢ້ານ​ຕາຍ.</verse>
				<verse number="25">ບັດນີ້ ພວກ​ຂ້ານ້ອຍ​ຕົກ​ຢູ່​ໃຕ້​ອຳນາດ​ຂອງທ່ານ​ແລ້ວ ຂໍ​ທ່ານ​ຈົ່ງ​ປະຕິບັດ​ຕໍ່​ພວກ​ຂ້ານ້ອຍ ຕາມ​ທີ່​ທ່ານ​ເຫັນ​ສົມຄວນ​ເທີ້ນ.”</verse>
				<verse number="26">ສະນັ້ນ ໂຢຊວຍ​ຈຶ່ງ​ໄດ້​ປະຕິບັດ​ດັ່ງນີ້: ເພິ່ນ​ໄດ້​ປົກປ້ອງ​ບໍ່​ໃຫ້​ຊາວ​ອິດສະຣາເອນ​ຂ້າ​ພວກເຂົາ.</verse>
				<verse number="27">ແຕ່​ໃນ​ເວລາ​ດຽວກັນ​ນັ້ນ ເພິ່ນ​ກໍໄດ້​ໃຫ້​ພວກເຂົາ​ເປັນ​ຄົນ​ຮັບໃຊ້ ຄື​ຕັດຟືນ​ແລະ​ຕັກນໍ້າ​ໃຫ້​ປະຊາຊົນ​ອິດສະຣາເອນ ແລະ​ສຳລັບ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ. ໃນ​ທຸກ​ວັນນີ້ ພວກເຂົາ​ກໍ​ຍັງ​ໄດ້​ສືບຕໍ່​ເຮັດ​ວຽກ​ຢູ່​ໃນ​ບ່ອນ​ທີ່​ພຣະອົງ​ໄດ້ເລືອກ​ໄວ້.</verse>
			</chapter>
			<chapter number="10">
				<verse number="1">ເຈົ້າ​ອາໂດນີ​ເຊເດັກ​ກະສັດ​ແຫ່ງ​ເຢຣູຊາເລັມ ໄດ້ຍິນ​ຂ່າວ​ວ່າ ໂຢຊວຍ​ຢຶດ​ແລະ​ທຳລາຍ​ເມືອງ​ອາອີ​ຈົນກ້ຽງ ແລະ​ໄດ້​ຂ້າ​ກະສັດ​ໃນ​ເມືອງ​ນັ້ນ ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ​ຕໍ່​ເມືອງ​ເຢຣິໂກ ແລະ​ກະສັດ​ໃນ​ເມືອງ​ນີ້. ເພິ່ນ​ຍັງ​ໄດ້ຍິນ​ວ່າ ຊາວ​ກີເບໂອນ​ໄດ້​ເຮັດ​ສັນຍາ​ສັນຕິພາບ​ກັບ​ຊາວ​ອິດສະຣາເອນ​ແລ້ວ ແລະ​ໄດ້​ອາໄສ​ຢູ່​ນຳ​ພວກເຂົາ.</verse>
				<verse number="2">ປະຊາຊົນ​ໃນ​ເມືອງ​ເຢຣູຊາເລັມ​ພາກັນ​ຕົກໃຈ​ຫຼາຍ​ກ່ຽວກັບ​ຂ່າວ​ນັ້ນ ຍ້ອນ​ວ່າ​ເມືອງ​ກີເບໂອນ​ເປັນ​ເມືອງ​ໃຫຍ່​ເທົ່າ​ກັບ​ເມືອງ​ໃດໆ​ທີ່​ມີ​ກະສັດ ທັງ​ໃຫຍ່​ກວ່າ​ເມືອງ​ອາອີ ແລະ ທະຫານ​ກໍ​ເປັນ​ນັກຮົບ​ທີ່​ເກັ່ງກ້າ​ດ້ວຍ.</verse>
				<verse number="3">ດັ່ງນັ້ນ ເຈົ້າ​ອາໂດນີ​ເຊເດັກ​ຈຶ່ງ​ໄດ້​ສົ່ງ​ຄົນ​ນຳ​ສານ ໄປ​ຫາ​ເຈົ້າ​ໂຮຮາມ​ກະສັດ​ແຫ່ງ​ເຮັບໂຣນ, ເຈົ້າ​ປີຣາມ​ກະສັດ​ແຫ່ງ​ຢາຣະມຸດ, ເຈົ້າ​ຢາເຟຍ​ກະສັດ​ແຫ່ງ​ລາກິດ ແລະ ເຈົ້າ​ເດບີ​ກະສັດ​ແຫ່ງ​ເອກໂລນ​ວ່າ,</verse>
				<verse number="4">“ຂໍ​ມາ​ຊ່ວຍ​ຂ້າພະເຈົ້າ​ໂຈມຕີ​ເອົາ​ເມືອງ​ກີເບໂອນ​ແດ່ ເພາະ​ຊາວ​ເມືອງ​ນີ້​ໄດ້​ເຮັດ​ສັນຍາ​ສັນຕິພາບ​ກັບ​ໂຢຊວຍ ແລະ​ຊາວ​ອິດສະຣາເອນ​ແລ້ວ.”</verse>
				<verse number="5">ຝ່າຍ​ກະສັດ​ຂອງ​ຊາວ​ອາໂມ​ທັງ​ຫ້າ​ຄົນ​ນັ້ນ​ຄື: ກະສັດ​ແຫ່ງ​ເຢຣູຊາເລັມ, ເຮັບໂຣນ, ຢາຣະມຸດ, ລາກິດ ແລະ​ເອກໂລນ ກໍໄດ້​ຮ່ວມ​ກຳລັງ​ກັນ​ຍົກທັບ​ມາ​ອ້ອມ ແລະ​ເຂົ້າ​ບຸກໂຈມຕີ​ເມືອງ​ກີເບໂອນ.</verse>
				<verse number="6">ຊາວ​ກີເບໂອນ​ຈຶ່ງ​ໄດ້​ຟ້າວ​ສົ່ງ​ຄົນ​ໄປ​ຫາ​ໂຢຊວຍ ທີ່​ຄ້າຍພັກ​ໃນ​ເມືອງ​ກິນການ​ວ່າ, “ທ່ານເອີຍ ກະສັດ​ທັງໝົດ​ຂອງ​ຊາວ​ອາໂມ​ທີ່​ຢູ່​ຕາມ​ເນີນພູ​ຂອງ​ດິນແດນ​ນີ້ ໄດ້​ພາກັນ​ມາ​ຕໍ່ສູ້​ພວກ​ຂ້ານ້ອຍ. ຈົ່ງ​ຟ້າວ​ມາ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ ຢ່າ​ປະຖິ້ມ​ພວກ​ຂ້ານ້ອຍ​ເລີຍ.”</verse>
				<verse number="7">ດັ່ງນັ້ນ ໂຢຊວຍ ແລະ​ກອງທັບ​ທັງໝົດ​ຂອງຕົນ ລວມ​ທັງ​ພວກ​ທະຫານ​ທີ່​ເກັ່ງກ້າ ຈຶ່ງ​ໄດ້​ອອກ​ໄປ​ຈາກ​ກິນການ.</verse>
				<verse number="8">ແລ້ວ​ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ໂຢຊວຍ​ວ່າ, “ຢ່າ​ຢ້ານ​ພວກເຂົາ​ເລີຍ. ເຮົາ​ມອບ​ໄຊຊະນະ​ໃຫ້​ເຈົ້າ​ແລ້ວ. ບໍ່ມີ​ໃຜ​ໃນ​ພວກເຂົາ​ຈະ​ສາມາດ​ຕໍ່ສູ້​ເຈົ້າ​ໄດ້.”</verse>
				<verse number="9">ໂຢຊວຍ​ໄດ້​ເຄື່ອນທັບ​ອອກ​ຈາກ​ກິນການ​ໄປ​ກີເບໂອນ​ຕະຫລອດ​ຄືນ ແລະ​ເຂົ້າ​ຫລອນ​ໂຈມຕີ​ຊາວ​ອາໂມ.</verse>
				<verse number="10">ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກ​ອາໂມ​ແຕກຕື່ນ ແລະ​ໜີໄປ​ຕໍ່ໜ້າ​ກອງທັບ​ອິດສະຣາເອນ. ຝ່າຍ​ພວກ​ອິດສະຣາເອນ ກໍໄດ້​ຂ້າ​ພວກເຂົາ​ເປັນ​ຈຳນວນ​ຫລວງຫລາຍ​ຢູ່​ໃນ​ເມືອງ​ກີເບໂອນ ແລະ​ໄລ່​ຕິດຕາມ​ພວກ​ທີ່​ເຫຼືອ​ຢູ່ ລົງ​ໄປ​ສູ່​ຊ່ອງແຄບ​ຂອງ​ພູເຂົາ​ທີ່​ເມືອງ​ເບັດ​ໂຮໂຣນ ໂດຍ​ສືບຕໍ່​ໂຈມຕີ​ພວກເຂົາ​ໄປ​ທາງໃຕ້ ຈົນເຖິງ​ເມືອງ​ອາເຊກາ​ແລະ​ເມືອງ​ມັກເກດາ.</verse>
				<verse number="11">ໃນ​ຂະນະທີ່​ພວກອາໂມ​ກຳລັງ​ປົບໜີ ຈາກ​ເມືອງ​ເບັດ​ໂຮໂຣນ​ໄປ​ສູ່​ເມືອງ​ອາເຊກາ​ນັ້ນ ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ໝາກເຫັບ​ໃຫຍ່​ຈາກ​ທ້ອງຟ້າ​ຕົກ​ຖືກ​ພວກເຂົາ. ສະນັ້ນ ພວກ​ທີ່​ຕາຍ​ຍ້ອນ​ໝາກເຫັບ​ຕົກ​ຖືກ​ນັ້ນ ຈຶ່ງ​ມີ​ຫລາຍກວ່າ​ພວກ​ທີ່​ຖືກ​ພວກ​ອິດສະຣາເອນ​ຂ້າ.</verse>
				<verse number="12">ໃນ​ມື້​ທີ່​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້ ພວກ​ອິດສະຣາເອນ​ຊະນະ​ພວກອາໂມ​ນັ້ນ ໂຢຊວຍ​ໄດ້​ກ່າວ​ຕໍ່​ພຣະເຈົ້າຢາເວ​ຕໍ່ໜ້າ​ຊາວ​ອິດສະຣາເອນ​ວ່າ, “ດວງອາທິດ​ເອີຍ ຈົ່ງ​ຢຸດ​ຢູ່​ທີ່​ເມືອງ​ກີເບໂອນ​ສາ ດວງເດືອນ​ເອີຍ ຈົ່ງ​ຢຸດ​ຢູ່​ເທິງ​ຮ່ອມພູ​ໄອຢາໂລນ​ເຖີດ.”</verse>
				<verse number="13">ດວງອາທິດ​ຍັງ​ຢຸດ​ຢູ່​ແລະ​ດວງເດືອນ​ກໍ​ບໍ່ໄດ້​ເຄື່ອນຍ້າຍ​ໄປ​ໃສ ຈົນກວ່າ​ຄົນ​ໃນ​ຊາດ​ອິດສະຣາເອນ​ໄດ້​ຊະນະ​ເຫຼົ່າ​ສັດຕູ. ເລື່ອງ​ນີ້​ໄດ້​ມີ​ບັນທຶກ​ໄວ້​ໃນ​ໜັງສື​ຂອງ​ຢາຊາ. ດວງອາທິດ​ຍັງ​ຢຸດ​ຢູ່​ກາງ​ທ້ອງຟ້າ ໂດຍ​ບໍ່​ເຄື່ອນຍ້າຍ​ຈົນ​ຄົບ​ໜຶ່ງ​ວັນ.</verse>
				<verse number="14">ກ່ອນ​ນັ້ນ​ແລະ​ນັບ​ແຕ່​ນັ້ນ​ມາ ບໍ່ເຄີຍ​ມີ​ວັນໃດ​ທີ່​ພຣະເຈົ້າຢາເວ​ໄດ້​ຟັງ​ມະນຸດ​ເໝືອນ​ດັ່ງ​ໃນ​ວັນນັ້ນ ດ້ວຍວ່າ​ພຣະເຈົ້າຢາເວ​ໄດ້​ເຮັດ​ເສິກ​ຊ່ວຍ​ຊາວ​ອິດສະຣາເອນ.</verse>
				<verse number="15">ຫລັງຈາກ​ນັ້ນ ໂຢຊວຍ​ພ້ອມ​ທັງ​ກອງທັບ​ໄດ້​ກັບຄືນ​ສູ່​ຄ້າຍພັກ​ທີ່​ກິນການ.</verse>
				<verse number="16">ເຖິງ​ຢ່າງ​ໃດ​ກໍຕາມ ກະສັດ​ອາໂມ​ທັງ​ຫ້າ​ຄົນ​ນັ້ນ​ໄດ້​ປົບໜີໄປ​ລີ້​ຢູ່​ໃນ​ຖໍ້າ​ມັກເກດາ.</verse>
				<verse number="17">ມີ​ບາງຄົນ​ໄດ້​ພົບ​ເຫັນ​ກະສັດ​ເຫຼົ່ານີ້ ຈຶ່ງ​ໄດ້​ໄປ​ບອກ​ໂຢຊວຍ​ໃຫ້​ຮູ້​ບ່ອນ​ທີ່​ພວກເຂົາ​ຫລົບລີ້​ຢູ່.</verse>
				<verse number="18">ໂຢຊວຍ​ຈຶ່ງ​ສັ່ງ​ວ່າ, “ຈົ່ງ​ກື່ງ​ກ້ອນຫີນ​ໃຫຍ່ໆ​ອັດ​ປາກ​ຖໍ້າ​ໄວ້ ແລະ​ໃຫ້​ຄົນເຝົ້າຍາມ​ຢູ່​ທີ່​ນັ້ນ.</verse>
				<verse number="19">ແຕ່​ພວກເຈົ້າ​ຢ່າ​ຢູ່​ຫັ້ນ ໃຫ້​ໄລ່​ຕາມ​ສັດຕູ​ແລະ​ຫລອນ​ໂຈມຕີ​ທາງ​ດ້ານຫລັງ; ຢ່າ​ປ່ອຍ​ໃຫ້​ພວກເຂົາ​ເຂົ້າ​ໄປ​ໃນ​ເມືອງ​ໄດ້ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ໃຫ້​ພວກເຈົ້າ​ຊະນະ​ພວກເຂົາ​ແລ້ວ.”</verse>
				<verse number="20">ສ່ວນ​ໂຢຊວຍ​ແລະ​ພວກ​ອິດສະຣາເອນ ກໍໄດ້​ຂ້າ​ສັດຕູ​ໂດຍ​ບໍ່ມີ​ການ​ຕໍ່ສູ້ ແຕ່​ມີ​ບາງຄົນ​ໄດ້​ຫລົບ​ໜີ​ໄປ​ບ່ອນ​ທີ່​ປອດໄພ​ຢູ່​ໃນ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ; ສະນັ້ນ ພວກເຂົາ​ຈຶ່ງ​ບໍ່ໄດ້​ຖືກ​ຂ້າ.</verse>
				<verse number="21">ແລ້ວ​ທະຫານ​ທັງໝົດ​ຂອງ​ໂຢຊວຍ ກໍໄດ້​ກັບຄືນ​ມາ​ຫາ​ເພິ່ນ​ທີ່​ຄ້າຍພັກ​ມັກເກດາ. ຢູ່​ໃນ​ດິນແດນ​ນັ້ນ​ບໍ່ມີ​ຜູ້ໃດ​ກ້າ​ຕໍ່ຕ້ານ​ຊາວ​ອິດສະຣາເອນ.</verse>
				<verse number="22">ແລ້ວ​ໂຢຊວຍ​ກໍໄດ້​ສັ່ງ​ວ່າ, “ຈົ່ງ​ເປີດ​ປາກ​ຖໍ້າ​ອອກ​ແລະ​ນຳ​ກະສັດ​ທັງ​ຫ້າ​ນັ້ນ​ມາ​ຫາ​ເຮົາ.”</verse>
				<verse number="23">ດັ່ງນັ້ນ ປາກ​ຖໍ້າ​ຈຶ່ງ​ຖືກ​ເປີດ​ອອກ​ແລະ​ກະສັດ​ແຫ່ງ​ເຢຣູຊາເລັມ, ເຮັບໂຣນ, ຢາຣະມຸດ, ລາກິດ ແລະ​ເອກໂລນ​ຈຶ່ງ​ຖືກ​ນຳ​ອອກ​ມາ</verse>
				<verse number="24">ແລະ​ຖືກ​ຄຸມຕົວ​ໄປ​ຫາ​ໂຢຊວຍ. ແລ້ວ​ໂຢຊວຍ​ກໍ​ເອີ້ນ​ທະຫານ​ທັງໝົດ​ອອກ​ມາ​ຫາ​ຕົນ ແລະ​ສັ່ງ​ໃຫ້​ນາຍ​ທະຫານ​ທີ່​ອອກ​ໄປ​ກັບ​ເພິ່ນ​ນັ້ນ​ວ່າ, “ຈົ່ງ​ໄປ​ຢຽບຄໍ​ກະສັດ​ຫ້າ​ຄົນ​ນີ້​ສາ.” ພວກ​ນາຍ​ທະຫານ​ຂອງ​ເພິ່ນ​ກໍ​ປະຕິບັດ​ຕາມ.</verse>
				<verse number="25">ໂຢຊວຍ​ບອກ​ພວກ​ນາຍ​ທະຫານ​ວ່າ, “ຢ່າ​ຢ້ານ​ຫລື​ທໍ້ຖອຍ​ໃຈ. ຈົ່ງ​ມີ​ໃຈ​ເດັດດ່ຽວ​ແລະ​ກ້າຫານ ເພາະ​ພຣະເຈົ້າຢາເວ​ຈະ​ກະທຳ​ດັ່ງນີ້​ຕໍ່​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ.”</verse>
				<verse number="26">ແລ້ວ​ໂຢຊວຍ​ກໍໄດ້​ຂ້າ​ກະສັດ​ທັງ​ຫ້າ​ຄົນ​ນັ້ນ ແລະ​ໃຫ້​ຄົນ​ເອົາ​ສົບ​ໄປ​ແຂວນ​ໄວ້​ທີ່​ຕົ້ນໄມ້​ຫ້າ​ຕົ້ນ​ຈົນ​ຮອດ​ຄໍ່າ.</verse>
				<verse number="27">ພໍ​ຕາເວັນ​ຕົກ​ດິນ ໂຢຊວຍ​ໄດ້​ສັ່ງ​ໃຫ້​ພວກເຂົາ​ເອົາ​ສົບ​ລົງ​ມາ​ຈາກ​ຕົ້ນໄມ້ ແລະ​ເອົາ​ໄປ​ຖິ້ມ​ໄວ້​ໃນ​ຖໍ້າ​ບ່ອນ​ທີ່​ພວກເຂົາ​ເຄີຍ​ຫລົບລີ້​ຢູ່​ກ່ອນ​ນັ້ນ. ແລ້ວ​ປາກ​ຖໍ້າ​ກໍ​ຖືກ​ປິດ​ໄວ້​ດ້ວຍ​ຫີນ​ກ້ອນ​ໃຫຍ່ໆ​ຊຶ່ງ​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້.</verse>
				<verse number="28">ໃນ​ມື້ນັ້ນ ໂຢຊວຍ​ໄດ້​ໂຈມຕີ​ແລະ​ຢຶດຄອງ​ເມືອງ​ມັກເກດາ ແລະ​ໄດ້​ຂ້າ​ກະສັດ​ຂອງ​ເມືອງ​ນັ້ນ. ເພິ່ນ​ໄດ້​ຂ້າ​ທຸກໆ​ຄົນ​ຢູ່​ໃນ​ເມືອງ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ. ເພິ່ນ​ໄດ້​ເຮັດ​ຕໍ່​ກະສັດ​ແຫ່ງ​ມັກເກດາ ເໝືອນ​ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ກະສັດ​ແຫ່ງ​ເຢຣິໂກ.</verse>
				<verse number="29">ຫລັງຈາກ​ນັ້ນ ໂຢຊວຍ​ພ້ອມ​ທັງ​ທະຫານ​ຂອງ​ເພິ່ນ​ກໍໄດ້​ອອກ​ຈາກ​ເມືອງ​ມັກເກດາ ແລະ​ເດີນທາງ​ໄປ​ໂຈມຕີ​ເມືອງ​ລິບນາ.</verse>
				<verse number="30">ພຣະເຈົ້າຢາເວ​ໄດ້​ໃຫ້​ຊາວ​ອິດສະຣາເອນ​ຊະນະ​ເມືອງ​ນີ້​ອີກ​ພ້ອມ​ທັງ​ກະສັດ. ພວກເຂົາ​ໄດ້​ຂ້າ​ທຸກໆ​ຄົນ​ຢູ່​ໃນ​ເມືອງ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ. ເພິ່ນ​ໄດ້​ເຮັດ​ຕໍ່​ກະສັດ​ຂອງ​ເມືອງ​ນີ້ ເໝືອນດັ່ງ​ທີ່​ໄດ້​ເຮັດ​ຕໍ່​ກະສັດ​ແຫ່ງ​ເຢຣິໂກ.</verse>
				<verse number="31">ຫລັງຈາກ​ນີ້​ແລ້ວ ໂຢຊວຍ​ແລະ​ພວກ​ທະຫານ​ຂອງ​ເພິ່ນ ກໍໄດ້​ອອກ​ຈາກ​ເມືອງ​ລິບນາ​ໄປ​ທີ່​ເມືອງ​ລາກິດ ແລະ​ອ້ອມ​ເມືອງ​ໄວ້​ເພື່ອ​ບຸກໂຈມຕີ.</verse>
				<verse number="32">ໃນ​ມື້​ທີ​ສອງ​ຂອງ​ການ​ສູ້ຮົບ ພຣະເຈົ້າຢາເວ​ໄດ້​ໃຫ້​ຊາວ​ອິດສະຣາເອນ​ຊະນະ​ເມືອງ​ລາກິດ ແລະ​ພວກເຂົາ​ໄດ້​ຂ້າ​ທຸກໆ​ຄົນ​ໃນ​ເມືອງ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ເມືອງ​ລິບນາ.</verse>
				<verse number="33">ໃນ​ຄັ້ງ​ນັ້ນ ເຈົ້າ​ໂຮຣາມ​ກະສັດ​ແຫ່ງ​ເກເຊ​ໄດ້​ມາ​ຊ່ວຍ​ເມືອງ​ລາກິດ ແຕ່​ໂຢຊວຍ​ໄດ້​ຂ້າ​ລາວ​ແລະ​ທະຫານ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ.</verse>
				<verse number="34">ຕໍ່ມາ ໂຢຊວຍ​ກັບ​ພວກ​ທະຫານ​ຂອງຕົນ ໄດ້​ອອກ​ຈາກ​ເມືອງ​ລາກິດ​ໄປ​ທີ່​ເມືອງ​ເອກໂລນ ແລະ​ລ້ອມ​ເມືອງ​ນີ້​ໄວ້​ເພື່ອ​ບຸກໂຈມຕີ.</verse>
				<verse number="35">ພວກເຂົາ​ຢຶດຄອງ​ເມືອງ​ໄດ້​ໃນ​ມື້​ນັ້ນ​ເອງ ແລະ​ຂ້າ​ທຸກໆ​ຄົນ​ຖິ້ມ​ເໝືອນ​ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ເມືອງ​ລາກິດ.</verse>
				<verse number="36">ຫລັງຈາກ​ນັ້ນ ໂຢຊວຍ​ກັບ​ພວກ​ທະຫານ​ຂອງຕົນ​ກໍ​ອອກ​ຈາກ​ເມືອງ​ເອກໂລນ ແລະ​ເດີນທາງ​ຂຶ້ນ​ພູເຂົາ​ເພື່ອ​ໂຈມຕີ​ເມືອງ​ເຮັບໂຣນ</verse>
				<verse number="37">ແລະ​ຢຶດຄອງ​ເມືອງນີ້. ພວກເຂົາ​ໄດ້​ຂ້າ​ກະສັດ​ແລະ​ທຸກໆ​ຄົນ​ໃນ​ເມືອງນີ້ ແລະ​ໃນ​ເມືອງ​ໃກ້ຄຽງ. ໂຢຊວຍ​ໄດ້​ທຳລາຍ​ເມືອງນີ້ ເພື່ອ​ເປັນ​ການ​ລົງໂທດ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ ເໝືອນ​ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ​ຕໍ່​ເມືອງ​ເອກໂລນ.</verse>
				<verse number="38">ແລ້ວ​ໂຢຊວຍ​ແລະ​ທະຫານ​ຂອງ​ເພິ່ນ ກໍ​ກັບຄືນ​ໄປ​ຕີ​ເມືອງ​ເດບີ.</verse>
				<verse number="39">ເພິ່ນ​ຢຶດຄອງ​ເມືອງ​ແລະ​ຈັບ​ກະສັດ ແລະ​ຢຶດເອົາ​ບັນດາ​ເມືອງ​ທີ່​ຢູ່​ໃກ້ຄຽງ. ເພິ່ນ​ຂ້າ​ທຸກໆ​ຄົນ​ໃນ​ທີ່ນັ້ນ. ໂຢຊວຍ​ໄດ້​ເຮັດ​ຕໍ່​ເມືອງ​ເດບີ ເໝືອນ​ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ​ຕໍ່​ເມືອງ​ເຮັບໂຣນ​ແລະ​ລິບນາ ຕະຫລອດ​ທັງ​ກະສັດ​ໃນ​ເມືອງ​ເຫຼົ່ານີ້​ດ້ວຍ.</verse>
				<verse number="40">ໂຢຊວຍ​ໄດ້​ຮົບ​ຊະນະ​ທົ່ວ​ທັງ​ດິນແດນ. ເພິ່ນ​ໄດ້​ຊະນະ​ບັນດາ​ກະສັດ​ທີ່​ຢູ່​ຕາມ​ເຂດ​ພູດອຍ, ຕາມ​ເນີນພູ ແລະ​ຕາມ​ຕີນພູ​ທາງທິດ​ຕາເວັນຕົກ, ຕະຫລອດ​ທັງ​ພວກ​ທີ່​ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ໃນ​ທິດໃຕ້. ເພິ່ນ​ໄດ້​ຂ້າ​ທຸກໆ​ຄົນ ບໍ່ມີ​ໃຜ​ລອດຊີວິດ​ຢູ່​ເລີຍ. ເຫດການ​ນີ້ ເປັນ​ໄປ​ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ສັ່ງ​ໄວ້.</verse>
				<verse number="41">ໂຢຊວຍ​ໄດ້​ຊະນະ​ຂ້າເສິກ​ຈາກ​ເມືອງ​ກາເດັດ​ບາກເນອາ ທາງທິດໃຕ້​ຈົນເຖິງ​ເມືອງ​ກາຊາ ທາງ​ຝັ່ງ​ທະເລ​ລວມທັງ​ເຂດ​ໂກເຊັນ​ທັງໝົດ ຈົນ​ໄປ​ຮອດ​ເມືອງ​ກີເບໂອນ​ທາງທິດເໜືອ.</verse>
				<verse number="42">ໂຢຊວຍ​ໄດ້​ເອົາ​ຊະນະ​ກະສັດ​ເຫຼົ່ານີ້ ພ້ອມ​ທັງ​ດິນແດນ​ຂອງ​ພວກເຂົາ​ຢູ່​ໃນ​ບັ້ນຮົບ​ດຽວ ຍ້ອນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ອິດສະຣາເອນ ໄດ້​ສູ້ຮົບ​ເພື່ອ​ຊາດ​ອິດສະຣາເອນ.</verse>
				<verse number="43">ແລ້ວ​ໂຢຊວຍ​ແລະ​ພວກ​ທະຫານ​ຂອງຕົນ ກໍໄດ້​ກັບຄືນ​ເມືອ​ຄ້າຍພັກ​ທີ່​ກິນການ.</verse>
			</chapter>
			<chapter number="11">
				<verse number="1">ເມື່ອ​ເຈົ້າ​ຢາບິນ​ກະສັດ​ແຫ່ງ​ຮາໂຊ ໄດ້ຍິນ​ເຖິງ​ໄຊຊະນະ​ຂອງ​ຊາວ​ອິດສະຣາເອນ ເພິ່ນ​ກໍໄດ້​ສົ່ງ​ຄົນ​ໄປ​ບອກ​ເຈົ້າ​ໂຢບັບ​ກະສັດ​ແຫ່ງ​ມາໂດນ, ກະສັດ​ແຫ່ງ​ຊີມໂຣນ ແລະ​ກະສັດ​ແຫ່ງ​ອັກຊັບ</verse>
				<verse number="2">ແລະ​ບັນດາ​ກະສັດ​ທີ່​ຢູ່​ຕາມ​ເຂດ​ເນີນພູ​ທາງ​ພາກເໜືອ, ຢູ່​ທາງ​ຮ່ອມພູ​ຈໍແດນ​ໃຕ້​ທະເລສາບ​ຄາລີເລ, ຢູ່​ຕາມ​ຕີນ​ພູ ແລະ​ຢູ່​ຕາມ​ຝັ່ງ​ທະເລ​ໃກ້​ກັບ​ເມືອງ​ໂດເຣ.</verse>
				<verse number="3">ແລ້ວ​ເພິ່ນ​ກໍ​ຍັງ​ສົ່ງ​ຄົນ​ໄປ​ບອກ​ຊາວ​ການາອານ ທີ່​ຢູ່​ທາງ​ສອງ​ຟາກ​ຂ້າງ​ຂອງ​ແມ່ນໍ້າ​ຈໍແດນ​ຄື: ຊາວ​ອາໂມ, ຊາວ​ຮິດຕີ, ຊາວ​ເປຣີຊີ ແລະ​ຊາວ​ເຢບຸດ​ທີ່​ຢູ່​ຕາມ​ເນີນພູ ຕະຫລອດ​ທັງ​ຊາວ​ຮີວີ​ທີ່​ຢູ່​ຕາມ​ຕີນ​ພູ​ເຮີໂມນ​ໃນ​ດິນແດນ​ມີຊະປາ.</verse>
				<verse number="4">ພວກ​ເຫຼົ່ານີ້ ໄດ້​ມາ​ພ້ອມ​ດ້ວຍ​ທະຫານ​ທັງໝົດ​ຂອງ​ພວກ​ຕົນ ເປັນ​ກອງທັບ​ທີ່​ປະກອບ​ດ້ວຍ​ຄົນ​ຢ່າງ​ຫລວງຫລາຍ ດັ່ງ​ເມັດ​ຊາຍ​ຕາມ​ແຄມ​ຝັ່ງ​ທະເລ. ພວກເຂົາ​ມີ​ທັງ​ມ້າ​ແລະ​ລົດຮົບ​ຢ່າງ​ຫລວງຫລາຍ.</verse>
				<verse number="5">ກະສັດ​ທັງໝົດ​ເຫຼົ່ານີ້​ໄດ້​ມາ​ໂຮມ​ກັນ​ຕັ້ງ​ຄ້າຍພັກ​ທີ່​ຫ້ວຍ​ນໍ້າ​ເມໂຣມ ເພື່ອ​ຕໍ່ສູ້​ພວກ​ອິດສະຣາເອນ.</verse>
				<verse number="6">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ຢ່າ​ຢ້ານ​ພວກເຂົາ ເພາະ​ມື້ອື່ນ​ໃນ​ເວລາ​ດຽວກັນ​ນີ້ ເຮົາ​ຈະ​ຂ້າ​ພວກເຂົາ​ທັງໝົດ​ໃຫ້​ຊາດ​ອິດສະຣາເອນ. ໃຫ້​ເຈົ້າ​ຕັດ​ເອັນຄະນ່ອງ​ມ້າ ແລະ​ຈູດ​ລົດຮົບ​ຂອງ​ພວກເຂົາ​ຖິ້ມ.”</verse>
				<verse number="7">ດັ່ງນັ້ນ ໂຢຊວຍ​ພ້ອມ​ດ້ວຍ​ທະຫານ​ທັງໝົດ​ຂອງຕົນ ຈຶ່ງ​ຫລອນ​ໂຈມຕີ​ພວກເຂົາ​ທີ່​ຫ້ວຍນໍ້າ​ເມໂຣມ.</verse>
				<verse number="8">ພຣະເຈົ້າຢາເວ​ໄດ້​ໃຫ້​ພວກ​ອິດສະຣາເອນ​ມີ​ໄຊຊະນະ. ພວກ​ອິດສະຣາເອນ​ໄດ້​ໂຈມຕີ ແລະ​ໄລ່​ຕິດຕາມ​ພວກເຂົາ​ໄປ​ທາງ​ທິດເໜືອ​ໄກ​ສຸດ ຈົນເຖິງ​ເມືອງ​ມີສະເຣໂຟດ​ມາອີມ​ແລະ​ຊີໂດນ​ເມືອງ​ໃຫຍ່ ແລະ​ໄປ​ທາງທິດ​ຕາເວັນອອກ​ໄກ​ສຸດ ຈົນເຖິງ​ຮ່ອມພູ​ຂອງ​ເມືອງ​ມີຊະປາ. ການ​ສູ້ຮົບ​ໄດ້​ດຳເນີນ​ໄປ ຈົນກວ່າ​ເຫຼົ່າ​ສັດຕູ​ໄດ້​ຖືກ​ຂ້າ​ໝົດ​ສິ້ນ.</verse>
				<verse number="9">ໂຢຊວຍ​ໄດ້​ເຮັດ​ຕໍ່​ພວກເຂົາ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ ຄື​ຕັດ​ເອັນຄະນ່ອງ​ມ້າ​ແລະ​ຈູດ​ລົດຮົບ​ທັງໝົດ​ຂອງ​ພວກເຂົາ​ຖິ້ມ.</verse>
				<verse number="10">ແລ້ວ​ໂຢຊວຍ​ກໍ​ຍົກທັບ​ກັບຄືນ​ມາ​ຢຶດຄອງ​ເມືອງ​ຮາໂຊ ແລະ​ຂ້າ​ກະສັດ​ຂອງ​ເມືອງ​ນີ້. (ໃນ​ຄາວນັ້ນ ຮາໂຊ​ເປັນ​ອານາຈັກ​ທີ່​ມີ​ອຳນາດ​ເໜືອ​ຣາຊ​ອານາຈັກ​ຕ່າງໆ).</verse>
				<verse number="11">ພວກເຂົາ​ໄດ້​ຂ້າ​ທຸກໆ​ຄົນ ແລະ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ ພ້ອມ​ທັງ​ໄດ້​ຈູດ​ເມືອງ​ຖິ້ມ​ດ້ວຍ.</verse>
				<verse number="12">ໂຢຊວຍ​ໄດ້​ຢຶດຄອງ​ເມືອງ​ຕ່າງໆ ທັງ​ຈັບ​ເອົາ​ກະສັດ​ຂອງ​ເມືອງ​ເຫຼົ່ານີ້. ເພິ່ນ​ໄດ້​ຂ້າ​ທຸກໆ​ຄົນ​ຕາມ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.</verse>
				<verse number="13">ແຕ່​ໂຢຊວຍ​ບໍ່ໄດ້​ຈູດ​ເມືອງ​ຕ່າງໆ​ຕາມ​ໂຄກ​ຕາມ​ເນີນ ເວັ້ນໄວ້​ແຕ່​ເມືອງ​ຮາໂຊ​ພຽງ​ເມືອງ​ດຽວ.</verse>
				<verse number="14">ປະຊາຊົນ​ອິດສະຣາເອນ​ໄດ້​ຢຶດເອົາ​ສິ່ງຂອງ​ຕ່າງໆ​ອັນ​ມີຄ່າ ຕະຫລອດ​ທັງ​ຝູງສັດ​ໃນ​ເມືອງ​ເຫຼົ່ານີ້​ມາ​ເປັນ​ຂອງ​ຕົນເອງ ແລະ​ພວກເຂົາ​ໄດ້​ຂ້າ​ທຸກໆ​ຄົນ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ.</verse>
				<verse number="15">ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຢ່າງໃດ ໂມເຊ​ໄດ້​ສັ່ງ​ໂຢຊວຍ​ຢ່າງນັ້ນ ແລະ​ໂຢຊວຍ​ກໍ​ປະຕິບັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.</verse>
				<verse number="16">ໂຢຊວຍ​ໄດ້​ຍົກທັບ​ໄປ​ຢຶດຄອງ​ດິນແດນ​ທັງໝົດ ຄື​ດິນແດນ​ຕາມ​ເຂດ​ເນີນພູ ແລະ​ຕາມ​ຕີນ​ພູ​ທາງ​ທິດເໜືອ​ແລະ​ທິດໃຕ້, ເຂດ​ໂກເຊັນ​ທັງໝົດ​ກັບ​ດິນແດນ​ທີ່​ແຫ້ງແລ້ງ​ທາງທິດໃຕ້​ຂອງ​ເຂດ​ນັ້ນ, ຕະຫລອດ​ທັງ​ຮ່ອມພູ​ຈໍແດນ​ດ້ວຍ.</verse>
				<verse number="17">ເຂດແດນ​ນັ້ນ​ໄດ້​ຂະຫຍາຍ​ອອກ​ຕື່ມ ຈາກ​ພູ​ຮາລັກ​ຢູ່​ທາງທິດໃຕ້​ຕິດ​ກັບ​ເມືອງ​ເອໂດມ ຈົນເຖິງ​ບາອານກາດ​ທາງ​ພາກເໜືອ ໃນ​ຮ່ອມພູ​ເລບານອນ​ທີ່​ທາງທິດໃຕ້​ຂອງ​ພູເຂົາ​ເຮີໂມນ. ໂຢຊວຍ​ໄດ້​ເຮັດ​ເສິກ​ກັບ​ບັນດາ​ກະສັດ ໃນ​ເຂດແດນ​ເຫຼົ່ານີ້​ເປັນ​ເວລາ​ດົນນານ. ເພິ່ນ​ຈັບ​ກະສັດ​ເຫຼົ່ານີ້​ໄດ້ ແລະ​ໄດ້​ຂ້າ​ທຸກໆ​ຄົນ​ຖິ້ມ.</verse>
				<verse number="18"></verse>
				<verse number="19">ມີ​ເມືອງ​ດຽວ​ເທົ່ານັ້ນ ທີ່​ໄດ້​ສ້າງ​ຄວາມ​ສະຫງົບສຸກ​ກັບ​ປະຊາຊົນ​ອິດສະຣາເອນ​ຄື: ເມືອງ​ກີເບໂອນ​ບ່ອນ​ທີ່​ຊາວ​ຮີວີ​ບາງ​ພວກ​ໄດ້​ອາໄສ​ຢູ່. ສ່ວນ​ເມືອງ​ອື່ນໆ​ທັງໝົດ​ນັ້ນ​ແມ່ນ​ໄດ້​ສູ້ຮົບ​ເອົາ.</verse>
				<verse number="20">ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກເຂົາ​ມີ​ໃຈ​ຢາກ​ສູ້ຮົບ​ຊາວ​ອິດສະຣາເອນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຖືກ​ທຳລາຍ​ຢ່າງ​ໝົດກ້ຽງ​ເປັນ​ການ​ລົງໂທດ ແລະ​ເພື່ອ​ທຸກຄົນ​ຈະ​ຖືກ​ຂ້າ​ຢ່າງ​ບໍ່​ປານີ ເໝືອນ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ.</verse>
				<verse number="21">ໃນ​ເທື່ອ​ນີ້ ໂຢຊວຍ​ໄດ້​ຍົກທັບ​ອອກ​ໄປ​ທຳລາຍ​ຄົນ​ຮ່າງ​ໃຫຍ່​ພວກ​ໜຶ່ງ ຊື່​ວ່າ ອານາກີມ. ຄົນ​ພວກ​ນີ້​ໄດ້​ອາໄສ​ຢູ່​ຕາມ​ເນີນພູ​ຕ່າງໆ ດັ່ງນີ້: ເຮັບໂຣນ, ເດບີ, ອານາບ, ແລະ​ຕາມ​ເນີນພູ​ທັງໝົດ​ຂອງ​ຢູດາ​ແລະ​ເນີນພູ​ທັງໝົດ​ຂອງ​ອິດສະຣາເອນ. ໂຢຊວຍ​ໄດ້​ທຳລາຍ​ພວກເຂົາ​ແລະ​ເມືອງ​ຂອງ​ພວກເຂົາ​ຈົນກ້ຽງ.</verse>
				<verse number="22">ບໍ່ມີ​ພວກ​ອານາກີມ​ຈັກ​ຄົນ​ທີ່​ເຫຼືອ​ຢູ່​ໃນ​ດິນແດນ​ອິດສະຣາເອນ ແຕ່​ຍັງ​ມີ​ບາງຄົນ​ທີ່​ໄດ້​ເຫຼືອ​ຢູ່​ໃນ​ເມືອງ​ກາຊາ, ເມືອງກາດ ແລະ​ເມືອງ​ອາຊະໂດດ.</verse>
				<verse number="23">ໂຢຊວຍ​ໄດ້​ຢຶດຄອງ​ດິນແດນ​ທັງໝົດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ. ເພິ່ນ​ໄດ້​ມອບ​ດິນແດນ​ນີ້​ໃຫ້​ເປັນ​ກຳມະສິດ​ຂອງ​ຊາວ​ອິດສະຣາເອນ ໂດຍ​ໄດ້​ແບ່ງປັນ​ດິນແດນ​ນັ້ນ​ເປັນ​ສ່ວນ​ໃຫ້​ແຕ່ລະເຜົ່າ. ສະນັ້ນ ປະຊາຊົນ​ຈຶ່ງ​ໄດ້​ເຊົາ​ສູ້ຮົບ ແລະ​ຢູ່​ຢ່າງ​ສະຫງົບສຸກ.</verse>
			</chapter>
			<chapter number="12">
				<verse number="1">ຊາວ​ອິດສະຣາເອນ​ໄດ້​ໄຊຊະນະ ແລະ​ໄດ້​ປົກຄອງ​ດິນແດນ ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຈາກ​ຮ່ອມພູ​ອາກໂນນ​ຂຶ້ນ​ໄປ​ສູ່​ຮ່ອມພູ​ຈໍແດນ ແລະ​ເລີຍ​ໄປ​ທາງ​ພາກເໜືອ​ຈົນເຖິງ​ພູ​ເຮີໂມນ. ພວກເຂົາ​ຈັບ​ກະສັດ​ສອງ​ຄົນ​ໄດ້.</verse>
				<verse number="2">ຄົນ​ທີ​ໜຶ່ງ​ຄື​ເຈົ້າ​ສີໂຫນ​ຜູ້​ເປັນ​ກະສັດ​ຂອງ​ຊາວ​ອາໂມ ທີ່​ປົກຄອງ​ເມືອງ​ເຮັດຊະໂບນ. ອານາຈັກ​ຂອງ​ເພິ່ນ​ນັ້ນ​ໄດ້​ລວມເອົາ​ເຄິ່ງ​ໜຶ່ງ​ຂອງ​ກີເລອາດ​ຄື: ຈາກ​ອາໂຣເອ (ຕາມ​ແຄມ​ຮ່ອມພູ​ອາກໂນນ) ແລະ​ຈາກ​ເມືອງ​ຢູ່​ໃນ ກາງ​ຮ່ອມພູ​ອາກໂນນ​ຈົນເຖິງ​ແມ່ນໍ້າ​ຢັບໂບກ ເຂດແດນ​ຂອງ​ຊາວ​ອຳໂມນ</verse>
				<verse number="3">ລວມທັງ​ຮ່ອມພູ​ຂອງ​ແມ່ນໍ້າ​ຈໍແດນ ແຕ່​ທະເລສາບ​ຄາລີເລ​ໄປ​ທາງທິດໃຕ້ ຈົນເຖິງ​ເບັດ​ເຢຊີໂມດ (ທາງທິດ​ຕາເວັນອອກ​ຂອງ​ທະເລຕາຍ) ແລະ​ຕີນ​ພູ​ປີສະກາ.</verse>
				<verse number="4">ພວກເຂົາ​ຍັງ​ໄດ້​ຊະນະ​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ທີ່​ເປັນ​ຜູ້​ສຸດທ້າຍ​ເຫຼືອ​ໃນ​ພວກ​ເຣຟາອິມ; ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ເມືອງ​ອັດຊະຕາໂຣດ​ແລະ​ເອັດເຣອີ.</verse>
				<verse number="5">ອານາຈັກ​ຂອງ​ເພິ່ນ​ນັ້ນ​ມີ​ດັ່ງນີ້: ພູເຂົາ​ເຮີໂມນ, ສາເລກາ ແລະ​ທົ່ວ​ທັງ​ບາຊານ​ໄກ​ອອກ​ໄປ, ຈົນເຖິງ​ເຂດແດນ​ຂອງ​ພວກ​ເກຊູ​ແລະ​ພວກ​ມາອາກາ ລວມທັງ​ເຄິ່ງ​ໜຶ່ງ​ຂອງ​ກີເລອາດ​ໄກ​ອອກ​ໄປ​ຈົນເຖິງ​ເຂດແດນ​ຂອງ​ເຈົ້າ​ສີໂຫນ ກະສັດ​ແຫ່ງ​ເຮັດຊະໂບນ.</verse>
				<verse number="6">ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ແລະ​ປະຊາຊົນ​ອິດສະຣາເອນ​ໄດ້​ຮົບຊະນະ​ພວກເຂົາ. ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ຂອງ​ພວກເຂົາ ໃຫ້​ເຜົ່າ​ຣູເບັນ​ກັບ​ເຜົ່າກາດ​ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ.</verse>
				<verse number="7">ໂຢຊວຍ​ແລະ​ປະຊາຊົນ​ອິດສະຣາເອນ​ໄດ້​ຊະນະ​ບັນດາ​ກະສັດ​ທັງຫລາຍ ທີ່​ຢູ່​ເຂດແດນ​ທາງທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ຈາກ​ບາອານກາດ​ໃນ​ຮ່ອມພູ​ຂອງ​ເລບານອນ ຈົນເຖິງ​ພູ​ຮາລັກ​ຊຶ່ງ​ຢູ່​ທາງທິດໃຕ້​ໃກ້​ກັບ​ດິນແດນ​ເອໂດມ. ໂຢຊວຍ​ໄດ້​ແບ່ງປັນ​ດິນແດນ​ນີ້​ໃຫ້​ເຜົ່າ​ຕ່າງໆ​ໃນ​ຊາດ​ອິດສະຣາເອນ ເພື່ອ​ເປັນ​ກຳມະສິດ​ຂອງ​ພວກເຂົາ​ຕະຫລອດໄປ.</verse>
				<verse number="8">ເຂດແດນ​ນັ້ນ​ມີ: ເຂດ​ພູດອຍ, ຕີນ​ພູ​ທາງທິດ​ຕາເວັນຕົກ, ຮ່ອມພູ​ຈໍແດນ​ແລະ​ຕີນ​ພູ, ເນີນພູ​ທາງທິດ​ຕາເວັນອອກ ແລະ​ຖິ່ນ​ແຫ້ງແລ້ງ​ທາງທິດໃຕ້. ດິນແດນ​ນີ້​ເຄີຍ​ເປັນ​ຂອງ​ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ການາອານ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.</verse>
				<verse number="9">ປະຊາຊົນ​ອິດສະຣາເອນ​ໄດ້​ເອົາ​ຊະນະ​ບັນດາ​ກະສັດ​ຂອງ​ເມືອງ​ເຫຼົ່ານີ້: ເຢຣິໂກ, ອາອີ (ໃກ້​ກັບ​ເມືອງ​ເບັດເອນ),</verse>
				<verse number="10">ກະສັດ​ຂອງ​ເຢຣູຊາເລັມ, ກະສັດ​ຂອງ​ເຮັບໂຣນ,</verse>
				<verse number="11">ກະສັດ​ຂອງ​ຢາຣະມຸດ, ກະສັດ​ຂອງ​ລາກິດ,</verse>
				<verse number="12">ກະສັດ​ຂອງ​ເອກໂລນ, ກະສັດ​ຂອງ​ເກເຊ,</verse>
				<verse number="13">ກະສັດ​ຂອງ​ເດບີ, ກະສັດ​ຂອງ​ເກເດ,</verse>
				<verse number="14">ກະສັດ​ຂອງ​ໂຮມາ, ກະສັດ​ຂອງ​ອາຣາດ,</verse>
				<verse number="15">ກະສັດ​ຂອງ​ລິບນາ, ກະສັດ​ຂອງ​ອາດຸນລຳ,</verse>
				<verse number="16">ກະສັດ​ຂອງ​ມັກເກດາ, ກະສັດ​ຂອງ​ເບັດເອນ,</verse>
				<verse number="17">ກະສັດ​ຂອງ​ຕັບປູອາ, ກະສັດ​ຂອງ​ເຮເຟ,</verse>
				<verse number="18">ກະສັດ​ຂອງ​ອາເຟັກ, ກະສັດ​ຂອງ​ລາຊາໂຣນ,</verse>
				<verse number="19">ກະສັດ​ຂອງ​ມາໂດນ, ກະສັດ​ຂອງ​ຮາໂຊ,</verse>
				<verse number="20">ກະສັດ​ຂອງ​ຊີມໂຣນ​ເມໂຣນ, ກະສັດ​ຂອງ​ອັກຊັບ,</verse>
				<verse number="21">ກະສັດ​ຂອງ​ຕາອານັກ, ກະສັດ​ຂອງ​ເມກິດໂດ,</verse>
				<verse number="22">ກະສັດ​ຂອງ​ເກເດັດ, ກະສັດ​ຂອງ​ໂຢກເນອາມ (ທີ່​ກາເມນ),</verse>
				<verse number="23">ກະສັດ​ຂອງ​ໂດເຣ (ທາງ​ຝັ່ງ​ທະເລ), ກະສັດ​ຂອງ​ໂກອີອີມ (ທີ່​ຄາລີເລ),</verse>
				<verse number="24">ແລະ​ກະສັດ​ຂອງ​ຕີຣະຊາ. ລວມ​ທັງໝົດ​ມີ​ກະສັດ​ສາມ​ສິບ​ເອັດ​ຄົນ.</verse>
			</chapter>
			<chapter number="13">
				<verse number="1">ເມື່ອ​ໂຢຊວຍ​ເຖົ້າແກ່​ແລະ​ມີ​ອາຍຸ​ສູງ​ແລ້ວ. ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, “ເຈົ້າ​ກໍ​ເຖົ້າແກ່​ແລະ​ມີ​ອາຍຸ​ສູງ​ແລ້ວ ແຕ່​ຍັງ​ມີ​ດິນແດນ​ຢູ່​ອີກ​ຫລາຍ​ແຫ່ງ​ທີ່​ເຈົ້າ​ຈະ​ຕ້ອງ​ຢຶດຄອງ ດັ່ງນີ້:</verse>
				<verse number="2">ເຂດແດນ​ທັງໝົດ​ຂອງ​ຊາວ​ຟີລິດສະຕິນ​ແລະ​ຊາວ​ເກຊູ</verse>
				<verse number="3">ແລະ​ດິນແດນ​ຂອງ​ຊາວ​ອາວິມ​ທີ່​ຢູ່​ທາງທິດໃຕ້. (ດິນແດນ​ແຕ່​ແມ່ນໍ້າ​ຊີໂຮເຣ ຕາມ​ຊາຍແດນ​ຂອງ​ປະເທດ​ເອຢິບ​ຂຶ້ນ​ໄປ​ທາງເໜືອ ຈົນເຖິງ​ເຂດແດນ​ເອັກໂຣນ​ຖື​ວ່າ​ເປັນ​ຖິ່ນ​ຂອງ​ຊາວ​ການາອານ; ບັນດາ​ຜູ້ປົກຄອງ​ຂອງ​ຊາວ​ຟີລິດສະຕິນ 5 ຄົນ ທີ່​ຢູ່​ໃນ​ເມືອງ​ກາຊາ, ເມືອງ​ອາຊະໂດດ, ເມືອງ​ອາຊະເກໂລນ, ເມືອງກາດ ແລະ​ເມືອງ​ເອັກໂຣນ).</verse>
				<verse number="4">ເຈົ້າ​ຍັງ​ຈະ​ຢຶດຄອງ​ດິນແດນ​ທັງໝົດ​ຂອງ​ຊາວ​ການາອານ ແລະ​ຂອງ​ຊາວ​ເມອາຣາ (ຊຶ່ງ​ເປັນ​ຂອງ​ຊາວ​ຊີໂດນ) ຈົນເຖິງ​ເມືອງ​ອາເຟັກ​ຊຶ່ງ​ເປັນ​ຊາຍແດນ​ຂອງ​ຊາວ​ອາໂມ.</verse>
				<verse number="5">ຕະຫລອດ​ທັງ​ດິນແດນ​ຂອງ​ພວກເກບາ ເຂດແດນ​ທັງໝົດ​ຂອງ​ເລບານອນ​ໄປ​ທາງ​ທິດ​ຕາເວັນອອກ ຄື​ຈາກ​ບາອານກາດ​ຢູ່​ຕາມ​ຕີນ​ພູເຂົາ​ເຮີໂມນ​ຈົນເຖິງ​ຊ່ອງແຄບ​ຮາມັດ.</verse>
				<verse number="6">ດິນແດນ​ເຫຼົ່ານີ້​ລວມເອົາ​ເຂດແດນ​ທັງໝົດ​ຂອງ​ຊາວ​ຊີໂດນ ຊຶ່ງ​ຢູ່​ຕາມ​ເຂດ​ເນີນພູ​ລະຫວ່າງ​ພູ​ເລບານອນ​ແລະ​ເມືອງ​ມີສະເຣໂຟດ​ມາອີມ. ເຮົາ​ຈະ​ຂັບໄລ່​ປະຊາຊົນ​ເຫຼົ່ານີ້​ທັງໝົດ​ອອກ​ໜີ ເມື່ອ​ປະຊາຊົນ​ອິດສະຣາເອນ​ບຸກໜ້າ​ເຂົ້າ​ໄປ. ເຈົ້າ​ຈະ​ຕ້ອງ​ແບ່ງປັນ​ດິນແດນ​ນີ້​ໃຫ້​ຊາວ​ອິດສະຣາເອນ ຕາມ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໃຫ້​ເຮັດ.</verse>
				<verse number="7">ບັດນີ້ ໃຫ້​ເຈົ້າ​ແບ່ງປັນ​ດິນແດນ​ນີ້​ໃຫ້​ແກ່​ເກົ້າ​ເຜົ່າ ແລະ​ເຜົ່າ​ມານາເຊ​ເຄິ່ງ​ເຜົ່າ ເພື່ອ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຂົາ.”</verse>
				<verse number="8">ສ່ວນ​ເຜົ່າ​ຣູເບັນ, ເຜົ່າກາດ ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ​ໄດ້​ຮັບ​ດິນແດນ ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ແບ່ງປັນ​ໃຫ້. ດິນແດນ​ເຫຼົ່ານີ້​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ.</verse>
				<verse number="9">ເຂດແດນ​ຂອງ​ພວກເຂົາ​ຍາວ​ອອກ​ໄປ​ຈົນເຖິງ​ເມືອງ​ອາໂຣເອ (ແຄມ​ຮ່ອມພູ​ອາກໂນນ) ແລະ​ເມືອງ​ທີ່​ຢູ່​ທາງ​ກາງ​ຮ່ອມພູ ຕະຫລອດ​ທັງ​ພູພຽງ​ຂອງ​ເມືອງ​ເມເດບາ​ໄປ​ຈົນເຖິງ​ເມືອງ​ດີໂບນ.</verse>
				<verse number="10">ດິນແດນ​ນີ້​ໄດ້​ເລີຍ​ໄປ​ຈົນເຖິງ​ຊາຍແດນ​ຂອງ​ເມືອງ​ອຳໂມນ ແລະ​ລວມທັງ​ເມືອງ​ຕ່າງໆ​ທີ່​ຂຶ້ນ​ກັບ​ເຈົ້າ​ສີໂຫນ ກະສັດ​ຂອງ​ຊາວ​ອາໂມ​ຜູ້​ໄດ້​ປົກຄອງ​ຢູ່​ທີ່​ເມືອງ​ເຮັດຊະໂບນ.</verse>
				<verse number="11">ດິນແດນ​ນັ້ນ​ຍັງ​ລວມເອົາ​ທັງ​ກີເລອາດ, ອານາເຂດ​ຂອງ​ຊາວ​ເກຊູ​ແລະ​ຊາວ​ມາອາກາ, ພູເຂົາ​ເຮີໂມນ​ທັງໝົດ ແລະ​ພູພຽງ​ບາຊານ​ທັງໝົດ​ຈົນເຖິງ​ເມືອງ​ສາເລກາ.</verse>
				<verse number="12">ດິນແດນ​ນັ້ນ​ຍັງ​ລວມເອົາ​ທັງ​ອານາຈັກ​ຂອງ​ເຈົ້າໂອກ ກະສັດ​ຄົນ​ສຸດທ້າຍ​ຂອງ​ເຜົ່າ​ເຣຟາອິມ ຜູ້​ໄດ້​ປົກຄອງ​ຢູ່​ທີ່​ເມືອງ​ອັດຊະຕາໂຣດ​ແລະ​ເອັດເຣອີ. ໂມເຊ​ໄດ້​ຊະນະ​ພວກ​ເຫຼົ່ານີ້ ແລະ​ໄດ້​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໄປ​ຈາກ​ເມືອງ​ເຫຼົ່ານັ້ນ.</verse>
				<verse number="13">ເຖິງ​ຢ່າງ​ໃດ​ກໍຕາມ ຊາວ​ອິດສະຣາເອນ​ບໍ່ໄດ້​ຂັບໄລ່​ພວກ​ເກຊູ ແລະ​ພວກ​ມາອາກາ​ໃຫ້​ອອກ​ໄປ, ແຕ່​ພວກ​ນີ້​ຍັງ​ຢູ່​ຕາມ​ດິນແດນ​ອິດສະຣາເອນ​ຕໍ່ໄປ.</verse>
				<verse number="14">ໂມເຊ​ບໍ່ໄດ້​ແບ່ງປັນ​ດິນແດນ​ໃຫ້​ເຜົ່າ​ເລວີ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ບອກ​ໄວ້​ວ່າ, ພວກເຂົາ​ໄດ້​ຮັບ​ເຄື່ອງ​ຖວາຍ​ເຜົາບູຊາ​ດ້ວຍ​ໄຟ ທີ່​ເທິງ​ແທ່ນບູຊາ​ເປັນ​ສ່ວນ​ຂອງ​ພວກເຂົາ​ແລ້ວ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ.</verse>
				<verse number="15">ໂມເຊ​ໄດ້​ມອບ​ດິນແດນ​ສ່ວນ​ໜຶ່ງ​ໃຫ້​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ຣູເບັນ ເພື່ອ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຂົາ.</verse>
				<verse number="16">ເຂດແດນ​ຂອງ​ພວກເຂົາ​ຍາວ​ອອກ​ໄປ​ຈົນເຖິງ​ເມືອງ​ອາໂຣເອ (ຢູ່​ທີ່​ແຄມ​ຮ່ອມພູ​ອາກໂນນ) ແລະ​ໄປ​ຈົນເຖິງ​ເມືອງ​ທີ່​ຢູ່​ກາງ​ຮ່ອມພູ​ຕະຫລອດ​ທັງ​ພູພຽງ​ທັງໝົດ ທີ່​ຢູ່​ອ້ອມແອ້ມ​ເມືອງ​ເມເດບາ.</verse>
				<verse number="17">ດິນແດນ​ສ່ວນ​ນີ້​ກວມເອົາ​ທັງ​ເມືອງ​ເຮັດຊະໂບນ ແລະ​ເມືອງ​ຕ່າງໆ​ທີ່​ພູພຽງ​ນີ້ ມີ​ດັ່ງນີ້, ດີໂບນ, ບາມົດ​ບາອານ, ເບັດ​ບາອານ​ເມໂອນ,</verse>
				<verse number="18">ຢາຮາດ, ເກເດໂມດ, ເມຟາອາດ,</verse>
				<verse number="19">ກີຣິອາດທາອິມ, ສິບມາ, ເຊເຣັດ​ຊາຮາ, ທີ່​ຢູ່​ເທິງ​ພູ​ນ້ອຍ​ຕາມ​ຮ່ອມພູ​ນັ້ນ,</verse>
				<verse number="20">ເບັດເປອໍ, ເນີນພູ​ປີສະກາ ແລະ​ເບັດ​ເຢຊີໂມດ.</verse>
				<verse number="21">ດິນແດນ​ສ່ວນ​ນີ້​ຍັງ​ໄດ້​ລວມເອົາ​ທັງ​ເມືອງ​ຕ່າງໆ​ຕາມ​ພູພຽງ ແລະ​ອານາຈັກ​ທັງໝົດ​ຂອງ​ເຈົ້າ​ສີໂຫນ​ກະສັດ​ຂອງ​ຊາວ​ອາໂມ ຜູ້​ໄດ້​ປົກຄອງ​ຢູ່​ທີ່​ເມືອງ​ເຮັດຊະໂບນ. ໂມເຊ​ໄດ້​ຊະນະ​ເຈົ້າ​ສີໂຫນ ດັ່ງ​ທີ່​ໄດ້​ຊະນະ​ພວກ​ຜູ້ປົກຄອງ​ຂອງ​ມີດີອານ: ເອວີ, ເຣເກມ, ຊູເຣ, ຮູເຣ ແລະ​ເຣບາ. ພວກເຂົາ​ທັງໝົດ​ໄດ້​ປົກຄອງ​ດິນແດນ​ໃຫ້​ກະສັດ​ສີໂຫນ.</verse>
				<verse number="22">ໃນ​ຈຳນວນ​ຄົນ​ທີ່​ພວກ​ອິດສະຣາເອນ​ໄດ້​ຂ້າ​ນັ້ນ​ມີ​ໝໍມໍ​ບາລາອາມ ລູກຊາຍ​ຂອງ​ເບອໍ​ຮ່ວມ​ຢູ່​ດ້ວຍ.</verse>
				<verse number="23">ແມ່ນໍ້າ​ຈໍແດນ​ເປັນ​ຊາຍແດນ​ທິດ​ຕາເວັນຕົກ​ຂອງ​ເຜົ່າ​ຣູເບັນ. ອັນ​ນີ້​ແມ່ນ​ເມືອງ​ຕ່າງໆ ທີ່​ໄດ້​ມອບ​ໃຫ້​ເປັນ​ກຳມະສິດ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ຣູເບັນ.</verse>
				<verse number="24">ໂມເຊ​ຍັງ​ໄດ້​ມອບ​ດິນແດນ​ສ່ວນ​ໜຶ່ງ​ໃຫ້​ຄອບຄົວ​ຕ່າງໆ ທີ່​ຢູ່​ໃນ​ເຜົ່າກາດ​ເພື່ອ​ເປັນ​ກຳມະສິດ​ຂອງ​ພວກເຂົາ.</verse>
				<verse number="25">ເຂດແດນ​ຂອງ​ພວກເຂົາ​ນັ້ນ ມີ​ດັ່ງນີ້: ຢາເຊ​ແລະ​ເມືອງ​ທັງໝົດ​ຕາມ​ພູ​ກີເລອາດ, ດິນແດນ​ເຄິ່ງ​ໜຶ່ງ​ຂອງ​ຊາວ​ອຳໂມນ​ໄປ​ຈົນເຖິງ​ເມືອງ​ອາໂຣເອ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ຣັບບາ</verse>
				<verse number="26">ດິນແດນ​ຂອງ​ພວກເຂົາ​ນັ້ນ​ຍາວ​ອອກ​ໄປ​ແຕ່​ເມືອງ​ເຮັດຊະໂບນ ຈົນເຖິງ​ຣາມັດມີຊະເປ​ແລະ​ເບໂຕນີມ ແຕ່​ມະຫານາອິມ​ໄປ​ຈົນເຖິງ​ຊາຍແດນ​ຂອງ​ໂລເດບາ.</verse>
				<verse number="27">ສ່ວນ​ທີ່​ຢູ່​ໃນ​ຮ່ອມພູ​ຈໍແດນ​ນັ້ນ​ມີ​ດັ່ງນີ້: ເບັດ​ຮາຣາມ, ເບັດ​ນີມຣາ, ຊຸກໂກດ ແລະ​ຊາໂຟນ ແລະ​ອານາຈັກ​ສ່ວນ​ທີ່​ເຫຼືອ​ຂອງ​ເຈົ້າສີໂຫນ​ກະສັດ​ແຫ່ງ​ເຮັດຊະໂບນ. ສ່ວນ​ເຂດແດນ​ຂອງ​ພວກເຂົາ​ທາງ​ດ້ານ​ຕາເວັນຕົກ​ນັ້ນ ແມ່ນ​ແມ່ນໍ້າ​ຈໍແດນ​ເລີຍ​ໄປ​ທາງທິດເໜືອ​ຈົນເຖິງ​ທະເລສາບ​ຄາລີເລ.</verse>
				<verse number="28">ອັນ​ນີ້​ແມ່ນ​ເມືອງ​ຕ່າງໆ ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເປັນ​ກຳມະສິດ​ຂອງ​ບັນດາ​ຄອບຄົວ​ໃນ​ເຜົ່າກາດ.</verse>
				<verse number="29">ໂມເຊ​ໄດ້​ມອບໝາຍ​ດິນແດນ​ສ່ວນ​ໜຶ່ງ​ໃຫ້​ຄອບຄົວ​ຕ່າງໆ ໃນ​ເຜົ່າ​ມານາເຊ​ເຄິ່ງເຜົ່າ​ເພື່ອ​ເປັນ​ກຳມະສິດ​ຂອງ​ພວກເຂົາ.</verse>
				<verse number="30">ເຂດແດນ​ຂອງ​ພວກເຂົາ​ຍາວ​ອອກ​ໄປ​ຈົນເຖິງ​ມະຫານາອິມ ຮ່ວມ​ກັບ​ພູພຽງ​ບາຊານ​ທັງໝົດ​ມີ​ດັ່ງນີ້: ອານາຈັກ​ທັງໝົດ​ຂອງ​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ລວມທັງ​ຫົກສິບ​ໝູ່ບ້ານ​ຂອງ​ຢາອີ​ໃນ​ບາຊານ</verse>
				<verse number="31">ຊຶ່ງ​ໄດ້​ກວມ​ເອົາ​ເຄິ່ງ​ໜຶ່ງ​ຂອງ​ກີເລອາດ, ອັດຊະຕາໂຣດ​ແລະ​ເອັດເຣອີ ແລະ​ເມືອງ​ໃຫຍ່ໆ​ໃນ​ອານາຈັກ​ຂອງ​ເຈົ້າໂອກ​ທີ່​ບາຊານ. ທັງໝົດ​ນີ້​ແມ່ນ​ໄດ້​ຖືກ​ມອບໝາຍ​ໃຫ້​ຄອບຄົວ​ຕ່າງໆ ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ມາກີ​ລູກຊາຍ​ຂອງ​ມານາເຊ.</verse>
				<verse number="32">ນີ້​ແມ່ນ​ການ​ແບ່ງປັນ​ດິນແດນ​ທີ່​ຢູ່​ທາງທິດ​ຕາເວັນອອກ ຂອງ​ເມືອງ​ເຢຣິໂກ​ແລະ​ຂອງ​ແມ່ນໍ້າ​ຈໍແດນ ຊຶ່ງ​ໂມເຊ​ໄດ້​ເຮັດ​ໃນ​ຄາວ​ທີ່​ເພິ່ນ​ຢູ່​ໃນ​ທົ່ງພຽງ​ຂອງ​ໂມອາບ.</verse>
				<verse number="33">ແຕ່​ໂມເຊ​ບໍ່ໄດ້​ມອບໝາຍ​ດິນແດນ​ສ່ວນ​ໃດໆ​ໃຫ້​ເຜົ່າເລວີ. ເພິ່ນ​ໄດ້​ບອກ​ພວກເຂົາ​ວ່າ ສ່ວນແບ່ງ​ຂອງ​ພວກເຂົາ​ນັ້ນ​ຄື​ການ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.</verse>
			</chapter>
			<chapter number="14">
				<verse number="1">ຕໍ່ໄປນີ້​ແມ່ນ​ການ​ແບ່ງປັນ​ດິນແດນ​ການາອານ ທີ່​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ​ໃຫ້​ປະຊາຊົນ​ອິດສະຣາເອນ. ປະໂຣຫິດ​ເອເລອາຊາ, ໂຢຊວຍ​ລູກຊາຍ​ຂອງ​ນູນ ແລະ​ບັນດາ​ຫົວໜ້າ​ຄອບຄົວ​ຂອງ​ຊາວ​ອິດສະຣາເອນ​ໃນ​ເຜົ່າ​ຕ່າງໆ ໄດ້​ແບ່ງປັນ​ດິນແດນ​ນີ້​ໃຫ້​ແກ່​ພົນລະເມືອງ​ຂອງ​ພວກເຂົາ.</verse>
				<verse number="2">ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ ເຂດແດນ​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ​ທີ່​ຖືກ​ມອບ​ໃຫ້​ເກົ້າ​ເຜົ່າ​ເຄິ່ງ​ນັ້ນ ໃຫ້​ພວກເຂົາ​ກຳນົດ​ເອົາ​ໂດຍ​ການ​ໃຊ້​ສະຫລາກ.</verse>
				<verse number="3">ໂມເຊ​ໄດ້​ມອບ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ໃຫ້​ຊາວ​ອິດສະຣາເອນ​ສອງ​ເຜົ່າ​ເຄິ່ງ​ແລ້ວ. (ເຊື້ອສາຍ​ຂອງ​ໂຢເຊັບ​ຖືກ​ແບ່ງ​ອອກ​ເປັນ​ສອງ​ເຜົ່າ: ມານາເຊ​ແລະ​ເອຟຣາອິມ) ເຖິງ​ຢ່າງ​ໃດ​ກໍຕາມ ໂມເຊ​ບໍ່ໄດ້​ມອບ​ດິນແດນ​ສ່ວນ​ໃດ​ເລີຍ​ໃຫ້​ຊາວ​ເລວີ.</verse>
				<verse number="4">ແຕ່​ພວກເຂົາ​ໄດ້​ຮັບ​ເມືອງ​ຕ່າງໆ​ອາໄສ​ຢູ່ ລວມທັງ​ທົ່ງ​ສຳລັບ​ລ້ຽງ​ຝູງງົວ​ແລະ​ຝູງແກະ​ຂອງ​ພວກເຂົາ.</verse>
				<verse number="5">ປະຊາຊົນ​ອິດສະຣາເອນ​ໄດ້​ແບ່ງປັນ​ດິນແດນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ.</verse>
				<verse number="6">ມື້ໜຶ່ງ ມີ​ບາງຄົນ​ຈາກ​ເຜົ່າ​ຢູດາ​ໄດ້​ມາ​ຫາ​ໂຢຊວຍ​ທີ່​ເມືອງ​ກິນການ. ກາເລັບ ລູກຊາຍ​ຂອງ​ເຢຟຸນເນ​ຊາວ​ເກນິດ ແມ່ນ​ຜູ້ໜຶ່ງ​ໃນ​ຈຳນວນ​ພວກ​ນີ້. ລາວ​ໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ທ່ານ​ກໍ​ຮູ້​ເຖິງ​ເລື່ອງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ທີ່​ກາເດັດ​ບາກເນອາ ເລື່ອງ​ຂອງທ່ານ​ແລະ​ຂ້າພະເຈົ້າ​ແກ່​ໂມເຊ​ຄົນ​ຂອງ​ພຣະເຈົ້າ.</verse>
				<verse number="7">ຄາວ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ໃຊ້​ຂ້າພະເຈົ້າ ຈາກ​ກາເດັດ​ບາກເນອາ​ໄປ​ສຳຫລວດ​ເບິ່ງ​ດິນແດນ​ນັ້ນ ຂ້າພະເຈົ້າ​ມີ​ອາຍຸ​ສີ່ສິບ​ປີ. ຂ້າພະເຈົ້າ​ໄດ້​ກັບ​ມາ​ລາຍງານ​ຕໍ່​ເພິ່ນ​ຕາມ​ຄວາມ​ເປັນຈິງ</verse>
				<verse number="8">ແຕ່​ຄົນ​ທີ່​ໄປ​ນຳ​ຂ້າພະເຈົ້າ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຢ້ານກົວ. ສ່ວນ​ຂ້າພະເຈົ້າເອງ​ໄດ້​ເຊື່ອຟັງ​ຢ່າງ​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ.</verse>
				<verse number="9">ຍ້ອນ​ຂ້າພະເຈົ້າ​ໄດ້ຕິດຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ. ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ສັນຍາ​ວ່າ, ຂ້າພະເຈົ້າ​ແລະ​ພວກ​ລູກຫລານ​ຂອງ​ຂ້າພະເຈົ້າ​ຈະ​ໄດ້​ຮັບ​ດິນແດນ ຊຶ່ງ​ຂ້າພະເຈົ້າ​ຍ່າງ​ຢຽບ​ໄປ​ນັ້ນ​ເປັນ​ກຳມະສິດ​ຕະຫລອດໄປ.</verse>
				<verse number="10">ແຕ່​ດຽວ​ນີ້​ເບິ່ງແມ! ນັບ​ຕັ້ງແຕ່​ຄາວ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ໄດ້​ກ່າວ​ແກ່​ໂມເຊ ກໍ​ເປັນ​ເວລາ​ສີ່ສິບຫ້າ​ປີ​ແລ້ວ. ນັ້ນ​ແມ່ນ​ຄາວ​ທີ່​ຊາວ​ອິດສະຣາເອນ​ໄດ້​ເດີນທາງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ພຣະເຈົ້າຢາເວ​ກໍໄດ້​ໃຫ້​ຂ້າພະເຈົ້າ​ມີ​ຊີວິດ​ຕະຫລອດ​ມາ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ເບິ່ງດູ ດຽວ​ນີ້​ຂ້າພະເຈົ້າ​ມີ​ອາຍຸ​ແປດສິບຫ້າ​ປີ​ແລ້ວ</verse>
				<verse number="11">ແລະ​ຍັງ​ແຂງແຮງ​ຢູ່ ດັ່ງ​ຄາວ​ທີ່​ໂມເຊ​ໄດ້​ໃຊ້​ຂ້າພະເຈົ້າ​ອອກ​ໄປ​ນັ້ນ. ຂ້າພະເຈົ້າ​ຍັງ​ມີ​ແຮງ​ພຽງພໍ​ໃນ​ການ​ສູ້ຮົບ​ແລະ​ໃນ​ວຽກງານ​ອື່ນໆ.</verse>
				<verse number="12">ບັດນີ້ ຂໍ​ທ່ານ​ຈົ່ງ​ມອບ​ດິນແດນ​ທາງ​ເຂດ​ເນີນພູ​ໃຫ້​ຂ້າພະເຈົ້າ​ສາ ເພາະ​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້​ກັບ​ຂ້າພະເຈົ້າ ໃນ​ມື້​ທີ່​ຂ້າພະເຈົ້າ​ແລະ​ຄົນ​ຂອງ​ຂ້າພະເຈົ້າ​ໄດ້​ລາຍງານ. ໃນ​ສະໄໝ​ນັ້ນ ພວກ​ຂ້າພະເຈົ້າ​ໄດ້​ບອກ​ທ່ານ​ແລ້ວ​ວ່າ ມີ​ເຊື້ອຊາດ​ຂອງ​ຄົນ​ຮ່າງໃຫຍ່​ຊື່​ວ່າ, ອານາກີມ ໄດ້​ຢູ່​ໃນ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ. ຖ້າ​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ຂ້າພະເຈົ້າ​ແທ້ ຂ້າພະເຈົ້າ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້​ນັ້ນ.”</verse>
				<verse number="13">ໂຢຊວຍ​ໄດ້​ອວຍພອນ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ແລະ​ໄດ້​ມອບ​ເມືອງ​ເຮັບໂຣນ​ໃຫ້​ເປັນ​ກຳມະສິດ​ຂອງ​ລາວ.</verse>
				<verse number="14">ຍ້ອນ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ຊາວ​ເກນິດ ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເຮັບໂຣນ​ຈຶ່ງ​ຍັງ​ເປັນ​ເມືອງ​ຂອງ​ກາເລັບ​ຕະຫລອດ​ມາ.</verse>
				<verse number="15">ກ່ອນ​ເຫດການ​ນີ້​ໄດ້​ເກີດຂຶ້ນ ເມືອງ​ເຮັບໂຣນ​ມີ​ຊື່​ວ່າ​ເມືອງ​ຂອງ​ອາກບາ. (ອາກບາ​ເປັນ​ເມືອງ​ໃຫຍ່​ທີ່ສຸດ​ຂອງ​ຊາວ​ອານາກີມ). ຕັ້ງແຕ່​ນັ້ນ​ມາ ດິນແດນ​ກໍ​ມີ​ຄວາມ​ສະຫງົບສຸກ.</verse>
			</chapter>
			<chapter number="15">
				<verse number="1">ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ຢູດາ​ໄດ້​ຮັບ​ສ່ວນ​ໜຶ່ງ​ຂອງ​ດິນແດນ​ມີ​ດັ່ງນີ້: ດິນແດນ​ທາງທິດໃຕ້​ໄປ​ຈົນເຖິງ​ໃຕ້​ສຸດ​ຮອດ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ ທີ່​ຊາຍແດນ​ຂອງ​ດິນແດນ​ເອໂດມ.</verse>
				<verse number="2">ດິນແດນ​ທາງທິດໃຕ້​ນີ້​ເລີ່ມ​ແຕ່​ທາງ​ໃຕ້​ສຸດ​ຂອງ​ທະເລຕາຍ</verse>
				<verse number="3">ສູ່​ທາງໃຕ້​ຈາກ​ຊ່ອງແຄບ​ອັກຣັບບິມ​ໄປ​ຈົນເຖິງ​ຊິນ. ດິນແດນ​ນີ້​ແຕ່​ຕອນ​ໃຕ້​ຂອງ​ກາເດັດ​ບາກເນອາ ຕ້ອງ​ໄດ້​ຜ່ານ​ໄປ​ທາງ​ເມືອງ​ເຮຊະໂຣນ, ຂຶ້ນ​ໄປ​ທາງ​ອັດດາ, ລ້ຽວ​ໄປ​ທາງ​ກາກກາ,</verse>
				<verse number="4">ຂຶ້ນ​ໄປ​ທາງ​ອາຊະໂມນ ແລະ​ລຽບ​ໄປ​ຕາມ​ລຳນໍ້າ​ຂອງ​ຊາຍແດນ​ແຫ່ງ​ປະເທດ​ເອຢິບ ລົງ​ສູ່​ທະເລ​ເມດີແຕຣາເນ. ອັນນີ້​ແມ່ນ​ຊາຍແດນ​ທາງທິດໃຕ້​ຂອງ​ເຜົ່າຢູດາ.</verse>
				<verse number="5">ສ່ວນ​ຊາຍແດນ​ທາງທິດ​ຕາເວັນອອກ​ນັ້ນ​ແມ່ນ​ທະເລຕາຍ ແລະ​ເລີຍ​ຂຶ້ນ​ໄປ​ຈົນເຖິງ​ອ່າວ​ບ່ອນ​ທີ່​ແມ່ນໍ້າ​ຈໍແດນ​ໄຫລ​ໄປ​ສູ່​ນັ້ນ. ສ່ວນ​ຊາຍແດນ​ທາງທິດເໜືອ​ເລີ່ມ​ແຕ່​ອ່າວ​ຂອງ​ທະເລ​ນີ້</verse>
				<verse number="6">ໄປ​ຈົນເຖິງ​ເບັດ​ໂຮກະລາ ແລະ​ເລີຍ​ໄປ​ທາງເໜືອ​ຂອງ​ເບັດ​ອາຣາບາ ແລ້ວ​ກໍ​ຂຶ້ນ​ໄປ​ຈົນເຖິງ​ໂງ່ນຫີນ​ໂບຮານ (ໂບຮານ​ເປັນ​ລູກຊາຍ​ຂອງ​ຣູເບັນ).</verse>
				<verse number="7">ແຕ່​ຮ່ອມພູ​ອາໂຄ​ຂຶ້ນ​ໄປ​ຈົນເຖິງ​ເດບີ ແລະ​ລ້ຽວ​ໄປ​ທາງເໜືອ​ຮອດ​ກິນການ ທີ່​ຫັນ​ໜ້າ​ໃສ່​ຊ່ອງແຄບ​ອາດຸມມິມ​ທາງ​ເບື້ອງໃຕ້​ຂອງ​ຮ່ອມພູ. ແລ້ວ​ດິນແດນ​ນີ້​ກໍ​ຜ່ານ​ໄປ​ຈົນເຖິງ​ນໍ້າພຸ​ເອນເຊເມດ ອອກ​ໄປ​ທີ່​ເອນໂຣເກນ</verse>
				<verse number="8">ແລະ​ຜ່ານ​ຂຶ້ນ​ໄປ​ທາງ​ຮ່ອມພູ​ຮິນໂນມ​ທາງ​ເບື້ອງໃຕ້​ຂອງ​ເນີນພູ ບ່ອນ​ທີ່​ເຢຣູຊາເລັມ​ເມືອງ​ຂອງ​ຊາວ​ເຢບຸດ​ໄດ້​ຕັ້ງ​ຢູ່. ແລ້ວ​ຊາຍແດນ​ນີ້​ກໍ​ເລີຍ​ຂຶ້ນ​ໄປ​ຈົນເຖິງ​ຍອດພູ ທາງທິດ​ຕາເວັນຕົກ​ຂອງ​ຮ່ອມພູ​ຮິນໂນມ ທີ່​ສົ້ນ​ເໜືອ​ສຸດ​ຂອງ​ຮ່ອມພູ​ເຣຟາອິມ.</verse>
				<verse number="9">ຈາກ​ບ່ອນ​ນີ້ ຊາຍແດນ​ໄດ້​ໄປ​ຈົນເຖິງ​ນໍ້າພຸ​ເນັບໂທອາ ແລະ​ອອກ​ໄປ​ຈົນເຖິງ​ເມືອງ​ຕ່າງໆ​ໃກ້​ກັບ​ພູ​ເອຟະໂຣນ. ໃນ​ທີ່ນັ້ນ ຊາຍແດນ​ນີ້​ໄດ້​ລ້ຽວ​ໄປ​ທາງ​ບາອາລາ (ຫລື​ກີຣີອາດ​ເຢອາຣີມ)</verse>
				<verse number="10">ໃນ​ບ່ອນ​ນີ້​ຊາຍແດນ​ໄດ້​ລ້ຽວ​ໂຄ້ງ​ໄປ​ທາງ​ບາອາລາ ຈົນເຖິງ​ເຂດ​ພູເຂົາ​ຂອງ​ເສອີ ທັງ​ຜ່ານ​ໄປ​ຈົນເຖິງ​ດ້ານ​ເໜືອ​ຂອງ​ພູ​ເຢອາຣິມ (ຫລື​ເກສາໂລນ) ແລະ​ລົງ​ໄປ​ຈົນເຖິງ​ເບັດ​ເຊເມດ​ແລະ​ຊ່ອງແຄບ​ຕິມນາ.</verse>
				<verse number="11">ແລ້ວ​ຊາຍແດນ​ນັ້ນ​ກໍໄດ້​ຍາວ​ອອກ​ໄປ ຈົນເຖິງ​ເນີນພູ​ດ້ານ​ເໜືອ​ຂອງ​ເມືອງ​ເອັກໂຣນ ລ້ຽວ​ໄປ​ທາງ​ຊິກເກໂຣນ, ຜ່ານ​ພູ​ບາອາລາ ແລະ​ໄປ​ຈົນເຖິງ​ຢຳນີຢາ. ເຂດແດນ​ນີ້​ເລີຍ​ໄປ​ສຸດ​ລົງ​ທີ່​ທະເລ​ເມດີແຕຣາເນ</verse>
				<verse number="12">ຊຶ່ງ​ເປັນ​ຊາຍແດນ​ທາງທິດ​ຕາເວັນຕົກ. ລະຫວ່າງ​ຊາຍແດນ​ເຫຼົ່ານີ້​ແມ່ນ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ຢູດາ​ອາໄສ​ຢູ່.</verse>
				<verse number="13">ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ແກ່​ໂຢຊວຍ ເພິ່ນ​ຈຶ່ງ​ໄດ້​ມອບ​ເຂດແດນ​ທີ່​ເປັນ​ສ່ວນ​ຂອງ​ເຜົ່າ​ຢູດາ ໃຫ້​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ຄົນ​ໃນ​ເຜົ່າຢູດາ. ກາເລັບ​ໄດ້​ຮັບ​ເຮັບໂຣນ ເມືອງ​ຂອງ​ອາກບາ​ຜູ້​ທີ່​ເປັນ​ພໍ່​ຂອງ​ອານາກ.</verse>
				<verse number="14">ສ່ວນ​ກາເລັບ​ກໍໄດ້​ຂັບໄລ່​ເຊື້ອສາຍ​ຂອງ​ອານາກ ຄື​ຕະກຸນ​ເຊຊາຍ, ອາຮີມານ ແລະ​ຕານໄມ​ອອກ​ໄປ​ຈາກ​ເມືອງ.</verse>
				<verse number="15">ຈາກນັ້ນ ກາເລັບ​ໄດ້​ອອກ​ໄປ​ໂຈມຕີ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເດບີ (ເມືອງ​ນີ້​ເຄີຍ​ມີ​ຊື່​ວ່າ ກີຣິອາດ​ເຊເຟ).</verse>
				<verse number="16">ກາເລັບ​ໄດ້​ກ່າວ​ວ່າ, “ຜູ້ໃດ​ຢຶດຄອງ​ເມືອງ​ກີຣິອາດ​ເຊເຟ​ນີ້​ໄດ້​ສຳເລັດ​ຈະ​ໄດ້​ແຕ່ງງານ​ກັບ​ອັກສາ ລູກສາວ​ຂອງ​ຂ້າພະເຈົ້າ.”</verse>
				<verse number="17">ໂອດນີເອນ ລູກຊາຍ​ຂອງ​ເກນາດ​ນ້ອງຊາຍ​ຂອງ​ກາເລັບ​ຢຶດ​ເມືອງ​ນັ້ນ​ໄດ້. ດັ່ງນັ້ນ ກາເລັບ​ຈຶ່ງ​ໄດ້​ຍົກ​ອັກສາ​ລູກສາວ​ຂອງຕົນ ໃຫ້​ແຕ່ງງານ​ກັບ​ລາວ.</verse>
				<verse number="18">ຢູ່​ມາ​ຫລັງຈາກ​ແຕ່ງງານ​ແລ້ວ ໂອດນີເອນ​ໄດ້​ຊັກຊວນ​ນາງ ໃຫ້​ຂໍ​ທົ່ງນາ​ຈາກ​ຜູ້​ເປັນ​ພໍ່. ເມື່ອ​ນາງ​ລົງ​ຈາກ​ຫລັງ​ລໍ ກາເລັບ​ກໍໄດ້​ຖາມ​ວ່າ, “ລູກ​ຢາກ​ໄດ້​ຫຍັງ?”</verse>
				<verse number="19">ນາງ​ຈຶ່ງ​ຕອບ​ວ່າ, “ລູກ​ຢາກ​ໄດ້​ດິນແດນ​ເນເກັບ​ພ້ອມທັງ​ບໍ່ນໍ້າ​ບາງ​ແຫ່ງ ເພາະ​ບ່ອນ​ທີ່​ພໍ່​ໄດ້​ມອບ​ໃຫ້​ລູກ​ນັ້ນ​ເປັນ​ດິນ​ແຫ້ງແລ້ງ.” ດັ່ງນັ້ນ ກາເລັບ​ຈຶ່ງ​ໄດ້​ມອບ​ບໍ່ນໍ້າ​ທາງເໜືອ​ແລະ​ທາງໃຕ້​ໃຫ້​ແກ່​ນາງ.</verse>
				<verse number="20">ຕໍ່ໄປນີ້​ແມ່ນ​ດິນແດນ​ທີ່​ຄອບຄົວ​ຕ່າງໆ​ໃນ​ເຜົ່າຢູດາ ໄດ້​ຮັບ​ເປັນ​ກຳມະສິດ​ຂອງຕົນ.</verse>
				<verse number="21">ເມືອງ​ຕ່າງໆ​ທາງ​ທິດໃຕ້​ສຸດ​ທີ່​ເປັນ​ຂອງ​ພວກເຂົາ ດ້ານ​ທີ່​ຢູ່​ໃກ້​ເຂດ​ເອໂດມ ມີ​ດັ່ງນີ້: ກັບເຊເອນ, ເອເດ, ຢາກູເຣ,</verse>
				<verse number="22">ກີນາ, ດີໂມນາ, ອາດາດາ,</verse>
				<verse number="23">ເກເດັດ, ຮາໂຊ, ອິດນັນ,</verse>
				<verse number="24">ຊີເຟ, ເຕເລັມ, ເບອາໂລດ,</verse>
				<verse number="25">ຮາໂຊຮາດັດຕາ, ເກຣິໂອດ​ເຮຊະໂຣນ (ຫລື​ວ່າ​ຮາໂຊ),</verse>
				<verse number="26">ອາມາມ, ເຊມາ, ໂມລາດາ,</verse>
				<verse number="27">ຮາຊາກັດດາ, ເຮຊະໂມນ, ເບັດ​ເປເລັດ,</verse>
				<verse number="28">ຮາຊາຊູອານ, ເບເອນເຊບາ, ບີຊີໂອທີຢາ,</verse>
				<verse number="29">ບາອາລາ, ອີອີມ, ເອເຊມ,</verse>
				<verse number="30">ເອນໂຕລັດ, ເກສິນ, ໂຮມາ,</verse>
				<verse number="31">ຊິກລັກ, ມາດມານນາ, ສັນສັນນາ,</verse>
				<verse number="32">ເລບາໂອດ, ຊິນຮີມ, ອາອິນ ແລະ​ຣິມໂມນ. ລວມ​ທັງໝົດ​ມີ 29 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="33">ເມືອງ​ຕ່າງໆ​ທີ່​ຢູ່​ຕາມ​ຕີນ​ພູ ມີ​ດັ່ງນີ້: ເອຊະຕາໂອນ, ໂຊຣາ, ອາຊະນາ,</verse>
				<verse number="34">ຊາໂນອາ, ເອັນກັນນີມ, ຕັບປູອາ, ເອນາມ,</verse>
				<verse number="35">ຢາຣະມຸດ, ອາດຸນລຳ, ໂສໂກ, ອາເຊກາ,</verse>
				<verse number="36">ຊາອາຣາອິມ, ອາດີທາອີມ, ເກເດຣາ ແລະ​ເກເດໂຣທາອີມ. ລວມ​ທັງໝົດ​ມີ 14 ຕົວເມືອງ ຕະຫຼອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="37">ມີ​ເມືອງ​ຕ່າງໆ​ອີກ​ດັ່ງນີ້: ເຊນານ, ຮາດາຊາ, ມິກດັນກາດ,</verse>
				<verse number="38">ດີເລອານ, ມີຊະປາ, ໂຢກເທເອນ,</verse>
				<verse number="39">ລາກິດ, ໂບຊະກາດ, ເອກໂລນ,</verse>
				<verse number="40">ກັບໂບນ, ລາມາມ, ກິດລິດ,</verse>
				<verse number="41">ເກເດໂຣດ, ເບັດ​ດາໂກນ, ນາອາມາ ແລະ​ມັກເກດາ. ລວມ​ທັງໝົດ​ມີ 16 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="42">ມີ​ເມືອງ​ຕ່າງໆ​ອີກ​ດັ່ງນີ້: ລິບນາ, ເອເທ, ອາຊານ,</verse>
				<verse number="43">ອີຟະຕາ, ອາຊະນາ, ເນຊິບ,</verse>
				<verse number="44">ເກອີລາ, ອັກຊິບ ແລະ​ມາເຣຊາ. ລວມ​ທັງໝົດ​ມີ 9 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="45">ຍັງ​ມີ​ເມືອງ​ເອັກໂຣນ​ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ກັບ​ໝູ່ບ້ານ​ຕ່າງໆ</verse>
				<verse number="46">ຕະຫລອດ​ທັງ​ເມືອງ​ຕ່າງໆ​ທັງໝົດ​ຊຶ່ງ​ຢູ່​ໃກ້​ກັບ​ອາຊະໂດດ ຕັ້ງແຕ່​ເອັກໂຣນ​ຈົນ​ໄປ​ເຖິງ​ທະເລ​ເມດີແຕຣາເນ.</verse>
				<verse number="47">ຍັງ​ມີ​ເມືອງ​ອາຊະໂດດ​ແລະ​ກາຊາ ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ກັບ​ໝູ່ບ້ານ​ຕ່າງໆ ໄປ​ຈົນເຖິງ​ລຳນໍ້າ​ທາງ​ຊາຍແດນ​ຂອງ​ປະເທດ​ເອຢິບ ແລະ​ທາງ​ຝັ່ງ​ທະເລ​ເມດີແຕຣາເນ.</verse>
				<verse number="48">ສ່ວນ​ທາງ​ເຂດ​ເນີນພູ​ນັ້ນ​ມີ​ດັ່ງນີ້: ຊາເມຍ, ຢັດຕີ, ໂສໂກ,</verse>
				<verse number="49">ດານນາ, ກີຣິອາດ​ສັນນາ (ຫລື​ວ່າ​ເດບີ),</verse>
				<verse number="50">ອານາບ, ເອຊະເຕມົວ, ອານີມ,</verse>
				<verse number="51">ໂກເຊັນ, ໂຮໂລນ ແລະ​ກິໂລ. ລວມ​ທັງໝົດ​ມີ 11 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="52">ຍັງ​ມີ​ເມືອງ​ອາຣັບ, ດູມາ, ເອຊານ,</verse>
				<verse number="53">ຢານິມ, ເບັດ​ຕັບປູອາ, ອາເຟກາ,</verse>
				<verse number="54">ຮຸມຕາ, ກີຣີອາດ​ອາກບາ (ຊຶ່ງ​ແມ່ນ​ເມືອງ​ເຮັບໂຣນ) ແລະ​ຊີໂອເຣ. ລວມ​ທັງໝົດ​ມີ 9 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="55">ແລະ​ຍັງ​ມີ​ເມືອງ​ມາໂອນ, ກາເມນ, ຊີເຟ, ຢຸດຕາ,</verse>
				<verse number="56">ຢິດຊະເຣນ, ຢົກເດອາມ, ຊາໂນອາ,</verse>
				<verse number="57">ກາອີນ, ກີເບອາ ແລະ​ຕິມນາ. ເມື່ອ​ລວມ​ທັງໝົດ​ມີ 10 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="58">ຍັງ​ມີ​ເມືອງ​ຮັນຮູນ, ເບັດຊູເຣ, ເກໂດເຣ,</verse>
				<verse number="59">ມາອາຣາດ, ເບັດ​ອາໂນດ ແລະ​ເອນເຕໂກນ. ເມື່ອ​ລວມ​ທັງໝົດ​ມີ 6 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="60">ຍັງ​ມີ​ເມືອງ​ກີຣິອາດ​ບາອານ (ຫລື​ວ່າ ກີຣີອາດ​ເຢອາຣີມ) ແລະ​ຣັບບາ. ເມື່ອ​ລວມ​ທັງໝົດ​ມີ 2 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="61">ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ກັນດານ ມີ​ດັ່ງນີ້: ເບັດ​ອາຣາບາ, ມິດດິນ, ເສກາກາ,</verse>
				<verse number="62">ນິບຊານ, ເມືອງ​ບໍ່ເກືອ ແລະ​ເອນເກດີ. ລວມ​ທັງໝົດ​ມີ​ຢູ່ 6 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="63">ແຕ່​ປະຊາຊົນ​ຢູດາ​ບໍ່​ສາມາດ​ຂັບໄລ່​ພວກ​ເຢບຸດ ຊຶ່ງ​ອາໄສ​ຢູ່​ນະຄອນ​ເຢຣູຊາເລັມ​ອອກ​ໄປ​ໄດ້. ພວກ​ເຢບຸດ​ຈຶ່ງ​ຍັງ​ອາໄສ​ຢູ່​ໃນ​ທີ່ນັ້ນ​ກັບ​ປະຊາຊົນ​ຢູດາ​ຈົນ​ເຖິງ​ທຸກ​ວັນ​ນີ້.</verse>
			</chapter>
			<chapter number="16">
				<verse number="1">ຊາຍແດນ​ພາກໃຕ້​ຂອງ​ດິນແດນ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຊື້ອສາຍ​ຂອງ​ໂຢເຊັບ ເລີ່ມ​ແຕ່​ເຂດ​ແມ່ນໍ້າ​ຈໍແດນ​ໃກ້​ກັບ​ເມືອງ​ເຢຣິໂກ ທາງທິດ​ຕາເວັນອອກ​ຂອງ​ບໍ່ນໍ້າ​ເຢຣິໂກ ໄປ​ຈົນເຖິງ​ຖິ່ນ​ແຫ້ງແລ້ງ​ກັນດານ. ຊາຍແດນ​ນີ້​ເລີ່ມ​ແຕ່​ເມືອງ​ເຢຣິໂກ ຂຶ້ນ​ໄປ​ຈົນເຖິງ​ເຂດ​ເນີນພູ​ແລະ​ເມືອງ​ເບັດເອນ.</verse>
				<verse number="2">ແຕ່​ເບັດເອນ​ໄປ​ທາງ​ເມືອງ​ລູເຊ ຜ່ານ​ໄປ​ທາງ​ອາຕາໂຣດ​ອັດດາ ບ່ອນ​ທີ່​ພວກອາກກີ​ໄດ້​ອາໄສ​ຢູ່.</verse>
				<verse number="3">ແລ້ວ​ຊາຍແດນ​ນີ້​ກໍ​ໄປ​ທາງ​ທິດ​ຕາເວັນຕົກ ທາງ​ເຂດ​ຂອງ​ພວກ​ຢາຟະເລດ ຈົນເຖິງ​ເຂດ​ເບັດ​ໂຮໂຣນ​ລຸ່ມ, ແຕ່​ບ່ອນ​ນີ້​ເລີຍ​ໄປ​ຈົນເຖິງ​ເກເຊ ແລະ​ສຸດ​ທີ່​ທະເລ​ເມດີແຕຣາເນ.</verse>
				<verse number="4">ພວກ​ເຊື້ອສາຍ​ຂອງ​ໂຢເຊັບ ຄື​ເຜົ່າ​ເອຟຣາອິມ​ແລະ​ເຜົ່າ​ມານາເຊ​ຕາເວັນຕົກ ໄດ້​ຮັບ​ດິນແດນ​ເຫຼົ່ານີ້​ເປັນ​ກຳມະສິດ​ຂອງ​ພວກເຂົາ.</verse>
				<verse number="5">ຕໍ່ໄປນີ້​ແມ່ນ​ເຂດແດນ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເອຟຣາອິມ: ຊາຍແດນ​ຂອງ​ພວກເຂົາ​ເລີ່ມ​ແຕ່​ອາຕາໂຣດ​ອັດດາ ທາງທິດ​ຕາເວັນອອກ​ໄປ​ຈົນເຖິງ​ເບັດ​ໂຮໂຣນ​ເທິງ</verse>
				<verse number="6">ແລະ​ຈາກ​ບ່ອນ​ນັ້ນ​ໄປ​ສູ່​ທະເລ​ເມດີແຕຣາເນ. ມິກເມທັດ​ທາງ​ດ້ານ​ເໜືອ ຈາກ​ທິດ​ຕາເວັນອອກ​ຂອງ​ບ່ອນ​ນີ້ ຊາຍແດນ​ໄດ້​ເລີຍ​ໄປ​ຈົນເຖິງ​ຕາອານາດຊີໂລ ແລະ​ຜ່ານ​ໄປ​ຈົນເຖິງ​ທາງທິດ​ຕາເວັນອອກ​ສູ່​ຢາໂນອາ.</verse>
				<verse number="7">ແລ້ວ​ຈາກ​ຢາໂນອາ​ລົງ​ມາ​ເຖິງ​ອາຕາໂຣດ​ແລະ​ນາອາຣາ ຈົນ​ໄປ​ເຖິງ​ເມືອງ​ເຢຣິໂກ​ແລະ​ສຸດ​ທີ່​ແມ່ນໍ້າ​ຈໍແດນ.</verse>
				<verse number="8">ຊາຍແດນ​ນີ້​ທາງ​ທິດ​ຕາເວັນຕົກ ຈາກ​ຕັບປູອາ​ເຖິງ​ຫ້ວຍນໍ້າ​ການາ ແລະ​ສຸດ​ລົງ​ທີ່​ທະເລ​ເມດີແຕຣາເນ. ນີ້​ແມ່ນ​ດິນແດນ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້ ເປັນ​ກຳມະສິດ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເອຟຣາອິມ</verse>
				<verse number="9">ລວມທັງ​ບາງ​ເມືອງ​ກັບ​ບ້ານ​ຕ່າງໆ ຢູ່​ພາຍ​ໃນ​ເຂດ​ຊາຍແດນ​ຂອງ​ມານາເຊ ຊຶ່ງ​ໄດ້​ຖືກ​ມອບໝາຍ​ໃຫ້​ພວກ​ເອຟຣາອິມ.</verse>
				<verse number="10">ແຕ່​ພວກເຂົາ​ບໍ່ໄດ້​ຂັບໄລ່​ພວກ​ການາອານ ທີ່​ຢູ່​ໃນ​ເມືອງ​ເກເຊ​ໃຫ້​ອອກ​ໄປ. ດ້ວຍເຫດນີ້ ພວກ​ການາອານ​ຈຶ່ງ​ຍັງ​ຢູ່​ຮ່ວມ​ກັບ​ພວກ​ເອຟຣາອິມ​ຈົນ​ເຖິງ​ທຸກ​ວັນ​ນີ້. ແຕ່​ພວກ​ເອຟຣາອິມ​ໄດ້​ບັງຄັບ​ພວກເຂົາ​ໃຫ້​ເຮັດ​ວຽກ​ດັ່ງ​ທາດຮັບໃຊ້.</verse>
			</chapter>
			<chapter number="17">
				<verse number="1">ດິນແດນ​ສ່ວນ​ໜຶ່ງ​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ໄດ້​ຖືກ​ມອບໝາຍ​ໃຫ້​ບາງ​ຄອບຄົວ​ໃນ​ເຜົ່າ​ມານາເຊ ເນື່ອງ​ຈາກ​ວ່າ​ມານາເຊ​ເປັນ​ລູກຊາຍກົກ​ຂອງ​ໂຢເຊັບ. ມາກີ​ພໍ່​ຂອງ​ກີເລອາດ ເປັນ​ລູກຊາຍກົກ​ຂອງ​ມານາເຊ​ແລະ​ເປັນ​ວິລະບູລຸດ​ຜູ້​ເກັ່ງກ້າ; ດັ່ງນັ້ນ ເຂດແດນ​ກີເລອາດ​ກັບ​ບາຊານ​ທາງທິດ​ຕາເວັນອອກ​ແມ່ນໍ້າ​ຈໍແດນ ຈຶ່ງ​ຖືກ​ມອບໝາຍ​ໃຫ້​ແກ່​ມາກີ.</verse>
				<verse number="2">ສ່ວນ​ດິນແດນ​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ​ນັ້ນ ຖືກ​ມອບໝາຍ​ໃຫ້​ຄອບຄົວ​ຕ່າງໆ​ທີ່​ເຫຼືອ​ຢູ່​ໃນ​ເຜົ່າ​ມານາເຊ​ດັ່ງນີ້: ອາບີເອເຊ, ເຮເລັກ, ອາສະຣິເອນ, ເຊເຄມ, ເຮເຟ ແລະ ເຊມີດາ. ຄົນ​ເຫຼົ່ານີ້​ແມ່ນ​ພວກ​ຜູ້ຊາຍ​ຈາກ​ເຊື້ອສາຍ​ຂອງ​ມານາເຊ ລູກຊາຍ​ຂອງ​ໂຢເຊັບ; ພວກເຂົາ​ຕ່າງ​ກໍ​ເປັນ​ຫົວໜ້າ​ຄອບຄົວ.</verse>
				<verse number="3">ເຊໂລເຟຮັດ​ເປັນ​ລູກຊາຍ​ຂອງ​ເຮເຟ, ເຮເຟ​ເປັນ​ລູກຊາຍ​ຂອງ​ກີເລອາດ, ກີເລອາດ​ເປັນ​ລູກຊາຍ​ຂອງ​ມາກີ, ມາກີ​ເປັນ​ລູກຊາຍ​ຂອງ​ມານາເຊ. ເຊໂລເຟຮັດ​ບໍ່ມີ​ລູກ​ຜູ້ຊາຍ ແຕ່​ມີ​ລູກ​ຜູ້ຍິງ​ທັງໝົດ. ພວກເຂົາ​ຊື່​ວ່າ: ມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະ ຕີຣະຊາ.</verse>
				<verse number="4">ພວກ​ນາງ​ໄດ້​ໄປ​ຫາ​ປະໂຣຫິດ​ເອເລອາຊາ, ໂຢຊວຍ​ລູກຊາຍ​ຂອງ​ນູນ, ພ້ອມ​ທັງ​ບັນດາ​ຜູ້ນຳ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ມອບ​ດິນແດນ​ສ່ວນ​ໜຶ່ງ ໃຫ້​ເປັນ​ກຳມະສິດ​ຂອງ​ພວກ​ຂ້ານ້ອຍ ຄື​ກັນ​ກັບ​ບັນດາ​ຜູ້ຊາຍ​ທີ່​ເປັນ​ຍາດຕິພີ່ນ້ອງ​ຂອງ​ພວກ​ຂ້ານ້ອຍ.” ດັ່ງນັ້ນ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພວກ​ນາງ​ຈຶ່ງ​ໄດ້​ຮັບ​ດິນແດນ​ເໝືອນກັນ​ກັບ​ພວກ​ຜູ້ຊາຍ ທີ່​ເປັນ​ຍາດຕິພີ່ນ້ອງ​ຂອງ​ພວກຕົນ.</verse>
				<verse number="5">ດ້ວຍເຫດນີ້ ພວກ​ມານາເຊ​ຈຶ່ງ​ໄດ້​ຮັບ​ສິບ​ສ່ວນ ລວມທັງ​ກີເລອາດ ແລະ​ບາຊານ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ</verse>
				<verse number="6">ຍ້ອນ​ພວກ​ເຊື້ອສາຍ​ເພດຍິງ​ໄດ້​ຮັບ​ສ່ວນ ເໝືອນກັນ​ກັບ​ພວກ​ເຊື້ອສາຍ​ເພດ​ຊາຍ. ພວກ​ເຊື້ອສາຍ​ຂອງ​ມານາເຊ​ທີ່​ເຫຼືອ​ຢູ່​ຈຶ່ງ​ໄດ້​ຮັບ​ສ່ວນ​ໃນ​ດິນແດນ​ກີເລອາດ.</verse>
				<verse number="7">ເຂດແດນ​ຂອງ​ມານາເຊ​ເລີ່ມ​ແຕ່​ອາເຊ​ເຖິງ​ມິກເມທັດ​ທາງທິດ​ຕາເວັນອອກ. ແລ້ວ​ຊາຍແດນ​ຂອງ​ພວກເຂົາ​ກໍ​ລົງ​ໄປ​ທາງໃຕ້ ເພື່ອ​ລວມເອົາ​ຊາວ​ເອນ​ຕັບປູອາ.</verse>
				<verse number="8">ດິນແດນ​ທີ່​ຢູ່​ອ້ອມແອ້ມ​ຕັບປູອາ​ເປັນ​ຂອງ​ເຜົ່າ​ມານາເຊ ແຕ່​ເມືອງ​ຕັບປູອາ​ທີ່​ຢູ່​ຊາຍແດນ​ນັ້ນ​ເປັນ​ຂອງ​ເຊື້ອສາຍ​ເອຟຣາອິມ.</verse>
				<verse number="9">ແລ້ວ​ຊາຍແດນ​ນີ້​ກໍ​ລົງ​ໄປ​ຈົນເຖິງ​ຫ້ວຍນໍ້າ​ການາ. ເມືອງ​ຕ່າງໆ​ທີ່​ຢູ່​ໃນ​ເຂດແດນ​ຂອງ​ມານາເຊ​ທາງໃຕ້​ຫ້ວຍນໍ້າ​ນີ້ ເປັນ​ຂອງ​ເຜົ່າ​ເອຟຣາອິມ ເຖິງ​ແມ່ນ​ຢູ່​ໃນ​ເຂດແດນ​ຂອງ​ເຜົ່າ​ມານາເຊ​ກໍຕາມ. ຊາຍແດນ​ຂອງ​ເຜົ່າມານາເຊ​ນີ້​ຍາວ​ໄປ​ຕາມ​ຫ້ວຍນໍ້າ​ທາງທິດເໜືອ ແລະ​ໄປ​ສຸດ​ທີ່​ທະເລ​ເມດີແຕຣາເນ.</verse>
				<verse number="10">ເຜົ່າ​ເອຟຣາອິມ​ໄດ້​ດິນແດນ​ທາງທິດໃຕ້ ແລະ​ເຜົ່າ​ມານາເຊ​ໄດ້​ດິນແດນ​ທາງທິດເໜືອ ໂດຍ​ມີ​ທະເລ​ເມດີແຕຣາເນ​ເປັນ​ຊາຍແດນ​ທາງດ້ານ​ທິດ​ຕາເວັນຕົກ. ສ່ວນ​ເຜົ່າ​ອາເຊ​ໄດ້​ດິນແດນ​ທາງທິດ​ຕາເວັນຕົກ​ສ່ຽງເໜືອ ແລະ​ເຜົ່າ​ອິດຊາຄາ​ໄດ້​ດິນແດນ​ທາງທິດ​ຕາເວັນອອກ​ສ່ຽງເໜືອ.</verse>
				<verse number="11">ພາຍ​ໃນ​ເຂດແດນ​ຂອງ​ເຜົ່າ​ອິດຊາຄາ​ແລະ​ອາເຊ​ນັ້ນ ມານາເຊ​ໄດ້​ເມືອງ​ເບັດ​ເຊອານ​ແລະ​ເມືອງ​ອິບເລອາມ ລວມທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຕະຫລອດ​ທັງ​ໂດເຣ (ເມືອງ​ຝັ່ງ​ທະເລ), ເອນໂດເຣ, ຕາອານັກ, ເມກິດໂດ ແລະ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="12">ເຖິງ​ຢ່າງ​ໃດ​ກໍຕາມ ເຜົ່າ​ມານາເຊ​ບໍ່​ສາມາດ​ຂັບໄລ່​ພວກ​ທີ່​ຢູ່​ໃນ​ເມືອງ​ເຫຼົ່ານີ້​ອອກ​ໄປ​ໄດ້. ດັ່ງນັ້ນ ຊາວ​ການາອານ​ຈຶ່ງ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານີ້​ຕໍ່ໄປ.</verse>
				<verse number="13">ເຖິງ​ແມ່ນ​ວ່າ ເມື່ອ​ຊາວ​ອິດສະຣາເອນ​ມີ​ກຳລັງ​ເຂັ້ມແຂງ​ຂຶ້ນ​ແລ້ວ​ກໍດີ ພວກເຂົາ​ກໍ​ບໍ່ໄດ້​ໄລ່​ພວກ​ການາອານ​ອອກ​ໄປ​ໃຫ້​ໝົດ. ແຕ່​ຊໍ້າ​ບັງຄັບ​ພວກເຂົາ​ເຮັດ​ວຽກ​ໜັກ​ໃຫ້​ແກ່​ພວກ​ຕົນ.</verse>
				<verse number="14">ພວກ​ເຊື້ອສາຍ​ຂອງ​ໂຢເຊັບ​ໄດ້​ຖາມ​ໂຢຊວຍ​ວ່າ, “ເຫດໃດ​ທ່ານ​ຈຶ່ງ​ແບ່ງປັນ​ດິນແດນ​ພຽງ​ສ່ວນ​ດຽວ​ເທົ່ານັ້ນ ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຮົາ? ພວກເຮົາ​ມີ​ຄົນ​ຫລາຍ ເພາະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ພວກເຮົາ.”</verse>
				<verse number="15">ໂຢຊວຍ​ຈຶ່ງ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ມີ​ຄົນ​ຫລາຍ ແລະ​ເຂດ​ເນີນພູ​ເອຟຣາອິມ​ນີ້​ນ້ອຍ​ໂພດ​ສຳລັບ​ພວກເຈົ້າ​ແລ້ວ ໃຫ້​ພວກເຈົ້າ​ອອກ​ໄປ​ຖາງ​ເອົາ​ປ່າ ທາງ​ດິນແດນ​ຂອງ​ຊາວ​ເປຣີຊີ​ແລະ​ຊາວ​ເຣຟາອິມ.”</verse>
				<verse number="16">ແລ້ວ​ພວກເຂົາ​ກໍ​ຕອບ​ວ່າ, “ທາງ​ເຂດ​ເນີນພູ​ນີ້​ນ້ອຍ​ໂພດ​ສຳລັບ​ພວກເຮົາ ສ່ວນ​ພວກ​ການາອານ​ທີ່​ຢູ່​ຕາມ​ທົ່ງພຽງ ຕ່າງ​ກໍ​ມີ​ລົດຮົບ​ເຫຼັກ ທັງ​ພວກ​ທີ່​ຢູ່​ໃນ​ເບັດ​ເຊອານ ແລະ​ພວກ​ທີ່​ຢູ່​ຕາມ​ເມືອງເລັກ​ເມືອງນ້ອຍ​ອ້ອມແອ້ມ ແລະ​ພວກ​ທີ່​ຢູ່​ໃນ​ຮ່ອມພູ​ຢິດຊະເຣນ.”</verse>
				<verse number="17">ໂຢຊວຍ​ໄດ້​ກ່າວ​ແກ່​ເຜົ່າ​ເອຟຣາອິມ ແລະ​ມານາເຊ​ຕາເວັນຕົກ​ວ່າ, “ຕາມ​ທີ່​ຈິງ​ແລ້ວ ພວກເຈົ້າ​ມີ​ຄົນ​ຫລາຍ ແລະ​ມີ​ອຳນາດ​ເຂັ້ມແຂງ. ພວກເຈົ້າ​ຄວນ​ຈະ​ໄດ້​ຮັບ​ເກີນກວ່າ​ໜຶ່ງ​ສ່ວນ.</verse>
				<verse number="18">ດັ່ງນັ້ນ ທາງ​ເຂດ​ເນີນພູ​ຈຶ່ງ​ຈະ​ເປັນ​ຂອງ​ພວກເຈົ້າ. ເຖິງ​ແມ່ນ​ວ່າ​ມັນ​ເປັນ​ປ່າ​ກໍຕາມ ແຕ່​ພວກເຈົ້າ​ກໍ​ສາມາດ​ຖາງ​ໃຫ້​ແປນ ແລະ​ຢຶດຄອງ​ຈາກ​ສົ້ນ​ເບື້ອງນີ້​ຈົນເຖິງ​ສົ້ນ​ເບື້ອງນັ້ນ ເປັນ​ກຳມະສິດ​ຂອງ​ພວກເຈົ້າ​ໄດ້. ສຳລັບ​ພວກ​ການາອານ​ນັ້ນ ເຖິງ​ແມ່ນ​ວ່າ​ພວກເຂົາ​ມີ​ລົດຮົບ​ເຫຼັກ ແລະ​ມີ​ກຳລັງ​ຫລາຍ​ກໍຕາມ ພວກເຈົ້າ​ກໍ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ​ໄດ້.”</verse>
			</chapter>
			<chapter number="18">
				<verse number="1">ຫລັງຈາກ​ທີ່​ພວກ​ອິດສະຣາເອນ​ຢຶດຄອງ​ດິນແດນ​ໄດ້​ແລ້ວ ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ເມືອງ​ຊີໂລ ແລະ​ຕັ້ງ​ຫໍເຕັນ​ບ່ອນ​ຊຸມນຸມ​ໃນທີ່ນັ້ນ.</verse>
				<verse number="2">ແຕ່​ໄດ້​ມີ​ປະຊາຊົນ​ອິດສະຣາເອນ​ຢູ່​ເຈັດ​ເຜົ່າ ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ດິນແດນ​ເປັນ​ສ່ວນແບ່ງ​ຂອງ​ພວກເຂົາ.</verse>
				<verse number="3">ດັ່ງນັ້ນ ໂຢຊວຍ​ຈຶ່ງ​ໄດ້​ຖາມ​ປະຊາຊົນ​ອິດສະຣາເອນ​ວ່າ, “ພວກເຈົ້າ​ຈະ​ລໍ​ຖ້າ​ຢູ່​ອີກ​ດົນ​ປານໃດ​ຈຶ່ງ​ຈະ​ເຂົ້າ​ໄປ​ຢຶດຄອງ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້?</verse>
				<verse number="4">ຈົ່ງ​ເລືອກ​ເອົາ​ສາມ​ຄົນ ຈາກ​ແຕ່ລະເຜົ່າ​ໃຫ້​ຂ້າພະເຈົ້າ. ຂ້າພະເຈົ້າ​ຈະ​ໃຊ້​ພວກເຂົາ​ອອກ​ໄປ​ທົ່ວ​ທັງ​ດິນແດນ ເພື່ອ​ແຕ້ມ​ແຜນທີ່​ເຂດແດນ ຊຶ່ງ​ພວກເຂົາ​ຢາກ​ໄດ້​ເປັນ​ກຳມະສິດ ແລ້ວ​ໃຫ້​ພວກເຂົາ​ກັບຄືນ​ມາ​ຫາ​ຂ້າພະເຈົ້າ.</verse>
				<verse number="5">ດິນແດນ​ນີ້​ຈະ​ຕ້ອງ​ແບ່ງ​ອອກ​ເປັນ​ເຈັດ​ສ່ວນ​ໃຫ້​ພວກເຂົາ​ຄື: ເຜົ່າຢູດາ​ໃຫ້​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ທາງທິດໃຕ້ ແລະ​ເຜົ່າ​ໂຢເຊັບ​ໃຫ້​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ທາງທິດເໜືອ.</verse>
				<verse number="6">ໃຫ້​ພວກເຈົ້າ​ແຕ້ມ​ແຜນທີ່​ຂອງ​ດິນແດນ​ເຈັດ​ສ່ວນ​ເຫຼົ່ານີ້ ແລະ​ນຳ​ມາ​ໃຫ້​ຂ້າພະເຈົ້າ. ແລ້ວ​ຂ້າພະເຈົ້າ​ກໍ​ຈະ​ໃຊ້​ສະຫລາກ ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ສຳລັບ​ພວກເຈົ້າ.</verse>
				<verse number="7">ແຕ່​ສຳລັບ​ພວກເລວີ​ແລ້ວ ພວກເຂົາ​ຈະ​ບໍ່ໄດ້​ຮັບ​ດິນແດນ​ສ່ວນ​ໃດໆ​ເໝືອນ​ດັ່ງ​ພວກເຈົ້າ ເພາະ​ສ່ວນ​ຂອງ​ພວກເຂົາ​ແມ່ນ​ຮັບໃຊ້​ພຣະເຈົ້າຢາເວ​ໃນ​ຖານະ​ເປັນ​ປະໂຣຫິດ. ສ່ວນ​ເຜົ່າກາດ, ເຜົ່າ​ຣູເບັນ ແລະ​ເຜົ່າ​ມານາເຊ​ຕາເວັນອອກ​ນັ້ນ​ໄດ້​ຮັບ​ດິນແດນ ທາງ​ຝັ່ງ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ແລ້ວ ຊຶ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ.”</verse>
				<verse number="8">ຄົນ​ເຫຼົ່ານັ້ນ​ກໍ​ອອກ​ໄປ​ທົ່ວ​ດິນແດນ ຫລັງຈາກ​ທີ່​ໂຢຊວຍ​ໄດ້​ໃຫ້​ຄຳແນະນຳ​ເຫຼົ່ານີ້​ວ່າ, “ຈົ່ງ​ອອກ​ໄປ​ທົ່ວ​ທັງ​ດິນແດນ​ເພື່ອ​ແຕ້ມ​ແຜນທີ່ ແລະ​ກັບຄືນ​ມາ​ຫາ​ຂ້າພະເຈົ້າ. ແລ້ວ​ໃນ​ເມືອງ​ຊີໂລ​ນີ້ ທີ່​ຂ້າພະເຈົ້າ​ກໍ​ຈະ​ໃຊ້​ສະຫລາກ​ໃຫ້​ພວກເຈົ້າ​ຊ້ອງໜ້າ​ພຣະເຈົ້າຢາເວ.”</verse>
				<verse number="9">ດັ່ງນັ້ນ ຄົນ​ເຫຼົ່ານີ້​ຈຶ່ງ​ພາກັນ​ອອກ​ໄປ​ທົ່ວ​ດິນແດນ ແລະ​ແຕ້ມ​ແຜນທີ່​ລົງ​ໄປ​ວ່າ ພວກ​ຕົນ​ຈະ​ແບ່ງປັນ​ດິນແດນ​ນີ້​ເປັນ​ເຈັດ​ສ່ວນ ແລະ​ຂຽນ​ລາຍຊື່​ຂອງ​ເມືອງ​ຕ່າງໆ​ໃສ່​ຢ່າງ​ໃດ. ແລ້ວ​ພວກເຂົາ​ກໍໄດ້​ກັບຄືນ​ມາ​ຫາ​ໂຢຊວຍ​ທີ່​ເມືອງ​ຊີໂລ.</verse>
				<verse number="10">ໂຢຊວຍ​ໄດ້​ໃຊ້​ສະຫລາກ​ໃຫ້​ພວກເຂົາ​ຢູ່​ທີ່​ຊີໂລ​ຊ້ອງໜ້າ​ພຣະເຈົ້າຢາເວ ແລະ​ໄດ້​ມອບ​ດິນແດນ​ໃຫ້​ແກ່​ທຸກໆ​ເຜົ່າ​ທີ່​ເຫຼືອ​ຢູ່​ນັ້ນ ຕາມ​ສ່ວນແບ່ງ​ຂອງ​ໃຜ​ລາວ.</verse>
				<verse number="11">ດິນແດນ​ທີ່​ໃຊ້​ສະຫລາກ​ໄດ້​ກ່ອນ​ໝູ່​ນັ້ນ ເປັນ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເບັນຢາມິນ. ດິນແດນ​ຂອງ​ພວກເຂົາ​ແມ່ນ​ຕັ້ງ​ຢູ່ ລະຫວ່າງ​ເຜົ່າຢູດາ​ແລະ​ເຜົ່າ​ໂຢເຊັບ.</verse>
				<verse number="12">ທາງ​ພາກເໜືອ ຊາຍແດນ​ຂອງ​ພວກເຂົາ​ເລີ່ມ​ແຕ່​ແມ່ນໍ້າ​ຈໍແດນ ຈົນ​ຂຶ້ນ​ໄປ​ເຖິງ​ເນີນພູ​ທາງທິດເໜືອ​ຂອງ​ເມືອງ​ເຢຣິໂກ​ອອກ​ໄປ​ທາງທິດ​ຕາເວັນຕົກ ໂດຍ​ຜ່ານ​ເຂດ​ເນີນພູ​ໄປ​ຈົນເຖິງ​ຖິ່ນ​ແຫ້ງແລ້ງ​ກັນດານ​ເບັດອາເວນ.</verse>
				<verse number="13">ແລ້ວ​ຊາຍແດນ​ກໍ​ເລີຍ​ໄປ​ຈົນເຖິງ​ເນີນພູ​ທາງໃຕ້​ຂອງ​ເມືອງ​ລູເຊ (ມີ​ຊື່​ອີກ​ວ່າ​ເບັດເອນ) ແລ້ວ​ລົງ​ໄປ​ຈົນເຖິງ​ອາຕາໂຣດ​ອັດດາ ທີ່​ເທິງ​ພູ​ທາງໃຕ້​ເມືອງ​ເບັດ​ໂຮໂຣນ​ລຸ່ມ.</verse>
				<verse number="14">ແລ້ວ​ຊາຍແດນ​ນີ້​ກໍ​ອອກ​ໄປ​ທາງ​ທິດໜຶ່ງອີກ ໂຄ້ງ​ໄປ​ທາງທິດໃຕ້​ດ້ານ​ທະເລ ຈາກ​ທິດ​ຕາເວັນຕົກ​ຂອງ​ພູ​ນີ້ ແລະ​ໄປ​ຈົນເຖິງ​ກີຣິອາດບາອານ (ຫລື​ກີຣີອາດ​ເຢອາຣີມ) ຊຶ່ງ​ເປັນ​ເມືອງ​ຂອງ​ເຜົ່າຢູດາ. ນີ້​ແມ່ນ​ຊາຍແດນ​ທາງທິດ​ຕາເວັນຕົກ.</verse>
				<verse number="15">ສ່ວນ​ຊາຍແດນ​ທາງ​ພາກໃຕ້​ນັ້ນ​ໄດ້​ເລີ່ມ​ແຕ່​ແຄມ​ເມືອງ​ກີຣີອາດ​ເຢອາຣີມ ແລະ​ໄປ​ຈົນເຖິງ ບໍ່ນໍ້າ​ເນັບໂທອາ.</verse>
				<verse number="16">ແລ້ວ​ຊາຍແດນ​ນີ້​ກໍໄດ້​ລົງ​ໄປ ຈົນເຖິງ​ຕີນ​ພູ​ບ່ອນ​ທີ່​ຫລຽວ​ເຫັນ​ພູ​ຮິນໂນມ ທາງ​ເໜືອສຸດ​ຂອງ​ຮ່ອມພູ​ເຣຟາອິມ. ແລ້ວ​ຊາຍແດນ​ນີ້​ກໍໄດ້​ເລີຍ​ໄປ​ທາງໃຕ້​ຜ່ານ​ຮ່ອມພູ​ຮິນໂນມ ທາງໃຕ້​ສັນ​ພູ​ຂອງ​ຊາວ​ເຢບຸດ​ໄປ​ທາງ​ເອນໂຣເກນ.</verse>
				<verse number="17">ແລ້ວ​ກໍ​ລ້ຽວ​ໄປ​ທາງທິດເໜືອ​ສູ່​ເອນເຊເມດ​ສູ່​ເກລີໂລດ ຊຶ່ງ​ກົງກັນຂ້າມ​ກັບ​ທາງ​ຜ່ານ​ຊ່ອງແຄບ​ອາດຸມມິມ. ແລ້ວ​ຊາຍແດນ​ນີ້​ກໍໄດ້​ລົງ​ໄປ​ທາງ​ໂງ່ນຫີນ​ຂອງ​ໂບຮານ (ໂບຮານ​ເປັນ​ລູກຊາຍ​ຂອງ​ຣູເບັນ)</verse>
				<verse number="18">ແລະ​ຜ່ານ​ໄປ​ທາງ​ສັນ​ພູ​ເບັດ​ອາຣາບາ​ບ່ອນ​ທີ່​ຫລຽວ​ເຫັນ​ຮ່ອມພູ​ຈໍແດນ. ແລ້ວ​ຊາຍແດນ​ນີ້​ກໍ​ລົງ​ໄປ​ຈົນເຖິງ​ຮ່ອມພູ​ອາຣາບາ.</verse>
				<verse number="19">ໂດຍ​ຜ່ານ​ໄປ​ທາງ​ສັນພູ​ເບັດ​ໂຮກະລາ ແລະ​ໄປ​ສຸດ​ທີ່​ທາງ​ເຂົ້າ​ທະເລຕາຍ​ເບື້ອງເໜືອ ບ່ອນ​ທີ່​ແມ່ນໍ້າ​ຈໍແດນ​ໄຫລ​ໄປ​ໃສ່. ນີ້​ແມ່ນ​ຊາຍແດນ​ທາງທິດໃຕ້.</verse>
				<verse number="20">ແມ່ນໍ້າ​ຈໍແດນ​ເປັນ​ຊາຍແດນ​ທາງທິດ​ຕາເວັນອອກ. ນີ້​ແມ່ນ​ຊາຍແດນ​ຂອງ​ດິນແດນ ທີ່​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເບັນຢາມິນ​ໄດ້​ຮັບ​ເປັນ​ກຳມະສິດ.</verse>
				<verse number="21">ເມືອງ​ທັງຫລາຍ​ທີ່​ເປັນ​ສ່ວນ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເບັນຢາມິນ​ນັ້ນ ມີ​ດັ່ງນີ້: ເຢຣິໂກ, ເບັດ​ໂຮກະລາ, ເອເມັກເກຊິດ,</verse>
				<verse number="22">ເບັດ​ອາຣາບາ, ເຊມາຣາອິມ, ເບັດເອນ,</verse>
				<verse number="23">ອາວິມ, ປາຣາ, ໂອຟະຣາ,</verse>
				<verse number="24">ເກຟາອຳໂມນີ, ໂອຟະນີ ແລະ​ເກບາ. ລວມ​ທັງໝົດ​ມີ 12 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="25">ນອກ​ນີ້​ກໍ​ຍັງ​ມີ​ເມືອງ​ກີເບໂອນ, ຣາມາ, ເບເອໂຣດ,</verse>
				<verse number="26">ມີຊະປາ, ເກຟີຣາ, ໂມຊາ,</verse>
				<verse number="27">ເຣເກມ, ອີຣະເປເອນ, ຕາຣາລາ,</verse>
				<verse number="28">ເຊລາ, ຮາເອເລັບ, ເຢບູ (ເມືອງ​ເຢຣູຊາເລັມ), ກີເບອາ ແລະ​ກີຣີອາດ​ເຢອາຣີມ. ລວມ​ທັງໝົດ​ມີ 14 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ນີ້​ແມ່ນ​ດິນແດນ​ທີ່​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເບັນຢາມິນ ໄດ້​ຮັບ​ເປັນ​ກຳມະສິດ​ຂອງ​ພວກເຂົາ.</verse>
			</chapter>
			<chapter number="19">
				<verse number="1">ການ​ໃຊ້​ສະຫລາກ​ຄັ້ງ​ທີ​ສອງ​ໄດ້​ຕົກ​ຖືກ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ຊີເມໂອນ. ເຂດແດນ​ນີ້​ຍາວ​ໄປ​ຈົນເຖິງ​ດິນແດນ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຜົ່າຢູດາ.</verse>
				<verse number="2">ດິນແດນ​ນັ້ນ​ມີ​ດັ່ງນີ້: ເບເອນເຊບາ, ເຊບາ, ໂມລາດາ,</verse>
				<verse number="3">ຮາຊາຊູອານ, ບາລາ, ເອເຊມ,</verse>
				<verse number="4">ເອນໂຕລັດ, ເບັດອູນ, ໂຮມາ,</verse>
				<verse number="5">ຊິກລັກ, ເບັດ​ມັກກາໂບດ, ຮາຊາສູສາ,</verse>
				<verse number="6">ເບັດ​ເລບາໂອດ ແລະ​ຊາຣູເຮນ. ລວມ​ທັງໝົດ​ມີ 13 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="7">ນອກ​ນີ້​ຍັງ​ມີ​ເມືອງ​ອາອິນ, ຣິມໂມນ, ເອເທ ແລະ​ອາຊານ. ຮວມ​ທັງໝົດ​ມີ 4 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="8">ເຂດແດນ​ນີ້​ຮວມ​ເອົາ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່ານີ້ ໄປ​ຈົນເຖິງ​ບາອາລາດ​ເບເອ (ຫລື​ຣາມາ​ໃນ​ເນເກັບ) ທາງທິດໃຕ້. ເຂດແດນ​ນີ້​ເປັນ​ສ່ວນ​ທີ່​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ຊີເມໂອນ​ໄດ້​ຮັບ​ເປັນ​ກຳມະສິດ​ຂອງ​ພວກເຂົາ.</verse>
				<verse number="9">ດ້ວຍວ່າ, ສ່ວນ​ທີ່​ໄດ້​ມອບ​ໃຫ້​ເຜົ່າຢູດາ​ນັ້ນ​ໃຫຍ່​ເກີນ​ຄວາມ​ຕ້ອງການ. ດັ່ງນັ້ນ ສ່ວນ​ໜຶ່ງ​ໃນ​ເຂດແດນ​ນີ້​ຈຶ່ງ​ຖືກ​ມອບໝາຍ​ໃຫ້​ແກ່​ເຜົ່າ​ຊີເມໂອນ.</verse>
				<verse number="10">ການ​ໃຊ້​ສະຫລາກ​ຄັ້ງ​ທີ​ສາມ​ໄດ້​ຕົກ​ຖືກ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເຊບູໂລນ. ດິນແດນ​ທີ່​ພວກເຂົາ​ໄດ້​ຮັບ​ນີ້​ໄກ​ອອກ​ໄປ​ຈົນເຖິງ​ສາຣິດ.</verse>
				<verse number="11">ແຕ່​ບ່ອນ​ນັ້ນ ຊາຍແດນ​ໄດ້​ເລີຍ​ໄປ​ຈົນເຖິງ​ທາງ​ທິດ​ຕາເວັນຕົກ​ຮອດ​ມາຣາລາ ຕິດ​ກັບ​ດັບເບເຊັດ ແລະ​ທາງ​ຫ້ວຍນໍ້າ​ທີ່​ທາງທິດ​ຕາເວັນອອກ​ຂອງ​ໂຢກເນອາມ.</verse>
				<verse number="12">ສ່ວນ​ທາງ​ເບື້ອງ​ອື່ນ​ຂອງ​ສາຣິດ​ນັ້ນ​ໄດ້​ເລີຍ​ໄປ​ທາງທິດ​ຕາເວັນອອກ ເຖິງ​ຊາຍແດນ​ຂອງ​ກີສະໂລດ​ຕາໂບເຣ ແລ້ວ​ໄປ​ທາງ​ດາເບຣັດ​ຈົນ​ຂຶ້ນ​ໄປ​ຮອດ​ຢາເຟຍ.</verse>
				<verse number="13">ຊາຍແດນ​ນີ້​ຍັງ​ເລີຍ​ໄປ​ທາງທິດ​ຕາເວັນອອກ ຄື​ຈາກ​ບ່ອນ​ນີ້​ຈົນເຖິງ​ກາດເຮເຟ​ແລະ​ເອັດກາຊິນ ໂດຍ​ລ້ຽວ​ໄປ​ທາງ​ເນອາ​ຕາມ​ທາງ​ໄປ​ສູ່​ຣິມໂມນ.</verse>
				<verse number="14">ສ່ວນ​ທາງ​ເຂດ​ເໜືອ​ນັ້ນ ຊາຍແດນ​ໄດ້​ລ້ຽວ​ໄປ​ທາງ​ຮັນນາໂທນ ແລະ​ໄປ​ສຸດ​ລົງ​ທີ່​ຮ່ອມພູ​ອິບຕາເຮນ.</verse>
				<verse number="15">ຊາຍແດນ​ນີ້​ໄດ້​ລວມ​ເອົາ​ທັງ​ກັດຕາດ, ນາຮາລານ, ຊີມໂຣນ, ອີດາລາ ແລະ​ເບັດເລເຮັມ. ລວມ​ທັງໝົດ​ມີ 12 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="16">ເມືອງ​ເຫຼົ່ານີ້​ພ້ອມ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ໃນ​ດິນແດນ​ນັ້ນ ຕົກ​ເປັນ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເຊບູໂລນ. ພວກເຂົາ​ໄດ້​ຮັບ​ເມືອງ​ເຫຼົ່ານັ້ນ​ມາ​ເປັນ​ກຳມະສິດ​ຂອງ​ພວກຕົນ.</verse>
				<verse number="17">ການ​ໃຊ້​ສະຫລາກ​ຄັ້ງ​ທີ​ສີ່​ໄດ້​ຕົກ​ຖືກ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ອິດຊາຄາ.</verse>
				<verse number="18">ເຂດແດນ​ຂອງ​ພວກເຂົາ​ມີ​ດັ່ງນີ້: ຢິດຊະເຣນ, ເກສຸນໂລດ, ຊູເນມ,</verse>
				<verse number="19">ຮາຟາຣາອິມ, ຊິໂອນ, ອານາຮາຣັດ,</verse>
				<verse number="20">ຣັບບິດ, ກີຊີໂອນ, ເອເບເຊ,</verse>
				<verse number="21">ເຣເມັດ, ເອັນກັນນີມ, ເອນຮັດດາ ແລະ​ເບັດ​ປາເຊດ.</verse>
				<verse number="22">ຊາຍແດນ​ນີ້​ຕິດ​ກັບ​ຕາໂບ, ຊາຮາຊູມາ ແລະ​ເບັດເຊເມດ ແລະ​ໄປ​ສຸດ​ທີ່​ແມ່ນໍ້າ​ຈໍແດນ. ລວມ​ທັງໝົດ​ຊາຍແດນ​ນີ້​ໄດ້​ຮວມ​ເອົາ 16 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="23">ເມືອງ​ເຫຼົ່ານີ້​ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ໃນ​ດິນແດນ​ນັ້ນ ຕົກ​ເປັນ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ອິດຊາຄາ. ພວກເຂົາ​ໄດ້​ຮັບ​ເມືອງ​ເຫຼົ່ານັ້ນ​ມາ​ເປັນ​ກຳມະສິດ​ຂອງ​ພວກ​ຕົນ.</verse>
				<verse number="24">ການ​ໃຊ້​ສະຫລາກ​ຄັ້ງ​ທີ​ຫ້າ​ໄດ້​ຕົກ​ຖືກ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ອາເຊ.</verse>
				<verse number="25">ເຂດແດນ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເຮນກາດ, ຮາລີ, ເບເຕນ, ອັກຊັບ,</verse>
				<verse number="26">ອັນລຳເມເລັກ, ອາມາດ ແລະ​ມີຊັນ. ທາງ​ທິດ​ຕາເວັນຕົກ​ໄປ​ຈຸ​ກັບ​ພູ​ກາເມນ​ແລະ​ຊີໂຮເຣ​ລິບນາດ.</verse>
				<verse number="27">ເມື່ອ​ລ້ຽວ​ໄປ​ທາງທິດ​ຕາເວັນອອກ ຊາຍແດນ​ນີ້​ໄດ້​ໄປ​ຈົນເຖິງ​ເບັດ​ດາໂກນ ໂດຍ​ຈຸ​ກັບ​ເຊບູໂລນ​ແລະ​ຮ່ອມພູ​ອິບຕາເຮນ ໄປ​ທາງ​ເໜືອ​ຈົນເຖິງ​ເບັດເອເມກ​ແລະ​ເນອີເອນ. ຊາຍແດນ​ນີ້​ຍັງ​ໄປ​ເໜືອ​ເລື້ອຍໆ​ຈົນເຖິງ​ກາບູນ,</verse>
				<verse number="28">ເອັບໂຣນ, ເຣໂຮບ, ຮາມໂມນ ແລະ​ການາ, ຈົນ​ໄປ​ຮອດ​ຊີໂດນ.</verse>
				<verse number="29">ແລ້ວ​ຊາຍແດນ​ນີ້​ກໍໄດ້​ລ້ຽວ​ໄປ​ທາງ​ຣາມາ ໂດຍ​ໄປ​ຈຸ​ກັບ​ຕີເຣ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ; ແລ້ວ​ລ້ຽວ​ໄປ​ທາງ​ໂຮສາ​ແລະ​ໄປ​ສຸດ​ທີ່​ທະເລ​ເມດີແຕຣາເນ. ດິນແດນ​ນີ້​ຍັງ​ໄດ້​ຮວມ​ເອົາ​ທັງ​ມາຮາລາບ, ອັກຊິບ,</verse>
				<verse number="30">ອູມມາ, ອາເຟັກ ແລະ​ເຣໂຮບ. ລວມ​ທັງໝົດ​ມີ 22 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="31">ເມືອງ​ເຫຼົ່ານີ້​ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ໃນ​ດິນແດນ​ນັ້ນ ຕົກ​ເປັນ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ອາເຊ. ພວກເຂົາ​ໄດ້​ຮັບ​ເມືອງ​ເຫຼົ່ານັ້ນ​ມາ​ເປັນ​ກຳມະສິດ​ຂອງ​ພວກເຂົາ.</verse>
				<verse number="32">ການ​ໃຊ້​ສະຫລາກ​ຄັ້ງ​ທີ​ຫົກ​ໄດ້​ຕົກ​ຖືກ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເນັບທາລີ.</verse>
				<verse number="33">ຊາຍແດນ​ຂອງ​ພວກເຂົາ​ໄດ້​ເລີ່ມ​ແຕ່​ເຮເລັບ​ໄປ​ສູ່​ຕົ້ນໂອກ ທີ່​ຊາອານັນນິມ, ໄປ​ສູ່​ອາດາມີເນເກັບ ແລະ​ຢັບເນເອນ, ເລີຍ​ໄປ​ຈົນເຖິງ​ລັກກູມ ແລະ​ໄປ​ສຸດ​ທີ່​ແມ່ນໍ້າ​ຈໍແດນ.</verse>
				<verse number="34">ຈາກ​ບ່ອນ​ນີ້​ຊາຍແດນ​ໄດ້​ລ້ຽວ​ໄປ​ທາງທິດ​ຕາເວັນຕົກ​ທາງ​ອາຊະໂນດ​ຕາໂບ ຈາກ​ນັ້ນ​ໄປ​ສູ່​ຮຸກໂກກ​ໂດຍ​ທາງໃຕ້​ໄປ​ຈຸ​ກັບ​ເຊບູໂລນ, ທາງທິດ​ຕາເວັນຕົກ​ຕິດ​ກັບ​ອາເຊ ແລະ​ທາງທິດ​ຕາເວັນອອກ​ຕິດ​ກັບ​ແມ່ນໍ້າ​ຈໍແດນ.</verse>
				<verse number="35">ສ່ວນ​ເມືອງ​ທີ່​ມີ​ກຳແພງ​ນັ້ນ​ມີ​ດັ່ງນີ້: ຊິດດີມ, ເຊເຣ, ຮາມມັດ, ຣັກກັດ, ກິນເນເຣດ,</verse>
				<verse number="36">ອາດາມາ, ຣາມາ, ຮາໂຊ,</verse>
				<verse number="37">ເກເດັດ, ເອັດເຣອີ, ເອນຮາໂຊ,</verse>
				<verse number="38">ຢີໂຣນ, ມິກດາເລນ, ໂຮເຣັມ, ເບັດອານາດ ແລະ​ເບັດເຊເມດ. ຮວມ​ທັງໝົດ​ມີ 19 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="39">ເມືອງ​ເຫຼົ່ານີ້​ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ໃນ​ດິນແດນ​ນັ້ນ ຕົກ​ເປັນ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເນັບທາລີ. ພວກເຂົາ​ໄດ້​ຮັບ​ເມືອງ​ເຫຼົ່ານັ້ນ ມາ​ເປັນ​ກຳມະສິດ​ຂອງ​ພວກເຂົາ.</verse>
				<verse number="40">ການ​ໃຊ້​ສະຫລາກ​ຄັ້ງ​ທີ​ເຈັດ​ໄດ້​ຕົກ​ຖືກ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ດານ.</verse>
				<verse number="41">ເຂດແດນ​ຂອງ​ພວກເຂົາ​ມີ​ດັ່ງນີ້: ໂຊຣາ, ເອຊະຕາໂອນ, ອີຣະເຊເມດ,</verse>
				<verse number="42">ຊາອານບິມ, ໄອຢາໂລນ, ອິດລາ,</verse>
				<verse number="43">ເອໂລນ, ຕີມນາ, ເອັກໂຣນ,</verse>
				<verse number="44">ເອນເຕເກ, ກິບເບໂທນ, ບາອາລາດ,</verse>
				<verse number="45">ເຢຮຸດ, ເບເນເບຣັກ, ກາດຣິມໂມນ,</verse>
				<verse number="46">ເມຢາຣະໂກນ ແລະ ຣັກໂກນ, ຮວມ​ທັງ​ເຂດແດນ​ທີ່​ຢູ່​ອ້ອມແອ້ມ​ຢົບປາ.</verse>
				<verse number="47">ເມື່ອ​ຊາວ​ດານ​ສູນເສຍ​ດິນແດນ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ໄດ້​ໄປ​ໂຈມຕີ​ແລະ​ຢຶດຄອງ​ເມືອງ​ເລເຊມ​ໂດຍ​ຂ້າ​ຄົນ​ໃນ​ເມືອງ​ນັ້ນ​ຖິ້ມ ແລະ​ປະກາດ​ເປັນ​ເມືອງ​ຂອງຕົນ. ພວກເຂົາ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ ແລະ​ປ່ຽນ​ຊື່​ຂອງ​ເມືອງ​ເລເຊມ​ມາ​ເປັນ​ເມືອງ​ດານ.</verse>
				<verse number="48">ເມືອງ​ເຫຼົ່ານີ້​ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ໃນ​ດິນແດນ​ນັ້ນ ຕົກ​ເປັນ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ດານ. ພວກເຂົາ​ໄດ້​ຮັບ​ເມືອງ​ເຫຼົ່ານັ້ນ​ມາ​ເປັນ​ກຳມະສິດ​ຂອງ​ພວກ​ຕົນ.</verse>
				<verse number="49">ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້​ແບ່ງປັນ​ດິນແດນ​ຮຽບຮ້ອຍ​ແລ້ວ ພວກເຂົາ​ໄດ້​ຍົກ​ເອົາ​ສ່ວນ​ຂອງ​ດິນແດນ​ຕອນ​ໜຶ່ງ ມອບ​ໃຫ້​ໂຢຊວຍ​ລູກຊາຍ​ຂອງ​ນູນ​ເພື່ອ​ໃຫ້​ເພິ່ນ​ເປັນ​ກຳມະສິດ.</verse>
				<verse number="50">ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້ ພວກເຂົາ​ໄດ້​ມອບ​ເມືອງ​ຕີມນາດ​ເສຣາ ໃນ​ເຂດ​ເນີນພູ​ເອຟຣາອິມ​ໃຫ້​ຕາມ​ທີ່​ເພິ່ນ​ຂໍຮ້ອງ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້​ສ້າງ​ເມືອງ​ຂຶ້ນ​ໃໝ່​ແລະ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ.</verse>
				<verse number="51">ປະໂຣຫິດ​ເອເລອາຊາ, ໂຢຊວຍ ລູກຊາຍ​ຂອງ​ນູນ ແລະ​ພວກ​ຫົວໜ້າ​ຄອບຄົວ​ຕ່າງໆ​ໃນ​ບັນດາ​ເຜົ່າ​ແຫ່ງ​ຊາດ​ອິດສະຣາເອນ ໄດ້​ຮັບ​ມອບໝາຍ​ດິນແດນ​ເຫຼົ່ານີ້​ໂດຍ​ການ​ໃຊ້​ສະຫລາກ ຕໍ່ໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ດ້ວຍ​ການ​ກະທຳ​ດັ່ງ​ທີ່​ໄດ້​ກ່າວ​ມາ​ນີ້ ພວກເຂົາ​ຈຶ່ງ​ໄດ້​ແບ່ງປັນ​ດິນແດນ​ເປັນ​ທີ່​ສຳເລັດ.</verse>
			</chapter>
			<chapter number="20">
				<verse number="1">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂຢຊວຍ ໃຫ້​ໄປ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ,</verse>
				<verse number="2">“ຈົ່ງ​ເລືອກ​ເອົາ​ບັນດາ​ເມືອງ​ລີ້ໄພ ຕາມ​ທີ່​ເຮົາ​ໄດ້​ສັ່ງ​ໂມເຊ​ໃຫ້​ບອກ​ພວກເຈົ້າ.</verse>
				<verse number="3">ບຸກຄົນ​ໜຶ່ງ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ​ເຂົ້າ​ໄປ​ທີ່​ນັ້ນ​ໄດ້ ແລະ​ຫລົບ​ໜີ​ຈາກ​ຜູ້​ຕາມຫາ​ແກ້ແຄ້ນ.</verse>
				<verse number="4">ລາວ​ແລ່ນ​ເຂົ້າ​ໄປ​ໃນ​ເມືອງໃດ​ເມືອງໜຶ່ງ​ໃນ​ເມືອງ​ເຫຼົ່ານີ້​ໄດ້ ຄື​ໄປ​ທີ່​ສານ​ບ່ອນ​ຕັດສິນ​ຄວາມ​ທີ່​ປະຕູ​ເຂົ້າ​ເມືອງ ແລະ​ອະທິບາຍ​ເຫດການ​ທີ່​ເກີດຂຶ້ນ​ແກ່​ພວກຜູ້ນຳ. ແລ້ວ​ພວກຜູ້ນຳ​ກໍ​ຈະ​ອະນຸຍາດ​ໃຫ້​ລາວ​ເຂົ້າ​ໄປ​ໃນ​ເມືອງ ທັງ​ຫາ​ບ່ອນ​ໃຫ້​ລາວ​ຢູ່​ໃນ​ເມືອງ​ຕໍ່ໄປ​ດ້ວຍ.</verse>
				<verse number="5">ຖ້າ​ຜູ້​ທີ່​ຕາມ​ຫາ​ແກ້ແຄ້ນ​ມາ​ເຖິງ​ເມືອງ​ນັ້ນ ຊາວ​ເມືອງ​ກໍ​ຈະ​ບໍ່​ຕ້ອງ​ມອບ​ເຂົາ​ໃຫ້​ຜູ້​ທີ່​ຕາມຫາ​ນັ້ນ. ພວກເຂົາ​ຕ້ອງ​ປ້ອງກັນ​ຄົນ​ເຫຼົ່ານີ້​ໄວ້ ເພາະ​ເຂົາ​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ ແລະ​ບໍ່ແມ່ນ​ຍ້ອນ​ຄວາມ​ຄຽດແຄ້ນ​ແຕ່​ຢ່າງ​ໃດ.</verse>
				<verse number="6">ເຂົາ​ອາດ​ຈະ​ຢູ່​ໃນ​ເມືອງ​ຈົນກວ່າ​ຈະ​ໄດ້​ຮັບ​ການ​ຕັດສິນ​ຕໍ່ໜ້າ​ມະຫາຊົນ ແລະ​ຈົນກວ່າ​ຜູ້​ທີ່​ເປັນ​ປະໂຣຫິດ​ໃນ​ເວລາ​ນັ້ນ​ຕາຍ​ກ່ອນ. ແລ້ວ​ເຂົາ​ກໍ​ຈະ​ໄດ້​ກັບຄືນ​ເມືອ​ສູ່​ເມືອງ​ຂອງຕົນ ບ່ອນ​ທີ່​ເຂົາ​ໄດ້​ປົບໜີ​ມາ​ນັ້ນ.”</verse>
				<verse number="7">ດັ່ງນັ້ນ ໃນ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ພວກເຂົາ​ຈຶ່ງ​ໄດ້​ເລືອກ​ເອົາ​ເມືອງ​ເກເດັດ​ໃນ​ຄາລີເລ ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ເນັບທາລີ; ເມືອງ​ຊີເຄມ​ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ເອຟຣາອິມ ແລະ​ກີຣີອາດ-ອາກບາ​ຄື​ເມືອງ​ເຮັບໂຣນ​ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ຢູດາ.</verse>
				<verse number="8">ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຕາມ​ພູພຽງ​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເຢຣິໂກ ພວກເຂົາ​ໄດ້​ເລືອກເອົາ​ເມືອງ​ເບເຊ​ໃນ​ເຂດແດນ​ຂອງ​ເຜົ່າ​ຣູເບັນ; ເມືອງ​ຣາໂມດ​ໃນ​ກີເລອາດ​ໃນ​ເຂດແດນ​ຂອງ​ເຜົ່າກາດ ແລະ​ເມືອງ​ໂກລານ​ແຫ່ງ​ບາຊານ​ໃນ​ເຂດແດນ​ຂອງ​ເຜົ່າ​ມານາເຊ.</verse>
				<verse number="9">ບ່ອນ​ເຫຼົ່ານີ້​ແມ່ນ​ເມືອງ​ລີ້ໄພ ຊຶ່ງ​ໄດ້​ຖືກ​ເລືອກ​ໄວ້​ໃຫ້​ປະຊາຊົນ​ອິດສະຣາເອນ ແລະ​ໃຫ້​ຄົນຕ່າງຊາດ​ທັງຫລາຍ​ທີ່​ອາໄສ​ຢູ່​ກັບ​ພວກເຂົາ. ຜູ້ໃດ​ຜູ້ໜຶ່ງ​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ ຈະ​ໄດ້​ຮັບ​ການ​ຄຸ້ມຄອງ​ຈາກ​ຜູ້​ຕາມຫາ​ແກ້ແຄ້ນ​ໃນ​ບ່ອນ​ນີ້; ຈະ​ບໍ່ມີ​ໃຜ​ຖືກ​ຂ້າ ໂດຍ​ບໍ່ໄດ້​ຮັບ​ການ​ຕັດສິນ​ຕໍ່ໜ້າ​ມະຫາຊົນ​ສາກ່ອນ.</verse>
			</chapter>
			<chapter number="21">
				<verse number="1">ບັນດາ​ຫົວໜ້າ​ຂອງ​ຄອບຄົວ​ເລວີ​ໄດ້​ພາກັນ​ໄປ​ຫາ​ປະໂຣຫິດ​ເອເລອາຊາ, ໂຢຊວຍ ລູກຊາຍ​ຂອງ​ນູນ ແລະ​ຫົວໜ້າ​ຄອບຄົວ​ຕ່າງໆ​ຂອງ​ທຸກ​ເຜົ່າ​ໃນ​ຊາດ​ອິດສະຣາເອນ.</verse>
				<verse number="2">ພວກເຂົາ​ໄດ້​ກ່າວ​ແກ່​ພວກ​ເຫຼົ່ານີ້ ທີ່​ເມືອງ​ຊີໂລ​ໃນ​ດິນແດນ​ການາອານ​ວ່າ, “ພຣະເຈົ້າຢາເວ​ໄດ້​ສັ່ງ​ຜ່ານ​ທາງ​ໂມເຊ​ວ່າ ພວກເຮົາ​ຕ້ອງ​ໄດ້​ຮັບ​ເມືອງ​ເປັນ​ບ່ອນ​ຢູ່​ອາໄສ ໂດຍ​ໃຫ້​ມີ​ທົ່ງຫຍ້າ​ອ້ອມແອ້ມ​ສຳລັບ​ລ້ຽງ​ຝູງສັດ​ຂອງ​ພວກເຮົາ​ດ້ວຍ.”</verse>
				<verse number="3">ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ມອບ​ເມືອງ​ບາງ​ແຫ່ງ ພ້ອມ​ທັງ​ທົ່ງຫຍ້າ​ຈາກ​ເຂດແດນ​ໃນ​ສ່ວນ​ຕ່າງໆ​ຂອງ​ພວກເຂົາ​ໃຫ້​ແກ່​ພວກເລວີ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="4">ການ​ໃຊ້​ສະຫລາກ​ຄັ້ງ​ທຳອິດ​ໄດ້​ຕົກ​ຖືກ​ຄອບຄົວ​ຕ່າງໆ​ໃນ​ຕະກຸນ​ໂກຮາດ. ສ່ວນ​ຄອບຄົວ​ທີ່​ມາ​ແຕ່​ເຊື້ອສາຍ​ຂອງ​ປະໂຣຫິດ​ອາໂຣນ​ນັ້ນ​ໄດ້​ຮັບ 13 ຕົວເມືອງ ຈາກ​ເຂດແດນ​ສ່ວນ​ຕ່າງໆ​ຂອງ​ຢູດາ, ຊີເມໂອນ ແລະ​ເບັນຢາມິນ.</verse>
				<verse number="5">ສ່ວນ​ຕະກຸນ​ໂກຮາດ​ທີ່​ເຫຼືອ​ຢູ່​ນັ້ນ​ໄດ້​ຮັບ 10 ຕົວເມືອງ ຈາກ​ເຂດແດນ​ສ່ວນ​ຕ່າງໆ​ຂອງ​ເອຟຣາອິມ, ດານ ແລະ​ມານາເຊ​ຕາເວັນຕົກ.</verse>
				<verse number="6">ຕະກຸນ​ເກໂຊນ​ໄດ້​ຮັບ 13 ຕົວເມືອງ ຈາກ​ເຂດແດນ​ຂອງ​ເຜົ່າ​ອິດຊາຄາ, ອາເຊ, ເນັບທາລີ ແລະ​ມານາເຊ​ຕາເວັນອອກ.</verse>
				<verse number="7">ສ່ວນ​ບັນດາ​ຄອບຄົວ​ໃນ​ຕະກຸນ​ເມຣາຣີ​ນັ້ນ​ໄດ້​ຮັບ 12 ຕົວເມືອງ ຈາກ​ເຂດແດນ​ສ່ວນ​ຕ່າງໆ​ຂອງ​ຣູເບັນ, ກາດ ແລະ​ເຊບູໂລນ.</verse>
				<verse number="8">ປະຊາຊົນ​ອິດສະຣາເອນ​ໄດ້​ມອບ​ເມືອງ​ຕ່າງໆ​ພ້ອມ​ທັງ​ທົ່ງຫຍ້າ​ໃຫ້​ແກ່​ພວກ​ເລວີ ໂດຍ​ການ​ໃຊ້​ສະຫລາກ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ.</verse>
				<verse number="9">ຕໍ່ໄປນີ້​ແມ່ນ​ຊື່​ບັນດາ​ເມືອງ​ຈາກ​ເຂດແດນ​ສ່ວນຕ່າງໆ​ຂອງ​ຢູດາ​ແລະ​ຊີເມໂອນ ທີ່​ໄດ້​ຖືກ​ມອບໝາຍ​ໃຫ້</verse>
				<verse number="10">ເຊື້ອສາຍ​ຂອງ​ອາໂຣນ​ໃນ​ຕະກຸນ​ໂກຮາດ ຜູ້​ທີ່​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ເລວີ. ຕະກຸນ​ນີ້​ເປັນ​ພວກ​ທຳອິດ​ທີ່​ໄດ້​ຖືກ​ມອບໝາຍ​ເມືອງ​ໃຫ້.</verse>
				<verse number="11">ພວກເຂົາ​ໄດ້​ຮັບ​ເມືອງ​ກີຣິອາດ​ອາກບາ ຕະຫລອດ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມແອ້ມ​ນັ້ນ (ອາກບາ​ເປັນ​ພໍ່​ຂອງ​ອານາກ) ແຕ່​ໃນ​ເວລາ​ນີ້​ເອີ້ນ​ວ່າ​ເຮັບໂຣນ​ໃນ​ເຂດ​ພູດອຍ​ຂອງ​ຢູດາຍ.</verse>
				<verse number="12">ແຕ່​ທົ່ງນາ​ຂອງ​ເມືອງ​ນີ້ ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ໄດ້​ຖືກ​ມອບໝາຍ​ໃຫ້​ເປັນ​ກຳມະສິດ​ຂອງ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ.</verse>
				<verse number="13">ນອກຈາກ​ເຮັບໂຣນ (ໜຶ່ງ​ໃນ​ບັນດາ​ເມືອງ​ລີ້ໄພ) ເມືອງ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຊື້ອສາຍ​ຂອງ​ປະໂຣຫິດ​ອາໂຣນ ມີ​ດັ່ງນີ້: ລິບນາ,</verse>
				<verse number="14">ຢັດຕີ, ເອຊະເຕມົວ,</verse>
				<verse number="15">ໂຮໂລນ, ເດບີ,</verse>
				<verse number="16">ອາອິນ, ຢຸດຕາ ແລະ​ເບັດເຊເມດ​ພ້ອມ​ທັງ​ທົ່ງຫຍ້າ. ລວມ​ທັງໝົດ​ມີ 9 ຕົວເມືອງ ຈາກ​ເຜົ່າຢູດາ​ແລະ​ຊີເມໂອນ.</verse>
				<verse number="17">ຈາກ​ເຂດແດນ​ຂອງ​ເບັນຢາມິນ ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ກີເບໂອນ, ເກບາ,</verse>
				<verse number="18">ອານາທົດ ແລະ​ອານໂມນ​ພ້ອມ​ທັງ​ທົ່ງຫຍ້າ.</verse>
				<verse number="19">ລວມ​ທັງໝົດ​ມີ 13 ຕົວເມືອງ ພ້ອມ​ທັງ​ທົ່ງຫຍ້າ ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ປະໂຣຫິດ​ເຊື້ອສາຍ​ຂອງ​ອາໂຣນ.</verse>
				<verse number="20">ສ່ວນ​ຄອບຄົວ​ອື່ນໆ​ຂອງ​ຊາວ​ເລວີ​ໃນ​ຕະກຸນ​ໂກຮາດ ໄດ້​ຮັບ​ບາງເມືອງ​ຈາກ​ເຂດແດນ​ຂອງ​ເອຟຣາອິມ.</verse>
				<verse number="21">ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ຊີເຄມ​ແລະ​ທົ່ງຫຍ້າ​ທີ່​ຢູ່​ໃນ​ແຖບ​ເນີນພູ​ຂອງ​ເອຟຣາອິມ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ), ເກເຊ,</verse>
				<verse number="22">ກິບຊາອີມ ແລະ​ເບັດໂຮໂຣນ​ພ້ອມ​ທັງ​ທົ່ງຫຍ້າ.</verse>
				<verse number="23">ຈາກ​ເຂດແດນ​ຂອງ​ດານ ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ເອນເຕເກ, ກິບເບໂທນ,</verse>
				<verse number="24">ໄອຢາໂລນ ແລະ​ກາດຣິມໂມນ ພ້ອມ​ທັງ​ທົ່ງຫຍ້າ.</verse>
				<verse number="25">ຈາກ​ເຂດແດນ​ຂອງ​ມານາເຊ​ຕາເວັນຕົກ ພວກເຂົາ​ໄດ້​ຮັບ 2 ຕົວເມືອງ ມີ​ດັ່ງນີ້: ຕາອານັກ ແລະ​ກາດຣິມໂມນ ພ້ອມ​ທັງ​ທົ່ງຫຍ້າ.</verse>
				<verse number="26">ຄອບຄົວ​ເຫຼົ່ານີ້​ຂອງ​ຕະກຸນ​ໂກຮາດ​ໄດ້​ຮັບ​ທັງໝົດ 10 ຕົວເມືອງ ພ້ອມ​ທັງ​ທົ່ງຫຍ້າ.</verse>
				<verse number="27">ສ່ວນ​ຊາວ​ເລວີ​ພວກ​ອື່ນ​ຈາກ​ຕະກຸນ​ເກໂຊນ ໄດ້​ຮັບ​ຈາກ​ມານາເຊ​ຕາເວັນອອກ 2 ຕົວເມືອງ ມີ​ດັ່ງນີ້: ໂກລານ​ໃນ​ບາຊານ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ) ແລະ​ເບເອັດຊະເຕຣາ ພ້ອມ​ທັງ​ທົ່ງຫຍ້າ.</verse>
				<verse number="28">ຈາກ​ເຂດແດນ​ຂອງ​ອິດຊາຄາ ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ກີຊີໂອນ, ດາເບຣັດ,</verse>
				<verse number="29">ຢາຣະມຸດ ແລະ​ເອັນກັນນີມ​ພ້ອມ​ທັງ​ທົ່ງຫຍ້າ.</verse>
				<verse number="30">ຈາກ​ເຂດແດນ​ຂອງ​ອາເຊ​ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ມີຊັນ, ອັບໂດນ,</verse>
				<verse number="31">ເຮນກາດ ແລະ​ເຣໂຮບ ພ້ອມ​ທັງ​ທົ່ງຫຍ້າ.</verse>
				<verse number="32">ຈາກ​ເຂດແດນ​ຂອງ​ເນັບທາລີ ພວກເຂົາ​ໄດ້​ຮັບ 3 ຕົວເມືອງ ມີ​ດັ່ງນີ້: ເກເດັດ​ໃນ​ຄາລີເລ, ພ້ອມ​ທັງ​ທົ່ງຫຍ້າ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ), ຮາມໂມດ​ໂດເຣ ແລະ​ກາກຕານ ພ້ອມ​ທັງ​ທົ່ງຫຍ້າ.</verse>
				<verse number="33">ຄອບຄົວ​ຕ່າງໆ​ໃນ​ຕະກຸນ​ເກໂຊນ​ໄດ້​ຮັບ​ທັງໝົດ 13 ຕົວເມືອງ ພ້ອມ​ທັງ​ທົ່ງຫຍ້າ.</verse>
				<verse number="34">ສ່ວນ​ພວກ​ເລວີ​ທີ່​ເຫຼືອ​ຢູ່​ນັ້ນ ຄື​ຕະກຸນ​ເມຣາລີ ໄດ້​ຮັບ​ຈາກ​ເຂດແດນ​ຂອງ​ເຊບູໂລນ 4 ຕົວເມືອງ ມີ​ດັ່ງນີ້: ໂຢກເນອາມ, ກາກຕາ,</verse>
				<verse number="35">ດີມນາ ແລະ​ນາຮາລານ ພ້ອມ​ທັງ​ທົ່ງຫຍ້າ.</verse>
				<verse number="36">ຈາກ​ເຂດແດນ​ຂອງ​ຣູເບັນ ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ເບເຊ, ຢາຊາ,</verse>
				<verse number="37">ເກເດໂມດ ແລະ​ເມຟາອາດ ພ້ອມ​ທັງ​ທົ່ງຫຍ້າ.</verse>
				<verse number="38">ຈາກ​ເຂດແດນ​ຂອງ​ກາດ ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ຣາໂມດ​ໃນ​ກີເລອາດ ພ້ອມ​ທັງ​ທົ່ງຫຍ້າ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ), ມະຫານາອິມ,</verse>
				<verse number="39">ເຮັດຊະໂບນ ແລະ​ຢາເຊ ພ້ອມ​ທັງ​ທົ່ງຫຍ້າ.</verse>
				<verse number="40">ດັ່ງນັ້ນ ຕະກຸນ​ເມຣາຣີ​ຈຶ່ງ​ໄດ້​ຮັບ 12 ຕົວເມືອງ​ດ້ວຍ​ກັນ.</verse>
				<verse number="41">ພວກເລວີ​ໄດ້​ຮັບ​ດິນແດນ​ທີ່​ເປັນ​ສ່ວນ​ຂອງ​ປະຊາຊົນ​ອິດສະຣາເອນ; ລວມ​ທັງໝົດ​ມີ 48 ຕົວເມືອງ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="42"></verse>
				<verse number="43">ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ໃຫ້​ດິນແດນ​ທັງໝົດ​ນັ້ນ​ແກ່​ຊາດ​ອິດສະຣາເອນ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ. ເມື່ອ​ພວກເຂົາ​ຢຶດຄອງ​ດິນແດນ​ເປັນ​ກຳມະສິດ​ແລ້ວ ກໍ​ພາກັນ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ.</verse>
				<verse number="44">ພຣະເຈົ້າຢາເວ​ໄດ້​ໃຫ້​ພວກເຂົາ​ມີ​ສັນຕິສຸກ​ທົ່ວ​ດິນແດນ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ. ບໍ່ມີ​ສັດຕູ​ໃດໆ​ທີ່​ສາມາດ​ຕໍ່ຕ້ານ​ພວກເຂົາ​ໄດ້ ເພາະ​ພຣະເຈົ້າຢາເວ​ໄດ້​ມອບ​ພວກ​ສັດຕູ​ທັງໝົດ​ໃຫ້​ຢູ່​ໃນ​ກຳມື​ຂອງ​ພວກເຂົາ.</verse>
				<verse number="45">ພຣະເຈົ້າຢາເວ​ໄດ້​ຮັກສາ​ຄຳສັນຍາ​ທຸກໆ​ຂໍ້ ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປະຊາຊົນ​ອິດສະຣາເອນ. ທຸກໆ​ຢ່າງ​ກໍໄດ້​ເກີດຂື້ນ.</verse>
			</chapter>
			<chapter number="22">
				<verse number="1">ແລ້ວ​ໂຢຊວຍ​ກໍໄດ້​ເອີ້ນ​ປະຊາຊົນ​ໃນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ ໃຫ້​ມາ​ເຕົ້າໂຮມ​ກັນ.</verse>
				<verse number="2">ເພິ່ນ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ໄດ້​ເຮັດ​ທຸກໆ​ສິ່ງ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ເຮັດ ແລະ​ພວກເຈົ້າ​ໄດ້​ເຊື່ອຟັງ​ຄຳສັ່ງ​ທຸກ​ຂໍ້​ຂອງ​ຂ້າພະເຈົ້າ.</verse>
				<verse number="3">ຕະຫລອດ​ມາ​ແຕ່​ໃດໆ ພວກເຈົ້າ​ບໍ່ເຄີຍ​ປະຖິ້ມ​ພີ່ນ້ອງ​ຊາວ​ອິດສະຣາເອນ​ເລີຍ ພວກເຈົ້າ​ໄດ້​ເອົາໃຈໃສ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="4">ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ​ມີ​ຄວາມ​ສະຫງົບສຸກ​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ສະນັ້ນ ຂໍ​ໃຫ້​ພວກເຈົ້າ​ຄືນ​ສູ່​ດິນແດນ ຊຶ່ງ​ພວກເຈົ້າ​ໄດ້​ຮຽກຮ້ອງ​ເອົາ​ເປັນ​ກຳມະສິດ ທີ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ນັ້ນ​ສາ ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບໝາຍ​ໃຫ້​ພວກເຈົ້າ​ນັ້ນ.</verse>
				<verse number="5">ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ເຊື່ອຟັງ​ກົດບັນຍັດ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ພວກເຈົ້າ​ຄື: ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ຈົ່ງ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ, ຈົ່ງ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ, ຈົ່ງ​ສັດຊື່​ຕໍ່​ພຣະອົງ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ​ແລະ​ດ້ວຍ​ສຸດຈິດ ຂອງ​ພວກເຈົ້າ.”</verse>
				<verse number="6">ແລ້ວ​ໂຢຊວຍ​ກໍໄດ້​ສົ່ງ​ພວກເຂົາ​ຄືນ​ສູ່​ຖິ່ນຖານ ພ້ອມ​ຄຳອວຍພອນ​ຂອງ​ເພິ່ນ ແລະ​ສັ່ງ​ພວກເຂົາ​ວ່າ, “ພວກເຈົ້າ​ຄືນ​ສູ່​ຖິ່ນຖານ​ດ້ວຍ​ຄວາມ​ອຸດົມສົມບູນ ໂດຍ​ມີ​ຝູງສັດ​ຢ່າງ​ມາກມາຍ, ຄຳ, ເງິນ, ທອງ, ເຫຼັກ ແລະ​ເຄື່ອງນຸ່ງ​ຫລາຍ​ຢ່າງ. ສະນັ້ນ ພວກເຈົ້າ​ຈົ່ງ​ແບ່ງປັນ​ສິ່ງ​ທີ່​ຢຶດ​ມາ​ໄດ້​ຈາກ​ເຫຼົ່າ​ສັດຕູ​ນັ້ນ ໃຫ້​ພີ່ນ້ອງ​ໃນ​ຕະກຸນ​ຂອງ​ພວກເຈົ້າ.” ແລ້ວ​ພວກເຂົາ​ກໍໄດ້​ພາກັນ​ກັບ​ເມືອ. ໂມເຊ​ໄດ້​ມອບ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ໃຫ້​ເຜົ່າ​ມານາເຊ​ເຄິ່ງ​ເຜົ່າ ແລະ​ອີກ​ເຄິ່ງ​ເຜົ່າ​ນັ້ນ ໂຢຊວຍ​ໄດ້​ມອບ​ດິນແດນ​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ໃຫ້​ພວກເຂົາ​ຮ່ວມ​ກັບ​ເຜົ່າ​ອື່ນໆ.</verse>
				<verse number="7"></verse>
				<verse number="8"></verse>
				<verse number="9">ດັ່ງນັ້ນ ປະຊາຊົນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ ຈຶ່ງ​ໄດ້​ຄືນ​ສູ່​ຖິ່ນຖານ. ພວກເຂົາ​ໄດ້​ຈາກ​ຊາວ​ອິດສະຣາເອນ​ພວກອື່ນໆ ທີ່​ເມືອງ​ຊີໂລ​ໃນ​ດິນແດນ​ການາອານ ອອກ​ກັບ​ໄປ​ສູ່​ດິນແດນ​ຂອງ​ພວກຕົນ ຄື​ດິນແດນ​ກີເລອາດ ບ່ອນ​ທີ່​ພວກເຂົາ​ໄດ້​ຮັບ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ.</verse>
				<verse number="10">ເມື່ອ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ​ໄດ້​ມາ​ຮອດ​ເມືອງ​ເກລີໂລດ ທີ່​ຍັງ​ຢູ່​ທາງຟາກ​ຕາເວັນຕົກ ຂອງ​ແມ່ນໍ້າ​ຈໍແດນ​ນັ້ນ; ພວກເຂົາ​ກໍໄດ້​ສ້າງ​ແທ່ນບູຊາ​ອັນ​ໃຫຍ່​ທີ່​ເປັນ​ໜ້າປະທັບ​ໃຈ​ໄວ້​ຢູ່​ໃກ້​ແມ່ນໍ້າ​ນັ້ນ.</verse>
				<verse number="11">ແລ້ວ​ກໍໄດ້​ມີ​ຄົນ​ໄປ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ, “ຟັງ​ທາງ​ພີ້​ກ່ອນ ປະຊາຊົນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ​ທີ່​ເມືອງ​ເກລີໂລດ ທາງ​ຝັ່ງ​ແມ່ນໍ້າ​ຈໍແດນ​ເບື້ອງ​ຂອງ​ພວກເຮົາ​ພີ້.”</verse>
				<verse number="12">ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້ຍິນ​ເລື່ອງ​ນີ້​ແລ້ວ ຊຸມນຸມ​ປະຊາຊົນ​ທັງໝົດ​ຈຶ່ງ​ໄດ້​ພາກັນ​ໄປ​ທີ່​ເມືອງ​ຊີໂລ ເພື່ອ​ເຮັດ​ເສິກ​ກັບ​ບັນດາ​ເຜົ່າ​ທາງທິດ​ຕາເວັນອອກ.</verse>
				<verse number="13">ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍໄດ້​ສົ່ງ​ຟີເນຮາ​ລູກຊາຍ​ຂອງ​ປະໂຣຫິດ​ເອເລອາຊາ ໄປ​ຫາ​ປະຊາຊົນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ​ຢູ່​ໃນ​ດິນແດນ​ກີເລອາດ.</verse>
				<verse number="14">ມີ​ພວກ​ຜູ້ນຳ​ສິບ​ຄົນ​ຈາກ​ແຕ່ລະເຜົ່າ​ໄປ​ກັບ​ຟີເນຮາ; ຜູ້ນຳ​ເຫຼົ່ານີ້ ລ້ວນ​ແລ້ວ​ແຕ່​ເປັນ​ຫົວໜ້າ​ຄອບຄົວ​ໃນ​ຕະກຸນ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="15">ພວກເຂົາ​ພາກັນ​ໄປ​ຫາ​ປະຊາຊົນ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ​ທີ່​ດິນແດນ​ກີເລອາດ,</verse>
				<verse number="16">ແລ້ວ​ເວົ້າ​ຕໍ່​ພວກເຂົາ​ໃນ​ນາມ​ຊຸມນຸມຊົນ​ທັງໝົດ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ເວົ້າ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ຊົ່ວຮ້າຍ​ຢ່າງ​ນີ້​ຕໍ່ສູ້​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໃນ​ວັນນີ້​ໄດ້​ຫັນໜີ​ຈາກ​ພຣະເຈົ້າຢາເວ ໂດຍ​ໄດ້​ສ້າງ​ແທ່ນບູຊາ​ສຳລັບ​ຕົນເອງ​ຂື້ນ ຊຶ່ງ​ເປັນ​ການ​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ ພວກເຈົ້າ​ບໍ່ໄດ້​ຕິດຕາມ​ພຣະອົງ​ຕໍ່ໄປ​ແລ້ວ?</verse>
				<verse number="17">ພວກເຈົ້າ​ຈົດຈຳ​ບາບ​ທີ່​ພວກເຮົາ​ໄດ້​ເຮັດ​ໃນ​ເມືອງ​ເປອໍ​ນັ້ນ​ບໍ? ເມື່ອ​ພຣະເຈົ້າຢາເວ​ໄດ້​ລົງໂທດ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ເກີດ​ໂຣກລະບາດ​ນັ້ນ? ພວກເຮົາ​ຍັງ​ໄດ້​ຮັບ​ຄວາມ​ທຸກ​ທໍລະມານ​ຍ້ອນ​ເລື່ອງ​ນີ້​ຢູ່ ບາບ​ທີ່​ມີ​ຢູ່​ນີ້​ຍັງ​ບໍ່​ພຽງພໍ​ເທື່ອ​ບໍ?</verse>
				<verse number="18">ບັດນີ້ ພວກເຈົ້າ​ຈະ​ເຊົາ​ຕິດຕາມ​ພຣະອົງ​ແລ້ວ​ຊັ້ນບໍ? ຖ້າ​ພວກເຈົ້າ​ທໍລະຍົດ​ຕໍ່​ພຣະເຈົ້າຢາເວ​ໃນວັນນີ້ ພຣະອົງ​ກໍ​ຈະ​ໂກດຮ້າຍ​ພວກ​ອິດສະຣາເອນ​ທຸກຄົນ​ໃນ​ມື້ອື່ນ.</verse>
				<verse number="19">ຖ້າ​ດິນແດນ​ຂອງ​ພວກເຈົ້າ​ບໍ່​ເໝາະ​ທີ່​ຈະ​ນະມັດສະການ ຈົ່ງ​ພາກັນ​ມາ​ດິນແດນ​ທີ່​ເປັນ​ຂອງ​ພຣະເຈົ້າຢາເວ ບ່ອນ​ທີ່​ມີ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ​ຕັ້ງ​ຢູ່​ນັ້ນ. ຈົ່ງ​ຮຽກຮ້ອງ​ເອົາ​ດິນແດນ​ໃນ​ທ່າມກາງ​ພວກເຮົາ​ໄດ້. ແຕ່​ຢ່າ​ກະບົດ​ຕໍ່​ພຣະເຈົ້າຢາເວ ຫລື​ຕໍ່​ພວກເຮົາ ໂດຍ​ສ້າງ​ແທ່ນບູຊາ​ຂຶ້ນ​ຕື່ມ​ໃສ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.</verse>
				<verse number="20">ພວກເຈົ້າ​ຈື່​ຫລື​ບໍ່​ວ່າ ເມື່ອ​ອາການ​ລູກຊາຍ​ຂອງ​ເຊຣາ​ບໍ່​ຍອມ​ເຮັດ​ຕາມ​ພຣະຄຳສັ່ງ​ກ່ຽວກັບ​ສິ່ງ​ທີ່​ຕ້ອງ​ທຳລາຍ​ນັ້ນ; ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຖືກ​ລົງໂທດ ແລະ​ບໍ່ແມ່ນແຕ່​ອາການ​ຜູ້​ດຽວ​ເທົ່ານັ້ນ​ທີ່​ໄດ້​ຕາຍ​ຍ້ອນ​ບາບ​ຂອງ​ລາວ.”</verse>
				<verse number="21">ແລ້ວ​ປະຊາຊົນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ, ກໍໄດ້​ຕອບ​ບັນດາ​ຫົວໜ້າ​ຄອບຄົວ​ເຜົ່າ​ຕ່າງໆ​ທາງ​ທິດ​ຕາເວັນຕົກ​ວ່າ</verse>
				<verse number="22">“ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ອົງ​ຍິ່ງໃຫຍ່​ເໜືອ​ພະ​ທັງຫລາຍ! ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ອົງ​ຍິ່ງໃຫຍ່​ເໜືອ​ພະ​ທັງຫລາຍ! ພຣະອົງ​ຮູ້​ວ່າ​ເຫດ​ໃດ​ພວກຂ້ອຍ​ຈຶ່ງ​ໄດ້​ກະທຳ​ເຊັ່ນນີ້ ແລະ​ພວກຂ້ອຍ​ຢາກ​ໃຫ້​ພວກເຈົ້າ​ນັ້ນ​ໄດ້​ຮູ້​ເຊັ່ນດຽວ​ກັນ. ຖ້າ​ພວກຂ້ອຍ​ໄດ້​ກະບົດ ແລະ​ບໍ່ໄດ້​ສືບຕໍ່​ເຊື່ອຟັງ​ພຣະເຈົ້າຢາເວ ກໍ​ຢ່າ​ໃຫ້​ພວກຂ້ອຍ​ມີ​ຊີວິດ​ຢູ່​ຕໍ່ໄປ</verse>
				<verse number="23">ຖ້າ​ພວກຂ້ອຍ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ​ໂດຍ​ສ້າງ​ແທ່ນບູຊາ​ຂຶ້ນ​ເປັນ​ຂອງ​ສ່ວນຕົວ ເພື່ອ​ເຜົາ​ເຄື່ອງ​ຖວາຍບູຊາ ຫລື​ເພື່ອ​ຖວາຍບູຊາ​ພືດຜົນ​ເປັນເມັດ ຫລື​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ຖ້າ​ພວກຂ້ອຍ​ໄດ້​ເຮັດ​ເຊັ່ນນັ້ນ ຂໍ​ໃຫ້​ພຣະເຈົ້າຢາເວ​ເປັນ​ຜູ້​ລົງໂທດ​ພວກຂ້ອຍ.</verse>
				<verse number="24">ບໍ່ແມ່ນ​ດອກ ການ​ທີ່​ພວກຂ້ອຍ​ໄດ້​ສ້າງ​ແທ່ນບູຊາ​ນີ້​ຂຶ້ນ ເພາະ​ຢ້ານ​ວ່າ​ໃນ​ພາຍຂ້າງໜ້າ​ພວກ​ລູກຫລານ​ຂອງ​ພວກເຈົ້າ​ຈະ​ຖາມ ພວກ​ລູກຫລານ​ຂອງ​ພວກຂ້ອຍ​ວ່າ ‘ພວກເຈົ້າ​ມີ​ສ່ວນ​ກ່ຽວຂ້ອງ​ຫຍັງ​ກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ?</verse>
				<verse number="25">ພຣະເຈົ້າຢາເວ​ໄດ້​ກຳນົດ​ແມ່ນໍ້າ​ຈໍແດນ​ໃຫ້​ເປັນ​ເຂດແດນ​ລະຫວ່າງ​ພວກເຮົາ ແລະ​ພວກເຈົ້າ​ຜູ້​ເປັນ​ຊາວ​ຣູເບັນ, ຊາວ​ກາດ, ພວກເຈົ້າ​ບໍ່ມີ​ຫຍັງ​ກ່ຽວຂ້ອງ​ກັບ​ພຣະເຈົ້າຢາເວ.’ ແຕ່​ລູກຫລານ​ຂອງ​ພວກເຈົ້າ​ອາດ​ຈະ​ເຮັດ​ໃຫ້​ພວກ​ລູກຫລານ​ຂອງ​ພວກຂ້ອຍ ເຊົາ​ນະມັດສະການ​ພຣະເຈົ້າຢາເວ​ກໍໄດ້.</verse>
				<verse number="26">ດ້ວຍເຫດນີ້ ພວກຂ້ອຍ​ຈຶ່ງ​ໄດ້​ພາກັນ​ສ້າງ​ແທ່ນບູຊາ ບໍ່ແມ່ນ​ເພື່ອ​ເປັນ​ບ່ອນ​ເຜົາ​ເຄື່ອງຫອມ​ຖວາຍບູຊາ ຫລື​ຖວາຍ​ເຄື່ອງ​ບູຊາ​ໃດໆ.</verse>
				<verse number="27">ແຕ່​ເປັນ​ເຄື່ອງໝາຍ​ສຳລັບ​ຄົນ​ຂອງ​ພວກຂ້ອຍ​ແລະ​ຄົນ​ຂອງ​ພວກເຈົ້າ ແລະ​ສຳລັບ​ເຊື້ອສາຍ​ທີ່​ຈະ​ມາ​ພາຍຫລັງ​ພວກເຮົາ​ວ່າ ພວກເຮົາ​ນະມັດສະການ​ພຣະເຈົ້າຢາເວ​ແທ້ໆ​ຢູ່​ຕໍ່ໜ້າ​ຫໍເຕັນ​ສັກສິດ​ຂອງ​ພຣະອົງ ໂດຍ​ການ​ເຜົາ​ເຄື່ອງ​ຖວາຍບູຊາ, ການຖວາຍບູຊາ​ຕ່າງໆ ແລະ​ການຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ການກະທຳ​ເຊັ່ນນີ້​ກໍ​ເພື່ອ​ປ້ອງກັນ​ບໍ່​ໃຫ້​ລູກຫລານ​ຂອງ​ພວກເຈົ້າ​ເວົ້າ​ວ່າ ລູກຫລານ​ຂອງ​ພວກຂ້ອຍ​ບໍ່ມີ​ຫຍັງ​ກ່ຽວຂ້ອງ​ກັບ​ພຣະເຈົ້າຢາເວ.</verse>
				<verse number="28">ມັນ​ເປັນ​ຄວາມ​ນຶກຄິດ​ຂອງ​ພວກຂ້ອຍ​ທີ່​ວ່າ ຖ້າ​ເຫດການ​ຢ່າງ​ນີ້​ເກີດຂຶ້ນ ລູກຫລານ​ຂອງ​ພວກຂ້ອຍ​ອາດ​ເວົ້າ​ວ່າ, ‘ເບິ່ງແມ! ປູ່ຍ່າຕາຍາຍ​ພວກເຮົາ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ ຄ້າຍ​ຄື​ກັບ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ. ແທ່ນບູຊາ​ນີ້​ບໍ່ແມ່ນ​ເປັນ​ບ່ອນ​ເຜົາ​ເຄື່ອງຫອມ​ຖວາຍບູຊາ ຫລື​ເປັນ​ບ່ອນ​ຖວາຍບູຊາ​ໃດໆ ແຕ່​ເປັນ​ພຽງ​ເຄື່ອງໝາຍ​ສຳລັບ​ຄົນ​ຂອງ​ພວກຂ້ອຍ ແລະ​ຄົນ​ຂອງ​ພວກເຈົ້າ​ເທົ່ານັ້ນ.’</verse>
				<verse number="29">ພວກຂ້ອຍ​ບໍ່​ອາດ​ທໍລະຍົດ​ຕໍ່​ພຣະເຈົ້າຢາເວ ຫລື​ເຊົາ​ຕິດຕາມ​ພຣະເຈົ້າຢາເວ​ໃນ​ວັນນີ້ ໂດຍ​ສ້າງ​ແທ່ນບູຊາ​ຂຶ້ນ​ເພື່ອ​ເຜົາ​ເຄື່ອງ​ຖວາຍບູຊາ ຫລື​ເພື່ອ​ຖວາຍບູຊາ​ພືດຜົນ​ເປັນເມັດ ຫລື​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ພວກຂ້ອຍ​ບໍ່​ຍອມ​ສ້າງ​ແທ່ນບູຊາ​ໃດໆ​ດອກ ນອກຈາກ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຊຶ່ງ​ຕັ້ງ​ຢູ່​ຕໍ່ໜ້າ​ຫໍເຕັນ​ສັກສິດ​ຂອງ​ພຣະອົງ.”</verse>
				<verse number="30">ເມື່ອ​ປະໂຣຫິດ​ຟີເນຮາ, ພວກ​ຜູ້ນຳ​ປະຊາຊົນ​ອິດສະຣາເອນ, ພ້ອມ​ດ້ວຍ​ບັນດາ​ຫົວໜ້າ​ຄອບຄົວ​ເຜົ່າ​ຕ່າງໆ​ທາງ​ທິດ​ຕາເວັນຕົກ ໄດ້ຍິນ​ຄຳ​ອະທິບາຍ​ຂອງ​ປະຊາຊົນ​ໃນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ​ແລ້ວ ພວກເຂົາ​ກໍ​ພໍໃຈ.</verse>
				<verse number="31">ປະໂຣຫິດ​ຟີເນຮາ ລູກຊາຍ​ຂອງ​ເອເລອາຊາ ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ດຽວນີ້​ພວກເຮົາ​ຮູ້​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ທ່າມກາງ​ພວກເຮົາ. ພວກເຈົ້າ​ບໍ່ໄດ້​ກະບົດ​ຕໍ່​ພຣະເຈົ້າຢາເວ ແລະ​ຍັງ​ຊ່ວຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ການ​ລົງໂທດ​ຂອງ​ພຣະເຈົ້າຢາເວ​ດ້ວຍ.”</verse>
				<verse number="32">ແລ້ວ​ຟີເນຮາ​ແລະ​ພວກ​ຜູ້ນຳ​ເຫຼົ່ານັ້ນ​ກໍໄດ້​ອຳລາ​ຈາກ​ພວກ​ຣູເບັນ, ພວກ​ກາດ, ໃນ​ດິນແດນ​ກີເລອາດ​ກັບ​ເມືອ​ລາຍງານ​ຕໍ່​ປະຊາຊົນ​ອິດສະຣາເອນ​ທີ່​ການາອານ.</verse>
				<verse number="33">ຊາວ​ອິດສະຣາເອນ​ໄດ້​ຮັບ​ຄວາມ​ພໍໃຈ ແລະ​ພາກັນ​ສັນລະເສີນ​ພຣະເຈົ້າ. ພວກເຂົາ​ບໍ່ໄດ້​ເວົ້າ​ເຖິງ​ເລື່ອງ​ອອກ​ໄປ​ເຮັດ​ເສິກ​ລ້າງຜານ​ແຜ່ນດິນ ບ່ອນ​ທີ່​ປະຊາຊົນ​ຣູເບັນ​ແລະ​ກາດ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ນັ້ນ​ອີກ​ຕໍ່ໄປ.</verse>
				<verse number="34">ປະຊາຊົນ​ຣູເບັນ​ແລະ​ກາດ​ເວົ້າ​ວ່າ, “ແທ່ນບູຊາ​ນີ້​ເປັນ​ພະຍານ​ຕໍ່​ພວກເຮົາ​ທຸກຄົນ​ວ່າ ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ໃສ່​ຊື່​ແທ່ນບູຊາ​ນີ້​ວ່າ, “ພະຍານ.”</verse>
			</chapter>
			<chapter number="23">
				<verse number="1">ຕໍ່ມາ​ອີກ​ເປັນ​ເວລາ​ດົນນານ ພຣະເຈົ້າຢາເວ​ໄດ້​ໃຫ້​ຊາດ​ອິດສະຣາເອນ ຢູ່​ຢ່າງ​ສະຫງົບສຸກ​ຈາກ​ເຫຼົ່າ​ສັດຕູ​ທີ່​ຢູ່​ອ້ອມແອ້ມ​ພວກເຂົາ. ໃນ​ເວລາ​ນັ້ນ​ໂຢຊວຍ​ກໍ​ເຖົ້າແກ່​ຫລາຍ​ແລ້ວ</verse>
				<verse number="2">ສະນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຊາວ​ອິດສະຣາເອນ​ທຸກຄົນ​ມາ ມີ​ດັ່ງນີ້: ພວກ​ເຖົ້າແກ່, ພວກຫົວໜ້າ, ພວກ​ຜູ້ປົກຄອງ ແລະ​ພວກ​ເຈົ້າໜ້າທີ່​ຂອງ​ປະຊາຊົນ. ເພິ່ນ​ບອກ​ພວກເຂົາ​ວ່າ, “ດຽວ​ນີ້​ຂ້າພະເຈົ້າ​ກໍ​ເຖົ້າແກ່​ຫລາຍ​ແລ້ວ</verse>
				<verse number="3">ພວກເຈົ້າ​ໄດ້​ເຫັນ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ກະທຳ​ຕໍ່​ຊົນຊາດ​ທັງປວງ​ຍ້ອນ​ເລື່ອງ​ພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສູ້ຮົບ​ເພື່ອ​ພວກເຈົ້າ.</verse>
				<verse number="4">ຂ້າພະເຈົ້າ​ໄດ້​ກຳນົດ​ໃຫ້​ເຜົ່າ​ຂອງ​ພວກເຈົ້າ ໄດ້​ເປັນ​ກຳມະສິດ​ດິນແດນ​ຂອງ​ຊົນຊາດ​ຕ່າງໆ​ທີ່​ເຫຼືອ​ຢູ່ ຕະຫລອດ​ທັງ​ທຸກ​ຊົນຊາດ​ທີ່​ຂ້າພະເຈົ້າ​ໄດ້​ຮົບ​ຊະນະ ຕັ້ງແຕ່​ແມ່ນໍ້າ​ຈໍແດນ​ທາງທິດ​ຕາເວັນອອກ ຈົນເຖິງ​ທະເລ​ເມດີແຕຣາເນ​ທາງ​ທິດ​ຕາເວັນຕົກ.</verse>
				<verse number="5">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈະ​ຂັບໄລ່​ຊົນຊາດ​ເຫຼົ່ານັ້ນ​ໃຫ້​ຖອຍໜີ​ຈາກ​ພວກເຈົ້າ ໃນ​ຂະນະທີ່​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ. ພວກເຈົ້າ​ຈະ​ໄດ້​ດິນແດນ​ຂອງ​ພວກເຂົາ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັນຍາ​ໄວ້.</verse>
				<verse number="6">ດັ່ງນັ້ນ ຈົ່ງ​ຕັ້ງໃຈ​ເຊື່ອຟັງ​ແລະ​ປະຕິບັດ​ຕາມ​ທຸກໆ​ສິ່ງ ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ປື້ມ​ກົດບັນຍັດ​ຂອງ​ໂມເຊ. ຢ່າ​ລະເລີຍ​ຂໍ້ໃດ​ຂໍ້ໜຶ່ງ</verse>
				<verse number="7">ເພື່ອ​ພວກເຈົ້າ​ຈະ​ບໍ່​ເຂົ້າ​ສ່ວນ​ກັບ​ປະຊາຊົນ​ຕ່າງໆ​ທີ່​ເຫຼືອ​ຢູ່​ກັບ​ພວກເຈົ້າ ຫລື​ຮ້ອງ​ຫາ​ພະ​ຂອງ​ພວກເຂົາ ຫລື​ສາບານ​ໃນ​ນາມ​ຂອງ​ບັນດາ​ພະ​ນັ້ນ ຫລື​ຂາບໄຫວ້​ມັນ​ດ້ວຍ.</verse>
				<verse number="8">ແຕ່​ຈົ່ງ​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຕາມ​ທີ່​ພວກເຈົ້າ​ເຄີຍ​ປະຕິບັດ​ມາ​ຈົນ​ເທົ່າ​ທຸກ​ວັນນີ້.</verse>
				<verse number="9">ພຣະເຈົ້າຢາເວ​ໄດ້​ຂັບໄລ່​ຊົນຊາດ​ໃຫຍ່ ແລະ​ມີ​ອຳນາດ​ອອກ​ໜີ​ຈາກ​ພວກເຈົ້າ ໃນ​ຂະນະທີ່​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ ແລະ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ສາມາດ​ຕ້ານທານ​ພວກເຈົ້າ​ໄດ້.</verse>
				<verse number="10">ຄົນໜຶ່ງ​ໃນ​ພວກເຈົ້າ​ສາມາດ​ເຮັດ​ໃຫ້​ພັນ​ຄົນ​ແລ່ນ​ໜີ​ຈາກ​ພວກເຈົ້າ​ໄດ້ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສູ້ຮົບ​ເພື່ອ​ພວກເຈົ້າ​ດັ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.</verse>
				<verse number="11">ແລ້ວ​ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ເຕັມໃຈ.</verse>
				<verse number="12">ຖ້າ​ພວກເຈົ້າ​ບໍ່​ສັດຊື່​ແລະ​ຮ່ວມມື​ກັບ​ຊົນຊາດ​ທັງຫລາຍ ທີ່​ເຫຼືອ​ຢູ່​ກັບ​ພວກເຈົ້າ​ແລະ​ແຕ່ງງານ​ກັບ​ພວກເຂົາ</verse>
				<verse number="13">ກໍ​ໃຫ້​ພວກເຈົ້າ​ຮູ້ແນ່​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ບໍ່​ຂັບໄລ່​ຊົນຊາດ​ເຫຼົ່ານັ້ນ​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ. ນອກຈາກນີ້ ພວກເຂົາ​ຈະ​ເປັນ​ດັ່ງ​ແຮ້ວ​ແລະ​ຫລຸມ​ດັກຈັບ​ເພື່ອ​ໃຫ້​ພວກເຈົ້າ​ໄດ້​ຮັບ​ອັນຕະລາຍ ແລະ​ເປັນ​ດັ່ງ​ໄມ້ແສ້​ຂ້ຽນ​ຫລັງ ຫລື​ສ້ຽນ​ໃນ​ຕາ​ທີ່​ເຮັດ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມ​ເຈັບປວດ. ເລື່ອງ​ນີ້​ຈະ​ມີ​ຢູ່​ຕໍ່ໄປ​ຈົນກວ່າ​ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ​ເຫຼືອ​ຢູ່​ໃນ​ດິນແດນ​ອັນ​ສວຍງາມ​ນີ້ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ.</verse>
				<verse number="14">ດຽວນີ້ ຂ້າພະເຈົ້າ​ກໍ​ປຽບດັ່ງ​ຕົ້ນໄມ້​ໃກ້​ຝັ່ງ. ພວກເຈົ້າ​ທຸກຄົນ​ກໍ​ຮູ້​ແກ່ໃຈ​ແລ້ວ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ໃຫ້​ສິ່ງ​ທີ່​ດີ​ທຸກຢ່າງ​ແກ່​ພວກເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ນັ້ນ. ພຣະອົງ​ໄດ້​ເຮັດ​ຕາມ​ຄຳສັນຍາ​ທຸກ​ຂໍ້​ແລ້ວ ໂດຍ​ບໍ່ໄດ້​ຝ່າຝືນ​ຂໍ້​ໃດໆ​ເລີຍ.</verse>
				<verse number="15">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ຖື​ຮັກສາ​ຄຳສັນຍາ​ທຸກ​ຂໍ້ ທີ່​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ​ສັນໃດ ພຣະອົງ​ກໍ​ຈະ​ນຳ​ການ​ຂົ່ມຂູ່​ທຸກຢ່າງ​ມາ​ສູ່​ພວກເຈົ້າ​ສັນນັ້ນ ຈົນກວ່າ​ພຣະອົງ​ຈະ​ທຳລາຍ​ພວກເຈົ້າ​ເສຍ​ຈາກ​ດິນແດນ​ອັນ​ສວຍງາມ​ນີ້ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="16">ຖ້າ​ພວກເຈົ້າ​ບໍ່​ຖື​ຮັກສາ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ພວກເຈົ້າ​ໄວ້ ແລະ​ຖ້າ​ພວກເຈົ້າ​ໄປ​ຮັບໃຊ້​ແລະ​ຂາບໄຫວ້​ພະອື່ນ ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ລົງໂທດ​ພວກເຈົ້າ​ດ້ວຍ​ຄວາມ​ໂກດຮ້າຍ ແລະ​ໃນ​ອີກ​ບໍ່​ດົນ​ຈະ​ບໍ່ມີ​ໃຜ​ໃນ​ພວກເຈົ້າ​ເຫຼືອ​ຢູ່​ໃນ​ດິນແດນ​ອັນ​ສວຍງາມ ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ.”</verse>
			</chapter>
			<chapter number="24">
				<verse number="1">ຕໍ່ມາ ໂຢຊວຍ​ໄດ້​ເອີ້ນ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ເຂົ້າ​ມາ​ເຕົ້າໂຮມ​ກັນ​ທີ່​ເມືອງ​ຊີເຄມ. ເພິ່ນ​ໄດ້​ເອີ້ນ​ເອົາ​ພວກ​ເຖົ້າແກ່, ພວກ​ຫົວໜ້າ, ພວກ​ຜູ້ປົກຄອງ ແລະ​ບັນດາ​ເຈົ້າໜ້າທີ່​ຂອງ​ຊາດ​ອິດສະຣາເອນ ມາ​ຢູ່​ຊ້ອງໜ້າ​ພຣະເຈົ້າ.</verse>
				<verse number="2">ໂຢຊວຍ​ໄດ້​ກ່າວ​ແກ່​ຄົນ​ເຫຼົ່ານີ້​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້: ‘ດົນນານ​ມາ​ແລ້ວ ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ອາໄສ​ຢູ່​ທາງ​ຟາກ​ແມ່ນໍ້າ​ເອີຟຣັດ​ພຸ້ນ ແລະ​ໄດ້​ຂາບໄຫວ້​ບັນດາ​ພະອື່ນ. ຜູ້ໜຶ່ງ​ໃນ​ຄົນ​ເຫຼົ່ານັ້ນ​ແມ່ນ​ເຕຣາ ພໍ່​ຂອງ​ອັບຣາຮາມ​ແລະ​ນາໂຮ.</verse>
				<verse number="3">ແລ້ວ​ເຮົາ​ກໍໄດ້​ພາ​ອັບຣາຮາມ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ອອກ​ໜີ​ຈາກ​ດິນແດນ​ແມ່ນໍ້າ​ເອີຟຣັດ​ເບື້ອງ​ພຸ້ນ ແລະ​ຜ່ານ​ໄປ​ທົ່ວ​ດິນແດນ​ການາອານ. ເຮົາ​ໄດ້​ໃຫ້​ລາວ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ</verse>
				<verse number="4">ໂດຍ​ໃຫ້​ລາວ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ​ອີຊາກ ແລະ​ໄດ້​ໃຫ້​ອີຊາກ​ມີ​ລູກຊາຍ​ຊື່​ວ່າ ຢາໂຄບ​ແລະ​ເອຊາວ. ເຮົາ​ໄດ້​ມອບ​ເຂດ​ເນີນພູ​ເອໂດມ​ໃຫ້​ເປັນ​ກຳມະສິດ​ຂອງ​ເອຊາວ ສ່ວນ​ຢາໂຄບ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຕະຫລອດ​ທັງ​ລູກຫລານ​ຂອງ​ລາວ​ນັ້ນ ໄດ້​ພາກັນ​ລົງ​ໄປ​ທາງ​ເອຢິບ.</verse>
				<verse number="5">ຕໍ່ມາ ເຮົາ​ໄດ້​ໃຊ້​ໂມເຊ​ແລະ​ອາໂຣນ​ໄປ ແລະ​ເຮົາ​ໄດ້​ນຳ​ເອົາ​ໄພພິບັດ​ອັນ​ໃຫຍ່ຫລວງ​ໄປ​ສູ່​ປະເທດ​ເອຢິບ. ແຕ່​ເຮົາ​ໄດ້​ນຳ​ເອົາ​ພວກເຈົ້າ​ອອກ​ມາ;</verse>
				<verse number="6">ເຮົາ​ໄດ້​ນຳພາ​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ຊາວ​ເອຢິບ​ໄດ້​ໄລ່​ຕາມ​ພວກເຂົາ​ໄປ ໂດຍ​ມີ​ລົດຮົບ​ແລະ​ທະຫານ​ມ້າ. ແຕ່​ເມື່ອ​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ມາ​ຮອດ​ທະເລແດງ</verse>
				<verse number="7">ພວກເຂົາ​ໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ແລະ​ພຣະອົງ​ໄດ້​ບັນດານ​ໃຫ້​ຄວາມມືດ​ຂັ້ນ​ກາງ ລະຫວ່າງ​ພວກເຂົາ​ກັບ​ພວກ​ເອຢິບ ແລະ​ໃຫ້​ນໍ້າ​ທະເລ​ໄຫລ​ຖ້ວມ​ພວກ​ເອຢິບ​ຈົນ​ພວກເຂົາ​ຈົມ​ນໍ້າ​ຕາຍ. ພວກເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ກະທຳ​ຕໍ່​ເອຢິບ​ແລ້ວ. ຫລັງຈາກ​ນັ້ນ ພວກເຈົ້າ​ກໍໄດ້​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ເວລາ​ດົນນານ.</verse>
				<verse number="8">ແລ້ວ​ເຮົາ​ກໍ​ນຳພາ​ພວກເຈົ້າ​ໄປ​ດິນແດນ​ຂອງ​ຊາວ​ອາໂມ ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ. ພວກເຂົາ​ຕໍ່ສູ້​ພວກເຈົ້າ ແຕ່​ເຮົາ​ໄດ້​ໃຫ້​ພວກເຈົ້າ​ໄຊຊະນະ. ພວກເຈົ້າ​ໄດ້​ຢຶດຄອງ​ດິນແດນ​ຂອງ​ພວກເຂົາ​ແລະ​ເຮົາ​ໄດ້​ທຳລາຍ​ພວກເຂົາ​ຕໍ່​ໜ້າ​ພວກເຈົ້າ ໃນ​ຂະນະທີ່​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ.</verse>
				<verse number="9">ຕໍ່ມາ ກະສັດ​ແຫ່ງ​ໂມອາບ ບາຫລາກ​ລູກຊາຍ​ຂອງ​ຊິບໂປ ໄດ້​ຕໍ່ສູ້​ພວກເຈົ້າ. ລາວ​ໄດ້​ໃຊ້​ຄົນ​ໄປ​ບອກ​ບາລາອາມ​ລູກຊາຍ​ຂອງ​ເບອໍ ໃຫ້​ມາ​ສາບແຊ່ງ​ພວກເຈົ້າ.</verse>
				<verse number="10">ແຕ່​ເຮົາ​ບໍ່​ຟັງ​ຄຳ​ຂອງ​ບາລາອາມ. ດັ່ງນັ້ນ ລາວ​ຈຶ່ງ​ອວຍພອນ​ພວກເຈົ້າ. ດ້ວຍ​ວິທີ​ນີ້ ທີ່​ເຮົາ​ໄດ້​ຊ່ວຍກູ້​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ບາຫລາກ.</verse>
				<verse number="11">ແລ້ວ​ພວກເຈົ້າ​ກໍໄດ້​ພາກັນ​ຂ້າມ​ແມ່ນໍ້າ​ຈໍແດນ​ມາ​ສູ່​ເມືອງ​ເຢຣິໂກ. ຊາວ​ເມືອງ​ເຢຣິໂກ​ໄດ້​ຕໍ່ສູ້​ພວກເຈົ້າ​ແລະ​ຍັງ​ມີ​ພວກ​ອື່ນ​ອີກ​ທີ່​ຕໍ່ສູ້​ພວກເຈົ້າ ເຊັ່ນ: ຊາວ​ອາໂມ, ຊາວ​ເປຣີຊີ, ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ກີກາຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ, ແຕ່​ເຮົາ​ໄດ້​ໃຫ້​ພວກເຈົ້າ​ໄດ້​ໄຊຊະນະ​ພວກເຂົາ​ທັງໝົດ.</verse>
				<verse number="12">ໃນ​ຂະນະທີ່​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ ເພື່ອ​ຂັບໄລ່​ກະສັດ​ຂອງ​ຊາວ​ອາໂມ​ສອງ​ຄົນ​ອອກ​ໜີ​ນັ້ນ ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ຕົກ​ສະທ້ານ​ຢ້ານກົວ. ດາບ​ກັບ​ໜ້າທະນູ​ຂອງ​ພວກເຈົ້າ ບໍ່ໄດ້​ໃຊ້​ການ​ຫຍັງ​ເລີຍ.</verse>
				<verse number="13">ເຮົາ​ໄດ້​ໃຫ້​ດິນແດນ​ແຫ່ງໜຶ່ງ​ແກ່​ພວກເຈົ້າ ໂດຍ​ທີ່​ພວກເຈົ້າ​ບໍ່ໄດ້​ຂຸດຄົ້ນ​ຖາກຖາງ ແລະ​ໄດ້​ໃຫ້​ເມືອງຕ່າງໆ​ໂດຍ​ທີ່​ພວກເຈົ້າ​ບໍ່ໄດ້​ກໍ່ສ້າງ. ບັດນີ້​ພວກເຈົ້າ​ກຳລັງ​ອາໄສ​ຢູ່​ໃນ​ທີ່ນັ້ນ ແລະ​ກິນ​ໝາກ​ອະງຸ່ນ​ກັບ​ໝາກ​ກອກເທດ​ຈາກ​ຕົ້ນ ໂດຍ​ທີ່​ພວກເຈົ້າ​ບໍ່ໄດ້​ປູກຝັງ​ໄວ້​ເລີຍ.’</verse>
				<verse number="14">ແລະ​ບັດນີ້ ຈົ່ງ​ຍົກຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ຢ່າງ​ຈິງໃຈ​ແລະ​ສັດຊື່. ຈົ່ງ​ປະຖິ້ມ​ບັນດາ​ພະ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເຄີຍ​ຂາບໄຫວ້​ໃນ​ເມໂຊໂປຕາເມຍ ແລະ​ໃນ​ປະເທດ​ເອຢິບ​ນັ້ນ​ສາ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ແຕ່​ພຣະເຈົ້າຢາເວ​ເທົ່ານັ້ນ.</verse>
				<verse number="15">ຖ້າ​ພວກເຈົ້າ​ບໍ່​ເຕັມໃຈ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ຈົ່ງ​ຕັດສິນໃຈ​ໃນ​ມື້ນີ້​ວ່າ ພວກເຈົ້າ​ຈະ​ບົວລະບັດ​ຮັບໃຊ້​ຜູ້ໃດ ບັນດາ​ພະ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ຂາບໄຫວ້​ໃນ​ເມໂຊໂປຕາເມຍ ຫລື​ບັນດາ​ພະ​ຂອງ​ຊາວ​ອາໂມ​ໃນ​ດິນແດນ​ທີ່​ພວກເຈົ້າ​ອາໄສ​ຢູ່​ນີ້. ສ່ວນ​ຂ້າພະເຈົ້າ​ກັບ​ຄອບຄົວ​ຂອງ​ຂ້າພະເຈົ້າ​ແລ້ວ ພວກເຮົາ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ.”</verse>
				<verse number="16">ປະຊາຊົນ​ໄດ້​ຕອບ​ວ່າ, “ພວກເຮົາ​ຈະ​ບໍ່​ໜີ​ຈາກ​ພຣະເຈົ້າຢາເວ​ຈັກເທື່ອ ແລະ​ຈະ​ບໍ່​ໄປ​ບົວລະບັດ​ຮັບໃຊ້​ພະອື່ນ.</verse>
				<verse number="17">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ນຳພາ​ພໍ່​ແມ່ ແລະ​ພວກເຮົາ​ອອກ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ ແລະ​ພວກເຮົາ​ໄດ້​ເຫັນ​ການ​ອັດສະຈັນ​ຕ່າງໆ​ທີ່​ພຣະອົງ​ໄດ້​ເຮັດ. ພຣະອົງ​ໄດ້​ຄຸ້ມຄອງ​ພວກເຮົາ​ໃຫ້​ປອດໄພ ບໍ່​ວ່າ​ບ່ອນ​ໃດ​ກໍຕາມ​ທີ່​ພວກເຮົາ​ໄດ້​ຜ່ານ​ໄປ​ໃນ​ທ່າມກາງ​ທຸກ​ຊົນຊາດ.</verse>
				<verse number="18">ພຣະເຈົ້າຢາເວ​ໄດ້​ຂັບໄລ່​ຊາວ​ອາໂມ​ທີ່​ຢູ່​ໃນ​ດິນແດນ​ນັ້ນ​ອອກ​ໄປ ໃນ​ຂະນະທີ່​ພວກເຮົາ​ກຳລັງ​ບຸກໜ້າ​ເຂົ້າ​ໄປ. ສະນັ້ນ ພວກເຮົາ​ຈຶ່ງ​ຈະ​ຮັບໃຊ້​ພຣະເຈົ້າຢາເວ ເພາະ​ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກເຮົາ.”</verse>
				<verse number="19">ໂຢຊວຍ​ໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, “ແຕ່​ພວກເຈົ້າ​ບໍ່​ອາດ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ​ໄດ້​ດອກ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ບໍຣິສຸດ, ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ຫວງແຫນ ແລະ​ພຣະອົງ​ຈະ​ບໍ່​ອະໄພ​ການລະເມີດ ຫຼື​ການບາບ​ຂອງ​ພວກເຈົ້າ.</verse>
				<verse number="20">ແລະ​ຖ້າ​ພວກເຈົ້າ​ປະຖິ້ມ​ພຣະເຈົ້າຢາເວ​ໄປ​ບົວລະບັດ​ຮັບໃຊ້​ບັນດາ​ພະ​ຂອງ​ຕ່າງຊາດ​ແລ້ວ ພຣະອົງ​ກໍ​ຈະ​ຫັນ​ມາ​ຕໍ່ສູ້ ແລະ​ລົງໂທດ​ພວກເຈົ້າ. ພຣະອົງ​ຈະ​ທຳລາຍ​ພວກເຈົ້າ ເຖິງ​ແມ່ນ​ວ່າ​ພຣະອົງ​ໄດ້​ເຮັດ​ດີ​ຕໍ່​ພວກເຈົ້າ​ກໍຕາມ.”</verse>
				<verse number="21">ປະຊາຊົນ​ເວົ້າ​ກັບ​ໂຢຊວຍ​ວ່າ, “ບໍ່ ພວກເຮົາ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ.”</verse>
				<verse number="22">ໂຢຊວຍ​ຕອບ​ວ່າ, “ໃຫ້​ພວກເຈົ້າ​ເປັນ​ພະຍານ​ແກ່​ຕົນເອງ ທີ່​ພວກເຈົ້າ​ໄດ້​ເລືອກເອົາ​ການ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ.” ພວກເຂົາ​ຕອບ​ວ່າ, “ຕົກລົງ ພວກເຮົາ​ຂໍ​ເປັນ​ພະຍານ.”</verse>
				<verse number="23">ສະນັ້ນ ໂຢຊວຍ​ຈຶ່ງ​ໄດ້​ຮ້ອງ​ຂໍ​ວ່າ, “ຖ້າ​ຢ່າງ​ນັ້ນ ຈົ່ງ​ປະຖິ້ມ​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ​ທີ່​ພວກເຈົ້າ​ມີ​ຢູ່ ແລະ​ຕິດຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຢ່າງ​ສັດຊື່.”</verse>
				<verse number="24">ແລ້ວ​ປະຊາຊົນ​ກໍ​ເວົ້າ​ກັບ​ໂຢຊວຍ​ວ່າ, “ພວກເຮົາ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແລະ​ຈະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.”</verse>
				<verse number="25">ດັ່ງນັ້ນ ໂຢຊວຍ​ຈຶ່ງ​ໄດ້​ເຮັດ​ພັນທະສັນຍາ​ສຳລັບ ພວກເຂົາ​ໃນ​ມື້​ນັ້ນ ແລະ​ເພິ່ນ​ໄດ້​ມອບ​ກົດບັນຍັດ​ກັບ​ກົດລະບຽບ​ຕ່າງໆ ໃຫ້​ແກ່​ພວກເຂົາ​ທີ່​ເມືອງ​ຊີເຄມ.</verse>
				<verse number="26">ໂຢຊວຍ​ໄດ້​ບັນທຶກ​ຂໍ້ຄຳສັ່ງ​ເຫຼົ່ານັ້ນ​ໄວ້​ໃນ​ປື້ມ​ກົດບັນຍັດ​ຂອງ​ພຣະເຈົ້າ. ແລ້ວ​ເພິ່ນ​ກໍໄດ້​ເອົາ​ຫີນ​ໃຫຍ່​ກ້ອນ​ໜຶ່ງ​ຕັ້ງ​ຂຶ້ນ​ທີ່​ຮົ່ມ​ຂອງ​ຕົ້ນໂອກ ໃນ​ສະຖານທີ່​ສັກສິດ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="27">ເພິ່ນ​ໄດ້​ກ່າວ​ແກ່​ທຸກໆ​ຄົນ​ວ່າ, “ຫີນ​ກ້ອນ​ນີ້​ຈະ​ເປັນ​ພະຍານ​ໃຫ້​ພວກເຮົາ. ມັນ​ໄດ້ຍິນ​ທຸກ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ພວກເຮົາ. ສະນັ້ນ ມັນ​ຈຶ່ງ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ ເພື່ອ​ບໍ່​ໃຫ້​ພວກເຈົ້າ​ຄິດ​ກະບົດ​ຕໍ່​ພຣະເຈົ້າ​ຂອງ​ພວກເຈົ້າ.”</verse>
				<verse number="28">ແລ້ວ​ໂຢຊວຍ​ກໍ​ໃຫ້​ປະຊາຊົນ​ເຫຼົ່ານັ້ນ​ກັບ​ໄປ​ສູ່​ດິນແດນ​ທີ່​ເປັນ​ສ່ວນ​ຂອງ​ໃຜລາວ.</verse>
				<verse number="29">ຫລັງຈາກ​ນັ້ນ ໂຢຊວຍ​ລູກຊາຍ​ຂອງ​ນູນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ ກໍໄດ້​ຕາຍໄປ​ເມື່ອ​ເພິ່ນ​ອາຍຸ​ໄດ້ 110 ປີ.</verse>
				<verse number="30">ພວກເຂົາ​ໄດ້​ຝັງສົບ​ຂອງ​ເພິ່ນ​ໄວ້​ໃນ​ທີ່ດິນ​ຂອງ​ເພິ່ນ​ເອງ​ທີ່​ບ້ານ​ຕີມນາດ​ເສຣາ ໃນ​ເຂດ​ເນີນພູ​ເອຟຣາອິມ​ທາງທິດເໜືອ​ຂອງ​ພູເຂົາ​ກາອາດ.</verse>
				<verse number="31">ໃນ​ຊົ່ວຊີວິດ​ຂອງ​ໂຢຊວຍ​ນັ້ນ ປະຊາຊົນ​ອິດສະຣາເອນ​ໄດ້​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ​ຕະຫລອດມາ. ຫລັງຈາກ​ເພິ່ນ​ຕາຍໄປ​ແລ້ວ ພວກເຂົາ​ກໍ​ຍັງ​ສືບຕໍ່​ບົວລະບັດ​ຮັບໃຊ້​ພຣະອົງ ຕະຫລອດ​ຊົ່ວຊີວິດ​ຂອງ​ພວກຜູ້ນຳ​ທຸກຄົນ ທີ່​ໄດ້​ເຫັນ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ສຳລັບ​ຊາດ​ອິດສະຣາເອນ.</verse>
				<verse number="32">ສ່ວນ​ກະດູກ​ຂອງ​ໂຢເຊັບ​ທີ່​ພວກ​ອິດສະຣາເອນ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ກໍໄດ້​ຖືກ​ຝັງ​ໄວ້​ທີ່​ເມືອງ​ຊີເຄມ ໃນ​ດິນ​ຕອນ​ໜຶ່ງ​ທີ່​ຢາໂຄບ​ໄດ້​ຊື້​ຈາກ​ລູກຊາຍ​ຂອງ​ຮາໂມ​ຜູ້​ເປັນ​ພໍ່​ຂອງ​ຊີເຄມ ເປັນ​ເງິນ​ໜຶ່ງຮ້ອຍ​ຫລຽນ. ທີ່ດິນ​ນີ້​ເປັນ​ມູນ​ມໍຣະດົກ​ຂອງ​ລູກຫລານ​ໂຢເຊັບ.</verse>
				<verse number="33">ຕໍ່ມາ ເອເລອາຊາ​ລູກຊາຍ​ຂອງ​ອາໂຣນ​ກໍ​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ທີ່​ເມືອງ​ກີເບອາ ຊຶ່ງ​ເປັນ​ເມືອງ​ໃນ​ເຂດ​ເນີນພູ​ເອຟຣາອິມ. ເມືອງ​ນີ້​ໄດ້​ຍົກ​ໃຫ້​ເປັນ​ກຳມະສິດ​ຂອງ​ຟີເນຮາ.</verse>
			</chapter>
		</book>
		<book number="7">
			<chapter number="1">
				<verse number="1">ຫລັງຈາກ​ທີ່​ໂຢຊວຍ​ໄດ້​ຕາຍໄປ​ແລ້ວ ຊາວ​ອິດສະຣາເອນ​ກໍໄດ້​ຖາມ​ພຣະເຈົ້າຢາເວ​ວ່າ, “ໃນ​ພວກ​ຂ້ານ້ອຍ ແມ່ນ​ເຜົ່າໃດ​ທີ່​ຈະ​ເປັນ​ພວກ​ທຳອິດ​ໄປ​ໂຈມຕີ​ພວກ​ການາອານ​ກ່ອນ?”</verse>
				<verse number="2">ພຣະເຈົ້າຢາເວ​ຕອບ​ວ່າ, “ຈົ່ງ​ໃຫ້​ເຜົ່າຢູດາ​ໄປ​ກ່ອນ ເພາະ​ເຮົາ​ຈະ​ໃຫ້​ພວກເຂົາ​ເປັນ​ຜູ້​ຄອບຄອງ​ດິນແດນ​ນັ້ນ.”</verse>
				<verse number="3">ແລ້ວ​ຊາວ​ຢູດາ​ກໍໄດ້​ຊວນ​ຊາວ​ຊີເມໂອນ​ວ່າ, “ພວກເຈົ້າ​ໄປ​ກັບ​ພວກຂ້ອຍ​ເທາະ ໄປ​ຍັງ​ດິນແດນ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ພວກຂ້ອຍ ແລະ​ພວກເຮົາ​ຈະ​ພ້ອມກັນ​ສູ້ຮົບ​ພວກ​ການາອານ. ແລ້ວ​ພວກຂ້ອຍ​ກໍ​ຈະ​ໄປ​ກັບ​ພວກເຈົ້າ ສູ່​ດິນແດນ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ພວກເຈົ້າ.”</verse>
				<verse number="4">ດັ່ງນັ້ນ ເຜົ່າ​ຊີເມໂອນ ແລະ​ເຜົ່າ​ຢູດາ​ຈຶ່ງ​ອອກ​ໄປ​ສູ້ຮົບ​ນຳກັນ. ພຣະເຈົ້າຢາເວ​ໄດ້​ໃຫ້​ພວກເຂົາ​ຊະນະ​ພວກ​ການາອານ ແລະ​ພວກ​ເປຣີຊີ​ໂດຍ​ໄດ້​ຂ້າ​ສິບພັນ​ຄົນ ທີ່​ເບເຊັກ.</verse>
				<verse number="5">ໃນ​ທີ່​ນີ້ ພວກເຂົາ​ໄດ້​ພົບ​ເຈົ້າ​ອາໂດນີເບເຊັກ​ແລະ​ໄດ້​ສູ້ຮົບ​ເພິ່ນ.</verse>
				<verse number="6">ເຈົ້າ​ອາໂດນີເບເຊັກ​ໄດ້​ປົບໜີໄປ ແຕ່​ພວກ​ອິດສະຣາເອນ​ໄລ່​ຕິດຕາມ​ແລະ​ຈັບ​ເພິ່ນ​ໄດ້. ພວກເຂົາ​ໄດ້​ຕັດ​ໂປ້ມື​ແລະ​ໂປ້ຕີນ​ຂອງ​ເພິ່ນ​ຖິ້ມ.</verse>
				<verse number="7">ເຈົ້າ​ອາໂດນີເບເຊັກ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ຍັງ​ມີ​ກະສັດ​ເຈັດສິບ​ຄົນ ທີ່​ຖືກ​ຕັດ​ໂປ້ມື​ແລະ​ໂປ້ຕີນ; ພວກເຂົາ​ພາກັນ​ເກັບ​ເສດ​ອາຫານ​ຕາມ​ກ້ອງ​ໂຕະ​ຂອງຂ້ອຍ. ບັດນີ້ ພຣະເຈົ້າ​ໄດ້​ເຮັດ​ຕໍ່​ຂ້ອຍ​ດັ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ຕໍ່​ພວກເຂົາ​ນັ້ນ.” ຕໍ່ມາ ເຈົ້າ​ອາໂດນີ​ເບເຊັກ​ໄດ້​ຖືກ​ນຳ​ຕົວ​ໄປ​ທີ່​ເມືອງ​ເຢຣູຊາເລັມ ແລະ​ເພິ່ນ​ໄດ້​ຕາຍ​ຢູ່​ທີ່​ນັ້ນ.</verse>
				<verse number="8">ຕໍ່ມາ ຊາວ​ຢູດາ​ໄດ້​ໂຈມຕີ​ເມືອງ​ເຢຣູຊາເລັມ​ແລະ​ຢຶດເມືອງ​ໄດ້. ພວກເຂົາ​ໄດ້​ຂ້າ​ປະຊາຊົນ​ແລະ​ຈູດ​ເມືອງ​ຖິ້ມ.</verse>
				<verse number="9">ຫລັງຈາກ​ນັ້ນ​ແລ້ວ ພວກເຂົາ​ກໍ​ຂຶ້ນ​ໄປ​ສູ້ຮົບ​ພວກ​ການາອານ​ທີ່​ຢູ່​ຕາມ​ແຖບ​ເນີນພູ, ຕາມ​ຕີນ​ພູເຂົາ ແລະ​ໃນ​ບ່ອນ​ແຫ້ງແລ້ງ​ທາງ​ພາກໃຕ້.</verse>
				<verse number="10">ພວກເຂົາ​ໄດ້​ຍົກທັບ​ອອກ​ໄປ​ສູ້ຮົບ​ພວກ​ການາອານ​ຢູ່​ໃນ​ເມືອງ​ເຮັບໂຣນ ຊຶ່ງ​ແຕ່​ກ່ອນ​ມີ​ຊື່​ວ່າ ກີຣິອາດ​ອາກບາ. ຢູ່​ທີ່​ນັ້ນ ພວກເຂົາ​ໄດ້​ເອົາ​ຊະນະ​ຕະກຸນ​ຕ່າງໆ​ຂອງ​ເຊຊາຍ, ອາຮີມານ ແລະ​ຕານໄມ.</verse>
				<verse number="11">ຈາກ​ທີ່ນັ້ນ ພວກ​ຢູດາ​ໄດ້​ພາກັນ​ຍົກທັບ​ອອກ​ໄປ​ໂຈມຕີ​ເມືອງ​ເດບີ ຊຶ່ງ​ໃນ​ເວລາ​ນັ້ນ​ມີ​ຊື່​ວ່າ ກີຣິອາດ​ເຊເຟ.</verse>
				<verse number="12">ຜູ້ໜຶ່ງ​ໃນ​ພວກເຂົາ​ຊື່​ກາເລັບ​ເວົ້າ​ວ່າ, “ຂ້ອຍ​ຈະ​ໃຫ້​ອັກສາ​ລູກສາວ​ຂອງຂ້ອຍ ແຕ່ງງານ​ກັບ​ຜູ້​ທີ່​ຢຶດເມືອງ​ກີຣິອາດ​ເຊເຟ​ໄດ້​ສຳເລັດ.”</verse>
				<verse number="13">ແລ້ວ​ໂອດນີເອນ​ລູກຊາຍ​ຂອງ​ເກນາ ແລະ​ຫລານຊາຍ​ຂອງ​ກາເລັບ​ເອງ ກໍ​ຢຶດເມືອງ​ໄດ້. ດັ່ງນັ້ນ ກາເລັບ​ຈຶ່ງ​ຍົກ​ນາງ​ອັກສາ​ລູກສາວ​ຂອງຕົນ ໃຫ້​ແຕ່ງງານ​ກັບ​ໂອດນີເອນ.</verse>
				<verse number="14">ຢູ່ມາ​ໂອດນີເອນ​ກໍ​ຍຸແຍ່​ນາງ ໃຫ້​ຂໍ​ທີ່ດິນ​ຈາກ​ຜູ້​ເປັນ​ພໍ່. ເມື່ອ​ອັກສາ​ລົງ​ຈາກ​ຫລັງ​ລໍ​ມາ ກາເລັບ​ຈຶ່ງ​ຖາມ​ນາງ​ວ່າ, “ເຈົ້າ​ຢາກ​ໄດ້​ຫຍັງ?”</verse>
				<verse number="15">ນາງ​ຕອບ​ວ່າ, “ລູກ​ຢາກ​ໃຫ້​ພໍ່​ຫາ​ທີ່ດິນ​ບ່ອນ​ມີ​ບໍ່ນໍ້າ​ໃຫ້ ເພາະ​ບ່ອນ​ທີ່​ພໍ່​ມອບ​ໃຫ້​ລູກ​ນັ້ນ​ເປັນ​ທີ່ດິນ​ແຫ້ງແລ້ງ.” ດັ່ງນັ້ນ ກາເລັບ​ຈຶ່ງ​ມອບ​ທີ່ດິນ ບ່ອນ​ທີ່​ມີ​ບໍ່ນໍ້າ​ທາງ​ພາກເໜືອ ແລະ​ທາງ​ພາກໃຕ້​ໃຫ້​ແກ່​ນາງ.</verse>
				<verse number="16">ເຊື້ອສາຍ​ຂອງ​ພໍ່ເຖົ້າ​ໂມເຊ ຊາວ​ເກນິດ ໄດ້​ອອກ​ຈາກ​ເຢຣິໂກ​ເມືອງ​ທີ່​ມີ​ຕົ້ນ​ຕານ ໄປ​ກັບ​ຊາວ​ຢູດາ​ສູ່​ຖິ່ນ​ແຫ້ງແລ້ງ​ທີ່​ຢູ່​ທາງ​ເຂດ​ພາກໃຕ້​ຂອງ​ອາຣາດ. ພວກເຂົາ​ໄດ້​ເດີນທາງ​ຮ່ວມ​ກັບ​ຊາວ​ຢູດາ ໄປ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ​ທ່າມກາງ​ຊາວ​ອາມາເຫຼັກ.</verse>
				<verse number="17">ຊາວ​ຢູດາ​ໄດ້​ໄປ​ກັບ​ຊາວ​ຊີເມໂອນ ແລະ​ຮ່ວມ​ກັນ​ຕີ​ຊະນະ​ຊາວ​ການາອານ​ຢູ່​ທີ່​ເມືອງ​ເຊຟັດ. ພວກເຂົາ​ໄດ້​ທຳລາຍ​ເມືອງ​ຖິ້ມ​ຈົນກ້ຽງ ແລະ​ຕັ້ງ​ຊື່​ໃໝ່​ໃຫ້​ເມືອງ​ນີ້​ວ່າ ໂຮມາ.</verse>
				<verse number="18">ພຣະເຈົ້າຢາເວ​ຊ່ວຍເຫລືອ​ຊາວ​ຢູດາ ແລະ​ພວກເຂົາ​ກໍ​ຢຶດເມືອງ​ຕາມ​ແຖບ​ເນີນພູ​ໄດ້. ແຕ່​ພວກເຂົາ​ບໍ່ໄດ້​ຢຶດ ເມືອງ​ກາຊາ, ເມືອງ​ອາຊະເກໂລນ ຫລື​ເມືອງ​ເອັກໂຣນ ພ້ອມ​ທັງ​ເຂດແດນ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ຊາວ​ຢູດາ​ບໍ່​ສາມາດ​ຂັບໄລ່​ປະຊາຊົນ ທີ່​ຢູ່​ຕາມ​ທົ່ງ​ຮາບພຽງ​ອອກ​ໄປ​ໄດ້ ເພາະ​ພວກ​ເຫຼົ່ານີ້​ມີ​ລົດຮົບ​ທີ່​ເຮັດ​ດ້ວຍ​ເຫຼັກ.</verse>
				<verse number="19"></verse>
				<verse number="20">ກາເລັບ​ໄດ້​ຮັບ​ເມືອງ​ເຮັບໂຣນ​ເປັນ​ກຳມະສິດ​ຕາມ​ຄຳສັ່ງ​ຂອງ​ໂມເຊ. ສະນັ້ນ ກາເລັບ​ຈຶ່ງ​ຂັບໄລ່​ເຊື້ອສາຍ​ຂອງ​ອານາກ​ທັງ​ສາມ​ຕະກຸນ ອອກ​ໄປ​ຈາກ​ເມືອງ​ນີ້.</verse>
				<verse number="21">ແຕ່​ປະຊາຊົນ​ໃນ​ເຜົ່າ​ເບັນຢາມິນ​ບໍ່ໄດ້​ຂັບໄລ່​ຊາວ​ເຢບຸດ ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ອອກ​ໜີໄປ; ສະນັ້ນ ຊາວ​ເຢບຸດ​ຈຶ່ງ​ຢູ່​ຮ່ວມ​ກັບ​ຊາວ​ເບັນຢາມິນ ຈົນເຖິງ​ເທົ່າ​ທຸກ​ວັນນີ້.</verse>
				<verse number="22">ສ່ວນ​ເຜົ່າ​ເອຟຣາອິມ​ແລະ​ເຜົ່າ​ມານາເຊ​ນັ້ນ ກໍໄດ້​ອອກ​ໄປ​ໂຈມຕີ​ເມືອງ​ເບັດເອນ​ຊຶ່ງ​ໃນ​ເວລາ​ນັ້ນ​ມີ​ຊື່​ວ່າ ລູເຊ. ພຣະເຈົ້າຢາເວ​ໄດ້​ຊ່ວຍເຫລືອ​ພວກເຂົາ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ສົ່ງ​ນັກສືບ​ໄປ​ສອດແນມ​ເບິ່ງ​ເມືອງ​ນັ້ນ.</verse>
				<verse number="23"></verse>
				<verse number="24">ແລ້ວ​ພວກ​ນັກສືບ​ກໍ​ເຫັນ​ຊາຍ​ຄົນ​ໜຶ່ງ​ກຳລັງ​ອອກ​ມາ​ຈາກ​ເມືອງ ຈຶ່ງ​ຖາມ​ລາວ​ວ່າ, “ຈົ່ງ​ບອກ​ໃຫ້​ຮູ້​ແດ່​ວ່າ ພວກຂ້ອຍ​ຈະ​ເຂົ້າ​ໄປ​ໃນ​ເມືອງ​ນີ້​ໄດ້​ຢ່າງ​ໃດ ແລະ​ພວກຂ້ອຍ​ກໍ​ຈະ​ບໍ່​ທຳຮ້າຍ​ເຈົ້າ.”</verse>
				<verse number="25">ດັ່ງນັ້ນ ຊາຍ​ຜູ້​ນີ້​ຈຶ່ງ​ບອກ​ທາງ​ໃຫ້​ພວກເຂົາ ແລະ​ຊາວ​ເອຟຣາອິມ​ກັບ​ຊາວ​ມານາເຊ​ໄດ້​ຂ້າ​ທຸກຄົນ​ຢູ່​ໃນ​ເມືອງ​ນັ້ນ ເວັ້ນ​ໄວ້​ແຕ່​ຊາຍ​ຄົນ​ນີ້​ແລະ​ຄອບຄົວ​ຂອງ​ລາວ.</verse>
				<verse number="26">ຕໍ່ມາ​ຊາຍ​ຄົນ​ນີ້ ໄດ້​ໄປ​ທີ່​ດິນແດນ​ຂອງ​ຊາວ​ຮິດຕີ ແລະ​ສ້າງ​ເມືອງ​ໜຶ່ງ​ຂຶ້ນ​ຢູ່​ທີ່​ນັ້ນ. ລາວ​ໄດ້​ໃສ່​ຊື່​ເມືອງ​ນີ້​ວ່າ​ລູເຊ ຊຶ່ງ​ຍັງ​ມີ​ຢູ່​ເທົ່າ​ເຖິງ​ທຸກ​ວັນນີ້.</verse>
				<verse number="27">ເຜົ່າ​ມານາເຊ​ບໍ່ໄດ້​ຂັບໄລ່​ປະຊາຊົນ​ໃຫ້​ອອກ​ໜີໄປ​ຈາກ​ເມືອງ​ຕ່າງໆ ດັ່ງນີ້: ເບັດ​ເຊອານ, ຕາອານັກ, ໂດເຣ, ອິບເລອາມ, ເມກິດໂດ ແລະ​ເມືອງ​ທັງຫລາຍ​ທີ່​ຢູ່​ໃກ້ຄຽງ. ຊາວ​ການາອານ​ຍັງ​ສືບຕໍ່​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="28">ເຖິງ​ແມ່ນ​ວ່າ ຊາວ​ອິດສະຣາເອນ​ມີ​ອຳນາດ​ຫລາຍ​ຂຶ້ນ​ກໍດີ ແຕ່​ພວກເຂົາ​ບໍ່ໄດ້​ຂັບໄລ່​ຊາວ​ການາອານ​ອອກ​ໄປ​ໃຫ້​ໝົດ ຊາວ​ອິດສະຣາເອນ​ຊໍ້າ​ບັງຄັບ​ພວກເຂົາ​ໃຫ້​ເຮັດ​ວຽກ​ບາງ​ຢ່າງ​ໃຫ້​ແກ່​ພວກຕົນ.</verse>
				<verse number="29">ເຜົ່າ​ເອຟຣາອິມ​ບໍ່ໄດ້​ຂັບໄລ່​ຊາວ​ການາອານ​ທີ່​ຢູ່​ໃນ​ເມືອງ​ເກເຊ ໃຫ້​ອອກ​ໜີໄປ. ດັ່ງນັ້ນ ຊາວ​ການາອານ​ຈຶ່ງ​ຍັງ​ສືບຕໍ່​ຢູ່​ໃນ​ທີ່ນັ້ນ​ກັບ​ພວກເຂົາ.</verse>
				<verse number="30">ເຜົ່າ​ເຊບູໂລນ​ບໍ່ໄດ້​ຂັບໄລ່​ປະຊາຊົນ​ທີ່​ຢູ່​ໃນ​ເມືອງ​ກິດໂຣນ​ແລະ​ເມືອງ​ນາຮາລານ ໃຫ້​ອອກ​ໜີໄປ. ດັ່ງນັ້ນ ຊາວ​ການາອານ​ຈຶ່ງ​ຍັງ​ສືບຕໍ່​ຢູ່​ໃນ​ທີ່ນັ້ນ​ກັບ​ພວກເຂົາ ແລະ​ຖືກ​ບັງຄັບ​ເຮັດ​ວຽກ​ໃຫ້​ພວກເຂົາ.</verse>
				<verse number="31">ເຜົ່າ​ອາເຊ​ບໍ່ໄດ້​ຂັບໄລ່​ປະຊາຊົນ​ໃຫ້​ອອກ​ໜີໄປ​ຈາກ​ເມືອງ​ຕ່າງໆ ດັ່ງນີ້: ເມືອງ​ອັກໂກ, ຊີໂດນ, ອາຮະລັບ, ອັກຊິບ, ເຮນບາ, ອາເຟັກ ແລະ​ເຣໂຮບ.</verse>
				<verse number="32">ຊາວ​ອາເຊ​ໄດ້​ຢູ່​ຮ່ວມ​ກັບ​ຊາວ​ການາອານ​ຄົນພື້ນເມືອງ ໃນ​ເມື່ອ​ພວກເຂົາ​ບໍ່ໄດ້​ຖືກ​ຂັບໄລ່​ໃຫ້​ອອກ​ໜີໄປ.</verse>
				<verse number="33">ເຜົ່າ​ເນັບທາລີ​ບໍ່ໄດ້​ຂັບໄລ່​ປະຊາຊົນ ທີ່​ຢູ່​ໃນ​ເມືອງ​ເບັດເຊເມດ​ແລະ​ເມືອງ​ເບັດ​ອານາດ ໃຫ້​ອອກ​ໜີໄປ. ຊາວ​ເນັບທາລີ​ໄດ້​ຢູ່​ຮ່ວມ​ກັບ​ຊາວ​ການາອານ​ຄົນພື້ນເມືອງ ແຕ່​ບັງຄັບ​ພວກເຂົາ​ເຮັດ​ວຽກ​ໃຫ້​ພວກ​ຕົນ.</verse>
				<verse number="34">ຊາວ​ອາໂມ​ໄດ້​ບັງຄັບ​ເຜົ່າ​ດານ​ໃຫ້​ໄປ​ຢູ່​ທາງ​ແຖບ​ເນີນພູ ແລະ​ບໍ່​ຍອມ​ໃຫ້​ພວກເຂົາ​ລົງ​ມາ​ທີ່​ທົ່ງ​ຮາບພຽງ.</verse>
				<verse number="35">ຊາວ​ອາໂມ​ຍັງ​ສືບຕໍ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ ດັ່ງນີ້: ໄອຢາໂລນ, ຊາອານບິມ ແລະ​ພູ​ເຮເຣັດ. ແຕ່​ເຜົ່າ​ເອຟຣາອິມ​ກັບ​ເຜົ່າ​ມານາເຊ​ໄດ້​ປົກຄອງ​ພວກເຂົາ ແລະ​ບັງຄັບ​ພວກເຂົາ​ເຮັດ​ວຽກ​ໃຫ້​ພວກ​ຕົນ.</verse>
				<verse number="36">ທາງ​ພາກເໜືອ​ຂອງ​ເສລາ ເຂດແດນ​ຂອງ​ຊາວ​ເອໂດມ ຂະຫຍາຍ​ອອກ​ໄປ​ຈົນເຖິງ​ຊ່ອງແຄບ​ຂອງ​ອັກຣັບບິມ.</verse>
			</chapter>
			<chapter number="2">
				<verse number="1">ຢູ່​ຕໍ່ມາ ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ຈາກ​ເມືອງ​ກິນການ ໄປ​ທີ່​ເມືອງ​ໂບກິມ. ເທວະດາ​ຕົນ​ນີ້​ໄດ້​ກ່າວ​ແກ່​ຊາວ​ອິດສະຣາເອນ​ວ່າ, “ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ພາ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ. ເຮົາ​ໄດ້​ບອກ​ພວກເຈົ້າ​ວ່າ ‘ເຮົາ​ຈະ​ບໍ່​ລຶບລ້າງ​ພັນທະສັນຍາ​ທີ່​ມີ​ໄວ້​ກັບ​ພວກເຈົ້າ​ຈັກເທື່ອ.</verse>
				<verse number="2">ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ຄຳສັນຍາ​ໃດໆ​ກັບ​ປະຊາຊົນ​ທີ່​ຢູ່​ໃນ​ດິນແດນ​ນີ້. ພວກເຈົ້າ​ຈະ​ຕ້ອງ​ທຳລາຍ​ຖິ້ມ​ໝົດ​ແທ່ນບູຊາ​ຂອງ​ພວກເຂົາ.’ ແຕ່​ພວກເຈົ້າ​ບໍ່​ເຮັດ​ຕາມ​ທີ່​ເຮົາ​ໄດ້​ບອກ​ໄວ້. ພວກເຈົ້າ​ກັບ​ໄປ​ເຮັດ​ໃນ​ສິ່ງ​ທີ່​ກົງກັນຂ້າມ</verse>
				<verse number="3">ສະນັ້ນ ເຮົາ​ຈຶ່ງ​ຂໍ​ບອກ​ພວກເຈົ້າ​ດຽວນີ້​ໂລດ​ວ່າ ເຮົາ​ຈະ​ບໍ່​ຂັບໄລ່​ປະຊາຊົນ​ເຫຼົ່ານີ້​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ​ໃນ​ທີ່ນັ້ນ. ພວກເຂົາ​ຈະ​ເປັນ​ສັດຕູ ຂອງ​ພວກເຈົ້າ​ແລະ​ການ​ຂາບໄຫວ້​ບັນດາ​ພະ​ຂອງ​ພວກເຂົາ​ກໍ​ຈະ​ເປັນ​ສິ່ງ​ລໍ້ລວງ​ພວກເຈົ້າ ໃຫ້​ເຮັດ​ບາບ​ອັນ​ຮ້າຍແຮງ.”</verse>
				<verse number="4">ເມື່ອ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ​ແລ້ວ ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍ​ຮ້ອງໄຫ້</verse>
				<verse number="5">ເພາະ​ສະນັ້ນ ບ່ອນ​ນີ້​ຈຶ່ງ​ມີ​ຊື່​ວ່າ ໂບກິມ. ໃນ​ທີ່​ນີ້​ພວກເຂົາ​ໄດ້​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ.</verse>
				<verse number="6">ໂຢຊວຍ​ໄດ້​ສົ່ງ​ຊາວ​ອິດສະຣາເອນ​ໃຫ້​ໄປ​ຕາມ​ທາງ​ຂອງ​ພວກເຂົາ ແລະ​ແຕ່ລະຄົນ​ກໍໄດ້​ໄປ​ຢຶດ​ດິນແດນ​ເປັນ​ກຳມະສິດ​ຂອງ​ໃຜ​ລາວ.</verse>
				<verse number="7">ປະຊາຊົນ​ອິດສະຣາເອນ​ຮັບໃຊ້​ພຣະເຈົ້າຢາເວ​ຕະຫລອດ​ຊົ່ວຊີວິດ​ຂອງ​ໂຢຊວຍ. ຫລັງຈາກ​ໂຢຊວຍ​ໄດ້​ຕາຍໄປ​ແລ້ວ ພວກເຂົາ​ກໍ​ຍັງ​ສືບຕໍ່​ຮັບໃຊ້​ພຣະອົງ ຈົນ​ຕະຫລອດ​ຊົ່ວອາຍຸ​ຂອງ​ພວກຜູ້ນຳ ຜູ້​ທີ່​ໄດ້​ຮູ້ເຫັນ​ກິດຈະການ​ອັນ​ຍິ່ງໃຫຍ່​ທຸກຢ່າງ ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ຕໍ່​ຊາດ​ອິດສະຣາເອນ.</verse>
				<verse number="8">ໂຢຊວຍ​ລູກຊາຍ​ຂອງ​ນູນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ຕາຍໄປ ເມື່ອ​ເພິ່ນ​ອາຍຸ​ໄດ້​ໜຶ່ງຮ້ອຍສິບ​ປີ.</verse>
				<verse number="9">ຊາກ​ສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ໃນ​ດິນແດນ​ຂອງ​ເພິ່ນ​ເອງ ທີ່​ແຖບ​ເນີນພູ​ເອຟຣາອິມ​ໃນ​ເມືອງ​ຕີມນາດ​ເສຣາ ຊຶ່ງ​ຢູ່​ທາງທິດເໜືອ​ຂອງ​ພູເຂົາ​ກາອາດ.</verse>
				<verse number="10">ຕໍ່ມາ ຄົນ​ທັງໝົດ​ໃນ​ເຊັ່ນ​ນັ້ນ​ກໍໄດ້​ຕາຍໄປ ແລະ​ຄົນ​ໃນ​ເຊັ່ນ​ຕໍ່ມາ​ກໍໄດ້​ລືມໄລ​ພຣະເຈົ້າຢາເວ ແລະ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ສຳລັບ​ຊາດ​ອິດສະຣາເອນ.</verse>
				<verse number="11">ແລ້ວ​ຊາວ​ອິດສະຣາເອນ​ກໍໄດ້​ເລີ່ມ​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ ໂດຍ​ເລີ່ມ​ບົວລະບັດ​ຮັບໃຊ້​ພະບາອານ.</verse>
				<verse number="12">ພວກເຂົາ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ຄື​ພຣະເຈົ້າ​ອົງ​ທີ່​ໄດ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເຂົາ​ໄດ້​ພາກັນ​ເລີ່ມ​ຂາບໄຫວ້​ບັນດາ​ພະອື່ນ ຄື​ບັນດາ​ພະ​ຂອງ​ຊົນຊາດ​ທີ່​ຢູ່​ອ້ອມຮອບ​ພວກເຂົາ​ນັ້ນ. ພວກເຂົາ​ໄດ້​ຂາບໄຫວ້​ພະ​ເຫຼົ່ານີ້ ແລະ​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ.</verse>
				<verse number="13">ພວກເຂົາ​ປະຖິ້ມ​ພຣະເຈົ້າຢາເວ ແລະ​ໄປ​ບົວລະບັດ​ຮັບໃຊ້​ພະບາອານ​ແລະ​ເຈົ້າແມ່​ອັດສະຕາກ.</verse>
				<verse number="14">ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາດ​ອິດສະຣາເອນ​ຢ່າງໜັກ ແລະ​ພຣະອົງ​ໄດ້​ປ່ອຍ​ໃຫ້​ພວກ​ໂຈນ​ເຂົ້າ​ມາ​ໂຈມຕີ ປຸ້ນຈີ້​ແລະ​ເອົາ​ສິ່ງຂອງ​ຂອງ​ພວກເຂົາ. ພຣະອົງ​ຍັງ​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ທີ່​ຢູ່​ອ້ອມຮອບ​ນັ້ນ​ຊະນະ​ພວກເຂົາ ຈົນ​ຊາວ​ອິດສະຣາເອນ​ບໍ່​ສາມາດ​ປ້ອງກັນ​ຕົນເອງ​ໄດ້.</verse>
				<verse number="15">ເທື່ອໃດ​ທີ່​ພວກເຂົາ​ອອກ​ສູ້ຮົບ ພຣະເຈົ້າຢາເວ​ກໍ​ຕໍ່ສູ້​ພວກເຂົາ​ເທື່ອນັ້ນ ຕາມ​ທີ່​ພຣະອົງ​ໄດ້​ບອກ​ໄວ້. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕົກ​ຢູ່​ໃນ​ສະພາບ​ເດືອດຮ້ອນ​ທີ່ສຸດ.</verse>
				<verse number="16">ເວລາ​ຕໍ່ມາ ພຣະເຈົ້າຢາເວ​ໄດ້​ໂຜດ​ໃຫ້​ຊາດ​ອິດສະຣາເອນ​ມີ​ຜູ້ປົກຄອງ ເພື່ອ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ພວກ​ໂຈນ​ປຸ້ນສະດົມ.</verse>
				<verse number="17">ແຕ່​ພວກເຂົາ​ບໍ່ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ປົກຄອງ​ເຫຼົ່ານີ້. ພວກເຂົາ​ຫຼີ້ນຊູ້​ກັບ​ບັນດາ​ພະອື່ນ​ແລະ​ຂາບໄຫວ້​ພວກມັນ. ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແຕ່​ອີກ​ບໍ່​ດົນ​ຄົນ​ເຊັ່ນ​ໃໝ່​ນີ້​ກໍ​ເຊົາ​ເຊື່ອຟັງ​ພຣະອົງ​ຢ່າງ​ໄວວາ.</verse>
				<verse number="18">ເທື່ອໃດ​ທີ່​ພຣະເຈົ້າຢາເວ​ໂຜດ​ໃຫ້​ພວກເຂົາ​ມີ​ຜູ້ປົກຄອງ ພຣະເຈົ້າຢາເວ​ກໍ​ຊ່ວຍເຫລືອ​ຜູ້ປົກຄອງ​ເທື່ອນັ້ນ ແລະ​ຊ່ວຍເຫລືອ​ປະຊາຊົນ​ໃຫ້​ພົ້ນ​ຈາກ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ຕະຫລອດ​ຊົ່ວຊີວິດ​ຂອງ​ຜູ້ປົກຄອງ​ນັ້ນ. ພຣະເຈົ້າຢາເວ​ເມດຕາ​ອີດູ​ພວກເຂົາ ຍ້ອນ​ພວກເຂົາ​ຄວນຄາງ​ຢ່າງ​ທົນທຸກ​ເພາະ​ຖືກ​ເຫຼົ່າ​ສັດຕູ​ກົດຂີ່.</verse>
				<verse number="19">ແຕ່​ເມື່ອ​ຜູ້ປົກຄອງ​ຕາຍໄປ​ແລ້ວ ປະຊາຊົນ​ກໍ​ກັບຄືນ​ໄປ​ເຮັດ​ຄືເກົ່າ​ແລະ​ສືບຕໍ່​ເຮັດ​ສິ່ງ​ຊົ່ວຮ້າຍ ຫລາຍກວ່າ​ເຊັ່ນ​ພໍ່​ແມ່​ຂອງ​ພວກເຂົາ​ອີກ. ພວກເຂົາ​ໄດ້​ບົວລະບັດ​ຮັບໃຊ້​ແລະ​ຂາບໄຫວ້​ບັນດາ​ພະອື່ນ ແລະ​ສືບຕໍ່​ປະພຶດ​ຊົ່ວຮ້າຍ​ຕາມ​ວິທີ​ທາງ​ຂອງ​ພວກເຂົາ​ຢ່າງ​ດື້ດຶງ.</verse>
				<verse number="20">ດ້ວຍເຫດນີ້ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາດ​ອິດສະຣາເອນ ແລະ​ກ່າວ​ວ່າ, “ຊົນຊາດ​ນີ້​ຝ່າຝືນ​ພັນທະສັນຍາ ທີ່​ເຮົາ​ໄດ້​ສັ່ງ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ໃຫ້​ຢຶດຖື. ຍ້ອນ​ວ່າ​ພວກເຂົາ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ</verse>
				<verse number="21">ເຮົາ​ຈຶ່ງ​ຈະ​ບໍ່​ຂັບໄລ່​ຊົນຊາດ​ໃດໆ ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ​ນີ້​ໃຫ້​ອອກ​ໜີໄປ ເມື່ອ​ໂຢຊວຍ​ໄດ້​ຕາຍໄປ​ແລ້ວ.</verse>
				<verse number="22">ເຮົາ​ຈະ​ໃຊ້​ພວກເຂົາ​ເພື່ອ​ຄົ້ນ​ຫາ​ວ່າ ຊາວ​ອິດສະຣາເອນ​ຈະ​ຕິດຕາມ​ວິທີ​ທາງ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ປະຕິບັດ​ມາ​ນັ້ນ​ຫລື​ບໍ່.”</verse>
				<verse number="23">ສະນັ້ນ ພຣະເຈົ້າຢາເວ​ຈື່ງ​ປ່ອຍ​ຊົນຊາດ​ເຫຼົ່ານີ້​ໃຫ້​ເຫຼືອ​ຢູ່​ໃນ​ດິນແດນ; ພຣະອົງ​ບໍ່ໄດ້​ໃຫ້​ໂຢຊວຍ​ຊະນະ​ພວກເຂົາ ຫລື​ແມ່ນແຕ່​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໄປ​ໃນທັນທີ ຫລັງຈາກ​ທີ່​ໂຢຊວຍ​ໄດ້​ຕາຍໄປ​ແລ້ວ.</verse>
			</chapter>
			<chapter number="3">
				<verse number="1">ເພາະເຫດນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ປ່ອຍ​ບາງ​ຊົນຊາດ​ໃຫ້​ເຫຼືອ​ຢູ່​ໃນ​ດິນແດນ​ເພື່ອ​ທົດສອບ​ຊາວ​ອິດສະຣາເອນ ຜູ້​ທີ່​ຍັງ​ບໍ່ເຄີຍ​ຜ່ານ​ການ​ສູ້ຮົບ​ໃນ​ດິນແດນ​ການາອານ.</verse>
				<verse number="2">ພຣະອົງ​ກະທຳ​ເຊັ່ນ​ນີ້ ເພື່ອ​ແອບສອນ​ລູກຫລານ​ຂອງ​ຊາວ​ອິດສະຣາເອນ​ທຸກຄົນ ໃຫ້​ຮູ້ຈັກ​ກ່ຽວກັບ​ການ​ເຮັດ​ເສິກ ໂດຍ​ສະເພາະ​ຢ່າງຍິ່ງແລ້ວ ແມ່ນ​ຜູ້​ທີ່​ບໍ່ເຄີຍ​ສູ້ຮົບ​ມາກ່ອນ.</verse>
				<verse number="3">ພວກ​ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ​ນັ້ນ ມີ​ດັ່ງນີ້: ຊາວ​ຟີລິດສະຕິນ​ຢູ່​ໃນ​ຫ້າ​ເມືອງ, ຊາວ​ການາອານ​ທັງໝົດ, ຊາວ​ຊີໂດນ ແລະ​ຊາວ​ຮີວີ​ທີ່​ຢູ່​ຕາມ​ເທິງ​ພູ​ເລບານອນ ຕັ້ງແຕ່​ພູ​ບາອານ-ເຮີໂມນ​ຈົນເຖິງ​ທາງ​ຜ່ານ​ຂອງ​ຊ່ອງແຄບ​ຮາມັດ.</verse>
				<verse number="4">ປະຊາຊົນ​ເຫຼົ່ານີ້​ເປັນ​ພວກ​ທີ່​ເຫຼືອ​ຢູ່​ເພື່ອ​ທົດສອບ​ເບິ່ງ​ຊາດ​ອິດສະຣາເອນ​ວ່າ ພວກເຂົາ​ຈະ​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ທີ່​ໄດ້​ໃຫ້​ໄວ້​ຜ່ານ​ທາງ​ໂມເຊ​ນັ້ນ​ຫລື​ບໍ່?</verse>
				<verse number="5">ດ້ວຍເຫດນີ້ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ທ່າມກາງ​ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.</verse>
				<verse number="6">ພວກເຂົາ​ໄດ້​ເອົາ​ລູກສາວ​ຂອງ​ພວກນັ້ນ​ມາ​ເປັນ​ເມຍ ແລະ​ໄດ້​ຍົກ​ລູກສາວ​ຂອງ​ຕົນເອງ​ໃຫ້​ເປັນ​ເມຍ​ລູກຊາຍ​ຂອງ​ພວກນັ້ນ, ແລະ​ຂາບໄຫວ້​ບັນດາ​ພະ​ຂອງ​ຊົນຊາດ​ເຫຼົ່ານັ້ນ.</verse>
				<verse number="7">ປະຊາຊົນ​ອິດສະຣາເອນ​ໄດ້​ລືມໄລ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ພວກ​ຕົນ; ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ ແລະ​ຂາບໄຫວ້​ຮູບເຄົາຣົບ​ບາອານ​ແລະ​ເຈົ້າແມ່​ອາເຊຣາ.</verse>
				<verse number="8">ດ້ວຍເຫດນີ້ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາດ​ອິດສະຣາເອນ ແລະ​ປ່ອຍ​ໃຫ້​ເຈົ້າ​ກູຊານ​ຣີຊາທາອີມ​ກະສັດ​ແຫ່ງ​ເມໂຊໂປຕາເມຍ ຊະນະ​ພວກເຂົາ. ຊາດ​ອິດສະຣາເອນ​ໄດ້​ຢູ່​ໃຕ້​ບັງຄັບ​ຂອງ​ເພິ່ນ​ເປັນ​ເວລາ​ແປດ​ປີ.</verse>
				<verse number="9">ແລ້ວ​ຊາວ​ອິດສະຣາເອນ​ກໍໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ໄດ້​ສົ່ງ​ຊາຍ​ຜູ້ໜຶ່ງ​ມາ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ. ຊາຍ​ຜູ້​ນີ້​ແມ່ນ​ໂອດນີເອນ ລູກຊາຍ​ຂອງ​ເກນາດ​ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ກາເລັບ.</verse>
				<verse number="10">ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ລົງ​ມາ​ຄວບຄຸມ​ລາວ ແລະ​ລາວ​ໄດ້​ກາຍເປັນ​ຜູ້ປົກຄອງ​ຊາດ​ອິດສະຣາເອນ. ໂອດນີເອນ​ໄດ້​ອອກ​ໄປ​ເຮັດ​ເສິກ ແລະ​ພຣະເຈົ້າຢາເວ​ໄດ້​ມອບ​ກະສັດ​ກູຊານ-ຣິຊາທາອິມ​ແຫ່ງ​ອາຣາມ​ໃຫ້​ຢູ່​ໃນ​ກຳມື​ຂອງ​ລາວ ແລະ​ມື​ຂອງ​ລາວ​ກໍ​ເອົາ​ຊະນະ​ຕໍ່​ກູຊານ-ຣິຊາທາອິມ.</verse>
				<verse number="11">ປະເທດ​ຊາດ​ບ້ານ​ເມືອງ​ໄດ້​ມີ​ຄວາມ​ສະຫງົບສຸກ​ເປັນ​ເວລາ​ສີ່ສິບ​ປີ ແລ້ວ​ໂອດນີເອນ​ລູກຊາຍ​ຂອງ​ເກນາດ​ກໍໄດ້​ຕາຍໄປ.</verse>
				<verse number="12">ຕໍ່ມາ ປະຊາຊົນ​ອິດສະຣາເອນ​ໄດ້​ພາກັນ​ເຮັດ​ບາບ​ຕໍ່​ສາຍຕາ​ພຣະເຈົ້າຢາເວ​ອີກ. ດ້ວຍເຫດນີ້​ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ເຈົ້າ​ເອກໂລນ​ກະສັດ​ແຫ່ງ​ໂມອາບ ມີ​ກຳລັງ​ເຂັ້ມແຂງ​ກວ່າ​ມາ​ຕໍ່ສູ້​ຊາດ​ອິດສະຣາເອນ, ຍ້ອນວ່າ ພວກເຂົາ​ໄດ້​ພາກັນ​ເຮັດ​ບາບ​ຕໍ່​ສາຍຕາ​ພຣະເຈົ້າຢາເວ.</verse>
				<verse number="13">ເຈົ້າ​ເອກໂລນ​ໄດ້​ຮ່ວມ​ມື​ກັບ​ພວກ​ອຳໂມນ ແລະ​ພວກ​ອາມາເຫຼັກ ແລ້ວ​ພວກເຂົາ​ກໍໄດ້​ຊະນະ​ຊາດ​ອິດສະຣາເອນ ແລະ​ຢຶດ​ເຢຣິໂກ​ເມືອງ​ແຫ່ງ​ຕົ້ນ​ຕານ.</verse>
				<verse number="14">ຊາດ​ອິດສະຣາເອນ​ໄດ້​ຢູ່​ໃຕ້​ອຳນາດ​ຂອງ​ເຈົ້າ​ເອກໂລນ ເປັນ​ເວລາ​ສິບແປດ​ປີ.</verse>
				<verse number="15">ແລ້ວ​ຊາວ​ອິດສະຣາເອນ​ກໍ​ຮ້ອງ​ຫາ​ພຣະເຈົ້າຢາເວ​ອີກ ແລະ​ພຣະເຈົ້າຢາເວ​ໄດ້​ສົ່ງ​ຊາຍ​ຄົນ​ໜຶ່ງ​ມາ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ. ຊາຍ​ຄົນ​ນີ້​ແມ່ນ​ເອຮຸດ ຄົນ​ແຮງ​ກໍ້າ​ຊ້າຍ​ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ເກຣາ​ຈາກ​ເຜົ່າ​ເບັນຢາມິນ. ປະຊາຊົນ​ອິດສະຣາເອນ​ໄດ້​ໃຊ້​ເອຮຸດ​ນຳ​ເອົາ​ຂອງຂວັນ ໄປ​ມອບ​ໃຫ້​ກະສັດ​ເອກໂລນ​ແຫ່ງ​ໂມອາບ.</verse>
				<verse number="16">ດັ່ງນັ້ນ ເອຮຸດ​ຈຶ່ງ​ຕີ​ດາບ​ສອງ​ຄົມ​ດວງ​ໜຶ່ງ ຍາວ​ປະມານ​ຫ້າສິບ​ເຊັນ. ລາວ​ເຊື່ອງ​ດາບ​ນັ້ນ​ໄວ້​ໃຕ້​ເຄື່ອງນຸ່ງ​ເບື້ອງຂວາ​ມື.</verse>
				<verse number="17">ແລ້ວ​ລາວ​ກໍ​ນຳ​ເອົາ​ຂອງຂວັນ​ໄປ​ມອບ​ໃຫ້​ກະສັດ​ເອກໂລນ ຜູ້​ທີ່​ເປັນ​ຄົນ​ຕຸ້ຍພີ້.</verse>
				<verse number="18">ເມື່ອ​ເອຮຸດ​ນຳ​ເອົາ​ຂອງຂວັນ​ມາ​ມອບ​ໃຫ້​ເຈົ້າ​ເອກໂລນ​ແລ້ວ ລາວ​ຈຶ່ງ​ໃຊ້​ຄົນ​ທີ່​ຫາມ​ຂອງຂວັນ​ມາ​ນັ້ນ​ກັບຄືນ​ເມືອ.</verse>
				<verse number="19">ສ່ວນ​ເອຮຸດ​ເອງ​ໄດ້​ກັບ​ໄປ​ທີ່​ເສົາ​ຫີນ​ແກະສະຫລັກ​ທີ່​ຢູ່​ໃກ້​ກັບ​ກິນການ ແລ້ວ​ກັບຄືນ​ໄປ​ບອກ​ເຈົ້າ​ເອກໂລນ​ວ່າ, “ກະສັດ​ທີ່ເຄົາຣົບ ຂ້ານ້ອຍ​ມີ​ຄວາມລັບ​ຢາກ​ຈະ​ບອກ​ທ່ານ.” ດັ່ງນັ້ນ ກະສັດ​ຈຶ່ງ​ສັ່ງ​ຄົນ​ຮັບໃຊ້​ວ່າ, “ຈົ່ງ​ໃຫ້​ພວກເຮົາ​ຢູ່​ຕາມ​ລຳພັງ​ເຖີດ” ແລະ​ພວກ​ຄົນ​ຮັບໃຊ້​ກໍ​ພາກັນ​ອອກ​ໄປ.</verse>
				<verse number="20">ແລ້ວ​ໃນ​ຂະນະທີ່​ກະສັດ​ກຳລັງ​ນັ່ງ​ຢູ່​ໃນ​ຫ້ອງ​ອາກາດ​ເຢັນ​ແຕ່​ຜູ້​ດຽວ​ທີ່​ເທິງ​ດາດຟ້າ​ນັ້ນ ເອຮຸດ​ກໍ​ເຂົ້າ​ໄປ​ຫາ​ເພິ່ນ ແລະ​ເວົ້າ​ວ່າ, “ຂ້ານ້ອຍ​ມີ​ຖ້ອຍຄຳ​ຈາກ​ພຣະເຈົ້າ​ສຳລັບ​ທ່ານ.” ກະສັດ​ຈຶ່ງ​ລຸກ​ຢືນ​ຂຶ້ນ.</verse>
				<verse number="21">ເອຮຸດ​ໃຊ້​ມື​ຊ້າຍ​ຖອດ​ເອົາ​ດາບ​ຈາກ​ທາງ​ຂວາມື​ແທງ​ທີ່​ທ້ອງ​ຂອງ​ກະສັດ.</verse>
				<verse number="22">ດາບ​ທັງດວງ​ໄດ້​ທະລຸ​ເຂົ້າ​ໄປ​ໃນ​ທ້ອງ ແລະ​ໄຂມັນ​ຫຸ້ມ​ດາບ​ນັ້ນ​ໄວ້. ເອຮຸດ​ບໍ່ໄດ້​ດຶງ​ດາບ​ອອກ​ຈາກ​ທ້ອງ​ຂອງ​ກະສັດ ແລະ​ມັນ​ຊອດ​ອອກ​ທາງຫລັງ​ຂອງ​ເພິ່ນ.</verse>
				<verse number="23">ແລ້ວ​ເອຮຸດ​ກໍ​ອອກ​ມາ​ຂ້າງ​ນອກ, ອັດ​ປະຕູ​ໃສ່​ໄລ​ໄວ້.</verse>
				<verse number="24">ຫຼັງຈາກ​ນັ້ນ ລາວ​ກໍ​ປົບໜີໄປ. ເມື່ອ​ພວກ​ຄົນ​ຮັບໃຊ້​ໄດ້​ເຫັນ​ປະຕູ​ອັດ​ໄວ້ ພວກເຂົາ​ຈຶ່ງ​ຄິດ​ວ່າ​ກະສັດ​ກຳລັງ​ຢູ່​ໃນ​ຫ້ອງນໍ້າ.</verse>
				<verse number="25">ພວກເຂົາ​ຄອຍ​ຖ້າ​ຢູ່​ຕັ້ງ​ດົນນານ ແຕ່​ກໍ​ບໍ່​ເຫັນ​ກະສັດ​ໄຂ​ປະຕູ​ອອກ​ມາ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ກະແຈ​ໄປ​ໄຂ​ເບິ່ງ ແລະ​ພົບ​ຜູ້ເປັນ​ນາຍ​ຂອງຕົນ​ນອນ​ຕາຍ​ຢູ່​ກາງ​ພື້ນ.</verse>
				<verse number="26">ເອຮຸດ​ໄດ້​ແລ່ນ​ປົບໜີໄປ​ໃນ​ຂະນະທີ່​ພວກເຂົາ​ຄອຍ​ຖ້າ​ຢູ່. ລາວ​ຜ່ານ​ທາງ​ເສົາ​ຫີນ​ແກະສະຫລັກ ແລະ​ປົບໜີໄປ​ທີ່​ເມືອງ​ເສອີຣາ.</verse>
				<verse number="27">ເມື່ອ​ມາຮອດ​ເຂດ​ເນີນພູ​ເອຟຣາອິມ ລາວ​ຈຶ່ງ​ເປົ່າ​ແກ​ລະດົມພົນ​ເອົາ​ທະຫານ​ອິດສະຣາເອນ​ອອກ​ສູ້ຮົບ; ແລ້ວ​ລາວ​ກໍ​ນຳພາ​ພວກເຂົາ​ລົງຈາກ​ເນີນພູ​ໄປ.</verse>
				<verse number="28">ລາວ​ສັ່ງ​ພວກ​ທະຫານ​ວ່າ, “ຈົ່ງ​ຕາມ​ຂ້ອຍ​ມາ ພຣະເຈົ້າຢາເວ​ໃຫ້​ພວກເຈົ້າ​ຊະນະ​ຊາວ​ໂມອາບ ສັດຕູ​ຂອງ​ພວກເຈົ້າ​ແລ້ວ.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕາມ​ເອຮຸດ​ລົງ​ໄປ​ຢຶດ​ແຄມທ່າ​ຂອງ​ແມ່ນໍ້າ​ຈໍແດນ ບ່ອນ​ທີ່​ຊາວ​ໂມອາບ​ໃຊ້​ຂ້າມ​ໄປມາ ແລະ​ບໍ່​ອະນຸຍາດ​ໃຫ້​ຜູ້ໃດ​ຂ້າມ​ແມ່ນໍ້າ​ໄປ​ເດັດຂາດ.</verse>
				<verse number="29">ໃນ​ມື້ນັ້ນ ພວກເຂົາ​ໄດ້​ຂ້າ​ທະຫານ​ຊາວ​ໂມອາບ​ຜູ້​ເກັ່ງກ້າ​ຕາຍ​ປະມານ​ສິບພັນ​ຄົນ ໂດຍ​ບໍ່ມີ​ໃຜ​ລອດໜີໄປ​ໄດ້.</verse>
				<verse number="30">ຊາວ​ອິດສະຣາເອນ​ໄດ້​ຊະນະ​ຊາວ​ໂມອາບ ແລ້ວ​ປະເທດ​ຊາດ​ບ້ານ​ເມືອງ​ກໍ​ມີ​ຄວາມ​ສະຫງົບສຸກ​ເປັນ​ເວລາ​ແປດສິບ​ປີ.</verse>
				<verse number="31">ຜູ້ນຳ​ຄົນ​ຕໍ່ມາ​ແມ່ນ​ຊຳຄາ ລູກຊາຍ​ຂອງ​ອານາດ. ລາວ​ກໍ​ເປັນ​ຜູ້ໜຶ່ງ​ທີ່​ໄດ້​ຊ່ວຍ​ຊາວ​ອິດສະຣາເອນ​ໃຫ້​ພົ້ນ ແລະ​ໂດຍ​ໃຊ້​ໄມ້​ບັງຄັບງົວ​ຂ້າ​ພວກ​ຟີລິດສະຕິນ​ຈຳນວນ​ຫົກຮ້ອຍ​ຄົນ.</verse>
			</chapter>
			<chapter number="4">
				<verse number="1">ຫລັງຈາກ​ເອຮຸດ​ຕາຍໄປ​ແລ້ວ ປະຊາຊົນ​ອິດສະຣາເອນ​ກໍ​ເຮັດ​ບາບ​ຕໍ່​ສາຍຕາ​ພຣະເຈົ້າຢາເວ​ອີກ.</verse>
				<verse number="2">ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້ຂາຍ​ພວກເຂົາ​ໃຫ້​ຢູ່​ໃນ​ມື​ຂອງ​ເຈົ້າ​ຢາບິນ ກະສັດ​ຂອງ​ຊາວ​ການາອານ​ຜູ້​ທີ່​ປົກຄອງ​ຢູ່​ທີ່​ນະຄອນ​ຮາໂຊ. ແມ່ທັບ​ຂອງ​ເພິ່ນ​ຊື່​ວ່າ ສີເສຣາ. ລາວ​ເປັນ​ຊາວ​ເມືອງ​ຮາໂຣເຊັດ​ຂອງ​ຄົນຕ່າງຊາດ.</verse>
				<verse number="3">ເຈົ້າ​ຢາບິນ​ມີ​ລົດຮົບ​ເຫຼັກ​ເກົ້າຮ້ອຍ​ຄັນ ແລະ​ເພິ່ນ​ໄດ້​ປົກຄອງ​ປະຊາຊົນ​ອິດສະຣາເອນ ໂດຍ​ການ​ບີບບັງຄັບ​ຢ່າງໜັກ​ເປັນ​ເວລາ​ຊາວ​ປີ. ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ.</verse>
				<verse number="4">ໃນ​ສະໄໝ​ນັ້ນ ແມ່ນ​ນາງ​ເດໂບຣາ​ເມຍ​ຂອງ​ລັບປີໂດດ ເປັນ​ຜູ້ທຳນວາຍ ແລະ​ທັງ​ເປັນ​ຜູ້ປົກຄອງ​ຂອງ​ຊາວ​ອິດສະຣາເອນ​ດ້ວຍ.</verse>
				<verse number="5">ປະຊາຊົນ​ອິດສະຣາເອນ​ໄດ້​ມາ​ຫາ​ນາງ​ເດໂບຣາ​ທີ່​ກ້ອງ​ຕົ້ນ​ຕານ ລະຫວ່າງ​ເມືອງ​ຣາມາ​ແລະ​ເມືອງ​ເບັດເອນ​ໃນ​ເຂດ​ເນີນພູ​ເອຟຣາອິມ ບ່ອນ​ທີ່​ນາງ​ນັ່ງ​ເພື່ອ​ໃຫ້​ຄຳ​ປຶກສາ​ຫາລື.</verse>
				<verse number="6">ຢູ່ມາ​ມື້ໜຶ່ງ ນາງ​ເດໂບຣາ​ໄດ້​ໃຊ້​ຄົນ​ໄປ​ຫາ​ບາຣັກ​ລູກຊາຍ​ຂອງ​ອາບີໂນອາມ ທີ່​ເມືອງ​ເກເດັດ​ໃນ​ເຂດແດນ​ເນັບທາລີ ແລະ​ກ່າວ​ຕໍ່​ລາວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ໃຫ້​ຄຳສັ່ງ​ແກ່​ເຈົ້າ​ດັ່ງນີ້: ‘ຈົ່ງ​ເກນ​ຜູ້ຊາຍ​ສິບພັນ​ຄົນ​ຈາກ​ເຜົ່າ​ເນັບທາລີ​ແລະ​ເຜົ່າ​ເຊບູໂລນ ແລະ​ນຳພາ​ພວກເຂົາ​ໄປ​ທີ່​ພູເຂົາ​ຕາໂບ.</verse>
				<verse number="7">ຝ່າຍ​ເຮົາ​ຈະ​ເຮັດ​ໃຫ້​ສີເສຣາ​ແມ່ທັບ​ຂອງ​ກະສັດ​ຢາບິນ ພ້ອມ​ດ້ວຍ​ລົດຮົບ​ແລະ​ທະຫານ​ຂອງ​ລາວ ອອກ​ໄປ​ສູ້ຮົບ​ເຈົ້າ​ຢູ່​ທີ່​ຫ້ວຍນໍ້າ​ກີໂຊນ ແຕ່​ເຮົາ​ຈະ​ໃຫ້​ເຈົ້າ​ຮົບ​ຊະນະ​ລາວ.”’</verse>
				<verse number="8">ບາຣັກ​ຈຶ່ງ​ເວົ້າ​ກັບ​ນາງ​ເດໂບຣາ​ວ່າ, “ຂ້ອຍ​ຈະ​ອອກ​ໄປ​ຫາກ​ເຈົ້າ​ໄປ​ກັບ​ຂ້ອຍ ແຕ່​ຖ້າ​ເຈົ້າ​ບໍ່​ໄປ ຂ້ອຍ​ກໍ​ຈະ​ບໍ່​ໄປ​ຄືກັນ.”</verse>
				<verse number="9">ນາງ​ເດໂບຣາ​ຈຶ່ງ​ຕອບ​ວ່າ, “ຕົກລົງ ຂ້ອຍ​ຈະ​ໄປ​ກັບ​ເຈົ້າ, ແຕ່​ເຈົ້າ​ຈະ​ບໍ່ມີ​ຊື່ສຽງ​ສຳລັບ​ໄຊຊະນະ​ໃນຄັ້ງນີ້ ເພາະ​ພຣະເຈົ້າຢາເວ​ຈະ​ຂາຍ​ສີເສຣາ​ໄວ້​ຢູ່​ໃນ​ເງື້ອມມື​ຂອງ​ຍິງ​ຄົນ​ໜຶ່ງ.” ແລ້ວ​ນາງ​ເດໂບຣາ​ກໍ​ໄປ​ທີ່​ເມືອງ​ເກເດັດ​ກັບ​ບາຣັກ.</verse>
				<verse number="10">ບາຣັກ​ໄດ້​ເກນ​ທະຫານ​ຈາກ​ເຜົ່າ​ເຊບູໂລນ​ແລະ​ເຜົ່າ​ເນັບທາລີ ແລະ​ໄດ້​ມີ​ຈຳນວນ​ສິບພັນ​ຄົນ ໄດ້​ຕິດຕາມ​ລາວ​ໄປ. ສ່ວນ​ນາງ​ເດໂບຣາ​ນັ້ນ​ກໍ​ໄປ​ນຳ​ພວກເຂົາ​ດ້ວຍ.</verse>
				<verse number="11">ໃນ​ຂະນະນັ້ນ ເຮເບ​ຊາວ​ເກນິດ​ໄດ້​ຕັ້ງ​ຜ້າເຕັນ​ພັກ​ຢູ່​ໃຕ້​ຕົ້ນໂອກ​ໃຫຍ່ ທີ່​ຊາອານັນນິມ​ໃກ້​ກັບ​ເມືອງ​ເກເດັດ. ລາວ​ໄດ້​ຍ້າຍ​ໜີ​ຈາກ​ພວກ​ເກນິດ​ຄົນອື່ນໆ ທີ່​ເປັນ​ເຊື້ອສາຍ​ຂອງ​ໂຮບັບ​ພໍ່ເຖົ້າ​ຂອງ​ໂມເຊ.</verse>
				<verse number="12">ເມື່ອ​ສີເສຣາ​ຮູ້​ວ່າ​ບາຣັກ​ລູກຊາຍ​ຂອງ​ອາບີໂນອາມ ໄປ​ເຖິງ​ພູເຂົາ​ຕາໂບ​ແລ້ວ;</verse>
				<verse number="13">ລາວ​ຈຶ່ງ​ສັ່ງ​ເອົາ​ລົດຮົບ​ເຫຼັກ​ເກົ້າຮ້ອຍ​ຄັນ ພ້ອມ​ກັບ​ກຳລັງ​ພົນ​ທັງໝົດ ແລະ​ຍົກທັບ​ຈາກ​ເມືອງ​ຮາໂຣເຊັດ​ຂອງ​ຄົນຕ່າງຊາດ ໄປ​ສູ່​ຫ້ວຍນໍ້າ​ກີໂຊນ.</verse>
				<verse number="14">ແລ້ວ​ນາງ​ເດໂບຣາ​ກໍໄດ້​ບອກ​ບາຣັກ​ວ່າ, “ຈົ່ງ​ໄປ! ມື້​ນີ້​ເປັນ​ມື້​ທີ່​ພຣະເຈົ້າຢາເວ​ຈະ​ມອບ​ສີເສຣາ​ໃວ້​ໃນ​ມື​ຂອງເຈົ້າ.” ດັ່ງນັ້ນ ບາຣັກ​ຈຶ່ງ​ນຳ​ທະຫານ​ສິບພັນ​ຄົນ ລົງ​ຈາກ​ພູ​ຕາໂບ​ໄປ​ໂຈມຕີ​ສີເສຣາ.</verse>
				<verse number="15">ເມື່ອ​ບາຣັກ​ໃຊ້​ກອງທັບ​ຂອງຕົນ​ໂຈມຕີ​ຢູ່​ນັ້ນ ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ສີເສຣາ​ສັບສົນ​ວຸ້ນວາຍ ພ້ອມ​ດ້ວຍ​ລົດຮົບ​ແລະ​ທະຫານ​ຂອງ​ລາວ. ສີເສຣາ​ຈຶ່ງ​ໂດດ​ອອກ​ຈາກ​ລົດຮົບ​ຂອງຕົນ​ແລະ​ແລ່ນ​ໜີໄປ.</verse>
				<verse number="16">ຝ່າຍ​ບາຣັກ​ກໍ​ໄລ່​ຕາມ​ລົດຮົບ ແລະ​ກອງ​ທະຫານ​ໄປ ຈົນ​ຮອດ​ເມືອງ​ຮາໂຣເຊັດ​ຂອງ​ຄົນຕ່າງຊາດ; ແລ້ວ​ທະຫານ​ທັງໝົດ​ຂອງ​ສີເສຣາ​ກໍ​ຖືກ​ຂ້າ ໂດຍ​ບໍ່ມີ​ໃຜ​ຈັກ​ຄົນ​ລອດຊີວິດ.</verse>
				<verse number="17">ສ່ວນ​ສີເສຣາ​ນັ້ນ​ໄດ້​ປົບໜີໄປ​ສູ່​ຜ້າເຕັນ​ຂອງ​ນາງ​ຢາເອນ ເມຍ​ຂອງ​ເຮເບ​ຊາວ​ເກນິດ ເພາະ​ເຈົ້າ​ຢາບິນ​ກະສັດ​ແຫ່ງ​ຮາໂຊ ແລະ​ຄອບຄົວ​ຂອງ​ເຮເບ​ເປັນ​ມິດ​ທີ່​ດີ​ຕໍ່​ກັນ.</verse>
				<verse number="18">ນາງ​ຢາເອນ​ໄດ້​ອອກ​ມາ​ພົບ​ສີເສຣາ ແລະ​ເວົ້າ​ວ່າ, “ເຊີນ​ເຂົ້າ​ມາ​ທີ່​ຜ້າເຕັນ​ຂອງຂ້ອຍ​ພີ້ ແລະ​ບໍ່​ຕ້ອງ​ຢ້ານ​ຫຍັງ​ດອກ.” ສີເສຣາ​ຈຶ່ງ​ເຂົ້າ​ໄປ ແລະ​ນາງ​ຢາເອນ​ໄດ້​ເຊື່ອງ​ລາວ​ໄວ້​ທາງຫລັງ​ຜ້າກັ້ງ.</verse>
				<verse number="19">ສີເສຣາ​ໄດ້​ເວົ້າ​ກັບ​ນາງ​ວ່າ, “ຂ້ອຍ​ຂໍ​ດື່ມ​ນໍ້າ​ແດ່ ເພາະ​ຂ້ອຍ​ຫິວນໍ້າ​ຫລາຍ.” ນາງ​ຢາເອນ​ຈຶ່ງ​ໄຂ​ຖົງ​ນໍ້ານົມ​ອອກ​ໃຫ້​ລາວ​ດື່ມ ແລະ​ເຊື່ອງ​ລາວ​ໄວ້​ອີກ.</verse>
				<verse number="20">ແລ້ວ​ສີເສຣາ​ກໍໄດ້​ບອກ​ນາງ​ວ່າ, “ໃຫ້​ເຈົ້າ​ໄປ​ຢືນ​ຢູ່​ທາງ​ປະຕູເຂົ້າ​ຜ້າເຕັນ​ພຸ້ນ ຖ້າ​ໃຜ​ມາ​ຖາມ​ວ່າ​ມີ​ຄົນ​ມາລີ້​ຢູ່​ທີ່​ນີ້​ບໍ່? ໃຫ້​ເຈົ້າ​ບອກ​ວ່າ ບໍ່ມີ​ເດີ.”</verse>
				<verse number="21">ຍ້ອນ​ຄວາມ​ອິດເມື່ອຍ ສີເສຣາ​ຈຶ່ງ​ນອນຫລັບ​ສະໜິດ. ແລ້ວ​ນາງ​ຢາເອນ​ເມຍ​ຂອງ​ເຮເບ​ກໍ​ເອົາ​ຄ້ອນຕີ​ແລະ​ຫລັກສຽບ​ຜ້າເຕັນ ຄ່ອຍໆ​ຍ່າງ​ເຂົ້າ​ໄປ​ແລະ​ຂ້າ​ລາວ ໂດຍ​ຕອກ​ຫລັກສຽບ​ນັ້ນ​ໃສ່​ທີ່​ຂະໝັບ​ຂອງ​ສີເສຣາ ຈົນ​ຊອດ​ຮອດ​ພື້ນດິນ.</verse>
				<verse number="22">ເມື່ອ​ບາຣັກ​ມາ​ຊອກ​ຫາ​ສີເສຣາ ນາງ​ຢາເອນ​ຈຶ່ງ​ອອກ​ໄປ​ພົບ ແລະ​ເວົ້າ​ວ່າ, “ເຊີນ​ເຂົ້າ​ມາ​ທາງ​ໃນ​ພີ້ ຂ້ານ້ອຍ​ຈະ​ໃຫ້​ທ່ານ​ພົບ​ຄົນ​ທີ່​ທ່ານ​ກຳລັງ​ຊອກ​ຫາ.” ດັ່ງນັ້ນ ລາວ​ຈຶ່ງ​ເຂົ້າ​ໄປ​ກັບ​ນາງ ແລະ​ພົບ​ສີເສຣາ​ນອນ​ຕາຍ​ຢູ່​ຄາ​ພື້ນດິນ ໂດຍ​ມີ​ຫລັກ​ໄມ້ສຽບ​ຢູ່​ທີ່​ຂະໝັບ.</verse>
				<verse number="23">ໃນ​ມື້ນັ້ນ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ຊາວ​ອິດສະຣາເອນ​ມີ​ໄຊຊະນະ​ເໜືອ​ເຈົ້າ​ຢາບິນ ກະສັດ​ຂອງ​ຊາວ​ການາອານ.</verse>
				<verse number="24">ຝ່າຍ​ຊາວ​ອິດສະຣາເອນ​ກໍ​ຕໍ່ສູ້​ເຈົ້າ​ຢາບິນ​ແຮງ​ຂຶ້ນ ຈົນ​ໃນ​ທີ່ສຸດ​ພວກເຂົາ​ໄດ້​ຂ້າ​ເພິ່ນ​ເສຍ.</verse>
			</chapter>
			<chapter number="5">
				<verse number="1">ໃນ​ມື້ນັ້ນ ນາງ​ເດໂບຣາ​ແລະ​ບາຣັກ​ລູກຊາຍ​ຂອງ​ອາບີໂນອາມ​ໄດ້​ຮ້ອງເພງ​ວ່າ:</verse>
				<verse number="2">“ຈົ່ງ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ເພາະ​ຊາວ​ອິດສະຣາເອນ​ຕັ້ງໃຈ​ສູ້ຮົບ; ພວກເຂົາ​ເຕັມໃຈ​ຕໍ່ສູ້​ແທ້ໆ ໂດຍ​ຕີ​ເຫຼົ່າ​ສັດຕູ​ດ້ວຍ​ຄວາມ​ຍິນດີ.</verse>
				<verse number="3">ຈົ່ງ​ຟັງເທີ້ນ ບັນດາ​ກະສັດ​ທັງຫລາຍ ລວມ​ທັງ​ພວກ​ຜູ້ປົກຄອງ ຈົ່ງ​ຕັ້ງໃຈ​ຟັງ​ດ້ວຍ ຂ້ານ້ອຍ​ຈະ​ຮ້ອງເພງ​ແລະ​ບັນເລງ​ດົນຕຼີ​ຖວາຍ ແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="4">ຂ້າແດ່​ພຣະເຈົ້າຢາເວ ເມື່ອ​ຊົງ​ຈາກ​ພູ​ເສອີ ເມື່ອ​ພຣະອົງ​ຈາກ​ເຂດແດນ​ເອໂດມ​ມາ​ນັ້ນ ແຜ່ນດິນ​ໄຫວຫວັ່ນ ແລະ​ຟ້າ​ສະຫວັນ​ເທ​ຝົນ​ລົງ​ມາ ແມ່ນແລ້ວ ຝົນ​ລິນ​ລົງ​ມາ​ຈາກ​ກ້ອນເມກ.</verse>
				<verse number="5">ພູຜາ​ກໍໄດ້​ໄຫວຫວັ່ນ​ຢູ່​ຕໍ່ໜ້າ ພຣະເຈົ້າຢາເວ​ແຫ່ງ​ພູເຂົາ​ຊີນາຍ ຄື​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ນັ້ນ.</verse>
				<verse number="6">ໃນ​ສະໄໝ​ລູກຊາຍ​ຂອງ​ອານາດ​ທ້າວ​ຊຳຄາ ທັງ​ໃນ​ສະໄໝ​ຂອງ​ນາງ​ຢາເອນ​ດ້ວຍ ບໍ່ມີ​ຍວດຍານ​ເຄື່ອນຍ້າຍ​ທ່ຽວ​ໄປ​ໃນ​ດິນແດນ ແລະ​ຜູ້​ສັນຈອນ​ກໍ​ທ່ຽວ​ໄປ​ຕາມ​ທາງ​ໂຄ້ງ.</verse>
				<verse number="7">ສ່ວນ​ເມືອງ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ກໍ​ຖືກ​ປະປ່ອຍ​ໃຫ້​ເປັນ​ເມືອງ​ຮ້າງ ເດໂບຣາ​ເອີຍ! ເປັນ​ເມືອງ​ຮ້າງ​ຢ່າງ​ນັ້ນ​ຈົນເຖິງ​ເຈົ້າ​ມາ ເຈົ້າ​ເປັນ​ດັ່ງ​ແມ່​ສຳລັບ​ອິດສະຣາເອນ​ແທ້ໆ.</verse>
				<verse number="8">ຕໍ່ມາ ສົງຄາມ​ຈຶ່ງ​ເກີດຂຶ້ນ​ໃນ​ດິນແດນ ເມື່ອ​ຊາວ​ອິດສະຣາເອນ​ເລືອກ​ພະ​ຕົນ​ໃໝ່. ໃນ​ຊາດ​ອິດສະຣາເອນ​ມີ​ທະຫານ​ສີ່ສິບພັນ​ຄົນ ມີ​ໃຜ​ຖື​ຫອກ​ແລະ​ໂລ້​ເປັນ​ອາວຸດ​ແດ່​ຫລື​ບໍ່?</verse>
				<verse number="9">ຈິດໃຈ​ຂອງຂ້ອຍ​ແມ່ນ​ຢູ່​ນຳ​ພວກ​ບັນຊາການ ທະຫານ​ແລະ​ປະຊາຊົນ​ອິດສະຣາເອນ​ພຸ້ນ ຄື​ພວກ​ທີ່​ອາສາ​ສະໝັກ​ສູ້ຮົບ​ດ້ວຍ​ຄວາມ​ຍິນດີ ຈົ່ງ​ຍ້ອງຍໍ​ສັນລະເສີນ ພຣະເຈົ້າຢາເວ​ເຖີດ</verse>
				<verse number="10">ພວກ​ທີ່​ນັ່ງ​ເທິງ​ອານ​ແລະ​ຂີ່​ໂຕ​ລໍ​ຂາວ ຜູ້​ທີ່​ຍ່າງ​ໄປມາ ຈົ່ງ​ກ່າວ​ເຖິງ​ເລື່ອງນີ້.</verse>
				<verse number="11">ຈົ່ງ​ຟັງແມ ຢູ່​ອ້ອມແອ້ມ​ນໍ້າສ້າງ​ພຸ້ນ ມີ​ສຽງ​ໂຮຮ້ອງ​ອັນ​ຍິ່ງໃຫຍ່ ບອກ​ເຖິງ​ໄຊຊະນະ​ຂອງ​ພຣະເຈົ້າຢາເວ ຄື​ໄຊຊະນະ​ຂອງ​ຊົນຊາດ​ອິດສະຣາເອນ. ແລ້ວ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ ກໍ​ຕຽມ​ອອກ​ເດີນທາງ ຍົກທັບ​ຂອງ​ພວກເຂົາ​ລົງ​ມາ​ຈາກ ເມືອງຕ່າງໆ​ຂອງ​ພວກເຂົາ​ພຸ້ນ.</verse>
				<verse number="12">ຈົ່ງ​ນຳໜ້າ​ໄປ​ເຖີດ ເດໂບຣາ​ເອີຍ ຈົ່ງ​ນຳໜ້າ​ໄປ ຈົ່ງ​ນຳໜ້າ​ໄປ ພ້ອມ​ທັງ​ຮ້ອງລຳ​ທຳເພງ ຈົ່ງ​ນຳໜ້າ​ໄປ​ເຖີດ ຈົ່ງ​ອອກໜ້າ​ບາຣັກ​ທ້າວ ລູກຊາຍ​ຂອງ​ອາບີໂນອາມ ໄປ​ກ່ອນ ຈົ່ງ​ເອົາ​ພວກ​ຊະເລີຍ​ຂອງ​ເຈົ້າ ນຳໜ້າ​ອອກ​ໄປ</verse>
				<verse number="13">ແລ້ວ​ພວກ​ທີ່​ສັດຊື່​ກໍ​ລົງ​ມາ​ຫາ​ຜູ້ນຳ​ຂອງຕົນ ຄົນ​ຂອງ​ພຣະເຈົ້າຢາເວ​ມາ​ກັບ​ພຣະອົງ ເພື່ອ​ຕຽມ​ຕໍ່ສູ້.</verse>
				<verse number="14">ພວກເຂົາ​ມາ​ຈາກ ເຜົ່າ​ເອຟຣາອິມ​ທີ່​ຢູ່​ໃນ​ຮ່ອມພູ ນຳ​ຫລັງ​ເຜົ່າ​ເບັນຢາມິນ​ແລະ​ປະຊາຊົນ​ດ້ວຍ. ສ່ວນ​ພວກ​ຜູ້​ບັນຊາການ​ນັ້ນ​ມາ​ຈາກ​ຕະກຸນ​ມາກີ ແລະ​ນາຍ​ທະຫານ​ມາ​ຈາກ​ເຜົ່າ​ເຊບູໂລນ​ທັງ​ນັ້ນ.</verse>
				<verse number="15">ພວກຜູ້ນຳ​ເຜົ່າ​ອິດຊາຄາ​ກໍ​ໄປ​ກັບ​ເດໂບຣາ ຊາວ​ອິດຊາຄາ​ກໍ​ມາ​ດ້ວຍ​ກັນ​ກັບ​ບາຣັກ; ຕ່າງ​ກໍ​ຟ້າວ​ຕິດຕາມ​ພວກເຂົາ​ໄປ ທີ່​ຮ່ອມພູ​ບ່ອນ​ທີ່​ນັດໝາຍ​ກັນ​ໄວ້. ສ່ວນ​ເຜົ່າ​ຣູເບັນ​ນັ້ນ​ເກີດ​ແບ່ງແຍກກັນ ຈຶ່ງ​ບໍ່ໄດ້​ຕັດສິນໃຈ​ເຂົ້າ​ມາ​ສົມທົບ​ດ້ວຍ.</verse>
				<verse number="16">ເປັນຫຍັງ​ພວກເຂົາ​ຈຶ່ງ​ຢູ່​ຫລັງ​ນຳ​ຝູງແກະ? ຟັງ​ຄົນລ້ຽງແກະ​ທີ່​ກຳລັງ​ເອີ້ນ​ແກະ​ຂອງ​ພວກເຂົາ​ຢູ່? ແມ່ນແທ້ ເຜົ່າ​ຣູເບັນ​ໄດ້​ເກີດ​ແບ່ງແຍກກັນ ຈຶ່ງ​ບໍ່ໄດ້​ຕັດສິນໃຈ​ເຂົ້າ​ມາ​ສົມທົບ​ດ້ວຍ.</verse>
				<verse number="17">ສ່ວນ​ເຜົ່າກາດ​ຍັງ​ຢູ່​ທາງ​ຝັ່ງ​ແມ່ນໍ້າ​ຈໍແດນ ເຜົ່າ​ດານ​ກໍ​ຢູ່​ທີ່​ກຳປັ່ນ​ຂອງ​ພວກເຂົາ​ພຸ້ນ. ເຜົ່າ​ອາເຊ​ກໍ​ອາໄສ​ຢູ່​ຕາມ​ແຄມ​ຝັ່ງ​ທະເລ​ຫລວງ ທີ່​ທ່າ​ເຮືອ​ທັງຫລາຍ​ຕາມ​ຊາຍ​ຝັ່ງ​ທະເລ​ພຸ້ນ.</verse>
				<verse number="18">ສ່ວນ​ປະຊາຊົນ​ຈາກ ເຜົ່າ​ເຊບູໂລນ​ແລະ​ເຜົ່າ​ເນັບທາລີ ພວກເຂົາ​ໄດ້​ສ່ຽງ​ຊີວິດ​ຂອງ​ພວກເຂົາ ມຸ່ງໜ້າ​ເຂົ້າ​ສູ່​ສະໜາມຮົບ.</verse>
				<verse number="19">ທີ່​ຕາອານັກ​ນັ້ນ​ໃກ້​ກັບ​ນໍ້າຫ້ວຍ​ເມກິດໂດ ບັນດາ​ກະສັດ​ໄດ້​ມາ​ເຮັດ​ເສິກ​ເພື່ອ​ສູ້ຮົບ; ບັນດາ​ກະສັດ​ການາອານ​ໄດ້​ສູ້ຮົບ​ຕົບຕີ ແຕ່​ພວກເຂົາ​ບໍ່ໄດ້​ຢຶດ​ເຄື່ອງ​ເປັນ​ເງິນ​ໄປ​ດ້ວຍ.</verse>
				<verse number="20">ທີ່​ເທິງ​ຟ້າ​ສະຫວັນ ດວງດາວ​ທັງຫລາຍ​ກໍ​ມາ​ສູ້ຮົບ ເຄື່ອນຍ້າຍ​ຕາມ​ມາ​ຕໍ່ສູ້​ສີເສຣາ.</verse>
				<verse number="21">ນໍ້າຫ້ວຍ​ນັ້ນ​ຍັງ​ໄຫລຫລັ່ງ​ແຕ່​ໃດໆ​ມາ ຄື​ຫ້ວຍ​ກີໂຊນ​ໄຫລ​ພັດ​ເອົາ​ເຫຼົ່າ​ສັດຕູ​ໄປກ້ຽງ. ໃຫ້​ພວກເຮົາ​ບຸກໜ້າ​ກ້າວ​ໄປ​ຢ່າງ​ອົງອາດ ສູ່​ສະໜາມຮົບ​ດ້ວຍ​ສຸດ​ກຳລັງ​ພວກເຮົາ​ເດີ</verse>
				<verse number="22">ແລ້ວ​ມ້າ​ທີ່​ພວກເຮົາ​ຂີ່​ກໍ​ຫອບ​ບຸກໜ້າ​ໄປ ກີບ​ຕີນ​ມັນ​ຢັນ​ຂີ້ດິນ​ຟົ້ງ​ຂຶ້ນ​ເປັນ​ກຸ່ນໆ.</verse>
				<verse number="23">ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ກ່າວ​ສາບແຊ່ງ​ຄືກັນ ວ່າ, ‘ເມືອງ​ເມຣົດ​ຖືກ​ສາບແຊ່ງ​ເສຍ​ແລ້ວ ຊາວ​ເມືອງ​ນັ້ນ​ກໍ​ຖືກ​ສາບແຊ່ງ​ກັນ​ໝົດ ຄົນ​ທີ່​ມາ​ອາໄສ​ຢູ່​ນຳ​ກໍ​ຖືກ​ສາບແຊ່ງ​ດ້ວຍ. ເພາະ​ພວກເຂົາ​ບໍ່ໄດ້​ມາ​ຊ່ວຍ​ພຣະເຈົ້າຢາເວ​ໂຈມຕີ ຄື​ເປັນ​ທະຫານ​ທີ່​ດີ​ສູ້ຮົບ​ເພື່ອ​ພຣະເຈົ້າຢາເວ.’</verse>
				<verse number="24">ຍິງ​ທີ່​ໄດ້​ຮັບ​ພອນ​ຫລາຍກວ່າ​ຄື​ນາງ​ຢາເອນ ເມຍ​ຂອງ​ເຮເບ​ຊາວ​ເກນິດ ຜູ້​ອາໄສ​ຢູ່​ໃນ​ຜ້າເຕັນ​ນັ້ນ.</verse>
				<verse number="25">ເມື່ອ​ສີເສຣາ​ຂໍ​ດື່ມ​ນໍ້າ​ນາງ​ກໍ​ເອົາ​ນໍ້ານົມ​ໃຫ້​ດື່ມ ຄື​ນໍ້ານົມ​ຂຸ້ນ​ຍໍ​ໃສ່​ຖ້ວຍ​ອັນງາມແທ້​ມາ​ໃຫ້​ລາວ.</verse>
				<verse number="26">ມື​ໜຶ່ງ​ນັ້ນ ນາງ​ຖື​ໄມ້ສຽບ​ຜ້າເຕັນ​ມາ ມື​ໜຶ່ງ​ອີກ ນາງ​ຖື​ຄ້ອນຕີ​ມາ​ພ້ອມ; ນາງ​ຕີ​ສີເສຣາ​ທີ່​ກະໂຫລກ​ຫົວ​ຂອງ​ລາວ ນາງ​ຕີ​ໄມ້ສຽບເຕັນ​ໃສ່​ກະໂຫລກ​ຫົວ​ຈົນ​ຊອດ.</verse>
				<verse number="27">ສ່ວນ​ສີເສຣາ​ນັ້ນ​ຈຶ່ງ​ລົ້ມ​ຄຸເຂົ່າ​ລົງ ໂດຍ​ລົ້ມ​ກັບ​ພື້ນດິນ​ທີ່​ຕີນ​ຂອງ​ນາງ​ນັ້ນ; ທີ່​ຕີນ​ນາງ​ນັ້ນ ລາວ​ຢຽດ​ຢູ່​ຢ່າງ​ສິ້ນຫວັງ ແລະ​ລາວ​ໄດ້​ສິ້ນໃຈ​ຕາຍ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="28">ຝ່າຍແມ່​ສີເສຣາ​ນັ້ນ ນາງ​ກໍ​ເຝົ້າເບິ່ງ ທາງ​ປ່ອງຢ້ຽມ​ອອກ​ມາ ຫລຽວ​ຜ່ານ​ຕະໜ່າງ​ດ້ວຍ​ສຽງ​ຮ້ອງໄຫ້​ຄໍ່າຄວນ. ນາງ​ຖາມ​ວ່າ, ‘ເປັນຫຍັງ​ລົດຮົບ​ສີເສຣາ​ກັບ​ມາ​ຊ້າ​ນໍ ເປັນຫຍັງ​ຝູງມ້າ​ຂອງ​ລາວ​ຈຶ່ງ​ກັບ​ມາ​ຊ້າ?’</verse>
				<verse number="29">ພວກ​ແມ່ຍິງ​ທີ່​ສະຫລາດ​ຈຶ່ງ​ໃຫ້​ຄຳຕອບ​ແກ່​ນາງ ໂດຍ​ເວົ້າ​ທົບທວນໄປ​ທົບທວນມາ​ຄຳຕອບ​ອັນ​ນັ້ນ</verse>
				<verse number="30">ວ່າ, ‘ພວກເຂົາ​ພວມ​ຮິບໂຮມ​ເອົາ​ເຄື່ອງ​ມາ​ແບ່ງປັນ​ກັນ ມີ​ຜູ້​ສາວ​ໜຶ່ງ​ຫລື​ສອງ​ຄົນ​ຕໍ່​ທະຫານ​ຜູ້ໜຶ່ງ ມີ​ເສື້ອຜ້າ​ລາຄາ​ແພງໆ​ອີກ​ເພື່ອ​ໃຫ້​ສີເສຣາ ທັງ​ຜ້າ​ຫຍິບແສ່ວ​ງາມໆ​ຄ້ອງຄໍ​ຣາຊີນີ​ດ້ວຍ.”’</verse>
				<verse number="31">“ຂ້າແດ່ ພຣະເຈົ້າຢາເວ ຂໍ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພຣະອົງ ຕາຍໄປ​ດັ່ງນີ້​ເທາະ ແຕ່​ຂໍ​ໃຫ້​ຜູ້​ເຂົ້າ​ສະໜິດ​ກັບ​ພຣະອົງ ສ່ອງແຈ້ງ​ດັ່ງ​ຕາເວັນ​ຂຶ້ນ​ແດ່ທ້ອນ.” ຕໍ່ມາ ປະເທດຊາດ​ບ້ານ​ເມືອງ​ກໍ​ມີ​ຄວາມ​ສະຫງົບສຸກ​ເປັນ​ເວລາ​ສີ່ສິບ​ປີ.</verse>
			</chapter>
			<chapter number="6">
				<verse number="1">ມີ​ຄັ້ງໜຶ່ງ​ອີກ ປະຊາຊົນ​ອິດສະຣາເອນ​ໄດ້​ເຮັດ​ບາບ​ໃນ​ສາຍຕາ​ຂອງ​ພຣະເຈົ້າຢາເວ. ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ພວກ​ມີດີອານ​ປົກຄອງ​ພວກເຂົາ​ເປັນ​ເວລາ​ເຈັດ​ປີ.</verse>
				<verse number="2">ພວກ​ມີດີອານ​ເຂັ້ມແຂງ​ກວ່າ​ພວກ​ອິດສະຣາເອນ; ສະນັ້ນ ພວກ​ອິດສະຣາເອນ​ຈຶ່ງ​ໜີໄປ​ລີ້​ຢູ່​ໃນ​ຖໍ້າ ແລະ​ຢູ່​ໃນ​ບ່ອນ​ປອດໄພ​ຕາມ​ເທິງ​ພູ.</verse>
				<verse number="3">ເທື່ອໃດ​ທີ່​ຊາວ​ອິດສະຣາເອນ​ຫວ່ານ​ເຂົ້າ ຊາວ​ມີດີອານ​ພ້ອມ​ດ້ວຍ​ຊາວ​ອາມາເຫຼັກ ແລະ​ຄົນ​ໃນ​ເຜົ່າ​ຕ່າງໆ​ທີ່​ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ກັນດານ ກໍ​ມາ​ບຸກໂຈມຕີ​ພວກເຂົາ​ເທື່ອນັ້ນ.</verse>
				<verse number="4">ພວກ​ເຫຼົ່ານີ້​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ໃນ​ດິນແດນ​ນັ້ນ ແລະ​ທຳລາຍ​ຜົນລະປູກ​ຕ່າງໆ​ທີ່​ທາງທິດໃຕ້ ຈົນເຖິງ​ເຂດ​ອ້ອມແອ້ມ​ຂອງ​ເມືອງ​ກາຊາ. ພວກເຂົາ​ໄດ້​ຢຶດ​ສັດ​ທັງໝົດ​ໄປ​ເຊັ່ນ: ແກະ, ງົວ ແລະ​ລໍ ໂດຍ​ບໍ່ໄດ້​ປະ​ສິ່ງໃດ​ເຫຼືອ​ໄວ້​ໃຫ້​ຊາວ​ອິດສະຣາເອນ​ໄວ້​ລ້ຽງຊີບ.</verse>
				<verse number="5">ພວກ​ນີ້​ໄດ້​ບຸກ​ເຂົ້າ​ມາ​ຢ່າງ​ໜາແໜ້ນ​ດັ່ງ​ຝູງຕັກແຕນ ຝູງສັດ​ແລະ​ຜ້າເຕັນ​ພ້ອມ​ທັງ​ຄົນ​ກັບ​ອູດ​ຂອງ​ພວກເຂົາ​ກໍ​ຫລາຍ​ຈົນ​ນັບ​ບໍ່ໄດ້. ພວກເຂົາ​ໄດ້​ເຂົ້າ​ມາ​ທຳລາຍ​ດິນແດນ</verse>
				<verse number="6">ແລະ​ຊາດ​ອິດສະຣາເອນ​ຈຶ່ງ​ໝົດທາງ​ທີ່​ຈະ​ສູ້ຮົບ​ກັບ​ພວກ​ມີດີອານ. ແລ້ວ​ຊາວ​ອິດສະຣາເອນ​ກໍ​ໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ.</verse>
				<verse number="7">ເມື່ອ​ປະຊາຊົນ​ອິດສະຣາເອນ​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ເພື່ອ​ຈະ​ຕໍ່ສູ້​ພວກ​ມີດີອານ.</verse>
				<verse number="8">ພຣະເຈົ້າຢາເວ​ໄດ້​ໃຊ້​ຜູ້ທຳນວາຍ​ຄົນ​ໜຶ່ງ​ມາ​ບອກ​ພວກເຂົາ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກ່າວ​ດັ່ງນີ້: “ເຮົາ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ.</verse>
				<verse number="9">ເຮົາ​ໄດ້​ຊ່ວຍ​ເອົາ​ພວກເຈົ້າ​ອອກ​ຈາກ​ເງື້ອມ​ມື​ຂອງ​ພວກ​ເອຢິບ ແລະ​ຈາກ​ຜູ້​ທີ່​ສູ້ຮົບ​ພວກເຈົ້າ​ຢູ່​ໃນ​ດິນແດນ​ນີ້. ເຮົາ​ໄດ້​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໄປ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ມາ ເຮົາ​ໄດ້​ມອບ​ດິນແດນ​ຂອງ​ພວກເຂົາ​ໃຫ້​ພວກເຈົ້າ.</verse>
				<verse number="10">ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ​ວ່າ, ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ຕ້ອງ​ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ອາໂມ​ໃນ​ດິນແດນ ທີ່​ພວກເຈົ້າ​ກຳລັງ​ອາໄສ​ຢູ່​ນີ້ ແຕ່​ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ເຮົາ.”</verse>
				<verse number="11">ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ມາ​ໃນ​ບ້ານ​ໂອຟະຣາ ນັ່ງ​ຢູ່​ໃຕ້​ຕົ້ນໂອກ​ຊຶ່ງ​ເປັນ​ຂອງ​ໂຢອາດ ຄົນ​ໃນ​ຕະກຸນ​ອາບີເອເຊ. ກີເດໂອນ​ລູກຊາຍ​ຂອງ​ໂຢອາດ ກຳລັງ​ລີ້​ຟາດເຂົ້າ​ຢູ່​ໃນ​ບ່ອນ​ທີ່​ບີບ​ນໍ້າ​ໝາກອະງຸ່ນ ເພື່ອ​ບໍ່​ໃຫ້​ຊາວ​ມີດີອານ​ເຫັນ.</verse>
				<verse number="12">ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ປາກົດ​ຕໍ່​ລາວ ແລະ​ເວົ້າ​ວ່າ, “ຊາຍ​ຜູ້​ອົງອາດ​ກ້າຫານ​ເອີຍ ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ.”</verse>
				<verse number="13">ຝ່າຍ​ກີເດໂອນ​ກໍ​ເວົ້າ​ຕໍ່​ເທວະດາ​ນັ້ນ​ວ່າ, “ທ່ານເອີຍ ຂ້ານ້ອຍ​ຂໍ​ຖາມ​ວ່າ ຖ້າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກ​ຂ້ານ້ອຍ​ແທ້ ເປັນຫຍັງ​ເຫດ​ຮ້າຍ​ທັງໝົດ​ນີ້​ຈຶ່ງ​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ? ສິ່ງ​ອັດສະຈັນ​ຕ່າງໆ​ທີ່​ປູ່ຍ່າຕາຍາຍ​ໄດ້​ເລົ່າ​ສູ່​ພວກ​ຂ້ານ້ອຍ​ຟັງ​ວ່າ ພຣະເຈົ້າຢາເວ​ໄດ້​ນຳພາ​ພວກເພິ່ນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ໄປ​ໃສ​ໝົດ? ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ພວກ​ຂ້ານ້ອຍ ແລະ​ໄດ້​ມອບ​ພວກ​ຂ້ານ້ອຍ​ໃຫ້​ຢູ່​ໃຕ້​ກຳມື​ພວກ​ມີດີອານ.”</verse>
				<verse number="14">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຫັນກັບ​ມາຫາ​ລາວ​ແລະ​ໄດ້ກ່າວ​ວ່າ, “ຈົ່ງ​ໄປ​ຊ່ວຍ​ເອົາ​ຊາດ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ຊາວ​ມີດີອານ​ດ້ວຍ​ກຳລັງ​ອັນ​ເຂັ້ມແຂງ​ຂອງ​ເຈົ້າ. ເຮົາ​ເອງ​ເປັນ​ຜູ້​ໃຊ້​ເຈົ້າ​ໄປ.”</verse>
				<verse number="15">ກີເດໂອນ​ຕອບ​ຄືນ​ວ່າ, “ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ຈະ​ຊ່ວຍ​ເອົາ​ຊາດ​ອິດສະຣາເອນ​ໃຫ້​ພົ້ນ​ໄດ້​ຢ່າງ​ໃດ ເພາະ​ຕະກຸນ​ຂອງ​ຂ້ານ້ອຍ​ເປັນ​ຕະກຸນ​ອ່ອນແອ​ທີ່ສຸດ​ໃນ​ເຜົ່າ​ມານາເຊ ແລະ​ຂ້ານ້ອຍ​ເອງ​ກໍ​ເປັນ​ຄົນ​ທີ່​ມີ​ຄວາມ​ສຳຄັນ​ໜ້ອຍ​ກວ່າໝູ່​ໃນ​ຄອບຄົວ​ຂອງ​ຂ້ານ້ອຍ.”</verse>
				<verse number="16">ພຣະເຈົ້າຢາເວ​ໄດ້ກ່າວ​ຕໍ່​ລາວ​ວ່າ, “ເຈົ້າ​ເຮັດ​ສິ່ງ​ນີ້​ໄດ້​ເພາະ​ເຮົາ​ຈະ​ຊ່ວຍ​ເຈົ້າ. ເຈົ້າ​ຈະ​ທຳລາຍ​ພວກ​ມີດີອານ​ໄດ້​ຢ່າງ​ງ່າຍດາຍ ຄ້າຍ​ກັບ​ວ່າ​ພວກເຂົາ​ມີ​ພຽງແຕ່​ຄົນ​ດຽວ​ເທົ່ານັ້ນ.”</verse>
				<verse number="17">ກີເດໂອນ​ຕອບ​ວ່າ, “ຖ້າ​ພຣະອົງ​ພໍໃຈ​ໃນ​ຕົວ​ຂ້ານ້ອຍ ຈົ່ງ​ສຳແດງ​ໝາຍສຳຄັນ​ໃຫ້​ຂ້ານ້ອຍ​ເຫັນ​ວ່າ ພຣະອົງ​ແມ່ນ​ອົງ​ທີ່​ເວົ້າ​ກັບ​ຂ້ານ້ອຍ​ດ້ວຍ​ເຖີດ.</verse>
				<verse number="18">ຂໍ​ພຣະອົງ​ຢ່າ​ຟ້າວ​ໜີໄປ​ຈາກ​ບ່ອນ​ນີ້ ຈົນກວ່າ​ຂ້ານ້ອຍ​ຈະ​ນຳ​ເອົາ​ອາຫານ​ມາ​ຖວາຍ​ແກ່​ພຣະອົງ.” ພຣະອົງ​ໄດ້​ຕອບ​ວ່າ, “ເຮົາ​ຈະ​ຢູ່​ທີ່​ນີ້ ຈົນກວ່າ​ເຈົ້າ​ກັບ​ມາ.”</verse>
				<verse number="19">ດັ່ງນັ້ນ ກີເດໂອນ​ຈຶ່ງ​ເຂົ້າ​ໄປ​ໃນ​ເຮືອນ ແລະ​ເອົາ​ແບ້​ໜຸ່ມ​ໂຕໜຶ່ງ​ມາ​ຈັດແຈງ​ເປັນ​ອາຫານ ແລະ​ເອົາ​ແປ້ງ​ສິບ​ກິໂລກຼາມ​ມາ​ເຮັດ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ. ລາວ​ເອົາ​ຊີ້ນ​ໃສ່​ກະຕ່າ​ແລະ​ນໍ້າແກງ​ໃສ່​ໝໍ້ ແລ້ວ​ກໍ​ນຳ​ເອົາ​ສິ່ງ​ເຫຼົ່ານີ້​ມາ ແລະ​ມອບ​ໃຫ້​ແກ່​ພຣະອົງ​ຢູ່​ລຸ່ມ​ຕົ້ນໂອກ.</verse>
				<verse number="20">ຝ່າຍ​ເທວະດາ​ຂອງ​ພຣະເຈົ້າ​ກໍ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ເອົາ​ຊີ້ນ​ກັບ​ເຂົ້າຈີ່​ວາງ​ໄວ້​ທີ່​ເທິງ​ໂງ່ນຫີນ​ນີ້ ແລະ​ຖອກ​ນໍ້າແກງ​ໃສ່.” ກີເດໂອນ​ກໍ​ປະຕິບັດ​ຕາມ.</verse>
				<verse number="21">ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ເອົາ​ປາຍ​ໄມ້ເທົ້າ​ຂອງຕົນ ແຕະຕ້ອງ​ຊີ້ນ​ແລະ​ເຂົ້າຈີ່​ນັ້ນ. ໃນທັນໃດ ໄຟ​ກໍ​ລຸກ​ຂຶ້ນ​ຈາກ​ໂງ່ນຫີນ ແລະ​ໄໝ້​ຊີ້ນ​ກັບ​ເຂົ້າຈີ່​ນັ້ນ​ໝົດກ້ຽງ. ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ຫາຍໄປ​ຈາກ​ສາຍຕາ​ຂອງ​ລາວ.</verse>
				<verse number="22">ກີເດໂອນ​ຈຶ່ງ​ໄດ້​ຮູ້​ວ່າ ເພິ່ນ​ເປັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ແທ້. ດັ່ງນັ້ນ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ດ້ວຍ​ຄວາມ​ຕົກໃຈ​ຢ້ານກົວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂ້ານ້ອຍ​ໄດ້​ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ໜ້າຕໍ່ໜ້າ​ແລ້ວ.”</verse>
				<verse number="23">ແຕ່​ພຣະເຈົ້າຢາເວ​ບອກ​ລາວ​ວ່າ, “ຈົ່ງ​ມີ​ສັນຕິສຸກ ຢ່າ​ຢ້ານ​ເລີຍ ເຈົ້າ​ຈະ​ບໍ່​ຕາຍ​ດອກ.”</verse>
				<verse number="24">ແລ້ວ​ກີເດໂອນ​ກໍໄດ້​ສ້າງ​ແທ່ນບູຊາ​ແກ່​ພຣະເຈົ້າຢາເວ​ຢູ່​ໃນ​ທີ່ນັ້ນ ແລະ​ໃສ່​ຊື່​ວ່າ, “ພຣະເຈົ້າຢາເວ​ອົງ​ແຫ່ງ​ສັນຕິສຸກ.” (ແທ່ນບູຊາ​ນີ້​ຍັງ​ຢູ່​ໃນ​ບ້ານ​ໂອຟະຣາ ແລະ​ເປັນ​ຂອງ​ຕະກຸນ​ອາບີເອເຊ​ຈົນເທົ່າ​ເຖິງທຸກ​ວັນ​ນີ້.)</verse>
				<verse number="25">ໃນ​ຄືນ​ຂອງ​ມື້ນັ້ນ ພຣະເຈົ້າຢາເວ​ໄດ້​ບອກ​ກີເດໂອນ​ວ່າ, “ຈົ່ງ​ຢຶດ​ງົວເຖິກ​ຂອງ​ພໍ່ເຈົ້າ​ພ້ອມ​ທັງ​ງົວເຖິກ​ໂຕໜຶ່ງ​ອີກ​ອາຍຸ​ເຈັດ​ປີ; ຈົ່ງ​ທຳລາຍ​ແທ່ນບູຊາ​ທີ່​ພໍ່​ຂອງ​ເຈົ້າ​ເຮັດ​ໄວ້​ສຳລັບ​ພະບາອານ ແລະ​ຈົ່ງ​ຕັດ​ເສົາ​ສັກສິດ​ທີ່​ເປັນ​ສັນຍາລັກ​ແຫ່ງ​ເຈົ້າແມ່​ອາເຊຣາ ທີ່​ຢູ່​ທາງ​ຂ້າງ​ນັ້ນ​ລົງ​ສາ.</verse>
				<verse number="26">ຈົ່ງ​ສ້າງ​ແທ່ນບູຊາ​ທີ່​ແໜ້ນແກ່ນ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ທີ່​ເທິງ​ຈອມ​ໂພນ​ນີ້. ແລ້ວ​ຈົ່ງ​ເຜົາ​ງົວເຖິກ​ໂຕ​ທີ​ສອງ ທັງ​ໂຕ​ຖວາຍ​ເປັນ​ເຄື່ອງບູຊາ ໂດຍ​ເອົາ​ເສົາ​ສັກສິດ​ທີ່​ເຈົ້າ​ໄດ້​ຕັດ​ລົງ​ນັ້ນ​ໃຊ້​ເປັນ​ຟືນ.”</verse>
				<verse number="27">ດັ່ງນັ້ນ ກີເດໂອນ​ຈຶ່ງ​ເລືອກ​ເອົາ​ຄົນ​ຮັບໃຊ້​ສິບ​ຄົນ​ໄປ​ກັບ​ຕົນ ແລະ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ນັ້ນ. ລາວ​ບໍ່​ເຮັດ​ໃນ​ຕອນ​ກາງເວັນ ເພາະ​ຢ້ານ​ຄົນ​ໃນ​ຄອບຄົວ​ຂອງຕົນ​ແລະ​ປະຊາຊົນ​ໃນ​ເມືອງ​ເຫັນ. ສະນັ້ນ ລາວ​ຈຶ່ງ​ເຮັດ​ໃນ​ຕອນ​ກາງຄືນ.</verse>
				<verse number="28">ຕອນເຊົ້າ​ຂອງ​ມື້​ຕໍ່ມາ ເມື່ອ​ປະຊາຊົນ​ໃນ​ເມືອງ​ລຸກ​ຂຶ້ນ​ແຕ່​ເດິກ ກໍ​ເຫັນ​ແທ່ນບູຊາ​ຂອງ​ພະບາອານ​ແລະ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ​ຖືກ​ທຳລາຍ​ລົງ ແລະ​ງົວ​ໂຕ​ທີ​ສອງ​ກໍ​ຖືກ​ເຜົາ​ທີ່​ເທິງ​ແທ່ນບູຊາ ຊຶ່ງ​ຖືກ​ສ້າງ​ຂຶ້ນ​ໃນ​ທີ່ນັ້ນ.</verse>
				<verse number="29">ສະນັ້ນ ພວກເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ແມ່ນ​ໃຜ​ເຮັດ​ສິ່ງ​ນີ້?” ເມື່ອ​ພວກເຂົາ​ສືບ​ຖາມ​ເບິ່ງ​ຈຶ່ງ​ຮູ້​ວ່າ ແມ່ນ​ກີເດໂອນ​ລູກຊາຍ​ຂອງ​ໂຢອາດ​ເປັນ​ຜູ້​ເຮັດ.</verse>
				<verse number="30">ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ໂຢອາດ​ວ່າ, “ເອົາ​ລູກຊາຍ​ຂອງ​ເຈົ້າ​ອອກ​ມາ​ນອກ​ພີ້ ເພື່ອ​ພວກເຮົາ​ຈະ​ຂ້າ​ລາວ​ຖິ້ມ ເພາະ​ລາວ​ເປັນ​ຄົນ​ຮື້​ແທ່ນບູຊາ​ຂອງ​ພະບາອານ ແລະ​ຕັດ​ເສົາ​ສັກສິດ​ຂອງ​ເຈົ້າແມ່​ອາເຊຣາ​ທີ່​ຢູ່​ທາງ​ຂ້າງ​ນັ້ນ​ຖິ້ມ.”</verse>
				<verse number="31">ແຕ່​ໂຢອາດ​ຕອບ​ທຸກຄົນ​ທີ່​ມາ​ປະເຊີນ​ໜ້າ​ນັ້ນ​ວ່າ, “ພວກເຈົ້າ​ມາ​ຕໍ່ວ່າ​ຕໍ່ຂານ​ກັບ​ຂ້ອຍ​ແທນ​ພະບາອານ​ຊັ້ນບໍ? ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຕໍ່​ວ່າ​ແທນ ຈະ​ຖືກ​ຂ້າ​ຖິ້ມ​ກ່ອນ​ຮຸ່ງ​ເຊົ້າ. ຖ້າ​ພະບາອານ​ເປັນ​ພະ​ຕົນໜຶ່ງ​ແທ້ ໃຫ້​ມັນ​ປ້ອງກັນ​ມັນ​ເອງ ເພາະ​ແມ່ນ​ແທ່ນບູຊາ​ຂອງ​ມັນ​ທີ່​ຖືກ​ຮື້​ຖິ້ມ.”</verse>
				<verse number="32">ແຕ່​ນັ້ນ​ມາ ຄົນ​ທັງຫລາຍ​ຈຶ່ງ​ເອີ້ນ​ກີເດໂອນ​ວ່າ ເຢຣຸບ​ບາອານ ຍ້ອນ​ໂຢອາດ​ເວົ້າ​ວ່າ, “ໃຫ້​ພະບາອານ​ປ້ອງກັນ​ມັນ​ເອງ ເພາະ​ແມ່ນ​ແທ່ນບູຊາ​ຂອງ​ມັນ​ທີ່​ຖືກ​ຮື້​ຖິ້ມ.”</verse>
				<verse number="33">ແລ້ວ​ພວກ​ມີດີອານ​ທຸກຄົນ​ພ້ອມ​ທັງ​ຊາວ​ອາມາເຫຼັກ ແລະ​ເຜົ່າ​ຕ່າງໆ​ທີ່​ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ກັນດານ​ກໍໄດ້​ຂ້າມ​ແມ່ນໍ້າ​ຈໍແດນ ມາ​ຕັ້ງ​ທີ່ໝັ້ນ​ຮ່ວມ​ກັນ​ຢູ່​ທີ່​ຮ່ອມພູ​ຢິດຊະເຣນ.</verse>
				<verse number="34">ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ຄວບຄຸມ​ກີເດໂອນ. ສະນັ້ນ ລາວ​ຈຶ່ງ​ເປົ່າແກ​ເອີ້ນ​ເອົາ​ຊາຍ​ຢູ່​ໃນ​ຕະກຸນ​ອາບີເອເຊ​ໃຫ້​ຕິດຕາມ​ຕົນ​ໄປ.</verse>
				<verse number="35">ລາວ​ຍັງ​ໄດ້​ໃຊ້​ຄົນນຳຂ່າວ​ໄປ​ບອກ ທົ່ວ​ທັງ​ເຂດແດນ​ຂອງ​ເຜົ່າ​ມານາເຊ​ທັງສອງ​ຟາກ​ນໍ້າ, ເຜົ່າ​ອາເຊ, ເຜົ່າ​ເຊບູໂລນ ແລະ​ເຜົ່າ​ເນັບທາລີ ເພື່ອ​ໃຫ້​ພວກ​ເຫຼົ່ານີ້​ຕາມ​ໄປ​ຮ່ວມ​ສົມ​ທົບ​ກັບຕົນ.</verse>
				<verse number="36">ຕໍ່ຈາກນັ້ນ ກີເດໂອນ​ໄດ້ກ່າວ​ຕໍ່​ພຣະເຈົ້າ​ວ່າ, “ພຣະອົງ​ກ່າວ​ວ່າ ພຣະອົງ​ຕັດສິນໃຈ​ເລືອກເອົາ​ຂ້ານ້ອຍ ເພື່ອ​ໃຫ້​ໄປ​ຊ່ວຍ​ເອົາ​ຊາດ​ອິດສະຣາເອນ​ໃຫ້​ພົ້ນ.</verse>
				<verse number="37">ຖ້າດັ່ງນັ້ນ ຂ້ານ້ອຍ​ຈະ​ເອົາ​ຂົນແກະ​ວາງ​ໄວ້​ເທິງ​ດິນ​ບ່ອນ​ທີ່​ຂ້ານ້ອຍ​ຟາດເຂົ້າ​ຢູ່​ນີ້. ມື້ອື່ນ​ເຊົ້າ​ມາ ຖ້າ​ນໍ້າໝອກ​ຕົກ​ຖືກ​ແຕ່​ຂົນແກະ​ແຕ່​ດິນ​ຍັງ​ແຫ້ງ​ຢູ່​ຄື​ເກົ່າ ຂ້ານ້ອຍ​ກໍ​ຈະ​ຮູ້​ວ່າ ພຣະອົງ​ຕ້ອງການ​ໃຫ້​ຂ້ານ້ອຍ​ໄປ​ຊ່ວຍ​ເອົາ​ຊາດ​ອິດສະຣາເອນ​ແທ້.”</verse>
				<verse number="38">ແລ້ວ​ເຫດການ​ກໍ​ເປັນ​ໄປ​ຢ່າງນັ້ນ ຄື​ໃນ​ຕອນເຊົ້າ​ຂອງ​ມື້​ໃໝ່​ແຕ່​ເດິກ ເມື່ອ​ກີເດໂອນ​ລຸກ​ຂຶ້ນ​ມາ ລາວ​ຈຶ່ງ​ເອົາ​ຂົນແກະ​ນັ້ນ​ມາ​ປັ້ນ​ໄດ້​ນໍ້າ​ຈົນ​ເຕັມ​ຊາມ.</verse>
				<verse number="39">ລາວ​ກ່າວ​ຕໍ່​ພຣະເຈົ້າ​ວ່າ, “ຢ່າ​ໂກດຮ້າຍ​ຂ້ານ້ອຍ​ເລີຍ ຂ້ານ້ອຍ​ຂໍ​ເວົ້າ​ອີກ​ເປັນ​ເທື່ອ​ສຸດທ້າຍ ຄື​ຂ້ານ້ອຍ​ຂໍ​ທົດລອງ​ເບິ່ງ​ຂົນແກະ​ອີກເທື່ອໜຶ່ງ. ໃນຄັ້ງນີ້​ຂໍ​ໃຫ້​ຂົນແກະ​ແຫ້ງ ແຕ່​ໃຫ້​ນໍ້າ​ໝອກ​ຕົກ​ໃສ່​ແຕ່​ດິນ​ເທົ່ານັ້ນ.”</verse>
				<verse number="40">ໃນຄືນນັ້ນ ພຣະເຈົ້າ​ໄດ້​ເຮັດ​ຕາມ​ທີ່​ກີເດໂອນ​ຂໍຮ້ອງ ຄື​ຂົນແກະ​ແຫ້ງ​ແຕ່​ດິນ​ປຽກ​ຊຸ່ມ​ໄປ​ດ້ວຍ​ນໍ້າໝອກ.</verse>
			</chapter>
			<chapter number="7">
				<verse number="1">ມື້ໜຶ່ງ ກີເດໂອນ​ພ້ອມ​ດ້ວຍ​ທະຫານ​ທັງໝົດ​ຂອງ​ລາວ​ໄດ້​ລຸກຂຶ້ນ​ແຕ່​ເຊົ້າໆ ແລ້ວ​ກໍ​ໄປ​ຕັ້ງ​ທີ່ໝັ້ນ​ຢູ່​ທາງ​ບໍ່​ນໍ້າ​ຮາໂຣດ. ສ່ວນ​ພວກ​ມີດີອານ​ນັ້ນ​ຕັ້ງ​ທີ່ໝັ້ນ​ຢູ່​ຮ່ອມພູ ທາງທິດເໜືອ​ໃກ້​ກັບ​ພູ​ໂມເຣ.</verse>
				<verse number="2">ພຣະເຈົ້າຢາເວ​ບອກ​ກີເດໂອນ​ວ່າ, “ຄົນ​ທີ່​ມາ​ນຳ​ເຈົ້າ​ນັ້ນ​ມີ​ຫລາຍໂພດ ເຮົາ​ບໍ່​ຢາກ​ໃຫ້​ມີ​ຫລາຍ​ຄົນ​ປານນັ້ນ​ເພື່ອ​ຊະນະ​ພວກ​ມີດີອານ. ເມື່ອ​ຮົບ​ຊະນະ​ພວກ​ມີດີອານ​ແລ້ວ ພວກເຂົາ​ອາດ​ຄິດ​ວ່າ​ໄຊຊະນະ​ທີ່​ໄດ້​ມາ​ນັ້ນ ແມ່ນ​ດ້ວຍ​ກຳລັງ​ຂອງ​ຕົນເອງ ໂດຍ​ຈະ​ບໍ່​ຄິດ​ວ່າ​ເຮົາ​ເປັນ​ຜູ້​ຊ່ວຍເຫລືອ.</verse>
				<verse number="3">ສະນັ້ນ ເຈົ້າ​ຈົ່ງ​ປະກາດ​ແກ່​ຄົນ​ທັງຫລາຍ​ວ່າ, ‘ຖ້າ​ຜູ້ໃດ​ຢ້ານ​ໃຫ້​ກັບຄືນ​ເມືອ​ສາ ສ່ວນ​ພວກເຮົາ​ຈະ​ຢູ່​ທີ່​ພູ​ກີເລອາດ​ນີ້.”’ ດັ່ງນັ້ນ ຈຶ່ງ​ມີ​ຊາວສອງພັນ​ຄົນ​ກັບຄືນ​ເມືອ​ແລະ​ມີ​ສິບພັນ​ຄົນ​ຍັງເຫລືອ​ຢູ່.</verse>
				<verse number="4">ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້ກ່າວ​ແກ່​ກີເດໂອນ​ອີກ​ວ່າ, “ເຈົ້າ​ຍັງ​ມີ​ຄົນ​ຫລາຍໂພດ. ຈົ່ງ​ພາ​ພວກເຂົາ​ລົງ​ໄປ​ທີ່​ແຄມ​ນໍ້າ ແລ້ວ​ໃນ​ທີ່ນັ້ນ​ເຮົາ​ຈະ​ຄັດເລືອກ​ເອົາ​ພວກເຂົາ​ໃຫ້​ເຈົ້າ. ຖ້າ​ເຮົາ​ບອກ​ເຈົ້າ​ວ່າ ບຸກຄົນ​ໃດ​ຄວນ​ໄປ ລາວ​ຈະ​ໄປ​ທັນທີ. ຖ້າ​ເຮົາ​ບອກ​ວ່າ ບຸກຄົນ​ໃດ​ບໍ່ຄວນ​ໄປ ລາວ​ຈະ​ບໍ່ໄດ້​ໄປ​ເປັນ​ເດັດຂາດ.”</verse>
				<verse number="5">ດັ່ງນັ້ນ ກີເດໂອນ​ຈຶ່ງ​ພາ​ຊາວ​ອິດສະຣາເອນ​ໄປ​ທີ່​ແຄມນໍ້າ ແລະ​ພຣະເຈົ້າຢາເວ​ໄດ້​ບອກ​ກີເດໂອນ​ວ່າ, “ຈົ່ງ​ແຍກ​ພວກ​ທີ່​ດື່ມ​ນໍ້າ ໂດຍ​ໃຊ້​ລີ້ນ​ເລຍ​ກິນ​ຄື​ກັບ​ໝາ ອອກ​ຈາກ​ພວກ​ທີ່​ຄຸເຂົ່າ​ລົງ​ດື່ມ.”</verse>
				<verse number="6">ພວກ​ທີ່​ໃຊ້​ມື​ກອບ​ນໍ້າ​ຂຶ້ນ​ມາ​ເລຍ​ກິນ​ມີ​ຢູ່​ສາມຮ້ອຍ​ຄົນ. ສ່ວນ​ທີ່​ເຫຼືອ​ນັ້ນ​ແມ່ນ​ພວກ​ທີ່​ຄຸເຂົ່າ​ລົງ​ດື່ມ.</verse>
				<verse number="7">ພຣະເຈົ້າຢາເວ​ຈຶ່ງ​ບອກ​ກີເດໂອນ​ວ່າ, “ເຮົາ​ຈະ​ຊ່ວຍ​ກູ້​ເອົາ​ເຈົ້າ​ແລະ​ໃຫ້​ເຈົ້າ​ຮົບ​ຊະນະ​ຊາວ​ມີດີອານ​ດ້ວຍ​ຈຳນວນ​ສາມຮ້ອຍ​ຄົນ​ທີ່​ກອບ​ນໍ້າ​ຂຶ້ນ​ມາ​ເລຍ​ກິນ. ແລ້ວ​ຈົ່ງ​ບອກ​ພວກ​ທີ່​ເຫຼືອ​ນັ້ນ​ໃຫ້​ກັບຄືນ​ເມືອໝົດ.”</verse>
				<verse number="8">ສະນັ້ນ ກີເດໂອນ​ຈຶ່ງ​ສົ່ງ​ຊາວ​ອິດສະຣາເອນ​ກັບ​ເມືອໝົດ ເວັ້ນ​ໄວ້​ແຕ່​ສາມຮ້ອຍ​ຄົນ ທີ່​ຮັກສາ​ສິ່ງຂອງ​ທັງໝົດ​ແລະ​ແກ​ຂອງ​ພວກເຂົາ​ໄວ້. ສ່ວນ​ຊາວ​ມີດີອານ​ນັ້ນ​ໄດ້​ຕັ້ງ​ທີ່ໝັ້ນ​ຢູ່​ທາງ​ດ້ານຫລັງ​ຂອງ​ຊາວ​ອິດສະຣາເອນ.</verse>
				<verse number="9">ໃນ​ຄືນ​ນັ້ນ ພຣະເຈົ້າຢາເວ​ໄດ້​ສັ່ງ​ກີເດໂອນ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ໄປ​ບຸກໂຈມຕີ​ທີ່ໝັ້ນ​ຂອງ​ພວກເຂົາ; ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ພວກເຂົາ.</verse>
				<verse number="10">ແຕ່​ຖ້າ​ເຈົ້າ​ບໍ່​ກ້າ​ລົງ​ໄປ​ບຸກໂຈມຕີ ໃຫ້​ເຈົ້າ​ກັບ​ປູຣາ​ຄົນ​ຮັບໃຊ້​ຂອງ​ເຈົ້າ​ລົງ​ໄປ​ສືບ​ເບິ່ງ​ກ່ອນ.</verse>
				<verse number="11">ເຈົ້າ​ຈະ​ໄດ້ຍິນ​ວ່າ​ພວກເຂົາ​ກຳລັງ​ເວົ້າ​ຫຍັງ​ແດ່ ແລ້ວ​ເຈົ້າ​ກໍ​ຈະ​ກ້າ​ບຸກໂຈມຕີ​ທີ່ໝັ້ນ​ນັ້ນ.” ດັ່ງນັ້ນ ກີເດໂອນ​ແລະ​ປູຣາ​ຄົນ​ຮັບໃຊ້​ຂອງຕົນ ຈຶ່ງ​ລົງ​ໄປ​ທີ່​ແຄມ​ຄ້າຍ​ຂອງ​ສັດຕູ.</verse>
				<verse number="12">ຝ່າຍ​ຊາວ​ມີດີອານ, ຊາວ​ອາມາເຫຼັກ ແລະ​ຄົນ​ໃນ​ເຜົ່າ​ຕ່າງໆ​ທີ່​ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ກັນດານ ກໍ​ຢາຍ​ກັນ​ຢູ່​ຕາມ​ຮ່ອມພູ​ເໝືອນ​ດັ່ງ​ຝູງຕັກແຕນ. ພວກເຂົາ​ມີ​ຝູງ​ອູດ​ຢ່າງ​ຫລວງຫລາຍ ຄ້າຍ​ກັບ​ເມັດ​ດິນ​ຊາຍ​ຕາມ​ແຄມຝັ່ງ​ທະເລ.</verse>
				<verse number="13">ເມື່ອ​ກີເດໂອນ​ມາ​ເຖິງ​ທີ່ນັ້ນ ລາວ​ກໍ​ໄດ້​ຍິນ​ຊາຍ​ຄົນ​ໜຶ່ງ​ກຳລັງ​ເລົ່າ​ຄວາມຝັນ​ຂອງຕົນ​ສູ່​ໝູ່​ຟັງ​ວ່າ, “ຂ້ອຍ​ຝັນ​ເຫັນ​ເຂົ້າຈີ່​ກ້ອນ​ໜຶ່ງ​ທີ່​ເຮັດ​ດ້ວຍ​ເຂົ້າບາເລ ກິ້ງ​ເຂົ້າ​ມາ​ໃນ​ຄ້າຍ​ຂອງ​ພວກເຮົາ ເຂົ້າຈີ່​ກ້ອນ​ນີ້​ກິ້ງ​ມາ​ຕຳ​ຜ້າເຕັນ​ລົ້ມ​ເພພັງ​ໝົດ.”</verse>
				<verse number="14">ໝູ່​ຂອງ​ຄົນ​ທີ່​ຝັນ​ນັ້ນ​ຈຶ່ງ​ຕອບ​ວ່າ, “ອັນນີ້​ຕ້ອງ​ໝາຍເຖິງ​ດາບ​ຂອງ​ກີເດໂອນ ຊາວ​ອິດສະຣາເອນ ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ໂຢອາດ ມັນ​ຄົງ​ບໍ່​ໝາຍເຖິງ​ສິ່ງ​ອື່ນ​ໄປ​ໄດ້​ດອກ ພຣະເຈົ້າ​ໄດ້​ໃຫ້​ລາວ​ມີ​ໄຊຊະນະ​ເໜືອ​ກອງທັບ​ທັງໝົດ​ຂອງ​ພວກເຮົາ​ແລ້ວ.”</verse>
				<verse number="15">ເມື່ອ​ກີເດໂອນ​ໄດ້ຍິນ​ເລື່ອງ​ຂອງ​ຄວາມຝັນ​ພ້ອມທັງ​ຄວາມໝາຍ ລາວ​ຈຶ່ງ​ຄຸ​ເຂົ່າລົງ​ນ້ອມ​ນະມັດສະການ​ພຣະເຈົ້າ. ແລ້ວ​ກໍ​ກັບຄືນ​ເມືອ​ທີ່ໝັ້ນ​ຂອງ​ຊາວ​ອິດສະຣາເອນ ແລະ​ເວົ້າ​ວ່າ, “ຈົ່ງ​ລຸກຂຶ້ນ ພຣະເຈົ້າຢາເວ​ກຳລັງ​ໃຫ້​ພວກເຈົ້າ​ຮົບ​ຊະນະ​ກອງທັບ​ຂອງ​ພວກ​ມີດີອານ.”</verse>
				<verse number="16">ສະນັ້ນ ລາວ​ຈຶ່ງ​ແບ່ງ​ນັກຮົບ​ສາມຮ້ອຍ​ຄົນ​ນັ້ນ​ອອກ​ເປັນ​ສາມ​ໝວດ ໂດຍ​ເອົາ​ແກ​ແຈກ​ໃຫ້​ຄົນລະ​ອັນ ພ້ອມ​ທັງ​ໃຫ້​ຖື​ໄຫ​ຄົນລະ​ໜ່ວຍ​ທີ່​ມີ​ກະບອງ​ລຸກ​ຢູ່.</verse>
				<verse number="17">ລາວ​ບອກ​ພວກເຂົາ​ວ່າ, “ເວລາ​ຂ້ອຍ​ໄປ​ເຖິງ​ແຄມ​ຄ້າຍ​ແລ້ວ ຈົ່ງ​ຊອມ​ເບິ່ງ​ຂ້ອຍ​ແລະ​ເຮັດ​ຕາມ​ທີ່​ຂ້ອຍ​ເຮັດ.</verse>
				<verse number="18">ເມື່ອ​ຂ້ອຍ​ແລະ​ພວກ​ຂອງຂ້ອຍ​ເປົ່າແກ​ຂຶ້ນ ໃຫ້​ພວກເຈົ້າ​ເປົ່າແກ​ຂຶ້ນ​ໂລດ. ແລ້ວ​ຈົ່ງ​ໃຫ້​ທຸກຄົນ​ທີ່​ຢູ່​ອ້ອມ​ຄ້າຍພັກ​ຮ້ອງ​ຂຶ້ນ​ວ່າ, ‘ເພື່ອ​ພຣະເຈົ້າຢາເວ​ແລະ​ກີເດໂອນ.”’</verse>
				<verse number="19">ກີເດໂອນ​ພ້ອມ​ດ້ວຍ​ຄົນ​ຂອງຕົນ​ຮ້ອຍ​ຄົນ​ໄດ້​ມາ​ຮອດ​ແຄມ​ຄ້າຍ​ກ່ອນ​ທ່ຽງຄືນ ພໍດີ​ເປັນ​ເວລາ​ທີ່​ປ່ຽນ​ຍາມ​ໃໝ່. ພວກເຂົາ​ເປົ່າແກ​ຂຶ້ນ ແລະ​ທຸບ​ໄຫ​ທີ່​ພວກເຂົາ​ຖື​ໄປ​ນັ້ນ</verse>
				<verse number="20">ແລ້ວ​ສອງ​ໝວດ​ອື່ນ​ອີກ​ກໍ​ເຮັດ​ເໝືອນກັນ. ພວກເຂົາ​ໃຊ້​ມື​ເບື້ອງຊ້າຍ​ຖື​ກະບອງ ແລະ​ໃຊ້​ມື​ເບື້ອງຂວາ​ຖື​ແກ ທັງ​ຮ້ອງ​ຂຶ້ນ​ວ່າ, “ດາບ​ເພື່ອ​ພຣະເຈົ້າຢາເວ ແລະ​ເພື່ອ​ກີເດໂອນ!”</verse>
				<verse number="21">ທະຫານ​ອິດສະຣາເອນ​ຢືນ​ຢູ່​ປະຈຳ​ທີ່​ຂອງ​ໃຜ​ລາວ​ອ້ອມຮອບ​ຄ້າຍ​ນັ້ນ ແລະ​ກອງທັບ​ທັງໝົດ​ຂອງ​ສັດຕູ​ຈຶ່ງ​ແລ່ນ​ໜີໄປ ພ້ອມ​ທັງ​ສົ່ງ​ສຽງດັງ​ກ້ອງສະໜັ່ນ.</verse>
				<verse number="22">ໃນ​ຂະນະທີ່​ທະຫານ​ຂອງ​ກີເດໂອນ​ເປົ່າແກ​ຂຶ້ນ​ນັ້ນ ພຣະເຈົ້າຢາເວ​ກໍ​ບັນດານ​ໃຫ້​ຄົນ​ທີ່​ຢູ່​ໃນ​ຄ້າຍພັກ​ຈັບ​ດາບ​ຂຶ້ນ​ຕໍ່ສູ້​ກັນ​ເອງ. ພວກເຂົາ​ແລ່ນ​ໜີໄປ​ທາງ​ເມືອງ​ຊາເຣທານ ຈົນເຖິງ​ເມືອງ​ເບັດຊິດຕາ​ແລະ​ເມືອງ​ອາເບັນ​ເມໂຮລາ​ທີ່​ຢູ່​ໃກ້​ບ້ານ​ຕັບບັດ.</verse>
				<verse number="23">ແລ້ວ​ບັນດາ​ຄົນ​ຈາກ​ເຜົ່າ​ເນັບທາລີ, ເຜົ່າ​ອາເຊ ແລະ​ມານາເຊ​ທັງສອງ​ຟາກ​ແມ່ນໍ້າ​ກໍໄດ້​ຖືກ​ເອີ້ນ ໃຫ້​ອອກ​ໄປ​ຕາມ​ໄລ່​ພວກ​ມີດີອານ​ເຊັ່ນກັນ.</verse>
				<verse number="24">ກີເດໂອນ​ໄດ້​ສົ່ງ​ຜູ້ນຳຂ່າວ​ໄປ​ບອກ​ທົ່ວ​ທັງ​ເຂດ​ເນີນພູ​ເອຟຣາອິມ​ທັງໝົດ​ວ່າ, “ຈົ່ງ​ລົງ​ມາ​ສູ້ຮົບ​ພວກ​ມີດີອານ. ໃຫ້​ຢຶດ​ທ່າ​ແມ່ນໍ້າ​ຈໍແດນ​ໄວ້ ແລະ​ຢູ່​ປະຈຳ​ທີ່​ຕາມ​ສາຍນໍ້າ​ຈົນ​ໄປເຖິງ​ເບັດບາຣາ ເພື່ອ​ປ້ອງກັນ​ບໍ່​ໃຫ້​ພວກ​ມີດີອານ​ຂ້າມ​ນໍ້າ​ໄປ​ໄດ້.” ສ່ວນ​ພວກ​ເອຟຣາອິມ​ກໍ​ເຮັດ​ຕາມ​ທີ່​ໄດ້​ສັ່ງ​ນັ້ນ ພວກເຂົາ​ມາ​ປະຈຳ​ທີ່​ທ່າ​ແມ່ນໍ້າ​ຈໍແດນ​ແລະ​ຕາມ​ຫ້ວຍນໍ້າ​ຕ່າງໆ ຈົນ​ໄປ​ເຖິງ​ເບັດບາຣາ.</verse>
				<verse number="25">ພວກເຂົາ​ຈັບ​ຫົວໜ້າ​ພວກ​ມີດີອານ​ສອງ​ຄົນ​ໄດ້ ຄື​ໂອເຣັບ​ແລະ​ເຊເອັບ. ພວກເຂົາ​ໄດ້​ຂ້າ​ໂອເຣັບ​ຢູ່​ທີ່​ໂງ່ນຫີນ​ໂອເຣັບ ແລະ​ໄດ້​ຂ້າ​ເຊເອັບ​ຢູ່​ທີ່​ບ່ອນ​ບີບ​ໝາກອະງຸ່ນ​ຂອງ​ເຊເອັບ. ພວກເຂົາ​ສືບຕໍ່​ກວາດ​ລ້າງ​ພວກ​ມີດີອານ ແລະ​ໄດ້​ນຳ​ຫົວ​ຂອງ​ໂອເຣັບ​ແລະ​ເຊເອັບ​ໄປ​ໃຫ້​ກີເດໂອນ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ຟາກ​ພຸ້ນ.</verse>
			</chapter>
			<chapter number="8">
				<verse number="1">ຕໍ່ມາ ຊາວ​ເອຟຣາອິມ​ໄດ້​ຖາມ​ກີເດໂອນ​ວ່າ, “ເວລາ​ທີ່​ເຈົ້າ​ອອກ​ໄປ​ສູ້ຮົບ​ນັ້ນ ເປັນຫຍັງ​ຈຶ່ງ​ບໍ່​ເອີ້ນ​ພວກເຮົາ​ແດ່? ເປັນຫຍັງ​ຈຶ່ງ​ເຮັດ​ກັບ​ພວກເຮົາ​ແບບ​ນີ້?” ພວກເຂົາ​ຕໍ່ວ່າ​ຕໍ່ຂານ​ກ່ຽວກັບ​ເລື່ອງ​ນີ້​ຢ່າງ​ຮຸນແຮງ.</verse>
				<verse number="2">ແຕ່​ກີເດໂອນ​ຕອບ​ພວກເຂົາ​ວ່າ, “ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ມາ​ນັ້ນ​ບໍ່​ມີ​ຫຍັງ​ໝົດ ເມື່ອ​ປຽບທຽບ​ໃສ່​ກັບ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ. ແມ່ນແຕ່​ສິ່ງ​ເລັກນ້ອຍ​ທີ່​ຊາວ​ເອຟຣາອິມ​ໄດ້​ເຮັດ ກໍ​ມີ​ຄຸນຄ່າ​ກວ່າ​ສິ່ງ​ທັງໝົດ​ທີ່​ຕະກຸນ​ຂອງຂ້ອຍ​ໄດ້​ເຮັດ​ມາ.</verse>
				<verse number="3">ໃນທີ່ສຸດ ດ້ວຍ​ຣິດອຳນາດ​ຂອງ​ພຣະເຈົ້າ ພວກເຈົ້າ​ໄດ້​ຂ້າ​ຫົວໜ້າ​ຂອງ​ຊາວ​ມີດີອານ​ສອງ​ຄົນ​ຄື: ໂອເຣັບ​ແລະ​ເຊເອັບ. ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ນັ້ນ​ຈະ​ທຽບ​ໃສ່​ກັບ​ສິ່ງ​ທີ່​ພວກເຈົ້າ​ເຮັດ​ມາ​ໄດ້​ຢ່າງ​ໃດ?” ເມື່ອ​ລາວ​ເວົ້າ​ດັ່ງນັ້ນ​ແລ້ວ​ພວກເຂົາ​ກໍ​ເຊົາ​ຄຽດ.</verse>
				<verse number="4">ກີເດໂອນ​ກັບ​ພັກພວກ​ສາມຮ້ອຍ​ຄົນ​ໄດ້​ເດີນທາງ​ມາ​ເຖິງ​ແມ່ນໍ້າ​ຈໍແດນ ແລ້ວ​ກໍ​ຂ້າມ​ແມ່ນໍ້າ​ໄປ. ພວກເຂົາ​ອິດເມື່ອຍ​ອ່ອນ​ແຮງ​ຫລາຍ, ແຕ່​ກໍ​ຍັງ​ສືບຕໍ່​ກວາດລ້າງ​ສັດຕູ​ໄປ​ເລື້ອຍໆ.</verse>
				<verse number="5">ເມື່ອ​ພວກເຂົາ​ມາ​ຮອດ​ເມືອງ​ຊຸກໂກດ ກີເດໂອນ​ໄດ້​ຂໍຮ້ອງ​ນຳ​ຊາວ​ເມືອງ​ວ່າ, “ຂ້ອຍ​ຂໍ​ເຂົ້າ​ໃຫ້​ຄົນ​ຂອງຂ້ອຍ​ກິນ​ແດ່​ເພາະ​ພວກເຂົາ​ອິດເມື່ອຍ​ຫລາຍ ແລະ​ຂ້ອຍ​ກຳລັງ​ຕາມລ່າ​ເຈົ້າ​ເຊບາ​ແລະ​ເຈົ້າ​ຊັນມຸນນາ ກະສັດ​ຂອງ​ຊາວ​ມີດີອານ.”</verse>
				<verse number="6">ແຕ່​ພວກ​ຜູ້ນຳ​ຂອງ​ເມືອງ​ຊຸກໂກດ​ໄດ້​ຕອບ​ວ່າ, “ດ້ວຍເຫດໃດ ພວກຂ້ອຍ​ຈຶ່ງ​ຈະ​ເອົາ​ອາຫານ​ໃຫ້​ທະຫານ​ຂອງ​ເຈົ້າ​ກິນ ໃນ​ເມື່ອ​ເຈົ້າ​ຈັບ​ເຈົ້າ​ເຊບາ ແລະ​ເຈົ້າ​ຊັນມຸນນາ​ບໍ່​ທັນ​ໄດ້​ເທື່ອ.”</verse>
				<verse number="7">ດັ່ງນັ້ນ ກີເດໂອນ​ຈຶ່ງ​ເວົ້າ​ວ່າ, “ດີແລ້ວ ເມື່ອໃດ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ເຈົ້າ​ເຊບາ ແລະ​ເຈົ້າ​ຊັນມຸນນາ​ໃຫ້​ຂ້ອຍ​ແລ້ວ ຂ້ອຍ​ຈະ​ຂ້ຽນ​ພວກເຈົ້າ​ດ້ວຍ​ຫວາຍ​ໜາມ ແລະ​ໄມ້ໜາມ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ.”</verse>
				<verse number="8">ຫລັງຈາກ​ນັ້ນ ກີເດໂອນ​ກໍ​ໄປ​ທີ່​ເມືອງ​ເປນູເອນ ແລະ​ຂໍຮ້ອງ​ຢ່າງ​ດຽວກັນ. ຊາວ​ເມືອງ​ເປນູເອນ​ກໍ​ຕອບ​ຢ່າງ​ດຽວກັນ​ກັບ​ຊາວ​ເມືອງ​ຊຸກໂກດ.</verse>
				<verse number="9">ສະນັ້ນ ກີເດໂອນ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, “ເມື່ອໃດ​ຂ້ອຍ​ກັບຄືນມາ​ຢ່າງ​ປອດໄພ​ແລ້ວ ເມື່ອນັ້ນ​ຂ້ອຍ​ຈະ​ທຳລາຍ​ຫໍຄອຍ​ນີ້​ລົງ​ໃຫ້​ຮາບກ້ຽງ.”</verse>
				<verse number="10">ເຈົ້າ​ເຊບາ ແລະ​ເຈົ້າ​ຊັນມຸນນາ​ພ້ອມ​ທັງ​ກອງທັບ​ຂອງຕົນ​ພັກ​ຢູ່​ທີ່​ກາໂກເຣ. ໃນ​ກອງທັບ​ທັງໝົດ​ຂອງ​ເຜົ່າ​ຕ່າງໆ​ທີ່​ມາ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ມີ​ທະຫານ​ເຫຼືອ​ຢູ່​ພຽງ​ສິບຫ້າພັນ​ຄົນ ເທົ່ານັ້ນ; ສ່ວນ​ທະຫານ​ທີ່​ຖືກ​ຂ້າ​ຕາຍ​ມີ​ໜຶ່ງຮ້ອຍ​ຊາວພັນ​ຄົນ.</verse>
				<verse number="11">ກີເດໂອນ​ໄດ້​ນຳ​ທະຫານ​ໄປ​ຕາມ​ທາງ​ທີ່​ແຄມ​ຖິ່ນ​ແຫ້ງແລ້ງ​ກັນດານ ທາງທິດ​ຕາເວັນອອກ​ຂອງ​ໂນບາ​ແລະ​ໂຢກເບຮາ ແລະ​ເຂົ້າ​ບຸກໂຈມຕີ​ທະຫານ​ເຫຼົ່ານັ້ນ​ຢ່າງ​ບໍ່​ທັນ​ໃຫ້​ຮູ້​ຕົວ.</verse>
				<verse number="12">ກະສັດ​ທັງສອງ​ຂອງ​ຊາວ​ມີດີອານ ຄື​ເຈົ້າ​ເຊບາ​ກັບ​ເຈົ້າ​ຊັນມຸນນາ ໄດ້​ແລ່ນ​ປົບໜີໄປ, ແຕ່​ກີເດໂອນ​ໄລ່​ຈັບ​ກະສັດ​ທັງສອງ​ຄົນ​ນັ້ນ​ໄດ້. ດັ່ງນັ້ນ ທະຫານ​ທັງໝົດ​ຂອງ​ພວກເຂົາ​ຈຶ່ງ​ແຕກຕື່ນ​ຕົກໃຈ ແລະ​ພ່າຍ​ໜີໄປ.</verse>
				<verse number="13">ເມື່ອ​ກີເດໂອນ​ລູກຊາຍ​ຂອງ​ໂຢອາດ​ກັບຄືນ​ມາ​ແຕ່​ຮົບເສິກ ໂດຍ​ຜ່ານ​ທາງ​ຊ່ອງແຄບ​ເຮເຣັດ​ນັ້ນ</verse>
				<verse number="14">ລາວ​ໄດ້​ຈັບ​ເອົາ​ຊາຍໜຸ່ມ​ຜູ້ໜຶ່ງ​ຈາກ​ເມືອງ​ຊຸກໂກດ ແລະ​ສອບ​ຖາມ​ເອົາ​ເລື່ອງລາວ​ຕ່າງໆ​ນຳ​ລາວ. ຊາຍໜຸ່ມ​ຜູ້​ນີ້​ໄດ້​ຈົດ​ຊື່​ພວກ​ຜູ້ນຳ​ເຈັດສິບເຈັດ​ຄົນ​ທີ່​ຢູ່​ໃນ​ເມືອງ​ຊຸກໂກດ​ໃຫ້​ກີເດໂອນ.</verse>
				<verse number="15">ແລ້ວ​ກີເດໂອນ​ກໍ​ໄປ​ຫາ​ຊາວ​ເມືອງ​ຊຸກໂກດ ແລະ​ເວົ້າ​ວ່າ, “ພວກເຈົ້າ​ຈື່​ຄາວ​ທີ່​ພວກເຈົ້າ​ບໍ່​ຍອມ​ຊ່ວຍເຫລືອ​ຂ້ອຍ​ນັ້ນ​ບໍ່? ພວກເຈົ້າ​ທ້າ​ຂ້ອຍ​ວ່າ ພວກເຈົ້າ​ບໍ່​ຍອມ​ເອົາ​ອາຫານ​ໃຫ້​ພວກ​ທະຫານ ທີ່​ອິດເມື່ອຍ​ອ່ອນແຮງ​ຂອງຂ້ອຍ​ກິນ ເພາະ​ຂ້ອຍ​ຈັບ​ເຈົ້າ​ເຊບາ​ກັບ​ເຈົ້າ​ຊັນມຸນນາ​ບໍ່​ທັນ​ໄດ້​ເທື່ອ. ນີ້​ເດ ພວກເຂົາ​ຢູ່​ທີ່​ນີ້​ແລ້ວ.”</verse>
				<verse number="16">ແລ້ວ​ກີເດໂອນ​ກໍໄດ້​ຂ້ຽນ​ພວກ​ຜູ້ນຳ​ຊາວ​ເມືອງ​ຊຸກໂກດ​ເພື່ອ​ເປັນ​ການລົງໂທດ​ດ້ວຍ​ຫວາຍ​ໜາມ ແລະ​ໄມ້ໜາມ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="17">ລາວ​ຍັງ​ໄດ້​ທຳລາຍ​ຫໍຄອຍ​ທີ່​ເປນູເອນ ແລະ​ຂ້າ​ຊາວ​ເມືອງ​ໃນ​ທີ່ນັ້ນ​ດ້ວຍ.</verse>
				<verse number="18">ແລ້ວ​ລາວ​ກໍໄດ້​ຖາມ​ເຈົ້າ​ເຊບາ​ກັບ​ເຈົ້າ​ຊັນມຸນນາ​ວ່າ, “ຄົນ​ທີ່​ພວກເຈົ້າ​ຂ້າ​ໃນ​ເມືອງ​ຕາໂບ​ນັ້ນ​ມີ​ຮູບຮ່າງ​ຢ່າງ​ໃດ?” ພວກເຂົາ​ຕອບ​ວ່າ, “ຄືກັນ​ກັບ​ທ່ານ​ແລະ​ທຸກຄົນ​ກໍ​ເບິ່ງ​ຄື​ກັນ​ກັບ​ລູກຊາຍ​ຂອງ​ກະສັດ.”</verse>
				<verse number="19">ກີເດໂອນ​ກ່າວ​ວ່າ, “ພວກເຂົາ​ເປັນ​ອ້າຍ​ນ້ອງ​ທີ່​ເກີດ​ຈາກ​ແມ່​ດຽວກັນ​ກັບ​ຂ້ອຍ. ພຣະເຈົ້າຢາເວ​ຊົງ​ມີ​ຊີວິດ​ຢູ່​ສັນໃດ ຖ້າ​ພວກເຈົ້າ​ບໍ່ໄດ້​ຂ້າ​ພວກເຂົາ ຂ້ອຍ​ກໍ​ຈະ​ບໍ່​ຂ້າ​ພວກເຈົ້າ​ສັນນັ້ນ.”</verse>
				<verse number="20">ແລ້ວ​ລາວ​ກໍ​ບອກ​ເຢເທ​ລູກຊາຍກົກ​ຂອງຕົນ​ວ່າ, “ຈົ່ງ​ຂ້າ​ພວກເຂົາ​ຖິ້ມ​ສາ” ແຕ່​ເດັກຊາຍ​ຄົນ​ນີ້​ບໍ່​ກ້າ​ຖອດດາບ​ຂອງຕົນ​ອອກ​ຍ້ອນ​ຢ້ານ ເພາະ​ລາວ​ຍັງ​ເປັນ​ເດັກຢູ່.</verse>
				<verse number="21">ເຈົ້າ​ເຊບາ​ແລະ​ເຈົ້າ​ຊັນມຸນນາ​ຈຶ່ງ​ບອກ​ກີເດໂອນ​ວ່າ, “ຈົ່ງ​ຂ້າ​ພວກເຮົາ​ດ້ວຍ​ຕົວ​ທ່ານ​ເອງ​ເທີ້ນ ໜ້າທີ່​ຂອງ​ຜູ້ໃຫຍ່​ໃຫ້​ຜູ້ໃຫຍ່​ເຮັດ​ສາ.” ດັ່ງນັ້ນ ກີເດໂອນ​ຈຶ່ງ​ຂ້າ​ເຈົ້າ​ເຊບາ​ກັບ​ເຈົ້າ​ຊັນມຸນນາ ແລະ​ເອົາ​ຫລຽນ​ຮູບ​ວົງເດືອນ​ທີ່​ເອ້​ຄໍ​ອູດ​ຂອງ​ພວກເຂົາ​ນັ້ນ​ໄປ​ນຳ.</verse>
				<verse number="22">ຫລັງຈາກ​ນັ້ນ ຊາວ​ອິດສະຣາເອນ​ກໍໄດ້​ເວົ້າ​ກັບ​ກີເດໂອນ​ວ່າ, “ຂໍ​ທ່ານ​ແລະ​ເຊື້ອສາຍ​ຂອງທ່ານ ເປັນ​ຜູ້ປົກຄອງ​ຂອງ​ພວກເຮົາ​ເທີ້ນ ເພາະ​ທ່ານ​ໄດ້​ຊ່ວຍເຫລືອ​ພວກເຮົາ​ໃຫ້​ພົ້ນ​ຈາກ​ກຳມື​ພວກ​ມີດີອານ.”</verse>
				<verse number="23">ກີເດໂອນ​ຕອບ​ວ່າ, “ຂ້ອຍ​ແລະ​ລູກຊາຍ​ຂອງຂ້ອຍ​ຈະ​ບໍ່​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ. ພຣະເຈົ້າຢາເວ​ຈະ​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ.”</verse>
				<verse number="24">ແຕ່​ກີເດໂອນ​ເວົ້າ​ຕໍ່ໄປ​ວ່າ, “ໃຫ້​ຂ້ອຍ​ຂໍ​ສິ່ງ​ໜຶ່ງ​ຈາກ​ພວກເຈົ້າ ຄື​ໃຫ້​ພວກເຈົ້າ​ແຕ່ລະຄົນ​ເອົາ​ຕຸ້ມຫູ​ທີ່​ຢຶດ​ມາ​ໄດ້​ນັ້ນ​ໃຫ້​ຂ້ອຍ.” (ຊາວ​ມີດີອານ​ໃສ່​ຕຸ້ມຫູ​ຄຳ ດັ່ງ​ຄົນ​ທົ່ວ​ໄປ​ທີ່​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.)</verse>
				<verse number="25">ພວກເຂົາ​ຕອບ​ວ່າ, “ພວກເຮົາ​ຍິນດີ​ທີ່​ຈະ​ເອົາ​ສິ່ງນັ້ນ​ໃຫ້​ທ່ານ.” ແລ້ວ​ພວກເຂົາ​ກໍໄດ້​ປູ​ຜ້າ​ລົງ​ດິນ ແລະ​ເອົາ​ຕຸ້ມຫູ​ຊຶ່ງ​ຢຶດ​ໄດ້​ນັ້ນ​ມາ​ວາງ​ໄວ້​ເທິງ​ຜ້າ.</verse>
				<verse number="26">ຕຸ້ມຫູ​ທີ່​ກີເດໂອນ​ຂໍ​ມາ​ນັ້ນ​ຊັ່ງ​ໄດ້​ເກືອບ​ຊາວ​ກິໂລກຼາມ ໂດຍ​ບໍ່ໄດ້​ໄລ່​ສິ່ງ​ອື່ນໆ​ເຂົ້າ​ນຳ​ເຊັ່ນ: ເຄື່ອງເອ້, ສາຍສ້ອຍ​ຄໍ, ເຄື່ອງນຸ່ງ​ສີມ່ວງ​ທີ່​ກະສັດ​ມີດີອານ​ໃສ່ ແລະ​ເຄື່ອງເອ້​ທີ່​ຜູກ​ຄໍ​ອູດ.</verse>
				<verse number="27">ກີເດໂອນ​ໄດ້​ເອົາ​ເຄື່ອງ​ເຫຼົ່ານີ້​ມາ​ສ້າງ​ຮູບເຄົາຣົບ ແລະ​ຕັ້ງ​ໄວ້​ໃນ​ໂອຟະຣາ ເມືອງ​ຂອງ​ເພິ່ນ​ເອງ. ຊາວ​ອິດສະຣາເອນ​ທຸກຄົນ​ໄດ້​ປະຖິ້ມ​ພຣະເຈົ້າ ແລະ​ໄປ​ທີ່​ເມືອງ​ໂອຟຣາ​ເພື່ອ​ຂາບໄຫວ້​ຮູບເຄົາຣົບ​ນັ້ນ. ການ​ກະທຳ​ເຊັ່ນນີ້​ເປັນ​ບ້ວງແຮ້ວ​ສຳລັບ​ກີເດໂອນ​ເອງ ແລະ​ຄອບຄົວ​ຂອງ​ລາວ.</verse>
				<verse number="28">ສະນັ້ນ ຊາວ​ມີດີອານ​ຈຶ່ງ​ພ່າຍແພ້ ແລະ​ບໍ່​ເປັນ​ໄພ​ຄຸກຄາມ​ຊາວ​ອິດສະຣາເອນ​ຕໍ່ໄປ. ໃນ​ເວລາ​ທີ່​ກີເດໂອນ​ຍັງ​ມີ​ຊີວິດ​ຢູ່​ນັ້ນ ປະເທດ​ຊາດ​ບ້ານ​ເມືອງ​ໄດ້​ມີ​ຄວາມ​ສະຫງົບສຸກ​ເປັນ​ເວລາ​ສີ່ສິບ​ປີ.</verse>
				<verse number="29">ຕໍ່ຈາກ​ນັ້ນ​ມາ ກີເດໂອນ​ລູກຊາຍ​ຂອງ​ໂຢອາດ​ໄດ້​ກັບຄືນ​ເມືອ​ຢູ່​ເຮືອນ​ຂອງຕົນເອງ.</verse>
				<verse number="30">ເພິ່ນ​ມີ​ລູກຊາຍ​ເຈັດສິບ​ຄົນ​ຍ້ອນ​ວ່າ​ເພິ່ນ​ມີ​ເມຍ​ຫລາຍ​ຄົນ.</verse>
				<verse number="31">ເພິ່ນ​ຍັງ​ມີ​ເມຍນ້ອຍ​ຢູ່​ທີ່​ຊີເຄມ. ເມຍ​ຜູ້​ນີ້​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ອາບີເມເຫຼັກ.</verse>
				<verse number="32">ກີເດໂອນ​ລູກຊາຍ​ຂອງ​ໂຢອາດ​ໄດ້​ຕາຍໄປ​ໃນ​ເວລາ​ເພິ່ນ​ເຖົ້າແກ່​ຫລາຍ. ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ໂຢອາດ​ພໍ່​ຂອງຕົນ​ທີ່​ໂອຟະຣາ ຊຶ່ງ​ເປັນ​ເມືອງ​ຂອງ​ຕະກຸນ​ອາບີເອເຊ.</verse>
				<verse number="33">ຫລັງຈາກ​ກີເດໂອນ​ໄດ້​ຕາຍໄປ​ແລ້ວ ປະຊາຊົນ​ອິດສະຣາເອນ​ກໍ​ບໍ່​ເຊື່ອຟັງ​ພຣະເຈົ້າ​ອີກ ແລະ​ໄປ​ຂາບໄຫວ້​ພະບາອານ. ສະນັ້ນ ພວກເຂົາ​ຈື່ງ​ຖື​ພະບາອານ​ເປັນ​ພະ​ຂອງ​ພວກ​ຕົນ.</verse>
				<verse number="34">ພວກເຂົາ​ໄດ້​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຜູ້​ທີ່​ໄດ້​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ເຫຼົ່າ​ສັດຕູ​ທີ່​ຢູ່​ອ້ອມຮອບ​ພວກເຂົາ​ນັ້ນ.</verse>
				<verse number="35">ພວກເຂົາ​ບໍ່ໄດ້​ສຳນຶກ​ເຖິງ​ບຸນຄຸນ​ຂອງ​ຄອບຄົວ​ກີເດໂອນ ທີ່​ເຄີຍ​ສ້າງ​ຄຸນງາມ​ຄວາມດີ​ໄວ້​ກັບ​ຊາດ​ອິດສະຣາເອນ.</verse>
			</chapter>
			<chapter number="9">
				<verse number="1">ຢູ່​ຕໍ່ມາ ອາບີເມເຫຼັກ ລູກຊາຍ​ຂອງ​ກີເດໂອນ ໄດ້​ໄປ​ຫາ​ພວກ​ຍາດຕິພີ່ນ້ອງ​ທາງ​ແມ່​ຂອງຕົນ​ທີ່​ເມືອງ​ຊີເຄມ</verse>
				<verse number="2">ແລະ​ບອກ​ພວກເຂົາ​ໃຫ້​ໄປ​ຖາມ​ຊາວ​ເມືອງ​ຊີເຄມ​ວ່າ, “ພວກເຈົ້າ​ຢາກ​ໄດ້​ໃຜ​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ? ລູກຊາຍ​ຂອງ​ກີເດໂອນ​ທັງໝົດ​ເຈັດສິບ​ຄົນ ຫລື​ຜູ້​ດຽວ​ນຳພາ? ຈົ່ງ​ເຂົ້າໃຈ​ວ່າ​ອາບີເມເຫຼັກ​ກໍ​ເປັນ​ເລືອດເນື້ອເຊື້ອໄຂ​ຂອງ​ພວກເຈົ້າ.”</verse>
				<verse number="3">ບັນດາ​ພີ່ນ້ອງ​ທາງ​ແມ່​ຂອງ​ອາບີເມເຫຼັກ ໄດ້​ໄປ​ເວົ້າ​ເລື່ອງນີ້​ກັບ​ຊາວ​ເມືອງ​ແທນ​ລາວ. ດັ່ງນັ້ນ ຊາວ​ຊີເຄມ​ຈຶ່ງ​ໄດ້​ຕັດສິນໃຈ​ຮັບ​ເອົາ​ອາບີເມເຫຼັກ​ເປັນ​ຜູ້ນຳ​ຂອງ​ພວກ​ຕົນ ເພາະ​ລາວ​ເປັນ​ຍາດຕິພີ່ນ້ອງ​ຂອງ​ພວກເຂົາ.</verse>
				<verse number="4">ພວກເຂົາ​ໄດ້​ເອົາ​ເງິນ​ເຈັດສິບ​ຫລຽນ​ຈາກ​ວັດ​ພະບາອານ​ໃຫ້​ອາບີເມເຫຼັກ ແລະ​ດ້ວຍ​ເງິນ​ນັ້ນ​ລາວ​ໄດ້​ຈ້າງເອົາ​ພວກ​ນັກເລງ​ໄປ​ນຳ​ລາວ.</verse>
				<verse number="5">ລາວ​ໄດ້​ໄປ​ທີ່​ເຮືອນ​ພໍ່​ຂອງຕົນ​ຢູ່​ເມືອງ​ໂອຟະຣາ ແລະ​ຂ້າ​ລູກຊາຍ​ເຈັດສິບ​ຄົນ ຂອງ​ກີເດໂອນ​ທີ່​ເທິງ​ຫີນ​ກ້ອນ​ດຽວ. ແຕ່​ໂຢທາມ​ລູກຊາຍຫລ້າ​ຂອງ​ກີເດໂອນ​ລີ້​ຢູ່​ຈຶ່ງ​ບໍ່ໄດ້​ຖືກ​ຂ້າ.</verse>
				<verse number="6">ແລ້ວ​ຊາວ​ຊີເຄມ​ທຸກຄົນ​ພ້ອມ​ທັງ​ຊາວ​ເບັດມິນໂລ ກໍ​ພາກັນ​ໄປ​ທີ່​ຕົ້ນໂອກ​ສັກສິດ​ທີ່​ເມືອງ​ຊີເຄມ ແລະ​ໃນ​ທີ່ນັ້ນ​ພວກເຂົາ​ໄດ້​ຕັ້ງ​ອາບີເມເຫຼັກ​ໃຫ້​ຂຶ້ນ​ເປັນ​ກະສັດ.</verse>
				<verse number="7">ເມື່ອ​ໂຢທາມ​ໄດ້ຍິນ​ເລື່ອງນີ້ ລາວ​ຈຶ່ງ​ຂຶ້ນ​ໄປ​ທີ່​ເທິງ​ຈອມພູ​ເກຣີຊິມ ແລະ​ຢືນ​ຮ້ອງ​ໃສ່​ພວກເຂົາ​ວ່າ, “ຊາວ​ຊີເຄມ​ທັງຫລາຍ​ເອີຍ ຈົ່ງ​ຟັງ​ຂ້ອຍ​ເທີ້ນ ແລະ​ພຣະເຈົ້າ​ອາດ​ຈະ​ຟັງ​ພວກເຈົ້າ​ດ້ວຍ.</verse>
				<verse number="8">ມີ​ຄັ້ງໜຶ່ງ ເມື່ອ​ຕົ້ນໄມ້​ທັງຫລາຍ​ອອກ​ໄປ​ເລືອກ​ເອົາ​ກະສັດ ພວກ​ມັນ​ເວົ້າ​ກັບ​ຕົ້ນ​ໝາກກອກ​ເທດ​ວ່າ, ‘ຈົ່ງ​ມາ​ເປັນ​ກະສັດ​ຂອງ​ພວກເຮົາ​ເທາະ.’</verse>
				<verse number="9">ຕົ້ນ​ໝາກກອກເທດ​ຕອບ​ວ່າ, ‘ຖ້າ​ຂ້ອຍ​ປົກຄອງ​ພວກເຈົ້າ ຂ້ອຍ​ກໍ​ຈະ​ຕ້ອງ​ເສຍ​ນໍ້າມັນ​ຂອງຂ້ອຍ ທີ່​ເຂົາ​ໃຊ້​ຖວາຍ​ແກ່​ບັນດາ​ພະ​ແລະ​ແກ່​ມະນຸດ.’</verse>
				<verse number="10">ແລ້ວ​ຕົ້ນໄມ້​ທັງຫລາຍ​ກໍ​ເວົ້າ​ກັບ​ຕົ້ນ​ໝາກເດື່ອ​ວ່າ, ‘ຈົ່ງ​ມາ​ເປັນ​ກະສັດ​ຂອງ​ພວກຂ້ອຍ​ເທາະ’</verse>
				<verse number="11">ແຕ່​ຕົ້ນ​ໝາກເດື່ອ​ຕອບ​ວ່າ, ‘ຖ້າ​ຂ້ອຍ​ປົກຄອງ​ພວກເຈົ້າ ຂ້ອຍ​ຈະ​ຕ້ອງ​ເສຍ​ໝາກໄມ້​ອັນ​ຫອມຫວານ​ຂອງຂ້ອຍ.’</verse>
				<verse number="12">ດັ່ງນັ້ນ ຕົ້ນໄມ້​ທັງຫລາຍ​ຈຶ່ງ​ເວົ້າ​ກັບ​ຕົ້ນອະງຸ່ນ​ວ່າ ‘ຈົ່ງ​ມາ​ເປັນ​ກະສັດ​ຂອງ​ພວກຂ້ອຍ​ເທາະ.’</verse>
				<verse number="13">ແຕ່​ຕົ້ນອະງຸ່ນ​ຕອບ​ວ່າ, ‘ຖ້າ​ຂ້ອຍ​ປົກຄອງ​ພວກເຈົ້າ ຂ້ອຍ​ຈະ​ຕ້ອງ​ເຊົາ​ຜະລິດ​ເຫຼົ້າ​ອະງຸ່ນ ທີ່​ເຮັດ​ໃຫ້​ບັນດາ​ພະ​ແລະ​ມວນ​ມະນຸດ​ມີ​ຄວາມສຸກ.’</verse>
				<verse number="14">ເມື່ອ​ເປັນ​ເຊັ່ນນີ້ ຕົ້ນໄມ້​ທັງໝົດ​ຈຶ່ງ​ເວົ້າ​ກັບ​ກົກ​ໜາມ​ວ່າ ‘ຈົ່ງ​ມາ​ເປັນ​ກະສັດ​ຂອງ​ພວກຂ້ອຍ​ເທາະ.’</verse>
				<verse number="15">ກົກ​ໜາມ​ຈຶ່ງ​ຕອບ​ວ່າ, ‘ຖ້າ​ພວກເຈົ້າ​ຢາກ​ໃຫ້​ຂ້ອຍ​ເປັນ​ກະສັດ​ຂອງ​ພວກເຈົ້າ​ແທ້ ເຊີນ​ມາ​ຊົ້ນ​ຮົ່ມ​ຂອງຂ້ອຍ​ແມ. ຖ້າ​ພວກເຈົ້າ​ບໍ່​ມາ ໄຟ​ຈະ​ອອກ​ມາ​ຈາກ​ງ່າ​ໜາມ​ຂອງຂ້ອຍ ແລະ​ລາມ​ໄປ​ໄໝ້​ຕົ້ນ​ສົນ​ທັງຫລາຍ​ທີ່​ຢູ່​ເທິງ​ພູເຂົາ​ເລບານອນ.”’</verse>
				<verse number="16">ໂຢທາມ​ເວົ້າ​ຕໍ່ໄປ​ວ່າ, “ບັດນີ້ ພວກເຈົ້າ​ໄດ້​ແຕ່ງຕັ້ງ​ອາບີເມເຫຼັກ ຂຶ້ນ​ເປັນ​ກະສັດ​ດ້ວຍ​ຄວາມ​ຈິງໃຈ​ບໍ? ພວກເຈົ້າ​ຕອບ​ສະໜອງ​ຄຸນງາມ​ຄວາມດີ​ຂອງ​ກີເດໂອນ ແລະ​ຄອບຄົວ​ຂອງ​ເພິ່ນ​ແບບ​ນີ້​ບໍ?</verse>
				<verse number="17">ຈົ່ງ​ຈົດຈຳ​ໄວ້​ວ່າ​ພໍ່​ຂອງຂ້ອຍ ເພິ່ນ​ໄດ້​ສູ້ຮົບ​ສຳລັບ​ພວກເຈົ້າ. ເພິ່ນ​ໄດ້​ສ່ຽງ​ຊີວິດ​ເພື່ອ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ພວກ​ມີດີອານ.</verse>
				<verse number="18">ແຕ່​ມື້ນີ້ ພວກເຈົ້າ​ໄດ້​ຫັນ​ມາ​ຕໍ່ສູ້​ຄອບຄົວ​ຂອງ​ພໍ່​ຂ້ອຍ. ພວກເຈົ້າ​ຂ້າ​ລູກຊາຍ​ເຈັດສິບ​ຄົນ ຂອງ​ເພິ່ນ​ທີ່​ເທິງ​ຫີນ​ກ້ອນ​ດຽວ ເພາະ​ອາບີເມເຫຼັກ​ລູກຊາຍ​ທີ່​ເກີດ​ຈາກ​ສາວໃຊ້​ຂອງ​ເພິ່ນ ເປັນ​ພີ່ນ້ອງ​ຂອງ​ພວກເຈົ້າ ພວກເຈົ້າ​ຈຶ່ງ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ຂຶ້ນ​ເປັນ​ກະສັດ​ຂອງ​ເມືອງ​ຊີເຄມ.</verse>
				<verse number="19">ຖ້າ​ສິ່ງ​ທີ່​ພວກເຈົ້າ​ເຮັດ​ຕໍ່​ກີເດໂອນ​ກັບ​ຄອບຄົວ​ຂອງ​ເພິ່ນ​ໃນ​ມື້ນີ້ ດ້ວຍ​ຄວາມ​ຈິງໃຈ​ແລະ​ສັດຊື່​ແທ້ ກໍ​ຂໍ​ໃຫ້​ພວກເຈົ້າ​ມີ​ຄວາມສຸກ​ກັບ​ອາບີເມເຫຼັກ ແລະ​ໃຫ້​ລາວ​ມີ​ຄວາມສຸກ​ກັບ​ພວກເຈົ້າ​ເໝືອນກັນ.</verse>
				<verse number="20">ຖ້າບໍ່​ດັ່ງນັ້ນ ກໍ​ຂໍ​ໃຫ້​ໄຟ​ຈາກ​ອາບີເມເຫຼັກ​ເຜົາຜານ​ຊາວ​ຊີເຄມ​ກັບ​ຊາວ​ເບັດມິນໂລ ແລະ​ຂໍ​ໃຫ້​ໄຟ​ຈາກ​ຊາວ​ຊີເຄມ​ກັບ​ຊາວ​ເບັດມິນໂລ​ເຜົາຜານ​ອາບີເມເຫຼັກ​ເຊັ່ນດຽວ​ກັນ.”</verse>
				<verse number="21">ແລ້ວ​ໂຢທາມ​ກໍ​ປົບໜີໄປ​ອາໄສ​ຢູ່​ໃນ​ເມືອງ​ເບເອ ເພາະ​ລາວ​ຢ້ານ​ອາບີເມເຫຼັກ​ອ້າຍ​ຂອງຕົນ.</verse>
				<verse number="22">ອາບີເມເຫຼັກ​ໄດ້​ໃຊ້​ອຳນາດ​ເໜືອ​ຊາວ​ອິດສະຣາເອນ​ເປັນ​ເວລາ​ສາມ​ປີ.</verse>
				<verse number="23">ຕໍ່ມາ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ອາບີເມເຫຼັກ​ແລະ​ຊາວ​ຊີເຄມ​ເປັນ​ສັດຕູ​ກັນ ແລະ​ພວກເຂົາ​ໄດ້​ກະບົດ​ຕໍ່​ອາບີເມເຫຼັກ.</verse>
				<verse number="24">ເຫດການ​ເຊັ່ນນີ້​ໄດ້​ເກີດຂຶ້ນ ເພື່ອ​ວ່າ​ອາບີເມເຫຼັກ​ຕະຫລອດ​ທັງ​ຊາວ​ຊີເຄມ ຜູ້​ທີ່​ໄດ້​ສະໜັບ​ສະໜູນ​ລາວ​ນັ້ນ​ຈະ​ໄດ້​ໃຊ້​ໜີ້ກຳ​ຂອງ​ພວກເຂົາ ໃນ​ເລື່ອງ​ການ​ຂ້າ​ລູກຊາຍ​ເຈັດສິບ​ຄົນ ຂອງ​ກີເດໂອນ.</verse>
				<verse number="25">ຊາວ​ຊີເຄມ​ໄດ້​ດັກສະກັດ​ໂຈມຕີ​ອາບີເມເຫຼັກ​ທີ່​ເທິງ​ພູ ແລະ​ພວກເຂົາ​ຍັງ​ໄດ້​ປຸ້ນ​ເອົາ​ເຄື່ອງຂອງ ຂອງ​ຄົນ​ທີ່​ຜ່ານ​ໄປມາ​ຢູ່​ໃນ​ແຖບ​ນັ້ນ​ດ້ວຍ. ແລ້ວ​ກໍ​ມີ​ຄົນ​ມາ​ບອກ​ອາບີເມເຫຼັກ​ເຖິງ​ເລື່ອງນີ້.</verse>
				<verse number="26">ຕໍ່ມາ ກາອານ ລູກຊາຍ​ຂອງ​ເອເບັດ ແລະ​ອ້າຍ​ນ້ອງ​ຂອງ​ລາວ​ກໍ​ເດີນທາງ​ມາ​ທີ່​ຊີເຄມ. ຊາວ​ຊີເຄມ​ຈຶ່ງ​ໄວ້ເນື້ອ​ເຊື່ອໃຈ​ລາວ.</verse>
				<verse number="27">ພວກເຂົາ​ພາກັນ​ອອກ​ໄປ​ທີ່​ສວນອະງຸ່ນ ເພື່ອ​ເກັບ​ເອົາ​ໝາກອະງຸ່ນ​ມາ​ເຮັດ​ເຫຼົ້າ ແລະ​ຈັດ​ງານ​ກິນລ້ຽງ​ຂຶ້ນ​ໃນ​ວັດ​ຂອງ​ພວກເຂົາ. ພວກເຂົາ​ກິນ​ແລະ​ດື່ມ​ທັງ​ເວົ້າ​ເຍາະເຍີ້ຍ​ສຽດສີ​ອາບີເມເຫຼັກ.</verse>
				<verse number="28">ກາອານ​ຖາມ​ວ່າ, “ພວກເຮົາ​ເປັນ​ຊາວ​ຊີເຄມ​ແບບ​ໃດ? ເປັນຫຍັງ​ຈຶ່ງ​ຮັບໃຊ້​ອາບີເມເຫຼັກ? ມັນ​ເປັນ​ຜູ້ໃດ​ກັນ​ແທ້? ມັນ​ເປັນ​ລູກຊາຍ​ຂອງ​ກີເດໂອນ​ບໍ່ແມ່ນ​ບໍ? ແລະ​ເຊບູນ​ກໍ​ຮັບໃຊ້​ມັນ​ບໍ່ແມ່ນ​ບໍ? ທັງ​ອາບີເມເຫຼັກ​ແລະ​ເຊບູນ​ຕ່າງ​ກໍ​ເຄີຍ​ຮັບໃຊ້​ຮາໂມ ບໍ່ແມ່ນ​ບໍ? ເປັນຫຍັງ​ພວກເຮົາ​ຈຶ່ງ​ພາກັນ​ຮັບໃຊ້​ອາບີເມເຫຼັກ? ດັ່ງນັ້ນ ຈົ່ງ​ສະແດງ​ຄວາມ​ຈົງຮັກ​ພັກດີ​ຕໍ່​ຮາໂມ​ເຖີດ ເພິ່ນ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ​ຜູ້​ທີ່​ໄດ້​ກໍ່​ຕັ້ງ​ເມືອງ​ຊີເຄມ​ນີ້.</verse>
				<verse number="29">ຖ້າ​ຂ້ອຍ​ໄດ້​ເປັນ​ຜູ້ຮັບໃຊ້​ຂອງ​ເມືອງນີ້ ຂ້ອຍ​ຈະ​ກຳຈັດ​ອາບີເມເຫຼັກ​ໃຫ້​ສິ້ນໄປ ຂ້ອຍ​ຈະ​ຕ້ອງ​ກ່າວ​ທ້າທາຍ ລາວ​ໂລດ​ວ່າ ‘ຈົ່ງ​ຮວບຮວມ​ເອົາ​ກຳລັງ​ຂອງ​ເຈົ້າ​ອອກ​ມາ ແລະ​ສູ້ຮົບ​ກັນ​ເບິ່ງ.”’</verse>
				<verse number="30">ເມື່ອ​ເຊບູນ​ຜູ້ປົກຄອງ​ເມືອງ​ໄດ້ຍິນ​ກາອານ​ເວົ້າ​ດັ່ງນັ້ນ ເພິ່ນ​ກໍ​ໂກດຮ້າຍ.</verse>
				<verse number="31">ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຊ້​ຄົນນຳຂ່າວ​ຢ່າງ​ລັບໆ ໄປ​ບອກ​ອາບີເມເຫຼັກ​ທີ່​ອາຣູມາ ວ່າ, “ກາອານ​ລູກຊາຍ​ຂອງ​ເອເບັດ​ແລະ​ອ້າຍ​ນ້ອງ​ຂອງ​ລາວ​ໄດ້​ມາ​ທີ່​ຊີເຄມ ແລະ​ຍຸແຍ່​ຊາວ​ເມືອງ​ໃຫ້​ກະບົດ​ຕໍ່​ທ່ານ.</verse>
				<verse number="32">ເມື່ອ​ເປັນ​ເຊັ່ນນີ້ ຂໍ​ໃຫ້​ທ່ານ​ນຳ​ຄົນ​ອອກ​ໄປ​ລີ້​ຢູ່​ຕາມ​ທົ່ງນາ​ໃນ​ຕອນ​ກາງຄືນ.</verse>
				<verse number="33">ໃນ​ມື້ອື່ນ​ເຊົ້າ ພໍ​ຕາເວັນ​ຂຶ້ນ​ແລ້ວ​ໃຫ້​ໂຈມຕີ​ເມືອງ​ໃນທັນທີ. ເມື່ອ​ກາອານ​ແລະ​ພັກພວກ​ຂອງ​ລາວ​ອອກ​ມາ​ຕໍ່ສູ້ ໃຫ້​ທ່ານ​ຈັດການ​ຢ່າງ​ເຕັມ​ກຳລັງ​ກັບ​ພວກເຂົາ​ໂລດ.”</verse>
				<verse number="34">ດັ່ງນັ້ນ ອາບີເມເຫຼັກ​ຈຶ່ງ​ນຳ​ຄົນ​ຂອງຕົນ​ອອກ​ໄປ​ໃນ​ຕອນ​ກາງຄືນ ແລະ​ລີ້​ຢູ່​ນອກ​ເມືອງ​ໂດຍ​ແບ່ງເປັນ​ສີ່​ໝວດ.</verse>
				<verse number="35">ພໍ​ເຫັນ​ກາອານ​ອອກ​ມາ​ຢືນ​ຢູ່​ທີ່​ປະຕູ​ເມືອງ ພວກເຂົາ​ກໍ​ອອກ​ມາ​ຈາກ​ບ່ອນ​ລີ້​ທັນທີ.</verse>
				<verse number="36">ເມື່ອ​ກາອານ​ຫລຽວເຫັນ​ພວກເຂົາ​ຈຶ່ງ​ບອກ​ເຊບູນ​ວ່າ, “ເບິ່ງ​ພຸ້ນ​ດູ ມີ​ຄົນ​ພວມ​ລົງ​ມາ​ຈາກ​ຈອມພູ.” ເຊບູນ​ຕອບ​ວ່າ, “ອັນ​ນັ້ນ​ບໍ່ແມ່ນ​ຄົນ ເປັນ​ພຽງແຕ່​ເງົາ​ທີ່​ເທິງ​ພູ​ເທົ່ານັ້ນ.”</verse>
				<verse number="37">ແຕ່​ກາອານ​ເວົ້າ​ອີກ​ວ່າ, “ເບິ່ງພຸ້ນດູ ມີ​ຄົນ​ພວກ​ໜຶ່ງ​ກຳລັງ​ລົງ​ມາ​ຈາກ​ຈອມພູ ແລະ​ອີກ​ພວກ​ໜຶ່ງ​ພວມ​ມຸ້ງໜ້າ​ມາ​ຕາມ​ຖະໜົນ​ຕົ້ນໂອກ​ຂອງ​ໝໍ​ມໍ.”</verse>
				<verse number="38">ແລ້ວ​ເຊບູນ​ກໍ​ເວົ້າ​ຕໍ່​ລາວ​ວ່າ, “ຄຳ​ເວົ້າ​ຂີ້ຄູຍ​ຂອງ​ເຈົ້າ​ນັ້ນ​ໄປ​ໃສ​ໝົດ? ເຈົ້າ​ເອງ​ເປັນ​ຄົນ​ຖາມ​ວ່າ, ‘ເປັນຫຍັງ​ພວກເຮົາ​ຈຶ່ງ​ຮັບໃຊ້​ອາບີເມເຫຼັກ.’ ຄົນ​ເຫຼົ່ານັ້ນ​ແມ່ນ​ພວກ​ທີ່​ເຈົ້າ​ເວົ້າ​ເຍາະເຍີ້ຍ​ສຽດສີ​ນັ້ນ​ແຫຼະ. ບັດນີ້ ເຈົ້າ​ອອກ​ໄປ​ສູ້ຮົບ​ພວກເຂົາ​ແມ.”</verse>
				<verse number="39">ແລ້ວ​ກາອານ​ກໍ​ນຳ​ເອົາ​ຊາວ​ຊີເຄມ​ອອກ​ໄປ​ສູ້ຮົບ​ອາບີເມເຫຼັກ.</verse>
				<verse number="40">ກາອານ​ໄດ້​ປົບໜີ​ແລະ​ອາບີເມເຫຼັກ​ກໍ​ໄລ່​ຕິດຕາມ​ລາວ​ໄປ. ມີ​ຫລາຍ​ຄົນ​ໄດ້​ຮັບ​ບາດເຈັບ​ຢ່າງ​ສາຫັດ​ກ່ອນ​ຈະ​ໄປ​ເຖິງ​ປະຕູ​ເມືອງ.</verse>
				<verse number="41">ອາບີເມເຫຼັກ​ອາໄສ​ຢູ່​ທີ່​ເມືອງ​ອາຣູມາ ສ່ວນ​ເຊບູນ​ນັ້ນ​ໄດ້​ຕາມລ່າ​ກາອານ​ກັບ​ອ້າຍ​ນ້ອງ​ຂອງ​ລາວ​ໃຫ້​ໜີໄປ​ຈາກ​ຊີເຄມ ແລະ​ບໍ່​ໃຫ້​ພວກເຂົາ​ຢູ່​ໃນ​ເມືອງ​ນີ້​ອີກ​ຕໍ່ໄປ.</verse>
				<verse number="42">ມື້ໃໝ່​ມາ ອາບີເມເຫຼັກ​ໄດ້​ຮູ້​ວ່າ​ຊາວ​ຊີເຄມ​ພວມ​ວາງແຜນ​ອອກ​ໄປ​ທີ່​ທົ່ງນາ.</verse>
				<verse number="43">ດັ່ງນັ້ນ ເພິ່ນ​ຈຶ່ງ​ແບ່ງ​ຄົນ​ຂອງຕົນ​ອອກ​ເປັນ​ສາມ​ໝວດ ໂດຍ​ໃຫ້​ໄປ​ລີ້​ຢູ່​ຕາມ​ທົ່ງນາ. ພໍ​ເຫັນ​ຄົນ​ອອກ​ມາ​ຈາກ​ເມືອງ ເພິ່ນ​ກໍ​ຟ້າວ​ອອກ​ໄປ​ໂຈມຕີ​ພວກເຂົາ​ທັນທີ.</verse>
				<verse number="44">ອາບີເມເຫຼັກ​ຟ້າວ​ນຳ​ໝວດ​ຂອງຕົນ​ໄປ​ຢຶດ​ປະຕູ​ເມືອງ ໃນ​ຂະນະທີ່​ສອງ​ໝວດ​ອື່ນ​ໂຈມຕີ​ປະຊາຊົນ​ຢູ່​ຕາມ​ທົ່ງນາ ແລະ​ຂ້າ​ພວກເຂົາ​ທຸກຄົນ​ຖິ້ມ.</verse>
				<verse number="45">ການ​ສູ້ຮົບ​ດຳເນີນ​ໄປ​ຕະຫລອດ​ວັນ. ອາບີເມເຫຼັກ​ຢຶດ​ເມືອງ​ໄດ້ ຫລັງຈາກ​ຂ້າ​ຊາວ​ເມືອງ​ຖິ້ມ​ແລະ​ທຳລາຍ​ເມືອງ​ແລ້ວ ເພິ່ນ​ຈຶ່ງ​ເອົາ​ເກືອ​ຫວ່ານ​ໃສ່​ເຕັມ​ໜ້າ​ດິນ.</verse>
				<verse number="46">ເມື່ອ​ພວກ​ຜູ້ນຳ​ທີ່​ປ້ອມ​ຊີເຄມ​ໄດ້ຍິນ​ເລື່ອງ​ນີ້ ພວກເຂົາ​ກໍໄດ້​ຫລົບ​ໜີ​ໄປ​ລີ້​ຢູ່​ທີ່​ຫ້ອງ​ໃຕ້​ດິນ​ໃນ​ວັດ​ຂອງ​ພະບາອານ.</verse>
				<verse number="47">ມີ​ຄົນ​ມາ​ແຈ້ງ​ແກ່​ອາບີເມເຫຼັກ​ວ່າ ບັນດາ​ຜູ້ນຳ​ໄດ້​ໄປ​ໂຮມ​ກັນ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="48">ສະນັ້ນ ເພິ່ນ​ຈຶ່ງ​ນຳ​ຄົນ​ຂອງຕົນ​ຂຶ້ນ​ໄປ​ເທິງ​ພູເຂົາ​ຊານໂມນ. ໃນ​ທີ່ນັ້ນ​ເພິ່ນ​ໄດ້​ໃຊ້​ຂວານ​ຕັດ​ເອົາ​ງ່າໄມ້​ແບກ​ມາ ແລະ​ບອກ​ຄົນ​ຂອງ​ເພິ່ນ​ປະຕິບັດ​ເຊັ່ນກັນ.</verse>
				<verse number="49">ດັ່ງນັ້ນ ທຸກຄົນ​ຈຶ່ງ​ຕັດ​ເອົາ​ງ່າໄມ້ ແລ້ວ​ຕາມ​ອາບີເມເຫຼັກ​ໄປ. ພວກເຂົາ​ກອງ​ງ່າໄມ້​ໃສ່​ກັບ​ຫ້ອງ​ໃຕ້​ດິນ ແລະ​ຈູດ​ງ່າໄມ້​ເຫຼົ່ານັ້ນ​ເຜົາ​ຄົນ​ຢູ່​ຂ້າງ​ໃນ​ນັ້ນ​ຈົນ​ຕາຍໝົດ ຊຶ່ງ​ລວມທັງ​ຊາຍ​ແລະ​ຍິງ​ແລ້ວ​ມີ​ປະມານ​ໜຶ່ງພັນ​ຄົນ.</verse>
				<verse number="50">ແລ້ວ​ອາບີເມເຫຼັກ​ກໍ​ໄປ​ລ້ອມ​ເມືອງ​ເທເບັດ​ແລະ​ຢຶດ​ເມືອງ​ນີ້​ໄດ້.</verse>
				<verse number="51">ໃນ​ເມືອງ​ນີ້​ມີ​ຫໍຄອຍ​ໃຫຍ່​ແຫ່ງໜຶ່ງ ຊຶ່ງ​ຜູ້ຊາຍ​ກັບ​ແມ່ຍິງ​ແລະ​ພວກຜູ້ນຳ​ທຸກຄົນ​ໄດ້​ຫລົບ​ໜີ​ໄປ​ລີ້​ຢູ່​ໃນ​ທີ່ນັ້ນ. ພວກເຂົາ​ອັດ​ປະຕູ​ໃສ່​ໄລ​ຂັງ​ຕົນເອງ​ໄວ້ ແລະ​ພາກັນ​ຂຶ້ນ​ໄປ​ທີ່​ເທິງ​ຫລັງຄາ​ຫໍຄອຍ.</verse>
				<verse number="52">ເມື່ອ​ອາບີເມເຫຼັກ​ມາ​ໂຈມຕີ​ຫໍຄອຍ​ນີ້ ເພິ່ນ​ໄດ້​ໄປ​ທີ່​ທາງ​ປະຕູເຂົ້າ​ເພື່ອ​ຈະ​ຈູດ​ຫໍຄອຍ​ນັ້ນ​ເສຍ.</verse>
				<verse number="53">ແຕ່​ມີ​ຍິງ​ຄົນ​ໜຶ່ງ​ທີ່​ຢູ່​ເທິງ​ຫລັງຄາ​ຂອງ​ຫໍຄອຍ​ນັ້ນ​ໄດ້​ໂຍນ​ຫີນ​ໂມ້ແປ້ງ​ລົງ ຖືກ​ຫົວ​ຂອງ​ອາບີເມເຫຼັກ​ຈົນ​ກະໂຫລກ​ຫົວ​ແຕກ.</verse>
				<verse number="54">ແລ້ວ​ໃນ​ທັນໃດນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຊາຍໜຸ່ມ​ຜູ້​ທີ່​ຖື​ອາວຸດ​ໃຫ້​ຕົນ​ມາ ແລະ​ສັ່ງ​ວ່າ, “ຈົ່ງ​ຖອດ​ດາບ​ຂອງ​ເຈົ້າ​ອອກ​ມາ​ຂ້າ​ຂ້ອຍ​ສາ ເພື່ອ​ຄົນ​ຈະ​ບໍ່ໄດ້​ຮູ້​ວ່າ​ຂ້ອຍ​ຕາຍ​ຍ້ອນ​ແມ່ຍິງ.” ດັ່ງນັ້ນ ຊາຍໜຸ່ມ​ຄົນ​ນັ້ນ​ຈຶ່ງ​ແທງ​ເພິ່ນ​ຈົນ​ສິ້ນໃຈ​ຕາຍ.</verse>
				<verse number="55">ເມື່ອ​ຊາວ​ອິດສະຣາເອນ​ເຫັນ​ວ່າ​ອາບີເມເຫຼັກ​ໄດ້​ຕາຍໄປ​ແລ້ວ ພວກເຂົາ​ທຸກຄົນ​ຈຶ່ງ​ພາກັນ​ກັບ​ເມືອ​ບ້ານ​ເຮືອນ​ຂອງ​ໃຜ​ລາວ.</verse>
				<verse number="56">ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ໃຫ້​ອາບີເມເຫຼັກ​ໃຊ້​ໜີ້ກຳ​ທີ່​ລາວ​ໄດ້​ກະທຳ​ໄວ້ ໂດຍ​ຂ້າ​ອ້າຍ​ນ້ອງ​ເຈັດສິບ​ຄົນ​ຂອງຕົນ.</verse>
				<verse number="57">ພຣະເຈົ້າ​ຍັງ​ໄດ້​ເຮັດ​ໃຫ້​ຊາວ​ຊີເຄມ​ທົນທຸກ ຍ້ອນ​ຜົນກຳ​ແຫ່ງ​ຄວາມ​ຊົ່ວຊ້າ​ຂອງ​ພວກເຂົາ ຊຶ່ງ​ເປັນ​ໄປ​ຕາມ​ທີ່​ໂຢທາມ​ລູກຊາຍ​ຂອງ​ກີເດໂອນ ໄດ້​ບອກ​ໄວ້​ວ່າ​ຈະ​ເກີດຂຶ້ນ ຕອນ​ທີ່​ລາວ​ສາບແຊ່ງ​ພວກເຂົາ​ນັ້ນ.</verse>
			</chapter>
			<chapter number="10">
				<verse number="1">ຫລັງຈາກ​ອາບີເມເຫຼັກ​ໄດ້​ຕາຍໄປ​ແລ້ວ ໂຕລາ ລູກຊາຍ​ຂອງ​ປູອາ ແລະ​ຫລານຊາຍ​ຂອງ​ໂດໂດ​ກໍໄດ້​ປົດປ່ອຍ​ຊາດ​ອິດສະຣາເອນ. ລາວ​ເປັນ​ຄົນ​ເຜົ່າ​ອິດຊາຄາ ແລະ​ອາໄສ​ຢູ່​ທີ່​ຊາເມຍ​ໃນ​ແຖບ​ເນີນພູ​ຂອງ​ເອຟຣາອິມ.</verse>
				<verse number="2">ລາວ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ເປັນ​ເວລາ​ຊາວສາມ​ປີ ແລ້ວ​ກໍ​ຕາຍໄປ​ແລະ​ຊາກສົບ​ຂອງ​ລາວ​ໄດ້​ຖືກ​ຝັງ​ໄວ້​ທີ່​ຊາເມຍ.</verse>
				<verse number="3">ຫລັງຈາກ​ໂຕລາ​ແມ່ນ​ຢາອີ​ຊາວ​ເມືອງ​ກີເລອາດ. ລາວ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ເປັນ​ເວລາ​ຊາວສອງ​ປີ.</verse>
				<verse number="4">ລາວ​ມີ​ລູກຊາຍ​ສາມສິບ​ຄົນ ທີ່​ຂີ່​ລໍ​ສາມສິບ​ໂຕ. ພວກເຂົາ​ປົກຄອງ​ສາມສິບ​ເມືອງ​ຢູ່​ໃນ​ດິນແດນ​ກີເລອາດ ຊຶ່ງ​ຍັງ​ມີ​ຄົນ​ເອີ້ນ​ວ່າ​ໝູ່ບ້ານ​ຂອງ​ຢາອີ​ຈົນເຖິງ​ທຸກ​ວັນນີ້.</verse>
				<verse number="5">ຢາອີ​ໄດ້​ຕາຍໄປ​ແລະ​ຊາກສົບ​ຂອງ​ລາວ​ໄດ້​ຖືກ​ຝັງ​ໄວ້​ທີ່​ກາມົນ.</verse>
				<verse number="6">ອີກ​ຄັ້ງໜຶ່ງ ຊາວ​ອິດສະຣາເອນ​ໄດ້​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ ໂດຍ​ຂາບໄຫວ້​ພະບາອານ​ກັບ​ເຈົ້າແມ່​ອັດສະຕາກ ແລະ​ບັນດາ​ພະ​ຂອງ​ຊາວ​ຊີເຣຍ, ຊີໂດນ, ໂມອາບ, ອຳໂມນ ແລະ​ຊາວ​ຟີລິດສະຕິນ​ດ້ວຍ. ພວກເຂົາ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ​ແລະ​ເຊົາ​ນະມັດສະການ​ພຣະອົງ.</verse>
				<verse number="7">ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາວ​ອິດສະຣາເອນ ແລະ​ໄດ້​ປ່ອຍ​ໃຫ້​ຊາວ​ຟີລິດສະຕິນ​ແລະ​ຊາວ​ອຳໂມນ​ຮົບ​ຊະນະ​ພວກເຂົາ.</verse>
				<verse number="8">ຕະຫລອດ​ເວລາ​ສິບແປດ​ປີ​ນັ້ນ ພວກ​ນີ້​ໄດ້​ກົດຂີ່​ແລະ​ຂົ່ມເຫັງ​ຊາວ​ອິດສະຣາເອນ​ທຸກຄົນ ທີ່​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ຊາວ​ອາໂມ ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ໃນ​ກີເລອາດ.</verse>
				<verse number="9">ພວກ​ອຳໂມນ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ສູ້ຮົບ​ເຜົ່າຢູດາ, ເບັນຢາມິນ ແລະ​ເອຟຣາອິມ. ສະນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ເປັນທຸກໃຈ​ທີ່ສຸດ.</verse>
				<verse number="10">ແລ້ວ​ຊາວ​ອິດສະຣາເອນ​ກໍ​ຮ້ອງ​ຫາ​ພຣະເຈົ້າຢາເວ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ ດ້ວຍວ່າ​ພວກ​ຂ້ານ້ອຍ​ໄດ້​ໜີໄປ​ຈາກ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ແລະ​ໄປ​ຂາບໄຫວ້​ພະບາອານ.”</verse>
				<verse number="11">ພຣະເຈົ້າຢາເວ​ໄດ້​ຕອບ​ຊາວ​ອິດສະຣາເອນ​ວ່າ, “ຊາວ​ເອຢິບ, ຊາວ​ອາໂມ, ຊາວ​ອຳໂມນ, ຊາວ​ຟີລິດສະຕິນ,</verse>
				<verse number="12">ຊາວ​ຊີໂດນ, ຊາວ​ອາມາເຫຼັກ ແລະ​ຊາວ​ມາໂອນ ໄດ້​ກົດຂີ່​ພວກເຈົ້າ​ໃນ​ຄາວ​ທີ່​ຜ່ານ​ມາ​ນັ້ນ ເມື່ອ​ພວກເຈົ້າ​ຮ້ອງ​ຫາ​ເຮົາ ເຮົາ​ບໍ່ໄດ້​ຊ່ວຍເຫລືອ​ພວກເຈົ້າ​ບໍ?</verse>
				<verse number="13">ແຕ່​ພວກເຈົ້າ​ກໍ​ຍັງ​ໄດ້​ໜີໄປ​ຈາກ​ເຮົາ​ແລະ​ໄປ​ຂາບໄຫວ້​ບັນດາ​ພະອື່ນ. ສະນັ້ນ ເຮົາ​ຈະ​ບໍ່​ຊ່ວຍ​ພວກເຈົ້າ​ອີກຕໍ່ໄປ.</verse>
				<verse number="14">ໃນ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ຄວາມ​ທຸກຍາກ​ລຳບາກ ຈົ່ງ​ໄປ​ຮ້ອງ​ຫາ​ບັນດາ​ພະ​ທີ່​ພວກເຈົ້າ​ໄດ້​ເລືອກເອົາ​ນັ້ນສາ ແລະ​ໃຫ້​ພະ​ເຫຼົ່ານັ້ນ​ຊ່ວຍ​ກູ້​ເອົາ​ພວກເຈົ້າ.”</verse>
				<verse number="15">ແຕ່​ປະຊາຊົນ​ອິດສະຣາເອນ​ຍັງ​ຮ້ອງ​ຂໍ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ແລ້ວ ຈົ່ງ​ເຮັດ​ກັບ​ພວກ​ຂ້ານ້ອຍ​ຕາມ​ທີ່​ພຣະອົງ​ເຫັນ​ສົມຄວນ​ເທີ້ນ, ແຕ່​ສຳລັບ​ວັນນີ້ ໂຜດ​ຊ່ວຍ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ.”</verse>
				<verse number="16">ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຊົາ​ເຊື່ອຖື​ບັນດາ​ພະ​ຕ່າງຊາດ ແລະ​ກັບ​ມາ​ນະມັດສະການ​ພຣະເຈົ້າຢາເວ​ອີກ. ແລ້ວ​ພຣະອົງ​ກໍ​ທຸກຮ້ອນໃຈ ທີ່​ເຫັນ​ຄວາມ​ລຳບາກ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="17">ຕໍ່ມາ ຊາວ​ອຳໂມນ​ໄດ້​ຕຽມ​ພົນ​ສູ້ຮົບ ແລະ​ມາ​ຕັ້ງ​ຄ້າຍ​ຢູ່​ທີ່​ເຂດແດນ​ກີເລອາດ. ຝ່າຍ​ພວກ​ອິດສະຣາເອນ​ກໍໄດ້​ມາ​ເຕົ້າໂຮມ​ກັນ ແລະ​ຕັ້ງ​ຄ້າຍ​ທີ່​ເມືອງ​ມີຊະປາ​ໃນ​ກີເລອາດ​ເຊັ່ນກັນ.</verse>
				<verse number="18">ດັ່ງນັ້ນ ປະຊາຊົນ​ແລະ​ພວກ​ຜູ້ນຳ​ຂອງ​ເຜົ່າ​ຕ່າງໆ​ໃນ​ຊາດ​ອິດສະຣາເອນ ຈຶ່ງ​ຖາມ​ກັນ​ວ່າ, “ແມ່ນ​ໃຜ​ຈະ​ອອກ​ໄປ​ສູ້ຮົບ​ພວກ​ອຳໂມນ? ຜູ້ໃດ​ກໍຕາມ​ທີ່​ອອກ​ໄປ ຈະ​ໄດ້​ເປັນ​ຜູ້ນຳ​ປະຊາຊົນ​ທັງໝົດ​ໃນ​ດິນແດນ​ກີເລອາດ.”</verse>
			</chapter>
			<chapter number="11">
				<verse number="1">ມີ​ຊາວ​ກີເລອາດ​ຜູ້ໜຶ່ງ​ຊື່​ວ່າ ເຢັບທາ. ລາວ​ເປັນ​ທະຫານ​ທີ່​ເກັ່ງກ້າ​ແລະ​ເປັນ​ລູກຊາຍ​ຂອງ​ຍິງໂສເພນີ. ກີເລອາດ​ພໍ່​ຂອງ​ເຢັບທາ</verse>
				<verse number="2">ຍັງ​ມີ​ລູກຊາຍ​ຄົນອື່ນ​ອີກ​ກັບ​ເມຍ​ຂອງຕົນ. ເມື່ອ​ລູກຊາຍ​ເຫຼົ່ານັ້ນ​ໃຫຍ່​ຂຶ້ນ ພວກເຂົາ​ກໍ​ໄລ່​ເຢັບທາ​ໃຫ້​ອອກ​ໜີ​ຈາກ​ເຮືອນ​ແລະ​ເວົ້າ​ຕໍ່​ລາວ​ວ່າ, “ເຈົ້າ​ເປັນ​ລູກຊາຍ​ຂອງ​ຍິງ​ອື່ນ ແລະ​ເຈົ້າ​ຈະ​ບໍ່ໄດ້​ຮັບ​ມໍຣະດົກ​ສ່ວນ​ໃດໆ​ຈາກ​ພໍ່​ຂອງ​ພວກເຮົາ.”</verse>
				<verse number="3">ດັ່ງນັ້ນ ເຢັບທາ​ຈຶ່ງ​ໜີ​ຈາກ​ພວກ​ອ້າຍ​ນ້ອງ​ຂອງຕົນ​ໄປ​ອາໄສ​ຢູ່​ໃນ​ເມືອງ​ໂຕບ. ໃນ​ເມືອງນີ້ ລາວ​ໄດ້​ຈູງໃຈ​ພວກ​ນັກເລງ ແລະ​ພວກເຂົາ​ໄດ້​ເຂົ້າ​ມາ​ເປັນ​ລູກ​ນ້ອງ​ຂອງ​ລາວ.</verse>
				<verse number="4">ໃນ​ເວລາ​ຕໍ່ມາ ຊາວ​ອຳໂມນ​ໄດ້​ເຮັດ​ເສິກ​ຕໍ່ສູ້​ຊາດ​ອິດສະຣາເອນ.</verse>
				<verse number="5">ເມື່ອ​ການ​ສູ້ຮົບ​ເລີ່ມ​ຂຶ້ນ ບັນດາ​ຜູ້ນຳ​ກີເລອາດ​ຈຶ່ງ​ໄປ​ນຳ​ເອົາ​ເຢັບທາ​ກັບຄືນ​ມາ​ຈາກ​ເມືອງ​ໂຕບ.</verse>
				<verse number="6">ພວກເຂົາ​ເວົ້າ​ຕໍ່​ລາວ​ວ່າ, “ຂໍ​ໃຫ້​ເຈົ້າ​ມາ​ເປັນ​ຜູ້ນຳ​ຂອງ​ພວກເຮົາ​ເຖີດ ເພື່ອ​ວ່າ​ພວກເຮົາ​ຈະ​ຕໍ່ສູ້​ພວກ​ອຳໂມນ​ໄດ້.”</verse>
				<verse number="7">ແຕ່​ເຢັບທາ​ຕອບ​ວ່າ, “ພວກເຈົ້າ​ຊັງ​ຂ້ອຍ​ຫລາຍ​ທີ່ສຸດ ຈົນ​ໄລ່​ຂ້ອຍ​ໜີ​ຈາກ​ເຮືອນ​ພໍ່​ຂອງຂ້ອຍ​ບໍ່ແມ່ນ​ບໍ? ບັດນີ້ ເປັນຫຍັງ​ຕອນ​ທີ່​ພວກເຈົ້າ​ຢູ່​ໃນ​ຄວາມ​ເດືອດຮ້ອນ​ເຊັ່ນນີ້ ຈຶ່ງ​ມາ​ຫາ​ຂ້ອຍ?”</verse>
				<verse number="8">ພວກເຂົາ​ຕອບ​ລາວ​ວ່າ, “ເພາະ​ໃນ​ເວລາ​ນີ້ ພວກຂ້ອຍ​ຢາກ​ໃຫ້​ເຈົ້າ​ໄປ​ຕໍ່ສູ້​ພວກ​ອຳໂມນ​ກັບ​ພວກຂ້ອຍ ແລະ​ເປັນ​ຜູ້ນຳ​ຂອງ​ຊາວ​ກີເລອາດ​ທັງໝົດ.”</verse>
				<verse number="9">ເຢັບທາ​ຕອບ​ພວກເຂົາ​ວ່າ, “ເມື່ອ​ພວກເຈົ້າ​ມາ​ຂໍຮ້ອງ​ຂ້ອຍ ໃຫ້​ກັບ​ເມືອ​ສູ້ຮົບ​ພວກ​ອຳໂມນ​ເຊັ່ນນີ້ ແລະ​ຖ້າ​ພຣະເຈົ້າຢາເວ​ໃຫ້​ຂ້ອຍ​ຮົບ​ຊະນະ​ພວກເຂົາ ຂ້ອຍ​ກໍ​ຈະ​ເປັນ​ນາຍ​ຂອງ​ພວກເຈົ້າ.”</verse>
				<verse number="10">ພວກເຂົາ​ຕອບ​ວ່າ, “ຕົກລົງ ຂໍ​ໃຫ້​ພຣະເຈົ້າຢາເວ​ເປັນ​ພະຍານ​ໃນ​ເລື່ອງ​ນີ້​ເຖີດ.”</verse>
				<verse number="11">ດັ່ງນັ້ນ ເຢັບທາ​ຈຶ່ງ​ຄືນ​ເມືອ​ກັບ​ພວກ​ຜູ້ນຳ​ຊາວ​ກີເລອາດ ແລະ​ປະຊາຊົນ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ນາຍ​ແລະ​ເປັນ​ຜູ້ນຳ​ຂອງ​ພວກເຂົາ. ຝ່າຍ​ເຢັບທາ​ກໍ​ກ່າວ​ປະຕິຍານ​ທີ່​ມີຊະປາ ຊ້ອງໜ້າ​ພຣະເຈົ້າຢາເວ.</verse>
				<verse number="12">ແລ້ວ​ເຢັບທາ​ກໍ​ໃຊ້​ຄະນະທູດ​ໄປ​ບອກ​ກະສັດ​ແຫ່ງ​ອຳໂມນ​ວ່າ, “ທ່ານ​ມີ​ເລື່ອງ​ຜິດຂ້ອງ​ຕ້ອງຖຽງ​ຫຍັງ​ກັບ​ພວກເຮົາ? ເປັນຫຍັງ​ຈຶ່ງ​ບຸກຮຸກ​ດິນແດນ​ຂອງ​ພວກເຮົາ​ເຊັ່ນນີ້?”</verse>
				<verse number="13">ກະສັດ​ຂອງ​ຊາວ​ອຳໂມນ​ຈຶ່ງ​ຕອບ​ຄະນະທູດ​ຂອງ​ເຢັບທາ​ວ່າ, “ຕອນ​ທີ່​ພວກ​ອິດສະຣາເອນ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ພວກເຂົາ​ໄດ້​ຢຶດ​ດິນແດນ​ຂອງ​ພວກເຮົາ ຕັ້ງແຕ່​ຫ້ວຍນໍ້າ​ອາກໂນນ ຈົນເຖິງ​ຫ້ວຍນໍ້າ​ຢັບໂບກ​ແລະ​ແມ່ນໍ້າ​ຈໍແດນ. ບັດນີ້ ພວກເຈົ້າ​ຄວນ​ຍົກ​ດິນແດນ​ນັ້ນ​ຄືນ​ໃຫ້​ແກ່​ພວກເຮົາ​ສາ​ໂດຍ​ດີ.”</verse>
				<verse number="14">ແຕ່​ເຢັບທາ​ໄດ້​ໃຊ້​ຄະນະທູດ​ຄືນ​ໄປ​ຫາ​ກະສັດ​ແຫ່ງ​ອຳໂມນ</verse>
				<verse number="15">ໂດຍ​ຕອບ​ວ່າ, “ທີ່​ຊາວ​ອິດສະຣາເອນ​ໄດ້​ຢຶດ​ດິນແດນ​ຂອງ​ຊາວ​ໂມອາບ ຫລື​ຢຶດ​ດິນແດນ​ຂອງ​ຊາວ​ອຳໂມນ​ຕາມ​ທີ່​ໄດ້​ກ່າວ​ມາ​ນັ້ນ ບໍ່ແມ່ນ​ຄວາມຈິງ.</verse>
				<verse number="16">ເລື່ອງ​ເປັນ​ມາ​ດັ່ງນີ້: ເມື່ອ​ຊາວ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ພວກເຂົາ​ໄດ້​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄປ​ສູ່​ອ່າວ​ອາກາບາ​ແລະ​ໄດ້​ມາ​ຮອດ​ກາເດັດ.</verse>
				<verse number="17">ພວກເຂົາ​ໄດ້​ໃຊ້​ທູດ​ໄປ​ບອກ​ກະສັດ​ແຫ່ງ​ເອໂດມ ເພື່ອ​ຂໍ​ອະນຸຍາດ​ຜ່ານ​ດິນແດນ​ຂອງ​ເພິ່ນ. ແຕ່​ກະສັດ​ແຫ່ງ​ເອໂດມ​ບໍ່​ຍອມ​ໃຫ້​ຜ່ານ ແລະ​ພວກເຂົາ​ໄດ້​ຂໍ​ອະນຸຍາດ​ຜ່ານ​ດິນແດນ​ນຳ​ກະສັດ​ແຫ່ງ​ໂມອາບ ແຕ່​ບໍ່ມີ​ໃຜ​ຍອມ​ໃຫ້​ຜ່ານ​ດິນແດນ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ຄ້າງ​ຢູ່​ທີ່​ກາເດັດ.</verse>
				<verse number="18">ຕໍ່ມາ ພວກເຂົາ​ໄດ້​ເດີນທາງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ອ້ອມ​ດິນແດນ​ເອໂດມ​ແລະ​ໂມອາບ​ໄປ ຈົນ​ມາ​ຮອດ​ທາງທິດ​ຕາເວັນອອກ​ຂອງ​ໂມອາບ ທີ່​ຢູ່​ທາງ​ຟາກ​ຫ້ວຍນໍ້າ​ອາກໂນນ​ເບື້ອງ​ອື່ນ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ໃນ​ທີ່ນັ້ນ ແຕ່​ບໍ່ໄດ້​ຂ້າມ​ຫ້ວຍນໍ້າ​ອາກໂນນ​ໄປ ຍ້ອນ​ວ່າ​ມັນ​ແມ່ນ​ເຂດແດນ​ຂອງ​ຊາວ​ໂມອາບ.</verse>
				<verse number="19">ແລ້ວ​ຊາວ​ອິດສະຣາເອນ​ກໍ​ໃຊ້​ພວກ​ທູດ​ໄປ​ຫາ​ເຈົ້າສີໂຫນ ກະສັດ​ຂອງ​ຊາວ​ອາໂມ​ທີ່​ປົກຄອງ​ຢູ່​ໃນ​ນະຄອນ​ເຮັດຊະໂບນ ແລະ​ຂໍ​ອະນຸຍາດ​ຜ່ານ​ດິນແດນ​ຂອງ​ເພິ່ນ ເພື່ອ​ໄປ​ສູ່​ດິນແດນ​ຂອງ​ພວກເຮົາ​ເອງ.</verse>
				<verse number="20">ແຕ່​ກະສັດ​ສີໂຫນ​ບໍ່​ຍອມ​ໃຫ້​ຜ່ານ ແລະ​ໄດ້​ນຳ​ເອົາ​ກອງທັບ​ທັງໝົດ​ມາ​ຕັ້ງ​ທີ່ໝັ້ນ​ຢູ່​ທີ່​ຢາຮາດ ແລະ​ບຸກໂຈມຕີ​ຊາວ​ອິດສະຣາເອນ.</verse>
				<verse number="21">ແຕ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ໃຫ້​ຊາວ​ອິດສະຣາເອນ ຊະນະ​ເຈົ້າສີໂຫນ​ແລະ​ກອງທັບ​ຂອງ​ເພິ່ນ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ຢຶດ​ເຂດແດນ​ທັງໝົດ​ຂອງ​ພວກ​ອາໂມ ທີ່​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ​ມາ​ເປັນ​ຂອງຕົນ.</verse>
				<verse number="22">ພວກເຂົາ​ໄດ້​ຢຶດຄອງ​ແຕ່​ອາກໂນນ​ທາງທິດໃຕ້ ຈົນເຖິງ​ຢັບໂບກ​ທາງທິດເໜືອ ແລະ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ທາງທິດ​ຕາເວັນອອກ ຈົນເຖິງ​ແມ່ນໍ້າ​ຈໍແດນ​ທາງ​ທິດ​ຕາເວັນຕົກ.</verse>
				<verse number="23">ເລື່ອງ​ນີ້​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ທີ່​ເປັນ​ຜູ້​ຂັບໄລ່​ພວກ​ອາໂມ​ໃຫ້​ອອກ​ໄປ ເພື່ອ​ໃຫ້​ຊາວ​ອິດສະຣາເອນ​ຜູ້​ທີ່​ເປັນ​ປະຊາຊົນ​ຂອງ​ພຣະອົງ​ເຂົ້າ​ຢຶດຄອງ​ເອົາ.</verse>
				<verse number="24">ບັດນີ້ ທ່ານ​ຈະ​ພະຍາຍາມ​ເອົາ​ຄືນ​ຊັ້ນບໍ? ທ່ານ​ຢຶດຄອງ​ເອົາ​ທຸກສິ່ງ ທີ່​ພະ​ເຄໂມດ​ຂອງ​ພວກທ່ານ​ມອບ​ໃຫ້​ໄດ້, ແຕ່​ພວກ​ຂ້າພະເຈົ້າ​ຈະ​ເກັບ​ຮັກສາ​ທຸກໆ​ສິ່ງ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້.</verse>
				<verse number="25">ທ່ານ​ຄິດ​ວ່າ​ທ່ານ​ດີກວ່າ​ເຈົ້າ​ບາຫລາກ​ລູກຊາຍ​ຂອງ​ຊິບໂປ ກະສັດ​ແຫ່ງ​ໂມອາບ​ບໍ? ເພິ່ນ​ເຄີຍ​ຜິດຖຽງ​ຊາດ​ອິດສະຣາເອນ​ບໍ? ຫຼື​ເພິ່ນ​ເຄີຍ​ໄດ້​ໄປ​ເຮັດ​ເສິກ​ຕໍ່ສູ້​ພວກເຂົາ​ບໍ?</verse>
				<verse number="26">ມັນ​ເປັນ​ເວລາ​ເຖິງ​ສາມຮ້ອຍ​ປີ​ຜ່ານ​ມາ​ແລ້ວ ທີ່​ຊາດ​ອິດສະຣາເອນ​ໄດ້​ຄອບຄອງ​ເຮັດຊະໂບນ​ແລະ​ອາໂຣເອ ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຕະຫລອດ​ທັງ​ຫົວເມືອງ​ຕ່າງໆ​ທີ່​ຢູ່​ຕາມ​ແຄມຝັ່ງ​ຂອງ​ຫ້ວຍນໍ້າ​ອາກໂນນ. ຕະຫລອດ​ເວລາ​ທີ່​ຜ່ານ​ມາ​ນັ້ນ ເປັນຫຍັງ​ທ່ານ​ຈຶ່ງ​ບໍ່​ຢຶດ​ຄືນ?</verse>
				<verse number="27">ບໍ່ແມ່ນ, ຂ້າພະເຈົ້າ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ຕໍ່​ທ່ານ ແຕ່​ແມ່ນ​ທ່ານ​ເອງ​ທີ່​ເຮັດ​ຜິດ​ຕໍ່​ຂ້າພະເຈົ້າ​ໂດຍ​ລົງມື​ເຮັດ​ເສິກ​ນີ້. ດັ່ງນັ້ນ ຂໍ​ໃຫ້​ພຣະເຈົ້າຢາເວ​ຜູ້​ພິພາກສາ ເປັນ​ຜູ້ຕັດສິນ​ລະຫວ່າງ​ຊາວ​ອິດສະຣາເອນ​ແລະ​ຊາວ​ອຳໂມນ.”</verse>
				<verse number="28">ແຕ່​ກະສັດ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ຖ້ອຍຄຳ​ຂອງ​ເຢັບທາ.</verse>
				<verse number="29">ແລ້ວ​ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ກໍ​ລົງ​ມາ​ສະຖິດ​ກັບ​ເຢັບທາ. ລາວ​ໄດ້​ໄປ​ທາງເມືອງ​ກີເລອາດ​ແລະ​ມານາເຊ​ແລະ​ກັບຄືນ​ມາ​ທີ່​ມີຊະປາ​ໃນ​ກີເລອາດ ແລະ​ເດີນທາງ​ເຂົ້າ​ໄປ​ສູ່​ດິນແດນ​ຂອງ​ຊາວ​ອຳໂມນ.</verse>
				<verse number="30">ເຢັບທາ​ສັນຍາ​ຕໍ່ພຣະເຈົ້າຢາເວ​ວ່າ, “ຖ້າ​ພຣະອົງ​ໃຫ້​ຂ້ານ້ອຍ​ມີ​ໄຊຊະນະ​ເໜືອ​ພວກ​ອຳໂມນ</verse>
				<verse number="31">ຂ້ານ້ອຍ​ຈະ​ຖວາຍ​ຄົນ​ທຳອິດ​ທີ່​ອອກ​ຈາກ​ເຮືອນ​ມາ​ພົບ​ຂ້ານ້ອຍ ເປັນ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ເມື່ອ​ຂ້ານ້ອຍ​ກັບ​ມາ​ຢ່າງ​ມີໄຊ.”</verse>
				<verse number="32">ດັ່ງນັ້ນ ເຢັບທາ​ຈຶ່ງ​ຂ້າມ​ແມ່ນໍ້າ​ໄປ​ສູ້ຮົບ​ພວກ​ອຳໂມນ ແລະ​ພຣະເຈົ້າຢາເວ​ໄດ້​ຊ່ວຍ​ລາວ​ໃຫ້​ຮົບ​ຊະນະ​ພວກເຂົາ.</verse>
				<verse number="33">ລາວ​ຕໍ່ສູ້​ພວກເຂົາ​ຕັ້ງແຕ່​ອາໂຣເອ​ຈົນ​ໄປເຖິງ​ເຂດແດນ​ທີ່​ຢູ່​ອ້ອມແອ້ມ​ມິນນິດ ລວມ​ທັງໝົດ​ມີ​ຊາວ​ເມືອງ ແລະ​ເລີຍ​ໄປ​ເຖິງ​ເຂດແດນ​ອາເບັນ-ເກຣາມິນ. ໄດ້​ມີ​ການ​ຂ້າ​ຟັນ​ກັນ​ຢ່າງໜັກ ແລະ​ຊາວ​ອຳໂມນ​ໄດ້​ພ່າຍແພ້​ໃຫ້​ແກ່​ຊາວ​ອິດສະຣາເອນ.</verse>
				<verse number="34">ເມື່ອ​ເຢັບທາ​ກັບຄືນ​ມາ​ສູ່​ເຮືອນ​ຂອງຕົນ​ທີ່​ມີຊະປາ ລູກສາວ​ຂອງ​ລາວ​ກໍ​ອອກ​ມາ​ພົບ ພ້ອມ​ທັງ​ຟ້ອນ​ໄປມາ​ຕາມ​ຈັງຫວະ​ສຽງ​ກອງ. ນາງ​ເປັນ​ລູກສາວ​ຄົນ​ດຽວ​ຂອງ​ລາວ.</verse>
				<verse number="35">ພໍ​ເຢັບທາ​ຫລຽວເຫັນ​ນາງ ລາວ​ຈຶ່ງ​ຈີກ​ເສື້ອຜ້າ​ຂອງຕົນ​ດ້ວຍ​ຄວາມທຸກໃຈ ແລະ​ເວົ້າ​ວ່າ, “ລູກເອີຍ! ຫົວໃຈ​ພໍ່​ແທບ​ຈະ​ແຕກ​ຕາຍ​ສາ​ແລ້ວ ເປັນຫຍັງ​ຈຶ່ງ​ແມ່ນ​ລູກ​ທີ່​ເຮັດ​ໃຫ້​ພໍ່​ໄດ້​ຮັບ​ຄວາມ​ເຈັບປວດ​ເຊັ່ນນີ້? ພໍ່​ໄດ້​ສັນຍາ​ໄວ້​ຢ່າງ​ໜັກແໜ້ນ​ກັບ​ພຣະເຈົ້າຢາເວ​ແລ້ວ ແລະ​ພໍ່​ເອງ​ຖອນ​ຄຳສັນຍາ​ນີ້​ຄືນ​ບໍ່ໄດ້.”</verse>
				<verse number="36">ນາງ​ຈຶ່ງ​ເວົ້າ​ກັບ​ພໍ່​ວ່າ, “ຖ້າ​ພໍ່​ໄດ້​ສັນຍາ​ໄວ້​ກັບ​ພຣະເຈົ້າຢາເວ​ແລ້ວ ຂໍ​ໃຫ້​ເຮັດ​ຕໍ່​ລູກ​ຕາມ​ທີ່​ພໍ່​ໄດ້​ສັນຍາ​ໄວ້​ນັ້ນ​ເຖີດ ເພາະ​ພຣະອົງ​ໄດ້​ໃຫ້​ພໍ່​ແກ້ແຄ້ນ​ຊາວ​ອຳໂມນ ສັດຕູ​ຂອງ​ພວກເຮົາ​ແລ້ວ.”</verse>
				<verse number="37">ແຕ່​ນາງ​ໄດ້​ຂໍຮ້ອງ​ກັບ​ພໍ່​ວ່າ, “ລູກ​ຂໍ​ພຽງ​ສິ່ງ​ດຽວ ຄື​ປ່ອຍ​ລູກ​ໃຫ້​ຢູ່​ຕາມ​ລຳພັງ​ພາຍ​ໃນ​ສອງ​ເດືອນ ເພື່ອ​ວ່າ​ລູກ​ຈະ​ທ່ອງທ່ຽວ​ໄປມາ​ທີ່​ເທິງ​ພູ​ກັບ​ໝູ່ເພື່ອນ​ຮ້ອງໄຫ້​ອາໄລ​ອາວອນ ຍ້ອນ​ລູກ​ຕ້ອງ​ຕາຍ​ແຕ່​ຍັງ​ເປັນ​ສາວ.”</verse>
				<verse number="38">ເຢັບທາ​ຈຶ່ງ​ອະນຸຍາດ​ໃຫ້​ນາງ​ໄປ​ເປັນ​ເວລາ​ສອງ​ເດືອນ. ນາງ​ກັບ​ພວກ​ໝູ່ເພື່ອນ​ຂອງ​ນາງ​ໄດ້​ໄປ​ຮ້ອງໄຫ້​ອາໄລ​ອາວອນ​ທີ່​ເທິງ​ພູເຂົາ ເພາະ​ນາງ​ຕ້ອງ​ຕາຍ​ແຕ່​ຍັງ​ເປັນ​ສາວ.</verse>
				<verse number="39">ຫລັງຈາກ​ສອງ​ເດືອນ​ແລ້ວ ນາງ​ຈຶ່ງ​ກັບຄືນ​ມາ​ຫາ​ພໍ່. ພໍ່​ຈຶ່ງ​ໄດ້​ເຮັດ​ຕາມ​ທີ່​ຕົນ​ໄດ້​ສັນຍາ​ໄວ້; ສະນັ້ນ ນາງ​ຈຶ່ງ​ຕາຍໄປ​ເມື່ອ​ຍັງ​ເປັນ​ສາວ. ຕັ້ງແຕ່​ນັ້ນ​ມາ ເລື່ອງ​ນີ້​ກໍ​ເລີຍ​ກາຍເປັນ​ປະເພນີ​ໃນ​ອິດສະຣາເອນ</verse>
				<verse number="40">ຄື​ວ່າ​ທຸກໆ​ປີ​ໃດ​ແມ່ຍິງ​ຊາວ​ອິດສະຣາເອນ​ຕ້ອງ​ໄດ້​ອອກ​ໄປ ຮ້ອງໄຫ້​ອາໄລ​ອາວອນ​ເປັນ​ເວລາ​ສີ່​ວັນ​ສຳລັບ​ລູກສາວ​ຂອງ​ເຢັບທາ​ແຫ່ງ​ກີເລອາດ.</verse>
			</chapter>
			<chapter number="12">
				<verse number="1">ແລ້ວ​ຊາວ​ເອຟຣາອິມ​ໄດ້​ຕຽມຕົວ​ອອກ​ສູ້ຮົບ ແລະ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ສູ່​ຊາໂຟນ. ພວກເຂົາ​ເວົ້າ​ຕໍ່​ເຢັບທາ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ຂ້າມ​ຊາຍແດນ​ໄປ​ສູ້ຮົບ​ພວກ​ອຳໂມນ ໂດຍ​ບໍ່​ເອີ້ນ​ພວກເຮົາ​ໄປ​ນຳ? ພວກເຮົາ​ຈະ​ຈູດ​ເຮືອນ​ເຜົາ​ເຈົ້າ​ຖິ້ມ​ເສຍ.”</verse>
				<verse number="2">ແຕ່​ເຢັບທາ​ຕອບ​ພວກເຂົາ​ວ່າ, “ຂ້ອຍ​ແລະ​ປະຊາຊົນ​ຂອງຂ້ອຍ​ໄດ້​ເກີດ​ວິວາດ​ຜິດຖຽງກັນ​ຢ່າງໜັກ​ກັບ​ພວກ​ອຳໂມນ. ຂ້ອຍ​ໄດ້​ເອີ້ນ​ຫາ​ພວກເຈົ້າ​ໃຫ້​ມາ​ຊ່ວຍ ແຕ່​ພວກເຈົ້າ​ບໍ່​ຍອມ​ມາ​ຊ່ວຍ​ກູ້​ເອົາ​ຂ້ອຍ.</verse>
				<verse number="3">ເມື່ອ​ຂ້ອຍ​ເຫັນ​ວ່າ​ພວກເຈົ້າ​ບໍ່​ມາ​ແລ້ວ ຂ້ອຍ​ຈຶ່ງ​ສ່ຽງ​ຊີວິດ​ຂ້າມ​ແມ່ນໍ້າ​ໄປ​ສູ້ຮົບ​ພວກເຂົາ ແລະ​ພຣະເຈົ້າຢາເວ​ໄດ້​ໃຫ້​ຂ້ອຍ​ຕີ​ຊະນະ​ພວກເຂົາ. ບັດນີ້ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ມາ​ຕໍ່ສູ້​ຂ້ອຍ?”</verse>
				<verse number="4">ແລ້ວ​ເຢັບທາ​ກໍໄດ້​ລະດົມ​ເອົາ​ຜູ້ຊາຍ​ຊາວ​ກີເລອາດ​ທັງໝົດ​ໄປ​ຕໍ່ສູ້​ພວກ​ເອຟຣາອິມ ແລະ​ໄດ້​ຊະນະ​ພວກເຂົາ. (ຊາວ​ເອຟຣາອິມ​ໄດ້​ເວົ້າ​ວ່າ, “ພວກເຈົ້າ ຊາວ​ກີເລອາດ ເປັນ​ພວກ​ທີ່​ແຕກ​ໜີ​ມາ​ແຕ່​ເອຟຣາອິມ​ແລະ​ມານາເຊ”)</verse>
				<verse number="5">ເພື່ອ​ປ້ອງກັນ​ບໍ່​ໃຫ້​ພວກ​ເອຟຣາອິມ​ແລະ​ມານາເຊ​ລອດ​ໜີໄປ​ໄດ້ ຊາວ​ກີເລອາດ​ຈຶ່ງ​ໄດ້​ຢຶດ​ທ່າ​ບ່ອນ​ຂ້າມ​ແມ່ນໍ້າ​ຈໍແດນ​ໄວ້. ເມື່ອ​ຊາວ​ເອຟຣາອິມ​ຄົນ​ໃດ​ຄົນ​ໜຶ່ງ​ມາ​ຂໍ​ອະນຸຍາດ​ຂ້າມ​ຝັ່ງ ຄົນ​ກີເລອາດ​ຈະ​ຖາມ​ວ່າ, “ເຈົ້າ​ເປັນ​ຄົນ​ເອຟຣາອິມ​ບໍ?” ຖ້າ​ລາວ​ຕອບ​ວ່າ, “ບໍ່”</verse>
				<verse number="6">ພວກເຂົາ​ຈະ​ບອກ​ໃຫ້​ລາວ​ເວົ້າ​ຄຳ​ວ່າ, “ຊິບໂບເຫລັດ.” ເມື່ອ​ລາວ​ເວົ້າ​ຄຳ “ຊິບໂບເຫລັດ” ແລະ​ຜັນ​ສຽງ​ບໍ່​ຖືກຕ້ອງ ຄົນ​ກີເລອາດ​ກໍ​ຈະ​ຈັບ​ລາວ​ແລະ​ຂ້າ​ເສຍ​ທີ່​ທ່າ​ຂ້າມ​ແມ່ນໍ້າ​ຈໍແດນ. ຊາວ​ເອຟຣາອິມ​ທີ່​ໄດ້​ຖືກ​ຂ້າ​ໃນ​ເວລາ​ນັ້ນ​ມີ​ສີ່ສິບສອງພັນ​ຄົນ.</verse>
				<verse number="7">ເຢັບທາ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ເປັນ​ເວລາ​ຫົກ​ປີ. ລາວ​ໄດ້​ຕາຍໄປ​ແລະ​ຖືກ​ຝັງ​ໄວ້​ທີ່​ບ້ານເກີດ​ເມືອງນອນ​ຂອງ​ຕົນເອງ ໃນ​ກີເລອາດ.</verse>
				<verse number="8">ຕໍ່​ຈາກ​ເຢັບທາ​ແມ່ນ​ອິບຊັນ​ຊາວ​ເບັດເລເຮັມ ທີ່​ໄດ້​ປົກຄອງ​ຊາດ​ອິດສະຣາເອນ.</verse>
				<verse number="9">ເພິ່ນ​ມີ​ລູກຊາຍ​ສາມສິບ​ຄົນ ແລະ​ມີ​ລູກສາວ​ສາມສິບ​ຄົນ. ເພິ່ນ​ໃຫ້​ລູກສາວ​ຂອງ​ເພິ່ນ​ແຕ່ງງານ​ກັບ​ຄົນ​ນອກ​ເຜົ່າ ແລະ​ນຳ​ເອົາ​ຍິງ​ສາວ​ສາມສິບ​ຄົນ ຈາກ​ເຜົ່າອື່ນ​ມາ​ແຕ່ງງານ​ກັບ​ພວກ​ລູກຊາຍ​ຂອງຕົນ. ອິບຊັນ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ ເປັນ​ເວລາ​ເຈັດ​ປີ.</verse>
				<verse number="10">ແລ້ວ​ເພິ່ນ​ກໍ​ຕາຍໄປ​ແລະ​ໄດ້​ຖືກ​ຝັງ​ໄວ້​ທີ່​ເບັດເລເຮັມ.</verse>
				<verse number="11">ຫລັງຈາກ​ອິບຊັນ​ແມ່ນ​ເອໂລນ​ຄົນ​ຢູ່​ໃນ​ເຜົ່າ​ເຊບູໂລນ; ເພິ່ນ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ເປັນ​ເວລາ​ສິບ​ປີ.</verse>
				<verse number="12">ແລ້ວ​ເພິ່ນ​ໄດ້​ຕາຍໄປ​ແລະ​ໄດ້​ຖືກ​ຝັງ​ໄວ້​ທີ່​ໄອຢາໂລນ​ໃນ​ເຂດແດນ​ເຊບູໂລນ.</verse>
				<verse number="13">ຫລັງຈາກ​ເອໂລນ​ກໍ​ແມ່ນ​ອັບໂດນ ລູກຊາຍ​ຂອງ​ຮິນເລນ​ຊາວ​ເມືອງ​ປີຣາໂທນ ທີ່​ໄດ້​ປົກຄອງ​ຊາດ​ອິດສະຣາເອນ.</verse>
				<verse number="14">ເພິ່ນ​ມີ​ລູກຊາຍ​ສີ່ສິບ​ຄົນ ແລະ​ຫລານຊາຍ​ສາມສິບ​ຄົນ​ທີ່​ຂີ່​ລໍ​ເຈັດສິບ​ໂຕ. ອັບໂດນ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ເປັນ​ເວລາ​ແປດ​ປີ.</verse>
				<verse number="15">ແລ້ວ​ເພິ່ນ​ໄດ້​ຕາຍໄປ​ແລະ​ໄດ້​ຖືກ​ຝັງ​ໄວ້​ທີ່​ປີຣາໂທນ ຢູ່​ໃນ​ເຂດແດນ​ຂອງ​ເອຟຣາອິມ​ທີ່​ເນີນພູ​ຂອງ​ຊາວ​ອາມາເຫຼັກ.</verse>
			</chapter>
			<chapter number="13">
				<verse number="1">ຕໍ່ມາ ຊາວ​ອິດສະຣາເອນ​ໄດ້​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ​ອີກ; ແລະ​ພຣະເຈົ້າຢາເວ​ໄດ້​ປ່ອຍ​ໃຫ້​ຊາວ​ຟີລິດສະຕິນ​ປົກຄອງ​ພວກເຂົາ​ເປັນ​ເວລາ​ສີ່ສິບ​ປີ.</verse>
				<verse number="2">ໃນ​ເວລາ​ນັ້ນ ໄດ້​ມີ​ຊາຍ​ຄົນ​ໜຶ່ງ​ຈາກ​ເມືອງ​ໂຊຣາ​ຊື່​ວ່າ, ມາໂນອາ. ລາວ​ເປັນ​ຄົນ​ເຜົ່າ​ດານ ສ່ວນ​ເມຍ​ຂອງ​ລາວ​ນັ້ນ​ເປັນ​ໝັນ.</verse>
				<verse number="3">ມື້ໜຶ່ງ ເທວະດາ​ຂອງ​ພຣະເຈົ້າຢາເວ​ມາ​ປາກົດ​ຕໍ່​ນາງ ແລະ​ກ່າວ​ວ່າ, “ເຈົ້າ​ບໍ່ມີ​ລູກ ແຕ່​ອີກ​ບໍ່​ດົນ​ເຈົ້າ​ຈະ​ຖືພາ​ແລະ​ໄດ້​ລູກຊາຍ​ຜູ້ໜຶ່ງ.</verse>
				<verse number="4">ສະນັ້ນ ເຈົ້າ​ຈົ່ງ​ລະວັງ​ໃຫ້​ດີ! ຢ່າ​ດື່ມ​ນໍ້າ​ອະງຸ່ນ ຫລື​ເຫຼົ້າ ຫລື​ອາຫານ​ໃດໆ​ທີ່​ຫວງຫ້າມ;</verse>
				<verse number="5">ເມື່ອ​ລູກຊາຍ​ຂອງ​ເຈົ້າ​ເກີດ​ມາ​ແລ້ວ ເຈົ້າ​ຕ້ອງ​ບໍ່​ຕັດ​ຜົມ​ໃຫ້​ລາວ​ຈັກເທື່ອ ເພາະ​ນັບ​ຕັ້ງແຕ່​ມື້​ທີ່​ລາວ​ເກີດ​ມາ​ນັ້ນ ລາວ​ຈະ​ໄດ້​ຮັບ​ການ​ອຸທິດຕົວ​ແກ່​ພຣະເຈົ້າ ເປັນ​ຄົນ​ນາຊີຣີ. ລາວ​ຈະ​ຕັ້ງຕົ້ນ​ພາລະກິດ​ໃນ​ການ​ຊ່ວຍກູ້​ເອົາ​ຊາດ​ອິດສະຣາເອນ ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກ​ຟີລິດສະຕິນ.”</verse>
				<verse number="6">ແລ້ວ​ຍິງ​ຄົນ​ນີ້​ກໍ​ໄປ​ບອກ​ຜົວ​ຂອງຕົນ​ວ່າ, “ຄົນ​ຂອງ​ພຣະເຈົ້າ​ຜູ້ໜຶ່ງ​ໄດ້​ມາ​ຫາ​ຂ້ອຍ ເພິ່ນ​ເປັນ​ທີ່​ໜ້າ​ຢຳເກງ​ດັ່ງ​ເທວະດາ​ຂອງ​ພຣະເຈົ້າ. ຂ້ອຍ​ບໍ່ໄດ້​ຖາມ​ເພິ່ນ​ວ່າ​ມາ​ແຕ່​ໃສ ແລະ​ເພິ່ນ​ກໍ​ບໍ່ໄດ້​ບອກ​ຊື່​ຂອງ​ເພິ່ນ​ໃຫ້​ຂ້ອຍ​ຮູ້.</verse>
				<verse number="7">ແຕ່​ເພິ່ນ​ໄດ້​ບອກ​ວ່າ​ຂ້ອຍ​ຈະ​ຖືພາ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ. ເພິ່ນ​ຍັງ​ບອກ​ອີກ​ວ່າ ບໍ່​ໃຫ້​ຂ້ອຍ​ດື່ມ​ນໍ້າ​ອະງຸ່ນ ຫລື​ເຫຼົ້າ ຫລື​ກິນ​ອາຫານ​ໃດໆ​ທີ່​ຫວງຫ້າມ ເພາະ​ເດັກນ້ອຍ​ນັ້ນ​ຈະ​ໄດ້​ຮັບ​ການ​ອຸທິດຕົວ​ແກ່​ພຣະເຈົ້າ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ.”</verse>
				<verse number="8">ແລ້ວ​ມາໂນອາ​ກໍໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ​ໃຊ້​ຄົນ​ຂອງ​ພຣະເຈົ້າ​ກັບຄືນ​ມາ​ບອກ​ພວກ​ຂ້ານ້ອຍ​ອີກ​ແດ່​ວ່າ ພວກ​ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ​ກັບ​ເດັກນ້ອຍ​ທີ່​ຈະ​ເກີດ​ມາ​ນັ້ນ.”</verse>
				<verse number="9">ພຣະເຈົ້າ​ໄດ້​ເຮັດ​ຕາມ​ທີ່​ມາໂນອາ​ຂໍຮ້ອງ ແລະ​ເທວະດາ​ຂອງ​ພຣະເຈົ້າ​ໄດ້​ກັບ​ມາ​ຫາ​ຍິງ​ນັ້ນ ໃນ​ຂະນະທີ່​ນາງ​ນັ່ງ​ຢູ່​ທີ່​ທົ່ງນາ. ແຕ່​ໃນ​ເວລາ​ນັ້ນ ມາໂນອາ​ຜົວ​ຂອງ​ນາງ​ບໍ່ໄດ້​ຢູ່​ທີ່ນັ້ນ.</verse>
				<verse number="10">ດັ່ງນັ້ນ ນາງ​ຈຶ່ງ​ຟ້າວ​ແລ່ນ​ໄປ​ບອກ​ຜົວ​ຂອງຕົນ​ວ່າ, “ມາ​ເບິ່ງແມ ຊາຍ​ທີ່​ມາ​ຫາ​ຂ້ອຍ​ໃນ​ມື້​ກ່ອນ​ນັ້ນ​ໄດ້​ປາກົດ​ຕໍ່​ຂ້ອຍ​ອີກ.”</verse>
				<verse number="11">ດັ່ງນັ້ນ ມາໂນອາ​ຈຶ່ງ​ຟ້າວ​ລຸກ​ຂຶ້ນ​ຕາມ​ເມຍ​ຂອງຕົນ​ໄປ. ລາວ​ໄປ​ຫາ​ຊາຍ​ຄົນ​ນັ້ນ​ແລະ​ຖາມ​ວ່າ, “ແມ່ນ​ທ່ານ​ນີ້​ບໍ ທີ່​ເປັນ​ຜູ້​ກ່າວ​ກັບ​ເມຍ​ຂອງ​ຂ້ານ້ອຍ?” ເພິ່ນ​ຕອບ​ວ່າ, “ແມ່ນແລ້ວ.”</verse>
				<verse number="12">ແລ້ວ​ມາໂນອາ​ກໍ​ເວົ້າ​ວ່າ, “ເມື່ອ​ຖ້ອຍຄຳ​ທີ່​ທ່ານ​ໄດ້​ກ່າວ​ມາ​ນັ້ນ​ກາຍເປັນຈິງ ເດັກນ້ອຍ​ຈະ​ຕ້ອງ​ປະພຶດ​ຢ່າງໃດ? ແລະ​ຈະ​ໃຫ້​ລາວ​ດຳເນີນ​ຊີວິດ​ຢ່າງໃດ?”</verse>
				<verse number="13">ເທວະດາ​ຂອງ​ພຣະເຈົ້າຢາເວ​ຕອບ​ມາໂນອາ​ວ່າ, “ຕ້ອງ​ໃຫ້​ແນ່ໃຈ​ວ່າ ເມຍ​ຂອງ​ເຈົ້າ​ປະຕິບັດ​ທຸກໆ​ສິ່ງ​ຕາມ​ທີ່​ເຮົາ​ໄດ້​ບອກ​ນາງ​ໄວ້​ນັ້ນ.</verse>
				<verse number="14">ນາງ​ບໍ່​ຕ້ອງ​ກິນ​ສິ່ງໃດໆ​ທີ່​ໄດ້​ມາ​ຈາກ​ຕົ້ນອະງຸ່ນ ທັງ​ບໍ່​ຕ້ອງ​ດື່ມ​ນໍ້າ​ອະງຸ່ນ​ຫລື​ເຫຼົ້າ ແລະ​ບໍ່​ຕ້ອງ​ກິນ​ອາຫານ​ໃດໆ​ທີ່​ຫວງຫ້າມ. ນາງ​ຕ້ອງ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ເຮົາ​ໄດ້​ບອກ​ນາງ​ໄວ້​ນັ້ນ.”</verse>
				<verse number="15">ເນື່ອງ​ຈາກ​ມາໂນອາ​ບໍ່​ຮູ້​ວ່າ​ແມ່ນ​ເທວະດາ​ຂອງ​ພຣະເຈົ້າຢາເວ ລາວ​ຈຶ່ງ​ເວົ້າ​ຕໍ່​ເທວະດາ​ຕົນ​ນັ້ນ​ວ່າ, “ກະລຸນາ​ຢູ່​ທີ່​ນີ້​ກ່ອນ​ເຖີດ ໃຫ້​ພວກ​ຂ້ານ້ອຍ​ເອົາ​ແບ້​ໜຸ່ມ​ມາ​ຈັດແຈ່ງ​ເປັນ​ອາຫານ​ໃຫ້​ທ່ານ​ຮັບ​ກິນ​ສາ​ກ່ອນ.” ແຕ່​ເທວະດາ​ນັ້ນ​ກ່າວ​ຕໍ່​ລາວ​ວ່າ, “ຖ້າ​ເຮົາ​ຢູ່​ທີ່​ນີ້ ເຮົາ​ກໍ​ຈະ​ບໍ່​ກິນ​ອາຫານ​ຂອງ​ເຈົ້າ. ແຕ່​ຖ້າ​ເຈົ້າ​ຢາກ​ຈັດແຈ່ງ​ອາຫານ​ໃຫ້​ເຮົາ ໃຫ້​ເຈົ້າ​ເຜົາ​ສິ່ງ​ນັ້ນ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ.”</verse>
				<verse number="16"></verse>
				<verse number="17">ມາໂນອາ​ຈຶ່ງ​ກ່າວ​ຕໍ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ວ່າ, “ກະລຸນາ​ບອກ​ຊື່​ຂອງທ່ານ​ໃຫ້​ຂ້ານ້ອຍ​ຮູ້​ດ້ວຍ ເມື່ອໃດ​ຖ້ອຍຄຳ​ທີ່​ທ່ານ​ບອກ​ນີ້​ກາຍເປັນ​ຈິງ ຂ້ານ້ອຍ​ຈະ​ໄດ້​ຖວາຍ​ກຽດ​ແກ່​ທ່ານ.”</verse>
				<verse number="18">ເທວະດາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ຢາກ​ຮູ້​ຊື່​ຂອງເຮົາ? ເພາະ​ຊື່​ຂອງເຮົາ​ເປັນ​ຊື່​ແຫ່ງ​ການ​ອັດສະຈັນ.”</verse>
				<verse number="19">ແລ້ວ​ມາໂນອາ​ກໍໄດ້​ເອົາ​ແບ້​ໜຸ່ມ​ແລະ​ເຂົ້າ​ເປັນເມັດ​ໃສ່​ເທິງ​ແທ່ນບູຊາ​ເປັນ​ຫີນ ຖວາຍ​ແກ່​ພຣະເຈົ້າຢາເວ​ຜູ້​ທີ່​ກະທຳການ​ອັດສະຈັນ​ຕ່າງໆ.</verse>
				<verse number="20">ໃນ​ຂະນະທີ່​ແປວໄຟ​ລຸກ​ຂຶ້ນ​ໃນ​ແທ່ນບູຊາ​ຢູ່​ນັ້ນ ມາໂນອາ​ກັບ​ເມຍ​ຂອງຕົນ​ກໍ​ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໄປ​ສູ່​ສະຫວັນ​ໃນ​ແປວໄຟ. ແລ້ວ​ມາໂນອາ​ກໍ​ຮູ້​ວ່າ​ຊາຍ​ຄົນ​ນັ້ນ​ແມ່ນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ແທ້ ແລະ​ທັງສອງ​ໄດ້​ໝູບ​ໜ້າ​ລົງ​ກັບ​ພື້ນດິນ. ຫລັງຈາກ​ນັ້ນ ມາໂນອາ​ກັບ​ເມຍ​ຂອງ​ລາວ​ກໍ​ບໍ່ໄດ້​ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ.</verse>
				<verse number="21"></verse>
				<verse number="22">ແລ້ວ​ມາໂນອາ​ກໍໄດ້​ເວົ້າ​ກັບ​ເມຍ​ຂອງຕົນ​ວ່າ, “ພວກເຮົາ​ຕ້ອງ​ຕາຍ​ເປັນ​ແນ່ ເພາະ​ພວກເຮົາ​ໄດ້​ເຫັນ​ພຣະເຈົ້າ.”</verse>
				<verse number="23">ແຕ່​ເມຍ​ຂອງ​ມາໂນອາ​ເວົ້າ​ວ່າ, “ຖ້າ​ພຣະເຈົ້າຢາເວ​ຢາກ​ຂ້າ​ພວກເຮົາ ພຣະອົງ​ຄົງ​ບໍ່​ຮັບ​ເອົາ​ເຄື່ອງ​ຖວາຍບູຊາ​ຂອງ​ພວກເຮົາ​ດອກ ແລະ​ພຣະອົງ​ກໍ​ຄົງ​ບໍ່​ສຳແດງ​ສິ່ງ​ທັງໝົດ​ນີ້​ໃຫ້​ພວກເຮົາ​ໄດ້​ເຫັນ ຫລື​ບອກ​ສິ່ງ​ດັ່ງກ່າວ​ນັ້ນ​ໃຫ້​ພວກເຮົາ​ຮູ້​ໃນ​ເວລາ​ນີ້.”</verse>
				<verse number="24">ແລ້ວ​ຍິງ​ຄົນ​ນີ້​ກໍໄດ້​ເກີດ​ລູກຊາຍ​ຜູ້ໜຶ່ງ ແລະ​ນາງ​ໃສ່​ຊື່​ໃຫ້​ເດັກ​ນັ້ນ​ວ່າ ແຊມຊັນ. ລູກຊາຍ​ຄົນ​ນີ້​ໄດ້​ໃຫຍ່​ເຕີບໂຕ​ຂຶ້ນ​ມາ ແລະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ລາວ.</verse>
				<verse number="25">ໃນ​ຂະນະທີ່​ແຊມຊັນ​ພັກ​ຢູ່​ໃນ​ຄ້າຍ​ຂອງ​ຄົນ​ໃນ​ເຜົ່າ​ດານ ລະຫວ່າງ​ເມືອງ​ໂຊຣາ​ແລະ​ເມືອງ​ເອຊະຕາໂອນ​ນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ເລີ່ມຕົ້ນ​ໃຫ້​ກຳລັງ​ແກ່​ລາວ.</verse>
			</chapter>
			<chapter number="14">
				<verse number="1">ມື້ໜຶ່ງ ແຊມຊັນ​ໄດ້​ລົງ​ໄປ​ທີ່​ເມືອງ​ຕິມນາ ຊຶ່ງ​ໃນ​ເມືອງ​ນີ້​ລາວ​ໄດ້​ສັງເກດ​ເຫັນ​ຜູ້ສາວ​ຊາວ​ຟີລິດສະຕິນ​ຄົນ​ໜຶ່ງ.</verse>
				<verse number="2">ລາວ​ຈຶ່ງ​ກັບຄືນ​ເມືອ​ເຮືອນ​ແລະ​ເວົ້າ​ສູ່​ພໍ່​ແມ່​ຂອງຕົນ​ຟັງ​ວ່າ, “ລູກ​ໄດ້​ສັງເກດ​ເຫັນ​ຜູ້ສາວ​ຊາວ​ຟີລິດສະຕິນ​ຄົນ​ໜຶ່ງ​ຢູ່​ໃນ​ເມືອງ​ຕິມນາ. ລູກ​ຢາກ​ແຕ່ງງານ​ກັບ​ນາງ ກະລຸນາ​ໄປ​ສູ່​ຂໍ​ນາງ​ໃຫ້​ລູກ​ແດ່.”</verse>
				<verse number="3">ແຕ່​ພໍ່​ແມ່​ໄດ້​ຖາມ​ລາວ​ວ່າ, “ເປັນຫຍັງ​ລູກ​ຈຶ່ງ​ຢາກ​ໄປ​ເອົາ​ເມຍ​ຊາວ​ຟີລິດສະຕິນ ຄົນ​ບໍ່​ນັບຖື​ພຣະເຈົ້າ? ລູກ​ຊອກ​ຫາ​ຜູ້​ສາວ​ໃນ​ຕະກຸນ​ຂອງເຮົາ​ເອງ ໃນ​ທ່າມກາງ​ປະຊາຊົນ​ຂອງ​ພວກເຮົາ​ນີ້​ບໍ່ໄດ້​ຊັ້ນບໍ?” ແຕ່​ແຊມຊັນ​ຕອບ​ພໍ່​ວ່າ, “ລູກ​ພໍໃຈ​ນຳ​ນາງ​ແຕ່​ຄົນດຽວ ໄປ​ສູ່​ຂໍ​ນາງ​ໃຫ້​ລູກ​ແດ່.”</verse>
				<verse number="4">ພໍ່​ແມ່​ຂອງ​ແຊມຊັນ​ບໍ່​ຮູ້​ວ່າ ແມ່ນ​ພຣະເຈົ້າຢາເວ​ທີ່​ນຳພາ​ແຊມຊັນ​ໃຫ້​ເຮັດ​ຢ່າງ​ນີ້ ຍ້ອນ​ພຣະອົງ​ຊອກ​ຫາ​ໂອກາດ​ທີ່​ຈະ​ສູ້ຮົບ​ກັບ​ຊາວ​ຟີລິດສະຕິນ​ຢູ່. ໃນ​ເວລານັ້ນ ຊາດ​ອິດສະຣາເອນ​ໄດ້​ຕົກ​ຢູ່ໃຕ້​ອຳນາດ​ຂອງ​ພວກ​ຟີລິດສະຕິນ.</verse>
				<verse number="5">ຕໍ່ມາ ແຊມຊັນ​ໄດ້​ລົງ​ໄປ​ທີ່​ເມືອງ​ຕິມນາ​ພ້ອມ​ດ້ວຍ​ພໍ່​ແມ່​ຂອງຕົນ. ເມື່ອ​ພວກເຂົາ​ຜ່ານ​ສວນອະງຸ່ນ​ຂອງ​ເມືອງ​ນັ້ນ​ໄປ ແຊມຊັນ​ກໍ​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ສິງໜຸ່ມ​ໂຕໜຶ່ງ.</verse>
				<verse number="6">ໃນທັນໃດ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ແຊມຊັນ​ມີ​ກຳລັງ​ຂຶ້ນ ລາວ​ຈຶ່ງ​ໃຊ້​ມື​ຈີກ​ສິງ​ໂຕ​ນັ້ນ​ເໝືອນ​ກັບ​ຈີກ​ແບ້​ໂຕ​ນ້ອຍໆ. ແຕ່​ແຊມຊັນ​ບໍ່ໄດ້​ບອກ​ສິ່ງ​ທີ່​ຕົນ​ໄດ້​ເຮັດ​ໃຫ້​ພໍ່​ແມ່​ຂອງຕົນ​ຮູ້ນຳ.</verse>
				<verse number="7">ແລ້ວ​ລາວ​ກໍໄດ້​ໄປ​ລົມ​ສາວ​ຜູ້ນັ້ນ ແລະ​ພໍໃຈ​ນຳ​ນາງ​ຫລາຍ.</verse>
				<verse number="8">ບໍ່​ພໍ​ເທົ່າ​ໃດ​ວັນ​ຕໍ່ມາ ແຊມຊັນ​ກໍ​ກັບ​ມາ​ແຕ່ງງານ​ກັບ​ນາງ. ໃນ​ຕອນ​ເດີນທາງ​ນັ້ນ ລາວ​ໄດ້​ແວ່​ໄປເບິ່ງ​ຊາກສົບ​ຂອງ​ສິງ​ທີ່​ຕົນ​ໄດ້​ຂ້າ ລາວ​ຈຶ່ງ​ປະຫລາດ​ໃຈ​ທີ່​ໄດ້​ເຫັນ​ຝູງ​ໂຕ​ເຜິ້ງ ແລະ​ນໍ້າເຜິ້ງ​ຢູ່​ໃນ​ຊາກ​ສິງ​ໂຕ​ນັ້ນ.</verse>
				<verse number="9">ລາວ​ບີບ​ເອົາ​ນໍ້າເຜິ້ງ​ໃສ່​ມື​ແລະ​ກິນ​ໄປ​ຕາມ​ທາງ. ເມື່ອ​ໄປ​ທັນ​ພໍ່​ແມ່​ແລ້ວ ລາວ​ຈຶ່ງ​ແບ່ງ​ນໍ້າເຜິ້ງ​ນັ້ນ​ໃຫ້​ພໍ່​ແມ່​ກິນ​ນຳ. ພວກເພິ່ນ​ກໍ​ກິນ, ແຕ່​ແຊມຊັນ​ບໍ່ໄດ້​ບອກ​ວ່າ ລາວ​ໄດ້​ນໍ້າເຜິ້ງ​ນັ້ນ​ມາ​ຈາກ​ຊາກ​ສິງ.</verse>
				<verse number="10">ພໍ່​ຂອງ​ແຊມຊັນ​ໄດ້​ໄປ​ທີ່​ເຮືອນ​ຂອງ​ຍິງສາວ ແລະ​ແຊມຊັນ​ໄດ້​ຈັດ​ງານ​ກິນລ້ຽງ​ຂຶ້ນ​ຕາມທຳນຽມ​ຂອງ​ພວກ​ໜຸ່ມສາວ​ໃນ​ທີ່ນັ້ນ.</verse>
				<verse number="11">ເມື່ອ​ຊາວ​ຟີລິດສະຕິນ​ເຫັນ​ລາວ ພວກເຂົາ​ກໍ​ໃຊ້​ຊາຍໜຸ່ມ​ສາມສິບ​ຄົນ ໄປ​ຢູ່​ກັບ​ລາວ.</verse>
				<verse number="12">ແຊມຊັນ​ເວົ້າ​ກັບ​ພວກເຂົາ​ວ່າ, “ຂໍ​ໃຫ້​ຂ້ອຍ​ທວາຍ​ພວກເຈົ້າ​ບັນຫາ​ໜຶ່ງ ຖ້າ​ພວກເຈົ້າ​ຕີ​ຄວາມໝາຍ​ຂອງ​ບັນຫາ​ນັ້ນ​ໄດ້ ຂ້ອຍ​ຈະ​ເອົາ​ຜ້າປ່ານ​ເນື້ອລະອຽດ​ດີ​ສາມສິບ​ຊຸດ ແລະ​ເສື້ອຜ້າ​ໂຕ​ງາມໆ​ສາມສິບ​ຊຸດ ໃຫ້​ພວກເຈົ້າ. ຂ້ອຍ​ຂໍ​ພະນັນ​ວ່າ, ພາຍ​ໃນ​ເຈັດ​ວັນ ກ່ອນ​ພິທີ​ແຕ່ງງານ​ສິ້ນສຸດລົງ ພວກເຈົ້າ​ກໍ​ຈະ​ແກ້​ບັນຫາ​ນັ້ນ​ບໍ່ໄດ້.” ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ແຊມຊັນ​ວ່າ, “ໃຫ້​ບອກ​ບັນຫາ​ນັ້ນ​ມາ​ເບິ່ງດູ.”</verse>
				<verse number="13"></verse>
				<verse number="14">ແຊມຊັນ​ເວົ້າ​ວ່າ, “ມີ​ອາຫານ​ເນື່ອງ​ມາ​ຈາກ​ຜູ້​ກິນ ມີ​ຂອງ​ຫວານ​ກິນ​ເນື່ອງ​ມາ​ຈາກ​ຜູ້​ມີແຮງ.” ສາມວັນ​ຕໍ່ມາ ພວກເຂົາ​ກໍ​ຍັງ​ຕີ​ຄວາມໝາຍ​ຂອງ​ບັນຫາ​ນັ້ນ​ບໍ່ໄດ້.</verse>
				<verse number="15">ໃນ​ວັນ​ທີ​ສີ່ ພວກເຂົາ​ເວົ້າ​ຕໍ່​ເມຍ​ຂອງ​ແຊມຊັນ​ວ່າ, “ຈົ່ງ​ຍົວະ​ຖາມ​ຜົວ​ຂອງ​ເຈົ້າ ບອກ​ຄວາມໝາຍ​ຂອງ​ບັນຫາ​ໃຫ້​ພວກເຮົາ​ຮູ້​ແດ່. ຖ້າບໍ່​ດັ່ງນັ້ນ ພວກເຮົາ​ຈະ​ຈູດ​ເຮືອນ​ພໍ່​ຂອງ​ເຈົ້າ​ພ້ອມ​ທັງ​ເຈົ້າ​ດ້ວຍ. ເຈົ້າ​ທັງສອງ​ເຊີນ​ພວກເຮົາ​ມາ ເພື່ອ​ຈະ​ປຸ້ນ​ພວກເຮົາ​ຊັ້ນບໍ?”</verse>
				<verse number="16">ດັ່ງນັ້ນ ເມຍ​ຂອງ​ແຊມຊັນ​ຈຶ່ງ​ໄປ​ຫາ​ຜົວ​ຂອງຕົນ​ທັງ​ຮ້ອງໄຫ້ ແລະ​ເວົ້າ​ວ່າ, “ເຈົ້າ​ບໍ່​ຮັກ​ຂ້ອຍ ເຈົ້າ​ຊັງ​ຂ້ອຍ. ເຈົ້າ​ຕັ້ງ​ບັນຫາ​ໃຫ້​ໝູ່​ຂອງຂ້ອຍ ແຕ່​ບໍ່​ບອກ​ຄວາມໝາຍ​ໃຫ້​ຂ້ອຍ​ຮູ້ນຳ.” ແຊມຊັນ​ເວົ້າ​ຕໍ່​ນາງ​ວ່າ, “ແມ່ນແຕ່​ພໍ່​ແມ່​ຂອງຂ້ອຍ, ຂ້ອຍ​ກໍ​ບໍ່ໄດ້​ບອກ​ເພິ່ນ. ເຫດ​ໃດ​ຂ້ອຍ​ຈຶ່ງ​ຈະ​ບອກ​ເຈົ້າ​ໄດ້.”</verse>
				<verse number="17">ເມຍ​ຂອງ​ແຊມຊັນ​ຈຶ່ງ​ຮ້ອງໄຫ້​ເພາະ​ເລື່ອງນີ້​ຢູ່​ຕະຫລອດ​ເຈັດ​ວັນ ທີ່​ມີ​ງານກິນລ້ຽງ. ແຕ່​ພໍ​ຮອດ​ວັນ​ທີ​ເຈັດ​ແຊມຊັນ​ຈຶ່ງ​ບອກ​ຄຳຕອບ​ແກ່​ນາງ ຍ້ອນ​ວ່າ​ນາງ​ເປັນ​ຄົນ​ຊູຊີ​ຫລາຍ. ແລ້ວ​ນາງ​ກໍ​ນຳ​ເອົາ​ຄຳຕອບ​ນັ້ນ​ໄປ​ບອກ​ຊາວ​ຟີລິດສະຕິນ.</verse>
				<verse number="18">ດັ່ງນັ້ນ ໃນ​ວັນ​ທີ​ເຈັດ​ກ່ອນ​ແຊມຊັນ​ເຂົ້າ​ໄປ​ຫ້ອງ​ນອນ ພວກ​ຜູ້ຊາຍ​ໃນ​ເມືອງ​ຈຶ່ງ​ເວົ້າ​ຕໍ່​ລາວ​ວ່າ, “ບໍ່ມີ​ສິ່ງໃດ​ທີ່​ຫວານ​ກວ່າ​ນໍ້າເຜິ້ງ ແລະ​ບໍ່ມີ​ສິ່ງໃດ​ທີ່​ແຮງກວ່າ​ໂຕສິງ.” ແຕ່​ແຊມຊັນ​ຕອບຄືນ​ວ່າ, “ຖ້າ​ພວກເຈົ້າ​ບໍ່​ເອົາ​ງົວແມ່​ຂອງ​ຂ້ອຍ​ໄປ​ໄຖ​ນາ ຄົນ​ໜ້າ​ຄື​ພວກເຈົ້າ​ນັ້ນ​ຫວາ ຈະ​ຮູ້​ຄຳຕອບ.”</verse>
				<verse number="19">ໃນທັນໃດ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ແຊມຊັນ​ມີ​ກຳລັງ​ວັງຊາ​ຂຶ້ນ; ດັ່ງນັ້ນ ລາວ​ຈຶ່ງ​ລົງ​ໄປ​ໃນ​ເມືອງ​ອາຊະເກໂລນ ຂ້າ​ຊາຍໜຸ່ມ​ສາມສິບ​ຄົນ ຢູ່​ໃນ​ທີ່ນັ້ນ ແລະ​ຢຶດ​ເສື້ອຜ້າ​ອັນ​ຈົບງາມ​ຂອງ​ພວກເຂົາ​ມາ​ແຈກ​ໃຫ້​ຜູ້​ທີ່​ຕອບ​ບັນຫາ​ໄດ້. ຫລັງຈາກ​ນັ້ນ ລາວ​ຈຶ່ງ​ກັບ​ເມືອ​ເຮືອນ​ພໍ່​ຂອງຕົນ ທັງ​ໃຈຮ້າຍ​ຕໍ່​ເຫດການ​ທີ່​ໄດ້​ເກີດຂຶ້ນ.</verse>
				<verse number="20">ສ່ວນ​ເມຍ​ຂອງ​ລາວ​ນັ້ນ ກໍ​ຖືກ​ຍົກ​ໃຫ້​ແກ່​ຊາຍ​ທີ່​ເປັນ​ເຈົ້າບ່າວ​ລອງ​ໃນ​ມື້​ແຕ່ງງານ​ນັ້ນເອງ.</verse>
			</chapter>
			<chapter number="15">
				<verse number="1">ຕໍ່ມາ ໃນ​ລະຫວ່າງ​ລະດູ​ເກັບກ່ຽວ​ເຂົ້າບາເລ ແຊມຊັນ​ໄດ້​ໄປ​ຢາມ​ເມຍ​ຂອງຕົນ ພ້ອມ​ທັງ​ນຳ​ແບ້ນ້ອຍ​ໂຕໜຶ່ງ​ໄປ​ໃຫ້​ນາງ. ແຊມຊັນ​ເວົ້າ​ຕໍ່​ພໍ່ເຖົ້າ​ຂອງຕົນ​ວ່າ, “ຂ້ອຍ​ຢາກ​ໄປ​ຫ້ອງນອນ​ເມຍ​ຂອງ​ຂ້ອຍ.” ແຕ່​ພໍ່ເຖົ້າ​ບໍ່​ອະນຸຍາດ​ໃຫ້​ແຊມຊັນ​ເຂົ້າ​ໄປ.</verse>
				<verse number="2">ເພິ່ນ​ເວົ້າ​ຕໍ່​ລາວ​ວ່າ, “ຂ້ອຍ​ຄິດວ່າ​ເຈົ້າ​ຊັງ​ນາງ​ແລ້ວ ຂ້ອຍ​ຈຶ່ງ​ຍົກ​ນາງ​ໃຫ້​ໝູ່​ຂອງ​ເຈົ້າ. ເຈົ້າ​ເອົາ​ນ້ອງສາວ​ຂອງ​ນາງ​ແທນ​ສາ ນ້ອງສາວ​ກໍ​ງາມກວ່າ​ເອື້ອຍ.”</verse>
				<verse number="3">ແຊມຊັນ​ເວົ້າ​ວ່າ, “ໃນ​ເທື່ອ​ນີ້​ຂ້ອຍ​ຈະ​ບໍ່​ຮັບຜິດຊອບ ຖ້າ​ຂ້ອຍ​ທຳຮ້າຍ​ຊາວ​ຟີລິດສະຕິນ.”</verse>
				<verse number="4">ດັ່ງນັ້ນ ລາວ​ຈຶ່ງ​ໄປ​ຈັບ​ເອົາ​ໝາຈອກ​ຈຳນວນ​ສາມຮ້ອຍ​ໂຕ ແລະ​ມັດ​ຫາງ​ຂອງ​ມັນ​ຕິດ​ໃສ່​ກັນ​ເປັນ​ຄູ່​ແລະ​ມັດ​ກະບອງ​ໃສ່.</verse>
				<verse number="5">ແລ້ວ​ລາວ​ກໍ​ໄຕ້​ກະບອງ ແລະ​ປ່ອຍ​ໝາຈອກ​ເຫຼົ່ານັ້ນ ເຂົ້າ​ໄປ​ໃນ​ນາ​ເຂົ້າບາເລ​ຂອງ​ພວກ​ຟີລິດສະຕິນ. ດ້ວຍ​ວິທີ​ນີ້ ລາວ​ຈຶ່ງ​ຈູດ​ບໍ່​ພຽງແຕ່​ເຂົ້າບາເລ​ທີ່​ໄດ້​ເກັບກ່ຽວ​ແລ້ວ​ເທົ່ານັ້ນ ແຕ່​ຈູດ​ເຂົ້າບາເລ​ທີ່​ຢູ່​ໃນ​ທົ່ງນາ​ພ້ອມ​ທັງ​ສວນ​ໝາກກອກເທດ​ດ້ວຍ.</verse>
				<verse number="6">ເມື່ອ​ພວກ​ຟີລິດສະຕິນ​ຖາມ​ຫາ​ຜູ້​ເຮັດ ພວກເຂົາ​ຈຶ່ງ​ຮູ້​ວ່າ​ແມ່ນ​ແຊມຊັນ​ທີ່​ເປັນ​ຜູ້​ເຮັດ ເພາະ​ພໍ່ເຖົ້າ​ຂອງ​ລາວ​ເປັນ​ຊາວ​ເມືອງ​ຕິມນາ ໄດ້​ຍົກ​ເມຍ​ຂອງ​ແຊມຊັນ​ໃຫ້​ແກ່​ໝູ່​ຂອງ​ແຊມຊັນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ເຜົາ​ຍິງ​ຜູ້ນັ້ນ ພ້ອມ​ທັງ​ເຮືອນ​ພໍ່​ຂອງ​ນາງ.</verse>
				<verse number="7">ແຊມຊັນ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ເມື່ອ​ພວກເຈົ້າ​ເຮັດ​ດັ່ງນີ້ ຂ້ອຍ​ຂໍ​ສາບານ​ວ່າ​ຂ້ອຍ​ຈະ​ບໍ່​ຍອມ ຈົນກວ່າ​ໄດ້​ແກ້ແຄ້ນ​ຄືນ.”</verse>
				<verse number="8">ລາວ​ຈຶ່ງ​ໂຈມຕີ​ພວກເຂົາ​ຢ່າງ​ຮ້າຍແຮງ ແລະ​ຂ້າ​ຊາວ​ຟີລິດສະຕິນ​ຫລາຍ​ຄົນ​ຖິ້ມ. ແລ້ວ​ລາວ​ກໍໄດ້​ໜີໄປ​ລີ້​ຢູ່​ໃນ​ຖໍ້າ​ຫີນ​ທີ່​ເອຕາມ.</verse>
				<verse number="9">ຕໍ່ມາ ພວກ​ຟີລິດສະຕິນ​ໄດ້​ມາ​ຕັ້ງ​ທີ່ໝັ້ນ​ໃນ​ເຂດ​ແຂວງ​ຢູດາຍ ເພື່ອ​ຈະ​ໂຈມຕີ​ເມືອງ​ເລຮີ.</verse>
				<verse number="10">ຊາວ​ຢູດາ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ມາ​ໂຈມຕີ​ພວກຂ້ອຍ?” ພວກເຂົາ​ຕອບ​ວ່າ, “ພວກຂ້ອຍ​ມາ​ຈັບ​ແຊມຊັນ​ໄປ​ຂັງຄຸກ ແລະ​ຈະ​ເຮັດ​ຕໍ່​ລາວ​ດັ່ງ​ທີ່​ລາວ​ໄດ້​ເຮັດ​ຕໍ່​ພວກຂ້ອຍ.”</verse>
				<verse number="11">ແລ້ວ​ຜູ້ຊາຍ​ຊາວ​ຢູດາ​ສາມພັນ​ຄົນ ກໍໄດ້​ໄປ​ຍັງ​ຖໍ້າ​ຫີນ​ທີ່​ເອຕາມ ແລະ​ເວົ້າ​ຕໍ່​ແຊມຊັນ​ວ່າ, “ເຈົ້າ​ບໍ່​ຮູ້​ບໍ​ວ່າ​ພວກຂ້ອຍ​ຢູ່​ໃຕ້​ອຳນາດ​ຂອງ​ພວກ​ຟີລິດສະຕິນ? ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ຕໍ່​ພວກຂ້ອຍ​ແບບ​ນີ້?” ແຊມຊັນ​ຕອບ​ວ່າ, “ຂ້ອຍ​ໄດ້​ເຮັດ​ກັບ​ພວກເຂົາ​ຄື​ກັບ​ພວກເຂົາ​ໄດ້​ເຮັດ​ໃຫ້​ຂ້ອຍ.”</verse>
				<verse number="12">ພວກເຂົາ​ບອກ​ວ່າ, “ພວກຂ້ອຍ​ມາ​ທີ່​ນີ້​ເພື່ອ​ຈັບ​ມັດ​ເຈົ້າ ສົ່ງ​ໄປ​ໃຫ້​ພວກ​ຟີລິດສະຕິນ.” ແຊມຊັນ​ເວົ້າ​ວ່າ, “ຈົ່ງ​ສາບານ​ກ່ອນ​ວ່າ​ພວກເຈົ້າ​ເອງ​ຈະ​ບໍ່​ຂ້າ​ຂ້ອຍ.”</verse>
				<verse number="13">ພວກເຂົາ​ຕອບ​ວ່າ, “ຕົກລົງ ພວກຂ້ອຍ​ພຽງແຕ່​ມາ​ຈັບ​ເຈົ້າ ມັດ​ສົ່ງ​ໄປ​ໃຫ້​ພວກເຂົາ​ເທົ່ານັ້ນ. ພວກຂ້ອຍ​ຈະ​ບໍ່​ຂ້າ​ເຈົ້າ.” ສະນັ້ນ ພວກເຂົາ​ຈຶ່ງ​ມັດ​ແຊມຊັນ ດ້ວຍ​ເຊືອກ​ໃໝ່ໆ​ສອງ​ເສັ້ນ​ແລະ​ພາ​ລາວ​ອອກ​ໄປ​ຈາກ​ຖໍ້າ.</verse>
				<verse number="14">ເມື່ອ​ມາ​ຮອດ​ເມືອງ​ເລຮີ ພວກ​ຟີລິດສະຕິນ​ກໍ​ແລ່ນ​ຮ້ອງໂຮ​ຫຸ້ມ​ມາ​ໃສ່​ແຊມຊັນ. ໃນ​ທັນໃດນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ເຮັດ​ໃຫ້​ແຊມຊັນ​ມີ​ແຮງ ລາວ​ຈຶ່ງ​ຟຶດເຊືອກ​ທີ່​ມັດ​ແຂນ​ແລະ​ມື​ຂອງ​ລາວ​ນັ້ນ​ຂາດ​ເໝືອນກັບ​ວ່າ​ໄຟ​ໄໝ້​ເສັ້ນດ້າຍ.</verse>
				<verse number="15">ແລ້ວ​ແຊມຊັນ​ກໍ​ເຫັນ​ກະດູກ​ຄາງ​ຂອງ​ລໍ​ທີ່​ຫາ​ກໍ​ຕາຍ ລາວ​ຈຶ່ງ​ຈັບ​ເອົາ​ແລະ​ໃຊ້​ເປັນ​ອາວຸດ​ຂ້າ​ພວກ​ຟີລິດສະຕິນ​ຕາຍ​ໜຶ່ງພັນ​ຄົນ.</verse>
				<verse number="16">ສະນັ້ນ ແຊມຊັນ​ຈຶ່ງ​ຮ້ອງເພງ​ວ່າ, “ດ້ວຍ​ກະດູກ​ຄາງລໍ​ນີ້ ຂ້ອຍ​ໄດ້​ຂ້າ​ໜຶ່ງພັນ​ຄົນ ດ້ວຍ​ກະດູກ​ຄາງລໍ​ນີ້ ຂ້ອຍ​ໄດ້​ກອງ ພວກເຂົາ​ໄວ້.”</verse>
				<verse number="17">ຫລັງຈາກ​ນັ້ນ ແຊມຊັນ​ກໍ​ແກວ່ງ​ກະດູກ​ລໍ​ຖິ້ມ. ດັ່ງນັ້ນ ບ່ອນ​ນີ້​ຈຶ່ງ​ມີ​ຊື່​ວ່າ ຣາມັດເລຮີ.</verse>
				<verse number="18">ຕໍ່ມາ ແຊມຊັນ​ຫິວນໍ້າ​ຫລາຍ ລາວ​ຈຶ່ງ​ຂໍຮ້ອງ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ໄຊຊະນະ​ອັນ​ຍິ່ງໃຫຍ່ ດຽວ​ນີ້​ຂ້ານ້ອຍ​ກຳລັງ​ຫິວນໍ້າ​ໃກ້​ຈະ​ຕາຍ​ຢູ່​ແລ້ວ ແລະ​ພຣະອົງ​ຈະ​ໃຫ້​ພວກ​ຟີລິດສະຕິນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ຈັບ​ຂ້ານ້ອຍ​ຊັ້ນບໍ?”</verse>
				<verse number="19">ແລ້ວ​ພຣະເຈົ້າ​ກໍໄດ້​ບັນດານ​ໃຫ້​ມີ​ນໍ້າ​ອອກບໍ່​ໃນ​ຂຸມ​ບ່ອນ​ໜຶ່ງ​ທີ່​ເມືອງ​ເລຮີ. ແຊມຊັນ​ຈຶ່ງ​ດື່ມ​ແລະ​ມີ​ແຮງ​ອີກ. ລາວ​ຈຶ່ງ​ເອີ້ນ​ບໍ່ນໍ້າ​ນີ້​ວ່າ ເອັນຮັກກໍເຣ ຊຶ່ງ​ຍັງ​ຢູ່​ໃນ​ເມືອງ​ເລຮີ​ຈົນເຖິງ​ເທົ່າ​ທຸກ​ວັນນີ້.</verse>
				<verse number="20">ແຊມຊັນ​ໄດ້​ປົກຄອງ​ຊາວ​ອິດສະຣາເອນ​ເປັນ​ເວລາ​ຊາວ​ປີ ໃນ​ຂະນະທີ່​ພວກ​ຟີລິດສະຕິນ​ຢຶດຄອງ​ດິນແດນ​ຢູ່​ນັ້ນ.</verse>
			</chapter>
			<chapter number="16">
				<verse number="1">ຕໍ່ມາ ແຊມຊັນ​ໄດ້​ຈາກ​ເມືອງ​ເລຮີ​ໄປ​ທີ່​ເມືອງ​ກາຊາ. ໃນ​ເມືອງ​ນີ້ ລາວ​ໄດ້​ພົບ​ຍິງໂສເພນີ​ຜູ້ໜຶ່ງ​ຈຶ່ງ​ເຂົ້າ​ໄປ​ນອນ​ນຳ​ນາງ.</verse>
				<verse number="2">ເມື່ອ​ປະຊາຊົນ​ຊາວ​ກາຊາ​ຮູ້​ວ່າ​ແຊມຊັນ​ຢູ່​ໃນ​ທີ່ນັ້ນ ພວກເຂົາ​ກໍ​ມາ​ອ້ອມ​ບ່ອນ​ນັ້ນ​ໄວ້ ແລະ​ຄອຍ​ຖ້າ​ຈັບ​ລາວ​ຢູ່​ທີ່​ປະຕູ​ເມືອງ​ຕະຫລອດ​ຄືນ. ພວກເຂົາ​ມິດງຽບ​ຢູ່​ຕະຫລອດ​ຄືນ ແລະ​ຄິດ​ວ່າ, “ພວກເຮົາ​ຕ້ອງ​ຄອຍຖ້າ​ຈົນເຖິງ​ມື້ເຊົ້າ ແລ້ວ​ຈະ​ຂ້າ​ມັນ​ຖິ້ມ.”</verse>
				<verse number="3">ແຕ່​ແຊມຊັນ​ນອນ​ຮອດ​ທ່ຽງຄືນ​ເທົ່ານັ້ນ ແລ້ວ​ລາວ​ກໍ​ໄປ​ດຶງ​ເອົາ​ປະຕູ​ເມືອງ ທີ່​ມີ​ທັງ​ບານ​ແລະ​ຂອບ​ປະຕູ ຕະຫລອດ​ທັງ​ໄລ​ໃນ​ນັ້ນ​ແບກ​ໃສ່​ບ່າ ອອກ​ໄປ​ເທິງ​ຍອດພູ​ທີ່​ຢູ່​ໃກ້​ກັບ​ເມືອງ​ເຮັບໂຣນ.</verse>
				<verse number="4">ຫລັງຈາກ​ນັ້ນ ແຊມຊັນ​ກໍໄດ້​ຮັກ​ກັບ​ຍິງ​ຄົນ​ໜຶ່ງ​ຊື່​ວ່າ ເດລີລາ. ນາງ​ອາໄສ​ຢູ່​ໃນ​ຮ່ອມພູ​ໂສເຣັກ.</verse>
				<verse number="5">ກະສັດ​ຊາວ​ຟີລິດສະຕິນ​ຫ້າ​ຄົນ​ໄດ້​ໄປ​ຫາ​ຍິງ​ນີ້ ແລະ​ເວົ້າ​ວ່າ, “ໃຫ້​ເຈົ້າ​ຍົວະ​ຖາມ​ແຊມຊັນ​ວ່າ​ເປັນຫຍັງ​ລາວ​ຈຶ່ງ​ແຮງ​ແທ້? ພວກຂ້ອຍ​ຈະ​ຊະນະ​ລາວ, ມັດ​ລາວ ແລະ​ເຮັດ​ໃຫ້​ລາວ​ອ່ອນແຮງ​ໄດ້​ຢ່າງໃດ? ແລ້ວ​ພວກຂ້ອຍ​ແຕ່ລະຄົນ​ກໍ​ຈະ​ເອົາ​ເງິນ​ໃຫ້​ເຈົ້າ​ຜູ້ລະ​ໜຶ່ງພັນ​ໜຶ່ງຮ້ອຍ​ຫລຽນ.”</verse>
				<verse number="6">ດັ່ງນັ້ນ ນາງ​ເດລີລາ​ຈຶ່ງ​ເວົ້າ​ກັບ​ແຊມຊັນ​ວ່າ, “ກະລຸນາ​ບອກ​ໃຫ້​ຂ້ອຍ​ຮູ້​ແດ່​ວ່າ ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ເຈົ້າ​ແຂງແຮງ​ແທ້? ຖ້າ​ຄົນໃດ​ຄົນໜຶ່ງ​ຢາກ​ມັດ​ເຈົ້າ​ແລະ​ຢາກ​ເຮັດ​ໃຫ້​ເຈົ້າ​ບໍ່​ແຂງແຮງ ເຂົາ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ?”</verse>
				<verse number="7">ແຊມຊັນ​ຕອບ​ວ່າ, “ຖ້າ​ພວກເຂົາ​ມັດ​ຂ້ອຍ​ດ້ວຍ​ເຊືອກ​ໜ້າທະນູ​ໃໝ່ໆ​ເຈັດ​ເສັ້ນ​ທີ່​ບໍ່ທັນ​ແຫ້ງ ຂ້ອຍ​ກໍ​ຈະ​ກາຍເປັນ​ຄົນ​ບໍ່​ແຂງແຮງ​ດັ່ງ​ຄົນ​ທົ່ວ​ໄປ.”</verse>
				<verse number="8">ເມື່ອ​ຮູ້​ດັ່ງນັ້ນ ບັນດາ​ກະສັດ​ຟີລິດສະຕິນ​ຈຶ່ງ​ນຳ​ເອົາ​ເຊືອກ​ໜ້າທະນູ​ໃໝ່ໆ ທີ່​ບໍ່ທັນ​ແຫ້ງ​ເຈັດ​ເສັ້ນ​ມາ​ໃຫ້​ເດລີລາ.</verse>
				<verse number="9">ນາງ​ຈຶ່ງ​ໃຫ້​ຄົນ​ພວກ​ໜຶ່ງ​ຄອຍ​ຖ້າ​ຢູ່​ໃນ​ຫ້ອງ​ອື່ນ ສ່ວນ​ນາງ​ເອງ​ໄດ້​ເອົາ​ເຊືອກ​ນັ້ນ​ມັດ​ແຊມຊັນ ແລະ​ຮ້ອງ​ຂຶ້ນ​ວ່າ, “ແຊມຊັນ ພວກ​ຟີລິດສະຕິນ​ກຳລັງ​ມາ.” ແຕ່​ແຊມຊັນ​ຟຶດເຊືອກ​ທີ່​ມັດ​ແຂນ​ນັ້ນ​ຂາດ​ດັ່ງ​ໄຟ​ໄໝ້​ເສັ້ນດ້າຍ. ດ້ວຍເຫດນີ້ ພວກ​ຟີລິດສະຕິນ​ຈຶ່ງ​ຍັງ​ບໍ່​ຮູ້​ຄວາມ​ເລິກລັບ​ກ່ຽວກັບ​ກຳລັງ​ຂອງ​ແຊມຊັນ​ໄດ້​ເທື່ອ.</verse>
				<verse number="10">ຕໍ່ມາ ນາງ​ເດລີລາ​ກໍ​ເວົ້າ​ຕໍ່​ແຊມຊັນ​ອີກ​ວ່າ, “ເຈົ້າ​ຫລອກລວງ​ແລະ​ຕົວະ​ຂ້ອຍ ບອກ​ຂ້ອຍ​ແດ່​ໄດ້​ບໍ​ວ່າ ເຂົາ​ຈະ​ມັດ​ເຈົ້າ​ໄດ້​ດ້ວຍ​ວິທີ​ໃດ?”</verse>
				<verse number="11">ແຊມຊັນ​ຈຶ່ງ​ບອກ​ນາງ​ວ່າ, “ຖ້າ​ພວກເຂົາ​ມັດ​ຂ້ອຍ​ດ້ວຍ​ເຊືອກ​ໃໝ່ໆ​ທີ່​ບໍ່​ທັນ​ໃຊ້ ຂ້ອຍ​ຈະ​ບໍ່​ແຂງແຮງ​ດັ່ງ​ຄົນ​ທົ່ວ​ໄປ.”</verse>
				<verse number="12">ນາງ​ເດລີລາ​ຈຶ່ງ​ເອົາ​ເຊືອກ​ໃໝ່ໆ​ມາ​ມັດ​ແຊມຊັນ ທັງ​ຮ້ອງ​ຂຶ້ນ​ວ່າ, “ແຊມຊັນ ພວກ​ຟີລິດສະຕິນ​ກຳລັງ​ມາ.” ສ່ວນ​ພວກ​ທີ່​ລໍຄອຍ​ຈັບ​ແຊມຊັນ​ນັ້ນ​ກໍ​ຖ້າ​ຢູ່​ໃນ​ຫ້ອງ​ອື່ນ. ແຊມຊັນ​ຟຶດເຊືອກ​ທີ່​ມັດ​ແຂນ​ຢູ່​ນັ້ນ​ຂາດ​ດັ່ງ​ທຸດ​ເສັ້ນດ້າຍ.</verse>
				<verse number="13">ແລ້ວ​ເດລີລາ​ກໍໄດ້​ເວົ້າ​ຕໍ່​ແຊມຊັນ​ວ່າ, “ເຈົ້າ​ຍັງ​ຫລອກລວງ​ຂ້ອຍ​ຢູ່ ບອກ​ຂ້ອຍ​ແດ່​ວ່າ ເຂົາ​ຈະ​ມັດ​ເຈົ້າ​ໄດ້​ດ້ວຍ​ວິທີ​ໃດ?” ແຊມຊັນ​ບອກ​ນາງ​ວ່າ, “ຖ້າ​ເຈົ້າ​ເອົາ​ຜົມ​ຂອງຂ້ອຍ​ເຈັດ​ປອຍ​ໄປ​ຕໍ່າ​ໃສ່​ຫູກ ທັງ​ຖົກ​ຟືມ​ໃຫ້​ແໜ້ນ ຂ້ອຍ​ກໍ​ຈະ​ກາຍເປັນ​ຄົນ​ບໍ່​ແຂງແຮງ​ດັ່ງ​ຄົນ​ທົ່ວ​ໄປ.”</verse>
				<verse number="14">ເດລີລາ​ຈຶ່ງ​ກ່ອມ​ແຊມຊັນ​ໃຫ້​ນອນ ແລ້ວ​ນາງ​ກໍ​ເອົາ​ຜົມ​ຂອງ​ແຊມຊັນ​ເຈັດ​ປອຍ​ຕໍ່າ​ໃສ່​ຫູກ ແລະ​ຖົກ​ຟືມ​ໃຫ້​ແໜ້ນ ແລະ​ຮ້ອງ​ຂຶ້ນ​ວ່າ, “ແຊມຊັນ ພວກ​ຟີລິດສະຕິນ​ກຳລັງ​ມາ” ແຊມຊັນ​ລຸກ​ຂຶ້ນ​ຖອດ​ຟືມ​ອອກ​ແລະ​ດຶງ​ເຄືອຫູກ​ຂາດ.</verse>
				<verse number="15">ດັ່ງນັ້ນ ນາງ​ເດລີລາ​ຈຶ່ງ​ເວົ້າ​ຕໍ່​ແຊມຊັນ​ວ່າ, “ເຈົ້າ​ເວົ້າ​ວ່າ​ເຈົ້າ​ຮັກ​ຂ້ອຍ​ໄດ້​ຢ່າງ​ໃດ ໃນ​ເມື່ອ​ເຈົ້າ​ບໍ່​ຮັກ​ຂ້ອຍ​ເລີຍ? ເຈົ້າ​ຫລອກລວງ​ຂ້ອຍ​ເຖິງ​ສາມ​ເທື່ອ ແລະ​ເຈົ້າ​ຍັງ​ບໍ່​ທັນ​ບອກ​ຂ້ອຍ​ເລີຍ​ວ່າ ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ແຂງແຮງ​ແທ້?”</verse>
				<verse number="16">ນາງ​ເດລີລາ​ໄດ້​ຖາມ​ຢູ່​ທຸກ​ມື້ ຈົນ​ແຊມຊັນ​ເບື່ອໜ່າຍ​ທີ່​ຈະ​ຟັງ ຍ້ອນ​ນາງ​ລົບກວນ.</verse>
				<verse number="17">ໃນ​ທີ່ສຸດ ແຊມຊັນ​ຈຶ່ງ​ບອກ​ນາງ​ຕາມ​ຄວາມຈິງ​ວ່າ, “ຂ້ອຍ​ບໍ່ເຄີຍ​ຕັດ​ຜົມ​ຈັກເທື່ອ ເພາະ​ຂ້ອຍ​ອຸທິດ​ຕົວ​ແກ່​ພຣະເຈົ້າ​ເປັນ​ຄົນ​ນາຊີຣີ ນັບ​ຕັ້ງແຕ່​ມື້​ທີ່​ຂ້ອຍ​ໄດ້​ເກີດ​ມາ. ຖ້າ​ຂ້ອຍ​ຕັດ​ຜົມ​ເມື່ອໃດ ຂ້ອຍ​ຈະ​ສູນເສຍ​ແຮງ​ເມື່ອນັ້ນ ແລະ​ຂ້ອຍ​ຈະ​ບໍ່​ແຂງແຮງ​ດັ່ງ​ຄົນ​ທົ່ວ​ໄປ.”</verse>
				<verse number="18">ເມື່ອ​ນາງ​ເດລີລາ​ແນ່ໃຈ​ວ່າ​ແຊມຊັນ​ໄດ້​ບອກ​ຄວາມຈິງ​ແລ້ວ ນາງ​ກໍ​ສົ່ງ​ຂ່າວ​ໄປ​ບອກ​ພວກ​ກະສັດ​ຟີລິດສະຕິນ​ວ່າ, “ເຊີນ​ກັບ​ມາ​ອີກເທື່ອໜຶ່ງ​ເຖີດ ແຊມຊັນ​ໄດ້​ບອກ​ຄວາມຈິງ​ໃຫ້​ຂ້ອຍ​ຮູ້​ແລ້ວ.” ພວກເຂົາ​ຈຶ່ງ​ມາ​ພ້ອມ​ທັງ​ຖື​ເງິນ​ມາ​ນຳ​ດ້ວຍ.</verse>
				<verse number="19">ເດລີລາ​ໄດ້​ກ່ອມ​ແຊມຊັນ​ໃຫ້​ນອນ​ເທິງ​ຕັກ​ຂອງ​ນາງ ແລະ​ເອີ້ນ​ໃຫ້​ຜູ້ໜຶ່ງ​ມາ​ຕັດ​ຜົມ​ຂອງ​ລາວ​ອອກ​ເຈັດ​ປອຍ. ແລ້ວ​ນາງ​ກໍໄດ້​ຊຸກ​ແຊມຊັນ​ໃຫ້​ຕື່ນ ແຕ່​ລາວ​ບໍ່ມີ​ແຮງ​ສາ​ແລ້ວ.</verse>
				<verse number="20">ນາງ​ເດລີລາ​ຮ້ອງ​ຂຶ້ນ​ວ່າ, “ແຊມຊັນ ພວກ​ຟີລິດສະຕິນ​ກຳລັງ​ມາ.” ແຊມຊັນ​ຈຶ່ງ​ລຸກ​ຂຶ້ນ​ແລະ​ຄິດ​ວ່າ, “ຂ້ອຍ​ຈະ​ໄປ​ໄດ້​ຢ່າງ​ສະບາຍ​ດັ່ງ​ແຕ່​ກ່ອນ.” ລາວ​ບໍ່​ຮູ້​ເລີຍ​ວ່າ​ພຣະເຈົ້າຢາເວ​ບໍ່ໄດ້​ຢູ່​ນຳ​ລາວ​ແລ້ວ.</verse>
				<verse number="21">ຕໍ່ມາ ພວກ​ຟີລິດສະຕິນ​ກໍ​ຈັບ​ແຊມຊັນ​ໄດ້ ແລະ​ເຈາະ​ແກ່ນຕາ​ທັງສອງ​ຂອງ​ລາວ. ພວກເຂົາ​ໄດ້​ນຳ​ລາວ​ໄປ​ທີ່​ເມືອງ​ກາຊາ ແລະ​ໃຊ້​ໂສ້​ທີ່​ເປັນ​ທອງສຳຣິດ​ລ່າມ​ລາວ​ໄວ້ ແລະ​ທັງ​ບັງຄັບ​ລາວ​ໃຫ້​ໂມ້ແປ້ງ​ຢູ່​ໃນ​ຄຸກ.</verse>
				<verse number="22">ແຕ່​ຜົມ​ຂອງ​ແຊມຊັນ​ໄດ້​ເລີ່ມ​ປົ່ງ​ຂຶ້ນ​ອີກ.</verse>
				<verse number="23">ພວກ​ກະສັດ​ຂອງ​ຊາວ​ຟີລິດສະຕິນ​ໄດ້​ພາກັນ​ມາ​ສະເຫລີມ​ສະຫລອງ ງານ​ຖວາຍບູຊາ​ຄັ້ງ​ຍິ່ງໃຫຍ່​ແກ່​ພະ​ດາໂກນ​ຂອງ​ພວກເຂົາ. ພວກເຂົາ​ຮ້ອງເພງ​ວ່າ, “ພະ​ຂອງ​ພວກເຮົາ​ໃຫ້​ພວກເຮົາ​ມີໄຊ​ເໜືອ​ແຊມຊັນ ສັດຕູ​ຄູ່​ອາຄາດ.”</verse>
				<verse number="24">ພວກເຂົາ​ກຳລັງ​ມ່ວນຊື່ນ ແລະ​ເວົ້າ​ວ່າ, “ຈົ່ງ​ນຳ​ແຊມຊັນ​ອອກ​ມາ ແລະ​ບັງຄັບ​ມັນ​ເຮັດ​ຕະຫລົກ​ໃຫ້​ພວກເຮົາ​ເບິ່ງ.” ເມື່ອ​ພວກເຂົາ​ໄດ້​ນຳ​ແຊມຊັນ​ອອກ​ມາ​ຈາກ​ຄຸກ​ແລ້ວ ພວກເຂົາ​ກໍ​ໃຫ້​ລາວ​ຢືນ​ຢູ່​ລະຫວ່າງ​ເສົາ​ຂອງ​ຕຶກ ແລະ​ບັງຄັບ​ລາວ​ເຮັດ​ຕະຫລົກ​ໃຫ້​ພວກເຂົາ​ເບິ່ງ. ເມື່ອ​ປະຊາຊົນ​ເຫັນ​ແຊມຊັນ ຈຶ່ງ​ພາກັນ​ສັນລະເສີນ​ພະ​ຂອງ​ພວກ​ຕົນ​ວ່າ, “ພະ​ຂອງ​ພວກເຮົາ​ໃຫ້​ພວກເຮົາ​ມີ​ໄຊຊະນະ​ເໜືອ​ເຫຼົ່າ​ສັດຕູ ຜູ້​ທີ່​ທຳລາຍ​ດິນແດນ​ແລະ​ຂ້າ​ຄົນ​ຂອງ​ພວກເຮົາ​ຫລາຍ​ຄົນ.”</verse>
				<verse number="25"></verse>
				<verse number="26">ແຊມຊັນ​ເວົ້າ​ກັບ​ເດັກນ້ອຍ​ຜູ້​ທີ່​ຈູງ​ມື​ຂອງ​ລາວ​ນັ້ນ​ວ່າ, “ພາ​ຂ້ອຍ​ໄປ​ຢືນ​ຢູ່​ແປະ​ກັບ​ເສົາ​ຄໍ້າ​ຕຶກ​ນີ້​ແດ່ ເພາະ​ຂ້ອຍ​ຢາກ​ອີງ​ເສົາ.”</verse>
				<verse number="27">ຫໍ​ໂຮງ​ນີ້​ເຕັມ​ໄປ​ດ້ວຍ​ປະຊາຊົນ​ທັງ​ຊາຍ​ແລະ​ຍິງ. ກະສັດ​ຟີລິດສະຕິນ​ທັງ​ຫ້າ​ຄົນ​ກໍ​ຢູ່​ໃນ​ບ່ອນ​ນັ້ນ​ດ້ວຍ. ທີ່​ເທິງ​ຫລັງຄາ​ພຽງ​ມີ​ປະຊາຊົນ​ທັງ​ຊາຍ​ແລະ​ຍິງ​ປະມານ​ສາມພັນ​ຄົນ; ພວກເຂົາ​ຕ່າງ​ກໍ​ກຳລັງ​ຈ້ອງຕາ​ເບິ່ງ​ແຊມຊັນ​ຕະຫລົກ​ໃຫ້​ພວກເຂົາ​ເບິ່ງ.</verse>
				<verse number="28">ແລ້ວ​ແຊມຊັນ​ກໍ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂໍໂຜດ​ຈື່ຈຳ​ຂ້ານ້ອຍ​ດ້ວຍເຖີດ. ໂອ ພຣະເຈົ້າ​ເອີຍ ໂຜດ​ໃຫ້​ກຳລັງ​ວັງຊາ​ແກ່​ຂ້ານ້ອຍ​ອີກ​ພຽງ​ຄັ້ງດຽວ​ເທົ່ານັ້ນ ເພື່ອ​ຂ້ານ້ອຍ​ຈະ​ລ້າງແຄ້ນ​ພວກ​ຟີລິດສະຕິນ ເພາະ​ພວກເຂົາ​ເຈາະ​ແກ່ນຕາ​ທັງສອງ​ເບື້ອງ​ຂອງ​ຂ້ານ້ອຍ.”</verse>
				<verse number="29">ສະນັ້ນ ແຊມຊັນ​ຈຶ່ງ​ຈັບ​ສອງ​ເສົາ​ກາງ​ທີ່​ຄໍ້າ​ຫໍໂຮງ ແລະ​ທຸ້ມເທ​ກຳລັງ​ທັງໝົດ​ທີ່​ຕົນ​ມີ​ຢູ່​ຊຸກ​ເສົາ​ທັງສອງ​ນັ້ນ</verse>
				<verse number="30">ພ້ອມ​ທັງ​ຮ້ອງ​ຂຶ້ນ​ວ່າ, “ຂໍ​ໃຫ້​ຂ້ານ້ອຍ​ຕາຍ​ພ້ອມ​ກັບ​ຊາວ​ຟີລິດສະຕິນ​ນີ້​ເຖີດ.” ລາວ​ຊຸກ​ເສົາ​ຈົນ​ຫໍໂຮງ​ເຈື່ອນ​ລົງ​ທັບ​ກະສັດ​ທັງ​ຫ້າ​ແລະ​ຄົນ​ອື່ນໆ​ອີກ. ແຊມຊັນ​ໄດ້​ຂ້າ​ຄົນ​ໃນ​ເວລາ​ທີ່​ລາວ​ຕາຍ​ນີ້ ຫລາຍກວ່າ​ຂະນະ​ທີ່​ລາວ​ຍັງ​ມີ​ຊີວິດ​ຢູ່.</verse>
				<verse number="31">ພວກ​ຍາດຕິພີ່ນ້ອງ​ກັບ​ຄອບຄົວ​ຂອງ​ແຊມຊັນ​ໄດ້​ມາ​ເອົາ​ຊາກສົບ​ຂອງ​ລາວ​ກັບ​ເມືອ ແລະ​ນຳ​ໄປ​ຝັງ​ໄວ້​ຢູ່​ໃນ​ບ່ອນ​ຝັງສົບ​ຂອງ​ມາໂນອາ​ພໍ່​ຂອງ​ລາວ ທີ່​ຢູ່​ລະຫວ່າງ​ເມືອງ​ໂຊຣາ ແລະ​ເມືອງ​ເອຊະຕາໂອນ. ແຊມຊັນ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ເປັນ​ເວລາ​ຊາວ​ປີ.</verse>
			</chapter>
			<chapter number="17">
				<verse number="1">ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ມີກາ. ລາວ​ອາໄສ​ຢູ່​ໃນ​ແຖບ​ເນີນພູ​ເອຟຣາອິມ.</verse>
				<verse number="2">ລາວ​ເວົ້າ​ຕໍ່​ແມ່​ຂອງ​ລາວ​ວ່າ, “ເວລາ​ຄົນ​ລັກ​ເອົາ​ເງິນ​ໜຶ່ງພັນໜຶ່ງຮ້ອຍ​ຫລຽນ ຂອງ​ແມ່​ໄປ​ນັ້ນ ລູກ​ໄດ້ຍິນ​ວ່າ​ແມ່​ສາບແຊ່ງ​ຄົນ​ຂີ້ລັກ. ນີ້ເດ ເງິນ​ຈຳນວນ​ນັ້ນ ລູກ​ເອງ​ເປັນ​ຜູ້​ເອົາ​ໄປ.” ແມ່​ຈຶ່ງ​ເວົ້າ​ຕໍ່​ລາວ​ວ່າ, “ລູກເອີຍ ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ເຈົ້າ​ເຖີດ”</verse>
				<verse number="3">ແລ້ວ​ມີກາ​ກໍ​ເອົາ​ເງິນ​ສົ່ງ​ຄືນ​ໃຫ້​ແມ່​ຂອງຕົນ. ນາງ​ເວົ້າ​ວ່າ, “ເພື່ອ​ໃຫ້​ລູກ​ຂອງ​ແມ່​ພົ້ນ​ຈາກ​ຄຳສາບແຊ່ງ ແມ່​ຂໍ​ຖວາຍ​ເງິນ​ຈຳນວນ​ນີ້​ຢ່າງ​ໃຈ​ຈິງ​ແກ່​ພຣະເຈົ້າຢາເວ. ເຈົ້າ​ຈະ​ຕ້ອງ​ເອົາ​ເງິນ​ນີ້​ໄປ​ໃຊ້​ເຄືອບ​ຮູບເຄົາຣົບ​ເປັນ​ໄມ້. ບັດນີ້ ແມ່​ຂໍ​ເອົາ​ເງິນ​ນີ້​ມອບ​ຄືນ​ໃຫ້​ເຈົ້າ.”</verse>
				<verse number="4">ແລ້ວ​ມີກາ​ກໍ​ສົ່ງ​ເງິນ​ນັ້ນ​ຄືນ​ໃຫ້​ແມ່​ຂອງຕົນ. ຜູ້​ເປັນ​ແມ່​ຈຶ່ງ​ເອົາ​ເງິນ​ສອງຮ້ອຍ​ຫລຽນ ໄປ​ໃຫ້​ຊ່າງ​ຕີເງິນ. ຊ່າງ​ຕີເງິນ​ຈຶ່ງ​ເອົາ​ເງິນ​ຈຳນວນ​ນີ້​ເຄືອບ​ຮູບເຄົາຣົບ​ທີ່​ເຮັດ​ດ້ວຍ​ໄມ້. ແລ້ວ​ຮູບເຄົາຣົບ​ນັ້ນ​ກໍ​ຖືກ​ນຳ​ມາ​ຕັ້ງ​ໄວ້​ໃນ​ເຮືອນ​ຂອງ​ມີກາ.</verse>
				<verse number="5">ສະນັ້ນ ມີກາ​ຈຶ່ງ​ມີ​ບ່ອນ​ຂາບໄຫວ້​ສ່ວນຕົວ. ລາວ​ຍັງ​ໄດ້​ເຮັດ​ຮູບເຄົາຣົບ​ບາງ​ຮູບ​ແລະ​ເອໂຟດ​ຜືນ​ໜຶ່ງ ແລ້ວ​ກໍ​ແຕ່ງຕັ້ງ​ໃຫ້​ຜູ້ໜຶ່ງ​ໃນ​ພວກ​ລູກຊາຍ​ຂອງຕົນ​ເປັນ​ປະໂຣຫິດ.</verse>
				<verse number="6">ໃນ​ສະໄໝ​ນັ້ນ ຊາດ​ອິດສະຣາເອນ​ບໍ່ທັນ​ມີ​ກະສັດ​ເທື່ອ ແລະ​ຕ່າງ​ຄົນ​ຕ່າງ​ກໍ​ເຮັດ​ຕາມ​ໃຈ​ມັກ​ຂອງ​ໃຜ​ລາວ.</verse>
				<verse number="7">ເວລາ​ນັ້ນ​ຍັງ​ມີ​ຊາຍໜຸ່ມ​ຊາວ​ເລວີ​ຜູ້ໜຶ່ງ ທີ່​ເຄີຍ​ຢູ່​ເມືອງ​ເບັດເລເຮັມ​ໃນ​ແຂວງ​ຢູດາຍ.</verse>
				<verse number="8">ລາວ​ໄດ້​ໜີ​ຈາກ​ເມືອງ​ເບັດເລເຮັມ​ເພື່ອ​ໄປ​ຊອກ​ຫາ​ບ່ອນ​ຢູ່​ໃນ​ທີ່​ອື່ນ. ໃນ​ຂະນະທີ່​ເດີນທາງ​ໄປ​ນັ້ນ ລາວ​ໄດ້​ແວ່​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ມີກາ ຊຶ່ງ​ຢູ່​ທາງ​ແຖບ​ເນີນພູ​ເອຟຣາອິມ.</verse>
				<verse number="9">ມີກາ​ຈຶ່ງ​ຖາມ​ລາວ​ວ່າ, “ເຈົ້າ​ມາ​ແຕ່​ໃສ?” ລາວ​ຕອບ​ວ່າ, “ຂ້ອຍ​ມາ​ແຕ່​ເມືອງ​ເບັດເລເຮັມ ຂ້ອຍ​ເປັນ​ຄົນເລວີ ແລະ​ກຳລັງ​ຊອກ​ຫາ​ບ່ອນ​ຢູ່​ອາໄສ.”</verse>
				<verse number="10">ມີກາ​ຈຶ່ງ​ເວົ້າ​ວ່າ, “ຢູ່​ກັບ​ຂ້ອຍ​ສາ ມາ​ເປັນ​ທີ່ປຶກສາ​ແລະ​ເປັນ​ປະໂຣຫິດ​ຂອງຂ້ອຍ. ທຸກ​ປີ​ໃດ​ຂ້ອຍ​ຈະ​ຈ່າຍ​ເງິນ​ໃຫ້​ເຈົ້າ​ສິບ​ຫລຽນ ພ້ອມ​ທັງ​ເຄື່ອງນຸ່ງ​ແລະ​ອາຫານ​ການກິນ.”</verse>
				<verse number="11">ຝ່າຍ​ຊາຍໜຸ່ມ​ເລວີ​ກໍ​ຕົກລົງ​ຢູ່​ກັບ​ມີກາ ແລະ​ເພິ່ນ​ຖື​ລາວ​ເປັນ​ດັ່ງ​ລູກຊາຍ​ຄົນ​ໜຶ່ງ​ຂອງຕົນ.</verse>
				<verse number="12">ມີກາ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ປະໂຣຫິດ ແລະ​ທັງ​ໃຫ້​ລາວ​ອາໄສ​ຢູ່​ໃນ​ເຮືອນ​ນຳ​ດ້ວຍ.</verse>
				<verse number="13">ມີກາ​ຈຶ່ງ​ເວົ້າ​ກັບ​ຕົນເອງ​ວ່າ, “ບັດນີ້ ຂ້ອຍ​ຮູ້​ວ່າ​ພຣະເຈົ້າຢາເວ​ຈະ​ໃຫ້​ຂ້ອຍ​ຮັ່ງມີ​ເປັນດີ ເພາະ​ຂ້ອຍ​ໄດ້​ຄົນເລວີ​ເປັນ​ປະໂຣຫິດ​ສຳລັບ​ຂ້ອຍ.”</verse>
			</chapter>
			<chapter number="18">
				<verse number="1">ໃນ​ຄາວນັ້ນ ຊາດ​ອິດສະຣາເອນ​ຍັງ​ບໍ່ທັນ​ມີ​ກະສັດ​ເທື່ອ. ເວລາ​ນັ້ນ ຄົນ​ໃນ​ເຜົ່າ​ດານ​ກຳລັງ​ຊອກ​ຫາ​ເຂດແດນ​ມາ​ເປັນ​ຂອງຕົນ​ເພື່ອ​ຕັ້ງ​ຖິ່ນຖານ​ຢູ່ ຍ້ອນ​ວ່າ​ໃນ​ບັນດາ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ​ນັ້ນ ພວກເຂົາ​ຍັງ​ບໍ່ໄດ້​ຮັບ​ດິນແດນ​ສ່ວນ​ໃດໆ​ມາ​ເປັນ​ກຳມະສິດ​ເລີຍ.</verse>
				<verse number="2">ດັ່ງນັ້ນ ຊາວ​ດານ​ຈຶ່ງ​ຄັດເລືອກ​ເອົາ​ຊາຍ​ທີ່​ອົງອາດ​ກ້າຫານ ຫ້າ​ຄົນ​ຈາກ​ທຸກ​ຄອບຄົວ​ໃນ​ເຜົ່າ​ຂອງຕົນ ແລະ​ໃຊ້​ພວກເຂົາ​ຈາກ​ເມືອງ​ໂຊຣາ ແລະ​ເອຊະຕາໂອນ ໄປ​ສຳຫລວດ​ເບິ່ງ​ດິນແດນ​ຕາມ​ຄຳສັ່ງ. ພໍ​ມາ​ເຖິງ​ເຂດ​ເນີນພູ​ເອຟຣາອິມ ພວກເຂົາ​ກໍ​ມາ​ຢູ່​ທີ່​ເຮືອນ​ຂອງ​ມີກາ.</verse>
				<verse number="3">ເມື່ອ​ອາໄສ​ຢູ່​ນັ້ນ ເຂົາ​ກໍ​ຈື່​ສຽງ​ຂອງ​ຊາຍໜຸ່ມ​ຊາວ​ເລວີ​ໄດ້​ຈຶ່ງ​ຖາມ​ລາວ​ວ່າ, “ເຈົ້າ​ມາ​ເຮັດ​ຫຍັງ​ຢູ່​ທີ່​ນີ້? ໃຜ​ສົ່ງ​ເຈົ້າ​ມາ?”</verse>
				<verse number="4">ລາວ​ຕອບ​ວ່າ, “ຂ້ອຍ​ມີ​ຂໍ້​ຕົກລົງ​ກັບ​ມີກາ ຜູ້​ທີ່​ຈ້າງ​ຂ້ອຍ​ໃຫ້​ມາ​ບົວລະບັດ​ຮັບໃຊ້​ເປັນ​ປະໂຣຫິດ​ຂອງ​ລາວ.”</verse>
				<verse number="5">ພວກເຂົາ​ຈຶ່ງ​ເວົ້າ​ກັບ​ຊາຍໜຸ່ມ​ຊາວ​ເລວີ​ວ່າ, “ກະລຸນາ​ຖາມ​ພຣະເຈົ້າ​ໃຫ້​ແດ່​ວ່າ ການ​ເດີນທາງ​ຂອງ​ພວກເຮົາ​ໃນຄັ້ງນີ້​ຈະ​ສຳເລັດຜົນ​ຫລື​ບໍ່?”</verse>
				<verse number="6">ປະໂຣຫິດ​ຈຶ່ງ​ຕອບ​ວ່າ, “ພວກທ່ານ​ບໍ່​ຕ້ອງ​ເປັນຫ່ວງ​ນຳ​ສິ່ງໃດ​ເລີຍ ພຣະເຈົ້າຢາເວ​ຈະ​ປົກປັກ​ຮັກສາ​ໃນ​ການ​ເດີນທາງ​ຄັ້ງນີ້.”</verse>
				<verse number="7">ດັ່ງນັ້ນ ຊາຍ​ທັງ​ຫ້າ​ຄົນ​ຈຶ່ງ​ຈາກ​ໄປ​ທີ່​ເມືອງ​ລາອິດ. ໃນ​ເມືອງ​ນີ້​ພວກເຂົາ​ເຫັນ​ວ່າ ປະຊາຊົນ​ຢູ່​ກັນ​ຢ່າງ​ປອດໄພ​ເໝືອນ​ກັບ​ພວກ​ຊີໂດນ ຢູ່​ກັນ​ຢ່າງ​ສະຫງົບສຸກ​ແລະ​ມິດງຽບ ຢ່າງ​ບໍ່ມີ​ການ​ຜິດຂ້ອງ​ຕ້ອງຖຽງກັນ​ເລີຍ. ພວກເຂົາ​ມີ​ທຸກສິ່ງ​ທີ່​ຕ້ອງການ. ພວກເຂົາ​ຢູ່​ຫ່າງໄກ​ຈາກ​ພວກ​ຊີໂດນ ແລະ​ບໍ່ມີ​ສ່ວນ​ກ່ຽວຂ້ອງ​ກັບ​ຄົນອື່ນ.</verse>
				<verse number="8">ເມື່ອ​ຊາຍ​ທັງ​ຫ້າ​ກັບຄືນ​ມາ​ສູ່​ເມືອງ​ໂຊຣາ ແລະ​ເມືອງ​ເອຊະຕາໂອນ​ແລ້ວ ຊາວ​ເມືອງ​ກໍ​ຖາມ​ເຖິງ​ສິ່ງ​ທີ່​ພວກເຂົາ​ໄດ້​ພົບເຫັນ.</verse>
				<verse number="9">ພວກເຂົາ​ຈຶ່ງ​ຕອບ​ວ່າ, “ໃຫ້​ພວກເຮົາ​ພາກັນ​ໄປ​ຕີ​ເອົາ​ເມືອງ​ລາອິດ ພວກຂ້ອຍ​ໄດ້​ເຫັນ​ເມືອງ​ນັ້ນ​ເປັນ​ດິນແດນ​ດີທີ່ສຸດ. ຢ່າ​ພາກັນ​ຢູ່​ບ່ອນ​ນີ້​ລ້າໆ ຈົ່ງ​ຮີບ​ຟ້າວ​ໄປ​ຢຶດ​ດິນແດນ​ນັ້ນ</verse>
				<verse number="10">ເມື່ອ​ໄປ​ຮອດ​ທີ່​ນັ້ນ​ແລ້ວ ພວກເຈົ້າ​ຈະ​ພົບ​ວ່າ​ຊາວ​ເມືອງ​ນັ້ນ​ບໍ່ໄດ້​ສົງໄສ​ສິ່ງໃດໆ​ເລີຍ. ມັນ​ເປັນ​ເມືອງ​ໃຫຍ່​ແລະ​ທັງ​ມີ​ທຸກສິ່ງ​ທີ່​ຕ້ອງການ​ດ້ວຍ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ມອບ​ເມືອງ​ນັ້ນ​ໃຫ້​ແກ່​ພວກເຈົ້າ​ແລ້ວ.”</verse>
				<verse number="11">ດັ່ງນັ້ນ ຊາຍ​ຫົກຮ້ອຍ​ຄົນ ຈາກ​ເຜົ່າ​ດານ​ຈຶ່ງ​ຕຽມພ້ອມ​ສູ້ຮົບ ແລະ​ເດີນທາງ​ອອກ​ໄປ​ຈາກ​ເມືອງ​ໂຊຣາ​ແລະ​ເອຊະຕາໂອນ.</verse>
				<verse number="12">ພວກເຂົາ​ຂຶ້ນ​ໄປ​ຕັ້ງ​ທີ່ໝັ້ນ​ຢູ່​ທາງ​ດ້ານ​ຕາເວັນຕົກ ຂອງ​ກີຣີອາດ​ເຢອາຣີມ​ໃນ​ແຂວງ​ຢູດາຍ. ດ້ວຍເຫດນີ້ ບ່ອນ​ນີ້​ຈຶ່ງ​ຍັງ​ມີ​ຊື່​ວ່າ​ທີ່ໝັ້ນ​ຂອງ​ພວກ​ດານ.</verse>
				<verse number="13">ຈາກ​ບ່ອນ​ນີ້ ພວກເຂົາ​ກໍ​ມາ​ຮອດ​ເຮືອນ​ຂອງ​ມີກາ​ທີ່​ເຂດ​ເນີນພູ​ເອຟຣາອິມ.</verse>
				<verse number="14">ແລ້ວ​ຊາຍ​ທັງ​ຫ້າ​ທີ່​ໄດ້​ໄປ​ສອດແນມ​ເບິ່ງ​ອ້ອມແອ້ມ​ເມືອງ​ລາອິດ ກໍໄດ້​ບອກ​ພັກພວກ​ຂອງຕົນ​ວ່າ, “ພວກເຈົ້າ​ຮູ້ຈັກ​ບໍ​ໃນ​ບ້ານ​ນີ້​ມີ​ເຮືອນ​ຫລັງ​ໜຶ່ງ ທີ່​ມີ​ຮູບເຄົາຣົບ​ເປັນ​ໄມ້​ເຄືອບ​ດ້ວຍ​ເງິນ. ນອກຈາກນີ້​ຍັງ​ມີ​ຮູບເຄົາຣົບ​ອື່ນໆ ແລະ​ເອໂຟດ​ຜືນ​ໜຶ່ງ​ອີກ. ພວກເຈົ້າ​ຄິດ​ວ່າ​ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ?”</verse>
				<verse number="15">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຂຶ້ນ​ໄປ​ທີ່​ເຮືອນ​ຂອງ​ມີກາ ບ່ອນ​ທີ່​ຊາຍໜຸ່ມ​ຊາວ​ເລວີ​ອາໄສ​ຢູ່​ນັ້ນ ແລະ​ຖາມ​ເຖິງ​ຄວາມສຸກ​ທຸກ​ຂອງ​ລາວ.</verse>
				<verse number="16">ໃນຂະນະ​ດຽວກັນ​ນັ້ນ ທະຫານ​ຊາວ​ດານ​ຫົກຮ້ອຍ​ຄົນ ກໍ​ຢືນ​ຢູ່​ທີ່​ປະຕູບ້ານ ແລະ​ຕຽມພ້ອມ​ສູ້ຮົບ.</verse>
				<verse number="17">ໃນ​ເວລາ​ທີ່​ປະໂຣຫິດ​ກຳລັງ​ຢູ່​ທີ່​ປະຕູບ້ານ​ກັບ​ທະຫານ​ຫົກຮ້ອຍ​ຄົນ​ນັ້ນ; ສອດແນມ​ຫ້າ​ຄົນ​ກໍໄດ້​ເຂົ້າ​ໄປ​ໃນ​ເຮືອນ ແລະ​ຢຶດ​ຮູບເຄົາຣົບ​ເປັນ​ໄມ້​ເຄືອບ​ດ້ວຍ​ເງິນ, ຮູບເຄົາຣົບ​ອື່ນໆ, ຕະຫລອດ​ທັງ​ເອໂຟດ​ດ້ວຍ.</verse>
				<verse number="18">ເມື່ອ​ຊາຍ​ເຫຼົ່ານັ້ນ​ເຂົ້າ​ໄປ​ເອົາ​ສິ່ງຂອງ​ສັກສິດ​ອອກ​ມາ​ຈາກ​ເຮືອນ​ຂອງ​ມີກາ ປະໂຣຫິດ​ຈຶ່ງ​ຖາມ​ວ່າ, “ພວກເຈົ້າ​ກຳລັງ​ເຮັດ​ຫຍັງ​ຫັ້ນ?”</verse>
				<verse number="19">ພວກເຂົາ​ຕອບ​ວ່າ, “ຢ່າ​ປາກ ຈົ່ງ​ມາ​ກັບ​ພວກເຮົາ​ສາ ໄປ​ເປັນ​ປະໂຣຫິດ​ແລະ​ເປັນ​ທີ່ປຶກສາ​ຂອງ​ພວກເຮົາ. ທ່ານ​ຈະ​ເປັນ​ປະໂຣຫິດ​ຂອງ​ຊາຍ​ພຽງຄົນດຽວ ຫລື​ທ່ານ​ຈະ​ເປັນ​ປະໂຣຫິດ​ຂອງ​ເຜົ່າໜຶ່ງ​ໃນ​ຊາດ​ອິດສະຣາເອນ​ທັງໝົດ ອັນໃດ​ຈະ​ດີກວ່າ​ກັນ?”</verse>
				<verse number="20">ເລື່ອງນີ້​ເຮັດ​ໃຫ້​ປະໂຣຫິດ​ມີ​ຄວາມ​ດີໃຈ​ຫລາຍ; ສະນັ້ນ ລາວ​ຈຶ່ງ​ນຳ​ເອົາ​ສິ່ງ​ສັກສິດ​ເຫຼົ່ານັ້ນ​ໜີ​ຕາມ​ຊາວ​ດານ​ໄປ.</verse>
				<verse number="21">ພວກເຂົາ​ໄດ້​ເລີ່ມ​ອອກ​ເດີນທາງ​ກັບ​ໄປ​ໂດຍ​ໃຫ້​ລູກ, ຝູງສັດ ແລະ​ສິ່ງຂອງ​ຂອງ​ພວກເຂົາ​ອອກ​ໜ້າ​ກ່ອນ.</verse>
				<verse number="22">ພວກເຂົາ​ໄດ້​ເດີນທາງ​ໄປ​ເປັນ​ໄລຍະ​ໄກ​ພໍສົມຄວນ​ຈາກ​ເຮືອນ​ຂອງ​ມີກາ ເມື່ອ​ມີກາ​ຮ້ອງ​ເອົາ​ພວກ​ໄທບ້ານ​ໃກ້ຄຽງ​ໃຫ້​ອອກ​ໄປ​ສູ້ຮົບ. ພວກເຂົາ​ໄດ້​ຕິດຕາມ​ພວກ​ດານ​ໄປ</verse>
				<verse number="23">ແລະ​ຮ້ອງ​ໃສ່​ພວກເຂົາ. ພວກ​ດານ​ຈຶ່ງ​ຫັນຫລັງ​ມາ​ຮ້ອງ​ຖາມ​ຄືນ​ວ່າ, “ມີ​ເລື່ອງ​ຫຍັງ ເປັນຫຍັງ​ຈຶ່ງ​ມີ​ຄົນ​ມາ​ຫລວງຫລາຍ​ຢ່າງ​ນີ້?”</verse>
				<verse number="24">ມີກາ​ຖາມ​ຄືນ​ວ່າ, “ພວກທ່ານ​ຖາມ​ວ່າ ‘ມີ​ເລື່ອງ​ຫຍັງ?’ ໝາຍຄວາມວ່າ​ຢ່າງ​ໃດ? ພວກທ່ານ​ເອົາ​ປະໂຣຫິດ​ແລະ​ຮູບ​ພະ​ຊຶ່ງ​ຂ້ອຍ​ໄດ້​ສ້າງ​ນັ້ນ​ໜີ​ມາ​ໝົດ ມີ​ຫຍັງ​ເຫຼືອ​ໄວ້​ໃຫ້​ຂ້ອຍ​ແດ່?”</verse>
				<verse number="25">ຊາວ​ດານ​ຈຶ່ງ​ບອກ​ລາວ​ວ່າ, “ທາງ​ທີ່​ດີ​ແລ້ວ ເຈົ້າ​ຢ່າ​ເວົ້າ​ຫຍັງ​ດີກວ່າ ຖ້າ​ເຈົ້າ​ບໍ່​ຢາກ​ໃຫ້​ທະຫານ​ເຫຼົ່ານີ້​ໃຈຮ້າຍ ແລະ​ຕໍ່ສູ້​ພວກເຈົ້າ. ແລ້ວ​ເຈົ້າ​ທັງ​ຄອບຄົວ​ກໍ​ຈະ​ຕາຍ​ໝົດ.”</verse>
				<verse number="26">ແລ້ວ​ຊາວ​ດານ​ກໍໄດ້​ອອກ​ເດີນທາງ​ໄປ​ຕໍ່. ເມື່ອ​ມີກາ​ເຫັນ​ວ່າ ພວກເຂົາ​ມີ​ກຳລັງ​ຫລາຍກວ່າ​ຕົນ; ດັ່ງນັ້ນ ລາວ​ຈຶ່ງ​ກັບຄືນ​ເມືອ.</verse>
				<verse number="27">ຫລັງຈາກ​ຊາວ​ດານ​ໄດ້​ນຳ​ເອົາ​ປະໂຣຫິດ​ແລະ​ສິ່ງຂອງ ທີ່​ມີກາ​ໄດ້​ສ້າງ​ນັ້ນ​ມາ​ແລ້ວ ພວກເຂົາ​ກໍ​ໄປ​ໂຈມຕີ​ເມືອງ​ລາອິດ​ຊຶ່ງ​ເປັນ​ເມືອງ​ທີ່​ສະຫງົບ​ງຽບ ແລະ​ປະຊາຊົນ​ກໍ​ຢູ່​ກັນ​ຢ່າງ​ສັນຕິ​ໃນ​ຮ່ອມພູ​ໃກ້​ກັບ​ເມືອງ​ເບັດເຣໂຮບ. ພວກເຂົາ​ໄດ້​ຂ້າ​ຊາວ​ເມືອງ​ແລະ​ຈູດ​ເມືອງ​ຖິ້ມ. ເມືອງ​ລາອິດ​ຢູ່​ໄກ​ຈາກ​ເມືອງ​ຊີໂດນ ແລະ​ບໍ່ມີ​ການ​ກ່ຽວຂ້ອງ​ກັບ​ຄົນ​ພວກອື່ນ​ແຕ່​ຢ່າງໃດ. ດັ່ງນັ້ນ ຈຶ່ງ​ບໍ່ມີ​ໃຜ​ມາ​ຊ່ວຍ​ພວກເຂົາ. ຊາວ​ດານ​ໄດ້​ສ້າງ​ເມືອງ​ນີ້​ຂຶ້ນ​ໃໝ່​ແລະ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ.</verse>
				<verse number="28"></verse>
				<verse number="29">ພວກເຂົາ​ປ່ຽນ​ຊື່​ເມືອງ​ລາອິດ​ມາ​ເປັນ​ເມືອງ​ດານ ຊຶ່ງ​ເປັນ​ຊື່​ສືບທອດ​ກັນມາ​ຈາກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ທີ່​ຊື່​ວ່າ, ດານ ລູກຊາຍ​ຂອງ​ຢາໂຄບ.</verse>
				<verse number="30">ຊາວ​ດານ​ໄດ້​ຕັ້ງ​ຮູບເຄົາຣົບ​ຂຶ້ນ​ຂາບໄຫວ້ ແລະ​ໂຢນາທານ​ລູກຊາຍ​ຂອງ​ເກໂຊມ ແລະ​ຫລານຊາຍ​ຂອງ​ໂມເຊ ໄດ້​ເປັນ​ຜູ້​ບົວລະບັດ​ຮັບໃຊ້​ຢູ່​ໃນ​ທີ່ນັ້ນ​ໃນ​ຖານະ​ປະໂຣຫິດ​ຂອງ​ຊາວ​ດານ ແລະ​ເຊື້ອສາຍ​ຂອງ​ໂຢນາທານ​ກໍໄດ້​ບົວລະບັດ​ຮັບໃຊ້​ເປັນ​ປະໂຣຫິດ​ເລື້ອຍ​ມາ ຈົນກວ່າ​ປະຊາຊົນ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.</verse>
				<verse number="31">ຮູບເຄົາຣົບ​ຂອງ​ມີກາ​ກໍ​ຍັງ​ຢູ່​ໃນ​ທີ່ນັ້ນ​ຕະຫລອດ​ມາ ຕາບໃດ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຍັງ​ຢູ່​ໃນ​ເມືອງ​ຊີໂລ.</verse>
			</chapter>
			<chapter number="19">
				<verse number="1">ໃນ​ສະໄໝ​ທີ່​ຊາດ​ອິດສະຣາເອນ​ຍັງ​ບໍ່ທັນ​ມີ​ກະສັດ​ເທື່ອນັ້ນ ໄດ້​ມີ​ຄົນເລວີ​ຄົນ​ໜຶ່ງ​ທີ່​ອາໄສ​ຢູ່​ບ່ອນ​ໄກ​ທີ່ສຸດ ທາງ​ແຖບ​ເນີນພູ​ເອຟຣາອິມ. ລາວ​ໄດ້​ຍິງ​ຜູ້ໜຶ່ງ​ຈາກ​ເມືອງ​ເບັດເລເຮັມ​ແຂວງ​ຢູດາຍ​ມາ​ເປັນ​ເມຍນ້ອຍ​ຂອງຕົນ.</verse>
				<verse number="2">ແຕ່​ຍິງ​ຄົນ​ນີ້​ຄຽດ​ໃຫ້​ລາວ. ສະນັ້ນ ນາງ​ຈຶ່ງ​ກັບຄືນ​ໄປ​ຢູ່​ນຳ​ພໍ່​ຂອງຕົນ​ທີ່​ເບັດເລເຮັມ ເປັນ​ເວລາ​ສີ່​ເດືອນ.</verse>
				<verse number="3">ຕໍ່ມາ​ຄົນເລວີ​ຜູ້​ນີ້​ກໍ​ຕັດສິນໃຈ​ຕາມ​ນາງ​ໄປ ແລະ​ພະຍາຍາມ​ຊັກຊວນ​ນາງ​ໃຫ້​ຄືນ​ເມືອ​ຢູ່​ກັບ​ຕົນ. ລາວ​ພາ​ຄົນ​ຮັບໃຊ້​ກັບ​ລໍ​ສອງ​ໂຕ​ຂອງຕົນ​ໄປ​ນຳ. ນາງ​ໄດ້​ພາ​ຜົວ​ທີ່​ເປັນ​ຄົນເລວີ​ເຂົ້າ​ໄປ​ໃນ​ເຮືອນ. ເມື່ອ​ພໍ່​ຂອງ​ນາງ​ເຫັນ​ຄົນເລວີ​ຜູ້​ນີ້ ເພິ່ນ​ກໍ​ຮັບ​ຕ້ອນ​ລາວ​ດ້ວຍ​ຄວາມ​ຈິງໃຈ.</verse>
				<verse number="4">ຜູ້​ເປັນ​ພໍ່ເຖົ້າ​ໄດ້​ໜ່ວງໜ່ຽວ​ຢາກ​ໃຫ້​ລູກເຂີຍ​ຢູ່​ນຳ​ຕົນ​ເປັນ​ເວລາ​ສາມ​ວັນ. ຄູ່​ຜົວ​ເມຍ​ຈຶ່ງ​ໄດ້​ກິນ​ເຂົ້າ​ແລະ​ນອນ​ຄ້າງຄືນ​ຢູ່​ທີ່​ນັ້ນ.</verse>
				<verse number="5">ຕົກ​ມາ​ໃນ​ຕອນເຊົ້າ​ຂອງ​ວັນ​ທີ​ສີ່ ພວກເຂົາ​ກໍ​ລຸກ​ແຕ່​ເຊົ້າໆ ແລະ​ຕຽມຕົວ​ຈະ​ກັບຄືນ​ເມືອ, ແຕ່​ພໍ່​ຂອງ​ຍິງ​ນັ້ນ​ໄດ້​ເວົ້າ​ກັບ​ຄົນເລວີ​ຜູ້​ນີ້​ວ່າ, “ກິນ​ຫຍັງ​ຈັກໜ້ອຍ​ກ່ອນສາ ເພື່ອ​ເຈົ້າ​ຈະ​ໄດ້​ມີ​ແຮງ​ແລ້ວ​ຈຶ່ງ​ໄປ.”</verse>
				<verse number="6">ດັ່ງນັ້ນ ຊາຍ​ທັງສອງ​ຈຶ່ງ​ນັ່ງ​ລົງ​ກິນ​ແລະ​ດື່ມ​ນຳ​ກັນ. ແລ້ວ​ຜູ້​ເປັນ​ພໍ່​ຂອງ​ຍິງ​ນັ້ນ​ກໍ​ເວົ້າ​ກັບ​ລາວ​ອີກ​ວ່າ, “ນອນ​ຄ້າງຄືນ​ຢູ່​ທີ່ນີ້​ອີກສາ ເຮັດ​ໃຫ້​ສະບາຍ​ໃຈ​ກ່ອນ​ຈຶ່ງ​ກັບ​ເມືອ.”</verse>
				<verse number="7">ຊາຍ​ເລວີ​ຈຶ່ງ​ລຸກ​ຂຶ້ນ​ວ່າ​ຈະ​ອອກ​ໄປ ແຕ່​ຜູ້​ເປັນ​ພໍ່ເຖົ້າ​ຍັງ​ຊັກຊວນ​ໃຫ້​ລາວ​ຢູ່​ອີກ ລາວ​ຈຶ່ງ​ຄ້າງຄືນ​ຢູ່​ທີ່ນັ້ນ.</verse>
				<verse number="8">ໃນ​ຕອນເຊົ້າ​ແຕ່​ເດິກໆ​ຂອງ​ມື້​ທີ​ຫ້າ ລາວ​ກຳລັງ​ຈະ​ອອກ​ໄປ ແຕ່​ຜູ້​ເປັນ​ພໍ່ເຖົ້າ​ເວົ້າ​ອີກ​ວ່າ, “ກິນ​ຫຍັງ​ກ່ອນສາ ແລະ​ຖ້າ​ໃຫ້​ມັນ​ສວຍ​ສາ​ກ່ອນ​ຈຶ່ງ​ຄ່ອຍ​ໄປ.” ດັ່ງນັ້ນ ທັງສອງ​ຈຶ່ງ​ນັ່ງ​ລົງ​ກິນ​ເຂົ້າ​ນຳ​ກັນ​ອີກ.</verse>
				<verse number="9">ເທື່ອໜຶ່ງ​ອີກ ເມື່ອ​ຊາຍ​ເລວີ​ກັບ​ເມຍນ້ອຍ ແລະ​ຄົນ​ຮັບໃຊ້​ຂອງຕົນ​ກຳລັງ​ຈະ​ອອກ​ໄປ​ນັ້ນ ຜູ້​ເປັນ​ພໍ່ເຖົ້າ​ຈຶ່ງ​ເວົ້າ​ວ່າ, “ເບິ່ງດູ ດຽວ​ນີ້​ມັນ​ກໍ​ໃກ້​ຈະ​ຄໍ່າ​ຢູ່​ແລ້ວ ເຈົ້າ​ພັກ​ຢູ່​ນີ້​ອີກ​ຈັກ​ຄືນ​ຄົງ​ຈະ​ເປັນ​ການ​ດີກວ່າ ເພາະ​ມັນ​ໃກ້​ຈະ​ມືດ​ແລ້ວ. ຈົ່ງ​ຢູ່​ທີ່​ນີ້​ແລະ​ເຮັດ​ໃຫ້​ໃຈ​ສະບາຍ​ກ່ອນ ແລະ​ມື້ອື່ນ​ຈຶ່ງ​ກັບ​ເມືອ​ແຕ່​ເດິກໆ​ກໍໄດ້.”</verse>
				<verse number="10">ແຕ່​ຊາຍ​ຄົນ​ນີ້​ບໍ່​ຢາກ​ຄ້າງຄືນ​ອີກ​ຕໍ່ໄປ. ສະນັ້ນ ລາວ​ແລະ​ເມຍນ້ອຍ​ຂອງຕົນ​ຈຶ່ງ​ອອກ​ເດີນທາງ ພ້ອມ​ກັບ​ຄົນ​ຮັບໃຊ້ ແລະ​ລໍ​ສອງ​ໂຕ​ທີ່​ມີ​ອານ​ພາດ​ເທິງ​ຫລັງ. ເມື່ອ​ພວກເຂົາ​ໄດ້​ເດີນທາງ​ມາ​ໃກ້​ຈະ​ຮອດ​ເມືອງ​ເຢບູ (ຊຶ່ງ​ແມ່ນ​ເຢຣູຊາເລັມ) ກໍ​ຂ້ອນ​ຄໍ່າ​ແລ້ວ. ຄົນ​ຮັບໃຊ້​ຈຶ່ງ​ເວົ້າ​ກັບ​ນາຍ​ຂອງຕົນ​ວ່າ, “ພວກເຮົາ​ຄ້າງຄືນ​ຢູ່​ທີ່​ເມືອງ​ຂອງ​ຊາວ​ເຢບຸດ​ນີ້​ສາກ່ອນ ບໍ່​ດີ​ບໍ?”</verse>
				<verse number="11"></verse>
				<verse number="12">ແຕ່​ນາຍ​ຂອງ​ລາວ​ຕອບ​ວ່າ, “ພວກເຮົາ​ຈະ​ບໍ່​ຢຸດ​ພັກ​ຢູ່​ໃນ​ເມືອງ​ທີ່​ບໍ່​ເປັນ​ຂອງ​ຄົນ​ອິດສະຣາເອນ. ໃຫ້​ພວກເຮົາ​ຜ່ານ​ເມືອງ​ນີ້​ໄປ​ໄກ​ຈັກໜ້ອຍ ແລະ​ຄ້າງຄືນ​ຢູ່​ທີ່​ກີເບອາ​ຫລື​ທີ່​ຣາມາ.”</verse>
				<verse number="13"></verse>
				<verse number="14">ດັ່ງນັ້ນ ພວກເຂົາ​ຈຶ່ງ​ກາຍ​ເມືອງ​ເຢບູ​ແລະ​ເດີນທາງ​ຕໍ່ໄປ. ເມື່ອ​ພວກເຂົາ​ມາ​ເຖິງ​ເມືອງ​ກີເບອາ​ໃນ​ເຂດແດນ​ຂອງ​ເຜົ່າ​ເບັນຢາມິນ ກໍ​ເປັນ​ເວລາ​ຕາເວັນຕົກ​ດິນ​ແລ້ວ.</verse>
				<verse number="15">ພວກເຂົາ​ຈຶ່ງ​ແວ່​ເຂົ້າໄປ​ຄ້າງຄືນ​ໃນ​ເມືອງ​ນີ້. ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ແລະ​ນັ່ງ​ຢູ່​ທີ່​ສີ່​ແຍກ​ກາງເມືອງ; ແຕ່​ບໍ່ມີ​ໃຜ​ເຊີນ​ພວກເຂົາ​ໃຫ້​ເຂົ້າ​ໄປ​ພັກ​ຄ້າງຄືນ​ຢູ່​ໃນ​ເຮືອນ.</verse>
				<verse number="16">ໃນ​ຂະນະນັ້ນ ຍັງ​ມີ​ຊາຍ​ແກ່​ຜູ້ໜຶ່ງ​ທີ່​ຫາກໍ​ເລີກ​ຈາກ​ວຽກໄຮ່​ການນາ​ຂອງຕົນ ກຳລັງ​ຍ່າງ​ຜ່ານ​ມາ​ທາງ​ນັ້ນ. ລາວ​ເປັນ​ຄົນ​ມາ​ຈາກ​ແຖບ​ເນີນພູ​ເອຟຣາອິມ ແຕ່​ດຽວ​ນີ້​ອາໄສ​ຢູ່​ໃນ​ເມືອງ​ກີເບອາ (ສ່ວນ​ຄົນອື່ນ​ທີ່​ຢູ່​ໃນ​ເມືອງ​ນີ້​ເປັນ​ຊາວ​ເຜົ່າ​ເບັນຢາມິນ).</verse>
				<verse number="17">ເມື່ອ​ຊາຍ​ແກ່​ຜູ້ນີ້​ສັງເກດ​ເຫັນ​ຄົນ​ແປກໜ້າ ທີ່​ສີ່​ແຍກ​ກາງ​ເມືອງ ລາວ​ຈຶ່ງ​ຖາມ​ວ່າ, “ພວກເຈົ້າ​ມາ​ແຕ່​ໃສ? ແລະ​ພວກເຈົ້າ​ຈະ​ໄປ​ໃສ?”</verse>
				<verse number="18">ຄົນເລວີ​ຈຶ່ງ​ຕອບ​ວ່າ, “ພວກຂ້ອຍ​ມາ​ຈາກ​ເມືອງ​ເບັດເລເຮັມ​ແຂວງ​ຢູດາຍ; ດຽວ​ນີ້​ພວກຂ້ອຍ​ກຳລັງ​ກັບ​ເມືອ​ເຮືອນ ທີ່​ຢູ່​ໄກ​ອອກ​ໄປ​ທາງ​ແຖບ​ເນີນພູ​ເອຟຣາອິມ​ພຸ້ນ ແຕ່​ບໍ່ມີ​ໃຜ​ເຊີນ​ພວກຂ້ອຍ​ໃຫ້​ເຂົ້າ​ໄປ​ຄ້າງຄືນ​ໃນ​ເຮືອນ.</verse>
				<verse number="19">ເຖິງ​ແມ່ນ​ວ່າ​ພວກຂ້ອຍ​ມີ​ອາຫານ, ມີ​ເຟືອງ​ໃຫ້​ລໍ, ມີ​ເຂົ້າຈີ່ ແລະ​ນໍ້າ​ອະງຸ່ນ​ສຳລັບ​ຂ້ອຍ​ກັບ​ເມຍ​ແລະ​ຄົນ​ຮັບໃຊ້​ຂອງຂ້ອຍ​ກໍດີ. ພວກຂ້ອຍ​ມີ​ທຸກສິ່ງ​ມາພ້ອມ.”</verse>
				<verse number="20">ຊາຍ​ແກ່​ຄົນນັ້ນ​ຈຶ່ງ​ເວົ້າ​ວ່າ, “ຂ້ອຍເອງ​ຍິນດີ​ຕ້ອນຮັບ​ພວກເຈົ້າ ໃຫ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງຂ້ອຍ. ຂ້ອຍ​ຈະ​ເບິ່ງແຍງ​ພວກເຈົ້າ ພວກເຈົ້າ​ບໍ່​ຕ້ອງ​ຄ້າງຄືນ​ຢູ່​ທີ່​ສີ່​ແຍກ​ກາງເມືອງ​ນີ້ດອກ.”</verse>
				<verse number="21">ແລ້ວ​ລາວ​ກໍ​ພາ​ພວກເຂົາ​ເມືອ​ເຮືອນ​ຂອງຕົນ ແລະ​ເອົາ​ເຟືອງ​ໃຫ້​ລໍ​ກິນ. ແຂກ​ຂອງ​ຊາຍ​ແກ່​ໄດ້​ພາກັນ​ລ້າງ​ຕີນ​ແລະ​ກິນ​ເຂົ້າແລງ.</verse>
				<verse number="22">ໃນ​ຂະນະທີ່​ພວກເຂົາ​ກຳລັງ​ລົມກັນ​ຢ່າງ​ມ່ວນຊື່ນ​ຢູ່​ນັ້ນ ໄດ້​ມີ​ພວກ​ນັກເລງ​ມາ​ລ້ອມ​ເຮືອນ​ໄວ້​ແລະ​ໃຊ້​ກຳປັ້ນ​ຕີ​ປະຕູ​ເຮືອນ. ພວກເຂົາ​ຮ້ອງ​ບອກ​ຊາຍ​ແກ່​ຜູ້ນັ້ນ​ວ່າ, “ຈົ່ງ​ນຳ​ເອົາ​ຊາຍ​ທີ່​ມາ​ຄ້າງ​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ​ອອກ​ມາ ເພາະ​ພວກຂ້ອຍ​ຢາກ​ຮ່ວມເພດ​ກັບ​ລາວ.”</verse>
				<verse number="23">ແຕ່​ຊາຍ​ແກ່​ຄົນນີ້​ໄດ້​ອອກ​ໄປ​ຂ້າງ​ນອກ ແລະ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ພີ່ນ້ອງ​ເອີຍ ຢ່າ​ເຮັດ​ເທາະ ຂ້ອຍ​ຮ້ອງຂໍ​ນຳ. ຢ່າ​ເຮັດ​ໃນ​ສິ່ງ​ທີ່​ຜິດ​ສິນທຳ​ອັນ​ຊົ່ວຊ້າ​ນີ້​ເລີຍ ຊາຍ​ຄົນນີ້​ເປັນ​ແຂກ​ຂອງຂ້ອຍ.</verse>
				<verse number="24">ຫັ້ນ​ເດ ລູກສາວ​ຂອງຂ້ອຍ​ທີ່​ຍັງ​ບໍຣິສຸດ​ຢູ່​ແລະ​ເມຍ​ຂອງ​ລາວ. ຂ້ອຍ​ຈະ​ພາ​ພວກເຂົາ​ອອກ​ມາ​ໃຫ້​ພວກເຈົ້າ​ດຽວນີ້ ແລະ​ໃຫ້​ເປັນ​ຂອງ​ພວກເຈົ້າ. ພວກເຈົ້າ​ຢາກ​ເຮັດ​ຢ່າງໃດ​ກັບ​ພວກເຂົາ​ກໍ​ຈົ່ງ​ເຮັດ​ຕາມຊອບໃຈ​ເຖີດ ແຕ່​ຢ່າ​ເຮັດ​ແບບ​ຮ້າຍກາດ​ຕໍ່​ຊາຍ​ຄົນນີ້​ເລີຍ.”</verse>
				<verse number="25">ພວກ​ນັກເລງ​ນັ້ນ​ບໍ່​ຍອມ​ຟັງ​ຊາຍ​ແກ່​ຄົນນັ້ນ​ເລີຍ. ສະນັ້ນ ຄົນເລວີ​ຈຶ່ງ​ເອົາ​ເມຍນ້ອຍ​ຂອງຕົນ​ອອກ​ໄປ​ປະ​ໄວ້​ຢູ່​ຂ້າງ​ນອກ​ກັບ​ພວກເຂົາ. ພວກເຂົາ​ພາກັນ​ກຸມ ແລະ​ຂົ່ມຂືນ​ນາງ​ຢ່າງບໍ່​ຢຸດຢັ້ງ ຈົນເຖິງ​ມື້​ເຊົ້າ.</verse>
				<verse number="26">ພໍ​ຮຸ່ງ​ເຊົ້າ​ມາ ຍິງ​ຄົນ​ນີ້​ກໍ​ມາ​ລົ້ມ​ຢູ່​ທີ່​ປະຕູ​ເຮືອນ​ຂອງ​ຊາຍ​ແກ່​ຜູ້​ນີ້ ຄື​ບ່ອນ​ທີ່​ຜົວ​ຂອງຕົນ​ພັກ​ຢູ່​ນັ້ນ. ເມື່ອ​ເວລາ​ເຊົ້າ​ມາ ນາງ​ກໍ​ຍັງ​ຢູ່​ທີ່​ນັ້ນ.</verse>
				<verse number="27">ເມື່ອ​ຜົວ​ຂອງ​ນາງ​ລຸກ​ຂຶ້ນ​ມາ​ໃນ​ຕອນເຊົ້າ ແລະ​ເປີດ​ປະຕູ​ວ່າ​ຈະ​ອອກ​ເດີນທາງ​ໄປ ລາວ​ກໍ​ພົບ​ເມຍນ້ອຍ​ຂອງຕົນ​ຢູ່​ຕໍ່ໜ້າ​ເຮືອນ ໂດຍ​ນອນ​ຢຽດ​ມື​ຈຸ​ກັບ​ປະຕູ​ເຮືອນ.</verse>
				<verse number="28">ລາວ​ເວົ້າ​ວ່າ, “ລຸກ​ຂຶ້ນ​ໄປ​ກັນ​ເທາະ.” ແຕ່​ບໍ່ມີ​ສຽງ​ຕອບ​ໃດໆ​ໝົດ. ດັ່ງນັ້ນ ລາວ​ຈຶ່ງ​ເອົາ​ຊາກສົບ​ຂອງ​ນາງ​ພາດ​ໃສ່​ຫລັງ​ລໍ ແລະ​ອອກ​ເດີນທາງ​ກັບ​ເມືອ​ເຮືອນ.</verse>
				<verse number="29">ເມື່ອ​ມາເຖິງ​ເຮືອນ​ແລ້ວ ລາວ​ກໍ​ໃຊ້​ພ້າ​ຕັດ​ຮ່າງກາຍ​ຂອງ​ເມຍນ້ອຍ​ນັ້ນ ອອກ​ເປັນ​ສິບສອງ​ຕ່ອນ ແລະ​ຈັດ​ສົ່ງ​ໃຫ້​ແຕ່ລະເຜົ່າ​ໃນ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="30">ທຸກຄົນ​ທີ່​ໄດ້​ເຫັນ​ເຫດການ​ນີ້​ຈຶ່ງ​ພາກັນ​ເວົ້າ​ວ່າ, “ພວກເຮົາ​ບໍ່ເຄີຍ​ເຫັນ​ຢ່າງ​ນີ້​ມາ​ກ່ອນ. ຕັ້ງແຕ່​ຊາວ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ ບໍ່ເຄີຍ​ມີ​ເຫດການ​ຢ່າງ​ນີ້​ເກີດຂຶ້ນ​ເລີຍ. ພວກເຮົາ​ຄວນ​ເຮັດ​ຢ່າງໃດ​ກ່ຽວກັບ​ເລື່ອງນີ້?”</verse>
			</chapter>
			<chapter number="20">
				<verse number="1">ດັ່ງນັ້ນ ຊາວ​ອິດສະຣາເອນ​ທຸກຄົນ​ຈາກ​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້ ຕະຫລອດ​ທັງ​ພວກ​ທີ່​ມາ​ຈາກ​ດິນແດນ​ກີເລອາດ ທາງພາກ​ຕາເວັນອອກ​ຈຶ່ງ​ໄດ້​ຕອບສະໜອງ​ຄຳ​ຮຽກຮ້ອງ. ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ເປັນ​ນໍ້າໜຶ່ງໃຈດຽວ ຊ້ອງໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ມີຊະປາ.</verse>
				<verse number="2">ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ທຸກ​ເຜົ່າ ໄດ້​ມີ​ໜ້າ​ໃນ​ທີ່​ປະຊຸມ​ປະຊາຊົນ​ຂອງ​ພຣະເຈົ້າ ໂດຍ​ມີ​ທະຫານ​ຍ່າງ​ສີ່ແສນ​ຄົນ.</verse>
				<verse number="3">ໃນ​ເວລາ​ດຽວກັນ​ນັ້ນ ຊາວ​ເບັນຢາມິນ​ກໍ​ໄດ້​ຍິນ​ວ່າ​ຊາວ​ອິດສະຣາເອນ​ເຜົ່າອື່ນໆ ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ເມືອງ​ມີຊະປາ. ຊາວ​ອິດສະຣາເອນ​ຖາມ​ວ່າ, “ຈົ່ງ​ບອກ​ໃຫ້​ພວກເຮົາ​ຮູ້​ດູ​ວ່າ ເຫດຮ້າຍ​ນີ້​ເກີດຂຶ້ນ​ມາ​ໄດ້​ຢ່າງໃດ?”</verse>
				<verse number="4">ຝ່າຍ​ຊາຍ​ເລວີ​ຜູ້​ທີ່​ເມຍນ້ອຍ​ຂອງຕົນ​ໄດ້​ຖືກ​ຂ້າ​ນັ້ນ​ຈຶ່ງ​ຕອບ​ວ່າ, “ຂ້ອຍ​ກັບ​ເມຍນ້ອຍ​ຂອງຂ້ອຍ​ໄດ້​ພັກ​ຄ້າງຄືນ ຢູ່​ທີ່​ເມືອງ​ກີເບອາ​ໃນ​ເຂດແດນ​ເບັນຢາມິນ.</verse>
				<verse number="5">ພວກ​ຜູ້ຊາຍ​ຊາວ​ເມືອງ​ກີເບອາ​ໄດ້​ມາ​ອ້ອມ​ເຮືອນ​ໃນ​ຕອນ​ກາງຄືນ ເພື່ອ​ຈະ​ຈັບ​ເອົາ​ຂ້ອຍ​ໄປ. ພວກເຂົາ​ຕັ້ງໃຈ​ຈະ​ຂ້າ​ຂ້ອຍ ແຕ່​ພວກເຂົາ​ຊໍ້າ​ຂົ່ມຂືນ​ເມຍນ້ອຍ​ຂອງຂ້ອຍ​ຈົນຕາຍ.</verse>
				<verse number="6">ຂ້ອຍ​ຈຶ່ງ​ເອົາ​ຊາກສົບ​ຂອງ​ນາງ​ຕັດ​ເປັນ​ຕ່ອນ​ແລະ​ສົ່ງ​ໄປ​ໃຫ້​ແຕ່ລະເຜົ່າ ໃນ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ. ຊາວ​ເມືອງ​ນີ້​ໄດ້​ສ້າງ​ຄວາມ​ຊົ່ວຊ້າ ແລະ​ປະພຶດ​ຜິດ​ສິນທຳ​ຢູ່​ໃນ​ທ່າມກາງ​ພວກເຮົາ.</verse>
				<verse number="7">ພວກທ່ານ​ທັງໝົດ​ຢູ່​ໃນ​ທີ່​ນີ້​ເປັນ​ຄົນ​ອິດສະຣາເອນ ແລະ​ພວກທ່ານ​ຈະ​ເຮັດ​ຢ່າງ​ໃດ​ກ່ຽວກັບ​ເລື່ອງ​ນີ້?”</verse>
				<verse number="8">ໂດຍ​ຄວາມເຫັນ​ພ້ອມພຽງ​ກັນ ທຸກຄົນ​ຈຶ່ງ​ຢືນ​ຂຶ້ນ​ປະຕິຍານ​ວ່າ, “ໃນ​ຈຳນວນ​ພວກເຮົາ​ທັງໝົດ ບໍ່​ວ່າ​ຜູ້​ທີ່​ຢູ່​ໃນ​ຜ້າເຕັນ​ຫລື​ຢູ່​ໃນ​ເຮືອນ​ຂອງຕົນ​ກໍດີ ຈະ​ບໍ່ໄດ້​ກັບ​ເມືອ​ເຮືອນ​ຂອງຕົນ.</verse>
				<verse number="9">ພວກເຮົາ​ຈະ​ເຮັດ​ດັ່ງນີ້: ຈົ່ງ​ໃຊ້​ສະຫລາກ ແລະ​ເລືອກ​ເອົາ​ຄົນ​ອອກ​ໄປ​ໂຈມຕີ​ເມືອງ​ກີເບອາ.</verse>
				<verse number="10">ໜຶ່ງສ່ວນສິບ​ໃນ​ຈຳນວນພົນ​ຂອງ​ຊາດ​ອິດສະຣາເອນ ຈະ​ເປັນ​ຜູ້​ລຳລຽງ​ສະບຽງ​ອາຫານ​ໃຫ້​ແກ່​ທະຫານ ແລະ​ສ່ວນ​ທີ່​ເຫຼືອ​ນັ້ນ​ຈະ​ໄປ​ລົງໂທດ​ພວກ​ກີເບອາ ທີ່​ປະພຶດ​ຜິດ​ສິນທຳ​ໃນ​ທ່າມກາງ​ຊາດ​ອິດສະຣາເອນ.”</verse>
				<verse number="11">ດັ່ງນັ້ນ ຊາວ​ອິດສະຣາເອນ​ທຸກຄົນ​ຈຶ່ງ​ແນ​ເປົ້າໝາຍ​ໃສ່​ແນວ​ດຽວກັນ​ຄື ໂຈມຕີ.</verse>
				<verse number="12">ແລ້ວ​ພວກ​ອິດສະຣາເອນ​ກໍ​ໃຊ້​ຜູ້ນຳຂ່າວ​ໄປ​ບອກ ທົ່ວ​ເຂດແດນ​ຂອງ​ເຜົ່າ​ເບັນຢາມິນ​ວ່າ, “ເຫດໃດ​ທ່ານ​ຈຶ່ງ​ກໍ່​ຄວາມຜິດ​ອັນ​ຮ້າຍແຮງ​ນີ້?</verse>
				<verse number="13">ພວກທ່ານ​ຈົ່ງ​ມອບ​ພວກ​ຜູ້ຊາຍ​ນັກເລງ​ໃນ​ເມືອງ​ກີເບອາ ໃຫ້​ພວກເຮົາ​ປະຫານ​ຊີວິດ​ເສຍ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ກຳຈັດ​ສິ່ງ​ຊົ່ວຊ້າ​ນີ້​ອອກ​ໄປ​ຈາກ​ຊາດ​ອິດສະຣາເອນ.” ຊາວ​ເບັນຢາມິນ​ບໍ່ໄດ້​ເອົາໃຈໃສ່​ນຳ​ຄຳເວົ້າ​ຂອງ​ພວກ​ອິດສະຣາເອນ​ພີ່ນ້ອງ​ຂອງຕົນ​ເລີຍ.</verse>
				<verse number="14">ແຕ່​ພວກ​ເບັນຢາມິນ​ຈາກ​ເມືອງຕ່າງໆ ໄດ້​ພາກັນ​ມາ​ທີ່​ກີເບອາ​ເພື່ອ​ສູ້ຮົບ​ກັບ​ພວກ​ອິດສະຣາເອນ.</verse>
				<verse number="15">ໃນ​ມື້ນັ້ນ ພວກເຂົາ​ລະດົມ​ເອົາ​ທະຫານ​ໄດ້​ຊາວຫົກພັນ​ຄົນ​ຈາກ​ເມືອງ​ຂອງ​ພວກເຂົາ. ນອກຈາກນີ້​ປະຊາຊົນ​ກີເບອາ​ຍັງ​ໄດ້​ຮວບຮວມ​ເອົາ​ຄົນ ທີ່​ຄັດເລືອກ​ເປັນ​ພິເສດ​ເຈັດຮ້ອຍ​ຄົນ ຊຶ່ງ​ລ້ວນແລ້ວ​ແຕ່​ຜູ້​ທີ່​ແຮງມື​ຊ້າຍ. ແຕ່ລະຄົນ​ໃນ​ພວກ​ນີ້​ສາມາດ​ຍິງ​ກ້ອນຫີນ​ໃສ່​ຜົມ​ເສັ້ນ​ໜຶ່ງ​ໄດ້​ຢ່າງ​ບໍ່​ມີ​ຜິດ​ເປົ້າ.</verse>
				<verse number="16"></verse>
				<verse number="17">ຝ່າຍ​ພວກ​ອິດສະຣາເອນ​ກໍ​ຮວບຮວມ​ເອົາ​ທະຫານ​ທີ່​ຝຶກແອບ​ແລ້ວ​ສີ່ຮ້ອຍ​ພັນ​ຄົນ ໂດຍ​ບໍ່​ໄດ້​ນັບ​ເອົາ​ພວກ​ເບັນຢາມິນ​ເຂົ້ານຳ.</verse>
				<verse number="18">ສ່ວນ​ພວກ​ອິດສະຣາເອນ​ໄດ້​ໄປ​ບ່ອນ​ນະມັດສະການ​ທີ່​ເບັດເອນ ແລະ​ໃນ​ທີ່ນັ້ນ​ພວກເຂົາ​ຖາມ​ພຣະເຈົ້າ​ວ່າ, “ພຣະອົງ​ຈະ​ໃຫ້​ເຜົ່າໃດ​ອອກ​ໄປ​ໂຈມຕີ​ພວກ​ເບັນຢາມິນ​ກ່ອນ?” ພຣະເຈົ້າຢາເວ​ຕອບ​ວ່າ, “ເຜົ່າ​ຢູດາ​ໄປ​ກ່ອນ.”</verse>
				<verse number="19">ດັ່ງນັ້ນ ມື້ເຊົ້າມາ ພວກ​ອິດສະຣາເອນ​ຈຶ່ງ​ເລີ່ມ​ອອກ​ເດີນທາງ ໄປ​ຕັ້ງ​ທີ່ໝັ້ນ​ຢູ່​ໃກ້​ກັບ​ເມືອງ​ກີເບອາ.</verse>
				<verse number="20">ພວກເຂົາ​ອອກ​ໄປ​ໂຈມຕີ​ກອງທັບ​ເບັນຢາມິນ ແລະ​ວາງ​ທະຫານ​ໄວ້​ປະຈຳ​ທີ່​ໂດຍ​ຫັນໜ້າ​ໃສ່​ຕົວເມືອງ.</verse>
				<verse number="21">ຝ່າຍ​ພວກ​ເບັນຢາມິນ​ນັ້ນ​ກໍໄດ້​ຍົກທັບ​ເຄື່ອນ​ອອກ​ມາ​ຈາກ​ຕົວເມືອງ. ກ່ອນ​ຄໍ່າ​ພວກເຂົາ​ໄດ້​ຂ້າ​ທະຫານ​ອິດສະຣາເອນ​ຕາຍ​ຊາວສອງພັນ​ຄົນ.</verse>
				<verse number="22">ແລ້ວ​ພວກ​ອິດສະຣາເອນ​ກໍໄດ້​ໄປ​ບ່ອນ​ນະມັດສະການ ແລະ​ຮ້ອງໄຫ້​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ​ຈົນ​ຮອດຄໍ່າ. ພວກເຂົາ​ໄດ້​ຖາມ​ພຣະເຈົ້າຢາເວ​ວ່າ, “ພວກ​ຂ້ານ້ອຍ​ຄວນ​ຈະ​ອອກ​ໄປ​ສູ້ຮົບ​ກັບ​ພວກ​ເບັນຢາມິນ ພີ່ນ້ອງ​ຂອງ​ພວກ​ຂ້ານ້ອຍ​ອີກ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ວ່າ, “ຄວນໄປ.” ດັ່ງນັ້ນ ພວກ​ອິດສະຣາເອນ​ຈຶ່ງ​ມີ​ກຳລັງໃຈ​ຂຶ້ນ ແລະ​ວາງ​ທະຫານ​ໄວ້​ແບບ​ເກົ່າ ໃນ​ບ່ອນ​ທີ່​ພວກເຂົາ​ຕັ້ງ​ທັບ​ໃນ​ມື້​ກ່ອນ​ນັ້ນ.</verse>
				<verse number="23"></verse>
				<verse number="24">ພວກເຂົາ​ຍົກທັບ​ອອກ​ໄປ​ຕໍ່ສູ້​ກອງທັບ​ເບັນຢາມິນ​ເປັນ​ຄັ້ງ​ທີ​ສອງ.</verse>
				<verse number="25">ຊາວ​ເບັນຢາມິນ​ກໍ​ອອກ​ມາ​ຈາກ​ເມືອງ​ກີເບອາ​ເປັນ​ເທື່ອ​ທີ​ສອງ ແລະ​ໃນ​ຄັ້ງ​ນີ້​ອີກ​ພວກເຂົາ​ໄດ້​ຂ້າ​ທະຫານ​ອິດສະຣາເອນ​ຕາຍ​ສິບແປດ​ພັນ​ຄົນ ຊຶ່ງ​ລ້ວນແຕ່​ເປັນ​ພວກ​ທີ່​ໄດ້​ຮັບ​ການ​ຝຶກແອບ​ແລ້ວ​ທັງ​ນັ້ນ.</verse>
				<verse number="26">ແລ້ວ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍໄດ້​ພາກັນ​ໄປ​ໄວ້ທຸກ​ທີ່​ເບັດເອນ. ພວກເຂົາ​ນັ່ງ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ​ໂດຍ​ບໍ່​ຍອມ​ກິນ​ອາຫານ​ຈົນ​ຮອດ​ຄໍ່າ. ພວກເຂົາ​ຖວາຍ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ເຜົາ​ສັດ​ທັງ​ໂຕ​ຖວາຍ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ.</verse>
				<verse number="27">(ໃນ​ຕອນນັ້ນ ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢູ່​ທີ່​ເບັດເອນ ຊຶ່ງ​ຟີເນຮາ​ລູກຊາຍ​ຂອງ​ເອເລອາຊາ​ແລະ​ຫລານຊາຍ​ຂອງ​ອາໂຣນ​ເປັນ​ຜູ້​ກຳກັບ.) ຊາວ​ອິດສະຣາເອນ​ໄດ້ຖາມ​ພຣະເຈົ້າຢາເວ​ວ່າ, “ພວກ​ຂ້ານ້ອຍ​ຄວນ​ຈະ​ອອກ​ໄປ​ສູ້ຮົບ​ພວກ​ເບັນຢາມິນ ພີ່ນ້ອງ​ຂອງ​ພວກ​ຂ້ານ້ອຍ​ອີກ​ຫລື​ບໍ່? ຫລື​ໃຫ້​ຍອມ​ແພ້?” ພຣະເຈົ້າຢາເວ​ຕອບ​ວ່າ, “ຈົ່ງ​ອອກ​ໄປ​ສູ້ຮົບ ມື້ອື່ນ​ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ຢູ່ໃນ​ມື​ຂອງ​ພວກເຈົ້າ.”</verse>
				<verse number="28"></verse>
				<verse number="29">ດັ່ງນັ້ນ ພວກ​ອິດສະຣາເອນ​ຈຶ່ງ​ວາງ​ທະຫານ​ບາງ​ສ່ວນ ລີ້​ຢູ່​ອ້ອມແອ້ມ​ຕົວເມືອງ​ກີເບອາ.</verse>
				<verse number="30">ແລ້ວ​ໃນ​ມື້​ທີ​ສາມ ຕະຫລອດ​ທັງ​ມື້​ພວກເຂົາ​ກໍ​ຍົກທັບ​ເຂົ້າ​ໄປ​ໂຈມຕີ​ກອງທັບ​ຂອງ​ເບັນຢາມິນ ແລະ​ວາງ​ທະຫານ​ຂອງຕົນ​ໄວ້​ປະຈຳ​ທີ່ ໂດຍ​ໃຫ້​ຫັນໜ້າ​ໃສ່​ເມືອງ​ກີເບອາ​ຕາມ​ທີ່​ໄດ້​ປະຕິບັດ​ມາ​ກ່ອນ​ນັ້ນ.</verse>
				<verse number="31">ຝ່າຍ​ພວກ​ເບັນຢາມິນ​ກໍ​ອອກ​ມາ​ຕໍ່ສູ້​ຕາມເຄີຍ ແລະ​ຖືກ​ລໍ້​ໃຫ້​ອອກ​ໄປ​ໄກ​ຈາກ​ຕົວເມືອງ. ດັ່ງ​ຄັ້ງກ່ອນ ພວກເຂົາ​ເລີ່ມ​ຂ້າ​ພວກ​ອິດສະຣາເອນ​ແດ່​ແລ້ວ​ຕາມ​ນອກ​ເມືອງ ແລະ​ຕາມ​ເສັ້ນ​ທາງ​ໄປ​ສູ່​ເບັດເອນ​ແລະ​ກີເບອາ. ພວກເຂົາ​ໄດ້​ຂ້າ​ຊາວ​ອິດສະຣາເອນ​ປະມານ​ສາມສິບ​ຄົນ.</verse>
				<verse number="32">ຊາວ​ເບັນຢາມິນ​ເວົ້າ​ກັນ​ວ່າ, “ພວກເຮົາ​ປາບ​ພວກເຂົາ​ໄດ້​ຕາມເຄີຍ.” ແຕ່​ພວກ​ອິດສະຣາເອນ​ວາງແຜນ​ຖອຍຫລັງ ແລະ​ລໍ້​ພວກ​ເບັນຢາມິນ​ອອກ​ມາ​ຕາມ​ຖະໜົນ​ໃຫ້​ໄປ​ໄກ​ຈາກ​ຕົວເມືອງ.</verse>
				<verse number="33">ເມື່ອ​ກອງທັບ​ໃຫຍ່​ຂອງ​ພວກ​ອິດສະຣາເອນ​ຖອຍຫລັງ​ຄືນມາ​ທ້ອນໂຮມກັນ​ທີ່​ບາອານຕາມາ​ແລ້ວ; ໃນທັນໃດ ພວກ​ທະຫານ​ທີ່​ລີ້​ຢູ່​ຕາມ​ຖໍ້າ​ຫີນ​ອ້ອມ​ເມືອງ ກໍ​ຟ້າວ​ອອກ​ມາ.</verse>
				<verse number="34">ທະຫານ​ທີ່​ຄັດເລືອກ​ໄວ້​ເປັນ​ພິເສດ​ຈາກ​ທົ່ວ​ທັງ​ຊາດ​ອິດສະຣາເອນ​ສິບພັນ​ຄົນ ໄດ້​ລົງມື​ສູ້ຮົບ​ທີ່​ເມືອງ​ກີເບອາ ແລະ​ການ​ສູ້ຮົບ​ກໍ​ດຸເດືອດ​ທີ່ສຸດ. ຝ່າຍ​ພວກ​ເບັນຢາມິນ​ບໍ່​ຮູ້​ເລີຍ​ວ່າ ພວກຕົນ​ຈະ​ຖືກ​ທຳລາຍ.</verse>
				<verse number="35">ພຣະເຈົ້າຢາເວ​ໃຫ້​ຊາວ​ອິດສະຣາເອນ​ຊະນະ​ກອງທັບ​ຂອງ​ເບັນຢາມິນ. ໃນ​ມື້ນັ້ນ ພວກ​ອິດສະຣາເອນ​ໄດ້​ຂ້າ​ສັດຕູ​ຕາຍ​ເປັນ​ຈຳນວນ​ຊາວຫ້າພັນ​ໜຶ່ງຮ້ອຍ​ຄົນ</verse>
				<verse number="36">ແລະ​ພວກ​ເບັນຢາມິນ​ຈຶ່ງ​ຮູ້ຕົວ​ວ່າ​ພວກຕົນ​ພ່າຍແພ້​ເສຍ​ແລ້ວ. ກອງທັບ​ໃຫຍ່​ຂອງ​ພວກ​ອິດສະຣາເອນ​ໄດ້​ຖອຍຫລັງ​ໄປ​ຈາກ​ພວກ​ເບັນຢາມິນ ຍ້ອນວ່າ​ພວກເຂົາ​ອາໄສ​ຕໍ່​ພວກ​ທະຫານ​ທີ່​ໄດ້​ວາງ​ລີ້​ໄວ້​ອ້ອມ​ເມືອງ​ກີເບອາ​ນັ້ນ.</verse>
				<verse number="37">ພວກ​ທະຫານ​ເຫຼົ່ານີ້​ແລ່ນ​ເຂົ້າ​ໄປ​ສູ່​ເມືອງ​ກີເບອາ​ຢ່າງ​ວ່ອງໄວ. ພວກເຂົາ​ຢາຍກັນ​ອອກ​ໄປ​ທົ່ວ​ເມືອງ ແລະ​ຂ້າ​ປະຊາຊົນ​ທຸກຄົນ​ຖິ້ມ.</verse>
				<verse number="38">ກອງທັບ​ໃຫຍ່​ຂອງ​ພວກ​ອິດສະຣາເອນ ແລະ​ທະຫານ​ທີ່​ລີ້​ຢູ່ນັ້ນ​ຕ່າງ​ກໍ​ລໍເບິ່ງ​ສັນຍານ ເມື່ອໃດ​ທີ່​ພວກເຂົາ​ຫລຽວເຫັນ​ຄວັນໄຟ​ກ້ອນໃຫຍ່​ພຸ່ງຂຶ້ນ​ຈາກ​ຕົວເມືອງ​ແລ້ວ</verse>
				<verse number="39">ໃຫ້​ພວກ​ອິດສະຣາເອນ​ທີ່​ຢູ່​ໃນ​ສະໜາມ​ຮົບ​ຫັນ​ມາ​ຕໍ່ສູ້​ຄືນ. ມາເຖິງ​ຕອນນີ້ ພວກ​ເບັນຢາມິນ​ໄດ້​ຂ້າ​ພວກ​ອິດສະຣາເອນ​ແລ້ວ​ສາມສິບ​ຄົນ. ພວກເຂົາ​ເວົ້າ​ໃນໃຈ​ວ່າ, “ພວກເຮົາ​ປາບ​ພວກເຂົາ​ໄດ້​ຕາມເຄີຍ.”</verse>
				<verse number="40">ແຕ່​ແລ້ວ​ສັນຍານ​ກໍ​ປາກົດ​ຂຶ້ນ ຄື​ຄວັນໄຟ​ກ້ອນໃຫຍ່​ເລີ່ມ​ພຸ່ງຂຶ້ນ​ຈາກ​ຕົວເມືອງ. ເມື່ອ​ພວກ​ເບັນຢາມິນ​ຫລຽວ​ກັບຄືນ​ຫລັງ​ກໍ​ຕົກຕະລຶງ​ທີ່​ເຫັນ​ວ່າ ທັງເມືອງ​ໄດ້​ຖືກ​ຈູດ​ສາ​ແລ້ວ.</verse>
				<verse number="41">ແລ້ວ​ພວກ​ອິດສະຣາເອນ​ກໍໄດ້​ຫັນ​ມາ​ຕໍ່ສູ້​ຄືນ. ພວກ​ເບັນຢາມິນ​ຈຶ່ງ​ຕື່ນ​ຕົກໃຈ ແລະ​ແຕກ​ໜີໄປ ເພາະ​ຮູ້​ຕົວ​ວ່າ​ພວກຕົນ​ຈວນ​ຈະ​ຖືກ​ທຳລາຍ​ແລ້ວ.</verse>
				<verse number="42">ພວກເຂົາ​ຖອຍຫລັງ​ໜີ​ຈາກ​ພວກ​ອິດສະຣາເອນ ແລະ​ແລ່ນ​ໄປ​ທາງ​ນອກເມືອງ, ແຕ່​ພວກເຂົາ​ປົບໜີໄປ​ບໍ່ໄດ້ ເພາະ​ຖືກ​ທະຫານ​ທີ່​ອອກ​ມາ​ຈາກ​ເມືອງ​ນັ້ນ ໄລ່ຕາມ​ທັນ​ແລະ​ທຸກຄົນ​ຈຶ່ງ​ຖືກ​ຂ້າ​ຖິ້ມ.</verse>
				<verse number="43">ພວກ​ອິດສະຣາເອນ​ໄດ້​ອ້ອມ​ພວກ​ເບັນຢາມິນ​ໄວ້ ແລະ​ພວກເຂົາ​ໄດ້​ໄລ່ຕາມ​ຂ້າ​ພວກ​ເບັນຢາມິນ​ຢ່າງ​ບໍ່​ຢຸດຢັ້ງ​ຕາມ​ທາງ ຈົນ​ໄປ​ເຖິງ​ທາງທິດ​ຕາເວັນອອກ​ຂອງ​ກີເບອາ.</verse>
				<verse number="44">ທະຫານ​ເບັນຢາມິນ​ຜູ້​ທີ່​ເກັ່ງກ້າ​ສິບແປດພັນ​ຄົນ​ໄດ້​ຖືກ​ຂ້າ.</verse>
				<verse number="45">ຍັງ​ມີ​ບາງສ່ວນ​ກັບຄືນ​ໄປ​ທີ່​ໂງ່ນຫີນ​ຣິມໂມນ​ທີ່​ນອກເມືອງ. ໃນ​ຕອນ​ນັ້ນ​ມີ​ທະຫານ​ຫ້າພັນ​ຄົນ ຖືກ​ຂ້າ. ສ່ວນ​ພວກ​ອິດສະຣາເອນ​ກໍ​ສືບຕໍ່​ຕາມ​ກວາດລ້າງ ພວກ​ທີ່​ຍັງເຫລືອ​ນັ້ນ​ໄປ​ທີ່​ກີໂດມ​ແລະ​ຂ້າ​ສອງພັນ​ຄົນ ໃນ​ທີ່ນັ້ນ.</verse>
				<verse number="46">ໃນ​ມື້ນັ້ນ ພວກ​ເບັນຢາມິນ​ໄດ້​ຖືກ​ຂ້າ​ລວມ​ມີ​ຊາວຫ້າພັນ​ຄົນ ຊຶ່ງ​ລ້ວນແຕ່​ເປັນ​ທະຫານ​ທີ່​ເກັ່ງກ້າ​ທັງໝົດ.</verse>
				<verse number="47">ແຕ່​ຍັງ​ມີ​ທະຫານ​ຫົກຮ້ອຍ​ຄົນ ທີ່​ແລ່ນ​ປົບໜີໄປ​ຖິ່ນ​ແຫ້ງແລ້ງ​ກັນດານ ສູ່​ໂງ່ນຫີນ​ຣິມໂມນ ແລະ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສີ່​ເດືອນ.</verse>
				<verse number="48">ແລ້ວ​ພວກ​ອິດສະຣາເອນ​ກໍໄດ້​ກັບຄືນ​ມາ​ສັງຫານ​ພວກ​ເບັນຢາມິນ ທີ່​ຍັງເຫລືອ​ຢູ່​ຕາມ​ເມືອງຕ່າງໆ​ນັ້ນ​ໃຫ້​ໝົດ ເຊັ່ນ: ຊາຍ, ຍິງ, ເດັກນ້ອຍ, ຕະຫລອດ​ທັງ​ຝູງສັດ​ດ້ວຍ. ພວກເຂົາ​ຍັງ​ໄດ້​ຈູດ​ທຸກໆ​ເມືອງ​ໃນ​ຂົງເຂດ​ນັ້ນ.</verse>
			</chapter>
			<chapter number="21">
				<verse number="1">ເມື່ອ​ພວກ​ອິດສະຣາເອນ​ປະຊຸມກັນ​ທີ່​ເມືອງ​ມີຊະປາ​ນັ້ນ ພວກເຂົາ​ໄດ້​ຕັ້ງ​ຄຳສັນຍາ​ອັນ​ໜັກແໜ້ນ​ວ່າ, “ໃນ​ພວກເຮົາ​ຈະ​ບໍ່ມີ​ໃຜ​ໃຫ້​ລູກສາວ​ຂອງຕົນ​ແຕ່ງງານ​ກັບ​ຊາວ​ເບັນຢາມິນ.”</verse>
				<verse number="2">ສະນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄປ​ທີ່​ເບັດເອນ ແລະ​ນັ່ງ​ຢູ່​ທີ່​ນັ້ນ​ຊ້ອງໜ້າ​ພຣະເຈົ້າ​ຈົນ​ຮອດຄໍ່າ. ພວກເຂົາ​ໄວ້ທຸກ​ແລະ​ຮ້ອງໄຫ້​ຢ່າງ​ຂົມຂື່ນ​ວ່າ,</verse>
				<verse number="3">“ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເປັນຫຍັງ​ເຫດການ​ຢ່າງນີ້​ຈຶ່ງ​ໄດ້​ເກີດຂຶ້ນ? ເຫດໃດ​ເຜົ່າ​ເບັນຢາມິນ​ຈຶ່ງ​ຈະ​ຕ້ອງ​ດັບສູນ​ໄປ​ຈາກ​ຊາດ​ອິດສະຣາເອນ?”</verse>
				<verse number="4">ແລ້ວ​ເຊົ້າ​ມື້​ໃໝ່​ມາ ປະຊາຊົນ​ກໍ​ລຸກ​ແຕ່​ເດິກໆ ແລະ​ສ້າງ​ແທ່ນບູຊາ​ຂຶ້ນ​ໃນ​ທີ່ນັ້ນ. ພວກເຂົາ​ໄດ້​ຖວາຍ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ເຜົາ​ສັດ​ທັງ​ໂຕ​ເປັນ​ເຄື່ອງ​ບູຊາ.</verse>
				<verse number="5">ພວກເຂົາ​ຖາມ​ວ່າ, “ຍັງ​ມີ​ໝວດ​ໃດ​ແດ່​ໃນ​ຊາດ​ອິດສະຣາເອນ ທີ່​ບໍ່ໄດ້​ໄປ​ປະຊຸມ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ມີຊະປາ?” (ພວກເຂົາ​ໄດ້​ສາບານ​ໄວ້​ຢ່າງ​ເດັດຂາດ​ວ່າ ຖ້າ​ຜູ້ໃດ​ຜູ້ໜຶ່ງ​ບໍ່​ມາ​ຮ່ວມ​ປະຊຸມ​ທີ່​ມີຊະປາ ຈະ​ຖືກ​ຂ້າ​ຖິ້ມ.)</verse>
				<verse number="6">ປະຊາຊົນ​ອິດສະຣາເອນ​ມີ​ຄວາມ​ເສຍໃຈ​ໃຫ້​ພວກ​ເບັນຢາມິນ​ພີ່ນ້ອງ​ຂອງຕົນ ຈຶ່ງ​ເວົ້າ​ວ່າ, “ໃນ​ມື້ນີ້ ເຜົ່າໜຶ່ງ​ໃນ​ຊາດ​ອິດສະຣາເອນ​ກຳລັງ​ຈະ​ດັບສູນໄປ.</verse>
				<verse number="7">ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ ເພື່ອ​ຫາ​ເມຍ​ໃຫ້​ພວກ​ເບັນຢາມິນ​ທີ່​ຍັງເຫລືອ​ນີ້ ເພາະ​ພວກເຮົາ​ໄດ້​ສັນຍາ​ຕໍ່​ພຣະເຈົ້າຢາເວ​ແລ້ວ​ວ່າ ພວກເຮົາ​ຈະ​ບໍ່​ຍອມ​ເອົາ​ລູກສາວ​ຂອງ​ພວກເຮົາ​ໃຫ້​ພວກເຂົາ.”</verse>
				<verse number="8">ເມື່ອ​ພວກເຂົາ​ຖາມ​ກັນ​ວ່າ ມີ​ໝວດ​ໃດ​ແດ່​ໃນ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ ທີ່​ບໍ່ໄດ້​ໄປ​ຮ່ວມ​ປະຊຸມ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ​ທີ່​ມີຊະປາ​ນັ້ນ. ພວກເຂົາ​ຈຶ່ງ​ພົບ​ວ່າ ບໍ່ມີ​ຜູ້ໃດ​ຈາກ​ຢາເບັດ​ກີເລອາດ ມາ​ຮ່ວມ​ໃນ​ທີ່​ປະຊຸມ​ນັ້ນ.</verse>
				<verse number="9">ເມື່ອ​ມີ​ການ​ເອີ້ນ​ຊື່​ເກນ​ເອົາ​ທະຫານ ກໍ​ບໍ່ມີ​ຄຳ​ຂານຕອບ​ຈາກ​ຢາເບັດ-ກີເລອາດ​ເລີຍ.</verse>
				<verse number="10">ດັ່ງນັ້ນ ກອງ​ປະຊຸມ​ຈຶ່ງ​ສົ່ງ​ພວກ​ທະຫານ​ຜູ້​ເກັ່ງກ້າ​ສິບສອງພັນ​ຄົນ​ອອກ​ໄປ ໂດຍ​ສັ່ງ​ວ່າ, “ໃຫ້​ຂ້າ​ທຸກໆ​ຄົນ​ໃນ​ເມືອງ​ຢາເບັດ​ກີເລອາດ​ຖິ້ມ ຕະຫລອດ​ທັງ​ແມ່ຍິງ​ແລະ​ເດັກນ້ອຍ​ດ້ວຍ.</verse>
				<verse number="11">ໃຫ້​ຂ້າ​ຜູ້ຊາຍ​ທຸກໆ​ຄົນ​ແລະ​ແມ່ຍິງ​ທຸກໆ​ຄົນ ທີ່​ເຄີຍ​ຜ່ານ​ການ​ຮ່ວມເພດ​ແລ້ວ.”</verse>
				<verse number="12">ພວກເຂົາ​ພົບ​ວ່າ​ມີ​ຍິງ​ສາວ​ບໍຣິສຸດ​ສີ່ຮ້ອຍ​ຄົນ ໃນ​ທ່າມກາງ​ປະຊາຊົນ​ຊາວ​ຢາເບັດ​ກີເລອາດ. ສະນັ້ນ ພວກເຂົາ​ຈຶ່ງ​ນຳ​ຍິງ​ເຫຼົ່ານີ້​ໄປ​ສູ່​ຄ້າຍພັກ​ທີ່​ຊີໂລ ຊຶ່ງ​ຢູ່​ໃນ​ດິນແດນ​ການາອານ.</verse>
				<verse number="13">ແລ້ວ​ກອງ​ປະຊຸມ​ທັງໝົດ​ກໍ​ສັ່ງຄວາມ​ໄປ​ບອກ​ພວກ​ເບັນຢາມິນ ທີ່​ຢູ່​ໃນ​ເຂດ​ໂງ່ນຫີນ​ຣິມໂມນ​ແລະ​ສະເໜີ​ເຊົາ​ເຮັດ​ເສິກ.</verse>
				<verse number="14">ພວກ​ເບັນຢາມິນ​ໄດ້​ກັບຄືນ​ມາ ແລະ​ພວກ​ອິດສະຣາເອນ​ຈຶ່ງ​ມອບ​ຍິງ​ສາວ​ຈາກ​ຢາເບັດ​ກີເລອາດ ທີ່​ບໍ່ໄດ້​ຖືກ​ຂ້າ​ນັ້ນ​ໃຫ້​ພວກເຂົາ. ແຕ່​ຍັງ​ບໍ່​ພຽງພໍ​ສຳລັບ​ທຸກຄົນ.</verse>
				<verse number="15">ປະຊາຊົນ​ເສຍໃຈ​ໃຫ້​ພວກ​ເບັນຢາມິນ ເພາະ​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຄວາມເປັນ​ນໍ້າໜຶ່ງໃຈ​ດຽວກັນ​ຖືກ​ແຕກແຍກ ໃນ​ບັນດາ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="16">ດ້ວຍເຫດນີ້ ພວກຜູ້ນຳ​ໃນ​ທີ່​ປະຊຸມ​ຈຶ່ງ​ສະເໜີ​ວ່າ, “ໃນ​ເຜົ່າ​ເບັນຢາມິນ​ບໍ່ມີ​ແມ່ຍິງ​ເຫຼືອ​ຢູ່​ຈັກ​ຄົນ. ພວກເຮົາ​ຄວນ​ເຮັດ​ຢ່າງ​ໃດ ເພື່ອ​ຈະ​ຫາ​ເມຍ​ໃຫ້​ພວກ​ຜູ້ຊາຍ​ທີ່​ຍັງເຫລືອ​ຢູ່​ນີ້?</verse>
				<verse number="17">ຊາວ​ອິດສະຣາເອນ​ຈະ​ບໍ່ຍອມ​ເສຍ​ເຜົ່າໜຶ່ງ​ເຜົ່າໃດ​ໃນ​ສິບສອງ​ເຜົ່າ. ພວກເຮົາ​ຄວນ​ຫາ​ຊ່ອງທາງ​ເຮັດ​ໃຫ້​ເຜົ່າ​ເບັນຢາມິນ​ຢູ່ລອດ.</verse>
				<verse number="18">ແຕ່​ພວກເຮົາ​ບໍ່​ອາດ​ໃຫ້​ພວກເຂົາ​ແຕ່ງງານ​ກັບ​ລູກສາວ​ຂອງ​ພວກເຮົາ​ໄດ້ ເພາະ​ຜູ້ໃດ​ຜູ້ໜຶ່ງ​ທີ່​ໃຫ້​ພວກ​ເບັນຢາມິນ​ແຕ່ງງານ​ກັບ​ລູກສາວ​ຂອງຕົນ ຈະ​ຖືກ​ສາບແຊ່ງ​ຕາມ​ທີ່​ຕົນ​ໄດ້​ສາບານ​ໄວ້.”</verse>
				<verse number="19">ແລ້ວ​ພວກເຂົາ​ກໍ​ຄິດ​ໄດ້​ວ່າ, “ເທດສະການ​ທີ່​ມີ​ຈັດ​ຂຶ້ນ​ປະຈຳ​ປີ ສຳລັບ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.” (ເມືອງ​ຊີໂລ​ຢູ່​ທາງທິດເໜືອ​ຂອງ​ເມືອງ​ເບັດເອນ​ຢູ່​ທາງໃຕ້​ຂອງ​ເລໂບນາ ແລະ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ຖະໜົນ​ລະຫວ່າງ​ເບັດເອນ​ກັບ​ຊີເຄມ.)</verse>
				<verse number="20">ພວກເຂົາ​ຈຶ່ງ​ບອກ​ພວກ​ເບັນຢາມິນ​ວ່າ, “ຈົ່ງ​ໄປ​ລີ້​ຢູ່​ໃນ​ສວນອະງຸ່ນ</verse>
				<verse number="21">ແລະ​ຈອບ​ເບິ່ງ. ເມື່ອ​ຍິງສາວ​ຊາວ​ເມືອງ​ຊີໂລ​ອອກ​ມາ​ຟ້ອນ​ໃນ​ເທດສະການ​ທີ່​ມີ​ຈັດ​ຂຶ້ນ​ປະຈຳ​ປີ​ນັ້ນ ໃຫ້​ພວກເຈົ້າ​ອອກ​ມາ​ຈາກ​ສວນ. ໃຫ້​ແຕ່ລະຄົນ​ໃນ​ພວກເຈົ້າ​ຢຶດເອົາ​ຍິງ​ຜູ້ໜຶ່ງ​ຈາກ​ພວກ​ແມ່ຍິງ​ເຫຼົ່ານັ້ນ​ໄປ​ເປັນ​ເມຍ. ແລ້ວ​ໃຫ້​ນຳ​ເອົາ​ກັບຄືນ​ເມືອ​ດິນແດນ​ເບັນຢາມິນ​ນຳ​ພວກເຈົ້າ.”</verse>
				<verse number="22">ຖ້າ​ພໍ່​ຫລື​ອ້າຍ​ຂອງ​ພວກເຂົາ​ມາ​ທວງ​ເອົາຄືນ​ນຳ​ພວກເຈົ້າ ກໍ​ໃຫ້​ພວກເຈົ້າ ບອກ​ພວກເຂົາ​ວ່າ, “ກະລຸນາ​ໃຫ້​ພວກເຮົາ​ເອົາ​ຍິງ​ເຫຼົ່ານີ້​ໄວ້​ສາ ເພາະ​ພວກເຮົາ​ໄດ້​ນາງ​ມາ​ເປັນ​ເມຍ​ບໍ່ແມ່ນ​ໂດຍ​ການ​ເຮັດ​ເສິກ. ແຕ່​ໃນ​ເມື່ອ​ພວກເຈົ້າ​ບໍ່​ຍົກ​ພວກເຂົາ​ໃຫ້​ພວກເຮົາ ພວກເຈົ້າ​ກໍ​ບໍ່ໄດ້​ຜິດ​ຕໍ່​ຄຳສັນຍາ​ແຕ່​ຢ່າງໃດ.”</verse>
				<verse number="23">ພວກ​ເບັນຢາມິນ​ໄດ້​ປະຕິບັດ​ຕາມ​ຄຳ​ສະເໜີ​ຂໍ້​ນີ້. ພວກເຂົາ​ແຕ່ລະຄົນ​ໄດ້​ເລືອກເອົາ​ເມຍ​ຈາກ​ພວກ​ຍິງສາວ ທີ່​ອອກ​ມາ​ຟ້ອນລຳ​ໃນ​ເມືອງ​ຊີໂລ​ແລະ​ພາ​ພວກເຂົາ​ໜີໄປ. ແລ້ວ​ພວກເຂົາ​ກໍ​ກັບຄືນ​ໄປ​ສູ່​ເຂດແດນ​ຂອງ​ພວກ​ຕົນ ແລະ​ສ້າງ​ບ້ານ​ເມືອງ​ຂຶ້ນ​ໃໝ່​ເພື່ອ​ອາໄສ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="24">ໃນຂະນະ​ດຽວກັນ​ນັ້ນ ພວກ​ອິດສະຣາເອນ​ອື່ນໆ​ກໍ​ຈາກ​ໄປ ແລະ​ທຸກໆ​ຄົນ​ກໍ​ກັບຄືນ​ເມືອ​ສູ່​ເຜົ່າ​ແລະ​ຄອບຄົວ​ຂອງຕົນເອງ ແລະ​ສູ່​ຊັບສິນ​ບ່ອນ​ທຳມາ​ຫາກິນ​ຂອງ​ໃຜລາວ.</verse>
				<verse number="25">ໃນ​ສະໄໝ​ນັ້ນ ຊາດ​ອິດສະຣາເອນ​ຍັງ​ບໍ່ທັນ​ມີ​ກະສັດ​ເທື່ອ. ສະນັ້ນ ທຸກຄົນ​ຈຶ່ງ​ເຮັດ​ຕາມໃຈ​ມັກ​ຂອງຕົນເອງ.</verse>
			</chapter>
		</book>
		<book number="8">
			<chapter number="1">
				<verse number="1">ດົນນານ​ມາ​ແລ້ວ ໃນ​ຄາວ​ທີ່​ຊາດ​ອິດສະຣາເອນ​ຍັງ​ບໍ່ທັນ​ມີ​ກະສັດ​ປົກຄອງ ໄດ້​ມີ​ການ​ອຶດຢາກ​ເກີດຂຶ້ນ​ໃນ​ດິນແດນ. ດັ່ງນັ້ນ ຈຶ່ງ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ, ເອລີເມເຫຼັກ ທີ່​ເປັນ​ຄົນ​ໃນ​ຕະກຸນ​ເອຟຣັດ ແລະ​ນາງ​ນາໂອມີ​ເມຍ​ຂອງຕົນ​ພ້ອມ​ກັບ​ລູກຊາຍ​ສອງ​ຄົນ ຄື​ມາໂລນ​ແລະ​ກີລີໂອນ; ພວກເຂົາ​ໄດ້​ໜີ​ຈາກ​ເມືອງ​ເບັດເລເຮັມ​ແຂວງ​ຢູດາຍ ແລະ​ໄປ​ອາໄສ​ຢູ່​ຊົ່ວຄາວ​ທີ່​ດິນແດນ​ໂມອາບ. ໃນ​ຂະນະທີ່​ພວກເຂົາ​ຢູ່​ໃນ​ດິນແດນ​ນັ້ນ</verse>
				<verse number="2"></verse>
				<verse number="3">ເອລີເມເຫຼັກ​ກໍ​ຕາຍໄປ. ນາງ​ນາໂອມີ​ຈຶ່ງ​ຢູ່​ກັບ​ລູກຊາຍ​ທັງສອງ​ຂອງຕົນ;</verse>
				<verse number="4">ເຂົາ​ທັງສອງ​ໄດ້​ແຕ່ງງານ​ກັບ​ຍິງສາວ​ຊາວ​ໂມອາບ ຄື​ນາງ​ໂອປາ ແລະ​ນາງຣຸດ. ປະມານ​ສິບ​ປີ​ຕໍ່ມາ</verse>
				<verse number="5">ມາໂລນ​ແລະ​ກີລີໂອນ​ກໍໄດ້​ຕາຍໄປ​ເຊັ່ນກັນ ນາງ​ນາໂອມີ​ຈຶ່ງ​ຢູ່​ຜູ້​ດຽວ​ໂດຍ​ບໍ່ມີ​ຜົວ​ແລະ​ບໍ່ມີ​ລູກ.</verse>
				<verse number="6">ຕໍ່ມາ ນາງ​ນາໂອມີ​ໄດ້ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ອວຍພອນ​ປະຊາຊົນ​ຂອງ​ພຣະອົງ​ໂດຍ​ໃຫ້​ມີ​ການ​ເກັບກ່ຽວ​ໄດ້​ດີ. ສະນັ້ນ ນາງ​ພ້ອມ​ລູກໃພ້​ທັງສອງ​ຈຶ່ງ​ຕຽມຕົວ​ໜີໄປ​ຈາກ​ດິນແດນ​ໂມອາບ.</verse>
				<verse number="7">ພວກເຂົາ​ກັບ​ຄືນ​ເມືອ​ສູ່​ດິນແດນ​ຢູດາຍ, ແຕ່​ໃນ​ຂະນະທີ່​ເດີນທາງ​ກັບ​ເມືອ​ນັ້ນ</verse>
				<verse number="8">ນາງ​ນາໂອມີ​ໄດ້​ເວົ້າ​ກັບ​ພວກ​ລູກໃພ້​ຂອງຕົນ​ວ່າ, “ຈົ່ງ​ກັບ​ຄືນ​ເມືອ​ຢູ່​ນຳ​ແມ່​ຂອງ​ພວກເຈົ້າ​ສາ. ຂໍ​ໃຫ້​ພຣະເຈົ້າຢາເວ​ເມດຕາ​ຕໍ່​ພວກເຈົ້າ​ທັງສອງ​ດັ່ງ​ທີ່​ພວກເຈົ້າ​ໄດ້ເຮັດ​ຕໍ່​ຜູ້​ທີ່​ຕາຍ​ໄປ​ແລ້ວ ແລະ​ຕໍ່​ຂ້ອຍ​ດ້ວຍ.</verse>
				<verse number="9">ຂໍ​ພຣະເຈົ້າຢາເວ​ໂຜດ​ໃຫ້​ພວກເຈົ້າ​ແຕ່ລະຄົນ​ໄດ້​ແຕ່ງງານ​ໃໝ່ ແລະ​ມີ​ຄອບຄົວ​ອີກ​ເຖີດ.” ແລ້ວ​ນາງ​ນາໂອມີ​ກໍ​ຈູບ​ສັ່ງລາ​ພວກເຂົາ, ແຕ່​ລູກໃພ້​ທັງສອງ​ເລີ່ມ​ຮ້ອງໄຫ້​ຂຶ້ນ</verse>
				<verse number="10">ແລະ​ເວົ້າ​ວ່າ, “ບໍ່ ພວກ​ລູກ​ຈະ​ບໍ່​ກັບ​ເມືອ ພວກ​ລູກ​ຈະ​ໄປ​ກັບ​ແມ່​ແລະ​ໄປ​ຫາ​ພີ່ນ້ອງ​ຂອງ​ແມ່.”</verse>
				<verse number="11">ນາງ​ນາໂອມີ​ຕອບ​ວ່າ, “ລູກ​ຂອງ​ແມ່​ເອີຍ ຈົ່ງ​ກັບ​ເມືອ​ສາ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ໄປ​ກັບ​ແມ່? ພວກເຈົ້າ​ຄິດ​ວ່າ​ແມ່​ຈະ​ມີ​ລູກຊາຍ​ໄດ້​ອີກ ເພື່ອ​ໃຫ້​ພວກເຈົ້າ​ແຕ່ງງານ​ກັບ​ເຂົາ​ຊັ້ນບໍ?</verse>
				<verse number="12">ລູກ​ຂອງ​ແມ່​ເອີຍ ຈົ່ງ​ກັບຄືນ​ເມືອ​ສາ ເພາະວ່າ​ແມ່​ກໍ​ເຖົ້າແກ່​ກາຍ​ຍາມ​ທີ່​ຈະ​ແຕ່ງງານ​ໃໝ່​ແລ້ວ. ເຖິງ​ແມ່ນ​ແມ່​ຄິດ​ວ່າ​ຍັງ​ມີ​ຄວາມຫວັງ​ຢູ່ ແລະ​ແຕ່ງງານ​ໃໝ່​ໃນ​ຄືນ​ນີ້​ແລະ​ມີ​ລູກຊາຍ​ອີກ​ຫລາຍ​ຄົນ</verse>
				<verse number="13">ພວກເຈົ້າ​ກໍ​ຈະ​ລໍຖ້າ​ຈົນ​ພວກເຂົາ​ໃຫຍ່​ຊັ້ນບໍ? ມັນ​ຈະ​ບໍ່​ເປັນ​ການ​ຈ່ອງດຶງ​ພວກເຈົ້າ​ໄວ້​ໃຫ້​ແຕ່ງງານ​ກັບ​ຄົນອື່ນ​ບໍ? ລູກ​ຂອງ​ແມ່​ເອີຍ ມັນ​ເປັນ​ໄປ​ບໍ່ໄດ້. ພຣະເຈົ້າຢາເວ​ໄດ້​ຫັນ​ມາ​ຕໍ່ສູ້​ແມ່ ແລະ​ແມ່ເອງ​ກໍ​ຮູ້ສຶກ​ເສຍໃຈ​ນຳ​ພວກເຈົ້າ​ດ້ວຍ.”</verse>
				<verse number="14">ລູກໃພ້​ທັງສອງ​ຈຶ່ງ​ເລີ່ມ​ຮ້ອງໄຫ້​ຂຶ້ນ​ອີກ. ແລ້ວ​ນາງ​ໂອປາ​ກໍ​ຈູບ​ສັ່ງ​ລາ​ແມ່ຍ່າ​ຂອງຕົນ ແລະ​ກັບຄືນ​ເມືອ​ເຮືອນ. ແຕ່​ນາງຣຸດ​ບໍ່​ຍອມ​ໜີໄປ​ຈາກ​ແມ່ຍ່າ.</verse>
				<verse number="15">ນາງ​ນາໂອມີ​ຈຶ່ງ​ເວົ້າ​ກັບ​ນາງຣຸດ​ວ່າ, “ຣຸດ​ເອີຍ ເອື້ອຍໃພ້​ຂອງ​ເຈົ້າ​ໄດ້​ກັບຄືນ​ເມືອ​ຫາ​ພີ່ນ້ອງ​ແລະ​ພະ ຂອງ​ນາງ​ແລ້ວ ລູກ​ຈົ່ງ​ກັບຄືນ​ເມືອ​ກັບ​ນາງ​ສາ​ເທາະ.”</verse>
				<verse number="16">ແຕ່​ນາງຣຸດ​ຕອບ​ວ່າ, “ຂໍ​ຢ່າ​ໃຫ້​ລູກ​ຕ້ອງ​ຈາກ​ແມ່​ໄປ​ເລີຍ ໃຫ້​ລູກ​ໄປ​ກັບ​ແມ່​ເຖີດ. ແມ່​ໄປ​ທີ່ໃດ​ລູກ​ກໍ​ຈະ​ໄປ​ທີ່​ນັ້ນ; ແມ່​ຢູ່​ບ່ອນໃດ​ລູກ​ກໍ​ຈະ​ຢູ່​ບ່ອນນັ້ນ. ຄົນ​ຂອງ​ແມ່​ກໍ​ຈະ​ເປັນ​ຄົນ​ຂອງ​ລູກ; ພຣະເຈົ້າ​ຂອງ​ແມ່​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ລູກ.</verse>
				<verse number="17">ແມ່​ຕາຍ​ຢູ່​ບ່ອນໃດ​ລູກ​ກໍ​ຈະ​ຕາຍ​ຢູ່​ບ່ອນນັ້ນ ແລະ​ທີ່ນັ້ນ ຈະ​ເປັນ​ບ່ອນ​ຝັງສົບ​ຂອງ​ລູກ. ຖ້າ​ມີ​ສິ່ງໃດ​ເຮັດ​ໃຫ້​ລູກ​ຈາກ​ແມ່​ໄປ ຊຶ່ງ​ນອກຈາກ​ຄວາມ​ຕາຍ​ເທົ່ານັ້ນ ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ລູກ​ຢ່າງໜັກ​ເຖີດ.”</verse>
				<verse number="18">ເມື່ອ​ນາງ​ນາໂອມີ​ເຫັນ​ວ່າ ນາງຣຸດ​ຕັດສິນໃຈ​ໄປ​ກັບ​ຕົນ​ແທ້​ກໍ​ບໍ່​ເວົ້າ​ຫຍັງ​ຕື່ມ.</verse>
				<verse number="19">ແລ້ວ​ທັງສອງ​ກໍ​ເດີນທາງ​ຕໍ່ໄປ​ຮອດ​ເມືອງ​ເບັດເລເຮັມ. ເມື່ອ​ເດີນທາງ​ມາ​ເຖິງ ຄົນ​ທັງ​ເມືອງ​ກໍ​ຕື່ນເຕັ້ນ ແລະ​ພວກຜູ້ຍິງ​ໃນ​ທີ່ນັ້ນ​ທ້ວງ​ວ່າ, “ແມ່ນ​ນາໂອມີ​ແທ້​ບໍ?”</verse>
				<verse number="20">ນາງ​ຕອບ​ວ່າ, “ຢ່າ​ເອີ້ນ​ຂ້ອຍ​ວ່າ ນາໂອມີ, ແຕ່​ໃຫ້​ເອີ້ນ​ຂ້ອຍ​ວ່າ ມາຣາ ຍ້ອນ​ວ່າ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ເຮັດ​ໃຫ້​ຊີວິດ​ຂອງຂ້ອຍ​ຂົມຂື່ນ.</verse>
				<verse number="21">ເມື່ອ​ຂ້ອຍ​ຈາກ​ບ່ອນ​ນີ້​ໄປ ຂ້ອຍ​ມີ​ທຸກສິ່ງ​ພຽບພ້ອມ ແຕ່​ພຣະເຈົ້າຢາເວ​ນຳ​ຂ້ອຍ​ກັບ​ມາ​ມືເປົ່າ. ເມື່ອ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ລົງໂທດ​ຂ້ອຍ ແລະ​ໃຫ້​ຂ້ອຍ​ມີ​ຄວາມ​ລຳບາກ​ຢ່າງ​ນີ້ ເປັນຫຍັງ​ຈຶ່ງ​ເອີ້ນ​ຂ້ອຍ​ວ່າ, ນາໂອມີ?”</verse>
				<verse number="22">ດັ່ງນັ້ນ ນາໂອມີ​ຈຶ່ງ​ກັບ​ມາ​ຈາກ​ດິນແດນ​ໂມອາບ​ກັບ​ນາງຣຸດ​ຊາວ​ໂມອາບ​ຜູ້​ທີ່​ເປັນ​ລູກໃພ້. ເມື່ອ​ທັງສອງ​ມາ​ຮອດ​ເມືອງ​ເບັດເລເຮັມ​ນັ້ນ ກໍ​ພໍດີ​ຖືກ​ກັບ​ຕົ້ນ​ລະດູ​ເກັບກ່ຽວ​ເຂົ້າເດືອຍ.</verse>
			</chapter>
			<chapter number="2">
				<verse number="1">ຝ່າຍ​ນາງ​ນາໂອມີ​ນັ້ນ​ມີ​ພີ່ນ້ອງ​ທາງ​ເອລີເມເຫຼັກ​ຜົວ​ຂອງຕົນ​ຢູ່​ຄົນ​ໜຶ່ງ​ຊື່​ວ່າ ໂບອາດ. ຊາຍ​ຄົນ​ນີ້​ເປັນ​ຄົນ​ຮັ່ງມີ​ແລະ​ທັງ​ມີ​ອິດທິພົນ​ດ້ວຍ.</verse>
				<verse number="2">ຢູ່ມາ​ມື້ໜຶ່ງ ນາງຣຸດ​ຊາວ​ໂມອາບ​ໄດ້​ເວົ້າ​ກັບ​ນາງ​ນາໂອມີ​ວ່າ, “ຂໍ​ໃຫ້​ລູກ​ໄປ​ເກັບ​ເອົາ​ເຂົ້າ ຊຶ່ງ​ພວກ​ກ່ຽວເຂົ້າ​ເຮັດ​ຕົກ​ຢູ່​ຕາມ​ທົ່ງນາ​ເຖີດ. ລູກ​ເຊື່ອ​ແນ່​ວ່າ ຄົງ​ຈະ​ມີ​ບາງຄົນ​ອະນຸຍາດ​ໃຫ້​ລູກ​ເກັບ​ເອົາ​ໄດ້.” ນາງ​ນາໂອມີ​ຈຶ່ງ​ຕອບ​ວ່າ, “ຈົ່ງ​ໄປ​ເຖີດ ລູກເອີຍ.”</verse>
				<verse number="3">ດັ່ງນັ້ນ ນາງຣຸດ​ຈຶ່ງ​ອອກ​ໄປ​ທີ່​ທົ່ງນາ ແລະ​ຍ່າງ​ຕາມ​ຫລັງ​ຂອງ​ພວກ​ທີ່​ກ່ຽວເຂົ້າ ເພື່ອ​ເກັບ​ເອົາ​ຮວງເຂົ້າ​ທີ່​ຕົກເຮ່ຍ. ຢູ່ໃນ​ນາ​ທີ່​ນາງຣຸດ​ເກັບ​ຮວງເຂົ້າ​ຢູ່​ນັ້ນ ເປັນ​ນາ​ຂອງ​ໂບອາດ​ຜູ້​ເປັນ​ພີ່ນ້ອງ​ຂອງ​ເອລີເມເຫຼັກ.</verse>
				<verse number="4">ເວລາ​ຕໍ່ມາ ໂບອາດ​ເອງ​ໄດ້​ມາ​ຈາກ​ເມືອງ​ເບັດເລເຮັມ ເພື່ອ​ຖາມ​ຄວາມສຸກ​ທຸກ​ຂອງ​ຄົນງານ. ເພິ່ນ​ເວົ້າ​ວ່າ, “ຂໍ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຈົ້າ​ເທີ້ນ.” ພວກເຂົາ​ຕອບ​ວ່າ, “ຂໍ​ພຣະເຈົ້າຢາເວ​ອວຍພອນ​ທ່ານ​ເຖີດ.”</verse>
				<verse number="5">ໂບອາດ​ຖາມ​ຫົວໜ້າ​ຄົນງານ​ວ່າ, “ຍິງສາວ​ຜູ້ນັ້ນ​ແມ່ນ​ໃຜ?”</verse>
				<verse number="6">ຫົວໜ້າ​ຄົນງານ​ຕອບ​ວ່າ, “ເປັນ​ຍິງສາວ​ຈາກ​ໂມອາບ​ທີ່​ໄດ້​ຄືນ​ມາ​ກັບ​ນາງ​ນາໂອມີ.</verse>
				<verse number="7">ນາງ​ຂໍ​ອະນຸຍາດ​ນຳ​ຂ້ານ້ອຍ ເພື່ອ​ເກັບ​ເອົາ​ຮວງເຂົ້າ​ທີ່​ຕົກເຮ່ຍ​ຕາມ​ຫລັງ​ຄົນງານ. ນາງ​ມາ​ເກັບ​ແຕ່​ເຊົ້າ ແລະ​ຫາ​ກໍ​ນັ່ງ​ພັກ​ເຊົາ​ໜ້ອຍໜຶ່ງ​ຢູ່​ໃຕ້​ຮົ່ມ​ໄມ້​ນັ້ນ.”</verse>
				<verse number="8">ແລ້ວ​ໂບອາດ​ກໍ​ເວົ້າ​ກັບ​ນາງຣຸດ​ວ່າ, “ຂ້ອຍ​ຂໍ​ແນະນຳ​ເຈົ້າ​ບາງ​ຢ່າງ. ຢ່າສູ່ໄປ​ເກັບ​ເອົາ​ຮວງເຂົ້າ​ຢູ່​ບ່ອນ​ອື່ນ ໃຫ້​ເຈົ້າ​ເຮັດ​ວຽກ​ກັບ​ພວກຜູ້ຍິງ​ຢູ່​ທີ່​ນີ້.</verse>
				<verse number="9">ຈົ່ງ​ຊອມ​ເບິ່ງ​ວ່າ​ພວກເຂົາ​ກ່ຽວເຂົ້າ​ຢູ່​ບ່ອນໃດ ແລະ​ໃຫ້​ຢູ່​ກັບ​ພວກເຂົາ​ໃນ​ບ່ອນນັ້ນ. ຂ້ອຍ​ໄດ້​ສັ່ງ​ພວກ​ຜູ້ຊາຍ​ແລ້ວ​ວ່າ ບໍ່​ໃຫ້​ພວກເຂົາ​ຂົ່ມເຫັງ​ເຈົ້າ. ຖ້າ​ເຈົ້າ​ຫິວນໍ້າ ໃຫ້​ໄປ​ດື່ມ​ຈາກ​ໄຫ​ທີ່​ເຂົາ​ຕັກ​ນໍ້າ​ມາ​ໄວ້​ແລ້ວ​ນັ້ນ.”</verse>
				<verse number="10">ນາງຣຸດ​ກົ້ມ​ລົງ​ກັບ​ພື້ນດິນ​ແລະ​ຂາບ​ໂບອາດ ແລ້ວ​ນາງ​ກໍ​ເວົ້າ​ຕໍ່​ໂບອາດ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ເປັນຫ່ວງ​ຂ້ານ້ອຍ​ຫລາຍ​ຢ່າງນີ້? ແລະ​ເປັນຫຍັງ​ທ່ານ​ຈຶ່ງ​ເມດຕາ​ຄົນຕ່າງດ້າວ​ດັ່ງ​ຂ້ານ້ອຍ​ນີ້​ນໍ?”</verse>
				<verse number="11">ໂບອາດ​ຕອບ​ນາງ​ວ່າ, “ຂ້ອຍ​ໄດ້ຍິນ​ເຖິງ​ທຸກໆ​ສິ່ງ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕໍ່​ແມ່ຍ່າ​ຂອງ​ເຈົ້າ ເມື່ອ​ຜົວ​ຂອງ​ເຈົ້າ​ຕາຍໄປ. ຂ້ອຍ​ຮູ້​ວ່າ​ເຈົ້າ​ໄດ້​ຈາກ​ພໍ່​ແມ່ ແລະ​ບ້ານເກີດ​ເມືອງນອນ​ຂອງ​ເຈົ້າ ມາ​ຢູ່​ກັບ​ຄົນ​ທີ່​ເຈົ້າ​ບໍ່ເຄີຍ​ຮູ້ຈັກ​ມາ​ກ່ອນ.</verse>
				<verse number="12">ຂໍ​ໃຫ້​ພຣະເຈົ້າຢາເວ​ຕອບແທນ​ຄຸນງາມ​ຄວາມດີ​ທີ່​ເຈົ້າ​ໄດ້​ສ້າງ​ມາ​ນັ້ນ​ເຖີດ. ຂໍ​ໃຫ້​ເຈົ້າ​ໄດ້​ຮັບ​ບຳເໜັດ​ອັນ​ລົ້ນເຫລືອ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ອົງ​ທີ່​ເຈົ້າ​ມາ​ເພິ່ງພາ​ອາໄສ​ນີ້​ເທີ້ນ.”</verse>
				<verse number="13">ນາງຣຸດ​ຕອບ​ວ່າ, “ທ່ານເອີຍ ທ່ານ​ດີ​ຕໍ່​ຂ້ານ້ອຍ​ຢ່າງ​ເຫລືອຫລາຍ. ທ່ານ​ເວົ້າຈາ​ອ່ອນຫວານ​ກັບ​ຂ້ານ້ອຍ ຊຶ່ງ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ກຳລັງໃຈ​ຂຶ້ນ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ເອງ​ບໍ່ມີ​ຄຸນຄ່າ​ເທົ່າທຽມ​ກັບ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ຂອງທ່ານ​ກໍຕາມ.”</verse>
				<verse number="14">ຍາມ​ກິນ​ເຂົ້າ ໂບອາດ​ກໍ​ບອກ​ນາງ​ວ່າ, “ຈົ່ງ​ໄປ​ເອົາ​ເຂົ້າ​ມາ​ຈໍ້າ​ນໍ້າແຈ່ວ​ກິນ​ແມ.” ດັ່ງນັ້ນ ນາງຣຸດ​ຈຶ່ງ​ໄປ​ນັ່ງ​ກັບ​ພວກ​ຄົນງານ ແລະ​ໂບອາດ​ກໍ​ຍື່ນ​ເຂົ້າຂົ້ວ​ບາງສ່ວນ​ໃຫ້​ນາງ​ກິນ. ນາງ​ກິນ​ຈົນ​ອີ່ມ​ແລະ​ຈົນ​ເຫຼືອ.</verse>
				<verse number="15">ຫລັງຈາກ​ນາງຣຸດ​ອອກ​ໄປ​ເກັບ​ເອົາ​ຮວງເຂົ້າ​ແລ້ວ ໂບອາດ​ກໍ​ສັ່ງ​ພວກ​ຄົນງານ​ວ່າ, “ຈົ່ງ​ອະນຸຍາດ​ໃຫ້​ນາງ​ເກັບ​ເອົາ​ຮວງເຂົ້າ​ຕາມ​ບ່ອນ​ທີ່​ວາງ​ມັດ​ເຂົ້າ​ໄວ້​ໄດ້ ແລະ​ຢ່າ​ເວົ້າຫຍັງ​ໃຫ້​ນາງ​ເດີ. ນອກຈາກນີ້ ໃຫ້​ພວກເຈົ້າ​ດຶງ​ເອົາ​ຮວງເຂົ້າ​ອອກ​ຈາກ​ມັດ ແລະ​ປະ​ໄວ້​ໃຫ້​ນາງ​ເກັບ​ເອົາ.”</verse>
				<verse number="16"></verse>
				<verse number="17">ນາງຣຸດ​ຈຶ່ງ​ເກັບ​ເອົາ​ຮວງເຂົ້າ​ຢູ່​ຕາມ​ທົ່ງນາ​ຈົນ​ຄໍ່າ. ຫລັງຈາກ​ຟາດເຂົ້າ​ແລ້ວ ນາງ​ຈຶ່ງ​ໄດ້​ເຂົ້າ​ປະມານ​ສິບ​ກິໂລກຼາມ.</verse>
				<verse number="18">ນາງ​ນຳ​ເອົາ​ເຂົ້າ​ນັ້ນ​ກັບ​ເມືອ​ໃນເມືອງ ເພື່ອ​ໃຫ້​ຍ່າ​ເບິ່ງ​ວ່າ​ຕົນ​ເກັບ​ໄດ້​ຫລາຍ​ເທົ່າໃດ. ນາງ​ຍັງ​ໄດ້​ເອົາ​ອາຫານ​ທີ່​ເຫຼືອ​ກິນ​ນັ້ນ​ໃຫ້​ຍ່າ​ດ້ວຍ.</verse>
				<verse number="19">ນາງ​ນາໂອມີ​ຈຶ່ງ​ຖາມ​ວ່າ, “ມື້ນີ້ ລູກ​ໄປ​ເກັບ​ເອົາ​ເຂົ້າ​ເຫຼົ່ານີ້​ຢູ່​ບ່ອນໃດ? ລູກ​ເກັບ​ຢູ່​ໃນ​ນາ​ຂອງ​ຜູ້ໃດ? ຂໍ​ພຣະເຈົ້າ​ອວຍພອນ​ຊາຍ​ທີ່​ມີ​ໃຈ​ເມດຕາ​ແກ່​ລູກ​ດ້ວຍ​ເທີ້ນ.” ດັ່ງນັ້ນ ນາງຣຸດ​ຈຶ່ງ​ບອກ​ນາງ​ນາໂອມີ​ວ່າ ຕົນ​ໄດ້​ໄປ​ເກັບ​ເອົາ​ເຂົ້າ​ຢູ່​ຕາມ​ທົ່ງນາ​ຂອງ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ໂບອາດ.</verse>
				<verse number="20">ນາງ​ນາໂອມີ​ຈຶ່ງ​ເວົ້າ​ວ່າ, “ຂໍ​ພຣະເຈົ້າຢາເວ​ອວຍພອນ​ໂບອາດ​ເທີ້ນ ດ້ວຍວ່າ, ພຣະອົງ​ຮັກສາ​ຄຳສັນຍາ​ຂອງ​ພຣະອົງ​ທີ່​ມີ​ໄວ້​ກັບ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່ ແລະ​ທັງ​ຜູ້​ທີ່​ໄດ້​ຕາຍໄປ​ແລ້ວ​ດ້ວຍ.” ນາງ​ນາໂອມີ​ເວົ້າ​ຕໍ່ໄປ​ອີກ​ວ່າ, “ຊາຍ​ຜູ້ນັ້ນ​ເປັນ​ພີ່ນ້ອງ​ທີ່​ໃກ້ຊິດ​ກັບ​ພວກເຮົາ ເປັນ​ຜູ້ໜຶ່ງ​ທີ່​ມີ​ໜ້າທີ່​ຮັບຜິດຊອບ​ເບິ່ງແຍງ​ພວກເຮົາ.”</verse>
				<verse number="21">ແລ້ວ​ນາງຣຸດ​ຊາວ​ໂມອາບ​ກໍ​ເວົ້າ​ວ່າ, “ນອກຈາກນີ້​ເພິ່ນ​ຍັງ​ບອກ​ໃຫ້​ລູກ​ເກັບ​ເອົາ​ຮວງເຂົ້າ​ນຳ​ພວກ​ຄົນງານ​ຂອງ​ເພິ່ນ ຈົນ​ພວກເຂົາ​ກ່ຽວເຂົ້າ​ແລ້ວ.”</verse>
				<verse number="22">ນາງ​ນາໂອມີ​ເວົ້າ​ກັບ​ນາງຣຸດ​ວ່າ, “ແມ່ນແລ້ວ ລູກເອີຍ ຈະ​ເປັນ​ການ​ດີກວ່າ​ສຳລັບ​ລູກ ທີ່​ເກັບ​ເອົາ​ເຂົ້າ​ນຳ​ພວກ​ຄົນງານ​ຜູ້ຍິງ​ໃນ​ນາ​ຂອງ​ໂບອາດ. ຖ້າ​ລູກ​ໄປ​ເກັບ​ໃນ​ນາ​ຂອງ​ຄົນອື່ນ ລູກ​ອາດ​ຖືກ​ເຂົາ​ຂົ່ມເຫັງ​ກໍໄດ້.”</verse>
				<verse number="23">ດັ່ງນັ້ນ ນາງຣຸດ​ຈຶ່ງ​ເກັບ​ເອົາ​ຮວງເຂົ້າ​ນຳ​ພວກ​ຄົນງານ​ຂອງ​ໂບອາດ ຈົນກວ່າ​ພວກເຂົາ​ກ່ຽວເຂົ້າ​ແລ້ວ ແລະ​ນາງຣຸດ​ກໍ​ຍັງ​ສືບຕໍ່​ອາໄສ​ຢູ່​ນຳ​ແມ່ຍ່າ​ຂອງຕົນ.</verse>
			</chapter>
			<chapter number="3">
				<verse number="1">ຕໍ່ມາ ນາງ​ນາໂອມີ​ກໍ​ເວົ້າ​ກັບ​ນາງຣຸດ​ວ່າ, “ແມ່​ຕ້ອງ​ຊອກຫາ​ຜົວ​ໃຫ້​ເຈົ້າ ເພື່ອ​ເຈົ້າ​ຈະ​ມີ​ຄອບຄົວ​ເປັນ​ຂອງ​ຕົນເອງ.</verse>
				<verse number="2">ເຈົ້າ​ຄົງ​ຮູ້​ດີ​ແລ້ວ​ວ່າ​ໂບອາດ​ຜູ້​ທີ່​ເຈົ້າ​ໄປ​ເກັບ​ເອົາ​ຮວງເຂົ້າ ຕົກ​ເຮ່ຍ​ນຳ​ພວກ​ຄົນງານ​ຜູ້ຍິງ​ຂອງ​ເພິ່ນ​ນັ້ນ​ເປັນ​ພີ່ນ້ອງ​ຂອງເຮົາ. ບັດນີ້ ໃຫ້​ເຈົ້າ​ຟັງ​ແມ່​ໃຫ້​ດີ ແລງ​ມື້ນີ້​ໂບອາດ​ຈະ​ໄປ​ຟາດເຂົ້າ.</verse>
				<verse number="3">ສະນັ້ນ ເຈົ້າ​ຈົ່ງ​ອາບນໍ້າ, ທາ​ນໍ້າຫອມ ແລະ​ນຸ່ງ​ເຄື່ອງ​ໂຕ​ຈົບງາມ​ທີ່ສຸດ ແລ້ວ​ໃຫ້​ເຈົ້າ​ໄປ​ໃນ​ລານ​ບ່ອນ​ທີ່​ເພິ່ນ​ກຳລັງ​ຟາດເຂົ້າ​ນັ້ນ ແຕ່​ຢ່າ​ໃຫ້​ເພິ່ນ​ຮູ້​ວ່າ​ເຈົ້າ​ຢູ່​ທີ່​ນັ້ນ ຈົນກວ່າ​ເພິ່ນ​ກິນ​ແລະ​ດື່ມ​ແລ້ວ.</verse>
				<verse number="4">ແຕ່​ຢ່າ​ລືມ​ສັງເກດ​ເບິ່ງ​ບ່ອນ​ທີ່​ເພິ່ນ​ເຂົ້າ​ໄປ​ນອນ. ເວລາ​ເພິ່ນ​ນອນ​ຫລັບ​ແລ້ວ ໃຫ້​ເຈົ້າ​ເຂົ້າ​ໄປ​ເປີດ​ຜ້າຫົ່ມ​ທີ່​ຕີນ​ຂອງ​ເພິ່ນ​ແລະ​ນອນ​ຢູ່​ທີ່​ນັ້ນ. ເພິ່ນ​ຈະ​ບອກ​ວ່າ​ເຈົ້າ​ຄວນ​ຈະ​ເຮັດ​ຢ່າງໃດ​ໃນ​ຂັ້ນ​ຕໍ່ໄປ.”</verse>
				<verse number="5">ນາງຣຸດ​ຈຶ່ງ​ເວົ້າ​ວ່າ, “ລູກ​ຈະ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ແມ່​ບອກ.”</verse>
				<verse number="6">ດັ່ງນັ້ນ ນາງຣຸດ​ຈຶ່ງ​ເຂົ້າ​ໄປ​ທີ່​ລານ​ຟາດເຂົ້າ ແລະ​ເຮັດ​ຕາມ​ທີ່​ຍ່າ​ໄດ້​ບອກ​ນັ້ນ​ທຸກຢ່າງ.</verse>
				<verse number="7">ເມື່ອ​ໂບອາດ​ກິນ​ແລະ​ດື່ມ​ແລ້ວ ເພິ່ນ​ກໍ​ມີ​ອາຣົມ​ດີ. ສະນັ້ນ ເພິ່ນ​ຈຶ່ງ​ໄປ​ນອນ​ຢູ່​ໃກ້​ກອງ​ເຂົ້າເດືອຍ. ນາງຣຸດ​ຄ່ອຍ​ຢ່ອງ​ເຂົ້າ​ໄປ​ຢ່າງ​ມິດໆ, ເປີດ​ຜ້າ​ຫົ່ມ​ຂຶ້ນ ແລະ​ນອນ​ຢູ່​ທີ່​ຕີນ​ຂອງ​ເພິ່ນ.</verse>
				<verse number="8">ໃນ​ຕອນ​ກາງຄືນ ເມື່ອ​ໂບອາດ​ຮູ້​ເມື່ອ​ແລະ​ພິກຕົວ ເພິ່ນ​ກໍ​ປະຫລາດ​ໃຈ​ທີ່​ເຫັນ​ຍິງ​ຄົນ​ໜຶ່ງ​ນອນ​ຢູ່​ທີ່​ຕີນ​ຂອງຕົນ.</verse>
				<verse number="9">ເພິ່ນ​ຈຶ່ງ​ຖາມ​ວ່າ, “ເຈົ້າ​ແມ່ນ​ໃຜ?” ນາງ​ຕອບ​ວ່າ, “ທ່ານເອີຍ ຂ້ານ້ອຍ​ແມ່ນ​ຣຸດ ເພາະ​ທ່ານ​ເປັນ​ຍາດຕິພີ່ນ້ອງ​ຜູ້​ໃກ້ຊິດ ທ່ານ​ຈຶ່ງ​ມີ​ໜ້າທີ່​ເບິ່ງແຍງ​ຂ້ານ້ອຍ. ດັ່ງນັ້ນ ຂໍ​ທ່ານ​ຈົ່ງ​ແຕ່ງງານ​ກັບ​ຂ້ານ້ອຍ​ເທີ້ນ.”</verse>
				<verse number="10">ເພິ່ນ​ກ່າວ​ວ່າ, “ຂໍ​ພຣະເຈົ້າຢາເວ​ອວຍພອນ​ເຈົ້າ​ເຖີດ ເຈົ້າ​ສະແດງ​ຄວາມ​ສັດຊື່​ຕໍ່​ຄອບຄົວ​ໃນຄັ້ງນີ້ ກໍ​ຍິ່ງໃຫຍ່​ກວ່າ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕໍ່​ຍ່າ​ຂອງ​ເຈົ້າ. ເຈົ້າ​ອາດ​ຊອກຫາ​ຊາຍໜຸ່ມ​ທີ່​ຮັ່ງມີ​ຫລື​ຍາກຈົນ​ກໍໄດ້ ແຕ່​ເຈົ້າ​ບໍ່ໄດ້​ເຮັດ.</verse>
				<verse number="11">ຣຸດ​ເອີຍ ບັດນີ້​ຢ່າ​ກັງວົນ​ເທາະ ຂ້ອຍ​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ເຈົ້າ​ຮ້ອງ​ຂໍ ເພາະ​ທຸກຄົນ​ໃນ​ເມືອງ​ນີ້​ກໍ​ຮູ້​ແລ້ວ​ວ່າ​ເຈົ້າ​ເປັນ​ຄົນດີ.</verse>
				<verse number="12">ເປັນ​ຄວາມຈິງ​ແທ້ ທີ່​ຂ້ອຍ​ເປັນ​ພີ່ນ້ອງ​ຜູ້​ໃກ້ຊິດ​ຂອງ​ເຈົ້າ ແລະ ທັງ​ມີ​ໜ້າທີ່​ຮັບຜິດຊອບ​ເບິ່ງແຍງ​ເຈົ້າ. ແຕ່​ຍັງ​ມີ​ຊາຍ​ຢູ່​ອີກ​ຄົນໜຶ່ງ ທີ່​ເປັນ​ພີ່ນ້ອງ​ຜູ້​ໃກ້ຊິດ​ກັບ​ເຈົ້າ​ຫລາຍກວ່າ​ຂ້ອຍ.</verse>
				<verse number="13">ຄືນນີ້ ຈົ່ງ​ນອນ​ຢູ່​ບ່ອນ​ນີ້​ແຫຼະ ແລະ​ໃນ​ມື້ອື່ນ​ເຊົ້າ ພວກເຮົາ​ຈະ​ຕ້ອງ​ຖາມ​ລາວ​ເບິ່ງ​ວ່າ ລາວ​ຈະ​ເປັນ​ຜູ້​ຮັບຜິດຊອບ​ເບິ່ງແຍງ​ເຈົ້າ​ຫລື​ບໍ່? ຖ້າ​ລາວ​ຮັບ​ກໍ​ເປັນ​ການ​ດີຫລາຍ; ຖ້າ​ລາວ​ບໍ່​ຮັບ ຂ້ອຍ​ຂໍ​ສາບານ​ຕໍ່​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ວ່າ ຂ້ອຍ​ຈະ​ຮັບຜິດຊອບ​ໃນ​ເລື່ອງນີ້. ຈົ່ງ​ນອນ​ສາ ແລະ​ຢູ່​ທີ່​ນີ້​ຈົນເຖິງ​ມື້ອື່ນ​ເຊົ້າ.”</verse>
				<verse number="14">ດັ່ງນັ້ນ ນາງຣຸດ​ຈຶ່ງ​ນອນ​ຢູ່​ທີ່​ນັ້ນ​ທີ່​ຕີນ​ຂອງ​ໂບອາດ; ແຕ່​ກ່ອນ​ແຈ້ງ​ພໍເຫັນຮຸ່ງ ນາງ​ຈຶ່ງ​ລຸກ​ຂຶ້ນ​ຈາກ​ໄປ ເພາະ​ໂບອາດ​ບໍ່​ຢາກ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຮູ້​ວ່າ ນາງ​ນອນ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="15">ໂບອາດ​ບອກ​ນາງ​ວ່າ, “ຈົ່ງ​ແກ້​ເສື້ອ​ຊັ້ນນອກ​ຂອງ​ເຈົ້າ​ພື​ອອກ.” ນາງຣຸດ​ກໍ​ເຮັດ​ຕາມ​ແລະ​ເພິ່ນ​ໄດ້​ຖອກ​ເຂົ້າເດືອຍ​ໃສ່​ເກືອບ​ເຖິງ​ຊາວ​ກິໂລກຼາມ ແລະ​ຊ່ວຍ​ຍົກ​ເຂົ້າ​ນັ້ນ​ໃສ່​ບ່າ​ໃຫ້​ນາງຣຸດ​ແບກເມືອ​ໃນເມືອງ.</verse>
				<verse number="16">ເມື່ອ​ນາງ​ຮອດ​ເຮືອນ ແມ່ຍ່າ​ຈຶ່ງ​ຖາມ​ວ່າ, “ລູກເອີຍ ເປັນ​ຢ່າງໃດ?” ນາງຣຸດ​ບອກ​ຍ່າ​ທຸກສິ່ງ ຕາມ​ທີ່​ໂບອາດ​ໄດ້​ກະທໍາ​ສຳລັບ​ນາງ</verse>
				<verse number="17">ແລະ​ເວົ້າ​ຕໍ່ໄປ​ວ່າ, “ເພິ່ນ​ຍັງ​ບອກ​ລູກ​ວ່າ​ລູກ​ບໍ່ຄວນ​ກັບ​ມາ​ຫາ​ແມ່​ມືເປົ່າ; ສະນັ້ນ ເພິ່ນ​ຈຶ່ງ​ເອົາ​ເຂົ້າ​ທັງໝົດ​ນີ້​ໃຫ້​ລູກ.”</verse>
				<verse number="18">ນາງ​ນາໂອມີ​ເວົ້າ​ກັບ​ນາງຣຸດ​ວ່າ, “ບັດນີ້​ຣຸດ​ເອີຍ ຈົ່ງ​ອົດທົນ​ເບິ່ງ​ຈົນກວ່າ​ລູກ​ຈະ​ຮູ້​ວ່າ ເລື່ອງ​ນີ້​ຈະ​ເປັນ​ໄປ​ຢ່າງໃດ? ມື້ນີ້ ໂບອາດ​ຈະ​ຢູ່​ຢ່າງ​ບໍ່​ສະບາຍ​ໃຈ ຈົນກວ່າ​ລາວ​ຈະ​ຈັດການ​ກັບ​ເລື່ອງນີ້​ໃຫ້​ຮຽບຮ້ອຍ​ສາກ່ອນ.”</verse>
			</chapter>
			<chapter number="4">
				<verse number="1">ໂບອາດ​ໄດ້​ໄປ​ບ່ອນ​ປະຊຸມ​ທີ່​ປະຕູ​ເມືອງ​ແລະ​ນັ່ງ​ຢູ່​ທີ່​ນັ້ນ. ແລ້ວ​ພີ່ນ້ອງ​ຜູ້​ໃກ້ຊິດ​ຂອງ​ເອລີເມເຫຼັກ ທີ່​ໂບອາດ​ກ່າວ​ເຖິງ​ນັ້ນ​ກໍ​ຍ່າງ​ຜ່ານ​ມາ. ໂບອາດ​ຈຶ່ງ​ເອີ້ນ​ໃສ່​ວ່າ, “ເພື່ອນ​ເອີຍ ເຊີນ​ມາ​ນັ່ງ​ທີ່ນີ້​ກ່ອນ.” ລາວ​ຈຶ່ງ​ເຂົ້າ​ໄປ​ນັ່ງ.</verse>
				<verse number="2">ແລ້ວ​ໂບອາດ​ກໍ​ເຊີນ​ເອົາ​ບັນດາ​ຜູ້ນຳ​ຢູ່​ໃນ​ເມືອງ​ສິບ​ຄົນ ມາ​ນັ່ງ​ໃນ​ບ່ອນ​ນັ້ນ​ຄືກັນ. ເມື່ອ​ພວກເຂົາ​ນັ່ງ​ລົງ​ແລ້ວ</verse>
				<verse number="3">ໂບອາດ​ຈຶ່ງ​ເວົ້າ​ແກ່​ຍາດຕິພີ່ນ້ອງ​ຂອງຕົນ​ວ່າ, “ດຽວນີ້​ນາງ​ນາໂອມີ​ໄດ້​ກັບຄືນ​ມາ​ຈາກ​ດິນແດນ​ໂມອາບ​ແລ້ວ ນາງ​ຢາກ​ຂາຍ​ທົ່ງນາ​ທີ່​ເປັນ​ຂອງ​ເອລີເມເຫຼັກ ຜູ້​ທີ່​ເປັນ​ຍາດຕິພີ່ນ້ອງ​ຂອງເຮົາ.</verse>
				<verse number="4">ຂ້ອຍ​ຄິດ​ວ່າ​ເຈົ້າ​ຄວນ​ຮູ້​ໃນ​ເລື່ອງ​ນີ້. ບັດນີ້ ຖ້າ​ເຈົ້າ​ຕ້ອງການ​ທົ່ງນາ​ນັ້ນ ໃຫ້​ເຈົ້າ​ຊື້​ເອົາ​ຊ້ອງໜ້າ​ພວກ​ທີ່​ນັ່ງ​ຢູ່​ນີ້. ແຕ່​ຖ້າ​ເຈົ້າ​ບໍ່​ຕ້ອງການ​ຊື້​ກໍ​ໃຫ້​ເວົ້າ​ມາ​ໂລດ ຍ້ອນ​ສິດທິ​ໃນ​ການ​ຊື້​ທົ່ງນາ​ນີ້​ເປັນ​ຂອງ​ເຈົ້າ​ກ່ອນ ແລ້ວ​ຈຶ່ງ​ເປັນ​ຂອງຂ້ອຍ.” ຊາຍ​ຄົນ​ນີ້​ຈຶ່ງ​ຕອບ​ວ່າ, “ຂ້ອຍ​ຈະ​ຊື້​ທົ່ງນາ​ນັ້ນ.”</verse>
				<verse number="5">ໂບອາດ​ເວົ້າ​ວ່າ, “ດີ​ແລ້ວ ຖ້າ​ເຈົ້າ​ຈະ​ຊື້​ທົ່ງນາ​ຈາກ​ນາງ​ນາໂອມີ ເຈົ້າ​ຕ້ອງ​ຊື້​ເອົາ​ນາງຣຸດ ຜູ້​ທີ່​ເປັນ​ສາວ​ໝ້າຍ​ຊາວ​ໂມອາບ​ດ້ວຍ ເພື່ອ​ວ່າ​ນາ​ທົ່ງນີ້​ຈະ​ມີ​ຢູ່​ຕໍ່ໄປ​ນຳ​ຄອບຄົວ​ຂອງ​ຊາຍ​ຜູ້​ທີ່​ໄດ້​ຕາຍໄປ​ແລ້ວ.”</verse>
				<verse number="6">ຊາຍ​ຄົນ​ນັ້ນ​ຈຶ່ງ​ຕອບ​ວ່າ, “ໃນ​ກໍລະນີ​ເຊັ່ນນີ້ ຂ້ອຍ​ຂໍ​ສະຫລະ​ສິດ​ທີ່​ຈະ​ຊື້​ນາ​ທົ່ງ​ນັ້ນ ເພາະ​ເຮັດ​ໃຫ້​ພວກ​ລູກ​ຂອງຂ້ອຍ​ບໍ່ໄດ້​ຮັບ​ສ່ວນ​ນຳ. ໃຫ້​ເຈົ້າ​ຊື້​ເອົາ​ສາ ຂ້ອຍ​ບໍ່​ຊື້​ດອກ.”</verse>
				<verse number="7">ໃນ​ສະໄໝ​ກ່ອນ ເມື່ອ​ມີ​ການຂາຍ​ຫລື​ແລກປ່ຽນ​ການ​ເປັນ​ກຳມະສິດ​ຊັບສິນ ຕາມ​ທໍານຽມ​ແລ້ວ​ຜູ້ຂາຍ​ຕ້ອງ​ປົດ​ເກີບ​ກິ່ງ​ໜຶ່ງ​ຂອງຕົນ​ອອກ ແລະ ຍື່ນໃຫ້​ແກ່​ຜູ້ຊື້. ການ​ເຮັດ​ເຊັ່ນນີ້ ເປັນ​ພິທີ​ທີ່​ຊາວ​ອິດສະຣາເອນ​ສະແດງ​ໃຫ້​ເຫັນ​ວ່າ ເລື່ອງລາວ​ໄດ້​ຕົກລົງ​ກັນ​ແລ້ວ.</verse>
				<verse number="8">ດັ່ງນັ້ນ ເມື່ອ​ຊາຍ​ຄົນ​ນັ້ນ​ບອກ​ວ່າ, “ໃຫ້​ເຈົ້າ​ຊື້​ເອົາ​ສາ” ລາວ​ຈຶ່ງ​ປົດ​ເກີບ​ຂອງຕົນ​ກິ່ງ​ໜຶ່ງ​ອອກ​ແລະ​ຍື່ນໃຫ້​ໂບອາດ.</verse>
				<verse number="9">ໂບອາດ​ກ່າວ​ແກ່​ພວກຜູ້ນຳ​ແລະ​ທຸກຄົນ​ທີ່​ຢູ່​ໃນ​ທີ່ນັ້ນ​ວ່າ, “ມື້ນີ້ ທ່ານ​ທຸກຄົນ​ເປັນ​ພະຍານ​ວ່າ ຂ້າພະເຈົ້າ​ໄດ້​ຊື້​ເອົາ​ທຸກໆ​ສິ່ງ​ຈາກ​ນາງ​ນາໂອມີ ທີ່​ເປັນ​ຂອງ​ເອລີເມເຫຼັກ ແລະ​ຂອງ​ລູກຊາຍ​ຂອງ​ລາວ ຄື​ກີລີໂອນ​ແລະ​ມາໂລນ.</verse>
				<verse number="10">ນອກຈາກນີ້​ອີກ ນາງຣຸດ​ຊາວ​ໂມອາບ​ເມຍ​ໝ້າຍ​ຂອງ​ມາໂລນ ກໍໄດ້​ກາຍເປັນ​ເມຍ​ຂອງ​ຂ້າພະເຈົ້າ​ດ້ວຍ. ອັນນີ້​ຈະ​ເປັນ​ການ​ຮັກສາ​ຊັບສິນ​ໄວ້​ໃນ​ຄອບຄົວ​ຂອງ​ຜູ້ຕາຍ ແລະ​ສາຍ​ຄອບຄົວ​ຂອງ​ລາວ​ຈະ​ຍັງ​ມີ​ຢູ່​ໃນ​ທ່າມກາງ​ຍາດຕິພີ່ນ້ອງ ແລະ​ຢູ່​ໃນ​ບ້ານ​ເມືອງ​ຂອງ​ລາວ. ມື້ນີ້ ພວກທ່ານ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ນີ້.”</verse>
				<verse number="11">ພວກ​ຜູ້ນຳ​ແລະ​ຄົນອື່ນ​ຈຶ່ງ​ຕອບ​ວ່າ, “ແມ່ນແລ້ວ ພວກເຮົາ​ເປັນ​ພະຍານ. ຂໍ​ພຣະເຈົ້າຢາເວ​ໂຜດ​ໃຫ້​ເມຍ​ຂອງ​ເຈົ້າ​ກາຍເປັນ​ດັ່ງ​ນາງ​ຣາເຊັນ​ແລະ​ນາງ​ເລອາ​ເທີ້ນ ຄື​ຜູ້​ທີ່​ມີ​ລູກ​ຫລາຍ​ຄົນ​ກັບ​ຢາໂຄບ. ຂໍ​ໃຫ້​ເຈົ້າ​ເປັນ​ຄົນ​ຮັ່ງມີ​ໃນ​ຕະກຸນ​ເອຟຣັດ ແລະ​ເປັນ​ຜູ້​ທີ່​ມີ​ຊື່ສຽງ​ໃນ​ເມືອງ​ເບັດເລເຮັມ​ດ້ວຍ.</verse>
				<verse number="12">ຂໍ​ໃຫ້​ລູກ​ທີ່​ພຣະເຈົ້າຢາເວ​ໂຜດ​ໃຫ້​ເຈົ້າ​ຈາກ​ຍິງ​ຄົນ​ນີ້ ຈົ່ງ​ເປັນ​ດັ່ງ​ຄົນ​ໃນ​ຄອບຄົວ​ຂອງ​ເປເຣັດ ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ຢູດາ​ແລະ​ນາງ​ຕາມາ​ນັ້ນ​ເທີ້ນ.”</verse>
				<verse number="13">ດັ່ງນັ້ນ ໂບອາດ​ຈຶ່ງ​ພາ​ນາງຣຸດ​ເມືອ​ເຮືອນ​ຂອງຕົນ​ແລະ​ເອົາ​ນາງ​ເປັນ​ເມຍ. ພຣະເຈົ້າຢາເວ​ໄດ້​ອວຍພອນ​ນາງ; ສະນັ້ນ ນາງ​ຈຶ່ງ​ຖືພາ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ.</verse>
				<verse number="14">ພວກຜູ້ຍິງ​ຈຶ່ງ​ເວົ້າ​ກັບ​ນາງ​ນາໂອມີ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະອົງ​ໄດ້​ໂຜດ​ໃຫ້​ເຈົ້າ​ມີ​ຫລານຊາຍ​ມື້ນີ້​ເພື່ອ​ຈະ​ເບິ່ງແຍງ​ເຈົ້າ. ຂໍ​ໃຫ້​ເດັກ​ຄົນນີ້​ກາຍເປັນ​ຜູ້​ມີ​ຊື່ສຽງ​ໃນ​ຊາດ​ອິດສະຣາເອນ​ເທີ້ນ.</verse>
				<verse number="15">ລູກໃພ້​ຂອງ​ເຈົ້າ​ຮັກ​ເຈົ້າ​ຫລາຍ ແລະ​ນາງ​ໄດ້​ປະຕິບັດ​ຕໍ່​ເຈົ້າ​ດີກວ່າ​ລູກຊາຍ​ເຈັດ​ຄົນ. ມາບັດນີ້ ນາງ​ຍັງ​ມີ​ຫລານຊາຍ​ໃຫ້​ເຈົ້າ​ອີກ ຜູ້​ທີ່​ຈະ​ນຳ​ເອົາ​ຊີວິດ​ໃໝ່​ມາ​ໃຫ້​ເຈົ້າ ແລະ​ຈະ​ໃຫ້​ຄວາມ​ຄຸ້ມຄອງ​ແກ່​ເຈົ້າ​ໃນ​ເວລາ​ເຈົ້າ​ເຖົ້າແກ່​ຊະຣາ.”</verse>
				<verse number="16">ນາງ​ນາໂອມີ​ໄດ້​ຮັບ​ເອົາ​ເດັກ​ນັ້ນ​ມາ​ລ້ຽງດູ ແລະ​ເບິ່ງແຍງ​ລາວ​ຢ່າງ​ໃກ້ຊິດ.</verse>
				<verse number="17">ພວກຜູ້ຍິງ​ບ້ານໃກ້​ເຮືອນຄຽງ​ໄດ້​ໃສ່​ຊື່​ເດັກນີ້​ວ່າ ໂອເບັດ. ພວກເຂົາ​ບອກ​ທຸກຄົນ​ວ່າ, “ເດັກນ້ອຍ​ຜູ້​ນີ້​ເປັນ​ລູກຊາຍ​ຂອງ​ນາງ​ນາໂອມີ.” ໂອເບັດ​ໄດ້​ກາຍເປັນ​ພໍ່​ຂອງ​ເຢຊີ ຜູ້​ທີ່​ເປັນ​ພໍ່​ຂອງ​ດາວິດ.</verse>
				<verse number="18">ເຊື້ອສາຍ​ຂອງ​ດາວິດ​ນັບ​ແຕ່​ເປເຣັດ ມີ​ດັ່ງນີ້: ເປເຣັດ, ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ, ໂອເບັດ, ເຢຊີ, ດາວິດ.</verse>
				<verse number="19"></verse>
				<verse number="20"></verse>
				<verse number="21"></verse>
				<verse number="22"></verse>
			</chapter>
		</book>
		<book number="9">
			<chapter number="1">
				<verse number="1">ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ເອນການາ ຄົນ​ໃນ​ເຜົ່າ​ເອຟຣາອິມ ຜູ້​ທີ່​ອາໄສ​ຢູ່​ໃນ​ເມືອງ​ຣາມາ​ໃນ​ເຂດ​ເນີນພູ​ເອຟຣາອິມ. ລາວ​ເປັນ​ລູກຊາຍ​ຂອງ​ເຢໂຣຮາມ​ແລະ​ຫລານຊາຍ​ຂອງ​ເອລີຮູ ແລະ​ເປັນ​ຄົນ​ໃນ​ຄອບຄົວ​ໂຕຮູ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ຕະກຸນ​ຊູເຟ.</verse>
				<verse number="2">ເອນການາ​ມີ​ເມຍ​ສອງ​ຄົນ ຄື​ນາງ​ຮັນນາ​ແລະ​ນາງ​ເປນິນນາ. ນາງ​ເປນິນນາ​ມີ​ລູກ, ແຕ່​ນາງ​ຮັນນາ​ບໍ່ມີ​ລູກ.</verse>
				<verse number="3">ທຸກໆ​ປີ​ໃດ ເອນການາ​ໄດ້​ອອກ​ຈາກ​ເມືອງ​ຣາມາ ໄປ​ນະມັດສະການ ແລະ​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ທີ່​ເມືອງ​ຊີໂລ. ພວກ​ທີ່​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ​ໃນ​ເມືອງ​ນີ້​ແມ່ນ​ໂຮຟະນີ​ແລະ​ຟີເນຮາ ລູກຊາຍ​ສອງ​ຄົນ​ຂອງ​ເອລີ.</verse>
				<verse number="4">ທຸກໆ​ເທື່ອ​ທີ່​ເອນການາ​ຖວາຍ​ເຄື່ອງ​ບູຊາ​ຂອງຕົນ ລາວ​ຈະ​ແບ່ງ​ເຄື່ອງ​ຖວາຍ​ນັ້ນ​ໃຫ້​ເປນິນນາ ແລະ ລູກ​ຂອງ​ນາງ​ແຕ່ລະຄົນ.</verse>
				<verse number="5">ສ່ວນ​ຮັນນາ​ນັ້ນ ລາວ​ໄດ້​ແບ່ງ​ໃຫ້​ສອງ​ສ່ວນ ເພາະ ​ລາວ​ຮັກ​ນາງ​ຫຼາຍ, ແຕ່​ພຣະເຈົ້າຢາເວ​ບໍ່​ໃຫ້​ນາງ​ມີ​ລູກ.</verse>
				<verse number="6">ເປນິນນາ​ຄູ່ແຂ່ງ​ຂອງ​ນາງ​ໄດ້​ເຮັດ​ໃຫ້​ນາງ​ເຈັບໃຈ​ແລະ​ອັບອາຍ​ຢູ່​ເລື້ອຍ​ມາ ຍ້ອນ​ພຣະເຈົ້າຢາເວ​ບໍ່​ໃຫ້​ນາງ​ຮັນນາ​ມີ​ລູກ.</verse>
				<verse number="7">ເຫດການ​ເຊັ່ນນີ້​ເກີດຂຶ້ນ​ທຸກ​ປີ ເທື່ອໃດ​ທີ່​ພວກເຂົາ​ຂຶ້ນ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ເທື່ອນັ້ນ​ເປນິນນາ​ກໍ​ເຮັດ​ໃຫ້​ຮັນນາ​ໂສກເສົ້າ​ເສຍໃຈ​ຢ່າງ​ຫລວງຫລາຍ ຈົນ​ນາງ​ຕ້ອງ​ຮ້ອງໄຫ້ ແລະ​ບໍ່​ກິນ​ຫຍັງ​ໝົດ.</verse>
				<verse number="8">ເອນການາ​ຜູ້​ເປັນ​ຜົວ​ຈຶ່ງ​ຖາມ​ນາງ​ວ່າ, “ຮັນນາ​ເອີຍ ເປັນຫຍັງ​ນ້ອງ​ຈຶ່ງ​ຮ້ອງໄຫ້​ແລະ​ບໍ່​ກິນ​ຫຍັງ? ເປັນຫຍັງ​ນ້ອງ​ຈຶ່ງ​ໂສກເສົ້າ​ຢູ່​ເລື້ອຍໆ? ອ້າຍ​ບໍ່​ດີກວ່າ​ລູກ​ສິບ​ຄົນ​ສຳລັບ​ນ້ອງ​ຊັ້ນບໍ?”</verse>
				<verse number="9">ມີ​ຄັ້ງໜຶ່ງ ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ ຫລັງຈາກ​ເອນການາ​ກັບ​ຄອບຄົວ​ກິນ​ເຂົ້າ​ແລ້ວ ນາງ​ຮັນນາ​ກໍ​ໜີໄປ. ນາງ​ທຸກໃຈ​ຫລາຍ​ທີ່ສຸດ. ສະນັ້ນ ນາງ​ຈຶ່ງ​ຮ້ອງໄຫ້​ດ້ວຍ​ຄວາມ​ຂົມຂື່ນ ໃນ​ຂະນະທີ່​ນາງ​ພາວັນນາ​ອະທິຖານ​ຕໍ່ໜ້າ​ພຣະເຈົ້າຢາເວ​ຢູ່. ໃນ​ເວລາ​ດຽວກັນ​ນັ້ນ ປະໂຣຫິດ​ເອລີ​ກໍ​ນັ່ງ​ຢູ່​ທີ່​ບ່ອນ​ຂອງ​ເພິ່ນ​ໃກ້​ປະຕູ.</verse>
				<verse number="10"></verse>
				<verse number="11">ນາງ​ຮັນນາ​ສາບານ​ຢ່າງ​ໜັກແໜ້ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂໍ​ພຣະອົງ​ຫລຽວເບິ່ງ​ຄວາມ​ໂສກເສົ້າ​ຂອງ​ຂ້ານ້ອຍ ແລະ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ ຂໍ​ຢ່າ​ລືມໄລ​ຂ້ານ້ອຍ​ເລີຍ ຖ້າ​ພຣະອົງ​ໂຜດ​ລູກຊາຍ​ໃຫ້​ຂ້ານ້ອຍ ຂ້ານ້ອຍ​ຂໍ​ສັນຍາ​ວ່າ ຈະ​ອຸທິດ​ຖວາຍ​ເດັກນັ້ນ​ແກ່​ພຣະອົງ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ ແລະ​ລາວ​ຈະ​ບໍ່​ຕັດ​ຜົມ​ຂອງ​ລາວ​ຈັກເທື່ອ.”</verse>
				<verse number="12">ນາງ​ຮັນນາ​ພາວັນນາ​ອະທິຖານ​ຕໍ່ໜ້າ​ພຣະເຈົ້າຢາເວ​ເປັນ​ເວລາ​ຍາວນານ ສ່ວນ​ເອລີ​ນັ້ນ​ກໍ​ເຝົ້າ​ສັງເກດ​ເບິ່ງ​ປາກ​ຂອງ​ນາງ.</verse>
				<verse number="13">ນາງ​ພາວັນນາ​ອະທິຖານ​ຢູ່​ໃນ​ໃຈ ປາກ​ຂອງ​ນາງ​ເໜັງຕີງ​ແຕ່​ບໍ່ໄດ້ຍິນ​ສຽງ. ດັ່ງນັ້ນ ເອລີ​ຈຶ່ງ​ຄິດ​ວ່າ​ນາງ​ເມົາເຫລົ້າ;</verse>
				<verse number="14">ເພິ່ນ​ເວົ້າ​ຕໍ່​ນາງ​ວ່າ, “ຢ່າ​ເປັນ​ຄົນ​ຂີ້ເມົາ​ເລີຍ ຈົ່ງ​ເຊົາ​ດື່ມ​ເຫຼົ້າ​ສາ.”</verse>
				<verse number="15">ນາງ​ຕອບ​ວ່າ, “ບໍ່ແມ່ນ ທ່ານເອີຍ ຂ້ານ້ອຍ​ບໍ່ໄດ້​ດື່ມ​ເຫຼົ້າ, ແຕ່​ຂ້ານ້ອຍ​ທຸກໃຈ​ໜັກ ຈຶ່ງ​ພາວັນນາ​ອະທິຖານ​ລະບາຍ​ຄວາມ​ທຸກໜັກ​ໃນ​ຈິດວິນຍານ​ຂອງ​ຂ້ານ້ອຍ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="16">ຢ່າ​ຄິດ​ວ່າ​ຂ້ານ້ອຍ​ເປັນ​ຍິງ​ຊົ່ວຮ້າຍ​ເລີຍ ຂ້ານ້ອຍ​ພາວັນນາ​ອະທິຖານ​ຄວນຄາງ​ຢູ່​ຢ່າງ​ນີ້​ເພາະ​ຂ້ານ້ອຍ​ເປັນທຸກ​ໜັກໃຈ​ຫລາຍ​ທີ່ສຸດ​ຈົນເຖິງ​ບັດນີ້.”</verse>
				<verse number="17">ເອລີ​ກ່າວ​ວ່າ, “ຈົ່ງ​ໄປ​ເປັນ​ສຸກ​ເຖີດ ຂໍ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ໂຜດ​ໃຫ້​ຕາມ​ທີ່​ເຈົ້າ​ຮ້ອງ​ຂໍ​ຕໍ່​ພຣະອົງ​ນັ້ນ​ເທີ້ນ.”</verse>
				<verse number="18">ນາງ​ຕອບ​ເພິ່ນ​ວ່າ, “ຂໍ​ທ່ານ​ຈົ່ງ​ຄິດ​ເມດຕາ​ຂ້ານ້ອຍ​ເລື້ອຍ​ໄປ​ແດ່ທ້ອນ.” ແລ້ວ​ນາງ​ກໍ​ຈາກ​ໄປ. ນາງ​ເລີ່ມ​ກິນ​ເຂົ້າ​ແດ່​ເລັກນ້ອຍ​ແລະ​ບໍ່ໄດ້​ໂສກເສົ້າ​ອີກ​ຕໍ່ໄປ.</verse>
				<verse number="19">ເຊົ້າ​ມື້​ໃໝ່​ມາ ເອນການາ​ພ້ອມ​ທັງ​ຄອບຄົວ​ໄດ້​ລຸກ​ແຕ່​ເຊົ້າ. ຫລັງຈາກ​ນະມັດສະການ​ຕໍ່ໜ້າ​ພຣະເຈົ້າຢາເວ​ແລ້ວ ພວກເຂົາ​ກໍ​ໄດ້​ກັບຄືນ​ເມືອ​ເຮືອນ​ຂອງ​ພວກເຂົາ​ທີ່​ຣາມາ. ເອນການາ​ໄດ້​ສົມສູ່​ກັບ​ນາງ​ຮັນນາ​ເມຍ​ຂອງຕົນ ແລະ​ພຣະເຈົ້າຢາເວ​ກໍໄດ້​ຊົງ​ລະນຶກເຖິງ​ນາງ.</verse>
				<verse number="20">ດັ່ງນັ້ນ ນາງ​ຈຶ່ງ​ຖືພາ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ. ນາງ​ຕັ້ງ​ຊື່​ໃຫ້​ເດັກ​ນັ້ນ​ວ່າ ຊາມູເອນ ແລະ​ອະທິບາຍ​ວ່າ, “ເພາະ​ຂ້ອຍ​ຂໍ​ເດັກ​ຄົນ​ນີ້​ຈາກ​ພຣະເຈົ້າຢາເວ.”</verse>
				<verse number="21">ຕໍ່ມາ ເອນການາ​ແລະ​ຄອບຄົວ​ໄດ້​ຂຶ້ນ​ໄປ​ທີ່​ເມືອງ​ຊີໂລ​ອີກ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ປະຈຳ​ປີ ແລະ​ເຄື່ອງ​ບູຊາ​ພິເສດ​ແກ່​ພຣະເຈົ້າຢາເວ​ຕາມ​ທີ່​ໄດ້​ສາບານ​ໄວ້.</verse>
				<verse number="22">ແຕ່​ໃນ​ຄັ້ງ​ນີ້ ຮັນນາ​ບໍ່ໄດ້​ໄປ​ນຳ ນາງ​ເວົ້າ​ກັບ​ຜົວ​ວ່າ, “ຊາມູເອນ​ເຊົາ​ນົມ​ເມື່ອໃດ ຂ້ອຍ​ຈະ​ເອົາ​ລາວ​ໄປ​ເຝົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ​ເມື່ອນັ້ນ ແລະ​ລາວ​ຈະ​ຢູ່​ທີ່​ນັ້ນ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ.”</verse>
				<verse number="23">ເອນການາ​ຕອບ​ວ່າ, “ຈົ່ງ​ເຮັດ​ຕາມ​ທີ່​ເຈົ້າ​ຄິດ​ວ່າ​ດີ​ແລະ​ຢູ່​ເຮືອນ​ຈົນກວ່າ​ລູກ​ເຊົາ​ນົມ ຂໍ​ພຣະເຈົ້າຢາເວ​ເຮັດ​ໃຫ້​ຄຳສັນຍາ​ຂອງ​ເຈົ້າ ເປັນ​ຄວາມຈິງ​ເທີ້ນ.” ດັ່ງນັ້ນ ນາງ​ຮັນນາ​ຈຶ່ງ​ຢູ່​ເຮືອນ​ລ້ຽງ​ລູກ​ຂອງຕົນ.</verse>
				<verse number="24">ຫລັງຈາກ​ເດັກນ້ອຍ​ເຊົາ​ນົມ​ແລ້ວ ນາງ​ຈຶ່ງ​ຕຽມ​ເອົາ​ງົວເຖິກ​ອາຍຸ​ສາມ​ປີ​ໜຶ່ງ​ໂຕ, ແປ້ງເຂົ້າ​ສິບ​ກິໂລກຼາມ ແລະ​ເຫຼົ້າ​ອະງຸ່ນ​ໜຶ່ງ​ຖົງ​ໜັງ ແລ້ວ​ນາງ​ກໍ​ພາ​ລູກ​ທີ່​ຍັງ​ນ້ອຍ​ຢູ່​ນັ້ນ ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ.</verse>
				<verse number="25">ຫລັງຈາກ​ຂ້າ​ງົວ​ແລ້ວ ພວກເຂົາ​ກໍ​ນຳ​ເອົາ​ເດັກນ້ອຍ​ມາ​ຫາ​ເອລີ.</verse>
				<verse number="26">ນາງ​ຮັນນາ​ເວົ້າ​ກັບ​ເອລີ​ວ່າ, “ຂໍ​ອະໄພ​ທ່ານເອີຍ ທ່ານ​ຈື່​ຂ້ານ້ອຍ​ໄດ້​ບໍ? ຂ້ານ້ອຍ​ຄື​ຍິງ​ທີ່​ທ່ານ​ເຄີຍ​ເຫັນ​ຢືນ​ຢູ່​ທີ່​ນີ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ.</verse>
				<verse number="27">ຂ້ານ້ອຍ​ໄດ້​ພາວັນນາ​ອະທິຖານ​ຂໍ​ລູກ​ນຳ​ພຣະອົງ ແລະ​ພຣະເຈົ້າຢາເວ​ກໍ​ໂຜດ​ໃຫ້​ຕາມ​ທີ່​ຂ້ານ້ອຍ​ໄດ້​ພາວັນນາ​ອະທິຖານ​ຂໍ​ນັ້ນ​ແລ້ວ.</verse>
				<verse number="28">ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຂໍ​ອຸທິດ​ເດັກ​ນີ້​ໃຫ້​ແກ່​ພຣະເຈົ້າຢາເວ, ລາວ​ຈະ​ເປັນ​ຂອງ​ພຣະເຈົ້າຢາເວ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ.” ແລ້ວ​ພວກເຂົາ ກໍ​ນະມັດສະການ​ຕໍ່ໜ້າ​ພຣະເຈົ້າຢາເວ​ຢູ່​ທີ່​ນັ້ນ.</verse>
			</chapter>
			<chapter number="2">
				<verse number="1">ນາງ​ຮັນນາ​ພາວັນນາ​ອະທິຖານ​ວ່າ, “ພຣະເຈົ້າຢາເວ​ເຮັດ​ໃຫ້​ຈິດໃຈ​ຂ້ານ້ອຍ ເຕັມລົ້ນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ໃຫຍ່; ຂ້ານ້ອຍ​ດີໃຈ​ຫລາຍ ຍ້ອນ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ ຂ້ານ້ອຍ​ຫົວ​ເຍາະເຍີ້ຍ​ໃສ່​ເຫຼົ່າ​ສັດຕູ ເພາະ​ພຣະອົງ​ຊ່ວຍຊູ ຈຶ່ງ​ຊື່ນຊົມ​ຍິນດີ​ລົ້ນ.</verse>
				<verse number="2">ບໍ່ມີ​ຜູ້ໃດ​ບໍຣິສຸດ​ດັ່ງ​ພຣະເຈົ້າຢາເວ ບໍ່ມີ​ພະ​ຄຸ້ມຄອງ​ອົງ​ໃດ​ເປັນ​ດັ່ງ​ພຣະເຈົ້າ.</verse>
				<verse number="3">ເຈົ້າ​ຈົ່ງ​ເຊົາ​ເວົ້າ​ຄຳ​ໂອ້ອວດ​ນັ້ນ​ສາ ຈົ່ງ​ໃຫ້​ຄຳເວົ້າ​ຈອງຫອງ​ຂອງ​ເຈົ້າ​ມິດງຽບ. ເພາະ​ພຣະເຈົ້າຢາເວ ເປັນ​ພຣະເຈົ້າ​ຜູ້​ຮູ້​ເຫັນ ພຣະອົງ​ຕັດສິນ​ທຸກ​ການ​ກະທຳ ຂອງ​ມະນຸດ.</verse>
				<verse number="4">ຄັນທະນູ​ທະຫານ​ຜູ້​ເກັ່ງກ້າ​ກໍ​ຫັກ​ທັບ​ລົງ ແຕ່​ຜູ້​ທີ່​ອ່ອນແອ​ຊໍ້າ​ມີ​ແຮງ​ຂຶ້ນ​ໃໝ່.</verse>
				<verse number="5">ຜູ້​ທີ່​ເຄີຍ​ຢູ່ດີ​ກິນດີ​ກໍ​ອອກ​ຮັບ​ຈ້າງ​ຫາຢູ່​ຫາກິນ ແຕ່​ຜູ້​ທີ່​ຫິວໂຫຍ​ຊໍ້າ​ບໍ່​ຫິວໂຫຍ​ຕໍ່ໄປ​ອີກ. ພັນລະຍາ​ທີ່​ເປັນ​ໝັນ​ນັ້ນ​ໄດ້​ລູກ​ເຖິງ​ເຈັດ​ຄົນ ແຕ່​ແມ່​ມີ​ລູກ​ຫລາຍ​ຄົນ​ຊໍ້າ​ບໍ່ມີ​ລູກ​ຕໍ່ໄປ​ອີກ.</verse>
				<verse number="6">ພຣະເຈົ້າຢາເວ​ຂ້າ ແລະ​ໃຫ້​ຊີວິດ​ອີກ​ໃໝ່ ຄື​ສົ່ງ​ຄົນ​ສູ່​ແດນ​ມໍຣະນາ​ແລະ​ໃຫ້​ເປັນ​ຄືນ​ມາ.</verse>
				<verse number="7">ພຣະເຈົ້າຢາເວ​ໃຫ້​ບາງຄົນ​ລຳບາກ​ແລະ​ຄົນອື່ນ​ຮັ່ງມີ ພຣະອົງ​ໃຫ້​ບາງຄົນ​ຖ່ອມຕົວ ແລະ​ຄົນອື່ນ​ຍິ່ງໃຫຍ່.</verse>
				<verse number="8">ພຣະອົງ​ຍົກ​ຄົນ​ຍາກຈົນ​ຂຶ້ນ​ຈາກ​ຂີ້ຝຸ່ນ​ດິນ ແລະ​ຊ່ວຍຊູ​ຄົນ​ຂັດສົນ ຈາກ​ຄວາມ​ລຳບາກ. ພຣະອົງ​ໃຫ້​ເຂົາ​ເປັນ​ເພື່ອນ​ກັບ​ບັນດາ​ເຈົ້າຊາຍ ແລະ​ໃຫ້​ນັ່ງ​ລົງ​ໃນ​ບ່ອນ​ທີ່​ມີ​ກຽດ. ຮາກຖານ​ແຜ່ນດິນ​ໂລກ​ເປັນ​ຂອງ​ພຣະເຈົ້າຢາເວ​ໃດ ເທິງ​ນັ້ນ​ເອງ​ທີ່​ພຣະອົງ​ໄດ້​ສ້າງ​ໂລກ​ມະນຸດ.</verse>
				<verse number="9">ພຣະອົງ​ຄຸ້ມຄອງ​ຊີວິດ​ຄົນ​ທີ່​ສັດຊື່​ຕໍ່​ພຣະອົງ ສ່ວນ​ຄົນຊົ່ວຮ້າຍ​ຈະ​ຖືກ​ດັບສູນ​ໃນ​ທີ່​ມືດ; ມະນຸດ​ບໍ່​ຫ່ອນ​ໄຊຊະນະ​ໄດ້​ດ້ວຍ​ກຳລັງ ຄື​ໂດຍ​ກຳລັງ​ຂອງ​ຕົນເອງ​ທີ່​ມີ​ຢູ່​ນັ້ນ.</verse>
				<verse number="10">ສັດຕູ​ຂອງ​ພຣະເຈົ້າຢາເວ​ຈະ​ຖືກ​ດັບສູນ ຈາກ​ສະຫວັນ ພຣະອົງ​ຈະ​ແຜດ​ສຽງ​ຕໍ່ສູ້. ພຣະເຈົ້າຢາເວ​ຈະ​ຕັດສິນ​ທຸກຄົນ ທັງໝົດ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ; ພຣະອົງ​ຈະ​ປະທານ​ກຳລັງ​ແກ່​ກະສັດ​ຂອງ​ພຣະອົງ ແລະ​ໃຫ້​ໄຊຊະນະ​ແກ່​ກະສັດ ທີ່​ພຣະອົງ​ຊົງ​ເລືອກ.”</verse>
				<verse number="11">ແລ້ວ​ເອນການາ​ກໍ​ກັບຄືນ​ເມືອ​ເຮືອນ​ຂອງ​ຕົນ​ທີ່​ຣາມາ, ແຕ່​ເດັກຊາຍ​ຊາມູເອນ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ຊີໂລ ເພື່ອ​ຮັບໃຊ້​ພຣະເຈົ້າຢາເວ​ນຳ​ປະໂຣຫິດ​ເອລີ.</verse>
				<verse number="12">ພວກ​ລູກຊາຍ​ຂອງ​ເອລີ​ເປັນ​ຄົນ​ຂີ້ໂກງ; ພວກເຂົາ​ບໍ່​ເອົາໃຈໃສ່​ນັບຖື​ພຣະເຈົ້າຢາເວ</verse>
				<verse number="13">ຫລື​ບໍ່​ຫົວຊາ​ນຳ​ກົດລະບຽບ​ຂອງ​ພວກ​ປະໂຣຫິດ​ທີ່​ຄວນ​ປະຕິບັດ​ຕໍ່​ປະຊາຊົນ. ແຕ່​ພວກເຂົາ​ຊໍ້າ​ເຮັດ​ດັ່ງນີ້: ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ເຄື່ອງ​ບູຊາ ຄົນ​ຮັບໃຊ້​ຂອງ​ປະໂຣຫິດ​ຈະ​ຖື​ເຫຼັກ​ສາມງ່າມ​ມາ ໃນ​ຂະນະທີ່​ຍັງ​ຕົ້ມ​ຊີ້ນ​ຢູ່​ໃນ​ໝໍ້,</verse>
				<verse number="14">ລາວ​ໃຊ້​ເຫຼັກ​ນັ້ນ​ສັກ​ລົງ​ໄປ​ໃນ​ໝໍ້ ແລະ​ຖ້າ​ເຫຼັກ​ນັ້ນ​ສຽບ​ຖືກ​ຫຍັງ​ຂຶ້ນ​ມາ ສິ່ງນັ້ນ ຈະ​ຕ້ອງ​ເປັນ​ຂອງ​ປະໂຣຫິດ. ພວກເຂົາ​ເຮັດ​ຢ່າງນີ້​ກັບ​ຊາວ​ອິດສະຣາເອນ​ທຸກຄົນ ທີ່​ມາ​ຖວາຍ​ເຄື່ອງ​ບູຊາ​ທີ່​ເມືອງ​ຊີໂລ.</verse>
				<verse number="15">ຍິ່ງ​ໄປ​ກວ່າ​ນີ້​ອີກ ກ່ອນ​ທີ່​ຈະ​ເອົາ​ໄຂມັນ​ໄປ​ເຜົາ ຄົນ​ຮັບໃຊ້​ຂອງ​ປະໂຣຫິດ​ຈະ​ຕ້ອງ​ມາ​ເວົ້າ​ຕໍ່​ຜູ້​ທີ່​ຖວາຍ​ເຄື່ອງ​ບູຊາ​ນັ້ນ​ວ່າ, “ຂໍ​ເອົາ​ຊີ້ນ​ຕ່ອນ​ໜຶ່ງ​ໄປ​ໃຫ້​ປະໂຣຫິດ​ປິ້ງ​ກິນ​ແດ່ ເພາະ​ເພິ່ນ​ບໍ່​ຮັບ​ເອົາ​ຊີ້ນ​ຕົ້ມ ເພິ່ນ​ຢາກ​ໄດ້​ແຕ່​ຊີ້ນ​ດິບ​ເທົ່ານັ້ນ.”</verse>
				<verse number="16">ຖ້າ​ຊາຍ​ຄົນ​ນັ້ນ​ຕອບ​ວ່າ, “ຂໍ​ໃຫ້​ເອົາ​ໄຂມັນ​ນີ້​ໄປ​ເຜົາ​ເສຍ​ກ່ອນ ຈຶ່ງ​ເອົາ​ຕາມ​ທີ່​ເຈົ້າ​ຕ້ອງການ.” ຄົນ​ຮັບໃຊ້​ຂອງ​ປະໂຣຫິດ​ຈະ​ເວົ້າ​ວ່າ, “ບໍ່ໄດ້ ຕ້ອງ​ເອົາ​ໃຫ້​ຂ້ອຍ​ດຽວ​ນີ້​ໂລດ; ຖ້າ​ເຈົ້າ​ບໍ່​ຍອມ​ໃຫ້​ໂດຍ​ດີ ຂ້ອຍ​ຈະ​ຕ້ອງ​ໃຊ້​ກຳລັງ.”</verse>
				<verse number="17">ບາບ​ຂອງ​ພວກ​ລູກຊາຍ​ຂອງ​ເອລີ​ນີ້​ໜັກ​ທີ່ສຸດ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ ເພາະ​ພວກເຂົາ​ໝິ່ນປະໝາດ​ເຄື່ອງ​ບູຊາ​ທີ່​ໄດ້​ຖືກ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="18">ໃນຂະນະ​ດຽວກັນ​ນັ້ນ ເດັກຊາຍ​ຊາມູເອນ​ກໍ​ສືບຕໍ່​ບົວລະບັດ​ຮັບໃຊ້​ຕໍ່ໜ້າ​ພຣະເຈົ້າຢາເວ ໂດຍ​ນຸ່ງ​ເສື້ອຄຸມ​ຜ້າປ່ານ​ເອໂຟດ.</verse>
				<verse number="19">ທຸກໆ​ປີໃດ ແມ່​ຂອງ​ຊາມູເອນ​ຕ້ອງ​ຫຍິບ​ເສື້ອລ່າມ​ນ້ອຍ​ໂຕ​ໜຶ່ງ​ມາ​ໃຫ້​ລາວ; ໃນ​ເວລາ​ທີ່​ນາງ​ແລະ​ຜົວ​ໄປ​ຖວາຍ​ເຄື່ອງ​ບູຊາ​ປະຈຳ​ປີ.</verse>
				<verse number="20">ແລ້ວ​ເອລີ​ກໍ​ອວຍພອນ​ເອນການາ​ກັບ​ເມຍ​ຂອງ​ລາວ ໂດຍ​ກ່າວ​ແກ່​ເອນການາ​ວ່າ, “ຂໍ​ພຣະເຈົ້າຢາເວ​ໂຜດ​ໃຫ້​ເຈົ້າ​ມີ​ລູກ​ຄົນອື່ນ​ກັບ​ເມຍ​ຜູ້​ນີ້ ເພື່ອ​ແທນ​ຜູ້​ທີ່​ເຈົ້າ​ໄດ້​ຖວາຍ​ແກ່​ພຣະເຈົ້າຢາເວ​ນັ້ນ​ເທີ້ນ.” ຫລັງຈາກ​ນັ້ນ ພວກເຂົາ​ກໍ​ພາກັນ​ກັບ​ເມືອ.</verse>
				<verse number="21">ພຣະເຈົ້າຢາເວ​ໄດ້​ອວຍພອນ​ນາງ​ຮັນນາ ແລະ​ນາງ​ໄດ້​ມີ​ລູກຊາຍ​ຕື່ມ​ອີກ​ສາມ​ຄົນ​ແລະ​ລູກສາວ​ສອງ​ຄົນ. ສ່ວນ​ເດັກຊາຍ​ຊາມູເອນ​ນັ້ນ​ກໍ​ເຕີບໃຫຍ່​ຂຶ້ນ​ໃນ​ການ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ.</verse>
				<verse number="22">ບັດນີ້ ເອລີ​ກໍ​ເຖົ້າແກ່​ຫລາຍ​ແລ້ວ ເພິ່ນ​ໄດ້ຍິນ​ເລື່ອງ​ຕ່າງໆ​ທີ່​ລູກຊາຍ​ຂອງຕົນ​ໄດ້​ເຮັດ​ຕໍ່​ຊາວ​ອິດສະຣາເອນ ລວມທັງ​ເລື່ອງ​ທີ່​ພວກເຂົາ​ເປັນຊູ້​ກັບ​ພວກຜູ້ຍິງ ທີ່​ມາ​ບົວລະບັດ​ຮັບໃຊ້​ຢູ່​ຕໍ່ໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ນັ້ນ​ດ້ວຍ.</verse>
				<verse number="23">ເພິ່ນ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ສິ່ງ​ເຫຼົ່ານີ້? ທຸກໆ​ຄົນ​ບອກ​ຂ້ອຍ​ເຖິງ​ພຶດຕິກຳ​ອັນ​ຊົ່ວຊ້າ​ຂອງ​ພວກເຈົ້າ.</verse>
				<verse number="24">ລູກເອີຍ ເຊົາ​ເຮັດ​ການ​ນັ້ນ​ສາ​ເຖີດ ສິ່ງ​ນີ້​ເປັນ​ບາບ​ຮ້າຍແຮງ ຊຶ່ງ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ກຳລັງ​ເວົ້າ​ເຖິງ​ຢູ່​ສະເໝີ.</verse>
				<verse number="25">ຖ້າ​ຜູ້ໃດ​ຜູ້ໜຶ່ງ​ເຮັດ​ຜິດ​ຕໍ່​ຜູ້​ອື່ນ ພຣະເຈົ້າ​ປ້ອງກັນ​ລາວ​ໄວ້​ໄດ້, ແຕ່​ຜູ້ໃດ​ຈະ​ປ້ອງກັນ​ຜູ້ໜຶ່ງ​ທີ່​ເຮັດ​ຜິດ​ຕໍ່​ພຣະເຈົ້າຢາເວ​ໄດ້?” ແຕ່​ພວກເຂົາ​ບໍ່​ຟັງຄວາມ​ພໍ່​ຂອງ​ພວກເຂົາ ເພາະ​ພຣະເຈົ້າຢາເວ​ໄດ້​ຕັດສິນໃຈ​ໄວ້​ແລ້ວ​ວ່າ​ພຣະອົງ​ຈະ​ຂ້າ​ພວກເຂົາ.</verse>
				<verse number="26">ເດັກຊາຍ​ຊາມູເອນ​ສືບຕໍ່​ເຕີບ​ໃຫຍ່​ຂຶ້ນ ທັງ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພຣະເຈົ້າຢາເວ​ແລະ​ມະນຸດ.</verse>
				<verse number="27">ມີ​ຄົນຂອງ​ພຣະເຈົ້າ​ຜູ້ໜຶ່ງ​ໄດ້ມາຫາ​ເອລີ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້​ວ່າ, ‘ໃນ​ຄາວ​ທີ່​ອາໂຣນ ບັນພະບຸລຸດ​ຂອງ​ເຈົ້າ​ພ້ອມ​ກັບ​ຄອບຄົວ​ຂອງ​ລາວ​ໄດ້​ຕົກ​ເປັນ​ທາດຮັບໃຊ້​ຂອງ​ກະສັດ​ເອຢິບ​ນັ້ນ ເຮົາ​ໄດ້​ປາກົດ​ໃຫ້​ລາວ​ເຫັນ.</verse>
				<verse number="28">ຈາກ​ເຜົ່າ​ທັງໝົດ​ໃນ​ຊາດ​ອິດສະຣາເອນ ເຮົາ​ໄດ້​ເລືອກເອົາ​ຄອບຄົວ​ຂອງ​ລາວ​ໃຫ້​ເປັນ​ປະໂຣຫິດ ເພື່ອ​ບົວລະບັດ​ຮັບໃຊ້​ເຮົາ​ທີ່​ແທ່ນບູຊາ ເພື່ອ​ເຜົາ​ເຄື່ອງຫອມ​ແລະ​ເພື່ອ​ຖື​ເອໂຟດ ມາ​ປຶກສາ​ຫາລື​ກັບ​ເຮົາ. ເຮົາ​ໃຫ້​ພວກເຂົາ​ມີ​ສິດ​ຮັບ​ເອົາ​ສ່ວນແບ່ງ​ຂອງ​ເຄື່ອງ​ບູຊາ ທີ່​ເຜົາ​ຢູ່​ເທິງ​ແທ່ນບູຊາ.</verse>
				<verse number="29">ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ເບິ່ງ​ເຄື່ອງບູຊາ​ແລະ​ເຄື່ອງຖວາຍ ທີ່​ເຮົາ​ຮຽກຮ້ອງ​ເອົາ​ນຳ​ປະຊາຊົນ​ນັ້ນ​ດ້ວຍ​ໃຈ​ໂລບມາກ. ເອລີ ເປັນຫຍັງ​ເຈົ້າ​ຈຶ່ງ​ໃຫ້ກຽດ​ພວກ​ລູກຊາຍ​ຂອງ​ເຈົ້າ​ຫລາຍກວ່າ​ເຮົາ? ໂດຍ​ປ່ອຍ​ໃຫ້​ພວກເຂົາ​ຕຸ້ຍພີ​ຂຶ້ນ ຍ້ອນ​ສ່ວນ​ດີທີ່ສຸດ​ຂອງ​ເຄື່ອງບູຊາ​ທັງໝົດ ຊຶ່ງ​ປະຊາຊົນ​ນຳ​ມາ​ຖວາຍ​ນັ້ນ?’</verse>
				<verse number="30">ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ປະກາດ​ວ່າ, ‘ເຮົາ​ໄດ້​ສັນຍາ​ໄວ້​ແລ້ວ​ວ່າ ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ແລະ​ໃນ​ຕະກຸນ​ຂອງ​ເຈົ້າ​ຈະ​ໄດ້​ເປັນ​ປະໂຣຫິດ ບົວລະບັດ​ຮັບໃຊ້​ເຮົາ​ຕະຫລອດໄປ,’ ແຕ່​ມາບັດນີ້ ພຣະເຈົ້າຢາເວ​ຈຶ່ງ​ປະກາດ​ວ່າ ‘ຂໍ​ໃຫ້​ຄວາມນີ້​ຫ່າງໄກ​ຈາກ​ເຮົາ​ເຖີດ ເຮົາ​ຈະ​ໃຫ້ກຽດ​ຜູ້​ທີ່​ໃຫ້ກຽດ​ເຮົາ ແລະ​ເຮົາ​ຈະ​ໝິ່ນປະໝາດ​ຜູ້​ທີ່​ໝິ່ນປະໝາດ​ເຮົາ.</verse>
				<verse number="31">ບັດນີ້ ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຈະ​ຂ້າ​ຊາຍໜຸ່ມ​ທຸກຄົນ ໃນ​ຄອບຄົວ ແລະ ໃນ​ຕະກຸນ​ຂອງ​ເຈົ້າ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ຊາຍ​ຄົນ​ໃດ​ໃນ​ຄອບຄົວ​ມີ​ອາຍຸ​ຍືນຍາວ​ຈົນເຖິງ​ເຖົ້າແກ່.</verse>
				<verse number="32">ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ເດືອດຮ້ອນ​ແລະ​ຈະ​ເບິ່ງ​ດ້ວຍ​ໃຈ​ອິດສາ ພອນ​ທຸກຢ່າງ ທີ່​ເຮົາ​ຈະ​ໃຫ້​ຄົນອື່ນ​ໃນ​ຊາດ​ອິດສະຣາເອນ, ແຕ່​ຈະ​ບໍ່ມີ​ຜູ້ໃດ​ໃນ​ຄອບຄົວ​ຂອງ​ເຈົ້າ​ມີ​ຊີວິດ​ຢູ່​ຕໍ່ໄປ​ຈົນເຖິງ​ເຖົ້າແກ່.</verse>
				<verse number="33">ເຖິງ​ຢ່າງ​ໃດ​ກໍຕາມ ເຮົາ​ຈະ​ໃຫ້​ຜູ້ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ເຈົ້າ​ມີ​ຊີວິດ​ຢູ່; ລາວ​ຈະ​ໄດ້​ເປັນ​ປະໂຣຫິດ​ບົວລະບັດ​ຮັບໃຊ້​ເຮົາ, ແຕ່​ລາວ ຈະ​ຕາບອດ​ແລະ​ສູນເສຍ​ຄວາມຫວັງ​ທຸກຢ່າງ ສ່ວນ​ເຊື້ອສາຍ​ຄົນອື່ນໆ​ນັ້ນ​ຈະ​ຕາຍ​ຢ່າງ​ທາລຸນ.</verse>
				<verse number="34">ການນີ້​ຈະ​ເປັນ​ໝາຍສຳຄັນ​ແກ່​ເຈົ້າ ເມື່ອ​ໂຮຟະນີ​ແລະ​ຟີເນຮາ​ລູກຊາຍ​ທັງສອງ​ຂອງ​ເຈົ້າ​ຕາຍໄປ​ໃນ​ວັນ​ດຽວກັນ.</verse>
				<verse number="35">ເຮົາ​ຈະ​ເລືອກ​ເອົາ​ປະໂຣຫິດ​ຜູ້ໜຶ່ງ​ທີ່​ສັດຊື່​ຕໍ່​ເຮົາ ແລະ​ເຮົາ​ຈະ​ໃຫ້​ລາວ​ເຮັດ​ທຸກໆ​ສິ່ງ​ທີ່​ເຮົາ​ຕ້ອງການ; ເຮົາ​ຈະ​ໃຫ້​ລາວ​ມີ​ເຊື້ອສາຍ​ເປັນ​ຜູ້​ບົວລະບັດ​ຮັບໃຊ້​ເຮົາ​ຕະຫລອດໄປ ຢູ່​ຕໍ່ໜ້າ​ກະສັດ​ທີ່​ເຮົາ​ເລືອກເອົາ.</verse>
				<verse number="36">ບໍ່​ວ່າ​ຜູ້ໃດ​ກໍຕາມ​ໃນ​ເຊື້ອສາຍ​ຂອງ​ເຈົ້າ​ທີ່​ຍັງ​ມີ​ຊີວິດ​ຢູ່ ລາວ​ຈະ​ຕ້ອງ​ໄປ​ຂໍ​ເງິນ​ກັບ​ອາຫານ​ນຳ​ປະໂຣຫິດ​ຜູ້ນັ້ນ ແລະ​ຮ້ອງ​ຂໍ​ຮັບໃຊ້​ບັນດາ​ປະໂຣຫິດ​ເພື່ອ​ຈະ​ໄດ້​ມີຢູ່​ມີກິນ.”’</verse>
			</chapter>
			<chapter number="3">
				<verse number="1">ໃນ​ສະໄໝ​ນັ້ນ ເວລາ​ທີ່​ຊາມູເອນ​ກຳລັງ​ຮັບໃຊ້​ພຣະເຈົ້າຢາເວ​ພາຍໃຕ້​ການນຳພາ​ຂອງ​ເອລີ​ນັ້ນ ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ​ມີໜ້ອຍ​ຫຼາຍ ແລະ​ບໍ່​ຄ່ອຍ​ມີ​ນິມິດ​ຈາກ​ພຣະອົງ​ເລີຍ.</verse>
				<verse number="2">ໃນຄືນໜຶ່ງ ເອລີ​ຜູ້​ທີ່​ເກືອບ​ບໍ່​ເຫັນ​ຮຸ່ງ​ແລ້ວ ພວມ​ນອນ​ຫລັບ​ຢູ່​ໃນ​ຫ້ອງ​ສ່ວນຕົວ​ຂອງ​ເພິ່ນ</verse>
				<verse number="3">ສ່ວນ ຊາມູເອນ​ນັ້ນ​ນອນ​ຢູ່​ທີ່​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ບ່ອນ​ທີ່​ໄວ້​ຫີບ​ຂອງ​ພຣະເຈົ້າ. ກ່ອນ​ຮຸ່ງ​ເຊົ້າ​ເມື່ອ​ຕະກຽງ​ຍັງ​ໄຕ້​ຢູ່</verse>
				<verse number="4">ພຣະເຈົ້າຢາເວ​ໄດ້​ເອີ້ນ​ຊາມູເອນ. ລາວ​ຂານ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ທີ່ນີ້.”</verse>
				<verse number="5">ແລ້ວ​ລາວ​ກໍ​ແລ່ນ​ໄປ​ຫາ​ເອລີ ແລະ​ເວົ້າ​ວ່າ, “ທ່ານ​ເອີ້ນ​ຂ້ານ້ອຍ​ບໍ? ຂ້ານ້ອຍ​ຢູ່​ທີ່ນີ້​ເດ.” ແຕ່​ເອລີ​ຕອບ​ວ່າ, “ຂ້ອຍ​ບໍ່ໄດ້​ເອີ້ນ​ເຈົ້າ ຈົ່ງ​ກັບຄືນ​ໄປ​ນອນ​ສາ.” ສະນັ້ນ ຊາມູເອນ​ຈຶ່ງ​ກັບຄືນ​ໄປ​ນອນ.</verse>
				<verse number="6">ພຣະເຈົ້າຢາເວ​ໄດ້​ເອີ້ນ​ຊາມູເອນ​ອີກ ແລະ​ເດັກຊາຍ​ຄົນ​ນີ້​ກໍ​ລຸກ​ຂຶ້ນ​ໄປ​ຫາ​ເອລີ ແລະ​ຖາມ​ວ່າ, “ທ່ານ​ເອີ້ນ​ຂ້ານ້ອຍ​ບໍ? ຂ້ານ້ອຍ​ຢູ່​ທີ່ນີ້​ເດ.” ແຕ່​ເອລີ​ຕອບ​ວ່າ, “ລູກເອີຍ ພໍ່​ບໍ່ໄດ້​ເອີ້ນ​ເຈົ້າ ຈົ່ງ​ກັບຄືນ​ໄປ​ນອນ​ສາ.” ຊາມູເອນ​ບໍ່​ຮູ້ຈັກ​ວ່າ​ແມ່ນ​ພຣະເຈົ້າຢາເວ​ເອີ້ນ​ຕົນ ເພາະ​ພຣະເຈົ້າຢາເວ​ຍັງ​ບໍ່ເຄີຍ​ກ່າວ​ກັບ​ລາວ​ມາ​ກ່ອນ.</verse>
				<verse number="7"></verse>
				<verse number="8">ພຣະເຈົ້າຢາເວ​ເອີ້ນ​ຊາມູເອນ​ອີກ​ເປັນ​ຄັ້ງ​ທີ​ສາມ; ລາວ​ຈຶ່ງ​ລຸກ​ຂຶ້ນ​ໄປ​ຫາ​ເອລີ ແລະ​ຖາມ​ວ່າ, “ທ່ານ​ເອີ້ນ​ຂ້ານ້ອຍ​ບໍ? ຂ້ານ້ອຍ​ຢູ່​ທີ່ນີ້​ເດ.” ແລ້ວ​ເອລີ​ກໍ​ເຂົ້າໃຈ​ວ່າ​ແມ່ນ​ພຣະເຈົ້າຢາເວ​ທີ່​ເປັນ​ຜູ້​ເອີ້ນ​ເດັກຊາຍ​ຄົນ​ນີ້</verse>
				<verse number="9">ດັ່ງນັ້ນ ເພິ່ນ​ຈຶ່ງ​ບອກ​ລາວ​ວ່າ, “ຈົ່ງ​ກັບຄືນ​ໄປ​ນອນ​ສາ ແລະ​ຖ້າ​ເພິ່ນ​ເອີ້ນ​ເຈົ້າ​ອີກ ໃຫ້​ເຈົ້າ​ຕອບ​ວ່າ, ‘ພຣະເຈົ້າຢາເວ​ເອີຍ ຜູ້ຮັບໃຊ້​ຂອງ​ພຣະອົງ​ກຳລັງ​ຟັງ​ຢູ່ ຂໍ​ພຣະອົງ​ສັ່ງ​ມາ​ເຖີດ.”’ ດັ່ງນັ້ນ ຊາມູເອນ​ຈຶ່ງ​ກັບຄືນ​ໄປ​ນອນ.</verse>
				<verse number="10">ພຣະເຈົ້າຢາເວ​ໄດ້​ມາ​ຢືນ​ຢູ່​ໃນ​ບ່ອນ​ນັ້ນ ແລະ​ເອີ້ນ​ເໝືອນ​ດັ່ງ​ແຕ່​ກ່ອນ​ວ່າ, “ຊາມູເອນ ຊາມູເອນ​ເອີຍ!” ຊາມູເອນ​ຕອບ​ວ່າ, “ຜູ້ຮັບໃຊ້​ຂອງ​ພຣະອົງ​ກຳລັງ​ຟັງ​ຢູ່ ຂໍ​ພຣະອົງ​ສັ່ງ​ມາ​ເຖີດ.”</verse>
				<verse number="11">ພຣະເຈົ້າຢາເວ​ກ່າວ​ແກ່​ຊາມູເອນ​ວ່າ, “ມື້ໜຶ່ງ ເຮົາ​ຈະ​ເຮັດ​ສິ່ງ​ອັນ​ໜ້າຢ້ານກົວ​ຫລາຍ​ຕໍ່​ປະຊາຊົນ​ອິດສະຣາເອນ ເມື່ອ​ທຸກຄົນ​ໄດ້ຍິນ​ເຖິງ​ເລື່ອງ​ນີ້​ແລ້ວ ພວກເຂົາ​ຈະ​ຕ້ອງ​ຢ້ານກົວ​ທີ່ສຸດ.</verse>
				<verse number="12">ໃນ​ມື້ນັ້ນ ເຮົາ​ຈະ​ເຮັດ​ຕາມ​ທີ່​ເຮົາ​ໄດ້​ກ່າວ​ໄວ້​ຕໍ່​ຄອບຄົວ​ເອລີ ຕັ້ງແຕ່​ຕົ້ນ​ຈົນ​ຈົບ.</verse>
				<verse number="13">ເຮົາ​ໄດ້​ບອກ​ລາວ​ແລ້ວ​ວ່າ ເຮົາ​ຈະ​ລົງໂທດ​ຄອບຄົວ​ຂອງ​ລາວ​ຕະຫລອດໄປ ເພາະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ກ່າວ​ຄຳ​ຊົ່ວຊ້າ​ຕໍ່ສູ້​ເຮົາ. ສ່ວນ​ເອລີ​ເອງ​ກໍ​ຮູ້ຈັກ​ວ່າ​ພວກເຂົາ​ເວົ້າ​ດັ່ງນັ້ນ ແຕ່​ລາວ​ບໍ່ໄດ້​ຫ້າມ​ພວກເຂົາ.</verse>
				<verse number="14">ດ້ວຍເຫດນີ້ ເຮົາ​ຈຶ່ງ​ໄດ້​ປະກາດ​ຢ່າງ​ໜັກແໜ້ນ​ຕໍ່​ຄອບຄົວ​ຂອງ​ເອລີ​ວ່າ ບໍ່ມີ​ເຄື່ອງ​ບູຊາ ຫລື​ການ​ຖວາຍ​ໃດໆ ທີ່​ຈະ​ຍົກ​ເອົາ​ໂທດກຳ​ອັນ​ຮ້າຍແຮງ​ນີ້​ອອກ​ໄປ​ໄດ້.”</verse>
				<verse number="15">ຊາມູເອນ​ນອນ​ຫລັບ​ໄປ​ຈົນເຖິງ​ມື້​ເຊົ້າ ແລ້ວ​ລາວ​ກໍ​ລຸກ​ຂຶ້ນ​ໄປ​ໄຂ​ປະຕູ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ, ແຕ່​ລາວ​ບໍ່ກ້າ​ບອກ​ນິມິດ​ນີ້​ແກ່​ເອລີ.</verse>
				<verse number="16">ເອລີ​ຈຶ່ງ​ເອີ້ນ​ຫາ​ລາວ​ວ່າ, “ຊາມູເອນ ລູກເອີຍ.” ຊາມູເອນ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ທີ່ນີ້”.</verse>
				<verse number="17">ເອລີ​ຈຶ່ງ​ຖາມ​ວ່າ, “ພຣະອົງ​ໄດ້​ບອກ​ເຈົ້າ​ຫຍັງ​ແດ່? ຢ່າ​ປິດບັງ​ພໍ່​ເລີຍ. ຖ້າ​ບໍ່​ບອກ​ພໍ່​ໃນ​ສິ່ງ​ທີ່​ພຣະອົງ​ກ່າວ​ແກ່​ເຈົ້າ ພຣະເຈົ້າ​ຈະ​ລົງໂທດ​ເຈົ້າ​ຢ່າງ​ຮ້າຍແຮງ.”</verse>
				<verse number="18">ດັ່ງນັ້ນ ຊາມູເອນ​ຈຶ່ງ​ບອກ​ເພິ່ນ​ທຸກຢ່າງ​ໂດຍ​ບໍ່ໄດ້​ປິດບັງ​ຫຍັງ​ໝົດ. ເອລີ​ໄດ້​ເວົ້າ​ວ່າ, “ພຣະອົງ​ເປັນ​ພຣະເຈົ້າຢາເວ; ພຣະອົງ​ຈະ​ກະທຳ​ທຸກຢ່າງ​ຕາມ​ທີ່​ພຣະອົງ​ເຫັນ​ວ່າ​ດີທີ່ສຸດ.”</verse>
				<verse number="19">ໃນ​ຂະນະທີ່​ຊາມູເອນ​ເຕີບໃຫຍ່​ຂຶ້ນ​ນັ້ນ ພຣະເຈົ້າຢາເວ​ກໍ​ສະຖິດ​ຢູ່​ນຳ​ລາວ ທັງ​ເຮັດ​ໃຫ້​ທຸກສິ່ງ​ທີ່​ຊາມູເອນ​ເວົ້າ​ນັ້ນ​ເປັນ​ຄວາມຈິງ.</verse>
				<verse number="20">ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ທຸກຄົນ​ຕັ້ງແຕ່​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້ ໄດ້​ຮູ້ຈັກ​ວ່າ​ຊາມູເອນ​ເປັນ​ຜູ້ທຳນວາຍ​ແທ້​ຂອງ​ພຣະເຈົ້າຢາເວ.</verse>
				<verse number="21">ໃນ​ເມືອງ​ຊີໂລ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ປາກົດ​ຕໍ່​ຊາມູເອນ​ແລະ​ກ່າວ​ແກ່​ລາວ​ນັ້ນ ພຣະເຈົ້າຢາເວ​ກໍ​ສືບຕໍ່​ປາກົດ​ແກ່​ຊາມູເອນ​ໂດຍ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.</verse>
			</chapter>
			<chapter number="4">
				<verse number="1">ໃນ​ເວລາ​ນັ້ນ ພວກ​ຟີລິດສະຕິນ​ໄດ້​ທ້ອນໂຮມກັນ ເຮັດ​ເສິກ​ຕໍ່ສູ້​ຊົນຊາດ​ອິດສະຣາເອນ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ຍົກທັບ​ອອກ​ໄປ​ສູ້ຮົບ​ພວກເຂົາ. ພວກ​ອິດສະຣາເອນ​ຕັ້ງ​ຄ້າຍ​ຢູ່​ທີ່​ເມືອງ​ເອເບັນເອເຊ ສ່ວນ​ພວກ​ຟີລິດສະຕິນ​ນັ້ນ​ຕັ້ງ​ຄ້າຍ​ຢູ່​ທີ່​ເມືອງ​ອາເຟັກ.</verse>
				<verse number="2">ພວກ​ຟີລິດສະຕິນ​ເປັນ​ຝ່າຍ​ລົງມື​ໂຈມຕີ​ກ່ອນ ແລະ​ຫລັງຈາກ​ຕໍ່ສູ້​ກັນ​ຢ່າງ​ດຸເດືອດ​ແລ້ວ ພວກເຂົາ​ຈຶ່ງ​ຕີ​ຊະນະ​ພວກ​ອິດສະຣາເອນ ໂດຍ​ຂ້າ​ພວກເຂົາ​ຕາຍ​ໃນ​ສະໜາມຮົບ​ປະມານ​ສີ່ພັນ​ຄົນ.</verse>
				<verse number="3">ເມື່ອ​ພວກ​ທີ່​ລອດ​ຕາຍ​ກັບຄືນ​ມາ​ຄ້າຍ ພວກ​ຜູ້ນຳ​ຊາວ​ອິດສະຣາເອນ​ຈຶ່ງ​ເວົ້າ​ວ່າ, “ເປັນຫຍັງ​ມື້ນີ້​ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ພວກ​ຟີລິດສະຕິນ​ຊະນະ​ພວກເຮົາ? ຈົ່ງ​ໄປ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ມາ​ຈາກ​ເມືອງ​ຊີໂລ ເພື່ອ​ວ່າ​ພຣະອົງ ຈະ​ສະຖິດ​ຢູ່​ກັບ​ພວກເຮົາ ແລະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ເງື້ອມມື​ສັດຕູ​ຂອງ​ພວກເຮົາ.”</verse>
				<verse number="4">ດັ່ງນັ້ນ ພວກເຂົາ​ຈຶ່ງ​ສົ່ງ​ຄົນ​ໄປ​ທີ່​ເມືອງ​ຊີໂລ ເພື່ອ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ທີ່​ນັ່ງ​ເທິງ​ບັນລັງ​ຂອງ​ເຄຣຸບ. ໂຮຟະນີ​ແລະ​ຟີເນຮາ ລູກຊາຍ​ສອງ​ຄົນ​ຂອງ​ເອລີ ໄດ້​ເດີນທາງ​ມາ​ພ້ອມ​ກັບ​ຫີບ​ພັນທະສັນຍາ​ນີ້.</verse>
				<verse number="5">ເມື່ອ​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ມາ​ຮອດ​ແລ້ວ ພວກ​ອິດສະຣາເອນ​ກໍ​ພາກັນ​ໂຮຮ້ອງ​ຍິນດີ ສຽງດັງ​ກ້ອງສະໜັ່ນ​ດັ່ງ​ແຜ່ນດິນ​ສັ່ນສະເທືອນ.</verse>
				<verse number="6">ເມື່ອ​ພວກ​ຟີລິດສະຕິນ​ໄດ້ຍິນ​ສຽງ​ນັ້ນ ຈຶ່ງ​ເວົ້າ​ວ່າ, “ຟັງ​ສຽງ​ຮ້ອງ​ໃນ​ຄ້າຍ​ຂອງ​ຊາວ​ເຮັບເຣີ​ພຸ້ນ​ດູ ມັນ​ໝາຍເຖິງ​ຫຍັງ​ກັນ​ແທ້?” ເມື່ອ​ພວກ​ຟີລິດສະຕິນ​ຮູ້​ວ່າ​ຫີບ​ຂອງ​ພຣະເຈົ້າຢາເວ ໄດ້​ມາ​ຮອດ​ຄ້າຍ​ຂອງ​ພວກ​ອິດສະຣາເອນ​ແລ້ວ</verse>
				<verse number="7">ພວກເຂົາ​ຈຶ່ງ​ຢ້ານກົວ ແລະ​ເວົ້າ​ວ່າ, “ມີ​ພຣະ​ຕົນ​ໜຶ່ງ​ມາ​ຢູ່​ໃນ​ຄ້າຍ​ຂອງ​ພວກເຂົາ​ແລ້ວ. ບັດນີ້ ພວກເຮົາ​ຈະ​ຕ້ອງ​ເສຍໄຊ​ເປັນ​ແນ່ ເພາະ​ບໍ່ເຄີຍ​ມີ​ເຫດການ​ຢ່າງ​ນີ້​ເກີດຂຶ້ນ​ກັບ​ພວກເຮົາ​ມາ​ກ່ອນ​ເລີຍ.</verse>
				<verse number="8">ແມ່ນ​ຜູ້ໃດ​ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພຣະ​ທີ່​ມີ​ຣິດອຳນາດ​ເຫຼົ່ານັ້ນ​ໄດ້? ແມ່ນ​ພຣະ​ເຫຼົ່ານີ້​ແຫລະ ທີ່​ໄດ້​ຂ້າ​ຊາວ​ເອຢິບ​ດ້ວຍ​ໄພພິບັດ​ນາໆ​ປະການ ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="9">ຊາວ​ຟີລິດສະຕິນ​ເອີຍ ຈົ່ງ​ກ້າຫານ​ເຖີດ ຈົ່ງ​ຕໍ່ສູ້​ຢ່າງ​ລູກ​ຜູ້ຊາຍ; ບໍ່​ດັ່ງນັ້ນ ພວກເຮົາ​ຈະ​ຕ້ອງ​ຕົກ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເຮັບເຣີ ດັ່ງ​ທີ່​ພວກເຂົາ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຂອງ​ພວກເຮົາ​ມາ​ແລ້ວ. ສະນັ້ນ ຈົ່ງ​ຕໍ່ສູ້​ຢ່າງ​ລູກ​ຜູ້ຊາຍ​ເຖີດ.”</verse>
				<verse number="10">ພວກ​ຟີລິດສະຕິນ​ຕໍ່ສູ້​ຢ່າງໜັກ ຈົນ​ພວກ​ອິດສະຣາເອນ​ພ່າຍແພ້​ໃນທີ່ສຸດ ແລະ​ແຕກ​ໜີໄປ​ບ້ານ​ເຮືອນ​ຂອງ​ໃຜ​ລາວ. ມີ​ການ​ເຂັ່ນຂ້າ​ເປັນ​ໝູ່​ຢ່າງໜັກ​ຄື: ທະຫານ​ອິດສະຣາເອນ​ຖືກ​ຂ້າ​ຕາຍ​ສາມສິບພັນ​ຄົນ.</verse>
				<verse number="11">ຫີບ​ຂອງ​ພຣະເຈົ້າ​ໄດ້​ຖືກ​ຢຶດ​ໄປ ແລະ​ໂຮຟະນີ​ກັບ​ຟີເນຮາ​ລູກຊາຍ​ສອງ​ຄົນ​ຂອງ​ເອລີ​ກໍ​ຖືກ​ຂ້າ​ດ້ວຍ.</verse>
				<verse number="12">ໃນ​ມື້​ດຽວກັນ​ນັ້ນ ຍັງ​ມີ​ຊາຍ​ໃນ​ເຜົ່າ​ເບັນຢາມິນ​ຄົນ​ໜຶ່ງ​ໄດ້​ແລ່ນ​ມາ​ຈາກ​ສະໜາມຮົບ​ສູ່​ເມືອງ​ຊີໂລ. ເພື່ອ​ສະແດງ​ຄວາມ​ໂສກເສົ້າ​ເສຍໃຈ ລາວ​ໄດ້​ຈີກ​ເສື້ອ​ຂອງຕົນ​ແລະ​ເອົາ​ຂີ້ດິນ​ໂຮຍ​ໃສ່​ຫົວ.</verse>
				<verse number="13">ຝ່າຍ​ເອລີ​ກໍ​ກຳລັງ​ນັ່ງ​ເຝົ້າ​ຄອຍ​ຢູ່​ໃກ້​ແຄມ​ທາງ ພ້ອມ​ທັງ​ຄິດ​ເປັນຫ່ວງ​ນຳ​ຫີບ​ຂອງ​ພຣະເຈົ້າ. ຊາຍ​ຜູ້​ນີ້​ໄດ້​ມາ​ປ່າວ​ປະກາດ​ໄປ​ທົ່ວ​ເມືອງ ຈົນ​ທຸກຄົນ​ຮ້ອງໄຫ້​ດ້ວຍ​ຄວາມຢ້ານ.</verse>
				<verse number="14">ເມື່ອ​ເອລີ​ໄດ້ຍິນ​ສຽງ​ນັ້ນ ຈຶ່ງ​ຖາມ​ວ່າ, “ແມ່ນ​ສຽງ​ຫຍັງ?” ຊາຍ​ຄົນ​ນັ້ນ​ຈຶ່ງ​ຟ້າວ​ມາ​ບອກ​ຂ່າວ​ແກ່​ເອລີ. (</verse>
				<verse number="15">ໃນ​ຂະນະ​ນັ້ນ ເອລີ​ມີ​ອາຍຸ​ເກົ້າສິບແປດ​ປີ ແລະ​ຕາ​ກໍ​ເກືອບ​ບໍ່​ເຫັນ​ຮຸ່ງ​ແລ້ວ).</verse>
				<verse number="16">ຊາຍ​ຄົນ​ນີ້​ໄດ້​ເວົ້າ​ວ່າ, “ຂ້ານ້ອຍ​ຫາ​ກໍ​ໜີ​ມາ​ຈາກ​ສະໜາມຮົບ​ມື້ນີ້ ແລະ​ຟ້າວ​ແລ່ນ​ມາ​ທີ່ນີ້​ໂລດ.” ເອລີ​ຈຶ່ງ​ຖາມ​ລາວ​ວ່າ, “ລູກເອີຍ ມີ​ເຫດການ​ຫຍັງ​ເກີດຂຶ້ນ?”</verse>
				<verse number="17">ຄົນນຳຂ່າວ​ໄດ້​ຕອບ​ວ່າ, “ພວກ​ອິດສະຣາເອນ​ຕ່າງ​ກໍ​ແລ່ນ​ປົບໜີ​ຈາກ​ພວກ​ຟີລິດສະຕິນ ມັນ​ເປັນ​ການ​ພ່າຍແພ້​ທີ່​ເຈັບແສບ​ທີ່ສຸດ​ສຳລັບ​ພວກເຮົາ. ນອກຈາກນີ້ ໂຮຟະນີ​ກັບ​ຟີເນຮາ​ລູກຊາຍ​ທັງສອງ​ຂອງທ່ານ​ກໍ​ຖືກ​ຂ້າ ແລະ​ຫີບ​ຂອງ​ພຣະເຈົ້າ​ກໍ​ຖືກ​ຢຶດ​ໄປ​ດ້ວຍ.”</verse>
				<verse number="18">ພໍ​ຊາຍ​ຄົນ​ນັ້ນ​ເວົ້າ​ເຖິງ​ຫີບ​ຂອງ​ພຣະເຈົ້າ ເອລີ​ຜູ້​ທີ່​ນັ່ງ​ຢູ່​ໃກ້​ປະຕູ​ພຣະວິຫານ ກໍ​ຫງາຍຫລັງ​ລົ້ມລົງ​ຄໍ​ຫັກ​ຕາຍ​ເພາະ​ເພິ່ນ​ເຖົ້າແກ່​ແລະ​ຕຸ້ຍ. ເອລີ​ເປັນ​ຜູ້ປົກຄອງ​ຊາດ​ອິດສະຣາເອນ​ເປັນ​ເວລາ​ສີ່ສິບ​ປີ.</verse>
				<verse number="19">ລູກໃພ້​ຂອງ​ເອລີ ເມຍ​ຂອງ​ຟີເນຮາ​ກຳລັງ​ຖືພາ​ແລະ​ໃກ້​ຈະ​ຄອດ​ຢູ່​ແລ້ວ. ເມື່ອ​ນາງ​ໄດ້ຍິນ​ວ່າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຖືກ​ຢຶດ​ໄປ ແລະ​ພໍ່ປູ່​ກັບ​ຜົວ​ຂອງຕົນ​ກໍໄດ້​ຕາຍໄປ​ແລ້ວ ດ້ວຍ​ຄວາມ​ເສຍໃຈ ນາງ​ຈຶ່ງ​ເຈັບ​ທ້ອງ ແລະ​ຄອດ​ລູກ​ອອກ​ມາ​ໃນ​ກະທັນຫັນ.</verse>
				<verse number="20">ເມື່ອ​ນາງ​ກຳລັງ​ຈະ​ສິ້ນໃຈ​ນັ້ນ ພວກຜູ້ຍິງ​ທີ່​ມາ​ຊ່ວຍ​ນາງ​ຄອດ​ລູກ​ກໍ​ເວົ້າ​ວ່າ, “ຈົ່ງ​ເຮັດ​ໃຈ​ໃຫ້​ເຂັ້ມແຂງ​ເອົາ​ໄວ້ ເຈົ້າ​ໄດ້​ລູກ​ຜູ້ຊາຍ” ແຕ່​ນາງ​ບໍ່​ສົນໃຈ​ແລະ​ບໍ່​ຕອບ.</verse>
				<verse number="21">ນາງ​ໃສ່​ຊື່​ເດັກ​ນັ້ນ​ວ່າ ອີຄາບົດ ໂດຍ​ອະທິບາຍ​ວ່າ, “ສະຫງ່າຣາສີ​ໄດ້​ໄປ​ຈາກ​ຊາດ​ອິດສະຣາເອນ” ອັນ​ເປັນ​ການ​ອ້າງ​ເຖິງ​ຫີບ​ຂອງ​ພຣະເຈົ້າ​ທີ່​ໄດ້​ຖືກ​ຢຶດ​ໄປ​ນັ້ນ ແລະ​ການ​ຕາຍ​ຂອງ​ພໍ່ປູ່​ພ້ອມ​ທັງ​ຜົວ​ຂອງ​ນາງ.</verse>
				<verse number="22">ນາງ​ເວົ້າ​ວ່າ, “ສະຫງ່າຣາສີ​ໄດ້​ຈາກ​ຊາດ​ອິດສະຣາເອນ​ໄປ​ແລ້ວ ເພາະ​ຫີບ​ຂອງ​ພຣະເຈົ້າ​ໄດ້​ຖືກ​ຢຶດ​ໄປ.”</verse>
			</chapter>
			<chapter number="5">
				<verse number="1">ຫລັງຈາກ​ພວກ​ຟີລິດສະຕິນ​ໄດ້​ຢຶດ​ຫີບ​ຂອງ​ພຣະເຈົ້າ​ໄປ​ແລ້ວ ພວກເຂົາ​ກໍ​ຫາມ​ຫີບ​ນີ້​ອອກ​ຈາກ​ເອເບັນເອເຊ ໄປ​ສູ່​ເມືອງ​ຂອງ​ພວກເຂົາ​ທີ່​ອາຊະໂດດ,</verse>
				<verse number="2">ໄດ້​ນຳ​ໄປ​ທີ່​ວັດ​ພະ​ດາໂກນ ແລະ​ຕັ້ງ​ໄວ້​ຢູ່​ຂ້າງ​ຮູບ​ພະ​ດາໂກນ​ຂອງ​ພວກເຂົາ.</verse>
				<verse number="3">ເມື່ອ​ຊາວ​ອາຊະໂດດ​ຕື່ນ​ຂຶ້ນ​ມາ​ໃນ​ຕອນເຊົ້າ​ໄດ້​ເຫັນ​ວ່າ ຮູບ​ພະ​ດາໂກນ​ລົ້ມ​ຂວໍ້າໜ້າ​ລົງ​ຕໍ່ໜ້າ​ຫີບ​ຂອງ​ພຣະເຈົ້າຢາເວ. ສະນັ້ນ ພວກເຂົາ​ຈຶ່ງ​ຍົກ​ເອົາ​ຮູບພະ​ນັ້ນ​ໄປ​ໄວ້​ບ່ອນ​ເກົ່າ​ຄືນ.</verse>
				<verse number="4">ໃນ​ມື້​ຕໍ່ມາ​ແຕ່​ເດິກໆ ພວກເຂົາ​ເຫັນ​ຮູບພະ​ນັ້ນ​ລົ້ມ​ຂວໍ້າໜ້າ​ລົງ ຕໍ່ໜ້າ​ຫີບ​ຂອງ​ພຣະເຈົ້າຢາເວ​ອີກ​ຄື​ເກົ່າ. ໃນ​ເທື່ອ​ນີ້​ທັງ​ຫົວ​ແລະ​ແຂນ​ທັງສອງ​ຂອງ​ຮູບພະ​ນັ້ນ​ຫັກ​ອອກ ແລະ​ກອງ​ກັນ​ໄວ້​ທີ່​ປະຕູ ມີ​ພຽງແຕ່​ໂຕ​ຂອງ​ຮູບພະ​ເທົ່ານັ້ນ​ທີ່​ຍັງເຫລືອ​ຢູ່. (</verse>
				<verse number="5">ດ້ວຍເຫດນີ້ ໃນ​ທຸກ​ມື້ນີ້ ປະໂຣຫິດ​ຂອງ​ພະ​ດາໂກນ ແລະ​ຊາວ​ເມືອງ​ອາຊະໂດດ​ທຸກຄົນ ທີ່​ຂາບໄຫວ້​ພະ​ດາໂກນ​ຈຶ່ງ​ບໍ່​ຍອມ​ຢຽບ​ບ່ອນ​ນັ້ນ ແຕ່​ຍ່າງ​ຂ້າມ​ຜ່ານ​ໄປ.)</verse>
				<verse number="6">ພຣະເຈົ້າຢາເວ​ໄດ້​ລົງໂທດ​ຊາວ​ເມືອງ​ອາຊະໂດດ​ຢ່າງໜັກ ທັງ​ເຮັດ​ໃຫ້​ພວກເຂົາ​ຢ້ານກົວ​ພຣະອົງ​ຫລາຍ​ທີ່ສຸດ. ພຣະອົງ​ຍັງ​ໄດ້​ລົງໂທດ​ພວກເຂົາ ຕະຫລອດ​ທັງ​ປະຊາຊົນ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ໂດຍ​ໃຫ້​ເກີດ​ຕຸ່ມຝີ.</verse>
				<verse number="7">ເມື່ອ​ພວກເຂົາ​ໄດ້​ເຫັນ​ເຫດການ​ດັ່ງນີ້​ເກີດຂຶ້ນ ຈຶ່ງ​ເວົ້າ​ວ່າ, “ຢ່າ​ເອົາ​ຫີບ​ຂອງ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຢູ່ນຳ​ພວກເຮົາ ເພາະວ່າ​ມື​ຂອງ​ພຣະອົງ​ໄດ້​ລົງໂທດ​ພວກເຮົາ​ກັບ​ພະ​ດາໂກນ​ຂອງ​ພວກເຮົາ.”</verse>
				<verse number="8">ສະນັ້ນ ພວກເຂົາ​ຈຶ່ງ​ໃຊ້​ພວກຜູ້ນຳ​ຂ່າວ​ໄປ​ເຊີນ​ເອົາ​ກະສັດ​ຟີລິດສະຕິນ​ຫ້າ​ຄົນ​ມາ ແລະ​ຖາມ​ວ່າ, “ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ​ກັບ​ຫີບ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ນີ້?” ພວກເພິ່ນ​ຕອບ​ວ່າ, “ໃຫ້​ເອົາ​ຫີບ​ຂອງ​ພຣະເຈົ້າ​ໄປ​ທີ່​ເມືອງກາດ.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ໄປ​ທີ່​ເມືອງກາດ ຊຶ່ງ​ເປັນ​ເມືອງ​ຂອງ​ພວກ​ຟີລິດສະຕິນ​ອີກ​ເມືອງ​ໜຶ່ງ.</verse>
				<verse number="9">ແຕ່​ພໍ​ຫີບ​ໄປ​ເຖິງ​ທີ່​ນັ້ນ​ແລ້ວ ພຣະເຈົ້າຢາເວ​ກໍ​ລົງໂທດ​ຊາວ​ເມືອງ​ນີ້​ເຊັ່ນກັນ ຄື​ເຮັດ​ໃຫ້​ພວກເຂົາ​ສັບສົນ​ວຸ້ນວາຍ​ຫຼາຍ. ພຣະອົງ​ໄດ້​ລົງໂທດ​ພວກເຂົາ​ໃຫ້​ເກີດ​ຕຸ່ມຝີ​ທັງ​ຜູ້ໜຸ່ມ​ແລະ​ຜູ້ເຖົ້າ.</verse>
				<verse number="10">ເມື່ອ​ເປັນ​ເຊັ່ນນີ້ ພວກເຂົາ​ຈຶ່ງ​ສົ່ງ​ຫີບ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ໄປ​ທີ່​ເມືອງ​ເອັກໂຣນ ຊຶ່ງ​ເປັນ​ເມືອງ​ຂອງ​ພວກ​ຟີລິດສະຕິນ​ອີກ​ເມືອງ​ໜຶ່ງ. ເມື່ອ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ນັ້ນ​ມາ​ເຖິງ​ເມືອງ​ນີ້​ແລ້ວ ປະຊາຊົນ​ກໍ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ພວກເຂົາ​ໄດ້​ນຳ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ມາ​ທີ່​ນີ້ ເພື່ອ​ໝາຍ​ຈະ​ຂ້າ​ພວກເຮົາ​ແລະ​ປະຊາຊົນ​ຂອງ​ພວກເຮົາ.”</verse>
				<verse number="11">ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຊີນ​ເອົາ​ກະສັດ​ແຫ່ງ​ຟີລິດສະຕິນ​ທັງໝົດ​ມາ ແລະ​ຂໍຮ້ອງ​ວ່າ, “ຈົ່ງ​ສົ່ງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ກັບຄືນ​ເມືອ​ບ່ອນ​ເກົ່າ​ສາ ເພື່ອ​ວ່າ​ພວກເຮົາ​ແລະ​ປະຊາຊົນ​ຂອງ​ພວກເຮົາ​ຈະ​ບໍ່ໄດ້​ຖືກ​ຂ້າ​ຕາຍ.” ທົ່ວ​ທັງ​ເມືອງ​ເລີຍ​ເກີດ​ສັບສົນ​ວຸ້ນວາຍ​ກັນ​ຫຼາຍ ຍ້ອນ​ວ່າ​ພຣະເຈົ້າ​ໄດ້​ລົງໂທດ​ພວກເຂົາ​ຢ່າງໜັກ.</verse>
				<verse number="12">ແມ່ນແຕ່​ພວກ​ທີ່​ລອດຕາຍ​ມາ​ໄດ້​ກໍ​ຍັງ​ເປັນ​ຕຸ່ມຝີ; ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ຂໍຮ້ອງ​ໃຫ້​ບັນດາ​ພະ​ຂອງ​ພວກເຂົາ​ຊ່ວຍເຫລືອ.</verse>
			</chapter>
			<chapter number="6">
				<verse number="1">ຫລັງຈາກ​ຫີບ​ຂອງ​ພຣະເຈົ້າຢາເວ​ຢູ່​ໃນ​ດິນແດນ​ຟີລິດສະຕິນ ເປັນ​ເວລາ​ເຈັດ​ເດືອນ​ແລ້ວ</verse>
				<verse number="2">ປະຊາຊົນ​ຈຶ່ງ​ໄດ້​ເຊີນ​ເອົາ​ພວກ​ປະໂຣຫິດ​ແລະ​ພວກ​ໝໍມົນ​ມາ ແລະ​ຖາມ​ວ່າ, “ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ​ກັບ​ຫີບ​ຂອງ​ພຣະເຈົ້າຢາເວ? ຖ້າ​ພວກເຮົາ​ສົ່ງ​ກັບຄືນ​ໄປ​ບ່ອນ​ເກົ່າ ພວກເຮົາ​ຄວນ​ສົ່ງ​ຫຍັງ​ໄປ​ພ້ອມ​ແດ່?”</verse>
				<verse number="3">ພວກເຂົາ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ຈະ​ສົ່ງ​ຫີບ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ກັບຄືນ​ໄປ ພວກເຈົ້າ​ຕ້ອງ​ສົ່ງ​ເຄື່ອງ​ຖວາຍ​ໄປ​ພ້ອມ ເພື່ອ​ໃຫ້​ເປັນ​ການ​ຊົດໃຊ້​ບາບ​ຂອງ​ພວກເຈົ້າ. ຫີບ​ພັນທະສັນຍາ​ນີ້​ຈະ​ຖືກ​ສົ່ງ​ຄືນ​ໄປ​ໂດຍ​ບໍ່ມີ​ຂອງ​ຖວາຍ​ບໍ່ໄດ້. ດ້ວຍ​ການ​ເຮັດ​ເຊັ່ນນີ້ ພວກເຈົ້າ​ຈຶ່ງ​ຈະ​ຫາຍ​ດີ​ຈາກ​ພະຍາດ ແລະ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ ເປັນຫຍັງ​ພຣະອົງ​ຈຶ່ງ​ຍັງ​ສືບຕໍ່​ລົງໂທດ​ພວກເຈົ້າ​ຢູ່.”</verse>
				<verse number="4">ປະຊາຊົນ​ຖາມ​ວ່າ, “ພວກເຮົາ​ຈະ​ສົ່ງ​ຂອງ​ຖວາຍ​ຢ່າງ​ໃດ​ໄປ​ໃຫ້​ພຣະອົງ?” ພວກເຂົາ​ຕອບ​ວ່າ, “ຈົ່ງ​ເຮັດ​ຕຸ່ມຝີ​ເປັນ​ຄຳ​ຫ້າ​ກ້ອນ​ແລະ​ເປັນ​ໜູ​ຫ້າ​ໂຕ ແນວລະ​ຢ່າງ​ສຳລັບ​ກະສັດ​ຫ້າ​ຄົນ ເພາະ​ພວກເຈົ້າ​ທັງຫລາຍ​ແລະ​ກະສັດ​ຫ້າ​ຄົນ​ນັ້ນ ເປັນ​ພະຍາດ​ຢ່າງ​ດຽວກັນ.</verse>
				<verse number="5">ພວກເຈົ້າ​ຕ້ອງ​ເຮັດ​ແບບ​ຂອງ​ຕຸ່ມຝີ​ແລະ​ຮູບ​ໜູ ຊຶ່ງ​ພວມ​ທຳລາຍ​ດິນແດນ​ຂອງ​ພວກເຈົ້າ​ນັ້ນ ແລະ​ພວກເຈົ້າ​ຕ້ອງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ບາງທີ​ພຣະອົງ​ຈະ​ເຊົາ​ລົງໂທດ​ພວກເຈົ້າ, ບັນດາ​ພະ​ຂອງ​ພວກເຈົ້າ ແລະ​ດິນແດນ​ຂອງ​ພວກເຈົ້າ​ກໍໄດ້.</verse>
				<verse number="6">ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຈະ​ເປັນ​ຄົນ​ດື້ດ້ານ ດັ່ງ​ກະສັດ​ເອຢິບ​ແລະ​ຊາວ​ເອຢິບ. ຢ່າ​ລືມ​ວ່າ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຂົາ​ເປັນ​ຄົນໂງ່ຈ້າ​ສໍ່າໃດ ຈົນ​ປ່ອຍ​ໃຫ້​ພວກ​ອິດສະຣາເອນ​ອອກ​ໄປ​ຈາກ​ປະເທດ​ເອຢິບ.</verse>
				<verse number="7">ດັ່ງນັ້ນ ຈົ່ງ​ຈັດຕຽມ​ເອົາ​ກວຽນ​ຄັນ​ໃໝ່ໆ​ລຳ​ໜຶ່ງ​ມາ ພ້ອມ​ທັງ​ງົວແມ່​ສອງ​ໂຕ​ທີ່​ຍັງ​ບໍ່ທັນ​ທຽມແອກ; ໃຫ້​ເອົາ​ງົວແມ່​ນັ້ນ​ທຽມແອກ​ແລະ​ໄລ່​ລູກ​ມັນ​ເຂົ້າ​ຄອກ.</verse>
				<verse number="8">ແລ້ວ​ໃຫ້​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ​ໃສ່​ເທິງ​ກວຽນ ແລະ​ເອົາ​ຮູບ​ທີ່​ເປັນ​ກ້ອນ​ຄຳ​ຊຶ່ງ​ພວກເຈົ້າ​ສົ່ງ​ໄປ​ເປັນ​ເຄື່ອງ​ຖວາຍ​ສຳລັບ​ຊົດໃຊ້​ບາບ​ນັ້ນ​ໃສ່​ໃນ​ກ່ອງ ແລະ​ໃຫ້​ວາງ​ໄວ້​ທີ່​ຂ້າງ​ຫີບ​ພັນທະສັນຍາ. ແລ້ວ​ປ່ອຍ​ງົວແມ່​ໃຫ້​ແກ່​ກວຽນ​ໄປ​ເອງ</verse>
				<verse number="9">ແລະ​ໃຫ້​ຊອມເບິ່ງ​ມັນ. ຖ້າ​ກວຽນ​ນີ້​ຕົງ​ໄປ​ທີ່​ເມືອງ​ເບັດເຊເມດ ກໍ​ໝາຍຄວາມວ່າ​ແມ່ນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ທີ່​ໄດ້​ສົ່ງ​ຄວາມ​ຈິບຫາຍ​ອັນ​ຮ້າຍແຮງ​ນີ້​ມາ​ສູ່​ພວກເຮົາ. ຖ້າ​ບໍ່​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ກໍ​ຈະ​ຮູ້​ໄດ້​ວ່າ​ບໍ່ແມ່ນ​ພຣະອົງ​ທີ່​ໄດ້​ສົ່ງ​ໂຣກ​ລະບາດ​ນີ້​ມາ, ແຕ່​ມັນ​ເປັນ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ແກ່​ພວກເຮົາ​ເທົ່ານັ້ນ.”</verse>
				<verse number="10">ພວກເຂົາ​ກໍ​ປະຕິບັດ​ຕາມ​ທີ່​ໄດ້​ຖືກ​ແຈ້ງ​ມາ​ນັ້ນ​ຄື: ພວກເຂົາ​ເອົາ​ງົວແມ່​ສອງ​ໂຕ​ໄປ​ທຽມແອກ ແລະ​ຂັງ​ລູກ​ມັນ​ໄວ້​ໃນ​ຄອກ.</verse>
				<verse number="11">ພວກເຂົາ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ ພ້ອມ​ທັງ​ກ່ອງ​ແບບ​ຮູບ​ໜູ​ແລະ​ຮູບ​ຕຸ່ມຝີ​ໃສ່​ເທິງ​ກວຽນ.</verse>
				<verse number="12">ແລ້ວ​ງົວແມ່​ນັ້ນ​ກໍ​ເລີ່ມ​ອອກ​ເດີນທາງ​ໄປ​ສູ່​ເບັດເຊເມດ ແລະ​ມຸ້ງໜ້າ​ຕົງ​ໄປ​ທີ່​ເມືອງ​ນີ້​ທັງ​ຮ້ອງ​ໄປ​ພ້ອມ ໂດຍ​ບໍ່ໄດ້​ລ້ຽວ​ອອກ​ໄປ​ຈາກ​ທາງ. ຝ່າຍ​ກະສັດ​ຟີລິດສະຕິນ​ທັງ​ຫ້າ​ກໍ​ຕິດຕາມ​ກວຽນ​ນັ້ນ​ໄປ ຈົນເຖິງ​ຊາຍແດນ​ຂອງ​ເມືອງ​ເບັດເຊເມດ.</verse>
				<verse number="13">ຊາວ​ເບັດເຊເມດ​ກຳລັງ​ພາກັນ​ກ່ຽວເຂົ້າ​ຢູ່​ໃນ​ທົ່ງນາ; ເມື່ອ​ຫລຽວ​ເຫັນ​ຫີບ​ພັນທະສັນຍາ​ກໍ​ພາກັນ​ຊົມຊື່ນ​ຍິນດີ​ຫຼາຍ.</verse>
				<verse number="14">ກວຽນ​ນັ້ນ​ໄດ້​ມາ​ຢຸດ​ຢູ່​ໃກ້​ໂງ່ນຫີນ​ໃຫຍ່​ບ່ອນ​ໜຶ່ງ​ໃນ​ນາ​ຂອງ​ຊາຍ​ຜູ້ໜຶ່ງ​ຊື່​ວ່າ ໂຢຊວຍ​ຊາວ​ເມືອງ​ເບັດເຊເມດ. ແລ້ວ​ຊາວເມືອງ​ກໍ​ມ້າງ​ໄມ້ກວຽນ​ອອກ​ເປັນ​ທ່ອນໆ ແລະ​ຂ້າ​ງົວແມ່​ສອງ​ໂຕ​ນັ້ນ​ເຜົາ​ເປັນ​ເຄື່ອງ​ບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="15">ພວກ​ເລວີ​ຈຶ່ງ​ຍົກ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ ພ້ອມ​ກັບ​ກ່ອງ​ທີ່​ບັນຈຸ​ກ້ອນ​ຄຳ​ນັ້ນ​ໄປ​ວາງ​ໄວ້​ຢູ່​ທີ່​ເທິງ​ໂງ່ນຫີນ​ບ່ອນ​ໜຶ່ງ. ແລ້ວ​ໃນ​ມື້​ນັ້ນ ຊາວ​ເມືອງ​ເບັດເຊເມດ​ກໍ​ຖວາຍ​ເຄື່ອງ​ເຜົາບູຊາ​ກັບ​ເຄື່ອງ​ບູຊາ​ອື່ນໆ​ອີກ​ແກ່​ພຣະເຈົ້າຢາເວ.</verse>
				<verse number="16">ຝ່າຍ​ກະສັດ​ຟີລິດສະຕິນ​ຫ້າ​ຄົນ​ນັ້ນ ຕ່າງ​ກໍ​ຈອບເບິ່ງ​ເຫດການ​ຢູ່​ຕະຫລອດ ແລ້ວ​ພວກເຂົາ​ກໍໄດ້​ກັບ​ເມືອ​ເມືອງ​ເອັກໂຣນ​ໃນ​ມື້​ນັ້ນ​ເອງ.</verse>
				<verse number="17">ຄຳ​ທີ່​ເປັນ​ຮູບ​ຕຸ່ມຝີ​ຫ້າ​ກ້ອນ​ຊຶ່ງ​ພວກ​ຟີລິດສະຕິນ​ໄດ້​ຈັດ​ສົ່ງ​ມາ ເປັນ​ຂອງ​ຖວາຍ​ແກ່​ພຣະເຈົ້າຢາເວ​ເພື່ອ​ຊົດໃຊ້​ບາບ​ນັ້ນ ແຕ່ລະ​ກ້ອນ​ແມ່ນ​ສຳລັບ​ແຕ່ລະ​ເມືອງ ດັ່ງນີ້: ອາຊະໂດດ, ກາຊາ, ອາຊະເກໂລນ, ກາດ ແລະ​ເອັກໂຣນ.</verse>
				<verse number="18">ສ່ວນ​ກ້ອນ​ຄຳ​ທີ່​ເປັນ​ແບບ​ຮູບ​ໜູ​ແມ່ນ​ສຳລັບ​ເມືອງ​ຕ່າງໆ​ຂອງ​ພວກ​ຟີລິດສະຕິນ ຊຶ່ງ​ຖືກ​ປົກຄອງ​ໂດຍ​ກະສັດ​ຫ້າ​ຄົນ ພ້ອມ​ທັງ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ດ້ວຍ. ສ່ວນ​ໂງ່ນຫີນ​ໃນ​ທົ່ງນາ​ຂອງ​ໂຢຊວຍ​ທີ່​ເບັດເຊເມດ ບ່ອນ​ທີ່​ຊາວ​ເມືອງ​ວາງ​ຫີບ​ຂອງ​ພຣະເຈົ້າຢາເວ​ໃສ່​ນັ້ນ ກໍ​ຍັງ​ເປັນ​ຫຼັກຖານ​ພະຍານ​ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ​ຈົນ​ເທົ່າ​ເຖິງທຸກ​ວັນ​ນີ້.</verse>
				<verse number="19">ພຣະເຈົ້າຢາເວ​ໄດ້​ຂ້າ​ຊາວ​ເມືອງ​ເບັດເຊເມດ​ເຈັດສິບ​ຄົນ ຍ້ອນ​ພວກເຂົາ​ຊ່ອງເບິ່ງ​ຫີບ​ຂອງ​ພຣະເຈົ້າຢາເວ. ປະຊາຊົນ​ໄດ້​ໄວ້ທຸກ​ໃຫ້ ເພາະ​ພຣະເຈົ້າຢາເວ​ໄດ້​ໃຫ້​ເກີດ​ການ​ເຂັ່ນຂ້າ​ເປັນ​ໝູ່​ຢ່າງໜັກ​ໃນ​ທ່າມກາງ​ພວກເຂົາ.</verse>
				<verse number="20">ດັ່ງນັ້ນ ຊາວ​ເມືອງ​ເບັດເຊເມດ​ຈຶ່ງ​ເວົ້າ​ວ່າ, “ແມ່ນ​ຜູ້ໃດ​ທີ່​ຈະ​ຢືນ​ຢູ່​ຊ້ອງໜ້າ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ບໍຣິສຸດ​ນີ້​ໄດ້? ພວກເຮົາ​ຈະ​ສົ່ງ​ພຣະອົງ​ໄປ​ໃຫ້​ຜູ້ໃດ​ໄດ້ ເພື່ອ​ໃຫ້​ພົ້ນ​ຈາກ​ພວກເຮົາ​ເສຍ?”</verse>
				<verse number="21">ແລ້ວ​ພວກເຂົາ​ກໍ​ສົ່ງ​ຄົນນຳຂ່າວ​ໄປ​ຫາ​ຊາວ​ກີຣີອາດ​ເຢອາຣີມ​ວ່າ, “ພວກ​ຟີລິດສະຕິນ​ໄດ້​ສົ່ງ​ຫີບ​ຂອງ​ພຣະເຈົ້າຢາເວ​ຄືນ​ມາ​ແລ້ວ ຂໍ​ໃຫ້​ລົງ​ມາ​ເອົາ​ສາ.”</verse>
			</chapter>
			<chapter number="7">
				<verse number="1">ສະນັ້ນ ຊາວ​ກີຣີອາດ​ເຢອາຣີມ​ຈຶ່ງ​ລົງ​ມາ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ​ໄປ​ທີ່​ເຮືອນ​ຂອງ​ຊາຍ​ຄົນ​ໜຶ່ງ​ຜູ້​ທີ່​ອາໄສ​ຢູ່​ຕາມ​ເນີນພູ​ຊື່​ວ່າ ອາບີນາດາບ. ພວກເຂົາ​ໄດ້​ແຕ່ງຕັ້ງ​ເອເລອາຊາ​ລູກຊາຍ​ຂອງ​ລາວ ໃຫ້​ຮັບ​ໜ້າທີ່​ເບິ່ງແຍງ​ຫີບ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="2">ຫີບ​ນັ້ນ​ຢູ່​ໃນ​ເມືອງ​ກີຣີອາດ​ເຢອາຣີມ ເປັນ​ເວລາ​ດົນນານ​ເຖິງ​ຊາວ​ປີ. ໃນ​ເວລາ​ນັ້ນ ຊາວ​ອິດສະຣາເອນ​ທຸກຄົນ​ໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ.</verse>
				<verse number="3">ຊາມູເອນ​ໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, “ຖ້າ​ພວກເຈົ້າ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ ພວກເຈົ້າ​ຈະ​ຕ້ອງ​ກຳຈັດ​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ ແລະ​ຮູບ​ຂອງ​ເຈົ້າແມ່​ອັດສະຕາກ. ຈົ່ງ​ອຸທິດ​ພວກເຈົ້າ​ເອງ​ແກ່​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ແລະ​ຮັບໃຊ້​ແຕ່​ພຣະອົງ​ເທົ່ານັ້ນ ແລະ​ພຣະອົງ​ກໍ​ຈະ​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກ​ຟີລິດສະຕິນ.”</verse>
				<verse number="4">ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ກຳຈັດ​ບັນດາ​ຮູບ​ພະບາອານ ແລະ​ຮູບ​ຂອງ​ເຈົ້າແມ່​ອັດສະຕາກ ແລະ​ໄດ້ຮັບໃຊ້​ພຣະເຈົ້າຢາເວ​ແຕ່​ເທົ່ານັ້ນ.</verse>
				<verse number="5">ຕໍ່ມາ ຊາມູເອນ​ໄດ້​ເອີ້ນ​ເອົາ​ຊາວ​ອິດສະຣາເອນ​ທຸກຄົນ ໃຫ້​ໄປ​ໂຮມກັນ​ຢູ່​ທີ່​ເມືອງ​ມີຊະປາ ໂດຍ​ບອກ​ວ່າ, “ຂ້ອຍ​ຈະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເພື່ອ​ພວກເຈົ້າ​ຢູ່​ໃນ​ທີ່ນັ້ນ.”</verse>
				<verse number="6">ດັ່ງນັ້ນ ພວກເຂົາ​ທຸກຄົນ​ຈຶ່ງ​ໄປ​ເຕົ້າໂຮມ​ກັນ​ທີ່​ເມືອງ​ມີຊະປາ. ພວກເຂົາ​ຕັກ​ເອົາ​ນໍ້າ​ແລະ​ຖອກ​ລົງ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ໃນ​ວັນນັ້ນ ພວກເຂົາ​ໄດ້ຖືສິນ​ອົດ​ອາຫານ​ຕະຫລອດ. ພວກເຂົາ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ.” (ແມ່ນ​ໃນ​ເມືອງ​ມີຊະປາ​ນີ້​ເອງ ທີ່​ຊາມູເອນ​ໄດ້​ຕັດສິນ​ປະຊາຊົນ​ອິດສະຣາເອນ).</verse>
				<verse number="7">ເມື່ອ​ພວກ​ຟີລິດສະຕິນ​ໄດ້ຍິນ​ຂ່າວ​ວ່າ ພວກ​ອິດສະຣາເອນ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ເມືອງ​ມີຊະປາ; ກະສັດ​ຊາວ​ຟີລິດສະຕິນ​ທັງ​ຫ້າ​ຄົນ​ພ້ອມ​ກັບ​ທະຫານ​ຈຳນວນ​ໜຶ່ງ ຈຶ່ງ​ຕຽມຕົວ​ອອກ​ໄປ​ໂຈມຕີ​ພວກເຂົາ. ເມື່ອ​ພວກ​ອິດສະຣາເອນ​ໄດ້ຍິນ​ຂ່າວ​ນີ້ ພວກເຂົາ​ກໍ​ເກີດ​ຢ້ານກົວ</verse>
				<verse number="8">ແລະ​ເວົ້າ​ຕໍ່​ຊາມູເອນ​ວ່າ, “ຢ່າ​ຢຸດ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ພຣະອົງ​ຈະ​ຊ່ວຍເຫລືອ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພວກ​ຟີລິດສະຕິນ.”</verse>
				<verse number="9">ຊາມູເອນ​ຂ້າ​ແກະໜຸ່ມ​ໂຕໜຶ່ງ ແລະ​ເຜົາ​ທັງ​ໂຕ​ຖວາຍ​ແກ່​ພຣະເຈົ້າຢາເວ. ແລ້ວ​ເພິ່ນ​ກໍໄດ້​ພາວັນນາ​ອະທິຖານ​ຂໍ​ພຣະເຈົ້າຢາເວ​ໂຜດ​ຊ່ວຍເຫລືອ​ຊາດ​ອິດສະຣາເອນ ແລະ​ພຣະເຈົ້າຢາເວ​ກໍໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງເພິ່ນ.</verse>
				<verse number="10">ໃນ​ຂະນະທີ່​ຊາມູເອນ​ກຳລັງ​ຖວາຍ​ເຄື່ອງ​ບູຊາ​ຢູ່​ນັ້ນ ພວກ​ຟີລິດສະຕິນ​ໄດ້​ເຄື່ອນທັບ​ເຂົ້າ​ມາ​ໂຈມຕີ. ແຕ່​ພຣະເຈົ້າຢາເວ​ເຮັດ​ໃຫ້​ພວກເຂົາ​ໄດ້ຍິນ​ສຽງ​ຮ້ອງ​ອັນ​ໜ້າຢ້ານກົວ​ຍິ່ງ. ສະນັ້ນ ພວກເຂົາ​ຈຶ່ງ​ສັບສົນ​ວຸ້ນວາຍ ແລະ​ແຕກ​ໜີໄປ​ດ້ວຍ​ຄວາມ​ແຕກຕື່ນ​ຕົກໃຈ.</verse>
				<verse number="11">ແລ້ວ​ຊາວ​ອິດສະຣາເອນ​ກໍ​ຍົກທັບ​ອອກ​ມາ​ຈາກ​ເມືອງ​ມີຊະປາ ແລະ​ໄລ່​ຕາມລ່າ​ພວກເຂົາ​ໄປ​ຈົນ​ຮອດ​ເບັດຄາ ໂດຍ​ຂ້າ​ພວກເຂົາ​ໄປ​ຕາມ​ທາງ.</verse>
				<verse number="12">ແລ້ວ​ຊາມູເອນ​ກໍໄດ້​ເອົາ​ຫີນ​ກ້ອນ​ໜຶ່ງ​ມາ​ຕັ້ງ​ໄວ້ ຢູ່​ລະຫວ່າງ​ເມືອງ​ມີຊະປາ​ແລະ​ເມືອງເຊນ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ​ຕະຫລອດ​ມາ” ແລະ​ເພິ່ນ​ໄດ້​ໃສ່​ຊື່​ກ້ອນຫີນ​ນັ້ນ​ວ່າ, “ກ້ອນຫີນ​ແຫ່ງ​ຄວາມ​ຊ່ວຍເຫລືອ.”</verse>
				<verse number="13">ສະນັ້ນ ພວກ​ຟີລິດສະຕິນ​ຈຶ່ງ​ພ່າຍແພ້​ໄປ ແລະ​ພຣະເຈົ້າຢາເວ​ກໍ​ບໍ່ໄດ້​ໃຫ້​ພວກເຂົາ ບຸກລຸກ​ເຂດແດນ​ຂອງ​ຊາວ​ອິດສະຣາເອນ​ອີກ ຕາບໃດ​ທີ່​ຊາມູເອນ​ຍັງ​ມີ​ຊີວິດ​ຢູ່.</verse>
				<verse number="14">ທຸກ​ເມືອງ​ຕັ້ງແຕ່​ເມືອງ​ເອັກໂຣນ​ຈົນ​ຮອດ​ເມືອງກາດ ຊຶ່ງ​ພວກ​ຟີລິດສະຕິນ​ຢຶດເອົາ​ໄປ​ນັ້ນ ກໍໄດ້​ຄືນ​ມາ​ເປັນ​ຂອງ​ພວກ​ອິດສະຣາເອນ ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ດິນແດນ​ທີ່​ຖືກ​ຢຶດ​ໄປ​ນັ້ນ​ຄືນມາ​ໝົດ. ຄວາມ​ສະຫງົບສຸກ​ໄດ້​ເກີດ​ມີ​ລະຫວ່າງ​ຊາວ​ອິດສະຣາເອນ​ແລະ​ຊາວ​ການາອານ​ຄືກັນ.</verse>
				<verse number="15">ຊາມູເອນ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ.</verse>
				<verse number="16">ທຸກໆ​ປີ​ໃດ ເພິ່ນ​ຕ້ອງ​ໄປ​ຕັດສິນ​ຕາມ​ເມືອງ​ຕ່າງໆ​ດັ່ງນີ້: ເບັດເອນ, ກິນການ, ມີຊະປາ;</verse>
				<verse number="17">ແລ້ວ​ເພິ່ນ​ກໍໄດ້​ກັບຄືນ​ເມືອ​ເຮືອນ​ຂອງ​ເພິ່ນ​ທີ່​ເມືອງ​ຣາມາ ບ່ອນ​ທີ່​ເພິ່ນ​ຮັບໃຊ້​ເປັນ​ຜູ້​ຕັດສິນ​ຄວາມ​ຄືກັນ. ຢູ່​ໃນ​ເມືອງ​ຣາມາ​ນີ້ ເພິ່ນ​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ຂຶ້ນ​ເພື່ອ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
			</chapter>
			<chapter number="8">
				<verse number="1">ເມື່ອ​ຊາມູເອນ​ເຖົ້າແກ່​ແລ້ວ ເພິ່ນ​ໄດ້​ໃຫ້​ພວກ​ລູກຊາຍ​ຂອງຕົນ ຂຶ້ນ​ເປັນ​ຜູ້ປົກຄອງ​ຊາດ​ອິດສະຣາເອນ​ແທນ​ຕົນ.</verse>
				<verse number="2">ລູກຊາຍ​ຜູ້ກົກ​ຂອງ​ເພິ່ນ​ຊື່​ວ່າ​ໂຢເອນ ແລະ​ລູກຊາຍ​ຜູ້ຫລ້າ​ຊື່​ວ່າ​ອາບີຢາ. ເຂົາ​ທັງສອງ​ເປັນ​ຜູ້​ຕັດສິນ​ຢູ່​ທີ່​ເມືອງ​ເບເອນເຊບາ.</verse>
				<verse number="3">ແຕ່​ພວກເຂົາ​ບໍ່ໄດ້​ປະພຶດ​ຕາມ​ແບບຢ່າງ​ຂອງ​ພໍ່ ພວກເຂົາ​ສົນໃຈ​ນຳ​ແຕ່​ເງິນຄຳ​ເທົ່ານັ້ນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຮັບ​ສິນບົນ​ແລະ​ບໍ່ໄດ້​ຕັດສິນ​ຢ່າງ​ສັດຊື່.</verse>
				<verse number="4">ແລ້ວ​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ກໍ​ມາ​ປະຊຸມກັນ ແລະ​ພາກັນ​ໄປ​ຫາ​ຊາມູເອນ​ທີ່​ເມືອງ​ຣາມາ.</verse>
				<verse number="5">ພວກເຂົາ​ເວົ້າ​ກັບ​ເພິ່ນ​ວ່າ, “ທ່ານເອີຍ ທ່ານ​ກໍ​ເຖົ້າແກ່​ແລ້ວ; ພວກ​ລູກຊາຍ​ຂອງທ່ານ​ບໍ່ໄດ້​ປະພຶດ​ຕາມ​ແບບຢ່າງ​ຂອງທ່ານ​ເລີຍ. ສະນັ້ນ ຂໍ​ທ່ານ​ຈົ່ງ​ແຕ່ງຕັ້ງ​ກະສັດ​ໃຫ້​ເປັນ​ຜູ້ປົກຄອງ​ພວກ​ຂ້ານ້ອຍ​ສາ ເພື່ອ​ພວກ​ຂ້ານ້ອຍ​ຈະ​ມີ​ກະສັດ​ປົກຄອງ​ດັ່ງ​ປະເທດ​ອື່ນໆ.”</verse>
				<verse number="6">ຊາມູເອນ​ບໍ່​ພໍໃຈ​ໃນ​ສິ່ງ​ທີ່​ພວກເຂົາ​ຂໍຮ້ອງ​ວ່າ, “ຂໍ​ທ່ານ​ຈົ່ງ​ແຕ່ງຕັ້ງ​ກະສັດ​ໃຫ້​ປົກຄອງ​ພວກ​ຂ້ານ້ອຍ.” ດັ່ງນັ້ນ ເພິ່ນ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ</verse>
				<verse number="7">ແລະ​ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຟັງ​ທຸກໆ​ສິ່ງ​ທີ່​ປະຊາຊົນ​ເວົ້າ​ຕໍ່​ເຈົ້າ. ພວກເຂົາ​ບໍ່ໄດ້​ປະຖິ້ມ​ເຈົ້າ, ແຕ່​ໄດ້​ປະຖິ້ມ​ເຮົາ​ຕ່າງຫາກ ໂດຍ​ບໍ່​ຍອມ​ຮັບ​ເອົາ​ເຮົາ​ເປັນ​ເຈົ້າຊີວິດ​ຂອງ​ພວກເຂົາ​ຕໍ່ໄປ.</verse>
				<verse number="8">ນັບ​ຕັ້ງແຕ່​ເຮົາ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ພຸ້ນ ພວກເຂົາ​ໄດ້​ເຫີນຫ່າງ​ຈາກ​ເຮົາ​ແລະ​ໄປ​ຂາບໄຫວ້​ບັນດາ​ພະອື່ນ. ດຽວນີ້​ພວກເຂົາ​ກຳລັງ​ປະພຶດ​ຕໍ່​ເຈົ້າ​ດັ່ງ​ທີ່​ພວກເຂົາ​ເຄີຍ​ປະພຶດ​ຕໍ່​ເຮົາ.</verse>
				<verse number="9">ສະນັ້ນ ເຈົ້າ​ຈົ່ງ​ຟັງ​ພວກເຂົາ, ແຕ່​ໃຫ້​ຕັກເຕືອນ​ພວກເຂົາ​ຢ່າງ​ໜັກແໜ້ນ ແລະ​ທັງ​ອະທິບາຍ​ສູ່​ພວກເຂົາ​ໃຫ້​ຮູ້​ວ່າ ກະສັດ​ຂອງ​ພວກເຂົາ​ນັ້ນ​ຈະ​ປົກຄອງ​ພວກເຂົາ​ຢ່າງໃດ?”</verse>
				<verse number="10">ຊາມູເອນ​ຈຶ່ງ​ບອກ​ປະຊາຊົນ​ທີ່​ມາ​ຂໍ​ໃຫ້​ມີ​ກະສັດ ຕາມ​ທຸກໆ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ເພິ່ນ.</verse>
				<verse number="11">ເພິ່ນ​ອະທິບາຍ​ວ່າ, “ກະສັດ​ຂອງ​ພວກເຈົ້າ​ຈະ​ປະຕິບັດ​ຕໍ່​ພວກເຈົ້າ​ດັ່ງນີ້: ເພິ່ນ​ຈະ​ເອົາ​ລູກຊາຍ​ຂອງ​ພວກເຈົ້າ​ໄປ​ເປັນ​ທະຫານ, ບາງຄົນ​ຈະ​ເປັນ​ທະຫານ​ປະຈຳ​ລົດຮົບ, ບາງຄົນ​ຈະ​ເປັນ​ທະຫານ​ມ້າ ແລະ​ບາງຄົນ​ຈະ​ເປັນ​ທະຫານ​ໜ່ວຍ​ກ້າຕາຍ.</verse>
				<verse number="12">ເພິ່ນ​ຈະ​ແຕ່ງຕັ້ງ​ເຂົາ​ບາງຄົນ​ໃຫ້​ເປັນ​ນາຍພັນ ແລະ​ໃຫ້​ບາງຄົນ​ເປັນ​ນາຍຮ້ອຍ. ລູກຊາຍ​ຂອງ​ພວກເຈົ້າ​ຈະ​ຕ້ອງ​ໄຖນາ​ແລະ​ກ່ຽວເຂົ້າ​ໃຫ້​ເພິ່ນ ແລະ​ເຮັດ​ອາວຸດ​ແລະ​ເຄື່ອງຮົບ​ປະຈຳ​ລົດຮົບ​ໃຫ້​ເພິ່ນ.</verse>
				<verse number="13">ສ່ວນ​ລູກສາວ​ຂອງ​ພວກເຈົ້າ​ຈະ​ຕ້ອງ​ແຕ່ງ​ນໍ້າຫອມ​ໃຫ້​ເພິ່ນ ແລະ​ເຮັດ​ວຽກ​ເປັນ​ແມ່ຄົວ​ແລະ​ເປັນ​ຜູ້​ເຮັດ​ເຂົ້າໜົມ​ໃຫ້​ເພິ່ນ.</verse>
				<verse number="14">ເພິ່ນ​ຈະ​ຢຶດເອົາ​ນາ​ທົ່ງ​ດີທີ່ສຸດ​ຂອງ​ພວກເຈົ້າ ພ້ອມ​ທັງ​ສວນອະງຸ່ນ​ແລະ​ສວນ​ໝາກກອກເທດ​ຂອງ​ພວກເຈົ້າ ໄປ​ໃຫ້​ພວກ​ຂ້າຣາຊການ​ຂອງ​ເພິ່ນ.</verse>
				<verse number="15">ເພິ່ນ​ຈະ​ຫັກ​ເອົາ​ໜຶ່ງສ່ວນສິບ​ຂອງ​ເຂົ້າ​ສາລີ​ແລະ​ໝາກອະງຸ່ນ​ຂອງ​ພວກເຈົ້າ ສຳລັບ​ນາຍ​ທະຫານ​ປະຈຳວັງ​ແລະ​ສຳລັບ​ຂ້າຣາຊການ​ຄົນອື່ນໆ​ຂອງ​ເພິ່ນ.</verse>
				<verse number="16">ເພິ່ນ​ຈະ​ເອົາ​ບັນດາ​ຄົນ​ຮັບໃຊ້​ທັງ​ຊາຍ​ຍິງ​ກັບ​ຝູງງົວ ແລະ​ຝູງ​ລໍ​ໂຕ​ດີທີ່ສຸດ​ຂອງ​ພວກເຈົ້າ​ໄປ​ໃຊ້​ເຮັດ​ວຽກ​ໃຫ້​ເພິ່ນ.</verse>
				<verse number="17">ເພິ່ນ​ຈະ​ຫັກ​ເອົາ​ໜຶ່ງສ່ວນສິບ​ຂອງ​ຝູງສັດ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ເປັນ​ທາດຮັບໃຊ້​ຂອງ​ເພິ່ນ.</verse>
				<verse number="18">ເມື່ອ​ເວລາ​ມາ​ເຖິງ ພວກເຈົ້າ​ຈະ​ຈົ່ມ​ຢ່າງ​ຂົມຂື່ນ​ໃນ​ຈິດໃຈ ເພາະ​ກະສັດ​ທີ່​ພວກເຈົ້າ​ໄດ້​ເລືອກເອົາ​ນັ້ນ, ແຕ່​ພຣະເຈົ້າຢາເວ​ຈະ​ບໍ່​ຟັງ​ຄຳຈົ່ມ​ໃດໆ​ຂອງ​ພວກເຈົ້າ​ທັງ​ສິ້ນ.”</verse>
				<verse number="19">ຝ່າຍ​ປະຊາຊົນ​ບໍ່​ສົນໃຈ​ຕໍ່​ຄຳເວົ້າ​ຂອງ​ຊາມູເອນ​ເລີຍ ແຕ່​ກັບ​ຕອບ​ວ່າ, “ບໍ່! ພວກ​ຂ້ານ້ອຍ​ຕ້ອງການ​ກະສັດ</verse>
				<verse number="20">ເພື່ອ​ວ່າ​ພວກ​ຂ້ານ້ອຍ​ຈະ​ເປັນ​ດັ່ງ​ຊົນຊາດ​ອື່ນໆ ໂດຍ​ມີ​ກະສັດ​ຂອງ​ຕົນເອງ​ເພື່ອ​ປົກຄອງ​ພວກ​ຂ້ານ້ອຍ ແລະ​ເພື່ອ​ນຳໜ້າ​ພວກ​ຂ້ານ້ອຍ​ອອກ​ໄປ​ສູ່​ສະໜາມຮົບ.”</verse>
				<verse number="21">ຊາມູເອນ​ໄດ້​ຟັງ​ເລື່ອງ​ຕ່າງໆ​ທີ່​ພວກເຂົາ​ໄດ້​ເວົ້າ​ມາ ແລະ​ເພິ່ນ​ກໍ​ນຳ​ເອົາ​ເລື່ອງ​ເຫຼົ່ານັ້ນ​ໄປ​ກ່າວ​ກັບ​ພຣະເຈົ້າຢາເວ.</verse>
				<verse number="22">ພຣະເຈົ້າຢາເວ​ໄດ້ກ່າວ​ກັບ​ຊາມູເອນ​ວ່າ, “ຈົ່ງ​ເຮັດ​ໃນ​ສິ່ງ​ທີ່​ພວກເຂົາ​ຕ້ອງການ ແລະ​ແຕ່ງຕັ້ງ​ກະສັດ​ໃຫ້​ພວກເຂົາ.” ແລ້ວ​ຊາມູເອນ​ກໍ​ບອກ​ໃຫ້​ພວກ​ຜູ້ຊາຍ​ອິດສະຣາເອນ​ທັງໝົດ​ກັບ​ເມືອ.</verse>
			</chapter>
			<chapter number="9">
				<verse number="1">ຍັງ​ມີ​ຊາຍ​ຮັ່ງມີ​ແລະ​ຊື່ສຽງ​ດີ​ຄົນ​ໜຶ່ງ​ຈາກ​ເຜົ່າ​ເບັນຢາມິນ​ຊື່​ວ່າ ກີເຊ ລາວ​ເປັນ​ລູກຊາຍ​ຂອງ​ອາບີເອນ​ແລະ​ຫລານຊາຍ​ຂອງ​ເຊໂຣເຣ ຄົນ​ຢູ່​ໃນ​ຄອບຄົວ​ຂອງ​ເບໂກຣັດ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ຕະກຸນ​ອາຟີຢາ</verse>
				<verse number="2">ກີເຊ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ໂຊນ. ໂຊນ​ເປັນ​ຊາຍ​ທີ່​ໜຸ່ມແໜ້ນ​ແລະ​ສະຫງ່າງາມ. ໃນ​ຊາດ​ອິດສະຣາເອນ​ບໍ່ມີ​ຜູ້ໃດ​ສູງ​ແລະ​ງາມ​ທໍ່​ລາວ.</verse>
				<verse number="3">ມີ​ຄັ້ງໜຶ່ງ ລໍ​ຂອງ​ກີເຊ​ເສຍ ລາວ​ຈຶ່ງ​ສັ່ງ​ໂຊນ​ວ່າ, “ລູກ​ຈົ່ງ​ໄປ​ຊອກ​ຫາ​ລໍ​ແລະ​ເອົາ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ໄປ​ນຳ.”</verse>
				<verse number="4">ລາວ​ໄດ້​ຜ່ານ​ເຂດ​ເນີນພູ​ເອຟຣາອິມ​ກັບ​ອານາເຂດ​ຊາລີຊາ​ໄປ ແຕ່​ກໍ​ບໍ່​ພົບ​ລໍ​ເລີຍ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຜ່ານ​ໄປ​ທາງ​ອານາເຂດ​ຊາອາລິມ ແຕ່​ກໍ​ບໍ່​ພົບ​ລໍ​ອີກ. ພວກເຂົາ​ຈຶ່ງ​ຜ່ານ​ໄປ​ທາງ​ອານາເຂດ​ເບັນຢາມິນ ແຕ່​ກໍ​ບໍ່​ພົບ​ລໍ​ເຊັ່ນກັນ.</verse>
				<verse number="5">ເມື່ອ​ພວກເຂົາ​ເຂົ້າ​ມາ​ຮອດ​ອານາເຂດ​ຊູເຟ ໂຊນ​ຈຶ່ງ​ກ່າວ​ແກ່​ຄົນ​ຮັບໃຊ້​ວ່າ, “ໃຫ້​ພວກເຮົາ​ກັບ​ເມືອ​ສາ ບາງທີ​ພໍ່​ຂ້ອຍ​ອາດ​ເຊົາ​ເປັນຫ່ວງ​ນຳ​ລໍ​ແລ້ວ ແຕ່​ເພິ່ນ​ອາດ​ເປັນຫ່ວງ​ນຳ​ພວກເຮົາ​ຫລາຍກວ່າ​ກໍ​ເປັນ​ໄດ້.”</verse>
				<verse number="6">ຄົນ​ຮັບໃຊ້​ຈຶ່ງ​ຕອບ​ວ່າ, “ໃຫ້​ພວກເຮົາ​ລໍຖ້າ​ກ່ອນ ໃນ​ເມືອງ​ນີ້​ມີ​ຄົນ​ຂອງ​ພຣະເຈົ້າ​ຜູ້ໜຶ່ງ ໜ້າ​ເຄົາຣົບ​ແລະ​ນັບຖື​ທີ່ສຸດ ເພາະ​ທຸກສິ່ງ​ທີ່​ເພິ່ນ​ເວົ້າ​ລ້ວນແຕ່​ເປັນ​ຄວາມຈິງ. ໃຫ້​ພວກເຮົາ​ໄປ​ຫາ​ເພິ່ນ​ເທາະ! ບາງທີ​ເພິ່ນ​ອາດ​ບອກ​ພວກເຮົາ​ວ່າ​ລໍ​ຂອງ​ພວກເຮົາ​ຢູ່​ບ່ອນ​ໃດ​ກໍໄດ້?”</verse>
				<verse number="7">ໂຊນ​ຖາມ​ວ່າ, “ຖ້າ​ພວກເຮົາ​ໄປ​ຫາ​ເພິ່ນ ພວກເຮົາ​ຈະ​ມີ​ຫຍັງ​ໃຫ້​ເພິ່ນ? ອາຫານ​ກໍ​ບໍ່ມີ​ເຫຼືອ ແລະ​ພວກເຮົາ​ບໍ່ມີ​ຫຍັງ​ຈັກ​ແນວ​ທີ່​ຈະ​ເອົາ​ໄປ​ໃຫ້​ຄົນ​ຂອງ​ພຣະເຈົ້າ.”</verse>
				<verse number="8">ຄົນ​ຮັບໃຊ້​ຕອບ​ວ່າ, “ຂ້ອຍ​ມີ​ເງິນ​ຢູ່​ຫລຽນ​ໜຶ່ງ​ພໍ​ທີ່​ຈະ​ໃຫ້​ຄົນ​ຂອງ​ພຣະເຈົ້າ​ໄດ້ ແລ້ວ​ໃຫ້​ເພິ່ນ​ບອກ​ທາງ​ແກ່​ພວກເຮົາ.”</verse>
				<verse number="9">ໂຊນ​ຈຶ່ງ​ເວົ້າ​ວ່າ, “ເປັນ​ຄວາມ​ຄິດ​ທີ່​ດີ ໃຫ້​ພວກເຮົາ​ພາກັນ​ໄປ​ເທາະ.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ບ່ອນ​ທີ່​ຄົນ​ຂອງ​ພຣະເຈົ້າ​ຢູ່. ໃນ​ຂະນະທີ່​ຍ່າງ​ຂຶ້ນ​ເນີນພູ​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ ພວກເຂົາ​ໄດ້​ພົບ​ຍິງສາວ​ບາງຄົນ​ທີ່​ອອກ​ມາ​ຕັກ​ນໍ້າ ຈຶ່ງ​ສອບ​ຖາມ​ຍິງສາວ​ນັ້ນ​ວ່າ, “ໝໍ​ດູ​ຢູ່​ເມືອງ​ນີ້​ບໍ?” (ໃນ​ເວລາ​ນັ້ນ​ຄົນ​ເອີ້ນ​ຜູ້ທຳນວາຍ​ວ່າ ໝໍ​ດູ; ດັ່ງນັ້ນ ຖ້າ​ມີ​ຄົນ​ໃດ​ຢາກ​ຖາມ​ພຣະເຈົ້າ ເຂົາ​ຕ້ອງ​ເວົ້າ​ວ່າ, “ພວກເຮົາ​ໄປ​ຫາ​ໝໍ​ດູ​ກັນ​ເທາະ.”)</verse>
				<verse number="10"></verse>
				<verse number="11"></verse>
				<verse number="12">ພວກ​ຍິງສາວ​ຈຶ່ງ​ຕອບ​ວ່າ, “ແມ່ນ​ແລ້ວ ເພິ່ນ​ຢູ່​ທີ່ນີ້; ເພິ່ນ​ຫາ​ກໍ​ຍ່າງ​ອອກ​ໄປ​ກ່ອນ​ພວກເຈົ້າ​ມາ​ນີ້​ເອງ. ຖ້າ​ພວກເຈົ້າ​ຟ້າວ​ຕາມ​ໄປ​ອາດຈະ​ທັນ. ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ແລ້ວ ກໍ​ຈະ​ເຫັນ​ເພິ່ນ​ດອກ. ເພິ່ນ​ມາ​ໃນ​ເມືອງ​ມື້ນີ້ ກໍ​ເພາະ​ປະຊາຊົນ​ກຳລັງ​ໄປ​ຖວາຍ​ເຄື່ອງ​ບູຊາ​ທີ່​ແທ່ນບູຊາ​ເທິງ​ພູ. ພວກ​ທີ່​ຖືກ​ເຊີນ​ໄປ​ຈະ​ບໍ່​ຮັບປະທານ​ອາຫານ ຈົນກວ່າ​ເພິ່ນ​ໄປ​ຮອດ​ທີ່​ນັ້ນ​ສາ​ກ່ອນ ເພາະ​ເພິ່ນ​ຈະ​ຕ້ອງ​ອວຍພອນ​ເຄື່ອງ​ບູຊາ​ນັ້ນ​ກ່ອນ. ຖ້າ​ພວກເຈົ້າ​ໄປ​ດຽວນີ້​ກໍ​ຈະ​ພົບ​ເພິ່ນ ກ່ອນ​ເພິ່ນ​ຈະ​ຂຶ້ນ​ໄປ​ກິນ​ອາຫານ​ທີ່​ເທິງ​ພູ.”</verse>
				<verse number="13"></verse>
				<verse number="14">ດັ່ງນັ້ນ ໂຊນ​ແລະ​ຄົນ​ຮັບໃຊ້​ຂອງຕົນ​ຈຶ່ງ​ເຂົ້າ​ໄປ​ໃນ​ເມືອງ. ເມື່ອ​ກຳລັງ​ຍ່າງ​ເຂົ້າ​ໄປ​ນັ້ນ ພວກເຂົາ​ໄດ້​ເຫັນ​ຊາມູເອນ​ກຳລັງ​ຍ່າງ​ອອກ​ມາ ເພື່ອ​ຈະ​ໄປ​ບ່ອນ​ນະມັດສະການ.</verse>
				<verse number="15">ມື້ນີ້ ກ່ອນ​ໂຊນ​ມາ​ຮອດ ພຣະເຈົ້າຢາເວ​ໄດ້​ບອກ​ຊາມູເອນ​ວ່າ,</verse>
				<verse number="16">“ມື້ອື່ນ ໃນ​ເວລາ​ດຽວກັນ​ນີ້ ເຮົາ​ຈະ​ສົ່ງ​ຄົນ​ໜຶ່ງ​ຈາກ​ເຜົ່າ​ເບັນຢາມິນ​ມາ​ຫາ​ເຈົ້າ; ຈົ່ງ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ລາວ​ໃຫ້​ເປັນ​ກະສັດ ເພື່ອ​ປົກຄອງ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ; ແລະ​ລາວ​ຈະ​ຊ່ວຍ​ກອບກູ້​ເອົາ​ພວກເຂົາ​ໃຫ້​ພົ້ນ​ຈາກ​ພວກ​ຟີລິດສະຕິນ. ເຮົາ​ໄດ້​ເຫັນ​ຄວາມ​ທົນທຸກ​ຂອງ​ພວກເຂົາ ແລະ​ໄດ້ຍິນ​ສຽງ​ຮ້ອງ​ຂໍ​ໃຫ້​ຊ່ວຍເຫລືອ​ຂອງ​ພວກເຂົາ.”</verse>
				<verse number="17">ເມື່ອ​ຊາມູເອນ​ເຫັນ​ໂຊນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ແກ່​ເພິ່ນ​ວ່າ, “ແມ່ນ​ຄົນ​ນີ້​ແຫຼະ ທີ່​ເຮົາ​ໄດ້​ບອກ​ເຈົ້າ​ວ່າ ລາວ​ຈະ​ປົກຄອງ​ປະຊາຊົນ​ຂອງເຮົາ.”</verse>
				<verse number="18">ໂຊນ​ໄດ້​ເຂົ້າ​ໄປ​ຫາ ຊາມູເອນ​ຢູ່​ໃກ້​ປະຕູ​ເມືອງ ແລະ​ຖາມ​ເພິ່ນ​ວ່າ, “ຈົ່ງ​ບອກ​ຂ້ອຍ​ແດ່​ໄດ້​ບໍ​ວ່າ ເຮືອນ​ຂອງ​ໝໍ​ດູ​ຢູ່​ບ່ອນ​ໃດ?”</verse>
				<verse number="19">ຊາມູເອນ​ຕອບ​ວ່າ, “ຂ້ອຍ​ນີ້​ແຫຼະ ແມ່ນ​ໝໍ​ດູ ຈົ່ງ​ອອກ​ໄປ​ບ່ອນ​ນະມັດສະການ​ກ່ອນ​ຂ້ອຍ​ເດີ ເພາະ​ມື້ນີ້​ເຈົ້າ​ທັງສອງ​ຈະ​ຕ້ອງ​ກິນ​ເຂົ້າ​ນຳ​ຂ້ອຍ. ມື້ອື່ນ​ເຊົ້າ ຂ້ອຍ​ຈະ​ຕອບ​ຄຳຖາມ​ທຸກຢ່າງ​ຂອງ​ພວກເຈົ້າ​ແລະ​ສົ່ງ​ພວກເຈົ້າ​ໄປ.</verse>
				<verse number="20">ສ່ວນ​ລໍ​ທີ່​ເສຍ​ໄປ​ນັ້ນ ຢ່າ​ຄິດ​ເປັນຫ່ວງ​ນຳ​ມັນ​ເລີຍ ເພາະ​ພວກເຂົາ​ໄດ້​ພົບ​ມັນ​ແລ້ວ. ແຕ່​ຜູ້​ທີ່​ປະຊາຊົນ​ອິດສະຣາເອນ​ຕ້ອງການ​ຫລາຍ​ທີ່ສຸດ ນັ້ນ​ແມ່ນ​ຕົວ​ເຈົ້າ​ເອງ​ແລະ​ຄອບຄົວ​ພໍ່​ແມ່​ຂອງ​ເຈົ້າ.”</verse>
				<verse number="21">ໂຊນ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ໃນ​ເຜົ່າ​ເບັນຢາມິນ ຊຶ່ງ​ເປັນ​ເຜົ່ານ້ອຍ​ທີ່ສຸດ​ໃນ​ຊາດ​ອິດສະຣາເອນ ແລະ​ຄອບຄົວ​ຂອງ​ຂ້ານ້ອຍ​ກໍ​ມີ​ຄວາມ​ສຳຄັນ​ໜ້ອຍ​ກວ່າ​ໝູ່​ໃນ​ເຜົ່າ​ນີ້. ແລ້ວ​ເປັນຫຍັງ​ທ່ານ​ຈຶ່ງ​ເວົ້າ​ເຊັ່ນນີ້​ກັບ​ຂ້ານ້ອຍ?”</verse>
				<verse number="22">ແລ້ວ​ຊາມູເອນ​ກໍ​ນຳ​ໂຊນ​ແລະ​ຄົນ​ຮັບໃຊ້​ຂອງ​ລາວ ເຂົ້າ​ໄປ​ໃນ​ຫ້ອງ​ໃຫຍ່​ຫ້ອງ​ໜຶ່ງ ແລະ​ໃຫ້​ທັງສອງ​ນັ່ງ​ຢູ່​ສົ້ນ​ໂຕະ ບ່ອນ​ທີ່​ມີ​ແຂກ​ຖືກ​ເຊີນ​ມາ​ນັ່ງ​ຢູ່​ກ່ອນ​ແລ້ວ​ປະມານ​ສາມສິບ​ຄົນ.</verse>
				<verse number="23">ຊາມູເອນ​ເວົ້າ​ກັບ​ຄົນ​ຄົວກິນ​ວ່າ, “ຈົ່ງ​ເອົາ​ຕ່ອນ​ຊີ້ນ​ທີ່​ຂ້ອຍ​ບອກ​ເຈົ້າ​ໃຫ້​ແຍກ​ອອກ​ໄວ້​ຕ່າງຫາກ​ນັ້ນ​ມາ.”</verse>
				<verse number="24">ດັ່ງນັ້ນ ຄົນ​ຄົວກິນ​ຈຶ່ງ​ນຳ​ເອົາ​ຊີ້ນຂາ​ຕ່ອນ​ດີທີ່ສຸດ ມາ​ວາງ​ໄວ້​ຕໍ່ໜ້າ​ໂຊນ. ແລ້ວ ຊາມູເອນ ກໍ​ເວົ້າ​ວ່າ, “ອັນ​ນີ້​ແມ່ນ​ສ່ວນ​ທີ່​ຖືກ​ຈັດ​ໄວ້​ສຳລັບ​ເຈົ້າ ຈົ່ງ​ກິນ​ສາ. ຂ້ອຍ​ຈົ່ງ​ໄວ້​ໃຫ້​ເຈົ້າ​ກິນ​ພ້ອມ​ກັບ​ທຸກຄົນ​ທີ່​ໄດ້​ຮັບ​ເຊີນ​ມາ​ໃນ​ທີ່ນີ້.”</verse>
				<verse number="25">ດັ່ງນັ້ນ ໂຊນ​ຈຶ່ງ​ຮັບປະທານ​ອາຫານ​ຮ່ວມ​ກັບ ຊາມູເອນ​ໃນ​ມື້​ນັ້ນ. ເມື່ອ​ພວກເຂົາ​ລົງ​ມາ​ຈາກ​ບ່ອນ​ນະມັດສະການ ແລະ​ກັບຄືນ​ເຂົ້າ​ໄປ​ໃນ​ເມືອງ​ແລ້ວ ພວກເຂົາ​ກໍ​ຈັດ​ທີ່​ນອນ​ໃຫ້​ໂຊນ ຢູ່​ເທິງ​ຫລັງຄາ​ພຽງ,</verse>
				<verse number="26">ແລະ​ລາວ​ກໍ​ນອນ​ຢູ່​ທີ່ນັ້ນ. ແຕ່​ເຊົ້າໆ ຊາມູເອນ​ເອີ້ນ​ໃສ່​ໂຊນ​ທີ່​ເທິງ​ຫລັງຄາ​ພຽງ​ວ່າ, “ຕື່ນ​ຂຶ້ນ​ແມ ຂ້ອຍ​ຈະ​ສົ່ງ​ເຈົ້າ​ຄືນ​ເມືອ.” ແລ້ວ​ໂຊນ​ກໍ​ຕື່ນ​ຂຶ້ນ​ແລະ​ມຸ່ງໜ້າ​ໄປ​ສູ່​ຖະໜົນ​ໃຫຍ່​ກັບ ຊາມູເອນ.</verse>
				<verse number="27">ເມື່ອ​ມາ​ຮອດ​ແຄມ​ເມືອງ ຊາມູເອນ​ກໍ​ກ່າວ​ແກ່​ໂຊນ​ວ່າ, “ຈົ່ງ​ບອກ​ຄົນ​ຮັບໃຊ້​ໃຫ້​ໄປ​ກ່ອນ​ເຈົ້າ​ສາ.” ຄົນ​ຮັບໃຊ້​ຈຶ່ງ​ອອກ​ເດີນທາງ​ໄປ​ກ່ອນ. ຊາມູເອນ​ກ່າວ​ຕໍ່ໄປ​ວ່າ, “ຢຸດ​ຢູ່​ນີ້​ຈັກ​ໜ້ອຍ​ກ່ອນ​ເທາະ ແລ້ວ​ຂ້ອຍ​ຈະ​ບອກ​ເຈົ້າ​ຮູ້​ຖ້ອຍຄຳ​ຂອງ​ພຣະເຈົ້າ.”</verse>
			</chapter>
			<chapter number="10">
				<verse number="1">ແລ້ວ​ຊາມູເອນ​ກໍ​ເອົາ​ເຕົ້າ​ນໍ້າມັນ​ໝາກກອກເທດ​ຖອກ​ໃສ່​ຫົວ​ໂຊນ ແລະ​ຈູບ​ລາວ ແລະ​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້ຫົດສົງ​ເຈົ້າ​ໃຫ້​ເປັນ​ຜູ້​ປົກຄອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ. ເຈົ້າ​ຈະ​ປົກຄອງ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ ແລະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ສັດຕູ​ທັງປວງ​ຂອງ​ພວກເຂົາ. ຂໍ້​ພິສູດ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ເອົາ​ເຈົ້າ ໃຫ້​ຂຶ້ນ​ເປັນ​ຜູ້​ປົກຄອງ​ປະຊາຊົນ​ຂອງ​ພຣະອົງ ແມ່ນ​ດັ່ງນີ້:</verse>
				<verse number="2">ມື້ນີ້ ເມື່ອ​ເຈົ້າ​ຈາກ​ຂ້ອຍ​ໄປ​ແລ້ວ ເຈົ້າ​ຈະ​ພົບ​ຊາຍ​ສອງ​ຄົນ​ໃກ້​ກັບ​ຂຸມຝັງສົບ​ຂອງ​ນາງ​ຣາເຊັນ ທີ່​ເຊັນຊາ​ໃນ​ເຂດແດນ​ເບັນຢາມິນ. ພວກເຂົາ​ຈະ​ບອກ​ເຈົ້າ​ວ່າ​ລໍ​ທີ່​ເຈົ້າ​ກຳລັງ​ຊອກຫາ​ນັ້ນ​ພົບ​ແລ້ວ ເພື່ອ​ວ່າ​ພໍ່​ຂອງ​ເຈົ້າ​ຈະ​ບໍ່​ເປັນຫ່ວງ​ນຳ​ມັນ​ອີກ​ຕໍ່ໄປ ແຕ່​ຄິດ​ເປັນຫ່ວງ​ນຳ​ເຈົ້າ​ຫລາຍກວ່າ ຈົນ​ຖາມ​ຢູ່​ສະເໝີ​ວ່າ, ‘ລູກຊາຍ​ຂ້ອຍ​ເປັນ​ຢ່າງໃດ​ເດ​ນໍ?’</verse>
				<verse number="3">ຈາກ​ບ່ອນ​ນີ້ ເຈົ້າ​ຈະ​ໄປ​ຮອດ​ຕົ້ນໄມ້​ສັກສິດ​ທີ່​ຕາໂບ; ໃນ​ທີ່ນັ້ນ ເຈົ້າ​ຈະ​ພົບ​ຊາຍ​ສາມ​ຄົນ; ພວກເຂົາ​ກຳລັງ​ເດີນທາງ​ໄປ​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າ​ທີ່​ເມືອງ​ເບັດເອນ. ຄົນ​ໜຶ່ງ​ໃນ​ພວກເຂົາ​ນັ້ນ​ຈູງ​ແບ້ນ້ອຍ​ສາມ​ໂຕ; ຄົນ​ໜຶ່ງ​ອີກ​ມີ​ເຂົ້າຈີ່​ສາມ​ກ້ອນ​ແລະ​ຜູ້​ທີ​ສາມ​ມີ​ຖົງ​ເຫຼົ້າ​ອະງຸ່ນ.</verse>
				<verse number="4">ພວກເຂົາ​ຈະ​ຄຳນັບ​ເຈົ້າ​ແລະ​ເອົາ​ເຂົ້າຈີ່​ສອງ​ກ້ອນ​ໃຫ້​ເຈົ້າ ເຈົ້າ​ຈະ​ຮັບ​ເອົາ​ເຂົ້າຈີ່​ນັ້ນ.</verse>
				<verse number="5">ຕໍ່ຈາກນັ້ນ ເຈົ້າ​ຈະ​ໄປ​ເຖິງ​ເນີນພູ​ຂອງ​ພຣະເຈົ້າ​ທີ່​ເມືອງ​ກີເບອາ ບ່ອນ​ທີ່​ພວກ​ຟີລິດສະຕິນ​ຕັ້ງ​ຄ້າຍ​ຢູ່. ທີ່​ທາງ​ເຂົ້າ​ປະຕູ​ເມືອງ ເຈົ້າ​ຈະ​ພົບ​ຜູ້ທຳນວາຍ​ກຸ່ມ​ໜຶ່ງ​ທີ່​ກຳລັງ​ດີດພິນ, ຕີ​ກອງ ແລະ​ເປົ່າ​ຂຸ່ຍ ພວມ​ລົງ​ມາ​ແຕ່​ເນີນພູ​ບ່ອນ​ມີ​ແທ່ນບູຊາ. ພວກເຂົາ​ຈະ​ຟ້ອນ​ແລະ​ຮ້ອງ​ໂຮ​ດ້ວຍ​ສຽງດັງ.</verse>
				<verse number="6">ໃນ​ທັນໃດນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ຈະ​ເຂົ້າ​ຄວບຄຸມ​ເຈົ້າ ແລະ​ເຈົ້າ​ຈະ​ເຂົ້າ​ຮ່ວມ​ກັບ​ພວກເຂົາ​ທຳນວາຍ ແລະ​ເຈົ້າ​ຈະ​ປ່ຽນ​ເປັນ​ຄົນ​ໃໝ່.</verse>
				<verse number="7">ເມື່ອ​ເຫດການ​ຢ່າງ​ນີ້​ເກີດຂຶ້ນ ຈົ່ງ​ກະທຳ​ຕາມ​ທີ່​ພຣະເຈົ້າ​ນຳພາ​ເຈົ້າ​ກະທຳ.</verse>
				<verse number="8">ເຈົ້າ​ຈະ​ໄປ​ທີ່​ເນີນພູ​ຂອງ​ພຣະເຈົ້າ​ທີ່​ເມືອງ​ກິນການ​ກ່ອນ​ຂ້ອຍ ແລະ​ຂ້ອຍ​ຈະ​ໄປ​ພົບ​ເຈົ້າ​ຢູ່​ທີ່​ນັ້ນ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ກັບ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ຈົ່ງ​ຄອຍຖ້າ​ຢູ່​ທີ່​ນັ້ນ​ເຈັດ​ວັນ ຈົນກວ່າ​ຂ້ອຍ​ຈະ​ມາ ແລະ​ບອກ​ເຈົ້າ​ວ່າ​ຄວນ​ເຮັດ​ຢ່າງໃດ.”</verse>
				<verse number="9">ເມື່ອ​ໂຊນ​ຈາກ​ຊາມູເອນ​ໄປ​ແລ້ວ ພຣະເຈົ້າ​ກໍ​ປ່ຽນ​ໂຊນ​ເປັນ​ຄົນ​ໃໝ່. ທຸກໆ​ສິ່ງ​ທີ່​ຊາມູເອນ​ໄດ້​ບອກ​ໄວ້​ກັບ​ລາວ​ກໍ​ເກີດຂຶ້ນ​ໃນ​ມື້ນັ້ນ.</verse>
				<verse number="10">ເມື່ອ​ໂຊນ​ແລະ​ຄົນ​ຮັບໃຊ້​ຂອງ​ລາວ​ມາ​ຮອດ​ເມືອງ​ກີເບອາ ກໍ​ມີ​ຜູ້ທຳນວາຍ​ກຸ່ມ​ໜຶ່ງ​ມາ​ພົບ​ລາວ. ໃນ​ທັນໃດນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ເຂົ້າ​ຄວບຄຸມ​ລາວ ແລະ​ນຳ​ລາວ​ໄປ​ພ້ອມ​ທັງ​ທຳນວາຍ​ຮ່ວມ​ກັບ​ພວກເຂົາ.</verse>
				<verse number="11">ຜູ້ໃດ​ທີ່​ເຄີຍ​ຮູ້​ໂຊນ​ມາ​ກ່ອນ ເມື່ອ​ເຫັນ​ລາວ​ກຳລັງ​ເຮັດ​ຢ່າງ​ນັ້ນ​ຕ່າງ​ກໍ​ຖາມ​ກັນ​ວ່າ, “ມີ​ຫຍັງ​ເດ​ນໍ ທີ່​ເກີດຂຶ້ນ​ກັບ​ລູກຊາຍ​ຂອງ​ກີເຊ? ໂຊນ​ກາຍເປັນ​ຜູ້ທຳນວາຍ​ແລ້ວ​ບໍ?”</verse>
				<verse number="12">ມີ​ຊາຍ​ຄົນ​ໜຶ່ງ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ​ຖາມ​ວ່າ, “ຜູ້ທຳນວາຍ​ຄົນອື່ນໆ​ເດ​ເປັນ​ຈັ່ງ​ໃດ? ພໍ່​ຂອງ​ພວກເຂົາ​ເປັນ​ຜູ້ໃດ?” ດັ່ງນັ້ນ ຈຶ່ງ​ມີ​ຄຳ​ເວົ້າ​ສືບຕໍ່​ກັນ​ມາ​ວ່າ, “ໂຊນ​ກາຍເປັນ​ຜູ້ທຳນວາຍ​ແລ້ວ​ບໍ?”</verse>
				<verse number="13">ເມື່ອ​ໂຊນ​ເຊົາ​ຟ້ອນ​ແລະ​ເຊົາ​ຮ້ອງໂຮ​ແລ້ວ ລາວ​ກໍໄດ້​ໄປ​ທີ່​ແທ່ນບູຊາ​ຢູ່​ເທິງ​ເນີນພູ.</verse>
				<verse number="14">ຜູ້ເປັນລູງ​ເຫັນ​ໂຊນ​ກັບ​ຄົນ​ຮັບໃຊ້​ຂອງ​ລາວ ຈຶ່ງ​ຖາມ​ວ່າ, “ພວກເຈົ້າ​ພາກັນ​ໄປ​ໃສ​ມາ?” ໂຊນ​ຕອບ​ວ່າ, “ໄປ​ຊອກຫາ​ລໍ​ມາ ເມື່ອ​ພວກຂ້ອຍ​ບໍ່​ພົບ​ລໍ​ຈຶ່ງ​ໄປ​ຫາ​ຊາມູເອນ.”</verse>
				<verse number="15">ລູງ​ຂອງ​ໂຊນ​ຖາມ​ວ່າ, “ເພິ່ນ​ບອກ​ພວກເຈົ້າ​ຫຍັງ​ແດ່?”</verse>
				<verse number="16">ໂຊນ​ຕອບ​ວ່າ, “ເພິ່ນ​ໄດ້​ບອກ​ພວກຂ້ອຍ​ວ່າ ລໍ​ນັ້ນ​ໄດ້​ພົບແລ້ວ.” ສ່ວນ​ເລື່ອງ​ທີ່​ຊາມູເອນ​ບອກ​ວ່າ, ລາວ​ຈະ​ຂຶ້ນ​ເປັນ​ກະສັດ​ນັ້ນ ລາວ​ບໍ່ໄດ້​ບອກ​ໃຫ້​ລູງ​ຮູ້ຈັກ​ນຳ.</verse>
				<verse number="17">ແລ້ວ​ຊາມູເອນ​ກໍໄດ້​ເອີ້ນ​ປະຊາຊົນ​ມາ​ເຕົ້າໂຮມ​ກັນ ຊ້ອງໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ມີຊະປາ</verse>
				<verse number="18">ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ເຮົາ​ໄດ້​ພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ຊ່ວຍ​ກູ້​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ຊາວ​ເອຢິບ ແລະ​ຊົນຊາດ​ອື່ນໆ​ທີ່​ຂົ່ມເຫັງ​ພວກເຈົ້າ.</verse>
				<verse number="19">ແຕ່​ໃນ​ມື້ນີ້ ພວກເຈົ້າ​ໄດ້​ປະຖິ້ມ​ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ຄວາມ​ລຳບາກ ຕະຫລອດ​ທັງ​ຄວາມ​ຫຍຸ້ງຍາກ​ທຸກຢ່າງ ແລະ​ຂໍຮ້ອງ​ເຮົາ​ໃຫ້​ແຕ່ງຕັ້ງ​ກະສັດ​ຄົນ​ໜຶ່ງ​ໃຫ້​ພວກເຈົ້າ ດີ​ແລ້ວ ຖ້າດັ່ງນັ້ນ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເປັນເຜົ່າ​ແລະ​ເປັນ​ຕະກຸນ​ຊ້ອງໜ້າ​ພຣະເຈົ້າຢາເວ.”’</verse>
				<verse number="20">ແລ້ວ​ຊາມູເອນ​ກໍ​ເອົາ​ແຕ່ລະເຜົ່າ​ໄປ​ຂ້າງໜ້າ ແລະ​ເຜົ່າ​ເບັນຢາມິນ​ໄດ້​ຖືກ​ເລືອກ.</verse>
				<verse number="21">ຕໍ່ມາ ຊາມູເອນ​ໄດ້​ເອົາ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເບັນຢາມິນ​ໄປ​ຂ້າງໜ້າ ຄອບຄົວ​ຂອງ​ມາຕະຣີ​ຈຶ່ງ​ຖືກ​ເລືອກ. ຕໍ່ມາ​ອີກ ພວກ​ຜູ້ຊາຍ​ໃນ​ຄອບຄົວ​ມາຕະຣີ​ໄດ້​ຖືກ​ນຳ​ໄປ​ຂ້າງໜ້າ ຈຶ່ງ​ເລືອກ​ຖືກ​ໂຊນ​ລູກຊາຍ​ຂອງ​ກີເຊ. ພວກເຂົາ​ໄດ້​ຊອກ​ຫາ​ລາວ, ແຕ່​ເມື່ອ​ຊອກ​ບໍ່​ພົບ​ລາວ</verse>
				<verse number="22">ພວກເຂົາ​ຈຶ່ງ​ທູນ​ຖາມ​ພຣະເຈົ້າຢາເວ​ວ່າ, “ຍັງ​ມີ​ຄົນອື່ນ​ອີກ​ບໍ?” ພຣະເຈົ້າຢາເວ​ຈຶ່ງ​ຕອບ​ວ່າ, “ໂຊນ​ຢູ່​ຫັ້ນ​ເດ ພວມ​ລີ້​ຢູ່​ທາງຫລັງ​ເຄື່ອງ​ຂອງ.”</verse>
				<verse number="23">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຟ້າວ​ໄປ​ນຳ​ເອົາ​ໂຊນ​ມາ​ຫາ​ປະຊາຊົນ ແລະ​ພວກເຂົາ​ກໍ​ເຫັນ​ວ່າ​ຫົວ​ລາວ​ສູງກວ່າ​ຄົນອື່ນໆ.</verse>
				<verse number="24">ຊາມູເອນ​ກ່າວ​ແກ່​ປະຊາຊົນ​ວ່າ, “ຜູ້​ນີ້​ແມ່ນ​ຊາຍ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ເອົາ ບໍ່ມີ​ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ຄື​ກັບ​ລາວ.” ປະຊາຊົນ​ຈຶ່ງ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ຂໍ​ໃຫ້​ກະສັດ​ຈົ່ງ​ໝັ້ນຍືນ!”</verse>
				<verse number="25">ຊາມູເອນ​ໄດ້​ອະທິບາຍ​ເຖິງ​ສິດ ແລະ​ໜ້າທີ່​ຂອງ​ກະສັດ​ໃຫ້​ປະຊາຊົນ​ຟັງ ແລະ​ຂຽນ​ຄຳ​ອະທິບາຍ​ເຫຼົ່ານັ້ນ​ໄວ້​ຢູ່​ໃນ​ປຶ້ມ​ຊ້ອງໜ້າ​ພຣະເຈົ້າຢາເວ ແລ້ວ​ເພິ່ນ​ກໍ​ໃຫ້​ທຸກຄົນ​ກັບ​ເມືອ​ເຮືອນ​ຂອງ​ໃຜ​ລາວ.</verse>
				<verse number="26">ສ່ວນ​ໂຊນ​ນັ້ນ ລາວ​ໄດ້​ກັບ​ເມືອ​ເຮືອນ​ຂອງຕົນ​ທີ່​ເມືອງ​ກີເບອາ​ເຊັ່ນກັນ. ຊາຍ​ບາງຄົນ​ທີ່​ມີ​ອຳນາດ ຊຶ່ງ​ໄດ້​ຮັບ​ການ​ບັນດົນ​ໃຈ​ຈາກ​ພຣະເຈົ້າ​ກໍໄດ້​ໄປ​ນຳ​ໂຊນ.</verse>
				<verse number="27">ແຕ່​ນັກເລງ​ບາງຄົນ​ໄດ້​ເວົ້າ​ວ່າ, “ຄົນ​ນີ້​ຈະ​ຊ່ວຍ​ພວກເຮົາ​ໄດ້​ຢ່າງ​ໃດ?” ພວກເຂົາ​ໝິ່ນປະໝາດ​ໂຊນ ແລະ​ບໍ່ໄດ້​ນຳ​ເອົາ​ຂອງຂວັນ​ຫຍັງ​ມາ​ໃຫ້​ລາວ​ເລີຍ, ແຕ່​ລາວ​ກໍມິດ​ເສີຍ.</verse>
			</chapter>
			<chapter number="11">
				<verse number="1">ປະມານ​ໜຶ່ງ​ເດືອນ​ຕໍ່ມາ ເຈົ້າ​ນາຮາດ​ກະສັດ​ແຫ່ງ​ອຳໂມນ​ໄດ້​ຍົກທັບ​ມາ​ໂຈມຕີ​ເມືອງ​ຢາເບັດ​ກີເລອາດ ແລະ​ປິດລ້ອມ​ເມືອງ​ໄວ້. ຊາວ​ເມືອງ​ຢາເບັດ​ຈຶ່ງ​ເວົ້າ​ກັບ​ເຈົ້າ​ນາຮາດ​ວ່າ, “ຈົ່ງ​ເຮັດ​ສັນຍາ​ກັບ​ພວກ​ຂ້ານ້ອຍ​ສາ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ຮັບ​ທ່ານ​ເປັນ​ຜູ້ປົກຄອງ.”</verse>
				<verse number="2">ນາຮາດ​ຕອບ​ວ່າ, “ເຮົາ​ຈະ​ເຮັດ​ສັນຍາ​ກັບ​ພວກເຈົ້າ​ໃນ​ເງື່ອນໄຂ​ຂໍ້​ໜຶ່ງ​ຄື: ເຮົາ​ຈະ​ເຈາະ​ແກ່ນຕາ​ເບື້ອງຂວາ​ທຸກຄົນ ເພື່ອ​ນຳ​ຄວາມ​ອັບອາຍ​ມາ​ສູ່​ຊາດ​ອິດສະຣາເອນ​ທັງໝົດ.”</verse>
				<verse number="3">ພວກ​ຜູ້ນຳ​ຊາວ​ຢາເບັດ​ຈຶ່ງ​ເວົ້າ​ວ່າ, “ຂໍ​ໃຫ້​ເວລາ​ພວກເຮົາ​ເຈັດ​ວັນ ເພື່ອ​ຈະ​ໄດ້​ໃຊ້​ຄົນນຳຂ່າວ​ໄປ​ທົ່ວ​ດິນແດນ​ອິດສະຣາເອນ. ຖ້າ​ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ພວກເຮົາ ພວກເຮົາ​ກໍ​ຈະ​ຍອມ​ຈຳນົນ​ຕໍ່​ທ່ານ.”</verse>
				<verse number="4">ຄົນນຳຂ່າວ​ໄດ້​ມາ​ທີ່​ເມືອງ​ກີເບອາ​ບ່ອນ​ທີ່​ໂຊນ​ຢູ່. ເມື່ອ​ຄົນ​ບອກ​ຂ່າວ​ນີ້​ສູ່​ຊາວ​ເມືອງ​ຟັງ ປະຊາຊົນ​ກໍ​ຮ້ອງໄຫ້​ດ້ວຍ​ຄວາມ​ໝົດຫວັງ.</verse>
				<verse number="5">ສ່ວນ​ໂຊນ​ນັ້ນ​ກຳລັງ​ຈູງ​ງົວ​ມາ​ແຕ່​ນາ ເພິ່ນ​ຖາມ​ວ່າ, “ມີ​ຫຍັງ​ເກີດຂຶ້ນ? ເປັນຫຍັງ​ທຸກຄົນ​ຈຶ່ງ​ຮ້ອງໄຫ້?” ພວກເຂົາ​ບອກ​ເລື່ອງ​ທີ່​ຄົນນຳຂ່າວ​ຈາກ​ຢາເບັດ​ໄດ້​ມາ​ລາຍງານ​ນັ້ນ​ສູ່​ລາວ​ຟັງ.</verse>
				<verse number="6">ເມື່ອ​ໂຊນ​ໄດ້ຍິນ​ຂ່າວ​ນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ເຂົ້າ​ຄວບຄຸມ​ລາວ ແລະ​ລາວ​ໃຈຮ້າຍ​ຂຶ້ນ.</verse>
				<verse number="7">ລາວ​ໄດ້​ຂ້າ​ງົວເຖິກ​ສອງ​ໂຕ​ແລະ​ປາດ​ຊີ້ນ​ເປັນ​ຕ່ອນໆ ແລ້ວ​ໃຫ້​ຄົນນຳຂ່າວ​ມາ​ນັ້ນ​ຖື​ໄປ​ທົ່ວ​ດິນແດນ​ອິດສະຣາເອນ ພ້ອມ​ທັງ​ເຕືອນ​ວ່າ, “ຜູ້ໃດ​ກໍຕາມ​ທີ່​ບໍ່​ຕິດຕາມ​ໂຊນ​ແລະ​ຊາມູເອນ​ໄປ​ສູ່​ສະໜາມຮົບ ງົວເຖິກ​ຂອງ​ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ຂ້າ​ຢ່າງ​ດຽວກັນ​ນີ້​ແຫຼະ.” ປະຊາຊົນ​ອິດສະຣາເອນ​ເກີດ​ຢ້ານກົວ​ຕໍ່​ສິ່ງ​ທີ່​ພຣະເຈົ້າຢາເວ​ອາດ​ຈະ​ກະທຳ. ສະນັ້ນ ພວກເຂົາ​ໝົດ​ທຸກຄົນ​ຈຶ່ງ​ພ້ອມກັນ​ມາ​ໂດຍ​ບໍ່ມີ​ການ​ຍົກເວັ້ນ.</verse>
				<verse number="8">ໂຊນ​ໃຫ້​ພວກເຂົາ​ເຕົ້າໂຮມ​ກັນ​ຢູ່​ທີ່​ເມືອງ​ເບເຊັກ ໂດຍ​ມີ​ຈຳນວນພົນ​ດັ່ງນີ້: ຊາວ​ອິດສະຣາເອນ​ສາມແສນ​ຄົນ ແລະ​ຊາວ​ຢູດາ​ສາມສິບພັນ​ຄົນ.</verse>
				<verse number="9">ພວກເຂົາ​ບອກ​ຄົນນຳຂ່າວ​ມາ​ຈາກ​ຢາເບັດ​ກີເລອາດ​ນັ້ນ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ຂອງ​ພວກເຈົ້າ​ວ່າ ມື້ອື່ນ​ເຊົ້າ​ກ່ອນ​ທ່ຽງ ພວກຂ້ອຍ​ຈະ​ໄປ​ຊ່ວຍ​ກອບກູ້​ເອົາ​ພວກເຈົ້າ.” ເມື່ອ​ຊາວ​ຢາເບັດ​ໄດ້​ຮັບ​ຂ່າວ​ນັ້ນ ພວກເຂົາ​ກໍ​ຊົມຊື່ນ​ຍິນດີ​ຫຼາຍ ແລະ​ເວົ້າ​ຕໍ່​ເຈົ້າ​ນາຮາດ​ວ່າ,</verse>
				<verse number="10">“ມື້ອື່ນ ພວກເຮົາ​ຈະ​ຍອມ​ຈຳນົນ​ຕໍ່​ທ່ານ ທ່ານ​ຈະ​ເຮັດ​ກັບ​ພວກເຮົາ​ຢ່າງ​ໃດ​ກໍໄດ້ ຕາມ​ທີ່​ທ່ານ​ຕ້ອງການ.”</verse>
				<verse number="11">ມື້​ໃໝ່​ມາ​ແຕ່​ເດິກໆ ໂຊນ​ໄດ້​ແບ່ງ​ທະຫານ​ຂອງຕົນ​ອອກ​ເປັນ​ສາມ​ໝວດ. ເມື່ອ​ເຊົ້າມາ ພວກເຂົາ​ໄດ້​ມຸ້ງໜ້າ​ໄປ​ສູ່​ຄ້າຍ​ຂອງ​ພວກ​ສັດຕູ ແລະ​ໂຈມຕີ​ຊາວ​ອຳໂມນ. ພວກເຂົາ​ໄດ້​ຂ້າ​ເປັນ​ໝູ່​ຊາວ​ອຳໂມນ​ຈົນ​ຮອດ​ທ່ຽງ. ສ່ວນ​ພວກ​ທີ່​ລອດຊີວິດ​ໄດ້​ນັ້ນ​ກໍ​ແຕກຊະ​ກັນໄປ ແຕ່ລະຄົນ​ຕ່າງ​ກໍ​ແລ່ນ​ໜີໄປ​ເອົາ​ຕົວລອດ.</verse>
				<verse number="12">ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍ​ເວົ້າ​ຕໍ່​ຊາມູເອນ​ວ່າ, “ພວກ​ທີ່​ເວົ້າ​ວ່າ, ໂຊນ​ບໍ່ສົມ​ທີ່​ຈະ​ເປັນ​ກະສັດ​ນັ້ນ​ຢູ່​ໃສ? ຈົ່ງ​ໄປ​ຈັບ​ເອົາ​ພວກເຂົາ​ມາ​ໃຫ້​ພວກເຮົາ​ຂ້າ​ຖິ້ມ​ເສຍ.”</verse>
				<verse number="13">ແຕ່​ໂຊນ​ເວົ້າ​ວ່າ, “ມື້ນີ້ ຈະ​ບໍ່ມີ​ຜູ້ໃດ​ຖືກ​ປະຫານ​ຊີວິດ ເພາະ​ແມ່ນ​ມື້​ທີ່​ພຣະເຈົ້າຢາເວ​ຊ່ວຍ​ກອບກູ້​ເອົາ​ຊາດ​ອິດສະຣາເອນ.”</verse>
				<verse number="14">ແລ້ວ​ຊາມູເອນ​ກໍ​ກ່າວ​ວ່າ, “ໃຫ້​ພວກເຮົາ​ທຸກຄົນ​ໄປ​ທີ່​ເມືອງ​ກິນການ ແລະ​ປະກາດ​ແຕ່ງຕັ້ງ​ໂຊນ​ຢູ່​ທີ່​ນັ້ນ​ອີກເທື່ອໜຶ່ງ ໃຫ້​ເປັນ​ກະສັດ​ຂອງ​ພວກເຮົາ.”</verse>
				<verse number="15">ດັ່ງນັ້ນ ພວກເຂົາ​ທັງໝົດ​ຈຶ່ງ​ພາກັນ​ໄປ​ທີ່​ເມືອງ​ກິນການ. ແລະ​ໃນ​ທີ່ນັ້ນ ໂດຍ​ຊ້ອງໜ້າ​ພຣະເຈົ້າຢາເວ ພວກເຂົາ​ໄດ້​ປະກາດ​ແຕ່ງຕັ້ງ​ໂຊນ​ໃຫ້​ເປັນ​ກະສັດ. ພວກເຂົາ​ໄດ້​ຖວາຍ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ ໂຊນ​ພ້ອມ​ກັບ​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ໄດ້​ສະຫລອງ​ຢ່າງ​ຍິ່ງໃຫຍ່​ໃນ​ທີ່​ນັ້ນ.</verse>
			</chapter>
			<chapter number="12">
				<verse number="1">ແລ້ວ​ຊາມູເອນ​ກໍ​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, “ຂ້າພະເຈົ້າ​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຂໍຮ້ອງ​ແລ້ວ ຂ້າພະເຈົ້າ​ໄດ້​ແຕ່ງຕັ້ງ​ກະສັດ​ຄົນ​ໜຶ່ງ​ໃຫ້​ປົກຄອງ​ພວກເຈົ້າ</verse>
				<verse number="2">ແລະ​ດຽວ​ນີ້​ພວກເຈົ້າ​ກໍ​ມີ​ກະສັດ​ໂຊນ​ເປັນ​ຜູ້​ນຳພາ. ສຳລັບ​ຂ້າພະເຈົ້າ​ເອງ​ນັ້ນ​ເຖົ້າແກ່​ແລະ​ຜົມ​ກໍ​ຫງອກ​ຫລາຍ​ແລ້ວ ແລະ​ພວກ​ລູກຊາຍ​ຂອງ​ຂ້າພະເຈົ້າ​ກໍ​ຍັງ​ຢູ່​ນຳ​ພວກເຈົ້າ. ຂ້າພະເຈົ້າ​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ​ແຕ່​ຍັງ​ໜຸ່ມ​ຈົນເຖິງ​ດຽວນີ້.</verse>
				<verse number="3">ຂ້າພະເຈົ້າ​ຢູ່​ທີ່ນີ້​ແລ້ວ ສະນັ້ນ ຖ້າ​ຂ້າພະເຈົ້າ​ເຮັດ​ຜິດ​ປະການໃດ​ປະການໜຶ່ງ ຈົ່ງ​ໃຫ້​ພວກເຈົ້າ​ຮ້ອງຟ້ອງ​ຂ້າພະເຈົ້າ​ດຽວ​ນີ້ ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ແລະ​ກະສັດ​ທີ່​ພຣະອົງ​ໄດ້​ເລືອກ​ເອົາ. ຂ້າພະເຈົ້າ​ເຄີຍ​ໄດ້​ເອົາ​ງົວ​ແລະ​ລໍ​ຂອງ​ຜູ້ໃດ​ບໍ? ຂ້າພະເຈົ້າ​ໄດ້​ສໍ້ໂກງ​ແລະ​ກົດຂີ່​ຂົ່ມເຫັງ​ຜູ້ໃດ​ແດ່? ຂ້າພະເຈົ້າ​ໄດ້​ຮັບ​ສິນບົນ​ຈາກ​ຜູ້ໃດ​ບໍ? ຖ້າ​ຂ້າພະເຈົ້າ​ໄດ້​ເຮັດ​ສິ່ງໃດ​ສິ່ງໜຶ່ງ​ດັ່ງ​ທີ່​ໄດ້​ກ່າວ​ມາ​ນີ້ ຂ້າພະເຈົ້າ​ຍິນດີ​ຈ່າຍ​ຄືນ​ສິ່ງ​ທີ່​ຂ້າພະເຈົ້າ​ເອົາ​ໄປ​ນັ້ນ.”</verse>
				<verse number="4">ປະຊາຊົນ​ພາກັນ​ຕອບ​ວ່າ, “ທ່ານ​ບໍ່ໄດ້​ສໍ້ໂກງ ຫລື​ຂົ່ມເຫັງ​ພວກ​ຂ້ານ້ອຍ​ແຕ່​ຢ່າງໃດ​ເລີຍ ແລະ​ທ່ານ​ກໍ​ບໍ່ໄດ້​ເອົາ​ສິ່ງໃດ​ສິ່ງໜຶ່ງ​ຈາກ​ຜູ້ໃດ​ຜູ້ໜຶ່ງ​ດ້ວຍ.”</verse>
				<verse number="5">ຊາມູເອນ​ຕອບ​ຄືນ​ວ່າ, “ມື້ນີ້ ພຣະເຈົ້າຢາເວ​ພ້ອມ​ກັບ​ກະສັດ​ທີ່​ພຣະອົງ​ເລືອກ​ເອົາ​ນັ້ນ ໄດ້​ເປັນ​ພະຍານ​ຕໍ່ໜ້າ​ພວກເຈົ້າ​ວ່າ ພວກເຈົ້າ​ບໍ່​ພົບ​ຄວາມຜິດ​ໃດໆ​ໃນ​ຕົວ​ຂ້າພະເຈົ້າ.” ພວກເຂົາ​ຕອບ​ວ່າ, “ແມ່ນແລ້ວ ພຣະອົງ​ເປັນ​ພະຍານ​ໃຫ້​ພວກ​ຂ້ານ້ອຍ.”</verse>
				<verse number="6">ຊາມູເອນ​ກ່າວ​ຕໍ່ໄປ​ອີກ​ວ່າ, “ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ເລືອກ​ເອົາ​ໂມເຊ​ກັບ​ອາໂຣນ ແລະ​ເປັນ​ຜູ້​ນຳພາ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.</verse>
				<verse number="7">ບັດນີ້ ຈົ່ງ​ຢືນ​ຢູ່​ກັບ​ທີ່​ຂອງ​ພວກເຈົ້າ​ນັ້ນ​ແຫຼະ ແລະ​ຂ້າພະເຈົ້າ​ຈະ​ຟ້ອງ​ພວກເຈົ້າ​ຕໍ່​ພຣະເຈົ້າຢາເວ ໂດຍ​ຕັກເຕືອນ​ພວກເຈົ້າ ໃຫ້​ຈົດຈຳ​ພາລະກິດ​ອັນ​ຍິ່ງໃຫຍ່​ທັງໝົດ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ນັ້ນ ເພື່ອ​ຊ່ວຍ​ພວກເຈົ້າ​ແລະ​ປູ່ຍ່າຕາຍາຍ​ໃຫ້​ພົ້ນ.</verse>
				<verse number="8">ເມື່ອ​ຢາໂຄບ​ແລະ​ຄອບຄົວ​ຂອງ​ເພິ່ນ​ໄດ້​ໄປ​ທີ່​ປະເທດ​ເອຢິບ ຊາວ​ເອຢິບ​ໄດ້​ຂົ່ມເຫັງ​ພວກເພິ່ນ. ຝ່າຍ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ກໍໄດ້​ຮ້ອງ​ຂໍ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ແລະ​ພຣະເຈົ້າຢາເວ​ໄດ້​ສົ່ງ​ໂມເຊ​ແລະ​ອາໂຣນ​ໃຫ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ຈົນ​ພວກເຂົາ​ໄດ້​ມາ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ດິນແດນ​ນີ້.</verse>
				<verse number="9">ແຕ່​ປະຊາຊົນ​ຊໍ້າ​ພັດ​ໄດ້​ລືມໄລ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ; ສະນັ້ນ ພຣະອົງ​ຈຶ່ງ​ໃຫ້​ພວກ​ຟີລິດສະຕິນ​ກັບ​ກະສັດ​ແຫ່ງ​ໂມອາບ​ແລະ​ສີເສຣາ ແມ່ທັບ​ຂອງ​ເມືອງ​ຮາໂຊ​ມາ​ຕໍ່ສູ້ ແລະ​ພວກເຂົາ​ໄດ້​ເອົາ​ຊະນະ​ບັນພະບຸລຸດ​ຂອງ​ພວກເຈົ້າ.</verse>
				<verse number="10">ແລ້ວ​ພວກເຂົາ​ກໍ​ຮ້ອງ​ຫາ​ພຣະເຈົ້າຢາເວ ແລະ​ໄດ້ກ່າວ​ວ່າ, ‘ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ເພາະ​ພວກ​ຂ້ານ້ອຍ​ໄດ້​ຫັນ​ໜີໄປ​ຈາກ​ພຣະເຈົ້າຢາເວ ແລະ​ໄປ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຂອງ​ພະບາອານ​ແລະ​ຂອງ​ເຈົ້າແມ່​ອັດສະຕາກ. ບັດນີ້ ຂໍ​ພຣະອົງ​ໂຜດ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມື​ຂອງ​ພວກ​ສັດຕູ​ແດ່ທ້ອນ ແລະ​ພວກ​ຂ້ານ້ອຍ​ຈະ​ຮັບໃຊ້​ພຣະອົງ.’</verse>
				<verse number="11">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສົ່ງ​ຄົນ​ເຫຼົ່ານີ້​ມາ ມີ​ດັ່ງນີ້: ກີເດໂອນ, ບາຣັກ, ເຢັບທາ ແລະ​ຜູ້​ສຸດທ້າຍ​ແມ່ນ​ຂ້າພະເຈົ້າ​ເອງ. ພວກເຮົາ​ແຕ່ລະຄົນ​ໄດ້​ຊ່ວຍ​ກອບກູ້​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ມື​ຂອງ​ພວກ​ສັດຕູ ແລະ​ພວກເຈົ້າ​ໄດ້​ຢູ່​ຢ່າງ​ປອດໄພ.</verse>
				<verse number="12">ແຕ່​ເມື່ອ​ພວກເຈົ້າ​ເຫັນ​ວ່າ ເຈົ້າ​ນາຮາດ​ກະສັດ​ແຫ່ງ​ອຳໂມນ​ກຳລັງ​ມາ​ໂຈມຕີ​ພວກເຈົ້າ ພວກເຈົ້າ​ຈຶ່ງ​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ອົງ​ເປັນ​ກະສັດ​ຂອງ​ພວກເຈົ້າ ໂດຍ​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ, ‘ພວກເຮົາ​ຢາກ​ໄດ້​ກະສັດ​ອົງ​ໜຶ່ງ​ມາ​ປົກຄອງ.’</verse>
				<verse number="13">ນີ້ເດ ກະສັດ​ທີ່​ພວກເຈົ້າ​ເລືອກເອົາ ພວກເຈົ້າ​ໄດ້​ຂໍ​ເອົາ​ກະສັດ ແລະ​ບັດນີ້ ພຣະເຈົ້າຢາເວ​ກໍ​ໃຫ້​ພວກເຈົ້າ​ມີ​ກະສັດ​ແລ້ວ.</verse>
				<verse number="14">ຖ້າ​ພວກເຈົ້າ​ຢຳເກງ​ພຣະເຈົ້າຢາເວ, ຮັບໃຊ້​ພຣະອົງ, ເຊື່ອຟັງ​ພຣະອົງ ແລະ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ຖ້າ​ພວກເຈົ້າ​ກັບ​ກະສັດ​ຂອງ​ພວກເຈົ້າ​ຕິດຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄປ ທຸກສິ່ງ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ພວກເຈົ້າ.</verse>
				<verse number="15">ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ ແລະ​ທັງ​ບໍ່​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ. ແລ້ວ​ມື​ຂອງ​ພຣະເຈົ້າຢາເວ​ຈະ​ຕໍ່ສູ້​ພວກເຈົ້າ​ແລະ​ກະສັດ​ຂອງ​ພວກເຈົ້າ​ດ້ວຍ.</verse>
				<verse number="16">ສະນັ້ນ ຈົ່ງ​ພາກັນ​ຢືນ​ຢູ່​ບ່ອນ​ທີ່​ພວກເຈົ້າ​ຢືນ​ຢູ່​ນັ້ນ​ແຫຼະ ແລະ​ພວກເຈົ້າ​ຈະ​ໄດ້​ເຫັນ​ເຫດການ​ອັນ​ຍິ່ງໃຫຍ່​ທີ່​ພຣະເຈົ້າຢາເວ​ກຳລັງ​ຈະ​ເຮັດ​ຕໍ່ໜ້າ​ຕໍ່ຕາ​ຂອງ​ພວກເຈົ້າ.</verse>
				<verse number="17">ດຽວນີ້ ເປັນ​ລະດູແລ້ງ​ແມ່ນ​ບໍ່? ແຕ່​ຂ້າພະເຈົ້າ​ຈະ​ພາວັນນາ​ອະທິຖານ​ຂໍ​ໃຫ້​ພຣະເຈົ້າຢາເວ​ສົ່ງ​ສຽງ​ຟ້າຮ້ອງ​ມາ ແລະ​ຝົນ​ກໍ​ຈະ​ຕົກລົງ. ເມື່ອ​ພວກເຈົ້າ​ໄດ້​ເຫັນ​ເຫດການ​ນີ້​ແລ້ວ ພວກເຈົ້າ​ຈະ​ຮູ້​ວ່າ​ເວລາ​ທີ່​ພວກເຈົ້າ​ຂໍ​ເອົາ​ກະສັດ​ຈາກ​ພຣະອົງ​ນັ້ນ ພວກເຈົ້າ​ໄດ້​ເຮັດ​ຜິດ​ຢ່າງ​ຮ້າຍແຮງ​ຕໍ່​ພຣະເຈົ້າຢາເວ.”</verse>
				<verse number="18">ດັ່ງນັ້ນ ຊາມູເອນ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ໃນ​ມື້​ນັ້ນ​ເອງ ພຣະເຈົ້າຢາເວ​ໄດ້​ສົ່ງ​ສຽງ​ຟ້າຮ້ອງ​ມາ ແລະ​ຝົນ​ກໍ​ຕົກ. ແລ້ວ​ປະຊາຊົນ​ທຸກຄົນ​ກໍ​ເກີດ​ຢ້ານກົວ​ພຣະເຈົ້າຢາເວ ແລະ ຊາມູເອນ;</verse>
				<verse number="19">ພວກເຂົາ​ໄດ້​ເວົ້າ​ກັບ​ຊາມູເອນ​ວ່າ, “ທ່ານເອີຍ ກະລຸນາ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ທ່ານ​ສຳລັບ​ພວກ​ຜູ້ຮັບໃຊ້​ຂອງ​ທ່ານ​ແດ່ ເພື່ອ​ພວກ​ຂ້ານ້ອຍ​ຈະ​ບໍ່​ຕາຍ. ບັດນີ້ ພວກ​ຂ້ານ້ອຍ​ຮູ້​ແລ້ວ​ວ່າ ນອກຈາກ​ການບາບ​ອື່ນໆ​ທີ່​ພວກ​ຂ້ານ້ອຍ​ໄດ້​ເຮັດ​ແລ້ວ ພວກ​ຂ້ານ້ອຍ​ຍັງ​ໄດ້​ເຮັດ​ບາບ​ອີກ​ທີ່​ໄດ້ຂໍ​ເອົາ​ກະສັດ.”</verse>
				<verse number="20">ຊາມູເອນ​ຕອບ​ວ່າ, “ຢ່າ​ຢ້ານ​ເລີຍ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຊ້າ​ກໍຕາມ ແຕ່​ຢ່າ​ຫັນ​ໜີໄປ​ຈາກ​ພຣະເຈົ້າຢາເວ; ແຕ່​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ.</verse>
				<verse number="21">ຢ່າ​ຫລົງ​ໄຫລ​ໄປ​ນຳ​ພະທຽມ; ມັນ​ຊ່ວຍເຫລືອ​ຫຍັງ​ພວກເຈົ້າ​ບໍ່ໄດ້ ເພາະ​ມັນ​ບໍ່ແມ່ນ​ພຣະ​ແທ້.</verse>
				<verse number="22">ພຣະເຈົ້າຢາເວ​ຈະ​ບໍ່​ປະຖິ້ມ​ພວກ​ຂອງ​ພຣະອົງ ໂດຍ​ເຫັນ​ແກ່​ນາມຊື່​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ເພາະ​ພຣະເຈົ້າຢາເວ​ໄດ້​ຕັດສິນໃຈ​ຮັບ​ເອົາ​ພວກເຈົ້າ ເປັນ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ.</verse>
				<verse number="23">ສ່ວນ​ຂ້າພະເຈົ້າ ພຣະເຈົ້າຢາເວ​ໄດ້​ຫ້າມ​ຂ້າພະເຈົ້າ​ບໍ່​ໃຫ້​ຢຸດ​ເຊົາ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ ເພາະ​ການ​ຢຸດ​ເຊົາ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ​ນັ້ນ ເປັນ​ການ​ຜິດ​ຕໍ່​ພຣະອົງ; ແຕ່​ຂ້າພະເຈົ້າ​ຈະ​ສັ່ງສອນ​ພວກເຈົ້າ​ໃຫ້​ຮູ້​ສິ່ງ​ດີ​ແລະ​ສິ່ງ​ທີ່​ຖືກຕ້ອງ.</verse>
				<verse number="24">ຈົ່ງ​ຢຳເກງ​ພຣະເຈົ້າຢາເວ​ເທົ່ານັ້ນ​ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ຢ່າງ​ສັດຊື່ ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ. ຈົ່ງ​ຈົດຈຳ​ພາລະກິດ​ອັນ​ຍິ່ງໃຫຍ່ ທີ່​ພຣະອົງ​ໄດ້​ເຮັດ​ເພື່ອ​ພວກເຈົ້າ.</verse>
				<verse number="25">ແຕ່​ຖ້າ​ພວກເຈົ້າ​ຍັງ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມບາບ ພວກເຈົ້າ​ແລະ​ກະສັດ​ຂອງ​ພວກເຈົ້າ​ຈະ​ຖືກ​ທຳລາຍ.”</verse>
			</chapter>
			<chapter number="13">
				<verse number="1"></verse>
				<verse number="2">ກະສັດ​ໂຊນ​ໄດ້​ເລືອກ​ເອົາ​ຊາຍ​ສະກັນ​ຊາວ​ອິດສະຣາເອນ​ສາມພັນ​ຄົນ ໂດຍ​ໄດ້​ແບ່ງ​ເອົາ​ສອງພັນ​ຄົນ​ໃຫ້​ຢູ່​ກັບ​ຕົນ​ທີ່​ມິກມາດ ແລະ​ທີ່​ເຂດ​ເນີນພູ​ຂອງ​ເບັດເອນ, ແຕ່​ທະຫານ​ໜຶ່ງພັນ​ຄົນ​ນັ້ນ ເພິ່ນ​ໃຫ້​ໄປ​ກັບ​ໂຢນາທານ​ລູກຊາຍ​ຂອງຕົນ ທີ່​ເມືອງ​ກີເບອາ​ໃນ​ເຂດແດນ​ຂອງ​ເຜົ່າ​ເບັນຢາມິນ. ສ່ວນ​ທີ່​ເຫຼືອ​ນັ້ນ ເພິ່ນ​ໄດ້​ສັ່ງ​ໃຫ້​ກັບຄືນ​ເມືອ​ບ້ານ​ເຮືອນ​ຂອງ​ໃຜ​ລາວ.</verse>
				<verse number="3">ໂຢນາທານ​ໄດ້​ຂ້າ​ຜູ້​ບັນຊາການ​ທະຫານ​ຟີລິດສະຕິນ ໃນ​ເມືອງ​ເກບາ ແລະ​ຊາວ​ຟີລິດສະຕິນ​ທັງໝົດ​ກໍ​ໄດ້​ຍິນ​ກ່ຽວກັບ​ເລື່ອງນີ້. ແລ້ວ​ກະສັດ​ໂຊນ​ກໍໄດ້​ສົ່ງ​ຄົນນຳຂ່າວ​ເປົ່າແກ​ໄປ​ທົ່ວ​ປະເທດ ເພື່ອ​ເກນ​ເອົາ​ຊາວ​ເຮັບເຣີ​ເຂົ້າ​ເຮັດ​ເສິກ.</verse>
				<verse number="4">ເມື່ອ​ຊາວ​ອິດສະຣາເອນ​ທັງໝົດ​ໄດ້ຍິນ​ຂ່າວ​ວ່າ, ກະສັດ​ໂຊນ​ໄດ້​ຂ້າ​ຜູ້​ບັນຊາການ​ທະຫານ​ຟີລິດສະຕິນ ແລະ​ຊາວ​ຟີລິດສະຕິນ​ກໍ​ກຽດຊັງ​ພວກຕົນ. ສະນັ້ນ ພວກເຂົາ​ຈຶ່ງ​ຕອບ​ສະໜອງ​ຄຳ​ຮຽກຮ້ອງ ເພື່ອ​ເຂົ້າ​ໄປ​ສົມທົບ​ກັບ​ກະສັດ​ໂຊນ​ທີ່​ເມືອງ​ກິນການ.</verse>
				<verse number="5">ພວກ​ຟີລິດສະຕິນ​ໄດ້​ທ້ອນໂຮມ​ກຳລັງ​ກັນ​ມາ​ຕໍ່ສູ້​ພວກ​ອິດສະຣາເອນ. ພວກເຂົາ​ມີ​ລົດຮົບ​ສາມສິບພັນ​ຄັນ, ທະຫານ​ມ້າ​ຫົກພັນ​ຄົນ ແລະ​ມີ​ທະຫານ​ຫລວງຫລາຍ​ດັ່ງ​ເມັດ​ດິນ​ຊາຍ​ທີ່​ຝັ່ງ​ທະເລ. ພວກເຂົາ​ໄດ້​ໄປ​ສູ່​ມິກມາດ​ທີ່​ທາງ​ຕາເວັນອອກ​ຂອງ​ເບັດອາເວນ ແລະ​ຕັ້ງຄ້າຍ​ຢູ່​ທີ່​ນັ້ນ.</verse>
				<verse number="6">ຕໍ່ມາ ພວກເຂົາ​ໄດ້​ບຸກໂຈມຕີ​ພວກ​ອິດສະຣາເອນ​ຢ່າງ​ດຸເດືອດ ຈົນ​ພວກ​ອິດສະຣາເອນ​ຢູ່​ໃນ​ທ່າ​ຈົນຕາແຈ. ພວກ​ອິດສະຣາເອນ​ບາງຄົນ​ໄດ້​ໜີໄປ​ລີ້​ຢູ່​ໃນ​ຖໍ້າ, ໃນ​ໂກນ, ຢູ່​ໃນ​ລະຫວ່າງ​ໂງ່ນຫີນ, ຢູ່​ໃນ​ຫລຸມ ແລະ​ຢູ່​ໃນ​ນໍ້າສ້າງ.</verse>
				<verse number="7">ສ່ວນ​ຄົນອື່ນໆ​ອີກ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໜີໄປ ຢູ່​ໃນ​ເຂດແດນ​ຂອງ​ເມືອງກາດ​ແລະ​ເມືອງ​ກີເລອາດ. ສ່ວນ​ກະສັດ​ໂຊນ​ນັ້ນ​ຍັງ​ຢູ່​ໃນ​ເມືອງ​ກິນການ ແລະ​ປະຊາຊົນ​ທີ່​ຢູ່​ນຳ​ເພິ່ນ​ກໍ​ຕົກ​ສະທ້ານ​ຢ້ານກົວ​ຫລາຍ.</verse>
				<verse number="8">ກະສັດ​ໂຊນ​ໄດ້​ຄອຍຖ້າ​ຢູ່​ເຈັດ​ວັນ​ຕາມ​ຄຳແນະນຳ​ຂອງ​ຊາມູເອນ, ແຕ່​ຊາມູເອນ​ຍັງ​ບໍ່ທັນ​ມາຮອດ​ກິນການ​ເທື່ອ. ສ່ວນ​ປະຊາຊົນ​ຕ່າງ​ກໍ​ຄ່ອຍໆ​ໜີໄປ​ຈາກ​ກະສັດ​ໂຊນ;</verse>
				<verse number="9">ດັ່ງນັ້ນ ເພິ່ນ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ເອົາ​ເຄື່ອງ​ເຜົາບູຊາ​ກັບ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ມາ​ໃຫ້​ເຮົາ.” ເພິ່ນ​ໄດ້​ຖວາຍ​ເຄື່ອງ​ເຜົາບູຊາ​ນັ້ນ</verse>
				<verse number="10">ແລະ​ພໍ​ໝົດ​ພິທີ​ແລ້ວ ຊາມູເອນ​ກໍ​ມາ​ເຖິງ. ກະສັດ​ໂຊນ​ຈຶ່ງ​ອອກ​ໄປ​ຕ້ອນຮັບ​ເພິ່ນ</verse>
				<verse number="11">ແຕ່​ຊາມູເອນ​ຖາມ​ວ່າ, “ເຈົ້າ​ໄດ້​ເຮັດ​ຫຍັງ​ລົງ​ໄປ​ນັ້ນ?” ກະສັດ​ໂຊນ​ຈຶ່ງ​ຕອບ​ວ່າ, “ປະຊາຊົນ​ກຳລັງ​ໜີໄປ​ຈາກ​ຂ້າພະເຈົ້າ ແລະ​ທ່ານ​ເອງ​ກໍ​ບໍ່​ທັນ​ມາ​ຕາມ​ທີ່​ໄດ້​ກ່າວ​ໄວ້; ນອກຈາກນີ້​ອີກ ພວກ​ຟີລິດສະຕິນ​ກຳລັງ​ທ້ອນໂຮມກັນ​ຢູ່​ທີ່​ມິກມາດ.</verse>
				<verse number="12">ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຄິດ​ວ່າ, ‘ຊາວ​ຟີລິດສະຕິນ​ຈະ​ມາ​ໂຈມຕີ​ທີ່​ເມືອງ​ກິນການ​ນີ້ ແລະ​ເຮົາ​ກໍ​ບໍ່ໄດ້​ຂໍ​ຄວາມ​ເຫັນ​ຈາກ​ພຣະເຈົ້າຢາເວ​ກ່ອນ.’ ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຖວາຍ​ເຄື່ອງ​ບູຊາ​ດ້ວຍໄຟ​ຕາມ​ທີ່​ຕົນ​ຮູ້ສຶກ.”</verse>
				<verse number="13">ຊາມູເອນ​ຕອບ​ວ່າ, “ເປັນ​ການ​ໂງ່ຈ້າ​ທີ່ສຸດ​ທີ່​ເຮັດ​ເຊັ່ນນັ້ນ ເຈົ້າ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເຈົ້າ​ທີ່​ໄດ້​ໃຫ້​ແກ່​ເຈົ້າ. ຖ້າ​ເຈົ້າ​ເຊື່ອຟັງ​ແລ້ວ ພຣະເຈົ້າຢາເວ​ກໍ​ຈະ​ໃຫ້​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ຕະຫລອດໄປ.</verse>
				<verse number="14">ແຕ່​ບັດນີ້ ການປົກຄອງ​ຂອງ​ເຈົ້າ​ຈະ​ບໍ່​ຍືນຍົງ​ຕໍ່ໄປ ເພາະ​ເຈົ້າ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ. ພຣະເຈົ້າຢາເວ​ຈະ​ຊອກ​ຫາ​ຊາຍ​ຄົນ​ໜຶ່ງ​ຕາມ​ທີ່​ພຣະອົງ​ປະສົງ ແລະ​ພຣະເຈົ້າຢາເວ​ຈະ​ແຕ່ງຕັ້ງ​ລາວ ໃຫ້​ເປັນ​ຜູ້ປົກຄອງ​ປະຊາຊົນ​ຂອງ​ພຣະອົງ.”</verse>
				<verse number="15">ຊາມູເອນ​ຈຶ່ງ​ຈາກ​ເມືອງ​ກິນການ​ໄປ​ຕາມ​ທາງ​ຂອງຕົນ. ສ່ວນ​ປະຊາຊົນ​ທີ່​ຍັງເຫລືອ​ຢູ່​ກໍ​ຕິດຕາມ​ໂຊນ​ໄປ​ສົມທົບ​ກັບ​ທະຫານ​ຂອງ​ເພິ່ນ. ພວກເຂົາ​ໄດ້​ອອກ​ຈາກ​ເມືອງ​ກິນການ​ໄປ ຈົນ​ຮອດ​ເມືອງ​ກີເບອາ​ໃນ​ເຂດແດນ​ເບັນຢາມິນ. ກະສັດ​ໂຊນ​ໄດ້​ກວດກາ​ເບິ່ງ​ທະຫານ​ຂອງຕົນ ຈຶ່ງ​ເຫັນ​ວ່າ​ມີ​ຢູ່​ປະມານ​ຫົກຮ້ອຍ​ຄົນ.</verse>
				<verse number="16">ກະສັດ​ໂຊນ​ກັບ​ໂຢນາທານ​ລູກຊາຍ​ຂອງຕົນ​ແລະ​ພວກ​ທະຫານ ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ເມືອງ​ເກບາ​ໃນ​ເຂດແດນ​ເບັນຢາມິນ. ສ່ວນ​ພວກ​ຟີລິດສະຕິນ​ນັ້ນ​ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ມິກມາດ.</verse>
				<verse number="17">ທະຫານ​ຟິລິດສະຕິນ​ໄດ້​ຈາກ​ຄ້າຍ​ຂອງ​ພວກເຂົາ​ໄປ​ຫາ​ຫລອນ​ໂຈມຕີ ໂດຍ​ຈັດ​ທະຫານ​ເປັນ​ສາມ​ໝວດ​ດັ່ງນີ້: ໝວດ​ທີ​ໜຶ່ງ​ໄປ​ທາງ​ໂອຟະຣາ​ໃນ​ເຂດແດນ​ຊູອານ,</verse>
				<verse number="18">ໝວດ​ທີ​ສອງ​ໄປ​ທາງ​ເມືອງ​ເບັດ​ໂຮໂຣນ, ແລະ​ໝວດ​ທີ​ສາມ​ໄປ​ທາງ​ຊາຍແດນ​ທີ່​ຢູ່​ຊື່​ກັບ​ຮ່ອມພູ​ເຊບົວອິມ​ແລະ​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="19">ໃນ​ເວລາ​ນັ້ນ ຊາດ​ອິດສະຣາເອນ​ບໍ່ໄດ້​ມີ​ຊ່າງ​ຕີເຫລັກ​ອີກ​ແລ້ວ ເພາະ​ຊາວ​ຟີລິດສະຕິນ​ຫ້າມ​ບໍ່​ໃຫ້​ຊາວ​ເຮັບເຣີ​ຕີ​ດາບ​ແລະ​ຫອກ.</verse>
				<verse number="20">ຊາວ​ອິດສະຣາເອນ​ຈຳເປັນ​ຕ້ອງ​ເອົາ​ໄຖ, ສຽມ, ຂວານ ແລະ​ກ່ຽວ ຂອງ​ພວກເຂົາ​ໄປ​ໃຫ້​ພວກ​ຟີລິດສະຕິນ​ຝົນ​ໃຫ້</verse>
				<verse number="21">ຄ່າ​ຝົນ​ຂວານ​ແລະ​ແປງ​ໄມ້​ບັງຄັບ​ງົວ ຕົກ​ເປັນ​ເງິນ​ໜຶ່ງ​ຫລຽນ ແລະ​ຄ່າ​ຝົນ​ໄຖ​ແລະ​ສຽມ​ຕົກ​ເປັນ​ເງິນ​ສອງ​ຫລຽນ.</verse>
				<verse number="22">ສະນັ້ນ ໃນ​ມື້​ສູ້ຮົບ​ກັນ​ນັ້ນ ບໍ່ມີ​ທະຫານ​ອິດສະຣາເອນ​ຄົນໃດ​ມີ​ດາບ​ແລະ​ຫອກ ນອກຈາກ​ກະສັດ​ໂຊນ​ແລະ​ໂຢນາທານ​ລູກຊາຍ​ຂອງ​ເພິ່ນ​ເທົ່ານັ້ນ.</verse>
				<verse number="23">ພວກ​ຟີລິດສະຕິນ​ໄດ້​ສົ່ງ​ທະຫານ​ໝວດ​ໜຶ່ງ ໄປ​ທີ່​ຊ່ອງແຄບ​ມິກມາດ​ເພື່ອ​ປ້ອງກັນ​ທີ່​ນັ້ນ​ໄວ້.</verse>
			</chapter>
			<chapter number="14">
				<verse number="1">ມີ​ມື້ໜຶ່ງ ໂຢນາທານ​ໄດ້​ກ່າວ​ຕໍ່​ຊາຍໜຸ່ມ​ຜູ້​ທີ່​ຖື​ອາວຸດ​ໃຫ້​ຕົນ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ໄປ​ຄ້າຍ​ຂອງ​ພວກ​ຟີລິດສະຕິນ​ເທາະ.” ແຕ່​ໂຢນາທານ​ບໍ່ໄດ້​ບອກ​ໃຫ້​ກະສັດ​ໂຊນ​ພໍ່​ຂອງຕົນ​ຮູ້​ນຳ.</verse>
				<verse number="2">ໃນ​ເວລາ​ນັ້ນ ເພິ່ນ​ໄດ້​ພັກ​ຢູ່​ກ້ອງ​ຕົ້ນ​ໝາກ​ພີລາ​ທີ່​ມິກໂຣນ ຊຶ່ງ​ບໍ່​ໄກ​ເທົ່າ​ໃດ​ຈາກ​ເມືອງ​ກີເບອາ; ເພິ່ນ​ມີ​ທະຫານ​ຢູ່​ນຳ​ປະມານ​ຫົກຮ້ອຍ​ຄົນ.</verse>
				<verse number="3">ສ່ວນ​ປະໂຣຫິດ​ຜູ້​ທີ່​ຖື​ເອໂຟດ​ແມ່ນ​ອາຮີຢາ ລູກຊາຍ​ຂອງ​ອາຮີຕຸບ ແລະ​ຫລານຊາຍ​ຂອງ​ອີຄາບົດ; ອີຄາບົດ​ເປັນ​ລູກຊາຍ​ຂອງ​ຟີເນຮາ​ຜູ້​ເປັນ​ຫລານຊາຍ​ຂອງ​ເອລີ ປະໂຣຫິດ​ຂອງ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ. ບໍ່ມີ​ຜູ້ໃດ​ໃນ​ພວກ​ທະຫານ​ຮູ້​ວ່າ ໂຢນາທານ​ໄດ້​ອອກ​ໄປ​ຈາກ​ຄ້າຍ.</verse>
				<verse number="4">ໃນ​ຊ່ອງແຄບ​ມິກມາດ ບ່ອນ​ທີ່​ໂຢນາທານ​ຜ່ານ​ໄປ​ຫາ​ຄ້າຍ​ຂອງ​ພວກ​ຟີລິດສະຕິນ​ນັ້ນ ມີ​ໂງ່ນຫີນ​ໃຫຍ່​ທັງ​ຄົມ​ແລະ​ແຫລມ​ສອງ​ໂງ່ນ ຊຶ່ງ​ຢູ່​ແຕ່ລະ​ຂ້າງ​ຂອງ​ຊ່ອງແຄບ. ໂງ່ນ​ທີ​ໜຶ່ງ​ຊື່​ວ່າ​ໂບເຊັດ ແລະ​ໂງ່ນ​ທີ​ສອງ​ຊື່​ວ່າ​ເສເນ.</verse>
				<verse number="5">ໂງ່ນ​ທີ​ໜຶ່ງ​ຢູ່​ທາງ​ເບື້ອງເໜືອ​ຂອງ​ຊ່ອງແຄບ​ຊຶ່ງ​ກົງກັບ​ມິກມາດ ແລະ​ໂງ່ນ​ໜຶ່ງ​ອີກ​ຢູ່​ທາງ​ເບື້ອງໃຕ້​ຊຶ່ງ​ກົງກັບ​ເກບາ.</verse>
				<verse number="6">ໂຢນາທານ​ເວົ້າ​ກັບ​ຊາຍໜຸ່ມ​ທີ່​ມາ​ນຳ​ຕົນ​ນັ້ນ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ໄປ​ທີ່​ຄ້າຍ​ຂອງ​ຊາວ​ຟີລິດສະຕິນ​ຜູ້​ບໍ່​ນັບຖື​ພຣະເຈົ້າ. ບາງທີ​ພຣະເຈົ້າຢາເວ​ຈະ​ຊ່ວຍເຫລືອ​ພວກເຮົາ​ກໍໄດ້. ຖ້າ​ພຣະອົງ​ຊ່ວຍເຫລືອ​ພວກເຮົາ ຈະ​ບໍ່ມີ​ສິ່ງໃດ​ກີດກັ້ນ​ບໍ່​ໃຫ້​ພຣະເຈົ້າຢາເວ​ມອບ​ໄຊຊະນະ​ແກ່​ພວກເຮົາ​ໄດ້​ດອກ ເຖິງ​ແມ່ນ​ວ່າ​ພວກເຮົາ​ມີ​ໜ້ອຍຄົນ​ກໍຕາມ.”</verse>
				<verse number="7">ຊາຍໜຸ່ມ​ຈຶ່ງ​ຕອບ​ວ່າ, “ທ່ານ​ເຮັດ​ສິ່ງໃດ ຂ້ານ້ອຍ​ກໍ​ຍິນດີ​ເຮັດ​ນຳ.”</verse>
				<verse number="8">ໂຢນາທານ​ເວົ້າ​ວ່າ, “ດີ​ແລ້ວ ຖ້າດັ່ງນັ້ນ ພວກເຮົາ​ຈະ​ຂ້າມ​ໄປ​ໃຫ້​ພວກ​ຟີລິດສະຕິນ​ເຫັນ.</verse>
				<verse number="9">ຖ້າ​ພວກເຂົາ​ບອກ​ພວກເຮົາ​ໃຫ້​ລໍ​ຖ້າ​ພວກເຂົາ​ມາ​ຫາ ກໍ​ໃຫ້​ພວກເຮົາ​ລໍ​ຖ້າ​ພວກເຂົາ​ຢູ່​ທີ່ນີ້ແຫລະ.</verse>
				<verse number="10">ແຕ່​ຖ້າ​ພວກເຂົາ​ບອກ​ໃຫ້​ພວກເຮົາ​ໄປ​ຫາ ພວກເຮົາ​ຈຶ່ງ​ໄປ ເພາະ​ອັນ​ນັ້ນ​ຈະ​ເປັນ​ໝາຍສຳຄັນ​ແກ່​ພວກເຮົາ​ວ່າ ພຣະເຈົ້າຢາເວ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ກຳມື​ຂອງ​ພວກເຮົາ.”</verse>
				<verse number="11">ດັ່ງນັ້ນ ໂຢນາທານ​ແລະ​ຊາຍໜຸ່ມ ຈຶ່ງ​ໄດ້​ປາກົດ​ຕົວ​ໃຫ້​ພວກ​ຟີລິດສະຕິນ​ເຫັນ ແລະ​ພວກເຂົາ​ເວົ້າ​ວ່າ, “ເບິ່ງພຸ້ນດູ ມີ​ຊາວ​ເຮັບເຣີ​ບາງຄົນ​ອອກ​ມາ​ຈາກ​ຫລຸມ​ທີ່​ພວກເຂົາ​ຫລົບລີ້​ຢູ່.”</verse>
				<verse number="12">ທະຫານ​ຟີລິດສະຕິນ​ຈຶ່ງ​ຮ້ອງ​ໃສ່​ໂຢນາທານ ແລະ​ຊາຍໜຸ່ມ​ຜູ້​ນັ້ນ​ວ່າ, “ຈົ່ງ​ຂຶ້ນ​ມາ​ພີ້ ພວກຂ້ອຍ​ມີ​ເລື່ອງ​ຈະ​ບອກ ພວກເຈົ້າ.” ໂຢນາທານ​ຈຶ່ງ​ກ່າວ​ແກ່​ຊາຍໜຸ່ມ​ທີ່​ມາ​ນຳ​ຕົນ​ນັ້ນ​ວ່າ, “ຈົ່ງ​ຕາມ​ຂ້ອຍ​ມາ ພຣະເຈົ້າຢາເວ​ໄດ້​ໃຫ້​ພວກ​ອິດສະຣາເອນ​ມີ​ໄຊຊະນະ​ເໜືອ​ພວກເຂົາ​ແລ້ວ.”</verse>
				<verse number="13">ໂຢນາທານ​ຈຶ່ງ​ປີນ​ຊ່ອງແຄບ​ຂຶ້ນ​ໄປ ແລະ​ຊາຍໜຸ່ມ​ນັ້ນ​ກໍຕາມ​ລາວ​ຂຶ້ນ​ໄປ​ຄືກັນ. ໂຢນາທານ​ໂຈມຕີ​ພວກ​ຟີລິດສະຕິນ ໂດຍ​ຊົກ​ຕ່ອຍ​ພວກເຂົາ​ໃຫ້​ລົ້ມລົງ ແລະ​ຊາຍໜຸ່ມ​ຜູ້ນັ້ນ​ກໍ​ເປັນ​ຜູ້​ຂ້າ​ພວກເຂົາ​ຖິ້ມ.</verse>
				<verse number="14">ໃນ​ການ​ຂ້າຟັນ​ກັນ​ຄັ້ງ​ທຳອິດ​ນັ້ນ ໂຢນາທານ​ກັບ​ຊາຍໜຸ່ມ​ໄດ້​ຂ້າ​ສັດຕູ​ຕາຍ ປະມານ​ຊາວ​ຄົນ​ໃນ​ເນື້ອທີ່​ອັນ​ຈຳກັດ​ທີ່ສຸດ.</verse>
				<verse number="15">ພວກ​ຟີລິດສະຕິນ​ທຸກຄົນ​ທີ່​ຢູ່​ນອກເມືອງ​ເກີດ​ຢ້ານກົວ; ພວກ​ກອງໂຈນ​ແລະ​ພວກ​ທະຫານ​ທີ່​ຢູ່​ໃນ​ຄ້າຍ​ກໍ​ຢ້ານກົວ​ຈົນ​ຕົວ​ສັ່ນເຊັນ ແຜ່ນດິນ​ຫວັ່ນໄຫວ ແລະ​ເກີດ​ມີ​ການ​ສັບສົນ​ວຸ້ນວາຍ​ກັນ​ຢ່າງ​ໃຫຍ່.</verse>
				<verse number="16">ທະຫານ​ຂອງ​ກະສັດ​ໂຊນ​ທີ່​ເຝົ້າຍາມ​ເມືອງ​ກີເບອາ​ໃນ​ເຂດແດນ​ເບັນຢາມິນ ໄດ້​ເຫັນ​ພວກ​ຟີລິດສະຕິນ​ແລ່ນ​ໄປມາ​ຢ່າງ​ສັບສົນ​ວຸ້ນວາຍ​ກັນ​ຢູ່.</verse>
				<verse number="17">ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ສັ່ງ​ທະຫານ​ຂອງຕົນ​ວ່າ, “ນັບ​ເບິ່ງດູ ມີ​ທະຫານ​ຄົນ​ໃດ​ຫາຍ​ໄປ​ແດ່?” ເມື່ອ​ພວກເຂົາ​ນັບ​ເບິ່ງ​ແລ້ວ​ກໍ​ພົບ​ວ່າ ໂຢນາທານ​ກັບ​ຊາຍໜຸ່ມ​ຜູ້​ທີ່​ຖື​ອາວຸດ​ໃຫ້​ລາວ​ນັ້ນ​ຫາຍໄປ.</verse>
				<verse number="18">ເມື່ອ​ເປັນ​ເຊັ່ນນີ້ ກະສັດ​ໂຊນ​ຈຶ່ງ​ກ່າວ​ແກ່​ປະໂຣຫິດ​ອາຮີຢາ​ວ່າ, “ຈົ່ງ​ເອົາ​ເອໂຟດ ມາ​ທີ່​ນີ້.” (ໃນ​ຄາວນັ້ນ​ແມ່ນ​ອາຮີຢາ​ທີ່​ເປັນ​ຜູ້​ຖື​ເອໂຟດ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.)</verse>
				<verse number="19">ເວລາ​ທີ່​ກະສັດ​ໂຊນ​ກຳລັງ​ກ່າວ​ກັບ​ປະໂຣຫິດ​ຢູ່​ນັ້ນ ການ​ສັບສົນ​ວຸ້ນວາຍ​ຢູ່​ໃນ​ຄ້າຍ​ຂອງ​ພວກ​ຟີລິດສະຕິນ​ກໍ​ທະວີ​ຄວາມ​ຮ້າຍແຮງ​ຍິ່ງ​ຂຶ້ນ ກະສັດ​ໂຊນ​ເລີຍ​ເວົ້າ​ວ່າ, “ບໍ່ມີ​ເວລາ​ພໍ​ທີ່​ຈະ​ປຶກສາ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ດອກ.”</verse>
				<verse number="20">ແລ້ວ​ເພິ່ນ​ກັບ​ພວກ​ທະຫານ​ກໍ​ຍົກທັບ​ເຂົ້າ​ໄປ​ສູ່​ສະໜາມຮົບ ເພື່ອ​ໂຈມຕີ​ພວກ​ຟີລິດສະຕິນ​ທີ່​ພວມ​ຕໍ່ສູ້​ກັນ​ຢ່າງ​ສັບສົນ​ວຸ້ນວາຍ​ຢູ່​ນັ້ນ.</verse>
				<verse number="21">ຊາວ​ເຮັບເຣີ​ບາງຄົນ​ທີ່​ເຄີຍ​ເຂົ້າຂ້າງ​ພວກ​ຟີລິດສະຕິນ​ມາ​ກ່ອນ ແລະ​ໄດ້​ເຂົ້າ​ໄປ​ຢູ່​ໃນ​ຄ້າຍ​ນຳ​ພວກ​ຟີລິດສະຕິນ​ນັ້ນ ບັດນີ້​ເຂົາ​ໄດ້​ປ່ຽນ​ໃຈ ແລະ​ມາ​ເຂົ້າ​ຮ່ວມ​ນຳ​ກະສັດ​ໂຊນ​ກັບ​ໂຢນາທານ.</verse>
				<verse number="22">ເມື່ອ​ພວກອື່ນໆ​ທີ່​ລີ້​ຢູ່​ຕາມ​ເນີນພູ​ເອຟຣາອິມ​ໄດ້ຍິນ​ຂ່າວ​ວ່າ ຊາວ​ຟີລິດສະຕິນ​ກຳລັງ​ແລ່ນ​ປົບໜີ ພວກເຂົາ​ຈຶ່ງ​ມາ​ຮ່ວມ​ໂຈມຕີ​ພວກ​ຟີລິດສະຕິນ​ເຊັ່ນກັນ</verse>
				<verse number="23">ໂດຍ​ຕາມລ່າ​ສັດຕູ​ຈົນ​ກາຍ​ເມືອງ​ເບັດອາເວນ. ພຣະເຈົ້າຢາເວ​ໄດ້​ຊ່ວຍເຫລືອ​ຊາວ​ອິດສະຣາເອນ​ໃຫ້​ພົ້ນ​ໃນ​ມື້​ນັ້ນ.</verse>
				<verse number="24">ໃນ​ມື້ນັ້ນ ຊາວ​ອິດສະຣາເອນ​ໄດ້​ອ່ອນແຮງ​ຍ້ອນ​ຫິວເຂົ້າ ເພາະ​ກະສັດ​ໂຊນ​ໄດ້​ອອກ​ຄຳສັ່ງ​ຢ່າງ​ເດັດຂາດ​ວ່າ, “ໃນ​ມື້ນີ້ ຂໍ​ໃຫ້​ຄຳສາບແຊ່ງ​ຕົກ​ຖືກ​ຜູ້ໃດ​ຜູ້ໜຶ່ງ ທີ່​ກິນ​ເຂົ້າ​ກ່ອນ​ເຮົາ​ໄດ້​ແກ້ແຄ້ນ​ສັດຕູ.” ດັ່ງນັ້ນ ຈຶ່ງ​ບໍ່ມີ​ຜູ້ໃດ​ກິນ​ຫຍັງ​ຕະຫລອດ​ວັນ.</verse>
				<verse number="25">ພວກເຂົາ​ທັງໝົດ ໄດ້​ເຂົ້າ​ໄປ​ໃນ​ປ່າ​ແລະ​ຊອກຫາ​ຮັງ​ເຜິ້ງ​ຢູ່​ທົ່ວ​ທຸກ​ບ່ອນ.</verse>
				<verse number="26">ປ່າໄມ້​ທັງຫລາຍ​ກໍ​ເຕັມ​ໄປ​ດ້ວຍ​ນໍ້າເຜິ້ງ​ແຕ່​ບໍ່ມີ​ຜູ້ໃດ​ກ້າ​ເອົາ​ມາ​ກິນ ເພາະ​ພວກເຂົາ​ທຸກຄົນ​ຢ້ານ​ຄຳສາບແຊ່ງ​ຂອງ​ກະສັດ​ໂຊນ.</verse>
				<verse number="27">ແຕ່​ໂຢນາທານ​ບໍ່ໄດ້ຍິນ​ຄຳສາບແຊ່ງ​ທີ່​ພໍ່​ຂອງຕົນ​ໃຊ້​ຂູ່ຂວັນ​ປະຊາຊົນ; ດັ່ງນັ້ນ ລາວ​ຈຶ່ງ​ເອົາ​ໄມ້ເທົ້າ​ແທງ​ຮັງ​ເຜິ້ງ ແລະ​ເອົາ​ນໍ້າເຜິ້ງ​ມາ​ກິນ. ໃນ​ທັນໃດນັ້ນ ເພິ່ນ​ກໍ​ຮູ້ສຶກ​ມີ​ແຮງ​ຂຶ້ນ.</verse>
				<verse number="28">ແລ້ວ​ທະຫານ​ຄົນ​ໜຶ່ງ​ກໍ​ບອກ​ເພິ່ນ​ວ່າ, “ພວກ​ຂ້ານ້ອຍ​ອ່ອນເພຍ​ຍ້ອນ​ຫິວເຂົ້າ ເພາະ​ພໍ່​ຂອງທ່ານ​ໄດ້​ຂູ່​ພວກ​ຂ້ານ້ອຍ​ວ່າ, ‘ຂໍ​ໃຫ້​ຄຳສາບແຊ່ງ​ຕົກ​ຖືກ​ຜູ້ໃດ​ຜູ້ໜຶ່ງ​ທີ່​ກິນ​ເຂົ້າ​ໃນ​ມື້ນີ້.”’</verse>
				<verse number="29">ໂຢນາທານ​ຈຶ່ງ​ຕອບ​ວ່າ, “ພໍ່​ຂອງຂ້ອຍ​ສ້າງ​ຄວາມ​ລຳບາກ​ໃຫ້​ປະຊາຊົນ​ແທ້ ເບິ່ງດູ​ຂ້ອຍ​ມີ​ແຮງ​ຂຶ້ນ​ເທົ່າ​ໃດ​ເມື່ອ​ຂ້ອຍ​ໄດ້​ກິນ​ນໍ້າເຜິ້ງ​ນີ້.</verse>
				<verse number="30">ວັນນີ້ ຖ້າ​ປະຊາຊົນ​ຂອງເຮົາ​ໄດ້​ກິນ​ອາຫານ ທີ່​ພວກເຮົາ​ໄດ້​ມາ​ຈາກ​ສັດຕູ ພວກເຂົາ​ຈະ​ມີ​ແຮງ​ຂຶ້ນ​ຫລາຍ​ເທົ່າໃດ ຈົ່ງ​ຄິດ​ເບິ່ງດູ​ວ່າ ພວກເຂົາ​ຈະ​ຂ້າ​ພວກ​ຟີລິດສະຕິນ​ໄດ້​ອີກ​ຫລາຍ​ເທົ່າໃດ?”</verse>
				<verse number="31">ໃນ​ມື້​ນັ້ນ ພວກ​ອິດສະຣາເອນ​ໄດ້​ຮົບ​ຊະນະ​ພວກ​ຟີລິດສະຕິນ ໂດຍ​ຕໍ່ສູ້​ກັນ​ຕະຫລອດ​ທາງ ຕັ້ງແຕ່​ມິກມາດ​ຈົນ​ຮອດ​ເມືອງ​ໄອຢາໂລນ ມາ​ຮອດ​ຕອນ​ນີ້ ພວກ​ອິດສະຣາເອນ​ຕ່າງ​ກໍ​ອ່ອນແຮງ​ລົງ​ຍ້ອນ​ຫິວເຂົ້າ</verse>
				<verse number="32">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຟ້າວ​ແລ່ນ​ໄປ​ຢຶດເອົາ​ສິ່ງຂອງ ທີ່​ພວກ​ຕົນ​ຢຶດ​ມາ​ໄດ້​ຈາກ​ສັດຕູ​ນັ້ນ ຄື​ໄດ້​ເອົາ​ແກະ​ແລະ​ງົວ​ໄປ​ຂ້າ​ກັບ​ບ່ອນ ແລະ​ກິນ​ຊີ້ນ​ທີ່​ຍັງ​ມີ​ເລືອດ.</verse>
				<verse number="33">ຕໍ່ມາ ໄດ້​ມີ​ຄົນ​ມາ​ບອກ​ກະສັດ​ໂຊນ​ວ່າ, “ເບິ່ງດູ ປະຊາຊົນ​ໄດ້​ເຮັດ​ຜິດ​ຕໍ່​ພຣະເຈົ້າຢາເວ​ໂດຍ​ກິນ​ຊີ້ນ​ທີ່​ຍັງ​ມີ​ເລືອດ.” ກະສັດ​ໂຊນ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ພວກ​ຄົນ​ທໍລະຍົດ ຈົ່ງ​ກຶ່ງ​ກ້ອນຫີນ​ໃຫຍ່​ມາ​ໃຫ້​ເຮົາ​ທີ່​ນີ້.”</verse>
				<verse number="34">ແລ້ວ​ເພິ່ນ​ກໍ​ອອກ​ຄຳສັ່ງ​ອື່ນ​ອີກ​ວ່າ, “ຈົ່ງ​ໄປ​ຫາ​ປະຊາຊົນ​ແລະ​ບອກ​ໃຫ້​ເຂົາ​ທຸກຄົນ ນຳ​ເອົາ​ງົວ​ແລະ​ແກະ​ມາ​ຂ້າ​ກິນ​ຢູ່​ໃນ​ທີ່​ນີ້; ພວກເຂົາ​ບໍ່​ຕ້ອງ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ໂດຍ​ກິນ​ຊີ້ນ​ທີ່​ຍັງ​ມີ​ເລືອດ.” ໃນຄືນນັ້ນ ພວກເຂົາ​ທຸກຄົນ​ໄດ້​ນຳ​ເອົາ​ສັດ​ມາ​ຂ້າ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="35">ກະສັດ​ໂຊນ​ໄດ້​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ຊຶ່ງ​ເປັນ​ແທ່ນບູຊາ​ທຳອິດ​ທີ່​ເພິ່ນ​ໄດ້​ສ້າງ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="36">ກະສັດ​ໂຊນ​ໄດ້​ກ່າວ​ແກ່​ທະຫານ​ຂອງຕົນ​ວ່າ, “ໃຫ້​ພວກເຮົາ​ລົງ​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ໃນ​ຕອນ​ກາງຄືນ ຫລອນ​ໂຈມຕີ​ພວກເຂົາ​ຈົນຮອດ​ຮຸ່ງເຊົ້າ ແລະ​ໃຫ້​ຂ້າ​ພວກເຂົາ​ຖິ້ມ​ໝົດ.” ພວກເຂົາ​ຕອບ​ວ່າ, “ຈົ່ງ​ເຮັດ​ຕາມ​ທີ່​ທ່ານ​ເຫັນ​ວ່າ​ດີທີ່ສຸດ​ເຖີດ.” ແຕ່​ປະໂຣຫິດ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ປຶກສາ​ພຣະເຈົ້າ​ເບິ່ງ​ສາ​ກ່ອນ.”</verse>
				<verse number="37">ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ຖາມ​ພຣະເຈົ້າ​ວ່າ, “ພຣະອົງ​ຈະ​ໃຫ້​ພວກ​ຂ້ານ້ອຍ​ໄປ​ສູ້ຮົບ​ພວກ​ຟີລິດສະຕິນ​ຫລື​ບໍ່? ພຣະອົງ​ຈະ​ໃຫ້​ພວກ​ຂ້ານ້ອຍ​ຮົບ​ຊະນະ​ພວກເຂົາ​ຫລື​ບໍ່?” ແຕ່​ໃນ​ມື້​ນັ້ນ ພຣະອົງ​ບໍ່ໄດ້​ຕອບ​ເພິ່ນ.</verse>
				<verse number="38">ກະສັດ​ໂຊນ​ຈຶ່ງ​ກ່າວ​ແກ່​ບັນດາ​ຜູ້ນຳ​ຂອງ​ປະຊາຊົນ​ວ່າ, “ຈົ່ງ​ພາກັນ​ມາ​ທີ່​ນີ້ ແລະ​ໄປ​ສອບ​ຖາມ​ເບິ່ງ​ວ່າ​ໃນ​ມື້ນີ້​ມີ​ຜູ້ໃດ​ເຮັດ​ຜິດ​ຫຍັງແດ່?</verse>
				<verse number="39">ເຮົາ​ຂໍ​ສັນຍາ​ຕໍ່​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່ ຄື​ອົງ​ທີ່​ຊ່ວຍ​ໃຫ້​ຊາດ​ອິດສະຣາເອນ​ມີ​ໄຊຊະນະ​ວ່າ ຜູ້​ທີ່​ເຮັດ​ຜິດ​ຈະ​ຕ້ອງ​ຖືກ​ຂ້າ ແມ່ນແຕ່​ໂຢນາທານ​ລູກຊາຍ​ຂອງເຮົາ​ກໍຕາມ.” ແຕ່​ບໍ່ມີ​ຜູ້ໃດ​ໃນ​ທ່າມກາງ​ປະຊາຊົນ​ທັງໝົດ​ເວົ້າ​ຫຍັງ​ເລີຍ.</verse>
				<verse number="40">ແລ້ວ​ກະສັດ​ໂຊນ​ກໍ​ເວົ້າ​ກັບ​ພວກເຂົາ​ວ່າ, “ພວກເຈົ້າ​ທຸກຄົນ​ຢືນ​ຢູ່​ທີ່​ນັ້ນ ສ່ວນ​ເຮົາ​ກັບ​ໂຢນາທານ​ຈະ​ຢືນ​ຢູ່​ທີ່ນີ້.” ພວກເຂົາ​ຕອບ​ວ່າ, “ຈົ່ງ​ເຮັດ​ຕາມ​ທີ່​ທ່ານ​ເຫັນ​ວ່າ​ດີທີ່ສຸດ​ເຖີດ.”</verse>
				<verse number="41">ກະສັດ​ໂຊນ​ຖາມ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ເປັນຫຍັງ​ພຣະອົງ​ຈຶ່ງ​ບໍ່​ຕອບ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໃນ​ມື້ນີ້? ຖ້າ​ຄວາມຜິດ​ນັ້ນ​ເປັນ​ຂອງ​ໂຢນາທານ ຫລື​ຂອງ​ຂ້ານ້ອຍ​ເອງ ໂອ! ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ຂໍ​ໂຜດ​ຕອບ​ໂດຍ​ທາງ​ອຸຣິມ, ແຕ່​ຖ້າ​ຄວາມຜິດ​ນັ້ນ​ເປັນ​ຂອງ​ປະຊາຊົນ​ຊາດ​ອິດສະຣາເອນ ຂໍ​ພຣະອົງ​ຕອບ​ໂດຍ​ທາງ​ທຸມມິມ.” ແລ້ວ​ຄຳຕອບ​ນັ້ນ​ກໍໄດ້​ຊີ້​ບອກ​ໃຫ້​ຮູ້​ວ່າ ແມ່ນ​ໂຢນາທານ​ກັບ​ກະສັດ​ໂຊນ ແລະ​ປະຊາຊົນ​ກໍ​ບໍ່ມີ​ຄວາມຜິດ.</verse>
				<verse number="42">ແລ້ວ​ກະສັດ​ໂຊນ​ກໍ​ເວົ້າ​ວ່າ, “ຈົ່ງ​ຈົກ​ສະຫລາກ​ລະຫວ່າງ​ເຮົາ ແລະ​ໂຢນາທານ​ລູກຊາຍ​ຂອງ​ເຮົາ​ເຖີດ.” ແລະ​ສະຫລາກ​ກໍ​ຕົກ​ຖືກ​ໂຢນາທານ.</verse>
				<verse number="43">ກະສັດ​ໂຊນ​ຈຶ່ງ​ຖາມ​ໂຢນາທານ​ວ່າ, “ເຈົ້າ​ເຮັດ​ຫຍັງ​ຜິດ?” ໂຢນາທານ​ຕອບ​ວ່າ, “ລູກ​ໄດ້​ກິນ​ນໍ້າເຜິ້ງ​ພຽງແຕ່​ເລັກນ້ອຍ​ເທົ່ານັ້ນ ລູກ​ຢູ່​ທີ່​ນີ້​ແລ້ວ​ແລະ​ພ້ອມ​ທີ່​ຈະ​ຕາຍ.”</verse>
				<verse number="44">ກະສັດ​ໂຊນ​ກ່າວ​ຕໍ່​ລາວ​ວ່າ, “ຖ້າ​ຂ້ອຍ​ບໍ່​ຂ້າ​ເຈົ້າ ກໍ​ຂໍ​ພຣະອົງ​ຂ້າ​ຂ້ອຍ​ສາ​ເຖີດ.”</verse>
				<verse number="45">ແຕ່​ປະຊາຊົນ​ເວົ້າ​ຕໍ່​ກະສັດ​ໂຊນ​ວ່າ, “ຈະ​ໃຫ້​ໂຢນາທານ ຜູ້​ທີ່​ນຳ​ໄຊຊະນະ​ອັນ​ຍິ່ງໃຫຍ່​ມາ​ສູ່​ຊາດ​ອິດສະຣາເອນ​ຖືກ​ຂ້າ​ຊັ້ນບໍ? ບໍ່ໄດ້ ພວກ​ຂ້ານ້ອຍ​ຂໍ​ສັນຍາ​ຕໍ່​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ວ່າ ແມ່ນແຕ່​ຜົມ​ເສັ້ນ​ໜຶ່ງ​ທີ່​ຫົວ​ຂອງ​ເພິ່ນ​ຈະ​ບໍ່​ໃຫ້​ສູນເສຍ​ໄປ. ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ໃນ​ມື້ນີ້ ແມ່ນ​ການ​ຊ່ວຍເຫລືອ​ຂອງ​ພຣະເຈົ້າ.” ສະນັ້ນ ປະຊາຊົນ​ຈຶ່ງ​ຊ່ວຍ​ໂຢນາທານ​ບໍ່​ໃຫ້​ຖືກ​ຂ້າ.</verse>
				<verse number="46">ຫລັງຈາກ​ນັ້ນ ກະສັດ​ໂຊນ​ຈຶ່ງ​ເຊົາ​ໄລ່​ຕາມລ່າ​ພວກ​ຟີລິດສະຕິນ ແລະ​ພວກເຂົາ​ກໍ​ກັບຄືນ​ສູ່​ເຂດແດນ​ຂອງ​ພວກຕົນ.</verse>
				<verse number="47">ເມື່ອ​ໂຊນ​ຂຶ້ນ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ແລ້ວ ເພິ່ນ​ໄດ້​ສູ້ຮົບ​ໃນ​ທຸກບ່ອນ​ກັບ​ສັດຕູ​ທຸກ​ຄົນ​ຂອງ​ເພິ່ນ​ເຊັ່ນ: ຊາວ​ໂມອາບ, ຊາວ​ອຳໂມນ, ຊາວ​ເອໂດມ, ພວກ​ກະສັດ​ແຫ່ງ​ໂຊບາ ແລະ​ພວກ​ຟີລິດສະຕິນ. ທຸກ​ບ່ອນ​ທີ່​ເພິ່ນ​ສູ້ຮົບ ເພິ່ນ​ກໍໄດ້​ຮັບ​ໄຊຊະນະ.</verse>
				<verse number="48">ເພິ່ນ​ສູ້ຮົບ​ຢ່າງ​ອົງອາດ​ກ້າຫານ ແລະ​ເອົາ​ຊະນະ​ພວກ​ອາມາເຫຼັກ. ເພິ່ນ​ຊ່ວຍ​ຊາວ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ການ​ບຸກຮຸກ​ໂຈມຕີ​ຂອງ​ເຫຼົ່າ​ສັດຕູ​ທຸກໆ​ຄັ້ງ.</verse>
				<verse number="49">ບັນດາ​ລູກຊາຍ​ຂອງ​ກະສັດ​ໂຊນ​ມີ​ດັ່ງນີ້: ໂຢນາທານ, ອິດຊະວີ ແລະ​ມັນກີຊູອາ. ລູກສາວ​ກົກ​ຂອງ​ເພິ່ນ​ຊື່​ວ່າ ເມຣາບ ແລະ​ລູກສາວ​ຫລ້າ​ຊື່​ວ່າ ມີການ.</verse>
				<verse number="50">ເມຍ​ຂອງ​ກະສັດ​ໂຊນ​ຊື່​ວ່າ ອາຮີໂນອາມ​ລູກສາວ​ຂອງ​ອາຮີມາອາດ; ຜູ້​ບັນຊາການ​ກອງທັບ​ແມ່ນ​ຍາດຕິພີ່ນ້ອງ​ຂອງ​ເພິ່ນ​ຊື່​ວ່າ ອັບເນ; ລາວ​ແມ່ນ​ລູກຊາຍ​ຂອງ​ເນຣະ​ຜູ້​ເປັນ​ລູງ​ຂອງ​ໂຊນ.</verse>
				<verse number="51">ກີເຊ​ຜູ້​ທີ່​ເປັນ​ພໍ່​ຂອງ​ໂຊນ ແລະ​ເນຣະ​ຜູ້​ທີ່​ເປັນ​ພໍ່​ຂອງ​ອັບເນ ທັງສອງ​ເປັນ​ລູກຊາຍ​ຂອງ​ອາບີເອນ.</verse>
				<verse number="52">ຕະຫລອດ​ຊົ່ວຊີວິດ​ຂອງ​ກະສັດ​ໂຊນ ເພິ່ນ​ໄດ້​ຕໍ່ສູ້​ພວກ​ຟີລິດສະຕິນ​ຢ່າງ​ດຸເດືອດ. ເມື່ອ​ພົບ​ຊາຍ​ຄົນ​ໜຶ່ງ​ທີ່​ແຂງແຮງ ແລະ​ກ້າຫານ​ດີ ເພິ່ນ​ກໍ​ເອົາ​ເຂົ້າ​ມາ​ຮັບໃຊ້​ໃນ​ກອງທັບ​ຂອງ​ເພິ່ນ.</verse>
			</chapter>
			<chapter number="15">
				<verse number="1">ຕໍ່ມາ ຊາມູເອນ​ໄດ້​ກ່າວ​ແກ່​ໂຊນ​ວ່າ, “ຂ້ອຍ​ເປັນ​ຜູ້​ທີ່​ພຣະເຈົ້າຢາເວ​ສົ່ງ​ມາ​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ເຈົ້າ ໃຫ້​ເປັນ​ກະສັດ​ປົກຄອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ. ບັດນີ້ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ.</verse>
				<verse number="2">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ‘ເຮົາ​ຈະ​ລົງໂທດ​ຊາວ​ອາມາເຫຼັກ ຍ້ອນ​ວ່າ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ຕໍ່ຕ້ານ​ຊາວ​ອິດສະຣາເອນ ສະໄໝ​ທີ່​ຊາວ​ອິດສະຣາເອນ​ໄດ້​ເດີນທາງ​ອອກ​ມາ​ຈາກ​ປະເທດ​ເອຢິບ.</verse>
				<verse number="3">ຈົ່ງ​ໄປ​ໂຈມຕີ​ຊາວ​ອາມາເຫຼັກ ແລະ​ທຳລາຍ​ທຸກຢ່າງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ​ໃຫ້​ໝົດ. ຢ່າ​ໃຫ້​ສິ່ງໃດສິ່ງໜຶ່ງ​ເຫຼືອ​ຢູ່​ເລີຍ. ຈົ່ງ​ຂ້າ​ຜູ້ຊາຍ​ຜູ້ຍິງ, ແອນ້ອຍ​ທີ່​ຫາ​ກໍ​ເກີດ​ໃໝ່​ກັບ​ເດັກນ້ອຍ​ທຸກຄົນ​ຖິ້ມ ຕະຫລອດ​ທັງ​ຝູງງົວ, ຝູງແກະ, ຝູງ​ອູດ ແລະ​ຝູງ​ລໍ​ດ້ວຍ.”’</verse>
				<verse number="4">ແລ້ວ​ກະສັດ​ໂຊນ​ກໍ​ສັ່ງ​ໃຫ້​ທະຫານ​ຂອງຕົນ​ທຸກ​ກອງ​ເຂົ້າ​ມາ​ເຕົ້າໂຮມ​ກັນ ແລະ​ກວດກາ​ເບິ່ງ​ພົນຮົບ​ທີ່​ເຕເລັມ ມີ​ດັ່ງນີ້: ທະຫານ​ຊາວ​ອິດສະຣາເອນ​ມີ​ສອງຮ້ອຍ​ພັນ​ຄົນ ແລະ​ທະຫານ​ຊາວ​ຢູດາ​ມີ​ສິບພັນ​ຄົນ.</verse>
				<verse number="5">ເພິ່ນ​ເອງ​ພ້ອມ​ທັງ​ກອງທັບ​ໄດ້​ໄປ​ທີ່​ເມືອງ​ອາມາເຫຼັກ ແລະ​ດັກສະກັດ​ເພື່ອ​ຫລອນ​ໂຈມຕີ​ຢູ່​ຕາມ​ຮ່ອມ​ຫ້ວຍ​ທີ່​ແຫ້ງແລ້ງ.</verse>
				<verse number="6">ເພິ່ນ​ໄດ້​ສົ່ງ​ຄຳເຕືອນ​ໄປ​ບອກ​ຊາວ​ເກນິດ ປະຊາຊົນ​ພວກ​ໜຶ່ງ​ຊຶ່ງ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ມີ​ໃຈ​ເມດຕາ​ຕໍ່​ຊາວ​ອິດສະຣາເອນ ໃນ​ສະໄໝ​ທີ່​ຊາວ​ອິດສະຣາເອນ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ວ່າ, “ໃຫ້​ໜີ​ຈາກ​ຊາວ​ອາມາເຫຼັກ ເພື່ອ​ວ່າ​ເຮົາ​ຈະ​ບໍ່ໄດ້​ຂ້າ​ພວກເຈົ້າ​ພ້ອມ​ກັບ​ພວກເຂົາ.” ສະນັ້ນ ຊາວ​ເກນິດ​ຈຶ່ງ​ພາກັນ​ໜີໄປ.</verse>
				<verse number="7">ກະສັດ​ໂຊນ​ໄດ້​ເອົາ​ຊະນະ​ຊາວ​ອາມາເຫຼັກ​ໂດຍ​ສູ້ຮົບ​ກັນ​ຕະຫລອດ​ທາງ ແຕ່​ເມືອງ​ຮາວີລາ​ຈົນເຖິງ​ເມືອງ​ຊູເຣ​ທີ່​ທາງທິດ​ຕາເວັນອອກ​ຂອງ​ເອຢິບ;</verse>
				<verse number="8">ເພິ່ນ​ຈັບ​ເຈົ້າ​ອາກາ​ກະສັດ​ແຫ່ງ​ອາມາເຫຼັກ​ໄດ້​ທັງ​ເປັນ ແລະ​ໄດ້​ຂ້າ​ປະຊາຊົນ​ທັງໝົດ​ຖິ້ມ.</verse>
				<verse number="9">ແຕ່​ກະສັດ​ໂຊນ​ແລະ​ທະຫານ​ຂອງ​ເພິ່ນ​ປ່ອຍ​ໃຫ້​ເຈົ້າ​ອາກາ​ມີ​ຊີວິດ​ຢູ່ ທັງ​ບໍ່ໄດ້​ຂ້າ​ແກະ​ແລະ​ງົວ​ໂຕ​ທີ່​ຕຸ້ຍພີ​ດີ ພ້ອມ​ດ້ວຍ​ລູກ​ງົວ ແລະ​ລູກແກະ​ໂຕ​ທີ່​ຈົບງາມ​ທີ່ສຸດ ແລະ​ບໍ່ໄດ້​ທຳລາຍ​ສິ່ງ​ທີ່​ມີຄ່າ. ພວກເຂົາ​ໄດ້​ທຳລາຍ​ແຕ່​ສິ່ງ​ທີ່​ບໍ່ມີ​ປະໂຫຍດ ແລະ​ບໍ່ມີ​ຄຸນຄ່າ​ເທົ່ານັ້ນ.</verse>
				<verse number="10">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຊາມູເອນ​ວ່າ,</verse>
				<verse number="11">“ເຮົາ​ເສຍໃຈ​ຫລາຍ​ທີ່​ໄດ້​ແຕ່ງຕັ້ງ​ໂຊນ​ໃຫ້​ເປັນ​ກະສັດ. ລາວ​ຫັນໜີ​ຈາກ​ເຮົາ ແລະ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ.” ສ່ວນ​ຊາມູເອນ​ກໍ​ໃຈຮ້າຍ​ດ້ວຍ ຈຶ່ງ​ພາວັນນາ​ອະທິຖານ​ຂໍ​ກັບ​ພຣະເຈົ້າຢາເວ​ຕະຫລອດ​ຄືນ.</verse>
				<verse number="12">ມື້​ຕໍ່ມາ ເພິ່ນ​ໄດ້​ອອກ​ໄປ​ພົບ​ກະສັດ​ໂຊນ​ແຕ່​ເຊົ້າໆ ແຕ່​ເພິ່ນ​ໄດ້ຍິນ​ຂ່າວ​ວ່າ ກະສັດ​ໂຊນ​ໄດ້​ໄປ​ທີ່​ເມືອງ​ກາເມນ​ແລ້ວ ບ່ອນ​ທີ່​ເພິ່ນ​ກໍ່ສ້າງ​ອະນຸສາວະລີ​ສຳລັບ​ຕົນເອງ ແລ້ວ​ໄດ້​ເລີຍ​ໄປ​ທີ່​ເມືອງ​ກິນການ.</verse>
				<verse number="13">ເມື່ອ​ຊາມູເອນ​ໄປ​ຮອດ ກະສັດ​ໂຊນ​ໄດ້​ສະແດງ​ຄວາມ​ຄຳນັບ​ຕໍ່​ເພິ່ນ ແລະ​ເວົ້າ​ວ່າ, “ທ່ານ​ຊາມູເອນ​ເອີຍ ຂໍ​ພຣະເຈົ້າຢາເວ​ອວຍພອນ​ທ່ານ​ເທີ້ນ ຂ້າພະເຈົ້າ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ແລ້ວ.”</verse>
				<verse number="14">ຊາມູເອນ​ຖາມ​ວ່າ, “ຖ້າດັ່ງນັ້ນ ສຽງ​ງົວ​ແລະ​ສຽງ​ແກະ​ທີ່​ຮ້ອງ​ຢູ່​ນັ້ນ​ໄດ້​ມາ​ແຕ່​ໃສ?”</verse>
				<verse number="15">ກະສັດ​ໂຊນ​ຕອບ​ວ່າ, “ຄົນ​ຂອງ​ຂ້າພະເຈົ້າ​ໄດ້​ສັດ​ເຫຼົ່ານັ້ນ​ມາ​ຈາກ​ຊາວ​ອາມາເຫຼັກ. ພວກເຂົາ​ໄດ້​ເອົາ​ແກະ​ແລະ​ງົວ​ໂຕ​ດີທີ່ສຸດ​ໄວ້ ເພື່ອ​ເປັນ​ເຄື່ອງ​ບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ແລະ​ສ່ວນ​ທີ່​ເຫຼືອ​ນັ້ນ ພວກເຮົາ​ໄດ້​ທຳລາຍ​ຖິ້ມ​ໝົດ.”</verse>
				<verse number="16">ຊາມູເອນ​ສັ່ງ​ວ່າ, “ຢຸດ ຂ້າພະເຈົ້າ​ຈະ​ບອກ​ທ່ານ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ໃນ​ຄືນນີ້.” ກະສັດ​ໂຊນ​ກ່າວ​ວ່າ, “ບອກ​ຂ້າພະເຈົ້າ​ມາ​ເບິ່ງດູ.”</verse>
				<verse number="17">ຊາມູເອນ​ກ່າວ​ວ່າ, “ເຖິງ​ແມ່ນ​ເຈົ້າ​ຖື​ຕົນເອງ​ວ່າ​ບໍ່ມີ​ຄວາມ​ສຳຄັນ​ກໍຕາມ ແຕ່​ເຈົ້າ​ກໍ​ເປັນ​ຜູ້ນຳ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ. ພຣະເຈົ້າຢາເວ​ໄດ້​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ເຈົ້າ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ</verse>
				<verse number="18">ແລະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ເຈົ້າ​ໃຫ້​ອອກ​ໄປ​ທຳລາຍ​ພວກ​ຄົນຊົ່ວຮ້າຍ​ເຫຼົ່ານັ້ນ ໃນ​ເມືອງ​ອາມາເຫຼັກ. ພຣະອົງ​ບອກ​ເຈົ້າ​ໃຫ້​ສູ້ຮົບ ແລະ​ຂ້າ​ພວກເຂົາ​ຖິ້ມ​ໝົດ.</verse>
				<verse number="19">ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ? ເປັນຫຍັງ​ຈຶ່ງ​ຢຶດເອົາ​ສິ່ງຂອງ​ເຫຼົ່ານີ້ ແລະ​ເຮັດ​ໃນ​ສິ່ງ​ທີ່​ບໍ່ດີ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ?”</verse>
				<verse number="20">ກະສັດ​ໂຊນ​ຕອບ​ວ່າ, “ຂ້າພະເຈົ້າ​ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ ຂ້າພະເຈົ້າ​ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂດຍ​ຈັບ​ກະສັດ​ອາກາ ແລະ​ຂ້າ​ຊາວ​ອາມາເຫຼັກ​ທຸກຄົນ​ຖິ້ມ.</verse>
				<verse number="21">ແຕ່​ທະຫານ​ຂອງ​ຂ້າພະເຈົ້າ​ບໍ່ໄດ້​ຂ້າ​ແກະ ແລະ​ງົວ​ໂຕ​ດີທີ່ສຸດ​ທີ່​ພວກເຂົາ​ຢຶດ​ມາ​ນັ້ນ. ພວກເຂົາ​ໄດ້​ນຳ​ເອົາ​ສັດ​ເຫຼົ່ານັ້ນ​ມາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ທີ່​ເມືອງ​ກິນການ.”</verse>
				<verse number="22">ຊາມູເອນ​ກ່າວ​ວ່າ, “ແມ່ນ​ສິ່ງໃດ​ທີ່​ພຣະເຈົ້າຢາເວ​ຕ້ອງການ​ຫລາຍກວ່າ: ການ​ເຊື່ອຟັງ ຫລື​ຂອງ​ຖວາຍ ແລະ​ເຄື່ອງ​ບູຊາ? ການ​ເຊື່ອຟັງ​ພຣະເຈົ້າຢາເວ ກໍ​ດີກວ່າ​ຖວາຍ​ແກະ​ໂຕ​ດີທີ່ສຸດ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະອົງ.</verse>
				<verse number="23">ການ​ກະບົດ​ຕໍ່ສູ້​ພຣະອົງ​ເປັນ​ການ​ຊົ່ວຊ້າ​ເທົ່າ​ກັບ​ການ​ໃຊ້​ເວດມົນ​ຄາຖາ ແລະ​ຄວາມ​ອວດດີ​ກໍ​ເປັນ​ບາບ​ເທົ່າ​ກັບ​ການ​ຂາບໄຫວ້​ຮູບເຄົາຣົບ. ຍ້ອນ​ເຈົ້າ​ໄດ້​ປະຖິ້ມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ພຣະອົງ​ຈຶ່ງ​ປະຖິ້ມ​ເຈົ້າ ແລະ​ບໍ່​ໃຫ້​ເຈົ້າ​ເປັນ​ກະສັດ​ອີກ​ຕໍ່ໄປ.”</verse>
				<verse number="24">ກະສັດ​ໂຊນ​ຕອບ​ຄືນ​ວ່າ, “ແມ່ນແລ້ວ ຂ້າພະເຈົ້າ​ໄດ້​ເຮັດ​ບາບ ຂ້າພະເຈົ້າ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ຄຳແນະນຳ​ຂອງທ່ານ. ຂ້າພະເຈົ້າ​ເກງໃຈ​ທະຫານ​ຂອງ​ຂ້າພະເຈົ້າ​ຈຶ່ງ​ເຮັດ​ຕາມ​ທີ່​ພວກເຂົາ​ຕ້ອງການ.</verse>
				<verse number="25">ແຕ່​ບັດນີ້ ຂ້າພະເຈົ້າ​ຮ້ອງ​ຂໍ​ທ່ານ​ອະໄພ​ບາບ​ຂອງ​ຂ້າພະເຈົ້າ​ເສຍ ແລະ​ກັບຄືນ​ເມືອ​ເມືອງ​ກິນການ​ນຳ​ຂ້າພະເຈົ້າ​ແດ່ ເພື່ອ​ວ່າ ຂ້າພະເຈົ້າ​ຈະ​ໄດ້​ນະມັດສະການ​ພຣະເຈົ້າຢາເວ.”</verse>
				<verse number="26">ຊາມູເອນ​ຕອບ​ວ່າ, “ເຮົາ​ຈະ​ບໍ່​ຄືນ​ເມືອ​ກັບ​ເຈົ້າ ເຈົ້າ​ໄດ້​ປະຖິ້ມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ປະຖິ້ມ​ເຈົ້າ ຈາກ​ການ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ.”</verse>
				<verse number="27">ເມື່ອ​ຊາມູເອນ​ກຳລັງ​ຈະ​ຫັນຫລັງ​ໜີໄປ ກະສັດ​ໂຊນ​ກໍ​ດຶງ​ສາຍ​ເສື້ອຄຸມ​ຂອງ​ເພິ່ນ​ຈົນ​ຂາດ.</verse>
				<verse number="28">ຊາມູເອນ​ກ່າວ​ແກ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ໄດ້​ຈີກ​ອານາຈັກ​ອິດສະຣາເອນ​ອອກ​ຈາກ​ເຈົ້າ​ໃນ​ມື້ນີ້ ແລະ​ພຣະອົງ​ຈະ​ມອບ​ໃຫ້​ແກ່​ຄົນອື່ນ​ທີ່​ດີກວ່າ​ເຈົ້າ.</verse>
				<verse number="29">ແລະ​ອົງ​ຊົງ​ເປັນ​ທີ່​ເພິ່ງ​ອັນ​ແຂງ​ແກ່ນ​ຂອງ​ຊາດ​ອິດສະຣາເອນ ຈະ​ບໍ່​ເວົ້າຕົວະ​ຫລື​ປ່ຽນໃຈ. ພຣະອົງ​ບໍ່ແມ່ນ​ມະນຸດ ສະນັ້ນ ພຣະອົງ​ຈຶ່ງ​ບໍ່​ປ່ຽນໃຈ.”</verse>
				<verse number="30">ກະສັດ​ໂຊນ​ຕອບ​ວ່າ, “ຂ້າພະເຈົ້າ​ໄດ້​ເຮັດ​ບາບ, ແຕ່​ຢ່າງໜ້ອຍ​ຂໍ​ທ່ານ​ໃຫ້​ຄວາມນັບຖື​ແກ່​ຂ້າພະເຈົ້າ​ຕໍ່ໜ້າ​ພວກຜູ້ນຳ​ປະຊາຊົນ​ຂອງ​ຂ້າພະເຈົ້າ ແລະ​ຊາວ​ອິດສະຣາເອນ​ທຸກຄົນ. ຂໍ​ທ່ານ​ຈົ່ງ​ກັບ​ເມືອ​ນຳ​ຂ້າພະເຈົ້າ ເພື່ອ​ຈະ​ໄດ້​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ.”</verse>
				<verse number="31">ດັ່ງນັ້ນ ຊາມູເອນ​ຈຶ່ງ​ຍອມ​ຄືນ​ເມືອ​ເມືອງ​ກິນການ​ກັບ​ກະສັດ​ໂຊນ ແລະ​ກະສັດ​ໂຊນ​ກໍໄດ້​ນະມັດສະການ​ພຣະເຈົ້າຢາເວ.</verse>
				<verse number="32">ຊາມູເອນ​ສັ່ງ​ວ່າ, “ຈົ່ງ​ນຳ​ກະສັດ​ອາກາ​ມາ​ທີ່​ນີ້​ຫາ​ຂ້າພະເຈົ້າ. ເຈົ້າ​ອາກາ​ເຂົ້າ​ມາ​ຫາ​ຊາມູເອນ​ໂດຍ​ຕົວສັ່ນ ແລະ​ທັງ​ຄິດ​ໃນ​ໃຈ​ວ່າ, ‘ຄວາມຕາຍ​ນີ້​ຊ່າງເປັນ​ການ​ຂົມຂື່ນ​ແທ້​ນໍ”’</verse>
				<verse number="33">ຊາມູເອນ​ກ່າວ​ວ່າ, “ດາບ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ແມ່​ຫລາຍ​ຄົນ​ຕ້ອງ​ສູນເສຍ​ລູກ​ຂອງຕົນ; ດັ່ງນັ້ນ ແມ່​ຂອງເຈົ້າ​ຈະ​ຕ້ອງ​ສູນເສຍ​ລູກ​ໄປ​ເໝືອນກັນ.” ແລ້ວ​ຊາມູເອນ​ກໍ​ຂ້າ​ເຈົ້າ​ອາກາ ແລະ​ຕັດ​ເປັນ​ຕ່ອນໆ​ຕໍ່ໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ກິນການ.</verse>
				<verse number="34">ແລ້ວ​ຊາມູເອນ​ກໍ​ໄດ້ໄປ​ທີ່​ເມືອງ​ຣາມາ ສ່ວນ​ກະສັດ​ໂຊນ​ນັ້ນ​ໄດ້​ຄືນ​ເມືອ​ວັງ​ຂອງ​ເພິ່ນ​ທີ່​ເມືອງ​ກີເບອາ.</verse>
				<verse number="35">ຕະຫລອດ​ຊົ່ວຊີວິດ​ຂອງ​ຊາມູເອນ ເພິ່ນ​ບໍ່ໄດ້​ເຫັນ​ກະສັດ​ໂຊນ​ອີກ​ຈັກເທື່ອ ແຕ່​ເພິ່ນ​ຍັງ​ເສົ້າ​ສະຫລົດໃຈ​ນຳ​ກະສັດ​ໂຊນ​ຫລາຍ. ສ່ວນ​ພຣະເຈົ້າຢາເວ​ກໍ​ເສຍໃຈ ທີ່​ໄດ້​ແຕ່ງຕັ້ງ​ໂຊນ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ.</verse>
			</chapter>
			<chapter number="16">
				<verse number="1">ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ຊາມູເອນ​ວ່າ, “ເຈົ້າ​ຍັງ​ຈະ​ໂສກເສົ້າ​ເສຍໃຈ​ນຳ​ໂຊນ​ອີກ​ດົນ​ປານໃດ? ເຮົາ​ໄດ້​ປົດ​ລາວ​ອອກ​ຈາກ​ຕຳແໜ່ງ​ກະສັດ​ແລ້ວ, ແຕ່​ບັດນີ້ ຈົ່ງ​ຖື​ນໍ້າມັນ​ສັກສິດ​ໄປ​ທີ່​ເມືອງ​ເບັດເລເຮັມ ແລະ​ຫາ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ວ່າ ເຢຊີ ເພາະ​ເຮົາ​ໄດ້​ເລືອກ​ເອົາ​ລູກຊາຍ​ຂອງ​ລາວ​ຄົນ​ໜຶ່ງ​ໃຫ້​ເປັນ​ກະສັດ.”</verse>
				<verse number="2">ຊາມູເອນ​ຖາມ​ວ່າ, “ຂ້ານ້ອຍ​ຈະ​ເຮັດ​ເຊັ່ນ​ນັ້ນ​ໄດ້​ຢ່າງ​ໃດ? ຖ້າ​ໂຊນ​ໄດ້ຍິນ​ເລື່ອງ​ນີ້ ລາວ​ຄົງ​ຈະ​ຂ້າ​ຂ້ານ້ອຍ​ເສຍ.” ພຣະເຈົ້າຢາເວ​ຕອບ​ວ່າ, “ໃຫ້​ເຈົ້າ​ເອົາ​ລູກ​ງົວ​ໂຕໜຶ່ງ​ໄປ​ນຳ ແລະ​ເວົ້າ​ວ່າ, ເຈົ້າ​ມາ​ທີ່​ນີ້​ເພື່ອ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ.</verse>
				<verse number="3">ໃຫ້​ເຈົ້າ​ເຊີນ​ເຢຊີ​ມາ​ຮ່ວມ​ໃນ​ການ​ຖວາຍ​ນັ້ນ​ດ້ວຍ ແລ້ວ​ເຮົາ​ຈະ​ບອກ​ເຈົ້າ​ວ່າ​ຄວນ​ຈະ​ເຮັດ​ຢ່າງໃດ​ໃນ​ຂັ້ນ​ຕໍ່ໄປ. ເຈົ້າ​ຈະ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ຊາຍ​ຜູ້ໜຶ່ງ ທີ່​ເຮົາ​ບອກ​ເຈົ້າ​ວ່າ​ຈະ​ເປັນ​ກະສັດ.”</verse>
				<verse number="4">ຊາມູເອນ​ປະຕິບັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ. ເມື່ອ​ເພິ່ນ​ເດີນທາງ​ໄປ​ທີ່​ເມືອງ​ເບັດເລເຮັມ, ພວກ​ເຖົ້າແກ່​ໃນ​ເມືອງ​ໄດ້​ອອກ​ມາ​ຕ້ອນຮັບ​ເພິ່ນ ທັງ​ຢ້ານກົວ​ຈົນ​ຕົວ​ສັ່ນເຊັນ ແລະ​ຖາມ​ວ່າ, “ທ່ານ​ມາ​ຢ້ຽມຢາມ​ພວກ​ຂ້ານ້ອຍ​ຢ່າງ​ສັນຕິ​ຫລື​ບໍ່?”</verse>
				<verse number="5">ຊາມູເອນ​ຕອບ​ວ່າ, “ແມ່ນແລ້ວ ຂ້າພະເຈົ້າ​ມາ​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ຈົ່ງ​ຊຳລະ​ຕົວ​ໃຫ້​ບໍຣິສຸດ ແລະ​ໄປ​ນຳ​ຂ້າພະເຈົ້າ.” ເພິ່ນ​ຍັງ​ບອກ​ເຢຊີ ແລະ​ພວກ​ລູກຊາຍ​ຂອງ​ເພິ່ນ​ຊຳລະ​ຕົວ​ໃຫ້​ບໍຣິສຸດ ແລະ​ເຊີນ​ພວກເຂົາ​ມາ​ຮ່ວມ​ໃນ​ການຖວາຍບູຊາ​ດ້ວຍ.</verse>
				<verse number="6">ເມື່ອ​ພວກເຂົາ​ມາ​ຮອດ ຊາມູເອນ​ກໍ​ຫລຽວ​ເຫັນ​ເອລີອາບ​ລູກຊາຍ​ຂອງ​ເຢຊີ ເພິ່ນ​ຈຶ່ງ​ຄິດ​ໃນ​ໃຈ​ວ່າ, “ຊາຍ​ທີ່​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ຕ້ອງ​ແມ່ນ​ຜູ້​ທີ່​ພຣະເຈົ້າຢາເວ​ເລືອກ​ໄວ້​ຢ່າງ​ແນ່ນອນ.”</verse>
				<verse number="7">ແຕ່​ພຣະເຈົ້າຢາເວ​ກ່າວ​ຕໍ່​ເພິ່ນ​ວ່າ, “ຢ່າ​ໄດ້​ສົນໃຈ​ນຳ​ຄວາມສູງ ແລະ​ຄວາມງາມ​ຂອງ​ລາວ​ເລີຍ. ເຮົາ​ບໍ່​ຮັບ​ເອົາ​ລາວ​ເພາະ​ການ​ເບິ່ງ​ຂອງ​ພຣະເຈົ້າຢາເວ​ບໍ່​ຄື​ການ​ເບິ່ງ​ຂອງ​ມະນຸດ. ມະນຸດ​ເບິ່ງ​ພາຍນອກ​ແຕ່​ພຣະເຈົ້າຢາເວ​ເບິ່ງ​ພາຍໃນ​ຈິດໃຈ.”</verse>
				<verse number="8">ແລ້ວ​ເຢຊີ​ກໍໄດ້​ເອີ້ນ​ອາບີນາດາບ​ລູກຊາຍ​ອີກ​ຜູ້ໜຶ່ງ​ຂອງຕົນ​ມາ ແລະ​ພາ​ລາວ​ໄປ​ຫາ ຊາມູເອນ, ແຕ່ ຊາມູເອນ​ບອກ​ວ່າ, “ບໍ່ແມ່ນ ພຣະເຈົ້າຢາເວ​ບໍ່ໄດ້​ເລືອກ​ເອົາ​ລາວ.”</verse>
				<verse number="9">ເຢຊີ​ຈຶ່ງ​ພາ​ຊາມມາ​ເຂົ້າ​ມາ​ແຕ່ ຊາມູເອນ​ໄດ້​ບອກ​ວ່າ, “ບໍ່ແມ່ນ ພຣະເຈົ້າຢາເວ​ບໍ່ໄດ້​ເລືອກ​ເອົາ​ລາວ.”</verse>
				<verse number="10">ເຢຊີ​ໄດ້​ນຳ​ລູກຊາຍ​ທັງ​ເຈັດ​ຄົນ​ຂອງຕົນ​ມາ​ຫາ ຊາມູເອນ​ໂດຍ​ວິທີ​ນີ້, ແຕ່​ຊາມູເອນ​ໄດ້​ກ່າວ​ແກ່​ເຢຊີ​ວ່າ, “ບໍ່ແມ່ນ ພຣະເຈົ້າຢາເວ​ບໍ່ໄດ້​ເລືອກ​ເອົາ​ຜູ້ໃດ​ຈັກ​ຄົນ​ໃນ​ຄົນ​ເຫຼົ່ານີ້.”</verse>
				<verse number="11">ແລ້ວ ຊາມູເອນ​ກໍ​ຖາມ​ລາວ​ວ່າ, “ເຈົ້າ​ຍັງ​ມີ​ລູກຊາຍ​ຢູ່​ອີກ​ບໍ?” ເຢຊີ​ຕອບ​ວ່າ, “ຍັງ​ມີ​ອີກ​ຜູ້ໜຶ່ງ. ລາວ​ເປັນ​ລູກຫລ້າ​ແຕ່​ດຽວ​ນີ້​ລາວ​ກຳລັງ​ລ້ຽງ​ແກະ​ຢູ່.” ຊາມູເອນ​ກ່າວ​ວ່າ, “ຈົ່ງ​ໄປ​ນຳ​ເອົາ​ລາວ​ມາ​ທີ່​ນີ້ ພວກເຮົາ​ຈະ​ບໍ່​ຖວາຍ​ເຄື່ອງ​ບູຊາ​ຈົນກວ່າ​ລາວ​ມາ.”</verse>
				<verse number="12">ດັ່ງນັ້ນ ເຢຊີ​ຈຶ່ງ​ໄດ້ສົ່ງ​ຄົນ​ໄປ​ນຳ​ເອົາ​ດາວິດ. ລາວ​ເປັນ​ຄົນ​ຜິວ​ສົດໃສ, ເປັນ​ຊາຍໜຸ່ມ​ທີ່​ມີ​ສຸຂະພາບ​ດີ ແລະ​ຕາ​ກໍ​ເປັນ​ແວວ​ແຈ່ມໃສ​ງາມດີ. ພຣະເຈົ້າຢາເວ​ກ່າວ​ວ່າ, “ແມ່ນ​ຄົນ​ນີ້​ແຫຼະ ຈົ່ງ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ລາວ.”</verse>
				<verse number="13">ຊາມູເອນ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ​ຕໍ່ໜ້າ​ພວກອ້າຍໆ​ຂອງ​ລາວ. ໃນ​ທັນໃດນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ກໍ​ຄວບຄຸມ​ດາວິດ ແລະ​ສະຖິດ​ຢູ່​ກັບ​ລາວ​ນັບ​ຕັ້ງແຕ່​ມື້​ນັ້ນ​ມາ ຊາມູເອນ​ກໍ​ກັບຄືນ​ເມືອ​ບ້ານເມືອງ​ຂອງ​ຕົນ​ທີ່​ຣາມາ.</verse>
				<verse number="14">ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ໜີໄປ​ຈາກ​ກະສັດ​ໂຊນ ແລະ​ວິນຍານ​ຊົ່ວຮ້າຍ​ຈາກ​ພຣະເຈົ້າຢາເວ​ກໍໄດ້​ມາ​ທໍລະມານ​ເພິ່ນ.</verse>
				<verse number="15">ພວກ​ທີ່​ລໍ​ຮັບໃຊ້​ເພິ່ນ​ນັ້ນ​ໄດ້​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ຮູ້​ວ່າ ແມ່ນ​ວິນຍານ​ຊົ່ວຮ້າຍ​ຈາກ​ພຣະເຈົ້າ​ໄດ້​ມາ​ທໍລະມານ​ທ່ານ.</verse>
				<verse number="16">ດັ່ງນັ້ນ ທ່ານເອີຍ ຈົ່ງ​ອອກ​ຄຳສັ່ງ​ມາ​ເທີ້ນ ແລະ​ພວກ​ຂ້ານ້ອຍ​ຈະ​ໄປ​ຊອກ​ຫາ​ຄົນ​ທີ່​ຮູ້ຈັກ​ດີດພິນ​ມາ​ໃຫ້​ທ່ານ. ເມື່ອໃດ​ທີ່​ວິນຍານ​ຊົ່ວຮ້າຍ​ຈາກ​ພຣະເຈົ້າ​ເຂົ້າ​ມາ​ສິງ​ຢູ່​ໃນ​ທ່ານ ຊາຍ​ຄົນ​ນັ້ນ​ຈະ​ດີດພິນ​ຂອງ​ລາວ ແລະ​ທ່ານ​ກໍ​ຈະ​ເປັນ​ປົກກະຕິ.”</verse>
				<verse number="17">ກະສັດ​ໂຊນ​ຈຶ່ງ​ອອກ​ຄຳສັ່ງ​ໃຫ້​ພວກ​ທີ່​ຄອຍ​ຮັບໃຊ້​ເພິ່ນ​ນັ້ນ​ວ່າ, “ຈົ່ງ​ໄປ​ຊອກ​ຫາ​ຜູ້​ທີ່​ຫລິ້ນ​ພິນ​ເກັ່ງໆ​ແລະ​ພາ​ລາວ​ມາ​ຫາ​ເຮົາ.”</verse>
				<verse number="18">ມີ​ຄົນ​ໜຶ່ງ​ໃນ​ຈຳນວນ​ຄົນ​ທີ່​ຄອຍ​ຮັບໃຊ້​ກະສັດ​ໂຊນ​ນັ້ນ​ເວົ້າ​ວ່າ, “ເຢຊີ ຊາວ​ເມືອງ​ເບັດເລເຮັມ​ມີ​ລູກຊາຍ​ຜູ້ໜຶ່ງ​ທີ່​ຫລິ້ນ​ດົນຕຼີ​ເກັ່ງ. ນອກຈາກນີ້ ລາວ​ຍັງ​ເປັນ​ຄົນ​ກ້າຫານ ແລະ​ມີ​ສີສັນ​ສົດໃສ, ເປັນ​ນັກຮົບ​ທີ່​ດີເດັ່ນ ແລະ​ເປັນ​ຜູ້​ກ້າປາກ​ກ້າເວົ້າ. ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ລາວ.”</verse>
				<verse number="19">ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ສົ່ງ​ຜູ້ນຳຂ່າວ​ໄປ​ບອກ​ເຢຊີ​ວ່າ, “ໃຫ້​ເຈົ້າ​ສົ່ງ​ດາວິດ ລູກຊາຍ​ຜູ້​ທີ່​ລ້ຽງ​ແກະ​ຂອງ​ເຈົ້າ​ມາ​ຫາ​ເຮົາ.”</verse>
				<verse number="20">ເຢຊີ​ໄດ້​ສົ່ງ​ດາວິດ​ໄປ​ຫາ​ກະສັດ​ໂຊນ​ພ້ອມ​ກັບ​ແບ້ນ້ອຍ​ໂຕໜຶ່ງ, ລໍ​ໂຕໜຶ່ງ​ທີ່​ບັນທຸກ​ເຂົ້າຈີ່ ແລະ​ນໍ້າ​ອະງຸ່ນ​ເຕັມ​ຖົງ​ໜຶ່ງ.</verse>
				<verse number="21">ດາວິດ​ເຂົ້າ​ໄປ​ຫາ​ກະສັດ​ໂຊນ ແລະ​ຖືກ​ຮັບ​ເຂົ້າ​ເປັນ​ຂ້າຣາຊການ​ຄົນ​ໜຶ່ງ​ຂອງ​ເພິ່ນ. ກະສັດ​ໂຊນ​ພໍໃຈ​ນຳ​ດາວິດ​ຫລາຍ ຈຶ່ງ​ເລືອກ​ໃຫ້​ລາວ​ເປັນ​ຄົນ​ຖື​ອາວຸດ​ປະຈຳຕົວ​ຂອງ​ເພິ່ນ.</verse>
				<verse number="22">ແລ້ວ​ກະສັດ​ໂຊນ​ກໍ​ສັ່ງ​ຄວາມ​ໄປ​ບອກ​ເຢຊີ​ວ່າ, “ເຮົາ​ພໍໃຈ​ນຳ​ດາວິດ​ຫລາຍ ຂໍ​ໃຫ້​ລາວ​ຢູ່​ຮັບໃຊ້​ເຮົາ​ໃນ​ທີ່​ນີ້​ສາ.”</verse>
				<verse number="23">ນັບ​ຕັ້ງແຕ່​ນັ້ນ​ມາ ເມື່ອໃດ​ວິນຍານ​ຊົ່ວຮ້າຍ​ຈາກ​ພຣະເຈົ້າ​ເຂົ້າ​ສິງ​ກະສັດ​ໂຊນ ດາວິດ​ກໍ​ຈັບ​ພິນ​ຂອງຕົນ​ຂຶ້ນ​ມາ​ດີດ​ເມື່ອນັ້ນ ແລ້ວ​ວິນຍານ​ຊົ່ວຮ້າຍ​ກໍ​ອອກ​ໜີໄປ. ກະສັດ​ໂຊນ​ຈຶ່ງ​ຮູ້ສຶກ​ສະບາຍ​ຂຶ້ນ ແລະ​ເປັນ​ປົກກະຕິ​ອີກ.</verse>
			</chapter>
			<chapter number="17">
				<verse number="1">ພວກ​ຟີລິດສະຕິນ​ໄດ້​ທ້ອນໂຮມ​ກຳລັງກັນ ເຂົ້າ​ສູ່​ເສິກ​ທີ່​ເມືອງ​ໂສໂກ​ໃນ​ແຂວງ​ຢູດາຍ; ພວກເຂົາ​ຕັ້ງ​ທີ່ໝັ້ນ​ຢູ່​ບ່ອນ​ໜຶ່ງ​ຊື່​ວ່າ ເອແຟັດດຳມິມ ລະຫວ່າງ​ກາງເມືອງ​ໂສໂກ​ແລະ​ເມືອງ​ອາເຊກາ.</verse>
				<verse number="2">ສ່ວນ​ກະສັດ​ໂຊນ​ແລະ​ຊາວ​ອິດສະຣາເອນ​ນັ້ນ​ກໍໄດ້​ເຕົ້າໂຮມ​ກັນ ແລະ​ຕັ້ງ​ຄ້າຍ​ຢູ່​ທີ່​ຮ່ອມພູ​ເອລາ, ແລ້ວ​ພວກເຂົາ​ກໍ​ຕຽມພ້ອມ​ທີ່​ຈະ​ສູ້ຮົບ​ພວກ​ຟີລິດສະຕິນ​ໃນ​ທີ່ນັ້ນ.</verse>
				<verse number="3">ພວກ​ຟີລິດສະຕິນ​ໄດ້​ຢືນ​ເປັນ​ແຖວ​ຢາຍກັນ​ຢູ່​ຕາມ​ເນີນພູ​ໜ່ວຍ​ໜຶ່ງ ແລະ​ຊາວ​ອິດສະຣາເອນ​ກໍ​ຢືນ​ເປັນ​ແຖວ​ຢາຍກັນ​ຢູ່​ຕາມ​ເນີນພູ​ອີກ​ໜ່ວຍ​ໜຶ່ງ ຊຶ່ງ​ມີ​ຮ່ອມພູ​ຂັ້ນ​ລະຫວ່າງ​ພວກເຂົາ​ທັງສອງ​ຝ່າຍ.</verse>
				<verse number="4">ຍັງ​ມີ​ຊາຍ​ຈາກ​ເມືອງກາດ​ຄົນ​ໜຶ່ງ​ຊື່​ວ່າ ໂກລີອາດ; ລາວ​ໄດ້​ອອກ​ຈາກ​ຄ້າຍ​ຂອງ​ພວກ​ຟີລິດສະຕິນ​ມາ​ທ້າທາຍ​ພວກ​ອິດສະຣາເອນ. ລາວ​ເປັນ​ຄົນ​ສູງ​ໃຫຍ່​ເກືອບ​ເຖິງ​ສາມ​ແມັດ.</verse>
				<verse number="5">ລາວ​ໃສ່​ໝວກ​ທອງສຳຣິດ​ກັບ​ນຸ່ງ​ເສື້ອ​ຫຸ້ມເກາະ​ທອງສຳຣິດ​ໜັກ​ປະມານ​ຫ້າສິບເຈັດ​ກິໂລກຼາມ.</verse>
				<verse number="6">ສ່ວນ​ຂາ​ຂອງ​ລາວ​ນັ້ນ​ກໍ​ສວມ​ເຄື່ອງ​ປ້ອງກັນ​ທີ່​ເຮັດ​ດ້ວຍ​ທອງສຳຣິດ​ເຊັ່ນກັນ. ນອກ​ນີ້​ລາວ​ຍັງ​ພາຍ​ຫອກ​ທີ່​ເຮັດ​ດ້ວຍ​ທອງສຳຣິດ.</verse>
				<verse number="7">ຄັນ​ຫອກ​ຂອງ​ລາວ​ເທົ່າກັບ​ໄມ້​ກຳພັ້ນ​ຫູກ ແລະ​ປາຍ​ຫອກ​ທີ່​ເປັນ​ເຫຼັກ​ກໍ​ໜັກ​ປະມານ​ເຈັດ​ກິໂລກຼາມ. ມີ​ທະຫານ​ຄົນ​ໜຶ່ງ​ຍ່າງ​ອອກ​ໜ້າ​ຖື​ໂລ້​ຕ້ານທານ​ໃຫ້​ລາວ.</verse>
				<verse number="8">ໂກລີອາດ​ຢືນ​ຮ້ອງ​ແຜດສຽງ​ໃສ່​ພວກ​ອິດສະຣາເອນ​ວ່າ, “ພວກສູ​ກຳລັງ​ເຮັດ​ຫຍັງ​ຢູ່​ທີ່​ນີ້, ລຽນ​ແຖວ​ເຂົ້າ​ມາ​ສູ້ຮົບ​ຊັ້ນບໍ? ກູ​ເປັນ​ຄົນ​ຟີລິດສະຕິນ ພວກສູ​ເປັນ​ທາດຮັບໃຊ້​ຂອງ​ໂຊນ ຈົ່ງ​ເລືອກ​ເອົາ​ທະຫານ​ຄົນ​ໜຶ່ງ​ໃນ​ພວກສູ​ອອກ​ມາ​ຕໍ່ສູ້​ກັບ​ກູ.</verse>
				<verse number="9">ຖ້າ​ຊະນະ​ແລະ​ຂ້າ​ກູ​ໄດ້ ພວກ​ກູ​ຈະ​ຍອມ​ເປັນ​ທາດຮັບໃຊ້​ຂອງ​ພວກສູ, ແຕ່​ຖ້າ​ກູ​ຊະນະ ພວກສູ​ຈະ​ຕ້ອງ​ຕົກ​ເປັນ​ທາດຮັບໃຊ້​ຂອງ​ກູ.</verse>
				<verse number="10">ບັດນີ້ ກູ​ຂໍ​ທ້າທາຍ​ກອງທັບ​ອິດສະຣາເອນ​ຄື ກູ​ໃຫ້​ພວກສູ​ເລືອກເອົາ​ຜູ້ໜຶ່ງ​ມາ​ສູ້ຮົບ​ກັບ​ກູ.”</verse>
				<verse number="11">ເມື່ອ​ກະສັດ​ໂຊນ​ກັບ​ທະຫານ​ຂອງ​ເພິ່ນ​ໄດ້ຍິນ​ດັ່ງນັ້ນ ກໍ​ມີ​ຄວາມ​ຢ້ານກົວ​ຫຼາຍ.</verse>
				<verse number="12">ດາວິດ​ເປັນ​ລູກຊາຍ​ຂອງ​ເຢຊີ​ຜູ້​ທີ່​ເປັນ​ຊາວ​ເອຟະຣາທາ ຈາກ​ເມືອງ​ເບັດເລເຮັມ​ໃນ​ແຂວງ​ຢູດາຍ. ເຢຊີ​ມີ​ລູກຊາຍ​ແປດ​ຄົນ. ໃນ​ສະໄໝ​ທີ່​ໂຊນ​ເປັນ​ກະສັດ ເຢຊີ​ກໍ​ເຖົ້າແກ່​ຫລາຍ​ແລ້ວ.</verse>
				<verse number="13">ລູກຊາຍ​ໃຫຍ່​ສາມ​ຄົນ​ຂອງ​ເພິ່ນ​ໄດ້​ໄປ​ຕີ​ເສິກ​ນຳ​ກະສັດ​ໂຊນ. ຜູ້ກົກ​ຊື່​ວ່າ ເອລີອາບ, ຜູ້​ຕໍ່ມາ​ຊື່​ວ່າ ອາບີນາດາບ ແລະ​ຜູ້​ທີ່​ສາມ​ຊື່​ວ່າ ຊາມມາ.</verse>
				<verse number="14">ສ່ວນ​ດາວິດ​ນັ້ນ​ເປັນ​ລູກຊາຍຫລ້າ. ເວລາ​ທີ່​ອ້າຍ​ທັງ​ສາມ​ຂອງ​ດາວິດ​ຢູ່​ນຳ​ກະສັດ​ໂຊນ​ນັ້ນ</verse>
				<verse number="15">ດາວິດ​ຕ້ອງ​ກັບຄືນ​ເມືອ​ເມືອງ​ເບັດເລເຮັມ ເພື່ອ​ເບິ່ງ​ຝູງແກະ​ຂອງ​ພໍ່​ເປັນ​ບາງ​ຄັ້ງ​ບາງ​ຄາວ.</verse>
				<verse number="16">ສ່ວນ​ໂກລີອາດ​ກໍໄດ້​ທ້າທາຍ​ພວກ​ອິດສະຣາເອນ ທຸກ​ເຊົ້າ​ທຸກ​ແລງ​ເປັນ​ເວລາ​ສີ່ສິບ​ວັນ.</verse>
				<verse number="17">ມື້ໜຶ່ງ ເຢຊີ​ໄດ້​ເວົ້າ​ກັບ​ດາວິດ​ວ່າ, “ຈົ່ງ​ເອົາ​ເຂົ້າຂົ້ວ​ສິບ​ກິໂລກຼາມ​ກັບ​ເຂົ້າຈີ່​ສິບ​ກ້ອນ​ນີ້ ໄປ​ໃຫ້​ພວກ​ອ້າຍ​ຂອງ​ເຈົ້າ​ຢູ່​ໃນ​ຄ້າຍ</verse>
				<verse number="18">ແລະ​ເອົາ​ເນີຍ​ສິບ​ກ້ອນ​ນີ້​ໃຫ້​ທ່ານ​ນາຍພັນ. ຈົ່ງ​ໄປ​ເບິ່ງ​ວ່າ ພວກອ້າຍ​ຂອງ​ເຈົ້າ​ເປັນຢູ່​ຢ່າງໃດ ແລະ​ໃຫ້​ເຈົ້າ​ເອົາ​ບາງ​ສິ່ງ​ຈາກ​ພວກເຂົາ​ມາ​ນຳ ເພື່ອ​ສະແດງ​ວ່າ​ເຈົ້າ​ໄດ້​ເຫັນ​ພວກເຂົາ ແລະ​ຮູ້​ວ່າ​ພວກເຂົາ​ສະບາຍດີ.</verse>
				<verse number="19">ເວລາ​ນີ້ ກະສັດ​ໂຊນ​ກັບ​ພວກ​ອ້າຍ​ຂອງ​ເຈົ້າ ແລະ​ພວກ​ອິດສະຣາເອນ​ຄົນອື່ນໆ ກຳລັງ​ຕໍ່ສູ້​ພວກ​ຟີລິດສະຕິນ​ຢູ່​ໃນ​ຮ່ອມພູ​ເອລາ.”</verse>
				<verse number="20">ເຊົ້າ​ມື້​ໃໝ່​ມາ ດາວິດ​ກໍ​ລຸກ​ແຕ່​ເຊົ້າໆ. ລາວ​ຝາກ​ຝູງແກະ​ໄວ້​ນຳ​ຄົນອື່ນ ແລະ​ນຳ​ເອົາ​ອາຫານ​ໄປ​ບ່ອນ​ທີ່​ເຢຊີ​ພໍ່​ຂອງຕົນ​ໄດ້​ບອກ. ລາວ​ໄປ​ຮອດ​ຄ້າຍ​ພໍດີ​ກັບ​ເວລາ​ທີ່​ພວກ​ອິດສະຣາເອນ​ພວມ​ລຽນ​ແຖວ​ອອກ​ໄປ​ສູ່​ສະໜາມຮົບ ແລະ​ທັງ​ມີ​ສຽງ​ຮ້ອງ​ສັ່ງ​ອອກ​ໄປ​ຕີ​ເສິກ.</verse>
				<verse number="21">ທະຫານ​ຂອງ​ພວກ​ຟີລິດສະຕິນ​ແລະ​ຂອງ​ພວກ​ອິດສະຣາເອນ ຕ່າງ​ກໍ​ຕັ້ງ​ທີ່ໝັ້ນ​ຂອງ​ໃຜ​ລາວ​ປະເຊີນ​ໜ້າ​ກັນ​ເພື່ອ​ຕຽມ​ສູ້ຮົບ.</verse>
				<verse number="22">ດາວິດ​ໄດ້​ປະ​ອາຫານ​ໄວ້​ນຳ​ເຈົ້າໜ້າທີ່​ຝ່າຍ​ສະບຽງ​ອາຫານ ແລະ​ແລ່ນ​ໄປ​ຫາ​ພວກອ້າຍ​ຂອງຕົນ​ທີ່​ສະໜາມຮົບ​ເພື່ອ​ຖາມ​ຂ່າວຄາວ​ວ່າ ພວກເຂົາ​ເປັນຢູ່​ຢ່າງໃດ.</verse>
				<verse number="23">ໃນ​ຂະນະທີ່​ລາວ​ກຳລັງ​ເວົ້າ​ກັບ​ພວກ​ອ້າຍ​ຢູ່​ນັ້ນ ໂກລີອາດ​ກໍ​ເຂົ້າ​ມາ​ທ້າທາຍ​ພວກ​ອິດສະຣາເອນ​ຕາມ​ທີ່​ລາວ​ເຄີຍ​ໄດ້​ເຮັດ​ມາ. ຝ່າຍ​ດາວິດ​ກໍ​ໄດ້​ຍິນ​ຄຳ​ທ້າທາຍ​ນັ້ນ.</verse>
				<verse number="24">ເມື່ອ​ພວກ​ອິດສະຣາເອນ​ຫລຽວເຫັນ​ໂກລີອາດ ພວກເຂົາ​ກໍ​ແລ່ນ​ປົບໜີ​ດ້ວຍ​ຄວາມ​ຢ້ານກົວ​ທີ່ສຸດ.</verse>
				<verse number="25">ພວກເຂົາ​ເວົ້າ​ກັນ​ວ່າ, “ເບິ່ງ​ມັນ​ພຸ້ນ​ດູ! ຟັງ​ມັນ​ເວົ້າ​ຫັ້ນ​ແມ ກະສັດ​ໂຊນ​ສັນຍາ​ວ່າ​ຈະ​ໃຫ້​ບຳເໜັດ​ແກ່​ຊາຍ​ຜູ້​ທີ່​ຂ້າ​ມັນ​ໄດ້; ກະສັດ​ຈະ​ໃຫ້​ລາວ​ແຕ່ງງານ​ກັບ​ລູກສາວ​ຂອງ​ເພິ່ນ ພ້ອມ​ທັງ​ໃຫ້​ຄອບຄົວ​ຂອງ​ພໍ່​ລາວ​ຍົກເວັ້ນ​ຈາກ​ການ​ເສຍສ່ວຍ.”</verse>
				<verse number="26">ດາວິດ​ຈຶ່ງ​ຖາມ​ພວກ​ທີ່​ຢູ່​ໃກ້​ກັບ​ລາວ​ນັ້ນ​ວ່າ, “ຜູ້​ທີ່​ຂ້າ​ຄົນ​ຟີລິດສະຕິນ​ຜູ້​ນີ້​ໄດ້ ແລະ​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ການ​ໝິ່ນປະໝາດ​ນີ້​ຈະ​ໄດ້​ຫຍັງ? ຄົນ​ຟີລິດສະຕິນ​ຜູ້​ບໍ່​ນັບຖື​ພຣະເຈົ້າ ທີ່​ກຳລັງ​ເວົ້າ​ທ້າທາຍ​ກອງທັບ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ນັ້ນ​ແມ່ນ​ຜູ້ໃດ?”</verse>
				<verse number="27">ພວກເຂົາ​ຈຶ່ງ​ບອກ​ລາວ​ວ່າ ຜູ້​ທີ່​ຂ້າ​ໂກລີອາດ​ໄດ້ ຈະ​ໄດ້​ຮັບ​ສິ່ງ​ທີ່​ກ່າວ​ມາ​ນັ້ນ.</verse>
				<verse number="28">ເອລີອາບ​ອ້າຍກົກ​ຂອງ​ດາວິດ​ໄດ້ຍິນ​ດາວິດ​ກຳລັງ​ເວົ້າ​ກັບ​ທະຫານ​ຢູ່ ກໍ​ຮ້າຍ​ໃຫ້​ດາວິດ​ແລະ​ເວົ້າ​ວ່າ, “ເຈົ້າ​ມາ​ເຮັດ​ຫຍັງ​ຢູ່​ທີ່​ນີ້? ຝຸງ​ແກະນ້ອຍ​ຂອງ​ເຈົ້າ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ເຈົ້າ​ຝາກ​ໄວ້​ກັບ​ໃຜ? ຂ້ອຍ​ຮູ້ໃຈ​ຈອງຫອງ​ແລະ​ຄວາມຊົ່ວຮ້າຍ​ຂອງເຈົ້າ ເຈົ້າ​ມາ​ທີ່​ນີ້​ເພື່ອ​ເບິ່ງ​ການ​ສູ້ຮົບ​ກັນ.”</verse>
				<verse number="29">ດາວິດ​ຖາມ​ອ້າຍ​ຄືນ​ວ່າ, “ດຽວນີ້ ຂ້ອຍ​ໄດ້​ເຮັດ​ຫຍັງ? ຂ້ອຍ​ພຽງແຕ່​ຖາມ​ກໍ​ບໍ່ໄດ້​ຊັ້ນບໍ?”</verse>
				<verse number="30">ດາວິດ​ຫັນ​ໄປ​ຖາມ​ຊາຍ​ຄົນອື່ນ​ຢ່າງ​ດຽວກັນ ແລະ​ທຸກ​ເທື່ອ​ທີ່​ລາວ​ຖາມ ລາວ​ກໍໄດ້​ຮັບ​ຄຳຕອບ​ຢ່າງ​ດຽວກັນ.</verse>
				<verse number="31">ເມື່ອ​ບາງຄົນ​ໄດ້ຍິນ​ດາວິດ​ສົນໃຈ​ໃນ​ເລື່ອງ​ນີ້​ຈຶ່ງ​ໄປ​ບອກ​ກະສັດ​ໂຊນ ແລະ​ກະສັດ​ໂຊນ​ກໍ​ບອກ​ໃຫ້​ນຳ​ຕົວ​ດາວິດ​ເຂົ້າ​ໄປ​ພົບ.</verse>
				<verse number="32">ດາວິດ​ກ່າວ​ຕໍ່​ກະສັດ​ໂຊນ​ວ່າ, “ກະສັດ​ທີ່​ເຄົາຣົບ ຢ່າ​ໃຫ້​ຜູ້ໃດ​ຢ້ານ​ຊາຍ​ຟີລິດສະຕິນ​ຄົນ​ນັ້ນ​ເລີຍ ຂ້ານ້ອຍ​ຈະ​ໄປ​ຕໍ່ສູ້​ມັນເອງ.”</verse>
				<verse number="33">ກະສັດ​ໂຊນ​ຕອບ​ວ່າ, “ບໍ່ໄດ້​ດອກ ເຈົ້າ​ຈະ​ຕໍ່ສູ້​ມັນ​ໄດ້​ຢ່າງ​ໃດ? ເຈົ້າ​ຍັງ​ເປັນ​ບ່າວນ້ອຍ​ຢູ່ ສ່ວນ​ໂກລີອາດ​ນັ້ນ​ເປັນ​ທະຫານ​ມາ​ຕະຫລອດ​ຊີວິດ.”</verse>
				<verse number="34">ດາວິດ​ກ່າວ​ວ່າ, “ຜູ້ຮັບໃຊ້​ຂອງ​ທ່ານ ໄດ້​ເບິ່ງແຍງ​ຝູງແກະ​ຂອງ​ພໍ່ ເທື່ອໃດ​ທີ່​ສິງ​ຫລື​ໝີ​ມາ​ຄຸບ​ເອົາ​ແກະ​ໃນ​ຝູງ​ໄປ</verse>
				<verse number="35">ຂ້ານ້ອຍ​ກໍໄດ້​ຕາມ​ໄປ​ຕໍ່ສູ້​ມັນ ແລະ​ຊ່ວຍ​ເອົາ​ແກະ​ນ້ອຍ​ໄວ້​ໄດ້​ເທື່ອນັ້ນ ຖ້າ​ສິງ​ຫລື​ໝີ​ກັບຄືນ​ມາ​ຫາ ຂ້ານ້ອຍ​ກໍ​ຈັບ​ຄໍ​ມັນ​ໄວ້​ແລະ​ຕີ​ມັນ​ຈົນຕາຍ​ຄາມື.</verse>
				<verse number="36">ຂ້ານ້ອຍ​ເຄີຍ​ຂ້າ​ສິງ​ແລະ​ໝີ​ມາ​ແລ້ວ ແລະ​ຂ້ານ້ອຍ​ຈະ​ເຮັດ​ກັບ​ຊາຍ​ຟີລິດສະຕິນ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ນີ້​ຢ່າງ​ດຽວກັນ ເພາະ​ມັນ​ໄດ້​ໝິ່ນປະໝາດ​ກອງທັບ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່.</verse>
				<verse number="37">ພຣະເຈົ້າຢາເວ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ໂຕສິງ​ກັບ​ໂຕໝີ​ມາ​ແລ້ວ​ຢ່າງໃດ; ພຣະອົງ​ກໍ​ຈະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຊາຍ​ຟີລິດສະຕິນ​ຄົນນີ້​ໄດ້​ເໝືອນກັນ​ຢ່າງນັ້ນ.” ກະສັດ​ໂຊນ​ຕອບ​ວ່າ, “ດີແລ້ວ ຈົ່ງ​ໄປ​ສາ ຂໍ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ.”</verse>
				<verse number="38">ກະສັດ​ໂຊນ​ໄດ້​ເອົາ​ເຄື່ອງຮົບ​ຂອງ​ເພິ່ນ​ໃຫ້​ດາວິດ​ສວມ​ໃສ່ ເຊັ່ນວ່າ: ໝວກ​ເປັນ​ທອງສຳຣິດ ຊຶ່ງ​ເພິ່ນ​ສຸບໃສ່​ຫົວ​ຂອງ​ດາວິດ ແລະ​ເອົາ​ເສື້ອ​ຫຸ້ມເກາະ​ໃຫ້​ລາວ​ນຸ່ງ.</verse>
				<verse number="39">ດາວິດ​ເອົາ​ດາບ​ຂອງ​ກະສັດ​ໂຊນ​ຂັດ​ໃສ່​ແອວ​ແລະ​ລອງ​ຍ່າງ​ເບິ່ງ ແຕ່​ລາວ​ຍ່າງ​ໄປ​ບໍ່ໄດ້​ເພາະ​ບໍ່ເຄີຍ​ໃສ່​ເຄື່ອງ​ເຫຼົ່ານີ້​ມາ​ຈັກເທື່ອ. ດາວິດ​ຈຶ່ງ​ກ່າວ​ຕໍ່​ກະສັດ​ໂຊນ​ວ່າ, “ຂ້ານ້ອຍ​ໄປ​ຮົບ​ໂດຍ​ໃສ່​ເຄື່ອງແບບ​ນີ້​ບໍ່ໄດ້​ດອກ ຂ້ານ້ອຍ​ບໍ່ເຄີຍ​ໃສ່.” ດັ່ງນັ້ນ ດາວິດ​ຈຶ່ງ​ແກ້​ມັນ​ອອກ​ໝົດ.</verse>
				<verse number="40">ລາວ​ຖື​ເອົາ​ໄມ້ຄ້ອນ​ສຳລັບ​ລ້ຽງ​ແກະ​ຂອງ​ລາວ​ໄປ ແລະ​ເກັບ​ເອົາ​ຫີນ​ຫ້າ​ກ້ອນ​ໃນ​ແຄມ​ຫ້ວຍ​ໃສ່​ຖົງ​ໄປ​ນຳ​ດ້ວຍ. ລາວ​ຖືເອົາ​ກະຖຸນ​ຕຽມພ້ອມ​ຍ່າງ​ເຂົ້າ​ໄປ​ຫາ​ໂກລີອາດ.</verse>
				<verse number="41">ຊາຍ​ຟີລິດສະຕິນ​ຍ່າງ​ມຸ່ງໜ້າ​ມາ​ຫາ​ດາວິດ ໂດຍ​ມີ​ຄົນ​ຖື​ໂລ້​ຕ້ານທານ​ຍ່າງ​ອອກ​ໜ້າ​ກ່ອນ​ລາວ. ລາວ​ຍ່າງ​ເຂົ້າ​ມາ​ໃກ້​ດາວິດ​ທຸກຂະນະ</verse>
				<verse number="42">ເມື່ອ​ເບິ່ງ​ດາວິດ​ຄັກໆ​ແລ້ວ ລາວ​ຈຶ່ງ​ຄິດ​ດູຖູກ​ໃນໃຈ ເພາະ​ດາວິດ​ຍັງ​ເປັນ​ບ່າວນ້ອຍ​ທີ່​ງາມ​ແລະ​ໜ້າຮັກ.</verse>
				<verse number="43">ລາວ​ຖາມ​ດາວິດ​ວ່າ, “ເຮີຍ​ບັກນ້ອຍ ໄມ້ຄ້ອນ​ນັ້ນ​ສຳລັບ​ໄວ້​ເຮັດ​ຫຍັງ? ມຶງ​ຄິດ​ວ່າ​ກູ​ເປັນ​ໝາ​ຊັ້ນບໍ?” ແລ້ວ​ລາວ​ກໍ​ເອີ້ນ​ຫາ​ພະ​ຂອງຕົນ​ໃຫ້​ມາ​ສາບແຊ່ງ​ດາວິດ.</verse>
				<verse number="44">ລາວ​ເວົ້າ​ທ້າທາຍ​ດາວິດ​ວ່າ, “ເຂົ້າ​ມາ​ພີ້ ກູ​ຈະ​ເອົາ​ຊາກສົບ​ຂອງ​ມຶງ​ໃຫ້​ນົກ​ແລະ​ສັດປ່າ​ກິນ.”</verse>
				<verse number="45">ດາວິດ​ຕອບ​ວ່າ, “ເຈົ້າ​ມາ​ຕໍ່ສູ້​ຂ້ອຍ​ດ້ວຍ​ດາບ, ດ້ວຍ​ຫອກ ແລະ​ຫລາວ, ແຕ່​ຂ້ອຍ​ມາ​ຕໍ່ສູ້​ເຈົ້າ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ກອງທັບ​ອິດສະຣາເອນ​ທີ່​ເຈົ້າ​ໄດ້​ເວົ້າ​ທ້າທາຍ​ນັ້ນ.</verse>
				<verse number="46">ມື້ນີ້ແຫລະ ພຣະເຈົ້າຢາເວ​ຈະ​ມອບ​ເຈົ້າ​ໄວ້​ໃນ​ກຳມື​ຂອງຂ້ອຍ, ຂ້ອຍ​ຈະ​ຊະນະ​ເຈົ້າ ແລະ​ຕັດ​ຫົວ​ຂອງ​ເຈົ້າ. ສ່ວນ​ຊາກສົບ​ຂອງ​ພວກ​ທະຫານ​ຟີລິດສະຕິນ​ນັ້ນ ຂ້ອຍ​ຈະ​ເອົາ​ໃຫ້​ນົກ ແລະ​ສັດປ່າ​ກິນ. ແລ້ວ​ທົ່ວ​ທັງໂລກ​ກໍ​ຈະ​ຮູ້​ວ່າ​ຊາດ​ອິດສະຣາເອນ​ມີ​ພຣະເຈົ້າ</verse>
				<verse number="47">ແລະ​ທຸກໆ​ຄົນ​ໃນ​ທີ່ນີ້​ຈະ​ເຫັນ​ວ່າ ພຣະເຈົ້າຢາເວ​ບໍ່​ຈຳເປັນ​ໃຊ້​ດາບ​ຫລື​ຫອກ ເພື່ອ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ. ພຣະເຈົ້າຢາເວ​ເປັນ​ເຈົ້າຂອງ​ສະໜາມຮົບ ແລະ​ພຣະອົງ​ຈະ​ມອບ​ພວກເຈົ້າ​ໄວ້​ໃນ​ກຳມື​ຂອງ​ພວກເຮົາ.”</verse>
				<verse number="48">ແລ້ວ​ໂກລີອາດ​ກໍ​ຍ່າງ​ມຸ່ງໜ້າ​ເຂົ້າ​ມາ​ຫາ​ດາວິດ ຝ່າຍ​ດາວິດ​ກໍ​ແລ່ນ​ຢ່າງ​ວ່ອງໄວ​ໄປ​ສູ່​ເສັ້ນ​ທາງ​ແຫ່ງ​ສະໜາມຮົບ​ຂອງ​ຊາວ​ຟີລິດສະຕິນ ເພື່ອ​ຕໍ່ສູ້​ໂກລີອາດ.</verse>
				<verse number="49">ດາວິດ​ຈົກ​ເອົາ​ກ້ອນຫີນ​ໃນ​ຖົງ​ອອກ​ມາ​ຍິງ​ໃສ່​ໂກລີອາດ. ກ້ອນຫີນ​ນັ້ນ​ໄປ​ຖືກ​ໜ້າຜາກ​ຂອງ​ລາວ​ຈົນ​ເຮັດ​ໃຫ້​ກະໂຫລກ​ຫົວ​ແຕກ ແລະ​ໂກລີອາດ​ກໍ​ລົ້ມ​ຂວໍ້າໜ້າ​ລົງ​ກັບ​ພື້ນດິນ.</verse>
				<verse number="50">ດັ່ງນັ້ນ ດາວິດ​ຈຶ່ງ​ເອົາ​ຊະນະ​ແລະ​ຂ້າ​ໂກລີອາດ ດ້ວຍ​ກະຖຸນ​ກັບ​ຫີນ​ພຽງ​ກ້ອນດຽວ​ໂດຍ​ບໍ່ໄດ້​ໃຊ້​ດາບ.</verse>
				<verse number="51">ດາວິດ​ແລ່ນ​ເຂົ້າ​ໄປ​ຫາ​ໂກລີອາດ​ຢຽບ​ໂຕ​ລາວ​ໄວ້, ຖອດ​ເອົາ​ດາບ​ຂອງ​ໂກລີອາດ​ອອກ​ມາ​ຈາກ​ຝັກ ແລະ​ໃຊ້​ດາບ​ນັ້ນ​ຕັດ​ຫົວ​ຂອງ​ລາວ. ເມື່ອ​ພວກ​ຟີລິດສະຕິນ​ເຫັນ​ວ່າ ຜູ້​ເກັ່ງກ້າ​ຂອງ​ພວກ​ຕົນ​ຕາຍໄປ​ແລ້ວ ພວກເຂົາ​ຈຶ່ງ​ພາກັນ​ແລ່ນ​ປົບໜີໄປ.</verse>
				<verse number="52">ຝ່າຍ​ທະຫານ​ອິດສະຣາເອນ​ກັບ​ທະຫານ​ຢູດາ​ກໍ​ຮ້ອງໂຮ ພ້ອມ​ທັງ​ແລ່ນ​ໄລ່ຕາມ​ພວກເຂົາ​ໄປ​ຈົນຮອດ​ເມືອງກາດ ແລະ​ຮອດ​ປະຕູ​ຂອງ​ເມືອງ​ເອັກໂຣນ. ພວກ​ຟີລິດສະຕິນ​ທີ່​ບາດເຈັບ​ໄດ້​ລົ້ມຕາຍ​ຕາມ​ຖະໜົນ​ຫົນທາງ ໄປ​ສູ່​ເມືອງ​ຊາອາຣາອິມ​ຈົນ​ໄປ​ເຖິງ​ເມືອງກາດ​ແລະ​ເມືອງ​ເອັກໂຣນ.</verse>
				<verse number="53">ເມື່ອ​ພວກ​ອິດສະຣາເອນ​ກັບຄືນ​ມາ​ຈາກ​ການ​ໄລ່ຕາມ​ພວກ​ຟີລິດສະຕິນ​ແລ້ວ ພວກເຂົາ​ໄດ້​ປຸ້ນ​ເອົາ​ເຄື່ອງ​ຂອງ​ໃນ​ຄ້າຍ​ຂອງ​ຊາວ​ຟີລິດສະຕິນ​ໄປ​ໝົດ.</verse>
				<verse number="54">ດາວິດ​ໄດ້​ຖືເອົາ​ຫົວ​ຂອງ​ໂກລີອາດ​ໄປ​ທີ່​ນະຄອນ​ເຢຣູຊາເລັມ; ສ່ວນ​ດາບ​ຂອງ​ໂກລີອາດ​ນັ້ນ ລາວ​ເອົາ​ໄວ້​ໃນ​ຜ້າເຕັນ​ຂອງ​ລາວເອງ.</verse>
				<verse number="55">ເມື່ອ​ກະສັດ​ໂຊນ​ເຫັນ​ດາວິດ​ອອກ​ໄປ​ຕໍ່ສູ້​ກັບ​ໂກລີອາດ​ນັ້ນ ເພິ່ນ​ຈຶ່ງ​ຖາມ​ອັບເນ​ຜູ້​ບັນຊາການ​ທະຫານ​ຂອງຕົນ​ວ່າ, “ອັບເນ ບ່າວນ້ອຍ​ຄົນນີ້​ແມ່ນ​ລູກ​ຂອງ​ຜູ້ໃດ?” ອັບເນ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຂ້ານ້ອຍ​ບໍ່​ຮູ້ຈັກ.”</verse>
				<verse number="56">ກະສັດ​ໂຊນ​ສັ່ງ​ວ່າ, “ຈົ່ງ​ອອກ​ໄປ​ສືບຖາມ​ເບິ່ງດູ.”</verse>
				<verse number="57">ສະນັ້ນ ຫລັງຈາກ​ສັງຫານ​ໂກລີອາດ​ແລ້ວ ດາວິດ​ໄດ້​ກັບຄືນ​ມາ​ຄ້າຍ; ອັບເນ​ໄດ້​ພາ​ລາວ​ໄປ​ຫາ​ກະສັດ​ໂຊນ. ດາວິດ​ຍັງ​ຖື​ຫົວ​ຂອງ​ໂກລີອາດ​ຢູ່.</verse>
				<verse number="58">ກະສັດ​ໂຊນ​ຖາມ​ລາວ​ວ່າ, “ຊາຍໜຸ່ມ​ເອີຍ ເຈົ້າ​ເປັນ​ລູກ​ຂອງ​ຜູ້ໃດ?” ດາວິດ​ຕອບ​ວ່າ, “ຂ້ານ້ອຍ​ເປັນ​ລູກ​ຂອງ​ເຢຊີ ຜູ້ຮັບໃຊ້​ຂອງທ່ານ​ຈາກ​ເມືອງ​ເບັດເລເຮັມ.”</verse>
			</chapter>
			<chapter number="18">
				<verse number="1">ເມື່ອ​ກະສັດ​ໂຊນ​ແລະ​ດາວິດ​ໄດ້​ສົນທະນາກັນ​ຈົບ​ລົງ​ແລ້ວ ໂຢນາທານ​ລູກຊາຍ​ຂອງ​ໂຊນ​ກໍ​ເກີດ​ນິຍົມ​ຊົມຊອບ​ໃນ​ຕົວ​ຂອງ​ດາວິດ ແລະ​ຮັກ​ລາວ​ຫລາຍ​ເທົ່າ​ກັບ​ຮັກ​ຕົນເອງ.</verse>
				<verse number="2">ແຕ່​ນັ້ນ​ມາ ກະສັດ​ໂຊນ​ກໍ​ເອົາ​ດາວິດ​ໄປ​ຢູ່​ນຳ ແລະ​ບໍ່​ໃຫ້​ລາວ​ກັບຄືນ​ເມືອ​ບ້ານ​ພໍ່​ຂອງຕົນ.</verse>
				<verse number="3">ແລ້ວ​ໂຢນາທານ​ກໍໄດ້​ສາບານ​ເປັນ​ເພື່ອນ​ທີ່ດີ​ກັບ​ດາວິດ​ຕະຫລອດໄປ ເພາະ​ເພິ່ນ​ຮັກ​ດາວິດ​ເໝືອນ​ຊີວິດ​ຈິດໃຈ​ຂອງ​ຕົນເອງ.</verse>
				<verse number="4">ລາວ​ໄດ້​ແກ້​ເສື້ອ​ຊັ້ນນອກ​ທີ່​ຕົນ​ນຸ່ງ​ມອບ​ໃຫ້​ດາວິດ ພ້ອມ​ທັງ​ເຄື່ອງຮົບ​ເຊັ່ນ: ດາບ, ຄັນທະນູ ແລະ​ສາຍແອວ.</verse>
				<verse number="5">ດາວິດ​ໄດ້​ອອກ​ໄປ​ເຮັດ​ວຽກ​ດ້ວຍ​ຄວາມ​ສະຫຼຽວ​ສະຫຼາດ​ແລະ​ສຳເລັດ​ໜ້າທີ່​ທຸກຢ່າງ ຕາມ​ທີ່​ກະສັດ​ໂຊນ​ໄດ້​ສັ່ງ. ດັ່ງນັ້ນ ເພິ່ນ​ຈຶ່ງ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ເພິ່ນ. ເລື່ອງ​ນີ້​ໄດ້​ສ້າງ​ຄວາມ​ພໍໃຈ​ແກ່​ບັນດາ​ນາຍ​ທະຫານ ແລະ​ພົນທະຫານ​ທຸກຄົນ​ຂອງ​ໂຊນ.</verse>
				<verse number="6">ຫລັງຈາກ​ທີ່​ດາວິດ​ໄດ້​ຂ້າ​ໂກລີອາດ ແລະ​ຄືນ​ມາ​ພ້ອມ​ພວກ​ທະຫານ​ແລ້ວ, ບັນດາ​ຜູ້ຍິງ​ຈາກ​ຫລາຍ​ເມືອງ​ໃນ​ຊາດ​ອິດສະຣາເອນ​ກໍໄດ້​ເຂົ້າ​ມາ​ຫາ​ກະສັດ​ໂຊນ. ພວກເຂົາ​ໄດ້​ຮ້ອງເພງ​ຢ່າງ​ຊົມຊື່ນ​ຍິນດີ​ທັງ​ຕີ​ກອງ, ດີດພິນ ແລະ​ຟ້ອນລຳ.</verse>
				<verse number="7">ໃນ​ການ​ສະເຫລີມ​ສະຫລອງ​ຄັ້ງນີ້ ພວກຜູ້ຍິງ​ໄດ້​ຮ້ອງເພງ​ວ່າ, “ໂຊນ​ໄດ້​ຂ້າ​ສັດຕູ​ຫລາຍ​ພັນ​ຄົນ, ແຕ່​ດາວິດ​ນັ້ນ​ໄດ້​ຂ້າ​ສັດຕູ​ຫລາຍ​ໝື່ນ​ຄົນ.”</verse>
				<verse number="8">ກະສັດ​ໂຊນ​ບໍ່​ພໍໃຈ​ເມື່ອ​ໄດ້ຍິນ​ເພງ​ນີ້ ສະນັ້ນ ເພິ່ນ​ຈຶ່ງ​ໂກດຮ້າຍ​ຫລາຍ. ເພິ່ນ​ເວົ້າ​ວ່າ, “ສຳລັບ​ດາວິດ​ນັ້ນ ພວກເຂົາ​ອ້າງ​ວ່າ​ໄດ້​ຂ້າ​ຫລາຍ​ໝື່ນ​ຄົນ, ແຕ່​ສຳລັບ​ເຮົາ ພວກເຂົາ​ໄດ້​ອ້າງ​ວ່າ​ເຮົາ​ໄດ້​ຂ້າ​ຫລາຍ​ພັນ​ຄົນ​ເທົ່ານັ້ນ. ພວກເຂົາ​ຄົງ​ຈະ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ຕໍ່ໄປ.”</verse>
				<verse number="9">ນັບ​ຕັ້ງແຕ່​ວັນ​ນັ້ນ​ມາ ເພິ່ນ​ກໍ​ເກີດ​ອິດສາ​ແລະ​ຈັບຕາ​ເບິ່ງ​ໃນ​ຕົວ​ດາວິດ.</verse>
				<verse number="10">ວັນ​ຕໍ່ມາ ວິນຍານ​ຊົ່ວຮ້າຍ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສົ່ງ​ມາ ກໍ​ເຂົ້າ​ສິງ​ກະສັດ​ໂຊນ​ທັນທີ; ເພິ່ນ​ໄດ້​ເວົ້າ​ລະເມີ​ຢູ່​ໃນ​ເຮືອນ​ຂອງຕົນ​ດັ່ງ​ຄົນບ້າ. ສ່ວນ​ດາວິດ​ນັ້ນ​ດີດພິນ​ຢູ່​ດັ່ງ​ທີ່​ເຄີຍ​ເຮັດ​ມາ​ທຸກ​ວັນ ແລະ​ກະສັດ​ໂຊນ​ກໍ​ຖື​ຫອກ​ຢູ່​ໃນ​ມື.</verse>
				<verse number="11">ກະສັດ​ໂຊນ​ກ່າວ​ແກ່​ຕົນເອງ​ວ່າ, “ເຮົາ​ຈະ​ແທງ​ມັນ​ໃຫ້​ຕິດ​ກັບ​ຝາ.” ແລະ​ເພິ່ນ​ໄດ້​ຊັດ​ຫອກ​ໃສ່​ດາວິດ​ສອງ​ເທື່ອ, ແຕ່​ດາວິດ​ຫລົບ​ຫລີກ​ທັນ​ທຸກ​ເທື່ອ.</verse>
				<verse number="12">ກະສັດ​ໂຊນ​ເກີດ​ຢ້ານກົວ​ດາວິດ​ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ລາວ, ແຕ່​ພຣະອົງ​ໄດ້​ປະຖິ້ມ​ເພິ່ນ​ແລ້ວ.</verse>
				<verse number="13">ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ສົ່ງ​ດາວິດ​ໜີ ໂດຍ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ບັນຊາການ​ທະຫານ​ໜຶ່ງພັນ​ຄົນ. ດາວິດ​ໄດ້​ນຳ​ໜ້າ​ທະຫານ​ຂອງຕົນ​ອອກ​ໄປ​ສູ່​ສະໜາມຮົບ.</verse>
				<verse number="14">ລາວ​ໄດ້​ປະຕິບັດ​ສຳເລັດ​ໜ້າທີ່​ທຸກຢ່າງ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ລາວ.</verse>
				<verse number="15">ກະສັດ​ໂຊນ​ສັງເກດ​ເຫັນ​ດາວິດ​ເຮັດ​ສຳເລັດ​ໜ້າທີ່​ທຸກຢ່າງ ເພິ່ນ​ກໍ​ເກີດ​ຢ້ານກົວ​ລາວ​ຫລາຍ​ຂຶ້ນ.</verse>
				<verse number="16">ແຕ່​ທຸກໆຄົນ​ໃນ​ຊາດ​ອິດສະຣາເອນ ແລະ​ຢູດາ​ຕ່າງ​ກໍ​ຮັກ​ດາວິດ ເພາະ​ລາວ​ເປັນ​ຜູ້ນຳ​ທີ່​ເຮັດ​ສຳເລັດ​ໜ້າທີ່​ທຸກຢ່າງ.</verse>
				<verse number="17">ຕໍ່ມາ ກະສັດ​ໂຊນ​ໄດ້​ກ່າວ​ແກ່​ດາວິດ​ວ່າ, “ນີ້​ຄື​ເມຣາບ​ລູກສາວ​ຄົນ​ກົກ​ຂອງເຮົາ; ເຮົາ​ຈະ​ຍົກ​ນາງ​ໃຫ້​ເປັນ​ເມຍ​ຂອງ​ເຈົ້າ ແຕ່​ເຈົ້າ​ຕ້ອງ​ຮັບໃຊ້​ເຮົາ​ໃນ​ຖານະ​ທີ່​ເປັນ​ທະຫານ​ຜູ້​ເກັ່ງກ້າ​ແລະ​ສັດຊື່ ແລະ​ເຮັດ​ເສິກ​ເພື່ອ​ພຣະເຈົ້າຢາເວ.” (ກະສັດ​ໂຊນ​ຄິດ​ວ່າ​ດ້ວຍ​ວິທີ​ນີ້ ເພິ່ນ​ຈະ​ບໍ່​ເປັນ​ຜູ້​ສັງຫານ​ດາວິດ​ໂດຍ​ຕົນເອງ ແຕ່​ຈະ​ປ່ອຍ​ໃຫ້​ພວກ​ຟີລິດສະຕິນ​ຂ້າ​ລາວ.)</verse>
				<verse number="18">ດາວິດ​ຕອບ​ວ່າ, “ຂ້ານ້ອຍ​ແມ່ນ​ຜູ້ໃດ​ແລະ​ຄອບຄົວ​ຂອງ​ພໍ່​ຂ້ານ້ອຍ​ກໍ​ບໍ່ມີ​ຄວາມ​ສຳຄັນ​ຫຍັງ ດ້ວຍເຫດໃດ​ຂ້ານ້ອຍ​ຈຶ່ງ​ຈະ​ໄດ້​ກາຍເປັນ​ລູກ​ເຂີຍ​ຂອງ​ກະສັດ?”</verse>
				<verse number="19">ແຕ່​ເມື່ອ​ເຖິງ​ເວລາ​ທີ່​ຈະ​ຍົກ​ນາງ​ເມຣາບ​ໃຫ້​ດາວິດ ກະສັດ​ໂຊນ​ກໍ​ຍົກ​ນາງ​ໃຫ້​ຊາຍ​ຄົນ​ໜຶ່ງ​ຈາກ​ເມືອງ​ເມໂຮລາ​ຊື່​ວ່າ ອັດຣິເອນ.</verse>
				<verse number="20">ແຕ່​ນາງ​ມີການ ລູກສາວ​ຄົນ​ໜຶ່ງ​ອີກ​ຂອງ​ກະສັດ​ໂຊນ​ໄດ້ຮັກ​ດາວິດ; ເມື່ອ​ກະສັດ​ໂຊນ​ຮູ້​ເລື່ອງນີ້​ເພິ່ນ​ກໍ​ດີໃຈ.</verse>
				<verse number="21">ເພິ່ນ​ກ່າວ​ແກ່​ຕົນເອງ​ວ່າ, “ເຮົາ​ຈະ​ຍົກ​ມີການ​ໃຫ້​ດາວິດ ແລະ​ເຮົາ​ຈະ​ໃຊ້​ນາງ​ດັກຈັບ​ດາວິດ​ໃຫ້​ພວກ​ຟີລິດສະຕິນ​ຂ້າ.” ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ເວົ້າ​ກັບ​ດາວິດ​ເປັນ​ຄັ້ງ​ທີ​ສອງ​ວ່າ, “ເຈົ້າ​ຈະ​ໄດ້​ເປັນ​ລູກ​ເຂີຍ​ຂອງເຮົາ.”</verse>
				<verse number="22">ເພິ່ນ​ໄດ້​ສັ່ງ​ໃຫ້​ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່​ໄປ​ເວົ້າ​ກັບ​ດາວິດ​ເປັນ​ທາງ​ສ່ວນຕົວ​ວ່າ, “ກະສັດ​ພໍໃຈ​ໃນ​ຕົວເຈົ້າ​ແລະ​ນາຍ​ທະຫານ​ທຸກຄົນ​ກໍ​ມີ​ຄວາມນິຍົມ​ຊົມຊອບ​ເຈົ້າ, ບັດນີ້ ແມ່ນ​ໂອກາດ​ອັນ​ດີ​ສຳລັບ​ເຈົ້າ​ແລ້ວ ທີ່​ຈະ​ໄດ້​ແຕ່ງງານ​ກັບ​ລູກສາວ​ຂອງ​ເພິ່ນ.”</verse>
				<verse number="23">ສະນັ້ນ ພວກ​ຂ້າຣາຊການ​ຈຶ່ງ​ໄປ​ເວົ້າ​ກັບ​ດາວິດ​ແລະ​ລາວ​ຕອບ​ວ່າ, “ມັນ​ເປັນ​ກຽດ​ອັນ​ສູງສົ່ງ​ສຳລັບ​ຄົນ​ຍາກຈົນ​ທີ່​ບໍ່ມີ​ຄວາມ​ສຳຄັນ​ຫຍັງ​ດັ່ງ​ຂ້ອຍ ທີ່​ຈະ​ໄດ້​ເປັນ​ລູກ​ເຂີຍ​ຂອງ​ກະສັດ.”</verse>
				<verse number="24">ພວກ​ຂ້າຣາຊການ​ໄດ້​ໄປ​ບອກ​ໃຫ້​ກະສັດ​ໂຊນ ຕາມ​ທີ່​ດາວິດ​ໄດ້​ເວົ້າ​ມາ​ນັ້ນ</verse>
				<verse number="25">ແລ້ວ​ກະສັດ​ໂຊນ​ກໍໄດ້​ສັ່ງ​ພວກເຂົາ​ໃຫ້​ໄປ​ບອກ​ດາວິດ​ວ່າ, “ກະສັດ​ຕ້ອງການ​ຄ່າ​ດອງ​ຈາກ​ເຈົ້າ​ພຽງແຕ່​ໜັງ​ຫຸ້ມປາຍ​ອະໄວຍະວະ​ລັບ​ຂອງ​ຊາວ​ຟີລິດສະຕິນ​ໜຶ່ງຮ້ອຍ​ຄົນ​ເທົ່ານັ້ນ ເພື່ອ​ເປັນ​ການ​ລ້າງແຄ້ນ​ສັດຕູ​ຂອງ​ເພິ່ນ.” (ອັນນີ້​ຄື​ແຜນການ​ທີ່​ກະສັດ​ໂຊນ​ຢາກ​ໃຫ້​ດາວິດ​ຖືກ​ຂ້າ​ໂດຍ​ພວກ​ຟີລິດສະຕິນ.)</verse>
				<verse number="26">ພວກ​ຂ້າຣາຊການ​ຂອງ​ກະສັດ​ໂຊນ​ໄດ້​ມາ​ລາຍງານ​ໃຫ້​ດາວິດ​ຮູ້ ຕາມ​ທີ່​ກະສັດ​ໄດ້​ເວົ້າ ແລະ​ດາວິດ​ກໍ​ມີ​ຄວາມ​ຍິນດີ​ໂດຍ​ຄິດ​ວ່າ ຕົນ​ຈະ​ໄດ້​ເປັນ​ລູກ​ເຂີຍ​ຂອງ​ກະສັດ. ກ່ອນ​ວັນ​ກຳນົດ​ໄວ້​ສຳລັບ​ການ​ແຕ່ງງານ</verse>
				<verse number="27">ດາວິດ​ແລະ​ທະຫານ​ຂອງຕົນ​ໄດ້​ຂ້າ​ພວກ​ຟີລິດສະຕິນ​ສອງຮ້ອຍ​ຄົນ. ລາວ​ໄດ້​ເອົາ​ໜັງ​ຫຸ້ມປາຍ​ອະໄວຍະວະ​ລັບ​ຂອງ​ພວກເຂົາ​ມາ​ໃຫ້​ກະສັດ​ໂຊນ ໂດຍ​ເອົາ​ອອກ​ມາ​ນັບ​ໃຫ້​ເພິ່ນ​ເບິ່ງ​ທັງໝົດ ເພື່ອ​ລາວ​ຈະ​ໄດ້​ເປັນ​ລູກ​ເຂີຍ​ຂອງ​ເພິ່ນ. ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ມອບ​ນາງ​ມີການ ລູກສາວ​ຂອງຕົນ​ໃຫ້​ແຕ່ງງານ​ກັບ​ດາວິດ.</verse>
				<verse number="28">ກະສັດ​ໂຊນ​ໄດ້​ເຫັນ​ຢ່າງ​ຄັກແນ່​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ດາວິດ ແລະ​ມີການ​ລູກສາວ​ຂອງຕົນ​ກໍ​ຮັກ​ດາວິດ.</verse>
				<verse number="29">ສະນັ້ນ ເພິ່ນ​ຈຶ່ງ​ຢ້ານກົວ​ດາວິດ​ຫລາຍ​ຍິ່ງ​ຂຶ້ນ ແລະ​ຕັ້ງ​ຕົວ​ເປັນ​ສັດຕູ​ຕໍ່​ລາວ​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ.</verse>
				<verse number="30">ພວກ​ຟີລິດສະຕິນ​ໄດ້​ຍົກທັບ​ມາ​ຕໍ່ສູ້ ແຕ່​ໃນ​ການ​ສູ້ຮົບ​ທຸກ​ເທື່ອ ດາວິດ​ຕີ​ຊະນະ​ຂ້າເສິກ​ໄດ້​ຢ່າງ​ມີ​ປະສິດ​ທິພາບ​ຫລາຍກວ່າ​ນາຍ​ທະຫານ​ຄົນອື່ນໆ​ຂອງ​ກະສັດ​ໂຊນ. ຜົນ​ກໍ​ຄື​ດາວິດ​ໄດ້​ກາຍເປັນ​ຜູ້​ມີ​ຊື່ສຽງ​ຫລາຍ.</verse>
			</chapter>
			<chapter number="19">
				<verse number="1">ກະສັດ​ໂຊນ​ໄດ້​ບອກ​ໂຢນາທານ​ລູກຊາຍ​ຂອງຕົນ ແລະ​ພວກ​ຂ້າຣາຊການ​ເຖິງ​ແຜນການ​ທີ່​ຈະ​ຂ້າ​ດາວິດ. ແຕ່​ໂຢນາທານ​ຮັກ​ດາວິດ​ຫລາຍ</verse>
				<verse number="2">ດັ່ງນັ້ນ ລາວ​ຈຶ່ງ​ໄປ​ບອກ​ດາວິດ​ວ່າ, “ພໍ່​ຂ້ອຍ​ພະຍາຍາມ​ຈະ​ຂ້າ​ເຈົ້າ. ໃນ​ມື້ອື່ນ ເຈົ້າ​ຈົ່ງ​ລະວັງຕົວ​ໃຫ້​ດີ ໃຫ້​ເຈົ້າ​ໄປ​ລີ້​ຢູ່​ໃນ​ບ່ອນ​ຫຼົບຊ້ອນ​ແລະ​ຢູ່​ທີ່​ນັ້ນ.</verse>
				<verse number="3">ສ່ວນ​ຂ້ອຍ​ຈະ​ໄປ​ຢືນ​ຄຽງຂ້າງ​ພໍ່​ຂ້ອຍ​ໃນ​ທົ່ງນາ​ບ່ອນ​ທີ່​ເຈົ້າ​ລີ້​ຢູ່ ແລະ​ຂ້ອຍ​ຈະ​ເວົ້າ​ກັບ​ເພິ່ນ​ເຖິງ​ເຈົ້າ. ຖ້າ​ຂ້ອຍ​ຮູ້​ເລື່ອງ​ໃດ​ແລ້ວ ຂ້ອຍ​ຈະ​ບອກ​ໃຫ້​ເຈົ້າ​ຮູ້.”</verse>
				<verse number="4">ໂຢນາທານ​ໄດ້​ກ່າວ​ຊົມເຊີຍ​ດາວິດ​ຕໍ່​ກະສັດ​ໂຊນ​ວ່າ, “ພໍ່ ຢ່າ​ທຳລາຍ​ດາວິດ​ຄົນ​ຮັບໃຊ້​ຂອງ​ພໍ່​ເລີຍ ລາວ​ບໍ່ເຄີຍ​ເຮັດ​ສິ່ງໃດ​ຜິດ​ຕໍ່​ພໍ່​ຈັກເທື່ອ, ກົງກັນຂ້າມ ທຸກສິ່ງ​ທີ່​ລາວ​ເຮັດ​ໄປ​ນັ້ນ​ເປັນ​ຜົນ​ດີ​ອັນ​ຍິ່ງໃຫຍ່​ໃຫ້​ແກ່​ພໍ່.</verse>
				<verse number="5">ລາວ​ໄດ້​ສ່ຽງ​ຊີວິດ​ເມື່ອ​ລາວ​ໄດ້​ຂ້າ​ໂກລີອາດ ແລະ​ພຣະເຈົ້າຢາເວ​ໄດ້​ນຳ​ໄຊຊະນະ​ອັນ​ຍິ່ງໃຫຍ່​ສຳລັບ​ຊາດ​ອິດສະຣາເອນ. ເມື່ອ​ພໍ່​ເຫັນ​ເຊັ່ນນີ້​ພໍ່​ເອງ​ກໍ​ດີໃຈ. ດັ່ງນັ້ນ ເຫດໃດ ພໍ່​ຈຶ່ງ​ຢາກ​ເຮັດ​ຜິດ​ຕໍ່​ຜູ້​ທີ່​ບໍ່ມີ​ຄວາມຜິດ ແລະ​ຂ້າ​ດາວິດ​ໂດຍ​ບໍ່ມີ​ເຫດຜົນ​ຫຍັງ​ໝົດ?”</verse>
				<verse number="6">ເມື່ອ​ກະສັດ​ໂຊນ​ໄດ້ຍິນ​ໂຢນາທານ​ເວົ້າ​ດັ່ງນັ້ນ ເພິ່ນ​ກໍ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດຢູ່​ວ່າ ເພິ່ນ​ຈະ​ບໍ່​ຂ້າ​ດາວິດ.</verse>
				<verse number="7">ດັ່ງນັ້ນ ໂຢນາທານ​ຈຶ່ງ​ເອີ້ນ​ດາວິດ​ມາ​ແລະ​ບອກ​ລາວ​ທຸກສິ່ງ. ແລ້ວ​ລາວ​ກໍ​ພາ​ດາວິດ​ເຂົ້າ​ໄປ​ຫາ​ກະສັດ​ໂຊນ ແລະ​ດາວິດ​ກໍໄດ້​ຮັບໃຊ້​ກະສັດ​ເໝືອນດັ່ງ​ແຕ່​ກ່ອນ.</verse>
				<verse number="8">ຕໍ່ມາ ເສິກ​ກັບ​ພວກ​ຟີລິດສະຕິນ​ໄດ້​ເກີດຂຶ້ນ​ອີກ. ດາວິດ​ໄດ້​ບຸກໂຈມຕີ​ພວກເຂົາ​ໃຫ້​ແຕກ​ໜີ​ແລະ​ພ່າຍແພ້​ໄປ​ຢ່າງ​ສິ້ນເຊີງ.</verse>
				<verse number="9">ວັນໜຶ່ງ ວິນຍານ​ຊົ່ວຮ້າຍ​ທີ່​ພຣະເຈົ້າຢາເວ​ໃຊ້​ມາ​ນັ້ນ ໄດ້​ເຂົ້າ​ສິງ​ກະສັດ​ໂຊນ​ອີກ. ເພິ່ນ​ໄດ້ນັ່ງ​ຢູ່​ໃນ​ວັງ​ແລະ​ຖື​ຫອກ​ໃນ​ມື, ຂະນະທີ່​ດາວິດ​ກໍ​ກຳລັງ​ດີດພິນ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="10">ກະສັດ​ໂຊນ​ພະຍາຍາມ​ໃຊ້​ຫອກ​ແທງ​ດາວິດ​ຕິດ​ກັບ​ຝາ, ແຕ່​ດາວິດ​ຫລົບຫລີກ​ທັນ ຫອກ​ນັ້ນ​ຈຶ່ງ​ໄປ​ສຽບ​ກັບ​ຝາ. ແລ້ວ​ດາວິດ​ກໍ​ແລ່ນ​ໜີໄປ​ເພື່ອ​ເອົາ​ຊີວິດ​ລອດ.</verse>
				<verse number="11">ໃນ​ຕອນ​ກາງຄືນ​ວັນ​ດຽວກັນ​ນັ້ນ ກະສັດ​ໂຊນ​ໄດ້​ສົ່ງ​ທະຫານ​ບາງຄົນ ໄປ​ຜົກຈອບ​ຢູ່​ນອກເຮືອນ​ຂອງ​ດາວິດ ເພື່ອ​ຈະ​ຂ້າ​ລາວ​ໃນ​ຕອນເຊົ້າ​ຂອງ​ວັນ​ໃໝ່. ນາງ​ມີການ​ເມຍ​ຂອງ​ດາວິດ​ຈຶ່ງ​ເຕືອນ​ລາວ​ວ່າ, “ຖ້າ​ເຈົ້າ​ບໍ່​ໜີໄປ​ໃນ​ຕອນ​ກາງຄືນ​ນີ້ ມື້ອື່ນ​ເຊົ້າ​ເຈົ້າ​ຈະ​ຕ້ອງ​ຖືກ​ຂ້າ.”</verse>
				<verse number="12">ນາງ​ຊ່ວຍ​ດາວິດ​ໃຫ້​ລົງ​ໄປ​ທາງ​ປ່ອງຢ້ຽມ​ແລະ​ດາວິດ​ໄດ້​ປົບໜີໄປ.</verse>
				<verse number="13">ແລ້ວ​ນາງ​ກໍ​ເອົາ​ຮູບເຄົາຣົບ​ປະຈຳເຮືອນ​ມາ​ວາງ​ໄວ້​ເທິງ​ຕຽງ ເອົາ​ໝອນ​ທີ່​ເຮັດ​ດ້ວຍ​ຂົນແກະ​ວາງ​ໃສ່​ເທິງ​ຮູບ​ນັ້ນ ແລະ​ເອົາ​ຜ້າຫົ່ມ​ປົກໄວ້.</verse>
				<verse number="14">ເມື່ອ​ທະຫານ​ຂອງ​ກະສັດ​ໂຊນ​ເຂົ້າ​ໄປ​ເພື່ອ​ຈະ​ຈັບ​ດາວິດ ນາງ​ມີການ​ຈຶ່ງ​ບອກ​ພວກເຂົາ​ວ່າ​ດາວິດ​ໄຂ້,</verse>
				<verse number="15">ແຕ່​ກະສັດ​ໂຊນ​ບອກ​ພວກເຂົາ​ໃຫ້​ກັບ​ໄປ​ຫາ​ດາວິດ​ອີກ ພ້ອມ​ທັງ​ສັ່ງ​ວ່າ, “ຈົ່ງ​ຫາມ​ດາວິດ​ມາ​ທັງ​ຕຽງນອນ​ແລະ​ເຮົາ​ຈະ​ຂ້າ​ມັນ​ເອງ.”</verse>
				<verse number="16">ພວກເຂົາ​ຈຶ່ງ​ເຂົ້າ​ໄປ​ແລະ​ພົບ​ຮູບເຄົາຣົບ​ປະຈຳເຮືອນ​ເທິງ​ຕຽງນອນ ທັງ​ມີ​ໝອນ​ທີ່​ເຮັດ​ດ້ວຍ​ຂົນແກະ​ວາງ​ທີ່​ເທິງ​ຫົວ​ຂອງ​ຮູບເຄົາຣົບ​ນັ້ນ.</verse>
				<verse number="17">ກະສັດ​ໂຊນ​ຈຶ່ງ​ຖາມ​ມີການ​ວ່າ, “ເປັນຫຍັງ​ລູກ​ຈຶ່ງ​ຫລອກລວງ​ພໍ່​ເຊັ່ນນີ້ ໂດຍ​ປ່ອຍ​ໃຫ້​ສັດຕູ​ຂອງ​ພໍ່​ໜີໄປ.” ນາງ​ຕອບ​ວ່າ, “ລາວ​ວ່າ​ຈະ​ຂ້າ​ລູກ​ຖິ້ມ ຖ້າ​ລູກ​ບໍ່​ຊ່ວຍ​ລາວ​ໃຫ້​ໜີໄປ.”</verse>
				<verse number="18">ສ່ວນ​ດາວິດ​ນັ້ນ ໄດ້​ໜີໄປ​ຫາ​ຊາມູເອນ​ທີ່​ເມືອງ​ຣາມາ ແລະ​ບອກ​ທຸກສິ່ງ​ທີ່​ກະສັດ​ໂຊນ​ໄດ້​ເຮັດ​ຕໍ່​ຕົນ​ສູ່​ຊາມູເອນ​ຟັງ ແລ້ວ​ຊາມູເອນ​ກັບ​ດາວິດ​ຈຶ່ງ​ໄປ​ພັກ​ຢູ່​ບ້ານ​ນາໂຢດ.</verse>
				<verse number="19">ຕໍ່ມາ ມີ​ຄົນ​ມາ​ບອກ​ກະສັດ​ໂຊນ​ວ່າ ດາວິດ​ຢູ່​ທີ່​ບ້ານ​ນາໂຢດ​ໃນ​ເມືອງ​ຣາມາ.</verse>
				<verse number="20">ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ສົ່ງ​ຄົນ​ອອກ​ໄປ​ຈັບ​ລາວ. ເມື່ອ​ໄປ​ຮອດ​ທີ່​ນັ້ນ​ພວກເຂົາ​ໄດ້​ເຫັນ ກຸ່ມ​ຜູ້ທຳນວາຍ​ພວມ​ຟ້ອນ ແລະ​ຮ້ອງໂຮ ຊຶ່ງ​ມີ​ຊາມູເອນ​ເປັນ​ຜູ້ນຳໜ້າ. ວິນຍານ​ຂອງ​ພຣະເຈົ້າ​ໄດ້​ເຂົ້າ​ຄວບຄຸມ​ທະຫານ​ຂອງ​ກະສັດ​ໂຊນ ແລະ​ພວກເຂົາ​ກໍ​ເຂົ້າ​ຮ່ວມ​ຟ້ອນ​ນຳ​ຄືກັນ.</verse>
				<verse number="21">ເມື່ອ​ກະສັດ​ໂຊນ​ໄດ້ຍິນ​ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຄົນອື່ນ​ອອກ​ໄປ​ຕື່ມ ແລະ​ພວກ​ເຫຼົ່ານີ້​ກໍ​ເຂົ້າ​ຮ່ວມ​ຟ້ອນ ແລະ​ໂຮຮ້ອງ​ຄືກັນ. ເພິ່ນ​ສົ່ງ​ອອກ​ໄປ​ອີກ​ເປັນ​ພວກ​ທີ​ສາມ ແລະ​ເຫດການ​ນັ້ນ​ກໍ​ເກີດ​ກັບ​ຄົນ​ເຫຼົ່ານີ້​ຄືກັນ.</verse>
				<verse number="22">ແລ້ວ​ເພິ່ນ​ກໍ​ອອກ​ໄປ​ທີ່​ເມືອງ​ຣາມາ​ເອງ. ເມື່ອ​ໄປ​ຮອດ​ນໍ້າສ້າງ​ໃຫຍ່​ທີ່​ເສກູ ເພິ່ນ​ຈຶ່ງ​ຖາມ​ຫາ​ຊາມູເອນ​ແລະ​ດາວິດ ແລະ​ເຂົາ​ກໍ​ບອກ​ເພິ່ນ​ວ່າ​ທັງສອງ​ຢູ່​ທີ່​ບ້ານ​ນາໂຢດ​ໃນ​ຣາມາ.</verse>
				<verse number="23">ໃນ​ຂະນະທີ່​ເພິ່ນ​ກຳລັງ​ເດີນທາງ​ໄປ​ນັ້ນ ວິນຍານ​ຂອງ​ພຣະເຈົ້າ​ເຂົ້າ​ຄວບຄຸມ​ເພິ່ນ​ຄືກັນ. ເພິ່ນ​ຈຶ່ງ​ຟ້ອນ​ແລະ​ໂຮຮ້ອງ​ໄປ​ສຸດ​ທາງ​ຈົນເຖິງ​ບ້ານ​ນາໂຢດ​ໃນ​ຣາມາ.</verse>
				<verse number="24">ເພິ່ນ​ແກ້​ເຄື່ອງນຸ່ງ​ອອກ, ຟ້ອນລຳ ແລະ​ຮ້ອງໂຮ​ຢູ່​ຕໍ່ໜ້າ​ຊາມູເອນ. ແລ້ວ​ເພິ່ນ​ກໍ​ນອນ​ເປືອຍກາຍ​ຢູ່​ຕະຫລອດ​ວັນ​ຕະຫລອດ​ຄືນ. (ຄົນ​ຈຶ່ງ​ເວົ້າ​ຊ່າລື​ກັນ​ໄປ​ວ່າ, “ໂຊນ​ໄດ້​ກາຍເປັນ​ຜູ້ທຳນວາຍ​ແລ້ວ​ຫລື​ນີ້?”)</verse>
			</chapter>
			<chapter number="20">
				<verse number="1">ຕໍ່ມາ ດາວິດ​ໄດ້​ໜີໄປ​ຈາກ​ບ້ານ​ນາໂຢດ​ໃນ​ເມືອງ​ຣາມາ ໄປ​ຫາ​ໂຢນາທານ​ແລະ​ຖາມ​ລາວ​ວ່າ, “ຂ້ອຍ​ໄດ້​ເຮັດ​ຜິດ​ຫຍັງ ຂ້ອຍ​ມີ​ຄວາມຜິດ​ຫຍັງ ຂ້ອຍ​ໄດ້​ເຮັດ​ຊົ່ວ​ອັນໃດ​ແດ່​ຕໍ່​ພໍ່​ຂອງ​ເຈົ້າ ເພິ່ນ​ຈຶ່ງ​ຢາກ​ຂ້າ​ຂ້ອຍ?”</verse>
				<verse number="2">ໂຢນາທານ​ຕອບ​ວ່າ, “ເຈົ້າ​ຈະ​ບໍ່​ຕາຍ​ດອກ ພໍ່​ຂອງຂ້ອຍ​ໄດ້​ບອກ​ໃຫ້​ຂ້ອຍ​ຮູ້​ທຸກສິ່ງ​ທີ່​ເພິ່ນ​ຈະ​ເຮັດ ບໍ່​ວ່າ​ຈະ​ເປັນ​ສິ່ງ​ສຳຄັນ​ຫລື​ບໍ່​ກໍຕາມ ເປັນຫຍັງ​ເພິ່ນ​ຈຶ່ງ​ຈະ​ປິດບັງ​ເລື່ອງ​ນີ້​ຕໍ່​ຂ້ອຍ ຄົງ​ບໍ່​ເປັນ​ຢ່າງນັ້ນ​ດອກ.”</verse>
				<verse number="3">ແຕ່​ດາວິດ​ຕອບ​ວ່າ, “ພໍ່​ຂອງເຈົ້າ​ຮູ້ດີ​ວ່າ​ເຈົ້າ​ນິຍົມ​ຊົມຊອບ​ຂ້ອຍ​ຫລາຍ​ເທົ່າ​ໃດ ເພິ່ນ​ຄົງ​ບໍ່​ກ້າ​ບອກ​ແຜນການ​ທີ່​ເພິ່ນ​ຈະ​ເຮັດ​ໃຫ້​ເຈົ້າ​ຮູ້​ນຳ​ດອກ ເພາະ​ເຈົ້າ​ອາດ​ໂສກເສົ້າ​ເສຍໃຈ. ຂ້ອຍ​ຂໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ແລະ​ຕໍ່​ເຈົ້າ​ວ່າ ຂ້ອຍ​ເອງ​ຢູ່​ຫ່າງ​ຈາກ​ຄວາມຕາຍ​ແຕ່​ພຽງ​ກ້າວ​ດຽວ​ເທົ່ານັ້ນ.”</verse>
				<verse number="4">ໂຢນາທານ​ເວົ້າ​ວ່າ, “ຂ້ອຍ​ຈະ​ເຮັດ​ທຸກສິ່ງ​ທີ່​ເຈົ້າ​ຕ້ອງການ.”</verse>
				<verse number="5">ດາວິດ​ບອກ​ລາວ​ວ່າ, “ມື້ອື່ນ​ນີ້​ເປັນ​ວັນ​ສະຫລອງ​ເດືອນ​ຂຶ້ນ​ໃໝ່ ຂ້ອຍ​ຕ້ອງ​ຮັບປະທານ​ອາຫານ​ຮ່ວມ​ໂຕະ​ກັບ​ກະສັດ, ແຕ່​ຖ້າ​ເຈົ້າ​ເຫັນດີ ຂ້ອຍ​ຈະ​ໄປ​ລີ້​ຢູ່​ໃນ​ທົ່ງນາ​ຈົນເຖິງ​ຕອນ​ຄໍ່າ​ມື້ຮື.</verse>
				<verse number="6">ເມື່ອ​ພໍ່​ຂອງເຈົ້າ​ສັງເກດ​ເຫັນ​ວ່າ ຂ້ອຍ​ບໍ່ມີ​ໜ້າ​ຢູ່​ໃນ​ທີ່ນັ້ນ ໃຫ້​ເຈົ້າ​ບອກ​ເພິ່ນ​ວ່າ ຂ້ອຍ​ຂໍ​ອະນຸຍາດ​ນຳ​ເຈົ້າ​ຟ້າວ​ເມືອ​ເຮືອນ​ທີ່​ເບັດເລເຮັມ ເພາະ​ເປັນ​ປີ​ທີ່​ບັນດາ​ຄອບຄົວ​ທັງໝົດ​ຖວາຍ​ເຄື່ອງ​ບູຊາ​ປະຈຳ​ປີ.</verse>
				<verse number="7">ຖ້າ​ເພິ່ນ​ເວົ້າ​ວ່າ, ‘ບໍ່​ເປັນຫຍັງ’ ຂ້ອຍ​ກໍ​ຈະ​ປອດໄພ, ແຕ່​ຖ້າ​ເພິ່ນ​ຮ້າຍ​ຂຶ້ນ ເຈົ້າ​ກໍ​ຈະ​ຮູ້​ວ່າ​ເພິ່ນ​ຍັງ​ຕັ້ງໃຈ​ທີ່​ຈະ​ທຳລາຍ​ຂ້ອຍ​ຢູ່.</verse>
				<verse number="8">ຂໍ​ໃຫ້​ເຈົ້າ​ຈົ່ງ​ເຮັດ​ຕາມ​ຄຳ​ຂໍຮ້ອງ​ຂອງຂ້ອຍ​ດ້ວຍ​ເທີ້ນ ແລະ​ຈົ່ງ​ຮັກສາ​ຄຳສັນຍາ​ອັນ​ສັກສິດ​ທີ່​ເຈົ້າ​ໄດ້​ມີ​ຕໍ່​ຂ້ອຍ, ແຕ່​ຖ້າ​ຂ້ອຍ​ເປັນ​ຄົນ​ຜິດ ກໍ​ຂໍ​ໃຫ້​ເຈົ້າ​ເປັນ​ຜູ້​ຂ້າ​ຂ້ອຍ​ເອງ ແລະ​ບໍ່​ຕ້ອງ​ໃຫ້​ພໍ່​ຂອງເຈົ້າ​ລົງມື​ຂ້າ​ຂ້ອຍ​ດອກ.”</verse>
				<verse number="9">ໂຢນາທານ​ຕອບ​ວ່າ, “ຢ່າ​ຄິດ​ຢ່າງ​ນັ້ນ​ເລີຍ ຖ້າ​ຂ້ອຍ​ຮູ້ແນ່​ວ່າ​ພໍ່​ຂອງຂ້ອຍ​ຕັ້ງໃຈ​ທີ່​ຈະ​ທຳຮ້າຍ​ເຈົ້າ ຂ້ອຍ​ຈະ​ບໍ່​ບອກ​ເຈົ້າ​ຊັ້ນບໍ?”</verse>
				<verse number="10">ແລ້ວ​ດາວິດ​ກໍ​ຖາມ​ວ່າ, “ຖ້າ​ພໍ່​ຂອງເຈົ້າ​ຕອບ​ຢ່າງ​ໃຈຮ້າຍ ຜູ້ໃດ​ຈະ​ບອກ​ໃຫ້​ຂ້ອຍ​ຮູ້?”</verse>
				<verse number="11">ໂຢນາທານ​ຕອບ​ວ່າ, “ໃຫ້​ພວກເຮົາ​ອອກ​ໄປ​ທີ່​ທົ່ງນາ.” ດັ່ງນັ້ນ ທັງສອງ​ຈຶ່ງ​ອອກ​ໄປ​ທີ່​ທົ່ງນາ</verse>
				<verse number="12">ແລະ​ໂຢນາທານ​ເວົ້າ​ກັບ​ດາວິດ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເປັນ​ພະຍານ​ໃຫ້​ແກ່​ພວກເຮົາ. ມື້ອື່ນ​ກັບ​ມື້ຮື​ໃນ​ເວລາ​ດຽວກັນ​ນີ້ ຂ້ອຍ​ຈະ​ຖາມ​ພໍ່​ຂ້ອຍ. ຖ້າ​ເພິ່ນ​ສະແດງ​ທ່າທາງ​ດີ​ຕໍ່​ເຈົ້າ ຂ້ອຍ​ຈະ​ສົ່ງ​ຂ່າວ​ມາ​ບອກ​ເຈົ້າ.</verse>
				<verse number="13">ຖ້າ​ເພິ່ນ​ຍັງ​ມີ​ເຈດຕະນາ​ທຳຮ້າຍ​ເຈົ້າ ແລະ​ຖ້າ​ຂ້ອຍ​ບໍ່​ສົ່ງ​ຂ່າວ​ມາ​ບອກ​ໃຫ້​ເຈົ້າ​ໜີ​ໄປ​ຢ່າງ​ປອດໄພ ກໍ​ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ຂ້ອຍ​ເຖິງ​ຕາຍ. ຂໍ​ໃຫ້​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ ດັ່ງ​ທີ່​ພຣະອົງ​ເຄີຍ​ສະຖິດ​ຢູ່​ນຳ​ພໍ່​ຂອງຂ້ອຍ​ເຖີດ.</verse>
				<verse number="14">ຖ້າ​ຂ້ອຍ​ຍັງ​ມີ​ຊີວິດ​ຢູ່ ກໍ​ຂໍ​ໃຫ້​ເຈົ້າ​ຮັກສາ​ຄຳສັນຍາ​ອັນ​ສັກສິດ​ນີ້​ໄວ້ ແລະ​ສັດຊື່​ຕໍ່​ຂ້ອຍ, ແຕ່​ຖ້າ​ຂ້ອຍ​ຕາຍໄປ</verse>
				<verse number="15">ຈົ່ງ​ສະແດງ​ຄວາມ​ສັດຊື່​ຢ່າງ​ດຽວກັນ​ນີ້​ຕໍ່​ຄອບຄົວ​ຂອງຂ້ອຍ​ຕະຫລອດໄປ​ດ້ວຍ. ເມື່ອໃດ​ພຣະເຈົ້າຢາເວ​ໄດ້​ທຳລາຍ​ເຫຼົ່າ​ສັດຕູ​ທັງໝົດ​ຂອງ​ເຈົ້າ​ຈາກ​ແຜ່ນດິນ​ໂລກ​ແລ້ວ</verse>
				<verse number="16">ກໍ​ຂໍ​ໃຫ້​ຄຳສັນຍາ​ທີ່​ພວກເຮົາ​ມີ​ຕໍ່ກັນ​ນີ້​ຍັງ​ຄົງ​ຢູ່. ຖ້າ​ເຈົ້າ​ເຮັດ​ຜິດ​ຕໍ່​ຄຳສັນຍາ​ນີ້ ພຣະເຈົ້າຢາເວ​ຈະ​ລົງໂທດ​ເຈົ້າ​ເອງ.”</verse>
				<verse number="17">ອີກເທື່ອໜຶ່ງ ໂຢນາທານ​ໄດ້​ຂໍຮ້ອງ​ດາວິດ​ໃຫ້​ສັນຍາ​ວ່າ​ຈະ​ຮັກ​ຕົນ ເພາະ​ໂຢນາທານ​ຮັກ​ດາວິດ​ຫລາຍ​ເທົ່າ​ກັບ​ຮັກ​ຕົນເອງ.</verse>
				<verse number="18">ແລ້ວ​ໂຢນາທານ​ກໍ​ເວົ້າ​ກັບ​ດາວິດ​ວ່າ, “ມື້ອື່ນ​ເປັນ​ວັນ​ສະຫລອງ​ເດືອນ​ຂຶ້ນ​ໃໝ່ ຖ້າ​ເຈົ້າ​ບໍ່​ຢູ່​ໃນ​ທີ່ນັ້ນ ມັນ​ກໍ​ຈະ​ເປັນ​ການ​ຜິດສັງເກດ.</verse>
				<verse number="19">ໃນ​ມື້​ຕໍ່ໄປ ການ​ທີ່​ເຈົ້າ​ບໍ່ມີ​ໜ້າ​ໃນ​ທີ່ນັ້ນ​ອີກ ກໍ​ຍິ່ງ​ຈະ​ເປັນ​ການ​ຜິດສັງເກດ​ຕື່ມ. ສະນັ້ນ ເຈົ້າ​ຈົ່ງ​ໄປ​ລີ້​ຢູ່​ບ່ອນ​ທີ່​ເຈົ້າ​ໄດ້​ໄປ​ລີ້​ຢູ່​ແຕ່ກ່ອນ ແລະ​ໃຫ້​ລີ້​ຢູ່​ທາງຫລັງ​ຂອງ​ໂງ່ນຫີນ​ໃນ​ທີ່ນັ້ນ.</verse>
				<verse number="20">ແລ້ວ​ຂ້ອຍ​ຈະ​ຍິງ​ທະນູ​ສາມ​ລູກ​ໄປ​ທີ່​ໂງ່ນຫີນ ບ່ອນ​ທີ່​ເປັນ​ເປົ້າໝາຍ.</verse>
				<verse number="21">ຫຼັງຈາກ​ນັ້ນ ຂ້ອຍ​ຈະ​ບອກ​ຄົນ​ຮັບໃຊ້​ຂອງຂ້ອຍ​ໃຫ້​ໄປ​ຊອກ​ຫາ​ລູກທະນູ​ນັ້ນ ແລະ​ຖ້າ​ຂ້ອຍ​ບອກ​ລາວ​ວ່າ, ‘ເບິ່ງດຸ໋ ລູກທະນູ​ຢູ່​ທາງ​ດ້ານ​ນີ້ ຈົ່ງ​ໄປ​ເກັບ​ເອົາ​ແມ.’ ໝາຍຄວາມວ່າ​ເຈົ້າ​ປອດໄພ​ແລະ​ໃຫ້​ອອກ​ມາ​ໄດ້. ຂ້ອຍ​ຂໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດຢູ່​ວ່າ ເຈົ້າ​ຈະ​ບໍ່​ເປັນ​ອັນຕະລາຍ​ແຕ່​ຢ່າງ​ໃດ.</verse>
				<verse number="22">ແຕ່​ຖ້າ​ຂ້ອຍ​ບອກ​ລາວ​ວ່າ, ‘ເບິ່ງດຸ໋ ລູກທະນູ​ຢູ່​ທາງ​ດ້ານພຸ້ນ.’ ເຈົ້າ​ຈົ່ງ​ໜີໄປ; ເພາະ​ພຣະເຈົ້າຢາເວ​ກຳລັງ​ສົ່ງ​ເຈົ້າ​ໜີໄປ.</verse>
				<verse number="23">ສ່ວນ​ຄຳສັນຍາ​ທີ່​ພວກເຮົາ​ມີ​ຕໍ່ກັນ​ນັ້ນ ພຣະເຈົ້າຢາເວ​ຈະ​ໂຜດ​ໃຫ້​ພວກເຮົາ​ຮັກສາ​ຕໍ່ກັນ​ໄວ້​ໄດ້​ສືບໄປ​ຢ່າງ​ແນ່ນອນ.”</verse>
				<verse number="24">ສະນັ້ນ ດາວິດ​ຈຶ່ງ​ໄປ​ລີ້​ຢູ່​ທີ່​ທົ່ງນາ. ໃນ​ວັນ​ສະຫລອງ​ເດືອນ​ອອກ​ໃໝ່ ກະສັດ​ໂຊນ​ກໍ​ມາ​ເພື່ອ​ຈະ​ກິນ​ອາຫານ</verse>
				<verse number="25">ແລະ​ນັ່ງ​ຢູ່​ບ່ອນ​ທີ່​ເພິ່ນ​ເຄີຍ​ນັ່ງ​ແປະ​ຝາ. ອັບເນ​ກໍ​ນັ່ງ​ຢູ່​ທີ່​ນັ້ນ​ຖັດ​ເພິ່ນ​ໄປ ສ່ວນ​ໂຢນາທານ​ນັ່ງ​ກົງກັນຂ້າມ​ກັບ​ເພິ່ນ. ແຕ່​ບ່ອນ​ນັ່ງ​ຂອງ​ດາວິດ​ເປົ່າວາງ</verse>
				<verse number="26">ເຖິງຢ່າງໃດ​ກໍຕາມ ໃນ​ມື້​ນັ້ນ​ກະສັດ​ໂຊນ​ບໍ່ໄດ້​ເວົ້າ​ຫຍັງ​ເລີຍ ເພາະ​ເພິ່ນ​ຄິດ​ວ່າ ອາດ​ມີ​ບາງສິ່ງ​ບາງຢ່າງ​ເກີດຂຶ້ນ​ກັບ​ລາວ ແລະ​ລາວ​ອາດ​ຍັງ​ມີ​ມົນທິນ​ຢູ່​ກໍໄດ້.</verse>
				<verse number="27">ມື້​ຕໍ່ມາ ເປັນ​ມື້​ຫລັງຈາກ​ເດືອນ​ອອກ​ໃໝ່ ບ່ອນ​ນັ່ງ​ຂອງ​ດາວິດ​ກໍ​ຍັງ​ວ່າງເປົ່າ​ຢູ່​ຄືເກົ່າ. ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ຖາມ​ໂຢນາທານ​ວ່າ, “ເປັນຫຍັງ​ທັງ​ມື້ວານ​ນີ້​ແລະ​ມື້ນີ້ ດາວິດ​ຈຶ່ງ​ບໍ່​ມາ​ຮ່ວມ​ກິນ​ອາຫານ​ນຳ?”</verse>
				<verse number="28">ໂຢນາທານ​ຕອບ​ວ່າ, “ລາວ​ຂໍ​ອະນຸຍາດ​ນຳ​ລູກ​ເມືອ​ເມືອງ​ເບັດເລເຮັມ.</verse>
				<verse number="29">ລາວ​ເວົ້າ​ວ່າ, ‘ອະນຸຍາດ​ໃຫ້​ຂ້ອຍ​ໄປ​ເທາະ ເພາະ​ຄອບຄົວ​ຂອງ​ພວກເຮົາ​ສະຫລອງ​ງານ​ຖວາຍບູຊາ​ຢູ່​ໃນ​ເມືອງ ແລະ​ອ້າຍ​ຂອງ​ຂ້ອຍ​ກໍ​ສັ່ງ​ໃຫ້​ຂ້ອຍ​ໄປ​ທີ່​ນັ້ນ. ຖ້າ​ເຈົ້າ​ເປັນ​ເພື່ອນຂ້ອຍ ຈົ່ງ​ອະນຸຍາດ​ໃຫ້​ຂ້ອຍ​ໄປ​ຫາ​ພີ່ນ້ອງ​ຂອງຂ້ອຍ​ສາ.’ ດ້ວຍເຫດນີ້ ດາວິດ​ຈຶ່ງ​ບໍ່ໄດ້​ມາ​ຮ່ວມ​ໂຕະ​ນຳ​ພໍ່.”</verse>
				<verse number="30">ກະສັດ​ໂຊນ​ໂກດຮ້າຍ​ໃຫຍ່​ໃຫ້​ໂຢນາທານ ແລະ​ເວົ້າ​ໃຫ້​ລາວ​ວ່າ, “ລູກ​ໜ້າຊົ່ວ ບັດນີ້​ຂ້ອຍ​ຮູ້​ແລ້ວ​ວ່າ​ເຈົ້າ​ເວົ້າ​ເຂົ້າຂ້າງ​ດາວິດ ແລະ​ເຈົ້າ​ກຳລັງ​ເຮັດ​ໃຫ້​ເຈົ້າ​ເອງ​ກັບ​ແມ່​ເຈົ້າ​ເສື່ອມເສຍ​ກຽດ.</verse>
				<verse number="31">ເຈົ້າ​ຮູ້​ຫຼື​ບໍ່​ວ່າ​ຕາບໃດ​ທີ່​ດາວິດ​ຍັງ​ມີ​ຊີວິດ​ຢູ່ ເຈົ້າ​ຈະ​ບໍ່ໄດ້​ເປັນ​ກະສັດ​ຂອງ​ອານາຈັກ​ນີ້​ຈັກເທື່ອ. ຈົ່ງ​ໄປ​ນຳ​ຕົວ​ມັນ​ມາ​ດຽວ​ນີ້ ມັນ​ສົມຄວນ​ຈະ​ຕາຍ.”</verse>
				<verse number="32">ໂຢນາທານ​ເວົ້າ​ຂຶ້ນ​ວ່າ, “ເປັນຫຍັງ​ລາວ​ຈຶ່ງ​ຄວນ​ຈະ​ຕາຍ ລາວ​ໄດ້​ເຮັດ​ຜິດ​ຫຍັງ?”</verse>
				<verse number="33">ໃນທັນທີ​ນັ້ນ ກະສັດ​ໂຊນ​ເງືອດ​ຫອກ​ຂອງຕົນ​ອອກ​ໝາຍ​ຈະ​ຂ້າ​ໂຢນາທານ ແລະ​ໂຢນາທານ​ກໍ​ເຂົ້າໃຈ​ຄັກແນ່​ວ່າ ພໍ່​ຂອງຕົນ​ຕັ້ງໃຈ​ຈະ​ຂ້າ​ດາວິດ​ແທ້.</verse>
				<verse number="34">ດັ່ງນັ້ນ ໂຢນາທານ​ຈຶ່ງ​ລຸກ​ຂຶ້ນ​ແລະ​ອອກ​ຈາກ​ໂຕະ​ໄປ ໂດຍ​ບໍ່​ກິນ​ຫຍັງ​ໃນ​ມື້ນັ້ນ ຊຶ່ງ​ເປັນ​ມື້​ທີ​ສອງ​ຂອງ​ການ​ສະຫລອງ​ເດືອນ​ຂຶ້ນ​ໃໝ່. ລາວ​ໂສກເສົ້າ​ເສຍໃຈ​ຢ່າງໜັກ​ເຖິງ​ເລື່ອງ​ຂອງ​ດາວິດ ຍ້ອນ​ວ່າ​ກະສັດ​ໂຊນ​ໄດ້​ດູຖູກ​ດາວິດ​ຢ່າງ​ຮຸນແຮງ.</verse>
				<verse number="35">ເຊົ້າ​ມື້​ໃໝ່​ມາ ໂຢນາທານ​ໄດ້​ອອກ​ໄປ​ພົບ​ດາວິດ​ຢູ່​ທີ່​ທົ່ງນາ ຕາມ​ທີ່​ໄດ້​ຕົກລົງ​ກັນ​ໄວ້. ລາວ​ເອົາ​ເດັກນ້ອຍ​ຜູ້ໜຶ່ງ​ໄປ​ນຳ</verse>
				<verse number="36">ແລະ​ບອກ​ລາວ​ວ່າ, “ຈົ່ງ​ແລ່ນ​ໄປ​ເກັບ​ເອົາ​ລູກທະນູ​ທີ່​ຂ້ອຍ​ຈະ​ຍິງ​ໄປ​ເດີ.” ເດັກນ້ອຍ​ຜູ້ນັ້ນ​ກໍ​ແລ່ນ​ໄປ, ໂຢນາທານ​ຈຶ່ງ​ຍິງ​ລູກທະນູ​ຂ້າມ​ຫົວ​ລາວ​ໄປ.</verse>
				<verse number="37">ເມື່ອ​ເດັກນ້ອຍ​ໄປ​ຮອດ​ບ່ອນ​ທີ່​ລູກທະນູ​ຕົກ ໂຢນາທານ​ຈຶ່ງ​ຮ້ອງ​ໃສ່​ລາວ​ວ່າ, “ລູກທະນູ​ຢູ່​ທາງ​ດ້ານພຸ້ນ,</verse>
				<verse number="38">ຢ່າ​ຢືນ​ຢູ່​ຫັ້ນ ຮີບ​ຟ້າວ​ໄປ.” ເດັກນ້ອຍ​ຜູ້ນັ້ນ​ກໍ​ໄປ​ເກັບ​ເອົາ​ລູກທະນູ ແລ້ວ​ກັບມາ​ຫາ​ນາຍ​ຂອງຕົນ</verse>
				<verse number="39">ໂດຍ​ບໍ່​ຮູ້​ຄວາມໝາຍ​ຫຍັງໝົດ ມີ​ແຕ່​ໂຢນາທານ​ກັບ​ດາວິດ​ເທົ່ານັ້ນ​ທີ່​ຮູ້ຈັກ.</verse>
				<verse number="40">ໂຢນາທານ​ເອົາ​ອາວຸດ​ຂອງຕົນ​ໃຫ້​ເດັກ​ນັ້ນ​ຖື ແລະ​ໃຫ້​ເອົາ​ກັບຄືນ​ເມືອ​ໄວ້​ໃນເມືອງ.</verse>
				<verse number="41">ຫລັງຈາກ​ເດັກນ້ອຍ​ກັບ​ເມືອ​ແລ້ວ ດາວິດ​ໄດ້​ອອກ​ມາ​ຈາກ​ດ້ານຫລັງ​ຂອງ​ໂງ່ນຫີນ ກົ້ມ​ຂາບລົງ​ຕໍ່ໜ້າ​ໂຢນາທານ​ສາມ​ເທື່ອ. ດາວິດ​ກັບ​ໂຢນາທານ​ກອດ​ກັນ​ຮ້ອງໄຫ້. ດາວິດ​ໂສກເສົ້າ​ເສຍໃຈ​ຫລາຍກວ່າ​ໂຢນາທານ.</verse>
				<verse number="42">ໂຢນາທານ​ເວົ້າ​ກັບ​ດາວິດ​ວ່າ, “ຈົ່ງ​ໄປ​ດ້ວຍ​ຄວາມ​ສະຫງົບສຸກ ຕາມທີ່​ເຮົາ​ທັງສອງ​ໄດ້​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ວ່າ, ພຣະເຈົ້າຢາເວ​ຈະ​ໂຜດ​ໃຫ້​ເຈົ້າ​ກັບ​ຂ້ອຍ ແລະ​ເຊື້ອສາຍ​ຂອງ​ເຈົ້າ​ກັບ​ເຊື້ອສາຍ​ຂອງຂ້ອຍ​ເປັນ​ມິດ​ຕໍ່ກັນ​ຕະຫລອດໄປ​ຢ່າງ​ແນ່ນອນ.” ແລ້ວ​ດາວິດ​ກໍ​ຈາກ​ໄປ ແລະ​ໂຢນາທານ​ໄດ້​ກັບເມືອ​ໃນເມືອງ.</verse>
			</chapter>
			<chapter number="21">
				<verse number="1">ດາວິດ​ໄດ້​ໄປ​ຫາ​ປະໂຣຫິດ​ອາຮີເມເຫຼັກ​ທີ່​ເມືອງ​ໂນບ. ອາຮີເມເຫຼັກ​ອອກ​ມາ​ພົບ​ເພິ່ນ​ດ້ວຍ​ຕົວ​ສັ່ນເຊັນ ແລະ​ຖາມ​ວ່າ, “ເຫດໃດ​ທ່ານ​ຈຶ່ງ​ມາ​ພຽງຄົນດຽວ​ຢ່າງນີ້?”</verse>
				<verse number="2">ດາວິດ​ຕອບ​ວ່າ, “ຂ້າພະເຈົ້າ​ມາ​ກ່ຽວກັບ​ທຸລະ​ຂອງ​ກະສັດ ເພິ່ນ​ສັ່ງ​ຂ້າພະເຈົ້າ​ວ່າ ຢ່າ​ບອກ​ໃຫ້​ຜູ້ໃດ​ຮູ້​ເຖິງ​ເລື່ອງ​ທີ່​ເພິ່ນ​ໃຊ້​ຂ້າພະເຈົ້າ​ມາ​ນີ້. ຂ້າພະເຈົ້າ​ໄດ້​ນັດ​ໃຫ້​ຄົນ​ຂອງ​ຂ້າພະເຈົ້າ ໄປ​ພົບ​ກັບ​ຂ້າພະເຈົ້າ​ຢູ່​ໃນ​ບ່ອນ​ໜຶ່ງ​ຕ່າງຫາກ.</verse>
				<verse number="3">ທ່ານ​ມີ​ອາຫານ​ກິນ​ບໍ? ຂ້າພະເຈົ້າ​ຂໍ​ເຂົ້າຈີ່​ແດ່​ຈັກ​ຫ້າ​ກ້ອນ ຫລື​ອັນໃດ​ກໍໄດ້​ຕາມ​ທີ່​ທ່ານ​ມີຢູ່.”</verse>
				<verse number="4">ປະໂຣຫິດ​ຕອບ​ວ່າ, “ຂ້າພະເຈົ້າ​ບໍ່ມີ​ເຂົ້າຈີ່​ທຳມະດາ ມີ​ແຕ່​ເຂົ້າຈີ່​ບໍຣິສຸດ​ສັກສິດ​ເທົ່ານັ້ນ. ຖ້າ​ຄົນ​ຂອງທ່ານ​ບໍ່ໄດ້​ຮ່ວມເພດ​ກັບ​ຜູ້ຍິງ​ມາ​ກ່ອນ​ໃນ​ໄລຍະ​ນີ້ ຂໍ​ທ່ານ​ຈົ່ງ​ເອົາ​ໄປ​ໂລດ.”</verse>
				<verse number="5">ດາວິດ​ຕອບ​ວ່າ, “ແນ່ນອນ​ທີ່ສຸດ ຄົນ​ຂອງ​ຂ້າພະເຈົ້າ​ບໍ່ໄດ້​ຮ່ວມ ທຸກ​ເທື່ອ​ທີ່​ພວກເຂົາ​ອອກ​ໄປ​ປະຕິບັດ​ໜ້າທີ່​ພວກເຂົາ​ຕ້ອງ​ຮັກສາ​ຕົວ​ໃຫ້​ບໍຣິສຸດ​ຢູ່​ສະເໝີ. ເມື່ອ​ມີ​ການ​ອອກ​ໄປ​ປະຕິບັດ​ງານ​ອັນ​ພິເສດ​ຢ່າງ​ນີ້​ແລ້ວ ພວກເຂົາ​ຍິ່ງ​ຮັກສາ​ຕົວ​ໃຫ້​ບໍຣິສຸດ​ຫລາຍ​ຂຶ້ນ.”</verse>
				<verse number="6">ດັ່ງນັ້ນ ປະໂຣຫິດ​ຈຶ່ງ​ເອົາ​ເຂົ້າຈີ່​ບໍຣິສຸດ​ສັກສິດ​ນັ້ນ​ໃຫ້​ດາວິດ ເພາະ​ເພິ່ນ​ມີ​ແຕ່​ເຂົ້າຈີ່​ທີ່​ໄດ້​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ​ແລ້ວ​ເທົ່ານັ້ນ ຊຶ່ງ​ໄດ້​ເອົາ​ມາ​ຈາກ​ໂຕະ​ສັກສິດ ແລະ​ເອົາ​ເຂົ້າຈີ່​ໃໝ່​ມາ​ວາງ​ໄວ້​ແທນ.</verse>
				<verse number="7">ໃນ​ມື້​ນັ້ນ ໂດເອັກ ຄົນ​ເອໂດມ​ຫົວໜ້າ​ຄົນລ້ຽງແກະ​ຂອງ​ກະສັດ​ໂຊນ​ກໍ​ຢູ່​ໃນ​ທີ່ນັ້ນ ເພື່ອ​ປະຕິບັດ​ໜ້າທີ່​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="8">ດາວິດ​ຖາມ​ອາຮີເມເຫຼັກ​ວ່າ, “ທ່ານ​ມີ​ຫອກ​ຫລື​ດາບ ພໍ​ທີ່​ຈະ​ເອົາ​ໃຫ້​ຂ້າພະເຈົ້າ​ໃຊ້​ແດ່​ບໍ? ກະສັດ​ໄດ້​ສັ່ງ​ໃຫ້​ຂ້າພະເຈົ້າ​ອອກ​ມາ​ຢ່າງຟ້າວຟັ່ງ​ໂພດ ເລີຍ​ບໍ່ມີ​ເວລາ​ພໍ​ທີ່​ຈະ​ເອົາ​ດາບ​ຫລື​ອາວຸດ​ໃດໆ​ຕິດຕົວ​ມາ​ນຳ.”</verse>
				<verse number="9">ອາຮີເມເຫຼັກ​ຕອບ​ວ່າ, “ມີ ແມ່ນ​ດາບ​ຂອງ​ໂກລີອາດ​ຄົນ​ຟີລິດສະຕິນ ຜູ້​ທີ່​ທ່ານ​ໄດ້​ຂ້າ​ໃນ​ຮ່ອມພູ​ເອລາ​ນັ້ນ. ມັນ​ຢູ່​ທາງ​ຫລັງ​ຂອງ​ເອໂຟດ ແລະ​ມີ​ຜ້າ​ພັນ​ໄວ້. ມັນ​ເປັນ​ອາວຸດ​ຢ່າງ​ດຽວ​ເທົ່ານັ້ນ​ທີ່​ມີ​ຢູ່​ໃນ​ທີ່​ນີ້ ຖ້າ​ທ່ານ​ຢາກ​ໄດ້​ກໍ​ເຊີນ​ເອົາ​ໄປ​ໂລດ.” ດາວິດ​ເວົ້າ​ວ່າ, “ຈົ່ງ​ເອົາ​ໃຫ້​ຂ້າພະເຈົ້າ​ເຖີດ ບໍ່ມີ​ດາບ​ດວງ​ໃດ​ຈະ​ດີ​ໄປ​ກວ່າ​ດາບ​ດວງ​ນີ້.”</verse>
				<verse number="10">ສະນັ້ນ ດາວິດ​ຈຶ່ງ​ຈາກ​ໄປ​ໂດຍ​ປົບໜີ​ຈາກ​ກະສັດ​ໂຊນ ແລະ​ໄດ້​ໄປ​ຫາ​ເຈົ້າ​ອາກີເຊ​ແຫ່ງ​ເມືອງກາດ.</verse>
				<verse number="11">ບັນດາ​ຂ້າຣາຊການ​ຂອງ​ເຈົ້າ​ອາກີເຊ​ໄດ້​ຖາມ​ເພິ່ນ​ວ່າ, “ບໍ່ແມ່ນ​ດາວິດ​ຄົນ​ນີ້​ບໍ ທີ່​ເປັນ​ກະສັດ​ຂອງ​ປະເທດ​ນັ້ນ ທີ່​ພວກຜູ້ຍິງ​ຟ້ອນລຳ​ທຳເພງ​ຮ້ອງ​ຊົມເຊີຍ​ວ່າ ‘ໂຊນ​ໄດ້​ຂ້າ​ສັດຕູ​ຫລາຍ​ພັນ​ຄົນ, ແຕ່​ດາວິດ​ໄດ້​ຂ້າ​ຫລາຍ​ໝື່ນ​ຄົນ.”’</verse>
				<verse number="12">ດາວິດ​ຮູ້ສຶກ​ເຖິງ​ອັນຕະລາຍ​ຂອງ​ຄຳເວົ້າ​ເຫຼົ່ານີ້ ແລະ​ລາວ​ກໍ​ຢ້ານກົວ​ເຈົ້າ​ອາກີເຊ​ທີ່ສຸດ.</verse>
				<verse number="13">ດັ່ງນັ້ນ ເມື່ອໃດ​ທີ່​ດາວິດ​ຢູ່​ໃກ້​ຄົນ​ເຫຼົ່ານີ້; ລາວ​ຈຶ່ງ​ທຳທ່າ​ເປັນ​ຄົນ​ເສຍຈິດ ແລະ​ເຮັດ​ຄື​ຄົນ​ເປັນບ້າ​ໂດຍ​ຂີດຂຽນ​ຕາມ​ປະຕູ​ເມືອງ ແລະ​ໃຫ້​ນໍ້າລາຍ​ເຫີຍ​ລົງ​ໃສ່​ໜວດ</verse>
				<verse number="14">ເມື່ອ​ເປັນ​ດັ່ງນັ້ນ ເຈົ້າ​ອາກີເຊ​ຈຶ່ງ​ຖາມ​ຂ້າຣາຊການ​ຂອງຕົນ​ວ່າ, “ເບິ່ງດູ ຊາຍ​ຜູ້​ນີ້​ເປັນບ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ພາ​ລາວ​ມາ​ຫາ​ເຮົາ?</verse>
				<verse number="15">ເຮົາ​ມີ​ຄົນບ້າ​ບໍ່​ພຽງພໍ​ຊັ້ນບໍ? ພວກເຈົ້າ​ຈຶ່ງ​ນຳ​ຄົນບ້າ​ຜູ້ນີ້​ມາ​ລົບກວນ​ເຮົາ ໂດຍ​ໃຫ້​ລາວ​ເຮັດ​ບ້າໆ​ບໍໆ ຢູ່​ໃນ​ວັງ​ຂອງເຮົາ​ນີ້?”</verse>
			</chapter>
			<chapter number="22">
				<verse number="1">ແລ້ວ​ດາວິດ​ກໍໄດ້​ອອກ​ຈາກ​ເມືອງກາດ​ໄປ​ຢູ່​ໃນ​ຖໍ້າ​ທີ່​ໃກ້​ກັບ​ເມືອງ​ອາດຸນລຳ. ເມື່ອ​ພວກອ້າຍ ແລະ​ພີ່ນ້ອງ​ທັງຫລາຍ​ໃນ​ຄອບຄົວ​ຂອງ​ພໍ່​ລາວ​ໄດ້ຍິນ​ວ່າ​ລາວ​ຢູ່​ທີ່​ນັ້ນ ພວກເຂົາ​ຈຶ່ງ​ພາກັນ​ໄປ​ສົມທົບ​ກຳລັງ​ກັບ​ລາວ.</verse>
				<verse number="2">ນອກຈາກນີ້​ແລ້ວ​ຍັງ​ມີ​ປະມານ 400 ຄົນ​ທີ່​ໄດ້​ໄປ​ຫາ​ດາວິດ ເປັນ​ພວກ​ທີ່​ຖືກ​ກົດຂີ່​ຂົ່ມເຫັງ, ເປັນ​ໜີ້ສິນ ແລະ​ມີ​ຄວາມ​ຂັດຂ້ອງ​ໝອງໃຈ. ແລ້ວ​ດາວິດ​ກໍໄດ້​ກາຍເປັນ​ຫົວໜ້າ​ຂອງ​ພວກເຂົາ.</verse>
				<verse number="3">ຕໍ່ມາ ດາວິດ​ໄດ້​ອອກ​ຈາກ​ບ່ອນ​ນີ້​ໄປ​ທີ່​ເມືອງ​ມີຊະປາ​ໃນ​ດິນແດນ​ໂມອາບ. ເພິ່ນ​ໄດ້​ກ່າວ​ແກ່​ກະສັດ​ແຫ່ງ​ໂມອາບ​ວ່າ, “ຂໍໂຜດ​ໃຫ້​ພໍ່​ແມ່​ຂອງ​ຂ້ານ້ອຍ​ມາ​ຢູ່​ກັບ​ທ່ານ​ຊົ່ວຄາວ ຈົນກວ່າ​ຂ້ານ້ອຍ​ຈະ​ຮູ້ຈັກ​ວ່າ ພຣະເຈົ້າ​ຈະ​ກະທຳການ​ຢ່າງໃດ​ສຳລັບ​ຂ້ານ້ອຍ​ແທ້.”</verse>
				<verse number="4">ແລ້ວ​ດາວິດ​ກໍໄດ້​ພາ​ພໍ່​ແມ່​ໄປ​ປະ​ໄວ້​ກັບ​ກະສັດ​ແຫ່ງ​ໂມອາບ. ພໍ່​ແມ່​ຂອງ​ດາວິດ​ໄດ້​ອາໄສ​ຢູ່​ໃນ​ທີ່ນັ້ນ ຕະຫລອດ​ຊົ່ວ​ເວລາ​ທີ່​ດາວິດ​ຍັງ​ລີ້ໄພ​ຢູ່​ໃນ​ຖໍ້າ.</verse>
				<verse number="5">ແລ້ວ​ຜູ້ທຳນວາຍ​ທີ່​ຊື່​ວ່າ​ກາດ ກໍໄດ້​ມາ​ຫາ​ດາວິດ​ແລະ​ບອກ​ເພິ່ນ​ວ່າ, “ໃຫ້​ໜີໄປ​ຈາກ​ດິນແດນ​ຢູດາຍ​ນີ້​ສາ ຢ່າ​ຢູ່​ໃນ​ບ່ອນນີ້​ຕໍ່ໄປ.” ດັ່ງນັ້ນ ດາວິດ​ຈຶ່ງ​ໄດ້​ໜີໄປ​ຢູ່​ປ່າ​ເຮເຣັດ.</verse>
				<verse number="6">ວັນໜຶ່ງ​ທີ່​ເມືອງ​ກີເບອາ ກະສັດ​ໂຊນ​ຖື​ຫອກ​ໃນ​ມື ແລະ​ນັ່ງ​ຢູ່​ທີ່​ເນີນພູ ໃຕ້​ຕົ້ນໄມ້​ກົກ​ໜຶ່ງ​ຊື່​ວ່າ ຕາມາຣີ ຝ່າຍ​ຂ້າຣາຊການ​ຂອງ​ເພິ່ນ​ທັງໝົດ​ກໍ​ຢືນ​ອ້ອມຮອບ​ເພິ່ນ​ຢູ່. ຕໍ່ມາ ມີ​ຄົນ​ມາ​ບອກ​ເພິ່ນ​ວ່າ ເຂົາ​ໄດ້​ພົບ​ບ່ອນ​ຢູ່​ຂອງ​ດາວິດ​ແລະ​ທະຫານ​ຂອງ​ເພິ່ນ​ແລ້ວ.</verse>
				<verse number="7">ກະສັດ​ໂຊນ​ຈຶ່ງ​ຖາມ​ບັນດາ​ນາຍ​ທະຫານ​ວ່າ, “ຊາວ​ເບັນຢາມິນ​ເອີຍ ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ຄິດ​ວ່າ​ດາວິດ​ຈະ​ເອົາ​ນາ​ກັບ​ສວນອະງຸ່ນ​ໃຫ້​ພວກເຈົ້າ​ທຸກຄົນ​ຊັ້ນບໍ? ລາວ​ຈະ​ໃຫ້​ພວກເຈົ້າ​ເປັນ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ລາວ​ຊັ້ນບໍ?</verse>
				<verse number="8">ດ້ວຍເຫດ​ນັ້ນ​ບໍ ພວກເຈົ້າ​ຈຶ່ງ​ພວມ​ກະບົດ​ຕໍ່​ເຮົາ? ໃນ​ພວກເຈົ້າ​ບໍ່ມີ​ຜູ້ໃດ​ເລີຍ​ບອກ​ເຮົາ​ວ່າ ລູກຊາຍ​ຂອງເຮົາ​ເອງ​ໄດ້​ເຮັດ​ສັນຍາ​ມິດຕະພາບ​ກັບ​ດາວິດ. ບໍ່ມີ​ຜູ້ໃດ​ເລີຍ​ສົນໃຈ​ບອກ​ເຮົາ​ວ່າ ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ເອງ​ກຳລັງ​ຊອກ​ຫາ​ຊ່ອງທາງ​ທີ່​ຈະ​ຂ້າ​ເຮົາ ແລະ​ລູກຊາຍ​ຂອງເຮົາ​ເອງ​ເປັນ​ຜູ້​ໃຫ້​ກຳລັງໃຈ ແລະ​ສະໜັບ​ສະໜູນ​ລາວ.”</verse>
				<verse number="9">ໂດເອັກ​ຄົນ​ເອໂດມ​ທີ່​ຢືນ​ຢູ່​ກັບ​ພວກ​ຂ້າຣາຊການ​ຂອງ​ກະສັດ​ໂຊນ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ເຫັນ​ດາວິດ​ໄປ​ທີ່​ເມືອງ​ໂນບ ຫາ​ອາຮີເມເຫຼັກ​ລູກຊາຍ​ຂອງ​ອາຮີຕຸບ.</verse>
				<verse number="10">ອາຮີເມເຫຼັກ​ໄດ້​ຖາມ​ພຣະເຈົ້າຢາເວ​ໃຫ້​ລາວ​ວ່າ ລາວ​ຄວນ​ຈະ​ເຮັດ​ຢ່າງໃດ. ນອກຈາກ​ນັ້ນ ເພິ່ນ​ຍັງ​ເອົາ​ອາຫານ​ແລະ​ດາບ​ຂອງ​ໂກລີອາດ ຊາວ​ຟີລິດສະຕິນ​ໃຫ້​ລາວ​ດ້ວຍ.”</verse>
				<verse number="11">ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ສົ່ງ​ຄົນ​ໄປ​ນຳ​ເອົາ​ປະໂຣຫິດ​ອາຮີເມເຫຼັກ​ລູກຊາຍ​ຂອງ​ອາຮີຕຸບ ພ້ອມ​ດ້ວຍ​ຍາດຕິພີ່ນ້ອງ​ຂອງ​ລາວ​ທີ່​ເປັນ​ປະໂຣຫິດ​ໃນ​ເມືອງ​ໂນບ​ນັ້ນ​ມາ​ຫາ​ຕົນ ແລະ​ພວກເຂົາ​ກໍໄດ້​ພາກັນ​ມາ​ຫາ​ເພິ່ນ.</verse>
				<verse number="12">ກະສັດ​ໂຊນ​ຈຶ່ງ​ກ່າວ​ແກ່​ລາວ​ວ່າ, “ອາຮີເມເຫຼັກ​ເອີຍ ຈົ່ງ​ຟັງ​ເທີ້ນ.” ອາຮີເມເຫຼັກ​ຕອບ​ວ່າ, “ທ່ານເອີຍ ຍິນດີ​ທີ່​ຈະ​ຮັບໃຊ້​ທ່ານ.”</verse>
				<verse number="13">ກະສັດ​ໂຊນ​ໄດ້ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ກັບ​ດາວິດ​ຈຶ່ງ​ຮ່ວມໃຈ​ກັນ​ກະບົດ​ຕໍ່​ເຮົາ? ເປັນຫຍັງ​ເຈົ້າ​ຈຶ່ງ​ເອົາ​ເຂົ້າຈີ່​ແລະ​ມອບ​ດາບ​ໃຫ້​ແກ່​ມັນ ແລ້ວ​ທັງ​ທູນ​ຖາມ​ພຣະເຈົ້າ​ໃຫ້​ມັນ​ດ້ວຍ? ດຽວນີ້​ມັນ​ໄດ້​ຫັນ​ມາ​ຕໍ່ສູ້​ເຮົາ​ແລະ​ລໍ​ຫາ​ໂອກາດ​ທີ່​ຈະ​ຂ້າ​ເຮົາ​ຢູ່.”</verse>
				<verse number="14">ອາຮີເມເຫຼັກ​ຕອບ​ວ່າ, “ດາວິດ​ເປັນ​ນາຍ​ທະຫານ​ຜູ້​ທີ່​ຊື່ສັດ​ທີ່ສຸດ​ຂອງທ່ານ! ທັງ​ເປັນ​ລູກ​ເຂີຍ​ຂອງທ່ານ​ເອງ ເປັນ​ຜູ້​ບັນຊາການ​ທະຫານ​ຮັກສາ​ທ່ານ ແລະ​ທຸກຄົນ​ທີ່​ຢູ່​ໃນ​ວັງ​ນີ້​ກໍ​ນັບຖື​ລາວ​ເປັນ​ຢ່າງສູງ.</verse>
				<verse number="15">ແມ່ນແທ້ ຂ້ານ້ອຍ​ໄດ້​ຖາມ​ພຣະເຈົ້າ​ໃຫ້​ລາວ ແລະ​ຂ້ານ້ອຍ​ເຮັດ​ເຊັ່ນນັ້ນ​ກໍ​ບໍ່ແມ່ນ​ເທື່ອ​ທຳອິດ. ຂໍ​ທ່ານ​ຢ່າ​ຫາ​ວ່າ ຂ້ານ້ອຍ​ຫລື​ຜູ້ໃດ​ຜູ້ໜຶ່ງ​ໃນ​ຄອບຄົວ​ຂອງ​ຂ້ານ້ອຍ​ກະບົດ​ຕໍ່​ທ່ານ​ເລີຍ. ຂ້ານ້ອຍ​ບໍ່ໄດ້​ຮູ້​ຫຍັງ​ກ່ຽວກັບ​ເລື່ອງນີ້.”</verse>
				<verse number="16">ກະສັດ​ກ່າວ​ວ່າ, “ອາຮີເມເຫຼັກ ເຈົ້າ​ພ້ອມ​ດ້ວຍ​ຍາດຕິພີ່ນ້ອງ​ຂອງ​ເຈົ້າ ຈະ​ຕ້ອງ​ຕາຍ​ທັງໝົດ.”</verse>
				<verse number="17">ແລ້ວ​ເພິ່ນ​ກໍ​ສັ່ງ​ທະຫານ​ຍາມ​ທີ່​ຢືນ​ຢູ່​ໃກ້​ຕົນ​ນັ້ນ​ວ່າ, “ຂ້າ​ບັນດາ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ​ຖິ້ມ​ເສຍ ເພາະ​ພວກເຂົາ​ຮ່ວມມື​ກັບ​ດາວິດ ແລະ​ບໍ່​ບອກ​ເຮົາ​ວ່າ​ດາວິດ​ປົບໜີໄປ​ໃສ ທັງໆ​ທີ່​ພວກເຂົາ​ຮູ້​ທຸກສິ່ງ​ຢູ່.” ແຕ່​ພວກ​ທະຫານ​ຍາມ​ປະຕິເສດ​ທີ່​ຈະ​ລົງມື​ຂ້າ​ບັນດາ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="18">ສະນັ້ນ ກະສັດ​ໂຊນ​ຈຶ່ງ​ສັ່ງ​ໂດເອັກ​ວ່າ, “ເຈົ້າ​ຂ້າ​ພວກເຂົາ​ເສຍ.” ໂດເອັກ​ໄດ້​ຂ້າ​ພວກເຂົາ​ຖິ້ມ​ທັງໝົດ. ໃນ​ມື້ນັ້ນ ລາວ​ໄດ້​ຂ້າ​ປະໂຣຫິດ​ທີ່​ມີ​ຄຸນສົມບັດ​ຖື​ເອໂຟດ​ແປດສິບຫ້າ​ຄົນ.</verse>
				<verse number="19">ກະສັດ​ໂຊນ​ຍັງ​ໄດ້​ສັ່ງ​ໃຫ້​ຂ້າ​ຊາວ​ເມືອງ​ໂນບ​ທັງໝົດ​ຖິ້ມ ຊຶ່ງ​ເປັນ​ເມືອງ​ຂອງ​ບັນດາ​ປະໂຣຫິດ ເຊັ່ນ: ຊາຍ​ແລະ​ຍິງ, ເດັກ​ເກີດ​ໃໝ່​ແລະ​ເດັກນ້ອຍ, ງົວ, ລໍ ແລະ​ແກະ​ທັງໝົດ​ໄດ້​ຖືກ​ຂ້າ​ຖິ້ມ.</verse>
				<verse number="20">ແຕ່​ອາບີອາທາ​ລູກຊາຍ​ຄົນ​ໜຶ່ງ​ຂອງ​ອາຮີເມເຫຼັກ ປົບໜີໄປ​ຫາ​ດາວິດ​ໄດ້.</verse>
				<verse number="21">ລາວ​ໄດ້​ບອກ​ດາວິດ​ເຖິງ​ການ​ທີ່​ກະສັດ​ໂຊນ ໄດ້​ສັງຫານໝູ່​ພວກ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="22">ດາວິດ​ຈຶ່ງ​ເວົ້າ​ຕໍ່​ອາບີອາທາ​ວ່າ, “ເມື່ອ​ຂ້ອຍ​ເຫັນ​ໂດເອັກ​ໃນ​ວັນ​ນັ້ນ ຂ້ອຍ​ກໍ​ຮູ້​ໂລດ​ວ່າ​ລາວ​ຕ້ອງ​ໄປ​ບອກ​ໂຊນ​ເປັນ​ແນ່. ສະນັ້ນ ຂ້ອຍ​ຈຶ່ງ​ຂໍ​ຮັບຜິດຊອບ ຕໍ່​ການ​ຕາຍ​ຂອງ​ຍາດຕິພີ່ນ້ອງ​ຂອງ​ເຈົ້າ​ທຸກຄົນ​ໃນຄັ້ງນີ້.</verse>
				<verse number="23">ໃຫ້​ເຈົ້າ​ຢູ່​ກັບ​ຂ້ອຍ​ນີ້​ແຫຼະ ແລະ​ຢ່າ​ຢ້ານ​ເລີຍ ກະສັດ​ໂຊນ​ຢາກ​ຂ້າ​ທັງ​ຂ້ອຍ​ແລະ​ເຈົ້າ​ຄືກັນ, ແຕ່​ຖ້າ​ເຈົ້າ​ຢູ່​ກັບ​ຂ້ອຍ ເຈົ້າ​ຈະ​ປອດໄພ.”</verse>
			</chapter>
			<chapter number="23">
				<verse number="1">ດາວິດ​ໄດ້ຍິນ​ວ່າ​ຊາວ​ຟີລິດສະຕິນ​ກຳລັງ​ຕີ​ເອົາ​ເມືອງ​ເກອີລາ ແລະ​ປຸ້ນສະດົມ​ເອົາ​ເຂົ້າ​ທີ່​ຫາ​ກໍ​ເກັບກ່ຽວ​ໃໝ່.</verse>
				<verse number="2">ສະນັ້ນ ລາວ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ດາວິດ​ວ່າ, “ຄວນໄປ ໂຈມຕີ​ພວກເຂົາ​ແລະ​ຊ່ວຍ​ເອົາ​ເມືອງ​ເກອີລາ​ໄວ້.”</verse>
				<verse number="3">ແຕ່​ຄົນ​ຂອງ​ດາວິດ​ເວົ້າ​ກັບ​ລາວ​ວ່າ, “ໃນ​ຢູດາຍ​ນີ້ ພວກເຮົາ​ກໍ​ຢ້ານກົວ​ຢູ່​ແລ້ວ ຖ້າ​ພວກເຮົາ​ໄປ​ໂຈມຕີ​ກອງທັບ​ຂອງ​ພວກ​ຟີລິດສະຕິນ​ທີ່​ເມືອງ​ເກອີລາ ກໍ​ຍິ່ງ​ເປັນ​ໜ້າຢ້ານກົວ​ໃຫຍ່!”</verse>
				<verse number="4">ສະນັ້ນ ດາວິດ​ຈຶ່ງ​ໄດ້​ປຶກສາ​ນຳ​ພຣະເຈົ້າຢາເວ​ອີກ ແລະ​ພຣະເຈົ້າຢາເວ​ກໍ​ຕອບ​ດາວິດ​ວ່າ, “ໄປ​ໂຈມຕີ​ເມືອງ​ເກອີລາ ແລະ​ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ພວກ​ຟີລິດສະຕິນ.”</verse>
				<verse number="5">ດັ່ງນັ້ນ ດາວິດ​ກັບ​ຄົນ​ຂອງ​ເພິ່ນ​ຈຶ່ງ​ໄດ້​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ທີ່​ເມືອງ​ເກອີລາ. ພວກເຂົາ​ໄດ້​ຂ້າ​ພວກ​ຟີລິດສະຕິນ​ຫລາຍ​ຄົນ ແລະ​ຢຶດເອົາ​ສັດ​ລ້ຽງ​ຂອງ​ພວກເຂົາ. ດັ່ງນັ້ນ ດາວິດ​ຈຶ່ງ​ຊ່ວຍ​ກອບກູ້​ເອົາ​ຊາວ​ເມືອງ​ເກອີລາ​ໃຫ້​ພົ້ນ.</verse>
				<verse number="6">ເມື່ອ​ອາບີອາທາ​ລູກຊາຍ​ຂອງ​ອາຮີເມເຫຼັກ ໄດ້​ປົບໜີ​ໄປ​ອາໄສ​ຢູ່​ນຳ​ດາວິດ​ທີ່​ເມືອງ​ເກອີລາ​ນັ້ນ ລາວ​ໄດ້​ເອົາ​ເອໂຟດ​ໄປ​ນຳ.</verse>
				<verse number="7">ຕໍ່ມາ ໄດ້​ມີ​ຄົນ​ມາ​ບອກ​ກະສັດ​ໂຊນ​ວ່າ​ດາວິດ​ຢູ່​ທີ່​ເມືອງ​ເກອີລາ ແລະ​ເພິ່ນ​ກໍ​ເວົ້າ​ວ່າ, “ພຣະເຈົ້າ​ມອບ​ດາວິດ​ໄວ້​ໃນ​ກຳມື​ຂອງເຮົາ​ແລ້ວ. ລາວ​ຫ້າງ​ແຮ້ວ​ໃສ່​ຕົນເອງ​ທີ່​ເຂົ້າ​ໄປ​ຢູ່​ໃນ​ເມືອງ​ທີ່​ມີ​ກຳແພງ​ອ້ອມ ແລະ​ທັງ​ມີ​ປະຕູ​ອັນ​ແໜ້ນໜາ​ອີກ​ດ້ວຍ.”</verse>
				<verse number="8">ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ເອີ້ນ​ເອົາ​ທະຫານ​ຂອງຕົນ​ອອກ​ໄປ​ເຮັດ​ເສິກ ແລະ​ມຸ່ງໜ້າ​ໄປ​ທີ່​ເມືອງ​ເກອີລາ​ເພື່ອ​ອ້ອມ​ຈັບ​ດາວິດ​ກັບ​ຄົນ​ຂອງ​ເພິ່ນ.</verse>
				<verse number="9">ເມື່ອ​ດາວິດ​ໄດ້ຍິນ​ວ່າ​ກະສັດ​ໂຊນ​ກຳລັງ​ວາງແຜນ​ໂຈມຕີ​ຕົນ ເພິ່ນ​ກໍ​ສັ່ງ​ປະໂຣຫິດ​ອາບີອາທາ​ວ່າ, “ເອົາ​ເອໂຟດ​ມາ​ພີ້.”</verse>
				<verse number="10">ແລ້ວ​ດາວິດ​ກໍ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ຂ້ານ້ອຍ​ໄດ້ຍິນ​ວ່າ​ກະສັດ​ໂຊນ​ກຳລັງ​ວາງແຜນ​ເດີນທາງ​ມາ​ທີ່​ເມືອງ​ເກອີລາ ເພື່ອ​ຈະ​ທຳລາຍ​ເມືອງນີ້. ເພາະ​ຂ້ານ້ອຍ​ເອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເປັນ​ຕົ້ນເຫດ.</verse>
				<verse number="11">ຊາວ​ເມືອງ​ເກອີລາ​ຈະ​ມອບ​ຂ້ານ້ອຍ​ໃຫ້​ກະສັດ​ໂຊນ​ຫລື​ບໍ່? ເພິ່ນ​ຈະ​ມາ​ແທ້​ຕາມ​ທີ່​ຂ້ານ້ອຍ​ໄດ້ຍິນ​ນີ້​ບໍ? ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໂຜດ​ຕອບ​ຂ້ານ້ອຍ​ດ້ວຍ​ເຖີດ.” ພຣະເຈົ້າຢາເວ​ຕອບ​ວ່າ, “ໂຊນ​ຈະ​ມາ​ແທ້.”</verse>
				<verse number="12">ດາວິດ​ຖາມ​ອີກ​ວ່າ, “ຊາວ​ເມືອງ​ເກອີລາ​ຈະ​ມອບ​ທະຫານ​ຂອງ​ຂ້ານ້ອຍ​ກັບ​ຂ້ານ້ອຍ​ເອງ ໃຫ້​ກະສັດ​ໂຊນ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ວ່າ, “ພວກເຂົາ​ຈະ​ມອບ”.</verse>
				<verse number="13">ດັ່ງນັ້ນ ດາວິດ​ພ້ອມ​ດ້ວຍ​ທະຫານ​ທັງໝົດ​ປະມານ​ຫົກຮ້ອຍ​ຄົນ ຈຶ່ງ​ອອກ​ໜີ​ຈາກ​ເມືອງ​ເກອີລາ​ໃນທັນທີ ແລະ​ເຄື່ອນຍ້າຍ​ໄປ​ເລື້ອຍໆ. ເມື່ອ​ກະສັດ​ໂຊນ​ໄດ້ຍິນ​ວ່າ ດາວິດ​ໄດ້​ປົບໜີ​ຈາກ​ເມືອງ​ເກອີລາ​ໄປ​ແລ້ວ ເພິ່ນ​ກໍໄດ້​ລົ້ມເລີກ​ແຜນການ​ຂອງຕົນ​ເສຍ.</verse>
				<verse number="14">ດາວິດ​ໄດ້​ລີ້​ຢູ່​ທີ່​ແຖບ​ເນີນພູ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ໃກ້​ກັບ​ເມືອງ​ຊີເຟ. ຝ່າຍ​ກະສັດ​ໂຊນ​ນັ້ນ​ກໍ​ພະຍາຍາມ​ຊອກ​ຫາ​ດາວິດ​ຢູ່​ເລື້ອຍໆ; ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ມອບ​ລາວ​ໃຫ້​ກະສັດ​ໂຊນ.</verse>
				<verse number="15">ດາວິດ​ຮູ້​ດີ​ວ່າ ກະສັດ​ໂຊນ​ໄດ້​ອອກ​ຕາມ​ຫາ​ເພື່ອ​ຈະ​ຂ້າ​ຕົນ. ດາວິດ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ໂຮເຣັດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ໃກ້​ກັບ​ເມືອງ​ຊີເຟ.</verse>
				<verse number="16">ໂຢນາທານ​ໄດ້​ໄປ​ຫາ​ດາວິດ​ທີ່​ນັ້ນ ແລະ​ໃຫ້​ກຳລັງໃຈ​ເພິ່ນ​ດ້ວຍ​ຄວາມ​ເຊື່ອໝັ້ນ​ວ່າ ພຣະເຈົ້າຢາເວ​ຈະ​ເປັນ​ຜູ້​ປົກປັກ​ຮັກສາ</verse>
				<verse number="17">ໂດຍ​ເວົ້າ​ວ່າ, “ຢ່າ​ຢ້ານ​ເລີຍ ກະສັດ​ໂຊນ​ພໍ່​ຂອງຂ້ອຍ​ເຮັດ​ຫຍັງ​ໃຫ້​ເຈົ້າ​ບໍ່ໄດ້​ດອກ. ເພິ່ນ​ຮູ້ຈັກ​ດີ​ວ່າ​ເຈົ້າ​ຄົນ​ດຽວ​ເທົ່ານັ້ນ ທີ່​ຈະ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ຂ້ອຍ​ກໍ​ຈະ​ເປັນ​ຜູ້​ຮອງ​ຂອງ​ເຈົ້າ.”</verse>
				<verse number="18">ທັງສອງ​ໄດ້​ເຮັດ​ພັນທະສັນຍາ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ດາວິດ​ຍັງ​ອາໄສ​ຢູ່​ທີ່​ໂຮເຣັດ ສ່ວນ​ໂຢນາທານ​ນັ້ນ​ໄດ້​ຄືນ​ເມືອ​ເຮືອນ​ຂອງຕົນ.</verse>
				<verse number="19">ມີ​ຊາວ​ເມືອງ​ຊີເຟ​ບາງຄົນ​ໄດ້​ໄປ​ຫາ​ກະສັດ​ໂຊນ​ຢູ່​ທີ່​ເມືອງ​ກີເບອາ ແລະ​ບອກ​ເພິ່ນ​ວ່າ, “ດາວິດ​ກຳລັງ​ລີ້​ຢູ່​ໃນ​ເຂດແດນ​ຂອງ​ພວກ​ຂ້ານ້ອຍ​ທີ່​ໂຮເຣັດ​ຕາມ​ເທິງ​ພູ​ຮາກີລາ ທາງ​ພາກໃຕ້​ຂອງ​ຖິ່ນ​ແຫ້ງແລ້ງ​ກັນດານ​ຢູດາຍ.</verse>
				<verse number="20">ພວກ​ຂ້ານ້ອຍ​ຮູ້​ດີ​ວ່າ ທ່ານ​ຕ້ອງການ​ຕົວ​ຂອງ​ດາວິດ​ຫລາຍ​ເທົ່າໃດ. ສະນັ້ນ ຂໍ​ເຊີນ​ທ່ານ​ໄປ​ທີ່​ເຂດແດນ​ຂອງ​ພວກ​ຂ້ານ້ອຍ ແລະ​ພວກ​ຂ້ານ້ອຍ​ຈະ​ມອບ​ລາວ​ໃຫ້​ທ່ານ.”</verse>
				<verse number="21">ກະສັດ​ໂຊນ​ຕອບ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ພວກເຈົ້າ​ທີ່​ມີ​ນໍ້າໃຈ​ອັນ​ດີ​ຕໍ່​ເຮົາ.</verse>
				<verse number="22">ເພື່ອ​ຄວາມ​ແນ່ໃຈ​ໃຫ້​ພວກເຈົ້າ​ໄປ​ເບິ່ງ​ອີກເທື່ອໜຶ່ງ ແລະ​ຖາມ​ເບິ່ງ​ວ່າ​ມັນ​ຢູ່​ບ່ອນໃດ​ແທ້ໆ ແລະ​ແມ່ນ​ຜູ້ໃດ​ແດ່​ເຫັນ​ມັນ​ຢູ່​ທີ່​ນັ້ນ ເຮົາ​ໄດ້ຍິນ​ວ່າ​ມັນ​ເປັນ​ຄົນ​ທີ່​ມີ​ເລ້ຫລ່ຽມ​ຫລາຍ​ທີ່ສຸດ.</verse>
				<verse number="23">ສະນັ້ນ ຈົ່ງ​ໄປ​ສືບ​ເບິ່ງ​ຢ່າງ​ຄັກແນ່​ວ່າ​ມັນ​ຢູ່​ບ່ອນໃດ​ແທ້ໆ ແລະ​ໃຫ້​ນຳ​ເອົາ​ລາຍລະອຽດ​ຕ່າງໆ​ມາ​ລາຍງານ​ເຮົາ​ທັນທີ ແລ້ວ​ເຮົາ​ຈະ​ໄປ​ກັບ​ພວກເຈົ້າ. ຖ້າ​ມັນ​ຍັງ​ຢູ່​ໃນ​ເຂດນັ້ນ ເຮົາ​ຈະ​ຕາມ​ໄປ​ຂ້າ​ມັນ. ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ຕ້ອງ​ຊອກ​ຄົ້ນຫາ​ມັນ​ທົ່ວ​ທັງ​ດິນແດນ​ຢູດາຍ​ກໍຕາມ.”</verse>
				<verse number="24">ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ກັບຄືນ​ເມືອ​ເມືອງ​ຊີເຟ​ກ່ອນ​ກະສັດ​ໂຊນ. ສ່ວນ​ດາວິດ​ແລະ​ຄົນ​ທັງຫລາຍ​ຂອງຕົນ​ນັ້ນ​ໄດ້​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ມາໂອນ ໃນ​ອາຣາບາ​ທາງທິດໃຕ້​ຂອງ​ເຢຊີໂມນ.</verse>
				<verse number="25">ກະສັດ​ໂຊນ​ກັບ​ທະຫານ​ຂອງ​ເພິ່ນ​ໄດ້​ອອກ​ໄປ​ຊອກ​ຫາ​ດາວິດ ແຕ່​ເພິ່ນ​ຮູ້​ເລື່ອງ​ນີ້​ກ່ອນ ຈຶ່ງ​ໄດ້​ປົບ​ໜີໄປ​ທີ່​ເນີນພູ​ຫີນ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ມາໂອນ ແລະ​ອາໄສ​ຢູ່​ໃນ​ທີ່ນັ້ນ. ເມື່ອ​ກະສັດ​ໂຊນ​ຮູ້​ຂ່າວ​ນີ້ ເພິ່ນ​ກໍ​ອອກ​ຕາມລ່າ​ດາວິດ.</verse>
				<verse number="26">ກະສັດ​ໂຊນ​ກັບ​ທະຫານ​ຂອງຕົນ​ຢູ່​ທາງ​ພູ​ເບື້ອງ​ໜຶ່ງ ສ່ວນ​ດາວິດ​ກັບ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ກໍ​ຢູ່​ທາງ​ພູ​ເບື້ອງ​ໜຶ່ງ​ອີກ. ໃນ​ຂະນະທີ່​ດາວິດ​ກັບ​ຄົນ​ທັງຫລາຍ​ຂອງຕົນ​ກຳລັງ​ປົບໜີ​ຈາກ​ກະສັດ​ໂຊນ​ກັບ​ທະຫານ​ຂອງ​ເພິ່ນ ຊຶ່ງ​ພວມ​ໄລ່ຕາມ​ມາ​ເກືອບ​ຈະ​ຈັບ​ພວກເພິ່ນ​ໄດ້​ນັ້ນ</verse>
				<verse number="27">ກໍ​ມີ​ຄົນນຳຂ່າວ​ມາ​ບອກ​ກະສັດ​ໂຊນ​ວ່າ, “ພວກ​ຟີລິດສະຕິນ​ກຳລັງ​ຮຸກຮານ​ປະເທດຊາດ​ບ້ານເມືອງ ຮີບ​ກັບຄືນ​ເມືອ​ໄວໆ!”</verse>
				<verse number="28">ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ເລີກ​ໄລ່ຕາມ​ດາວິດ ແລະ​ກັບຄືນ​ໄປ​ຕໍ່ສູ້​ພວກ​ຟີລິດສະຕິນ. ດ້ວຍເຫດນີ້ ບ່ອນ​ນີ້​ຈຶ່ງ​ມີ​ຊື່​ວ່າ​ເນີນພູ​ແຫ່ງ​ການ​ແຍກຈາກ​ກັນ.</verse>
				<verse number="29">ດາວິດ​ໄດ້​ອອກ​ໜີໄປ​ສູ່​ອານາເຂດ​ເອນເກດີ ແລະ​ໄດ້​ຫລົບລີ້​ຢູ່​ໃນ​ທີ່ນັ້ນ.</verse>
			</chapter>
			<chapter number="24">
				<verse number="1">ເມື່ອ​ກະສັດ​ໂຊນ​ກັບ​ມາ​ແຕ່​ຕໍ່ສູ້​ພວກ​ຟີລິດສະຕິນ​ແລ້ວ ກໍ​ມີ​ຄົນ​ມາ​ລາຍງານ​ເພິ່ນ​ວ່າ ດາວິດ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ໃກ້​ກັບ​ເມືອງ​ເອນເກດີ.</verse>
				<verse number="2">ກະສັດ​ໂຊນ​ຈຶ່ງ​ເອົາ​ທະຫານ​ຜູ້​ເກັ່ງກ້າ​ທີ່ສຸດ​ໃນ​ຊາດ​ອິດສະຣາເອນ​ສາມພັນ​ຄົນ ອອກ​ໄປ​ຊອກ​ຫາ​ດາວິດ​ກັບ​ຄົນທັງຫລາຍ​ຂອງ​ເພິ່ນ ຢູ່​ທາງທິດ​ຕາເວັນອອກ​ຂອງ​ໂງ່ນຫີນ​ແບ້​ປ່າ.</verse>
				<verse number="3">ກະສັດ​ໂຊນ​ໄດ້​ເຂົ້າ​ໄປ​ຖ່າຍ​ຢູ່​ໃນ​ຖໍ້າ​ແຫ່ງ​ໜຶ່ງ ໃກ້ໆ​ກັບ​ຄອກ​ແກະ​ທີ່​ຢູ່​ແປະ​ແຄມ​ທາງ. ພໍດີ​ຢູ່​ໃນ​ຖໍ້າ​ນັ້ນ​ມີ​ດາວິດ​ກັບ​ພວກຄົນ​ຂອງ​ລາວ​ລີ້​ຢູ່.</verse>
				<verse number="4">ພວກ​ທະຫານ​ຈຶ່ງ​ເວົ້າ​ກັບ​ດາວິດ​ວ່າ, “ນີ້​ແມ່ນ​ໂອກາດ​ຂອງທ່ານ​ແລ້ວ ພຣະເຈົ້າຢາເວ​ໄດ້​ມອບ​ສັດຕູ​ຂອງທ່ານ​ໄວ້​ຢູ່​ໃນ​ກຳມື​ຂອງທ່ານ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ບັດນີ້ ຈົ່ງ​ເຮັດ​ກັບ​ສັດຕູ​ຂອງທ່ານ​ຕາມ​ທີ່​ຕ້ອງການ​ສາ.” ດາວິດ​ຈຶ່ງ​ຄານ​ອອກ​ມາ​ຕັດ​ສົ້ນ​ເສື້ອລ່າມ​ຂອງ​ກະສັດ​ໂຊນ ໂດຍ​ທີ່​ເພິ່ນ​ບໍ່​ຮູ້​ຕົວ,</verse>
				<verse number="5">ແຕ່​ພໍ​ດາວິດ​ເຮັດ​ເຊັ່ນນັ້ນ ຫົວໃຈ​ຂອງ​ເພິ່ນ​ກໍ​ເຕັ້ນ​ສຸດແຮງ</verse>
				<verse number="6">ສະນັ້ນ ເພິ່ນ​ຈຶ່ງ​ເວົ້າ​ກັບ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ວ່າ, “ຂໍ​ພຣະເຈົ້າຢາເວ​ຢ່າ​ອະນຸຍາດ​ໃຫ້​ຂ້ອຍ​ທຳຮ້າຍ​ເຈົ້ານາຍ​ຂອງຂ້ອຍ ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ເຈີມຕັ້ງ​ໄວ້; ຄື​ທີ່​ຈະ​ຢຽດມື​ຂອງຂ້ອຍ​ໄປ​ຕໍ່ສູ້​ເພິ່ນ ເພາະ​ເພິ່ນ​ເປັນ​ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ເຈີມຕັ້ງ​ໄວ້.”</verse>
				<verse number="7">ດັ່ງນັ້ນ ດາວິດ​ຈຶ່ງ​ຊັກຊວນ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ບໍ່​ໃຫ້​ຕໍ່ສູ້​ກະສັດ​ໂຊນ. ກະສັດ​ໂຊນ​ລຸກ​ຂຶ້ນ ແລະ​ອອກ​ມາ​ຈາກ​ຖໍ້າ ແລ້ວ​ເພິ່ນ​ກໍ​ເດີນທາງ​ຕໍ່ໄປ.</verse>
				<verse number="8">ສ່ວນ​ດາວິດ​ກໍ​ຍ່າງ​ອອກ​ມາ​ຕາມຫລັງ​ແລະ​ຮ້ອງ​ໃສ່​ເພິ່ນ​ວ່າ, “ຂ້າແດ່​ພະຣາຊາ” ກະສັດ​ໂຊນ​ຫລຽວຫລັງ​ເບິ່ງ​ໄປ​ອ້ອມໆ ແລະ​ດາວິດ​ກໍ​ຂາບລົງ​ດ້ວຍ​ຄວາມນັບຖື</verse>
				<verse number="9">ແລະ​ຖາມ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ຟັງຄວາມ​ຂອງ​ປະຊາຊົນ​ທີ່​ບອກ​ທ່ານ​ວ່າ ຂ້ານ້ອຍ​ກຳລັງ​ພະຍາຍາມ​ທຳຮ້າຍ​ທ່ານ,</verse>
				<verse number="10">ທ່ານ​ຄົງ​ເຫັນ​ດ້ວຍ​ຕົນເອງ​ແລ້ວ​ວ່າ ເມື່ອ​ຫວ່າງກີ້​ນີ້ເອງ​ຢູ່​ໃນ​ຖໍ້າ​ນັ້ນ ພຣະເຈົ້າຢາເວ​ໄດ້​ມອບ​ທ່ານ​ໄວ້​ໃນ​ກຳມື​ຂອງ​ຂ້ານ້ອຍ. ຄົນ​ຂອງ​ຂ້ານ້ອຍ​ບາງຄົນ​ບອກ​ໃຫ້​ຂ້ານ້ອຍ​ສັງຫານ​ທ່ານ​ເສຍ, ແຕ່​ຂ້ານ້ອຍ​ຮູ້ສຶກ​ອີດູ​ຕົນ​ທ່ານ​ຈຶ່ງ​ບອກ​ພວກເຂົາ​ວ່າ ຂ້ານ້ອຍ​ບໍ່ຄວນ​ທຳຮ້າຍ​ທ່ານ​ແຕ່​ຢ່າງໃດ ເພາະ​ທ່ານ​ເປັນ​ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ເຈີມຕັ້ງ​ໄວ້.</verse>
				<verse number="11">ພໍ່​ຂ້ານ້ອຍ​ເອີຍ ເບິ່ງ​ສົ້ນ​ເສື້ອລ່າມ​ຂອງທ່ານ​ທີ່​ຂ້ານ້ອຍ​ພວມ​ຖື​ຢູ່​ນີ້​ດູ ຂ້ານ້ອຍ​ຄວນ​ຂ້າ​ທ່ານ​ຖິ້ມ​ເສຍ​ແລ້ວ, ແຕ່​ຂ້ານ້ອຍ​ພຽງແຕ່​ໄດ້​ຕັດ​ເອົາ​ສົ້ນ​ເສື້ອ​ເທົ່ານັ້ນ. ອັນນີ້​ກໍ​ເຮັດ​ໃຫ້​ທ່ານ​ແນ່ໃຈ​ໄດ້​ແລ້ວ​ວ່າ ຂ້ານ້ອຍ​ບໍ່ໄດ້​ກະບົດ​ຫລື​ຄິດ​ທຳຮ້າຍ​ທ່ານ​ແຕ່​ຢ່າງໃດ. ແມ່ນ​ວ່າ​ຂ້ານ້ອຍ​ບໍ່ໄດ້​ເຮັດ​ຫຍັງ​ຜິດ​ຕໍ່​ທ່ານ​ກໍຕາມ ແຕ່​ທ່ານ​ກໍ​ຍັງ​ຕາມລ່າ​ຂ້ານ້ອຍ​ຢູ່.</verse>
				<verse number="12">ຂໍ​ໃຫ້​ພຣະເຈົ້າຢາເວ​ຕັດສິນ​ວ່າ ລະຫວ່າງ​ພວກເຮົາ​ແມ່ນ​ຜູ້ໃດ​ຜິດ​ແທ້ ຂໍ​ໃຫ້​ພຣະເຈົ້າຢາເວ ລົງໂທດ​ທ່ານ​ໃນ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ເພື່ອ​ຕໍ່ສູ້​ຂ້ານ້ອຍ​ນັ້ນ​ດ້ວຍ​ເຖີດ ເພາະ​ຂ້ານ້ອຍ​ບໍ່​ຄິດ​ແມ່ນແຕ່​ໜ້ອຍດຽວ​ທີ່​ຈະ​ທຳຮ້າຍ​ທ່ານ.</verse>
				<verse number="13">ທ່ານ​ກໍ​ຮູ້​ຄຳ​ບູຮານ​ທີ່​ມີ​ກ່າວ​ໄວ້​ວ່າ ‘ຄົນຊົ່ວ​ກໍ​ເຮັດ​ແຕ່​ຄວາມຊົ່ວ​ເທົ່ານັ້ນ.’ ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ບໍ່​ທຳຮ້າຍ​ທ່ານ.</verse>
				<verse number="14">ທ່ານ​ຕາມລ່າ​ຜູ້ໃດ? ແມ່ນ​ຂ້ານ້ອຍ​ບໍ ຂ້ານ້ອຍ​ເປັນ​ພຽງແຕ່​ໝາ​ຕາຍ ຫລື​ໂຕ​ໝັດ​ທີ່​ໜ້າ​ສັງເວດ​ເທົ່ານັ້ນ</verse>
				<verse number="15">ພຣະເຈົ້າຢາເວ​ຈະ​ຕັດສິນ​ດອກ​ວ່າ ໃນ​ເຮົາ​ທັງສອງ​ຄົນ​ນີ້​ແມ່ນ​ຜູ້ໃດ​ເປັນ​ຝ່າຍ​ຜິດ. ຂໍ​ໃຫ້​ພຣະອົງ​ພິຈາລະນາ​ເບິ່ງ​ໃນ​ເລື່ອງນີ້​ເພື່ອ​ປ້ອງກັນ​ຂ້ານ້ອຍ ແລະ​ຊ່ວຍຊູ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ກຳມື​ຂອງທ່ານ​ດ້ວຍ​ເທີ້ນ.”</verse>
				<verse number="16">ເມື່ອ​ດາວິດ​ເວົ້າ​ສຸດ​ແລ້ວ ກະສັດ​ໂຊນ​ກໍ​ກ່າວ​ວ່າ, “ດາວິດ ລູກ​ຂອງ​ພໍ່ ແມ່ນ​ເຈົ້າ​ແທ້​ບໍ?” ແລ້ວ​ເພິ່ນ​ກໍ​ຮ້ອງໄຫ້.</verse>
				<verse number="17">ເພິ່ນ​ກ່າວ​ແກ່​ດາວິດ​ວ່າ, “ເຈົ້າ​ເປັນ​ຝ່າຍ​ຖືກ​ແຕ່​ຂ້ອຍ​ເປັນ​ຝ່າຍ​ຜິດ. ເຈົ້າ​ເຮັດ​ດີທີ່ສຸດ​ຕໍ່​ຂ້ອຍ ໃນ​ເມື່ອ​ຂ້ອຍ​ເຮັດ​ຊົ່ວ​ຕໍ່​ເຈົ້າ.</verse>
				<verse number="18">ມື້ນີ້ ເຈົ້າ​ໄດ້​ສະແດງ​ໃຫ້​ຂ້ອຍ​ເຫັນ​ວ່າ​ເຈົ້າ​ດີ​ຕໍ່​ຂ້ອຍ​ເທົ່າໃດ ຍ້ອນ​ເຈົ້າ​ບໍ່ໄດ້​ຂ້າ​ຂ້ອຍ ໂດຍ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ຂ້ອຍ​ໄວ້​ຢູ່​ໃນ​ກຳມື​ຂອງ​ເຈົ້າ.</verse>
				<verse number="19">ຄົນ​ທີ່​ຈັບ​ສັດຕູ​ຂອງຕົນ​ໄດ້ ແລ້ວ​ປ່ອຍ​ໃຫ້​ໄປ​ຢ່າງ​ປອດໄພ​ຈະ​ມີ​ບໍ? ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ກັບ​ຂ້ອຍ​ໃນ​ມື້ນີ້​ເທີ້ນ</verse>
				<verse number="20">ບັດນີ້ ຂ້ອຍ​ຮູ້​ຢ່າງ​ຄັກແນ່​ແລ້ວ​ວ່າ ເຈົ້າ​ຈະ​ໄດ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ອານາຈັກ​ຈະ​ຄົງ​ຢູ່​ສືບ​ຕໍ່ໄປ​ພາຍໃຕ້​ການ​ປົກຄອງ​ຂອງ​ເຈົ້າ.</verse>
				<verse number="21">ແຕ່​ເຈົ້າ​ຈົ່ງ​ສາບານ​ກັບ​ຂ້ອຍ​ໂດຍ​ພຣະເຈົ້າຢາເວ​ວ່າ ເຈົ້າ​ຈະ​ໄວ້​ຊີວິດ​ເຊື້ອສາຍ​ຂອງຂ້ອຍ ແລະ​ຊື່​ຄອບຄົວ​ຂອງຂ້ອຍ​ຈະ​ບໍ່​ຖືກ​ລືມໄລ​ໄປ​ຢ່າງ​ໝົດສິ້ນ.”</verse>
				<verse number="22">ດາວິດ​ໄດ້​ສັນຍາ​ວ່າ​ຕົນ​ຈະ​ປະຕິບັດ​ຕາມ​ຄຳສັນຍາ​ນັ້ນ. ແລ້ວ​ກະສັດ​ໂຊນ​ກໍ​ກັບຄືນ​ເມືອ​ວັງ​ຂອງ​ເພິ່ນ ສ່ວນ​ດາວິດ​ກັບ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ກໍ​ກັບຄືນ​ສູ່​ບ່ອນ​ຫລົບລີ້​ຂອງ​ພວກຕົນ.</verse>
			</chapter>
			<chapter number="25">
				<verse number="1">ເມື່ອ​ຊາມູເອນ​ຕາຍໄປ​ນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ. ພວກເຂົາ​ໄດ້​ຝັງສົບ​ຂອງ​ເພິ່ນ​ໄວ້​ທີ່​ຣາມາ ບ້ານເມືອງ​ຂອງ​ເພິ່ນ​ເອງ. ຫລັງຈາກ​ນັ້ນ ດາວິດ​ໄດ້​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ.</verse>
				<verse number="2">ມີ​ຊາຍ​ຄົນ​ໜຶ່ງ​ຢູ່​ໃນ​ຕະກຸນ​ກາເລັບ​ຊື່​ວ່າ ນາບານ ລາວ​ເປັນ​ຊາວ​ເມືອງ​ມາໂອນ​ແລະ​ມີ​ທີ່ດິນ​ຢູ່​ໃກ້​ກັບ​ເມືອງ​ກາເມນ. ຊາຍ​ຜູ້​ນີ້​ເປັນ​ຄົນ​ຮັ່ງມີ ແລະ​ເປັນ​ເຈົ້າ​ຂອງ​ແກະ​ສາມພັນ​ໂຕ ແລະ​ແບ້​ໜຶ່ງພັນ​ໂຕ. ນາງ​ອາບີກາຍ​ເມຍ​ຂອງ​ລາວ​ເປັນ​ຄົນງາມ ແລະ​ສະຫລຽວ​ສະຫລາດ ສ່ວນ​ນາບານ​ນັ້ນ​ເປັນ​ຄົນ​ໃຈແຂງ​ແລະ​ໂຫດຮ້າຍ. ນາບານ​ກຳລັງ​ຕັດ​ຂົນແກະ​ຂອງຕົນ​ຢູ່​ໃນ​ເມືອງ​ກາເມນ</verse>
				<verse number="3"></verse>
				<verse number="4">ແລະ​ດາວິດ​ຜູ້​ທີ່​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ກໍ​ໄດ້​ຍິນ​ວ່າ ນາບານ​ກຳລັງ​ຕັດ​ຂົນແກະ​ຂອງຕົນ​ຢູ່.</verse>
				<verse number="5">ສະນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຊາຍໜຸ່ມ​ສິບ​ຄົນ​ນຳ​ເອົາ​ຄວາມ​ຢື້ຢາມ​ຖາມຂ່າວ ໄປ​ຫາ​ນາບານ​ທີ່​ເມືອງ​ກາເມນ.</verse>
				<verse number="6">ດາວິດ​ໄດ້​ແນະນຳ​ພວກເຂົາ​ໃຫ້​ບອກ​ນາບານ​ດັ່ງນີ້: “ເພື່ອນ​ເອີຍ ດາວິດ​ຂໍ​ຝາກ​ຄວາມ​ຢື້ຢາມ​ຖາມຂ່າວ​ມາ​ເຖິງ​ທ່ານ​ພ້ອມ​ກັບ​ຄວາມ​ປາຖະໜາ​ດີ ມາ​ເຖິງ​ທ່ານ​ກັບ​ຄອບຄົວ​ຂອງທ່ານ ແລະ​ທຸກສິ່ງ​ທີ່​ເປັນ​ຂອງທ່ານ​ດ້ວຍ.</verse>
				<verse number="7">ຂ້າພະເຈົ້າ​ຮູ້​ວ່າ​ທ່ານ​ພວມ​ຕັດ​ຂົນແກະ​ຢູ່ ແລະ​ຂ້າພະເຈົ້າ​ຢາກ​ໃຫ້​ທ່ານ​ຮູ້​ວ່າ ເມື່ອ​ພວກ​ລ້ຽງແກະ​ຂອງທ່ານ​ຢູ່​ກັບ​ພວກເຮົາ​ນັ້ນ ພວກເຮົາ​ບໍ່ໄດ້​ທຳຮ້າຍ​ພວກເຂົາ​ແຕ່​ຢ່າງ​ໃດ​ເລີຍ. ຕະຫລອດ​ເວລາ​ທີ່​ພວກເຂົາ​ຢູ່​ໃນ​ເມືອງ​ກາເມນ​ນີ້ ພວກເຂົາ​ບໍ່ໄດ້​ສູນເສຍ​ຫຍັງໝົດ.</verse>
				<verse number="8">ຂໍ​ທ່ານ​ຖາມ​ພວກ​ຊາຍໜຸ່ມ​ຂອງທ່ານ​ເບິ່ງ​ກໍໄດ້ ແລະ​ພວກເຂົາ​ກໍ​ຈະ​ບອກ​ໃຫ້​ທ່ານ​ຮູ້. ພວກເຮົາ​ມາ​ໃນ​ມື້​ງານກິນລ້ຽງ ແລະ​ດາວິດ​ກໍ​ຂໍຮ້ອງ​ກັບ​ທ່ານ ໄດ້​ໃຫ້​ການ​ຕ້ອນຮັບ​ພວກເຮົາ​ຢ່າງ​ກັນ​ເອງ. ຂໍ​ທ່ານ​ຈົ່ງ​ເອົາ​ສິ່ງຂອງ​ໃຫ້​ພວກເຮົາ​ກັບ​ດາວິດ​ເພື່ອນ​ທີ່ຮັກ​ຂອງທ່ານ ຕາມ​ທີ່​ທ່ານ​ສາມາດ​ໃຫ້​ໄດ້​ດ້ວຍ​ເທີ້ນ.”</verse>
				<verse number="9">ຄົນ​ຂອງ​ດາວິດ​ໄດ້​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ຕໍ່​ນາບານ​ໃນ​ນາມ​ຂອງ​ດາວິດ. ແລ້ວ​ພວກເຂົາ​ກໍ​ລໍ​ຖ້າ​ຢູ່​ໃນ​ທີ່ນັ້ນ</verse>
				<verse number="10">ແຕ່​ນາບານ​ກໍ​ຕອບ​ຄົນຮັບໃຊ້​ຂອງ​ດາວິດ​ວ່າ, “ດາວິດ​ແມ່ນ​ຜູ້ໃດ? ລູກ​ຊາຍ​ຂອງ​ເຢຊີ​ແມ່ນ​ຜູ້​ໃດ? ມີ​ທາດຮັບໃຊ້​ເປັນ​ຈຳນວນ​ຫຼວງຫຼາຍ​ທີ່​ປົບໜີ​ຈາກ​ນາຍ​ຂອງຕົນ.</verse>
				<verse number="11">ຂ້ອຍ​ຈະ​ບໍ່​ເອົາ​ເຂົ້າຈີ່, ນໍ້າ ແລະ​ສັດ​ທີ່​ຂ້ອຍ​ໄດ້​ຂ້າ​ສຳລັບ​ຄົນ​ຕັດ​ຂົນແກະ​ຂອງຂ້ອຍ ໃຫ້​ຄົນ​ທີ່​ຂ້ອຍ​ບໍ່​ຮູ້ຈັກ​ວ່າ​ເຂົາ​ມາ​ແຕ່​ໃສ​ໄດ້​ດອກ.”</verse>
				<verse number="12">ດັ່ງນັ້ນ ຄົນ​ຂອງ​ດາວິດ​ຈຶ່ງ​ກັບຄືນ​ເມືອ ແລະ​ບອກ​ຖ້ອຍຄຳ​ທີ່​ນາບານ​ໄດ້​ເວົ້າ​ນັ້ນ​ສູ່​ເພິ່ນ​ຟັງ.</verse>
				<verse number="13">ດາວິດ​ສັ່ງ​ວ່າ, “ຕຽມ​ເອົາ​ດາບ​ຂອງ​ພວກເຈົ້າ.” ແລະ​ພວກເຂົາ​ກໍໄດ້​ປະຕິບັດ​ຕາມ. ສ່ວນ​ດາວິດ​ນັ້ນ​ກໍ​ຖື​ເອົາ​ດາບ​ຂອງຕົນ​ຄືກັນ​ໂດຍ​ມີ​ຄົນ​ປະມານ​ສີ່ຮ້ອຍ​ຄົນ ອອກ​ເດີນທາງ​ໄປ​ກັບ​ເພິ່ນ ແລະ​ສ່ວນ​ອີກ​ສອງຮ້ອຍ​ຄົນ​ນັ້ນ ໄດ້​ປະ​ໄວ້​ໃຫ້​ຢູ່​ເຝົ້າ​ເຄື່ອງຂອງ.</verse>
				<verse number="14">ຕໍ່ມາ ຄົນ​ຮັບໃຊ້​ນາບານ​ຜູ້ໜຶ່ງ​ໄດ້​ມາ​ບອກ​ອາບີກາຍ​ເມຍ​ຂອງ​ນາບານ​ວ່າ, “ຍານາງ​ໄດ້ຍິນ​ບໍ​ວ່າ ດາວິດ​ໄດ້​ສົ່ງ​ຄົນ​ຂອງ​ເພິ່ນ​ມາ​ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ນຳ​ເອົາ​ຄວາມ​ຢື້ຢາມ​ຖາມຂ່າວ​ມາ​ເຖິງ​ນາຍ​ຂອງ​ພວກເຮົາ, ແຕ່​ເພິ່ນ​ຊໍ້າ​ພັດ​ໝິ່ນປະໝາດ​ພວກເຂົາ.</verse>
				<verse number="15">ຄາວ​ທີ່​ພວກເຮົາ​ຢູ່​ໃນ​ທົ່ງນາ​ກັບ​ພວກເຂົາ​ນັ້ນ ພວກເຂົາ​ດີ​ຕໍ່​ພວກເຮົາ​ຫລາຍ. ພວກເຂົາ​ບໍ່ເຄີຍ​ລົບກວນ​ພວກເຮົາ​ເລີຍ ແລະ​ພວກເຮົາ​ກໍ​ບໍ່ໄດ້​ສູນເສຍ​ສິ່ງຂອງ​ໃດໆ​ທັງສິ້ນ.</verse>
				<verse number="16">ຕອນ​ທີ່​ພວກເຮົາ​ເຝົ້າ​ຝູງສັດ​ຢູ່​ກັບ​ພວກເຂົາ​ນັ້ນ ພວກເຂົາ​ໄດ້​ປົກປັກ​ຮັກສາ​ພວກເຮົາ​ຕະຫລອດ​ວັນ​ຕະຫລອດ​ຄືນ.</verse>
				<verse number="17">ສະນັ້ນ ຈົ່ງ​ພິຈາລະນາ​ໃຫ້​ດີ​ເບິ່ງດູ ແລະ​ຕັດສິນໃຈ​ວ່າ​ຍານາງ​ຄວນ​ຈະ​ເຮັດ​ຢ່າງ​ໃດ ເລື່ອງ​ນີ້​ອາດ​ນຳ​ເອົາ​ຄວາມ​ຫຼົ້ມຈົມ​ມາ​ສູ່​ນາຍ​ຂອງ​ພວກເຮົາ ຕະຫລອດ​ທັງ​ທຸກຄົນ​ທີ່​ຢູ່​ໃນ​ຄອບຄົວ​ຂອງ​ເພິ່ນ​ກໍໄດ້. ເພິ່ນ​ເປັນ​ຄົນ​ດື້ດ້ານ​ທີ່ສຸດ​ຈຶ່ງ​ບໍ່​ຍອມ​ຟັງ​ຜູ້ໃດ​ໝົດ.”</verse>
				<verse number="18">ແລ້ວ​ອາບີກາຍ​ກໍ​ຟ້າວ​ຕຽມ​ເອົາ​ເຂົ້າຈີ່​ສອງຮ້ອຍ​ກ້ອນ, ເຫຼົ້າ​ອະງຸ່ນ​ສອງ​ຖົງ​ໜັງ, ແກະ​ເຜົາ​ຫ້າ​ໂຕ, ເຂົ້າ​ຂົ້ວ​ຫ້າ​ກະຖັງ, ໝາກອະງຸ່ນ​ແຫ້ງ​ຮ້ອຍ​ມັດ ແລະ​ເຂົ້າໜົມ​ໝາກເດື່ອ​ສອງຮ້ອຍ​ກ້ອນ​ບັນທຸກ​ໃສ່​ຫລັງ​ລໍ​ໄປ.</verse>
				<verse number="19">ແລ້ວ​ນາງ​ກໍ​ເວົ້າ​ກັບ​ພວກ​ຄົນ​ຮັບໃຊ້​ວ່າ, “ໃຫ້​ພວກເຈົ້າ​ອອກ​ໄປ​ກ່ອນ ແລະ​ຂ້ອຍ​ຈະ​ຕາມ​ໄປ​ນຳ​ຫລັງ.” ແຕ່​ນາງ​ບໍ່ໄດ້​ບອກ​ໃຫ້​ຜົວ​ຂອງຕົນ​ຮູ້​ນຳ​ແຕ່​ຢ່າງໃດໝົດ.</verse>
				<verse number="20">ໃນ​ຂະນະທີ່​ນາງ​ກຳລັງ​ຂີ່​ລໍ​ໄປ​ຕາມ​ເນີນພູ​ນັ້ນ ໃນທັນໃດ ນາງ​ໄດ້​ພົບ​ດາວິດ​ແລະ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ທີ່​ກຳລັງ​ມຸ່ງໜ້າ​ມາ​ຫາ​ນາງ.</verse>
				<verse number="21">ດາວິດ​ຄິດ​ໃນໃຈ​ວ່າ, “ເຫດໃດ​ຂ້ອຍ​ຈຶ່ງ​ຮັກສາ​ຊັບສິນ​ຂອງ​ຊາຍ​ຄົນ​ນີ້ ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ? ທຸກສິ່ງ​ທີ່​ເປັນ​ຂອງ​ລາວ​ບໍ່ໄດ້​ສູນເສຍ​ແຕ່​ຢ່າງໃດ​ໝົດ. ອັນນີ້​ບໍ ຄື​ການ​ຕອບແທນ​ໃນ​ສິ່ງ​ທີ່​ຂ້ອຍ​ໃຫ້​ການ​ຊ່ວຍເຫລືອ​ແກ່​ລາວ?</verse>
				<verse number="22">ຂໍ​ໃຫ້​ພຣະເຈົ້າ​ລົງໂທດ​ຂ້ອຍ ເຖິງ​ຕາຍ ຖ້າ​ຂ້ອຍ​ບໍ່ໄດ້​ຂ້າ​ຜູ້ຊາຍ​ທຸກຄົນ​ໃນ​ຄອບຄົວ​ຂອງ​ນາບານ ກ່ອນ​ມື້ອື່ນ​ເຊົ້າ.”</verse>
				<verse number="23">ພໍ​ອາບີກາຍ​ຫລຽວເຫັນ​ດາວິດ ນາງ​ກໍ​ຟ້າວ​ລົງ​ຈາກ​ຫລັງ​ລໍ ແລະ​ກົ້ມ​ຂາບລົງ​ດິນ</verse>
				<verse number="24">ນາງ​ຂາບລົງ​ທີ່​ຕີນ​ຂອງ​ດາວິດ ແລະ​ເວົ້າ​ວ່າ, “ທ່ານເອີຍ ກະລຸນາ​ຟັງ​ຂ້ານ້ອຍ​ກ່ອນ​ທ້ອນ ໃຫ້​ຂ້ານ້ອຍ​ຮັບ​ເອົາ​ຄວາມຜິດ​ທັງໝົດ​ນັ້ນ​ສາ.</verse>
				<verse number="25">ຂໍ​ຢ່າ​ໄດ້​ຖືຊາ​ນຳ​ນາບານ​ຄົນ​ທີ່​ບໍ່ມີ​ຫຍັງ​ດີ​ຜູ້​ນີ້​ເລີຍ ລາວ​ສົມ​ຊື່​ລາວ​ນັ້ນ​ແຫຼະ ຄື​ຄົນໂງ່ຈ້າ ທ່ານເອີຍ ຕອນ​ທີ່​ທ່ານ​ໃຊ້​ຄົນ​ໄປ​ນັ້ນ​ຂ້ານ້ອຍ​ບໍ່​ຢູ່.</verse>
				<verse number="26">ທ່ານເອີຍ ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່ ແລະ​ທ່ານ​ມີ​ຊີວິດຢູ່, ດ້ວຍວ່າ​ພຣະເຈົ້າຢາເວ​ໄດ້​ຫ້າມ​ທ່ານ​ບໍ່ໃຫ້​ແກ້ແຄ້ນ ແລະ​ຂ້າ​ສັດຕູ​ຂອງທ່ານ. ບັດນີ້ ຂໍ​ໃຫ້​ສັດຕູ​ທຸກຄົນ​ທີ່​ຢາກ​ທຳຮ້າຍ​ທ່ານ​ຖືກ​ລົງໂທດ​ຢ່າງ​ດຽວກັນ​ກັບ​ນາບານ.</verse>
				<verse number="27">ຂໍ​ທ່ານ​ກະລຸນາ​ຮັບ​ເອົາ​ຂອງຂວັນ​ທີ່​ຂ້ານ້ອຍ​ນຳ​ມາ​ໃຫ້​ທ່ານ ແລະ​ແຈກຢາຍ​ໃຫ້​ຄົນ​ຂອງທ່ານ​ກິນ​ເຖີດ.</verse>
				<verse number="28">ຂໍໂຜດ​ກະລຸນາ​ຍົກໂທດ​ໃນ​ສິ່ງໃດໆ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ຜິດ​ໄປ​ນັ້ນ​ສາ. ພຣະເຈົ້າຢາເວ​ຈະ​ໃຫ້​ທ່ານ​ເປັນ​ກະສັດ​ຕະຫລອດ​ທັງ​ເຊື້ອສາຍ​ຂອງທ່ານ​ດ້ວຍ ເພາະ​ທ່ານ​ກຳລັງ​ສູ້ຮົບ​ເພື່ອ​ພຣະເຈົ້າຢາເວ. ທ່ານ​ຄົງ​ບໍ່​ເຮັດ​ການຊົ່ວ ຢ່າງ​ໃດ​ເລີຍ ຕາບໃດ​ທີ່​ທ່ານ​ຍັງ​ມີ​ຊີວິດ​ຢູ່.</verse>
				<verse number="29">ຖ້າ​ມີ​ຜູ້ໃດ​ຜູ້ໜຶ່ງ​ຈະ​ໂຈມຕີ​ທ່ານ ແລະ​ພະຍາຍາມ​ຈະ​ຂ້າ​ທ່ານ ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ກໍ​ຈະ​ຮັກສາ​ທ່ານ​ໃຫ້​ພົ້ນ ເໝືອນດັ່ງ​ຜູ້ໜຶ່ງ​ທີ່​ເຝົ້າ​ຮັກສາ​ສົມບັດ​ອັນ​ປະເສີດ​ຂອງ​ພຣະອົງ. ສຳລັບ​ເຫຼົ່າ​ສັດຕູ​ຂອງທ່ານ​ນັ້ນ ພຣະອົງ​ຈະ​ໂຍນ​ພວກເຂົາ​ຖິ້ມ ດັ່ງ​ກ້ອນຫີນ​ທີ່​ຖືກ​ຍິງ​ອອກ​ໄປ​ຈາກ​ກະຖຸນ.</verse>
				<verse number="30">ໃນ​ເມື່ອ​ພຣະເຈົ້າຢາເວ​ຈະ​ກະທຳ​ສິ່ງ​ທີ່​ດີ​ທຸກຢ່າງ​ແກ່​ທ່ານ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້ ແລະ​ທັງ​ຕັ້ງ​ທ່ານ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ</verse>
				<verse number="31">ທ່ານ​ກໍ​ຈະ​ບໍ່​ເສຍໃຈ ຫລື​ກິນແໜງ​ທີ່​ທ່ານ​ຕ້ອງ​ໄດ້​ຂ້າ​ຄົນ​ໂດຍ​ບໍ່ມີ​ເຫດ​ຜົນ ຫລື​ທີ່​ທ່ານ​ຕ້ອງ​ໄດ້​ແກ້ແຄ້ນ​ດ້ວຍ​ຕົນເອງ. ທ່ານເອີຍ ເມື່ອໃດ​ພຣະເຈົ້າຢາເວ​ອວຍພອນ​ທ່ານ​ແລ້ວ ກະລຸນາ​ຢ່າ​ລືມ​ຂ້ານ້ອຍ​ເດີ.”</verse>
				<verse number="32">ດາວິດ​ເວົ້າ​ກັບ​ນາງ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ທີ່​ໄດ້​ສົ່ງ​ເຈົ້າ​ມາ​ພົບ​ຂ້ອຍ​ໃນ​ວັນນີ້.</verse>
				<verse number="33">ຂອບຄຸນ​ພຣະເຈົ້າ​ໃນ​ຄວາມ​ສະຫລາດ​ຂອງເຈົ້າ ແລະ​ຕໍ່​ສິ່ງ​ທີ່​ເຈົ້າ​ເຮັດ​ໃນ​ວັນນີ້ ຄື​ປ້ອງກັນ​ຂ້ອຍ​ຈາກ​ໂທດ​ຂ້າ​ຄົນ ແລະ​ຈາກ​ໂທດ​ທີ່​ລົງມື​ແກ້ແຄ້ນ​ໂດຍ​ຕົນເອງ.</verse>
				<verse number="34">ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ໄດ້​ລະງັບ​ຂ້ອຍ​ໄວ້ ບໍ່​ໃຫ້​ທຳຮ້າຍ​ເຈົ້າ, ແລະ​ຖ້າ​ເຈົ້າ​ບໍ່​ຟ້າວ​ມາ​ພົບ​ຂ້ອຍ ຜູ້ຊາຍ​ຂອງ​ນາບານ​ທຸກຄົນ​ຈະ​ຕ້ອງ​ຕາຍ​ໝົດ​ກ່ອນ​ມື້ອື່ນ​ເຊົ້າ.”</verse>
				<verse number="35">ແລ້ວ​ດາວິດ​ກໍ​ຮັບ​ເອົາ​ເຄື່ອງຂອງ​ທີ່​ນາງ​ນຳ​ມາ​ນັ້ນ ແລະ​ກ່າວ​ແກ່​ນາງ​ວ່າ, “ໃຫ້​ເຈົ້າ​ກັບ​ເມືອ​ສາ ຢ່າ​ໄດ້​ກັງວົນ​ເລີຍ ຂ້ອຍ​ຈະ​ເຮັດ​ຕາມ​ທີ່​ເຈົ້າ​ຕ້ອງການ.”</verse>
				<verse number="36">ນາງ​ອາບີກາຍ​ກັບຄືນ​ເມືອ​ຫາ​ນາບານ​ທີ່​ກຳລັງ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ ດັ່ງ​ກະສັດ​ຢູ່​ໃນ​ເຮືອນ​ຂອງຕົນ. ລາວ​ກຳລັງ​ມືນເມົາ​ແລະ​ມ່ວນຊື່ນ​ຢູ່. ສະນັ້ນ ນາງ​ອາບີກາຍ​ຈຶ່ງ​ບໍ່ໄດ້​ເວົ້າ​ຫຍັງ​ສູ່​ລາວ​ຟັງ​ຈົນເຖິງ​ມື້ອື່ນ​ເຊົ້າ.</verse>
				<verse number="37">ເມື່ອ​ລາວ​ເຊົາເມົາ​ແລ້ວ ນາງ​ຈຶ່ງ​ບອກ​ທຸກສິ່ງ​ໃຫ້​ລາວ​ຮູ້. ພໍ​ໄດ້ຍິນ​ດັ່ງນັ້ນ ນາບານ​ກໍ​ລົ້ມລົງ ແລະ​ເປັນ​ອຳມະພາດ​ໄປ​ທັງຕົວ.</verse>
				<verse number="38">ປະມານ​ສິບ​ວັນ​ຕໍ່ມາ ພຣະເຈົ້າຢາເວ​ກໍ​ລົງໂທດ​ນາບານ, ແລະ​ລາວ​ຕາຍໄປ.</verse>
				<verse number="39">ເມື່ອ​ດາວິດ​ຮັບ​ຂ່າວ​ວ່າ​ນາບານ​ໄດ້​ຕາຍໄປ​ແລ້ວ ເພິ່ນ​ຈຶ່ງ​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະອົງ​ໄດ້​ແກ້ແຄ້ນ​ນາບານ​ເພາະ​ລາວ​ໝິ່ນປະໝາດ​ຂ້ານ້ອຍ ແລະ​ພຣະອົງ​ຮັກສາ​ຂ້ານ້ອຍ​ຜູ້​ທີ່​ເປັນ​ຄົນ​ຮັບໃຊ້​ຂອງ​ພຣະອົງ​ບໍ່​ໃຫ້​ເຮັດ​ຜິດ. ພຣະເຈົ້າຢາເວ​ໄດ້​ລົງໂທດ​ນາບານ​ຍ້ອນ​ຄວາມ​ຊົ່ວຊ້າ​ທີ່​ລາວ​ໄດ້​ເຮັດ.” ແລ້ວ​ດາວິດ​ກໍ​ສົ່ງ​ຄົນ​ໄປ​ສູ່​ຂໍ​ເອົາ​ນາງ​ອາບີກາຍ​ມາ​ເປັນ​ເມຍ​ຂອງຕົນ.</verse>
				<verse number="40">ຄົນ​ຮັບໃຊ້​ຂອງ​ດາວິດ​ໄດ້​ມາ​ຫາ​ອາບີກາຍ​ທີ່​ກາເມນ ແລະ​ເວົ້າ​ກັບ​ນາງ​ວ່າ, “ດາວິດ​ໄດ້​ສົ່ງ​ພວກເຮົາ​ມາ​ຂໍ​ເອົາ​ຍານາງ​ໄປ​ເປັນ​ເມຍ​ຂອງ​ເພິ່ນ.”</verse>
				<verse number="41">ນາງ​ອາບີກາຍ​ກົ້ມ​ຂາບລົງ ແລະ​ຕອບ​ວ່າ, “ຂ້ອຍ​ເອງ​ເປັນ​ຜູ້ຮັບໃຊ້​ຂອງ​ເພິ່ນ ແລະ​ພ້ອມແລ້ວ​ທີ່​ຈະ​ລ້າງ​ຕີນ​ໃຫ້​ພວກ​ຜູ້ຮັບໃຊ້​ຂອງ​ເພິ່ນ.”</verse>
				<verse number="42">ແລ້ວ​ນາງ​ກໍ​ຟ້າວ​ລຸກ​ຂຶ້ນ ແລະ​ຂີ່​ລໍ​ໄປ​ພ້ອມ​ດ້ວຍ​ສາວໃຊ້​ຫ້າ​ຄົນ. ນາງ​ໄປ​ກັບ​ພວກ​ຄົນ​ຮັບໃຊ້​ຂອງ​ດາວິດ ແລະ​ກາຍເປັນ​ເມຍ​ຂອງ​ເພິ່ນ.</verse>
				<verse number="43">ດາວິດ​ຍັງ​ໄດ້​ແຕ່ງງານ​ກັບ​ນາງ​ອາຮີໂນອາມ​ຊາວ​ຢິດຊະເຣນ ແລະ​ບັດນີ້​ເພິ່ນ​ຍັງ​ເອົາ​ນາງ​ອາບີກາຍ​ມາ​ເປັນ​ເມຍ​ຂອງ​ເພິ່ນ​ອີກ.</verse>
				<verse number="44">ໃນ​ລະຫວ່າງ​ນັ້ນ ກະສັດ​ໂຊນ​ກໍໄດ້​ມອບ​ນາງ​ມີການ​ລູກສາວ​ຂອງຕົນ ທີ່​ເປັນ​ເມຍ​ຂອງ​ດາວິດ​ໃຫ້​ປານຕີ ລູກຊາຍ​ຂອງ​ລາອິດ ຊາວ​ການລິມ.</verse>
			</chapter>
			<chapter number="26">
				<verse number="1">ຄົນ​ຊາວ​ເມືອງ​ຊີເຟ​ໄດ້​ມາ​ຫາ​ກະສັດ​ໂຊນ​ທີ່​ເມືອງ​ກີເບອາ ແລະ​ບອກ​ເພິ່ນ​ວ່າ, “ດາວິດ​ກຳລັງ​ລີ້​ຢູ່​ທີ່​ເທິງ​ພູ​ຮາກີລາ ທາງ​ທິດ​ຕາເວັນອອກ​ຂອງ​ເຢຊີໂມນ.”</verse>
				<verse number="2">ໃນທັນໃດ ກະສັດ​ໂຊນ​ໄດ້​ອອກ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີເຟ. ເພິ່ນ​ໄດ້​ຄັດເລືອກ​ເອົາ​ທະຫານ​ທີ່​ເກັ່ງກ້າ​ທີ່ສຸດ​ໃນ​ຊາດ​ອິດສະຣາເອນ​ໄປ​ນຳ​ສາມພັນ​ຄົນ ເພື່ອ​ຊອກ​ຫາ​ດາວິດ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ</verse>
				<verse number="3">ແລະ​ໄດ້​ຕັ້ງ​ຄ້າຍ​ຢູ່​ໃກ້​ກັບ​ຖະໜົນ​ຕາມ​ເທິງ​ພູ​ຮາກີລາ. ຝ່າຍ​ດາວິດ​ນັ້ນ​ຍັງ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ເມື່ອ​ໄດ້ຍິນ​ວ່າ​ກະສັດ​ໂຊນ​ມາ​ຊອກ​ຫາ​ຕົນ​ອີກ</verse>
				<verse number="4">ເພິ່ນ​ຈຶ່ງ​ສົ່ງ​ນັກສືບ​ສອດແນມ​ອອກ​ໄປ​ແລະ​ສືບຮູ້​ວ່າ ກະສັດ​ໂຊນ​ໄດ້​ມາ​ຮອດ​ບ່ອນ​ນັ້ນ​ແທ້.</verse>
				<verse number="5">ດາວິດ​ຈຶ່ງ​ອອກ​ໄປ​ບ່ອນ​ທີ່​ກະສັດ​ໂຊນ​ໄດ້​ຕັ້ງ​ຄ້າຍ​ຢູ່​ນັ້ນ​ທັນທີ ແລະ​ໄດ້​ພົບ​ບ່ອນ​ອັນ​ແນ່ນອນ​ທີ່​ກະສັດ​ໂຊນ​ກັບ​ອັບເນ​ລູກຊາຍ​ຂອງ​ເນຣະ ຜູ້​ບັນຊາການ​ທະຫານ​ຂອງ​ກະສັດ​ໂຊນ​ກຳລັງ​ນອນ​ພັກຜ່ອນ​ຢູ່. ກະສັດ​ໂຊນ​ນອນ​ຢູ່​ກາງຄ້າຍ ໂດຍ​ມີ​ທະຫານ​ຕັ້ງ​ຄ້າຍ​ອ້ອມຮອບ​ເພິ່ນ​ໄວ້.</verse>
				<verse number="6">ແລ້ວ​ດາວິດ​ກໍ​ຖາມ​ອາຮີເມເຫຼັກ​ຄົນ​ຮິດຕີ ແລະ​ອາບີໄຊ​ນ້ອງຊາຍ​ຂອງ​ໂຢອາບ (ສອງ​ຄົນ​ນີ້​ເປັນ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ) ວ່າ, “ແມ່ນ​ຜູ້ໃດ​ຈະ​ໄປ​ທີ່​ຄ້າຍ​ຂອງ​ກະສັດ​ໂຊນ​ນຳ​ຂ້ອຍ​ແດ່?” ອາບີໄຊ​ຕອບ​ວາ, “ຂ້ານ້ອຍ​ຈະ​ໄປ.”</verse>
				<verse number="7">ສະນັ້ນ ດາວິດ​ກັບ​ອາບີໄຊ​ຈຶ່ງ​ເຂົ້າ​ໄປ​ໃນ​ຄ້າຍ​ຂອງ​ກະສັດ​ໂຊນ​ໃນ​ຄືນ​ນັ້ນ ແລະ​ພົບ​ວ່າ​ເພິ່ນ​ກຳລັງ​ນອນ​ຢູ່​ໃນ​ກາງຄ້າຍ ໂດຍ​ມີ​ຫອກ​ສຽບ​ໄວ້​ກັບ​ພື້ນດິນ​ໃກ້​ທີ່​ຫົວ​ຂອງ​ເພິ່ນ. ສ່ວນ​ອັບເນ​ແລະ​ທະຫານ​ກໍ​ນອນ​ອ້ອມ​ເພິ່ນ​ຢູ່.</verse>
				<verse number="8">ອາບີໄຊ​ຈຶ່ງ​ເວົ້າ​ກັບ​ດາວິດ​ວ່າ, “ຄືນ​ມື້ນີ້ ພຣະເຈົ້າ​ໄດ້​ມອບ​ສັດຕູ​ຂອງທ່ານ​ໄວ້​ໃນ​ກຳມື​ຂອງທ່ານ​ແລ້ວ. ບັດນີ້​ຂໍ​ໃຫ້​ຂ້ານ້ອຍ​ເອົາ​ຫອກ​ຂອງ​ເພິ່ນ​ແທງ​ເພິ່ນ​ໃຫ້​ຊອດ​ຄາ​ພື້ນດິນ​ສາ ແທງ​ເທື່ອ​ດຽວ​ເທົ່ານັ້ນ​ແຫຼະ ບໍ່​ຈຳເປັນ​ແທງ​ຮອດ​ສອງ​ເທື່ອ​ດອກ.”</verse>
				<verse number="9">ແຕ່​ດາວິດ​ໄດ້ກ່າວ​ຕໍ່​ອາບີໄຊ​ວ່າ, “ເຈົ້າ​ບໍ່ຄວນ​ທຳຮ້າຍ​ເພິ່ນ​ເລີຍ ເພາະ​ຜູ້ໃດ​ທີ່​ຢຽດມື​ອອກ​ຕໍ່ສູ້​ກະສັດ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ຫົດສົງ​ໄວ້ ພຣະອົງ​ຈະ​ລົງ​ໂທດ​ຜູ້​ນັ້ນ​ຢ່າງ​ແນ່ນອນ.”</verse>
				<verse number="10">ດາວິດ​ໄດ້ກ່າວ​ວ່າ, “ແນ່ນອນ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່, ພຣະເຈົ້າຢາເວ​ເອງ​ຈະ​ເປັນ​ຜູ້​ທີ່​ຂ້າ​ກະສັດ​ໂຊນ, ເມື່ອ​ເວລາ​ມາ​ເຖິງ ເພິ່ນ​ອາດ​ຕາຍ​ຢ່າງ​ທຳມະດາ ຫລື​ຕາຍ​ໃນ​ສະໜາມຮົບ​ກໍໄດ້.</verse>
				<verse number="11">ພຣະເຈົ້າຢາເວ​ຫ້າມ​ຂ້ອຍ​ໄວ້​ວ່າ, ຂ້ອຍ​ບໍ່ຄວນ​ທຳຮ້າຍ​ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຊົງເຈີມ​ໄວ້ ພວກເຮົາ​ເອົາ​ແຕ່​ຫອກ​ກັບ​ໄຫ​ນໍ້າ​ຂອງ​ເພິ່ນ​ໜີໄປ​ກໍ​ພໍ.”</verse>
				<verse number="12">ດັ່ງນັ້ນ ດາວິດ​ຈຶ່ງ​ຈັບ​ເອົາ​ຫອກ​ແລະ​ໄຫ​ນໍ້າ ຊຶ່ງ​ຢູ່​ໃກ້​ກັບ​ຫົວ​ຂອງ​ກະສັດ​ໂຊນ​ນັ້ນ​ແລະ​ພາກັນ​ໜີໄປ. ບໍ່ມີ​ຜູ້ໃດ​ຕື່ນ​ຂຶ້ນ​ແລະ​ຮູ້​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ນັ້ນ​ເລີຍ, ພວກເຂົາ​ທຸກຄົນ​ພາກັນ​ນອນຫລັບ​ສະໜິດ ເພາະ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ທຸກຄົນ​ນອນຫລັບ.</verse>
				<verse number="13">ແລ້ວ​ດາວິດ​ກໍໄດ້​ຂ້າມ​ຮ່ອມພູ​ໄປ​ເທິງ​ເນີນພູ​ໜ່ວຍ​ອື່ນ ແລະ​ຕັ້ງ​ທ່າ​ຢູ່​ບ່ອນ​ທີ່​ຫ່າງໄກ​ພໍສົມຄວນ​ຈາກ​ຄ້າຍ​ຂອງ​ກະສັດ​ໂຊນ.</verse>
				<verse number="14">ເພິ່ນ​ຮ້ອງ​ໃສ່​ທະຫານ​ຂອງ​ກະສັດ​ໂຊນ​ແລະ​ອັບເນ​ລູກຊາຍ​ຂອງ​ເນຣະ​ວ່າ, “ອັບເນ ເຈົ້າ​ໄດ້ຍິນ​ສຽງ​ຂອງຂ້ອຍ​ຫລື​ບໍ່?” ອັບເນ​ຮ້ອງ​ຖາມ​ຄືນ​ວ່າ, “ແມ່ນ​ຜູ້ໃດ​ຮ້ອງ​ແລະ​ກ້າ​ປຸກ​ກະສັດ​ໃຫ້​ຕື່ນ?”</verse>
				<verse number="15">ດາວິດ​ຮ້ອງ​ຕອບ​ວ່າ, “ອັບເນ ເຈົ້າ​ເປັນ​ຜູ້​ຍິ່ງໃຫຍ່​ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ່ແມ່ນ​ບໍ? ດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ປ້ອງກັນ​ກະສັດ​ນາຍ​ເໜືອ​ຫົວ​ຂອງ​ເຈົ້າ? ເມື່ອກີ້ນີ້​ໄດ້​ມີ​ຄົນ​ເຂົ້າ​ໄປ​ໃນ​ຄ້າຍ​ເພື່ອ​ຂ້າ​ນາຍ​ຂອງ​ເຈົ້າ.</verse>
				<verse number="16">ທີ່​ເຈົ້າ​ໄດ້​ລະເລີຍ​ຕໍ່​ໜ້າທີ່​ຂອງ​ເຈົ້າ​ເປັນ​ການ​ບໍ່ດີ ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ພວກເຈົ້າ​ທັງໝົດ​ສົມຄວນ​ຕ້ອງ​ຕາຍ ເພາະ​ເຈົ້າ​ບໍ່ໄດ້​ປ້ອງກັນ​ນາຍ​ເໜືອ​ຫົວ​ຂອງ​ເຈົ້າ ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຊົງເຈີມ. ເບິ່ງ​ນີ້​ແມ! ຫອກ​ຂອງ​ກະສັດ​ຢູ່​ໃສ ແລະ​ໄຫ​ນໍ້າ​ທີ່​ຕັ້ງ​ຢູ່​ໃກ້​ຫົວ​ຂອງ​ເພິ່ນ​ຢູ່​ໃສ​ແລ້ວ?”</verse>
				<verse number="17">ກະສັດ​ໂຊນ​ຈື່​ສຽງ​ຂອງ​ດາວິດ​ໄດ້ ຈຶ່ງ​ເອີ້ນ​ຖາມ​ວ່າ, “ດາວິດ ລູກ​ຂອງ​ພໍ່​ເອີຍ ແມ່ນ​ເຈົ້າ​ຊັ້ນບໍ?” ດາວິດ​ຕອບ​ວ່າ, “ແມ່ນແລ້ວ ພະຣາຊາ​ເຈົ້າ​ຂ້າ”</verse>
				<verse number="18">ແລະ​ກ່າວ​ຕໍ່ໄປ​ວ່າ, “ທ່ານເອີຍ ເຫດໃດ​ທ່ານ​ຈຶ່ງ​ຍັງ​ສືບຕໍ່​ຕາມລ່າ​ຂ້ານ້ອຍ ຜູ້ຮັບໃຊ້​ຂອງທ່ານ​ຢູ່? ຂ້ານ້ອຍ​ໄດ້​ເຮັດ​ຜິດ​ຫຍັງ? ຂ້ານ້ອຍ​ເຮັດ​ຜິດ​ກົດໝາຍ​ຫຍັງ​ແດ່?</verse>
				<verse number="19">ຂ້າແດ່​ພະຣາຊາ ຂໍ​ທ່ານ​ຟັງ​ຂ້ານ້ອຍ​ເວົ້າ​ສາ​ກ່ອນ ຖ້າ​ແມ່ນ​ພຣະເຈົ້າຢາເວ​ໃຫ້​ທ່ານ​ເປັນ​ຜູ້​ຕໍ່ສູ້​ຂ້ານ້ອຍ​ແລ້ວ ການ​ຖວາຍບູຊາ​ຢ່າງ​ໜຶ່ງ​ກໍ​ຈະ​ກະທຳ​ໃຫ້​ພຣະອົງ​ປ່ຽນໃຈ, ແຕ່​ຖ້າ​ແມ່ນ​ມະນຸດ​ເປັນ​ຜູ້​ກະທຳ​ເອງ ກໍ​ຂໍ​ໃຫ້​ຄຳສາບແຊ່ງ​ຂອງ​ພຣະເຈົ້າຢາເວ​ຕົກ​ຖືກ​ພວກເຂົາ ເພາະ​ພວກເຂົາ​ເອງ​ເປັນ​ຜູ້​ຕາມລ່າ​ຂ້ານ້ອຍ​ໃຫ້​ອອກ​ຈາກ​ດິນແດນ​ຂອງ​ພຣະເຈົ້າຢາເວ ແລະ​ໃຫ້​ຂ້ານ້ອຍ​ໄປ​ອາໄສ​ຢູ່​ໃນ​ປະເທດ​ທີ່​ຂ້ານ້ອຍ​ຈຳເປັນ​ຕ້ອງ​ຂາບໄຫວ້​ພະອື່ນ.</verse>
				<verse number="20">ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ຖືກ​ຂ້າ​ໃນ​ດິນແດນ​ຂອງ​ປະເທດ​ອື່ນ ທີ່​ຫ່າງໄກ​ຈາກ​ພຣະພັກ​ຂອງ​ພຣະເຈົ້າຢາເວ​ເລີຍ. ເຫດໃດໜໍ ກະສັດ​ແຫ່ງ​ຊາດ​ອິດສະຣາເອນ​ຈຶ່ງ​ຕາມ​ສັງຫານ​ຂ້ານ້ອຍ ຜູ້​ຕໍ່າຕ້ອຍ​ດັ່ງ​ໂຕ​ໝັດ? ເຫດໃດໜໍ ທ່ານ​ຈຶ່ງ​ຕາມລ່າ​ຂ້ານ້ອຍ​ດັ່ງ​ນົກ​ປ່າ?”</verse>
				<verse number="21">ກະສັດ​ໂຊນ​ຕອບ​ວ່າ, “ດາວິດ ລູກຊາຍ​ຂອງ​ພໍ່​ເອີຍ ຂ້ອຍ​ໄດ້​ເຮັດ​ຜິດ​ໄປ​ແລ້ວ ຈົ່ງ​ກັບຄືນ​ມາ​ສາ. ຂ້ອຍ​ຈະ​ບໍ່​ທຳຮ້າຍ​ເຈົ້າ​ອີກ​ຕໍ່ໄປ ເພາະ​ໃນ​ຄືນນີ້​ເຈົ້າ​ໄດ້​ໄວ້​ຊີວິດ​ຂອງຂ້ອຍ. ຂ້ອຍ​ຊ່າງ​ເປັນ​ຄົນໂງ່ຈ້າ​ແທ້ໜໍ ແລະ​ຂ້ອຍ​ກໍໄດ້​ເຮັດ​ໃນ​ສິ່ງ​ທີ່​ໂຫດຮ້າຍ​ທີ່ສຸດ.”</verse>
				<verse number="22">ດາວິດ​ຕອບ​ຄືນ​ວ່າ, “ຂ້າແດ່​ພະຣາຊາ ນີ້ເດ​ຫອກ​ຂອງທ່ານ ໃຫ້​ທະຫານ​ຜູ້ໜຶ່ງ​ຂອງທ່ານ​ຂຶ້ນ​ມາ​ເອົາ​ໄປ​ເຖີດ.</verse>
				<verse number="23">ພຣະເຈົ້າຢາເວ​ຈະ​ໃຫ້​ບຳເໜັດ​ແກ່​ຜູ້​ທີ່​ສັດຊື່​ແລະ​ທ່ຽງທຳ ມື້ນີ້ ພຣະອົງ​ມອບ​ທ່ານ​ໄວ້​ໃນ​ກຳມື​ຂອງ​ຂ້ານ້ອຍ​ແລ້ວ, ແຕ່​ຂ້ານ້ອຍ​ບໍ່ໄດ້​ທຳຮ້າຍ​ທ່ານ ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຊົງເຈີມ.</verse>
				<verse number="24">ເໝືອນກັນ​ກັບ​ທີ່​ຂ້ານ້ອຍ​ໄດ້​ໄວ້​ຊີວິດ​ຂອງທ່ານ​ແລ້ວ​ໃນ​ມື້ນີ້ ຂໍ​ພຣະເຈົ້າຢາເວ​ກະທຳ​ຕໍ່​ຂ້ານ້ອຍ​ເຊັ່ນດຽວ​ກັນ​ເຖີດ ແລະ​ຂໍ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ​ທຸກຢ່າງ​ດ້ວຍ.”</verse>
				<verse number="25">ກະສັດ​ໂຊນ​ກ່າວ​ແກ່​ດາວິດ​ວ່າ, “ລູກຊາຍ​ຂອງ​ພໍ່​ເອີຍ ຂໍ​ໃຫ້​ພຣະເຈົ້າ​ອວຍພອນ​ເຈົ້າ​ເຖີດ ເຈົ້າ​ຈະ​ປະສົບ​ຜົນ​ສຳເລັດ​ໃນ​ທຸກສິ່ງ​ທີ່​ເຈົ້າ​ກະທຳ.” ແລ້ວ​ດາວິດ​ກໍ​ຈາກ​ໄປ​ຕາມ​ທາງ​ຂອງຕົນ ສ່ວນ​ກະສັດ​ໂຊນ​ກໍ​ກັບເມືອ​ວັງ​ຂອງຕົນ.</verse>
			</chapter>
			<chapter number="27">
				<verse number="1">ດາວິດ​ຄິດ​ໃນໃຈ​ວ່າ, “ໃນ​ມື້ໜຶ່ງ​ຂ້າງ​ໜ້າ ກະສັດ​ໂຊນ​ຈະ​ຕ້ອງ​ຂ້າ​ເຮົາ​ແນ່ໆ. ດີທີ່ສຸດ​ແລ້ວ ເຮົາ​ຄວນ​ໜີໄປ​ຢູ່​ໃນ​ດິນແດນ​ຂອງ​ພວກ​ຟີລິດສະຕິນ ແລ້ວ​ກະສັດ​ໂຊນ​ກໍ​ຈະ​ບໍ່​ຕາມ​ຫາ​ຂ້າ​ເຮົາ​ໃນ​ອິດສະຣາເອນ​ນີ້​ອີກ​ຕໍ່ໄປ ແລະ​ເຮົາ​ກໍ​ຈະ​ປອດໄພ.”</verse>
				<verse number="2">ດັ່ງນັ້ນ ດາວິດ​ພ້ອມ​ດ້ວຍ​ຄົນ​ຂອງ​ເພິ່ນ​ຫົກຮ້ອຍ​ຄົນ ຈຶ່ງ​ໄດ້​ໄປ​ຫາ​ເຈົ້າ​ອາກີເຊ​ລູກຊາຍ​ຂອງ​ມາອົກ ກະສັດ​ຂອງ​ເມືອງ​ກາດ.</verse>
				<verse number="3">ດາວິດ​ພ້ອມ​ທັງ​ຄົນ​ຂອງ​ເພິ່ນ​ແລະ​ຄອບຄົວ​ທັງໝົດ​ຂອງ​ພວກເຂົາ ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ​ກາດ. ດາວິດ​ມີ​ເມຍ​ສອງ​ຄົນ ຄື​ອາຮີໂນອາມ​ຊາວ​ຢິດຊະເຣນ ແລະ​ອາບີກາຍ​ເມຍ​ໝ້າຍ​ຂອງ​ນາບານ​ຊາວ​ກາເມນ.</verse>
				<verse number="4">ເມື່ອ​ກະສັດ​ໂຊນ​ໄດ້ຍິນ​ວ່າ​ດາວິດ​ໜີໄປ​ຢູ່​ເມືອງ​ກາດ​ແລ້ວ ເພິ່ນ​ຈຶ່ງ​ເຊົາ​ຕາມລ່າ​ຫາ​ດາວິດ.</verse>
				<verse number="5">ດາວິດ​ໄດ້​ເວົ້າ​ກັບ​ເຈົ້າ​ອາກີເຊ​ວ່າ, “ຖ້າ​ທ່ານ​ເມດຕາ​ຂ້ານ້ອຍ ຂໍ​ໃຫ້​ທ່ານ​ເອົາ​ເມືອງ​ໜຶ່ງ​ນ້ອຍໆ​ໃຫ້​ຂ້ານ້ອຍ​ອາໄສ​ຢູ່. ທ່ານເອີຍ ທ່ານ​ບໍ່​ຈຳເປັນ​ໃຫ້​ຂ້ານ້ອຍ​ຕ້ອງ​ອາໄສ​ຢູ່​ນຳ​ທ່ານ​ໃນ​ເມືອງເອກ​ນີ້​ດອກ.”</verse>
				<verse number="6">ດັ່ງນັ້ນ ເຈົ້າ​ອາກີເຊ​ຈຶ່ງ​ມອບ​ເມືອງ​ຊິກລັກ​ໃຫ້​ແກ່​ດາວິດ. ດ້ວຍເຫດນີ້​ເອງ ເມືອງ​ຊິກລັກ​ຈຶ່ງ​ຕົກ​ເປັນ​ຂອງ​ກະສັດ​ແຫ່ງ​ຢູດາຍ ນັບ​ຕັ້ງແຕ່​ເວລາ​ນັ້ນ​ເປັນ​ຕົ້ນມາ.</verse>
				<verse number="7">ດາວິດ​ໄດ້​ອາໄສ​ຢູ່​ໃນ​ຟີລິດສະຕິນ​ເປັນ​ເວລາ​ໜຶ່ງ​ປີ​ກັບ​ສີ່ເດືອນ.</verse>
				<verse number="8">ໃນ​ສະໄໝ​ນັ້ນ ດາວິດ​ກັບ​ທະຫານ​ຂອງ​ເພິ່ນ​ກໍໄດ້​ໂຈມຕີ​ຊາວ​ເກຊູ, ຊາວ​ກີຣິຊີ ແລະ​ຊາວ​ອາມາເຫຼັກ ຊຶ່ງ​ເປັນ​ພວກ​ທີ່​ຢູ່​ໃນ​ດິນແດນ​ນັ້ນ​ດົນນານ​ມາ​ແລ້ວ. ເພິ່ນ​ໄດ້​ຫລອນ​ໂຈມຕີ​ດິນແດນ​ຂອງ​ພວກເຂົາ ໄປ​ຈົນເຖິງ​ເມືອງ​ຊູເຣ​ແລະ​ລົງ​ໄປ​ເຖິງ​ດິນແດນ​ປະເທດ​ເອຢິບ.</verse>
				<verse number="9">ດາວິດ​ໄດ້​ຂ້າ​ທັງ​ຊາຍ​ແລະ​ຍິງ ແລະ​ຢຶດເອົາ​ແກະ, ງົວ, ອູດ, ລໍ, ຕະຫລອດ​ທັງ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຂົາ​ດ້ວຍ ແລ້ວ​ເພິ່ນ​ກໍ​ກັບຄືນ​ມາ​ຫາ​ເຈົ້າ​ອາກີເຊ.</verse>
				<verse number="10">ເຈົ້າ​ອາກີເຊ​ໄດ້​ຖາມ​ເພິ່ນ​ວ່າ, “ໃນ​ເທື່ອ​ນີ້ ເຈົ້າ​ໄປ​ຫລອນ​ໂຈມຕີ​ຢູ່​ທາງ​ໃດ?” ດາວິດ​ຕອບ​ເພິ່ນ​ວ່າ, “ໄປ​ທາງໃຕ້​ຂອງ​ຢູດາຍ ຫລື​ເຂດແດນ​ຂອງ​ເຜົ່າ​ເຢຣາເມເອນ ຫລື​ເຂດແດນ​ທີ່​ຊາວ​ເກນິດ​ອາໄສ​ຢູ່.”</verse>
				<verse number="11">ດາວິດ​ໄດ້​ຂ້າ​ທຸກໆ​ຄົນ ທັງ​ຊາຍ​ແລະ​ຍິງ ເພື່ອ​ບໍ່​ໃຫ້​ມີ​ຜູ້ໃດ​ກັບຄືນ​ມາ​ເມືອງກາດ ເພື່ອ​ລາຍງານ​ເຖິງ​ເຫດການ​ທີ່​ເພິ່ນ​ກັບ​ຄົນ​ຂອງ​ເພິ່ນ​ໄດ້​ກະທຳ. ຕະຫລອດ​ເວລາ​ທີ່​ດາວິດ​ຢູ່​ໃນ​ຟີລິດສະຕິນ​ນີ້ ເພິ່ນ​ໄດ້​ປະຕິບັດ​ເຊັ່ນນີ້​ສະເໝີ.</verse>
				<verse number="12">ສ່ວນ​ເຈົ້າ​ອາກີເຊ​ກໍ​ໄວ້ເນື້ອ​ເຊື່ອໃຈ​ດາວິດ ເພິ່ນ​ຄິດ​ຢູ່ໃນ​ໃຈ​ວ່າ, “ຊາວ​ອິດສະຣາເອນ​ຄົນ​ຊາດ​ດຽວກັນ​ກຽດຊັງ​ດາວິດ​ຫລາຍ​ທີ່ສຸດ. ສະນັ້ນ ລາວ​ຈະ​ຕ້ອງ​ຮັບໃຊ້​ເຮົາ​ຕະຫລອດ​ຊີວິດ​ຂອງ​ລາວ.”</verse>
			</chapter>
			<chapter number="28">
				<verse number="1">ຢູ່ມາ​ຄັ້ງໜຶ່ງ ພວກ​ຟີລິດສະຕິນ​ໄດ້​ຮວບຮວມ​ທະຫານ​ອອກ​ໄປ​ຕໍ່ສູ້​ກັບ​ພວກ​ອິດສະຣາເອນ. ເຈົ້າ​ອາກີເຊ​ຈຶ່ງ​ກ່າວ​ຕໍ່​ດາວິດ​ວ່າ, “ເຈົ້າ​ຕ້ອງ​ເຂົ້າໃຈ​ວ່າ ເຈົ້າ​ເອງ​ກັບ​ຄົນ​ຂອງ​ເຈົ້າ​ຈະ​ຕ້ອງ​ສູ້ຮົບ​ຢູ່​ຝ່າຍ​ເຮົາ.”</verse>
				<verse number="2">ດາວິດ​ຕອບ​ວ່າ, “ແນ່ນອນ ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງທ່ານ ແລະ​ທ່ານ​ຈະ​ເຫັນ​ດ້ວຍ​ຕາ​ຂອງທ່ານ​ເອງ​ດອກ​ວ່າ​ຂ້ານ້ອຍ​ຈະ​ເຮັດ​ຢ່າງ​ໃດ?” ເຈົ້າ​ອາກີເຊ​ເວົ້າ​ວ່າ, “ດີ​ແລ້ວ ເຮົາ​ຈະ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ປ້ອງກັນ​ຕົວ​ເຮົາ.”</verse>
				<verse number="3">ມາບັດນີ້ ຊາມູເອນ​ກໍໄດ້​ຕາຍໄປ​ແລ້ວ ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ ແລະ​ຝັງ​ຊາກສົບ​ຂອງ​ເພິ່ນ​ໄວ້​ທີ່​ຣາມາ ບ້ານ​ເມືອງ​ຂອງ​ເພິ່ນ​ເອງ. ໃນ​ສະໄໝ​ນັ້ນ ກະສັດ​ໂຊນ​ໄດ້​ຂັບໄລ່​ພວກ​ໝໍ​ມໍ ແລະ​ພວກ​ໝໍ​ຜີ​ທັງຫຼາຍ​ໃຫ້​ອອກ​ໄປ​ຈາກ​ອິດສະຣາເອນ.</verse>
				<verse number="4">ພວກ​ຟີລິດສະຕິນ​ໄດ້​ເຕົ້າໂຮມ​ກຳລັງ​ກັນ ແລະ​ຕັ້ງ​ຄ້າຍ​ຢູ່​ໃກ້​ກັບ​ເມືອງ​ຊູເນມ. ສ່ວນ​ກະສັດ​ໂຊນ​ນັ້ນ​ໄດ້​ເຕົ້າໂຮມ​ເອົາ​ຊາວ​ອິດສະຣາເອນ ໄປ​ຕັ້ງ​ຄ້າຍ​ຢູ່​ທີ່​ເທິງ​ພູ​ກິນໂບອາ.</verse>
				<verse number="5">ເມື່ອ​ກະສັດ​ໂຊນ​ເຫັນ​ກອງທັບ​ຂອງ​ພວກ​ຟີລິດສະຕິນ ເພິ່ນ​ກໍ​ຢ້ານກົວ​ຈົນ​ຕົວສັ່ນ.</verse>
				<verse number="6">ສະນັ້ນ ເພິ່ນ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ວ່າ​ຄວນ​ຈະ​ເຮັດ​ຢ່າງໃດ, ແຕ່​ພຣະເຈົ້າຢາເວ​ບໍ່​ຕອບ​ເພິ່ນ​ຢ່າງໃດ​ໝົດ ບໍ່​ວ່າ​ທາງ​ຄວາມຝັນ ຫລື​ທາງ​ອຸຣິມ​ແລະ​ທຸມມິມ ຫລື​ທາງ​ຜູ້ທຳນວາຍ.</verse>
				<verse number="7">ແລ້ວ​ກະສັດ​ໂຊນ​ກໍ​ສັ່ງ​ພວກ​ຂ້າຣາຊການ​ຂອງ​ເພິ່ນ​ວ່າ, “ຈົ່ງ​ອອກ​ໄປ​ຊອກ​ຫາ​ຜູ້ຍິງ​ທີ່​ເປັນ​ໝໍ​ຜີ​ໃຫ້​ເຮົາ​ເຖີດ ເພື່ອ​ວ່າ​ເຮົາ​ຈະ​ຖາມ ແລະ​ປຶກສາ​ກັບ​ນາງ.” ພວກເຂົາ​ຕອບ​ວ່າ, “ມີ​ຜູ້ໜຶ່ງ​ຢູ່​ທີ່​ເມືອງ​ເອນໂດເຣ.”</verse>
				<verse number="8">ແລ້ວ​ກະສັດ​ໂຊນ​ກໍໄດ້​ປອມຕົວ​ໂດຍ​ນຸ່ງເຄື່ອງ​ຊຸດ​ອື່ນ ອອກ​ໄປ​ຍາມ​ຄໍ່າ​ກັບ​ທະຫານ​ຂອງຕົນ​ສອງ​ຄົນ. ເພິ່ນ​ເວົ້າ​ຕໍ່​ຍິງ​ຄົນ​ນັ້ນ​ວ່າ, “ຂ້ອຍ​ຢາກ​ໃຫ້​ເຈົ້າ​ປຶກສາ​ກັບ​ຄົນຕາຍ​ໃຫ້​ຂ້ອຍ ແລະ​ບອກ​ໃຫ້​ຂ້ອຍ​ຮູ້​ວ່າ ຈະ​ມີ​ເຫດການ​ຫຍັງ​ເກີດຂຶ້ນ ໃຫ້​ເຈົ້າ​ເອີ້ນ​ເອົາ​ວິນຍານ​ທີ່​ຂ້ອຍ​ບອກ​ຊື່​ຂຶ້ນ​ມາ.”</verse>
				<verse number="9">ຍິງ​ຄົນ​ນັ້ນ​ຕອບ​ວ່າ, “ເຈົ້າ​ຄົງ​ຮູ້​ດີ​ແລ້ວ​ວ່າ ກະສັດ​ໂຊນ​ໄດ້​ກະທຳ​ຢ່າງໃດ​ຕໍ່​ພວກ​ໝໍ​ມໍ​ແລະ​ໝໍ​ຜີ, ເພິ່ນ​ໄດ້​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໜີໄປ​ຈາກ​ຊາດ​ອິດສະຣາເອນ. ເຫດໃດ​ເຈົ້າ​ຈຶ່ງ​ພະຍາຍາມ​ມາ​ຫ້າງແຮ້ວ​ໃສ່​ຂ້ອຍ ແລະ​ຈະ​ໃຫ້​ຂ້ອຍ​ຖືກ​ຂ້າ​ຖິ້ມ​ຊັ້ນບໍ?”</verse>
				<verse number="10">ແລ້ວ​ກະສັດ​ໂຊນ​ກໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ຕໍ່​ຍິງນັ້ນ​ວ່າ, “ຂ້ອຍ​ຂໍ​ສັນຍາ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ວ່າ ເຈົ້າ​ຈະ​ບໍ່​ຖືກ​ລົງໂທດ​ທີ່​ເຈົ້າ​ກະທຳ​ເຊັ່ນນີ້.”</verse>
				<verse number="11">ຍິງ​ນັ້ນ​ຖາມ​ວ່າ, “ເຈົ້າ​ຢາກ​ໃຫ້​ຂ້ອຍ​ເອີ້ນ​ເອົາ​ຜູ້ໃດ​ຂຶ້ນ​ມາ?” ເພິ່ນ​ຕອບ​ວ່າ, “ຊາມູເອນ.”</verse>
				<verse number="12">ເມື່ອ​ຍິງ​ນັ້ນ​ເຫັນ​ຊາມູເອນ ນາງ​ກໍ​ຮ້ອງ​ຂຶ້ນ​ແລະ​ເວົ້າ​ຕໍ່​ກະສັດ​ໂຊນ​ວ່າ, “ທ່ານເອງ​ແມ່ນ​ກະສັດ​ໂຊນ ເຫດໃດ​ທ່ານ​ຈຶ່ງ​ມາ​ຫລອກລວງ​ຂ້ານ້ອຍ?”</verse>
				<verse number="13">ກະສັດ​ເວົ້າ​ຕໍ່​ນາງ​ວ່າ, “ຢ່າ​ຢ້ານ​ເລີຍ ເຈົ້າ​ເຫັນ​ຫຍັງແດ່?” ນາງ​ຕອບ​ວ່າ, “ຂ້ານ້ອຍ​ເຫັນ​ວິນຍານ​ດວງ​ໜຶ່ງ​ພວມ​ຂຶ້ນ​ມາ​ຈາກ​ພື້ນດິນ.”</verse>
				<verse number="14">ກະສັດ​ໂຊນ​ຖາມ​ວ່າ, “ວິນຍານ​ດວງ​ນັ້ນ​ຄື​ຜູ້ໃດ?” ນາງ​ຕອບ​ວ່າ, “ເປັນ​ຄົນ​ເຖົ້າ​ຜູ້ໜຶ່ງ​ກຳລັງ​ຂຶ້ນ​ມາ ລາວ​ນຸ່ງ​ເສື້ອຄຸມ.” ເມື່ອ​ກະສັດ​ໂຊນ​ຮູ້​ວ່າ​ແມ່ນ​ຊາມູເອນ ເພິ່ນ​ຈຶ່ງ​ກົ້ມ​ຂາບລົງ​ດ້ວຍ​ຄວາມນັບຖື.</verse>
				<verse number="15">ຊາມູເອນ​ກ່າວ​ຕໍ່​ກະສັດ​ໂຊນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ລົບກວນ​ຂ້ອຍ? ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ຂ້ອຍ​ກັບມາ?” ກະສັດ​ໂຊນ​ຕອບ​ວ່າ, “ຂ້ານ້ອຍ​ມີ​ບັນຫາ​ໜັກ ພວກ​ຟີລິດສະຕິນ​ເຮັດ​ເສິກ​ຕໍ່ສູ້​ຂ້ານ້ອຍ ແລະ​ພຣະເຈົ້າ​ໄດ້​ປະຖິ້ມ​ຂ້ານ້ອຍ. ພຣະອົງ​ບໍ່​ຕອບ​ຂ້ານ້ອຍ​ເລີຍ ບໍ່​ວ່າ​ທາງ​ຜູ້ທຳນວາຍ ຫລື​ທາງ​ຄວາມຝັນ. ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ເອີ້ນ​ທ່ານ​ມາ ເພື່ອ​ຢາກ​ຮູ້​ວ່າ​ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງໃດ?”</verse>
				<verse number="16">ຊາມູເອນ​ກ່າວ​ວ່າ, “ເມື່ອ​ພຣະເຈົ້າຢາເວ​ປະຖິ້ມ​ເຈົ້າ​ແລະ​ກາຍເປັນ​ສັດຕູ​ຂອງ​ເຈົ້າ​ແລ້ວ ເປັນຫຍັງ​ເຈົ້າ​ຈຶ່ງ​ມາ​ເອີ້ນ​ເອົາ​ຂ້ອຍ?</verse>
				<verse number="17">ພຣະເຈົ້າຢາເວ​ປະຕິບັດ​ຕໍ່​ເຈົ້າ​ຕາມ​ທີ່​ພຣະອົງ​ໄດ້​ບອກ​ຜ່ານ​ທາງ​ຂ້ອຍ ພຣະເຈົ້າຢາເວ​ໄດ້​ຍົກ​ເອົາ​ອານາຈັກ​ໄປ​ຈາກ​ເຈົ້າ ແລະ​ມອບ​ໃຫ້​ແກ່​ເພື່ອນບ້ານ​ຂອງ​ເຈົ້າ ຄື​ດາວິດ.</verse>
				<verse number="18">ເຈົ້າ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ທຳລາຍ​ພວກ​ອາມາເຫຼັກ​ໃຫ້​ກ້ຽງ ຕະຫລອດ​ທັງ​ທຸກສິ່ງ​ທີ່​ພວກເຂົາ​ມີ​ນັ້ນ. ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ປະຕິບັດ​ຕໍ່​ເຈົ້າ​ເຊັ່ນນີ້.</verse>
				<verse number="19">ພຣະເຈົ້າຢາເວ​ຈະ​ມອບ​ເຈົ້າ​ກັບ​ພວກ​ອິດສະຣາເອນ​ໃຫ້​ພວກ​ຟີລິດສະຕິນ. ມື້ອື່ນ ເຈົ້າ​ແລະ​ລູກຊາຍ​ຂອງ​ເຈົ້າ​ຈະ​ມາ​ຢູ່​ກັບ​ຂ້ອຍ ແລະ​ພຣະເຈົ້າຢາເວ​ຈະ​ມອບ​ກອງທັບ​ອິດສະຣາເອນ​ໄວ້​ໃນ​ກຳມື​ຂອງ​ພວກ​ຟີລິດສະຕິນ.”</verse>
				<verse number="20">ພໍ​ກະສັດ​ໂຊນ​ໄດ້ຍິນ ຊາມູເອນ​ເວົ້າ​ດັ່ງນັ້ນ ເພິ່ນ​ຈຶ່ງ​ຢ້ານກົວ​ຈົນ​ຕົວສັ່ນ ແລະ​ລົ້ມລົງ​ກັບ​ພື້ນດິນ. ເພິ່ນ​ອ່ອນເພຍ​ເພາະ​ບໍ່ໄດ້​ກິນ​ຫຍັງ​ຕະຫລອດ​ວັນ​ຕະຫລອດ​ຄືນ.</verse>
				<verse number="21">ຍິງ​ໝໍ​ຜີ​ຈຶ່ງ​ຍ່າງ​ໄປ​ຫາ​ເພິ່ນ ແລະ​ເຫັນ​ວ່າ​ເພິ່ນ​ຢ້ານກົວ​ຫລາຍ​ຈົນທັງຕົວ​ສັ່ນ​ໄປ​ໝົດ. ດັ່ງນັ້ນ ນາງ​ຈຶ່ງ​ໄດ້​ເວົ້າ​ກັບ​ເພິ່ນ​ວ່າ, “ທ່ານເອີຍ ຂ້ານ້ອຍ​ໄດ້ສ່ຽງ​ຊີວິດ​ປະຕິບັດ​ຕາມ​ທີ່​ທ່ານ​ຮ້ອງຂໍ,</verse>
				<verse number="22">ແຕ່​ບັດນີ້ ກະລຸນາ​ເຮັດ​ຕາມ​ທີ່​ຂ້ານ້ອຍ​ຂໍຮ້ອງ​ທ່ານ​ເຖີດ. ຂໍ​ໃຫ້​ຂ້ານ້ອຍ​ຈັດຕຽມ​ອາຫານ​ສູ່​ທ່ານ​ກິນ ເພື່ອ​ທ່ານ​ຈະ​ມີ​ແຮງ​ພໍ​ເດີນທາງ​ກັບ.”</verse>
				<verse number="23">ແຕ່​ກະສັດ​ໂຊນ​ປະຕິເສດ​ບໍ່ຍອມ​ທີ່​ຈະ​ກິນ​ຫຍັງ​ໝົດ. ແຕ່​ນາຍ​ທະຫານ​ໄດ້​ຊັກຊວນ​ໃຫ້​ເພິ່ນ​ກິນ. ໃນທີ່ສຸດ ເພິ່ນ​ຈຶ່ງ​ລຸກ​ຂຶ້ນ​ມາ​ນັ່ງ​ທີ່​ເທິງ​ຕຽງ.</verse>
				<verse number="24">ຍິງ​ນັ້ນ​ຈຶ່ງ​ຟ້າວ​ຂ້າ​ງົວໜຸ່ມ​ຕຸ້ຍພີ​ໂຕໜຶ່ງ​ທີ່​ຕົນ​ລ້ຽງ​ໄວ້ ແລະ​ເອົາ​ແປ້ງ​ມາ​ເຮັດ​ເຂົ້າຈີ່​ທີ່​ບໍ່ມີ​ເຊື້ອແປ້ງ.</verse>
				<verse number="25">ນາງ​ຈັດແຈງ​ອາຫານ​ມາ​ວາງ​ໄວ້​ຕໍ່ໜ້າ​ກະສັດ​ໂຊນ​ກັບ​ນາຍ​ທະຫານ. ພວກເຂົາ​ພາກັນ​ກິນ​ແລະ​ອອກ​ເດີນທາງ​ໄປ​ໃນ​ຄືນນັ້ນເອງ.</verse>
			</chapter>
			<chapter number="29">
				<verse number="1">ພວກ​ຟີລິດສະຕິນ​ໄດ້​ນຳ​ເອົາ​ທະຫານ​ຂອງຕົນ​ໄປ​ເຕົ້າໂຮມ​ກັນ​ຢູ່​ທີ່​ອາເຟັກ ຊຶ່ງ​ໃນຂະນະ​ດຽວກັນ​ນັ້ນ​ພວກ​ອິດສະຣາເອນ​ກໍໄດ້​ຕັ້ງ​ຄ້າຍ ຢູ່​ທີ່​ນໍ້າພຸ​ໃນ​ຮ່ອມພູ​ຢິດຊະເຣນ.</verse>
				<verse number="2">ພວກ​ເຈົ້ານາຍ​ຟີລິດສະຕິນ​ໄດ້​ຍົກທັບ​ເປັນ​ກອງຮ້ອຍ​ແລະ​ກອງພັນ ມຸ່ງໜ້າ​ອອກ​ໄປ. ສ່ວນ​ດາວິດ​ກັບ​ຄົນ​ຂອງຕົນ​ນັ້ນ​ຢູ່​ທາງຫລັງ​ກັບ​ເຈົ້າ​ອາກີເຊ.</verse>
				<verse number="3">ເມື່ອ​ແມ່ທັບ​ຂອງ​ພວກ​ຟີລິດສະຕິນ​ຫລຽວເຫັນ​ພວກເຂົາ​ຈຶ່ງ​ຖາມ​ວ່າ, “ພວກ​ເຮັບເຣີ​ເຫຼົ່ານີ້​ມາ​ເຮັດ​ຫຍັງ​ຢູ່​ໃນ​ທີ່​ນີ້?” ເຈົ້າ​ອາກີເຊ​ຕອບ​ວ່າ, “ຜູ້​ນີ້​ແມ່ນ​ດາວິດ​ຜູ້ຮັບໃຊ້​ຂອງ​ໂຊນ ກະສັດ​ຂອງ​ຊາດ​ອິດສະຣາເອນ. ລາວ​ຢູ່​ນຳ​ເຮົາ​ມານານ​ພໍສົມຄວນ​ແລ້ວ. ນັບ​ຕັ້ງແຕ່​ມື້​ທີ່​ລາວ​ໄດ້​ມາ​ຢູ່​ນຳ​ເຮົາ ລາວ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ໃຫ້​ເຮົາ​ເຫັນ​ເລີຍ.”</verse>
				<verse number="4">ແຕ່​ແມ່ທັບ​ຂອງ​ພວກ​ຟີລິດສະຕິນ​ໃຈຮ້າຍ​ໃຫ້​ເຈົ້າ​ອາກີເຊ ແລະ​ເວົ້າ​ຕໍ່​ລາວ​ວ່າ, “ສົ່ງ​ຊາຍ​ຄົນ​ນີ້​ກັບ​ເມືອ​ເມືອງ​ທີ່​ທ່ານ​ໄດ້​ມອບ​ໃຫ້​ລາວ​ສາ ຢ່າ​ໃຫ້​ລາວ​ອອກ​ໄປ​ສູ່​ສະໜາມຮົບ​ກັບ​ພວກເຮົາ​ເລີຍ ເພາະ​ລາວ​ອາດ​ຫັນກັບ​ມາ​ຕໍ່ສູ້​ພວກເຮົາ​ໃນ​ເວລາ​ສູ້ຮົບ​ກັນ​ກໍໄດ້. ແມ່ນຫຍັງ​ຈະ​ດີກວ່າ​ສຳລັບ​ລາວ ຖ້າ​ບໍ່ແມ່ນ​ການ​ຂ້າ​ຄົນ​ຂອງ​ພວກເຮົາ ເພື່ອ​ໃຫ້​ນາຍ​ຂອງ​ລາວ​ພໍໃຈ​ລາວ​ຄືນ?</verse>
				<verse number="5">ບໍ່ແມ່ນ​ດາວິດ​ຄົນ​ນີ້​ບໍ ທີ່​ພວກຜູ້ຍິງ​ໄດ້​ຮ້ອງເພງ​ຊົມເຊີຍ ຕອນ​ທີ່​ພວກເຂົາ​ຟ້ອນລຳ​ທຳເພງ​ນັ້ນ​ວ່າ, ‘ໂຊນ​ໄດ້​ຂ້າ​ຫລາຍ​ພັນ​ຄົນ ແຕ່​ດາວິດ​ໄດ້​ຂ້າ​ຫລາຍ​ໝື່ນ​ຄົນ.”’</verse>
				<verse number="6">ດັ່ງນັ້ນ ເຈົ້າ​ອາກີເຊ​ຈຶ່ງ​ຮ້ອງ​ດາວິດ​ມາ ແລະ​ບອກ​ວ່າ, “ຂ້ອຍ​ສາບານ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ວ່າ ເຈົ້າ​ໄດ້​ສະແດງ​ຄວາມ​ຈົງຮັກ​ພັກດີ​ຕໍ່​ຂ້ອຍ ແລະ​ຂ້ອຍ​ກໍ​ພໍໃຈ​ໃຫ້​ເຈົ້າ​ອອກ​ໄປ​ຕໍ່ສູ້​ໃນ​ສະໜາມຮົບ​ນຳ​ຂ້ອຍ. ນັບ​ຕັ້ງແຕ່​ມື້​ທີ່​ເຈົ້າ​ໄດ້​ມາ​ຫາ​ຂ້ອຍ ຂ້ອຍ​ກໍ​ບໍ່​ເຫັນ​ຄວາມຜິດ​ໃນ​ຕົວ​ຂອງ​ເຈົ້າ​ແຕ່​ຢ່າງ​ໃດ​ເລີຍ, ແຕ່​ກະສັດ​ຄົນອື່ນ​ບໍ່​ເຫັນດີ​ໃນ​ຕົວ​ເຈົ້າ.</verse>
				<verse number="7">ດັ່ງນັ້ນ ຈົ່ງ​ກັບຄືນ​ເມືອ​ຢ່າງ​ສັນຕິສຸກ ແລະ​ຢ່າ​ເຮັດ​ອັນໃດ​ທີ່​ເຮັດ​ໃຫ້​ພວກ​ເຈົ້ານາຍ​ຟີລິດສະຕິນ​ບໍ່​ພໍໃຈ​ນຳ​ເຈົ້າ.”</verse>
				<verse number="8">ດາວິດ​ຕອບ​ເຈົ້າ​ອາກີເຊ​ວ່າ, “ທ່ານເອີຍ ຂ້ານ້ອຍ​ໄດ້​ເຮັດ​ຫຍັງ​ຜິດ​ແດ່? ທ່ານ​ມີ​ຫຍັງ​ຕ້ອງຕິ​ຂ້ານ້ອຍ? ນັບ​ຕັ້ງແຕ່​ມື້​ທີ່​ຂ້ານ້ອຍ​ເລີ່ມ​ເຂົ້າ​ຮັບໃຊ້​ທ່ານ​ມາ​ຈົນເຖິງ​ປະຈຸບັນ ກໍ​ເພື່ອ​ຂ້ານ້ອຍ​ຈະ​ໄດ້​ອອກ​ໄປ​ຕໍ່ສູ້​ເຫຼົ່າ​ສັດຕູ​ຂອງທ່ານ ບໍ່ແມ່ນ​ບໍ?”</verse>
				<verse number="9">ເຈົ້າ​ອາກີເຊ​ຕອບ​ດາວິດ​ວ່າ, “ຂ້ອຍເອງ​ເຫັນພ້ອມ ຂ້ອຍ​ຖື​ວ່າ​ເຈົ້າ​ເປັນ​ຜູ້​ສັດຊື່​ດັ່ງ​ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ, ແຕ່​ບັນດາ​ເຈົ້ານາຍ​ຟີລິດສະຕິນ​ຄົນອື່ນໆ​ໄດ້​ບອກ​ວ່າ, ເຈົ້າ​ຈະ​ໄປ​ສູ່​ສະໜາມຮົບ​ນຳ​ບໍ່ໄດ້.</verse>
				<verse number="10">ສະນັ້ນ ດາວິດ​ເອີຍ ໃນ​ມື້ອື່ນ​ເຊົ້າ ໃຫ້​ພວກເຈົ້າ​ທຸກຄົນ​ທີ່​ໄດ້​ໜີ​ຈາກ​ກະສັດ​ໂຊນ​ມາ​ຫາ​ຂ້ອຍ​ນັ້ນ ລຸກ​ແຕ່​ເຊົ້າໆ ແລະ​ອອກ​ໜີໄປ​ໃນທັນທີ​ທີ່​ຟ້າ​ສະຫວ່າງ.”</verse>
				<verse number="11">ໃນ​ມື້​ເຊົ້າ​ຕໍ່ມາ ດາວິດ​ພ້ອມ​ກັບ​ຄົນ​ຂອງ​ເພິ່ນ​ກໍ​ເລີ່ມ​ອອກ​ເດີນທາງ​ໄປ​ແຕ່​ເຊົ້າໆ ກັບຄືນ​ເມືອ​ຟີລິດສະຕິນ. ຝ່າຍ​ພວກ​ຟີລິດສະຕິນ​ກໍໄດ້​ເດີນທາງ​ຕໍ່ໄປ​ສູ່​ຢິດຊະເຣນ.</verse>
			</chapter>
			<chapter number="30">
				<verse number="1">ສອງ​ມື້​ຕໍ່ມາ ດາວິດ​ພ້ອມ​ກັບ​ຄົນ​ທັງຫລາຍ​ຂອງຕົນ​ກໍໄດ້​ກັບຄືນ​ມາ​ຮອດ​ເມືອງ​ຊິກລັກ. ພວກ​ອາມາເຫຼັກ​ໄດ້​ມາ​ຫລອນ​ປຸ້ນ​ທາງ​ພາກໃຕ້​ຂອງ​ຢູດາຍ ແລະ​ໂຈມຕີ​ເມືອງ​ຊິກລັກ. ພວກເຂົາ​ໄດ້​ຈູດ​ເມືອງ​ຖິ້ມ</verse>
				<verse number="2">ແລະ​ຈັບ​ເອົາ​ພວກຜູ້ຍິງ​ທຸກຄົນ​ໄປ. ພວກເຂົາ​ບໍ່ໄດ້​ຂ້າ​ຜູ້ໃດ​ເລີຍ, ແຕ່​ເມື່ອ​ພວກເຂົາ​ອອກ​ໜີໄປ​ນັ້ນ ພວກເຂົາ​ຈັບ​ເອົາ​ທຸກຄົນ​ໄປ​ດ້ວຍ.</verse>
				<verse number="3">ເມື່ອ​ດາວິດ​ກັບ​ຄົນ​ທັງຫລາຍ​ຂອງຕົນ​ກັບ​ມາ​ເຖິງ ກໍ​ເຫັນ​ວ່າ​ເມືອງ​ຖືກ​ຈູດ​ຈົນ​ໝົດ​ສິ້ນ, ເມຍ​ພ້ອມ​ທັງ​ລູກຊາຍ​ກັບ​ລູກສາວ​ຂອງ​ພວກເຂົາ​ກໍ​ຖືກ​ຈັບ​ໄປ.</verse>
				<verse number="4">ດາວິດ​ກັບ​ຄົນ​ທັງຫລາຍ​ຂອງຕົນ​ຈຶ່ງ​ຮ້ອງໄຫ້​ຈົນ​ອ່ອນເພຍ​ເສຍກຳລັງໃຈ.</verse>
				<verse number="5">ແມ່ນແຕ່​ເມຍ​ທັງສອງ​ຂອງ​ດາວິດ ຄື​ນາງ​ອາຮີໂນອາມ​ຊາວ​ຢິດຊະເຣນ​ກັບ​ນາງ​ອາບີກາຍ​ເມຍໝ້າຍ​ຂອງ​ນາບານ​ຊາວ​ກາເມນ ກໍ​ຖືກ​ຈັບ​ໄປ​ດ້ວຍ.</verse>
				<verse number="6">ບັດນີ້ ດາວິດ​ເປັນທຸກໃຈ​ຫລາຍ​ທີ່ສຸດ ກໍ​ເພາະ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ເກີດ​ມີ​ຄວາມ​ຂົມຂື່ນ ຍ້ອນ​ພວກເຂົາ​ສູນເສຍ​ລູກ​ເມຍ ແລະ​ພວກເຂົາ​ຕ່າງ​ກໍ​ຂູ່​ວ່າ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ດາວິດ, ແຕ່​ດາວິດ​ໄດ້​ຊູ​ກຳລັງໃຈ​ຂຶ້ນ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ.</verse>
				<verse number="7">ດາວິດ​ເວົ້າ​ກັບ​ປະໂຣຫິດ​ອາບີອາທາ​ລູກຊາຍ​ຂອງ​ອາຮີເມເຫຼັກ​ວ່າ, “ຈົ່ງ​ເອົາ​ເອໂຟດ​ມາ​ໃຫ້​ຂ້ອຍ.” ອາບີອາທາ​ກໍ​ນຳ​ເອົາ​ມາ​ໃຫ້​ເພິ່ນ.</verse>
				<verse number="8">ດາວິດ​ຖາມ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ໄລ່​ຕິດຕາມ​ພວກ​ນັກປຸ້ນ​ຫລື​ບໍ່? ຂ້ານ້ອຍ​ຈະ​ຕາມ​ທັນ​ພວກເຂົາ​ຫລື​ບໍ່?” ພຣະອົງ​ຕອບ​ວ່າ, “ຈົ່ງ​ໄລ່​ຕິດຕາມ​ພວກເຂົາ​ໄປ ແລະ​ເຈົ້າ​ຈະ​ຕາມ​ທັນ ພ້ອມ​ທັງ​ຈະ​ຊ່ວຍ​ກອບກູ້​ເອົາ​ທຸກສິ່ງ​ນັ້ນ​ກັບຄືນ​ມາ.”</verse>
				<verse number="9">ດັ່ງນັ້ນ ດາວິດ​ພ້ອມ​ດ້ວຍ​ຄົນ​ຂອງ​ເພິ່ນ​ຫົກຮ້ອຍ​ຄົນ​ຈຶ່ງ​ອອກ​ເດີນທາງ​ໄປ. ເມື່ອ​ມາ​ເຖິງ​ຫ້ວຍນໍ້າ​ເບໂສເຣ ຄົນ​ຂອງ​ດາວິດ​ບາງຄົນ​ກໍໄດ້​ຄ້າງ​ຢູ່​ທີ່​ນັ້ນ.</verse>
				<verse number="10">ສ່ວນ​ດາວິດ​ນັ້ນ​ເດີນທາງ​ຕໍ່ໄປ ມີ​ຄົນ​ປະມານ​ສີ່ຮ້ອຍ​ຄົນ​ຕິດຕາມ​ໄປ​ດ້ວຍ. ສ່ວນ​ອີກ​ສອງຮ້ອຍ​ຄົນ​ນັ້ນ​ຂ້າມ​ແມ່ນໍ້າ​ເບໂສເຣ​ໄປ​ບໍ່​ໄຫວ ເພາະ​ອິດເມື່ອຍ​ເກີນໄປ. ສະນັ້ນ ພວກເຂົາ​ຈຶ່ງ​ພັກ​ຢູ່​ທາງ​ແນວຫລັງ.</verse>
				<verse number="11">ຕໍ່ມາ ຄົນ​ຂອງ​ດາວິດ​ໄດ້​ພົບ​ຊາຍໜຸ່ມ​ຊາວ​ເອຢິບ​ຜູ້ໜຶ່ງ​ຢູ່​ກາງ​ທົ່ງ ພວກເຂົາ​ຈຶ່ງ​ນຳ​ລາວ​ມາ​ຫາ​ດາວິດ. ພວກເຂົາ​ໄດ້​ເອົາ​ເຂົ້າ, ນໍ້າ,</verse>
				<verse number="12">ໝາກເດື່ອ​ແຫ້ງ ແລະ​ໝາກອະງຸ່ນ​ສອງ​ມັດ​ໃຫ້​ລາວ​ກິນ. ເມື່ອ​ກິນ​ອີ່ມ​ແລ້ວ ລາວ​ກໍ​ມີ​ແຮງ​ຂຶ້ນ​ເພາະ​ລາວ​ບໍ່ໄດ້​ກິນ​ແລະ​ດື່ມ​ຫຍັງ ເປັນ​ເວລາ​ສາມ​ວັນ​ແລ້ວ.</verse>
				<verse number="13">ດາວິດ​ຖາມ​ລາວ​ວ່າ, “ເຈົ້າ​ມາ​ແຕ່​ໃສ ນາຍ​ຂອງ​ເຈົ້າ​ແມ່ນ​ຜູ້ໃດ?” ລາວ​ຕອບ​ວ່າ, “ຂ້ານ້ອຍ​ເປັນ​ຄົນ​ເອຢິບ ທາດຮັບໃຊ້​ຂອງ​ຊາວ​ອາມາເຫຼັກ ນາຍ​ຂອງ​ຂ້ານ້ອຍ​ປະ​ຂ້ານ້ອຍ​ໄວ້​ສາມ​ວັນ​ແລ້ວ​ເພາະ​ຂ້ານ້ອຍ​ໄຂ້.</verse>
				<verse number="14">ພວກເຮົາ​ໄດ້​ປຸ້ນ​ເຂດແດນ​ເນເກັບ​ຂອງ​ຊາວ​ເກເຣັດ​ທີ່​ທາງ​ພາກໃຕ້​ຂອງ​ຢູດາຍ ແລະ​ເຂດແດນ​ຂອງ​ຕະກຸນ​ກາເລັບ​ແລະ​ໄດ້​ຈູດ​ເມືອງ​ຊິກລັກ​ຖິ້ມ.”</verse>
				<verse number="15">ດາວິດ​ຖາມ​ລາວ​ວ່າ, “ໃຫ້​ເຈົ້າ​ພາ​ຂ້ອຍ​ໄປ​ຫາ​ພວກ​ນັກປຸ້ນ​ນັ້ນ​ໄດ້​ບໍ່?” ລາວ​ຕອບ​ວ່າ, “ຖ້າ​ທ່ານ​ສັນຍາ​ຕໍ່​ຂ້ານ້ອຍ​ຊ້ອງ​ພຣະພັກ​ພຣະເຈົ້າ​ວ່າ ຈະ​ບໍ່​ສັງຫານ​ຂ້ານ້ອຍ​ຫລື​ມອບ​ຂ້ານ້ອຍ​ໃຫ້​ນາຍ​ຄືນ ຂ້ານ້ອຍ​ກໍ​ຈະ​ພາ​ທ່ານ​ໄປ.”</verse>
				<verse number="16">ດັ່ງນັ້ນ ລາວ​ຈຶ່ງ​ພາ​ດາວິດ​ໄປ. ພວກ​ນັກປຸ້ນ​ຕ່າງ​ກໍ​ກະຈັດ​ກະຈາຍ​ກັນ​ຢູ່​ທົ່ວ​ແຖບ​ນັ້ນ ທັງ​ກິນ​ທັງ​ດື່ມ​ສະຫລອງ ເນື່ອງ​ຈາກ​ປຸ້ນ​ເຂົ້າຂອງ​ມາ​ໄດ້​ຢ່າງ​ຫລວງຫລາຍ​ຈາກ​ຟີລິດສະຕິນ​ແລະ​ຢູດາຍ.</verse>
				<verse number="17">ໃນ​ມື້​ຕໍ່ມາ​ພໍ​ຮຸ່ງ​ເຊົ້າ ດາວິດ​ກໍ​ໂຈມຕີ​ພວກເຂົາ​ແລະ​ຕໍ່ສູ້​ກັນ​ຈົນເຖິງ​ຄໍ່າ. ມີ​ແຕ່​ຊາຍໜຸ່ມ​ໃນ​ພວກ​ປຸ້ນ​ສີ່ຮ້ອຍ​ຄົນ​ເທົ່ານັ້ນ ທີ່​ຂີ່​ອູດ​ປົບໜີໄປ​ໄດ້. ນອກ​ນັ້ນ​ຖືກ​ຂ້າ​ຖິ້ມ​ໝົດ.</verse>
				<verse number="18">ດາວິດ​ໄດ້​ຊ່ວຍກູ້​ເອົາ​ທຸກຄົນ​ໄວ້​ໄດ້​ພ້ອມ​ທັງ​ສິ່ງຂອງ​ຕ່າງໆ ທີ່​ພວກ​ອາມາເຫຼັກ​ໄດ້​ຢຶດເອົາ​ໄປ​ນັ້ນ​ຄືນ​ມາ​ໝົດ ຕະຫລອດ​ທັງ​ເມຍ​ສອງ​ຄົນ​ຂອງຕົນ​ໂດຍ​ບໍ່ມີ​ສິ່ງໃດ​ຂາດຫາຍ​ໄປ.</verse>
				<verse number="19">ດາວິດ​ໄດ້​ທຸກສິ່ງ​ຄືນມາ ຕະຫລອດ​ທັງ​ພວກ​ລູກຊາຍ, ລູກສາວ ແລະ​ສິ່ງຂອງ​ທີ່​ພວກ​ອາມາເຫຼັກ​ໄດ້​ປຸ້ນ​ໄປ​ນັ້ນ.</verse>
				<verse number="20">ເພິ່ນ​ຍັງ​ຢຶດ​ໄດ້​ຝູງແກະ​ແລະ​ຝູງງົວ​ທັງໝົດ​ຄືນ​ມາ; ຄົນ​ຂອງ​ເພິ່ນ​ໄດ້​ຕ້ອນ​ຝູງສັດ​ອອກ​ໄປ​ຂ້າງໜ້າ​ຂອງ​ພວກ​ຕົນ ທັງ​ເວົ້າ​ວ່າ, “ສັດ​ເຫຼົ່ານີ້​ເປັນ​ຂອງ​ດາວິດ.”</verse>
				<verse number="21">ແລ້ວ​ດາວິດ​ກໍໄດ້​ກັບຄືນ​ເມືອ​ຫາ​ຄົນ​ສອງຮ້ອຍ​ຄົນ ທີ່​ຄ້າງ​ຢູ່​ໃກ້​ແມ່ນໍ້າ​ເບໂສເຣ ເພາະ​ພວກເຂົາ​ອ່ອນເພຍ​ເກີນ​ໄປ​ທີ່​ຈະ​ເດີນທາງ​ຕໍ່. ພວກເຂົາ​ອອກ​ມາ​ຕ້ອນຮັບ​ດາວິດ​ແລະ​ທະຫານ​ທີ່​ກັບ​ມາ. ສ່ວນ​ດາວິດ​ກໍ​ອອກ​ໄປ​ຫາ​ພວກເຂົາ ທັງ​ສະແດງ​ຄວາມ​ຄຳນັບ​ຢ່າງ​ອົບອຸ່ນ​ແກ່​ທຸກໆຄົນ.</verse>
				<verse number="22">ແຕ່​ພວກ​ຄົນ​ບໍ່​ດີ​ແລະ​ມັກ​ກໍ່ເລື່ອງ​ບາງຄົນ​ທີ່​ໄດ້​ໄປ​ກັບ​ດາວິດ​ນັ້ນ​ເວົ້າ​ໃຫ້​ດາວິດ​ວ່າ, “ພວກເຮົາ​ຈະ​ບໍ່​ເອົາ​ສິ່ງຂອງ​ທີ່​ກູ້​ຄືນມາ​ໄດ້​ນັ້ນ ແບ່ງປັນ​ໃຫ້​ພວກເຂົາ​ຈັກຢ່າງ ຍ້ອນ​ພວກເຂົາ​ບໍ່ໄດ້​ໄປ​ນຳ​ພວກເຮົາ. ຈົ່ງ​ໃຫ້​ພວກເຂົາ​ເອົາ​ລູກ​ເມຍ​ຄືນ ແລະ​ໜີໄປ​ເສຍ.”</verse>
				<verse number="23">ແຕ່​ດາວິດ​ຕອບ​ວ່າ, “ບັນດາ​ພີ່ນ້ອງ​ຂອງ​ຂ້າພະເຈົ້າ​ເອີຍ ພວກເຈົ້າ​ບໍ່ຄວນ​ກະທຳ​ເຊັ່ນນັ້ນ​ກັບ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ໂຜດ​ໃຫ້​ແກ່​ພວກເຮົາ ພຣະອົງ​ໄດ້​ປົກປັກ​ຮັກສາ​ພວກເຮົາ​ໃຫ້​ປອດໄພ ແລະ​ໃຫ້​ພວກເຮົາ​ມີ​ໄຊຊະນະ​ເໜືອ​ພວກ​ນັກປຸ້ນ.</verse>
				<verse number="24">ບໍ່ມີ​ຜູ້ໃດ​ອາດ​ເຫັນດີ​ໃນ​ສິ່ງ​ທີ່​ພວກເຈົ້າ​ເວົ້າ​ມາ​ນັ້ນ​ດອກ ພວກ​ທີ່​ຢູ່​ແນວຫລັງ​ເພື່ອ​ຮັກສາ​ສິ່ງຂອງ ແລະ​ພວກ​ທີ່​ອອກ​ໄປ​ຕໍ່ສູ້​ໃນ​ສະໜາມຮົບ ທຸກຄົນ​ຕ້ອງ​ໄດ້​ຮັບ​ສ່ວນແບ່ງ​ເທົ່າກັນ​ໝົດ.”</verse>
				<verse number="25">ດາວິດ​ໄດ້​ຕັ້ງ​ກົດລະບຽບ​ນີ້​ຂຶ້ນ ແລະ​ໃຫ້​ໃຊ້​ປະຕິບັດ​ກັນ​ສືບ​ມາ​ໃນ​ຊາດ​ອິດສະຣາເອນ ຈົນ​ເຖິງ​ເທົ່າ​ທຸກ​ວັນນີ້.</verse>
				<verse number="26">ເມື່ອ​ດາວິດ​ກັບຄືນ​ມາ​ເຖິງ​ເມືອງ​ຊິກລັກ​ແລ້ວ ເພິ່ນ​ຈຶ່ງ​ຈັດ​ເອົາ​ສິ່ງຂອງ​ທີ່​ກູ້​ຄືນມາ​ໄດ້​ນັ້ນ​ສົ່ງ​ໃຫ້​ພວກ​ໝູ່ເພື່ອນ​ຂອງເພິ່ນ ທີ່​ເປັນ​ເຖົ້າແກ່​ຢູ່​ໃນ​ຢູດາຍ​ດ້ວຍ ແລະ​ຝາກ​ຖ້ອຍຄຳ​ໄປ​ພ້ອມ​ວ່າ, “ອັນນີ້​ແມ່ນ​ຂອງຂວັນ​ສຳລັບ​ພວກເຈົ້າ ຊຶ່ງ​ແມ່ນ​ສິ່ງ​ທີ່​ກູ້​ຄືນມາ​ໄດ້​ຈາກ​ພວກ​ສັດຕູ​ຂອງ​ພຣະເຈົ້າຢາເວ.”</verse>
				<verse number="27">ເພິ່ນ​ໄດ້​ສົ່ງ​ສິ່ງຂອງ​ເຫຼົ່ານີ້​ໄປ​ໃຫ້​ຄົນ​ຢູ່​ໃນ​ເມືອງ​ຕ່າງໆ ເຊັ່ນ: ເບັດເອນ, ຣາມາ​ທີ່​ຢູ່​ທາງ​ພາກໃຕ້​ຂອງ​ຢູດາຍ, ຢັດຕີ,</verse>
				<verse number="28">ອາໂຣເອ, ສີຟະໂມດ, ເອຊະເຕມົວ,</verse>
				<verse number="29">ຣາການ; ສົ່ງ​ໃຫ້​ຕະກຸນ​ເຢຣາເມເອນ, ໃຫ້​ຊາວ​ເກນິດ,</verse>
				<verse number="30">ແລະ​ໃຫ້​ປະຊາຊົນ​ຕາມ​ຫົວເມືອງຕ່າງໆ​ຂອງ​ໂຮມາ, ໂບຣາຊານ, ອາຕາກ,</verse>
				<verse number="31">ເຮັບໂຣນ ແລະ​ໃຫ້​ທົ່ວ​ທຸກໆ​ບ່ອນ​ທີ່​ເພິ່ນ​ແລະ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ໄດ້​ເດີນທາງ​ໄປໆ​ມາໆ.</verse>
			</chapter>
			<chapter number="31">
				<verse number="1">ພວກ​ຟີລິດສະຕິນ​ໄດ້​ເຮັດ​ເສິກ​ກັບ​ພວກ​ອິດສະຣາເອນ​ຢູ່​ທີ່​ເທິງ​ພູ​ກິນໂບອາ. ໃນ​ບ່ອນ​ນັ້ນ ພວກ​ອິດສະຣາເອນ​ໄດ້​ຖືກ​ຂ້າ​ເປັນ​ຈຳນວນ​ຫລວງຫລາຍ. ສ່ວນ​ທີ່​ເຫຼືອ​ນັ້ນ​ກໍໄດ້​ປົບໜີໄປ ມີ​ທັງ​ກະສັດ​ໂຊນ​ແລະ​ພວກ​ລູກຊາຍ​ຂອງ​ເພິ່ນ​ດ້ວຍ.</verse>
				<verse number="2">ແຕ່​ພວກ​ຟີລິດສະຕິນ​ໄລ່​ທັນ ຈຶ່ງ​ໄດ້​ຂ້າ​ລູກຊາຍ​ທັງ​ສາມ​ຂອງ​ກະສັດ​ໂຊນ​ເຊັ່ນ: ໂຢນາທານ, ອາບີນາດາບ ແລະ​ມັນກີຊູອາ.</verse>
				<verse number="3">ມີ​ການ​ຕໍ່ສູ້​ກັນ​ຢ່າງ​ດຸເດືອດ​ຢູ່​ອ້ອມຮອບ​ກະສັດ​ໂຊນ. ສະນັ້ນ ເພິ່ນ​ຈຶ່ງ​ຖືກ​ລູກທະນູ​ຂອງ​ສັດຕູ​ແລະ​ບາດເຈັບ​ຢ່າງ​ສາຫັດ.</verse>
				<verse number="4">ເພິ່ນ​ເອີ້ນ​ບອກ​ຊາຍໜຸ່ມ​ຜູ້​ທີ່​ຖື​ອາວຸດ​ໃຫ້​ເພິ່ນ​ວ່າ, “ຈົ່ງ​ຖອດ​ດາບ​ຂອງ​ເຈົ້າ​ອອກ​ຂ້າ​ຂ້ອຍ​ສາ ເພື່ອ​ພວກ​ຟີລິດສະຕິນ​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ ຈະ​ບໍ່ໄດ້​ດູຖູກ​ຂ້ອຍ​ແລະ​ຂ້າ​ຂ້ອຍ.” ແຕ່​ຊາຍໜຸ່ມ​ຄົນ​ນັ້ນ​ຢ້ານໂພດ​ຈຶ່ງ​ບໍ່ກ້າ​ຂ້າ. ສະນັ້ນ ກະສັດ​ໂຊນ​ຈຶ່ງ​ຖອດ​ດາບ​ຂອງຕົນ​ອອກ​ມາ​ແລະ​ຂ້າ​ຕົນເອງ​ເສຍ.</verse>
				<verse number="5">ເມື່ອ​ຊາຍໜຸ່ມ​ເຫັນ​ວ່າ​ກະສັດ​ໂຊນ​ໄດ້​ສິ້ນໃຈ​ຕາຍໄປ​ແລ້ວ ລາວ​ກໍ​ຊັກ​ດາບ​ອອກ​ມາ​ແລະ​ຂ້າ​ຕົນເອງ​ຕາຍໄປ​ກັບ​ກະສັດ​ໂຊນ.</verse>
				<verse number="6">ກະສັດ​ໂຊນ​ກັບ​ລູກຊາຍ​ສາມ​ຄົນ​ພ້ອມ​ທັງ​ຊາຍໜຸ່ມ​ຜູ້​ທີ່​ຖື​ດາບ​ໃຫ້​ເພິ່ນ​ນັ້ນ ໄດ້​ຕາຍໄປ​ຢ່າງນີ້​ແຫລະ ຄົນ​ຂອງ​ໂຊນ​ທຸກຄົນ​ໄດ້​ຕາຍໄປ​ໃນ​ວັນ​ນັ້ນ.</verse>
				<verse number="7">ເມື່ອ​ພວກ​ອິດສະຣາເອນ​ທີ່​ຢູ່​ທາງ​ຮ່ອມພູ​ຢິດຊະເຣນ​ຟາກ​ໜຶ່ງ​ອີກ ແລະ​ພວກ​ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ໄດ້ຍິນ​ຂ່າວ​ວ່າ ທະຫານ​ອິດສະຣາເອນ​ໄດ້​ປົບໜີໄປ ແລະ​ກະສັດ​ໂຊນ​ກັບ​ພວກ​ລູກຊາຍ​ກໍ​ຖືກ​ຂ້າ​ແລ້ວ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ປະຖິ້ມ​ບ້ານເຮືອນ​ຂອງ​ພວກ​ຕົນ​ແລະ​ປົບໜີໄປ. ແລ້ວ​ພວກ​ຟີລິດສະຕິນ​ກໍ​ເຂົ້າ​ມາ​ຢຶດເອົາ​ເມືອງ.</verse>
				<verse number="8">ວັນ​ຕໍ່ມາ ຫລັງຈາກ​ການ​ສູ້ຮົບ​ຢຸດຕິລົງ​ແລ້ວ ພວກ​ຟີລິດສະຕິນ​ຈຶ່ງ​ໄປ​ຫາ​ປົດ​ເອົາ​ເຄື່ອງ​ຂອງ​ຄົນ​ທີ່​ຕາຍໄປ​ແລ້ວ. ພວກເຂົາ​ໄດ້​ພົບ​ຊາກສົບ​ຂອງ​ກະສັດ​ໂຊນ ພ້ອມ​ກັບ​ຊາກສົບ​ຂອງ​ລູກຊາຍ​ທັງ​ສາມ​ຂອງ​ເພິ່ນ​ທີ່​ເທິງ​ພູ​ກິນໂບອາ.</verse>
				<verse number="9">ພວກເຂົາ​ຈຶ່ງ​ຕັດ​ເອົາ​ຫົວ​ກະສັດ​ໂຊນ, ແກ້​ເຄື່ອງ​ອາວຸດ​ອອກ ແລະ​ສົ່ງ​ຄົນນຳຂ່າວ​ໄປ​ທົ່ວ​ຟີລິດສະຕິນ ເພື່ອ​ແຈ້ງ​ຂ່າວດີ​ໄປ​ເຖິງ​ວັດຕ່າງໆ​ທີ່​ມີ​ຮູບເຄົາຣົບ ແລະ​ໄປ​ເຖິງ​ປະຊາຊົນ​ຂອງ​ພວກເຂົາ​ທຸກໆ​ຄົນ.</verse>
				<verse number="10">ແລ້ວ​ພວກເຂົາ​ກໍ​ເອົາ​ອາວຸດ​ຂອງ​ເພິ່ນ​ໄປ​ບັນຈຸ​ໄວ້​ຢູ່​ໃນ​ວັດ​ຂອງ​ເຈົ້າແມ່​ອັດສະຕາກ ແລະ​ຕອກ​ຊາກສົບ​ຂອງ​ເພິ່ນ​ໃສ່​ກັບ​ກຳແພງ​ເມືອງ​ເບັດ​ຊານ.</verse>
				<verse number="11">ເມື່ອ​ຊາວເມືອງ​ຢາເບັດ​ກີເລອາດ​ໄດ້ຍິນ​ວ່າ ພວກ​ຟີລິດສະຕິນ​ໄດ້​ປະຕິບັດ​ຕໍ່​ກະສັດ​ໂຊນ​ເຊັ່ນນັ້ນ,</verse>
				<verse number="12">ຄົນ​ທີ່​ອົງອາດ​ກ້າຫານ ກໍ​ອອກ​ເດີນທາງ​ໄປ​ທີ່​ເມືອງ​ເບັດ​ຊານ​ຕະຫລອດ​ຄືນ. ພວກເຂົາ​ໄດ້​ເອົາ​ຊາກສົບ​ຂອງ​ກະສັດ​ໂຊນ​ກັບ​ຂອງ​ພວກ​ລູກຊາຍ​ຂອງ​ເພິ່ນ​ລົງ​ມາ​ຈາກ​ກຳແພງ​ເມືອງ ແລະ​ນຳ​ຊາກສົບ​ເຫຼົ່ານັ້ນ​ໄປ​ທີ່​ເມືອງ​ຢາເບັດ ແລະ​ຈູດ​ໃນ​ທີ່ນັ້ນ.</verse>
				<verse number="13">ພວກເຂົາ​ເອົາ​ກະດູກ​ໄປ​ຝັງ​ໄວ້​ໃນ​ເມືອງ ຢູ່​ລຸ່ມ​ກົກໄມ້​ຕົ້ນ​ໜຶ່ງ​ຊື່​ວ່າ ຕາມາຣີ​ທີ່​ເມືອງ​ຢາເບັດ ແລະ​ພາກັນ​ອົດອາຫານ​ເປັນ​ເວລາ​ເຈັດ​ວັນ.</verse>
			</chapter>
		</book>
		<book number="10">
			<chapter number="1">
				<verse number="1">ຫລັງຈາກ​ກະສັດ​ໂຊນ​ໄດ້​ຕາຍໄປ​ແລ້ວ ດາວິດ​ກໍໄດ້​ກັບຄືນ​ມາ​ຈາກ​ການ​ຮົບ​ຊະນະ​ພວກ​ອາມາເຫຼັກ ເພິ່ນ​ໄດ້​ຢູ່​ໃນ​ເມືອງ​ຊິກລັກ​ເປັນ​ເວລາ​ສອງ​ວັນ.</verse>
				<verse number="2">ໃນ​ວັນ​ທີ​ສາມ ມີ​ຊາຍໜຸ່ມ​ຜູ້ໜຶ່ງ​ມາ​ຈາກ​ຄ້າຍ​ຂອງ​ກະສັດ​ໂຊນ. ລາວ​ຈີກ​ເຄື່ອງນຸ່ງ​ຂອງຕົນ ແລະ​ເອົາ​ຂີ້ຝຸ່ນ​ດິນ​ໂຮຍ​ຫົວ​ເພື່ອ​ສະແດງ​ຄວາມ​ໂສກເສົ້າ ລາວ​ເຂົ້າ​ໄປ​ຫາ​ດາວິດ ແລະ​ຂາບລົງ​ດ້ວຍ​ຄວາມນັບຖື.</verse>
				<verse number="3">ດາວິດ​ຈຶ່ງ​ຖາມ​ວ່າ, “ເຈົ້າ​ມາ​ແຕ່​ໃສ?” ລາວ​ຕອບ​ວ່າ, “ຂ້ານ້ອຍ​ໜີ​ມາ​ແຕ່​ຄ້າຍ​ຂອງ​ພວກ​ອິດສະຣາເອນ.”</verse>
				<verse number="4">ດາວິດ​ຖາມ​ວ່າ, “ບອກ​ຂ້ອຍ​ມາ​ວ່າ​ມີ​ຫຍັງ​ເກີດຂຶ້ນ?” ຊາຍໜຸ່ມ​ຕອບ​ວ່າ, “ທະຫານ​ຝ່າຍ​ພວກເຮົາ​ໄດ້​ແລ່ນ​ປົບໜີ​ຈາກ​ສະໜາມຮົບ. ແລະ​ຄົນ​ຝ່າຍ​ພວກເຮົາ​ໄດ້​ຕາຍ​ຢ່າງ​ຫລວງຫລາຍ. ກະສັດ​ໂຊນ​ກັບ​ໂຢນາທານ​ລູກຊາຍ​ຂອງ​ເພິ່ນ​ກໍ​ຕາຍ​ດ້ວຍ.”</verse>
				<verse number="5">ດາວິດ​ຖາມ​ລາວ​ວ່າ, “ເຈົ້າ​ຮູ້​ໄດ້​ຢ່າງ​ໃດ​ວ່າ​ກະສັດ​ໂຊນ​ກັບ​ໂຢນາທານ​ຕາຍ​ແລ້ວ?”</verse>
				<verse number="6">ລາວ​ຕອບ​ວ່າ, “ບັງເອີນ​ຂ້ານ້ອຍ​ຢູ່​ທີ່​ເທິງ​ພູ​ກິນໂບອາ ແລະ​ຂ້ານ້ອຍ​ໄດ້​ເຫັນ​ກະສັດ​ໂຊນ​ຢືນ​ຄໍ້າ​ຫອກ​ຂອງຕົນ​ຢູ່ ແລະ​ລົດຮົບ​ກັບ​ທະຫານ​ມ້າ​ຂອງ​ສັດຕູ​ກໍ​ແລ່ນ​ເຂົ້າ​ມາ​ໃກ້​ຕົວ​ເພິ່ນ.</verse>
				<verse number="7">ເພິ່ນ​ຫລຽວ​ໄປມາ​ເລີຍ​ເຫັນ​ຂ້ານ້ອຍ ຈຶ່ງ​ເອີ້ນ​ໃສ່​ຂ້ານ້ອຍ ຂ້ານ້ອຍ​ໄດ້​ຕອບ​ເພິ່ນ​ວ່າ, ‘ໂດຍ ທ່ານເອີຍ.’</verse>
				<verse number="8">ເພິ່ນ​ຖາມ​ຂ້ານ້ອຍ​ວ່າ, ‘ເຈົ້າ​ແມ່ນ​ໃຜ?’ ຂ້ານ້ອຍ​ຕອບ​ພິ່ນ​ວ່າ, ‘ຂ້ານ້ອຍ​ເປັນ​ຊາວ​ອາມາເຫຼັກ.’</verse>
				<verse number="9">ແລ້ວ​ເພິ່ນ​ກໍ​ບອກ​ຂ້ານ້ອຍ​ວ່າ, ‘ຂ້ອຍ​ໄດ້​ຮັບ​ບາດເຈັບ​ສາຫັດ ໃກ້​ຈະ​ສິ້ນໃຈ​ຕາຍ​ຢູ່ແລ້ວ ເຈົ້າ​ຈົ່ງ​ຂ້າ​ຂ້ອຍ​ເສຍ.’</verse>
				<verse number="10">ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຂຶ້ນ​ໄປ​ຂ້າ​ເພິ່ນ ເພາະ​ຮູ້​ແລ້ວ​ວ່າ​ຖ້າ​ເພິ່ນ​ລົ້ມລົງ​ເມື່ອໃດ ເພິ່ນ​ກໍ​ຕ້ອງ​ສິ້ນໃຈ​ຕາຍ​ເມື່ອນັ້ນ​ໂລດ. ຕໍ່ມາ ຂ້ານ້ອຍ​ຈຶ່ງ​ຖອດ​ເອົາ​ມົງກຸດ​ອອກ​ຈາກ​ຫົວ​ຂອງ​ເພິ່ນ ແລະ​ແກ້​ເອົາ​ສາຍ​ແຂນ​ຂອງ​ເພິ່ນ ຊຶ່ງ​ຂ້ານ້ອຍ​ໄດ້​ນຳ​ມາ​ໃຫ້​ທ່ານ​ເບິ່ງ​ນີ້​ແຫຼະ.”</verse>
				<verse number="11">ດາວິດ​ຈຶ່ງ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ເສຍໃຈ ແລະ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ທຸກຄົນ​ກໍ​ເຮັດ​ຄືກັນ.</verse>
				<verse number="12">ພວກເຂົາ​ຮ້ອງໄຫ້​ເສຍໃຈ​ແລະ​ໄວ້ທຸກ​ທັງ​ອົດ​ອາຫານ​ຈົນ​ຮອດ​ຄໍ່າ ໃຫ້​ກະສັດ​ໂຊນ​ແລະ​ໂຢນາທານ​ລູກຊາຍ​ຂອງ​ເພິ່ນ ແລະ​ກອງທັບ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ ເພາະ​ມີ​ຫລາຍ​ຄົນ​ໄດ້​ຖືກ​ຂ້າ​ຢູ່​ໃນ​ສະໜາມຮົບ.</verse>
				<verse number="13">ດາວິດ​ຖາມ​ຊາຍໜຸ່ມ​ທີ່​ນຳ​ຂ່າວ​ມາ​ບອກ​ເພິ່ນ​ນັ້ນ​ວ່າ, “ເຈົ້າ​ມາ​ຈາກ​ໃສ?” ລາວ​ຕອບ​ວ່າ, “ຂ້ານ້ອຍ​ເປັນ​ຄົນ​ຕ່າງດ້າວ ເປັນ​ຊາວ​ອາມາເຫຼັກ​ທີ່​ອາໄສ​ຢູ່​ໃນ​ປະເທດ​ຂອງທ່ານ.”</verse>
				<verse number="14">ດາວິດ​ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ກ້າ​ຂ້າ​ກະສັດ ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ຫົດສົງ?”</verse>
				<verse number="15">ແລ້ວ​ດາວິດ​ກໍ​ເອີ້ນ​ເອົາ​ທະຫານ​ຄົນ​ໜຶ່ງ​ມາ ແລະ​ສັ່ງ​ວ່າ, “ຂ້າ​ມັນ​ຖິ້ມ​ເສຍ.” ທະຫານ​ຄົນ​ນັ້ນ​ຖອດ​ດາບ​ອອກ​ມາ ແລະ​ແທງ​ຊາຍ​ອາມາເຫຼັກ​ຄົນ​ນີ້​ຈົນ​ຕາຍ.</verse>
				<verse number="16">ແລ້ວ​ດາວິດ​ກໍ​ກ່າວ​ຕໍ່​ຊາຍ​ຄົນ​ນີ້​ວ່າ, “ເຈົ້າ​ນຳ​ໂທດ​ນີ້​ມາ​ສູ່​ຕົວ​ເຈົ້າ​ເອງ ເມື່ອ​ເຈົ້າ​ສາລະພາບ​ວ່າ​ເຈົ້າ​ໄດ້​ຂ້າ​ຄົນ​ທີ່​ພຣະເຈົ້າຢາເວ​ໄດ້​ຫົດສົງ ເຈົ້າ​ກໍໄດ້​ລົງໂທດ​ເຈົ້າ​ເອງ​ສາ​ແລ້ວ.”</verse>
				<verse number="17">ແລ້ວ​ດາວິດ​ກໍ​ຮ້ອງເພງ​ໄວ້​ອາໄລ​ໃຫ້​ກະສັດ​ໂຊນ ແລະ​ໂຢນາທານ ລູກຊາຍ​ຂອງ​ກະສັດ​ໂຊນ</verse>
				<verse number="18">ແລະ​ເພິ່ນ​ຍັງ​ໄດ້​ສັ່ງ​ໃຫ້​ສອນ​ເພງ​ນີ້ ໃຫ້​ແກ່​ປະຊາຊົນ​ຊາວ​ຢູດາ​ດ້ວຍ. (ເພງ​ນີ້​ໄດ້​ບັນທຶກ​ໄວ້​ຢູ່​ໃນ​ໜັງສື​ຂອງ​ຢາຊາ.)</verse>
				<verse number="19">“ບັນດາ​ຜູ້ນຳ​ພວກເຮົາ​ນັ້ນ ໄດ້​ຕາຍ​ຢູ່​ເທິງ​ເນີນພູ​ອິດສະຣາເອນ ຜູ້​ເກັ່ງກ້າ​ທີ່ສຸດ​ໃນ​ທະຫານ​ຂອງ​ພວກເຮົາ ໄດ້​ລົ້ມ​ຕາຍໄປ​ເສຍ​ແລ້ວ</verse>
				<verse number="20">ຢ່າ​ບອກ​ເລື່ອງນີ້​ສູ່​ຊາວ​ເມືອງກາດ​ຟັງ ຫລື​ໃນ​ຫົນທາງ​ທີ່​ເມືອງ​ອາຊະເກໂລນ​ດ້ວຍ. ຢ່າ​ເຮັດ​ໃຫ້​ພວກຜູ້ຍິງ​ຟີລິດສະຕິນ​ດີໃຈ. ຢ່າ​ໃຫ້​ພວກ​ລູກສາວ​ຂອງ​ຄົນ​ທີ່​ບໍ່​ຮັບ​ພິທີຕັດ​ຊື່ນໃຈ​ຍ້ອນ.</verse>
				<verse number="21">ຂໍ​ຢ່າ​ໃຫ້​ຝົນ​ຫລື​ໝອກ​ຕົກ​ໃສ່​ພູ​ກິນໂບອາ ຂໍ​ໃຫ້​ທົ່ງໄຮ່​ທົ່ງນາ​ແຫ້ງແລ້ງ​ຢູ່​ເລື້ອຍໆ​ເຖີດ ເພາະ​ໂລ້​ຂອງ​ຜູ້​ເກັ່ງກ້າ ວາງ​ໄວ້​ທີ່​ນັ້ນ​ຢ່າງ​ອັບອາຍ; ໂລ້​ຂອງ​ໂຊນ​ບໍ່ໄດ້​ຖືກ​ຜັດຖູ​ດ້ວຍ​ນໍ້າມັນ​ອີກ​ແລ້ວ.</verse>
				<verse number="22">ຄັນທະນູ​ຂອງ​ໂຢນາທານ​ນັ້ນ ຊ່າງ​ໜ້າ​ຮ້າຍກາດ​ເຫລືອຫລາຍ ດາບ​ຂອງ​ກະສັດ​ໂຊນ​ບໍ່​ເມດຕາ​ຜູ້ໃດ ໃຊ້​ແທງ​ສັດຕູ​ຜູ້​ເກັ່ງກ້າ​ໃຫ້​ຕາຍ​ໄດ້.</verse>
				<verse number="23">ໂຊນ​ກັບ​ໂຢນາທານ​ໜ້າ​ຮັກແພງ​ອີຫລີ ມີ​ຊີວິດ​ຢູ່​ນຳກັນ ແລະ​ຕາຍໄປ​ນຳກັນ​ດ້ວຍ; ທັງສອງ​ວ່ອງໄວ​ແທ້ໆ​ດັ່ງ​ນົກ​ອີນຊີ ແຂງແຮງ​ກວ່າ​ໂຕສິງ​ທັງຝູງ​ພຸ້ນ.</verse>
				<verse number="24">ຍິງສາວ​ອິດສະຣາເອນ​ເອີຍ ພວກເຈົ້າ ຈົ່ງ​ໄວ້ທຸກ​ໃຫ້​ກະສັດ​ໂຊນ​ເດີ ເພາະ​ເພິ່ນ​ໃຫ້​ພວກເຈົ້າ​ທັງຫລາຍ ໄດ້​ນຸ່ງ​ເສື້ອລ່າມ​ຍາວ​ສີແດງເຂັ້ມ ທັງ​ໃຫ້​ປະດັບ​ດ້ວຍ​ເພັດພອຍ​ນາໆ​ຊະນິດ ພ້ອມ​ທັງ​ຄຳ​ຕິດ​ຕົວ​ຂອງ​ພວກເຈົ້າ​ອີກ​ດ້ວຍ.</verse>
				<verse number="25">ທະຫານ​ທີ່​ເກັ່ງກ້າ​ໄດ້​ລົ້ມຕາຍ​ແລ້ວ​ນໍ ຕ່າງ​ກໍ​ຖືກ​ຂ້າ​ຢູ່​ໃນ​ສະໜາມຮົບ​ທັງ​ນັ້ນ. ສ່ວນ​ໂຢນາທານ​ວິລະຊົນ​ຜູ້ໜຶ່ງ ກໍ​ລົ້ມຕາຍ​ຢ່າງ​ອົງອາດ​ທີ່​ເທິງ​ເນີນພູ​ຂອງ​ເພິ່ນ.</verse>
				<verse number="26">ຂ້ອຍ​ຮ້ອງໄຫ້​ຫາ​ເຈົ້າ​ອ້າຍ​ໂຢນາທານ​ເອີຍ ເຈົ້າ​ເປັນ​ທີ່ຮັກ​ແພງ​ຂອງຂ້ອຍ​ຫລາຍ​ແທ້ໆ ຄວາມຮັກ​ທີ່​ເຈົ້າ​ມີ​ແກ່​ຂ້ອຍ​ຊ່າງ​ປະເສີດ​ຫລາຍ ເໜືອກວ່າ​ຄວາມຮັກ​ໃດໆ​ທີ່​ມີ​ຕໍ່​ຜູ້ຍິງ​ເສຍ​ອີກ.</verse>
				<verse number="27">ທະຫານ​ທີ່​ເກັ່ງກ້າ​ໄດ້​ລົ້ມຕາຍ​ແລ້ວ​ນໍ ອາວຸດ​ສົງຄາມ​ກໍ​ໃຊ້ການ​ບໍ່ໄດ້​ອີກ​ແລ້ວ.”</verse>
			</chapter>
			<chapter number="2">
				<verse number="1">ຫລັງຈາກ​ນັ້ນ​ແລ້ວ ດາວິດ​ກໍ​ຖາມ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ຄວນ​ໄປ​ຢຶດເອົາ​ເມືອງ​ໜຶ່ງ​ໃນ​ຢູດາຍ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ເພິ່ນ​ວ່າ, “ໄປ​ຢຶດເອົາ.” ດາວິດ​ຖາມ​ວ່າ, “ເມືອງໃດ?” ພຣະອົງ​ກ່າວ​ວ່າ, “ເມືອງ​ເຮັບໂຣນ.”</verse>
				<verse number="2">ດັ່ງນັ້ນ ດາວິດ​ຈຶ່ງ​ໄປ​ທີ່​ເມືອງ​ເຮັບໂຣນ​ພ້ອມ​ເມຍ​ທັງສອງ​ຂອງຕົນ ຄື​ອາຮີໂນອາມ​ຊາວ​ຢິດຊະເຣນ ແລະ​ອາບີກາຍ​ເມຍ​ໝ້າຍ​ສາວ​ຂອງ​ນາບານ​ຊາວ​ກາເມນ.</verse>
				<verse number="3">ນອກຈາກນີ້ ຍັງ​ມີ​ທະຫານ​ແລະ​ຄອບຄົວ​ຂອງ​ພວກເຂົາ​ໄປ​ນຳ​ດາວິດ​ດ້ວຍ ແລະ​ພວກເຂົາ​ກໍໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່​ຕາມ​ຖິ່ນ​ອ້ອມແອ້ມ​ເມືອງ​ເຮັບໂຣນ.</verse>
				<verse number="4">ຕໍ່ມາ ຊາວ​ຢູດາ​ກໍ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ ໃຫ້​ເປັນ​ກະສັດ​ຂອງ​ພວກ​ຕົນ. ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ຂ່າວ​ວ່າ, ຊາວ​ເມືອງ​ຢາເບັດ​ກີເລອາດ​ໄດ້​ຝັງ​ຊາກສົບ​ຂອງ​ໂຊນ​ແລ້ວ,</verse>
				<verse number="5">ເພິ່ນ​ຈຶ່ງ​ສົ່ງ​ບາງຄົນ​ໄປ​ທີ່​ນັ້ນ ເພື່ອ​ນຳ​ຂ່າວ​ໄປ​ບອກ​ຊາວ​ຢາເບັດ​ກີເລອາດ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ພວກທ່ານ ສຳລັບ​ຄວາມ​ຈົງຮັກ​ພັກດີ ທີ່​ມີ​ຕໍ່​ກະສັດ​ຂອງ​ພວກທ່ານ​ໂດຍ​ໄດ້​ຝັງ​ຊາກສົບ​ຂອງ​ເພິ່ນ​ໄວ້.</verse>
				<verse number="6">ບັດນີ້ ຂໍ​ພຣະເຈົ້າຢາເວ​ໃຫ້​ຄວາມ​ເມດຕາ​ແລະ​ຄວາມ​ສັດຊື່​ຕໍ່​ພວກທ່ານ​ເຖີດ ແລະ​ຂ້າພະເຈົ້າ​ເອງ​ກໍ​ຈະ​ເຮັດ​ດີ​ຕໍ່​ພວກທ່ານ ເພາະ​ສິ່ງ​ທີ່​ພວກທ່ານ​ໄດ້​ເຮັດ​ນັ້ນ.</verse>
				<verse number="7">ສະນັ້ນ ຈົ່ງ​ເຂັ້ມແຂງ​ແລະ​ກ້າຫານ​ເຖີດ ໂຊນ​ກະສັດ​ຂອງ​ພວກທ່ານ​ໄດ້​ຕາຍໄປ​ແລ້ວ ແລະ​ປະຊາຊົນ​ຊາວ​ຢູດາ​ກໍໄດ້​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ຂ້າພະເຈົ້າ ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ​ແລ້ວ.”</verse>
				<verse number="8">ອັບເນ​ລູກຊາຍ​ຂອງ​ເນຣະ ຜູ້​ບັນຊາການ​ທະຫານ​ຂອງ​ກະສັດ​ໂຊນ ໄດ້​ປົບໜີໄປ​ກັບ​ອີຊະໂບເຊັດ​ລູກຊາຍ​ຂອງ​ກະສັດ​ໂຊນ. ພວກເຂົາ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ທີ່​ເມືອງ​ມະຫານາອິມ.</verse>
				<verse number="9">ຢູ່​ໃນ​ເມືອງ​ນີ້ ອັບເນ​ໄດ້​ແຕ່ງຕັ້ງ​ອີຊະໂບເຊັດ​ໃຫ້​ເປັນ​ກະສັດ​ປົກຄອງ ເຂດແດນ​ກີເລອາດ, ອາເຊ ຢິດຊະເຣນ, ເອຟຣາອິມ, ເບັນຢາມິນ ແລະ​ທົ່ວ​ທັງ​ດິນແດນ​ອິດສະຣາເອນ​ອີກ​ດ້ວຍ.</verse>
				<verse number="10">ອີຊະໂບເຊັດ​ມີ​ອາຍຸ​ສີ່ສິບ​ປີ ເມື່ອ​ເພິ່ນ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ. ເພິ່ນ​ໄດ້​ປົກຄອງ​ດິນແດນ​ເປັນ​ເວລາ​ສອງ​ປີ. ສ່ວນ​ເຜົ່າຢູດາ​ນັ້ນ​ຈົງຮັກ​ພັກດີ​ຕໍ່​ກະສັດ​ດາວິດ</verse>
				<verse number="11">ແລະ​ກະສັດ​ດາວິດ​ໄດ້​ປົກຄອງ​ຊາວ​ຢູດາ​ຢູ່​ໃນ​ເມືອງ​ເຮັບໂຣນ​ເຈັດ​ປີ​ເຄິ່ງ.</verse>
				<verse number="12">ອັບເນ​ລູກ​ຂອງ​ເນຣະ​ແລະ​ບັນດາ​ຂ້າຣາຊການ​ຂອງ​ເຈົ້າ​ອີຊະໂບເຊັດ​ລູກຊາຍ​ຂອງ​ໂຊນ ໄດ້​ອອກ​ຈາກ​ເມືອງ​ມະຫານາອິມ​ໄປ​ທີ່​ເມືອງ​ກີເບໂອນ.</verse>
				<verse number="13">ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ ແລະ​ບັນດາ​ຂ້າຣາຊການ​ຄົນອື່ນໆ​ຂອງ​ກະສັດ​ດາວິດ​ໄດ້​ໄປ​ພົບ​ພວກເຂົາ​ທີ່​ສະນໍ້າ​ກີເບໂອນ ບ່ອນ​ທີ່​ຕ່າງ​ຝ່າຍ​ຕ່າງ​ກໍ​ຕັ້ງ​ທ່າ​ຢູ່​ຟາກ​ສະນໍ້າ​ແຕ່ລະ​ເບື້ອງ.</verse>
				<verse number="14">ອັບເນ​ເວົ້າ​ຕໍ່​ໂຢອາບ​ວ່າ, “ໃຫ້​ບັນດາ​ຊາຍໜຸ່ມ​ບາງຄົນ​ຂອງ​ແຕ່ລະ​ຝ່າຍ ລອງ​ສີມື​ຮົບ​ກັນ​ເບິ່ງດູ.” ໂຢອາບ​ຕອບ​ວ່າ, “ຕົກລົງ.”</verse>
				<verse number="15">ດັ່ງນັ້ນ ຈຶ່ງ​ມີ​ຊາຍໜຸ່ມ​ສິບສອງ​ຄົນ​ຈາກ​ຝ່າຍ​ອີຊະໂບເຊັດ ແລະ​ເຜົ່າ​ເບັນຢາມິນ ຮົບ​ກັບ​ຊາຍໜຸ່ມ​ສິບສອງ​ຄົນ​ຂອງ​ກະສັດ​ດາວິດ.</verse>
				<verse number="16">ແຕ່ລະຄົນ​ຕ່າງ​ກໍ​ກອດ​ຫົວ​ຂອງ​ຄູ່​ຕໍ່ສູ້​ໃຜ​ລາວ​ໄວ້ ແລະ​ໃຊ້​ດາບ​ແທງ​ຂ້າງ​ຄູ່​ຕໍ່ສູ້​ຂອງຕົນ ແລະ​ທັງ​ຊາວສີ່​ຄົນ ໄດ້​ລົ້ມ​ຕາຍ​ພ້ອມ​ກັນ. ດັ່ງນັ້ນ ຄົນ​ຈຶ່ງ​ເອີ້ນ​ບ່ອນ​ນີ້​ວ່າ, “ທົ່ງ​ດາບ.”</verse>
				<verse number="17">ແລ້ວ​ການ​ສູ້ຮົບ​ກັນ​ກໍ​ລະເບີດ​ຂຶ້ນ​ຢ່າງ​ດຸເດືອດ. ທະຫານ​ຝ່າຍ​ກະສັດ​ດາວິດ​ໄດ້​ເອົາ​ຊະນະ​ອັບເນ​ແລະ​ຊາວ​ອິດສະຣາເອນ.</verse>
				<verse number="18">ລູກຊາຍ​ສາມ​ຄົນ​ຂອງ​ນາງ​ເຊຣູອີຢາ: ໂຢອາບ, ອາບີໄຊ ແລະ​ອາສາເຮນ​ກໍ​ຢູ່​ໃນ​ທີ່ນັ້ນ​ດ້ວຍ. ສ່ວນ​ອາສາເຮນ​ຜູ້​ແລ່ນ​ໄວ​ເໝືອນ​ຟານ​ປ່າ​ນັ້ນ</verse>
				<verse number="19">ໄລ່​ຕາມ​ອັບເນ​ຢ່າງ​ບໍ່​ລົດລະ</verse>
				<verse number="20">ອັບເນ​ຫລຽວ​ຄືນ​ຫລັງ​ທັງ​ເວົ້າ​ວ່າ, “ອາສາເຮນ, ແມ່ນ​ເຈົ້າ​ບໍ?” ອາສາເຮນ​ຕອບ​ວ່າ, “ແມ່ນແລ້ວ.”</verse>
				<verse number="21">ອັບເນ​ບອກ​ລາວ​ວ່າ, “ເຊົາ​ໄລ່​ຕາມ​ຂ້ອຍ ໃຫ້​ໄລ່​ຕາມ​ທະຫານ​ຄົນອື່ນ ແລະ​ຢຶດເອົາ​ສິ່ງຂອງ​ທີ່​ເຂົາ​ມີ​ສາ,” ແຕ່​ອາສາເຮນ​ຍັງ​ໄລ່​ຕາມ​ອັບເນ​ໄປ​ຢູ່.</verse>
				<verse number="22">ອັບເນ​ບອກ​ລາວ​ອີກ​ວ່າ, “ຢຸດ​ໄລ່​ຕາມ​ຂ້ອຍ​ສາ ເປັນຫຍັງ​ຈຶ່ງ​ໃຫ້​ຂ້ອຍ​ຕ້ອງ​ຂ້າ​ເຈົ້າ ແລະ​ຂ້ອຍ​ຈະ​ສູ້​ໜ້າ​ກັບ​ໂຢອາບ​ອ້າຍ​ຂອງ​ເຈົ້າ​ໄດ້​ຢ່າງໃດ?”</verse>
				<verse number="23">ແຕ່​ອາສາເຮນ​ບໍ່​ຢຸດ​ໄລ່. ດັ່ງນັ້ນ ອັບເນ​ຈຶ່ງ​ຊັດ​ຫອກ​ຄືນ​ຫລັງ ຖືກ​ທ້ອງ​ຂອງ​ອາສາເຮນ​ຈົນ​ປາຍ​ຫອກ​ຊອດ​ອອກ​ມາ​ຂ້າງ​ຫລັງ; ອາສາເຮນ​ລົ້ມ​ຟຸບ​ລົງ​ກັບ​ດິນ ແລະ​ສິ້ນໃຈ​ຕາຍ. ເມື່ອ​ພວກ​ທີ່​ຕາມ​ມາ​ຮອດ​ບ່ອນ​ທີ່​ອາສາເຮນ​ນອນ​ຕາຍ​ຢູ່​ນັ້ນ ຈຶ່ງ​ພາກັນ​ຢຸດ​ຢູ່​ທີ່​ນັ້ນ.</verse>
				<verse number="24">ແຕ່​ໂຢອາບ​ກັບ​ອາບີໄຊ​ໄດ້​ໄລ່​ຕາມ​ອັບເນ​ໄປ. ເມື່ອ​ພວກເຂົາ​ມາ​ຮອດ​ເນີນພູ​ອຳມາ​ທີ່​ທາງທິດ​ຕາເວັນອອກ​ຂອງ​ກີອາ ຕາມ​ເສັ້ນ​ທາງ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ​ກີເບໂອນ ກໍ​ເປັນ​ເວລາ​ຕາເວັນ​ຕົກ​ດິນ.</verse>
				<verse number="25">ຊາວ​ເຜົ່າ​ເບັນຢາມິນ​ຈຶ່ງ​ກັບ​ມາ​ເຕົ້າໂຮມ​ກັບ​ອັບເນ​ອີກ ພວກເຂົາ​ຢືນ​ຢູ່​ທີ່​ເນີນພູ.</verse>
				<verse number="26">ອັບເນ​ຮ້ອງ​ໃສ່​ໂຢອາບ​ວ່າ, “ພວກເຮົາ​ຕ້ອງ​ສູ້ຮົບ​ກັນ​ຕະຫລອດໄປ​ຊັ້ນບໍ? ເຈົ້າ​ບໍ່​ເຫັນ​ບໍ​ວ່າ​ໃນ​ທີ່ສຸດ​ບໍ່ມີ​ຫຍັງ​ໝົດ​ນອກຈາກ​ຄວາມ​ຂົມຂື່ນ​ແຕ່​ເທົ່ານັ້ນ. ພວກເຮົາ​ເປັນ​ພີ່ນ້ອງ​ຊາດ​ດຽວກັນ ເຫິງ​ປານໃດ​ເຈົ້າ​ຈຶ່ງ​ຈະ​ສັ່ງ​ຄົນ​ຂອງ​ເຈົ້າ ໃຫ້​ເຊົາ​ໄລ່​ຕາມ​ພວກຂ້ອຍ?”</verse>
				<verse number="27">ໂຢອາບ​ຕອບ​ວ່າ, “ຂ້ອຍ​ສາບານ​ໂດຍ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ຖ້າ​ເຈົ້າ​ບໍ່​ຂໍຮ້ອງ​ໄວ້ ຄົນ​ຂອງຂ້ອຍ​ຈະ​ໄລ່​ຕາມ​ເຈົ້າ​ໄປ​ຈົນຮອດ​ມື້ອື່ນ​ເຊົ້າ.”</verse>
				<verse number="28">ແລ້ວ​ໂຢອາບ​ກໍ​ເປົ່າແກ​ສັນຍານ​ໃຫ້​ຄົນ​ຂອງຕົນ ເຊົາ​ໄລ່​ພວກ​ອິດສະຣາເອນ; ແລ້ວ​ການ​ສູ້ຮົບ​ກັນ​ກໍ​ຢຸດຕິ​ລົງ.</verse>
				<verse number="29">ອັບເນ​ແລະ​ຄົນ​ຂອງຕົນ​ໄດ້​ເຄື່ອນ​ທັບ ຜ່ານ​ຮ່ອມພູ​ຈໍແດນ​ຕະຫລອດ​ທັງຄືນ ພວກເຂົາ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ. ຫລັງຈາກ​ຍ່າງ​ຕະຫລອດ​ເຊົ້າ ພວກເຂົາ​ຈຶ່ງ​ກັບ​ມາ​ຮອດ​ມະຫານາອິມ.</verse>
				<verse number="30">ເມື່ອ​ໂຢອາບ​ເຊົາ​ໄລ່​ຕາມ​ອັບເນ​ແລ້ວ ລາວ​ຈຶ່ງ​ຮວບຮວມ​ເອົາ​ຄົນ​ຂອງຕົນ ແລະ​ເຫັນ​ວ່າ​ມີ​ຢູ່​ສິບເກົ້າ​ຄົນ​ທີ່​ຂາດ​ຫາຍ​ໄປ​ຊຶ່ງ​ບໍ່​ນັບ​ອາສາເຮນ​ເຂົ້າ​ດ້ວຍ.</verse>
				<verse number="31">ຄົນ​ຂອງ​ຝ່າຍ​ກະສັດ​ດາວິດ​ໄດ້​ຂ້າ​ຄົນ​ໃນ​ເຜົ່າ​ເບັນຢາມິນ​ທີ່​ເປັນ​ທະຫານ​ຂອງ​ອັບເນ​ຕາຍ​ສາມຮ້ອຍ​ຫົກສິບ​ຄົນ.</verse>
				<verse number="32">ໂຢອາບ​ແລະ​ທະຫານ​ຂອງຕົນ​ໄດ້​ນຳ​ເອົາ​ຊາກສົບ​ຂອງ​ອາສາເຮນ ໄປ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ຄອບຄົວ​ຂອງຕົນ​ທີ່​ເມືອງ​ເບັດເລເຮັມ. ແລ້ວ​ພວກເຂົາ​ກໍ​ຍ່າງ​ຕະຫລອດ​ຄືນ​ກັບ​ມາ​ເຖິງ​ເມືອງ​ເຮັບໂຣນ​ໃນ​ຕອນເຊົ້າ.</verse>
			</chapter>
			<chapter number="3">
				<verse number="1">ການ​ຕໍ່ສູ້​ກັນ​ລະຫວ່າງ​ຝ່າຍ​ສະໜັບ​ສະໜູນ​ຄອບຄົວ​ຂອງ​ກະສັດ​ໂຊນ ແລະ​ຝ່າຍ​ສະໜັບ​ສະໜູນ​ຄອບຄົວ​ຂອງ​ກະສັດ​ດາວິດ ໄດ້​ດຳເນີນ​ໄປ​ເປັນ​ເວລາ​ນານ. ໃນ​ຂະນະທີ່​ກະສັດ​ດາວິດ​ເຂັ້ມແຂງ​ຂຶ້ນ​ນັ້ນ ຝ່າຍ​ຄູ່ແຂ່ງ​ຂອງ​ເພິ່ນ​ກໍ​ອ່ອນ​ກຳລັງ​ລົງ.</verse>
				<verse number="2">ລູກຊາຍ​ຫົກ​ຄົນ​ຂອງ​ກະສັດ​ດາວິດ​ທີ່​ເກີດ​ຢູ່​ໃນ​ເມືອງ​ເຮັບໂຣນ ຕາມ​ລຳດັບ​ການ​ເກີດ​ມີ​ດັ່ງນີ້: ອຳໂນນ ຜູ້​ທີ່​ເປັນ​ແມ່​ແມ່ນ​ນາງ​ອາຮີໂນອາມ ຊາວ​ຢິດຊະເຣນ;</verse>
				<verse number="3">ກີເລອາບ ຜູ້​ທີ່​ເປັນ​ແມ່​ແມ່ນ​ນາງ​ອາບີກາຍ​ຊາວ​ກາເມນ ເມຍ​ໝ້າຍ​ຂອງ​ນາບານ; ອັບຊາໂລມ ຜູ້​ທີ່​ເປັນ​ແມ່​ແມ່ນ​ນາງ​ມາອາກາ ລູກສາວ​ຂອງ​ກະສັດ​ຕານໄມ​ແຫ່ງ​ເກຊູ;</verse>
				<verse number="4">ອາໂດນີຢາ ຜູ້​ທີ່​ເປັນ​ແມ່​ແມ່ນ​ນາງ​ຮັກກິດ; ເຊຟາຕີຢາ ຜູ້​ທີ່​ເປັນ​ແມ່​ແມ່ນ​ນາງ​ອາບີຕານ;</verse>
				<verse number="5">ອິດທະເລອາມ ຜູ້​ທີ່​ເປັນ​ແມ່​ແມ່ນ​ນາງ​ເອັກລາ. ພວກ​ລູກຊາຍ​ເຫຼົ່ານີ້​ເກີດ​ຢູ່​ໃນ​ເມືອງ​ເຮັບໂຣນ.</verse>
				<verse number="6">ໃນ​ຂະນະທີ່​ການ​ຕໍ່ສູ້​ກັນ​ດຳເນີນ​ຕໍ່ໄປ ລະຫວ່າງ​ກຳລັງ​ຂອງ​ດາວິດ ແລະ​ກຳລັງ​ທີ່​ຈົງຮັກ​ພັກດີ​ຕໍ່​ຄອບຄົວ​ກະສັດ​ໂຊນ ອັບເນ​ກໍ​ມີ​ອຳນາດ​ຫລາຍ​ຂຶ້ນ​ໃນ​ທ່າມກາງ​ພັກພວກ​ຂອງ​ກະສັດ​ໂຊນ.</verse>
				<verse number="7">ມື້ໜຶ່ງ ອີຊະໂບເຊັດ​ລູກຊາຍ​ຂອງ​ກະສັດ​ໂຊນ​ກ່າວຫາ​ວ່າ ອັບເນ​ໄດ້​ຮ່ວມ​ນອນ​ກັບ​ເມຍນ້ອຍ​ຂອງ​ກະສັດ​ໂຊນ​ຄື: ນາງ​ຣິຊະປາ​ລູກສາວ​ຂອງ​ອາອີຢາ.</verse>
				<verse number="8">ເລື່ອງ​ນີ້​ພາ​ໃຫ້​ອັບເນ​ໂກດຮ້າຍ​ທີ່ສຸດ ລາວ​ຈຶ່ງ​ຮ້ອງ​ອອກ​ມາ​ວ່າ, “ເຈົ້າ​ຄິດ​ວ່າ​ຂ້ອຍ​ທໍລະຍົດ​ຕໍ່​ກະສັດ​ໂຊນ​ຊັ້ນບໍ? ເຈົ້າ​ຄິດ​ວ່າ​ຂ້ອຍ​ກຳລັງ​ຮັບໃຊ້​ຢູດາ​ຊັ້ນບໍ? ແຕ່​ໃດໆ​ມາ ຂ້ອຍ​ໄດ້​ສະແດງ​ຄວາມ​ຈົງຮັກ​ພັກດີ​ຕໍ່​ພໍ່​ຂອງ​ເຈົ້າ, ຕໍ່​ອ້າຍ​ນ້ອງ​ຂອງ​ເພິ່ນ ແລະ​ຕໍ່​ໝູ່ເພື່ອນ​ຂອງ​ເພິ່ນ ແລະ​ຂ້ອຍ​ໄດ້​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໄວ້ ບໍ່​ໃຫ້​ຕົກ​ຢູ່​ໃນ​ກຳມື​ຂອງ​ກະສັດ​ດາວິດ, ແຕ່​ເຖິງ​ປານນັ້ນ ໃນວັນນີ້​ເຈົ້າ​ຍັງ​ຊອກ​ຫາ​ຄວາມຜິດ​ໃສ່​ຂ້ອຍ​ກ່ຽວກັບ​ເລື່ອງ​ຜູ້ຍິງ​ຊັ້ນບໍ?</verse>
				<verse number="9">ພຣະເຈົ້າຢາເວ​ໄດ້​ສາບານ​ກັບ​ດາວິດ​ວ່າ ພຣະອົງ​ຈະ​ເອົາ​ອານາຈັກ​ໄປ​ຈາກ​ກະສັດ​ໂຊນ ແລະ​ເຊື້ອສາຍ​ຂອງ​ເພິ່ນ; ແລ້ວ​ພຣະອົງ​ກໍ​ຈະ​ໃຫ້​ດາວິດ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ຊາວ​ອິດສະຣາເອນ​ແລະ​ຊາວ​ຢູດາ ຕັ້ງແຕ່​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້. ຖ້າ​ຂ້ອຍ​ບໍ່​ເຮັດ​ສິ່ງ​ນີ້​ໃຫ້​ກາຍເປັນຈິງ ກໍ​ຂໍ​ພຣະເຈົ້າ​ລົງໂທດ​ຂ້ອຍ​ໃຫ້​ເຖິງ​ຕາຍ​ເຖີດ.”</verse>
				<verse number="10"></verse>
				<verse number="11">ອີຊະໂບເຊັດ​ຢ້ານກົວ​ອັບເນ​ຫລາຍ​ຈົນ​ເວົ້າ​ບໍ່​ອອກ.</verse>
				<verse number="12">ໃນ​ເວລາ​ນັ້ນ ດາວິດ​ຍັງ​ຢູ່​ໃນ​ເມືອງ​ເຮັບໂຣນ ອັບເນ​ຈຶ່ງ​ໄດ້​ສົ່ງ​ຜູ້ນຳ​ຂ່າວ​ໄປ​ຫາ​ເພິ່ນ​ເພື່ອ​ບອກ​ວ່າ, “ແມ່ນ​ຜູ້ໃດ​ຈະ​ປົກຄອງ​ດິນແດນ​ນີ້? ຈົ່ງ​ຕົກລົງ​ກັບ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ຈະ​ຊ່ວຍ​ນຳ​ເອົາ​ຊາວ​ອິດສະຣາເອນ​ທັງໝົດ​ມາ​ເປັນ​ຝ່າຍ​ຂອງທ່ານ.”</verse>
				<verse number="13">ດາວິດ​ຕອບ​ວ່າ, “ດີ​ແລ້ວ ເຮົາ​ຈະ​ເຮັດ​ສັນຍາ​ກັບ​ເຈົ້າ, ແຕ່​ມີ​ເງື່ອນໄຂ​ຢູ່​ວ່າ​ເມື່ອ​ເຈົ້າ​ມາ​ພົບ​ເຮົາ ໃຫ້​ເຈົ້າ​ນຳ​ເອົາ​ມີການ​ລູກສາວ​ຂອງ​ກະສັດ​ໂຊນ​ມາ​ໃຫ້​ເຮົາ.”</verse>
				<verse number="14">ຝ່າຍ​ດາວິດ​ຍັງ​ໄດ້​ສົ່ງ​ຄົນນຳຂ່າວ​ໄປ​ບອກ​ອີຊະໂບເຊັດ​ວ່າ, “ຂໍ​ໃຫ້​ສົ່ງ​ມີການ ເມຍ​ຂອງເຮົາ​ມາ​ໃຫ້​ເຮົາ. ເຮົາ​ໄດ້​ເອົາ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ລັບ​ຊາຍ​ຟີລິດສະຕິນ​ຮ້ອຍ​ຄົນ ເປັນ​ຄ່າ​ດອງ​ເພື່ອ​ເອົາ​ນາງ​ເປັນ​ເມຍ.”</verse>
				<verse number="15">ສະນັ້ນ ອີຊະໂບເຊັດ​ຈຶ່ງ​ໃຫ້​ຄົນ​ໄປ​ນຳ​ເອົາ​ນາງ​ມີການ​ມາ​ແຕ່​ເຮືອນ​ຜົວ​ຂອງ​ນາງ​ຄື​ປານຕີເອນ​ລູກຊາຍ​ລາອິດ.</verse>
				<verse number="16">ສ່ວນ​ປານຕີເອນ​ກໍ​ຮ້ອງໄຫ້​ຕາມ​ເມຍ​ຂອງຕົນ​ໄປ​ຈົນເຖິງ​ເມືອງ​ບາຮູຣິມ. ແຕ່​ເມື່ອ​ອັບເນ​ບອກ​ລາວ​ວ່າ, “ຈົ່ງ​ກັບ​ເມືອ​ສາ.” ລາວ​ຈຶ່ງ​ກັບ​ເມືອ.</verse>
				<verse number="17">ແລ້ວ​ອັບເນ​ກໍ​ໄປ​ເວົ້າ​ກັບ​ພວກ​ຜູ້ນຳ​ຊາວ​ອິດສະຣາເອນ​ວ່າ, “ດົນນານ​ມາ​ແລ້ວ​ທີ່​ພວກທ່ານ​ຢາກ​ໃຫ້​ດາວິດ​ເປັນ​ກະສັດ​ຂອງ​ພວກທ່ານ.</verse>
				<verse number="18">ບັດນີ້ ແມ່ນ​ໂອກາດ​ຂອງ​ພວກທ່ານ​ແລ້ວ. ຈົ່ງ​ຈື່ຈຳ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ‘ເຮົາ​ຈະ​ໃຊ້​ດາວິດ​ຜູ້ຮັບໃຊ້​ຂອງເຮົາ ໄປ​ຊ່ວຍ​ເອົາ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງເຮົາ​ໃຫ້​ພົ້ນ​ຈາກ​ພວກ​ຟີລິດສະຕິນ ແລະ​ຈາກ​ສັດຕູ​ທັງຫລາຍ​ຂອງ​ພວກເຂົາ.”’</verse>
				<verse number="19">ອັບເນ​ຍັງ​ໄດ້​ບອກ​ປະຊາຊົນ​ເຜົ່າ​ເບັນຢາມິນ​ເຊັ່ນດຽວ​ກັນ. ແລ້ວ​ລາວ​ກໍໄດ້​ໄປ​ທີ່​ເມືອງ​ເຮັບໂຣນ​ເພື່ອ​ບອກ​ດາວິດ ເຖິງ​ສິ່ງ​ທີ່​ປະຊາຊົນ​ເບັນຢາມິນ​ແລະ​ປະຊາຊົນ​ອິດສະຣາເອນ​ໄດ້​ຕົກລົງ​ກັນ​ທີ່​ຈະ​ດຳເນີນການ.</verse>
				<verse number="20">ເມື່ອ​ອັບເນ​ພ້ອມ​ທັງ​ຊາຍ​ຊາວ​ຄົນ​ໄດ້​ມາ​ຫາ​ດາວິດ​ນັ້ນ ເພິ່ນ​ໄດ້​ຈັດ​ງານລ້ຽງ​ພວກເຂົາ.</verse>
				<verse number="21">ອັບເນ​ບອກ​ດາວິດ​ວ່າ, “ບັດນີ້ ຂ້ານ້ອຍ​ຈະ​ຕ້ອງ​ໄປ​ຮວບຮວມ​ເອົາ​ຊາວ​ອິດສະຣາເອນ​ທັງໝົດ​ມາ​ໃຫ້​ທ່ານ. ພວກເຂົາ​ຈະ​ຍອມ​ຮັບ​ເອົາ​ທ່ານ​ໃຫ້​ເປັນ​ກະສັດ ແລະ​ທ່ານ​ກໍ​ຈະ​ໄດ້​ຮັບ​ຕາມ​ທີ່​ທ່ານ​ໄດ້​ຕັ້ງໃຈ​ໄວ້​ນານ​ມາ​ແລ້ວ ແລະ​ຈະ​ໄດ້​ປົກຄອງ​ດິນແດນ​ທັງໝົດ.” ແລ້ວ​ດາວິດ​ກໍ​ຮັບຮອງ​ຄວາມ​ປອດໄພ​ໃຫ້​ແກ່​ອັບເນ ແລະ​ສົ່ງ​ລາວ​ກັບ​ເມືອ.</verse>
				<verse number="22">ຕໍ່ມາ ໂຢອາບ​ແລະ​ບັນດາ​ຂ້າຣາຊການ​ຄົນອື່ນໆ​ຂອງ​ດາວິດ ກໍ​ກັບ​ມາ​ແຕ່​ການ​ປຸ້ນສະດົມ. ພວກເຂົາ​ນຳ​ເອົາ​ສິ່ງຂອງ​ຢ່າງ​ຫລວງຫລາຍ​ທີ່​ຢຶດ​ໄດ້​ມາ, ແຕ່​ອັບເນ​ບໍ່ໄດ້​ຢູ່​ໃນ​ເມືອງ​ເຮັບໂຣນ​ກັບ​ດາວິດ ເພາະ​ເພິ່ນ​ໄດ້​ສົ່ງ​ລາວ​ກັບ​ເມືອ​ໂດຍ​ຮັບຮອງ​ຄວາມ​ປອດໄພ​ໃຫ້​ແກ່​ລາວ​ແລ້ວ.</verse>
				<verse number="23">ເມື່ອ​ໂຢອາບ​ແລະ​ຄົນ​ຂອງ​ລາວ​ມາ​ຮອດ ໄດ້​ມີ​ຄົນ​ມາ​ບອກ​ໂຢອາບ​ວ່າ, ອັບເນ​ລູກຊາຍ​ຂອງ​ເນຣະ​ໄດ້​ມາ​ຫາ​ກະສັດ ແລະ​ເພິ່ນ​ໄດ້​ສົ່ງ​ລາວ​ກັບ​ເມືອ ໂດຍ​ຮັບຮອງ​ຄວາມ​ປອດໄພ​ໃຫ້​ແກ່​ລາວ.</verse>
				<verse number="24">ດັ່ງນັ້ນ ໂຢອາບ​ຈຶ່ງ​ໄປ​ຖາມ​ກະສັດ​ວ່າ, “ອັບເນ​ໄດ້​ມາ​ຫາ​ທ່ານ ເປັນຫຍັງ​ທ່ານ​ຈຶ່ງ​ປ່ອຍ​ໃຫ້​ລາວ​ກັບຄືນ​ໄປ​ຢ່າງ​ນັ້ນ? ເປັນຫຍັງ​ທ່ານ​ຈຶ່ງ​ເຮັດ​ເຊັ່ນນີ້?</verse>
				<verse number="25">ທ່ານ​ເອງ​ຄົງ​ຮູ້​ດີ​ວ່າ​ອັບເນ​ລູກຊາຍ​ຂອງ​ເນຣະ​ມາ​ນີ້​ເພື່ອ​ລໍ້ລວງ​ທ່ານ ແລະ​ເພື່ອ​ສືບ​ເອົາ​ເລື່ອງ​ຕ່າງໆ​ທີ່​ທ່ານ​ເຮັດ ຕະຫລອດ​ທັງ​ທຸກ​ບ່ອນ​ທີ່​ທ່ານ​ໄປ.”</verse>
				<verse number="26">ເມື່ອ​ໂຢອາບ​ລາ​ຈາກ​ກະສັດ​ດາວິດ​ໄປ​ແລ້ວ ລາວ​ກໍ​ສົ່ງ​ຄົນນຳຂ່າວ​ໄປ​ເອີ້ນ​ອັບເນ​ມາ​ຫາ. ພວກເຂົາ​ໄດ້​ນຳ​ອັບເນ​ມາ​ຈາກ​ນໍ້າສ້າງ​ທີ່​ຊີຣາ, ແຕ່​ດາວິດ​ບໍ່​ຮູ້​ເລື່ອງ​ນີ້​ແຕ່​ຢ່າງໃດ.</verse>
				<verse number="27">ເມື່ອ​ອັບເນ​ມາ​ເຖິງ​ເມືອງ​ເຮັບໂຣນ ໂຢອາບ​ຈຶ່ງ​ພາ​ລາວ​ຫລີກ​ໄປ​ທາງ​ປະຕູ​ເມືອງ​ໂດຍ​ທຳທ່າ​ວ່າ​ຢາກ​ເວົ້າ​ກັບ​ລາວ​ເປັນ​ທາງ​ສ່ວນຕົວ. ໃນ​ທີ່ນັ້ນ ໂຢອາບ​ໄດ້​ໃຊ້​ມີດ​ແທງ​ທີ່​ທ້ອງ​ຂອງ​ລາວ. ອັບເນ​ຖືກ​ລອບ​ສັງຫານ​ເຊັ່ນນີ້ ເພາະ​ລາວ​ໄດ້​ຂ້າ​ອາສາເຮນ​ນ້ອງຊາຍ​ໂຢອາບ.</verse>
				<verse number="28">ເມື່ອ​ດາວິດ​ຮູ້​ເລື່ອງ​ນີ້ ເພິ່ນ​ຈຶ່ງ​ກ່າວ​ວ່າ, “ຂ້າພະເຈົ້າ ແລະ​ອານາຈັກ​ຂອງ​ຂ້າພະເຈົ້າເ​ອງ ບໍ່ມີ​ຄວາມຜິດ​ແຕ່​ປະການ​ໃດ​ຕໍ່ໜ້າ​ພຣະເຈົ້າຢາເວ​ຕະຫຼອດໄປ​ໃນ​ເລື່ອງ​ທີ່​ອັບເນ​ລູກຊາຍ​ຂອງ​ເນຣະ​ຖືກ​ຂ້າ,</verse>
				<verse number="29">ຂໍ​ໃຫ້​ການ​ລົງໂທດ​ຕົກ​ຖືກ​ໂຢອາບ ແລະ​ຄອບຄົວ​ຂອງ​ລາວ​ທັງໝົດ. ຂໍ​ໃຫ້​ເຊື້ອສາຍ​ຂອງ​ໂຢອາບ​ທຸກຄົນ​ເປັນ​ພະຍາດ​ໜອງໃນ ເປັນ​ຂີ້ທູດ, ເປັນ​ຄົນ​ເຮັດ​ວຽກ​ເຮືອນ​ດັ່ງ​ຜູ້ຍິງ ຖືກ​ຂ້າ​ໃນ​ສະໜາມຮົບ ຫລື​ຂາດ​ອາຫານ​ການກິນ.”</verse>
				<verse number="30">ໂຢອາບ​ແລະ​ອາບີໄຊ​ນ້ອງຊາຍ​ຂອງຕົນ​ໄດ້​ລອບ​ສັງຫານ​ອັບເນ​ເພື່ອ​ແກ້ແຄ້ນ ເພາະ​ອັບເນ​ໄດ້​ຂ້າ​ອາສາເຮນ​ນ້ອງຊາຍ​ຂອງ​ພວກເຂົາ​ໃນ​ສະໜາມຮົບ​ທີ່​ກີເບໂອນ.</verse>
				<verse number="31">ແລ້ວ​ດາວິດ​ກໍ​ສັ່ງ​ໃຫ້​ໂຢອາບ ແລະ​ຄອບຄົວ​ຂອງຕົນ ຈີກ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຂົາ ແລະ​ໃສ່​ຜ້າ​ກະສອບ​ເຂົ້າ​ໄວ້ທຸກ​ໃຫ້​ອັບເນ. ໃນ​ພິທີ​ສົ່ງສະການ ກະສັດ​ດາວິດ​ໄດ້​ຍ່າງ​ຕາມຫລັງ​ຫີບ​ສົບ​ຂອງ​ອັບເນ.</verse>
				<verse number="32">ຊາກສົບ​ຂອງ​ອັບເນ​ໄດ້​ຖືກ​ຝັງ​ໄວ້​ທີ່​ເມືອງ​ເຮັບໂຣນ. ທີ່​ຂຸມຝັງສົບ ກະສັດ​ໄດ້​ຮ້ອງໄຫ້​ສຽງດັງ ແລະ​ປະຊາຊົນ​ກໍ​ຮ້ອງໄຫ້​ເຊັ່ນດຽວ​ກັນ.</verse>
				<verse number="33">ກະສັດ​ດາວິດ​ໄດ້​ຮ້ອງເພງ​ໄວ້​ອາໄລ​ໃຫ້​ອັບເນ​ດັ່ງນີ້: “ເປັນຫຍັງ​ອັບເນ​ຈຶ່ງ​ຕາຍ​ດັ່ງ​ຄົນໂງ່ຈ້າ​ນໍ? ມື​ລາວ​ບໍ່ໄດ້​ຖືກ​ມັດ​ແຕ່​ປະການ​ໃດ​ທັງສິ້ນ ແລະ​ຕີນ​ລາວ​ນັ້ນ​ກໍ​ບໍ່​ໄດ້ຖືກ​ລ່າມໂສ້​ໃສ່; ລາວ​ຕາຍ​ຖິ້ມ​ລ້າໆ​ດ້ວຍ​ສີມື​ຄາດຕະກອນ.” ແລະ​ປະຊາຊົນ​ທັງຫລາຍ​ຕ່າງ​ກໍ​ຮ້ອງໄຫ້​ຫາ​ອັບເນ​ອີກ.</verse>
				<verse number="34"></verse>
				<verse number="35">ຕະຫລອດ​ທັງ​ວັນ ປະຊາຊົນ​ທັງ​ໝົດ​ໄດ້​ພະຍາຍາມ​ໃຫ້​ກະສັດ​ດາວິດ​ກິນ​ອາຫານ, ແຕ່​ເພິ່ນ​ກັບ​ສັນຍາ​ຢ່າງ​ໜັກແໜ້ນ​ວ່າ, “ຂໍ​ໃຫ້​ພຣະເຈົ້າ​ລົງໂທດ​ຂ້ານ້ອຍ​ເຖິງ​ຕາຍ​ເຖີດ ຖ້າ​ຂ້ານ້ອຍ​ກິນ​ສິ່ງໃດ​ສິ່ງໜຶ່ງ​ກ່ອນ​ຕາເວັນ​ຕົກ​ດິນ.”</verse>
				<verse number="36">ເມື່ອ​ປະຊາຊົນ​ເຫັນ​ເຊັ່ນນີ້ ພວກເຂົາ​ກໍ​ມີ​ຄວາມ​ພໍໃຈ​ໃນ​ຕົວ​ເພິ່ນ. ທຸກສິ່ງ​ທີ່​ກະສັດ​ໄດ້​ເຮັດ​ລົງ​ໄປ​ນັ້ນ​ເປັນ​ທີ່​ພໍໃຈ​ປະຊາຊົນ.</verse>
				<verse number="37">ຄົນ​ຂອງ​ກະສັດ​ດາວິດ​ທຸກຄົນ​ກັບ​ປະຊາຊົນ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ ຕ່າງ​ກໍ​ເຂົ້າໃຈ​ວ່າ ກະສັດ​ບໍ່ມີ​ສ່ວນ​ຮູ້​ເຫັນ​ໃດໆ​ໃນ​ການ​ລອບ​ສັງຫານ​ອັບເນ​ລູກຊາຍ​ຂອງ​ເນຣະ.</verse>
				<verse number="38">ກະສັດ​ກ່າວ​ແກ່​ບັນດາ​ຂ້າຣາຊການ​ຂອງຕົນ​ວ່າ, “ພວກທ່ານ​ຮູ້​ບໍ​ວ່າ​ວັນ​ນີ້ ມີ​ຜູ້ນຳ​ຄົນ​ສຳຄັນ​ໃນ​ຊາດ​ອິດສະຣາເອນ​ໄດ້​ຕາຍໄປ.</verse>
				<verse number="39">ເຖິງ​ແມ່ນ​ວ່າ​ເຮົາ​ເປັນ​ກະສັດ​ທີ່​ພຣະເຈົ້າ​ໄດ້​ຊົງ​ຫົດສົງ, ແຕ່​ເຮົາ​ກໍ​ຮູ້​ສຶກ​ອ່ອນແອ​ໃນວັນນີ້. ພວກ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ນີ້​ຊ່າງ​ໂຫດຮ້າຍ​ແກ່​ເຮົາ​ແທ້ນໍ ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ຄາດຕະກອນ​ເຫຼົ່ານີ້ ຕາມ​ທີ່​ພວກເຂົາ​ຄວນ​ຈະ​ໄດ້​ຮັບ​ເຖີດ.”</verse>
			</chapter>
			<chapter number="4">
				<verse number="1">ເມື່ອ​ອີຊະໂບເຊັດ​ລູກຊາຍ​ຂອງ​ກະສັດ​ໂຊນ​ໄດ້ຍິນ​ວ່າ ອັບເນ​ຖືກ​ຂ້າ​ຢູ່​ທີ່​ເມືອງ​ເຮັບໂຣນ​ແລ້ວ; ເພິ່ນ​ກໍ​ຢ້ານກົວ ແລະ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍ​ແຕກຕື່ນ​ຕົກໃຈ.</verse>
				<verse number="2">ອີຊະໂບເຊັດ​ມີ​ຂ້າຣາຊການ​ສອງ​ຄົນ​ທີ່​ເປັນ​ຫົວໜ້າ​ກອງປຸ້ນ​ຄື: ບາອານາ​ແລະ​ເຣກາບ, ທັງສອງ​ນີ້​ເປັນ​ລູກຊາຍ​ຂອງ​ຣິມໂມນ ໄທ​ເມືອງ​ເບເອໂຣດ​ໃນ​ເຜົ່າ​ເບັນຢາມິນ. (ເບເອໂຣດ​ຖືກ​ນັບ​ເຂົ້າ​ເປັນ​ສ່ວນ​ໜຶ່ງ​ຂອງ​ເຜົ່າ​ເບັນຢາມິນ.</verse>
				<verse number="3">ຄົນພື້ນເມືອງ​ໃນ​ເມືອງ​ນີ້​ໄດ້​ປົບໜີໄປ​ສູ່​ກິດຕາອິມ ບ່ອນ​ທີ່​ພວກເຂົາ​ອາໄສ​ຢູ່​ຈົນເຖິງ​ເທົ່າທຸກ​ວັນນີ້.)</verse>
				<verse number="4">ກະສັດ​ໂຊນ​ຍັງ​ມີ​ເຊື້ອສາຍ​ຢູ່​ອີກ​ຄົນ​ໜຶ່ງ​ຊື່​ວ່າ ເມຟີໂບເຊັດ; ລາວ​ເປັນ​ລູກຊາຍ​ຂອງ​ໂຢນາທານ. ຕອນ​ທີ່​ກະສັດ​ໂຊນ​ກັບ​ໂຢນາທານ​ຖືກ​ຂ້າ​ນັ້ນ ເມຟີໂບເຊັດ​ມີ​ອາຍຸ​ພຽງແຕ່​ຫ້າ​ປີ. ເມື່ອ​ຂ່າວ​ການຕາຍ​ຂອງ​ທັງສອງ​ເລົ່າລື​ມາ​ຈາກ​ຢິດຊະເຣນ ເອື້ອຍລ້ຽງ​ຂອງ​ເມຟີໂບເຊັດ​ກໍ​ຫອບ​ອູ້ມ​ລາວ​ໜີ, ແຕ່​ນາງ​ຟ້າວ​ເກີນ​ໄປ​ຈຶ່ງ​ເຮັດ​ໃຫ້​ເມຟີໂບເຊັດ​ຫລຸດ​ຈາກ​ມື ລາວ​ຈຶ່ງ​ກາຍເປັນ​ຄົນ​ຂາ​ພິການ.</verse>
				<verse number="5">ລູກຊາຍ​ຂອງ​ຣິມໂມນ​ຊາວ​ເບເອໂຣດ ຄື​ເຣກາບ​ແລະ​ບາອານາ​ໄດ້​ໄປ​ທີ່​ເຮືອນ​ອີຊະໂບເຊັດ ແລະ​ມາ​ຮອດ​ທີ່​ນັ້ນ​ຕອນທ່ຽງ ໃນ​ຂະນະທີ່​ເພິ່ນ​ນອນ​ພັກຜ່ອນ​ຕອນ​ສວາຍ.</verse>
				<verse number="6">ຜູ້ຍິງ​ທີ່​ພວມ​ຫ່ອນ​ເຂົ້າ​ສາລີ​ທີ່​ປະຕູ​ເຮືອນ​ນັ້ນ​ຫິວນອນ​ຫລາຍ ນາງ​ຈຶ່ງ​ຫລັບ​ໄປ. ສະນັ້ນ ເຣກາບ​ແລະ​ບາອານາ​ຈຶ່ງ​ຢ່ອງ​ເຂົ້າ​ໄປ​ຂ້າງ​ໃນ.</verse>
				<verse number="7">ເມື່ອ​ເຂົ້າ​ໄປ​ຂ້າງ​ໃນ​ແລ້ວ ພວກເຂົາ​ຈຶ່ງ​ໄປ​ໃນ​ຫ້ອງ​ນອນ​ຂອງ​ອີຊະໂບເຊັດ ຜູ້​ທີ່​ພວມ​ນອນ​ຫລັບ​ຢູ່​ຢ່າງ​ສະບາຍ ແລະ​ຂ້າ​ເພິ່ນ​ເສຍ. ພວກເຂົາ​ໄດ້​ຕັດ​ເອົາ​ຫົວ​ເພິ່ນ​ຖື​ໄປ​ນຳ ແລະ​ຍ່າງ​ຕະຫລອດ​ຄືນ​ຜ່ານ​ຮ່ອມພູ​ຈໍແດນ.</verse>
				<verse number="8">ພວກເຂົາ​ນຳ​ເອົາ​ຫົວ​ອີຊະໂບເຊັດ​ມາ​ໃຫ້​ກະສັດ​ດາວິດ​ຢູ່​ໃນ​ເມືອງ​ເຮັບໂຣນ ແລະ​ເວົ້າ​ວ່າ, “ນີ້​ຄື​ຫົວ​ອີຊະໂບເຊັດ​ລູກຊາຍ​ຂອງ​ກະສັດ​ໂຊນ ສັດຕູ​ຜູ້​ທີ່​ພະຍາຍາມ​ຂ້າ​ທ່ານ. ວັນ​ນີ້ ພຣະເຈົ້າຢາເວ​ອະນຸຍາດ​ໃຫ້​ທ່ານ​ແກ້ແຄ້ນ​ໂຊນ ແລະ​ເຊື້ອສາຍ​ຂອງ​ເພິ່ນ​ແລ້ວ.”</verse>
				<verse number="9">ແຕ່​ກະສັດ​ດາວິດ​ຕອບ​ລູກຊາຍ​ຂອງ​ຣິມໂມນ​ໄທ​ເມືອງ​ເບເອໂຣດ ຄື​ເຣກາບ​ແລະ​ບາອານາ​ອ້າຍ​ຂອງ​ລາວ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່ ຄື​ອົງ​ທີ່​ຊົງ​ໄຖ່​ຊີວິດ​ຂອງເຮົາ​ໃຫ້​ພົ້ນ​ອັນຕະລາຍ​ນາໆ​ປະການ</verse>
				<verse number="10">ມີ​ຜູ້ນຳຂ່າວ​ໄດ້​ມາ​ຫາ​ເຮົາ​ທີ່​ເມືອງ​ຊິກລັກ ແລະ​ບອກ​ເຮົາ​ເຖິງ​ການ​ຕາຍ​ຂອງ​ກະສັດ​ໂຊນ ໂດຍ​ຄິດ​ວ່າ​ຕົນ​ນຳ​ເອົາ​ຂ່າວ​ດີ​ມາ​ບອກ, ແຕ່​ເຮົາ​ໄດ້​ຈັບ​ເອົາ​ຜູ້ນັ້ນ​ໄປ​ຂ້າ​ເສຍ. ນີ້​ແຫຼະ ຄື​ບຳເໜັດ​ທີ່​ເຮົາ​ໃຫ້​ລາວ​ສຳລັບ​ຂ່າວ​ດີ​ນັ້ນ.</verse>
				<verse number="11">ມັນ​ເປັນ​ການ​ຊົ່ວຮ້າຍ​ໜັກ​ສໍ່າໃດ ເມື່ອ​ຄົນ​ອະທຳ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ ຊຶ່ງ​ກຳລັງ​ນອນ​ຢູ່​ໃນ​ເຮືອນ​ຂອງຕົນ. ບັດນີ້ ເຮົາ​ຈະ​ລົງໂທດ​ພວກເຈົ້າ​ທີ່​ໄດ້ຂ້າ​ລາວ ແລະ​ທຳລາຍ​ພວກເຈົ້າ​ໃຫ້​ໝົດສິ້ນ​ໄປ​ຈາກ​ແຜ່ນດິນ​ໂລກນີ້.”</verse>
				<verse number="12">ກະສັດ​ດາວິດ​ຈຶ່ງ​ອອກ​ຄຳສັ່ງ​ໃຫ້​ພວກ​ທະຫານ​ຂອງ​ເພິ່ນ ຂ້າ​ເຣກາບ​ແລະ​ບາອານາ​ທັງ​ໃຫ້​ຕັດ​ມື​ແລະ​ຕີນ​ຂອງ​ພວກເຂົາ​ຖິ້ມ ແລະ​ແຂວນ​ຊາກສົບ​ຂອງ​ພວກເຂົາ​ໄວ້​ໃກ້​ສະນໍ້າ​ທີ່​ເມືອງ​ເຮັບໂຣນ. ສ່ວນ​ຫົວ​ອີຊະໂບເຊັດ​ນັ້ນ​ຖືກ​ນຳ​ໄປ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ອັບເນ​ທີ່​ເມືອງ​ເຮັບໂຣນ.</verse>
			</chapter>
			<chapter number="5">
				<verse number="1">ແລ້ວ​ເຜົ່າ​ອິດສະຣາເອນ​ທັງໝົດ​ກໍ​ມາ​ຫາ​ກະສັດ​ດາວິດ​ທີ່​ເມືອງ​ເຮັບໂຣນ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພວກ​ຂ້ານ້ອຍ​ເປັນ​ເຊື້ອສາຍ​ຂອງທ່ານ;</verse>
				<verse number="2">ໃນ​ອະດີດ​ເມື່ອ​ກະສັດ​ໂຊນ​ຍັງ​ເປັນ​ກະສັດ​ຢູ່​ນັ້ນ ທ່ານ​ເອງ​ກໍໄດ້​ນຳພາ​ປະຊາຊົນ​ອິດສະຣາເອນ​ອອກ​ສູ່​ສະໜາມຮົບ ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ທ່ານ​ວ່າ, ‘ທ່ານ​ຈະ​ເປັນ​ຜູ້ນຳ ແລະ​ຜູ້ປົກຄອງ​ປະຊາຊົນ​ຂອງ​ພຣະອົງ.”’</verse>
				<verse number="3">ດັ່ງນັ້ນ ເມື່ອ​ຜູ້ນຳ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ​ໄດ້​ມາ​ຫາ​ກະສັດ​ດາວິດ​ທີ່​ເມືອງ​ເຮັບໂຣນ​ນັ້ນ ເພິ່ນ​ຈຶ່ງ​ເຮັດ​ພັນທະສັນຍາ​ກັບ​ພວກເຂົາ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ; ແລ້ວ​ພວກ​ຜູ້ນຳ​ກໍ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ ໃຫ້​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ.</verse>
				<verse number="4">ເວລາ​ທີ່​ເຈົ້າ​ດາວິດ​ຂຶ້ນ​ເປັນ​ກະສັດ​ນັ້ນ ເພິ່ນ​ມີ​ອາຍຸ​ສາມສິບ​ປີ ແລະ​ໄດ້​ປົກຄອງ​ຢູ່​ເປັນ​ເວລາ​ສີ່ສິບ​ປີ.</verse>
				<verse number="5">ເພິ່ນ​ໄດ້​ປົກຄອງ​ອານາຈັກ​ຢູດາຍ​ຢູ່​ທີ່​ເມືອງ​ເຮັບໂຣນ​ເປັນ​ເວລາ​ເຈັດ​ປີ​ກັບ​ຫົກ​ເດືອນ ແລະ​ປົກຄອງ​ອານາຈັກ​ອິດສະຣາເອນ ແລະ​ຢູດາຍ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສາມສິບສາມ​ປີ.</verse>
				<verse number="6">ເວລາ​ຕໍ່ມາ ກະສັດ​ດາວິດ ແລະ​ພວກ​ທະຫານ​ຂອງ​ເພິ່ນ​ໄດ້​ໄປ​ໂຈມຕີ​ນະຄອນ​ເຢຣູຊາເລັມ. ຊາວ​ເຢບຸດ​ຢູ່​ໃນ​ເມືອງ​ນີ້​ຄິດ​ວ່າ ກະສັດ​ດາວິດ​ບໍ່ມີ​ຄວາມ​ສາມາດ​ຕີ​ເອົາ​ເມືອງ​ໄດ້​ຈຶ່ງ​ເວົ້າ​ຕໍ່​ເພິ່ນ​ວ່າ, “ທ່ານ​ຈະ​ເຂົ້າ​ມາ​ໃນ​ເມືອງ​ນີ້​ບໍ່ໄດ້ດອກ ແມ່ນແຕ່​ຄົນ​ຕາບອດ ແລະ​ຄົນ​ຂາ​ພິການ​ກໍ​ຈະ​ກີດຂວາງ​ທ່ານ​ໄວ້​ໄດ້.”</verse>
				<verse number="7">ແຕ່​ກະສັດ​ດາວິດ​ຢຶດເອົາ​ປ້ອມ​ປ້ອງກັນ​ແຫ່ງ​ຊີໂອນ​ໄດ້ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ບ່ອນ​ນີ້​ວ່າ, “ເມືອງ​ຂອງ​ດາວິດ.”</verse>
				<verse number="8">ໃນ​ວັນນັ້ນ ກະສັດ​ດາວິດ​ໄດ້​ກ່າວ​ແກ່​ພວກ​ທະຫານ​ຂອງ​ເພິ່ນ​ວ່າ, “ຢູ່​ທີ່​ນີ້​ມີ​ຜູ້ໃດ​ແດ່​ບໍ​ທີ່​ຊັງ​ຊາວ​ເຢບຸດ​ຫລາຍ​ເທົ່າ​ກັບ​ທີ່​ເຮົາ​ຊັງ​ພວກເຂົາ ແລະ​ພໍ​ທີ່​ຈະ​ຂ້າ​ພວກເຂົາ​ໄດ້? ໃຫ້​ຂຶ້ນ​ໄປ​ທາງ​ທໍ່​ນໍ້າ​ເພື່ອ​ເຂົ້າ​ບຸກໂຈມຕີ​ຄົນ​ຕາບອດ​ກັບ​ຄົນ​ຂາ​ພິການ​ເຫຼົ່ານັ້ນ.” (ດ້ວຍເຫດນີ້ ຈຶ່ງ​ມີ​ຄຳ​ກ່າວ​ກັນ​ວ່າ, “ຄົນ​ຕາບອດ​ກັບ​ຄົນ​ຂາ​ພິການ​ບໍ່ໄດ້​ຮັບ​ອະນຸຍາດ ໃຫ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.”)</verse>
				<verse number="9">ເມື່ອ​ຢຶດເອົາ​ປ້ອມ​ປ້ອງກັນ​ເມືອງ​ໄດ້​ແລ້ວ ກະສັດ​ດາວິດ​ກໍ​ຢູ່​ໃນ​ທີ່ນັ້ນ​ແລະ​ໃສ່​ຊື່​ບ່ອນ​ນີ້​ວ່າ, “ເມືອງ​ຂອງ​ດາວິດ.” ເພິ່ນ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ນີ້​ໄວ້​ຕັ້ງແຕ່​ບ່ອນ​ທີ່​ເຂົາ​ຖົມ​ດິນ​ທາງທິດ​ຕາເວັນອອກ​ຂອງ​ເນີນພູ.</verse>
				<verse number="10">ເພິ່ນ​ມີ​ອຳນາດ​ເຂັ້ມແຂງ​ຂຶ້ນ​ຕະຫລອດ​ມາ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ສະຖິດ​ຢູ່​ກັບ​ເພິ່ນ.</verse>
				<verse number="11">ກະສັດ​ຮີຣາມ​ແຫ່ງ​ຕີເຣ​ໄດ້​ສົ່ງ​ຄະນະທູດ​ການຄ້າ​ມາ​ຫາ​ກະສັດ​ດາວິດ ພ້ອມ​ທັງ​ສົ່ງ​ໄມ້ແປກ, ຊ່າງ​ໄມ້, ຊ່າງ​ກໍ່​ເພື່ອ​ສ້າງ​ວັງ​ຂອງ​ກະສັດ​ດາວິດ.</verse>
				<verse number="12">ກະສັດ​ດາວິດ​ຈຶ່ງ​ຮັບ​ຮູ້​ວ່າ ພຣະເຈົ້າຢາເວ​ໄດ້​ແຕ່ງຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ທັງ​ໃຫ້​ອານາຈັກ​ຂອງຕົນ​ຮັ່ງມີ​ແລະ​ຮຸ່ງເຮືອງ​ຂຶ້ນ ເພື່ອ​ເຫັນ​ແກ່​ປະຊາຊົນ​ຂອງ​ພຣະອົງ.</verse>
				<verse number="13">ເມື່ອ​ກະສັດ​ດາວິດ​ຍ້າຍ​ຈາກ​ເມືອງ​ເຮັບໂຣນ​ມາ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ແລ້ວ ເພິ່ນ​ມີ​ເມຍນ້ອຍ​ຕື່ມ​ອີກ​ຫລາຍ​ຄົນ ແລະ​ມີ​ລູກຊາຍ​ກັບ​ລູກສາວ​ຫລາຍ​ຄົນ​ຕື່ມ​ອີກ.</verse>
				<verse number="14">ພວກ​ລູກ​ທີ່​ເກີດ​ໃນ​ນະຄອນ​ເຢຣູຊາເລັມ​ມີ​ຊື່​ດັ່ງນີ້: ຊາມມູອາ, ໂຊບັບ, ນາທານ, ໂຊໂລໂມນ,</verse>
				<verse number="15">ອິບຮາ, ເອລີຊູອາ, ເນເຟັກ, ຢາເຟຍ,</verse>
				<verse number="16">ເອລີຊາມາ, ເອລີອາດາ ແລະ​ເອລີເຟເລັດ.</verse>
				<verse number="17">ເມື່ອ​ພວກ​ຟີລິດສະຕິນ​ໄດ້ຍິນ​ຂ່າວ​ວ່າ, ດາວິດ​ໄດ້​ຮັບ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ​ແລ້ວ ພວກເຂົາ​ຈຶ່ງ​ຍົກທັບ​ມາ​ເພື່ອ​ຈະ​ຈັບ​ເອົາ​ເພິ່ນ. ພໍ​ກະສັດ​ດາວິດ​ໄດ້​ຍິນ​ຂ່າວ​ນີ້ ເພິ່ນ​ຈຶ່ງ​ລົງ​ໄປ​ຢູ່​ໃນ​ປ້ອມ​ປ້ອງກັນ​ເມືອງ.</verse>
				<verse number="18">ຝ່າຍ​ພວກ​ຟີລິດສະຕິນ​ກໍໄດ້​ມາ​ຮອດ​ຮ່ອມພູ​ເຣຟາອິມ ແລະ​ຢຶດເອົາ​ບ່ອນ​ນີ້​ໄວ້.</verse>
				<verse number="19">ກະສັດ​ດາວິດ​ຖາມ​ພຣະເຈົ້າຢາເວ​ວ່າ, “ໃຫ້​ຂ້ານ້ອຍ​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ຫລື​ບໍ່? ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ຮົບ​ຊະນະ​ພວກເຂົາ​ຫລື​ບໍ່?” ພຣະເຈົ້າຢາເວ​ໄດ້ຕອບ​ວ່າ, “ຈົ່ງ​ໄປ​ໂຈມຕີ​ພວກເຂົາ ເຮົາ​ຈະ​ໃຫ້​ເຈົ້າ​ຮົບ​ຊະນະ.”</verse>
				<verse number="20">ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ໄປ​ທີ່​ເມືອງ​ບາອານ​ເປຣາຊິມ ແລະ​ຕີ​ຊະນະ​ພວກເຂົາ​ຢູ່​ທີ່​ນັ້ນ. ເພິ່ນ​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້​ຕີ​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ແຕກ​ໜີໄປ​ດັ່ງ​ຖືກ​ນໍ້າ​ໄຫລ​ຖ້ວມ.” ດັ່ງນັ້ນ ບ່ອນ​ນີ້​ຈຶ່ງ​ເປັນ​ທີ່​ເອີ້ນ​ກັນ​ວ່າ, “ບາອານ​ເປຣາຊິມ.”</verse>
				<verse number="21">ເມື່ອ​ພວກ​ຟີລິດສະຕິນ​ປົບໜີໄປ​ນັ້ນ ພວກເຂົາ​ໄດ້​ປະ​ບັນດາ​ຮູບເຄົາຣົບ​ຂອງ​ພວກເຂົາ​ໄວ້. ກະສັດ​ດາວິດ​ກັບ​ທະຫານ​ຂອງ​ເພິ່ນ​ຈຶ່ງ​ຂົນ​ເອົາ​ຮູບເຄົາຣົບ​ເຫຼົ່ານັ້ນ​ໄປ.</verse>
				<verse number="22">ແລ້ວ​ພວກ​ຟີລິດສະຕິນ​ກໍ​ກັບຄືນ​ມາ​ສູ່​ຮ່ອມພູ​ເຣຟາອິມ ແລະ​ຢຶດເອົາ​ບ່ອນ​ນັ້ນ​ໄວ້​ອີກ.</verse>
				<verse number="23">ກະສັດ​ດາວິດ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ຕື່ມ ແລະ​ພຣະອົງ​ຕອບ​ວ່າ, “ຢ່າ​ໂຈມຕີ​ພວກເຂົາ​ໃນ​ບ່ອນ​ນີ້ ແຕ່​ໃຫ້​ອ້ອມ​ໄປ​ໂຈມຕີ​ພວກເຂົາ​ທາງ​ດ້ານຫລັງ​ຢູ່​ໃກ້​ກັບ​ຕົ້ນ​ມອນ.</verse>
				<verse number="24">ເມື່ອໃດ​ເຈົ້າ​ໄດ້ຍິນ​ສຽງ​ຍ່າງ​ຢູ່​ເທິງ​ຕົ້ນໄມ້ ໃຫ້​ເຈົ້າ​ໂຈມຕີ​ເມື່ອນັ້ນ​ໂລດ ເພາະ​ພຣະເຈົ້າຢາເວ​ໄດ້​ໄປ​ອອກໜ້າ​ເຈົ້າ​ກ່ອນ​ເພື່ອ​ປາບ​ກອງທັບ​ຟີລິດສະຕິນ.”</verse>
				<verse number="25">ກະສັດ​ດາວິດ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ ແລະ​ໄລ່​ພວກ​ຟີລິດສະຕິນ​ໃຫ້​ອອກ​ໜີໄປ​ຈາກ​ເມືອງ​ເກບາ​ຈົນເຖິງ​ເມືອງ​ເກເຊ.</verse>
			</chapter>
			<chapter number="6">
				<verse number="1">ກະສັດ​ດາວິດ​ໄດ້​ເອີ້ນ​ທະຫານ​ຜູ້​ເກັ່ງກ້າ​ທີ່ສຸດ​ໃນ​ຊາດ​ອິດສະຣາເອນ​ສາມສິບພັນ​ຄົນ ມາ​ເຕົ້າໂຮມ​ກັນ​ອີກເທື່ອໜຶ່ງ</verse>
				<verse number="2">ແລະ​ພາ​ພວກເຂົາ​ໄປ​ທີ່​ເມືອງ​ບາອາລາ ໃນ​ຢູດາຍ ເພື່ອ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າ​ຕາມ​ນາມ​ຊື່​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ອົງ​ຊົງ​ນັ່ງ​ເທິງ​ບັນລັງ​ເຄຣຸບ.</verse>
				<verse number="3">ພວກເຂົາ​ໄດ້​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າ​ນັ້ນ​ອອກ​ມາ​ຈາກ​ເຮືອນ​ຂອງ​ອາບີນາດາບ​ທີ່​ເທິງ​ເນີນພູ ແລະ​ບັນຈຸ​ໃສ່​ລໍ້​ທີ່​ເຮັດ​ໃໝ່ໆ. ອຸດຊາ​ແລະ​ອາຮີໂອ​ລູກຊາຍ​ຂອງ​ອາບີນາດາບ​ເປັນ​ຄົນ​ຂັບ​ລໍ້​ໄປ</verse>
				<verse number="4">ໂດຍ​ແມ່ນ​ອາຮີໂອ​ເປັນ​ຜູ້​ຍ່າງ​ອອກ​ໜ້າ.</verse>
				<verse number="5">ກະສັດ​ດາວິດ​ກັບ​ຊາວ​ອິດສະຣາເອນ​ທຸກຄົນ​ຕ່າງ​ກໍ​ຟ້ອນ ແລະ​ຮ້ອງລຳ​ທຳເພງ​ດ້ວຍ​ສຸດໃຈ ຕໍ່ໜ້າ​ພຣະເຈົ້າຢາເວ. ພວກເຂົາ​ດີດພິນ, ຕີ​ກອງ, ສັ່ນ​ກະລໍ ແລະ​ຕົບແສ່ງ​ໄປ​ນຳ​ພ້ອມ.</verse>
				<verse number="6">ເມື່ອ​ພວກເຂົາ​ມາ​ຮອດ​ລານ​ຟາດເຂົ້າ​ຂອງ​ນາໂກນ ງົວ​ເລີຍ​ເຕະສະດຸດ ແລະ​ອຸດຊາ​ກໍ​ເດ່​ມື​ອອກ​ໄປ​ຈັບ​ຫີບ​ຂອງ​ພຣະເຈົ້າ​ໄວ້.</verse>
				<verse number="7">ໃນ​ທັນໃດນັ້ນ ພຣະເຈົ້າຢາເວ​ກໍ​ໂກດຮ້າຍ​ອຸດຊາ ແລະ​ຂ້າ​ລາວ ເພາະ​ລາວ​ບໍ່​ຢ້ານຢຳ​ພຣະອົງ. ອຸດຊາ​ຕາຍ​ໃກ້​ກັບ​ຫີບ​ຂອງ​ພຣະເຈົ້າ​ຢູ່​ທີ່​ນັ້ນ.</verse>
				<verse number="8">ຝ່າຍ​ກະສັດ​ດາວິດ​ກໍໄດ້​ໃຈຮ້າຍ ຍ້ອນ​ພຣະເຈົ້າຢາເວ​ໄດ້​ລົງໂທດ​ອຸດຊາ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ສະນັ້ນ ບ່ອນ​ນີ້​ຈຶ່ງ​ເປັນ​ທີ່​ເອີ້ນ​ວ່າ ເປເຣັດອຸດຊາ ຈົນເຖິງ​ທຸກ​ວັນນີ້.</verse>
				<verse number="9">ໃນ​ວັນນັ້ນ​ກະສັດ​ດາວິດ​ກໍ​ເກີດ​ຢ້ານກົວ​ພຣະເຈົ້າຢາເວ ແລະ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ​ນີ້​ໄປ​ໄດ້​ຢ່າງ​ໃດ?”</verse>
				<verse number="10">ດັ່ງນັ້ນ ເພິ່ນ​ຈຶ່ງ​ຕັດສິນໃຈ​ບໍ່​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ​ໃຫ້​ຢູ່​ກັບ​ຕົນ​ທີ່​ເມືອງ​ຂອງ​ດາວິດ, ແຕ່​ເພິ່ນ​ໄດ້​ເອົາ​ໄປ​ທີ່​ເຮືອນ​ຊາວ​ເມືອງກາດ​ຄົນ​ໜຶ່ງ​ຊື່​ວ່າ ໂອເບັດເອໂດມ.</verse>
				<verse number="11">ຫີບ​ຂອງ​ພຣະເຈົ້າຢາເວ​ໄດ້​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສາມ​ເດືອນ ແລະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ໂອເບັດເອໂດມ​ພ້ອມ​ທັງ​ຄອບຄົວ​ຂອງ​ລາວ.</verse>
				<verse number="12">ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ຂ່າວ​ວ່າ ພຣະເຈົ້າຢາເວ​ໄດ້​ອວຍພອນ​ຄອບຄົວ​ໂອເບັດເອໂດມ ຕະຫລອດ​ທັງ​ທຸກສິ່ງ​ທີ່​ລາວ​ມີ ຍ້ອນ​ຫີບ​ຂອງ​ພຣະເຈົ້າ. ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ໄດ້ເອົາ​ຫີບ​ຂອງ​ພຣະເຈົ້າ ອອກ​ຈາກ​ເຮືອນ​ຂອງ​ໂອເບັດເອໂດມ​ໄປ​ທີ່​ເມືອງ​ຂອງ​ດາວິດ​ດ້ວຍ​ຄວາມ​ຊົມຊື່ນຍິນດີ.</verse>
				<verse number="13">ເມື່ອ​ພວກ​ທີ່​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ​ຍ່າງ​ອອກ​ໄປ​ໄດ້​ຫົກ​ກ້າວ ກະສັດ​ດາວິດ​ກໍ​ບອກ​ໃຫ້​ພວກເຂົາ​ຢຸດ ໃນ​ຂະນະທີ່​ເພິ່ນ​ເອົາ​ງົວເຖິກ​ແລະ​ງົວເຖິກໜຸ່ມ​ໂຕ​ຕຸ້ຍພີ​ດີ​ມາ​ຖວາຍບູຊາ.</verse>
				<verse number="14">ກະສັດ​ດາວິດ​ນຸ່ງ​ແຕ່​ເສື້ອປ່ານ​ໂດຍ​ມີ​ຜ້າ​ມັດ​ແອວ ຟ້ອນ​ຖວາຍ​ກຽດ​ຕໍ່ໜ້າ​ພຣະເຈົ້າຢາເວ​ຢ່າງ​ສຸດຈິດ​ສຸດໃຈ.</verse>
				<verse number="15">ສະນັ້ນ ກະສັດ​ດາວິດ​ແລະ​ຊາວ​ອິດສະຣາເອນ​ທຸກຄົນ​ຈຶ່ງ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ ຂຶ້ນ​ໄປ​ດ້ວຍ​ສຽງ​ໂຮຮ້ອງ​ຍິນດີ ແລະ​ດ້ວຍ​ສຽງ​ແກ​ດັງ​ກ້ອງສະໜັ່ນ.</verse>
				<verse number="16">ພໍ​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ​ເຂົ້າ​ມາ​ໃນ​ເມືອງ​ຂອງ​ດາວິດ, ນາງ​ມີການ​ລູກສາວ​ຂອງ​ກະສັດ​ໂຊນ​ກໍ​ຄິດ​ກຽດຊັງ​ກະສັດ​ດາວິດ​ຢູ່ໃນ​ໃຈ ເພາະ​ນາງ​ແນມ​ໄປ​ທາງ​ປ່ອງຢ້ຽມ​ເຫັນ​ເພິ່ນ​ກຳລັງ​ຟ້ອນ ແລະ​ເຕັ້ນລຳ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="17">ຫີບ​ຂອງ​ພຣະເຈົ້າຢາເວ​ໄດ້​ຖືກ​ຫາມ​ມາ​ວາງ​ໄວ້​ຢູ່​ໃນ​ຫໍເຕັນ ບ່ອນ​ທີ່​ກະສັດ​ດາວິດ​ໄດ້​ຈັດຕຽມ​ໄວ້. ແລ້ວ​ກະສັດ​ດາວິດ​ກໍ​ຖວາຍ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ຊ້ອງ​ພຣະພັກ​ພຣະເຈົ້າຢາເວ.</verse>
				<verse number="18">ເມື່ອ​ເພິ່ນ​ຖວາຍ​ເຄື່ອງ​ບູຊາ​ແລ້ວ ເພິ່ນ​ໄດ້​ອວຍພອນ​ປະຊາຊົນ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່</verse>
				<verse number="19">ແລະ​ແຈກ​ອາຫານ​ໃຫ້​ແກ່​ທຸກຄົນ. ເພິ່ນ​ໄດ້​ແຈກ​ໃຫ້​ຊາວ​ອິດສະຣາເອນ​ທັງ​ຊາຍ​ແລະ​ຍິງ​ດັ່ງນີ້: ເຂົ້າຈີ່​ຜູ້ລະ​ກ້ອນ ຊີ້ນປີ້ງ​ຜູ້ລະ​ຕ່ອນ ແລະ​ໝາກອະງຸ່ນ​ແຫ້ງ. ແລ້ວ​ແຕ່ລະຄົນ​ກໍ​ກັບເມືອ​ບ້ານ​ເຮືອນ​ຂອງ​ໃຜ​ລາວ.</verse>
				<verse number="20">ຕໍ່ມາ ເມື່ອ​ກະສັດ​ດາວິດ​ກັບຄືນ​ເມືອ​ຖາມ​ຂ່າວ​ຄວາມສຸກ​ທຸກ​ຂອງ​ຄອບຄົວ ນາງ​ມີການ​ລູກສາວ​ຂອງ​ກະສັດ​ໂຊນ​ກໍ​ອອກ​ມາ​ພົບ​ເພິ່ນ ແລະ​ເວົ້າ​ວ່າ, “ວັນນີ້ ກະສັດ​ແຫ່ງ​ຊາດ​ອິດສະຣາເອນ​ໄດ້​ສ້າງ​ຊື່ສຽງ​ອັນ​ຍິ່ງໃຫຍ່​ໃຫ້​ຕົນເອງ. ເພິ່ນ​ໄດ້​ແກ້​ຜ້າ​ປະ​ຕົນຕົວ​ດັ່ງ​ຄົນບ້າ ໃຫ້​ພວກ​ສາວໃຊ້​ຂອງ​ບັນດາ​ຂ້າຣາຊການ​ຂອງຕົນ​ເບິ່ງ.”</verse>
				<verse number="21">ກະສັດ​ດາວິດ​ຕອບ​ວ່າ, “ຂ້ອຍ​ໄດ້​ຟ້ອນ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ເລືອກ​ເອົາ​ຂ້ອຍ​ໃຫ້​ເປັນ​ຜູ້ນຳ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະເຈົ້າຢາເວ ແທນທີ່​ຈະ​ແມ່ນ​ພໍ່​ຂອງ​ເຈົ້າ​ແລະ​ຄອບຄົວ​ຂອງ​ເພິ່ນ. ຂ້ອຍ​ຍັງ​ຈະ​ຟ້ອນ​ຕໍ່ໜ້າ​ພຣະເຈົ້າຢາເວ​ຢ່າງ​ນີ້​ຕໍ່ໄປ</verse>
				<verse number="22">ແລະ​ຂ້ອຍ​ກໍ​ຈະ​ຖ່ອມຕົວ​ລົງ​ກວ່າ​ນີ້​ອີກ. ເຈົ້າ ອາດ​ຄິດ​ວ່າ​ຂ້ອຍ​ບໍ່ມີ​ຄວາມໝາຍ​ຫຍັງ​ເລີຍ​ກໍໄດ້ ແຕ່​ພວກຜູ້ຍິງ​ເຫຼົ່ານັ້ນ​ຄິດ​ຍົກຍ້ອງ​ຂ້ອຍ​ຢ່າງ​ສູງ.”</verse>
				<verse number="23">ນາງ​ມີການ ລູກສາວ​ຂອງ​ກະສັດ​ໂຊນ​ບໍ່ເຄີຍ​ມີ​ລູກ​ຕະຫລອດ​ຊົ່ວຊີວິດ​ຂອງ​ນາງ.</verse>
			</chapter>
			<chapter number="7">
				<verse number="1">ກະສັດ​ດາວິດ​ໄດ້​ຄອງ​ອຳນາດ​ຢ່າງ​ໝັ້ນຄົງ​ຢູ່​ໃນ​ວັງ​ຂອງ​ເພິ່ນ ແລະ​ພຣະເຈົ້າຢາເວ​ກໍ​ຄຸ້ມຄອງ​ເພິ່ນ​ໃຫ້​ພົ້ນ​ໂພຍໄພ​ຈາກ​ເຫຼົ່າ​ສັດຕູ​ທັງປວງ.</verse>
				<verse number="2">ແລ້ວ​ກະສັດ​ກໍໄດ້​ເວົ້າ​ກັບ​ຜູ້ທຳນວາຍ​ນາທານ​ວ່າ, “ເບິ່ງດູ ເຮົາ​ເອງ​ຢູ່​ໃນ​ເຮືອນ​ທີ່​ສ້າງ​ດ້ວຍ​ໄມ້ແປກ, ແຕ່​ຫີບ​ຂອງ​ພຣະເຈົ້າ​ພັດ​ຢູ່​ໃນ​ຫໍເຕັນ.”</verse>
				<verse number="3">ນາທານ​ຈຶ່ງ​ຕອບ​ເພິ່ນ​ວ່າ, “ຈົ່ງ​ເຮັດ​ຕາມ​ທີ່​ທ່ານ​ຄິດ​ເຫັນ​ເທີ້ນ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ທ່ານ.”</verse>
				<verse number="4">ແຕ່​ໃນ​ຄືນ​ນັ້ນ ພຣະເຈົ້າຢາເວ​ກ່າວ​ກັບ​ນາທານ​ວ່າ,</verse>
				<verse number="5">“ຈົ່ງ​ໄປ​ບອກ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ວ່າ ພຣະເຈົ້າຢາເວ​ບອກ​ລາວ​ດັ່ງນີ້: ‘ເຈົ້າ​ບໍ່ແມ່ນ​ຄົນ​ທີ່​ຈະ​ສ້າງ​ພຣະວິຫານ​ໃຫ້​ເຮົາ​ຢູ່.</verse>
				<verse number="6">ນັບ​ແຕ່​ເວລາ​ທີ່​ເຮົາ​ໄດ້​ນຳ​ປະຊາຊົນ​ອິດສະຣາເອນ ອອກ​ມາ​ຈາກ​ປະເທດ​ເອຢິບ​ຈົນເຖິງ​ດຽວ​ນີ້ ເຮົາ​ບໍ່ໄດ້​ຢູ່​ໃນ​ວິຫານ​ເລີຍ. ເຮົາ​ໄດ້​ເດີນທາງ​ໄປມາ​ເລື້ອຍ​ໂດຍ​ອາໄສ​ຢູ່​ໃນ​ຫໍເຕັນ​ແລະ​ຫໍເຕັນ​ສັກສິດ.</verse>
				<verse number="7">ຕະຫລອດ​ເວລາ​ທີ່​ເຮົາ​ເດີນທາງ​ໄປ​ກັບ​ຊາວ​ອິດສະຣາເອນ​ນັ້ນ ເຮົາ​ບໍ່ໄດ້​ຖາມ​ພວກ​ຜູ້ປົກຄອງ ຄົນໃດ​ຄົນໜຶ່ງ​ທີ່​ເຮົາ​ໄດ້​ແຕ່ງຕັ້ງ​ນັ້ນ​ວ່າ ເຫດໃດ​ພວກເຂົາ​ຈຶ່ງ​ບໍ່​ສ້າງ​ພຣະວິຫານ​ດ້ວຍ​ໄມ້ແປກ​ໃຫ້​ເຮົາ​ຢູ່.’</verse>
				<verse number="8">ດັ່ງນັ້ນ ຈົ່ງ​ບອກ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ບອກ​ລາວ​ວ່າ, ເຈົ້າ​ເປັນ​ຄົນ​ລ້ຽງແກະ​ຕາມ​ທົ່ງນາ ແລະ​ເຮົາ​ໄດ້​ເອົາ​ເຈົ້າ​ມາ​ເປັນ​ຜູ້ປົກຄອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງເຮົາ.</verse>
				<verse number="9">ເຮົາ​ໄດ້​ຢູ່​ນຳ​ເຈົ້າ​ທຸກທີ່​ທຸກບ່ອນ​ທີ່​ເຈົ້າ​ໄປ ແລະ​ເຮົາ​ໄດ້​ໃຫ້​ສັດຕູ​ທັງຫລາຍ​ຂອງ​ເຈົ້າ​ພ່າຍແພ້​ໃນ​ຂະນະທີ່​ເຈົ້າ​ບຸກໜ້າ​ເຂົ້າ​ໄປ. ເຮົາ​ຈະ​ສ້າງ​ເຈົ້າ​ໃຫ້​ເປັນ​ຜູ້​ມີ​ຊື່ສຽງ ດັ່ງ​ບັນດາ​ຜູ້ນຳ​ຄົນ​ຍິ່ງໃຫຍ່​ທີ່ສຸດ​ໃນ​ໂລກ.</verse>
				<verse number="10">ເຮົາ​ໄດ້​ເລືອກ​ເອົາ​ບ່ອນ​ໜຶ່ງ​ໄວ້​ໃຫ້​ປະຊາຊົນ​ອິດສະຣາເອນ​ຂອງເຮົາ ແລະ​ໃຫ້​ພວກເຂົາ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ທີ່ນັ້ນ ຊຶ່ງ​ເປັນ​ບ່ອນ​ທີ່​ພວກເຂົາ​ຈະ​ຢູ່​ຢ່າງ​ບໍ່ມີ​ການ​ກົດຂີ່​ຂົ່ມເຫັງ​ໃດໆ​ທັງສິ້ນ.</verse>
				<verse number="11">ນັບ​ຕັ້ງແຕ່​ເວລາ​ທີ່​ເຮົາ​ໄດ້​ແຕ່ງຕັ້ງ​ໃຫ້​ມີ​ຜູ້ປົກຄອງ​ເໜືອ​ຊາວ​ອິດສະຣາເອນ​ປະຊາກອນ​ຂອງເຮົາ; ເຮົາ​ຈະ​ໃຫ້​ເຈົ້າ​ພົ້ນ​ຈາກ​ເຫຼົ່າ​ສັດຕູ​ທັງປວງ​ຂອງ​ເຈົ້າ. ຫລາຍກວ່າ​ນັ້ນ ພຣະເຈົ້າຢາເວ​ກ່າວ​ແກ່​ເຈົ້າ​ວ່າ​ພຣະເຈົ້າຢາເວ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລາຍ​ຄົນ.</verse>
				<verse number="12">ເມື່ອ​ເຈົ້າ​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ກັບ​ບັນພະບຸລຸດ​ຂອງ​ເຈົ້າ​ແລ້ວ ເຮົາ​ກໍ​ຈະ​ໃຫ້​ລູກຊາຍ​ຄົນ​ໜຶ່ງ​ຂອງ​ເຈົ້າ​ເປັນ​ກະສັດ ແລະ​ຈະ​ໃຫ້​ອານາຈັກ​ຂອງ​ລາວ​ເຂັ້ມແຂງ.</verse>
				<verse number="13">ລາວ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ສຳລັບ​ເຮົາ ແລະ​ເຮົາ​ຈະ​ໃຫ້​ເຊື້ອສາຍ​ຂອງ​ລາວ​ປົກຄອງ​ຕະຫລອດໄປ.</verse>
				<verse number="14">ເຮົາ​ຈະ​ເປັນ​ພໍ່​ຂອງ​ລາວ​ແລະ​ລາວ​ຈະ​ເປັນ​ລູກ​ຂອງເຮົາ. ເມື່ອ​ລາວ​ເຮັດ​ຜິດ ເຮົາ​ກໍ​ຈະ​ລົງໂທດ​ລາວ​ດັ່ງ​ພໍ່​ລົງໂທດ​ລູກຊາຍ​ຂອງຕົນ.</verse>
				<verse number="15">ແຕ່​ເຮົາ​ຈະ​ບໍ່​ຖອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງເຮົາ​ໜີ​ຈາກ​ລາວ​ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ໂຊນ ຜູ້​ທີ່​ເຮົາ​ໄດ້​ປົດ​ອອກ​ຈາກ​ຕຳແໜ່ງ​ເພື່ອ​ໃຫ້​ເຈົ້າ​ໄດ້​ເປັນ​ກະສັດ.</verse>
				<verse number="16">ເຈົ້າ​ຈະ​ມີ​ເຊື້ອສາຍ​ຢູ່​ເລື້ອຍໆ ແລະ​ເຮົາ​ຈະ​ໃຫ້​ອານາຈັກ​ຂອງ​ເຈົ້າ​ຄົງ​ຢູ່​ຕະຫລອດໄປ. ເຊື້ອວົງ​ຂອງ​ເຈົ້າ​ຈະ​ດຳລົງ​ສືບໆໄປ​ໂດຍ​ບໍ່​ສິ້ນສຸດ​ຈັກເທື່ອ.”’</verse>
				<verse number="17">ນາທານ​ຈຶ່ງ​ບອກ​ກະສັດ​ດາວິດ​ທຸກສິ່ງ​ຕາມ​ທີ່​ພຣະເຈົ້າ​ໄດ້​ສຳແດງ​ໃຫ້​ແກ່​ຕົນ​ຮູ້​ນັ້ນ.</verse>
				<verse number="18">ຕໍ່ມາ ກະສັດ​ດາວິດ​ໄດ້​ເຂົ້າ​ໄປ​ໃນ​ຫໍເຕັນ ແລະ​ນັ່ງ​ລົງ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ໄດ້ກ່າວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂ້ານ້ອຍ​ແລະ​ຄອບຄົວ​ບໍ່​ສົມຄວນ​ກັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ຕໍ່​ຂ້ານ້ອຍ​ເລີຍ.</verse>
				<verse number="19">ແຕ່​ເຖິງ​ປານນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ບັດນີ້​ພຣະອົງ​ຍັງ​ກະທຳ​ຫລາຍ​ເພີ່ມຕື່ມ​ອີກ ໂດຍ​ໄດ້​ສັນຍາ​ໄວ້​ກ່ຽວກັບ​ເຊື້ອສາຍ​ຂອງ​ຂ້ານ້ອຍ​ໃນ​ພາຍຂ້າງໜ້າ. ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ພຣະອົງ​ໃຫ້​ຜູ້ໜຶ່ງ​ໄດ້​ຮູ້​ເຫັນ​ເລື່ອງ​ນີ້.</verse>
				<verse number="20">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂ້ານ້ອຍ​ຈະ​ເວົ້າ​ຫຍັງ​ກັບ​ພຣະອົງ​ໄດ້​ອີກ ເພາະ​ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດີທີ່ສຸດ.</verse>
				<verse number="21">ພຣະອົງ​ກະທຳ​ການ​ນີ້​ຕາມ​ຄວາມ​ພໍໃຈ ແລະ​ຄວາມປະສົງ​ຂອງ​ພຣະອົງ. ພຣະອົງ​ໄດ້​ເຮັດ​ການ​ຍິ່ງໃຫຍ່​ທັງໝົດ​ເຫຼົ່ານີ້ ກໍ​ເພື່ອ​ແນະນຳ​ແລະ​ສັ່ງສອນ​ຂ້າໃຊ້​ຂອງ​ພຣະອົງ.</verse>
				<verse number="22">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ເອີຍ ພຣະອົງ​ຍິ່ງໃຫຍ່​ແທ້! ບໍ່ມີ​ຜູ້ໃດ​ຄື​ພຣະອົງ; ພວກ​ຂ້ານ້ອຍ​ຮູ້​ຢູ່​ສະເໝີ​ວ່າ ພຣະອົງ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ.</verse>
				<verse number="23">ໃນ​ໂລກນີ້​ບໍ່ມີ​ຊົນຊາດ​ໃດ​ເໝືອນ​ຊາດ​ອິດສະຣາເອນ ຊຶ່ງ​ພຣະອົງ​ໄດ້​ຊົງ​ໄຖ່​ເອົາ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້​ເພື່ອ​ໃຫ້​ເປັນ​ຄົນ​ຂອງ​ພຣະອົງ. ຄວາມ​ຍິ່ງໃຫຍ່​ແລະ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ໃຫ້​ພວກເຂົາ​ນັ້ນ ໄດ້​ນຳ​ຊື່ສຽງ​ຂອງ​ພຣະອົງ​ແຜ່​ໄປ​ທົ່ວ​ໂລກ. ພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ຕ່າງໆ ແລະ​ບັນດາ​ພະ​ຂອງ​ພວກເຂົາ​ອອກ​ໄປ ໃນ​ຂະນະທີ່​ປະຊາຊົນ​ຂອງ​ພຣະອົງ​ບຸກໜ້າ​ເຂົ້າ​ໄປ ຄື​ປະຊາຊົນ​ທີ່​ພຣະອົງ​ໄດ້​ປົດປ່ອຍ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ໃຫ້​ເປັນ​ຂອງ​ພຣະອົງ.</verse>
				<verse number="24">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ກະທຳ​ໃຫ້​ຊາດ​ອິດສະຣາເອນ ເປັນ​ປະຊາຊົນ​ຂອງ​ພຣະອົງ​ຕະຫລອດໄປ ແລະ​ພຣະອົງ​ກໍ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="25">ຂ້າແດ່​ພຣະເຈົ້າຢາເວ​ພຣະເຈົ້າ​ເອີຍ ບັດນີ້ ຂໍ​ພຣະອົງ​ເຮັດ​ຕາມ​ຄຳສັນຍາ​ທີ່​ພຣະອົງ​ມີ​ໄວ້​ກັບ​ຂ້ານ້ອຍ ແລະ​ເຊື້ອສາຍ​ຂອງ​ຂ້ານ້ອຍ​ດ້ວຍ​ເທີ້ນ ແລະ​ຂໍ​ໃຫ້​ເຮັດ​ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ນັ້ນ​ດ້ວຍ.</verse>
				<verse number="26">ຊື່ສຽງ​ຂອງ​ພຣະອົງ​ຈະ​ຍິ່ງໃຫຍ່ ແລະ​ຄົນ​ຕ່າງ​ກໍ​ຈະ​ເວົ້າ​ກັນ​ຕະຫລອດໄປ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເປັນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.’ ພຣະອົງ​ຈະ​ສະຫງວນ​ເຊື້ອສາຍ​ຂອງ​ຂ້ານ້ອຍ​ໄວ້​ສືບໄປ.</verse>
				<verse number="27">ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ດ້ວຍວ່າ, ພຣະອົງ​ໄດ້​ເປີດເຜີຍ​ເລື່ອງ​ທັງໝົດ​ນີ້​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄດ້​ຮູ້ ແລະ​ໄດ້​ບອກ​ຂ້ານ້ອຍ​ວ່າ​ພຣະອົງ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ຂ້ານ້ອຍ​ເປັນ​ກະສັດ, ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ກ້າ​ພາວັນນາ​ອະທິຖານ​ຕໍ່​ພຣະອົງ​ເຊັ່ນນີ້.</verse>
				<verse number="28">ບັດນີ້ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ພຣະອົງ​ເປັນ​ພຣະເຈົ້າ; ຖ້ອຍຄຳ​ຂອງ​ພຣະອົງ​ກໍ​ປັນຈິງ, ແລະ​ພຣະອົງ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ​ສະເໝີ ແລະ​ພຣະອົງ​ໃຫ້​ສິ່ງ​ອັນ​ດີເລີດ​ນີ້​ແກ່​ຜູ້ຮັບໃຊ້​ຂອງ​ພຣະອົງ.</verse>
				<verse number="29">ຂໍ​ພຣະອົງ​ອວຍພອນ​ຄອບຄົວ​ຂອງ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ​ເຖີດ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ຂ້ານ້ອຍ​ຈະ​ໄດ້​ຢູ່​ຊ້ອງພຣະພັກ​ພຣະອົງ​ຕະຫລອດໄປ. ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ພຣະອົງ​ເປັນ​ຜູ້​ໄດ້​ສັນຍາ​ເຊັ່ນນີ້ ແລະ​ຂໍ​ພຣະອົງ​ໂຜດ​ອວຍພອນ​ເຊື້ອສາຍ​ຂອງ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຕະຫລອດໄປ​ເຖີດ.”</verse>
			</chapter>
			<chapter number="8">
				<verse number="1">ຕໍ່ມາ ກະສັດ​ດາວິດ​ໄດ້​ໂຈມຕີ​ພວກ​ຟີລິດສະຕິນ​ອີກ. ເພິ່ນ​ໄດ້​ເອົາ​ຊະນະ​ພວກເຂົາ​ແລະ​ປົດປ່ອຍ​ເອົາ​ດິນແດນ​ທັງໝົດ​ໄດ້.</verse>
				<verse number="2">ແລ້ວ​ເພິ່ນ​ກໍ​ເອົາ​ຊະນະ​ຊາວ​ໂມອາບ. ເພິ່ນ​ໄດ້​ບັງຄັບ​ພວກ​ຊະເລີຍເສິກ​ໃຫ້​ນອນ​ລົງ​ດິນ ແລະ​ຂ້າ​ສອງ​ໃນ​ສາມ​ຄົນ​ຖິ້ມ. ດັ່ງນັ້ນ ຊາວ​ໂມອາບ​ຈຶ່ງ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ດາວິດ ແລະ​ພວກເຂົາ​ກໍ​ຍອມ​ເສຍສ່ວຍ​ໃຫ້​ເພິ່ນ.</verse>
				<verse number="3">ຕໍ່ມາ ເພິ່ນ​ໄດ້​ເອົາ​ຊະນະ​ເຈົ້າ​ຮາດາເດເຊ​ລູກຊາຍ​ຂອງ​ເຣໂຮບ ກະສັດ​ແຫ່ງ​ຊີເຣຍ​ທີ່​ເມືອງ​ໂຊບາ ໃນ​ຂະນະທີ່​ເພິ່ນ​ໄປ​ຕີ​ເອົາ​ເຂດແດນ​ທາງ​ພາກເໜືອ​ຂອງ​ແມ່ນໍ້າ​ເອີຟຣັດ​ຄືນ.</verse>
				<verse number="4">ກະສັດ​ດາວິດ​ຈັບ​ທະຫານ​ມ້າ​ຂອງ​ເຈົ້າ​ຮາດາເດເຊ​ໄດ້​ໜຶ່ງພັນ​ເຈັດຮ້ອຍ​ຄົນ ແລະ​ທະຫານ​ບົກ​ອີກ​ຊາວພັນ​ຄົນ. ເພິ່ນ​ເອົາ​ມ້າ​ຮ້ອຍ​ໂຕ​ໄວ້​ສຳລັບ​ລົດຮົບ ສ່ວນ​ທີ່​ເຫຼືອ​ນັ້ນ​ເພິ່ນ​ສັ່ງ​ໃຫ້​ຕັດ​ເອັນຄະນ່ອງ​ທັງໝົດ.</verse>
				<verse number="5">ເມື່ອ​ຊາວ​ຊີເຣຍ​ແຫ່ງ​ນະຄອນ​ດາມັສກັດ​ໄດ້​ສົ່ງ​ກອງທັບ​ໄປ​ຊ່ວຍ​ເຈົ້າ​ຮາດາເດເຊ​ແຫ່ງ​ໂຊບາ ກະສັດ​ດາວິດ​ກໍ​ບຸກໂຈມຕີ​ຄືນ ແລະ​ໄດ້​ຂ້າ​ພວກເຂົາ​ຊາວສອງພັນ​ຄົນ.</verse>
				<verse number="6">ແລ້ວ​ເພິ່ນ​ກໍໄດ້​ຕັ້ງ​ຄ້າຍ​ທະຫານ​ໄວ້​ໃນ ດິນແດນ​ຂອງ​ພວກເຂົາ. ຊາວ​ຊີເຣຍ​ຈຶ່ງ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ດາວິດ ແລະ​ຍອມ​ເສຍສ່ວຍ​ໃຫ້​ເພິ່ນ. ພຣະເຈົ້າຢາເວ​ຊ່ວຍ​ໃຫ້​ກະສັດ​ດາວິດ​ໄດ້​ຮັບ​ໄຊຊະນະ​ໃນ​ທຸກບ່ອນ​ທີ່​ເພິ່ນ​ໄປ​ສູ້ຮົບ.</verse>
				<verse number="7">ກະສັດ​ດາວິດ​ຍັງ​ຢຶດເອົາ​ໂລ້​ປ້ອງກັນ​ເປັນ​ຄຳ ທີ່​ພວກ​ຂ້າຣາຊການ​ຂອງ​ເຈົ້າ​ຮາດາເດເຊ​ຖື​ນັ້ນ ນຳໄປ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="8">ເພິ່ນ​ຍັງ​ຢຶດເອົາ​ທອງສຳຣິດ​ເປັນ​ຈຳນວນ​ຫລວງຫລາຍ​ຈາກ​ເມືອງ​ເບຕາ ແລະ​ເມືອງ​ເບໂຣໄທ​ອີກ​ດ້ວຍ. ສອງ​ເມືອງ​ນີ້​ປົກຄອງ​ໂດຍ​ເຈົ້າ​ຮາດາເດເຊ.</verse>
				<verse number="9">ເມື່ອ​ກະສັດ​ໂຕອີ​ແຫ່ງ​ຮາມັດ​ໄດ້ຍິນ​ວ່າ ກະສັດ​ດາວິດ​ໄດ້​ເອົາ​ຊະນະ​ກອງທັບ​ທັງໝົດ​ຂອງ​ເຈົ້າ​ຮາດາເດເຊ</verse>
				<verse number="10">ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ໂຢຣາມ​ລູກຊາຍ​ຂອງຕົນ ໄປ​ຄຳນັບ​ແລະ​ຊົມເຊີຍ​ກະສັດ​ດາວິດ​ທີ່​ເພິ່ນ​ໄດ້​ເອົາ​ຊະນະ​ເຈົ້າ​ຮາດາເດເຊ ຜູ້​ທີ່​ເຈົ້າ​ໂຕອີ​ໄດ້​ຕໍ່ສູ້​ມາ​ຫລາຍ​ເທື່ອ​ແລ້ວ. ໂຢຣາມ​ໄດ້​ນຳ​ເອົາ​ຂອງຂວັນ​ມາ​ໃຫ້​ກະສັດ​ດາວິດ; ຂອງຂວັນ​ເຫຼົ່ານັ້ນ​ເຮັດ​ດ້ວຍ​ຄຳ, ເງິນ ແລະ​ທອງສຳຣິດ.</verse>
				<verse number="11">ກະສັດ​ດາວິດ​ໄດ້​ນຳ​ສິ່ງ​ເຫຼົ່ານີ້​ໄປ​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ ດັ່ງ​ທີ່​ເພິ່ນ​ໄດ້​ອຸທິດ​ຖວາຍ​ເງິນ ແລະ​ຄຳ ຊຶ່ງ​ຢຶດ​ມາ​ໄດ້​ຈາກ​ຊົນຊາດ​ຕ່າງໆ​ທີ່​ເພິ່ນ​ໄດ້​ເອົາ​ຊະນະ ເຊັ່ນ:</verse>
				<verse number="12">ເອໂດມ, ໂມອາບ, ອຳໂມນ, ຟີລິດສະຕິນ, ອາມາເຫຼັກ ແລະ​ຕະຫລອດ​ທັງ​ຂອງ​ທີ່​ປຸ້ນສະດົມ​ມາ​ໄດ້​ຈາກ​ເຈົ້າ​ຮາດາເດເຊ​ລູກຊາຍ​ຂອງ​ເຣໂຮບ​ແຫ່ງ​ໂຊບາ​ນັ້ນ​ດ້ວຍ.</verse>
				<verse number="13">ກະສັດ​ດາວິດ​ມີ​ຊື່ສຽງ​ໂດ່ງດັງ​ຫລາຍ​ຂຶ້ນ ຫລັງຈາກ​ທີ່​ເພິ່ນ​ໄດ້​ກັບຄືນ​ມາ​ຈາກ​ບ່ອນ​ທີ່​ເພິ່ນ​ໄດ້​ຂ້າ​ຊາວ​ເອໂດມ​ສິບແປດພັນ​ຄົນ ທີ່​ຮ່ອມພູ​ເກືອ.</verse>
				<verse number="14">ເພິ່ນ​ໄດ້​ຕັ້ງ​ຄ້າຍ​ທະຫານ​ຕ່າງໆ ໄວ້​ຢູ່​ທົ່ວ​ເຂດແດນ​ຂອງ​ເອໂດມ ແລະ​ປະຊາຊົນ​ຕາມ​ບ່ອນ​ເຫຼົ່ານີ້​ກໍ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ. ພຣະເຈົ້າຢາເວ​ໄດ້​ຊ່ວຍ​ໃຫ້​ກະສັດ​ດາວິດ​ໄດ້​ຮັບ​ໄຊຊະນະ​ໃນ​ທຸກບ່ອນ​ທີ່​ເພິ່ນ​ໄປ​ສູ້ຮົບ.</verse>
				<verse number="15">ກະສັດ​ດາວິດ​ໄດ້​ປົກຄອງ​ທົ່ວ​ທັງ​ຊາດ​ອິດສະຣາເອນ. ເພິ່ນ​ປະຕິບັດ​ຕໍ່​ປະຊາຊົນ​ຂອງຕົນ​ຢ່າງ​ຍຸດຕິທຳ ແລະ​ຢ່າງ​ສັດຊື່.</verse>
				<verse number="16">ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ ເປັນ​ຜູ້​ບັນຊາການ​ກອງທັບ; ສ່ວນ​ເຢໂຮຊາຟັດ​ລູກຊາຍ​ຂອງ​ອາຮີລຸດ ເປັນ​ຜູ້​ບັນທຶກ;</verse>
				<verse number="17">ຊາດົກ​ລູກຊາຍ​ຂອງ​ອາຮີຕຸບ ແລະ​ອາຮີເມເຫຼັກ​ລູກຊາຍ​ຂອງ​ອາບີອາທາ ທັງສອງ​ເປັນ​ປະໂຣຫິດ; ເສຣາອີຢາ​ເປັນ​ເລຂາທິການ;</verse>
				<verse number="18">ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ ເປັນ​ຜູ້​ບັນຊາການ ຊາວ​ເກເຣັດ​ແລະ​ຊາວ​ເປເລັດ​ທະຫານ​ປ້ອງກັນ​ຕົວ​ຂອງ​ກະສັດ​ດາວິດ ແລະ​ບັນດາ​ລູກຊາຍ​ຂອງ​ກະສັດ​ດາວິດ​ເປັນ​ປະໂຣຫິດ.</verse>
			</chapter>
			<chapter number="9">
				<verse number="1">ມີ​ມື້​ໜຶ່ງ ກະສັດ​ດາວິດ​ໄດ້​ຖາມ​ວ່າ, “ມີ​ຜູ້ໃດ​ແດ່​ໃນ​ຄອບຄົວ​ຂອງ​ໂຊນ ທີ່​ຍັງ​ມີ​ຊີວິດ​ຢູ່? ຖ້າ​ມີ ເຮົາ​ຈະ​ໃຫ້​ຄວາມ​ເມດຕາ​ຊ່ວຍເຫລືອ​ລາວ​ເພື່ອ​ເຫັນ​ແກ່​ໂຢນາທານ.”</verse>
				<verse number="2">ແລ້ວ​ມີ​ຊາຍ​ຜູ້ໜຶ່ງ​ຊື່​ວ່າ​ຊີບາ ຄົນ​ຮັບໃຊ້​ປະຈຳ​ຄອບຄົວ​ຂອງ​ໂຊນ ໄດ້​ຮັບ​ຄຳສັ່ງ​ໃຫ້​ເຂົ້າ​ມາ​ພົບ​ກະສັດ​ດາວິດ. ກະສັດ​ຈຶ່ງ​ໄດ້ຖາມ​ລາວ​ວ່າ, “ເຈົ້າ​ຊື່​ຊີບາ​ແມ່ນ​ບໍ?” ລາວ​ຕອບ​ວ່າ, “ແມ່ນ​ແລ້ວ ທ່ານເອີຍ.”</verse>
				<verse number="3">ກະສັດ​ຖາມ​ລາວ​ອີກ​ວ່າ, “ມີ​ຜູ້ໃດ​ແດ່​ໃນ​ຄອບຄົວ​ຂອງ​ໂຊນ​ທີ່​ຍັງ​ມີ​ຊີວິດ​ຢູ່ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ສະແດງ​ຄວາມ​ຈົງຮັກ​ພັກດີ ແລະ​ໃຫ້​ຄວາມ​ເມດຕາ​ເພື່ອ​ຊ່ວຍເຫລືອ ຕາມ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ພຣະເຈົ້າ.” ຊີບາ​ຕອບ​ວ່າ, “ຍັງ​ມີ​ຢູ່​ຜູ້ໜຶ່ງ. ລາວ​ແມ່ນ​ລູກຊາຍ​ຂອງ​ໂຢນາທານ ແຕ່​ລາວ​ຂາ​ພິການ.”</verse>
				<verse number="4">ກະສັດ​ຖາມ​ວ່າ, “ລາວ​ຢູ່​ໃສ?” ຊີບາ​ຕອບ​ວ່າ, “ຢູ່​ໃນ​ເຮືອນ​ຂອງ​ມາກີ ລູກຊາຍ​ຂອງ​ອຳມີເອນ​ໃນ​ໂລເດບາ.”</verse>
				<verse number="5">ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ສົ່ງ​ຄົນ​ໄປ​ນຳ​ເອົາ​ເມຟີໂບເຊັດ.</verse>
				<verse number="6">ເມື່ອ​ເມຟີໂບເຊັດ ລູກຊາຍ​ຂອງ​ໂຢນາທານ​ຫລານຊາຍ​ຂອງ​ໂຊນ​ເຂົ້າ​ມາ ລາວ​ກໍ​ກົ້ມ​ຂາບລົງ​ສະແດງ​ຄວາມ​ເຄົາຣົບ​ກະສັດ​ດາວິດ. ດາວິດ​ກ່າວ​ວ່າ, “ເມຟີໂບເຊັດ​ເອີຍ.” ແລະ​ລາວ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ຂ້າ​ຮັບໃຊ້​ຂອງທ່ານ.”</verse>
				<verse number="7">ກະສັດ​ດາວິດ​ກ່າວ​ຕໍ່ໄປ​ວ່າ, “ບໍ່​ຕ້ອງ​ຢ້ານ​ດອກ ເພື່ອ​ເຫັນ​ແກ່​ໂຢນາທານ​ພໍ່​ຂອງ​ເຈົ້າ ເຮົາ​ຈະ​ເມດຕາ​ເຈົ້າ. ເຮົາ​ຈະ​ເອົາ​ທີ່ດິນ​ທັງໝົດ​ທີ່​ເປັນ​ຂອງ​ກະສັດ​ໂຊນ ປູ່​ຂອງ​ເຈົ້າ​ນັ້ນ​ມອບ​ໃຫ້​ເຈົ້າ ແລະ​ເຮົາ​ຍິນດີ​ໃຫ້​ເຈົ້າ​ມາ​ຮ່ວມ​ໂຕະ​ຮັບປະທານ​ອາຫານ​ກັບ​ເຮົາ​ສະເໝີ.”</verse>
				<verse number="8">ເມຟີໂບເຊັດ​ກົ້ມ​ຂາບລົງ​ອີກເທື່ອໜຶ່ງ ແລະ​ເວົ້າ​ວ່າ, “ທ່ານເອີຍ ຂ້ານ້ອຍ​ບໍ່ມີ​ຄຸນຄ່າ​ເທົ່າກັບ​ໝາ​ຕາຍ​ໂຕໜຶ່ງ​ຊໍ້າ ເຫດໃດ ທ່ານ​ຈຶ່ງ​ເຮັດ​ດີ​ຕໍ່​ຂ້ານ້ອຍ​ຢ່າງນີ້?”</verse>
				<verse number="9">ແລ້ວ​ກະສັດ​ກໍ​ເອີ້ນ​ຊີບາ ຄົນ​ຮັບໃຊ້​ຂອງ​ກະສັດ​ໂຊນ​ມາ ແລະ​ບອກ​ລາວ​ວ່າ, “ເຮົາ​ໄດ້​ມອບ​ທຸກສິ່ງ​ທີ່​ເປັນ​ຂອງ​ກະສັດ​ໂຊນ​ກັບ​ຄອບຄົວ​ຂອງ​ເພິ່ນ ຄືນ​ໃຫ້​ແກ່​ເມຟີໂບເຊັດ​ຜູ້​ທີ່​ເປັນ​ຫລານຊາຍ​ຂອງ​ນາຍ​ເຈົ້າ​ແລ້ວ.</verse>
				<verse number="10">ສ່ວນ​ເຈົ້າ ພວກ​ລູກຊາຍ​ຂອງ​ເຈົ້າ​ຕະຫລອດ​ທັງ​ຄົນ​ຮັບໃຊ້​ຂອງ​ເຈົ້າ​ດ້ວຍ ຈົ່ງ​ພາກັນ​ເຮັດໄຮ່​ໄຖນາ​ໃສ່​ທີ່ດິນ​ນີ້​ໃຫ້​ຄອບຄົວ​ກະສັດ​ໂຊນ​ນາຍ​ຂອງ​ເຈົ້າ ແລະ​ນຳ​ເອົາ​ຜົນລະປູກ​ມາ​ໃຫ້ ເພື່ອ​ພວກເຂົາ​ຈະ​ມີ​ອາຫານ​ການ​ກິນ. ສ່ວນ​ເມຟີໂບເຊັດ​ນັ້ນ ລາວ​ຈະ​ເປັນ​ແຂກ​ປະຈຳ​ທີ່​ໂຕະ​ອາຫານ​ຂອງເຮົາ​ສະເໝີ.” (ຊີບາ​ມີ​ລູກຊາຍ​ສິບຫ້າ​ຄົນ ແລະ​ມີ​ຄົນ​ຮັບໃຊ້​ຊາວ​ຄົນ.)</verse>
				<verse number="11">ຊີບາ​ຕອບ​ກະສັດ​ວ່າ, “ຂ້ານ້ອຍ​ຈະ​ເຮັດ​ທຸກຢ່າງ​ຕາມ​ທີ່​ທ່ານ​ສັ່ງ.” ດັ່ງນັ້ນ ເມຟີໂບເຊັດ​ຈຶ່ງ​ໄດ້​ມາ​ຮ່ວມ​ໂຕະ​ຮັບປະທານ​ອາຫານ​ກັບ​ກະສັດ ເໝືອນ​ກັບ​ວ່າ​ລາວ​ເປັນ​ລູກຊາຍ​ຄົນ​ໜຶ່ງ​ຂອງ​ກະສັດ.</verse>
				<verse number="12">ເມຟີໂບເຊັດ​ມີ​ລູກຊາຍ​ຫລ້າ​ຢູ່​ຄົນ​ໜຶ່ງ​ຊື່​ວ່າ ມີກາ. ທຸກຄົນ​ໃນ​ຄອບຄົວ​ຂອງ​ຊີບາ​ໄດ້​ເປັນ​ຄົນ​ຮັບໃຊ້​ຂອງ​ເມຟີໂບເຊັດ​ທັງໝົດ.</verse>
				<verse number="13">ສະນັ້ນ ເມຟີໂບເຊັດ​ຜູ້​ທີ່​ຂາ​ພິການ​ທັງສອງ​ເບື້ອງ​ຈຶ່ງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ຮ່ວມ​ໂຕະ​ຮັບປະທານ​ອາຫານ​ກັບ​ກະສັດ​ສະເໝີ.</verse>
			</chapter>
			<chapter number="10">
				<verse number="1">ຕໍ່ມາ ນາຮາດ​ກະສັດ​ຂອງ​ຊາວ​ອຳໂມນ​ໄດ້​ຕາຍໄປ. ຮານູນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.</verse>
				<verse number="2">ກະສັດ​ດາວິດ​ຈຶ່ງ​ກ່າວ​ວ່າ, “ເຮົາ​ຕ້ອງ​ສະແດງ​ຄວາມ​ເປັນ​ມິດ​ຢ່າງ​ສັດຊື່​ຕໍ່​ຮານູນ ຕາມ​ທີ່​ເຈົ້າ​ນາຮາດ​ພໍ່​ຂອງ​ລາວ​ເຄີຍ​ໄດ້​ປະຕິບັດ​ຕໍ່​ເຮົາ.” ສະນັ້ນ ກະສັດ​ດາວິດ​ຈຶ່ງ​ສົ່ງ​ຄະນະທູດ​ໄປ​ສະແດງ​ຄວາມ​ເສຍໃຈ​ນຳ​ເຈົ້າ​ຮານູນ. ເມື່ອ​ຄະນະທູດ​ຂອງ​ກະສັດ​ດາວິດ​ມາ​ເຖິງ​ເມືອງ​ອຳໂມນ​ແລ້ວ</verse>
				<verse number="3">ບັນດາ​ຜູ້ນຳ​ຊາວ​ອຳໂມນ​ກໍ​ໄປ​ບອກ​ກະສັດ​ຂອງ​ພວກຕົນ​ວ່າ, “ທ່ານ​ຄິດ​ເຫັນ​ຢ່າງ​ໃດ​ທີ່​ກະສັດ​ດາວິດ​ສົ່ງ​ຄະນະທູດ ມາ​ສະແດງ​ຄວາມ​ເສຍໃຈ​ນຳ​ທ່ານ​ໃນ​ເວລາ​ເຊັ່ນນີ້ ເພື່ອ​ເປັນ​ການ​ໃຫ້ກຽດ​ແກ່​ພໍ່​ຂອງທ່ານ​ຊັ້ນບໍ? ຄົງ​ບໍ່​ເປັນ​ດັ່ງນັ້ນ​ດອກ ເພິ່ນ​ສົ່ງ​ພວກ​ເຫຼົ່ານີ້​ມາ​ສອດແນມ​ເບິ່ງ​ບ້ານ​ເມືອງ​ເພື່ອ​ເອົາ​ຊະນະ​ພວກເຮົາ.”</verse>
				<verse number="4">ດັ່ງນັ້ນ ຮານູນ​ຈຶ່ງ​ຈັບ​ຄະນະທູດ​ຂອງ​ກະສັດ​ດາວິດ ແລະ​ສັ່ງ​ໃຫ້​ແຖ​ໜວດ​ຂ້າງ​ໜຶ່ງ​ທັງ​ຕັດ​ເຄື່ອງນຸ່ງ​ຊື່​ກັບ​ກະໂພກ​ອອກ ແລ້ວ​ສົ່ງ​ພວກເຂົາ​ກັບ​ເມືອ.</verse>
				<verse number="5">ພວກເຂົາ​ອັບອາຍ​ຫລາຍ​ຈົນ​ບໍ່​ກ້າ​ກັບຄືນ​ເມືອ. ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ເຖິງ​ເລື່ອງ​ທີ່​ເກີດຂຶ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ພວກເຂົາ​ລໍ​ຖ້າ​ຢູ່​ໃນ​ເມືອງ​ເຢຣິໂກ ຈົນກວ່າ​ໜວດ​ຂອງ​ພວກເຂົາ​ປົ່ງ​ໃໝ່​ກ່ອນ ແລ້ວ​ຈຶ່ງ​ກັບຄືນ​ມາ.</verse>
				<verse number="6">ຊາວ​ອຳໂມນ​ຮູ້ຕົວ​ວ່າ​ພວກຕົນ​ໄດ້​ສ້າງ​ສັດຕູ​ກັບ​ກະສັດ​ດາວິດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ຈ້າງ​ເອົາ​ທະຫານ​ຊີເຣຍ ຊາວພັນ​ຄົນ ຈາກ​ເມືອງ​ເບັດເຣໂຮບ ແລະ​ເມືອງ​ໂຊບາ ສິບສອງພັນ​ຄົນ ຈາກ​ເມືອງ​ໂຕບ ແລະ​ກະສັດ​ແຫ່ງ​ມາອາກາ​ພ້ອມ​ກັບ​ທະຫານ​ໜຶ່ງພັນ​ຄົນ.</verse>
				<verse number="7">ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ເຊັ່ນນັ້ນ ເພິ່ນ​ຈຶ່ງ​ສົ່ງ​ໂຢອາບ​ພ້ອມ​ທັງ​ກອງທັບ​ໄປ​ສູ້ຮົບ​ພວກເຂົາ.</verse>
				<verse number="8">ຊາວ​ອຳໂມນ​ໄດ້​ເຄື່ອນທັບ​ໄປ​ຕັ້ງ​ທີ່ໝັ້ນ​ຢູ່​ທາງ​ເຂົ້າ​ຣັບບາ ເມືອງ​ເອກ​ຂອງ​ພວກເຂົາ; ໃນຂະນະ​ດຽວກັນ​ນັ້ນ ພວກ​ອື່ນ​ຄື​ຊາວ​ຊີເຣຍ​ກັບ​ທະຫານ​ຈາກ​ເມືອງ​ໂຕບ ແລະ​ມາອາກາ ກໍ​ຕັ້ງ​ທີ່ໝັ້ນ​ຢູ່​ນອກເມືອງ.</verse>
				<verse number="9">ເມື່ອ​ໂຢອາບ​ເຫັນ​ວ່າ ກອງທັບ​ຂອງ​ສັດຕູ​ຈະ​ໂຈມຕີ​ຕົນ​ທາງ​ດ້ານ​ໜ້າ​ກັບ​ທາງ​ດ້ານຫລັງ; ສະນັ້ນ ລາວ​ຈຶ່ງ​ເລືອກເອົາ​ທະຫານ​ອິດສະຣາເອນ​ຜູ້​ທີ່​ເກັ່ງກ້າ ໃຫ້​ໄປ​ຕັ້ງ​ທ່າ​ໄວ້​ປະເຊີນ​ໜ້າ​ກັບ​ພວກ​ຊີເຣຍ.</verse>
				<verse number="10">ແລ້ວ​ລາວ​ກໍ​ໃຫ້​ອາບີໄຊ​ນ້ອງຊາຍ​ຂອງ​ລາວ ເປັນ​ຜູ້​ບັນຊາການ​ພວກ​ທີ່​ເຫຼືອ​ຢູ່​ນັ້ນ ໂດຍ​ໃຫ້​ພວກ​ນີ້​ຕັ້ງ​ທ່າ​ໄວ້​ປະເຊີນ​ໜ້າ​ກັບ​ພວກ​ອຳໂມນ.</verse>
				<verse number="11">ໂຢອາບ​ບອກ​ອາບີໄຊ​ວ່າ, “ຖ້າ​ເຈົ້າ​ເຫັນ​ພວກ​ຊີເຣຍ​ເອົາ​ຊະນະ​ຂ້ອຍ ໃຫ້​ເຈົ້າ​ມາ​ຊ່ວຍ​ຂ້ອຍ​ເດີ. ຖ້າ​ພວກ​ອຳໂມນ​ເອົາ​ຊະນະ​ເຈົ້າ ຂ້ອຍ​ຈະ​ໄປ​ຊ່ວຍ​ເຈົ້າ.</verse>
				<verse number="12">ຈົ່ງ​ເຂັ້ມແຂງ​ແລະ​ກ້າຫານ ຂໍ​ໃຫ້​ພວກເຮົາ​ສູ້ຮົບ​ຢ່າງ​ເດັດດ່ຽວ​ເພື່ອ​ປະຊາຊົນ​ຂອງ​ພວກເຮົາ ແລະ​ເພື່ອ​ບັນດາ​ເມືອງ​ຕ່າງໆ​ຂອງ​ພຣະເຈົ້າ ແລະ​ຂໍ​ໃຫ້​ພຣະເຈົ້າຢາເວ​ດຳເນີນການ ຕາມ​ທີ່​ພຣະອົງ​ເຫັນ​ຊອບ​ເຖີດ.”</verse>
				<verse number="13">ດັ່ງນັ້ນ ໂຢອາບ​ແລະ​ທະຫານ​ຂອງຕົນ​ກໍໄດ້​ຍົກທັບ​ເຂົ້າ​ບຸກໂຈມຕີ​ກ່ອນ ແລະ​ພວກ​ຊີເຣຍ​ກໍໄດ້​ແຕກພ່າຍ​ໜີໄປ.</verse>
				<verse number="14">ເມື່ອ​ພວກ​ອຳໂມນ​ເຫັນ​ວ່າ​ພວກ​ຊີເຣຍ​ປົບໜີໄປ​ແລ້ວ ພວກເຂົາ​ຈຶ່ງ​ແລ່ນ​ປົບໜີ​ຈາກ​ອາບີໄຊ ແລະ​ຖອຍ​ເຂົ້າ​ໄປ​ໃນເມືອງ. ແລ້ວ​ໂຢອາບ​ກໍ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ ຫລັງຈາກ​ທີ່​ລາວ​ໄດ້​ສູ້ຮົບ​ຊາວ​ອຳໂມນ​ແລ້ວ.</verse>
				<verse number="15">ເມື່ອ​ຊາວ​ຊີເຣຍ​ຮູ້​ຕົວ​ວ່າ ພວກ​ຕົນ​ໄດ້​ພ່າຍແພ້​ແກ່​ຊາວ​ອິດສະຣາເອນ; ສະນັ້ນ ພວກເຂົາ​ຈຶ່ງ​ລະດົມ​ເອົາ​ທະຫານ​ທັງໝົດ​ມາ​ໂຮມກັນ.</verse>
				<verse number="16">ເຈົ້າ​ຮາດາເດເຊ​ໄດ້​ສົ່ງ​ຄົນ​ໄປ​ນຳ​ເອົາ​ທະຫານ​ຊີເຣຍ ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ເອີຟຣັດ. ພວກ​ນີ້​ໄດ້​ມາ​ທີ່​ເມືອງ​ເຮລາມ ໂດຍ​ແມ່ນ​ໂຊບັກ​ຜູ້​ບັນຊາການ​ກອງທັບ​ຂອງ​ເຈົ້າ​ຮາດາເດເຊ​ແຫ່ງ​ໂຊບາ ເປັນ​ຜູ້​ບັນຊາການ​ສູງສຸດ.</verse>
				<verse number="17">ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ເຊັ່ນນີ້ ເພິ່ນ​ຈຶ່ງ​ຮວບຮວມ​ເອົາ​ທະຫານ​ອິດສະຣາເອນ​ທັງໝົດ ນຳພາ​ຂ້າມ​ແມ່ນໍ້າ​ຈໍແດນ ແລະ​ຍົກທັບ​ໄປ​ສູ່​ເມືອງ​ເຮລາມ​ບ່ອນ​ທີ່​ພວກ​ຊີເຣຍ​ຕັ້ງ​ທ່າ​ປະເຊີນ​ໜ້າ​ກັບ​ເພິ່ນ. ການ​ສູ້ຮົບ​ກັນ​ໄດ້​ເລີ່ມຂຶ້ນ</verse>
				<verse number="18">ພວກ​ອິດສະຣາເອນ​ໄດ້​ໄລ່​ພວກ​ຊີເຣຍ​ໃຫ້​ຖອຍ​ກັບຄືນ​ໄປ. ກະສັດ​ດາວິດ​ກັບ​ທະຫານ​ຂອງ​ເພິ່ນ​ໄດ້​ຂ້າ​ທະຫານ​ຂັບ​ລົດຮົບ​ຊາວ​ຊີເຣຍ​ເຈັດຮ້ອຍ​ຄົນ ແລະ​ຂ້າ​ທະຫານ​ມ້າ​ສີ່ສິບພັນ​ຄົນ. ສ່ວນ​ໂຊບັກ​ຜູ້​ບັນຊາການ​ກອງທັບ​ຂອງ​ສັດຕູ​ໄດ້​ຮັບ​ບາດເຈັບ ແລະ​ຕາຍ​ຢູ່​ໃນ​ສະໜາມຮົບ.</verse>
				<verse number="19">ເມື່ອ​ບັນດາ​ກະສັດ​ທີ່​ຂຶ້ນ​ກັບ​ເຈົ້າ​ຮາດາເດເຊ​ເຫັນວ່າ ພວກ​ຕົນ​ເສຍໄຊ​ໃຫ້​ແກ່​ຊາວ​ອິດສະຣາເອນ​ແລ້ວ ຈຶ່ງ​ເຮັດ​ສັນຍາ​ສະຫງົບ​ເສິກ​ກັບ​ພວກ​ອິດສະຣາເອນ ແລະ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພວກເຂົາ. ແລ້ວ​ຊາວ​ຊີເຣຍ​ກໍ​ບໍ່​ກ້າ​ຊ່ວຍເຫລືອ​ຊາວ​ອຳໂມນ​ອີກ​ຕໍ່ໄປ.</verse>
			</chapter>
			<chapter number="11">
				<verse number="1">ປີ​ຕໍ່ມາ ໃນ​ລະດູ​ໃບ​ໄມ້​ປົ່ງ ເປັນ​ເວລາ​ທີ່​ກະສັດ​ທັງຫລາຍ​ເຄີຍ​ອອກ​ໄປ​ສູ້ຮົບ. ກະສັດ​ດາວິດ​ໄດ້​ສົ່ງ​ໂຢອາບ, ພວກ​ນາຍ​ທະຫານ​ຂອງຕົນ ແລະ​ກອງທັບ​ອິດສະຣາເອນ​ອອກ​ໄປ​ເຮັດ​ເສິກ. ພວກເຂົາ​ໄດ້​ເອົາ​ຊະນະ​ຊາວ​ອຳໂມນ ແລະ​ປິດລ້ອມ​ເມືອງ​ຣັບບາ​ໄວ້ ສ່ວນ​ກະສັດ​ດາວິດ​ນັ້ນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="2">ໃນ​ຕອນ​ຂ້ອນ​ບ່າຍ​ວັນ​ໜຶ່ງ ກະສັດ​ດາວິດ​ຕື່ນ​ຂຶ້ນ​ຈາກ​ນອນ ແລະ​ຂຶ້ນ​ໄປ​ເທິງ​ຫລັງຄາ​ພຽງ​ຂອງ​ຣາຊວັງ. ໃນຂະນະທີ່​ເພິ່ນ​ຍ່າງ​ໄປມາ​ນັ້ນ ເພິ່ນ​ເລີຍ​ຫລຽວເຫັນ​ຍິງ​ຄົນ​ໜຶ່ງ​ກຳລັງ​ອາບນໍ້າ. ນາງ​ເປັນ​ຄົນ​ງາມ​ຫລາຍ.</verse>
				<verse number="3">ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ໄດ້​ສົ່ງ​ຄົນ​ອອກ​ໄປ​ສືບ​ຖາມ​ເບິ່ງ​ວ່າ​ນາງ​ແມ່ນ​ຜູ້ໃດ. ແລ້ວ​ເພິ່ນ​ກໍ​ຮູ້​ວ່າ​ນາງ​ຊື່​ບັດເຊບາ​ລູກສາວ​ຂອງ​ເອລີອາມ ແລະ​ເປັນ​ເມຍ​ຂອງ​ອູຣິຢາ​ຊາວ​ຮິດຕີ.</verse>
				<verse number="4">ກະສັດ​ດາວິດ​ສົ່ງ​ຄົນ​ໄປ​ນຳ​ເອົາ​ນາງ​ມາ ແລະ​ເຂົາ​ໄດ້​ພາ​ນາງ​ເຂົ້າ​ມາ​ພົບ​ເພິ່ນ ແລະ​ເພິ່ນ​ໄດ້​ສົມສູ່​ກັບ​ນາງ. (ນາງ​ຫາ​ກໍ​ເສັດສິ້ນ​ພິທີ​ຊຳລະ​ຕົວ ຫລັງຈາກ​ເຊົາ​ເປັນ​ປະຈຳເດືອນ.) ແລ້ວ​ນາງ​ກໍ​ກັບ​ເມືອ​ເຮືອນ.</verse>
				<verse number="5">ພາຍ​ຫລັງ​ມາ​ບັດເຊບາ​ກໍ​ຮູ້​ວ່າ​ຕົນ​ຖືພາ ນາງ​ຈຶ່ງ​ສົ່ງຂ່າວ​ໄປ​ບອກ​ໃຫ້​ກະສັດ​ດາວິດ​ຮູ້.</verse>
				<verse number="6">ຝ່າຍ​ກະສັດ​ດາວິດ​ກໍ​ສົ່ງຂ່າວ​ໄປ​ບອກ​ໂຢອາບ​ວ່າ, “ໃຫ້​ທ່ານ​ສົ່ງ​ອູຣິຢາ​ຄົນ​ຮິດຕີ ມາ​ຫາ​ເຮົາ.” ດັ່ງນັ້ນ ໂຢອາບ​ຈຶ່ງ​ສົ່ງ​ອູຣິຢາ​ມາ​ຫາ​ກະສັດ​ດາວິດ.</verse>
				<verse number="7">ເມື່ອ​ອູຣິຢາ​ມາ​ຮອດ ກະສັດ​ດາວິດ​ກໍ​ຖາມ​ເຖິງ​ຄວາມສຸກ​ທຸກ​ຂອງ​ໂຢອາບ ແລະ​ກອງທັບ​ພ້ອມທັງ​ສະພາບ​ການ​ໃນ​ການ​ສູ້ຮົບ.</verse>
				<verse number="8">ແລ້ວ​ເພິ່ນ​ກ່າວ​ແກ່​ອູຣິຢາ​ວ່າ, “ຈົ່ງ​ລົງໄປ​ຢູ່​ເຮືອນ​ຂອງເຈົ້າ ແລະ​ພັກຜ່ອນ​ຈັກ​ຊົ່ວ​ໄລຍະ​ໜຶ່ງ​ສາ.” ອູຣິຢາ​ກໍ​ຈາກ​ໄປ ແລະ​ດາວິດ​ໄດ້​ຈັດສົ່ງ​ຂອງຂວັນ​ໃຫ້​ລາວ​ເຖິງ​ເຮືອນ.</verse>
				<verse number="9">ແຕ່​ແທນທີ່​ອູຣິຢາ​ຈະ​ກັບ​ເມືອ​ເຮືອນ ລາວ​ຊໍ້າພັດ​ໄປ​ນອນ​ຢູ່​ທີ່​ປະຕູ​ຂອງ​ຣາຊວັງ​ນຳ​ທະຫານ​ຍາມ​ຂອງ​ກະສັດ.</verse>
				<verse number="10">ເມື່ອ​ກະສັດ​ດາວິດ​ຮູ້​ວ່າ​ອູຣິຢາ​ບໍ່ໄດ້​ກັບ​ເມືອ​ເຮືອນ, ເພິ່ນ​ຈຶ່ງ​ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ກັບ​ເມືອ​ເຮືອນ ເພາະ​ເຈົ້າ​ບໍ່ໄດ້​ເມືອ​ເຮືອນ​ຕັ້ງ​ດົນນານ​ແລ້ວ?”</verse>
				<verse number="11">ອູຣິຢາ​ຕອບ​ວ່າ, “ຫີບ​ພັນທະສັນຍາ, ທະຫານ​ອິດສະຣາເອນ ແລະ​ຊາວ​ຢູດາ​ຢູ່​ຍັງ​ໃນ​ສະໜາມຮົບ; ໂຢອາບ​ຜູ້​ບັນຊາການ​ຂອງ​ຂ້ານ້ອຍ ແລະ​ພວກ​ນາຍ​ທະຫານ​ຍັງ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ນອກເມືອງ; ເຫດໃດ​ຂ້ານ້ອຍ​ຈຶ່ງ​ຈະ​ກັບ​ເມືອ​ເຮືອນ, ກິນ​ດື່ມ ແລະ​ນອນ​ນຳ​ເມຍ​ໄດ້? ຕາບໃດ​ທີ່​ກະສັດ​ຍັງ​ມີ​ຊີວິດ​ຢູ່ ແລະ​ຕາບໃດ​ວິນຍານ​ຂອງ​ກະສັດ​ມີ​ຊີວິດ​ຢູ່ ຂ້ານ້ອຍ​ຈະ​ບໍ່​ເຮັດ​ຢ່າງ​ນັ້ນ​ເລີຍ.”</verse>
				<verse number="12">ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ກ່າວ​ຕໍ່​ອູຣິຢາ​ວ່າ, “ຖ້າດັ່ງນັ້ນ ວັນ​ນີ້​ໃຫ້​ເຈົ້າ​ພັກ​ຢູ່​ທີ່​ນີ້​ກ່ອນ ແລະ​ມື້ອື່ນ​ເຮົາ​ຈະ​ສົ່ງ​ເຈົ້າ​ກັບຄືນ​ເມືອ.” ດັ່ງນັ້ນ ອູຣິຢາ​ຈຶ່ງ​ພັກ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ໃນ​ວັນ​ນັ້ນ. ໃນ​ວັນ​ຕໍ່ມາ,</verse>
				<verse number="13">ກະສັດ​ດາວິດ​ໄດ້​ເຊີນ​ລາວ​ມາ​ຮັບປະທານ​ອາຫານ​ນຳ ແລະ​ໃຫ້​ລາວ​ດື່ມ​ເຫຼົ້າ​ຈົນ​ເມົາ, ແຕ່​ໃນ​ຄືນ​ນັ້ນ​ແທນ​ທີ່​ອູຣິຢາ​ຈະ​ກັບ​ເມືອ​ເຮືອນ ລາວ​ຊໍ້າພັດ​ໄປ​ນອນ​ຫົ່ມ​ຜ້າ ຢູ່​ໃນ​ຫ້ອງ​ຂອງ​ທະຫານ​ຍາມ​ຣາຊວັງ.</verse>
				<verse number="14">ເຊົ້າ​ວັນ​ໃໝ່​ມາ ກະສັດ​ດາວິດ​ໄດ້​ຂຽນ​ຈົດໝາຍ​ໄປ​ຫາ​ໂຢອາບ ແລະ​ໃຫ້​ອູຣິຢາ​ເປັນ​ຜູ້​ຖື​ຈົດໝາຍ​ນັ້ນ​ໄປ​ໃຫ້.</verse>
				<verse number="15">ເພິ່ນ​ຂຽນ​ວ່າ​ດັ່ງນີ້: “ໃຫ້​ທ່ານ​ສົ່ງ​ອູຣິຢາ​ໄປ​ແນວໜ້າ ບ່ອນ​ທີ່​ມີ​ການ​ສູ້ຮົບ​ກັນ​ຢ່າງ​ດຸເດືອດ​ທີ່ສຸດ, ແລ້ວ​ໃຫ້​ຍົກທັບ​ຖອຍ ແລະ​ປ່ອຍ​ໃຫ້​ອູຣິຢາ​ຖືກ​ຂ້າ​ຕາຍ.”</verse>
				<verse number="16">ດັ່ງນັ້ນ ໃນ​ຂະນະທີ່​ໂຢອາບ​ພວມ​ອ້ອມ​ເມືອງ​ຢູ່​ນັ້ນ ລາວ​ກໍ​ສົ່ງ​ອູຣິຢາ​ອອກ​ໄປ​ໃນ​ບ່ອນ​ທີ່​ຕົນ​ຮູ້​ວ່າ ສັດຕູ​ມີ​ກຳລັງ​ທີ່​ເຂັ້ມແຂງ​ຫລາຍ.</verse>
				<verse number="17">ເມື່ອ​ກອງທັບ​ສັດຕູ​ອອກ​ມາ​ຈາກ​ເມືອງ ແລະ​ສູ້ຮົບ​ກອງທັບ​ໂຢອາບ; ນາຍ​ທະຫານ​ຂອງ​ດາວິດ​ບາງຄົນ​ລວມທັງ​ອູຣິຢາ​ຈຶ່ງ​ຖືກ​ຂ້າ.</verse>
				<verse number="18">ຕໍ່ມາ ໂຢອາບ​ໄດ້​ສົ່ງ​ລາຍງານ​ການ​ສູ້ຮົບ​ໄປ​ບອກ​ກະສັດ​ດາວິດ</verse>
				<verse number="19">ແລະ​ແນະນຳ​ຄົນນຳຂ່າວ​ໄປ​ບອກ​ນັ້ນ​ດັ່ງນີ້: “ເມື່ອ​ເຈົ້າ​ລາຍງານ​ສະພາບ​ການ​ຂອງ​ການ​ສູ້ຮົບ​ທັງໝົດ​ຕໍ່​ກະສັດ​ແລ້ວ</verse>
				<verse number="20">ເພິ່ນ​ອາດ​ໃຈຮ້າຍ ແລະ​ຖາມ​ເຈົ້າ​ວ່າ, ‘ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຂົ້າ​ໄປ​ໃກ້​ຕົວເມືອງ​ເພື່ອ​ສູ້ຮົບ​ພວກເຂົາ? ພວກເຈົ້າ​ບໍ່​ຄິດ​ບໍ​ວ່າ ພວກເຂົາ​ຈະ​ຍິງ​ລູກທະນູ​ຈາກ​ກຳແພງ​ເມືອງ​ມາ​ໃສ່​ພວກເຈົ້າ?</verse>
				<verse number="21">ພວກເຈົ້າ​ບໍ່​ຈື່​ບໍ​ວ່າ ອາບີເມເຫຼັກ​ລູກຊາຍ​ຂອງ​ກີເດໂອນ​ໄດ້​ຖືກ​ຂ້າ​ຢ່າງໃດ? ແມ່ນ​ຍິງ​ຜູ້ໜຶ່ງ​ໃນ​ເມືອງ​ເທເບັດ​ທີ່​ໄດ້​ໂຍນ​ຫີນ​ໂມ້ແປ້ງ​ລົງ​ຈາກ​ກຳແພງ​ເມືອງ ຖືກ​ອາບີເມເຫຼັກ​ຈົນ​ຕາຍ. ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຂົ້າ​ໄປ​ໃກ້​ກຳແພງ​ເມືອງ​ແທ້?’ ຖ້າ​ກະສັດ​ຖາມ​ເຈົ້າ​ດັ່ງນີ້ ໃຫ້​ເຈົ້າ​ບອກ​ເພິ່ນ​ວ່າ, ‘ອູຣິຢາ ນາຍ​ທະຫານ​ຂອງທ່ານ​ກໍ​ຖືກ​ຂ້າ​ເໝືອນກັນ.”’</verse>
				<verse number="22">ດັ່ງນັ້ນ ຄົນນຳຂ່າວ​ຈຶ່ງ​ບອກ​ກະສັດ​ດາວິດ​ຕາມ​ທີ່​ໂຢອາບ​ໄດ້​ສັ່ງ​ນັ້ນ.</verse>
				<verse number="23">ລາວ​ເວົ້າ​ຕໍ່​ກະສັດ​ດາວິດ​ວ່າ, “ສັດຕູ​ມີ​ກຳລັງ​ຫລາຍກວ່າ​ພວກ​ຂ້ານ້ອຍ ແລະ​ພວກເຂົາ​ໄດ້​ອອກ​ມາ​ຕໍ່ສູ້​ພວກ​ຂ້ານ້ອຍ​ຢູ່​ນອກເມືອງ, ແຕ່​ພວກ​ຂ້ານ້ອຍ​ໄດ້​ໄລ່​ພວກເຂົາ​ກັບຄືນ​ສູ່​ປະຕູ​ເມືອງ.</verse>
				<verse number="24">ແລ້ວ​ພວກເຂົາ​ກໍໄດ້​ຍິງ​ທະນູ​ຈາກ​ກຳແພງ​ມາ​ໃສ່​ພວກ​ຂ້ານ້ອຍ. ນາຍ​ທະຫານ​ບາງຄົນ​ຂອງທ່ານ​ໄດ້​ຖືກ​ຂ້າ; ອູຣິຢາ​ນາຍ​ທະຫານ​ຂອງທ່ານ​ກໍ​ຖືກ​ຂ້າ​ເໝືອນກັນ.”</verse>
				<verse number="25">ກະສັດ​ດາວິດ​ກ່າວ​ແກ່​ຜູ້ນຳຂ່າວ​ນັ້ນ​ວ່າ, “ຈົ່ງ​ກ່າວ​ຊູໃຈ​ໂຢອາບ ແລະ​ບອກ​ລາວ​ບໍ່​ໃຫ້​ເສຍໃຈ ໃນ​ເມື່ອ​ບໍ່​ຮູ້​ວ່າ ຜູ້ໃດ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ. ຈົ່ງ​ບອກ​ລາວ​ໃຫ້​ບຸກໂຈມຕີ​ເມືອງ​ນັ້ນ​ຄັ້ງ​ຍິ່ງໃຫຍ່ ແລະ​ຢຶດ​ເມືອງ​ໃຫ້​ໄດ້.”</verse>
				<verse number="26">ເມື່ອ​ນາງ​ບັດເຊບາ​ໄດ້ຍິນ​ຂ່າວ​ວ່າ ຜົວ​ຂອງຕົນ​ຖືກ​ຂ້າ ນາງ​ຈຶ່ງ​ໄວ້ທຸກ​ໃຫ້​ແກ່​ລາວ.</verse>
				<verse number="27">ເມື່ອ​ໝົດ​ກຳນົດ​ໄວ້ທຸກ​ແລ້ວ ກະສັດ​ດາວິດ​ກໍ​ໃຫ້​ຄົນ​ໄປ​ນຳ​ນາງ​ມາ​ທີ່​ວັງ. ນາງ​ຈຶ່ງ​ກາຍເປັນ​ເມຍ​ຂອງ​ເພິ່ນ ແລະ​ເກີດ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ເພິ່ນ. ແຕ່​ພຣະເຈົ້າຢາເວ​ບໍ່​ພໍໃຈ​ກັບ​ສິ່ງ​ທີ່​ກະສັດ​ດາວິດ​ໄດ້​ເຮັດ​ນັ້ນ.</verse>
			</chapter>
			<chapter number="12">
				<verse number="1">ຕໍ່ມາ ພຣະເຈົ້າຢາເວ​ໄດ້​ສົ່ງ​ຜູ້ທຳນວາຍ​ນາທານ​ໄປ​ຫາ​ກະສັດ​ດາວິດ. ນາທານ​ໄດ້​ໄປ​ຫາ​ເພິ່ນ ແລະ​ກ່າວ​ວ່າ, “ຍັງ​ມີ​ສອງ​ຄົນ​ຢູ່​ໃນ​ເມືອງ​ດຽວກັນ ຜູ້ໜຶ່ງ​ເປັນ​ຄົນ​ຮັ່ງມີ ແລະ​ຜູ້ໜຶ່ງ​ອີກ​ເປັນ​ຄົນ​ຍາກຈົນ.</verse>
				<verse number="2">ຊາຍ​ຮັ່ງມີ​ນັ້ນ​ມີ​ງົວ​ແລະ​ແກະ​ຫລາຍ​ໂຕ</verse>
				<verse number="3">ຝ່າຍ​ຊາຍ​ຍາກຈົນ​ນັ້ນ​ມີ​ພຽງແຕ່​ແກະ​ນ້ອຍ​ໂຕ​ດຽວ​ຊຶ່ງ​ລາວ​ໄດ້​ຊື້​ມາ. ລາວ​ລ້ຽງ​ຮັກສາ​ແກະ​ນ້ອຍ​ໂຕ​ນັ້ນ ແລະ​ມັນ​ໄດ້​ໃຫຍ່​ຂຶ້ນ​ມາ​ຮ່ວມ​ກັບ​ພວກ​ລູກໆ​ຂອງຕົນ ຢູ່​ໃນ​ເຮືອນ​ຂອງ​ລາວ. ມັນ​ກິນ​ອາຫານ​ທີ່​ລາວ​ກິນ ແລະ​ດື່ມ​ຈາກ​ຈອກ​ທີ່​ລາວ​ດື່ມ ພ້ອມ​ທັງ​ນອນ​ທີ່​ເທິງ​ຕັກ​ຂອງ​ລາວ. ແກະ​ນັ້ນ​ເປັນ​ດັ່ງ​ລູກສາວ​ຄົນ​ໜຶ່ງ​ຂອງ​ລາວ.</verse>
				<verse number="4">ວັນໜຶ່ງ ມີ​ແຂກ​ມາ​ຢ້ຽມຢາມ​ເຮືອນ​ຂອງ​ຄົນ​ຮັ່ງມີ ຄົນ​ຮັ່ງມີ​ຜູ້ນັ້ນ​ບໍ່​ຢາກ​ຂ້າ​ສັດ​ຂອງຕົນ​ຕຽມ​ອາຫານ​ໃຫ້​ແຂກ​ກິນ, ແຕ່​ລາວ​ກັບ​ເອົາ​ແກະ​ນ້ອຍ​ຂອງ​ຄົນ​ຍາກຈົນ​ນັ້ນ ມາ​ຂ້າ​ຈັດຕຽມ​ເປັນ​ອາຫານ​ໃຫ້​ແຂກ.”</verse>
				<verse number="5">ກະສັດ​ດາວິດ​ໃຈຮ້າຍ​ຫຼາຍ​ໃຫ້​ຄົນ​ຮັ່ງມີ​ຜູ້ນັ້ນ ແລະ​ເວົ້າ​ຂຶ້ນ​ວ່າ, “ເຮົາ​ຂໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ວ່າ ຄົນ​ທີ່​ເຮັດ​ຢ່າງ​ນັ້ນ​ຈະ​ຕ້ອງ​ຕາຍ</verse>
				<verse number="6">ລາວ​ຕ້ອງ​ໃຊ້​ຄືນ​ເຖິງ​ສີ່​ເທົ່າ​ຕໍ່​ລູກແກະ​ທີ່​ລາວ​ເອົາ​ໄປ​ນັ້ນ ເພາະ​ລາວ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໂຫດຮ້າຍ​ຫລາຍ.”</verse>
				<verse number="7">ນາທານ​ກ່າວ​ວ່າ, “ຊາຍ​ຄົນ​ນັ້ນ​ຄື​ທ່ານເອງ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກ່າວ​ຕໍ່​ທ່ານ​ດັ່ງນີ້: ເຮົາ​ໄດ້​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ໄດ້​ຊ່ວຍກູ້​ເຈົ້າ​ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ໂຊນ.</verse>
				<verse number="8">ເຮົາ​ໄດ້​ມອບ​ອານາຈັກ​ຂອງ​ໂຊນ​ກັບ​ເມຍ​ທັງຫລາຍ​ຂອງ​ລາວ​ໃຫ້​ເຈົ້າ ເຮົາ​ໄດ້​ມອບ​ຊາວ​ອິດສະຣາເອນ ແລະ​ຊາວ​ຢູດາ​ໃຫ້​ເປັນ​ຂອງ​ເຈົ້າ. ຖ້າ​ສິ່ງ​ເຫຼົ່ານີ້​ຍັງ​ບໍ່​ພຽງພໍ​ສຳລັບ​ເຈົ້າ ເຮົາ​ອາດ​ໃຫ້​ເຈົ້າ​ຫລາຍກວ່າ​ນີ້​ອີກ​ຫລາຍ​ເທົ່າ​ກໍໄດ້.</verse>
				<verse number="9">ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ? ເປັນຫຍັງ​ຈຶ່ງ​ເຮັດ​ສິ່ງ​ຊົ່ວຊ້າ​ຢ່າງ​ນີ້? ເຈົ້າ​ໄດ້​ໃຫ້​ອູຣິຢາ​ຖືກ​ຂ້າ​ໃນ​ສະໜາມຮົບ; ເຈົ້າ​ປ່ອຍ​ໃຫ້​ຊາວ​ອຳໂມນ​ຂ້າ​ລາວ ແລ້ວ​ເຈົ້າ​ກໍ​ເອົາ​ເມຍ​ຂອງ​ລາວ.</verse>
				<verse number="10">ບັດນີ້ ຍ້ອນ​ວ່າ​ເຈົ້າ​ບໍ່​ເຊື່ອຟັງ​ເຮົາ​ທັງ​ເອົາ​ເມຍ​ຂອງ​ອູຣິຢາ ໃນ​ເຊື້ອສາຍ​ຂອງ​ເຈົ້າ​ທຸກ​ເຊັ່ນຄົນ​ຈະ​ມີ​ບາງຄົນ​ຕາຍ​ດ້ວຍ​ດາບ.</verse>
				<verse number="11">ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ໃຫ້​ຜູ້ໜຶ່ງ​ໃນ​ຄອບຄົວ​ຂອງ​ເຈົ້າເອງ ນຳ​ເອົາ​ຄວາມ​ເດືອດຮ້ອນ​ມາ​ສູ່​ເຈົ້າ. ເຈົ້າ​ຈະ​ໄດ້​ເຫັນ​ເຫດການ​ນີ້ ເມື່ອ​ເຮົາ​ເອົາ​ເມຍ​ທັງຫລາຍ​ຂອງ​ເຈົ້າ​ໃຫ້​ແກ່​ຊາຍ​ອື່ນ ແລະ​ຊາຍ​ຄົນ​ນັ້ນ​ກໍ​ຈະ​ສົມສູ່​ກັບ​ພວກ​ນາງ​ຢ່າງ​ເປີດເຜີຍ.</verse>
				<verse number="12">ເຈົ້າ​ໄດ້​ເຮັດ​ບາບ​ໃນ​ທີ່​ລັບລີ້, ແຕ່​ເຮົາ​ຈະ​ເຮັດ​ໃຫ້​ເຫດການ​ນີ້​ເກີດຂຶ້ນ​ໃນ​ທີ່​ເປີດເຜີຍ ເພື່ອ​ໃຫ້​ຊາວ​ອິດສະຣາເອນ​ທຸກຄົນ​ໄດ້​ເຫັນ.”’</verse>
				<verse number="13">ດາວິດ​ຈຶ່ງ​ເວົ້າ​ຕໍ່​ນາທານ​ວ່າ, “ເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ແລ້ວ.” ນາທານ​ກ່າວ​ຕໍ່​ດາວິດ​ວ່າ, “ພຣະເຈົ້າຢາເວ​ອະໄພ​ໃຫ້​ທ່ານ ແລະ​ທ່ານ​ຈະ​ບໍ່​ຕາຍ.</verse>
				<verse number="14">ແຕ່​ຍ້ອນ​ວ່າ​ທ່ານ​ໄດ້​ໝິ່ນປະໝາດ​ຕໍ່​ພຣະເຈົ້າຢາເວ ໂດຍ​ກະທຳ​ຢ່າງນີ້ ລູກ​ຂອງທ່ານ​ທີ່​ເກີດ​ມາ​ກໍ​ຈະ​ຕາຍ.”</verse>
				<verse number="15">ແລ້ວ​ນາທານ​ກໍໄດ້​ກັບ​ເມືອ​ເຮືອນ​ຂອງຕົນ. ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ລູກ​ທີ່​ກະສັດ​ດາວິດ​ໄດ້​ກັບ​ເມຍ​ຂອງ​ອູຣິຢາ​ນັ້ນ​ປ່ວຍ​ໜັກ.</verse>
				<verse number="16">ກະສັດ​ດາວິດ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ຂໍ​ຊ່ວຍ​ໃຫ້​ລູກ​ດີ. ເພິ່ນ​ບໍ່​ຍອມ​ກິນ​ຫຍັງ​ໝົດ. ທຸກໆ​ຄືນ​ໃດ ເພິ່ນ​ເຂົ້າ​ໄປ​ນອນ​ຢຽດ​ຢູ່​ກັບ​ພື້ນ​ໃນ​ຫ້ອງ​ນອນ​ຂອງ​ເພິ່ນ.</verse>
				<verse number="17">ພວກ​ຂ້າຣາຊການ​ໃນ​ວັງ​ເຂົ້າ​ໄປ​ຫາ​ເພິ່ນ ແລະ​ພະຍາຍາມ​ຊັກຊວນ​ເພິ່ນ​ໃຫ້​ລຸກ​ຂຶ້ນ, ແຕ່​ເພິ່ນ​ປະຕິເສດ​ແລະ​ທັງ​ບໍ່​ຍອມ​ກິນ​ຫຍັງ​ກັບ​ພວກເຂົາ.</verse>
				<verse number="18">ຢູ່​ມາ​ໃນ​ວັນ​ທີ​ເຈັດ ເດັກນ້ອຍ​ນັ້ນ​ກໍໄດ້​ຕາຍໄປ ແລະ​ພວກ​ຂ້າຣາຊການ​ບໍ່​ກ້າ​ບອກ​ຂ່າວ​ນັ້ນ​ໃຫ້​ເພິ່ນ​ຮູ້. ພວກເຂົາ​ເວົ້າ​ກັນ​ວ່າ, “ເມື່ອ​ເດັກ​ນັ້ນ​ຍັງ​ມີ​ຊີວິດ​ຢູ່ ເພິ່ນ​ບໍ່ໄດ້​ຕອບ​ພວກເຮົາ​ເມື່ອ​ພວກເຮົາ​ເວົ້າ​ກັບ​ເພິ່ນ. ເຫດໃດ​ພວກເຮົາ​ຈຶ່ງ​ຈະ​ກ້າ​ບອກ​ເພິ່ນ​ວ່າ ລູກຊາຍ​ຂອງ​ເພິ່ນ​ໄດ້​ຕາຍ​ເສຍ​ແລ້ວ ເພິ່ນ​ອາດ​ເຮັດ​ສິ່ງ​ອັນຕະລາຍ​ຕໍ່​ຕົນເອງ​ກໍໄດ້.”</verse>
				<verse number="19">ເມື່ອ​ກະສັດ​ດາວິດ​ສັງເກດ​ເຫັນ​ພວກເຂົາ​ຊິ່ມ​ກັນ​ຢູ່ ເພິ່ນ​ກໍ​ເຂົ້າໃຈ​ວ່າ​ເດັກນ້ອຍ​ນັ້ນ​ໄດ້​ຕາຍ​ແລ້ວ. ເພິ່ນ​ຖາມ​ພວກເຂົາ​ວ່າ, “ລູກ​ຂອງເຮົາ​ຕາຍ​ແລ້ວ​ແມ່ນ​ບໍ?” ພວກເຂົາ​ຕອບ​ວ່າ, “ໂດຍ ເດັກ​ນັ້ນ​ໄດ້​ຕາຍ​ແລ້ວ.”</verse>
				<verse number="20">ກະສັດ​ດາວິດ​ຈຶ່ງ​ລຸກ​ຂຶ້ນ​ຈາກ​ພື້ນ​ຫ້ອງ ໄປ​ອາບນໍ້າ, ຫວີຜົມ ແລະ​ປ່ຽນ​ເຄື່ອງນຸ່ງຫົ່ມ. ແລ້ວ​ເພິ່ນ​ກໍ​ໄປ​ນະມັດສະການ​ພຣະເຈົ້າຢາເວ​ທີ່​ພຣະວິຫານ. ເມື່ອ​ເພິ່ນ​ກັບຄືນ​ມາ​ວັງ​ແລ້ວ ເພິ່ນ​ກໍ​ຖາມ​ຫາ​ອາຫານ​ແລະ​ກິນ​ໃນທັນທີ​ໂລດ ເມື່ອ​ພວກເຂົາ​ຍົກ​ມາ​ໃຫ້​ເພິ່ນ.</verse>
				<verse number="21">ພວກ​ຂ້າຣາຊການ​ເວົ້າ​ຕໍ່​ເພິ່ນ​ວ່າ, “ພວກ​ຂ້ານ້ອຍ​ບໍ່​ເຂົ້າໃຈ​ເລື່ອງ​ນີ້ ເມື່ອ​ເດັກ​ຍັງ​ມີ​ຊີວິດ​ຢູ່ ທ່ານ​ຮ້ອງໄຫ້​ສຳລັບ​ລາວ​ແລະ​ບໍ່​ຍອມ​ກິນ​ຫຍັງ, ແຕ່​ພໍ​ລາວ​ຕາຍໄປ​ແລ້ວ ທ່ານ​ກໍ​ລຸກ​ຂຶ້ນ​ມາ​ກິນ​ອາຫານ.”</verse>
				<verse number="22">ກະສັດ​ດາວິດ​ຕອບ​ວ່າ, “ແມ່ນແລ້ວ ເຮົາ​ອົດອາຫານ​ແລະ​ຮ້ອງໄຫ້​ເມື່ອ​ເດັກ​ຍັງ​ມີ​ຊີວິດ​ຢູ່. ເຮົາ​ຄິດ​ວ່າ​ພຣະເຈົ້າຢາເວ​ອາດ​ຈະ​ເມດຕາ​ເຮົາ​ກໍໄດ້ ແລະ​ບໍ່​ປ່ອຍ​ໃຫ້​ເດັກ​ນັ້ນ​ຕາຍ.</verse>
				<verse number="23">ແຕ່​ດຽວ​ນີ້​ເດັກ​ນັ້ນ​ໄດ້​ຕາຍໄປ​ແລ້ວ ເຮົາ​ຈະ​ອົດອາຫານ​ໄປ​ເຮັດ​ຫຍັງ? ເຮົາ​ຈະ​ນຳ​ເດັກ​ນັ້ນ​ຄືນ​ມາ​ສູ່​ຊີວິດ​ໄດ້​ຊັ້ນບໍ? ວັນໜຶ່ງ ເຮົາ​ກໍ​ຈະ​ໄປ​ຢູ່​ບ່ອນ​ທີ່​ເດັກ​ນັ້ນ​ຢູ່, ແຕ່​ເດັກ​ນັ້ນ​ກັບຄືນ​ມາ​ຫາ​ເຮົາ​ບໍ່ໄດ້​ຈັກເທື່ອ.”</verse>
				<verse number="24">ຕໍ່ມາ ກະສັດ​ດາວິດ​ກໍ​ເລົ້າໂລມ​ໃຈ​ນາງ​ບັດເຊບາ​ເມຍ​ຂອງຕົນ. ເພິ່ນ​ໄດ້​ສົມສູ່​ກັບ​ນາງ ແລະ​ນາງ​ໄດ້​ເກີດ​ລູກຊາຍ​ຄົນ​ໜຶ່ງ​ຜູ້​ທີ່​ກະສັດ​ດາວິດ​ໃສ່​ຊື່​ໃຫ້​ວ່າ ໂຊໂລໂມນ. ພຣະເຈົ້າຢາເວ​ຮັກ​ເດັກ​ຄົນ​ນີ້</verse>
				<verse number="25">ແລະ​ໃຊ້​ຜູ້ທຳນວາຍ​ນາທານ​ໃຫ້​ຕັ້ງ​ຊື່​ເດັກ​ນີ້​ວ່າ, ເຢດີດີຢາ ເພາະ​ເຫັນ​ແກ່​ພຣະເຈົ້າຢາເວ.</verse>
				<verse number="26">ໃນຂະນະ​ດຽວກັນ​ນັ້ນ ໂຢອາບ​ກໍ​ພວມ​ສືບຕໍ່​ໂຈມຕີ​ຣັບບາ ເມືອງຫລວງ​ຂອງ​ຊາວ​ອຳໂມນ ແລະ​ໃກ້​ຈະ​ຢຶດເອົາ​ໄດ້​ແລ້ວ.</verse>
				<verse number="27">ໂຢອາບ​ຈຶ່ງ​ສົ່ງ​ຜູ້ນຳຂ່າວ​ມາ​ລາຍງານ​ຕໍ່​ກະສັດ​ດາວິດ​ວ່າ, “ຂ້ານ້ອຍ​ໄດ້​ໂຈມຕີ​ເມືອງ​ຣັບບາ​ແລະ​ຢຶດເອົາ​ບໍ່ນໍ້າ​ໄດ້​ແລ້ວ.</verse>
				<verse number="28">ບັດນີ້ ໃຫ້​ທ່ານ​ຮວບຮວມ​ເອົາ​ກຳລັງ​ທີ່​ຍັງເຫລືອ​ຢູ່​ນັ້ນ​ມາ​ໂຈມຕີ ແລະ​ຢຶດເອົາ​ເມືອງ​ໂດຍ​ຕົນເອງ ເພາະ​ຂ້ານ້ອຍ​ບໍ່​ຢາກ​ໄດ້​ຊື່ສຽງ​ໃນ​ການ​ຢຶດ​ເມືອງ​ນີ້.”</verse>
				<verse number="29">ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ຮວບຮວມ​ເອົາ​ກຳລັງ​ຂອງ​ເພິ່ນ ອອກ​ໄປ​ໂຈມຕີ​ເມືອງ​ຣັບບາ​ແລະ​ຢຶດ​ເມືອງ​ນີ້​ໄດ້.</verse>
				<verse number="30">ເພິ່ນ​ຢຶດ​ມົງກຸດ​ຂອງ​ພະ​ມິນກົມ ຮູບເຄົາຣົບ​ຂອງ​ຊາວ​ອຳໂມນ ຊຶ່ງ​ເປັນ​ຄຳ​ໜັກ​ປະມານ​ສາມສິບຫ້າ​ກິໂລກຼາມ ແລະ​ມີ​ເພັດ​ປະດັບ​ຢູ່​ໃນ​ນັ້ນ. ກະສັດ​ດາວິດ​ໄດ້​ແກະ​ເອົາ​ເພັດ​ນັ້ນ​ມາ​ປະດັບ​ໃສ່​ມົງກຸດ​ຂອງ​ເພິ່ນ. ກະສັດ​ດາວິດ​ຍັງ​ຢຶດ​ຊັບສົມບັດ​ຈາກ​ເມືອງ​ນີ້​ໄດ້​ຢ່າງ​ຫລວງຫລາຍ.</verse>
				<verse number="31">ແລ້ວ​ເພິ່ນ​ກໍໄດ້​ເອົາ​ເລື່ອຍ, ຈົກ, ຂວານ, ໃຫ້​ຊາວ​ເມືອງ​ນີ້ ແລະ​ບັງຄັບ​ພວກເຂົາ​ເຮັດ​ດິນຈີ່​ໃຫ້​ເພິ່ນ. ເພິ່ນ​ໄດ້​ປະຕິບັດ​ເໝືອນກັນ​ນີ້​ຕໍ່​ຊາວ​ອຳໂມນ​ໃນ​ທຸກ​ຫົວເມືອງ. ແລ້ວ​ເພິ່ນ​ພ້ອມ​ທັງ​ທະຫານ​ຂອງ​ເພິ່ນ​ກໍ​ກັບຄືນ​ມາ​ນະຄອນ​ເຢຣູຊາເລັມ.</verse>
			</chapter>
			<chapter number="13">
				<verse number="1">ອັບຊາໂລມ​ລູກຊາຍ​ຂອງ​ກະສັດ​ດາວິດ​ມີ​ນ້ອງສາວ​ຄົນ​ໜຶ່ງ​ທີ່​ງາມ​ຫລາຍ ແລະ​ຍັງ​ບໍ່​ທັນ​ໄດ້​ແຕ່ງງານ​ເທື່ອ​ຊື່​ວ່າ ຕາມາ. ອຳໂນນ​ລູກຊາຍ​ຄົນອື່ນ​ອີກ​ຂອງ​ກະສັດ​ດາວິດ​ຫລົງ​ຮັກ​ກັບ​ນາງ.</verse>
				<verse number="2">ລາວ​ຮັກ​ນາງ​ຫລາຍ​ທີ່ສຸດ​ຈົນ​ເຈັບໄຂ້​ໄດ້ປ່ວຍ ເພາະ​ເບິ່ງ​ເໝືອນ​ວ່າ​ເປັນ​ໄປ​ບໍ່ໄດ້​ສຳລັບ​ຕົນ​ທີ່​ຈະ​ໄດ້​ນາງ; ໃນ​ເມື່ອ​ເປັນ​ຍິງສາວ​ບໍຣິສຸດ ນາງ​ຈຶ່ງ​ຖືກ​ກັກຕົວ​ໄວ້​ບໍ່​ໃຫ້​ພົບ​ຜູ້ຊາຍ​ໃດໆ.</verse>
				<verse number="3">ອຳໂນນ​ມີ​ໝູ່​ຄົນ​ໜຶ່ງ​ຊື່​ວ່າ ໂຢນາດາບ. ລາວ​ເປັນ​ລູກຊາຍ​ຂອງ​ຊາມມາ ອ້າຍ​ຂອງ​ກະສັດ​ດາວິດ. ໂຢນາດາບ​ເປັນ​ຄົນ​ມີ​ສະຕິປັນຍາ​ສະຫລຽວ​ສະຫລາດ​ຫລາຍ.</verse>
				<verse number="4">ລາວ​ເວົ້າ​ຕໍ່​ອຳໂນນ​ວ່າ, “ເຈົ້າ​ເປັນ​ລູກຊາຍ​ຂອງ​ກະສັດ​ແທ້ໆ, ແຕ່​ຂ້ອຍ​ເຫັນ​ເຈົ້າ​ມີ​ຄວາມທຸກ​ຢູ່​ທຸກວັນ​ທຸກຄືນ; ເຈົ້າ​ມີ​ເລື່ອງ​ຫຍັງ​ກັນ​ແທ້?” ອຳໂນນ​ຕອບ​ລາວ​ວ່າ, “ຂ້ອຍ​ຮັກ​ນາງ​ຕາມາ​ນ້ອງ​ຕ່າງ​ແມ່ ນ້ອງສາວ​ອັບຊາໂລມ.”</verse>
				<verse number="5">ໂຢນາດາບ​ກ່າວ​ຕໍ່​ລາວ​ວ່າ, “ໃຫ້​ເຈົ້າ​ທຳທ່າ​ໄຂ້​ແລະ​ເຂົ້າ​ໄປ​ນອນ. ເມື່ອ​ພໍ່​ຂອງ​ເຈົ້າ​ມາ​ເບິ່ງ​ໃຫ້​ເຈົ້າ​ບອກ​ເພິ່ນ​ວ່າ, ‘ກະລຸນາ​ຂໍ​ໃຫ້​ຕາມາ​ນ້ອງສາວ​ຂອງ​ຂ້ານ້ອຍ ມາ​ປ້ອນ​ເຂົ້າ​ຂ້ານ້ອຍ​ແດ່. ຂ້ານ້ອຍ​ຢາກ​ໃຫ້​ນາງ​ມາ​ທີ່​ນີ້ ເພື່ອ​ຈັດແຈ່ງ​ອາຫານ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ ແລະ​ໃຫ້​ນາງ​ເອງ​ເປັນ​ຜູ້​ປ້ອນ​ອາຫານ​ໃຫ້​ຂ້ານ້ອຍ​ກິນ.”’</verse>
				<verse number="6">ດັ່ງນັ້ນ ອຳໂນນ​ຈຶ່ງ​ທຳທ່າ​ໄຂ້​ແລະ​ເຂົ້າ​ໄປ​ນອນ. ເມື່ອ​ກະສັດ​ດາວິດ​ເຂົ້າ​ໄປ​ເບິ່ງ​ອຳໂນນ ລາວ​ຈຶ່ງ​ເວົ້າ​ກັບ​ເພິ່ນ​ວ່າ, “ກະລຸນາ​ໃຫ້​ຕາມາ ມາ​ເຮັດ​ເຂົ້າໜົມ​ຈັກ​ເລັກນ້ອຍ​ທີ່​ນີ້​ໃຫ້​ຂ້ານ້ອຍ​ເຫັນ​ແດ່ ແລະ​ໃຫ້​ນາງ​ເອງ​ເປັນ​ຜູ້​ປ້ອນ​ເຂົ້າໜົມ​ນັ້ນ​ໃຫ້​ຂ້ານ້ອຍ​ກິນ.”</verse>
				<verse number="7">ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ສັ່ງຄວາມ​ໄປ​ບອກ​ນາງ​ຕາມາ​ຢູ່​ໃນ​ວັງ​ວ່າ, “ຈົ່ງ​ໄປ​ທີ່​ເຮືອນ​ຂອງ​ອຳໂນນ ແລະ​ຈັດແຈ່ງ​ອາຫານ​ໃຫ້​ລາວ​ກິນ.”</verse>
				<verse number="8">ນາງ​ຈຶ່ງ​ໄປ​ທີ່​ນັ້ນ​ແລະ​ພົບ​ລາວ​ນອນ​ຢູ່​ເທິງ​ຕຽງ. ນາງ​ເອົາ​ແປ້ງ​ມາ​ນວດ​ເຮັດ​ເຂົ້າໜົມ​ທີ່​ນັ້ນ​ເພື່ອ​ໃຫ້​ອຳໂນນ​ໄດ້​ເຫັນ​ຕົນ. ແລ້ວ​ນາງ​ກໍ​ອົບ​ເຂົ້າໜົມ</verse>
				<verse number="9">ແລະ​ເອົາ​ອອກ​ຈາກ​ໝໍ້ຂາງ​ໃຫ້​ອຳໂນນ​ກິນ ແຕ່​ລາວ​ບໍ່​ຍອມ​ກິນ. ລາວ​ເວົ້າ​ວ່າ, “ບອກ​ໃຫ້​ທຸກຄົນ​ອອກ​ໄປ.” ແລະ​ທຸກຄົນ​ກໍ​ອອກ​ໄປ.</verse>
				<verse number="10">ແລ້ວ​ລາວ​ກໍ​ເວົ້າ​ຕໍ່​ນາງ​ວ່າ, “ເອົາ​ເຂົ້າໜົມ​ມາ​ແລະ​ປ້ອນ​ອ້າຍ​ຢູ່​ທີ່​ຕຽງ​ພີ້.” ນາງ​ຈຶ່ງ​ຈັບ​ເອົາ​ເຂົ້າໜົມ​ຍ່າງ​ໄປ​ຫາ​ລາວ.</verse>
				<verse number="11">ໃນຂະນະທີ່​ເອົາ​ເຂົ້າໜົມ​ໃຫ້​ນັ້ນ ລາວ​ຈຶ່ງ​ຈັບ​ມື​ນາງ​ໄວ້ ແລະ​ເວົ້າ​ວ່າ, “ນ້ອງສາວ​ຂອງ​ອ້າຍ ຈົ່ງ​ເຂົ້າ​ມາ​ນອນ​ກັບ​ອ້າຍ​ສາ​ເຖີດ.”</verse>
				<verse number="12">ນາງ​ຕອບ​ວ່າ, “ບໍ່ໄດ້​ດອກ​ອ້າຍ​ເອີຍ ຢ່າ​ບັງຄັບ​ນ້ອງ​ເຮັດ​ສິ່ງ​ທີ່​ອັບອາຍ​ຢ່າງ​ນີ້​ເລີຍ ເລື່ອງ​ຢ່າງ​ນີ້​ເຂົາ​ບໍ່​ໄດ້ກະທຳ​ໃນ​ຊາດ​ອິດສະຣາເອນ; ຂໍ​ຢ່າ​ເຮັດ​ສິ່ງ​ຊົ່ວຊ້າ​ຢ່າງ​ນີ້​ເລີຍ</verse>
				<verse number="13">ນ້ອງ​ຈະ​ເງີຍ​ໜ້າ​ສູ້​ຄົນອື່ນ​ໄດ້​ຢ່າງ​ໃດ? ແລະ​ອ້າຍ​ເອງ​ຈະ​ເສຍໜ້າ​ໃນ​ຊາດ​ອິດສະຣາເອນ. ກະລຸນາ​ໄປ​ເວົ້າ​ກັບ​ກະສັດ​ສາ ແລະ​ນ້ອງ​ເຊື່ອແນ່​ວ່າ​ເພິ່ນ​ຈະ​ຍົກ​ນ້ອງ​ໃຫ້​ອ້າຍ.”</verse>
				<verse number="14">ແຕ່​ລາວ​ບໍ່​ຍອມ​ຟັງ​ນາງ ແລະ​ຍ້ອນ​ເພິ່ນ​ມີ​ກຳລັງ​ຫລາຍກວ່າ ຈຶ່ງ​ຂົ່ມຂືນ​ແລະ​ຮ່ວມ​ນອນ​ກັບ​ນາງ.</verse>
				<verse number="15">ແລ້ວ​ອຳໂນນ​ກໍ​ເກີດ​ເບື່ອໜ່າຍ ແລະ​ກຽດຊັງ​ນາງ​ທີ່ສຸດ; ລາວ​ກຽດຊັງ​ນາງ​ຫລາຍກວ່າ​ຕອນ​ທີ່​ຫລົງ​ຮັກ​ນາງ​ມາ​ກ່ອນ​ນັ້ນ. ອຳໂນນ​ສັ່ງ​ນາງ​ວ່າ, “ຈົ່ງ​ອອກ​ໄປ​ຈາກ​ນີ້.”</verse>
				<verse number="16">ນາງ​ຕອບ​ວ່າ, “ບໍ່ ການ​ທີ່​ອ້າຍ​ຂັບໄລ່​ນ້ອງ​ອອກ​ໄປ​ເຊັ່ນນີ້ ເປັນ​ຄວາມຜິດ​ຫລາຍກວ່າ ທີ່​ອ້າຍ​ຫາ​ກໍໄດ້​ກະທຳ​ກັບ​ນ້ອງ.” ແຕ່​ອຳໂນນ​ບໍ່​ຍອມ​ຟັງ​ນາງ;</verse>
				<verse number="17">ລາວ​ເອີ້ນ​ເອົາ​ຄົນ​ຮັບໃຊ້​ປະຈຳຕົວ​ມາ ແລະ​ບອກ​ວ່າ, “ຈົ່ງ​ເອົາ​ຍິງ​ຄົນ​ນີ້​ອອກ​ໄປ​ໃຫ້​ພົ້ນ​ສາຍ​ຕາ​ຂ້ອຍ​ດຽວ​ນີ້ ຍູ້​ນາງ​ອອກ​ໄປ​ແລະ​ອັດ​ປະຕູ​ໃສ່​ໄລ​ໄວ້.”</verse>
				<verse number="18">ຄົນ​ຮັບໃຊ້​ຈຶ່ງ​ຍູ້​ນາງ​ອອກ​ໄປ​ແລະ​ອັດ​ປະຕູ​ໃສ່​ໄລ​ໄວ້. ນາງ​ຕາມາ​ນຸ່ງ​ເສື້ອຄຸມ​ແຂນ​ຍາວ ຊຶ່ງ​ເປັນ​ເສື້ອ​ສຳລັບ​ພວກ​ລູກສາວ​ຂອງ​ກະສັດ ຜູ້​ທີ່​ບໍ່​ທັນ​ແຕ່ງງານ​ນຸ່ງ​ກັນ​ໃນ​ສະໄໝ​ນັ້ນ.</verse>
				<verse number="19">ນາງ​ເອົາ​ຂີ້ເຖົ່າ​ໂຮຍ​ໃສ່​ຫົວ, ຈີກ​ເສື້ອຄຸມ​ຂອງຕົນ, ເອົາ​ມື​ອັດ​ໜ້າ ແລະ​ແລ່ນ​ໜີໄປ​ທັງ​ຮ້ອງໄຫ້.</verse>
				<verse number="20">ເມື່ອ​ອັບຊາໂລມ​ອ້າຍ​ຂອງ​ນາງ​ເຫັນ ຈຶ່ງ​ຖາມ​ວ່າ, “ອຳໂນນ​ໄດ້​ຂົ່ມຂືນ​ເຈົ້າ​ແມ່ນ​ບໍ? ນ້ອງເອີຍ ຢ່າ​ເປັນທຸກໃຈ​ເພາະ​ເລື່ອງ​ນີ້​ເກີນ​ໄປ. ລາວ​ເປັນ​ອ້າຍ​ຕ່າງ​ແມ່​ຂອງ​ເຈົ້າ; ຢ່າ​ບອກ​ຜູ້ໃດ​ຜູ້ໜຶ່ງ​ຮູ້​ເລື່ອງ​ນີ້.” ດັ່ງນັ້ນ ນາງ​ຕາມາ​ຈຶ່ງ​ອາໄສ​ຢູ່​ໃນ​ເຮືອນ​ຂອງ​ອັບຊາໂລມ ທັງ​ໂສກເສົ້າ​ແລະ​ເປົ່າປ່ຽວ.</verse>
				<verse number="21">ເມື່ອ​ກະສັດ​ໄດ້ຍິນ​ເຖິງ​ເລື່ອງ​ນີ້ ເພິ່ນ​ຈຶ່ງ​ໂກດຮ້າຍ​ທີ່ສຸດ.</verse>
				<verse number="22">ສ່ວນ​ອັບຊາໂລມ​ກໍ​ກຽດຊັງ​ອຳໂນນ​ຫລາຍ​ທີ່ສຸດ ຈົນ​ລາວ​ບໍ່​ຍອມ​ເວົ້າຈາ​ກັບ​ອຳໂນນ​ອີກ​ຕໍ່ໄປ ຍ້ອນ​ລາວ​ໄດ້​ຂົ່ມຂືນ​ຕາມາ ນ້ອງສາວ​ຂອງຕົນ.</verse>
				<verse number="23">ສອງ​ປີ​ຕໍ່ມາ ອັບຊາໂລມ​ໄດ້​ຈັດ​ໃຫ້​ມີ​ການ​ຕັດ​ຂົນແກະ​ຂຶ້ນ​ທີ່​ບາອານຮາໂຊ ຊຶ່ງ​ຢູ່​ໃກ້​ກັບ​ເມືອງ​ເອຟຣາອິມ; ແລ້ວ​ລາວ​ກໍໄດ້​ເຊີນ​ເອົາ​ລູກຊາຍ​ທັງໝົດ​ຂອງ​ກະສັດ​ມາ​ຮ່ວມ​ໃນ​ທີ່ນັ້ນ​ດ້ວຍ.</verse>
				<verse number="24">ອັບຊາໂລມ​ໄດ້​ໄປ​ຫາ​ກະສັດ​ດາວິດ ແລະ​ເວົ້າ​ວ່າ, “ຂ້ານ້ອຍ​ຈະ​ຈັດ​ໃຫ້​ມີ​ການ​ຕັດ​ຂົນແກະ​ຂຶ້ນ; ຂໍ​ເຊີນ​ໃຫ້​ພໍ່​ແລະ​ພວກ​ຂ້າຣາຊການ​ຂອງ​ພໍ່ ມາ​ຮ່ວມ​ໃນ​ງານ​ຄັ້ງ​ນີ້​ໄດ້​ບໍ່?”</verse>
				<verse number="25">ກະສັດ​ຕອບ​ອັບຊາໂລມ​ວ່າ, “ລູກເອີຍ ບໍ່ໄດ້ດອກ ຖ້າ​ພວກເຮົາ​ໄປ​ໝົດ​ທຸກຄົນ ກໍ​ຈະ​ເປັນ​ການ​ລຳບາກ​ແກ່​ລູກ.” ຝ່າຍ​ອັບຊາໂລມ​ກໍ​ໜ່ວງໜ່ຽວ​ຢາກ​ໃຫ້​ພໍ່​ຂອງຕົນ​ໄປ ແຕ່​ກະສັດ​ບໍ່​ຍອມ​ໄປ​ແລະ​ເພິ່ນ​ກໍໄດ້​ອວຍພອນ​ລາວ.</verse>
				<verse number="26">ອັບຊາໂລມ​ຈຶ່ງ​ຂໍຮ້ອງ​ວ່າ, “ຖ້າດັ່ງນັ້ນ ພໍ່​ຈະ​ອະນຸຍາດ​ໃຫ້​ອຳໂນນ ນ້ອງຊາຍ​ຂອງ​ຂ້ານ້ອຍ​ໄປ​ໄດ້​ບໍ່?” ກະສັດ​ຖາມ​ວ່າ, “ເປັນຫຍັງ​ລາວ​ຈຶ່ງ​ຈະ​ຕ້ອງ​ໄປ?”</verse>
				<verse number="27">ແຕ່​ອັບຊາໂລມ​ຍັງ​ສືບຕໍ່​ຊູຊີ​ຂໍຮ້ອງ​ຢູ່​ຢ່າງ​ນັ້ນ ຈົນ​ກະສັດ​ດາວິດ​ຍອມ​ໃຫ້​ອຳໂນນ ແລະ​ພວກ​ລູກຊາຍ​ຄົນອື່ນໆ​ໄປ​ກັບ​ອັບຊາໂລມ. ອັບຊາໂລມ​ໄດ້​ຈັດ​ງານລ້ຽງ​ອັນ​ໃຫຍ່ໂຕ​ຂຶ້ນ​ຢ່າງ​ງານລ້ຽງ​ຂອງ​ກະສັດ</verse>
				<verse number="28">ແລະ​ອັບຊາໂລມ​ໄດ້​ແນະນຳ​ຄົນ​ຮັບໃຊ້​ຂອງຕົນ​ວ່າ, “ໃຫ້​ພວກເຈົ້າ​ສັງເກດ​ເບິ່ງ​ອຳໂນນ ຖ້າ​ລາວ​ດື່ມ​ເຫຼົ້າ​ເມົາ​ຫລາຍ​ແລ້ວ ເມື່ອ​ຂ້ອຍ​ອອກ​ຄຳສັ່ງ ໃຫ້​ພາກັນ​ຂ້າ​ລາວ​ໂລດ. ພວກເຈົ້າ​ບໍ່​ຕ້ອງ​ຢ້ານ. ຂ້ອຍ​ຈະ​ເປັນ​ຜູ້​ຮັບຜິດຊອບ​ເອງ. ຈົ່ງ​ກ້າຫານ​ແລະ​ຢ່າ​ລັ່ງເລ​ໃຈ.”</verse>
				<verse number="29">ດັ່ງນັ້ນ ພວກ​ຄົນ​ຮັບໃຊ້​ຈຶ່ງ​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ອັບຊາໂລມ ແລະ​ຂ້າ​ອຳໂນນ​ເສຍ. ສ່ວນ​ພວກ​ລູກຊາຍ​ຄົນອື່ນໆ​ຂອງ​ກະສັດ​ດາວິດ​ກໍ​ຂຶ້ນ​ຂີ່​ລໍ​ແລະ​ປົບໜີໄປ.</verse>
				<verse number="30">ໃນ​ຂະນະທີ່​ພວກເຂົາ​ພວມ​ກັບເມືອ​ນັ້ນ ກະສັດ​ດາວິດ​ກໍໄດ້​ຮັບ​ແຈ້ງ​ວ່າ ອັບຊາໂລມ​ໄດ້​ຂ້າ​ພວກ​ລູກຊາຍ​ຂອງ​ກະສັດ​ໂດຍ​ບໍ່ມີ​ຜູ້ໃດ​ເຫຼືອ​ເລີຍ.</verse>
				<verse number="31">ກະສັດ​ຈຶ່ງ​ລຸກ​ຂຶ້ນ, ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ດ້ວຍ​ຄວາມ​ໂສກເສົ້າ ແລະ​ໝູບ​ໜ້າ​ລົງ​ກັບ​ພື້ນດິນ. ພວກ​ຄົນ​ຮັບໃຊ້​ທີ່​ຢູ່​ກັບ​ເພິ່ນ​ໃນ​ທີ່ນັ້ນ ກໍ​ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ເຊັ່ນດຽວ​ກັນ.</verse>
				<verse number="32">ແຕ່​ໂຢນາດາບ ລູກຊາຍ​ຂອງ​ຊາມມາ ແລະ​ຫລານຊາຍ​ຂອງ​ກະສັດ​ດາວິດ​ບອກ​ວ່າ, “ຂ້າແດ່​ພະຣາຊາ ພວກເຂົາ​ບໍ່ໄດ້​ຂ້າ​ລູກຊາຍ​ຂອງ​ກະສັດ​ໝົດ​ທຸກຄົນ​ດອກ ມີ​ແຕ່​ອຳໂນນ​ເທົ່ານັ້ນ​ຕາຍ. ຍ້ອນ​ວ່າ​ອັບຊາໂລມ​ຕັ້ງໃຈ​ທີ່​ຈະ​ກະທຳ​ການ​ແກ້ແຄ້ນ​ນີ້ ຕັ້ງແຕ່​ມື້​ທີ່​ອຳໂນນ​ໄດ້​ຂົ່ມຂືນ​ຕາມາ​ນ້ອງສາວ​ຂອງ​ເພິ່ນ​ພຸ້ນ.</verse>
				<verse number="33">ດັ່ງນັ້ນ ຢ່າ​ເຊື່ອ​ຂ່າວ​ທີ່​ວ່າ ລູກຊາຍ​ທຸກຄົນ​ຂອງ​ກະສັດ​ຕາຍ ມີ​ແຕ່​ອຳໂນນ​ເທົ່ານັ້ນ​ທີ່​ຖືກ​ຂ້າ.”</verse>
				<verse number="34">ໃນຂະນະ​ດຽວກັນ​ນັ້ນ ອັບຊາໂລມ​ກໍໄດ້​ປົບໜີໄປ. ຕໍ່ມາ​ບຶດ​ໜຶ່ງ ທະຫານ​ຍາມ​ກໍ​ຫລຽວເຫັນ​ຄົນ​ກຸ່ມ​ໃຫຍ່​ພວກ​ໜຶ່ງ ກຳລັງ​ລົງ​ມາ​ຈາກ​ເນີນພູ ຕາມ​ເສັ້ນ​ທາງ​ມາ​ຈາກ​ໂຮໂຣນາອິມ. ທະຫານ​ຍາມ​ຄົນ​ນັ້ນ​ຈຶ່ງ​ໄປ​ບອກ​ກະສັດ​ຕາມ​ທີ່​ຕົນ​ໄດ້​ເຫັນ.</verse>
				<verse number="35">ໂຢນາດາບ​ເວົ້າ​ກັບ​ກະສັດ​ດາວິດ​ວ່າ “ພວກ​ນັ້ນ​ແມ່ນ​ພວກ​ລູກຊາຍ​ຂອງ​ກະສັດ​ທີ່​ກຳລັງ​ມາ ດັ່ງ​ທີ່​ຂ້ານ້ອຍ​ໄດ້​ບອກ​ກະສັດ​ແລ້ວ.”</verse>
				<verse number="36">ພໍ​ລາວ​ເວົ້າ​ສຸດ ພວກ​ລູກຊາຍ​ຂອງ​ກະສັດ​ດາວິດ​ກໍ​ເຂົ້າ​ມາ. ພວກເຂົາ​ພາກັນ​ຮ້ອງໄຫ້; ກະສັດ​ແລະ​ພວກ​ຂ້າຣາຊການ​ຂອງ​ເພິ່ນ​ກໍ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.</verse>
				<verse number="37">ຝ່າຍ​ອັບຊາໂລມ​ກໍໄດ້​ໜີໄປ​ຫາ​ເຈົ້າ​ຕານໄມ ກະສັດ​ແຫ່ງ​ເກຊູ ລູກຊາຍ​ຂອງ​ອາມມີຮຸດ. ລາວ​ອາໄສ​ຢູ່​ໃນ​ທີ່ນັ້ນ​ເປັນ​ເວລາ​ສາມ​ປີ. ກະສັດ​ດາວິດ​ໄວ້ທຸກ​ໃຫ້​ອຳໂນນ​ລູກຊາຍ​ຂອງ​ເພິ່ນ​ເປັນ​ເວລາ​ດົນນານ,</verse>
				<verse number="38"></verse>
				<verse number="39">ແຕ່​ເມື່ອ​ເພິ່ນ​ທຸເລົາ​ໃນ​ເລື່ອງ​ການຕາຍ​ຂອງ​ອຳໂນນ​ແລ້ວ ເພິ່ນ​ຈຶ່ງ​ຄິດຮອດ​ອັບຊາໂລມ​ຫລາຍ​ທີ່ສຸດ.</verse>
			</chapter>
			<chapter number="14">
				<verse number="1">ໂຢອາບ​ລູກຊາຍ​ຂອງ​ເຊຣູອີຢາ​ຮູ້​ວ່າ​ກະສັດ​ດາວິດ​ຄິດຮອດ​ອັບຊາໂລມ​ຫລາຍ​ທີ່ສຸດ</verse>
				<verse number="2">ສະນັ້ນ ລາວ​ຈຶ່ງ​ສົ່ງ​ຄົນ​ໄປ​ນຳ​ເອົາ​ຍິງ​ຊາວ​ເມືອງ​ເຕກົວ​ຄົນ​ໜຶ່ງ​ມາ. ຍິງ​ຄົນ​ນີ້​ເປັນ​ຄົນ​ສະຫລາດ. ເມື່ອ​ນາງ​ມາ​ຮອດ ໂຢອາບ​ຈຶ່ງ​ບອກ​ນາງ​ວ່າ, “ໃຫ້​ເຈົ້າ​ທຳທ່າ​ໄວ້ທຸກ ແລະ​ຢ່າ​ຫວີຜົມ. ໃຫ້​ເຮັດ​ຄື​ຄົນ​ທີ່​ໄວ້ທຸກ​ມາ​ແຕ່​ດົນນານ​ແລ້ວ.</verse>
				<verse number="3">ແລ້ວ​ຈຶ່ງ​ໄປ​ພົບ​ກະສັດ​ແລະ​ເວົ້າ​ຕາມ​ຄຳ​ທີ່​ຂ້ອຍ​ຈະ​ບອກ​ເຈົ້າ.” ໂຢອາບ​ຈຶ່ງ​ບອກ​ຄຳ​ເວົ້າ​ໃຫ້​ແກ່​ນາງ.</verse>
				<verse number="4">ຍິງ​ຊາວ​ເມືອງ​ເຕກົວ​ກໍ​ໄດ້​ເຂົ້າ​ໄປ​ພົບ​ກະສັດ ໂດຍ​ກົ້ມ​ຂາບລົງ​ດ້ວຍ​ຄວາມນັບຖື ແລະ​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ກະລຸນາ​ຊ່ວຍ​ຂ້ານ້ອຍ​ແດ່ທ້ອນ.”</verse>
				<verse number="5">ເພິ່ນ​ຖາມ​ນາງ​ວ່າ, “ເຈົ້າ​ຕ້ອງການ​ຫຍັງ?” ນາງ​ຕອບ​ວ່າ, “ຂ້ານ້ອຍ​ເປັນ​ຍິງໝ້າຍ​ທີ່​ຍາກຈົນ ຜົວ​ຂອງ​ຂ້ານ້ອຍ​ຕາຍ​ປະ.</verse>
				<verse number="6">ຂ້ານ້ອຍ​ມີ​ລູກຊາຍ​ສອງ​ຄົນ, ແຕ່​ມື້​ໜຶ່ງ​ທັງສອງ​ໄດ້​ເກີດ​ຜິດຖຽງກັນ​ຢູ່​ໃນ​ທົ່ງນາ ແລະ​ບໍ່ມີ​ຜູ້ໃດ​ແຍກ​ພວກເຂົາ​ອອກ​ຈາກ​ກັນ​ໄດ້. ລູກຊາຍ​ຄົນ​ໜຶ່ງ​ຈຶ່ງ​ໄດ້​ຂ້າ​ລູກຊາຍ​ອີກ​ຄົນ​ໜຶ່ງ​ຕາຍ.</verse>
				<verse number="7">ດຽວ​ນີ້ ຍາດຕິພີ່ນ້ອງ​ຂອງ​ຂ້ານ້ອຍ​ທັງໝົດ​ຕ່າງ​ກໍ​ຫັນ​ມາ​ຕໍ່ສູ້​ຂ້ານ້ອຍ ແລະ​ຂໍຮ້ອງ​ຂ້ານ້ອຍ​ມອບ​ລູກຊາຍ​ໃຫ້​ພວກເຂົາ ເພື່ອ​ຂ້າ​ແກ້ແຄ້ນ​ຄືນ​ຍ້ອນ​ລາວ​ໄດ້​ຂ້າ​ອ້າຍ​ຂອງຕົນ. ຖ້າ​ພວກເຂົາ​ເຮັດ​ດັ່ງນັ້ນ ຂ້ານ້ອຍ​ກໍ​ຈະ​ບໍ່ມີ​ລູກ​ເຫຼືອ​ຢູ່​ນຳ​ເລີຍ. ພວກເຂົາ​ຈະ​ທຳລາຍ​ຄວາມຫວັງ​ອັນ​ສຸດທ້າຍ​ຂອງ​ຂ້ານ້ອຍ ແລະ​ຈະ​ບໍ່​ໃຫ້​ຂ້ານ້ອຍ​ມີ​ລູກຊາຍ​ເພື່ອ​ສືບ​ເຊື້ອສາຍ​ຜົວ​ຂອງ​ຂ້ານ້ອຍ​ອີກ​ຕໍ່ໄປ.”</verse>
				<verse number="8">ກະສັດ​ຕອບ​ນາງ​ວ່າ, “ໃຫ້​ເຈົ້າ​ກັບ​ເມືອ​ສາ ເຮົາ​ຈະ​ຈັດການ​ເລື່ອງ​ນີ້​ເອງ.”</verse>
				<verse number="9">ນາງ​ເວົ້າ​ຕໍ່​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ບໍ່​ວ່າ​ກະສັດ​ຈະ​ເຮັດ​ຫຍັງ​ລົງ​ໄປ​ກໍຕາມ ຂ້ານ້ອຍ​ກັບ​ຄອບຄົວ​ຂອງ​ຂ້ານ້ອຍ​ຈະ​ຮັບ​ເອົາ​ຄຳ​ຕິຕຽນ​ນັ້ນ ສ່ວນ​ກະສັດ​ແລະ​ຄອບຄົວ​ຂອງ​ກະສັດ​ແລ້ວ​ຈະ​ບໍ່ມີ​ຄວາມຜິດ​ຫຍັງ.”</verse>
				<verse number="10">ກະສັດ​ຕອບ​ວ່າ, “ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຂູ່ເຂັນ​ເຈົ້າ ຈົ່ງ​ນຳ​ເອົາ​ລາວ​ມາ​ຫາ​ເຮົາ ແລ້ວ​ລາວ​ກໍ​ຈະ​ບໍ່​ລົບກວນ​ເຈົ້າ​ອີກ​ຕໍ່ໄປ.”</verse>
				<verse number="11">ນາງ​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ກະລຸນາ​ພາວັນນາ​ອະທິຖານ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ທ່ານ ເພື່ອ​ວ່າ​ຍາດຕິພີ່ນ້ອງ​ຂອງ​ຂ້ານ້ອຍ ຜູ້​ທີ່​ຮັບຜິດຊອບ​ແກ້ແຄ້ນ​ຕໍ່​ການ​ຕາຍ​ຂອງ​ລູກຊາຍ​ຂ້ານ້ອຍ​ນັ້ນ ຈະ​ບໍ່​ເຮັດ​ຜິດ​ອັນ​ຮ້າຍແຮງ​ກວ່າ​ນັ້ນ ໂດຍ​ຂ້າ​ລູກຊາຍ​ຄົນ​ໜຶ່ງ​ອີກ​ຂອງ​ຂ້ານ້ອຍ.” ກະສັດ​ດາວິດ​ຕອບ​ວ່າ, “ເຮົາ​ສັນຍາ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່ ວ່າ​ລູກຊາຍ​ອີກ​ຄົນ​ໜຶ່ງ​ຂອງ​ເຈົ້າ​ຈະ​ບໍ່​ຖືກ​ທຳຮ້າຍ​ແຕ່​ຢ່າງໃດ​ໝົດ.”</verse>
				<verse number="12">ຍິງ​ນັ້ນ​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ກະລຸນາ​ໃຫ້​ຂ້ານ້ອຍ​ເວົ້າ​ຕື່ມ​ຈັກ​ຄຳ​ໜຶ່ງ​ແດ່ທ້ອນ.” ເພິ່ນ​ຕອບ​ວ່າ, “ຈົ່ງ​ເວົ້າ​ມາ.”</verse>
				<verse number="13">ນາງ​ເວົ້າ​ໃຫ້​ເພິ່ນ​ວ່າ, “ເປັນຫຍັງ​ກະສັດ​ຈຶ່ງ​ເຮັດ​ຜິດ​ຕໍ່​ປະຊາຊົນ​ຂອງ​ພຣະເຈົ້າ​ຢ່າງ​ນີ້? ກະສັດ​ບໍ່​ອະນຸຍາດ​ໃຫ້​ລູກຊາຍ​ຂອງທ່ານ​ທີ່​ໄດ້​ປົບໜີໄປ​ນັ້ນ​ກັບຄືນ​ມາ. ສະນັ້ນ ກະສັດ​ຈຶ່ງ​ປະນາມ​ທ່ານເອງ​ໃນ​ສິ່ງ​ທີ່​ທ່ານ​ໄດ້​ເວົ້າ​ໄປ​ນັ້ນ.</verse>
				<verse number="14">ເຮົາ​ທຸກຄົນ​ຈະ​ຕ້ອງ​ຕາຍ. ພວກເຮົາ​ປຽບ​ດັ່ງ​ນໍ້າ​ທີ່​ຖືກ​ສາດ​ໃສ່​ໜ້າ​ດິນ ຊຶ່ງ​ເອົາ​ມາ​ຮວມ​ເຂົ້າ​ກັນ​ບໍ່ໄດ້​ອີກ. ແມ່ນແຕ່​ພຣະເຈົ້າ​ກໍ​ບໍ່ໄດ້​ເຮັດ​ໃຫ້​ຄົນຕາຍ​ຄືນ​ມີ​ຊີວິດ ແຕ່​ຢ່າງໜ້ອຍ​ກະສັດ​ກໍ​ຫາ​ວິທີ​ທາງ​ນຳ​ຄົນ​ທີ່​ຖືກ​ເນລະເທດ​ກັບຄືນ​ມາ​ໄດ້.</verse>
				<verse number="15">ບັດນີ້ ຂ້າແດ່​ພະຣາຊາ ເຫດຜົນ​ທີ່​ຂ້ານ້ອຍ​ມາ​ກ່າວ​ຕໍ່​ກະສັດ​ນັ້ນ ເພາະ​ມີ​ຄົນຂູ່​ໃຫ້​ຂ້ານ້ອຍ​ຢ້ານ; ສະນັ້ນ ຂ້ານ້ອຍ​ຈຶ່ງ​ຄິດວ່າ​ຂ້ານ້ອຍ​ຄວນ​ເວົ້າ​ກັບ​ທ່ານ ໂດຍ​ຫວັງວ່າ​ທ່ານ​ຈະ​ເຮັດ​ໃນ​ສິ່ງ​ທີ່​ຂ້ານ້ອຍ​ຮ້ອງ​ຂໍ​ມາ​ນີ້.</verse>
				<verse number="16">ຂ້ານ້ອຍ​ຄິດ​ວ່າ​ທ່ານ​ຈະ​ຟັງ ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຜູ້​ທີ່​ກຳລັງ​ພະຍາຍາມ​ຂ້າ​ລູກຊາຍ​ຂອງ​ຂ້ານ້ອຍ ແລະ​ລວມທັງ​ຂ້ານ້ອຍ​ດ້ວຍ ທັງ​ຈະ​ກຳຈັດ​ພວກ​ຂ້ານ້ອຍ​ໃຫ້​ໝົດ​ໄປ​ເສຍ​ຈາກ​ດິນແດນ ທີ່​ພຣະເຈົ້າ​ໄດ້​ໂຜດ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະອົງ.</verse>
				<verse number="17">ຂ້ານ້ອຍ​ຄິດວ່າ​ຄຳສັນຍາ​ຂອງທ່ານ​ຈະ​ເຮັດ​ໃຫ້​ຂ້ານ້ອຍ​ພົ້ນ​ໄດ້ ເພາະ​ກະສັດ​ກໍ​ປຽບ​ດັ່ງ​ເທວະດາ​ຂອງ​ພຣະເຈົ້າ ທີ່​ແຍກ​ຄວາມດີ​ອອກ​ຈາກ​ຄວາມຊົ່ວ​ໄດ້. ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ສະຖິດ​ຢູ່​ກັບ​ທ່ານ​ເຖີດ.”</verse>
				<verse number="18">ກະສັດ​ຕອບ​ນາງ​ວ່າ, “ເຮົາ​ຢາກ​ຖາມ​ເຈົ້າ​ຢ່າງ​ໜຶ່ງ ແລະ​ເຈົ້າ​ຈະ​ຕ້ອງ​ບອກ​ເຮົາ​ທັງໝົດ​ຕາມ​ຄວາມ​ເປັນຈິງ.” ນາງ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ເຊີນ​ຖາມ​ຂ້ານ້ອຍ​ໄດ້​ທຸກຢ່າງ.”</verse>
				<verse number="19">ກະສັດ​ກ່າວ​ວ່າ, “ແມ່ນ​ແຜນການ​ຂອງ​ໂຢອາບ​ບໍ? ທີ່​ໃຫ້​ເຈົ້າ​ມາ​ກ່າວ​ສິ່ງ​ເຫຼົ່ານີ້.” ແລະ​ນາງ​ໄດ້​ຕອບ​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ຕາບໃດ​ທີ່​ວິນຍານຂອງ​ກະສັດ​ມີ​ຊີວິດ​ຢູ່ ບໍ່​ມີ​ຜູ້ໃດ​ສາມາດ​ປົກປິດ​ຄວາມຈິງ​ຈາກ​ກະສັດ​ໄດ້​ດອກ. ແມ່ນ​ໂຢອາບ ຂ້າຣາຊການ​ຂອງທ່ານ​ນັ້ນແຫລະ ເປັນ​ຜູ້​ບອກ​ໃຫ້​ຂ້ານ້ອຍ​ເຮັດ​ແລະ​ບອກ​ໃຫ້​ຂ້ານ້ອຍ​ເວົ້າ.</verse>
				<verse number="20">ແຕ່​ເພິ່ນ​ເຮັດ​ລົງ​ໄປ​ເພື່ອ​ຢາກ​ໃຫ້​ເລື່ອງ​ທັງໝົດ​ຈົບ​ລົງ​ຢ່າງ​ຮຽບຮ້ອຍ. ຂ້າແດ່​ພະຣາຊາ ທ່ານ​ເປັນ​ຜູ້​ສະຫລາດ​ດັ່ງ​ເທວະດາ​ຂອງ​ພຣະເຈົ້າ ແລະ​ຮູ້ຈັກ​ເຫດການ​ທຸກສິ່ງ​ທີ່​ເກີດຂຶ້ນ.”</verse>
				<verse number="21">ຕໍ່ມາ ກະສັດ​ຈຶ່ງ​ເວົ້າ​ກັບ​ໂຢອາບ​ວ່າ, “ເຮົາ​ຕັດສິນໃຈ​ແລ້ວ​ທີ່​ຈະ​ເຮັດ​ຕາມ​ເຈົ້າ​ຕ້ອງການ. ຈົ່ງ​ໄປ​ນຳ​ເອົາ​ຊາຍໜຸ່ມ​ອັບຊາໂລມ​ກັບຄືນ​ມາ​ສາ.”</verse>
				<verse number="22">ໂຢອາບ​ຂາບລົງ​ຕໍ່ໜ້າ​ກະສັດ​ດາວິດ​ດ້ວຍ​ຄວາມນັບຖື ທັງກ່າວ​ວ່າ, “ຂ້າແດ່​ພະຣາຊາ ຂໍ​ໃຫ້​ພຣະເຈົ້າ​ອວຍພອນ​ທ່ານ​ເຖີດ. ບັດນີ້ ຂ້ານ້ອຍ​ຮູ້​ແລ້ວ​ວ່າ​ທ່ານ​ພໍໃຈ​ໃນ​ຕົວ​ຂ້ານ້ອຍ ເພາະ​ທ່ານ​ໄດ້​ຕອບ​ຄຳ​ຮ້ອງ​ຂໍ​ຂອງ​ຂ້ານ້ອຍ.”</verse>
				<verse number="23">ແລ້ວ​ລາວ​ກໍ​ລຸກ​ຂຶ້ນ​ອອກ​ເດີນທາງ​ໄປ​ທີ່​ເມືອງ​ເກຊູ ແລະ​ນຳ​ເອົາ​ອັບຊາໂລມ​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="24">ເຖິງ​ຢ່າງ​ໃດ​ກໍຕາມ ກະສັດ​ໄດ້​ອອກ​ຄຳສັ່ງ​ບໍ່​ໃຫ້​ອັບຊາໂລມ​ຢູ່​ໃນ​ຣາຊວັງ​ຕໍ່ໄປ. ເພິ່ນ​ກ່າວ​ວ່າ, “ເຮົາ​ບໍ່​ຢາກ​ເຫັນ​ໜ້າ​ລາວ.” ດັ່ງນັ້ນ ອັບຊາໂລມ​ຈຶ່ງ​ຢູ່​ໃນ​ເຮືອນ​ຂອງ​ຕົນເອງ ແລະ​ບໍ່ໄດ້​ມາ​ປາກົດ​ຕົວ​ຕໍ່ໜ້າ​ກະສັດ.</verse>
				<verse number="25">ໃນ​ປະເທດ​ອິດສະຣາເອນ​ບໍ່ມີ​ຜູ້ໃດ​ທີ່​ເປັນ​ຄົນ​ງາມ​ດັ່ງ​ອັບຊາໂລມ. ລາວ​ບໍ່ມີຕຳໜິ​ຕັ້ງແຕ່​ຫົວ​ຈົນເຖິງ​ປາຍ​ຕີນ.</verse>
				<verse number="26">ຜົມ​ຂອງ​ລາວ​ດົກ​ແລະ​ຕັດ​ປີລະເທື່ອ ເມື່ອ​ຍາວ​ແລະ​ດົກ​ຫລາຍ ຕາມການ​ຊັ່ງຕວງ​ເບິ່ງ​ທາງ​ຣາຊການ ຜົມ​ຂອງ​ລາວ​ໜັກ​ກວ່າ​ສອງ​ກິໂລກຼາມ.</verse>
				<verse number="27">ອັບຊາໂລມ​ມີ​ລູກຊາຍ​ສາມ​ຄົນ​ແລະ​ມີ​ລູກສາວ​ຄົນ​ໜຶ່ງ​ຊື່​ວ່າ ຕາມາ. ນາງ​ຕາມາ​ເປັນ​ຍິງ​ສາວ​ທີ່​ງາມ​ຫລາຍ.</verse>
				<verse number="28">ອັບຊາໂລມ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສອງ​ປີ​ໂດຍ​ບໍ່ໄດ້​ເຫັນ​ໜ້າ​ກະສັດ.</verse>
				<verse number="29">ແລ້ວ​ອັບຊາໂລມ​ກໍ​ສົ່ງ​ຄົນ​ໄປ​ຫາ​ໂຢອາບ​ເພື່ອ​ໃຫ້​ລາວ​ໄປ​ພົບ​ກະສັດ​ໃຫ້​ຕົນ ແຕ່​ໂຢອາບ​ບໍ່​ຍອມ​ມາ. ອັບຊາໂລມ​ຈຶ່ງ​ສົ່ງ​ຄົນ​ໄປ​ຫາ​ໂຢອາບ​ເທື່ອ​ທີ​ສອງ​ອີກ ແຕ່​ໂຢອາບ​ກໍ​ຍັງ​ບໍ່​ຍອມ​ມາ​ອີກ.</verse>
				<verse number="30">ດັ່ງນັ້ນ ອັບຊາໂລມ​ຈຶ່ງ​ບອກ​ຄົນ​ຮັບໃຊ້​ຂອງຕົນ​ວ່າ, “ເບິ່ງ​ພຸ້ນ​ແມ ທົ່ງນາ​ຂອງ​ໂຢອາບ​ກໍ​ຢູ່​ໃກ້​ທົ່ງນາ​ຂອງຂ້ອຍ​ນີ້​ເອງ ຕົ້ນ​ເຂົ້າເດືອຍ​ເກີດ​ເຕັມ​ທົ່ງນາ. ໄປ​ຈູດ​ມັນ​ຖິ້ມ​ເສຍ.” ພວກ​ຄົນ​ຮັບໃຊ້​ຈຶ່ງ​ໄປ​ຈູດ​ເຂົ້າ​ໃນ​ທົ່ງນາ​ນັ້ນ​ຖິ້ມ​ໝົດ.</verse>
				<verse number="31">ໂຢອາບ​ຈຶ່ງ​ໄປ​ທີ່​ເຮືອນ​ຂອງ​ອັບຊາໂລມ ແລະ​ຖາມ​ວ່າ, “ເປັນຫຍັງ​ພວກ​ຄົນ​ຮັບໃຊ້​ຂອງ​ເຈົ້າ​ຈຶ່ງ​ຈູດ​ເຂົ້າ​ໃນ​ທົ່ງນາ​ຂອງຂ້ອຍ?”</verse>
				<verse number="32">ອັບຊາໂລມ​ຕອບ​ວ່າ, “ກໍ​ເພາະ​ເຈົ້າ​ບໍ່​ຍອມ​ມາ ເມື່ອ​ຂ້ອຍ​ສົ່ງ​ຄົນ​ໄປ​ເອີ້ນ​ເຈົ້າ. ຂ້ອຍ​ຢາກ​ໃຫ້​ເຈົ້າ​ໄປ​ຫາ​ກະສັດ ແລະ​ຖາມ​ເພິ່ນ​ໃຫ້​ຂ້ອຍ​ວ່າ, ‘ເຫດໃດ​ຂ້ອຍ​ຈຶ່ງ​ຈາກ​ເມືອງ​ເກຊູ​ມາ​ຢູ່​ທີ່​ນີ້? ຖ້າ​ຂ້ອຍ​ຢູ່​ພຸ້ນ​ຄົງ​ຈະ​ເປັນ​ການ​ດີກວ່າ.’ ດຽວນີ້ ຂ້ອຍ​ຢາກ​ໃຫ້​ເຈົ້າ​ຫາທາງ​ໃຫ້​ຂ້ອຍ​ໄດ້​ເຂົ້າ​ໄປ​ພົບ​ກະສັດ ແລະ​ຖ້າ​ຂ້ອຍ​ເປັນ​ຄົນ​ຜິດ​ກໍ​ໃຫ້​ເພິ່ນ​ຂ້າ​ຂ້ອຍ​ເສຍ.”</verse>
				<verse number="33">ດັ່ງນັ້ນ ໂຢອາບ​ຈຶ່ງ​ໄປ​ຫາ​ກະສັດ​ດາວິດ ແລະ​ບອກ​ເພິ່ນ​ຕາມ​ທີ່​ອັບຊາໂລມ​ໄດ້​ເວົ້າ. ກະສັດ​ຈຶ່ງ​ສົ່ງ​ຄົນ​ໄປ​ນຳ​ເອົາ​ອັບຊາໂລມ​ມາ​ພົບ. ລາວ​ໄດ້​ເຂົ້າ​ໄປ​ກົ້ມ​ຂາບລົງ​ຕໍ່ໜ້າ​ກະສັດ. ກະສັດ​ໄດ້​ຕ້ອນຮັບ​ໂດຍ​ກອດ​ຈູບ​ອັບຊາໂລມ.</verse>
			</chapter>
			<chapter number="15">
				<verse number="1">ຕໍ່ມາ ອັບຊາໂລມ​ໄດ້​ຈັດ​ຫາ​ລົດຮົບ​ແລະ​ມ້າ​ຫລາຍ​ໂຕ​ສຳລັບ​ຕົນ ພ້ອມທັງ​ທະຫານ​ປ້ອງກັນ​ຕົວ​ຫ້າສິບ​ຄົນ.</verse>
				<verse number="2">ອັບຊາໂລມ​ຈະ​ຕ້ອງ​ລຸກ​ແຕ່​ເຊົ້າ ແລະ​ໄປ​ຢືນ​ຢູ່​ທີ່​ທາງ​ປະຕູ​ກຳແພງ​ເມືອງ. ເມື່ອໃດ​ເຫັນ​ຄົນ​ທີ່​ມີ​ເລື່ອງ​ຜິດຖຽງກັນ ເພື່ອ​ຈະ​ໄປ​ຫາ​ກະສັດ​ຕັດສິນ​ຄວາມ​ໃຫ້ ອັບຊາໂລມ​ຈະ​ຕ້ອງ​ໄປ​ເອີ້ນ​ຄົນ​ນັ້ນ​ມາ ແລະ​ຖາມ​ລາວ​ວ່າ, “ເຈົ້າ​ມາ​ແຕ່​ໃສ?” ແລະ​ຫລັງຈາກ​ຄົນ​ນັ້ນ​ໄດ້​ບອກ​ລາວ​ເຖິງ​ເຜົ່າ​ທີ່​ຕົນ​ສັງກັດ​ຢູ່​ແລ້ວ</verse>
				<verse number="3">ອັບຊາໂລມ​ກໍ​ຈະ​ເວົ້າ​ໂລດ​ວ່າ, “ເບິ່ງແມ ຄະດີ​ຂອງ​ເຈົ້າ​ກໍດີ​ແລະ​ຖືກຕ້ອງ ແຕ່​ບໍ່ມີ​ຜູ້​ຕາງໜ້າ​ຂອງ​ກະສັດ​ເພື່ອ​ຈະ​ຟັງ​ຄະດີ​ຂອງ​ເຈົ້າ.”</verse>
				<verse number="4">ລາວ​ຈະ​ເວົ້າ​ຕື່ມ​ວ່າ, “ຖ້າ​ຂ້ອຍ​ໄດ້​ເປັນ​ຜູ້​ຕັດສິນ​ຄວາມ​ແລ້ວ ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ມີ​ເລື່ອງ​ຕໍ່​ກັນ ຫລື​ນຳ​ຄຳ​ຮ້ອງທຸກ​ໄປ​ຫາ​ຂ້ອຍ ຂ້ອຍ​ຈະ​ໃຫ້​ຄວາມ​ເປັນທຳ​ແກ່​ລາວ.”</verse>
				<verse number="5">ເມື່ອ​ມີ​ຊາຍ​ຄົນ​ໃດ​ເຂົ້າ​ມາ​ກົ້ມ​ຂາບ​ອັບຊາໂລມ ລາວ​ກໍ​ຈະ​ເດ່​ມື​ອອກ​ໄປ​ກອດ​ແລະ​ຈູບ​ຄົນ​ນັ້ນ.</verse>
				<verse number="6">ລາວ​ປະຕິບັດ​ຢ່າງ​ນີ້​ກັບ​ຊາວ​ອິດສະຣາເອນ​ທຸກຄົນ ທີ່​ມາ​ຫາ​ກະສັດ​ເພື່ອ​ໃຫ້​ເພິ່ນ​ຕັດສິນ​ຄວາມ​ໃຫ້; ດັ່ງນັ້ນ ພວກເຂົາ​ຈຶ່ງ​ມີ​ຄວາມ​ຈົງຮັກ​ພັກດີ​ຕໍ່​ລາວ.</verse>
				<verse number="7">ຫລັງຈາກ​ນັ້ນ​ມາ​ສີ່​ປີ ອັບຊາໂລມ​ໄດ້​ເວົ້າ​ກັບ​ກະສັດ​ດາວິດ​ວ່າ, “ຂໍ​ຊົງ​ໂຜດ​ອະນຸຍາດ​ໃຫ້​ຂ້ານ້ອຍ​ໄປ​ເມືອງ​ເຮັບໂຣນ​ແດ່ທ້ອນ ເພື່ອ​ໄປ​ປະຕິບັດ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ກັບ​ພຣະເຈົ້າຢາເວ.</verse>
				<verse number="8">ເມື່ອ​ຂ້ານ້ອຍ​ຢູ່​ທີ່​ເມືອງ​ເກຊູ​ໃນ​ຊີເຣຍ​ນັ້ນ ຂ້ານ້ອຍ​ໄດ້​ສາບານ​ໄວ້​ວ່າ, ຖ້າ​ພຣະເຈົ້າຢາເວ​ໃຫ້​ຂ້ານ້ອຍ​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ຂ້ານ້ອຍ​ຈະ​ນະມັດສະການ​ພຣະເຈົ້າຢາເວ​ທີ່​ເມືອງ​ເຮັບໂຣນ.”</verse>
				<verse number="9">ກະສັດ​ຕອບ​ວ່າ, “ຈົ່ງ​ໄປ​ດີ​ເທີ້ນ.” ແລ້ວ​ອັບຊາໂລມ​ກໍ​ຈາກ​ໄປ​ສູ່​ເມືອງ​ເຮັບໂຣນ.</verse>
				<verse number="10">ແຕ່​ລາວ​ໄດ້​ສົ່ງ​ຄົນນຳຂ່າວ​ໄປ​ບອກ​ທຸກໆເຜົ່າ​ໃນ​ຊາດ​ອິດສະຣາເອນ​ວ່າ, “ເມື່ອໃດ​ທີ່​ພວກເຈົ້າ​ໄດ້ຍິນ​ສຽງ​ແກ​ດັງ​ຂຶ້ນ ໃຫ້​ພວກເຈົ້າ​ຮ້ອງ​ຂຶ້ນ​ວ່າ, ‘ອັບຊາໂລມ​ໄດ້​ເປັນ​ກະສັດ​ທີ່​ເມືອງ​ເຮັບໂຣນ​ແລ້ວ.”’</verse>
				<verse number="11">ອັບຊາໂລມ​ໄດ້​ເຊີນ​ເອົາ​ສອງຮ້ອຍ​ຄົນ ຈາກ​ນະຄອນ​ເຢຣູຊາເລັມ​ໄປ​ກັບ​ຕົນ. ພວກ​ເຫຼົ່ານີ້​ບໍ່​ຮູ້​ເຖິງ​ແຜນການ​ກະບົດ​ນີ້​ແຕ່​ຢ່າງ​ໃດ ແລະ​ພາກັນ​ໄປ​ດ້ວຍ​ຄວາມ​ບໍຣິສຸດໃຈ.</verse>
				<verse number="12">ແລະ​ໃນຂະນະທີ່​ອັບຊາໂລມ​ຖວາຍ​ເຄື່ອງ​ບູຊາ​ຢູ່​ນັ້ນ ລາວ​ກໍໄດ້​ສົ່ງ​ຄົນ​ໄປ​ທີ່​ເມືອງ​ກີໂລ ເພື່ອ​ນຳ​ເອົາ​ອາຮີໂຕເຟນ​ທີ່ປຶກສາ​ຄົນ​ໜຶ່ງ​ຂອງ​ກະສັດ​ດາວິດ. ການ​ກະບົດ​ຕໍ່​ກະສັດ​ກໍ​ໜັກ​ຫລາຍ​ຂຶ້ນ ແລະ​ຜູ້​ຕິດຕາມ​ອັບຊາໂລມ​ກໍ​ເພີ່ມ​ຈຳນວນ​ຂຶ້ນ​ເລື້ອຍໆ.</verse>
				<verse number="13">ຄົນນຳຂ່າວ​ໄດ້​ມາ​ລາຍງານ​ຕໍ່​ກະສັດ​ດາວິດ​ວ່າ, “ຊາວ​ອິດສະຣາເອນ​ກຳລັງ​ປະຕິຍານ​ຕົນ​ຈົງຮັກ​ພັກດີ​ຕໍ່​ອັບຊາໂລມ.”</verse>
				<verse number="14">ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ສັ່ງ​ພວກ​ຂ້າຣາຊການ​ທັງໝົດ​ທີ່​ຢູ່​ກັບ​ເພິ່ນ​ໃນ​ນະຄອນ​ເຢຣູຊາເລັມ​ວ່າ, “ຖ້າ​ພວກເຮົາ​ຢາກ​ປົບໜີ​ຈາກ​ອັບຊາໂລມ ໃຫ້​ປົບໜີໄປ​ໄວໆ​ດຽວນີ້​ໂລດ ຫລື​ຖ້າບໍ່​ດັ່ງນັ້ນ ໃນ​ບໍ່​ຊ້າ​ລາວ​ຈະ​ມາ​ຮອດ​ທີ່​ນີ້ ແລະ​ຕໍ່ສູ້​ພວກເຮົາ​ໃຫ້​ພ່າຍແພ້​ແລະ​ຂ້າ​ທຸກຄົນ​ໃນ​ເມືອງ​ນີ້​ຖິ້ມ.”</verse>
				<verse number="15">ພວກເຂົາ​ຕອບ​ວ່າ, “ແມ່ນແລ້ວ ກະສັດ​ເຈົ້າຂ້າ ພວກ​ຂ້ານ້ອຍ​ພ້ອມ​ທີ່​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ທ່ານ​ສັ່ງ.”</verse>
				<verse number="16">ດັ່ງນັ້ນ ກະສັດ​ພ້ອມ​ທຸກຄົນ​ໃນ​ຄອບຄົວ ແລະ​ບັນດາ​ຂ້າຣາຊການ​ຈຶ່ງ​ພາກັນ​ໜີໄປ ເວັ້ນໄວ້ແຕ່​ເມຍນ້ອຍ​ສິບ​ຄົນ ທີ່​ເພິ່ນ​ປະ​ໄວ້​ໃຫ້​ເຝົ້າ​ຣາຊວັງ.</verse>
				<verse number="17">ຂະນະທີ່​ກະສັດ​ແລະ​ບັນດາ​ຂ້າຣາຊການ​ກຳລັງ​ຍ່າງ​ອອກ​ໄປ​ຈາກ​ເມືອງ​ນັ້ນ ກໍ​ມາ​ຢຸດ​ຢູ່​ທີ່​ເຮືອນ​ຫລັງ​ສຸດທ້າຍ.</verse>
				<verse number="18">ພວກ​ຂ້າຣາຊການ​ທັງໝົດ​ໄດ້​ຢືນ​ຢູ່ ບັນດາ​ຊາວ​ເກເຣັດ​ແລະ​ຊາວ​ເປເລັດ​ກັບ​ຄົນ​ກາດ​ຫົກຮ້ອຍ​ຄົນ ທີ່​ໄດ້​ຕິດຕາມ​ເພິ່ນ​ມາ​ຈາກ​ເມືອງກາດ​ນັ້ນ ກໍ​ໄດ້​ຍ່າງ​ຜ່ານ​ເພິ່ນ​ໄປ​ເໝືອນກັນ.</verse>
				<verse number="19">ແລ້ວ​ກະສັດ​ກໍ​ເວົ້າ​ກັບ​ອິດໄຕ ຫົວໜ້າ​ຂອງ​ທະຫານ​ເຫຼົ່ານັ້ນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ມາ​ກັບ​ພວກເຮົາ? ຄືນ​ໄປ​ຢູ່​ກັບ​ກະສັດ​ອົງ​ໃໝ່​ສາ. ເຈົ້າ​ເປັນ​ຄົນ​ຕ່າງດ້າວ ເປັນ​ອົບພະຍົບ​ທີ່​ໜີ​ຈາກ​ບ້ານ​ເມືອງ​ມາ.</verse>
				<verse number="20">ເຈົ້າ​ອາໄສ​ຢູ່​ໃນ​ທີ່​ນີ້​ເປັນ​ພຽງ​ເວລາ​ສັ້ນໆ​ເທົ່ານັ້ນ ເຫດໃດ​ເຈົ້າ​ຈະ​ຕ້ອງ​ຊັດເຊ​ພະເນຈອນ​ໄປ​ກັບ​ເຮົາ​ຢ່າງ​ນີ້? ເຮົາ​ເອງ​ຍັງ​ບໍ່​ຮູ້ຈັກ​ວ່າ​ຈະ​ໄປ​ທາງ​ໃດ. ຈົ່ງ​ກັບຄືນ​ເມືອ​ສາ ແລະ​ພາ​ເພື່ອນ​ຮ່ວມ​ຊາດ​ຂອງ​ເຈົ້າ​ກັບຄືນ​ເມືອ​ດ້ວຍ. ຂໍ​ພຣະເຈົ້າຢາເວ​ໂຜດ​ສຳແດງ​ຄວາມຮັກ ແລະ​ຄວາມ​ສັດຊື່​ຕໍ່​ເຈົ້າ​ເຖີດ.”</verse>
				<verse number="21">ແຕ່​ອິດໄຕ​ຕອບ​ວ່າ, “ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນ​ຢູ່ ແລະ​ກະສັດ​ອົງ​ເປັນ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ມີ​ຊີວິດ​ຢູ່; ຂ້ານ້ອຍ​ຈະ​ໄປ​ກັບ​ກະສັດ​ອົງ​ເປັນ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ທຸກທີ່​ທຸກບ່ອນ ເຖິງ​ແມ່ນ​ຈະ​ຕາຍ​ຫຼື​ມີ​ຊີວິດຢູ່, ໃນ​ບ່ອນນັ້ນ​ຜູ້ຮັບໃຊ້​ຂອງ​ທ່ານ​ຈະ​ຢູ່ດ້ວຍ.”</verse>
				<verse number="22">ກະສັດ​ດາວິດ​ຕອບ​ວ່າ, “ດີແລ້ວ ຈົ່ງ​ເດີນທາງ​ຕໍ່ໄປ​ສາ.” ດັ່ງນັ້ນ ອິດໄຕ​ພ້ອມ​ທະຫານ​ທຸກຄົນ​ຂອງຕົນ​ແລະ​ລູກ​ເມຍ​ຂອງ​ພວກເຂົາ​ຈຶ່ງ​ເດີນທາງ​ຕໍ່ໄປ.</verse>
				<verse number="23">ໃນ​ຂະນະທີ່​ພວກ​ຕິດຕາມ​ກະສັດ​ດາວິດ​ກຳລັງ​ອອກ​ໄປ​ນັ້ນ ປະຊາຊົນ​ກໍ​ຮ້ອງໄຫ້​ດ້ວຍ​ສຽງດັງ. ສ່ວນ​ກະສັດ​ກັບ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ກໍໄດ້​ຂ້າມ​ຫ້ວຍ​ກິດໂຣນ ແລະ​ມຸ່ງໜ້າ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="24">ປະໂຣຫິດ​ຊາດົກ​ໄດ້​ຢູ່​ທີ່​ນັ້ນ​ກັບ​ຊາວ​ເລວີ ຜູ້​ທີ່​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ. ພວກເຂົາ​ປົງ​ຫີບ​ຂອງ​ພຣະເຈົ້າ​ລົງ ແລະ​ບໍ່ໄດ້​ຫາມ​ຫີບ​ນັ້ນ​ຈົນ​ປະຊາຊົນ​ອອກ​ໄປ​ໝົດ​ຈາກ​ເມືອງ. ປະໂຣຫິດ​ອາບີອາທາ​ກໍ​ຢູ່​ທີ່​ນັ້ນ​ຄືກັນ.</verse>
				<verse number="25">ແລ້ວ​ກະສັດ​ກໍ​ກ່າວ​ແກ່​ຊາດົກ​ວ່າ, “ຈົ່ງ​ເອົາ​ຫີບ​ຂອງ​ພຣະເຈົ້າ​ກັບເມືອ​ສາ ຖ້າ​ພຣະເຈົ້າຢາເວ​ພໍໃຈ​ກັບ​ເຮົາ ໃນ​ມື້​ໜຶ່ງ​ຂ້າງ​ໜ້າ ພຣະອົງ​ຈະ​ໃຫ້​ເຮົາ​ກັບຄືນ​ມາ​ເຫັນ​ຫີບ​ນີ້​ແລະ​ເຫັນ​ບ່ອນ​ທີ່​ຫີບ​ນີ້​ຕັ້ງ​ຢູ່.</verse>
				<verse number="26">ແຕ່​ຖ້າ​ພຣະອົງ​ບໍ່​ພໍໃຈ​ນຳ​ເຮົາ ກໍ​ຂໍ​ໃຫ້​ພຣະອົງ​ເຮັດ​ຕໍ່​ເຮົາ​ຕາມ​ທີ່​ພຣະອົງ​ຕ້ອງການ​ເຖີດ.”</verse>
				<verse number="27">ກະສັດ​ດາວິດ​ກ່າວ​ແກ່​ຊາດົກ​ຕໍ່ໄປ​ວ່າ, “ເບິ່ງດູ ຈົ່ງ​ພາ​ອາຮີມາອາດ​ລູກຊາຍ​ຂອງທ່ານ ແລະ​ໂຢນາທານ​ລູກຊາຍ​ຂອງ​ອາບີອາທາ ກັບເມືອ​ໃນເມືອງ​ຢ່າງ​ສະຫງົບສຸກ​ເທີ້ນ.</verse>
				<verse number="28">ໃນ​ເວລາ​ດຽວກັນ​ນັ້ນ ເຮົາ​ຈະ​ຄອຍ​ຖ້າ​ຢູ່​ໃກ້​ກັບ​ບ່ອນ​ຂ້າມ​ແມ່ນໍ້າ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຈົນກວ່າ​ເຮົາ​ຈະ​ໄດ້​ຮັບ​ຂ່າວ​ຈາກ​ທ່ານ.”</verse>
				<verse number="29">ດັ່ງນັ້ນ ຊາດົກ​ແລະ​ອາບີອາທາ​ຈຶ່ງ​ຫາມ​ຫີບ​ຂອງ​ພຣະເຈົ້າ​ກັບຄືນ​ເມືອ​ນະຄອນ​ເຢຣູຊາເລັມ ແລະ​ອາໄສ​ຢູ່​ທີ່​ນັ້ນ.</verse>
				<verse number="30">ກະສັດ​ດາວິດ​ໄດ້​ຮ້ອງໄຫ້​ຂຶ້ນ​ໄປ​ເທິງ​ພູເຂົາ​ໝາກກອກເທດ; ເພິ່ນ​ປະ​ຕີນ​ເປົ່າ​ແລະ​ເອົາ​ຜ້າ​ຄຸມ​ຫົວ​ໄວ້​ເປັນ​ເຄື່ອງໝາຍ​ສະແດງ​ເຖິງ​ຄວາມ​ໂສກເສົ້າ. ທຸກຄົນ​ທີ່​ຕິດຕາມ​ເພິ່ນ​ໄປ​ນັ້ນ​ກໍ​ເອົາ​ຜ້າ​ຄຸມ​ຫົວ​ແລະ​ຮ້ອງໄຫ້​ເໝືອນກັນ.</verse>
				<verse number="31">ເມື່ອ​ມີ​ຄົນ​ມາ​ບອກ​ກະສັດ​ດາວິດ​ວ່າ, ອາຮີໂຕເຟນ​ກໍ​ຮ່ວມ​ເປັນ​ກະບົດ​ກັບ​ອັບຊາໂລມ​ດ້ວຍ ກະສັດ​ຈຶ່ງ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ພຣະອົງ​ເຮັດ​ໃຫ້​ຄຳແນະນຳ​ຂອງ​ອາຮີໂຕເຟນ​ໃຊ້​ການ​ບໍ່ໄດ້​ເຖີດ.”</verse>
				<verse number="32">ເມື່ອ​ກະສັດ​ດາວິດ​ຂຶ້ນ​ໄປ​ຮອດ​ເທິງ​ເນີນພູ​ບ່ອນ​ມີ​ທີ່​ນະມັດສະການ​ພຣະເຈົ້າ, ຮູຊາຍ​ຄົນ​ຊາວ​ເມືອງ​ອາກກິດ ແລະ​ເປັນ​ເພື່ອນ​ສະໜິດ​ຂອງ​ເພິ່ນ​ກໍ​ມາ​ພົບ. ລາວ​ຈີກ​ເສື້ອຜ້າ​ແລະ​ໂຮຍ​ຂີ້ຝຸ່ນ​ດິນ​ໃສ່​ຫົວ.</verse>
				<verse number="33">ກະສັດ​ດາວິດ​ກ່າວ​ແກ່​ລາວ​ວ່າ, “ຖ້າ​ເຈົ້າ​ມາ​ກັບ​ຂ້ອຍ ເຈົ້າ​ກໍ​ຊ່ວຍ​ຫຍັງ​ແກ່​ຂ້ອຍ​ບໍ່ໄດ້​ດອກ</verse>
				<verse number="34">ແຕ່​ເຈົ້າ​ຊ່ວຍ​ຂ້ອຍ​ໄດ້​ໂດຍ​ກັບຄືນ​ເມືອ​ຢູ່​ໃນ​ເມືອງ ແລະ​ບອກ​ອັບຊາໂລມ​ວ່າ, ເຈົ້າ​ຈະ​ຮັບໃຊ້​ລາວ​ຢ່າງ​ສັດຊື່​ດັ່ງ​ທີ່​ເຈົ້າ​ໄດ້​ຮັບໃຊ້​ພໍ່​ຂອງ​ລາວ. ແລະ​ໃຫ້​ເຈົ້າ​ເຮັດ​ທຸກສິ່ງ​ສຸດ​ຄວາມ​ສາມາດ ເພື່ອ​ຄັດຄ້ານ​ຄຳແນະນຳ​ຂອງ​ອາຮີໂຕເຟນ.</verse>
				<verse number="35">ປະໂຣຫິດ​ຊາດົກ​ແລະ​ອາບີອາທາ​ກໍ​ຈະ​ຢູ່​ທີ່​ນັ້ນ ໃຫ້​ເຈົ້າ​ບອກ​ລາວ​ທຸກສິ່ງ​ຕາມ​ທີ່​ເຈົ້າ​ໄດ້ຍິນ​ໃນ​ຣາຊວັງ.</verse>
				<verse number="36">ອາຮີມາອາດ​ລູກຊາຍ​ຂອງ​ຊາດົກ​ກັບ​ໂຢນາທານ​ລູກຊາຍ​ຂອງ​ອາບີອາທາ​ກໍ​ຢູ່​ກັບ​ພວກເພິ່ນ​ດ້ວຍ. ໃຫ້​ເຈົ້າ​ສົ່ງ​ພວກເຂົາ​ນຳ​ຂ່າວ​ທີ່​ເຈົ້າ​ຮວບຮວມ​ໄດ້​ທັງໝົດ​ມາ​ບອກ​ຂ້ອຍ.”</verse>
				<verse number="37">ດັ່ງນັ້ນ ຮູຊາຍ​ເພື່ອນ​ສະໜິດ​ຂອງ​ກະສັດ​ດາວິດ​ຈຶ່ງ​ກັບຄືນ​ເມືອ​ໃນ​ເມືອງ ຊຶ່ງ​ພໍດີ​ເປັນ​ເວລາ​ທີ່​ອັບຊາໂລມ​ມາ​ຮອດ.</verse>
			</chapter>
			<chapter number="16">
				<verse number="1">ເມື່ອ​ກະສັດ​ດາວິດ​ຍ່າງ​ກາຍ​ເນີນພູ​ໄປ​ນ້ອຍ​ໜຶ່ງ ໃນທັນໃດ ຊີບາ​ຄົນ​ຮັບໃຊ້​ຂອງ​ເມຟີໂບເຊັດ​ກໍ​ມາ​ພົບ​ເພິ່ນ. ຊີບາ​ມີ​ລໍ​ຢູ່​ຄູ່​ໜຶ່ງ​ຊຶ່ງ​ບັນທຸກ​ເຂົ້າຈີ່​ສອງຮ້ອຍ​ກ້ອນ, ໝາກອະງຸ່ນ​ແຫ້ງ​ຮ້ອຍ​ມັດ, ໝາກໄມ້​ສົດ​ຮ້ອຍ​ມັດ ແລະ​ນໍ້າ​ອະງຸ່ນ​ເຕັມ​ໜຶ່ງ​ຖົງ.</verse>
				<verse number="2">ກະສັດ​ດາວິດ​ຖາມ​ຊີບາ​ວ່າ, “ເຈົ້າ​ຈະ​ເອົາ​ຂອງ​ເຫຼົ່ານີ້​ໄປ​ເຮັດ​ຫຍັງ?” ຊີບາ​ຈຶ່ງ​ຕອບ​ວ່າ, “ລໍ​ຄູ່​ນີ້​ເອົາ​ມາ​ໃຫ້​ຄົນ​ໃນ​ຄອບຄົວ​ຂອງທ່ານ​ຂີ່ ສ່ວນ​ເຂົ້າຈີ່​ກັບ​ໝາກໄມ້​ເອົາ​ມາ​ໃຫ້​ທະຫານ​ຂອງທ່ານ​ກິນ ແລະ​ນໍ້າ​ອະງຸ່ນ​ນີ້​ກໍ​ເອົາ​ມາ​ໃຫ້​ທະຫານ​ຂອງທ່ານ​ດື່ມ ເມື່ອ​ພວກເຂົາ​ອິດເມື່ອຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.”</verse>
				<verse number="3">ກະສັດ​ຖາມ​ວ່າ, “ເມຟີໂບເຊັດ ຫລານຊາຍ​ກະສັດ​ໂຊນ ນາຍ​ຂອງ​ເຈົ້າ​ຢູ່​ໃສ?” ຊີບາ​ຕອບ​ວ່າ, “ລາວ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ເພາະ​ລາວ​ໝັ້ນໃຈ​ວ່າ ບັດນີ້​ຊາວ​ອິດສະຣາເອນ​ຈະ​ມອບ​ອານາຈັກ​ຂອງ​ກະສັດ​ໂຊນ ປູ່​ຂອງ​ລາວ​ຄືນ​ໃຫ້​ລາວ.”</verse>
				<verse number="4">ກະສັດ​ກ່າວ​ແກ່​ຊີບາ​ວ່າ, “ທຸກສິ່ງ​ທີ່​ເປັນ​ຂອງ​ເມຟີໂບເຊັດ​ກໍ​ເປັນ​ຂອງ​ເຈົ້າ.” ຊີບາ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຂ້ານ້ອຍ​ຍິນດີ​ຮັບໃຊ້​ທ່ານ ຂໍ​ໃຫ້​ຂ້ານ້ອຍ​ເປັນ​ທີ່​ພໍໃຈ​ຂອງທ່ານ​ເລື້ອຍໆ​ເທີ້ນ.”</verse>
				<verse number="5">ເມື່ອ​ກະສັດ​ດາວິດ​ໄປ​ຮອດ​ເມືອງ​ບາຮູຣິມ​ພີ່ນ້ອງ​ຄົນ​ໜຶ່ງ​ຂອງ​ກະສັດ​ໂຊນ ຊີເມອີ​ລູກຊາຍ​ຂອງ​ເກຣາ ກໍ​ອອກ​ມາ​ພົບ​ກະສັດ​ດາວິດ​ພ້ອມ​ທັງ​ປ້ອຍດ່າ​ເພິ່ນ.</verse>
				<verse number="6">ເຖິງ​ແມ່ນ​ວ່າ​ກະສັດ​ດາວິດ​ມີ​ທະຫານ ແລະ​ໜ່ວຍ​ປ້ອງກັນ​ຕົວ​ອ້ອມ​ເພິ່ນ​ຢູ່​ກໍຕາມ, ແຕ່​ຊີເມອີ​ກໍ​ແກວ່ງ​ກ້ອນຫີນ​ໃສ່​ເພິ່ນ​ແລະ​ພວກ​ຂ້າຣາຊການ​ຂອງ​ເພິ່ນ.</verse>
				<verse number="7">ລາວ​ດ່າ​ເພິ່ນ​ແລະ​ເວົ້າ​ວ່າ, “ໜີໄປ​ໃຫ້​ພົ້ນ ໜີໄປ​ໃຫ້​ພົ້ນ ຜູ້​ຮ້າຍ​ຂ້າ​ຄົນ ອາດຊະຍາກອນ​ຜູ້​ໂຫດຫ້ຽມ</verse>
				<verse number="8">ເຈົ້າ​ໄດ້​ຢຶດ​ອານາຈັກ​ຂອງ​ກະສັດ​ໂຊນ ແລະ​ບັດນີ້​ພຣະເຈົ້າຢາເວ​ໄດ້​ລົງໂທດ​ເຈົ້າ​ຄືນ ເພາະ​ເຈົ້າ​ໄດ້​ຂ້າ​ຫລາຍ​ຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ. ພຣະເຈົ້າຢາເວ​ໄດ້​ຍົກ​ອານາຈັກ​ໃຫ້​ອັບຊາໂລມ​ລູກຊາຍ​ຂອງ​ເຈົ້າ; ສ່ວນ​ຜູ້​ຮ້າຍ​ຂ້າ​ຄົນ​ດັ່ງ​ເຈົ້າ​ກໍໄດ້​ແຕ່​ຈິບຫາຍ​ເທົ່ານັ້ນ.”</verse>
				<verse number="9">ອາບີໄຊ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ເວົ້າ​ກັບ​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ເປັນຫຍັງ​ທ່ານ​ຈຶ່ງ​ປ່ອຍ​ໃຫ້​ໝາ​ໂຕ​ນີ້​ດ່າ​ທ່ານ​ຢູ່​ຢ່າງ​ນີ້? ໃຫ້​ຂ້ານ້ອຍ​ອອກ​ໄປ​ຕັດ​ຫົວ​ມັນ​ຖິ້ມ​ສາ.”</verse>
				<verse number="10">ກະສັດ​ກ່າວ​ຕໍ່​ອາບີໄຊ​ແລະ​ໂຢອາບ​ອ້າຍ​ຂອງ​ລາວ​ວ່າ, “ບໍ່ແມ່ນ​ເລື່ອງ​ຂອງ​ພວກເຈົ້າ ຖ້າ​ຄຳ​ປ້ອຍດ່າ​ນັ້ນ​ເປັນ​ຍ້ອນ​ພຣະເຈົ້າຢາເວ​ໄດ້​ບອກ​ລາວ ຜູ້ໃດ​ແດ່​ມີ​ສິດ​ຖາມ​ວ່າ, ‘ເປັນຫຍັງ​ລາວ​ຈຶ່ງ​ດ່າ​ເຮົາ?”’</verse>
				<verse number="11">ແລ້ວ​ກະສັດ​ດາວິດ​ກໍ​ກ່າວ​ແກ່​ອາບີໄຊ​ກັບ​ພວກ​ຂ້າຣາຊການ​ທຸກຄົນ​ວ່າ, “ລູກຊາຍ​ຂອງເຮົາ​ເອງ​ພະຍາຍາມ​ຈະ​ຂ້າ​ເຮົາ​ຢູ່; ສະນັ້ນ ເປັນຫຍັງ​ຈຶ່ງ​ປະຫລາດ​ໃຈ​ກັບ​ຄົນ​ເບັນຢາມິນ​ຜູ້​ນີ້? ປ່ອຍ​ໃຫ້​ລາວ​ດ່າ​ເຮົາ​ຢູ່​ຢ່າງ​ນັ້ນ​ແຫຼະ ແລະ​ຢ່າ​ໄປ​ຫຍຸ້ງກ່ຽວ​ກັບ​ລາວ​ເລີຍ ເພາະ​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ລາວ​ເຮັດ​ຢ່າງ​ນັ້ນ.</verse>
				<verse number="12">ບາງທີ ພຣະເຈົ້າຢາເວ​ຈະ​ສັງເກດ​ເຫັນ​ຄວາມທຸກໃຈ​ຂອງເຮົາ ແລະ​ພຣະເຈົ້າຢາເວ​ຈະ​ໂຜດ​ອວຍພອນ​ເຮົາ​ແທນ​ຄຳ​ປ້ອຍດ່າ​ຂອງ​ລາວ​ກໍໄດ້.”</verse>
				<verse number="13">ແລ້ວ​ກະສັດ​ດາວິດ​ກັບ​ທະຫານ​ຂອງ​ເພິ່ນ​ກໍ​ອອກ​ເດີນທາງ​ຕໍ່ໄປ. ຊີເມອີ​ຍ່າງ​ຕາມ​ຈົນເຖິງ​ເນີນພູ ທັງ​ປ້ອຍດ່າ​ແລະ​ແກວ່ງ​ກ້ອນຫີນ​ກັບ​ຫວ່ານ​ຂີ້ດິນ​ໃສ່​ພວກເຂົາ.</verse>
				<verse number="14">ເມື່ອ​ມາ​ເຖິງ​ແມ່ນໍ້າ​ຈໍແດນ ກະສັດ​ແລະ​ທະຫານ​ຂອງ​ເພິ່ນ​ກໍ​ອິດເມື່ອຍ​ອ່ອນເພຍ​ຫລາຍ; ສະນັ້ນ ຈຶ່ງ​ຢຸດ​ພັກຜ່ອນ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="15">ຕໍ່ມາ ອັບຊາໂລມ​ແລະ​ຊາວ​ອິດສະຣາເອນ​ທັງໝົດ​ກໍໄດ້​ເຂົ້າ​ມາ​ໃນ​ນະຄອນ​ເຢຣູຊາເລັມ ໂດຍ​ມີ​ອາຮີໂຕເຟນ​ຮ່ວມ​ຢູ່​ດ້ວຍ.</verse>
				<verse number="16">ເມື່ອ​ຮູຊາຍ​ຊາວ​ອາກກິດ​ເພື່ອນ​ທີ່​ສັດຊື່​ຂອງ​ກະສັດ​ດາວິດ​ໄດ້​ພົບ​ອັບຊາໂລມ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ຂໍ​ໃຫ້​ກະສັດ ຈົ່ງ​ໝັ້ນຍືນ ຂໍ​ໃຫ້​ກະສັດ ຈົ່ງ​ໝັ້ນຍືນ.”</verse>
				<verse number="17">ອັບຊາໂລມ​ຖາມ​ລາວ​ວ່າ, “ມີ​ຫຍັງ​ເກີດຂຶ້ນ​ແກ່​ເຈົ້າ​ກັບ​ດາວິດ ເພື່ອນ​ທີ່​ເຈົ້າ​ເຄີຍ​ຈົງຮັກ​ພັກດີ? ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ໄປ​ກັບ​ເພິ່ນ?”</verse>
				<verse number="18">ຮູຊາຍ​ຕອບ​ວ່າ, “ຂ້ານ້ອຍ​ຈະ​ໄປ​ໄດ້​ຢ່າງ​ໃດ? ຂ້ານ້ອຍ​ຕ້ອງ​ຢູ່​ຝ່າຍ​ຜູ້​ທີ່​ຖືກ​ເລືອກ​ເອົາ​ໂດຍ​ພຣະເຈົ້າຢາເວ, ໂດຍ​ປະຊາຊົນ​ເຫຼົ່ານີ້ ແລະ​ໂດຍ​ຊາວ​ອິດສະຣາເອນ​ທັງໝົດ ຂ້ານ້ອຍ​ຈະ​ຢູ່​ກັບ​ທ່ານ.</verse>
				<verse number="19">ໃນທີ່ສຸດ ຂ້ານ້ອຍ​ຈະ​ຕ້ອງ​ຮັບໃຊ້​ຜູ້ໃດ? ຖ້າ​ບໍ່​ຮັບໃຊ້​ລູກຊາຍ​ຂອງ​ນາຍ​ຂ້ານ້ອຍ. ຂ້ານ້ອຍ​ເຄີຍ​ຮັບໃຊ້​ພໍ່​ຂອງທ່ານ​ຢ່າງ​ໃດ ບັດນີ້​ຂ້ານ້ອຍ​ກໍ​ຈະ​ຮັບໃຊ້​ທ່ານ​ຢ່າງ​ນັ້ນ.”</verse>
				<verse number="20">ແລ້ວ​ອັບຊາໂລມ​ກໍ​ຫັນ​ໜ້າ​ມາ​ເວົ້າ​ກັບ​ອາຮີໂຕເຟນ​ວ່າ, “ບັດນີ້ ພວກເຮົາ​ກໍ​ເຂົ້າ​ມາ​ຢູ່​ທີ່​ນີ້​ແລ້ວ; ຂໍ​ທ່ານ​ຈົ່ງ​ແນະນຳ​ພວກເຮົາ​ວ່າ​ຄວນ​ຈະ​ເຮັດ​ຢ່າງ​ໃດ?”</verse>
				<verse number="21">ອາຮີໂຕເຟນ​ຕອບ​ວ່າ, “ໃຫ້​ທ່ານ​ໄປ​ສົມສູ່​ກັບ​ພວກເມຍນ້ອຍ​ຂອງ​ພໍ່​ຂອງທ່ານ​ທີ່​ເພິ່ນ​ໄດ້​ປະ​ໄວ້​ໃຫ້​ເຝົ້າ​ຣາຊວັງ; ແລ້ວ​ທຸກໆ​ຄົນ​ໃນ​ຊາດ​ອິດສະຣາເອນ​ກໍ​ຈະ​ໄດ້​ຮູ້​ວ່າ ທ່ານ​ກັບ​ພໍ່​ຂອງທ່ານ​ເປັນ​ສັດຕູ​ກັນ ແລະ​ພວກ​ທີ່​ຕິດຕາມ​ທ່ານ​ກໍ​ຈະ​ມີ​ກຳລັງ​ໃຈ​ຫລາຍ​ຂຶ້ນ.”</verse>
				<verse number="22">ດັ່ງນັ້ນ ພວກເຂົາ​ຈຶ່ງ​ກາງ​ຜ້າເຕັນ​ໃສ່​ເທິງ​ຫລັງຄາ​ພຽງ​ຂອງ​ຣາຊວັງ ແລະ​ອັບຊາໂລມ​ກໍ​ເຂົ້າ​ໄປ​ສົມສູ່​ກັບ​ພວກເມຍນ້ອຍ​ຂອງ​ພໍ່​ຕົນ​ຕໍ່ໜ້າ​ທຸກຄົນ.</verse>
				<verse number="23">ໃນ​ເວລາ​ນັ້ນ ຄຳແນະນຳ​ໃດໆ​ທີ່​ມາ​ຈາກ​ອາຮີໂຕເຟນ​ເປັນ​ທີ່​ຍອມຮັບ​ກັນ​ວ່າ​ເປັນ​ຄຳເວົ້າ​ຂອງ​ພຣະເຈົ້າ; ທັງ​ກະສັດ​ດາວິດ​ແລະ​ອັບຊາໂລມ​ກໍໄດ້​ປະຕິບັດ​ຕາມ.</verse>
			</chapter>
			<chapter number="17">
				<verse number="1">ຕໍ່ມາ​ບໍ່​ນານ ອາຮີໂຕເຟນ​ໄດ້​ເວົ້າ​ກັບ​ອັບຊາໂລມ​ວ່າ, “ຈົ່ງ​ໃຫ້​ຂ້ານ້ອຍ​ເລືອກ​ເອົາ​ທະຫານ​ສິບສອງພັນ​ຄົນ ແລະ​ອອກ​ໄປ​ຕາມ​ຫາ​ກະສັດ​ດາວິດ​ໃນ​ຄືນ​ວັນ​ນີ້.</verse>
				<verse number="2">ຂ້ານ້ອຍ​ຈະ​ໄປ​ໂຈມຕີ​ເພິ່ນ​ໃນ​ຂະນະທີ່​ເພິ່ນ​ອິດເມື່ອຍ ແລະ​ທໍ້ຖອຍ​ກຳລັງໃຈ. ເພິ່ນ​ຈະ​ຕື່ນ​ຕົກໃຈ ແລະ​ພວກ​ທະຫານ​ຂອງ​ເພິ່ນ​ກໍ​ຈະ​ແລ່ນ​ປົບໜີໄປ. ຂ້ານ້ອຍ​ຈະ​ຂ້າ​ແຕ່​ກະສັດ​ເທົ່ານັ້ນ</verse>
				<verse number="3">ແລ້ວ​ຈະ​ນຳ​ເອົາ​ພວກ​ທະຫານ​ທັງໝົດ​ຂອງ​ເພິ່ນ​ມາ​ຫາ​ທ່ານ ດັ່ງ​ເຈົ້າສາວ​ກັບ​ມາ​ຫາ​ຜົວ​ຂອງຕົນ. ທ່ານ​ຕ້ອງການ​ຂ້າ​ພຽງແຕ່​ຄົນ​ດຽວ​ເທົ່ານັ້ນ. ສ່ວນ​ປະຊາຊົນ​ເຫຼົ່ານັ້ນ​ກໍ​ຈະ​ປອດໄພ.”</verse>
				<verse number="4">ຄຳ​ສະເໜີ​ນີ້​ເປັນ​ທີ່​ພໍໃຈ​ອັບຊາໂລມ ແລະ​ພວກ​ເຈົ້ານາຍ​ຊາວ​ອິດສະຣາເອນ​ທຸກຄົນ.</verse>
				<verse number="5">ອັບຊາໂລມ​ກ່າວ​ວ່າ, “ຈົ່ງ​ໄປ​ເອີ້ນ​ເອົາ​ຮູຊາຍ​ຊາວ​ອາກກິດ​ມາ​ດຽວ​ນີ້ ແລະ​ໃຫ້​ພວກເຮົາ​ຟັງ​ເບິ່ງ​ວ່າ ລາວ​ຈະ​ມີ​ຄວາມເຫັນ​ຢ່າງໃດ.”</verse>
				<verse number="6">ເມື່ອ​ຮູຊາຍ​ມາ​ຮອດ ອັບຊາໂລມ​ກໍໄດ້​ເວົ້າ​ຕໍ່​ລາວ​ວ່າ, “ນີ້​ແມ່ນ​ຄຳແນະນຳ​ຂອງ​ອາຮີໂຕເຟນ​ທີ່​ໃຫ້​ພວກເຮົາ ພວກເຮົາ​ຄວນ​ຈະ​ເຮັດ​ຕາມ​ຄຳແນະນຳ​ນັ້ນ​ຫລື​ບໍ່? ຖ້າບໍ່​ດັ່ງນັ້ນ ບອກ​ພວກເຮົາ​ມາ​ເບິ່ງດູ​ວ່າ​ຄວນ​ເຮັດ​ຢ່າງ​ໃດ?”</verse>
				<verse number="7">ຮູຊາຍ​ຈຶ່ງ​ຕອບ​ວ່າ, “ຄຳແນະນຳ​ທີ່​ອາຮີໂຕເຟນ​ໃຫ້​ທ່ານ​ຄັ້ງ​ນີ້​ບໍ່​ເປັນ​ການ​ດີ.</verse>
				<verse number="8">ທ່ານ​ກໍ​ຮູ້​ຢູ່​ແລ້ວ​ວ່າ ພໍ່​ຂອງທ່ານ​ກັບ​ພັກພວກ​ຂອງ​ເພິ່ນ​ນັ້ນ​ເປັນ​ນັກຮົບ​ທີ່​ເກັ່ງກ້າ ແລະ​ໂຫດຮ້າຍ​ດັ່ງ​ໝີ​ປ່າ​ທີ່​ຄົນ​ລັກ​ເອົາ​ລູກ​ຂອງ​ມັນ​ໄປ. ພໍ່​ຂອງທ່ານ​ເປັນ​ນັກຮົບ​ທີ່​ຊຳນິ​ຊຳນານ ເພິ່ນ​ບໍ່​ຢູ່​ນຳ​ທະຫານ​ໃນ​ເວລາ​ຕອນ​ກາງຄືນ​ດອກ.</verse>
				<verse number="9">ບາງທີ​ດຽວນີ້ ເພິ່ນ​ໄປ​ລີ້​ຢູ່​ໃນ​ຖໍ້າ ຫລື​ຢູ່​ບ່ອນ​ອື່ນ​ແລ້ວ​ກໍ​ເປັນ​ໄດ້. ພໍ​ເມື່ອ​ກະສັດ​ດາວິດ​ໂຈມຕີ​ຄົນ​ຂອງທ່ານ ຜູ້ໃດ​ທີ່​ໄດ້ຍິນ​ກ່ຽວກັບ​ເລື່ອງ​ນີ້​ຈະ​ເວົ້າ​ວ່າ, ທະຫານ​ຂອງທ່ານ​ພ່າຍແພ້.</verse>
				<verse number="10">ແມ່ນແຕ່​ທະຫານ​ທີ່​ເກັ່ງກ້າ​ທີ່ສຸດ​ດັ່ງ​ໂຕສິງ​ບໍ່​ຢ້ານ​ຫຍັງ​ໝົດ​ກໍ​ຈະ​ຢ້ານ ເພາະ​ທຸກຄົນ​ໃນ​ຊາດ​ອິດສະຣາເອນ​ຮູ້​ແລ້ວ​ວ່າ ພໍ່​ຂອງທ່ານ​ນັ້ນ​ເປັນ​ທະຫານ​ຜູ້​ຍິ່ງໃຫຍ່ ແລະ​ທະຫານ​ຂອງ​ເພິ່ນ​ຕ່າງ​ກໍ​ຮົບ​ເກັ່ງ​ທັງນັ້ນ.</verse>
				<verse number="11">ຕາມ​ຄຳແນະນຳ​ຂອງ​ຂ້ານ້ອຍ​ແລ້ວ ຢາກ​ຈະ​ໃຫ້​ທ່ານ​ນຳ​ເອົາ​ພວກ​ອິດສະຣາເອນ​ທຸກຄົນ​ຕັ້ງແຕ່​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້​ເຂົ້າ​ມາ​ເຕົ້າໂຮມ​ກັນ​ໃຫ້​ຫລາຍ​ດັ່ງ​ເມັດ​ຊາຍ​ໃນ​ແຄມ​ທະເລ ແລ້ວ​ໃຫ້​ທ່ານ​ເປັນ​ຜູ້ນຳ​ພວກເຂົາ​ອອກ​ໄປ​ສູ້ຮົບ​ເອງ.</verse>
				<verse number="12">ຖ້າ​ເຮັດ​ດັ່ງນີ້ ພວກເຮົາ​ຈະ​ຫາ​ກະສັດ​ດາວິດ​ພົບ ບໍ່​ວ່າ​ເພິ່ນ​ຈະ​ຢູ່​ບ່ອນ​ໃດ​ກໍຕາມ ແລະ​ເຂົ້າ​ໂຈມຕີ​ກ່ອນ​ທີ່​ເພິ່ນ​ຈະ​ຮູ້​ຕົວ. ກະສັດ​ດາວິດ​ແລະ​ພັກພວກ​ຂອງ​ເພິ່ນ​ຈະ​ບໍ່ມີ​ຜູ້ໃດ​ລອດຊີວິດ​ໄປ​ໄດ້.</verse>
				<verse number="13">ຖ້າ​ເພິ່ນ​ຖອຍ​ເຂົ້າ​ໃນ​ເມືອງ​ໜຶ່ງ ປະຊາຊົນ​ຂອງ​ພວກເຮົາ​ທັງໝົດ​ກໍ​ຈະ​ເອົາ​ເຊືອກ​ດຶງ​ເມືອງ​ນັ້ນ ລົງ​ສູ່​ຮ່ອມພູ​ແລະ​ຈະ​ບໍ່ມີ​ຫີນ​ກ້ອນ​ໃດໆ​ເຫຼືອ​ຢູ່​ທີ່​ຈອມພູ​ເລີຍ.”</verse>
				<verse number="14">ອັບຊາໂລມ​ແລະ​ຊາວ​ອິດສະຣາເອນ​ທຸກຄົນ​ຈຶ່ງ​ເວົ້າ​ວ່າ, “ຄຳແນະນຳ​ຂອງ​ຮູຊາຍ​ຊາວ​ອາກກິດ​ນີ້​ດີກວ່າ​ຄຳແນະນຳ​ຂອງ​ອາຮີໂຕເຟນ.” ພຣະເຈົ້າຢາເວ​ຕັດສິນໃຈ​ບໍ່​ໃຫ້​ອັບຊາໂລມ​ເຮັດ​ຕາມ​ຄຳແນະນຳ​ທີ່​ດີ​ຂອງ​ອາຮີໂຕເຟນ ເພື່ອ​ວ່າ​ພຣະເຈົ້າຢາເວ​ຈະ​ໃຫ້​ຄວາມພິນາດ​ຕົກ​ຖືກ​ອັບຊາໂລມ.</verse>
				<verse number="15">ຕໍ່ມາ ຮູຊາຍ​ກໍ​ບອກ​ຄຳແນະນຳ​ທີ່​ຕົນ​ໄດ້​ໃຫ້​ອັບຊາໂລມ​ແລະ​ບັນດາ​ຜູ້ນຳ​ອິດສະຣາເອນ ພ້ອມ​ທັງ​ຄຳແນະນຳ​ຂອງ​ອາຮີໂຕເຟນ​ທີ່​ໄດ້​ໃຫ້​ນັ້ນ ສູ່​ປະໂຣຫິດ​ຊາດົກ​ແລະ​ປະໂຣຫິດ​ອາບີອາທາ​ຟັງ​ນຳ.</verse>
				<verse number="16">ຮູຊາຍ​ໄດ້​ບອກ​ຕື່ມ​ວ່າ, “ຈົ່ງ​ສົ່ງ​ຂ່າວ​ໄປ​ບອກ​ກະສັດ​ດາວິດ​ໄວໆ ຢ່າ​ໃຫ້​ເພິ່ນ​ພັກ​ແຮມຄືນ​ຢູ່​ທີ່​ແຄມ​ແມ່ນໍ້າ​ຈໍແດນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ, ແຕ່​ໃຫ້​ເພິ່ນ​ຂ້າມ​ແມ່ນໍ້າ​ໄປ​ໂລດ ເພື່ອ​ວ່າ​ເພິ່ນ​ເອງ​ແລະ​ທະຫານ​ຂອງ​ເພິ່ນ​ຈະ​ບໍ່​ຖືກ​ຈັບ ແລະ​ຖືກ​ຂ້າ.”</verse>
				<verse number="17">ຝ່າຍ​ໂຢນາທານ​ລູກຊາຍ​ຂອງ​ອາບີອາທາ​ແລະ​ອາຮີມາອາດ ລູກຊາຍ​ຂອງ​ຊາດົກ ກໍ​ກຳລັງ​ຄອຍຖ້າ​ຢູ່​ທີ່​ບໍ່​ນໍ້າພຸ​ເອນໂຣເກນ​ນອກ​ນະຄອນ​ເຢຣູຊາເລັມ ຍ້ອນ​ພວກເຂົາ​ບໍ່​ກ້າ​ເຂົ້າ​ໄປ​ໃນ​ເມືອງ​ໃຫ້​ຜູ້ໃດ​ເຫັນ, ແຕ່​ໄດ້​ມີ​ສາວໃຊ້​ຄົນ​ໜຶ່ງ ອອກ​ໄປ​ລາຍງານ​ເຫດການ​ທີ່​ເກີດຂຶ້ນ​ເປັນ​ປະຈຳ ແລ້ວ​ທັງສອງ​ກໍ​ນຳ​ເອົາ​ຂ່າວ​ນັ້ນ​ໄປ​ບອກ​ກະສັດ​ດາວິດ.</verse>
				<verse number="18">ແຕ່​ໃນ​ມື້​ໜຶ່ງ ມີ​ຊາຍໜຸ່ມ​ຜູ້ໜຶ່ງ​ໄດ້​ມາ​ເຫັນ​ພວກເຂົາ, ຈຶ່ງ​ໄປ​ບອກ​ໃຫ້​ອັບຊາໂລມ​ຮູ້. ດັ່ງນັ້ນ ໂຢນາທານ​ແລະ​ອາຮີມາອາດ​ຈຶ່ງ​ຟ້າວ​ໄປ​ລີ້​ຢູ່​ໃນ​ເຮືອນ​ຂອງ​ຊາຍ​ຄົນ​ໜຶ່ງ​ທີ່​ບາຮູຣິມ. ຊາຍ​ຄົນ​ນີ້​ມີ​ນໍ້າສ້າງ​ຢູ່​ແປະ​ເຮືອນ ແລະ​ທັງສອງ​ຈຶ່ງ​ລົງ​ໄປ​ລີ້​ຢູ່​ໃນ​ນໍ້າສ້າງ​ນັ້ນ.</verse>
				<verse number="19">ສ່ວນ​ເມຍ​ຂອງ​ຊາຍ​ຄົນ​ນີ້ ກໍໄດ້​ເອົາ​ຜ້າ​ມາ​ປູ​ອັດ​ປາກ​ນໍ້າສ້າງ​ນີ້​ໄວ້ ແລະ​ຢາຍ​ເມັດ​ເຂົ້າ​ໃສ່​ເທິງ​ນັ້ນ​ເພື່ອ​ບໍ່​ໃຫ້​ຜູ້ໃດ​ຈັບ​ພິລຸດ​ໄດ້.</verse>
				<verse number="20">ບັນດາ​ຂ້າຣາຊການ​ຂອງ​ອັບຊາໂລມ​ໄດ້​ເຂົ້າ​ມາ​ໃນ​ເຮືອນ​ຫລັງ​ນັ້ນ ແລະ​ຖາມ​ຍິງ​ນັ້ນ​ວ່າ, “ອາຮີມາອາດ​ແລະ​ໂຢນາທານ​ຢູ່​ໃສ?” ນາງ​ຕອບ​ວ່າ, “ພວກເຂົາ​ຂ້າມ​ແມ່ນໍ້າ​ໄປ​ແລ້ວ.” ເມື່ອ​ຊາຍ​ເຫຼົ່ານັ້ນ​ຊອກ​ຫາ​ຊາຍ​ທັງສອງ​ບໍ່​ພົບ​ຈຶ່ງ​ກັບຄືນ​ເມືອ​ນະຄອນ​ເຢຣູຊາເລັມ.</verse>
				<verse number="21">ຫລັງຈາກ​ທີ່​ພວກເຂົາ​ໄປ​ແລ້ວ ອາຮີມາອາດ​ແລະ​ໂຢນາທານ​ກໍ​ຂຶ້ນ​ມາ​ຈາກ​ນໍ້າສ້າງ ແລະ​ໄປ​ລາຍງານ​ຕໍ່​ກະສັດ​ດາວິດ. ພວກເຂົາ​ໄດ້​ລາຍງານ​ທຸກຢ່າງ​ທີ່​ອາຮີໂຕເຟນ​ໄດ້​ວາງແຜນ​ຕໍ່ສູ້​ເພິ່ນ ໂດຍ​ບອກ​ວ່າ, “ໃຫ້​ທ່ານ​ຟ້າວ​ຂ້າມ​ແມ່ນໍ້າ​ໄປ​ສາ.”</verse>
				<verse number="22">ດັ່ງນັ້ນ ກະສັດ​ດາວິດ​ກັບ​ພັກພວກ​ຂອງ​ເພິ່ນ​ຈຶ່ງ​ພາກັນ​ຂ້າມ​ແມ່ນໍ້າ​ຈໍແດນ. ແລ້ວ​ພໍ​ເຖິງ​ມື້​ເຊົ້າ​ມາ ທຸກຄົນ​ກໍ​ຂ້າມ​ໄປ​ໄດ້​ໝົດ.</verse>
				<verse number="23">ເມື່ອ​ອາຮີໂຕເຟນ​ເຫັນ​ວ່າ ກະສັດ​ບໍ່ໄດ້​ເຮັດ​ຕາມ​ຄຳແນະນຳ​ຂອງຕົນ ລາວ​ກໍ​ຂີ່​ລໍ​ກັບ​ສູ່​ບ້ານ​ເມືອງ​ຂອງຕົນ; ເມື່ອ​ຈັດການ​ກັບ​ທຸລະກິດ​ໃນ​ຄອບຄົວ​ຮຽບຮ້ອຍ​ແລ້ວ ລາວ​ກໍ​ຜູກ​ຄໍ​ຕາຍ. ຊາກສົບ​ຂອງ​ລາວ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ປະຈຳ​ຄອບຄົວ.</verse>
				<verse number="24">ກະສັດ​ດາວິດ​ໄດ້​ໄປ​ຮອດ​ເມືອງ​ມະຫານາອິມ ໃນ​ຂະນະທີ່​ອັບຊາໂລມ​ແລະ​ທະຫານ​ຂອງຕົນ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ.</verse>
				<verse number="25">ອັບຊາໂລມ​ໄດ້​ແຕ່ງຕັ້ງ​ໃຫ້​ອາມາສາ ເປັນ​ຜູ້​ບັນຊາການ​ທະຫານ​ແທນ​ໂຢອາບ. ອາມາສາ​ເປັນ​ລູກຊາຍ​ຂອງ​ເຢເທີ ຄົນ​ອິດຊະມາເອນ; ແມ່​ຂອງ​ລາວ​ຊື່​ວ່າ ອາບີການ​ລູກສາວ​ຂອງ​ນາຮາດ​ແລະ​ເປັນ​ເອື້ອຍ​ຂອງ​ນາງ​ເຊຣູອີຢາ ແມ່​ຂອງ​ໂຢອາບ.</verse>
				<verse number="26">ອັບຊາໂລມ​ແລະ​ທະຫານ​ຂອງຕົນ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ໃນ​ດິນແດນ​ກີເລອາດ.</verse>
				<verse number="27">ເມື່ອ​ກະສັດ​ດາວິດ​ມາ​ຮອດ​ເມືອງ​ມະຫານາອິມ; ໂຊບີ ລູກຊາຍ​ຂອງ​ນາຮາດ​ຈາກ​ເມືອງ​ຣັບບາ​ໃນ​ອຳໂມນ​ກໍ​ມາ​ພົບ​ເພິ່ນ; ມາກີ ລູກຊາຍ​ຂອງ​ອຳມີເອນ​ຈາກ​ໂລເດບາ​ກໍໄດ້​ມາ​ພົບ​ເພິ່ນ​ຄື​ກັນ ແລະ​ບາກຊິນໄລ ຈາກ​ໂຣເກລິມ​ໃນ​ກີເລອາດ​ກໍ​ມາ​ພົບ​ເພິ່ນ​ດ້ວຍ.</verse>
				<verse number="28">ພວກເຂົາ​ເຫຼົ່ານີ້​ໄດ້​ນຳ​ເອົາ​ຖ້ວຍ, ໝໍ້​ດິນ, ເຄື່ອງຢູ່​ເຄື່ອງນອນ ແລະ​ອາຫານ​ການກິນ​ມາ​ໃຫ້​ກະສັດ​ດາວິດ​ກັບ​ພັກພວກ​ຂອງ​ເພິ່ນ ເຊັ່ນ: ເຂົ້າ​ສາລີ, ເຂົ້າເດືອຍ, ແປ້ງ, ເຂົ້າຂົ້ວ, ໝາກຖົ່ວ, ນໍ້າເຜິ້ງ, ເນີຍ​ແຂງ, ນໍ້ານົມ​ຂຸ້ນ ແລະ​ແກະ. ພວກເຂົາ​ຮູ້​ວ່າ​ກະສັດ​ກັບ​ຄົນ​ຂອງ​ເພິ່ນ​ຕ້ອງ​ຫິວເຂົ້າ​ຫິວນໍ້າ ແລະ​ອິດເມື່ອຍ​ໃນ​ການ​ເດີນທາງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="29"></verse>
			</chapter>
			<chapter number="18">
				<verse number="1">ຢູ່​ຕໍ່ມາ ກະສັດ​ດາວິດ​ໄດ້​ທ້ອນໂຮມ​ເອົາ​ທະຫານ​ທັງໝົດ​ຂອງ​ເພິ່ນ ໂດຍ​ແບ່ງ​ພວກເຂົາ​ອອກ​ເປັນ​ກອງພັນ​ແລະ​ກອງຮ້ອຍ ແລະ​ໃຫ້​ມີ​ນາຍຮ້ອຍ​ນາຍພັນ​ເປັນ​ຜູ້​ບັນຊາການ.</verse>
				<verse number="2">ແລ້ວ​ເພິ່ນ​ກໍ​ສົ່ງ​ພວກເຂົາ​ອອກ​ໄປ​ເປັນ​ສາມ​ກອງ ຊຶ່ງ​ມີ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ຄື​ໂຢອາບ​ແລະ​ອາບີໄຊ​ນ້ອງຊາຍ​ຂອງ​ຕົນ​ແລະ​ອິດໄຕ​ຊາວ​ເມືອງກາດ ເປັນ​ຜູ້​ບັນຊາການ​ຂອງ​ແຕ່ລະ​ກອງ. ແລ້ວ​ກະສັດ​ກໍ​ເວົ້າ​ກັບ​ທະຫານ​ຂອງຕົນ​ວ່າ, “ເຮົາ​ເອງ​ຈະ​ໄປ​ກັບ​ພວກເຈົ້າ.”</verse>
				<verse number="3">ພວກເຂົາ​ຕອບ​ວ່າ, “ທ່ານ​ບໍ່ຄວນ​ໄປ​ກັບ​ພວກ​ຂ້ານ້ອຍ ຖ້າ​ພວກ​ຂ້ານ້ອຍ​ລ້າ​ຖອຍ​ຫລື​ຖືກ​ຂ້າ​ເສຍ​ເຄິ່ງ​ໜຶ່ງ ກໍ​ບໍ່​ສຳຄັນ​ຫຍັງ​ສຳລັບ​ພວກ​ສັດຕູ; ແຕ່​ທ່ານ​ເອງ​ມີຄ່າ​ກວ່າ​ຄົນ​ດັ່ງ​ພວກ​ຂ້ານ້ອຍ​ຕັ້ງ​ໝື່ນ​ຄົນ. ຄົງ​ເປັນ​ການ​ດີກວ່າ​ທີ່​ທ່ານ​ຢູ່​ໃນ​ເມືອງ​ນີ້ ແລະ​ຈັດ​ສົ່ງ​ກອງໜູນ​ອອກ​ໄປ​ຊ່ວຍ.”</verse>
				<verse number="4">ກະສັດ​ຕອບ​ວ່າ, “ເຮົາ​ຈະ​ເຮັດ​ສິ່ງໃດ​ກໍໄດ້​ທີ່​ພວກເຈົ້າ​ຄິດ​ວ່າ​ເປັນ​ການ​ດີ.” ແລ້ວ​ເພິ່ນ​ກໍ​ຢືນ​ເບິ່ງ​ຢູ່​ຂ້າງ​ປະຕູ​ກຳແພງ​ເມືອງ ໃນ​ຂະນະທີ່​ທະຫານ​ຂອງ​ເພິ່ນ​ຍ່າງ​ອອກ​ໄປ​ເປັນ​ກອງຮ້ອຍ​ແລະ​ກອງພັນ.</verse>
				<verse number="5">ເພິ່ນ​ຮ້ອງ​ສັ່ງ​ໂຢອາບ, ອາບີໄຊ ແລະ​ອິດໄຕ​ວ່າ, “ເພື່ອ​ເຫັນ​ແກ່​ເຮົາ ຢ່າ​ໄດ້​ທຳຮ້າຍ​ຊາຍໜຸ່ມ​ອັບຊາໂລມ​ເດີ.” ທະຫານ​ທຸກ​ກົມ​ກອງ​ກໍ​ໄດ້​ຍິນ​ຄຳສັ່ງ ທີ່​ກະສັດ​ດາວິດ​ສັ່ງ​ແກ່​ພວກ​ນາຍ​ຂອງຕົນ.</verse>
				<verse number="6">ກອງທັບ​ຂອງ​ກະສັດ​ດາວິດ​ໄດ້​ອອກ​ໄປ​ໂຈມຕີ​ພວກ​ອິດສະຣາເອນ​ທີ່​ນອກ​ເມືອງ ແລະ​ໄດ້​ຕໍ່ສູ້​ພວກເຂົາ​ຢູ່​ໃນ​ປ່າ​ເອຟຣາອິມ.</verse>
				<verse number="7">ພວກ​ອິດສະຣາເອນ​ພ່າຍແພ້​ທະຫານ​ຂອງ​ກະສັດ​ດາວິດ ໂດຍ​ມີ​ທະຫານ​ຖືກ​ຂ້າ​ໃນ​ມື້​ນັ້ນ​ຊາວພັນ​ຄົນ ຊຶ່ງ​ເປັນ​ການ​ພ່າຍແພ້​ອັນ​ໜັກໜ່ວງ​ທີ່ສຸດ.</verse>
				<verse number="8">ການ​ສູ້ຮົບ​ໄດ້​ລຸກລາມ​ໄປ​ທົ່ວ​ທັງ​ປະເທດ ແລະ​ມີ​ທະຫານ​ຖືກ​ຂ້າ​ໃນ​ກາງ​ປ່າ ຫລາຍກວ່າ​ຖືກ​ຂ້າ​ຢູ່​ໃນ​ສະໜາມຮົບ.</verse>
				<verse number="9">ໃນ​ທັນໃດນັ້ນ ອັບຊາໂລມ​ໄດ້​ພົບ​ທະຫານ​ບາງຄົນ​ຂອງ​ກະສັດ​ດາວິດ. ອັບຊາໂລມ​ກຳລັງ​ຂີ່​ລໍ​ແລະ​ໃນ​ຂະນະທີ່​ລໍ​ພວມ​ແລ່ນ​ຜ່ານ​ເຂົ້າ​ໄປ​ໃນ​ຕົ້ນໂອກ ຫົວ​ຂອງ​ອັບຊາໂລມ​ເລີຍຄາ​ຢູ່​ກັບ​ງ່າ​ໄມ້. ລໍ​ຈຶ່ງ​ແລ່ນ​ໜີໄປ​ແລະ​ປ່ອຍ​ໃຫ້​ອັບຊາໂລມ​ແຂວນ​ຢູ່​ກາງ​ອາກາດ.</verse>
				<verse number="10">ທະຫານ​ຄົນ​ໜຶ່ງ​ຂອງ​ກະສັດ​ດາວິດ​ໄດ້​ມາ​ເຫັນ​ລາວ ຈຶ່ງ​ໄປ​ລາຍງານ​ຕໍ່​ໂຢອາບ​ວ່າ, “ທ່ານເອີຍ ຂ້ານ້ອຍ​ເຫັນ​ອັບຊາໂລມ​ກຳລັງ​ແຂວນ​ຄາ​ຢູ່​ກັບ​ຕົ້ນໂອກ.”</verse>
				<verse number="11">ໂຢອາບ​ຕອບ​ວ່າ, “ເມື່ອ​ເຈົ້າ​ເຫັນ​ດັ່ງນັ້ນ ເປັນຫຍັງ​ຈຶ່ງ​ບໍ່​ຂ້າ​ລາວ​ຢູ່​ກັບ​ບ່ອນ​ໂລດ? ແລ້ວ​ຂ້ອຍ​ເອງ​ກໍ​ຈະ​ເອົາ​ເງິນ​ສິບ​ຫລຽນ​ກັບ​ສາຍ​ແອວ​ໃຫ້​ເຈົ້າ.”</verse>
				<verse number="12">ແຕ່​ທະຫານ​ຜູ້ນັ້ນ​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ ທ່ານ​ຈະ​ເອົາ​ເງິນ​ໃຫ້​ຂ້ານ້ອຍ​ພັນ​ຫລຽນ ຂ້ານ້ອຍ​ກໍ​ບໍ່​ຍອມ​ແຕະຕ້ອງ​ຕົວ​ລູກຊາຍ​ຂອງ​ກະສັດ ເພາະ​ພວກ​ຂ້ານ້ອຍ​ທຸກຄົນ​ຕ່າງ​ກໍ​ໄດ້​ຍິນ​ກະສັດ​ສັ່ງ​ທ່ານ, ອາບີໄຊ ແລະ​ອິດໄຕ​ວ່າ, ‘ເພື່ອ​ເຫັນ​ແກ່​ເຮົາ ຢ່າ​ທຳລາຍ​ຊາຍໜຸ່ມ​ອັບຊາໂລມ​ເດີ.’</verse>
				<verse number="13">ແຕ່​ຖ້າ​ຂ້ານ້ອຍ​ບໍ່​ເຊື່ອຟັງ​ກະສັດ​ແລະ​ຂ້າ​ອັບຊາໂລມ ແນ່ນອນ​ທີ່ສຸດ ກະສັດ​ຈະ​ຕ້ອງ​ຮູ້ຈັກ​ເລື່ອງ​ນີ້. ເມື່ອ​ເພິ່ນ​ຮູ້​ເລື່ອງ​ແລ້ວ ທ່ານ​ເອງ​ຈະ​ບໍ່​ອາດ​ປ້ອງກັນ​ຂ້ານ້ອຍ​ໄວ້​ໄດ້​ດອກ.”</verse>
				<verse number="14">ໂຢອາບ​ເວົ້າ​ຂຶ້ນ​ວ່າ, “ຂ້ອຍ​ຈະ​ບໍ່​ເສຍ​ເວລາ​ເວົ້າ​ກັບ​ເຈົ້າ​ອີກ​ຕໍ່ໄປ.” ໂຢອາບ​ຈຶ່ງ​ໃຊ້​ຫອກ​ສາມ​ແງ່ມ​ແທງ​ທີ່​ໜ້າເອິກ​ຂອງ​ອັບຊາໂລມ ຂະນະທີ່​ລາວ​ແຂວນ​ຢູ່​ທີ່​ຕົ້ນໂອກ​ແລະ​ຍັງ​ມີ​ຊີວິດ.</verse>
				<verse number="15">ແລ້ວ​ທະຫານ​ຂອງ​ໂຢອາບ​ອີກ​ສິບ​ຄົນ​ກໍ​ເຂົ້າ​ໄປ​ຂ້າ​ອັບຊາໂລມ.</verse>
				<verse number="16">ຕໍ່ມາ ໂຢອາບ​ເປົ່າແກ​ໃຫ້​ຢຸດ​ຮົບ ແລະ​ທະຫານ​ທີ່​ໄລ່​ຕາມ​ພວກ​ອິດສະຣາເອນ​ໄປ​ນັ້ນ​ກໍ​ກັບຄືນ​ມາ.</verse>
				<verse number="17">ພວກເຂົາ​ໄດ້​ຫາມ​ເອົາ​ຊາກສົບ​ຂອງ​ອັບຊາໂລມ​ໂຍນ​ລົງ​ໃນ​ຂຸມ​ເລິກ​ທີ່​ປ່າ ແລະ​ເອົາ​ກ້ອນຫີນ​ມາ​ກອງ​ອັດ​ປາກ​ຂຸມ​ນັ້ນ​ໄວ້​ເປັນ​ກອງ​ໃຫຍ່. ສ່ວນ​ຊາວ​ອິດສະຣາເອນ​ນັ້ນ​ຕ່າງ​ກໍ​ໜີ​ເມືອ​ເຮືອນ​ຂອງ​ໃຜ​ລາວ​ຈົນ​ໝົດ.</verse>
				<verse number="18">ເມື່ອ​ອັບຊາໂລມ​ຍັງ​ມີ​ຊີວິດ​ຢູ່​ນັ້ນ ລາວ​ໄດ້​ສ້າງ​ອະນຸສາວະລີ​ສ່ວນຕົວ​ໄວ້​ທີ່​ຮ່ອມພູ​ຂອງ​ກະສັດ ເພາະ​ລາວ​ບໍ່ມີ​ລູກຊາຍ​ໄວ້​ສືບໜໍ່​ແທນແນວ. ດັ່ງນັ້ນ ອັບຊາໂລມ​ຈຶ່ງ​ເອີ້ນ​ຊື່​ອະນຸສາວະລີ​ນັ້ນ​ຕາມ​ຊື່​ຂອງຕົນ ແລະ​ທຸກ​ວັນ​ນີ້​ກໍ​ຍັງ​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ ອະນຸສາວະລີ​ອັບຊາໂລມ.</verse>
				<verse number="19">ຢູ່​ຕໍ່ມາ ອາຮີມາອາດ​ລູກຊາຍ​ຂອງ​ຊາດົກ​ໄດ້​ເວົ້າ​ກັບ​ໂຢອາບ​ວ່າ, “ຈົ່ງ​ໃຫ້​ຂ້ອຍ​ແລ່ນ​ໄປ​ບອກ​ກະສັດ​ໂດຍ​ນຳ​ຂ່າວ​ດີ​ໄປ​ແຈ້ງ​ວ່າ ພຣະເຈົ້າຢາເວ​ໄດ້​ຊ່ວຍ​ເພິ່ນ​ໃຫ້​ພົ້ນໄພ​ຈາກ​ສັດຕູ​ຂອງ​ເພິ່ນ​ແລ້ວ.”</verse>
				<verse number="20">ໂຢອາບ​ຕອບ​ວ່າ, “ບໍ່​ຕ້ອງ​ໄປ ວັນ​ນີ້​ເຈົ້າ​ບໍ່​ຕ້ອງ​ນຳ​ເອົາ​ຂ່າວ​ໃດໆ​ໄປ​ບອກ​ເພິ່ນ ມື້​ໃໝ່​ຈຶ່ງ​ຄ່ອຍ​ໄປ; ສຳລັບ​ວັນ​ນີ້​ເຈົ້າ​ບໍ່​ຕ້ອງ​ໄປ​ດອກ ເພາະ​ເປັນ​ມື້​ທີ່​ລູກຊາຍ​ຂອງ​ກະສັດ​ຕາຍ.”</verse>
				<verse number="21">ແລ້ວ​ໂຢອາບ​ກໍໄດ້​ເວົ້າ​ກັບ​ຄົນ​ເອທີໂອເປຍ ທາດຮັບໃຊ້​ຂອງຕົນ​ວ່າ, “ຈົ່ງ​ໄປ​ບອກ​ໃຫ້​ກະສັດ​ຮູ້​ຕາມ​ທີ່​ເຈົ້າ​ໄດ້​ເຫັນ.” ທາດຮັບໃຊ້​ຄົນ​ນັ້ນ​ຂາບລົງ​ແລະ​ແລ່ນ​ອອກ​ໄປ.</verse>
				<verse number="22">ສ່ວນ​ອາຮີມາອາດ​ລູກຊາຍ​ຂອງ​ຊາດົກ​ກໍ​ຍັງ​ຢືນຢັນ​ຢູ່​ດັ່ງ​ເດີມ​ວ່າ, “ຂ້ອຍ​ບໍ່​ຫ່ວງ​ດອກ ເຖິງ​ຈະ​ມີ​ຫຍັງ​ເກີດຂຶ້ນ​ກໍຕາມ; ຂ້ອຍ​ຈະ​ນຳ​ຂ່າວ​ນີ້​ໄປ​ບອກ​ຄືກັນ.” ໂຢອາບ​ຖາມ​ວ່າ, “ລູກເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຢາກ​ໄປ? ເຈົ້າ​ຈະ​ບໍ່ໄດ້​ຮັບ​ລາງວັນ​ຫຍັງ​ສຳລັບ​ເລື່ອງ​ນີ້.”</verse>
				<verse number="23">ອາຮີມາອາດ​ເວົ້າ​ອີກ​ວ່າ, “ມີ​ຫຍັງ​ເກີດຂຶ້ນ​ກໍຕາມ ຂ້ອຍ​ກໍ​ຈະ​ໄປ.” ໂຢອາບ​ກ່າວ​ວ່າ, “ຖ້າດັ່ງນັ້ນ​ໄປ​ສາ.” ດັ່ງນັ້ນ ອາຮີມາອາດ​ຈຶ່ງ​ແລ່ນ​ໄປ​ທາງ​ຮ່ອມພູ​ຈໍແດນ ແລະ​ໃນ​ບໍ່​ຊ້າ​ກໍ​ແລ່ນ​ກາຍ​ຄົນ​ເອທີໂອເປຍ​ໄປ.</verse>
				<verse number="24">ສ່ວນ​ກະສັດ​ດາວິດ​ກໍ​ກຳລັງ​ນັ່ງ​ຢູ່ ລະຫວ່າງ​ປະຕູ​ກຳແພງ​ເມືອງ​ຊັ້ນໃນ​ແລະ​ຊັ້ນນອກ. ເມື່ອ​ທະຫານ​ຍາມ​ເທິງ​ກຳແພງ​ຫລຽວ​ອອກ​ໄປ ແລະ​ເຫັນ​ຊາຍ​ຄົນ​ໜຶ່ງ​ກຳລັງ​ແລ່ນ​ມາ​ຜູ້​ດຽວ ລາວ​ຈຶ່ງ​ລົງ​ມາ​ບອກ​ກະສັດ</verse>
				<verse number="25">ແລະ​ກະສັດ​ກ່າວ​ວ່າ, “ຖ້າ​ລາວ​ມາ​ຄົນ​ດຽວ ລາວ​ກຳລັງ​ນຳ​ຂ່າວ​ດີ​ມາ.” ຊາຍ​ທີ່​ແລ່ນ​ມາ​ນັ້ນ​ກໍ​ຫຍັບ​ໃກ້​ເຂົ້າ​ມາ​ເລື້ອຍໆ.</verse>
				<verse number="26">ແລ້ວ​ຄົນ​ຍາມ​ຜູ້ນັ້ນ​ກໍ​ເຫັນ​ຊາຍ​ຜູ້ໜຶ່ງ​ພວມ​ແລ່ນ​ມາ​ອີກ ລາວ​ຈຶ່ງ​ເອີ້ນ​ລົງ​ໄປ​ໃສ່​ຄົນ​ເຝົ້າ​ປະຕູ​ວ່າ, “ເບິ່ງ​ຫັ້ນ​ແມ ມີ​ຊາຍ​ອີກ​ຄົນ​ໜຶ່ງ​ກຳລັງ​ແລ່ນ​ມາ.” ກະສັດ​ຕອບ​ວ່າ, “ຜູ້​ນີ້​ນຳ​ເອົາ​ຂ່າວ​ດີ​ມາ​ຄື​ກັນ.”</verse>
				<verse number="27">ຄົນ​ຍາມ​ເວົ້າ​ວ່າ, “ຂ້ານ້ອຍ​ເຫັນ​ວ່າ​ຄົນ​ທີ່​ແລ່ນ​ມາ​ກ່ອນ​ນັ້ນ​ເບິ່ງ​ຄື​ອາຮີມາອາດ​ລູກຊາຍ​ຂອງ​ຊາດົກ.” ກະສັດ​ກ່າວ​ວ່າ, “ລາວ​ເປັນ​ຄົນ​ດີ ແລະ​ລາວ​ກຳລັງ​ນຳ​ຂ່າວ​ດີ​ມາ.”</verse>
				<verse number="28">ອາຮີມາອາດ​ຮ້ອງ​ບອກ​ກະສັດ​ພ້ອມ​ທັງ​ຂາບລົງ​ຕໍ່ໜ້າ​ເພິ່ນ ແລະ​ເວົ້າ​ວ່າ, “ຂໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ຜູ້​ໂຜດ​ໃຫ້​ທ່ານ​ຊະນະ​ພວກ​ທີ່​ກະບົດ​ຕໍ່​ທ່ານ.”</verse>
				<verse number="29">ກະສັດ​ຖາມ​ວ່າ, “ຊາຍໜຸ່ມ​ອັບຊາໂລມ​ປອດໄພ​ບໍ?” ອາຮີມາອາດ​ຕອບ​ວ່າ, “ທ່ານເອີຍ ເມື່ອ​ໂຢອາບ​ນາຍ​ທະຫານ​ຂອງທ່ານ​ສົ່ງ​ຂ້ານ້ອຍ​ອອກ​ໄປ ຂ້ານ້ອຍ​ໄດ້​ເຫັນ​ເຫດການ​ອຶກກະທຶກ​ສັບສົນ​ຫລາຍ, ແຕ່​ຂ້ານ້ອຍ​ບໍ່​ຮູ້​ສາເຫດ​ວ່າ​ແມ່ນຫຍັງ.”</verse>
				<verse number="30">ກະສັດ​ກ່າວ​ວ່າ, “ອອກ​ໄປ​ຢືນ​ຢູ່​ຫັ້ນ.” ລາວ​ກໍ​ກ້າວ​ຍ່າງ​ອອກ​ໄປ​ຢືນ​ຢູ່​ບ່ອນ​ນັ້ນ.</verse>
				<verse number="31">ຕໍ່ມາ ຄົນ​ຮັບໃຊ້​ເອທີໂອເປຍ​ກໍ​ມາ​ຮອດ ແລະ​ເວົ້າ​ຕໍ່​ກະສັດ​ວ່າ, “ຂ້ານ້ອຍ​ມີ​ຂ່າວ​ດີ​ມາ​ບອກ​ພະຣາຊາ ວັນ​ນີ້​ພຣະເຈົ້າຢາເວ​ໃຫ້​ທ່ານ​ຮົບ​ຊະນະ​ທຸກຄົນ​ທີ່​ໄດ້​ກະບົດ​ຕໍ່ສູ້​ທ່ານ.”</verse>
				<verse number="32">ກະສັດ​ຖາມ​ວ່າ, “ຊາຍໜຸ່ມ​ອັບຊາໂລມ​ປອດໄພ​ບໍ?” ຄົນຮັບໃຊ້​ຄົນ​ນັ້ນ​ຕອບ​ວ່າ, “ຂ້ານ້ອຍ​ຢາກ​ໃຫ້​ເຫດການ​ທີ່​ໄດ້​ເກີດຂຶ້ນ​ກັບ​ອັບຊາໂລມ​ນີ້ ເກີດຂຶ້ນ​ກັບ​ສັດຕູ​ຂອງທ່ານ​ທຸກຄົນ​ແລະ​ກັບ​ທຸກຄົນ​ທີ່​ກະບົດ​ຕໍ່ສູ້​ທ່ານ.”</verse>
				<verse number="33">ເມື່ອ​ໄດ້ຍິນ​ດັ່ງນັ້ນ ກະສັດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມທຸກໃຈ. ເພິ່ນ​ລຸກ​ຂຶ້ນ​ຍ່າງ​ໄປ​ພ້ອມ​ທັງ​ຮ້ອງໄຫ້ ແລະ​ຈົ່ມ​ວ່າ, “ໂອ ອັບຊາໂລມ​ລູກຊາຍ​ຂອງ​ພໍ່​ເອີຍ ຖ້າ​ເປັນ​ໄປ​ໄດ້​ພໍ່​ເອງ​ຢາກ​ຈະ​ຕາຍ​ແທນ​ລູກ​ເສຍ ໂອ ອັບຊາໂລມ​ລູກຊາຍ​ຂອງ​ພໍ່​ເອີຍ! ລູກຊາຍ​ຂອງ​ພໍ່​ເອີຍ!”</verse>
			</chapter>
			<chapter number="19">
				<verse number="1">ມີ​ຄົນ​ມາ​ບອກ​ໂຢອາບ​ວ່າ, “ກະສັດ​ດາວິດ​ກຳລັງ​ຮ້ອງໄຫ້​ແລະ​ໄວ້ທຸກ​ນຳ​ອັບຊາໂລມ.”</verse>
				<verse number="2">ເມື່ອ​ທະຫານ​ໄດ້ຍິນ​ວ່າ​ກະສັດ​ໄວ້ທຸກ​ນຳ​ລູກຊາຍ​ຂອງຕົນ ຄວາມ​ຊົມຊື່ນ​ຍິນດີ​ແຫ່ງ​ໄຊຊະນະ​ຈຶ່ງ​ກາຍເປັນ​ຄວາມ​ໂສກເສົ້າ ສຳລັບ​ທະຫານ​ທັງໝົດ​ຂອງ​ກະສັດ​ດາວິດ​ໃນ​ມື້​ນັ້ນ.</verse>
				<verse number="3">ພວກເຂົາ​ໄດ້​ກັບຄືນ​ເມືອ​ເມືອງ​ຂອງຕົນ​ດ້ວຍ​ຄວາມ​ງຽບເຫງົາ ດັ່ງ​ທະຫານ​ທີ່​ໄດ້​ຮັບ​ຄວາມ​ອັບອາຍ ຍ້ອນ​ໄດ້​ປົບໜີ​ມາ​ຈາກ​ສະໜາມຮົບ.</verse>
				<verse number="4">ສ່ວນ​ກະສັດ​ດາວິດ​ກໍ​ເອົາ​ຜ້າປົກ​ໜ້າ​ຂອງຕົນ​ຮ້ອງໄຫ້​ສຽງດັງ​ພ້ອມ​ທັງ​ຈົ່ມ​ວ່າ, “ໂອ ອັບຊາໂລມ​ລູກຊາຍ​ຂອງ​ພໍ່! ໂອ ອັບຊາໂລມ​ລູກຊາຍ​ຂອງ​ພໍ່ ລູກຊາຍ​ຂອງ​ພໍ່​ເອີຍ!”</verse>
				<verse number="5">ໂຢອາບ​ໄດ້​ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ກະສັດ ແລະ​ເວົ້າ​ຕໍ່​ເພິ່ນ​ວ່າ, “ວັນນີ້ ທ່ານ​ເຮັດ​ໃຫ້​ທະຫານ​ຂອງທ່ານ​ໄດ້​ຮັບ​ຄວາມ​ລະອາຍ​ໃຈ. ພວກເຂົາ​ໄດ້​ຊ່ວຍ​ຊີວິດ​ຂອງທ່ານ, ຂອງ​ລູກຊາຍ​ລູກສາວ​ຂອງທ່ານ, ຂອງ​ເມຍໃຫຍ່​ແລະ​ພວກ​ເມຍນ້ອຍ​ຂອງທ່ານ.</verse>
				<verse number="6">ທ່ານ​ຄັດຄ້ານ​ຜູ້​ທີ່​ຮັກ​ທ່ານ ແລະ​ສະໜັບ​ສະໜູນ​ຜູ້​ທີ່​ກຽດຊັງ​ທ່ານ. ທ່ານ​ເຮັດ​ຢ່າງ​ນີ້​ກໍ​ເປັນ​ການ​ຈະແຈ້ງ​ແລ້ວ​ວ່າ ນາຍ​ທະຫານ​ແລະ​ພວກ​ທະຫານ​ຂອງທ່ານ​ບໍ່ມີ​ຄວາມ​ສຳຄັນ​ຫຍັງ​ໝົດ​ສຳລັບ​ທ່ານ. ຂ້ານ້ອຍ​ຮູ້​ວ່າ​ໃນວັນນີ້ ຖ້າ​ອັບຊາໂລມ​ຍັງ​ມີ​ຊີວິດ​ຢູ່​ແລະ​ພວກ​ຂ້ານ້ອຍ​ທຸກຄົນ​ຕາຍໄປ ທ່ານ​ກໍ​ຄົງ​ຈະ​ພໍໃຈ.</verse>
				<verse number="7">ບັດນີ້ ຂໍ​ທ່ານ​ຈຶ່ງ​ໄປ​ຢືນຢັນ​ຕໍ່​ທະຫານ​ຂອງທ່ານ​ສາ. ຖ້າ​ທ່ານ​ບໍ່​ໄປ ຂ້ານ້ອຍ​ຂໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ວ່າ, ໃນ​ມື້ອື່ນ​ຈະ​ບໍ່ມີ​ທະຫານ​ຈັກ​ຄົນ​ຢູ່​ນຳ​ທ່ານ. ມັນ​ຈະ​ເປັນ​ການ​ຫຼົ້ມຈົມ​ຢ່າງໃຫຍ່​ທີ່ສຸດ​ໃນ​ຊົ່ວຊີວິດ​ຂອງທ່ານ.”</verse>
				<verse number="8">ແລ້ວ​ກະສັດ​ກໍ​ລຸກ​ຂຶ້ນ​ໄປ​ນັ່ງ​ຢູ່​ໃກ້​ກັບ​ປະຕູ​ເມືອງ. ເມື່ອ​ທະຫານ​ຂອງ​ເພິ່ນ​ຮູ້​ວ່າ​ເພິ່ນ​ຢູ່​ທີ່​ນັ້ນ ພວກເຂົາ​ທຸກຄົນ​ຈຶ່ງ​ມາ​ເຕົ້າໂຮມ​ກັນ​ອ້ອມຮອບ​ເພິ່ນ​ອີກ. ໃນ​ລະຫວ່າງ​ນັ້ນ ຊາວ​ອິດສະຣາເອນ​ທຸກຄົນ​ຕ່າງ​ກໍໄດ້​ປົບໜີ​ເມືອ​ເຮືອນ​ຂອງ​ໃຜ​ລາວ.</verse>
				<verse number="9">ພວກເຂົາ​ຖົກຖຽງ​ກັນ​ທົ່ວ​ໄປ​ໃນ​ປະເທດ​ວ່າ, “ກະສັດ​ດາວິດ​ໄດ້​ຊ່ວຍກູ້​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ສັດຕູ ແລະ​ໃຫ້​ພົ້ນ​ຈາກ​ພວກ​ຟີລິດສະຕິນ, ແຕ່​ບັດນີ້ ເພິ່ນ​ໄດ້​ປະຖິ້ມ​ປະເທດ​ແລະ​ປົບໜີໄປ​ຈາກ​ອັບຊາໂລມ.</verse>
				<verse number="10">ພວກເຮົາ​ໄດ້​ຫົດສົງ​ອັບຊາໂລມ​ໃຫ້​ເປັນ​ກະສັດ ແຕ່​ອັບຊາໂລມ​ໄດ້​ຖືກ​ຂ້າ​ຢູ່​ໃນ​ສະໜາມຮົບ​ແລ້ວ. ດັ່ງນັ້ນ ເປັນຫຍັງ​ຈຶ່ງ​ບໍ່ມີ​ຜູ້ໃດ ໄປ​ເຊີນ​ເອົາ​ກະສັດ​ດາວິດ​ກັບຄືນ​ມາ​ປົກຄອງ.”</verse>
				<verse number="11">ຕໍ່ມາ ເລື່ອງ​ທີ່​ພວກ​ອິດສະຣາເອນ​ໄດ້​ເວົ້າ​ກັນ​ນັ້ນ​ກໍ​ເຖິງ​ຫູ​ກະສັດ​ດາວິດ ເພິ່ນ​ຈຶ່ງ​ສົ່ງ​ປະໂຣຫິດ​ຊາດົກ​ກັບ​ອາບີອາທາ​ໄປ​ຖາມ​ພວກຜູ້ນຳ​ຊາວ​ຢູດາ​ວ່າ, “ດ້ວຍເຫດໃດ​ພວກທ່ານ​ຈຶ່ງ​ເປັນ​ພວກ​ລ້າຫລັງ ມາ​ນຳ​ເອົາ​ກະສັດ​ກັບຄືນ​ເມືອ​ສູ່​ຣາຊວັງ?</verse>
				<verse number="12">ພວກທ່ານ​ເປັນ​ຍາດຕິພີ່ນ້ອງ​ຂອງເຮົາ ເປັນ​ເລືອດເນື້ອ​ເຊື້ອໄຂ​ດຽວກັນ​ກັບ​ເຮົາ; ເປັນຫຍັງ​ພວກທ່ານ​ຈຶ່ງ​ເປັນ​ພວກ​ລ້າຫລັງ ມາ​ນຳ​ເອົາ​ກະສັດ​ກັບຄືນ​ເມືອ?”</verse>
				<verse number="13">ກະສັດ​ດາວິດ​ຍັງ​ສົ່ງ​ຄົນ​ໄປ​ບອກ​ອາມາສາ​ຄືກັນ​ວ່າ, “ເຈົ້າ​ກໍ​ເປັນ​ຍາດຕິ​ພີ່ນ້ອງ​ຂອງເຮົາ. ນັບ​ຕັ້ງແຕ່​ນີ້​ໄປ ເຮົາ​ຈະ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ບັນຊາການ​ກອງທັບ​ແທນ​ໂຢອາບ. ຖ້າ​ເຮົາ​ບໍ່​ປະຕິບັດ​ຕາມ​ຄຳ​ເວົ້າ ຂໍ​ໃຫ້​ພຣະເຈົ້າ​ລົງໂທດ​ເຮົາ​ເຖິງ​ຕາຍ​ເຖີດ.”</verse>
				<verse number="14">ຄຳເວົ້າ​ຂອງ​ກະສັດ​ດາວິດ​ໄດ້​ຊະນະ​ຈິດໃຈ​ຊາວ​ຢູດາ​ທັງໝົດ; ສະນັ້ນ ພວກເຂົາ​ຈຶ່ງ​ມາ​ເຊີນ​ເອົາ​ເພິ່ນ​ກັບຄືນ​ເມືອ ພ້ອມ​ທັງ​ບັນດາ​ຂ້າຣາຊການ​ຂອງ​ເພິ່ນ​ດ້ວຍ.</verse>
				<verse number="15">ເວລາ​ກະສັດ​ດາວິດ​ກັບຄືນ​ເມືອ ທະຫານ​ຊາວ​ຢູດາ​ກໍ​ອອກ​ມາ​ພົບ​ເພິ່ນ ທີ່​ແມ່ນໍ້າ​ຈໍແດນ. ພວກເຂົາ​ມາ​ແຕ່​ເມືອງ​ກິນການ​ເພື່ອ​ແຫ່​ເພິ່ນ​ຂ້າມ​ແມ່ນໍ້າ.</verse>
				<verse number="16">ໃນ​ເວລາ​ດຽວກັນ​ນັ້ນ ຊີເມອີ​ຄົນ​ເບັນຢາມິນ ແລະ​ເປັນ​ລູກຊາຍ​ຂອງ​ເກຣາ ຊາວ​ເມືອງ​ບາຮູຣິມ​ຈຶ່ງ​ຟ້າວ​ເຂົ້າ​ພົບ​ກະສັດ​ດາວິດ​ທີ່​ແມ່ນໍ້າ​ຈໍແດນ.</verse>
				<verse number="17">ມີ​ພັນ​ຄົນ​ຈາກ​ຕະກຸນ​ເບັນຢາມິນ​ໄປ​ກັບ​ລາວ. ຊີບາ ຄົນ​ຮັບໃຊ້​ປະຈຳ​ຄອບຄົວ​ຂອງ​ກະສັດ​ໂຊນ​ພ້ອມ​ກັບ​ລູກຊາຍ​ສິບຫ້າ​ຄົນ ແລະ​ຄົນ​ຮັບໃຊ້​ອີກ​ຊາວ​ຄົນ ກໍໄດ້​ມາ​ຄື​ກັນ. ພວກ​ເຫຼົ່ານີ້​ມາ​ຮອດ​ແມ່ນໍ້າ​ຈໍແດນ​ກ່ອນ​ກະສັດ​ດາວິດ.</verse>
				<verse number="18">ພວກເຂົາ​ໄດ້​ຂ້າມ​ແມ່ນໍ້າ​ໄປ​ຝັ່ງ​ນັ້ນ​ກ່ອນ ເພື່ອ​ລໍຖ້າ​ຕ້ອນຮັບ​ຊ່ວຍ​ຄອບຄົວ​ທັງໝົດ​ຂອງ​ກະສັດ​ຂ້າມ​ແມ່ນໍ້າ ແລະ​ເຮັດ​ທຸກສິ່ງ​ຕາມ​ຄວາມປະສົງ​ຂອງ​ກະສັດ. ເມື່ອ​ກະສັດ​ກຳລັງ​ຕຽມ​ຈະ​ຂ້າມ​ແມ່ນໍ້າ​ໄປ​ນັ້ນ ຊີເມອີ​ລູກຊາຍ​ຂອງ​ເກຣາ​ກໍ​ມາ​ຂາບລົງ​ຕໍ່ໜ້າ​ເພິ່ນ</verse>
				<verse number="19">ແລະ​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ຂໍ​ລືມ​ຄວາມຜິດ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ໃນ​ມື້​ທີ່​ທ່ານ​ໄດ້​ອອກ​ມາ​ແຕ່​ນະຄອນ​ເຢຣູຊາເລັມ​ນັ້ນ​ເຖີດ ຢ່າ​ໄດ້​ຖື​ໂທດ​ຂ້ານ້ອຍ​ແລະ​ຢ່າ​ຄິດເຖິງ​ເລື່ອງ​ນັ້ນ​ອີກ​ເລີຍ.</verse>
				<verse number="20">ທ່ານ​ທີ່​ເຄົາຣົບ ຂ້ານ້ອຍ​ຮູ້​ດີ​ວ່າ​ຂ້ານ້ອຍ​ໄດ້​ເຮັດ​ບາບ; ດ້ວຍເຫດນີ້ ຂ້ານ້ອຍ​ຈຶ່ງ​ເປັນ​ຄົນ​ທຳອິດ​ຈາກ​ເຜົ່າ​ທາງ​ພາກເໜືອ​ທີ່​ມາ ແລະ​ເຂົ້າ​ພົບ​ທ່ານ​ໃນວັນນີ້.”</verse>
				<verse number="21">ອາບີໄຊ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ໄດ້​ເວົ້າ​ວ່າ, “ຊີເມອີ​ຄວນ​ຖືກ​ປະຫານ​ຊີວິດ ເພາະ​ລາວ​ໄດ້​ປ້ອຍດ່າ​ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຫົດສົງ.”</verse>
				<verse number="22">ແຕ່​ກະສັດ​ດາວິດ​ໄດ້​ເວົ້າ​ກັບ​ອາບີໄຊ ແລະ​ໂຢອາບ​ອ້າຍ​ຂອງ​ລາວ​ວ່າ, “ແມ່ນ​ຜູ້ໃດ​ຖາມ​ເອົາ​ຄວາມ​ຄິດ​ເຫັນ​ນຳ​ພວກເຈົ້າ? ພວກເຈົ້າ​ຈະ​ເຮັດ​ໃຫ້​ເຮົາ​ເດືອດຮ້ອນ​ອີກ​ບໍ? ດຽວ​ນີ້​ເຮົາ​ເອງ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ວັນ​ນີ້​ຈະ​ບໍ່ມີ​ຄົນ​ອິດສະຣາເອນ​ຜູ້ໃດ​ຖືກ​ປະຫານ​ຊີວິດ.”</verse>
				<verse number="23">ແລ້ວ​ກະສັດ​ດາວິດ​ກໍ​ກ່າວ​ແກ່​ຊີເມອີ​ວ່າ, “ເຮົາ​ຂໍ​ສັນຍາ​ວ່າ ເຈົ້າ​ຈະ​ບໍ່​ຖືກ​ປະຫານ​ຊີວິດ.”</verse>
				<verse number="24">ຕໍ່ມາ ເມຟີໂບເຊັດ​ຫລານຊາຍ​ຂອງ​ກະສັດ​ໂຊນ ກໍ​ລົງ​ມາ​ຈາກ​ນະຄອນ​ເຢຣູຊາເລັມ​ເພື່ອ​ຕ້ອນຮັບ​ກະສັດ. ນັບ​ຕັ້ງແຕ່​ກະສັດ​ໜີ​ອອກ​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ເມຟີໂບເຊັດ​ບໍ່ໄດ້​ລ້າງ​ຕີນ, ບໍ່ໄດ້​ແຖ​ໜວດ, ບໍ່ໄດ້​ຊັກເຄື່ອງ, ຈົນເຖິງ​ມື້​ທີ່​ກະສັດ​ກັບຄືນ​ມາ​ຢ່າງ​ມີໄຊ.</verse>
				<verse number="25">ເມື່ອ​ເມຟີໂບເຊັດ​ມາ​ຈາກ ນະຄອນ​ເຢຣູຊາເລັມ​ເພື່ອ​ພົບ​ກັບ​ກະສັດ ກະສັດ​ຈຶ່ງ​ຖາມ​ລາວ​ວ່າ, “ເມຟີໂບເຊັດ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ໄປ​ກັບ​ເຮົາ?”</verse>
				<verse number="26">ລາວ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ດັ່ງ​ທີ່​ທ່ານ​ຮູ້​ແລ້ວ​ວ່າ ຂ້ານ້ອຍ​ເປັນ​ຄົນ​ຂາ​ພິການ; ຂ້ານ້ອຍ​ໄດ້​ບອກ​ຄົນ​ຮັບໃຊ້​ໃຫ້​ໃສ່​ອານ​ລໍ ເພື່ອ​ຂ້ານ້ອຍ​ຈະ​ຂີ່​ໄປ​ກັບ​ທ່ານ, ແຕ່​ລາວ​ທໍລະຍົດ​ຕໍ່​ຂ້ານ້ອຍ.</verse>
				<verse number="27">ລາວ​ຕົວະ​ທ່ານ​ກ່ຽວກັບ​ເລື່ອງ​ຂ້ານ້ອຍ, ແຕ່​ທ່ານ​ເປັນ​ດັ່ງ​ເທວະດາ​ຂອງ​ພຣະເຈົ້າ; ສະນັ້ນ ຈົ່ງ​ເຮັດ​ຕາມ​ທີ່​ທ່ານ​ເຫັນ​ວ່າ​ຖືກຕ້ອງ​ເທີ້ນ.</verse>
				<verse number="28">ທຸກຄົນ​ໃນ​ຄອບຄົວ​ຂອງ​ພໍ່​ຂ້ານ້ອຍ​ສົມຄວນ​ທີ່​ຈະ​ຖືກ​ທ່ານ​ຂ້າ​ຖິ້ມ​ໝົດ ແຕ່​ທ່ານ​ພັດ​ອະນຸຍາດ​ໃຫ້​ຂ້ານ້ອຍ​ໄດ້​ຮັບປະທານ​ອາຫານ​ຮ່ວມ​ໂຕະ​ກັບ​ທ່ານ ຂ້ານ້ອຍ​ບໍ່​ມີ​ສິດ ທີ່​ຈະ​ຂໍ​ຄວາມ​ເມດຕາ​ໃດໆ​ຈາກ​ທ່ານ​ຕື່ມ​ອີກ​ແລ້ວ.”</verse>
				<verse number="29">ກະສັດ​ຕອບ​ລາວ​ວ່າ, “ເຈົ້າ​ບໍ່​ຕ້ອງ​ເວົ້າ​ຫຍັງ​ອີກ​ຕໍ່ໄປ. ເຮົາ​ໄດ້​ຕັດສິນໃຈ​ໃຫ້​ເຈົ້າ​ກັບ​ຊີບາ​ແບ່ງ​ມໍຣະດົກ​ຂອງ​ກະສັດ​ໂຊນ​ປັນກັນ.”</verse>
				<verse number="30">ເມຟີໂບເຊັດ​ຕອບ​ວ່າ, “ໃຫ້​ມໍຣະດົກ​ຕົກ​ເປັນ​ຂອງ​ຊີບາ​ໝົດ​ເສຍ ການ​ທີ່​ທ່ານ​ກັບຄືນ​ມາ​ຢ່າງ​ປອດໄພ​ກໍ​ພຽງພໍ​ແລ້ວ​ສຳລັບ​ຂ້ານ້ອຍ.”</verse>
				<verse number="31">ບາກຊິນໄລ ໄທ​ກີເລອາດ​ກໍໄດ້​ລົງ​ມາ​ຈາກ​ໂຣເກລິມ ເພື່ອ​ນຳ​ສົ່ງ​ກະສັດ​ຂ້າມ​ແມ່ນໍ້າ​ຈໍແດນ​ຄື​ກັນ.</verse>
				<verse number="32">ບາກຊິນໄລ​ເຖົ້າແກ່​ຫລາຍ​ແລະ​ອາຍຸ​ໄດ້​ແປດສິບ​ປີ. ລາວ​ເປັນ​ຄົນ​ຮັ່ງມີ​ຫລາຍ. ເມື່ອ​ກະສັດ​ຍັງ​ພັກ​ຢູ່​ທີ່​ມະຫານາອິມ​ນັ້ນ ລາວ​ເປັນ​ຜູ້​ຈັດຫາ​ສະບຽງ​ອາຫານ​ໃຫ້​ເພິ່ນ.</verse>
				<verse number="33">ກະສັດ​ບອກ​ລາວ​ວ່າ, “ໃຫ້​ເຈົ້າ​ມາ​ຢູ່​ນະຄອນ​ເຢຣູຊາເລັມ​ກັບ​ເຮົາ ແລະ​ເຮົາ​ຈະ​ລ້ຽງດູ​ເຈົ້າ.”</verse>
				<verse number="34">ແຕ່​ບາກຊິນໄລ​ຕອບ​ກະສັດ​ວ່າ, “ຂ້ານ້ອຍ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ​ອີກ​ບໍ່​ນານ ຂ້ານ້ອຍ​ຈະ​ໄປ​ຢູ່​ນະຄອນ​ເຢຣູຊາເລັມ​ກັບ​ທ່ານ​ໄດ້​ຢ່າງ​ໃດ?</verse>
				<verse number="35">ຂ້ານ້ອຍ​ອາຍຸ​ໄດ້​ແປດສິບ​ປີ​ແລ້ວ; ຄົງ​ບໍ່ມີ​ສິ່ງໃດ​ທີ່​ຈະ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ຄວາມສຸກ​ໄດ້​ດອກ. ເວລາ​ທີ່​ຂ້ານ້ອຍ​ກິນ​ຫລື​ດື່ມ ມັນ​ກໍ​ບໍ່ມີ​ຣົດຊາດ ແລະ​ຂ້ານ້ອຍ​ຟັງ​ສຽງ​ຄົນ​ຮ້ອງເພງ​ກໍ​ບໍ່ໄດ້ຍິນ. ທ່ານ​ຈະ​ລຳບາກ​ຍ້ອນ​ຂ້ານ້ອຍ​ລ້າໆ.</verse>
				<verse number="36">ຂ້ານ້ອຍ​ບໍ່​ສົມຄວນ​ຮັບ​ບຳເໜັດ​ອັນ​ຍິ່ງໃຫຍ່​ນີ້​ດອກ. ສະນັ້ນ ຂ້ານ້ອຍ​ຈຶ່ງ​ຈະ​ໄປ​ກັບ​ທ່ານ​ຮອດ​ແຕ່​ຟາກ​ພຸ້ນ​ເທົ່ານັ້ນ.</verse>
				<verse number="37">ຂໍ​ໃຫ້​ຂ້ານ້ອຍ​ກັບຄືນ​ເມືອ​ບ້ານ ແລະ​ຕາຍ​ໃກ້​ກັບ​ອຸບມຸງ​ຂອງ​ພໍ່​ແມ່​ຂ້ານ້ອຍ​ພຸ້ນ​ເຖີດ. ຜູ້​ນີ້​ແມ່ນ​ກິມຮາມ​ລູກຊາຍ​ຂອງ​ຂ້ານ້ອຍ. ລາວ​ຈະ​ເປັນ​ຜູ້ຮັບໃຊ້​ທ່ານ; ຈົ່ງ​ຮັບ​ເອົາ​ລາວ​ໄປ​ນຳ​ເຖີດ ແລະ​ທ່ານ​ຈະ​ເຮັດ​ຢ່າງໃດ​ກັບ​ລາວ ກໍ​ສຸດ​ແລ້ວ​ແຕ່​ທ່ານ​ຈະ​ເຫັນ​ສົມຄວນ.”</verse>
				<verse number="38">ກະສັດ​ຕອບ​ວ່າ, “ເຮົາ​ຈະ​ເອົາ​ລາວ​ໄປ​ນຳ ແລະ​ທັງ​ຈະ​ເບິ່ງແຍງ​ລາວ​ຕາມ​ທີ່​ເຈົ້າ​ຕ້ອງການ. ເຮົາ​ຈະ​ປະຕິບັດ​ທຸກສິ່ງ​ຕາມ​ທີ່​ເຈົ້າ​ຂໍຮ້ອງ.”</verse>
				<verse number="39">ແລ້ວ​ກະສັດ​ດາວິດ​ພ້ອມ​ກັບ​ພັກພວກ​ຂອງ​ເພິ່ນ​ທຸກຄົນ ກໍ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ. ເພິ່ນ​ຈູບລາ​ທັງ​ອວຍພອນ​ບາກຊິນໄລ ແລ້ວ​ບາກຊິນໄລ​ກໍ​ກັບຄືນ​ເມືອ​ສູ່​ບ້ານເມືອງ​ຂອງຕົນ.</verse>
				<verse number="40">ເມື່ອ​ກະສັດ​ໄດ້​ຂ້າມ​ແມ່ນໍ້າ​ນັ້ນ ຕິດຕາມ​ໂດຍ​ຊາວ​ຢູດາ​ທັງໝົດ​ແລະ​ຊາວ​ອິດສະຣາເອນ​ເຄິ່ງ​ໜຶ່ງ ເພິ່ນ​ໄປ​ທີ່​ເມືອງ​ກິນການ ແລະ​ກິມຮາມ​ກໍ​ໄປ​ນຳ​ເພິ່ນ​ດ້ວຍ.</verse>
				<verse number="41">ຕໍ່ມາ ຊາວ​ອິດສະຣາເອນ​ທັງໝົດ​ຈຶ່ງ​ໄປ​ຫາ​ກະສັດ ແລະ​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ເປັນຫຍັງ​ພີ່ນ້ອງ​ຊາວ​ຢູດາ​ຈຶ່ງ​ມີ​ສິດ​ນຳ​ເອົາ​ທ່ານ, ຄອບຄົວ​ຂອງທ່ານ ແລະ​ທະຫານ​ຂອງທ່ານ​ຂ້າມ​ແມ່ນໍ້າ​ຈໍແດນ?”</verse>
				<verse number="42">ຊາວ​ຢູດາ​ທັງໝົດ​ໄດ້ຕອບ​ຊາວ​ອິດສະຣາເອນ​ວ່າ, “ພວກຂ້ອຍ​ເຮັດ​ຢ່າງ​ນີ້ ກໍ​ເພາະ​ກະສັດ​ເປັນ​ຍາດພີ່ນ້ອງ​ທີ່​ສະໜິດ​ໃນ​ພວກຂ້ອຍ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ພໍໃຈ​ກ່ຽວກັບ​ເລື່ອງ​ນີ້? ເພິ່ນ​ບໍ່ໄດ້​ຈ່າຍ​ຄ່າ​ອາຫານ​ການກິນ​ແລະ​ເອົາ​ສິ່ງໜຶ່ງ​ສິ່ງໃດ​ໃຫ້​ພວກຂ້ອຍ​ເລີຍ.”</verse>
				<verse number="43">ຊາວ​ອິດສະຣາເອນ​ໄດ້ຕອບ​ປະຊາຊົນ​ຊາວ​ຢູດາ​ວ່າ, “ເຖິງ​ແມ່ນ​ກະສັດ​ດາວິດ​ເປັນ​ຍາດພີ່ນ້ອງ​ທີ່​ສະໜິດ​ໃນ​ພວກເຈົ້າ​ກໍຕາມ, ແຕ່​ພວກຂ້ອຍ​ກໍ​ມີ​ສ່ວນ​ໃນ​ເພິ່ນ​ຫລາຍກວ່າ​ພວກເຈົ້າ​ເຖິງ​ສິບ​ເທົ່າ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ດູຖູກ​ພວກຂ້ອຍ? ຢ່າ​ລືມ​ວ່າ​ແມ່ນ​ພວກຂ້ອຍ​ທີ່​ເປັນ​ພວກ​ທຳອິດ​ອອກ​ປາກ​ເຊີນ​ເອົາ​ກະສັດ​ກັບຄືນ​ມາ.” ແຕ່​ຄຳເວົ້າ​ຂອງ​ຊາວ​ຢູດາ​ມີ​ນໍ້າໜັກ​ແຮງກວ່າ​ຄຳເວົ້າ​ຂອງ​ຊາວ​ອິດສະຣາເອນ.</verse>
			</chapter>
			<chapter number="20">
				<verse number="1">ຢູ່​ໃນ​ເມືອງ​ກິນການ​ຍັງ​ມີ​ຊາຍ​ບໍ່​ດີ​ຄົນ​ໜຶ່ງ​ຊື່​ວ່າ ເຊບາ; ລາວ​ເປັນ​ລູກຊາຍ​ຂອງ​ບີກຣີ ຄົນ​ໃນ​ເຜົ່າ​ເບັນຢາມິນ. ລາວ​ເປົ່າແກ​ແລະ​ຮ້ອງ​ວ່າ, “ພວກເຮົາ​ບໍ່​ມີສ່ວນ​ໃນ​ດາວິດ ບໍ່​ມີ​ສ່ວນ​ໃນ​ມໍຣະດົກ​ຂອງ​ລູກຊາຍ​ຂອງ​ເຢຊີ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ພາກັນ​ກັບເມືອ​ບ້ານ​ເຖີດ.”</verse>
				<verse number="2">ແລ້ວ​ຊາວ​ອິດສະຣາເອນ​ກໍ​ປະ​ກະສັດ​ດາວິດ​ແລະ​ໄປ​ກັບ​ເຊບາ. ແຕ່​ຊາວ​ຢູດາ​ຍັງ​ຈົງຮັກ​ພັກດີ​ຕໍ່​ກະສັດ​ດາວິດ ແລະ​ຕິດຕາມ​ເພິ່ນ​ໄປ, ເລີ່ມ​ແຕ່​ແມ່ນໍ້າ​ຈໍແດນ​ຈົນເຖິງ​ນະຄອນ​ເຢຣູຊາເລັມ.</verse>
				<verse number="3">ເມື່ອ​ກະສັດ​ດາວິດ​ມາ​ເຖິງ​ວັງ​ທີ່​ນະຄອນ​ເຢຣູຊາເລັມ​ແລ້ວ ເພິ່ນ​ກໍ​ເອົາ​ເມຍນ້ອຍ​ສິບ​ຄົນ​ທີ່​ເພິ່ນ​ປະ​ໄວ້​ໃຫ້​ເຝົ້າ​ວັງ​ໄປ​ຂັງ​ໄວ້. ເພິ່ນ​ລ້ຽງດູ​ພວກເຂົາ​ຕາມ​ຄວາມ​ຕ້ອງການ, ແຕ່​ບໍ່ໄດ້​ສົມສູ່​ກັບ​ພວກເຂົາ​ອີກ​ເລີຍ. ພວກ​ເຫຼົ່ານີ້​ຖືກ​ຂັງ​ໄວ້​ຢ່າງ​ນີ້ ແລະ​ຢູ່​ເປັນ​ຍິງໝ້າຍ​ຕະຫລອດ​ຊີວິດ.</verse>
				<verse number="4">ກະສັດ​ບອກ​ກັບ​ອາມາສາ​ວ່າ, “ໃຫ້​ເອີ້ນ​ພວກ​ຜູ້ຊາຍ​ຊາວ​ຢູດາ​ລວມທັງ​ຕົວ​ເຈົ້າ​ມາ​ເຕົ້າໂຮມ​ກັນ ແລະ​ໃຫ້​ກັບ​ມາ​ທີ່​ນີ້​ພາຍ​ໃນ​ສາມ​ວັນ.”</verse>
				<verse number="5">ອາມາສາ​ຈຶ່ງ​ໄປ​ເອີ້ນ​ເອົາ​ພວກເຂົາ, ແຕ່​ລາວ​ບໍ່ໄດ້​ກັບ​ມາ​ຕາມ​ເວລາ​ທີ່​ກະສັດ​ໄດ້​ບອກ​ໄວ້.</verse>
				<verse number="6">ກະສັດ​ຈຶ່ງ​ບອກ​ອາບີໄຊ​ວ່າ, “ເຊບາ​ລູກຊາຍ​ຂອງ​ບີກຣີ​ຈະ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ພວກເຮົາ ຫລາຍກວ່າ​ອັບຊາໂລມ​ອີກ; ດັ່ງນັ້ນ ຈົ່ງ​ນຳ​ເອົາ​ທະຫານ​ອອກ​ຕາມ​ຫາ​ຈັບ​ລາວ. ຖ້າບໍ່​ດັ່ງນັ້ນ ລາວ​ອາດ​ຢຶດເອົາ​ບາງເມືອງ​ທີ່​ມີ​ປ້ອມ​ປ້ອງກັນ ແລະ​ປົບໜີ​ຈາກ​ພວກເຮົາ.”</verse>
				<verse number="7">ສະນັ້ນ ພວກ​ທະຫານ​ຂອງ​ໂຢອາບ, ຊາວ​ເກເຣັດ​ແລະ​ຊາວ​ເປເລັດ ແລະ​ທະຫານ​ອື່ນໆ​ທີ່​ຄ້າງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈຶ່ງ​ໄປ​ກັບ​ອາບີໄຊ​ເພື່ອ​ຕາມ​ຫາ​ຈັບ​ເຊບາ​ລູກຊາຍ​ຂອງ​ບີກຣີ.</verse>
				<verse number="8">ເມື່ອ​ພວກເຂົາ​ມາ​ຮອດ​ໂງ່ນຫີນ​ໃຫຍ່​ທີ່​ກີເບໂອນ​ນັ້ນ, ອາມາສາ​ໄດ້​ມາ​ພົບ​ພວກເຂົາ. ໂຢອາບ​ນຸ່ງ​ເຄື່ອງ​ອອກ​ສູ້ຮົບ​ໂດຍ​ມີ​ດາບ​ຢູ່​ໃນ​ຝັກ​ຄັດ​ແອວ​ໄວ້. ໃນ​ຂະນະທີ່​ໂຢອາບ​ຍ່າງ​ກ້າວ​ເຂົ້າ​ມາ​ນັ້ນ ດາບ​ຂອງ​ລາວ​ຫລຸດ​ລົງ.</verse>
				<verse number="9">ໂຢອາບ​ເວົ້າ​ກັບ​ອາມາສາ​ວ່າ, “ສະຫາຍ​ເອີຍ ສະບາຍດີ​ບໍ່?” ລາວ​ເອົາ​ມື​ເບື້ອງຂວາ​ຈັບ​ໜວດ​ຂອງ​ອາມາສາ ເໝືອນ​ກັບ​ວ່າ​ຈະ​ຈູບ​ລາວ</verse>
				<verse number="10">ແຕ່​ອາມາສາ​ບໍ່ໄດ້​ສັງເກດ​ເຫັນ​ດາບ​ຢູ່​ໃນ​ມື​ອີກ​ເບື້ອງ​ໜຶ່ງ​ຂອງ​ໂຢອາບ. ໂຢອາບ​ໃຊ້​ດາບ​ແທງ​ທີ່​ທ້ອງ​ຂອງ​ອາມາສາ​ຈົນ​ໃສ້​ໂລ່​ລົງ​ດິນ. ລາວ​ສິ້ນ​ໃຈ​ຕາຍ​ກັບ​ທີ່​ໂດຍ​ບໍ່​ຕ້ອງ​ແທງ​ຊໍ້າ​ອີກ. ແລ້ວ​ໂຢອາບ​ກັບ​ອາບີໄຊ​ກໍ​ອອກ​ເດີນທາງ​ຕາມ​ຫາ​ເຊບາ​ລູກຊາຍ​ຂອງ​ບີກຣີ​ຕໍ່ໄປ.</verse>
				<verse number="11">ທະຫານ​ຄົນ​ໜຶ່ງ​ຂອງ​ໂຢອາບ​ໄດ້​ຢືນ​ຢູ່​ຂ້າງ​ຊາກສົບ​ຂອງ​ອາມາສາ ແລະ​ຮ້ອງ​ຂຶ້ນ​ວ່າ, “ທຸກໆ​ຄົນ​ທີ່​ຢູ່​ຝ່າຍ​ໂຢອາບ​ແລະ​ກະສັດ​ດາວິດ ໃຫ້​ຕິດຕາມ​ໂຢອາບ​ໄປ.”</verse>
				<verse number="12">ຊາກສົບ​ຂອງ​ອາມາສາ​ອາບ​ເລືອດ​ນອນ​ຢູ່​ກາງ​ຫົນທາງ. ທະຫານ​ຂອງ​ໂຢອາບ​ເຫັນ​ວ່າ​ຜູ້ໃດ​ກໍ​ຢຸດ​ເບິ່ງ; ສະນັ້ນ ລາວ​ຈຶ່ງ​ແກ່​ສົບ​ນັ້ນ​ອອກ​ຈາກ​ທາງ ແລະ​ເອົາ​ໄປ​ປະ​ໄວ້​ຢູ່​ໃນ​ທົ່ງນາ​ແລະ​ເອົາ​ຜ້າ​ຫົ່ມ​ປົກ​ສົບ​ໄວ້.</verse>
				<verse number="13">ເມື່ອ​ສົບ​ຖືກ​ຍ້າຍ​ອອກ​ຈາກ​ທາງ​ແລ້ວ ທຸກຄົນ​ຈຶ່ງ​ຕິດຕາມ​ໂຢອາບ​ໄປ​ເພື່ອ​ຊອກ​ຫາ​ຈັບ​ເຊບາ​ລູກຊາຍ​ຂອງ​ບີກຣີ.</verse>
				<verse number="14">ສ່ວນ​ເຊບາ​ນັ້ນ​ໄດ້​ຜ່ານ​ເຂດແດນ​ຂອງ​ເຜົ່າ​ຕ່າງໆ​ໃນ​ຊາດ​ອິດສະຣາເອນ​ໄປ. ລາວ​ໄດ້​ມາ​ຮອດ​ເມືອງ​ອາເບັນ​ເບັດ​ມາອາກາ ແລະ​ທຸກຄົນ​ໃນ​ຕະກຸນ​ບີກຣີ ໄດ້​ມາ​ເຕົ້າໂຮມ​ກັນ​ແລະ​ຕິດຕາມ​ລາວ​ເຂົ້າ​ໄປ​ໃນເມືອງ.</verse>
				<verse number="15">ທະຫານ​ຂອງ​ໂຢອາບ​ຮູ້​ວ່າ ເຊບາ​ຢູ່​ໃນ​ເມືອງ​ນັ້ນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ລ້ອມ​ເມືອງ​ໄວ້. ພວກເຂົາ​ຄູນ​ດິນ​ຂຶ້ນ​ຕາມ​ກຳແພງ​ທາງ​ຂ້າງ​ນອກ ແລະ​ທັງ​ຂຸດ​ລົງ​ໃຕ້​ພື້ນ​ກຳແພງ​ເພື່ອ​ຈະ​ໃຫ້​ກຳແພງ​ເຈື່ອນ.</verse>
				<verse number="16">ຢູ່​ໃນ​ເມືອງ​ນີ້ ຍັງ​ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ຜູ້​ສະຫລາດ​ຫລາຍ ນາງ​ຮ້ອງ​ອອກ​ມາ​ຈາກ​ກຳແພງ​ເມືອງ​ນັ້ນ​ວ່າ, “ຟັງ​ກ່ອນ ຟັງ​ກ່ອນ ໄປ​ບອກ​ໂຢອາບ​ມາ​ພີ້​ເພາະ​ຂ້ອຍ​ຢາກ​ເວົ້າ​ກັບ​ລາວ.”</verse>
				<verse number="17">ໂຢອາບ​ຈຶ່ງ​ໄປ​ຫາ​ຍິງ​ຄົນ​ນັ້ນ ແລະ​ນາງ​ກໍ​ຖາມ​ໂຢອາບ​ວ່າ, “ທ່ານ​ແມ່ນ​ໂຢອາບ​ແມ່ນ​ບໍ່?” ລາວ​ຕອບ​ວ່າ, “ແມ່ນແລ້ວ ຂ້ອຍ​ນີ້​ແຫຼະ​ແມ່ນ​ໂຢອາບ.” ນາງ​ເວົ້າ​ວ່າ, “ທ່ານເອີຍ ກະລຸນາ​ຟັງ​ຂ້ານ້ອຍ.” ໂຢອາບ​ຕອບ​ວ່າ, “ຂ້ອຍ​ກຳລັງ​ຟັງ​ເຈົ້າ​ຢູ່.”</verse>
				<verse number="18">ນາງ​ເວົ້າ​ວ່າ, “ດົນນານ​ມາ​ແລ້ວ ຄົນ​ເຄີຍ​ກ່າວ​ກັນ​ວ່າ ຈົ່ງ​ໄປ​ເອົາ​ຄຳຕອບ​ໃນ​ເມືອງ​ອາເບັນ ແລະ​ພວກເຂົາ​ໄດ້​ປະຕິບັດ​ຢ່າງ​ນັ້ນ.</verse>
				<verse number="19">ເມືອງ​ຂອງ​ພວກ​ຂ້ານ້ອຍ​ເປັນ​ເມືອງ​ໃຫຍ່, ເປັນ​ເມືອງ​ທີ່​ສະຫງົບສຸກ ແລະ​ເປັນ​ເມືອງ​ທີ່​ທ່ຽງທຳ​ໃນ​ຊາດ​ອິດສະຣາເອນ. ເຫດໃດ​ທ່ານ​ຈຶ່ງ​ທຳລາຍ​ມັນ? ທ່ານ​ຢາກ​ທຳລາຍ ຫລື​ມ້າງເພ​ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າຢາເວ​ຊັ້ນບໍ?”</verse>
				<verse number="20">ໂຢອາບ​ຕອບ​ວ່າ, “ບໍ່ ຂ້ອຍ​ຈະ​ບໍ່​ທຳລາຍ​ຫລື​ມ້າງເພ​ເມືອງ​ຂອງ​ເຈົ້າ</verse>
				<verse number="21">ບໍ່ແມ່ນ​ແຜນການ​ຂອງ​ພວກເຮົາ. ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ເຊບາ ລູກຊາຍ​ຂອງ​ບີກຣີ ຄົນ​ມາ​ຈາກ​ແຖບ​ເນີນພູ​ເອຟຣາອິມ ໄດ້​ເລີ່ມ​ກະບົດ​ຕໍ່ສູ້​ກະສັດ​ດາວິດ. ຈົ່ງ​ມອບ​ຊາຍ​ຄົນ​ນີ້​ໃຫ້​ແກ່​ພວກເຮົາ​ສາ ແລະ​ພວກເຮົາ​ກໍ​ຈະ​ໄປ​ຈາກ​ເມືອງ.” ນາງ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ຈະ​ໂຍນ​ຫົວ​ຂອງ​ລາວ​ຂ້າມ​ກຳແພງ​ໄປ​ໃຫ້​ທ່ານ.”</verse>
				<verse number="22">ແລ້ວ​ນາງ​ກໍ​ນຳ​ແຜນການ​ຂອງຕົນ​ໄປ​ບອກ​ຄົນ​ທັງຫລາຍ​ໃນ​ເມືອງ ແລະ​ພວກເຂົາ​ໄດ້​ຕັດ​ເອົາ​ຫົວ​ຂອງ​ເຊບາ​ໂຍນ​ຂ້າມ​ກຳແພງ​ໄປ​ໃຫ້​ໂຢອາບ. ແລ້ວ​ໂຢອາບ​ກໍໄດ້​ເປົ່າແກ​ເຕືອນ​ທະຫານ​ໃຫ້​ໜີໄປ​ຈາກ​ເມືອງ ແລະ​ກັບຄືນ​ສູ່​ບ້ານ​ເມືອງ​ຂອງຕົນ. ສ່ວນ​ໂຢອາບ​ນັ້ນ​ກໍ​ກັບຄືນ​ໄປ​ຫາ​ກະສັດ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="23">ໂຢອາບ​ເປັນ​ຜູ້​ບັນຊາການ​ກອງທັບ​ຂອງ​ຊາດ​ອິດສະຣາເອນ. ເບນາອີຢາ ລູກຊາຍ​ຂອງ​ເຢໂຮຍອາດາ​ເປັນ​ຜູ້​ບັນຊາການ​ທະຫານ​ຊາວ​ເກເຣັດ​ແລະ​ຊາວ​ເປເລັດ.</verse>
				<verse number="24">ອາໂດນີຣາມ​ເປັນ​ຜູ້ດູແລ​ກ່ຽວກັບ​ແຮງງານ. ເຢໂຮຊາຟັດ​ລູກຊາຍ​ຂອງ​ອາຮີລຸດ ເປັນ​ຜູ້​ບັນທຶກ.</verse>
				<verse number="25">ເຊວາ​ເປັນ​ເລຂາທິການ​ຂອງ​ສານ. ຊາດົກ​ແລະ​ອາບີອາທາ​ເປັນ​ປະໂຣຫິດ.</verse>
				<verse number="26">ອີຣາ ຊາວ​ເມືອງ​ຢາອີ​ເປັນ​ປະໂຣຫິດ​ຄົນ​ໜຶ່ງ​ຂອງ​ກະສັດ​ດາວິດ​ເໝືອນກັນ.</verse>
			</chapter>
			<chapter number="21">
				<verse number="1">ໃນ​ຣາຊການ​ຂອງ​ກະສັດ​ດາວິດ​ນັ້ນ ການ​ອຶດຢາກ​ຢ່າງໜັກ​ໄດ້​ເກີດຂຶ້ນ​ເປັນ​ເວລາ​ສາມ​ປີ​ເຕັມ. ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ກ່ຽວກັບ​ເລື່ອງ​ນີ້ ແລະ​ພຣະເຈົ້າຢາເວ​ໄດ້​ຕອບ​ເພິ່ນ​ວ່າ, “ໂຊນ​ແລະ​ຄອບຄົວ​ຂອງ​ລາວ​ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ, ລາວ​ໄດ້​ຂ້າ​ປະຊາຊົນ​ກີເບໂອນ.” (</verse>
				<verse number="2">ຊາວ​ກີເບໂອນ​ບໍ່ແມ່ນ​ປະຊາຊົນ​ອິດສະຣາເອນ; ພວກເຂົາ​ເປັນ​ຊາວ​ອາໂມ​ກຸ່ມ​ໜຶ່ງ​ນ້ອຍໆ ທີ່​ຊາວ​ອິດສະຣາເອນ​ສັນຍາ​ວ່າ​ຈະ​ປ້ອງກັນ​ພວກເຂົາ, ແຕ່​ກະສັດ​ໂຊນ​ພະຍາຍາມ​ທຳລາຍ​ພວກເຂົາ ເພາະ​ຄວາມ​ຮ້ອນໃຈ​ທີ່​ເຫັນ​ແກ່​ຊາວ​ອິດສະຣາເອນ​ແລະ​ຊາວ​ຢູດາ.)</verse>
				<verse number="3">ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ເອີ້ນ​ຊາວ​ກີເບໂອນ​ມາ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ເຮົາ​ຢາກ​ແກ້​ຄວາມຜິດ​ທີ່​ໄດ້​ເຮັດ​ຕໍ່​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ອວຍພອນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ. ເຮົາ​ຄວນ​ຈະ​ເຮັດ​ຫຍັງ​ແດ່​ສຳລັບ​ພວກເຈົ້າ?”</verse>
				<verse number="4">ພວກເຂົາ​ຕອບ​ວ່າ, “ການ​ຜິດຖຽງກັນ​ທີ່​ໄດ້​ເກີດຂຶ້ນ​ລະຫວ່າງ​ພວກ​ຂ້ານ້ອຍ​ກັບ​ກະສັດ​ໂຊນ​ແລະ​ຄອບຄົວ​ຂອງ​ເພິ່ນ​ນັ້ນ ບໍ່​ອາດ​ຕົກລົງ​ກັນ​ໄດ້​ດ້ວຍ​ເງິນ ຫລື​ຄຳ ຫລື​ດ້ວຍ​ການ​ຂ້າ​ຊາວ​ອິດສະຣາເອນ​ຄົນໃດ​ຄົນໜຶ່ງ.” ກະສັດ​ດາວິດ​ຖາມ​ວ່າ, “ຖ້າດັ່ງນັ້ນ ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ສຳລັບ​ພວກເຈົ້າ?”</verse>
				<verse number="5">ພວກເຂົາ​ຕອບ​ວ່າ, “ກະສັດ​ໂຊນ​ຢາກ​ທຳລາຍ​ພວກ​ຂ້ານ້ອຍ ແລະ​ບໍ່​ຢາກ​ໃຫ້​ຄົນໃດ​ຄົນໜຶ່ງ​ໃນ​ພວກ​ຂ້ານ້ອຍ​ມີ​ຊີວິດ​ຢູ່​ໃນ​ຊາດ​ອິດສະຣາເອນ​ນີ້.</verse>
				<verse number="6">ສະນັ້ນ ຈົ່ງ​ມອບ​ຊາຍ​ເຈັດ​ຄົນ​ຈາກ​ເຊື້ອສາຍ​ຂອງ​ເພິ່ນ ແລະ​ພວກ​ຂ້ານ້ອຍ​ຈະ​ແຂວນ​ຄໍ​ພວກເຂົາ​ຊ້ອງໜ້າ​ພຣະເຈົ້າຢາເວ​ຢູ່​ໃນ​ເມືອງ​ກີເບອາ ບ້ານເກີດ​ເມືອງນອນ​ຂອງ​ໂຊນ ກະສັດ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກເອົາ​ນັ້ນ.” ກະສັດ​ຕອບ​ວ່າ, “ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ພວກເຈົ້າ.”</verse>
				<verse number="7">ແຕ່​ກະສັດ​ໄດ້​ໄວ້​ຊີວິດ​ເມຟີໂບເຊັດ ລູກຊາຍ​ຂອງ​ໂຢນາທານ​ແລະ​ຫລານຊາຍ​ຂອງ​ໂຊນ ກໍ​ຍ້ອນ​ຄຳສາບານ​ແຫ່ງ​ພຣະເຈົ້າຢາເວ​ລະຫວ່າງ​ດາວິດ​ກັບ​ໂຢນາທານ​ລູກຊາຍ​ຂອງໂຊນ.</verse>
				<verse number="8">ເຖິງຢ່າງໃດ​ກໍຕາມ ກະສັດ​ດາວິດ​ໄດ້​ມອບ​ຄົນ​ດັ່ງ​ຕໍ່ໄປນີ້​ໃຫ້: ອາກໂມນີ​ແລະ​ເມຟີໂບເຊັດ​ລູກຊາຍ​ທັງສອງ​ຂອງ​ນາງ​ຣິຊະປາ ລູກສາວ​ຂອງ​ອາອີຢາ ທີ່​ໄດ້​ກັບ​ກະສັດ​ໂຊນ; ລູກຊາຍ​ຫ້າ​ຄົນ​ຂອງ​ເມຣາບ ລູກສາວ​ຂອງ​ກະສັດ​ໂຊນ ທີ່​ໄດ້​ກັບ​ອັດຣີເອນ ລູກຊາຍ​ຂອງ​ບາກຊິນໄລ​ຊາວ​ເມືອງ​ເມໂຮລາ.</verse>
				<verse number="9">ກະສັດ​ດາວິດ​ໄດ້​ມອບ​ຄົນ​ເຫຼົ່ານີ້​ໃຫ້​ຊາວ​ກີເບໂອນ​ແຂວນ​ຄໍ​ທີ່​ເທິງ​ພູ​ຊ້ອງໜ້າ​ພຣະເຈົ້າຢາເວ. ທັງ​ເຈັດ​ຄົນ​ນັ້ນ​ຈຶ່ງ​ຕາຍ​ພ້ອມ​ກັນ. ພວກເຂົາ​ໄດ້​ຂ້າ​ຄົນ​ເຫຼົ່ານີ້​ໃນ​ຕົ້ນ​ລະດູ​ກ່ຽວ​ເຂົ້າບາເລ.</verse>
				<verse number="10">ແລ້ວ​ນາງ​ຣິຊະປາ ເມຍນ້ອຍ​ຂອງ​ກະສັດ​ໂຊນ​ຜູ້​ທີ່​ເປັນ​ລູກສາວ​ຂອງ​ອາອີຢາ ກໍໄດ້​ໃຊ້​ຜ້າ​ກະສອບ​ເຂົ້າ​ເຮັດ​ບ່ອນ​ຊົ້ນ​ສຳລັບ​ຕົນ​ຢູ່​ເທິງ​ໂງ່ນຫີນ​ບ່ອນ​ທີ່​ວາງ​ຊາກສົບ​ນັ້ນ. ນາງ​ອາໄສ​ຢູ່​ທີ່​ນັ້ນ​ຕັ້ງແຕ່​ຍາມ​ເກັບກ່ຽວ​ຈົນເຖິງ​ລະດູ​ຝົນ​ຈາກ​ຟ້າ​ສະຫວັນ. ໃນ​ຕອນ​ກາງເວັນ ນາງ​ຮັກສາ​ຊາກສົບ​ບໍ່​ໃຫ້​ນົກ​ມາ​ເຈາະ ແລະ​ໃນ​ຕອນ​ກາງຄືນ ນາງ​ຮັກສາ​ຊາກສົບ​ບໍ່​ໃຫ້​ສັດປ່າ​ເຂົ້າ​ມາ​ໃກ້.</verse>
				<verse number="11">ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ວ່າ ນາງ​ຣິຊະປາ​ໄດ້​ເຮັດ​ດັ່ງນັ້ນ</verse>
				<verse number="12">ເພິ່ນ​ຈຶ່ງ​ໄປ​ເອົາ​ກະດູກ​ຂອງ​ກະສັດ​ໂຊນ​ແລະ​ໂຢນາທານ ຈາກ​ຊາວ​ຢາເບັດ​ກີເລອາດ. (ຊາວ​ຢາເບັດ​ໄດ້​ລັກ​ເອົາ​ຊາກສົບ​ຈາກ​ສີ່​ແຍກ​ກາງ​ເມືອງ​ເບັດ​ຊານ ບ່ອນ​ທີ່​ຊາວ​ຟີລິດສະຕິນ​ແຂວນ​ຊາກສົບ​ໄວ້ ໃນ​ມື້​ທີ່​ກະສັດ​ໂຊນ​ຖືກ​ຂ້າ​ຢູ່​ທີ່​ເທິງ​ພູ​ກິນໂບອາ.)</verse>
				<verse number="13">ກະສັດ​ດາວິດ​ໄດ້​ຮວບຮວມ​ເອົາ​ກະດູກ​ຂອງ​ກະສັດ​ໂຊນ​ແລະ​ໂຢນາທານ ຕະຫລອດ​ທັງ​ກະດູກ​ຂອງ​ເຈັດ​ຄົນ​ທີ່​ຖືກ​ແຂວນ​ຄໍ​ນັ້ນ.</verse>
				<verse number="14">ໂດຍ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກະສັດ​ດາວິດ ພວກເຂົາ​ໄດ້​ເອົາ​ກະດູກ​ຂອງ​ກະສັດ​ໂຊນ​ແລະ​ໂຢນາທານ ໄປ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ກີເຊ​ພໍ່​ຂອງ​ກະສັດ​ໂຊນ ທີ່​ເມືອງ​ເຊລາ​ໃນ​ເຂດແດນ​ຂອງ​ພວກ​ເບັນຢາມິນ. ຫລັງຈາກ​ນັ້ນ​ມາ ພຣະເຈົ້າ​ກໍ​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຂົາ​ສຳລັບ​ປະເທດ​ຊາດ​ບ້ານ​ເມືອງ.</verse>
				<verse number="15">ຕໍ່ມາ ເສິກ​ໄດ້​ເກີດຂຶ້ນ​ລະຫວ່າງ​ພວກ​ຟີລິດສະຕິນ​ແລະ​ພວກ​ອິດສະຣາເອນ. ຝ່າຍ​ກະສັດ​ດາວິດ​ພ້ອມ​ທະຫານ​ຂອງ​ເພິ່ນ​ກໍໄດ້​ອອກ​ໄປ​ສູ້ຮົບ​ພວກ​ຟີລິດສະຕິນ. ໃນ​ບັ້ນຮົບ​ຄັ້ງ​ໜຶ່ງ ກະສັດ​ດາວິດ​ເກີດ​ມີ​ຄວາມ​ອ່ອນເພຍ.</verse>
				<verse number="16">ມີ​ຄົນ​ຮ່າງ​ໃຫຍ່​ຜູ້ໜຶ່ງ​ຊື່​ວ່າ ອີສະບີເບໂນບ​ໄດ້​ຖື​ຫອກ​ເປັນ​ທອງສຳຣິດ ໜັກ​ປະມານ​ສາມ​ກິໂລກຼາມ​ເຄິ່ງ​ທັງ​ມີ​ດາບ​ດວງ​ໃໝ່​ຄາດ​ແອວ ໂດຍ​ຄິດ​ວ່າ​ຕົນ​ຈະ​ຂ້າ​ກະສັດ​ດາວິດ​ໄດ້.</verse>
				<verse number="17">ແຕ່​ອາບີໄຊ ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ມາ​ຊ່ວຍ​ກະສັດ​ດາວິດ​ໄວ້​ທັນ ໂດຍ​ໄດ້​ໂຈມຕີ​ຄົນ​ຮ່າງໃຫຍ່​ແລະ​ຂ້າ​ລາວ​ໄດ້​ໃນ​ທີ່ສຸດ. ແລ້ວ​ທະຫານ​ຂອງ​ກະສັດ​ດາວິດ​ກໍໄດ້​ຂໍ​ໃຫ້​ກະສັດ​ສັນຍາ​ວ່າ ເພິ່ນ​ຈະ​ບໍ່​ອອກ​ໄປ​ທີ່​ສະໜາມຮົບ​ກັບ​ພວກເຂົາ​ອີກ​ເລີຍ ໂດຍ​ບອກ​ເພິ່ນ​ວ່າ, “ທ່ານ​ເປັນ​ຄວາມຫວັງ​ຂອງ​ຊາດ​ອິດສະຣາເອນ ແລະ​ພວກ​ຂ້ານ້ອຍ​ບໍ່​ຢາກ​ສູນເສຍ​ທ່ານ​ໄປ.”</verse>
				<verse number="18">ຫລັງຈາກ​ນັ້ນ ກໍ​ມີ​ການ​ສູ້ຮົບ​ກັບ​ພວກ​ຟີລິດສະຕິນ​ອີກ​ທີ່​ເມືອງ​ໂກບ, ໃນ​ການ​ສູ້ຮົບ​ບັ້ນ​ນີ້​ສິບເບກາຍ ຊາວ​ເມືອງ​ຮູຊາ​ໄດ້​ຂ້າ​ຄົນ​ຮ່າງໃຫຍ່​ຜູ້ໜຶ່ງ​ຊື່​ວ່າ ສາເຟ.</verse>
				<verse number="19">ການ​ສູ້ຮົບ​ກັບ​ພວກ​ຟີລິດສະຕິນ​ມີ​ຂຶ້ນ​ອີກ​ທີ່​ເມືອງ​ໂກບ ຊຶ່ງ​ໃນ​ເທື່ອ​ນີ້​ເອນຮານານ​ລູກຊາຍ​ຂອງ​ຢາອີ ຈາກ​ເມືອງ​ເບັດເລເຮັມ​ໄດ້​ຂ້າ​ໂກລີອາດ​ຊາວ​ກາດ ຜູ້​ທີ່​ຖື​ຫອກ​ເທົ່າ​ກັບ​ໄມ້​ກຳພັ້ນ​ຫູກ.</verse>
				<verse number="20">ຕໍ່ມາ ເສິກ​ໄດ້​ເກີດຂຶ້ນ​ອີກ​ທີ່​ເມືອງກາດ ບ່ອນ​ທີ່​ມີ​ຊາຍ​ຮ່າງໃຫຍ່​ຜູ້ໜຶ່ງ​ເປັນ​ຄົນ​ມັກ​ສູ້ຮົບ. ລາວ​ມີ​ນິ້ວມື​ເບື້ອງລະ​ຫົກ​ນິ້ວ ແລະ​ມີ​ນິ້ວ​ຕີນ​ເບື້ອງລະ​ຫົກ​ນິ້ວ.</verse>
				<verse number="21">ລາວ​ທ້າທາຍ​ຊາວ​ອິດສະຣາເອນ ແລະ​ໂຢນາທານ​ລູກຊາຍ​ຂອງ​ຊາມມາ ແລະ​ຫລານຊາຍ​ຂອງ​ກະສັດ​ດາວິດ​ໄດ້​ຂ້າ​ລາວ.</verse>
				<verse number="22">ສີ່​ຄົນ​ນີ້​ເປັນ​ເຊື້ອສາຍ​ຂອງ​ຄົນ​ຮ່າງໃຫຍ່​ໃນ​ເມືອງກາດ. ກະສັດ​ດາວິດ​ແລະ​ທະຫານ​ຂອງ​ເພິ່ນ​ໄດ້​ຂ້າ​ຄົນ​ຮ່າງໃຫຍ່​ເຫຼົ່ານັ້ນ.</verse>
			</chapter>
			<chapter number="22">
				<verse number="1">ເມື່ອ​ພຣະເຈົ້າຢາເວ​ໄດ້​ຊ່ວຍ​ໃຫ້​ກະສັດ​ດາວິດ​ພົ້ນ​ຈາກ​ເງຶ້ອມມື​ຂອງ​ເຫຼົ່າ​ສັດຕູ​ອື່ນໆ​ຂອງ​ເພິ່ນ ແລະ​ພົ້ນ​ຈາກ​ເງຶ້ອມມື​ຂອງ​ໂຊນ​ນັ້ນ ກະສັດ​ດາວິດ​ໄດ້​ຮ້ອງເພງ​ນີ້​ຖວາຍ​ແກ່​ພຣະເຈົ້າຢາເວ:</verse>
				<verse number="2">“ພຣະເຈົ້າຢາເວ​ເປັນ​ຜູ້​ຄຸ້ມຄອງ​ຂ້ານ້ອຍ ເປັນ​ປ້ອມ​ປ້ອງກັນ​ຂ້ານ້ອຍ​ໃຫ້​ປອດໄພ.</verse>
				<verse number="3">ພຣະເຈົ້າ​ຂອງ​ຂ້ານ້ອຍ​ຄຸ້ມຄອງ​ຮັກສາ ຈຶ່ງ​ພົບ​ຄວາມ​ປອດໄພ​ຢູ່​ໃນ​ພຣະອົງ​ໄດ້. ພຣະອົງ​ເປັນ​ດັ່ງ​ໂລ້​ປົກປ້ອງ​ຂ້ານ້ອຍ ທັງ​ປ້ອງກັນ​ໃຫ້​ປອດໄພ​ມາ​ຕະຫລອດ. ພຣະອົງ​ຄື​ພຣະຜູ້​ຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ ຊົງ​ປ້ອງກັນ​ຈາກ​ການ​ຮຸນແຮງ​ໄດ້.</verse>
				<verse number="4">ເມື່ອ​ຂ້ານ້ອຍ​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍຊູ ກໍ​ຊົງ​ມາ​ຊ່ວຍກູ້​ເອົາ​ຂ້ານ້ອຍ ຈາກ​ພວກ​ສັດຕູ​ຂອງ​ຂ້ານ້ອຍ ຂໍ​ສັນລະເສີນ​ພຣະເຈົ້າຢາເວ.</verse>
				<verse number="5">ຄື້ນ​ຄວາມຕາຍ​ກໍໄດ້​ປິດລ້ອມ​ຂ້ານ້ອຍ​ໄວ້ ຄື້ນ​ການທຳລາຍ​ກໍ​ໄຫລ​ຖ້ວມ​ຂ້ານ້ອຍ​ໄວ້.</verse>
				<verse number="6">ອັນຕະລາຍ​ເຖິງ​ຕາຍ​ໄດ້​ອ້ອມ​ຂ້ານ້ອຍ​ຢູ່ ແລະ​ຂຸມຝັງສົບ​ກໍ​ຫ້າງ​ແຮ້ວ​ໃສ່​ຂ້ານ້ອຍ.</verse>
				<verse number="7">ເມື່ອ​ເດືອດຮ້ອນ​ຂ້ານ້ອຍ​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍຊູ ຮ້ອງ​ຫາ​ພຣະເຈົ້າ​ໃຫ້​ຊ່ວຍເຫລືອ​ເອົາ​ໄວ້. ສຽງ​ຮ້ອງ​ຂ້ານ້ອຍ​ກໍ​ໄດ້​ຍິນ​ໄປ​ຮອດ​ພຣະວິຫານ ພຣະອົງ​ຟັງ​ສຽງ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ​ແລ້ວ.</verse>
				<verse number="8">ແລ້ວ​ແຜ່ນດິນ​ໂລກ​ກໍ​ສະທ້ານ​ຫວັ່ນໄຫວ ຮາກຖານ​ຟ້າ​ສະຫວັນ​ກໍ​ສັ່ນສະເທືອນ ທັງ​ສັ່ນ​ໄປມາ ເພາະ​ພຣະອົງ​ຊົງ​ໂກດຮ້າຍ​ໃຫຍ່</verse>
				<verse number="9">ຄວັນໄຟ​ຟົ້ງ​ອອກ​ຈາກ​ຮູ​ດັງ​ຂອງ​ພຣະອົງ ໄຟ​ກັບ​ຖ່ານໄຟ​ແດງ​ກໍ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ.</verse>
				<verse number="10">ພຣະອົງ​ແຫກ​ຟ້າ​ສະຫວັນ​ແລະ​ສະເດັດ​ລົງ​ມາ ເທິງ​ກ້ອນ​ເມກ​ອັນ​ຕຶບໜາ ທີ່​ຮອງ​ຕີນ​ພຣະອົງ​ໄວ້.</verse>
				<verse number="11">ໂດຍ​ຂີ່​ຫລັງ​ເຄຣຸບ ຊົງ​ເຫາະ​ລົງ​ມາ ແລະ​ທຽວ​ໄປມາ​ຕາມ​ປີກ​ລົມ​ພວມ​ພັດ.</verse>
				<verse number="12">ພຣະອົງ​ກະທຳ​ໃຫ້​ຄວາມມືດ​ຫຸ້ມຫໍ່​ພຣະອົງ​ໄວ້ ແລະ​ເຕັມ​ໄປ​ດ້ວຍ ເມກ​ທີ່​ມີ​ນໍ້າ​ອັນ​ຕຶບໜາ​ອ້ອມ​ພຣະອົງ​ໄວ້.</verse>
				<verse number="13">ຕໍ່ໜ້າ​ພຣະອົງ​ນັ້ນ​ມີ​ແຈ້ງ​ອັນ​ສຸກໃສ ມີ​ແສງ​ໄຟ​ແມບ​ເຫລື້ອມ​ສ່ອງ​ໄປ​ທົ່ວ.</verse>
				<verse number="14">ແລ້ວ​ຈາກ​ຟ້າ​ສະຫວັນ​ພຣະເຈົ້າຢາເວ​ຮ້ອງ​ກັງວານ ແລະ​ສຽງ​ອັນ​ຊົງຣິດ​ຂອງ​ພຣະອົງ ກໍ​ດັງ​ທົ່ວ​ໃຕ້​ຟ້າ.</verse>
				<verse number="15">ພຣະອົງ​ຍິງ​ລູກທະນູ​ກະຈາຍ​ໄປ​ທົ່ວ​ຖືກ​ສັດຕູ ພຣະອົງ​ໄລ່​ພວກເຂົາ​ໜີ​ໂດຍ​ຟ້າ​ແມບເຫລື້ອມ.</verse>
				<verse number="16">ພື້ນ​ມະຫາສະໝຸດ​ກໍ​ເປີດແປນ ຮາກຖານ​ແຜ່ນດິນ​ກໍ​ບໍ່ມີ​ຫຍັງ​ຫຸ້ມ​ໄວ້ ເມື່ອ​ພຣະເຈົ້າຢາເວ​ນາບຂູ່​ເຫຼົ່າ​ສັດຕູ ແລະ​ຮ້ອງ​ຂູ່​ໃສ່​ພວກເຂົາ​ຢ່າງ​ໂກດຮ້າຍ.</verse>
				<verse number="17">ຈາກ​ທີ່ສູງ​ພຣະອົງ​ເດ່​ມື​ອອກ ອຸ້ມ​ເອົາ​ຂ້ານ້ອຍ​ຂຶ້ນ​ມາ ແລະ​ດຶງ​ຂ້ານ້ອຍ​ຂຶ້ນ​ໄປ ໃຫ້​ພົ້ນ​ຈາກ​ນໍ້າເລິກ​ທີ່​ຈະ​ຖ້ວມ.</verse>
				<verse number="18">ພຣະອົງ​ຊ່ວຍ​ກອບກູ້​ເອົາ​ຂ້ານ້ອຍ ຈາກ​ເຫຼົ່າ​ສັດຕູ​ຜູ້​ມີ​ອຳນາດ​ໃຫຍ່ ພວກເຂົາ​ແຂງແຮງ​ຫລາຍກວ່າ​ຂ້ານ້ອຍ ເປັນ​ພວກ​ທີ່​ກຽດຊັງ​ຂ້ານ້ອຍ​ທັງສິ້ນ.</verse>
				<verse number="19">ເມື່ອ​ຂ້ານ້ອຍ​ເດືອດຮ້ອນ​ພວກເຂົາ​ກໍ​ໂຈມຕີ ດີ​ແຕ່​ຂ້ານ້ອຍ​ມີ​ພຣະເຈົ້າຢາເວ​ຄຸ້ມຄອງ​ໄວ້.</verse>
				<verse number="20">ພຣະອົງ​ຊ່ວຍ​ຊູ​ຂ້ານ້ອຍ​ຈາກ​ອັນຕະລາຍ ໂດຍ​ຊ່ວຍ​ໃຫ້​ພົ້ນ​ໄພ​ເພາະ​ຊົງ​ພໍໃຈ​ໃນ​ຂ້ານ້ອຍ.</verse>
				<verse number="21">ເພາະ​ເຮັດ​ຖືກຕ້ອງ​ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ບຳເໜັດ ເພາະ​ບໍ່ມີ​ຄວາມຜິດ​ພຣະອົງ​ຈຶ່ງ​ອວຍພອນ​ໃຫ້.</verse>
				<verse number="22">ສ່ວນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ຂ້ານ້ອຍ​ກໍ​ເຊື່ອຟັງ ທັງ​ບໍ່ໄດ້​ຫັນ​ໜີ​ຈາກ​ພຣະເຈົ້າ​ຈັກເທື່ອ.</verse>
				<verse number="23">ຂ້ານ້ອຍ​ເຮັດ​ຕາມ​ກົດບັນຍັດ​ທັງໝົດ ທັງ​ບໍ່ໄດ້​ລະເມີດ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="24">ພຣະອົງ​ຮູ້​ວ່າ​ຂ້ານ້ອຍ​ບໍ່ມີ​ຄວາມຜິດ​ໃດໆ ແລະ​ຂ້ານ້ອຍ​ໄດ້​ລະວັງ​ບໍ່​ເຮັດ​ການ​ອັນ​ຊົ່ວຮ້າຍ.</verse>
				<verse number="25">ສະນັ້ນ ພຣະເຈົ້າຢາເວ​ໄດ້​ໃຫ້​ບຳເໜັດ​ຕາມ​ຄວາມ​ຊອບທຳ​ຂອງ​ຂ້ານ້ອຍ ເພາະ​ຊົງ​ຮູ້​ດີ​ວ່າ​ຂ້ານ້ອຍ​ບໍ່ມີ​ຄວາມຜິດ​ໃດໆ​ທັງ​ນັ້ນ.</verse>
				<verse number="26">ພຣະອົງ​ສັດຊື່​ຕໍ່​ຜູ້​ທີ່​ສັດຊື່​ຕໍ່​ພຣະອົງ ຊົງ​ເຮັດ​ດີ​ຕໍ່​ພວກ​ທີ່ ບໍ່ມີ​ມົນທິນ​ຈັກດີ້.</verse>
				<verse number="27">ພຣະອົງ​ຊົງ​ບໍຣິສຸດ​ຕໍ່​ຜູ້​ທີ່​ບໍຣິສຸດ ແຕ່​ຊົງ​ເປັນ​ສັດຕູ​ຕໍ່​ຜູ້​ທີ່​ຊົ່ວຮ້າຍ.</verse>
				<verse number="28">ພຣະອົງ​ຊ່ວຍ​ຜູ້​ທີ່​ຖ່ອມຕົວ​ໃຫ້​ພົ້ນ​ໄພ ແຕ່​ຄົນ​ຈອງຫອງ​ຊົງ​ເຮັດ​ໃຫ້​ພວກເຂົາ​ຖ່ອມຕົວ​ລົງ.</verse>
				<verse number="29">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າຢາເວ​ເປັນ​ແສງແຈ້ງ​ທີ່​ເຍືອງທາງ ໃຫ້​ຂ້ານ້ອຍ​ເດີນ​ໄປ ພຣະອົງ​ເຮັດ​ໃຫ້​ຄວາມມືດ​ອັນ​ຕຶບໜາ ພາຍ​ໃນ​ຂ້ານ້ອຍ​ສະຫລາຍ​ໄປສິ້ນ.</verse>
				<verse number="30">ພຣະອົງ​ຊູ​ກຳລັງ​ຂ້ານ້ອຍ​ໂຈມຕີ​ສັດຕູ ແລະ​ໃຫ້​ຊະນະ​ໜ່ວຍ​ປ້ອງກັນ​ເຂົາເຈົ້າ.</verse>
				<verse number="31">ພຣະເຈົ້າ​ກະທຳ​ລ້ວນແຕ່​ຖືກຕ້ອງ​ທີ່ສຸດ ຄຳສັນຍາ​ຂອງ​ພຣະເຈົ້າຢາເວ​ກໍ​ເປັນ​ທີ່​ວາງໃຈ​ໄດ້ ພຣະອົງ​ເປັນ​ຄື​ໂລ້​ທີ່​ໃຊ້​ໄວ້​ຕ້ານທານ ສຳລັບ​ທຸກຄົນ​ທີ່​ຂໍ​ການ​ຄຸ້ມຄອງ​ຈາກ​ພຣະອົງ.</verse>
				<verse number="32">ພຣະເຈົ້າຢາເວ​ອົງ​ດຽວ​ທີ່​ເປັນ​ພຣະເຈົ້າ ພຣະອົງ​ເທົ່ານັ້ນ​ທີ່​ເປັນ​ຜູ້​ປ້ອງກັນ​ພວກເຮົາ.</verse>
				<verse number="33">ພຣະເຈົ້າ​ອົງ​ນີ້​ເປັນ​ທີ່​ເພິ່ງ​ອັນ​ເຂັ້ມແຂງ ຊົງ​ຈັດ​ຕຽມ ທາງ​ອັນ​ປອດໄພ​ໃຫ້​ຂ້ານ້ອຍ​ໄດ້.</verse>
				<verse number="34">ພຣະອົງ​ໃຫ້​ຂ້ານ້ອຍ​ຍ່າງ​ຄ່ອງແຄ້ວ​ດັ່ງ​ໂຕກວາງ ທີ່​ເທິງ​ພູເຂົາ​ຊົງ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ​ໄດ້.</verse>
				<verse number="35">ພຣະອົງ​ຫລໍ່ຫລອມ​ຂ້ານ້ອຍ​ສຳລັບ​ສູ້ຮົບ​ຕົບຕີ ເພື່ອ​ວ່າ​ຈະ​ມີ​ກຳລັງ​ກົ່ງ​ຄັນທະນູ​ໄດ້.</verse>
				<verse number="36">ພຣະອົງ​ໄດ້​ເອົາ​ໂລ້​ແຫ່ງ​ຄວາມພົ້ນ​ຂອງ​ພຣະອົງ​ປະທານ​ໃຫ້​ແກ່​ຂ້ານ້ອຍ ຄຸນຄວາມດີ​ຂອງ​ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ຈະເລີນ​ໃຫຍ່​ຂຶ້ນ.</verse>
				<verse number="37">ພຣະອົງ​ຮັກສາ​ຂ້ານ້ອຍ​ບໍ່​ໃຫ້​ຖືກ​ຈັບ ແລະ​ຂ້ານ້ອຍ​ກໍ​ບໍ່​ລົ້ມລົງ​ຈັກເທື່ອ.</verse>
				<verse number="38">ຂ້ານ້ອຍ​ໄລ່​ຕາມ ແລະ​ເອົາ​ຊະນະ​ສັດຕູ ບໍ່​ຍອມ​ຢຸດ ຈົນ​ພວກເຂົາ​ຖືກ​ທຳລາຍ​ສິ້ນ.</verse>
				<verse number="39">ຂ້ານ້ອຍ​ຕີ​ເຂົາ​ລົ້ມ​ຈົນ​ລຸກ​ຂຶ້ນ​ບໍ່​ເປັນ ພວກເຂົາ​ຈຶ່ງ​ນອນຕາຍ​ຢ່າງ​ອັບອາຍ​ຢູ່​ຢ່າງ​ນັ້ນ.</verse>
				<verse number="40">ພຣະອົງ​ໃຫ້​ຂ້ານ້ອຍ​ມີ​ແຮງ​ໃນ​ການ​ສູ້ຮົບ ແລະ​ໃຫ້​ຄວາມມີໄຊ​ໄດ້​ຕໍ່ໜ້າ​ເຫຼົ່າ​ສັດຕູ.</verse>
				<verse number="41">ພຣະອົງ​ເຮັດ​ໃຫ້​ເຫຼົ່າ​ສັດຕູ​ແລ່ນ​ໜີໄປ ຂ້ານ້ອຍ​ໄດ້​ທຳລາຍ​ຜູ້​ທີ່​ກຽດຊັງ​ຂ້ານ້ອຍ.</verse>
				<verse number="42">ພວກເຂົາ​ຊອກ​ຫາ​ຜູ້​ຊ່ວຍ ແຕ່​ບໍ່ມີ​ຜູ້ໃດ​ຊ່ວຍ​ພວກເຂົາ​ເລີຍ ພວກເຂົາ​ຮ້ອງ​ຫາ​ພຣະເຈົ້າຢາເວ, ແຕ່​ພຣະອົງ​ກໍ​ບໍ່​ຕອບ.</verse>
				<verse number="43">ຂ້ານ້ອຍ​ທຳລາຍ​ພວກເຂົາ​ໃຫ້​ໝຸ່ນ​ໝົດ ຂ້ານ້ອຍ​ຢຽບ​ພວກເຂົາ​ຄື​ຢຽບ​ຂີ້ຕົມ​ຕາມ​ທາງຍ່າງ.</verse>
				<verse number="44">ພຣະອົງ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄົນ​ກະບົດ ໂຜດ​ໃຫ້​ໄດ້​ປົກຄອງ​ບັນດາ​ປະຊາຊາດ. ຊົນຊາດ​ທີ່​ຂ້ານ້ອຍ​ບໍ່ເຄີຍ​ຮູ້ຈັກ​ພວກເຂົາ ບັດນີ້​ກໍໄດ້​ກາຍມາເປັນ​ຜູ້ຮັບໃຊ້.</verse>
				<verse number="45">ຊາວ​ຕ່າງດ້າວ​ກົ້ມ​ຂາບ​ຂ້ານ້ອຍ​ທຸກຄົນ ເມື່ອ​ໄດ້ຍິນ​ຂ້ານ້ອຍ​ເວົ້າຈາ​ກໍ​ເຊື່ອຟັງ​ໂລດ.</verse>
				<verse number="46">ຄວາມ​ກ້າຫານ​ທີ່​ພວກເຂົາ​ມີ​ກໍ​ເສຍ​ໄປ​ໝົດ ຕົວ​ສັ່ນເຊັນ​ອອກ​ມາ ຈາກ​ປ້ອມ​ເຂົາເຈົ້າ.</verse>
				<verse number="47">ພຣະເຈົ້າຢາເວ​ຊົງ​ພຣະຊົນ​ຢູ່ ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຂ້ານ້ອຍ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງ ພຣະເຈົ້າ​ຜູ້​ຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ</verse>
				<verse number="48">ພຣະອົງ​ໃຫ້​ມີໄຊ​ເໜືອ​ສັດຕູ​ທັງຫລາຍ. ພຣະອົງ​ປາບປາມ​ບັນດາ​ຊົນຊາດ ໃຫ້​ພວກເຂົາ​ຢູ່​ໃຕ້​ອຳນາດ​ຂອງ​ຂ້ານ້ອຍ ໂດຍ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ເຫຼົ່າ​ສັດຕູ. ພຣະອົງ​ໃຫ້​ມີ​ໄຊ​ເໜືອ​ສັດຕູ ແລະ​ປົກຄອງ​ຂ້ານ້ອຍ​ຈາກ​ພວກ​ຄົນ​ໂຫດຮ້າຍ.</verse>
				<verse number="49"></verse>
				<verse number="50">ຂ້າແດ່​ພຣະເຈົ້າຢາເວ ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຍ້ອງຍໍ​ ສັນລະເສີນ​ພຣະອົງ​ທ່າມກາງ​ຊົນຊາດ​ທັງຫລາຍ ຂ້ານ້ອຍ​ຈະ​ຂັບຮ້ອງ​ບົດເພງ ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ.</verse>
				<verse number="51">ພຣະເຈົ້າ​ໃຫ້​ໄຊຊະນະ​ອັນ​ຍິ່ງໃຫຍ່​ແກ່ ກະສັດ​ທີ່​ພຣະອົງ​ໄດ້​ຊົງ​ເລືອກໄວ້ ທັງ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ ແກ່​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ຫົດສົງ​ໄວ້ ຄື​ແກ່​ດາວິດ​ແລະ​ເຊື້ອສາຍ​ຂອງຕົນ ສືບໆໄປ​ຊົ່ວກາລະນານ​ພຸ້ນ.”</verse>
			</chapter>
			<chapter number="23">
				<verse number="1">ກະສັດ​ດາວິດ​ເປັນ​ລູກຊາຍ​ຂອງ​ເຢຊີ. ເພິ່ນ​ເປັນ​ຜູ້​ທີ່​ພຣະເຈົ້າ​ໄດ້​ສ້າງ​ຂຶ້ນ​ໃຫ້​ເປັນ​ຜູ້​ຍິ່ງໃຫຍ່ ເປັນ​ຜູ້​ທີ່​ພຣະເຈົ້າ​ຂອງ​ຢາໂຄບ​ເຈີມ​ຕັ້ງ​ໃຫ້​ເປັນ​ກະສັດ ແລະ​ໃຫ້​ປະພັນ​ເພງ​ອັນ​ອອນຊອນ​ສຳລັບ​ຊາດ​ອິດສະຣາເອນ. ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຄັ້ງ​ສຸດທ້າຍ​ຂອງ​ກະສັດ​ດາວິດ:</verse>
				<verse number="2">“ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ກ່າວ​ຜ່ານ​ຂ້ານ້ອຍ ຖ້ອຍຄຳ​ພຣະອົງ​ຢູ່​ທີ່​ລີ້ນ​ຂອງ​ຂ້ານ້ອຍ.</verse>
				<verse number="3">ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ຕໍ່​ຂ້ານ້ອຍ ຜູ້​ຄຸ້ມຄອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້: ກະສັດ​ຜູ້​ທີ່​ປົກຄອງ​ດ້ວຍ​ຄວາມ​ຍຸດຕິທຳ ແລະ​ປົກຄອງ​ດ້ວຍ​ຄວາມ​ຢຳເກງ​ພຣະເຈົ້າ.</verse>
				<verse number="4">ເພິ່ນ​ກໍ​ເປັນ​ດັ່ງ​ຕາເວັນ​ສ່ອງແສງ ໃນ​ຕອນເຊົ້າ​ທີ່​ບໍ່ມີ​ເມກ​ມາ​ບັງ​ໄວ້ ເປັນ​ດັ່ງ​ຕາເວັນ​ສ່ອງແສງ​ແດດ​ໃສ່​ຫຍ້າ​ຂຽວ​ອ່ອນ ແລະ​ສົດໃສ​ຂຶ້ນ​ຫລັງຈາກ​ຝົນຕົກ.</verse>
				<verse number="5">ພຣະເຈົ້າ​ອວຍພອນ​ໃຫ້​ເຊື້ອສາຍ​ຂອງ​ຂ້ານ້ອຍ​ດັ່ງນີ້ ເພາະ​ຊົງ​ຕັ້ງ​ພັນທະສັນຍາ​ກັບ​ຂ້ານ້ອຍ​ສືບໄປ, ເປັນ​ຄຳ​ຕົກລົງ​ທີ່​ຈະ​ບໍ່​ຖືກ​ຍົກເລີກ ເປັນ​ຄຳສັນຍາ​ທີ່​ຈະ​ປ່ຽນແປງ​ບໍ່ໄດ້. ທັງໝົດ​ນີ້ ຄື​ສິ່ງ​ທີ່​ຂ້ານ້ອຍ​ຕ້ອງການ ຄື​ຊົງ​ມອບ​ໄຊຊະນະ​ໃຫ້​ໃນ​ທຸກໆ​ສະພາບ​ການ.</verse>
				<verse number="6">ແຕ່​ຄົນ​ບໍ່​ນັບຖື​ພຣະເຈົ້າ​ກໍ​ຄື​ໜາມ​ທີ່​ຖືກ​ຕັດ ບໍ່ມີ​ຜູ້ໃດ​ແຕະຕ້ອງ​ມັນ​ໂດຍ​ມືເປົ່າ​ໄດ້.</verse>
				<verse number="7">ຄົນ​ຈະ​ໃຊ້​ຫອກ​ຫລື​ໃຊ້​ເຄື່ອງ​ມື​ເປັນ​ເຫຼັກ, ພວກເຂົາ​ຈະ​ຖືກ​ໄຟ​ເຜົາ​ໄໝ້​ຈົນ​ໝົດສິ້ນ.”</verse>
				<verse number="8">ບັນດາ​ທະຫານ​ທີ່​ມີ​ຊື່ສຽງ​ຂອງ​ກະສັດ​ດາວິດ​ມີ​ລາຍຊື່​ຕໍ່ໄປນີ້: ຜູ້​ທຳອິດ​ຊື່​ວ່າ ໂຢເຊບ​ບັດເຊເບັດ ຊາວ​ຕາເກໂມນ. ລາວ​ເປັນ​ຫົວໜ້າ​ຂອງ​ຈອມສາມ​ທະຫານເອກ. ລາວ​ໄດ້​ໃຊ້​ຫອກ ເປັນ​ອາວຸດ​ເພື່ອ​ຕໍ່ສູ້​ທະຫານ​ແປດຮ້ອຍ​ຄົນ ແລະ​ຂ້າ​ທຸກຄົນ​ໄດ້​ໃນ​ສະໜາມຮົບ​ບັ້ນດຽວ.</verse>
				<verse number="9">ຜູ້​ທີສອງ​ຂອງ​ຈອມສາມ​ທະຫານເອກ​ແມ່ນ​ເອເລອາຊາ ລູກຊາຍ​ຂອງ​ໂດໂດ​ໃນ​ຕະກຸນ​ອາໂຮ. ມື້​ໜຶ່ງ ເອເລອາຊາ​ກັບ​ກະສັດ​ດາວິດ​ໄດ້​ທ້າທາຍ​ຊາວ​ຟີລິດສະຕິນ ທີ່​ມາ​ເຕົ້າໂຮມ​ກັນ​ເພື່ອ​ຈະ​ເຮັດ​ເສິກ. ຊາວ​ອິດສະຣາເອນ​ໄດ້​ຖອຍໄປ,</verse>
				<verse number="10">ແຕ່​ເອເລອາຊາ​ໄດ້​ຢືນ​ຕໍ່ສູ້​ພວກ​ຟີລິດສະຕິນ​ຈົນ​ມື​ລາວ​ຈັງ ແລະ​ວາງ​ດາບ​ອອກ​ຈາກ​ມື​ບໍ່ໄດ້. ໃນ​ມື້​ນັ້ນ ພຣະເຈົ້າຢາເວ​ໄດ້​ຊົງ​ປະທານ​ໄຊຊະນະ​ຢ່າງໃຫຍ່ຫລວງ. ຫລັງຈາກ​ເສິກ​ສິ້ນສຸດ​ລົງ​ແລ້ວ ຊາວ​ອິດສະຣາເອນ​ຈຶ່ງ​ກັບ​ມາ​ຫາ​ເອເລອາຊາ ເພື່ອ​ປົດ​ເອົາ​ອາວຸດ​ຈາກ​ພວກ​ທີ່​ຖືກ​ຂ້າ​ເທົ່ານັ້ນ.</verse>
				<verse number="11">ຜູ້​ທີສາມ​ຢູ່​ໃນ​ຈອມສາມ​ທະຫານເອກ​ແມ່ນ​ຊາມມາ ລູກຊາຍ​ຂອງ​ອາກີ ຊາວ​ເມືອງ​ຮາຣາເຣ. ພວກ​ຟີລິດສະຕິນ​ໄດ້​ເຕົ້າໂຮມ​ກັນ​ຢູ່​ທີ່​ເລຮີ ບ່ອນ​ທີ່​ມີ​ສວນ​ໝາກຖົ່ວ. ສ່ວນ​ພວກ​ອິດສະຣາເອນ​ນັ້ນ​ໄດ້​ປົບໜີໄປ​ຈາກ​ພວກ​ຟີລິດສະຕິນ</verse>
				<verse number="12">ແຕ່​ຊາມມາ​ໄດ້​ຢືນ​ຢູ່​ທີ່​ກາງ​ສວນ​ນັ້ນ​ສູ້ຮົບ​ພວກ​ຟີລິດສະຕິນ​ໃຫ້​ຖອຍ​ໜີໄປ. ໃນ​ມື້​ນັ້ນ ພຣະເຈົ້າຢາເວ​ໄດ້​ຊົງ​ປະທານ​ໄຊຊະນະ​ຢ່າງໃຫຍ່ຫລວງ.</verse>
				<verse number="13">ພໍ​ໃກ້​ລະດູ​ເກັບກ່ຽວ ໄດ້​ມີ​ທະຫານ​ສາມ​ຄົນ​ໃນ​ຈຳນວນ​ທະຫານ​ເອກ​ສາມສິບ​ຄົນ ລົງ​ໄປ​ໃນ​ຖໍ້າ​ອາດຸນລຳ​ບ່ອນ​ທີ່​ກະສັດ​ດາວິດ​ອາໄສ​ຢູ່ ໃນ​ຂະນະທີ່​ກອງທັບ​ຂອງ​ພວກ​ຟີລິດສະຕິນ​ພວມ​ຕັ້ງ​ທີ່ໝັ້ນ​ຢູ່​ທີ່​ຮ່ອມພູ​ເຣຟາອິມ.</verse>
				<verse number="14">ໃນ​ເວລາ​ນັ້ນ ກະສັດ​ດາວິດ​ຢູ່​ທີ່​ເທິງ​ພູ​ບ່ອນ​ມີ​ປ້ອມ​ປ້ອງກັນ​ອັນ​ແໜ້ນໜາ ແລະ​ພວກ​ຟີລິດສະຕິນ​ອີກ​ໝວດ​ໜຶ່ງ​ກໍ​ຢຶດເອົາ​ເມືອງ​ເບັດເລເຮັມ​ໄວ້​ໄດ້.</verse>
				<verse number="15">ກະສັດ​ດາວິດ​ຄິດຮອດ​ບ້ານ​ຈຶ່ງ​ໄດ້​ເວົ້າ​ຂຶ້ນ​ວ່າ, “ເຮົາ​ຢາກ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ໄປ​ເອົາ​ນໍ້າ​ຈາກ​ສ້າງ​ທີ່​ຢູ່​ໃກ້​ກັບ​ປະຕູ​ເມືອງ​ເບັດເລເຮັມ​ມາ​ໃຫ້​ເຮົາ​ດື່ມ​ເດ.”</verse>
				<verse number="16">ຈອມສາມ​ທະຫານເອກ​ຈຶ່ງ​ໄດ້​ບຸກ​ຜ່ານ​ຄ້າຍ​ຂອງ​ພວກ​ຟີລິດສະຕິນ ໄປ​ຕັກ​ນໍ້າ​ຈາກ​ສ້າງ ແລະ​ເອົາ​ນໍ້າ​ມາ​ໃຫ້​ກະສັດ​ດາວິດ​ດື່ມ, ແຕ່​ແທນ​ທີ່​ເພິ່ນ​ຈະ​ດື່ມ ເພິ່ນ​ຊໍ້າ​ຖອກ​ນໍ້າ​ນັ້ນ​ລົງ​ດິນ ເປັນ​ເຄື່ອງບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ</verse>
				<verse number="17">ແລະ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ບໍ່​ອາດ​ດື່ມ​ນໍ້າ​ນີ້​ໄດ້​ດອກ ເພາະ​ມັນ​ສໍ່າ​ກັບ​ດື່ມ​ເລືອດ​ຂອງ​ຊາຍ​ທັງ​ສາມ​ທີ່​ໄດ້​ສ່ຽງ​ຊີວິດ​ຂອງ​ພວກເຂົາ​ໄປ​ເອົາ​ນໍ້າ​ນີ້.” ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ບໍ່​ຍອມ​ດື່ມ​ນໍ້າ​ນັ້ນ. ສິ່ງ​ທີ່​ກ່າວ​ມາ​ນັ້ນ ແມ່ນ​ການກະທຳ​ອັນ​ອົງອາດ​ກ້າຫານ​ຂອງ​ຈອມສາມ​ທະຫານເອກ.</verse>
				<verse number="18">ອາບີໄຊ ນ້ອງຊາຍ​ຂອງ​ໂຢອາບ (ສອງ​ຄົນ​ນີ້​ເປັນ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ) ເປັນ​ຫົວໜ້າ​ຂອງ ທະຫານ​ເອກ​ສາມສິບ​ຄົນ. ລາວ​ໃຊ້​ຫອກ​ເປັນ​ອາວຸດ​ສູ້ຮົບ​ສັດຕູ​ສາມຮ້ອຍ​ຄົນ ແລະ​ຂ້າ​ໄດ້​ທັງໝົດ. ສະນັ້ນ ລາວ​ຈຶ່ງ​ກາຍເປັນ​ຜູ້​ມີ​ຊື່ສຽງ​ໃນ​ຈຳນວນ ທະຫານ​ເອກ​ສາມສິບ​ຄົນ.</verse>
				<verse number="19">ລາວ​ເປັນ​ຜູ້​ມີ​ຊື່ສຽງ​ທີ່ສຸດ​ໃນ​ພວກ​ທະຫານ​ເອກ​ສາມສິບ​ຄົນ​ນັ້ນ ແລະ​ໄດ້​ເປັນ​ຫົວໜ້າ​ຂອງ​ພວກເຂົາ, ແຕ່​ລາວ​ບໍ່ໄດ້​ມີ​ຊື່ສຽງ​ເທົ່າ​ກັບ ຈອມສາມ​ທະຫານເອກ.</verse>
				<verse number="20">ເບນາອີຢາ ລູກຊາຍ​ຂອງ​ເຢໂຮຍອາດາ​ຊາວ​ກັບເຊເອນ ເປັນ​ທະຫານ​ທີ່​ມີ​ຊື່ສຽງ​ອີກ​ຄົນ​ໜຶ່ງ; ລາວ​ໄດ້​ສ້າງ​ວິລະກຳ​ໄວ້​ຫລາຍ​ຢ່າງ ຄື​ໄດ້​ຂ້າ​ທະຫານ​ໂມອາບ​ຜູ້​ສຳຄັນ​ສອງ​ຄົນ. ມີ​ຄັ້ງ​ໜຶ່ງ ໃນ​ມື້​ຫິມະ​ຕົກ ລາວ​ໄດ້​ລົງ​ໄປ​ໃນ​ຫລຸມ​ແລະ​ໄດ້​ຂ້າ​ສິງ​ໂຕໜຶ່ງ.</verse>
				<verse number="21">ລາວ​ຍັງ​ໄດ້​ຂ້າ​ຄົນ​ເອຢິບ​ຜູ້ໜຶ່ງ​ຊຶ່ງ​ເປັນ​ຄົນ​ຮ່າງໃຫຍ່ ແລະ​ມີ​ຫອກ​ເປັນ​ອາວຸດ. ເບນາອີຢາ​ຕໍ່ສູ້​ລາວ​ໂດຍ​ໃຊ້​ໄມ້ຄ້ອນ​ເພື່ອ​ຍາດ​ຫອກ​ຈາກ​ມື​ຂອງ​ຄົນ​ເອຢິບ ແລະ​ໃຊ້​ຫອກ​ນັ້ນ​ຂ້າ​ຄູ່​ຕໍ່ສູ້.</verse>
				<verse number="22">ນີ້ແຫລະ ແມ່ນ​ວິລະກຳ​ຂອງ​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ ຜູ້ໜຶ່ງ​ໃນ​ພວກ​ທະຫານ​ເອກ​ສາມສິບ​ຄົນ.</verse>
				<verse number="23">ລາວ​ເປັນ​ຜູ້​ເກັ່ງກ້າ​ໃນ​ທ່າມກາງ​ພວກເຂົາ ແຕ່​ຍັງ​ບໍ່ມີ​ຊື່ສຽງ​ເທົ່າ​ກັບ​ຈອມສາມ​ທະຫານເອກ. ກະສັດ​ດາວິດ​ໄດ້​ເອົາ​ລາວ​ເປັນ​ທະຫານ​ປ້ອງກັນ​ຕົວ​ຂອງເພິ່ນ.</verse>
				<verse number="24">ສະມາຊິກ​ຄົນອື່ນໆ​ໃນ​ຈຳນວນ​ທະຫານ​ເອກ​ສາມສິບ​ຄົນ​ນັ້ນ​ມີ​ດັ່ງນີ້: ອາສາເຮນ ນ້ອງ​ຊາຍ​ຂອງ​ໂຢອາບ; ເອນຮານານ ລູກຊາຍ​ຂອງ​ໂດໂດ ຊາວ​ເມືອງ​ເບັດເລເຮັມ.</verse>
				<verse number="25">ຊາມມາ​ແລະ​ເອລີກາ ຊາວ​ຮາໂຣດ.</verse>
				<verse number="26">ເຮເລັດ ຊາວ​ເປເລັດ; ອີຣາ ລູກຊາຍ​ຂອງ​ອິກເກັດ ຊາວ​ເຕກົວ.</verse>
				<verse number="27">ອາບີເອເຊ ຊາວ​ອານາທົດ; ເມບຸນນາຍ ຊາວ​ຮູຊາ.</verse>
				<verse number="28">ຊານໂມນ ຊາວ​ອາໂຮ; ມະຫາໄຣ ຊາວ​ເນໂຕຟາ;</verse>
				<verse number="29">ເຮເລັບ ລູກຊາຍ​ຂອງ​ບາອານາ ຊາວ​ເນໂຕຟາ; ອິດໄຕ ລູກຊາຍ​ຣີໄບ ຊາວ​ກີເບອາ​ເຜົ່າ​ເບັນຢາມິນ.</verse>
				<verse number="30">ເບນາອີຢາ ຊາວ​ປີຣາໂທນ; ຮິດໄດ ຊາວ​ຮ່ອມພູ​ໃກ້​ເມືອງ​ກາອາດ.</verse>
				<verse number="31">ອາບີອານໂບນ ຊາວ​ອາຣະບາ; ອາຊະມາເວດ ຊາວ​ບາຮູຣິມ.</verse>
				<verse number="32">ເອລີອາຢາ ຊາວ​ຊາອານໂບນ; ພວກ​ລູກຊາຍ​ຂອງ​ຢາເຊນ: ໂຢນາທານ.</verse>
				<verse number="33">ລູກຊາຍ​ຂອງ​ຊາມມາ ຊາວ​ຮາຣາເຣ; ອາຮີອາມ ລູກຊາຍ​ຂອງ​ຊາຣາກ ຊາວ​ຮາຣາເຣ.</verse>
				<verse number="34">ເອລີເຟເລດ ລູກຊາຍ​ອາຮາສະໄບ ຊາວ​ມາອາກາ; ເອລີອາມ ລູກຊາຍ​ຂອງ​ອາຮີໂຕເຟນ ຊາວ​ກີໂລ.</verse>
				<verse number="35">ເຮຊະໂຣ ຊາວ​ກາເມນ; ປາອາໄຣ ຊາວ​ອາຣັບ.</verse>
				<verse number="36">ອີການ ລູກຊາຍ​ຂອງ​ນາທານ ຊາວ​ໂຊບາ; ບານີ ຊາວ​ກາດ.</verse>
				<verse number="37">ເຊເລັກ ຊາວ​ອຳໂມນ; ນາຮາໄຣ ຊາວ​ເບເອໂຣດ ຜູ້​ຖື​ອາວຸດ​ໃຫ້​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ.</verse>
				<verse number="38">ອີຣາ​ຊາວ​ອິດໄຣ​ແລະ​ຄາເຣັບ​ຊາວ​ອິດໄຣ.</verse>
				<verse number="39">ອູຣິຢາ ຊາວ​ຮິດຕີ. ທະຫານ​ທັງໝົດ​ທີ່​ມີ​ຊື່ສຽງ​ນັ້ນ​ມີ​ສາມສິບເຈັດ​ຄົນ.</verse>
			</chapter>
			<chapter number="24">
				<verse number="1">ຢູ່ມາ ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ຊາດ​ອິດສະຣາເອນ ຈຶ່ງ​ໃຫ້​ກະສັດ​ດາວິດ​ນຳ​ເອົາ​ຄວາມ​ເດືອດຮ້ອນ​ມາ​ສູ່​ພວກເຂົາ. ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ຕໍ່​ກະສັດ​ດາວິດ​ວ່າ, “ຈົ່ງ​ໄປ​ນັບ​ເບິ່ງ​ຊາວ​ອິດສະຣາເອນ​ກັບ​ຊາວ​ຢູດາ.”</verse>
				<verse number="2">ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ເວົ້າ​ກັບ​ໂຢອາບ ຜູ້​ບັນຊາການ​ທະຫານ​ຂອງ​ເພິ່ນ​ວ່າ, “ທ່ານ​ເອງ​ກັບ​ທະຫານ​ຂອງທ່ານ ຈົ່ງ​ອອກ​ໄປ​ໃນ​ທົ່ວ​ທຸກ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ ຕັ້ງແຕ່​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້. ແລ້ວ​ໃຫ້​ນັບ​ເບິ່ງ​ປະຊາຊົນ​ເພາະ​ເຮົາ​ເອງ​ຢາກ​ຮູ້​ວ່າ ພວກເຂົາ​ມີ​ຈຳນວນ​ຫລາຍ​ເທົ່າ​ໃດ.”</verse>
				<verse number="3">ແຕ່​ໂຢອາບ​ຕອບ​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ໂຜດ​ໃຫ້​ມີ​ປະຊາຊົນ​ອິດສະຣາເອນ​ເພີ່ມ​ຂຶ້ນ​ຫລາຍກວ່າ​ດຽວ​ນີ້​ຮ້ອຍ​ເທົ່າ ແລະ​ຂໍ​ໃຫ້​ທ່ານ​ຈົ່ງ​ໝັ້ນຍືນ​ຈົນ​ໄດ້​ເຫັນ​ສິ່ງ​ທີ່​ພຣະອົງ​ກະທຳການ​ເຖີດ. ເປັນຫຍັງ​ທ່ານ​ຈຶ່ງ​ຕ້ອງການ​ເຮັດ​ເຊັ່ນນີ້?”</verse>
				<verse number="4">ແຕ່​ກະສັດ​ໄດ້​ບັງຄັບ​ໃຫ້​ໂຢອາບ​ກັບ​ພວກ​ນາຍ​ທະຫານ ປະຕິບັດ​ຕາມ​ຄຳສັ່ງ​ຂອງຕົນ. ພວກເຂົາ​ຈຶ່ງ​ລາ​ເພິ່ນ​ໄປ​ເພື່ອ​ນັບ​ເບິ່ງ​ຈຳນວນ​ປະຊາຊົນ​ອິດສະຣາເອນ.</verse>
				<verse number="5">ພວກເຂົາ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ຕັ້ງ​ຄ້າຍ​ຢູ່​ທາງທິດໃຕ້​ຂອງ​ອາໂຣເອ ຊຶ່ງ​ເປັນ​ເມືອງ​ໜຶ່ງ​ທີ່​ຢູ່​ກາງ​ຮ່ອມພູ​ໃນ​ເຂດແດນ​ຂອງ​ເຜົ່າກາດ. ຈາກ​ບ່ອນ​ນີ້ ພວກເຂົາ​ກໍ​ອອກ​ໄປ​ທາງທິດເໜືອ​ຈົນເຖິງ​ເມືອງ​ຢາເຊ</verse>
				<verse number="6">ແລະ​ອອກ​ໄປ​ສູ່​ເມືອງ​ກີເລອາດ​ກັບ​ເມືອງ​ກາເດັດ ໃນ​ເຂດແດນ​ຂອງ​ຊາວ​ຮິດຕີ. ຕໍ່ມາ ພວກເຂົາ​ໄດ້​ໄປ​ທີ່​ເມືອງ​ດານ ແລະ​ຈາກ​ເມືອງ​ດານ​ພວກເຂົາ​ໄດ້​ໄປ ທາງ​ທິດ​ຕາເວັນຕົກ​ຈົນເຖິງ​ເມືອງ​ຊີໂດນ.</verse>
				<verse number="7">ແລ້ວ​ພວກເຂົາ​ກໍໄດ້​ໄປ​ທາງທິດໃຕ້​ຈົນເຖິງ​ເມືອງ​ຕີເຣ ຊຶ່ງ​ເປັນ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ອັນ​ເຂັ້ມແຂງ ແລະ​ໄປ​ທົ່ວ​ທຸກ​ເມືອງ​ຂອງ​ຊາວ​ຮີວີ​ແລະ​ຂອງ​ຊາວ​ການາອານ ແລະ​ໃນທີ່ສຸດ ພວກເຂົາ​ກໍ​ມາ​ເຖິງ​ເມືອງ​ເບເອນເຊບາ ທາງ​ພາກໃຕ້​ຂອງ​ຢູດາຍ.</verse>
				<verse number="8">ຫລັງຈາກ​ໄດ້​ເດີນທາງ​ຜ່ານ​ໄປ​ທົ່ວ​ທຸກ​ເມືອງ ເປັນ​ເວລາ​ເກົ້າ​ເດືອນ​ກັບ​ຊາວ​ວັນ​ແລ້ວ ພວກເຂົາ​ກໍ​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="9">ພວກເຂົາ​ໄດ້​ລາຍງານ​ຕໍ່​ກະສັດ​ຈຳນວນ​ປະຊາຊົນ​ທັງໝົດ​ທີ່​ເປັນ​ທະຫານ​ໄດ້ ມີ​ດັ່ງນີ້: ແປດແສນ​ຄົນ ໃນ​ດິນແດນ​ອິດສະຣາເອນ​ແລະ ຫ້າແສນ​ຄົນ​ໃນ​ດິນແດນ​ຢູດາຍ.</verse>
				<verse number="10">ແຕ່​ຫລັງຈາກ​ກະສັດ​ດາວິດ​ໄດ້​ສຳຫລວດ​ເບິ່ງ​ຈຳນວນ​ປະຊາຊົນ​ແລ້ວ ເພິ່ນ​ກໍ​ເປັນທຸກໃຈ​ຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ເຮັດ​ຜິດ​ຢ່າງ​ຮ້າຍແຮງ​ທີ່​ໄດ້​ກະທຳ​ເຊັ່ນນີ້. ແຕ່​ບັດນີ້ ຂ້າແດ່​ພຣະເຈົ້າຢາເວ ຂໍ​ພຣະອົງ​ຍົກໂທດ​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ​ເທີ້ນ ເພາະ​ຂ້ານ້ອຍ​ໄດ້​ເຮັດ​ໄປ​ຢ່າງ​ໂງ່ຈ້າ​ທີ່ສຸດ.”</verse>
				<verse number="11">ຕໍ່ມາ ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ກາດ​ຜູ້ທຳນວາຍ​ປະຈຳຕົວ​ຂອງ​ກະສັດ​ດາວິດ​ວ່າ, “ຈົ່ງ​ໄປ​ບອກ​ດາວິດ​ວ່າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຮົາ​ກຳລັງ​ໃຫ້​ລາວ​ເລືອກ​ເອົາ​ຢ່າງໜຶ່ງ​ໃນ​ສາມຢ່າງ ແລະ​ເຮົາ​ຈະ​ເຮັດ​ຕາມ​ທີ່​ລາວ​ໄດ້​ເລືອກເອົາ​ນັ້ນ.” ດັ່ງນັ້ນ ໃນ​ເຊົ້າ​ຂອງ​ວັນ​ຕໍ່ມາ ຫລັງຈາກ​ກະສັດ​ດາວິດ​ຕື່ນ​ແຕ່​ນອນ​ແລ້ວ</verse>
				<verse number="12"></verse>
				<verse number="13">ກາດ​ກໍ​ໄປ​ບອກ​ກະສັດ​ຕາມ​ທີ່​ພຣະອົງ​ໄດ້​ບອກ​ນັ້ນ ແລະ​ຖາມ​ເພິ່ນ​ວ່າ, “ທ່ານ​ຈະ​ເລືອກ​ເອົາ​ຢ່າງ​ໃດ: ເກີດ​ການອຶດຢາກ​ຢູ່​ໃນ​ດິນແດນ​ເປັນ​ເວລາ​ສາມ​ປີ ຫລື​ວ່າ​ປົບໜີ​ຈາກ​ສັດຕູ​ໄລ່​ເປັນ​ເວລາ​ສາມ​ເດືອນ ຫລື​ວ່າ​ເກີດ​ໂຣກ​ລະບາດ​ໃນ​ດິນແດນ​ເປັນ​ເວລາ​ສາມ​ວັນ. ບັດນີ້​ໃຫ້​ທ່ານ​ຄິດ​ເບິ່ງ​ແລະ​ຕອບ​ຂ້ານ້ອຍ​ມາ ເພື່ອ​ຂ້ານ້ອຍ​ຈະ​ໄດ້​ນຳ​ຄຳຕອບ​ຂອງທ່ານ ກັບຄືນ​ໄປ​ບອກ​ພຣະອົງ​ຜູ້​ໄດ້ສົ່ງ​ຂ້ອຍ​ມາ.”</verse>
				<verse number="14">ກະສັດ​ດາວິດ​ຕອບ​ລາວ​ວ່າ, “ເຮົາ​ຕົກ​ຢູ່​ໃນ​ສະພາບ​ຈົນຕາແຈ​ແທ້ໆ, ແຕ່​ເຮົາ​ບໍ່​ຕ້ອງການ​ໃຫ້​ມະນຸດ​ລົງໂທດ​ເຮົາ. ໃຫ້​ພຣະເຈົ້າຢາເວ​ລົງໂທດ​ເຮົາ​ສາ ເພາະ​ພຣະອົງ​ມີ​ໃຈ​ເມດຕາ.”</verse>
				<verse number="15">ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ໃຫ້​ໂຣກ​ລະບາດ​ເກີດຂຶ້ນ​ໃນ​ຊາດ​ອິດສະຣາເອນ, ຕັ້ງແຕ່​ເຊົ້າ​ຈົນເຖິງ​ຍາມ​ທີ່​ພຣະອົງ​ໄດ້​ກຳນົດ​ໄວ້. ຊາວ​ອິດສະຣາເອນ​ຕັ້ງແຕ່​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້​ໄດ້​ຕາຍໄປ​ເຈັດສິບພັນ​ຄົນ.</verse>
				<verse number="16">ໃນ​ຂະນະທີ່​ເທວະດາ​ເກືອບ​ຈະ​ທຳລາຍ​ນະຄອນ​ເຢຣູຊາເລັມ​ນັ້ນ ພຣະເຈົ້າຢາເວ​ປ່ຽນໃຈ​ເຖິງ​ການ​ລົງໂທດ​ປະຊາຊົນ. ພຣະອົງ​ສັ່ງ​ເທວະດາ​ທີ່​ກຳລັງ​ຂ້າ​ພວກເຂົາ​ຢູ່​ນັ້ນ​ວ່າ, “ຢຸດ! ສໍ່າ​ນີ້​ກໍ​ພໍ​ແລ້ວ.” ໃນ​ຂະນະ​ນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ກຳລັງ​ຢືນ​ຢູ່​ໃກ້​ກັບ​ລານ​ຟາດເຂົ້າ​ຂອງ​ອາໂຣນາ ຊາວ​ເຢບຸດ.</verse>
				<verse number="17">ເມື່ອ​ກະສັດ​ດາວິດ​ເຫັນ​ເທວະດາ​ຕົນ​ທີ່​ພວມ​ຂ້າ​ປະຊາຊົນ​ຢູ່​ນັ້ນ ເພິ່ນ​ຈຶ່ງ​ຮ້ອງຂໍ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ເປັນ​ຄົນ​ເຮັດ​ຜິດ ພວກ​ທີ່​ໜ້າ​ສັງເວດ​ເຫຼົ່ານີ້​ບໍ່ໄດ້​ເຮັດ​ຫຍັງ​ຜິດ​ເລີຍ. ສະນັ້ນ ຂໍ​ພຣະອົງ ລົງໂທດ​ຂ້ານ້ອຍ​ແລະ​ຄອບຄົວ​ຂອງ​ຂ້ານ້ອຍ​ເຖີດ.”</verse>
				<verse number="18">ໃນ​ວັນ​ດຽວກັນ​ນັ້ນ ກາດ​ໄດ້​ໄປ​ຫາ​ກະສັດ​ດາວິດ ແລະ​ເວົ້າ​ວ່າ, “ໃຫ້​ທ່ານ​ຂຶ້ນ​ໄປ​ທີ່​ລານ​ຟາດເຂົ້າ​ຂອງ​ອາໂຣນາ​ຊາວ​ເຢບຸດ ແລະ​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ​ຢູ່​ທີ່​ນັ້ນ.”</verse>
				<verse number="19">ກະສັດ​ດາວິດ​ຈຶ່ງ​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ດ້ວຍ​ຄວາມ​ເຊື່ອຟັງ. ສະນັ້ນ ເພິ່ນ​ຈຶ່ງ​ໄປ​ຕາມ​ທີ່​ກາດ​ໄດ້​ບອກ.</verse>
				<verse number="20">ເມື່ອ​ອາໂຣນາ​ຫລຽວ​ລົງ​ມາ​ເຫັນ​ກະສັດ ແລະ​ພວກ​ຂ້າຣາຊການ​ຂອງ​ເພິ່ນ​ມາ​ຫາ​ຕົນ ລາວ​ຈຶ່ງ​ຂາບລົງ​ຕໍ່ໜ້າ​ກະສັດ</verse>
				<verse number="21">ແລະ​ຖາມ​ວ່າ, “ຂ້າແດ່​ພະຣາຊາ ດ້ວຍເຫດໃດ​ທ່ານ​ຈຶ່ງ​ມາ​ທີ່​ນີ້?” ກະສັດ​ດາວິດ​ຕອບ​ວ່າ, “ເຮົາ​ມາ​ຂໍ​ຊື້​ລານ​ຟາດເຂົ້າ​ຂອງ​ເຈົ້າ ແລະ​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ເພື່ອ​ໂຣກ​ລະບາດ​ຈະ​ໄດ້​ໝົດໄປ.”</verse>
				<verse number="22">ອາໂຣນາ​ບອກ​ວ່າ, “ຂ້າແດ່​ພະຣາຊາ ເຊີນ​ທ່ານ​ເອົາ​ໄດ້ ແລະ​ຖວາຍ​ບູຊາ​ຕາມ​ທີ່​ທ່ານ​ຕ້ອງການ​ເຖີດ ນີ້​ເດ​ງົວ​ສຳລັບ​ເຜົາ​ຖວາຍບູຊາ ແລະ​ນີ້​ແມ່ນ​ແອກ​ກັບ​ໄມ້​ຟາດ​ເຂົ້າ​ສຳລັບ​ໃຊ້​ເຮັດ​ຟືນ.”</verse>
				<verse number="23">ອາໂຣນາ​ໄດ້​ມອບ​ສິ່ງ​ທັງໝົດ​ນີ້​ໃຫ້​ກະສັດ ແລະ​ເວົ້າ​ກັບ​ເພິ່ນ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ຮັບ​ເອົາ​ເຄື່ອງ​ຖວາຍ​ຂອງທ່ານ​ເຖີດ.”</verse>
				<verse number="24">ແຕ່​ກະສັດ​ຕອບ​ວ່າ, “ບໍ່ ເຮົາ​ຈະ​ຈ່າຍ​ເງິນ​ໃຫ້​ເຈົ້າ ເຮົາ​ຈະ​ເອົາ​ສິ່ງ​ທີ່​ບໍ່ໄດ້​ຊື້​ມາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເຮົາ​ບໍ່ໄດ້.” ແລ້ວ​ກະສັດ​ດາວິດ​ກໍ​ຊື້​ລານ​ຟາດເຂົ້າ​ແລະ​ງົວເຖິກ​ເປັນ​ເງິນ​ຫ້າສິບ​ຫລຽນ.</verse>
				<verse number="25">ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ​ຢູ່​ທີ່​ນັ້ນ ແລະ​ຖວາຍ​ເຄື່ອງ​ເຜົາບູຊາ​ຕະຫລອດ​ທັງ​ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ກະສັດ​ດາວິດ ແລ້ວ​ໂຣກ​ລະບາດ​ໃນ​ດິນແດນ​ອິດສະຣາເອນ​ກໍໄດ້​ໝົດໄປ.</verse>
			</chapter>
		</book>
		<book number="11">
			<chapter number="1">
				<verse number="1">ມາບັດນີ້ ກະສັດ​ດາວິດ​ກໍ​ເຖົ້າແກ່​ຊະຣາ​ຫລາຍ​ແລ້ວ ເຖິງ​ແມ່ນ​ວ່າ ພວກ​ຄົນ​ຮັບໃຊ້​ຫົ່ມ​ຜ້າ​ໃຫ້​ເພິ່ນ​ຫລາຍ​ຜືນ​ກໍ​ຍັງ​ບໍ່​ອົບອຸ່ນ.</verse>
				<verse number="2">ດັ່ງນັ້ນ ບັນດາ​ຂ້າຣາຊການ​ຈຶ່ງ​ໄດ້​ບອກ​ເພິ່ນ​ວ່າ, “ຂ້າແດ່​ພະຣາຊາ ຂໍ​ໃຫ້​ພວກ​ຂ້ານ້ອຍ​ຊອກ​ຫາ​ຍິງສາວ​ບໍຣິສຸດ​ມາ​ຢູ່​ກັບ​ທ່ານ​ເພື່ອ​ບົວລະບັດ​ທ່ານ. ນາງ​ຈະ​ນອນ​ຄຽງ​ຂ້າງ​ທ່ານ​ເພື່ອ​ທ່ານ​ຈະ​ໄດ້​ອົບອຸ່ນ.”</verse>
				<verse number="3">ແລ້ວ​ການ​ຊອກຫາ​ຍິງສາວ​ບໍຣິສຸດ​ທີ່​ສວຍງາມ​ທົ່ວ​ທັງ​ປະເທດ​ອິດສະຣາເອນ ກໍໄດ້​ມີ​ຂຶ້ນ. ພວກເຂົາ​ໄດ້​ພົບ​ນາງ​ອາບີຊາກ​ຍິງສາວ​ຊາວ​ຊູເນມ ແລະ​ໄດ້​ພາ​ນາງ​ເຂົ້າ​ມາ​ຫາ​ກະສັດ.</verse>
				<verse number="4">ນາງ​ອາບີຊາກ​ເປັນ​ຄົນງາມ​ຫລາຍ. ນາງ​ໄດ້​ຢູ່​ຄອຍ​ຖ້າ​ບົວລະບັດ​ກະສັດ, ແຕ່​ເພິ່ນ​ບໍ່ໄດ້​ສົມສູ່​ກັບ​ນາງ.</verse>
				<verse number="5">ເມື່ອ​ເຈົ້າ​ອັບຊາໂລມ​ໄດ້​ຕາຍໄປ​ນັ້ນ ອາໂດນີຢາ​ລູກຊາຍກົກ​ຂອງ​ກະສັດ​ດາວິດ ຜູ້​ທີ່​ໄດ້​ກັບ​ນາງ​ຮັກກິດ​ກໍ​ຍັງ​ມີ​ຊີວິດ​ຢູ່. ລາວ​ເປັນ​ຄົນ​ຮູບຮ່າງ​ງາມ​ຫລາຍ. ກະສັດ​ດາວິດ​ບໍ່ເຄີຍ​ຕຳໜິ​ຕິຕຽນ​ລາວ​ໃນ​ເລື່ອງ​ໃດໆ​ທັງໝົດ ແລະ​ລາວ​ກໍ​ທະເຍີ​ທະຍານ​ຢາກ​ເປັນ​ກະສັດ. ອາໂດນີຢາ​ຕຽມ​ເອົາ​ລົດຮົບ, ມ້າ ແລະ​ທະຫານ​ຕິດຕາມ​ຕົນ​ໄປ​ຫ້າສິບ​ຄົນ.</verse>
				<verse number="6"></verse>
				<verse number="7">ລາວ​ໄດ້​ປຶກສາ​ກັບ​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ ແລະ​ກັບ​ປະໂຣຫິດ​ອາບີອາທາ ແລະ​ທັງສອງ​ຄົນ​ນີ້​ໄດ້​ຕົກລົງ​ຮ່ວມມື​ກັບ​ລາວ.</verse>
				<verse number="8">ແຕ່​ປະໂຣຫິດ​ຊາດົກ, ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ, ຜູ້ທຳນວາຍ​ນາທານ, ຊີເມອີ, ເຣອີ, ແລະ​ບັນດາ​ທະຫານ​ປ້ອງກັນ​ຕົວ​ກະສັດ​ດາວິດ​ບໍ່ໄດ້​ເຂົ້າ​ຂ້າງ​ອາໂດນີຢາ.</verse>
				<verse number="9">ຢູ່​ມາ​ມື້​ໜຶ່ງ ອາໂດນີຢາ​ໄດ້​ຖວາຍ​ສັດ​ບູຊາ​ເຊັ່ນ: ແກະ, ງົວ ແລະ​ງົວໜຸ່ມ​ໂຕ​ອ້ວນພີ​ດີ​ທີ່​ໂງ່ນຫີນ​ງູ​ໃກ້​ກັບ​ບໍ່ນໍ້າ​ເອນໂຣເກນ. ລາວ​ໄດ້​ເຊີນ​ບັນດາ​ລູກຊາຍ​ຄົນອື່ນໆ​ຂອງ​ກະສັດ​ດາວິດ ພ້ອມ​ທັງ​ບັນດາ​ຂ້າຣາຊການ​ຂອງ​ກະສັດ​ທີ່​ມາ​ແຕ່​ອານາຈັກ​ຢູດາຍ ໄປ​ຮ່ວມ​ກິນລ້ຽງ​ໃນ​ການ​ຖວາຍບູຊາ​ນີ້.</verse>
				<verse number="10">ແຕ່​ຄົນ​ທີ່​ລາວ​ບໍ່ໄດ້​ເຊີນ​ໄປ​ຮ່ວມ​ມີ​ດັ່ງນີ້: ໂຊໂລໂມນ​ນ້ອງຊາຍ​ຂອງຕົນ, ຜູ້ທຳນວາຍ​ນາທານ, ເບນາອີຢາ ແລະ​ບັນດາ​ທະຫານ​ປ້ອງກັນ​ຕົວ​ກະສັດ.</verse>
				<verse number="11">ແລ້ວ​ນາທານ​ກໍ​ໄປ​ຫາ​ຣາຊິນີ​ບັດເຊບາ​ແມ່​ຂອງ​ໂຊໂລໂມນ ແລະ​ຖາມ​ເພິ່ນ​ວ່າ, “ຣາຊິນີ​ໄດ້ຍິນ​ບໍ່​ວ່າ​ອາໂດນີຢາ ລູກຊາຍ​ຂອງ​ຍານາງ​ຮັກກິດ ໄດ້​ແຕ່ງຕັ້ງ​ຕົນເອງ​ຂຶ້ນ​ເປັນ​ກະສັດ ແລະ​ກະສັດ​ດາວິດ​ກໍ​ບໍ່​ຮູ້​ຫຍັງ​ເລີຍ​ໃນ​ເລື່ອງ​ນີ້.</verse>
				<verse number="12">ຖ້າ​ຣາຊິນີ​ຢາກ​ຊ່ວຍ​ຊີວິດ​ຂອງ​ຕົນເອງ​ແລະ​ໂຊໂລໂມນ ລູກຊາຍ​ຂອງ​ຣາຊິນີ​ໄວ້​ແລ້ວ ຂ້ານ້ອຍ​ຢາກ​ຂໍ​ແນະນຳ</verse>
				<verse number="13">ໃຫ້​ຣາຊິນີ​ໄປ​ຫາ​ກະສັດ​ດາວິດ​ໂດຍ​ທັນທີ ແລະ​ຖາມ​ເພິ່ນ​ວ່າ, ‘ຂ້າແດ່​ພະຣາຊາ ທ່ານ​ໄດ້​ສັນຍາ​ໄວ້​ຢ່າງ​ເດັດດ່ຽວ​ກັບ​ຂ້ານ້ອຍ​ແລ້ວ​ບໍ່ແມ່ນ​ບໍ​ວ່າ ໂຊໂລໂມນ​ລູກຊາຍ​ຂອງ​ຂ້ານ້ອຍ​ຈະ​ເປັນ​ກະສັດ​ສືບແທນ​ທ່ານ? ແລ້ວ​ບັດນີ້​ເປັນຫຍັງ​ອາໂດນີຢາ​ຈຶ່ງ​ໄດ້​ຂຶ້ນ​ເປັນ​ກະສັດ?”’</verse>
				<verse number="14">ແລະ​ນາທານ​ກໍ​ເວົ້າ​ຕື່ມ​ວ່າ, “ເວລາ​ຣາຊິນີ​ກຳລັງ​ເວົ້າ​ກັບ​ກະສັດ​ດາວິດ​ຢູ່​ນັ້ນ ຂ້ານ້ອຍ​ຈະ​ເຂົ້າ​ໄປ​ຢືນຢັນ​ຄຳ​ເວົ້າ​ຂອງ​ຣາຊິນີ.”</verse>
				<verse number="15">ດັ່ງນັ້ນ ຣາຊິນີ​ບັດເຊບາ​ຈຶ່ງ​ເຂົ້າ​ໄປ​ຫາ​ກະສັດ​ຢູ່​ໃນ​ຫ້ອງ​ນອນ​ຂອງ​ເພິ່ນ. ເພິ່ນ​ເຖົ້າແກ່​ຫລາຍ​ແລ້ວ ແລະ​ນາງ​ອາບີຊາກ​ຍິງ​ສາວ​ຊາວ​ຊູເນມ ກໍ​ກຳລັງ​ບົວລະບັດ​ເພິ່ນ​ຢູ່.</verse>
				<verse number="16">ຣາຊິນີ​ບັດເຊບາ​ກົ້ມຂາບ​ກະສັດ ແລະ​ເພິ່ນ​ຖາມ​ນາງ​ວ່າ, “ເຈົ້າ​ຕ້ອງການ​ຫຍັງ?”</verse>
				<verse number="17">ຣາຊິນີ​ຕອບ​ເພິ່ນ​ວ່າ, “ຂ້າແດ່​ຣາຊາເຈົ້າ ທ່ານ​ໄດ້​ສາບານ​ຕໍ່​ຜູ້ຮັບໃຊ້​ຂອງທ່ານ​ໂດຍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ແລ້ວ​ວ່າ ໂຊໂລໂມນ​ລູກຊາຍ​ຂອງ​ຂ້ານ້ອຍ​ຈະ​ໄດ້​ຂຶ້ນ​ເປັນ​ກະສັດ​ສືບແທນ​ທ່ານ.</verse>
				<verse number="18">ແຕ່​ອາໂດນີຢາ​ຂຶ້ນ​ເປັນ​ກະສັດ​ແທນ​ແລ້ວ ທ່ານ​ກໍ​ບໍ່​ຮູ້ຈັກ​ກ່ຽວກັບ​ເລື່ອງ​ນີ້​ເລີຍ.</verse>
				<verse number="19">ລາວ​ໄດ້​ຖວາຍບູຊາ​ງົວເຖິກ, ແກະ ແລະ​ງົວ​ນ້ອຍ​ໂຕ​ອ້ວນພີ​ຫລາຍ​ໂຕ. ລາວ​ເຊີນ​ພວກ​ລູກຊາຍ​ຂອງທ່ານ ປະໂຣຫິດ​ອາບີອາທາ ແລະ​ໂຢອາບ​ຜູ້​ບັນຊາການ​ກອງທັບ​ຂອງທ່ານ​ໄປ​ຮ່ວມ​ໃນ​ການ​ກິນລ້ຽງ, ແຕ່​ລາວ​ບໍ່ໄດ້​ເຊີນ​ໂຊໂລໂມນ​ລູກຊາຍ​ຂອງທ່ານ​ເລີຍ.</verse>
				<verse number="20">ຂ້າແດ່​ພະຣາຊາ ປະຊາຊົນ​ອິດສະຣາເອນ​ທັງໝົດ​ກຳລັງ​ລໍ​ຟັງ​ທ່ານ​ຢູ່​ວ່າ ທ່ານ​ຈະ​ໃຫ້​ຜູ້ໃດ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ​ທ່ານ.</verse>
				<verse number="21">ຖ້າ​ທ່ານ​ບໍ່​ເຮັດ​ຕາມ​ທີ່​ທ່ານ​ໄດ້​ສັນຍາ​ໄວ້, ພໍ​ທ່ານ​ຕາຍໄປ​ແລ້ວ ໂຊໂລໂມນ​ລູກຊາຍ​ຂອງ​ຂ້ານ້ອຍ ແລະ​ຂ້ານ້ອຍ​ເອງ​ກໍ​ຈະ​ຖືກ​ກ່າວຫາ​ວ່າ​ເປັນ​ພວກ​ກະບົດ.”</verse>
				<verse number="22">ເມື່ອ​ນາທານ​ໄດ້​ມາ​ເຖິງ​ຣາຊວັງ ຣາຊິນີ​ບັດເຊບາ​ກໍ​ຍັງ​ກຳລັງ​ເວົ້າ​ຢູ່.</verse>
				<verse number="23">ແລ້ວ​ມີ​ຄົນ​ມາ​ລາຍງານ​ກະສັດ​ວ່າ, “ຜູ້ທຳນວາຍ​ໄດ້​ມາ​ທີ່​ນີ້.” ແລະ​ນາທານ​ກໍໄດ້​ເຂົ້າ​ໄປ​ກົ້ມ​ຂາບ​ຕໍ່ໜ້າ​ກະສັດ.</verse>
				<verse number="24">ແລ້ວ​ນາທານ​ກໍ​ຖາມ​ວ່າ, “ຂ້າແດ່​ພະຣາຊາ ທ່ານ​ໄດ້​ປະກາດ​ໄປ​ວ່າ ອາໂດນີຢາ​ຈະ​ຕ້ອງ​ເປັນ​ກະສັດ​ສືບແທນ​ທ່ານ​ບໍ?</verse>
				<verse number="25">ເພາະ​ໃນວັນນີ້​ເອງ ລາວ​ໄດ້​ໄປ​ຖວາຍບູຊາ​ງົວເຖິກ, ແກະ ແລະ​ງົວ​ນ້ອຍ​ໂຕ​ອ້ວນພີ​ຫລາຍ​ໂຕ. ລາວ​ໄດ້​ເຊີນ​ພວກ​ລູກຊາຍ​ຂອງ​ກະສັດ​ທຸກຄົນ, ໂຢອາບ​ຜູ້​ບັນຊາການ​ກອງທັບ​ຂອງທ່ານ ແລະ​ປະໂຣຫິດ​ອາບີອາທາ; ດຽວ​ນີ້ ພວກເຂົາ​ກຳລັງ​ກິນລ້ຽງ​ຮ່ວມ​ກັບ​ລາວ​ພ້ອມ​ທັງ​ຮ້ອງໂຮ​ວ່າ, ‘ຂໍ​ໃຫ້​ກະສັດ​ອາໂດນີຢາ​ຈົ່ງ​ໝັ້ນຍືນ.’</verse>
				<verse number="26">ທ່ານເອີຍ ລາວ​ບໍ່ໄດ້​ເຊີນ​ຂ້ານ້ອຍ​ຜູ້​ຮັບໃຊ້​ຂອງ​ທ່ານ, ຫລື​ປະໂຣຫິດ​ຊາດົກ, ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ, ຫລື​ໂຊໂລໂມນ​ຜູ້​ຮັບໃຊ້​ຂອງ​ທ່ານ.</verse>
				<verse number="27">ທ່ານ​ເຫັນ​ດີ​ນຳ​ສິ່ງ​ທັງໝົດ​ນີ້ ແລະ​ບໍ່​ບອກ​ແມ່ນແຕ່​ບັນດາ​ຂ້າຣາຊການ​ຂອງທ່ານ​ໃຫ້​ຮູ້ຈັກ​ນຳ​ວ່າ ແມ່ນ​ຜູ້ໃດ​ຈະ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ສືບແທນ​ທ່ານ ມັນ​ຈະ​ເປັນ​ໄປ​ໄດ້​ບໍ?”</verse>
				<verse number="28">ກະສັດ​ດາວິດ​ກ່າວ​ວ່າ, “ຈົ່ງ​ເອີ້ນ​ເອົາ​ບັດເຊບາ​ກັບຄືນ​ເຂົ້າ​ມາ​ຂ້າງ​ໃນ​ພີ້.” ຣາຊິນີ​ຈຶ່ງ​ໄດ້​ເຂົ້າ​ມາ​ຢືນ​ຢູ່​ຕໍ່ໜ້າ​ເພິ່ນ.</verse>
				<verse number="29">ແລ້ວ​ກະສັດ​ໄດ້ສາບານ ແລະ​ກ່າວ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ຄື​ອົງ​ທີ່​ໄດ້​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ​ຕ່າງໆ​ນາໆ</verse>
				<verse number="30">ວ່າ​ວັນ​ນີ້ ເຮົາ​ຂໍ​ສາບານ​ຕໍ່​ເຈົ້າ ໂດຍ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ໂຊໂລໂມນ​ລູກຊາຍ​ຂອງ​ເຈົ້າ​ຈະ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ສືບແທນ​ເຮົາ ແລະ​ຈະ​ນັ່ງ​ບັນລັງ​ຂອງເຮົາ​ແທນເຮົາ.”</verse>
				<verse number="31">ຣາຊິນີ​ບັດເຊບາ​ໄດ້​ກົ້ມຂາບ ແລະ​ເວົ້າ​ວ່າ, “ຂໍ​ໃຫ້​ກະສັດ​ຜູ້​ເປັນ​ເຈົ້າ​ເໜືອ​ຫົວ​ຂອງ​ຂ້ານ້ອຍ ຈົ່ງ​ໝັ້ນຍືນ​ຕະຫລອດໄປ.”</verse>
				<verse number="32">ແລ້ວ​ກະສັດ​ດາວິດ​ກໍ​ສົ່ງ​ຄົນ​ໄປ​ນຳ​ເອົາ​ປະໂຣຫິດ​ຊາດົກ, ຜູ້ທຳນວາຍ​ນາທານ ແລະ​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ. ພວກເພິ່ນ​ໄດ້​ເຂົ້າ​ມາ</verse>
				<verse number="33">ແລະ​ກະສັດ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ເອົາ​ພວກ​ຂ້າຣາຊການ​ປະຈຳວັງ​ໄປ​ກັບ​ພວກເຈົ້າ ໃຫ້​ໂຊໂລໂມນ​ລູກຊາຍ​ຂອງເຮົາ​ຂີ່​ລໍ​ຂອງເຮົາ ແລ້ວ​ແຫ່​ລາວ​ລົງ​ໄປ​ທີ່​ບໍ່ນໍ້າ​ກີໂຮນ</verse>
				<verse number="34">ໃນ​ທີ່ນັ້ນ ໃຫ້​ປະໂຣຫິດ​ຊາດົກ​ແລະ​ຜູ້ທຳນວາຍ​ນາທານ​ຫົດສົງ​ແຕ່ງຕັ້ງ​ລາວ​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ. ແລ້ວ​ໃຫ້​ເປົ່າແກ​ແລະ​ຮ້ອງໂຮ​ຂຶ້ນ​ວ່າ, ‘ຂໍ​ໃຫ້​ກະສັດ​ໂຊໂລໂມນ​ຈົ່ງ​ໝັ້ນຍືນ.’</verse>
				<verse number="35">ໃຫ້​ພວກເຈົ້າ​ແຫ່​ລາວ​ຂຶ້ນ​ມາ ແລະ​ລາວ​ຈະ​ນັ່ງ​ຢູ່​ເທິງ​ບັນລັງ​ຂອງເຮົາ. ລາວ​ຈະ​ຂຶ້ນ​ເປັນ​ກະສັດ​ສືບແທນ​ເຮົາ ເພາະ​ລາວ​ເປັນ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ເອົາ​ໃຫ້​ປົກຄອງ​ອິດສະຣາເອນ​ແລະ​ຢູດາຍ.”</verse>
				<verse number="36">ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ໄດ້​ຕອບ​ກະສັດ​ວ່າ, “ຂ້ານ້ອຍ​ຈະ​ເຮັດ​ຕາມ​ທຸກຢ່າງ. ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້ານາຍ​ແຫ່ງ​ກະສັດ​ຂອງ​ຂ້ານ້ອຍ​ຮັບ​ຮູ້​ໃນ​ເລື່ອງ​ນີ້​ດ້ວຍ​ເທີ້ນ</verse>
				<verse number="37">ພຣະເຈົ້າຢາເວ​ໄດ້​ສະຖິດ​ຢູ່​ກັບ​ເຈົ້ານາຍ​ແຫ່ງ​ກະສັດ​ຂອງ​ຂ້ານ້ອຍ​ຢ່າງ​ໃດ ກໍ​ຂໍ​ໃຫ້​ພຣະອົງ​ສະຖິດ​ຢູ່​ກັບ​ໂຊໂລໂມນ​ຢ່າງ​ນັ້ນ ແລະ​ຂໍ​ໃຫ້​ບັນລັງ​ຂອງ​ເພິ່ນ​ຈົ່ງ​ຈະເລີນ​ຮຸ່ງເຮືອງ​ກວ່າ​ບັນລັງ​ຂອງ​ເຈົ້ານາຍ​ແຫ່ງ​ກະສັດ​ດາວິດ​ຂອງ​ຂ້ານ້ອຍ​ເທີ້ນ.”</verse>
				<verse number="38">ດັ່ງນັ້ນ ປະໂຣຫິດ​ຊາດົກ, ຜູ້ທຳນວາຍ​ນາທານ, ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ ແລະ​ບັນດາ​ທະຫານ​ຊາວ​ເກເຣັດ​ແລະ​ຊາວ​ເປເລັດ ຈຶ່ງ​ໃຫ້​ໂຊໂລໂມນ​ນັ່ງ​ເທິງ​ຫລັງ​ລໍ​ຂອງ​ກະສັດ​ດາວິດ ແລະ​ແຫ່​ເພິ່ນ​ໄປ​ທີ່​ບໍ່ນໍ້າ​ກີໂຮນ.</verse>
				<verse number="39">ປະໂຣຫິດ​ຊາດົກ​ໄດ້​ນຳ​ເອົາ​ນໍ້າມັນ​ໝາກກອກເທດ​ຈາກ​ຫໍເຕັນ ແລະ​ຫົດສົງ​ໂຊໂລໂມນ. ພວກເຂົາ​ເປົ່າແກ ແລະ​ປະຊາຊົນ​ທັງໝົດ​ກໍໄດ້​ພາກັນ​ຮ້ອງໂຮ​ຂຶ້ນ​ວ່າ, “ຂໍ​ໃຫ້​ກະສັດ​ໂຊໂລໂມນ ຈົ່ງ​ໝັ້ນຍືນ.”</verse>
				<verse number="40">ແລ້ວ​ທຸກຄົນ​ກໍໄດ້​ຍ່າງ​ຕາມ​ເພິ່ນ​ຄືນ​ມາ ທັງ​ຮ້ອງໂຮ​ແລະ​ເປົ່າ​ຄຸ່ຍ​ດ້ວຍ​ຄວາມ​ຍິນດີ ສຽງດັງ​ຈົນ​ແຜ່ນດິນ​ສັ່ນສະເທືອນ.</verse>
				<verse number="41">ເມື່ອ​ອາໂດນີຢາ ແລະ​ບັນດາ​ແຂກ​ຂອງຕົນ​ກຳລັງ​ກິນລ້ຽງ​ໃກ້​ຈະ​ແລ້ວ. ທຸກຄົນ​ກໍ​ໄດ້​ຍິນ​ສຽງດັງ​ນັ້ນ. ເມື່ອ​ໂຢອາບ​ໄດ້​ຍິນ​ສຽງ​ເປົ່າແກ ລາວ​ຈຶ່ງ​ຖາມ​ຂຶ້ນ​ວ່າ, “ສຽງ​ທີ່​ດັງ​ຢູ່​ໃນ​ເມືອງ​ນັ້ນ​ແມ່ນ​ສຽງ​ຫຍັງ?”</verse>
				<verse number="42">ກ່ອນ​ໂຢອາບ​ເວົ້າ​ຈົບ​ໂຢນາທານ​ລູກຊາຍ​ຂອງ​ປະໂຣຫິດ​ອາບີອາທາ​ກໍ​ມາ​ຮອດ. ອາໂດນີຢາ​ກ່າວ​ວ່າ, “ເຂົ້າ​ມາ​ຂ້າງ​ໃນ​ພີ້​ດູ ເຈົ້າ​ເປັນ​ຄົນ​ດີ​ຜູ້ໜຶ່ງ ສະນັ້ນ ເຈົ້າ​ຄົງ​ນຳ​ເອົາ​ຂ່າວ​ດີ​ມາ​ບອກ.”</verse>
				<verse number="43">ໂຢນາທານ​ຕອບ​ວ່າ, “ຢ້ານ​ບໍ່​ເປັນ​ດັ່ງນັ້ນ​ດອກ ເພາະ​ກະສັດ​ດາວິດ​ໄດ້​ແຕ່ງຕັ້ງ​ໂຊໂລໂມນ​ໃຫ້​ຂຶ້ນ​ເປັນ​ກະສັດ​ແລ້ວ.</verse>
				<verse number="44">ເພິ່ນ​ໄດ້​ໃຫ້​ປະໂຣຫິດ​ຊາດົກ, ຜູ້ທຳນວາຍ​ນາທານ, ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ ແລະ​ທະຫານ​ຊາວ​ເກເຣັດ​ແລະ​ຊາວ​ເປເລັດ​ແຫ່​ໂຊໂລໂມນ​ໄປ. ພວກເຂົາ​ໃຫ້​ລາວ​ນັ່ງ​ເທິງ​ຫລັງ​ລໍ​ຂອງ​ກະສັດ</verse>
				<verse number="45">ແລະ​ປະໂຣຫິດ​ຊາດົກ​ກັບ​ຜູ້ທຳນວາຍ​ນາທານ ກໍ​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ລາວ​ໃຫ້​ເປັນ​ກະສັດ​ທີ່​ບໍ່ນໍ້າ​ກີໂຮນ. ແລ້ວ​ພວກເຂົາ​ກໍ​ກັບ​ເຂົ້າ​ໄປ​ໃນ​ເມືອງ​ທັງ​ໂຮ່ຮ້ອງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ, ທຸກຄົນ​ທີ່​ຢູ່​ໃນ​ເມືອງນັ້ນ​ກຳລັງ​ອຶກກະທຶກ ດັ່ງ​ທີ່​ທ່ານ​ກຳລັງ​ໄດ້​ຍິນ​ສຽງ​ນັ້ນ​ແຫຼະ.</verse>
				<verse number="46">ບັດນີ້ ໂຊໂລໂມນ​ໄດ້​ນັ່ງ​ເທິງ​ບັນລັງ​ຂອງ​ກະສັດ​ແລ້ວ.</verse>
				<verse number="47">ຍິ່ງ​ໄປ​ກວ່າ​ນີ້​ອີກ ບັນດາ​ຂ້າຣາຊການ​ປະຈຳວັງ ກໍໄດ້​ໄປ​ຖວາຍ​ພອນ​ແກ່​ກະສັດ​ດາວິດ​ວ່າ, ‘ຂໍ​ພຣະເຈົ້າ​ຂອງທ່ານ​ໂຜດ​ບັນດານ​ໃຫ້​ໂຊໂລໂມນ​ມີ​ຊື່ສຽງ​ຫລາຍກວ່າ​ທ່ານ ແລະ​ໃຫ້​ຣາຊການ​ຂອງ​ກະສັດ​ໂຊໂລໂມນ​ຈະເລີນ​ຮຸ່ງເຮືອງ​ກວ່າ​ຣາຊການ​ຂອງທ່ານ.’ ແລ້ວ​ກະສັດ​ດາວິດ​ກໍ​ກົ້ມ​ລົງ​ນະມັດສະການ​ພຣະເຈົ້າ​ທີ່​ຕຽງ​ນອນ​ຂອງ​ເພິ່ນ</verse>
				<verse number="48">ແລະ​ພາວັນນາ​ອະທິຖານ​ວ່າ, ‘ຂໍ​ໃຫ້​ພວກເຮົາ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເພາະ​ວັນ​ນີ້ ພຣະອົງ​ໄດ້​ໃຫ້​ຜູ້ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ຂ້ານ້ອຍ​ຂຶ້ນ​ເປັນ​ກະສັດ​ສືບແທນ​ຂ້ານ້ອຍ ແລະ​ໄດ້​ໂຜດ​ໃຫ້​ຂ້ານ້ອຍ​ມີ​ຊີວິດ​ຢູ່​ຈົນ​ໄດ້​ເຫັນ​ການ​ນີ້.”’</verse>
				<verse number="49">ບັນດາ​ແຂກ​ຂອງ​ອາໂດນີຢາ​ພາກັນ​ຢ້ານກົວ ແລະ​ທຸກຄົນ​ກໍ​ລຸກ​ຂຶ້ນ​ໜີໄປ​ຕາມ​ທາງ​ຂອງ​ໃຜ​ລາວ.</verse>
				<verse number="50">ອາໂດນີຢາ​ເກີດ​ຢ້ານ​ກະສັດ​ໂຊໂລໂມນ​ຫລາຍ ຈຶ່ງ​ລຸກຂຶ້ນ​ໄປ ແລະ​ຈັບ​ທີ່​ແຈ​ຂອງ​ແທ່ນບູຊາ.</verse>
				<verse number="51">ໄດ້​ມີ​ຄົນ​ມາ​ບອກ​ກະສັດ​ໂຊໂລໂມນ​ວ່າ, “ອາໂດນີຢາ​ຢ້ານ​ທ່ານ​ຫລາຍ ແລະ​ລາວ​ໄດ້​ຈັບ​ແຈ​ແທ່ນບູຊາ​ທັງ​ເວົ້າ​ວ່າ, ‘ກ່ອນ​ອື່ນ​ໝົດ ຂໍ​ໃຫ້​ກະສັດ​ໂຊໂລໂມນ​ສາບານ​ຕໍ່​ຂ້ານ້ອຍ​ກ່ອນ​ວ່າ ເພິ່ນ​ຈະ​ບໍ່​ສັງຫານ​ຜູ້ຮັບໃຊ້​ຂອງເພິ່ນ​ດ້ວຍ​ດາບ.”’</verse>
				<verse number="52">ກະສັດ​ໂຊໂລໂມນ​ຕອບ​ວ່າ, “ຖ້າ​ລາວ​ສັດຊື່​ແທ້ ແມ່ນແຕ່​ຜົມ​ເສັ້ນ​ໜຶ່ງ​ຂອງ​ລາວ​ກໍ​ຈະ​ບໍ່​ຖືກ​ແຕະຕ້ອງ; ແຕ່​ຖ້າ​ລາວ​ບໍ່​ສັດຊື່​ລາວ​ຈະ​ຕ້ອງ​ຕາຍ.”</verse>
				<verse number="53">ແລ້ວ​ກະສັດ​ໂຊໂລໂມນ​ກໍ​ສົ່ງ​ຄົນ​ໄປ​ນຳ​ເອົາ​ອາໂດນີຢາ​ມາ​ຈາກ​ແທ່ນບູຊາ. ອາໂດນີຢາ​ໄດ້​ໄປ​ຫາ​ກະສັດ​ແລະ​ກົ້ມ​ຂາບລົງ​ຕໍ່ໜ້າ​ເພິ່ນ; ແລ້ວ​ກະສັດ​ກໍ​ເວົ້າ​ວ່າ, “ໃຫ້​ເຈົ້າ​ກັບຄືນ​ເມືອ​ເຮືອນ​ສາ.”</verse>
			</chapter>
			<chapter number="2">
				<verse number="1">ເມື່ອ​ກະສັດ​ດາວິດ​ໃກ້​ຈະ​ສິ້ນໃຈ​ຕາຍ ເພິ່ນ​ໄດ້​ເອີ້ນ​ໂຊໂລໂມນ​ລູກ​ຂອງຕົນ​ມາ ແລະ​ແນະນຳ​ສັ່ງສອນ​ເປັນ​ຄັ້ງ​ສຸດທ້າຍ​ວ່າ,</verse>
				<verse number="2">“ເວລາ​ແຫ່ງ​ຄວາມຕາຍ​ຂອງ​ພໍ່​ໄດ້​ມາ​ເຖິງ​ແລ້ວ ຈົ່ງ​ກ້າຫານ​ແລະ​ເດັດດ່ຽວ</verse>
				<verse number="3">ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ສັ່ງ​ເຈົ້າ​ໃຫ້​ເຮັດ; ຈົ່ງ​ເຊື່ອຟັງ​ກົດບັນຍັດ​ແລະ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ ເພື່ອ​ວ່າ​ເຈົ້າ​ຈະ​ສຳເລັດຜົນ​ໃນ​ທຸກສິ່ງ​ທີ່​ເຈົ້າ​ເຮັດ.</verse>
				<verse number="4">‘ຖ້າ​ເຈົ້າ​ປະຕິບັດ​ຕາມ ພຣະເຈົ້າຢາເວ​ຈະ​ຮັກສາ​ຖ້ອຍຄຳ​ຂອງ​ພຣະອົງ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້ ເມື່ອ​ພຣະອົງ​ໄດ້​ກ່າວ​ວ່າ ລູກຫລານ​ຂອງ​ພໍ່​ຈະ​ປົກຄອງ​ຊາດ​ອິດສະຣາເອນ​ຕໍ່ໄປ ຕາບໃດ​ທີ່​ພວກເຂົາ​ຕັ້ງໜ້າ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຢ່າງ​ສັດຊື່​ແລະ​ດ້ວຍ​ສຸດຈິດ​ສຸດໃຈ.’</verse>
				<verse number="5">ຍັງ​ມີ​ເລື່ອງ​ອື່ນ​ອີກ ເຈົ້າ​ຈື່​ໄດ້​ບໍ​ສິ່ງ​ທີ່​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ໄດ້​ເຮັດ​ຕໍ່​ພໍ່ ໂດຍ​ໄດ້​ຂ້າ​ຜູ້​ບັນຊາການ​ກອງທັບ​ຂອງ​ຊາດ​ອິດສະຣາເອນ​ສອງ​ຄົນ ຄື​ອັບເນ​ລູກຊາຍ​ຂອງ​ເນຣະ ແລະ​ອາມາສາ​ລູກຊາຍ​ຂອງ​ເຢເທີ. ເຈົ້າ​ຈື່​ໄດ້​ບໍ​ວ່າ​ລາວ​ໄດ້​ຂ້າ​ພວກເຂົາ​ໃນ​ຍາມ​ສະຫງົບສຸກ ເພື່ອ​ແກ້ແຄ້ນ​ໃຫ້​ແກ່​ພວກ​ທີ່​ຕາຍໄປ​ໃນ​ຍາມ​ສົງຄາມ. ລາວ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ ບັດນີ້ ພໍ່​ຕ້ອງ​ຮັບຜິດຊອບ​ຕໍ່​ການ​ກະທຳ​ຂອງ​ລາວ ແລະ​ພໍ່​ຕ້ອງ​ຮັບ​ຄວາມ​ທໍລະມານ ໃນ​ຜົນ​ກຳ​ນັ້ນ.</verse>
				<verse number="6">ເຈົ້າ​ຮູ້​ດີ​ວ່າ​ຄວນ​ຈະ​ເຮັດ​ຢ່າງ​ໃດ; ເຈົ້າ​ຄົງ​ບໍ່​ປ່ອຍ​ໃຫ້​ລາວ​ຕາຍ​ຢ່າງ​ທຳມະດາ.</verse>
				<verse number="7">ແຕ່​ເຈົ້າ​ຈົ່ງ​ເຮັດ​ດີ​ຕໍ່​ພວກ​ລູກຊາຍ​ຂອງ​ບາກຊິນໄລ​ຊາວ​ກີເລອາດ ແລະ​ເບິ່ງແຍງ​ຮັກສາ​ພວກເຂົາ​ເພາະ​ພວກເຂົາ​ໄດ້​ເຮັດ​ດີ​ຕໍ່​ພໍ່ ເມື່ອ​ພໍ່​ໄດ້​ປົບໜີ​ຈາກ​ອັບຊາໂລມ​ອ້າຍ​ຂອງ​ເຈົ້າ.</verse>
				<verse number="8">ຍັງ​ມີ​ອີກ​ຜູ້ໜຶ່ງ​ຊື່​ວ່າ​ຊີເມອີ ລູກຊາຍ​ຂອງ​ເກຣາ​ຊາວ​ເບັນຢາມິນ​ຈາກ​ເມືອງ​ບາຮູຣິມ. ເມື່ອ​ພໍ່​ໄດ້​ເດີນທາງ​ໄປ​ທີ່​ເມືອງ​ມະຫານາອິມ ລາວ​ໄດ້​ປ້ອຍດ່າ​ພໍ່​ຢ່າງ​ເຈັບແສບ. ແຕ່​ເມື່ອ​ລາວ​ໄດ້​ພົບ​ພໍ່​ທີ່​ແມ່ນໍ້າ​ຈໍແດນ ພໍ່​ໄດ້​ສາບານ​ຢ່າງ​ໜັກແໜ້ນ​ໂດຍ​ພຣະເຈົ້າຢາເວ​ວ່າ ພໍ່​ຈະ​ບໍ່​ຂ້າ​ລາວ.</verse>
				<verse number="9">ແຕ່​ເຈົ້າ​ບໍ່​ຕ້ອງ​ປ່ອຍ​ລາວ​ໄປ​ຢ່າງ​ບໍ່​ໃສ່​ໂທດ. ເຈົ້າ​ເປັນ​ຄົນມີ​ປັນຍາ ເຈົ້າ​ຮູ້​ວ່າ​ຄວນ​ຈະ​ເຮັດ​ຢ່າງໃດ ຈົ່ງ​ພິຈາລະນາ​ໃຫ້​ລາວ​ຖືກ​ໂທດ​ປະຫານ.”</verse>
				<verse number="10">ກະສັດ​ດາວິດ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ຢູ່​ໃນ​ເມືອງ​ຂອງ​ດາວິດ.</verse>
				<verse number="11">ເພິ່ນ​ເປັນ​ກະສັດ​ປົກຄອງ​ຊາດ​ອິດສະຣາເອນ​ເປັນ​ເວລາ​ສີ່ສິບ​ປີ; ທີ່​ເຮັບໂຣນ​ເພິ່ນ​ໄດ້​ປົກຄອງ​ເຈັດ​ປີ ແລະ​ທີ່​ນະຄອນ​ເຢຣູຊາເລັມ​ປົກຄອງ​ສາມສິບສາມ​ປີ.</verse>
				<verse number="12">ກະສັດ​ໂຊໂລໂມນ​ຂຶ້ນ​ເປັນ​ກະສັດ​ສືບແທນ​ກະສັດ​ດາວິດ​ພໍ່​ຂອງຕົນ ແລະ​ອຳນາດ​ໃນ​ຕຳແໜ່ງ​ກະສັດ​ຂອງ​ເພິ່ນ​ກໍ​ດຳລົງ​ຢູ່​ຢ່າງ​ໝັ້ນຄົງ.</verse>
				<verse number="13">ແລ້ວ​ອາໂດນີຢາ​ລູກຊາຍ​ຂອງ​ນາງ​ຮັກກິດ​ກໍໄດ້​ໄປ​ຫາ​ຣາຊິນີ​ບັດເຊບາ. ແມ່​ຂອງ​ກະສັດ​ໂຊໂລໂມນ. ເພິ່ນ​ຖາມ​ລາວ​ວ່າ, “ເຈົ້າ​ມາ​ຢາມ​ຂ້ອຍ​ຄັ້ງ​ນີ້​ໃນ​ຖານ​ເປັນ​ມິດ​ບໍ?” ລາວ​ຕອບ​ວ່າ, “ແມ່ນແລ້ວ.”</verse>
				<verse number="14">ແລ້ວ​ລາວ​ກໍ​ເວົ້າ​ຕື່ມ​ວ່າ, “ຂ້ອຍ​ຢາກ​ຂໍ​ຖາມ​ເຈົ້າ​ບາງ​ຢ່າງ​ແດ່​ໄດ້​ບໍ?” ຣາຊິນີ​ຖາມ​ວ່າ, “ຖາມ​ເລື່ອງ​ຫຍັງ?”</verse>
				<verse number="15">ລາວ​ຕອບ​ວ່າ, “ເຈົ້າ​ຄົງ​ຮູ້​ແລ້ວ​ວ່າ ຂ້ອຍ​ຄວນ​ຈະ​ໄດ້​ເປັນ​ກະສັດ ແລະ​ທຸກຄົນ​ໃນ​ຊາດ​ອິດສະຣາເອນ​ກໍ​ມີ​ຄວາມຫວັງ​ຢ່າງ​ນັ້ນ, ແຕ່​ເຫດການ​ກັບ​ກາຍ​ມາ​ເປັນ​ຢ່າງ​ອື່ນ ຄື​ນ້ອງຊາຍ​ຂອງ​ຂ້ອຍ​ໄດ້​ຂຶ້ນ​ເປັນ​ກະສັດ ເພາະ​ເປັນ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="16">ບັດນີ້​ຂ້ອຍ​ມີ​ຄຳ​ຂໍຮ້ອງ​ຢ່າງ​ໜຶ່ງ; ຢ່າ​ປະຕິເສດ​ຂ້ອຍ​ເລີຍ.” ຣາຊິນີ​ຖາມ​ວ່າ, “ເຈົ້າ​ຕ້ອງການ​ຫຍັງ?”</verse>
				<verse number="17">ລາວ​ຕອບ​ວ່າ, “ກະລຸນາ​ຂໍ​ນຳ​ກະສັດ​ໂຊໂລໂມນ ໃຫ້​ເອົາ​ນາງ​ອາບີຊາກ ຍິງສາວ​ຊາວ​ເມືອງ​ຊູເນມ​ມາ​ເປັນ​ເມຍ​ຂອງຂ້ອຍ ຂ້ອຍ​ຮູ້​ວ່າ​ເພິ່ນ​ຄົງ​ຈະ​ບໍ່​ປະຕິເສດ​ເຈົ້າ​ດອກ.”</verse>
				<verse number="18">ຣາຊິນີ​ຕອບ​ວ່າ, “ດີ​ແລ້ວ ຂ້ອຍ​ຈະ​ຖາມ​ກະສັດ​ໃຫ້​ເຈົ້າ.”</verse>
				<verse number="19">ດັ່ງນັ້ນ ຣາຊິນີ​ບັດເຊບາ​ຈຶ່ງ​ໄດ້​ໄປ​ຖາມ​ກະສັດ​ໃຫ້​ອາໂດນີຢາ. ກະສັດ​ລຸກ​ຢືນ​ຂຶ້ນ​ແລະ​ກົ້ມຂາບ​ແມ່. ແລ້ວ​ເພິ່ນ​ກໍ​ນັ່ງ​ລົງ​ເທິງ​ບັນລັງ ແລະ​ສັ່ງ​ຄົນ​ໃຫ້​ເອົາ​ຕັ່ງ​ມາ​ໃຫ້​ແມ່​ນັ່ງ​ເບື້ອງຂວາ​ຂອງຕົນ.</verse>
				<verse number="20">ຣາຊິນີ​ກ່າວ​ວ່າ, “ແມ່​ຢາກ​ຂໍຮ້ອງ​ລູກ​ສິ່ງ​ນ້ອຍໆ​ພຽງ​ສິ່ງ​ໜຶ່ງ; ຂໍ​ລູກ​ຢ່າ​ປະຕິເສດ​ແມ່​ເລີຍ.” ເພິ່ນ​ຖາມ​ວ່າ, “ແມ່​ຢາກ​ຂໍ​ຫຍັງ? ລູກ​ຈະ​ບໍ່​ປະຕິເສດ​ແມ່​ດອກ.”</verse>
				<verse number="21">ຣາຊິນີ​ຕອບ​ວ່າ, “ແມ່​ຂໍ​ລູກ​ຍົກ​ນາງ​ອາບີຊາກ​ຊາວ​ຊູເນມ​ໃຫ້​ເປັນ​ເມຍ​ຂອງ​ອາໂດນີຢາ ອ້າຍ​ຂອງ​ລູກ​ສາ​ເຖີດ.”</verse>
				<verse number="22">ກະສັດ​ຖາມ​ຄືນ​ວ່າ, “ເປັນຫຍັງ​ແມ່​ຈຶ່ງ​ຂໍຮ້ອງ​ລູກ​ຍົກ​ນາງ​ອາບີຊາກ​ຊາວ​ຊູເນມ​ໃຫ້​ລາວ​ເທົ່ານັ້ນ? ເປັນຫຍັງ​ແມ່​ບໍ່​ຂໍ​ໃຫ້​ລູກ​ຍົກ​ບັນລັງ​ໃຫ້​ລາວ. ເພາະ​ລາວ​ເປັນ​ອ້າຍ​ຂອງ​ລູກ ແລະ​ປະໂຣຫິດ​ອາບີອາທາ​ກັບ​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ກໍ​ຢູ່​ຝ່າຍ​ລາວ”</verse>
				<verse number="23">ແລ້ວ​ກະສັດ​ໂຊໂລໂມນ​ກໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ຢ່າງ​ໜັກແໜ້ນ​ວ່າ, “ຖ້າ​ຂ້ານ້ອຍ​ບໍ່​ຂ້າ​ອາໂດນີຢາ​ຍ້ອນ​ລາວ​ກ້າ​ຂໍຮ້ອງ​ຢ່າງ​ນີ້ ກໍ​ໃຫ້​ພຣະເຈົ້າ​ສັງຫານ​ຂ້ານ້ອຍ​ສາ​ເຖີດ</verse>
				<verse number="24">ບັດນີ້ ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່, ພຣະອົງ​ໄດ້​ແຕ່ງຕັ້ງ​ຂ້ານ້ອຍ​ໃຫ້​ນັ່ງ​ເທິງ​ບັນລັງ​ຂອງ​ກະສັດ​ດາວິດ ພໍ່​ຂອງ​ຂ້ານ້ອຍ​ຢ່າງ​ໝັ້ນຄົງ; ພຣະອົງ​ໄດ້​ຮັກສາ​ພຣະສັນຍາ ໂດຍ​ຍົກ​ອານາຈັກ​ໃຫ້​ແກ່​ຂ້ານ້ອຍ ແລະ​ລູກຫລານ​ຂອງ​ຂ້ານ້ອຍ. ສະນັ້ນ ອາໂດນີຢາ​ຈະ​ຕ້ອງ​ຕາຍ​ໃນ​ວັນນີ້.”</verse>
				<verse number="25">ດັ່ງນັ້ນ ກະສັດ​ໂຊໂລໂມນ​ຈຶ່ງ​ສັ່ງ​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ໃຫ້​ຂ້າ​ອາໂດນີຢາ.</verse>
				<verse number="26">ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ກ່າວ​ຕໍ່​ປະໂຣຫິດ​ອາບີອາທາ​ວ່າ, “ຈົ່ງ​ກັບຄືນ​ເມືອ​ສູ່​ເມືອງ​ອານາທົດ​ບ້ານ​ເດີມ​ຂອງ​ເຈົ້າ. ເຈົ້າ​ສົມຄວນ​ຈະ​ຕາຍ ແຕ່​ເຮົາ​ຈະ​ບໍ່​ຂ້າ​ເຈົ້າ​ໃນ​ເວລາ​ນີ້ ເພາະ​ຄາວ​ທີ່​ເຈົ້າ​ຢູ່​ກັບ​ກະສັດ​ດາວິດ​ພໍ່​ເຮົາ​ນັ້ນ ເຈົ້າ​ໄດ້​ຮັບຜິດຊອບ​ຫີບ​ພັນທະສັນຍາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ແລະ​ໄດ້​ຮ່ວມສຸກ​ຮ່ວມທຸກ​ກັບ​ເພິ່ນ.”</verse>
				<verse number="27">ແລ້ວ​ກະສັດ​ໂຊໂລໂມນ​ກໍ​ໄລ່​ອາບີອາທາ ອອກ​ຈາກ​ຕຳແໜ່ງ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ. ເຫດການ​ກໍ​ເປັນຈິງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທີ່​ເມືອງ​ຊີໂລ ກ່ຽວກັບ​ປະໂຣຫິດ​ເອລີ​ແລະ​ພວກ​ລູກຫລານ​ຂອງ​ເພິ່ນ.</verse>
				<verse number="28">ເມື່ອ​ໂຢອາບ​ໄດ້ຍິນ​ເຖິງ​ເລື່ອງ​ທີ່​ເກີດຂຶ້ນ. (ເຖິງ​ແມ່ນ​ວ່າ​ລາວ​ບໍ່ໄດ້​ສະໜັບ​ສະໜູນ​ອັບຊາໂລມ, ແຕ່​ລາວ​ໄດ້​ສະໜັບ​ສະໜູນ​ອາໂດນີຢາ.) ດັ່ງນັ້ນ ລາວ​ຈຶ່ງ​ປົບໜີໄປ​ທີ່​ຫໍເຕັນ​ຂອງ​ພຣະເຈົ້າຢາເວ ແລະ​ຈັບ​ແຈ​ຂອງ​ແທ່ນບູຊາ.</verse>
				<verse number="29">ເມື່ອ​ກະສັດ​ໂຊໂລໂມນ​ຮູ້​ຂ່າວ​ວ່າ ໂຢອາບ​ໄດ້​ໜີ​ເຂົ້າ​ໄປ​ໃນ​ຫໍເຕັນ​ຂອງ​ພຣະເຈົ້າຢາເວ​ທີ່​ຂ້າງ​ແທ່ນບູຊາ ເພິ່ນ​ຈຶ່ງ​ໃຊ້​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ໄປ​ຖາມ​ໂຢອາບ​ວ່າ ເປັນຫຍັງ​ລາວ​ຈຶ່ງ​ປົບ​ມາ​ທີ່​ແທ່ນບູຊາ​ນີ້. ໂຢອາບ​ຕອບ​ວ່າ, ລາວ​ປົບໜີ​ມາ​ຫາ​ອົງພຣະ​ຜູ້​ເປັນເຈົ້າ​ເພາະ​ຢ້ານ​ກະສັດ​ໂຊໂລໂມນ. ສະນັ້ນ ກະສັດ​ໂຊໂລໂມນ​ຈຶ່ງ​ສັ່ງ​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ ໄປ​ຂ້າ​ໂຢອາບ;</verse>
				<verse number="30">ເບນາອີຢາ​ໄດ້​ໄປ​ທີ່​ຫໍເຕັນ​ຂອງ​ພຣະເຈົ້າຢາເວ ແລະ​ເວົ້າ​ຕໍ່​ໂຢອາບ​ວ່າ, “ກະສັດ​ສັ່ງ​ເຈົ້າ​ໃຫ້​ອອກ​ມາ.” ໂຢອາບ​ຕອບ​ວ່າ, “ບໍ່ ຂ້ອຍ​ຈະ​ຕາຍ​ຢູ່​ທີ່​ນີ້.” ເບນາອີຢາ​ຈຶ່ງ​ກັບຄືນ​ໄປ​ບອກ​ກະສັດ​ຕາມ​ທີ່​ໂຢອາບ​ໄດ້​ເວົ້າ.</verse>
				<verse number="31">ກະສັດ​ໂຊໂລໂມນ​ຕອບ​ວ່າ, “ຈົ່ງ​ເຮັດ​ຕາມ​ທີ່​ໂຢອາບ​ໄດ້​ເວົ້າ ຂ້າ​ລາວ​ແລະ​ຝັງ​ລາວ​ເສຍ. ແລ້ວ​ຄອບຄົວ​ພໍ່​ເຮົາ​ແລະ​ເຮົາ​ເອງ ກໍ​ຈະ​ບໍ່ໄດ້​ຮັບຜິດຊອບ​ໃນ​ການຄາດຕະກຳ​ທີ່​ໂຢອາບ​ໄດ້​ເຮັດ ເມື່ອ​ລາວ​ໄດ້​ຂ້າ​ຄົນ​ໂດຍ​ບໍ່ມີ​ຄວາມຜິດ.</verse>
				<verse number="32">ພຣະເຈົ້າຢາເວ​ຈະ​ລົງໂທດ​ໂຢອາບ​ຍ້ອນ​ລາວ​ໄດ້​ຂ້າ​ຄົນ ໂດຍ​ທີ່​ກະສັດ​ດາວິດ​ພໍ່​ຂອງເຮົາ​ບໍ່​ຮູ້ຈັກ​ນຳ. ໂຢອາບ​ໄດ້​ຂ້າ​ຜູ້​ທີ່​ບໍ່ມີ​ຄວາມຜິດ​ສອງ​ຄົນ​ທີ່​ເກັ່ງກ້າ​ກວ່າ​ຕົນ ຄື​ອັບເນ​ລູກຊາຍ​ຂອງ​ເນຣະ​ຜູ້​ບັນຊາການ​ກອງທັບ​ແຫ່ງ​ອິດສະຣາເອນ ແລະ​ອາມາສາ​ລູກຊາຍ​ຂອງ​ເຢເທີ​ຜູ້​ບັນຊາການ​ກອງທັບ​ແຫ່ງ​ຢູດາຍ.</verse>
				<verse number="33">ໂທດ​ຂ້າ​ຄົນ​ນີ້​ກໍ​ຈະ​ຕົກ​ຖືກ​ໂຢອາບ​ກັບ​ລູກຫລານ​ຂອງ​ລາວ​ຕະຫລອດໄປ. ແຕ່​ພຣະເຈົ້າຢາເວ​ຈະ​ໃຫ້​ລູກຫລານ​ຂອງ​ກະສັດ​ດາວິດ ຂຶ້ນ​ຄອງ​ບັນລັງ​ສືບແທນ​ເພິ່ນ​ຕໍ່ໄປ.”</verse>
				<verse number="34">ດັ່ງນັ້ນ ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ຈຶ່ງ​ຂຶ້ນໄປ​ທີ່​ຫໍເຕັນ​ຂອງ​ພຣະເຈົ້າຢາເວ ແລະ​ຂ້າ​ໂຢອາບ ແລ້ວ​ຝັງ​ລາວ​ໄວ້​ໃນ​ທີ່ດິນ​ຂອງ​ລາວ​ເອງ​ໃກ້​ຖິ່ນ​ແຫ້ງ​ແລ້ງ​ກັນດານ.</verse>
				<verse number="35">ກະສັດ​ໄດ້​ແຕ່ງຕັ້ງ​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ໃຫ້​ເປັນ​ຜູ້​ບັນຊາການ​ກອງທັບ​ແທນ​ໂຢອາບ ແລະ​ແຕ່ງຕັ້ງ​ຊາດົກ​ໃຫ້​ເປັນ​ປະໂຣຫິດ​ແທນ​ອາບີອາທາ.</verse>
				<verse number="36">ຕໍ່ມາ ກະສັດ​ໄດ້​ສົ່ງ​ຄົນ​ໄປ​ຫາ​ຊີເມອີ ແລະ​ບອກ​ລາວ​ວ່າ, “ໃຫ້​ເຈົ້າ​ສ້າງ​ເຮືອນ​ຢູ່​ເອງ​ທີ່​ນະຄອນ​ເຢຣູຊາເລັມ ໃຫ້​ຢູ່​ທີ່​ນັ້ນ​ແລະ​ຢ່າ​ໜີ​ອອກ​ຈາກ​ເມືອງ​ໄປ​ໃສ.</verse>
				<verse number="37">ຖ້າ​ເຈົ້າ​ໜີ​ອອກ​ໄປ​ກາຍ​ຫ້ວຍ​ກິດໂຣນ ເຈົ້າ​ຈະ​ຕ້ອງ​ຕາຍ​ເປັນ​ແນ່ ແລະ​ເຈົ້າ​ກໍ​ຈະ​ເປັນ​ຜູ້​ຮັບ​ຜິດ​ເອງ.”</verse>
				<verse number="38">ຊີເມອີ​ຕອບ​ວ່າ, “ກະສັດ​ກ່າວ​ມາ​ນັ້ນ​ແມ່ນ​ດີ​ແລ້ວ ຂ້ານ້ອຍ​ຈະ​ປະຕິບັດ​ຕາມ​ທີ່​ທ່ານ​ໄດ້​ກ່າວ.” ດັ່ງນັ້ນ ລາວ​ຈຶ່ງ​ໄດ້​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ດົນນານ.</verse>
				<verse number="39">ສາມ​ປີ​ຕໍ່ມາ ມີ​ທາດຮັບໃຊ້​ຂອງ​ຊີເມອີ​ສອງ​ຄົນ​ໄດ້​ປົບໜີໄປ​ຫາ​ເຈົ້າ​ອາກີເຊ ລູກຊາຍ​ຂອງ​ມາອາກາ​ກະສັດ​ແຫ່ງ​ເມືອງກາດ. ເມື່ອ​ຊີເມອີ​ຮູ້​ວ່າ​ທັງສອງ​ຢູ່​ເມືອງກາດ</verse>
				<verse number="40">ລາວ​ຈຶ່ງ​ຂີ່​ລໍ​ໄປ​ຫາ​ກະສັດ​ອາກີເຊ​ທີ່​ເມືອງກາດ ເພື່ອ​ໄປ​ຊອກ​ຫາ​ທາດຮັບໃຊ້​ຂອງຕົນ. ລາວ​ໄດ້​ພົບ​ພວກເຂົາ​ແລະ​ນຳ​ກັບຄືນ​ມາ.</verse>
				<verse number="41">ເມື່ອ​ກະສັດ​ໂຊໂລໂມນ​ໄດ້ຍິນ​ວ່າ​ຊີເມອີ​ເຮັດ​ດັ່ງນັ້ນ</verse>
				<verse number="42">ເພິ່ນ​ຈຶ່ງ​ໃຊ້​ຄົນ​ໄປ​ເອີ້ນ​ຊີເມອີ​ໃຫ້​ມາ​ຫາ ແລະ​ຖາມ​ວ່າ, “ເຮົາ​ໄດ້​ໃຫ້​ເຈົ້າ​ສາບານ​ໂດຍ​ພຣະເຈົ້າຢາເວ​ແລ້ວ​ວ່າ ບໍ່​ໃຫ້​ເຈົ້າ​ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ. ເຮົາ​ໄດ້​ເຕືອນ​ເຈົ້າ​ແລ້ວ​ວ່າ ຖ້າ​ເຈົ້າ​ອອກ​ໄປ ເຈົ້າ​ຈະ​ຕ້ອງ​ຕາຍ​ເປັນ​ແນ່, ເຈົ້າ​ກໍ​ຕົກລົງ​ແລ້ວ​ບໍ່ແມ່ນ​ບໍ​ວ່າ ເຈົ້າ​ຈະ​ເຊື່ອຟັງ​ເຮົາ?</verse>
				<verse number="43">ເຫດໃດ​ເຈົ້າ​ຈຶ່ງ​ບໍ່​ເຮັດ​ຕາມ​ຄຳສາບານ​ຕໍ່​ພຣະເຈົ້າຢາເວ ແລະ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ?</verse>
				<verse number="44">ເຈົ້າ​ກໍ​ຮູ້​ດີ​ເຖິງ​ຄວາມຜິດ​ທຸກຢ່າງ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ກະສັດ​ດາວິດ​ພໍ່​ຂອງເຮົາ. ພຣະເຈົ້າຢາເວ​ຈະ​ລົງໂທດ​ເຈົ້າ​ທີ່​ເຈົ້າ​ໄດ້​ເຮັດ​ດັ່ງນີ້.</verse>
				<verse number="45">ແຕ່​ພຣະອົງ​ຈະ​ອວຍພອນ​ເຮົາ ແລະ​ຈະ​ເຮັດ​ໃຫ້​ອານາຈັກ​ຂອງ​ກະສັດ​ດາວິດ​ໝັ້ນຄົງ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ຕະຫລອດໄປ.”</verse>
				<verse number="46">ແລ້ວ​ກະສັດ​ກໍໄດ້​ສັ່ງ​ໃຫ້​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ນຳ​ເອົາ​ຊີເມອີ​ອອກ​ໄປ​ຂ້າ. ບັດນີ້ ກະສັດ​ໂຊໂລໂມນ​ໄດ້​ຄວບຄຸມ​ອຳນາດ​ທັງໝົດ​ເປັນ​ທີ່​ສຳເລັດ.</verse>
			</chapter>
			<chapter number="3">
				<verse number="1">ກະສັດ​ໂຊໂລໂມນ​ໄດ້​ເປັນ​ພັນທະມິດ​ກັບ​ກະສັດ​ແຫ່ງ​ເອຢິບ ໂດຍ​ການ​ແຕ່ງງານ​ກັບ​ລູກສາວ​ຂອງ​ເພິ່ນ. ກະສັດ​ໂຊໂລໂມນ​ໄດ້​ພາ​ນາງ​ໄປ​ຢູ່​ໃນ​ເມືອງ​ຂອງ​ດາວິດ ຈົນ​ເພິ່ນ​ສ້າງ​ຣາຊວັງ, ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ກຳແພງ​ອ້ອມ​ນະຄອນ​ເຢຣູຊາເລັມ​ສຳເລັດ.</verse>
				<verse number="2">ສ່ວນ​ວິຫານ​ເພື່ອ​ພຣະນາມ​ຂອງ​ພຣະເຈົ້າຢາເວ​ກໍ​ຍັງ​ບໍ່​ທັນ​ໄດ້​ສ້າງ​ເທື່ອ. ດັ່ງນັ້ນ ປະຊາຊົນ​ຈຶ່ງ​ຍັງ​ຖວາຍ​ເຄື່ອງ​ບູຊາ​ຕາມ​ສະຖານ​ບູຊາ​ເທິງທີ່ສູງ​ຕ່າງໆ.</verse>
				<verse number="3">ກະສັດ​ໂຊໂລໂມນ​ຮັກ​ພຣະເຈົ້າຢາເວ ແລະ​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ກະສັດ​ດາວິດ​ພໍ່​ຂອງຕົນ; ແຕ່​ເພິ່ນ​ຍັງ​ໄດ້​ຂ້າ​ສັດ​ແລະ​ຖວາຍບູຊາ​ຕາມ​ແທ່ນບູຊາ​ຕ່າງໆ ທີ່​ເທິງ​ພູ​ເຊັ່ນດຽວ​ກັນ.</verse>
				<verse number="4">ໃນຄັ້ງໜຶ່ງ ກະສັດ​ໂຊໂລໂມນ​ໄດ້​ໄປ​ທີ່​ເມືອງ​ກີເບໂອນ​ເພື່ອ​ຖວາຍ​ເຄື່ອງ​ບູຊາ ເພາະ​ແທ່ນບູຊາ​ໃນ​ເມືອງ​ນີ້​ມີ​ຊື່ສຽງ​ສຳຄັນ​ຫລາຍ. ໃນ​ເວລາ​ຜ່ານ​ມາ ເພິ່ນ​ເຄີຍ​ຖວາຍ​ເຄື່ອງ​ເຜົາບູຊາ​ໃນ​ບ່ອນ​ນີ້​ເປັນ​ພັນໆ​ເທື່ອ​ແລ້ວ.</verse>
				<verse number="5">ໃນຄືນນັ້ນ ພຣະເຈົ້າຢາເວ​ໄດ້​ປາກົດ​ຕໍ່​ເພິ່ນ​ທາງ​ຄວາມຝັນ ແລະ​ຖາມ​ເພິ່ນ​ວ່າ, “ເຈົ້າ​ຢາກ​ໄດ້​ຫຍັງ​ຈາກ​ເຮົາ?”</verse>
				<verse number="6">ໂຊໂລໂມນ​ຕອບ​ວ່າ, “ພຣະອົງ​ໄດ້​ສຳແດງ​ຄວາມຮັກ​ອັນ​ຍິ່ງໃຫຍ່​ຕໍ່​ກະສັດ​ດາວິດ​ພໍ່​ຂອງ​ຂ້ານ້ອຍ ຜູ້ຮັບໃຊ້​ຂອງ​ພຣະອົງ​ເລື້ອຍ​ມາ. ພໍ່​ຂອງ​ຂ້ານ້ອຍ​ເປັນ​ຄົນດີ, ຈົງຮັກ​ພັກດີ ແລະ​ສັດຊື່​ຕໍ່​ຄວາມ​ສຳພັນ​ທີ່​ມີ​ກັບ​ພຣະອົງ. ພຣະອົງ​ສືບຕໍ່​ສຳແດງ​ຄວາມຮັກ​ອັນ​ຍິ່ງໃຫຍ່​ແລະ​ໝັ້ນຄົງ​ຕໍ່​ເພິ່ນ ໂດຍ​ໃຫ້​ເພິ່ນ​ມີ​ລູກຊາຍ​ເປັນ​ຜູ້ປົກຄອງ​ສືບແທນ​ເພິ່ນ​ໃນວັນນີ້.</verse>
				<verse number="7">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ພຣະອົງ​ໄດ້​ໃຫ້​ຂ້ານ້ອຍ​ຂຶ້ນ​ເປັນ​ກະສັດ​ສືບແທນ​ພໍ່​ຂອງ​ຂ້ານ້ອຍ​ຄື​ດາວິດ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ຍັງ​ໜຸ່ມ ແລະ​ບໍ່​ຮູ້ຈັກ​ວ່າ​ຈະ​ປົກຄອງ​ຢ່າງໃດ.</verse>
				<verse number="8">ຂ້ານ້ອຍ​ຢູ່​ທ່າມກາງ​ປະຊາຊົນ​ທີ່​ພຣະອົງ​ໄດ້​ເລືອກໄວ້​ໃຫ້​ເປັນ​ພວກ​ຂອງ​ພຣະອົງ ຄື​ພວກ​ສຳຄັນ​ຫລາຍ​ທີ່​ມີ​ຈຳນວນ​ຫລວງຫລາຍ​ຈົນ​ນັບ​ບໍ່ໄດ້.</verse>
				<verse number="9">ສະນັ້ນ ຂໍ​ພຣະອົງ​ໂຜດ​ໃຫ້​ສະຕິປັນຍາ​ແກ່​ຂ້ານ້ອຍ ເພື່ອ​ຈະ​ປົກຄອງ​ປະຊາຊົນ​ຂອງ​ພຣະອົງ​ຢ່າງ​ຍຸດຕິທຳ ແລະ​ເພື່ອ​ຈະ​ຮູ້ຈັກ​ຄວາມ​ແຕກຕ່າງ​ລະຫວ່າງ​ຄວາມດີ​ແລະ​ຄວາມຊົ່ວ. ຖ້າບໍ່​ດັ່ງນັ້ນ​ແລ້ວ ຂ້ານ້ອຍ​ຈະ​ປົກຄອງ​ປະຊາຊົນ​ທີ່​ສຳຄັນ​ຫລາຍ​ຂອງ​ພຣະອົງ​ນີ້​ໄດ້​ຢ່າງໃດ?”</verse>
				<verse number="10">ອົງພຣະ​ຜູ້​ເປັນເຈົ້າ​ພໍໃຈ​ນຳ​ກະສັດ​ໂຊໂລໂມນ​ທີ່​ໄດ້​ຂໍຮ້ອງ​ຢ່າງ​ນີ້</verse>
				<verse number="11">ພຣະອົງ​ກ່າວ​ແກ່​ເພິ່ນ​ວ່າ, “ຍ້ອນ​ເຈົ້າ​ບໍ່ໄດ້​ຂໍ​ຊີວິດ​ຍືນຍາວ ບໍ່ໄດ້​ຂໍ​ຄວາມ​ຮັ່ງມີ ຫລື​ຂໍ​ຊີວິດ​ຂອງ​ເຫຼົ່າ​ສັດຕູ, ແຕ່​ເຈົ້າ​ຂໍ​ສະຕິປັນຍາ​ໃນ​ການ​ປົກຄອງ​ຢ່າງ​ເປັນທຳ</verse>
				<verse number="12">ເຮົາ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ເຈົ້າ​ໄດ້​ຂໍ​ມາ. ເຮົາ​ຈະ​ໃຫ້​ເຈົ້າ​ມີ​ສະຕິປັນຍາ ແລະ​ຄວາມ​ເຂົ້າໃຈ​ເໜືອກວ່າ​ຄົນ​ໃດໆ​ທີ່​ເຄີຍ​ມີ​ມາ​ກ່ອນ ແລະ​ຈະ​ບໍ່ມີ​ຜູ້ໃດ​ມີ​ສະຕິປັນຍາ​ຄື​ເຈົ້າ​ອີກ​ຈັກເທື່ອ.</verse>
				<verse number="13">ເຮົາ​ຍັງ​ຈະ​ໃຫ້​ເຈົ້າ​ໃນ​ສິ່ງ​ທີ່​ເຈົ້າ​ບໍ່​ຂໍ​ດ້ວຍ ຄື​ຕະຫລອດ​ຊົ່ວຊີວິດ​ຂອງ​ເຈົ້າ ເຈົ້າ​ຈະ​ຮັ່ງມີ ແລະ​ມີ​ກຽດ​ເໜືອກວ່າ​ກະສັດ​ຄົນ​ໃດໆ.</verse>
				<verse number="14">ຖ້າ​ເຈົ້າ​ເຊື່ອຟັງ​ເຮົາ ແລະ​ຖື​ຮັກສາ​ບັນດາ​ກົດບັນຍັດ​ທັງ​ຂໍ້ຄຳສັ່ງ​ຂອງເຮົາ ດັ່ງ​ດາວິດ​ພໍ່​ຂອງ​ເຈົ້າ​ໄດ້​ປະຕິບັດ​ມາ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ຊີວິດ​ຍືນຍາວ.”</verse>
				<verse number="15">ກະສັດ​ໂຊໂລໂມນ​ຮູ້​ເມື່ອ​ຂຶ້ນ​ແລະ​ຮູ້ຈັກ​ແຈ້ງ​ວ່າ, ພຣະເຈົ້າ​ໄດ້​ກ່າວ​ແກ່​ຕົນ​ທາງ​ຄວາມຝັນ. ແລ້ວ​ເພິ່ນ​ກໍ​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ໄປ​ຢືນ​ຕໍ່ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ຫລັງຈາກ​ນັ້ນ ເພິ່ນ​ກໍໄດ້​ຈັດ​ງານ​ກິນລ້ຽງ​ສຳລັບ​ພວກ​ຂ້າຣາຊການ​ທຸກຄົນ​ຂອງ​ເພິ່ນ.</verse>
				<verse number="16">ມື້​ໜຶ່ງ ມີ​ຍິງໂສເພນີ​ສອງ​ຄົນ​ໄດ້​ເຂົ້າ​ມາ​ສະເໜີ​ຕົວ​ຕໍ່​ກະສັດ​ໂຊໂລໂມນ.</verse>
				<verse number="17">ຜູ້​ທີ​ໜຶ່ງ​ໄດ້​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ຍິງ​ຄົນ​ນີ້​ແລະ​ຂ້ານ້ອຍ​ຢູ່​ເຮືອນ​ຫລັງ​ດຽວກັນ. ຂ້ານ້ອຍ​ໄດ້​ອອກລູກ​ຢູ່​ໃນ​ເຮືອນ​ເປັນ​ຜູ້ຊາຍ​ໃນ​ຂະນະທີ່​ນາງ​ກໍ​ຢູ່​ທີ່​ນັ້ນ.</verse>
				<verse number="18">ຫລັງຈາກ​ທີ່​ຂ້ານ້ອຍ​ອອກລູກ​ມາ​ໄດ້​ສອງ​ວັນ​ແລ້ວ ວັນ​ທີ​ສາມ​ຍິງ​ຄົນ​ນີ້​ກໍ​ອອກລູກ​ເປັນ​ຜູ້ຊາຍ​ຄືກັນ. ບໍ່ມີ​ຜູ້ໃດ​ຢູ່​ໃນ​ເຮືອນ ນອກຈາກ​ພວກ​ຂ້ານ້ອຍ​ພຽງແຕ່​ສອງ​ຄົນ​ເທົ່ານັ້ນ.</verse>
				<verse number="19">ແລ້ວ​ຄືນ​ໜຶ່ງ ຍິງ​ຜູ້​ນີ້​ກໍ​ໄດ້​ນອນ​ເຕັງ​ລູກ​ຂອງຕົນ ຈົນ​ລູກ​ຫາຍໃຈ​ບໍ່​ອອກ​ແລະ​ຕາຍໄປ.</verse>
				<verse number="20">ໃນ​ຕອນ​ກາງຄືນ​ນັ້ນ ນາງ​ໄດ້​ລຸກ​ຂຶ້ນ​ມາ ແລະ​ອູ້ມ​ເອົາ​ລູກ​ຂອງ​ຂ້ານ້ອຍ​ອອກ​ຈາກ​ຂ້າງ​ຂອງ​ຂ້ານ້ອຍ​ເອົາ​ໄປ​ໃສ່​ບ່ອນ​ນອນ​ຂອງ​ນາງ ໃນ​ຂະນະທີ່​ຂ້ານ້ອຍ​ນອນ​ຫລັບ​ຢູ່. ແລ້ວ​ເອົາ​ລູກຊາຍ​ຂອງ​ນາງ​ທີ່​ຕາຍ​ແລ້ວ​ນັ້ນ ມາ​ວາງ​ໃສ່​ບ່ອນ​ນອນ​ຂອງ​ຂ້ານ້ອຍ.</verse>
				<verse number="21">ເຊົ້າ​ມື້​ໃໝ່​ມາ ເມື່ອ​ຂ້ານ້ອຍ​ລຸກ​ຂຶ້ນ​ມາ​ວ່າ​ຈະ​ເອົາ​ນົມ​ໃຫ້​ລູກ​ກິນ ກໍ​ເຫັນວ່າ​ລູກ​ຕາຍ​ເສຍ​ແລ້ວ. ເມື່ອ​ຂ້ານ້ອຍ​ເບິ່ງ​ລູກ​ນັ້ນ​ຄັກໆ ກໍ​ເຫັນ​ວ່າ​ບໍ່ແມ່ນ​ລູກ​ຂອງ​ຂ້ານ້ອຍ.”</verse>
				<verse number="22">ແຕ່​ຍິງ​ຜູ້​ທີ​ສອງ​ໄດ້​ເວົ້າ​ຂຶ້ນ​ວ່າ, “ລູກ​ຜູ້​ຍັງ​ມີ​ຊີວິດ​ຢູ່​ນີ້​ແມ່ນ​ລູກ​ຂອງຂ້ອຍ ແລະ​ຜູ້​ຕາຍ​ແມ່ນ​ລູກ​ຂອງ​ເຈົ້າ.” ຍິງ​ຜູ້​ທຳອິດ​ຕອບ​ວ່າ, “ລູກ​ຜູ້​ຕາຍ​ແມ່ນ​ລູກ​ຂອງ​ເຈົ້າ ຜູ້​ຍັງ​ມີ​ຊີວິດ​ຢູ່​ນີ້​ແມ່ນ​ລູກ​ຂອງຂ້ອຍ.” ທັງສອງ​ໄດ້​ຖົກຖຽງ​ກັນ​ຢູ່​ຕໍ່ໜ້າ​ກະສັດ.</verse>
				<verse number="23">ແລ້ວ​ກະສັດ​ໂຊໂລໂມນ​ກໍ​ເວົ້າ​ວ່າ, “ແຕ່ລະຄົນ​ໃນ​ພວກເຈົ້າ​ຕ່າງ​ກໍ​ທວງ​ເອົາ​ວ່າ ລູກ​ຜູ້​ຍັງ​ມີ​ຊີວິດ​ຢູ່​ນີ້​ແມ່ນ​ລູກ​ຂອງຕົນ ແລະ​ຜູ້​ຕາຍ​ແມ່ນ​ລູກ​ຂອງ​ຜູ້​ອື່ນ.”</verse>
				<verse number="24">ດັ່ງນັ້ນ ເພິ່ນ​ຈຶ່ງ​ສັ່ງ​ຄົນ​ໄປ​ເອົາ​ດາບ​ມາ ພໍ​ເມື່ອ​ເຂົາ​ເອົາ​ດາບ​ມາ​ແລ້ວ</verse>
				<verse number="25">ເພິ່ນ​ກໍ​ສັ່ງ​ວ່າ, “ຈົ່ງ​ຕັດ​ເດັກນ້ອຍ​ຜູ້​ຍັງ​ມີ​ຊີວິດ​ຢູ່​ນັ້ນ​ອອກ​ເປັນ​ສອງ​ຕ່ອນ ແລະ​ປັນ​ໃຫ້​ຍິງ​ທັງສອງ​ຄົນ​ນີ້​ຜູ້ລະຕ່ອນ.”</verse>
				<verse number="26">ຜູ້​ເປັນ​ແມ່​ແທ້​ມີ​ຈິດໃຈ​ເຕັມ​ໄປ​ດ້ວຍ​ຄວາມຮັກ​ຕໍ່​ລູກຊາຍ​ຂອງຕົນ ຈຶ່ງ​ໄດ້​ເວົ້າ​ກັບ​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ກະລຸນາ​ຢ່າ​ຂ້າ​ເດັກ​ນີ້​ເລີຍ ເອົາ​ໃຫ້​ນາງ​ສາ.” ແຕ່​ຍິງ​ຄົນ​ອື່ນ​ໄດ້​ບອກ​ວ່າ, “ຢ່າ​ເອົາ​ມັນ​ໃຫ້​ຜູ້ໃດ​ເລີຍ ຕັດ​ເປັນ​ສອງ​ຕ່ອນ​ສາ.”</verse>
				<verse number="27">ແລ້ວ​ກະສັດ​ໂຊໂລໂມນ​ກໍ​ສັ່ງ​ວ່າ, “ຢ່າ​ຂ້າ​ເດັກນ້ອຍ​ນັ້ນ ເອົາ​ໃຫ້​ຍິງ​ຜູ້​ທີ​ໜຶ່ງ​ນັ້ນ​ສາ ເພາະ​ນາງ​ເປັນ​ແມ່​ທີ່​ແທ້ຈິງ​ຂອງ​ເດັກ.”</verse>
				<verse number="28">ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້ຍິນ​ຄຳ​ຕັດສິນ​ຂອງ​ກະສັດ​ໂຊໂລໂມນ​ແລ້ວ ພວກເຂົາ​ທຸກຄົນ​ຕ່າງ​ກໍ​ໃຫ້​ຄວາມນັບຖື​ຢ່າງ​ສູງສົ່ງ ແລະ​ຢ່າງ​ເຕັມຈິດ​ເຕັມໃຈ​ແກ່​ເພິ່ນ ເພາະ​ພວກເຂົາ​ຮູ້​ວ່າ ພຣະເຈົ້າ​ໃຫ້​ເພິ່ນ​ໄດ້​ຮັບ​ສະຕິປັນຍາ​ເພື່ອ​ຕັດສິນ​ຄະດີ​ຢ່າງ​ຍຸດຕິທຳ.</verse>
			</chapter>
			<chapter number="4">
				<verse number="1">ເຈົ້າ​ໂຊໂລໂມນ​ເປັນ​ກະສັດ​ຂອງ​ຊົນຊາດ​ອິດສະຣາເອນ​ທັງໝົດ</verse>
				<verse number="2">ແລະ​ບັນດາ​ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່​ຂອງ​ເພິ່ນ​ມີ​ດັ່ງນີ້: ອາຊາຣີຢາ ລູກຊາຍ​ຂອງ​ຊາດົກ​ເປັນ​ປະໂຣຫິດ.</verse>
				<verse number="3">ເອລີໂຮເຣັບ​ແລະ​ອາຮີຢາ ລູກຊາຍ​ຂອງ​ຊີຊາ​ເປັນ​ເລຂາທິການ​ປະຈຳ​ຣາຊວັງ. ເຢໂຮຊາຟັດ ລູກຊາຍ​ຂອງ​ອາຮີລຸດ​ເປັນ​ຜູ້​ບັນທຶກ.</verse>
				<verse number="4">ເບນາອີຢາ ລູກຊາຍ​ຂອງ​ເຢໂຮຍອາດາ​ເປັນ​ຜູ້​ບັນຊາການ​ກອງທັບ. ຊາດົກ​ແລະ​ອາບີອາທາ​ເປັນ​ພວກ​ປະໂຣຫິດ.</verse>
				<verse number="5">ອາຊາຣີຢາ ລູກຊາຍ​ຂອງ​ນາທານ​ເປັນ​ຫົວໜ້າ​ຜູ້ປົກຄອງ​ແຂວງ​ຕ່າງໆ. ປະໂຣຫິດ​ຊາບຸດ ລູກຊາຍ​ຂອງ​ນາທານ​ເປັນ​ທີ່ປຶກສາ​ຂອງ​ກະສັດ.</verse>
				<verse number="6">ອາຮີຊາ​ເປັນ​ຜູ້​ກຳກັບ​ບັນດາ​ຄົນ​ຮັບໃຊ້​ຢູ່​ໃນ​ວັງ. ອາໂດນີຣາມ ລູກຊາຍ​ຂອງ​ອັບດາ​ເປັນ​ຜູ້​ຄວບຄຸມ​ແຮງງານ.</verse>
				<verse number="7">ກະສັດ​ໂຊໂລໂມນ​ໄດ້​ແຕ່ງຕັ້ງ​ຜູ້ປົກຄອງ​ແຂວງ​ສິບສອງ​ຄົນ​ໄວ້​ຢູ່​ໃນ​ປະເທດ​ອິດສະຣາເອນ. ພວກ​ນີ້​ເປັນ​ພວກ​ທີ່​ຈັດ​ສະບຽງ​ອາຫານ​ຈາກ​ທ້ອງຖິ່ນ​ຂອງຕົນ ສຳລັບ​ກະສັດ​ແລະ​ສຳນັກ​ຂອງ​ເພິ່ນ. ແຕ່ລະຄົນ​ຕ້ອງ​ຮັບຜິດຊອບ​ຈັດຫາ​ສະບຽງ​ອາຫານ​ໃຫ້​ກຸ້ມ​ເດືອນ​ໜຶ່ງ​ຕໍ່​ປີ.</verse>
				<verse number="8">ຕໍ່ໄປນີ້ ແມ່ນ​ລາຍຊື່​ຂອງ​ພວກ​ຂ້າຣາຊການ​ສິບສອງ​ຄົນ ແລະ​ເຂດ​ທ້ອງຖິ່ນ​ທີ່​ພວກເຂົາ​ຮັບຜິດຊອບ​ມີ​ດັ່ງນີ້: ເບນເຮີ ຮັບຜິດຊອບ​ເຂດ​ເນີນພູ​ເອຟຣາອິມ.</verse>
				<verse number="9">ເບັນເດເກ ຮັບຜິດຊອບ​ເມືອງ​ມາກາດ, ຊາອານບິມ, ເບັດເຊເມດ, ເອໂລນ ແລະ​ເບັດຮານານ.</verse>
				<verse number="10">ເບັນເຮເສັດ ຮັບຜິດຊອບ​ເມືອງ​ອາຣຸບໂບດ, ໂສໂກ ແລະ​ເຂດແດນ​ເຮເຟ​ທັງໝົດ.</verse>
				<verse number="11">ເບນາບີນາດາບ ຜູ້​ທີ່​ແຕ່ງງານ​ກັບ​ຕາຟາດ ລູກສາວ​ຂອງ​ກະສັດ​ໂຊໂລໂມນ ຮັບຜິດຊອບ​ອານາເຂດ​ເມືອງ​ໂດເຣ​ທັງໝົດ.</verse>
				<verse number="12">ບາອານາ ລູກຊາຍ​ຂອງ​ອາຮີລຸດ ຮັບຜິດຊອບ​ເມືອງ​ຕາອານັກ, ເມກິດໂດ ແລະ​ທົ່ວ​ທັງ​ອານາເຂດ​ໃກ້​ກັບ​ເມືອງ​ເບັດ​ເຊອານ​ໃກ້​ເມືອງ​ຊາເຣທານ ທາງທິດໃຕ້​ເມືອງ​ຢິດຊະເຣນ ແລະ​ຈາກ​ເມືອງ​ເບັດ​ເຊອານ​ຈົນເຖິງ​ອາເບັນ​ເມໂຮລາ​ແລະ​ເມືອງ​ໂຢກເມອາມ.</verse>
				<verse number="13">ເບັນເກເບ ຮັບຜິດຊອບ​ເມືອງ​ຣາໂມດ​ກີເລອາດ ໝູ່ບ້ານ​ຕ່າງໆ​ໃນ​ກີເລອາດ​ທີ່​ເປັນ​ຂອງ​ຕະກຸນ​ຢາອີ ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ມານາເຊ ແລະ​ອານາເຂດ​ອັກໂກບ​ຢູ່​ໃນ​ບາຊານ​ຫົກສິບ​ເມືອງ​ໃຫຍ່ ຊຶ່ງ​ລ້ວນແຕ່​ມີ​ປ້ອມ​ປ້ອງກັນ​ອັນ​ແໜ້ນໜາ ທັງ​ມີ​ກອນປະຕູ​ເມືອງ​ທີ່​ເຮັດ​ດ້ວຍ​ທອງສຳຣິດ.</verse>
				<verse number="14">ອາຮີນາດາບ ລູກຊາຍ​ຂອງ​ອິດໂດ ຮັບຜິດຊອບ​ເຂດ​ທ້ອງຖິ່ນ​ມະຫານາອິມ.</verse>
				<verse number="15">ອາຮີມາອາດ ຜູ້​ທີ່​ໄດ້​ແຕ່ງງານ​ກັບ​ນາງ​ບາເສມາດ ລູກສາວ​ອີກ​ຄົນ​ໜຶ່ງ​ຂອງ​ກະສັດ​ໂຊໂລໂມນ ຮັບຜິດຊອບ​ເຂດແດນ​ເນັບທາລີ.</verse>
				<verse number="16">ບາອານາ ລູກຊາຍ​ຂອງ​ຮູຊາຍ ຮັບຜິດຊອບ​ອານາເຂດ​ອາເຊ ແລະ​ເມືອງ​ເບອາໂລດ;</verse>
				<verse number="17">ເຢໂຮຊາຟັດ ລູກຊາຍ​ຂອງ​ປາຣູອາ ຮັບຜິດຊອບ​ເຂດແດນ​ອິດຊາຄາ.</verse>
				<verse number="18">ຊີເມອີ ລູກຊາຍ​ຂອງ​ເອລາ ຮັບຜິດຊອບ​ເຂດແດນ​ເບັນຢາມິນ.</verse>
				<verse number="19">ເກເບ ລູກຊາຍ​ຂອງ​ອູຣິ ຮັບຜິດຊອບ​ອານາເຂດ​ກີເລອາດ​ຊຶ່ງ​ເຈົ້າ​ສີໂຫນ​ກະສັດ​ຂອງ​ຊາວ​ອາໂມ ແລະ​ເຈົ້າໂອກ​ກະສັດ​ຂອງ​ຊາວ​ບາຊານ​ໄດ້​ເປັນ​ຜູ້ປົກຄອງ​ມາ​ກ່ອນ. ນອກຈາກ​ສິບສອງ​ຄົນ​ນີ້ ຍັງ​ມີ​ຜູ້​ກວດ​ຣາຊການ​ຄົນ​ໜຶ່ງ​ທີ່​ເບິ່ງແຍງ​ໃນ​ດິນແດນ​ຢູດາຍ.</verse>
				<verse number="20">ປະຊາຊົນ​ຊາວ​ອິດສະຣາເອນ​ແລະ​ຊາວ​ຢູດາ​ມີ​ຈຳນວນ​ຫລວງຫລາຍ ດັ່ງ​ເມັດ​ຊາຍ​ຕາມ​ຝັ່ງ​ທະເລ; ພວກເຂົາ​ກິນ​ແລະ​ດື່ມ​ຢ່າງ​ຊົມຊື່ນ​ຍິນດີ.</verse>
				<verse number="21">ອານາຈັກ​ຂອງ​ກະສັດ​ໂຊໂລໂມນ​ລວມ​ເອົາ​ທັງ​ຊົນຊາດ​ຕ່າງໆ ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ໄປ​ຈົນເຖິງ​ດິນແດນ​ຂອງ​ປະເທດ​ເອຢິບ. ພວກ​ນີ້​ເສຍສ່ວຍ​ແລະ​ຍອມ​ຢູ່​ໃຕ້​ອຳນາດ​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ.</verse>
				<verse number="22">ສະບຽງ​ອາຫານ​ທີ່​ກະສັດ​ໂຊໂລໂມນ​ຕ້ອງການ​ໃນ​ແຕ່ລະມື້​ມີ​ດັ່ງນີ້: ແປ້ງ​ລະອຽດ​ຫົກ​ໂຕນ, ອາຫານ​ສິບສອງ​ໂຕນ,</verse>
				<verse number="23">ງົວ​ຕຸ້ຍພີ​ສິບ​ໂຕ, ງົວ​ລ້ຽງ​ຈາກ​ທົ່ງນາ​ຊາວ​ໂຕ, ແກະ​ໜຶ່ງຮ້ອຍ​ໂຕ. ນອກຈາກນີ້ ຍັງ​ມີ​ກວາງ, ມັ່ງ, ໂອງ ແລະ​ໄກ່​ໂຕ​ອ້ວນພີ.</verse>
				<verse number="24">ກະສັດ​ໂຊໂລໂມນ​ໄດ້​ປົກຄອງ​ດິນແດນ​ທັງໝົດ ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ຕັ້ງແຕ່​ທິບສາ​ໄປ​ຈົນເຖິງ​ເມືອງ​ກາຊາ​ທາງ​ທິດ​ຕາເວັນຕົກ. ກະສັດ​ທຸກຄົນ​ທີ່​ປົກຄອງ​ຢູ່​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ຕ່າງ​ກໍ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ໂຊໂລໂມນ ແລະ​ເພິ່ນ​ເອງ​ກໍ​ຢູ່​ຢ່າງ​ສະຫງົບສຸກ​ກັບ​ປະເທດ​ໃກ້ຄຽງ​ທັງໝົດ.</verse>
				<verse number="25">ຕາບໃດ​ທີ່​ກະສັດ​ໂຊໂລໂມນ​ຍັງ​ມີ​ຊີວິດ​ຢູ່ ປະຊາຊົນ​ທົ່ວ​ທັງ​ຢູດາຍ ແລະ​ອິດສະຣາເອນ​ຕ່າງ​ກໍ​ຢູ່​ກັນ​ຢ່າງ​ປອດໄພ, ແຕ່ລະ​ຄອບຄົວ​ກໍ​ມີ​ສວນອະງຸ່ນ ແລະ​ສວນ​ໝາກເດື່ອເທດ​ເປັນ​ຂອງ​ຕົນເອງ.</verse>
				<verse number="26">ກະສັດ​ໂຊໂລໂມນ​ຍັງ​ມີ​ມ້າ​ສຳລັບ​ລົດຮົບ​ສີ່ໝື່ນ​ໂຕ ແລະ​ມີ​ທະຫານ​ມ້າ​ສິບສອງພັນ​ຄົນ.</verse>
				<verse number="27">ພວກ​ຜູ້ປົກຄອງ​ສິບສອງ​ຄົນ​ຕ່າງ​ກໍ​ຮັບ​ໜ້າທີ່​ໃນ​ແຕ່ລະ​ເດືອນ ເພື່ອ​ລຳລຽງ​ສະບຽງ​ອາຫານ​ໃຫ້​ກະສັດ​ໂຊໂລໂມນ​ແລະ​ທຸກຄົນ​ທີ່​ກິນ​ຢູ່​ໃນ​ວັງ. ພວກເຂົາ​ຈັດ​ສົ່ງ​ທຸກສິ່ງ​ໃຫ້​ຕາມ​ທີ່​ເພິ່ນ​ຕ້ອງການ.</verse>
				<verse number="28">ຜູ້ປົກຄອງ​ແຕ່ລະຄົນ​ຍັງ​ໄດ້​ແບ່ງປັນ​ເຂົ້າເດືອຍ ແລະ​ເຟືອງ​ຂອງຕົນ ສຳລັບ​ມ້າ​ປະຈຳ​ລົດຮົບ ແລະ​ສຳລັບ​ໃຫ້​ສັດ​ໃຊ້​ໃນ​ບ່ອນ​ຕ່າງໆ​ຕາມ​ທີ່​ຕ້ອງການ.</verse>
				<verse number="29">ພຣະເຈົ້າ​ໄດ້​ໂຜດ​ປະທານ​ສະຕິປັນຍາ​ກັບ​ຄວາມ​ເຂົ້າໃຈ​ຢ່າງ​ພິເສດ ແລະ​ຄວາມຮູ້​ຢ່າງ​ລົ້ນເຫລືອ​ໃຫ້​ແກ່​ກະສັດ​ໂຊໂລໂມນ.</verse>
				<verse number="30">ກະສັດ​ໂຊໂລໂມນ​ສະຫລາດ​ກວ່າ ພວກ​ນັກປາດ​ຊາວ​ຕາເວັນອອກ ຫລື​ພວກ​ນັກປາດ​ໃນ​ປະເທດ​ເອຢິບ.</verse>
				<verse number="31">ເພິ່ນ​ເປັນ​ຜູ້​ສະຫລາດ​ກວ່າ​ຄົນ​ທັງປວງ ຄື​ສະຫລາດ​ກວ່າ​ຊາວ​ເອທານ, ຊາວ​ເອຊະຣາ, ຊາວ​ເຮມານ, ຊາວ​ການໂກນ ແລະ​ຊາວ​ດາກດາ, ບັນດາ​ລູກຊາຍ​ຂອງ​ມາໂຮນ ແລະ​ຊື່ສຽງ​ຂອງ​ເພິ່ນ​ກໍ​ຊ່າລື​ໄປ​ທົ່ວ​ປະເທດ​ໃກ້ຄຽງ.</verse>
				<verse number="32">ເພິ່ນ​ໄດ້​ແຕ່ງ​ສຸພາສິດ​ສາມພັນ​ບົດ ແລະ​ແຕ່ງ​ເພງ​ໜຶ່ງພັນ​ຫ້າ​ບົດ.</verse>
				<verse number="33">ເພິ່ນ​ໄດ້​ບັນລະຍາຍ​ເຖິງ​ເລື່ອງ​ຕົ້ນໄມ້​ແລະ​ພືດຜົນ​ຕ່າງໆ ນັບ​ແຕ່​ຕົ້ນແປກ​ທີ່​ພູ​ເລບານອນ ຈົນເຖິງ​ຕົ້ນ​ຫູສົບ​ທີ່​ເກີດຂຶ້ນ​ຕາມ​ກຳແພງ; ເພິ່ນ​ເວົ້າ​ເຖິງ​ເລື່ອງ​ສັດ, ນົກ, ສັດ​ເລືອຄານ ແລະ​ປາ.</verse>
				<verse number="34">ບັນດາ​ກະສັດ​ທົ່ວ​ທັງ​ແຜ່ນດິນ​ໂລກ ທີ່​ໄດ້ຍິນ​ເຖິງ​ຄວາມ​ສະຫລາດ​ຂອງ​ກະສັດ​ໂຊໂລໂມນ ຕ່າງ​ກໍໄດ້​ສົ່ງ​ຄົນ​ມາ​ຟັງ​ສະຕິປັນຍາ​ຂອງ​ເພິ່ນ.</verse>
			</chapter>
			<chapter number="5">
				<verse number="1">ເຈົ້າ​ຮີຣາມ ກະສັດ​ແຫ່ງ​ເມືອງ​ຕີເຣ​ໄດ້​ສົ່ງ​ບັນດາ​ຜູ້ຮັບໃຊ້​ໄປ​ຫາ​ກະສັດ​ໂຊໂລໂມນ ເພາະ​ເພິ່ນ​ໄດ້ຍິນ​ວ່າ​ເຈົ້າ​ໂຊໂລໂມນ​ຂຶ້ນ​ເປັນ​ກະສັດ​ສືບແທນ​ພໍ່​ຂອງ​ເພິ່ນ ເພາະ​ເຈົ້າ​ຮີຣາມ​ກໍເປັນ​ມິດ​ກັບ​ກະສັດ​ດາວິດ​ເລື້ອຍ​ມາ.</verse>
				<verse number="2">ກະສັດ​ໂຊໂລໂມນ​ຈຶ່ງ​ສົ່ງ​ຄຳຕອບ​ໄປ​ບອກ​ກະສັດ​ຮີຣາມ​ດັ່ງນີ້:</verse>
				<verse number="3">“ທ່ານ​ກໍ​ຮູ້​ຢູ່​ແລ້ວ​ວ່າ ຍ້ອນ​ເກີດ​ສົງຄາມ​ຢູ່​ຢ່າງ​ບໍ່​ລົດລະ ກະສັດ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ​ຈຶ່ງ​ຕ້ອງ​ສູ້ຮົບ​ບັນດາ​ປະເທດ​ອ້ອມຮອບ​ນັ້ນ​ທີ່​ເປັນ​ສັດຕູ; ເພິ່ນ​ບໍ່​ສາມາດ​ສ້າງ​ວິຫານ​ເພື່ອ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ​ໄດ້ ຈົນກວ່າ​ພຣະເຈົ້າຢາເວ​ໃຫ້​ເພິ່ນ​ຊະນະ​ສັດຕູ​ທັງຫລາຍ​ຂອງ​ເພິ່ນ.</verse>
				<verse number="4">ແຕ່​ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ໄດ້​ໃຫ້​ຄວາມ​ສະຫງົບສຸກ​ແກ່​ຊາຍແດນ​ຂອງ​ຂ້າພະເຈົ້າ. ຂ້າພະເຈົ້າ​ບໍ່ມີ​ສັດຕູ ແລະ​ບໍ່ມີ​ໂພຍໄພ​ໃດໆ​ມາ​ລົບກວນ.</verse>
				<verse number="5">ດັ່ງນັ້ນ ຂ້າພະເຈົ້າ​ໄດ້​ຕັດສິນໃຈ​ສ້າງ​ວິຫານ ສຳລັບ​ພຣະນາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ຕໍ່​ກະສັດ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ​ວ່າ, ‘ລູກຊາຍ​ຂອງ​ເຈົ້າ​ຜູ້​ທີ່​ເຮົາ​ຈະ​ໃຫ້​ເປັນ​ກະສັດ​ສືບແທນ​ເຈົ້າ​ນັ້ນ ຈະ​ສ້າງ​ວິຫານ​ສຳລັບ​ນາມຊື່​ຂອງ​ເຮົາ.’</verse>
				<verse number="6">ດັ່ງນັ້ນ ຂໍ​ທ່ານ​ຈົ່ງ​ສົ່ງ​ຄົນ​ຂອງທ່ານ​ໄປ​ທີ່​ພູ​ເລບານອນ ເພື່ອ​ຕັດ​ຕົ້ນແປກ​ໃຫ້​ຂ້າພະເຈົ້າ​ດ້ວຍ. ຄົນ​ຂອງ​ຂ້າພະເຈົ້າ​ຈະ​ເຮັດ​ວຽກ​ກັບ​ພວກເຂົາ ແລະ​ຂ້າພະເຈົ້າ​ກໍ​ຈະ​ຈ່າຍ​ເງິນ​ໃຫ້​ຕາມ​ທີ່​ທ່ານ​ຄິດ​ລາຄາ. ທ່ານ​ກໍ​ຮູ້​ດີ​ແລ້ວ​ວ່າ ຄົນ​ຂອງ​ຂ້າພະເຈົ້າ​ບໍ່​ຊ່າງ​ຕັດ​ໄມ້​ໄດ້​ດີ​ດັ່ງ​ຄົນ​ຂອງ​ທ່ານ.”</verse>
				<verse number="7">ເມື່ອ​ກະສັດ​ຮີຣາມ​ໄດ້​ຮັບ​ຄຳຕອບ​ຈາກ​ກະສັດ​ໂຊໂລໂມນ ເພິ່ນ​ກໍ​ພໍໃຈ​ທີ່ສຸດ ແລະ​ກ່າວ​ວ່າ, “ວັນນີ້ ຂໍ​ສັນລະເສີນ​ພຣະເຈົ້າຢາເວ ທີ່​ໃຫ້​ກະສັດ​ດາວິດ​ມີ​ລູກຊາຍ​ຜູ້​ສະຫລາດ ຂຶ້ນ​ເປັນ​ກະສັດ​ປົກຄອງ​ຊົນຊາດ​ອັນ​ໃຫຍ່​ນີ້​ແທນ​ເພິ່ນ.”</verse>
				<verse number="8">ແລ້ວ​ກະສັດ​ຮີຣາມ​ກໍ​ສົ່ງ​ຂໍ້ຄວາມ​ໄປ​ບອກ​ກະສັດ​ໂຊໂລໂມນ​ວ່າ, “ຂ້າພະເຈົ້າ​ໄດ້​ຮັບ​ຄຳຕອບ​ຈາກ​ທ່ານ​ແລ້ວ ຂ້າພະເຈົ້າ​ພ້ອມ​ທີ່​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ທ່ານ​ຂໍຮ້ອງ. ຂ້າພະເຈົ້າ​ຈະ​ຈັດຫາ​ໄມ້ແປກ ແລະ​ໄມ້​ສົນ​ໃຫ້.</verse>
				<verse number="9">ຄົນ​ຂອງ​ຂ້າພະເຈົ້າ​ຈະ​ນຳ​ໄມ້​ເຫຼົ່ານັ້ນ​ຈາກ​ພູ​ເລບານອນ​ລົງ​ສູ່​ທະເລ ແລະ​ມັດ​ເປັນ​ແພ​ລ່ອງ​ຕາມ​ທະເລ​ໄປ​ບ່ອນ​ທີ່​ທ່ານ​ໄດ້​ເລືອກໄວ້. ໃນ​ທີ່ນັ້ນ ຄົນ​ຂອງ​ຂ້າພະເຈົ້າ​ຈະ​ແກ້​ມັດ​ໄມ້​ອອກ ແລະ​ໃຫ້​ຄົນ​ຂອງທ່ານ​ຮັບຜິດຊອບ​ຕໍ່ໄປ. ສ່ວນ​ພາລະ​ຂອງທ່ານ ຂໍ​ທ່ານ​ລຳລຽງ​ອາຫານ​ໃຫ້​ຄົນ​ຂອງ​ຂ້າພະເຈົ້າ.”</verse>
				<verse number="10">ດັ່ງນັ້ນ ກະສັດ​ຮີຣາມ​ຈຶ່ງ​ໄດ້​ຈັດ​ສົ່ງ​ໄມ້ແປກ ແລະ​ໄມ້​ສົນ​ທັງໝົດ​ໄປ​ໃຫ້​ຕາມ​ທີ່​ກະສັດ​ໂຊໂລໂມນ​ຕ້ອງການ.</verse>
				<verse number="11">ສ່ວນ​ກະສັດ​ໂຊໂລໂມນ​ກໍ​ສົ່ງ​ສະບຽງ​ອາຫານ​ໄປ​ລ້ຽງ​ຄົນ​ຂອງ​ກະສັດ​ຮີຣາມ​ທຸກ​ປີ​ມີ​ດັ່ງນີ້: ເຂົ້າເດືອຍ​ສີ່ພັນ​ໂຕນ ແລະ​ນໍ້າມັນ​ໝາກກອກເທດ​ສົດ​ສີ່ພັນ​ລິດ.</verse>
				<verse number="12">ພຣະເຈົ້າຢາເວ​ໄດ້​ໂຜດ​ສະຕິປັນຍາ​ໃຫ້​ແກ່​ກະສັດ​ໂຊໂລໂມນ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ເພິ່ນ. ຄວາມ​ສະຫງົບສຸກ​ໄດ້​ເກີດ​ມີ​ຂຶ້ນ ລະຫວ່າງ​ກະສັດ​ຮີຣາມ​ແລະ​ກະສັດ​ໂຊໂລໂມນ ທັງສອງ​ຈຶ່ງ​ມີ​ຂໍ້​ຕົກລົງ​ຕໍ່ກັນ.</verse>
				<verse number="13">ກະສັດ​ໂຊໂລໂມນ​ໄດ້​ເກນເອົາ​ຄົນງານ​ສາມສິບພັນ​ຄົນ ຈາກ​ທົ່ວ​ທັງ​ອານາຈັກ​ອິດສະຣາເອນ</verse>
				<verse number="14">ແລະ​ແຕ່ງຕັ້ງ​ອາໂດນີຣາມ​ໃຫ້​ເປັນ​ຜູ້​ກຳກັບ​ພວກເຂົາ. ເພິ່ນ​ແບ່ງ​ຄົນງານ​ນີ້​ອອກ​ເປັນ​ສາມ​ພວກ​ຄື​ພວກລະ​ສິບພັນ​ຄົນ, ແຕ່ລະ​ພວກ​ໃຊ້​ເວລາ​ເຮັດ​ວຽກ​ຢູ່​ທີ່​ພູ​ເລບານອນ​ໜຶ່ງ​ເດືອນ ແລະ​ກັບຄືນ​ເມືອ​ຢູ່​ເຮືອນ​ສອງ​ເດືອນ.</verse>
				<verse number="15">ກະສັດ​ໂຊໂລໂມນ​ຍັງ​ມີ​ຄົນ​ຂົນ​ຫີນ​ເຈັດສິບພັນ​ຄົນ ແລະ​ຄົນ​ຕັດ​ຫີນ​ຢູ່​ແຖບ​ເນີນພູ​ແປດສິບພັນ​ຄົນ;</verse>
				<verse number="16">ນອກ​ນີ້​ອີກ ເພິ່ນ​ຍັງ​ໃຫ້​ມີ​ບັນດາ​ຫົວໜ້າ​ຄົນງານ ສາມພັນ​ສາມຮ້ອຍ​ຄົນ ເປັນ​ຜູ້ກຳກັບ​ວຽກການ​ຂອງ​ພວກເຂົາ.</verse>
				<verse number="17">ຕາມ​ຄຳສັ່ງ​ຂອງ​ກະສັດ​ໂຊໂລໂມນ ພວກເຂົາ​ໄດ້​ສະກັດ​ຫີນ​ກ້ອນ​ໃຫຍ່​ງາມດີ ເພື່ອ​ໃຊ້​ເປັນ​ຮາກຖານ​ຂອງ​ພຣະວິຫານ.</verse>
				<verse number="18">ຄົນງານ​ຂອງ​ກະສັດ​ໂຊໂລໂມນ ແລະ​ຄົນງານ​ຂອງ​ກະສັດ​ຮີຣາມ ພ້ອມ​ທັງ​ຄົນ​ທີ່​ມາ​ຈາກ​ເມືອງ​ບິບໂລ ໄດ້​ຈັດຕຽມ​ກ້ອນຫີນ​ແລະ​ໄມ້​ເພື່ອ​ສ້າງ​ວິຫານ.</verse>
			</chapter>
			<chapter number="6">
				<verse number="1">ຫລັງຈາກ​ທີ່​ປະຊາຊົນ​ຊາວ​ອິດສະຣາເອນ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ເປັນ​ເວລາ​ສີ່ຮ້ອຍ​ແປດສິບ​ປີ​ແລ້ວ ໃນ​ຣາຊການ​ປີ​ທີ​ສີ່ ຂອງ​ກະສັດ​ໂຊໂລໂມນ​ແຫ່ງ​ຊາດ​ອິດສະຣາເອນ ຄື​ເດືອນ​ທີ​ສອງ​ອັນ​ກົງ​ກັບ​ເດືອນ​ຊີເຟ ​ເພິ່ນ​ໄດ້​ເລີ່ມຕົ້ນ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="2">ຂ້າງ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ກະສັດ​ໂຊໂລໂມນ​ສ້າງ​ມີ​ລວງ​ຍາວ​ຊາວເຈັດ​ແມັດ; ກວ້າງ​ເກົ້າ​ແມັດ ແລະ​ສູງ​ສິບສາມ​ແມັດ​ເຄິ່ງ.</verse>
				<verse number="3">ຫ້ອງ​ຊື່​ທາງ​ປະຕູເຂົ້າ​ເລິກ​ສີ່​ແມັດ​ເຄິ່ງ ແລະ​ກວ້າງ​ເກົ້າ​ແມັດ ຊຶ່ງ​ກວ້າງ​ເທົ່າ​ກັບ​ຕົວ​ພຣະວິຫານ.</verse>
				<verse number="4">ສ່ວນ​ຝາ​ກຳແພງ​ຂອງ​ພຣະວິຫານ ເພິ່ນ​ໄດ້​ສ້າງ​ວົງກົບ​ປ່ອງຢ້ຽມ ກວ້າງ​ທາງ​ດ້ານໃນ, ແຕ່​ແຄບ​ທາງ​ດ້ານນອກ.</verse>
				<verse number="5">ດ້ານ​ຂ້າງ​ແລະ​ດ້ານຫລັງ​ພຣະວິຫານ​ຕໍ່​ຈາກ​ລະບຽງ​ດ້ານ​ຂ້າງ​ນອກ ເພິ່ນ​ໄດ້​ສ້າງ​ຫ້ອງ​ສາມ​ຊັ້ນ ຊຶ່ງ​ແຕ່ລະຊັ້ນ​ສູງ​ສອງ​ແມັດ​ຊາວ​ເຊັນ.</verse>
				<verse number="6">ຫ້ອງ​ຊັ້ນລຸ່ມ​ກວ້າງ​ສອງ​ແມັດ​ຊາວ​ເຊັນ; ຫ້ອງ​ຊັ້ນ​ກາງ​ກວ້າງ​ສອງ​ແມັດ​ເຈັດສິບ​ເຊັນ ແລະ​ຫ້ອງ​ຊັ້ນເທິງ​ກວ້າງ​ສາມ​ແມັດ​ສິບ​ເຊັນ. ຝາ​ຂອງ​ພຣະວິຫານ​ໃນ​ແຕ່ລະຊັ້ນ​ບາງກວ່າ​ຊັ້ນລຸ່ມ​ຂຶ້ນ​ໄປ ເພື່ອ​ວ່າ​ແຕ່ລະ​ຫ້ອງ​ຈະ​ຕໍ່​ກັນ​ໂດຍ​ບໍ່​ຕ້ອງ​ໃຊ້​ໄມ້ຂາງ.</verse>
				<verse number="7">ຫີນ​ທີ່​ສ້າງ​ພຣະວິຫານ​ນີ້​ໄດ້​ຈັດຕຽມ​ມາ​ຈາກ​ບ່ອນ​ຂຸດ​ຫີນ ເພື່ອ​ວ່າ​ໃນ​ຂະນະທີ່​ກຳລັງ​ທຳການ​ກໍ່ສ້າງ​ຢູ່​ນັ້ນ ຈະ​ບໍ່ໄດ້​ມີ​ສຽງດັງ​ຂອງ​ຄ້ອນຕີ, ຂວານ ຫລື​ເຄື່ອງມື​ຕ່າງໆ​ທີ່​ເປັນ​ເຫຼັກ.</verse>
				<verse number="8">ທາງເຂົ້າ​ຫ້ອງ​ຊັ້ນລຸ່ມ ທີ່​ຕໍ່​ຕົວ​ພຣະວິຫານ​ອອກ​ໄປ​ສູ່​ທາງ​ໃຕ້​ຂອງ​ພຣະວິຫານ​ນີ້ ມີ​ຂັ້ນໄດ​ຂຶ້ນ​ໄປ​ຫາ​ຊັ້ນ​ທີ​ສອງ ແລະ​ຊັ້ນ​ທີ​ສາມ.</verse>
				<verse number="9">ສະນັ້ນ ກະສັດ​ໂຊໂລໂມນ​ຈຶ່ງ​ສ້າງ​ພຣະວິຫານ​ສຳເລັດ​ລົງ. ເພິ່ນ​ໃຊ້​ໄມ້ແປກ​ເຮັດ​ຂື່​ແລະ​ເພດານ.</verse>
				<verse number="10">ຊານ​ຂອງ​ຫ້ອງ​ສາມ​ຊັ້ນ​ແຕ່ລະ​ຊັ້ນ ທີ່​ຕໍ່​ຕົວ​ພຣະວິຫານ​ອອກ​ໄປ​ສູງ​ສອງ​ແມັດ​ຊາວ​ເຊັນ ຊຶ່ງ​ສ້າງ​ຕິດ​ຝາ​ຂອງ​ພຣະວິຫານ​ໂດຍ​ໃຊ້​ໄມ້ແປກ​ເປັນ​ໄມ້​ຂາງ.</verse>
				<verse number="11">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ກະສັດ​ໂຊໂລໂມນ​ວ່າ,</verse>
				<verse number="12">“ຖ້າ​ເຈົ້າ​ປະຕິບັດ​ຕາມ​ກົດບັນຍັດ ແລະ​ຄຳສັ່ງ​ທຸກ​ຂໍ້​ຂອງເຮົາ ເຮົາ​ຈະ​ປະຕິບັດ​ຕໍ່​ເຈົ້າ​ຕາມ​ຄຳສັນຍາ​ທີ່​ເຮົາ​ໄດ້​ມີ​ໄວ້​ກັບ​ດາວິດ​ພໍ່​ຂອງ​ເຈົ້າ.</verse>
				<verse number="13">ເຮົາ​ຈະ​ຢູ່​ກັບ​ປະຊາຊົນ​ຊາວ​ອິດສະຣາເອນ​ຂອງເຮົາ ໃນ​ວິຫານ​ທີ່​ເຈົ້າ​ກຳລັງ​ສ້າງ​ຢູ່​ນີ້ ແລະ​ເຮົາ​ຈະ​ບໍ່​ປະຖິ້ມ​ພວກເຂົາ​ຈັກເທື່ອ.”</verse>
				<verse number="14">ດັ່ງນັ້ນ ກະສັດ​ໂຊໂລໂມນ​ຈຶ່ງ​ໄດ້​ສ້າງ​ພຣະວິຫານ​ສຳເລັດ​ຮຽບຮ້ອຍ.</verse>
				<verse number="15">ຝາ​ຂ້າງ​ໃນ​ຂອງ​ພຣະວິຫານ ຕັ້ງແຕ່​ພື້ນ​ຈົນ​ຈຸ​ເພດານ​ແມ່ນ​ເຮັດ​ດ້ວຍ​ແປ້ນ​ໄມ້ແປກ ແລະ​ພື້ນ​ກໍ​ປູ​ດ້ວຍ​ໄມ້​ສົນ.</verse>
				<verse number="16">ຫ້ອງ​ທາງ​ໃນ​ເອີ້ນ​ວ່າ ຫ້ອງ​ສັກສິດ​ທີ່ສຸດ​ໄດ້​ສ້າງ​ຢູ່​ທາງຫລັງ​ພຣະວິຫານ​ຊຶ່ງ​ຍາວ​ໄດ້​ເກົ້າ​ແມັດ ແລະ​ຂັ້ນ​ດ້ວຍ​ແປ້ນ​ໄມ້ແປກ​ຕັ້ງແຕ່​ພື້ນ​ຈົນ​ຈຸ​ເພດານ.</verse>
				<verse number="17">ຫ້ອງ​ທີ່​ຢູ່​ຕໍ່ໜ້າ​ຫ້ອງ​ສັກສິດ​ທີ່ສຸດ​ຍາວ​ສິບແປດ​ແມັດ.</verse>
				<verse number="18">ສ່ວນ​ແປ້ນ​ໄມ້ແປກ​ກໍ​ຖືກ​ແກະສະຫລັກ​ລວດລາຍ​ເປັນ​ຮູບ​ໝາກນໍ້າເຕົ້າ​ແລະ​ຮູບ​ດອກໄມ້; ຝາ​ຂ້າງ​ໃນ​ທັງໝົດ​ແມ່ນ​ແອ້ມ​ດ້ວຍ​ໄມ້ແປກ​ເພື່ອ​ບໍ່​ໃຫ້​ເຫັນ​ຫີນ.</verse>
				<verse number="19">ຫ້ອງ​ຊັ້ນ​ໃນ​ທາງຫລັງ​ພຣະວິຫານ ແມ່ນ​ໄດ້​ສ້າງ​ໃຫ້​ເປັນ​ບ່ອນ​ໄວ້​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="20">ຫ້ອງ​ຊັ້ນໃນ​ນີ້​ຍາວ​ເກົ້າ​ແມັດ ກວ້າງ​ເກົ້າ​ແມັດ ສູງ​ເກົ້າ​ແມັດ ແລະ​ໂອບ​ດ້ວຍ​ຄຳ​ນໍ້າໜຶ່ງ. ສ່ວນ​ແທ່ນບູຊາ​ກໍ​ແອ້ມ​ດ້ວຍ​ໄມ້ແປກ.</verse>
				<verse number="21">ທາງ​ຂ້າງ​ໃນ​ຂອງ​ພຣະວິຫານ​ແມ່ນ​ໄດ້​ໃຊ້​ຄຳ​ໂອບ ແລະ​ມີ​ໂສ້​ຄຳ​ຂວາງ​ຂັ້ນ​ທາງ​ເຂົ້າ​ຫ້ອງ​ຊັ້ນໃນ​ຂອງ​ພຣະວິຫານ ຊຶ່ງ​ຫ້ອງ​ນີ້​ກໍໄດ້​ໃຊ້​ຄຳ​ໂອບ​ເຊັ່ນດຽວ​ກັນ.</verse>
				<verse number="22">ທົ່ວ​ທັງ​ພາຍໃນ​ຂອງ​ພຣະວິຫານ​ໄດ້​ໃຊ້​ຄຳ​ໂອບ ລວມທັງ​ແທ່ນບູຊາ​ໃນ​ຫ້ອງ​ສັກສິດ​ທີ່ສຸດ​ນັ້ນ​ດ້ວຍ.</verse>
				<verse number="23">ເພິ່ນ​ສ້າງ​ເຄຣຸບ ສອງ​ຕົນ​ດ້ວຍ​ໄມ້​ໝາກກອກເທດ ແລະ​ປະ​ໄວ້​ໃນ​ຫ້ອງ​ສັກສິດ​ທີ່ສຸດ, ແຕ່ລະ​ຕົນ​ສູງ​ສີ່​ແມັດ​ສີ່ສິບ​ເຊັນ.</verse>
				<verse number="24">ເຄຣຸບ​ທັງສອງ​ຕົນ​ນີ້​ມີ​ຮູບຮ່າງ​ຂະໜາດ​ດຽວກັນ. ແຕ່ລະຕົນ​ມີ​ປີກ​ສອງ​ປີກ ແຕ່ລະປີກ​ຍາວ​ສອງ​ແມັດ​ຊາວ​ເຊັນ ເພື່ອ​ວ່າ​ໃຫ້​ໄລຍະ​ແຕ່​ສົ້ນ​ປີກ​ເບື້ອງ​ໜຶ່ງ​ໄປ​ຫາ​ສົ້ນ​ປີກ​ອີກ​ເບື້ອງ​ໜຶ່ງ ຍາວ​ສີ່​ແມັດ​ສີ່ສິບ​ເຊັນ.</verse>
				<verse number="25"></verse>
				<verse number="26"></verse>
				<verse number="27">ເພິ່ນ​ວາງ​ເຄຣຸບ​ທັງສອງ​ນີ້​ໄວ້​ຄຽງຂ້າງ​ກັນ​ໃນ​ຫ້ອງ​ສັກສິດ​ທີ່ສຸດ ເພື່ອ​ປີກ​ຂອງ​ສັດ​ທັງສອງ​ຕົນ​ນີ້​ຈະ​ຈຸ​ໃສ່​ກັນ ກົງ​ກັບ​ໃຈກາງ​ຂອງ​ຫ້ອງ ແລະ​ໃຫ້​ປີກ​ອີກ​ຂ້າງ​ໜຶ່ງ​ນັ້ນ​ຈຸ​ຝາ.</verse>
				<verse number="28">ເຄຣຸບ​ທັງສອງ​ຕົນ​ນີ້​ແມ່ນ​ໄດ້​ໃຊ້​ຄຳ​ໂອບ.</verse>
				<verse number="29">ຝາ​ຫ້ອງ​ໂຖງ​ກັບ​ຫ້ອງ​ຊັ້ນໃນ​ທັງໝົດ​ໃນ​ພຣະວິຫານ​ໄດ້​ແກະສະຫລັກ​ເປັນ​ຮູບ​ເຄຣຸບ, ຮູບ​ຕົ້ນ​ຕານ ແລະ​ຮູບ​ດອກໄມ້.</verse>
				<verse number="30">ແມ່ນແຕ່​ພື້ນ​ຂອງ​ພຣະວິຫານ​ກໍ​ໃຊ້​ຄຳ​ປູ.</verse>
				<verse number="31">ປະຕູ​ສອງ​ຊັ້ນ​ເຮັດ​ດ້ວຍ​ໄມ້​ໝາກກອກເທດ ຊຶ່ງ​ເປັນ​ປະຕູ​ຂັ້ນ​ທາງ​ເຂົ້າ​ຫ້ອງ​ສັກສິດ​ທີ່ສຸດ; ຈອມ​ປະຕູ​ກໍ​ເປັນ​ຮູບ​ໂຄ້ງ​ປາຍ​ແຫລມ.</verse>
				<verse number="32">ເພິ່ນ​ໄດ້​ສ້າງ​ບານປະຕູ​ທັງສອງ​ນີ້​ດ້ວຍ​ໄມ້​ໝາກກອກເທດ​ແກະສະຫລັກ​ຮູບ​ເຄຣຸບ, ຮູບ​ຕົ້ນ​ຕານ ແລະ​ຮູບ​ດອກໄມ້. ປະຕູ, ເຄຣຸບ ແລະ​ຮູບ​ຕົ້ນ​ຕານ ລ້ວນແຕ່​ໃຊ້​ຄຳ​ໂອບ​ທັງໝົດ.</verse>
				<verse number="33">ສ່ວນ​ຂອບ​ປະຕູ​ທາງ​ເຂົ້າ​ຫ້ອງ​ໂຖງ​ນັ້ນ​ເປັນ​ຮູບ​ສີ່​ຫລ່ຽມ​ຍາວ ແລະ​ເຮັດ​ດ້ວຍ​ໄມ້​ໝາກກອກເທດ.</verse>
				<verse number="34">ມີ​ປະຕູ​ພັບ​ສອງ​ອັນ​ເຮັດ​ດ້ວຍ​ໄມ້​ສົນ</verse>
				<verse number="35">ແລະ​ເອ້​ດ້ວຍ​ຮູບ​ເຄຣຸບ, ຮູບ​ຕົ້ນ​ຕານ ແລະ​ຮູບ​ດອກໄມ້ ຊຶ່ງ​ບັນດາ​ຊ່າງ​ໄດ້​ໃຊ້​ຄຳ​ໂອບ​ເທົ່າ​ກັນ​ໝົດ.</verse>
				<verse number="36">ຢູ່​ຕໍ່ໜ້າ​ພຣະວິຫານ ເພິ່ນ​ໄດ້​ສ້າງ​ເດີ່ນ​ອ້ອມ​ດ້ວຍ​ກຳແພງ ລຽນ​ຫີນ​ສາມ​ກ້ອນ​ເປັນ​ຊັ້ນ​ໜຶ່ງ ແລະ​ທຸກ​ຊັ້ນ​ໃດ ກໍໄດ້​ສອດ​ໄມ້ຂາງ​ທີ່​ເປັນ​ໄມ້ແປກ​ໃສ່.</verse>
				<verse number="37">ກະສັດ​ໂຊໂລໂມນ​ໄດ້​ສ້າງ​ພື້ນຖານ​ຂອງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ໃນ​ເດືອນ​ທີ​ສອງ ອັນ​ກົງ​ກັບ​ເດືອນ​ຊີເຟ ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ເພິ່ນ.</verse>
				<verse number="38">ການ​ສ້າງ​ພຣະວິຫານ​ໄດ້​ສຳເລັດ​ລົງ​ຢ່າງ​ຮຽບຮ້ອຍ ຕາມ​ແຜນການ​ທີ່​ໄດ້​ກະ​ໄວ້ ໃນ​ເດືອນ​ທີ​ແປດ​ອັນ​ກົງກັບ​ເດືອນ​ບູເລ ໃນ​ຣາຊການ​ປີ​ທີ​ສິບເອັດ​ຂອງ​ກະສັດ​ໂຊໂລໂມນ. ກະສັດ​ໂຊໂລໂມນ​ໄດ້​ໃຊ້​ເວລາ​ເຈັດ​ປີ​ໃນ​ການ​ສ້າງ​ພຣະວິຫານ​ນີ້.</verse>
			</chapter>
			<chapter number="7">
				<verse number="1">ກະສັດ​ໂຊໂລໂມນ​ຍັງ​ໄດ້​ສ້າງ​ວັງ​ສຳລັບ​ຕົນເອງ ແລະ​ເພິ່ນ​ໄດ້​ໃຊ້​ເວລາ​ເຖິງ​ສິບສາມ​ປີ​ຈຶ່ງ​ສ້າງ​ສຳເລັດ.</verse>
				<verse number="2">ເພິ່ນ​ສ້າງ​ຫ້ອງ​ໂຖງ​ແຫ່ງ​ດົງ​ເລບານອນ ຊຶ່ງ​ຍາວ​ສີ່ສິບສີ່​ແມັດ ກວ້າງ​ຊາວສອງ​ແມັດ ແລະ​ສູງ​ສິບສາມ​ແມັດ​ເຄິ່ງ. ມີ​ເສົາ​ໄມ້ແປກ​ສາມ​ແຖວ ແຖວລະ​ສິບຫ້າ​ເສົາ ຊຶ່ງ​ມີ​ຂື່​ເປັນ​ໄມ້ແປກ​ກາດ​ໃສ່​ເສົາ​ເຫຼົ່ານີ້. ສ່ວນ​ເພດານ​ແມ່ນ​ໄດ້​ເຮັດ​ດ້ວຍ​ໄມ້ແປກ​ທັງ​ນັ້ນ ຊຶ່ງ​ຕໍ່​ອອກ​ໄປ​ຮອດ​ເພດານ​ຫ້ອງ​ໄວ້​ເຄື່ອງຂອງ ແລະ​ມີ​ເສົາ​ຄໍ້າ.</verse>
				<verse number="3"></verse>
				<verse number="4">ແຕ່ລະ​ຝາ​ທັງສອງ​ເບື້ອງ​ມີ​ປ່ອງຢ້ຽມ​ສາມ​ປ່ອງ.</verse>
				<verse number="5">ຂອບ​ປະຕູ​ແລະ​ຂອບ​ປ່ອງຢ້ຽມ​ທັງຫລາຍ ເປັນ​ຮູບ​ສີ່​ຫລ່ຽມ​ຍາວ. ປ່ອງຢ້ຽມ​ສາມ​ປ່ອງ​ຂອງ​ແຕ່ລະ​ຝາ​ປິ່ນ​ໜ້າ​ໃສ່​ກັນ.</verse>
				<verse number="6">ຫ້ອງ​ໂຖງ​ລະຫວ່າງ​ເສົາ​ຍາວ​ຊາວສອງ​ແມັດ ກວ້າງ​ສິບສາມ​ແມັດ​ເຄິ່ງ ແລະ​ລະບຽງ​ທາງ​ໜ້າ​ກໍ​ມີ​ຫລັງຄາ​ແລະ​ມີ​ເສົາ​ຄໍ້າ.</verse>
				<verse number="7">ຫ້ອງ​ບັນລັງ ຊຶ່ງ​ເອີ້ນ​ອີກ​ວ່າ​ຫ້ອງ​ຕັດສິນ​ຄວາມ ເປັນ​ບ່ອນ​ທີ່​ກະສັດ​ໂຊໂລໂມນ​ຕັດສິນ​ຄະດີ​ຕ່າງໆ. ຫ້ອງ​ນີ້​ປູ​ແລະ​ແອ້ມ​ດ້ວຍ​ໄມ້ແປກ​ຕັ້ງແຕ່​ພື້ນ​ຈົນ​ຈຸ​ເພດານ.</verse>
				<verse number="8">ບໍຣິເວນ​ທີ່​ກະສັດ​ໂຊໂລໂມນ​ຢູ່​ນັ້ນ​ແມ່ນ​ໄດ້​ສ້າງ​ຂຶ້ນ​ໃນ​ເດີ່ນ​ອີກ​ແຫ່ງ​ໜຶ່ງ ທີ່​ທາງ​ເບື້ອງຫລັງ​ຂອງ​ຫ້ອງ​ຕັດສິນ​ຄວາມ. ຫ້ອງ​ນີ້​ແມ່ນ​ໄດ້​ສ້າງ​ແບບດຽວ​ກັບ​ຕົວ​ຕຶກ​ອື່ນໆ. ເພິ່ນ​ໄດ້​ສ້າງ​ເຮືອນ​ແບບ​ດຽວ​ກັນ​ນີ້​ໃຫ້​ເມຍ​ຂອງ​ເພິ່ນ ຜູ້​ທີ່​ເປັນ​ລູກສາວ​ຂອງ​ກະສັດ​ແຫ່ງ​ເອຢິບ.</verse>
				<verse number="9">ຫໍ​ໂຮງ​ຕ່າງໆ​ພ້ອມ​ທັງ​ເດີ່ນ​ໃຫຍ່​ແມ່ນ​ໄດ້​ສ້າງ​ດ້ວຍ​ຫີນ​ອັນ​ມີຄ່າ ທີ່​ເລືອກສັນ​ຢ່າງດີ​ຕັ້ງແຕ່​ພື້ນຖານ​ຂອງ​ຕຶກ​ຈົນເຖິງ​ຂອບ​ຫລັງຄາ. ຫີນ​ນີ້​ໄດ້​ຕັດ​ມາ​ຈາກ​ບໍ່​ຫີນ ແລະ​ວັດແທກ​ທັງ​ຂ້າງ​ໃນ ແລະ​ທັງ​ຂ້າງ​ນອກ ແລະ​ໃຊ້​ເລື່ອຍ​ຕັດ.</verse>
				<verse number="10">ພື້ນຖານ​ຕ່າງໆ​ແມ່ນ​ສ້າງ​ດ້ວຍ​ຫີນ​ກ້ອນ​ໃຫຍ່ ຊຶ່ງ​ໄດ້​ຕັດ​ມາ​ຈາກ​ບໍ່​ຫີນ. ບາງ​ກ້ອນ​ກໍ​ຍາວ​ໄດ້​ສີ່​ຫາ​ຫ້າ​ແມັດ.</verse>
				<verse number="11">ຢູ່​ເທິງ​ຫີນ​ເຫຼົ່ານີ້​ມີ​ຫີນ​ຢ່າງ​ອື່ນ​ອີກ​ທີ່​ໄດ້​ຕັດ​ອອກ​ມາ ຕາມ​ຂະໜາດ​ແລະ​ມີ​ຂື່​ເປັນ​ໄມ້​ແປກ.</verse>
				<verse number="12">ເດີ່ນ​ຂອງ​ຣາຊວັງ, ເດີ່ນ​ຂ້າງ​ໃນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຫ້ອງ​ຊື່​ກັບ​ທາງເຂົ້າ​ພຣະວິຫານ​ມີ​ກຳແພງ​ເປັນ​ຫີນ ຄື​ລຽນ​ຫີນ​ທີ່​ຕັດ​ນັ້ນ​ສາມ​ກ້ອນ​ເປັນ​ຊັ້ນ​ໜຶ່ງ ແລະ​ແຕ່ລະ​ຊັ້ນ​ກໍໄດ້​ວາງ​ໄມ້​ຂາງ​ທີ່​ເປັນ​ໄມ້ແປກ​ໃສ່.</verse>
				<verse number="13">ກະສັດ​ໂຊໂລໂມນ​ໄດ້​ສົ່ງ​ຄົນ​ໄປ​ນຳ​ເອົາ​ຊາຍ​ຄົນ​ໜຶ່ງ; ຊາຍ​ຄົນ​ນີ້​ຊື່​ວ່າ​ຮູຣາມ ຊ່າງສີມື​ຜູ້​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕີເຣ. ລາວ​ເປັນ​ຊ່າງສີມື​ທີ່​ຊຳນິ​ຊຳນານ​ກ່ຽວກັບ​ທອງສຳຣິດ.</verse>
				<verse number="14">ພໍ່​ຂອງ​ລາວ ເປັນ​ໄທ​ເມືອງ​ຕີເຣ ຜູ້​ທີ່​ໄດ້​ຕາຍໄປ​ແລ້ວ​ນັ້ນ ກໍ​ເປັນ​ຊ່າງສີມື​ກ່ຽວກັບ​ທອງສຳຣິດ​ເໝືອນກັນ. ແມ່​ຂອງ​ລາວ​ເປັນ​ຄົນ​ມາ​ຈາກ​ເຜົ່າ​ເນັບທາລີ. ຮູຣາມ​ເປັນ​ຊ່າງສີມື​ທີ່​ມີ​ສະຕິປັນຍາ ແລະ​ເປັນ​ຜູ້​ມີ​ປະສົບການ. ລາວ​ໄດ້​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ກະສັດ​ໂຊໂລໂມນ ທີ່​ໃຫ້​ລາວ​ຮັບຜິດຊອບ​ວຽກງານ​ກ່ຽວກັບ​ທອງສຳຣິດ​ທັງໝົດ.</verse>
				<verse number="15">ຮູຣາມ​ຫລໍ່​ເສົາ​ທອງສຳຣິດ​ສອງ​ຕົ້ນ ແຕ່ລະ​ຕົ້ນ​ສູງ​ແປດ​ແມັດ ແລະ​ລວງອ້ອມ ມີ​ຫ້າ​ແມັດ​ສາມສິບ​ເຊັນ. ເສົາ​ນີ້​ຕັ້ງ​ຢູ່​ທີ່​ທາງເຂົ້າ​ຂອງ​ພຣະວິຫານ.</verse>
				<verse number="16">ລາວ​ຍັງ​ໄດ້​ເຮັດ​ຫົວ​ເສົາ​ສອງ​ອັນ​ໃສ່​ເທິງ​ຈອມເສົາ ແຕ່ລະ​ອັນ​ສູງ​ໄດ້​ສອງ​ແມັດ​ຊາວ​ເຊັນ.</verse>
				<verse number="17">ຈອມເສົາ​ແຕ່ລະອັນ​ແມ່ນ​ເອ້​ດ້ວຍ​ສາຍສ້ອຍ​ທີ່​ຖັກ​ເປັນ​ລວດລາຍ</verse>
				<verse number="18">ແລະ​ໝາກ​ພິລາ​ທີ່​ເຮັດ​ດ້ວຍ​ທອງສຳຣິດ​ສອງ​ແຖວ.</verse>
				<verse number="19">ຫົວເສົາ​ນີ້​ເປັນ​ເໝືອນ​ຮູບ​ດອກ​ບົວ​ສູງ​ໜຶ່ງ​ແມັດ​ແປດສິບ​ເຊັນ.</verse>
				<verse number="20">ເພິ່ນ​ເອົາ​ຫົວເສົາ​ນີ້​ວາງ​ໃສ່​ບ່ອນ​ມົນທົນ ຊຶ່ງ​ຢູ່​ເທິງ​ສາຍສ້ອຍ​ທີ່​ຕົບແຕ່ງ, ແຕ່ລະ ຫົວ​ເສົາ​ມີ​ຮູບ​ໝາກ​ພິລາ​ສອງຮ້ອຍ​ຮູບ​ລຽນ​ອ້ອມ​ເປັນ​ສອງ​ແຖວ.</verse>
				<verse number="21">ຮູຣາມ​ໄດ້​ຕັ້ງ​ເສົາ​ສອງ​ຕົ້ນ​ນີ້​ຂຶ້ນ​ຕໍ່ໜ້າ​ທາງເຂົ້າ​ຂອງ​ພຣະວິຫານ. ເສົາ​ຢູ່​ທາງດ້ານ​ໃຕ້​ຊື່​ວ່າ​ຢາກິນ ແລະ​ເສົາ​ຢູ່​ທາງ​ດ້ານ​ເໜືອ​ຊື່​ວ່າ​ໂບອາດ.</verse>
				<verse number="22">ທີ່​ເທິງ​ຈອມ​ຫົວ​ເສົາ​ມີ​ຮູບ​ດອກ​ບົວ​ເປັນ​ທອງສຳຣິດ. ດັ່ງນັ້ນ ວຽກງານ​ການ​ສ້າງ​ເສົາ​ຈຶ່ງ​ສຳເລັດ​ເສັດສິ້ນ​ລົງ.</verse>
				<verse number="23">ຮູຣາມ​ຍັງ​ໄດ້​ເຮັດ​ຂັນ​ທອງສຳຣິດ​ສູງ​ສອງ​ແມັດ​ຊາວ​ເຊັນ ປາກ​ກວ້າງ​ສີ່​ແມັດ​ສີ່ສິບ​ເຊັນ ແລະ​ລວງອ້ອມ​ສິບສາມ​ແມັດ​ຊາວ​ເຊັນ.</verse>
				<verse number="24">ຢູ່​ອ້ອມ​ຂອບ​ນອກ​ຂອງ​ຂັນ ມີ​ຮູບ​ໝາກນໍ້າເຕົ້າ​ທອງສຳຣິດ​ສອງ​ແຖວ ທີ່​ຫລໍ່​ຕິດ​ກັບ​ຂັນ.</verse>
				<verse number="25">ຂັນ​ນີ້​ວາງ​ໃສ່​ເທິງ​ຮູບ​ງົວ​ທອງສຳຣິດ​ສິບສອງ​ໂຕ ທີ່​ປິ່ນ​ໜ້າ​ອອກ​ນອກ. ແຕ່ລະ​ສາມ​ໂຕ​ໃດ​ໄດ້​ອວ່າຍ​ໜ້າ​ອອກ​ໄປ​ສູ່​ແຕ່ລະ​ທິດທາງ.</verse>
				<verse number="26">ຂັນ​ນີ້​ໜາ​ໄດ້​ເຈັດ​ເຊັນ​ເຄິ່ງ. ຂອບ​ຂັນ​ຄື​ກັບ​ຂອບ​ຈອກ ຊຶ່ງ​ທາງ​ນອກ​ແກະສະຫລັກ​ເໝືອນ​ກັບ​ດອກ​ບົວ. ຂັນ​ໜ່ວຍ​ນີ້​ບັນຈຸ​ນໍ້າ​ໄດ້​ສີ່ໝື່ນ​ລິດ.</verse>
				<verse number="27">ຮູຣາມ​ຍັງ​ໄດ້​ສ້າງ​ກວຽນ​ທອງສຳຣິດ​ສິບ​ຄັນ, ແຕ່ລະຄັນ​ຍາວ​ໜຶ່ງ​ແມັດ​ແປດສິບ​ເຊັນ ແລະ​ກວ້າງ​ໜຶ່ງ​ແມັດ​ແປດສິບ​ເຊັນ ແລະ​ສູງ​ໜຶ່ງ​ແມັດ​ສາມສິບ​ເຊັນ.</verse>
				<verse number="28">ກວຽນ​ນີ້​ແມ່ນ​ເຮັດ​ດ້ວຍ​ແຜ່ນ​ທອງສຳຣິດ​ເປັນ​ຮູບ​ສີ່​ຫລ່ຽມ​ແລະ​ໃສ່​ຂອບ.</verse>
				<verse number="29">ແຜ່ນ​ເຫຼົ່ານີ້​ມີ​ຮູບ​ສິງ, ຮູບ​ງົວ ແລະ​ເຄຣຸບ. ຢູ່​ຕາມ​ຂອບ​ທາງ​ເທິງ ແລະ​ທາງ​ລຸ່ມ​ຂອງ​ຮູບ​ສິງ ແລະ​ຮູບ​ງົວ​ມີ​ຮູບ​ພວງມະໄລ​ຢ່າງ​ງົດງາມ.</verse>
				<verse number="30">ກວຽນ​ແຕ່ລະຄັນ​ມີ​ລໍ້​ທອງສຳຣິດ​ສີ່​ລໍ້ ແລະ​ມີ​ເພົາ​ເປັນ​ທອງສຳຣິດ. ທີ່​ແຈ​ທັງ​ສີ່​ນັ້ນ​ເປັນ​ທອງສຳຣິດ​ຄໍ້າ​ອ່າງ​ໄວ້; ເຄື່ອງ​ຄໍ້າ​ນີ້​ໄດ້​ຕົບແຕ່ງ​ດ້ວຍ​ກົງຈັກ​ສັບ​ເປັນ​ລວດລາຍ.</verse>
				<verse number="31">ຢູ່​ເທິງ​ກວຽນ​ມີ​ຂອບ​ມົນໆ​ສຳລັບ​ຕັ້ງ​ອ່າງ ຊຶ່ງ​ສູງ​ສີ່ສິບຫ້າ​ເຊັນ ນັບ​ຈາກ​ຂ້າງ​ເທິງ​ຂອງ​ກວຽນ​ລົງ​ໄປ ແລະ​ເລິກ​ລົງ​ໄປ​ສິບແປດ​ເຊັນ. ຂອບ​ນີ້​ໄດ້​ແກະສະຫລັກ​ເປັນ​ລວດລາຍ​ອ້ອມຮອບ.</verse>
				<verse number="32">ກົງ​ລໍ້​ທັງ​ສີ່​ທີ່​ຢູ່​ລຸ່ມ​ຖັງ​ສູງ​ຫົກສິບຫົກ​ເຊັນ ແລະ​ມີ​ເພົາ​ເປັນ​ທ່ອນດຽວກັນ​ກັບ​ກວຽນ.</verse>
				<verse number="33">ລໍ້​ທັງໝົດ​ເໝືອນ​ກັບ​ລໍ້​ລົດຮົບ; ເພົາ, ກົງ, ດີ້ວ ແລະ​ດຸມລໍ້​ແມ່ນ​ເຮັດ​ດ້ວຍ​ທອງສຳຣິດ​ທັງ​ໝົດ.</verse>
				<verse number="34">ກວຽນ​ແຕ່ລະຄັນ​ມີ​ຂາ​ຄໍ້າ​ສີ່​ຂາ​ທີ່​ແຈ​ເບື້ອງ​ລຸ່ມ​ຂອງ​ມັນ ຊຶ່ງ​ເປັນ​ທ່ອນດຽວກັນ​ກັບ​ກວຽນ.</verse>
				<verse number="35">ຢູ່​ເທິງ​ປາກ​ກວຽນ​ແຕ່ລະຄັນ​ມີ​ແຂບ​ອ້ອມ ຍາວ​ໄດ້​ຊາວສອງ​ເຊັນ. ຂາ​ຄໍ້າ​ແລະ​ແຜ່ນ​ຝາ​ດ້ານ​ຂ້າງ​ແມ່ນ​ເຮັດ​ເປັນ​ທ່ອນ​ດຽວກັນ​ກັບ​ກວຽນ.</verse>
				<verse number="36">ຂາ​ຄໍ້າ​ແລະ​ແຜ່ນ​ເຫຼົ່ານີ້​ໄດ້​ຄວັດ​ແກະສະຫລັກ​ເຄຣຸບ, ຮູບ​ສິງ ແລະ​ຮູບ​ຕົ້ນ​ຕານ ບໍ່​ວ່າ​ບ່ອນ​ໃດ​ທີ່​ເປັນ​ວ່າງ​ກໍ​ມີ​ຮູບ​ພວງມະໄລ​ອ້ອມ​ຢູ່​ໄປ​ທົ່ວ.</verse>
				<verse number="37">ຮູຣາມ​ໄດ້​ສ້າງ​ກວຽນ​ທັງໝົດ​ຢ່າງ​ນີ້ ຄື​ທຸກ​ຄັນ​ແມ່ນ​ເປັນ​ແບບ​ດຽວ​ກັນ​ໝົດ ແລະ​ມີ​ຂະໜາດ​ຮູບຮ່າງ​ຢ່າງ​ດຽວກັນ.</verse>
				<verse number="38">ຮູຣາມ​ເຮັດ​ອ່າງ​ສິບ​ໜ່ວຍ. ອ່າງ​ໜ່ວຍ​ໜຶ່ງ​ສຳລັບ​ກວຽນ​ລຳ​ໜຶ່ງ. ແຕ່ລະ​ໜ່ວຍ​ກວ້າງ​ໜຶ່ງ​ແມັດ​ແປດສິບ​ເຊັນ ແລະ​ບັນຈຸ​ນໍ້າ​ໄດ້​ແປດຮ້ອຍ​ລິດ.</verse>
				<verse number="39">ລາວ​ໄດ້​ເອົາ​ກວຽນ​ຫ້າ​ລຳ​ຕັ້ງ​ໄວ້​ທາງທິດໃຕ້​ຂອງ​ພຣະວິຫານ ແລະ​ອີກ​ຫ້າ​ລຳ​ຕັ້ງ​ໄວ້​ທາງທິດເໜືອ. ສ່ວນ​ອ່າງ​ທອງສຳຣິດ​ນັ້ນ ລາວ​ໄດ້​ເອົາ​ໄປ​ຕັ້ງ​ໄວ້​ຢູ່​ທີ່​ແຈ​ທາງທິດ​ຕາເວັນອອກ​ຂອງ​ພຣະວິຫານ.</verse>
				<verse number="40">ຮູຣາມ​ຍັງ​ໄດ້​ເຮັດ​ໝໍ້, ຊວ້ານ ແລະ​ຖ້ວຍ. ລາວ​ສ້າງ​ທຸກສິ່ງ ສຳລັບ​ວິຫານ​ຂອງ​ພຣະເຈົ້າຢາເວ​ໃຫ້​ກະສັດ​ໂຊໂລໂມນ​ເປັນ​ທີ່​ສຳເລັດ. ລາວ​ໄດ້​ສ້າງ​ສິ່ງ​ດັ່ງ​ຕໍ່ໄປນີ້: ເສົາ​ສອງ​ຕົ້ນ ຫົວເສົາ​ຮັບ​ເພດານ​ສອງ​ອັນ​ທີ່​ເປັນ​ຮູບ​ຖ້ວຍ ສາຍສ້ອຍ​ທີ່​ຖັກ​ເປັນ​ລາຍ​ຮູບ​ໂສ້​ຂອງ​ແຕ່ລະ​ເສົາ ຮູບ​ໝາກ​ພິລາ​ທອງສຳຣິດ​ສີ່ຮ້ອຍ​ໜ່ວຍ ແຖວ​ລະ​ຮ້ອຍ​ໜ່ວຍ​ເປັນ​ສອງ​ແຖວ​ອ້ອມ​ແຕ່ລະ​ເສົາ ກວຽນ​ສິບ​ລຳ ອ່າງ​ສິບ​ໜ່ວຍ ຂັນ​ໃຫຍ່ ຮູບ​ງົວ​ສິບສອງ​ໂຕ​ສຳລັບ​ຄໍ້າ​ຂັນ​ໃຫຍ່ ໝໍ້, ຊ້ວານ ແລະ​ຖ້ວຍ. ເຄື່ອງ​ທຸກຢ່າງ​ສຳລັບ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ຮູຣາມ​ໄດ້​ເຮັດ​ໃຫ້​ກະສັດ​ໂຊໂລໂມນ​ນັ້ນ ເປັນ​ທອງສຳຣິດ​ທີ່​ຂັດ​ຢ່າງດີ​ທັງນັ້ນ.</verse>
				<verse number="41"></verse>
				<verse number="42"></verse>
				<verse number="43"></verse>
				<verse number="44"></verse>
				<verse number="45"></verse>
				<verse number="46">ກະສັດ​ໄດ້​ສັ່ງ​ໃຫ້​ເຮັດ​ສິ່ງ​ເຫຼົ່ານີ້​ທີ່​ໂຮງ​ຫລອມ ຢູ່​ລະຫວ່າງ​ເມືອງ​ຊຸກໂກດ ແລະ​ເມືອງ​ຊາເຣທານ​ໃນ​ຮ່ອມພູ​ຈໍແດນ.</verse>
				<verse number="47">ກະສັດ​ໂຊໂລໂມນ​ບໍ່ໄດ້​ຊັ່ງຕວງ​ເບິ່ງ​ເຄື່ອງ​ທອງສຳຣິດ​ເຫຼົ່ານີ້ ເພາະ​ມັນ​ມີ​ຫລາຍ​ໂພດ. ດັ່ງນັ້ນ ຈຶ່ງ​ບໍ່​ຮູ້​ວ່າ​ມັນ​ຊັ່ງ​ໄດ້​ເທົ່າໃດ​ແທ້.</verse>
				<verse number="48">ກະສັດ​ໂຊໂລໂມນ​ຍັງ​ໄດ້​ເຮັດ​ເຄື່ອງໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ດ້ວຍ​ຄຳ ມີ​ດັ່ງນີ້: ແທ່ນບູຊາ, ໂຕະ​ສຳລັບ​ໃສ່​ເຂົ້າຈີ່​ຖວາຍ​ແກ່​ພຣະເຈົ້າ,</verse>
				<verse number="49">ໂຕະ​ຮອງ​ຕີນ​ຕະກຽງ​ສິບ​ໜ່ວຍ​ຕັ້ງ​ຢູ່​ຕໍ່ໜ້າ​ບ່ອນ​ສັກສິດ​ທີ່ສຸດ ຄື​ຫ້າ​ໜ່ວຍ​ຢູ່​ທາງໃຕ້ ແລະ​ອີກ​ຫ້າ​ໜ່ວຍ​ຢູ່​ທາງເໜືອ; ດອກໄມ້, ຕະກຽງ ແລະ​ເຄື່ອງ​ຄີບ;</verse>
				<verse number="50">ຈອກ, ມີດຕັດ​ສຳລັບ​ຕັດ​ໃສ້ຕະກຽງ, ຊາມ, ຖ້ວຍ​ສຳລັບ​ໃສ່​ເຄື່ອງຫອມ, ໝໍ້​ສຳລັບ​ໃສ່​ຖ່ານໄຟ​ແດງ, ບານພັບ​ປະຕູ​ບ່ອນ​ສັກສິດ​ທີ່ສຸດ ແລະ​ບານພັບ​ປະຕູ​ທາງ​ນອກ​ພຣະວິຫານ. ສິ່ງ​ເຫຼົ່ານີ້​ໄດ້​ໃຊ້​ຄຳ​ເຮັດ​ທັງໝົດ.</verse>
				<verse number="51">ເມື່ອ​ກະສັດ​ໂຊໂລໂມນ​ເຮັດ​ທຸກສິ່ງ​ສຳລັບ​ວິຫານ​ຂອງ​ພຣະເຈົ້າຢາເວ​ສຳເລັດ​ລົງ​ແລ້ວ ເພິ່ນ​ໄດ້​ນຳ​ເອົາ​ເງິນ, ຄຳ ແລະ​ເຄື່ອງໃຊ້​ຕ່າງໆ​ທີ່​ກະສັດ​ດາວິດ​ພໍ່​ຂອງຕົນ​ໄດ້​ອຸທິດ​ຖວາຍ​ນັ້ນ ໄປ​ມ້ຽນ​ໄວ້​ຢູ່​ໃນ​ຫ້ອງ​ເກັບເຄື່ອງ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
			</chapter>
			<chapter number="8">
				<verse number="1">ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ເຊີນ​ບັນດາ​ຜູ້ນຳ​ເຜົ່າ​ກັບ​ຕະກຸນ​ຕ່າງໆ ຂອງ​ຊາດ​ອິດສະຣາເອນ​ທັງໝົດ​ມາ​ປະຊຸມກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ນຳ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຈາກ​ພູເຂົາ​ຊີໂອນ​ເມືອງ​ຂອງ​ດາວິດ ໄປ​ທີ່​ພຣະວິຫານ.</verse>
				<verse number="2">ພວກເຂົາ​ທັງໝົດ​ໄດ້​ມາ​ເຕົ້າໂຮມ​ກັນ ໃນ​ງານ​ສະຫລອງ​ວັນ​ປຸກຕູບຢູ່​ໃນ​ເດືອນ​ທີ​ເຈັດ ອັນ​ກົງ​ກັນ​ກັບ​ເດືອນ​ເອທານິມ.</verse>
				<verse number="3">ເມື່ອ​ບັນດາ​ຜູ້ນຳ​ທຸກຄົນ​ໄດ້​ມາ​ໂຮມກັນ​ແລ້ວ ບັນດາ​ປະໂຣຫິດ​ກໍໄດ້​ຍົກ​ເອົາ​ຫີບ​ພັນທະສັນຍາ</verse>
				<verse number="4">ແລະ​ພວກເຂົາ​ໄດ້ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ​ມາ​ໄວ້​ທີ່​ພຣະວິຫານ; ຊາວ​ເລວີ​ແລະ​ບັນດາ​ປະໂຣຫິດ​ຍັງ​ໄດ້​ຍົກຍ້າຍ​ຫໍເຕັນ​ບ່ອນ​ຊຸມນຸມ​ພ້ອມ​ທັງ​ເຄື່ອງໃຊ້​ບໍຣິສຸດ​ທັງໝົດ​ປະຈຳ​ຫໍເຕັນ​ເຂົ້າ​ມາ​ທີ່​ພຣະວິຫານ​ດ້ວຍ.</verse>
				<verse number="5">ກະສັດ​ໂຊໂລໂມນ​ແລະ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ມາ​ປະຊຸມ​ກັນ ຢູ່​ຕໍ່ໜ້າ​ຫີບ​ພັນທະສັນຍາ. ເພິ່ນ​ໄດ້​ຖວາຍ​ແກະ​ແລະ​ງົວ​ຈຳນວນ​ຫລວງຫລາຍ ຈົນ​ນັບ​ບໍ່ຖ້ວນ​ເປັນ​ເຄື່ອງ​ບູຊາ.</verse>
				<verse number="6">ແລ້ວ​ບັນດາ​ປະໂຣຫິດ​ກໍ​ຫາມ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ເຂົ້າ​ມາ​ໃນ​ພຣະວິຫານ ແລະ​ນຳ​ໄປ​ວາງ​ໄວ້​ຢູ່​ໃນ​ບ່ອນ​ສັກສິດ​ທີ່ສຸດ​ຄື​ຢູ່​ລຸ່ມ​ເຄຣຸບ.</verse>
				<verse number="7">ປີກ​ຂອງ​ເຄຣຸບ​ເດ່​ອອກ​ໄປ​ປົກ​ຫີບ​ແລະ​ໄມ້​ຄານຫາມ.</verse>
				<verse number="8">ຜູ້​ທີ່​ຢືນ​ຢູ່​ຊື່​ໜ້າ​ບ່ອນ​ສັກສິດ​ທີ່ສຸດ​ຈະ​ແນມເຫັນ​ສົ້ນ​ຂອງ​ໄມ້​ຄານຫາມ​ນັ້ນ, ແຕ່​ຜູ້​ທີ່​ເບິ່ງ​ຈາກ​ຂ້າງ​ນອກ​ເຂົ້າ​ມາ​ຈະ​ບໍ່​ເຫັນ. (ໄມ້​ຄານຫາມ​ຍັງ​ຢູ່​ໃນ​ທີ່ນັ້ນ​ຈົນ​ເທົ່າ​ທຸກ​ວັນນີ້).</verse>
				<verse number="9">ໃນ​ຫີບ​ພັນທະສັນຍາ​ນັ້ນ​ມີ​ແຕ່​ຫີນ​ສອງ​ແຜ່ນ ຊຶ່ງ​ໂມເຊ​ໄດ້​ໃສ່​ໄວ້​ໃນ​ນັ້ນ​ຄາວ​ຢູ່​ທີ່​ພູເຂົາ​ຊີນາຍ ເມື່ອ​ພຣະເຈົ້າຢາເວ​ໄດ້​ເຮັດ​ພັນທະສັນຍາ​ກັບ​ປະຊາຊົນ​ອິດສະຣາເອນ ໃນ​ຂະນະທີ່​ພວກເຂົາ​ກຳລັງ​ອອກ​ມາ​ຈາກ​ປະເທດ​ເອຢິບ.</verse>
				<verse number="10">ເມື່ອ​ບັນດາ​ປະໂຣຫິດ​ກຳລັງ​ອອກ​ໄປ​ຈາກ​ພຣະວິຫານ ໃນ​ທັນໃດນັ້ນ ກໍ​ມີ​ເມກ​ຫຸ້ມ​ຢູ່​ເຕັມ​ວິຫານ​ຂອງ​ພຣະເຈົ້າຢາເວ</verse>
				<verse number="11">ແລະ​ພວກເຂົາ​ກໍ​ບໍ່​ສາມາດ​ກັບຄືນ​ໄປ​ປະກອບ​ໜ້າທີ່​ໄດ້ ເພາະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ປົກ​ເຕັມ​ໄປທົ່ວ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="12">ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ໃນ​ທ້ອງຟ້າ​ພຣະອົງ​ໄດ້​ໃຫ້​ມີ​ດວງຕາເວັນ ແຕ່​ພຣະອົງ​ໄດ້​ເລືອກ​ສະຖິດ​ຢູ່ ໃນ​ເມກ​ແລະ​ໃນ​ຄວາມມືດ.</verse>
				<verse number="13">ຂ້ານ້ອຍ​ໄດ້​ສ້າງ ພຣະວິຫານ​ອັນ​ສະຫງ່າງາມ​ໃຫ້​ພຣະອົງ​ຢູ່ ເປັນ​ສະຖານທີ່​ສຳລັບ​ພຣະອົງ ຈະ​ສະຖິດ​ຢູ່​ຕະຫລອດໄປ.”</verse>
				<verse number="14">ໃນ​ຂະນະທີ່​ປະຊາຊົນ​ຢືນ​ຢູ່​ນັ້ນ ກະສັດ​ໂຊໂລໂມນ​ກໍໄດ້​ຫັນໜ້າ​ມາ​ທາງ​ພວກເຂົາ ແລະ​ຂໍ​ພຣະເຈົ້າ​ອວຍພອນ​ພວກເຂົາ.</verse>
				<verse number="15">ເພິ່ນ​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ໄດ້​ຮັກສາ​ຄຳສັນຍາ​ກັບ​ກະສັດ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ ຄື​ພຣະອົງ​ໄດ້​ບອກ​ເພິ່ນ​ວ່າ,</verse>
				<verse number="16">‘ຕັ້ງແຕ່​ຄາວ​ທີ່​ເຮົາ​ໄດ້​ນຳ​ປະຊາຊົນ​ຂອງເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ເຮົາ​ບໍ່ໄດ້​ເລືອກເອົາ​ເມືອງ​ໃດໆ​ໃນ​ດິນແດນ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ ເປັນ​ບ່ອນ​ສ້າງ​ພຣະວິຫານ​ເພື່ອ​ໃຫ້​ມະນຸດ​ນະມັດສະການ​ເຮົາ. ແຕ່​ເຮົາ​ໄດ້​ເລືອກເອົາ​ດາວິດ​ໃຫ້​ເປັນ​ຜູ້ປົກຄອງ​ປະຊາຊົນ​ຂອງເຮົາ.”’</verse>
				<verse number="17">ແລ້ວ​ກະສັດ​ໂຊໂລໂມນ​ກໍ​ກ່າວ​ຕໍ່ໄປ​ວ່າ, “ກະສັດ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ​ໄດ້​ວາງແຜນ​ສ້າງ​ວິຫານ​ສຳລັບ​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ</verse>
				<verse number="18">ແຕ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, ‘ເປັນ​ການດີ ທີ່​ເຈົ້າ​ຕັ້ງໃຈ​ຢາກ​ສ້າງ​ວິຫານ​ສຳລັບ​ເຮົາ,</verse>
				<verse number="19">ແຕ່​ເຈົ້າ​ຈະ​ບໍ່ໄດ້​ສ້າງ. ແມ່ນ​ລູກຊາຍ​ຂອງ​ເຈົ້າ​ທີ່​ຈະ​ເປັນ​ຜູ້​ສ້າງ​ວິຫານ​ແກ່​ເຮົາ.’</verse>
				<verse number="20">ບັດນີ້ ພຣະເຈົ້າຢາເວ​ກໍໄດ້​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ​ແລ້ວ ຄື​ຂ້າພະເຈົ້າ​ໄດ້​ຂຶ້ນ​ເປັນ​ກະສັດ​ສືບແທນ​ພໍ່​ຂອງ​ຂ້າພະເຈົ້າ ແລະ​ໄດ້​ເປັນ​ຜູ້​ສ້າງ​ວິຫານ​ສຳລັບ​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="21">ຂ້າພະເຈົ້າ​ຍັງ​ໄດ້​ຈັດ​ບ່ອນ​ໃນ​ພຣະວິຫານ​ໄວ້​ສຳລັບ​ຫີບ​ພັນທະສັນຍາ ຊຶ່ງ​ບັນຈຸ​ແຜ່ນ​ຫີນ​ແຫ່ງ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ​ໄດ້​ມີ​ໄວ້​ກັບ​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ ຄື​ເມື່ອ​ພຣະອົງ​ໄດ້​ນຳພາ​ພວກເພິ່ນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ.”</verse>
				<verse number="22">ແລ້ວ​ກະສັດ​ໂຊໂລໂມນ​ກໍ​ເຂົ້າ​ໄປ​ຢືນ​ຢູ່​ຕໍ່ໜ້າ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ​ຊ້ອງໜ້າ​ປະຊາຊົນ​ອິດສະຣາເອນ. ໃນ​ທີ່ນັ້ນ​ເພິ່ນ​ຍົກມື​ຂຶ້ນ</verse>
				<verse number="23">ແລະ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໃນ​ສະຫວັນ​ເບື້ອງເທິງ ແລະ​ໃນ​ແຜ່ນດິນ​ໂລກ​ເບື້ອງລຸ່ມ ບໍ່ມີ​ພະ​ໃດ​ເໝືອນ​ພຣະອົງ ພຣະອົງ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ປະຊາຊົນ​ຂອງ​ພຣະອົງ ແລະ​ສະແດງ​ຄວາມຮັກ​ຂອງ​ພຣະອົງ​ຕໍ່​ພວກເຂົາ ເມື່ອ​ພວກເຂົາ​ດຳເນີນ​ຊີວິດ​ຢ່າງ​ເຊື່ອຟັງ​ພຣະອົງ​ດ້ວຍ​ໝົດຈິດ​ໝົດໃຈ.</verse>
				<verse number="24">ພຣະອົງ​ໄດ້​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ ທີ່​ມີ​ໄວ້​ກັບ​ກະສັດ​ດາວິດ​ພໍ່​ຂອງ​ຂ້ານ້ອຍ; ວັນນີ້ ພຣະອົງ​ໄດ້​ປະຕິບັດ​ຕາມ​ຄຳສັນຍາ​ນັ້ນ​ທຸກ​ຖ້ອຍຄຳ.</verse>
				<verse number="25">ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ຂ້ານ້ອຍ​ພາວັນນາ​ອະທິຖານ​ຕໍ່​ພຣະອົງ​ໃຫ້​ຮັກສາ​ຄຳສັນຍາ​ອື່ນໆ ທີ່​ພຣະອົງ​ມີ​ໄວ້​ກັບ​ພໍ່​ຂອງ​ຂ້ານ້ອຍ ເມື່ອ​ພຣະອົງ​ໄດ້​ບອກ​ເພິ່ນ​ວ່າ ຈະ​ມີ​ຜູ້ໜຶ່ງ​ຈາກ​ເຊື້ອສາຍ​ຂອງ​ເພິ່ນ ຂຶ້ນ​ເປັນ​ກະສັດ​ປົກຄອງ​ຊາດ​ອິດສະຣາເອນ​ເລື້ອຍໆ​ໄປ ຖ້າ​ພວກເຂົາ​ຕັ້ງໃຈ​ເຊື່ອຟັງ​ພຣະອົງ ດັ່ງ​ທີ່​ເພິ່ນ​ໄດ້​ປະຕິບັດ​ມາ.</verse>
				<verse number="26">ສະນັ້ນ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ບັດນີ້ ໂຜດ​ໃຫ້​ທຸກສິ່ງ​ເປັນ​ຈິງ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ກະສັດ​ດາວິດ​ພໍ່​ຂອງ​ຂ້ານ້ອຍ ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ​ເທີ້ນ.</verse>
				<verse number="27">ໂອ​ພຣະເຈົ້າ​ເອີຍ ແຕ່​ພຣະອົງ​ຢາກ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້​ແທ້​ບໍ? ແມ່ນແຕ່​ຟ້າ​ສະຫວັນ​ທັງໝົດ​ກໍ​ບໍ່​ໃຫຍ່​ພໍ​ທີ່​ຈະ​ຮັບ​ພຣະອົງ​ໄດ້ ແລ້ວ​ພຣະວິຫານ​ທີ່​ຂ້ານ້ອຍ​ສ້າງ​ນີ້​ຈະ​ໃຫຍ່​ພຽງພໍ​ສຳລັບ​ພຣະອົງ​ໄດ້​ຢ່າງໃດ?</verse>
				<verse number="28">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ເປັນ​ຄົນ​ຮັບໃຊ້​ຂອງ​ພຣະອົງ. ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ແລະ​ຕອບ​ຄຳຮ້ອງຂໍ​ຂອງ​ຂ້ານ້ອຍ​ໃນວັນນີ້​ດ້ວຍ​ເທີ້ນ.</verse>
				<verse number="29">ຂໍ​ພຣະອົງ​ໂຜດ​ດູແລ​ຮັກສາ​ວິຫານ​ນີ້​ທັງ​ກາງເວັນ​ແລະ​ກາງຄືນ ເພາະ​ເປັນ​ບ່ອນ​ທີ່​ພຣະອົງ​ໄດ້ກ່າວ​ວ່າ, ‘ນາມຊື່​ຂອງເຮົາ​ຈະ​ສະຖິດ​ຢູ່​ທີ່ນັ້ນ.’ ເພື່ອ​ພຣະອົງ​ຈະ​ຮັບຟັງ​ຄຳ​ພາວັນນາ​ອະທິຖານ ຊຶ່ງ​ຜູ້​ຮັບໃຊ້​ຂອງ​ພຣະອົງ​ພາວັນນາ​ອະທິຖານ ໂດຍ​ຫັນໜ້າ​ມາທາງ​ສະຖານທີ່​ນີ້.</verse>
				<verse number="30">ຂໍໂຜດ​ຟັງ​ຄຳ​ພາວັນນາ​ອະທິຖານ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ຄຳພາວັນນາ​ອະທິຖານ​ຂອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ ໃນ​ເມື່ອ​ພວກເຂົາ​ຫັນໜ້າ​ມາທາງ​ສະຖາທີ່​ນີ້ ແລະ​ພາວັນນາ​ອະທິຖານ. ຂໍໂຜດ​ຟັງ​ພວກ​ຂ້ານ້ອຍ​ຈາກ​ສະຫວັນ​ບ່ອນ​ພຣະອົງ​ສະຖິດ​ຢູ່ ແລະ​ຍົກໂທດ​ໃຫ້​ແກ່​ພວກ​ຂ້ານ້ອຍ​ດ້ວຍ​ເທີ້ນ.</verse>
				<verse number="31">ເມື່ອໃດ​ມີ​ຜູ້ໜຶ່ງ​ຖືກ​ກ່າວຫາ​ວ່າ​ເປັນ​ຄົນ​ເຮັດ​ຜິດ​ຕໍ່​ຜູ້​ອື່ນ ແລະ​ຖືກ​ນຳ​ມາ​ທີ່​ແທ່ນບູຊາ​ຂອງ​ພຣະອົງ​ໃນ​ພຣະວິຫານ​ນີ້ ເພື່ອ​ສາບານ​ວ່າ​ລາວ​ບໍ່ມີ​ຄວາມຜິດ</verse>
				<verse number="32">ເມື່ອນັ້ນ​ທີ່​ສະຫວັນ ຂໍໂຜດ​ຟັງ​ແລະ​ຕັດສິນ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ​ເຖີດ. ຈົ່ງ​ລົງໂທດ​ຜູ້​ທີ່​ເຮັດ​ຜິດ​ຕາມ​ທີ່​ລາວ​ສົມຄວນ​ຈະ​ໄດ້​ຮັບ ແລະ​ປົດປ່ອຍ​ຜູ້​ທີ່​ບໍ່ມີ​ຄວາມຜິດ​ໄປ​ດ້ວຍ​ເທີ້ນ.</verse>
				<verse number="33">ເມື່ອໃດ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ​ພ່າຍແພ້​ສັດຕູ​ຂອງ​ພວກເຂົາ ຍ້ອນ​ເຮັດ​ບາບ​ຕໍ່ສູ້​ພຣະອົງ; ແລະ​ເມື່ອ​ພວກເຂົາ​ຕ່າວຄືນ​ມາ​ຫາ​ພຣະອົງ​ທີ່​ພຣະວິຫານ​ນີ້ ແລະ​ຖ່ອມຕົວ​ພາວັນນາ​ອະທິຖານ​ຫາ​ພຣະອົງ ເພື່ອ​ຂໍ​ພຣະອົງ​ຍົກໂທດ​ໃຫ້.</verse>
				<verse number="34">ເມື່ອນັ້ນ​ທີ່​ສະຫວັນ ຂໍໂຜດ​ຟັງ​ພວກເຂົາ​ດ້ວຍ. ຂໍໂຜດ​ຍົກບາບ​ໃຫ້​ປະຊາຊົນ​ຂອງ​ພຣະອົງ ແລະ​ນຳ​ພວກເຂົາ​ກັບຄືນ​ໄປ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ນັ້ນ​ດ້ວຍ​ເທີ້ນ.</verse>
				<verse number="35">ເມື່ອໃດ​ປະຊາຊົນ​ຂອງ​ພຣະອົງ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ ແລະ​ພຣະອົງ​ກໍໄດ້​ກັກ​ຝົນ​ບໍ່​ໃຫ້​ຕົກ; ແລະ​ຕໍ່ມາ ເມື່ອ​ພວກເຂົາ​ກັບໃຈ​ຫັນໜ້າ​ມາ​ທາງ​ພຣະວິຫານ​ນີ້ ຖ່ອມຕົວ​ພາວັນນາ​ອະທິຖານ​ຫາ​ພຣະອົງ,</verse>
				<verse number="36">ເມື່ອນັ້ນ​ທີ່​ສະຫວັນ ຂໍໂຜດ​ຟັງ​ພວກເຂົາ​ດ້ວຍ. ຂໍໂຜດ​ຍົກບາບ​ຂອງ​ກະສັດ ແລະ​ຂອງ​ປະຊາຊົນ​ອິດສະຣາເອນ ແລະ​ສອນ​ພວກເຂົາ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ຂໍໂຜດ​ສົ່ງ​ຝົນ​ລົງ​ມາ​ສູ່​ດິນແດນ​ຂອງ​ພຣະອົງ​ທີ່​ໄດ້​ຖືກ​ມອບ​ໃຫ້​ເປັນ​ກຳມະສິດ​ອັນ​ຕະຫລອດໄປ ແກ່​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ເທີ້ນ.</verse>
				<verse number="37">ເມື່ອ​ມີ​ການ​ອຶດຢາກ​ເກີດຂຶ້ນ​ໃນ​ດິນແດນ ຫລື​ມີ​ໂຣກ​ລະບາດ ຫລື​ມີ​ພືດຜົນ​ຖືກ​ທຳລາຍ​ຍ້ອນ​ລົມ​ຮ້ອນ​ພັດ ຫລື​ຍ້ອນ​ຝູງຕັກແຕນ ຫລື​ເມື່ອ​ປະຊາຊົນ​ຂອງ​ພຣະອົງ​ຖືກ​ໂຈມຕີ ຫລື​ເມື່ອ​ມີ​ໂຣກໄພ​ໄຂ້ເຈັບ​ເກີດຂຶ້ນ​ທ່າມກາງ​ພວກເຂົາ</verse>
				<verse number="38">ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ດ້ວຍ. ຖ້າ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ​ຄົນໃດ​ໂສກເສົ້າ​ເຫງົາໃຈ ແລະ​ຍົກມື​ຂຶ້ນ​ພາວັນນາ​ອະທິຖານ​ມາທາງ​ວິຫານ​ນີ້</verse>
				<verse number="39">ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ດ້ວຍ. ທີ່​ສະຫວັນ​ບ່ອນ​ພຣະອົງ​ສະຖິດ​ຢູ່ ຂໍໂຜດ​ຟັງ​ແລະ​ຍົກໂທດ ແລະ​ຊ່ວຍເຫລືອ​ພວກເຂົາ​ດ້ວຍ​ເທີ້ນ. ພຣະອົງ​ເທົ່ານັ້ນ​ທີ່​ຮູ້ຈັກ​ຄວາມຄິດ​ໃນ​ຈິດໃຈ​ມະນຸດ. ຂໍໂຜດ​ເຮັດ​ກັບ​ແຕ່ລະຄົນ​ຕາມ​ທີ່​ເຂົາ​ສົມຄວນ​ຈະ​ໄດ້​ຮັບ​ດ້ວຍ​ເທີ້ນ.</verse>
				<verse number="40">ເພື່ອ​ປະຊາຊົນ​ຂອງ​ພຣະອົງ​ຈະ​ໄດ້​ເຊື່ອຟັງ​ພຣະອົງ​ຕະຫລອດໄປ ເມື່ອ​ພວກເຂົາ​ອາໄສ​ຢູ່​ໃນ​ດິນແດນ ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ນັ້ນ.</verse>
				<verse number="41">ເມື່ອ​ຄົນ​ຕ່າງດ້າວ​ຜູ້ໜຶ່ງ​ຢູ່​ໃນ​ດິນແດນ​ທີ່​ຫ່າງໄກ​ໄດ້ຍິນ​ຊື່ສຽງ​ຂອງ​ພຣະອົງ ແລະ​ໄດ້ຍິນ​ເຖິງ​ສິ່ງ​ຍິ່ງໃຫຍ່​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ປະຊາຊົນ​ຂອງ​ພຣະອົງ ແລ້ວ​ເຂົ້າ​ມາ​ນະມັດສະການ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະອົງ​ທີ່​ວິຫານ​ນີ້</verse>
				<verse number="42"></verse>
				<verse number="43">ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ເຂົາ​ດ້ວຍ. ທີ່​ສະຫວັນ​ບ່ອນ​ພຣະອົງ​ສະຖິດ​ຢູ່ ຂໍໂຜດ​ຟັງ​ເຂົາ ແລະ​ເຮັດ​ຕາມ​ທີ່​ເຂົາ​ຮ້ອງຂໍ​ດ້ວຍ​ເທີ້ນ ເພື່ອ​ວ່າ​ປະຊາຊົນ​ທົ່ວໂລກ​ຈະ​ຮູ້ຈັກ​ພຣະນາມ​ຂອງ​ພຣະອົງ ແລະ​ຢຳເກງ​ພຣະອົງ, ເໝືອນດັ່ງ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ວິຫານ​ທີ່​ຂ້ານ້ອຍ​ໄດ້​ສ້າງ​ນີ້ ແມ່ນ​ບ່ອນ​ທີ່​ຮ້ອງຂໍ​ອອກ​ນາມຊື່​ຂອງ​ພຣະອົງ.</verse>
				<verse number="44">ເມື່ອ​ພຣະອົງ​ສັ່ງ​ປະຊາຊົນ​ຂອງ​ພຣະອົງ​ເຂົ້າ​ໄປ​ສູ່​ສະໜາມຮົບ ເພື່ອ​ຕໍ່ສູ້​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ແລະ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າຢາເວ ບໍ່​ວ່າ​ຢູ່​ບ່ອນໃດ​ກໍຕາມ ໂດຍ​ປິ່ນໜ້າ​ມາ​ທາງ​ເມືອງ​ບ່ອນ​ທີ່​ພຣະອົງ​ໄດ້​ເລືອກໄວ້ ແລະ​ມາທາງ​ວິຫານ​ບ່ອນ​ທີ່​ຂ້ານ້ອຍ​ໄດ້​ສ້າງ​ສຳລັບ​ນາມຊື່​ຂອງ​ພຣະອົງ</verse>
				<verse number="45">ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ດ້ວຍ. ທີ່​ສະຫວັນ ຂໍໂຜດ​ຟັງ​ພວກເຂົາ ແລະ​ໃຫ້​ພວກເຂົາ​ມີ​ໄຊຊະນະ​ດ້ວຍ​ເທີ້ນ.</verse>
				<verse number="46">ເມື່ອ​ປະຊາຊົນ​ຂອງ​ພຣະອົງ​ເຮັດ​ບາບ​ຕໍ່ສູ້​ພຣະອົງ ເພາະ​ບໍ່ມີ​ຜູ້ໃດ​ທີ່​ບໍ່ໄດ້​ເຮັດ​ບາບ ແລ້ວ​ພຣະອົງ​ກໍໄດ້​ໂກດຮ້າຍ ຈຶ່ງ​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ເອົາ​ຊະນະ​ພວກເຂົາ ແລະ​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍ​ຢູ່​ໃນ​ດິນແດນ​ອື່ນ​ບາງ​ແຫ່ງ ເຖິງ​ແມ່ນ​ວ່າ​ດິນແດນ​ນັ້ນ​ຈະ​ຢູ່​ໄກ​ເທົ່າໃດ​ກໍຕາມ</verse>
				<verse number="47">ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ. ໃນ​ດິນແດນ​ນັ້ນ ຖ້າ​ພວກເຂົາ​ກັບໃຈ​ໃໝ່ ແລະ​ພາວັນນາ​ອະທິຖານ​ຫາ​ພຣະອົງ ໂດຍ​ສາລະພາບ​ວ່າ​ພວກເຂົາ​ເປັນ​ຄົນບາບ ແລະ​ຊົ່ວຊ້າ; ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ດ້ວຍ​ເທີ້ນ</verse>
				<verse number="48">ຢູ່​ໃນ​ດິນແດນ​ນັ້ນ ຖ້າ​ພວກເຂົາ​ກັບໃຈ​ໃໝ່​ຢ່າງ​ຈິງໃຈ​ແທ້ ແລະ​ພາວັນນາ​ອະທິຖານ​ຫາ​ພຣະອົງ ໂດຍ​ປິ່ນໜ້າ​ມາທາງ​ດິນແດນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ ຄື​ເມືອງ​ທີ່​ພຣະອົງ​ໄດ້​ເລືອກໄວ້ ແລະ​ປິ່ນໜ້າ​ມາ​ທາງ​ວິຫານ​ນີ້ ທີ່​ຂ້ານ້ອຍ​ໄດ້​ສ້າງ​ສຳລັບ​ນາມຊື່​ຂອງ​ພຣະອົງ;</verse>
				<verse number="49">ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ດ້ວຍ. ທີ່​ສະຫວັນ​ບ່ອນ​ພຣະອົງ​ສະຖິດ​ຢູ່ ຂໍໂຜດ​ຟັງ​ແລະ​ເມດຕາ​ພວກເຂົາ​ດ້ວຍ​ເທີ້ນ</verse>
				<verse number="50">ຂໍໂຜດ​ຍົກ​ບາບ​ທັງໝົດ​ກັບ​ການ​ກະບົດ​ຕ່າງໆ​ຂອງ​ພວກເຂົາ​ທີ່​ຕໍ່ສູ້​ພຣະອົງ ຂໍ​ໃຫ້​ເຫຼົ່າ​ສັດຕູ​ປະຕິບັດ​ຕໍ່​ພວກເຂົາ​ດ້ວຍ​ຄວາມ​ເມດຕາ​ດ້ວຍ​ເທີ້ນ</verse>
				<verse number="51">ພວກເຂົາ​ເປັນ​ປະຊາຊົນ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ເປັນ​ດັ່ງ​ຂຸມ​ນາຣົກ​ນັ້ນ.</verse>
				<verse number="52">ຂໍ​ພຣະອົງ​ຫລຽວ​ເບິ່ງ​ປະຊາຊົນ​ອິດສະຣາເອນ ແລະ​ກະສັດ​ຂອງ​ພວກເຂົາ ດ້ວຍ​ຄວາມ​ເຫັນອົກ​ເຫັນໃຈ​ເລື້ອຍ​ໄປ​ເຖີດ ແລະ​ເມື່ອໃດ​ທີ່​ພວກເຂົາ​ຮ້ອງຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ດ້ວຍ​ເທີ້ນ</verse>
				<verse number="53">ພຣະອົງ​ໄດ້​ແຍກ​ພວກເຂົາ​ອອກຈາກ​ຊົນຊາດ​ທັງໝົດ​ໃນໂລກ ເພື່ອ​ໃຫ້​ເປັນ​ປະຊາຊົນ​ຂອງ​ພຣະອົງ ດັ່ງ​ທີ່​ພຣະອົງ​ໄດ້​ບອກ​ຜ່ານ​ທາງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄາວ​ທີ່​ພຣະອົງ​ໄດ້​ນຳພາ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ອອກ​ມາ​ຈາກ​ປະເທດ​ເອຢິບ, ໂອ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ.”</verse>
				<verse number="54">ຫລັງຈາກ​ທີ່​ກະສັດ​ໂຊໂລໂມນ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ສິ້ນສຸດ​ລົງ​ແລ້ວ ເພິ່ນ​ໄດ້​ຢືນ​ຂຶ້ນ​ຕໍ່ໜ້າ​ແທ່ນບູຊາ​ບ່ອນ​ທີ່​ເພິ່ນ​ຄຸເຂົ່າ​ລົງ​ແລະ​ຍົກມື​ຂຶ້ນ​ນັ້ນ.</verse>
				<verse number="55">ເພິ່ນ​ຂໍ​ພອນ​ຈາກ​ພຣະເຈົ້າ​ສຳລັບ​ຊຸມນຸມ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ໃນ​ທີ່ນັ້ນ​ດ້ວຍ​ສຽງດັງ. ເພິ່ນ​ກ່າວ​ວ່າ,</verse>
				<verse number="56">“ສັນລະເສີນ​ພຣະເຈົ້າຢາເວ ທີ່​ໂຜດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ມີ​ຄວາມ​ສະຫງົບສຸກ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ພຣະອົງ​ໄດ້​ຮັກສາ​ຄຳສັນຍາ​ທັງໝົດ ທີ່​ມີ​ໄວ້​ຜ່ານ​ທາງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ.</verse>
				<verse number="57">ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ສະຖິດ​ຢູ່​ທ່າມກາງ​ພວກເຮົາ ດັ່ງ​ທີ່​ພຣະອົງ​ໄດ້​ສະຖິດ​ຢູ່​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ​ນັ້ນ​ເຖີດ; ຂໍ​ພຣະອົງ​ຢ່າ​ປະຖິ້ມ​ພວກເຮົາ;</verse>
				<verse number="58">ຂໍ​ພຣະອົງ​ບັນດານ​ໃຫ້​ພວກເຮົາ​ເຊື່ອຟັງ​ພຣະອົງ ເພື່ອ​ວ່າ​ພວກເຮົາ​ຈະ​ດຳເນີນ​ຊີວິດ​ຕາມ​ທີ່​ພຣະອົງ​ຕ້ອງການ​ໃຫ້​ດຳເນີນ ແລະ​ຖື​ຮັກສາ​ກົດບັນຍັດ​ແລະ​ຄຳສັ່ງ​ທຸກ​ຂໍ້​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ.</verse>
				<verse number="59">ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຊົງໂຜດ​ຈົດຈຳ​ຄຳພາວັນນາ​ອະທິຖານ​ທີ່​ຂ້ານ້ອຍ​ພາວັນນາ​ອະທິຖານ​ຂໍ​ຕໍ່ໜ້າ​ພຣະເຈົ້າຢາເວ​ນີ້​ທັງ​ກາງເວັນ​ແລະ​ກາງຄືນ​ດ້ວຍ​ເທີ້ນ ເພື່ອ​ພຣະອົງ​ຈະຊົງໂຜດ​ເມດຕາ​ຜູ້ຮັບໃຊ້​ຂອງພຣະອົງ ແລະ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ຕາມ​ຄວາມ​ຕ້ອງການ​ຂອງ​ພວກເຂົາ​ໃນ​ແຕ່ລະວັນ.</verse>
				<verse number="60">ດັ່ງນັ້ນ ປະຊາຊົນ​ທັງໝົດ​ຂອງ​ແຜ່ນດິນ​ໂລກ​ຈຶ່ງ​ຈະ​ຮູ້​ວ່າ ພຣະເຈົ້າຢາເວ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ​ແລະ​ບໍ່ມີ​ພະອື່ນ​ອີກ.</verse>
				<verse number="61">ຂໍ​ໃຫ້​ພວກທ່ານ​ຜູ້​ເປັນ​ຊົນຊາດ​ຂອງ​ພຣະອົງ ຈົ່ງ​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ໂດຍ​ເຊື່ອຟັງ​ກົດບັນຍັດ​ແລະ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ດັ່ງ​ທີ່​ພວກທ່ານ​ໄດ້​ປະຕິບັດ​ໃນ​ທຸກ​ວັນ​ນີ້.”</verse>
				<verse number="62">ແລ້ວ​ກະສັດ​ໂຊໂລໂມນ​ພ້ອມ​ທັງ​ທຸກຄົນ​ກໍ​ຖວາຍ​ເຄື່ອງ​ບູຊາ​ຕ່າງໆ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="63">ເພິ່ນ​ໄດ້​ຂ້າ​ງົວ​ຊາວສອງພັນ​ໂຕ ແລະ​ແກະ​ໜຶ່ງຮ້ອຍ​ຊາວພັນ​ໂຕ ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ. ກະສັດ​ໂຊໂລໂມນ​ແລະ​ປະຊາຊົນ​ອິດສະຣາເອນ​ທັງໝົດ ຈຶ່ງ​ໄດ້​ອຸທິດ​ຖວາຍ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="64">ໃນ​ວັນ​ດຽວກັນ​ນັ້ນ ເພິ່ນ​ຍັງ​ໄດ້​ຖວາຍ​ສ່ວນ​ທາງ​ກາງ​ເດີ່ນ​ຫຍ້າ ຄື​ເຂດ​ທາງ​ໜ້າ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ແລ້ວ​ໃນ​ທີ່ນັ້ນ​ເພິ່ນ​ໄດ້​ເຜົາ​ສັດ​ທັງ​ໂຕ​ຖວາຍບູຊາ, ຖວາຍ​ພືດຜົນ​ເປັນເມັດ ແລະ​ຖວາຍ​ໄຂມັນ​ຂອງ​ສັດ ໃຫ້​ເປັນ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ເພິ່ນ​ໄດ້​ເຮັດ​ດັ່ງນີ້​ກໍ​ເພາະ​ແທ່ນບູຊາ​ທອງສຳຣິດ​ນ້ອຍ​ໂພດ​ສຳລັບ​ເຄື່ອງ​ຖວາຍ​ເຫຼົ່ານີ້​ທັງໝົດ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="65">ທີ່​ພຣະວິຫານ ກະສັດ​ໂຊໂລໂມນ​ແລະ​ປະຊາຊົນ​ອິດສະຣາເອນ​ທັງໝົດ ໄດ້​ສະເຫລີມ​ສະຫລອງ​ເທດສະການ​ປຸກຕູບຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ເປັນ​ເວລາ​ເຈັດ​ວັນ. ປະຊາຊົນ​ຈຳນວນ​ຫລວງຫລາຍ​ໄດ້​ມາ​ຮ່ວມ​ນຳ ຄື​ມາ​ແຕ່​ທາງ​ເໜືອສຸດ​ຂອງ​ຊ່ອງແຄບ​ຮາມັດ ແລະ​ເຂດແດນ​ທາງໃຕ້​ຂອງ​ປະເທດ​ເອຢິບ.</verse>
				<verse number="66">ໃນ​ວັນ​ທີ​ແປດ ກະສັດ​ໂຊໂລໂມນ​ໄດ້​ໃຫ້​ປະຊາຊົນ​ກັບ​ເມືອ​ບ້ານ​ເຮືອນ​ຂອງ​ໃຜ​ລາວ. ພວກເຂົາ​ທຸກຄົນ​ຕ່າງ​ກໍ​ຊົມເຊີຍ​ເພິ່ນ ແລະ​ກັບຄືນ​ເມືອ​ຢ່າງ​ຊົມຊື່ນ​ຍິນດີ ເພາະ​ຄຳອວຍພອນ​ທັງໝົດ​ທີ່​ພຣະເຈົ້າຢາເວ​ໄດ້​ປະທານ​ໃຫ້​ແກ່​ກະສັດ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ.</verse>
			</chapter>
			<chapter number="9">
				<verse number="1">ຫລັງຈາກ​ກະສັດ​ໂຊໂລໂມນ​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ, ຣາຊວັງ ແລະ​ທຸກໆ​ສິ່ງ​ທີ່​ເພິ່ນ​ຢາກ​ສ້າງ​ນັ້ນ​ສຳເລັດ​ລົງ​ແລ້ວ;</verse>
				<verse number="2">ພຣະເຈົ້າຢາເວ​ກໍໄດ້​ປາກົດ​ຕໍ່​ເພິ່ນ​ອີກ ດັ່ງ​ທີ່​ພຣະອົງ​ໄດ້​ປາກົດ​ທີ່​ເມືອງ​ກີເບໂອນ​ນັ້ນ.</verse>
				<verse number="3">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, “ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ ເຮົາ​ຂໍ​ຮັບ​ເອົາ​ວິຫານ​ທີ່​ເຈົ້າ​ໄດ້​ສ້າງ​ນີ້ ໃຫ້​ເປັນ​ບ່ອນ​ນະມັດສະການ​ເຮົາ​ຕະຫລອດໄປ. ເຮົາ​ຈະ​ເບິ່ງແຍງ​ຮັກສາ ແລະ​ປ້ອງກັນ​ວິຫານ​ນັ້ນ​ຕະຫລອດ​ເວລາ.</verse>
				<verse number="4">ຖ້າ​ເຈົ້າ​ຮັບໃຊ້​ເຮົາ​ຢ່າງ​ສັດຊື່ ແລະ​ຢ່າງ​ໝົດຈິດ​ໝົດໃຈ ດັ່ງ​ດາວິດ​ພໍ່​ຂອງ​ເຈົ້າ ເຮົາ​ກໍ​ຈະ​ຮັກສາ​ຄຳສັນຍາ​ທີ່​ເຮົາ​ໄດ້​ມີ​ໄວ້​ກັບ​ດາວິດ​ພໍ່​ຂອງ​ເຈົ້າ; ແລະ​ຖ້າ​ເຈົ້າ​ເຊື່ອຟັງ​ກົດບັນຍັດ​ຕ່າງໆ​ຂອງເຮົາ ແລະ​ເຮັດ​ທຸກສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ,</verse>
				<verse number="5">ເຮົາ​ກໍ​ຈະ​ຮັກສາ​ຄຳສັນຍາ​ທີ່​ເຮົາ​ໄດ້​ມີ​ໄວ້​ກັບ​ດາວິດ​ພໍ່​ຂອງ​ເຈົ້າ ເມື່ອ​ເຮົາ​ບອກ​ລາວ​ວ່າ, ‘ຊາດ​ອິດສະຣາເອນ​ຈະ​ມີ​ຄົນ​ໃນ​ເຊື້ອສາຍ​ຂອງ​ເຈົ້າ​ປົກຄອງ​ເລື້ອຍໄປ.’</verse>
				<verse number="6">ຖ້າ​ເຈົ້າ​ຫລື​ເຊື້ອສາຍ​ຂອງ​ເຈົ້າ​ເຊົາ​ຕິດຕາມ​ເຮົາ ແລະ​ບໍ່​ເຊື່ອຟັງ​ບັນດາ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຂອງເຮົາ​ທີ່​ໄດ້​ໃຫ້​ແກ່​ພວກເຈົ້າ, ແຕ່​ໄປ​ຮັບໃຊ້​ແລະ​ຂາບໄຫວ້​ບັນດາ​ພະອື່ນ;</verse>
				<verse number="7">ແລ້ວ​ເຮົາ​ກໍ​ຈະ​ຕັດ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ ອອກ​ຈາກ​ດິນແດນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ນັ້ນ. ເຮົາ​ຈະ​ປະຖິ້ມ​ວິຫານ​ນີ້ ຊຶ່ງ​ເຮົາ​ໄດ້​ໃຫ້​ເປັນ​ບ່ອນ​ສັກສິດ ເພື່ອ​ນະມັດສະການ​ເຮົາ​ຄືກັນ. ປະຊາຊົນ​ທົ່ວ​ທຸກ​ແຫ່ງ​ຈະ​ດູຖູກ ແລະ​ໝິ່ນປະໝາດ​ຊາດ​ອິດສະຣາເອນ.</verse>
				<verse number="8">ວິຫານ​ນີ້​ຈະ​ກາຍເປັນ​ກອງ​ສິ່ງ​ທີ່​ຮົກຮ້າງ​ເພພັງ ແລະ​ທຸກໆ​ຄົນ​ທີ່​ຜ່ານ​ໄປມາ​ຈະ​ງຶດງໍ້​ສະດຸ້ງ​ຕົກໃຈ. ແລ້ວ​ພວກເຂົາ​ກໍ​ຈະ​ຖາມ​ວ່າ, ‘ເປັນຫຍັງ​ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ຕໍ່​ດິນແດນ ແລະ​ວິຫານ​ຢ່າງ​ນີ້?’</verse>
				<verse number="9">ຄົນ​ທັງຫລາຍ​ຈະ​ຕອບ​ວ່າ, ‘ເພາະ​ພວກເຂົາ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຜູ້​ທີ່​ນຳພາ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເຂົາ​ຫຼົງໄຫລ​ຕິດຕາມ​ບັນດາ​ພະອື່ນ ແລະ​ຂາບໄຫວ້​ພວກ​ມັນ. ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ.”’</verse>
				<verse number="10">ກະສັດ​ໂຊໂລໂມນ​ໄດ້​ໃຊ້​ເວລາ​ຊາວ​ປີ ໃນ​ການ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ກັບ​ຣາຊວັງ​ຂອງ​ເພິ່ນ.</verse>
				<verse number="11">ເຈົ້າຮີຣາມ​ກະສັດ​ແຫ່ງ​ຕີເຣ​ໄດ້​ເປັນ​ຜູ້​ຈັດຫາ​ໄມ້ແປກ, ໄມ້​ສົນ ແລະ​ຄຳ, ສົ່ງ​ໄປ​ໃຫ້​ກະສັດ​ໂຊໂລໂມນ ຕາມ​ທີ່​ເພິ່ນ​ຕ້ອງການ​ໃນ​ການສ້າງ​ຂອງ​ເພິ່ນ. ຫລັງຈາກ​ໄດ້​ສ້າງ​ສຳເລັດ​ແລ້ວ ກະສັດ​ໂຊໂລໂມນ​ກໍໄດ້​ມອບ​ຊາວ​ເມືອງ​ທີ່​ຢູ່​ໃນ​ຂົງເຂດ​ຄາລີເລ ໃຫ້​ກະສັດ​ຮີຣາມ.</verse>
				<verse number="12">ເມື່ອ​ກະສັດ​ຮີຣາມ​ໄປ​ກວດກາ​ເບິ່ງ​ເມືອງ​ເຫຼົ່ານີ້​ແລ້ວ ເພິ່ນ​ກໍ​ບໍ່​ມັກ.</verse>
				<verse number="13">ສະນັ້ນ ເພິ່ນ​ຈຶ່ງ​ກ່າວ​ຕໍ່​ກະສັດ​ໂຊໂລໂມນ​ວ່າ, “ອ້າຍເອີຍ ເຈົ້າ​ມອບ​ເມືອງ​ແບບ​ນີ້​ບໍ​ໃຫ້​ຂ້ອຍ?” ເພາະ​ເຫດຜົນ​ດັ່ງ​ກ່າວ​ນັ້ນ ໃນ​ທຸກ​ວັນ​ນີ້ ຄົນ​ຈຶ່ງ​ຍັງ​ເອີ້ນ​ຂົງເຂດ​ນີ້​ວ່າ​ກາບູນ.</verse>
				<verse number="14">ກະສັດ​ຮີຣາມ​ໄດ້​ສົ່ງ​ຄຳ​ໄປ​ໃຫ້​ກະສັດ​ໂຊໂລໂມນ ໜັກ​ເກືອບ​ຫ້າພັນ​ກິໂລກຼາມ.</verse>
				<verse number="15">ກະສັດ​ໂຊໂລໂມນ​ໄດ້​ເກນ​ເອົາ​ຄົນງານ​ມາ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລະ​ຣາຊວັງ ທັງ​ຖົມ​ດິນ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເມືອງ ແລະ​ສ້າງ​ກຳແພງ​ເມືອງ. ເພິ່ນ​ຍັງ​ໄດ້​ໃຊ້​ຄົນງານ​ພວກ​ນີ້​ສ້າງ​ເມືອງ​ຮາໂຊ, ເມກິດໂດ ແລະ​ເກເຊ. (</verse>
				<verse number="16">ກະສັດ​ແຫ່ງ​ເອຢິບ​ໄດ້​ມາ​ບຸກໂຈມຕີ​ແລະ​ຢຶດເອົາ​ເມືອງ​ເກເຊ​ນີ້​ໄດ້ ເພິ່ນ​ໄດ້​ຂ້າ​ຊາວ​ເມືອງ ແລະ​ເຜົາ​ເມືອງ​ຖິ້ມ. ແລ້ວ​ເພິ່ນ​ກໍ​ມອບ​ເມືອງ​ນີ້ ໃຫ້​ເປັນ​ຂອງຂວັນ​ແກ່​ລູກສາວ​ໃນ​ເວລາ​ນາງ​ແຕ່ງງານ​ກັບ​ກະສັດ​ໂຊໂລໂມນ</verse>
				<verse number="17">ແລະ​ກະສັດ​ໂຊໂລໂມນ​ໄດ້​ສ້າງ​ເມືອງ​ນີ້​ຂຶ້ນ​ໃໝ່.) ເພິ່ນ​ໄດ້​ໃຊ້​ພວກ​ຄົນງານ​ຂອງ​ເພິ່ນ​ສ້າງ​ເມືອງ​ເບັດ​ໂຮໂຣນ​ເບື້ອງ​ລຸ່ມ</verse>
				<verse number="18">ເມືອງ​ບາອາລາດ, ເມືອງ​ຕາມາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຂອງ​ອານາຈັກ​ຢູດາຍ</verse>
				<verse number="19">ແລະ​ອີກ​ຫລາຍ​ເມືອງ​ສຳລັບ​ໄວ້​ສະບຽງ​ອາຫານ ຫລາຍ​ເມືອງ​ສຳລັບ​ໄວ້​ມ້າ ແລະ​ລົດຮົບ​ທັງຫລາຍ​ຂອງ​ເພິ່ນ ແລະ​ສຳລັບ​ທຸກສິ່ງ​ທີ່​ເພິ່ນ​ຢາກ​ຈະ​ສ້າງ​ໃນ​ນະຄອນ​ເຢຣູຊາເລັມ, ໃນ​ເລບານອນ ແລະ​ໃນ​ບ່ອນ​ຕ່າງໆ​ຂອງ​ອານາຈັກ​ຂອງ​ເພິ່ນ.</verse>
				<verse number="20">ພວກ​ຄົນງານ​ທີ່​ກະສັດ​ໂຊໂລໂມນ​ໄດ້​ເກນ​ເອົາ​ນີ້ ແມ່ນ​ເຊື້ອສາຍ​ຂອງ​ຊາວ​ການາອານ ທີ່​ຊາວ​ອິດສະຣາເອນ​ໄດ້​ໄວ້​ຊີວິດ​ຂອງ​ພວກເຂົາ ຕອນ​ທີ່​ຢຶດເອົາ​ດິນແດນ​ຂອງ​ພວກເຂົາ​ນັ້ນ. ພວກ​ເຫຼົ່ານີ້​ມີ​ດັ່ງນີ້: ຊາວ​ອາໂມ, ຊາວ​ຮິດຕີ, ຊາວ​ເປຣິຊີ ຊາວຮີວີ​ແລະ​ຊາວ​ເຢບຸດ; ລູກຫລານ​ຂອງ​ພວກ​ເຫຼົ່ານີ້​ຍັງ​ສືບຕໍ່​ເປັນ​ທາດຮັບໃຊ້​ມາ​ຈົນ​ເທົ່າ​ທຸກ​ວັນນີ້.</verse>
				<verse number="21"></verse>
				<verse number="22">ກະສັດ​ໂຊໂລໂມນ​ບໍ່ໄດ້​ໃຊ້​ຊາວ​ອິດສະຣາເອນ​ເປັນ​ທາດຮັບໃຊ້ ແຕ່​ໃຫ້​ເປັນ​ທະຫານ, ຂ້າຣາຊການ, ຜູ້​ບັນຊາການ​ກອງທັບ, ຜູ້​ບັງຄັບ​ກອງ​ລົດຮົບ ແລະ​ທະຫານ​ມ້າ.</verse>
				<verse number="23">ມີ​ຫົວໜ້າ​ພະນັກງານ​ຫ້າຮ້ອຍ​ຫ້າສິບ​ຄົນ ຄວບຄຸມ​ຄົນງານ​ທີ່​ສ້າງ​ອາຄານ​ຕ່າງໆ​ໃຫ້​ກະສັດ​ໂຊໂລໂມນ.</verse>
				<verse number="24">ກະສັດ​ໂຊໂລໂມນ​ໄດ້​ຖົມ​ດິນ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເມືອງ ຫລັງຈາກ​ທີ່​ເມຍ​ຂອງ​ເພິ່ນ ຄື​ລູກສາວ​ຂອງ​ກະສັດ​ເອຢິບ​ໄດ້​ຍ້າຍ​ຈາກ​ເມືອງ​ຂອງ​ດາວິດ ໄປ​ຢູ່​ວັງ​ທີ່​ເພິ່ນ​ໄດ້​ສ້າງ​ໃຫ້​ນາງ.</verse>
				<verse number="25">ກະສັດ​ໂຊໂລໂມນ​ໄດ້​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ທີ່​ເທິງ​ແທ່ນບູຊາ ຊຶ່ງ​ເພິ່ນ​ໄດ້​ສ້າງ​ຖວາຍ​ແກ່​ພຣະເຈົ້າຢາເວ​ປີລະ​ສາມ​ຄັ້ງ. ເພິ່ນ​ຍັງ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ. ດັ່ງນັ້ນ ເພິ່ນ​ຈຶ່ງ​ສ້າງ​ພຣະວິຫານ​ສຳເລັດ.</verse>
				<verse number="26">ກະສັດ​ໂຊໂລໂມນ​ຍັງ​ໄດ້​ສ້າງ​ກອງທັບ​ເຮືອ​ທີ່​ເອຊີໂອນ​ເກເບ​ໃກ້​ກັບ​ເອລາດ ຢູ່​ແຄມ​ຝັ່ງ​ຂອງ​ອ່າວ​ອາກາບາ​ໃນ​ດິນແດນ​ເອໂດມ.</verse>
				<verse number="27">ສ່ວນ​ກະສັດ​ຮີຣາມ​ກໍ​ສົ່ງ​ທະຫານ​ທີ່​ຊ່ຽວຊານ​ຈາກ​ກອງທັບ​ເຮືອ​ຂອງ​ເພິ່ນ ໄປ​ຮັບໃຊ້​ໜ້າທີ່ການ​ກັບ​ທະຫານ​ຂອງ​ກະສັດ​ໂຊໂລໂມນ.</verse>
				<verse number="28">ພວກເຂົາ​ຂີ່​ເຮືອ​ໄປ​ເມືອງ​ໂອເຟຍ ແລະ​ໄດ້​ນຳ​ເອົາ​ຄຳ​ໜັກ​ປະມານ​ສິບຫ້າ​ໂຕນ ມາ​ໃຫ້​ກະສັດ​ໂຊໂລໂມນ.</verse>
			</chapter>
			<chapter number="10">
				<verse number="1">ຣາຊີນີ​ແຫ່ງ​ເຊບາ​ໄດ້ຍິນ​ເຖິງ​ຊື່ສຽງ​ຂອງ​ກະສັດ​ໂຊໂລໂມນ ຣາຊີນີ​ຈຶ່ງ​ເດີນທາງ​ມາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ທົດສອບ​ເພິ່ນ​ດ້ວຍ​ບັນຫາ​ຫຍຸ້ງຍາກ​ຫລາຍ​ຢ່າງ.</verse>
				<verse number="2">ຣາຊີນີ​ໄດ້​ນຳ​ເອົາ​ບໍລິວານ​ຢ່າງ​ຫລວງຫລາຍ​ມາ​ນຳ ພ້ອມ​ທັງ​ບັນທຸກ​ເຄື່ອງເທດ, ເພັດພອຍ ແລະ​ຄຳ​ເປັນ​ຈຳນວນ​ຫລາຍ​ໃສ່​ຫລັງ​ອູດ​ມາ. ເມື່ອ​ຣາຊີນີ​ກັບ​ກະສັດ​ໂຊໂລໂມນ​ໄດ້​ພົບ​ກັນ​ແລ້ວ ຣາຊີນີ​ກໍ​ຖາມ​ເພິ່ນ​ທຸກ​ບັນຫາ​ທີ່​ຣາຊີນີ​ສາມາດ​ຄິດ​ອອກ​ໄດ້.</verse>
				<verse number="3">ກະສັດ​ໂຊໂລໂມນ​ຕອບ​ໄດ້​ທຸກ​ບັນຫາ; ບໍ່ມີ​ເລື່ອງ​ໃດ​ຍາກ​ເກີນກວ່າ​ທີ່​ເພິ່ນ​ຈະ​ອະທິບາຍ.</verse>
				<verse number="4">ຣາຊີນີ​ແຫ່ງ​ເຊບາ​ຮູ້​ສຶກ​ປະທັບ​ໃຈ ໃນ​ສະຕິປັນຍາ​ຂອງ​ກະສັດ​ໂຊໂລໂມນ ແລະ​ເຫັນ​ຣາຊວັງ​ທີ່​ເພິ່ນ​ໄດ້​ສ້າງ.</verse>
				<verse number="5">ຣາຊີນີ​ເຫັນ​ອາຫານ​ທີ່​ເທິງ​ໂຕະ​ຂອງ​ເພິ່ນ, ສຳນັກ​ຂອງ​ຂ້າຣາຊການ, ການ​ຈັດ​ລະບຽບ​ຂອງ​ຂ້າຣາຊການ​ປະຈຳວັງ​ກັບ​ເຄື່ອງແບບ​ທີ່​ພວກເຂົາ​ນຸ່ງ ພວກ​ທີ່​ລໍ​ຮັບໃຊ້​ເພິ່ນ​ໃນ​ງານ​ກິນລ້ຽງ​ຕ່າງໆ ແລະ​ເຄື່ອງ​ບູຊາ​ທີ່​ເພິ່ນ​ຖວາຍ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ສິ່ງ​ທັງໝົດ​ນີ້​ເຮັດ​ໃຫ້​ຣາຊີນີ​ງຶດງໍ້ ແລະ​ປະຫລາດ​ໃຈ​ຫລາຍ.</verse>
				<verse number="6">ຣາຊີນີ​ຈຶ່ງ​ກ່າວ​ແກ່​ກະສັດ​ວ່າ, “ຄຳ​ເລົ່າລື​ທີ່​ຂ້ານ້ອຍ​ໄດ້ຍິນ​ຢູ່​ໃນ​ປະເທດ​ຂອງ​ຂ້ານ້ອຍ​ເອງ​ກ່ຽວກັບ​ທ່ານ ແລະ​ສະຕິປັນຍາ​ຂອງທ່ານ​ນັ້ນ​ກໍ​ເປັນ​ຈິງ​ແທ້</verse>
				<verse number="7">ແຕ່​ຂ້ານ້ອຍ​ບໍ່​ເຊື່ອ​ຈົນ​ໄດ້​ມາ​ເຫັນ​ດ້ວຍ​ຕົນເອງ ສິ່ງ​ທີ່​ຂ້ານ້ອຍ​ໄດ້ຍິນ​ນັ້ນ​ບໍ່​ຮອດ​ເຄິ່ງ​ໜຶ່ງ​ຂອງ​ສະຕິປັນຍາ​ນີ້; ທ່ານ​ມີ​ສະຕິປັນຍາ ແລະ​ຊັບສົມບັດ​ຫລາຍກວ່າ​ທີ່​ຂ້ານ້ອຍ​ໄດ້ຍິນ​ມາ.</verse>
				<verse number="8">ບັນດາ​ຄົນ ຂອງທ່ານ​ກໍ​ເປັນ​ສຸກ​ແທ້ ແລະ​ພວກ​ທີ່​ລໍ​ຮັບໃຊ້​ທ່ານ​ກໍ​ເປັນ​ສຸກ ທີ່​ມີ​ໂອກາດ​ໄດ້ຍິນ​ຖ້ອຍຄຳ​ແຫ່ງ​ປັນຍາ​ຂອງທ່ານ.</verse>
				<verse number="9">ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ພຣະອົງ​ໄດ້​ສຳແດງ​ໃຫ້​ເຫັນ​ວ່າ​ພຣະອົງ​ພໍໃຈ​ນຳ​ທ່ານ​ຫລາຍ​ທີ່ສຸດ ຈຶ່ງ​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ. ເພາະ​ຄວາມຮັກ​ຂອງ​ພຣະເຈົ້າຢາເວ​ສຳລັບ​ຊາດ​ອິດສະຣາເອນ​ມີ​ຕະຫລອດໄປ ພຣະອົງ​ຈຶ່ງ​ໄດ້​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ ເພື່ອ​ທ່ານ​ຈະ​ຮັກສາ​ກົດບັນຍັດ​ແລະ​ຄວາມ​ຍຸດຕິທຳ​ໄວ້.”</verse>
				<verse number="10">ແລ້ວ​ຣາຊີນີ​ກໍໄດ້​ຖວາຍ​ຂອງຂວັນ ທີ່​ນຳ​ມາ​ໃຫ້​ກະສັດ​ໂຊໂລໂມນ ຊຶ່ງ​ມີ​ຄຳ​ໜັກ​ປະມານ​ຫ້າ​ໂຕນ ແລະ​ເຄື່ອງເທດ​ກັບ​ເພັດພອຍ​ເປັນ​ຈຳນວນ​ຫລວງຫລາຍ. ເຄື່ອງເທດ​ທີ່​ຣາຊີນີ​ແຫ່ງ​ເຊບາ​ໄດ້​ມອບ​ໃຫ້​ກະສັດ​ໂຊໂລໂມນ​ນັ້ນ ມີ​ຫລາຍກວ່າ​ທຸກຄັ້ງ​ທີ່​ເພິ່ນ​ເຄີຍ​ໄດ້​ຮັບ​ມາ. (</verse>
				<verse number="11">ນອກຈາກນີ້​ແລ້ວ ຍັງ​ມີ​ຂະບວນ​ເຮືອ​ຂອງ​ກະສັດ​ຮີຣາມ ທີ່​ບັນທຸກ​ຄຳ​ມາ​ແຕ່​ໂອເຟຍ ແລະ​ທັງ​ໄດ້​ນຳ​ເອົາ​ໄມ້​ຈັນ ແລະ​ເພັດ​ເປັນ​ຈຳນວນ​ຫລວງຫລາຍ ມາ​ຈາກ​ທີ່​ນັ້ນ​ດ້ວຍ.</verse>
				<verse number="12">ກະສັດ​ໂຊໂລໂມນ​ໄດ້​ໃຊ້​ໄມ້​ນີ້​ເຮັດ​ຮາວ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຣາຊວັງ ແລະ​ເຮັດ​ພິນນ້ອຍ ແລະ​ພິນໃຫຍ່​ໃຫ້​ພວກ​ນັກດົນຕຼີ. ໄມ້​ນີ້​ແມ່ນ​ໄມ້​ຈັນ​ຊັ້ນ​ດີທີ່ສຸດ​ທີ່​ສົ່ງ​ເຂົ້າ​ໄປ​ໃນ​ອິດສະຣາເອນ ແລະ​ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ໄມ້​ຈັນ​ຢ່າງ​ນີ້​ອີກ​ເລີຍ.)</verse>
				<verse number="13">ກະສັດ​ໂຊໂລໂມນ​ໄດ້​ມອບ​ຂອງຂວັນ​ໃຫ້​ຣາຊີນີ​ແຫ່ງ​ເຊບາ​ຕາມທຳນຽມ; ນອກນີ້​ເພິ່ນ​ຍັງ​ມອບ​ທຸກສິ່ງ​ຕາມ​ທີ່​ຣາຊີນີ​ຂໍຮ້ອງ. ແລ້ວ​ຣາຊີນີ​ພ້ອມ​ທັງ​ຄະນະ​ຜູ້​ຕິດຕາມ ກໍໄດ້​ກັບຄືນ​ເມືອ​ດິນແດນ​ແຫ່ງ​ເຊບາ.</verse>
				<verse number="14">ທຸກ​ປີ​ໃດ​ກະສັດ​ໂຊໂລໂມນ​ໄດ້​ຮັບ​ຄຳ​ໜັກ​ເກືອບ​ເຖິງ​ຊາວຫ້າ​ໂຕນ</verse>
				<verse number="15">ໂດຍ​ບໍ່​ນັບ​ການ​ເສຍສ່ວຍ​ຕ່າງໆ ຈາກ​ພວກ​ພໍ່ຄ້າ, ຈາກ​ກຳໄລ​ທີ່​ໄດ້​ມາ​ຈາກ​ການຄ້າ ແລະ​ຈາກ​ເຄື່ອງ​ບັນນາການ​ທີ່​ບັນດາ​ກະສັດ​ແຫ່ງ​ອາຣາເບຍ ແລະ​ພວກ​ຜູ້ປົກຄອງ​ເຂດ​ຕ່າງໆ​ໃນ​ປະເທດ​ອິດສະຣາເອນ​ໄດ້​ສົ່ງ​ມາ​ໃຫ້.</verse>
				<verse number="16">ກະສັດ​ໂຊໂລໂມນ​ຍັງ​ໄດ້​ເຮັດ​ໂລ້​ໃຫຍ່​ສອງຮ້ອຍ​ອັນ; ແຕ່ລະອັນ​ເຄືອບ​ດ້ວຍ​ຄຳ​ໜັກ​ເກືອບ​ເຖິງ​ເຈັດ​ກິໂລກຼາມ.</verse>
				<verse number="17">ເພິ່ນ​ຍັງ​ໄດ້​ສ້າງ​ໂລ້​ນ້ອຍ​ອີກ​ສາມຮ້ອຍ​ອັນ; ແຕ່ລະອັນ​ເຄືອບ​ດ້ວຍ​ຄຳ​ໜັກ​ເກືອບ​ສອງ​ກິໂລກຼາມ. ເພິ່ນ​ໄດ້​ເອົາ​ໂລ້​ເຫຼົ່ານີ້​ໄປ​ໄວ້​ໃນ​ຫ້ອງ​ໂຖງ​ແຫ່ງ​ດົງ​ເລບານອນ.</verse>
				<verse number="18">ເພິ່ນ​ຍັງ​ໄດ້​ສ້າງ​ບັນລັງ​ທີ່​ໃຫຍ່ໂຕ. ບາງສ່ວນ​ຂອງ​ບັນລັງ​ນີ້​ໄດ້​ເຮັດ​ດ້ວຍ​ງາ​ຊ້າງ ແລະ​ນອກ​ນັ້ນ​ກໍ​ເຄືອບ​ດ້ວຍ​ຄຳ​ນໍ້າໜຶ່ງ.</verse>
				<verse number="19">ບັນລັງ​ນີ້​ມີ​ຂັ້ນໄດ​ຫົກ​ຂັ້ນ ທຸກ​ຂັ້ນ​ໃດ​ມີ​ຮູບ​ສິງ​ຢູ່​ສອງ​ຟາກ​ຂ້າງ ຊຶ່ງ​ລວມ​ທັງໝົດ​ແລ້ວ​ມີ​ຮູບ​ສິງ​ຢູ່​ສິບສອງ​ໂຕ. ຢູ່​ທາງ​ເບື້ອງ​ຫລັງ​ຂອງ​ບັນລັງ​ມີ​ຮູບ​ຫົວ​ງົວ ແລະ​ຂ້າງ​ບ່ອນ​ວາງ​ແຂນ​ແຕ່ລະ​ເບື້ອງ​ກໍ​ມີ​ຮູບ​ສິງ. ບໍ່ມີ​ອານາຈັກ​ໃດ​ທີ່​ມີ​ບັນລັງ​ຢ່າງ​ນີ້.</verse>
				<verse number="20"></verse>
				<verse number="21">ຈອກ​ທັງໝົດ​ທີ່​ກະສັດ​ໂຊໂລໂມນ​ໃຊ້​ດື່ມ​ແມ່ນ​ໄດ້​ເຮັດ​ດ້ວຍ​ຄຳ ແລະ​ເຄື່ອງໃຊ້​ທຸກຢ່າງ​ທີ່​ຢູ່​ໃນ​ຫ້ອງ​ໂຖງ​ແຫ່ງ​ດົງ​ເລບານອນ​ກໍ​ເຮັດ​ດ້ວຍ​ຄຳ​ນໍ້າໜຶ່ງ. ບໍ່ມີ​ສິ່ງໃດ​ທີ່​ເຮັດ​ດ້ວຍ​ເງິນ ເພາະ​ເງິນ​ໃນ​ສະໄໝ​ຂອງ​ກະສັດ​ໂຊໂລໂມນ​ຖື​ວ່າ​ເປັນ​ຂອງ​ບໍ່​ມີ​ຄ່າ.</verse>
				<verse number="22">ກະສັດ​ໂຊໂລໂມນ​ຍັງ​ມີ​ຂະບວນ​ເຮືອ​ແຫ່ງ​ຕາກຊິດ ທີ່​ແລ່ນ​ໄປ​ກັບ​ຂະບວນ​ເຮືອ​ຂອງ​ກະສັດ​ຮີຣາມ. ໃນ​ທຸກ​ສາມ​ປີ​ໃດ ຂະບວນ​ເຮືອ​ຂອງ​ເພິ່ນ​ໄດ້​ແລ່ນ​ກັບຄືນ​ມາ ທັງ​ບັນທຸກ​ເອົາ​ຄຳ, ເງິນ, ງາ​ຊ້າງ, ລີງໃຫຍ່ ແລະ​ລີງນ້ອຍ​ມາ​ນຳ​ດ້ວຍ.</verse>
				<verse number="23">ກະສັດ​ໂຊໂລໂມນ​ຮັ່ງມີ ແລະ​ສະຫລາດ​ຫລາຍກວ່າ​ກະສັດ​ທັງໝົດ​ທີ່​ແຜ່ນດິນ​ໂລກ.</verse>
				<verse number="24">ທົ່ວ​ທັງ​ແຜ່ນດິນ​ໂລກ​ກໍ​ຢາກ​ມາ​ຟັງ​ສະຕິປັນຍາ​ທີ່​ພຣະເຈົ້າ​ໂຜດ​ໃຫ້​ເພິ່ນ​ນັ້ນ.</verse>
				<verse number="25">ຜູ້​ທີ່​ມາ​ກໍໄດ້​ນຳ​ຂອງຂວັນ​ມາ​ມອບ​ໃຫ້​ເພິ່ນ ຊຶ່ງ​ເປັນ​ສິ່ງ​ທີ່​ເຮັດ​ດ້ວຍ​ເງິນ ແລະ​ຄຳ, ເສື້ອຜ້າ, ອາວຸດ, ເຄື່ອງເທດ, ມ້າ ແລະ​ລໍ. ເຫດການ​ດັ່ງນີ້​ເປັນ​ມາ​ທຸກ​ປີ.</verse>
				<verse number="26">ກະສັດ​ໂຊໂລໂມນ​ໄດ້​ຮວບຮວມ​ລົດມ້າ​ແລະ​ມ້າ; ເພິ່ນ​ມີ​ລົດມ້າ​ໜຶ່ງພັນ​ສີ່ຮ້ອຍ​ຄັນ ແລະ​ມີ​ມ້າ​ສິບສອງພັນ​ໂຕ. ເພິ່ນ​ໄດ້​ເອົາ​ລົດມ້າ ແລະ​ມ້າ​ບາງສ່ວນ​ໄວ້​ໃນ​ນະຄອນ​ເຢຣູຊາເລັມ ແລະ​ສ່ວນ​ທີ່​ເຫຼືອ​ນັ້ນ​ກໍ​ປະຈຳ​ໄວ້​ຕາມ​ເມືອງ​ຕ່າງໆ.</verse>
				<verse number="27">ໃນ​ຣາຊການ​ຂອງ​ເພິ່ນ​ນັ້ນ ເງິນ​ຖື​ເປັນ​ຂອງ​ທຳມະດາ​ດັ່ງ​ກ້ອນຫີນ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ຕົ້ນແປກ​ກໍ​ມີ​ຫລວງຫລາຍ, ແຕ່​ຖື​ເປັນ​ທຳມະດາ​ດັ່ງ​ຕົ້ນ​ໝາກເດື່ອເທດ ທີ່​ເກີດ​ຢູ່​ຕາມ​ຕີນ​ພູ​ຂອງ​ນະຄອນ​ເຢຣູຊາເລັມ.</verse>
				<verse number="28">ຝູງມ້າ​ຂອງ​ກະສັດ​ໄດ້​ມາ​ຈາກ​ມຸດສະຣີ ແລະ​ກີລີເກຍ ບ່ອນ​ທີ່​ບັນດາ​ຕົວແທນ​ຂອງ​ກະສັດ​ໄດ້​ໄປ​ຫາ​ຊອກ​ຊື້​ໃຫ້​ເພິ່ນ.</verse>
				<verse number="29">ສ່ວນ​ລົດຮົບ​ທີ່​ໄດ້​ນຳ​ເຂົ້າ​ມາ​ແຕ່​ປະເທດ​ເອຢິບ​ນັ້ນ ຄັນ​ລະ​ຫົກຮ້ອຍ​ຫລຽນ​ເງິນ ແລະ​ມ້າ​ໂຕ​ລະ​ໜຶ່ງຮ້ອຍ​ຫ້າສິບ​ຫລຽນ​ເງິນ. ຕົວແທນ​ເຫຼົ່ານີ້​ຍັງ​ໄດ້​ສົ່ງ​ມ້າ ແລະ​ລົດຮົບ​ເຂົ້າ​ໄປ​ຂາຍ​ໃຫ້​ກະສັດ​ຂອງ​ຊາວ​ຮິດຕີ​ແລະ​ຂອງ​ຊາວ​ຊີເຣຍ.</verse>
			</chapter>
			<chapter number="11">
				<verse number="1">ກະສັດ​ໂຊໂລໂມນ​ໄດ້​ເກີດ​ມີ​ຄວາມ​ຮັກ​ກັບ​ຍິງສາວ​ຊາວ​ຕ່າງຊາດ​ຫລາຍ​ຄົນ. ນອກຈາກ​ລູກສາວ​ຂອງ​ກະສັດ​ເອຢິບ​ແລ້ວ​ເພິ່ນ​ຍັງ​ມີ​ເມຍ​ຄົນ​ຮິດຕີ, ຄົນ​ໂມອາບ, ຄົນ​ອຳໂມນ, ຄົນ​ເອໂດມ ແລະ​ຄົນ​ຊີໂດນ.</verse>
				<verse number="2">ເພິ່ນ​ເອົາ​ຍິງ​ເຫຼົ່ານີ້​ມາ​ເປັນ​ເມຍ ແມ່ນ​ວ່າ​ພຣະເຈົ້າຢາເວ​ໄດ້​ສັ່ງ​ຊາວ​ອິດສະຣາເອນ​ບໍ່​ໃຫ້​ແຕ່ງງານ​ກັບ​ຍິງ​ເຫຼົ່ານີ້ ເພາະ​ພວກເຂົາ​ຈະ​ເຮັດ​ໃຫ້​ຊາວ​ອິດສະຣາເອນ​ສັດຊື່​ຕໍ່​ບັນດາ​ພະອື່ນ.</verse>
				<verse number="3">ກະສັດ​ໂຊໂລໂມນ​ມີ​ເມຍ​ທີ່​ເປັນ​ເຈົ້າຍິງ​ເຈັດຮ້ອຍ​ຄົນ ແລະ​ຍັງ​ມີ​ເມຍນ້ອຍ​ສາມຮ້ອຍ​ຄົນ. ພວກ​ຍິງ​ເຫຼົ່ານີ້​ໄດ້​ເຮັດ​ໃຫ້​ເພິ່ນ​ຫັນໜີ​ຈາກ​ພຣະເຈົ້າ</verse>
				<verse number="4">ແລະ​ເມື່ອ​ເຖິງ​ເວລາ​ເພິ່ນ​ເຖົ້າແກ່​ແລ້ວ ພວກ​ນາງ​ກໍໄດ້​ນຳພາ​ເພິ່ນ​ໄປ​ຂາບໄຫວ້​ບັນດາ​ພະ​ຕ່າງຊາດ. ເພິ່ນ​ບໍ່ໄດ້​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ດັ່ງ​ກະສັດ​ດາວິດ​ພໍ່​ຂອງ​ເພິ່ນ.</verse>
				<verse number="5">ເພິ່ນ​ໄດ້​ຂາບໄຫວ້​ເຈົ້າແມ່​ອັດສະຕາກ​ຂອງ​ຊາວ​ຊີໂດນ ແລະ​ພະ​ມິນກົມ​ທີ່​ໜ້າລັງກຽດ​ຂອງ​ຊາວ​ອຳໂມນ.</verse>
				<verse number="6">ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ຕິດຕາມ​ພຣະເຈົ້າຢາເວ ດັ່ງ​ກະສັດ​ດາວິດ​ພໍ່​ຂອງ​ເພິ່ນ.</verse>
				<verse number="7">ຢູ່​ເທິງ​ພູເຂົາ​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ກະສັດ​ໂຊໂລໂມນ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ພະ​ເຄໂມດ ພະ​ທີ່​ໜ້າລັງກຽດ​ຂອງ​ຊາວ​ໂມອາບ ແລະ​ສ້າງ​ບ່ອນ​ຂາບໄຫວ້​ພະ​ໂມເລັກ ພະ​ທີ່​ໜ້າລັງກຽດ​ຂອງ​ຊາວ​ອຳໂມນ.</verse>
				<verse number="8">ເພິ່ນ​ຍັງ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ໃຫ້​ບັນດາ​ເມຍ​ຕ່າງຊາດ​ຂອງ​ເພິ່ນ​ທຸກຄົນ ເພື່ອ​ໃຫ້​ພວກເຂົາ​ເຜົາ​ເຄື່ອງຫອມ ແລະ​ຖວາຍບູຊາ​ແກ່​ບັນດາ​ພະ​ຂອງ​ພວກເຂົາ.</verse>
				<verse number="9">ແມ່ນ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ປາກົດ​ຕໍ່​ໂຊໂລໂມນ​ເຖິງ​ສອງ​ຄັ້ງ ແລະ​ສັ່ງ​ເພິ່ນ​ບໍ່​ໃຫ້​ຂາບໄຫວ້​ບັນດາ​ພະ​ຕ່າງຊາດ​ກໍຕາມ; ໂຊໂລໂມນ​ກໍ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ເພິ່ນ ເພິ່ນ​ໄດ້​ຫັນໜີ​ຈາກ​ພຣະອົງ. ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຄຽດຮ້າຍ​ກະສັດ​ໂຊໂລໂມນ</verse>
				<verse number="10"></verse>
				<verse number="11">ເຫດສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ຕໍ່​ໂຊໂລໂມນ​ວ່າ, “ຍ້ອນ​ເຈົ້າ​ຝ່າຝືນ​ພັນທະສັນຍາ ທີ່​ມີ​ໄວ້​ກັບ​ເຮົາ​ຢ່າງ​ເຈດຕະນາ ແລະ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ເຮົາ​ສັນຍາ​ວ່າ​ເຮົາ​ຈະ​ເອົາ​ອານາຈັກ​ຂອງ​ເຈົ້າ​ໄປ​ຈາກ​ເຈົ້າ ແລະ​ຈະ​ຍົກ​ໃຫ້​ຄົນ​ໜຶ່ງ​ໃນ​ບັນດາ​ຂ້າຣາຊການ​ຂອງເຈົ້າ.</verse>
				<verse number="12">ແຕ່​ເຖິງ​ຢ່າງ​ໃດ​ກໍຕາມ ເພື່ອ​ເຫັນ​ແກ່​ດາວິດ​ພໍ່​ຂອງ​ເຈົ້າ ເຮົາ​ຈະ​ບໍ່​ເຮັດ​ຕາມ​ສິ່ງ​ທີ່​ກ່າວ​ມາ​ນີ້​ໃນ​ຊົ່ວຊີວິດ​ຂອງເຈົ້າ ແຕ່​ມັນ​ຈະ​ເກີດຂຶ້ນ​ໃນ​ຣາຊການ​ຂອງ​ລູກຊາຍ​ຂອງເຈົ້າ.</verse>
				<verse number="13">ເຮົາ​ຈະ​ບໍ່​ເອົາ​ອານາຈັກ​ທັງໝົດ​ໄປ​ຈາກ​ລາວ; ແຕ່​ເຮົາ​ຈະ​ຈົ່ງ​ເຜົ່າໜຶ່ງ​ໄວ້​ໃຫ້​ລາວ​ເພື່ອ​ເຫັນ​ແກ່​ດາວິດ​ຜູ້ຮັບໃຊ້​ຂອງເຮົາ ແລະ​ເພື່ອ​ເຫັນ​ແກ່​ນະຄອນ​ເຢຣູຊາເລັມ ເມືອງ​ທີ່​ເຮົາ​ໄດ້​ເລືອກໄວ້​ເປັນ​ຂອງເຮົາ.”</verse>
				<verse number="14">ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ເຮັດ​ໃຫ້​ຮາດາດ ຄົນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ກະສັດ​ແຫ່ງ​ເອໂດມ ເປັນ​ສັດຕູ​ຕໍ່​ກະສັດ​ໂຊໂລໂມນ.</verse>
				<verse number="15">ດົນນານ​ມາ​ແລ້ວ​ກ່ອນ​ເຫດການ​ນີ້ ເມື່ອ​ກະສັດ​ດາວິດ​ໄດ້​ເອົາ​ຊະນະ​ເອໂດມ ໂຢອາບ​ຜູ້​ບັນຊາການ​ຂອງ​ເພິ່ນ​ໄດ້​ໄປ​ທີ່​ເມືອງ​ນັ້ນ​ເພື່ອ​ຝັງສົບ​ຄົນ​ຕາຍ. ລາວ​ກັບ​ພວກ​ທະຫານ​ຂອງ​ລາວ​ໄດ້​ຄ້າງ​ຢູ່​ໃນ​ເອໂດມ​ເປັນ​ເວລາ​ຫົກ​ເດືອນ ໃນ​ຂະນະທີ່​ພວກເຂົາ​ຢູ່​ໃນ​ທີ່ນັ້ນ ພວກເຂົາ​ໄດ້​ຂ້າ​ຜູ້ຊາຍ​ທຸກຄົນ​ໃນ​ເມືອງ​ເອໂດມ</verse>
				<verse number="16"></verse>
				<verse number="17">ເວັ້ນໄວ້​ແຕ່​ຮາດາດ​ກັບ​ຄົນ​ຮັບໃຊ້​ຊາວ​ເອໂດມ​ບາງຄົນ​ຂອງ​ພໍ່​ຕົນ ທີ່​ປົບໜີໄປ​ປະເທດ​ເອຢິບ. (ໃນ​ຄາວນັ້ນ​ຮາດາດ​ຍັງ​ເປັນ​ເດັກນ້ອຍ​ຢູ່.)</verse>
				<verse number="18">ພວກເຂົາ​ໄດ້​ອອກ​ຈາກ​ເມືອງ​ມີດີອານ​ໄປ​ທີ່​ເມືອງ​ປາຣານ ຊຶ່ງ​ມີ​ຊາວ​ປາຣານ​ບາງຄົນ​ໄດ້​ຮ່ວມ​ໄປ​ນຳ​ດ້ວຍ. ແລ້ວ​ພວກເຂົາ​ກໍໄດ້​ເດີນທາງ​ໄປ​ປະເທດ​ເອຢິບ ແລະ​ໄປ​ເຝົ້າ​ກະສັດ​ຟາໂຣ; ກະສັດ​ຜູ້​ນີ້​ໄດ້​ເອົາ​ດິນແດນ​ບາງ​ຕອນ ແລະ​ເຮືອນ​ຫລັງ​ໜຶ່ງ​ໃຫ້​ຮາດາດ ແລະ​ຈັດຫາ​ສະບຽງ​ອາຫານ​ໃຫ້​ລາວ.</verse>
				<verse number="19">ຮາດາດ​ເປັນ​ທີ່​ພໍໃຈ​ຂອງ​ກະສັດ​ຟາໂຣ; ສະນັ້ນ ກະສັດ​ຈຶ່ງ​ຍົກ​ນ້ອງ​ເມຍ​ຂອງຕົນ ຄື​ນ້ອງສາວ​ຂອງ​ຣາຊີນີ​ຕາເປເນັດ ໃຫ້​ເປັນ​ເມຍ​ຂອງ​ລາວ.</verse>
				<verse number="20">ນາງ​ມີ​ລູກຊາຍ​ຜູ້ໜຶ່ງ​ກັບ​ຮາດາດ​ຊື່​ວ່າ ເກນູບັດ; ຣາຊີນີ​ຕາເປເນັດ​ໄດ້​ລ້ຽງດູ​ເດັກ​ນີ້​ໄວ້​ໃນ​ຣາຊວັງ ບ່ອນ​ດຽວກັນ​ກັບ​ບັນດາ​ລູກຊາຍ​ຂອງ​ກະສັດ.</verse>
				<verse number="21">ຕໍ່ມາ ເມື່ອ​ຮາດາດ​ໄດ້ຍິນ​ຂ່າວ​ວ່າ​ກະສັດ​ດາວິດ​ໄດ້​ຕາຍໄປ​ແລ້ວ ແລະ​ໂຢອາບ​ຜູ້​ບັນຊາການ​ກອງທັບ​ຂອງ​ເພິ່ນ​ກໍ​ຕາຍໄປ​ດ້ວຍ; ສະນັ້ນ ລາວ​ຈຶ່ງ​ເວົ້າ​ກັບ​ກະສັດ​ວ່າ, “ກະລຸນາ​ໃຫ້​ຂ້ານ້ອຍ​ກັບ​ເມືອ​ປະເທດ​ຂອງ​ຂ້ານ້ອຍ​ສາ.”</verse>
				<verse number="22">ກະສັດ​ຖາມ​ວ່າ, “ເຮົາ​ເຮັດ​ໃຫ້​ເຈົ້າ​ຂາດເຂີນ​ສິ່ງໜຶ່ງ​ສິ່ງໃດ​ຊັ້ນບໍ? ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ຢາກ​ກັບຄືນ​ເມືອ​ປະເທດ​ຂອງ​ເຈົ້າ?” ຮາດາດ​ຕອບ​ກະສັດ​ວ່າ, “ຂໍ​ໃຫ້​ຂ້ານ້ອຍ​ໄດ້​ກັບຄືນ​ເມືອ​ກ່ອນ.” ແລ້ວ​ລາວ​ກໍໄດ້​ກັບ​ເມືອ​ປະເທດ​ຂອງຕົນ. ພໍ​ຮາດາດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ເອໂດມ​ແລ້ວ ລາວ​ໄດ້​ກາຍເປັນ​ຄົນຊົ່ວຮ້າຍ ແລະ​ທັງ​ເປັນ​ສັດຕູ​ຜູ້​ຮ້າຍກາດ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="23">ພຣະເຈົ້າ​ຍັງ​ໄດ້​ເຮັດ​ໃຫ້​ເຣຊົນ ລູກຊາຍ​ຂອງ​ເອລີອາດາ​ເປັນ​ສັດຕູ​ຕໍ່​ກະສັດ​ໂຊໂລໂມນ. ເຣຊົນ​ໄດ້​ປົບໜີ​ຈາກ​ເຈົ້າ​ຮາດາເດເຊ ນາຍ​ຂອງຕົນ​ຜູ້​ທີ່​ເປັນ​ກະສັດ​ແຫ່ງ​ໂຊບາ</verse>
				<verse number="24">ແລະ​ໄດ້​ກາຍເປັນ​ຫົວໜ້າ​ຂອງ​ພວກ​ກອງໂຈນ. (ເຫດການ​ນີ້​ໄດ້​ເກີດຂຶ້ນ ຫລັງຈາກ​ກະສັດ​ດາວິດ​ໄດ້​ເອົາ​ຊະນະ​ຮາດາເດເຊ ແລະ​ຂ້າ​ຊາວ​ຊີເຣຍ​ຜູ້​ເປັນ​ພັນທະມິດ​ຂອງ​ລາວ.) ເຣຊົນ ແລະ​ພັກພວກ​ຂອງ​ລາວ​ໄດ້​ໄປ​ຢູ່​ໃນ​ເມືອງ​ດາມັສກັດ ແລ້ວ​ພັກພວກ​ຂອງ​ລາວ​ກໍໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ​ແຫ່ງ​ຊີເຣຍ.</verse>
				<verse number="25">ລາວ​ເປັນ​ສັດຕູ​ຄົນ​ໜຶ່ງ​ຂອງ​ຊາດ​ອິດສະຣາເອນ ຕະຫລອດ​ເວລາ​ທີ່​ກະສັດ​ໂຊໂລໂມນ​ຍັງ​ມີ​ຊີວິດ​ຢູ່. ລາວ​ໄດ້​ສ້າງ​ຄວາມ​ວຸ້ນວາຍ​ເໝືອນ​ດັ່ງ​ຮາດາດ​ໄດ້​ເຮັດ; ລາວ​ໄດ້​ກຽດຊັງ​ຊາດ​ອິດສະຣາເອນ ແລະ​ປົກຄອງ​ເໜືອ​ຊີເຣຍ.</verse>
				<verse number="26">ເຢໂຣໂບອາມ ຄົນ​ໃນ​ຣາຊການ​ຂອງ​ກະສັດ​ໂຊໂລໂມນ ເປັນ​ສັດຕູ​ຜູ້ໜຶ່ງ​ຂອງ​ເພິ່ນ​ເຊັ່ນກັນ. ລາວ​ເປັນ​ລູກຊາຍ​ຂອງ​ເນບັດ ຊາວ​ເມືອງ​ເຊເຣດາ​ໃນ​ເຜົ່າ​ເອຟຣາອິມ. ແມ່​ຂອງ​ລາວ​ເປັນ​ໝ້າຍ​ຊື່​ວ່າ ເຊຣູຢາ.</verse>
				<verse number="27">ຕໍ່ໄປນີ້​ແມ່ນ​ເລື່ອງລາວ​ການ​ກະບົດ​ຂອງ​ເຢໂຣໂບອາມ: ກະສັດ​ໂຊໂລໂມນ​ໄດ້​ຖົມ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ໄດ້​ສ້ອມແປງ​ກຳແພງ​ເມືອງ.</verse>
				<verse number="28">ເຢໂຣໂບອາມ​ເປັນ​ຊາຍໜຸ່ມ​ທີ່​ເກັ່ງກ້າ ເມື່ອ​ກະສັດ​ໂຊໂລໂມນ​ໄດ້​ສັງເກດ​ເຫັນ​ວ່າ ລາວ​ເປັນ​ຊາຍໜຸ່ມ​ທີ່​ເອົາໃຈໃສ່​ຕໍ່​ວຽກງານ ເພິ່ນ​ຈຶ່ງ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ກຳກັບ​ແຮງງານ​ທັງໝົດ ຂອງ​ເຜົ່າ​ມານາເຊ ແລະ​ເຜົ່າ​ເອຟຣາອິມ.</verse>
				<verse number="29">ມື້​ໜຶ່ງ ໃນ​ຂະນະທີ່​ເຢໂຣໂບອາມ​ເດີນທາງ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ ຜູ້ທຳນວາຍ​ອາຮີຢາ​ແຫ່ງ​ເມືອງ​ຊີໂລ​ກໍໄດ້​ໄປ​ພົບ​ລາວ​ຕາມ​ລຳພັງ ທີ່​ຖະໜົນ​ນອກເມືອງ.</verse>
				<verse number="30">ອາຮີຢາ​ໄດ້​ແກ້​ເສື້ອຄຸມ​ໃໝ່​ທີ່​ຕົນ​ນຸ່ງ​ນັ້ນ​ອອກ ແລ້ວ​ຈີກ​ເປັນ​ສິບສອງ​ຕ່ອນ</verse>
				<verse number="31">ແລະ​ກ່າວ​ແກ່​ເຢໂຣໂບອາມ​ວ່າ, “ໃຫ້​ເຈົ້າ​ເອົາ​ໄປ​ສິບ​ຕ່ອນ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ແກ່​ເຈົ້າ​ວ່າ, ‘ເບິ່ງແມ ເຮົາ​ຈະ​ເອົາ​ອານາຈັກ​ໄປ​ຈາກ​ໂຊໂລໂມນ ແລະ​ຍົກ​ໃຫ້​ເຈົ້າ​ສິບ​ເຜົ່າ.</verse>
				<verse number="32">ເຮົາ​ຈະ​ຈົ່ງ​ເຜົ່າ​ໜຶ່ງ​ໄວ້​ໃຫ້​ລາວ ເພື່ອ​ເຫັນ​ແກ່​ດາວິດ​ຜູ້ຮັບໃຊ້​ຂອງເຮົາ ແລະ​ເພື່ອ​ເຫັນ​ແກ່​ນະຄອນ​ເຢຣູຊາເລັມ ນະຄອນ​ທີ່​ເຮົາ​ໄດ້​ເລືອກໄວ້​ເປັນ​ຂອງເຮົາ ຈາກ​ດິນແດນ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="33">ຍ້ອນ​ໂຊໂລໂມນ​ໄດ້​ປະຖິ້ມ​ເຮົາ​ແລະ​ໄດ້ ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ ເຊັ່ນ​ເຈົ້າແມ່​ອັດສະຕາກ ພະ​ຂອງ​ຊາວ​ຊີໂດນ; ເຄໂມດ ພະ​ຂອງ​ຊາວ​ໂມອາບ; ມິນກົມ ພະ​ຂອງ​ຊາວ​ອຳໂມນ. ໂຊໂລໂມນ​ໄດ້ ຂາດ​ຄວາມ​ເຊື່ອຟັງ​ທີ່​ມີ​ຕໍ່​ເຮົາ; ລາວ​ເຮັດ​ຜິດ​ແລະ​ບໍ່ໄດ້​ຖື​ຮັກສາ​ບັນດາ​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ຂອງເຮົາ, ດັ່ງ​ດາວິດ​ພໍ່​ຂອງ​ລາວ​ໄດ້​ປະຕິບັດ​ມາ.</verse>
				<verse number="34">ແຕ່​ເຮົາ​ຈະ​ບໍ່​ເອົາ​ອານາຈັກ​ໄປ​ໝົດ​ຈາກ​ລາວ ເພາະ​ເຮົາ​ຍັງ​ຈະ​ໃຫ້​ລາວ​ມີ​ອຳນາດ​ໄປ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ. ເຮົາ​ຈະ​ເຮັດ​ເຊັ່ນ​ນີ້ ເພາະ​ເຫັນ​ແກ່​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ທີ່​ເຮົາ​ໄດ້​ເລືອກເອົາ ແລະ​ເປັນ​ຜູ້​ທີ່​ໄດ້​ຖື​ຮັກສາ​ບັນດາ​ຂໍ້ຄຳສັ່ງ​ຂອງເຮົາ.</verse>
				<verse number="35">ເຮົາ​ຈະ​ເອົາ​ອານາຈັກ​ໄປ​ຈາກ​ລູກຊາຍ​ຂອງ​ໂຊໂລໂມນ ແລະ​ໃຫ້​ເຈົ້າ​ປົກຄອງ​ສິບ​ເຜົ່າ;</verse>
				<verse number="36">ເຮົາ​ຍັງ​ຈະ​ໃຫ້​ເຜົ່າ​ໜຶ່ງ​ແກ່​ລູກຊາຍ​ຂອງ​ລາວ ເພື່ອ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ຈະ​ມີ​ໂຄມໄຟ​ດວງ​ໜຶ່ງ ຕັ້ງ​ຢູ່​ຕໍ່ໜ້າ​ເຮົາ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ສະເໝີ ຊຶ່ງ​ເປັນ​ນະຄອນ​ທີ່​ເຮົາ​ໄດ້​ເລືອກ​ໃຫ້​ນາມຊື່​ຂອງເຮົາ​ຕັ້ງ​ຢູ່​ທີ່​ນັ້ນ.</verse>
				<verse number="37">ເຢໂຣໂບອາມ​ເອີຍ ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ກະສັດ​ຂອງ​ອິດສະຣາເອນ ແລະ​ເຈົ້າ​ຈະ​ປົກຄອງ​ທົ່ວ​ທັງ​ເຂດແດນ​ຕາມ​ທີ່​ເຈົ້າ​ຕ້ອງການ.</verse>
				<verse number="38">ຖ້າ​ເຈົ້າ​ເຊື່ອຟັງ​ເຮົາ​ທຸກຢ່າງ, ປະຕິບັດ​ຕາມ​ບັນດາ​ກົດບັນຍັດ​ຂອງເຮົາ ແລະ​ເຮັດ​ໃຫ້​ເຮົາ​ພໍໃຈ​ໂດຍ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ ດັ່ງ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ໄດ້​ປະຕິບັດ​ນັ້ນ ເຮົາ​ກໍ​ຈະ​ຢູ່​ກັບ​ເຈົ້າ​ເລື້ອຍ​ໄປ. ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ກະສັດ​ຂອງ​ອິດສະຣາເອນ ແລະ​ຈະ​ໃຫ້​ມີ​ເຊື້ອສາຍ​ປົກຄອງ​ສືບແທນ​ເຈົ້າ ດັ່ງ​ທີ່​ເຮົາ​ໄດ້​ປະຕິບັດ​ຕໍ່​ດາວິດ​ນັ້ນ.</verse>
				<verse number="39">ຍ້ອນ​ໂຊໂລໂມນ​ເຮັດ​ບາບ ເຮົາ​ຈະ​ລົງໂທດ​ເຊື້ອສາຍ​ຂອງ​ດາວິດ, ແຕ່​ບໍ່ແມ່ນ​ຕະຫລອດໄປ.”’</verse>
				<verse number="40">ດັ່ງນັ້ນ ກະສັດ​ໂຊໂລໂມນ​ຈຶ່ງ​ຫາ​ວິທີ​ຂ້າ​ເຢໂຣໂບອາມ; ແຕ່​ເຢໂຣໂບອາມ​ໄດ້​ປົບໜີໄປ​ຫາ​ເຈົ້າ​ຊີຊາກ​ກະສັດ​ແຫ່ງ​ເອຢິບ ແລະ​ຢູ່​ໃນ​ປະເທດ​ນີ້​ຈົນ​ກະສັດ​ໂຊໂລໂມນ​ຕາຍ.</verse>
				<verse number="41">ສິ່ງ​ອື່ນໆ​ທີ່​ກະສັດ​ໂຊໂລໂມນ​ໄດ້​ເຮັດ, ບໍ່​ວ່າ​ວຽກການ ແລະ​ສະຕິປັນຍາ​ຂອງ​ເພິ່ນ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ກະສັດ​ໂຊໂລໂມນ.</verse>
				<verse number="42">ກະສັດ​ໂຊໂລໂມນ​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເໜືອ​ປະເທດ​ອິດສະຣາເອນ​ເປັນ​ເວລາ​ສີ່ສິບ​ປີ.</verse>
				<verse number="43">ເພິ່ນ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ທີ່​ເມືອງ​ຂອງ​ດາວິດ. ເຣໂຫໂບອາມ ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.</verse>
			</chapter>
			<chapter number="12">
				<verse number="1">ເຣໂຫໂບອາມ​ໄດ້​ໄປ​ທີ່​ເມືອງ​ຊີເຄມ ບ່ອນ​ທີ່​ປະຊາຊົນ​ອິດສະຣາເອນ​ທາງ​ພາກເໜືອ ໄດ້​ເຕົ້າໂຮມ​ກັນ​ເພື່ອ​ແຕ່ງຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ.</verse>
				<verse number="2">ເມື່ອ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ຜູ້​ທີ່​ໄດ້​ໄປ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ຍ້ອນ​ປົບໜີ​ຈາກ​ກະສັດ​ໂຊໂລໂມນ ໄດ້ຍິນ​ຂ່າວ​ນີ້; ລາວ​ຈຶ່ງ​ໄດ້​ກັບຄືນ​ມາ​ຈາກ ປະເທດ​ເອຢິບ.</verse>
				<verse number="3">ປະຊາຊົນ​ໃນ​ເຜົ່າ​ທາງ​ພາກເໜືອ​ໄດ້​ເຊີນ​ລາວ​ມາ ແລ້ວ​ພວກເຂົາ​ທຸກຄົນ​ກໍ​ໄປ​ຫາ​ເຣໂຫໂບອາມ ແລະ​ເວົ້າ​ຕໍ່​ເພິ່ນ​ວ່າ,</verse>
				<verse number="4">“ກະສັດ​ໂຊໂລໂມນ ພໍ່​ຂອງທ່ານ​ໄດ້​ປະຕິບັດ​ຕໍ່​ພວກເຮົາ​ຢ່າງ​ຮຸນແຮງ​ໂພດ ແລະ​ໃຫ້​ພວກເຮົາ​ແບກ​ພາລະໜັກ​ເກີນໄປ. ຖ້າ​ທ່ານ​ຊ່ວຍ​ບັນເທົາ​ພາລະ​ນີ້​ໃຫ້​ເບົາບາງ​ລົງ ແລະ​ເຮັດ​ໃຫ້​ພວກເຮົາ​ມີ​ຊີວິດ​ສະບາຍ​ຂຶ້ນ ພວກເຮົາ​ກໍ​ຈະ​ເປັນ​ປະຊາຊົນ​ທີ່​ສັດຊື່​ຕໍ່​ທ່ານ.”</verse>
				<verse number="5">ກະສັດ​ເຣໂຫໂບອາມ​ຕອບ​ວ່າ, “ໃຫ້​ພວກເຈົ້າ​ກັບຄືນ​ມາ​ໃໝ່​ພາຍ​ໃນ​ສາມ​ວັນ ແລະ​ເຮົາ​ຈະ​ໃຫ້​ຄຳຕອບ​ແກ່​ພວກເຈົ້າ.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຈາກ​ໄປ.</verse>
				<verse number="6">ກະສັດ​ເຣໂຫໂບອາມ​ໄດ້​ຂໍ​ຄຳ​ປຶກສາ​ຈາກ​ບັນດາ​ຜູ້​ອາວຸໂສ ທີ່​ເຄີຍ​ຮັບໃຊ້​ກະສັດ​ໂຊໂລໂມນ​ພໍ່​ຂອງຕົນ. ເພິ່ນ​ຖາມ​ວ່າ, “ພວກທ່ານ​ຈະ​ແນະນຳ​ເຮົາ​ໃຫ້​ຕອບ​ປະຊາຊົນ​ເຫຼົ່ານີ້​ຢ່າງໃດ?”</verse>
				<verse number="7">ພວກເຂົາ​ຕອບ​ວ່າ, “ຖ້າ​ທ່ານ​ຢາກ​ຈະ​ຮັບໃຊ້​ປະຊາຊົນ​ເຫຼົ່ານີ້​ໃຫ້​ດີ ຈົ່ງ​ຕອບ​ຕາມ​ຄວາມ​ຂໍຮ້ອງ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ຮັບໃຊ້​ທ່ານ​ຢ່າງ​ສັດຊື່​ເລື້ອຍໄປ.”</verse>
				<verse number="8">ແຕ່​ກະສັດ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ຄຳແນະນຳ​ຂອງ​ພວກ​ຜູ້​ອາວຸໂສ​ເຫຼົ່ານັ້ນ. ເພິ່ນ​ໄດ້​ໄປ​ຫາ​ພວກ​ຄົນໜຸ່ມ​ທີ່​ເຕີບໃຫຍ່​ຂຶ້ນ​ມາ​ພ້ອມ​ກັບ​ຕົນ ແລະ​ເວລາ​ນີ້​ເປັນ​ທີ່ປຶກສາ​ຂອງເພິ່ນ.</verse>
				<verse number="9">ເພິ່ນ​ຖາມ​ວ່າ, “ພວກເຈົ້າ​ຈະ​ໃຫ້​ຄຳແນະນຳ​ເຮົາ​ເຮັດ​ຢ່າງ​ໃດ? ເຮົາ​ຈະ​ກ່າວ​ແກ່​ປະຊາຊົນ​ທີ່​ມາ​ຂໍ​ໃຫ້​ຜ່ອນຜັນ​ພາລະ​ຂອງ​ພວກເຂົາ​ຢ່າງໃດ?”</verse>
				<verse number="10">ພວກເຂົາ​ຕອບ​ວ່າ, “ທ່ານ​ຄວນ​ບອກ​ພວກເຂົາ​ຢ່າງ​ນີ້: ນີ້ວ​ກ້ອຍ​ຂອງເຮົາ​ກໍ​ໃຫຍ່ກວ່າ​ແອວ​ພໍ່​ຂອງເຮົາ.”</verse>
				<verse number="11">ໃຫ້​ບອກ​ພວກເຂົາ​ວ່າ, “ພໍ່​ຂອງເຮົາ​ໄດ້​ວາງ​ພາລະໜັກ​ໃຫ້​ພວກທ່ານ; ເຮົາ​ຈະ​ວາງ​ພາລະໜັກ​ຫລາຍກວ່າ​ນັ້ນ​ອີກ. ເພິ່ນ​ໄດ້​ໃຊ້​ໄມ້ແສ້​ຕີ​ພວກທ່ານ ແຕ່​ເຮົາ​ຈະ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ທີ່​ມີ​ໄລ​ເຫຼັກ.”</verse>
				<verse number="12">ສາມ​ວັນ​ຕໍ່ມາ ເຢໂຣໂບອາມ​ພ້ອມ​ກັບ​ປະຊາຊົນ​ທັງໝົດ ກໍ​ກັບຄືນ​ມາ​ຫາ​ກະສັດ​ເຣໂຫໂບອາມ​ຕາມ​ທີ່​ເພິ່ນ​ໄດ້​ບອກ​ພວກເຂົາ.</verse>
				<verse number="13">ກະສັດ​ບໍ່​ຍອມ​ຮັບ​ເອົາ​ຄຳແນະນຳ​ຂອງ​ພວກ​ຜູ້​ອາວຸໂສ ແລະ​ໄດ້​ຕອບ​ປະຊາຊົນ​ຢ່າງ​ຮຸນແຮງ</verse>
				<verse number="14">ຕາມ​ທີ່​ພວກ​ຄົນໜຸ່ມ​ໄດ້​ແນະນຳ​ເພິ່ນ​ນັ້ນ. ເພິ່ນ​ເວົ້າ​ວ່າ, “ພໍ່​ຂອງເຮົາ​ໄດ້​ວາງ​ພາລະໜັກ​ໃຫ້​ພວກທ່ານ; ເຮົາ​ແຮ່ງ​ຈະ​ວາງ​ພາລະໜັກ​ຫລາຍກວ່າ​ນັ້ນ​ອີກ. ເພິ່ນ​ໄດ້​ຕີ​ພວກທ່ານ​ດ້ວຍ​ໄມ້ແສ້, ແຕ່​ເຮົາ​ຈະ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ທີ່​ມີ​ໄລ​ເຫຼັກ.”</verse>
				<verse number="15">ສະນັ້ນ ກະສັດ​ຈຶ່ງ​ບໍ່​ຍອມ​ຮັບ​ຄຳ​ຮ້ອງທຸກ​ຂອງ​ປະຊາຊົນ ເພາະ​ແມ່ນ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ​ທີ່​ໄດ້​ໃຫ້​ເຫດການ​ເຊັ່ນນີ້​ເກີດຂຶ້ນ ເພື່ອ​ໃຫ້​ສຳເລັດ​ຕາມ​ຄຳສັນຍາ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ກັບ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ຜ່ານ​ທາງ​ຜູ້ທຳນວາຍ​ອາຮີຢາ​ແຫ່ງ​ເມືອງ​ຊີໂລ.</verse>
				<verse number="16">ເມື່ອ​ປະຊາຊົນ​ທັງໝົດ​ໄດ້​ເຫັນ​ວ່າ​ກະສັດ​ບໍ່​ຟັງຄວາມ​ຂອງ​ພວກເຂົາ; ປະຊາຊົນ​ຈຶ່ງ​ທູນ​ຕອບ​ກະສັດ​ວ່າ, “ພວກ​ຂ້ານ້ອຍ​ມີ​ສ່ວນ​ອັນ​ໃດ​ກັບ​ດາວິດ? ພວກ​ຂ້ານ້ອຍ​ທັງຫຼາຍ​ບໍ່​ມີ​ສ່ວນ​ໃນ​ມໍຣະດົກ​ຂອງ​ລູກຊາຍ​ຂອງ​ເຢຊີ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ກັບຄືນ​ໄປ​ເຕັນ​ຂອງຕົນ​ເທີ້ນ ດາວິດ​ເອີຍ ຈົ່ງ​ດູແລ​ຣາຊວົງ​ຂອງທ່ານ​ເອງ​ສາ​ເຖີດ.” ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ຈາກ​ໄປ​ສູ່​ເຕັນ​ຂອງ​ພວກເຂົາ.</verse>
				<verse number="17">ໂດຍ​ປ່ອຍ​ໃຫ້​ເຈົ້າ​ເຣໂຫໂບອາມ​ເປັນ​ກະສັດ​ປົກຄອງ ພຽງແຕ່​ປະຊາຊົນ​ອິດສະຣາເອນ​ທີ່​ອາໄສ​ຢູ່​ໃນ​ເຂດແດນ​ຢູດາຍ​ເທົ່ານັ້ນ.</verse>
				<verse number="18">ແລ້ວ​ກະສັດ​ເຣໂຫໂບອາມ​ກໍ​ໃຊ້​ອາໂດນີຣາມ ຜູ້​ຮັບຜິດຊອບ​ດ້ານ​ແຮງງານ​ໃຫ້​ໄປ​ຫາ​ຊາວ​ອິດສະຣາເອນ; ແຕ່​ພວກເຂົາ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ລາວ​ຈົນ​ຕາຍ. ເມື່ອ​ເປັນ​ເຊັ່ນນີ້ ກະສັດ​ເຣໂຫໂບອາມ​ຈຶ່ງ​ຟ້າວ​ຂຶ້ນ​ລົດມ້າ ແລະ​ປົບໜີໄປ​ສູ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="19">ນັບ​ຕັ້ງແຕ່​ນັ້ນ​ມາ ປະຊາຊົນ​ຂອງ​ອານາຈັກ​ເໜືອ​ແຫ່ງ​ຊາດ​ອິດສະຣາເອນ ກໍໄດ້​ກະບົດ​ຕໍ່​ເຊື້ອວົງ​ຂອງ​ກະສັດ​ດາວິດ.</verse>
				<verse number="20">ເມື່ອ​ປະຊາຊົນ​ອິດສະຣາເອນ​ຮູ້​ວ່າ ເຢໂຣໂບອາມ​ໄດ້​ກັບຄືນ​ມາ​ແຕ່​ເອຢິບ​ແລ້ວ ພວກເຂົາ​ກໍ​ເຊີນ​ລາວ​ເຂົ້າ​ມາ​ຮ່ວມ​ປະຊຸມ​ກັບ​ປະຊາຊົນ ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ​ຂອງ​ຊາວ​ອິດສະຣາເອນ. ສະນັ້ນ ຈຶ່ງ​ມີ​ແຕ່​ເຜົ່າຢູດາ​ເທົ່ານັ້ນ ທີ່​ຍັງ​ສັດຊື່​ຕໍ່​ເຊື້ອວົງ​ຂອງ​ກະສັດ​ດາວິດ.</verse>
				<verse number="21">ເມື່ອ​ກະສັດ​ເຣໂຫໂບອາມ​ໄດ້​ມາຮອດ​ນະຄອນ​ເຢຣູຊາເລັມ​ແລ້ວ ເພິ່ນ​ກໍ​ເອີ້ນ​ເອົາ​ທະຫານ​ຜູ້​ເກັ່ງກ້າ​ຈາກ​ເຜົ່າຢູດາ ແລະ​ເບັນຢາມິນ​ໜຶ່ງຮ້ອຍ​ແປດສິບພັນ​ຄົນ. ເພິ່ນ​ຕັ້ງໃຈ​ຈະ​ໄປ​ເຮັດ​ເສິກ ເພື່ອ​ຍາດແຍ່ງ​ເອົາ​ເຜົ່າ​ທາງ​ພາກເໜືອ​ຂອງ​ຊາດ​ອິດສະຣາເອນ ໃຫ້​ຄືນ​ມາ​ຢູ່​ໃຕ້​ອຳນາດ​ຂອງຕົນ.</verse>
				<verse number="22">ແຕ່​ພຣະເຈົ້າ​ໄດ້​ບອກ​ໃຫ້​ຜູ້ທຳນວາຍ​ເຊມາອີຢາ​ຄົນ​ຂອງ​ພຣະເຈົ້າ</verse>
				<verse number="23">ນຳ​ເອົາ​ຖ້ອຍຄຳ​ໄປ​ບອກ​ກະສັດ​ເຣໂຫໂບອາມ ລູກຊາຍ​ກະສັດ​ໂຊໂລໂມນ​ກັບ​ປະຊາຊົນ​ທັງໝົດ​ຂອງ​ເຜົ່າຢູດາ ແລະ​ເບັນຢາມິນ ດັ່ງ​ຕໍ່ໄປນີ້:</verse>
				<verse number="24">“ຢ່າ​ໂຈມຕີ​ປະຊາຊົນ​ອິດສະຣາເອນ ພີ່ນ້ອງ​ຂອງ​ພວກເຈົ້າ​ເອງ​ເລີຍ. ພວກເຈົ້າ​ທຸກຄົນ​ກັບ​ບ້ານ​ສາ. ແມ່ນ​ເຮົາ​ເອງ​ທີ່​ເຮັດ​ໃຫ້​ເກີດ​ເຫດການ​ເຊັ່ນນີ້.” ພວກເຂົາ​ທັງໝົດ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ຕ່າງ​ກໍໄດ້​ກັບຄືນ​ເມືອ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="25">ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ຊີເຄມ ໃນ​ເຂດ​ເນີນພູ​ເອຟຣາອິມ​ແລະ​ອາໄສ​ຢູ່​ທີ່​ນັ້ນ​ຊົ່ວຄາວ. ແລ້ວ​ເພິ່ນ​ກໍໄດ້​ອອກ​ຈາກ​ບ່ອນ​ນີ້​ໄປ​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ເປນູເອນ.</verse>
				<verse number="26">ເພິ່ນ​ເວົ້າ​ກັບ​ຕົນເອງ​ວ່າ, “ເມື່ອ​ສະພາບ​ການ​ເປັນ​ຄື​ແນວ​ນີ້ ຖ້າ​ປະຊາຊົນ​ຂອງເຮົາ​ສືບຕໍ່​ໄປ​ຖວາຍ​ເຄື່ອງ​ບູຊາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ແຫ່ງ​ນະຄອນ​ເຢຣູຊາເລັມ; ພວກເຂົາ​ຈະ​ປ່ຽນໃຈ​ໄປ​ເປັນ​ພວກ​ຂອງ​ເຣໂຫໂບອາມ​ແຫ່ງ​ຢູດາຍ ແລະ​ຈະ​ຂ້າ​ເຮົາ​ເສຍ.”</verse>
				<verse number="27"></verse>
				<verse number="28">ເມື່ອ​ຄິດ​ໄດ້​ດັ່ງນັ້ນ​ແລ້ວ ເພິ່ນ​ຈຶ່ງ​ສ້າງ​ຮູບ​ງົວຄຳ​ສອງ​ໂຕ ແລະ​ກ່າວ​ແກ່​ປະຊາຊົນ​ວ່າ, “ພວກເຈົ້າ​ໄດ້​ໄປ​ນະມັດສະການ​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ດົນນານ​ພໍສົມຄວນ. ປະຊາຊົນ​ອິດສະຣາເອນ​ເອີຍ ນີ້ເດ ຄື​ບັນດາ​ພະ​ຂອງ​ພວກເຈົ້າ​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.”</verse>
				<verse number="29">ແລ້ວ​ເພິ່ນ​ກໍ​ເອົາ​ຮູບ​ງົວຄຳ​ໂຕໜຶ່ງ​ຕັ້ງ​ໄວ້​ທີ່​ເມືອງ​ເບັດເອນ ແລະ​ອີກ​ໂຕໜຶ່ງ​ຕັ້ງ​ໄວ້​ທີ່​ເມືອງ​ດານ.</verse>
				<verse number="30">ດັ່ງນັ້ນ ປະຊາຊົນ​ຈຶ່ງ​ເຮັດ​ບາບ ໂດຍ​ໄປ​ຂາບໄຫວ້​ທີ່​ເມືອງ​ເບັດເອນ​ແລະ​ທີ່​ເມືອງ​ດານ.</verse>
				<verse number="31">ກະສັດ​ເຢໂຣໂບອາມ​ຍັງ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ຢູ່​ເທິງ​ຈອມພູ ແລະ​ໄດ້​ແຕ່ງຕັ້ງ​ເອົາ​ຄົນ​ຈາກ​ຄອບຄົວ​ຕ່າງໆ​ມາ​ເປັນ​ປະໂຣຫິດ ໂດຍ​ບໍ່ໄດ້​ເລືອກ​ເອົາ​ຄົນ​ເຜົ່າເລວີ.</verse>
				<verse number="32">ກະສັດ​ເຢໂຣໂບອາມ​ໄດ້​ກຳນົດ​ໃຫ້​ມີ​ພິທີ​ສະຫລອງ​ທາງ​ສາສະໜາ ໃນ​ວັນ​ທີ​ສິບຫ້າ​ເດືອນ​ແປດ ເໝືອນດັ່ງ​ວັນ​ສະຫລອງ​ທີ່​ອານາຈັກ​ຢູດາຍ. ເທິງ​ແທ່ນບູຊາ​ທີ່​ເບັດເອນ ເພິ່ນ​ໄດ້​ຖວາຍ​ເຄື່ອງ​ບູຊາ​ແກ່​ຮູບ​ງົວຄຳ​ທີ່​ເພິ່ນ​ຫລໍ່​ຂຶ້ນ​ນັ້ນ ແລະ​ເພິ່ນ​ໄດ້​ແຕ່ງຕັ້ງ​ປະໂຣຫິດ​ບາງຄົນ​ໃຫ້​ຮັບໃຊ້​ຢູ່​ໃນ​ບ່ອນ​ຂາບໄຫວ້ ທີ່​ເພິ່ນ​ໄດ້​ສ້າງ​ຂຶ້ນ​ນັ້ນ​ຄືກັນ.</verse>
				<verse number="33">ໃນ​ວັນ​ທີ​ສິບຫ້າ​ເດືອນ​ແປດ​ຄື​ວັນ​ທີ່​ກະສັດ​ໄດ້​ກຳນົດ​ເອົາ​ເອງ ເພິ່ນ​ໄດ້​ໄປ​ທີ່​ເບັດເອນ ແລະ​ຖວາຍ​ເຄື່ອງ​ບູຊາ​ໂດຍ​ຕົນເອງ​ທີ່​ເທິງ​ແທ່ນ ໃນ​ເທດສະການ​ສະຫລອງ​ທີ່​ເພິ່ນ​ໄດ້​ຕັ້ງ​ຂຶ້ນ​ເອງ​ສຳລັບ​ປະຊາຊົນ​ອິດສະຣາເອນ.</verse>
			</chapter>
			<chapter number="13">
				<verse number="1">ຍັງ​ມີ​ຄົນ​ຂອງ​ພຣະເຈົ້າ​ຄົນ​ໜຶ່ງ​ຈາກ​ຢູດາຍ ທີ່​ໄດ້​ຮັບ​ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ​ໃຫ້​ໄປ​ທີ່​ເມືອງ​ເບັດເອນ. ເພິ່ນ​ໄດ້​ມາ​ຮອດ​ບ່ອນ​ນັ້ນ​ໃນ​ຂະນະທີ່​ກະສັດ​ເຢໂຣໂບອາມ ກຳລັງ​ຢືນ​ຖວາຍ​ເຄື່ອງ​ບູຊາ​ທີ່​ແທ່ນ.</verse>
				<verse number="2">ຜູ້ນັ້ນ​ໄດ້​ຮ້ອງ​ຕໍ່ສູ້​ແທ່ນບູຊາ​ດ້ວຍ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ກ່າວ​ວ່າ, “ໂອ ແທ່ນບູຊາ ແທ່ນບູຊາ​ເອີຍ! ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ມີ​ເດັກນ້ອຍ​ຄົນ​ໜຶ່ງ​ຈະ​ເກີດ​ມາ​ໃນ​ຄອບຄົວ​ຂອງ​ດາວິດ ທີ່​ຈະ​ຊື່​ວ່າ ໂຢສີຢາ. ລາວ​ຈະ​ປະຫານ​ບັນດາ​ປະໂຣຫິດ​ທີ່​ຮັບໃຊ້​ພະ​ຂອງ​ຄົນຕ່າງຊາດ​ເທິງ​ແທ່ນບູຊາ​ນີ້ ແລະ​ຜູ້​ທີ່​ຖວາຍ​ເຄື່ອງ​ບູຊາ​ເທິງ​ແທ່ນບູຊາ​ນີ້ ແລະ​ລາວ​ກໍ​ຈະ​ເຜົາ​ກະດູກ​ຄົນ​ໃສ່​ເທິງ​ເຈົ້າ.”’</verse>
				<verse number="3">ແລ້ວ​ລາວ​ໄດ້​ໃຫ້​ມີ​ໝາຍສຳຄັນ​ໃນ​ວັນ​ດຽວ​ກັນ​ວ່າ, “ນີ້​ເປັນ​ໝາຍສຳຄັນ​ວ່າ ພຣະເຈົ້າຢາເວ​ໄດ້ກ່າວ​ວ່າ, ‘ແທ່ນບູຊາ​ນີ້​ຈະ​ແຕກ​ພັງ​ທະລາຍ​ລົງ ແລະ​ຂີ້ເຖົ່າ​ປົນ​ໄຂມັນ​ທີ່​ເທິງ​ແທ່ນ​ນີ້​ກໍ​ຈະ​ກະຈັດ​ກະຈາຍ​ໄປ.”’</verse>
				<verse number="4">ເມື່ອ​ກະສັດ​ເຢໂຣໂບອາມ​ໄດ້ຍິນ​ຖ້ອຍຄຳ​ທີ່​ຄົນ​ຂອງ​ພຣະເຈົ້າ​ໄດ້​ຮ້ອງ​ຕໍ່ສູ້​ແທ່ນບູຊາ​ທີ່​ເບັດເອນ. ເພິ່ນ​ກໍ​ຊີ້​ໜ້າ​ຊາຍ​ຜູ້ນັ້ນ ແລະ​ສັ່ງ​ວ່າ, “ຈັບ​ຊາຍ​ຄົນ​ນີ້​ໄວ້.” ໃນ​ທັນໃດນັ້ນ ແຂນ​ຂອງ​ກະສັດ​ກໍ​ລ່ອຍ​ຈົນ​ພັບຄືນ​ບໍ່ໄດ້.</verse>
				<verse number="5">ແທ່ນບູຊາ​ກໍ​ແຕກ​ພັງ​ທະລາຍ​ລົງ​ຢ່າງ​ກະທັນຫັນ ແລະ​ຂີ້ເຖົ່າ​ປົນ​ໄຂມັນ​ກໍ​ຕົກລົງ​ດິນ ຊຶ່ງ​ເປັນ​ໄປ​ຕາມ​ໝາຍສຳຄັນ​ທີ່​ຄົນ​ຂອງ​ພຣະເຈົ້າ​ໄດ້​ກ່າວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄວ້​ກ່ອນ​ນັ້ນ.</verse>
				<verse number="6">ກະສັດ​ເຢໂຣໂບອາມ​ໄດ້​ກ່າວ​ແກ່​ຜູ້ທຳນວາຍ​ວ່າ, “ກະລຸນາ​ພາວັນນາ​ອະທິຖານ​ຂໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ໃຫ້​ຮັກສາ​ແຂນ​ຂອງເຮົາ​ໃຫ້​ດີ​ແດ່ທ້ອນ.” ຄົນ​ຂອງ​ພຣະເຈົ້າ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ແຂນ​ຂອງ​ກະສັດ​ກໍດີ​ເປັນ​ປົກກະຕິ​ເໝືອນເດີມ.</verse>
				<verse number="7">ແລ້ວ​ກະສັດ​ກໍ​ກ່າວ​ແກ່​ຄົນ​ຂອງ​ພຣະເຈົ້າ​ວ່າ, “ເຊີນ​ເມືອ​ຮັບປະທານ​ອາຫານ​ໃນ​ວັງ​ນຳ​ເຮົາ​ເທີ້ນ ແລະ​ເຮົາ​ຈະ​ໃຫ້​ບຳເໜັດ​ແກ່​ທ່ານ​ໃນ​ສິ່ງ​ທີ່​ທ່ານ​ໄດ້​ກະທຳ.”</verse>
				<verse number="8">ຄົນ​ຂອງ​ພຣະເຈົ້າ​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ​ທ່ານ​ຈະ​ເອົາ​ຊັບສິນ​ຂອງທ່ານ​ເຄິ່ງ​ໜຶ່ງ​ໃຫ້​ຂ້າພະເຈົ້າ ຂ້າພະເຈົ້າ​ກໍ​ຈະ​ບໍ່​ຍອມ​ໄປ​ກັບ​ທ່ານ ຫລື​ກິນ​ແລະ​ດື່ມ​ຫຍັງ​ກັບ​ທ່ານ.</verse>
				<verse number="9">ເພາະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ຂ້າພະເຈົ້າ​ບໍ່​ໃຫ້​ກິນ​ແລະ​ດື່ມ​ສິ່ງໃດ​ໝົດ ແລະ​ທັງ​ບໍ່​ໃຫ້​ກັບ​ເມືອ​ທາງ​ເສັ້ນເກົ່າ​ອີກ.”</verse>
				<verse number="10">ດັ່ງນັ້ນ ລາວ​ຈຶ່ງ​ບໍ່ໄດ້​ກັບຄືນ​ເມືອ​ຕາມ​ທາງ​ເສັ້ນເກົ່າ, ແຕ່​ກັບ​ໄປ​ທາງ​ເສັ້ນອື່ນ.</verse>
				<verse number="11">ໃນ​ເວລາ​ນັ້ນ ຍັງ​ມີ​ຜູ້ທຳນວາຍ​ຜູ້ເຖົ້າ​ຄົນ​ໜຶ່ງ​ຢູ່​ໃນ​ເມືອງ​ເບັດເອນ. ພວກ​ລູກຊາຍ ຂອງ​ເພິ່ນ​ໄດ້​ມາ​ບອກ​ເຖິງ​ເລື່ອງ​ທັງໝົດ​ທີ່​ຄົນ​ຂອງ​ພຣະເຈົ້າ​ໄດ້​ກະທຳ​ທີ່​ເມືອງ​ເບັດເອນ​ໃນ​ມື້​ນັ້ນ ຕະຫລອດ​ທັງ​ຖ້ອຍຄຳ​ທີ່​ເພິ່ນ​ໄດ້​ກ່າວ​ແກ່​ກະສັດ​ເຢໂຣໂບອາມ.</verse>
				<verse number="12">ຜູ້​ເປັນ​ພໍ່​ຖາມ​ວ່າ, “ເມື່ອ​ເພິ່ນ​ໜີໄປ​ນັ້ນ ເພິ່ນ​ໄປ​ທາງ​ໃດ?” ພວກ​ລູກ​ບອກ​ພໍ່​ວ່າ, “ທາງນັ້ນ.”</verse>
				<verse number="13">ແລ້ວ​ເພິ່ນ​ກໍ​ສັ່ງ​ພວກ​ລູກ​ວ່າ, “ໃຫ້​ຕຽມ​ອານ​ໃສ່​ຫລັງ​ລໍ​ໃຫ້​ພໍ່.” ພວກເຂົາ​ໄດ້​ເຮັດ​ຕາມ​ທີ່​ເພິ່ນ​ໄດ້​ສັ່ງ ແລະ​ເພິ່ນ​ກໍ​ຂີ່​ລໍ​ອອກ​ໄປ.</verse>
				<verse number="14">ເພິ່ນ​ໄດ້​ໄປ​ຕາມ​ທາງ​ທີ່​ຄົນ​ຂອງ​ພຣະເຈົ້າ​ໄປ​ນັ້ນ ແລະ​ພົບ​ເພິ່ນ​ພວມ​ນັ່ງ​ຢູ່​ກ້ອງ​ຕົ້ນໂອກ​ຕົ້ນ​ໜຶ່ງ. ເພິ່ນ​ຖາມ​ວ່າ, “ທ່ານ​ນີ້​ບໍ​ເປັນ​ຄົນ​ຂອງ​ພຣະເຈົ້າ​ຈາກ​ຢູດາຍ?” ຊາຍ​ຄົນ​ນັ້ນ​ຕອບ​ວ່າ, “ແມ່ນແລ້ວ.”</verse>
				<verse number="15">ເພິ່ນ​ກ່າວ​ເຊີນ​ວ່າ, “ເຊີນ​ໄປ​ທີ່​ເຮືອນ​ຮັບປະທານ​ອາຫານ​ກັບ​ຂ້າພະເຈົ້າ​ເທີ້ນ.”</verse>
				<verse number="16">ແຕ່​ລາວ​ຕອບ​ວ່າ, “ຂ້າພະເຈົ້າ​ເມືອ​ກັບ​ທ່ານ ແລະ​ຮັບ​ເອົາ​ການ​ຕ້ອນຮັບ​ຈາກ​ທ່ານ​ບໍ່ໄດ້​ດອກ. ຂ້າພະເຈົ້າ​ບໍ່​ຕ້ອງການ​ກິນ​ຫລື​ດື່ມ​ຫຍັງ​ກັບ​ທ່ານ​ຢູ່​ບ່ອນ​ນີ້</verse>
				<verse number="17">ເພາະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ຂ້າພະເຈົ້າ​ວ່າ ບໍ່​ໃຫ້​ກິນ​ແລະ​ດື່ມ​ຫຍັງ ແລະ​ທັງ​ບໍ່​ໃຫ້​ກັບຄືນ​ເມືອ​ຕາມ​ທາງ​ເສັ້ນ​ເກົ່າ.”</verse>
				<verse number="18">ແລ້ວ​ຜູ້ທຳນວາຍ​ຜູ້ເຖົ້າ​ຈາກ​ເບັດເອນ​ກໍ​ກ່າວ​ແກ່​ລາວ​ວ່າ, “ຂ້າພະເຈົ້າ​ເອງ​ກໍ​ເປັນ​ຜູ້ທຳນວາຍ​ເໝືອນກັບ​ທ່ານ ພຣະເຈົ້າຢາເວ​ສັ່ງ​ໃຫ້​ເທວະດາ​ຕົນ​ໜຶ່ງ​ມາ​ບອກ​ຂ້າພະເຈົ້າ​ໃຫ້​ພາ​ທ່ານ​ເມືອ​ເຮືອນ ເພື່ອ​ໃຫ້​ທ່ານ​ໄດ້​ກິນ​ແລະ​ດື່ມ,” ແຕ່​ຜູ້ທຳນວາຍ​ຜູ້ເຖົ້າ​ຄົນ​ນີ້​ເວົ້າ​ຕົວະ.</verse>
				<verse number="19">ດັ່ງນັ້ນ ຄົນ​ຂອງ​ພຣະເຈົ້າ​ຈຶ່ງ​ກັບເມືອ​ເຮືອນ​ຂອງ​ຜູ້ທຳນວາຍ​ຜູ້ເຖົ້າ​ຄົນ​ນີ້ ຮ່ວມ​ຮັບປະທານ​ອາຫານ​ນຳ​ເພິ່ນ.</verse>
				<verse number="20">ໃນ​ຂະນະທີ່​ທັງສອງ​ພວມ​ນັ່ງ​ຮັບປະທານ​ອາຫານ​ຮ່ວມກັນ​ຢູ່​ນັ້ນ ພຣະເຈົ້າຢາເວ​ໄດ້​ບອກ​ຖ້ອຍຄຳ ແກ່​ຜູ້ທຳນວາຍ​ຜູ້ເຖົ້າ</verse>
				<verse number="21">ແລະ​ເພິ່ນ​ກໍ​ຮ້ອງ​ໃສ່​ຄົນ​ຂອງ​ພຣະເຈົ້າ​ຈາກ​ຢູດາຍ​ວ່າ, “ພຣະເຈົ້າຢາເວ​ກ່າວ​ວ່າ ຍ້ອນ​ທ່ານ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ທ່ານ​ໄດ້​ສັ່ງ​ທ່ານ.</verse>
				<verse number="22">ແຕ່​ທ່ານ​ໄດ້​ກັບຄືນ​ໄປ ແລະ​ຮັບປະທານ​ອາຫານ​ໃນ​ບ່ອນ​ທີ່​ພຣະອົງ​ສັ່ງ​ຫ້າມ​ບໍ່​ໃຫ້​ກິນ. ຍ້ອນ​ເລື່ອງ​ນີ້​ທ່ານ​ຈະ​ຖືກ​ຂ້າ ແລະ​ສົບ​ຂອງທ່ານ​ຈະ​ບໍ່ໄດ້​ຖືກ​ຝັງ​ໄວ້ ໃນ​ຂຸມຝັງສົບ​ປະຈຳ​ຄອບຄົວ​ຂອງທ່ານ.”</verse>
				<verse number="23">ຫລັງຈາກ​ທັງສອງ​ກິນ​ອີ່ມ​ແລ້ວ ຜູ້ທຳນວາຍ​ຜູ້ເຖົ້າ​ກໍ​ຕຽມ​ອານ​ໃສ່​ຫລັງ​ລໍ ໃຫ້​ຄົນ​ຂອງ​ພຣະເຈົ້າ​ຂີ່​ໄປ.</verse>
				<verse number="24">ເມື່ອ​ໄປ​ຕາມ​ທາງ ໄດ້​ມີ​ສິງ​ໂຕໜຶ່ງ​ອອກ​ມາ​ກັດ​ເພິ່ນ​ຕາຍ. ຊາກສົບ​ຂອງ​ເພິ່ນ​ນອນ​ຢຽດ​ຢູ່​ກາງ​ຖະໜົນ ສ່ວນ​ລໍ​ກັບ​ສິງ​ກໍໄດ້​ຢືນ​ຢູ່​ໃກ້​ຂ້າງ​ເພິ່ນ​ໃນ​ທີ່ນັ້ນ.</verse>
				<verse number="25">ມີ​ຜູ້​ຄົນ​ໄດ້​ຜ່ານ​ໄປ ແລະ​ເຫັນ​ຊາກສົບ​ຂອງ​ເພິ່ນ​ໃນ​ຫົນທາງ ທັງ​ໂຕ​ສິງ​ກໍ​ຢືນ​ຢູ່​ຂ້າງ​ສົບ​ນັ້ນ ພວກເຂົາ​ຈຶ່ງ​ໄປ​ທີ່​ເມືອງ​ເບັດເອນ​ບ່ອນ​ທີ່​ຜູ້ທຳນວາຍ​ຜູ້ເຖົ້າ​ຢູ່ ແລະ​ໄດ້​ລາຍງານ​ຕາມ​ທີ່​ພວກ​ຕົນ​ໄດ້​ເຫັນ.</verse>
				<verse number="26">ເມື່ອ​ຜູ້ທຳນວາຍ​ຜູ້ເຖົ້າ​ໄດ້ຍິນ​ກ່ຽວກັບ​ເຫດການ​ນີ້ ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ນັ້ນ​ຄື​ຄົນ​ຂອງ​ພຣະເຈົ້າ​ທີ່​ບໍ່​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ. ດ້ວຍເຫດນີ້ ພຣະເຈົ້າຢາເວ​ຈຶ່ງ​ສົ່ງ​ສິງ​ມາ​ຄຸບ ແລະ​ກັດ​ເພິ່ນ​ຕາຍ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້.”</verse>
				<verse number="27">ແລ້ວ​ເພິ່ນ​ກໍ​ເວົ້າ​ແກ່​ພວກ​ລູກຊາຍ​ຂອງຕົນ​ວ່າ, “ຕຽມ​ອານ​ໃສ່​ຫລັງ​ລໍ​ໃຫ້​ພໍ່​ແດ່.” ພວກເຂົາ​ກໍ​ປະຕິບັດ​ຕາມ</verse>
				<verse number="28">ແລະ​ເພິ່ນ​ກໍ​ຂີ່​ລໍ​ອອກ​ໄປ ແລະ​ພົບ​ຊາກສົບ​ຂອງ​ຜູ້ທຳນວາຍ​ນອນ​ຢຽດ​ໃນ​ຫົນທາງ ຊຶ່ງ​ມີ​ລໍ​ແລະ​ສິງ​ຢືນ​ຢູ່​ທີ່​ນັ້ນ. ສິງ​ບໍ່ໄດ້​ກັດກິນ​ຊາກສົບ ຫລື​ຕໍ່ສູ້​ລໍ​ແຕ່​ຢ່າງໃດ.</verse>
				<verse number="29">ຜູ້ທຳນວາຍ​ຜູ້ເຖົ້າ​ຍົກ​ເອົາ​ສົບ​ຂຶ້ນ​ໃສ່​ຫລັງ​ລໍ ແລະ​ນຳ​ກັບ​ເມືອ​ເມືອງ​ເບັດເອນ ເພື່ອ​ເຮັດ​ພິທີ​ໄວ້ທຸກ​ແລະ​ຝັງສົບ​ຜູ້ທຳນວາຍ​ຄົນ​ນັ້ນ.</verse>
				<verse number="30">ເພິ່ນ​ຝັງ​ໃສ່​ຂຸມຝັງສົບ​ປະຈຳ​ຄອບຄົວ​ຂອງ​ເພິ່ນ​ເອງ. ແລ້ວ​ເພິ່ນ​ກັບ​ພວກ​ລູກຊາຍ​ກໍ​ໄວ້ທຸກ​ໃຫ້ ແລະ​ກ່າວ​ລຳພັນ​ວ່າ, “ນ້ອງຊາຍ​ຂອງຂ້ອຍ​ເອີຍ ນ້ອງຊາຍ​ຂອງຂ້ອຍ​ເອີຍ!”</verse>
				<verse number="31">ຫລັງຈາກ​ການ​ຝັງສົບ​ແລ້ວໆ ຜູ້ທຳນວາຍ​ຜູ້ເຖົ້າ​ກໍ​ເວົ້າ​ຕໍ່​ພວກ​ລູກຊາຍ​ຂອງຕົນ​ວ່າ, “ເມື່ອ​ພໍ່​ຕາຍໄປ ໃຫ້​ຝັງສົບ​ພໍ່​ໃສ່​ຂຸມ​ນີ້ ແລະ​ເອົາ​ຊາກສົບ​ຂອງພໍ່​ນອນ​ໃກ້​ກັບ​ເພິ່ນ​ນີ້​ເດີ.”</verse>
				<verse number="32">ຄຳເວົ້າ​ທີ່​ລາວ​ໄດ້​ກ່າວ​ໄວ້​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ເພື່ອ​ຕໍ່ສູ້​ແທ່ນບູຊາ​ໃນ​ເມືອງ​ເບັດເອນ ແລະ​ຕໍ່ສູ້​ບ່ອນ​ຂາບໄຫວ້​ຕ່າງໆ ຢູ່​ໃນ​ເມືອງ​ຊາມາເຣຍ​ນີ້​ຈະ​ເກີດ​ເປັນ​ຈິງ​ແທ້.</verse>
				<verse number="33">ເຈົ້າ​ເຢໂຣໂບອາມ​ກະສັດ​ແຫ່ງ​ອິດສະຣາເອນ​ຍັງ​ບໍ່​ເລີກ​ການກະທຳ​ຊົ່ວ​ຂອງຕົນ, ເພິ່ນ​ຍັງ​ສືບຕໍ່​ເລືອກເອົາ​ພວກ​ປະໂຣຫິດ​ຈາກ​ຄອບຄົວ​ຂອງ​ຄົນ​ທຳມະດາ ໃຫ້​ຮັບໃຊ້​ທີ່​ແທ່ນບູຊາ ຊຶ່ງ​ເພິ່ນ​ໄດ້​ສ້າງ​ຂຶ້ນ​ນັ້ນ.</verse>
				<verse number="34">ບາບ​ທີ່​ເພິ່ນ​ໄດ້​ກະທຳ​ນັ້ນ ໄດ້​ນຳ​ເອົາ​ການທຳລາຍ​ແລະ​ຄວາມ​ຈິບຫາຍ ມາ​ສູ່​ຍາດວົງ​ຂອງ​ເພິ່ນເອງ​ຈາກ​ຜືນ​ແຜ່ນດິນ​ໂລກ.</verse>
			</chapter>
			<chapter number="14">
				<verse number="1">ໃນ​ເວລາ​ນັ້ນ ອາບີຢາ​ລູກຊາຍ​ຂອງ​ກະສັດ​ເຢໂຣໂບອາມ​ໄດ້​ເຈັບປ່ວຍ.</verse>
				<verse number="2">ເພິ່ນ​ຈຶ່ງ​ກ່າວ​ຕໍ່​ເມຍ​ຂອງຕົນ​ວ່າ, “ໃຫ້​ເຈົ້າ​ປອມຕົວ​ເພື່ອ​ບໍ່​ໃຫ້​ຜູ້ໃດ​ຈື່​ເຈົ້າ​ໄດ້ ແລະ​ໄປ​ທີ່​ເມືອງ​ຊີໂລ​ບ່ອນ​ທີ່​ຜູ້ທຳນວາຍ​ອາຮີຢາ​ອາໄສ​ຢູ່​ຄື​ຜູ້​ທີ່​ໄດ້​ບອກ​ຂ້ອຍ​ວ່າ ຂ້ອຍ​ຕ້ອງ​ໄດ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="3">ໃຫ້​ເຈົ້າ​ເອົາ​ເຂົ້າຈີ່​ສິບ​ກ້ອນ, ເຂົ້າໜົມ​ບາງ​ຢ່າງ ແລະ​ໄຫ​ນໍ້າເຜິ້ງ​ໄປ​ໃຫ້. ໃຫ້​ເຈົ້າ​ຖາມ​ລາວ​ວ່າ ແມ່ນ​ຫຍັງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ກັບ​ລູກຊາຍ​ຂອງ​ພວກເຮົາ ແລະ​ລາວ​ຈະ​ບອກ​ໃຫ້​ເຈົ້າ​ຮູ້.”</verse>
				<verse number="4">ດັ່ງນັ້ນ ຜູ້​ເປັນ​ເມຍ​ຈຶ່ງ​ໄປ​ຫາ​ອາຮີຢາ​ທີ່​ເມືອງ​ຊີໂລ. ສ່ວນ​ອາຮີຢາ​ກໍ​ເຖົ້າແກ່​ຫລາຍ​ຈົນ​ຕາ​ບໍ່​ເຫັນ​ຮຸ່ງ.</verse>
				<verse number="5">ພຣະເຈົ້າຢາເວ​ໄດ້​ບອກ​ອາຮີຢາ​ວ່າ, “ເມຍ​ຂອງ​ເຢໂຣໂບອາມ​ກຳລັງ​ເດີນທາງ​ມາ​ຫາ ເພື່ອ​ຖາມ​ກ່ຽວກັບ​ເລື່ອງ​ລູກຊາຍ​ຂອງ​ນາງ​ທີ່​ປ່ວຍ​ຢູ່​ນັ້ນ.” ແລ້ວ​ພຣະອົງ​ກໍໄດ້​ບອກ​ຄຳ​ເວົ້າ​ແກ່​ອາຮີຢາ. ເມື່ອ​ເມຍ​ຂອງ​ກະສັດ​ເຢໂຣໂບອາມ​ມາຮອດ ນາງ​ກໍ​ທຳທ່າ​ເຮັດ​ເປັນ​ຄົນອື່ນ.</verse>
				<verse number="6">ແຕ່​ເມື່ອ​ອາຮີຢາ​ໄດ້ຍິນ​ສຽງ​ບາດ​ຕີນ​ຂອງ​ນາງ​ມາຮອດ​ທີ່​ປະຕູ​ແລ້ວ ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ເຂົ້າ​ມາ​ທາງ​ໃນ​ພີ້ ຂ້ອຍ​ຮູ້​ວ່າ​ເຈົ້າ​ເປັນ​ເມຍ​ຂອງ​ເຢໂຣໂບອາມ ເປັນຫຍັງ​ຈຶ່ງ​ທຳທ່າ​ເປັນ​ຄົນອື່ນ? ຂ້ອຍ​ມີ​ຂ່າວ​ຮ້າຍ​ທີ່​ຈະ​ບອກ​ເຈົ້າ.</verse>
				<verse number="7">ໃຫ້​ເຈົ້າ​ໄປ​ບອກ​ເຢໂຣໂບອາມ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ດັ່ງນີ້: ‘ເຮົາ​ໄດ້​ເລືອກເອົາ​ເຈົ້າ​ຈາກ​ທ່າມກາງ​ປະຊາຊົນ ແລະ​ເຮັດ​ໃຫ້​ເປັນ​ຜູ້ປົກຄອງ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ.</verse>
				<verse number="8">ເຮົາ​ໄດ້​ເອົາ​ອານາຈັກ​ຈາກ​ເຊື້ອສາຍ​ຂອງ​ດາວິດ​ໃຫ້​ເຈົ້າ. ແຕ່​ເຈົ້າ​ບໍ່ໄດ້​ເປັນ​ດັ່ງ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ. ລາວ​ເປັນ​ຜູ້​ສັດຊື່​ຕໍ່​ເຮົາ​ຢ່າງ​ໝົດຈິດ​ໝົດໃຈ, ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ແລະ​ເຮັດ​ຕາມ​ທີ່​ເຮົາ​ເຫັນ​ດີ​ເທົ່ານັ້ນ.</verse>
				<verse number="9">ສ່ວນ​ເຈົ້າ​ນັ້ນ ເຈົ້າ​ໄດ້​ເຮັດ​ບາບ​ຫລາຍກວ່າ​ພວກ​ທີ່​ປົກຄອງ​ເມືອງ​ມາ​ກ່ອນ. ເຈົ້າ​ໄດ້​ປະຕິເສດ​ເຮົາ ແລະ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ໂດຍ​ສ້າງ​ຮູບເຄົາຣົບ ແລະ​ຫລໍ່​ຮູບ​ພະຕ່າງໆ​ເພື່ອ​ຂາບໄຫວ້.</verse>
				<verse number="10">ດ້ວຍເຫດນີ້ ເຮົາ​ຈຶ່ງ​ຈະ​ນຳ​ເອົາ​ໄພພິບັດ​ມາ​ສູ່​ຍາດວົງ​ຂອງ​ເຈົ້າ ແລະ​ຈະ​ຂ້າ​ຜູ້ຊາຍ​ທຸກຄົນ​ທີ່​ເປັນ​ເຊື້ອສາຍ​ຂອງ​ເຈົ້າ ບໍ່​ວ່າ​ເປັນ​ທາດຮັບໃຊ້ ຫລື​ຄົນ​ທຳມະດາ​ກໍຕາມ ເຮົາ​ຈະ​ກຳຈັດ​ຄອບຄົວ​ຂອງ​ເຈົ້າ​ອອກ​ໄປ​ໃຫ້​ໝົດ. ພວກເຂົາ​ຈະ​ຖືກ​ກວາດ​ອອກ​ໄປ​ດັ່ງ​ກວາດ​ຂີ້​ສັດ.</verse>
				<verse number="11">ຄົນ​ໃດ​ໃນ​ຄອບຄົວ​ຂອງ​ເຈົ້າ​ທີ່​ຕາຍ​ໃນເມືອງ​ກໍ​ຈະ​ຖືກ​ໝາ​ກັດ​ກິນ ແລະ​ຄົນ​ໃດ​ທີ່​ຕາຍ​ຢູ່​ນອກເມືອງ​ກໍ​ຈະ​ຖືກ​ແຮ້ງ​ເຈາະ​ກິນ. ສຳລັບ​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້.”’</verse>
				<verse number="12">ແລ້ວ​ອາຮີຢາ​ກໍ​ກ່າວ​ແກ່​ເມຍ​ຂອງ​ເຢໂຣໂບອາມ​ຕໍ່ໄປ​ວ່າ, “ບັດນີ້​ຈົ່ງ​ກັບ​ເມືອ​ສາ. ພໍ​ເຈົ້າ​ຍ່າງ​ກ້າວ​ເຂົ້າ​ໄປ​ໃນ​ເມືອງ ລູກຊາຍ​ຂອງ​ເຈົ້າ​ກໍ​ຈະ​ຕາຍ.</verse>
				<verse number="13">ປະຊາຊົນ​ອິດສະຣາເອນ​ທັງໝົດ​ຈະ​ໄວ້ທຸກ​ໃຫ້​ລາວ ແລະ​ຝັງສົບ​ລາວ​ໄວ້. ມີ​ແຕ່​ລາວ​ຄົນ​ດຽວ​ໃນ​ຄອບຄົວ​ຂອງ​ເຢໂຣໂບອາມ​ທີ່​ຈະ​ຖືກ​ຝັງ​ໄວ້​ຢ່າງດີ ເພາະ​ແມ່ນ​ລາວ​ຜູ້​ດຽວ​ເທົ່ານັ້ນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ພໍໃຈ​ນຳ.</verse>
				<verse number="14">ພຣະເຈົ້າຢາເວ​ຈະ​ແຕ່ງຕັ້ງ​ກະສັດ​ຄົນ​ໜຶ່ງ​ຂຶ້ນ​ປົກຄອງ​ອານາຈັກ​ອິດສະຣາເອນ ຜູ້​ທີ່​ຈະ​ເຮັດ​ໃຫ້​ເຊື້ອວົງ​ຂອງ​ເຢໂຣໂບອາມ​ສິ້ນສຸດ​ໄປ.</verse>
				<verse number="15">ພຣະເຈົ້າຢາເວ​ຈະ​ລົງໂທດ​ຊາດ​ອິດສະຣາເອນ ແລະ​ຊົນຊາດ​ນີ້​ຈະ​ສັ່ນສະເທືອນ​ເໝືອນ​ຕົ້ນອໍ້​ຢູ່​ໃນ​ນໍ້າ. ພຣະອົງ​ຈະ​ຖອນ​ຮາກ​ປະຊາຊົນ​ແຫ່ງ​ຊາດ​ອິດສະຣາເອນ​ອອກ​ແຕ່​ດິນແດນ​ອັນ​ດີ​ນີ້ ທີ່​ພຣະອົງ​ໄດ້​ມອບ​ໃຫ້​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ; ແລະ​ພຣະອົງ​ຈະ​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ເລີຍ​ຟາກ​ແມ່ນໍ້າ​ເອີຟຣັດ​ໄປ ຍ້ອນ​ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ ໂດຍ​ໄດ້​ສ້າງ​ຮູບເຄົາຣົບ​ຂອງ​ເຈົ້າແມ່​ອາເຊຣາ.</verse>
				<verse number="16">ພຣະອົງ​ຈະ​ປະຖິ້ມ​ຊາດ​ອິດສະຣາເອນ ເພາະ​ກະສັດ​ເຢໂຣໂບອາມ​ໄດ້​ເຮັດ​ບາບ ແລະ​ໄດ້​ນຳ​ປະຊາຊົນ​ອິດສະຣາເອນ​ໃຫ້​ເຮັດ​ບາບ.”</verse>
				<verse number="17">ແລ້ວ​ເມຍ​ຂອງ​ກະສັດ​ເຢໂຣໂບອາມ​ກໍໄດ້​ກັບຄືນ​ເມືອ​ເມືອງ​ຕີຣະຊາ. ພໍ​ນາງ​ຍ່າງ​ເຂົ້າ​ໄປ​ໃນ​ເຮືອນ ລູກຊາຍ​ຂອງ​ນາງ​ກໍ​ຕາຍ.</verse>
				<verse number="18">ປະຊາຊົນ​ອິດສະຣາເອນ​ພາກັນ​ໄວ້ທຸກ​ໃຫ້ ແລະ​ຝັງສົບ​ລາວ​ໄວ້. ທຸກຢ່າງ​ໄດ້​ເປັນ​ໄປ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້ ຜ່ານ​ທາງ​ຜູ້ທຳນວາຍ​ອາຮີຢາ​ຜູ້ຮັບໃຊ້​ຂອງ​ພຣະອົງ.</verse>
				<verse number="19">ສິ່ງ​ອື່ນໆ​ທີ່​ກະສັດ​ເຢໂຣໂບອາມ​ໄດ້​ກະທຳ ຄື​ສົງຄາມ​ທີ່​ເພິ່ນ​ໄດ້​ເຮັດ ແລະ​ການປົກຄອງ​ທີ່​ເພິ່ນ​ໄດ້​ດຳເນີນການ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="20">ກະສັດ​ເຢໂຣໂບອາມ​ໄດ້​ປົກຄອງ​ເປັນ​ເວລາ​ຊາວສອງ​ປີ. ເພິ່ນ​ໄດ້​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້ ແລ້ວ​ນາດາບ​ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="21">ເມື່ອ​ກະສັດ​ເຣໂຫໂບອາມ​ລູກຊາຍ​ຂອງ​ກະສັດ​ໂຊໂລໂມນ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ນັ້ນ ເພິ່ນ​ມີ​ອາຍຸ​ສີ່ສິບເອັດ​ປີ ແລະ​ປົກຄອງ​ເປັນ​ເວລາ​ສິບເຈັດ​ປີ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ, ນະຄອນ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກໄວ້​ຈາກ​ເຂດແດນ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ ເພື່ອ​ໃຫ້​ເປັນ​ບ່ອນ​ນະມັດສະການ​ພຣະອົງ. ແມ່​ຂອງ​ກະສັດ​ເຣໂຫໂບອາມ​ຊື່​ວ່າ​ນາອາມາ ຊາວ​ອຳໂມນ.</verse>
				<verse number="22">ປະຊາຊົນ​ຢູດາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ໜັກກວ່າ​ທີ່​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ໄດ້​ເຮັດ​ມາ ຊຶ່ງ​ເປັນ​ການ​ຍົວະເຍົ້າ​ໃຫ້​ພຣະອົງ​ໂກດຮ້າຍ.</verse>
				<verse number="23">ພວກເຂົາ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ຮູບເຄົາຣົບ, ຕັ້ງ​ເສົາ​ຫີນ​ສັກສິດ​ຂຶ້ນ ແລະ​ສ້າງ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ​ຂຶ້ນ​ຢູ່​ເທິງ​ພູ ແລະ​ຢູ່​ກ້ອງ​ຕົ້ນໄມ້.</verse>
				<verse number="24">ຮ້າຍ​ໄປກວ່າ​ນີ້ອີກ ຍັງ​ມີ​ຊາຍ​ແລະ​ຍິງ​ເປັນ​ໂສເພນີ ຢູ່​ໃນ​ບ່ອນ​ຂາບໄຫວ້​ພະ​ຕ່າງຊາດ​ນີ້. ປະຊາຊົນ​ຢູດາ​ໄດ້​ປະພຶດ​ໃນ​ສິ່ງ​ທີ່​ໜ້າລະອາຍ​ແບບ​ຕ່າງໆ​ນາໆ ເໝືອນ​ຊົນຊາດ​ທີ່​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໜີໄປ​ໃນ​ຕອນ​ທີ່​ຊາວ​ອິດສະຣາເອນ ບຸກໜ້າ​ເຂົ້າ​ມາ​ໃນ​ດິນແດນ.</verse>
				<verse number="25">ໃນ​ຣາຊການ​ປີ​ທີ​ຫ້າ​ຂອງ​ກະສັດ​ເຣໂຫໂບອາມ ກະສັດ​ຊີຊາກ​ແຫ່ງ​ເອຢິບ​ໄດ້​ໂຈມຕີ​ນະຄອນ​ເຢຣູຊາເລັມ.</verse>
				<verse number="26">ເພິ່ນ​ໄດ້​ເອົາ​ຊັບສົມບັດ​ທັງໝົດ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຈາກ​ຣາຊວັງ​ໄປ ລວມທັງ​ໂລ້​ຄຳ​ທີ່​ກະສັດ​ໂຊໂລໂມນ​ໄດ້​ເຮັດ​ນັ້ນ.</verse>
				<verse number="27">ດັ່ງນັ້ນ ກະສັດ​ເຣໂຫໂບອາມ​ຈຶ່ງ​ໄດ້​ເຮັດ​ໂລ້​ທອງສຳຣິດ​ໄວ້​ແທນ, ແລ້ວ​ມອບ​ໃຫ້​ພວກ​ນາຍ​ທະຫານ​ປະຈຳວັງ​ເກັບ​ຮັກສາ​ໄວ້.</verse>
				<verse number="28">ເທື່ອໃດ​ທີ່​ກະສັດ​ເຣໂຫໂບອາມ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ, ເທື່ອນັ້ນ​ທະຫານ​ກໍ​ຖື​ໂລ້​ໄປ​ນຳ ແລະ​ເອົາ​ມາ​ຄືນໄວ້​ໃນ​ຫ້ອງ​ທະຫານ​ຍາມ​ຄື​ເກົ່າ.</verse>
				<verse number="29">ສິ່ງ​ອື່ນໆ​ທີ່​ກະສັດ​ເຣໂຫໂບອາມ​ໄດ້​ກະທຳ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.</verse>
				<verse number="30">ຕະຫລອດ​ເວລາ​ເຫຼົ່ານີ້ ກະສັດ​ເຣໂຫໂບອາມ ແລະ​ກະສັດ​ເຢໂຣໂບອາມ ໄດ້​ເຮັດ​ເສິກ​ຕໍ່ສູ້​ກັນ​ຢູ່​ບໍ່​ຂາດ.</verse>
				<verse number="31">ກະສັດ​ເຣໂຫໂບອາມ​ໄດ້​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ຂອງ​ກະສັດ​ທີ່​ເມືອງ​ຂອງ​ດາວິດ. (ແມ່​ຂອງ​ເພິ່ນ​ເປັນ​ຊາວ​ອຳໂມນ​ຊື່​ວ່າ ນາອາມາ). ແລ້ວ​ເຈົ້າ​ອາບີຢາ ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
			</chapter>
			<chapter number="15">
				<verse number="1">ໃນ​ຣາຊການ​ປີ​ທີ​ສິບແປດ​ຂອງ​ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ ເຈົ້າ​ອາບີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ</verse>
				<verse number="2">ແລະ​ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສາມ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ມາອາກາ ລູກສາວ​ຂອງ​ເຈົ້າ​ອັບບີຊາໂລມ.</verse>
				<verse number="3">ກະສັດ​ອາບີຢາ​ໄດ້​ເຮັດ​ບາບ​ເໝືອນກັນ​ກັບ​ພໍ່​ຂອງ​ເພິ່ນ ແລະ​ບໍ່ໄດ້​ສັດຊື່​ຢ່າງ​ໝົດຈິດ​ໝົດໃຈ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ດັ່ງ​ກະສັດ​ດາວິດ​ປູ່ທວດ​ຂອງຕົນ.</verse>
				<verse number="4">ແຕ່​ເພື່ອ​ເຫັນ​ແກ່​ກະສັດ​ດາວິດ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ​ໄດ້​ໃຫ້​ອາບີຢາ​ມີ​ລູກຊາຍ​ຄົນ​ໜຶ່ງ ແລະ​ໃຫ້​ລູກຊາຍ​ຄົນ​ນີ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ສືບຕໍ່​ຈາກ​ເພິ່ນ ເພື່ອ​ຮັກສາ​ນະຄອນ​ເຢຣູຊາເລັມ​ໄວ້​ໃຫ້​ໝັ້ນຄົງ​ຕໍ່ໄປ.</verse>
				<verse number="5">ພຣະເຈົ້າຢາເວ​ໄດ້​ກະທຳ​ຢ່າງ​ນີ້ ເພາະ​ກະສັດ​ດາວິດ​ໄດ້​ເຮັດ​ໃຫ້​ພຣະອົງ​ພໍໃຈ ແລະ​ບໍ່ໄດ້​ຂືນ​ຄຳສັ່ງ​ໃດໆ​ຂອງ​ພຣະອົງ, ນອກຈາກ​ເລື່ອງ​ຂອງ​ອູຣິຢາ​ຊາວ​ຮິດຕີ​ເທົ່ານັ້ນ.</verse>
				<verse number="6">ເສິກ​ລະຫວ່າງ​ກະສັດ​ເຣໂຫໂບອາມ ແລະ​ກະສັດ​ເຢໂຣໂບອາມ​ໄດ້​ເກີດຂຶ້ນ​ຢ່າງ​ລຽນຕິດ ຕະຫລອດ​ຊົ່ວ​ຣາຊການ​ຂອງ​ກະສັດ​ອາບີຢາ.</verse>
				<verse number="7">ສິ່ງ​ອື່ນໆ​ທີ່​ກະສັດ​ອາບີຢາ​ໄດ້​ກະທຳ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.</verse>
				<verse number="8">ກະສັດ​ອາບີຢາ​ໄດ້​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ເມືອງ​ຂອງ​ດາວິດ. ແລ້ວ​ເຈົ້າ​ອາສາ​ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="9">ໃນ​ຣາຊການ​ປີ​ທີ​ຊາວ​ຂອງ​ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ, ເຈົ້າ​ອາສາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ;</verse>
				<verse number="10">ແລະ​ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສີ່ສິບເອັດ​ປີ. ແມ່ເຖົ້າ​ຂອງ​ເພິ່ນ​ຊື່​ວ່າ​ມາອາກາ ລູກສາວ​ຂອງ​ເຈົ້າ​ອັບບີຊາໂລມ.</verse>
				<verse number="11">ກະສັດ​ອາສາ​ໄດ້​ເຮັດ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ, ດັ່ງ​ທີ່​ກະສັດ​ດາວິດ​ບັນພະບຸລຸດ​ຂອງ​ເພິ່ນ​ໄດ້​ເຮັດ​ມາ.</verse>
				<verse number="12">ເພິ່ນ​ໄດ້​ຂັບໄລ່​ບັນດາ​ໂສເພນີ​ທັງ​ຊາຍ​ແລະ​ຍິງ ທີ່​ຮັບໃຊ້​ຢູ່​ໃນ​ບ່ອນ​ຂາບໄຫວ້​ພະ​ຂອງ​ຊາວ​ຕ່າງຊາດ ອອກ​ໜີໄປ​ໝົດ​ຈາກ​ດິນແດນ. ເພິ່ນ​ຍັງ​ໄດ້​ກຳຈັດ​ຮູບເຄົາຣົບ​ທັງໝົດ​ຖິ້ມ ຊຶ່ງ​ພວກ​ຜູ້ປົກຄອງ​ຄົນ​ກ່ອນ​ໄດ້​ສ້າງ​ໄວ້.</verse>
				<verse number="13">ເພິ່ນ​ໄດ້​ປົດ​ນາງ​ມາອາກາ ແມ່ເຖົ້າ​ຂອງ​ເພິ່ນ ອອກ​ຈາກ​ຕຳແໜ່ງ​ການ​ເປັນ​ແມ່​ຂອງ​ຣາຊີນີ; ເພາະ​ນາງ​ໄດ້​ສ້າງ​ຮູບເຄົາຣົບ​ອັນ​ຊົ່ວຊ້າ​ລາມົກ​ຂອງ​ເຈົ້າແມ່​ອາເຊຣາ. ກະສັດ​ອາສາ​ໄດ້​ທັບມ້າງ​ຮູບເຄົາຣົບ ແລະ​ຈູດ​ມັນ​ຖິ້ມ​ທີ່​ຮ່ອມພູ​ກິດໂຣນ.</verse>
				<verse number="14">ເຖິງ​ແມ່ນ​ວ່າ ກະສັດ​ອາສາ​ບໍ່ໄດ້​ທຳລາຍ​ບ່ອນ​ຂາບໄຫວ້​ຂອງ​ຊາວ​ຕ່າງຊາດ​ທັງໝົດ​ຖິ້ມ​ກໍຕາມ, ແຕ່​ເພິ່ນ​ກໍ​ຍັງ​ສັດຊື່​ຕໍ່​ພຣະເຈົ້າຢາເວ​ຕະຫລອດ​ຊົ່ວຊີວິດ​ຂອງເພິ່ນ.</verse>
				<verse number="15">ເພິ່ນ​ເອົາ​ສິ່ງຂອງ​ທີ່​ພໍ່​ຂອງ​ເພິ່ນ​ໄດ້​ອຸທິດແ​ຖວາຍ ພ້ອມ​ດ້ວຍ​ເຄື່ອງໃຊ້​ເປັນ​ຄຳ ແລະ​ເປັນ​ເງິນ​ທີ່​ເພິ່ນ​ເອງ​ໄດ້​ອຸທິດ​ຖວາຍ​ນັ້ນ ໄປ​ໄວ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="16">ເຈົ້າ​ອາສາ​ກະສັດ​ແຫ່ງ​ຢູດາຍ ແລະ​ເຈົ້າ​ບາອາຊາ​ກະສັດ​ແຫ່ງ​ອິດສະຣາເອນ ໄດ້​ເຮັດ​ເສິກ​ຕໍ່ສູ້​ກັນ​ຢູ່​ບໍ່​ຂາດ.</verse>
				<verse number="17">ກະສັດ​ບາອາຊາ​ໄດ້​ບຸກຮຸກ​ອານາຈັກ​ຢູດາຍ ແລະ​ເລີ່ມ​ລົງມື​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ຣາມາ​ໃຫ້​ເຂັ້ມແຂງ ເພື່ອ​ບໍ່​ໃຫ້​ຄົນ​ຂອງ​ກະສັດ​ອາສາ​ເຂົ້າ ແລະ​ອອກ​ໄປມາ​ໃນ​ອານາຈັກ​ຢູດາຍ​ໄດ້.</verse>
				<verse number="18">ສະນັ້ນ ກະສັດ​ອາສາ​ຈຶ່ງ​ເອົາ​ເງິນ​ແລະ​ຄຳ​ທັງໝົດ​ທີ່​ເຫຼືອ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຢູ່​ໃນ​ຣາຊວັງ ໃຫ້​ພວກ​ຂ້າຣາຊການ​ບາງຄົນ​ຂອງ​ເພິ່ນ​ເດີນທາງ​ໄປ​ເມືອງ​ດາມັສກັດ ເພື່ອ​ມອບ​ໃຫ້​ເຈົ້າ​ເບັນຮາດາດ​ກະສັດ​ແຫ່ງ​ຊີເຣຍ ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ຕາບຣິມໂມນ ແລະ​ຫລານຊາຍ​ຂອງ​ເຮຊີໂອນ ພ້ອມ​ດ້ວຍ​ຖ້ອຍຄຳ​ດັ່ງນີ້:</verse>
				<verse number="19">“ຂໍ​ໃຫ້​ພວກເຮົາ​ເປັນ​ພັນທະມິດ​ກັນ ຕາມ​ທີ່​ພໍ່​ຂອງ​ພວກເຮົາ​ເຄີຍ​ໄດ້​ເປັນ​ມາ​ນັ້ນ. ເງິນ​ແລະ​ຄຳ​ເຫຼົ່ານີ້​ເປັນ​ຂອງຂວັນ​ສຳລັບ​ທ່ານ. ຂໍ​ໃຫ້​ທ່ານ​ເລີກ​ເປັນ​ພັນທະມິດ​ກັບ​ບາອາຊາ​ກະສັດ​ແຫ່ງ​ອິດສະຣາເອນ ເພື່ອ​ວ່າ​ລາວ​ຈະ​ໄດ້​ຖອນ​ກອງທັບ​ຂອງ​ລາວ​ອອກ​ໄປ​ຈາກ​ເຂດແດນ​ຂອງ​ຂ້າພະເຈົ້າ.”</verse>
				<verse number="20">ກະສັດ​ເບັນຮາດາດ​ໄດ້​ຕົກລົງ​ຕາມ​ຂໍ້​ສະເໜີ​ຂອງ​ກະສັດ​ອາສາ. ເພິ່ນ​ໄດ້​ສົ່ງ​ຜູ້​ບັນຊາການ​ກອງທັບ​ຂອງ​ເພິ່ນ ພ້ອມດ້ວຍ​ພວກ​ທະຫານ​ໄປ​ໂຈມຕີ​ເມືອງ​ຕ່າງໆ ໃນ​ອານາຈັກ​ອິດສະຣາເອນ. ພວກເຂົາ​ຢຶດເອົາ​ຫົວເມືອງຕ່າງໆ​ໄດ້ ມີ​ດັ່ງນີ້: ເມືອງ​ອີໂຢນ, ດານ, ອາເບັນເບັດ​ມາອາກາ, ເຂດ​ທີ່​ຢູ່​ໃກ້​ທະເລ​ສາບ​ຄາລີເລ ແລະ​ເຂດແດນ​ທັງໝົດ​ຂອງ​ເນັບທາລີ.</verse>
				<verse number="21">ເມື່ອ​ກະສັດ​ບາອາຊາ​ໄດ້​ຍິນ​ເຖິງ​ສິ່ງ​ທີ່​ເກີດຂຶ້ນ ເພິ່ນ​ກໍ​ຢຸດ​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ຣາມາ ແລະ​ເດີນທາງ​ໄປ​ເມືອງ​ຕີຣະຊາ.</verse>
				<verse number="22">ຕໍ່ມາ ກະສັດ​ອາສາ​ໄດ້​ອອກ​ຄຳສັ່ງ​ໄປ​ທົ່ວ​ອານາຈັກ​ຢູດາຍ​ຮຽກຮ້ອງ​ທຸກຄົນ​ໂດຍ​ບໍ່ມີ​ການ​ຍົກເວັ້ນ ເພື່ອ​ຊ່ວຍ​ຂົນ​ເອົາ​ຫີນ ແລະ​ໄມ້​ທີ່​ກະສັດ​ບາອາຊາ​ໃຊ້​ສ້າງ​ເມືອງ​ນັ້ນ​ອອກ​ໜີໄປ. ກະສັດ​ອາສາ​ໄດ້​ໃຊ້​ອຸປະກອນ​ເຫຼົ່ານີ້ ສ້າງ​ປ້ອມ​ປ້ອງກັນ​ເມືອງ​ມີຊະປາ ແລະ​ເມືອງ​ເກບາ​ຢູ່​ໃນ​ເຂດແດນ​ເບັນຢາມິນ.</verse>
				<verse number="23">ສິ່ງ​ອື່ນໆ​ທີ່​ກະສັດ​ອາສາ​ໄດ້​ກະທຳ, ວິລະກຳ​ຕ່າງໆ ແລະ​ການ​ສ້າງເມືອງ​ທັງຫລາຍ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ. ແຕ່​ເມື່ອ​ກະສັດ​ອາສາ​ເຖົ້າແກ່ ເພິ່ນ​ເປັນ​ພະຍາດ​ທີ່​ຕີນ​ຈົນ​ກາຍເປັນ​ລ່ອຍ.</verse>
				<verse number="24">ກະສັດ​ອາສາ​ໄດ້​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ຂອງ​ກະສັດ​ທີ່​ເມືອງ​ຂອງ​ດາວິດ. ແລ້ວ​ເຈົ້າ​ເຢໂຮຊາຟັດ​ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="25">ໃນ​ຣາຊການ​ປີ​ທີ​ສອງ​ຂອງ​ເຈົ້າ​ອາສາ​ກະສັດ​ແຫ່ງ​ຢູດາຍ; ເຈົ້າ​ນາດາບ​ລູກຊາຍ​ຂອງ​ກະສັດ​ເຢໂຣໂບອາມ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ໄດ້​ປົກຄອງ​ເປັນ​ເວລາ​ສອງ​ປີ.</verse>
				<verse number="26">ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ນຳພາ​ຊາວ​ອິດສະຣາເອນ​ເຮັດ​ບາບ​ດັ່ງ​ທີ່​ພໍ່​ຂອງ​ເພິ່ນ​ໄດ້​ເຮັດ​ມາ.</verse>
				<verse number="27">ກະສັດ​ບາອາຊາ​ລູກຊາຍ​ຂອງ​ອາຮີຢາ ຄົນ​ຂອງ​ເຜົ່າ​ອິດຊາຄາ​ໄດ້​ວາງແຜນ​ຂ້າ​ນາດາບ ໃນ​ຄາວ​ທີ່​ເພິ່ນ​ກັບ​ພວກ​ທະຫານ​ຂອງ​ເພິ່ນ​ໄດ້​ຍົກທັບ​ມາ​ອ້ອມ​ເມືອງ​ກິບເບໂທນ​ໃນ​ຟີລິດສະຕິນ.</verse>
				<verse number="28">ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ຣາຊການ​ປີ​ທີ​ສາມ​ຂອງ​ເຈົ້າ​ອາສາ ກະສັດ​ແຫ່ງ​ຢູດາຍ. ດັ່ງນັ້ນ ເຈົ້າ​ບາອາຊາ​ຈຶ່ງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ອິດສະຣາເອນ ແທນ​ກະສັດ​ນາດາບ.</verse>
				<verse number="29">ພໍ​ເມື່ອ​ເຈົ້າ​ບາອາຊາ​ໄດ້​ຂຶ້ນ​ເປັນ​ກະສັດ​ແລ້ວ, ເພິ່ນ​ກໍໄດ້​ຂ້າ​ທຸກຄົນ​ໃນ​ຄອບຄົວ​ຂອງ​ກະສັດ​ເຢໂຣໂບອາມ. ເລື່ອງ​ນີ້​ເປັນ​ໄປ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ທີ່​ກ່າວ​ຜ່ານ​ທາງ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ອາຮີຢາ​ຊາວ​ເມືອງ​ຊີໂລ ວ່າ​ທຸກຄົນ​ໃນ​ຄອບຄົວ​ຂອງ​ເຢໂຣໂບອາມ​ຈະ​ຖືກ​ຂ້າ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຫຼືອ​ຢູ່.</verse>
				<verse number="30">ເຫດການ​ເປັນ​ເຊັ່ນນີ້ ເພາະ​ກະສັດ​ເຢໂຣໂບອາມ​ເຮັດ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໂກດຮ້າຍ​ໂດຍ​ເຮັດ​ບາບ ແລະ​ນຳພາ​ຊາວ​ອິດສະຣາເອນ​ເຮັດ​ບາບ.</verse>
				<verse number="31">ສິ່ງ​ອື່ນໆ​ທີ່​ກະສັດ​ນາດາບ​ໄດ້​ກະທຳ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="32">ເຈົ້າ​ອາສາ​ກະສັດ​ແຫ່ງ​ຢູດາຍ ແລະ​ເຈົ້າ​ບາອາຊາ​ກະສັດ​ແຫ່ງ​ອິດສະຣາເອນ ໄດ້​ເຮັດ​ເສິກ​ຕໍ່ສູ້​ກັນ​ຕະຫລອດ​ເວລາ​ທີ່​ທັງສອງ​ຍັງ​ຄອງ​ອຳນາດ​ຢູ່.</verse>
				<verse number="33">ໃນ​ຣາຊການ​ປີ​ທີ​ສາມ​ຂອງ​ເຈົ້າ​ອາສາ​ກະສັດ​ແຫ່ງ​ຢູດາຍ, ບາອາຊາ​ລູກຊາຍ​ຂອງ​ອາຮີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ປະເທດ​ອິດສະຣາເອນ ນະຄອນ​ຕີຣະຊາ​ເປັນ​ເວລາ​ຊາວສີ່​ປີ.</verse>
				<verse number="34">ແຕ່​ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ນຳພາ​ຊາວ​ອິດສະຣາເອນ​ເຮັດ​ບາບ ດັ່ງ​ທີ່​ກະສັດ​ເຢໂຣໂບອາມ​ໄດ້​ເຮັດ​ມາ.</verse>
			</chapter>
			<chapter number="16">
				<verse number="1">ຕໍ່ມາ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ເຢຮູ ລູກຊາຍ​ຂອງ​ຮານານີ​ໃຫ້​ບອກ​ກະສັດ​ບາອາຊາ​ວ່າ,</verse>
				<verse number="2">“ເຈົ້າ​ເປັນ​ຄົນ​ຕໍ່າຕ້ອຍ​ແຕ່​ເຮົາ​ໄດ້​ໃຫ້​ເຈົ້າ​ເປັນ​ຜູ້ນຳ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ. ບັດນີ້ ເຈົ້າ​ໄດ້​ເຮັດ​ບາບ​ເໝືອນກັນ​ກັບ​ເຢໂຣໂບອາມ ແລະ​ນຳພາ​ປະຊາຊົນ​ຂອງເຮົາ​ເຮັດ​ບາບ. ບາບ​ຂອງ​ພວກເຂົາ​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ.</verse>
				<verse number="3">ດັ່ງນັ້ນ ເຮົາ​ຈະ​ກຳຈັດ​ເຈົ້າ ແລະ​ຄອບຄົວ​ຂອງ​ເຈົ້າ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ.</verse>
				<verse number="4">ຄົນ​ໃດ​ໃນ​ຄອບຄົວ​ຂອງ​ເຈົ້າ​ທີ່​ຕາຍ​ໃນເມືອງ​ຈະ​ຖືກ​ໝາ​ກັດ​ກິນ ແລະ​ຄົນ​ໃດ​ທີ່​ຕາຍ​ຢູ່​ນອກເມືອງ​ກໍ​ຈະ​ຖືກ​ແຮ້ງ​ເຈາະ​ກິນ.”</verse>
				<verse number="5">ສິ່ງ​ອື່ນໆ​ທີ່​ກະສັດ​ບາອາຊາ​ໄດ້​ກະທຳ​ຕະຫລອດ​ທັງ​ວິລະກຳ​ຕ່າງໆ​ຂອງ​ເພິ່ນ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="6">ກະສັດ​ບາອາຊາ​ໄດ້​ຕາຍໄປ​ຢູ່​ກັບ​ບັນພະບຸລຸດ​ຂອງຕົນ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ທີ່​ນະຄອນ​ຕີຣະຊາ. ແລ້ວ​ເຈົ້າເອລາ ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="7">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່ສູ້​ກະສັດ​ບາອາຊາ ແລະ​ຄອບຄົວ​ຂອງ​ເພິ່ນ, ໂດຍ​ກ່າວ​ຜ່ານ​ທາງ​ຜູ້ທຳນວາຍ​ເຢຮູ​ລູກຊາຍ​ຂອງ​ຮານານີ​ນັ້ນ ເພາະ​ເຫດຜົນ​ສອງ​ປະການ​ດັ່ງນີ້: ປະການ​ທີ​ໜຶ່ງ ຍ້ອນ​ກະສັດ​ບາອາຊາ​ກັບ​ຄອບຄົວ​ຂອງ​ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ ແລະ​ຍົວະເຍົ້າ​ພຣະເຈົ້າຢາເວ​ໃຫ້​ໂກດຮ້າຍ​ໂດຍ​ເຮັດ​ສິ່ງ​ທີ່​ຊົ່ວຊ້າ ເໝືອນກັນ​ກັບ​ກະສັດ​ເຢໂຣໂບອາມ ແລະ​ຄອບຄົວ; ປະການ​ທີ​ສອງ ຍ້ອນ​ເພິ່ນ​ເອງ​ໄດ້​ສັງຫານ​ເຊື້ອສາຍ​ທັງໝົດ​ຂອງ​ເຈົ້າ​ເຢໂຣໂບອາມ.</verse>
				<verse number="8">ໃນ​ຣາຊການ​ປີ​ທີ​ຊາວຫົກ​ຂອງ​ເຈົ້າ​ອາສາ ກະສັດ​ແຫ່ງ​ຢູດາຍ; ເຈົ້າເອລາ ລູກຊາຍ​ຂອງ​ກະສັດ​ບາອາຊາ​ໄດ້​ຂຶ້ນ​ປົກຄອງ​ອານາຈັກ​ອິດສະຣາເອນ. ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຕີຣະຊາ​ເປັນ​ເວລາ​ສອງ​ປີ.</verse>
				<verse number="9">ແຕ່​ວ່າ​ຊິມຣີ ນາຍ​ທະຫານ​ຄົນ​ໜຶ່ງ​ທີ່​ເປັນ​ຜູ້​ຄວບຄຸມ​ລົດຮົບ​ໄດ້​ວາງ​ອຸບາຍ​ຕໍ່ສູ້​ເພິ່ນ. ໃນ​ມື້​ໜຶ່ງ​ທີ່​ນະຄອນ​ຕີຣະຊາ ກະສັດ​ເອລາ​ພວມ​ນັ່ງ​ດື່ມ​ເຫຼົ້າ​ຈົນ​ເມົາ​ຢູ່​ໃນ​ເຮືອນ​ຂອງ​ອາຣະຊາ ຜູ້ເບິ່ງແຍງ​ຮັກສາ​ວັງ.</verse>
				<verse number="10">ຊິມຣີ​ໄດ້​ເຂົ້າ​ມາ​ລອບຂ້າ​ກະສັດ​ເອລາ​ຢູ່​ໃນ​ເຮືອນ​ນັ້ນ ແລະ​ຕັ້ງ​ຕົວ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ​ເພິ່ນ. ເຫດການ​ນີ້​ໄດ້​ເກີດຂຶ້ນ ໃນ​ຣາຊການ​ປີ​ທີ​ຊາວເຈັດ​ຂອງ​ເຈົ້າ​ອາສາ​ກະສັດ​ແຫ່ງ​ຢູດາຍ.</verse>
				<verse number="11">ພໍ​ເມື່ອ​ຊິມຣີ​ໄດ້​ຂຶ້ນ​ເປັນ​ກະສັດ​ແລ້ວ, ລາວ​ກໍ​ຂ້າ​ທຸກຄົນ​ໃນ​ຄອບຄົວ​ຂອງ​ກະສັດ​ບາອາຊາ. ຊາຍ​ທຸກຄົນ​ທີ່​ເປັນຍາດພີ່ນ້ອງ ແລະ​ໝູ່ເພື່ອນ​ຂອງ​ກະສັດ​ບາອາຊາ​ກໍ​ຖືກ​ຂ້າ​ໝົດ.</verse>
				<verse number="12">ຊິມຣີ​ໄດ້​ຂ້າ​ທຸກຄົນ​ໃນ​ຄອບຄົວ​ຂອງ​ກະສັດ​ບາອາຊາ ຊຶ່ງ​ເປັນ​ໄປ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ກ່າວ​ຜ່ານ​ທາງ​ຜູ້ທຳນວາຍ​ເຢຮູ.</verse>
				<verse number="13">ຍ້ອນ​ກະສັດ​ບາອາຊາ ແລະ​ເອລາ​ລູກຊາຍ​ຂອງຕົນ​ໄດ້​ຂາບໄຫວ້​ຮູບເຄົາຣົບ ແລະ​ນຳພາ​ຊາວ​ອິດສະຣາເອນ​ເຮັດ​ບາບ ຊຶ່ງ​ເປັນ​ການ​ຍົວະເຍົ້າ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ໃຫ້​ໂກດຮ້າຍ.</verse>
				<verse number="14">ສິ່ງ​ອື່ນໆ​ທີ່​ກະສັດ​ເອລາ​ໄດ້​ກະທໍາ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="15">ໃນ​ຣາຊການ​ປີ​ທີ​ຊາວເຈັດ​ຂອງ​ເຈົ້າ​ອາສາ​ກະສັດ​ແຫ່ງ​ຢູດາຍ, ຊິມຣີ​ໄດ້​ຂຶ້ນ​ປົກຄອງ​ຢູ່​ທີ່​ນະຄອນ​ຕີຣະຊາ ເໜືອ​ອານາຈັກ​ອິດສະຣາເອນ​ເປັນ​ເວລາ​ເຈັດ​ວັນ. ໃນ​ເວລາ​ນັ້ນ ກອງທັບ​ຂອງ​ຊາວ​ອິດສະຣາເອນ​ພວມ​ອ້ອມ​ເມືອງ​ກິບເບໂທນ​ໃນ​ຟີລິດສະຕິນ</verse>
				<verse number="16">ແລະ​ເມື່ອ​ໄດ້ຍິນ​ວ່າ ຊິມຣີ​ໄດ້​ວາງ​ອຸບາຍ​ຕໍ່ສູ້​ກະສັດ ແລະ​ໄດ້​ລອບ​ສັງຫານ​ກະສັດ​ແລ້ວ; ພວກເຂົາ​ທຸກຄົນ​ຈຶ່ງ​ປະກາດ​ແຕ່ງຕັ້ງ​ອົມຣີ ຜູ້​ບັນຊາການ​ກອງທັບ​ຂອງ​ພວກເຂົາ ໃຫ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="17">ອົມຣີ​ໄດ້​ຍົກທັບ​ອອກ​ແຕ່​ເມືອງ​ກິບເບໂທນ​ໄປ​ອ້ອມ​ນະຄອນ​ຕີຣະຊາ​ໄວ້.</verse>
				<verse number="18">ເມື່ອ​ຊິມຣີ​ເຫັນ​ວ່າ​ເມືອງ​ຖືກ​ຕີ​ແຕກ​ແລ້ວ, ເພິ່ນ​ຈຶ່ງ​ເຂົ້າ​ໄປ​ໃນ​ປ້ອມ​ປ້ອງກັນ​ວັງ ແລະ​ໄດ້​ຈູດ​ຣາຊວັງ​ຖິ້ມ ແລະ​ຕາຍໄປ​ໃນ​ກອງ​ໄຟ​ນັ້ນ.</verse>
				<verse number="19">ເຫດການ​ເປັນ​ໄປ​ດັ່ງນີ້ ກໍ​ຍ້ອນ​ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ, ໂດຍ​ນຳພາ​ຊາວ​ອິດສະຣາເອນ​ເຮັດ​ບາບ​ດັ່ງ​ກະສັດ​ເຢໂຣໂບອາມ​ຜູ້ປົກຄອງ​ຄົນ​ກ່ອນ.</verse>
				<verse number="20">ສິ່ງ​ອື່ນໆ​ທີ່​ກະສັດ​ຊິມຣີ​ໄດ້​ກະທຳ, ຕະຫລອດ​ທັງ​ການ​ວາງແຜນ​ກະບົດ​ຂອງ​ເພິ່ນ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="21">ປະຊາຊົນ​ອິດສະຣາເອນ​ໄດ້​ແຕກແຍກ​ກັນ. ບາງຄົນ​ຢາກ​ຕັ້ງ​ຕິບນີ​ລູກຊາຍ​ຂອງ​ກີນາດ​ໃຫ້​ຂຶ້ນ​ເປັນ​ກະສັດ; ແຕ່​ບາງຄົນ​ຍັງ​ພໍໃຈ​ກັບ​ອົມຣີ​ຢູ່.</verse>
				<verse number="22">ແຕ່​ໃນທີ່ສຸດ ພວກ​ທີ່​ຕິດຕາມ​ອົມຣີ​ກໍໄດ້​ຊະນະ. ຕິບນີ​ໄດ້​ຕາຍໄປ ແລະ​ອົມຣີ​ຈຶ່ງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="23">ໃນ​ຣາຊການ​ປີ​ທີ​ສາມສິບເອັດ​ຂອງ​ເຈົ້າ​ອາສາ ກະສັດ​ແຫ່ງ​ຢູດາຍ, ອົມຣີ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ອິດສະຣາເອນ; ແລະ​ເພິ່ນ​ໄດ້​ປົກຄອງ​ຢູ່​ເປັນ​ເວລາ​ສິບສອງ​ປີ. ຫົກ​ປີ​ທຳອິດ​ນັ້ນ ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຕີຣະຊາ.</verse>
				<verse number="24">ແລະ​ຕໍ່ມາ ເພິ່ນ​ໄດ້​ຊື້​ເນີນພູ​ຊາມາເຣຍ​ເປັນ​ລາຄາ​ຫົກພັນ​ຫລຽນ​ເງິນ ຈາກ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ເຊເມ. ກະສັດ​ອົມຣີ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ອ້ອມ​ພູ​ນີ້ ແລະ​ທັງ​ສ້າງ​ເມືອງ​ຂຶ້ນ​ໃນ​ບ່ອນ​ນີ້. ເພິ່ນ​ໃສ່​ຊື່​ເມືອງ​ນີ້​ຕາມ​ຊື່​ຂອງ​ເຊເມ ເຈົ້າ​ຂອງ​ຄົນ​ເກົ່າ​ຂອງ​ເນີນພູ​ນີ້​ວ່າ ຊາມາເຣຍ.</verse>
				<verse number="25">ກະສັດ​ອົມຣີ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ຢ່າງ​ຮ້າຍແຮງ​ກວ່າ​ຄົນອື່ນໆ​ທີ່​ປົກຄອງ​ກ່ອນ​ເພິ່ນ.</verse>
				<verse number="26">ເພິ່ນ​ໄດ້​ເຮັດ​ບາບ​ດັ່ງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ໄດ້ເຮັດ, ເພິ່ນ​ໄດ້​ເຮັດ​ບາບ​ໂດຍ​ນຳພາ​ຊາວ​ອິດສະຣາເອນ​ໄປ​ຂາບໄຫວ້​ຮູບເຄົາຣົບ ຊຶ່ງ​ເປັນ​ການ​ຍົວະເຍົ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໃຫ້​ໂກດຮ້າຍ.</verse>
				<verse number="27">ສິ່ງ​ອື່ນໆ​ທີ່​ກະສັດ​ອົມຣີ​ໄດ້​ກະທຳ ພ້ອມທັງ​ຄວາມ​ສຳເລັດ​ທຸກຢ່າງ​ຂອງ​ເພິ່ນ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="28">ກະສັດ​ອົມຣີ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ທີ່​ຊາມາເຣຍ. ແລ້ວ​ເຈົ້າ​ອາຮາບ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="29">ໃນ​ຣາຊການ​ປີ​ທີ​ສາມສິບແປດ​ຂອງ​ເຈົ້າ​ອາສາ ກະສັດ​ແຫ່ງ​ຢູດາຍ; ເຈົ້າ​ອາຮາບ ລູກຊາຍ​ຂອງ​ກະສັດ​ອົມຣີ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ. ເພິ່ນ​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ຊາວສອງ​ປີ.</verse>
				<verse number="30">ເຈົ້າ​ອາຮາບ​ລູກຊາຍ​ຂອງ​ກະສັດ​ອົມຣີ ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ຢ່າງ​ຮ້າຍແຮງ​ກວ່າ​ຄົນ​ໃດໆ​ທີ່​ປົກຄອງ​ມາ​ກ່ອນ​ເພິ່ນ.</verse>
				<verse number="31">ການ​ທີ່​ເຮັດ​ບາບ​ດັ່ງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ນັ້ນ​ຍັງ​ບໍ່​ພຽງພໍ; ເພິ່ນ​ໄດ້​ເຮັດ​ບາບ​ໄປ​ຫລາຍກວ່າ​ນັ້ນ​ອີກ ໂດຍ​ເອົາ​ນາງ​ເຢເຊເບນ​ມາ​ເປັນ​ເມຍ ນາງ​ເປັນ​ລູກສາວ​ຂອງ​ເອັດບາອານ​ກະສັດ​ແຫ່ງ​ຊີໂດນ ແລະ​ເພິ່ນ​ຂາບໄຫວ້​ພະບາອານ.</verse>
				<verse number="32">ເພິ່ນ​ໄດ້​ສ້າງ​ວິຫານ​ສຳລັບ​ພະບາອານ​ທີ່​ນະຄອນ​ຊາມາເຣຍ, ສ້າງ​ແທ່ນບູຊາ​ຂຶ້ນ ແລະ​ເອົາ​ແທ່ນບູຊາ​ມາ​ໄວ້​ໃນ​ວິຫານ.</verse>
				<verse number="33">ນອກຈາກນີ້ ເພິ່ນ​ຍັງ​ສ້າງ​ຮູບ​ເຈົ້າແມ່​ອາເຊຣາ. ເພິ່ນ​ຍົວະເຍົ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ອິດສະຣາເອນ​ໃຫ້​ໂກດຮ້າຍ ຫລາຍກວ່າ​ກະສັດ​ແຫ່ງ​ອິດສະຣາເອນ​ຄົນອື່ນໆ​ທີ່​ໄດ້​ເຮັດ​ມາ.</verse>
				<verse number="34">ໃນ​ຣາຊການ​ຂອງ​ເພິ່ນ, ຮີເອນ​ຊາວ​ເມືອງ​ເບັດເອນ​ໄດ້​ສ້າງ​ເມືອງ​ເຢຣິໂກ​ຂຶ້ນ​ໃໝ່. ຂະນະທີ່​ຮີເອນ​ສ້າງ​ພື້ນຖານ​ຂອງ​ເມືອງ​ເຢຣິໂກ​ຂຶ້ນ​ນັ້ນ ອາບີຣາມ​ລູກຊາຍກົກ​ຂອງ​ເພິ່ນ​ກໍ​ຕາຍ ແລະ​ຂະນະທີ່​ເພິ່ນ​ສ້າງ​ປະຕູ​ເມືອງ​ຂຶ້ນ​ນັ້ນ, ເຊກຸບ​ລູກຊາຍຫລ້າ​ຂອງ​ເພິ່ນ​ກໍ​ຕາຍ​ອີກ. ເຫດການ​ນີ້​ແມ່ນ​ຖືກຕ້ອງ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ທີ່​ບອກ​ໄວ້​ຜ່ານ​ທາງ​ໂຢຊວຍ​ລູກຊາຍ​ຂອງ​ນູນ.</verse>
			</chapter>
			<chapter number="17">
				<verse number="1">ຍັງ​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ວ່າ​ເອລີຢາ ໄທເມືອງ​ຕີຊະເບ​ໃນ​ເຂດ​ກີເລອາດ​ໄດ້​ບອກ​ກະສັດ​ອາຮາບ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ອົງ​ຊົງ​ພຣະຊົນຢູ່​ທີ່​ຂ້ານ້ອຍ​ຮັບໃຊ້​ຢູ່​ນີ້; ໃນ​ສອງ​ຫລື​ສາມ​ປີ​ຂ້າງ​ໜ້າ​ຈະ​ບໍ່ມີ​ນໍ້າໝອກ​ຫລື​ນໍ້າ​ຝົນ ຈົນກວ່າ​ຂ້ານ້ອຍ​ຈະ​ສັ່ງ​ໃຫ້​ມີ.”</verse>
				<verse number="2">ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ມາ​ເຖິງ​ເອລີຢາ, ກ່າວວ່າ,</verse>
				<verse number="3">“ຈົ່ງ​ອອກ​ຈາກ​ບ່ອນ​ນີ້​ໄປ​ທາງທິດ​ຕາເວັນອອກ ແລະ​ໄປ​ລີ້​ຢູ່​ທີ່​ຫ້ວຍ​ເກຣິດ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ.</verse>
				<verse number="4">ໃນ​ຫ້ວຍ​ຈະ​ມີ​ນໍ້າ​ໃຫ້​ເຈົ້າ​ດື່ມ ແລະ​ເຮົາ​ຈະ​ສົ່ງ​ໂຕກາ​ນຳ​ເອົາ​ອາຫານ​ມາ​ໃຫ້​ເຈົ້າ​ກິນ​ຢູ່​ທີ່​ນັ້ນ.”</verse>
				<verse number="5">ເອລີຢາ​ຈຶ່ງ​ປະຕິບັດ​ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ບອກ ແລະ​ເພິ່ນ​ໄດ້​ໄປ​ພັກ​ຢູ່​ທີ່​ນໍ້າຫ້ວຍ​ເກຣິດ ຊຶ່ງ​ຢູ່​ທາງ​ທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ.</verse>
				<verse number="6">ຝູງ​ກາ​ກໍໄດ້​ນຳ​ເອົາ​ເຂົ້າຈີ່​ກັບ​ຊີ້ນ​ມາ​ໃຫ້​ເພິ່ນ​ໃນ​ຕອນ​ເຊົ້າ ແລະ​ນຳ​ເອົາ​ເຂົ້າຈີ່​ກັບ​ຊີ້ນ​ມາ​ໃນ​ຕອນ​ແລງ ແລະ​ເພິ່ນ​ໄດ້ດື່ມ​ນໍ້າ​ຈາກ​ຫ້ວຍ.</verse>
				<verse number="7">ຫລັງຈາກ​ນັ້ນ​ມາ​ບໍ່ດົນ ນໍ້າ​ໃນ​ຫ້ວຍ​ກໍ​ແຫ້ງ​ເພາະ​ຝົນ​ບໍ່​ຕົກ.</verse>
				<verse number="8">ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ມາ​ເຖິງ​ເອລີຢາ, ກ່າວວ່າ,</verse>
				<verse number="9">“ບັດນີ້ ຈົ່ງ​ໄປ​ທີ່​ເມືອງ​ຊາເຣຟັດ​ຢູ່​ໃກ້​ກັບ​ເມືອງ​ຊີໂດນ ແລະ​ພັກ​ຢູ່​ທີ່​ນັ້ນ. ເຮົາ​ໄດ້​ສັ່ງ​ໃຫ້​ແມ່ໝ້າຍ​ຜູ້ໜຶ່ງ​ຢູ່​ໃນ​ເມືອງ​ນີ້ ເປັນ​ຜູ້​ລ້ຽງ​ເຈົ້າ.”</verse>
				<verse number="10">ດັ່ງນັ້ນ ເອລີຢາ​ຈຶ່ງ​ອອກ​ເດີນທາງ​ໄປ​ທີ່​ເມືອງ​ຊາເຣຟັດ; ແລະ​ເມື່ອ​ມາ​ຮອດ​ປະຕູ​ເມືອງ ເພິ່ນ​ກໍ​ເຫັນ​ແມ່ໝ້າຍ​ຜູ້ໜຶ່ງ​ກຳລັງ​ເກັບ​ຟືນ​ຢູ່. ເພິ່ນ​ຈຶ່ງ​ກ່າວ​ແກ່​ນາງ​ວ່າ, “ຂ້ອຍ​ຂໍ​ດື່ມ​ນໍ້າ​ແດ່”,</verse>
				<verse number="11">ແຕ່​ໃນ​ຂະນະທີ່​ນາງ​ກຳລັງ​ໄປ​ເອົາ​ນໍ້າ​ນັ້ນ ເພິ່ນ​ເອີ້ນ​ໃສ່​ນາງ​ວ່າ, “ເອົາ​ເຂົ້າຈີ່​ຈັກປ່ຽງ​ມາ​ນຳ​ແດ່​ເດີ.”</verse>
				<verse number="12">ນາງ​ຕອບ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ອົງ​ຊົງ​ພຣະຊົນຢູ່ ຂ້ານ້ອຍ​ຂໍ​ສາບານ​ວ່າ ຂ້ານ້ອຍ​ບໍ່ມີ​ເຂົ້າຈີ່​ເລີຍ. ຂ້ານ້ອຍ​ມີ​ແຕ່​ແປ້ງ​ກຳດຽວ​ໃນ​ຖ້ວຍ ແລະ​ນໍ້າມັນ​ໝາກກອກເທດ​ໜ້ອຍໜຶ່ງ​ໃນ​ໄຫ. ຂ້ານ້ອຍ​ມາ​ທີ່​ນີ້​ເພື່ອ​ເກັບ​ເອົາ​ຟືນ​ຈັກ​ສອງ ຫລື​ສາມ​ດົ້ນ​ເມືອ​ເຮືອນ ເພື່ອ​ຄົວ​ສິ່ງ​ທີ່​ມີ​ເຫຼືອ​ຢູ່​ເລັກນ້ອຍ​ສຳລັບ​ຂ້ານ້ອຍ​ແລະ​ລູກຊາຍ. ອາຫານ​ຄາບ​ນີ້​ຈະ​ເປັນ​ຄາບ​ສຸດທ້າຍ​ຂອງ​ພວກ​ຂ້ານ້ອຍ ແລ້ວ​ຕໍ່ໄປ​ພວກ​ຂ້ານ້ອຍ​ກໍ​ຈະ​ຫິວຕາຍ.”</verse>
				<verse number="13">ແຕ່​ເອລີຢາ​ກ່າວ​ແກ່​ນາງ​ວ່າ, “ຢ່າ​ກັງວົນ​ເລີຍ ຈົ່ງ​ໄປ​ຈັດແຈ່ງ​ອາຫານ​ຂອງ​ເຈົ້າ​ສາ. ແຕ່​ກ່ອນ​ອື່ນ​ໝົດ​ໃຫ້​ເຈົ້າ​ເຮັດ​ເຂົ້າຈີ່​ກ້ອນ​ນ້ອຍໆ ຕາມ​ທີ່​ເຈົ້າ​ມີ​ນັ້ນ​ມາ​ໃຫ້​ຂ້ອຍ​ກິນ​ກ່ອນ ແລະ​ເຫຼືອ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ເຈົ້າ​ກັບ​ລູກຊາຍ​ຂອງ​ເຈົ້າ​ກິນ.</verse>
				<verse number="14">ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ໄວ້​ວ່າ: ຖ້ວຍ​ນີ້​ຈະ​ບໍ່​ຂາດ​ແປ້ງເຂົ້າ​ແລະ​ໄຫ​ນີ້​ຈະ​ບໍ່​ຂາດ​ນໍ້າມັນ ກ່ອນ​ມື້​ທີ່​ພຣະເຈົ້າຢາເວ​ຈະ​ສົ່ງ​ຝົນ​ລົງ​ມາ.”</verse>
				<verse number="15">ແມ່ໝ້າຍ​ໄດ້​ໄປ​ເຮັດ​ຕາມ​ທີ່​ເອລີຢາ​ໄດ້​ບອກ ແລະ​ເຂົາ​ທຸກຄົນ​ກໍ​ມີ​ອາຫານ​ພຽງພໍ​ເປັນ​ເວລາ​ຫລາຍ​ວັນ.</verse>
				<verse number="16">ທຸກຢ່າງ​ເປັນ​ໄປ​ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ​ທາງ​ເອລີຢາ ຄື​ຖ້ວຍ​ບໍ່ໄດ້​ຂາດ​ແປ້ງເຂົ້າ ແລະ​ໄຫ​ກໍ​ບໍ່ໄດ້​ຂາດ​ນໍ້າມັນ.</verse>
				<verse number="17">ຢູ່ມາ ລູກຊາຍ​ຂອງ​ແມ່ໝ້າຍ​ໄດ້​ເປັນ​ໄຂ້ ອາການ​ປ່ວຍ​ຂອງ​ລາວ​ໜັກ​ລົງ​ທຸກຂະນະ ຈົນ​ໃນທີ່ສຸດ​ລາວ​ໄດ້​ຕາຍໄປ.</verse>
				<verse number="18">ຜູ້​ເປັນ​ແມ່​ຈຶ່ງ​ເວົ້າ​ກັບ​ເອລີຢາ​ວ່າ, “ທ່ານ​ຜູ້​ເປັນ​ຄົນ​ຂອງ​ພຣະເຈົ້າ ເປັນຫຍັງ​ທ່ານ​ຈຶ່ງ​ເຮັດ​ກັບ​ຂ້ານ້ອຍ​ແບບ​ນີ້? ທ່ານ​ມາ​ນີ້​ເພື່ອ​ທົບທວນ​ໃຫ້​ຫວນ​ລະນຶກເຖິງ​ບາບ​ຂອງ​ຂ້ານ້ອຍ​ແຕ່​ເກົ່າກ່ອນ ແລະ​ເປັນ​ເຫດ​ໃຫ້​ລູກຊາຍ​ຂອງ​ຂ້ານ້ອຍ​ຕາຍ​ດ້ວຍ?”</verse>
				<verse number="19">ແຕ່​ເພິ່ນ​ໄດ້​ກ່າວ​ຕໍ່​ຍິງ​ນັ້ນ​ວ່າ, “ຈົ່ງ​ເອົາ​ລູກ​ຂອງ​ເຈົ້າ​ມາ​ໃຫ້​ຂ້ອຍ.” ເພິ່ນ​ຮັບ​ເອົາ​ລູກ​ຈາກ​ມື​ຂອງ​ແມ່ໝ້າຍ​ອູ້ມ​ຂຶ້ນ​ໄປ​ເທິງ​ຫ້ອງ​ນອນ ບ່ອນ​ທີ່​ເພິ່ນ​ພັກ​ຢູ່ ແລະ​ວາງ​ເດັກນ້ອຍ​ຜູ້​ນີ້​ລົງ​ເທິງ​ຕຽງ.</verse>
				<verse number="20">ແລ້ວ​ເພິ່ນ​ກໍ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ເປັນຫຍັງ​ພຣະອົງ​ຈຶ່ງ​ໄດ້​ເຮັດ​ຕໍ່​ແມ່ໝ້າຍ​ຄົນ​ນີ້​ຢ່າງ​ຮ້າຍແຮງ​ແທ້ ນາງ​ເປັນ​ຜູ້​ທີ່​ເບິ່ງແຍງ​ຂ້ານ້ອຍ​ຢ່າງດີ ແລະ​ດຽວ​ນີ້​ພຣະອົງ​ໄດ້​ຂ້າ​ລູກຊາຍ​ຂອງ​ນາງ.”</verse>
				<verse number="21">ເອລີຢາ​ນອນ​ຢຽດ​ເທິງ​ຮ່າງກາຍ​ຂອງ​ເດັກນ້ອຍ​ນີ້​ສາມ​ເທື່ອ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍໂຜດ​ຊ່ວຍ​ເດັກ​ຄົນ​ນີ້​ໃຫ້​ມີ​ຊີວິດ​ຄືນ​ມາ​ແດ່ທ້ອນ.”</verse>
				<verse number="22">ພຣະເຈົ້າຢາເວ​ໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ເອລີຢາ; ເດັກນ້ອຍ​ກໍ​ເລີ່ມ​ຫາຍໃຈ ແລະ​ມີ​ຊີວິດ​ຄືນມາ​ອີກ.</verse>
				<verse number="23">ເອລີຢາ​ນຳ​ເອົາ​ເດັກນ້ອຍ​ລົງ​ມາ​ຫາ​ແມ່​ຂອງ​ລາວ​ທີ່​ຊັ້ນລຸ່ມ ແລະ​ເວົ້າ​ວ່າ, “ນີ້ເດ ລູກຊາຍ​ຂອງ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່.”</verse>
				<verse number="24">ແມ່ໝ້າຍ​ໄດ້​ກ່າວ​ຕໍ່​ເອລີຢາ​ວ່າ, “ບັດນີ້ ຂ້ານ້ອຍ​ຮູ້​ແລ້ວ​ວ່າ​ທ່ານ​ເປັນ​ຄົນ​ຂອງ​ພຣະເຈົ້າ; ແລະ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ​ທາງ​ທ່ານ​ຢ່າງ​ແທ້ຈິງ.”</verse>
			</chapter>
			<chapter number="18">
				<verse number="1">ຕໍ່ມາ ໃນ​ປີ​ທີ​ສາມ​ຂອງ​ການ​ແຫ້ງແລ້ງ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເອລີຢາ​ວ່າ, “ຈົ່ງ​ໄປ​ສະເໜີ​ຕົວ​ຕໍ່​ອາຮາບ ແລະ​ເຮົາ​ຈະ​ສົ່ງ​ຝົນ​ລົງ​ມາ.”</verse>
				<verse number="2">ດັ່ງນັ້ນ ເອລີຢາ​ຈຶ່ງ​ອອກ​ເດີນທາງ​ໄປ. ການອຶດຢາກ​ໃນ​ນະຄອນ​ຊາມາເຣຍ​ຮ້າຍແຮງ​ທີ່ສຸດ.</verse>
				<verse number="3">ກະສັດ​ອາຮາບ​ໄດ້​ສັ່ງ​ໃຫ້​ໂອບາດີຢາ ຜູ້​ກຳກັບ​ເບິ່ງແຍງ​ຣາຊວັງ​ເຂົ້າ​ມາ​ຫາ​ຕົນ. (ໂອບາດີຢາ​ເປັນ​ຜູ້​ທີ່​ນະມັດສະການ​ພຣະເຈົ້າຢາເວ​ຢ່າງ​ເຄັ່ງຄັດ​ທີ່ສຸດ</verse>
				<verse number="4">ໃນ​ສະໄໝ​ຍານາງ​ເຢເຊເບນ​ໄດ້​ຂ້າ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ ໂອບາດີຢາ​ໄດ້​ເອົາ​ພວກ​ຜູ້ທຳນວາຍ ໜຶ່ງຮ້ອຍ​ຄົນ ໄປ​ເຊື່ອງ​ໄວ້​ຢູ່​ໃນ​ຖໍ້າ​ບ່ອນ​ລະ​ຫ້າສິບ​ຄົນ ແລະ​ໄດ້​ນຳ​ເອົາ​ອາຫານ ແລະ​ນໍ້າ​ໄປ​ລ້ຽງ​ພວກ​ເຫຼົ່ານີ້.)</verse>
				<verse number="5">ກະສັດ​ອາຮາບ​ໄດ້​ສັ່ງ​ໂອບາດີຢາ​ວ່າ, “ຈົ່ງ​ອອກ​ໄປ​ຊອກຫາ​ບໍ່ນໍ້າ ແລະ​ຫ້ວຍຮ່ອງ​ຢູ່​ໃນ​ດິນແດນ. ໃຫ້​ພວກເຈົ້າ​ຄົ້ນ​ຫາ​ຫຍ້າ​ໃຫ້​ພຽງພໍ ເພື່ອ​ລ້ຽງ​ຝູງມ້າ ແລະ​ຝູງ​ລໍ​ຂອງ​ພວກເຮົາ​ໃຫ້​ມີ​ຊີວິດ​ຢູ່. ບາງທີ​ພວກເຮົາ​ບໍ່​ຈຳເປັນ​ຕ້ອງ​ຂ້າ​ຝູງສັດ​ເຫຼົ່ານີ້​ເລີຍ​ກໍໄດ້.”</verse>
				<verse number="6">ແລ້ວ​ພວກເຂົາ​ກໍ​ຕົກລົງ​ກັນ​ວ່າ ຜູ້ໃດ​ຈະ​ໄປ​ສຳຫລວດ​ດິນແດນ​ສ່ວນ​ໃດ​ແດ່ ແລະ​ຕ່າງ​ກໍ​ອອກ​ໄປ​ຄົນລະ​ທິດທາງ.</verse>
				<verse number="7">ຂະນະທີ່​ໂອບາດີຢາ​ໄດ້​ເດີນທາງ​ໄປ​ນັ້ນ ທັນໃດ​ລາວ​ກໍ​ພົບ​ເອລີຢາ; ລາວ​ຈື່​ເພິ່ນ​ໄດ້​ຈຶ່ງ​ກາບ​ລົງ​ຄຳນັບ ແລະ​ຖາມ​ເພິ່ນ​ວ່າ, “ທ່ານ​ທີ່​ເຄົາຣົບ ທ່ານ​ແມ່ນ​ເອລີຢາ​ນາຍ​ຂອງ​ຂ້ານ້ອຍ​ແທ້ບໍ?”</verse>
				<verse number="8">ເພິ່ນ​ຕອບ​ວ່າ, “ແມ່ນແລ້ວ ຂ້ອຍ​ແມ່ນ​ເອລີຢາ ຈົ່ງ​ໄປ​ບອກ​ກະສັດ​ນາຍ​ຂອງ​ເຈົ້າ​ວ່າ ເອລີຢາ​ຢູ່​ທີ່ນີ້.”</verse>
				<verse number="9">ໂອບາດີຢາ​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ເຮັດ​ຜິດ​ຫຍັງ​ແດ່ ທ່ານ​ຈຶ່ງ​ຢາກ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ອັນຕະລາຍ ໂດຍ​ໃຫ້​ກະສັດ​ອາຮາບ​ສັງຫານ​ຂ້ານ້ອຍ​ຖິ້ມ?</verse>
				<verse number="10">ໂດຍ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງທ່ານ​ອົງ​ຊົງ​ພຣະຊົນຢູ່ ຂ້ານ້ອຍ​ຂໍ​ສາບານ​ວ່າ, ກະສັດ​ໄດ້​ໃຫ້​ຄົນ​ຊອກ​ຄົ້ນຫາ​ທ່ານ​ໃນ​ທຸກ​ປະເທດ​ທົ່ວໂລກ. ຖ້າ​ຜູ້ປົກຄອງ​ປະເທດ​ຄົນ​ໃດ​ລາຍງານ​ວ່າ ທ່ານ​ບໍ່ໄດ້​ຢູ່​ໃນ​ປະເທດ​ຂອງ​ເຂົາ ກະສັດ​ອາຮາບ​ກໍໄດ້​ບອກ​ໃຫ້​ຜູ້ປົກຄອງ​ຄົນ​ນັ້ນ​ສາບານ​ວ່າ​ຕົນເອງ​ບໍ່ໄດ້​ພົບ​ທ່ານ.</verse>
				<verse number="11">ບັດນີ້ ທ່ານ​ຢາກ​ໃຫ້​ຂ້ານ້ອຍ​ໄປ​ຫາ​ເພິ່ນ ແລະ​ບອກ​ເພິ່ນ​ວ່າ​ທ່ານ​ຢູ່​ທີ່ນີ້​ຊັ້ນບໍ?</verse>
				<verse number="12">ພໍ​ຂ້ານ້ອຍ​ຈາກ​ໄປ​ແລ້ວ​ຈະ​ເປັນ​ຢ່າງ​ໃດເດ ຖ້າ​ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ພາ​ທ່ານ​ໜີໄປ​ບ່ອນ​ທີ່​ຄົນ​ບໍ່​ຮູ້ຈັກ? ເມື່ອ​ຂ້ານ້ອຍ​ບອກ​ກະສັດ​ອາຮາບ​ວ່າ​ທ່ານ​ຢູ່​ທີ່ນີ້, ແຕ່​ເພິ່ນ​ບໍ່​ພົບ​ທ່ານ ເພິ່ນ​ກໍ​ຈະ​ສັງຫານ​ຂ້ານ້ອຍ​ເສຍ. ທ່ານ​ຄົງ​ຮູ້​ແລ້ວ​ວ່າ ຂ້ານ້ອຍ​ເປັນ​ຜູ້​ທີ່​ນະມັດສະການ​ພຣະເຈົ້າຢາເວ​ຢ່າງ​ເຄັ່ງຄັດ​ຕັ້ງແຕ່​ນ້ອຍ​ມາ.</verse>
				<verse number="13">ທ່ານ​ເຄີຍ​ໄດ້ຍິນ​ບໍ​ວ່າ ເມື່ອ​ຣາຊິນີ​ເຢເຊເບນ​ໄດ້​ຂ້າ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ ຂ້ານ້ອຍ​ໄດ້​ເອົາ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ​ໜຶ່ງຮ້ອຍ​ຄົນ ໄປ​ເຊື່ອງ​ໄວ້​ຢູ່​ໃນ​ຖໍ້າ​ບ່ອນ​ລະ​ຫ້າສິບ​ຄົນ ແລະ​ໄດ້​ນຳ​ເອົາ​ອາຫານ​ກັບ​ນໍ້າ​ໄປ​ລ້ຽງ​ພວກເພິ່ນ.</verse>
				<verse number="14">ແຕ່​ບັດນີ້ ເປັນຫຍັງ​ທ່ານ​ຈຶ່ງ​ສັ່ງ​ໃຫ້​ຂ້ານ້ອຍ​ໄປ​ບອກ​ກະສັດ​ວ່າ​ທ່ານ​ຢູ່​ທີ່​ນີ້? ເພິ່ນ​ຈະ​ຂ້າ​ຂ້ານ້ອຍ​ເປັນແນ່.”</verse>
				<verse number="15">ເອລີຢາ​ຕອບ​ວ່າ, “ໂດຍ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຊົງ​ພຣະຊົນຢູ່, ອົງ​ທີ່​ຂ້ອຍ​ຮັບໃຊ້​ຢູ່​ນີ້ ຂ້ອຍ​ຂໍ​ສັນຍາ​ວ່າ​ຂ້ອຍ​ຈະ​ຕ້ອງ​ໄປ​ສະເໜີ​ຕົວ​ຕໍ່​ກະສັດ​ອາຮາບ​ໃນວັນນີ້.”</verse>
				<verse number="16">ດັ່ງນັ້ນ ໂອບາດີຢາ​ຈຶ່ງ​ໄປ​ບອກ​ກະສັດ​ອາຮາບ​ໃຫ້​ຮູ້, ສ່ວນ​ກະສັດ​ອາຮາບ​ກໍ​ມາ​ພົບ​ກັບ​ເອລີຢາ.</verse>
				<verse number="17">ພໍ​ເຫັນ​ເອລີຢາ ເພິ່ນ​ກໍ​ກ່າວ​ວ່າ, “ເຈົ້າ​ຢູ່​ນີ້​ເອງ ເຈົ້າ​ຜູ້​ສ້າງ​ຄວາມ​ເດືອດຮ້ອນ​ຫລາຍ​ທີ່ສຸດ​ໃນ​ອານາຈັກ​ອິດສະຣາເອນ.”</verse>
				<verse number="18">ເອລີຢາ​ຕອບ​ວ່າ, “ຂ້ານ້ອຍ​ບໍ່ແມ່ນ​ຜູ້​ສ້າງ​ຄວາມ​ເດືອດຮ້ອນ​ແກ່​ອິດສະຣາເອນ ແຕ່​ແມ່ນ​ທ່ານ​ແລະ​ພໍ່​ຂອງທ່ານ​ເອງ​ຕ່າງຫາກ ເພາະ​ທ່ານ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ໄດ້​ຂາບໄຫວ້​ຮູບເຄົາຣົບ​ຂອງ​ພະບາອານ.</verse>
				<verse number="19">ບັດນີ້ ທ່ານ​ຈົ່ງ​ສັ່ງ​ໃຫ້​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ໄປ​ພົບ​ຂ້ານ້ອຍ​ເທິງ​ພູເຂົາ​ກາເມນ ພ້ອມ​ທັງ​ພວກ​ຜູ້ທຳນວາຍ​ຂອງ​ພະບາອານ​ສີ່ຮ້ອຍ​ຫ້າສິບ​ຄົນ ແລະ​ພວກ​ຜູ້ທຳນວາຍ​ຂອງ​ເຈົ້າແມ່​ອາເຊຣາ​ສີ່ຮ້ອຍ​ຄົນ ທີ່​ຣາຊີນີ​ເຢເຊເບນ​ເຄີຍ​ຮ່ວມ​ໂຕະ​ອາຫານ​ນຳ.”</verse>
				<verse number="20">ດັ່ງນັ້ນ ກະສັດ​ອາຮາບ​ຈຶ່ງ​ເອີ້ນ​ເອົາ​ຊາວ​ອິດສະຣາເອນ​ທຸກຄົນ ແລະ​ພວກ​ຜູ້ທຳນວາຍ​ຂອງ​ພະບາອານ​ທັງໝົດ​ຂຶ້ນ​ໄປ​ພົບ​ກັນ​ທີ່​ເທິງ​ພູເຂົາ​ກາເມນ.</verse>
				<verse number="21">ເອລີຢາ​ໄດ້​ຂຶ້ນ​ໄປ​ຢືນ​ຢູ່​ຕໍ່ໜ້າ​ປະຊາຊົນ ແລະ​ກ່າວ​ວ່າ, “ພວກທ່ານ​ຈະ​ໃຊ້​ເວລາ​ອີກ​ນານ​ເທົ່າໃດ​ຈຶ່ງ​ຈະ​ຕັດສິນໃຈ? ຖ້າ​ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ ຈົ່ງ​ນະມັດສະການ​ພຣະອົງ; ຖ້າ​ພະບາອານ​ແມ່ນ​ພຣະເຈົ້າ ຈຶ່ງ​ຂາບໄຫວ້​ພະບາອານ.” ແຕ່​ປະຊາຊົນ​ບໍ່​ຕອບ​ເພິ່ນ​ຢ່າງ​ໃດ​ໝົດ.</verse>
				<verse number="22">ແລ້ວ​ເອລີຢາ​ກໍ​ກ່າວ​ຕໍ່ໄປ​ວ່າ, “ຂ້າພະເຈົ້າ​ຜູ້ດຽວ​ທີ່​ເປັນ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ​ທີ່​ຍັງເຫລືອ​ຢູ່, ແຕ່​ສ່ວນ​ພວກ​ຜູ້ທຳນວາຍ​ຂອງ​ພະບາອານ​ນັ້ນ​ມີ​ສີ່ຮ້ອຍ​ຫ້າສິບ​ຄົນ.</verse>
				<verse number="23">ຈົ່ງ​ເອົາ​ງົວເຖິກ​ສອງ​ໂຕ​ມາ ແລະ​ໃຫ້​ພວກເຂົາ​ເລືອກ​ເອົາ​ໂຕໜຶ່ງ​ໄປ​ຕັດ​ເປັນ​ຕ່ອນ ແລ້ວ​ເອົາ​ມາ​ວາງ​ໄວ້​ເທິງ​ກອງ​ຟືນ ແຕ່​ບໍ່​ໃຫ້​ດັງ​ໄຟ​ໃສ່. ສ່ວນ​ຂ້າພະເຈົ້າ​ກໍ​ຈະ​ເອົາ​ງົວ​ອີກ​ໂຕໜຶ່ງ​ໄປ​ຕັດ​ເປັນ​ຕ່ອນ​ແລ້ວ​ມາ​ວາງ​ໄວ້​ເທິງ​ກອງ​ຟືນ ແຕ່​ບໍ່​ດັງ​ໄຟ​ໃສ່​ຄືກັນ.</verse>
				<verse number="24">ແລ້ວ​ຂໍ​ໃຫ້​ພວກ​ຜູ້ທຳນວາຍ​ພະບາອານ​ພາວັນນາ​ອະທິຖານ​ຫາ​ນາມຊື່​ພະ​ຂອງ​ພວກເຂົາ. ສ່ວນ​ຂ້າພະເຈົ້າ​ກໍ​ຈະ​ພາວັນນາ​ອະທິຖານ​ຫາ​ນາມຊື່​ພຣະເຈົ້າຢາເວ ແລ້ວ​ພຣະ​ຕົນໃດ​ທີ່​ຕອບ​ໂດຍ​ສົ່ງ​ໄຟ​ລົງ​ມາ ກໍ​ແມ່ນ​ພຣະຕົນນັ້ນ​ແຫລະ ເປັນ​ພຣະເຈົ້າ.” ປະຊາຊົນ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ສິ່ງ​ທີ່​ທ່ານ​ເວົ້າ​ນັ້ນ​ເປັນ​ສິ່ງ​ທີ່​ດີ.”</verse>
				<verse number="25">ແລ້ວ​ເອລີຢາ​ກໍໄດ້​ກ່າວ​ຕໍ່​ພວກ​ຜູ້ທຳນວາຍ​ພະບາອານ​ວ່າ, “ໃຫ້​ພວກທ່ານ​ເລືອກ​ເອົາ​ງົວເຖິກ​ໄປ​ຈັດແຈ່ງ​ກ່ອນ, ເພາະ​ພວກທ່ານ​ມີ​ຫລາຍ​ຄົນ​ດ້ວຍ​ກັນ. ຈົ່ງ​ພາວັນນາ​ອະທິຖານ​ຫາ​ນາມຊື່​ພະ​ຂອງ​ພວກທ່ານ ແຕ່​ຢ່າ​ດັງ​ໄຟ​ໃສ່.”</verse>
				<verse number="26">ພວກເຂົາ​ຈຶ່ງ​ເອົາ​ງົວເຖິກ​ທີ່​ນຳ​ມາ​ໃຫ້​ພວກຕົນ​ນັ້ນ​ໄປ​ຈັດແຈ່ງ ແລະ​ພາວັນນາ​ອະທິຖານ​ຫາ​ນາມຊື່​ພະບາອານ​ຈົນເຖິງ​ທ່ຽງ. ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ໂອ ພະບາອານ​ເອີຍ ຈົ່ງ​ຕອບ​ພວກ​ຂ້ານ້ອຍ​ດ້ວຍ.” ພວກເຂົາ​ຟ້ອນ​ອ້ອມ​ແທ່ນບູຊາ​ທີ່​ພວກເຂົາ​ກໍ່​ຂຶ້ນ​ນັ້ນ ແຕ່​ບໍ່ມີ​ສຽງ​ຕອບ​ໃດໆ​ເລີຍ.</verse>
				<verse number="27">ພໍ​ເຖິງ​ຕອນທ່ຽງ, ເອລີຢາ​ກໍ​ເລີ່ມ​ເຍາະເຍີ້ຍ​ພວກເຂົາ​ວ່າ, “ຮ້ອງ​ໃຫ້​ດັງ​ກວ່າ​ນີ້​ແມ ເພິ່ນ​ເປັນ​ພະ​ຕົນໜຶ່ງ ເພິ່ນ​ອາດ​ກຳລັງ​ຝັນ​ຢູ່ ຫລື​ກຳລັງ​ຫຍຸ້ງຢູ່ ກຳລັງ​ເດີນທາງ​ຢູ່ ຫລື​ບາງທີ​ເພິ່ນ​ອາດ​ຍັງ​ນອນຫລັບ​ຢູ່ ພວກທ່ານ​ຈະ​ຕ້ອງ​ປຸກ​ເພິ່ນ​ໃຫ້​ລຸກ​ຂຶ້ນ.”</verse>
				<verse number="28">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຮ້ອງ​ສຽງດັງ​ກວ່າເກົ່າ ແລະ​ເອົາ​ມີດ​ກັບ​ດາບ​ມາ​ປາດ​ໂຕເອງ​ຈົນ​ເລືອດ​ໄຫລ​ອອກ ຕາມ​ພິທີ​ທາງ​ສາສະໜາ​ຂອງ​ພວກເຂົາ.</verse>
				<verse number="29">ພວກເຂົາ​ໄດ້​ເຮັດ​ດັ່ງນີ້​ໄປ​ຈົນເຖິງ​ເວລາ​ຖວາຍບູຊາ​ຕອນແລງ, ແຕ່​ບໍ່ມີ​ຄຳຕອບ​ແລະ​ບໍ່ມີ​ສຽງ​ໃດໆ​ເລີຍ.</verse>
				<verse number="30">ແລ້ວ​ເອລີຢາ​ກໍ​ບອກ​ປະຊາຊົນ​ວ່າ, “ຫຍັບ​ເຂົ້າ​ມາ​ໃກ້ໆ​ຂ້າພະເຈົ້າ​ພີ້.” ແລະ​ທຸກຄົນ​ກໍ​ເຂົ້າ​ມາ​ອ້ອມ​ເພິ່ນ. ເພິ່ນ​ໄດ້​ສ້ອມແປງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ຊຶ່ງ​ຖືກ​ທຳລາຍ​ລົງ​ນັ້ນ​ຂຶ້ນ​ໃໝ່.</verse>
				<verse number="31">ເພິ່ນ​ໄດ້​ເອົາ​ຫີນ​ສິບສອງ​ກ້ອນ ຄື​ກ້ອນ​ໜຶ່ງ​ສຳລັບ​ແຕ່ລະເຜົ່າ​ໃນ​ສິບສອງ​ເຜົ່າ ຕາມ​ຊື່​ລູກຊາຍ​ຂອງ​ຢາໂຄບ​ຜູ້​ທີ່​ພຣະເຈົ້າຢາເວ​ໃສ່​ຊື່​ໃຫ້​ວ່າ ອິດສະຣາເອນ.</verse>
				<verse number="32">ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ໃນນາມ​ຂອງ​ພຣະເຈົ້າຢາເວ​ດ້ວຍ​ກ້ອນຫີນ​ເຫຼົ່ານີ້. ເພິ່ນ​ຂຸດ​ຮ່ອງ​ອ້ອມ​ແທ່ນບູຊາ​ໃຫ້​ໃຫຍ່​ພໍດີ​ບັນຈຸ​ນໍ້າ​ໄດ້​ເກືອບ​ສິບສີ່​ລິດ.</verse>
				<verse number="33">ແລ້ວ​ເພິ່ນ​ກໍ​ເອົາ​ຟືນ​ມາ​ລຽນ​ໃສ່​ເທິງ​ແທ່ນບູຊາ, ແລ້ວ​ສັ່ງ​ວ່າ, “ຕັດ​ງົວ​ເປັນ​ຕ່ອນໆ ແລະ​ຢອງ​ໄວ້​ເທິງ​ກອງຟືນ​ນັ້ນ. ຈົ່ງ​ຕັກ​ນໍ້າ​ໃສ່​ໄຫ​ໃຫ້​ເຕັມ​ທັງ​ສີ່​ໜ່ວຍ ແລະ​ຖອກ​ລົງ​ເທິງ​ເຄື່ອງບູຊາ ແລະ​ເທິງ​ກອງ​ຟືນ.” ພວກເຂົາ​ກໍ​ເຮັດ​ຕາມ.</verse>
				<verse number="34">ແລ້ວ​ເພິ່ນ​ກໍ​ສັ່ງ​ວ່າ, “ຈົ່ງ​ເຮັດ​ຄື​ເກົ່າ​ອີກ​ຄັ້ງໜຶ່ງ” ແລະ​ພວກເຂົາ​ກໍ​ເຮັດ​ຕາມ​ອີກ; ເພິ່ນ​ສັ່ງ​ອີກ​ວ່າ, “ຈົ່ງ​ເຮັດ​ຄື​ເກົ່າ​ອີກ​ເທື່ອ​ທີ​ສາມ” ແລະ​ພວກເຂົາ​ກໍ​ເຮັດ​ຕາມ​ອີກ.</verse>
				<verse number="35">ນໍ້າ​ໄດ້​ໄຫລ​ລົງ​ອ້ອມ​ແທ່ນບູຊາ​ຈົນ​ເຕັມ​ຮ່ອງ​ທີ່​ຂຸດ​ໄວ້.</verse>
				<verse number="36">ພໍ​ເຖິງ​ຍາມ​ຖວາຍບູຊາ​ຕອນແລງ ຜູ້ທຳນວາຍ​ເອລີຢາ​ກໍ​ຍ່າງ​ເຂົ້າ​ໄປ​ໃກ້​ແທ່ນບູຊາ ແລະ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ; ບັດນີ້ ຂໍ​ພຣະອົງ​ພິສູດ​ໃຫ້​ເຫັນ​ວ່າ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ຂ້ານ້ອຍ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="37">ຂ້າແດ່​ພຣະເຈົ້າຢາເວ ຂໍ​ພຣະອົງ​ຕອບ​ຂ້ານ້ອຍ​ດ້ວຍ ຂໍ​ພຣະອົງ​ຕອບ​ຂ້ານ້ອຍ​ເພື່ອ​ປະຊາຊົນ​ເຫຼົ່ານີ້​ຈະ​ຮູ້​ວ່າ ພຣະອົງ​ແມ່ນ​ພຣະເຈົ້າຢາເວ ອົງ​ເປັນ​ພຣະເຈົ້າ ແລະ​ຮູ້​ວ່າ​ພຣະອົງ​ກຳລັງ​ນຳ​ພວກເຂົາ​ກັບຄືນ​ມາ​ຫາ​ພຣະອົງ.”</verse>
				<verse number="38">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສົ່ງ​ໄຟ​ລົງ​ມາ​ໄໝ້​ເຄື່ອງບູຊາ, ໄໝ້​ຟືນ, ໄໝ້​ກ້ອນຫີນ, ເຜົາ​ໄໝ້​ດິນ ແລະ​ດູດ​ນໍ້າ​ໃນ​ຮ່ອງ​ຈົນ​ແຫ້ງ.</verse>
				<verse number="39">ເມື່ອ​ປະຊາຊົນ​ເຫັນ​ດັ່ງນີ້ ພວກເຂົາ​ຈຶ່ງ​ກົ້ມ​ຂາບລົງ​ແລະ​ຮ້ອງ​ຂຶ້ນ​ວ່າ, “ພຣະເຈົ້າຢາເວ​ອົງນີ້​ເປັນ​ພຣະເຈົ້າ ພຣະເຈົ້າຢາເວ​ອົງ​ນີ້​ເປັນ​ພຣະເຈົ້າ.”</verse>
				<verse number="40">ເອລີຢາ​ຈຶ່ງ​ສັ່ງ​ວ່າ, “ຈົ່ງ​ຈັບ​ພວກ​ຜູ້ທຳນວາຍ​ຂອງ​ພະບາອານ ຢ່າ​ໃຫ້​ຜູ້ໃດ​ລອດ​ໜີໄປ​ໄດ້.” ດັ່ງນັ້ນ ປະຊາຊົນ​ຈຶ່ງ​ຈັບ​ພວກເຂົາ​ທຸກຄົນ​ໄວ້ ແລ້ວ​ເອລີຢາ​ກໍໄດ້​ນຳ​ພວກເຂົາ​ລົງ​ໄປ​ໃນ​ຫ້ວຍ​ກີໂຊນ ແລະ​ຂ້າ​ພວກເຂົາ​ເສຍ.</verse>
				<verse number="41">ແລ້ວ​ເອລີຢາ​ກໍ​ກ່າວ​ຕໍ່​ກະສັດ​ອາຮາບ​ວ່າ, “ບັດນີ້ ຈົ່ງ​ໄປ​ກິນ​ແລະ​ດື່ມ​ສາ ຂ້ານ້ອຍ​ໄດ້ຍິນ​ສຽງ​ຝົນ​ມາ​ແລ້ວ.”</verse>
				<verse number="42">ຂະນະທີ່​ກະສັດ​ອາຮາບ​ຂຶ້ນ​ໄປ​ກິນ​ແລະ​ດື່ມ​ນັ້ນ ເອລີຢາ​ໄດ້​ປີນ​ຂຶ້ນ​ໄປ​ເທິງ​ຍອດພູ​ກາເມນ ຄຸເຂົ່າ​ກົ້ມ​ຂາບລົງ​ດິນ ແລະ​ກົ້ມ​ໜ້າ​ລົງ​ຫວ່າງ​ກາງ​ຫົວ​ເຂົ່າ.</verse>
				<verse number="43">ແລ້ວ​ເພິ່ນ​ກໍ​ກ່າວ​ແກ່​ຄົນ​ຮັບໃຊ້​ຂອງຕົນ​ວ່າ, “ຈົ່ງ​ໄປ​ເບິ່ງ​ທາງ​ທະເລ​ພຸ້ນ​ດູ.” ຄົນ​ຮັບໃຊ້​ກໍ​ໄປ​ເບິ່ງ ແລະ​ກັບ​ມາ​ບອກ​ວ່າ, “ຂ້ານ້ອຍ​ບໍ່ໄດ້​ເຫັນ​ຫຍັງ​ໝົດ.” ເອລີຢາ​ສັ່ງ​ໃຫ້​ລາວ​ໄປ​ເບິ່ງ​ເຈັດ​ເທື່ອ.</verse>
				<verse number="44">ໃນ​ເທື່ອ​ທີ​ເຈັດ ຄົນ​ຮັບໃຊ້​ໄດ້​ກັບ​ມາ​ບອກ​ເພິ່ນ​ວ່າ, “ຂ້ານ້ອຍ​ໄດ້​ເຫັນ​ກ້ອນ​ເມກ​ນ້ອຍໆ ກ້ອນ​ໜຶ່ງ​ສໍ່າ​ຝາມື​ຂຶ້ນ​ມາ​ຈາກ​ທະເລ.” ເອລີຢາ​ຈຶ່ງ​ສັ່ງ​ຄົນ​ຮັບໃຊ້​ວ່າ, “ຈົ່ງ​ໄປ​ບອກ​ກະສັດ​ອາຮາບ​ໃຫ້​ເພິ່ນ​ຂຶ້ນ​ຂີ່​ລົດມ້າ ແລະ​ກັບຄືນ​ເມືອ​ກ່ອນ​ຝົນ​ຈະ​ຕົກ​ຮຳ.”</verse>
				<verse number="45">ຢູ່​ມາ​ຄາວ​ໜຶ່ງ ເມກ​ອັນ​ໜາຕຶບ​ກໍ​ປົກ​ຄຸ້ມ​ຟ້າ​ສະຫວັນ, ລົມ​ເລີ່ມ​ພັດ​ມາ ແລະ​ຝົນ​ຫ່າ​ໃຫຍ່​ກໍ​ເລີ່ມ​ຕົກ. ກະສັດ​ອາຮາບ​ໄດ້​ຂຶ້ນ​ລົດມ້າ​ກັບຄືນ​ໄປ​ສູ່​ເມືອງ​ຢິດຊະເຣນ.</verse>
				<verse number="46">ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ຄວບຄຸມ​ເອລີຢາ ເພິ່ນ​ເອົາ​ເສື້ອ​ມັດ​ແອວ​ໃຫ້​ແໜ້ນ ແລະ​ແລ່ນ​ແຊງ​ຂຶ້ນ​ໜ້າ​ກະສັດ​ອາຮາບ​ມາ​ຕະຫລອດ​ທາງ ຈົນເຖິງ​ເມືອງ​ຢິດຊະເຣນ.</verse>
			</chapter>
			<chapter number="19">
				<verse number="1">ກະສັດ​ອາຮາບ​ເລົ່າ​ເລື່ອງ​ທັງໝົດ​ທີ່​ເອລີຢາ​ໄດ້​ເຮັດ​ນັ້ນ​ສູ່​ນາງ​ເຢເຊເບນ​ເມຍ​ຂອງຕົນ​ຟັງ ແລະ​ບອກ​ເຖິງ​ເລື່ອງ​ທີ່​ເອລີຢາ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ທັງໝົດ​ພະບາອານ​ຢ່າງໃດ.</verse>
				<verse number="2">ດັ່ງນັ້ນ ນາງ​ເຢເຊເບນ​ຈຶ່ງ​ໃຊ້​ຄົນ​ອອກ​ໄປ​ບອກ​ເອລີຢາ​ວ່າ, “ມື້ອື່ນ​ເວລາ​ດຽວກັນ​ນີ້ ຖ້າ​ຂ້ອຍ​ບໍ່ໄດ້​ຂ້າ​ເຈົ້າ ດັ່ງ​ທີ່​ເຈົ້າ​ໄດ້​ຂ້າ​ບັນດາ​ຜູ້ທຳນວາຍ​ພະບາອານ​ນັ້ນ ກໍ​ຂໍ​ພະ​ທັງຫລາຍ​ເຮັດ​ໃຫ້​ຂ້ອຍ​ຕາຍ​ສາ​ເຖີດ.”</verse>
				<verse number="3">ເອລີຢາ​ເກີດ​ຢ້ານກົວ​ຫລາຍ ຈຶ່ງ​ໜີ​ເອົາ​ຊີວິດ​ລອດ ເພິ່ນ​ໄດ້​ເອົາ​ຄົນ​ຮັບໃຊ້​ຂອງ​ເພິ່ນ​ໄປ​ທີ່​ເມືອງ​ເບເອນເຊບາ​ໃນ​ອານາຈັກ​ຢູດາຍ. ແລ້ວ​ເອລີຢາ​ກໍໄດ້​ປະ​ຄົນ​ຮັບໃຊ້​ຂອງຕົນ​ໄວ້​ຢູ່​ໃນ​ເມືອງ​ນີ້</verse>
				<verse number="4">ສ່ວນ​ເພິ່ນ​ເອງ​ນັ້ນ​ຍ່າງ​ໄປ​ຕາມ​ຖິ່ນ​ແຫ້ງແລ້ງ​ກັນດານ​ໝົດມື້. ເພິ່ນ​ຢຸດ​ນັ່ງ​ພັກ​ຢູ່​ໃຕ້​ຮົ່ມ​ໄມ້​ຕົ້ນໜຶ່ງ ແລະ​ຄິດ​ຢາກ​ຈະ​ຕາຍ. ເພິ່ນ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ໄປ​ເທີ້ນ ເພາະ​ຂ້ານ້ອຍ​ບໍ່ດີ​ໄປກວ່າ​ປູ່ຍ່າຕາຍາຍ​ຂອງ​ຂ້ານ້ອຍ.”</verse>
				<verse number="5">ເພິ່ນ​ເອນ​ຕົວລົງ​ຢູ່​ໃຕ້​ຕົ້ນໄມ້​ນັ້ນ ແລະ​ນອນ​ຫລັບໄປ. ໃນທັນໃດ ມີ​ເທວະດາ​ຕົນ​ໜຶ່ງ​ມາ​ຊຸກ​ເພິ່ນ ແລະ​ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ແລະ​ກິນ​ອາຫານ​ສາ​ແມ.”</verse>
				<verse number="6">ເມື່ອ​ເພິ່ນ​ຫລຽວ​ໄປ​ຮອບໆ​ກໍ​ເຫັນ​ເຂົ້າຈີ່​ກ້ອນ​ໜຶ່ງ ແລະ​ໄຫ​ນໍ້າ​ຢູ່​ໃກ້​ກັບ​ຫົວ​ຂອງຕົນ. ເພິ່ນ​ຈຶ່ງ​ກິນ​ແລະ​ດື່ມ​ແລ້ວ​ນອນ​ລົງ​ອີກ.</verse>
				<verse number="7">ແຕ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ກັບຄືນ​ມາ​ປຸກ​ເພິ່ນ​ອີກ​ເປັນ​ຄັ້ງ​ທີ​ສອງ ແລະ​ບອກ​ວ່າ, “ຈົ່ງ​ລຸກ​ຂຶ້ນ ແລະ​ກິນ​ອາຫານ​ສາ ເພາະ​ການ​ເດີນທາງ​ຄັ້ງນີ້​ໜັກໜ່ວງ​ໂພດ​ສຳລັບ​ເຈົ້າ.”</verse>
				<verse number="8">ເອລີຢາ​ກໍ​ລຸກ​ຂຶ້ນ​ກິນ​ແລະ​ດື່ມ; ດ້ວຍ​ອາຫານ​ນັ້ນ​ໄດ້​ເຮັດ​ໃຫ້​ເພິ່ນ​ມີ​ເຫື່ອແຮງ​ຍ່າງ​ໄດ້​ສີ່ສິບ​ວັນ ໄປ​ສູ່​ພູເຂົາ​ຊີນາຍ ພູ​ຂອງ​ພຣະເຈົ້າ.</verse>
				<verse number="9">ແລ້ວ​ເພິ່ນ​ກໍ​ເຂົ້າ​ໄປ​ນອນ​ຄ້າງຄືນ​ຢູ່​ໃນ​ຖໍ້າ. ໃນທັນໃດ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້ມາ​ເຖິງ​ເພິ່ນ​ວ່າ, “ເອລີຢາ ເຈົ້າ​ເຮັດ​ຫຍັງ​ຢູ່​ທີ່ນີ້?”</verse>
				<verse number="10">ເພິ່ນ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ຮັບໃຊ້​ພຽງແຕ່​ພຣະອົງ​ມາ​ຕະຫລອດ, ແຕ່​ປະຊາຊົນ​ອິດສະຣາເອນ​ໄດ້​ລະເມີດ​ພັນທະສັນຍາ​ຂອງ​ພຣະອົງ, ໄດ້​ທຳລາຍ​ແທ່ນບູຊາ​ຂອງ​ພຣະອົງ ແລະ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພຣະອົງ. ມີ​ແຕ່​ຂ້ານ້ອຍ​ຄົນດຽວ​ເຫລືອຢູ່ ແລະ​ພວກເຂົາ​ກໍ​ພະຍາຍາມ​ຈະ​ຂ້າ​ຂ້ານ້ອຍ​ເສຍ.”</verse>
				<verse number="11">ພຣະອົງ​ກ່າວ​ຕໍ່​ເພິ່ນ​ວ່າ, “ຈົ່ງ​ອອກ​ໄປ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ເທິງ​ຈອມ​ພູ​ນີ້ ແລ້ວ​ພຣະເຈົ້າຢາເວ​ຈະ​ກາຍ​ໄປ.” ກ່ອນ​ໜ້າ​ພຣະເຈົ້າຢາເວ​ສະເດັດ​ໄປ​ກໍ​ເກີດ​ມີ​ລົມ​ພະຍຸ​ຮ້າຍ​ຈົນ​ເຮັດ​ໃຫ້​ພູເຂົາ​ຍະ​ອອກ ແລະ​ເຮັດ​ໃຫ້​ກ້ອນຫີນ​ແຕກ​ເປັນ​ກ້ອນໆ, ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ຢູ່​ໃນ​ລົມ​ນັ້ນ. ຫລັງຈາກ​ນັ້ນ​ກໍ​ເກີດ​ແຜ່ນດິນ​ໄຫວ, ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ຢູ່​ໃນ​ແຜ່ນດິນ​ໄຫວ​ນີ້.</verse>
				<verse number="12">ຫລັງຈາກ​ແຜ່ນດິນ​ໄຫວ​ກໍ​ມີ​ໄຟ, ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ຢູ່​ໃນ​ໄຟ​ນີ້. ແລະ​ຫລັງຈາກ​ໄຟ​ກໍ​ມີ​ສຽງ​ກະຊິບ​ເບົາໆ​ດັງ​ແວ່ວ​ມາ.</verse>
				<verse number="13">ເມື່ອ​ເອລີຢາ​ໄດ້ຍິນ​ສຽງ​ນີ້ ເພິ່ນ​ກໍ​ເອົາ​ເສື້ອຄຸມ​ຂອງ​ເພິ່ນ​ປົກ​ໜ້າ​ໄວ້ ແລະ​ອອກ​ໄປ​ຢືນ​ຢູ່​ປາກ​ຖໍ້າ. ສຽງ​ນັ້ນ​ກ່າວ​ຕໍ່​ເພິ່ນ​ວ່າ, “ເອລີຢາ ເຈົ້າ​ເຮັດ​ຫຍັງ​ຢູ່​ທີ່ນີ້?”</verse>
				<verse number="14">ເພິ່ນ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ຮັບໃຊ້​ພຽງແຕ່​ພຣະອົງ​ມາ​ໂດຍຕະຫລອດ, ແຕ່​ປະຊາຊົນ​ອິດສະຣາເອນ​ໄດ້​ລະເມີດ​ພັນທະສັນຍາ​ຂອງ​ພຣະອົງ, ໄດ້​ທຳລາຍ​ແທ່ນບູຊາ​ຂອງ​ພຣະອົງ ແລະ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພຣະອົງ. ມີ​ແຕ່​ຂ້ານ້ອຍ​ຄົນດຽວ​ເຫລືອຢູ່ ແລະ​ພວກເຂົາ​ກໍ​ພະຍາຍາມ​ຈະ​ຂ້າ​ຂ້ານ້ອຍ​ເສຍ.”</verse>
				<verse number="15">ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ຕໍ່​ເພິ່ນ​ວ່າ, “ຈົ່ງ​ກັບຄືນ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ​ໃກ້​ກັບ​ເມືອງ​ດາມັສກັດ ແລ້ວ​ເຂົ້າ​ໄປ​ໃນເມືອງ ແລະ​ເອົາ​ນໍ້າມັນ​ເຈີມ​ຫົດສົງ​ຮາຊາເອນ ໃຫ້​ເປັນ​ກະສັດ​ແຫ່ງ​ຊີເຣຍ;</verse>
				<verse number="16">ເອົາ​ນໍ້າມັນ​ເຈີມ​ຫົດສົງ​ເຢຮູ​ລູກຊາຍ​ຂອງ​ນິມຊີ ໃຫ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ເອົາ​ນໍ້າມັນ​ເຈີມ​ຫົດສົງ​ເອລີຊາ​ລູກຊາຍ​ຂອງ​ຊາຟັດ​ຊາວ​ອາເບັນ​ເມໂຮລາ ໃຫ້​ເປັນ​ຜູ້ທຳນວາຍ​ສືບແທນ​ເຈົ້າ.</verse>
				<verse number="17">ຜູ້ໃດ​ຜູ້ໜຶ່ງ​ທີ່​ໜີພົ້ນ​ຈາກ​ຖືກ​ຮາຊາເອນ​ຂ້າ ຈະ​ຖືກ​ເຢຮູ​ຂ້າ ຜູ້ໃດ​ຜູ້ໜຶ່ງ​ທີ່​ໜີພົ້ນ​ຈາກ​ຖືກ​ເຢຮູ​ຂ້າ ຈະ​ຖືກ​ເອລີຊາ​ຂ້າ.</verse>
				<verse number="18">ແຕ່​ຢ່າງໃດ​ກໍຕາມ ເຮົາ​ຈະ​ໃຫ້​ມີ​ເຈັດພັນ​ຄົນ ມີ​ຊີວິດ​ຢູ່​ໃນ​ອິດສະຣາເອນ ຄື​ພວກ​ທີ່​ສັດຊື່​ຕໍ່​ເຮົາ ແລະ​ບໍ່ໄດ້​ຂາບໄຫວ້​ພະບາອານ ຫລື​ຈູບ​ຮູບເຄົາຣົບ​ຂອງ​ມັນ.”</verse>
				<verse number="19">ເອລີຢາ​ໄດ້​ຈາກ​ໄປ ແລະ​ພົບ​ເອລີຊາ​ລູກ​ຂອງ​ຊາຟັດ​ກຳລັງ​ໄຖ​ນາ; ໄດ້​ມີ​ງົວ​ສິບເອັດ​ຄູ່​ຍ່າງ​ອອກ​ກ່ອນ​ລາວ, ແຕ່​ລາວ​ເອງ​ໄດ້​ໃຊ້​ງົວ​ຄູ່​ທີ​ສິບສອງ​ໄຖ​ໄປ​ຕາມຫລັງ. ເອລີຢາ​ແກ້​ເສື້ອຄຸມ​ຂອງຕົນ​ອອກ ແລະ​ຫົ່ມ​ໃຫ້​ເອລີຊາ.</verse>
				<verse number="20">ແລ້ວ​ເອລີຊາ​ກໍໄດ້​ປະ​ງົວ​ຂອງຕົນ ແລະ​ແລ່ນ​ຕາມ​ຫລັງ​ເອລີຢາ​ໄປ ທັງ​ເວົ້າ​ວ່າ, “ຂໍ​ໃຫ້​ຂ້ານ້ອຍ​ໄປ​ຈູບ​ສັ່ງລາ​ພໍ່​ແມ່​ຂອງ​ຂ້ານ້ອຍ​ສາ​ກ່ອນ ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄປ​ກັບ​ທ່ານ.” ເອລີຢາ​ຕອບ​ວ່າ, “ບໍ່​ເປັນຫຍັງ​ດອກ ຄືນໄປ​ສາ ຂ້ອຍ​ຈະ​ບໍ່​ຫ້າມ​ເຈົ້າ.”</verse>
				<verse number="21">ແລ້ວ​ເອລີຊາ​ກໍໄດ້​ໄປ​ຂ້າ​ງົວ​ຄູ່ນັ້ນ​ຂອງຕົນ ແລະ​ເອົາ​ຊີ້ນ​ເຮັດ​ອາຫານ ໂດຍ​ໃຊ້​ໄຖ​ເປັນ​ຟືນ​ດັງ​ໄຟ. ລາວ​ແບ່ງ​ຊີ້ນ​ໃຫ້​ຄົນ​ທັງຫລາຍ ແລະ​ພວກເຂົາ​ກໍ​ກິນ. ແລ້ວ​ລາວ​ກໍ​ຈາກ​ໄປ ແລະ​ຕິດຕາມ​ເອລີຢາ ໂດຍ​ເປັນ​ຜູ້​ຮັບໃຊ້​ຂອງເພິ່ນ.</verse>
			</chapter>
			<chapter number="20">
				<verse number="1">ເຈົ້າ​ເບັນຮາດາດ ກະສັດ​ແຫ່ງ​ຊີເຣຍ​ໄດ້​ຮວບຮວມ​ເອົາ​ທະຫານ​ທັງໝົດ​ຂອງ​ເພິ່ນ ແລະ​ມີ​ພວກ​ກະສັດ​ສາມສິບສອງ​ຄົນ ມີ​ຄົນອື່ນ​ອີກ​ສະໜັບ​ສະໜູນ​ໂດຍ​ໃຫ້​ຝູງມ້າ​ແລະ​ລົດຮົບ ໄດ້​ຍົກທັບ​ຂຶ້ນ​ໄປ​ອ້ອມ​ນະຄອນ​ຊາມາເຣຍ​ໄວ້​ແລະ​ໄດ້​ເຂົ້າ​ໂຈມຕີ​ເອົາ​ເມືອງ.</verse>
				<verse number="2">ເພິ່ນ​ໄດ້​ໃຊ້​ພວກ​ຜູ້ນຳຂ່າວ​ເຂົ້າ​ໄປ​ໃນ​ເມືອງ​ເພື່ອ​ພົບ​ກະສັດ​ອາຮາບ ກະສັດ​ແຫ່ງ​ອິດສະຣາເອນ ແລະ​ບອກ​ວ່າ, “ກະສັດ​ເບັນຮາດາດ​ຮຽກຮ້ອງ​ໃຫ້​ທ່ານ​ຍອມ​ຈຳນົນ</verse>
				<verse number="3">ແລະ​ມອບ​ເງິນ, ຄຳ, ພວກເມຍ ແລະ​ພວກ​ລູກ​ຜູ້​ແຂງແຮງ​ທີ່ສຸດ​ຂອງທ່ານ​ໃຫ້​ເພິ່ນ.”</verse>
				<verse number="4">ກະສັດ​ອາຮາບ​ຕອບ​ວ່າ, “ຈົ່ງ​ໄປ​ບອກ​ກະສັດ​ເບັນຮາດາດ​ເຈົ້ານາຍ​ຂອງເຮົາ​ວ່າ ເຮົາ​ຕົກລົງ; ໃຫ້​ເພິ່ນ​ເອົາ​ຕົວ​ເຮົາ​ແລະ​ທຸກສິ່ງ​ທີ່​ເຮົາ​ມີ​ໄປ​ສາ.”</verse>
				<verse number="5">ຕໍ່ມາ ພວກ​ຜູ້ນຳຂ່າວ​ກໍ​ກັບຄືນ​ມາ​ຫາ​ກະສັດ​ອາຮາບ​ອີກ ພ້ອມ​ດ້ວຍ​ຄຳ​ຮຽກຮ້ອງ​ຢ່າງ​ອື່ນ​ຈາກ​ກະສັດ​ເບັນຮາດາດ​ວ່າ, “ເຮົາ​ໄດ້​ໃຊ້​ຄົນ​ມາ​ບອກ​ທ່ານ​ໃຫ້​ມອບ​ເງິນ, ຄຳ, ພວກເມຍ ແລະ​ພວກ​ລູກ​ຂອງທ່ານ​ໃຫ້​ເຮົາ</verse>
				<verse number="6">ເຖິງຢ່າງນັ້ນ​ກໍຕາມ ບັດນີ້ ເຮົາ​ຈະ​ສົ່ງ​ພວກ​ທະຫານ​ຂອງເຮົາ​ເຂົ້າ​ໄປ​ຄົ້ນ​ໃນ​ຣາຊວັງ ແລະ​ໃນ​ເຮືອນ​ນາຍ​ທະຫານ​ຂອງທ່ານ ເພື່ອ​ຢຶດເອົາ​ສິ່ງຂອງ​ທຸກໆ​ຢ່າງ​ທີ່​ພວກເຂົາ ເຫັນ​ວ່າ​ມີຄ່າ. ມື້ອື່ນ​ໃນ​ເວລາ​ດຽວກັນ​ນີ້ ພວກ​ນາຍ​ທະຫານ​ຈະ​ມາ​ໃນ​ຣາຊວັງ​ຂອງທ່ານ.”</verse>
				<verse number="7">ແລ້ວ​ກະສັດ​ອາຮາບ​ກໍໄດ້​ເອີ້ນ​ພວກຜູ້ນຳ​ຂອງ​ປະເທດ​ມາ ແລະ​ບອກ​ວ່າ, “ພວກທ່ານ​ເຫັນ​ແລ້ວ​ວ່າ​ຊາຍ​ຄົນ​ນີ້​ຢາກ​ທຳລາຍ​ເຮົາ. ລາວ​ໄດ້​ສົ່ງ​ຜູ້ນຳຂ່າວ​ມາ​ຂໍ​ເອົາ​ບັນດາ​ເມຍ ແລະ​ລູກໆ​ຂອງເຮົາ, ເງິນ​ແລະ​ຄຳ​ຂອງເຮົາ ແລະ​ເຮົາ​ເອງ​ກໍ​ຍອມ​ໃຫ້​ແລ້ວ.”</verse>
				<verse number="8">ພວກຜູ້ນຳ​ກັບ​ປະຊາຊົນ​ຕອບ​ວ່າ, “ຢ່າ​ຟັງຄວາມ​ລາວ ແລະ​ຢ່າ​ຍອມ​ແພ້​ລາວ.”</verse>
				<verse number="9">ດັ່ງນັ້ນ ກະສັດ​ອາຮາບ​ຈຶ່ງ​ຕອບ​ພວກ​ຜູ້ນຳຂ່າວ​ຂອງ​ກະສັດ​ເບັນຮາດາດ​ວ່າ, “ຈົ່ງ​ໄປ​ບອກ​ກະສັດ​ຜູ້​ເປັນ​ເຈົ້ານາຍ​ຂອງເຮົາ​ວ່າ ເຮົາ​ເອງ​ຍິນຍອມ​ເຮັດ​ຕາມ​ຄຳ​ຮຽກຮ້ອງ​ຄັ້ງ​ທີ​ໜຶ່ງ, ແຕ່​ເຮົາ​ເຮັດ​ຕາມ​ຄຳ​ຮຽກຮ້ອງ​ຄັ້ງນີ້​ບໍ່ໄດ້.” ພວກ​ຜູ້ນຳຂ່າວ​ໄດ້​ກັບ​ໄປ​ລາຍງານ​ກະສັດ​ເບັນຮາດາດ ແລ້ວ​ກໍ​ກັບຄືນ​ມາ​ໃໝ່</verse>
				<verse number="10">ຈາກ​ນັ້ນ ກະສັດ​ເບັນຮາດາດ​ຈຶ່ງ​ໄດ້​ສົ່ງຂ່າວ​ມາ​ເຖິງ​ກະສັດ​ອາຮາບ​ວ່າ, “ເຮົາ​ຈະ​ນຳ​ທະຫານ​ມາ​ໃຫ້​ຫລາຍ​ພໍ ເພື່ອ​ຈັບ​ເອົາ​ກ້ອນຫີນ​ຄົນລະ​ກ້ອນ ແລະ​ທຳລາຍ​ເມືອງ​ຂອງທ່ານ. ຖ້າ​ເຮົາ​ບໍ່​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ນັ້ນ ກໍ​ຂໍ​ພະ​ທັງຫລາຍ​ລົງໂທດ​ເຮົາ​ໃຫ້​ເຖິງ​ຕາຍ.”</verse>
				<verse number="11">ກະສັດ​ອາຮາບ​ຕອບ​ວ່າ, “ຈົ່ງ​ໄປ​ບອກ​ກະສັດ​ເບັນຮາດາດ​ວ່າ, ທະຫານ​ທີ່​ເກັ່ງກ້າ​ແທ້​ນັ້ນ​ອວດອ້າງ​ຫລັງຈາກ​ແລ້ວເສິກ ບໍ່ແມ່ນ​ອວດອ້າງ​ກ່ອນ​ເຮັດ​ເສິກ.”</verse>
				<verse number="12">ກະສັດ​ເບັນຮາດາດ​ໄດ້​ຮັບ​ຄຳຕອບ​ຈາກ​ກະສັດ​ອາຮາບ ໃນ​ຕອນ​ທີ່​ເພິ່ນ​ກັບ​ໝູ່ເພື່ອນ​ຂອງເພິ່ນ​ພ້ອມທັງ​ພວກ​ກະສັດ​ຄົນອື່ນໆ ກຳລັງ​ນັ່ງ​ດື່ມ​ເຫຼົ້າ​ໃນ​ຜ້າເຕັນ. ເພິ່ນ​ຈຶ່ງ​ສັ່ງ​ພວກ​ທະຫານ​ໃຫ້​ຕຽມຕົວ​ໂຈມຕີ​ເມືອງ ແລະ​ພວກເຂົາ​ກໍ​ເຂົ້າ​ປະຈຳ​ໜ້າທີ່​ຢ່າງ​ພຽບພ້ອມ.</verse>
				<verse number="13">ໃນຂະນະ​ດຽວກັນ​ນັ້ນ ກໍ​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ມາ​ຫາ​ກະສັດ​ອາຮາບ ແລະ​ບອກ​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ບອກ​ວ່າ ຢ່າ​ຢ້ານ​ກອງທັບ​ໃຫຍ່​ນັ້ນ​ເລີຍ ວັນ​ນີ້ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ພວກເຂົາ ແລະ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
				<verse number="14">ກະສັດ​ອາຮາບ​ຖາມ​ວ່າ, “ຜູ້ໃດ​ຈະ​ເປັນ​ຜູ້​ເຮັດ​ໃນ​ການ​ໂຈມຕີ​ຄັ້ງນີ້?” ຜູ້ທຳນວາຍ​ຕອບ​ວ່າ, “ພຣະເຈົ້າຢາເວ​ບອກ​ວ່າ ແມ່ນ​ພວກ​ທະຫານ​ໜຸ່ມ​ທີ່​ຢູ່​ໃຕ້​ການ​ບັງຄັບບັນຊາ​ຂອງ​ຜູ້ປົກຄອງ​ທ້ອງຖິ່ນ​ຈະ​ເປັນ​ຜູ້​ເຮັດ.” ກະສັດ​ຖາມ​ວ່າ, “ຜູ້ໃດ​ຈະ​ເປັນ​ຜູ້​ບັນຊາການ​ກອງທັບ​ໃຫຍ່?” ຜູ້ທຳນວາຍ​ຕອບ​ວ່າ, “ທ່ານເອງ.”</verse>
				<verse number="15">ດັ່ງນັ້ນ ກະສັດ​ຈຶ່ງ​ໄດ້​ສັ່ງ​ໃຫ້​ບັນດາ​ທະຫານ​ໜຸ່ມ​ທຸກຄົນ ທີ່​ຢູ່​ພາຍໃຕ້​ການ​ບັງຄັບບັນຊາ​ຂອງ​ຜູ້ປົກຄອງ​ທ້ອງຖິ່ນ​ມາ ທັງໝົດ​ມີ​ສອງຮ້ອຍ​ສາມສິບສອງ​ຄົນ. ແລ້ວ​ເພິ່ນ​ກໍ​ເອີ້ນ​ເອົາ​ພວກ​ທະຫານ​ອິດສະຣາເອນ​ມາ​ຄືກັນ​ຮວມ​ທັງໝົດ​ມີ​ເຈັດພັນ​ຄົນ.</verse>
				<verse number="16">ການ​ໂຈມຕີ​ໄດ້​ເລີ່ມ​ຂຶ້ນ​ໃນ​ຕອນທ່ຽງ ໃນ​ຂະນະທີ່​ກະສັດ​ເບັນຮາດາດ​ກັບ​ພັນທະມິດ​ຂອງ​ເພິ່ນ​ສາມສິບສອງ​ຄົນ​ກຳລັງ​ດື່ມ​ເຫຼົ້າ​ເມົາ​ຢູ່​ໃນ​ຜ້າເຕັນ.</verse>
				<verse number="17">ພວກ​ທະຫານ​ໜຸ່ມ​ໄດ້​ມຸ່ງໜ້າ​ເຂົ້າ​ໄປ​ກ່ອນ. ພວກ​ສອດແນມ​ທີ່​ກະສັດ​ເບັນຮາດາດ​ສົ່ງ​ອອກ​ໄປ​ໄດ້​ກັບຄືນ​ມາ​ລາຍງານ​ເພິ່ນ​ວ່າ, “ໄດ້​ມີ​ທະຫານ​ໝວດ​ໜຶ່ງ​ກຳລັງ​ມາ​ແຕ່​ເມືອງ​ຊາມາເຣຍ.”</verse>
				<verse number="18">ເພິ່ນ​ສັ່ງ​ວ່າ, “ໃຫ້​ພວກເຈົ້າ​ຈັບ​ພວກເຂົາ​ທັງ​ເປັນ ບໍ່​ວ່າ​ພວກເຂົາ​ມາ​ສູ້ຮົບ ຫລື​ມາ​ເຈລະຈາ​ສັນຕິພາບ​ກໍຕາມ.”</verse>
				<verse number="19">ພວກ​ທະຫານ​ໜຸ່ມ​ໄດ້​ນຳພາ​ການ​ບຸກໂຈມຕີ ໂດຍ​ມີ​ກອງທັບ​ອິດສະຣາເອນ​ຕິດຕາມ​ໄປ​ດ້ວຍ.</verse>
				<verse number="20">ແຕ່ລະຄົນ​ຕ່າງ​ກໍໄດ້​ຂ້າ​ຄູ່​ຕໍ່ສູ້​ຂອງຕົນ. ຝ່າຍ​ພວກ​ຊີເຣຍ​ນັ້ນ​ໄດ້​ປົບໜີໄປ ແລະ​ພວກ​ອິດສະຣາເອນ​ກໍ​ໄລ່​ຕິດຕາມ​ພວກເຂົາ​ໄປ​ຢ່າງ​ບໍ່​ລົດລະ ແຕ່​ກະສັດ​ເບັນຮາດາດ​ໄດ້​ຂີ່​ມ້າ​ປົບໜີໄປ ໂດຍ​ມີ​ທະຫານ​ມ້າ​ບາງຄົນ​ຕິດຕາມ​ໄປ​ນຳ.</verse>
				<verse number="21">ກະສັດ​ອາຮາບ​ໄດ້​ຍົກທັບ​ອອກ​ໄປ, ຢຶດເອົາ ມ້າ​ແລະ​ລົດຮົບ ແລະ​ຕີ​ຊາວ​ຊີເຣຍ​ໃຫ້​ພ່າຍແພ້​ຢ່າງໜັກ.</verse>
				<verse number="22">ຫຼັງຈາກ​ນັ້ນ ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໄດ້​ໄປ​ຫາ​ກະສັດ​ອາຮາບ ແລະ​ບອກ​ວ່າ, “ໃຫ້​ທ່ານ​ກັບຄືນ​ເມືອ​ຮວບຮວມ​ເອົາ​ກຳລັງ​ຂອງທ່ານ ແລະ​ວາງແຜນ​ຢ່າງ​ລະມັດ​ລະວັງ ເພາະ​ກະສັດ​ຊີເຣຍ​ຈະ​ກັບຄືນ​ມາ​ໂຈມຕີ​ອີກ​ໃນ​ລະດູ​ໃບໄມ້ປົ່ງ​ໃນ​ປີ​ຕໍ່ໄປ.”</verse>
				<verse number="23">ບັນດາ​ຂ້າຣາຊການ​ຂອງ​ກະສັດ​ເບັນຮາດາດ​ໄດ້​ເວົ້າ​ກັບ​ເພິ່ນ​ວ່າ, “ບັນດາ​ພະ​ຂອງ​ຊາວ​ອິດສະຣາເອນ​ເປັນ​ພຣະເຈົ້າ​ແຫ່ງ​ພູຜາ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ເອົາ​ຊະນະ​ພວກເຮົາ, ແຕ່​ຖ້າ​ພວກເຮົາ​ຕໍ່ສູ້​ພວກເຂົາ​ໃນ​ທີ່​ຮາບພຽງ ພວກເຮົາ​ຈະ​ເອົາ​ຊະນະ​ພວກເຂົາ​ໄດ້​ຢ່າງ​ແນ່ນອນ.</verse>
				<verse number="24">ບັດນີ້​ຂໍ​ທ່ານ​ຈົ່ງ​ປົດ​ພວກ​ກະສັດ​ສາມສິບສອງ​ຄົນ​ນີ້​ອອກ​ຈາກ​ຕຳແໜ່ງ​ຜູ້​ບັນຊາການ ແລະ​ແຕ່ງຕັ້ງ​ພວກ​ຜູ້​ບັນຊາການ​ສະໜາມຮົບ​ແທນ.</verse>
				<verse number="25">ຈົ່ງ​ລະດົມ​ເອົາ​ທະຫານ​ໃຫ້​ຫລາຍ​ເທົ່າກັບ​ຈຳນວນ​ທີ່​ໄດ້​ໜີໄປ​ຈາກ​ທ່ານ ສ່ວນ​ມ້າ​ແລະ​ລົດຮົບ​ກໍ​ໃຫ້​ມີ​ຈຳນວນ​ເທົ່າເກົ່າ. ແລ້ວ​ພວກເຮົາ​ກໍ​ຈະ​ສູ້ຮົບ​ພວກ​ອິດສະຣາເອນ​ໃນ​ບ່ອນ​ຮາບພຽງ ແລະ​ໃນ​ຄັ້ງ​ນີ້ ພວກເຮົາ​ຈະ​ເອົາ​ຊະນະ​ພວກເຂົາ​ໃຫ້​ໄດ້.” ກະສັດ​ເບັນຮາດາດ​ໄດ້​ຕົກລົງ​ເຮັດ​ຕາມ​ຄຳແນະນຳ​ຂອງ​ພວກເຂົາ.</verse>
				<verse number="26">ພໍ​ເຖິງ​ລະດູ​ໃບໄມ້ປົ່ງ ເພິ່ນ​ກໍ​ລະດົມ​ເອົາ​ທະຫານ​ຂອງ​ເພິ່ນ ແລະ​ຍົກທັບ​ໄປ​ເມືອງ​ອາເຟັກ​ເພື່ອ​ໂຈມຕີ​ຊາວ​ອິດສະຣາເອນ.</verse>
				<verse number="27">ຝ່າຍ​ຊາວ​ອິດສະຣາເອນ​ກໍ​ເກນ​ເອົາ​ທະຫານ​ປະກອບ​ອາວຸດ​ໃຫ້ ແລະ​ຕຽມເອົາ​ສະບຽງ​ອາຫານ ແລ້ວ​ຍົກທັບ​ອອກ​ໄປ​ຕັ້ງ​ຄ້າຍ​ເປັນ​ສອງ​ໝວດ​ປິ່ນໜ້າ​ໃສ່​ພວກ​ຊີເຣຍ. ເມື່ອ​ປຽບທຽບ​ພວກ​ອິດສະຣາເອນ​ໃສ່​ກັບ​ພວກ​ຊີເຣຍ​ທີ່​ກະຈັດ​ກະຈາຍ​ໄປ​ທົ່ວ​ທົ່ງນາ​ແລ້ວ ພວກ​ອິດສະຣາເອນ​ກໍ​ເບິ່ງ​ຄື​ຝູງແບ້​ນ້ອຍໆ​ສອງ​ຝູງ.</verse>
				<verse number="28">ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໄດ້​ໄປ​ຫາ​ກະສັດ​ອາຮາບ ແລະ​ບອກ​ວ່າ, “ພຣະເຈົ້າຢາເວ​ບອກ​ໄວ້​ດັ່ງນີ້: ‘ເນື່ອງຈາກ​ຊາວ​ຊີເຣຍ​ເວົ້າ​ວ່າ ເຮົາ​ເປັນ​ພຣະເຈົ້າຢາເວ​ແຫ່ງ​ພູຜາ ແລະ​ບໍ່ແມ່ນ​ພຣະເຈົ້າ​ແຫ່ງ​ບ່ອນ​ຮາບພຽງ’ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ກອງທັບ​ໃຫຍ່​ຂອງ​ພວກເຂົາ ແລ້ວ​ເຈົ້າ​ແລະ​ປະຊາຊົນ​ຂອງ​ເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
				<verse number="29">ພວກ​ຊີເຣຍ​ແລະ​ພວກ​ອິດສະຣາເອນ​ຢູ່​ໃນ​ຄ້າຍ ປິ່ນໜ້າ​ໃສ່​ກັນ​ເປັນ​ເວລາ​ເຈັດມື້. ໃນ​ມື້​ທີ​ເຈັດ​ທັງສອງ​ຝ່າຍ​ໄດ້​ເລີ່ມ​ຕໍ່ສູ້​ກັນ ຊາວ​ອິດສະຣາເອນ​ໄດ້​ຂ້າ​ທະຫານ​ລາບ​ຊີເຣຍ​ເປັນ​ຈຳນວນ​ໜຶ່ງຮ້ອຍ​ພັນ​ຄົນ.</verse>
				<verse number="30">ສ່ວນ​ພວກ​ທີ່​ລອດຕາຍ​ນັ້ນ​ໄດ້​ປົບໜີໄປ​ເມືອງ​ອາເຟັກ, ແຕ່​ພວກ​ນີ້​ໄດ້​ຖືກ​ກຳແພງ​ເຈື່ອນ​ທັບ​ຕາຍ​ຊາວເຈັດ​ພັນ​ຄົນ. ກະສັດ​ເບັນຮາດາດ​ໄດ້​ປົບໜີໄປ​ໃນ​ເມືອງ​ນັ້ນ​ເຊັ່ນດຽວ​ກັນ ແລະ​ເຂົ້າ​ໄປ​ລີ້​ຢູ່​ທາງ​ຫລັງ​ຫ້ອງ​ຂອງ​ເຮືອນ​ຫລັງ​ໜຶ່ງ.</verse>
				<verse number="31">ພວກ​ຂ້າຣາຊການ​ຂອງ​ເພິ່ນ​ໄດ້​ເຂົ້າ​ມາ​ບອກ​ວ່າ, “ພວກ​ຂ້ານ້ອຍ​ໄດ້ຍິນ​ວ່າ​ກະສັດ​ແຫ່ງ​ອິດສະຣາເອນ​ມີ​ໃຈ​ເມດຕາ. ດັ່ງນັ້ນ ຈົ່ງ​ໃຫ້​ພວກ​ຂ້ານ້ອຍ​ເອົາ​ຜ້າ​ກະສອບ​ຮັດ​ແອວ ແລະ​ເອົາ​ເຊືອກ​ຄ້ອງຄໍ​ໄປ​ຫາ​ເພິ່ນ ແລະ​ບາງທີ​ເພິ່ນ​ຈະ​ໄວ້​ຊີວິດ​ຂອງທ່ານ​ກໍໄດ້.”</verse>
				<verse number="32">ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ຜ້າ​ກະສອບ​ເຂົ້າ​ຮັດ​ແອວ ແລະ​ເອົາ​ເຊືອກ​ຄ້ອງຄໍ​ໄປ​ຫາ​ກະສັດ​ອາຮາບ ແລະ​ກ່າວ​ວ່າ, “ກະສັດ​ເບັນຮາດາດ​ຂໍຮ້ອງ​ທ່ານ​ໃຫ້​ໄວ້​ຊີວິດ​ເພິ່ນ.” ກະສັດ​ອາຮາບ​ຕອບ​ວ່າ, “ເພິ່ນ​ຍັງ​ມີ​ຊີວິດ​ຢູ່​ບໍ? ດີ​ແລ້ວ ເພິ່ນ​ກໍ​ເປັນ​ດັ່ງ​ນ້ອງຊາຍ​ຄົນ​ໜຶ່ງ​ຂອງເຮົາ​ນັ້ນເອງ.”</verse>
				<verse number="33">ພວກ​ຂ້າຣາຊການ​ຂອງ​ກະສັດ​ເບັນຮາດາດ​ຄອຍຖ້າ​ຫາ​ໂອກາດ​ຢູ່. ເມື່ອ​ກະສັດ​ອາຮາບ​ເວົ້າ​ຂຶ້ນ​ວ່າ, “ນ້ອງຊາຍ” ພວກເຂົາ​ຈຶ່ງ​ກ່າວ​ທັນທີ​ວ່າ, “ດັ່ງ​ທີ່​ທ່ານ​ເວົ້າ​ນັ້ນ​ແລ້ວ ເບັນຮາດາດ​ແມ່ນ​ນ້ອງຊາຍ​ຂອງທ່ານ.” ກະສັດ​ອາຮາບ​ສັ່ງ​ວ່າ, “ຈົ່ງ​ພາ​ລາວ​ມາ​ຫາ​ເຮົາ” ເມື່ອ​ກະສັດ​ເບັນຮາດາດ​ມາ​ຮອດ​ແລ້ວ ກະສັດ​ອາຮາບ​ກໍ​ເຊີນ​ເພິ່ນ​ຂຶ້ນ​ຂີ່​ລົດມ້າ​ໄປ​ນຳ.</verse>
				<verse number="34">ກະສັດ​ເບັນຮາດາດ​ກ່າວ​ແກ່​ເພິ່ນ​ວ່າ, “ຂ້າພະເຈົ້າ​ຈະ​ເອົາ​ເມືອງ​ທີ່​ພໍ່​ຂອງ​ຂ້າພະເຈົ້າ ຢຶດເອົາ​ຈາກ​ພໍ່​ຂອງທ່ານ​ນັ້ນ​ຄືນ​ໃຫ້​ທ່ານ ເພື່ອ​ທ່ານ​ຈະ​ໄດ້​ສ້າງ​ສູນ​ການຄ້າ​ຂອງທ່ານ​ໄວ້​ໃນ​ເມືອງ​ດາມັສກັດ ດັ່ງ​ທີ່​ພໍ່​ຂອງ​ຂ້າພະເຈົ້າ​ໄດ້​ສ້າງ​ໄວ້​ທີ່​ເມືອງ​ຊາມາເຣຍ.” ກະສັດ​ອາຮາບ​ຕອບ​ວ່າ, “ເພາະ​ເງື່ອນໄຂ​ນີ້ ຂ້າພະເຈົ້າ​ຈະ​ປ່ອຍ​ທ່ານ​ໄປ.” ເພິ່ນ​ເຮັດ​ຂໍ້​ຕົກລົງ​ກັບ​ກະສັດ​ເບັນຮາດາດ ແລ້ວ​ກໍ​ປ່ອຍ​ເພິ່ນ​ໄປ.</verse>
				<verse number="35">ຕໍ່ມາ ພຣະເຈົ້າຢາເວ​ໄດ້​ໃຊ້​ລູກ​ຜູ້ທຳນວາຍ​ຄົນ​ໜຶ່ງ ໄປ​ບອກ​ເພື່ອນ​ຂອງຕົນ​ທີ່​ເປັນ​ຜູ້ທຳນວາຍ​ໃນ​ກຸ່ມ​ດຽວກັນ​ວ່າ, “ເຈົ້າ​ຈົ່ງ​ຕົບ​ໜ້າ​ຂອງຂ້ອຍ​ແມ,” ແຕ່​ລາວ​ບໍ່​ຍອມ​ເຮັດ.</verse>
				<verse number="36">ສະນັ້ນ ລາວ​ຈຶ່ງ​ບອກ​ວ່າ, “ຍ້ອນ​ເຈົ້າ​ຂັດຂືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພໍ​ເຈົ້າ​ຈາກ​ຂ້ອຍ​ໄປ ສິງ​ຈະ​ກັດ​ເຈົ້າ​ຈົນຕາຍ.” ພໍ​ລາວ​ຈາກ​ໄປ ສິງ​ໂຕໜຶ່ງ​ກໍ​ມາ​ກັດ​ລາວ​ຈົນ​ຕາຍ.</verse>
				<verse number="37">ແລ້ວ​ຜູ້ທຳນວາຍ​ຄົນ​ເກົ່າ​ນີ້​ກໍ​ໄປ​ຫາ​ຊາຍ​ຄົນ​ໜຶ່ງ​ອີກ ແລະ​ສັ່ງ​ວ່າ, “ຕົບ​ໜ້າ​ຂ້ອຍ​ດູ.” ຊາຍ​ຜູ້​ນີ້​ກໍ​ປະຕິບັດ​ຕາມ; ລາວ​ຕົບ​ໜ້າ​ຜູ້ທຳນວາຍ​ຄົນ​ນີ້​ບາດ​ໜຶ່ງ​ໝົດແຮງ ຈົນ​ຜູ້ທຳນວາຍ​ເຈັບປວດ.</verse>
				<verse number="38">ຜູ້ທຳນວາຍ​ຈຶ່ງ​ເອົາ​ຜ້າ​ພັນ​ໜ້າ​ໄວ້, ປອມຕົວ​ໄປ​ຢືນ​ຢູ່​ແຄມ​ຖະໜົນ ແລະ​ຄອຍ​ຖ້າ​ໃຫ້​ກະສັດ​ອິດສະຣາເອນ​ຜ່ານ​ມາ.</verse>
				<verse number="39">ພໍ​ກະສັດ​ອິດສະຣາເອນ​ຜ່ານ​ມາ ຜູ້ທຳນວາຍ​ຄົນ​ນີ້​ກໍ​ຮ້ອງ​ໃສ່​ເພິ່ນ​ວ່າ, “ຂ້າແດ່​ພະຣາຊາ ເມື່ອ​ຂ້ານ້ອຍ​ຕໍ່ສູ້​ໃນ​ສະໜາມຮົບ ມີ​ທະຫານ​ຄົນ​ໜຶ່ງ​ພາ​ຊະເລີຍ​ມາ​ຫາ​ຂ້ານ້ອຍ ແລະ​ສັ່ງ​ວ່າ, ‘ຈົ່ງ​ເຝົ້າ​ຮັກສາ​ຊາຍ​ຄົນ​ນີ້; ຖ້າ​ລາວ​ໜີໄປ ເຈົ້າ​ຈະ​ຕ້ອງ​ເອົາ​ຊີວິດ​ຂອງ​ເຈົ້າ​ເປັນ​ຄ່າ​ໃຊ້​ທົດແທນ ຫລື​ເອົາ​ເງິນ​ສົດ​ສາມພັນ​ຫລຽນ​ໃຊ້​ແທນ.’</verse>
				<verse number="40">ແຕ່​ຂ້ານ້ອຍ​ຫຍຸ້ງຢູ່ກັບ​ວຽກ​ອື່ນໆ ແລະ​ຊະເລີຍ​ກໍ​ໜີໄປ.” ກະສັດ​ຕອບ​ວ່າ, “ເຈົ້າ​ຈະ​ຖືກ​ລົງໂທດ ເພາະ​ເຈົ້າ​ກ່າວໂທດ​ໃສ່​ເຈົ້າເອງ.”</verse>
				<verse number="41">ແລ້ວ​ຜູ້ທຳນວາຍ​ກໍ​ດືງ​ຜ້າ​ພັນ​ໜ້າ​ອອກ ທັນໃດນັ້ນ ກະສັດ​ກໍ​ຈື່​ໄດ້​ວ່າ ລາວ​ເປັນ​ຜູ້ທຳນວາຍ​ຄົນ​ໜຶ່ງ.</verse>
				<verse number="42">ຜູ້ທຳນວາຍ​ຈຶ່ງ​ກ່າວ​ຕໍ່​ກະສັດ​ວ່າ, “ນີ້​ຄື​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ: ‘ເພາະ​ເຈົ້າ​ປ່ອຍ​ຄົນ​ທີ່​ເຮົາ​ສັ່ງ​ໃຫ້​ຂ້າ​ຖິ້ມ​ໜີໄປ ເຈົ້າ​ຈະ​ຕ້ອງ​ເອົາ​ຊີວິດ​ຂອງ​ເຈົ້າ​ເອງ​ທົດແທນ​ຄືນ ແລະ​ກອງທັບ​ຂອງເຈົ້າ​ກໍ​ຈະ​ຖືກ​ທຳລາຍ ທີ່​ເຈົ້າ​ໄດ້​ປ່ອຍ​ໃຫ້​ກອງທັບ​ຂອງ​ລາວ​ໜີໄປ.”’</verse>
				<verse number="43">ສ່ວນ​ກະສັດ​ກໍໄດ້​ກັບຄືນ​ສູ່​ນະຄອນ​ຊາມາເຣຍ ດ້ວຍ​ຄວາມ​ກັງວົນ​ແລະ​ເປັນທຸກໃຈ.</verse>
			</chapter>
			<chapter number="21">
				<verse number="1">ນາໂບດ​ຊາວ​ຢິດຊະເຣນ ມີ​ສວນອະງຸ່ນ​ຕອນ​ໜຶ່ງ​ຢູ່​ໃກ້​ກັບ​ວັງ​ຂອງ​ກະສັດ​ອາຮາບ​ແຫ່ງ​ຊາມາເຣຍ.</verse>
				<verse number="2">ມື້ໜຶ່ງ ກະສັດ​ອາຮາບ​ໄດ້​ກ່າວ​ຕໍ່​ນາໂບດ​ວ່າ, “ເອົາ​ສວນອະງຸ່ນ​ຂອງ​ເຈົ້າ​ໃຫ້​ເຮົາ​ສາ ເພາະ​ມັນ​ຕິດ​ກັບ​ວັງ​ຂອງເຮົາ ແລະ​ເຮົາ​ຈະ​ໃຊ້​ດິນ​ຕອນນີ້​ເຮັດ​ເປັນ​ສວນ​ຜັກ. ເຮົາ​ຈະ​ເອົາ​ສວນອະງຸ່ນ​ທີ່​ດີກວ່າ​ນີ້​ປ່ຽນ​ກັບ​ເຈົ້າ ຫລື​ຖ້າ​ເຈົ້າ​ຍິນດີ​ຂາຍ ເຮົາ​ກໍ​ຈະ​ຈ່າຍ​ເງິນ​ໃຫ້​ເຈົ້າ​ໃນ​ລາຄາ​ທີ່​ດີ.”</verse>
				<verse number="3">ແຕ່​ນາໂບດ​ຕອບ​ວ່າ, “ສວນນີ້​ເປັນ​ມໍຣະດົກ​ຕົກທອດ​ມາ​ຈາກ​ປູ່ຍ່າຕາຍາຍ​ຂອງ​ຂ້ານ້ອຍ. ພຣະເຈົ້າຢາເວ​ຫ້າມ​ຂ້ານ້ອຍ​ບໍ່​ໃຫ້​ຍົກ​ສວນນີ້​ແກ່​ທ່ານ.”</verse>
				<verse number="4">ກະສັດ​ອາຮາບ​ໄດ້​ກັບ​ເມືອ​ວັງ​ທັງ​ໂສກເສົ້າ​ແລະ​ໂກດຮ້າຍ​ຍ້ອນ​ຄຳເວົ້າ​ຂອງ​ນາໂບດ​ຊາວ​ຢິດຊະເຣນ. ເພິ່ນ​ນອນ​ປິ່ນໜ້າ​ເຂົ້າ​ໃສ່​ຝາ​ເທິງ​ຕຽງ​ທັງ​ບໍ່​ຍອມ​ກິນ​ຫຍັງ​ເລີຍ.</verse>
				<verse number="5">ນາງ​ເຢເຊເບນ​ເມຍ​ຂອງ​ເພິ່ນ​ຈຶ່ງ​ຖາມ​ວ່າ, “ເປັນຫຍັງ​ອ້າຍ​ຈຶ່ງ​ຫງ່ວມເຫງົາ ແລະ​ບໍ່​ກິນ​ຫຍັງ​ເລີຍ?”</verse>
				<verse number="6">ເພິ່ນ​ຕອບ​ວ່າ, “ຍ້ອນ​ນາໂບດ​ຊາວ​ຢິດຊະເຣນ​ໄດ້​ເວົ້າ​ໃຫ້​ອ້າຍ. ອ້າຍ​ຂໍ​ຊື້​ສວນອະງຸ່ນ​ຈາກ​ລາວ ຫລື​ຖ້າ​ລາວ​ຍິນຍອມ​ອ້າຍ​ກໍ​ຈະ​ເອົາ​ສວນອະງຸ່ນ​ໃໝ່​ປ່ຽນ, ແຕ່​ລາວ​ຕອບ​ວ່າ, ‘ຂ້ານ້ອຍ​ຈະ​ບໍ່​ເອົາ​ສວນອະງຸ່ນ​ຂອງ​ຂ້ານ້ອຍ​ໃຫ້​ທ່ານ.”’</verse>
				<verse number="7">ນາງ​ເຢເຊເບນ​ຕອບ​ວ່າ, “ອ້າຍ​ເປັນ​ກະສັດ​ບໍ່ແມ່ນ​ບໍ? ລຸກ​ຂຶ້ນ​ຈາກ​ຕຽງ​ດຽວນີ້ ເຮັດ​ໃຫ້​ໃຈ​ສະບາຍ​ແລະ​ກິນ​ເຂົ້າ​ສາ. ນ້ອງ​ຈະ​ເອົາ​ສວນອະງຸ່ນ​ຂອງ​ນາໂບດ​ຊາວ​ຢິດຊະເຣນ​ໃຫ້​ອ້າຍ​ດອກ.”</verse>
				<verse number="8">ດັ່ງນັ້ນ ນາງ​ຈຶ່ງ​ຂຽນ​ຈົດໝາຍ​ບາງສະບັບ​ເຊັນຊື່​ຂອງ​ກະສັດ​ອາຮາບ​ລົງ ຕີ​ຕາປະທັບ​ຂອງ​ເພິ່ນ​ໃສ່ ແລ້ວ​ກໍ​ສົ່ງ​ຈົດໝາຍ​ນີ້​ໄປ​ຫາ​ພວກ​ຂ້າຣາຊການ​ພ້ອມ​ທັງ​ປະຊາຊົນ​ຊັ້ນ​ຜູ້ນຳ​ໃນ​ເມືອງ​ຢິດຊະເຣນ.</verse>
				<verse number="9">ໃນ​ຈົດໝາຍ​ນັ້ນ​ມີ​ຖ້ອຍຄຳ​ວ່າ, “ຈົ່ງ​ປະກາດ​ຖືສິນ​ອົດອາຫານ​ໜຶ່ງ​ວັນ ເອີ້ນ​ປະຊາຊົນ​ໃຫ້​ມາ​ໂຮມກັນ ແລະ​ໃຫ້​ນາໂບດ​ນັ່ງ​ຢູ່​ເທິງ​ບ່ອນ​ທີ່​ມີ​ກຽດ.</verse>
				<verse number="10">ເອົາ​ນັກເລງ​ສອງ​ຄົນ​ມາ​ຢືນ​ຢູ່​ຕໍ່ໜ້າ​ຟ້ອງ​ວ່າ ລາວ​ໄດ້​ປ້ອຍດ່າ​ພຣະເຈົ້າ​ແລະ​ກະສັດ. ແລ້ວ​ເອົາ​ລາວ​ອອກ​ໄປ​ນອກ​ເມືອງ ແລະ​ແກວ່ງ​ກ້ອນຫີນ​ໃສ່​ລາວ​ໃຫ້​ຕາຍ.”</verse>
				<verse number="11">ພວກ​ຂ້າຣາຊການ ແລະ​ພວກ​ປະຊາຊົນ​ຊັ້ນ​ຜູ້ນຳ​ໃນ​ເມືອງ​ຢິດຊະເຣນ ກໍໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ນາງ​ເຢເຊເບນ.</verse>
				<verse number="12">ພວກເຂົາ​ໄດ້​ປະກາດ​ໃຫ້​ຖືສິນ​ອົດອາຫານ​ໜຶ່ງ​ວັນ, ເອີ້ນ​ປະຊາຊົນ​ມາ​ໂຮມກັນ ແລະ​ໃຫ້​ນາໂບດ​ນັ່ງ​ຢູ່​ເທິງ​ບ່ອນ​ທີ່​ມີ​ກຽດ.</verse>
				<verse number="13">ນັກເລງ​ສອງ​ຄົນ​ໄດ້​ມາ​ຟ້ອງ​ທ່າມກາງ​ປະຊາຊົນ​ວ່າ, “ນາໂບດ​ໄດ້​ປ້ອຍດ່າ​ພຣະເຈົ້າ​ແລະ​ກະສັດ.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ນຳ​ລາວ​ອອກ​ໄປ​ນອກເມືອງ ແລະ​ແກວ່ງ​ກ້ອນຫີນ​ໃສ່​ລາວ​ໃຫ້​ຕາຍ.</verse>
				<verse number="14">ຕໍ່ມາ ພວກເຂົາ​ກໍ​ສົ່ງຂ່າວ​ໄປ​ບອກ​ນາງ​ເຢເຊເບນ​ວ່າ, “ນາໂບດ​ຖືກ​ຂ້າ​ແລ້ວ.”</verse>
				<verse number="15">ພໍ​ນາງ​ເຢເຊເບນ​ໄດ້​ຮັບ​ຂ່າວ ນາງ​ຈຶ່ງ​ບອກ​ກະສັດ​ອາຮາບ​ວ່າ, “ນາໂບດ​ຊາວ​ຢິດຊະເຣນ​ຕາຍ​ແລ້ວ. ສະນັ້ນ ຈົ່ງ​ໄປ​ຢຶດ​ສວນອະງຸ່ນ​ທີ່​ນາໂບດ​ບໍ່​ຍອມ​ຂາຍ​ໃຫ້​ອ້າຍ​ນັ້ນ​ເປັນ​ກຳມະສິດ​ສາ.”</verse>
				<verse number="16">ກະສັດ​ອາຮາບ​ກໍ​ໄປ​ຢຶດ​ສວນອະງຸ່ນ​ຂອງ​ນາໂບດ​ຊາວ​ຢິດຊະເຣນ​ເປັນ​ກຳມະສິດ​ຂອງຕົນ​ທັນທີ.</verse>
				<verse number="17">ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ມາ​ເຖິງ​ຜູ້ທຳນວາຍ​ເອລີຢາ ໄທເມືອງ​ຕີຊະເບ​ວ່າ,</verse>
				<verse number="18">“ຈົ່ງ​ໄປ​ຫາ​ກະສັດ​ອາຮາບ​ທີ່​ນະຄອນ​ຊາມາເຣຍ. ເຈົ້າ​ຈະ​ພົບ​ລາວ​ຢູ່​ໃນ​ສວນອະງຸ່ນ​ຂອງ​ນາໂບດ ຊຶ່ງ​ລາວ​ກຳລັງ​ຈະ​ຢຶດ​ເປັນ​ກຳມະສິດ.</verse>
				<verse number="19">ຈົ່ງ​ບອກ​ລາວ​ວ່າ, ອັນນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວ: ‘ຫລັງຈາກ​ຂ້າ​ຊາຍ​ຜູ້ນີ້​ແລ້ວ ເຈົ້າ​ຍັງ​ຈະ​ຢຶດ​ຊັບສິນ​ຂອງ​ລາວ​ອີກ​ຊັ້ນບໍ?’ ພຣະເຈົ້າຢາເວ​ຍັງ​ກ່າວ​ອີກ​ວ່າ, ‘ຝູງ​ໝາ​ໄດ້​ເລຍ​ເລືອດ​ຂອງ​ນາໂບດ​ຢູ່​ບ່ອນໃດ ຝູງ​ໝາ​ກໍ​ຈະ​ເລຍ​ເລືອດ​ຂອງເຈົ້າ​ຢູ່​ບ່ອນ​ນັ້ນ​ເຊັ່ນດຽວ​ກັນ.”’</verse>
				<verse number="20">ເມື່ອ​ກະສັດ​ອາຮາບ​ເຫັນ​ເອລີຢາ ເພິ່ນ​ກໍ​ເວົ້າ​ວ່າ, “ເຈົ້າ​ໄລ່​ທັນ​ເຮົາ​ແລ້ວ​ຊັ້ນບໍ ສັດຕູ​ຂອງເຮົາ​ເອີຍ?” ເອລີຢາ​ຕອບ​ວ່າ, “ແມ່ນແລ້ວ ທ່ານ​ໄດ້​ອຸທິດຕົວ​ຢ່າງ​ໝົດສິ້ນ ກະທຳ​ໃນ​ສິ່ງ​ທີ່​ຜິດ​ຕໍ່ສາຍຕາ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="21">ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ທ່ານ​ວ່າ, ‘ເຮົາ​ຈະ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ເຈົ້າ ເຮົາ​ຈະ​ທຳລາຍ​ເຈົ້າ​ໃຫ້​ພິນາດ​ໄປ ແລະ​ຂ້າ​ຜູ້ຊາຍ​ທຸກຄົນ​ໃນ​ຄອບຄົວ​ຂອງເຈົ້າ ບໍ່​ວ່າ​ເປັນ​ທາດຮັບໃຊ້ ຫລື​ເປັນ​ອິດສະຫລະ​ຢູ່​ໃນ​ອິດສະຣາເອນ.</verse>
				<verse number="22">ເຮົາ​ຈະ​ເຮັດ​ໃຫ້​ຄອບຄົວ​ຂອງເຈົ້າ​ຈະ​ເປັນ​ດັ່ງ​ຄອບຄົວ​ຂອງ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ແລະ​ດັ່ງ​ຄອບຄົວ​ຂອງ​ບາອາຊາ​ລູກຊາຍ​ຂອງ​ອາຮີຢາ, ເພາະ​ເຈົ້າ​ໄດ້​ຍົວະເຍົ້າ​ເຮົາ​ໃຫ້​ໂກດຮ້າຍ ໂດຍ​ນຳພາ​ພວກ​ອິດສະຣາເອນ​ເຮັດ​ບາບ.’</verse>
				<verse number="23">ແລະ​ກ່ຽວກັບ​ນາງ​ເຢເຊເບນ​ນັ້ນ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ຝູງ​ໝາ​ຈະ​ກັດກິນ​ຮ່າງກາຍ​ຂອງ​ນາງ​ໃນເມືອງ​ຢິດຊະເຣນ.’</verse>
				<verse number="24">ຍາດຕິພີ່ນ້ອງ​ຄົນໃດ​ຂອງເຈົ້າ​ທີ່​ຕາຍ​ໃນເມືອງ​ກໍ​ຈະ​ຖືກ​ໝາ​ກັດກິນ ແລະ​ຄົນໃດ​ທີ່​ຕາຍ​ນອກເມືອງ​ກໍ​ຈະ​ຖືກ​ແຮ້ງ​ເຈາະ​ກິນ.”</verse>
				<verse number="25">ບໍ່ເຄີຍ​ມີ​ຜູ້ໃດ​ທີ່​ອຸທິດຕົວ​ເອງ​ຢ່າງ​ໝົດສິ້ນ ເຮັດ​ໃນ​ສິ່ງ​ທີ່​ຜິດ​ຕໍ່ສາຍຕາ​ຂອງ​ພຣະເຈົ້າຢາເວ ດັ່ງ​ກະສັດ​ອາຮາບ. ທຸກສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ນັ້ນ​ກໍ​ເພາະ​ນາງ​ເຢເຊເບນ​ເມຍ​ຂອງ​ເພິ່ນ ເປັນ​ຜູ້​ຍຸແຍ່​ໃຫ້​ເຮັດ.</verse>
				<verse number="26">ເພິ່ນ​ເຮັດ​ບາບ​ຢ່າງ​ໜ້າລະອາຍ​ທີ່ສຸດ​ໂດຍ​ຂາບໄຫວ້​ຮູບເຄົາຣົບ​ດັ່ງ​ຊາວ​ອາໂມ. ພວກ​ນີ້​ແມ່ນ​ພວກ​ທີ່​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ໃຫ້​ອອກ​ໜີໄປ ເມື່ອ​ພວກ​ອິດສະຣາເອນ​ໄດ້​ບຸກໜ້າ​ເຂົ້າ​ມາ.</verse>
				<verse number="27">ເມື່ອ​ເອລີຢາ​ເວົ້າ​ຈົບ ກະສັດ​ອາຮາບ​ກໍ​ຈີກ​ເສື້ອ​ຂອງຕົນ​ແກ້​ອອກ ແລະ​ນຸ່ງ​ຜ້າ​ກະສອບ​ເຂົ້າ. ເພິ່ນ​ບໍ່​ຍອມ​ກິນ​ຫຍັງ ແລະ​ນອນ​ຢູ່​ແຕ່​ໃນ​ຜ້າ​ກະສອບ​ເຂົ້າ​ທັງ​ໂສກເສົ້າ ແລະ​ເປັນທຸກໃຈ.</verse>
				<verse number="28">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ເອລີຢາ​ຊາວ​ຕີຊະເບ​ວ່າ,</verse>
				<verse number="29">“ເຈົ້າ​ເຫັນ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ ອາຮາບ​ໄດ້​ຖ່ອມຕົວ​ຕໍ່ໜ້າ​ເຮົາ​ຢ່າງໃດ? ຍ້ອນ​ລາວ​ໄດ້​ຖ່ອມຕົວ​ຢ່າງນີ້ ເຮົາ​ຈະ​ບໍ່​ນຳ​ເອົາ​ຄວາມພິນາດ​ມາ​ສູ່​ລາວ ໃນ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ; ແຕ່​ເຮົາ​ຈະ​ນຳ​ເອົາ​ຄວາມພິນາດ​ມາ​ສູ່​ຄອບຄົວ​ຂອງ​ອາຮາບ​ໃນ​ສະໄໝ​ລູກຊາຍ​ຂອງ​ລາວ.”</verse>
			</chapter>
			<chapter number="22">
				<verse number="1">ຄວາມ​ສະຫງົບສຸກ​ໄດ້​ເກີດຂຶ້ນ ລະຫວ່າງ​ອິດສະຣາເອນ​ແລະ​ຊີເຣຍ ເປັນ​ເວລາ​ສາມ​ປີ.</verse>
				<verse number="2">ຕໍ່ມາ ໃນ​ປີ​ທີ​ສາມ ເຈົ້າ​ເຢໂຮຊາຟັດ​ກະສັດ​ແຫ່ງ​ຢູດາຍ​ໄດ້​ໄປ​ຢ້ຽມຢາມ​ກະສັດ​ອາຮາບ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="3">ກະສັດ​ອາຮາບ​ໄດ້​ຖາມ​ຂ້າຣາຊການ​ຂອງ​ເພິ່ນ​ວ່າ, “ເປັນຫຍັງ​ພວກເຮົາ​ຈຶ່ງ​ບໍ່​ເຮັດ​ສິ່ງໃດ​ສິ່ງໜຶ່ງ ເພື່ອ​ເອົາ​ເມືອງ​ຣາໂມດ​ໃນ​ກີເລອາດ​ຄືນ​ມາ​ຈາກ​ກະສັດ​ແຫ່ງ​ຊີເຣຍ? ເພາະ​ມັນ​ເປັນ​ເມືອງ​ຂອງ​ພວກເຮົາ.”</verse>
				<verse number="4">ແລ້ວ​ກະສັດ​ອາຮາບ​ກໍໄດ້​ຖາມ​ກະສັດ​ເຢໂຮຊາຟັດ​ວ່າ, “ທ່ານ​ຈະ​ໄປ​ຕີ​ເອົາ​ເມືອງ​ຣາໂມດ​ກັບ​ຂ້າພະເຈົ້າ​ບໍ່?” ກະສັດ​ເຢໂຮຊາຟັດ​ຕອບ​ວ່າ, “ຂ້າພະເຈົ້າ​ພ້ອມ​ສະເໝີ ເມື່ອ​ທ່ານ​ພ້ອມ. ປະຊາຊົນ​ຂອງ​ຂ້າພະເຈົ້າ ກໍ​ຄື​ປະຊາຊົນ​ຂອງ​ທ່ານ ແລະ​ມ້າ​ຂອງ​ຂ້າພະເຈົ້າ ກໍ​ຄື​ມ້າ​ຂອງ​ທ່ານ.</verse>
				<verse number="5">ແຕ່​ໃຫ້​ປຶກສາ​ພຣະເຈົ້າຢາເວ​ກ່ອນ.”</verse>
				<verse number="6">ດັ່ງນັ້ນ ກະສັດ​ອາຮາບ​ຈຶ່ງ​ເອີ້ນ​ບັນດາ​ຜູ້ທຳນວາຍ​ທັງໝົດ​ມາ ປະມານ​ສີ່ຮ້ອຍ​ຄົນ ແລະ​ຖາມ​ພວກເຂົາ​ວ່າ, “ຂ້າພະເຈົ້າ​ຄວນ​ຈະ​ໄປ​ໂຈມຕີ​ເອົາ​ເມືອງ​ຣາໂມດ​ຫລື​ບໍ່?” ພວກເຂົາ​ຕອບ​ວ່າ, “ໂຈມຕີ​ໂລດ ພຣະເຈົ້າຢາເວ​ຈະ​ໃຫ້​ທ່ານ​ໄຊຊະນະ.”</verse>
				<verse number="7">ແຕ່​ກະສັດ​ເຢໂຮຊາຟັດ​ຖາມ​ວ່າ, “ບໍ່ມີ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ​ຄົນອື່ນ​ອີກ​ບໍ ທີ່​ພວກເຮົາ​ຈະ​ປຶກສາ​ໄດ້.”</verse>
				<verse number="8">ກະສັດ​ອາຮາບ​ຕອບ​ວ່າ, “ຍັງ​ມີ​ຢູ່​ອີກ​ຄົນ​ໜຶ່ງ​ທີ່​ຈະ​ປຶກສາ​ພຣະເຈົ້າຢາເວ​ໄດ້ ຊື່​ວ່າ​ມີກາອີຢາ ລູກຊາຍ​ຂອງ​ອິມລາ, ແຕ່​ຂ້າພະເຈົ້າ​ກຽດຊັງ​ລາວ​ເພາະ​ລາວ​ບໍ່ເຄີຍ​ທຳນວາຍ​ເລື່ອງ​ດີ​ກ່ຽວກັບ​ຂ້າພະເຈົ້າ​ເລີຍ; ລາວ​ທຳນວາຍ​ແຕ່​ເລື່ອງ​ບໍ່​ດີ​ທັງນັ້ນ.” ກະສັດ​ເຢໂຮຊາຟັດ​ຕອບ​ຄືນ​ວ່າ, “ທ່ານ​ບໍ່ຄວນ​ເວົ້າ​ຢ່າງນັ້ນ.”</verse>
				<verse number="9">ດັ່ງນັ້ນ ກະສັດ​ອາຮາບ​ຈຶ່ງ​ເອີ້ນ​ເອົາ​ເຈົ້າໜ້າທີ່​ປະຈຳວັງ​ມາ ແລະ​ບອກ​ໃຫ້​ລາວ​ໄປ​ນຳ​ເອົາ​ມີກາອີຢາ ລູກຊາຍ​ຂອງ​ອິມລາ​ເຂົ້າ​ມາ​ພົບ​ໃນທັນທີ.</verse>
				<verse number="10">ທັງສອງ​ນຸ່ງ​ເຄື່ອງ​ກະສັດ​ແລະ​ນັ່ງ​ຢູ່​ເທິງ​ບັນລັງ​ຂອງ​ພວກ​ຕົນ ທີ່​ລານ​ຟາດເຂົ້າ​ນອກ​ປະຕູ​ນະຄອນ​ຊາມາເຣຍ ແລະ​ຜູ້ທຳນວາຍ​ທັງຫລາຍ​ກໍ​ກຳລັງ​ທຳນວາຍ​ຕໍ່ໜ້າ​ເພິ່ນ​ຢູ່​ທີ່ນັ້ນ.</verse>
				<verse number="11">ຄົນ​ໜຶ່ງ​ໃນ​ພວກເຂົາ​ຊື່​ວ່າ ເຊເດກີຢາ​ລູກຊາຍ​ຂອງ​ເຄນາອານາ​ໄດ້​ເອົາ​ເຫຼັກ​ເຮັດ​ເປັນ​ເຂົາ ແລະ​ບອກ​ກະສັດ​ອາຮາບ​ວ່າ, “ອັນ​ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ ດ້ວຍ​ສິ່ງ​ເຫຼົ່ານີ້ ເຈົ້າ​ຈະ​ຕໍ່ສູ້​ກັບ​ຊາວ​ຊີເຣຍ​ແລະ​ພວກເຂົາ​ຈະ​ພ່າຍແພ້​ຢ່າງ​ສິ້ນເຊີງ.”</verse>
				<verse number="12">ພວກ​ຜູ້ທຳນວາຍ​ຄົນອື່ນໆ ກໍ​ເວົ້າ​ຢ່າງ​ດຽວກັນ. ພວກເຂົາ​ເວົ້າ​ວ່າ, “ຈົ່ງ​ຍົກທັບ​ໄປ​ໂຈມຕີ​ເມືອງ​ຣາໂມດ​ແລະ​ທ່ານ​ກໍ​ຈະ​ຊະນະ. ພຣະເຈົ້າຢາເວ​ຈະ​ໃຫ້​ທ່ານ​ໄດ້​ໄຊຊະນະ.”</verse>
				<verse number="13">ຂະນະດຽວກັນ ເຈົ້າໜ້າທີ່​ຜູ້​ໄປ​ນຳ​ມີກາອີຢາ​ມາ​ນັ້ນ​ກໍໄດ້​ກ່າວ​ຕໍ່​ລາວ​ວ່າ, “ຜູ້ທຳນວາຍ​ຄົນອື່ນໆ​ໄດ້​ທຳນວາຍ​ເຖິງ​ຄວາມ​ສຳເລັດ​ໃຫ້​ກະສັດ ເຈົ້າ​ກໍ​ຄວນ​ເຮັດ​ແບບ​ດຽວ​ກັນ.”</verse>
				<verse number="14">ແຕ່​ມີກາອີຢາ​ຕອບ​ວ່າ, “ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່, ຂ້າພະເຈົ້າ​ຈະ​ຂໍ​ເວົ້າ​ແຕ່​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ເວົ້າ​ເທົ່ານັ້ນ.”</verse>
				<verse number="15">ເມື່ອ​ມີກາອີຢາ​ເຂົ້າ​ມາ​ປາກົດ​ຕົວ​ຕໍ່ໜ້າ​ກະສັດ​ອາຮາບ​ແລ້ວ ກະສັດ​ຈຶ່ງ​ຖາມ​ວ່າ, “ມີກາອີຢາ ກະສັດ​ເຢໂຮຊາຟັດ​ແລະ​ເຮົາ ຄວນ​ອອກ​ໄປ​ໂຈມຕີ​ເມືອງ​ຣາໂມດ​ຫລື​ບໍ່?” ມີກາອີຢາ​ຕອບ​ວ່າ, “ໂຈມຕີ​ໂລດ ແນ່ນອນ​ທ່ານ​ຈະ​ຕີ​ເອົາ​ໄດ້. ພຣະເຈົ້າຢາເວ​ຈະ​ໃຫ້​ທ່ານ​ໄດ້​ໄຊຊະນະ.”</verse>
				<verse number="16">ແຕ່​ກະສັດ​ອາຮາບ​ຕອບ​ຄືນ​ວ່າ, “ເມື່ອ​ເວົ້າ​ກັບ​ເຮົາ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ ຈົ່ງ​ເວົ້າ​ຄວາມຈິງ​ແມ ເຮົາ​ໄດ້​ບອກ​ເຈົ້າ​ຈັກເທື່ອ​ແລ້ວ.”</verse>
				<verse number="17">ມີກາອີຢາ​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ເຫັນ​ກອງທັບ​ອິດສະຣາເອນ ຖືກ​ກະຈັດ​ກະຈາຍ​ໄປ​ທົ່ວ​ທັງ​ພູດອຍ ດັ່ງ​ຝູງແກະ​ທີ່​ບໍ່ມີ​ຜູ້ລ້ຽງ. ຝ່າຍ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ວ່າ, ‘ຄົນ​ເຫຼົ່ານີ້​ບໍ່ມີ​ຜູ້ນຳ; ຈົ່ງ​ໃຫ້​ພວກເຂົາ​ກັບຄືນ​ເມືອ​ເຮືອນ​ຢ່າງ​ສັນຕິສຸກ​ເຖີດ.”’</verse>
				<verse number="18">ແລ້ວ​ກະສັດ​ອາຮາບ​ກໍ​ເວົ້າ​ຕໍ່​ກະສັດ​ເຢໂຮຊາຟັດ​ວ່າ, “ຂ້າພະເຈົ້າ​ໄດ້​ບອກ​ທ່ານ​ແລ້ວ​ວ່າ ລາວ​ບໍ່ເຄີຍ​ທໍານວາຍ​ເລື່ອງ​ດີ​ກ່ຽວກັບ​ຂ້າພະເຈົ້າ​ເລີຍ ລາວ​ທຳນວາຍ​ແຕ່​ເລື່ອງ​ທີ່​ບໍ​ດີ​ທັງນັ້ນ.”</verse>
				<verse number="19">ແລະ​ມີກາອີຢາ​ໄດ້ກ່າວ​ວ່າ, “ສະນັ້ນ ຂໍ​ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ​ເຖີດ ຂ້ານ້ອຍ​ໄດ້​ເຫັນ​ພຣະເຈົ້າຢາເວ​ນັ່ງ​ຢູ່​ເທິງ​ພຣະ​ບັນລັງ​ຂອງ​ພຣະອົງ​ໃນ​ສະຫວັນ ແລະ​ເທວະດາ​ທັງໝົດ​ກໍ​ກຳລັງ​ຢືນ​ຢູ່​ອ້ອມ​ຂ້າງ​ພຣະອົງ.</verse>
				<verse number="20">ພຣະເຈົ້າຢາເວ​ຖາມ​ວ່າ, ‘ຜູ້ໃດ​ຈະ​ຫລອກລວງ​ອາຮາບ​ໃຫ້​ໄປ​ຖືກ​ຂ້າ​ທີ່​ເມືອງ​ຣາໂມດ?’ ເທວະດາ​ບາງ​ຕົນ​ເວົ້າ​ຢ່າງໜຶ່ງ ແລະ​ອີກ​ບາງ​ຕົນ​ເວົ້າ​ອີກ​ຢ່າງໜຶ່ງ</verse>
				<verse number="21">ຈົນກວ່າ​ໄດ້​ມີ​ວິນຍານ​ດວງໜຶ່ງ​ກ້າວ​ອອກ​ໄປ​ທາງ​ໜ້າ​ຫຍັບເຂົ້າ​ໃກ້​ພຣະເຈົ້າຢາເວ ແລະ​ເວົ້າ​ວ່າ, ‘ຂ້ານ້ອຍ​ຈະ​ຫລອກລວງ​ລາວເອງ.’</verse>
				<verse number="22">ພຣະເຈົ້າຢາເວ​ຖາມ​ວ່າ, ‘ດ້ວຍວິທິ​ໃດ?’ ວິນຍານ​ດວງນັ້ນ​ໄດ້​ຕອບ​ຄືນ​ວ່າ, ‘ຂ້ານ້ອຍ​ຈະ​ໄປ​ເຮັດ​ໃຫ້​ພວກ​ຜູ້ທຳນວາຍ​ເວົ້າຕົວະ.’ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, ‘ຈົ່ງ​ໄປ​ຫລອກລວງ​ລາວ​ສາ ເຈົ້າ​ຈະ​ສຳເລັດ.”’</verse>
				<verse number="23">ແລ້ວ​ມີກາອີຢາ​ກໍ​ເວົ້າ​ມ້ວນທ້າຍ​ວ່າ, “ເຫດການ​ກໍ​ເປັນ​ຢ່າງນີ້​ແຫລະ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກ​ຜູ້ທຳນວາຍ​ເຫຼົ່ານັ້ນ​ເວົ້າຕົວະ​ຕໍ່​ທ່ານ. ແຕ່​ພຣະເຈົ້າຢາເວ​ເອງ​ໄດ້​ປະກາດ​ວ່າ, ‘ທ່ານ​ຈະ​ປະສົບ​ກັບ​ໄພພິບັດ.”’</verse>
				<verse number="24">ແລ້ວ​ຜູ້ທຳນວາຍ​ເຊເດກີຢາ​ລູກຊາຍ​ຂອງ​ເຄນາອານາ​ກໍ​ອອກ​ໄປ​ຫາ​ມີກາອີຢາ ທັງ​ຕົບ​ໜ້າ​ເພິ່ນ ແລະ​ຖາມ​ວ່າ, “ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ອອກ​ຈາກ​ຂ້ອຍ​ໄປ​ຫາ​ເຈົ້າ​ເມື່ອໃດ?”</verse>
				<verse number="25">ມີກາອີຢາ​ຕອບ​ວ່າ, “ເຈົ້າ​ຈະ​ຮູ້​ເອງ​ເມື່ອ​ເຈົ້າ​ໄປ​ລີ້​ຢູ່​ໃນ​ຫ້ອງ​ທາງ​ຫລັງ​ສຸດ​ຂອງ​ເຮືອນ​ເຈົ້າ​ນັ້ນ.”</verse>
				<verse number="26">ແລ້ວ​ກະສັດ​ອາຮາບ​ກໍ​ສັ່ງ​ໃຫ້​ເຈົ້າໜ້າທີ່​ຜູ້ໜຶ່ງ​ຂອງຕົນ​ວ່າ, “ໃຫ້​ຈັບ​ມີກາອີຢາ​ໄປ​ຫາ​ອາໂມນ​ຜູ້ປົກຄອງ​ເມືອງ ແລະ​ນຳ​ລາວ​ໄປ​ຫາ​ເຈົ້າ​ຊາຍໂຢອາດ.</verse>
				<verse number="27">ບອກ​ພວກເຂົາ​ໃຫ້​ຂັງ​ລາວ​ໃສ່​ຄຸກ​ໄວ້​ໃຫ້​ລາວ​ກິນ​ແຕ່​ເຂົ້າ​ກັບ​ນໍ້າ​ໜ້ອຍລົງ ຈົນກວ່າ​ເຮົາ​ຈະ​ກັບ​ມາ​ຢ່າງ​ປອດໄພ.”</verse>
				<verse number="28">ມີກາອີຢາ​ຮ້ອງ​ຂຶ້ນ​ວ່າ, “ຖ້າ​ທ່ານ​ກັບຄືນ​ມາ​ຢ່າງ​ປອດໄພ ກໍ​ໝາຍຄວາມວ່າ​ພຣະເຈົ້າຢາເວ​ບໍ່ໄດ້​ເວົ້າ​ຜ່ານ​ທາງ​ຂ້ານ້ອຍ.” ແລະ​ລາວ​ເວົ້າ​ຕື່ມ​ວ່າ, “ທຸກໆຄົນ ຈົ່ງ​ຟັງ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ເວົ້າມາ​ນີ້ເຖີດ.”</verse>
				<verse number="29">ແລ້ວ​ກະສັດ​ອາຮາບ​ແຫ່ງ​ອິດສະຣາເອນ ແລະ​ກະສັດ​ເຢໂຮຊາຟັດ​ແຫ່ງ​ຢູດາຍ ກໍໄດ້​ຍົກທັບ​ໄປ​ໂຈມຕີ​ເມືອງ​ຣາໂມດ​ໃນ​ກີເລອາດ.</verse>
				<verse number="30">ກະສັດ​ອາຮາບ​ກ່າວ​ຕໍ່​ກະສັດ​ເຢໂຮຊາຟັດ​ວ່າ, “ເມື່ອ​ພວກເຮົາ​ເຂົ້າ​ສູ້ຮົບ ຂ້າພະເຈົ້າ​ຈະ​ປອມຕົວ ແຕ່​ໃຫ້​ທ່ານ​ນຸ່ງ​ເຄື່ອງ​ກະສັດ.” ດັ່ງນັ້ນ ກະສັດ​ແຫ່ງ​ອິດສະຣາເອນ​ຈຶ່ງ​ໄດ້​ປອມຕົວ​ເຂົ້າ​ສູ້ຮົບ.</verse>
				<verse number="31">ກະສັດ​ແຫ່ງ​ຊີເຣຍ​ໄດ້​ສັ່ງ​ຜູ້​ບັນຊາການ​ລົດຮົບ​ສາມສິບສອງ​ຄົນ ບໍ່​ໃຫ້​ໂຈມຕີ​ຜູ້ໃດ ນອກຈາກ​ກະສັດ​ແຫ່ງ​ອິດສະຣາເອນ​ແຕ່​ເທົ່ານັ້ນ.</verse>
				<verse number="32">ດັ່ງນັ້ນ ເມື່ອ​ພວກເຂົາ​ໄດ້​ເຫັນ​ກະສັດ​ເຢໂຮຊາຟັດ ພວກເຂົາ​ທັງໝົດ​ກໍ​ຄິດ​ວ່າ​ແມ່ນ​ກະສັດ​ແຫ່ງ​ອິດສະຣາເອນ ຈຶ່ງ​ຫັນ​ມາ​ໂຈມຕີ​ເພິ່ນ. ແຕ່​ເພິ່ນ​ໄດ້​ຮ້ອງຂຶ້ນ</verse>
				<verse number="33">ຜູ້​ບັນຊາການ​ລົດຮົບ​ຈຶ່ງ​ຮູ້​ວ່າ ເພິ່ນ​ບໍ່ແມ່ນ​ກະສັດ​ແຫ່ງ​ອິດສະຣາເອນ ພວກເຂົາ​ຈຶ່ງ​ຢຸດ​ໂຈມຕີ.</verse>
				<verse number="34">ແຕ່​ມີ​ທະຫານ​ຊີເຣຍ​ຄົນ​ໜຶ່ງ​ຍິງ​ລູກທະນູ​ໄປ​ຖືກ​ກະສັດ​ອາຮາບ​ໂດຍ​ບັງເອີນ ແທງ​ເຂົ້າ​ໃສ່​ລະຫວ່າງ​ບ່ອນ​ຕໍ່​ເສື້ອ​ຫຸ້ມເກາະ​ຂອງ​ເພິ່ນ. ເພິ່ນ​ຈຶ່ງ​ຮ້ອງ​ໃສ່​ຜູ້​ທີ່​ຂັບ​ລົດຮົບ​ວ່າ, “ເຮົາ​ໄດ້​ຮັບ​ບາດເຈັບ ຈົ່ງ​ລ້ຽວ​ລົດ​ອອກ​ຈາກ​ສະໜາມຮົບ.”</verse>
				<verse number="35">ໃນ​ຂະນະທີ່​ການ​ສູ້ຮົບ​ພວມ​ດຸເດືອດ​ຢູ່ນັ້ນ ກະສັດ​ອາຮາບ​ຍັງ​ຄໍ້າ​ຕົວ​ຢູ່​ເທິງ​ລົດຮົບ​ປິ່ນໜ້າ​ໄປ​ທາງ​ທະຫານ​ຊີເຣຍ. ເລືອດ​ຈາກ​ບາດແຜ​ຂອງ​ເພິ່ນ​ໄຫລຫລັ່ງ​ລົງ​ເຕັມ​ຖັງ​ລົດ. ພໍ​ເຖິງ​ຍາມ​ແລງ​ມາ ເພິ່ນ​ກໍ​ສິ້ນໃຈ​ຕາຍ.</verse>
				<verse number="36">ເມື່ອ​ໃກ້​ຕາເວັນ​ຕົກ​ດິນ​ໄດ້​ມີ​ຄຳສັ່ງ​ອອກ​ທົ່ວ​ກອງທັບ​ອິດສະຣາເອນ​ວ່າ, “ໃຫ້​ທຸກຄົນ​ກັບຄືນ​ເມືອ​ປະເທດ​ແລະ​ບ້ານ​ເມືອງ​ຂອງຕົນ​ສາ.”</verse>
				<verse number="37">ກະສັດ​ອາຮາບ​ໄດ້​ຕາຍໄປ. ຊາກສົບ​ຂອງ​ເພິ່ນ​ຖືກ​ນຳ​ໄປ​ຝັງ​ໄວ້​ທີ່​ນະຄອນ​ຊາມາເຣຍ.</verse>
				<verse number="38">ພວກເຂົາ​ລ້າງ​ລົດຮົບ​ຂອງ​ເພິ່ນ​ທີ່​ສະ​ນໍ້າ​ຊາມາເຣຍ ບ່ອນ​ທີ່​ຝູງ​ໝາ​ໄດ້​ເລຍ​ເລືອດ​ຂອງ​ເພິ່ນ ແລະ​ພວກ​ໂສເພນີ​ກໍໄດ້​ອາບນໍ້າ​ຢູ່​ທີ່​ນັ້ນ. ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ​ແມ່ນ​ເປັນ​ໄປ​ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ.</verse>
				<verse number="39">ສິ່ງ​ອື່ນໆ​ທີ່​ກະສັດ​ອາຮາບ​ໄດ້​ກະທຳ​ພ້ອມ​ທັງ​ເລື່ອງ​ທີ່​ເພິ່ນ​ເອ້​ຣາຊວັງ​ດ້ວຍ​ງາ​ຊ້າງ ແລະ​ເມືອງ​ຕ່າງໆ​ທີ່​ເພິ່ນ​ໄດ້​ສ້າງ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="40">ເມື່ອ​ເພິ່ນ​ຕາຍໄປ​ນັ້ນ ອາຮາຊີຢາ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="41">ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ເຈົ້າ​ອາຮາບ​ກະສັດ​ແຫ່ງ​ອິດສະຣາເອນ ເຈົ້າ​ເຢໂຮຊາຟັດ​ລູກຊາຍ​ຂອງ​ອາສາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ</verse>
				<verse number="42">ເມື່ອ​ອາຍຸ​ໄດ້​ສາມສິບຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ຊາວຫ້າ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ ອາຊູບາ ລູກສາວ​ຂອງ​ຊິນຮີ.</verse>
				<verse number="43">ເໝືອນກັນ​ກັບ​ກະສັດ​ອາສາ​ພໍ່​ຂອງ​ເພິ່ນ​ນັ້ນ ເພິ່ນ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ສາຍຕາ​ຂອງ​ພຣະເຈົ້າຢາເວ, ແຕ່​ເພິ່ນ​ບໍ່ໄດ້​ທຳລາຍ​ບ່ອນ​ຂາບໄຫວ້​ພະ​ຂອງ​ຄົນຕ່າງຊາດ ແລະ​ປະຊາຊົນ​ຍັງ​ສືບຕໍ່​ຖວາຍ​ເຄື່ອງ​ບູຊາ​ແລະ​ເຜົາ​ເຄື່ອງຫອມ​ຢູ່​ທີ່​ນັ້ນ.</verse>
				<verse number="44">ກະສັດ​ເຢໂຮຊາຟັດ​ໄດ້​ເຮັດ​ສັນຍາ​ສັນຕິພາບ​ກັບ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="45">ສິ່ງ​ອື່ນໆ​ທີ່​ກະສັດ​ເຢໂຮຊາຟັດ​ໄດ້​ກະທຳ ພ້ອມທັງ​ວິລະກຳ​ແລະ​ບັ້ນຮົບ​ຕ່າງໆ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.</verse>
				<verse number="46">ເພິ່ນ​ໄດ້​ກຳຈັດ​ພວກ​ໂສເພນີ​ທັງ​ຊາຍ​ແລະ​ຍິງ ທີ່​ຮັບໃຊ້​ຕາມ​ແທ່ນບູຊາ​ຂອງ​ຄົນຕ່າງຊາດ ຊຶ່ງ​ຍັງເຫລືອ​ຢູ່​ຕັ້ງແຕ່​ສະໄໝ​ຂອງ​ກະສັດ​ອາສາ ພໍ່​ຂອງ​ເພິ່ນ​ນັ້ນ​ໃຫ້​ໝົດສິ້ນ​ໄປ.</verse>
				<verse number="47">ດິນແດນ​ເອໂດມ​ບໍ່ມີ​ກະສັດ; ດິນແດນ​ນີ້​ໄດ້​ປົກຄອງ​ໂດຍ​ຜູ້​ສຳເລັດ​ຣາຊການ ທີ່​ກະສັດ​ແຫ່ງ​ຢູດາຍ​ໄດ້​ແຕ່ງຕັ້ງ​ຂຶ້ນ.</verse>
				<verse number="48">ກະສັດ​ເຢໂຮຊາຟັດ​ໄດ້​ສ້າງ​ເຮືອ​ກຳປັ່ນ​ແຫ່ງ​ຕາກຊິດ​ເດີນ​ທະເລ ເພື່ອ​ຂີ່​ໄປ​ຂົນ​ເອົາ​ຄຳ​ມາ​ແຕ່​ປະເທດ​ໂອຟີ, ແຕ່​ເຮືອ​ກຳປັ່ນ​ເຫຼົ່ານີ້​ໄດ້​ແຕກ​ທີ່​ເມືອງ​ເອຊີໂອນ​ເກເບ ແລະ​ແລ່ນ​ຕໍ່ໄປ​ບໍ່ໄດ້.</verse>
				<verse number="49">ແລ້ວ​ກະສັດ​ອາຮາຊີຢາ​ແຫ່ງ​ອິດສະຣາເອນ ກໍໄດ້​ສະເໜີ​ໃຫ້​ຄົນ​ຂອງ​ເພິ່ນ​ແລ່ນ​ເຮືອ​ໄປ​ກັບ​ຄົນ​ຂອງ​ກະສັດ​ເຢໂຮຊາຟັດ ແຕ່​ກະສັດ​ເຢໂຮຊາຟັດ​ບໍ່​ຮັບ.</verse>
				<verse number="50">ກະສັດ​ເຢໂຮຊາຟັດ​ໄດ້​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ແຫ່ງ​ກະສັດ ທີ່​ເມືອງ​ຂອງ​ດາວິດ. ເຈົ້າ​ເຢໂຮຣາມ ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="51">ໃນ​ຣາຊການ​ປີ​ທີ​ສິບເຈັດ​ຂອງ​ເຈົ້າ​ເຢໂຮຊາຟັດ​ກະສັດ​ແຫ່ງ​ຢູດາຍ; ເຈົ້າ​ອາຮາຊີຢາ ລູກຊາຍ​ຂອງ​ກະສັດ​ອາຮາບ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ສອງ​ປີ.</verse>
				<verse number="52">ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ໂດຍ​ປະພຶດ​ຕາມ​ແບບຢ່າງ​ອັນ​ຊົ່ວຊ້າ ຂອງ​ກະສັດ​ອາຮາບ​ພໍ່​ຂອງ​ເພິ່ນ, ນາງ​ເຢເຊເບນ​ແມ່​ຂອງ​ເພິ່ນ ແລະ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ຜູ້​ທີ່​ໄດ້​ນຳ​ອານາຈັກ​ອິດສະຣາເອນ​ເຮັດ​ບາບ.</verse>
				<verse number="53">ເພິ່ນ​ໄດ້​ຂາບໄຫວ້​ແລະ​ຮັບໃຊ້​ພະບາອານ. ເຊັ່ນດຽວ​ກັນ​ກັບ​ຜູ້​ເປັນ​ພໍ່ ເພິ່ນ​ໄດ້​ຍົວະເຍົ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໃຫ້​ໂກດຮ້າຍ.</verse>
			</chapter>
		</book>
		<book number="12">
			<chapter number="1">
				<verse number="1">ຫລັງຈາກ​ກະສັດ​ອາຮາບ​ແຫ່ງ​ອິດສະຣາເອນ​ໄດ້​ຕາຍໄປ​ແລ້ວ ດິນແດນ​ໂມອາບ​ກໍໄດ້​ກະບົດ​ຕໍ່​ຊາດ​ອິດສະຣາເອນ.</verse>
				<verse number="2">ກະສັດ​ອາຮາຊີຢາ​ແຫ່ງ​ອິດສະຣາເອນ​ໄດ້​ຕົກ​ຈາກ​ລະບຽງ​ວັງ​ທີ່​ຊາມາເຣຍ ແລະ​ເຈັບໜັກ. ເພິ່ນ​ໄດ້​ສົ່ງ​ບາງຄົນ​ໄປ​ປຶກສາ​ບາອານເຊບຸບ ພະ​ຂອງ​ຊາວ​ຟີລິດສະຕິນ​ທີ່​ເມືອງ​ເອັກໂຣນ ເພື່ອ​ຢາກ​ຮູ້​ວ່າ​ຕົນ​ຈະ​ດີ​ຫລື​ບໍ່.</verse>
				<verse number="3">ແຕ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເອລີຢາ​ຜູ້ທຳນວາຍ​ຊາວ​ຕີຊະເບ ໃຫ້​ໄປ​ຫາ​ຄົນ​ຂອງ​ກະສັດ​ອາຮາຊີຢາ ແລະ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຈະ​ໄປ​ປຶກສາ​ບາອານເຊບຸບ ພະ​ຂອງ​ຊາວ​ເອັກໂຣນ? ພວກເຈົ້າ​ຄິດ​ວ່າ​ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ່ມີ​ພຣະເຈົ້າ​ຊັ້ນບໍ?</verse>
				<verse number="4">ຈົ່ງ​ໄປ​ບອກ​ກະສັດ​ວ່າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ເຈົ້າ​ຈະ​ບໍ່​ຫາຍ​ດີ​ຈາກ​ການ​ເຈັບເປັນ​ນີ້​ດອກ ເຈົ້າ​ຈະ​ຕາຍ.”’ ດັ່ງນັ້ນ ເອລີຢາ​ກໍໄດ້​ໄປ.</verse>
				<verse number="5">ແລະ​ພວກ​ທີ່​ກະສັດ​ໄດ້​ໃຊ້​ໄປ​ນັ້ນ​ກໍ​ກັບຄືນ​ເມືອ​ຫາ​ກະສັດ. ເພິ່ນ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກັບຄືນ​ມາ.”</verse>
				<verse number="6">ພວກເຂົາ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ ແລະ​ລາວ​ບອກ​ພວກ​ຂ້ານ້ອຍ​ໃຫ້​ກັບຄືນ​ມາ​ບອກ​ທ່ານ​ວ່າ ພຣະເຈົ້າຢາເວ​ກ່າວ​ຕໍ່​ທ່ານ​ດັ່ງນີ້: ‘ເປັນຫຍັງ​ທ່ານ​ຈົ່ງ​ໃຊ້​ຄົນ​ໄປ​ປຶກສາ​ບາອານເຊບຸບ ພະ​ຂອງ​ຊາວ​ເອັກໂຣນ? ທ່ານ​ຄິດ​ວ່າ​ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ່ມີ​ພຣະເຈົ້າ​ຊັ້ນບໍ? ທ່ານ​ຈະ​ບໍ່​ຫາຍ​ດີ​ຈາກ​ການ​ເຈັບເປັນ​ນີ້​ດອກ ທ່ານ​ຈະ​ຕາຍ.”’</verse>
				<verse number="7">ກະສັດ​ຖາມ​ວ່າ, “ຊາຍ​ຄົນ​ນັ້ນ​ມີ​ລັກສະນະ​ທ່າທາງ​ຢ່າງໃດ?”</verse>
				<verse number="8">ພວກເຂົາ​ຕອບ​ເພິ່ນ​ວ່າ, “ລາວ​ນຸ່ງ​ເສື້ອຄຸມ​ທີ່​ເຮັດ​ດ້ວຍ​ໜັງສັດ​ແລະ​ໃສ່ ສາຍໜັງ​ຮັດ​ເລົາຄີງ.” ກະສັດ​ຮ້ອງ​ຂຶ້ນ​ວ່າ, “ແມ່ນ​ເອລີຢາ​ຊາວ​ຕີຊະເບ.”</verse>
				<verse number="9">ແລ້ວ​ເພິ່ນ​ກໍໄດ້​ໃຊ້​ນາຍ​ທະຫານ​ຜູ້ໜຶ່ງ​ພ້ອມ​ທັງ​ທະຫານ​ຫ້າສິບ​ຄົນ ໄປ​ຈັບ​ເອລີຢາ. ນາຍ​ທະຫານ​ເຫັນ​ເອລີຢາ​ກຳລັງ​ນັ່ງ​ຢູ່​ເທິງ​ເນີນພູ ລາວ​ຈຶ່ງ​ຮ້ອງ​ໃສ່​ເພິ່ນ​ວ່າ, “ຄົນ​ຂອງ​ພຣະເຈົ້າ​ເອີຍ ກະສັດ​ສັ່ງ​ໃຫ້​ເຈົ້າ​ລົງ​ມາ.”</verse>
				<verse number="10">ເອລີຢາ​ຕອບ​ວ່າ, “ຖ້າ​ຂ້ອຍ​ເປັນ​ຄົນ​ຂອງ​ພຣະເຈົ້າ ຂໍ​ໃຫ້​ໄຟ​ຈາກ​ສະຫວັນ​ລົງ​ມາ​ໄໝ້​ເຈົ້າ​ແລະ​ພວກ​ທະຫານ​ຂອງ​ເຈົ້າ​ໃຫ້​ຕາຍ​ສາ.” ໃນທັນໃດ ໄຟ​ຈາກ​ສະຫວັນ​ກໍ​ລົງ​ມາ​ໄໝ້​ນາຍ​ທະຫານ​ແລະ​ຄົນ​ຂອງ​ລາວ​ຕາຍ​ໝົດ.</verse>
				<verse number="11">ກະສັດ​ຈຶ່ງ​ໄດ້​ໃຊ້​ນາຍ​ທະຫານ​ຄົນ​ໜຶ່ງ​ອີກ​ພ້ອມ​ທັງ​ທະຫານ​ຫ້າສິບ​ຄົນ ໃຫ້​ຂຶ້ນ​ໄປ ຫາ​ເອລີຢາ ແລະ​ບອກ​ເພິ່ນ​ວ່າ, “ຄົນ​ຂອງ​ພຣະເຈົ້າ​ເອີຍ ກະສັດ​ສັ່ງ​ເຈົ້າ​ໃຫ້​ລົງ​ມາ​ດຽວ​ນີ້.”</verse>
				<verse number="12">ແຕ່​ເອລີຢາ​ຕອບ​ວ່າ, “ຖ້າ​ຂ້ອຍ​ເປັນ​ຄົນ​ຂອງ​ພຣະເຈົ້າ ຂໍ​ໃຫ້​ໄຟ​ຈາກ​ສະຫວັນ​ລົງ​ມາ​ໄໝ້​ເຈົ້າ ແລະ​ພວກ​ທະຫານ​ຂອງ​ເຈົ້າ​ໃຫ້​ຕາຍ​ສາ.” ໃນທັນໃດ ໄຟ​ຂອງ​ພຣະເຈົ້າ​ກໍ​ລົງ​ມາ​ຈາກ​ສະຫວັນ​ໄໝ້​ນາຍ​ທະຫານ ແລະ​ຄົນ​ຂອງ​ລາວ​ຕາຍ​ໝົດ.</verse>
				<verse number="13">ເທື່ອໜຶ່ງ​ອີກ​ກະສັດ​ໄດ້​ໃຊ້​ນາຍ​ທະຫານ​ຜູ້ໜຶ່ງ​ໄປ ພ້ອມ​ທັງ​ທະຫານ​ຫ້າສິບ​ຄົນ. ນາຍ​ທະຫານ​ໄດ້​ຂຶ້ນ​ໄປ​ທີ່​ເທິງ​ເນີນພູ​ຄຸເຂົ່າ​ລົງ​ຕໍ່ໜ້າ​ເອລີຢາ ແລະ​ວິງວອນ​ຂໍ​ຕໍ່​ເພິ່ນ​ວ່າ, “ຄົນ​ຂອງ​ພຣະເຈົ້າ​ເອີຍ ຂໍໂຜດ​ເມດຕາ​ຂ້ານ້ອຍ ແລະ​ຄົນ​ຂອງ​ຂ້ານ້ອຍ​ແດ່ທ້ອນ ຈົ່ງ​ໄວ້​ຊີວິດ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ​ເທີ້ນ</verse>
				<verse number="14">ນາຍ​ທະຫານ​ສອງ​ຄົນ​ພ້ອມ​ທັງ​ຄົນ​ຂອງ​ພວກເຂົາ​ກໍໄດ້​ຖືກ​ຂ້າ​ໝົດ​ໂດຍ​ໄຟ​ຈາກ​ສະຫວັນ; ແຕ່​ຂໍ​ທ່ານ​ໂຜດ​ເມດຕາ​ຂ້ານ້ອຍ​ດ້ວຍ.”</verse>
				<verse number="15">ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເອລີຢາ​ວ່າ, “ຈົ່ງ​ລົງ​ໄປ​ກັບ​ລາວ ແລະ​ຢ່າ​ຢ້ານ.” ດັ່ງນັ້ນ ເອລີຢາ​ຈຶ່ງ​ໄປ​ຫາ​ກະສັດ​ກັບ​ນາຍ​ທະຫານ</verse>
				<verse number="16">ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້: ‘ຍ້ອນ​ທ່ານ​ໄດ້​ໃຊ້​ຄົນ​ໄປ​ປຶກສາ​ບາອານເຊບຸບ ພະ​ຂອງ​ຊາວ​ເອັກໂຣນ ທ່ານ​ຈະ​ບໍ່​ຫາຍ​ດີ​ດອກ; ທ່ານ​ຈະ​ຕາຍ. ການກະທຳ​ຂອງທ່ານ​ເປັນ​ເໝືອນ​ດັ່ງ​ວ່າ, ຢູ່​ໃນ​ຊາດ​ອິດສະຣາເອນ​ນີ້​ບໍ່ມີ​ພຣະເຈົ້າ​ທີ່​ຈະ​ປຶກສາ​ນຳ​ເລີຍ.”’</verse>
				<verse number="17">ກະສັດ​ອາຮາຊີຢາ​ໄດ້​ຕາຍໄປ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ເອລີຢາ. ເພິ່ນ​ບໍ່ມີ​ລູກຊາຍ; ສະນັ້ນ ໂຢຣາມ​ນ້ອງຊາຍ​ຂອງ​ເພິ່ນ ຈຶ່ງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ​ໃນ​ຣາຊການ​ປີ​ທີ​ສອງ​ຂອງ​ກະສັດ​ເຢໂຮຣາມ ລູກຊາຍ​ຂອງ​ເຈົ້າ​ເຢໂຮຊາຟັດ​ກະສັດ​ແຫ່ງ​ຢູດາຍ.</verse>
				<verse number="18">ສິ່ງ​ອື່ນ​ທີ່​ກະສັດ​ອາຮາຊີຢາ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
			</chapter>
			<chapter number="2">
				<verse number="1">ເວລາ​ທີ່​ພຣະເຈົ້າຢາເວ​ໄດ້​ຮັບ​ເອົາ​ເອລີຢາ​ຂຶ້ນ​ສູ່​ສະຫວັນ​ດ້ວຍ​ລົມພະຍຸ​ນັ້ນ ເອລີຢາ ແລະ ເອລີຊາ​ໄດ້​ເດີນທາງ​ອອກ​ຈາກ​ເມືອງ​ກິນການ.</verse>
				<verse number="2">ເອລີຢາ​ໄດ້​ກ່າວ​ແກ່​ເອລີຊາ​ວ່າ, “ຂໍ​ໃຫ້​ເຈົ້າ​ຢູ່​ບ່ອນ​ນີ້ ເພາະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ຂ້ອຍ​ໄປ​ທີ່​ເມືອງ​ເບັດເອນ.” ແຕ່​ເອລີຊາ​ຕອບ​ວ່າ, “ຕາບໃດ​ທີ່​ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່ ແລະ​ທ່ານ​ຍັງ​ມີ​ຊີວິດຢູ່ ຂ້ານ້ອຍ​ຈະ​ບໍ່​ໜີໄປ​ຈາກ​ທ່ານ.” ດັ່ງນັ້ນ ທັງສອງ​ຈຶ່ງ​ເດີນທາງ​ຕໍ່ໄປ​ທີ່​ເມືອງ​ເບັດເອນ.</verse>
				<verse number="3">ມີ​ພວກ​ຜູ້ທຳນວາຍ​ໝວດ​ໜຶ່ງ​ຢູ່​ໃນ​ເມືອງ​ນັ້ນ​ໄດ້​ອອກ​ໄປ​ພົບ​ເອລີຊາ ແລະ​ຖາມ​ວ່າ, “ເຈົ້າ​ຮູ້​ບໍ​ວ່າ ວັນນີ້ ພຣະເຈົ້າຢາເວ​ຈະ​ຮັບ​ເອົາ​ນາຍ​ຂອງເຈົ້າ​ໄປ​ຈາກ​ເຈົ້າ?” ເອລີຊາ​ຕອບ​ວ່າ, “ແມ່ນແລ້ວ ຂ້ອຍ​ຮູ້ ແຕ່​ຢ່າ​ເວົ້າ​ເຖິງ​ເລື່ອງ​ນີ້​ເລີຍ.”</verse>
				<verse number="4">ແລ້ວ​ເອລີຢາ​ກໍໄດ້​ກ່າວ​ແກ່​ເອລີຊາ​ວ່າ, “ຂໍ​ໃຫ້​ເຈົ້າ​ຢູ່​ບ່ອນ​ນີ້ ເພາະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ຂ້ອຍ​ໄປ​ທີ່​ເມືອງ​ເຢຣິໂກ.” ແຕ່​ເອລີຊາ​ຕອບ​ວ່າ, “ຕາບໃດ​ທີ່​ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່ ແລະ​ທ່ານ​ຍັງ​ມີ​ຊີວິດຢູ່ ຂ້ານ້ອຍ​ຈະ​ບໍ່​ໜີໄປ​ຈາກ​ທ່ານ.” ດັ່ງນັ້ນ ທັງສອງ​ຈຶ່ງ​ເດີນທາງ​ຕໍ່ໄປ​ທີ່​ເມືອງ​ເຢຣິໂກ.</verse>
				<verse number="5">ມີ​ພວກ​ຜູ້ທຳນວາຍ​ໝວດ​ໜຶ່ງ​ຢູ່​ໃນ​ເມືອງ​ນັ້ນ​ໄດ້​ອອກ​ໄປ​ຫາ​ເອລີຊາ ແລະ​ຖາມ​ວ່າ, “ເຈົ້າ​ຮູ້​ບໍ​ວ່າ ວັນນີ້ ພຣະເຈົ້າຢາເວ​ຈະ​ຮັບ​ເອົາ​ນາຍ​ຂອງເຈົ້າ​ໄປ​ຈາກ​ເຈົ້າ?” ເອລີຊາ​ຕອບ​ວ່າ, “ແມ່ນແລ້ວ ຂ້ອຍ​ຮູ້ ແຕ່​ຢ່າ​ເວົ້າ​ເຖິງ​ເລື່ອງ​ນີ້​ເລີຍ.”</verse>
				<verse number="6">ແລ້ວ​ເອລີຢາ​ກໍໄດ້​ກ່າວ​ແກ່​ເອລີຊາ​ອີກ​ວ່າ, “ຂໍ​ໃຫ້​ເຈົ້າ​ຢູ່​ບ່ອນ​ນີ້ ເພາະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ຂ້ອຍ​ໄປ​ທີ່​ແມ່ນໍ້າ​ຈໍແດນ.” ແຕ່​ເອລີຊາ​ຕອບ​ວ່າ, “ຕາບໃດ​ທີ່​ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່ ແລະ​ທ່ານ​ຍັງ​ມີ​ຊີວິດຢູ່ ຂ້ານ້ອຍ​ຈະ​ບໍ່​ໜີໄປ​ຈາກ​ທ່ານ.” ດັ່ງນັ້ນ ທັງສອງ​ຈຶ່ງ​ອອກ​ເດີນທາງ​ຕໍ່ໄປ</verse>
				<verse number="7">ໂດຍ​ມີ​ພວກ​ຜູ້ທຳນວາຍ​ຫ້າສິບ​ຄົນ ຕິດຕາມ​ໄປ​ຈົນເຖິງ​ແມ່ນໍ້າ​ຈໍແດນ. ເອລີຢາ​ກັບ​ເອລີຊາ​ໄດ້​ໄປ​ຢືນ​ຢູ່​ໃກ້​ແມ່ນໍ້າ ສ່ວນ​ບັນດາ​ຜູ້ທຳນວາຍ​ຫ້າສິບ​ຄົນ​ນັ້ນ ຢືນ​ຢູ່​ຫ່າງ​ຈາກ​ເພິ່ນ​ທັງສອງ​ໄປ​ໜ້ອຍໜຶ່ງ.</verse>
				<verse number="8">ແລ້ວ​ເອລີຢາ​ກໍໄດ້​ແກ້​ເສື້ອຄຸມ​ຂອງ​ເພິ່ນ​ອອກ ມ້ວນ​ເສື້ອຄຸມ​ໄວ້ ແລະ​ໃຊ້​ເສື້ອຄຸມ​ນັ້ນ​ຟາດ​ນໍ້າ ນໍ້າ​ໄດ້​ແຍກ​ອອກ ແລະ​ເພິ່ນ​ກັບ​ເອລີຊາ​ກໍ​ຍ່າງ​ຂ້າມ​ດິນແຫ້ງ​ໄປ​ສູ່​ຟາກ​ໜຶ່ງ​ອີກ.</verse>
				<verse number="9">ໃນ​ບ່ອນ​ນັ້ນ ເອລີຢາ​ໄດ້​ກ່າວ​ແກ່​ເອລີຊາ​ວ່າ, “ກ່ອນ​ຂ້ອຍ​ຈະ​ຖືກ​ຮັບ​ຂຶ້ນ​ໄປ ໃຫ້​ເຈົ້າ​ບອກ​ຂ້ອຍ​ມາ​ເບິ່ງ​ວ່າ ເຈົ້າ​ຢາກ​ໃຫ້​ຂ້ອຍ​ເຮັດ​ຫຍັງ​ສຳລັບ​ເຈົ້າ​ແດ່?” ເອລີຊາ​ຕອບ​ວ່າ, “ຂໍ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຣິດອຳນາດ​ສອງ​ເທົ່າ ເພື່ອ​ສືບແທນ​ທ່ານ​ແດ່ທ້ອນ.”</verse>
				<verse number="10">ເອລີຢາ​ຕອບ​ຄືນ​ວ່າ, “ເຈົ້າ​ຮ້ອງຂໍ​ໃນ​ສິ່ງ​ທີ່​ເອົາ​ໃຫ້​ຍາກ, ແຕ່​ເຈົ້າ​ຈະ​ໄດ້​ສິ່ງ​ນັ້ນ ຖ້າ​ເຈົ້າ​ເຫັນ​ຂ້ອຍ​ໃນ​ຂະນະທີ່​ຖືກ​ຮັບ​ຂຶ້ນ​ໄປ​ຈາກ​ເຈົ້າ; ຖ້າ​ເຈົ້າ​ບໍ່​ເຫັນ​ຂ້ອຍ ເຈົ້າ​ກໍ​ຈະ​ບໍ່ໄດ້​ຮັບ.”</verse>
				<verse number="11">ໃນ​ຂະນະທີ່​ທັງສອງ​ພວມ​ຍ່າງ​ລົມກັນ​ໄປ​ນັ້ນ; ທັນໃດນັ້ນ ກໍ​ມີ​ຝູງ​ມ້າໄຟ​ແກ່​ລົດມ້າ​ໄຟ​ຄັນ​ໜຶ່ງ​ແລ່ນ​ຜ່າ​ກາງ​ທັງສອງ​ໄປ ແລະ​ລົມພະຍຸ​ກໍ​ພັດ​ຫອບ​ເອົາ​ເອລີຢາ​ຂຶ້ນ​ສູ່​ສະຫວັນ.</verse>
				<verse number="12">ເອລີຊາ​ເຫັນ ຈຶ່ງ​ຮ້ອງ​ໃສ່​ເອລີຢາ​ວ່າ, “ພໍ່ເອີຍ ພໍ່ເອີຍ ລົດຮົບ​ແລະ​ທະຫານ​ມ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ທ່ານ​ໄດ້​ຈາກ​ໄປ​ແລ້ວໜໍ.” ແລ້ວ​ເອລີຊາ​ກໍ​ບໍ່ໄດ້​ເຫັນ​ເອລີຢາ​ອີກ​ຕໍ່ໄປ. ດ້ວຍ​ຄວາມ​ໂສກເສົ້າ ເອລີຊາ​ຈຶ່ງ​ຈີກ​ເສື້ອຄຸມ​ຂອງຕົນ​ເປັນ​ສອງ​ຕ່ອນ.</verse>
				<verse number="13">ແລ້ວ​ເພິ່ນ​ກໍ​ຈັບ​ເອົາ​ເສື້ອຄຸມ​ທີ່​ຕົກລົງ​ຈາກ​ເອລີຢາ​ນັ້ນ​ກັບຄືນ​ໄປ ແລະ​ຢືນ​ຢູ່​ທີ່​ແຄມ​ແມ່ນໍ້າ​ຈໍແດນ.</verse>
				<verse number="14">ເພິ່ນ​ເອົາ​ເສື້ອຄຸມ​ຂອງ​ເອລີຢາ​ຟາດ​ນໍ້າ ແລະ​ຖາມ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເອລີຢາ​ຢູ່​ທີ່​ໃດ?” ແລ້ວ​ເພິ່ນ​ກໍ​ຟາດ​ນໍ້າ​ອີກ​ເທື່ອໜຶ່ງ ແລະ​ນໍ້າ​ກໍ​ແຍກ​ອອກ ເພິ່ນ​ຈຶ່ງ​ຍ່າງ​ຂ້າມ​ຟາກ​ໄປ.</verse>
				<verse number="15">ພວກ​ຜູ້ທຳນວາຍ​ຫ້າສິບ​ຄົນ ຈາກ​ເມືອງ​ເຢຣິໂກ​ເຫັນ​ເພິ່ນ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ຣິດອຳນາດ​ຂອງ​ເອລີຢາ​ໄດ້​ຢູ່​ກັບ​ເອລີຊາ​ແລ້ວ.” ພວກນັ້ນ​ໄດ້​ເຂົ້າ​ໄປ​ຫາ​ເພິ່ນ ແລະ​ກົ້ມ​ຂາບລົງ</verse>
				<verse number="16">ທັງ​ເວົ້າ​ວ່າ, “ພວກເຮົາ​ໃນ​ທີນີ້​ມີ​ຢູ່​ນຳ​ກັນ​ຫ້າສິບ​ຄົນ ລ້ວນແລ້ວແຕ່​ເປັນ​ຄົນ​ແຂງແຮງ​ທັງນັ້ນ. ໃຫ້​ພວກເຮົາ​ໄປ​ຊອກຫາ​ນາຍ​ຂອງທ່ານ​ສາ. ບາງທີ​ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ຫອບ​ເອົາ​ນາຍ​ຂອງທ່ານ​ໄປ​ປະ​ໄວ້​ຢູ່​ເທິງ​ພູເຂົາ ຫລື​ຢູ່​ຕາມ​ຮ່ອມພູ​ບາງ​ແຫ່ງ​ກໍໄດ້.” ເອລີຊາ​ຕອບ​ວ່າ, “ບໍ່ ພວກເຈົ້າ​ບໍ່​ຈຳເປັນ​ຕ້ອງ​ໄປ.”</verse>
				<verse number="17">ແຕ່​ພວກນັ້ນ​ຍັງ​ວິງວອນ​ຂໍ​ຢູ່​ຈົນ​ເພິ່ນ​ຍິນຍອມ​ໃຫ້​ໄປ. ພວກ​ຫ້າສິບ​ຄົນ​ນີ້ ໄດ້​ອອກ​ໄປ​ຊອກຫາ​ເປັນ​ເວລາ​ສາມ​ວັນ ແຕ່​ກໍ​ບໍ່​ພົບ​ເພິ່ນ.</verse>
				<verse number="18">ພວກນັ້ນ​ໄດ້​ກັບຄືນ​ມາ​ຫາ​ເອລີຊາ​ທີ່​ຄອຍຖ້າ​ຢູ່​ໃນ​ເມືອງ​ເຢຣິໂກ ແລະ​ເພິ່ນ​ກໍ​ເວົ້າ​ຕໍ່​ພວກນັ້ນ​ວ່າ, “ຂ້ອຍ​ບອກ​ພວກເຈົ້າ​ແລ້ວ​ວ່າ​ບໍ່​ຕ້ອງ​ໄປ ບໍ່ແມ່ນ​ບໍ?”</verse>
				<verse number="19">ແລ້ວ​ຊາວ​ເມືອງ​ເຢຣິໂກ​ກໍ​ໄປ​ຫາ​ເອລີຊາ ແລະ​ເວົ້າ​ກັບ​ເພິ່ນ​ວ່າ, “ທ່ານເອີຍ ທ່ານ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ທີ່ນີ້​ເປັນ​ເມືອງ​ດີ, ແຕ່​ນໍ້າ​ບໍ່​ດີ ຈຶ່ງ​ເປັນ​ເຫດ​ໃຫ້​ພວກຜູ້ຍິງ​ຫລຸລູກ.”</verse>
				<verse number="20">ເອລີຊາ​ຈຶ່ງ​ສັ່ງ​ພວກເຂົາ​ວ່າ, “ເອົາ​ເກືອ​ໃສ່​ຖ້ວຍ​ໃບ​ໃໝ່ໆ​ມາ​ໃຫ້​ຂ້ອຍ.” ພວກເຂົາ​ກໍ​ປະຕິບັດ​ຕາມ.</verse>
				<verse number="21">ເອລີຊາ​ໄດ້​ໄປ​ທີ່​ບໍ່ນໍ້າ ຫວ່ານ​ເກືອ​ໃສ່​ນໍ້າ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ເຮົາ​ໄດ້​ເຮັດ​ໃຫ້​ນໍ້າ​ນີ້​ດີ​ສະອາດ ແລະ​ນໍ້າ​ນີ້​ຈະ​ບໍ່​ເປັນ​ເຫດ​ໃຫ້​ຄົນ​ຕາຍ ແລະ​ຫລຸລູກ​ອີກ​ຕໍ່ໄປ.”’</verse>
				<verse number="22">ຕັ້ງແຕ່​ນັ້ນ​ມາ ນໍ້າ​ກໍ​ດີ​ສະອາດ​ຕາມ​ທີ່​ເອລີຊາ​ໄດ້​ກ່າວ.</verse>
				<verse number="23">ແລ້ວ​ເອລີຊາ​ກໍ​ຈາກ​ເມືອງ​ເຢຣິໂກ​ໄປ​ເມືອງ​ເບັດເອນ. ເມື່ອ​ເດີນທາງ​ໄປ​ນັ້ນ ມີ​ເດັກຊາຍ​ບາງຄົນ​ມາ​ແຕ່​ໃນເມືອງ​ຮ້ອງ​ເຍາະເຍີ້ຍ​ເພິ່ນ. ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ຫົວລ້ານ ອອກ​ໜີ​ຈາກ​ບ່ອນ​ນີ້​ສາ.”</verse>
				<verse number="24">ເອລີຊາ​ອວ່າຍໜ້າ​ມາ​ຈ້ອງເບິ່ງ​ພວກເຂົາ ແລະ​ສາບແຊ່ງ​ພວກເຂົາ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ. ແລ້ວ​ກໍ​ມີ​ໝີແມ່​ສອງ​ໂຕ​ອອກ​ມາ​ແຕ່​ປ່າ ແລະ​ຄຸບ​ເດັກຊາຍ​ສີ່ສິບສອງ​ຄົນ​ນັ້ນ ໃຫ້​ໄດ້​ຮັບ​ບາດເຈັບ​ຢ່າງໜັກ.</verse>
				<verse number="25">ແລ້ວ​ເອລີຊາ​ກໍ​ເດີນທາງ​ຕໍ່ໄປ​ທີ່​ພູເຂົາ​ກາເມນ ແລະ​ຕໍ່ມາ ເພິ່ນ​ກໍໄດ້​ກັບຄືນ​ມາ​ສູ່​ນະຄອນ​ຊາມາເຣຍ.</verse>
			</chapter>
			<chapter number="3">
				<verse number="1">ໃນ​ຣາຊການ​ປີ​ທີ​ສິບແປດ ຂອງ​ເຈົ້າ​ເຢໂຮຊາຟັດ​ກະສັດ​ແຫ່ງ​ຢູດາຍ ໂຢຣາມ​ລູກຊາຍ​ອາຮາບ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ສິບສອງ​ປີ.</verse>
				<verse number="2">ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແຕ່​ຍັງ​ບໍ່​ຮ້າຍແຮງ​ເທົ່າ​ກັບ​ພໍ່​ຂອງ​ເພິ່ນ ຫລື​ນາງ​ເຢເຊເບນ​ແມ່​ຂອງ​ເພິ່ນ; ເພິ່ນ​ໄດ້​ຮື້ຖອນ​ຮູບ​ພະບາອານ​ທີ່​ພໍ່​ຂອງ​ເພິ່ນ​ໄດ້​ສ້າງ​ສຳລັບ​ຂາບໄຫວ້.</verse>
				<verse number="3">ແຕ່​ໂຢຣາມ​ໄດ້​ພາ​ຊາວ​ອິດສະຣາເອນ​ເຮັດ​ບາບ​ຢ່າງ​ບໍ່​ຢຸດຢັ້ງ ຢ່າງດຽວ​ກັບ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ກະສັດ​ທີ່​ປົກຄອງ​ກ່ອນ​ເພິ່ນ.</verse>
				<verse number="4">ກະສັດ​ເມຊາ​ແຫ່ງ​ໂມອາບ​ໄດ້​ລ້ຽງ​ແກະ​ໄວ້​ຢ່າງ​ຫລວງຫລາຍ; ແລະ​ທຸກ​ປີ​ໃດ ເພິ່ນ​ໄດ້​ເສຍສ່ວຍ​ໃຫ້​ກະສັດ​ແຫ່ງ​ອິດສະຣາເອນ ລູກແກະ​ໜຶ່ງແສນ​ໂຕ ແລະ​ຂົນແກະ​ຈາກແກະ​ໜຶ່ງແສນ​ໂຕ.</verse>
				<verse number="5">ແຕ່​ເມື່ອ​ເຈົ້າ​ອາຮາບ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ຕາຍໄປ​ແລ້ວ ໂມອາບ​ກໍໄດ້​ກະບົດ​ຕໍ່​ອານາຈັກ​ອິດສະຣາເອນ.</verse>
				<verse number="6">ກະສັດ​ໂຢຣາມ​ຈຶ່ງ​ອອກ​ຈາກ​ນະຄອນ​ຊາມາເຣຍ​ໄປ​ທັນທີ ເພື່ອ​ທ້ອນໂຮມ​ເອົາ​ທະຫານ​ທັງໝົດ​ຂອງ​ເພິ່ນ.</verse>
				<verse number="7">ເພິ່ນ​ໄດ້​ສົ່ງ​ຄວາມ​ໄປ​ບອກ​ກະສັດ​ເຢໂຮຊາຟັດ​ແຫ່ງ​ຢູດາຍ​ວ່າ, “ກະສັດ​ແຫ່ງ​ໂມອາບ​ໄດ້​ກະບົດ​ຕໍ່​ຂ້າພະເຈົ້າ ທ່ານ​ຈະ​ຮ່ວມ​ກັບ​ຂ້າພະເຈົ້າ​ເຮັດ​ເສິກ​ຕໍ່ສູ້​ລາວ​ໄດ້​ບໍ່?” ກະສັດ​ເຢໂຮຊາຟັດ​ຕອບ​ວ່າ, “ເຫັນດີ ຂ້າພະເຈົ້າ​ເອງ​ພ້ອມ​ທີ່​ຈະ​ໄປ​ກັບ​ທ່ານ ລວມ​ທັງ​ທະຫານ​ຂອງ​ຂ້າພະເຈົ້າ​ແລະ​ຝູງມ້າ​ຂອງ​ຂ້າພະເຈົ້າ​ດ້ວຍ.</verse>
				<verse number="8">ພວກເຮົາ​ຈະ​ເຂົ້າ​ໂຈມຕີ​ທາງ​ຖະໜົນ​ເສັ້ນໃດ?” ກະສັດ​ໂຢຣາມ​ຕອບ​ວ່າ, “ພວກເຮົາ​ຈະ​ຜ່ານ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ​ເອໂດມ​ໄປ.”</verse>
				<verse number="9">ແລ້ວ​ກະສັດ​ໂຢຣາມ, ກະສັດ​ແຫ່ງ​ຢູດາຍ ແລະ​ກະສັດ​ແຫ່ງ​ເອໂດມ​ກໍ​ຍົກທັບ​ອອກ​ໄປ. ຫລັງຈາກ​ຍົກທັບ​ໄປ​ໄດ້​ເຈັດ​ມື້​ແລ້ວ ພວກເຂົາ​ກໍ​ໝົດ​ນໍ້າ​ດື່ມ ແລະ​ບໍ່ມີ​ນໍ້າ​ເຫຼືອ​ໃຫ້​ພວກ​ທະຫານ​ຫລື​ສັດ​ກິນ.</verse>
				<verse number="10">ກະສັດ​ໂຢຣາມ​ຮ້ອງ​ຂຶ້ນ​ວ່າ, “ພວກເຮົາ​ຈະ​ໄປ​ທາງ​ໃດ​ດີ ພຣະເຈົ້າຢາເວ​ມອບ​ພວກເຮົາ​ສາມ​ຄົນ​ໄວ້​ໃນ​ກຳມື​ຂອງ​ກະສັດ​ແຫ່ງ​ໂມອາບ​ແລ້ວ.”</verse>
				<verse number="11">ກະສັດ​ເຢໂຮຊາຟັດ​ຈຶ່ງ​ຖາມ​ວ່າ, “ຢູ່​ທີ່​ນີ້ ມີ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ​ພໍ​ທີ່​ພວກເຮົາ​ຈະ​ຖາມ​ພຣະເຈົ້າຢາເວ​ຜ່ານ​ທາງ​ເພິ່ນ​ໄດ້​ແດ່​ບໍ່?” ນາຍ​ທະຫານ​ຄົນ​ໜຶ່ງ​ໃນ​ກອງທັບ​ຂອງ​ກະສັດ​ໂຢຣາມ​ຕອບ​ວ່າ, “ເອລີຊາ ລູກຊາຍ​ຂອງ​ຊາຟັດ​ຢູ່​ບ່ອນ​ນີ້. ເພິ່ນ​ເຄີຍ​ເປັນ​ຜູ້​ຊ່ວຍ​ຂອງ​ເອລີຢາ.”</verse>
				<verse number="12">ກະສັດ​ເຢໂຮຊາຟັດ​ກ່າວ​ວ່າ, “ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ຢູ່ກັບ​ລາວ.” ດັ່ງນັ້ນ ກະສັດ​ທັງ​ສາມ​ຈຶ່ງ​ພາກັນ​ໄປ​ຫາ​ເອລີຊາ.</verse>
				<verse number="13">ເອລີຊາ​ກ່າວ​ຕໍ່​ກະສັດ​ແຫ່ງ​ອິດສະຣາເອນ​ວ່າ, “ຂ້ານ້ອຍ​ຈະ​ຊ່ວຍ​ທ່ານ​ເຮັດ​ຫຍັງ? ຈົ່ງ​ໄປ​ປຶກສາ​ພວກ​ຜູ້ທຳນວາຍ​ເຫຼົ່ານັ້ນ ທີ່​ພໍ່​ແມ່​ຂອງທ່ານ​ເຄີຍ​ໄດ້​ປຶກສາ​ນັ້ນ​ສາ.” ແຕ່​ກະສັດ​ໂຢຣາມ​ຕອບ​ວ່າ, “ບໍ່ໄດ້​ດອກ ເພາະ​ແມ່ນ​ພຣະເຈົ້າຢາເວ​ທີ່​ມອບ​ພວກເຮົາ​ກະສັດ​ສາມ​ຄົນ​ນີ້ ໄວ້​ໃນ​ກຳມື​ຂອງ​ກະສັດ​ແຫ່ງ​ໂມອາບ.”</verse>
				<verse number="14">ເອລີຊາ​ຕອບ​ວ່າ, “ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ອົງ​ຊົງ​ພຣະຊົນຢູ່, ອົງ​ທີ່​ຂ້ານ້ອຍ​ຮັບໃຊ້​ຢູ່​ນີ້ ຂ້ານ້ອຍ​ຂໍ​ສາບານ​ວ່າ ຖ້າ​ຂ້ານ້ອຍ​ບໍ່​ນັບຖື​ເຈົ້າ​ເຢໂຮຊາຟັດ​ກະສັດ​ແຫ່ງ​ຢູດາຍ ຜູ້​ທີ່​ເປັນ​ພັນທະມິດ​ຂອງທ່ານ​ແລ້ວ ຂ້ານ້ອຍ​ຈະ​ບໍ່ຍອມ​ກ່ຽວຂ້ອງ​ກັບ​ທ່ານ​ແຕ່​ຢ່າງໃດ.</verse>
				<verse number="15">ບັດນີ້​ຈົ່ງ​ນຳ​ນັກດົນຕຼີ​ຄົນ​ໜຶ່ງ​ມາ​ໃຫ້​ຂ້ານ້ອຍ.” ໃນ​ຂະນະທີ່​ນັກດົນຕຼີ​ກຳລັງ​ດີດພິນ​ຢູ່​ນັ້ນ ຣິດເດດ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ລົງ​ມາ​ຄວບຄຸມ​ເອລີຊາ</verse>
				<verse number="16">ເພິ່ນ​ຈຶ່ງ​ກ່າວ​ວ່າ, “ພຣະເຈົ້າຢາເວ​ກ່າວ​ວ່າ, ‘ໃຫ້​ຂຸດ​ຫລຸມ​ຢູ່​ຕາມ​ຮ່ອງຫ້ວຍ​ແລ້ງ​ແຫ່ງນີ້.’</verse>
				<verse number="17">ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເຖິງ​ແມ່ນ​ວ່າ​ທ່ານ​ຈະ​ບໍ່​ເຫັນ​ຝົນ​ຫລື​ລົມ ຮ່ອງຫ້ວຍ​ນີ້​ກໍ​ຈະ​ເຕັມ​ດ້ວຍ​ນໍ້າ. ທ່ານ​ເອງ, ຝູງງົວ ແລະ​ຝູງສັດ​ຂອງທ່ານ​ຈະ​ມີ​ນໍ້າ​ດື່ມ​ພຽງພໍ.”’</verse>
				<verse number="18">ເອລີຊາ​ກ່າວ​ຕໍ່ໄປ​ວ່າ, “ພຣະເຈົ້າຢາເວ​ກະທຳການ​ນີ້​ໄດ້​ຢ່າງ​ງ່າຍດາຍ ແລະ​ພຣະອົງ​ຈະ​ໃຫ້​ພວກທ່ານ​ຮົບ​ຊະນະ​ພວກ​ໂມອາບ.</verse>
				<verse number="19">ທ່ານ​ຈະ​ໂຈມຕີ​ເອົາ​ເມືອງ​ທັງໝົດ​ອັນ​ສວຍງາມ​ທີ່​ມີ​ປ້ອມ​ປ້ອງກັນ​ໄດ້; ທ່ານ​ຈະ​ປໍ້າ​ຕົ້ນໄມ້​ທັງໝົດ​ທີ່​ມີ​ໝາກ​ລົງ, ຖົມ​ບໍ່​ນໍ້າ​ທັງໝົດ​ຂອງ​ພວກເຂົາ​ຖິ້ມ ແລະ​ເອົາ​ຫີນ​ຖົມ​ໄຮ່ນາ​ທັງໝົດ​ທີ່​ອຸດົມສົມບູນ​ຂອງ​ພວກເຂົາ ເພື່ອ​ເປັນ​ການທຳລາຍ.”</verse>
				<verse number="20">ເຊົ້າ​ມື້​ໃໝ່​ມາ ຕາມ​ເວລາ​ທີ່​ຖວາຍ​ເຄື່ອງ​ບູຊາ​ໃນ​ຕອນເຊົ້າ ໄດ້​ມີ​ນໍ້າ​ໄຫລ​ມາ​ຈາກ​ທາງເມືອງ​ເອໂດມ ແລະ​ມີ​ນໍ້າ​ເຕັມ​ຢູ່​ທົ່ວ​ທຸກບ່ອນ.</verse>
				<verse number="21">ເມື່ອ​ຊາວ​ໂມອາບ​ໄດ້ຍິນ​ວ່າ​ມີ​ກະສັດ​ສາມ​ຄົນ​ມາ​ໂຈມຕີ​ພວກ​ຕົນ, ພວກເຂົາ​ຈຶ່ງ​ລະດົມ​ເອົາ​ຊາຍ​ທຸກຄົນ​ທີ່​ສາມາດ​ຖື​ອາວຸດ​ໄດ້ ບໍ່​ວ່າ​ເຖົ້າແກ່​ຫລື​ໜຸ່ມນ້ອຍ ແລະ​ໃຫ້​ທຸກຄົນ​ໄປ​ຕັ້ງ​ທີ່ໝັ້ນ​ປະຈຳການ​ຢູ່​ຊາຍແດນ.</verse>
				<verse number="22">ເມື່ອ​ພວກເຂົາ​ລຸກ​ຂຶ້ນ​ມາ​ໃນ​ຕອນເຊົ້າ ຕາເວັນ​ໄດ້​ສ່ອງແສງ​ໃສ່​ນໍ້າ ເຮັດ​ໃຫ້​ເບິ່ງ​ນໍ້າ​ເປັນ​ສີແດງ​ດັ່ງ​ເລືອດ.</verse>
				<verse number="23">ພວກເຂົາ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ແມ່ນ​ເລືອດ! ສັດຕູ​ທັງ​ສາມ​ກອງທັບ​ນັ້ນ​ຄົງ​ໄດ້​ຕໍ່ສູ້​ແລະ​ຂ້າກັນ​ເອງ ໃຫ້​ພວກເຮົາ​ໄປ​ປຸ້ນ​ຄ້າຍ​ຂອງ​ພວກເຂົາ​ເທາະ.”</verse>
				<verse number="24">ແຕ່​ພໍ​ພວກເຂົາ​ໄປ​ເຖິງ​ຄ້າຍ​ຂອງ​ພວກ​ອິດສະຣາເອນ, ພວກ​ອິດສະຣາເອນ​ກໍ​ອອກ​ມາ​ໂຈມຕີ ແລະ​ໄລ່​ພວກເຂົາ​ກັບຄືນ​ມາ. ພວກ​ອິດສະຣາເອນ​ສືບຕໍ່​ໄລ່​ຕາມ ຂ້າ​ຊາວ​ໂມອາບ</verse>
				<verse number="25">ແລະ​ທຳລາຍ​ເມືອງ​ຕ່າງໆ​ຂອງ​ພວກເຂົາ. ເມື່ອ​ຜ່ານ​ໄຮ່ນາ​ອັນ​ອຸດົມສົມບູນ​ຂອງ​ຊາວ​ໂມອາບ​ໄປ​ນັ້ນ ຊາວ​ອິດສະຣາເອນ​ແຕ່ລະຄົນ​ກໍໄດ້​ໂຍນ​ກ້ອນຫີນ​ໃສ່ ຈົນ​ໄຮ່ນາ​ທັງໝົດ​ເຕັມ​ໄປ​ດ້ວຍ​ກ້ອນຫີນ; ພວກເຂົາ​ຖົມ​ບໍ່ນໍ້າ​ແລະ​ປໍ້າ​ຕົ້ນໄມ້​ທີ່​ມີ​ໝາກ​ທັງໝົດ​ລົງ. ໃນທີ່ສຸດ ມີ​ແຕ່​ເມືອງ​ກີຣະເຮເຣັດ ທີ່​ຍັງເຫລືອ​ຢູ່ ຊາວ​ອິດສະຣາເອນ​ຈຶ່ງ​ເຂົ້າ​ລ້ອມ​ໄວ້​ແລະ​ໂຈມຕີ​ເອົາ.</verse>
				<verse number="26">ເມື່ອ​ກະສັດ​ແຫ່ງ​ໂມອາບ​ຮູ້​ວ່າ​ຕົນ​ເສຍໄຊ​ໃຫ້​ແກ່​ສັດຕູ​ແລ້ວ, ເພິ່ນ​ກໍ​ພາ​ທະຫານ​ດາບ​ເຈັດຮ້ອຍ​ຄົນ ຕີ​ຜ່າ​ວົງລ້ອມ ແລະ​ປົບໜີໄປ​ຫາ​ກະສັດ​ແຫ່ງ​ຊີເຣຍ ແຕ່​ກໍ​ບໍ່​ສຳເລັດ.</verse>
				<verse number="27">ສະນັ້ນ ເພິ່ນ​ຈຶ່ງ​ພາ​ລູກຊາຍກົກ​ຜູ້​ທີ່​ຈະ​ຂຶ້ນ​ເປັນ​ກະສັດ​ແທນ​ຕົນ​ນັ້ນ ໄປ​ຖວາຍ​ທີ່​ເທິງ​ກຳແພງ​ເມືອງ​ເປັນ​ເຄື່ອງບູຊາ​ແກ່​ພະ​ຂອງ​ຊາວ​ໂມອາບ. ຊາວ​ອິດສະຣາເອນ​ເກີດ​ຢ້ານກົວ​ຈົນ​ຕົວ​ສັ່ນເຊັນ ຈຶ່ງ​ຖອນ​ໜີ​ຈາກ​ເມືອງ​ແລະ​ກັບຄືນ​ໄປ​ສູ່​ປະເທດ​ຂອງຕົນ.</verse>
			</chapter>
			<chapter number="4">
				<verse number="1">ມີ​ແມ່ໝ້າຍ​ຜູ້ໜຶ່ງ​ທີ່​ຜົວ​ຂອງ​ນາງ​ຢູ່​ໃນ​ກຸ່ມ​ຜູ້ທຳນວາຍ​ໄດ້​ໄປ​ຫາ​ເອລີຊາ ແລະ​ຮ້ອງ​ຂໍ​ວ່າ, “ທ່ານເອີຍ ຜົວ​ຂອງ​ຂ້ານ້ອຍ​ຕາຍໄປ​ແລ້ວ ທ່ານ​ກໍ​ຮູ້​ວ່າ​ລາວ​ເປັນ​ຄົນຮັບໃຊ້​ທີ່​ຢຳເກງ​ພຣະເຈົ້າຢາເວ ແຕ່​ເຈົ້າໜີ້​ໄດ້​ມາ​ເອົາ​ລູກຊາຍ​ສອງ​ຄົນ​ຂອງ​ຂ້ານ້ອຍ​ໄປ​ເປັນ​ທາດຮັບໃຊ້ ເພື່ອ​ຈ່າຍ​ຄ່າ​ໜີ້​ທີ່​ຜົວ​ຂອງ​ຂ້ານ້ອຍ​ຕິດ​ນັ້ນ.”</verse>
				<verse number="2">ເພິ່ນ​ຖາມ​ລາວ​ວ່າ, “ຈະ​ໃຫ້​ຂ້ອຍ​ຊ່ວຍ​ຫຍັງ​ແດ່? ບອກ​ມາ​ດູ ວ່າ​ເຈົ້າ​ມີ​ຫຍັງ​ຢູ່​ໃນ​ເຮືອນ?” ນາງ​ຕອບ​ວ່າ, “ບໍ່​ມີ​ຫຍັງ​ເລີຍ ນອກຈາກ​ນໍ້າມັນ​ໝາກກອກເທດ​ແກ້ວ​ນ້ອຍໆ​ເທົ່ານັ້ນ.”</verse>
				<verse number="3">ເອລີຊາ​ບອກ​ນາງ​ວ່າ, “ໃຫ້​ເຈົ້າ​ໄປ​ຂໍ​ຢືມ​ແກ້ວເປົ່າ​ຈາກ​ເພື່ອນບ້ານ​ໃກ້ຄຽງ ໃຫ້​ຫລາຍ​ເທົ່າທີ່​ຈະ​ຫລາຍ​ໄດ້.</verse>
				<verse number="4">ແລ້ວ​ໃຫ້​ເຈົ້າ​ກັບ​ລູກຊາຍ​ເຂົ້າ​ໄປ​ໃນ​ເຮືອນ, ອັດ​ປະຕູ​ໄວ້ ແລະ​ໃຫ້​ເລີ່ມ​ຖອກ​ນໍ້າມັນ​ໃສ່​ແກ້ວ​ເຫຼົ່ານັ້ນ. ເມື່ອ​ເຕັມ​ແລ້ວ ໃຫ້​ເອົາ​ແຕ່ລະ​ແກ້ວ​ໄປ​ຕັ້ງ​ໄວ້​ຕ່າງຫາກ.”</verse>
				<verse number="5">ດັ່ງນັ້ນ ຍິງ​ຜູ້​ນີ້​ຈຶ່ງ​ພາ​ລູກຊາຍ​ສອງ​ຄົນ​ເຂົ້າ​ໄປ​ໃນ​ເຮືອນ, ອັດ​ປະຕູ​ໄວ້ ແລະ​ຖອກ​ນໍ້າມັນ​ໃສ່​ແກ້ວ​ທີ່​ລູກຊາຍ​ໄດ້​ເອົາ​ມາ​ໃຫ້​ຕົນ​ນັ້ນ.</verse>
				<verse number="6">ເມື່ອ​ທຸກ​ແກ້ວ​ເຕັມ​ໝົດ​ແລ້ວ ນາງ​ກໍ​ຖາມ​ຫາ​ແກ້ວເປົ່າ​ອີກ. ລູກຊາຍ​ຄົນ​ໜຶ່ງ​ຂອງ​ນາງ​ຕອບ​ວ່າ, “ນີ້​ເປັນ​ແກ້ວ​ສຸດທ້າຍ​ແລ້ວ.” ແລ້ວ​ນໍ້າມັນ​ໝາກກອກເທດ​ກໍ​ຢຸດໄຫລ.</verse>
				<verse number="7">ນາງ​ໄດ້​ກັບ​ໄປ​ຫາ​ຜູ້ທຳນວາຍ​ເອລີຊາ ແລະ​ເພິ່ນ​ໄດ້​ບອກ​ນາງ​ວ່າ, “ຈົ່ງ​ຂາຍ​ນໍ້າມັນ​ໝາກກອກເທດ​ທັງໝົດ​ນີ້ ແລະ​ຈ່າຍ​ຄ່າ​ໜີ້​ຂອງ​ເຈົ້າ​ສາ ແລະ​ເຈົ້າ​ຍັງ​ຈະ​ມີ​ເງິນ​ເຫຼືອ​ພໍ​ລ້ຽງຊີບ​ຂອງເຈົ້າ ແລະ​ລູກຊາຍ​ທັງສອງ​ຂອງເຈົ້າ​ຕໍ່ໄປ.”</verse>
				<verse number="8">ມື້ໜຶ່ງ ເອລີຊາ​ໄດ້​ໄປ​ທີ່​ເມືອງ​ຊູເນມ ບ່ອນ​ທີ່​ຍິງ​ຊາວ​ຊູເນມ​ຜູ້​ຮັ່ງມີ​ຄົນ​ໜຶ່ງ​ອາໄສ​ຢູ່. ນາງ​ໄດ້​ເຊີນ​ເອລີຊາ​ໄປ​ຮັບປະທານ​ອາຫານ​ນຳ ແລະ​ຕັ້ງແຕ່​ນັ້ນ​ມາ ເອລີຊາ​ກໍ​ຮັບປະທານ​ອາຫານ​ທີ່​ເຮືອນ​ນາງ​ທຸກ​ເທື່ອ ທີ່​ເພິ່ນ​ໄປ​ເມືອງ​ຊູເນມ.</verse>
				<verse number="9">ນາງ​ໄດ້​ເວົ້າ​ກັບ​ຜົວ​ຂອງຕົນ​ວ່າ, “ຂ້ອຍ​ເຊື່ອ​ວ່າ​ຊາຍ​ຜູ້​ທີ່​ມາ​ນີ້​ເລື້ອຍໆ​ເປັນ​ຜູ້​ບໍຣິສຸດ​ຄົນ​ໜຶ່ງ​ຂອງ​ພຣະເຈົ້າ.</verse>
				<verse number="10">ໃຫ້​ພວກເຮົາ​ເຮັດ​ຫ້ອງນ້ອຍ​ຢູ່​ເທິງ​ຫລັງຄາ​ພຽງ ຫາ​ເອົາ​ຕຽງ, ໂຕະ, ຕັ່ງ ແລະ​ຕະກຽງ​ໄປ​ໄວ້​ທີ່​ນັ້ນ ແລະ​ເມື່ອໃດ​ເພິ່ນ​ມາ​ຢ້ຽມຢາມ​ພວກເຮົາ ກໍ​ໃຫ້​ເພິ່ນ​ພັກ​ຢູ່​ທີ່​ນັ້ນ.”</verse>
				<verse number="11">ມື້ໜຶ່ງ ເອລີຊາ​ໄດ້​ກັບຄືນ​ມາ​ທີ່​ເມືອງ​ຊູເນມ ແລະ​ຂຶ້ນ​ໄປ​ພັກຜ່ອນ​ທີ່​ຫ້ອງ​ຂອງ​ເພິ່ນ.</verse>
				<verse number="12">ເພິ່ນ​ບອກ​ໃຫ້​ເກຮາຊິ​ຄົນ​ຮັບໃຊ້​ຂອງ​ເພິ່ນ​ໄປ​ເອີ້ນ​ຍິງ​ຄົນ​ນັ້ນ​ມາ, ເມື່ອ​ນາງ​ໄດ້​ມາ​ຢືນ​ຢູ່​ຕໍ່ໜ້າ​ຂອງ​ເພິ່ນ​ແລ້ວ</verse>
				<verse number="13">ເພິ່ນ​ຈຶ່ງ​ກ່າວ​ແກ່​ເກຮາຊິ​ວ່າ, “ຈົ່ງ​ຖາມ​ນາງ​ເບິ່ງດູ, ນາງ​ຢາກ​ໃຫ້​ຂ້ອຍ​ເຮັດ​ຫຍັງ​ໃຫ້​ແດ່ ເພື່ອ​ຕອບແທນ​ຄວາມ​ລຳບາກ​ທີ່​ນາງ​ໄດ້​ເຮັດ​ເພື່ອ​ພວກເຮົາ ໂດຍ​ຈັດຫາ​ສິ່ງ​ທີ່​ຈຳເປັນ​ໃຫ້​ພວກເຮົາ​ຢ່າງນີ້. ບາງທີ​ນາງ​ອາດ​ຢາກ​ໃຫ້​ຂ້ອຍ​ໄປ​ຫາ​ກະສັດ ຫລື​ຜູ້​ບັນຊາການ​ກອງທັບ ເພື່ອ​ລາຍງານ​ເຖິງ​ຄຸນຄວາມດີ​ຂອງ​ນາງ​ກໍໄດ້.” ນາງ​ຕອບ​ວ່າ, “ຂ້ານ້ອຍ​ມີ​ທຸກສິ່ງ​ທີ່​ຕ້ອງການ​ໃນ​ທ່າມກາງ​ຊົນຊາດ​ຂອງ​ຂ້ານ້ອຍ.”</verse>
				<verse number="14">ເອລີຊາ​ຈຶ່ງ​ຖາມ​ເກຮາຊິ​ວ່າ, “ຖ້າດັ່ງນັ້ນ ຈະ​ໃຫ້​ຂ້ອຍ​ເຮັດ​ຫຍັງ​ແດ່​ເພື່ອ​ນາງ?” ລາວ​ຕອບ​ວ່າ, “ນາງ​ບໍ່ມີ​ລູກ ແລະ​ຜົວ​ຂອງ​ນາງ​ກໍ​ເຖົ້າແກ່​ແລ້ວ.”</verse>
				<verse number="15">ເອລີຊາ​ສັ່ງ​ວ່າ, “ບອກ​ນາງ​ມາ​ພີ້​ດູ.” ນາງ​ຈຶ່ງ​ເຂົ້າ​ມາ​ຢືນ​ຢູ່​ທີ່​ປາກ​ປະຕູ</verse>
				<verse number="16">ແລະ​ເອລີຊາ​ກໍ​ບອກ​ນາງ​ວ່າ, “ປີໜ້າ​ໃນ​ເວລາ​ດຽວກັນ​ນີ້ ເຈົ້າ​ຈະ​ໄດ້​ອູ້ມ​ລູກຊາຍ.” ນາງ​ຮ້ອງ​ອຸທານ​ຂຶ້ນ​ວ່າ, “ໂອ ທ່ານ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ເອີຍ ກະລຸນາ​ຢ່າ​ຫລອກລວງ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ທ່ານ​ເລີຍ.”</verse>
				<verse number="17">ແຕ່​ກໍ​ເປັນ​ໄປ​ຕາມ​ທີ່​ເອລີຊາ​ໄດ້​ກ່າວ​ໄວ້. ປີ​ຕໍ່ມາ ໃນ​ເວລາ​ດຽວກັນ​ນັ້ນ ນາງ​ກໍ​ເກີດ​ລູກຊາຍ​ຜູ້ໜຶ່ງ.</verse>
				<verse number="18">ຫລາຍປີ​ຕໍ່ມາ ເຊົ້າ​ມື້​ໜຶ່ງ​ໃນ​ລະດູ​ກ່ຽວເຂົ້າ ເດັກຊາຍ​ຄົນ​ນີ້​ໄດ້​ອອກ​ໄປ​ທີ່​ທົ່ງນາ​ຫາ​ພໍ່​ຂອງຕົນ​ທ່າມກາງ​ພວກ​ກ່ຽວເຂົ້າ.</verse>
				<verse number="19">ໃນ​ທັນໃດນັ້ນ ລາວ​ຮ້ອງ​ໃສ່​ພໍ່​ວ່າ, “ລູກ​ເຈັບ​ຫົວ ລູກ​ເຈັບ​ຫົວ.” ຜູ້​ເປັນ​ພໍ່​ບອກ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ວ່າ, “ຈົ່ງ​ອູ້ມ​ເດັກ​ໄປ​ຫາ​ແມ່​ຂອງ​ລາວ​ສາ.”</verse>
				<verse number="20">ຄົນ​ຮັບໃຊ້​ອູ້ມ​ເດັກ​ກັບຄືນ​ໄປ​ຫາ​ແມ່​ຂອງ​ລາວ. ຜູ້​ເປັນ​ແມ່​ໄດ້​ອູ້ມ​ລູກ​ໃສ່​ຕັກ​ຈົນເຖິງ​ທ່ຽງ ແລ້ວ​ເດັກ​ນັ້ນ​ກໍ​ຕາຍໄປ.</verse>
				<verse number="21">ນາງ​ອູ້ມ​ລູກ​ຂຶ້ນ​ໄປ​ວາງ​ໄວ້​ເທິງ​ຕຽງນອນ​ຄົນ​ຂອງ​ພຣະເຈົ້າ, ອັດ​ປະຕູ​ໄວ້ ແລະ​ອອກ​ໜີໄປ.</verse>
				<verse number="22">ແລ້ວ​ນາງ​ກໍ​ເອີ້ນ​ຜົວ​ມາ ແລະ​ບອກ​ວ່າ, “ສົ່ງ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ກັບ​ລໍ​ມາ​ໃຫ້​ແດ່. ຂ້ອຍ​ຈຳເປັນ​ຕ້ອງ​ໄປ​ຫາ​ຄົນ​ຂອງ​ພຣະເຈົ້າ. ຂ້ອຍ​ຈະ​ກັບ​ມາ​ໄວ​ເທົ່າທີ່ຈະ​ໄວ​ໄດ້.”</verse>
				<verse number="23">ຜົວ​ຂອງ​ນາງ​ຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຕ້ອງ​ໄປ​ໃນວັນນີ້? ມັນ​ບໍ່ແມ່ນ​ວັນ​ຊະບາໂຕ ຫລື​ມື້​ເທດສະການ​ເດືອນ​ອອກ​ໃໝ່.” ນາງ​ຕອບ​ວ່າ, “ບໍ່​ເປັນຫຍັງ​ດອກ.”</verse>
				<verse number="24">ແລ້ວ​ນາງ​ກໍ​ບອກ​ໃຫ້​ຄົນ​ຮັບໃຊ້​ເອົາ​ອານ​ໃສ່​ຫລັງ​ລໍ ແລະ​ສັ່ງ​ວ່າ, “ຈົ່ງ​ບັງຄັບ​ລໍ​ໃຫ້​ໄປ​ໄວ​ເທົ່າທີ່ຈະ​ໄວ​ໄດ້ ຢ່າ​ໃຫ້​ມັນ​ແລ່ນ​ຊ້າ​ນອກຈາກ​ຂ້ອຍ​ຈະ​ສັ່ງ​ເຈົ້າ.”</verse>
				<verse number="25">ດັ່ງນັ້ນ ນາງ​ຈຶ່ງ​ອອກ​ເດີນທາງ​ໄປ​ສູ່​ພູເຂົາ​ກາເມນ​ບ່ອນ​ທີ່​ເອລີຊາ​ຢູ່. ເອລີຊາ​ຫລຽວເຫັນ​ນາງ​ມາ​ແຕ່​ໄກ ເພິ່ນ​ຈຶ່ງ​ບອກ​ເກຮາຊິ​ຄົນ​ຮັບໃຊ້​ຂອງ​ເພິ່ນ​ວ່າ, “ເບິ່ງ​ພຸ້ນ​ດູ ມີ​ຍິງ​ຜູ້ໜຶ່ງ​ມາ​ຈາກ​ເມືອງ​ຊູເນມ</verse>
				<verse number="26">ຮີບຟ້າວ​ອອກ​ໄປ​ຕ້ອນຮັບ ແລະ​ຖາມ​ເບິ່ງ​ວ່າ ນາງ​ພ້ອມ​ທັງ​ຜົວ ແລະ​ລູກ​ຍັງ​ສະບາຍ​ດີ​ຢູ່​ບໍ?” ນາງ​ໄດ້​ບອກ​ເກຮາຊິ​ວ່າ​ທຸກສິ່ງ​ຮຽບຮ້ອຍ​ດີ</verse>
				<verse number="27">ແຕ່​ເມື່ອ​ມາ​ຮອດ​ຄົນ​ຂອງ​ພຣະເຈົ້າ​ທີ່​ພູເຂົາ​ແລ້ວ ນາງ​ກໍ​ກົ້ມ​ຂາບລົງ​ຕໍ່ໜ້າ​ພ້ອມ​ທັງ​ຈັບ​ຕີນ​ຂອງ​ເພິ່ນ​ໄວ້. ເກຮາຊິ​ກຳລັງ​ຈະ​ດຶງ​ນາງ​ອອກ ແຕ່​ຄົນ​ຂອງ​ພຣະເຈົ້າ​ກ່າວ​ວ່າ, “ປ່ອຍ​ນາງ​ເຖີດ ເຈົ້າ​ບໍ່​ເຫັນ​ບໍ​ວ່າ ນາງ​ມີ​ຄວາມທຸກໃຈ​ຢ່າງ​ໃຫຍ່ຫລວງ? ແລະ​ພຣະເຈົ້າຢາເວ​ກໍ​ບໍ່ໄດ້​ບອກ​ໃຫ້​ຂ້ອຍ​ຮູ້​ໃນ​ເລື່ອງ​ນີ້.”</verse>
				<verse number="28">ເມື່ອ​ນາງ​ໄດ້ກ່າວ​ວ່າ, “ທ່ານເອີຍ ຂ້ານ້ອຍ​ໄດ້​ຂໍ​ລູກຊາຍ​ຄົນ​ນີ້​ຈາກ​ທ່ານ​ຊັ້ນບໍ? ຂ້ານ້ອຍ​ບອກ​ແລ້ວ​ວ່າ​ຢ່າ​ຫລອກລວງ​ຂ້ານ້ອຍ​ເລີຍ ບໍ່​ແມ່ນ​ບໍ?”</verse>
				<verse number="29">ເພິ່ນ​ກ່າວ​ຕໍ່​ເກຮາຊິ​ວ່າ, “ໄວໆ! ຈົ່ງ​ຖື​ເອົາ​ໄມ້ເທົ້າ​ຂອງຂ້ອຍ ແລະ​ອອກ​ເດີນທາງ​ໄປ. ຖ້າ​ເຈົ້າ​ພົບ​ໃຜ​ກໍ​ຢ່າ​ຢຸດ​ຖາມ​ສະບາຍ ແລະ​ຖ້າ​ໃຜ​ຖາມ​ສະບາຍ​ເຈົ້າ​ກໍ​ຢ່າ​ເສຍ​ເວລາ​ຕອບ. ຈົ່ງ​ກົງ​ໄປ​ທີ່​ເຮືອນ​ແລະ​ວາງ​ໄມ້ເທົ້າ​ຂອງຂ້ອຍ​ໃສ່​ເທິງ​ເດັກ​ນັ້ນ.”</verse>
				<verse number="30">ແລ້ວ​ແມ່​ຂອງ​ເດັກ​ນັ້ນ​ໄດ້ກ່າວ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ແລະ​ທ່ານ​ມີຊີວິດຢູ່ ຂ້ານ້ອຍ​ຈະ​ບໍ່​ຈາກ​ໄປ​ໂດຍ​ບໍ່ມີ​ທ່ານ​ໄປ​ນຳ.” ດັ່ງນັ້ນ ເພິ່ນ​ຈຶ່ງ​ລຸກ​ຂຶ້ນ ແລະ​ອອກ​ເດີນທາງ​ກັບຄືນ​ເມືອ​ກັບ​ນາງ.</verse>
				<verse number="31">ເກຮາຊິ​ໄດ້​ອອກ​ໄປ​ກ່ອນ ແລະ​ວາງ​ໄມ້ເທົ້າ​ຂອງ​ເອລີຊາ​ໃສ່​ເທິງ​ໜ້າ​ຂອງ​ເດັກ ແຕ່​ບໍ່ມີ​ສຽງ​ຫລື​ໝາຍສຳຄັນ​ໃດໆ ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເດັກ​ນັ້ນ​ມີ​ຊີວິດ​ຢູ່. ລາວ​ຈຶ່ງ​ກັບຄືນ​ມາ​ຫາ​ເອລີຊາ ແລະ​ບອກ​ວ່າ, “ເດັກນ້ອຍ​ນັ້ນ​ບໍ່ໄດ້​ຟື້ນ​ຂຶ້ນ​ມາ​ເລີຍ.”</verse>
				<verse number="32">ເມື່ອ​ເອລີຊາ​ມາຮອດ ເພິ່ນ​ຈຶ່ງ​ຂຶ້ນ​ໄປ​ທີ່​ເທິງ​ຫ້ອງນອນ​ພຽງຄົນດຽວ ແລະ​ເຫັນ​ເດັກ​ນັ້ນ​ນອນ​ຕາຍ​ຢູ່​ເທິງ​ຕຽງ.</verse>
				<verse number="33">ເພິ່ນ​ອັດ​ປະຕູ​ໄວ້ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ.</verse>
				<verse number="34">ແລ້ວ​ເພິ່ນ​ກໍໄດ້​ນອນ​ຢຽດ​ເຕັງ​ເດັກ​ນັ້ນ​ໂດຍ​ເອົາ​ປາກ​ຈຸ​ປາກ, ຕາ​ຈຸ​ຕາ ແລະ​ມື​ຈຸ​ມື​ຂອງ​ເດັກ. ໃນ​ຂະນະທີ່​ເພິ່ນ​ຢຽດຕົວ​ເຕັງ​ເດັກ​ຢູ່​ນັ້ນ ຮ່າງກາຍ​ຂອງ​ເດັກ​ກໍ​ເລີ່ມ​ອຸ່ນ​ຂຶ້ນ.</verse>
				<verse number="35">ເອລີຊາ​ລຸກ​ຂຶ້ນ​ຍ່າງ​ອ້ອມ​ໄປມາ​ໃນ​ຫ້ອງ ແລ້ວ​ກັບຄືນ​ໄປ​ຢຽດຕົວ​ເຕັງ​ເດັກ​ນັ້ນ​ອີກ. ເດັກຊາຍ​ຈາມ​ເຈັດ​ເທື່ອ ແລະ​ມືນ​ຕາ.</verse>
				<verse number="36">ເອລີຊາ​ໄດ້​ບອກ​ເກຮາຊິ​ໃຫ້​ໄປ​ເອີ້ນ​ແມ່​ຂອງ​ເດັກ. ເມື່ອ​ນາງ​ເຂົ້າ​ມາ ເພິ່ນ​ຈຶ່ງ​ກ່າວ​ແກ່​ນາງ​ວ່າ, “ນີ້ເດ ລູກຊາຍ​ຂອງ​ເຈົ້າ.”</verse>
				<verse number="37">ນາງ​ກ້າວ​ເຂົ້າ​ໄປ​ຫາ​ເອລີຊາ ແລະ​ກົ້ມຂາບ​ທີ່​ຕີນ​ເພິ່ນ; ແລ້ວ​ນາງ​ກໍ​ອູ້ມ​ລູກຊາຍ​ຂອງຕົນ​ອອກ​ໄປ.</verse>
				<verse number="38">ມີ​ຄັ້ງໜຶ່ງ ເມື່ອ​ເກີດ​ການອຶດຢາກ​ຢູ່​ທົ່ວ​ທັງດິນແດນ ເອລີຊາ​ໄດ້​ກັບຄືນ​ໄປ​ທີ່​ເມືອງ​ກິນການ. ໃນ​ຂະນະທີ່​ເພິ່ນ​ກຳລັງ​ສອນ​ພວກ​ຜູ້ທຳນວາຍ​ໝວດ​ໜຶ່ງ​ຢູ່​ນັ້ນ ເພິ່ນ​ໄດ້​ບອກ​ໃຫ້​ຄົນ​ຮັບໃຊ້​ຂອງຕົນ​ເອົາ​ໝໍ້​ໃຫຍ່​ໜ່ວຍ​ໜຶ່ງ​ໄປ​ຄ້າງ​ໃສ່​ໄຟ ແລະ​ເຮັດ​ແກງ​ໃຫ້​ພວກເຂົາ​ກິນ.</verse>
				<verse number="39">ຄົນ​ຮັບໃຊ້​ຜູ້ໜຶ່ງ​ໃນ​ພວກເຂົາ​ໄດ້​ອອກ​ໄປ​ຫາ​ເກັບ​ຜັກ​ຕາມ​ທົ່ງນາ. ລາວ​ພົບ​ເຄືອປ່າ​ຈຶ່ງ​ເກັບ​ເອົາ​ໝາກ​ຂອງ​ມັນ​ທີ່​ເປັນ​ຄື​ໝາກນໍ້າເຕົ້າ ມາ​ຢ່າງ​ຫລວງຫລາຍ​ຈົນ​ເກືອບ​ແບກ​ບໍ່ໄຫວ. ລາວ​ນຳ​ເອົາ​ເມືອ​ປາດ​ໃສ່​ແກງ ໂດຍ​ບໍ່​ຮູ້​ວ່າ​ແມ່ນ​ຫຍັງ​ແທ້.</verse>
				<verse number="40">ເຂົາ​ຕັກ​ແກງ​ໃຫ້​ຄົນ​ກິນ, ແຕ່​ພໍ​ຄົນ​ຊີມ​ເບິ່ງ​ແລ້ວ ພວກເຂົາ​ກໍ​ຮ້ອງ​ໃສ່​ເອລີຊາ​ວ່າ, “ອາຫານ​ນີ້​ເປັນ​ຂອງ​ເບື່ອ.” ແລະ​ບໍ່ມີ​ໃຜ​ສາມາດ​ກິນ​ໄດ້.</verse>
				<verse number="41">ເອລີຊາ​ຈຶ່ງ​ບອກ​ວ່າ, “ຈົ່ງ​ເອົາ​ແປ້ງ​ໜ້ອຍໜຶ່ງ​ມາ.” ເພິ່ນ​ຈຶ່ງ​ໂຮຍ​ແປ້ງ​ນັ້ນ​ລົງ​ໃສ່​ໝໍ້ ແລະ​ເວົ້າ​ວ່າ, “ຈົ່ງ​ຕັກ​ແກງ​ໃຫ້​ພວກເຂົາ​ຕື່ມ​ອີກ.” ແລ້ວ​ອາຫານ​ນັ້ນ​ກໍ​ບໍ່​ເປັນ​ພິດ​ອີກ​ຕໍ່ໄປ.</verse>
				<verse number="42">ຄັ້ງໜຶ່ງ ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ມາ​ຈາກ​ເມືອງ​ບາອານ​ຊາລີຊາ ລາວ​ໄດ້​ນຳ​ເອົາ​ເຂົ້າຈີ່​ຊາວ​ກ້ອນ ທີ່​ເຮັດ​ດ້ວຍ​ເຂົ້າບາເລ​ທີ່​ເກັບກ່ຽວ​ໃໝ່ໆ​ໃນ​ປີ​ນັ້ນ ແລະ​ຮວງເຂົ້າ​ທີ່​ຫາ​ກໍ​ຕັດ​ໃໝ່ໆ ມາ​ໃຫ້​ເອລີຊາ. ແລ້ວ​ເອລີຊາ​ກໍ​ບອກ​ຄົນ​ຮັບໃຊ້​ຂອງຕົນ ໃຫ້​ນຳ​ອາຫານ​ເຫຼົ່ານີ້​ໄປ​ລ້ຽງ​ຄົນ​ຂອງ​ພຣະເຈົ້າ​ກຸ່ມ​ໜຶ່ງ;</verse>
				<verse number="43">ແຕ່​ຄົນ​ຮັບໃຊ້​ຕອບ​ວ່າ, “ທ່ານ​ຄິດ​ວ່າ​ຈະ​ພໍ​ສຳລັບ​ຮ້ອຍ​ຄົນ​ຊັ້ນບໍ?” ເອລີຊາ​ຕອບ​ວ່າ, “ຈົ່ງ​ເອົາ​ໄປ​ໃຫ້​ພວກເຂົາ​ກິນ​ເພາະ​ພຣະເຈົ້າຢາເວ​ກ່າວ​ວ່າ ‘ພວກເຂົາ​ຈະ​ກິນອີ່ມ​ແລະ​ຍັງ​ຈະ​ມີ​ເຫຼືອ​ຢູ່​ອີກ.”’</verse>
				<verse number="44">ດັ່ງນັ້ນ ຄົນ​ຮັບໃຊ້​ຈຶ່ງ​ຈັດ​ເອົາ​ອາຫານ​ໄປ​ໃຫ້​ພວກເຂົາ ແລະ​ກໍ​ເປັນ​ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ ພວກເຂົາ​ທຸກຄົນ​ໄດ້​ກິນອີ່ມ ແລະ​ຍັງ​ມີ​ເຫຼືອ​ຢູ່​ອີກ.</verse>
			</chapter>
			<chapter number="5">
				<verse number="1">ນາອາມານ ຜູ້​ບັນຊາການ​ກອງທັບ​ຊີເຣຍ ເປັນ​ຄົນ​ທີ່​ກະສັດ​ແຫ່ງ​ຊີເຣຍ​ນັບຖື​ຢ່າງ​ສູງ ແລະ​ໃຫ້​ຄຳ​ຍ້ອງຍໍ​ຊົມເຊີຍ ເພາະ​ພຣະເຈົ້າຢາເວ​ໄດ້​ໃຫ້​ລາວ​ນຳ​ໄຊຊະນະ​ມາ​ສູ່​ກອງທັບ​ຊີເຣຍ. ລາວ​ເປັນ​ທະຫານ​ຜູ້​ສຳຄັນ ແຕ່​ລາວ​ໄດ້​ທົນທຸກ​ຍ້ອນ​ໂຣກ​ຂີ້ທູດ.</verse>
				<verse number="2">ມີ​ຄັ້ງໜຶ່ງ ເມື່ອ​ຊາວ​ຊີເຣຍ​ໄດ້​ມາ​ປຸ້ນສະດົມ​ອານາຈັກ​ອິດສະຣາເອນ ພວກ​ຊີເຣຍ​ໄດ້​ຈັບ​ເອົາ​ເດັກຍິງ​ຊາວ​ອິດສະຣາເອນ​ຄົນ​ໜຶ່ງ​ໄປ ແລະ​ເດັກ​ຄົນ​ນີ້​ໄດ້​ເປັນ​ຄົນ​ຮັບໃຊ້​ຂອງ​ເມຍ​ນາອາມານ.</verse>
				<verse number="3">ມື້ໜຶ່ງ ນາງ​ໄດ້​ເວົ້າ​ກັບ​ນາຍຍິງ​ຂອງຕົນ​ວ່າ, “ຂ້ານ້ອຍ​ຢາກ​ໃຫ້​ນາຍ​ຜູ້ຊາຍ ໄປ​ຫາ​ຜູ້ທຳນວາຍ​ທີ່​ນະຄອນ​ຊາມາເຣຍ ເພິ່ນ​ປິ່ນປົວ​ພະຍາດ​ຂອງ​ນາຍ​ໃຫ້​ດີ​ໄດ້.”</verse>
				<verse number="4">ເມື່ອ​ນາອາມານ​ໄດ້ຍິນ​ເລື່ອງ​ນີ້ ລາວ​ຈຶ່ງ​ໄປ​ຫາ​ກະສັດ ແລະ​ບອກ​ເພິ່ນ​ຕາມ​ທີ່​ເດັກຍິງ​ນັ້ນ​ໄດ້​ເວົ້າ.</verse>
				<verse number="5">ກະສັດ​ບອກ​ວ່າ, “ຈົ່ງ​ໄປ​ຫາ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ຖື​ຈົດໝາຍ​ນີ້​ໄປ​ໃຫ້​ເພິ່ນ.” ດັ່ງນັ້ນ ນາອາມານ​ຈຶ່ງ​ໄດ້​ນຳ​ເອົາ​ເງິນ​ສາມສິບພັນ​ແທ່ງ, ຄຳ​ຫົກພັນ​ແທ່ງ, ພ້ອມ​ທັງ​ເຄື່ອງນຸ່ງ​ທີ່​ສວຍງາມ​ສິບ​ຊຸດ ແລະ​ອອກ​ເດີນທາງ​ໄປ.</verse>
				<verse number="6">ຈົດໝາຍ​ທີ່​ລາວ​ຖື​ໄປ​ນັ້ນ​ມີ​ເນື້ອຄວາມ​ດັ່ງນີ້: “ຈົດໝາຍ​ນີ້​ແມ່ນ​ແນະນຳ​ຕົວ​ນາອາມານ ນາຍ​ທະຫານ​ຂອງ​ຂ້າພະເຈົ້າ. ຂ້າພະເຈົ້າ​ຢາກ​ໃຫ້​ທ່ານ​ປິ່ນປົວ​ພະຍາດ​ຂອງ​ລາວ​ໃຫ້​ດີ.”</verse>
				<verse number="7">ເມື່ອ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ອ່ານ​ຈົດໝາຍ​ນັ້ນ​ແລ້ວ, ເພິ່ນ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມທຸກໃຈ ແລະ​ຮ້ອງ​ຂຶ້ນ​ວ່າ, “ກະສັດ​ແຫ່ງ​ຊີເຣຍ​ຫວັງ​ຢາກ​ໃຫ້​ເຮົາ​ປິ່ນປົວ​ຊາຍ​ຄົນ​ນີ້​ໃຫ້​ດີ​ໄດ້​ຢ່າງ​ໃດ? ເພິ່ນ​ຄິດ​ວ່າ​ເຮົາ​ເປັນ​ພຣະເຈົ້າ ທີ່​ມີ​ອຳນາດ​ບອກ​ໃຫ້​ຕາຍ ຫລື​ໃຫ້​ເປັນ​ໄດ້​ຊັ້ນບໍ? ມັນ​ເປັນ​ການ​ຈະແຈ້ງ​ແລ້ວ​ວ່າ​ລາວ​ຊອກຫາ​ເລື່ອງ​ເກາະຜິດ​ກັບ​ເຮົາ.”</verse>
				<verse number="8">ເມື່ອ​ຜູ້ທຳນວາຍ​ເອລີຊາ​ໄດ້ຍິນ​ເຖິງ​ເຫດການ​ທີ່​ເກີດຂຶ້ນ​ກັບ​ກະສັດ ເພິ່ນ​ຈຶ່ງ​ສົ່ງ​ຂ່າວ​ໄປ​ເຖິງ​ກະສັດ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ເປັນທຸກໃຈ​ແທ້? ຈົ່ງ​ສົ່ງ​ຊາຍ​ຄົນ​ນັ້ນ​ມາ​ຫາ​ຂ້ານ້ອຍ ແລະ​ຂ້ານ້ອຍ​ຈະ​ແນະນຳ​ລາວ​ໃຫ້​ຮູ້​ວ່າ ຢູ່​ທີ່​ອານາຈັກ​ອິດສະຣາເອນ​ນີ້​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ.”</verse>
				<verse number="9">ດັ່ງນັ້ນ ນາອາມານ​ພ້ອມ​ທັງ​ຝູງມ້າ ແລະ​ລົດຮົບ ຈຶ່ງ​ມາ​ຢຸດ​ຢູ່​ທີ່​ທາງ​ເຂົ້າ​ເຮືອນ​ຂອງ​ເອລີຊາ.</verse>
				<verse number="10">ເອລີຊາ​ໄດ້​ສັ່ງ​ຄົນ​ຮັບໃຊ້​ອອກ​ມາ​ບອກ​ນາອາມານ ໃຫ້​ໄປ​ອາບນໍ້າ​ທີ່​ແມ່ນໍ້າ​ຈໍແດນ​ເຈັດ​ເທື່ອ ແລະ​ເພິ່ນ​ກໍ​ຈະ​ຫາຍ​ດີ​ເປັນ​ປົກກະຕິ.</verse>
				<verse number="11">ແຕ່​ນາອາມານ​ໄດ້​ໜີໄປ​ພ້ອມ​ທັງ​ໃຈຮ້າຍ​ໃຫຍ່ ແລະ​ເວົ້າ​ວ່າ, “ຂ້ອຍ​ຄິດ​ວ່າ​ຢ່າງໜ້ອຍ​ເພິ່ນ​ກໍ​ຄວນ​ອອກ​ມາ​ຫາ​ຂ້ອຍ ແລະ​ພາວັນນາ​ອະທິຖານ​ອອກ​ນາມຊື່​ຂອງ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ເພິ່ນ, ວາງມື​ໃສ່​ເທິງ​ບ່ອນ​ທີ່​ເປັນ​ພະຍາດ ແລະ​ປິ່ນປົວ​ຂ້ອຍ​ໃຫ້​ຫາຍ​ດີ​ຊັ້ນ​ດອກ</verse>
				<verse number="12">ຕາມຈິງ​ແລ້ວ ແມ່ນໍ້າ​ອາບານາ ແລະ​ຟຣາປັກ​ທີ່​ດາມັສກັດ ກໍ​ຍັງ​ດີກວ່າ​ແມ່ນໍ້າ​ຕ່າງໆ​ຢູ່​ໃນ​ອິດສະຣາເອນ​ນີ້​ບໍ່​ແມ່ນ​ບໍ? ຂ້ອຍ​ຄວນ​ອາບນໍ້າ​ຢູ່​ໃນ​ແມ່ນໍ້າ​ເຫຼົ່ານັ້ນ​ແລະ​ຄົງ​ຫາຍ​ດີ​ແລ້ວ.” ລາວ​ຈຶ່ງ​ກັບ​ໄປ​ດ້ວຍ​ຄວາມ​ໂມໂຫ.</verse>
				<verse number="13">ບັນດາ​ຄົນ​ຮັບໃຊ້​ຂອງ​ລາວ​ຈຶ່ງ​ມາ​ຫາ ແລະ​ເວົ້າ​ວ່າ, “ທ່ານເອີຍ ຖ້າ​ຜູ້ທຳນວາຍ​ບອກ​ທ່ານ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ຍາກ ທ່ານ​ກໍ​ຄວນ​ເຮັດ. ດຽວນີ້​ເປັນຫຍັງ​ທ່ານ​ຈຶ່ງ​ບໍ່​ໄປ​ອາບນໍ້າ​ຊຳລະ​ຕົວ​ຕາມ​ທີ່​ເພິ່ນ​ໄດ້​ບອກ​ນັ້ນ ແລະ​ທ່ານ​ກໍ​ຈະ​ຫາຍ​ດີ​ເປັນ​ປົກກະຕິ?”</verse>
				<verse number="14">ດັ່ງນັ້ນ ນາອາມານ​ຈຶ່ງ​ລົງ​ໄປ​ທີ່​ແມ່ນໍ້າ​ຈໍແດນ​ຈຸ່ມຕົວ​ລົງ​ໃນ​ນໍ້າ​ເຈັດ​ຄັ້ງ ຕາມ​ຄຳແນະນຳ​ຂອງ​ຄົນ​ຂອງ​ພຣະເຈົ້າ ແລະ​ລາວ​ກໍ​ຫາຍ​ດີ​ເປັນ​ປົກກະຕິ. ເນື້ອໜັງ​ຂອງ​ລາວ​ສະອາດ​ເສາະໃສ​ດີ​ເປັນ​ປົກກະຕິ​ດັ່ງ​ເນື້ອໜັງ​ຂອງ​ເດັກນ້ອຍ.</verse>
				<verse number="15">ນາອາມານ​ພ້ອມ​ທັງ​ຄົນ​ຂອງຕົນ​ໄດ້​ກັບຄືນ​ໄປ​ຫາ​ຄົນ​ຂອງ​ພຣະເຈົ້າ ແລະ​ເວົ້າ​ວ່າ, “ດຽວ​ນີ້​ຂ້າພະເຈົ້າ​ຮູ້​ແລ້ວ​ວ່າ​ບໍ່ມີ​ພຣະເຈົ້າ​ອົງ​ອື່ນ ນອກຈາກ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ; ສະນັ້ນ ທ່ານເອີຍ ກະລຸນາ​ຮັບ​ເອົາ​ຂອງຂວັນ​ຈາກ​ຂ້າພະເຈົ້າ​ດ້ວຍ​ເຖີດ.”</verse>
				<verse number="16">ເອລີຊາ​ຕອບ​ວ່າ, “ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່, ອົງ​ທີ່​ຂ້າພະເຈົ້າ​ຮັບໃຊ້​ຢູ່​ນີ້ ຂ້າພະເຈົ້າ​ຈະ​ບໍ່ຍອມ​ຮັບ​ເອົາ​ຂອງຂວັນ​ໃດໆ.” ນາອາມານ​ໄດ້​ຮຽກຮ້ອງ​ໃຫ້​ເພິ່ນ​ຍອມຮັບ​ເອົາ ແຕ່​ເພິ່ນ​ກໍ​ບໍ່ຍອມ.</verse>
				<verse number="17">ສະນັ້ນ ນາອາມານ​ຈຶ່ງ​ເວົ້າ​ວ່າ, “ຖ້າ​ທ່ານ​ບໍ່ຍອມ​ຮັບ​ເອົາ​ຂອງຂວັນ​ຈາກ​ຂ້າພະເຈົ້າ​ແລ້ວ ກໍ​ຂໍ​ໃຫ້​ຂ້າພະເຈົ້າ​ເອົາ​ດິນ​ຈາກ​ບ່ອນ​ນີ້​ເມື່ອ​ເຮືອນ​ນຳ ຈົນ​ພໍ​ກັບ​ລໍ​ສອງ​ໂຕ​ຈະ​ບັນທຸກ​ໄດ້. ເພາະ​ຕັ້ງແຕ່​ບັດນີ້​ເປັນ​ຕົ້ນ​ໄປ ຂ້າພະເຈົ້າ​ຈະ​ບໍ່​ຖວາຍ​ເຄື່ອງ​ບູຊາ ຫລື​ເຄື່ອງ​ເຜົາບູຊາ​ແກ່​ພະ​ໃດໆ ນອກຈາກ​ພຣະເຈົ້າຢາເວ.</verse>
				<verse number="18">ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຫວັງວ່າ​ພຣະເຈົ້າຢາເວ​ຄົງ​ຈະ​ອະໄພ​ໃຫ້ ໃນ​ເວລາ​ທີ່​ຂ້າພະເຈົ້າ​ຕິດຕາມ​ກະສັດ​ຂອງ​ຂ້າພະເຈົ້າ​ໄປ​ທີ່​ວິຫານ​ຂອງ​ພະ​ຣິມໂມນ ພະ​ຂອງ​ຊາວ​ຊີເຣຍ ແລະ​ຂາບໄຫວ້​ພະ​ນັ້ນ. ພຣະເຈົ້າຢາເວ​ຄົງ​ຈະ​ອະໄພ​ໃຫ້​ແກ່​ຂ້າພະເຈົ້າ​ຢ່າງ​ແນ່ນອນ.”</verse>
				<verse number="19">ເອລີຊາ​ກ່າວ​ວ່າ, “ຈົ່ງ​ໄປ​ເປັນ​ສຸກ​ເຖີດ.” ແລ້ວ​ນາອາມານ​ກໍ​ຈາກ​ໄປ. ເມື່ອ​ເພິ່ນ​ໄດ້​ຈາກ​ໄປ​ບໍ່​ໄກ​ພໍ​ເທົ່າໃດ,</verse>
				<verse number="20">ເກຮາຊິ​ຄົນ​ຮັບໃຊ້​ຂອງ​ເອລີຊາ​ກໍ​ຄິດ​ໃນໃຈ​ວ່າ, “ນາຍ​ຂອງເຮົາ​ໄດ້​ປ່ອຍ​ໃຫ້​ນາອາມານ​ໜີໄປ​ລ້າໆ ໂດຍ​ບໍ່ໄດ້​ຫຍັງໝົດ ເພິ່ນ​ຄວນ​ຮັບ​ເອົາ​ສິ່ງຂອງ​ທີ່​ຄົນ​ຊີເຣຍ​ຜູ້​ນັ້ນ​ມອບ​ໃຫ້. ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ເຮົາ​ຈະ​ແລ່ນ​ຕາມ​ລາວ​ໄປ ແລະ​ເອົາ​ບາງ​ສິ່ງ​ຈາກ​ລາວ.”</verse>
				<verse number="21">ດັ່ງນັ້ນ ລາວ​ຈຶ່ງ​ໄດ້​ອອກ​ເດີນທາງ​ຕາມ​ນາອາມານ​ໄປ. ເມື່ອ​ນາອາມານ ຫລຽວເຫັນ​ຊາຍ​ຄົນ​ໜຶ່ງ​ແລ່ນ​ຕາມຫລັງ​ຕົນ​ມາ ລາວ​ຈຶ່ງ​ລົງ​ຈາກ​ລົດມ້າ ແລະ​ໄປ​ພົບ​ເກຮາຊິ​ທັງ​ຖາມ​ວ່າ, “ມີ​ເລື່ອງ​ຫຍັງ​ເກີດຂຶ້ນ​ຊັ້ນບໍ?”</verse>
				<verse number="22">ເກຮາຊິ​ຕອບ​ວ່າ, “ບໍ່ມີ​ຫຍັງດອກ ແຕ່​ນາຍ​ຂອງ​ຂ້ານ້ອຍ​ສົ່ງ​ຂ້ານ້ອຍ​ມາ​ບອກ​ທ່ານ​ວ່າ ໃນ​ຫວ່າງກີ້​ນີ້ເອງ​ມີ​ຜູ້ທຳນວາຍ​ສອງ​ຄົນ​ໃນ​ໝວດ​ເຂດ​ເນີນພູ​ເອຟຣາອິມ​ມາຮອດ ເອລີຊາ​ຢາກ​ໃຫ້​ທ່ານ​ເອົາ​ເງິນ​ສາມພັນ​ແທ່ງ ແລະ​ເສື້ອ​ທີ່​ສວຍງາມ​ສອງ​ຊຸດ​ໃຫ້​ພວກເພິ່ນ.”</verse>
				<verse number="23">ນາອາມານ​ຕອບ​ຄືນ​ວ່າ, “ຈົ່ງ​ເອົາ​ເງິນ​ຫົກພັນ​ແທ່ງ ໄປ​ເທີ້ນ.” ເພິ່ນ​ເວົ້າ​ເນັ້ນ​ໃຫ້​ຍອມ​ຮັບ ໂດຍ​ມັດ​ເງິນ​ໃສ່​ສອງ​ຖົງ​ພ້ອມ​ເສື້ອ​ສວຍງາມ​ສອງ​ຊຸດ ແລະ​ມອບ​ໃຫ້​ຄົນ​ຮັບໃຊ້​ສອງ​ຄົນ​ຂອງຕົນ. ເພິ່ນ​ສົ່ງ​ພວກເຂົາ​ໃຫ້​ອອກ​ໄປ​ກ່ອນ​ໜ້າ​ເກຮາຊິ.</verse>
				<verse number="24">ເມື່ອ​ພວກເຂົາ​ມາ​ເຖິງ​ເນີນພູ​ບ່ອນ​ເອລີຊາ​ຢູ່, ເກຮາຊິ​ກໍ​ແບກ​ເອົາ​ເສື້ອຜ້າ ແລະ​ເງິນ​ສອງ​ຖົງ​ນັ້ນ​ເຂົ້າ​ໄປ​ເກັບ​ໄວ້​ໃນ​ເຮືອນ. ແລ້ວ​ລາວ​ກໍ​ສົ່ງ​ບັນດາ​ຄົນ​ຮັບໃຊ້​ຂອງ​ນາອາມານ​ກັບຄືນ​ເມືອ.</verse>
				<verse number="25">ເມື່ອ​ເກຮາຊິ​ກັບ​ເຂົ້າ​ມາ​ໃນ​ເຮືອນ​ແລະ​ຢືນຢູ່​ຕໍ່ໜ້າ​ນາຍ​ຂອງຕົນ ເອລີຊາ​ຈຶ່ງ​ຖາມ​ລາວ​ວ່າ, “ເຈົ້າ​ມາ​ແຕ່​ໃສ?” ລາວ​ຕອບ​ວ່າ, “ໂອ ບໍ່ໄດ້​ໄປ​ໃສ​ມາ​ດອກ ທ່ານເອີຍ.”</verse>
				<verse number="26">ແຕ່​ເພິ່ນ​ກ່າວ​ຕໍ່​ລາວ​ວ່າ, “ເມື່ອ​ຊາຍ​ຄົນ​ນັ້ນ​ລົງ​ແຕ່​ລົດມ້າ​ມາ​ຫາ​ເຈົ້າ ຈິດວິນຍານ​ຂອງຂ້ອຍ​ບໍ່ໄດ້​ຢູ່​ໃນ​ບ່ອນ​ນັ້ນ​ຊັ້ນບໍ? ນີ້​ບໍ່ແມ່ນ​ເວລາ​ຮັບ​ເອົາ​ເງິນ ແລະ​ເຄື່ອງນຸ່ງ, ສວນ​ໝາກກອກເທດ ແລະ​ສວນອະງຸ່ນ, ແກະ​ແລະ​ງົວ ຫລື​ຄົນ​ຮັບໃຊ້.</verse>
				<verse number="27">ເພາະສະນັ້ນ ພະຍາດ​ຂອງ​ນາອາມານ​ຈະ​ຕິດແປດ​ເຈົ້າ, ທັງ​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ເປັນ​ພະຍາດ​ນີ້​ຕະຫລອດໄປ.” ເມື່ອ​ເກຮາຊິ​ໄດ້​ອອກ​ໄປ ລາວ​ກໍ​ເປັນ​ພະຍາດ​ຂີ້ທູດ ໜັງ​ຂອງ​ລາວ​ຂາວ​ດັ່ງ​ຫິມະ.</verse>
			</chapter>
			<chapter number="6">
				<verse number="1">ມີ​ມື້ໜຶ່ງ ພວກ​ຜູ້ທຳນວາຍ​ທີ່​ຢູ່​ພາຍໃຕ້​ການ​ດູແລ​ຂອງ​ເອລີຊາ ໄດ້​ຈົ່ມ​ຕໍ່​ເພິ່ນ​ວ່າ, “ບ່ອນ​ທີ່​ພວກເຮົາ​ຢູ່​ນີ້​ນ້ອຍ​ໂພດ</verse>
				<verse number="2">ຈົ່ງ​ອະນຸຍາດ​ໃຫ້​ພວກເຮົາ​ໄປ​ຕັດ​ໄມ້​ທີ່​ແຄມ​ຝັ່ງ​ແມ່ນໍ້າ​ຈໍແດນ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ສ້າງ​ບ່ອນ​ຢູ່​ອາໄສ​ໃໝ່.” ເພິ່ນ​ຕອບ​ວ່າ, “ຈົ່ງ​ໄປ​ສາ.”</verse>
				<verse number="3">ຜູ້ໜຶ່ງ​ໃນ​ພວກເຂົາ​ຂໍຮ້ອງ​ໃຫ້​ເພິ່ນ​ໄປ​ນຳ; ເພິ່ນ​ກໍ​ຕົກລົງ.</verse>
				<verse number="4">ດັ່ງນັ້ນ ເພິ່ນ​ຈຶ່ງ​ໄປ​ກັບ​ພວກເຂົາ. ເມື່ອ​ມາຮອດ​ແຄມ​ຝັ່ງ​ແມ່ນໍ້າ​ຈໍແດນ​ແລ້ວ ພວກເຂົາ​ຕ່າງ​ກໍ​ລົງ​ມື​ເຮັດ​ວຽກ.</verse>
				<verse number="5">ຂະນະທີ່​ຄົນ​ໜຶ່ງ​ໃນ​ພວກເຂົາ​ກຳລັງ​ຕັດ​ໄມ້​ຢູ່​ນັ້ນ ຫົວຂວານ​ເຫຼັກ​ຂອງ​ລາວ​ກໍ​ຫລ່ອນ​ຕົກລົງ​ໄປ​ໃນ​ນໍ້າ. ລາວ​ຈຶ່ງ​ຂື້ນ​ວ່າ, “ນາຍເອີຍ ຂ້ານ້ອຍ​ຈະ​ເຮັດ​ຢ່າງໃດ ມັນ​ເປັນ​ຂວານ​ທີ່​ຢືມ​ມາ​ຊໍ້າ.”</verse>
				<verse number="6">ຄົນ​ຂອງ​ພຣະເຈົ້າ​ຖາມ​ວ່າ, “ມັນ​ຕົກ​ຢູ່​ບ່ອນ​ໃດ?” ຊາຍ​ຄົນ​ນັ້ນ​ໄດ້​ຊີ້​ໃຫ້​ເພິ່ນ​ເບິ່ງ​ບ່ອນ​ຫົວຂວານ​ຕົກ, ແລ້ວ​ເພິ່ນ​ກໍ​ຕັດ​ເອົາ​ໄມ້​ທ່ອນ​ໜຶ່ງ​ຖິ້ມ​ລົງ​ໄປ​ໃນ​ນໍ້າ ແລະ​ເຮັດ​ໃຫ້​ຫົວຂວານ​ນັ້ນ​ຟູ​ຂຶ້ນ​ມາ.</verse>
				<verse number="7">ເພິ່ນ​ສັ່ງ​ວ່າ, “ຈັບ​ເອົາ​ຂຶ້ນ​ມາ.” ແລະ​ຊາຍ​ຄົນ​ນັ້ນ​ກໍ​ຢື້ມື​ລົງ​ໄປ ແລະ​ຈັບ​ເອົາ​ຫົວຂວານ​ຂຶ້ນ​ມາ.</verse>
				<verse number="8">ຕໍ່ມາ ກະສັດ​ແຫ່ງ​ຊີເຣຍ​ໄດ້​ເຮັດ​ເສິກ​ຕໍ່ສູ້​ອານາຈັກ​ອິດສະຣາເອນ. ເພິ່ນ​ໄດ້​ປະຊຸມ​ກັບ​ພວກ​ຂ້າຣາຊການ​ຂອງ​ເພິ່ນ ແລະ​ເລືອກ​ເອົາ​ບ່ອນ​ໜຶ່ງ​ເປັນ​ບ່ອນ​ຕັ້ງ​ຄ້າຍ.</verse>
				<verse number="9">ແຕ່​ຄົນ​ຂອງ​ພຣະເຈົ້າ​ໄດ້​ສົ່ງ​ຖ້ອຍຄຳ​ໄປ​ບອກ​ກະສັດ​ແຫ່ງ​ອິດສະຣາເອນ ເພື່ອ​ເຕືອນ​ເພິ່ນ​ບໍ່​ໃຫ້​ໄປ​ໃກ້​ບ່ອນ​ນັ້ນ ເພາະ​ພວກ​ຊີເຣຍ​ໄດ້​ຄອຍຖ້າ​ດັກ​ໂຈມຕີ​ຢູ່​ທີ່ນັ້ນ.</verse>
				<verse number="10">ດັ່ງນັ້ນ ກະສັດ​ແຫ່ງ​ອິດສະຣາເອນ​ຈຶ່ງ​ໄດ້​ສົ່ງ​ຖ້ອຍຄຳ​ທີ່​ຄົນ​ຂອງ​ພຣະເຈົ້າ​ບອກ​ໄປຫາ​ທະຫານ ທີ່​ຢູ່​ໃນ​ບ່ອນ​ນັ້ນ​ໃຫ້​ລະມັດ​ລະວັງຕົວ. ເຫດການ​ຢ່າງ​ນີ້​ໄດ້​ເກີດຂຶ້ນ​ຫລາຍ​ຄັ້ງ​ຫລາຍຄາວ.</verse>
				<verse number="11">ກະສັດ​ແຫ່ງ​ຊີເຣຍ​ເສຍໃຈ​ຫຼາຍ​ໃນ​ເລື່ອງ​ນີ້; ເພິ່ນ​ຈຶ່ງ​ໄດ້​ເອີ້ນ​ພວກ​ນາຍ​ທະຫານ​ຂອງ​ເພິ່ນ​ມາ​ຖາມ​ວ່າ, “ມີ​ໃຜ​ແດ່​ໃນ​ພວກເຈົ້າ ທີ່​ເຂົ້າຂ້າງ​ກະສັດ​ແຫ່ງ​ອິດສະຣາເອນ?”</verse>
				<verse number="12">ນາຍ​ທະຫານ​ຄົນ​ໜຶ່ງ​ຕອບ​ຂຶ້ນ​ວ່າ, “ຂ້າແດ່​ພະຣາຊາ ບໍ່​ມີ​ໃຜດອກ. ແມ່ນ​ຜູ້ທຳນວາຍ​ເອລີຊາ​ແຫ່ງ​ອິດສະຣາເອນ ຜູ້​ໄດ້​ບອກ​ກະສັດ​ແຫ່ງ​ອິດສະຣາເອນ ເຖິງ​ຄຳເວົ້າ​ທີ່​ທ່ານ​ໄດ້​ເວົ້າ​ເປັນ​ທາງ​ສ່ວນຕົວ ແມ່ນແຕ່​ໃນ​ຫ້ອງນອນ​ຂອງທ່ານ.”</verse>
				<verse number="13">ກະສັດ​ສັ່ງ​ວ່າ, “ຈົ່ງ​ຊອກ​ຫາ​ວ່າ​ລາວ​ຢູ່​ໃສ? ແລະ​ເຮົາ​ຈະ​ໃຊ້​ຄົນ​ໄປ​ຈັບ​ລາວ.” ເມື່ອ​ມີ​ຄົນ​ມາ​ບອກ​ເພິ່ນ​ວ່າ ເພິ່ນ​ຢູ່​ທີ່​ເມືອງ​ໂດທານ</verse>
				<verse number="14">ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ກອງທັບ​ໃຫຍ່​ໄປ​ທີ່​ນັ້ນ​ພ້ອມ​ທັງ​ຝູງມ້າ ແລະ​ລົດຮົບ. ພວກເຂົາ​ໄປ​ຮອດ​ຕົວເມືອງ​ໃນ​ເວລາ​ກາງຄືນ ແລະ​ອ້ອມ​ເມືອງ​ໄວ້.</verse>
				<verse number="15">ມື້​ຕໍ່ມາ ຄົນ​ຮັບໃຊ້​ຄົນ​ຂອງ​ພຣະເຈົ້າ​ໄດ້​ລຸກ​ຂຶ້ນ​ແຕ່​ເຊົ້າໆ ແລະ​ອອກ​ໄປ​ທາງ​ນອກເຮືອນ ລາວ​ຈຶ່ງ​ເຫັນ​ກຳລັງ​ທະຫານ​ຂອງ​ຊີເຣຍ ພ້ອມ​ດ້ວຍ​ຝູງມ້າ ແລະ​ລົດຮົບ​ອ້ອມ​ເມືອງ​ຢູ່. ລາວ​ຟ້າວ​ກັບຄືນ​ໄປ​ຫາ​ເອລີຊາ ແລະ​ຮ້ອງ​ຂຶ້ນ​ວ່າ, “ນາຍເອີຍ ຕາຍແລ້ວ​ບັດນີ້ ພວກເຮົາ​ຈະ​ເຮັດ​ຢ່າງໃດ?”</verse>
				<verse number="16">ເພິ່ນ​ຕອບ​ວ່າ, “ບໍ່​ຕ້ອງ​ຢ້ານ ຝ່າຍ​ຂອງ​ພວກເຮົາ​ມີ​ຫລາຍກວ່າ​ຝ່າຍ​ຂອງ​ພວກເຂົາ.”</verse>
				<verse number="17">ແລ້ວ​ເອລີຊາ​ກໍ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ພຣະອົງ​ເປີດ​ຕາ​ຄົນ​ຮັບໃຊ້​ຂອງ​ຂ້ານ້ອຍ​ຄົນ​ນີ້ ໃຫ້​ເຫັນ​ກຳລັງ​ຝ່າຍ​ເຮົາ​ແດ່ທ້ອນ.” ພຣະເຈົ້າຢາເວ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ເອລີຊາ. ເມື່ອ​ຄົນ​ຮັບໃຊ້​ຂອງ​ເພິ່ນ​ຫລຽວ​ຂຶ້ນ​ໄປ​ທີ່​ເທິງ​ພູ ລາວ​ກໍ​ເຫັນ​ຝູງມ້າ ແລະ​ລົດຮົບ​ເປັນ​ໄຟ​ຢູ່​ອ້ອມລ້ອມ​ເອລີຊາ.</verse>
				<verse number="18">ເມື່ອ​ພວກ​ຊີເຣຍ​ເຂົ້າ​ໂຈມຕີ ເອລີຊາ​ກໍ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂໍ​ພຣະອົງ​ເຮັດ​ໃຫ້​ພວກ​ທະຫານ​ເຫຼົ່ານີ້​ຕາບອດ​ສາ.” ພຣະອົງ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ເພິ່ນ ແລະ​ເຮັດ​ໃຫ້​ພວກເຂົາ​ຕາບອດ.</verse>
				<verse number="19">ແລ້ວ​ເອລີຊາ​ກໍ​ໄປ​ຫາ​ພວກເຂົາ ແລະ​ເວົ້າ​ວ່າ, “ພວກເຈົ້າ​ມາ​ຜິດ​ທາງ; ນີ້​ບໍ່ແມ່ນ​ເມືອງ​ທີ່​ພວກເຈົ້າ​ກຳລັງ​ຊອກຫາ. ຈົ່ງ​ຕາມ​ຂ້ອຍ​ມາ ຂ້ອຍ​ຈະ​ນຳ​ພວກເຈົ້າ​ໄປ​ຫາ​ຊາຍ​ທີ່​ພວກເຈົ້າ​ກຳລັງ​ຊອກຫາ​ນັ້ນ.” ແລ້ວ​ເພິ່ນ​ກໍ​ນຳ​ພວກເຂົາ​ໄປ​ທີ່​ນະຄອນ​ຊາມາເຣຍ.</verse>
				<verse number="20">ພໍ​ພວກເຂົາ​ເຂົ້າ​ໄປ​ໃນ​ນະຄອນ​ຊາມາເຣຍ ເອລີຊາ​ຈຶ່ງ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ພຣະອົງ​ເປີດ​ຕາ​ພວກເຂົາ​ໃຫ້​ເຫັນ​ເທີ້ນ.” ພຣະເຈົ້າຢາເວ​ໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ເພິ່ນ; ພຣະອົງ​ໃຫ້​ພວກເຂົາ​ເຫັນຮຸ່ງ ແລະ​ພວກເຂົາ​ຈຶ່ງ​ເຫັນ​ວ່າ​ພວກຕົນ​ພວມ​ຢູ່​ໃນ​ນະຄອນ​ຊາມາເຣຍ.</verse>
				<verse number="21">ເມື່ອ​ກະສັດ​ແຫ່ງ​ອິດສະຣາເອນ​ເຫັນ​ພວກ​ຊີເຣຍ ເພິ່ນ​ຈຶ່ງ​ຖາມ​ເອລີຊາ​ວ່າ, “ພໍ່ເອີຍ ໃຫ້​ເຮົາ​ຂ້າ​ພວກເຂົາ​ບໍ? ໃຫ້​ເຮົາ​ຂ້າ​ພວກເຂົາ​ບໍ?”</verse>
				<verse number="22">ເພິ່ນ​ຕອບ​ວ່າ, “ບໍ່ ແມ່ນແຕ່​ທະຫານ​ທີ່​ທ່ານ​ຈັບ​ໄດ້​ໃນ​ສະໜາມຮົບ​ກໍ​ຢ່າ​ຂ້າ​ພວກເຂົາ. ຈົ່ງ​ຫາ​ອາຫານ​ແລະ​ນໍ້າ ໃຫ້​ພວກເຂົາ​ກິນ​ແລະ​ດື່ມ ແລະ​ປ່ອຍ​ໃຫ້​ພວກເຂົາ​ກັບຄືນ​ເມືອ​ຫາ​ກະສັດ​ຂອງ​ພວກເຂົາ.”</verse>
				<verse number="23">ດັ່ງນັ້ນ ກະສັດ​ອິດສະຣາເອນ​ຈຶ່ງ​ໄດ້​ຈັດຫາ​ອາຫານ​ລ້ຽງ​ພວກເຂົາ​ຢ່າງ​ໃຫຍ່ໂຕ; ຫລັງຈາກ​ພວກເຂົາ​ກິນ​ແລະ​ດື່ມ​ແລ້ວ, ກະສັດ​ກໍ​ສົ່ງ​ພວກເຂົາ​ກັບຄືນ​ເມືອ​ຫາ​ກະສັດ​ແຫ່ງ​ຊີເຣຍ. ນັບ​ຕັ້ງແຕ່​ນັ້ນ​ມາ ຊາວ​ຊີເຣຍ​ກໍ​ຢຸດ​ໂຈມຕີ​ດິນແດນ​ອິດສະຣາເອນ.</verse>
				<verse number="24">ຕໍ່ມາ ກະສັດ​ເບັນຮາດາດ​ແຫ່ງ​ຊີເຣຍ​ໄດ້​ນຳ​ເອົາ​ກອງທັບ​ທັງໝົດ​ຂອງ​ເພິ່ນ ໄປ​ຕໍ່ສູ້​ອານາຈັກ​ອິດສະຣາເອນ​ແລະ​ອ້ອມ​ນະຄອນ​ຊາມາເຣຍ​ໄວ້.</verse>
				<verse number="25">ການ​ປິດລ້ອມ​ເມືອງ​ໃນ​ຄັ້ງ​ນີ້​ເປັນ​ເຫດ​ໃຫ້​ຕົວເມືອງ ເກີດ​ການຂາດແຄນ​ອາຫານ​ເປັນ​ຢ່າງໜັກ ຈົນ​ວ່າ​ຫົວລໍ​ໂຕໜຶ່ງ​ມີ​ລາຄາ​ແປດສິບ​ຫລຽນ​ເງິນ ແລະ​ຂີ້​ນົກ​ກາງແກ ສອງຮ້ອຍ​ກຼາມ ມີ​ລາຄາ​ຫ້າ​ຫລຽນ​ເງິນ.</verse>
				<verse number="26">ມື້​ໜຶ່ງ ກະສັດ​ແຫ່ງ​ອິດສະຣາເອນ​ກຳລັງ​ຍ່າງ​ລຽບຕາມ​ກຳແພງ​ເມືອງ. ແລ້ວ​ກໍ​ມີ​ຍິງ​ຄົນ​ໜຶ່ງ​ຮ້ອງ​ໃສ່​ເພິ່ນ​ວ່າ, “ຂ້າແດ່​ພະຣາຊາ ກະລຸນາ​ຊ່ວຍ​ຂ້ານ້ອຍ​ແດ່ທ້ອນ.”</verse>
				<verse number="27">ກະສັດ​ຕອບ​ວ່າ, “ຖ້າ​ພຣະເຈົ້າຢາເວ​ບໍ່​ຊ່ວຍ​ເຈົ້າ​ແລ້ວ ເຮົາ​ຈະ​ຊ່ວຍ​ເຈົ້າ​ໄດ້​ຢ່າງໃດ? ເຮົາ​ມີ​ເຂົ້າ ຫລື​ເຫຼົ້າ​ອະງຸ່ນ​ຊັ້ນບໍ?</verse>
				<verse number="28">ເຈົ້າ​ມີ​ຄວາມ​ເດືອດຮ້ອນ​ຫຍັງ?” ນາງ​ຕອບ​ວ່າ, “ມື້​ກ່ອນ​ນັ້ນ ຍິງ​ຄົນ​ນີ້​ສະເໜີ​ວ່າ​ໃຫ້​ກິນ​ລູກ​ຂອງ​ຂ້ານ້ອຍ​ກ່ອນ ແລ້ວ​ໃນ​ມື້​ຕໍ່ໄປ​ຈຶ່ງ​ກິນ​ລູກ​ຂອງ​ນາງ.</verse>
				<verse number="29">ດັ່ງນັ້ນ ພວກເຮົາ​ຈຶ່ງ​ໄດ້​ເອົາ​ລູກຊາຍ​ຂອງ​ຂ້ານ້ອຍ​ມາ​ຈັດແຈ່ງ​ເປັນ​ອາຫານ. ໃນ​ມື້​ຕໍ່ມາ ຂ້ານ້ອຍ​ບອກ​ລາວ​ວ່າ, ‘ພວກເຮົາ​ຕ້ອງ​ກິນ​ລູກຊາຍ​ຂອງເຈົ້າ’ ແຕ່​ນາງ​ໄດ້​ເຊື່ອງ​ລູກຊາຍ​ນັ້ນ​ໄວ້.”</verse>
				<verse number="30">ເມື່ອ​ໄດ້ຍິນ​ດັ່ງນັ້ນ ກະສັດ​ຈຶ່ງ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມທຸກໃຈ ແລະ​ປະຊາຊົນ​ທີ່​ຢູ່​ຕາມ​ກຳແພງ​ກໍ​ໄດ້​ເຫັນ​ເພິ່ນ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ຊ້ອນ​ໄວ້​ທາງ​ໃນ​ເຄື່ອງນຸ່ງ​ຂອງ​ເພິ່ນ.</verse>
				<verse number="31">ເພິ່ນ​ຮ້ອງ​ຂຶ້ນ​ວ່າ, “ຖ້າ​ເອລີຊາ​ບໍ່​ຖືກ​ຕັດ​ຫົວ​ກ່ອນ​ວັນ​ນີ້​ໝົດ​ໄປ ກໍ​ຂໍ​ໃຫ້​ພຣະເຈົ້າ​ປະຫານ​ຊີວິດ​ຂອງ​ຂ້ານ້ອຍ​ເສຍ​ເຖີດ.”</verse>
				<verse number="32">ແລ້ວ​ເພິ່ນ​ກໍ​ໃຊ້​ຄົນ​ໄປ​ນຳ​ເອົາ​ເອລີຊາ. ໃນຂະນະ​ດຽວກັນ​ນັ້ນ ເອລີຊາ​ກຳລັງ​ນັ່ງ​ຢູ່​ໃນ​ເຮືອນ​ກັບ​ບັນດາ​ເຖົ້າແກ່​ບາງຄົນ ທີ່​ໄດ້​ມາ​ຢ້ຽມຢາມ​ເພິ່ນ. ກ່ອນ​ທີ່​ຄົນ​ຂອງ​ກະສັດ​ມາຮອດ ເອລີຊາ​ເວົ້າ​ກັບ​ບັນດາ​ເຖົ້າແກ່​ວ່າ, “ຄາດຕະກອນ​ຄົນ​ນັ້ນ​ກຳລັງ​ສົ່ງ​ຄົນ​ມາ​ສັງຫານ​ຂ້າພະເຈົ້າ ເມື່ອ​ລາວ​ມາຮອດ​ທີ່​ນີ້​ແລ້ວ​ໃຫ້​ອັດ​ປະຕູ​ໄວ້ ຢ່າ​ໃຫ້​ລາວ​ເຂົ້າ​ມາ. ສ່ວນ​ກະສັດ​ເອງ​ຈະ​ຕາມ​ຄົນ​ນີ້​ມາ​ນຳຫລັງ.”</verse>
				<verse number="33">ເອລີຊາ​ເວົ້າ​ຍັງ​ບໍ່​ທັນ​ຈົບ, ກະສັດ ກໍ​ມາຮອດ ແລະ​ກ່າວ​ວ່າ, “ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ນຳ​ເອົາ​ຄວາມ​ເດືອດຮ້ອນ​ນີ້​ມາ​ສູ່​ພວກເຮົາ. ເຫດໃດ​ຂ້າພະເຈົ້າ​ຈຶ່ງ​ຈະ​ລໍຖ້າ​ພຣະເຈົ້າຢາເວ​ໃຫ້​ດຳເນີນການ​ຢ່າງໃດ​ຢ່າງໜຶ່ງ?”</verse>
			</chapter>
			<chapter number="7">
				<verse number="1">ເອລີຊາ​ຕອບ​ວ່າ, “ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ​ໃຫ້​ດີ ພຣະເຈົ້າຢາເວ​ກ່າວ​ວ່າ, ມື້ອື່ນ​ໃນ​ເວລາ​ດຽວກັນນີ້ ພວກທ່ານ​ຈະ​ສາມາດ​ຊື້​ເຂົ້າເດືອຍ​ທີ​ໜຶ່ງ ສາມ​ກິໂລກຼາມ ຫລື​ເຂົ້າບາເລ​ຫົກ​ກິໂລກຼາມ ເປັນ​ເງິນ​ຫລຽນ​ດຽວ ຕາມ​ລາຄາ​ທ້ອງ​ຕະຫລາດ​ໃນ​ນະຄອນ​ຊາມາເຣຍ.”</verse>
				<verse number="2">ນາຍ​ທະຫານ​ປະຈຳຕົວ​ຂອງ​ກະສັດ​ໄດ້​ເວົ້າ​ຕໍ່​ເອລີຊາ​ວ່າ, “ເຖິງ​ແມ່ນ​ວ່າ​ພຣະເຈົ້າຢາເວ​ຈະ​ເປີດ​ປ່ອງຢ້ຽມ​ແຫ່ງ​ຟ້າ​ສະຫວັນ​ໃຫ້ ສິ່ງນີ້​ຈະ​ເປັນ​ໄປໄດ້​ບໍ່?” ເອລີຊາ​ຕອບ​ວ່າ, “ທ່ານ​ຈະ​ໄດ້​ເຫັນ​ສິ່ງ​ນີ້​ເກີດຂຶ້ນ​ກັບຕາ​ຂອງທ່ານ​ເປັນແນ່ ແຕ່​ທ່ານ​ເອງ​ຈະ​ບໍ່ໄດ້​ກິນ.”</verse>
				<verse number="3">ຍັງ​ມີ​ຊາຍ​ຂີ້ທູດ​ສີ່​ຄົນ ທີ່​ຢູ່​ນອກ​ປະຕູ​ເມືອງ​ຊາມາເຣຍ. ພວກເຂົາ​ເວົ້າ​ກັນ​ວ່າ, “ເປັນຫຍັງ​ພວກເຮົາ​ຈຶ່ງ​ຕ້ອງ​ລໍຖ້າ​ຕາຍ​ຢູ່​ທີ່ນີ້?</verse>
				<verse number="4">ຖ້າ​ພວກເຮົາ​ຕັດສິນໃຈ​ເຂົ້າ​ໄປ​ໃນເມືອງ ພວກເຮົາ​ຈະ​ຕ້ອງ​ຫິວຕາຍ​ຢູ່​ທີ່ນັ້ນ; ແຕ່​ຖ້າ​ພວກເຮົາ​ຢູ່​ບ່ອນນີ້ ພວກເຮົາ​ກໍ​ຈະ​ຕ້ອງ​ຕາຍ​ຄືກັນ. ສະນັ້ນ ຈົ່ງ​ໃຫ້​ພວກເຮົາ​ໄປ​ທີ່​ຄ້າຍ​ຂອງ​ຊາວ​ຊີເຣຍ​ເທາະ; ຖ້າ​ພວກເຂົາ​ໄວ້​ຊີວິດ​ພວກເຮົາ ພວກເຮົາ​ກໍ​ຍັງ​ຈະ​ມີ​ຊີວິດ​ຢູ່.”</verse>
				<verse number="5">ເມື່ອ​ໃກ້​ຈະ​ຄໍ່າ ຊາຍ​ຂີ້ທູດ​ທັງ​ສີ່​ກໍໄດ້​ໄປ​ຍັງ​ຄ້າຍ​ຂອງ​ຊາວ​ຊີເຣຍ; ແຕ່​ພໍ​ໄປ​ເຖິງ​ກໍ​ເຫັນ​ວ່າ​ບໍ່ມີ​ຈັກ​ຄົນ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="6">ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ບັນດານ​ໃຫ້​ຊາວ​ຊີເຣຍ​ໄດ້ຍິນ​ສິ່ງ​ໜຶ່ງ ດັ່ງ​ສຽງ​ກອງທັບ​ໃຫຍ່ ທີ່​ມີ​ທັງ​ມ້າ​ແລະ​ລົດຮົບ ແລະ​ຊາວ​ຊີເຣຍ​ຈຶ່ງ​ຄິດ​ວ່າ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ຈ້າງ​ກະສັດ​ຂອງ​ຊາວ​ຮິດຕີ ແລະ​ກະສັດ​ແຫ່ງ​ເອຢິບ​ໃຫ້​ຍົກທັບ​ມາ​ໂຈມຕີ​ພວກຕົນ.</verse>
				<verse number="7">ໃນຄືນນັ້ນ ຊາວ​ຊີເຣຍ​ໄດ້​ປົບໜີ​ເອົາ​ຕົວລອດ ຈົນ​ໄດ້​ປະ​ຜ້າເຕັນ, ມ້າ, ລໍ ແລະ​ຄ້າຍ​ຂອງ​ພວກເຂົາ​ໄວ້​ຢ່າງນັ້ນ.</verse>
				<verse number="8">ເມື່ອ​ຊາຍ​ຂີ້ທູດ​ທັງ​ສີ່​ມາ​ຮອດ​ແຄມ​ຄ້າຍ ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ຜ້າເຕັນ ທັງ​ກິນ​ແລະ​ດື່ມ​ອາຫານ​ທີ່​ມີ​ໃນ​ທີ່ນັ້ນ ແລະ​ເກັບ​ເອົາ​ເງິນ, ຄຳ ແລະ​ເຄື່ອງນຸ່ງ​ທີ່​ພວກເຂົາ​ໄດ້​ພົບ; ແລ້ວ​ພວກເຂົາ​ກໍ​ອອກ​ໜີໄປ ແລະ​ເຊື່ອງ​ສິ່ງຂອງ​ເຫຼົ່ານີ້​ໄວ້​ໃນ​ບ່ອນອື່ນ; ພວກເຂົາ​ກັບຄືນ​ເຂົ້າ​ໄປ​ໃນ​ຜ້າເຕັນ​ອື່ນ ແລະ​ເຮັດ​ຄືເກົ່າ.</verse>
				<verse number="9">ແຕ່​ແລ້ວ​ພວກເຂົາ​ກໍ​ເວົ້າ​ກັນ​ວ່າ, “ພວກເຮົາ​ບໍ່​ສົມຄວນ​ເຮັດ​ຢ່າງນີ້ ເມື່ອ​ພວກເຮົາ​ມີ​ຂ່າວດີ ພວກເຮົາ​ບໍ່ຄວນ​ອຳ​ໄວ້. ຖ້າ​ພວກເຮົາ​ຄອຍຖ້າ​ຈົນເຖິງ​ມື້ເຊົ້າ​ຈຶ່ງ​ຈະ​ບອກ​ເລື່ອງນີ້ ພວກເຮົາ​ຕ້ອງ​ຖືກ​ໂທດ​ເປັນ​ແນ່. ໃຫ້​ພວກເຮົາ​ໄປ​ບອກ​ນາຍ​ທະຫານ​ຂອງ​ກະສັດ​ຮູ້​ດຽວນີ້.”</verse>
				<verse number="10">ສະນັ້ນ ພວກເຂົາ​ຈຶ່ງ​ອອກ​ໄປ​ຈາກ​ຄ້າຍ​ຂອງ​ຊາວ​ຊີເຣຍ ກັບຄືນ​ໄປ​ນະຄອນ​ຊາມາເຣຍ ແລະ​ຮ້ອງ​ບອກ​ທະຫານ​ຍາມ​ປະຕູ​ວ່າ, “ພວກຂ້ອຍ​ໄດ້​ໄປ​ທີ່​ຄ້າຍ​ທະຫານ​ຊີເຣຍ, ແຕ່​ບໍ່​ເຫັນ​ມີ​ໃຜ ແລະ​ບໍ່ໄດ້ຍິນ​ສຽງ​ໃຜ​ເລີຍ ມ້າ​ແລະ​ລໍ​ກໍ​ຍັງ​ຜູກ​ໄວ້​ຢູ່ ແລະ​ຜ້າເຕັນ​ກໍ​ຢູ່​ໃນ​ສະພາບ​ເດີມ.”</verse>
				<verse number="11">ທະຫານ​ຍາມ​ໄດ້​ປະກາດ​ຂ່າວ​ອອກ​ໄປ ແລະ​ໄດ້​ລາຍງານ​ໄປ​ເຖິງ​ຣາຊວັງ.</verse>
				<verse number="12">ເວລາ​ນັ້ນ​ຍັງ​ເປັນ​ຕອນ​ກາງຄືນ ແຕ່​ກະສັດ​ໄດ້​ລຸກ​ຂຶ້ນ ແລະ​ສັ່ງ​ພວກ​ຂ້າຣາຊການ​ວ່າ, “ເຮົາ​ຈະ​ບອກ​ພວກເຈົ້າ​ວ່າ​ຊາວ​ຊີເຣຍ​ມີ​ແຜນການ​ຢ່າງໃດ ພວກເຂົາ​ຮູ້ເຖິງ​ການອຶດຢາກ​ຢູ່​ບ່ອນນີ້; ສະນັ້ນ ພວກເຂົາ​ຈຶ່ງ​ໜີ​ຈາກ​ຄ້າຍ​ໄປ​ລີ້​ຢູ່​ໃນ​ເຂດ​ບ້ານນອກ. ພວກເຂົາ​ຄິດວ່າ​ພວກເຮົາ​ຈະ​ອອກ​ໜີ​ຈາກ​ເມືອງ​ໄປ​ຊອກຫາ​ອາຫານ ແລ້ວ​ພວກເຂົາ​ກໍ​ຈະ​ຈັບ​ພວກເຮົາ​ທັງເປັນ ແລະ​ຈະ​ຢຶດເອົາ​ເມືອງ.”</verse>
				<verse number="13">ຂ້າຣາຊການ​ຜູ້ໜຶ່ງ​ຂອງ​ກະສັດ​ຈຶ່ງ​ເວົ້າ​ວ່າ, “ເຖິງ​ຢ່າງ​ໃດ​ກໍຕາມ ປະຊາຊົນ​ໃນ​ເມືອງ​ນີ້​ຢູ່​ໃນ​ທ່າ​ໝົດຫວັງ​ດັ່ງ​ຄົນ​ທີ່​ຕາຍ​ແລ້ວ; ສະນັ້ນ ຂໍ​ໃຫ້​ພວກເຮົາ​ສົ່ງ​ຄົນ​ຂີ່​ມ້າ​ຫ້າ​ໂຕ​ທີ່​ຍັງເຫລືອ​ຢູ່​ນີ້ ໄປ​ເບິ່ງ​ວ່າ​ແມ່ນ​ຫຍັງ​ໄດ້​ເກີດຂຶ້ນ​ແທ້.”</verse>
				<verse number="14">ພວກເຂົາ​ຈຶ່ງ​ເລືອກ​ເອົາ​ບາງຄົນ ແລ້ວ​ກະສັດ​ກໍ​ສົ່ງ​ພວກເຂົາ​ຂຶ້ນ​ລົດມ້າ​ສອງ​ຄັນ ພ້ອມ​ທັງ​ແນະນຳ​ໃຫ້​ໄປ​ເບິ່ງ​ວ່າ​ມີ​ຫຍັງ​ເກີດຂຶ້ນ​ແທ້​ກັບ​ກອງທັບ​ຊີເຣຍ.</verse>
				<verse number="15">ເຂົາ​ທັງຫລາຍ​ຈຶ່ງ​ໄດ້​ຕິດຕາມ​ໄປ​ຈົນເຖິງ​ແມ່ນໍ້າ​ຈໍແດນ. ເມື່ອ​ເດີນທາງ​ໄປ​ນັ້ນ ພວກເຂົາ​ພົບ​ເຫັນ​ເຄື່ອງນຸ່ງ ແລະ​ເຄື່ອງໃຊ້​ທີ່​ຊາວ​ຊີເຣຍ​ໄດ້​ປະຖິ້ມ​ໄວ້​ຕາມ​ທາງ ຕອນ​ພວກເຂົາ​ໄດ້​ປົບໜີໄປ. ຄົນ​ເຫຼົ່ານີ້​ຈຶ່ງ​ກັບ​ມາ​ລາຍງານ​ຕໍ່​ກະສັດ.</verse>
				<verse number="16">ຝ່າຍ​ຊາວ​ຊາມາເຣຍ​ກໍ​ຟ້າວ​ອອກ​ໄປ​ເກັບກວາດ​ເອົາ​ເຄື່ອງຂອງ​ໃນ​ຄ້າຍ​ຂອງ​ຊາວ​ຊີເຣຍ. ເຫດການ​ກໍ​ເປັນ​ໄປ​ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້ ຄື​ເຂົ້າເດືອຍ​ທີ​ໜຶ່ງ ສາມ​ກິໂລກຼາມ ຫລື​ເຂົ້າບາເລ​ຫົກ​ກິໂລກຼາມ ຂາຍ​ໃນ​ລາຄາ​ເປັນ​ເງິນ​ຫລຽນ​ດຽວ.</verse>
				<verse number="17">ຝ່າຍ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ໃຫ້​ນາຍ​ທະຫານ​ປະຈຳຕົວ​ຂອງ​ເພິ່ນ ເປັນ​ຜູ້ເຝົ້າຍາມ​ປະຕູ​ເມືອງ. ນາຍ​ທະຫານ​ຜູ້​ນີ້​ຖືກ​ປະຊາຊົນ​ຢຽບ​ຕາຍ ຊຶ່ງ​ເປັນ​ໄປ​ຕາມ​ທີ່​ເອລີຊາ​ໄດ້​ບອກ​ໄວ້​ກ່ອນ ຕອນ​ທີ່​ກະສັດ​ໄປ​ຫາ​ເພິ່ນ​ນັ້ນ.</verse>
				<verse number="18">ເອລີຊາ​ໄດ້​ບອກ​ກະສັດ​ໃນ​ເວລາ​ນັ້ນ​ວ່າ, “ເຂົ້າເດືອຍ​ທີ​ໜຶ່ງ ສາມ​ກິໂລກຼາມ ຫລື​ເຂົ້າບາເລ​ຫົກ​ກິໂລກຼາມ ຈະ​ຂາຍ​ໃນ​ລາຄາ​ເປັນ​ເງິນ​ຫລຽນ​ດຽວ ຕາມ​ລາຄາ​ທ້ອງ​ຕະຫລາດ​ໃນ​ນະຄອນ​ຊາມາເຣຍ.”</verse>
				<verse number="19">ກ່ຽວກັບ​ເລື່ອງນີ້​ນາຍ​ທະຫານ​ຈຶ່ງ​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ​ພຣະເຈົ້າຢາເວ​ຈະ​ເປີດ​ປ່ອງຢ້ຽມ​ແຫ່ງ​ຟ້າ​ສະຫວັນ​ໃຫ້ ສິ່ງນີ້​ຈະ​ເປັນ​ໄປໄດ້​ບໍ່?” ແລ້ວ​ເອລີຊາ​ກໍ​ຕອບ​ວ່າ, “ທ່ານ​ຈະ​ໄດ້​ເຫັນ​ເຫດການ​ເກີດຂຶ້ນ​ກັບຕາ​ຂອງທ່ານ​ເປັນແນ່ ແຕ່​ທ່ານ​ເອງ​ຈະ​ບໍ່ໄດ້​ກິນ.”</verse>
				<verse number="20">ເຫດການ​ໄດ້​ເກີດຂຶ້ນ​ກັບ​ນາຍ​ທະຫານ​ຜູ້​ນີ້ ຄື​ລາວ​ຖືກ​ປະຊາຊົນ​ຢຽບ​ຕາຍ​ທີ່​ປະຕູ​ເມືອງ.</verse>
			</chapter>
			<chapter number="8">
				<verse number="1">ບັດນີ້ ເອລີຊາ​ໄດ້​ບອກ​ຍິງ​ຢູ່​ໃນ​ເມືອງ​ຊູເນມ ຜູ້​ທີ່​ເພິ່ນ​ໄດ້​ເຮັດ​ໃຫ້​ລູກຊາຍ​ຂອງ​ນາງ​ເປັນ​ຄືນ​ມາ​ສູ່​ຊີວິດ​ນັ້ນ​ວ່າ, “ພຣະເຈົ້າຢາເວ​ກຳລັງ​ຈະ​ສົ່ງ​ການອຶດຢາກ​ມາ​ເທິງ​ດິນແດນ​ນີ້​ເປັນ​ເວລາ​ເຈັດ​ປີ.” ທັງ​ບອກ​ໃຫ້​ນາງ ແລະ​ຄອບຄົວ​ໜີໄປ​ຢູ່​ທີ່​ອື່ນ.</verse>
				<verse number="2">ນາງ​ໄດ້​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ເອລີຊາ ແລະ​ໄດ້​ພາ​ຄອບຄົວ​ໜີໄປ​ຢູ່​ຟີລິດສະຕິນ​ເປັນ​ເວລາ​ເຈັດ​ປີ.</verse>
				<verse number="3">ໃນ​ທ້າຍ​ປີ​ທີ​ເຈັດ ນາງ​ໄດ້​ກັບຄືນ​ມາ​ສູ່​ອານາຈັກ​ອິດສະຣາເອນ ແລະ​ເຂົ້າ​ໄປ​ຫາ​ກະສັດ​ເພື່ອ​ຂໍ​ເອົາ​ເຮືອນ ແລະ​ທີ່ດິນ​ຂອງ​ນາງ​ຄືນ.</verse>
				<verse number="4">ນາງ​ພົບ​ກະສັດ​ກຳລັງ​ເວົ້າ​ກັບ​ເກຮາຊິ​ຄົນ​ຮັບໃຊ້​ຂອງ​ເອລີຊາ; ກະສັດ​ຢາກ​ຮູ້​ເຖິງ​ເລື່ອງ​ທີ່​ເອລີຊາ​ເຮັດ​ການ​ອັດສະຈັນ​ນັ້ນ.</verse>
				<verse number="5">ຂະນະທີ່​ເກຮາຊິ​ກຳລັງ​ບອກ​ກະສັດ​ວ່າ, ເອລີຊາ​ໄດ້​ເຮັດ​ໃຫ້​ຄົນຕາຍ​ເປັນ​ຄືນ​ມາ​ສູ່​ຊີວິດ​ຢ່າງໃດ​ນັ້ນ ນາງ​ກໍ​ເຂົ້າ​ມາ​ຫາ​ກະສັດ. ເກຮາຊິ​ຈຶ່ງ​ເວົ້າ​ກັບ​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ນີ້ເດ​ຄື​ຍິງ​ຜູ້ນັ້ນ ແລະ​ຜູ້ນີ້​ແມ່ນ​ລູກຊາຍ​ຂອງ​ນາງ ທີ່​ເອລີຊາ​ໄດ້​ເຮັດ​ໃຫ້​ເປັນ​ຄືນ​ມາ​ສູ່​ຊີວິດ.”</verse>
				<verse number="6">ໃນ​ການຕອບ​ຄຳຖາມ​ຂອງ​ກະສັດ ນາງ​ໄດ້​ຢືນຢັນ​ເລື່ອງ​ທີ່​ເກຮາຊິ​ເລົ່າ​ສູ່​ກະສັດ​ຟັງ. ດັ່ງນັ້ນ ກະສັດ​ຈຶ່ງ​ເອີ້ນ​ເອົາ​ຂ້າຣາຊການ​ຜູ້ໜຶ່ງ​ມາ ແລະ​ບອກ​ໃຫ້​ເອົາ​ສິ່ງຂອງ​ທຸກຢ່າງ​ທີ່​ເປັນ​ຂອງ​ນາງ​ຄືນ​ໃຫ້​ນາງ ພ້ອມ​ທັງ​ໃຫ້​ໄລ່​ລາຄາ​ພືດຜົນ​ທັງໝົດ​ທີ່​ໄດ້​ຈາກ​ໄຮ່ນາ​ຂອງ​ນາງ ພາຍ​ໃນ​ເຈັດ​ປີ​ທີ່​ນາງ​ບໍ່​ຢູ່​ນັ້ນ​ຄືນ​ໃຫ້​ນາງ​ດ້ວຍ.</verse>
				<verse number="7">ມີ​ຄັ້ງໜຶ່ງ ເອລີຊາ​ໄດ້​ໄປ​ທີ່​ນະຄອນ​ດາມັສກັດ ໃນ​ຂະນະທີ່​ກະສັດ​ເບັນຮາດາດ​ເປັນ​ໄຂ້​ຢູ່. ເມື່ອ​ມີ​ຄົນ​ມາ​ບອກ​ກະສັດ​ວ່າ ເອລີຊາ​ມາ​ໃນ​ທີ່ນັ້ນ</verse>
				<verse number="8">ເພິ່ນ​ຈຶ່ງ​ກ່າວ​ແກ່​ຮາຊາເອນ ຂ້າຣາຊການ​ຄົນ​ໜຶ່ງ​ຂອງຕົນ​ວ່າ, “ຈົ່ງ​ນຳ​ເອົາ​ຂອງຂວັນ​ນີ້​ໄປ​ໃຫ້​ຄົນ​ຂອງ​ພຣະເຈົ້າ ເພື່ອ​ຂໍ​ເພິ່ນ​ຖາມ​ພຣະເຈົ້າຢາເວ​ວ່າ ເຮົາ​ຈະ​ຫາຍ​ປ່ວຍ​ຫລື​ບໍ່.”</verse>
				<verse number="9">ດັ່ງນັ້ນ ຮາຊາເອນ​ຈຶ່ງ​ຈັດ​ເອົາ​ຜະລິດທະພັນ​ທຸກ​ຊະນິດ​ຢ່າງດີ​ທີ່ສຸດ ໃນ​ນະຄອນ​ດາມັສກັດ​ບັນທຸກ​ໃສ່​ຫລັງ​ອູດ​ສີ່ສິບ​ໂຕ ໄປ​ຫາ​ເອລີຊາ. ເມື່ອ​ຮາຊາເອນ​ເຫັນ​ເອລີຊາ ລາວ​ກໍ​ກ່າວ​ແກ່​ເພິ່ນ​ວ່າ, “ກະສັດ​ເບັນຮາດາດ​ຜູ້ຮັບໃຊ້​ຂອງທ່ານ​ໄດ້​ສົ່ງ​ຂ້ານ້ອຍ​ມາ​ຖາມ​ທ່ານ​ວ່າ ເພິ່ນ​ຈະ​ຫາຍ​ປ່ວຍ​ຫລື​ບໍ່?”</verse>
				<verse number="10">ເອລີຊາ​ຕອບ​ວ່າ, “ພຣະເຈົ້າຢາເວ​ເປີດເຜີຍ​ໃຫ້​ເຮົາ​ຮູ້​ແລ້ວ​ວ່າ ກະສັດ​ຈະ​ຕາຍ, ແຕ່​ໃຫ້​ເຈົ້າ​ໄປ​ບອກ​ເພິ່ນ​ວ່າ ເພິ່ນ​ຈະ​ຫາຍ​ປ່ວຍ.”</verse>
				<verse number="11">ແລ້ວ​ເອລີຊາ​ກໍ​ຈ້ອງເບິ່ງ​ໜ້າ​ຂອງ​ຮາຊາເອນ​ດ້ວຍ​ສາຍຕາ​ອັນ​ເຂັ້ມຂືມ ຈົນ​ລາວ​ຢ້ານ​ແລະ​ຮູ້ສຶກ​ບໍ່​ສະບາຍ​ໃຈ. ທັນໃດນັ້ນ ເອລີຊາ​ກໍ​ຮ້ອງໄຫ້​ຂຶ້ນ.</verse>
				<verse number="12">ຮາຊາເອນ​ຖາມ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ຮ້ອງໄຫ້?” ເອລີຊາ​ຕອບ​ວ່າ, “ເພາະ​ເຮົາ​ຮູ້​ວ່າ ທ່ານ​ຈະ​ເຮັດ​ສິ່ງ​ທີ່​ໂຫດຮ້າຍ​ຕໍ່​ປະຊາຊົນ​ອິດສະຣາເອນ ທ່ານ​ຈະ​ຈູດ​ປ້ອມ​ປ້ອງກັນ​ເມືອງ, ປະຫານ​ຊີວິດ​ຊາຍ​ສະກັນ, ຕົບຕີ​ເດັກນ້ອຍ​ໃຫ້​ເຖິງ​ຕາຍ ແລະ​ຜ່າ​ທ້ອງ​ພວກ​ແມ່ມານ.”</verse>
				<verse number="13">ຮາຊາເອນ​ຕອບ​ວ່າ, “ດ້ວຍເຫດໃດ​ຂ້ານ້ອຍ​ຈຶ່ງ​ຈະ​ມີ​ອຳນາດ​ເຖິງພຽງນັ້ນ ຂ້ານ້ອຍ​ບໍ່ມີ​ຄວາມ​ສຳຄັນ​ຫຍັງ.” ເອລີຊາ​ຕອບ​ຄືນ​ວ່າ, “ພຣະເຈົ້າຢາເວ​ໄດ້​ໃຫ້​ຂ້າພະເຈົ້າ​ຮູ້​ວ່າ ທ່ານ​ຈະ​ເປັນ​ກະສັດ​ແຫ່ງ​ຊີເຣຍ.”</verse>
				<verse number="14">ຮາຊາເອນ​ໄດ້​ກັບຄືນ​ໄປ​ຫາ​ກະສັດ​ເບັນຮາດາດ ແລະ​ເພິ່ນ​ກໍ​ຖາມ​ລາວ​ວ່າ, “ເອລີຊາ​ບອກ​ເຈົ້າ​ວ່າ​ຢ່າງ​ໃດ​ແດ່?” ຮາຊາເອນ​ຕອບ​ວ່າ, “ເພິ່ນ​ບອກ​ຂ້ານ້ອຍ​ວ່າ​ທ່ານ​ຈະ​ຫາຍ​ປ່ວຍ​ແທ້.”</verse>
				<verse number="15">ແຕ່​ໃນ​ມື້​ຕໍ່ມາ ຮາຊາເອນ​ໄດ້​ໃຊ້​ຜ້າ​ຫົ່ມ​ຈຸ່ມ​ນໍ້າ ແລະ​ເອົາ​ໄປ​ປົກ​ໜ້າ​ກະສັດ​ຈົນຕາຍ. ແລ້ວ​ຮາຊາເອນ​ກໍ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຊີເຣຍ​ແທນ​ເບັນຮາດາດ.</verse>
				<verse number="16">ໃນ​ຣາຊການ​ປີ​ທີ​ຫ້າ​ຂອງ​ໂຢຣາມ ລູກຊາຍ​ຂອງ​ອາຮາບ​ກະສັດ​ແຫ່ງ​ອິດສະຣາເອນ ເຈົ້າ​ເຢໂຮຣາມ ລູກຊາຍ​ຂອງ​ເຈົ້າ​ເຢໂຮຊາຟັດ​ກໍໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ</verse>
				<verse number="17">ເມື່ອ​ເພິ່ນ​ອາຍຸ​ໄດ້​ສາມສິບສອງ​ປີ ແລະ​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ແປດ​ປີ.</verse>
				<verse number="18">ຍ້ອນ​ເມຍ​ຂອງ​ເພິ່ນ​ເປັນ​ລູກສາວ​ຂອງ​ກະສັດ​ອາຮາບ ກະສັດ​ເຢໂຮຣາມ​ຈຶ່ງ​ຕິດຕາມ​ແບບ​ຢ່າງ​ອັນ​ຊົ່ວຮ້າຍ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ ເໝືອນກັນ​ກັບ​ຄອບຄົວ​ຂອງ​ກະສັດ​ອາຮາບ. ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ</verse>
				<verse number="19">ແຕ່​ພຣະເຈົ້າຢາເວ​ບໍ່​ຢາກ​ທຳລາຍ​ອານາຈັກ​ຢູດາຍ ເນື່ອງ​ຈາກ​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ກະສັດ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ​ວ່າ ລູກຫລານ​ຂອງ​ເພິ່ນ​ຈະ​ຂຶ້ນ​ປົກຄອງ​ສືບ​ຕໍ່ໄປ.</verse>
				<verse number="20">ໃນ​ຣາຊການ​ຂອງ​ກະສັດ​ເຢໂຮຣາມ​ນັ້ນ ເອໂດມ​ໄດ້​ກະບົດ​ຕໍ່​ຢູດາຍ ແລະ​ກາຍເປັນ​ອານາຈັກ​ເອກະລາດ.</verse>
				<verse number="21">ດັ່ງນັ້ນ ກະສັດ​ເຢໂຮຣາມ​ຈຶ່ງ​ຍົກທັບ​ພ້ອມ​ລົດຮົບ​ທັງໝົດ​ໄປ​ເມືອງ​ຊາອີ. ໃນ​ຕອນ​ກາງຄືນ ກະສັດ​ເຢໂຮຣາມ​ກັບ​ຜູ້​ບັນຊາການ​ລົດຮົບ ໄດ້​ຕີ​ຜ່າ​ວົງລ້ອມ​ຂອງ​ກອງທັບ​ຊາວ​ເອໂດມ ຊຶ່ງ​ໄດ້​ປິດລ້ອມ​ພວກເພິ່ນ​ໄວ້; ສ່ວນ​ພວກ​ທະຫານ​ຂອງເພິ່ນ​ນັ້ນ​ໄດ້​ກະຈັດ​ກະຈາຍ​ໜີ​ຄືນ​ເມືອ​ເຮືອນ​ຂອງ​ໃຜ​ລາວ.</verse>
				<verse number="22">ຕັ້ງແຕ່​ນັ້ນ​ມາ ເອໂດມ​ກໍ​ບໍ່ໄດ້​ຂຶ້ນ​ກັບ ອານາຈັກ​ຢູດາຍ​ອີກ​ຕໍ່ໄປ. ໃນ​ໄລຍະ​ເວລາ​ດຽວກັນນີ້ ເມືອງ​ລິບນາ​ກໍ​ເປັນ​ກະບົດ​ດ້ວຍ.</verse>
				<verse number="23">ສິ່ງ​ອື່ນ​ທີ່​ກະສັດ​ເຢໂຮຣາມ​ໄດ້​ກະທຳ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.</verse>
				<verse number="24">ກະສັດ​ເຢໂຮຣາມ​ໄດ້​ຕາຍໄປ​ແລະ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ແຫ່ງ​ກະສັດ​ທີ່​ເມືອງ​ຂອງ​ດາວິດ. ແລ້ວ​ອາຮາຊີຢາ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="25">ໃນ​ຣາຊການ​ປີ​ທີ​ສິບສອງ​ຂອງ​ເຈົ້າ​ໂຢຣາມ​ລູກຊາຍ​ຂອງ​ເຈົ້າ​ອາຮາບ​ກະສັດ​ແຫ່ງ​ອິດສະຣາເອນ; ເຈົ້າ​ອາຮາຊີຢາ ລູກຊາຍ​ຂອງ​ເຈົ້າ​ເຢໂຮຣາມ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ</verse>
				<verse number="26">ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວສອງ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ໜຶ່ງ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ອາທາລີຢາ ລູກສາວ​ຂອງ​ກະສັດ​ອາຮາບ ແລະ​ຫລານ​ສາວ​ຂອງ​ກະສັດ​ອົມຣີ​ແຫ່ງ​ອິດສະຣາເອນ.</verse>
				<verse number="27">ຍ້ອນ​ກະສັດ​ອາຮາຊີຢາ​ເປັນ​ຫຼານ​ຊາຍ​ຂອງ​ກະສັດ​ອາຮາບ ເພິ່ນ​ຈຶ່ງ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ເໝືອນກັນ​ກັບ​ຄອບຄົວ​ຂອງ​ກະສັດ​ອາຮາບ.</verse>
				<verse number="28">ກະສັດ​ອາຮາຊີຢາ​ໄດ້​ຮ່ວມມື​ກັບ​ກະສັດ​ໂຢຣາມ​ແຫ່ງ​ອິດສະຣາເອນ ເຮັດ​ເສິກ​ຕໍ່ສູ້​ກະສັດ​ຮາຊາເອນ​ແຫ່ງ​ຊີເຣຍ. ກອງທັບ​ທັງສອງ​ຝ່າຍ​ໄດ້​ຍົກທັບ​ໄປ​ປະທະ​ກັນ​ທີ່​ເມືອງ​ຣາໂມດ​ໃນ​ກີເລອາດ ແລະ​ກະສັດ​ໂຢຣາມ​ໄດ້​ຖືກ​ບາດ​ເຈັບ​ໃນ​ສະໜາມຮົບ.</verse>
				<verse number="29">ເພິ່ນ​ໄດ້​ກັບຄືນ​ເມືອ​ເມືອງ​ຢິດຊະເຣນ​ເພື່ອ​ປິ່ນປົວ​ບາດແຜ​ຂອງຕົນ ແລະ​ກະສັດ​ອາຮາຊີຢາ​ກໍໄດ້​ໄປ​ຢ້ຽມຢາມ​ເພິ່ນ​ຢູ່​ໃນ​ເມືອງນີ້.</verse>
			</chapter>
			<chapter number="9">
				<verse number="1">ໃນ​ໄລຍະ​ນັ້ນ​ເອງ ຜູ້ທຳນວາຍ​ເອລີຊາ​ໄດ້​ເອີ້ນ​ຜູ້ທຳນວາຍ​ໜຸ່ມ​ຄົນ​ໜຶ່ງ​ມາ ແລະ​ບອກ​ວ່າ, “ຈົ່ງ​ຕຽມຕົວ​ໄປ​ທີ່​ເມືອງ​ຣາໂມດ​ໃນ​ກີເລອາດ. ໃຫ້​ເອົາ​ແກ້ວ​ນໍ້າມັນ​ໝາກກອກເທດ​ນີ້​ໄປ​ນຳ</verse>
				<verse number="2">ເມື່ອ​ໄປ​ຮອດ​ພຸ້ນ​ແລ້ວ ໃຫ້​ຊອກ​ຫາ​ເຢຮູ​ລູກຊາຍ​ເຢໂຮຊາຟັດ ແລະ​ຫລານຊາຍ​ນິມຊີ. ໃຫ້​ພາ​ລາວ​ອອກ​ໜີ​ຈາກ​ໝູ່​ເພື່ອນ​ໄປ​ໃນ​ຫ້ອງ​ສ່ວນ​ຕົວ​ຕ່າງຫາກ,</verse>
				<verse number="3">ຖອກ​ນໍ້າມັນ​ໝາກກອກເທດ​ນີ້​ໃສ່​ຫົວ​ລາວ ແລະ​ເວົ້າ​ວ່າ, ‘ພຣະເຈົ້າຢາເວ​ປະກາດ​ວ່າ, ພຣະອົງ​ຫົດສົງ​ເຈົ້າ​ໃຫ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ.’ ແລ້ວ​ໃຫ້​ເຈົ້າ​ອອກ​ໜີໄປ​ຈາກ​ເມືອງ ໄວ​ເທົ່າທີ່ຈະ​ໄວ​ໄດ້.”</verse>
				<verse number="4">ດັ່ງນັ້ນ ຜູ້ທຳນວາຍ​ໜຸ່ມ​ຄົນ​ນີ້​ຈົ່ງ​ໄປ​ທີ່​ເມືອງ​ຣາໂມດ.</verse>
				<verse number="5">ໃນ​ທີ່ນັ້ນ ລາວ​ໄດ້​ພົບ​ພວກ​ນາຍ​ທະຫານ​ທີ່​ປະຊຸມ​ກັນ​ຢູ່. ລາວ​ເວົ້າ​ວ່າ, “ທ່ານເອີຍ ຂ້າພະເຈົ້າ​ມີ​ຂ່າວ​ດີ​ສຳລັບ​ທ່ານ.” ເຢຮູ​ຖາມ​ວ່າ, “ໃນ​ພວກເຮົາ​ນີ້ ທ່ານ​ຢາກ​ເວົ້າ​ກັບ​ຜູ້ໃດ?” ລາວ​ຕອບ​ວ່າ, “ກັບ​ທ່ານ​ນັ້ນແຫລະ.”</verse>
				<verse number="6">ແລ້ວ​ທັງສອງ​ກໍ​ເຂົ້າ​ໄປ​ຂ້າງ​ໃນ. ຜູ້ທຳນວາຍ​ໜຸ່ມ​ໄດ້​ຖອກ​ນໍ້າມັນ​ໝາກກອກເທດ​ໃສ່​ຫົວ​ເຢຮູ ແລະ​ກ່າວ​ແກ່​ລາວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ປະກາດ​ວ່າ, ‘ເຮົາ​ຫົດສົງ​ເຈົ້າ​ໃຫ້​ເປັນ​ກະສັດ​ຂອງ​ຊາວ​ອິດສະຣາເອນ ປະຊາຊົນ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="7">ເຈົ້າ​ຕ້ອງ​ຂ້າ​ກະສັດ​ຜູ້​ເປັນ​ນາຍ​ຂອງເຈົ້າ​ຄື​ລູກຊາຍ​ຂອງ​ອາຮາບ ເພື່ອ​ເປັນ​ການ​ລົງໂທດ​ນາງ​ເຢເຊເບນ​ທີ່​ໄດ້​ຂ້າ​ພວກ​ຜູ້ທຳນວາຍ ແລະ​ຜູ້ຮັບໃຊ້​ຄົນອື່ນໆ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="8">ຄອບຄົວ​ທັງໝົດ​ຕະຫລອດ​ທັງ​ເຊື້ອສາຍ​ຂອງ​ອາຮາບ​ຕ້ອງ​ຕາຍ; ເຮົາ​ຈະ​ກຳຈັດ​ຊາຍ​ທຸກຄົນ ບໍ່​ວ່າ​ໜຸ່ມ ຫລື​ແກ່​ໃນ​ຄອບຄົວ​ຂອງ​ລາວ​ໃຫ້​ໝົດສິ້ນໄປ.</verse>
				<verse number="9">ເຮົາ​ຈະ​ເຮັດ​ຕໍ່​ຄອບຄົວ​ຂອງ​ອາຮາບ ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ຄອບຄົວ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ແລະ​ຕໍ່​ບາອາຊາ​ລູກຊາຍ​ຂອງ​ອາຮີຢາ.</verse>
				<verse number="10">ຊາກສົບ​ຂອງ​ນາງ​ເຢເຊເບນ​ຈະ​ບໍ່ໄດ້​ຖືກ​ຝັງ​ໄວ້, ແຕ່​ຈະ​ຖືກ​ໝາ​ຢູ່​ໃນ​ເຂດແດນ​ຢິດຊະເຣນ​ກັດ​ກິນ.”’ ຫລັງຈາກ​ເວົ້າ​ຈົບ​ແລ້ວ ຜູ້ທຳນວາຍ​ໜຸ່ມ​ກໍ​ອອກ​ຈາກ​ຫ້ອງ​ແລະ​ໜີໄປ.</verse>
				<verse number="11">ເຢຮູ​ໄດ້​ກັບຄືນ​ມາ​ຫາ​ພວກ​ໝູ່​ນາຍ​ທະຫານ​ຂອງຕົນ ແລ້ວ​ພວກເຂົາ​ກໍ​ຖາມ​ລາວ​ວ່າ, “ທຸກສິ່ງ​ເປັນ​ໄປ​ໂດຍ​ດີ​ບໍ່? ຄົນບ້າ​ຜູ້ນັ້ນ​ຕ້ອງການ​ຫຍັງ​ຈາກ​ເຈົ້າ?” ເຢຮູ​ຕອບ​ວ່າ, “ພວກທ່ານ​ຮູ້​ດີ​ວ່າ​ລາວ​ຢາກ​ໄດ້​ຫຍັງ.”</verse>
				<verse number="12">ພວກເຂົາ​ຕອບ​ວ່າ, “ບໍ່ ພວກຂ້ອຍ​ບໍ່​ຮູ້ ບອກ​ມາ​ເບິ່ງດູ​ວ່າ ລາວ​ເວົ້າ​ຫຍັງ​ແດ່?” ເຢຮູ​ຕອບ​ວ່າ, “ລາວ​ໄດ້​ບອກ​ຂ້ອຍ​ວ່າ, ‘ພຣະເຈົ້າຢາເວ​ປະກາດ​ດັ່ງນີ້: ເຮົາ​ຫົດສົງ​ເຈົ້າ​ໃຫ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ.”’</verse>
				<verse number="13">ໃນ​ທັນໃດນັ້ນ ໝູ່​ເພື່ອນ​ນາຍ​ທະຫານ​ຂອງ​ເຢຮູ​ກໍ​ເອົາ​ເສື້ອຄຸມ​ຂອງ​ພວກຕົນ ປູ​ໃສ່​ຂັ້ນໄດ​ໃຫ້​ເຢຮູ​ຢືນ​ຢຽບ. ພວກເຂົາ​ເປົ່າ​ແກ ແລະ​ຮ້ອງ​ຂຶ້ນ​ວ່າ, “ເຢຮູ ເປັນ​ກະສັດ.”</verse>
				<verse number="14">ແລ້ວ​ເຢຮູ​ລູກຊາຍ​ຂອງ​ເຢໂຮຊາຟັດ​ຫຼານຊາຍ​ຂອງ​ນິມຊີ​ກໍ​ວາງແຜນ​ກະບົດ​ຕໍ່​ກະສັດ​ໂຢຣາມ ທີ່​ພັກເຊົາ​ຢູ່​ໃນ​ເມືອງ​ຢິດຊະເຣນ ບ່ອນ​ທີ່​ເພິ່ນ​ພັກຟື້ນ​ຈາກ​ການ​ປິ່ນປົວ​ບາດແຜ ຊຶ່ງ​ເພິ່ນ​ໄດ້​ຮັບ​ໃນ​ສະໜາມຮົບ​ທີ່​ເມືອງ​ຣາໂມດ ຕໍ່ສູ້​ເຈົ້າ​ຮາຊາເອນ​ກະສັດ​ແຫ່ງ​ຊີເຣຍ. ເຢຮູ​ເວົ້າ​ກັບ​ເພື່ອນ​ນາຍ​ທະຫານ​ຂອງຕົນ​ວ່າ, “ຖ້າ​ພວກທ່ານ​ຢູ່​ຝ່າຍ​ຂ້າພະເຈົ້າ ຢ່າ​ໃຫ້​ຜູ້ໜຶ່ງ​ຜູ້ໃດ​ລັກລອບ​ໜີ​ອອກ​ຈາກ​ເມືອງ​ຣາໂມດ​ເພື່ອ​ໄປ​ເຕືອນ​ຊາວ​ຢິດຊະເຣນ​ໄດ້​ເປັນ​ເດັດຂາດ.”</verse>
				<verse number="15"></verse>
				<verse number="16">ແລ້ວ​ເຢຮູ​ກໍ​ຂຶ້ນ​ລົດມ້າ​ຂອງຕົນ​ຂີ່​ອອກ​ໄປ​ສູ່​ເມືອງ​ຢິດຊະເຣນ. ຝ່າຍ​ໂຢຣາມ​ກໍ​ຍັງ​ບໍ່ທັນ​ຫາຍດີ​ເທື່ອ ແລ້ວ​ເຈົ້າ​ອາຮາຊີຢາ​ກະສັດ​ແຫ່ງ​ຢູດາຍ​ກໍ​ຍັງ​ຢ້ຽມຢາມ​ເພິ່ນ​ຢູ່​ທີ່​ນັ້ນ.</verse>
				<verse number="17">ທະຫານ​ຍາມ​ຜູ້ໜຶ່ງ​ທີ່​ຢູ່​ເທິງ​ຫໍຄອຍ​ເມືອງ​ຢິດຊະເຣນ ໄດ້​ເຫັນ​ເຢຮູ​ກັບ​ພວກ​ທະຫານ​ຂອງ​ລາວ​ມຸ່ງໜ້າ​ໃກ້​ເຂົ້າ​ມາ. ລາວ​ຮ້ອງ​ຂຶ້ນ​ວ່າ, “ຂ້ານ້ອຍ​ເຫັນ​ບາງຄົນ​ກຳລັງ​ຂີ່​ມ້າ​ມາ.” ກະສັດ​ໂຢຣາມ​ສັ່ງ​ວ່າ, “ສົ່ງ​ທະຫານ​ມ້າ​ອອກ​ໄປ​ເບິ່ງດູ​ວ່າ ພວກເຂົາ​ເປັນ​ມິດ ຫລື​ເປັນ​ສັດຕູ.”</verse>
				<verse number="18">ຜູ້ນຳຂ່າວ​ໄດ້​ຂີ່​ມ້າ​ອອກ​ໄປ​ພົບ​ເຢຮູ ແລະ​ຖາມ​ລາວ​ວ່າ, “ກະສັດ​ຢາກ​ຮູ້ຈັກ​ວ່າ ທ່ານ​ມາ​ໃນ​ຖານະ​ເປັນ​ມິດ​ຫລື​ບໍ່?” ເຢຮູ​ຕອບ​ວ່າ, “ບໍ່ແມ່ນ​ທຸລະ​ຂອງເຈົ້າ ຈົ່ງ​ຕາມ​ຂ້ອຍ​ມາ.” ທະຫານ​ຢູ່​ເທິງ​ຫໍຄອຍ​ໄດ້​ລາຍງານ​ວ່າ, “ຜູ້ນຳຂ່າວ​ໄດ້​ໄປ​ຮອດ​ຄົນ​ກຸ່ມ​ນັ້ນ​ແລ້ວ ແຕ່​ລາວ​ບໍ່ໄດ້​ກັບຄືນ​ມາ.”</verse>
				<verse number="19">ເພິ່ນ​ສົ່ງ​ຜູ້ນຳຂ່າວ​ຄົນ​ໜຶ່ງ​ອອກ​ໄປ​ອີກ ແລະ​ຖາມ​ເຢຮູ​ຢ່າງ​ດຽວກັນ. ເຢຮູ​ຕອບ​ຄື​ເກົ່າ​ອີກ​ວ່າ, “ບໍ່ແມ່ນ​ທຸລະ​ຂອງເຈົ້າ ຈົ່ງ​ຕາມ​ຂ້ອຍ​ມາ.”</verse>
				<verse number="20">ທະຫານ​ຍາມ​ລາຍງານ​ຕື່ມ​ວ່າ, “ຜູ້ນຳຂ່າວ​ໄດ້​ໄປ​ຮອດ​ຄົນ​ກຸ່ມ​ນັ້ນ​ແລ້ວ, ແຕ່​ລາວ​ບໍ່ໄດ້​ກັບຄືນ​ມາ.” ລາວ​ເວົ້າ​ຕໍ່ໄປ​ວ່າ, “ຫົວໜ້າ​ກຸ່ມ​ຜູ້​ຂັບ​ລົດມ້າ​ມາ​ນັ້ນ​ເປັນ​ດັ່ງ​ຄົນບ້າ ເບິ່ງ​ຄື​ແມ່ນ​ເຢຮູ​ຫຼານຊາຍ​ຂອງ​ນິມຊີ.”</verse>
				<verse number="21">ກະສັດ​ໂຢຣາມ​ສັ່ງ​ວ່າ, “ຕຽມ​ລົດຮົບ​ຂອງເຮົາ​ໄວ້​ໃຫ້​ພ້ອມ.” ເມື່ອ​ຕຽມພ້ອມ​ແລ້ວ ກະສັດ​ໂຢຣາມ​ແຫ່ງ​ອິດສະຣາເອນ ແລະ​ກະສັດ​ອາຮາຊີຢາ​ແຫ່ງ​ຢູດາຍ​ກໍ​ຂີ່​ລົດຮົບ​ຄົນລະ​ຄັນ​ອອກ​ໄປ​ພົບ​ເຢຮູ. ທັງສອງ​ພົບ​ກັບ​ເຢຮູ​ທີ່​ທົ່ງນາ​ຂອງ​ນາໂບດ​ຊາວ​ຢິດຊະເຣນ.</verse>
				<verse number="22">ກະສັດ​ໂຢຣາມ​ຖາມ​ລາວ​ວ່າ, “ທ່ານ​ມາ​ຢ່າງ​ສັນຕິ​ຫລື​ບໍ່?” ເຢຮູ​ຕອບ​ວ່າ, “ຈະ​ມີ​ສັນຕິ​ໄດ້​ຢ່າງໃດ ເມື່ອ​ຍັງ​ມີ​ການ​ຝຶກ​ເວດມົນ​ກົນຄາຖາ ແລະ​ການຂາບໄຫວ້​ຮູບ​ພະ​ທີ່​ເຢເຊເບນ​ແມ່​ຂອງທ່ານ​ໄດ້​ເລີ່ມ​ຂຶ້ນ?”</verse>
				<verse number="23">ກະສັດ​ໂຢຣາມ​ລ້ຽວ​ລົດມ້າ​ປົບໜີ ພ້ອມ​ທັງ​ຮ້ອງ​ຂຶ້ນ​ວ່າ, “ອາຮາຊີຢາ​ເອີຍ ພວກ​ນີ້​ເປັນ​ກະບົດ.”</verse>
				<verse number="24">ເຢຮູ​ຍິງ​ທະນູ​ຈົນ​ສຸດ​ກຳລັງ​ຂອງຕົນ ແລະ​ລູກທະນູ​ຖືກ​ຫລັງ​ຂອງ​ໂຢຣາມ ຈົນ​ຊອດ​ຫົວໃຈ. ໂຢຣາມ​ລົ້ມ​ລົງ​ຕາຍ​ໃນ​ລົດມ້າ​ຂອງ​ເພິ່ນ</verse>
				<verse number="25">ແລະ​ເຢຮູ​ໄດ້​ເວົ້າ​ຕໍ່​ບິດການ ນາຍ​ທະຫານ​ປະຈຳຕົວ​ຂອງຕົນ​ວ່າ, “ເອົາ​ຊາກສົບ​ຂອງ​ມັນ​ໂຍນ​ໃສ່​ທົ່ງນາ​ຂອງ​ນາໂບດ​ຊາວ​ຢິດຊະເຣນ. ເຈົ້າ​ຈື່​ໄດ້​ບໍ່​ວ່າ ຕອນ​ເຮົາ​ທັງສອງ​ຂີ່​ມ້າ​ຕາມ​ຫລັງ​ກະສັດ​ອາຮາບ ພໍ່​ຂອງ​ໂຢຣາມ​ໄປ​ນັ້ນ ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່ສູ້​ກະສັດ​ອາຮາບ​ດ້ວຍ​ຖ້ອຍຄຳ​ດັ່ງນີ້:</verse>
				<verse number="26">‘ເຮົາ​ໄດ້​ເຫັນ​ເຈົ້າ​ຂ້າ​ນາໂບດ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ມື້​ວານ​ນີ້. ເຮົາ​ຈຶ່ງ​ສາບານ​ວ່າ​ຈະ​ລົງໂທດ​ເຈົ້າ​ໃນ​ທົ່ງນາ​ບ່ອນ​ດຽວກັນ​ນີ້.’ ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ດັ່ງນີ້ ແລະ​ບັດນີ້ ຈົ່ງ​ເອົາ​ຊາກສົບ​ຂອງ​ໂຢຣາມ​ໂຍນ​ໃສ່​ໃນ​ທົ່ງນາ​ຂອງ​ນາໂບດ ເພື່ອ​ໃຫ້​ເປັນ​ໄປ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.”</verse>
				<verse number="27">ເມື່ອ​ກະສັດ​ອາຮາຊີຢາ​ເຫັນ​ເຫດການ​ເກີດຂຶ້ນ​ເຊັ່ນນີ້ ຈຶ່ງ​ຂັບ​ລົດມ້າ​ປົບໜີໄປ​ທາງ​ເມືອງ​ເບັດຮາການ ແລະ​ເຢຮູ​ໄດ້​ໄລ່ຕາມ​ເພິ່ນ​ໄປ. ເຢຮູ​ສັ່ງ​ທະຫານ​ຂອງຕົນ​ວ່າ, “ໃຫ້​ຂ້າ​ລາວ​ຄືກັນ” ແລະ​ພວກເຂົາ​ໄດ້​ເຮັດ​ໃຫ້​ເພິ່ນ​ບາດເຈັບ ໃນ​ຂະນະທີ່​ເພິ່ນ​ຂີ່​ລົດມ້າ​ໜີໄປ​ທາງ​ເມືອງ​ກູເຣ ໃກ້​ກັບ​ເມືອງ​ອິບເລອາມ, ແຕ່​ກະສັດ​ອາຮາຊີຢາ​ຍັງ​ທົນ​ປົບໜີ​ຕໍ່ໄປ ຈົນເຖິງ​ເມືອງ​ເມກິດໂດ ແລະ​ຕາຍ​ຢູ່​ທີ່​ນັ້ນ.</verse>
				<verse number="28">ພວກ​ນາຍ​ທະຫານ​ຂອງ​ເພິ່ນ​ໄດ້​ນຳ​ເອົາ​ຊາກສົບ​ໃສ່​ລົດຮົບ ກັບຄືນ​ເມືອ​ນະຄອນ​ເຢຣູຊາເລັມ ແລະ​ຝັງ​ຊາກສົບ​ຂອງ​ເພິ່ນ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ​ທີ່​ເມືອງ​ຂອງ​ດາວິດ.</verse>
				<verse number="29">ເຈົ້າ​ອາຮາຊີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ ໃນ​ຣາຊການ​ປີ​ທີ​ສິບເອັດ​ຂອງ​ໂຢຣາມ​ລູກຊາຍ​ຂອງ​ກະສັດ​ອາຮາບ ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="30">ເຢຮູ​ໄດ້​ມາ​ຮອດ​ເມືອງ​ຢິດຊະເຣນ. ນາງ​ເຢເຊເບນ​ໄດ້ຍິນ​ທຸກ​ເລື່ອງ​ທີ່​ເກີດຂຶ້ນ ນາງ​ກໍ​ແຕ້ມ​ຄິ້ວ​ແຕ່ງ​ຜົມ ແລະ​ຢືນ​ແນມເບິ່ງ​ໄປ​ທາງ​ປ່ອງຢ້ຽມ​ວັງ.</verse>
				<verse number="31">ຂະນະທີ່​ເຢຮູ​ຜ່ານ​ປະຕູ​ເມືອງ​ມາ ນາງ​ກໍ​ຮ້ອງ​ໃສ່​ວ່າ, “ຊິມຣີ ຜູ້​ລອບ​ສັງຫານ​ນາຍ​ຂອງຕົນ ເຈົ້າ​ມາ​ເຮັດ​ຫຍັງ​ຢູ່ນີ້?”</verse>
				<verse number="32">ເຢຮູ​ຫລຽວ​ຂຶ້ນ​ໄປ ແລະ​ຮ້ອງ​ໃສ່​ວ່າ, “ແມ່ນ​ໃຜ​ຢູ່​ຝ່າຍ​ຂ້າພະເຈົ້າ​ແດ່?” ໃນ​ຂະນະນັ້ນ ໄດ້​ມີ​ຊາຍ​ຕອນ​ສອງ​ສາມ​ຄົນ​ໄດ້​ຫລຽວເບິ່ງ​ລາວ​ທາງ​ປ່ອງຢ້ຽມ.</verse>
				<verse number="33">ລາວ​ຈຶ່ງ​ຮ້ອງ​ບອກ​ພວກເຂົາ​ວ່າ, “ໂຍນ​ນາງ​ລົງ​ມາ​ນີ້”. ພວກເຂົາ​ໄດ້​ໂຍນ​ນາງ​ລົງ ແລະ​ເລືອດ​ນາງ​ໄດ້​ຟົ້ງ​ຖືກ​ຝາ​ແລະ​ຖືກ​ຝູງມ້າ. ເຢຮູ​ຂັບ​ລົດມ້າ​ຂອງຕົນ​ຢຽບ​ຊາກສົບ​ຂອງ​ນາງ</verse>
				<verse number="34">ເຂົ້າ​ໄປ​ໃນ​ວັງ ແລະ​ຮັບປະທານ​ອາຫານ​ຢູ່​ທີ່​ນັ້ນ. ແລ້ວ​ລາວ​ກໍ​ສັ່ງ​ວ່າ, “ເອົາ​ຍິງ​ຊົ່ວຊ້າ​ຄົນ​ນັ້ນ​ໄປ​ຝັງ​ເສຍ ເຖິງຢ່າງໃດ​ນາງ​ກໍ​ເປັນ​ລູກສາວ​ຂອງ​ກະສັດ.”</verse>
				<verse number="35">ແຕ່​ພວກ​ທີ່​ອອກ​ໄປ​ຝັງ​ຊາກສົບ​ຂອງ​ນາງ​ບໍ່ໄດ້​ພົບ​ຫຍັງ​ໝົດ ນອກຈາກ​ກະໂຫລກ​ຫົວ, ກະດູກ​ມື ແລະ​ກະດູກ​ຕີນ.</verse>
				<verse number="36">ເມື່ອ​ພວກເຂົາ​ມາ​ລາຍງານ​ເຫດການ​ນີ້​ຕໍ່​ເຢຮູ, ລາວ​ຈຶ່ງ​ເວົ້າ​ຂຶ້ນ​ວ່າ, “ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ທີ່​ໄດ້​ບອກ​ວ່າ​ສິ່ງ​ເຫຼົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ​ຄາວ​ທີ່​ພຣະອົງ​ກ່າວ​ແກ່​ເອລີຢາ ຊາວ​ຕີຊະເບ​ຜູ້ຮັບໃຊ້​ຂອງ​ພຣະອົງ​ວ່າ, ‘ຝູງ​ໝາ​ຈະ​ກັດກິນ​ຊາກສົບ​ຂອງ​ນາງ​ເຢເຊເບນ​ທີ່​ດິນແດນ​ຢິດຊະເຣນ.</verse>
				<verse number="37">ສ່ວນ​ທີ່​ເຫຼືອ​ຈາກ​ຊາກສົບ​ຂອງ​ນາງ ກໍ​ຈະ​ຖືກ​ກະຈັດ​ກະຈາຍ​ໄປ​ທົ່ວ​ດິນແດນ​ຢິດຊະເຣນ ດັ່ງ​ຂີ້​ສັດ ເພື່ອ​ຈະ​ບໍ່ມີ​ໃຜ​ຢືນຢັນ​ໄດ້​ວ່າ​ເປັນ​ຊາກສົບ​ຂອງ​ນາງ.”’</verse>
			</chapter>
			<chapter number="10">
				<verse number="1">ກະສັດ​ອາຮາບ​ມີ​ລູກຫລານ​ເຈັດສິບ​ຄົນ ທີ່​ນະຄອນ​ຊາມາເຣຍ. ເຢຮູ​ໄດ້​ຂຽນ​ຈົດໝາຍ​ສົ່ງ​ໄປ​ຫາ​ບັນດາ​ຜູ້ປົກຄອງ​ເມືອງ, ບັນດາ​ຜູ້ນຳ​ປະຊາຊົນ ແລະ​ບັນດາ​ຜູ້​ເບິ່ງແຍງ​ລູກຫລານ​ຂອງ​ກະສັດ​ອາຮາບ. ຈົດໝາຍ​ນັ້ນ​ມີ​ເນື້ອຄວາມ​ດັ່ງນີ້:</verse>
				<verse number="2">“ພວກທ່ານ​ຜູ້​ມີ​ໜ້າທີ່​ເບິ່ງແຍງ​ລູກຫລານ​ຂອງ​ກະສັດ ພວກທ່ານ​ມີ​ພຽບພ້ອມ​ທັງ​ລົດຮົບ, ມ້າ, ອາວຸດ ແລະ​ເມືອງ​ຕ່າງໆ​ທີ່​ມີ​ປ້ອມ​ປ້ອງກັນ​ອັນ​ແໜ້ນໜາ. ດັ່ງນັ້ນ ເມື່ອ​ພວກທ່ານ​ໄດ້​ຮັບ​ຈົດໝາຍ​ນີ້​ແລ້ວ</verse>
				<verse number="3">ຂໍ​ໃຫ້​ພວກທ່ານ​ເລືອກເອົາ​ຜູ້ໜຶ່ງ ທີ່​ມີ​ຄຸນສົມບັດ​ດີ​ໃນ​ບັນດາ​ລູກຫລານ​ຂອງ​ກະສັດ, ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ ແລະ​ໃຫ້​ລາວ​ຕໍ່ສູ້​ເພື່ອ​ປ້ອງກັນ​ລາວ​ເອງ.”</verse>
				<verse number="4">ແລ້ວ​ພວກ​ຜູ້ປົກຄອງ​ນະຄອນ​ຊາມາເຣຍ​ຕ່າງ​ກໍ​ຢ້ານກົວ​ຫລາຍ ຈຶ່ງ​ເວົ້າ​ກັນ​ວ່າ, “ພວກເຮົາ​ຈະ​ຄັດຄ້ານ​ເຢຮູ​ໄດ້​ຢ່າງໃດ ໃນ​ເມື່ອ​ກະສັດ​ໂຢຣາມ ແລະ​ກະສັດ​ອາຮາຊີຢາ​ກໍ​ຍັງ​ຕໍ່ຕ້ານ​ລາວ​ບໍ່ໄດ້.”</verse>
				<verse number="5">ສະນັ້ນ ຂ້າຣາຊການ​ຜູ້​ກຳກັບ​ຣາຊວັງ ແລະ​ຂ້າຣາຊການ​ຜູ້ປົກຄອງ​ເມືອງ ພ້ອມ​ດ້ວຍ​ຜູ້ນຳ​ປະຊາຊົນ ແລະ​ພວກ​ຜູ້​ເບິ່ງແຍງ​ລູກຫລານ​ຂອງ​ກະສັດ ຈຶ່ງ​ສົ່ງ​ຂໍ້ຄວາມ​ໄປ​ຫາ​ເຢຮູ​ວ່າ, “ພວກ​ຂ້າພະເຈົ້າ​ເປັນ​ຜູ້ຮັບໃຊ້​ທ່ານ ແລະ​ພ້ອມແລ້ວ​ທີ່​ຈະ​ປະຕິບັດ​ຕາມ​ທຸກສິ່ງ​ທີ່​ທ່ານ​ສັ່ງ. ແຕ່​ພວກ​ຂ້າພະເຈົ້າ​ຈະ​ບໍ່​ແຕ່ງຕັ້ງ​ຜູ້ໃດ​ຜູ້ໜຶ່ງ​ໃຫ້​ເປັນ​ກະສັດ; ຈົ່ງ​ເຮັດ​ຕາມ​ທີ່​ທ່ານ​ເຫັນ​ວ່າ​ດີທີ່ສຸດ​ເຖີດ.”</verse>
				<verse number="6">ແລ້ວ​ເຢຮູ​ກໍໄດ້​ຂຽນ​ຈົດໝາຍ​ໄປ​ຫາ​ພວກ​ເຫຼົ່ານີ້​ອີກ​ວ່າ, “ຖ້າ​ພວກທ່ານ​ຢູ່​ຝ່າຍ​ຂ້າພະເຈົ້າ ແລະ​ພ້ອມ​ທີ່​ຈະ​ປະຕິບັດ​ຕາມ​ຄຳສັ່ງ, ມື້ອື່ນ​ໃນ​ເວລາ​ດຽວກັນ​ນີ້ ຂໍ​ໃຫ້​ເອົາ​ຫົວ​ພວກ​ລູກຫລານ​ກະສັດ​ອາຮາບ ມາ​ໃຫ້​ຂ້າພະເຈົ້າ​ທີ່​ເມືອງ​ຢິດຊະເຣນ​ນີ້.” ລູກຫລານ​ເຈັດສິບ​ຄົນ ຂອງ​ກະສັດ​ອາຮາບ​ຢູ່​ໃຕ້​ການ​ດູແລ​ເບິ່ງແຍງ ຂອງ​ບັນດາ​ຜູ້ນຳ​ຂອງ​ນະຄອນ​ຊາມາເຣຍ​ຜູ້​ລ້ຽງດູ​ພວກເຂົາ​ມາ​ຈົນ​ໃຫຍ່.</verse>
				<verse number="7">ເມື່ອ​ໄດ້​ຮັບ​ຈົດໝາຍ​ຂອງ​ເຢຮູ​ແລ້ວ, ບັນດາ​ຜູ້ນຳ​ນະຄອນ​ຊາມາເຣຍ​ກໍ​ຂ້າ​ລູກຫລານ​ຂອງ​ກະສັດ​ອາຮາບ​ທັງໝົດ​ເຈັດສິບ​ຄົນ, ເອົາ​ຫົວ​ພວກເຂົາ​ໃສ່​ກະຕ່າ ແລະ​ສົ່ງ​ໄປ​ໃຫ້​ເຢຮູ​ທີ່​ເມືອງ​ຢິດຊະເຣນ.</verse>
				<verse number="8">ເມື່ອ​ມີ​ຄົນ​ບອກ​ເຢຮູ​ວ່າ ຫົວ​ພວກ​ລູກຫລານ​ກະສັດ​ອາຮາບ​ຖືກ​ນຳ​ມາ​ຮອດ​ແລ້ວ ເພິ່ນ​ກໍ​ສັ່ງ​ໃຫ້​ເອົາ​ຫົວ​ເຫຼົ່ານັ້ນ​ກອງ​ຂຶ້ນ​ເປັນ​ສອງ​ກອງ​ທີ່​ປະຕູ​ເມືອງ ແລະ​ປະ​ໄວ້​ຢູ່​ຫັ້ນ​ຈົນເຖິງ​ມື້ອື່ນ​ເຊົ້າ.</verse>
				<verse number="9">ມື້ເຊົ້າມາ ເຢຮູ​ໄດ້​ໄປ​ທີ່​ປະຕູ​ເມືອງ ແລະ​ກ່າວ​ຕໍ່​ພວກ​ທີ່​ຢູ່​ໃນ​ບ່ອນ​ນັ້ນ​ວ່າ, “ຂ້າພະເຈົ້າ​ເອງ​ເປັນ​ຜູ້​ກະບົດ​ຕໍ່​ກະສັດ​ໂຢຣາມ ແລະ​ໄດ້​ຂ້າ​ເພິ່ນ; ພວກທ່ານ​ບໍ່ແມ່ນ​ຜູ້​ຮັບຜິດຊອບ​ໃນ​ເລື່ອງນີ້, ແຕ່​ແມ່ນ​ໃຜ​ທີ່​ຂ້າ​ຄົນ​ເຫຼົ່ານີ້?</verse>
				<verse number="10">ນີ້​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ທຸກ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ກ່ຽວກັບ​ພວກ​ລູກຫລານ​ຂອງ​ກະສັດ​ອາຮາບ​ໄດ້​ກາຍເປັນຈິງ. ພຣະເຈົ້າຢາເວ​ໄດ້​ເຮັດ​ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້ ຜ່ານ​ທາງ​ເອລີຢາ​ຜູ້ຮັບໃຊ້​ຂອງ​ພຣະອົງ.”</verse>
				<verse number="11">ແລ້ວ​ເຢຮູ​ກໍໄດ້​ຂ້າ​ຍາດຕິພີ່ນ້ອງ​ຄົນອື່ນໆ​ທັງໝົດ​ຂອງ​ກະສັດ​ອາຮາບ​ທີ່​ຢູ່​ໃນ​ເມືອງ​ຢິດຊະເຣນ ທັງ​ຂ້າ​ພວກ​ນາຍ​ທະຫານ​ທຸກຄົນ, ໝູ່ເພື່ອນ​ທີ່​ໃກ້ຊິດ ແລະ​ພວກ​ປະໂຣຫິດ​ດ້ວຍ; ບໍ່ມີ​ໃຜ​ເຫຼືອ​ຢູ່​ເລີຍ.</verse>
				<verse number="12">ຕໍ່ມາ ເຢຮູ​ກໍ​ອອກ​ຈາກ​ເມືອງ​ຢິດຊະເຣນ​ໄປ​ທີ່​ນະຄອນ​ຊາມາເຣຍ. ເມື່ອ​ຕາມ​ທາງ​ໄປ​ຮອດ​ບ່ອນ​ທີ່​ເອີ້ນ​ວ່າ, “ຄ້າຍ​ຜູ້ລ້ຽງແກະ.”</verse>
				<verse number="13">ເພິ່ນ​ກໍ​ພົບ​ພວກ​ຍາດຕິພີ່ນ້ອງ​ຂອງ​ກະສັດ​ອາຮາຊີຢາ​ແຫ່ງ​ຢູດາຍ ຈຶ່ງ​ຖາມ​ວ່າ, “ພວກເຈົ້າ​ແມ່ນ​ໃຜ?” ພວກເຂົາ​ຕອບ​ວ່າ, “ພວກເຮົາ​ແມ່ນ​ຍາດຕິພີ່ນ້ອງ​ຂອງ​ກະສັດ​ອາຮາຊີຢາ ພວກເຮົາ​ກຳລັງ​ຈະ​ລົງ​ໄປ​ເມືອງ​ຢິດຊະເຣນ ເພື່ອ​ຢ້ຽມຢາມ​ລູກຫລານ​ຍານາງ​ເຢເຊເບນ ແລະ​ເຊື້ອວົງ​ທຸກຄົນ​ຂອງ​ກະສັດ.”</verse>
				<verse number="14">ເຢຮູ​ສັ່ງ​ວ່າ, “ໃຫ້​ຈັບ​ພວກເຂົາ​ທັງເປັນ.” ພວກ​ທະຫານ​ໄດ້​ໄລ່​ຈັບ​ພວກເຂົາ ແລະ​ເຢຮູ​ໄດ້​ຂ້າ​ພວກເຂົາ​ໃກ້​ກັບ​ຂຸມ​ເບັດ-ອີເກັດ. ຄົນ​ເຫຼົ່ານີ້​ລວມ​ທັງໝົດ​ມີ​ສີ່ສິບສອງ​ຄົນ ແລະ​ບໍ່ມີ​ໃຜ​ລອດຊີວິດ.</verse>
				<verse number="15">ແລ້ວ​ເຢຮູ​ກໍໄດ້​ອອກ​ເດີນທາງ​ຕໍ່ໄປ ເມື່ອ​ຕາມ​ທາງ​ໄປ​ນັ້ນ​ເພິ່ນ​ໄດ້​ພົບ​ໂຢນາດາບ​ລູກຊາຍ​ຂອງ​ເຣກາບ. ເຢຮູ​ຈຶ່ງ​ຄຳນັບ​ລາວ ແລະ​ເວົ້າ​ວ່າ, “ທ່ານ ແລະ​ຂ້າພະເຈົ້າ​ມີ​ຄວາມຄິດ​ແບບ​ດຽວ​ກັນ ທ່ານ​ຈະ​ສະໜັບ​ສະໜູນ​ຂ້າພະເຈົ້າ​ຫລື​ບໍ່?” ໂຢນາດາບ​ຕອບ​ວ່າ, “ຈະ​ສະໜັບ​ສະໜູນ.” ເຢຮູ​ບອກ​ວ່າ, “ຖ້າດັ່ງນັ້ນ ຍື່ນມື​ຂອງທ່ານ​ມາ​ເບິ່ງດູ” ທັງສອງ​ຈັບ​ມື​ກັນ ແລະ​ເຢຮູ​ໄດ້​ດຶງ​ເອົາ​ໂຢນາດາບ​ຂຶ້ນ​ລົດມ້າ​ໄປ​ນຳ​ຕົນ</verse>
				<verse number="16">ທັງ​ກ່າວ​ວ່າ, “ໄປ​ກັບ​ຂ້າພະເຈົ້າ ແລະ​ທ່ານ​ຈະ​ເຫັນ​ດ້ວຍ​ຕົນເອງ​ວ່າ ຂ້າພະເຈົ້າ​ມີ​ຄວາມສັດຊື່​ຕໍ່​ພຣະເຈົ້າຢາເວ​ສໍ່າໃດ?” ທັງສອງ​ໄດ້​ຂີ່​ລົດມ້າ​ໄປ​ນະຄອນ​ຊາມາເຣຍ​ດ້ວຍກັນ.</verse>
				<verse number="17">ເມື່ອ​ໄປຮອດ​ທີ່​ນັ້ນ​ແລ້ວ ເຢຮູ​ໄດ້​ຂ້າ​ຍາດຕິພີ່ນ້ອງ​ທຸກຄົນ​ຂອງ​ກະສັດ​ອາຮາບ ໂດຍ​ບໍ່ເຫລືອ​ຈັກ​ຄົນ. ນີ້​ຄື​ເຫດການ​ທີ່​ເກີດຂຶ້ນ​ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້​ກັບ​ເອລີຢາ.</verse>
				<verse number="18">ເຢຮູ​ໄດ້​ເອີ້ນ​ເອົາ​ຊາວ​ຊາມາເຣຍ​ທຸກຄົນ​ມາ ແລະ​ບອກ​ວ່າ, “ກະສັດ​ອາຮາບ​ໄດ້​ຮັບໃຊ້​ພະບາອານ​ພຽງແຕ່​ໜ້ອຍດຽວ ສ່ວນ​ຂ້າພະເຈົ້າ​ຈະ​ຮັບໃຊ້​ພະບາອານ​ຫລາຍກວ່າ​ເພິ່ນ​ອີກ.</verse>
				<verse number="19">ຈົ່ງ​ເອີ້ນ​ເອົາ​ບັນດາ​ຜູ້ທຳນວາຍ​ພະບາອານ​ທຸກຄົນ​ມາ ພ້ອມ​ທັງ​ຜູ້​ທີ່​ຂາບໄຫວ້​ພະ​ນີ້ ຕະຫລອດ​ບັນດາ​ປະໂຣຫິດ​ຂອງ​ພະບາອານ​ທຸກຄົນ​ດ້ວຍ. ຢ່າ​ໄດ້​ຍົກເວັ້ນ​ຜູ້ໃດ​ເລີຍ; ຂ້າພະເຈົ້າ​ຈະ​ຖວາຍ​ເຄື່ອງ​ບູຊາ​ອັນ​ຍິ່ງໃຫຍ່​ແກ່​ພະບາອານ ແລະ​ຜູ້ໃດ​ກໍຕາມ​ທີ່​ບໍ່ຍອມ​ມາ ກໍ​ຈະ​ຖືກ​ຂ້າ.” (ນີ້​ເປັນ​ກົນ​ຫລອກລວງ​ຂອງ​ເຢຮູ ຄວາມຈິງ​ແລ້ວ​ເພິ່ນ​ໝາຍ​ຈະ​ຂ້າ​ທຸກຄົນ​ທີ່​ຂາບໄຫວ້​ພະບາອານ.)</verse>
				<verse number="20">ແລ້ວ​ເຢຮູ​ກໍ​ອອກ​ຄຳສັ່ງ​ວ່າ, “ຈົ່ງ​ປະກາດ​ຕັ້ງ​ມື້​ຂາບໄຫວ້ ເພື່ອ​ເປັນ​ການ​ໃຫ້ກຽດ​ພະບາອານ.” ແລ້ວ​ການ​ປະກາດ​ກໍ​ມີ​ຂຶ້ນ</verse>
				<verse number="21">ແລະ​ເຢຮູ​ໄດ້​ອອກ​ຄຳສັ່ງ​ໄປ​ທົ່ວ​ດິນແດນ​ອິດສະຣາເອນ. ພວກ​ທີ່​ຂາບໄຫວ້​ພະບາອານ​ກໍ​ພາກັນ​ມາ ແລະ​ບໍ່​ມີ​ໃຜ​ທີ່​ບໍ່ຍອມ​ມາ. ທຸກຄົນ​ໄດ້​ເຂົ້າ​ໄປ​ໃນ​ວິຫານ​ພະບາອານ​ຈົນ​ເຕັມ​ທົ່ວ​ທຸກບ່ອນ.</verse>
				<verse number="22">ແລ້ວ​ເຢຮູ​ກໍ​ສັ່ງ​ໃຫ້​ປະໂຣຫິດ​ທີ່​ເປັນ​ຜູ້​ຮັບຜິດຊອບ​ເສື້ອຄຸມ​ສັກສິດ ນຳ​ເອົາ​ເສື້ອຄຸມ​ອອກ​ມາ​ແຈກ​ໃຫ້​ພວກ​ທີ່​ຂາບໄຫວ້​ນັ້ນ​ນຸ່ງ.</verse>
				<verse number="23">ຫລັງຈາກ​ນັ້ນ ເຢຮູ ແລະ​ໂຢນາດາບ​ລູກຊາຍ​ຂອງ​ເຣກາບ ກໍ​ເຂົ້າ​ໄປ​ໃນ​ວິຫານ ແລະ​ກ່າວ​ຕໍ່​ທຸກຄົນ​ໃນ​ທີ່ນັ້ນ​ວ່າ, “ຈົ່ງ​ໃຫ້​ແນ່ໃຈ​ວ່າ ມີແຕ່​ຜູ້​ຂາບໄຫວ້​ພະບາອານ​ເທົ່ານັ້ນ​ຢູ່​ທີ່ນີ້ ແລະ​ຢ່າ​ໃຫ້​ຄົນ​ທີ່​ນະມັດສະການ​ພຣະເຈົ້າຢາເວ​ເຂົ້າ​ມາ​ໃນ​ບ່ອນ​ນີ້.”</verse>
				<verse number="24">ແລ້ວ​ເຢຮູ​ກັບ​ໂຢນາດາບ​ກໍໄດ້​ເຂົ້າ​ໄປ​ຂ້າງ​ໃນ ເພື່ອ​ຖວາຍ​ເຄື່ອງ​ບູຊາ ແລະ​ເຄື່ອງ​ເຜົາບູຊາ​ຕໍ່​ພະບາອານ. ເຢຮູ​ວາງ​ທະຫານ​ແປດສິບ​ຄົນ ໄວ້​ທາງນອກ​ວິຫານ ແລະ​ໄດ້​ແນະນຳ​ພວກເຂົາ​ວ່າ, “ພວກເຈົ້າ​ຕ້ອງ​ຂ້າ​ຄົນ​ເຫຼົ່ານີ້​ທັງໝົດ; ຜູ້ໃດ​ຜູ້ໜຶ່ງ​ທີ່​ປ່ອຍ​ໃຫ້​ຄົນໃດ​ຄົນໜຶ່ງ​ປົບໜີໄປ​ໄດ້ ຈະ​ຕ້ອງ​ຊົດໃຊ້​ດ້ວຍ​ຊີວິດ​ຕົນເອງ.”</verse>
				<verse number="25">ພໍ​ເຢຮູ​ຖວາຍ​ເຄື່ອງ​ບູຊາ​ແລ້ວ ເພິ່ນ​ກໍ​ສັ່ງ​ພວກ​ທະຫານ​ຍາມ ແລະ​ບັນດາ​ນາຍ​ທະຫານ​ວ່າ, “ຈົ່ງ​ເຂົ້າ​ໄປ​ຂ້າ​ພວກເຂົາ​ທຸກຄົນ, ຢ່າ​ໃຫ້​ມີ​ໃຜ​ລອດໄປ​ໄດ້.” ພວກເຂົາ​ຊັກ​ດາບ​ອອກ​ຂ້າ​ທຸກຄົນ ແລະ​ລາກ​ຊາກສົບ​ອອກ​ໄປ​ຂ້າງ​ນອກ. ຫລັງຈາກ​ນັ້ນ​ກໍ​ເຂົ້າ​ໄປ​ທີ່​ຫ້ອງ​ຊັ້ນໃນ​ວິຫານ</verse>
				<verse number="26">ດຶງ​ເອົາ​ເສົາ​ສັກສິດ​ຢູ່​ໃນ​ທີ່ນັ້ນ​ອອກ​ມາ​ຈູດ.</verse>
				<verse number="27">ພວກເຂົາ​ໄດ້​ທຳລາຍ​ເສົາ​ຂອງ​ພະບາອານ, ວິຫານ​ຂອງ​ພະບາອານ ແລະ​ເຮັດ​ໃຫ້​ເປັນ​ວິດຖ່າຍ ຊຶ່ງ​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້.</verse>
				<verse number="28">ການ​ທີ່​ເຢຮູ​ໄດ້​ກວາດລ້າງ​ພວກ​ທີ່​ຂາບໄຫວ້​ພະບາອານ ຢູ່​ໃນ​ຊາດ​ອິດສະຣາເອນ​ກໍ​ເປັນ​ດັ່ງນີ້ແຫລະ.</verse>
				<verse number="29">ແຕ່​ເພິ່ນ​ໄດ້​ເຮັດ​ບາບ​ຕາມ​ແບບຢ່າງ​ຂອງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ຜູ້​ທີ່​ນຳພາ​ອານາຈັກ​ອິດສະຣາເອນ​ເຮັດ​ບາບ​ໂດຍ​ຂາບໄຫວ້​ຮູບ​ງົວຄຳ ທີ່​ຖືກ​ສ້າງ​ຂຶ້ນ​ໄວ້​ໃນ​ເມືອງ​ເບັດເອນ​ແລະ​ເມືອງ​ດານ.</verse>
				<verse number="30">ພຣະເຈົ້າຢາເວ​ກ່າວ​ຕໍ່​ເຢຮູ​ວ່າ, “ເຈົ້າ​ໄດ້​ເຮັດ​ຕໍ່​ພວກ​ລູກຫລານ​ອາຮາບ​ທຸກສິ່ງ ຕາມ​ທີ່​ເຮົາ​ຕ້ອງການ​ໃຫ້​ເຈົ້າ​ເຮັດ. ດັ່ງນັ້ນ ເຮົາ​ຈຶ່ງ​ຂໍ​ສັນຍາ​ວ່າ, ພວກ​ລູກຫລານ​ຂອງ​ເຈົ້າ​ຈະ​ຂຶ້ນ​ເປັນ​ກະສັດ ປົກຄອງ​ອານາຈັກ​ອິດສະຣາເອນ​ຈົນເຖິງ​ສີ່​ຊົ່ວ​ເຊັ່ນຄົນ.”</verse>
				<verse number="31">ແຕ່​ເຢຮູ​ບໍ່ໄດ້​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ເພິ່ນ. ເພິ່ນ​ໄດ້​ເອົາ​ແບບຢ່າງ​ຂອງ​ເຢໂຣໂບອາມ​ຜູ້​ທີ່​ໄດ້​ນຳພາ​ຊາດ​ອິດສະຣາເອນ​ເຮັດ​ບາບ.</verse>
				<verse number="32">ໃນ​ເວລານັ້ນ ພຣະເຈົ້າຢາເວ​ໄດ້​ເລີ່ມ​ເຮັດ​ໃຫ້​ເຂດແດນ​ຂອງ​ຊາດ​ອິດສະຣາເອນ​ແຄບລົງ. ກະສັດ​ຮາຊາເອນ​ແຫ່ງ​ຊີເຣຍ​ໄດ້​ຕີ​ເອົາ​ເຂດແດນ​ຂອງ​ຊາດ​ອິດສະຣາເອນ​ໄດ້​ຫລາຍ​ບ່ອນ​ຄື:</verse>
				<verse number="33">ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຈົນຮອດ​ທາງທິດໃຕ້​ຂອງ​ເມືອງ​ອາໂຣເອ ຕາມ​ຝັ່ງ​ແມ່ນໍ້າ​ອາກໂນນ ລວມທັງ​ເຂດແດນ​ຕ່າງໆ​ໃນ​ກີເລອາດ ແລະ​ບາຊານ​ບ່ອນ​ທີ່​ຊາວ​ເຜົ່າກາດ, ເຜົ່າ​ຣູເບັນ ແລະ​ເຜົ່າ​ມານາເຊ​ຕາເວັນອອກ​ອາໄສ​ຢູ່.</verse>
				<verse number="34">ສິ່ງ​ອື່ນໆ​ທີ່​ເຢຮູ​ໄດ້​ກະທຳ ຕະຫລອດ​ທັງ​ເລື່ອງ​ຄວາມ​ອົງອາດ​ກ້າຫານ​ຂອງ​ເພິ່ນ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້ ໃນ​ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ.</verse>
				<verse number="35">ເພິ່ນ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ທີ່​ນະຄອນ​ຊາມາເຣຍ. ເຢໂຮອາຮາດ ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="36">ເຢຮູ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ ເປັນ​ເວລາ​ຊາວແປດ​ປີ.</verse>
			</chapter>
			<chapter number="11">
				<verse number="1">ເມື່ອ​ອາທາລີຢາ​ແມ່​ຂອງ​ກະສັດ​ອາຮາຊີຢາ​ຮູ້​ວ່າ​ລູກຊາຍ​ຂອງຕົນ​ຖືກ​ຂ້າ; ຍານາງ​ຈຶ່ງ​ອອກ​ຄຳສັ່ງ​ປະຫານ​ເຊື້ອວົງ​ຂອງ​ກະສັດ​ທຸກຄົນ.</verse>
				<verse number="2">ແຕ່​ໂຢອາດ ລູກຊາຍ​ຂອງ​ກະສັດ​ອາຮາຊີຢາ​ປົບໜີໄປ​ໄດ້. ລາວ​ເກືອບ​ຖືກ​ຂ້າ​ພ້ອມ​ກັບ​ພວກ​ອື່ນໆ, ແຕ່​ເຢໂຮເຊບາ ປ້າ​ຂອງ​ລາວ​ຊ່ວຍ​ຊີວິດ​ລາວ​ໄວ້​ໄດ້. ເຢໂຮເຊບາ​ເປັນ​ລູກສາວ​ຂອງ​ກະສັດ​ໂຢຣາມ ແລະ​ເປັນ​ນ້ອງ​ຕ່າງ​ແມ່​ຂອງ​ກະສັດ​ອາຮາຊີຢາ. ນາງ​ເຢໂຮເຊບາ​ໄດ້​ພາ​ໂຢອາດ​ກັບ​ແມ່​ລ້ຽງ​ຂອງ​ລາວ​ເຂົ້າ​ໄປ​ໃນ​ຫ້ອງ​ນອນ​ທີ່​ພຣະວິຫານ ແລະ​ເຊື່ອງ​ລາວ​ໄວ້​ຈາກ​ຍານາງ​ອາທາລີຢາ​ເພື່ອ​ວ່າ​ລາວ​ຈະ​ບໍ່ໄດ້​ຖືກ​ຂ້າ.</verse>
				<verse number="3">ເຢໂຮເຊບາ​ໄດ້​ເປັນ​ຜູ້ດູແລ​ເບິ່ງແຍງ​ໂຢອາດ ແລະ​ເຊື່ອງ​ລາວ​ໄວ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ເປັນ​ເວລາ​ຫົກ​ປີ ໃນ​ໄລຍະ​ທີ່​ຍານາງ​ອາທາລີຢາ​ເປັນ​ຣາຊີນີ​ປົກຄອງ​ຢູ່​ນັ້ນ.</verse>
				<verse number="4">ແຕ່​ໃນ​ປີ​ທີ​ເຈັດ ປະໂຣຫິດ​ເຢໂຮຍອາດາ​ໄດ້​ສົ່ງ​ຄົນ​ໄປ​ນຳ​ເອົາ​ພວກ​ນາຍ​ທະຫານ​ທີ່​ຮັບຜິດຊອບ​ຄົນ​ຍາມ​ປະຈຳ​ກະສັດ ແລະ​ນາຍ​ຍາມ​ປະຈຳວັງ​ໃຫ້​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ. ເພິ່ນ​ໄດ້​ເຮັດ​ພັນທະສັນຍາ​ກັບ​ພວກເຂົາ​ໂດຍ​ໃຫ້​ສາບານ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ວ່າ ຈະ​ເຮັດ​ຕາມ​ແຜນ​ທີ່​ເພິ່ນ​ວາງ​ໄວ້. ເພິ່ນ​ພາ​ໂຢອາດ ລູກຊາຍ​ຂອງ​ກະສັດ​ອາຮາຊີຢາ ອອກ​ມາ​ພົບ​ພວກເຂົາ;</verse>
				<verse number="5">ແລະ​ເພິ່ນ​ໄດ້​ໃຫ້​ຄຳສັ່ງ​ແກ່​ພວກເຂົາ​ດັ່ງນີ້: “ເມື່ອ​ພວກທ່ານ​ມາ​ປະຕິບັດ​ໜ້າທີ່​ໃນ​ວັນ​ຊະບາໂຕ, ໃຫ້​ຄົນ​ໜຶ່ງ​ສ່ວນ​ສາມ​ໃນ​ພວກທ່ານ​ເຝົ້າ​ຍາມ​ຣາຊວັງ;</verse>
				<verse number="6">ໃຫ້​ສ່ວນ​ໜຶ່ງ​ຢືນ​ຍາມ​ປະຕູ​ເມືອງ​ສູເຣ ແລະ​ໃຫ້​ສ່ວນ​ທີ​ສາມ​ຢືນ​ເຝົ້າ​ປະຕູ​ເມືອງ ທາງ​ດ້ານຫລັງ​ຂອງ​ພວກ​ທະຫານ​ຍາມ​ອື່ນໆ.</verse>
				<verse number="7">ສ່ວນ​ສອງ​ໝວດ​ທີ່​ອອກ​ຈາກ​ເວນຍາມ​ໃນ​ວັນ​ຊະບາໂຕ ໃຫ້​ຢືນ​ຍາມ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ເພື່ອ​ປ້ອງກັນ​ກະສັດ.</verse>
				<verse number="8">ພວກທ່ານ​ຈົ່ງ​ປ້ອງກັນ​ຮັກສາ​ກະສັດ​ໂຢອາດ, ຕຽມ​ດາບ​ອອກ​ຈາກ​ຝັກ ແລະ​ໃຫ້​ຢູ່​ກັບ​ເພິ່ນ​ໃນ​ທຸກທີ່​ທຸກບ່ອນ​ທີ່​ເພິ່ນ​ໄປ. ຜູ້ໃດ​ຜູ້ໜຶ່ງ​ທີ່​ເຂົ້າ​ມາ​ໃກ້ ໃຫ້​ຂ້າ​ຜູ້ນັ້ນ​ໂລດ.”</verse>
				<verse number="9">ພວກ​ນາຍ​ທະຫານ​ໄດ້​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ເຢໂຮຍອາດາ ແລະ​ນຳ​ເອົາ​ພວກ​ທະຫານ​ມາ​ຫາ​ເພິ່ນ ຄື​ພວກ​ທະຫານ​ທີ່​ອອກ​ຈາກ​ເວນຍາມ​ໃນ​ວັນ​ຊະບາໂຕ ແລະ​ພວກ​ທະຫານ​ທີ່​ເຂົ້າ​ເວນຍາມ.</verse>
				<verse number="10">ເຢໂຮຍອາດາ​ໄດ້​ເອົາ​ຫອກ​ຫລາຍ​ດວງ ແລະ​ໂລ້​ຕ້ານທານ​ຂອງ​ກະສັດ​ດາວິດ​ທີ່​ໄດ້​ເກັບ​ຮັກສາ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ນັ້ນ ມອບ​ໃຫ້​ພວກ​ນາຍ​ທະຫານ.</verse>
				<verse number="11">ເພິ່ນ​ໄດ້​ວາງ​ທະຫານ​ທີ່​ຖື​ດາບ​ຕຽມພ້ອມ​ໄວ້​ອ້ອມ​ທາງ​ໜ້າ​ພຣະວິຫານ ເພື່ອ​ປ້ອງກັນ​ກະສັດ.</verse>
				<verse number="12">ແລ້ວ​ເຢໂຮຍອາດາ​ກໍ​ພາ​ໂຢອາດ​ອອກ​ມາ, ສວມ​ມົງກຸດ​ໃສ່​ຫົວ​ໃຫ້​ເພິ່ນ ແລະ​ມອບ​ກົດບັນຍັດ​ການປົກຄອງ ຊຶ່ງ​ເປັນ​ເອກະສານ​ສະແດງ​ເຖິງ​ຕຳແໜ່ງ​ຂອງ​ກະສັດ​ໃຫ້​ເພິ່ນ. ໂຢອາດ​ໄດ້​ຮັບ​ການ​ຫົດສົງ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ. ປະຊາຊົນ​ພາກັນ​ຕົບມື ແລະ​ຮ້ອງໂຮ​ຂຶ້ນ​ວ່າ, “ຂໍ​ໃຫ້​ກະສັດ​ຈົ່ງ​ໝັ້ນຍືນ.”</verse>
				<verse number="13">ເມື່ອ​ຣາຊີນີ​ໄດ້ຍິນ​ສຽງ​ຂອງ​ພວກ​ທະຫານ ແລະ​ປະຊາຊົນ, ຍານາງ​ກໍ​ຟ້າວ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ບ່ອນ​ທີ່​ປະຊາຊົນ​ກຳລັງ​ຊຸມນຸມ​ກັນ​ຢູ່.</verse>
				<verse number="14">ຍານາງ​ຫລຽວເຫັນ​ກະສັດ​ຄົນ​ໃໝ່​ຢືນ​ໃກ້​ເສົາ​ທາງ​ເຂົ້າ​ພຣະວິຫານ ຕາມ​ທຳນຽມ​ທີ່​ມີ​ມາ. ພວກ​ນາຍ​ທະຫານ ແລະ​ພວກ​ເປົ່າແກ​ໄດ້​ອ້ອມ​ກະສັດ​ໄວ້ ແລະ​ປະຊາຊົນ​ຕ່າງ​ກໍ​ຮ້ອງໂຮ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ທັງ​ເປົ່າແກ​ສຽງດັງ​ສະໜັ່ນ. ຍານາງ​ອາທາລີຢາ​ໄດ້​ຈີກ​ເສື້ອ​ຂອງຕົນ​ດ້ວຍ​ຄວາມທຸກໃຈ​ຢ່າງໜັກ ແລະ​ຮ້ອງ​ຂຶ້ນ​ວ່າ, “ພວກ​ກະບົດ ພວກ​ກະບົດ.”</verse>
				<verse number="15">ເຢໂຮຍອາດາ​ບໍ່​ຢາກ​ໃຫ້​ຍານາງ​ອາທາລີຢາ​ຖືກ​ຂ້າ​ຢູ່​ໃນ​ບໍລິເວນ​ວິຫານ​ຂອງ​ພຣະເຈົ້າຢາເວ ສະນັ້ນ ເພິ່ນ​ຈຶ່ງ​ບອກ​ພວກ​ນາຍ​ທະຫານ​ວ່າ, “ພາ​ນາງ​ຜ່ານ​ແຖວ​ທະຫານ​ຍາມ​ອອກ​ໄປ ແລະ​ໃຫ້​ຂ້າ​ທຸກຄົນ​ທີ່​ພະຍາຍາມ​ຊ່ວຍກູ້​ເອົາ​ນາງ​ໄວ້.”</verse>
				<verse number="16">ພວກເຂົາ​ໄດ້​ຈັບ​ເອົາ​ນາງ​ພາ​ໄປ​ທີ່​ຣາຊວັງ ແລະ​ຂ້າ​ນາງ​ເສຍ​ທີ່​ປະຕູ​ຄອກ​ມ້າ.</verse>
				<verse number="17">ປະໂຣຫິດ​ເຢໂຮຍອາດາ​ໄດ້​ໃຫ້​ກະສັດ​ໂຢອາດ​ແລະ​ປະຊາຊົນ​ເຮັດ​ພັນທະສັນຍາ​ຕໍ່​ພຣະເຈົ້າຢາເວ​ວ່າ ພວກຕົນ​ຈະ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ; ເພິ່ນ​ຍັງ​ໄດ້​ເຮັດ​ພັນທະສັນຍາ​ລະຫວ່າງ​ກະສັດ​ແລະ​ປະຊາຊົນ.</verse>
				<verse number="18">ແລ້ວ​ປະຊາຊົນ​ກໍ​ໄປ​ມ້າງ​ວິຫານ​ພະບາອານ​ຖິ້ມ; ພວກເຂົາ​ທຸບ​ແທ່ນບູຊາ ແລະ​ຮູບເຄົາຣົບ ພ້ອມ​ທັງ​ໄດ້​ຂ້າ​ມັດຕານ ປະໂຣຫິດ​ພະບາອານ​ຕໍ່ໜ້າ​ແທ່ນບູຊາ. ຕໍ່ມາ ເຢໂຮຍອາດາ​ກໍ​ຈັດ​ໃຫ້​ມີ​ທະຫານ​ຍາມ​ປະຈຳ​ໜ້າທີ່​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ,</verse>
				<verse number="19">ແລ້ວ​ເພິ່ນ​ເອງ​ພ້ອມທັງ​ບັນດາ​ນາຍ​ທະຫານ, ນາຍຍາມ​ປະຈຳຕົວ​ກະສັດ ແລະ​ພວກ​ນາຍຍາມ​ປະຈຳວັງ ກໍໄດ້​ແຫ່​ກະສັດ​ອອກ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄປ​ສູ່​ຣາຊວັງ ຕິດຕາມ​ໄປ​ດ້ວຍ​ປະຊາຊົນ. ເຈົ້າ​ໂຢອາດ​ຜ່ານ​ໄປ​ທາງ​ປະຕູ​ທີ່​ມີ​ທະຫານ​ຍາມ ແລະ​ຂຶ້ນ​ນັ່ງ​ເທິງ​ບັນລັງ​ຂອງ​ກະສັດ.</verse>
				<verse number="20">ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ນະຄອນ​ເຢຣູຊາເລັມ​ກໍ​ມີ​ຄວາມ​ສະຫງົບສຸກ ສ່ວນ​ຍານາງ​ອາທາລີຢາ​ນັ້ນ​ໄດ້​ຖືກ​ຂ້າ​ໃນ​ຣາຊວັງ.</verse>
				<verse number="21">ເຈົ້າ​ໂຢອາດ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ໄດ້​ເຈັດ​ປີ.</verse>
			</chapter>
			<chapter number="12">
				<verse number="1">ໃນ​ຣາຊການ​ປີ​ທີ​ເຈັດ​ຂອງ​ເຈົ້າ​ເຢຮູ ກະສັດ​ແຫ່ງ​ອິດສະຣາເອນ ເຈົ້າ​ໂຢອາດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສີ່ສິບ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ ຊີບີຢາ ຊາວ​ເມືອງ​ເບເອນເຊບາ.</verse>
				<verse number="2">ເພິ່ນ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ ເພາະ​ມີ​ປະໂຣຫິດ​ເຢໂຮຍອາດາ​ເປັນ​ຜູ້​ແນະນຳ​ເພິ່ນ.</verse>
				<verse number="3">ແຕ່​ເຖິງ​ຢ່າງໃດ​ກໍຕາມ ສະຖານທີ່​ຂາບໄຫວ້​ຂອງ​ຄົນຕ່າງຊາດ​ຍັງ​ບໍ່ໄດ້​ຖືກ​ທຳລາຍ​ເທື່ອ ແລະ​ປະຊາຊົນ​ກໍ​ຍັງ​ສືບຕໍ່​ຖວາຍ​ເຄື່ອງ​ບູຊາ ແລະ​ເຜົາ​ເຄື່ອງຫອມ​ຢູ່​ທີ່​ນັ້ນ.</verse>
				<verse number="4">ແລ້ວ​ກະສັດ​ໂຢອາດ​ກໍໄດ້​ເອີ້ນ​ພວກ​ປະໂຣຫິດ​ມາ​ພົບ ແລະ​ໄດ້​ສັ່ງ​ພວກເຂົາ​ໃຫ້​ທ້ອນໂຮມ​ເອົາ​ເງິນ ທີ່​ຄົນ​ໄດ້​ຈ່າຍ​ຄ່າ​ເຄື່ອງ​ຖວາຍບູຊາ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ຕາມທຳນຽມ ພ້ອມ​ທັງ​ຈ່າຍ​ຄ່າ​ເຄື່ອງ​ຖວາຍບູຊາ​ເປັນ​ປະຈຳ ແລະ​ເງິນ​ທີ່​ປະຊາຊົນ​ໄດ້​ນຳມາ​ຖວາຍ​ຕາມໃຈ​ສະໝັກ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="5">ປະໂຣຫິດ​ແຕ່ລະຄົນ​ຕ້ອງ​ໄດ້​ຮັບຜິດຊອບ​ເງິນ ຊຶ່ງ​ໄດ້​ຮັບ​ຈາກ​ຜູ້​ທີ່​ພວກຕົນ​ທຳ​ພິທີ​ໃຫ້ ແລະ​ໃຫ້​ນຳ​ເງິນ​ເຫຼົ່ານີ້​ໄປ​ສ້ອມແປງ​ພຣະວິຫານ​ຕາມ​ຄວາມ​ຈຳເປັນ.</verse>
				<verse number="6">ແຕ່​ພວກ​ປະໂຣຫິດ​ບໍ່ໄດ້​ສ້ອມແປງ​ພຣະວິຫານ​ບ່ອນ​ໃດ​ໝົດ ຕະຫລອດ​ເວລາ​ຊາວສາມ​ປີ ໃນ​ຣາຊການ​ຂອງ​ກະສັດ​ໂຢອາດ.</verse>
				<verse number="7">ດັ່ງນັ້ນ ກະສັດ​ໂຢອາດ​ຈຶ່ງ​ເອີ້ນ​ປະໂຣຫິດ​ເຢໂຮຍອາດາ​ແລະ​ປະໂຣຫິດ​ຄົນອື່ນໆ​ມາ ຖາມ​ວ່າ, “ເປັນຫຍັງ​ພວກທ່ານ​ຈຶ່ງ​ບໍ່​ສ້ອມແປງ​ພຣະວິຫານ? ຕັ້ງແຕ່​ເວລາ​ນີ້​ຕໍ່ໄປ ພວກທ່ານ​ຢ່າ​ເກັບ​ເງິນ​ທີ່​ພວກທ່ານ​ໄດ້​ຮັບ​ມາ​ນັ້ນ​ໄວ້, ແຕ່​ຈົ່ງ​ມອບ​ເງິນ​ນັ້ນ​ໃຫ້​ຕໍ່ໄປ ເພື່ອ​ຈະ​ໄດ້​ນຳ​ໄປ​ໃຊ້​ໃນ​ການ​ສ້ອມແປງ​ພຣະວິຫານ.”</verse>
				<verse number="8">ພວກ​ປະໂຣຫິດ​ຕົກລົງ​ເຫັນ​ພ້ອມ ແລະ​ຍັງ​ຕົກລົງ​ທີ່​ຈະ​ສ້ອມແປງ​ພຣະວິຫານ​ດ້ວຍ.</verse>
				<verse number="9">ແລ້ວ​ປະໂຣຫິດ​ເຢໂຮຍອາດາ​ກໍ​ເອົາ​ຫີບ​ໜ່ວຍ​ໜຶ່ງ​ມາ​ເຈາະ​ຮູ​ໃສ່​ຝາ​ຫີບ ແລະ​ນຳ​ເອົາ​ໄປ​ວາງ​ໄວ້​ໃກ້​ກັບ​ແທ່ນບູຊາ​ຢູ່​ເບື້ອງຂວາ​ທາງ​ເຂົ້າ​ວິຫານ​ຂອງ​ພຣະເຈົ້າຢາເວ. ພວກ​ປະໂຣຫິດ​ຜູ້​ມີ​ໜ້າທີ່​ຢູ່​ທາງ​ເຂົ້າ​ນັ້ນ ໄດ້​ເອົາ​ເງິນ​ທັງໝົດ​ຂອງ​ພວກ​ທີ່​ນຳມາ​ວິຫານ​ຂອງ​ພຣະເຈົ້າຢາເວ​ໃສ່​ໄວ້​ໃນ​ຫີບ.</verse>
				<verse number="10">ເມື່ອ​ເງິນ​ເຕັມ​ຫີບ​ແລ້ວ ເລຂາທິການ​ແລະ​ມະຫາ​ປະໂຣຫິດ ກໍ​ເອົາ​ເງິນ​ນັ້ນ​ໄປ​ຫລອມ​ແລະ​ຊັ່ງ​ເບິ່ງ.</verse>
				<verse number="11">ຫລັງຈາກ​ຈົດ​ຈຳນວນ​ເງິນ​ຕາມ​ອັດຕາ​ແລ້ວ ພວກເຂົາ​ກໍໄດ້​ມອບ​ເງິນ​ຈຳນວນ​ນັ້ນ​ໃຫ້​ພວກ​ທີ່​ກຳກັບ​ວຽກການ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ເງິນ​ສ່ວນ​ນີ້​ເປັນ​ຄ່າ​ຈ່າຍ​ໃຫ້​ພວກ​ຊ່າງ​ໄມ້, ພວກ​ກໍ່ສ້າງ, ຜູ້​ທີ່​ເຮັດ​ວຽກ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ,</verse>
				<verse number="12">ພວກ​ຊ່າງ​ກໍ່​ດິນ​ເຜົາ ແລະ​ພວກ​ຊ່າງ​ຕັດ​ຫີນ ເພື່ອ​ໃຫ້​ຊື້​ໄມ້ ແລະ​ຫີນ​ສຳລັບ​ໃຊ້​ໃນ​ການ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຈ່າຍ​ໃນ​ສິ່ງ​ທີ່​ຈຳເປັນ​ສຳລັບ​ພຣະວິຫານ.</verse>
				<verse number="13">ສ່ວນ​ເງິນ​ທີ່​ນຳມາ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ພວກເຂົາ​ບໍ່ໄດ້​ໃຊ້​ໃນ​ການ​ຈ່າຍ​ສຳລັບ​ຄ່າ​ເຮັດ​ຈອກ, ຖ້ວຍ, ແກ, ມີດຕັດ​ສຳລັບ​ຕັດ​ໄສ້ຕະກຽງ ຫລື​ເຄື່ອງໃຊ້​ອື່ນໆ​ທີ່​ເປັນ​ເງິນ​ຫລື​ຄຳ.</verse>
				<verse number="14">ແຕ່​ພວກເຂົາ​ໄດ້​ນຳ​ໄປ​ໃຊ້​ສະເພາະ​ໃນ​ການ​ໃຊ້​ຈ່າຍ​ສຳລັບ​ຄ່າ​ແຮງງານ ແລະ​ຊື້​ວັດຖຸ​ສຳລັບ​ໃຊ້​ໃນ​ການ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="15">ພວກ​ທີ່​ກຳກັບ​ວຽກງານ​ນີ້​ເປັນ​ພວກ​ທີ່​ສັດຊື່​ທີ່ສຸດ; ສະນັ້ນ ເພິ່ນ​ຈຶ່ງ​ບໍ່​ຈຳເປັນ​ໃຫ້​ພວກເຂົາ​ເຮັດ​ບັນຊີ​ການເງິນ.</verse>
				<verse number="16">ເງິນ​ທີ່​ໄດ້​ມາ​ຈາກ​ເຄື່ອງ​ຖວາຍ​ໃນ​ການ​ຊຳລະຄືນ ແລະ​ໄດ້​ຈາກ​ເຄື່ອງ​ຖວາຍ​ໃນ​ການ​ລຶບລ້າງ​ບາບ​ນັ້ນ ບໍ່ແມ່ນ​ເງິນ​ທີ່​ນຳມາ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ເງິນ​ສ່ວນ​ນີ້​ເປັນ​ຂອງ​ພວກ​ປະໂຣຫິດ.</verse>
				<verse number="17">ໃນ​ເວລາ​ນັ້ນ ກະສັດ​ຮາຊາເອນ​ແຫ່ງ​ຊີເຣຍ​ໄດ້​ບຸກໂຈມຕີ​ເມືອງກາດ ແລະ​ໄດ້​ຮັບ​ໄຊຊະນະ ແລ້ວ​ເພິ່ນ​ກໍ​ຕັດສິນໃຈ​ໂຈມຕີ​ນະຄອນ​ເຢຣູຊາເລັມ.</verse>
				<verse number="18">ກະສັດ​ໂຢອາດ​ແຫ່ງ​ຢູດາຍ​ໄດ້​ເກັບ​ເອົາ​ເຄື່ອງ​ຖວາຍ​ທັງໝົດ ທີ່​ບັນດາ​ກະສັດ​ຄົນ​ກ່ອນ​ໄດ້​ອຸທິດ​ຖວາຍ​ແກ່​ວິຫານ​ຂອງ​ພຣະເຈົ້າຢາເວ. ເຄື່ອງ​ເຫຼົ່ານັ້ນ​ມີ​ດັ່ງນີ້: ເຄື່ອງ​ຖວາຍ​ຈາກ​ກະສັດ​ເຢໂຮຊາຟັດ, ຈາກ​ກະສັດ​ເຢໂຮຣາມ ແລະ​ຈາກ​ກະສັດ​ອາຮາຊີຢາ​ພ້ອມ​ທັງ​ເຄື່ອງ​ຖວາຍ​ຂອງ​ເພິ່ນ​ເອງ ແລະ​ຄຳ​ທັງໝົດ​ທີ່​ມີ​ໃນ​ຄັງ​ຂອງ​ພຣະວິຫານ​ແລະ​ມີ​ໃນ​ຣາຊວັງ. ແລ້ວ​ເພິ່ນ​ກໍ​ສົ່ງ​ເຄື່ອງ​ທັງໝົດ​ນັ້ນ​ໄປ​ເປັນ​ຂອງຂວັນ​ໃຫ້​ແກ່​ກະສັດ​ຮາຊາເອນ ເພື່ອ​ໃຫ້​ຍົກທັບ​ຂອງ​ເພິ່ນ​ຖອຍ​ໜີໄປ​ຈາກ​ນະຄອນ​ເຢຣູຊາເລັມ.</verse>
				<verse number="19">ສິ່ງ​ອື່ນໆ​ທີ່​ກະສັດ​ໂຢອາດ​ໄດ້​ກະທຳ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ​ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.</verse>
				<verse number="20">ບັນດາ​ຂ້າຣາຊການ​ຂອງ​ກະສັດ​ໄດ້​ວາງແຜນ​ກະບົດ​ຕໍ່​ເພິ່ນ ແລ້ວ​ມີ​ສອງ​ຄົນ​ໃນ​ພວກເຂົາ ຄື​ໂຢຊາການ​ລູກຊາຍ​ຂອງ​ຊີເມອາດ ແລະ​ເຢໂຮຊາບັດ​ລູກຊາຍ​ຂອງ​ໂຊເມ ໄດ້​ຂ້າ​ກະສັດ​ໂຢອາດ​ຢູ່​ໃນ​ວັງ ທີ່​ຖືກ​ສ້າງ​ຂຶ້ນ​ໃນ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ຕາມ​ເສັ້ນທາງ​ໄປ​ເມືອງ​ສິນລາ. ຊາກສົບ​ຂອງ​ກະສັດ​ໂຢອາດ​ໄດ້​ຖືກ​ຝັງ​ໄວ້​ທີ່​ອຸບມຸງ​ແຫ່ງ​ກະສັດ ໃນ​ເມືອງ​ຂອງ​ດາວິດ. ແລ້ວ​ເຈົ້າ​ອາມາຊີຢາ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="21"></verse>
			</chapter>
			<chapter number="13">
				<verse number="1">ໃນ​ຣາຊການ​ປີ​ທີ​ຊາວສາມ​ຂອງ​ເຈົ້າ​ໂຢອາດ ລູກຊາຍ​ຂອງ​ເຈົ້າ​ອາຮາຊີຢາ​ກະສັດ​ແຫ່ງ​ຢູດາຍ; ເຢໂຮອາຮາດ ລູກຊາຍ​ຂອງ​ເຢຮູ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ສິບເຈັດ​ປີ.</verse>
				<verse number="2">ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ນຳພາ​ຊາວ​ອິດສະຣາເອນ​ຕົກ​ໃນ​ບາບ​ດັ່ງ​ເຈົ້າ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ກະສັດ​ຜູ້ປົກຄອງ​ມາ​ກ່ອນ; ເພິ່ນ​ບໍ່​ຢຸດຢັ້ງ​ກະທຳ​ໃນ​ສິ່ງ​ທີ່​ຊົ່ວຊ້າ.</verse>
				<verse number="3">ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາວ​ອິດສະຣາເອນ ແລະ​ປ່ອຍ​ໃຫ້​ກະສັດ​ຮາຊາເອນ​ແຫ່ງ​ຊີເຣຍ ແລະ​ກະສັດ​ເບັນຮາດາດ​ລູກຊາຍ​ຂອງ​ເພິ່ນ ຊະນະ​ອານາຈັກ​ອິດສະຣາເອນ​ຕະຫລອດ​ມາ.</verse>
				<verse number="4">ແລ້ວ​ກະສັດ​ເຢໂຮອາຮາດ​ກໍ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ; ແລະ​ພຣະເຈົ້າຢາເວ​ໄດ້​ຫລິງເຫັນ​ເຖິງ​ກະສັດ​ຊີເຣຍ​ກົດຂີ່​ຊາວ​ອິດສະຣາເອນ​ຢ່າງໜັກ ຈຶ່ງ​ຕອບ​ຄຳພາວັນນາ​ອະທິຖານ​ຂອງເພິ່ນ.</verse>
				<verse number="5">ພຣະເຈົ້າຢາເວ​ໄດ້​ສົ່ງ​ຜູ້ນຳ​ຄົນ​ໜຶ່ງ​ມາ​ໃຫ້​ອານາຈັກ​ອິດສະຣາເອນ ເພື່ອ​ປົດປ່ອຍ​ພວກເຂົາ​ອອກ​ຈາກ​ກຳມື​ຂອງ​ຊາວ​ຊີເຣຍ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ຢູ່​ຢ່າງ​ສະຫງົບສຸກ​ເໝືອນດັ່ງ​ແຕ່​ກ່ອນ.</verse>
				<verse number="6">ແຕ່​ພວກເຂົາ​ຍັງ​ບໍ່​ເຊົາ​ເຮັດ​ການບາບ ຊຶ່ງ​ກະສັດ​ເຢໂຣໂບອາມ​ໄດ້​ນຳພາ​ຊາວ​ອິດສະຣາເອນ​ເຮັດ ພວກເຂົາ​ໄດ້​ສືບຕໍ່ ເຮັດ​ບາບ​ຢູ່​ເລື້ອຍ ແລະ​ຮູບ​ເຈົ້າແມ່​ອາເຊຣາ​ກໍ​ຍັງ​ຢູ່​ໃນ​ນະຄອນ​ຊາມາເຣຍ.</verse>
				<verse number="7">ກະສັດ​ເຢໂຮອາຮາດ​ບໍ່ມີ​ກຳລັງ​ທະຫານ​ເຫຼືອ​ຢູ່​ເລີຍ ນອກຈາກ​ທະຫານ​ມ້າ​ຫ້າສິບ​ຄົນ, ລົດຮົບ​ສິບ​ຄັນ ແລະ​ທະຫານ​ລາບ​ສິບພັນ​ຄົນ ເພາະ​ກະສັດ​ແຫ່ງ​ຊີເຣຍ​ໄດ້​ຢຽບຢໍ່າ​ທຳລາຍ​ພວກເຂົາ​ຖິ້ມ​ດັ່ງ​ຢຽບ​ຂີ້ຝຸ່ນ​ດິນ.</verse>
				<verse number="8">ສິ່ງ​ອື່ນ​ທີ່​ກະສັດ​ເຢໂຮອາຮາດ​ໄດ້​ກະທຳ ພ້ອມ​ທັງ​ເລື່ອງ​ຄວາມ​ອົງອາດ​ກ້າຫານ​ຂອງ​ເພິ່ນ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="9">ເພິ່ນ​ໄດ້​ຕາຍໄປ​ແລະ​ໄດ້​ຖືກ​ຝັງ​ໄວ້​ທີ່​ນະຄອນ​ຊາມາເຣຍ. ແລ້ວ​ເຈົ້າ​ເຢໂຮອາດ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="10">ໃນ​ຣາຊການ​ປີ​ທີ​ສາມສິບເຈັດ ຂອງ​ເຈົ້າ​ໂຢອາດ​ກະສັດ​ແຫ່ງ​ຢູດາຍ; ເຈົ້າ​ເຢໂຮອາດ ລູກຊາຍ​ຂອງ​ເຈົ້າ​ເຢໂຮອາຮາດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ. ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ສິບຫົກ​ປີ.</verse>
				<verse number="11">ເພິ່ນ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ເຊັ່ນກັນ ແລະ​ໄດ້​ຕິດຕາມ​ແບບຢ່າງ​ອັນ​ຊົ່ວຮ້າຍ​ຂອງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ຜູ້​ທີ່​ໄດ້​ນຳ​ອານາຈັກ​ອິດສະຣາເອນ​ເຮັດ​ບາບ.</verse>
				<verse number="12">ສິ່ງ​ອື່ນ​ທີ່​ກະສັດ​ເຢໂຮອາດ​ໄດ້​ກະທຳ ຕະຫລອດ​ທັງ​ວິລະກຳ​ໃນ​ການ​ຕໍ່ສູ້​ກັບ​ກະສັດ​ອາມາຊີຢາ​ແຫ່ງ​ຢູດາຍ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="13">ກະສັດ​ເຢໂຮອາດ​ໄດ້​ຕາຍໄປ ແລະ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ກະສັດ​ທີ່​ນະຄອນ​ຊາມາເຣຍ. ແລ້ວ​ເຈົ້າ​ເຢໂຣໂບອາມ​ທີ​ສອງ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="14">ຜູ້ທຳນວາຍ​ເອລີຊາ​ໄດ້​ປ່ວຍ​ດ້ວຍ​ພະຍາດ​ອັນ​ຮ້າຍແຮງ. ໃນ​ຂະນະທີ່​ເພິ່ນ​ນອນ​ຄອຍ​ຂາດໃຈ​ຕາຍ​ຢູ່ນັ້ນ ເຈົ້າ​ເຢໂຮອາດ​ກະສັດ​ແຫ່ງ​ອິດສະຣາເອນ​ກໍ​ມາ​ຢ້ຽມ​ເພິ່ນ. ກະສັດ​ຮ້ອງໄຫ້ ແລະ​ທັງ​ເວົ້າ​ວ່າ, “ພໍ່ເອີຍ ພໍ່ເອີຍ ພໍ່​ຜູ້​ເປັນ​ກຳລັງ​ປ້ອງກັນ​ອັນ​ເຂັ້ມແຂງ​ຂອງ​ອິດສະຣາເອນ​ເອີຍ.”</verse>
				<verse number="15">ເອລີຊາ​ໄດ້​ສັ່ງ​ກະສັດ​ເຢໂຮອາດ​ວ່າ, “ເອົາ​ໜ້າທະນູ ແລະ​ລູກສອນ​ມາ​ນີ້.” ກະສັດ​ກໍ​ປະຕິບັດ​ຕາມ.</verse>
				<verse number="16">ແລ້ວ​ເອລີຊາ​ກໍ​ບອກ​ໃຫ້​ເພິ່ນ​ຕຽມ​ຍິງ. ກະສັດ​ໄດ້​ເຮັດ​ຕາມ ເອລີຊາ​ເອົາ​ມື​ຂອງ​ເພິ່ນ​ວາງ​ທີ່​ເທິງ​ມື​ຂອງ​ກະສັດ.</verse>
				<verse number="17">ກະສັດ​ເປີດ​ປ່ອງຢ້ຽມ​ທາງ​ດ້ານ​ຊີເຣຍ​ອອກ​ຕາມ​ຄຳແນະນຳ​ຂອງ​ຜູ້ທຳນວາຍ. ເອລີຊາ​ສັ່ງ​ວ່າ, “ຈົ່ງ​ຍິງ​ທະນູ​ອອກ​ໄປ.” ພໍ​ກະສັດ​ຍິງ​ທະນູ​ອອກ​ໄປ ຜູ້ທຳນວາຍ​ກໍ​ຮ້ອງ​ຂຶ້ນ​ວ່າ, “ທ່ານ​ເປັນ​ລູກທະນູ​ຂອງ​ພຣະເຈົ້າຢາເວ ຜູ້​ທີ່​ຈະ​ຕີ​ຊະນະ​ຊີເຣຍ. ທ່ານ​ຈະ​ຕໍ່ສູ້​ຊາວ​ຊີເຣຍ​ທີ່​ອາເຟັກ​ຈົນ​ຊະນະ​ພວກເຂົາ.”</verse>
				<verse number="18">ແລ້ວ​ເອລີຊາ​ກໍໄດ້​ສັ່ງ​ກະສັດ​ໃຫ້​ເອົາ​ລູກທະນູ​ອອກ​ມາ​ຕີ​ພື້ນດິນ. ກະສັດ​ເອົາ​ລູກທະນູ​ຕີ​ພື້ນດິນ​ສາມ​ເທື່ອ​ແລ້ວ​ກໍ​ຢຸດ.</verse>
				<verse number="19">ເອລີຊາ​ໃຈຮ້າຍ​ໃຫ້​ກະສັດ ແລະ​ເວົ້າ​ວ່າ, “ທ່ານ​ຄວນ​ຕີ​ເຖິງ​ຫ້າ ຫລື​ຫົກ​ເທື່ອ ທ່ານ​ຈຶ່ງ​ຈະ​ຕີ​ຊະນະ​ຊາວ​ຊີເຣຍ​ຢ່າງ​ສິ້ນເຊີງ; ແຕ່​ບັດນີ້​ທ່ານ​ຈະ​ຊະນະ​ພວກເຂົາ​ໄດ້​ພຽງແຕ່​ສາມ​ຄັ້ງ​ເທົ່ານັ້ນ.”</verse>
				<verse number="20">ເອລີຊາ​ໄດ້​ຕາຍໄປ​ແລະ​ໄດ້​ຖືກ​ຝັງ​ໄວ້. ແຕ່ລະປີ ຊາວ​ໂມອາບ​ໄດ້​ບຸກລຸກ​ດິນແດນ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="21">ແຕ່​ມີ​ຄັ້ງໜຶ່ງ ໃນ​ພິທີ​ຝັງ​ຊາກສົບ ຄົນ​ທີ່​ໄປ​ຝັງສົບ​ໄດ້​ເຫັນ​ກອງ​ໂຈນ​ໂມອາບ​ໝວດ​ໜຶ່ງ ພວກເຂົາ​ຈຶ່ງ​ໂຍນ​ຊາກສົບ​ລົງ​ໄປ​ໃນ​ອຸບມຸງ​ຂອງ​ເອລີຊາ ແລະ​ແລ່ນ​ປົບໜີໄປ. ພໍ​ສົບ​ນັ້ນ​ໄປ​ຖືກ​ກະດູກ​ຂອງ​ເອລີຊາ ຊາຍ​ຜູ້ຕາຍ​ກໍ​ເປັນ​ຄືນ​ມາ​ສູ່​ຊີວິດ ແລະ​ລຸກ​ຢືນ​ຂຶ້ນ.</verse>
				<verse number="22">ກະສັດ​ຮາຊາເອນ​ແຫ່ງ​ຊີເຣຍ​ໄດ້​ກົດຂີ່​ຊາວ​ອິດສະຣາເອນ ຕະຫລອດ​ຣາຊການ​ຂອງ​ກະສັດ​ເຢໂຮອາຮາດ.</verse>
				<verse number="23">ແຕ່​ພຣະເຈົ້າຢາເວ​ຍັງ​ເມດຕາປານີ​ພວກເຂົາ. ພຣະອົງ​ບໍ່​ຍອມ​ໃຫ້​ພວກເຂົາ​ຖືກ​ທຳລາຍ​ແຕ່​ໄດ້​ຊ່ວຍເຫລືອ​ພວກເຂົາ​ໄວ້ ເພາະ​ພຣະອົງ​ໄດ້​ເຮັດ​ພັນທະສັນຍາ​ໄວ້​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ພຣະອົງ​ບໍ່ໄດ້​ລືມໄລ​ປະຊາຊົນ​ຂອງ​ພຣະອົງ​ເລີຍ.</verse>
				<verse number="24">ເມື່ອ​ເຈົ້າ​ຮາຊາເອນ ກະສັດ​ແຫ່ງ​ຊີເຣຍ​ໄດ້​ຕາຍໄປ​ແລ້ວ; ເບັນຮາດາດ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="25">ແລ້ວ​ເຈົ້າ​ເຢໂຮອາດ​ລູກຊາຍ​ຂອງ​ເຈົ້າ​ເຢໂຮອາຮາດ ກໍໄດ້​ຊະນະ​ເຈົ້າ​ເບັນຮາດາດ​ລູກຊາຍ​ຂອງ​ເຈົ້າ​ຮາຊາເອນ​ສາມ​ຄັ້ງ​ທັງ​ຢຶດເອົາ​ເມືອງ​ຕ່າງໆ​ຂອງ​ອິດສະຣາເອນ​ຄືນ​ໄດ້ ຊຶ່ງ​ກະສັດ​ເບັນຮາດາດ​ໄດ້​ຢຶດ​ໄປ ໃນ​ຣາຊການ​ຂອງ​ກະສັດ​ເຢໂຮອາຮາດ​ພໍ່​ຂອງ​ເພິ່ນ.</verse>
			</chapter>
			<chapter number="14">
				<verse number="1">ໃນ​ຣາຊການ​ປີ​ທີ​ສອງ​ຂອງ​ເຈົ້າ​ເຢໂຮອາດ​ລູກຊາຍ​ຂອງ​ກະສັດ​ເຢໂຮອາຮາດ​ແຫ່ງ​ອິດສະຣາເອນ; ເຈົ້າ​ອາມາຊີຢາ​ລູກຊາຍ​ຂອງ​ເຈົ້າ​ໂຢອາດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ</verse>
				<verse number="2">ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວຫ້າ​ປີ ແລະ​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ຊາວເກົ້າ​ປີ. ແມ່​ຂອງ​ເພິ່ນ​ເປັນ​ຊາວ​ເຢຣູຊາເລັມ​ຊື່​ວ່າ ເຢໂຮອັດດິນ.</verse>
				<verse number="3">ກະສັດ​ອາມາຊີຢາ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ ແຕ່​ບໍ່​ເປັນ​ດັ່ງ​ກະສັດ​ດາວິດ​ບັນພະບຸລຸດ​ຂອງ​ເພິ່ນ; ເພິ່ນ​ເຮັດ​ຕາມ​ທີ່​ກະສັດ​ໂຢອາດ​ພໍ່​ຂອງ​ເພິ່ນ​ໄດ້​ເຮັດ​ມາ.</verse>
				<verse number="4">ເພິ່ນ​ບໍ່ໄດ້​ມ້າງ​ສະຖານທີ່​ຂາບໄຫວ້​ພະ​ຂອງ​ຄົນຕ່າງຊາດ​ຖິ້ມ ແລະ​ປະຊາຊົນ​ຍັງ​ສືບຕໍ່​ຖວາຍ​ເຄື່ອງ​ບູຊາ ແລະ​ເຜົາ​ເຄື່ອງຫອມ​ຢູ່​ທີ່​ນັ້ນ.</verse>
				<verse number="5">ພໍ​ກະສັດ​ອາມາຊີຢາ​ໄດ້​ມີ​ອຳນາດ​ໝັ້ນຄົງ​ແລ້ວ ເພິ່ນ​ກໍ​ປະຫານ​ພວກ​ຂ້າຣາຊການ​ຜູ້​ທີ່​ໄດ້​ຂ້າ​ພໍ່​ຂອງ​ເພິ່ນ.</verse>
				<verse number="6">ເຖິງຢ່າງໃດ​ກໍຕາມ ເພິ່ນ​ບໍ່ໄດ້​ຂ້າ​ລູກໆ​ຂອງ​ພວກເຂົາ ແຕ່​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ວ່າ: “ພໍ່​ແມ່​ບໍ່ຄວນ​ຖືກ​ຂ້າ​ຍ້ອນ​ລູກ​ເຮັດ​ຜິດ ແລະ​ລູກ​ກໍ​ບໍ່ຄວນ​ຖືກ​ຂ້າ​ຍ້ອນ​ພໍ່​ແມ່​ເຮັດ​ຜິດ; ແລະ​ຜູ້ໃດ​ເຮັດ​ຜິດ​ກໍ​ໃຫ້​ຜູ້ນັ້ນ​ຖືກ​ຂ້າ.”</verse>
				<verse number="7">ກະສັດ​ອາມາຊີຢາ​ຂ້າ​ທະຫານ​ຊາວ​ເອໂດມ​ສິບພັນ​ຄົນ ໃນ​ຮ່ອມພູ​ເກືອ; ເພິ່ນ​ຢຶດເອົາ​ເມືອງ​ເສລາ​ໄດ້ ແລະ​ເອີ້ນ​ຊື່​ເມືອງ​ນີ້​ວ່າ​ໂຢກເທເອນ ຊຶ່ງ​ຊື່​ນີ້​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້.</verse>
				<verse number="8">ຕໍ່ມາ ກະສັດ​ອາມາຊີຢາ​ໄດ້​ສົ່ງ​ຄະນະທູດ​ໄປ​ຫາ​ເຈົ້າ​ເຢໂຮອາດ ກະສັດ​ແຫ່ງ​ອິດສະຣາເອນ​ເພື່ອ​ທ້າທາຍ​ເພິ່ນ​ໃຫ້​ຕໍ່ສູ້.</verse>
				<verse number="9">ແຕ່​ກະສັດ​ເຢໂຮອາດ​ໄດ້​ສົ່ງ​ຂໍ້ຄວາມ​ຕອບ​ກະສັດ​ອາມາຊີຢາ​ແຫ່ງ​ຢູດາຍ​ວ່າ, “ຍັງ​ມີ​ຄັ້ງ​ໜຶ່ງ ພຸ່ມໜາມ​ຢູ່​ເທິງ​ພູເຂົາ​ເລບານອນ​ໄດ້​ສົ່ງ​ຂໍ້ຄວາມ​ໄປ​ຫາ​ຕົ້ນ​ແປກ​ວ່າ, ‘ຂໍ​ໃຫ້​ລູກສາວ​ເຈົ້າ​ແຕ່ງງານ​ກັບ​ລູກຊາຍ​ຂ້ອຍ.’ ພໍ​ສັດປ່າ​ຜ່ານ​ມາ​ມັນ​ກໍໄດ້​ຢຽບ​ພຸ່ມໜາມ​ນັ້ນ​ຖິ້ມ.</verse>
				<verse number="10">ອາມາຊີຢາ​ເອີຍ ດຽວ​ນີ້​ເຈົ້າ​ໄດ້​ຊະນະ​ຊາວ​ເອໂດມ ແລະ​ເຈົ້າ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ອວດຕົວ. ສະນັ້ນ ຈົ່ງ​ພໍໃຈ​ໃນ​ຊື່ສຽງ​ຂອງ​ເຈົ້າເອງ ແລະ​ຢູ່​ໃນ​ເຮືອນ​ນັ້ນ​ແຫຼະ. ເປັນຫຍັງ​ຈຶ່ງ​ສ້າງ​ຄວາມ​ເດືອດຮ້ອນ ທີ່​ຈະ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ເຈົ້າ ແລະ​ປະຊາຊົນ​ຂອງ​ເຈົ້າເອງ?”</verse>
				<verse number="11">ແຕ່​ກະສັດ​ອາມາຊີຢາ​ບໍ່ຍອມ​ຟັງ. ດັ່ງນັ້ນ ກະສັດ​ເຢໂຮອາດ​ພ້ອມ​ທັງ​ທະຫານ​ຂອງຕົນ ຈຶ່ງ​ໄດ້​ຍົກທັບ​ອອກ​ໄປ​ຕໍ່ສູ້​ກະສັດ​ອາມາຊີຢາ​ທີ່​ເບັດເຊເມດ​ໃນ​ຢູດາຍ.</verse>
				<verse number="12">ກອງທັບ​ຂອງ​ກະສັດ​ອາມາຊີຢາ​ໄດ້​ພ່າຍແພ້ ແລະ​ທະຫານ​ຂອງ​ເພິ່ນ​ກໍ​ປົບໜີ​ກັບ​ເມືອ​ບ້ານ​ເຮືອນ​ໃຜ​ລາວ.</verse>
				<verse number="13">ກະສັດ​ເຢໂຮອາດ​ແຫ່ງ​ອິດສະຣາເອນ​ໄດ້​ຈັບ​ກະສັດ​ອາມາຊີຢາ​ແຫ່ງ​ຢູດາຍ​ລູກຊາຍ​ຂອງ​ໂຢອາດ​ຫຼານຊາຍ​ຂອງ​ອາຮາຊີຢາ​ທີ່​ເບັດເຊເມດ​ໄປ​ເປັນ​ຊະເລີຍ; ແລ້ວ​ກໍ​ບຸກໜ້າ​ເຂົ້າ​ໄປ​ຈົນເຖິງ​ນະຄອນ​ເຢຣູຊາເລັມ ແລະ​ທຳລາຍ​ກຳແພງ​ເມືອງ ຕັ້ງແຕ່​ປະຕູ​ເອຟຣາອິມ​ຈົນເຖິງ​ປະຕູແຈ​ຂອງ​ກຳແພງ ເປັນ​ໄລຍະ​ຍາວ​ເກືອບ​ສອງຮ້ອຍ​ແມັດ.</verse>
				<verse number="14">ເພິ່ນ​ໄດ້​ຢຶດເອົາ​ເງິນ​ແລະ​ຄຳ​ທັງໝົດ​ທີ່​ເພິ່ນ​ພົບ​ເຫັນ ເຄື່ອງໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລະ​ຊັບສົມບັດ​ທັງໝົດ​ໃນ​ຣາຊວັງ ແລະ​ຂົນ​ເຄື່ອງ​ເຫຼົ່ານີ້​ເມືອ​ນະຄອນ​ຊາມາເຣຍ. ເພິ່ນ​ຍັງ​ໄດ້​ຈັບ​ເອົາ​ຄົນ​ໄປ​ເປັນ​ຕົວປະກັນ​ດ້ວຍ.</verse>
				<verse number="15">ສິ່ງ​ອື່ນ​ທີ່​ກະສັດ​ເຢໂຮອາດ​ໄດ້​ກະທຳ ຕະຫລອດ​ທັງ​ວິລະກຳ​ໃນ​ການ​ເຮັດ​ເສິກ​ກັບ​ເຈົ້າ​ອາມາຊີຢາ​ກະສັດ​ແຫ່ງ​ຢູດາຍ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="16">ກະສັດ​ເຢໂຮອາດ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ກະສັດ​ທີ່​ນະຄອນ​ຊາມາເຣຍ. ແລ້ວ​ເຈົ້າ​ເຢໂຣໂບອາມ​ທີ​ສອງ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="17">ຫລັງຈາກ​ທີ່​ເຈົ້າ​ເຢໂຮອາດ​ລູກຊາຍ​ຂອງ​ເຢໂຮອາຮາດ ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ຕາຍໄປ​ແລ້ວ; ເຈົ້າ​ອາມາຊີຢາ​ລູກຊາຍ​ຂອງ​ໂຢອາດ ກະສັດ​ແຫ່ງ​ຢູດາຍ​ກໍ​ມີ​ຊີວິດ​ຢູ່​ຕໍ່ໄປ​ອີກ​ສິບຫ້າ​ປີ.</verse>
				<verse number="18">ສິ່ງ​ອື່ນ​ທີ່​ເຈົ້າ​ອາມາຊີຢາ​ໄດ້​ກະທຳ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.</verse>
				<verse number="19">ແລ້ວ​ກໍ​ມີ​ການ​ປອງຮ້າຍ​ຂຶ້ນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ເພື່ອ​ລອບ​ສັງຫານ​ເຈົ້າ​ອາມາຊີຢາ. ເພິ່ນ​ໄດ້​ປົບໜີໄປ​ທີ່​ເມືອງ​ລາກິດ ແຕ່​ພວກ​ສັດຕູ​ໄດ້​ໄລ່ຕາມ​ໄປ​ທັນ​ຈຶ່ງ​ຂ້າ​ເພິ່ນ​ເສຍ​ໃນ​ທີ່ນັ້ນ.</verse>
				<verse number="20">ພວກເຂົາ​ເອົາ​ຊາກສົບ​ຂອງ​ເພິ່ນ​ໃສ່​ຫລັງ​ມ້າ​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ແລະ​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ​ທີ່​ເມືອງ​ຂອງ​ດາວິດ.</verse>
				<verse number="21">ປະຊາຊົນ​ຊາວ​ຢູດາຍ​ທັງໝົດ​ຈຶ່ງ​ສວມ​ມົງກຸດ​ໃຫ້​ອາຊາຣີຢາ​ລູກຊາຍ​ຂອງ​ເພິ່ນ​ຜູ້​ທີ່​ມີ​ອາຍຸ​ສິບຫົກ​ປີ​ຂຶ້ນ​ເປັນ​ກະສັດ.</verse>
				<verse number="22">ກະສັດ​ອາຊາຣີຢາ​ໄດ້​ຕີ​ເອົາ​ເມືອງ​ເອລາດ​ຄືນ​ມາ​ໄດ້ ແລະ​ສ້າງ​ເມືອງ​ນີ້​ຂຶ້ນ​ໃໝ່ ຫລັງຈາກ​ທີ່​ພໍ່​ຂອງ​ເພິ່ນ​ຕາຍໄປ​ແລ້ວ.</verse>
				<verse number="23">ໃນ​ຣາຊການ​ປີ​ທີ​ສິບຫ້າ​ຂອງ​ເຈົ້າ​ອາມາຊີຢາ​ລູກຊາຍ​ຂອງ​ເຈົ້າ​ໂຢອາດ​ກະສັດ​ແຫ່ງ​ຢູດາຍ; ເຈົ້າ​ເຢໂຣໂບອາມ​ລູກຊາຍ​ຂອງ​ເຈົ້າ​ເຢໂຮອາດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ສີ່ສິບເອັດ​ປີ.</verse>
				<verse number="24">ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ໂດຍ​ນຳ​ຕາມ​ແບບຢ່າງ​ອັນ​ຊົ່ວຮ້າຍ​ຂອງ​ເຈົ້າ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ກະສັດ​ຄົນ​ກ່ອນ ທີ່​ເປັນ​ຜູ້ນຳ​ອານາຈັກ​ອິດສະຣາເອນ​ເຮັດ​ບາບ.</verse>
				<verse number="25">ກະສັດ​ເຢໂຣໂບອາມ​ທີສອງ​ໄດ້​ຢຶດເອົາ​ເຂດແດນ​ທັງໝົດ ທີ່​ເປັນ​ຂອງ​ຊາວ​ອິດສະຣາເອນ​ຄືນ ຕັ້ງແຕ່​ທາງ​ຜ່ານ​ຊ່ອງແຄບ​ຮາມັດ​ຢູ່​ທາງເໜືອ ຈົນເຖິງ​ທະເລ​ໃນ​ອາຣາບາ. ເຫດການ​ນີ້​ເປັນ​ໄປ​ຕາມ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ໄວ້ ຜ່ານ​ທາງ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ຜູ້ທຳນວາຍ​ໂຢນາ ລູກຊາຍ​ຂອງ​ອາມິດໄຕ ຊາວ​ເມືອງກາດ​ເຮເຟ.</verse>
				<verse number="26">ພຣະເຈົ້າຢາເວ​ໄດ້​ເຫັນ​ຊາວ​ອິດສະຣາເອນ​ເດືອດຮ້ອນ ຢ່າງ​ທົນທຸກ​ໜັກ ແລະ​ບໍ່ມີ​ໃຜ​ຊ່ວຍເຫລືອ​ພວກເຂົາ.</verse>
				<verse number="27">ແຕ່​ພຣະເຈົ້າຢາເວ​ບໍ່​ປະສົງ​ຈະ​ທຳລາຍ​ອານາຈັກ​ອິດສະຣາເອນ ໃຫ້​ສູນສິ້ນ​ຕະຫລອດໄປ. ດັ່ງນັ້ນ ພຣະອົງ​ຈຶ່ງ​ຊ່ວຍກູ້​ເອົາ​ພວກເຂົາ​ໄວ້ ຜ່ານ​ທາງ​ກະສັດ​ເຢໂຣໂບອາມ​ທີສອງ​ນີ້.</verse>
				<verse number="28">ສິ່ງ​ອື່ນ​ທີ່​ກະສັດ​ເຢໂຣໂບອາມ​ທີສອງ​ໄດ້​ກະທຳ ພ້ອມ​ທັງ​ວິລະກຳ​ໃນ​ສະໜາມຮົບ ແລະ​ການຕີ​ເອົາ​ເມືອງ​ດາມັສກັດ​ແລະ​ເມືອງ​ຮາມັດ ຄືນ​ມາ​ເປັນ​ຂອງ​ອານາຈັກ​ອິດສະຣາເອນ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="29">ກະສັດ​ເຢໂຣໂບອາມ​ໄດ້​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ກະສັດ. ແລ້ວ​ເຈົ້າເຊກາຣີຢາ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
			</chapter>
			<chapter number="15">
				<verse number="1">ໃນ​ຣາຊການ​ປີ​ທີ​ຊາວເຈັດ ຂອງ​ເຈົ້າ​ເຢໂຣໂບອາມ​ທີສອງ ກະສັດ​ແຫ່ງ​ອິດສະຣາເອນ; ເຈົ້າ​ອຸດຊີຢາ ລູກຊາຍ​ຂອງ​ເຈົ້າ​ອາມາຊີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ</verse>
				<verse number="2">ເມື່ອ​ເພິ່ນ​ອາຍຸ​ໄດ້​ສິບຫົກ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ຫ້າສິບສອງ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ເຢໂກລີຢາ ຊາວ​ນະຄອນ​ເຢຣູຊາເລັມ.</verse>
				<verse number="3">ກະສັດ​ອຸດຊີຢາ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ ຕາມ​ແບບຢ່າງ​ພໍ່​ຂອງ​ເພິ່ນ.</verse>
				<verse number="4">ແຕ່​ບ່ອນ​ຂາບໄຫວ້​ພະ​ຂອງ​ຄົນຕ່າງຊາດ​ຍັງ​ບໍ່ໄດ້​ຖືກ​ທຳລາຍ ແລະ​ປະຊາຊົນ​ກໍ​ຍັງ​ສືບຕໍ່​ຖວາຍ​ເຄື່ອງ​ບູຊາ ແລະ​ເຜົາ​ເຄື່ອງຫອມ​ຢູ່​ທີ່​ນັ້ນ.</verse>
				<verse number="5">ພຣະເຈົ້າຢາເວ​ໄດ້​ລົງໂທດ​ກະສັດ​ອຸດຊີຢາ ໂດຍ​ໃຫ້​ເປັນ​ໂຣກ​ຂີ້ທູດ ຕະຫລອດ​ຊົ່ວຊີວິດ. ເພິ່ນ​ຢູ່​ໃນ​ວັງ​ຕ່າງຫາກ ແລະ​ອອກ​ຈາກ​ວຽກການ​ທຸກຢ່າງ​ໃນ​ຂະນະທີ່​ໂຢທາມ ລູກຊາຍ​ຂອງ​ເພິ່ນ​ປົກຄອງ​ອານາຈັກ​ແທນ.</verse>
				<verse number="6">ສິ່ງ​ອື່ນ​ທີ່​ກະສັດ​ອຸດຊີຢາ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.</verse>
				<verse number="7">ເພິ່ນ​ໄດ້​ຕາຍໄປ​ແລະ​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ​ທີ່​ເມືອງ​ຂອງ​ດາວິດ; ແລ້ວ​ເຈົ້າ​ໂຢທາມ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="8">ໃນ​ຣາຊການ​ປີ​ທີ​ສາມສິບແປດ​ຂອງ​ເຈົ້າ​ອຸດຊີຢາ ກະສັດ​ແຫ່ງ​ຢູດາຍ; ເຈົ້າເຊກາຣີຢາ​ລູກຊາຍ​ຂອງ​ເຈົ້າ​ເຢໂຣໂບອາມ​ທີສອງ ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ຫົກ​ເດືອນ.</verse>
				<verse number="9">ເຈົ້າເຊກາຣີຢາ​ໄດ້​ເປັນ​ດັ່ງ​ກະສັດ​ຜູ້​ກ່ອນ ໂດຍ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ. ເພິ່ນ​ປະພຶດ​ຕາມ​ແບບຢ່າງ​ອັນ​ຊົ່ວຮ້າຍ​ຂອງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ຜູ້​ທີ່​ນຳພາ​ຊາດ​ອິດສະຣາເອນ​ຕົກ​ໃນ​ບາບ.</verse>
				<verse number="10">ຕໍ່ມາ ຊານລູມ​ລູກຊາຍ​ຂອງ​ຢາເບັດ​ໄດ້​ກະບົດ​ຕໍ່​ກະສັດ​ເຊກາຣີຢາ ແລະ​ຂ້າ​ເພິ່ນ​ເສຍ ທີ່​ອິບເລອາມ ແລ້ວ​ຕັ້ງ​ຕົນເອງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="11">ສິ່ງ​ອື່ນ​ທີ່​ກະສັດ​ເຊກາຣີຢາ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="12">ສະນັ້ນ ເຫດການ​ຈຶ່ງ​ເປັນ​ໄປ​ຕາມ​ຄຳສັນຍາ ທີ່​ພຣະເຈົ້າຢາເວ​ໄດ້​ມີ​ໄວ້​ກັບ​ກະສັດ​ເຢຮູ​ວ່າ, “ລູກຫລານ​ຂອງເຈົ້າ​ຈະ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ເຖິງ​ສີ່​ຊົ່ວ​ເຊັ່ນຄົນ.”</verse>
				<verse number="13">ໃນ​ຣາຊການ​ປີ​ທີ​ສາມສິບເກົ້າ ຂອງ​ເຈົ້າ​ອຸດຊີຢາ​ກະສັດ​ແຫ່ງ​ຢູດາຍ; ຊານລູມ ລູກຊາຍ​ຂອງ​ຢາເບັດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ໜຶ່ງ​ເດືອນ.</verse>
				<verse number="14">ແລ້ວ​ເມນາເຮມ​ລູກຊາຍ​ຂອງ​ກາດີ​ກໍໄດ້​ອອກ​ຈາກ​ເມືອງ​ຕີຣະຊາ ໄປ​ທີ່​ນະຄອນ​ຊາມາເຣຍ. ລາວ​ໄດ້​ຂ້າ​ຊານລູມ ແລະ​ຕັ້ງ​ຕົນເອງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="15">ສິ່ງ​ອື່ນ​ທີ່​ກະສັດ​ຊານລູມ​ໄດ້​ກະທຳ​ພ້ອມ​ທັງ​ເລື່ອງ​ທີ່​ເພິ່ນ​ເປັນ​ກະບົດ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="16">ເມື່ອ​ເມນາເຮມ​ໄດ້​ອອກ​ຈາກ​ເມືອງ​ຕີຣະຊາ​ໄປ​ນັ້ນ ເພິ່ນ​ໄດ້​ທຳລາຍ​ເມືອງ​ຕັບປູອາ ຖິ້ມ​ຈົນ​ໝົດສິ້ນ, ປະຫານ​ປະຊາຊົນ​ຢູ່​ໃນ​ເມືອງ ແລະ​ຕາມ​ເຂດແດນ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ ເພາະ​ຊາວ​ເມືອງ​ນີ້​ບໍ່ຍອມ​ຈຳນົນ​ຕໍ່​ເພິ່ນ. ເພິ່ນ​ໄດ້​ຜ່າ​ທ້ອງ​ຂອງ​ພວກຜູ້ຍິງ​ຖືພາ.</verse>
				<verse number="17">ໃນ​ຣາຊການ​ປີ​ທີ​ສາມສິບເກົ້າ ຂອງ​ເຈົ້າ​ອຸດຊີຢາ​ກະສັດ​ແຫ່ງ​ຢູດາຍ; ເມນາເຮມ​ລູກຊາຍ​ຂອງ​ກາດີ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ອິດສະຣາເອນ. ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ສິບ​ປີ.</verse>
				<verse number="18">ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ໂດຍ​ປະພຶດ​ຕາມ​ແບບຢ່າງ​ອັນ​ຊົ່ວຮ້າຍ​ຂອງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ຜູ້​ທີ່​ນຳພາ​ອານາຈັກ​ອິດສະຣາເອນ​ຕົກ​ໃນ​ບາບ ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ.</verse>
				<verse number="19">ກະສັດ​ຕີກະລາດ​ປີເລເສ​ແຫ່ງ​ອັດຊີເຣຍ​ໄດ້​ບຸກລຸກ​ອານາຈັກ​ອິດສະຣາເອນ. ແລ້ວ​ກະສັດ​ເມນາເຮມ​ກໍໄດ້​ມອບ​ເງິນ​ໃຫ້​ເພິ່ນ​ສາມສິບແປດ​ໂຕນ ເພື່ອ​ສະໜັບ​ສະໜູນ​ຕົນ​ໃຫ້​ມີ​ອຳນາດ​ໄດ້​ປົກຄອງ​ຕໍ່ໄປ.</verse>
				<verse number="20">ກະສັດ​ເມນາເຮມ​ໄດ້​ເງິນ​ເຫຼົ່ານີ້​ມາ​ຈາກ​ຄົນຮັ່ງມີ​ໃນ​ອານາຈັກ​ອິດສະຣາເອນ ໂດຍ​ບັງຄັບ​ແຕ່ລະຄົນ​ໃຫ້​ມອບ​ເງິນ​ຜູ້​ລະ​ຫ້າສິບ​ແທ່ງ​ໃຫ້​ແກ່​ຕົນ; ແລ້ວ​ຕີກະລາດ​ປີເລເສ​ກໍ​ກັບຄືນ​ປະເທດ​ຂອງຕົນ.</verse>
				<verse number="21">ສິ່ງ​ອື່ນ​ທີ່​ກະສັດ​ເມນາເຮມ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="22">ເພິ່ນ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້. ແລ້ວ​ເປກາຮີຢາ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="23">ໃນ​ຣາຊການ​ປີ​ທີ​ຫ້າສິບ ຂອງ​ເຈົ້າ​ອຸດຊີຢາ ກະສັດ​ແຫ່ງ​ຢູດາຍ; ເປກາຮີຢາ​ລູກຊາຍ​ຂອງ​ເຈົ້າ​ເມນາເຮມ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ. ເພິ່ນ​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ສອງ​ປີ.</verse>
				<verse number="24">ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ໂດຍ​ປະພຶດ​ຕາມ​ແບບຢ່າງ​ອັນ​ຊົ່ວຮ້າຍ​ຂອງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ຜູ້​ທີ່​ນຳພາ​ອານາຈັກ​ອິດສະຣາເອນ​ເຮັດ​ບາບ.</verse>
				<verse number="25">ຕໍ່ມາ ໄດ້​ມີ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ກະສັດ​ເປກາຮີຢາ​ຜູ້ໜຶ່ງ​ຊື່ ວ່າ​ເປກາ ລູກຊາຍ​ຂອງ​ເຣມາລີຢາ​ໄດ້​ວາງແຜນ​ກັບ​ຊາວ​ກີເລອາດ​ຫ້າສິບ​ຄົນ, ສັງຫານ​ກະສັດ​ເປກາຮີຢາ​ທີ່​ປ້ອມຍາມ​ຂ້າງ​ໃນ​ຂອງ​ຣາຊວັງ ໃນ​ນະຄອນ​ຊາມາເຣຍ ແລະ​ຕັ້ງ​ຕົນເອງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="26">ສິ່ງ​ອື່ນ​ທີ່​ກະສັດ​ເປກາຮີຢາ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະ​ຫວັດ​ສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="27">ໃນ​ຣາຊການ​ປີ​ທີ​ຫ້າສິບສອງ ຂອງ​ເຈົ້າ​ອຸດຊີຢາ​ກະສັດ​ແຫ່ງ​ຢູດາຍ; ເປກາ​ລູກຊາຍ​ຂອງ​ເຈົ້າ​ເຣມາລີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ອິດສະຣາເອນ. ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ຊາວ​ປີ.</verse>
				<verse number="28">ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ໂດຍ​ປະພຶດ​ຕາມ​ແບບຢ່າງ​ອັນ​ຊົ່ວຮ້າຍ​ຂອງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ຜູ້​ທີ່​ນຳພາ​ອານາຈັກ​ອິດສະຣາເອນ​ຕົກ​ໃນ​ບາບ.</verse>
				<verse number="29">ໃນ​ຄາວ​ທີ່​ເຈົ້າ​ເປກາ​ໄດ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ​ນັ້ນ ຕີກະລາດ​ປີເລເສ ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ຢຶດເອົາ​ເມືອງ​ຕ່າງໆ​ດັ່ງນີ້: ອີໂຢນ, ອາເບັນ​ເບັດ​ມາອາກາ, ຢາໂນອາ, ເກເດັດ, ຮາໂຊ, ເຂດແດນ​ທັງໝົດ​ຂອງ​ກີເລອາດ, ຄາລີເລ ແລະ​ເນັບທາລີ ແລະ​ໄດ້​ນຳ​ເອົາ​ປະຊາຊົນ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ.</verse>
				<verse number="30">ໃນ​ຣາຊການ​ປີ​ທີ​ຊາວ​ຂອງ​ເຈົ້າ​ໂຢທາມ ລູກຊາຍ​ຂອງ​ເຈົ້າ​ອຸດຊີຢາ​ກະສັດ​ແຫ່ງ​ຢູດາຍ; ເຈົ້າ​ໂຮເຊອາ​ລູກຊາຍ​ຂອງ​ເອລາ​ໄດ້​ກະບົດ​ຕໍ່​ກະສັດ​ເປກາ​ລູກຊາຍ​ຂອງ​ເຣມາລີຢາ. ລາວ​ໄດ້​ສັງຫານ​ເພິ່ນ ແລະ​ຕັ້ງ​ຕົນເອງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="31">ສິ່ງ​ອື່ນ​ທີ່​ກະສັດ​ເປກາ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="32">ໃນ​ຣາຊການ​ປີ​ທີ​ສອງ​ຂອງ​ເຈົ້າເປກາ​ລູກຊາຍ​ຂອງ​ເຈົ້າ​ເຣມາລີຢາ​ກະສັດ​ແຫ່ງ​ອິດສະຣາເອນ; ເຈົ້າ​ໂຢທາມ​ລູກຊາຍ​ຂອງ​ເຈົ້າ​ອຸດຊີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ຢູດາຍ</verse>
				<verse number="33">ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ສິບຫົກ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ເຢຣູຊາ​ລູກສາວ​ຂອງ​ຊາດົກ.</verse>
				<verse number="34">ກະສັດ​ໂຢທາມ​ໄດ້​ປະພຶດ​ຕາມ​ແບບ​ຢ່າງ​ຂອງ​ກະສັດ​ອຸດຊີຢາ​ພໍ່​ຂອງ​ເພິ່ນ ໂດຍ​ເຮັດ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ.</verse>
				<verse number="35">ແຕ່​ເພິ່ນ​ຍັງ​ບໍ່ໄດ້​ທຳລາຍ​ບ່ອນ​ຂາບໄຫວ້​ພະ​ຂອງ​ຄົນຕ່າງຊາດ ແລະ​ປະຊາຊົນ​ຍັງ​ສືບຕໍ່​ຖວາຍ​ເຄື່ອງ​ບູຊາ​ແລະ​ເຜົາ​ເຄື່ອງຫອມ​ຢູ່​ທີ່​ນັ້ນ. ກະສັດ​ໂຢທາມ​ໄດ້​ເປັນ​ຜູ້​ສ້າງ​ປະຕູ​ວິຫານ​ຂອງ​ພຣະເຈົ້າຢາເວ​ດ້ານ​ເໜືອ.</verse>
				<verse number="36">ສິ່ງ​ອື່ນ​ທີ່​ກະສັດ​ໂຢທາມ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.</verse>
				<verse number="37">ໃນ​ຣາຊການ​ຂອງ​ກະສັດ​ໂຢທາມ ພຣະເຈົ້າຢາເວ​ໄດ້​ສົ່ງ​ເຈົ້າ​ເຣຊິນ​ແຫ່ງ​ຊີເຣຍ​ກັບ​ເຈົ້າ​ເປກາ​ລູກຊາຍ​ຂອງ​ເຣມາລີຢາ​ແຫ່ງ​ອິດສະຣາເອນ ມາ​ໂຈມຕີ​ອານາຈັກ​ຢູດາຍ​ເປັນ​ຄັ້ງ​ທຳອິດ.</verse>
				<verse number="38">ກະສັດ​ໂຢທາມ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ໃນ​ອຸບໂມງ​ແຫ່ງ​ກະສັດ​ໃນ​ເມືອງ​ຂອງ​ດາວິດ. ແລ້ວ​ເຈົ້າ​ອາຮາດ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
			</chapter>
			<chapter number="16">
				<verse number="1">ໃນ​ຣາຊການ​ປີ​ທີ​ສິບເຈັດ​ຂອງ​ເຈົ້າເປກາ​ລູກຊາຍ​ຂອງ​ເຣມາລີຢາ ກະສັດ​ແຫ່ງ​ອິດສະຣາເອນ; ເຈົ້າ​ອາຮາດ​ລູກຊາຍ​ຂອງ​ເຈົ້າ​ໂຢທາມ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ</verse>
				<verse number="2">ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ສິບຫົກ​ປີ. ເພິ່ນ​ບໍ່ໄດ້​ປະພຶດ​ຕາມ​ແບບຢ່າງ​ອັນ​ດີງາມ​ຂອງ​ກະສັດ​ດາວິດ ບັນພະບຸລຸດ​ຂອງ​ເພິ່ນ, ແຕ່​ເພິ່ນ​ໄດ້​ກະທຳ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ​ບໍ່​ພໍໃຈ</verse>
				<verse number="3">ແລະ​ປະພຶດ​ຕາມ​ແບບຢ່າງ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ. ເພິ່ນ​ໄດ້​ເຜົາ​ແມ່ນແຕ່​ລູກຊາຍ​ຂອງ​ຕົນເອງ​ຖວາຍບູຊາ​ແກ່​ບັນດາ​ຮູບເຄົາຣົບ ໂດຍ​ຮຽນ​ເອົາ​ແບບຢ່າງ​ຂອງ​ປະຊາຊົນ​ທີ່​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໜີ ໃນ​ຄາວ​ທີ່​ຊາວ​ອິດສະຣາເອນ​ໄດ້​ບຸກໜ້າ​ເຂົ້າ​ມາ​ນັ້ນ.</verse>
				<verse number="4">ກະສັດ​ອາຮາດ​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ເຜົາ​ເຄື່ອງຫອມ​ໃນ​ບ່ອນ​ຂາບໄຫວ້​ພະ​ຂອງ​ຄົນຕ່າງຊາດ ຢູ່​ເທິງ​ພູເຂົາ​ແລະ​ຢູ່​ໃຕ້​ຮົ່ມ​ໄມ້​ທຸກ​ຕົ້ນ.</verse>
				<verse number="5">ກະສັດ​ເຣຊິນ​ແຫ່ງ​ຊີເຣຍ ແລະ​ກະສັດ​ເປກາ​ລູກຊາຍ​ຂອງ​ເຣມາລີຢາ​ແຫ່ງ​ອິດສະຣາເອນ ໄດ້​ໂຈມຕີ​ນະຄອນ​ເຢຣູຊາເລັມ ແລະ​ລ້ອມ​ເມືອງ​ໄວ້ ແຕ່​ກໍ​ຊະນະ​ກະສັດ​ອາຮາດ​ບໍ່ໄດ້.</verse>
				<verse number="6">ໃນ​ເວລາ​ດຽວກັນ​ນັ້ນ ກະສັດ​ແຫ່ງ​ເອໂດມ ໄດ້​ຕີ​ເອົາ​ເມືອງ​ເອລາດ​ຄືນ​ມາ​ໄດ້ ແລະ​ໄດ້​ຂັບໄລ່​ຊາວ​ຢູດາ​ທີ່​ອາໄສ​ຢູ່​ໃນ​ບ່ອນ​ນັ້ນ​ອອກ​ໄປ. ຊາວ​ເອໂດມ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ​ເອລາດ ແລະ​ຍັງ​ອາໄສ​ຢູ່​ໃນ​ທີ່ນັ້ນ​ຈົນເຖິງ​ທຸກ​ວັນນີ້.</verse>
				<verse number="7">ແລ້ວ​ກະສັດ​ອາຮາດ​ກໍ​ສົ່ງ​ຄະນະທູດ​ໄປ​ຫາ​ກະສັດ​ຕີກະລາດ​ປີເລເສ ກະສັດ​ແຫ່ງ​ອັດຊີເຣຍ​ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້: “ຂ້າພະເຈົ້າ​ຄື​ຜູ້ຮັບໃຊ້​ທີ່​ສັດຊື່​ຂອງທ່ານ ຂໍ​ທ່ານ​ກະລຸນາ​ມາ​ຊ່ວຍກູ້​ເອົາ​ຂ້າພະເຈົ້າ ຈາກ​ອຳນາດ​ຂອງ​ກະສັດ​ແຫ່ງ​ຊີເຣຍ ແລະ​ກະສັດ​ແຫ່ງ​ອິດສະຣາເອນ ທີ່​ກຳລັງ​ໂຈມຕີ​ຂ້າພະເຈົ້າ​ແດ່ທ້ອນ.”</verse>
				<verse number="8">ກະສັດ​ອາຮາດ​ໄດ້​ເອົາ​ເງິນ​ກັບ​ຄຳ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຄັງ​ຂອງ​ຣາຊວັງ ແລະ​ສົ່ງ​ໄປ​ເປັນ​ຂອງຂວັນ​ໃຫ້​ແກ່​ກະສັດ​ແຫ່ງ​ອັດຊີເຣຍ.</verse>
				<verse number="9">ເພື່ອ​ຕອບ​ຄຳ​ຂໍຮ້ອງ​ຂອງ​ກະສັດ​ອາຮາດ ກະສັດ​ຕີກະລາດ​ປີເລເສ​ໄດ້​ຍົກທັບ​ໄປ​ຕໍ່ສູ້​ນະຄອນ​ດາມັສກັດ, ຢຶດເອົາ​ເມືອງ, ຂ້າ​ກະສັດ​ເຣຊິນ ແລະ​ຈັບ​ເອົາ​ປະຊາຊົນ​ໄປ​ເປັນ​ຊະເລີຍ​ທີ່​ເມືອງ​ກີຣະ.</verse>
				<verse number="10">ເມື່ອ​ກະສັດ​ອາຮາດ​ໄປ​ທີ່​ນະຄອນ​ດາມັສກັດ ເພື່ອ​ພົບ​ກະສັດ​ຕີກະລາດ​ປີເລເສ ເພິ່ນ​ໄດ້​ເຫັນ​ແທ່ນບູຊາ​ຢູ່​ທີ່​ນັ້ນ ຈຶ່ງ​ສົ່ງ​ແບບ​ແທ່ນບູຊາ​ພ້ອມ​ທັງ​ລາຍລະອຽດ​ທຸກຢ່າງ ໄປ​ໃຫ້​ປະໂຣຫິດ​ອູຣີຢາ.</verse>
				<verse number="11">ດັ່ງນັ້ນ ອູຣີຢາ​ຈຶ່ງ​ສ້າງ​ແທ່ນບູຊາ​ຄ້າຍຄື​ກັນ ແລະ​ໄດ້​ສ້າງ​ໃຫ້​ສຳເລັດ​ກ່ອນ​ທີ່​ກະສັດ​ອາຮາດ​ກັບຄືນ​ມາ.</verse>
				<verse number="12">ເມື່ອ​ກະສັດ​ອາຮາດ​ໄດ້​ກັບຄືນ​ມາ​ຈາກ​ນະຄອນ​ດາມັສກັດ ເພິ່ນ​ກໍ​ເຫັນ​ວ່າ​ແທ່ນບູຊາ​ໄດ້​ສ້າງ​ສຳເລັດ​ແລ້ວ;</verse>
				<verse number="13">ສະນັ້ນ ເພິ່ນ​ຈຶ່ງ​ເຜົາ​ສັດ​ຖວາຍ ແລະ​ຖວາຍ​ພືດຜົນ​ເປັນເມັດ​ທີ່​ເທິງ​ແທ່ນບູຊາ​ນັ້ນ ແລະ​ໄດ້​ຖອກ​ເຫຼົ້າ​ອະງຸ່ນ​ພ້ອມ​ທັງ​ເລືອດ​ເປັນ​ເຄື່ອງ​ຖວາຍບູຊາ​ຂອງ​ຕົນເອງ​ໃສ່​ເທິງ​ແທ່ນ​ນັ້ນ ເພື່ອ​ຄວາມ​ສາມັກຄີທຳ.</verse>
				<verse number="14">ສ່ວນ​ແທ່ນບູຊາ​ທອງສຳຣິດ​ທີ່​ຖືກ​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ ແມ່ນ​ຕັ້ງ​ຢູ່​ລະຫວ່າງ​ແທ່ນບູຊາ​ຂອງເພິ່ນ​ແລະ​ວິຫານ​ຂອງ​ພຣະເຈົ້າຢາເວ; ສະນັ້ນ ກະສັດ​ອາຮາດ​ຈຶ່ງ​ໄດ້​ຍ້າຍ​ແທນ​ບູຊາ​ນັ້ນ ໄປ​ຕັ້ງ​ໄວ້​ຢູ່​ທາງ​ຂ້າງເໜືອ​ຂອງ​ແທນ​ບູຊາ​ຂອງເພິ່ນ.</verse>
				<verse number="15">ແລ້ວ​ເພິ່ນ​ກໍໄດ້​ສັ່ງ​ປະໂຣຫິດ​ອູຣີຢາ​ວ່າ, “ແຕ່​ບັດນີ້​ໄປ ໃຫ້​ເຈົ້າ​ໃຊ້​ແທ່ນບູຊາ​ໃຫຍ່​ຂອງເຮົາ​ນີ້​ສຳລັບ​ການ​ເຜົາ​ຖວາຍບູຊາ​ໃນ​ຕອນເຊົ້າ ແລະ​ການ​ຖວາຍ​ພືດຜົນ​ເປັນເມັດ​ໃນ​ຕອນແລງ, ສຳລັບ​ເຄື່ອງ​ບູຊາ​ພືດຜົນ​ເປັນເມັດ​ຂອງ​ກະສັດ​ແລະ​ຂອງ​ປະຊາຊົນ ແລະ​ສຳລັບ​ການ​ຖວາຍ​ເຫຼົ້າ​ອະງຸ່ນ​ຂອງ​ປະຊາຊົນ. ໃຫ້​ນຳ​ເອົາ​ເລືອດ​ສັດ​ທຸກ​ໂຕ​ທີ່​ຖືກ​ຖວາຍ​ເປັນ​ເຄື່ອງ​ບູຊາ​ຖອກ​ໃສ່​ເທິງ​ແທ່ນບູຊາ​ນີ້. ສ່ວນ​ແທ່ນບູຊາ​ທີ່​ເປັນ​ທອງສຳຣິດ​ນັ້ນ ຈົ່ງ​ປະ​ໄວ້​ໃຫ້​ເຮົາ​ເພື່ອ​ໃຊ້​ຖວາຍບູຊາ​ສິ່ງ​ສັກສິດ.”</verse>
				<verse number="16">ອູຣີຢາ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກະສັດ​ທຸກປະການ.</verse>
				<verse number="17">ກະສັດ​ອາຮາດ​ໄດ້​ມ້າງ​ກວຽນ​ທອງສຳຣິດ ແລະ​ໄດ້​ຍ້າຍ​ຂັນ​ໃຫຍ່​ລົງ​ຈາກ​ກວຽນ. ເພິ່ນ​ຍັງ​ເອົາ​ອ່າງ​ທອງສຳຣິດ​ອອກ​ຈາກ​ຫລັງ​ງົວ​ທອງ​ສິບສອງ​ໂຕ ແລ້ວ​ເອົາ​ໄປ​ຕັ້ງ​ໄວ້​ຢູ່​ເທິງ​ຮາກຖານ​ທີ່​ເຮັດ​ດ້ວຍ​ຫີນ.</verse>
				<verse number="18">ເພື່ອ​ເຮັດ​ໃຫ້​ກະສັດ​ແຫ່ງ​ອັດຊີເຣຍ​ພໍໃຈ ກະສັດ​ອາຮາດ​ຍັງ​ໄດ້​ຍ້າຍ​ທີ່​ຕັ້ງ​ບັນລັງ​ຂອງ​ກະສັດ​ແລະ​ປິດ​ທາງເຂົ້າ​ສ່ວນຕົວ ທີ່​ກະສັດ​ໃຊ້​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ນັ້ນ​ເສຍ.</verse>
				<verse number="19">ສິ່ງ​ອື່ນ​ທີ່​ກະສັດ​ອາຮາດ​ໄດ້​ກະທຳ​ແມ່ນ​ໄດ້​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.</verse>
				<verse number="20">ກະສັດ​ອາຮາດ​ໄດ້​ຕາຍໄປ​ແລະ​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ​ທີ່​ເມືອງ​ຂອງ​ດາວິດ. ແລ້ວ​ເຈົ້າ​ເຮເຊກີຢາ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
			</chapter>
			<chapter number="17">
				<verse number="1">ໃນ​ຣາຊການ​ປີ​ທີ​ສິບສອງ​ຂອງ​ເຈົ້າ​ອາຮາດ​ກະສັດ​ແຫ່ງ​ຢູດາຍ; ເຈົ້າ​ໂຮເຊຢາ​ລູກຊາຍ​ຂອງ​ເອລາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ເກົ້າ​ປີ.</verse>
				<verse number="2">ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ, ແຕ່​ກໍ​ຍັງ​ບໍ່​ຫລາຍ​ເທົ່າ​ກັບ​ບັນດາ​ກະສັດ ທີ່​ໄດ້​ປົກຄອງ​ອານາຈັກ​ອິດສະຣາເອນ​ມາ​ກ່ອນ​ເພິ່ນ.</verse>
				<verse number="3">ກະສັດ​ຊານມາເນເຊ​ແຫ່ງ​ອັດຊີເຣຍ​ໄດ້​ເຮັດ​ເສິກ​ຕໍ່ສູ້​ເພິ່ນ; ກະສັດ​ໂຮເຊຢາ​ຈຶ່ງ​ຍອມ​ຈຳນົນ​ຕໍ່​ກະສັດ​ຊານມາເນເຊ ແລະ​ເສຍສ່ວຍ​ໃຫ້​ເພິ່ນ​ທຸກ​ປີ.</verse>
				<verse number="4">ແຕ່​ຢູ່​ມາ​ໃນ​ປີ​ໜຶ່ງ ກະສັດ​ໂຮເຊຢາ​ໄດ້​ສົ່ງ​ທູດ​ໄປ​ຫາ​ກະສັດ​ໂສ​ແຫ່ງ​ເອຢິບ ເພື່ອ​ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ເພິ່ນ ແລະ​ຢຸດ​ເສຍສ່ວຍ​ປະຈຳ​ປີ​ໃຫ້​ແກ່​ອັດຊີເຣຍ. ເມື່ອ​ກະສັດ​ຊານມາເນເຊ​ຮູ້​ຂ່າວ​ນີ້​ເພິ່ນ​ກໍ​ຈັບ​ກະສັດ​ໂຮເຊຢາ​ໄປ​ຂັງ​ຄຸກ​ໄວ້.</verse>
				<verse number="5">ກະສັດ​ຊານມາເນເຊ​ໄດ້​ບຸກໂຈມຕີ​ອານາຈັກ​ອິດສະຣາເອນ ແລະ​ໄດ້​ທຳການ​ປິດລ້ອມ​ນະຄອນ​ຊາມາເຣຍ​ໄວ້​ເປັນ​ເວລາ​ສາມ​ປີ.</verse>
				<verse number="6">ຊຶ່ງ​ເປັນ​ປີ​ທີ​ເກົ້າ ແຫ່ງ​ຣາຊການ​ຂອງ​ກະສັດ​ໂຮເຊຢາ; ກະສັດ​ແຫ່ງ​ອັດຊີເຣຍ ໄດ້​ຢຶດເອົາ​ນະຄອນ​ຊາມາເຣຍ ແລະ​ນຳ​ຊາວ​ອິດສະຣາເອນ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ. ເພິ່ນ​ໄດ້​ເອົາ​ພວກ​ເຫຼົ່ານີ້​ບາງຄົນ​ໄປ​ໄວ້​ຢູ່​ໃນ​ເມືອງ​ຮາລາ, ໃຫ້​ບາງຄົນ​ຢູ່​ໃກ້​ແມ່ນໍ້າ​ຮາໂບ​ໃນ​ເຂດ​ໂກຊານ ແລະ​ໃຫ້​ບາງຄົນ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ແຂວງ​ເມເດຍ.</verse>
				<verse number="7">ການ​ທີ່​ນະຄອນ​ຊາມາເຣຍ​ແຕກ​ກໍ​ຍ້ອນ​ຊາວ​ອິດສະຣາເອນ ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ອົງ​ທີ່​ຊ່ວຍກູ້​ເອົາ​ພວກເຂົາ​ອອກ​ຈາກ​ອຳນາດ​ຂອງ​ກະສັດ​ແຫ່ງ​ເອຢິບ ແລະ​ໄດ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເຂົາ​ໄດ້​ຂາບໄຫວ້​ບັນດາ​ພະອື່ນ</verse>
				<verse number="8">ແລະ​ໄດ້​ປະພຶດ​ຕາມ​ປະເພນີ​ຂອງ​ປະຊາຊົນ​ທີ່​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ ແລະ​ທັງ​ໄດ້​ຢຶດຖື​ທຳນຽມ​ທີ່​ກະສັດ​ແຫ່ງ​ອິດສະຣາເອນ ໄດ້​ນຳ​ມາ​ປະຕິບັດ.</verse>
				<verse number="9">ຊາວ​ອິດສະຣາເອນ​ໄດ້​ເຮັດ ສິ່ງ​ຕ່າງໆ​ໃນ​ທີ່​ລັບລີ້ ຊຶ່ງ​ເປັນ​ການ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ. ພວກເຂົາ​ສ້າງ​ບ່ອນ​ຂາບໄຫວ້​ພະ​ຂອງ​ຄົນຕ່າງຊາດ​ໄວ້​ຕາມ​ເມືອງ​ຕ່າງໆ ຕັ້ງແຕ່​ໝູ່ບ້ານ​ນ້ອຍ​ຈົນເຖິງ​ເມືອງ​ໃຫຍ່.</verse>
				<verse number="10">ພວກເຂົາ​ໄດ້​ຕັ້ງ​ເສົາ​ສັກສິດ ແລະ​ຮູບ​ເຈົ້າແມ່​ອາເຊຣາ ໄວ້​ຕາມ​ເທິງ​ເນີນພູ​ຕ່າງໆ ແລະ​ຢູ່​ໃຕ້​ຕົ້ນໄມ້​ໃຫຍ່​ທຸກ​ກົກ.</verse>
				<verse number="11">ພວກເຂົາ​ໄດ້​ເຜົາ​ເຄື່ອງຫອມ​ເທິງ​ແທ່ນບູຊາ​ຂອງ​ພະ​ຕ່າງຊາດ ຕາມ​ແບບຢ່າງ​ຂອງ​ປະຊາຊົນ​ທີ່​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ໜີ​ຈາກ​ດິນແດນ​ນັ້ນ. ພວກເຂົາ​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ໃຫຍ່ ດ້ວຍ​ການກະທຳ​ອັນ​ຊົ່ວຮ້າຍ​ທັງໝົດ​ຂອງ​ພວກເຂົາ</verse>
				<verse number="12">ແລະ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ທີ່​ບໍ່​ໃຫ້​ຂາບໄຫວ້​ຮູບເຄົາຣົບ.</verse>
				<verse number="13">ພຣະເຈົ້າຢາເວ​ໄດ້​ສົ່ງ​ພວກ​ຜູ້ທຳນວາຍ ແລະ​ຜູ້​ທີ່​ໄດ້​ຮັບ​ນິມິດ​ໃຫ້​ໄປ​ເຕືອນ​ຊາວ​ອິດສະຣາເອນ​ກັບ​ຊາວ​ຢູດາ​ວ່າ, “ຈົ່ງ​ປະຖິ້ມ​ຄວາມ​ປະພຶດ​ຊົ່ວ​ຂອງ​ພວກເຈົ້າ ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ຊຶ່ງ​ມີ​ຢູ່​ໃນ​ກົດບັນຍັດ​ທີ່​ເຮົາ​ໄດ້​ໃຫ້​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ແລະ​ຜ່ານ​ທາງ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງເຮົາ.”</verse>
				<verse number="14">ແຕ່​ພວກເຂົາ​ບໍ່​ເຊື່ອຟັງ; ພວກເຂົາ​ດື້ດ້ານ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ ຜູ້​ທີ່​ບໍ່ໄດ້​ເຊື່ອວາງໃຈ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຕົນ.</verse>
				<verse number="15">ພວກເຂົາ​ບໍ່​ເຊື່ອຟັງ​ຄຳແນະນຳ​ຂອງ​ພຣະອົງ, ພວກເຂົາ​ບໍ່​ຖື​ຮັກສາ​ພັນທະສັນຍາ ທີ່​ພຣະອົງ​ເຮັດ​ໄວ້​ກັບ​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ ແລະ​ພວກເຂົາ​ບໍ່​ເອົາໃຈໃສ່​ຕໍ່​ຄຳ​ຕັກເຕືອນ​ຂອງ​ພຣະອົງ. ພວກເຂົາ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ໄຮ້​ຄ່າ​ຈົນ​ກາຍເປັນ​ຄົນ​ໄຮ້​ຄ່າ​ເອງ ແລະ​ພວກເຂົາ​ໄດ້​ເຮັດ​ຕາມ​ທຳນຽມ​ຂອງ​ຊົນຊາດ​ທີ່​ຢູ່​ອ້ອມຮອບ​ພວກເຂົາ ໂດຍ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ທີ່​ບໍ່​ໃຫ້​ເອົາ​ແບບຢ່າງ​ຂອງ​ຊົນຊາດ​ເຫຼົ່ານັ້ນ.</verse>
				<verse number="16">ພວກເຂົາ​ປະຖິ້ມ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ແລະ​ໄດ້​ໃຊ້​ໂລຫະ​ຫລໍ່​ຮູບ​ງົວ​ສອງ​ໂຕ​ຂຶ້ນ​ມາ​ຂາບໄຫວ້; ພວກເຂົາ​ຍັງ​ໄດ້​ເຮັດ​ຮູບ​ຂອງ​ເຈົ້າແມ່​ອາເຊຣາ, ຂາບໄຫວ້​ຕາເວັນ​ເດືອນ​ດາວ ແລະ​ຮັບໃຊ້​ພະບາອານ.</verse>
				<verse number="17">ພວກເຂົາ​ໄດ້​ເອົາ​ລູກຊາຍ​ແລະ​ລູກສາວ​ຂອງ​ພວກເຂົາ ເຜົາ​ເປັນ​ເຄື່ອງ​ບູຊາ​ຖວາຍ​ແກ່​ພະ​ຂອງ​ຊາວ​ຕ່າງຊາດ; ພວກເຂົາ​ປຶກສາ​ໝໍ​ຜີ​ແລະ​ໝໍ​ມໍ; ພວກເຂົາ​ຕັ້ງໜ້າ​ຕັ້ງຕາ​ເຮັດ​ສິ່ງ​ທີ່​ຊົ່ວຊ້າ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ ຊຶ່ງ​ເປັນ​ການ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ​ໃຫຍ່.</verse>
				<verse number="18">ດ້ວຍເຫດນີ້ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາວ​ອິດສະຣາເອນ ແລະ​ກຳຈັດ​ພວກເຂົາ​ໃຫ້​ໜີ​ຫ່າງ​ຈາກ​ສາຍຕາ​ຂອງ​ພຣະອົງ​ໂດຍ​ຈົ່ງ​ໄວ້​ແຕ່​ອານາຈັກ​ຢູດາຍ​ພວກດຽວ​ເທົ່ານັ້ນ.</verse>
				<verse number="19">ແມ່ນແຕ່​ຊາວ​ຢູດາ​ກໍ​ບໍ່ໄດ້​ເຊື່ອຟັງ​ບັນດາ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ; ພວກເຂົາ​ໄດ້​ປະຕິບັດ​ຕາມ​ແບບຢ່າງ​ຮີດຄອງ​ປະເພນີ ທີ່​ຊາວ​ອິດສະຣາເອນ​ລອກແບບ​ມາ​ນັ້ນ.</verse>
				<verse number="20">ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ຊາດ​ອິດສະຣາເອນ​ທັງໝົດ ໂດຍ​ລົງໂທດ​ແລະ​ມອບ​ພວກເຂົາ​ໄວ້​ໃນ​ກຳມື​ຂອງ​ເຫຼົ່າ​ສັດຕູ​ຜູ້​ໂຫດຫ້ຽມ ຈົນ​ໃນທີ່ສຸດ ພຣະອົງ​ໄດ້​ຂັບໄລ່​ພວກເຂົາ​ໃຫ້​ໜີ​ຫ່າງ​ຈາກ​ສາຍຕາ​ຂອງ​ພຣະອົງ.</verse>
				<verse number="21">ຫລັງຈາກ​ທີ່​ພຣະອົງ​ໄດ້​ແຍກ​ອານາຈັກ​ອິດສະຣາເອນ​ອອກ​ຈາກ​ອານາຈັກ​ຢູດາຍ​ແລ້ວ; ພວກ​ອິດສະຣາເອນ​ກໍ​ແຕ່ງຕັ້ງ​ເຢໂຣໂບອາມ ລູກຊາຍ​ຂອງ​ເນບັດ​ໃຫ້​ເປັນ​ກະສັດ. ກະສັດ​ເຢໂຣໂບອາມ​ໄດ້​ເຮັດ​ໃຫ້​ພວກເຂົາ​ປະຖິ້ມ​ພຣະເຈົ້າຢາເວ ແລະ​ນຳພາ​ພວກເຂົາ​ຕົກ​ໃນ​ບາບ​ອັນ​ຮ້າຍແຮງ.</verse>
				<verse number="22">ພວກ​ອິດສະຣາເອນ​ໄດ້​ເຮັດ​ຕາມ​ຢ່າງ​ກະສັດ​ເຢໂຣໂບອາມ ແລະ​ສືບຕໍ່​ເຮັດ​ບາບ​ທຸກຢ່າງ​ຕາມ​ທີ່​ເພິ່ນ​ໄດ້​ເຮັດ</verse>
				<verse number="23">ຈົນ​ໃນທີ່ສຸດ ພຣະເຈົ້າຢາເວ​ໄດ້​ຂັບໄລ່​ພວກເຂົາ​ໃຫ້​ໜີ​ຫ່າງ​ຈາກ​ສາຍຕາ​ຂອງ​ພຣະອົງ, ຕາມ​ທີ່​ພຣະອົງ​ໄດ້​ຕັກເຕືອນ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ. ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ຖືກ​ກວາດ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ ຈົນເຖິງ​ເທົ່າ​ທຸກ​ວັນນີ້.</verse>
				<verse number="24">ກະສັດ​ອັດຊີເຣຍ​ໄດ້​ນຳ​ເອົາ​ປະຊາຊົນ​ແຕ່​ເມືອງ​ຕ່າງໆ​ຂອງ​ນະຄອນ​ບາບີໂລນ, ເມືອງກຸດ, ເມືອງ​ອີວາ, ເມືອງ​ຮາມັດ ແລະ​ເມືອງ​ເສຟາກວາອິມ ໃຫ້​ມາ​ຕັ້ງ​ຖິ່ນຖານ​ຢູ່​ເມືອງ​ຕ່າງໆ​ຂອງ​ນະຄອນ​ຊາມາເຣຍ ແທນ​ພວກ​ອິດສະຣາເອນ​ທີ່​ໄດ້​ຖືກ​ກວາດ​ໄປ​ເປັນ​ຊະເລີຍ​ນັ້ນ. ພວກເຂົາ​ໄດ້​ເຂົ້າ​ມາ​ຄອບຄອງ​ດິນແດນ ແລະ​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານີ້.</verse>
				<verse number="25">ຕອນ​ທີ່​ພວກເຂົາ​ມາ​ຕັ້ງ​ຖິ່ນຖານ​ຢູ່​ໃໝ່ ພວກເຂົາ​ບໍ່ໄດ້​ນະມັດສະການ​ພຣະເຈົ້າຢາເວ; ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ສົ່ງ​ຝູງ​ສິງ​ມາ​ກັດກິນ​ພວກເຂົາ​ບາງຄົນ.</verse>
				<verse number="26">ມີ​ຄົນ​ມາ​ບອກ​ກະສັດ​ອັດຊີເຣຍ​ວ່າ, “ປະຊາຊົນ​ທີ່​ເພິ່ນ​ໃຫ້​ມາ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ນະຄອນ​ຊາມາເຣຍ​ນັ້ນ ບໍ່​ຮູ້ຈັກ​ກົດບັນຍັດ​ຂອງ​ພຣະ​ໃນ​ດິນແດນ​ນີ້; ສະນັ້ນ ພຣະ​ນັ້ນ​ຈຶ່ງ​ສົ່ງ​ຝູງ​ສິງ​ມາ​ກັດກິນ​ພວກເຂົາ.”</verse>
				<verse number="27">ດັ່ງນັ້ນ ກະສັດ​ອັດຊີເຣຍ​ຈຶ່ງ​ໄດ້​ອອກ​ຄຳສັ່ງ​ວ່າ, “ຈົ່ງ​ສົ່ງ​ປະໂຣຫິດ​ຜູ້ໜຶ່ງ ທີ່​ເປັນ​ຊະເລີຍ​ຂອງເຮົາ​ກັບຄືນ​ເມືອ ແລະ​ໃຫ້​ລາວ ຢູ່​ພຸ້ນ​ເພື່ອ​ສັ່ງສອນ​ປະຊາຊົນ​ເຖິງ​ກົດບັນຍັດ​ຂອງ​ພຣະ​ໃນ​ດິນແດນ​ນັ້ນ.”</verse>
				<verse number="28">ແລ້ວ​ປະໂຣຫິດ​ອິດສະຣາເອນ​ຜູ້ໜຶ່ງ ທີ່​ຖືກ​ກວາດ​ມາ​ຈາກ​ນະຄອນ​ຊາມາເຣຍ ກໍໄດ້​ໄປ​ຢູ່​ໃນ​ເມືອງ​ເບັດເອນ ແລະ​ສັ່ງສອນ​ວິທີ​ນະມັດສະການ​ພຣະເຈົ້າຢາເວ​ໃຫ້​ປະຊາຊົນ.</verse>
				<verse number="29">ແຕ່​ປະຊາຊົນ​ທີ່​ຕັ້ງ​ຖິ່ນຖານ​ຢູ່​ນະຄອນ​ຊາມາເຣຍ ຍັງ​ສືບຕໍ່​ສ້າງ​ຮູບເຄົາຣົບ​ເປັນ​ສ່ວນຕົວ ແລະ​ພວກເຂົາ​ເອົາ​ຮູບ​ນັ້ນ​ໄວ້​ໃນ​ບ່ອນ​ສັກສິດ​ທີ່​ຊາວ​ອິດສະຣາເອນ​ໄດ້​ສ້າງ​ນັ້ນ. ພວກເຂົາ​ແຕ່ລະ​ໝວດ​ຕ່າງ​ກໍໄດ້​ສ້າງ​ຮູບເຄົາຣົບ ແລະ​ຕັ້ງ​ໄວ້​ໃນ​ເມືອງ​ຕ່າງໆ​ທີ່​ພວກຕົນ​ອາໄສ​ຢູ່.</verse>
				<verse number="30">ຊາວ​ບາບີໂລນ ໄດ້​ສ້າງ​ຮູບ​ພະ​ຊຸກໂກດ​ເບໂນດ; ຊາວ​ກຸດ ໄດ້​ສ້າງ​ຮູບ​ພະ​ເນການ; ຊາວ​ຮາມັດ ໄດ້​ສ້າງ​ຮູບ​ພະ​ອາຊີມາ;</verse>
				<verse number="31">ຊາວ​ອິບວາ ໄດ້​ສ້າງ​ຮູບ​ພະ​ນິບຮາດ​ແລະ​ພະ​ຕາກຕັກ; ສ່ວນ​ຊາວ​ເສຟາກວາອິມ​ນັ້ນ​ໄດ້​ເຜົາ​ລູກ​ຂອງຕົນ ຖວາຍບູຊາ​ແກ່​ຮູບ​ພະ​ອັດຣຳເມເລັກ ແລະ​ຮູບ​ພະ​ອານາມເມເລັກ.</verse>
				<verse number="32">ຄົນ​ເຫຼົ່ານີ້​ໄດ້​ນະມັດສະການ​ພຣະເຈົ້າຢາເວ​ຄືກັນ ແລະ​ໄດ້​ເລືອກເອົາ​ຄົນ​ຊະນິດ​ຕ່າງໆ​ໃນ​ພວກເຂົາ​ເອງ ໃຫ້​ເປັນ​ປະໂຣຫິດ​ຢູ່​ໃນ​ບ່ອນ​ຂາບໄຫວ້​ພະ​ຂອງ​ຄົນຕ່າງຊາດ ແລະ​ໃຫ້​ຖວາຍ​ເຄື່ອງ​ບູຊາ​ຕ່າງໆ​ສຳລັບ​ພວກເຂົາ​ໃນ​ທີ່ນັ້ນ.</verse>
				<verse number="33">ສະນັ້ນ ພວກເຂົາ​ຈຶ່ງ​ນະມັດສະການ​ພຣະເຈົ້າຢາເວ​ແດ່ ແຕ່​ກໍ​ຍັງ​ຂາບໄຫວ້​ບັນດາ​ຮູບ​ພະ​ຂອງ​ພວກເຂົາ​ຢູ່ ຕາມ​ຮີດຄອງ​ຂອງ​ດິນແດນ​ທີ່​ຕົນ​ໄດ້​ໜີ​ມາ​ນັ້ນ.</verse>
				<verse number="34">ທຸກ​ວັນນີ້ ພວກເຂົາ​ຍັງ​ເຮັດ​ຕາມ​ຮີດຄອງ​ເກົ່າ​ຢູ່. ພວກເຂົາ​ບໍ່ໄດ້​ນະມັດສະການ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ເຊື່ອຟັງ​ກົດບັນຍັດ ຫລື​ຂໍ້ຄຳສັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ມີ​ໄວ້​ແກ່​ເຊື້ອສາຍ​ຂອງ​ຢາໂຄບ ຜູ້​ທີ່​ພຣະອົງ​ໃສ່​ຊື່​ໃຫ້​ວ່າ ອິດສະຣາເອນ.</verse>
				<verse number="35">ພຣະເຈົ້າຢາເວ​ໄດ້​ເຮັດ​ພັນທະສັນຍາ​ກັບ​ພວກເຂົາ ແລະ​ສັ່ງ​ວ່າ: “ຢ່າ​ຂາບໄຫວ້​ບັນດາ​ພະອື່ນ; ຢ່າ​ກົ້ມຂາບ ຫລື​ບົວລະບັດ​ຮັບໃຊ້ ຫລື​ຖວາຍບູຊາ​ແກ່​ພະ​ເຫຼົ່ານັ້ນ.</verse>
				<verse number="36">ພວກເຈົ້າ​ຕ້ອງ​ນະມັດສະການ​ພຣະເຈົ້າຢາເວ ຜູ້​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ​ດ້ວຍ​ກຳລັງ​ແລະ​ຣິດອຳນາດ​ອັນ​ຍິ່ງໃຫຍ່; ພວກເຈົ້າ​ຕ້ອງ​ກົ້ມຂາບ​ເຮົາ ແລະ​ຖວາຍບູຊາ​ແກ່​ເຮົາ.</verse>
				<verse number="37">ພວກເຈົ້າ​ຕ້ອງ​ເຊື່ອຟັງ​ບັນດາ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຂອງເຮົາ ທີ່​ໄດ້​ມີ​ຂຽນ​ໄວ້​ໃຫ້​ພວກເຈົ້າ​ນັ້ນ​ຕະຫລອດໄປ. ພວກເຈົ້າ​ຢ່າ​ຂາບໄຫວ້​ບັນດາ​ພະອື່ນ</verse>
				<verse number="38">ແລະ​ຢ່າ​ລືມໄລ​ພັນທະສັນຍາ​ທີ່​ເຮົາ​ໄດ້​ມີ​ໄວ້​ກັບ​ພວກເຈົ້າ. ພວກເຈົ້າ​ຢ່າ​ຂາບໄຫວ້​ບັນດາ​ພະອື່ນ.</verse>
				<verse number="39">ພວກເຈົ້າ​ຕ້ອງ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພຣະອົງ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ.”</verse>
				<verse number="40">ແຕ່​ປະຊາຊົນ​ເຫຼົ່ານີ້​ບໍ່​ຍອມ​ຟັງ ແລະ​ພວກເຂົາ​ຍັງ​ສືບຕໍ່​ປະຕິບັດ​ຕາມ​ຮີດຄອງ​ເກົ່າ​ຂອງ​ພວກເຂົາ​ຢູ່.</verse>
				<verse number="41">ສະນັ້ນ ປະຊາຊົນ​ເຫຼົ່ານັ້ນ​ຈຶ່ງ​ໄດ້​ນະມັດສະການ​ພຣະເຈົ້າຢາເວ​ແດ່ ແຕ່​ກໍ​ຍັງ​ຂາບໄຫວ້​ຮູບ​ພະ​ຂອງ​ພວກເຂົາ​ຄືກັນ ແລະ​ທຸກ​ວັນນີ້ ບັນດາ​ລູກຫລານ​ຂອງ​ພວກເຂົາ​ກໍ​ຍັງ​ສືບຕໍ່​ເຮັດ​ຄື​ເກົ່າ​ຕາມ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດມາ.</verse>
			</chapter>
			<chapter number="18">
				<verse number="1">ໃນ​ຣາຊການ​ປີ​ທີ​ສາມ​ຂອງ​ເຈົ້າ​ໂຮເຊຢາ​ລູກຊາຍ​ຂອງ​ເຈົ້າເອລາ ກະສັດ​ແຫ່ງ​ອິດສະຣາເອນ; ເຈົ້າ​ເຮເຊກີຢາ ລູກຊາຍ​ຂອງ​ກະສັດ​ອາຮາດ​ໄດ້​ຂຶ້ນ​ປົກຄອງ​ອານາຈັກ​ຢູດາຍ</verse>
				<verse number="2">ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ຊາວເກົ້າ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ອາບີຢາ​ລູກສາວ​ຂອງ​ເຊກາຣີຢາ.</verse>
				<verse number="3">ເພິ່ນ​ເຮັດ​ແຕ່​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ ໂດຍ​ເອົາ​ຕາມ​ແບບຢ່າງ​ຂອງ​ກະສັດ​ດາວິດ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ເພິ່ນ.</verse>
				<verse number="4">ເພິ່ນ​ໄດ້​ທຳລາຍ​ບ່ອນ​ຂາບໄຫວ້​ຂອງ​ພະ​ຕ່າງຊາດ, ໄດ້​ທັບ​ເສົາ​ສັກສິດ ແລະ​ຕັດ​ຮູບ​ຂອງ​ເຈົ້າແມ່​ອາເຊຣາ. ເພິ່ນ​ຍັງ​ໄດ້​ທັບ​ຮູບ​ງູ​ທອງສຳຣິດ​ທີ່​ໂມເຊ​ໄດ້​ຫລໍ່​ຂຶ້ນ​ຊື່​ວ່າ ເນຮູຊະຕານ. ມາ​ຈົນເຖິງ​ເວລາ​ນັ້ນ ປະຊາຊົນ​ອິດສະຣາເອນ​ຍັງ​ເຜົາ​ເຄື່ອງຫອມ​ບູຊາ​ຮູບ​ງູທອງ​ນີ້​ຢູ່.</verse>
				<verse number="5">ກະສັດ​ເຮເຊກີຢາ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ; ຢູ່​ໃນ​ອານາຈັກ​ຢູດາຍ​ບໍ່ເຄີຍ​ມີ​ກະສັດ​ຄົນໃດ​ຄື​ເພິ່ນ ບໍ່​ວ່າ​ຜູ້​ທີ່​ໄດ້​ປົກຄອງ​ມາ​ກ່ອນ​ເພິ່ນ ຫລື​ນຳ​ຫລັງ​ເພິ່ນ​ກໍຕາມ.</verse>
				<verse number="6">ເພິ່ນ​ສັດຊື່​ຕໍ່​ພຣະເຈົ້າຢາເວ, ເຊື່ອຟັງ​ພຣະອົງ​ສະເໝີ ແລະ​ຖື​ຮັກສາ​ຄຳສັ່ງ​ທຸກ​ຂໍ້​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ໂມເຊ​ນັ້ນ​ຢ່າງ​ລະມັດ​ລະວັງ.</verse>
				<verse number="7">ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ສະຖິດ​ຢູ່​ກັບ​ເພິ່ນ ແລະ​ທຸກສິ່ງ​ທີ່​ເພິ່ນ​ເຮັດ​ກໍ​ສຳເລັດຜົນ. ເພິ່ນ​ໄດ້​ກະບົດ​ຕໍ່​ກະສັດ​ແຫ່ງ​ອັດຊີເຣຍ ແລະ​ບໍ່ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ອີກ​ຕໍ່ໄປ.</verse>
				<verse number="8">ເພິ່ນ​ໄດ້​ຊະນະ​ພວກ​ຟີລິດສະຕິນ ແລະ​ປຸ້ນສະດົມ​ບ່ອນ​ຕັ້ງ​ຖິ່ນຖານ​ຂອງ​ພວກເຂົາ ເລີ່ມ​ແຕ່​ບ້ານ​ນ້ອຍໆ​ຈົນເຖິງ​ເມືອງ​ໃຫຍ່ ລວມທັງ​ເມືອງ​ກາຊາ ແລະ​ທົ່ວ​ທັງ​ເຂດແດນ​ນັ້ນ​ດ້ວຍ.</verse>
				<verse number="9">ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຮເຊກີຢາ ຊຶ່ງ​ເປັນ​ຣາຊການ​ປີ​ທີ​ເຈັດ​ຂອງ​ກະສັດ​ໂຮເຊຢາ​ແຫ່ງ​ອິດສະຣາເອນ; ເຈົ້າ​ຊານມາເນເຊ ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ບຸກຮຸກ​ອານາຈັກ​ອິດສະຣາເອນ ແລະ​ປິດລ້ອມ​ນະຄອນ​ຊາມາເຣຍ​ໄວ້.</verse>
				<verse number="10">ເມື່ອ​ປິດລ້ອມ​ຢູ່​ເຖິງ​ສາມ​ປີ ນະຄອນ​ຊາມາເຣຍ​ກໍ​ແຕກ; ຊຶ່ງ​ເປັນ​ຣາຊການ​ປີ​ທີ​ຫົກ​ຂອງ​ກະສັດ​ເຮເຊກີຢາ ແລະ​ຣາຊການ​ປີ​ທີ​ເກົ້າ​ຂອງ​ກະສັດ​ໂຮເຊຢາ.</verse>
				<verse number="11">ກະສັດ​ແຫ່ງ​ອັດຊີເຣຍ ໄດ້​ນຳ​ເອົາ​ຊາວ​ອິດສະຣາເອນ​ໄປ​ເປັນ​ຊະເລີຍ​ຢູ່​ທີ່​ປະເທດ​ອັດຊີເຣຍ. ເພິ່ນ​ໄດ້​ເອົາ​ພວກ​ເຫຼົ່ານີ້​ບາງຄົນ​ໄປ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ​ຮາລາ, ໃຫ້​ບາງຄົນ​ຢູ່​ໃກ້​ແມ່ນໍ້າ​ຮາໂບ​ໃນ​ເຂດ​ໂກຊານ ແລະ​ໃຫ້​ບາງຄົນ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ຊາວ​ມີເດຍ.</verse>
				<verse number="12">ນະຄອນ​ຊາມາເຣຍ​ແຕກ ກໍ​ເພາະ​ຊາວ​ອິດສະຣາເອນ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ, ແຕ່​ໄດ້​ລະເມີດ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ ແລະ​ບໍ່​ເຊື່ອຟັງ​ກົດບັນຍັດ​ທັງໝົດ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ​ນັ້ນ. ພວກເຂົາ​ບໍ່​ຍອມ​ຟັງ ແລະ​ບໍ່ຍອມ​ປະຕິບັດ​ຕາມ.</verse>
				<verse number="13">ໃນ​ຣາຊການ​ປີ​ທີ​ສິບສີ່ ຂອງ​ກະສັດ​ເຮເຊກີຢາ; ເຈົ້າ​ເຊັນນາເກຣິບ ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ໂຈມຕີ​ປ້ອມ​ປ້ອງກັນ​ເມືອງ​ຕ່າງໆ​ໃນ​ອານາຈັກ​ຢູດາຍ ແລະ​ຢຶດເອົາ​ເມືອງ​ໄດ້.</verse>
				<verse number="14">ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ​ໄດ້​ສົ່ງ​ສານ​ໄປ​ຫາ​ກະສັດ​ເຊັນນາເກຣິບ ຜູ້​ທີ່​ຢູ່​ໃນ​ເມືອງ​ລາກິດ ໂດຍ​ມີ​ຂໍ້ຄວາມ​ດັ່ງນີ້: “ຂ້າພະເຈົ້າ​ໄດ້​ເຮັດ​ຜິດ​ແລ້ວ; ກະລຸນາ​ຢຸດ​ໂຈມຕີ​ສາ ແລະ​ຂ້າພະເຈົ້າ​ຈະ​ຍອມ​ຈ່າຍ​ທຸກສິ່ງ​ຕາມ​ທີ່​ທ່ານ​ຂໍຮ້ອງ​ມາ.” ກະສັດ​ແຫ່ງ​ອັດຊີເຣຍ​ຕອບ​ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ​ວ່າ​ຕ້ອງ​ສົ່ງ​ເງິນ​ສິບ​ໂຕນ ແລະ​ຄຳ​ໜຶ່ງ​ໂຕນ​ໃຫ້​ເພິ່ນ.</verse>
				<verse number="15">ກະສັດ​ເຮເຊກີຢາ​ໄດ້​ສົ່ງ​ເງິນ​ທັງໝົດ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຈາກ​ຄັງ​ໃນ​ຣາຊວັງ​ໄປ​ໃຫ້;</verse>
				<verse number="16">ເພິ່ນ​ຍັງ​ໄດ້​ລອກ​ເອົາ​ຄຳ​ຈາກ​ບານ​ປະຕູ​ຕ່າງໆ​ຂອງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຄຳ​ທີ່​ເພິ່ນ​ເອງ​ໄດ້​ໃຊ້​ໂອບ​ປະຕູ​ທັງຫລາຍ​ນັ້ນ ສົ່ງ​ໄປ​ໃຫ້​ກະສັດ​ເຊັນນາເກຣິບ.</verse>
				<verse number="17">ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ສົ່ງ​ກອງທັບ​ໃຫຍ່​ແຕ່​ເມືອງ​ລາກິດ​ໄປ​ໂຈມຕີ​ກະສັດ​ເຮເຊກີຢາ​ທີ່​ນະຄອນ​ເຢຣູຊາເລັມ; ກອງທັບ​ນີ້​ບັນຊາການ​ໂດຍ​ນາຍ​ທະຫານ​ສາມ​ຄົນ ມີ​ດັ່ງນີ້: ຜູ້​ບັນຊາການ​ສູງສຸດ, ຜູ້​ບັນຊາການ​ກອງທັບ ແລະ​ຮອງ​ຜູ້​ບັນຊາການ​ສູງສຸດ​ທີ່​ເປັນ​ຜູ້​ບັນຊາການ​ແນວຮົບ. ເມື່ອ​ມາຮອດ​ນະຄອນ​ເຢຣູຊາເລັມ​ແລ້ວ ພວກເຂົາ​ກໍ​ເຂົ້າ​ຢຶດເອົາ​ຖະໜົນ​ຊ່າງ​ຕໍ່າ​ຜ້າ ໂດຍ​ຜ່ານ​ໄປ​ທາງ​ທໍ່ນໍ້າ​ທີ່​ໄຫລ​ມາ​ແຕ່​ສະ​ນໍ້າ​ເບື້ອງເໜືອ.</verse>
				<verse number="18">ແລ້ວ​ພວກເຂົາ​ກໍ​ສັ່ງ​ຄົນ​ໄປ​ຫາ​ກະສັດ​ເຮເຊກີຢາ ໂດຍ​ມີ​ຂ້າຣາຊການ​ສາມ​ຄົນ​ໄດ້​ອອກ​ມາ​ພົບ​ເຂົາ ມີ​ດັ່ງນີ້: ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ ຜູ້​ຮັບຜິດຊອບ​ຣາຊວັງ; ເຊັບນາ​ເລຂາທິການ ແລະ​ໂຢອາ​ລູກຊາຍ​ຂອງ​ອາສັບ ຜູ້​ບັນທຶກ.</verse>
				<verse number="19">ຜູ້ໜຶ່ງ​ໃນ​ພວກ​ຂ້າຣາຊການ​ອັດຊີເຣຍ​ກ່າວ​ແກ່​ສາມ​ຄົນ​ນີ້​ວ່າ, “ກະສັດ​ຢາກ​ຈະ​ຮູ້​ວ່າ ແມ່ນຫຍັງ​ທີ່​ເຮັດ​ໃຫ້​ກະສັດ​ເຮເຊກີຢາ​ໝັ້ນໃຈ​ແທ້.</verse>
				<verse number="20">ເພິ່ນ​ຖາມ​ວ່າ, ທ່ານ​ຄິດ​ວ່າ​ຄຳ​ເວົ້າ​ໃຊ້​ແທນ​ຝີມື ແລະ​ອຳນາດ​ຂອງ​ທະຫານ​ໄດ້​ຊັ້ນບໍ? ທ່ານ​ຄິດ​ວ່າ​ໃຜ​ແດ່​ຈະ​ຊ່ວຍ​ທ່ານ​ໃຫ້​ກະບົດ​ຕໍ່​ອັດຊີເຣຍ​ໄດ້?</verse>
				<verse number="21">ທ່ານ​ຫວັງ​ໃຫ້​ປະເທດ​ເອຢິບ​ຊ່ວຍເຫລືອ​ຊັ້ນບໍ? ແຕ່​ກໍ​ຄົງ​ເປັນ​ດັ່ງ​ເອົາ​ໄມ້ອໍ້​ໃຊ້​ເປັນ​ໄມ້ເທົ້າ; ມັນ​ຈະ​ຫັກ​ແລະ​ປັກ​ມື​ຂອງທ່ານ​ເອງ. ກະສັດ​ປະເທດ​ເອຢິບ​ກໍ​ເປັນ​ດັ່ງນີ້ແຫລະ ສຳລັບ​ຜູ້​ທີ່​ໄປ​ເອື່ອຍອີງ​ອາໄສ​ເພິ່ນ.”</verse>
				<verse number="22">ຂ້າຣາຊການ​ອັດຊີເຣຍ​ຜູ້ນັ້ນ​ໄດ້​ເວົ້າ​ຕໍ່ໄປ​ວ່າ, “ບາງທີ​ທ່ານ​ອາດ​ຈະ​ບອກ​ຂ້າພະເຈົ້າ​ວ່າ ທ່ານ​ກຳລັງ​ເພິ່ງພາ​ອາໄສ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ກໍໄດ້? ບໍ່ແມ່ນ​ເຮເຊກີຢາ​ບໍ​ທີ່​ໄດ້​ທຳລາຍ​ພະ​ທັງຫລາຍ​ຖິ້ມ ເມື່ອ​ເພິ່ນ​ໄດ້​ບອກ​ປະຊາຊົນ​ຊາວ​ຢູດາຍ ແລະ​ຊາວ​ເຢຣູຊາເລັມ ໃຫ້​ນະມັດສະການ​ທີ່​ແທ່ນບູຊາ​ໃນ​ນະຄອນ​ເຢຣູຊາເລັມ​ແຕ່ເທົ່ານັ້ນ.</verse>
				<verse number="23">ຂ້າພະເຈົ້າ​ຂໍ​ທ້າທາຍ​ກັບ​ທ່ານ​ໃນ​ນາມ​ຂອງ​ຈັກກະພັດ. ຂ້າພະເຈົ້າ​ຈະ​ເອົາ​ມ້າ​ສອງພັນ​ໂຕ ໃຫ້​ທ່ານ ຖ້າ​ທ່ານ​ຊອກ​ຫາ​ຄົນ​ຂີ່​ໄດ້​ຫລາຍ​ເທົ່າ​ກັບ​ຈຳນວນ​ມ້າ!</verse>
				<verse number="24">ທ່ານ​ບໍ່​ສໍ່າ​ກັບ​ຂ້າຣາຊການ​ອັດຊີເຣຍ​ຊັ້ນ​ຕໍ່າໆ, ແຕ່​ປານ​ນັ້ນ​ທ່ານ​ຍັງ​ຢາກ​ໃຫ້​ຊາວ​ເອຢິບ​ສົ່ງ​ລົດມ້າ​ແລະ​ທະຫານ​ມ້າ​ໃຫ້.</verse>
				<verse number="25">ທ່ານ​ຄົງ​ຄິດ​ວ່າ ຂ້າພະເຈົ້າ​ມາ​ໂຈມຕີ ແລະ​ທຳລາຍ​ປະເທດ​ຂອງທ່ານ ປາດສະຈາກ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ຊັ້ນບໍ? ພຣະເຈົ້າຢາເວ​ເອງ​ທີ່​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ມາ​ໂຈມຕີ ແລະ​ທຳລາຍ​ປະເທດ​ຂອງທ່ານ.”</verse>
				<verse number="26">ແລ້ວ​ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ, ເຊັບນາ ແລະ​ໂຢອາ​ກໍໄດ້​ບອກ​ຂ້າຣາຊການ​ຜູ້ນັ້ນ​ວ່າ, “ທ່ານເອີຍ ເວົ້າ​ພາສາ​ອາຣາມິກ​ກໍໄດ້ ເພາະ​ພວກ​ຂ້າພະເຈົ້າ​ເຂົ້າໃຈ​ຢູ່. ຢ່າ​ເວົ້າ​ພາສາ​ເຮັບເຣີ​ເທາະ ເພາະ​ທຸກຄົນ​ຢູ່​ເທິງ​ກຳແພງ​ກຳລັງ​ຟັງ​ຢູ່.”</verse>
				<verse number="27">ຂ້າຣາຊການ​ຜູ້ນັ້ນ​ຕອບ​ຄືນ​ວ່າ, “ພວກທ່ານ​ຄິດ​ວ່າ ນາຍ​ຂອງ​ຂ້າພະເຈົ້າ​ສົ່ງ​ຂ້າພະເຈົ້າ​ມາ​ແລະ​ບອກ​ເລື່ອງ​ເຫຼົ່ານີ້ ແກ່​ພວກທ່ານ​ແລະ​ນາຍ​ຂອງ​ພວກທ່ານ​ແຕ່​ເທົ່ານັ້ນ​ຊັ້ນບໍ? ບໍ່ແມ່ນ​ດອກ ຂ້າພະເຈົ້າ​ຢາກ​ເວົ້າ​ໃຫ້​ພວກ​ທີ່​ນັ່ງ​ຢູ່​ເທິງ​ກຳແພງ​ນັ້ນ​ໄດ້ຍິນ​ນຳ​ດ້ວຍ ເພາະ​ພວກເຂົາ​ຈະ​ກິນ​ຂີ້​ແລະ​ກິນ​ຍ່ຽວ​ຂອງ​ຕົນເອງ ເໝືອນກັນ​ກັບ​ພວກທ່ານ​ນັ້ນແຫລະ.”</verse>
				<verse number="28">ແລ້ວ​ຂ້າຣາຊການ​ຜູ້​ນີ້​ກໍໄດ້​ລຸກ​ຢືນ ແລະ​ຮ້ອງ​ຂຶ້ນ​ເປັນ​ພາສາ​ເຮັບເຣີ​ວ່າ, “ຈົ່ງ​ຟັງ​ສິ່ງ​ທີ່​ກະສັດ​ແຫ່ງ​ອັດຊີເຣຍ​ກຳລັງ​ບອກ​ພວກທ່ານ.</verse>
				<verse number="29">ເພິ່ນ​ເຕືອນ​ພວກທ່ານ ຢ່າ​ໃຫ້​ກະສັດ​ເຮເຊກີຢາ​ຫລອກລວງ​ພວກທ່ານ​ເລີຍ. ກະສັດ​ເຮເຊກີຢາ​ຊ່ວຍ​ພວກທ່ານ​ບໍ່ໄດ້​ດອກ.</verse>
				<verse number="30">ຢ່າ​ໃຫ້​ເຮເຊກີຢາ​ຊັກຈູງ​ພວກທ່ານ​ໄປ​ເພິ່ງພາ​ອາໄສ​ພຣະເຈົ້າຢາເວ​ເລີຍ. ໂດຍ​ກ່າວ​ວ່າ​ພຣະເຈົ້າຢາເວ​ຈະ​ຊ່ວຍ​ພວກທ່ານ​ໃຫ້​ພົ້ນ ແລະ​ຢ່າ​ໄດ້​ຄິດ​ວ່າ​ພຣະອົງ​ຈະ​ຢຸດຢັ້ງ​ກອງທັບ​ອັດຊີເຣຍ​ຂອງ​ພວກເຮົາ ບໍ່​ໃຫ້​ຢຶດເອົາ​ເມືອງ​ຂອງ​ພວກທ່ານ.</verse>
				<verse number="31">ຢ່າ​ຟັງຄວາມ​ຂອງ​ກະສັດ​ເຮເຊກີຢາ. ກະສັດ​ແຫ່ງ​ອັດຊີເຣຍ​ສັ່ງ​ພວກທ່ານ ໃຫ້​ອອກ​ຈາກ​ເມືອງ​ມາ​ຍອມ​ຈຳນົນ. ເພິ່ນ​ຈະ​ອະນຸຍາດ​ໃຫ້​ພວກທ່ານ​ທຸກຄົນ ກິນ​ໝາກອະງຸ່ນ​ຈາກ​ເຄືອ​ອະງຸ່ນ​ຂອງ​ພວກທ່ານ​ເອງ, ໝາກເດື່ອ​ຈາກ​ຕົ້ນ​ເດື່ອ​ຂອງ​ພວກທ່ານ​ເອງ ແລະ​ດື່ມ​ນໍ້າ​ຈາກ​ສ້າງ​ຂອງ​ພວກທ່ານ​ເອງ</verse>
				<verse number="32">ຈົນກວ່າ​ຂ້າພະເຈົ້າ​ຈະ​ຈັດຫາ​ບ່ອນ​ໃຫ້​ພວກທ່ານ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ປະເທດ​ໜຶ່ງ ຊຶ່ງ​ຄ້າຍ​ຄື​ກັບ​ປະເທດ​ຂອງ​ພວກທ່ານ​ເອງ ບ່ອນ​ທີ່​ມີ​ສວນອະງຸ່ນ​ເພື່ອ​ເຮັດ​ເຫຼົ້າ​ອະງຸ່ນ ແລະ​ມີ​ເຂົ້າ​ເພື່ອ​ເຮັດ​ເຂົ້າຈີ່; ເປັນ​ດິນແດນ​ແຫ່ງ​ໝາກກອກເທດ, ນໍ້າມັນ​ໝາກກອກ ແລະ​ນໍ້າເຜິ້ງ. ຖ້າ​ພວກທ່ານ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ເພິ່ນ ພວກທ່ານ​ກໍ​ຈະ​ບໍ່​ຕາຍ​ແຕ່​ມີ​ຊີວິດ​ຢູ່. ຢ່າ​ປ່ອຍ​ໃຫ້​ເຮເຊກີຢາ​ຫລອກລວງ​ພວກທ່ານ​ໃຫ້​ຄິດ​ວ່າ ພຣະເຈົ້າຢາເວ​ຈະ​ຊ່ວຍ​ກູ້​ເອົາ​ພວກທ່ານ.</verse>
				<verse number="33">ບັນດາ​ພະ​ຂອງ​ຊົນຊາດ​ອື່ນໆ ຊ່ວຍ​ປະເທດ​ຂອງ​ພວກເຂົາ​ຈາກ​ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ບໍ?</verse>
				<verse number="34">ດຽວ​ນີ້​ພະ​ເຫຼົ່ານີ້​ຢູ່​ໃສ? ຄື​ພະ​ຂອງ​ເມືອງ​ຮາມັດ ແລະ​ເມືອງ​ອັກປັດ? ພະ​ຂອງ​ເມືອງ​ເສຟາກວາອິມ, ເມືອງ​ເຮນາ ແລະ​ເມືອງ​ອີວາ​ຢູ່​ໃສ? ມີ​ພະ​ຕົນໃດ​ຕົນໜຶ່ງ​ບໍ ທີ່​ຊ່ວຍ​ນະຄອນ​ຊາມາເຣຍ​ໄວ້​ໄດ້?</verse>
				<verse number="35">ໃນ​ບັນດາ​ພະ​ເຫຼົ່ານີ້ ບໍ່ມີ​ພະ​ຕົນໃດ​ເລີຍ​ທີ່​ຊ່ວຍ​ປະເທດ​ຂອງ​ພວກເຂົາ​ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ຂ້າພະເຈົ້າ​ໄດ້. ຖ້າດັ່ງນັ້ນ ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພວກທ່ານ​ຄິດ​ວ່າ ພຣະເຈົ້າຢາເວ​ຈະ​ຊ່ວຍ​ນະຄອນ​ເຢຣູຊາເລັມ​ໄວ້​ໄດ້?”</verse>
				<verse number="36">ປະຊາຊົນ​ໄດ້​ພາກັນ​ມິດງຽບ ຕາມ​ທີ່​ກະສັດ​ໄດ້​ສັ່ງ​ພວກເຂົາ​ໄວ້; ພວກເຂົາ​ບໍ່​ຕອບ​ຫຍັງ​ຈັກ​ຄຳ.</verse>
				<verse number="37">ແລ້ວ​ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ​ຜູ້​ຮັບຜິດຊອບ​ຣາຊວັງ, ເຊັບນາ​ເລຂາທິການ ແລະ​ໂຢອາ​ລູກຊາຍ​ຂອງ​ອາສັບ​ຜູ້ບັນທຶກ ຕ່າງ​ກໍ​ຈີກ​ເສື້ອ​ຂອງ​ຕົນເອງ​ດ້ວຍ​ຄວາມ​ໂສກເສົ້າ​ເສຍໃຈ ແລະ​ໄປ​ລາຍງານ​ຕໍ່​ກະສັດ​ເຮເຊກີຢາ​ຕາມ​ທີ່​ຂ້າຣາຊການ​ອັດຊີເຣຍ​ໄດ້​ເວົ້າ.</verse>
			</chapter>
			<chapter number="19">
				<verse number="1">ພໍ​ກະສັດ​ເຮເຊກີຢາ​ໄດ້ຍິນ​ຄຳ​ລາຍງານ ເພິ່ນ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ໂສກເສົ້າ​ເສຍໃຈ, ນຸ່ງ​ຜ້າ​ກະສອບ​ເຂົ້າ ແລະ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="2">ເພິ່ນ​ໄດ້​ສັ່ງ​ໃຫ້​ເອລີອາກິມ ຜູ້​ຮັບຜິດຊອບ​ຣາຊວັງ; ເຊັບນາ​ເລຂາທິການ; ແລະ​ພວກ​ປະໂຣຫິດ​ຜູ້​ອາວຸໂສ​ໄປ​ຫາ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ. ພວກ​ນີ້​ຕ່າງ​ກໍ​ນຸ່ງ​ຜ້າ​ກະສອບ​ເຂົ້າ​ຄືກັນ.</verse>
				<verse number="3">ນີ້​ແມ່ນ​ຖ້ອຍຄຳ​ທີ່​ເພິ່ນ​ໄດ້​ບອກ​ໃຫ້​ພວກເຂົາ​ເວົ້າ​ກັບ​ເອຊາຢາ: “ວັນນີ້ ເປັນ​ມື້​ແຫ່ງ​ຄວາມ​ທົນທຸກ; ພວກ​ຂ້າພະເຈົ້າ​ຖືກ​ລົງໂທດ ແລະ​ຖືກ​ອັບອາຍ​ຂາຍໜ້າ. ພວກ​ຂ້າພະເຈົ້າ​ເປັນ​ດັ່ງ​ຍິງ​ທີ່​ກຳລັງ​ຈະ​ຄອດ​ລູກ, ແຕ່​ບໍ່ມີ​ແຮງ​ພໍ​ເບັ່ງ​ລູກ​ອອກ.</verse>
				<verse number="4">ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ສົ່ງ​ຂ້າຣາຊການ​ຊັ້ນສູງ​ຂອງ​ເພິ່ນ ມາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່. ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ໄດ້ຍິນ​ຄຳໝິ່ນປະໝາດ​ນີ້ ແລະ​ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ລົງໂທດ​ຜູ້​ທີ່​ກ່າວ​ດ້ວຍ. ສະນັ້ນ ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ສຳລັບ​ປະຊາຊົນ​ຂອງ​ພວກເຮົາ​ທີ່​ລອດຊີວິດ​ຢູ່​ນີ້​ດ້ວຍ​ເທີ້ນ.”</verse>
				<verse number="5">ເມື່ອ​ເອຊາຢາ​ໄດ້​ຮັບ​ຂ່າວ​ຈາກ​ກະສັດ​ເຮເຊກີຢາ​ແລ້ວ</verse>
				<verse number="6">ເພິ່ນ​ກໍໄດ້​ສົ່ງ​ຄຳຕອບ​ຄືນ​ໄປ​ວ່າ, “ພຣະເຈົ້າຢາເວ​ບອກ​ທ່ານ​ວ່າ ‘ຢ່າ​ຊູ່​ຢ້ານ​ຖ້ອຍຄຳ​ທັງຫລາຍ​ທີ່ທ່ານ​ໄດ້ຍິນ ຊຶ່ງ​ຂ້າຣາຊການ​ຂອງ​ກະສັດ​ແຫ່ງ​ອັດຊີເຣຍ​ໄດ້ກ່າວ​ປະຈານ​ເຮົາ.</verse>
				<verse number="7">ເຮົາ​ຈະ​ບັນດານ​ໃຫ້​ກະສັດ​ໄດ້ຍິນ​ຂ່າວ​ຊ່າລື ຊຶ່ງ​ຈະ​ເຮັດ​ໃຫ້​ລາວ​ກັບຄືນ​ເມືອ​ປະເທດ​ຂອງ​ລາວ ແລະ​ເຮົາ​ຈະ​ເຮັດ​ໃຫ້​ລາວ​ຖືກ​ຂ້າ​ຢູ່​ທີ່​ນັ້ນ.”’</verse>
				<verse number="8">ຂ້າຣາຊການ​ອັດຊີເຣຍ​ໄດ້ຍິນ​ວ່າ ກະສັດ​ໄດ້​ອອກ​ແຕ່​ເມືອງ​ລາກິດ​ໄປ ແລະ​ກຳລັງ​ສູ້ຮົບ​ຢູ່​ໃກ້ໆ​ກັບ​ເມືອງ​ລິບນາ ລາວ​ຈຶ່ງ​ໄປ​ປຶກສາ​ນຳ​ເພິ່ນ​ຢູ່​ທີ່​ນັ້ນ.</verse>
				<verse number="9">ຂ່າວ​ໄດ້​ຊ່າລື​ໄປ​ເຖິງ​ຫູ​ຊາວ​ອັດຊີເຣຍ​ວ່າ ກອງທັບ​ປະເທດ​ເອຢິບ​ກຳລັງ​ມາ​ໂຈມຕີ​ພວກເຂົາ ຊຶ່ງ​ນຳ​ໂດຍ​ກະສັດ​ຕີຮາກາ​ແຫ່ງ​ເອທີໂອເປຍ. ເມື່ອ​ກະສັດ​ໄດ້ຍິນ​ເຖິງ​ຂ່າວ​ນີ້ ເພິ່ນ​ຈຶ່ງ​ສົ່ງ​ຈົດໝາຍ​ໄປ​ບອກ​ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ​ວ່າ,</verse>
				<verse number="10">“ຢ່າ​ໃຫ້​ພຣະເຈົ້າ​ຂອງທ່ານ​ອົງ​ທີ່​ທ່ານ​ໄວ້ວາງໃຈ​ນັ້ນ​ຫລອກລວງ​ທ່ານ ໂດຍ​ເວົ້າ​ວ່າ​ນະຄອນ​ເຢຣູຊາເລັມ​ຈະ​ບໍ່​ຕົກ​ຢູ່​ໃນ​ກຳມື​ຂອງເຮົາ</verse>
				<verse number="11">ທ່ານ​ຄົງ​ໄດ້ຍິນ​ແລ້ວ​ວ່າ ກະສັດ​ແຫ່ງ​ອັດຊີເຣຍ​ເຮັດ​ຕໍ່​ປະເທດ​ທີ່​ເພິ່ນ​ຕັ້ງໃຈ​ທຳລາຍ​ນັ້ນ​ຢ່າງໃດ. ທ່ານ​ຄິດ​ວ່າ​ທ່ານ​ໜີໄປ​ໄດ້​ຊັ້ນບໍ?</verse>
				<verse number="12">ບັນພະບຸລຸດ​ຂອງ​ຂ້າພະເຈົ້າ​ໄດ້​ທຳລາຍ​ເມືອງ​ໂກຊານ, ຮາຣານ ແລະ​ເຣເຊັບ ແລະ​ໄດ້​ຂ້າ​ຊາວ​ເອເດນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເຕລາສາ ແລະ​ບໍ່ມີ​ພະ​ຕົນໃດ​ໃນ​ບັນດາ​ພະ​ຂອງ​ພວກເຂົາ​ຊ່ວຍ​ພວກເຂົາ​ໄວ້​ໄດ້.</verse>
				<verse number="13">ບັນດາ​ກະສັດ​ແຫ່ງ​ເມືອງ​ຮາມັດ, ອັກປັດ, ເສຟາກວາອິມ, ເຮນາ ແລະ​ອີວາ ໄປ​ໃສ​ໝົດ​ແລ້ວ?”</verse>
				<verse number="14">ກະສັດ​ເຮເຊກີຢາ​ຮັບ​ເອົາ​ຈົດໝາຍ​ຈາກ​ມື​ຂອງ​ພວກ​ຜູ້ນຳຂ່າວ​ມາ​ອ່ານ. ແລ້ວ​ເພິ່ນ​ກໍ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ພື​ຈົດໝາຍ​ນັ້ນ​ອອກ​ຊ້ອງໜ້າ​ພຣະເຈົ້າຢາເວ</verse>
				<verse number="15">ແລະ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ເອີຍ ພຣະອົງ​ນັ່ງ​ຢູ່​ເທິງ​ບັນລັງ​ຂອງ​ພຣະອົງ​ເໜືອ​ເຄຣຸບ ພຣະອົງ​ເທົ່ານັ້ນ​ເປັນ​ພຣະເຈົ້າ​ທີ່​ປົກຄອງ​ທຸກ​ອານາຈັກ​ທົ່ວໂລກນີ້. ພຣະອົງ​ໄດ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ.</verse>
				<verse number="16">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຫງ່ຽງ​ຫູ​ຟັງ, ຂ້າແດ່​ພຣະເຈົ້າຢາເວ ເວລາ​ນີ້​ຂໍ​ຫລຽວເບິ່ງ​ເຫດການ​ທີ່​ກຳລັງ​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ​ດ້ວຍ. ໂຜດ​ຟັງ​ຖ້ອຍຄຳ​ທັງໝົດ​ທີ່​ເຊັນນາເກຣິບ​ກຳລັງ​ກ່າວ​ໝິ່ນປະໝາດ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່.</verse>
				<verse number="17">ຂ້າແດ່​ພຣະເຈົ້າຢາເວ ພວກ​ຂ້ານ້ອຍ​ທັງໝົດ​ຮູ້ຈັກ​ວ່າ ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ທຳລາຍ​ຫລາຍ​ຊົນຊາດ​ມາ​ແລ້ວ ແລະ​ເຮັດ​ໃຫ້​ດິນແດນ​ຕ່າງໆ​ຂອງ​ພວກເຂົາ​ຮົກຮ້າງ​ວາງເປົ່າ</verse>
				<verse number="18">ແລະ​ທັງ​ໄດ້​ຈູດ​ພະ​ຕ່າງໆ​ຂອງ​ຊົນຊາດ​ເຫຼົ່ານີ້​ຖິ້ມ​ດ້ວຍ ເພາະ​ພະ​ເຫຼົ່ານັ້ນ​ບໍ່ແມ່ນ​ພຣະເຈົ້າ ເປັນ​ພຽງແຕ່​ພະ​ທີ່​ມະນຸດ​ສ້າງ​ຂຶ້ນ​ມາ ດ້ວຍ​ໄມ້​ແລະ​ດ້ວຍ​ຫີນ​ເທົ່ານັ້ນ.</verse>
				<verse number="19">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ບັດນີ້ ຂໍ​ພຣະອົງ​ຊ່ວຍ​ກູ້​ເອົາ​ພວກ​ຂ້ານ້ອຍ​ຈາກ​ຊາວ​ອັດຊີເຣຍ​ດ້ວຍ​ເຖີດ ເພື່ອ​ວ່າ​ຊົນຊາດ​ຕ່າງໆ​ໃນ​ໂລກ​ຈະ​ຮູ້​ວ່າ ພຣະອົງ​ຊົງ​ເປັນ​ພຣະເຈົ້າຢາເວ​ອົງດຽວ​ເທົ່ານັ້ນ ທີ່​ເປັນ​ພຣະເຈົ້າ.”</verse>
				<verse number="20">ແລ້ວ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ກໍ​ສັ່ງ​ຄວາມ​ໄປ​ຫາ​ກະສັດ​ເຮເຊກີຢາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້ກ່າວ​ດັ່ງນີ້​ວ່າ: ຄຳພາວັນນາ​ອະທິຖານ​ຂອງ​ທ່ານ​ວ່າ​ດ້ວຍ​ເຊັນນາເກຣິບ​ນັ້ນ ເຮົາ​ໄດ້ຍິນ​ແລ້ວ.</verse>
				<verse number="21">ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ກ່ຽວກັບ​ລາວ​ເປັນ​ດັ່ງນີ້: ‘ເຊັນນາເກຣິບ​ເອີຍ ນະຄອນ​ເຢຣູຊາເລັມ​ຫົວຂວັນ​ໃສ່​ເຈົ້າ.</verse>
				<verse number="22">ເຈົ້າ​ຄິດ​ວ່າ​ເຈົ້າ​ກຳລັງ​ກ່າວ​ໝິ່ນປະໝາດ ແລະ​ເຍາະເຍີ້ຍ​ໃສ່​ໃຜ? ເຈົ້າ​ບໍ່ໄດ້​ໃຫ້​ຄວາມ​ເຄົາຣົບ​ແກ່​ເຮົາ ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="23">ເຈົ້າ​ໄດ້​ສົ່ງ​ພວກ​ຜູ້ນຳຂ່າວ​ຂອງ​ເຈົ້າ​ໄປ​ເວົ້າ​ອວດ​ໃສ່​ເຮົາ​ວ່າ ດ້ວຍ​ກອງ​ລົດຮົບ​ທັງໝົດ ເຈົ້າ​ໄດ້​ໄປ​ຢຶດຄອງ​ພູສູງ​ເລບານອນ​ຫລາຍ​ໜ່ວຍ. ເຈົ້າ​ເວົ້າ​ອວດ​ວ່າ​ຢູ່​ທີ່​ນັ້ນ​ເຈົ້າ​ໄດ້​ຕັດ​ຕົ້ນແປກ​ທີ່​ສູງສຸດ​ລົງ ແລະ​ຕົ້ນ​ແປກເທດ​ທີ່​ສວຍງາມ​ທີ່ສຸດ​ລົງ ແລະ​ບອກ​ວ່າ​ເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ປ່າ​ເລິກ​ທີ່ສຸດ.</verse>
				<verse number="24">ເຈົ້າ​ເວົ້າ​ອວດ​ວ່າ​ເຈົ້າ​ໄດ້​ຂຸດ​ນໍ້າສ້າງ​ຕ່າງໆ ໄດ້​ດື່ມ​ນໍ້າ​ໃນ​ຕ່າງ​ແດນ ແລະ​ວ່າ​ຕີນ​ທະຫານ​ຂອງ​ເຈົ້າ​ໄດ້​ຢຽບ​ຢໍ່າ​ແມ່ນໍ້າ​ຕ່າງໆ​ໃນ​ເອຢິບ​ຈົນ​ບົກ.</verse>
				<verse number="25">ເຈົ້າ​ບໍ່ເຄີຍ​ໄດ້ຍິນ​ບໍ​ວ່າ ເຮົາ​ໄດ້​ຕຽມ​ແຜນການ​ທັງໝົດ​ນີ້​ໄວ້​ແຕ່ດົນ​ແລ້ວ? ແລະ​ດຽວນີ້​ເຮົາ​ກໍ​ປະຕິບັດ​ຕາມ​ແຜນການ​ນັ້ນ. ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເພື່ອ​ທຳລາຍ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ອັນ​ແໜ້ນໜາ​ໃຫ້​ເພພັງ​ລົງ​ເປັນ​ກອງ​ຫີນ.</verse>
				<verse number="26">ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ບ່ອນ​ນັ້ນ​ຂາດ​ອຳນາດ; ພວກເຂົາ​ຢ້ານກົວ​ຕົວ​ສັ່ນເຊັນ ຕົກ​ສະເງີ້​ຈົນ​ຫລົງ​ສະຕິ. ພວກເຂົາ​ປຽບ​ດັ່ງ​ຫຍ້າ​ທີ່​ທົ່ງນາ ຫລື​ຫຍ້າ​ທີ່​ປົ່ງ​ຂຶ້ນ​ຕາມ​ຫລັງຄາເຮືອນ​ທີ່​ຖືກ​ກະແສ​ລົມຮ້ອນ​ຈາກ​ທິດ​ຕາເວັນອອກ​ພັດ​ໃຫ້​ແຫ້ງ​ໄປ.</verse>
				<verse number="27">ແຕ່​ເຮົາ​ຮູ້ຈັກ​ທຸກຢ່າງ​ກ່ຽວກັບ​ເຈົ້າ ບໍ່​ວ່າ​ເຈົ້າ​ເຮັດ​ຫຍັງ​ຫລື​ໄປ​ໃສ ເຮົາ​ຮູ້​ວ່າ​ເຈົ້າ​ກຽດຊັງ​ເຮົາ​ຫລາຍ.</verse>
				<verse number="28">ເຮົາ​ໄດ້​ຮັບ​ຄຳ​ລາຍງານ​ກ່ຽວກັບ​ຄວາມ​ອວດອ້າງ​ຂອງເຈົ້າ; ບັດນີ້ ເຮົາ​ຈະ​ເອົາ​ຂໍເກາະ​ດັງ​ເຈົ້າ ແລະ​ເອົາ​ເຫຼັກ​ງັບ​ປາກ​ເຈົ້າ ແລະ​ຈະ​ນຳ​ເຈົ້າ​ກັບຄືນ​ເມືອ​ທາງ​ເສັ້ນເກົ່າ.”’</verse>
				<verse number="29">ແລ້ວ​ເອຊາຢາ​ກໍ​ກ່າວ​ແກ່​ກະສັດ​ເຮເຊກີຢາ​ວ່າ, “ນີ້ແມ່ນ​ໝາຍສຳຄັນ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ. ໃນ​ປີ​ນີ້​ແລະ​ປີ​ໜ້າ ທ່ານ​ຈະ​ໄດ້​ກິນ​ແຕ່​ເຂົ້າ​ທີ່​ເກີດຂຶ້ນ​ຕາມ​ປ່າ​ເທົ່ານັ້ນ, ແຕ່​ໃນ​ປີ​ຕໍ່ໄປ​ທ່ານ​ຈະ​ໄດ້​ປູກ​ພືດ​ແລະ​ເກັບກ່ຽວ ແລະ​ຈະ​ໄດ້​ປູກ​ຕົ້ນ​ອະງຸ່ນ​ກັບ​ກິນ​ໝາກ​ຂອງ​ມັນ.</verse>
				<verse number="30">ຊາວ​ຢູດາ​ທີ່​ຍັງ​ລອດຊີວິດ​ຢູ່​ຈະ​ເປັນ​ດັ່ງ​ຕົນ​ໄມ້ ທີ່​ຢັ່ງ​ຮາກ​ເລິກ​ລົງ​ໃນ​ພື້ນດິນ​ແລະ​ເກີດໝາກ.</verse>
				<verse number="31">ໃນ​ນະຄອນ​ເຢຣູຊາເລັມ​ກັບ​ທີ່​ເທິງ​ພູເຂົາ​ຊີໂອນ​ຈະ​ເຫັນ​ຄົນ​ມີ​ຊີວິດ​ຢູ່​ຕໍ່ໄປ ເພາະ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຕັ້ງໃຈ​ໃຫ້​ເຫດການ​ນີ້​ເກີດຂຶ້ນ.</verse>
				<verse number="32">ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ກະສັດ​ແຫ່ງ​ອັດຊີເຣຍ​ດັ່ງນີ້: ‘ລາວ​ຈະ​ບໍ່ໄດ້​ເຂົ້າ​ໄປ​ເມືອງ​ນີ້ ຫລື​ຈະ​ບໍ່ໄດ້​ຍິງ​ລູກທະນູ​ໃສ່​ເລີຍ. ບໍ່ມີ​ທະຫານ​ຄົນໃດ​ທີ່​ຖື​ໂລ້​ຕ້ານທານ​ຈະ​ເຂົ້າ​ໄປ​ໃກ້​ເມືອງ​ນີ້​ໄດ້ ແລະ​ທັງ​ຈະ​ບໍ່ໄດ້​ສ້າງ​ກອງ​ດິນ​ອ້ອມ​ເມືອງ​ເພື່ອ​ປີນ​ຂຶ້ນ​ໄປ​ເລີຍ.</verse>
				<verse number="33">ລາວ​ຈະ​ກັບຄືນ​ເມືອ​ຕາມ​ທາງ​ເສັ້ນເກົ່າ​ທີ່​ລາວ​ມາ​ໂດຍ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ເມືອງ​ນີ້. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.</verse>
				<verse number="34">ເຮົາ​ຈະ​ປ້ອງກັນ​ຮັກສາ​ເມືອງນີ້​ໄວ້​ເພື່ອ​ກຽດ​ແລະ​ສັກສີ​ຂອງເຮົາ ແລະ​ເພື່ອ​ເຫັນ​ແກ່​ດາວິດ​ຜູ້ຮັບໃຊ້​ທີ່​ສັດຊື່​ຂອງເຮົາ.”’</verse>
				<verse number="35">ໃນຄືນນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ຂ້າ​ທະຫານ​ໜຶ່ງຮ້ອຍ​ແປດສິບຫ້າພັນ​ຄົນ ທີ່​ຄ້າຍ​ທະຫານ​ອັດຊີເຣຍ. ຕື່ນ​ເຊົ້າ​ມື້​ໃໝ່​ມາ ໄດ້​ມີ​ຊາກສົບ​ຢາຍ​ເດຍລະດາດ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="36">ແລ້ວ​ເຈົ້າ​ເຊັນນາເກຣິບ ກະສັດ​ແຫ່ງ​ອັດຊີເຣຍ​ຈຶ່ງ​ຍົກທັບ​ຂອງຕົນ​ຖອຍຄືນ​ສູ່​ນະຄອນຫລວງ​ນີເນເວ.</verse>
				<verse number="37">ວັນ​ໜຶ່ງ ເມື່ອ​ເພິ່ນ​ກຳລັງ​ຂາບໄຫວ້​ພະ​ທີ່​ວິຫານ​ພະ​ນີຊະຣົກ​ພະ​ຂອງເພິ່ນ; ອັດຣຳເມເລັກ​ແລະ​ຊາເຣເຊ​ກໍໄດ້​ຂ້າ​ເພິ່ນ​ເສຍ. ສອງ​ຄົນ​ນີ້​ເປັນ​ລູກຊາຍ​ຂອງ​ເພິ່ນ​ເອງ. ແລ້ວ​ພວກເຂົາ​ກໍ​ປົບໜີໄປ​ປະເທດ​ອາຣາຣັດ. ລູກຊາຍ​ຂອງ​ເພິ່ນ​ອີກ​ຄົນ​ໜຶ່ງ​ຊື່​ວ່າ ເອສາຮັດໂດນ ໄດ້​ຂຶ້ນ​ປົກຄອງ​ແທນ.</verse>
			</chapter>
			<chapter number="20">
				<verse number="1">ປະມານ​ເວລາ​ດຽວກັນ​ນີ້ ກະສັດ​ເຮເຊກີຢາ​ໄດ້​ປ່ວຍ ແລະ​ເກືອບ​ຕາຍ. ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໄດ້​ໄປ​ຫາ​ເພິ່ນ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ສັ່ງ​ໃຫ້​ທ່ານ​ຈັດການ​ທຸກສິ່ງ​ໃຫ້​ຮຽບຮ້ອຍ ເພາະ​ທ່ານ​ຈະ​ບໍ່​ຫາຍ​ດີ ຈົ່ງ​ຕຽມຕົວ​ຕາຍ.”</verse>
				<verse number="2">ກະສັດ​ເຮເຊກີຢາ​ປິ່ນໜ້າ​ໃສ່​ຝາ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ,</verse>
				<verse number="3">“ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈົດຈຳ​ບໍ​ວ່າ​ຂ້ານ້ອຍ​ໄດ້​ບົວລະບັດ​ຮັບໃຊ້​ພຣະອົງ ດ້ວຍ​ຄວາມສັດຊື່ ແລະ​ຈົງຮັກ​ພັກດີ; ຂ້ານ້ອຍ​ໄດ້​ພະຍາຍາມ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ​ສະເໝີມາ.” ແລ້ວ​ເພິ່ນ​ກໍ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.</verse>
				<verse number="4">ສ່ວນ​ເອຊາຢາ​ໄດ້​ອຳລາ​ຈາກ​ກະສັດ​ໄປ ກ່ອນ​ທີ່​ເພິ່ນ​ຜ່ານ​ພົ້ນ​ເດີ່ນ​ຣາຊວັງ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ເພິ່ນ​ວ່າ,</verse>
				<verse number="5">“ຈົ່ງ​ກັບຄືນ​ໄປ​ຫາ​ກະສັດ​ເຮເຊກີຢາ ຜູ້ປົກຄອງ​ປະຊາຊົນ​ຂອງ​ເຮົາ​ວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ດາວິດ​ບັນພະບຸລຸດ​ຂອງ​ເຈົ້າ​ໄດ້ບອກ​ດັ່ງນີ້​ວ່າ, ‘ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ ແລະ​ເຫັນ​ນໍ້າຕາ​ຂອງ​ເຈົ້າ. ເຮົາ​ຈະ​ໃຫ້​ເຈົ້າ​ຫາຍ​ປ່ວຍ ແລະ​ໃນ​ວັນ​ທີ​ສາມ ເຈົ້າ​ຕ້ອງ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="6">ເຮົາ​ຈະ​ໃຫ້​ເຈົ້າ​ມີ​ຊີວິດ​ຢູ່​ຕໍ່ໄປ​ອີກ​ສິບຫ້າ​ປີ. ເຮົາ​ຈະ​ຊ່ວຍກູ້​ເອົາ​ເຈົ້າ​ພ້ອມ​ທັງ​ນະຄອນ​ເຢຣູຊາເລັມ ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ກະສັດ​ແຫ່ງ​ອັດຊີເຣຍ. ເຮົາ​ຈະ​ປ້ອງກັນ​ນະຄອນ​ນີ້​ໄວ້​ເພື່ອ​ກຽດ​ສັກສີ​ຂອງເຮົາ​ເອງ ແລະ​ຍ້ອນ​ຄຳສັນຍາ​ທີ່​ເຮົາ​ໄດ້​ມີ​ໄວ້​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ.”’</verse>
				<verse number="7">ແລ້ວ​ເອຊາຢາ​ກໍ​ບອກ​ຄົນ​ຮັບໃຊ້​ຂອງ​ກະສັດ ໃຫ້​ເອົາ​ແປ້ງໜຽວ​ທີ່​ໃຊ້​ໝາກເດື່ອ​ເຮັດ ທາ​ໃສ່​ຕຸ່ມຝີ​ຂອງ​ກະສັດ​ເພື່ອ​ເພິ່ນ​ຈະ​ໄດ້​ຫາຍ​ດີ.</verse>
				<verse number="8">ກະສັດ​ເຮເຊກີຢາ​ຖາມ​ວ່າ, “ອັນໃດ​ຈະ​ເປັນ​ໝາຍສຳຄັນ​ທີ່​ຈະ​ພິສູດ​ໃຫ້​ເຫັນ​ວ່າ ພຣະເຈົ້າຢາເວ​ຈະ​ປິ່ນປົວ​ຂ້າພະເຈົ້າ​ໃຫ້​ດີ ແລະ​ໃນ​ວັນ​ທີ​ສາມ ຂ້າພະເຈົ້າ​ຈະ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ຕາມ​ທີ່​ໄດ້​ກ່າວ​ນັ້ນ?”</verse>
				<verse number="9">ເອຊາຢາ​ຕອບ​ວ່າ, “ພຣະເຈົ້າຢາເວ​ຈະ​ໃຫ້​ທ່ານ​ໄດ້​ເຫັນ​ໝາຍສຳຄັນ​ເພື່ອ​ພິສູດ​ວ່າ ພຣະເຈົ້າຢາເວ​ຈະ​ຮັກສາ​ຄຳສັນຍາ​ຂອງ​ພຣະອົງ​ຄື: ເງົາ​ຕາເວັນ​ທີ່​ໄດ້​ຄືບໜ້າ​ໄປ​ແລ້ວ​ສິບ​ຂັ້ນ ຫລື​ຈະ​ໃຫ້​ຢ້ອນ​ຄືນ​ມາ​ສິບ​ຂັ້ນ?”</verse>
				<verse number="10">ກະສັດ​ເຮເຊກີຢາ​ຕອບ​ວ່າ, “ເປັນ​ການ​ງ່າຍ​ທີ່​ຈະ​ໃຫ້​ເງົາ​ຍ້າຍ​ຂຶ້ນ​ໄປ​ອີກ​ສິບ​ຂັ້ນ; ໃຫ້​ເງົາ​ຖອຍ​ລົງ​ສິບ​ຂັ້ນ​ສາ.”</verse>
				<verse number="11">ຜູ້ທຳນວາຍ​ເອຊາຢາ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າຢາເວ; ສະນັ້ນ ພຣະອົງ​ຈຶ່ງ​ເຮັດ​ໃຫ້​ເງົາ​ຖອຍ​ຫລັງ​ເທິງ​ຂັ້ນໄດ​ໂມງ ສິບ​ຂັ້ນ ທີ່​ຖືກ​ສ້າງ​ຂຶ້ນ​ໂດຍ​ກະສັດ​ອາຮາດ.</verse>
				<verse number="12">ປະມານ​ເວລາ​ດຽວກັນ​ນັ້ນ ເມໂຣດັກ​ບາລາດານ​ລູກຊາຍ​ຂອງ​ບາລາດານ​ກະສັດ​ແຫ່ງ​ບາບີໂລນ ໄດ້ຍິນ​ວ່າ​ກະສັດ​ເຮເຊກີຢາ​ປ່ວຍ; ເພິ່ນ​ຈຶ່ງ​ສົ່ງ​ຈົດໝາຍ​ແລະ​ຂອງຂວັນ​ມາ​ໃຫ້.</verse>
				<verse number="13">ສ່ວນ​ກະສັດ​ເຮເຊກີຢາ​ກໍໄດ້​ຕ້ອນຮັບ​ຄະນະທູດ ແລະ​ພາ​ພວກເຂົາ​ເຂົ້າ​ໄປ​ເບິ່ງ​ຊັບສົມບັດ​ຂອງຕົນ ເຊັ່ນ: ເງິນ, ຄຳ, ເຄື່ອງເທດ​ແລະ​ນໍ້າຫອມ, ຕະຫລອດ​ອາວຸດ​ຍຸດທະພັນ​ທັງໝົດ​ຂອງຕົນ. ບໍ່ມີ​ບ່ອນໃດ​ຢູ່​ໃນ​ຫ້ອງ​ເກັບເຄື່ອງ​ຕ່າງໆ ແລະ​ບ່ອນ​ອື່ນໆ​ໃນ​ຣາຊອານາຈັກ​ທີ່​ເພິ່ນ​ບໍ່ໄດ້​ພາ​ພວກເຂົາ​ໄປ​ເບິ່ງ.</verse>
				<verse number="14">ແລ້ວ​ຜູ້ທຳນວາຍ​ເອຊາຢາ​ກໍໄດ້​ໄປ​ຫາ​ກະສັດ​ເຮເຊກີຢາ ແລະ​ຖາມ​ວ່າ, “ຄົນ​ເຫຼົ່ານີ້​ມາ​ແຕ່​ໃສ ແລະ​ພວກເຂົາ​ໄດ້​ເວົ້າ​ຫຍັງ​ກັບ​ທ່ານ​ແດ່?” ກະສັດ​ເຮເຊກີຢາ​ຕອບ​ວ່າ, “ພວກເຂົາ​ມາ​ຈາກ​ເມືອງໄກ ຈາກ​ບາບີໂລນ.”</verse>
				<verse number="15">ຜູ້ທຳນວາຍ​ເອຊາຢາ​ຖາມ​ວ່າ, “ພວກເຂົາ​ໄດ້​ເຫັນ​ຫຍັງ​ແດ່​ຢູ່​ໃນ​ວັງ​ນີ້?” ກະສັດ​ເຮເຊກີຢາ​ຕອບ​ວ່າ, “ພວກເຂົາ​ໄດ້​ເຫັນ​ທຸກສິ່ງ. ບໍ່ມີ​ສິ່ງໃດ​ຢູ່​ໃນ​ຫ້ອງ​ເກັບເຄື່ອງ​ທີ່​ຂ້າພະເຈົ້າ​ບໍ່ໄດ້​ພາ​ພວກເຂົາ​ໄປ​ເບິ່ງ.”</verse>
				<verse number="16">ແລ້ວ​ເອຊາຢາ​ກໍ​ບອກ​ກະສັດ​ວ່າ, “ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ວ່າ​ດັ່ງນີ້:</verse>
				<verse number="17">ເວລາ​ໜຶ່ງ​ຈະ​ມາ​ເຖິງ​ທີ່​ທຸກໆ​ສິ່ງ​ຢູ່​ໃນ​ວັງ​ນີ້ ຄື​ທຸກໆ​ສິ່ງ​ທີ່​ປູ່ຍ່າຕາຍາຍ​ຂອງທ່ານ​ໄດ້​ສະສົມ​ໄວ້​ຈົນເທົ່າ​ທຸກ​ວັນນີ້ ຈະ​ຖືກ​ຂົນ​ໄປ​ສູ່​ບາບີໂລນ ຈະ​ບໍ່ມີ​ຫຍັງ​ເຫຼືອ​ຢູ່​ເລີຍ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.</verse>
				<verse number="18">ລູກຊາຍ​ຂອງທ່ານ​ເອງ​ບາງຄົນ​ກໍ​ຈະ​ຖືກ​ຈັບ​ໄປ ແລະ​ກາຍເປັນ​ຊາຍ​ຕອນ ເພື່ອ​ຮັບໃຊ້​ຢູ່​ໃນ​ວັງ​ຂອງ​ກະສັດ​ແຫ່ງ​ບາບີໂລນ.”</verse>
				<verse number="19">ກະສັດ​ເຮເຊກີຢາ​ເຂົ້າໃຈ​ເລື່ອງນີ້​ໃນ​ຄວາມໝາຍ​ທີ່​ວ່າ ຄວາມ​ສະຫງົບສຸກ​ກັບ​ຄວາມ​ປອດໄພ​ຈະ​ມີ​ຢູ່​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ; ດັ່ງນັ້ນ ເພິ່ນ​ຈຶ່ງ​ຕອບ​ເອຊາຢາ​ວ່າ, “ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ທີ່​ທ່ານ​ໄດ້​ບອກ​ກັບ​ຂ້າພະເຈົ້າ​ນີ້​ດີ​ຫລາຍ.”</verse>
				<verse number="20">ສິ່ງ​ອື່ນ​ທີ່​ກະສັດ​ເຮເຊກີຢາ​ໄດ້​ກະທຳ ຕະຫລອດ​ທັງ​ຄວາມ​ອົງອາດ​ກ້າຫານ​ຂອງ​ເພິ່ນ ແລະ​ທັງ​ເລື່ອງ​ທີ່​ເພິ່ນ​ໄດ້​ສ້າງ​ອ່າງນໍ້າ ແລະ​ຂຸດ​ບໍ່ນໍ້າ​ເພື່ອ​ເອົາ​ນໍ້າ​ເຂົ້າ​ໄປ​ໃນ​ເມືອງ; ທັງໝົດ​ນີ້​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.</verse>
				<verse number="21">ກະສັດ​ເຮເຊກີຢາ​ໄດ້​ຕາຍໄປ ແລ້ວ​ເຈົ້າ​ມານາເຊ​ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ປົກຄອງ​ແທນ.</verse>
			</chapter>
			<chapter number="21">
				<verse number="1">ເຈົ້າ​ມານາເຊ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ ເມື່ອ​ເພິ່ນ​ມີ​ອາຍຸ​ໄດ້​ສິບສອງ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ຫ້າສິບຫ້າ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ ເຮັບຊີບາ.</verse>
				<verse number="2">ກະສັດ​ມານາເຊ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ໂດຍ​ປະພຶດ​ຕາມ​ແບບຢ່າງ​ອັນ​ໜ້າກຽດຊັງ ຂອງ​ຊົນຊາດ​ທີ່​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.</verse>
				<verse number="3">ເພິ່ນ​ສ້າງ​ບ່ອນ​ຂາບໄຫວ້​ພະ​ຂອງ​ຄົນຕ່າງຊາດ​ຂຶ້ນ​ໃໝ່ ທີ່​ກະສັດ​ເຮເຊກີຢາ​ພໍ່​ຂອງ​ເພິ່ນ​ໄດ້​ທຳລາຍ​ໄປ​ແລ້ວ​ນັ້ນ; ເພິ່ນ​ສ້າງ​ແທ່ນບູຊາ​ສຳລັບ​ຂາບໄຫວ້​ພະບາອານ ແລະ​ສ້າງ​ຮູບ​ຂອງ​ເຈົ້າແມ່​ອາເຊຣາ​ດັ່ງ​ເຈົ້າ​ອາຮາບ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ເຮັດ​ມາ​ນັ້ນ. ກະສັດ​ມານາເຊ​ຍັງ​ໄດ້​ຂາບໄຫວ້​ຕາເວັນ​ເດືອນ​ດາວ​ອີກ​ດ້ວຍ.</verse>
				<verse number="4">ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ຕ່າງໆ ເພື່ອ​ຂາບໄຫວ້​ຮູບ​ພະ​ຂອງ​ຄົນຕ່າງຊາດ​ໄວ້​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ບ່ອນ​ທີ່​ພຣະເຈົ້າຢາເວ​ບອກ​ວ່າ, ໃນ​ນະຄອນ​ເຢຣູຊາເລັມ​ເຮົາ​ຈະ​ໃຫ້​ນາມຊື່​ຂອງ​ເຮົາ​ສະຖິດ​ຢູ່.</verse>
				<verse number="5">ເພິ່ນ​ຍັງ​ໄດ້​ສ້າງ​ແທ່ນບູຊາ​ຕ່າງໆ ເພື່ອ​ຂາບໄຫວ້​ຕາເວັນ​ເດືອນ​ດາວ​ໃສ່​ເດີ່ນ​ທັງສອງ​ແຫ່ງ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="6">ເພິ່ນ​ໄດ້​ຖວາຍ​ລູກຊາຍ​ຂອງຕົນ​ໃຫ້​ເປັນ​ເຄື່ອງ​ຖວາຍບູຊາ. ເພິ່ນ​ທຳພິທີ​ຖາມ​ສິ່ງ​ສັກສິດ ແລະ​ຝຶກ​ເວດມົນ​ກະຖາ ແລະ​ປຶກສາ ພວກ​ໝໍ​ດູ​ແລະ​ໝໍ​ຜີ. ເພິ່ນ​ໄດ້​ເຮັດ​ບາບ​ຢ່າງ​ໃຫຍ່ຫລວງ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ.</verse>
				<verse number="7">ເພິ່ນ​ຕັ້ງ​ຮູບ​ເຈົ້າແມ່​ອາເຊຣາ​ໄວ້​ຢູ່​ໃນ​ວິຫານ ຊຶ່ງ​ເປັນ​ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້ກ່າວ​ໄວ້​ກັບ​ກະສັດ​ດາວິດ ແລະ​ກະສັດ​ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ວ່າ, “ໃນ​ນະຄອນ​ເຢຣູຊາເລັມ​ນີ້ ຄື​ທີ່​ວິຫານ​ນີ້ ເປັນ​ບ່ອນ​ທີ່​ເຮົາ​ໄດ້​ເລືອກເອົາ​ຈາກ​ເຂດແດນ​ທັງໝົດ​ຂອງ​ຊາວ​ອິດສະຣາເອນ​ສິບສອງ​ເຜົ່າ ເພື່ອ​ໃຫ້​ນາມຊື່​ຂອງເຮົາ​ສະຖິດຢູ່​ຕະຫຼອດໄປ.</verse>
				<verse number="8">ຖ້າ​ປະຊາຊົນ​ອິດສະຣາເອນ​ຈະ​ເຊື່ອຟັງ​ຄຳສັ່ງ​ທຸກ​ຂໍ້​ຂອງເຮົາ ທັງ​ຖື​ຮັກສາ​ກົດບັນຍັດ​ທັງໝົດ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງເຮົາ​ໄດ້​ມອບ​ໃຫ້​ພວກເຂົາ; ເຮົາ​ຈະ​ບໍ່​ໃຫ້​ພວກເຂົາ​ຖືກ​ຂັບໄລ່​ອອກ​ໜີໄປ​ຈາກ​ດິນແດນ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ນັ້ນ.”</verse>
				<verse number="9">ແຕ່​ປະຊາຊົນ​ຢູດາ​ບໍ່ໄດ້​ເຊື່ອຟັງ ແລະ​ກະສັດ​ມານາເຊ​ຍັງ​ໄດ້​ນຳ​ພວກເຂົາ​ເຮັດ​ການບາບ​ອັນ​ໜັກໜ່ວງ ກວ່າ​ພວກ​ຊົນຊາດ​ທີ່​ພຣະເຈົ້າຢາເວ​ໄດ້​ທຳລາຍ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.</verse>
				<verse number="10">ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຜູ້​ຮັບ​ຜູ້ຮັບໃຊ້​ຂອງ​ພຣະອົງ​ວ່າ,</verse>
				<verse number="11">“ກະສັດ​ມານາເຊ​ໄດ້​ເຮັດ​ສິ່ງ​ທີ່​ໜ້າກຽດຊັງ​ເຫຼົ່ານີ້; ເປັນ​ສິ່ງ​ທີ່​ຊົ່ວຮ້າຍ​ຫລາຍກ່ວາ​ຊາວ​ການາອານ​ໄດ້​ເຮັດ; ລາວ​ໄດ້​ນຳ​ປະຊາຊົນ​ຢູດາ​ໃຫ້​ຕົກ​ໃນ​ບາບ ດ້ວຍ​ການ​ສ້າງ​ຮູບເຄົາຣົບ​ຕ່າງໆ.</verse>
				<verse number="12">ສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ຈຶ່ງ​ຈະ​ນຳ​ຄວາມພິນາດ​ມາ​ສູ່​ນະຄອນ​ເຢຣູຊາເລັມ ແລະ​ອານາຈັກ​ຢູດາຍ ແລະ​ຜູ້ໃດ​ທີ່​ໄດ້ຍິນ​ກ່ຽວກັບ​ການ​ນີ້​ກໍ​ຈະ​ຕົກ​ສະເງີ້.</verse>
				<verse number="13">ເຮົາ​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ນະຄອນ​ຊາມາເຣຍ, ຕໍ່​ກະສັດ​ອາຮາບ​ແຫ່ງ​ອິດສະຣາເອນ ແລະ​ຕໍ່​ພວກ​ລູກຫລານ​ຂອງ​ລາວ. ເຮົາ​ຈະ​ກວາດ​ລ້າງ​ປະຊາຊົນ​ທີ່​ນະຄອນ​ເຢຣູຊາເລັມ​ໃຫ້​ໝົດກ້ຽງ​ໄປ ໃຫ້​ສະອາດ​ດັ່ງ​ຈານ​ທີ່​ເຊັດ​ໃຫ້​ແຫ້ງ​ແລະ​ຂວໍ້າໄວ້.</verse>
				<verse number="14">ເຮົາ​ຈະ​ປະຖິ້ມ​ພວກ​ທີ່​ຍັງ​ມີ​ຊີວິດ​ຢູ່ ແລະ​ຈະ​ມອບ​ພວກເຂົາ​ໄວ້​ໃນ​ກຳມື​ຂອງ​ເຫຼົ່າ​ສັດຕູ ຜູ້​ທີ່​ຈະ​ຮົບ​ຊະນະ​ພວກເຂົາ ແລະ​ຈະ​ປຸ້ນສະດົມ​ດິນແດນ​ຂອງ​ພວກເຂົາ.</verse>
				<verse number="15">ເຮົາ​ຈະ​ເຮັດ​ສິ່ງ​ເຫຼົ່ານີ້​ຕໍ່​ປະຊາຊົນ​ຂອງເຮົາ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ເຮົາ ແລະ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ ຕັ້ງແຕ່​ຄາວ​ທີ່​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ຈົນເຖິງ​ທຸກ​ວັນນີ້.”</verse>
				<verse number="16">ກະສັດ​ມານາເຊ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ຢ່າງ​ຫລວງຫລາຍ ຈົນ​ວ່າ​ຖະໜົນ​ຕ່າງໆ​ທີ່​ນະຄອນ​ເຢຣູຊາເລັມ​ນອງ​ໄປ​ດ້ວຍ​ເລືອດ; ເພິ່ນ​ໄດ້​ກະທຳ​ການນີ້​ຕື່ມ​ໃສ່​ກັບ​ການນຳພາ​ຊາວ​ຢູດາ​ໃຫ້​ຂາບໄຫວ້​ຮູບເຄົາຣົບ ອັນ​ເປັນເຫດ​ໃຫ້​ພວກເຂົາ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ.</verse>
				<verse number="17">ສິ່ງ​ອື່ນ​ທີ່​ກະສັດ​ມານາເຊ​ໄດ້​ກະທຳ​ຕະຫລອດ​ທັງ​ເລື່ອງ​ການກະທຳ​ບາບ​ຂອງ​ເພິ່ນ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.</verse>
				<verse number="18">ກະສັດ​ມານາເຊ​ໄດ້​ຕາຍໄປ​ພ້ອມ​ກັບ​ປູ່ຍ່າຕາຍາຍ​ຂອງ​ເພິ່ນ ແລະ​ໄດ້​ຖືກ​ຝັງ​ໄວ້​ໃນ​ສວນ​ຂອງ​ຣາຊວັງ ຄື​ສວນ​ຂອງ​ອູຊາ. ແລ້ວ​ເຈົ້າ​ອາໂມນ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="19">ເຈົ້າ​ອາໂມນ​ເປັນ​ກະສັດ​ແຫ່ງ​ຢູດາຍ ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວສອງ​ປີ. ເພິ່ນ​ປົກຄອງ​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສອງ​ປີ ແມ່​ຂອງ​ເພິ່ນ​ຊື່​ວ່າ​ເມຊຸນເລເມດ ລູກສາວ​ຂອງ​ຮາຣຸດ​ຊາວ​ເມືອງ​ຢົດບາ.</verse>
				<verse number="20">ກະສັດ​ອາໂມນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ເໝືອນກັນ​ກັບ​ກະສັດ​ມານາເຊ​ພໍ່​ຂອງຕົນ.</verse>
				<verse number="21">ເພິ່ນ​ໄດ້​ຮຽນ​ເອົາ​ແບບຢ່າງ​ນຳ​ພໍ່​ຂອງ​ເພິ່ນ ແລະ​ຂາບໄຫວ້​ຮູບເຄົາຣົບ​ທີ່​ພໍ່​ຂອງ​ເພິ່ນ​ໄດ້​ຂາບໄຫວ້.</verse>
				<verse number="22">ເພິ່ນ​ປະຕິເສດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ເພິ່ນ ແລະ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="23">ບັນດາ​ຂ້າຣາຊການ​ຂອງ​ກະສັດ​ອາໂມນ​ໄດ້​ວາງແຜນ​ກະບົດ​ຕໍ່​ເພິ່ນ ແລະ​ໄດ້​ຂ້າ​ເພິ່ນ​ເສຍ​ຢູ່​ໃນ​ວັງ.</verse>
				<verse number="24">ແຕ່​ຊາວ​ຢູດາຍ​ໄດ້​ຂ້າ​ພວກ​ທີ່​ເປັນ​ກະບົດ​ຕໍ່​ກະສັດ​ອາໂມນ ແລະ​ແຕ່ງຕັ້ງ​ເຈົ້າ​ໂຢສີຢາ​ລູກຊາຍ​ຂອງ​ເພິ່ນ​ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="25">ສິ່ງ​ອື່ນ​ທີ່​ກະສັດ​ອາໂມນ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.</verse>
				<verse number="26">ກະສັດ​ອາໂມນ​ໄດ້​ຖືກ​ຝັງ​ໄວ້​ໃນ​ສວນ​ຂອງ​ອູຊາ; ແລ້ວ​ເຈົ້າ​ໂຢສີຢາ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ປົກຄອງ​ແທນ.</verse>
			</chapter>
			<chapter number="22">
				<verse number="1">ເຈົ້າ​ໂຢສີຢາ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ຢູດາຍ ເມື່ອ​ເພິ່ນ​ອາຍຸ​ໄດ້​ແປດ​ປີ. ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສາມສິບເອັດ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ເຢດີດາ ລູກສາວ​ຂອງ​ອາດາຢາ​ຊາວ​ໂບຊະກາດ.</verse>
				<verse number="2">ກະສັດ​ໂຢສີຢາ​ເຮັດ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ; ເພິ່ນ​ເຮັດ​ຕາມ​ແບບຢ່າງ​ຂອງ​ກະສັດ​ດາວິດ​ບັນພະບຸລຸດ​ຂອງ​ເພິ່ນ ໂດຍ​ເຊື່ອຟັງ​ຢ່າງ​ເຄັ່ງຄັດ​ກົດບັນຍັດ​ທັງໝົດ​ຂອງ​ພຣະເຈົ້າ.</verse>
				<verse number="3">ໃນ​ຣາຊການ​ປີ​ທີ​ສິບແປດ​ຂອງ​ກະສັດ​ໂຢສີຢາ ເພິ່ນ​ໄດ້​ໃຊ້​ເລຂາທິການ ຊາຟານ​ລູກຊາຍ​ຂອງ​ອາຊາລີຢາ ແລະ​ຫລານຊາຍ​ຂອງ​ເມຊຸນລຳ ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ໂດຍ​ສັ່ງ​ວ່າ,</verse>
				<verse number="4">“ຈົ່ງ​ໄປ​ຫາ​ມະຫາ​ປະໂຣຫິດ​ຮິນກີຢາ ແລະ​ໃຫ້​ເພິ່ນ​ລາຍງານ​ກ່ຽວກັບ​ເງິນ​ທີ່​ພວກ​ປະໂຣຫິດ​ປະຈຳ​ໜ້າທີ່​ໃນ​ທາງເຂົ້າ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄດ້​ເກັບ​ຈາກ​ປະຊາຊົນ.</verse>
				<verse number="5">ຈົ່ງ​ບອກ​ເພິ່ນ​ເອົາ​ເງິນ​ໃຫ້​ບັນດາ​ຄົນງານ ຜູ້​ທີ່​ຮັບຜິດຊອບ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="6">ພວກເຂົາ​ຕ້ອງ​ຈ່າຍ​ເງິນ​ນີ້​ໃຫ້​ແກ່​ພວກ​ຊ່າງ​ໄມ້, ພວກ​ກໍ່ສ້າງ, ພວກ​ຊ່າງ​ກໍ່​ດິນ​ເຜົາ ແລະ​ຊື້​ໄມ້ ແລະ​ຫີນ​ສຳລັບ​ການ​ສ້ອມແປງ​ວິຫານ.</verse>
				<verse number="7">ພວກ​ທີ່​ຮັບຜິດຊອບ​ວຽກງານ​ນັ້ນ​ເປັນ​ຄົນ​ສັດຊື່; ສະນັ້ນ ຈຶ່ງ​ບໍ່​ຈຳເປັນ​ໃຫ້​ພວກເຂົາ​ເຮັດ​ບັນຊີ​ການເງິນ.”</verse>
				<verse number="8">ຊາຟານ​ໄດ້​ນຳ​ເອົາ​ຄຳສັ່ງ​ຂອງ​ກະສັດ​ໄປ​ບອກ​ມະຫາ​ປະໂຣຫິດ​ຮິນກີຢາ; ແລ້ວ​ເພິ່ນ​ກໍ​ບອກ​ຊາຟານ​ວ່າ ເພິ່ນ​ໄດ້​ພົບ​ປື້ມ​ກົດບັນຍັດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ເພິ່ນ​ໄດ້​ເອົາ​ປື້ມ​ນັ້ນ​ໃຫ້​ຊາຟານ​ອ່ານ.</verse>
				<verse number="9">ຊາຟານ​ໄດ້​ກັບຄືນ​ມາ​ລາຍງານ​ຕໍ່​ກະສັດ​ວ່າ, “ພວກ​ຜູ້ຮັບໃຊ້​ຂອງທ່ານ​ໄດ້​ເອົາ​ເງິນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ໃຫ້​ແກ່​ພວກ​ຄົນງານ​ທີ່​ຮັບຜິດຊອບ​ໃນ​ການ​ສ້ອມແປງ​ແລ້ວ.”</verse>
				<verse number="10">ຕໍ່ມາ ຊາຟານ​ໄດ້​ກ່າວ​ຕໍ່ໄປ​ວ່າ, “ມະຫາ​ປະໂຣຫິດ​ຮິນກີຢາ​ໄດ້​ເອົາ​ປື້ມ​ຫົວນີ້​ໃຫ້​ຂ້ານ້ອຍ.” ແລ້ວ​ຊາຟານ​ກໍໄດ້​ອ່ານ​ກົດບັນຍັດ​ໃນ​ປື້ມນັ້ນ​ສູ່​ກະສັດ​ຟັງ.</verse>
				<verse number="11">ເມື່ອ​ກະສັດ​ໄດ້ຍິນ​ເນື້ອຄວາມ​ໃນ​ປື້ມນັ້ນ ເພິ່ນ​ຈຶ່ງ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ໂສກເສົ້າ​ເສຍໃຈ</verse>
				<verse number="12">ແລ້ວ​ເພິ່ນ​ໄດ້​ອອກ​ຄຳສັ່ງ​ແກ່​ມະຫາ​ປະໂຣຫິດ​ຮິນກີຢາ, ອາຮີກຳ​ລູກຊາຍ​ຂອງ​ຊາຟານ, ອັກໂບ​ລູກຊາຍ​ຂອງ​ມີກາອີຢາ, ຊາຟານ ເລຂາທິການ ແລະ​ອາສາອີຢາ ຜູ້​ລໍ​ຮັບໃຊ້​ຂອງ​ກະສັດ. ຄຳສັ່ງ​ນັ້ນ​ມີ​ຂໍ້ຄວາມ​ດັ່ງ​ຕໍ່ໄປນີ້:</verse>
				<verse number="13">“ຈົ່ງ​ໄປ​ປຶກສາ​ພຣະເຈົ້າຢາເວ​ແທນ​ເຮົາ ແລະ​ປະຊາຊົນ​ຊາວ​ຢູດາ​ທຸກຄົນ ກ່ຽວກັບ​ຄຳສັ່ງສອນ​ໃນ​ປື້ມນີ້. ພຣະເຈົ້າຢາເວ​ໂກດຮ້າຍ​ພວກເຮົາ ເພາະ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ​ບໍ່ໄດ້​ປະຕິບັດ​ຕາມ​ຖ້ອຍຄຳ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ປື້ມນີ້.”</verse>
				<verse number="14">ປະໂຣຫິດ​ຮິນກີຢາ, ອາຮີກຳ, ອັກໂບ, ຊາຟານ ແລະ​ອາສາອີຢາ ໄດ້​ໄປ​ປຶກສາ​ຜູ້ທຳນວາຍ​ຍິງ​ຄົນ​ໜຶ່ງ​ຢູ່​ທາງ​ເຂດ​ໃໝ່​ຂອງ​ນະຄອນ​ເຢຣູຊາເລັມ​ຊື່​ວ່າ ຮຸນດາ. (ຜົວ​ຂອງ​ນາງ​ຮຸນດາ​ຊື່​ວ່າ​ຊານລູມ ລູກຊາຍ​ຂອງ​ຕິກວາ ແລະ​ຫລານຊາຍ​ຂອງ​ຮາກຮາ; ຊານລູມ​ເປັນ​ຜູ້​ຮັກສາ​ເສື້ອຄຸມ​ປະຈຳ​ພຣະວິຫານ.) ຄົນ​ເຫຼົ່ານີ້​ໄດ້​ເລົ່າ​ເຫດການ​ສູ່​ນາງ​ຟັງ.</verse>
				<verse number="15">ແລະ​ນາງ​ໄດ້​ບອກ​ພວກເຂົາ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້ກ່າວ​ດັ່ງນີ້ວ່າ: ຈົ່ງ​ບອກ​ຄົນ​ທີ່​ໄດ້ໃຊ້​ພວກເຈົ້າ​ມາ​ຫາ​ເຮົາ​ວ່າ,</verse>
				<verse number="16">ພຣະເຈົ້າຢາເວ​ໄດ້ກ່າວ​ດັ່ງນີ້: “ເຮົາ​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ​ພ້ອມ​ທັງ​ປະຊາຊົນ​ທຸກຄົນ​ໃນ​ເມືອງ ຕາມ​ທີ່​ມີ​ຖ້ອຍຄຳ​ຂຽນ​ໄວ້​ໃນ​ປື້ມ​ທີ່​ກະສັດ​ຢູດາຍ​ໄດ້​ອ່ານ​ນັ້ນ.</verse>
				<verse number="17">ພວກເຂົາ​ໄດ້​ປະຖິ້ມ​ເຮົາ ແລະ​ໄປ​ຖວາຍ​ເຄື່ອງ​ບູຊາ​ແກ່​ບັນດາ​ພະອື່ນ ຊຶ່ງ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ໃນ​ທຸກສິ່ງ ທີ່​ພວກເຂົາ​ໄດ້​ເຮັດ​ດ້ວຍ​ມື​ຂອງ​ພວກເຂົາ​ນັ້ນ. ຄວາມ​ໂກດຮ້າຍ​ຂອງເຮົາ​ລຸກ​ຂຶ້ນ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ ແລະ​ຈະ​ບໍ່ດັບ​ລົງ.</verse>
				<verse number="18">ແຕ່​ສຳລັບ​ກະສັດ​ຢູດາຍ​ທີ່​ໄດ້​ໃຊ້​ພວກເຈົ້າ​ໄປ​ຖາມ​ພຣະເຈົ້າຢາເວ ເຈົ້າ​ທັງຫລາຍ​ຈົ່ງ​ກ່າວ​ດັ່ງນີ້​ວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ດ້ວຍ​ຖ້ອຍຄຳ​ທັງຫລາຍ​ທີ່​ເຈົ້າ​ໄດ້ຍິນ</verse>
				<verse number="19">ເພາະ​ເຈົ້າ​ໄດ້​ຍອມ​ຟັງ​ແລະ​ເຈົ້າ​ໄດ້​ຖ່ອມຕົວ​ຕໍ່ໜ້າ​ພຣະເຈົ້າຢາເວ ເຈົ້າ​ຈີກ​ເຄື່ອງນຸ່ງ​ຂອງ​ເຈົ້າ​ແລະ​ຮ້ອງໄຫ້ ເມື່ອ​ເຈົ້າ​ໄດ້ຍິນ​ເຖິງ​ການ​ຂູ່ເຂັນ ທີ່​ເຮົາ​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ ແລະ​ປະຊາຊົນ​ໃນ​ເມືອງ. ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ນີ້​ເປັນ​ໜ້າຢ້ານກົວ ຄື​ເປັນ​ບ່ອນ​ທີ່​ຄົນ​ຈະ​ໃຊ້​ຊື່​ເມືອງ​ນີ້​ເປັນ​ຄຳສາບແຊ່ງ. ແຕ່​ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.</verse>
				<verse number="20">ເພາະສະນັ້ນ ການ​ລົງໂທດ​ທີ່​ເຮົາ​ກຳລັງ​ຈະ​ນຳ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ນີ້ ຈະ​ບໍ່​ມາ​ເຖິງ​ຈົນກວ່າ​ເຈົ້າ​ຈະ​ຕາຍໄປ. ເຮົາ​ຈະ​ໃຫ້​ເຈົ້າ​ຕາຍໄປ​ຢ່າງ​ສະຫງົບສຸກ.”’ ແລ້ວ​ຊາຍ​ເຫຼົ່ານັ້ນ​ກໍ​ນຳ​ເອົາ​ຖ້ອຍຄຳ​ນີ້​ໄປ​ບອກ​ກະສັດ​ໂຢສີຢາ.</verse>
			</chapter>
			<chapter number="23">
				<verse number="1">ກະສັດ​ໂຢສີຢາ​ໄດ້​ເອີ້ນ​ພວກ​ຫົວໜ້າ​ຂອງ​ຊາວ​ຢູດາ ແລະ​ຊາວ​ເຢຣູຊາເລັມ​ທັງໝົດ​ມາ​ປະຊຸມ​ກັບ​ເພິ່ນ.</verse>
				<verse number="2">ແລ້ວ​ກະສັດ​ກໍໄດ້​ເຂົ້າໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ຕິດຕາມ​ໂດຍ​ພວກ​ປະໂຣຫິດ​ແລະ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ທຸກຄົນ​ທັງ​ຜູ້​ຮັ່ງມີ ແລະ​ຜູ້​ຍາກຈົນ. ກະສັດ​ໄດ້​ອ່ານ​ທຸກ​ຖ້ອຍຄຳ​ໃນ​ປື້ມ​ພັນທະສັນຍາ ທີ່​ໄດ້​ພົບ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ນັ້ນ​ຊ້ອງໜ້າ​ພວກເຂົາ​ທຸກຄົນ.</verse>
				<verse number="3">ເພິ່ນ​ໄດ້​ຢືນ​ທີ່​ຂ້າງ​ເສົາ​ບ່ອນ​ທີ່​ຖືກ​ຈັດ​ໄວ້​ສຳລັບ​ເພິ່ນ ແລະ​ໄດ້ເຮັດ​ພັນທະສັນຍາ​ຕໍ່ໜ້າ​ພຣະເຈົ້າຢາເວ​ວ່າ ຈະ​ເຊື່ອຟັງ​ພຣະເຈົ້າຢາເວ, ຈະ​ຖື​ຮັກສາ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ດ້ວຍ​ສຸດໃຈ ແລະ​ສຸດຈິດ ແລະ​ຈະ​ປະຕິບັດ​ຕາມ​ຄຳ​ຮຽກຮ້ອງ​ທີ່​ມີ​ຂັດຕິດ​ຢູ່​ໃນ​ພັນທະສັນຍາ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ປື້ມ​ນັ້ນ. ຝ່າຍ​ປະຊາຊົນ​ທຸກຄົນ​ຕ່າງ​ກໍໄດ້​ສັນຍາ​ວ່າ ຈະ​ຖື​ຮັກສາ​ພັນທະສັນຍາ​ນັ້ນ.</verse>
				<verse number="4">ແລ້ວ​ກະສັດ​ໂຢສີຢາ​ກໍໄດ້​ສັ່ງ​ໃຫ້​ມະຫາ​ປະໂຣຫິດ​ຮິນກີຢາ, ບັນດາ​ປະໂຣຫິດ​ຮອງ ແລະ​ພວກ​ທະຫານ​ຍາມ​ປະຈຳ​ໜ້າທີ່​ທາງເຂົ້າ ໃຫ້​ນຳ​ເອົາ​ສິ່ງ​ຂອງ​ທັງໝົດ​ທີ່​ໄດ້​ໃຊ້​ໃນ​ການ​ຂາບໄຫວ້​ພະບາອານ, ເຈົ້າແມ່​ອາເຊຣາ ແລະ​ດວງດາວ​ອອກ​ໄປ​ຈາກ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ. ກະສັດ​ໄດ້​ຈູດ​ສິ່ງ​ເຫຼົ່ານີ້​ຢູ່​ນອກເມືອງ​ໃກ້​ກັບ​ຮ່ອມພູ​ກິດໂຣນ ແລ້ວ​ເພິ່ນ​ກໍ​ໃຫ້​ຄົນ​ເອົາ​ຂີ້ເຖົ່າ​ໄປ​ທີ່​ເມືອງ​ເບັດເອນ.</verse>
				<verse number="5">ເພິ່ນ​ປົດ​ຕຳແໜ່ງ​ພວກ​ປະໂຣຫິດ​ທີ່​ບັນດາ​ກະສັດ​ແຫ່ງ​ຢູດາຍ ໄດ້​ແຕ່ງຕັ້ງ​ໃຫ້​ຖວາຍ​ເຄື່ອງ​ບູຊາ ທີ່​ແທ່ນບູຊາ​ຂອງ​ພະ​ຕ່າງຊາດ​ຊຶ່ງ​ມີ​ຢູ່​ໃນ​ເມືອງຕ່າງໆ​ຂອງ​ຢູດາຍ ແລະ​ຕາມ​ບ່ອນ​ຕ່າງໆ​ທີ່​ໃກ້​ກັບ​ນະຄອນ​ເຢຣູຊາເລັມ ຄື​ປະໂຣຫິດ​ທຸກຄົນ​ທີ່​ຖວາຍ​ເຄື່ອງ​ບູຊາ​ແກ່​ພະບາອານ, ດວງຕາເວັນ, ດວງເດືອນ ແລະ​ດວງດາວ​ຕ່າງໆ​ທັງໝົດ​ໃນ​ຟ້າ​ສະຫວັນ.</verse>
				<verse number="6">ເພິ່ນ​ຍ້າຍ​ຮູບ​ເຈົ້າແມ່​ອາເຊຣາ​ອອກ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ເອົາ​ໄປ​ໄວ້​ນອກ​ນະຄອນ​ເຢຣູຊາເລັມ, ທີ່​ຮ່ອມພູ​ກິດໂຣນ, ຈູດ​ເຜົາ​ມັນ​ທີ່​ຮ່ອມພູ​ກິດໂຣນ, ບົດ​ໃຫ້​ໝຸ່ນ​ເປັນ​ຂີ້ເຖົ່າ ແລະ​ໂຮຍ​ໃສ່​ຕາມ​ບ່ອນ​ຝັງສົບ.</verse>
				<verse number="7">ເພິ່ນ​ທຳລາຍ​ບ່ອນ​ຢູ່​ຂອງ​ພວກ​ໂສເພນີ​ໃນ​ບໍລິເວນ​ວິຫານ​ຂອງ​ພຣະເຈົ້າຢາເວ. ຊຶ່ງ​ເປັນ​ບ່ອນ​ທີ່​ພວກຜູ້ຍິງ​ຕໍ່າ​ຜ້າ ເຮັດ​ເສື້ອຄຸມ​ໃຊ້​ໃນ​ການ​ຂາບໄຫວ້​ເຈົ້າແມ່​ອາເຊຣາ.</verse>
				<verse number="8">ກະສັດ​ໂຢສີຢາ​ໄດ້​ນຳ​ບັນດາ​ປະໂຣຫິດ​ທັງໝົດ​ທີ່​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ຢູ່​ທົ່ວ​ທຸກບ່ອນ​ຈາກ​ເກບາ​ເຖິງ​ເບເອນເຊບາ​ທີ່​ເພິ່ນ​ໄດ້​ທຳລາຍ​ແທ່ນບູຊາ​ຕ່າງໆ ແລະ​ສະຖານ​ທີ່​ສູງ​ທັງຫຼາຍ ຊຶ່ງ​ພວກເຂົາ​ຖວາຍ​ເຄື່ອງ​ບູຊາ​ໃສ່​ນັ້ນ ມາ​ທີ່​ນະຄອນ​ເຢຣູຊາເລັມ. ເພິ່ນ​ຍັງ​ໄດ້​ມ້າງ​ແທ່ນບູຊາ​ທີ່​ອຸທິດ​ຖວາຍ​ແກ່​ຜີ​ປີສາດແບ້ ໃກ້​ປະຕູ​ເມືອງ​ທີ່​ໂຢຊວຍ​ຜູ້ປົກຄອງ​ເມືອງ​ໄດ້​ສ້າງ​ຂຶ້ນ. ແທ່ນບູຊາ​ນີ້​ຢູ່​ທາງ​ເບື້ອງຊ້າຍ​ຂອງ​ປະຕູ​ໃຫຍ່​ທາງ​ເຂົ້າ​ເມືອງ.</verse>
				<verse number="9">ພວກ​ປະໂຣຫິດ​ເຫຼົ່ານັ້ນ​ບໍ່​ມີ​ສິດ​ຮັບໃຊ້​ຢູ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ແຕ່​ໄດ້​ຮັບ​ອະນຸຍາດ​ໃຫ້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ດັ່ງ​ປະໂຣຫິດ​ຄົນອື່ນໆ.</verse>
				<verse number="10">ກະສັດ​ໂຢສີຢາ​ຍັງ​ໄດ້​ທຳລາຍ​ໂຕເຟັດ ບ່ອນ​ຂາບໄຫວ້​ຮູບ​ພະຕ່າງໆ​ຂອງ​ຊາວ​ຕ່າງຊາດ​ທີ່​ຮ່ອມພູ​ຮິນໂນມ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ເອົາ​ລູກຊາຍ ຫລື​ລູກສາວ​ຂອງຕົນ​ໄປ​ເຜົາ​ຖວາຍບູຊາ​ໃຫ້​ພະ​ໂມເລັກ.</verse>
				<verse number="11">ເພິ່ນ​ຍັງ​ໄດ້​ເອົາ​ຝູງມ້າ​ທີ່​ກະສັດ​ແຫ່ງ​ຢູດາຍ​ອຸທິດ​ຖວາຍ ໃນ​ການ​ຂາບໄຫວ້​ດວງອາທິດ​ນັ້ນ​ໜີໄປ ແລະ​ເຜົາ​ລົດມ້າ​ທີ່​ໃຊ້​ໃນ​ການ​ຂາບໄຫວ້​ນີ້​ດ້ວຍ. (ມ້າ​ກັບ​ລົດມ້າ​ນີ້​ໄດ້​ເອົາ​ໄວ້​ຢູ່​ທາງເຂົ້າ​ວິຫານ​ຂອງ​ພຣະເຈົ້າຢາເວ ໃກ້​ກັບ​ປະຕູ ແລະ​ໃກ້​ບ່ອນ​ຢູ່​ຂອງ​ນາທານເມເລັກ ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່​ຄົນ​ໜຶ່ງ.)</verse>
				<verse number="12">ເພິ່ນ​ໄດ້​ທຳລາຍ​ແທ່ນບູຊາ​ທີ່​ກະສັດ​ແຫ່ງ​ຢູດາຍ​ໄດ້​ສ້າງ​ໄວ້ ເທິງ​ຫລັງຄາ​ພຽງ​ຂອງ​ຣາຊວັງ​ທີ່​ຢູ່​ເໜືອ​ສຳນັກ​ຂອງ​ກະສັດ​ອາຮາດ ພ້ອມ​ທັງ​ແທ່ນບູຊາ​ສອງ​ແທ່ນ ທີ່​ກະສັດ​ມານາເຊ​ໄດ້​ສ້າງ​ໄວ້​ໃນ​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ; ເພິ່ນ​ທຸບ​ແທ່ນບູຊາ​ເຫຼົ່ານີ້​ອອກ​ເປັນ​ປ່ຽງໆ ແລະ​ໂຍນ​ຖິ້ມ​ໃນ​ຮ່ອມພູ​ກິດໂຣນ.</verse>
				<verse number="13">ກະສັດ​ໂຢສີຢາ​ໄດ້​ທຳລາຍ​ແທ່ນບູຊາ​ຕ່າງໆ​ທີ່​ກະສັດ​ໂຊໂລໂມນ​ໄດ້​ສ້າງ​ຂຶ້ນ ຢູ່​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ຄື​ທາງທິດໃຕ້​ຂອງ​ພູເຂົາ​ໝາກກອກເທດ ຊຶ່ງ​ເປັນ​ບ່ອນ​ສຳລັບ​ຂາບໄຫວ້​ຮູບເຄົາຣົບ​ທີ່​ໜ້າກຽດຊັງ​ຄື: ຮູບ​ເຈົ້າແມ່​ອັດສະຕາກ​ຂອງ​ຊາວ​ຊີໂດນ, ພະ​ເຄໂມດ​ຂອງ​ຊາວ​ໂມອາບ ແລະ​ພະ​ມິນກົມ​ຂອງ​ຊາວ​ອຳໂມນ.</verse>
				<verse number="14">ກະສັດ​ໂຢສີຢາ​ໄດ້​ຕັດ​ເສົາ​ຫີນ​ເປັນ​ທ່ອນໆ ແລະ​ດຶງ​ຮູບ​ເຈົ້າແມ່​ອາເຊຣາ​ລົງ; ແລະ​ເພິ່ນ​ໄດ້​ເອົາ​ກະດູກ​ຄົນ​ຕາຍ​ຖົມ​ໃສ່​ດິນ​ບ່ອນ​ທີ່​ພວກເຂົາ​ຢືນ​ຢູ່​ນັ້ນ.</verse>
				<verse number="15">ກະສັດ​ໂຢສີຢາ​ຍັງ​ໄດ້​ມ້າງ ແລະ​ທຳລາຍ​ບ່ອນ​ຂາບໄຫວ້​ທີ່​ເບັດເອນ ຊຶ່ງ​ຖືກ​ສ້າງ​ຂຶ້ນ​ໂດຍ​ກະສັດ​ເຢໂຣໂບອາມ ລູກຊາຍ​ຂອງ​ເນບັດ ຜູ້​ທີ່​ໄດ້​ນຳ​ຊາວ​ອິດສະຣາເອນ​ຕົກ​ໃນ​ບາບ. ກະສັດ​ໂຢສີຢາ​ດຶງ​ແທ່ນບູຊາ​ນັ້ນ​ລົງ, ທຸບ​ຫີນ​ຂອງ​ແທ່ນບູຊາ​ນັ້ນ​ເປັນ​ປ່ຽງໆ, ແລະ​ທັບ​ຈົນ​ໝຸ່ນ​ເປັນ​ຂີ້ຝຸ່ນ​ດິນ; ເພິ່ນ​ຍັງ​ເຜົາ​ຮູບ​ເຈົ້າແມ່​ອາເຊຣາ​ຖິ້ມ​ດ້ວຍ.</verse>
				<verse number="16">ແລ້ວ​ກະສັດ​ໂຢສີຢາ​ກໍ​ຫລຽວ​ອ້ອມ​ໄປມາ ຈຶ່ງ​ເຫັນ​ຂຸມຝັງສົບ​ຕ່າງໆ​ທີ່​ເທິງ​ເນີນພູ; ສະນັ້ນ ເພິ່ນ​ຈຶ່ງ​ໃຫ້​ພວກເຂົາ​ເອົາ​ກະດູກ​ອອກ​ຈາກ​ອຸບມຸງ​ເຫຼົ່ານັ້ນ ໄປ​ເຜົາ​ເທິງ​ແທ່ນບູຊາ. ເພິ່ນ​ໄດ້​ເຮັດ​ເຊັ່ນນີ້​ເປັນ​ການທຳລາຍ​ແທ່ນບູຊາ​ໃຫ້​ເປັນ​ມົນທິນ ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ທີ່​ຄົນ​ຂອງ​ພຣະເຈົ້າ​ໄດ້​ກ່າວ​ໄວ້​ແຕ່​ດົນນານ​ມາແລ້ວ ໃນ​ໄລຍະ​ເທດສະການ​ທີ່​ກະສັດ​ເຢໂຣໂບອາມ​ໄດ້​ຢືນ​ຢູ່​ທີ່​ຂ້າງ​ແທ່ນບູຊາ. ກະສັດ​ໂຢສີຢາ​ຫລຽວ​ອ້ອມ​ໄປມາ​ຈຶ່ງ​ເຫັນ​ອຸບມຸງ​ຂອງ​ຜູ້ທຳນວາຍ ຜູ້​ທີ່​ໄດ້​ກ່າວ​ໄວ້​ລ່ວງໜ້າ​ກ່ຽວກັບ​ເລື່ອງ​ນີ້.</verse>
				<verse number="17">ເພິ່ນ​ຖາມ​ວ່າ, “ນັ້ນ​ແມ່ນ​ອຸບມຸງ​ຝັງສົບ​ຂອງ​ໃຜ?” ປະຊາຊົນ​ຊາວ​ເມືອງ​ຕອບ​ວ່າ, “ແມ່ນ​ຂຸມຝັງສົບ​ຄົນ​ຂອງ​ພຣະເຈົ້າ​ທີ່​ມາ​ຈາກ​ຢູດາຍ ແລະ​ໄດ້​ທຳນວາຍ​ໄວ້​ລ່ວງໜ້າ ເຖິງ​ສິ່ງ​ທີ່​ທ່ານ​ກຳລັງ​ກະທຳ​ຕໍ່​ແທ່ນບູຊາ​ທີ່​ເບັດເອນ​ນີ້.”</verse>
				<verse number="18">ເພິ່ນ​ສັ່ງ​ວ່າ, “ປ່ອຍ​ໄວ້​ຢ່າງ​ນັ້ນ​ແຫຼະ ບໍ່​ຕ້ອງ​ເອົາ​ກະດູກ​ລາວ​ອອກ​ມາ.” ດັ່ງນັ້ນ ຈຶ່ງ​ບໍ່ມີ​ຜູ້ໃດ​ເອົາ​ກະດູກ​ນັ້ນ​ອອກ​ມາ ພ້ອມ​ທັງ​ກະດູກ​ຂອງ​ຜູ້ທຳນວາຍ ມາ​ຈາກ​ນະຄອນ​ຊາມາເຣຍ.</verse>
				<verse number="19">ຕາມ​ທຸກ​ເມືອງ​ຂອງ​ອິດສະຣາເອນ ກະສັດ​ໂຢສີຢາ​ໄດ້​ທຳລາຍ​ບ່ອນ​ຂາບໄຫວ້​ພະ​ຕ່າງຊາດ​ທັງໝົດ ທີ່​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ສ້າງ​ໄວ້ ຄື​ຜູ້​ທີ່​ກໍ່​ໃຫ້​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ລຸກ​ຂຶ້ນ​ໃຫຍ່. ເພິ່ນ​ໄດ້​ທຳລາຍ​ແທ່ນບູຊາ​ທັງໝົດ​ນີ້ ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ແທ່ນບູຊາ​ໃນ​ເມືອງ​ເບັດເອນ.</verse>
				<verse number="20">ເພິ່ນ​ໄດ້​ຂ້າ​ປະໂຣຫິດ​ທຸກຄົນ​ຂອງ​ຊາວ​ຕ່າງຊາດ​ເທິງ​ແທ່ນບູຊາ ບ່ອນ​ທີ່​ພວກເຂົາ​ຮັບໃຊ້​ນັ້ນ ແລະ​ເພິ່ນ​ຍັງ​ໄດ້​ເຜົາ​ກະດູກ​ຄົນ​ໃສ່​ເທິງ​ແທ່ນບູຊາ​ທຸກບ່ອນ. ແລ້ວ​ເພິ່ນ​ກໍໄດ້​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="21">ກະສັດ​ໂຢສີຢາ​ໄດ້​ສັ່ງ​ປະຊາຊົນ​ວ່າ, “ຈົ່ງ​ສະເຫລີມ​ສະຫລອງ​ເທດສະການ​ປັດສະຄາ ເພື່ອ​ຍົກຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ປື້ມ​ແຫ່ງ​ພັນທະສັນຍາ​ນີ້.”</verse>
				<verse number="22">ນັບ​ຕັ້ງແຕ່​ສະໄໝ​ພວກ​ຜູ້ປົກຄອງ​ມາ ກໍ​ຍັງ​ບໍ່ມີ​ກະສັດ​ແຫ່ງ​ອິດສະຣາເອນ ຫລື​ແຫ່ງ​ຢູດາຍ​ຄົນໃດ ທີ່​ໄດ້​ສະເຫລີມ​ສະຫລອງ​ເທດສະການ​ປັດສະຄາ​ແບບ​ນີ້.</verse>
				<verse number="23">ໃນທີ່ສຸດ ໃນ​ຣາຊການ​ປີ​ທີ​ສິບແປດ​ຂອງ​ກະສັດ​ໂຢສີຢາ ເພິ່ນ​ໄດ້​ຈັດ​ໃຫ້​ມີ​ການ​ສະເຫລີມ​ສະຫລອງ​ເທດສະການ​ປັດສະຄາ​ຖວາຍ​ແກ່​ພຣະເຈົ້າຢາເວ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="24">ເພື່ອ​ບັງຄັບ​ປະຊາຊົນ​ໃຫ້​ປະຕິບັດ​ຕາມ​ກົດບັນຍັດ​ທີ່​ມີ​ຂຽນ​ໄວ້​ໃນ​ປື້ມ ຊຶ່ງ​ມະຫາ​ປະໂຣຫິດ​ຮິນກີຢາ​ໄດ້​ພົບ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ນັ້ນ; ກະສັດ​ໂຢສີຢາ​ໄດ້​ກຳຈັດ​ພະຕ່າງໆ ແລະ​ສິ່ງ​ທີ່​ໃຊ້​ຂາບໄຫວ້ ໃຫ້​ສິ້ນ​ຈາກ​ນະຄອນ​ເຢຣູຊາເລັມ ແລະ​ສ່ວນ​ອື່ນໆ​ຂອງ​ຢູດາຍ ເຊັ່ນ: ໝໍ​ຜີ, ໝໍ​ມໍ, ພະ​ປະຈຳ​ເຮືອນ, ຮູບເຄົາຣົບ ແລະ​ທຸກສິ່ງ​ທີ່​ໃຊ້​ໃນ​ການ​ຂາບໄຫວ້​ພະ​ຕ່າງຊາດ.</verse>
				<verse number="25">ບໍ່ເຄີຍ​ມີ​ກະສັດ​ຄົນ​ໃດ​ຄື​ເພິ່ນ​ທີ່​ປົກຄອງ​ມາ​ກ່ອນ ທີ່​ໄດ້​ຮັບໃຊ້​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ, ດ້ວຍ​ສຸດຈິດ ແລະ​ດ້ວຍ​ສຸດ​ກຳລັງ ໂດຍ​ເຊື່ອຟັງ​ກົດບັນຍັດ​ທັງໝົດ​ຂອງ​ໂມເຊ; ບໍ່ມີ​ກະສັດ​ຄົນໃດ​ທີ່​ເຮັດ​ຄື​ເພິ່ນ​ໃນ​ເວລາ​ຕໍ່ມາ.</verse>
				<verse number="26">ແຕ່​ຄວາມ​ໂກດຮ້າຍ​ອັນ​ໃຫຍ່​ຂອງ​ພຣະເຈົ້າຢາເວ​ຍັງ​ລຸກ​ຂຶ້ນ​ຕໍ່ສູ້​ຢູດາຍ ໂດຍ​ສິ່ງ​ທີ່​ກະສັດ​ມານາເຊ​ໄດ້​ກະທຳ ແລະ​ຈົນເຖິງ​ປານ​ນີ້​ຄວາມ​ໂກດຮ້າຍ​ນັ້ນ​ກໍ​ຍັງ​ບໍ່​ສິ້ນສຸດ.</verse>
				<verse number="27">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ເຮັດ​ຕໍ່​ຢູດາ​ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ອິດສະຣາເອນ​ຄື: ເຮົາ​ຈະ​ກຳຈັດ​ຊາວ​ຢູດາ​ໃຫ້​ພົ້ນ​ຈາກ​ສາຍຕາ​ຂອງເຮົາ ແລະ​ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ນະຄອນ​ເຢຣູຊາເລັມ​ນະຄອນ​ທີ່​ເຮົາ​ໄດ້​ເລືອກໄວ້ ແລະ​ວິຫານ​ບ່ອນ​ທີ່​ເຮົາ​ບອກ​ວ່າ ນາມຊື່​ເຮົາ​ຈະ​ສະຖິດຢູ່​ນັ້ນ.”</verse>
				<verse number="28">ສິ່ງ​ອື່ນ​ທີ່​ກະສັດ​ໂຢສີຢາ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.</verse>
				<verse number="29">ໃນ​ລະຫວ່າງ​ທີ່​ກະສັດ​ໂຢສີຢາ​ໄດ້​ເປັນ​ກະສັດ​ຢູ່​ນັ້ນ; ກະສັດ​ເນໂກ ແຫ່ງ​ປະເທດ​ເອຢິບ​ໄດ້​ຍົກທັບ​ໄປ​ສູ່​ແມ່ນໍ້າ​ເອີຟຣັດ ເພື່ອ​ຊ່ວຍ​ກະສັດ​ແຫ່ງ​ອັດຊີເຣຍ. ກະສັດ​ໂຢສີຢາ​ໄດ້​ພະຍາຍາມ​ຢັບຢັ້ງ​ກອງທັບ​ແຫ່ງ​ເອຢິບ​ໄວ້​ທີ່​ເມກິດໂດ ແຕ່​ເພິ່ນ​ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ.</verse>
				<verse number="30">ພວກ​ຂ້າຣາຊການ​ຈຶ່ງ​ໄດ້​ນຳ​ເອົາ​ຊາກສົບ​ຂອງ​ເພິ່ນ​ໃສ່​ລົດມ້າ​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ຝັງ​ໄວ້​ໃນ​ບ່ອນ​ຝັງສົບ​ຂອງ​ກະສັດ. ແລ້ວ​ຊາວ​ຢູດາ​ກໍ​ເລືອກ​ເອົາ​ເຢໂຮອາຮາດ​ລູກຊາຍ​ຂອງ​ເພິ່ນ ແລະ​ຫົດສົງ​ແຕ່ງຕັ້ງ​ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="31">ເຈົ້າ​ເຢໂຮອາຮາດ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ຢູດາຍ ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວສາມ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ສາມ​ເດືອນ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ຮາມູຕານ ລູກສາວ​ຂອງ​ເຢເຣມີຢາ​ຊາວ​ເມືອງ​ລິບນາ.</verse>
				<verse number="32">ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ຕາມ​ແບບ​ຢ່າງ​ບັນພະບຸລຸດ​ຂອງ​ເພິ່ນ.</verse>
				<verse number="33">ຣາຊການ​ຂອງ​ເພິ່ນ​ໄດ້​ສິ້ນສຸດ​ລົງ ເມື່ອ​ເຈົ້າ​ເນໂກ​ກະສັດ​ແຫ່ງ​ເອຢິບ​ໄດ້​ຈັບ​ເພິ່ນ​ໄປ​ເປັນ​ຊະເລີຍ​ທີ່​ເມືອງ​ຣິບລາ​ໃນ​ດິນແດນ​ຮາມັດ ແລະ​ທັງ​ໄດ້​ບັງຄັບ​ຊາວ​ຢູດາ​ໃຫ້​ຈ່າຍ​ເງິນ​ເປັນ​ຈຳນວນ​ສາມພັນ​ສີ່ຮ້ອຍ​ກິໂລກຼາມ ແລະ​ຄຳ​ສາມສິບສີ່​ກິໂລກຼາມ ເພື່ອ​ເປັນ​ເຄື່ອງ​ບັນນາການ.</verse>
				<verse number="34">ກະສັດ​ເນໂກ​ແຕ່ງຕັ້ງ​ເອລີອາກິມ ລູກຊາຍ​ຂອງ​ກະສັດ​ໂຢສີຢາ ໃຫ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ແທນ ແລະ​ທັງ​ໄດ້​ປ່ຽນ​ຊື່​ໃໝ່​ໃຫ້​ລາວ​ວ່າ ເຢໂຮຍອາກິມ. ກະສັດ​ເຢໂຮອາຮາດ​ຖືກ​ນຳຕົວ​ໄປ​ທີ່​ປະເທດ​ເອຢິບ​ໂດຍ​ກະສັດ​ເນໂກ ແລະ​ເພິ່ນ​ໄດ້​ຕາຍ​ຢູ່​ທີ່​ນັ້ນ.</verse>
				<verse number="35">ກະສັດ​ເຢໂຮຍອາກິມ​ໄດ້​ເກັບ​ພາສີ​ນຳ​ປະຊາຊົນ ຕາມ​ສ່ວນ​ຄວາມຮັ່ງມີ​ຂອງ​ພວກເຂົາ ເພື່ອ​ເປັນ​ການ​ຫາເງິນ​ເປັນ​ເຄື່ອງ​ບັນນາການ ຕາມ​ທີ່​ກະສັດ​ປະເທດ​ເອຢິບ​ຕ້ອງການ.</verse>
				<verse number="36">ເຈົ້າ​ເຢໂຮຍອາກິມ​ເປັນ​ກະສັດ​ແຫ່ງ​ຢູດາຍ ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ ເຊບີດາ ລູກສາວ​ຂອງ​ເປດາອີຢາ​ຊາວ​ເມືອງ​ຣູມາ.</verse>
				<verse number="37">ກະສັດ​ເຢໂຮຍອາກິມ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ຕາມ​ແບບຢ່າງ​ແຫ່ງ​ບັນພະບຸລຸດ​ຂອງ​ເພິ່ນ.</verse>
			</chapter>
			<chapter number="24">
				<verse number="1">ໃນ​ຂະນະທີ່​ເຈົ້າ​ເຢໂຮຍອາກິມ​ເປັນ​ກະສັດ ເຈົ້າ​ເນບູ​ກາດເນັດຊາ​ກະສັດ​ແຫ່ງ​ບາບີໂລນ​ໄດ້​ບຸກຮຸກ​ຢູດາຍ ແລະ​ກະສັດ​ເຢໂຮຍອາກິມ​ໄດ້​ຖືກ​ບັງຄັບ​ໃຫ້​ຍອມ​ຢູ່​ພາຍໃຕ້​ການປົກຄອງ​ຂອງ​ເພິ່ນ ເປັນ​ເວລາ​ສາມ​ປີ ແລ້ວ​ເພິ່ນ​ກໍໄດ້​ກະບົດ.</verse>
				<verse number="2">ພຣະເຈົ້າຢາເວ​ໄດ້​ສົ່ງ​ກອງທັບ​ຊາວ​ບາບີໂລນ, ຊີເຣຍ, ໂມອາບ ແລະ​ອຳໂມນ ມາ​ຕໍ່ສູ້​ກະສັດ​ເຢໂຮຍອາກິມ​ເພື່ອ​ທຳລາຍ​ຢູດາ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້ ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ.</verse>
				<verse number="3">ເຫດການ​ນີ້​ໄດ້​ເກີດຂຶ້ນ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ເພື່ອ​ກຳຈັດ​ປະຊາຊົນ​ຢູດາ​ໃຫ້​ພົ້ນ​ຈາກ​ສາຍຕາ​ຂອງ​ພຣະອົງ ເພາະ​ການບາບ​ທັງໝົດ​ທີ່​ກະສັດ​ມານາເຊ​ໄດ້​ເຮັດ​ນັ້ນ</verse>
				<verse number="4">ແລະ​ໂດຍ​ສະເພາະ​ແລ້ວ ຍ້ອນ​ເພິ່ນ​ໄດ້​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ ຈົນ​ຖະໜົນ​ນະຄອນ​ເຢຣູຊາເລັມ​ນອງ​ໄປ​ດ້ວຍ​ເລືອດ. ພຣະເຈົ້າຢາເວ​ບໍ່​ອາດ​ຍົກໂທດ​ໃຫ້​ກະສັດ​ມານາເຊ​ໃນ​ເລື່ອງ​ນີ້​ໄດ້.</verse>
				<verse number="5">ສິ່ງ​ອື່ນ​ທີ່​ກະສັດ​ເຢໂຮຍອາກິມ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.</verse>
				<verse number="6">ກະສັດ​ເຢໂຮຍອາກິມ​ໄດ້​ຕາຍໄປ; ແລ້ວ​ເຈົ້າ​ເຢໂຮຍອາກິນ ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="7">ກະສັດ​ເອຢິບ​ບໍ່ໄດ້​ຍົກທັບ​ຂອງ​ເພິ່ນ​ອອກ​ຈາກ​ປະເທດ​ເອຢິບ​ອີກ ເພາະ​ດຽວ​ນີ້​ກະສັດ​ແຫ່ງ​ບາບີໂລນ​ໄດ້​ຄອບຄອງ​ເຂດແດນ​ທັງໝົດ​ທີ່​ເຄີຍ​ເປັນ​ຂອງ​ປະເທດ​ເອຢິບ ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ຈົນເຖິງ​ຊາຍແດນ​ເຂດເໜືອ​ຂອງ​ປະເທດ​ເອຢິບ.</verse>
				<verse number="8">ເຈົ້າ​ເຢໂຮຍອາກິນ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ໄດ້​ສິບແປດ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສາມ​ເດືອນ. ແມ່​ຂອງ​ເພິ່ນ​ຊື່​ວ່າ ເນຮູຊະຕາ ລູກສາວ​ຂອງ​ເອນນາທານ​ຊາວ​ນະຄອນ​ເຢຣູຊາເລັມ.</verse>
				<verse number="9">ກະສັດ​ເຢໂຮຍອາກິນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ຕາມ​ແບບຢ່າງ​ພໍ່​ຂອງ​ເພິ່ນ.</verse>
				<verse number="10">ໃນ​ຣາຊການ​ຂອງ​ເພິ່ນ​ນັ້ນ​ໄດ້​ມີ​ກອງທັບ​ບາບີໂລນ ຊຶ່ງ​ບັນຊາການ​ໂດຍ​ພວກ​ນາຍ​ທະຫານ​ຂອງ​ກະສັດ​ເນບູ​ກາດເນັດຊາ ໄດ້​ຍົກທັບ​ມາ​ໂຈມຕີ​ນະຄອນ​ເຢຣູຊາເລັມ​ແລະ​ປິດລ້ອມ​ເມືອງ​ໄວ້.</verse>
				<verse number="11">ໃນ​ຂະນະທີ່​ເມືອງ​ຖືກ​ປິດລ້ອມ​ຢູ່​ນັ້ນ ກະສັດ​ເນບູ​ກາດເນັດຊາ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="12">ກະສັດ​ເຢໂຮຍອາກິນ​ພ້ອມ​ທັງ​ແມ່, ພວກ​ລູກຊາຍ, ພວກ​ນາຍ​ທະຫານ ແລະ​ພວກ​ຂ້າຣາຊການ​ປະຈຳວັງ​ກໍ​ພາກັນ​ຈຳນົນ​ຕໍ່​ກະສັດ​ແຫ່ງ​ບາບີໂລນ. ໃນ​ຣາຊການ​ປີ​ທີ​ແປດ​ຂອງ​ກະສັດ​ເນບູ​ກາດເນັດຊາ ເພິ່ນ​ໄດ້​ຈັບ​ເອົາ​ກະສັດ​ເຢໂຮຍອາກິນ​ໄປ​ເປັນ​ຊະເລີຍ</verse>
				<verse number="13">ແລະ​ທັງ​ໄດ້​ກວາດລ້າງ​ເອົາ​ຊັບສົມບັດ​ທັງໝົດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ໃນ​ຣາຊວັງ ໄປ​ທີ່​ນະຄອນ​ບາບີໂລນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້ ກະສັດ​ເນບູ​ກາດເນັດຊາ​ໄດ້​ທຸບ​ເອົາ​ເຄື່ອງໃຊ້​ທັງໝົດ​ທີ່​ເປັນ​ຄຳ ຊຶ່ງ​ກະສັດ​ໂຊໂລໂມນ​ໄດ້​ເຮັດ​ໄວ້​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="14">ກະສັດ​ເນບູ​ກາດເນັດຊາ​ກວາດຕ້ອນ​ເອົາ​ຄົນ​ໄປ​ເປັນ​ຊະເລີຍ ມີ​ດັ່ງນີ້: ປະຊາຊົນ​ເຢຣູຊາເລັມ, ພວກ​ເຈົ້ານາຍ​ທັງໝົດ​ໃນ​ວັງ ແລະ​ພວກ​ຊົນຊັ້ນ​ຜູ້​ມີ​ຄວາມຮູ້​ສູງ​ທຸກຄົນ, ທັງໝົດ​ມີ​ຈຳນວນ​ສິບພັນ​ຄົນ. ເພິ່ນ​ຍັງ​ໄດ້​ກວາດເອົາ​ພວກ​ຄົນງານ​ທີ່​ມີ​ຝີມື​ດີ ພ້ອມ​ທັງ​ພວກ​ຊ່າງເຫລັກ​ໄປ​ດ້ວຍ; ແລະ​ໄດ້​ປະ​ແຕ່​ຄົນ​ຍາກຈົນ​ເທົ່ານັ້ນ​ໄວ້​ໃນ​ຢູດາຍ.</verse>
				<verse number="15">ແລ້ວ​ກະສັດ​ເນບູ​ກາດເນັດຊາ​ກໍໄດ້​ຈັບ​ເອົາ​ກະສັດ​ເຢໂຮຍອາກິນ ໄປ​ເປັນ​ຊະເລີຍ​ທີ່​ນະຄອນ​ບາບີໂລນ​ພ້ອມ​ທັງ​ແມ່​ຂອງ​ເພິ່ນ, ພວກເມຍ, ພວກ​ຂ້າຣາຊການ ແລະ​ບັນດາ​ຊົນຊັ້ນ​ຜູ້​ມີ​ຄວາມຮູ້​ສູງ​ຂອງ​ຢູດາຍ.</verse>
				<verse number="16">ກະສັດ​ເນບູ​ກາດເນັດຊາ​ໄດ້​ກວາດເອົາ​ຄົນ​ສຳຄັນ​ໄປ​ທີ່​ນະຄອນ​ບາບີໂລນ ມີ​ດ້ວຍ​ກັນ​ທັງໝົດ​ເຈັດພັນ​ຄົນ ແລະ​ພວກ​ທີ່​ມີ​ຝີມື​ດີ​ໜຶ່ງພັນ​ຄົນ ຊຶ່ງ​ລ້ວນແຕ່​ເປັນ​ຄົນ​ແຂງແຮງ ແລະ​ເປັນ​ທະຫານ​ໄດ້​ທັງ​ນັ້ນ.</verse>
				<verse number="17">ຕໍ່ມາ ກະສັດ​ເນບູ​ກາດເນັດຊາ​ໄດ້​ແຕ່ງຕັ້ງ​ມັດຕານີຢາ ລູງ​ຂອງ​ເຢໂຮຍອາກິນ ໃຫ້​ເປັນ​ກະສັດ​ປົກຄອງ​ອານາຈັກ​ຢູດາຍ ແລະ​ໄດ້​ປ່ຽນ​ຊື່​ໃຫ້​ເພິ່ນ​ໃໝ່​ວ່າ ເຊເດກີຢາ.</verse>
				<verse number="18">ເຈົ້າ​ເຊເດກີຢາ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວເອັດ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ຮາມູຕານ ລູກສາວ​ຂອງ​ເຢເຣມີຢາ​ຊາວ​ເມືອງ​ລິບນາ.</verse>
				<verse number="19">ກະສັດ​ເຊເດກີຢາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ຕາມ​ທີ່​ກະສັດ​ເຢໂຮຍອາກິມ​ໄດ້​ເຮັດ.</verse>
				<verse number="20">ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ປະຊາຊົນ​ເຢຣູຊາເລັມ​ແລະ​ຢູດາ​ຢ່າງໜັກ; ສະນັ້ນ ພຣະອົງ​ຈຶ່ງ​ຂັບໄລ່​ພວກເຂົາ​ໃຫ້​ໜີ​ພົ້ນ​ຈາກ​ສາຍຕາ​ຂອງ​ພຣະອົງ.</verse>
			</chapter>
			<chapter number="25">
				<verse number="1">ແລ້ວ​ເຈົ້າ​ເຊເດກີຢາ​ກໍໄດ້​ກະບົດ​ຕໍ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ; ດັ່ງນັ້ນ ເນບູ​ກາດເນັດຊາ​ຈຶ່ງ​ໄດ້​ຍົກທັບ​ມາ​ໂຈມຕີ​ນະຄອນ​ເຢຣູຊາເລັມ​ໃນ​ວັນ​ທີ​ສິບ ເດືອນ​ສິບ ປີ​ທີ​ເກົ້າ ໃນ​ຣາຊການ​ຂອງ​ກະສັດ​ເຊເດກີຢາ. ພວກເຂົາ​ໄດ້​ຕັ້ງ​ຄ້າຍ​ຕາມ​ນອກເມືອງ ແລະ​ກໍ່ສ້າງ​ກຳແພງ​ປິດລ້ອມ​ເມືອງ​ໄວ້.</verse>
				<verse number="2">ເມືອງ​ນີ້​ໄດ້​ຖືກ​ປິດລ້ອມ​ໄວ້ ຈົນເຖິງ​ຣາຊການ​ປີ​ທີ​ສິບເອັດ​ຂອງ​ກະສັດ​ເຊເດກີຢາ.</verse>
				<verse number="3">ຕໍ່ມາ ໃນ​ວັນ​ທີ​ເກົ້າ ຂອງ​ເດືອນ​ສີ່ ຂອງ​ປີ​ດຽວກັນ​ນັ້ນ ໄດ້​ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ ຈົນ​ປະຊາຊົນ​ບໍ່​ມີ​ຫຍັງ​ກິນ</verse>
				<verse number="4">ເຖິງ​ແມ່ນ​ວ່າ​ຊາວ​ບາບີໂລນ​ໄດ້​ປິດລ້ອມ​ເມືອງ​ໄວ້​ກໍຕາມ ພວກ​ທະຫານ​ທັງໝົດ​ກໍ​ລັກ​ໜີໄປ​ໄດ້​ໃນ​ເວລາ​ກາງຄືນ. ພວກເຂົາ​ໄດ້​ໜີໄປ​ທາງ​ສວນ​ຂອງ​ກະສັດ ຜ່ານ​ໄປ​ທາງ​ປະຕູ​ເມືອງ​ທີ່​ຕິດ​ກັບ​ກຳແພງ​ສອງ​ດ້ານ ແລະ​ປົບ​ໄປ​ທາງ​ຮ່ອມພູ​ຈໍແດນ.</verse>
				<verse number="5">ແຕ່​ກອງທັບ​ບາບີໂລນ​ໄດ້​ໄລ່​ຕາມ​ກະສັດ​ເຊເດກີຢາ​ໄປ ແລະ​ຈັບ​ເພິ່ນ​ໄດ້​ໃນ​ທົ່ງນາ​ໃກ້​ກັບ​ເມືອງ​ເຢຣິໂກ; ສ່ວນ​ພວກ​ທະຫານ​ຕ່າງ​ກໍໄດ້​ໜີ​ປະ​ເພິ່ນ.</verse>
				<verse number="6">ພວກເຂົາ​ໄດ້​ຈັບ​ກະສັດ​ເຊເດກີຢາ ໄປ​ຫາ​ກະສັດ​ເນບູ​ກາດເນັດຊາ​ຢູ່​ໃນ​ເມືອງ​ຣິບລາ ແລະ​ເນບູ​ກາດເນັດຊາ​ກໍໄດ້​ພິພາກສາ​ໂທດ​ເພິ່ນ​ຢູ່​ທີ່​ນັ້ນ.</verse>
				<verse number="7">ພວກ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຖືກ​ຂ້າ​ຕໍ່ໜ້າ​ເພິ່ນ; ແລ້ວ​ເນບູກາເນັດຊາ​ກໍໄດ້​ໃຫ້​ເຂົາ​ເຈາະ​ໜ່ວຍຕາ​ເຊເດກີຢາ, ລ່າມໂສ້​ເພິ່ນ​ໄວ້ ແລະ​ນຳ​ເພິ່ນ​ໄປ​ສູ່​ນະຄອນ​ບາບີໂລນ.</verse>
				<verse number="8">ໃນ​ວັນ​ທີ​ເຈັດ ເດືອນ​ຫ້າ ຂອງ​ປີ​ທີ​ສິບເກົ້າ ໃນ​ຣາຊການ​ຂອງ​ກະສັດ​ເນບູກາເນັດຊາ​ແຫ່ງ​ບາບີໂລນ ເນບູຊາຣາດານ​ຜູ້​ເປັນ​ທີ່ປຶກສາ ແລະ​ຜູ້​ບັນຊາການ​ກອງທັບ​ຂອງ​ເພິ່ນ ໄດ້​ເຂົ້າ​ໄປ​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="9">ລາວ​ໄດ້​ຈູດ​ວິຫານ​ຂອງ​ພຣະເຈົ້າຢາເວ, ຣາຊວັງ ແລະ​ເຮືອນ​ຂອງ​ບຸກຄົນ​ສຳຄັນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ</verse>
				<verse number="10">ພວກ​ທະຫານ​ຂອງ​ລາວ​ໄດ້​ຮື້​ກຳແພງ​ອ້ອມຮອບ​ເຢຣູຊາເລັມ​ລົງ.</verse>
				<verse number="11">ແລ້ວ​ເນບູຊາຣາດານ​ກໍ​ຈັບ​ປະຊາຊົນ​ທີ່​ຍັງ​ເຫຼືອ​ຄ້າງ​ຢູ່​ໃນ​ເມືອງ, ພວກ​ຄົນງານ​ທີ່​ມີ​ຝີມື​ດີ ທີ່​ຍັງເຫລືອ​ຢູ່ ແລະ​ພວກ​ທີ່​ມາ​ຍິນຍອມ​ຕໍ່​ພວກ​ບາບີໂລນ ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ;</verse>
				<verse number="12">ແຕ່​ເພິ່ນ​ໄດ້​ປະ​ຄົນ​ຍາກຈົນ​ທີ່ສຸດ​ບາງຄົນ​ໄວ້ ຄື​ພວກ​ທີ່​ບໍ່ມີ​ໄຮ່ນາ​ໃນ​ຢູດາຍ ແລະ​ໃຫ້​ພວກເຂົາ​ເຮັດ​ສວນອະງຸ່ນ ແລະ​ເຮັດ​ນາ.</verse>
				<verse number="13">ຊາວ​ບາບີໂລນ​ໄດ້​ທັບ​ເສົາ​ທອງສຳຣິດ ແລະ​ລົດລໍ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ອອກ​ເປັນ​ປ່ຽງໆ ພ້ອມ​ທັງ​ຂັນ​ໃຫຍ່​ທອງສຳຣິດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ພວກເຂົາ​ກໍ​ຂົນ​ເອົາ​ທອງສຳຣິດ​ທັງໝົດ​ໄປ​ທີ່​ນະຄອນ​ບາບີໂລນ.</verse>
				<verse number="14">ພວກເຂົາ​ຍັງ​ຂົນ​ເອົາ​ສິ່ງ​ເຫຼົ່ານີ້​ໄປ​ນຳ​ເຊັ່ນ: ຊວ້ານ, ກ່ອງ​ໃສ່​ຂີ້ເຖົ່າ​ໄຟ​ທີ່​ໃຊ້​ທຳ​ຄວາມ​ສະອາດ​ແທ່ນບູຊາ, ມີດຕັດ​ໄສ້ຕະກຽງ, ຖ້ວຍ​ໃຊ້​ໂຕ່ງ​ເລືອດ​ຈາກ​ແທ່ນບູຊາ, ຖ້ວຍ​ສຳລັບ​ເຜົາ​ເຄື່ອງຫອມ ແລະ​ເຄື່ອງ​ທອງສຳຣິດ​ທຸກ​ອັນ​ທີ່​ໃຊ້​ໃນ​ພິທິການ​ທີ່​ພຣະວິຫານ.</verse>
				<verse number="15">ພວກເຂົາ​ໄດ້​ຂົນ​ເອົາ​ທຸກສິ່ງ​ທີ່​ເຮັດ​ດ້ວຍ​ເງິນ ພ້ອມ​ທັງ​ຖ້ວຍນ້ອຍ ແລະ​ໝໍ້​ໃສ່​ຖ່ານໄຟ​ໄປ​ດ້ວຍ.</verse>
				<verse number="16">ເຄື່ອງ​ທອງສຳຣິດ​ທີ່​ກະສັດ​ໂຊໂລໂມນ​ໄດ້​ເຮັດ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ມີ​ດັ່ງນີ້: ເສົາ​ສອງ​ຕົ້ນ, ລົດລໍ້, ອ່າງໃຫຍ່ ແລະ​ເຄື່ອງ​ເຫຼົ່ານີ້​ໜັກ​ຫລາຍ​ເກີນກວ່າ​ທີ່​ຈະ​ຊັ່ງ​ໄດ້.</verse>
				<verse number="17">ເສົາ​ສອງ​ຕົ້ນ​ທີ່​ຄືກັນ, ແຕ່ລະ​ຕົ້ນ​ສູງ​ແປດ​ແມັດ ຊຶ່ງ​ມີ​ຫົວ​ເສົາ​ເປັນ​ທອງສຳຣິດ​ສູງ​ໜຶ່ງ​ແມັດ​ສາມສິບ​ເຊັນ ແຕ່ລະ​ຍອດ​ເສົາ​ເປັນ​ຮູບ​ຕາໜ່າງ​ທອງສຳຣິດ​ອ້ອມ ທີ່​ເຮັດ​ດ້ວຍ​ໝາກ​ພິລາ​ທອງສຳຣິດ.</verse>
				<verse number="18">ນອກຈາກນີ້​ແລ້ວ ເນບູຊາຣາດານ​ຜູ້​ບັນຊາການ​ທະຫານ ກໍໄດ້​ຈັບ​ເອົາ​ຄົນ​ໄປ​ເປັນ​ຊະເລີຍ​ເຊັ່ນ: ຫົວໜ້າ​ມະຫາ​ປະໂຣຫິດ​ເສຣາອີຢາ, ເຊຟານີຢາ​ຮອງ​ມະຫາ​ປະໂຣຫິດ ແລະ​ຂ້າຣາຊການ​ຜູ້​ສຳຄັນ​ຂອງ​ພຣະວິຫານ​ສາມ​ຄົນ.</verse>
				<verse number="19">ສ່ວນ​ພາຍ​ໃນ​ເມືອງ​ນັ້ນ ເພິ່ນ​ຈັບ​ເອົາ​ນາຍ​ທະຫານ​ທີ່​ເຄີຍ​ບັນຊາການ​ກອງທັບ ທີ່ປຶກສາ​ສ່ວນຕົວ​ຂອງ​ກະສັດ​ຫ້າ​ຄົນ​ທີ່​ຍັງ​ຢູ່​ໃນ​ເມືອງ, ຮອງ​ຜູ້​ບັນຊາການ​ທີ່​ຮັບຜິດຊອບ​ບັນທຶກ​ລາຍງານ​ການທະຫານ ແລະ​ຄົນ​ສຳຄັນ​ອື່ນໆ​ອີກ​ຫົກສິບ​ຄົນ.</verse>
				<verse number="20">ເນບູຊາຣາດານ​ໄດ້​ຈັບ​ພວກເຂົາ​ໄປ​ຫາ​ກະສັດ​ແຫ່ງ​ບາບີໂລນ​ທີ່​ເມືອງ​ຣິບລາ</verse>
				<verse number="21">ໃນ​ຂົງເຂດ​ຮາມັດ. ກະສັດ​ໄດ້​ຂ້ຽນ​ຕີ​ພວກເຂົາ ແລະ​ຂ້າ​ພວກເຂົາ​ເສຍ​ໃນ​ທີ່ນັ້ນ. ດັ່ງນັ້ນ ປະຊາຊົນ​ຊາວ​ຢູດາ​ຈຶ່ງ​ໄດ້​ຖືກ​ກວາດລ້າງ​ອອກ​ຈາກ​ດິນແດນ​ຂອງ​ພວກຕົນ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.</verse>
				<verse number="22">ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ແລະ​ຫລານຊາຍ​ຂອງ​ຊາຟານ ໃຫ້​ຂຶ້ນ​ເປັນ​ຜູ້ປົກຄອງ​ແຂວງ​ຢູດາຍ; ແລະ​ໄດ້​ໃຫ້​ເພິ່ນ​ເປັນ​ຜູ້​ຮັບຜິດຊອບ​ທຸກຄົນ​ທີ່​ບໍ່ໄດ້​ຖືກ​ຈັບ​ໄປ​ບາບີໂລນ.</verse>
				<verse number="23">ເມື່ອ​ພວກ​ນາຍ​ທະຫານ ແລະ​ພົນທະຫານ​ຢູດາ​ທີ່​ບໍ່ໄດ້​ຍອມ​ຈຳນົນ ໄດ້ຍິນ​ເຖິງ​ເລື່ອງ​ນີ້ ພວກເຂົາ​ກໍ​ໄປ​ສົມທົບ​ກັບ​ເກດາລີຢາ​ທີ່​ເມືອງ​ມີຊະປາ. ພວກ​ນາຍ​ທະຫານ​ນີ້​ມີ​ດັ່ງນີ້: ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ, ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ, ເສຣາອີຢາ​ລູກຊາຍ​ຂອງ​ຕັນຮູເມັດ​ຊາວ​ເມືອງ​ເນໂຕຟາ ແລະ​ຢາອາຊານີຢາ ຊາວ​ເມືອງ​ມາອາກາ.</verse>
				<verse number="24">ເກດາລີຢາ​ໄດ້​ກ່າວ​ຕໍ່​ພວກ​ເຫຼົ່ານີ້​ວ່າ, “ເຮົາ​ຂໍ​ບອກ​ພວກທ່ານ​ວ່າ ພວກທ່ານ​ບໍ່​ຕ້ອງ​ຢ້ານ​ພວກ​ຂ້າຣາຊການ​ຊາວ​ການເດອານ​ດອກ. ຈົ່ງ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ດິນແດນ​ນີ້​ຮັບໃຊ້​ກະສັດ​ບາບີໂລນ ແລະ​ທຸກສິ່ງ​ກໍ​ຈະ​ເປັນ​ໄປ​ດ້ວຍ​ດີ​ສຳລັບ​ພວກທ່ານ.”</verse>
				<verse number="25">ແຕ່​ໃນ​ເດືອນ​ທີ​ເຈັດ​ຂອງ​ປີ​ນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ ແລະ​ຫລານຊາຍ​ຂອງ​ເອລີຊາມາ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ກະສັດ​ພ້ອມ​ທັງ​ທະຫານ​ສິບ​ຄົນ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ມີຊະປາ ແລະ​ໂຈມຕີ​ເກດາລີຢາ​ແລ້ວ​ຂ້າ​ເພິ່ນ​ເສຍ. ລາວ​ຍັງ​ໄດ້​ຂ້າ​ຊາວ​ອິດສະຣາເອນ​ແລະ​ຊາວ​ບາບີໂລນ​ທີ່​ຢູ່​ໃນ​ບ່ອນ​ນັ້ນ​ດ້ວຍ.</verse>
				<verse number="26">ຊາວ​ອິດສະຣາເອນ​ທັງໝົດ​ກັບ​ຄົນຮັ່ງມີ ແລະ​ຄົນ​ທຸກຈົນ ພ້ອມທັງ​ພວກ​ນາຍ​ທະຫານ​ຕ່າງ​ກໍ​ປົບໜີໄປ​ປະເທດ​ເອຢິບ ເພາະ​ຢ້ານ​ຊາວ​ບາບີໂລນ.</verse>
				<verse number="27">ໃນ​ປີ​ທີ່​ເຈົ້າ​ເອວິນເມໂຣດັກ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ບາບີໂລນ​ນັ້ນ ເພິ່ນ​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ເຈົ້າ​ເຢໂຮຍອາກິນ​ກະສັດ​ແຫ່ງ​ຢູດາຍ ໂດຍ​ປ່ອຍ​ເພິ່ນ​ອອກ​ຈາກ​ຄຸກ. ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ວັນ​ທີ​ຊາວເຈັດ​ຂອງ​ເດືອນ​ສິບສອງ ໃນ​ປີ​ທີ​ສາມສິບເຈັດ ຫລັງຈາກ​ທີ່​ກະສັດ​ເຢໂຮຍອາກິນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.</verse>
				<verse number="28">ກະສັດ​ເອວິນເມໂຣດັກ​ໄດ້​ປະຕິບັດ​ຕໍ່​ເພິ່ນ​ເປັນ​ຢ່າງດີ ແລະ​ໃຫ້​ເພິ່ນ​ມີ​ຕຳແໜ່ງ​ອັນ​ມີ​ກຽດ​ໃຫຍ່ກວ່າ​ກະສັດ​ອື່ນໆ ທີ່​ຕົກ​ເປັນ​ຊະເລີຍ​ພ້ອມ​ກັບ​ເພິ່ນ​ໃນ​ບາບີໂລນ.</verse>
				<verse number="29">ດັ່ງນັ້ນ ກະສັດ​ເຢໂຮຍອາກິນ​ຈຶ່ງ​ໄດ້​ຮັບ​ອະນຸຍາດ​ໃຫ້​ປ່ຽນ​ເຄື່ອງນຸ່ງ​ນັກໂທດ ແລະ​ໃຫ້​ຮັບປະທານ​ອາຫານ​ຮ່ວມ​ໂຕະ​ກັບ​ກະສັດ​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ.</verse>
				<verse number="30">ແຕ່ລະວັນ ຕະຫລອດ​ຊົ່ວຊີວິດ ເພິ່ນ​ໄດ້​ຮັບ​ເງິນ​ເບ້ຍລ້ຽງ​ເປັນ​ປະຈຳ ຕາມຄວາມ​ຕ້ອງການ.</verse>
			</chapter>
		</book>
		<book number="13">
			<chapter number="1">
				<verse number="1">ອາດາມ​ເປັນ​ພໍ່​ຂອງ​ເຊດ, ເຊດ​ເປັນ​ພໍ່​ຂອງ​ເອໂນດ, ເອໂນດ​ເປັນ​ພໍ່​ຂອງ​ເກນານ,</verse>
				<verse number="2">ເກນານ​ເປັນ​ພໍ່​ຂອງ​ມະຫາລາເລນ, ມະຫາລາເລນ​ເປັນ​ພໍ່​ຂອງ​ຢາເຣັດ.</verse>
				<verse number="3">ຢາເຣັດ​ເປັນ​ພໍ່​ຂອງ​ເອນົກ ແລະ​ເອນົກ​ເປັນ​ພໍ່​ຂອງ​ເມທູເສລາ; ເມທູເສລາ​ເປັນ​ພໍ່​ຂອງ​ລາເມັກ,</verse>
				<verse number="4">ແລະ​ລາເມັກ​ເປັນ​ພໍ່​ຂອງ​ໂນອາ. ໂນອາ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເຊມ, ຮາມ ແລະ​ຢາເຟດ.</verse>
				<verse number="5">ພວກ​ລູກຊາຍ​ຂອງ​ຢາເຟດ ມີ​ດັ່ງນີ້: ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະ​ຕີຣາດ. ພວກ​ນີ້​ເປັນ​ປູ່ຍ່າຕາຍາຍ​ຕໍ່ໆ​ມາ​ຂອງ​ຊົນຊາດ​ທີ່​ໄດ້​ໃສ່​ຊື່​ຂອງ​ພວກເຂົາ.</verse>
				<verse number="6">ເຊື້ອສາຍ​ຂອງ​ໂກເມ ມີ​ດັ່ງນີ້: ຊາວ​ອັດຊະເກນາດ, ຣີຟາດ ແລະ​ໂຕກາມາ.</verse>
				<verse number="7">ເຊື້ອສາຍ​ຂອງ​ຢາວານ ມີ​ດັ່ງນີ້: ຊາວ​ເອລີຊາ, ສະເປນ, ໄຊປຣັດ ແລະ​ໂຣເດັດ.</verse>
				<verse number="8">ພວກ​ລູກຊາຍ​ຂອງ​ຮາມ ມີ​ດັ່ງນີ້: ກູເຊ, ເອຢິບ, ລີເບຍ​ແລະ​ການາອານ. ພວກ​ນີ້​ເປັນ​ປູ່ຍ່າຕາຍາຍ​ຕໍ່ໆ​ມາ​ຂອງ​ຊົນຊາດ​ທີ່​ໃສ່​ຊື່​ຂອງ​ພວກເຂົາ.</verse>
				<verse number="9">ເຊື້ອສາຍ​ຂອງ​ກູເຊ ມີ​ດັ່ງນີ້: ຊາວ​ເຊບາ, ຮາວິລາ, ສັບຕາ, ຣາອາມາ ແລະ​ສັບເຕກາ. ເຊື້ອສາຍ​ຂອງ​ຣາອາມາ ແມ່ນ​ຊາວ​ເຊບາ​ແລະ​ຊາວ​ເດດານ.</verse>
				<verse number="10">ກູເຊ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ​ນິມໂຣດ ແລະ​ລາວ​ໄດ້​ກາຍເປັນ​ນັກປົກຄອງ​ຜູ້​ຍິ່ງໃຫຍ່​ຄົນ​ທຳອິດ​ໃນ​ໂລກ.</verse>
				<verse number="11">ເຊື້ອສາຍ​ຂອງ​ເອຢິບ ມີ​ດັ່ງນີ້: ຊາວ​ລູດີອາ, ອານາມ, ເລຮາບ, ນັບຕູ,</verse>
				<verse number="12">ປາທະຣູ, ກັດສະລູ ແລະ​ຊາວ​ກະເຣເຕ (ຊຶ່ງ​ເປັນ​ຕົ້ນ​ຕະກຸນ​ຂອງ​ຊາວ​ຟີລິດສະຕິນ).</verse>
				<verse number="13">ພວກ​ລູກຊາຍ​ຂອງ​ການາອານ ມີ​ດັ່ງນີ້: ຊີໂດນ​ແລະ​ເຫັດ. ທັງສອງ​ນີ້​ເປັນ​ປູ່ຍ່າຕາຍາຍ​ຕໍ່ໆ​ມາ​ຂອງ​ຊົນຊາດ​ທີ່​ໃສ່​ຊື່​ຂອງ​ພວກເຂົາ.</verse>
				<verse number="14">ການາອານ​ຍັງ​ເປັນ​ປູ່ຍ່າຕາຍາຍ​ຂອງ​ຊົນຊາດ ດັ່ງ​ຕໍ່ໄປນີ້: ເຢບຸດ, ອາໂມ, ກີກາຊີ,</verse>
				<verse number="15">ຮີວີ, ອາກກີ, ສີນີ,</verse>
				<verse number="16">ອາກວາດີ, ເຊມາຣີ ແລະ​ຮາມັດ.</verse>
				<verse number="17">ພວກ​ລູກຊາຍ​ຂອງ​ເຊມ ມີ​ດັ່ງນີ້: ເອລາມ, ອັດຊູເຣ, ອາກປັກຊາດ, ລູດ, ອາຣາມ, ອູເຊ, ຮຸນ, ເກເຕີ ແລະ​ເມເຊັກ. ພວກ​ນີ້​ເປັນ​ປູ່ຍ່າຕາຍາຍ​ຂອງ​ຊົນຊາດ​ຕໍ່ໆ​ມາ​ທີ່​ໃສ່​ຊື່​ຂອງ​ພວກເຂົາ.</verse>
				<verse number="18">ອາກປັກຊາດ​ເປັນ​ພໍ່​ຂອງ​ເຊລາ​ແລະ​ເຊລາ​ເປັນ​ພໍ່​ຂອງ​ເອເບ.</verse>
				<verse number="19">ເອເບ​ມີ​ລູກຊາຍ​ສອງ​ຄົນ; ຜູ້ໜຶ່ງ​ຊື່​ວ່າ ເປເລັກ ແລະ​ກ່ອນ​ຈະ​ໃສ່​ຊື່​ນີ້​ກໍ​ເພາະ​ສະໄໝ​ນັ້ນ​ຄົນ​ໃນ​ໂລກ​ໄດ້​ແບ່ງແຍກ​ກັນ. ສ່ວນ​ຜູ້ໜຶ່ງ​ອີກ​ຊື່​ວ່າ ໂຢກທານ.</verse>
				<verse number="20">ໂຢກທານ ເປັນ​ພໍ່​ຂອງ: ອານໂມດາດ, ເຊເລັບ, ຮາຊາມາເວດ, ເຢຣາ,</verse>
				<verse number="21">ຮາໂດຣາມ, ອູຊານ, ດີກະລາ,</verse>
				<verse number="22">ເອບານ, ອາບີມາເອນ, ເຊບາ,</verse>
				<verse number="23">ໂອຟີ, ຮາວີລາ ແລະ​ໂຢບັບ, ຊົນຊາດ​ທັງໝົດ​ນີ້​ເປັນ​ເຊື້ອສາຍ​ຂອງ​ໂຢກທານ.</verse>
				<verse number="24">ສາຍ​ຄອບຄົວ​ຕັ້ງແຕ່​ເຊມ​ຫາ​ອັບຣາມ ມີ​ດັ່ງນີ້: ເຊມ, ອາກປັກຊາດ, ເຊລາ,</verse>
				<verse number="25">ເອເບ, ເປເລັກ, ເຣອູ,</verse>
				<verse number="26">ເສຣຸກ, ນາໂຮ, ເຕຣາ,</verse>
				<verse number="27">ແລະ​ອັບຣາມ (ເອີ້ນ​ກັນ​ອີກ​ວ່າ​ອັບຣາຮາມ).</verse>
				<verse number="28">ອັບຣາຮາມ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ອີຊາກ​ແລະ​ອິດຊະມາເອນ.</verse>
				<verse number="29">ລູກຊາຍ​ຂອງ​ອິດຊະມາເອນ​ໄດ້​ກາຍເປັນ​ຫົວໜ້າ​ຂອງ​ສິບສອງ​ເຜົ່າ ມີ​ດັ່ງນີ້: ເນບາໂຢດ, ເກດາ, ອັດເບເອນ, ມິບສາມ,</verse>
				<verse number="30">ມີຊະມາ, ດູມາ, ມາສາ, ຮາດັດ, ເຕມາ,</verse>
				<verse number="31">ເຢຕູເຣ, ນາຟິດ ແລະ​ເກເດມາ, ພວກ​ດັ່ງກ່າວ​ເປັນ​ລູກຊາຍ​ຂອງ​ອິດຊະມາເອນ.</verse>
				<verse number="32">ອັບຣາຮາມ​ມີ​ເມຍນ້ອຍ​ຄົນ​ໜຶ່ງ​ຊື່​ວ່າ ເກຕູຣາ ແລະ​ນາງ​ໄດ້​ເກີດ​ລູກຊາຍ​ຫົກ​ຄົນ ມີ​ດັ່ງນີ້: ຊິມຣານ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ ແລະ​ຊູອາ. ໂຢກຊານ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ເຊບາ​ແລະ​ເດດານ.</verse>
				<verse number="33">ມີດີອານ​ມີ​ລູກຊາຍ​ຫ້າ​ຄົນ ດັ່ງນີ້: ເອຟາ, ເອເຟ, ຮານົກ, ອາບີດາ ແລະ​ເອນດາອາ, ທັງໝົດ​ນີ້​ແມ່ນ​ເຊື້ອສາຍ​ຂອງ​ເກຕູຣາ.</verse>
				<verse number="34">ອີຊາກ​ລູກຊາຍ​ຂອງ​ອັບຣາຮາມ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ເອຊາວ​ແລະ​ຢາໂຄບ.</verse>
				<verse number="35">ພວກ​ລູກຊາຍ​ຂອງ​ເອຊາວ ມີ​ດັ່ງນີ້: ເອລີຟັດ, ເຣອູເອນ, ເຢອຸດ, ຢາລາມ ແລະ​ໂກຣາ.</verse>
				<verse number="36">ພວກ​ລູກຊາຍ​ຂອງ​ເອລີຟັດ ມີ​ດັ່ງນີ້: ເຕມານ, ໂອມາກ, ເຊຟີ, ຄາຕາມ, ເກນາດ, ຕີມນາ ແລະ​ອາມາເຫຼັກ.</verse>
				<verse number="37">ພວກ​ລູກຊາຍ​ຂອງ​ເຣອູເອນ ມີ​ດັ່ງນີ້: ນາຮາດ, ເຊຣາ, ຊາມມາ ແລະ​ມິດຊາ.</verse>
				<verse number="38">ພວກ​ລູກຊາຍ​ຂອງ​ເສອີ ມີ​ດັ່ງນີ້: ໂລຕັນ, ໂຊບານ, ຊີເບໂອນ, ອານາ, ດີໂຊນ, ເອເຊ ແລະ​ດີຊານ</verse>
				<verse number="39">ພວກ​ລູກຊາຍ​ຂອງ​ໂລຕັນ ມີ​ດັ່ງນີ້: ໂຮຣີ​ແລະ​ໂຮມາມ. (ໂລຕັນ​ມີ​ນ້ອງສາວ​ຜູ້ໜຶ່ງ​ຊື່​ວ່າ ຕີມນາ.)</verse>
				<verse number="40">ພວກ​ລູກຊາຍ​ຂອງ​ໂຊບານ ມີ​ດັ່ງນີ້: ອາລີອານ, ມານາຮາດ, ເອບານ, ເຊຟີ ແລະ​ໂອນາມ. ຊີເບໂອນ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ອາອີຢາ ແລະ​ອານາ.</verse>
				<verse number="41">ພວກ​ລູກຊາຍ​ຂອງ​ອານາ ມີ​ດັ່ງນີ້: ດີໂຊນ ແລະ​ດີໂຊນ​ເປັນ​ພໍ່​ຂອງ​ຮຳຣານ, ເອຊະບານ, ອີທະຣານ ແລະ​ເກຣານ.</verse>
				<verse number="42">ພວກ​ລູກຊາຍ​ຂອງ​ເອເຊ ມີ​ດັ່ງນີ້: ບິນຮານ, ຊາອາວານ ແລະ​ຢາອາການ. ພວກ​ລູກຊາຍ​ຂອງ​ດີຊານ ມີ​ດັ່ງນີ້: ອູເຊ​ແລະ​ອາຣານ.</verse>
				<verse number="43">ບັນດາ​ກະສັດ​ທີ່​ໄດ້​ປົກຄອງ​ອານາຈັກ​ເອໂດມ​ສືບຕໍ່​ກັນ​ມາ ກ່ອນ​ສະໄໝ​ທີ່​ມີ​ກະສັດ​ປົກຄອງ​ໃນ​ປະເທດ​ອິດສະຣາເອນ ມີ​ດັ່ງນີ້: ເບລາ ລູກຊາຍ​ຂອງ​ເບອໍ ຈາກ​ເມືອງ​ດິນຮາບາ.</verse>
				<verse number="44">ເມື່ອ​ເບລາ​ຕາຍໄປ​ແລ້ວ ໂຢບັບ ລູກຊາຍ​ຂອງ​ເຊຣາ ຈາກ​ເມືອງ​ໂບຊະຣາ ກໍໄດ້​ຂຶ້ນ​ປົກຄອງ​ແທນ.</verse>
				<verse number="45">ເມື່ອ​ໂຢບັບ​ຕາຍໄປ​ແລ້ວ ຮູຊາມ ຈາກ​ເມືອງ​ເຕມານ ກໍໄດ້​ຂຶ້ນ​ປົກຄອງ​ແທນ.</verse>
				<verse number="46">ເມື່ອ​ຮູຊາມ​ຕາຍໄປ​ແລ້ວ ຮາດັດ ລູກຊາຍ​ຂອງ​ເບດັດ ຈາກ​ເມືອງ​ອາວິດ ກໍໄດ້​ຂຶ້ນ​ປົກຄອງ​ແທນ. (ຜູ້​ທີ່​ເອົາ​ຊະນະ​ຊາວ​ມີດີອານ​ຢູ່​ໃນ​ນາ​ຂອງ​ໂມອາບ).</verse>
				<verse number="47">ເມື່ອ​ຮາດັດ​ຕາຍໄປ​ແລ້ວ ສາມລາ ຈາກ​ເມືອງ​ມາສະເຣກາ ກໍໄດ້​ຂຶ້ນ​ປົກຄອງ​ແທນ.</verse>
				<verse number="48">ເມື່ອ​ສາມລາ​ຕາຍໄປ​ແລ້ວ ຊາອູນ ຊາວ​ແຄມ​ແມ່ນໍ້າ​ເມືອງ​ເຣໂຮໂບດ ກໍໄດ້​ຂຶ້ນ​ປົກຄອງ​ແທນ.</verse>
				<verse number="49">ເມື່ອ​ຊາອູນ​ຕາຍໄປ​ແລ້ວ ບາອານຮານານ ລູກຊາຍ​ຂອງ​ອັກໂບ ກໍໄດ້​ຂຶ້ນ​ປົກຄອງ​ແທນ.</verse>
				<verse number="50">ເມື່ອ​ບາອານຮານານ​ຕາຍໄປ​ແລ້ວ ຮາດັດ ຈາກ​ເມືອງ​ປາອີ ກໍໄດ້​ຂຶ້ນ​ປົກຄອງ​ແທນ. (ເມຍ​ຂອງ​ເພິ່ນ​ຊື່​ວ່າ ເມເຮຕາເບນ ຜູ້​ເປັນ​ລູກສາວ​ຂອງ​ມັດເຣັດ ແລະ​ຫລານສາວ​ຂອງ​ເມຊາຮາບ). ແລະ​ຮາດັດ​ໄດ້​ຕາຍໄປ</verse>
				<verse number="51">ປະຊາຊົນ​ໃນ​ເອໂດມ​ໄດ້​ແບ່ງ​ອອກ​ເປັນ​ຫລາຍ​ເຜົ່າ ມີ​ດັ່ງນີ້: ຕີມນາ, ອານວາ, ເຢເທັດ,</verse>
				<verse number="52">ໂອໂຮລີບາມາ, ເອລາ, ປີໂນນ,</verse>
				<verse number="53">ເກນາດ, ເຕມານ, ມິບຊາ,</verse>
				<verse number="54">ມັກດິເອນ ແລະ​ອີຣາມ, ພວກ​ເຫົ່ລານີ້​ແມ່ນ​ຊົນເຜົ່າ​ຂອງ​ເອໂດມ.</verse>
			</chapter>
			<chapter number="2">
				<verse number="1">ຢາໂຄບ​ມີ​ລູກຊາຍ​ສິບສອງ​ຄົນ ດັ່ງນີ້: ຣູເບັນ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ, ເຊບູໂລນ,</verse>
				<verse number="2">ດານ, ໂຢເຊັບ, ເບັນຢາມິນ, ເນັບທາລີ, ກາດ ແລະ​ອາເຊ.</verse>
				<verse number="3">ຢູດາ​ມີ​ລູກຊາຍ​ຫ້າ​ຄົນ. ລູກຊາຍ​ສາມ​ຄົນ​ທີ່​ເກີດ​ຈາກ​ນາງ​ບັດຊູອາ ຊາວ​ການາອານ ມີ​ດັ່ງນີ້: ເອຣະ, ໂອນານ ແລະ​ເຊລາ. ເອຣະ​ຜູ້​ເປັນ​ລູກຊາຍກົກ​ໄດ້ເຮັດ​ຊົ່ວຮ້າຍ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ ແລະ​ພຣະອົງ​ຈຶ່ງ​ຂ້າ​ລາວ.</verse>
				<verse number="4">ລູກຊາຍ​ສອງ​ຄົນ​ທີ່​ເກີດ​ຈາກ​ນາງ​ຕາມາ​ລູກໃພ້​ຂອງຕົນ ມີ​ດັ່ງນີ້: ເປເຣັດ​ແລະ​ເຊຣາ.</verse>
				<verse number="5">ເປເຣັດ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ເຮຊະໂຣນ​ແລະ​ຮາມູນ.</verse>
				<verse number="6">ເຊຣາ​ນ້ອງຊາຍ​ຂອງ​ລາວ ມີ​ລູກຊາຍ​ຫ້າ​ຄົນ ດັ່ງນີ້: ຊິມຣີ, ເອທານ, ເຮມານ, ການໂກນ ແລະ​ດາກດາ.</verse>
				<verse number="7">ອາການ ລູກຊາຍ​ຂອງ​ການໝີ​ແລະ​ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ເຊຣາ ໄດ້​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ປະຊາຊົນ​ອິດສະຣາເອນ ໂດຍ​ຮັກສາ​ຂອງ​ທີ່​ປຸ້ນ​ມາ​ໄດ້​ໄວ້ ຊຶ່ງ​ຂອງ​ເຫຼົ່ານັ້ນ​ໄດ້​ມອບຖວາຍ​ແລ້ວ.</verse>
				<verse number="8">ເອທານ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ອາຊາຣີຢາ.</verse>
				<verse number="9">ເຮຊະໂຣນ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເຢຣາເມເອນ, ຣາມ ແລະ​ເຄລູໄບ (ກາເລັບ).</verse>
				<verse number="10">ເຊື້ອສາຍ​ຄອບຄົວ​ທີ່​ສືບ​ຈາກ​ຣາມ​ເຖິງ​ເຢຊີ ມີ​ດັ່ງນີ້: ຣາມ​ເປັນ​ພໍ່​ຂອງ​ອຳມີນາດາບ, ອຳມີນາດາບ​ເປັນ​ພໍ່​ຂອງ​ນາໂຊນ, (ບຸກຄົນ​ສຳຄັນ​ຂອງ​ເຜົ່າ​ຢູດາຍ)</verse>
				<verse number="11">ນາໂຊນ​ເປັນ​ພໍ່​ຂອງ​ສານໂມນ, ສານໂມນ​ເປັນ​ພໍ່​ຂອງ​ໂບອາດ,</verse>
				<verse number="12">ໂບອາດ​ເປັນ​ພໍ່​ຂອງ​ໂອເບັດ ແລະ​ໂອເບັດ​ເປັນ​ພໍ່​ຂອງ​ເຢຊີ.</verse>
				<verse number="13">ເຢຊີ​ມີ​ລູກຊາຍ​ເຈັດ​ຄົນ. ເມື່ອ​ໄລ່​ຕາມ​ລຳດັບ​ອາຍຸ​ແລ້ວ ມີ​ດັ່ງນີ້: ເອລີອາບ, ອາບີນາດາບ, ຊາມມາ,</verse>
				<verse number="14">ເນທາເນນ, ຣັດດາຍ,</verse>
				<verse number="15">ໂອເຊມ ແລະ​ດາວິດ.</verse>
				<verse number="16">ເພິ່ນ​ຍັງ​ມີ​ລູກສາວ​ສອງ​ຄົນ ດັ່ງນີ້: ນາງ​ເຊຣູອີຢາ ແລະ​ນາງ​ອາບີກາຍ. ນາງ​ເຊຣູອີຢາ​ລູກສາວ​ຂອງ​ເຢຊີ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ອາບີໄຊ, ໂຢອາບ ແລະ​ອາສາເຮນ.</verse>
				<verse number="17">ນາງ​ອາບີກາຍ​ລູກສາວ​ຜູ້ໜຶ່ງ​ອີກ​ໄດ້​ແຕ່ງງານ​ກັບ​ເຢເທີ ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ອິດຊະມາເອນ ແລະ​ພວກເຂົາ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ອາມາສາ.</verse>
				<verse number="18">ກາເລັບ​ລູກຊາຍ​ຂອງ​ເຮຊະໂຣນ​ໄດ້​ແຕ່ງງານ​ກັບ​ນາງ​ອາຊູບາ ແລະ​ມີ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ເຢຣີໂອດ. ນາງ​ມີ ລູກຊາຍ​ສາມ​ຄົນ ດັ່ງນີ້: ເຢເຊ, ໂຊບັບ ແລະ​ອາກໂດນ.</verse>
				<verse number="19">ຫລັງຈາກ​ອາຊູບາ​ໄດ້​ຕາຍໄປ​ແລ້ວ ກາເລັບ​ກໍໄດ້​ແຕ່ງງານ​ກັບ​ເອຟຣັດ ແລະ​ພວກເຂົາ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ຮູເຣ.</verse>
				<verse number="20">ລູກຊາຍ​ຂອງ​ຮູເຣ​ຊື່​ວ່າ ອູຣິ ແລະ​ຫລານຊາຍ​ຊື່​ວ່າ ເບຊາເລນ.</verse>
				<verse number="21">ເມື່ອ​ເຮຊະໂຣນ​ມີ​ອາຍຸ​ໄດ້​ຫົກສິບ​ປີ ເພິ່ນ​ໄດ້​ແຕ່ງງານ​ກັບ​ລູກສາວ​ຂອງ​ມາກີ ນ້ອງສາວ​ຂອງ​ກີເລອາດ ພວກເຂົາ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເສກຸບ,</verse>
				<verse number="22">ແລະ​ເສກຸບ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ຢາອີ ຢາອີ​ໄດ້​ປົກຄອງ ຊາວສາມ​ເມືອງ​ໃນ​ເຂດແດນ​ກີເລອາດ.</verse>
				<verse number="23">ແຕ່​ເພິ່ນ​ໄດ້​ໃຊ້​ກຳລັງ​ຢຶດເອົາ​ອານາຈັກ​ຕ່າງໆ​ຂອງ​ເກຊູ ແລະ​ຂອງ​ອາຣາມ​ຫົກສິບ​ຕົວເມືອງ ລວມ​ທັງ​ໝູ່ບ້ານ​ທັງຫລາຍ​ຂອງ​ຢາອີ​ແລະ​ເກນາດ ຕະຫລອດ​ທັງ​ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ຊາວ​ເມືອງ​ທີ່​ອາໄສ​ຢູ່​ທີ່​ນັ້ນ ແມ່ນ​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ມາກີ ຜູ້​ເປັນ​ພໍ່​ຂອງ​ກີເລອາດ.</verse>
				<verse number="24">ຫລັງຈາກ​ເຮຊະໂຣນ​ໄດ້​ຕາຍໄປ​ແລ້ວ ກາເລັບ​ຜູ້​ເປັນ​ລູກຊາຍ​ຈຶ່ງ​ໄດ້​ແຕ່ງງານ​ກັບ​ນາງ​ເອຟຣັດ ເມຍ​ໝ້າຍ​ຂອງ​ພໍ່​ຕົນ. ພວກເຂົາ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ​ອາຊະຮູ ຜູ້​ທີ່​ໄດ້​ສ້າງ​ເມືອງ​ເຕກົວ.</verse>
				<verse number="25">ເຢຣາເມເອນ​ລູກຊາຍກົກ​ຂອງ​ເຮຊະໂຣນ​ມີ​ລູກຊາຍ​ຫ້າ​ຄົນ ດັ່ງນີ້: ຣາມ​ເປັນ​ລູກກົກ, ບູນາ, ໂອເຣນ, ໂອເຊມ ແລະ​ອາຮີຢາ.</verse>
				<verse number="26">ຣາມ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ມາອາ, ຢາມິນ ແລະ​ເອເກ. ເຢຣາເມເອນ​ມີ​ເມຍ​ອີກ​ຜູ້ໜຶ່ງ​ຊື່​ວ່າ ອາຕາຣາ ແລະ​ພວກເຂົາ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ໂອນາມ.</verse>
				<verse number="27"></verse>
				<verse number="28">ໂອນາມ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ຊາມມາຍ​ແລະ​ຢາດາ ແລະ​ຊາມມາຍ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ນາດາບ​ແລະ​ອາບີຊູ.</verse>
				<verse number="29">ອາບີຊູ​ໄດ້​ແຕ່ງງານ​ກັບ​ຍິງ​ຜູ້ໜຶ່ງ​ຊື່​ວ່າ ອາບີໄຮ ແລະ​ພວກເຂົາ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ອາບານ​ແລະ​ໂມລິດ.</verse>
				<verse number="30">ນາດາບ​ອ້າຍ​ຂອງ​ອາບີຊູມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ເສເລັດ​ແລະ​ອັບປາອິມ, ແຕ່​ເສເລັດ​ໄດ້​ຕາຍໄປ​ໂດຍ​ບໍ່ມີ​ລູກ.</verse>
				<verse number="31">ອັບປາອິມ​ເປັນ​ພໍ່​ຂອງ​ອີຊີ ແລະ​ອີຊີ​ເປັນ​ພໍ່​ຂອງ​ເຊຊານ ແລະ​ເຊຊານ​ເປັນ​ພໍ່​ຂອງ​ອາຮະໄລ.</verse>
				<verse number="32">ຢາດາ​ນ້ອງ​ຂອງ​ຊາມມາຍ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ເຢເທີ ແລະ ໂຢນາທານ; ແຕ່​ເຢເທີ​ໄດ້​ຕາຍໄປ​ໂດຍ​ບໍ່ມີ​ລູກ.</verse>
				<verse number="33">ໂຢນາທານ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ເປເລັດ​ແລະ​ຊາຊາ. ທັງໝົດ​ນີ້​ແມ່ນ​ເຊື້ອສາຍ​ຂອງ​ເຢຣາເມເອນ.</verse>
				<verse number="34">ເຊຊານ​ບໍ່ມີ​ລູກ​ຜູ້ຊາຍ ມີ​ແຕ່​ລູກ​ຜູ້ຍິງ ລາວ​ມີ​ຄົນ​ຮັບໃຊ້​ຊາຍ​ຊາວ​ເອຢິບ​ຜູ້ໜຶ່ງ​ຊື່​ວ່າ ຢາຣະຮາ</verse>
				<verse number="35">ແລະ​ໄດ້​ຍົກ​ລູກສາວ​ຄົນ​ໜຶ່ງ​ໃຫ້​ແຕ່ງງານ​ກັບ​ຄົນ​ຮັບໃຊ້​ຜູ້​ນີ້ ພວກເຂົາ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ອັດໄຕ.</verse>
				<verse number="36">ສາຍ​ຄອບຄົວ​ແຕ່​ອັດໄຕ​ເຖິງ​ເອລີຊາມາ ມີ​ດັ່ງນີ້: ອັດໄຕ​ເປັນ​ພໍ່​ຂອງ​ນາທານ, ນາທານ​ເປັນ​ພໍ່​ຊາບັດ,</verse>
				<verse number="37">ຊາບັດ​ເປັນ​ພໍ່​ຂອງ​ເອຟະລານ, ເອຟະລານ​ເປັນ​ພໍ່​ຂອງ​ໂອເບັດ,</verse>
				<verse number="38">ໂອເບັດ​ເປັນ​ພໍ່​ຂອງ​ເຢຮູ, ເຢຮູ​ເປັນ​ພໍ່​ຂອງ​ອາຊາຣີຢາ,</verse>
				<verse number="39">ອາຊາຣີຢາ​ເປັນ​ພໍ່​ຂອງ​ເຮເລັດ, ເຮເລັດ​ເປັນ​ພໍ່​ຂອງ​ເອເລອາສາ,</verse>
				<verse number="40">ເອເລອາສາ​ເປັນ​ພໍ່​ຂອງ​ສີສະໝາຍ, ສີສະໝາຍ​ເປັນ​ພໍ່​ຂອງ​ຊານລູມ,</verse>
				<verse number="41">ຊານລູມ​ເປັນ​ພໍ່​ຂອງ​ເຢກາມີຢາ ແລະ​ເຢກາມີຢາ​ເປັນ​ພໍ່​ຂອງ​ເອລີຊາມາ.</verse>
				<verse number="42">ລູກຊາຍກົກ​ຂອງ​ກາເລັບ​ນ້ອງ​ຂອງ​ເຢຣາເມເອນ​ຊື່​ວ່າ ເມຊາ ລາວ​ເປັນ​ພໍ່​ຂອງ​ຊີເຟ ຊີເຟ​ເປັນ​ພໍ່​ຂອງ​ມາເຣຊາ ແລະ​ມາເຣຊາ​ເປັນ​ພໍ່​ຂອງ​ເຮັບໂຣນ.</verse>
				<verse number="43">ເຮັບໂຣນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ໂກຣາ, ຕັບປູອາ, ເຣເກມ ແລະ​ເຊມາ.</verse>
				<verse number="44">ເຊມາ​ເປັນ​ພໍ່​ຂອງ​ຣາຮາມ ແລະ​ເປັນ​ປູ່​ຂອງ​ຢອກເກອາມ. ເຣເກມ ອ້າຍ​ຂອງ​ເຊມາ ເປັນ​ພໍ່​ຂອງ​ຊາມມາຍ</verse>
				<verse number="45">ຊາມມາຍ​ເປັນ​ພໍ່​ຂອງ​ມາໂອນ ແລະ​ມາໂອນ​ເປັນ​ພໍ່​ຂອງ​ເບັດຊູເຣ.</verse>
				<verse number="46">ກາເລັບ​ມີ​ເມຍນ້ອຍ​ຜູ້ໜຶ່ງ​ຊື່​ວ່າ ເອຟາ. ໂດຍ​ທາງ​ນາງ​ເອຟາ ເພິ່ນ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ຮາຣານ, ໂມຊາ ແລະ​ກາເຊ. ຮາຣານ​ມີ​ລູກຊາຍ​ຜູ້ໜຶ່ງ​ຄື​ກັນ​ຊື່​ວ່າ ກາເຊ.</verse>
				<verse number="47">ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ຢາດາຍ. ລາວ​ມີ​ລູກຊາຍ​ຢູ່​ຫົກ​ຄົນ ດັ່ງນີ້: ເຣເຄມ, ໂຢທາມ, ເກຊານ, ເປເລດ, ເອຟາ ແລະ​ຊາອາບ.</verse>
				<verse number="48">ກາເລັບ​ມີ​ເມຍນ້ອຍ​ຜູ້​ອື່ນ​ອີກ​ຊື່​ວ່າ ມາອາກາ ແລະ​ນາງ​ໄດ້​ເກີດ​ລູກຊາຍ​ໃຫ້​ເພິ່ນ​ສອງ​ຄົນ ດັ່ງນີ້: ເຊເບ ແລະ​ຕີຮານາ.</verse>
				<verse number="49">ຕໍ່ມາ ນາງ​ກໍ​ມີ​ລູກຊາຍ​ອີກ​ສອງ​ຄົນ ດັ່ງນີ້: ຊາອາບ ຜູ້​ທີ່​ໄດ້​ສ້າງ​ເມືອງ​ມາດມານນາ ແລະ​ເຊວາ ຜູ້​ທີ່​ໄດ້​ສ້າງ​ເມືອງ​ມັກເບນາ ແລະ​ກີເບອາ. ນອກນີ້ ກາເລັບ​ຍັງ​ມີ​ລູກສາວ​ຄົນ​ໜຶ່ງ​ຊື່​ວ່າ ອັກສາ.</verse>
				<verse number="50">ຕໍ່ໄປນີ້​ແມ່ນ​ເຊື້ອສາຍ​ຂອງ​ກາເລັບ​ອີກ ດັ່ງນີ້: ຮູເຣ​ແມ່ນ​ລູກຊາຍກົກ​ຂອງ​ກາເລັບ​ທີ່​ໄດ້​ກັບ​ນາງ​ເອຟຣັດ ເມຍ​ຂອງ​ເພິ່ນ. ໂຊບານ​ລູກຊາຍ​ຂອງ​ຮູເຣ ຜູ້​ທີ່​ໄດ້​ສ້າງ​ເມືອງ​ກີຣີອາດ​ເຢອາຣີມ.</verse>
				<verse number="51">ສານມາ​ລູກຊາຍ​ຜູ້​ທີ​ສອງ ຜູ້​ທີ່​ໄດ້​ສ້າງ​ເມືອງ​ເບັດເລເຮັມ ແລະ​ຮາເຣັບ​ລູກຊາຍ​ຜູ້​ທີ​ສາມ ຜູ້​ທີ່​ໄດ້​ສ້າງ​ເມືອງ​ເບັດກາເດ.</verse>
				<verse number="52">ໂຊບານ ຜູ້​ທີ່​ໄດ້​ສ້າງ​ເມືອງ​ກີຣີອາດ​ເຢອາຣີມ ເປັນ​ບັນພະບຸລຸດ​ຂອງ​ປະຊາຊົນ​ເມືອງ​ຮາໂລເອ, ປະຊາຊົນ​ເຄິ່ງ​ໜຶ່ງ​ຂອງ​ຊາວ​ເມນູໂຮດ,</verse>
				<verse number="53">ແລະ​ຕະກຸນ​ຕ່າງໆ​ທີ່​ໄດ້​ອາໄສ​ຢູ່​ໃນ​ເມືອງ​ກີຣີອາດ​ເຢອາຣີມ ມີ​ດັ່ງນີ້: ຊາວ​ອີທາ, ປູທະ, ຊູມາ ແລະ​ມິດຊະຣາ. (ປະຊາຊົນ​ໃນ​ເມືອງຕ່າງໆ​ຂອງ​ໂຊຣາ ແລະ​ເອຊະຕາໂອນ ເປັນ​ສະມາຊິກ​ຂອງ​ຄອບຄົວ​ເຫຼົ່ານີ້.)</verse>
				<verse number="54">ສານມາ ຜູ້​ທີ່​ໄດ້​ສ້າງ​ເມືອງ​ເບັດເລເຮັມ ຊາວ​ເນໂຕຟັດ ຊາວ​ອາໂຣດ​ເບັດ​ໂຢອາບ ແລະ​ເຄິ່ງ​ໜຶ່ງ​ຂອງ​ຊາວ​ມານາຮາດ​ກັບ​ຊາວ​ໂຊເຣ.</verse>
				<verse number="55">ຕະກຸນ​ຕ່າງໆ​ຂອງ​ຜູ້​ຊ່ຽວຊານ​ທາງການຂຽນ ແລະ​ລອກ​ເອກະສານ ທີ່​ອາໄສ​ຢູ່​ຕາມ​ເມືອງ​ຢາເບດ ມີ​ດັ່ງນີ້: ຕີຣາດ, ຊີເມອາດ ແລະ​ສູກາດ. ພວກເຂົາ​ແມ່ນ​ຊາວ​ເກນິດ ທີ່​ໄດ້​ແຕ່ງງານ​ກັບ​ຊາວ​ເຣກາບ.</verse>
			</chapter>
			<chapter number="3">
				<verse number="1">ຕໍ່ໄປນີ້​ແມ່ນ​ລູກຊາຍ​ຂອງ​ກະສັດ​ດາວິດ​ຕາມ​ລຳດັບ​ອາຍຸ ເກີດ​ໃນ​ເວລາ​ທີ່​ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເຮັບໂຣນ ມີ​ດັ່ງນີ້: ອຳໂນນ ມີ​ແມ່​ຊື່​ນາງ​ອາຮີໂນອາມ ຊາວ​ຢິດຊະເຣນ ດານີເອນ ມີ​ແມ່​ຊື່​ນາງ​ອາບີກາຍ ຊາວ​ກາເມນ</verse>
				<verse number="2">ອັບຊາໂລມ ມີ​ແມ່​ຊື່​ນາງ​ມາອາກາ ລູກສາວ​ຂອງ​ກະສັດ​ຕານໄມ​ແຫ່ງ​ເມືອງ​ເກຊູ ອາໂດນີຢາ ມີ​ແມ່​ຊື່​ນາງ​ຮັກກິດ</verse>
				<verse number="3">ເຊຟາຕີຢາ ມີ​ແມ່​ຊື່​ນາງ​ອາບີຕານ ອິດທະເຣອາມ ມີ​ແມ່​ຊື່​ນາງ​ເອກະລາ</verse>
				<verse number="4">ລູກ​ທັງ​ຫົກ​ຄົນ​ນັ້ນ​ໄດ້​ເກີດ​ຢູ່​ໃນ​ເມືອງ​ເຮັບໂຣນ ເວລາ​ທີ່​ກະສັດ​ດາວິດ​ໄດ້​ປົກຄອງ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ເຈັດ​ປີ​ເຄິ່ງ. ກະສັດ​ດາວິດ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສາມສິບສາມ​ປີ ແລະ​ເພິ່ນ​ໄດ້​ລູກຊາຍ​ອີກ​ຫລາຍ​ຄົນ. ນາງ​ບັດເຊບາ ເມຍ​ຂອງ​ເພິ່ນ​ເປັນ​ລູກສາວ​ຂອງ​ອາມມີເອນ</verse>
				<verse number="5">ໄດ້​ເກີດ​ລູກຊາຍ​ສີ່​ຄົນ ດັ່ງນີ້: ຊີເມອາ, ໂຊບັບ, ນາທານ ແລະ​ໂຊໂລໂມນ.</verse>
				<verse number="6">ເພິ່ນ​ໄດ້​ມີ​ລູກຊາຍ​ອື່ນໆ​ອີກ​ເກົ້າ​ຄົນ ດັ່ງນີ້: ອິບຮາ, ເອລີຊາມາ, ເອລີເຟເລັດ,</verse>
				<verse number="7">ໂນຄາ, ເນເຟັກ, ຢາເຟຍ,</verse>
				<verse number="8">ເອລີຊາມາ, ເອລີອາດາ ແລະ​ເອລີເຟເລັດ.</verse>
				<verse number="9">ນອກຈາກ​ລູກ​ທັງໝົດ​ເຫຼົ່ານີ້​ແລ້ວ ເພິ່ນ​ຍັງ​ມີ​ລູກຊາຍ​ຫລາຍ​ຄົນ​ທີ່​ໄດ້​ເກີດ​ຈາກ​ບັນດາ​ເມຍນ້ອຍ. ເພິ່ນ​ໄດ້​ມີ​ລູກສາວ​ຜູ້ໜຶ່ງ​ອີກ​ຊື່​ວ່າ ຕາມາ.</verse>
				<verse number="10">ຣາຊວົງ​ຂອງ​ກະສັດ​ໂຊໂລໂມນ​ແຕ່​ພໍ່​ຮອດ​ລູກ ມີ​ດັ່ງນີ້: ໂຊໂລໂມນ, ເຣໂຫໂບອາມ, ອາບີຢາ, ອາສາ, ເຢໂຮຊາຟັດ,</verse>
				<verse number="11">ໂຢຣາມ, ອາຮາຊີຢາ, ໂຢອາດ,</verse>
				<verse number="12">ອາມາຊີຢາ, ອາຊາຣີຢາ(ອຸດຊີຢາ), ໂຢທາມ,</verse>
				<verse number="13">ອາຮາດ, ເຮເຊກີຢາ, ມານາເຊ,</verse>
				<verse number="14">ອາໂມນ ແລະ ໂຢສີຢາ.</verse>
				<verse number="15">ໂຢສີຢາ​ມີ​ລູກຊາຍ​ສີ່​ຄົນ​ຕາມ​ລຳດັບ​ອາຍຸ ມີ​ດັ່ງນີ້: ໂຢຮານັນ, ເຢໂຮຍອາກິມ, ເຊເດກີຢາ ແລະ​ຊານລູມ.</verse>
				<verse number="16">ເຢໂຮຍອາກິມ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ເຢໂຮຍອາກິນ ແລະ​ເຊເດກີຢາ.</verse>
				<verse number="17">ຄົນ​ເຫຼົ່ານີ້​ແມ່ນ​ບັນດາ​ເຊື້ອສາຍ​ຂອງ​ກະສັດ​ເຢໂຮຍອາກິນ ທີ່​ຖືກ​ພວກ​ບາບີໂລນ​ຈັບ​ໄປ​ເປັນ​ຊະເລີຍ ກະສັດ​ເຢໂຮຍອາກິນ​ມີ​ລູກຊາຍ​ເຈັດ​ຄົນ ດັ່ງນີ້: ເຊອານຕີເອນ,</verse>
				<verse number="18">ມານກີຣາມ, ເປດາອີຢາ, ເຊນັດຊາ, ເຢກາມີຢາ, ໂຮຊາມາ ແລະ​ເນດາບີຢາ.</verse>
				<verse number="19">ເປດາອີຢາ ມີ​ລູກຊາຍ​ສອງ​ຄົນ​ດັ່ງນີ້: ເຊຣຸບບາເບນ​ແລະ​ຊີເມອີ. ເຊຣຸບບາເບນ ມີ​ລູກຊາຍ​ສອງ​ຄົນ​ດັ່ງນີ້: ເມຊູນລຳ​ແລະ​ຮານານີຢາ ແລະ​ມີ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ເຊໂລມິດ.</verse>
				<verse number="20">ເພິ່ນ​ຍັງ​ມີ​ລູກສາວ​ຕື່ມ​ອີກ​ຫ້າ​ຄົນ​ດັ່ງນີ້: ຮາຊູບາ, ໂອເຮນ, ເບເຣກີຢາ, ຮາສາດີຢາ ແລະ​ຢູຊັບເຮເສັດ.</verse>
				<verse number="21">ຮານານີຢາ ມີ​ລູກຊາຍ​ສອງ​ຄົນ​ດັ່ງນີ້: ເປລາຕີຢາ​ແລະ​ເຢຊາອີຢາ. ເຢຊາອີຢາ​ເປັນ​ພໍ່​ຂອງ​ເຣຟາອີຢາ ແລະ​ເຣຟາອີຢາ​ເປັນ​ພໍ່​ຂອງ​ອາກນັນ ອາກນັນ​ເປັນ​ພໍ່​ຂອງ​ໂອບາດີຢາ ແລະ​ໂອບາດີຢາ​ເປັນ​ພໍ່​ຂອງ​ເຊການີຢາ.</verse>
				<verse number="22">ເຊການີຢາ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເຊມາອີຢາ ແລະ​ມີ​ຫລານຊາຍ​ຫ້າ​ຄົນ ດັ່ງນີ້: ຮັດຕຸເຊ, ອີການ, ບາຣີຢາ, ເນອາຣີຢາ ແລະ​ຊາຟັດ.</verse>
				<verse number="23">ເນອາຣີຢາ ມີ​ລູກຊາຍ​ສາມ​ຄົນ​ດັ່ງນີ້: ເອລີໂອນາຍ, ຮີຊະກີຢາ ແລະ​ອາຊະຣີກຳ.</verse>
				<verse number="24">ເອລີໂອນາຍ ມີ​ລູກຊາຍ​ເຈັດ​ຄົນ​ດັ່ງນີ້: ໂຮດາວີຢາ, ເອລີອາຊິບ, ເປລາອີຢາ, ອັກກຸບ, ໂຢຮານານ, ເດລາອີຢາ ແລະ​ອານານີ.</verse>
			</chapter>
			<chapter number="4">
				<verse number="1">ຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ບາງສ່ວນ​ຂອງ​ຢູດາ ມີ​ດັ່ງນີ້: ເປເຣັດ, ເຮຊະໂຣນ, ການໝີ, ຮູເຣ ແລະ​ໂຊບານ.</verse>
				<verse number="2">ໂຊບານ​ເປັນ​ພໍ່​ຂອງ​ເຣອາອີຢາ ແລະ​ເຣອາອີຢາ​ເປັນ​ພໍ່​ຂອງ​ຢາຮາດ; ຢາຮາດ​ເປັນ​ພໍ່​ຂອງ​ອາຮູມາຍ​ແລະ​ລາຮາດ ຊຶ່ງ​ເປັນ​ບັນພະບຸລຸດ​ຂອງ​ຊົນຊາດ​ໂຊຣາ.</verse>
				<verse number="3">ຮູເຣ​ແມ່ນ​ລູກຊາຍກົກ​ຂອງ​ກາເລັບ​ທີ່​ໄດ້​ກັບ​ນາງ​ເອຟຣັດ. ແມ່ນ​ເຊື້ອສາຍ​ຂອງ​ຮູເຣ​ທີ່​ເປັນ​ຜູ້​ໄດ້​ສ້າງ​ເມືອງ​ເບັດເລເຮັມ. ຮູເຣ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເອຕາມ, ເປນູເອນ ແລະ​ເອເຊ. ເອຕາມ​ມີ​ລູກຊາຍ ສາມ​ຄົນ​ດັ່ງນີ້: ຢິດຊະເຣນ, ອີຊະມາ ແລະ​ອີດະບັດ ແລະ​ມີ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ຮັດເຊເລນໂປນີ. ເປນູເອນ​ໄດ້​ສ້າງ​ເມືອງ​ເກໂດເຣ ແລະ​ເອເຊ​ໄດ້​ສ້າງ​ເມືອງ​ຮູຊາ.</verse>
				<verse number="4"></verse>
				<verse number="5">ອາຊະຮູ​ຜູ້​ໄດ້​ສ້າງ​ເມືອງ​ເຕກົວ ມີ​ເມຍ​ສອງ​ຄົນ​ດັ່ງນີ້: ເຮລາ​ແລະ​ນາອາຣາ.</verse>
				<verse number="6">ລາວ​ມີ​ລູກຊາຍ​ກັບ​ນາງ​ນາອາຣາ​ສີ່​ຄົນ ດັ່ງນີ້: ອາຮູດຊຳ, ເຮເຟ, ເຕເມນີ ແລະ​ຮາຮັດສະຕາຣີ.</verse>
				<verse number="7">ແລະ​ລາວ​ຍັງ​ມີ​ລູກຊາຍ​ກັບ​ນາງ​ເຮລາ​ສາມ​ຄົນ ດັ່ງນີ້: ເຊເຣດ, ອີຊະຮາດ ແລະ​ເອັດນັນ.</verse>
				<verse number="8">ໂກເຊ​ເປັນ​ພໍ່​ຂອງ​ອານຸບ​ແລະ​ໂຊເບບາ ແລະ​ເປັນ​ບັນພະບຸລຸດ​ຂອງ​ຕະກຸນ​ຕ່າງໆ ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາຮາເຮນ​ລູກຊາຍ​ຂອງ​ຮາຣູມ.</verse>
				<verse number="9">ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຢາເບດ ແລະ​ລາວ​ໄດ້​ຮັບ​ການ​ນັບຖື​ຫລາຍກວ່າ​ໝູ່​ໃນ​ຄອບຄົວ. ແມ່​ຂອງ​ລາວ​ໄດ້​ໃສ່​ຊື່​ໃຫ້​ວ່າ​ຢາເບດ ເພາະ​ເມື່ອ​ຄອດ​ລາວ​ອອກ​ມາ​ນັ້ນ ນາງ​ໄດ້​ຮັບ​ຄວາມ​ເຈັບປວດ​ຫລາຍ.</verse>
				<verse number="10">ແຕ່​ຢາເບດ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ວ່າ, “ໂອ ພຣະເຈົ້າ​ເອີຍ ໂຜດ​ອວຍພອນ​ຂ້ານ້ອຍ ແລະ​ໃຫ້​ຂ້ານ້ອຍ​ມີ​ດິນແດນ​ຢ່າງ​ຫລວງຫລາຍ​ແດ່ທ້ອນ. ໂຜດ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ແລະ​ຮັກສາ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ການ​ຊົ່ວຮ້າຍ​ນາໆ​ປະການ​ແດ່ທ້ອນ ຊຶ່ງ​ອາດ​ເຮັດ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຄວາມ​ເຈັບປວດ.” ພຣະເຈົ້າ​ໄດ້​ໃຫ້​ສິ່ງ​ທີ່​ລາວ​ໄດ້​ພາວັນນາ​ອະທິຖານ​ຂໍ​ນັ້ນ.</verse>
				<verse number="11">ເກລຸບ​ອ້າຍ​ຂອງ​ຊູຮາ ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເມຮີ. ເມເຮຍ​ເປັນ​ພໍ່​ຂອງ​ເອຊະໂຕນ,</verse>
				<verse number="12">ແລະ​ເອຊະໂຕນ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເບັດຣາພາ, ປາເສຢາ ແລະ​ເຕຮີນນາ. ເຕຮີນນາ​ເປັນ​ຜູ້​ສ້າງ​ເມືອງ​ນາຮາດ. ພວກ​ເຊື້ອສາຍ​ຂອງ​ຄົນ​ເຫຼົ່ານີ້​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເຣກາ.</verse>
				<verse number="13">ເກນາດ​ມີ​ລູກຊາຍ​ສອງ​ຄົນ​ດັ່ງນີ້: ໂອດນີເອນ​ແລະ​ເສຣາອີຢາ. ໂອດນີເອນ​ມີ​ລູກຊາຍ​ສອງ​ຄົນ​ເຊັ່ນກັນ ດັ່ງນີ້: ຮາທັດ ແລະ​ເມໂອໂນໄທ.</verse>
				<verse number="14">ເມໂອໂນໄທ​ເປັນ​ພໍ່​ຂອງ​ໂອຟະຣາ. ເສຣາອີຢາ​ເປັນ​ພໍ່​ຂອງ​ໂຢອາບ ຜູ້​ທີ່​ໄດ້​ກໍ​ຕັ້ງ​ບ້ານ​ແຫ່ງ​ຮ່ອມພູ​ຊ່າງສີມື ຊຶ່ງ​ເປັນ​ບ່ອນ​ທີ່​ພວກ​ນາຍ​ຊ່າງສີມື​ທຸກຄົນ​ອາໄສ​ຢູ່.</verse>
				<verse number="15">ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ມີ​ລູກຊາຍ​ສາມ​ຄົນ​ດັ່ງນີ້: ອີຣູ, ເອລາ ແລະ​ນາອາມ. ເອລາ​ເປັນ​ພໍ່​ຂອງ​ເກນາດ.</verse>
				<verse number="16">ເຢຮັນເລເລນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ຊີເຟ, ຊີຟາ, ຕີຣີອາ ແລະ​ອາສາເຣນ.</verse>
				<verse number="17">ເອຊະຣາ ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ເຢເທ, ເມເຣດ, ເອເຟ ແລະ​ຢາໂລນ. ເມເຣດ​ໄດ້​ແຕ່ງງານ​ກັບ​ບີທີຢາ ລູກສາວ​ຂອງ​ກະສັດ​ຟາໂຣ​ແຫ່ງ​ປະເທດ​ເອຢິບ; ແລະ​ພວກເຂົາ​ມີ​ລູກສາວ​ຄົນ​ໜຶ່ງ​ຊື່​ວ່າ ມີຣີອາມ ແລະ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ຊາມມາຍ ແລະ​ອີຊະບາ. ອີຊະບາ​ໄດ້​ສ້າງ​ເມືອງ​ເອຊະເຕມົວ. ເມເຣດ​ຍັງ​ໄດ້​ແຕ່ງງານ​ກັບ​ຍິງ​ຄົນ​ໜຶ່ງ​ໃນ​ເຜົ່າ​ຢູດາ​ເຊັ່ນກັນ ແລະ​ພວກເຂົາ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເຢເຣັດ​ຜູ້​ໄດ້​ສ້າງ​ເມືອງ​ເກໂດເຣ; ເຮເບ​ຜູ້​ໄດ້​ສ້າງ​ເມືອງ​ໂສໂກ; ແລະ​ເຢກູທິເອນ​ຜູ້​ໄດ້​ສ້າງ​ເມືອງ​ຊາໂນອາ.</verse>
				<verse number="18"></verse>
				<verse number="19">ໂຮດີຢາ​ໄດ້​ແຕ່ງງານ​ກັບ​ເອື້ອຍ​ຂອງ​ນາຮາມ. ເຊື້ອສາຍ​ຂອງ​ພວກເຂົາ​ໄດ້​ກໍ່​ຕັ້ງ​ຕະກຸນ​ຄາມ ຊຶ່ງ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເກອີລາ ແລະ​ຕະກຸນ​ມາອາກາດ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເອຊະເຕມົວ.</verse>
				<verse number="20">ຊີໂມນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ອາມໂນນ, ຣິນນາ, ເບນຮານານ ແລະ​ຕີໂລນ. ອີຊີ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ໂຊເຮັດ​ແລະ​ເບນໂຊເຫັດ.</verse>
				<verse number="21">ເຊລາ​ແມ່ນ​ລູກຊາຍ​ຄົນ​ໜຶ່ງ​ໃນ​ບັນດາ​ລູກຊາຍ​ທັງຫລາຍ​ຂອງ​ຢູດາ. ເຊື້ອສາຍ​ຂອງ​ເພິ່ນ ມີ​ດັ່ງນີ້: ເອຣະ​ຜູ້​ທີ່​ໄດ້​ສ້າງ​ເມືອງ​ເລກາ; ລາອາດາ​ຜູ້​ທີ່​ໄດ້​ສ້າງ​ເມືອງ​ມາເຣຊາ; ຕະກຸນ​ຂອງ​ຊ່າງ​ຕໍ່າຜ້າ​ຜູ້​ທີ່​ໄດ້​ອາໄສ​ຢູ່​ເມືອງ​ເບັດ​ອາຊະເບອາ;</verse>
				<verse number="22">ໂຢກີມ​ແລະ​ປະຊາຊົນ​ທີ່​ໄດ້​ອາໄສ​ຢູ່​ໃນ​ເມືອງ​ໂກເຊບາ; ແລະ​ໂຢອາດ​ກັບ​ສາຣາບ​ຜູ້​ທີ່​ໄດ້​ແຕ່ງງານ​ກັບ​ຍິງ​ຊາວ​ໂມອາບ; ແລະ​ຕໍ່ມາ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ເລີຍ​ທີ່​ເບັດເລເຮັມ. (ສ່ວນ​ຂະນົບທຳນຽມ​ເຫຼົ່ານີ້​ເປັນ​ເລື່ອງ​ບູຮານ​ຫລາຍ.)</verse>
				<verse number="23">ພວກເຂົາ​ເປັນ​ຊ່າງ​ປັ້ນໝໍ້​ຮັບໃຊ້​ກະສັດ ແລະ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເນຕາອີມ​ແລະ​ເກເດຣາ.</verse>
				<verse number="24">ຊີເມໂອນ​ມີ​ລູກຊາຍ​ຫ້າ​ຄົນ ດັ່ງນີ້: ເນມູເອນ, ຢາມິນ, ຢາຣິບ, ເຊຣາ ແລະ​ຊາອູນ.</verse>
				<verse number="25">ລູກຊາຍ​ຂອງ​ຊາອູນ​ແມ່ນ​ຊານລູມ, ຫລານຊາຍ​ຂອງ​ເພິ່ນ​ແມ່ນ​ມິບສາມ ແລະ​ເຫຼັນ​ຂອງ​ເພິ່ນ​ແມ່ນ​ມີຊະມາ.</verse>
				<verse number="26">ແລ້ວ​ເຊື້ອສາຍ​ທີ່​ສືບຕໍ່​ຈາກ​ມີຊະມາ ມີ​ດັ່ງນີ້: ຮາມມູເອນ, ຊັກກູເຣ ແລະ​ຊີເມອີ.</verse>
				<verse number="27">ຊີເມອີ​ມີ​ລູກຊາຍ​ສິບຫົກ​ຄົນ​ແລະ​ລູກສາວ​ຫົກ​ຄົນ ແຕ່​ພີ່ນ້ອງ​ຂອງ​ລາວ​ມີ​ລູກ​ບໍ່​ຫລາຍ​ຄົນ ແລະ​ຕະກຸນ​ທັງໝົດ​ຂອງ​ພວກເຂົາ​ບໍ່ມີ​ຄົນ​ເພີ່ມ​ຂຶ້ນ​ຫລາຍ​ເທົ່າ​ກັບ​ເຜົ່າຢູດາ.</verse>
				<verse number="28">ນັບ​ລົງ​ໄປ​ເຖິງ​ສະໄໝ​ຂອງ​ກະສັດ​ດາວິດ ເຊື້ອສາຍ​ຂອງ​ຊີເມໂອນ​ໄດ້​ອາໄສ​ຢູ່​ໃນ​ເມືອງ ດັ່ງ​ຕໍ່ໄປນີ້: ເບເອນເຊບາ, ໂມລາດາ, ຮາຊາຊູອານ,</verse>
				<verse number="29">ບີນຮາ, ເອເຊມ, ໂຕລາດ,</verse>
				<verse number="30">ເບທູເອນ, ໂຮມາ, ຊິກລັກ,</verse>
				<verse number="31">ເບັດ​ມັກກາໂບດ, ຮາຊາສູສິມ, ເບັດບີຣີ ແລະ​ຊາອາຣາອິມ.</verse>
				<verse number="32">ພວກເຂົາ​ຍັງ​ໄດ້​ອາໄສ​ຢູ່​ໃນ​ບ່ອນ​ອື່ນໆ​ອີກ ດັ່ງນີ້: ເອຕາມ, ອາອິນ, ຣິມໂມນ, ໂຕເກນ ແລະ​ອາຊານ,</verse>
				<verse number="33">ແລະ​ບ້ານ​ທັງຫລາຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ໄກ​ໄປ​ຈົນເຖິງ​ທິດ​ຕາເວັນຕົກ​ສ່ຽງໃຕ້​ຂອງ​ເມືອງ​ບາອາລາດ. ນີ້ແຫລະ ຄື​ການ​ບັນທຶກ​ສຳມະໂນຄົວ​ແລະ​ບ່ອນຕ່າງໆ​ທີ່​ພວກເຂົາ​ອາໄສ​ຢູ່.</verse>
				<verse number="34">ບຸກຄົນ​ດັ່ງ​ຕໍ່ໄປນີ້​ແມ່ນ​ຫົວໜ້າ​ຕະກຸນ​ຂອງ​ພວກເຂົາ ມີ​ດັ່ງນີ້: ເມໂຊບັບ, ຢາມເລັກ, ໂຢຊາ ຜູ້​ເປັນ​ລູກຊາຍ​ຂອງ​ອາມາຊີຢາ,</verse>
				<verse number="35">ໂຢເອນ, ເຢຮູ (ເປັນ​ລູກຊາຍ​ຂອງ​ໂຢຊີບີຢາ, ຫລານຊາຍ​ຂອງ​ເສຣາອີຢາ, ເຫຼັນ​ຂອງ​ອາສີເອນ),</verse>
				<verse number="36">ເອລີໂອນາຍ, ຢາອາໂກບາດ, ເຢໂຊຮາອີຢາ, ອາສາອີຢາ, ອາດີເອນ, ເຢສີມີເອນ, ເບນາອີຢາ.</verse>
				<verse number="37">ຊີຊາ (ລູກຊາຍ​ຂອງ​ຊິບຟີ, ຫລານຊາຍ​ຂອງ​ອັນໂລນ, ເຊື້ອສາຍ​ຂອງ​ເຢດາອີຢາ, ຊິມຣີ ແລະ​ເຊມາອີຢາ).</verse>
				<verse number="38">ຊື່​ເຫຼົ່ານີ້​ເປັນ​ຜູ້ນຳ​ໃນ​ຄອບຄົວ ຍ້ອນ​ຄອບຄົວ​ຂອງ​ພວກເຂົາ​ສືບຕໍ່​ເພີ່ມ​ຂຶ້ນ,</verse>
				<verse number="39">ພວກເຂົາ​ຈຶ່ງ​ໄດ້​ແຜ່ຜາຍ​ກະຈາຍ​ອອກ​ໄປ ທາງ​ທິດ​ຕາເວັນຕົກ​ເກືອບ​ຮອດ​ເກຣາກ ແລະ​ໄດ້​ລ້ຽງ​ຝູງແກະ​ຂອງ​ພວກເຂົາ​ຢູ່​ທາງ​ພາກ​ຕາເວັນອອກ​ຂອງ​ຮ່ອມພູ​ໃນ​ບ່ອນ​ທີ່​ຕັ້ງ​ເມືອງ​ຢູ່.</verse>
				<verse number="40">ພວກເຂົາ​ໄດ້​ພົບ​ທົ່ງຫຍ້າ​ຢ່າງ​ອຸດົມສົມບູນ ທັງ​ກວ້າງຂວາງ​ແລະ​ງຽບ​ສະຫງົບ​ດີ​ຢູ່​ນອກເມືອງ. ປະຊາຊົນ​ທີ່​ໄດ້​ອາໄສ​ຢູ່​ກ່ອນ​ພວກເຂົາ​ແມ່ນ​ຊາວ​ຮາມ.</verse>
				<verse number="41">ໃນ​ສະໄໝ​ຂອງ​ກະສັດ​ເຮເຊກີຢາ​ແຫ່ງ​ອານາຈັກ​ຢູດາຍ ພວກ​ຜູ້ຊາຍ​ທີ່​ມີ​ຊື່​ໃນ​ຂ້າງ​ເທິງ​ນັ້ນ​ໄດ້​ໄປ​ທີ່​ເມືອງ​ເກຣາກ ແລະ​ທຳລາຍ​ເຕັນ​ກັບ​ຕູບ​ຂອງ​ປະຊາຊົນ​ທີ່​ອາໄສ​ຢູ່​ທີ່​ນັ້ນ. ພວກເຂົາ​ຂັບໄລ່​ປະຊາຊົນ​ເຫຼົ່ານັ້ນ​ອອກ​ໄປ ແລະ​ໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່​ທີ່​ນັ້ນ​ຢ່າງ​ຖາວອນ ຍ້ອນ​ບ່ອນ​ນີ້​ມີ​ດິນ​ທີ່​ອຸດົມສົມບູນ​ສຳລັບ​ຝູງແກະ​ຂອງ​ພວກເຂົາ.</verse>
				<verse number="42">ຄົນ​ໃນ​ເຜົ່າ​ຂອງ​ຊີເມໂອນ​ອື່ນໆ ຫ້າຮ້ອຍ​ຄົນ​ໄດ້​ພາກັນ​ໄປ ທີ່​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເອໂດມ. ພວກຜູ້ນຳ​ຂອງ​ພວກເຂົາ ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ອີຊີ ມີ​ດັ່ງນີ້: ເປລາຕີຢາ, ເນອາຣີຢາ, ເຣຟາອີຢາ ແລະ​ອຸດຊີເອນ.</verse>
				<verse number="43">ຢູ່​ໃນ​ທີ່ນັ້ນ ພວກເຂົາ​ໄດ້​ສັງຫານ​ຊາວ​ອາມາເຫຼັກ​ຜູ້​ທີ່​ລອດຊີວິດ​ມາ​ໄດ້ ແລະ​ໄດ້​ອາໄສ​ຢູ່​ທີ່​ນັ້ນ​ຈົນເຖິງ​ທຸກ​ວັນນີ້.</verse>
			</chapter>
			<chapter number="5">
				<verse number="1">ບຸກຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ຣູເບັນ​ຜູ້​ເປັນ​ລູກຊາຍກົກ​ຂອງ​ຢາໂຄບ. (ຍ້ອນ​ຣູເບັນ​ໄດ້​ລັກ​ນອນ​ນຳ​ເມຍນ້ອຍ​ຄົນ​ໜຶ່ງ​ຂອງ​ພໍ່​ຕົນ ລາວ​ຈຶ່ງ​ໄດ້​ສູນເສຍ​ສິດ​ການ​ເປັນ​ອ້າຍ​ກົກ ແລະ​ສິດ​ນັ້ນ​ໄດ້​ຖືກ​ມອບໝາຍ​ໃຫ້​ແກ່​ໂຢເຊັບ.</verse>
				<verse number="2">ແຕ່​ຢ່າງໃດ​ກໍດີ ແມ່ນ​ເຜົ່າຢູດາ​ທີ່​ໄດ້​ເຂັ້ມແຂງ​ທີ່ສຸດ ແລະ​ໃຫ້​ຜູ້ປົກຄອງ​ຄົນ​ໜຶ່ງ​ສືບ​ມາ​ຈາກ​ເຜົ່າ​ນີ້​ແກ່​ເຜົ່າ​ທັງໝົດ.)</verse>
				<verse number="3">ຣູເບັນ​ລູກຊາຍກົກ​ຂອງ​ຢາໂຄບ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະ​ການໝີ.</verse>
				<verse number="4">ບຸກຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ໂຢເອນ, ແຕ່​ເຊັ່ນໜຶ່ງ​ຫາ​ເຊັ່ນໜຶ່ງ ດັ່ງນີ້: ເຊມາອີຢາ, ໂກກ, ຊີເມອີ,</verse>
				<verse number="5">ມີກາ, ເຣອາອີຢາ, ບາອານ ແລະ​ເບເອຣາ.</verse>
				<verse number="6">ຕີກະລາດ​ປີເລເສ​ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ຈັບ​ເບເອຣາ ຜູ້​ເປັນ​ຫົວໜ້າ​ເຜົ່າ​ຣູເບັນ​ແລະ​ໄດ້​ເອົາ​ລາວ​ໄປ​ເປັນ​ຊະເລີຍ.</verse>
				<verse number="7">ບັນທຶກ​ສຳມະໂນຄົວ​ຂອງ​ຕະກຸນ​ຕ່າງໆ​ໃນ​ເຜົ່າ​ຣູເບັນ ມີ​ດັ່ງນີ້: ເຢອີເອນ, ເຊກາຣີຢາ,</verse>
				<verse number="8">ແລະ​ເບລາ​ລູກຊາຍ​ຂອງ​ອາສາ ແລະ​ຫລານຊາຍ​ເຊມາ​ໃນ​ຕະກຸນ​ໂຢເອນ. ຕະກຸນ​ນີ້​ໄດ້​ອາໄສ​ຢູ່​ທີ່​ອາໂຣເອ​ແລະ​ທີ່​ເຂດແດນ, ແຕ່​ຕອນເໜືອ​ໄປ​ເຖິງ​ເນໂບ​ແລະ​ບາອານ​ເມໂອນ.</verse>
				<verse number="9">ພວກເຂົາ​ມີ​ຝູງສັດ​ຢ່າງ​ຫລວງຫລາຍ​ໃນ​ດິນແດນ​ກີເລອາດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຂົ້າ​ຢຶດເອົາ​ດິນແດນ​ທາງທິດ​ຕາເວັນອອກ ໄກ​ໄປ​ຈົນເຖິງ​ຖິ່ນ​ແຫ້ງແລ້ງ​ກັນດານ​ແລະ​ເລີຍ​ໄປ​ຈຸ​ແມ່ນໍ້າ​ເອີຟຣັດ.</verse>
				<verse number="10">ໃນ​ສະໄໝ​ຂອງ​ກະສັດ​ໂຊນ ເຜົ່າ​ຣູເບັນ​ໄດ້​ໂຈມຕີ​ພວກຮັກກິດ, ສັງຫານ​ພວກເຂົາ​ໃນ​ສະໜາມຮົບ ແລະ​ຢຶດຄອງ​ເອົາ​ດິນແດນ​ຂອງ​ພວກເຂົາ​ໃນ​ພາກ​ຕາເວັນອອກ​ຂອງ​ກີເລອາດ.</verse>
				<verse number="11">ເຜົ່າກາດ​ໄດ້​ອາໄສ​ຢູ່​ທາງ​ພາກເໜືອ​ເຜົ່າ​ຣູເບັນ​ໃນ​ດິນແດນ​ຂອງ​ບາຊານ ຈົນ​ໄປ​ເຖິງ​ພາກ​ຕາເວັນອອກ​ສຸດ​ຂອງ​ສາເລກາ.</verse>
				<verse number="12">ໂຢເອນ​ເປັນ​ຕົ້ນ​ຕະກຸນ​ທີ່​ສຳຄັນ​ທີ​ໜຶ່ງ ແລະ​ຊາຟາມ​ເປັນ​ຕະກຸນ​ສຳຄັນ​ທີ​ສອງ. ຢານາຍ​ແລະ​ຊາຟັດ​ໄດ້​ເປັນ​ຕົ້ນ​ຕະກຸນ​ອື່ນໆ​ອີກ​ໃນ​ບາຊານ.</verse>
				<verse number="13">ບັນດາ​ສະມາຊິກ​ອື່ນໆ​ຂອງ​ເຜົ່າ​ລວມ​ເປັນ​ເຈັດ​ຕະກຸນ ມີ​ດັ່ງນີ້: ມີກາເອນ, ເມຊຸນລຳ, ເຊບາ, ໂຢຣາຍ, ຢາການ, ຊີອາ ແລະ​ເອເບ.</verse>
				<verse number="14">ພວກເຂົາ​ແມ່ນ​ເຊື້ອສາຍ​ຂອງ​ອາບີໄຮ ລູກຊາຍ​ຂອງ​ຮູຣິ. ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ເມື່ອ​ໄລ່​ຄືນ​ຫລັງ ມີ​ດັ່ງນີ້: ອາບີໄຮ​ເປັນ​ລູກຊາຍ​ຂອງ​ຮູຣິ, ຮູຣິ​ເປັນ​ລູກຊາຍ​ຂອງ​ຢາໂຣອາ, ຢາໂຣອາ​ເປັນ​ລູກຊາຍ​ຂອງ​ກີເລອາດ, ກີເລອາດ​ເປັນ​ລູກຊາຍ​ຂອງ​ມີກາເອນ, ມີກາເອນ​ເປັນ​ລູກຊາຍ​ຂອງ​ເຢຊີຊາຍ, ເຢຊີຊາຍ​ເປັນ​ລູກຊາຍ​ຂອງ​ຢາໂດ, ຢາໂດ​ເປັນ​ລູກຊາຍ​ຂອງ​ບູເຊ.</verse>
				<verse number="15">ອາຮີ ລູກຊາຍ​ຂອງ​ອັບດີເອນ​ແລະ​ຫລານຊາຍ​ຂອງ​ກູນີ ເປັນ​ຫົວໜ້າ​ຂອງ​ຕະກຸນ​ເຫຼົ່ານັ້ນ.</verse>
				<verse number="16">ພວກເຂົາ​ໄດ້​ອາໄສ​ໃນ​ເຂດແດນ​ບາຊານ​ແລະ​ກີເລອາດ ໃນ​ເມືອງ​ທັງຫລາຍ​ໃນ​ທີ່ນັ້ນ​ແລະ​ຕາມ​ທົ່ງຫຍ້າ​ຂອງ​ຊາໂຣນ.</verse>
				<verse number="17">ບັນທຶກ​ເຫຼົ່ານີ້​ໄດ້​ຖືກ​ຮິບໂຮມ​ໄວ້​ໃນ​ສະໄໝ​ຂອງ​ກະສັດ​ໂຢທາມ​ແຫ່ງ​ຢູດາຍ ແລະ​ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ.</verse>
				<verse number="18">ໃນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ເຄິ່ງເຜົ່າ ມີ​ທະຫານ​ທີ່​ຝຶກແອບ​ຢ່າງດີ​ໃນ​ການ​ໃຊ້​ໂລ້, ດາບ ແລະ​ທະນູ​ຈຳນວນ​ສີ່ສິບ​ສີ່ພັນ​ເຈັດຮ້ອຍ​ຫົກສິບ​ຄົນ.</verse>
				<verse number="19">ພວກເຂົາ​ໄດ້​ເຮັດ​ເສິກ​ຕໍ່ສູ້​ພວກ​ຮັກກິດ​ຂອງ​ເຜົ່າ​ເຢຕູເຣ, ນາຟິດ ແລະ​ໂນດາບ.</verse>
				<verse number="20">ພວກເຂົາ​ໄວ້ວາງໃຈ​ໃນ​ພຣະເຈົ້າ ແລະ​ພາວັນນາ​ອະທິຖານ​ຂໍ​ພຣະອົງ​ຊ່ວຍເຫລືອ ແລະ​ພຣະເຈົ້າ​ໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ; ພຣະອົງ​ໃຫ້​ພວກເຂົາ​ເອົາ​ຊະນະ​ພວກຮັກກິດ​ແລະ​ພັນທະມິດ.</verse>
				<verse number="21">ພວກເຂົາ​ໄດ້​ຢຶດ​ມາ​ຈາກ​ພວກ​ສັດຕູ ມີ​ດັ່ງນີ້: ອູດ​ຫ້າສິບພັນ​ໂຕ, ແກະ​ສອງຮ້ອຍ​ຫ້າສິບພັນ​ໂຕ ແລະ​ລໍ​ສອງພັນ​ໂຕ ພ້ອມ​ທັງ​ຊະເລີຍເສິກ​ອີກ​ໜຶ່ງແສນ​ຄົນ.</verse>
				<verse number="22">ພວກເຂົາ​ໄດ້​ຂ້າ​ສັດຕູ​ຢ່າງ​ຫລວງຫລາຍ ເພາະ​ການ​ເຮັດ​ເສິກ​ຄັ້ງ​ນີ້​ແມ່ນ​ພຣະເຈົ້າ​ພໍໃຈ​ໃຫ້​ເຮັດ ແລະ​ພວກເຂົາ​ໄດ້​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ດິນແດນ​ນີ້ ຈົນ​ຖືກ​ກວາດ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.</verse>
				<verse number="23">ປະຊາຊົນ​ມານາເຊ​ເຄິ່ງເຜົ່າ​ຕາເວັນອອກ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ທີ່​ເຂດແດນ​ຂອງ​ບາຊານ ຈົນ​ໄປ​ເຖິງ​ພາກເໜືອ​ຂອງ​ບາອານເຮີໂມນ, ເສນີ ແລະ​ທີ່​ພູ​ເຮີໂມນ; ແລະ​ປະຊາຊົນ​ຂອງ​ພວກເຂົາ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫລວງຫລາຍ.</verse>
				<verse number="24">ບຸກຄົນ​ດັ່ງ​ຕໍ່ໄປນີ້​ແມ່ນ​ຫົວໜ້າ​ຂອງ​ຕະກຸນ​ຕ່າງໆ​ມີ​ດັ່ງນີ້: ເອເຟ, ອີຊີ, ເອລີເອນ, ອາຊະຣິເອນ, ເຢເຣມີຢາ, ໂຮດາວີຢາ ແລະ​ຢາດີເອນ. ພວກເຂົາ​ທັງໝົດ​ເປັນ​ທະຫານ​ທີ່​ເກັ່ງກ້າ​ແລະ​ເປັນ​ຜູ້ນຳ​ຕະກຸນ​ທີ່​ມີ​ຊື່ສຽງ​ດີ.</verse>
				<verse number="25">ແຕ່​ປະຊາຊົນ​ບໍ່​ສັດຊື່​ຕໍ່​ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ພວກເຂົາ ແລະ​ໄດ້​ປະຖິ້ມ​ພຣະອົງ​ໄປ​ຂາບໄຫວ້​ບັນດາ​ພະ​ຊົນຊາດ​ອື່ນ ທີ່​ພຣະເຈົ້າ​ໄດ້​ຂັບໄລ່​ໜີ​ອອກ​ໄປ​ຈາກ​ດິນແດນ.</verse>
				<verse number="26">ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ບັນດານ​ໃຫ້​ກະສັດ​ປູນ​ແຫ່ງ​ອັດຊີເຣຍ (ມີ​ຊື່​ອື່ນ​ອີກ​ວ່າ ຕີກະລາດ​ປີເລເສ) ມາ​ຮຸກຮານ​ປະເທດ​ຂອງ​ພວກເຂົາ. ເພິ່ນ​ໄດ້​ຈັບ​ເຜົ່າ​ຣູເບັນ, ກາດ, ມານາເຊ​ເຄິ່ງເຜົ່າ​ຕາເວັນອອກ​ໄປ​ເປັນ​ຊະເລີຍ ແລະ​ໃຫ້​ພວກເຂົາ​ໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ຮາລາ, ຮາບໍ ແລະ​ຮາຣາ ແລະ​ຕາມ​ລຳ​ແມ່ນໍ້າ​ໂກຊານ​ຈົນເຖິງ​ທຸກ​ວັນນີ້.</verse>
			</chapter>
			<chapter number="6">
				<verse number="1">ເລວີ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ.</verse>
				<verse number="2">ໂກຮາດ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ ແລະ​ອຸດຊີເອນ.</verse>
				<verse number="3">ອຳຣາມ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ອາໂຣນ​ແລະ​ໂມເຊ ແລະ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ມີຣີອາມ. ອາໂຣນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ.</verse>
				<verse number="4">ລຳດັບ​ເຊື້ອສາຍ​ຈາກ​ເຊັ່ນໜຶ່ງ​ຫາ​ອີກ​ເຊັ່ນໜຶ່ງ​ຂອງ​ເອເລອາຊາ ມີ​ດັ່ງນີ້: ເອເລອາຊາ​ເປັນ​ພໍ່​ຂອງ​ຟີເນຮາ, ຟີເນຮາ​ເປັນ​ພໍ່​ຂອງ​ອາບີຊູອາ,</verse>
				<verse number="5">ອາບີຊູອາ​ເປັນ​ພໍ່​ຂອງ​ບຸກກີ, ບຸກກີ​ເປັນ​ພໍ່​ຂອງ​ອຸດຊີ,</verse>
				<verse number="6">ອຸດຊີ​ເປັນ​ພໍ່​ຂອງ​ເຊຣາຮີຢາ, ເຊຣາຮີຢາ​ເປັນ​ພໍ່​ຂອງ​ເມຣາອີໂຢດ,</verse>
				<verse number="7">ເມຣາອີໂຢດ​ເປັນ​ພໍ່​ຂອງ​ອາມາຣີຢາ, ອາມາຣີຢາ​ເປັນ​ພໍ່​ຂອງ​ອາຮີຕຸບ,</verse>
				<verse number="8">ອາຮີຕຸບ​ເປັນ​ພໍ່​ຂອງ​ຊາດົກ, ຊາດົກ​ເປັນ​ພໍ່​ຂອງ​ອາຮີມາອາດ,</verse>
				<verse number="9">ອາຮີມາອາດ​ເປັນ​ພໍ່​ຂອງ​ອາຊາຣີຢາ, ອາຊາຣີຢາ​ເປັນ​ພໍ່​ຂອງ​ໂຢຮານານ,</verse>
				<verse number="10">ໂຢຮານານ​ເປັນ​ພໍ່​ຂອງ​ອາຊາຣີຢາ (ຜູ້​ທີ່​ໄດ້​ຮັບໃຊ້​ຢູ່​ໃນ​ພຣະວິຫານ ຊຶ່ງ​ກະສັດ​ໂຊໂລໂມນ​ໄດ້​ສ້າງ​ຂຶ້ນ​ທີ່​ນະຄອນ​ເຢຣູຊາເລັມ),</verse>
				<verse number="11">ອາຊາຣີຢາ​ເປັນ​ພໍ່​ຂອງ​ອາມາຣີຢາ, ອາມາຣີຢາ​ເປັນ​ພໍ່​ຂອງ​ອາຮີຕຸບ,</verse>
				<verse number="12">ອາຮີຕຸບ​ເປັນ​ພໍ່​ຂອງ​ຊາດົກ, ຊາດົກ​ເປັນ​ພໍ່​ຂອງ​ຊານລູມ,</verse>
				<verse number="13">ຊານລູມ​ເປັນ​ພໍ່​ຂອງ​ຮິນກີຢາ, ຮິນກີຢາ​ເປັນ​ພໍ່​ຂອງ​ອາຊາຣີຢາ,</verse>
				<verse number="14">ອາຊາຣີຢາ​ເປັນ​ພໍ່​ຂອງ​ເສຣາອີຢາ, ເສຣາອີຢາ​ເປັນ​ພໍ່​ຂອງ​ເຢໂຮຊາດັກ.</verse>
				<verse number="15">ພຣະເຈົ້າຢາເວ​ໄດ້​ໃຫ້​ກະສັດ​ເນບູ​ກາດເນັດຊາ​ກວາດຕ້ອນ​ເອົາ​ເຢໂຮຊາດັກ ພ້ອມ​ທັງ​ປະຊາຊົນ​ອື່ນໆ​ຂອງ​ອານາຈັກ​ຢູດາຍ ແລະ​ນະຄອນ​ເຢຣູຊາເລັມ ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.</verse>
				<verse number="16">ເລວີ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ.</verse>
				<verse number="17">ພວກເຂົາ​ແຕ່ລະຄົນ​ກໍ​ມີ​ລູກຊາຍ​ເຊັ່ນກັນ. ເກໂຊນ​ເປັນ​ພໍ່​ຂອງ​ລິບນີ​ແລະ​ຊີເມອີ;</verse>
				<verse number="18">ໂກຮາດ​ເປັນ​ພໍ່​ຂອງ​ອຳຣາມ, ອີຊະຮາ, ເຮັບໂຣນ ແລະ​ອຸດຊີເອນ;</verse>
				<verse number="19">ເມຣາຣີ​ເປັນ​ພໍ່​ຂອງ​ມາຮະລີ​ແລະ​ມູຊີ.</verse>
				<verse number="20">ບຸກຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຈາກ​ເຊັ່ນໜຶ່ງ​ຫາ​ອີກ​ເຊັ່ນໜຶ່ງ​ຂອງ​ເກໂຊນ ມີ​ດັ່ງນີ້: ລູກຊາຍ​ຂອງ​ເກໂຊນ​ແມ່ນ​ລິບນີ, ລູກຊາຍ​ຂອງ​ລິບນີ​ແມ່ນ​ຢາຮາດ, ລູກຊາຍ​ຂອງ​ຢາຮາດ​ແມ່ນ​ຊິມມາ,</verse>
				<verse number="21">ລູກຊາຍ​ຂອງ​ຊິມມາ​ແມ່ນ​ໂຢອາ, ລູກຊາຍ​ຂອງ​ໂຢອາ​ແມ່ນ​ອິດໂດ, ລູກຊາຍ​ຂອງ​ອິດໂດ​ແມ່ນ​ເຊຣາ, ລູກຊາຍ​ຂອງ​ເຊຣາ​ແມ່ນ​ເຢອາເທຣາຍ.</verse>
				<verse number="22">ບຸກຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຈາກ​ເຊັ່ນໜຶ່ງ​ຫາ​ອີກ​ເຊັ່ນໜຶ່ງ​ຂອງ​ໂກຮາດ ມີ​ດັ່ງນີ້: ລູກຊາຍ​ຂອງ​ໂກຮາດ​ແມ່ນ​ອຳມີນາດາບ, ລູກຊາຍ​ຂອງ​ອຳມີນາດາບ​ແມ່ນ​ໂກຣາ, ລູກຊາຍ​ຂອງ​ໂກຣາ​ແມ່ນ​ອັດສີເຣ,</verse>
				<verse number="23">ລູກຊາຍ​ຂອງ​ອັດສີເຣ​ແມ່ນ​ເອນການາ, ລູກຊາຍ​ຂອງ​ເອນການາ​ແມ່ນ​ເອບີອາສັບ, ລູກຊາຍ​ຂອງ​ເອບີອາສັບ​ແມ່ນ​ອັດສີເຣ,</verse>
				<verse number="24">ລູກຊາຍ​ຂອງ​ອັດສີເຣ​ແມ່ນ​ຕາຮາດ, ລູກຊາຍ​ຂອງ​ຕາຮາດ​ແມ່ນ​ອູຣິເອນ, ລູກຊາຍ​ຂອງ​ອູຣິເອນ​ແມ່ນ​ອຸດຊີຢາ, ລູກຊາຍ​ຂອງ​ອຸດຊີຢາ​ແມ່ນ​ຊາອູນ.</verse>
				<verse number="25">ເອນການາ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ອາມາໄສ​ແລະ​ອາຮີມົດ.</verse>
				<verse number="26">ບຸກຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຈາກ​ເຊັ່ນໜຶ່ງ​ຫາ​ອີກ​ເຊັ່ນໜຶ່ງ​ຂອງ​ອາຮີມົດ ມີ​ດັ່ງນີ້: ລູກຊາຍ​ຂອງ​ອາຮີມົດ​ແມ່ນ​ເອນການາ, ລູກຊາຍ​ຂອງ​ເອນການາ​ແມ່ນ​ໂຊໄຟ, ລູກຊາຍ​ຂອງ​ໂຊໄຟ​ແມ່ນ​ນາຮາດ,</verse>
				<verse number="27">ລູກຊາຍ​ຂອງ​ນາຮາດ​ແມ່ນ​ເອລີອາບ, ລູກຊາຍ​ຂອງ​ເອລີອາບ​ແມ່ນ​ເຢໂຣຮາມ, ລູກຊາຍ​ຂອງ​ເຢໂຣຮາມ​ແມ່ນ​ເອນການາ.</verse>
				<verse number="28">ຊາມູເອນ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ໂຢເອນ ຜູ້​ເປັນ​ອ້າຍ​ກົກ​ແລະ​ອາບີຢາ​ຜູ້​ເປັນ​ນ້ອງຊາຍ.</verse>
				<verse number="29">ບຸກຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຈາກ​ເຊັ່ນໜຶ່ງ​ຫາ​ອີກ​ເຊັ່ນໜຶ່ງ​ຂອງ​ເມຣາຣີ ມີ​ດັ່ງນີ້: ມາຮະລີ, ລູກຊາຍ​ຂອງ​ມາຮະລີ​ແມ່ນ​ລິບນີ, ລູກຊາຍ​ຂອງ​ລິບນີ​ແມ່ນ​ຊີເມອີ, ລູກຊາຍ​ຂອງ​ຊີເມອີ​ແມ່ນ​ອຸດຊາ,</verse>
				<verse number="30">ລູກຊາຍ​ຂອງ​ອຸດຊາ​ແມ່ນ​ຊີເມອາ, ລູກຊາຍ​ຂອງ​ຊີເມອາ​ແມ່ນ​ຮັກກິຢາ, ລູກຊາຍ​ຂອງ​ຮັກກິຢາ​ແມ່ນ​ອາສາອີຢາ.</verse>
				<verse number="31">ບຸກຄົນ​ເຫຼົ່ານີ້​ແມ່ນ​ພວກ​ທີ່​ກະສັດ​ດາວິດ ໃຫ້​ຮັບຜິດຊອບ​ຮ້ອງເພງ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ເຢຣູຊາເລັມ ຫລັງຈາກ​ທີ່​ໄດ້​ຍ້າຍ​ຫີບ​ພັນທະສັນຍາ​ເຂົ້າ​ໄປ​ໄວ້​ຢູ່​ໃນ​ນັ້ນ.</verse>
				<verse number="32">ພວກເຂົາ​ໄດ້​ປ່ຽນ​ຜຽນ​ກັນ​ຮ້ອງເພງ​ຕໍ່ໜ້າ​ຫໍເຕັນ​ສັກສິດ​ແຫ່ງ​ຫໍເຕັນ​ບ່ອນ​ຊຸມນຸມ ກ່ອນ​ເວລາ​ທີ່​ກະສັດ​ໂຊໂລໂມນ​ໄດ້​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="33">ສາຍ​ຄອບຄົວ​ຂອງ​ຜູ້​ທີ່​ໄດ້​ຮັບ​ມອບໝາຍ​ຕຳແໜ່ງ ມີ​ດັ່ງນີ້: ຕະກຸນ​ໂກຮາດ: ສາຍ​ຄອບຄົວ​ຂອງ​ລາວ ເມື່ອ​ນັບ​ຄືນ​ໄປ​ຫາ​ຢາໂຄບ ມີ​ດັ່ງນີ້: ເຮມານ ເປັນ​ຜູ້ນຳ​ຂອງ​ກຸ່ມ​ຮ້ອງເພງ​ໝວດ​ທີໜຶ່ງ ຜູ້​ເປັນ​ລູກຊາຍ​ຂອງ​ໂຢເອນ, ໂຢເອນ ຜູ້​ເປັນ​ລູກຊາຍ​ຂອງ​ຊາມູເອນ,</verse>
				<verse number="34">ຊາມູເອນ​ຜູ້​ເປັນ​ລູກຊາຍ​ຂອງ​ເອນການາ ຜູ້​ເປັນ​ລູກຊາຍ​ຂອງ​ເຢໂຣຮາມ ຜູ້​ເປັນ​ລູກຊາຍ​ຂອງ​ເອລີເອນ ຜູ້​ເປັນ​ລູກຊາຍ​ຂອງ​ໂຕອາ</verse>
				<verse number="35">ຜູ້​ເປັນ​ລູກຊາຍ​ຂອງ​ຊູເຟ ຜູ້​ເປັນ​ລູກຊາຍ​ຂອງ​ເອນການາ ຜູ້​ເປັນ​ລູກຊາຍ​ຂອງ​ມາຮາດ ຜູ້​ເປັນ​ລູກຊາຍ​ຂອງ​ອາມາໄສ</verse>
				<verse number="36">ຜູ້​ເປັນ​ລູກຊາຍ​ຂອງ​ເອນການາ ຜູ້​ເປັນ​ລູກຊາຍ​ຂອງ​ໂຢເອນ ຜູ້​ເປັນ​ລູກຊາຍ​ຂອງ​ອາຊາຣີຢາ ຜູ້​ເປັນ​ລູກຊາຍ​ຂອງ​ເຊຟານີຢາ</verse>
				<verse number="37">ຜູ້​ເປັນ​ລູກຊາຍ​ຂອງ​ຕາຮາດ ຜູ້​ເປັນ​ລູກຊາຍ​ຂອງ​ອັດສີເຣ ຜູ້​ເປັນ​ລູກຊາຍ​ຂອງ​ເອບີອາສັບ ຜູ້​ເປັນ​ລູກຊາຍ​ຂອງ​ໂກຣາ</verse>
				<verse number="38">ຜູ້​ເປັນ​ລູກຊາຍ​ຂອງ​ອີຊະຮາ ຜູ້​ເປັນ​ລູກຊາຍ​ຂອງ​ໂກຮາດ ຜູ້​ເປັນ​ລູກຊາຍ​ຂອງ​ເລວີ ຜູ້​ເປັນ​ລູກຊາຍ​ຂອງ​ຢາໂຄບ.</verse>
				<verse number="39">ອາສັບ​ເປັນ​ຜູ້ນຳ​ກຸ່ມ​ຮ້ອງເພງ​ໝວດ​ທີສອງ. ສາຍ​ຄອບຄົວ​ຂອງ​ລາວ ເມື່ອ​ນັບ​ຄືນ​ຫລັງ​ໄປ​ຫາ​ເລວີ ມີ​ດັ່ງນີ້: ອາສັບ​ຜູ້​ເປັນ​ລູກຊາຍ​ຂອງ​ເບເຣກີຢາ ຜູ້​ເປັນ​ລູກຊາຍ​ຂອງ​ຊີເມອາ</verse>
				<verse number="40">ຜູ້​ເປັນ​ລູກຊາຍ​ຂອງ​ມີກາເອນ ຜູ້​ເປັນ​ລູກຊາຍ​ຂອງ​ບາອາເສອີຢາ ຜູ້​ເປັນ​ລູກຊາຍ​ຂອງ​ມານກີຢາ</verse>
				<verse number="41">ຜູ້​ເປັນ​ລູກຊາຍ​ຂອງ​ເອທະນີ ຜູ້​ເປັນ​ລູກຊາຍ​ຂອງ​ເຊຣາ ຜູ້​ເປັນ​ລູກຊາຍ​ຂອງ​ອາດາອີຢາ</verse>
				<verse number="42">ຜູ້​ເປັນ​ລູກຊາຍ​ຂອງ​ເອທານ ຜູ້​ເປັນ​ລູກຊາຍ​ຂອງ​ຊິມມາ ຜູ້​ເປັນ​ລູກຊາຍ​ຂອງ​ຊີເມອີ</verse>
				<verse number="43">ຜູ້​ເປັນ​ລູກຊາຍ​ຂອງ​ຢາຮາດ ຜູ້​ເປັນ​ລູກຊາຍ​ຂອງ​ເກໂຊນ ຜູ້​ເປັນ​ລູກຊາຍ​ຂອງ​ເລວີ.</verse>
				<verse number="44">ເອທານ​ຄົນ​ໃນ​ຕະກຸນ​ເມຣາຣີ ເປັນ​ຜູ້ນຳ​ກຸ່ມ​ຮ້ອງເພງ​ໝວດ​ທີສາມ. ສາຍ​ຄອບຄົວ​ຂອງ​ລາວ​ເມື່ອ​ນັບ​ຄືນ​ຫລັງ​ຫາ​ເລວີ ມີ​ດັ່ງນີ້: ເອທານ​ຜູ້​ເປັນ​ລູກຊາຍ​ຂອງ​ກີຊີ ຜູ້​ເປັນ​ລູກຊາຍ​ຂອງ​ອັບດີ ຜູ້​ເປັນ​ລູກຊາຍ​ຂອງ​ມານລຸກ</verse>
				<verse number="45">ຜູ້​ເປັນ​ລູກຊາຍ​ຂອງ​ຮາຊາບີຢາ ຜູ້​ເປັນ​ລູກຊາຍ​ຂອງ​ອາມາຊີຢາ ຜູ້​ເປັນ​ລູກຊາຍ​ຂອງ​ຮິນກີຢາ</verse>
				<verse number="46">ຜູ້​ເປັນ​ລູກຊາຍ​ຂອງ​ອາມຊີ ຜູ້​ເປັນ​ລູກຊາຍ​ຂອງ​ບານີ ຜູ້​ເປັນ​ລູກຊາຍ​ຂອງ​ເຊເມ</verse>
				<verse number="47">ຜູ້​ເປັນ​ລູກຊາຍ​ຂອງ​ມາຮະລີ ຜູ້​ເປັນ​ລູກຊາຍ​ຂອງ​ມູຊີ ຜູ້​ເປັນ​ລູກຊາຍ​ຂອງ​ເມຣາຣີ ຜູ້​ເປັນ​ລູກຊາຍ​ຂອງ​ເລວີ.</verse>
				<verse number="48">ຝ່າຍ​ພວກ​ພີ່ນ້ອງ​ຊາວ​ເລວີ​ຂອງ​ພວກເຂົາ​ກໍໄດ້​ຖືກ​ມອບໝາຍ ໃຫ້​ຮັບໃຊ້​ໜ້າທີ່​ທັງໝົດ​ໃນ​ຫໍເຕັນ​ສັກສິດ​ແຫ່ງ​ວິຫານ​ຂອງ​ພຣະເຈົ້າ.</verse>
				<verse number="49">ອາໂຣນ​ແລະ​ເຊື້ອສາຍ​ຂອງຕົນ​ເປັນ​ຜູ້​ເຜົາ​ເຄື່ອງຫອມ ແລະ​ເຜົາ​ເຄື່ອງ​ບູຊາ​ຕ່າງໆ​ເທິງ​ແທ່ນບູຊາ. ພວກເຂົາ​ຮັບຜິດຊອບ​ຕໍ່​ການ​ນະມັດສະການ​ທຸກຢ່າງ​ໃນ​ບ່ອນ​ສັກສິດ​ທີ່ສຸດ ແລະ​ສຳລັບ​ການ​ຖວາຍບູຊາ​ຕ່າງໆ​ເພື່ອ​ພຣະເຈົ້າ​ຈະ​ຍົກ​ບາບ​ໃຫ້​ແກ່​ຊາດ​ອິດສະຣາເອນ ພວກເຂົາ​ໄດ້​ເຮັດ​ສິ່ງ​ທັງໝົດ​ນີ້​ຕາມ​ຄຳແນະນຳ​ຂອງ​ໂມເຊ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ.</verse>
				<verse number="50">ເຊື້ອສາຍ​ຂອງ​ອາໂຣນ ມີ​ດັ່ງນີ້: ລູກຊາຍ​ຂອງ​ອາໂຣນ​ແມ່ນ​ເອເລອາຊາ, ລູກຊາຍ​ຂອງ​ເອເລອາຊາ​ແມ່ນ​ຟີເນຮາ, ລູກຊາຍ​ຂອງ​ຟີເນຮາ​ແມ່ນ​ອາບີຊູອາ,</verse>
				<verse number="51">ລູກຊາຍ​ຂອງ​ອາບີຊູອາ​ແມ່ນ​ບຸກກີ, ລູກຊາຍ​ຂອງ​ບຸກກີ​ແມ່ນ​ອຸດຊີ, ລູກຊາຍ​ຂອງ​ອຸດຊີ​ແມ່ນ​ເຊຣາຮີຢາ,</verse>
				<verse number="52">ລູກຊາຍ​ຂອງ​ເຊຣາຮີຢາ​ແມ່ນ​ເມຣາອີໂຢດ, ລູກຊາຍ​ຂອງ​ເມຣາອີໂຢດ​ແມ່ນ​ອາມາຣີຢາ, ລູກຊາຍ​ຂອງ​ອາມາຣີຢາ​ແມ່ນ​ອາຮີຕຸບ,</verse>
				<verse number="53">ລູກຊາຍ​ຂອງ​ອາຮີຕຸບ​ແມ່ນ​ຊາດົກ, ລູກຊາຍ​ຂອງ​ຊາດົກ​ແມ່ນ​ອາຮີມາອາດ.</verse>
				<verse number="54">ຕໍ່ໄປນີ້​ແມ່ນ​ເຂດແດນ​ທີ່​ໄດ້​ຖືກ​ມອບ​ໃຫ້​ເຊື້ອສາຍ​ຂອງ​ອາໂຣນ ຕະກຸນ​ໂກຮາດ. ພວກເຂົາ​ເປັນ​ຜູ້​ທຳອິດ​ທີ່​ໄດ້​ຮັບ​ສ່ວນ​ຂອງ​ດິນແດນ ຊຶ່ງ​ໄດ້​ມອບ​ໃຫ້​ຊາວ​ເລວີ.</verse>
				<verse number="55">ເຂດແດນ​ນີ້​ລວມເອົາ​ທັງ​ເຮັບໂຣນ​ໃນ​ເຂດແດນ​ຂອງ​ຢູດາຍ ແລະ​ທົ່ງຫຍ້າ​ຊຶ່ງ​ຢູ່​ອ້ອມຮອບ​ນັ້ນ.</verse>
				<verse number="56">ແຕ່​ທົ່ງນາ​ແລະ​ໝູ່ບ້ານ​ຕ່າງໆ​ທີ່​ເປັນ​ຂອງ​ຕົວເມືອງ​ນັ້ນ ໄດ້​ຖືກ​ມອບໝາຍ​ໃຫ້​ແກ່​ກາເລັບ ລູກຊາຍ​ຂອງ​ເຢຟຸນເນ.</verse>
				<verse number="57">ເມືອງ​ຕ່າງໆ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຊື້ອສາຍ​ຂອງ​ອາໂຣນ ມີ​ດັ່ງນີ້: ເຮັບໂຣນ ເມືອງ​ລີ້ໄພ, ຢັດຕີ ແລະ​ເມືອງ​ທັງຫລາຍ​ຂອງ​ລິບນາ, ເອຊະເຕມົວ, ຮີເລນ, ເດບີ, ອາຊານ ແລະ​ເບັດເຊເມດ, ຕະຫລອດ​ທັງ​ທົ່ງ​ລ້ຽງ​ສັດ​ໃນ​ແຕ່ລະ​ບ່ອນ​ດ້ວຍ.</verse>
				<verse number="58"></verse>
				<verse number="59"></verse>
				<verse number="60">ໃນ​ເຂດແດນ​ຂອງ​ເຜົ່າ​ເບັນຢາມິນ ພວກເຂົາ​ໄດ້​ຮັບ​ມອບ​ເມືອງ​ແລະ​ທົ່ງຫຍ້າ ດັ່ງ​ຕໍ່ໄປນີ້: ເກບາ, ອາເລເມັດ ແລະ​ອານາທົດ. ເມື່ອ​ລວມ​ແລ້ວ ມີ​ສິບສາມ​ເມືອງ​ສຳລັບ​ຄອບຄົວ​ທັງໝົດ​ຂອງ​ພວກເຂົາ​ອາໄສ​ຢູ່.</verse>
				<verse number="61">ສິບ​ເມືອງ​ໃນ​ເຂດແດນ​ຂອງ​ມານາເຊ​ເຄິ່ງເຜົ່າ​ຕາເວັນຕົກ ໄດ້​ຖືກ​ມອບໝາຍ​ໃຫ້​ແກ່​ຕະກຸນ​ຂອງ​ໂກຮາດ​ໂດຍ​ການ​ໃຊ້​ສະຫລາກ ສຳລັບ​ແຕ່ລະ​ຄອບຄົວ​ທີ່​ຍັງເຫລືອ​ຢູ່.</verse>
				<verse number="62">ຕະກຸນ​ເກໂຊນ​ແຕ່ລະ​ຄອບຄົວ​ໄດ້​ຮັບ​ມອບໝາຍ ສິບສາມ​ເມືອງ​ໃນ​ເຂດແດນ​ຂອງ​ເຜົ່າ​ອິດຊາຄາ, ອາເຊ, ເນັບທາລີ ແລະ​ມານາເຊ​ຕາເວັນອອກ​ຕາເວັນອອກ​ໃນ​ບາຊານ.</verse>
				<verse number="63">ໂດຍ​ວິທີ​ດຽວກັນ ຕະກຸນ​ເມຣາຣີ​ໄດ້​ຮັບ​ມອບໝາຍ​ສິບສອງ​ເມືອງ ໃນ​ເຂດແດນ​ຂອງ​ເຜົ່າ​ຣູເບັນ, ກາດ ແລະ​ເຊບູໂລນ.</verse>
				<verse number="64">ໂດຍ​ວິທີ​ນີ້ ປະຊາຊົນ​ອິດສະຣາເອນ​ໄດ້​ມອບໝາຍ​ຕົວເມືອງ​ຕ່າງໆ ໃຫ້​ພວກ​ເລວີ​ອາໄສ​ຢູ່​ພ້ອມ​ທັງ​ທົ່ງຫຍ້າ​ອ້ອມ​ຕົວເມືອງ​ນັ້ນ​ດ້ວຍ. (</verse>
				<verse number="65">ເມືອງ​ຕ່າງໆ​ຂອງ​ເຜົ່າຢູດາຍ ຊີເມໂອນ ແລະ​ເບັນຢາມິນ​ທີ່​ໄດ້​ກ່າວ​ມາ​ນັ້ນ​ແມ່ນ​ໄດ້​ຖືກ​ມອບໝາຍ​ໃຫ້ ໂດຍ​ການ​ໃຊ້​ສະຫລາກ​ຄືກັນ.)</verse>
				<verse number="66">ບາງ​ຄອບຄົວ​ໃນ​ຕະກຸນ​ໂກຮາດ​ກໍໄດ້​ຮັບ​ມອບໝາຍ​ຕົວເມືອງ ແລະ​ທົ່ງຫຍ້າ​ຕ່າງໆ​ຢູ່​ໃນ​ເຂດແດນ​ຂອງ​ເຜົ່າ​ເອຟຣາອິມ​ເຊັ່ນ:</verse>
				<verse number="67">ຊີເຄມ, ເມືອງ​ລີ້ໄພ​ໃນ​ແຖບ​ເນີນພູ​ເອຟຣາອິມ, ເກເຊ,</verse>
				<verse number="68">ໂຢກເມອາມ, ເບັດ​ໂຮໂຣນ,</verse>
				<verse number="69">ໄອຢາໂລນ ແລະ​ກາດຣິມໂມນ.</verse>
				<verse number="70">ໃນ​ເຂດແດນ​ຂອງ​ມານາເຊ​ເຄິ່ງເຜົ່າ​ຕາເວັນຕົກ ພວກເຂົາ​ໄດ້​ຮັບ​ມອບໝາຍ​ເມືອງ​ຕ່າງໆ​ຂອງ​ອາເນ​ແລະ​ບີເລອາມ ຕະຫລອດ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ​ດ້ວຍ.</verse>
				<verse number="71">ຄອບຄົວ​ຕ່າງໆ​ໃນ​ຕະກຸນ​ເກໂຊນ​ໄດ້​ຮັບ​ມອບໝາຍ​ຕົວເມືອງ​ຕ່າງໆ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ ມີ​ດັ່ງນີ້: ໃນ​ເຂດແດນ​ມານາເຊ​ເຄິ່ງເຜົ່າ​ຕາເວັນອອກ ໂກລານ​ໃນ​ບາຊານ ແລະ​ອັດຊະຕາໂຣດ.</verse>
				<verse number="72">ໃນ​ເຂດແດນ​ອິດຊາຄາ: ເກເດັດ, ດາເບຣັດ,</verse>
				<verse number="73">ຣາໂມດ ແລະ​ອາເນມ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ.</verse>
				<verse number="74">ໃນ​ເຂດແດນ​ອາເຊ: ມາຊານ, ອັບໂດນ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ,</verse>
				<verse number="75">ຮູກົກ ແລະ​ເຣໂຮບ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ.</verse>
				<verse number="76">ໃນ​ເຂດແດນ​ເນັບທາລີ: ເກເດັດ​ໃນ​ຄາລີເລ, ຮາມໂມນ ແລະ​ກີຣິອາດທາອິມ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ.</verse>
				<verse number="77">ສ່ວນ​ຄອບຄົວ​ຕ່າງໆ​ໃນ​ຕະກຸນ​ເມຣາຣີ​ທີ່​ຍັງເຫລືອ​ຢູ່​ນັ້ນ ກໍໄດ້​ຮັບ​ມອບໝາຍ​ເມືອງ​ຕ່າງໆ​ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ​ດ້ວຍ ມີ​ດັ່ງນີ້: ໃນ​ເຂດແດນ​ເຊບູໂລນ: ຣີມໂມໂນ​ແລະ​ຕາໂບ.</verse>
				<verse number="78">ໃນ​ເຂດແດນ​ຣູເບັນ ທາງ​ຝັ່ງ​ເບື້ອງ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ເລີຍ​ໄປ​ທາງ​ເມືອງ​ເຢຣິໂກ: ເບເຊ​ຢູ່​ເທິງ​ພູພຽງ, ຢາຊາ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ,</verse>
				<verse number="79">ເກເດໂມດ ແລະ​ເມຟາອາດ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ.</verse>
				<verse number="80">ໃນ​ເຂດແດນ​ຂອງ​ກາດ: ຣາໂມດ​ໃນ​ກີເລອາດ, ມະຫານາອິມ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ,</verse>
				<verse number="81">ເຮັດຊະໂບນ​ແລະ​ຢາເຊ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ.</verse>
			</chapter>
			<chapter number="7">
				<verse number="1">ອິດຊາຄາ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ໂຕລາ, ປູອາ, ຢາຊຸບ ແລະ​ຊີມໂຣນ.</verse>
				<verse number="2">ໂຕລາ​ມີ​ລູກຊາຍ​ຫົກ​ຄົນ ດັ່ງນີ້: ອຸດຊີ, ເຣຟາອີຢາ, ເຢຣິເອນ, ຢາມາຍ, ອີບສາມ ແລະ​ເຊມູເອນ. ພວກເຂົາ​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ​ໃນ​ຕະກຸນ​ໂຕລາ​ແລະ​ເປັນ​ທະຫານ​ທີ່​ມີ​ຊື່ສຽງ​ດີ. ໃນ​ສະໄໝ​ຂອງ​ກະສັດ​ດາວິດ ເຊື້ອສາຍ​ຂອງ​ພວກເຂົາ​ມີ​ຊາວສອງພັນ​ຫົກຮ້ອຍ​ຄົນ.</verse>
				<verse number="3">ອຸດຊີ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ອີຊະຣາຮີຢາ. ອີຊະຣາຮີຢາ​ແລະ​ລູກຊາຍ​ສີ່​ຄົນ​ຂອງ​ລາວ​ມີ​ດັ່ງນີ້: ມີກາເອນ, ໂອບາດີຢາ, ໂຢເອນ ແລະ​ອິດຊີຢາ. ພວກເຂົາ​ເປັນ​ຫົວໜ້າ​ຄອບຄົວ​ໝົດ​ທຸກຄົນ.</verse>
				<verse number="4">ພວກເຂົາ​ໄດ້​ເມຍ​ຫລາຍ​ຄົນ​ຈຶ່ງ​ມີ​ລູກ​ຢ່າງ​ຫລວງຫລາຍ ຈົນ​ບັນດາ​ເຊື້ອສາຍ​ຂອງ​ພວກເຂົາ​ເປັນ​ທະຫານ​ໄດ້​ມີ​ສາມສິບຫົກ​ພັນ​ຄົນ.</verse>
				<verse number="5">ຈຳນວນ​ທາງການ​ຂອງ​ຊາຍ​ສະກັນ​ໃນ​ຄອບຄົວ​ຂອງ​ເຜົ່າ​ອິດຊາຄາ ທີ່​ເປັນ​ທະຫານ​ໄດ້​ມີ​ແປດສິບເຈັດ​ພັນ​ຄົນ.</verse>
				<verse number="6">ເບັນຢາມິນ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເບລາ, ເບເຄ ແລະ​ເຢດີອາເອນ.</verse>
				<verse number="7">ເບລາ​ມີ​ລູກຊາຍ​ຫ້າ​ຄົນ ດັ່ງນີ້: ເອຊະໂບນ, ອຸດຊີ, ອຸດຊີເອນ, ເຢຣິໂມດ ແລະ​ອີຣິ. ພວກເຂົາ​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ​ໃນ​ຕະກຸນ ແລະ​ເປັນ​ທະຫານ​ທີ່​ມີ​ຊື່ສຽງ​ດີ. ຊາຍ​ສະກັນ​ໃນ​ເຊື້ອສາຍ​ຂອງ​ພວກເຂົາ​ທີ່​ເປັນ​ທະຫານ​ໄດ້​ມີ​ຊາວສອງພັນ​ສາມສິບສີ່​ຄົນ.</verse>
				<verse number="8">ເບເຄ​ມີ​ລູກຊາຍ​ເກົ້າ​ຄົນ ດັ່ງນີ້: ເຊມີຣາ, ໂຢອາດ, ເອລີເອເຊ, ເອລີໂອນາຍ, ອົມຣີ, ເຢເຣໂມດ, ອາບີຢາ, ອານາທົດ ແລະ​ອາເລເມັດ.</verse>
				<verse number="9">ຈຳນວນ​ທາງການ​ຂອງ​ຊາຍ​ສະກັນ​ໃນ​ເຊື້ອສາຍ​ພວກເຂົາ​ທີ່​ເປັນ​ທະຫານ​ໄດ້​ມີ​ຊາວພັນ​ສອງຮ້ອຍ​ຄົນ.</verse>
				<verse number="10">ເຢດີອາເອນ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ບິນຮານ; ແລະ​ບິນຮານ​ມີ​ລູກຊາຍ​ເຈັດ​ຄົນ ດັ່ງນີ້: ເຢອຸດ, ເບັນຢາມິນ, ເອຮຸດ, ເຄນາອານາ, ເຊທານ, ຕາກຊິດ ແລະ​ອາຮິຊາຮາ.</verse>
				<verse number="11">ພວກເຂົາ​ໄດ້​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ​ໃນ​ຕະກຸນ ແລະ​ເປັນ​ທະຫານ​ທີ່​ມີ​ຊື່ສຽງ​ດີ. ຈຳນວນ​ຊາຍ​ສະກັນ​ໃນ​ເຊື້ອສາຍ​ຂອງ​ພວກເຂົາ​ທີ່​ເປັນ​ທະຫານ​ໄດ້​ມີ​ສິບເຈັດພັນ​ສອງຮ້ອຍ​ຄົນ.</verse>
				<verse number="12">ຊຸບປິມ​ແລະ​ຮຸບປິມ​ກໍ​ລວມ​ຢູ່​ໃນ​ເຜົ່າ​ນີ້​ເຊັ່ນກັນ. ດານ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ຮູຊິມ.</verse>
				<verse number="13">ເນັບທາລີ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ຢາຊີເອນ, ກູນີ, ເຢເຊ ແລະ​ຊານລູມ. (ພວກເຂົາ​ເປັນ​ເຊື້ອສາຍ​ຂອງ​ນາງ​ບິນຮາ.)</verse>
				<verse number="14">ມານາເຊ​ມີ​ລູກຊາຍ​ສອງ​ຄົນ​ທີ່​ເກີດ​ຈາກ​ເມຍນ້ອຍ​ຊາວ​ອາຣາມ ມີ​ດັ່ງນີ້: ອາສະຣິເອນ​ແລະ​ມາກີ. ມາກີ​ເປັນ​ພໍ່​ຂອງ​ກີເລອາດ,</verse>
				<verse number="15">ມາກີ​ໄດ້​ຫາ​ເມຍ​ໃຫ້​ຮຸບປິມ​ແລະ​ຊຸບປິມ​ຜູ້​ລະ​ຄົນ. ເອື້ອຍ​ຂອງ​ລາວ​ຊື່​ວ່າ ມາອາກາ. ລູກຊາຍ​ຜູ້​ທີ​ສອງ​ຂອງ​ມາກີ​ຊື່​ວ່າ ເຊໂລເຟຮັດ ແລະ​ເຊໂລເຟຮັດ​ມີ​ແຕ່​ລູກສາວ​ເທົ່ານັ້ນ.</verse>
				<verse number="16">ມາອາກາ​ເມຍ​ຂອງ​ມາກີ ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ເປເຣັດ​ແລະ​ເຊເຣັດ. ເປເຣັດ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ອູລາມ​ແລະ​ເຣເກມ,</verse>
				<verse number="17">ແລະ​ອູລາມ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເບດານ. ບຸກຄົນ​ທັງໝົດ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ກີເລອາດ ລູກຊາຍ​ຂອງ​ມາກີ​ແລະ​ຫລານຊາຍ​ຂອງ​ມານາເຊ.</verse>
				<verse number="18">ຮາມໂມເລເກັດ​ເອື້ອຍ​ຂອງ​ກີເລອາດ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ອີໂຊດ, ອາບີເອເຊ ແລະ​ມາລາ.</verse>
				<verse number="19">ເຊມີດາ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ອາຮີອານ, ຊີເຄມ, ລີຄີ ແລະ​ອານີອາມ.</verse>
				<verse number="20">ບຸກຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຈາກ​ເຊັ່ນໜຶ່ງ ຫາ​ອີກ​ເຊັ່ນໜຶ່ງ​ຂອງ​ເອຟຣາອິມ ມີ​ດັ່ງນີ້: ຊູເທລາ, ເບເຣັດ, ລູກຊາຍ​ຂອງ​ເບເຣັດ​ແມ່ນ​ຕາຮາດ, ລູກຊາຍ​ຂອງ​ຕາຮາດ​ແມ່ນ​ເອເລອາດາ, ລູກຊາຍ​ຂອງ​ເອເລອາດາ​ແມ່ນ​ຕາຮາດ</verse>
				<verse number="21">ລູກຊາຍ​ຂອງ​ຕາຮາດ​ແມ່ນ​ຊາບາດ, ລູກຊາຍ​ຂອງ​ຊາບາດ​ແມ່ນ​ຊູເທລາ. ນອກຈາກນີ້, ເອຟຣາອິມ​ຍັງ​ມີ​ລູກຊາຍ​ຄົນອື່ນ​ອີກ ດັ່ງນີ້: ເອເຊ​ແລະ​ເອເລອາດ​ຜູ້​ທີ່​ໄດ້​ຖືກ​ຂ້າ​ຕາຍ ເມື່ອ​ຊອກ​ຫາ​ລັກ​ເອົາ​ຝູງງົວ​ຂອງ​ຊາວ​ກາດ.</verse>
				<verse number="22">ເອຟຣາອິມ ພໍ່​ຂອງ​ພວກເຂົາ​ໄດ້​ໄວ້ທຸກ​ໃຫ້​ເປັນ​ເວລາ​ຫລາຍ​ວັນ ແລະ​ພວກ​ພີ່ນ້ອງ​ກໍໄດ້​ມາ​ເລົ້າໂລມ​ໃຈ​ລາວ.</verse>
				<verse number="23">ແລ້ວ​ລາວ​ກໍ​ສົມສູ່​ກັບ​ເມຍ​ຂອງຕົນ​ອີກ ນາງ​ຈຶ່ງ​ຖືພາ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ. ເຂົາ​ຈຶ່ງ​ໃສ່​ຊື່​ໃຫ້​ລາວ​ວ່າ ເບຣິຢາ ເພາະ​ຄວາມ​ເດືອດຮ້ອນ​ທີ່​ໄດ້​ເກີດຂຶ້ນ​ກັບ​ຄອບຄົວ​ຂອງ​ພວກເຂົາ​ນັ້ນ.</verse>
				<verse number="24">ເອຟຣາອິມ​ມີ​ລູກສາວ​ຄົນ​ໜຶ່ງ​ຊື່​ວ່າ ເຊເອຣາ. ນາງ​ໄດ້​ສ້າງ​ເມືອງ​ຕ່າງໆ​ຢູ່​ທາງ​ເບັດ​ໂຮໂຣນ​ຕອນເທິງ​ແລະ​ຕອນ​ລຸ່ມ ແລະ​ອຸດເຊັນ-ເຊເອຣາ.</verse>
				<verse number="25">ເອຟຣາອິມ​ຍັງ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເຣຟາ. ເຊື້ອສາຍ​ຂອງ​ລາວ ດັ່ງນີ້: ລູກຊາຍ​ຂອງ​ເຣຟາ​ແມ່ນ​ເຣເຊັບ, ລູກຊາຍ​ຂອງ​ເຣເຊັບ​ແມ່ນ​ເຕລາ, ລູກຊາຍ​ຂອງ​ເຕລາ​ແມ່ນ​ຕາຮານ,</verse>
				<verse number="26">ລູກຊາຍ​ຂອງ​ຕາຮານ​ແມ່ນ​ລາດານ, ລູກຊາຍ​ຂອງ​ລາດານ​ແມ່ນ​ອາມມີຮຸດ, ລູກຊາຍ​ຂອງ​ອາມມີຮຸດ​ແມ່ນ​ເອລີຊາມາ,</verse>
				<verse number="27">ລູກຊາຍ​ຂອງ​ເອລີຊາມາ​ແມ່ນ​ນູນ, ລູກຊາຍ​ຂອງ​ນູນ​ແມ່ນ​ໂຢຊວຍ.</verse>
				<verse number="28">ເຂດແດນ​ທີ່​ພວກເຂົາ​ຕັ້ງ​ຫລັກແຫຼ່ງ​ຢູ່​ນັ້ນ​ລວມເອົາ​ທັງ​ເບັດເອນ ແລະ​ຕົວເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ ຈົນເຖິງ​ທາງທິດ​ຕາເວັນອອກ​ຂອງ​ນາອາຣານ ເລີຍ​ໄປ​ຮອດ​ທິດ​ຕາເວັນຕົກ​ເກເຊ​ແລະ​ຕົວເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ເຂດແດນ​ນີ້​ໄດ້​ລວມເອົາ​ເມືອງ​ທັງຫລາຍ​ຂອງ​ຊີເຄມ​ແລະ​ໄອຢາ ຕະຫລອດ​ທັງ​ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ດ້ວຍ.</verse>
				<verse number="29">ເຊື້ອສາຍ​ຂອງ​ມານາເຊ​ໄດ້​ປົກຄອງ​ເມືອງ​ຕ່າງໆ ດັ່ງນີ້: ເບັດ​ເຊອານ, ຕາອານັກ, ເມກິດໂດ ແລະ​ໂດເຣ, ຕະຫລອດ​ທັງ​ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ດ້ວຍ. ເມືອງ​ທັງໝົດ​ເຫຼົ່ານີ້​ແມ່ນ​ບ່ອນ​ທີ່​ເຊື້ອສາຍ​ຂອງ​ໂຢເຊັບ ລູກຊາຍ​ຂອງ​ຢາໂຄບ ອາໄສ​ຢູ່.</verse>
				<verse number="30">ບຸກຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ອາເຊ. ອາເຊ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ອີມນາ, ອີຊະວາ, ອີຊະວີ ແລະ​ເບຣິຢາ ແລະ​ມີ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ເສຣາ.</verse>
				<verse number="31">ສ່ວນ​ເບຣິຢາ​ນັ້ນ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ເຮເບ​ແລະ​ມັນກີເອນ. (ມັນກີເອນ​ຜູ້​ເປັນ​ພໍ່​ຂອງ​ບີຣະຊາອິດ.)</verse>
				<verse number="32">ເຮເບ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ຢາຟະເລດ, ໂຊເມ ແລະ​ໂຮທາມ ແລະ​ມີ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ຊູອາ.</verse>
				<verse number="33">ຢາຟະເລດ​ມີ​ລູກຊາຍ​ສາມ​ຄົນ​ເຊັ່ນ​ກັນ ດັ່ງນີ້: ປາສັກ, ບີມຮານ ແລະ​ອາຊະວາດ.</verse>
				<verse number="34">ສ່ວນ​ໂຊເມ ນ້ອງຊາຍ​ຂອງ​ລາວ​ນັ້ນ​ມີ​ລູກຊາຍ ດັ່ງນີ້: ອາຮີ, ໂຣກາ, ຮຸບບາ ແລະ​ອາຣາມ.</verse>
				<verse number="35">ໂຮທາມ ນ້ອງຊາຍ​ຂອງ​ລາວ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ໂຊພາ, ອີມນາ, ເຊເລັດ ແລະ​ອາມານ.</verse>
				<verse number="36">ເຊື້ອສາຍ​ຂອງ​ໂຊພາ ມີ​ດັ່ງນີ້: ສູອາ, ຮັກເນເຟ, ຊູອານ, ເບຣີ, ອິມຣາ,</verse>
				<verse number="37">ເບເຊ, ໂຮດ, ຊາມມາ, ຊິນຊາ, ອີທະຣານ ແລະ​ເບເອຣາ.</verse>
				<verse number="38">ສ່ວນ​ເຊື້ອສາຍ​ຂອງ​ເຢເທີ ມີ​ດັ່ງນີ້: ເຢຟຸນເນ, ປີສະປາ, ອາຣາ,</verse>
				<verse number="39">ແລະ​ເຊື້ອສາຍ​ຂອງ​ອຸນລາ ມີ​ດັ່ງນີ້: ອາຣາ, ຮານນີເອນ, ຣີຊີອາ.</verse>
				<verse number="40">ຄົນ​ທັງໝົດ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ອາເຊ. ພວກເຂົາ​ທັງໝົດ​ເປັນ​ຫົວໜ້າ​ຄອບຄົວ ທັງ​ເປັນ​ນັກຮົບ​ທີ່​ເກັ່ງກ້າ​ແລະ​ເປັນ​ຜູ້ນຳ​ທີ່​ສຳຄັນ. ຈຳນວນ​ຊາຍ​ສະກັນ​ໃນ​ເຊື້ອສາຍ​ຂອງ​ອາເຊ​ທີ່​ເປັນ​ທະຫານ​ໄດ້​ມີ​ຊາວຫົກພັນ​ຄົນ.</verse>
			</chapter>
			<chapter number="8">
				<verse number="1">ເບັນຢາມິນ​ມີ​ລູກຊາຍ​ຫ້າ​ຄົນ​ຊຶ່ງ​ຕາມ​ລຳດັບ​ອາຍຸ​ແລ້ວ ມີ​ດັ່ງນີ້: ເບລາ, ອາຊະເບັນ, ອາຮາຣາ,</verse>
				<verse number="2">ໂນຮາ ແລະ​ຣາຟາ.</verse>
				<verse number="3">ເຊື້ອສາຍ​ຂອງ​ເບລາ ມີ​ດັ່ງນີ້: ອັດດາ, ເກຣາ, ອາບີຮຸດ,</verse>
				<verse number="4">ອາບີຊູອາ, ນາອາມານ, ອາໂຮຢາ,</verse>
				<verse number="5">ເກຣາ, ເຊຟູຟານ ແລະ​ຮູຣາມ.</verse>
				<verse number="6">ເຊື້ອສາຍ​ຂອງ​ເອຮຸດ ມີ​ດັ່ງນີ້: ນາອາມານ, ອາຮີຢາ, ເກຣາ. ພວກເຂົາ​ເປັນ​ຫົວໜ້າ​ຄອບຄົວ​ທີ່​ອາໄສ​ຢູ່​ໃນ​ເກບາ ແຕ່​ຖືກ​ບັງຄັບ​ໃຫ້​ອອກ​ໄປ​ອາໄສ​ຢູ່​ທີ່​ມານາຮາດ. ເກຣາ ພໍ່​ຂອງ​ອຸດຊາ​ແລະ​ອາຮີຮຸດ​ໄດ້​ເປັນ​ຜູ້​ນຳພາ​ໃນ​ການ​ຍົກຍ້າຍ​ເທື່ອ​ນີ້.</verse>
				<verse number="7"></verse>
				<verse number="8">ຊາຮາຣາອິມ​ໄດ້​ຢ່າຮ້າງ​ກັບ​ນາງ​ຮູຊິມ ແລະ​ບາອາຣາ ເມຍ​ທັງສອງ​ຂອງຕົນ. ຕໍ່ມາ ເມື່ອ​ລາວ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ໂມອາບ ລາວ​ໄດ້​ແຕ່ງງານ​ກັບ​ນາງ​ໂຮເດັດ ແລະ​ມີ​ລູກຊາຍ​ເຈັດ​ຄົນ ດັ່ງນີ້: ໂຢບັບ, ຊີບີອາ, ເມຊາ, ມັນກຳ,</verse>
				<verse number="9"></verse>
				<verse number="10">ເຢອູດ, ສາຄີອາ ແລະ​ມີຣະມາ. ລູກຊາຍ​ຂອງ​ລາວ​ທຸກຄົນ​ໄດ້​ເປັນ​ຜູ້ນຳ​ຄອບຄົວ.</verse>
				<verse number="11">ເພິ່ນ​ມີ​ລູກຊາຍ​ສອງ​ຄົນ​ນຳ​ນາງ​ຮູຊິມ​ເຊັ່ນກັນ ດັ່ງນີ້: ອາບີຕຸບ​ແລະ​ເອນປາອານ.</verse>
				<verse number="12">ເອນປາອານ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເອເບ, ມີຊາມ ແລະ​ເຊເມັດ. ແມ່ນ​ເຊເມັດ​ນີ້​ເອງ​ທີ່​ເປັນ​ຜູ້​ສ້າງ​ເມືອງ​ຕ່າງໆ​ຂອງ​ໂອໂນ​ແລະ​ໂລດ ຕະຫລອດ​ທັງ​ໝູ່​ບ້ານ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="13">ເບຣິຢາ​ແລະ​ເຊມາ​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ ທີ່​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ເມືອງ​ໄອຢາໂລນ ແລະ​ໄດ້​ຂັບໄລ່​ປະຊາຊົນ​ທີ່​ເຄີຍ​ອາໄສ​ຢູ່​ໃນ​ເມືອງກາດ​ອອກ​ໄປ.</verse>
				<verse number="14">ເຊື້ອສາຍ​ຂອງ​ເບຣິຢາ ມີ​ດັ່ງນີ້: ອາຮີໂອ, ຊາຊັກ, ເຢເຣໂມດ,</verse>
				<verse number="15">ເຊບາດີຢາ, ອາຣາດ, ເອເດ,</verse>
				<verse number="16">ມີກາເອນ, ອີຊະປາ ແລະ​ໂຢຮາ.</verse>
				<verse number="17">ເຊື້ອສາຍ​ຂອງ​ເອນປາອານ ມີ​ດັ່ງນີ້: ເຊບາດີຢາ, ເມຊຸນລຳ, ຮີຊະກີ, ເຮເບ,</verse>
				<verse number="18">ອີຊະເມຣາຍ, ອີຊະລີຢາ ແລະ​ໂຢບັບ.</verse>
				<verse number="19">ເຊື້ອສາຍ​ຂອງ​ຊີເມອີ ມີ​ດັ່ງນີ້: ຢາກີມ, ຊີກະຣີ, ຊັບດີ,</verse>
				<verse number="20">ເອລີເອນາຍ, ຊິນເລໄທ, ເອລີເອນ,</verse>
				<verse number="21">ອາດາອີຢາ, ເບຣາອີຢາ ແລະ​ຊິມຣາດ.</verse>
				<verse number="22">ເຊື້ອສາຍ​ຂອງ​ຊາຊັກ ມີ​ດັ່ງນີ້: ອີຊະປັນ, ເອເບ, ເອລີເອນ,</verse>
				<verse number="23">ອັບໂດນ, ຊີກະຣີ, ຮານານ,</verse>
				<verse number="24">ຮານານີຢາ, ເອລາມ, ອັນໂທທິຢາ,</verse>
				<verse number="25">ອິບເດອີຢາ ແລະ​ເປນູເອນ.</verse>
				<verse number="26">ເຊື້ອສາຍ​ຂອງ​ເຢໂຣຮາມ ມີ​ດັ່ງນີ້: ຊາມເຊໄຣ, ເຊຮາຣີຢາ, ອາທາລີຢາ,</verse>
				<verse number="27">ຢາອາເຣຊີຢາ, ເອລີຢາ ແລະ​ຊີກະຣີ.</verse>
				<verse number="28">ຄົນ​ເຫຼົ່ານີ້​ແມ່ນ​ບັນພະບຸລຸດ​ທີ່​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ ແລະ​ເຊື້ອສາຍ​ຄົນ​ສຳຄັນ​ຂອງ​ພວກເຂົາ​ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="29">ເຢອີເອນ ເປັນ​ພໍ່​ຂອງ​ກີເບໂອນ ແລະ​ໄດ້​ອາໄສ​ຢູ່​ກີເບໂອນ. ເມຍ​ຂອງ​ລາວ​ຊື່​ວ່າ ມາອາກາ,</verse>
				<verse number="30">ແລະ​ລູກຊາຍກົກ​ຂອງ​ລາວ​ຊື່​ວ່າ ອັບໂດນ. ລູກຊາຍ​ຄົນອື່ນໆ​ຂອງ​ລາວ​ມີ​ດັ່ງນີ້: ຊຸຣະ, ກີເຊ, ບາອານ, ເນຣະ, ນາດາບ,</verse>
				<verse number="31">ເກໂດເຣ, ອາຮີໂອ, ເຊເກ,</verse>
				<verse number="32">ແລະ​ມີກໂລດ​ຜູ້​ເປັນ​ພໍ່​ຂອງ​ຊີເມຢາ. ເຊື້ອສາຍ​ຂອງ​ພວກເຂົາ​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ໃກ້ຄຽງ​ກັບ​ຄອບຄົວ​ອື່ນໆ​ໃນ​ຕະກຸນ​ຂອງ​ພວກເຂົາ.</verse>
				<verse number="33">ເນຣະ​ເປັນ​ພໍ່​ຂອງ​ກີເຊ ແລະ​ກີເຊ​ເປັນ​ພໍ່​ຂອງ​ກະສັດ​ໂຊນ. ກະສັດ​ໂຊນ​ມີ​ລູກຊາຍ​ສີ່​ຄົນ​ດັ່ງນີ້: ໂຢນາທານ, ມັນກີຊູອາ, ອາບີນາດາບ ແລະ​ເອຊະບາອານ.</verse>
				<verse number="34">ໂຢນາທານ​ເປັນ​ພໍ່​ຂອງ​ເມຣິບບາອານ ແລະ​ເມຣິບບາອານ​ເປັນ​ພໍ່​ຂອງ​ມີກາ.</verse>
				<verse number="35">ມີກາ​ມີ​ລູກຊາຍ​ສີ່​ຄົນ​ດັ່ງນີ້: ປີໂທນ, ເມເລັກ, ຕາເຣອາ ແລະ​ອາຮາດ.</verse>
				<verse number="36">ອາຮາດ​ເປັນ​ພໍ່​ຂອງ​ເຢໂຮອາດດາ ແລະ​ເຢໂຮອາດດາ​ມີ​ລູກຊາຍ​ສາມ​ຄົນ​ດັ່ງນີ້: ອາເລເມດ, ອາຊະມາເວດ ແລະ​ຊິມຣີ. ຊິມຣີ​ເປັນ​ພໍ່​ຂອງ​ໂມຊາ,</verse>
				<verse number="37">ໂມຊາ​ເປັນ​ພໍ່​ຂອງ​ບີເນອາ, ບີເນອາ​ເປັນ​ພໍ່​ຂອງ​ຣາພາ, ຣາພາ​ເປັນ​ພໍ່​ຂອງ​ເອເລອາສາ ແລະ​ເອເລອາສາ​ເປັນ​ພໍ່​ຂອງ​ອາເຊນ.</verse>
				<verse number="38">ອາເຊນ​ມີ​ລູກຊາຍ​ຫົກ​ຄົນ​ດັ່ງນີ້: ອາຊະຣີກຳ, ໂບເກຣູ, ອິດຊະມາເອນ, ເຊອາຣີຢາ, ໂອບາດີຢາ ແລະ​ຮານານ.</verse>
				<verse number="39">ເອເຊນ ນ້ອງຊາຍ​ຂອງ​ອາເຊນ​ມີ​ລູກຊາຍ​ສາມ​ຄົນ​ດັ່ງນີ້: ອູລາມ, ເຢອຸດ ແລະ​ເອລີເຟເລັດ.</verse>
				<verse number="40">ລູກຊາຍ​ຂອງ​ອູລາມ​ເປັນ​ນັກຮົບ​ທີ່​ເກັ່ງກ້າ​ແລະ​ນັກຍິງທະນູ. ລາວ​ມີ​ລູກຊາຍ​ແລະ​ຫລານຊາຍ​ທັງໝົດ​ໜຶ່ງຮ້ອຍ​ຫ້າສິບ​ຄົນ. ຊື່​ທັງໝົດ​ທີ່​ມີ​ຢູ່​ຂ້າງ​ເທິງ​ນັ້ນ​ແມ່ນ​ບັນດາ​ລູກ​ຫຼານ​ຂອງ​ເຜົ່າ​ເບັນຢາມິນ.</verse>
			</chapter>
			<chapter number="9">
				<verse number="1">ຊາວ​ອິດສະຣາເອນ​ທັງໝົດ​ທີ່​ຂຶ້ນທະບຽນ​ລາຍຊື່​ຂອງຕົນ​ຕາມ​ຄອບຄົວ​ຕ່າງໆ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ ຕາມ​ການ​ແຈ້ງ​ໃຫ້​ຊາບ​ນີ້. ຊາວ​ຢູດາ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ນະຄອນ​ບາບີໂລນ​ເປັນ​ການ​ລົງໂທດ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ.</verse>
				<verse number="2">ພວກ​ທຳອິດ​ທີ່​ກັບຄືນ​ມາ​ສູ່​ທີ່ດິນ​ຂອງຕົນ​ຕາມ​ເມືອງ​ຕ່າງໆ ມີ​ທັງ​ຊາວ​ອິດສະຣາເອນ​ຄົນ​ທຳມະດາ, ປະໂຣຫິດ, ຊາວ​ເລວີ ແລະ​ຄົນ​ຮັບໃຊ້​ໃນ​ພຣະວິຫານ​ຮວມ​ຢູ່​ດ້ວຍ.</verse>
				<verse number="3">ປະຊາຊົນ​ຈາກ​ເຜົ່າຢູດາ, ເບັນຢາມິນ, ເອຟຣາອິມ​ແລະ​ມານາເຊ​ໄດ້​ໄປ​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="4">ເຜົ່າຢູດາ ຫົກຮ້ອຍ​ເກົ້າສິບ​ຄອບຄົວ ໄດ້​ໄປ​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. ເຊື້ອສາຍ​ຂອງ​ເປເຣັດ​ລູກຊາຍ​ຂອງ​ຢູດາ ມີ​ຜູ້ນຳ​ຊື່​ວ່າ​ອູໄທ​ເປັນ​ລູກຊາຍ​ຂອງ​ອາມມີຮຸດ​ແລະ​ຫລານຊາຍ​ຂອງ​ອົມຣີ. ສ່ວນ​ບັນພະບຸລຸດ​ຄົນອື່ນໆ​ຂອງ​ລາວ​ນັ້ນ​ແມ່ນ​ອິມຣີ​ແລະ​ບານີ. ເຊື້ອສາຍ​ຂອງ​ເຊລາ​ລູກຊາຍ​ຂອງ​ຢູດາ ມີ​ຜູ້ນຳ​ຊື່​ວ່າ ອາສາອີຢາ ຜູ້​ເປັນ​ຫົວໜ້າ​ຄອບຄົວ​ຂອງ​ລາວ​ເອງ. ເຊື້ອສາຍ​ຂອງ​ເຊຣາ​ລູກຊາຍ​ຂອງ​ຢູດາ ມີ​ຜູ້ນຳ​ຊື່​ວ່າ ເຢອູເອນ.</verse>
				<verse number="5"></verse>
				<verse number="6"></verse>
				<verse number="7">ສະມາຊິກ​ຂອງ​ເຜົ່າ​ເບັນຢາມິນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ມີ​ດັ່ງນີ້: ສານລູ ເປັນ​ລູກຊາຍ​ຂອງ​ເມຊຸນລຳ, ເມຊຸນລຳ ເປັນ​ລູກຊາຍ​ຂອງ​ໂຮດາວິຢາ ແລະ​ໂຮດາວິຢາ ເປັນ​ລູກຊາຍ​ຂອງ​ຮັດເສນູຢາ ອິບເນອີຢາ ເປັນ​ລູກຊາຍ​ຂອງ​ເຢໂຣຮາມ ເອລາ ເປັນ​ລູກຊາຍ​ຂອງ​ອຸດຊີ​ແລະ​ຫລານຊາຍ​ຂອງ​ມີກະຣີ ເມຊຸນລຳ ເປັນ​ລູກຊາຍ​ຂອງ​ເຊຟາຕີຢາ​ແລະ​ຫລານຊາຍ​ຂອງ​ເຣອູເອນ ແລະ​ເຣອູເອນ ເປັນ​ລູກຊາຍ​ຂອງ​ອິບນີຢາ.</verse>
				<verse number="8"></verse>
				<verse number="9">ເຜົ່າ​ເບັນຢາມິນ ເກົ້າຮ້ອຍ​ຫ້າສິບຫົກ​ຄອບຄົວ ໄດ້​ອາໄສ​ຢູ່​ທີ່​ນັ້ນ. ຊາຍ​ທຸກຄົນ​ທີ່​ໄດ້​ມີ​ຊື່​ຢູ່​ຂ້າງ​ເທິງ​ນັ້ນ​ເປັນ​ຫົວໜ້າ​ຄອບຄົວ​ທັງໝົດ.</verse>
				<verse number="10">ຕໍ່ໄປນີ້​ແມ່ນ​ບັນດາ​ປະໂຣຫິດ​ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ມີ​ດັ່ງນີ້: ເຢດາອີຢາ, ເຢໂຮຍອາຣິບ, ຢາກິນ</verse>
				<verse number="11">ແລະ​ອາຊາຣີຢາ ເປັນ​ລູກຊາຍ​ຂອງ​ຮິນກີຢາ (ຫົວໜ້າ​ເຈົ້າໜ້າທີ່​ປະຈຳ​ວິຫານ​ຂອງ​ພຣະເຈົ້າ), ຜູ້​ເປັນ​ລູກຊາຍ​ຂອງ​ເມຊຸນລຳ, ຜູ້​ເປັນ​ລູກຊາຍ​ຂອງ​ຊາດົກ, ຜູ້​ເປັນ​ລູກຊາຍ​ຂອງ​ເມຣາອີໂຢດ, ຜູ້​ເປັນ​ລູກຊາຍ​ຂອງ​ອາຮີຕຸບ</verse>
				<verse number="12">ແລະ​ອາດາອີຢາ ເປັນ​ລູກຊາຍ​ຂອງ​ເຢໂຣຮາມ, ຜູ້​ເປັນ​ລູກຊາຍ​ຂອງ​ປັດຊູ, ຜູ້​ເປັນ​ລູກຊາຍ​ຂອງ​ມັນກີຢາ, ແລະ​ມາອາໄສ ເປັນ​ລູກຊາຍ​ຂອງ​ອາດີເອນ, ຜູ້​ເປັນ​ລູກຊາຍ​ຂອງ​ຢາຮະເຊຣາ, ຜູ້​ເປັນ​ລູກຊາຍ​ຂອງ​ເມຊຸນລຳ, ຜູ້​ເປັນ​ລູກຊາຍ​ຂອງ​ເມຊິນເລມິດ, ຜູ້​ເປັນ​ລູກຊາຍ​ຂອງ​ອິມເມ.</verse>
				<verse number="13">ບັນດາ​ປະໂຣຫິດ​ຜູ້​ເປັນ​ຫົວໜ້າ​ຄອບຄົວ ມີ​ລວມ​ທັງໝົດ ໜຶ່ງພັນ​ເຈັດຮ້ອຍ​ຫົກສິບ​ຄົນ. ພວກເຂົາ​ລ້ວນແລ້ວແຕ່​ຊ່ຽວຊານ​ກັບ​ວຽກງານ​ທີ່​ໄດ້​ປະຕິບັດ​ໃນ​ວິຫານ​ຂອງ​ພຣະເຈົ້າ.</verse>
				<verse number="14">ຕໍ່ໄປນີ້​ແມ່ນ​ຊາວ​ເລວີ​ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ມີ​ດັ່ງນີ້: ເຊມາອີຢາ ເປັນ​ລູກຊາຍ​ຂອງ​ຮັດຊຸບ, ຜູ້​ເປັນ​ລູກຊາຍ​ຂອງ​ອາຊະຣີກຳ, ຜູ້​ເປັນ​ລູກຊາຍ​ຂອງ​ຮາຊາບີຢາ​ແຫ່ງ​ຕະກຸນ​ເມຣາຣີ</verse>
				<verse number="15">ແລະ ບັກບັກກາ, ເຮເຣັດ ແລະ​ກາລານ ມັດຕານີຢາ ລູກຊາຍ​ຂອງ​ມີກາ, ຜູ້​ເປັນ​ລູກຊາຍ​ຂອງ​ຊີກະຣີ, ຜູ້​ເປັນ​ລູກຊາຍ​ຂອງ​ອາສັບ</verse>
				<verse number="16">ແລະ ໂອບາດີຢາ ລູກຊາຍ​ຂອງ​ເຊມາອີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ກາລານ, ຜູ້​ເປັນ​ລູກຊາຍ​ຂອງ​ເຢດູທູນ ແລະ ເບເຣກີຢາ ລູກຊາຍ​ຂອງ​ອາສາ​ແລະ​ຫລານຊາຍ​ຂອງ​ເອນການາ ຜູ້​ໄດ້​ອາໄສ​ຢູ່​ໃນ​ເຂດແດນ​ທີ່​ເປັນ​ເມືອງ​ຂອງ​ເນໂຕຟາ.</verse>
				<verse number="17">ຕໍ່ໄປນີ້​ແມ່ນ​ຄົນເຝົ້າຍາມ​ພຣະວິຫານ​ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ມີ​ດັ່ງນີ້: ຊານລູມ, ອັກກຸບ, ຕານໂມນ ແລະ​ອາຮີມານ. ຊານລູມ​ເປັນ​ຜູ້ນຳ​ຂອງ​ພວກເຂົາ.</verse>
				<verse number="18">ນັບ​ລົງ​ໄປ​ເຖິງ​ສະໄໝ​ນັ້ນ ບັນດາ​ສະມາຊິກ​ໃນ​ຕະກຸນ​ຂອງ​ພວກເຂົາ ແມ່ນ​ໄດ້​ຕັ້ງ​ກອງ​ປະຈຳການ​ທາງດ້ານ​ຕາເວັນອອກ​ຂອງ​ພຣະວິຫານ ທີ່​ປະຕູ​ເຂົ້າ​ຂອງ​ກະສັດ. ແຕ່​ກ່ອນ​ພວກເຂົາ​ໄດ້​ຢືນ​ເຝົ້າຍາມ​ທີ່​ທາງ​ປະຕູ​ເຂົ້າ​ຄ້າຍພັກ​ຂອງ​ຊາວ​ເລວີ.</verse>
				<verse number="19">ຊານລູມ ລູກຊາຍ​ຂອງ​ໂກເຣ​ແລະ​ຫລານຊາຍ​ຂອງ​ເອບີອາສັບ ພ້ອມ​ດ້ວຍ​ພວກ​ພີ່ນ້ອງ​ໃນ​ຕະກຸນ​ໂກຣາ ຮັບຜິດຊອບ​ເຝົ້າ​ຍາມ​ປະຕູ​ເຂົ້າ​ຫໍເຕັນ​ຂອງ​ພຣະເຈົ້າຢາເວ; ເຊັ່ນດຽວ​ກັນ​ກັບ​ພວກ​ບັນພະບຸລຸດ​ຂອງ​ພວກເຂົາ​ທີ່​ໄດ້​ເຄີຍ​ປະຕິບັດ​ມາ ສະໄໝ​ທີ່​ພວກເຂົາ​ໄດ້​ຮັບຜິດຊອບ​ຫໍເຕັນ.</verse>
				<verse number="20">ຟີເນຮາ ລູກຊາຍ​ຂອງ​ເອເລອາຊາ​ໄດ້​ເຄີຍ​ປົກຄອງ​ພວກເຂົາ​ມາ​ຄັ້ງ​ໜຶ່ງ. ຂໍ​ໃຫ້​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ລາວ​ດ້ວຍ.</verse>
				<verse number="21">ເຊກາຣີຢາ​ລູກຊາຍ​ຂອງ​ເມເຊເລມີຢາ ເຊັ່ນດຽວ​ກັນ​ເປັນ​ຄົນເຝົ້າຍາມ​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.</verse>
				<verse number="22">ຜູ້​ທີ່​ໄດ້​ຖືກ​ເລືອກ​ໃຫ້​ເຝົ້າຍາມ​ປະຕູ​ເຂົ້າ​ແລະ​ທາງເຂົ້າ​ມີ​ສອງຮ້ອຍ​ສິບສອງ​ຄົນ. ພວກເຂົາ​ໄດ້​ຖືກ​ຈົດ​ຊື່​ເຂົ້າ​ບັນຊີ​ຕາມ​ບ້ານ​ຕ່າງໆ​ທີ່​ພວກເຂົາ​ໄດ້​ອາໄສ​ຢູ່. ແມ່ນ​ກະສັດ​ດາວິດ​ແລະ​ຜູ້ທຳນວາຍ​ຊາມູເອນ ທີ່​ໄດ້​ໃຫ້​ບັນພະບຸລຸດ​ຂອງ​ພວກເຂົາ​ຮັບ​ໜ້າທີ່​ນີ້.</verse>
				<verse number="23">ພວກເຂົາ​ແລະ​ເຊື້ອສາຍ​ໄດ້​ສືບຕໍ່​ເຝົ້າຍາມ​ປະຕູ​ທັງຫຼາຍ​ຂອງ​ວິຫານ​ແຫ່ງ​ພຣະເຈົ້າຢາເວ, ວິຫານ​ແຫ່ງ​ຫໍເຕັນ.</verse>
				<verse number="24">ປະຕູ​ນັ້ນ​ປິ່ນໜ້າ​ໃສ່​ທຸກ​ທິດ​ເຊັ່ນ: ເໜືອ, ໃຕ້, ຕາເວັນອອກ ແລະ​ຕາເວັນຕົກ ແລະ​ແຕ່ລະ​ປະຕູ​ກໍ​ມີ​ນາຍຍາມ​ເຝົ້າ​ຢູ່.</verse>
				<verse number="25">ຄົນເຝົ້າຍາມ​ເຫຼົ່ານີ້​ມີ​ພີ່ນ້ອງ​ທີ່​ໄດ້​ອາໄສ​ຢູ່​ໃນ​ບ້ານ​ເປັນ​ຜູ້​ຊ່ວຍ ແລະ​ໄດ້​ປ່ຽນຜຽນກັນ​ມາ​ເຝົ້າຍາມ​ທຸກໆ​ເຈັດ​ວັນ.</verse>
				<verse number="26">ນາຍເຝົ້າຍາມ​ສີ່​ຄົນ​ແມ່ນ​ຊາວ​ເລວີ ແລະ​ພວກເຂົາ​ມີ​ຄວາມ​ຮັບຜິດຊອບ​ຢ່າງ​ເດັດຂາດ. ພວກເຂົາ​ຮັບຜິດຊອບ​ຫ້ອງ​ຕ່າງໆ​ແລະ​ຊັບສົມບັດ​ຕ່າງໆ​ທີ່​ເປັນ​ຂອງ​ພຣະວິຫານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="27">ພວກເຂົາ​ຢູ່​ໃກ້​ກັບ​ວິຫານ​ຂອງ​ພຣະເຈົ້າ​ເພາະ​ແມ່ນ​ໜ້າທີ່​ຂອງ​ພວກເຂົາ​ທີ່​ຈະ​ຮັກສາ​ແລະ​ໄຂ​ປະຕູ​ທີ່​ທາງ​ເຂົ້າ​ໃນ​ທີ່ນັ້ນ​ທຸກໆ​ເຊົ້າ.</verse>
				<verse number="28">ຊາວ​ເລວີ​ອື່ນໆ​ຮັບຜິດຊອບ​ເຄື່ອງໃຊ້​ຕ່າງໆ​ທີ່​ໄດ້​ໃຊ້​ໃນ​ການ​ນະມັດສະການ. ພວກເຂົາ​ກວດນັບ​ທຸກ​ເທື່ອ ທີ່​ມີ​ຜູ້​ເອົາ​ອອກໄປ​ໃຊ້​ແລະ​ເອົາ​ມາ​ສົ່ງ​ຄືນ.</verse>
				<verse number="29">ຄົນອື່ນ​ຮັບ​ເບິ່ງແຍງ​ເຄື່ອງໃຊ້​ສັກສິດ​ອື່ນໆ​ແລະ​ດູແລ​ແປ້ງ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ, ເຄື່ອງຫອມ ແລະ​ເຄື່ອງເທດ.</verse>
				<verse number="30">ແຕ່​ຄວາມ​ຮັບຜິດຊອບ​ປຸງ​ເຄື່ອງເທດ​ນັ້ນ​ແມ່ນ​ໜ້າທີ່​ຂອງ​ພວກ​ປະໂຣຫິດ.</verse>
				<verse number="31">ຄົນເລວີ​ຜູ້ໜຶ່ງ​ຊື່​ມັດຕີທີຢາ ລູກຊາຍກົກ​ຂອງ​ຊານລູມ​ແຫ່ງ​ຕະກຸນ​ໂກຣາ ເປັນ​ຜູ້​ຮັບຜິດຊອບ​ເຄື່ອງ​ປີ້ງ​ຖວາຍ.</verse>
				<verse number="32">ສະມາຊິກ​ໃນ​ຕະກຸນ​ຂອງ​ໂກຮາດ​ເປັນ​ຜູ້​ຮັບຜິດຊອບ ຈັດແຈ່ງ​ເຂົ້າຈີ່​ສັກສິດ ລຽນໄວ້​ເປັນ​ແຖວ, ເພື່ອ​ຈັດຕຽມ​ເຂົ້າຈີ່​ນັ້ນ​ທຸກໆ​ວັນ​ຊະບາໂຕ.</verse>
				<verse number="33">ຊາວ​ເລວີ​ບາງ​ຄອບຄົວ​ຮັບຜິດຊອບ​ດົນຕຼີ​ໃນ​ພຣະວິຫານ. ຫົວໜ້າ​ຄອບຄົວ​ເຫຼົ່ານີ້​ໄດ້​ຢູ່​ໃນ​ຕຶກ​ອື່ນໆ​ຂອງ​ພຣະວິຫານ ແລະ​ໄດ້​ຖືກ​ຍົກເວັ້ນ​ຈາກ​ໜ້າທີ່​ອື່ນໆ ຍ້ອນ​ພວກເຂົາ​ຮັບຜິດຊອບ​ເຮັດ​ວຽກ​ທັງເວັນ​ແລະ​ທັງຄືນ.</verse>
				<verse number="34">ພວກ​ຜູ້ຊາຍ​ທີ່​ໄດ້​ກ່າວ​ຊື່​ມາ​ນັ້ນ​ແມ່ນ​ຫົວໜ້າ​ຄອບຄົວ​ຊາວ​ເລວີ​ທັງຫລາຍ ຕາມ​ເຊື້ອສາຍ​ບັນພະບຸລຸດ​ຂອງ​ພວກເຂົາ. ພວກເຂົາ​ເປັນ​ຜູ້ນຳ​ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="35">ເຢອີເອນ ໄດ້​ສ້າງ​ເມືອງ​ກີເບໂອນ ແລະ​ໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່​ທີ່​ນັ້ນ. ເມຍ​ຂອງ​ເພິ່ນ​ຊື່​ວ່າ ມາອາກາ.</verse>
				<verse number="36">ລູກຊາຍກົກ​ຂອງ​ເພິ່ນ​ຊື່​ວ່າ ອັບໂດນ ແລະ​ລູກຊາຍ​ຄົນອື່ນໆ​ຂອງ​ເພິ່ນ ມີ​ດັ່ງນີ້: ຊູຣະ, ກີເຊ, ບາອານ, ເນຣະ, ນາດາບ,</verse>
				<verse number="37">ເກໂດເຣ, ອາຮີໂອ, ເຊກາຣີຢາ ແລະ​ມີກໂລດ,</verse>
				<verse number="38">ຜູ້​ເປັນ​ພໍ່​ຂອງ​ຊີເມຢາ. ເຊື້ອສາຍ​ຂອງ​ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ໃກ້​ກັບ​ຄອບຄົວ​ອື່ນໆ​ໃນ​ຕະກຸນ​ຂອງ​ພວກເຂົາ.</verse>
				<verse number="39">ເນຣະ​ເປັນ​ພໍ່​ຂອງ​ກີເຊ ແລະ​ກີເຊ​ເປັນ​ພໍ່​ຂອງ​ໂຊນ. ໂຊນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ໂຢນາທານ, ມັນກີຊູອາ, ອາບີນາດາບ ແລະ​ເອຊະບາອານ.</verse>
				<verse number="40">ສ່ວນ​ໂຢນາທານ​ນັ້ນ​ເປັນ​ພໍ່​ຂອງ​ເມຣິບບາອານ, ແລະ​ເມຣິບບາອານ​ເປັນ​ພໍ່​ຂອງ​ມີກາ.</verse>
				<verse number="41">ມີກາ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ປີໂທນ, ເມເລັກ, ຕາເຣອາ ແລະ​ອາຮາດ.</verse>
				<verse number="42">ອາຮາດ​ເປັນ​ພໍ່​ຂອງ​ຢາຣາ ແລະ​ຢາຣາ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ອາເລເມດ, ອາຊະມາເວດ ແລະ​ຊິມຣີ. ຊິມຣີ​ເປັນ​ພໍ່​ຂອງ​ໂມຊາ,</verse>
				<verse number="43">ໂມຊາ​ເປັນ​ພໍ່​ຂອງ​ບີເນອາ, ບີເນອາ​ເປັນ​ພໍ່​ຂອງ​ເຣຟາອີຢາ, ເຣຟາອີຢາ​ເປັນ​ພໍ່​ຂອງ​ເອເລອາສາ ແລະ​ເອເລອາສາ​ເປັນ​ພໍ່​ຂອງ​ອາເຊນ.</verse>
				<verse number="44">ອາເຊນ​ມີ​ລູກຊາຍ​ຫົກ​ຄົນ ດັ່ງນີ້: ອາຊະຣີກຳ, ໂບເກຣູ, ອິດຊະມາເອນ, ເຊອາຣີຢາ, ໂອບາດີຢາ ແລະ​ຮານານ.</verse>
			</chapter>
			<chapter number="10">
				<verse number="1">ພວກ​ຟີລິດສະຕິນ​ໄດ້​ເຮັດ​ເສິກ​ກັບ​ພວກ​ອິດສະຣາເອນ​ທີ່​ເທິງ​ພູເຂົາ​ກິນໂບອາ. ພວກ​ອິດສະຣາເອນ​ໄດ້​ຖືກ​ຂ້າ​ຢ່າງ​ຫລວງຫລາຍ​ໃນ​ທີ່ນັ້ນ ແລະ​ສ່ວນ​ທີ່​ເຫຼືອ​ຢູ່​ກັບ​ກະສັດ​ໂຊນ​ເອງ ພ້ອມ​ດ້ວຍ​ລູກຊາຍ​ຂອງ​ເພິ່ນ​ຕ່າງ​ກໍໄດ້​ປົບໜີໄປ.</verse>
				<verse number="2">ແຕ່​ພວກເຂົາ​ຖືກ​ພວກ​ຟີລິດສະຕິນ​ຈັບ​ໄດ້ ພ້ອມ​ທັງ​ລູກຊາຍ​ສາມ​ຄົນ​ຂອງ​ກະສັດ​ໂຊນ ດັ່ງນີ້: ໂຢນາທານ, ອາບີນາດາບ ແລະ​ມັນກີຊູອາ. ພວກ​ຟີລິດສະຕິນ​ໄດ້​ຂ້າ​ພວກເຂົາ​ຖິ້ມ.</verse>
				<verse number="3">ການ​ສູ້ຮົບ​ປິດລ້ອມ​ກະສັດ​ໂຊນ​ໜັກໜ່ວງ​ຫລາຍ ແລະ​ເພິ່ນ​ເອງ​ກໍ​ຖືກ​ລູກທະນູ​ຂອງ​ສັດຕູ​ບາດເຈັບ​ສາຫັດ.</verse>
				<verse number="4">ເພິ່ນ​ກ່າວ​ແກ່​ຊາຍໜຸ່ມ​ຜູ້​ທີ່​ຖື​ອາວຸດ​ຂອງ​ເພິ່ນ​ວ່າ, “ຊັກ​ດາບ​ອອກ​ມາ​ຂ້າ​ຂ້ອຍ​ສາ ເພື່ອ​ພວກ​ຟີລິດສະຕິນ​ຜູ້​ບໍ່​ນັບຖື​ພຣະເຈົ້າ​ຈະ​ບໍ່ໄດ້​ສົມນໍ້າໜ້າ​ຂ້ອຍ.” ແຕ່​ຊາຍໜຸ່ມ​ຜູ້ນັ້ນ​ຢ້ານຫລາຍ​ຈຶ່ງ​ບໍ່​ກ້າ​ຂ້າ​ເພິ່ນ. ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ຊັກ​ດາບ​ອອກ​ມາ​ແລະ​ຂ້າ​ຕົນເອງ​ເສຍ.</verse>
				<verse number="5">ເມື່ອ​ຊາຍໜຸ່ມ​ຜູ້ນັ້ນ​ເຫັນ​ວ່າ​ກະສັດ​ໂຊນ​ໄດ້​ຕາຍ​ແລ້ວ, ລາວ​ຈຶ່ງ​ໃຊ້​ດາບ​ແທງ​ຕົນເອງ​ຕາຍໄປ​ຕາມ​ເພິ່ນ.</verse>
				<verse number="6">ກະສັດ​ໂຊນ​ແລະ​ລູກຊາຍ​ສາມ​ຄົນ​ຂອງ​ເພິ່ນ​ໄດ້​ຕາຍໄປ​ດັ່ງນີ້ແຫລະ ແລະ​ບໍ່ມີ​ເຊື້ອສາຍ​ຄົນໃດ​ຂອງ​ເພິ່ນ​ໄດ້​ປົກຄອງ​ປະເທດ​ໃນ​ເວລາ​ຕໍ່ມາ.</verse>
				<verse number="7">ເມື່ອ​ພວກ​ອິດສະຣາເອນ​ທີ່​ອາໄສ​ຢູ່​ໃນ​ຮ່ອມພູ​ຢິດຊະເຣນ​ໄດ້ຍິນ​ວ່າ ກອງທັບ​ອິດສະຣາເອນ​ໄດ້​ປົບໜີ ແລະ​ກະສັດ​ໂຊນ​ພ້ອມທັງ​ພວກ​ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຕາຍ​ແລ້ວ; ສະນັ້ນ ພວກເຂົາ​ຈຶ່ງ​ພາກັນ​ປະ​ເມືອງ​ແລະ​ປົບໜີໄປ. ແລ້ວ​ພວກ​ຟີລິດສະຕິນ​ກໍໄດ້​ເຂົ້າ​ມາ​ຢຶດເອົາ​ເມືອງ.</verse>
				<verse number="8">ມື້​ຕໍ່ມາ ຫລັງຈາກ​ເຊົາ​ສູ້ຮົບ​ແລ້ວ ພວກ​ຟີລິດສະຕິນ​ກໍ​ໄປ​ແກ້​ເອົາ​ເຄື່ອງ​ຈາກ​ຊາກສົບ ແລະ​ພວກເຂົາ​ໄດ້​ພົບ​ຊາກສົບ​ຂອງ​ກະສັດ​ໂຊນ​ພ້ອມ​ທັງ​ຊາກສົບ​ຂອງ​ພວກ​ລູກຊາຍ ນອນດອຍ​ຢູ່​ທີ່​ເທິງ​ພູເຂົາ​ກິນໂບອາ.</verse>
				<verse number="9">ພວກເຂົາ​ຈຶ່ງ​ຕັດ​ເອົາ​ຫົວ​ຂອງ​ກະສັດ​ໂຊນ​ພ້ອມ​ທັງ​ປົດ​ເຄື່ອງຮົບ​ອອກ ແລ້ວ​ກໍ​ສົ່ງ​ຄົນນຳຂ່າວ​ດີ​ໄປ​ທົ່ວ​ດິນແດນ​ຟີລິດສະຕິນ ບອກ​ຊາວ​ຟີລິດສະຕິນ​ແລະ​ພະ​ຂອງ​ພວກເຂົາ.</verse>
				<verse number="10">ພວກເຂົາ​ໄດ້​ເອົາ​ອາວຸດ​ເພິ່ນ​ໄປ​ບັນຈຸ​ໄວ້​ໃນ​ວິຫານ​ແຫ່ງ​ໜຶ່ງ​ຂອງ​ພວກເຂົາ ແລະ​ເອົາ​ຫົວ​ຂອງ​ກະສັດ​ໂຊນ​ຫ້ອຍ​ໄວ້​ໃນ​ວິຫານ​ຂອງ​ພະ​ດາໂກນ.</verse>
				<verse number="11">ເມື່ອ​ຊາວ​ເມືອງ​ຢາເບັດ​ກີເລອາດ​ໄດ້ຍິນ​ສິ່ງ​ທີ່​ພວກ​ຟີລິດສະຕິນ ໄດ້​ເຮັດ​ຕໍ່​ກະສັດ​ໂຊນ</verse>
				<verse number="12">ບັນດາ​ທະຫານ​ຜູ້​ເກັ່ງກ້າ​ທີ່ສຸດ​ກໍໄດ້​ໄປ​ເອົາ​ຊາກສົບ​ຂອງ​ກະສັດ​ໂຊນ ແລະ​ຊາກສົບ​ຂອງ​ພວກ​ລູກຊາຍ​ຂອງ​ເພິ່ນ​ກັບຄືນ​ມາ​ທີ່​ຢາເບັດ. ພວກເຂົາ​ໄດ້​ຝັງ​ຊາກສົບ​ເຫຼົ່ານັ້ນ​ໄວ້​ຢູ່​ກ້ອງ​ຕົ້ນໂອກ​ແລະ​ຖືສິນ​ອົດອາຫານ​ເຈັດ​ວັນ.</verse>
				<verse number="13">ກະສັດ​ໂຊນ​ໄດ້​ຕາຍໄປ​ກໍ​ເພາະ​ເພິ່ນ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ. ເພິ່ນ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ; ເພິ່ນ​ໄດ້​ປຶກສາ​ນຳ​ວິນຍານ​ຂອງ​ຄົນ​ຕາຍ</verse>
				<verse number="14">ແທນ​ທີ່​ຈະ​ປຶກສາ​ນຳ​ພຣະເຈົ້າຢາເວ. ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ຂ້າ​ເພິ່ນ ແລະ​ມອບ​ອານາຈັກ​ໃຫ້​ດາວິດ​ລູກຊາຍ​ຂອງ​ເຢຊີ ຂຶ້ນ​ປົກຄອງ​ແທນ.</verse>
			</chapter>
			<chapter number="11">
				<verse number="1">ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ໄປ​ຫາ​ດາວິດ​ທີ່​ນະຄອນ​ເຮັບໂຣນ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພວກເຮົາ​ເປັນ​ເລືອດເນື້ອ​ເຊື້ອໄຂ​ດຽວກັນ.</verse>
				<verse number="2">ໃນ​ອະດີດ​ທີ່​ຜ່ານ​ມາ ເຖິງ​ແມ່ນ​ໂຊນ​ຍັງ​ເປັນ​ກະສັດ​ຢູ່ ເພິ່ນ​ກໍໄດ້​ນຳພາ​ປະຊາຊົນ​ອິດສະຣາເອນ​ອອກ​ສູ້ຮົບ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ​ໄດ້​ສັນຍາ​ກັບ​ເພິ່ນ​ໃຫ້​ນຳພາ​ປະຊາຊົນ​ຂອງ​ພຣະອົງ ແລະ​ເປັນ​ຜູ້ປົກຄອງ​ຂອງ​ພວກເຂົາ.”</verse>
				<verse number="3">ດັ່ງນັ້ນ ຜູ້ນຳ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ມາ​ຫາ​ກະສັດ​ດາວິດ​ທີ່​ເຮັບໂຣນ. ເພິ່ນ​ໄດ້​ເຮັດ​ສັນຍາ​ເປັນ​ພັນທະມິດ​ກັບ​ພວກເຂົາ​ທີ່​ເຮັບໂຣນ​ຕໍ່ໜ້າ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ເພິ່ນ ແລະ​ແຕ່ງຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຊາມູເອນ.</verse>
				<verse number="4">ກະສັດ​ດາວິດ​ພ້ອມ​ດ້ວຍ​ຊາວ​ອິດສະຣາເອນ​ໄດ້​ໄປ​ໂຈມຕີ​ນະຄອນ​ເຢຣູຊາເລັມ. ໃນ​ສະໄໝ​ນັ້ນ​ນະຄອນ​ເຢຣູຊາເລັມ​ມີ​ຊື່​ວ່າ ເຢບູ; ແລະ​ຊາວ​ເຢບຸດ​ປະຊາຊົນ​ພື້ນເມືອງ​ຂອງ​ດິນແດນ​ນີ້​ຍັງ​ໄດ້​ອາໄສ​ຢູ່​ທີ່​ນັ້ນ.</verse>
				<verse number="5">ຊາວ​ເຢບຸດ​ທ້າທາຍ​ດາວິດ​ວ່າ ເພິ່ນ​ຈະ​ບຸກ​ເຂົ້າ​ໄປ​ຢຶດເອົາ​ເມືອງ​ນີ້​ບໍ່ໄດ້​ຈັກເທື່ອ; ແຕ່​ດາວິດ​ໄດ້​ຢຶດ​ປ້ອມ​ເມືອງ​ຊີໂອນ ແລະ​ປ້ອມ​ນີ້​ຈຶ່ງ​ຖືກ​ປ່ຽນ​ຊື່​ມາ​ເປັນ “ເມືອງ​ຂອງ​ດາວິດ.”</verse>
				<verse number="6">ດາວິດ​ໄດ້​ເວົ້າ​ວ່າ, “ຜູ້​ທຳອິດ​ທີ່​ຂ້າ​ຄົນ​ເຢບຸດ ຈະ​ໄດ້​ເປັນ​ຜູ້​ບັນຊາການ​ທະຫານ” ສະນັ້ນ ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ຈຶ່ງ​ເປັນ​ຜູ້​ນຳພາ​ບຸກໂຈມຕີ​ເມືອງ​ນີ້ ແລະ​ໄດ້​ເປັນ​ຜູ້​ບັນຊາການ​ທະຫານ.</verse>
				<verse number="7">ເພາະ​ກະສັດ​ດາວິດ​ໄດ້​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ປ້ອມ​ນີ້; ສະນັ້ນ ທີ່​ນັ້ນ​ຈຶ່ງ​ມີ​ຊື່​ວ່າ, “ເມືອງ​ຂອງ​ດາວິດ.”</verse>
				<verse number="8">ເພິ່ນ​ໄດ້​ສ້າງ​ເມືອງ​ຂຶ້ນ​ໃໝ່​ໂດຍ​ເລີ່ມຕົ້ນ​ແຕ່​ປ້ອມ​ທີ່​ມີ​ຊື່​ວ່າ ມິນໂລ ທາງທິດ​ຕາເວັນອອກ​ຂອງ​ເນີນພູ ແລະ​ໂຢອາບ​ໄດ້​ສ້ອມແປງ​ສ່ວນ​ທີ່​ເຫຼືອ​ຂອງ​ເມືອງ.</verse>
				<verse number="9">ກະສັດ​ດາວິດ​ມີ​ອຳນາດ​ເຂັ້ມແຂງ​ຍິ່ງໆ​ຂຶ້ນ ເພາະ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ໄດ້​ສະຖິດ​ຢູ່​ກັບ​ເພິ່ນ.</verse>
				<verse number="10">ຕໍ່ໄປນີ້​ແມ່ນ​ລາຍຊື່​ທະຫານ​ຜູ້​ທີ່​ມີ​ຊື່ສຽງ​ຂອງ​ກະສັດ​ດາວິດ. ໂດຍ​ຮ່ວມ​ກັບ​ປະຊາຊົນ​ອິດສະຣາເອນ​ສ່ວນ​ອື່ນໆ ທະຫານ​ເຫຼົ່ານີ້​ໄດ້​ຊ່ວຍ​ດາວິດ​ໃຫ້​ໄດ້​ຂຶ້ນ​ເປັນ​ກະສັດ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາໄວ້​ໂດຍ​ຊາວ​ອິດສະຣາເອນ; ແລະ​ພວກເຂົາ​ຍັງ​ໄດ້​ຊ່ວຍ​ຮັກສາ​ໃຫ້​ອານາຈັກ​ຂອງ​ເພິ່ນ​ໝັ້ນຄົງ​ດ້ວຍ.</verse>
				<verse number="11">ຄົນ​ທຳອິດ​ແມ່ນ​ຢາໂຊເບອາມ​ລູກຊາຍ​ຂອງ​ຮັກໂມນ ຜູ້​ທີ່​ເປັນ​ຫົວໜ້າ “ຈອມສາມ​ທະຫານເອກ.” ລາວ​ໃຊ້​ຫອກ​ສູ້ຮົບ​ກັບ​ສັດຕູ​ສາມຮ້ອຍ​ຄົນ ແລະ​ໄດ້​ຂ້າ​ພວກເຂົາ​ຖິ້ມ​ໝົດ​ໃນ​ບັ້ນຮົບ​ດຽວ.</verse>
				<verse number="12">ຜູ້​ທີ່​ມີ​ຊື່ສຽງ​ຕໍ່ມາ​ຂອງ “ຈອມສາມ​ທະຫານເອກ” ແມ່ນ​ເອເລອາຊາ ລູກຊາຍ​ຂອງ​ໂດໂດ​ແຫ່ງ​ຕະກຸນ​ອາໂຮ.</verse>
				<verse number="13">ລາວ​ໄດ້​ສູ້ຮົບ​ພວກ​ຟີລິດສະຕິນ​ໃຫ້​ກະສັດ​ດາວິດ​ໃນ​ບັ້ນ​ຮົບ​ປັດດຳມິມ; ລາວ​ກຳລັງ​ຢູ່​ໃນ​ທົ່ງນາ​ເຂົ້າ​ບາເລ ເມື່ອ​ຊາວ​ອິດສະຣາເອນ​ໄດ້​ລ່າຖອຍ​ໜີໄປ</verse>
				<verse number="14">ສ່ວນ​ລາວ​ພ້ອມ​ດ້ວຍ​ຄົນ​ຂອງຕົນ​ກໍ​ຢືນ​ຕໍ່ສູ້​ຊາວ​ຟີລິດສະຕິນ​ຢູ່​ກາງ​ທົ່ງນາ. ພຣະເຈົ້າຢາເວ​ໄດ້​ໃຫ້​ລາວ​ຮົບ​ຊະນະ​ເປັນ​ຄັ້ງ​ຍິ່ງໃຫຍ່.</verse>
				<verse number="15">ມື້​ໜຶ່ງ ມີ​ສາມ​ຄົນ​ໃນ​ຈຳນວນ​ທະຫານ​ເອກ​ສາມສິບ​ຄົນ ໄດ້​ໄປ​ທີ່​ໂງ່ນຫີນ​ແຫ່ງ​ໜຶ່ງ​ໃກ້​ກັບ​ຖໍ້າ​ອາດຸນລຳ​ບ່ອນ​ທີ່​ກະສັດ​ດາວິດ​ຢູ່ ຂະນະທີ່​ພວກ​ຟີລິດສະຕິນ​ກຸ່ມ​ໜຶ່ງ​ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ຮ່ອມພູ​ເຣຟາອິມ.</verse>
				<verse number="16">ໃນ​ເວລາ​ນັ້ນ ກະສັດ​ດາວິດ​ໄດ້​ພັກ​ຢູ່​ໃນ​ປ້ອມ​ປ້ອງກັນ​ທີ່​ເທິງ​ເນີນພູ ແລະ​ພວກ​ຟີລິດສະຕິນ​ໝວດ​ໜຶ່ງ​ຢຶດເອົາ​ເມືອງ​ເບັດເລເຮັມ​ໄດ້.</verse>
				<verse number="17">ກະສັດ​ດາວິດ​ຄິດຮອດ​ບ້ານ​ຈຶ່ງ​ເວົ້າ​ວ່າ, “ຜູ້ໃດ​ໜໍ​ຈະ​ໄປ​ເອົາ​ນໍ້າ​ຈາກ​ສ້າງ​ທີ່​ປະຕູ​ເມືອງ​ເບັດເລເຮັມ​ມາ​ໃຫ້​ເຮົາ​ດື່ມ!”</verse>
				<verse number="18">ສາມ​ທະຫານ​ເອກ​ໄດ້​ຕີ​ຝ່າ​ຄ້າຍ​ທະຫານ​ຟີລິດສະຕິນ ໄປ​ຕັກ​ນໍ້າ​ທີ່​ສ້າງ​ມາ​ໃຫ້​ກະສັດ​ດາວິດ. ເພິ່ນ​ດື່ມ​ບໍ່​ລົງ ແຕ່​ກັບ​ຖອກ​ນໍ້າ​ລົງ​ດິນ​ຖວາຍ​ແກ່​ພຣະເຈົ້າຢາເວ</verse>
				<verse number="19">ແລະ​ທັງ​ເວົ້າ​ວ່າ, “ເຮົາ​ບໍ່​ອາດ​ຈະ​ດື່ມ​ນໍ້າ​ນີ້​ໄດ້​ດອກ ມັນ​ເທົ່າ​ກັບ​ດື່ມ​ເລືອດ​ຂອງ​ຄົນ​ເຫຼົ່ານີ້​ທີ່​ໄດ້​ສ່ຽງ​ຊີວິດ​ຂອງ​ພວກເຂົາ!” ສະນັ້ນ ເພິ່ນ​ຈຶ່ງ​ປະຕິເສດ​ທີ່​ຈະ​ດື່ມ. ອັນ​ນີ້​ແມ່ນ​ວິລະກຳ​ຂອງ​ຈອມສາມ​ທະຫານເອກ.</verse>
				<verse number="20">ອາບີໄຊ ນ້ອງຊາຍ​ຂອງ​ໂຢອາບ​ເປັນ​ຫົວໜ້າ​ຂອງ “ທະຫານ​ເອກ​ສາມສິບ​ຄົນ. ລາວ​ໄດ້​ໃຊ້​ຫອກ​ຕໍ່ສູ້​ສັດຕູ​ສາມຮ້ອຍ​ຄົນ ແລະ​ໄດ້​ຂ້າ​ພວກເຂົາ​ຕາຍ​ໝົດ ແລະ​ລາວ​ຈຶ່ງ​ໄດ້​ກາຍເປັນ​ຜູ້​ມີ​ຊື່ສຽງ​ໃນ​ທ່າມກາງ​ທະຫານ​ເອກ​ສາມ​ຄົນ.”</verse>
				<verse number="21">ລາວ​ເປັນ​ຜູ້​ມີ​ຊື່ສຽງ​ທີ່ສຸດ​ຢູ່​ໃນ “ທະຫານ​ເອກ​ສາມສິບ​ຄົນ” ແລະ​ເປັນ​ຜູ້ນຳ​ຂອງ​ເຂົາ​ແຕ່​ລາວ​ບໍ່ມີ​ຊື່ສຽງ​ເທົ່າ “ຈອມສາມ​ທະຫານເອກ.”</verse>
				<verse number="22">ເບນາອີຢາ ລູກຊາຍ​ຂອງ​ເຢໂຮຍອາດາ​ຊາວ​ກັບເຊເອນ ກໍ​ເປັນ​ທະຫານ​ທີ່​ມີ​ຊື່ສຽງ​ຜູ້ໜຶ່ງ; ລາວ​ໄດ້​ສ້າງ​ວິລະກຳ​ໄວ້​ຫລາຍ​ຢ່າງ ຮວມ​ທັງ​ໄດ້​ຂ້າ​ນັກຮົບ​ຜູ້​ທີ່​ຍິ່ງໃຫຍ່​ຂອງ​ຊາວ​ໂມອາບ​ສອງ​ຄົນ. ມີ​ຄັ້ງ​ໜຶ່ງ​ເປັນ​ມື້​ຫິມະ​ຕົກ ລາວ​ໄດ້​ລົງ​ໄປ​ໃນ​ຫລຸມ​ແລະ​ໄດ້​ຂ້າ​ສິງ​ໂຕໜຶ່ງ.</verse>
				<verse number="23">ລາວ​ໄດ້​ຂ້າ​ຊາວ​ເອຢິບ​ຄົນ​ໜຶ່ງ ສູງ​ປະມານ​ສອງ​ແມັດ​ເຄິ່ງ ທີ່​ຖື​ຫອກ​ເທົ່າ​ກັບ​ໄມ້​ກຳພັ້ນ​ຫູກ. ເບນາອີຢາ​ໄດ້​ໃຊ້​ໄມ້ຄ້ອນ​ສູ້ຮົບ ເພື່ອ​ຍາດ​ເອົາ​ຫອກ​ຈາກ​ມື​ຂອງ​ຄົນ​ເອຢິບ ແລະ​ໃຊ້​ຫອກ​ນັ້ນ​ຂ້າ​ຄົນ​ເອຢິບ​ຜູ້​ນັ້ນ.</verse>
				<verse number="24">ສິ່ງ​ເຫຼົ່ານີ້ ຄື​ວິລະກຳ​ທີ່​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ ຄົນ​ໜຶ່ງ​ໃນ “ທະຫານ​ເອກ​ສາມສິບ​ຄົນ” ໄດ້​ສ້າງ​ໄວ້.</verse>
				<verse number="25">ລາວ​ເປັນ​ຄົນ​ໜຶ່ງ​ທີ່​ເດັ່ນ​ໃນ​ທ່າມກາງ “ທະຫານ​ເອກ​ສາມສິບ​ຄົນ” ແຕ່​ບໍ່ມີ​ຊື່ສຽງ​ເທົ່າ​ກັບ “ຈອມສາມ​ທະຫານເອກ.” ກະສັດ​ດາວິດ​ໄດ້​ເອົາ​ລາວ​ເປັນ​ທະຫານ​ປ້ອງກັນ​ຕົວ​ເພິ່ນ.</verse>
				<verse number="26">ພວກ​ທີ່​ມີ​ຊື່​ຕໍ່ໄປນີ້​ແມ່ນ​ທະຫານ​ດີ​ເດັ່ນ ມີ​ດັ່ງນີ້: ອາສາເຮນ ນ້ອງຊາຍ​ຂອງ​ໂຢອາບ, ເອນຮານານ ລູກຊາຍ​ຂອງ​ໂດໂດ ເປັນ​ຊາວ​ເມືອງ​ເບັດເລເຮັມ,</verse>
				<verse number="27">ຊາມໂມດ ຊາວ​ຮາໂຣດ, ເຮເລດ ຊາວ​ເປໂລນ,</verse>
				<verse number="28">ອີຣາ ລູກຊາຍ​ຂອງ​ອິກເກັດ ຊາວ​ເຕກົວ, ອາບີເອເຊ ຊາວ​ອານາທົດ,</verse>
				<verse number="29">ສິບເບກາຍ ຊາວ​ຮູຊາ, ອີໄລ ຊາວ​ອາໂຮ,</verse>
				<verse number="30">ມະຫາໄຣ ຊາວ​ເນໂຕຟາ, ເຮເລັດ ລູກຊາຍ​ຂອງ​ບາອານາ ຊາວ​ເນໂຕຟາ,</verse>
				<verse number="31">ອິດໄຕ​ລູກຊາຍ​ຂອງ​ຣີໄບ ຊາວ​ກີເບອາ​ໃນ​ເຜົ່າ​ເບັນຢາມິນ, ເບນາອີຢາ ຊາວ​ປີຣາໂທນ,</verse>
				<verse number="32">ຮູໄຣ ຊາວ​ຮ່ອມພູ​ໃກ້​ເມືອງ​ກາອາດ, ອາບີເອນ ຊາວ​ອາຣະບາ,</verse>
				<verse number="33">ອາຊະມາເວດ ຊາວ​ບາຮູຣຸມ, ເອລີອາບາ ຊາວ​ຊາອານໂບນ,</verse>
				<verse number="34">ຮາເຊມ ຊາວ​ກີໂຊນ, ໂຢນາທານ ລູກຊາຍ​ຂອງ​ຊາກີ ຊາວ​ຮາຣາເຣ,</verse>
				<verse number="35">ອາຮີອາມ ລູກຊາຍ​ຂອງ​ສາກາ ຊາວ​ຮາຣາເຣ, ເອລີຟັນ ລູກຊາຍ​ຂອງ​ອູເຣ,</verse>
				<verse number="36">ເຮເຟ ຊາວ​ເມເຄຣາ, ອາຮີຢາ ຊາວ​ເປໂລນ,</verse>
				<verse number="37">ເຮຊະໂຣ ຊາວ​ກາເມນ, ນາອາໄຣ ລູກຊາຍ​ຂອງ​ເອຊະໄບ,</verse>
				<verse number="38">ໂຢເອນ ນ້ອງຊາຍ​ຂອງ​ນາທານ, ມິບຮາ ລູກຊາຍ​ຂອງ​ຮາກຣີ,</verse>
				<verse number="39">ເຊເລັກ ຊາວ​ອຳໂມນ, ນາຮາໄຣ​ຊາວ​ເບເອໂຣດ ຄົນ​ຖື​ອາວຸດ​ໃຫ້​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ,</verse>
				<verse number="40">ອີຣາ​ຊາວ​ອິດໄຣ​ແລະ​ຄາເຣັບ​ຊາວ​ອິດໄຣ,</verse>
				<verse number="41">ອູຣິຢາ ຊາວ​ຮິດຕີ, ຊາບັດ ລູກຊາຍ​ຂອງ​ອາຮະໄລ,</verse>
				<verse number="42">ອາດີນາ ລູກຊາຍ​ຂອງ​ຊີຊາ (ຜູ້ນຳ​ຄົນ​ໜຶ່ງ​ຂອງ​ເຜົ່າ​ຣູເບັນ​ກັບ​ທະຫານ​ສາມສິບ​ຄົນ),</verse>
				<verse number="43">ຮານານ ລູກຊາຍ​ຂອງ​ມາອາກາ, ໂຢຊາຟັດ ຊາວ​ມີທານ,</verse>
				<verse number="44">ອຸດຊີອາ ຊາວ​ອາຊະເຕຣາ, ຊາມມາ​ແລະ​ເຢອີເອນ ລູກຊາຍ​ຂອງ​ໂຮທາມ ຊາວ​ອາໂຣເອ,</verse>
				<verse number="45">ເຢດີອາເອນ​ແລະ​ໂຢຮາ ລູກຊາຍ​ຂອງ​ຊິມຣີ ຊາວ​ຕີເຊ,</verse>
				<verse number="46">ເອລີເອນ ຊາວ​ມາຮາໄວ, ເຢຣີໄບ​ແລະ​ໂຢຊາວີຢາ ລູກຊາຍ​ຂອງ​ເອນນາອາມ, ອິດມາ ຊາວ​ໂມອາບ,</verse>
				<verse number="47">ເອລີເອນ, ໂອເບັດ ແລະ​ຢາອາສີເອນ ຊາວ​ໂຊບາ.</verse>
			</chapter>
			<chapter number="12">
				<verse number="1">ດາວິດ​ໄດ້​ອາໄສ​ຢູ່​ເມືອງ​ຊິກລັກ ບ່ອນ​ທີ່​ເພິ່ນ​ໄດ້​ໄປ​ຊ່ອນ​ຕົວ​ຢູ່​ຈາກ​ກະສັດ​ໂຊນ​ລູກຊາຍ​ຂອງ​ກີເຊ. ໃນ​ທີ່ນັ້ນ​ໄດ້​ມີ​ທະຫານ​ຜູ້​ເກັ່ງກ້າ​ສາມາດ​ໃນ​ຫລາຍໆ​ດ້ານ​ທີ່​ໄວ້​ໃຈ​ໄດ້;</verse>
				<verse number="2">ພວກເຂົາ​ແມ່ນ​ສະມາຊິກ​ໃນ​ເຜົ່າ​ເບັນຢາມິນ ເຜົ່າ​ດຽວກັນ​ກັບ​ກະສັດ​ໂຊນ ໄດ້​ມາ​ຮ່ວມ​ກັບ​ດາວິດ. ພວກເຂົາ​ສາມາດ​ໃຊ້​ແຂນ​ຊ້າຍ​ຫລື​ແຂນ​ຂວາ ຍິງ​ທະນູ​ຫລື​ແກວ່ງ​ກ້ອນຫີນ​ໄດ້.</verse>
				<verse number="3">ພວກເຂົາ​ຢູ່​ພາຍໃຕ້​ການ​ບັງຄັບ​ບັນຊາ​ຂອງ​ອາຮີເອເຊ​ແລະ​ໂຢອາດ ລູກຊາຍ​ຂອງ​ເຊມາຢາ​ຈາກ​ເມືອງ​ກີເບອາ. ຄົນ​ເຫຼົ່ານີ້​ລ້ວນແຕ່​ເປັນ​ທະຫານ​ທັງ​ນັ້ນ ມີ​ດັ່ງນີ້: ເຢຊີເອນ​ແລະ​ເປເລດ ລູກຊາຍ​ຂອງ​ອາຊະມາເວດ ເບຣາກາ​ແລະ​ເຢຮູ ຊາວ​ອານາທົດ</verse>
				<verse number="4">ອີຊະມາອີຢາ ຊາວ​ກີເບໂອນ​ທະຫານ​ເອກ​ຜູ້ໜຶ່ງ​ແລະ​ເປັນ​ຜູ້ນຳ​ຄົນ​ໜຶ່ງ​ຂອງ “ຈອມສາມ​ທະຫານເອກ” ເຢເຣມີຢາ, ຢາຮາຊີເອນ, ໂຢຮານານ ແລະ​ໂຢຊາບັດ ຊາວ​ເກເດຣາ</verse>
				<verse number="5">ເອລູໄຊ, ເຢຣິໂມດ, ເບອາລີຢາ, ເຊມາຣີຢາ​ແລະ​ເຊຟາຕີຢາ ຊາວ​ຮາຣິບ</verse>
				<verse number="6">ເອນການາ, ອິດຊີຢາ, ອາຊາເຣນ, ໂຢເອເຊ ແລະ​ຢາໂຊເບອາມ​ແຫ່ງ​ຕະກຸນ​ໂກຣາ</verse>
				<verse number="7">ໂຢເອລາ​ແລະ​ເຊບາດີຢາ ລູກຊາຍ​ຂອງ​ເຢໂຣຮາມ ຊາວ​ເກໂດເຣ.</verse>
				<verse number="8">ຄົນ​ເຫຼົ່ານີ້​ແມ່ນ​ທະຫານ ທີ່​ມີ​ຊື່ສຽງ​ແລະ​ຊຳນິ​ຊຳນານ​ໃນ​ການ​ຮົບ​ຈາກ​ເຜົ່າກາດ ທີ່​ໄດ້​ເຂົ້າ​ຮ່ວມ​ກັບ​ທະຫານ​ຂອງ​ດາວິດ ເມື່ອ​ເພິ່ນ​ຢູ່​ໃນ​ປ້ອມ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກເຂົາ​ເກັ່ງກ້າ​ແລະ​ຊ່ຽວຊານ​ໃນ​ການ​ໃຊ້​ໂລ້​ແລະ​ຫອກ ເບິ່ງ​ໂຫດຮ້າຍ​ເໝືອນ​ສິງ ແລະ​ວ່ອງໄວ​ເໝືອນ​ກວາງ​ທີ່​ເທິງ​ພູເຂົາ.</verse>
				<verse number="9">ພວກເຂົາ​ໄດ້​ຮັບ​ຕຳແໜ່ງ​ຕາມ​ລຳດັບ​ຂັ້ນ ດັ່ງນີ້: ເອເຊ​ເປັນ​ຫົວໜ້າ, ໂອບາດີຢາ ທີສອງ, ເອລີອາບ ທີສາມ,</verse>
				<verse number="10">ມີຊະມັນນາ ທີສີ່, ເຢເຣມີຢາ ທີຫ້າ,</verse>
				<verse number="11">ອັດໄຕ ທີຫົກ, ເອລີເອນ ທີເຈັດ,</verse>
				<verse number="12">ໂຢຮານັນ ທີແປດ, ເອນຊາບັດ ທີເກົ້າ,</verse>
				<verse number="13">ເຢເຣມີຢາ ທີສິບ ແລະ​ມາກະບານໄນ ທີ​ສິບເອັດ.</verse>
				<verse number="14">ຄົນ​ເຫຼົ່ານີ້​ຈາກ​ເຜົ່າກາດ​ບາງຄົນ​ໄດ້​ເປັນ​ນາຍ​ທະຫານ​ຊັ້ນ​ຜູ້ໃຫຍ່ ບັງຄັບ​ບັນຊາ​ກອງພັນ ແລະ​ພວກ​ອື່ນ​ຍັງ​ເປັນ​ນາຍ​ທະຫານ​ຊັ້ນ​ຜູ້ນ້ອຍ ບັງຄັບ​ບັນຊາ​ກອງຮ້ອຍ.</verse>
				<verse number="15">ໃນ​ເດືອນ​ທຳອິດ​ຂອງ​ປີ​ໜຶ່ງ ເມື່ອ​ນໍ້າ​ຂຶ້ນ​ເຕັມ​ຝັ່ງ​ຂອງ​ແມ່ນໍ້າ​ຈໍແດນ ພວກເຂົາ​ໄດ້​ຂ້າມ​ແມ່ນໍ້າ​ໄປ​ຂັບໄລ່​ປະຊາຊົນ ຜູ້​ທີ່​ໄດ້​ອາໄສ​ຢູ່​ທາງ​ຝັ່ງ​ຕາເວັນອອກ​ແລະ​ຕາເວັນຕົກ​ໃຫ້​ກະຈັດ​ກະຈາຍ​ໄປ.</verse>
				<verse number="16">ຄັ້ງໜຶ່ງ ມີ​ທະຫານ​ໜຶ່ງ​ໝວດ​ຈາກ​ເຜົ່າ​ເບັນຢາມິນ​ແລະ​ເຜົ່າຢູດາ ໄດ້​ອອກ​ໄປ​ຫາ​ດາວິດ​ທີ່​ປ້ອມ.</verse>
				<verse number="17">ດາວິດ​ໄດ້​ອອກ​ໄປ​ພົບ​ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ຖ້າ​ພວກເຈົ້າ​ມາ​ຖານ​ມິດ​ເພື່ອ​ຊ່ວຍເຫລືອ​ເຮົາ ເຮົາ​ກໍ​ຍິນດີ​ຕ້ອນຮັບ​ພວກທ່ານ​ໄວ້​ຢູ່​ທີ່​ນີ້ ແລະ​ເຂົ້າ​ຮ່ວມ​ກັບ​ພວກເຮົາ​ໄດ້, ແຕ່​ຖ້າ​ພວກທ່ານ​ຕັ້ງໃຈ​ມາ​ເພື່ອ​ຫັກຫລັງ​ເຮົາ​ແລະ​ມອບ​ເຮົາ​ໃຫ້​ສັດຕູ ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ພະຍາຍາມ​ທຳຮ້າຍ​ພວກທ່ານ​ກໍຕາມ, ແຕ່​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ກໍ​ຈະ​ຮູ້ຈັກ​ກ່ຽວກັບ​ເລື່ອງນີ້ ແລະ​ຈະ​ລົງໂທດ​ພວກທ່ານ​ເອງ.”</verse>
				<verse number="18">ພຣະວິນຍານ​ໄດ້​ຄວບຄຸມ​ອາມາໄສ ຊຶ່ງ​ໃນ​ເວລາ​ຕໍ່ມາ​ໄດ້​ເປັນ​ຜູ້​ບັນຊາການ​ຂອງ “ທະຫານ​ເອກ​ສາມສິບ​ຄົນ.” ລາວ​ໄດ້​ຮ້ອງ​ຕອບ​ວ່າ, “ດາວິດ​ລູກຊາຍ​ຂອງ​ເຢຊີ​ເອີຍ ພວກເຮົາ​ຢູ່​ຝ່າຍ​ທ່ານ ຂໍ​ໃຫ້​ທ່ານ​ກັບ​ຜູ້​ຊ່ວຍ​ຂອງທ່ານ ຈົ່ງ​ມີ​ສັນຕິສຸກ, ສັນຕິສຸກ​ຢູ່​ກັບ​ທ່ານ ພຣະເຈົ້າ​ຢູ່​ຝ່າຍ​ທ່ານ​ແລ້ວ.” ແລ້ວ​ດາວິດ​ກໍ​ຕ້ອນຮັບ​ພວກເຂົາ ແລະ​ເພິ່ນ​ໄດ້​ໃຫ້​ພວກເຂົາ​ເປັນ​ນາຍ​ທະຫານ​ປະຈຳ​ກອງທັບ​ຂອງຕົນ.</verse>
				<verse number="19">ທະຫານ​ບາງຄົນ​ຈາກ​ເຜົ່າ​ມານາເຊ​ໄດ້​ໄປ​ເຂົ້າ​ກັບ​ຝ່າຍ​ດາວິດ ເມື່ອ​ເພິ່ນ​ຍົກທັບ​ໄປ​ກັບ​ພວກ​ຟີລິດສະຕິນ​ເພື່ອ​ສູ້ຮົບ​ກະສັດ​ໂຊນ. ທີ່​ຈິງ​ແລ້ວ​ເພິ່ນ​ບໍ່ໄດ້​ຊ່ວຍ​ພວກ​ຟີລິດສະຕິນ ເພາະ​ກະສັດ​ຂອງ​ພວກ​ຟີລິດສະຕິນ​ຢ້ານ​ວ່າ​ດາວິດ​ຈະ​ຫັກຫລັງ​ພວກຕົນ ແລະ​ເຂົ້າ​ຝ່າຍ​ໂຊນ ນາຍ​ເກົ່າ​ຂອງ​ລາວ; ດັ່ງນັ້ນ ພວກເຂົາ​ຈຶ່ງ​ສົ່ງ​ເພິ່ນ​ກັບຄືນ​ເມືອ​ຊິກລັກ.</verse>
				<verse number="20">ພວກ​ມີ​ຊື່​ດັ່ງ​ຕໍ່ໄປນີ້​ແມ່ນ​ທະຫານ​ຈາກ​ເຜົ່າ​ມານາເຊ​ທີ່​ເຂົ້າ​ກັບ​ຝ່າຍ​ດາວິດ ຄາວ​ເພິ່ນ​ຖືກ​ໄລ່​ຄືນ​ເມືອ​ຊິກລັກ​ນັ້ນ ມີ​ດັ່ງນີ້: ອັດນາ, ໂຢຊາບັດ, ເຢດີອາເອນ, ມີກາເອນ, ໂຢຊາບັດ, ເອລີຮູ ແລະ​ຊິນເລໄທ. ພວກ​ເຫຼົ່ານີ້​ລ້ວນແຕ່​ເປັນ​ນາຍພັນ ທີ່​ບັນຊາການ​ທະຫານ​ໃນ​ເຜົ່າ​ມານາເຊ.</verse>
				<verse number="21">ພວກເຂົາ​ໄດ້​ຮັບໃຊ້​ດາວິດ ໃນ​ຖານະ​ເປັນ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ເພິ່ນ ເພາະ​ພວກເຂົາ​ລ້ວນແຕ່​ເປັນ​ນາຍ​ທະຫານ​ທີ່​ເກັ່ງກ້າ. ຕໍ່ມາ ພວກເຂົາ​ໄດ້​ເປັນ​ນາຍ​ທະຫານ​ໃນ​ກອງທັບ​ອິດສະຣາເອນ.</verse>
				<verse number="22">ແຕ່ລະມື້ ໄດ້​ມີ​ທະຫານ​ໃໝ່​ມາ​ເຂົ້າ​ຮ່ວມ​ເປັນ​ກຳລັງ​ກັບ​ກອງ​ທະຫານ​ຂອງ​ດາວິດ​ສະເໝີ ຈົນ​ວ່າ​ກາຍເປັນ​ກອງທັບ​ທີ່​ໃຫຍ່ໂຕ ເໝືອນ​ເປັນ​ກອງທັບ​ກອງ​ໜຶ່ງ​ຂອງ​ພຣະເຈົ້າ.</verse>
				<verse number="23">ເມື່ອ​ດາວິດ​ຢູ່​ທີ່​ເຮັບໂຣນ​ນັ້ນ ມີ​ທະຫານ​ທີ່​ຮັບ​ການ​ຝຶກແອບ​ແລ້ວ​ຫລາຍ​ຄົນ​ໄດ້​ເຂົ້າ​ຮ່ວມ​ໃນ​ກອງທັບ​ຂອງ​ເພິ່ນ ເພື່ອ​ຊ່ວຍ​ເພິ່ນ​ໃຫ້​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ໂຊນ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້. ຈຳນວນ​ທະຫານ​ຈາກ​ເຜົ່າ​ຕ່າງໆ ມີ​ດັ່ງນີ້:</verse>
				<verse number="24">ຈາກ​ເຜົ່າຢູດາ: ຫົກພັນ​ແປດຮ້ອຍ​ຄົນ ເປັນ​ທະຫານ​ທີ່​ໄດ້​ປະກອບ​ອາວຸດ​ຢ່າງດີ ມີ​ໂລ້​ແລະ​ຫອກ;</verse>
				<verse number="25">ຈາກ​ເຜົ່າ​ຊີເມໂອນ: ເຈັດພັນ​ໜຶ່ງຮ້ອຍ​ຄົນ ເປັນ​ທະຫານ​ທີ່​ໄດ້​ຮັບ​ການ​ຝຶກແອບ​ເປັນ​ຢ່າງດີ</verse>
				<verse number="26">ຈາກ​ເຜົ່າເລວີ: ສີ່ພັນ​ຫົກຮ້ອຍ​ຄົນ;</verse>
				<verse number="27">ພວກ​ທີ່​ຕິດຕາມ​ເຢໂຮຍອາດາ ເຊື້ອສາຍ​ຂອງ​ອາໂຣນ: ສາມພັນ​ເຈັດຮ້ອຍ​ຄົນ;</verse>
				<verse number="28">ພວກ​ພີ່ນ້ອງ​ຂອງ​ຊາດົກ ນັກຮົບ​ໜຸ່ມແໜ້ນ​ທີ່​ມີ​ຄວາມ​ສາມາດ​ສູງ: ຫົວໜ້າ ຊາວສອງ​ຄົນ;</verse>
				<verse number="29">ຈາກ​ເຜົ່າ​ເບັນຢາມິນ (ເຜົ່າ​ຂອງ​ກະສັດ​ໂຊນ​ເອງ): ສາມພັນ​ຄົນ (ຄົນ​ສ່ວນ​ຫລາຍ​ໃນ​ເຜົ່າ​ເບັນຢາມິນ​ຍັງ​ຈົງຮັກ​ພັກດີ​ຕໍ່​ກະສັດ​ໂຊນ​ຢູ່);</verse>
				<verse number="30">ຈາກ​ເຜົ່າ​ເອຟຣາອິມ: ຊາວພັນ​ແປດຮ້ອຍ​ຄົນ ເປັນ​ທະຫານ​ທີ່​ມີ​ຊື່ສຽງ​ດີ​ໃນ​ຕະກຸນ​ຂອງ​ພວກເຂົາ;</verse>
				<verse number="31">ຈາກ​ເຜົ່າ​ມານາເຊ​ຕາເວັນ​ຕົກ: ສິບແປດພັນ​ຄົນ ເປັນ​ທະຫານ​ທີ່​ເລືອກເຟັ້ນ​ຂຶ້ນ​ສະເພາະ ເພື່ອ​ຊ່ວຍ​ດາວິດ​ໃຫ້​ຂຶ້ນ​ເປັນ​ກະສັດ;</verse>
				<verse number="32">ຈາກ​ເຜົ່າ​ອິດຊາຄາ: ຫົວໜ້າ ສອງຮ້ອຍ​ຄົນ​ພ້ອມ​ທັງ​ທະຫານ​ທີ່​ຢູ່​ໃຕ້​ການ​ບັນຊາ​ຂອງ​ພວກເຂົາ (ບັນດາ​ຜູ້ນຳ​ເຫຼົ່ານີ້​ຮູ້​ວ່າ ຊາວ​ອິດສະຣາເອນ​ຄວນ​ຈະ​ເຮັດ​ຫຍັງ ແລະ​ເຮັດ​ເວລາ​ໃດ​ດີທີ່ສຸດ);</verse>
				<verse number="33">ຈາກ​ເຜົ່າ​ເຊບູໂລນ: ຫ້າສິບພັນ​ຄົນ ເປັນ​ທະຫານ​ທີ່​ສັດຊື່ ແລະ​ໄວ້ວາງໃຈ​ໄດ້​ພ້ອມ​ທີ່​ຈະ​ສູ້ຮົບ ໄດ້​ຮັບ​ການ​ຝຶກຫັດ​ໃຫ້​ໃຊ້​ອາວຸດ​ທຸກ​ຊະນິດ;</verse>
				<verse number="34">ຈາກ​ເຜົ່າ​ເນັບທາລີ: ໜຶ່ງພັນ​ຄົນ​ລ້ວນແຕ່​ຫົວໜ້າ ພ້ອມ​ດ້ວຍ​ທະຫານ​ໂລ້​ແລະ​ຫອກ ສາມສິບເຈັດພັນ​ຄົນ;</verse>
				<verse number="35">ຈາກ​ເຜົ່າ​ດານ: ຊາວແປດພັນ​ຫົກຮ້ອຍ​ຄົນ ເປັນ​ທະຫານ​ທີ່​ໄດ້​ຮັບ​ການ​ຝຶກແອບ​ແລ້ວ;</verse>
				<verse number="36">ຈາກ​ເຜົ່າ​ອາເຊ: ສີ່ສິບພັນ​ຄົນ ພ້ອມ​ແລ້ວ​ທີ່​ຈະ​ສູ້ຮົບ;</verse>
				<verse number="37">ເຜົ່າ​ຕ່າງໆ​ທາງ​ທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ເຊັ່ນ (ຣູເບັນ, ກາດ ແລະ​ມານາເຊ​ເຄິ່ງເຜົ່າ​ຕາເວັນອອກ): ໜຶ່ງຮ້ອຍ​ຊາວພັນ​ຄົນ ພວກ​ນີ້​ເປັນ​ທະຫານ​ທີ່​ໄດ້​ຮັບ​ການ​ຝຶກ​ໃຫ້​ໃຊ້​ອາວຸດ​ທຸກ​ຊະນິດ.</verse>
				<verse number="38">ພວກ​ທະຫານ​ທັງໝົດ​ເຫຼົ່ານີ້​ໄດ້​ໄປ​ທີ່​ເຮັບໂຣນ​ຕຽມພ້ອມ​ສູ້ຮົບ ເພື່ອ​ຕັ້ງໃຈ​ຊ່ວຍ​ດາວິດ​ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ຊາດ​ອິດສະຣາເອນ​ທັງໝົດ. ສ່ວນ​ປະຊາຊົນ​ອິດສະຣາເອນ​ທີ່​ເຫຼືອ​ຢູ່​ນັ້ນ ກໍ​ລ້ວນແລ້ວແຕ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ.</verse>
				<verse number="39">ພວກເຂົາ​ໄດ້​ຢູ່​ກັບ​ດາວິດ​ໃນ​ທີ່ນັ້ນ​ສາມ​ວັນ ແລະ​ພີ່ນ້ອງ​ຊາວ​ເມືອງ​ໄດ້​ຈັດຫາ​ອາຫານ​ແລະ​ເຄື່ອງດື່ມ​ມາ​ລ້ຽງ​ຕ້ອນຮັບ​ພວກເຂົາ.</verse>
				<verse number="40">ແມ່ນແຕ່​ຈາກ​ທີ່​ໄກ​ອອກ​ໄປ​ທາງເໜືອ​ຂອງ​ບັນດາ​ເຜົ່າ​ອິດຊາຄາ, ເຊບູໂລນ ແລະ​ເນັບທາລີ, ປະຊາຊົນ​ກໍ​ໃຊ້​ລໍ, ອູດ, ລາ ແລະ​ງົວ ຕ່າງ​ອາຫານ​ມາ​ຊ່ວຍ ເຊັ່ນ: ແປ້ງເຂົ້າ, ໝາກເດື່ອ, ໝາກອະງຸ່ນ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ. ພວກເຂົາ​ໄດ້​ນຳ​ງົວ​ແລະ​ແກະ​ມາ​ຂ້າ​ກິນ​ດ້ວຍ. ທັງໝົດ​ນີ້​ແມ່ນ​ການ​ສະແດງ​ອອກ​ເຖິງ​ຄວາມ​ຊົມຊື່ນ​ຍິນດີ​ນຳ​ກັນ​ທົ່ວ​ທັງປະເທດ.</verse>
			</chapter>
			<chapter number="13">
				<verse number="1">ກະສັດ​ດາວິດ​ໄດ້​ປຶກສາ​ກັບ​ນາຍ​ທະຫານ ທີ່​ບັນຊາການ​ກອງພັນ​ແລະ​ກອງຮ້ອຍ​ທຸກຄົນ.</verse>
				<verse number="2">ແລ້ວ​ເພິ່ນ​ກໍ​ປະກາດ​ຕໍ່​ປະຊາຊົນ​ອິດສະຣາເອນ​ທັງໝົດ​ວ່າ, “ຖ້າ​ພວກທ່ານ​ເຫັນດີ ແລະ​ເປັນ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ກໍ​ໃຫ້​ພວກເຮົາ​ໃຊ້​ຄົນນຳຂ່າວ​ເຫຼົ່ານີ້​ອອກ​ໄປ​ບອກ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ພວກເຮົາ ລວມ​ກັບ​ພວກ​ປະໂຣຫິດ​ແລະ​ພວກເລວີ​ໃນ​ເມືອງ​ຂອງ​ພວກເຂົາ ໃຫ້​ມາ​ເຕົ້າໂຮມ​ກັນ​ທີ່​ນີ້​ກັບ​ພວກເຮົາ.</verse>
				<verse number="3">ແລ້ວ​ພວກເຮົາ​ກໍ​ຈະ​ພາກັນ​ໄປ​ເອົາ​ຫີບ​ຂອງ​ພຣະເຈົ້າ ທີ່​ໄດ້​ຖືກ​ລືມ​ໃນ​ຄາວ​ໂຊນ​ເປັນ​ກະສັດ​ນັ້ນ.”</verse>
				<verse number="4">ປະຊາຊົນ​ຕ່າງ​ກໍ​ຊົມຊື່ນ​ຍິນດີ​ແລະ​ເຫັນພ້ອມ​ດ້ວຍ.</verse>
				<verse number="5">ສະນັ້ນ ກະສັດ​ດາວິດ​ຈຶ່ງ​ໄດ້​ເຕົ້າໂຮມ​ປະຊາຊົນ​ອິດສະຣາເອນ​ຈາກ​ທົ່ວ​ປະເທດ ຄື​ຕັ້ງແຕ່​ຊາຍແດນ​ຊີໂຮເຣ​ປະເທດ​ເອຢິບ​ດ້ານ​ໃຕ້ ຈົນ​ຮອດ​ຊ່ອງແຄບ​ຮາມັດ​ທາງ​ດ້ານ​ເໜືອ ເພື່ອ​ໄປ​ເອົາ​ຫີບ​ຂອງ​ພຣະເຈົ້າ​ຈາກ​ເມືອງ​ກີຣີອາດ​ເຢອາຣີມ ມາ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="6">ກະສັດ​ດາວິດ​ແລະ​ປະຊາຊົນ​ໄດ້​ໄປ​ທີ່​ເມືອງ​ບາອາລາ, ເມືອງ​ກີຣີອາດ​ເຢອາຣີມ, ຊຶ່ງ​ຢູ່​ໃນ​ເຂດແດນ​ຂອງ​ຢູດາຍ ເພື່ອ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າ​ກັບ​ມາ ຊຶ່ງ​ມີ​ນາມຊື່​ຂອງ​ພຣະເຈົ້າຢາເວ​ຢູ່​ເທິງ​ເຄຣຸບ​ນັ້ນ.</verse>
				<verse number="7">ພວກເຂົາ​ໄດ້​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ອອກ​ຈາກ​ເຮືອນ​ຂອງ​ອາບີນາດາບ ມາ​ວາງ​ໄວ້​ທີ່​ເທິງ​ກວຽນ​ໃໝ່​ລຳ​ໜຶ່ງ ຂະນະທີ່​ອຸດຊາ​ແລະ​ອາຮີໂອ​ໄດ້ຂັບ​ກວຽນ​ໄປ,</verse>
				<verse number="8">ກະສັດ​ດາວິດ ແລະ​ປະຊາຊົນ​ທັງຫລາຍ, ຕ່າງ​ກໍ​ຟ້ອນ​ຢ່າງ​ສຸດໃຈ​ເພື່ອ​ຖວາຍ​ກຽດ​ແກ່​ພຣະເຈົ້າ. ພວກເຂົາ​ຮ້ອງເພງ​ທັງ​ບັນເລງ​ດົນຕຼີ​ເຊັ່ນ: ພິນ, ກອງ, ແສ່ງ ແລະ​ແກ.</verse>
				<verse number="9">ເມື່ອ​ຂະບວນ​ແຫ່​ມາ​ຮອດ​ລານ​ຟາດເຂົ້າ​ຂອງ​ກີໂດນ ງົວ​ເລີຍ​ຕຳ​ສະດຸດ ແລະ​ອຸດຊາ​ຈັບ​ຫີບ​ນັ້ນ​ໄວ້.</verse>
				<verse number="10">ໃນ​ທັນໃດນັ້ນ ພຣະເຈົ້າຢາເວ​ກໍ​ໂກດຮ້າຍ​ອຸດຊາ ແລະ​ເຮັດ​ໃຫ້​ລາວ​ຕາຍ ເພາະ​ລາວ​ແຕະຕ້ອງ​ຫີບ​ນັ້ນ. ລາວ​ໄດ້​ສິ້ນໃຈ​ຕາຍ​ຢູ່​ທີ່​ນັ້ນ​ຕໍ່ໜ້າ​ພຣະເຈົ້າ</verse>
				<verse number="11">ແລະ​ກະສັດ​ດາວິດ​ກໍ​ໃຈຮ້າຍ ຍ້ອນ​ພຣະເຈົ້າຢາເວ​ໄດ້​ລົງໂທດ​ອຸດຊາ​ເຖິງ​ຕາຍ. ສະນັ້ນ ບ່ອນ​ນີ້​ຈຶ່ງ​ເອີ້ນ​ວ່າ ເປເຣັດອຸດຊາ ມາ​ຈົນເຖິງ​ເທົ່າ​ທຸກ​ວັນນີ້.</verse>
				<verse number="12">ແລ້ວ​ກະສັດ​ດາວິດ​ກໍ​ຢ້ານກົວ​ພຣະເຈົ້າ​ຈຶ່ງ​ຖາມ​ວ່າ, “ບັດນີ້ ເຮົາ​ຈະ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ໄປ​ນຳ​ເຮົາ​ໄດ້​ຢ່າງໃດ?”</verse>
				<verse number="13">ສະນັ້ນ ກະສັດ​ດາວິດ​ຈຶ່ງ​ບໍ່​ນຳ​ເອົາ​ຫີບ​ນີ້​ໄປ​ທີ່​ນະຄອນ​ເຢຣູຊາເລັມ, ແຕ່​ເພິ່ນ​ໄດ້​ປະ​ໄວ້​ທີ່​ເຮືອນ​ຂອງ​ຊາຍ​ຜູ້ໜຶ່ງ​ຊື່​ວ່າ ໂອເບັດເອໂດມ​ຊາວ​ເມືອງກາດ.</verse>
				<verse number="14">ຫີບ​ຂອງ​ພຣະເຈົ້າ​ຖືກ​ປະ​ໄວ້​ທີ່​ນັ້ນ ແລະ​ພຣະເຈົ້າຢາເວ​ກໍໄດ້​ອວຍພອນ​ຄອບຄົວ​ຂອງ​ໂອເບັດເອໂດມ ຕະຫລອດ​ທັງ​ທຸກໆ​ສິ່ງ​ທີ່​ລາວ​ໄດ້​ມີ​ຢູ່.</verse>
			</chapter>
			<chapter number="14">
				<verse number="1">ກະສັດ​ຮີຣາມ​ແຫ່ງ​ຕີເຣ​ໄດ້​ສົ່ງ​ຄະນະທູດ​ການຄ້າ​ມາ​ພົບ​ກະສັດ​ດາວິດ. ເພິ່ນ​ໄດ້​ຈັດ​ຫາ​ໄມ້​ສົນສີດາ ແລະ​ຊ່າງ​ກໍ່ ຊ່າງ​ໄມ້​ມາ​ເພື່ອ​ສ້າງ​ວັງ​ໃຫ້​ກະສັດ​ດາວິດ.</verse>
				<verse number="2">ສະນັ້ນ ກະສັດ​ດາວິດ​ຈຶ່ງ​ຮູ້​ວ່າ ພຣະເຈົ້າຢາເວ​ໄດ້​ຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ເຮັດ​ໃຫ້​ອານາຈັກ​ຂອງ​ເພິ່ນ​ຈະເລີນ​ຮຸ່ງເຮືອງ ເພື່ອ​ເຫັນ​ແກ່​ປະຊາຊົນ​ທັງຫລາຍ.</verse>
				<verse number="3">ໃນ​ນະຄອນ​ເຢຣູຊາເລັມ​ນີ້​ເອງ ທີ່​ກະສັດ​ດາວິດ​ໄດ້​ມີ​ເມຍ​ຕື່ມ​ອີກ​ຫລາຍ​ຄົນ ແລະ​ໄດ້​ມີ​ລູກຊາຍ​ກັບ​ລູກສາວ​ຕື່ມ​ອີກ​ຫລາຍ​ຄົນ.</verse>
				<verse number="4">ລູກ​ທີ່​ເພິ່ນ​ໄດ້​ໃນ​ນະຄອນ​ເຢຣູຊາເລັມ ມີ​ດັ່ງນີ້: ຊາມມູອາ, ໂຊບັບ, ນາທານ, ໂຊໂລໂມນ,</verse>
				<verse number="5">ອິບຮາ, ເອລີຊູອາ, ເອນເປເລັດ,</verse>
				<verse number="6">ໂນຄາ, ເນເຟັກ, ຢາເຟຍ,</verse>
				<verse number="7">ເອລີຊາມາ, ເບເອລີອາດາ, ແລະ​ເອລີເຟເລັດ.</verse>
				<verse number="8">ເມື່ອ​ພວກ​ຟີລິດສະຕິນ​ໄດ້ຍິນ​ວ່າ ບັດນີ້ ດາວິດ​ໄດ້​ຮັບ​ການ​ຫົດສົງ​ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ທົ່ວ​ທັງ​ອິດສະຣາເອນ​ແລ້ວ ພວກເຂົາ​ຈຶ່ງ​ຍົກທັບ​ມາ​ເພື່ອ​ຈັບກຸມ​ເພິ່ນ. ສະນັ້ນ ກະສັດ​ດາວິດ​ຈຶ່ງ​ຍົກທັບ​ອອກ​ໄປ​ປະເຊີນ​ໜ້າ​ກັບ​ພວກເຂົາ.</verse>
				<verse number="9">ພວກ​ຟີລິດສະຕິນ​ໄດ້​ມາ​ຮອດ​ຮ່ອມພູ​ເຣຟາອິມ ແລະ​ເລີ່ມຕົ້ນ​ປຸ້ນສະດົມ.</verse>
				<verse number="10">ກະສັດ​ດາວິດ​ໄດ້​ທູນ​ຖາມ​ພຣະເຈົ້າ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ເຂົ້າ​ໂຈມຕີ​ພວກ​ຟີລິດສະຕິນ​ຫລື​ບໍ່? ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ໄຊຊະນະ​ເໜືອ​ພວກເຂົາ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ວ່າ, “ຈົ່ງ​ຂຶ້ນ​ໄປ ເຮົາ​ຈະ​ໃຫ້​ເຈົ້າ​ມີໄຊ​ເໜືອ​ພວກເຂົາ.”</verse>
				<verse number="11">ສະນັ້ນ ກະສັດ​ດາວິດ​ຈຶ່ງ​ເຂົ້າ​ໂຈມຕີ​ພວກເຂົາ​ທີ່​ບາອານ​ເປຣາຊິມ ແລະ​ໄດ້​ຮົບ​ຊະນະ​ພວກເຂົາ. ເພິ່ນ​ເວົ້າ​ວ່າ, “ພຣະເຈົ້າ​ໄດ້​ໃຊ້​ຂ້າພະເຈົ້າ​ຕີ​ກອງທັບ​ຂອງ​ສັດຕູ ໃຫ້​ທະລຸ​ໄປ​ດັ່ງ​ກະແສ​ນໍ້າ​ທີ່​ໄຫລ​ມາ​ໃສ່.” ດັ່ງນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ບ່ອນ​ນັ້ນ​ວ່າ ບາອານ​ເປຣາຊິມ.</verse>
				<verse number="12">ເມື່ອ​ພວກ​ຟີລິດສະຕິນ​ປົບໜີໄປ​ນັ້ນ, ພວກເຂົາ​ໄດ້​ປະ​ຮູບເຄົາຣົບ​ໄວ້ ແລະ​ກະສັດ​ດາວິດ​ໄດ້​ສັ່ງ​ໃຫ້​ຈູດ​ຮູບ​ເຫຼົ່ານັ້ນ​ຖິ້ມ​ໝົດ.</verse>
				<verse number="13">ຢູ່​ມາ​ບໍ່​ນານ ພວກ​ຟີລິດສະຕິນ​ກໍໄດ້​ກັບ​ມາ​ທີ່​ຮ່ອມພູ ແລະ​ເລີ່ມ​ປຸ້ນສະດົມ​ອີກ.</verse>
				<verse number="14">ກະສັດ​ດາວິດ​ໄດ້​ປຶກສາ​ກັບ​ພຣະເຈົ້າ​ອີກ ແລະ​ພຣະເຈົ້າ​ໄດ້​ຕອບ​ເພິ່ນ​ວ່າ, “ຢ່າ​ເຂົ້າ​ໂຈມຕີ​ພວກເຂົາ​ທາງ​ດ້ານ​ນີ້, ແຕ່​ໃຫ້​ອ້ອມ​ໄປ​ຕຽມ​ໂຈມຕີ​ພວກເຂົາ​ດ້ານ​ອື່ນ ຢູ່​ໃກ້​ກັບ​ປ່າ​ຕົ້ນໂພ.</verse>
				<verse number="15">ເມື່ອ​ເຈົ້າ​ໄດ້ຍິນ​ສຽງ​ຍ່າງ​ເທິງ​ປາຍ​ຕົ້ນໄມ້ ໃຫ້​ເຂົ້າ​ໂຈມຕີ​ໂລດ​ເພາະ​ພຣະເຈົ້າ​ຈະ​ຍ່າງ​ນຳ​ໜ້າ​ເຈົ້າ​ອອກ​ໄປ ເພື່ອ​ຕີ​ກອງທັບ​ພວກ​ຟີລິດສະຕິນ​ໃຫ້​ພ່າຍແພ້.”</verse>
				<verse number="16">ກະສັດ​ດາວິດ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັ່ງ; ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ໄລ່​ພວກ​ຟີລິດສະຕິນ​ໜີ​ຈາກ​ກີເບໂອນ​ໄປ​ຈົນ​ຮອດ​ເມືອງ​ເກເຊ.</verse>
				<verse number="17">ຊື່ສຽງ​ຂອງ​ກະສັດ​ດາວິດ​ຊ່າລື​ໄປ​ທົ່ວ​ທຸກແຫ່ງ ແລະ​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຊົນຊາດ​ຕ່າງໆ ເກີດ​ມີ​ຄວາມ​ຢ້ານກົວ​ເພິ່ນ.</verse>
			</chapter>
			<chapter number="15">
				<verse number="1">ກະສັດ​ດາວິດ​ໄດ້​ສ້າງ​ສຳນັກ​ຫລາຍ​ຫລັງ​ສຳລັບ​ຕົນ​ທີ່​ເມືອງ​ຂອງ​ດາວິດ. ເພິ່ນ​ຍັງ​ໄດ້​ຈັດຕຽມ​ບ່ອນ​ໄວ້​ຫີບ​ຂອງ​ພຣະເຈົ້າ ແລະ​ສ້າງ​ເຕັນ​ສຳລັບ​ບັນຈຸ​ຫີບ​ຢູ່​ທີ່​ນັ້ນ.</verse>
				<verse number="2">ແລ້ວ​ເພິ່ນ​ກໍ​ກ່າວ​ວ່າ, “ໃຫ້​ພວກ​ເລວີ​ເທົ່ານັ້ນ​ຫາມ​ຫີບ​ຂອງ​ພຣະເຈົ້າ ເພາະ​ພວກເຂົາ​ແມ່ນ​ພວກດຽວ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກໄວ້​ເພື່ອ​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ ແລະ​ຮັບໃຊ້​ພຣະອົງ​ຕະຫລອດໄປ.”</verse>
				<verse number="3">ສະນັ້ນ ກະສັດ​ດາວິດ​ຈຶ່ງ​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທັງໝົດ ມາ​ທີ່​ນະຄອນ​ເຢຣູຊາເລັມ​ເພື່ອ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ ໄປ​ບ່ອນ​ທີ່​ໄດ້​ຖືກ​ຈັດຕຽມ​ໄວ້​ແລ້ວ.</verse>
				<verse number="4">ແລ້ວ​ເພິ່ນ​ກໍ​ເຊີນ​ເອົາ​ພວກ​ເຊື້ອສາຍ​ຂອງ​ອາໂຣນ ແລະ​ເອີ້ນ​ເອົາ​ເຊື້ອສາຍ​ຂອງ​ພວກ​ເລວີ.</verse>
				<verse number="5">ຄົນເລວີ​ຈາກ​ຕະກຸນ​ໂກຮາດ​ແມ່ນ​ອູຣິເອນ ເບິ່ງແຍງ​ສະມາຊິກ​ໜຶ່ງຮ້ອຍຊາວ​ຄົນ ໃນ​ຕະກຸນ​ຂອງ​ຕົນເອງ;</verse>
				<verse number="6">ຈາກ​ຕະກຸນ​ເມຣາຣີ​ແມ່ນ​ອາສາອີຢາ ເບິ່ງແຍງ​ສອງຮ້ອຍຊາວ​ຄົນ;</verse>
				<verse number="7">ຈາກ​ຕະກຸນ​ເກໂຊນ​ແມ່ນ​ໂຢເອນ ເບິ່ງແຍງ​ໜຶ່ງຮ້ອຍ​ສາມສິບ​ຄົນ;</verse>
				<verse number="8">ຈາກ​ຕະກຸນ​ເອລີຊາຟັນ​ແມ່ນ​ເຊມາອີຢາ ເບິ່ງແຍງ​ສອງຮ້ອຍ​ຄົນ;</verse>
				<verse number="9">ຈາກ​ຕະກຸນ​ເຮັບໂຣນ​ແມ່ນ​ເອລີເອນ ເບິ່ງແຍງ​ແປດສິບ​ຄົນ;</verse>
				<verse number="10">ແລະ​ຈາກ​ຕະກຸນ​ອຸດຊີເອນ​ແມ່ນ​ອຳມີນາດາບ ເບິ່ງແຍງ​ໜຶ່ງຮ້ອຍ​ສິບສອງ​ຄົນ.</verse>
				<verse number="11">ກະສັດ​ດາວິດ​ໄດ້​ເອີ້ນ​ເອົາ​ປະໂຣຫິດ​ຊາດົກ​ແລະ​ອາບີອາທາ ເພື່ອ​ໃຫ້​ເຂົ້າ​ມາ​ພົບ​ເພິ່ນ​ພ້ອມ​ດ້ວຍ​ຊາວ​ເລວີ​ຫົກ​ຄົນ ດັ່ງນີ້: ອູຣິເອນ, ອາສາອີຢາ, ໂຢເອນ, ເຊມາອີຢາ, ເອລີເອນ ແລະ​ອຳມີນາດາບ.</verse>
				<verse number="12">ເພິ່ນ​ກ່າວ​ແກ່​ພວກເລວີ​ວ່າ, “ພວກເຈົ້າ​ເປັນ​ຜູ້ນຳ​ບັນດາ​ຕະກຸນ​ຊາວ​ເລວີ. ຈົ່ງ​ຊຳລະ​ຕົນເອງ​ໃຫ້​ສະອາດ ແລະ​ພີ່ນ້ອງ​ເລວີ​ຄົນອື່ນ​ດ້ວຍ ເພື່ອ​ພວກເຈົ້າ​ຈະ​ນຳ​ຫີບ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ມາ​ສູ່​ບ່ອນ​ທີ່​ຖືກ​ຈັດຕຽມ​ໄວ້​ແລ້ວ​ນັ້ນ​ໄດ້.</verse>
				<verse number="13">ຍ້ອນ​ພວກເຈົ້າ​ບໍ່ໄດ້​ໄປ​ທີ່​ນັ້ນ​ເທື່ອ​ທຳອິດ ເພື່ອ​ຫາມ​ຫີບ​ພັນທະສັນຍາ; ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຈຶ່ງ​ໄດ້​ລົງໂທດ​ພວກເຮົາ ເພາະ​ບໍ່ໄດ້​ນະມັດສະການ​ພຣະອົງ​ຕາມ​ທີ່​ສົມຄວນ.”</verse>
				<verse number="14">ແລ້ວ​ບັນດາ​ປະໂຣຫິດ​ແລະ​ພວກເລວີ​ກໍ​ຊຳລະ​ຕົນເອງ​ໃຫ້​ສະອາດ ເພື່ອ​ຈະ​ຍົກຍ້າຍ​ຫີບ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="15">ພວກເລວີ​ໄດ້​ໃຊ້​ໄມ້​ຄານຫາມ​ຫີບ​ຂອງ​ພຣະເຈົ້າ​ແບກ​ໃສ່​ບ່າ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ຜ່ານ​ທາງ​ໂມເຊ.</verse>
				<verse number="16">ກະສັດ​ດາວິດ​ໄດ້​ສັ່ງ​ບັນດາ​ຜູ້ນຳ​ໃຫ້​ມອບໝາຍ​ໜ້າທີ່​ແກ່​ພວກ​ເລວີ ເພື່ອ​ຮ້ອງລຳ​ທຳເພງ​ແລະ​ບັນເລງ​ດົນຕຼີ​ຢ່າງ​ມ່ວນຊື່ນ ຄື​ດີດພິນ​ແລະ​ຕົບແສ່ງ​ໄປ​ພ້ອມ.</verse>
				<verse number="17">ພວກເຂົາ​ໄດ້​ເລືອກ​ເອົາ​ນັກດົນຕຼີ​ຈາກ​ຕະກຸນ​ຂອງ​ພວກ​ນັກຮ້ອງ​ໃຫ້​ຕົບແສ່ງ​ທຸ້ມ ມີ​ດັ່ງນີ້: ເຮມານ​ລູກຊາຍ​ຂອງ​ໂຢເອນ, ອາສັບ​ລູກຊາຍ​ຂອງ​ເບເຣກີຢາ​ທີ່​ເປັນ​ພີ່ນ້ອງ​ຂອງ​ລາວ​ເອງ ແລະ​ເອທານ​ລູກຊາຍ​ຂອງ​ກູຊາອີຢາ​ແຫ່ງ​ຕະກຸນ​ເມຣາຣີ. ເພື່ອ​ເປັນ​ການ​ປະກອບສ່ວນ​ຊ່ວຍກັນ.</verse>
				<verse number="18">ພວກເຂົາ​ໄດ້​ເລືອກ​ເອົາ​ຊາວ​ເລວີ​ໃຫ້​ດີດພິນ​ສຽງ​ສູງ ມີ​ດັ່ງນີ້: ເຊກາຣີຢາ, ຢາອາຊີເອນ, ເຊມີຣາໂມດ, ເຢຮີເອນ, ອຸນນີ, ເອລີອາບ, ເບນາອີຢາ ແລະ​ມາອາເສອີຢາ. ພວກເຂົາ​ໄດ້​ເລືອກເອົາ​ຊາວ​ເລວີ​ໃຫ້​ດີດພິນ​ສຽງ​ຕໍ່າ ມີ​ດັ່ງນີ້: ມັດຕີທີຢາ, ເອລີເຟເລຮູ, ມິກເນອີຢາ, ຜູ້ເຝົ້າຍາມ​ພຣະວິຫານ​ໄດ້​ແກ່: ໂອເບັດເອໂດມ​ແລະ​ເຢອີເອນ.</verse>
				<verse number="19">ນັກຮ້ອງ​ມີ ເຮມານ, ອາສັບ ແລະ​ເອທານ</verse>
				<verse number="20">ເຊກາຣີຢາ, ອາຊີເອນ, ເຊມີຣາໂມດ, ເຢຮີເອນ, ອຸນນີ, ເອລີອາບ, ມາອາເສອີຢາ ແລະ​ເບນາອີຢາ ຫຼິ້ນ​ພິນ​ໃຫຍ່​ຕາມ​ສຳນຽງ​ອາລາໂມດ;</verse>
				<verse number="21">ແຕ່​ມັດຕີທີຢາ ເອລີເຟເລຮູ, ມິກເນອີຢາ, ໂອເບັດ​ເອໂດມ, ເຢອີເອນ ແລະ​ອາຊາຊີຢາ ເປັນ​ຜູ້​ດີດພິນ​ຄູ່​ຕາມ​ສຳນຽງ​ເຊມີນິດ.</verse>
				<verse number="22">ເນື່ອງ​ຈາກ​ວ່າ​ເກນານີຢາ​ມີ​ສີມື​ດີ​ທາງ​ດ້ານ​ດົນຕຼີ ລາວ​ຈຶ່ງ​ຖືກ​ເລືອກ​ໃຫ້​ເປັນ​ຄົນ​ເບິ່ງແຍງ​ພວກ​ນັກດົນຕຼີ​ຊາວ​ເລວີ.</verse>
				<verse number="23">ເບເຣກີຢາ​ແລະ​ເອນການາ ໄດ້​ຖືກ​ຮັບ​ເລືອກ​ໃຫ້​ເປັນ​ຜູ້​ເຝົ້າຍາມ​ຫີບ​ພັນທະສັນຍາ.</verse>
				<verse number="24">ບັນດາ​ປະໂຣຫິດ​ເຊບານີຢາ, ໂຢຊາຟັດ, ເນທາເນນ, ອາມາໄສ, ເຊກາຣີຢາ, ເບນາອີຢາ ແລະ​ເອລີເອເຊ​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ຜູ້​ເປົ່າແກ ນຳ​ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ. ໂອເບັດເອໂດມ ແລະ​ເຢຮີຢາ ໄດ້​ຖືກ​ຮັບ​ເລືອກ​ໃຫ້​ເປັນ​ຜູ້ເຝົ້າຍາມ​ຫີບ​ພັນທະສັນຍາ​ດ້ວຍ.</verse>
				<verse number="25">ສະນັ້ນ ກະສັດ​ດາວິດ, ບັນດາ​ຜູ້ນຳ​ຊາດ​ອິດສະຣາເອນ ແລະ​ພວກ​ຜູ້​ບັນຊາການ​ກອງທັບ​ຈຶ່ງ​ໄດ້​ໄປ​ທີ່​ເຮືອນ​ຂອງ​ໂອເບັດເອໂດມ ເພື່ອ​ນຳ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ຈັດງານ​ສະຫລອງ​ຢ່າງ​ໃຫຍ່ໂຕ​ຂຶ້ນ.</verse>
				<verse number="26">ພວກເຂົາ​ໄດ້​ຖວາຍ​ງົວເຖິກ​ເຈັດ​ໂຕ​ກັບ​ແກະເຖິກ​ເຈັດ​ໂຕ ເພື່ອ​ເປັນ​ການ​ແນ່ໃຈ​ວ່າ​ພຣະເຈົ້າ​ຈະ​ຊ່ວຍ​ພວກ​ເລວີ ໃຫ້​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ໄປ​ໄດ້.</verse>
				<verse number="27">ກະສັດ​ດາວິດ​ໄດ້​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ເຊັ່ນດຽວ​ກັບ​ເກນານີຢາ​ຫົວໜ້າ​ວົງດົນຕຼີ​ກັບ​ພວກ​ນັກດົນຕຼີ ທີ່​ຫາມ​ຫີບ​ພັນທະສັນຍາ. ກະສັດ​ດາວິດ​ຍັງ​ໄດ້​ນຸ່ງ​ເສື້ອຄຸມ​ສັ້ນ​ເອໂຟດ​ດ້ວຍ.</verse>
				<verse number="28">ສະນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ຈຶ່ງ​ແຫ່​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ມາ​ເຖິງ​ນະຄອນ​ເຢຣູຊາເລັມ​ດ້ວຍ​ສຽງ​ໂຮຮ້ອງ​ຊົມຊື່ນ​ຍິນດີ​ພ້ອມ​ທັງ​ເປົ່າແກ, ເປົ່າ​ເຂົາສັດ, ຕົບແສ່ງ ແລະ​ດີດພິນ.</verse>
				<verse number="29">ໃນ​ຂະນະທີ່​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ ນາງ​ມີການ ຜູ້​ເປັນ​ລູກສາວ​ຂອງ​ກະສັດ​ໂຊນ​ໄດ້​ແນມເບິ່ງ​ໄປ​ທາງ​ປ່ອງຢ້ຽມ ໄດ້ເຫັນ​ກະສັດ​ດາວິດ​ຟ້ອນ​ແລະ​ເຕັ້ນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ນາງ​ຈຶ່ງ​ດູຖູກ​ໝິ່ນປະໝາດ​ເພິ່ນ​ໃນໃຈ.</verse>
			</chapter>
			<chapter number="16">
				<verse number="1">ພວກເຂົາ​ໄດ້​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ໄປ​ສູ່​ຫໍເຕັນ ຊຶ່ງ​ກະສັດ​ດາວິດ​ໄດ້​ຈັດຕຽມ​ໄວ້​ແລະ​ນຳ​ເອົາ​ຫີບ​ເຂົ້າ​ໄປ​ໄວ້​ໃນ​ທີ່ນັ້ນ. ແລ້ວ​ພວກເຂົາ​ກໍໄດ້​ຖວາຍ​ເຄື່ອງ​ບູຊາ​ແລະ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າ.</verse>
				<verse number="2">ຫລັງຈາກ​ກະສັດ​ດາວິດ​ໄດ້​ຖວາຍ​ເຄື່ອງ​ບູຊາ​ແລ້ວ ໃນ​ນາມຊື່​ຂອງ​ພຣະເຈົ້າຢາເວ​ເພິ່ນ​ໄດ້​ອວຍພອນ​ປະຊາຊົນ</verse>
				<verse number="3">ແລະ​ແຈກ​ຢາຍ​ອາຫານ​ໃຫ້​ພວກເຂົາ​ທຸກຄົນ. ເພິ່ນ​ໄດ້​ເອົາ​ເຂົ້າຈີ່​ຢາຍ​ໃຫ້​ຜູ້ຊາຍ ແລະ​ຜູ້ຍິງ​ໃນ​ຊາດ​ອິດສະຣາເອນ ຄົນລະ​ກ້ອນ, ຊີ້ນ​ປີ້ງ​ຄົນລະ​ຕ່ອນ, ແລະ​ໝາກອະງຸ່ນ​ແຫ້ງ.</verse>
				<verse number="4">ກະສັດ​ດາວິດ​ໄດ້​ແຕ່ງຕັ້ງ​ຊາວ​ເລວີ​ບາງຄົນ​ເປັນ​ຜູ້ນຳ​ໃນ​ການ​ນະມັດສະການ​ຕໍ່ໜ້າ​ຫີບ​ຂອງ​ພຣະເຈົ້າຢາເວ ໂດຍ​ຮ້ອງເພງ​ໂມທະນາ​ຂອບ​ພຣະຄຸນ ແລະ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.</verse>
				<verse number="5">ອາສັບ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຫົວໜ້າ ແລະ​ເຊກາຣີຢາ​ເປັນ​ຜູ້​ຮອງ. ເຢອີເອນ, ເຊມີຣາໂມດ, ເຢຮີເອນ, ມັດຕີທີຢາ, ເອລີອາບ, ເບນາອີຢາ, ໂອເບັດເອໂດມ ແລະ​ເຢອີເອນ ເປັນ​ພວກ​ດີດພິນ. ອາສັບ​ເປັນ​ຜູ້​ຕົບແສ່ງ,</verse>
				<verse number="6">ແລະ​ປະໂຣຫິດ​ສອງ​ຄົນ​ຄື​ເບນາອີຢາ​ແລະ​ຢາຮາຊີເອນ ເຮັດ​ໜ້າທີ່​ເປົ່າແກ​ຢູ່​ຕໍ່ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢ່າງ​ສະໝໍ່າ​ສະເໝີ.</verse>
				<verse number="7">ນີ້​ເປັນ​ເທື່ອ​ທຳອິດ​ທີ່​ກະສັດ​ດາວິດ​ໄດ້​ໃຫ້​ອາສັບ ແລະ​ພີ່ນ້ອງ​ຊາວ​ເລວີ​ຂອງ​ລາວ ຮັບຜິດຊອບ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າຢາເວ.</verse>
				<verse number="8">ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຈົ່ງ​ຮ້ອງ​ອອກ​ນາມຊື່​ຂອງ​ພຣະອົງ ຈົ່ງ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ຈົ່ງ​ບອກ​ຊົນຊາດ​ທັງຫລາຍ ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ.</verse>
				<verse number="9">ຈົ່ງ​ຮ້ອງເພງ​ສຳລັບ​ພຣະອົງ ຈົ່ງ​ຮ້ອງເພງ​ສັນລະເສີນ​ແດ່​ພຣະອົງ ຈົ່ງ​ບອກ​ສິ່ງ​ໜ້າງຶດງໍ້​ທີ່​ພຣະອົງ​ໄດ້​ກະທຳ.</verse>
				<verse number="10">ຈົ່ງ​ດີໃຈ​ທີ່​ພວກເຮົາ​ໄດ້​ເປັນ​ຂອງ​ພຣະອົງ; ໃຫ້​ທຸກຄົນ​ຊົມຊື່ນ​ຍິນດີ​ນະມັດສະການ​ພຣະອົງ</verse>
				<verse number="11">ຈົ່ງ​ຊອກຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ແລະ​ນະມັດສະການ​ພຣະອົງ​ສືບ​ໄປ​ເລື້ອຍໆ.</verse>
				<verse number="12">ພວກ​ເຊື້ອສາຍ​ຂອງ​ຢາໂຄບ ຜູ້ຮັບໃຊ້​ຂອງ​ພຣະອົງ​ເອີຍ ຄື​ເຊື້ອສາຍ​ຂອງ​ຊາດ​ອິດສະຣາເອນ ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ຈົ່ງ​ຈື່ຈຳ​ການ​ອັດສະຈັນ​ທີ່​ພຣະເຈົ້າ​ໄດ້​ກະທຳ ແລະ​ການຕັດສິນ​ທີ່​ພຣະອົງ​ໄດ້​ປະກາດ​ນັ້ນ.</verse>
				<verse number="13"></verse>
				<verse number="14">ພຣະອົງ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ການຕັດສິນ​ທັງຫລາຍ​ຂອງ​ພຣະອົງ​ກໍຢູ່​ທົ່ວໄປ​ໃນ​ໂລກນີ້.</verse>
				<verse number="15">ຢ່າ​ລືມ​ພັນທະສັນຍາ​ຂອງ​ພຣະອົງ​ຈັກເທື່ອ ທີ່​ພຣະອົງ​ໄດ້​ຕັ້ງ​ໄວ້​ໃຫ້​ຍືນຍົງ​ຕະຫລອດໄປ</verse>
				<verse number="16">ຄື​ພັນທະສັນຍາ​ທີ່​ເຮັດ​ໄວ້​ກັບ​ອັບຣາຮາມ ແລະ​ບັນດາ​ຄຳສັນຍາ​ທີ່​ເຮັດ​ໄວ້​ກັບ​ອີຊາກ.</verse>
				<verse number="17">ພຣະອົງ​ໄດ້​ເຮັດ​ພັນທະສັນຍາ​ກັບ​ຢາໂຄບ ຄື​ສິ່ງ​ໜຶ່ງ​ທີ່​ຈະ​ຍືນຍົງ​ຄົງຢູ່​ເປັນນິດ.</verse>
				<verse number="18">ພຣະອົງ​ກ່າວ​ວ່າ, “ເຮົາ​ຈະ​ມອບ​ດິນແດນ​ການາອານ​ໃຫ້ ດິນແດນ​ນັ້ນ​ຈະ​ເປັນ​ກຳມະສິດ ຂອງ​ພວກເຈົ້າ​ເທົ່ານັ້ນ.”</verse>
				<verse number="19">ຄົນ​ຂອງ​ພຣະເຈົ້າ​ມີ​ຈຳນວນ​ໜ້ອຍ ເປັນ​ຄົນຕ່າງດ້າວ​ຢູ່​ໃນ​ການາອານ​ນັ້ນ.</verse>
				<verse number="20">ພວກເຂົາ​ທ່ອງທ່ຽວ​ຈາກ​ປະເທດ​ນີ້​ສູ່​ທີ່​ອື່ນໄກ ຈາກ​ອານາຈັກ​ນີ້​ໄປ​ສູ່​ອານາຈັກ​ອື່ນ​ອີກ.</verse>
				<verse number="21">ແຕ່​ພຣະອົງ​ບໍ່​ຍອມ​ໃຫ້​ຜູ້ໃດ​ກົດຂີ່​ພວກເຂົາ ພຣະອົງ​ເຕືອນ​ກະສັດ​ໃຫ້​ປົກປ້ອງ​ພວກເຂົາ​ໄວ້​ວ່າ,</verse>
				<verse number="22">“ຢ່າ​ສູ່​ທຳຮ້າຍ​ຜູ້ຮັບໃຊ້​ທີ່​ເຮົາ​ເລືອກ​ເອົາ ຢ່າ​ສູ່​ແຕະຕ້ອງ​ຜູ້ທຳນວາຍ​ຂອງ​ເຮົາ​ນັ້ນ.”</verse>
				<verse number="23">ທົ່ວ​ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຮ້ອງເພງ​ຖວາຍ​ແດ່ ພຣະເຈົ້າຢາເວ​ຂອງ​ພວກເຮົາ ທຸກ​ມື້​ຈົ່ງ​ປະກາດ​ຂ່າວ​ດີ ທີ່​ໄດ້​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ.</verse>
				<verse number="24">ຈົ່ງ​ປະກາດ​ສະຫງ່າຣາສີ​ຂອງ​ພຣະອົງ​ໃນ​ທ່າມກາງ​ບັນດາ​ປະຊາຊາດ ແລະ​ການ​ອັດສະຈັນ​ທັງຫຼາຍ​ຂອງ​ພຣະອົງ​ໃນ​ທ່າມກາງ​ຄົນ​ທັງປວງ​ດ້ວຍ.</verse>
				<verse number="25">ພຣະເຈົ້າຢາເວ​ຊົງ​ຍິ່ງໃຫຍ່​ຫລາຍ ແລະ​ຄວນ​ເປັນ​ທີ່​ສັນລະເສີນ​ຢ່າງ​ສູງສົ່ງ; ພຣະອົງ​ຄວນ​ເປັນ​ທີ່​ຍົກຍໍ​ສັນລະເສີນ ໃຫ້ກຽດ​ສັກສີ​ກວ່າ​ພະອື່ນໆ​ທັງສິ້ນ.</verse>
				<verse number="26">ບັນດາ​ພະ​ຂອງ​ຊົນຊາດ​ອື່ນ​ນັ້ນ ເປັນ​ພະ​ຈອມປອມ​ທັງໝົດ ແຕ່​ພຣະເຈົ້າຢາເວ​ຂອງ​ພວກເຮົາ ເປັນ​ຜູ້​ສ້າງ​ຈັກກະວານ.</verse>
				<verse number="27">ສະຫງ່າຣາສີ​ແລະ​ກຽດຕິຍົດ​ນັ້ນ ກໍ​ອ້ອມລ້ອມ​ເຕັມ​ຢູ່​ໃນ​ພຣະອົງ ຣິດອຳນາດ​ແລະ​ຄວາມ​ຊົມຊື່ນ​ຍິນດີ ກໍ​ມີ​ເຕັມ​ຢູ່​ໃນ​ພຣະວິຫານ​ດ້ວຍ.</verse>
				<verse number="28">ຈົ່ງ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ມວນ​ມະນຸດ​ທົ່ວ​ທັງ​ໂລກາ ຈົ່ງ​ສັນລະເສີນ​ສະຫງ່າຣາສີ ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ.</verse>
				<verse number="29">ຈົ່ງ​ຍົກຍໍ​ນາມ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ ໂດຍ​ນຳ​ເຄື່ອງບູຊາ​ມາ​ທີ່​ພຣະວິຫານ​ດ້ວຍ. ຈົ່ງ​ກົ້ມຂາບ​ຕໍ່ໜ້າ​ພຣະເຈົ້າຢາເວ​ອົງ​ບໍຣິສຸດ ເມື່ອ​ພຣະອົງ​ມາ​ປາກົດ​ໃນ​ສະພາບ​ນັ້ນ;</verse>
				<verse number="30">ທົ່ວໂລກ ຈົ່ງ​ສະທ້ານ​ຢູ່​ຊ້ອງໜ້າ​ພຣະອົງ ແຜ່ນດິນ​ໂລກ​ຄົງ​ຢູ່​ກັບທີ່​ເຄື່ອນຍ້າຍ​ບໍ່ໄດ້.</verse>
				<verse number="31">ຈັກກະວານ ແລະ​ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ ຈົ່ງ​ບອກ​ຊົນຊາດ​ທັງຫລາຍ​ວ່າ, “ພຣະເຈົ້າຢາເວ​ແມ່ນ​ຈອມ​ກະສັດ.”</verse>
				<verse number="32">ທ້ອງ​ທະເລ​ກັບ​ທຸກສິ່ງ​ໃນ​ນັ້ນ ຈົ່ງ​ສົ່ງ​ສຽງ​ສະໜັ່ນ​ຫວັ່ນໄຫວ ໃຫ້​ທົ່ງນາ​ກັບ​ທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ ຈົ່ງ​ພາກັນ​ຊົມຊື່ນ​ຍິນດີ​ເທີ້ນ</verse>
				<verse number="33">ຕົ້ນໄມ້​ໃນ​ປ່າ​ຈະ​ໂຮຮ້ອງ​ແລະ​ຍິນດີ ຕໍ່ໜ້າ​ພຣະເຈົ້າຢາເວ, ເມື່ອ​ພຣະອົງ​ມາ​ຕັດສິນ​ແຜ່ນດິນ​ໂລກ.</verse>
				<verse number="34">ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ເພາະ​ພຣະອົງ​ຊົງຄຸນ​ຄວາມດີ ແລະ​ຄວາມຮັກ​ຂອງ​ພຣະອົງ ກໍ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.</verse>
				<verse number="35">ຈົ່ງ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ ພຣະຜູ້​ຊ່ວຍ​ຂອງ​ພວກ​ຂ້ານ້ອຍ​ເອີຍ ໂຜດ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ ໂຜດ​ເຕົ້າໂຮມ​ພວກ​ຂ້ານ້ອຍ​ໄວ້​ສາ ໂຜດ​ຊ່ວຍກູ້​ພວກ​ຂ້ານ້ອຍ ຈາກ​ບັນດາ​ຊົນຊາດ​ທັງຫລາຍ​ດ້ວຍ ເພື່ອ​ວ່າ​ພວກ​ຂ້ານ້ອຍ​ຈະ​ໄດ້​ໂມທະນາ​ຂອບພຣະຄຸນ​ແກ່ນາມ​ອັນ​ບໍຣິສຸດ​ຂອງ​ພຣະອົງ ແລະ​ຍົກຍໍ​ສັນລະເສີນ​ສະຫງ່າຣາສີ​ຂອງ​ພຣະອົງ.”</verse>
				<verse number="36">ຈົ່ງ​ຍົກຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຍົກຍໍ​ສັນລະເສີນ​ພຣະອົງ ແຕ່​ບັດນີ້​ແລະ​ສືບໆໄປ​ເທີ້ນ. ແລ້ວ​ປະຊາຊົນ​ທຸກໆ​ຄົນ​ຕ່າງ​ກໍ​ເວົ້າ​ວ່າ, “ອາແມນ” ແລະ​ໄດ້​ພ້ອມ​ພາກັນ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.</verse>
				<verse number="37">ກະສັດ​ດາວິດ​ໄດ້​ຕັ້ງ​ໃຫ້​ອາສັບ ແລະ​ພີ່ນ້ອງ​ຊາວ​ເລວີ​ຂອງ​ລາວ ເບິ່ງແຍງ​ການ​ນະມັດສະການ​ຢ່າງ​ຖາວອນ ໃນ​ບ່ອນ​ທີ່​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຖືກ​ຮັກສາ​ໄວ້. ພວກເຂົາ​ໄດ້​ເຮັດ​ໜ້າທີ່​ຂອງ​ພວກຕົນ​ຢູ່​ໃນ​ທີ່ນັ້ນ​ສະໝໍ່າ​ສະເໝີ.</verse>
				<verse number="38">ໂອເບັດເອໂດມ ລູກຊາຍ​ເຢດູທູນ ແລະ​ຫົກສິບແປດ​ຄົນ​ໃນ​ຕະກຸນ​ຂອງ​ລາວ ເປັນ​ຜູ້​ຊ່ວຍ. ໂຮສາ​ແລະ​ໂອເບັດເອໂດມ​ເປັນ​ຜູ້​ເຝົ້າຍາມ​ປະຕູ​ເຂົ້າ.</verse>
				<verse number="39">ແຕ່​ປະໂຣຫິດ​ຊາດົກ ແລະ​ພີ່ນ້ອງ​ປະໂຣຫິດ​ອື່ນໆ ໄດ້​ຢູ່​ຕໍ່ໜ້າ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ​ທີ່​ກີເບໂອນ.</verse>
				<verse number="40">ທຸກ​ເຊົ້າ​ແລະ​ທຸກ​ແລງ ພວກເພິ່ນ​ໄດ້​ເຜົາ​ສັດ​ທັງ​ໂຕ​ຖວາຍ​ແກ່​ພຣະເຈົ້າຢາເວ​ເທິງ​ແທ່ນບູຊາ ໂດຍ​ປະຕິບັດ​ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ ຂອງ​ພຣະເຈົ້າຢາເວ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ຊາດ​ອິດສະຣາເອນ.</verse>
				<verse number="41">ໃນ​ທີ່ນັ້ນ ເຮມານ​ແລະ​ເຢດູທູນ​ກັບ​ຄົນອື່ນໆ ທີ່​ໄດ້​ຮັບ​ເລືອກ​ຂຶ້ນ​ໂດຍ​ພິເສດ​ພ້ອມ​ດ້ວຍ​ພວກ​ປະໂຣຫິດ ຈະ​ຮ້ອງເພງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ສຳລັບ​ຄວາມຮັກ​ອັນ​ໝັ້ນຄົງ​ຕະຫລອດໄປ​ຂອງ​ພຣະອົງ.</verse>
				<verse number="42">ເຮມານ​ແລະ​ເຢດູທູນ​ໄດ້​ເຮັດ​ໜ້າທີ່​ເປົ່າແກ, ຕົບແສ່ງ ແລະ​ຫລີ້ນ​ເຄື່ອງ​ດົນຕຼີ​ອື່ນໆ​ເມື່ອ​ຮ້ອງເພງ​ສັນລະເສີນ. ສະມາຊິກ​ໃນ​ຕະກຸນ​ເຢດູທູນ​ໄດ້​ເປັນ​ຜູ້​ເຝົ້າຍາມ​ປະຕູ​ເຂົ້າ.</verse>
				<verse number="43">ເມື່ອ​ຈົບ​ພິທີ​ແລ້ວ ທຸກຄົນ​ກໍ​ກັບ​ເມືອ​ເຮືອນ​ຂອງຕົນ ແລະ​ກະສັດ​ດາວິດ​ກໍ​ກັບ​ເມືອ​ຢູ່​ນຳ​ຄອບຄົວ​ຂອງ​ເພິ່ນ.</verse>
			</chapter>
			<chapter number="17">
				<verse number="1">ບັດນີ້ ກະສັດ​ດາວິດ​ໄດ້​ອາໄສ​ຢູ່​ໃນ​ວັງ​ແລ້ວ. ມື້​ໜຶ່ງ​ເພິ່ນ​ໄດ້​ສັ່ງ​ໃຫ້​ຜູ້ທຳນວາຍ​ນາທານ​ເຂົ້າ​ມາ​ພົບ ແລະ​ເວົ້າ​ວ່າ, “ເຮົາ​ຢູ່​ໃນ​ວັງ​ທີ່​ສ້າງ​ດ້ວຍ​ໄມ້​ສົນສີດາ, ແຕ່​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຍັງ​ຖືກ​ຮັກສາ​ໄວ້​ຢູ່​ໃນ​ຫໍເຕັນ.”</verse>
				<verse number="2">ນາທານ​ຕອບ​ວ່າ, “ຈົ່ງ​ກະທຳ​ໃນ​ສິ່ງ​ທີ່​ທ່ານ​ເຫັນຊອບ​ເທີ້ນ ເພາະ​ພຣະເຈົ້າ​ສະຖິດ​ຢູ່​ກັບ​ທ່ານ.”</verse>
				<verse number="3">ແຕ່​ໃນ​ຄືນ​ນັ້ນ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ນາທານ​ວ່າ,</verse>
				<verse number="4">“ຈົ່ງ​ໄປ​ບອກ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ວ່າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ເຈົ້າ​ບໍ່ແມ່ນ​ຜູ້​ທີ່​ຈະ​ສ້າງ​ວິຫານ​ໃຫ້​ເຮົາ​ຢູ່.</verse>
				<verse number="5">ນັບ​ຕັ້ງແຕ່​ເຮົາ​ໄດ້​ນຳພາ​ປະຊາຊົນ​ອິດສະຣາເອນ ອອກ​ມາ​ຈາກ​ປະເທດ​ເອຢິບ​ຈົນເຖິງ​ເທົ່າ​ທຸກ​ມື້ນີ້ ເຮົາ​ບໍ່ໄດ້​ຢູ່​ໃນ​ວິຫານ; ເຮົາ​ໄດ້​ຢູ່​ໃນ​ຫໍເຕັນ​ແລະ​ຫໍເຕັນ​ສັກສິດ​ຍ້າຍ​ທີ່​ໄປ​ເລື້ອຍໆ.</verse>
				<verse number="6">ຕະຫລອດ​ການ​ເດີນທາງ​ໄປ​ກັບ​ປະຊາຊົນ​ຊາດ​ອິດສະຣາເອນ​ນັ້ນ ເຮົາ​ບໍ່ເຄີຍ​ເອີ່ຍ​ປາກ​ຖາມ​ພວກ​ຜູ້ນຳ​ຜູ້ໃດ​ຜູ້ໜຶ່ງ​ທີ່​ເຮົາ​ໄດ້​ແຕ່ງຕັ້ງ​ນັ້ນ​ວ່າ ເປັນຫຍັງ​ພວກເຂົາ​ຈຶ່ງ​ບໍ່​ສ້າງ​ວິຫານ​ທີ່​ເຮັດ​ດ້ວຍ​ໄມ້​ສົນສີດາ​ໃຫ້​ເຮົາ​ຢູ່.’</verse>
				<verse number="7">ດັ່ງນັ້ນ ຈົ່ງ​ບອກ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ວ່າ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫ່ຍ​ກ່າວ​ດັ່ງນີ້: ‘ເຈົ້າ​ເປັນ​ຄົນລ້ຽງແກະ​ຢູ່​ຕາມ​ທົ່ງນາ ແລະ​ເຮົາ​ໄດ້​ເອົາ​ເຈົ້າ​ມາ​ປົກຄອງ​ຊາດ​ອິດສະຣາເອນ​ປະຊາຊົນ​ຂອງເຮົາ.</verse>
				<verse number="8">ເຮົາ​ໄດ້​ຢູ່​ກັບ​ເຈົ້າ​ທຸກ​ທີ່​ທຸກບ່ອນ​ທີ່​ເຈົ້າ​ໄປ ແລະ​ໄດ້​ເອົາ​ຊະນະ​ສັດຕູ​ທັງຫລາຍ​ຂອງ​ເຈົ້າ ເມື່ອ​ເຈົ້າ​ບຸກໜ້າ​ເຂົ້າ​ໄປ. ເຮົາ​ຈະ​ສ້າງ​ເຈົ້າ​ໃຫ້​ມີ​ຊື່ສຽງ ແລະ​ເປັນ​ຜູ້ນຳ​ຄົນ​ຍິ່ງໃຫຍ່​ທີ່ສຸດ​ໃນ​ໂລກ.</verse>
				<verse number="9">ເຮົາ​ໄດ້​ເລືອກ​ເອົາ​ບ່ອນ​ໜຶ່ງ​ເພື່ອ​ໃຫ້​ຊາວ​ອິດສະຣາເອນ ປະຊາຊົນ​ຂອງເຮົາ​ໄດ້​ຕັ້ງ​ຖິ່ນຖານ​ຢູ່ ຊຶ່ງ​ເປັນ​ບ່ອນ​ທີ່​ພວກເຂົາ​ຈະ​ອາໄສ​ຢູ່ ໂດຍ​ບໍ່ມີ​ການ​ກົດຂີ່​ຂົ່ມເຫັງ​ອີກ​ຕໍ່ໄປ. ນັບ​ຕັ້ງແຕ່​ພວກເຂົາ​ໄດ້​ເຂົ້າ​ມາ​ຢູ່​ໃນ​ດິນແດນ​ນີ້ ພວກເຂົາ​ໄດ້​ຖືກ​ປະຊາຊົນ​ທີ່​ໂຫດຮ້າຍ​ເຂົ້າ​ມາ​ບຸກຮຸກ​ໂຈມຕີ ແຕ່​ເລື່ອງ​ເຊັ່ນນີ້​ຈະ​ບໍ່​ໃຫ້​ເກີດ​ມີ​ຂຶ້ນ​ອີກ. ເຮົາ​ສັນຍາ​ວ່າ ເຮົາ​ຈະ​ປາບ​ສັດຕູ​ທັງຫລາຍ​ຂອງ​ເຈົ້າ ແລະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ສືບໆ​ຕໍ່​ກັນ​ໄປ.</verse>
				<verse number="10"></verse>
				<verse number="11">ເມື່ອ​ເຈົ້າ​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ຢູ່​ກັບ​ບັນດາ​ບັນພະບຸລຸດ​ຂອງ​ເຈົ້າ​ແລ້ວ ເຮົາ​ຈະ​ໃຫ້​ລູກຊາຍ​ຜູ້ໜຶ່ງ​ໃນ​ບັນດາ​ລູກຊາຍ​ຂອງ​ເຈົ້າ​ຂຶ້ນ​ເປັນ​ກະສັດ ແລະ​ເຮົາ​ຈະ​ຮັກສາ​ອານາຈັກ​ຂອງ​ລາວ​ໃຫ້​ເຂັ້ມແຂງ.</verse>
				<verse number="12">ລາວ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ສຳລັບ​ເຮົາ ແລະ​ເຮົາ​ຈະ​ໃຫ້​ຄວາມ​ແນ່ໃຈ​ວ່າ ເຊື້ອວົງ​ຂອງ​ລາວ​ຍັງ​ສືບຕໍ່​ປົກຄອງ​ຕະຫລອດໄປ.</verse>
				<verse number="13">ເຮົາ​ຈະ​ເປັນ​ພໍ່​ຂອງ​ລາວ ແລະ​ລາວ​ຈະ​ເປັນ​ລູກຊາຍ​ຂອງເຮົາ. ເຮົາ​ຈະ​ບໍ່​ຖອນ​ການ​ອຸ້ມຊູ​ລາວ​ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ກັບ​ໂຊນ ຜູ້​ທີ່​ເຮົາ​ໄດ້​ປົດ​ອອກ​ຈາກ​ການ​ເປັນ​ກະສັດ​ເພື່ອ​ໃຫ້​ເຈົ້າ​ຂຶ້ນ​ເປັນ​ກະສັດ​ແທນ.</verse>
				<verse number="14">ເຮົາ​ຈະ​ຕັ້ງ​ລາວ​ໃຫ້​ດູແລ​ປະຊາຊົນ​ຂອງເຮົາ ແລະ​ອານາຈັກ​ຂອງເຮົາ​ຕະຫລອດໄປ. ເຊື້ອວົງ​ຂອງ​ລາວ​ຈະ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.”’</verse>
				<verse number="15">ນາທານ​ໄດ້​ບອກ​ກະສັດ​ດາວິດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ຕົນ.</verse>
				<verse number="16">ແລ້ວ​ກະສັດ​ດາວິດ​ກໍ​ເຂົ້າ​ໄປ​ແລະ​ນັ່ງລົງ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ໄດ້ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ເອີຍ ຂ້ານ້ອຍ​ບໍ່​ສົມຄວນ​ກັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ເພື່ອ​ຂ້ານ້ອຍ​ເລີຍ; ແມ່ນແຕ່​ກັບ​ຄອບຄົວ​ຂອງ​ຂ້ານ້ອຍ​ດ້ວຍ.</verse>
				<verse number="17">ແຕ່​ບັດນີ້ ພຣະອົງ​ຊໍ້າ​ຍັງ​ຈະ​ເຮັດ​ຫລາຍ​ໄປ​ກວ່າ​ນັ້ນ​ອີກ; ຂ້າແດ່​ພຣະເຈົ້າ ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ເຊື້ອສາຍ​ຂອງ​ຂ້ານ້ອຍ​ໃນ​ພາຍ​ຄັ້ງໜ້າ ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ເອີຍ ພຣະອົງ​ໄດ້​ເຮັດ​ກັບ​ຂ້ານ້ອຍ ດັ່ງ​ເຮັດ​ກັບ​ບຸລຸດ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ.</verse>
				<verse number="18">ຂ້ານ້ອຍ​ຈະ​ເວົ້າ​ຢ່າງໃດ​ກັບ​ພຣະອົງ​ຕື່ມ​ອີກ ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ດີ ແລະ​ໃນ​ຂະນະ​ດຽວກັນ​ພຣະອົງ​ກໍ​ໃຫ້ກຽດ​ຂ້ານ້ອຍ​ຜູ້​ເປັນ​ຄົນ​ຮັບໃຊ້​ຂອງ​ພຣະອົງ.</verse>
				<verse number="19">ຂ້າແດ່​ພຣະເຈົ້າຢາເວ ການ​ທີ່​ພຣະອົງ​ກະທຳ​ເຊັ່ນນີ້​ກັບ​ຂ້ານ້ອຍ ຍ້ອນ​ວ່າ​ແມ່ນ​ຄວາມປະສົງ​ແລະ​ເປົ້າໝາຍ​ຂອງ​ພຣະອົງ ທີ່​ຢາກ​ຈະ​ໃຫ້​ຂ້ານ້ອຍ​ຮູ້​ເຖິງ​ຄວາມ​ຍິ່ງໃຫຍ່​ຂອງ​ຂ້ານ້ອຍ​ໃນ​ອະນາຄົດ.</verse>
				<verse number="20">ຂ້າແດ່​ພຣະເຈົ້າຢາເວ ບໍ່ມີ​ຜູ້ໃດ​ເລີຍ​ທີ່​ເປັນ​ດັ່ງ​ພຣະອົງ; ພວກ​ຂ້ານ້ອຍ​ຮູ້​ຢູ່​ສະເໝີ​ວ່າ​ພຣະອົງ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ.</verse>
				<verse number="21">ບໍ່ມີ​ຊົນຊາດ​ໃດ​ໃນ​ໂລກນີ້​ທີ່​ເປັນ​ດັ່ງ​ຊາດ​ອິດສະຣາເອນ ຄື​ເປັນ​ຊາດ​ທີ່​ພຣະເຈົ້າ​ໄດ້​ຊົງໄຖ່​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້ ເພື່ອ​ຍົກ​ພວກເຂົາ​ຂຶ້ນ​ເປັນ​ປະຊາຊົນ​ຂອງ​ພຣະອົງ. ພາລະກິດ​ອັນ​ຍິ່ງໃຫຍ່ ແລະ​ອັດສະຈັນ​ທີ່​ພຣະອົງ​ໄດ້​ເຮັດ​ເພື່ອ​ພວກເຂົາ​ນັ້ນ ເຮັດ​ໃຫ້​ຊື່ສຽງ​ຂອງ​ພຣະອົງ​ຊ່າລື​ໄປ​ທົ່ວ​ທັງ​ໂລກນີ້. ພຣະອົງ​ໄດ້​ຊົງໄຖ່​ເອົາ​ປະຊາຊົນ​ຂອງ​ພຣະອົງ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ໄດ້​ຂັບໄລ່​ຊົນຊາດ​ອື່ນ​ອອກ​ໜີ​ຕໍ່ໜ້າ​ປະຊາຊົນ​ຂອງ​ພຣະອົງ.</verse>
				<verse number="22">ພຣະອົງ​ໄດ້​ເຮັດ​ໃຫ້​ຊາດ​ອິດສະຣາເອນ ເປັນ​ປະຊາຊົນ​ຂອງ​ພຣະອົງ​ຕະຫລອດໄປ ແລະ​ພຣະອົງ​ອົງ​ເປັນ​ພຣະເຈົ້າຢາເວ​ກາຍ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="23">ຂ້າແດ່​ພຣະເຈົ້າຢາເວ ບັດນີ້ ຂໍ​ໃຫ້​ເປັນ​ໄປ​ຕາມ​ຄຳສັນຍາ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ກ່ຽວກັບ​ຂ້ານ້ອຍ ແລະ​ເຊື້ອສາຍ​ຂອງ​ຂ້ານ້ອຍ​ເຖີດ ແລະ​ຈົ່ງ​ເຮັດ​ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ນັ້ນ​ດ້ວຍ.</verse>
				<verse number="24">ຊື່ສຽງ​ຂອງ​ພຣະອົງ​ຈະ​ຊ່າລື​ປາກົດ ແລະ​ປະຊາຊົນ​ຂອງ​ພຣະອົງ​ຈະ​ເວົ້າ​ຕະຫລອດໄປ​ວ່າ ‘ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.’ ແລ້ວ​ພຣະອົງ​ກໍ​ຈະ​ປົກປັກ​ຮັກສາ​ຍາດວົງ​ຂອງ​ຂ້ານ້ອຍ​ຕະຫລອດໄປ.</verse>
				<verse number="25">ຂ້ານ້ອຍ​ກ້າ​ພາວັນນາ​ອະທິຖານ​ເຊັ່ນນີ້​ຕໍ່​ພຣະອົງ, ພຣະເຈົ້າ​ຂອງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້​ເປີດເຜີຍ​ເລື່ອງ​ທັງໝົດ​ນີ້​ໃຫ້​ຂ້ານ້ອຍ ຜູ້​ເປັນ​ຄົນ​ຮັບໃຊ້​ຂອງ​ພຣະອົງ​ຮູ້ຈັກ ແລະ​ພຣະອົງ​ຍັງ​ບອກ​ວ່າ, ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ຂ້ານ້ອຍ​ໄດ້​ເປັນ​ກະສັດ.</verse>
				<verse number="26">ພຣະເຈົ້າຢາເວ ພຣະອົງ​ເປັນ​ພຣະເຈົ້າ; ແລະ​ພຣະອົງ​ໄດ້​ຕັ້ງ​ຄຳສັນຍາ​ອັນ​ປະເສີດ​ເລີດລໍ້າ​ສຳລັບ​ຂ້ານ້ອຍ.</verse>
				<verse number="27">ຂ້ານ້ອຍ​ຂໍ​ໃຫ້​ພຣະອົງ​ອວຍພອນ​ເຊື້ອສາຍ​ຂອງ​ຂ້ານ້ອຍ ເພື່ອ​ພວກເຂົາ​ຈະ​ສືບຕໍ່​ຊົມຊື່ນ​ຍິນດີ​ໃນ​ພຣະ​ເມດຕາ​ກະລຸນາ. ພຣະເຈົ້າຢາເວ ພຣະອົງ​ໄດ້​ອວຍພອນ​ພວກເຂົາ ແລະ​ຂໍ​ໃຫ້​ພຣະພອນ​ນັ້ນ​ດຳລົງ​ຢູ່​ກັບ​ພວກເຂົາ​ຕະຫລອດໄປ​ເທີ້ນ.”</verse>
			</chapter>
			<chapter number="18">
				<verse number="1">ຕໍ່ມາ ກະສັດ​ດາວິດ​ໄດ້​ໂຈມຕີ​ພວກ​ຟີລິດສະຕິນ​ອີກ ແລະ​ໄດ້​ຮົບ​ຊະນະ​ພວກເຂົາ. ເພິ່ນ​ໄດ້​ຢຶດເອົາ​ເມືອງກາດ ແລະ​ໝູ່ບ້ານ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="2">ເພິ່ນ​ຍັງ​ໄດ້​ເອົາ​ຊະນະ​ຊາວ​ໂມອາບ. ພວກເຂົາ​ໄດ້​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ ແລະ​ໄດ້​ເສຍສ່ວຍ​ໃຫ້​ເພິ່ນ.</verse>
				<verse number="3">ຕໍ່ມາ ກະສັດ​ດາວິດ​ໄດ້​ໂຈມຕີ​ກະສັດ​ຮາດາເດເຊ​ແຫ່ງ​ຊີເຣຍ​ຂອງ​ໂຊບາ ເພາະ​ຮາດາເດເຊ​ພະຍາຍາມ​ຢຶດເອົາ​ເຂດແດນ​ທາງ​ດ້ານ​ເໜືອ​ຂອງ​ແມ່ນໍ້າ​ເອີຟຣັດ.</verse>
				<verse number="4">ກະສັດ​ດາວິດ​ຢຶດ​ລົດຮົບ​ໄດ້​ພັນ​ຄັນ ແລະ​ຈັບ​ທະຫານ​ມ້າ​ໄດ້​ເຈັດພັນ​ຄົນ ແລະ​ທະຫານ​ລາບ​ຊາວພັນ​ຄົນ, ແຕ່​ເພິ່ນ​ຮັກສາ​ມ້າ​ແລະ​ລົດຮົບ​ໄວ້​ພຽງແຕ່​ຮ້ອຍ​ຄັນ​ເທົ່ານັ້ນ ແລະ​ສ່ວນ​ມ້າ​ທີ່​ເຫຼືອ​ນັ້ນ​ເພິ່ນ​ຕັດ​ເອັນຄະໜ່ອງ​ໝົດ.</verse>
				<verse number="5">ເມື່ອ​ຊາວ​ຊີເຣຍ​ແຫ່ງ​ດາມັສກັດ​ໄດ້​ສົ່ງ​ກອງທັບ​ມາ​ຊ່ວຍ​ກະສັດ​ຮາດາເດເຊ​ແຫ່ງ​ໂຊບາ ກະສັດ​ດາວິດ​ກໍ​ດັກ​ໂຈມຕີ ແລະ​ຂ້າ​ທະຫານ​ຊາວສອງພັນ​ຄົນ.</verse>
				<verse number="6">ແລ້ວ​ເພິ່ນ​ກໍ​ຕັ້ງ​ຄ້າຍ​ທະຫານ​ຢູ່​ໃນ​ເຂດແດນ​ຂອງ​ພວກເຂົາ. ພວກເຂົາ​ໄດ້​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ ແລະ​ໄດ້​ເສຍສ່ວຍ​ໃຫ້​ເພິ່ນ. ພຣະເຈົ້າຢາເວ​ໄດ້​ໃຫ້​ກະສັດ​ດາວິດ​ເອົາ​ຊະນະ​ທຸກໆ​ບ່ອນ.</verse>
				<verse number="7">ກະສັດ​ດາວິດ​ໄດ້​ຢຶດເອົາ​ໂລ້​ຄຳ ຊຶ່ງ​ຂ້າຣາຊການ​ຂອງ​ກະສັດ​ຮາດາເດເຊ​ໄດ້​ຖື​ໄປ​ນຳ​ນັ້ນ ມາ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="8">ເພິ່ນ​ໄດ້​ຂົນ​ເອົາ​ທອງສຳຣິດ​ເປັນ​ຈຳນວນ​ຫລວງຫລາຍ ມາ​ຈາກ​ເມືອງ​ຕິບຮາດ ແລະ​ເມືອງກູນ ຊຶ່ງ​ຢູ່​ພາຍໃຕ້​ການປົກຄອງ​ຂອງ​ກະສັດ​ຮາດາເດເຊ. (ຕໍ່ມາ ກະສັດ​ໂຊໂລໂມນ​ໄດ້​ເອົາ​ທອງສຳຣິດ​ເຫຼົ່ານີ້​ມາ​ເຮັດ​ຖັງ​ນໍ້າ, ເສົາ ແລະ​ເຄື່ອງໃຊ້​ຕ່າງໆ​ສຳລັບ​ພຣະວິຫານ.)</verse>
				<verse number="9">ກະສັດ​ໂຕອີ​ແຫ່ງ​ຮາມັດ​ໄດ້ຍິນ​ວ່າ ກະສັດ​ດາວິດ​ໄດ້​ເອົາ​ຊະນະ​ກອງທັບ​ທັງໝົດ​ຂອງ​ກະສັດ​ຮາດາເດເຊ​ແຫ່ງ​ໂຊບາ.</verse>
				<verse number="10">ສະນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຮາໂດຣາມ ລູກຊາຍ​ຂອງ​ເພິ່ນ​ມາ​ອວຍພອນ​ກະສັດ​ດາວິດ ແລະ​ສະແດງ​ຄວາມ​ດີໃຈ​ນຳ​ທີ່​ເພິ່ນ​ໄດ້​ເອົາ​ຊະນະ​ກະສັດ​ຮາດາເດເຊ ຜູ້​ທີ່​ເຈົ້າ​ໂຕອີ​ໄດ້​ສູ້ຮົບ​ມາ​ຕັ້ງ​ຫລາຍ​ຄັ້ງ​ແລ້ວ. ເພິ່ນ​ໄດ້​ນຳ​ຂອງຂວັນ​ທີ່​ເຮັດ​ດ້ວຍ​ຄຳ, ເງິນ ແລະ​ທອງສຳຣິດ​ມາ​ມອບ​ໃຫ້​ກະສັດ​ດາວິດ.</verse>
				<verse number="11">ກະສັດ​ດາວິດ​ໄດ້​ຖວາຍ​ສິ່ງ​ເຫຼົ່ານີ້​ແກ່​ພຣະເຈົ້າຢາເວ​ພ້ອມ​ດ້ວຍ​ເງິນ ແລະ​ຄຳ ທີ່​ເພິ່ນ​ຢຶດ​ມາ​ໄດ້​ຈາກ​ຊົນຊາດ​ຕ່າງໆ ເປັນ​ຕົ້ນ​ໄດ້​ມາ​ແຕ່​ເອໂດມ, ໂມອາບ, ອຳໂມນ, ຟີລິດສະຕິນ ແລະ​ອາມາເຫຼັກ.</verse>
				<verse number="12">ອາບີໄຊ ລູກຊາຍ​ນາງ​ເຊຣູອີຢາ​ໄດ້​ເອົາ​ຊະນະ​ຊາວ​ເອໂດມ​ຢູ່​ໃນ​ຮ່ອມພູ​ເກືອ ໂດຍ​ໄດ້​ຂ້າ​ສັດຕູ ສິບແປດພັນ​ຄົນ.</verse>
				<verse number="13">ລາວ​ໄດ້​ຕັ້ງ​ຄ້າຍ​ທະຫານ​ຢູ່​ທົ່ວ​ດິນແດນ​ເອໂດມ ແລະ​ປະຊາຊົນ​ໃນ​ທີ່ນັ້ນ​ໄດ້​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ດາວິດ. ພຣະເຈົ້າຢາເວ​ໄດ້​ໃຫ້​ກະສັດ​ດາວິດ​ຮົບ​ຊະນະ ໃນ​ທຸກ​ທີ່​ທຸກບ່ອນ​ທີ່​ເພິ່ນ​ໄດ້ໄປ.</verse>
				<verse number="14">ກະສັດ​ດາວິດ​ໄດ້​ປົກຄອງ​ທົ່ວ​ທັງ​ປະເທດ​ອິດສະຣາເອນ ແລະ​ໃຫ້​ປະຊາຊົນ​ຂອງຕົນ​ໄດ້​ຮັບ​ຄວາມ​ທ່ຽງທຳ ແລະ​ຄວາມ​ຍຸດຕິທຳ​ສະເໝີມາ.</verse>
				<verse number="15">ໂຢອາບ ອ້າຍ​ຂອງ​ອາບີໄຊ​ເປັນ​ຜູ້​ບັນຊາການ​ທະຫານ; ເຢໂຮຊາຟັດ ລູກຊາຍ​ຂອງ​ອາຮີລຸດ​ເປັນ​ຜູ້​ຮັບຜິດຊອບ​ບັນທຶກ;</verse>
				<verse number="16">ຊາດົກ​ລູກຊາຍ​ຂອງ​ອາຮີຕຸບ ແລະ​ອາຮີເມເຫຼັກ​ລູກຊາຍ​ຂອງ​ອາບີອາທາ ທັງສອງ​ຄົນ​ເປັນ​ປະໂຣຫິດ; ເສຣາອີຢາ ເປັນ​ເລຂາທິການ​ປະຈຳ​ຣາຊສຳນັກ;</verse>
				<verse number="17">ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ເປັນ​ຫົວໜ້າ​ຊາວ​ເກເຣັດ​ແລະ​ຊາວ​ເປເລັດ; ແລະ​ບັນດາ​ລູກຊາຍ​ຂອງ​ກະສັດ​ດາວິດ​ດຳລົງ​ຕຳແໜ່ງ​ສູງ​ເພື່ອ​ຮັບໃຊ້​ພໍ່​ຂອງຕົນ.</verse>
			</chapter>
			<chapter number="19">
				<verse number="1">ຕໍ່ມາ ນາຮາດ​ກະສັດ​ແຫ່ງ​ອຳໂມນ​ໄດ້​ຕາຍໄປ ແລະ​ຮານູນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.</verse>
				<verse number="2">ກະສັດ​ດາວິດ​ຈຶ່ງ​ເວົ້າ​ວ່າ, “ເຮົາ​ຕ້ອງ​ສະແດງ​ຄວາມ​ເປັນ​ມິດ​ອັນ​ສັດຊື່​ຕໍ່​ຮານູນ ດັ່ງ​ທີ່​ນາຮາດ​ພໍ່​ຂອງ​ລາວ​ໄດ້​ປະຕິບັດ​ຕໍ່​ເຮົາ.” ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຄະນະທູດ​ໄປ​ສະແດງ​ຄວາມ​ເສົ້າໂສກ​ເສຍໃຈ ແລະ​ໄວ້​ອາໄລ​ນຳ. ເມື່ອ​ຄະນະທູດ​ໄດ້​ມາ​ຮອດ​ນະຄອນ​ອຳໂມນ ແລະ​ຂໍ​ເຂົ້າ​ພົບ​ກະສັດ​ຮານູນ</verse>
				<verse number="3">ພວກ​ຜູ້ນຳ​ຊາວ​ອຳໂມນ​ຈຶ່ງ​ໄປ​ບອກ​ກະສັດ​ວ່າ, “ທ່ານ​ຄິດ​ວ່າ​ກະສັດ​ດາວິດ​ສົ່ງ​ຄະນະທູດ ມາ​ສະແດງ​ການ​ໄວ້​ອາໄລ​ນຳ​ທ່ານ​ໃນ​ເວລາ​ນີ້ ເພື່ອ​ເປັນ​ການ​ໃຫ້ກຽດ​ພໍ່​ຂອງທ່ານ​ບໍ? ແນ່ນອນ​ບໍ່ແມ່ນ​ດອກ ເພິ່ນ​ສົ່ງ​ພວກເຂົາ​ມາ​ທີ່​ນີ້​ເພື່ອ​ສອດແນມ​ເບິ່ງ​ເມືອງ​ຂອງ​ພວກເຮົາ ເພື່ອ​ວ່າ​ເພິ່ນ​ຈະ​ສາມາດ​ຮົບ​ຊະນະ​ພວກເຮົາ​ໄດ້.”</verse>
				<verse number="4">ດັ່ງນັ້ນ ຮານູນ​ຈຶ່ງ​ຈັບ​ຄະນະທູດ​ຂອງ​ກະສັດ​ດາວິດ ແລະ​ຕັດ​ໜວດ​ຂ້າງ​ໜຶ່ງ​ອອກ ທັງ​ຕັດ​ຂາສົ້ງ​ຈົນ​ຈຳ​ກະໂພກ ແລະ​ສົ່ງ​ພວກເຂົາ​ກັບຄືນ​ເມືອ.</verse>
				<verse number="5">ພວກເຂົາ​ອັບອາຍ​ຫລາຍ​ຈົນ​ບໍ່ກ້າ​ກັບຄືນ​ເມືອ. ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ເຖິງ​ເລື່ອງ​ທີ່​ເກີດຂຶ້ນ ເພິ່ນ​ຈຶ່ງ​ສັ່ງ​ຄວາມ​ໄປ​ບອກ​ພວກເຂົາ​ໃຫ້​ພັກ​ຢູ່​ເມືອງ​ເຢຣິໂກ ແລະ​ບໍ່​ໃຫ້​ກັບຄືນ​ມາ​ຈົນກວ່າ​ໜວດ​ປົ່ງ​ເສຍ​ກ່ອນ.</verse>
				<verse number="6">ກະສັດ​ຮານູນ ແລະ​ຊາວ​ອຳໂມນ​ຮູ້​ສຶກ​ວ່າ ພວກ​ຕົນ​ໄດ້​ສ້າງ​ສັດຕູ​ກັບ​ກະສັດ​ດາວິດ​ແລ້ວ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈ່າຍ​ເງິນ​ປະມານ​ສາມສິບສີ່ພັນ​ກິໂລກຼາມ ເພື່ອ​ຈ້າງ​ເອົາ​ລົດຮົບ​ພ້ອມ​ຄົນ​ຂັບ​ຈາກ​ເມໂຊໂປຕາເມຍ​ຕອນ​ເທິງ ແລະ​ຈາກ​ນະຄອນ​ມາອາກາ ແລະ​ໂຊບາ​ແຫ່ງ​ຊີເຣຍ.</verse>
				<verse number="7">ລົດຮົບ​ສາມສິບສອງພັນ​ຄັນ ທີ່​ຖືກ​ຈ້າງ​ມາ ແລະ​ກອງທັບ​ຂອງ​ກະສັດ​ມາອາກາ ໄດ້​ຕັ້ງ​ຄ້າຍ​ຢູ່​ໃກ້​ເມືອງ​ເມເດບາ. ແລ້ວ​ຊາວ​ອຳໂມນ​ກໍໄດ້​ອອກ​ມາ​ຈາກ​ເມືອງຕ່າງໆ​ຂອງ​ພວກເຂົາ ເພື່ອ​ຕຽມ​ສູ້ຮົບ.</verse>
				<verse number="8">ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ສິ່ງ​ທີ່​ເກີດຂຶ້ນ ເພິ່ນ​ຈຶ່ງ​ສົ່ງ​ໂຢອາບ​ພ້ອມ​ດ້ວຍ​ກອງທັບ​ທັງໝົດ​ອອກ​ໄປ.</verse>
				<verse number="9">ພວກ​ອຳໂມນ​ເຄື່ອນທັບ​ມາ​ຕັ້ງ​ທີ່ໝັ້ນ​ຢູ່​ທາງ​ເຂົ້າ​ຂອງ​ຣັບບາ ເມືອງເອກ​ຂອງ​ພວກເຂົາ; ແລະ​ບັນດາ​ກະສັດ​ທີ່​ມາ​ຊ່ວຍ​ນັ້ນ ກໍ​ຕັ້ງ​ທີ່ໝັ້ນ​ຂອງ​ພວກ​ຕົນ​ຢູ່​ນອກ​ຕົວເມືອງ.</verse>
				<verse number="10">ໂຢອາບ​ໄດ້​ເຫັນ​ວ່າ ກອງທັບ​ຂອງ​ສັດຕູ​ຈະ​ໂຈມຕີ​ທາງ​ດ້ານ​ໜ້າ​ແລະ​ດ້ານຫລັງ; ສະນັ້ນ ເພິ່ນ​ຈຶ່ງ​ເລືອກ​ເອົາ​ທະຫານ​ອິດສະຣາເອນ​ຜູ້​ທີ່​ເກັ່ງກ້າ​ທີ່ສຸດ ໄປ​ຕັ້ງ​ທີ່ໝັ້ນ​ຢູ່​ປະເຊີນ​ໜ້າ​ກັບ​ທະຫານ​ຊີເຣຍ.</verse>
				<verse number="11">ສ່ວນ​ທະຫານ​ທີ່​ເຫຼືອ​ນັ້ນ ເພິ່ນ​ໄດ້​ມອບ​ໃຫ້​ຢູ່​ໃຕ້​ການ​ບັງຄັບ​ບັນຊາ​ຂອງ​ອາບີໄຊ​ນ້ອງຊາຍ​ຂອງ​ຕົນ. ລາວ​ໄດ້​ຕັ້ງ​ທີ່ໝັ້ນ​ຢູ່​ປະເຊີນ​ໜ້າ​ກັບ​ຊາວ​ອຳໂມນ.</verse>
				<verse number="12">ໂຢອາບ​ເວົ້າ​ກັບ​ລາວ​ວ່າ, “ຖ້າ​ເຈົ້າ​ເຫັນ​ວ່າ​ພວກ​ຊີເຣຍ​ເອົາ​ຊະນະ​ຂ້ອຍ ໃຫ້​ເຈົ້າ​ມາ​ຊ່ວຍ​ຂ້ອຍ. ແຕ່​ຖ້າ​ພວກ​ອຳໂມນ​ເອົາ​ຊະນະ​ເຈົ້າ ຂ້ອຍ​ຈະ​ໄປ​ຊ່ວຍ​ເຈົ້າ.</verse>
				<verse number="13">ຈົ່ງ​ເຂັ້ມແຂງ​ແລະ​ກ້າຫານ ໃຫ້​ພວກເຮົາ​ສູ້ຮົບ​ຢ່າງ​ເດັດດ່ຽວ​ເພື່ອ​ປະຊາຊົນ​ຂອງ​ພວກເຮົາ ແລະ​ເພື່ອ​ຫົວເມືອງຕ່າງໆ​ຂອງ​ພຣະເຈົ້າ. ຂໍ​ໃຫ້​ພຣະເຈົ້າຢາເວ​ກະທຳການ​ຂອງ​ພຣະອົງ​ດ້ວຍ​ເທີ້ນ.”</verse>
				<verse number="14">ແລ້ວ​ໂຢອາບ​ກັບ​ທະຫານ​ຂອງຕົນ​ກໍ​ຍົກທັບ​ເຂົ້າ​ໄປ​ໂຈມຕີ​ພວກ​ຊີເຣຍ ແລະ​ພວກເຂົາ​ຕ່າງ​ກໍ​ແຕກ​ພ່າຍ​ໜີໄປ.</verse>
				<verse number="15">ເມື່ອ​ພວກ​ອຳໂມນ​ເຫັນ​ວ່າ​ພວກ​ຊີເຣຍ​ປົບໜີໄປ​ແລ້ວ ພວກເຂົາ​ກໍ​ແລ່ນ​ປົບໜີ​ຈາກ​ອາບີໄຊ ແລະ​ຖອຍ​ເຂົ້າ​ໄປ​ໃນ​ເມືອງ. ແລ້ວ​ໂຢອາບ​ກໍ​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="16">ພວກ​ຊີເຣຍ​ເຫັນ​ວ່າ ພວກຕົນ​ໄດ້​ພ່າຍແພ້​ໃຫ້​ແກ່​ພວກ​ອິດສະຣາເອນ​ແລ້ວ; ສະນັ້ນ ພວກເຂົາ​ຈຶ່ງ​ນຳ​ເອົາ​ກອງ​ທະຫານ​ມາ​ຈາກ​ເມືອງຕ່າງໆ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ເອີຟຣັດ ແລະ​ໃຫ້​ຢູ່​ໃຕ້​ການ​ບັນຊາ​ຂອງ​ໂຊບັກ ຜູ້​ບັນຊາການ​ກອງທັບ​ຂອງ​ກະສັດ​ຮາດາເດເຊ​ແຫ່ງ​ໂຊບາ.</verse>
				<verse number="17">ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ເຊັ່ນນັ້ນ ເພິ່ນ​ຈຶ່ງ​ຮວບຮວມ​ເອົາ​ທະຫານ​ອິດສະຣາເອນ​ທັງໝົດ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ ແລະ​ໄດ້​ຕັ້ງ​ທີ່ໝັ້ນ​ຢູ່​ປະເຊີນ​ໜ້າ​ກັບ​ກອງທັບ​ຊີເຣຍ. ການ​ສູ້ຮົບ​ກັນ​ໄດ້​ເລີ່ມ​ຂຶ້ນ</verse>
				<verse number="18">ແລະ​ພວກ​ອິດສະຣາເອນ​ໄດ້​ໄລ່​ກອງທັບ​ຊີເຣຍ​ໃຫ້​ລ່າຖອຍ​ໜີໄປ. ກະສັດ​ດາວິດ ແລະ​ທະຫານ​ຂອງ​ເພິ່ນ​ໄດ້​ຂ້າ​ທະຫານ​ຂັບ​ລົດຮົບ​ເຈັດພັນ​ຄົນ ແລະ​ທະຫານ​ລາບ​ສີ່ສິບພັນ​ຄົນ. ພວກເຂົາ​ຍັງ​ໄດ້​ຂ້າ​ໂຊບັກ​ຜູ້​ບັນຊາການ​ກອງທັບ​ຊີເຣຍ​ດ້ວຍ.</verse>
				<verse number="19">ເມື່ອ​ພວກ​ທີ່​ຂຶ້ນ​ກັບ​ກະສັດ​ຮາດາເດເຊ​ເຫັນ​ວ່າ ພວກຕົນ​ໄດ້​ພ່າຍແພ້​ໃຫ້​ແກ່​ຊາດ​ອິດສະຣາເອນ​ແລ້ວ ຕ່າງ​ກໍໄດ້​ເຮັດ​ສັນຍາ​ສະຫງົບ​ເສິກ​ກັບ​ກະສັດ​ດາວິດ ແລະ​ຍອມ​ຢູ່​ໃຕ້​ອຳນາດ​ການປົກຄອງ​ຂອງ​ເພິ່ນ. ພວກ​ຊີເຣຍ​ຈຶ່ງ​ບໍ່ຍອມ​ຊ່ວຍເຫລືອ​ພວກ​ອຳໂມນ​ອີກ​ຕໍ່ໄປ​ຈັກເທື່ອ.</verse>
			</chapter>
			<chapter number="20">
				<verse number="1">ຕໍ່ມາ ໃນ​ລະດູ​ໃບ​ໄມ້​ປົ່ງ ອັນ​ເປັນ​ເວລາ​ທີ່​ບັນດາ​ກະສັດ​ເຄີຍ​ເຮັດ​ເສິກ ໂຢອາບ​ໄດ້​ນຳ​ກອງທັບ​ໄປ​ຮຸກຮານ​ປະເທດ​ອຳໂມນ; ແຕ່​ກະສັດ​ດາວິດ​ຍັງ​ພັກ​ຢູ່​ນະຄອນ​ເຢຣູຊາເລັມ. ພວກເຂົາ​ໄດ້​ປິດລ້ອມ​ເມືອງ​ຣັບບາ​ໄວ້ ທັງ​ໂຈມຕີ ແລະ​ທຳລາຍ​ເມືອງ.</verse>
				<verse number="2">ຮູບເຄົາຣົບ​ໂມເລັກ​ຂອງ​ຊາວ​ມິນກົມ ສວມ​ມົງກຸດ​ຄຳ​ໜັກ​ປະມານ​ສາມສິບສີ່​ກິໂລກຼາມ. ຢູ່​ໃນ​ມົງກຸດ​ນັ້ນ​ມີ​ເພັດ​ເມັດ​ໜຶ່ງ ຊຶ່ງ​ກະສັດ​ດາວິດ​ໄດ້​ແກະ​ເອົາ​ອອກ​ມາ​ໃສ່​ມົງກຸດ​ຂອງຕົນ. ເພິ່ນ​ໄດ້​ຢຶດເອົາ​ສິ່ງຂອງ​ຊຶ່ງ​ປຸ້ນ​ມາ​ໄດ້​ຈາກ​ເມືອງ​ນັ້ນ​ເປັນ​ຈຳນວນ​ຫລວງຫລາຍ.</verse>
				<verse number="3">ເພິ່ນ​ໄດ້​ກວາດ​ເອົາ​ປະຊາຊົນ​ໃນ​ເມືອງ​ນັ້ນ​ມາ​ເຮັດ​ວຽກ​ເລື່ອຍ​ໄມ້, ຕັດ​ຫີນ ແລະ​ຕັດ​ໄມ້ ດັ່ງ​ທີ່​ໄດ້​ເຮັດ​ກັບ​ຊາວ​ອຳໂມນ​ໃນ​ເມືອງ​ຕ່າງໆ. ແລ້ວ​ເພິ່ນ​ກໍໄດ້​ຍົກທັບ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="4">ຕໍ່ມາ ຊາດ​ອິດສະຣາເອນ​ໄດ້​ເຮັດ​ເສິກ​ກັບ​ພວກ​ຟີລິດສະຕິນ​ອີກ​ທີ່​ເກເຊ. ໃນ​ການ​ສູ້ຮົບ​ຄັ້ງ​ນີ້ ສິບເບກາຍ​ຊາວ​ເມືອງ​ຮູຊາ​ໄດ້​ຂ້າ​ຄົນ​ຮ່າງໃຫຍ່​ຜູ້ໜຶ່ງ​ຊື່​ວ່າ​ສິບປາຍ ແລະ​ພວກ​ຟີລິດສະຕິນ​ກໍໄດ້​ພ່າຍແພ້.</verse>
				<verse number="5">ໃນ​ການ​ສູ້ຮົບ​ກັບ​ຊາວ​ຟີລິດສະຕິນ​ຄັ້ງ​ໜຶ່ງ​ອີກ ເອນຮານານ​ລູກຊາຍ​ຂອງ​ຢາອີ​ໄດ້​ຂ້າ​ລາຮະມີ​ນ້ອງຊາຍ​ຂອງ​ໂກລີອາດ​ຊາວ​ເມືອງກາດ ຜູ້​ທີ່​ມີ​ຫອກ​ເທົ່າ​ກັບ​ໄມ້​ກຳພັ້ນ​ຫູກ.</verse>
				<verse number="6">ຕໍ່ມາ ໄດ້​ມີ​ເສິກ​ເກີດຂຶ້ນ​ອີກ​ຄັ້ງ​ໜຶ່ງ​ທີ່​ເມືອງກາດ. ໃນ​ຄັ້ງ​ນີ້ ໄດ້​ມີ​ຄົນ​ຮ່າງໃຫຍ່​ຜູ້ໜຶ່ງ​ມີ​ນິ້ວມື ແລະ​ນິ້ວຕີນ​ເບື້ອງ​ລະ​ຫົກ​ນິ້ວ. ລາວ​ສືບ​ເຊື້ອສາຍ​ມາ​ຈາກ​ຄົນ​ຮ່າງໃຫຍ່​ແຕ່​ສະໄໝ​ບູຮານ.</verse>
				<verse number="7">ລາວ​ທ້າທາຍ​ຊາວ​ອິດສະຣາເອນ; ແລະ​ໂຢນາທານ​ລູກຊາຍ​ຂອງ​ຊາມມາ​ອ້າຍ​ກະສັດ​ດາວິດ​ໄດ້​ຂ້າ​ລາວ.</verse>
				<verse number="8">ຄົນ​ທັງ​ສາມ​ນີ້​ສືບ​ເຊື້ອສາຍ​ມາ​ຈາກ​ຄົນ​ຮ່າງໃຫຍ່​ທີ່​ເມືອງກາດ. ກະສັດ​ດາວິດ ແລະ​ທະຫານ​ຂອງ​ເພິ່ນ​ໄດ້​ຂ້າ​ຄົນ​ເຫຼົ່ານີ້.</verse>
			</chapter>
			<chapter number="21">
				<verse number="1">ມານຊາຕານ​ຢາກ​ນຳ​ຄວາມ​ເດືອດຮ້ອນ​ມາ​ສູ່​ປະຊາຊົນ​ອິດສະຣາເອນ. ດັ່ງນັ້ນ ມັນ​ຈຶ່ງ​ໄດ້​ເຮັດ​ໃຫ້​ກະສັດ​ດາວິດ​ຕັດສິນໃຈ​ນັບ​ຈຳນວນ​ປະຊາຊົນ.</verse>
				<verse number="2">ກະສັດ​ດາວິດ​ໄດ້​ໃຫ້​ຄຳສັ່ງ​ແກ່​ໂຢອາບ ແລະ​ນາຍ​ທະຫານ​ຄົນອື່ນໆ​ວ່າ, “ຈົ່ງ​ໄປ​ໃຫ້​ທົ່ວ​ດິນແດນ​ອິດສະຣາເອນ ຕັ້ງແຕ່​ເໜືອ​ຕະຫລອດ​ໃຕ້​ຂອງ​ປະເທດ ແລະ​ຈົ່ງ​ນັບ​ຈຳນວນ​ປະຊາຊົນ. ເຮົາ​ຢາກ​ຮູ້​ວ່າ​ມີ​ຈຳນວນ​ເທົ່າ​ໃດ?”</verse>
				<verse number="3">ໂຢອາບ​ຈຶ່ງ​ຕອບ​ວ່າ, “ຂໍ​ພຣະເຈົ້າຢາເວ ຈົ່ງ​ບັນດານ​ໃຫ້​ມີ​ປະຊາຊົນ​ອິດສະຣາເອນ ເພີ່ມ​ຂຶ້ນ​ຫລາຍກວ່າ​ປັດຈຸບັນ​ນີ້​ຮ້ອຍ​ເທົ່າ​ເຖີດ ຂ້າແດ່​ພະຣາຊາ ພວກເຂົາ​ລ້ວນແຕ່​ເປັນ​ຄົນ​ຮັບໃຊ້​ຂອງທ່ານ. ດ້ວຍເຫດໃດ ທ່ານ​ຈຶ່ງ​ຢາກ​ເຮັດ​ສິ່ງ​ນີ້ ແລະ​ໃຫ້​ປະຊາຊົນ​ທັງ​ຊາດ​ມີ​ຄວາມຜິດ​ດ້ວຍ.”</verse>
				<verse number="4">ແຕ່​ກະສັດ​ກໍ​ບອກ​ໃຫ້​ໂຢອາບ​ເຮັດ​ຕາມ​ຄຳສັ່ງ. ໂຢອາບ​ໄດ້​ເດີນທາງ​ໄປ​ທົ່ວ​ປະເທດ​ອິດສະຣາເອນ ແລ້ວ​ລາວ​ກໍ​ກັບຄືນ​ມາ​ນະຄອນ​ເຢຣູຊາເລັມ.</verse>
				<verse number="5">ລາວ​ໄດ້​ລາຍງານ​ໃຫ້​ກະສັດ​ດາວິດ​ຮູ້​ຈຳນວນ​ຊາຍ​ສະກັນ​ທັງໝົດ ທີ່​ເປັນ​ທະຫານ​ໄດ້​ມີ​ດັ່ງນີ້: ທີ່​ດິນແດນ​ອິດສະຣາເອນ ໜຶ່ງລ້ານ​ໜຶ່ງຮ້ອຍພັນ​ຄົນ ແລະ​ທີ່​ດິນແດນ​ຢູດາຍ ສີ່ຮ້ອຍ​ເຈັດສິບພັນ​ຄົນ.</verse>
				<verse number="6">ຍ້ອນ​ໂຢອາບ​ບໍ່​ເຫັນ​ພ້ອມ​ກັບ​ຄຳສັ່ງ​ຂອງ​ກະສັດ ເພິ່ນ​ຈຶ່ງ​ບໍ່ໄດ້​ນັບ​ຈຳນວນ​ຄົນ​ໃນ​ເຜົ່າເລວີ ແລະ​ເຜົ່າ​ເບັນຢາມິນ.</verse>
				<verse number="7">ພຣະເຈົ້າ​ບໍ່​ພໍໃຈ​ໃນ​ສິ່ງ​ທີ່​ໄດ້​ເຮັດ​ໄປ​ນັ້ນ. ດັ່ງນັ້ນ ພຣະອົງ​ຈຶ່ງ​ລົງໂທດ​ປະຊາຊົນ​ອິດສະຣາເອນ.</verse>
				<verse number="8">ກະສັດ​ດາວິດ​ໄດ້​ກ່າວ​ຕໍ່​ພຣະເຈົ້າ​ວ່າ, “ຂ້ານ້ອຍ​ເຮັດ​ບາບ​ຢ່າງ​ຮ້າຍແຮງ​ທີ່​ໄດ້​ເຮັດ​ສິ່ງ​ນີ້ ໂຜດ​ຍົກໂທດ​ໃຫ້​ຂ້ານ້ອຍ​ດ້ວຍ​ເຖີດ. ຂ້ານ້ອຍ​ໄດ້​ກະທຳ​ໃນ​ສິ່ງ​ທີ່​ໂງ່ຈ້າ​ແທ້ໆ.”</verse>
				<verse number="9">ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ກາດ ຜູ້ທຳນວາຍ​ປະຈຳ​ກະສັດ​ດາວິດ​ວ່າ,</verse>
				<verse number="10">“ຈົ່ງ​ໄປ​ບອກ​ດາວິດ​ວ່າ ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: ໃຫ້​ລາວ​ເລືອກ​ເອົາ​ສາມ​ຢ່າງ. ແລ້ວ​ເຮົາ​ກໍ​ຈະ​ເຮັດ​ຕາມ​ຢ່າງ​ທີ່​ລາວ​ໄດ້​ເລືອກ​ເອົາ​ນັ້ນ.”</verse>
				<verse number="11">ກາດ​ໄປ​ພົບ​ກະສັດ​ດາວິດ ແລະ​ບອກ​ເພິ່ນ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ນັ້ນ ແລະ​ຖາມ​ເພິ່ນ​ວ່າ, “ທ່ານ​ຈະ​ເລືອກ​ເອົາ​ຢ່າງໃດ?</verse>
				<verse number="12">ຄື​ເກີດ​ການອຶດຢາກ​ສາມ​ປີ; ແລ່ນ​ປົບໜີ​ຈາກ​ກອງທັບ​ສັດຕູ​ສາມ​ເດືອນ; ໃຫ້​ພຣະເຈົ້າຢາເວ​ໃຊ້​ດາບ​ໂຈມຕີ ແລະ​ນຳ​ໂຣກ​ລະບາດ​ມາ​ສູ່​ດິນແດນ​ຂອງທ່ານ​ສາມ​ວັນ ໂດຍ​ໃຫ້​ເທວະດາ​ຂອງ​ພຣະເຈົ້າຢາເວ​ນຳ​ເອົາ​ຄວາມຕາຍ​ມາ​ສູ່​ທົ່ວ​ທັງ​ຊາດ​ອິດສະຣາເອນ. ທ່ານ​ຈະ​ໃຫ້​ຄຳຕອບ​ຢ່າງໃດ​ແກ່​ພຣະອົງ?”</verse>
				<verse number="13">ກະສັດ​ດາວິດ​ຈຶ່ງ​ຕອບ​ວ່າ, “ເຮົາ​ຕົກ​ຢູ່​ໃນ​ສະພາບ​ຈົນຕາແຈ​ແທ້ໆ ແຕ່​ເຮົາ​ບໍ່​ຕ້ອງການ​ໃຫ້​ມະນຸດ​ລົງໂທດ ໃຫ້​ພຣະເຈົ້າຢາເວ​ເອງ​ລົງໂທດ​ເຮົາ​ສາ ເພາະ​ພຣະອົງ​ມີ​ໃຈ​ເມດຕາ.”</verse>
				<verse number="14">ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ສົ່ງ​ພະຍາດ​ລະບາດ​ມາ​ສູ່​ປະເທດ​ອິດສະຣາເອນ ແລະ​ເຈັດສິບພັນ​ຄົນ​ໄດ້​ຕາຍໄປ.</verse>
				<verse number="15">ແລ້ວ​ພຣະເຈົ້າ​ກໍ​ສົ່ງ​ເທວະດາ​ມາ​ເພື່ອ​ຈະ​ທຳລາຍ​ນະຄອນ​ເຢຣູຊາເລັມ ແຕ່​ພຣະເຈົ້າຢາເວ​ປ່ຽນໃຈ​ແລະ​ສັ່ງ​ເທວະດາ​ວ່າ, “ຢຸດ! ຊໍ່າ​ນີ້​ກໍ​ພໍ​ແລ້ວ.” ໃນ​ຂະນະ​ນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ກຳລັງ​ຢືນ​ຢູ່​ໃກ້​ລານ​ຟາດເຂົ້າ​ຂອງ​ອາໂຣນາ​ຊາວ​ເຢບຸດ.</verse>
				<verse number="16">ກະສັດ​ດາວິດ​ໄດ້​ຫລຽວຂື້ນ ແລະ​ໄດ້ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ຕົນ​ນັ້ນ​ຢືນ​ຢູ່​ໃນ​ກາງ​ອາກາດ ໂດຍ​ຖື​ດາບ​ຢູ່​ໃນ​ມື​ຕຽມພ້ອມ​ທີ່​ຈະ​ທຳລາຍ​ນະຄອນ​ເຢຣູຊາເລັມ. ແລ້ວ​ກະສັດ​ດາວິດ ແລະ​ບັນດາ​ຜູ້ນຳ​ປະຊາຊົນ ທຸກຄົນ​ລ້ວນແຕ່​ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ໄດ້​ຂາບລົງ​ດິນ.</verse>
				<verse number="17">ກະສັດ​ດາວິດ​ໄດ້ກ່າວ​ຕໍ່​ພຣະເຈົ້າ​ວ່າ, “ຂ້ານ້ອຍ​ເປັນ​ຜູ້​ເຮັດ​ຜິດ. ຂ້ານ້ອຍ​ເປັນ​ຜູ້​ອອກ​ຄຳສັ່ງ​ໃຫ້​ນັບ​ຈຳນວນ​ປະຊາຊົນ. ຄົນ​ຍາກຈົນ​ເຫຼົ່ານີ້​ໄດ້​ເຮັດ​ຜິດ​ຫຍັງ? ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ລົງໂທດ​ຂ້ານ້ອຍ​ກັບ​ຄອບຄົວ​ຂອງ​ຂ້ານ້ອຍ​ສາ ແລະ​ໄວ້​ຊີວິດ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ເຖີດ.”</verse>
				<verse number="18">ເທວະດາ​ຂອງ​ພຣະເຈົ້າຢາເວ​ບອກ​ກາດ ໃຫ້​ສັ່ງ​ກະສັດ​ດາວິດ​ໄປ​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ​ທີ່​ລານ​ຟາດເຂົ້າ​ຂອງ​ອາໂຣນາ​ຊາວ​ເຢບຸດ.</verse>
				<verse number="19">ກະສັດ​ດາວິດ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກາດ ທີ່​ເພິ່ນ​ໄດ້​ບອກ​ໃນ​ນາມຊື່​ພຣະເຈົ້າຢາເວ.</verse>
				<verse number="20">ອາໂຣນາ ແລະ​ລູກຊາຍ​ສີ່​ຄົນ​ຂອງຕົນ​ກຳລັງ​ຟາດ​ເຂົ້າ​ຢູ່​ໃນ​ລານ​ຂອງຕົນ ແລະ​ເມື່ອ​ພວກເຂົາ​ໄດ້​ເຫັນ​ເທວະດາ​ກໍ​ພາກັນ​ແລ່ນ​ໜີໄປ​ລີ້.</verse>
				<verse number="21">ເມື່ອ​ອາໂຣນາ​ເຫັນ​ກະສັດ​ດາວິດ​ກຳລັງ​ມາ ລາວ​ຈຶ່ງ​ຟ້າວ​ອອກ​ຈາກ​ລານເຂົ້າ​ໄປ​ຫາ​ເພິ່ນ ແລະ​ຂາບລົງ​ຕ້ອນຮັບ.</verse>
				<verse number="22">ກະສັດ​ດາວິດ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຂາຍ​ລານເຂົ້າ​ນີ້​ໃຫ້​ເຮົາ​ສາ ເພື່ອ​ເຮົາ​ຈະ​ໄດ້​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ພະຍາດ​ລະບາດ​ຈະ​ໄດ້​ເຊົາ. ເຮົາ​ຈະ​ຈ່າຍ​ຄ່າ​ລານເຂົ້າ​ໃຫ້​ເຈົ້າ​ເຕັມ​ລາຄາ.”</verse>
				<verse number="23">ອາໂຣນາ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຈົ່ງ​ເອົາ​ໄປ​ເຖີດ ແລະ​ກະທຳ​ຕາມ​ທີ່​ທ່ານ​ປະສົງ. ທີ່​ນີ້​ມີ​ງົວ​ເພື່ອ​ເຜົາ​ທີ່​ເທິງ​ແທ່ນບູຊາ ແລະ​ມີ​ໄມ້​ຟືນ​ທີ່​ລານ​ເພື່ອ​ໃຊ້​ເປັນ​ຟືນ​ເຜົາ ພ້ອມ​ທັງ​ມີ​ເຂົ້າ​ເພື່ອ​ໃຊ້​ເປັນ​ເຄື່ອງ​ຖວາຍບູຊາ​ດ້ວຍ. ຂ້ານ້ອຍ​ຂໍ​ມອບ​ໃຫ້​ທ່ານ​ທັງໝົດ.”</verse>
				<verse number="24">ແຕ່​ກະສັດ​ຕອບ​ວ່າ, “ບໍ່ ເຮົາ​ຈະ​ຈ່າຍ​ໃຫ້​ເຈົ້າ​ເຕັມ​ລາຄາ ເຮົາ​ຈະ​ບໍ່​ຖວາຍບູຊາ​ສິ່ງ​ທີ່​ເຮົາ​ໄດ້​ລ້າ​ຈາກ​ເຈົ້າ ເປັນ​ເຄື່ອງ​ບູຊາ​ໃຫ້​ແກ່​ພຣະເຈົ້າຢາເວ​ດອກ.”</verse>
				<verse number="25">ເພິ່ນ​ໄດ້​ຈ່າຍ​ຄ່າ​ລານເຂົ້າ​ໃຫ້​ອາໂຣນາ​ຫົກຮ້ອຍ​ຫລຽນ​ຄຳ.</verse>
				<verse number="26">ໃນ​ທີ່ນັ້ນ​ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ແກ່​ພຣະເຈົ້າຢາເວ ພ້ອມ​ທັງ​ໄດ້​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ເພິ່ນ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ພຣະອົງ​ໄດ້​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ເພິ່ນ ໂດຍ​ສົ່ງ​ໄຟ​ລົງ​ມາ​ຈາກ​ສະຫວັນ​ໄໝ້​ເຄື່ອງ​ຖວາຍ​ທີ່​ເທິງ​ແທ່ນບູຊາ​ນັ້ນ.</verse>
				<verse number="27">ພຣະເຈົ້າຢາເວ​ໄດ້​ສັ່ງ​ເທວະດາ​ໃຫ້​ເອົາ​ດາບ​ມ້ຽນ​ໄວ້ ແລະ​ເທວະດາ​ຕົນ​ນັ້ນ​ກໍໄດ້​ເຊື່ອຟັງ​ພຣະອົງ.</verse>
				<verse number="28">ເມື່ອ​ກະສັດ​ດາວິດ​ເຫັນ​ວ່າ ພຣະເຈົ້າຢາເວ​ໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງຕົນ​ເຊັ່ນ​ນີ້; ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ຖວາຍ​ເຄື່ອງ​ບູຊາ​ເທິງ​ແທ່ນບູຊາ​ທີ່​ລານ​ຟາດເຂົ້າ​ຂອງ​ອາໂຣນາ​ຊາວ​ເຢບຸດ.</verse>
				<verse number="29">ໃນ​ເວລາ​ນັ້ນ ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ ຊຶ່ງ​ໂມເຊ​ໄດ້​ສ້າງ​ຂຶ້ນ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ແທ່ນບູຊາ​ທີ່​ໃຊ້​ເພື່ອ​ຖວາຍ​ເຄື່ອງ​ເຜົາບູຊາ ກໍ​ຍັງ​ຢູ່​ໃນ​ສະຖານທີ່​ສູງ​ທີ່​ກີເບໂອນ;</verse>
				<verse number="30">ແຕ່​ກະສັດ​ດາວິດ​ບໍ່​ສາມາດ​ໄປ​ທູນຖາມ​ພຣະເຈົ້າ​ທີ່​ນັ້ນ​ໄດ້ ເພາະ​ເພິ່ນ​ຢ້ານ​ດາບ​ຂອງ​ເທວະດາ​ຂອງ​ພຣະເຈົ້າຢາເວ.</verse>
			</chapter>
			<chapter number="22">
				<verse number="1">ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ກ່າວ​ວ່າ, “ບ່ອນ​ນີ້​ຈະ​ເປັນ​ທີ່​ຕັ້ງ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ. ນີ້​ແມ່ນ​ແທ່ນບູຊາ​ທີ່​ຊາວ​ອິດສະຣາເອນ​ໃຊ້​ເພື່ອ​ເຜົາ​ເຄື່ອງ​ບູຊາ.”</verse>
				<verse number="2">ກະສັດ​ດາວິດ​ໄດ້​ສັ່ງ​ໃຫ້​ຊາວ​ຕ່າງດ້າວ​ທັງໝົດ ທີ່​ອາໄສ​ຢູ່​ໃນ​ຊາດ​ອິດສະຣາເອນ​ມາ​ເຕົ້າໂຮມ​ກັນ ແລະ​ໃຫ້​ພວກເຂົາ​ເຮັດ​ວຽກ. ບາງຄົນ​ໃນ​ພວກເຂົາ​ໄດ້​ຕຽມ​ສະກັດ​ຫີນ​ເພື່ອ​ສ້າງ​ວິຫານ​ຂອງ​ພຣະເຈົ້າ.</verse>
				<verse number="3">ເພິ່ນ​ຈັດຫາ​ເຫຼັກ​ເປັນ​ຈຳນວນ​ຫລວງຫລາຍ ສຳລັບ​ເຮັດ​ຕະປູ​ກັບ​ບານພັບ​ເພື່ອ​ໃຊ້​ຈັບ​ປະຕູ​ໄມ້ ແລະ​ທອງສຳຣິດ​ເປັນ​ຈຳນວນ​ຫລວງຫລາຍ​ຈົນ​ເກີນກວ່າ​ທີ່​ຈະ​ຊັ່ງ​ນໍ້າໜັກ​ໄດ້.</verse>
				<verse number="4">ຊາວ​ຊີໂດນ​ກັບ​ຊາວ​ຕີເຣ​ໄດ້​ນຳ​ໄມ້​ສົນສີດາ​ເປັນ​ທ່ອນ ຈຳນວນ​ຫລວງຫລາຍ​ມາ​ໃຫ້.</verse>
				<verse number="5">ກະສັດ​ດາວິດ​ຄິດ​ວ່າ, “ວິຫານ​ທີ່​ໂຊໂລໂມນ​ລູກຊາຍ​ເຮົາ​ຈະ​ສ້າງ​ຂຶ້ນ​ສຳລັບ​ພຣະເຈົ້າຢາເວ​ນີ້​ຕ້ອງ​ງາມ ແລະ​ເປັນ​ທີ່​ຊ່າລື​ກັນ​ໄປ​ທົ່ວໂລກ, ແຕ່​ລາວ​ຍັງ​ໜຸ່ມ ແລະ​ຂາດ​ປະສົບການ. ດັ່ງນັ້ນ ເຮົາ​ຈຶ່ງ​ຕ້ອງ​ເປັນ​ຜູ້​ຈັດຕຽມ​ສິ່ງ​ຕ່າງໆ​ໄວ້​ໃຫ້​ລາວ.” ສະນັ້ນ ກະສັດ​ດາວິດ​ຈຶ່ງ​ໄດ້​ຈັດຫາ​ວັດສະດຸ​ກໍ່ສ້າງ​ໄວ້ ເປັນ​ຈຳນວນ​ຫລວງຫລາຍ​ກ່ອນ​ເພິ່ນ​ຕາຍໄປ.</verse>
				<verse number="6">ກະສັດ​ດາວິດ​ໄດ້​ເອີ້ນ​ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ມາ ແລະ​ສັ່ງ​ລາວ​ໃຫ້​ສ້າງ​ວິຫານ​ສຳລັບ​ພຣະເຈົ້າຢາເວ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.</verse>
				<verse number="7">ກະສັດ​ດາວິດ​ກ່າວ​ແກ່​ລາວ​ວ່າ, “ລູກເອີຍ ພໍ່​ຢາກ​ຈະ​ສ້າງ​ວິຫານ​ເພື່ອ​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພໍ່.</verse>
				<verse number="8">ແຕ່​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາຫາ​ພໍ່​ວ່າ ພໍ່​ໄດ້​ຂ້າ​ຄົນ​ຢ່າງ​ຫລວງຫລາຍ ແລະ​ເຮັດ​ເສິກ​ມາ​ຕະຫລອດ. ສະນັ້ນ ເພາະ​ການ​ນອງ​ເລືອດ​ທັງໝົດ​ທີ່​ພໍ່​ໄດ້​ກະທຳ​ມາ​ນັ້ນ ພຣະອົງ​ຈຶ່ງ​ບໍ່​ໃຫ້​ພໍ່​ສ້າງ​ວິຫານ​ສຳລັບ​ນາມຊື່​ຂອງ​ພຣະອົງ.</verse>
				<verse number="9">ເຖິງ​ຢ່າງໃດ​ກໍຕາມ, ພຣະອົງ​ໄດ້​ສັນຍາ​ກັບ​ພໍ່​ວ່າ ‘ເຈົ້າ​ຈະ​ມີ​ລູກຊາຍ​ຜູ້ໜຶ່ງ ຜູ້​ທີ່​ຈະ​ປົກຄອງ​ປະເທດ​ຢ່າງ​ສະຫງົບສຸກ ເພາະ​ເຮົາ​ຈະ​ໃຫ້​ລາວ​ຢູ່ເຢັນ​ເປັນສຸກ​ພົ້ນ​ຈາກ​ສັດຕູ​ທັງປວງ. ລາວ​ຈະ​ຊື່​ວ່າ ໂຊໂລໂມນ ເພາະ​ໃນ​ອານາຈັກ​ຂອງ​ລາວ ເຮົາ​ຈະ​ໃຫ້​ຊາດ​ອິດສະຣາເອນ​ຢູ່ເຢັນ​ເປັນສຸກ ແລະ​ມີ​ຄວາມ​ປອດໄພ.</verse>
				<verse number="10">ລາວ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ໃຫ້​ເຮົາ ແລະ​ລາວ​ຈະ​ເປັນ​ລູກຊາຍ​ຂອງເຮົາ ແລະ​ເຮົາ​ຈະ​ເປັນ​ພໍ່​ຂອງ​ລາວ. ເຊື້ອວົງ​ຂອງ​ລາວ​ຈະ​ປົກຄອງ​ຊາດ​ອິດສະຣາເອນ​ຕະຫລອດໄປ.”’</verse>
				<verse number="11">ກະສັດ​ດາວິດ​ກ່າວ​ຕໍ່ໄປ​ວ່າ, “ບັດນີ້​ລູກ​ເອີຍ ຂໍ​ໃຫ້​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ ແລະ​ຂໍ​ໃຫ້​ເຈົ້າ​ຈະເລີນ​ຂື້ນ​ເຖີດ ເພື່ອ​ເຈົ້າ​ຈະ​ສ້າງ​ວິຫານ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ໃຫ້​ສຳເລັດ.</verse>
				<verse number="12">ແລະ​ຂໍ​ພຣະເຈົ້າຢາເວ​ໂຜດ​ໃຫ້​ເຈົ້າ​ມີ​ຄວາມ​ເຂົ້າໃຈ​ອັນ​ເລິກເຊິ່ງ ແລະ​ປະກອບ​ດ້ວຍ​ສະຕິປັນຍາ ແລະ​ຕັ້ງ​ເຈົ້າ​ໄວ້​ເພື່ອ​ປົກຄອງ​ຊາດ​ອິດສະຣາເອນ ແລະ​ໃຫ້​ເຈົ້າ​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ.</verse>
				<verse number="13">ຖ້າ​ເຈົ້າ​ຍອມ​ເຮັດ​ຕາມ​ກົດບັນຍັດ​ທັງໝົດ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ໂມເຊ​ສຳລັບ​ຊາດ​ອິດສະຣາເອນ​ນັ້ນ ເຈົ້າ​ກໍ​ຈະ​ຈະເລີນຂື້ນ. ຈົ່ງ​ເດັດດ່ຽວ​ແລະ​ກ້າຫານ ຢ່າ​ໃຫ້​ສິ່ງໃດ​ສິ່ງໜຶ່ງ​ເຮັດ​ໃຫ້​ເຈົ້າ​ຕ້ອງ​ຢ້ານກົວ​ເລີຍ.</verse>
				<verse number="14">ສຳລັບ​ການ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ນັ້ນ ພໍ່​ໄດ້​ລົງ​ແຮງ​ສະສົມ​ຄຳ​ໄວ້​ແລ້ວ ຫລາຍກວ່າ​ສາມພັນ​ສີ່ຮ້ອຍ​ໂຕນ ແລະ​ເງິນ​ອີກ​ຫລາຍກວ່າ​ສາມສິບສີ່​ພັນ​ໂຕນ. ນອກ​ນີ້​ຍັງ​ມີ​ທອງສຳຣິດ​ແລະ​ເຫຼັກ ທີ່​ຖືກ​ຈັດຫາ​ໄວ້​ໂດຍ​ບໍ່​ຈຳກັດ​ຈຳນວນ​ແລ້ວ. ພໍ່​ຍັງ​ໄດ້​ຈັດຫາ​ໄມ້​ແລະ​ຫີນ​ໄວ້​ເຊັ່ນດຽວ​ກັນ ແຕ່​ເຈົ້າ​ຕ້ອງ​ຫາ​ມາ​ຕື່ມ​ອີກ.</verse>
				<verse number="15">ເຈົ້າ​ມີ​ຄົນ​ເຮັດ​ວຽກ​ຢ່າງ​ຫລວງຫລາຍ. ຄົນ​ເຫຼົ່ານັ້ນ​ເປັນ​ຊ່າງ​ສະກັດ​ຫີນ ຊ່າງ​ກໍ່​ແລະ​ຊ່າງ​ໄມ້ ພ້ອມ​ທັງ​ຊ່າງສີມື​ທຸກ​ຊະນິດ​ເຊັ່ນ:</verse>
				<verse number="16">ຊ່າງ​ຄຳ, ຊ່າງ​ເງິນ, ຊ່າງ​ທອງສຳຣິດ ແລະ​ຊ່າງເຫລັກ. ບັດນີ້ ຈົ່ງ​ເລີ່ມ​ເຮັດວຽກ​ສາ ຂໍ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ເຈົ້າ​ເທີ້ນ.”</verse>
				<verse number="17">ກະສັດ​ດາວິດ​ສັ່ງ​ພວກຜູ້ນຳ​ຊາວ​ອິດສະຣາເອນ​ໝົດ​ທຸກຄົນ​ໃຫ້​ຊ່ວຍ​ໂຊໂລໂມນ</verse>
				<verse number="18">ເພິ່ນ​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສະຖິດ​ຢູ່​ນຳ​ພວກເຈົ້າ ແລະ​ໄດ້​ໃຫ້​ພວກເຈົ້າ​ມີ​ຄວາມ​ສະຫງົບສຸກ​ຮອບດ້ານ. ພຣະອົງ​ໄດ້​ໃຫ້​ຂ້າພະເຈົ້າ​ຮົບ​ຊະນະ​ຊົນຊາດ​ທັງປວງ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້; ບັດນີ້ ພວກເຂົາ​ຢູ່​ໃຕ້​ອຳນາດ​ຂອງ​ພຣະເຈົ້າຢາເວ ແລະ​ໃຕ້​ອຳນາດ​ຂອງ​ພວກເຈົ້າ​ຊຶ່ງ​ເປັນ​ໄພ່ພົນ​ຂອງ​ພຣະອົງ.</verse>
				<verse number="19">ສະນັ້ນ ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ​ແລະ​ສຸດຈິດ. ຈົ່ງ​ລົງມື​ກໍ່ສ້າງ​ສະຖານທີ່​ສັກສິດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ ເພື່ອ​ຈະ​ໄດ້​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ແລະ​ເຄື່ອງ​ສັກສິດ​ອື່ນໆ​ຂອງ​ພຣະເຈົ້າ ເຂົ້າມາ​ໃນ​ວິຫານ​ທີ່​ສ້າງ​ໄວ້​ສຳລັບ​ນາມຊື່​ຂອງ​ພຣະເຈົ້າຢາເວ.”</verse>
			</chapter>
			<chapter number="23">
				<verse number="1">ເມື່ອ​ກະສັດ​ດາວິດ​ໄດ້​ແກ່ຊະຣາ​ຫລາຍ​ແລ້ວ ເພິ່ນ​ໄດ້​ແຕ່ງຕັ້ງ​ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ໃຫ້​ຂຶ້ນ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ແທນ​ເພິ່ນ.</verse>
				<verse number="2">ກະສັດ​ດາວິດ​ໄດ້​ເອີ້ນ​ຜູ້ນຳ​ຊາດ​ອິດສະຣາເອນ​ທັງໝົດ​ປະໂຣຫິດ​ທຸກຄົນ ແລະ​ພວກເລວີ​ທັງໝົດ​ມາ​ປະຊຸມ​ກັນ.</verse>
				<verse number="3">ເພິ່ນ​ໄດ້​ນັບ​ຈຳນວນ​ຜູ້ຊາຍ​ຊາວ​ເລວີ​ທັງໝົດ​ທີ່​ມີ​ອາຍຸ​ສາມສິບ​ປີ​ຂຶ້ນ​ໄປ. ຈຳນວນ​ທັງໝົດ​ມີ​ສາມສິບແປດ​ພັນ​ຄົນ.</verse>
				<verse number="4">ກະສັດ​ມອບໝາຍ​ຊາວສີ່​ພັນ​ຄົນ ໃຫ້​ບໍລິຫານ​ວຽກງານ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ຫົກພັນ​ຄົນ ໃຫ້​ຮັກສາ​ທະບຽນ​ແລະ​ຕັດສິນ​ຂໍ້​ໂຕ້ແຍ້ງ​ຕ່າງໆ;</verse>
				<verse number="5">ສີ່ພັນ​ຄົນ ໃຫ້​ເຮັດ​ໜ້າທີ່​ເຝົ້າຍາມ​ປະຕູ ແລະ​ອີກ​ສີ່ພັນ​ຄົນ ສຳລັບ​ສັນລະເສີນ​ພຣະເຈົ້າຢາເວ​ໂດຍ​ໃຊ້​ເຄື່ອງ​ດົນຕຼີ ທີ່​ກະສັດ​ດາວິດ​ໄດ້​ຈັດຫາ​ໄວ້​ສຳລັບ​ສັນລະເສີນ​ໂດຍ​ສະເພາະ.</verse>
				<verse number="6">ກະສັດ​ດາວິດ​ໄດ້​ແບ່ງ​ພວກ​ເລວີ​ອອກ​ເປັນ​ສາມ​ໝວດ ຕາມ​ຕະກຸນ​ຂອງ​ພວກເຂົາ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ.</verse>
				<verse number="7">ເກໂຊນ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ລາດານ​ແລະ​ຊີເມອີ.</verse>
				<verse number="8">ລາດານ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເຢຮີເອນ, ເຊທາມ ແລະ​ໂຢເອນ,</verse>
				<verse number="9">ຜູ້​ທີ່​ເປັນ​ຫົວໜ້າ​ຕະກຸນ​ຊຶ່ງ​ສືບ​ເຊື້ອສາຍ​ມາ​ຈາກ​ລາດານ. (ຊີເມອີ​ມີ​ລູກຊາຍ​ສາມ​ຄົນ​ດັ່ງນີ້: ເຊໂລໂມດ, ຮາຊີເອນ ແລະ​ຮາຣານ.)</verse>
				<verse number="10">ຊີເມອີ​ມີ​ລູກຊາຍ​ສີ່​ຄົນ​ຕາມ​ລຳດັບ​ອາຍຸ ດັ່ງນີ້: ຢາຮາດ, ຊີນາ, ເຢອຸດ ແລະ​ເບຣິຢາ. ເຢອຸດ ແລະ​ເບຣິຢາ​ບໍ່ໄດ້​ມີ​ເຊື້ອສາຍ​ຫລາຍ. ດັ່ງນັ້ນ ທັງສອງ​ຈຶ່ງ​ໄດ້​ນັບ​ເຂົ້າ​ເປັນ​ຕະກຸນ​ດຽວ.</verse>
				<verse number="11"></verse>
				<verse number="12">ໂກຮາດ​ມີ​ລູກຊາຍ​ສີ່​ຄົນ​ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ ແລະ​ອຸດຊີເອນ.</verse>
				<verse number="13">ອຳຣາມ​ລູກຊາຍ​ກົກ​ຂອງ​ເພິ່ນ​ເປັນ​ພໍ່​ຂອງ​ອາໂຣນ​ແລະ​ໂມເຊ. (ອາໂຣນ​ແລະ​ເຊື້ອສາຍ​ຂອງ​ລາວ​ໄດ້​ຖືກ​ແຍກ​ອອກ​ຢູ່​ຕ່າງຫາກ ເພື່ອ​ເບິ່ງແຍງ​ເຄື່ອງ​ສັກສິດ​ຕ່າງໆ​ຕະຫລອດໄປ​ເຊັ່ນ: ເຜົາ​ເຄື່ອງຫອມ​ຕ່າງໆ​ຕໍ່ໜ້າ​ພຣະເຈົ້າຢາເວ, ຮັບໃຊ້​ພຣະອົງ ແລະ​ອວຍພອນ​ປະຊາຊົນ​ໃນ​ນາມ​ຂອງ​ພຣະອົງ.</verse>
				<verse number="14">ແຕ່​ພວກ​ລູກຊາຍ​ຂອງ​ໂມເຊ​ຄົນ​ຂອງ​ພຣະເຈົ້າ​ນັ້ນ ນັບ​ເຂົ້າ​ກັບ​ພວກເລວີ.)</verse>
				<verse number="15">ໂມເຊ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ເກໂຊມ ແລະ​ເອລີເອເຊ.</verse>
				<verse number="16">ຜູ້ນຳ​ໃນ​ບັນດາ​ລູກຊາຍ​ຂອງ​ເກໂຊມ​ແມ່ນ​ເຊບູເອນ​ເປັນ​ຫົວໜ້າ.</verse>
				<verse number="17">ເອລີເອເຊ​ມີ​ລູກຊາຍ​ພຽງ​ຄົນ​ດຽວ​ເທົ່ານັ້ນ​ຊື່​ວ່າ ເຣຮາບີຢາ​ເປັນ​ຫົວໜ້າ ແຕ່​ເຣຮາບີຢາ​ມີ​ເຊື້ອສາຍ​ຫລາຍ​ຄົນ.</verse>
				<verse number="18">ອີຊະຮາ​ລູກຊາຍ​ຜູ້​ທີ​ສອງ​ຂອງ​ໂກຮາດ ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເຊໂລມິດ​ເປັນ​ຫົວໜ້າ.</verse>
				<verse number="19">ເຮັບໂຣນ ລູກຊາຍ​ຜູ້​ທີ​ສາມ​ຂອງ​ໂກຮາດ​ມີ​ລູກຊາຍ​ສີ່​ຄົນ​ດັ່ງນີ້: ເຢຣີຢາ​ເປັນ​ຫົວໜ້າ, ອາມາຣີຢາ, ເຢຮາຊີເອນ ແລະ​ເຢກາເມອາມ.</verse>
				<verse number="20">ອຸດຊີເອນ ລູກຊາຍ​ຜູ້​ທີ​ສີ່​ຂອງ​ໂກຮາດ​ມີ​ລູກຊາຍ​ສອງ​ຄົນ​ດັ່ງນີ້: ມີກາ​ເປັນ​ຫົວໜ້າ​ແລະ​ອິດຊີຢາ.</verse>
				<verse number="21">ເມຣາຣີ​ມີ​ລູກຊາຍ​ສອງ​ຄົນ​ດັ່ງນີ້: ມາຮະລີ​ແລະ​ມູຊີ. ມາຮະລີ​ມີ​ລູກຊາຍ​ສອງ​ຄົນ​ເຊັ່ນດຽວ​ກັນ​ດັ່ງນີ້: ເອເລອາຊາ​ແລະ​ກີເຊ,</verse>
				<verse number="22">ແຕ່​ເອເລອາຊາ​ໄດ້​ຕາຍໄປ​ໂດຍ​ບໍ່ມີ​ລູກຊາຍ ແລະ​ມີ​ແຕ່​ລູກສາວ. ພວກ​ລູກສາວ​ຂອງ​ລາວ​ໄດ້​ແຕ່ງງານ​ກັບ​ລູກຊາຍ​ຂອງ​ກີເຊ ພີ່ນ້ອງ​ຕົນເອງ.</verse>
				<verse number="23">ມູຊີ ລູກຊາຍ​ຜູ້​ທີ​ສອງ​ຂອງ​ເມຣາຣີ ມີ​ລູກຊາຍ​ສາມ​ຄົນ​ດັ່ງນີ້: ມາຮະລີ, ເອເດ ແລະ​ເຢເຣໂມດ.</verse>
				<verse number="24">ຄົນ​ເຫຼົ່ານີ້​ເປັນ​ເຊື້ອສາຍ​ຂອງ​ເລວີ​ຕາມ​ຕະກຸນ ແລະ​ຄອບຄົວ​ທີ່​ທຸກຄົນ​ໄດ້​ຖືກ​ຈົດ​ຊື່​ໄວ້​ໃນ​ບັນຊີ​ຂອງ​ໃຜ​ລາວ. ແຕ່ລະຄົນ​ໃນ​ເຊື້ອສາຍ​ຂອງ​ລາວ​ທີ່​ມີ​ອາຍຸ​ຕັ້ງແຕ່​ຊາວ​ປີ​ຂຶ້ນ​ໄປ ກໍ​ມີ​ສ່ວນ​ໃນ​ວຽກງານ​ຮັບໃຊ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="25">ກະສັດ​ດາວິດ​ເວົ້າ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໄດ້​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຢູ່ເຢັນ​ເປັນສຸກ ແລະ​ພຣະອົງ​ເອງ​ກໍ​ຈະ​ສະຖິດ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ຕະຫລອດໄປ.</verse>
				<verse number="26">ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ຈຳເປັນ ທີ່​ພວກເລວີ​ຕ້ອງ​ຫາມ​ຫໍເຕັນ​ສັກສິດ ແລະ​ເຄື່ອງໃຊ້​ໃນ​ການ​ຮັບໃຊ້​ອີກ​ຕໍ່ໄປ.”</verse>
				<verse number="27">ຕາມ​ຫລັກ​ຄຳແນະນຳ​ເທື່ອ​ສຸດທ້າຍ​ຂອງ​ກະສັດ​ດາວິດ​ແລ້ວ ຄົນເລວີ​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ ຕ້ອງ​ຈົດ​ຊື່​ເຂົ້າ​ຮັບໃຊ້​ໃນ​ວຽກງານ.</verse>
				<verse number="28">ພວກເຂົາ​ໄດ້​ຮັບ​ມອບໝາຍ​ໜ້າທີ່​ດັ່ງ​ຕໍ່ໄປນີ້: ຊ່ວຍ​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ ກ່ຽວກັບ​ການ​ນະມັດສະການ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຮັກສາ​ບົວລະບັດ​ເດີ່ນ​ແລະ​ຫ້ອງ​ຕ່າງໆ ແລະ​ຮັກສາ​ຄວາມສະອາດ​ສິ່ງ​ສັກສິດ​ທຸກຢ່າງ​ໃນ​ວິຫານ​ຂອງ​ພຣະເຈົ້າ;</verse>
				<verse number="29">ຮັບຜິດຊອບ​ເຂົ້າຈີ່​ທີ່​ຖວາຍ​ແກ່​ພຣະເຈົ້າ, ແປ້ງເຂົ້າ​ທີ່​ໃຊ້​ໃນ​ການ​ຖວາຍບູຊາ, ເຂົ້າໜົມ​ທີ່​ບໍ່ມີ​ເຊື້ອແປ້ງ, ເຄື່ອງ​ປີ້ງ​ບູຊາ ແລະ​ແປ້ງເຂົ້າ​ປະສົມ​ນໍ້າມັນ​ໝາກກອກເທດ; ຊັ່ງ​ແລະ​ຕັກຕວງ​ເຄື່ອງ​ຖວາຍ​ໃນ​ພຣະວິຫານ;</verse>
				<verse number="30">ແລະ​ພວກເຂົາ​ຈະຕ້ອງ​ຢືນ​ຮັບໃຊ້​ເພື່ອ​ໂມທະນາ​ຂອບພຣະຄຸນ​ແລະ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ທຸກໆເຊົ້າ​ແລະ​ທຸກໆແລງ</verse>
				<verse number="31">ແລະ​ເມື່ອໃດ​ທີ່​ມີ​ການ​ເຜົາບູຊາ​ດ້ວຍ​ໄຟ​ຖວາຍ​ແກ່​ພຣະເຈົ້າຢາເວ​ໃນ​ວັນ​ຊະບາໂຕ, ວັນ​ຂຶ້ນ​ເດືອນ​ໃໝ່ ແລະ​ວັນ​ອື່ນໆ​ອີກ. ກົດ​ຕ່າງໆ​ນີ້​ໄດ້​ເຮັດ​ໄວ້​ຢ່າງ​ສະເພາະ​ເຈາະຈົງ​ຕໍ່​ຈຳນວນ​ຄົນເລວີ ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ນີ້. ຊາວ​ເລວີ​ໄດ້​ຖືກ​ມອບໝາຍ​ໃຫ້​ປະຕິບັດ​ໜ້າທີ່​ຕໍ່ໜ້າ​ພຣະເຈົ້າຢາເວ​ສືບໄປ.</verse>
				<verse number="32">ພວກເຂົາ​ຮັບຜິດຊອບ​ຊ່ວຍ​ພີ່ນ້ອງ​ຂອງ​ພວກເຂົາ​ເບິ່ງແຍງ​ຫໍເຕັນ​ບ່ອນ​ຊຸມນຸມ​ແລະ​ຫໍເຕັນ​ສັກສິດ; ແລະ​ຊ່ວຍ​ບັນດາ​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ ໃນ​ການ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
			</chapter>
			<chapter number="24">
				<verse number="1">ຄົນ​ເຫຼົ່ານີ້​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ. ອາໂຣນ​ມີ​ລູກຊາຍ​ສີ່​ຄົນ​ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ.</verse>
				<verse number="2">ນາດາບ​ແລະ​ອາບີຮູ​ຕາຍໄປ​ກ່ອນ​ພໍ່ ແລະ​ບໍ່ໄດ້​ສືບ​ເຊື້ອສາຍ​ໃຫ້​ຜູ້ໃດ​ເລີຍ; ດັ່ງນັ້ນ ເອເລອາຊາ​ແລະ​ອີທາມາ ນ້ອງ​ຂອງ​ພວກເຂົາ​ຈຶ່ງ​ຂຶ້ນ​ເປັນ​ປະໂຣຫິດ.</verse>
				<verse number="3">ກະສັດ​ດາວິດ​ຈັດ​ເຊື້ອສາຍ​ຂອງ​ອາໂຣນ​ເປັນ​ສອງ​ໝວດ ຕາມ​ໜ້າທີ່​ການ​ຂອງ​ພວກເຂົາ. ຊາດົກ​ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ເອເລອາຊາ ແລະ​ອາຮີເມເຫຼັກ​ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ອີທາມາ ເປັນ​ຜູ້​ຊ່ວຍ​ເພິ່ນ​ໃນ​ວຽກງານ​ນີ້.</verse>
				<verse number="4">ເຊື້ອສາຍ​ຂອງ​ເອເລອາຊາ​ໄດ້​ຖືກ​ແບ່ງ​ອອກ​ເປັນ​ສິບຫົກ​ໝວດ ສ່ວນ​ເຊື້ອສາຍ​ຂອງ​ອີທາມາ​ໄດ້​ຖືກ​ແບ່ງ​ອອກ​ເປັນ​ແປດ​ໝວດ; ການ​ເຮັດ​ເຊັ່ນນີ້​ເພາະ​ເຊື້ອສາຍ​ຂອງ​ເອເລອາຊາ​ມີ​ເພດ​ຊາຍ ເປັນ​ຫົວໜ້າ​ຄອບຄົວ​ຫລາຍກວ່າ.</verse>
				<verse number="5">ໃນ​ເມື່ອ​ທັງ​ເຊື້ອສາຍ​ຂອງ​ເອເລອາຊາ ແລະ​ອີທາມາ ມີ​ເຈົ້າໜ້າທີ່​ໃນ​ພຣະວິຫານ ແລະ​ຜູ້ນຳ​ທາງ​ດ້ານ​ຈິດວິນຍານ​ໃນ​ທ່າມກາງ​ພວກເຂົາ. ດັ່ງນັ້ນ ການ​ມອບໝາຍ​ໜ້າທີ່​ຈຶ່ງ​ໃຊ້​ສະຫລາກ.</verse>
				<verse number="6">ເຊື້ອສາຍ​ຂອງ​ເອເລອາຊາ ແລະ​ຂອງ​ອີທາມາ​ໄດ້​ປ່ຽນຜຽນກັນ​ໃຊ້​ສະຫລາກ. ແລ້ວ​ພວກເຂົາ​ກໍ​ໄປ​ຈົດ​ຊື່​ນຳ​ເຊມາອີຢາ​ລູກຊາຍ​ຂອງ​ເນທາເນນ​ຜູ້​ເປັນ​ເລຂາທິການ​ຂອງ​ຊາວ​ເລວີ. ກະສັດ, ບັນດາ​ຂ້າຣາຊການ, ປະໂຣຫິດ​ຊາດົກ, ອາຮີເມເຫຼັກ​ຜູ້​ເປັນ​ລູກຊາຍ​ຂອງ​ອາບີອາທາ ແລະ​ບັນດາ​ຫົວໜ້າ​ຄອບຄົວ​ຂອງ​ປະໂຣຫິດ ແລະ​ຂອງ​ຊາວ​ເລວີ ທັງໝົດ​ຕ່າງ​ກໍ​ຮູ້​ເຫັນ​ເປັນ​ພະຍານ​ນຳ.</verse>
				<verse number="7">ຕໍ່ໄປ ແມ່ນ​ຊາວສີ່​ຄອບຄົວ​ທີ່​ໄດ້​ຖືກ​ມອບໝາຍ​ໜ້າທີ່​ໃຫ້​ຮັບຜິດຊອບ​ເປັນ​ລຳດັບ ດັ່ງນີ້: ທີໜຶ່ງ​ເຢໂຮຍອາຣິບ; ທີສອງ​ເຢດາອີຢາ; ທີສາມ​ຮາຣິມ; ທີສີ່​ເສໂອຣິມ; ທີຫ້າ​ມັນກີຢາ; ທີຫົກ​ມີຢາມິນ; ທີເຈັດ​ຮັກກົດ; ທີແປດ​ອາບີຢາ; ທີເກົ້າ​ເຢຊູອາ; ທີສິບ​ເຊການີຢາ; ທີສິບເອັດ​ເອລີອາຊິບ; ທີສິບສອງ​ຢາກິມ; ທີສິບສາມ​ຮຸບປາ; ທີສິບສີ່​ເຢເຊເບອັບ; ທີສິບຫ້າ​ບີນກາ; ທີສິບຫົກ​ອີມເມ; ທີສິບເຈັດ​ເຮຊີຣະ; ທີສິບແປດ​ຮັບປີເຊດ; ທີສິບເກົ້າ​ເປທາຮີຢາ; ທີຊາວ​ເຢເຮຊະເກນ; ທີຊາວເອັດ​ຢາກິນ; ທີຊາວສອງ​ກາມູນ; ທີຊາວສາມ​ເດລາອີຢາ; ທີຊາວສີ່​ມາອາຊີຢາ.</verse>
				<verse number="8">ຄົນ​ເຫຼົ່ານີ້​ໄດ້​ຖືກ​ຈົດ​ຊື່​ໄວ້​ຕາມ​ໜ້າທີ່ ຊຶ່ງ​ໄດ້​ຮັບ​ມອບໝາຍ​ໃຫ້​ເຮັດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ເຮັດ​ໜ້າທີ່​ຊຶ່ງ​ອາໂຣນ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ວາງ​ໄວ້; ເພື່ອ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.</verse>
				<verse number="9">ຄົນ​ເຫຼົ່ານີ້​ເປັນ​ຫົວໜ້າ​ຄອບຄົວ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ເລວີ​ມີ​ດັ່ງນີ້: ເຢເດອີຢາ ເຊື້ອສາຍ​ຂອງ​ອຳຣາມ ສືບ​ມາ​ທາງ​ຊູບາເອນ;</verse>
				<verse number="10">ອີຊີຢາ ເຊື້ອສາຍ​ຂອງ​ເຣຮາບີຢາ;</verse>
				<verse number="11">ຢາຮາດ ເຊື້ອສາຍ​ຂອງ​ອີຊະຮາ ສືບ​ມາ​ທາງ​ເຊໂລໂມດ;</verse>
				<verse number="12">ເຢຣິຢາ, ອາມາຣີຢາ, ເຢຮາຊີເອນ ແລະ​ເຢກາມີອາມ​ລູກຊາຍ​ຂອງ​ເຮັບໂຣນ ຕາມ​ລຳດັບ​ອາຍຸ;</verse>
				<verse number="13">ຊາເມຍ ເຊື້ອສາຍ​ຂອງ​ອຸດຊີເອນ ສືບ​ມາ​ທາງ​ມີກາ;</verse>
				<verse number="14">ເຊກາຣີຢາ ສືບ​ມາ​ທາງ​ອິດຊີຢາ. ລາວ​ເປັນ​ນ້ອງຊາຍ​ຂອງ​ມີກາ;</verse>
				<verse number="15">ມາຮະລີ, ມູຊີ ແລະ​ຢາອາຊີຢາ, ເຊື້ອສາຍ​ຂອງ​ເມຣາຣີ.</verse>
				<verse number="16">ສ່ວນ​ຢາອາຊີຢາ​ນັ້ນ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ໂຊຮາມ, ຊັກກູເຣ ແລະ​ອິບຣີ.</verse>
				<verse number="17">ມາຮະລີ​ມີ​ລູກຊາຍ​ສອງ​ຄົນ: ເອເລອາຊາ​ແລະ​ກີເຊ. ເອເລອາຊາ​ບໍ່ມີ​ລູກຊາຍ ແຕ່​ກີເຊ​ນັ້ນ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເຢຣາເມເອນ.</verse>
				<verse number="18"></verse>
				<verse number="19">ສ່ວນ​ມູຊີ​ນັ້ນ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ມາຮະລີ, ເອເດ ແລະ​ເຢຣີໂມດ. ຄົນ​ເຫຼົ່ານີ້​ແມ່ນ​ຄອບຄົວ​ຕ່າງໆ​ຂອງ​ຊາວ​ເລວີ.</verse>
				<verse number="20">ຫົວໜ້າ​ຂອງ​ແຕ່ລະ​ຄອບຄົວ ແລະ​ນ້ອງຊາຍ​ຂອງ​ພວກເຂົາ​ກໍ​ເໝືອນກັນ ໄດ້​ໃຊ້​ສະຫລາກ​ເລືອກ​ເອົາ​ໜ້າທີ່ ຊຶ່ງ​ໄດ້​ຖືກ​ມອບໝາຍ​ໃຫ້ ເໝືອນກັນ​ກັບ​ຍາດຕິພີ່ນ້ອງ​ຂອງ​ພວກເຂົາ​ຄື​ບັນດາ​ປະໂຣຫິດ ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ​ໄດ້​ປະຕິບັດ​ຕໍ່ໜ້າ​ກະສັດ​ດາວິດ, ຊາດົກ, ອາຮີເມເຫຼັກ ແລະ​ບັນດາ​ຫົວໜ້າ​ຄອບຄົວ​ຂອງ​ປະໂຣຫິດ​ແລະ​ຂອງ​ຊາວ​ເລວີ ຕ່າງ​ກໍໄດ້​ຮູ້​ເຫັນ​ເປັນ​ພະຍານ​ນຳ.</verse>
			</chapter>
			<chapter number="25">
				<verse number="1">ກະສັດ​ດາວິດ​ແລະ​ບັນດາ​ຜູ້ນຳ​ຂອງ​ຊາວ​ເລວີ​ໄດ້​ເລືອກ​ຫົວໜ້າ​ຕະກຸນ ເພື່ອ​ໃຫ້​ນຳ​ການ​ນະມັດສະການ ມີ​ດັ່ງນີ້: ອາສັບ, ເຮມານ ແລະ​ເຢດູທູນ. ພວກເຂົາ​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ ປະສົມ​ປະສານ​ກັບ​ການ​ບັນເລງ​ພິນ ແລະ​ຕົບແສ່ງ. ລາຍຊື່​ຂອງ​ບຸກຄົນ​ທີ່​ໄດ້​ຖືກ​ຄັດເລືອກ​ໃຫ້​ນຳ​ການ​ນະມັດສະການ ພ້ອມ​ກັບ​ໜ້າທີ່​ຂອງ​ແຕ່ລະ​ກຸ່ມ​ທີ່​ຕົນ​ສັງກັດ​ຢູ່​ມີ​ດັ່ງນີ້:</verse>
				<verse number="2">ລູກຊາຍ​ສີ່​ຄົນ​ຂອງ​ອາສັບ​ມີ​ດັ່ງນີ້: ຊັກກູເຣ, ໂຢເຊັບ, ເນທານີຢາ ແລະ​ອາຊາເຣລາ. ພວກເຂົາ​ຢູ່​ໃຕ້​ການ​ຊີ້ນຳ​ຂອງ​ອາສັບ ຜູ້​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ເມື່ອ​ກະສັດ​ສັ່ງການ.</verse>
				<verse number="3">ລູກຊາຍ​ຫົກ​ຄົນ​ຂອງ​ເຢດູທູນ​ມີ​ດັ່ງນີ້: ເກດາລີຢາ, ເຊຣີ, ເຢຊາອີຢາ, ຊີເມອີ, ຮາຊາບີຢາ ແລະ​ມັດຕີທີຢາ. ພາຍໃຕ້​ການ​ຊີ້ນຳ​ຂອງ​ພໍ່​ຕົນ ພວກເຂົາ​ໄດ້​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ ປະສົມ​ປະສານ​ກັບ​ການ​ບັນເລງ​ພິນ ເພື່ອ​ໂມທະນາ​ຂອບພຣະຄຸນ​ແລະ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າຢາເວ.</verse>
				<verse number="4">ລູກຊາຍ​ສິບສີ່​ຄົນ​ຂອງ​ເຮມານ​ມີ​ດັ່ງນີ້: ບຸກກີຢາ, ມັດຕານີຢາ, ອຸດຊີເອນ, ເຊບູເອນ, ເຢຣີໂມດ, ຮານານີຢາ, ຮານານີ, ເອລີອາທາ, ກິດດັນຕີ, ໂຣມາມຕີ​ເອເຊ, ໂຢຊະເບກາຊາ, ມັນໂລທີ, ໂຮທີເຣ ແລະ​ມາຮາຊີອົດ.</verse>
				<verse number="5">ພຣະເຈົ້າ​ໄດ້​ໃຫ້​ເຮມານ ຜູ້ທຳນວາຍ​ຂອງ​ກະສັດ ມີ​ລູກຊາຍ​ສິບສີ່​ຄົນ​ນີ້​ກັບ​ລູກສາວ​ອີກ​ສາມ​ຄົນ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້ ເພື່ອ​ໃຫ້​ຣິດອຳນາດ​ແກ່​ເຮມານ.</verse>
				<verse number="6">ລູກຊາຍ​ທຸກຄົນ​ຕົບແສ່ງ​ກັບ​ດີດພິນ​ພາຍໃຕ້​ການ​ຊີ້ນຳ​ຂອງ​ຜູ້​ເປັນ​ພໍ່ ເພື່ອ​ປະສົມ​ປະສານ​ການ​ນະມັດສະການ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ສ່ວນ​ອາສັບ, ເຢດູທູນ ແລະ​ເຮມານ ແມ່ນ​ຢູ່​ໃຕ້​ຄຳສັ່ງ​ຂອງ​ກະສັດ.</verse>
				<verse number="7">ຊາຍ​ຊາວສີ່​ຄົນ​ນີ້​ລ້ວນແລ້ວແຕ່​ເປັນ​ຜູ້ຊ່ຽວຊານ; ແລະ​ພີ່ນ້ອງ​ຊາວ​ເລວີ​ກໍ​ລ້ວນແລ້ວແຕ່​ເປັນ​ນັກດົນຕຼີ ທີ່​ໄດ້​ຮັບ​ການ​ຝຶກຊ້ອມ​ຖວາຍ​ແກ່​ພຣະເຈົ້າຢາເວ​ມາ​ແລ້ວ. ພວກເຂົາ​ມີ​ທັງໝົດ​ສອງຮ້ອຍ​ແປດສິບແປດ​ຄົນ.</verse>
				<verse number="8">ພວກເຂົາ​ໃຊ້​ສະຫລາກ ບໍ່​ວ່າ​ສຳລັບ​ຜູ້ໜຸ່ມ​ຫລື​ຜູ້ແກ່ ບໍ່​ວ່າ​ສຳລັບ​ຜູ້​ທີ່​ຊຳນານ​ຫລື​ເລີ່ມຕົ້ນ​ໃໝ່​ກໍຕາມ ເພື່ອ​ຮັບ​ໜ້າທີ່​ມອບໝາຍ.</verse>
				<verse number="9">ສະຫລາກ​ທີໜຶ່ງ ໄດ້​ແກ່​ໂຢເຊັບ ຄອບຄົວ​ອາສັບ; ທີສອງ ໄດ້​ແກ່​ເກດາລີຢາ ພ້ອມ​ທັງ​ພວກ​ພີ່ນ້ອງ​ກັບ​ພວກ​ລູກຊາຍ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="10">ທີສາມ ໄດ້​ແກ່​ຊັກກູເຣ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="11">ທີສີ່ ໄດ້​ແກ່​ເຊຣີ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="12">ທີຫ້າ ໄດ້​ແກ່​ເນທານີຢາ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="13">ທີຫົກ ໄດ້​ແກ່​ບຸກກີຢາ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="14">ທີເຈັດ ໄດ້​ແກ່​ອາຊາເຣລາ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="15">ທີແປດ ໄດ້​ແກ່​ເຢຊາອີຢາ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="16">ທີເກົ້າ ໄດ້​ແກ່​ມັດຕານີຢາ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="17">ທີສິບ ໄດ້​ແກ່​ຊີເມອີ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="18">ທີສິບເອັດ ໄດ້​ແກ່​ອາຊາເຣນ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="19">ທີສິບສອງ ໄດ້​ແກ່​ຮາຊາບີຢາ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="20">ທີສິບສາມ ໄດ້​ແກ່​ຊູບາເອນ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="21">ທີສິບສີ່ ໄດ້​ແກ່​ມັດຕີທີຢາ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="22">ທີສິບຫ້າ ໄດ້​ແກ່​ເຢຣີໂມດ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="23">ທີສິບຫົກ ໄດ້​ແກ່​ຮານານີຢາ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="24">ທີສິບເຈັດ ໄດ້​ແກ່​ໂຢຊະເບກາຊາ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="25">ທີສິບແປດ ໄດ້​ແກ່​ຮານານີ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="26">ທີສິບເກົ້າ ໄດ້​ແກ່​ມັນໂລທີ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="27">ທີຊາວ ໄດ້​ແກ່​ເອລີອາທາ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="28">ທີຊາວເອັດ ໄດ້​ແກ່​ໂຮທີເຣ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="29">ທີຊາວສອງ ໄດ້​ແກ່​ກິດດັນຕີ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="30">ທີຊາວສາມ ໄດ້​ແກ່​ມາຮາຊີອົດ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ;</verse>
				<verse number="31">ທີຊາວສີ່ ໄດ້​ແກ່​ໂຣມາມຕີ​ເອເຊ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ.</verse>
			</chapter>
			<chapter number="26">
				<verse number="1">ຄົນເລວີ​ເຫຼົ່ານີ້​ມີ​ໜ້າທີ່​ເຝົ້າຍາມ​ພຣະວິຫານ. ຈາກ​ຕະກຸນ​ຂອງ​ໂກຣາ​ແມ່ນ​ເມເຊເລມີຢາ ລູກຊາຍ​ຂອງ​ໂກເຣ​ໃນ​ຄອບຄົວ​ຂອງ​ອາສັບ.</verse>
				<verse number="2">ລາວ​ມີ​ລູກຊາຍ​ເຈັດ​ຄົນ​ຕາມ​ລຳດັບ​ອາຍຸ ດັ່ງນີ້: ເຊກາຣີຢາ, ເຢດີອາເອນ, ເຊບາດີຢາ, ຢາທະນິເອນ,</verse>
				<verse number="3">ເອລາມ, ເຢໂຮຮານານ ແລະ​ເອລີເອໂຮນາຍ.</verse>
				<verse number="4">ພຣະເຈົ້າ​ໄດ້​ອວຍພອນ​ໂອເບັດເອໂດມ​ໃຫ້​ມີ​ລູກຊາຍ​ແປດ​ຄົນ ຕາມ​ລຳດັບ​ອາຍຸ ດັ່ງນີ້: ເຊມາອີຢາ, ເຢໂຮຊາບັດ, ໂຢອາ, ສາກາ, ເນທາເນນ,</verse>
				<verse number="5">ອາມມີເອນ, ອິດຊາຄາ ແລະ​ເປອູນເລໄທ.</verse>
				<verse number="6">ເຊມາອີຢາ ລູກຊາຍກົກ​ຂອງ​ໂອເບັດເອໂດມ​ມີ​ລູກຊາຍ​ຫົກ​ຄົນ​ດັ່ງນີ້: ໂອທະນີ, ເຣຟາເອນ, ໂອເບັດ, ເອນຊາບັດ, ເອລີຮູ ແລະ​ເສມາກີຢາ. ພວກເຂົາ​ເປັນ​ຄົນ​ສຳຄັນ​ໃນ​ຕະກຸນ​ເພາະ​ພວກເຂົາ​ມີ​ຄວາມ​ສາມາດ​ສູງ; ສອງ​ຄົນ​ສຸດທ້າຍ​ນີ້​ຍິ່ງ​ມີ​ຄວາມ​ສາມາດເລີດ.</verse>
				<verse number="7"></verse>
				<verse number="8">ຄອບຄົວ​ຂອງ​ໂອເບັດເອໂດມ​ສືບທອດ ຜູ້​ມີ​ຄວາມ​ສາມາດ​ສູງ​ໃຫ້​ທັງໝົດ​ຫົກສິບສອງ​ຄົນ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ວຽກງານ​ດ້ານ​ນີ້.</verse>
				<verse number="9">ຄອບຄົວ​ຂອງ​ເມເຊເລມີຢາ ສືບທອດ​ຜູ້​ມີ​ຄວາມ​ສາມາດ​ໃຫ້ ສິບແປດ​ຄົນ.</verse>
				<verse number="10">ໂຮສາ ຈາກ​ຕະກຸນ​ເມຣາຣີ ມີ​ລູກຊາຍ​ສີ່​ຄົນ​ດັ່ງນີ້: ຊີມຣີ (ພໍ່​ຂອງ​ລາວ​ໄດ້​ຕັ້ງ​ລາວ​ໃຫ້​ເປັນ​ຫົວໜ້າ ເຖິງ​ແມ່ນ​ວ່າ​ບໍ່ແມ່ນ​ອ້າຍກົກ​ກໍຕາມ),</verse>
				<verse number="11">ຮິນກີຢາ, ເຕບາລີຢາ ແລະ​ເຊກາຣີຢາ. ສະມາຊິກ​ທັງໝົດ​ໃນ​ຄອບຄົວ​ຂອງ​ໂຮສາ​ທີ່​ເປັນ​ຜູ້​ເຝົ້າຍາມ​ພຣະວິຫານ​ມີ​ສິບສາມ​ຄົນ.</verse>
				<verse number="12">ຄົນ​ເຝົ້າຍາມ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄດ້​ຖືກ​ແບ່ງ​ອອກ​ເປັນ​ໝວດ​ຕາມ​ຄອບຄົວ ແລະ​ພວກເຂົາ​ໄດ້​ຖືກ​ມອບໝາຍ​ໜ້າທີ່​ໃນ​ພຣະວິຫານ​ດັ່ງ​ຄົນເລວີ​ອື່ນໆ.</verse>
				<verse number="13">ແຕ່ລະ​ຄອບຄົວ​ຈະ​ໃຊ້​ສະຫລາກ​ເອົາ ວ່າ​ຕົນ​ຈະ​ຮັບຜິດຊອບ​ປະຕູ​ດ້ານ​ໃດ ໂດຍ​ບໍ່ຄຳນືງ​ເຖິງ​ວ່າ​ຄອບຄົວ​ມີ​ຄົນ​ຫລາຍ ຫລື​ຄົນໜ້ອຍ.</verse>
				<verse number="14">ເຊເລມີຢາ ຮັບ​ສະຫລາກ​ຖືກ​ປະຕູ​ດ້ານ​ຕາເວັນອອກ ແລະ​ເຊກາຣີຢາ​ລູກຊາຍ​ຂອງ​ເພິ່ນ ຜູ້​ໃຫ້​ຄຳ​ປຶກສາ​ທີ່​ດີ​ຕະຫລອດ​ມາ ກໍໄດ້​ຮັບ​ສະຫລາກ​ຖືກ​ປະຕູ​ດ້ານ​ເໜືອ.</verse>
				<verse number="15">ໂອເບັດເອໂດມ ໄດ້​ຮັບ​ສະຫລາກ​ຖືກ​ປະຕູ​ດ້ານ​ໃຕ້ ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ຮັບ​ສະຫລາກ​ຖືກ​ເຝົ້າຍາມ​ຫ້ອງເກັບເຄື່ອງ.</verse>
				<verse number="16">ຊຸບປິມ​ແລະ​ໂຮສາ ໄດ້​ຮັບ​ສະຫລາກ​ຖືກ​ປະຕູ​ດ້ານ​ຕາເວັນຕົກ ແລະ​ປະຕູ​ຊັນເລເກັດ​ທີ່​ຖະໜົນ​ຂ້າງ​ເທິງ. ໜ້າທີ່​ເຝົ້າຍາມ​ນັ້ນ​ໄດ້​ຖືກ​ແບ່ງ​ຜຽນ ເຂົ້າ​ຮັບ​ໜ້າທີ່​ສືບຕໍ່​ກັນໄປ.</verse>
				<verse number="17">ທາງດ້ານ​ຕາເວັນອອກ ແຕ່ລະວັນ​ມີ​ຄົນ​ເຝົ້າຍາມ​ຫົກ​ຄົນ; ທາງ​ດ້ານ​ເໜືອ​ມີ​ສີ່​ຄົນ ແລະ​ທາງດ້ານ​ໃຕ້​ມີ​ສີ່​ຄົນ. ທີ່​ຫ້ອງ​ໄວ້​ເຄື່ອງ​ມີ​ຄົນ​ເຝົ້າຍາມ​ສີ່​ຄົນ ຫ້ອງ​ລະ​ສອງ​ຄົນ.</verse>
				<verse number="18">ບ່ອນ​ໃກ້​ຕຶກ​ທາງ​ດ້ານ​ຕາເວັນຕົກ​ມີ​ຄົນ​ເຝົ້າຍາມ​ສີ່​ຄົນ ທີ່​ຖະໜົນ​ມີ​ສອງ​ຄົນ ແລະ​ທີ່​ຕົວ​ຕຶກ​ມີ​ສອງ​ຄົນ.</verse>
				<verse number="19">ອັນນີ້​ແມ່ນ​ການ​ມອບໝາຍ​ໜ້າທີ່​ເຝົ້າຍາມ ໃຫ້​ແກ່​ຕະກຸນ​ໂກຣາ ແລະ​ເມຣາຣີ.</verse>
				<verse number="20">ຊາວ​ເລວີ​ອື່ນໆ ມີ​ໜ້າທີ່​ເບິ່ງແຍງ​ຄັງ​ຂອງ​ວິຫານ​ຂອງ​ພຣະເຈົ້າ ແລະ​ຫ້ອງ​ໄວ້​ຂອງ​ທີ່​ໄດ້​ອຸທິດຖວາຍ​ແລ້ວ.</verse>
				<verse number="21">ລາດານ ລູກຊາຍ​ຜູ້ໜຶ່ງ​ຂອງ​ເກໂຊນ​ເປັນ​ບັນພະບຸລຸດ​ຄອບຄົວ​ຕາມ​ໝວດ​ຕ່າງໆ ລວມທັງ​ຄອບຄົວ​ຂອງ​ເຢຮີເອລີ ລູກຊາຍ​ຂອງຕົນ.</verse>
				<verse number="22">ລູກຊາຍ​ອີກ​ສອງ​ຄົນ​ຂອງ​ລາດານ ເຊດທາມ​ແລະ​ໂຢເອນ ເປັນ​ຜູ້​ເບິ່ງແຍງ​ຄັງ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລະ​ຫ້ອງ​ໄວ້​ເຄື່ອງ.</verse>
				<verse number="23">ໜ້າທີ່​ຕ່າງໆ​ນີ້​ຍັງ​ໄດ້​ຖືກ​ມອບໝາຍ​ໃຫ້​ເຊື້ອສາຍ​ຂອງ​ອຳຣາມ, ອີຊະຮາ, ເຮັບໂຣນ ແລະ​ອຸດຊີເອນ.</verse>
				<verse number="24">ເຊບູເອນ ຄົນ​ໃນ​ຕະກຸນ​ເກໂຊມ ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ໂມເຊ ໄດ້​ເປັນ​ຫົວໜ້າ​ເຈົ້າໜ້າທີ່​ຮັບຜິດຊອບ​ຄັງ​ຂອງ​ພຣະວິຫານ.</verse>
				<verse number="25">ໂດຍ​ເປັນ​ດອງ​ກັນ​ກັບ​ເອລີເອເຊ​ນ້ອງຊາຍ​ຂອງ​ເກໂຊມ ລາວ​ຈຶ່ງ​ເປັນ​ພີ່ນ້ອງ​ກັບ​ເຊໂລມິດ. ເອລີເອເຊ​ເປັນ​ພໍ່​ຂອງ​ເຣຮາບີຢາ, ເຣຮາບີຢາ​ເປັນ​ພໍ່​ຂອງ​ເຢຊາອີຢາ, ເຢຊາອີຢາ​ເປັນ​ພໍ່​ຂອງ​ໂຢຣາມ, ໂຢຣາມ​ເປັນ​ພໍ່​ຂອງ​ຊີກະຣີ, ຊີກະຣີ​ເປັນ​ພໍ່​ຂອງ​ເຊໂລມິດ.</verse>
				<verse number="26">ເຊໂລມິດ ແລະ​ສະມາຊິກ​ໃນ​ຄອບຄົວ​ຂອງ​ລາວ ເປັນ​ຜູ້​ເບິ່ງແຍງ​ເຄື່ອງ​ຖວາຍ​ທັງໝົດ​ທີ່​ກະສັດ​ດາວິດ, ບັນດາ​ຫົວໜ້າ​ຄອບຄົວ​ຕ່າງໆ, ບັນດາ​ຜູ້ນຳ​ຕະກຸນ​ໃນ​ໝວດ​ຕ່າງໆ ແລະ​ບັນດາ​ນາຍ​ທະຫານ​ໃນ​ກອງທັບ​ໄດ້​ອຸທິດຖວາຍ.</verse>
				<verse number="27">ພວກເຂົາ​ນຳ​ເອົາ​ຂອງ​ທີ່​ຢຶດ​ໄດ້​ຈາກ​ສະໜາມຮົບ ແລະ​ອຸທິດຖວາຍ​ສິ່ງ​ເຫຼົ່ານັ້ນ​ເພື່ອ​ໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="28">ເຊໂລມິດ​ກັບ​ຄອບຄົວ​ຂອງ​ລາວ​ເປັນ​ຜູ້​ເບິ່ງແຍງ​ທຸກສິ່ງ ທີ່​ໄດ້​ອຸທິດຖວາຍ​ເພື່ອ​ໃຊ້​ໃນ​ພຣະວິຫານ ລວມ​ທັງ​ເຄື່ອງ​ຖວາຍ ຊຶ່ງ​ຜູ້ທຳນວາຍ​ຊາມູເອນ, ກະສັດ​ໂຊນ​ລູກຊາຍ​ຂອງ​ກີເຊ, ອັບເນ​ລູກຊາຍ​ຂອງ​ເນຣະ ແລະ​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ ໄດ້​ນຳ​ມາ​ຖວາຍ.</verse>
				<verse number="29">ໃນ​ຈຳນວນ​ເຊື້ອສາຍ​ຂອງ​ອີຊະຮາ​ນັ້ນ ເກນານີຢາ​ກັບ​ລູກຊາຍ​ຂອງ​ລາວ ໄດ້​ຖືກ​ມອບໝາຍ​ໜ້າທີ່​ການ​ບໍລິຫານ​ພາຍນອກ​ສຳລັບ​ຊາວ​ອິດສະຣາເອນ​ຄື: ເປັນ​ເຈົ້າໜ້າທີ່ ແລະ​ຜູ້ຕັດສິນ.</verse>
				<verse number="30">ໃນ​ຈຳນວນ​ເຊື້ອສາຍ​ຂອງ​ເຮັບໂຣນ​ນັ້ນ ຮາຊາບີຢາ ແລະ​ພີ່ນ້ອງ​ຂອງ​ລາວ ໜຶ່ງພັນ​ເຈັດຮ້ອຍ​ຄົນ ລ້ວນແຕ່​ເດັ່ນໆ​ທັງ​ນັ້ນ ເຮັດ​ໜ້າທີ່​ບໍລິຫານ​ຈັດການ​ວຽກງານ​ຂອງ​ພຣະເຈົ້າຢາເວ ພິທີກຳ​ແລະ​ດ້ານ​ພົນລະເຮືອນ​ໃນ​ປະເທດ​ອິດສະຣາເອນ ທາງ​ຝັ່ງ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ.</verse>
				<verse number="31">ເຢຣິຢາ​ເປັນ​ຫົວໜ້າ​ໃນ​ເຊື້ອສາຍ​ຂອງ​ເຮັບໂຣນ. (ໃນ​ຣາຊການ​ປີ​ທີ​ສີ່ສິບ​ຂອງ​ກະສັດ​ດາວິດ ໄດ້​ມີ​ການ​ສືບສວນ​ເບິ່ງ​ສາຍ​ຄອບຄົວ​ຂອງ​ເຮັບໂຣນ ຕະຫລອດ​ທັງ​ທະຫານ​ຜູ້​ທີ່​ເກັ່ງກ້າ​ຂອງ​ຄອບຄົວ​ນີ້ ທີ່​ຍັງ​ມີ​ຊີວິດ​ຢູ່​ທີ່​ອາໄສ​ຢູ່​ຢາເຊ​ໃນ​ກີເລອາດ.)</verse>
				<verse number="32">ກະສັດ​ດາວິດ​ໄດ້​ເລືອກເອົາ​ບັນດາ​ຫົວໜ້າ​ຄອບຄົວ​ທີ່​ເກັ່ງກ້າ​ຈາກ​ພີ່ນ້ອງ​ຂອງ​ເຢຣິຢາ ສອງພັນ​ເຈັດຮ້ອຍ​ຄົນ ເພື່ອ​ໃຫ້​ເຮັດ​ໜ້າທີ່​ບໍລິຫານ​ທາງ​ດ້ານ​ກິດຈະການ​ຂອງ​ພຣະເຈົ້າ ແລະ​ດ້ານ​ພົນລະເຮືອນ​ທ່າມກາງ​ຊາວ​ອິດສະຣາເອນ​ທີ່​ທາງ​ຝັ່ງ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ເຊັ່ນ: ໃນ​ເຂດແດນ​ຕ່າງໆ​ຂອງ​ຣູເບັນ, ກາດ ແລະ​ມານາເຊ​ເຄິ່ງເຜົ່າ​ຕາເວັນອອກ.</verse>
			</chapter>
			<chapter number="27">
				<verse number="1">ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ບັນດາ​ຫົວໜ້າ​ຄອບຄົວ ແລະ​ບັນດາ​ຫົວໜ້າ​ຕະກຸນ ພ້ອມ​ທັງ​ບັນດາ​ເຈົ້າໜ້າທີ່​ອິດສະຣາເອນ ທີ່​ໄດ້​ບໍລິຫານ​ວຽກງານ​ຂອງ​ຣາຊອານາຈັກ. ທຸກໆ​ເດືອນ​ໃນ​ແຕ່ລະ​ປີ​ໃດ ໄດ້​ມີ​ໝວດ​ຕ່າງໆ​ຊາວສີ່​ພັນ​ຄົນ ປະຕິບັດ​ໜ້າທີ່​ພາຍໃຕ້​ຜູ້​ບັນຊາການ​ປະຈຳເດືອນ​ນັ້ນໆ.</verse>
			</chapter>
			<chapter number="28">
				<verse number="1">ກະສັດ​ໄດ້​ສັ່ງ​ບັນດາ​ຂ້າຣາຊການ​ທັງໝົດ​ໃນ​ຊາດ​ອິດສະຣາເອນ ໃຫ້​ມາ​ປະຊຸມ​ກັນ​ທີ່​ນະຄອນ​ເຢຣູຊາເລັມ. ດັ່ງນັ້ນ ຂ້າຣາຊການ​ທັງໝົດ​ຂອງ​ເຜົ່າ​ຕ່າງໆ, ບັນດາ​ຂ້າຣາຊການ​ຜູ້​ທີ່​ໄດ້​ບໍລິຫານ​ວຽກ​ການ​ຂອງ​ອານາຈັກ ບັນດາ​ຜູ້ນຳ​ຂອງ​ຕະກຸນ​ຕ່າງໆ, ບັນດາ​ເຈົ້າໜ້າທີ່​ຜູ້​ເບິ່ງແຍງ​ຊັບສົມບັດ ແລະ​ສັດ​ຂອງ​ກະສັດ ແລະ​ຂອງ​ບັນດາ​ລູກຊາຍ​ຂອງ​ເພິ່ນ ຕະຫລອດ​ທັງ​ບັນດາ​ຂ້າຣາຊການ​ໃນ​ວັງ, ພວກ​ທະຫານ​ທີ່​ເກັ່ງກ້າ, ພວກ​ນັກຮຽນ​ຮູ້ ແລະ​ບັນດາ​ຜູ້​ອາວຸໂສ ກໍໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="2">ກະສັດ​ດາວິດ​ໄດ້​ຢືນ​ຂຶ້ນ​ຕໍ່ໜ້າ​ພວກເຂົາ ແລະ​ກ່າວ​ແກ່​ທີ່​ປະຊຸມ​ວ່າ, “ເພື່ອນ​ຮ່ວມ​ຊາດ​ທັງຫລາຍ ຈົ່ງ​ຟັງ​ເທີ້ນ ຂ້າພະເຈົ້າ​ຕ້ອງການ​ສ້າງ​ວິຫານ​ອັນ​ຖາວອນ​ເພື່ອ​ໄວ້​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ໃຫ້​ເປັນ​ທີ່​ຮອງ​ຕີນ​ພຣະເຈົ້າ​ຂອງ​ພວກເຮົາ. ຂ້າພະເຈົ້າ​ໄດ້​ຫ້າງຫາ​ທຸກສິ່ງ​ໄວ້​ພ້ອມ​ແລ້ວ​ສຳລັບ​ການ​ກໍ່ສ້າງ.</verse>
				<verse number="3">ແຕ່​ພຣະເຈົ້າ​ໄດ້​ຫ້າມ​ຂ້າພະເຈົ້າ​ໄວ້ ເພາະ​ຂ້າພະເຈົ້າ​ເປັນ​ນັກຮົບ ແລະ​ໄດ້​ເຮັດ​ໃຫ້​ເລືອດຕົກ​ຢ່າງ​ຫລວງຫລາຍ.</verse>
				<verse number="4">ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ໄດ້​ເລືອກ​ຂ້າພະເຈົ້າ ແລະ​ເຊື້ອສາຍ​ຂອງ​ຂ້າພະເຈົ້າ​ໃຫ້​ປົກຄອງ​ຊາດ​ອິດສະຣາເອນ​ຕະຫລອດໄປ. ພຣະອົງ​ໄດ້​ເລືອກເອົາ​ເຜົ່າຢູດາ​ໃຫ້​ເປັນ​ຫົວໜ້າ​ນຳພາ ແລະ​ຈາກ​ເຜົ່າຢູດາ ພຣະອົງ​ໄດ້​ເລືອກເອົາ​ຄອບຄົວ​ຂອງ​ຂ້າພະເຈົ້າ. ຈາກ​ພີ່ນ້ອງ​ທັງໝົດ​ໃນ​ຄອບຄົວ​ຂອງ​ຂ້າພະເຈົ້າ ພຣະອົງ​ພໍໃຈ​ນຳ​ຂ້າພະເຈົ້າ ແລະ​ແຕ່ງຕັ້ງ​ຂ້າພະເຈົ້າ​ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ທົ່ວ​ທັງໝົດ​ຊາດ​ອິດສະຣາເອນ.</verse>
				<verse number="5">ພຣະເຈົ້າຢາເວ​ໄດ້​ໃຫ້​ຂ້າພະເຈົ້າ​ມີ​ລູກຊາຍ​ຫລາຍ​ຄົນ ແລະ​ໃນ​ພວກ​ລູກຊາຍ​ທັງໝົດ​ຂອງ​ຂ້າພະເຈົ້າ​ນັ້ນ ພຣະອົງ​ກໍໄດ້​ເລືອກເອົາ​ໂຊໂລໂມນ​ໃຫ້​ຂຶ້ນ​ເປັນ​ຜູ້ປົກຄອງ​ຊາດ​ອິດສະຣາເອນ ອານາຈັກ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="6">ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ໂຊໂລໂມນ ລູກຊາຍ​ຂອງ​ເຈົ້າ​ເທົ່ານັ້ນ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ຂອງເຮົາ. ເຮົາ​ໄດ້​ເລືອກເອົາ​ລາວ​ໃຫ້​ເປັນ​ລູກຊາຍ​ຂອງເຮົາ ແລະ​ເຮົາ​ຈະ​ເປັນ​ພໍ່​ຂອງ​ລາວ.</verse>
				<verse number="7">ເຮົາ​ຈະ​ເຮັດ​ໃຫ້​ອານາຈັກ​ຂອງ​ລາວ​ຍືນຍົງ​ໄປ​ຕະຫລອດ ຖ້າ​ລາວ​ສືບຕໍ່​ເຊື່ອຟັງ​ຢ່າງ​ເອົາໃຈໃສ່ ກົດບັນຍັດ​ທຸກ​ບົດ​ແລະ​ຄຳສັ່ງ​ທຸກ​ຂໍ້​ຂອງເຮົາ ດັ່ງ​ທີ່​ລາວ​ປະຕິບັດ​ໃນ​ເວລາ​ນີ້.’</verse>
				<verse number="8">ສະນັ້ນ ປະຊາຊົນ​ຂອງ​ຂ້າພະເຈົ້າ​ເອີຍ ບັດນີ້ ໂດຍ​ຊ້ອງໜ້າ​ພຣະເຈົ້າຢາເວ​ຂອງ​ພວກເຮົາ ຕໍ່​ການໄດ້ຍິນ​ພຣະເຈົ້າ​ຂອງ​ພວກເຮົາ ແລະ​ຢູ່​ຕໍ່​ໜ້າທີ່​ປະຊຸມ​ຂອງ​ຊາວ​ອິດສະຣາເອນ​ທັງໝົດ​ນີ້; ຂ້າພະເຈົ້າ​ຈຶ່ງ​ຂໍ​ສັ່ງ​ພວກທ່ານ​ທຸກຄົນ​ໃຫ້​ເຊື່ອຟັງ​ຢ່າງ​ເອົາໃຈໃສ່ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສັ່ງ​ພວກເຮົາ​ໄວ້​ທຸກປະການ; ເພື່ອ​ວ່າ​ພວກທ່ານ​ຈະ​ໄດ້​ສືບຕໍ່​ເປັນ​ກຳມະສິດ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ ຊຶ່ງ​ພວກທ່ານ​ຈະ​ໄດ້​ສືບທອດ​ໃຫ້​ເຊັ່ນ​ຕໍ່ໆໄປ​ໄດ້.”</verse>
				<verse number="9">ຕໍ່ມາ​ເພິ່ນ​ໄດ້​ກ່າວ​ແກ່​ໂຊໂລໂມນ​ວ່າ, “ລູກເອີຍ ເຈົ້າ​ຈົ່ງ​ຮໍ່າຮຽນ​ໃຫ້​ຮູ້ຈັກ​ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ຮັບໃຊ້​ນີ້​ໃຫ້​ດີໆ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ​ແລະ​ສຸດ​ຄວາມຄິດ. ພຣະເຈົ້າຢາເວ​ຮູ້​ຄວາມຄິດ​ແລະ​ຄວາມ​ປາຖະໜາ​ທັງໝົດ​ຂອງ​ພວກເຮົາ. ຖ້າ​ເຈົ້າ​ສະແຫວງ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ເຈົ້າ​ໄດ້​ພົບ​ກັບ​ພຣະອົງ, ແຕ່​ຖ້າ​ເຈົ້າ​ຫັນໜ້າ​ໜີໄປ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ເຈົ້າ​ຕະຫລອດໄປ.</verse>
				<verse number="10">ເຈົ້າ​ຕ້ອງ​ຮັບຮູ້​ວ່າ​ພຣະເຈົ້າຢາເວ​ໄດ້​ເລືອກເອົາ​ເຈົ້າ ໃຫ້​ເປັນ​ຜູ້​ສ້າງ​ວິຫານ​ອັນ​ສັກສິດ​ຂອງ​ພຣະອົງ. ບັດນີ້ ຈົ່ງ​ລົງ​ມື​ເຮັດ​ດ້ວຍ​ຄວາມ​ເດັດດ່ຽວ ແລະ​ກ້າຫານ​ເທີ້ນ.”</verse>
				<verse number="11">ກະສັດ​ດາວິດ​ໄດ້​ມອບ​ແຜນຜັງ​ການ​ກໍ່ສ້າງ​ພຣະວິຫານ​ທັງໝົດ​ໃຫ້​ແກ່​ໂຊໂລໂມນ​ຄື: ແຜນຜັງ​ຫ້ອງ​ຕ່າງໆ, ຫ້ອງ​ໄວ້​ເຄື່ອງ ແລະ​ຫ້ອງ​ຊັ້ນເທິງ ແລະ​ຫ້ອງ​ຊັ້ນໃນ ແລະ​ຫ້ອງ​ສັກສິດ​ທີ່ສຸດ​ຄື​ຫ້ອງ​ພຣະທີ່ນັ່ງ​ແຫ່ງ​ພຣະຄຸນ.</verse>
				<verse number="12">ເພິ່ນ​ໄດ້​ບອກ​ໃຫ້​ໂຊໂລໂມນ​ຮູ້​ແຜນຜັງ​ທີ່​ເພິ່ນ​ໄດ້​ຄິດ​ໃນໃຈ​ກ່ຽວກັບ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຫ້ອງ​ອື່ນໆ​ທີ່​ອ້ອມຮອບ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າ ແລະ​ຫ້ອງ​ໄວ້​ຂອງ​ສຳລັບ​ເຄື່ອງໃຊ້​ໃນ​ພຣະວິຫານ​ແລະ​ເຄື່ອງ​ທີ່​ອຸທິດຖວາຍ.</verse>
				<verse number="13">ກະສັດ​ດາວິດ​ໄດ້​ມອບ​ໃຫ້​ໂຊໂລໂມນ ມີ​ລະບຽບ​ການ​ຈັດຕັ້ງ​ຂອງ​ບັນດາ​ປະໂຣຫິດ​ແລະ​ຂອງ​ພວກເລວີ ໃນ​ການ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຮັກສາ​ເຄື່ອງໃຊ້​ທັງໝົດ​ປະຈຳ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="14">ເພິ່ນ​ໄດ້​ແນະນຳ​ວ່າ ຈະ​ໃຊ້​ເງິນ​ແລະ​ຄຳ​ໜັກ​ເທົ່າໃດ ເພື່ອ​ເຮັດ​ເຄື່ອງໃຊ້,</verse>
				<verse number="15">ເຮັດ​ຕະກຽງ​ແຕ່ລະ​ໜ່ວຍ ແລະ​ລຳ​ຕະກຽງ​ແຕ່ລະອັນ;</verse>
				<verse number="16">ເຮັດ​ໂຕະ​ເປັນ​ເງິນ​ແລະ​ໂຕະ​ເປັນ​ຄຳ ເພື່ອ​ຈະ​ວາງ​ເຂົ້າຈີ່​ຖວາຍ.</verse>
				<verse number="17">ເພິ່ນ​ຍັງ​ແນະນຳ​ວ່າ​ຈະ​ໃຊ້​ຄຳ​ເທົ່າໃດ​ເພື່ອ​ເຮັດ​ສ້ອມ, ຖ້ວຍ ແລະ​ໄຫ, ຕະຫລອດ​ທັງ​ຈະ​ໃຊ້​ເງິນ​ແລະ​ຄຳ​ເທົ່າໃດ​ສຳລັບ​ເຮັດ​ຈານ,</verse>
				<verse number="18">ແລະ​ຈະ​ໃຊ້​ຄຳສົດ​ເທົ່າໃດ​ສຳລັບ​ເຮັດ​ແທ່ນບູຊາ ເພື່ອ​ເຜົາ​ເຄື່ອງຫອມ​ພ້ອມ​ທັງ​ເຮັດ​ລົດມ້າ​ສຳລັບ​ເຄຣຸບ ຊຶ່ງ​ມີ​ປີກ​ພື​ອອກ​ທີ່​ເທິງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="19">ກະສັດ​ດາວິດ​ໄດ້​ເວົ້າ​ວ່າ, “ທັງໝົດ​ນັ້ນ​ມີ​ຢູ່​ໃນ​ແຜນຜັງ​ຕາມ​ຄຳແນະນຳ ທີ່​ພຣະເຈົ້າຢາເວ​ເອງ​ໄດ້​ບອກ​ພໍ່​ປະຕິບັດ​ໃຫ້​ສຳເລັດ.”</verse>
				<verse number="20">ກະສັດ​ດາວິດ​ໄດ້​ສັ່ງ​ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ວ່າ, “ຈົ່ງ​ເດັດດ່ຽວ ແລະ​ກ້າຫານ. ຈົ່ງ​ລົງມື​ເຮັດ​ວຽກ ແລະ​ຢ່າ​ໃຫ້​ມີ​ສິ່ງໃດສິ່ງໜຶ່ງ​ຂັດຂວາງ​ເຈົ້າ​ເລີຍ. ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ບົວລະບັດ​ຮັບໃຊ້​ນັ້ນ​ຈະ​ສະຖິດ​ຢູ່​ນຳ​ເຈົ້າ. ພຣະອົງ​ຈະ​ບໍ່​ປະຖິ້ມ​ເຈົ້າ​ແຕ່​ພຣະອົງ​ຈະ​ຢູ່​ນຳ​ເຈົ້າ ຈົນກວ່າ​ເຈົ້າ​ຈະ​ກໍ່ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ສຳເລັດ.</verse>
				<verse number="21">ບັນດາ​ປະໂຣຫິດ ແລະ​ພວກ​ເລວີ​ໄດ້​ຮັບ​ມອບໝາຍ​ໜ້າທີ່ ໃຫ້​ຮັບຜິດຊອບ​ໃນ​ວິຫານ​ຂອງ​ພຣະເຈົ້າ. ຊ່າງສີມື​ທຸກໆ​ຂະແໜງ​ກໍ​ຍິນດີ​ຈະ​ຊ່ວຍເຫລືອ​ເຈົ້າ ແລະ​ປະຊາຊົນ​ທັງໝົດ​ພ້ອມ​ບັນດາ​ພວກ​ຜູ້ນຳ​ກໍ​ຢູ່​ໃຕ້​ຄຳສັ່ງ​ຂອງ​ເຈົ້າ.”</verse>
			</chapter>
			<chapter number="29">
				<verse number="1">ແລ້ວ​ກະສັດ​ດາວິດ​ກໍ​ປະກາດ​ຕໍ່​ທີ່​ປະຊຸມ​ທັງໝົດ​ວ່າ, “ໂຊໂລໂມນ​ລູກຊາຍ​ຂອງ​ຂ້າພະເຈົ້າ​ແມ່ນ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກເອົາ, ແຕ່​ລາວ​ຍັງ​ໜຸ່ມ ແລະ​ຂາດ​ປະສົບການ. ພາລະກິດ​ນີ້​ເປັນ​ວຽກ​ທີ່​ຍິ່ງໃຫຍ່​ຫລາຍ ເພາະ​ບໍ່ແມ່ນ​ວຽກ​ສຳລັບ​ສ້າງ​ຣາຊວັງ​ໃຫ້​ມະນຸດ​ຢູ່, ແຕ່​ເປັນ​ວຽກ​ທີ່​ສ້າງ​ວິຫານ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ.</verse>
				<verse number="2">ຂ້າພະເຈົ້າ​ໄດ້​ພະຍາຍາມ​ຈັດຕຽມ​ວັດສະດຸ​ຕ່າງໆ​ໄວ້ ສຳລັບ​ສ້າງ​ພຣະວິຫານ ເປັນ​ຕົ້ນ: ຄຳ, ເງິນ, ທອງສຳຣິດ, ເຫຼັກ, ໄມ້, ຫີນ​ມີຄ່າ​ແລະ​ພອຍ, ຫີນລາຍ​ແລະ​ຫີນອ່ອນ ເປັນ​ຈຳນວນ​ຫລວງຫລາຍ.</verse>
				<verse number="3">ນອກຈາກ​ສິ່ງ​ທັງໝົດ​ທີ່​ໄດ້​ຖືກ​ຈັດຫາ​ໄວ້​ນັ້ນ ຂ້າພະເຈົ້າ​ຍັງ​ໄດ້​ມອບ​ເງິນ​ແລະ​ຄຳ​ຈາກ​ຊັບສົມບັດ​ສ່ວນຕົວ​ຂອງ​ຂ້າພະເຈົ້າ​ໃຫ້​ຕື່ມ ເພາະ​ຂ້າພະເຈົ້າ​ຮັກ​ວິຫານ​ຂອງ​ພຣະເຈົ້າ.</verse>
				<verse number="4">ຂ້າພະເຈົ້າ​ມອບ​ຄຳສົດ​ຈາກ​ໂອເຟຍ​ກວ່າ​ໜຶ່ງຮ້ອຍ​ໂຕນ ແລະ​ເງິນ​ສົດ​ສອງຮ້ອຍ​ຫົກສິບຫ້າ​ໂຕນ ສຳລັບ​ໃຊ້​ຕົບແຕ່ງ​ຝາ​ຂອງ​ພຣະວິຫານ ແລະ​ສຳລັບ​ເຮັດ​ສິ່ງຂອງ​ຕ່າງໆ​ທີ່​ພວກ​ຊ່າງສີມື​ຈະ​ລົງ​ມື​ເຮັດ. ບັດນີ້ ຜູ້ໃດ​ອີກ​ແດ່​ທີ່​ມີ​ໃຈ​ເຫລື້ອມໃສ​ສັດທາ ຢາກ​ຖວາຍ​ແກ່​ພຣະເຈົ້າຢາເວ?”</verse>
				<verse number="5"></verse>
				<verse number="6">ແລ້ວ​ບັນດາ​ຫົວໜ້າ​ຕະກຸນ​ຕ່າງໆ, ບັນດາ​ເຈົ້າໜ້າທີ່​ຂອງ​ເຜົ່າ​ຕ່າງໆ, ບັນດາ​ຜູ້​ບັນຊາການ​ກອງທັບ ແລະ​ບັນດາ​ຜູ້​ບໍລິຫານ​ຊັບສົມບັດ​ຂອງ​ກະສັດ ກໍໄດ້​ສະໝັກ​ໃຈ​ຖວາຍ​ສິ່ງຂອງ​ເພື່ອ​ວຽກງານ​ການ​ກໍ່ສ້າງ​ພຣະວິຫານ</verse>
				<verse number="7">ດັ່ງ​ຕໍ່ໄປນີ້: ຄຳ​ໜຶ່ງຮ້ອຍ​ເກົ້າສິບ​ໂຕນ, ເງິນ​ສາມຮ້ອຍ​ແປດສິບ​ໂຕນ, ທອງສຳຣິດ​ຫົກຮ້ອຍ​ເຈັດສິບຫ້າ​ໂຕນ ແລະ​ເຫຼັກ​ສາມພັນ​ເຈັດຮ້ອຍ​ຫ້າສິບ​ໂຕນ.</verse>
				<verse number="8">ສ່ວນ​ຜູ້​ທີ່​ມີ​ຫີນ​ມີຄ່າ​ກໍໄດ້​ຖວາຍ​ໃຫ້​ຄັງ​ວິຫານ​ຂອງ​ພຣະເຈົ້າຢາເວ ຊຶ່ງ​ເຢຮີເອນ​ຄົນເລວີ​ໃນ​ຕະກຸນ​ເກໂຊນ​ເປັນ​ຜູ້​ບໍລິຫານ.</verse>
				<verse number="9">ປະຊາຊົນ​ຖວາຍ​ດ້ວຍ​ໃຈ​ເຫລື້ອມໃສ​ສັດທາ​ໃຫ້​ແກ່​ພຣະເຈົ້າຢາເວ ແລະ​ພວກເຂົາ​ຕ່າງ​ກໍ​ມີ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ມີ​ຄົນ​ຖວາຍ​ຢ່າງ​ຫລວງຫລາຍ. ສ່ວນ​ກະສັດ​ດາວິດ​ຍິ່ງ​ມີ​ຄວາມ​ສຸກໃຈ​ຫລາຍ​ທີ່ສຸດ.</verse>
				<verse number="10">ກະສັດ​ດາວິດ​ໄດ້​ສັນລະເສີນ​ພຣະເຈົ້າຢາເວ​ຕໍ່​ໜ້າທີ່​ປະຊຸມ​ທັງຫລາຍ. ເພິ່ນ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ບັນພະບຸລຸດ​ຂອງ​ຂ້ານ້ອຍ ຂໍ​ໃຫ້​ພຣະອົງ​ຈົ່ງ​ໄດ້​ຮັບ​ຄຳ​ຍົກຍໍ​ສັນລະເສີນ​ຕະຫລອດໄປ​ເທີ້ນ</verse>
				<verse number="11">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຊົງ​ຍິ່ງໃຫຍ່​ແລະ​ຊົງ​ຣິດເດດ, ມີ​ໄຊຊະນະ, ງົດງາມ​ແລະ​ເຕັມປ່ຽມ​ດ້ວຍ​ສະຫງ່າຣາສີ. ທຸກໆ​ສິ່ງ​ໃນ​ຈັກກະວານ​ແລະ​ທີ່​ເທິງ​ແຜ່ນດິນ​ໂລກ​ກໍ​ເປັນ​ຂອງ​ພຣະອົງ, ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເປັນ​ຈອມ​ກະສັດ​ປົກຄອງ​ເໜືອ​ສັບພະທຸກສິ່ງ.</verse>
				<verse number="12">ຄວາມຮັ່ງມີ​ແລະ​ຊັບສົມບັດ​ທັງໝົດ​ກໍ​ມາ​ຈາກ​ພຣະອົງ​ທັງສິ້ນ; ພຣະອົງ​ປົກປ້ອງ​ຄຸ້ມຄອງ​ສັບພະທຸກສິ່ງ​ດ້ວຍ​ກຳລັງ ແລະ​ຣິດເດດ​ຂອງ​ພຣະອົງ​ເອງ ແລະ​ພຣະອົງ​ບັນດານ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຍິ່ງໃຫຍ່​ແລະ​ເຂັ້ມແຂງ​ໄດ້.</verse>
				<verse number="13">ບັດນີ້ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ພວກ​ຂ້ານ້ອຍ​ຂໍ​ໂມທະນາ​ຂອບພຣະຄຸນ ແລະ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ.</verse>
				<verse number="14">ຕາມ​ທີ່​ຈິງ​ແລ້ວ ປະຊາຊົນ​ຂອງ​ພຣະອົງ​ແລະ​ຂ້ານ້ອຍ​ເອງ​ຈະ​ຖວາຍ​ສິ່ງໃດໆ​ໃຫ້​ແກ່​ພຣະອົງ​ບໍ່ໄດ້​ດອກ ເພາະ​ທຸກສິ່ງ​ເປັນ​ຂອງຂວັນ​ມາ​ຈາກ​ພຣະອົງ​ທັງ​ສິ້ນ ແລະ​ພວກ​ຂ້ານ້ອຍ​ກໍ​ພຽງແຕ່​ຖວາຍ​ສິ່ງ​ທີ່​ເປັນ​ຂອງ​ພຣະອົງ​ຄືນ​ໃຫ້​ພຣະອົງ​ເທົ່ານັ້ນ.</verse>
				<verse number="15">ພວກ​ຂ້ານ້ອຍ​ມີ​ຊີວິດ​ທີ່​ຜ່ານ​ມາ ດັ່ງ​ຄົນ​ທີ່​ຖືກ​ເນລະເທດ​ແລະ​ຄົນຕ່າງດ້າວ ເໝືອນ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ທີ່​ເຄີຍ​ເປັນ​ມາ. ຊີວິດ​ຂອງ​ພວກ​ຂ້ານ້ອຍ​ປຽບ​ດັ່ງ​ເງົາ​ທີ່​ຜ່ານ​ພົ້ນ​ໄປ ແລະ​ພວກ​ຂ້ານ້ອຍ​ກໍ​ບໍ່​ອາດ​ຫລີກລ້ຽງ​ຈາກ​ຄວາມຕາຍ​ໄດ້.</verse>
				<verse number="16">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພວກ​ຂ້ານ້ອຍ​ໄດ້​ນຳ​ເອົາ​ຊັບສົມບັດ​ທັງໝົດ​ນີ້​ມາ​ສ້າງ​ວິຫານ ເພື່ອ​ເປັນ​ການ​ຍ້ອງຍໍ​ໃຫ້ກຽດ​ພຣະນາມ​ອັນ​ບໍຣິສຸດ​ຂອງ​ພຣະອົງ; ແຕ່​ສິ່ງ​ເຫຼົ່ານັ້ນ​ລ້ວນແຕ່​ມາ​ຈາກ​ພຣະອົງ ແລະ​ເປັນ​ຂອງ​ພຣະອົງ​ທັງສິ້ນ.</verse>
				<verse number="17">ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ທົດສອບ​ເບິ່ງ​ຈິດໃຈ​ຂອງ​ມະນຸດ​ທຸກຄົນ ແລະ​ພໍໃຈ​ກັບ​ປະຊາຊົນ​ທີ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ. ຂ້ານ້ອຍ​ຂໍ​ມອບ​ສິ່ງ​ທັງໝົດ​ນີ້​ໃຫ້​ພຣະອົງ​ດ້ວຍ​ໃຈ​ເຫລື້ອມໃສ​ສັດທາ ແລະ​ຂ້ານ້ອຍ​ເຫັນ​ວ່າ​ປະຊາຊົນ​ທີ່​ມາ​ເຕົ້າໂຮມ​ກັນ​ທີ່​ນີ້ ພວກເຂົາ​ມີ​ຄວາມ​ສຸກໃຈ​ຫລາຍ​ສໍ່າໃດ ທີ່​ໄດ້​ນຳ​ເອົາ​ເຄື່ອງຂອງ​ມາ​ຖວາຍ​ແກ່​ພຣະອົງ.</verse>
				<verse number="18">ຂ້າແດ່​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ເອີຍ ຂໍໂຜດ​ຮັກສາ​ການ​ອຸທິດຕົວ​ຢ່າງ​ນີ້ ໄວ້​ໃຫ້​ເຂັ້ມແຂງ​ຢູ່​ໃນ​ຈິດໃຈ​ປະຊາຊົນ​ຂອງ​ພຣະອົງ​ຕະຫລອດໄປ ແລະ​ຮັກສາ​ພວກເຂົາ​ໃຫ້​ສັດຊື່​ຕໍ່​ພຣະອົງ​ສືບໆໄປ​ດ້ວຍ​ເທີ້ນ.</verse>
				<verse number="19">ຂໍໂຜດ​ໃຫ້​ໂຊໂລໂມນ​ລູກຊາຍ​ຂອງ​ຂ້ານ້ອຍ​ມີ​ໃຈ​ປາຖະໜາ​ອັນ​ເຕັມ​ລົ້ນ ທີ່​ຈະ​ປະຕິບັດ​ຕາມ​ທຸກໆ​ສິ່ງ​ທີ່​ພຣະອົງ​ໄດ້​ສັ່ງ ແລະ​ທີ່​ຈະ​ກໍ່ສ້າງ​ພຣະວິຫານ ຊຶ່ງ​ຂ້ານ້ອຍ​ໄດ້​ຈັດຕຽມ​ໄວ້​ແລ້ວ​ນີ້​ດ້ວຍ.”</verse>
				<verse number="20">ແລ້ວ​ກະສັດ​ດາວິດ​ກໍໄດ້​ສັ່ງ​ປະຊາຊົນ​ວ່າ, “ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສາ” ແລະ​ທີ່​ປະຊຸມ​ທັງໝົດ​ກໍ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງ​ພວກເຂົາ ພ້ອມທັງ​ໄດ້​ຂາບລົງ ແລະ​ຍ້ອງຍໍ​ໃຫ້ກຽດ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ກະສັດ​ຂອງ​ພວກຕົນ.</verse>
				<verse number="21">ວັນ​ຕໍ່ມາ ພວກເຂົາ​ໄດ້​ຂ້າ​ສັດ​ຖວາຍບູຊາ​ໃຫ້​ແກ່​ພຣະເຈົ້າຢາເວ​ກ່ອນ ແລ້ວ​ຈຶ່ງ​ນຳ​ມາ​ໃຫ້​ປະຊາຊົນ. ພວກເຂົາ​ຍັງ​ຂ້າ​ສັດ​ເຜົາ​ທັງ​ໂຕ​ຖວາຍ​ທີ່​ເທິງ​ແທ່ນບູຊາ​ເຊັ່ນ: ງົວເຖິກ​ໜຶ່ງພັນ​ໂຕ, ແກະເຖິກ​ໜຶ່ງພັນ​ໂຕ ແລະ​ລູກແກະ​ໜຶ່ງພັນ​ໂຕ. ພວກເຂົາ​ຍັງ​ໄດ້​ນຳ​ເຫຼົ້າ​ອະງຸ່ນ​ມາ​ຖວາຍ​ຄືກັນ.</verse>
				<verse number="22">ສະນັ້ນ ພວກເຂົາ​ຈຶ່ງ​ສຸກໃຈ​ຫລາຍ​ໃນ​ມື້​ນັ້ນ ໃນ​ເມື່ອ​ໄດ້​ກິນ​ແລະ​ໄດ້​ດື່ມ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ອັນນີ້​ເປັນ​ເທື່ອ​ທີ​ສອງ ທີ່​ພວກເຂົາ​ໄດ້​ປະກາດ​ແຕ່ງຕັ້ງ​ໂຊໂລໂມນ​ໃຫ້​ຂຶ້ນ​ເປັນ​ກະສັດ. ໃນ​ນາມ​ຂອງ​ພຣະເຈົ້າຢາເວ ພວກເຂົາ​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ເຈີມ​ໂຊໂລໂມນ​ໃຫ້​ຂຶ້ນ​ເປັນ​ຜູ້ປົກຄອງ​ຂອງ​ພວກເຂົາ ແລະ​ແຕ່ງຕັ້ງ​ຊາດົກ​ໃຫ້​ເປັນ​ປະໂຣຫິດ​ຂອງ​ພວກເຂົາ.</verse>
				<verse number="23">ດັ່ງນັ້ນ ໂຊໂລໂມນ​ຈຶ່ງ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ດາວິດ​ພໍ່​ຂອງຕົນ ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຕັ້ງ​ຂຶ້ນ. ເພິ່ນ​ເປັນ​ກະສັດ​ທີ່​ປະສົບ​ຄວາມ​ສຳເລັດ ແລະ​ປະຊາຊົນ​ອິດສະຣາເອນ​ທັງ​ຊາດ​ກໍ​ເຊື່ອຟັງ​ເພິ່ນ.</verse>
				<verse number="24">ບັນດາ​ເຈົ້າໜ້າທີ່​ແລະ​ນາຍພົນ​ທະຫານ​ທັງຫລາຍ ຕະຫລອດ​ທັງ​ລູກຊາຍ​ທັງໝົດ​ຂອງ​ກະສັດ​ດາວິດ ຕ່າງ​ກໍໄດ້​ສັນຍາ​ວ່າ ຈະ​ສັດຊື່​ຕໍ່​ກະສັດ​ໂຊໂລໂມນ.</verse>
				<verse number="25">ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຊົນຊາດ​ທັງໝົດ​ເກງກົວ​ກະສັດ​ໂຊໂລໂມນ ແລະ​ພຣະອົງ​ໄດ້​ບັນດານ​ໃຫ້​ເພິ່ນ​ມີ​ກຽດ​ຍິ່ງໃຫຍ່​ກວ່າ​ກະສັດ​ໃດໆ​ທີ່​ປົກຄອງ​ປະເທດ​ອິດສະຣາເອນ.</verse>
				<verse number="26">ກະສັດ​ດາວິດ​ລູກຊາຍ​ຂອງ​ເຢຊີ​ໄດ້​ປົກຄອງ​ທົ່ວ​ທັງ​ຊາດ​ອິດສະຣາເອນ</verse>
				<verse number="27">ເປັນ​ເວລາ​ສີ່ສິບ​ປີ. ເພິ່ນ​ປົກຄອງ​ຢູ່​ທີ່​ເຮັບໂຣນ​ເຈັດ​ປີ ແລະ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ສາມສິບສາມ​ປີ.</verse>
				<verse number="28">ເພິ່ນ​ໄດ້​ຕາຍໄປ​ເມື່ອ​ເຖົ້າແກ່​ຊະຣາ​ຫລາຍ​ແລ້ວ ທັງ​ຮັ່ງມີ ແລະ​ໄດ້​ຮັບ​ຄວາມ​ເຄົາຣົບ​ນັບຖື​ຢ່າງສູງ. ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.</verse>
				<verse number="29">ປະຫວັດ​ຂອງ​ກະສັດ​ດາວິດ ແຕ່ຕົ້ນ​ຈົນ​ຈົບ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້ ໃນ​ບົດ​ບັນທຶກ​ຂອງ​ຜູ້ທຳນວາຍ​ສາມ​ຄົນ ດັ່ງນີ້: ຊາມູເອນ, ນາທານ ແລະ​ກາດ.</verse>
				<verse number="30">ບົດ​ບັນທຶກ​ນັ້ນ​ໄດ້​ບອກ​ເຖິງ​ການປົກຄອງ​ອຳນາດ ແລະ​ເຫດການ​ທີ່​ເກີດຂຶ້ນ​ແກ່​ເພິ່ນ, ແກ່​ຊາດ​ອິດສະຣາເອນ ແລະ​ແກ່​ອານາຈັກ​ທັງຫລາຍ​ທີ່​ຢູ່​ອ້ອມຮອບ​ນັ້ນ.</verse>
			</chapter>
		</book>
		<book number="14">
			<chapter number="1">
				<verse number="1">ໂຊໂລໂມນ​ລູກຊາຍ​ຂອງ​ກະສັດ​ດາວິດ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ຢ່າງ​ໝັ້ນຄົງ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ກໍ​ເຮັດ​ໃຫ້​ເພິ່ນ​ມີ​ອຳນາດ​ຫລາຍ​ຂຶ້ນ.</verse>
				<verse number="2">ກະສັດ​ໂຊໂລໂມນ​ສັ່ງ​ນາຍ​ທະຫານ​ທັງໝົດ​ທີ່​ບັນຊາ​ກອງພັນ, ກອງຮ້ອຍ, ພວກ​ຜູ້ຕັດສິນ, ພວກຜູ້ນຳ​ທັງຫລາຍ ແລະ​ພວກຫົວໜ້າ​ຄອບຄົວ​ທຸກໆ​ຄົນ​ກັບ​ປະຊາຊົນ​ທັງໝົດ</verse>
				<verse number="3">ໃຫ້​ຕິດຕາມ​ເພິ່ນ​ໄປ​ສະຖານທີ່​ສູງ​ທີ່​ກີເບໂອນ. ພວກເຂົາ​ໄດ້​ໄປ​ທີ່​ນັ້ນ ເພາະ​ແມ່ນ​ຫໍເຕັນ​ບ່ອນ​ຊຸມນຸມ​ຂອງ​ພຣະເຈົ້າ ຊຶ່ງ​ໂມເຊ​ຄົນ​ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ສ້າງ​ຂຶ້ນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄດ້​ຕັ້ງ​ຢູ່​ທີ່​ນັ້ນ.</verse>
				<verse number="4">ສ່ວນ​ຫີບ​ຂອງ​ພຣະເຈົ້າ​ນັ້ນ​ໄດ້​ຕັ້ງ​ຢູ່​ນະຄອນ​ເຢຣູຊາເລັມ ຄື​ຮັກສາ​ໄວ້​ໃນ​ຫໍເຕັນ​ບ່ອນ​ທີ່​ກະສັດ​ດາວິດ​ໄດ້​ສ້າງ​ຂຶ້ນ ເມື່ອ​ເພິ່ນ​ໄດ້​ນຳ​ຫີບ​ນັ້ນ​ມາ​ຈາກ​ກີຣີອາດ​ເຢອາຣີມ.</verse>
				<verse number="5">ແທ່ນບູຊາ​ທີ່​ເຮັດ​ດ້ວຍ​ທອງສຳຣິດ ຊຶ່ງ​ເບຊາເລນ​ລູກຊາຍ​ຂອງ​ອູຣິ ແລະ​ຫລານຊາຍ​ຂອງ​ຮູເຣ​ໄດ້​ສ້າງ ຍັງ​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ​ທີ່​ກີເບໂອນ. ກະສັດ​ໂຊໂລໂມນ ແລະ​ປະຊາຊົນ​ທັງໝົດ​ໄດ້​ສະແຫວງຫາ​ພຣະອົງ​ທີ່​ນັ້ນ.</verse>
				<verse number="6">ໂຊໂລໂມນ​ໄດ້​ຍົກເຄື່ອງ​ຖວາຍ​ບູຊາ​ທີ່​ນັ້ນ​ຕໍ່ໜ້າ​ພຣະເຈົ້າຢາເວ​ເທິງ​ແທ່ນບູຊາ​ເປັນ​ທອງສຳຣິດ​ທີ່​ຕັ້ງ​ຢູ່​ທາງໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ; ເພິ່ນ​ໄດ້​ຂ້າ​ສັດ​ພັນ​ໂຕ ແລະ​ເຜົາ​ຖວາຍບູຊາ​ທັງໝົດ.</verse>
				<verse number="7">ແລ້ວ​ໃນ​ຄືນ​ນັ້ນ ພຣະເຈົ້າ​ກໍໄດ້​ປາກົດ​ແກ່​ກະສັດ​ໂຊໂລໂມນ ແລະ​ຖາມ​ເພິ່ນ​ວ່າ, “ເຈົ້າ​ຕ້ອງການ​ຢາກ​ໃຫ້​ເຮົາ​ເອົາ​ຫຍັງ​ໃຫ້​ແກ່​ເຈົ້າ? ຈົ່ງ​ຂໍ​ມາ​ເຖີດ.”</verse>
				<verse number="8">ໂຊໂລໂມນ​ຕອບ​ພຣະເຈົ້າ​ວ່າ, “ພຣະອົງ​ໄດ້​ສຳແດງ​ຄວາມຮັກ​ອັນ​ຍິ່ງໃຫຍ່​ແກ່​ດາວິດ ພໍ່​ຂອງ​ຂ້ານ້ອຍ​ຕະຫລອດ​ມາ; ບັດນີ້ ພຣະອົງ​ໄດ້​ໃຫ້​ຂ້ານ້ອຍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ​ເພິ່ນ.</verse>
				<verse number="9">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຈົ່ງ​ໃຫ້​ຄຳສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພໍ່​ຂອງ​ຂ້ານ້ອຍ​ນັ້ນ​ກາຍເປັນ​ຈິງ​ເທີ້ນ. ພຣະອົງ​ໄດ້​ແຕ່ງຕັ້ງ​ຂ້ານ້ອຍ​ໃຫ້​ໄດ້​ຂຶ້ນ​ເປັນ​ກະສັດ ເພື່ອ​ປົກຄອງ​ປະຊາຊົນ​ຢ່າງ​ຫລວງຫລາຍ​ຈົນ​ນັບ​ບໍ່ຖ້ວນ</verse>
				<verse number="10">ສະນັ້ນ ໂຜດ​ປະທານ​ສະຕິປັນຍາ​ແລະ​ຄວາມຮູ້​ທີ່​ຈຳເປັນ​ໃຫ້​ແກ່​ຂ້ານ້ອຍ​ດ້ວຍ ເພື່ອ​ຈະ​ປົກຄອງ​ພວກເຂົາ​ໄດ້ ບໍ່​ດັ່ງນັ້ນ​ແລ້ວ ຂ້ານ້ອຍ​ຈະ​ປົກຄອງ​ປະຊາຊົນ​ອັນ​ຫລວງຫລາຍ​ຂອງ​ພຣະອົງ​ໄດ້​ຢ່າງໃດ?”</verse>
				<verse number="11">ພຣະເຈົ້າ​ໄດ້​ຕອບ​ໂຊໂລໂມນ​ວ່າ, “ເຈົ້າ​ເລືອກເອົາ​ສິ່ງ​ທີ່​ຖືກຕ້ອງ. ແທນ​ທີ່​ຈະ​ຂໍ​ຄວາມຮັ່ງມີ ຫລື​ຊັບສົມບັດ ຫລື​ຊື່ສຽງ ຫລື​ຄວາມຕາຍ​ຂອງ​ສັດຕູ ຫລື​ໃຫ້​ຊີວິດ​ຂອງ​ເຈົ້າ​ເອງ​ໝັ້ນຍືນ ແຕ່​ເຈົ້າ​ກັບ​ຂໍ​ສະຕິປັນຍາ ແລະ​ຄວາມຮູ້ ເພື່ອ​ວ່າ​ເຈົ້າ​ຈະ​ປົກຄອງ​ປະຊາຊົນ​ຂອງເຮົາ​ໄດ້ ຊຶ່ງ​ເຮົາ​ໄດ້​ຕັ້ງ​ເຈົ້າ​ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ.</verse>
				<verse number="12">ເຮົາ​ຈະ​ໃຫ້​ເຈົ້າ​ມີ​ສະຕິປັນຍາ ແລະ​ຄວາມ​ຮອບຮູ້. ນອກຈາກ​ນີ້ອີກ ເຮົາ​ຍັງ​ຈະ​ໃຫ້​ເຈົ້າ​ຮັ່ງມີ​ເປັນດີ​ຕະຫລອດ​ທັງ​ມີ​ຊັບສົມບັດ ແລະ​ມີ​ຊື່ສຽງ​ລື່ນກວ່າ​ກະສັດ​ຄົນ​ໃດໆ​ທີ່​ຢູ່​ກ່ອນ​ເຈົ້າ​ຫລື​ພາຍຫລັງ​ເຈົ້າ.”</verse>
				<verse number="13">ດັ່ງນັ້ນ ກະສັດ​ໂຊໂລໂມນ​ຈຶ່ງ​ໄດ້​ຈາກ ສະຖານທີ່​ສູງ​ທີ່​ກີເບໂອນ ຄື​ບ່ອນ​ທີ່​ຕັ້ງ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ກັບຄືນ​ເມືອ​ນະຄອນ​ເຢຣູຊາເລັມ. ແລະ​ເພິ່ນ​ໄດ້​ປົກຄອງ​ທົ່ວ​ປະເທດ​ອິດສະຣາເອນ.</verse>
				<verse number="14">ເພິ່ນ​ໄດ້​ສ້າງ​ກອງທັບ​ຂຶ້ນ​ໂດຍ​ມີ​ລົດຮົບ ໜຶ່ງພັນ​ສີ່ຮ້ອຍ​ຄັນ ແລະ​ທະຫານ​ມ້າ ສິບສອງພັນ​ຄົນ. ເພິ່ນ​ໄດ້​ຮັກສາ​ບາງສ່ວນ​ໄວ້​ປະຈຳ​ນະຄອນ​ເຢຣູຊາເລັມ ແລະ​ນອກນັ້ນ ເພິ່ນ​ໄດ້​ໃຫ້​ປະຈຳ​ຢູ່​ຕາມ​ເມືອງ​ຕ່າງໆ.</verse>
				<verse number="15">ໃນ​ຣາຊການ​ຂອງ​ເພິ່ນ ເງິນ​ແລະ​ຄຳ​ໃນ​ນະຄອນ​ເຢຣູຊາເລັມ​ຖື​ວ່າ​ເປັນ​ຂອງ​ທຳມະດາ​ດັ່ງດຽວ​ກັບ​ກ້ອນຫີນ ແລະ​ໄມ້​ແປກ​ກໍ​ມີ​ເຕັມ ຖື​ເປັນ​ຂອງ​ທຳມະດາ​ດັ່ງດຽວ​ກັບ​ໄມ້​ຕົ້ນ​ໝາກເດື່ອ.</verse>
				<verse number="16">ເຈົ້າໜ້າທີ່​ຂອງ​ກະສັດ​ໄດ້​ຄວບຄຸມ​ການ​ສົ່ງ​ມ້າ​ຈາກ​ມຸຊະຣີ ແລະ​ເມືອງ​ຊີລີເຊຍ ໄປ​ຂາຍ​ນອກ​ປະເທດ</verse>
				<verse number="17">ຕະຫລອດ​ທັງ​ຄວບຄຸມ​ລົດຮົບ​ຈາກ​ປະເທດ​ເອຢິບ​ໄປ​ນອກ​ປະເທດ​ດ້ວຍ. ພວກເຂົາ​ໄດ້​ຈັດສົ່ງ​ມ້າ​ກັບ​ລົດຮົບ ໄປ​ໃຫ້​ກະສັດ​ຂອງ​ຊາວ​ຮິດຕີ ແລະ​ກະສັດ​ຂອງ​ຊາວ​ຊີເຣຍ ໂດຍ​ຂາຍ​ລົດຮົບ​ຄັນລະ​ຫົກຮ້ອຍ​ຫລຽນ​ເງິນ ແລະ​ມ້າ​ໂຕ​ລະ​ໜຶ່ງຮ້ອຍ​ຫ້າສິບ​ຫລຽນ​ເງິນ.</verse>
			</chapter>
			<chapter number="2">
				<verse number="1">ກະສັດ​ໂຊໂລໂມນ​ໄດ້​ຕັດສິນໃຈ​ກໍ່ສ້າງ​ພຣະວິຫານ​ສຳລັບ​ນາມຊື່​ຂອງ​ພຣະເຈົ້າຢາເວ ແລະ​ສ້າງ​ວັງ​ເພື່ອ​ຕົນເອງ​ດ້ວຍ.</verse>
				<verse number="2">ເພິ່ນ​ໄດ້​ໃຊ້​ແຮງງານ​ເຈັດສິບພັນ​ຄົນ ເພື່ອ​ຂົນ​ສົ່ງ​ວັດສະດຸ​ກໍ່ສ້າງ ແລະ​ແປດສິບພັນ​ຄົນ ເພື່ອ​ສະກັດ​ຫີນ​ໃນ​ເຂດ​ເນີນພູ. ມີ​ຫົວໜ້າ ສາມພັນ​ຫົກຮ້ອຍ​ຄົນ​ເພື່ອ​ຄວບຄຸມ​ງານ.</verse>
				<verse number="3">ໂຊໂລໂມນ​ໄດ້​ສົ່ງ​ທູດ​ນຳຂ່າວ​ໄປ​ບອກ​ກະສັດ​ແຫ່ງ​ຕີເຣ​ວ່າ, “ຈົ່ງ​ເຮັດ​ທຸລະກິດ​ກັບ​ຂ້າພະເຈົ້າ ເໝືອນ​ທ່ານ​ໄດ້​ເຮັດ​ກັບ​ກະສັດ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ ເວລາ​ທີ່​ທ່ານ​ໄດ້​ຂາຍ​ໄມ້ແປກ​ເປັນ​ທ່ອນ​ເພື່ອ​ສ້າງ​ວັງ​ຂອງ​ເພິ່ນ​ນັ້ນ.</verse>
				<verse number="4">ຂ້າພະເຈົ້າ​ຈະ​ສ້າງ​ວິຫານ ເພື່ອ​ຖວາຍ​ກຽດ​ແກ່​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ. ພຣະວິຫານ​ນັ້ນ​ຈະ​ເປັນ​ບ່ອນ​ສັກສິດ ຊຶ່ງ​ປະຊາຊົນ​ຂອງ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ເອງ ຈະ​ເຜົາ​ເຄື່ອງຫອມ​ນະມັດສະການ​ພຣະອົງ ຄື​ບ່ອນ​ທີ່​ພວກ​ຂ້າພະເຈົ້າ​ຈະ​ຖວາຍ​ເຂົ້າຈີ່​ສັກສິດ​ຕະຫລອດໄປ ແລະ​ທັງ​ຈະ​ເປັນ​ບ່ອນ​ເຜົາ​ເຄື່ອງ​ຖວາຍ​ທຸກໆເຊົ້າ ແລະ​ທຸກໆແລງ​ຕະຫລອດ​ທັງ​ວັນ​ຊະບາໂຕ, ວັນ​ສະຫລອງ​ເດືອນ​ຂຶ້ນ​ໃໝ່ ແລະ​ວັນ​ສັກສິດ​ອື່ນໆ ເປັນ​ການ​ຍ້ອງຍໍ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ພຣະອົງ​ໄດ້​ສັ່ງ​ໃຫ້​ຊາດ​ອິດສະຣາເອນ​ປະຕິບັດ​ເຊັ່ນນີ້​ຕະຫລອດໄປ.</verse>
				<verse number="5">ຂ້າພະເຈົ້າ​ຕັ້ງໃຈ​ຈະ​ສ້າງ​ວິຫານ​ອັນ​ໃຫຍ່ໂຕ ເພາະ​ພຣະເຈົ້າ​ຂອງ​ພວກເຮົາ​ຍິ່ງໃຫຍ່​ກວ່າ​ພະອື່ນໆ.</verse>
				<verse number="6">ແຕ່​ທີ່​ຈິງ​ແລ້ວ ບໍ່ມີ​ຜູ້ໃດ​ສ້າງ​ວິຫານ​ອັນ​ໃຫຍ່ໂຕ​ສຳລັບ​ພຣະອົງ​ໄດ້ ເພາະ​ແມ່ນແຕ່​ສະຫວັນ​ແລະ​ສະຫວັນ​ທີ່​ສູງສຸດ​ກໍ​ຮອງຮັບ​ພຣະອົງ​ບໍ່ໄດ້. ຂ້າພະເຈົ້າ​ຈະ​ສ້າງ​ພຣະວິຫານ​ໃຫ້​ພຣະອົງ​ໄດ້​ຢ່າງໃດ ນອກຈາກ​ຈະ​ສ້າງ​ບ່ອນ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ພຣະອົງ​ເທົ່ານັ້ນ.</verse>
				<verse number="7">ສະນັ້ນ ຂໍ​ສົ່ງ​ຊ່າງ​ແກະສະຫລັກ​ສີມື​ດີ​ດ້ານ​ເຮັດ​ເຄື່ອງ​ຄຳ, ເງິນ, ທອງສຳຣິດ, ເຫຼັກ ຕະຫລອດ​ທັງ​ເຮັດ​ຜ້າ​ສີຟ້າ, ສີມ່ວງ ແລະ​ສີແດງ​ຜູ້ໜຶ່ງ​ມາ​ໃຫ້​ດ້ວຍ. ລາວ​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ພວກ​ຊ່າງສີມື​ຂອງ​ຢູດາຍ​ແລະ​ເຢຣູຊາເລັມ ທີ່​ກະສັດ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ​ໄດ້​ຄັດເລືອກ​ໄວ້.</verse>
				<verse number="8">ຂ້າພະເຈົ້າ​ຮູ້​ວ່າ ຊ່າງ​ຕັດໄມ້​ຂອງທ່ານ​ມີ​ສີມື​ດີ​ສໍ່າໃດ. ດັ່ງນັ້ນ ຈົ່ງ​ສົ່ງ​ໄມ້ແປກ, ໄມ້​ສົນ ແລະ​ໄມ້ດູ່​ຈາກ​ເລບານອນ ມາ​ໃຫ້​ຂ້າພະເຈົ້າ.</verse>
				<verse number="9">ສ່ວນ​ຂ້າພະເຈົ້າ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ສົ່ງ​ຄົນ​ໄປ​ຊ່ວຍເຫລືອ​ພວກທ່ານ ໃນ​ການ​ຈັດຕຽມ​ເອົາ​ໄມ້​ຈຳນວນ​ຫລວງຫລາຍ​ນັ້ນ ຍ້ອນ​ຂ້າພະເຈົ້າ​ຕັ້ງໃຈ​ຈະ​ສ້າງ​ວິຫານ​ນີ້​ໃຫ້​ໃຫຍ່ໂຕ ແລະ​ສະຫງ່າງາມ.</verse>
				<verse number="10">ຂ້າພະເຈົ້າ​ຈະ​ເປັນ​ຝ່າຍ​ສົ່ງ​ສະບຽງ​ອາຫານ​ໃຫ້​ຄົນ​ຕັດໄມ້​ຂອງທ່ານ ມີ​ດັ່ງນີ້: ເຂົ້າບາເລ​ສອງພັນ​ໂຕນ, ເຂົ້າເດືອຍ​ສອງພັນ​ໂຕນ, ເຫຼົ້າ​ອະງຸ່ນ​ສີ່ຮ້ອຍ​ພັນ​ລິດ ແລະ​ນໍ້າມັນ​ໝາກກອກເທດ​ສີ່ຮ້ອຍ​ພັນ​ລິດ.”</verse>
				<verse number="11">ກະສັດ​ຮີຣາມ​ໄດ້​ສົ່ງ​ສານ​ຕອບ​ກະສັດ​ໂຊໂລໂມນ​ວ່າ, “ເພາະ​ພຣະເຈົ້າຢາເວ​ຮັກ​ປະຊາຊົນ​ຂອງ​ພຣະອົງ ຈຶ່ງ​ໄດ້​ໃຫ້​ທ່ານ​ຂຶ້ນ​ເປັນ​ກະສັດ​ຂອງ​ພວກເຂົາ.</verse>
				<verse number="12">ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ພຣະຜູ້​ສ້າງ​ສະຫວັນ​ແລະ​ແຜ່ນດິນ​ໂລກ ພຣະອົງ​ໄດ້​ໃຫ້​ກະສັດ​ດາວິດ​ມີ​ລູກຊາຍ​ທີ່​ສະຫລຽວ​ສະຫລາດ ເຕັມລົ້ນ​ດ້ວຍ​ຄວາມ​ເຂົ້າໃຈ​ແລະ​ຄວາມ​ສາມາດ ຊຶ່ງ​ບັດນີ້​ເປັນ​ຜູ້​ວາງແຜນ​ສ້າງ​ພຣະວິຫານ​ສຳລັບ​ພຣະເຈົ້າຢາເວ ແລະ​ທັງ​ສ້າງ​ວັງ​ສຳລັບ​ຕົນເອງ.</verse>
				<verse number="13">ຂ້າພະເຈົ້າ​ຈະ​ສົ່ງ​ຮູຣາມ ນາຍ​ຊ່າງສີມື​ທີ່​ສະຫລຽວ​ສະຫລາດ​ໄປ​ໃຫ້​ທ່ານ.</verse>
				<verse number="14">ແມ່​ຂອງ​ລາວ​ເປັນ​ຄົນ​ໃນ​ເຜົ່າ​ດານ ແລະ​ພໍ່​ຂອງ​ລາວ​ເປັນ​ຄົນ​ພື້ນເມືອງ​ໃນ​ຕີເຣ​ນີ້​ເອງ. ລາວ​ຊຳນານ​ໃນ​ດ້ານ​ເຮັດ​ເຄື່ອງ​ຄຳ, ເງິນ, ທອງສຳຣິດ, ເຫຼັກ, ຫີນ ແລະ​ໄມ້. ລາວ​ຮູ້ຈັກ​ເຮັດ​ຜ້າ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງ​ພ້ອມ​ທັງ​ປ່ານ. ລາວ​ສາມາດ​ແກະສະຫລັກ​ໄດ້​ທຸກ​ແບບ ແລະ​ສາມາດ​ແກະສະຫລັກ​ຕາມ​ແບບ​ທີ່​ແນະນຳ​ໃຫ້​ເຮັດ​ໄດ້​ດ້ວຍ. ຈົ່ງ​ໃຫ້​ລາວ​ຮ່ວມ​ວຽກງານ​ກັບ​ນາຍ​ຊ່າງສີມື​ຂອງທ່ານ ແລະ​ພວກ​ທີ່​ໄດ້​ເຮັດ​ວຽກ​ໃຫ້​ກະສັດ​ດາວິດ ຜູ້​ເປັນ​ພໍ່​ຂອງທ່ານ.</verse>
				<verse number="15">ສະນັ້ນ ຈົ່ງ​ຈັດ​ສົ່ງ​ສະບຽງ​ອາຫານ​ມາ​ໃຫ້​ພວກເຮົາ​ຄື: ເຂົ້າບາເລ, ເຂົ້າເດືອຍ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ ຕາມ​ທີ່​ທ່ານ​ໄດ້​ສັນຍາ​ໄວ້​ນັ້ນ.</verse>
				<verse number="16">ພວກເຮົາ​ຈະ​ຕັດ​ໄມ້​ສົນສີດາ​ທັງໝົດ​ທີ່​ທ່ານ​ຕ້ອງການ ເຮັດ​ເປັນ​ແພ​ແລະ​ໄຫລ​ນໍ້າ​ທະເລ​ໄປ​ໃຫ້​ຮອດ​ເມືອງ​ຢົບປາ. ຈາກ​ທີ່​ນັ້ນ​ທ່ານ​ຈະ​ຂົນ​ໄປ​ສູ່​ນະຄອນ​ເຢຣູຊາເລັມ​ໄດ້.”</verse>
				<verse number="17">ກະສັດ​ໂຊໂລໂມນ​ໄດ້​ຈົດ​ສຳມະໂນຄົວ​ຊາວ​ຕ່າງດ້າວ​ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ອິດສະຣາເອນ ເໝືອນກັນ​ກັບ​ກະສັດ​ດາວິດ​ພໍ່​ຂອງຕົນ​ໄດ້​ເຮັດ​ມາ. ຊາວ​ຕ່າງດ້າວ​ທັງໝົດ​ມີ​ໜຶ່ງແສນ​ຫ້າສິບສາມພັນ​ຫົກຮ້ອຍ​ຄົນ.</verse>
				<verse number="18">ເພິ່ນ​ມອບໝາຍ​ໃຫ້​ເຈັດສິບພັນ​ຄົນ ຂົນ​ສົ່ງ​ວັດສະດຸ​ກໍ່ສ້າງ ແລະ​ແປດສິບພັນ​ຄົນ ສະກັດ​ຫີນ​ທີ່​ໃນ​ເຂດ​ເນີນພູ ແລະ​ໄດ້​ຕັ້ງ​ໃຫ້​ສາມພັນ​ຫົກຮ້ອຍ​ຄົນ ເປັນ​ຜູ້​ຄວບຄຸມ​ຄົນງານ ເພື່ອ​ໃຫ້​ເຮັດ​ວຽກ​ສຳເລັດ​ໜ້າທີ່.</verse>
			</chapter>
			<chapter number="3">
				<verse number="1">ກະສັດ​ດາວິດ ພໍ່​ຂອງ​ໂຊໂລໂມນ​ໄດ້​ຫ້າງ​ຫາ​ບ່ອນ​ສຳລັບ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄວ້​ໃຫ້​ແລ້ວ. ບ່ອນ​ນັ້ນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ເທິງ​ພູ​ໂມຣີຢາ ຄື​ທີ່​ລານເຂົ້າ​ຂອງ​ອາໂຣນາ​ຊາວ​ເຢບຸດ. ກະສັດ​ໂຊໂລໂມນ​ໄດ້​ລົງມື​ກໍ່ສ້າງ</verse>
				<verse number="2">ໃນ​ເດືອນ​ທີ​ສອງ​ຂອງ​ປີ​ທີ​ສີ່​ທີ່​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ.</verse>
				<verse number="3">ວິຫານ​ຂອງ​ພຣະເຈົ້າ​ທີ່​ກະສັດ​ໂຊໂລໂມນ​ສ້າງ​ນັ້ນ​ຍາວ​ຊາວເຈັດ​ແມັດ ແລະ​ກວ້າງ​ເກົ້າ​ແມັດ.</verse>
				<verse number="4">ຫ້ອງ​ຊື່​ທາງ​ເຂົ້າ​ວິຫານ​ກວ້າງ​ເກົ້າ​ແມັດ ແລະ​ສູງ​ສິບຫົກ​ແມັດ. ທາງ​ໃນ​ຂອງ​ຫ້ອງ​ໂອບ​ດ້ວຍ​ຄຳສົດ.</verse>
				<verse number="5">ຫ້ອງ​ໂຖງ​ປູ​ດ້ວຍ​ໄມ້ແປກ ແລະ​ໂອບ​ດ້ວຍ​ຄຳ​ເນື້ອ​ດີ ໂດຍ​ເຮັດ​ລວດລາຍ​ຕົ້ນ​ຕານ ແລະ​ແບບ​ລູກ​ໂສ້​ໃສ່​ດ້ວຍ.</verse>
				<verse number="6">ກະສັດ​ໄດ້​ຕົບແຕ່ງ​ວິຫານ​ດ້ວຍ​ຫີນ​ອັນ​ງົດງາມ​ທີ່​ມີ​ຄ່າ ແລະ​ດ້ວຍ​ຄຳ​ທີ່​ໄດ້​ມາ​ຈາກ​ດິນແດນ​ຂອງ​ຊາວ​ປາຣະວາອິມ.</verse>
				<verse number="7">ເພິ່ນ​ໃຊ້​ຄຳ​ໂອບ​ຝາ​ຂອງ​ພຣະວິຫານ ຕະຫລອດ​ທັງ​ຂື່​ກັບ​ທາງ​ເຂົ້າ​ແລະ​ປະຕູ. ພວກ​ນາຍຊ່າງ​ໄດ້​ແກະສະຫລັກ​ເຄຣຸບ ໃສ່​ຕາມ​ຝາ.</verse>
				<verse number="8">ສ່ວນ​ຫ້ອງ​ທາງ​ໃນ​ທີ່​ເອີ້ນ​ວ່າ​ຫ້ອງ​ສັກສິດ​ທີ່ສຸດ ຊຶ່ງ​ມີ​ຂະໜາດ​ເທົ່າກັນ​ຄື: ຂ້າງລະ​ເກົ້າ​ແມັດ. ເພິ່ນ​ໄດ້​ໃຊ້​ຄຳ​ຫລາຍກວ່າ​ຊາວ​ໂຕນ ເພື່ອ​ໂອບ​ຝາ​ຫ້ອງ​ສັກສິດ​ທີ່ສຸດ;</verse>
				<verse number="9">ເພິ່ນ​ໄດ້​ໃຊ້​ຄຳ​ໜັກ​ປະມານ​ຫ້າຮ້ອຍ​ເຈັດສິບ​ກຼາມ ເຮັດ​ຕະປູ ແລະ​ຝາ​ຫ້ອງ​ຊັ້ນ​ເທິງ​ກໍ​ໂອບ​ດ້ວຍ​ຄຳ​ເຊັ່ນກັນ.</verse>
				<verse number="10">ກະສັດ​ຍັງ​ໄດ້​ໃຫ້​ພວກ​ຊ່າງ​ຂອງຕົນ​ໃຊ້​ເຫຼັກ​ເຮັດ​ເຄຣຸບ​ສອງ​ຕົນ ເຄືອບ​ດ້ວຍ​ຄຳ ແລະ​ເອົາ​ໄປ​ຕັ້ງ​ໄວ້​ໃນ​ບ່ອນ​ສັກສິດ​ທີ່ສຸດ</verse>
				<verse number="11">ໂດຍ​ໃຫ້​ຢືນ​ຄຽງຂ້າງ​ກັນ​ຫັນໜ້າ​ໃສ່​ທາງ​ປະຕູເຂົ້າ. ແຕ່ລະໂຕ​ມີ​ສອງ​ປີກ ແຕ່ລະປີກ​ຍາວ​ສອງແມັດ​ຊາວຫ້າ​ເຊັນ ຊຶ່ງ​ພື​ອອກ​ຈຸ​ກັນ​ທາງກາງ​ຫ້ອງ ແລະ​ປີກ​ອີກ​ເບື້ອງ​ໜຶ່ງ​ຈຸ​ຝາ​ແຕ່ລະ​ເບື້ອງ ໂດຍ​ກາງ​ປີກ​ອອກ​ກວ້າງ​ໄດ້​ເກົ້າ​ແມັດ.</verse>
				<verse number="12"></verse>
				<verse number="13"></verse>
				<verse number="14">ເພິ່ນ​ໄດ້​ໃຊ້​ຜ້າປ່ານ​ເນື້ອລະອຽດ​ດີ ແລະ​ຜ້າ​ອື່ນໆ ເຮັດ​ຜ້າກັ້ງ​ສຳລັບ​ບ່ອນ​ສັກສິດ​ທີ່ສຸດ ຊຶ່ງ​ໄດ້​ຍ້ອມ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງ ໂດຍ​ປັກ​ຮູບ​ເຄຣຸບ​ໃສ່.</verse>
				<verse number="15">ກະສັດ​ໄດ້​ເຮັດ​ເສົາ​ສອງ​ຕົ້ນ ແຕ່ລະຕົ້ນ​ສູງ​ສິບເຈັດ​ແມັດ ແລະ​ໄດ້​ຕັ້ງ​ໄວ້​ທາງ​ດ້ານ​ໜ້າ​ຂອງ​ພຣະວິຫານ. ແຕ່ລະຕົ້ນ​ມີ​ຫົວ​ເສົາ​ສູງ​ສອງ​ແມັດ​ເຄິ່ງ.</verse>
				<verse number="16">ທີ່​ຍອດ​ເສົາ​ຖືກ​ຕົບແຕ່ງ​ດ້ວຍ​ລວດລາຍ​ລູກໂສ້ ແລະ​ໝາກພີລາ​ເປັນ​ທອງສຳຣິດ​ໜຶ່ງຮ້ອຍ​ໜ່ວຍ.</verse>
				<verse number="17">ເສົາ​ນັ້ນ​ໄດ້​ຕັ້ງ​ໄວ້​ຢູ່​ທາງ​ດ້ານ​ໜ້າ​ທາງ​ເຂົ້າ​ຂອງ​ພຣະວິຫານ ຄື​ເສົາ​ຕົ້ນ​ທີ​ໜຶ່ງ​ທາງ​ເບື້ອງໃຕ້​ຊື່​ວ່າ​ຢາກິນ ແລະ​ເສົາ​ຕົ້ນ​ໜຶ່ງ​ອີກ​ທາງ​ເບື້ອງເໜືອ​ຊື່​ວ່າ​ໂບອາດ.</verse>
			</chapter>
			<chapter number="4">
				<verse number="1">ກະສັດ​ໂຊໂລໂມນ​ມີ​ແທ່ນບູຊາ​ແທ່ນ​ໜຶ່ງ​ທີ່​ເຮັດ​ດ້ວຍ​ທອງສຳຣິດ ຊຶ່ງ​ແຕ່ລະ​ຂ້າງ​ແທກ​ໄດ້​ເກົ້າ​ແມັດ ແລະ​ສູງ​ສີ່​ແມັດ​ເຄິ່ງ.</verse>
				<verse number="2">ເພິ່ນ​ຍັງ​ໄດ້​ເຮັດ​ຂັນ​ເປັນ​ທອງສຳຣິດ​ເລິກ​ສອງແມັດ​ຊາວ​ເຊັນ ແລະ​ເສັ້ນ​ຜ່ານ​ກາງ​ຍາວ​ສີ່ແມັດ​ສີ່ສິບ​ເຊັນ ແລະ​ລວງ​ອ້ອມ​ມີ​ສິບສາມ​ແມັດ​ຊາວ​ເຊັນ.</verse>
				<verse number="3">ທີ່​ຂອບ​ອ້ອມຮອບ​ຂັນ​ດ້ານນອກ ມີ​ການ​ຕົບແຕ່ງ​ເປັນ​ສອງ​ແຖວ ຄື​ແຖວ​ເທິງ​ຢອງ​ແຖວ​ລຸ່ມ. ການ​ຕົບແຕ່ງ​ນີ້​ແມ່ນ​ໄດ້​ຫລໍ່​ຮູບ​ງົວ​ໃຫ້​ເປັນ​ເນື້ອ​ດຽວກັນ​ກັບ​ຂັນ.</verse>
				<verse number="4">ຂັນ​ນັ້ນ​ຕັ້ງ​ຢູ່​ເທິງ​ຫລັງ​ງົວ​ສິບສອງ​ໂຕ​ທີ່​ຫລໍ່​ເປັນ​ທອງສຳຣິດ ໂດຍ​ສາມ​ໂຕ​ໃດ​ໄດ້​ປິ່ນ​ໜ້າ​ໄປ​ສູ່​ແຕ່ລະທິດ.</verse>
				<verse number="5">ຂັນ​ນັ້ນ​ໜາ​ເຈັດສິບຫ້າ​ມີລີແມັດ. ຂອບ​ຂອງ​ຂັນ​ຄື​ກັນ​ກັບ​ຂອບ​ຂອງ​ຈອກ ມັນ​ໂຄ້ງ​ອອກ​ເໝືອນ​ກີບ​ດອກໄມ້. ຂັນ​ນັ້ນ​ບັນຈຸ​ນໍ້າ​ໄດ້​ປະມານ​ຫົກສິບພັນ​ລິດ.</verse>
				<verse number="6">ພວກເຂົາ​ໄດ້​ເຮັດ​ຂັນ​ສິບ​ໜ່ວຍ ຄື​ຫ້າ​ໜ່ວຍ​ຕັ້ງ​ໄວ້​ຢູ່​ທາງດ້ານ​ໃຕ້​ຂອງ​ພຣະວິຫານ ແລະ​ອີກ​ຫ້າ​ໜ່ວຍ​ຕັ້ງ​ໄວ້​ທາງ​ດ້ານ​ເໜືອ​ຂອງ​ພຣະວິຫານ. ຂັນ​ເຫຼົ່ານີ້​ມີ​ໄວ້​ເພື່ອ​ລ້າງ​ສ່ວນ​ຕ່າງໆ​ຂອງ​ສັດ​ທີ່​ນຳ​ມາ​ເຜົາ​ຖວາຍບູຊາ. ນໍ້າ​ທີ່​ຢູ່​ໃນ​ຖັງ​ໃຫຍ່​ແມ່ນ​ໃຫ້​ປະໂຣຫິດ​ໃຊ້​ສຳລັບ​ຊຳລະລ້າງ.</verse>
				<verse number="7">ພວກເຂົາ​ໄດ້​ໃຊ້​ຄຳ​ເຮັດ​ຕີນ​ຮອງ​ໂຄມໄຟ​ສິບ​ອັນ ຕາມ​ແບບ​ທີ່​ໃຊ້​ກັນ​ທົ່ວ​ໄປ ແລະ​ໄດ້​ນຳ​ໄປ​ວາງ​ໄວ້​ໃນ​ຫ້ອງ​ໂຖງ​ຂອງ​ພຣະວິຫານ, ຂ້າງ​ຂວາ​ຫ້າ​ໜ່ວຍ ແລະ​ຂ້າງ​ຊ້າຍ​ຫ້າ​ໜ່ວຍ.</verse>
				<verse number="8">ພວກເຂົາ​ໄດ້​ເຮັດ​ໂຕະ ສິບ​ໜ່ວຍ ແລະ​ໄດ້​ນຳ​ໄປ​ຕັ້ງ​ໄວ້​ໃນ​ຫ້ອງ​ໂຖງ​ຂອງ​ພຣະວິຫານ​ຄື​ກັນ ຂ້າງ​ຂວາ​ຫ້າ​ໜ່ວຍ ແລະ​ຂ້າງ​ຊ້າຍ​ຫ້າ​ໜ່ວຍ. ພວກເຂົາ​ຍັງ​ໄດ້​ເຮັດ​ຖ້ວຍ​ຄຳ​ໜຶ່ງຮ້ອຍ​ໃບ.</verse>
				<verse number="9">ພວກເຂົາ​ໄດ້​ເຮັດ​ເດີ່ນ​ຂ້າງ​ໃນ​ສຳລັບ​ປະໂຣຫິດ ແລະ​ເດີ່ນ​ຂ້າງ​ນອກ​ໃຫ້​ອີກ​ດ້ວຍ. ປະຕູ​ຂັ້ນ​ລະຫວ່າງ​ເດີ່ນ​ທັງສອງ​ນັ້ນ​ເຮັດ​ດ້ວຍ​ທອງສຳຣິດ.</verse>
				<verse number="10">ສ່ວນ​ຂັນ​ນັ້ນ​ໄດ້​ຕັ້ງ​ໄວ້​ຢູ່​ໃກ້​ແຈ ທາງດ້ານ​ຕາເວັນອອກ​ສ່ຽງໃຕ້​ຂອງ​ພຣະວິຫານ.</verse>
				<verse number="11">ຮູຣາມ​ຍັງ​ໄດ້​ເຮັດ​ໝໍ້, ຊວ້ານ ແລະ​ຖ້ວຍ. ລາວ​ໄດ້​ເຮັດ​ໝົດ​ທຸກສິ່ງ​ທີ່​ຕົນ​ໄດ້​ສັນຍາ​ໄວ້​ກັບ​ກະສັດ​ໂຊໂລໂມນ​ວ່າ ຈະ​ເຮັດ​ໃຫ້​ສຳເລັດ​ສຳລັບ​ວິຫານ​ຂອງ​ພຣະເຈົ້າ ມີ​ດັ່ງນີ້:</verse>
				<verse number="12">ເສົາ​ສອງ​ຕົ້ນ ຍອດ​ເສົາ​ສອງ​ອັນ​ສຳລັບ​ຄໍ້າ​ເພດານ​ທີ່​ເປັນ​ຮູບ​ຖ້ວຍ, ລວດລາຍ​ເທິງ​ຍອດ​ເສົາ​ແຕ່ລະອັນ​ເປັນ​ຮູບ​ລູກ​ໂສ້,</verse>
				<verse number="13">ໝາກພີລາ​ເປັນ​ທອງສຳຣິດ​ສີ່ຮ້ອຍ​ໜ່ວຍ ລຽນ​ສອງ​ແຖວ​ອ້ອມ​ຍອດ​ເສົາ​ແຕ່ລະຕົ້ນ</verse>
				<verse number="14">ກວຽນ​ສິບ​ລຳ ອ່າງ​ສິບ​ໜ່ວຍ, ຂັນ​ນໍ້າ</verse>
				<verse number="15">ງົວ​ສິບສອງ​ໂຕ​ເພື່ອ​ຮັບ​ຂັນ​ນໍ້າ.</verse>
				<verse number="16">ໝໍ້, ຊວ້ານ ແລະ​ສ້ອມ. ຮູຣາມ​ນາຍ​ຊ່າງສີມື​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ ດ້ວຍ​ທອງສຳຣິດ​ເພື່ອ​ໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ກະສັດ​ໂຊໂລໂມນ​ໄດ້​ສັ່ງ​ທຸກປະການ.</verse>
				<verse number="17">ກະສັດ​ໄດ້​ໃຫ້​ພວກເຂົາ​ເຮັດ​ສິ່ງ​ທັງໝົດ​ນັ້ນ​ທີ່​ເຕົາຫລອມ ຢູ່​ໃນ​ຮ່ອມພູ​ຂອງ​ແມ່ນໍ້າ​ຈໍແດນ ລະຫວ່າງ​ເມືອງ​ຊຸກໂກດ​ແລະ​ເມືອງ​ເຊເຣດາ</verse>
				<verse number="18">ສະນັ້ນ ຈຶ່ງ​ມີ​ຫລາຍ​ສິ່ງ​ຊຶ່ງ​ໄດ້​ເຮັດ​ໃນ​ທີ່ນັ້ນ​ໂດຍ​ບໍ່ມີ​ຜູ້ໃດ​ກຳນົດ​ໄດ້​ວ່າ ໃຊ້​ທອງສຳຣິດ​ໜັກ​ເທົ່າໃດ.</verse>
				<verse number="19">ກະສັດ​ໂຊໂລໂມນ​ຍັງ​ມີ​ເຄື່ອງ​ຕົບແຕ່ງ​ວິຫານ​ຂອງ​ພຣະເຈົ້າ​ທີ່​ເຮັດ​ດ້ວຍ​ຄຳ​ເຊັ່ນກັນ ດັ່ງນີ້: ແທ່ນບູຊາ​ແລະ​ໂຕະ​ໃສ່​ເຂົ້າຈີ່​ທີ່​ຖວາຍ​ໄວ້;</verse>
				<verse number="20">ຕີນ​ຮອງ​ໂຄມໄຟ ແລະ​ໂຄມໄຟ​ທີ່​ເຮັດ​ດ້ວຍ​ຄຳ​ນໍ້າໜຶ່ງ ຊຶ່ງ​ໃຊ້​ເພື່ອ​ໄຕ້​ຢູ່​ຕໍ່ໜ້າ​ບ່ອນ​ສັກສິດ​ທີ່ສຸດ​ຕາມ​ແຜນຜັງ;</verse>
				<verse number="21">ດອກໄມ້​ທີ່​ສຳລັບ​ຕົບແຕ່ງ, ໂຄມໄຟ ແລະ​ຄີມ;</verse>
				<verse number="22">ມີດຕັດ​ໄສ້ຕະກຽງ, ຖ້ວຍ, ຊາມ​ຮອງ​ເຄື່ອງຫອມ ແລະ​ໝໍ້ຂາງ​ທີ່​ໃສ່​ຖ່ານໄຟ​ແດງ. ສິ່ງ​ທັງໝົດ​ນີ້​ໄດ້​ເຮັດ​ດ້ວຍ​ຄຳສົດ. ປະຕູ​ຂ້າງ​ນອກ​ຂອງ​ພຣະວິຫານ ແລະ​ປະຕູ​ຂອງ​ພຣະວິຫານ​ເຂົ້າ​ໄປ​ສະຖານທີ່​ສັກສິດ​ທີ່ສຸດ ກໍໄດ້​ໂອບ​ດ້ວຍ​ຄຳ​ເຊັ່ນກັນ.</verse>
			</chapter>
			<chapter number="5">
				<verse number="1">ເມື່ອ​ກະສັດ​ໂຊໂລໂມນ​ໄດ້​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ສຳເລັດ​ແລ້ວ ເພິ່ນ​ກໍ​ເອົາ​ເຄື່ອງ​ທັງໝົດ ມີ​ດັ່ງນີ້: ເງິນ, ຄຳ ແລະ​ເຄື່ອງ​ອື່ນໆ​ທີ່​ພໍ່​ຂອງເພິ່ນ​ໄດ້​ອຸທິດຖວາຍ ເຂົ້າ​ໄປ​ໄວ້​ໃນ​ຫ້ອງ​ເກັບ​ເຄື່ອງ​ຂອງ​ພຣະວິຫານ​ຂອງ​ພຣະເຈົ້າ.</verse>
				<verse number="2">ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ເອີ້ນ​ປະຊຸມ ພວກ​ຜູ້ນຳ​ທຸກ​ເຜົ່າ​ແລະ​ທຸກ​ຕະກຸນ​ຂອງ​ຊາດ​ອິດສະຣາເອນ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຈາກ​ພູເຂົາ​ຊີໂອນ ເມືອງ​ຂອງ​ດາວິດ ມາ​ທີ່​ພຣະວິຫານ.</verse>
				<verse number="3">ພວກເຂົາ​ທັງໝົດ​ໄດ້​ມາ​ພ້ອມພຽງ​ກັນ​ໃນ​ເວລາ​ສະຫລອງ​ເທດສະການ​ປຸກຕູບຢູ່.</verse>
				<verse number="4">ເມື່ອ​ບັນດາ​ຜູ້ນຳ​ໄດ້​ມາ​ເຕົ້າໂຮມ​ກັນ​ໝົດແລ້ວ ພວກເລວີ​ກໍໄດ້​ຍົກ​ຫີບ​ນັ້ນ</verse>
				<verse number="5">ແລະ​ຫາມ​ເຂົ້າ​ໄປ​ໃນ​ພຣະວິຫານ. ບັນດາ​ປະໂຣຫິດ​ກັບ​ພວກເລວີ​ຍັງ​ຍົກຍ້າຍ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ເຄື່ອງໃຊ້​ສັກສິດ​ທັງໝົດ​ປະຈຳ​ຫໍເຕັນ​ເຂົ້າ​ໄປ​ໃນ​ພຣະວິຫານ.</verse>
				<verse number="6">ກະສັດ​ໂຊໂລໂມນ​ແລະ​ປະຊາຊົນ​ຊາວ​ອິດສະຣາເອນ ໄດ້​ມາ​ປະຊຸມກັນ​ຕໍ່ໜ້າ​ຫີບ ແລະ​ໄດ້​ຖວາຍ​ແກະ​ແລະ​ງົວ ຈຳນວນ​ຫລວງຫລາຍ​ຈົນ​ນັບ​ບໍ່ຖ້ວນ​ເປັນ​ເຄື່ອງ​ບູຊາ.</verse>
				<verse number="7">ແລ້ວ​ປະໂຣຫິດ​ກໍ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ເຂົ້າ​ໄປ​ໃນ​ສະຖານທີ່​ສັກສິດ​ຂອງ​ວິຫານ ແລະ​ເອົາ​ຫີບ​ວາງ​ໄວ້​ໃນ​ບ່ອນ​ສັກສິດ​ທີ່ສຸດ ຄື​ຢູ່​ລຸ່ມ​ເຄຣຸບ.</verse>
				<verse number="8">ປີກ​ຂອງ​ເຄຣຸບ​ນັ້ນ​ກາງ​ອອກ​ປົກ​ຫີບ​ນັ້ນ ແລະ​ໄມ້ຄານຫາມ.</verse>
				<verse number="9">ຜູ້​ທີ່​ຢືນ​ຢູ່​ຊື່​ໜ້າ​ຂອງ​ບ່ອນ​ສັກສິດ​ທີ່ສຸດ ຈຶ່ງ​ຈະ​ແນມ​ເຫັນ​ສົ້ນສຸດ​ຂອງ​ໄມ້​ຫາມ​ຫີບ​ໄດ້ ແຕ່​ຖ້າ​ຈະ​ເບິ່ງ​ຈາກ​ທີ່​ອື່ນ​ກໍ​ຈະ​ເບິ່ງ​ບໍ່​ເຫັນ. (ໄມ້ຄານຫາມ​ຍັງ​ຢູ່​ທີ່​ນັ້ນ​ຈົນເທົ່າ​ທຸກ​ວັນນີ້.)</verse>
				<verse number="10">ຢູ່​ໃນ​ຫີບ​ນັ້ນ​ມີ​ພຽງແຕ່​ຫີນ​ສອງ​ແຜ່ນ ຊຶ່ງ​ໂມເຊ​ໄດ້​ໃສ່​ລົງ​ໄວ້​ໃນ​ນັ້ນ​ທີ່​ພູເຂົາ​ຊີນາຍ ເມື່ອ​ພຣະເຈົ້າຢາເວ​ໄດ້​ເຮັດ​ພັນທະສັນຍາ​ກັບ​ປະຊາຊົນ​ອິດສະຣາເອນ ໃນ​ເວລາ​ທີ່​ພວກເຂົາ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ.</verse>
				<verse number="11">ແລ້ວ​ພວກ​ປະໂຣຫິດ​ກໍໄດ້​ຖອຍ​ອອກ​ຈາກ​ບ່ອນ​ສັກສິດ. ພວກ​ປະໂຣຫິດ​ທັງໝົດ​ທີ່​ຢູ່​ໃນ​ທີ່ນັ້ນ​ບໍ່​ວ່າ​ຢູ່​ໃນ​ໝວດ​ໃດ​ແມ່ນ​ໄດ້​ອຸທິດ​ຖວາຍຕົວ​ແລ້ວ.</verse>
				<verse number="12">ຊາວ​ເລວີ​ທັງໝົດ​ທີ່​ເປັນ​ນັກດົນຕຼີ​ເຊັ່ນ: ອາສັບ, ເຮມານ ແລະ​ເຢດູທູນ ແລະ​ພວກ​ລູກຊາຍ​ຂອງ​ພວກເຂົາ​ຕະຫລອດ​ທັງ​ຍາດຕິພີ່ນ້ອງ ໂດຍ​ຢືນ​ຢູ່​ທາງດ້ານ​ທິດ​ຕາເວັນອອກ ຕ່າງ​ກໍໄດ້​ນຸ່ງ​ຜ້າປ່ານ​ເນື້ອລະອຽດ​ດີ ຕົບແສ່ງ ແລະ​ດີດພິນ ຢູ່​ໃກ້​ແທ່ນບູຊາ. ພວກເຂົາ​ມີ​ປະໂຣຫິດ​ໜຶ່ງຮ້ອຍ​ຊາວ​ຄົນ ເປົ່າແກ​ປະສົມ​ປະສານ​ໄປ​ນຳ.</verse>
				<verse number="13">ພວກ​ເປົ່າແກ​ແລະ​ພວກ​ນັກຮ້ອງ​ໄດ້​ບັນເລງ​ດ້ວຍ​ຄວາມ​ສອດຄ່ອງ​ກັນ ເປັນ​ສຽງ​ດຽວກັນ​ເພື່ອ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ​ແລະ​ໂມທະນາ​ຂອບພຣະຄຸນ​ແກ່​ພຣະເຈົ້າຢາເວ. ໂດຍ​ປະສົມ​ປະສານ​ໄປ​ກັບ​ສຽງ​ແກ, ສຽງ​ແສ່ງ ແລະ​ສຽງເຄື່ອງ​ດົນຕຼີ​ອື່ນໆ; ພວກເຂົາ​ໄດ້​ເປ່ງສຽງ​ຮ້ອງ​ສັນລະເສີນ​ພຣະເຈົ້າຢາເວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ເພາະ​ພຣະອົງ​ຊົງ​ຄຸນງາມ​ຄວາມດີ ແລະ​ຄວາມຮັກ​ຂອງ​ພຣະອົງ ກໍ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.” ໃນ​ຂະນະທີ່​ພວກ​ປະໂຣຫິດ​ກຳລັງ​ອອກ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄປ ທັນໃດນັ້ນ ກໍ​ມີ​ເມກ​ຫຸ້ມ​ເຕັມ​ຢູ່​ວິຫານ​ຂອງ​ພຣະເຈົ້າ ໂດຍ​ມີ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ສາດແສງ​ແຈ້ງ​ທົ່ວໄປ ແລະ​ພວກເຂົາ​ກໍ​ດຳເນີນ​ພິທີ​ນະມັດສະການ​ຕໍ່ໄປ​ບໍ່ໄດ້.</verse>
				<verse number="14"></verse>
			</chapter>
			<chapter number="6">
				<verse number="1">ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ກ່າວ​ວ່າ ພຣະອົງ​ໄດ້​ເລືອກ​ທີ່​ຢູ່​ອາໄສ ຄື​ຢູ່​ໃນ​ເມກ​ໜາ​ແລະ​ຄວາມມືດ.</verse>
				<verse number="2">ບັດນີ້ ຂ້ານ້ອຍ​ໄດ້​ສ້າງ​ວິຫານ​ອັນ​ສູງສະຫງ່າ ເປັນ​ສະຖານທີ່​ໃຫ້​ພຣະອົງ​ຢູ່​ຕະຫລອດໄປ.”</verse>
				<verse number="3">ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍ​ຢືນ​ຢູ່​ທີ່​ນັ້ນ. ກະສັດ​ໄດ້​ຫັນໜ້າ​ມາ​ທາງ​ພວກເຂົາ ແລະ​ຂໍ​ພຣະເຈົ້າ​ອວຍພອນ​ພວກເຂົາ.</verse>
				<verse number="4">ເພິ່ນ​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ຖື​ຮັກສາ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ດາວິດ​ພໍ່​ຂອງ​ຂ້ານ້ອຍ ເມື່ອ​ພຣະອົງ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ,</verse>
				<verse number="5">‘ຕັ້ງແຕ່​ເວລາ​ນັ້ນ​ທີ່​ເຮົາ​ໄດ້​ນຳ​ປະຊາຊົນ​ຂອງເຮົາ ອອກ​ມາ​ຈາກ​ປະເທດ​ເອຢິບ​ຈົນເຖິງ​ດຽວ​ນີ້; ເຮົາ​ບໍ່ໄດ້​ເລືອກເອົາ​ເມືອງໃດ​ໃນ​ດິນແດນ​ອິດສະຣາເອນ​ໃຫ້​ເປັນ​ສະຖານທີ່​ໃນ​ການ​ສ້າງ​ວິຫານ​ເພື່ອ​ນະມັດສະການ​ເຮົາ; ແລະ​ເຮົາ​ກໍ​ບໍ່ໄດ້​ເລືອກ​ເອົາ​ຜູ້ໃດ​ໃຫ້​ນຳພາ​ປະຊາຊົນ​ອິດສະຣາເອນ​ຂອງ​ເຮົາ.</verse>
				<verse number="6">ແຕ່​ບັດນີ້ ເຮົາ​ໄດ້​ເລືອກເອົາ​ນະຄອນ​ເຢຣູຊາເລັມ​ໃຫ້​ເປັນ​ບ່ອນ​ທີ່​ຄົນ​ຈະ​ນະມັດສະການ​ເຮົາ ແລະ​ເຮົາ​ໄດ້​ຕັ້ງ​ດາວິດ​ໃຫ້​ເປັນ​ຜູ້ປົກຄອງ​ປະຊາຊົນ​ຂອງເຮົາ.”’</verse>
				<verse number="7">ຝ່າຍ​ໂຊໂລໂມນ​ກ່າວ​ຕໍ່ໄປ​ວ່າ, “ດາວິດ ພໍ່​ຂອງ​ຂ້າພະເຈົ້າ​ເປັນ​ຜູ້​ວາງແຜນ​ສ້າງ​ວິຫານ​ສຳລັບ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ</verse>
				<verse number="8">ແຕ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, ‘ເປັນ​ການ​ຖືກຕ້ອງ​ທີ່​ເຈົ້າ​ຢາກ​ສ້າງ​ວິຫານ​ເພື່ອ​ພຣະນາມ​ຂອງ​ເຮົາ,</verse>
				<verse number="9">ແຕ່​ເຈົ້າ​ຈະ​ບໍ່ໄດ້​ເປັນ​ຜູ້​ສ້າງ. ແມ່ນ​ລູກຊາຍ​ຂອງ​ເຈົ້າ​ເອງ​ທີ່​ຈະ​ເປັນ​ຜູ້​ສ້າງ​ວິຫານ​ເພື່ອ​ພຣະນາມ​ຂອງເຮົາ.”’</verse>
				<verse number="10">“ບັດນີ້ ພຣະເຈົ້າຢາເວ​ໄດ້​ຮັກສາ​ຄຳສັນຍາ​ຂອງ​ພຣະອົງ​ແລ້ວ​ຄື: ຂ້າພະເຈົ້າ​ໄດ້​ຂຶ້ນ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ແທນ​ພໍ່​ຂອງ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ໄດ້​ສ້າງ​ວິຫານ​ນີ້​ສຳລັບ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="11">ແລະ​ທີ່ນັ້ນ ຂ້າພະເຈົ້າ​ໄດ້​ເອົາ​ຫີບ ຊຶ່ງ​ບັນຈຸ​ແຜ່ນ​ຫີນ​ແຫ່ງ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ໄດ້​ຕັ້ງ​ໄວ້​ກັບ​ປະຊາຊົນ​ອິດສະຣາເອນ​ນັ້ນ​ມາ​ວາງ​ໄວ້.”</verse>
				<verse number="12">ແລ້ວ​ຢູ່​ຊ້ອງໜ້າ​ປະຊາຊົນ ໂຊໂລໂມນ​ໄດ້​ຍ່າງ​ຂຶ້ນ​ໄປ​ຢືນ​ຢູ່​ທາງ​ດ້ານ​ໜ້າ​ຂອງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ຍົກ​ແຂນ​ຂຶ້ນ​ພາວັນນາ​ອະທິຖານ.</verse>
				<verse number="13">ໂຊໂລໂມນ​ໄດ້​ເຮັດ​ແທ່ນ​ທອງສຳຣິດ ແລະ​ນຳ​ເອົາ​ແທ່ນ​ນັ້ນ​ໄປ​ວາງ​ໄວ້​ທີ່​ເດີ່ນ. ແທ່ນ​ນັ້ນ​ແຕ່ລະ​ຂ້າງ​ແທກ​ໄດ້​ສອງແມັດ​ຊາວເຊັນ ແລະ​ລວງ​ສູງ​ມີ​ໜຶ່ງແມັດ​ສາມສິບ​ເຊັນ. ເພິ່ນ​ໄດ້​ຂຶ້ນ​ໄປ​ທີ່​ເທິງ​ແທ່ນ​ນີ້ ຄຸເຂົ່າ​ລົງ​ຕໍ່ໜ້າ​ປະຊາຊົນ ແລະ​ຍົກມື​ຂຶ້ນ​ສູ່​ສະຫວັນ.</verse>
				<verse number="14">ເພິ່ນ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ທົ່ວ​ທັງ​ສະຫວັນ​ກັບ​ແຜ່ນດິນ​ໂລກ ບໍ່ມີ​ພະອື່ນ​ໃດ​ເໝືອນ​ພຣະອົງ. ພຣະອົງ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ປະຊາຊົນ ແລະ​ສຳແດງ​ຄວາມຮັກ​ຂອງ​ພຣະອົງ​ໃຫ້​ພວກເຂົາ​ເຫັນ ເວລາ​ພວກເຂົາ​ດຳເນີນ​ຊີວິດ​ທີ່​ເຊື່ອຟັງ​ພຣະອົງ​ດ້ວຍ​ສຸດໃຈ.</verse>
				<verse number="15">ພຣະອົງ​ໄດ້​ຮັກສາ​ຄຳສັນຍາ​ທີ່​ພຣະອົງ​ໄດ້​ກະທຳ​ໄວ້​ກັບ​ດາວິດ ພໍ່​ຂອງ​ຂ້ານ້ອຍ; ວັນນີ້ ທຸກ​ຖ້ອຍຄຳ​ນັ້ນ​ກໍໄດ້​ເປັນ​ໄປ​ຕາມ​ພັນທະສັນຍາ​ແລ້ວ.</verse>
				<verse number="16">ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ບັດນີ້ ຈົ່ງ​ຮັກສາ​ຄຳສັນຍາ​ອື່ນໆ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພໍ່​ຂອງ​ຂ້ານ້ອຍ​ດ້ວຍ ເມື່ອ​ພຣະອົງ​ໄດ້​ບອກ​ເພິ່ນ​ວ່າ ຈະ​ມີ​ຜູ້ໜຶ່ງ​ຈາກ​ເຊື້ອສາຍ​ຂອງ​ເພິ່ນ ເປັນ​ກະສັດ​ປົກຄອງ​ຊາດ​ອິດສະຣາເອນ​ສືບໄປ. ເມື່ອ​ເຂົາ​ໄດ້​ປະຕິບັດ​ຢ່າງ​ຕັ້ງໜ້າ​ຕາມ​ກົດບັນຍັດ​ຂອງ​ພຣະອົງ ດັ່ງ​ທີ່​ເພິ່ນ​ໄດ້​ປະຕິບັດ​ມາ​ນັ້ນ.</verse>
				<verse number="17">ດັ່ງນັ້ນ ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ໂຜດ​ໃຫ້​ທຸກສິ່ງ​ເປັນ​ຈິງ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ດາວິດ ຄົນ​ຮັບໃຊ້​ຂອງ​ພຣະອົງ​ເທີ້ນ.</verse>
				<verse number="18">ແຕ່​ພຣະເຈົ້າ​ເອີຍ ພຣະອົງ​ສະຖິດ​ຢູ່​ເທິງ​ແຜ່ນດິນ​ໂລກ​ທ່າມກາງ​ມະນຸດ​ໄດ້​ແທ້​ບໍ? ແມ່ນແຕ່​ສະຫວັນ​ແລະ​ສະຫວັນ​ທີ່​ສູງສຸດ​ກໍ​ບໍ່​ໃຫຍ່​ພໍ​ທີ່​ຈະ​ຮັບ​ພຣະອົງ​ໄດ້; ສະນັ້ນ ວິຫານ​ທີ່​ຂ້ານ້ອຍ​ໄດ້​ສ້າງ​ນີ້​ຈະ​ໃຫຍ່​ພໍ​ສຳລັບ​ພຣະອົງ​ໄດ້​ຢ່າງໃດ?</verse>
				<verse number="19">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ນີ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ. ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ ແລະ​ຕອບ​ຄຳ​ຂໍຮ້ອງ​ຂອງ​ຂ້ານ້ອຍ​ດ້ວຍ.</verse>
				<verse number="20">ຂໍ​ພຣະອົງ​ດູແລ​ວິຫານ​ນີ້​ທັງ​ກາງເວັນ​ແລະ​ກາງຄືນ. ພຣະອົງ​ໄດ້​ສັນຍາ​ວ່າ​ທີ່​ນີ້​ຈະ​ເປັນ​ບ່ອນ​ທີ່​ນາມຊື່​ຂອງ​ພຣະອົງ​ສະຖິດຢູ່; ສະນັ້ນ ຂໍຊົງ​ໂຜດ​ຟັງ​ເມື່ອ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຫັນໜ້າ​ມາ​ສະຖານທີ່​ນີ້ ແລະ​ພາວັນນາ​ອະທິຖານ.</verse>
				<verse number="21">ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ຂອງ​ປະຊາຊົນ​ອິດສະຣາເອນ​ດ້ວຍ ເມື່ອ​ພວກເຂົາ​ຫັນໜ້າ​ມາ​ທາງ​ສະຖານທີ່​ນີ້​ແລະ​ພາວັນນາ​ອະທິຖານ. ທີ່​ຟ້າ​ສະຫວັນ​ບ່ອນ​ພຣະອົງ​ສະຖິດຢູ່, ໂຜດ​ຟັງ ແລະ​ຍົກໂທດ​ໃຫ້​ດ້ວຍ​ເທີ້ນ.</verse>
				<verse number="22">ຖ້າ​ມີ​ຄົນ​ໜຶ່ງ​ຖືກ​ກ່າວຫາ​ວ່າ​ເຮັດ​ຜິດ​ຕໍ່​ຄົນອື່ນ ແລະ​ຖືກ​ນຳ​ມາ​ທີ່​ແທ່ນບູຊາ​ໃນ​ວິຫານ​ນີ້ ເພື່ອ​ສາບານ​ວ່າ​ລາວ​ບໍຣິສຸດ</verse>
				<verse number="23">ເມື່ອນັ້ນ ຂໍ​ພຣະອົງ​ໂຜດ​ຟັງ​ທີ່​ສະຫວັນ, ກະທຳການ​ແລະ​ຕັດສິນ​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ. ຈົ່ງ​ລົງໂທດ​ຜູ້​ເຮັດ​ຜິດ​ແລະ​ປ່ອຍຕົວ​ຜູ້​ບໍຣິສຸດ​ດ້ວຍ.</verse>
				<verse number="24">ເມື່ອ​ປະຊາຊົນ​ຂອງ​ພຣະອົງ​ພ່າຍແພ້​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ຍ້ອນ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ; ຕໍ່ມາ ເມື່ອ​ພວກເຂົາ​ຕ່າວຄືນ​ມາ​ຫາ​ພຣະອົງ ແລະ​ເຂົ້າ​ມາ​ໃນ​ວິຫານ​ນີ້ ກາບ​ພາວັນນາ​ອະທິຖານ​ຢ່າງ​ຖ່ອມຕົວ​ຖ່ອມໃຈ​ເພື່ອ​ຂໍ​ພຣະອົງ​ຍົກໂທດ​ໃຫ້;</verse>
				<verse number="25">ຂໍ​ພຣະອົງ​ໂຜດ​ຟັງ​ທີ່​ສະຫວັນ, ໂຜດ​ອະໄພ​ການບາບ​ປະຊາຊົນ​ອິດສະຣາເອນ ແລະ​ນຳ​ພວກເຂົາ​ໄປ​ສູ່​ດິນແດນ ຊຶ່ງ​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ແລະ​ບັນພະບຸລຸດ​ຂອງ​ພວກເຂົາ​ນັ້ນ​ດ້ວຍ.</verse>
				<verse number="26">ເມື່ອ​ພຣະອົງ​ກັກ​ຝົນ​ບໍ່​ໃຫ້​ຕົກ ເພາະ​ປະຊາຊົນ​ຂອງ​ພຣະອົງ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ; ຕໍ່ມາ ເມື່ອ​ພວກເຂົາ​ຫັນໜ້າ​ມາ​ທາງ​ວິຫານ​ນີ້​ພາວັນນາ​ອະທິຖານ​ສາລະພາບ​ຕໍ່​ນາມຊື່​ຂອງ​ພຣະອົງ ແລະ​ຫັນກັບ​ຈາກ​ການບາບ​ທັງຫຼາຍ​ຂອງ​ພວກເຂົາ ຍ້ອນ​ພຣະອົງ​ລົງໂທດ​ພວກເຂົາ.</verse>
				<verse number="27">ຂໍ​ພຣະອົງ​ໂຜດ​ຟັງ​ທີ່​ສະຫວັນ, ແລະ​ອະໄພ​ການບາບ​ຂອງ​ຜູ້​ເປັນ​ຂ້າຮັບໃຊ້​ຂອງ​ພຣະອົງ​ຄື​ປະຊາຊົນ​ອິດສະຣາເອນ ແລະ​ສັ່ງສອນ​ພວກເຂົາ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ດ້ວຍ. ແລ້ວ​ໂຜດ​ສົ່ງ​ຝົນ​ລົງ​ມາ​ສູ່​ດິນແດນ​ນີ້ ຊຶ່ງ​ພຣະອົງ​ໄດ້​ມອບ​ໃຫ້​ພວກ​ບັນພະບຸລຸດ​ຂອງ​ພວກເຂົາ.</verse>
				<verse number="28">ເມື່ອ​ມີ​ການອຶດຢາກ​ເກີດຂຶ້ນ​ໃນ​ດິນແດນ ຫລື​ມີ​ພະຍາດ​ລະບາດ ຫລື​ມີ​ພືດຜົນ​ຖືກ​ທຳລາຍ​ຍ້ອນ​ລົມຮ້ອນ​ພັດ ຫລື​ຍ້ອນ​ຝູງຕັກແຕນ​ທຳລາຍ ຫລື​ເມື່ອ​ປະຊາຊົນ​ຂອງ​ພຣະອົງ​ຖືກ​ສັດຕູ​ໂຈມຕີ ຫລື​ເມື່ອ​ເກີດ​ພະຍາດ​ໂຣຄາ ຫລື​ການ​ເຈັບໄຂ້​ໄດ້ປ່ວຍ​ໃນ​ທ່າມກາງ​ພວກເຂົາ</verse>
				<verse number="29">ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ດ້ວຍ. ຖ້າ​ມີ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ​ຄົນໃດ​ຄົນໜຶ່ງ​ໂສກເສົ້າ​ເຫງົາໃຈ ແລະ​ເມື່ອ​ພວກເຂົາ​ຍົກມື​ຂອງ​ພວກເຂົາ​ພາວັນນາ​ອະທິຖານ​ປິ່ນໜ້າ​ມາ​ທາງ​ວິຫານ​ນີ້</verse>
				<verse number="30">ຂໍ​ພຣະອົງ​ໂຜດ​ຟັງ​ທີ່​ສະຫວັນ​ບ່ອນ​ພຣະອົງ​ສະຖິດຢູ່ ແລະ​ຍົດໂທດ​ໃຫ້​ເຂົາ​ດ້ວຍ​ເທີ້ນ. ພຣະອົງ​ເທົ່ານັ້ນ​ຮູ້ຈັກ​ຄວາມຄິດ ແລະ​ຈິດໃຈ​ຂອງ​ມະນຸດ. ໂຜດ​ເຮັດ​ກັບ​ແຕ່ລະຄົນ​ຕາມ​ທີ່​ເຂົາ​ຄວນ​ຈະ​ໄດ້​ຮັບ​ເຖີດ</verse>
				<verse number="31">ເພື່ອ​ວ່າ​ປະຊາຊົນ​ຂອງ​ພຣະອົງ​ຈະ​ໄດ້​ຢຳເກງ​ແລະ​ເຊື່ອຟັງ​ພຣະອົງ​ຕະຫລອດໄປ​ຕາບໃດ​ທີ່​ພວກເຂົາ​ຍັງ​ອາໄສ​ຢູ່​ໃນ​ດິນແດນ ຊຶ່ງ​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ນັ້ນ.</verse>
				<verse number="32">ເມື່ອ​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ແດນໄກ​ໄດ້ຍິນ​ວ່າ ພຣະອົງ​ຍິ່ງໃຫຍ່​ແລະ​ມີ​ອຳນາດ​ສໍ່າໃດ ແລະ​ໄດ້​ຮູ້​ວ່າ​ພຣະອົງ​ພ້ອມ​ທີ່​ຈະ​ຊ່ວຍ​ພວກເຂົາ​ສະເໝີ; ແລະ​ຕໍ່ມາ ພວກເຂົາ​ໄດ້​ມາ​ພາວັນນາ​ອະທິຖານ​ທີ່​ວິຫານ​ນີ້</verse>
				<verse number="33">ຂໍ​ພຣະອົງ​ໂຜດ​ຟັງ​ທີ່​ສະຫວັນ​ບ່ອນ​ພຣະອົງ​ສະຖິດຢູ່ ໂຜດ​ຟັງ​ພວກເຂົາ​ແລະ​ເຮັດ​ຕາມ​ທີ່​ພວກເຂົາ​ຂໍຮ້ອງ​ດ້ວຍ ເພື່ອ​ວ່າ​ປະຊາຊົນ​ທົ່ວໂລກ​ຈະ​ໄດ້​ຮູ້ຈັກ​ນາມຊື່​ຂອງ​ພຣະອົງ​ແລະ​ຢຳເກງ​ພຣະອົງ ເໝືອນກັນ​ກັບ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ໄດ້​ວ່າ​ວິຫານ​ທີ່​ຂ້ານ້ອຍ​ໄດ້​ສ້າງ​ຂຶ້ນ​ນີ້​ແມ່ນ​ສະຖານທີ່​ທີ່​ມະນຸດ​ນະມັດສະການ​ພຣະອົງ.</verse>
				<verse number="34">ເມື່ອ​ພຣະອົງ​ສັ່ງ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ເຂົ້າ​ໄປ​ໃນ​ສະໜາມຮົບ ເພື່ອ​ຕໍ່ສູ້​ເຫຼົ່າ​ສັດຕູ ແລະ​ພວກເຂົາ​ພາວັນນາ​ອະທິຖານ​ຫາ​ພຣະອົງ ບໍ່​ວ່າ​ພວກເຂົາ​ຢູ່​ບ່ອນໃດ​ກໍຕາມ ເມື່ອ​ປິ່ນໜ້າ​ມາ​ທາງ​ເມືອງ​ນີ້ ຊຶ່ງ​ພຣະອົງ​ໄດ້​ເລືອກໄວ້ ແລະ​ມາ​ທີ່​ວິຫານ​ນີ້​ຊຶ່ງ​ຂ້ານ້ອຍ​ໄດ້​ສ້າງ​ເພື່ອ​ພຣະນາມ​ຂອງ​ພຣະອົງ</verse>
				<verse number="35">ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ດ້ວຍ. ທີ່​ສະຫວັນ ໂຜດ​ຟັງ​ພວກເຂົາ ແລະ​ໃຫ້​ພວກເຂົາ​ມີ​ໄຊຊະນະ​ດ້ວຍ​ເຖີດ.</verse>
				<verse number="36">ເມື່ອ​ປະຊາຊົນ​ຂອງ​ພຣະອົງ​ເຮັດ​ບາບ​ຕໍ່ສູ້​ພຣະອົງ ແລະ​ຕາມ​ຄວາມຈິງ​ແລ້ວ​ບໍ່ມີ​ຜູ້ໃດ​ເລີຍ​ທີ່​ບໍ່​ເຮັດ​ບາບ ໂດຍ​ຄວາມ​ໂກດຮ້າຍ​ພຣະອົງ​ໄດ້​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ເອົາ​ຊະນະ​ພວກເຂົາ ແລະ​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ແຫ່ງ​ອື່ນ ເຖິງ​ແມ່ນ​ວ່າ​ດິນແດນ​ນັ້ນ​ຈະ​ຫ່າງໄກ​ພຽງໃດ​ກໍຕາມ</verse>
				<verse number="37">ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ. ໃນ​ດິນແດນ​ນັ້ນ ຖ້າ​ພວກເຂົາ​ກັບໃຈ​ແລະ​ພາວັນນາ​ອະທິຖານ​ຫາ​ພຣະອົງ ໂດຍ​ສາລະພາບ​ວ່າ​ພວກເຂົາ​ໄດ້​ເຮັດ​ບາບ​ແລະ​ຊົ່ວຊ້າ​ສໍ່າໃດ​ແລ້ວ; ຂໍ​ພຣະອົງ​ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ດ້ວຍ.</verse>
				<verse number="38">ທີ່​ດິນແດນ​ນັ້ນ ຖ້າ​ພວກເຂົາ​ຈິງໃຈ​ກັບໃຈ​ໃໝ່​ແທ້ ແລະ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ໂດຍ​ປິ່ນໜ້າ​ມາ​ທາງ​ເມືອງ​ນີ້ ຊຶ່ງ​ພຣະອົງ​ໄດ້​ເລືອກ​ໄວ້ ແລະ​ມາ​ທີ່​ວິຫານ​ນີ້ ຊຶ່ງ​ຂ້ານ້ອຍ​ໄດ້​ສ້າງ​ເພື່ອ​ພຣະນາມ​ຂອງ​ພຣະອົງ</verse>
				<verse number="39">ຂໍ​ຊົງ​ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ດ້ວຍ. ທີ່​ສະຫວັນ​ບ່ອນ​ພຣະອົງ​ສະຖິດ​ຢູ່ ໂຜດ​ຟັງ​ແລະ​ເມດຕາ​ພວກເຂົາ​ພ້ອມ​ທັງ​ອະໄພ​ຄວາມ​ຜິດບາບ​ຂອງ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="40">ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ບັດນີ້​ຂໍໂຜດ​ຫລິງເບິ່ງ ແລະ​ຟັງ​ຄຳພາວັນນາ​ອະທິຖານ ທີ່​ຂ້ານ້ອຍ​ອຸທິດ​ຖວາຍ​ໃນ​ທີ່​ນີ້​ດ້ວຍ.</verse>
				<verse number="41">ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ເອີຍ ໂຜດ​ລຸກ​ຂຶ້ນ ແລະ​ໂດຍ​ຫີບ​ພັນທະສັນຍາ​ທີ່​ເປັນ​ສັນຍາລັກ​ແຫ່ງ​ຣິດອຳນາດ​ຂອງ​ພຣະອົງ ໂຜດ​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ສະຖິດ​ຢູ່​ໃນ​ທີ່ນັ້ນ​ຕະຫລອດໄປ​ເຖີດ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ເອີຍ ໂຜດ​ອວຍພອນ​ບັນດາ​ປະໂຣຫິດ​ຂອງ​ພຣະອົງ​ໃນ​ທຸກໆສິ່ງ​ທີ່​ພວກເຂົາ​ເຮັດ ແລະ​ໂຜດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຊົມຊື່ນ​ຍິນດີ ຍ້ອນ​ຄຸນຄວາມດີ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ພວກເຂົາ​ນັ້ນ.</verse>
				<verse number="42">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ເອີຍ ໂຜດ​ຢ່າ​ໄດ້​ປະຖິ້ມ​ກະສັດ​ທີ່​ພຣະອົງ​ໄດ້​ເລືອກເອົາ​ເລີຍ. ໂຜດ​ຈົດຈຳ​ຄວາມຮັກ​ທີ່​ພຣະອົງ​ໄດ້​ມີ​ຕໍ່​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແດ່ທ້ອນ.”</verse>
			</chapter>
			<chapter number="7">
				<verse number="1">ເມື່ອ​ກະສັດ​ໂຊໂລໂມນ​ໄດ້​ພາວັນນາ​ອະທິຖານ​ຈົບ​ແລ້ວ ກໍ​ມີ​ໄຟ​ລົງ​ມາ​ຈາກ​ສະຫວັນ​ລຸກ​ໄໝ້​ເຄື່ອງ​ບູຊາ​ຕ່າງໆ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ຫຸ້ມ​ເຕັມ​ຢູ່​ທີ່​ພຣະວິຫານ.</verse>
				<verse number="2">ຍ້ອນ​ວິຫານ​ຂອງ​ພຣະເຈົ້າຢາເວ​ເຕັມ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ບັນດາ​ປະໂຣຫິດ​ຈຶ່ງ​ບໍ່​ອາດ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄດ້.</verse>
				<verse number="3">ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້​ເຫັນ​ໄຟ​ລົງ​ມາ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ປົກຄຸມ​ຢູ່​ເຕັມ​ພຣະວິຫານ​ເຊັ່ນນັ້ນ; ພວກເຂົາ​ກໍ​ກາບ​ລົງ​ກັບ​ພື້ນດິນ​ແລະ​ນະມັດສະການ​ແລະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ທັງ​ສັນລະເສີນ​ຄຸນງາມ​ຄວາມດີ ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.</verse>
				<verse number="4">ແລ້ວ​ກະສັດ​ໂຊໂລໂມນ​ພ້ອມ​ກັບ​ປະຊາຊົນ​ທັງໝົດ ກໍໄດ້​ຖວາຍ​ເຄື່ອງ​ບູຊາ​ຕ່າງໆ​ແກ່​ພຣະເຈົ້າຢາເວ.</verse>
				<verse number="5">ເພິ່ນ​ໄດ້​ຂ້າ​ງົວ ຊາວສອງພັນ​ໂຕ ແລະ​ແກະ ໜຶ່ງຮ້ອຍ​ຊາວພັນ​ໂຕ ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ດັ່ງນັ້ນ ກະສັດ​ແລະ​ປະຊາຊົນ​ທັງໝົດ​ຈຶ່ງ​ໄດ້​ຖວາຍ​ວິຫານ​ຂອງ​ພຣະເຈົ້າ.</verse>
				<verse number="6">ບັນດາ​ປະໂຣຫິດ​ໄດ້​ຢືນ​ປະຈຳ​ບ່ອນ​ທີ່​ຖືກ​ມອບໝາຍ​ໃຫ້ ແລະ​ຊື່​ໜ້າ​ພວກເຂົາ​ແມ່ນ​ຊາວ​ເລວີ​ທີ່​ກຳລັງ​ສັນລະເສີນ​ພຣະເຈົ້າຢາເວ ດ້ວຍ​ເຄື່ອງ​ດົນຕຼີ​ຊຶ່ງ​ກະສັດ​ດາວິດ​ໄດ້​ຈັດຫາ​ໃຫ້​ເພື່ອ​ຮ້ອງເພງ​ໂມທະນາ​ຂອບພຣະຄຸນ​ແກ່​ພຣະເຈົ້າຢາເວ ເພາະ​ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ ຕາມ​ທີ່​ກະສັດ​ດາວິດ​ໄດ້​ມອບໝາຍ​ໃຫ້. ໃນ​ຂະນະທີ່​ປະຊາຊົນ​ທັງໝົດ​ໄດ້​ຢືນ​ຢູ່​ນັ້ນ ພວກ​ປະໂຣຫິດ​ກໍໄດ້​ພາກັນ​ເປົ່າແກ.</verse>
				<verse number="7">ໂຊໂລໂມນ​ໄດ້​ຖວາຍ​ສ່ວນ​ກາງ​ຂອງ​ເດີ່ນ ເຂດ​ດ້ານ​ໜ້າ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຕໍ່ມາ ເພິ່ນ​ໄດ້​ຖວາຍ​ເຄື່ອງ​ບູຊາ​ໃນ​ທີ່ນັ້ນ​ເປັນ​ຕົ້ນ: ການ​ບູຊາ​ເຜົາ​ທັງໝົດ, ພືດຜົນ​ເປັນເມັດ ແລະ​ໄຂມັນ​ທີ່​ໄດ້​ມາ​ຈາກ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ເພິ່ນ​ໄດ້​ເຮັດ​ເຊັ່ນນີ້​ເພາະ​ແທ່ນບູຊາ​ທອງສຳຣິດ​ຊຶ່ງ​ເພິ່ນ​ໄດ້​ເຮັດ​ນັ້ນ ນ້ອຍ​ໂພດ​ສຳລັບ​ບັນຈຸ​ເຄື່ອງ​ຖວາຍ​ເຫຼົ່ານັ້ນ​ທັງໝົດ.</verse>
				<verse number="8">ໂຊໂລໂມນ​ກັບ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ສະຫລອງ​ເທດສະການ​ປຸກຕຸບຢູ່​ເປັນ​ເວລາ​ເຈັດ​ວັນ. ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ທີ່​ຢູ່​ໄກ ຄື​ຈາກ​ທາງເໜືອ​ສຸດ​ຂອງ​ຊ່ອງແຄບ​ຮາມັດ ແລະ​ເຂດແດນ​ເບື້ອງໃຕ້​ຂອງ​ປະເທດ​ເອຢິບ​ກໍໄດ້​ມາ​ຮ່ວມ​ນຳ.</verse>
				<verse number="9">ພວກເຂົາ​ໄດ້​ຢູ່​ທີ່​ນັ້ນ​ເປັນ​ເວລາ​ເຈັດ​ວັນ ເພື່ອ​ອຸທິດຖວາຍ​ແທ່ນບູຊາ ແລະ​ຢູ່​ອີກ​ເຈັດ​ວັນ ເພື່ອ​ສະຫລອງ​ເທດສະການ. ໃນ​ມື້​ສຸດທ້າຍ ພວກເຂົາ​ໄດ້​ສະຫລອງ​ມື້​ປິດ​ງານ</verse>
				<verse number="10">ແລະ​ວັນ​ຕໍ່ມາ ຄື​ວັນ​ທີ​ຊາວສາມ ຂອງ​ເດືອນ​ທີ​ເຈັດ ໂຊໂລໂມນ​ໄດ້​ໃຫ້​ປະຊາຊົນ​ກັບ​ເມືອ​ເຮືອນ​ໃຜ​ລາວ. ພວກເຂົາ​ຊົມຊື່ນ​ຍິນດີ​ກັບ​ຄຳອວຍພອນ ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ, ແກ່​ດາວິດ ແລະ​ແກ່​ໂຊໂລໂມນ.</verse>
				<verse number="11">ຫລັງຈາກ​ກະສັດ​ໂຊໂລໂມນ​ໄດ້​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລະ​ວັງ​ຂອງເພິ່ນ​ສຳເລັດ ແລ້ວ​ກະສັດ​ໂຊໂລໂມນ​ໄດ້​ເຮັດ​ຂ້າງໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລະ​ວັງ​ຂອງເພິ່ນ​ໃຫ້​ສຳເລັດ​ຮຽບຮ້ອຍ​ຕາມ​ແບບແຜນ​ທັງໝົດ​ນັ້ນ,</verse>
				<verse number="12">ຂະນະນັ້ນ ພຣະເຈົ້າຢາເວ​ໄດ້​ປາກົດ​ຕໍ່​ເພິ່ນ​ໃນ​ເວລາ​ກາງຄືນ ແລະ​ໄດ້​ກ່າວ​ຕໍ່​ເພິ່ນ​ວ່າ, “ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ ແລະ​ເຮົາ​ກໍ​ຍິນດີ​ຮັບ​ເອົາ​ວິຫານ​ນີ້ ເພື່ອ​ເປັນ​ບ່ອນ​ຖວາຍ​ເຄື່ອງ​ບູຊາ​ແກ່​ເຮົາ.</verse>
				<verse number="13">ເມື່ອໃດ​ເຮົາ​ປິດ​ຟ້າ​ສະຫວັນ​ກັກ​ຝົນ​ບໍ່​ໃຫ້​ຕົກ ຫລື​ສົ່ງ​ຝູງຕັກແຕນ​ມາ​ກິນ​ເຄື່ອງປູກ​ຂອງຝັງ ຫລື​ສົ່ງ​ພະຍາດ​ລະບາດ​ມາ​ສູ່​ປະຊາຊົນ​ຂອງເຮົາ,</verse>
				<verse number="14">ຖ້າ​ປະຊາຊົນ​ຂອງ​ເຮົາ​ຜູ້​ທີ່​ພວກເຂົາ​ເອີ້ນກັນ​ໂດຍ​ຊື່​ຂອງ​ເຮົາ​ຖ່ອມ​ຕົວລົງ, ພາວັນນາ​ອະທິຖານ, ຊອກຫາ​ໜ້າ​ເຮົາ ພ້ອມ​ທັງ​ກັບໃຈ​ໃໝ່ ແລະ​ຫັນໜີ​ຈາກ​ຄວາມຊົ່ວ​ທີ່​ພວກເຂົາ​ກຳລັງ​ເຮັດ​ຢູ່; ແລ້ວ​ທີ່​ສະຫວັນ ເຮົາ​ກໍ​ຈະ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ, ໃຫ້​ອະໄພ​ການບາບ​ຂອງ​ພວກເຂົາ ແລະ​ເຮັດ​ໃຫ້​ດິນແດນ​ຂອງ​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່.</verse>
				<verse number="15">ເຮົາ​ຈະ​ເຝົ້າເບິ່ງ​ວິຫານ​ນີ້ ແລະ​ຕຽມ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ທຸກໆຄົນ​ທີ່​ຮ້ອງຫາ​ເຮົາ​ໃນ​ທີ່​ນີ້</verse>
				<verse number="16">ເພາະ​ເຮົາ​ໄດ້​ເລືອກເອົາ​ສະຖານທີ່​ນີ້​ເປັນ​ບ່ອນ​ສັກສິດ ໃຫ້​ພວກເຂົາ​ນະມັດສະການ​ເຮົາ​ຕະຫລອດໄປ. ເຮົາ​ຈະ​ເຝົ້າເບິ່ງ​ສະຖານທີ່​ນີ້ ແລະ​ປົກປັກ​ຮັກສາ​ຢູ່​ທຸກ​ເວລາ.</verse>
				<verse number="17">ຖ້າ​ເຈົ້າ​ຮັບໃຊ້​ເຮົາ​ຢ່າງ​ສັດຊື່ ດັ່ງ​ທີ່​ດາວິດ​ພໍ່​ຂອງ​ເຈົ້າ​ໄດ້​ເຮັດ​ມາ ຄື​ເຊື່ອຟັງ​ກົດບັນຍັດ​ທັງຫລາຍ​ຂອງເຮົາ ແລະ​ຂັບ​ຕາມ​ທຸກໆສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ,</verse>
				<verse number="18">ເຮົາ​ກໍ​ຈະ​ຮັກສາ​ຄຳສັນຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ດາວິດ​ພໍ່​ຂອງ​ເຈົ້າ ຄື​ເວລາ​ທີ່​ເຮົາ​ໄດ້​ບອກ​ລາວ​ວ່າ ຊາດ​ອິດສະຣາເອນ​ຈະ​ມີ​ເຊື້ອສາຍ​ຂອງ​ລາວ ປົກຄອງ​ປະເທດ​ສືບໆໄປ.</verse>
				<verse number="19">ແຕ່​ຖ້າ​ເຈົ້າ​ແລະ​ປະຊາຊົນ​ຂອງ​ເຈົ້າ ບໍ່​ເຊື່ອຟັງ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ທີ່​ເຮົາ​ໄດ້​ໃຫ້​ພວກເຈົ້າ ແລະ​ຫັນ​ໄປ​ຂາບໄຫວ້​ບັນດາ​ພະອື່ນ,</verse>
				<verse number="20">ເຮົາ​ກໍ​ຈະ​ຍົກຍ້າຍ​ພວກເຈົ້າ​ອອກ​ຈາກ​ດິນແດນ ຊຶ່ງ​ເຮົາ​ໄດ້​ໃຫ້​ພວກເຈົ້າ ແລະ​ເຮົາ​ຈະ​ປະຖິ້ມ​ພຣະວິຫານ​ນີ້ ຊຶ່ງ​ເຮົາ​ໄດ້​ເຮັດ​ໃຫ້​ເປັນ​ສະຖານທີ່​ສັກສິດ​ເພື່ອ​ນະມັດສະການ​ເຮົາ. ປະຊາຊົນ​ທົ່ວ​ທຸກໆ​ບ່ອນ​ຈະ​ຫຍໍ້ຫຍັນ ແລະ​ໝິ່ນປະໝາດ​ສະຖານທີ່​ນີ້.</verse>
				<verse number="21">ໃນ​ເວລາ​ນີ້ ພຣະວິຫານ​ເປັນ​ທີ່​ຍົກຍໍ​ຢ່າງ​ສູງສົ່ງ​ແທ້, ແຕ່​ແລ້ວ​ໃນ​ເວລາ​ນັ້ນ ທຸກໆ​ຄົນ​ທີ່​ຜ່ານ​ໄປ​ກໍ​ຈະ​ສະດຸ້ງ​ໃນໃຈ ແລະ​ຖາມ​ວ່າ, ‘ເປັນຫຍັງ​ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ກັບ​ດິນແດນ ແລະ​ວິຫານ​ເຊັ່ນ​ນີ້?’</verse>
				<verse number="22">ຄົນ​ທັງຫລາຍ​ຈະ​ຕອບ​ວ່າ, ‘ກໍ​ເພາະ​ພວກເຂົາ​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຜູ້​ທີ່​ໄດ້​ນຳພາ​ບັນພະບຸລຸດ​ຂອງ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເຂົາ​ຈົງຮັກ​ພັກດີ​ຕໍ່​ບັນດາ​ພະອື່ນ ແລະ​ຂາບໄຫວ້​ພະ​ເຫຼົ່ານັ້ນ. ສະນັ້ນ ພຣະອົງ​ຈຶ່ງ​ນຳ​ໄພພິບັດ​ຫລາຍຢ່າງ​ມາ​ສູ່​ພວກເຂົາ.”’</verse>
			</chapter>
			<chapter number="8">
				<verse number="1">ກະສັດ​ໂຊໂລໂມນ​ໄດ້​ໃຊ້​ເວລາ​ຊາວ​ປີ ເພື່ອ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລະ​ຣາຊວັງ​ຂອງຕົນ.</verse>
				<verse number="2">ເພິ່ນ​ໄດ້​ສ້າງ​ເມືອງ​ຕ່າງໆ ທີ່​ກະສັດ​ຮີຣາມ​ມອບ​ໃຫ້​ເພິ່ນ​ນັ້ນ​ຂຶ້ນ​ໃໝ່ ແລະ​ໄດ້​ສົ່ງ​ຊາວ​ອິດສະຣາເອນ​ໄປ​ຕັ້ງ​ຖິ່ນຖານ​ໃໝ່​ຢູ່​ທີ່​ນັ້ນ.</verse>
				<verse number="3">ເພິ່ນ​ໄດ້​ຢຶດ​ເຂດແດນ​ຂອງ​ຮາມັດ-ໂຊບາ</verse>
				<verse number="4">ພ້ອມ​ທັງ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ປານມີຣາ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ເພິ່ນ​ໄດ້​ສ້າງ​ເມືອງ​ທັງໝົດ​ໃນ​ຮາມັດ​ຂຶ້ນ​ໃໝ່ ເພື່ອ​ໃຊ້​ເປັນ​ສູນກາງ​ສະສົມ​ສະບຽງ​ອາຫານ.</verse>
				<verse number="5">ກະສັດ​ໂຊໂລໂມນ​ໄດ້​ສ້າງ​ເມືອງ​ເຫຼົ່ານີ້​ຂຶ້ນ​ໃໝ່​ເຊັ່ນກັນ ດັ່ງນີ້: ເບັດ​ໂຮໂຣນ​ເບື້ອງເທິງ ແລະ​ເບັດ​ໂຮໂຣນ​ເບື້ອງລຸ່ມ (ເມືອງ​ທັງສອງ​ນີ້​ໄດ້​ມີ​ປ້ອມ​ປ້ອງກັນ ແລະ​ມີ​ກອນ​ປະຕູ​ເປັນ​ເຫລັກແທ່ງ),</verse>
				<verse number="6">ເມືອງ​ບາອາລາດ, ເມືອງ​ທັງໝົດ​ທີ່​ເພິ່ນ​ໃຊ້​ເປັນ​ບ່ອນ​ສະສົມ​ສະບຽງ​ອາຫານ ແລະ​ເມືອງ​ທັງຫລາຍ ບ່ອນ​ທີ່​ເພິ່ນ​ໄດ້​ສະສົມ​ຝູງມ້າ​ແລະ​ລົດຮົບ. ເພິ່ນ​ຍັງ​ດຳເນີນ​ແຜນການ​ກໍ່ສ້າງ​ທັງໝົດ​ຂອງ​ເພິ່ນ​ໃນ​ນະຄອນ​ເຢຣູຊາເລັມ, ໃນ​ເລບານອນ, ຕະຫລອດ​ທົ່ວ​ທັງ​ເຂດແດນ​ທີ່​ເພິ່ນ​ປົກຄອງ.</verse>
				<verse number="7">ໂຊໂລໂມນ​ໄດ້​ຮັບ​ແຮງງານ​ທັງໝົດ​ນັ້ນ ມາ​ຈາກ​ເຊື້ອສາຍ​ຂອງ​ປະຊາຊົນ​ການາອານ​ທີ່​ບໍ່ໄດ້​ຖືກ​ຂ້າ ເມື່ອ​ຊາວ​ອິດສະຣາເອນ​ໄດ້​ໄປ​ຢຶດຄອງ​ດິນແດນ. ປະຊາຊົນ​ເຫຼົ່ານັ້ນ​ມີ​ດັ່ງນີ້: ຊາວ​ຮິດຕີ, ອາໂມ, ເປຣີຊີ, ຮີວີ ແລະ​ຊາວ​ເຢບຸດ.</verse>
				<verse number="8">ບັນດາ​ເຊື້ອສາຍ​ຂອງ​ປະຊາຊົນ​ເຫຼົ່ານັ້ນ​ໄດ້​ສືບຕໍ່​ຕົກ​ເປັນ​ທາດຮັບໃຊ້ ມາ​ຈົນເຖິງ​ສະໄໝ​ປັດຈຸບັນ​ນີ້.</verse>
				<verse number="9">ຊາວ​ອິດສະຣາເອນ​ບໍ່ເຄີຍ​ເປັນ​ກຳມະກອນ​ອອກແຮງງານ; ແຕ່​ພວກເຂົາ​ເປັນ​ທະຫານ, ຂ້າຣາຊການ, ຄົນ​ຂັບ​ລົດຮົບ ແລະ​ທະຫານ​ມ້າ.</verse>
				<verse number="10">ມີ​ຂ້າຣາຊການ​ທັງໝົດ ສອງຮ້ອຍ​ຫ້າສິບ​ຄົນ ເປັນ​ຜູ້​ຮັບຜິດຊອບ​ຄວບຄຸມ​ກຳມະກອນ​ທີ່​ເຮັດ​ວຽກ​ຕາມ​ໂຄງການ​ກໍ່ສ້າງ​ຕ່າງໆ.</verse>
				<verse number="11">ໂຊໂລໂມນ​ໄດ້​ຍ້າຍ​ເມຍ​ຂອງ​ເພິ່ນ ລູກສາວ​ຂອງ​ກະສັດ​ແຫ່ງ​ເອຢິບ​ອອກ​ຈາກ​ເມືອງ​ຂອງ​ດາວິດ ແລະ​ໃຫ້​ໄປ​ຢູ່​ໃນ​ເຮືອນ​ທີ່​ເພິ່ນ​ໄດ້​ສ້າງ​ສຳລັບ​ນາງ​ໂດຍ​ສະເພາະ. ເພິ່ນ​ເວົ້າ​ວ່າ, “ນາງ​ບໍ່​ສົມຄວນ​ຢູ່​ໃນ​ວັງ​ຂອງ​ກະສັດ​ແຫ່ງ​ອິດສະຣາເອນ ເພາະ​ບ່ອນໃດ​ທີ່​ມີ​ຫີບ​ຂອງ​ພຣະເຈົ້າຢາເວ​ກໍ​ເປັນ​ບ່ອນ​ສັກສິດ.”</verse>
				<verse number="12">ໂຊໂລໂມນ​ໄດ້​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ​ທີ່​ເທິງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ຊຶ່ງ​ເພິ່ນ​ໄດ້​ສ້າງ​ຂຶ້ນ​ຕໍ່ໜ້າ​ລະບຽງ.</verse>
				<verse number="13">ເພິ່ນ​ໄດ້​ເຜົາ​ເຄື່ອງ​ບູຊາ​ຖວາຍ​ຕາມ​ກົດບັນຍັດ​ຂອງ​ໂມເຊ​ທີ່​ໄດ້​ກຳນົດ​ໄວ້ ດັ່ງນີ້: ວັນ​ຊະບາໂຕ, ວັນ​ເດືອນ​ອອກ​ໃໝ່, ເທດສະການ​ສາມ​ປາງ​ປະຈຳ​ປີ​ຄື: ວັນ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ, ວັນ​ສະຫລອງ​ການ​ເກັບກ່ຽວ ແລະ​ເທດສະການ​ປຸກຕຸບຢູ່.</verse>
				<verse number="14">ເພື່ອ​ປະຕິບັດ​ຕາມ​ກົດລະບຽບ​ທີ່​ກະສັດ​ດາວິດ​ພໍ່​ຂອງ​ເພິ່ນ​ໄດ້​ວາງ​ໄວ້ ເພິ່ນ​ໄດ້​ຈັດ​ວຽກ​ປະຈຳວັນ​ໃຫ້​ແກ່​ພວກ​ປະໂຣຫິດ ແລະ​ພວກເລວີ​ທີ່​ເປັນ​ຜູ້​ຊ່ວຍ​ຮ້ອງເພງ​ແລະ​ເຮັດ​ວຽກ​ໃຫ້​ພວກ​ປະໂຣຫິດ. ເພິ່ນ​ຍັງ​ໄດ້​ຈັດຕັ້ງ​ໃຫ້​ມີ​ທະຫານ​ເຝົ້າຍາມ​ພຣະວິຫານ​ເປັນ​ໝວດໆ ເພື່ອ​ເຮັດ​ໜ້າທີ່​ປະຈຳວັນ ຢູ່​ຕາມ​ແຕ່ລະ​ປະຕູ​ເຂົ້າ​ພຣະວິຫານ ຕາມ​ຂໍ້ຄຳສັ່ງ​ຂອງ​ກະສັດ​ດາວິດ​ຄົນ​ຂອງ​ພຣະເຈົ້າ.</verse>
				<verse number="15">ຄຳແນະນຳ​ຕ່າງໆ​ຊຶ່ງ​ກະສັດ​ດາວິດ​ໄດ້​ມອບ​ໃຫ້​ແກ່​ບັນດາ​ປະໂຣຫິດ​ແລະ​ພວກເລວີ​ກ່ຽວກັບ​ຫ້ອງ​ໄວ້​ເຄື່ອງ ແລະ​ກ່ຽວກັບ​ເລື່ອງ​ອື່ນໆ ກໍໄດ້​ຖືກ​ນຳ​ມາ​ປະຕິບັດ​ຢ່າງ​ຕັ້ງໜ້າ​ໂດຍ​ທົ່ວເຖິງກັນ.</verse>
				<verse number="16">ໃນທີ່ສຸດ ວຽກການ​ທັງໝົດ​ຂອງ​ກະສັດ​ໂຊໂລໂມນ​ກໍ​ສຳເລັດ. ຈາກ​ການ​ວາງ​ຮາກຖານ​ວິຫານ​ຂອງ​ພຣະເຈົ້າຢາເວ​ຈົນ​ເຖິງ​ການ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລ້ວ ວຽກງານ​ທັງໝົດ​ແມ່ນ​ໄດ້​ບັນລຸ​ຜົນ​ໂດຍ​ດີ.</verse>
				<verse number="17">ແລ້ວ​ໂຊໂລໂມນ​ກໍໄດ້​ໄປ​ທີ່​ເອຊີໂອນ-ເກເບ ແລະ​ເອລາດ ເມືອງ​ທ່າ​ເຮືອ​ທີ່​ແຄມ​ອ່າວ​ອາກາບາ​ຢູ່​ໃນ​ດິນແດນ​ຂອງ​ເອໂດມ.</verse>
				<verse number="18">ກະສັດ​ຮີຣາມ​ໄດ້​ສົ່ງ​ເຮືອ​ຫລາຍ​ລຳ ພາຍໃຕ້​ການ​ຄວບຄຸມ​ຂອງ​ຂ້າຣາຊການ​ຂອງ​ເພິ່ນ​ເອງ ພ້ອມ​ທັງ​ລູກ​ເຮືອ​ທີ່​ມີ​ຄວາມ​ຊຳນິ​ຊຳນານ​ທາງ​ທະເລ​ມາ​ໃຫ້​ກະສັດ​ໂຊໂລໂມນ. ພວກເຂົາ​ໄດ້​ແລ່ນ​ເຮືອ​ໄປ​ກັບ​ຂ້າຣາຊການ​ຂອງ​ໂຊໂລໂມນ ຈົນຮອດ​ດິນແດນ​ຂອງ​ໂອເຟຍ ແລະ​ໄດ້​ນຳ​ຄຳ​ປະມານ​ສິບຫົກ​ໂຕນ ມາ​ມອບ​ໃຫ້​ກະສັດ​ໂຊໂລໂມນ.</verse>
			</chapter>
			<chapter number="9">
				<verse number="1">ຣາຊີນີ​ແຫ່ງ​ເຊບາ​ໄດ້ຍິນ​ເຖິງ​ຊື່ສຽງ​ຂອງ​ກະສັດ​ໂຊໂລໂມນ; ສະນັ້ນ ຣາຊີນີ​ຈຶ່ງ​ໄດ້​ເດີນທາງ​ມາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຖາມ​ເຖິງ​ບັນຫາ​ທີ່​ຍາກ​ຫລາຍ​ບັນຫາ​ເພື່ອ​ເປັນ​ການ​ທົດສອບ. ມີ​ຄະນະ​ຜູ້​ຕິດຕາມ​ຣາຊີນີ​ມາ​ຢ່າງ​ຫລວງຫລາຍ ພ້ອມ​ທັງ​ນຳ​ເອົາ​ເຄື່ອງເທດ, ເພັດພອຍ​ແລະ​ຄຳ ເປັນ​ຈຳນວນ​ຫລວງຫລາຍ​ຂົນ​ໃສ່​ຫລັງ​ອູດ​ມາ​ດ້ວຍ. ເມື່ອ​ຣາຊີນີ​ໄດ້​ພົບ​ກັບ​ໂຊໂລໂມນ ຣາຊີນີ​ກໍໄດ້​ຖາມ​ເພິ່ນ​ທຸກ​ບັນຫາ​ທີ່​ຣາຊີນີ​ສາມາດ​ຄິດ​ໄດ້.</verse>
				<verse number="2">ເພິ່ນ​ໄດ້​ຕອບ​ຣາຊີນີ​ທຸກ​ບັນຫາ; ບໍ່ມີ​ບັນຫາ​ໃດ​ຍາກ​ເກີນກວ່າ​ທີ່​ເພິ່ນ​ຈະ​ອະທິບາຍ​ບໍ່ໄດ້.</verse>
				<verse number="3">ຣາຊີນີ​ແຫ່ງ​ເຊບາ​ໄດ້ຍິນ​ເຖິງ​ປັນຍາ​ຂອງ​ກະສັດ​ໂຊໂລໂມນ ແລະ​ເຫັນ​ຣາຊວັງ​ທີ່​ເພິ່ນ​ໄດ້​ສ້າງ.</verse>
				<verse number="4">ຣາຊີນີ​ໄດ້​ເຫັນ​ອາຫານ​ທີ່​ເທິງ​ໂຕະ​ຂອງ​ເພິ່ນ, ທີ່​ພັກ​ອາໄສ​ຂອງ​ບັນດາ​ຂ້າຣາຊການ​ຂອງ​ເພິ່ນ, ການ​ຈັດຕັ້ງ​ຕ່າງໆ​ຂອງ​ພະນັກງານ​ໃນ​ພະຣາຊວັງ ແລະ​ເຄື່ອງແບບ​ທີ່​ພວກເຂົາ​ໃສ່, ເຄື່ອງນຸ່ງຫົ່ມ​ຂອງ​ຄົນ​ຮັບໃຊ້​ທີ່​ຢືນ​ລໍ​ບໍລິການ​ໃນ​ງານ​ຕ່າງໆ ແລະ​ເຄື່ອງ​ບູຊາ​ທີ່​ເພິ່ນ​ໄດ້​ຖວາຍ ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ສິ່ງ​ທັງໝົດ​ນີ້​ເຮັດ​ໃຫ້​ຣາຊີນີ​ປະທັບໃຈ​ຫລາຍ​ທີ່ສຸດ.</verse>
				<verse number="5">ຣາຊີນີ​ກ່າວ​ຕໍ່​ກະສັດ​ວ່າ, “ຄຳ​ເລົ່າລື​ທີ່​ຂ້ານ້ອຍ​ໄດ້ຍິນ​ທີ່​ປະເທດ​ຂອງ​ຂ້ານ້ອຍ​ກ່ຽວກັບ​ທ່ານ ແລະ​ປັນຍາ​ຂອງທ່ານ​ນັ້ນ​ກໍ​ເປັນ​ຄວາມຈິງ​ແທ້​ທຸກຢ່າງ</verse>
				<verse number="6">ຂ້ານ້ອຍ​ບໍ່ໄດ້​ເຊື່ອ​ຄຳ​ບອກເລົ່າ​ຂອງ​ພວກເຂົາ ຈົນກວ່າ​ຂ້ານ້ອຍ​ໄດ້​ມາ​ເຫັນ​ໂດຍ​ຕົນເອງ. ສິ່ງ​ທີ່​ຂ້ານ້ອຍ​ໄດ້ຍິນ​ມາ​ນັ້ນ ບໍ່​ຮອດ​ເຄິ່ງ​ໜຶ່ງ​ຂອງ​ປັນຍາ​ຂອງທ່ານ​ເລີຍ. ທ່ານ​ສະຫລຽວ​ສະຫລາດ​ຫລາຍກວ່າ​ທີ່​ພວກເຂົາ​ໄດ້​ເວົ້າ​ມາ.</verse>
				<verse number="7">ພະນັກງານ​ຜູ້​ທີ່​ຮັບໃຊ້​ທ່ານ​ນັ້ນ​ກໍ​ມີ​ຄວາມສຸກ​ທີ່​ໄດ້​ເຂົ້າ​ພົບ​ທ່ານ ແລະ​ໄດ້​ຮັບ​ສິດ​ພິເສດ ຟັງ​ຖ້ອຍຄຳ​ອັນ​ສະຫລຽວ​ສະຫລາດ​ຂອງທ່ານ​ກໍ​ມີ​ຄວາມສຸກ​ຫລາຍ</verse>
				<verse number="8">ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ພຣະອົງ​ສຳແດງ​ໃຫ້​ທ່ານ​ເຫັນ​ວ່າ ພຣະອົງ​ພໍໃຈ​ໃນ​ຕົວ​ທ່ານ​ຫລາຍ​ສໍ່າໃດ​ຈຶ່ງ​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ກະສັດ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ. ເພາະ​ພຣະເຈົ້າ​ຂອງທ່ານ​ຮັກ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ແລະ​ຢາກ​ຈະ​ຮັກສາ​ພວກເຂົາ​ໄວ້​ຕະຫລອດໄປ ພຣະອົງ​ຈຶ່ງ​ໄດ້​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ກະສັດ ເພື່ອ​ຖື​ຮັກສາ​ກົດບັນຍັດ​ແລະ​ຄວາມ​ຍຸດຕິທຳ​ໄວ້.”</verse>
				<verse number="9">ຣາຊີນີ​ແຫ່ງ​ເຊບາ​ໄດ້​ມອບ​ສິ່ງຂອງ​ຕ່າງໆ​ທີ່​ໄດ້​ນຳ​ມາ​ນັ້ນ​ໃຫ້​ແກ່​ໂຊໂລໂມນ ດັ່ງນີ້: ຄຳ​ປະມານ​ສີ່​ໂຕນ, ເຄື່ອງເທດ​ຈຳນວນ​ຫລວງຫລາຍ ແລະ​ເພັດພອຍ. ຍັງ​ບໍ່ເຄີຍ​ມີ​ເຄື່ອງເທດ​ໃດໆ​ທີ່​ດີ​ເທົ່າທຽມ​ກັບ​ຂອງ​ຣາຊີນີ​ແຫ່ງ​ເຊບາ ໄດ້​ນຳ​ມາ​ມອບ​ໃຫ້​ໂຊໂລໂມນ.</verse>
				<verse number="10">ຄົນ​ຂອງ​ກະສັດ​ຮີຣາມ ແລະ​ຂອງ​ກະສັດ​ໂຊໂລໂມນ ຍັງ​ໄດ້​ນຳ​ຄຳ​ມາ​ຈາກ​ໂອເຟຍ ແລະ​ທັງ​ໄດ້​ນຳ​ເອົາ​ໄມ້​ຈັນ ແລະ​ເພັດພອຍ​ມາ​ດ້ວຍ.</verse>
				<verse number="11">ກະສັດ​ໂຊໂລໂມນ​ໄດ້​ໃຊ້​ໄມ້​ນັ້ນ​ເຮັດ​ຂັ້ນໄດ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ເຮັດ​ວັງ​ຂອງ​ເພິ່ນ​ເອງ ທັງ​ເຮັດ​ພິນນ້ອຍ ແລະ​ພິນໃຫຍ່​ໃຫ້​ພວກ​ນັກດົນຕຼີ. ໃນ​ດິນແດນ​ແຫ່ງ​ຢູດາຍ​ບໍ່ເຄີຍ​ເຫັນ​ເຊັ່ນນີ້​ມາ​ກ່ອນ​ເລີຍ.</verse>
				<verse number="12">ກະສັດ​ໂຊໂລໂມນ​ໄດ້​ມອບ​ທຸກສິ່ງ​ໃຫ້​ຕາມ​ທີ່​ຣາຊີນີ​ແຫ່ງ​ເຊບາ​ຂໍຮ້ອງ. ອັນ​ນີ້​ບໍ່ໄດ້​ນັບ​ສິ່ງ​ທີ່​ເພິ່ນ​ໃຫ້​ຕອບແທນ​ຂອງຕ້ອນ ທີ່​ນາງ​ນຳ​ມາ​ມອບ​ໃຫ້​ເພິ່ນ. ແລ້ວ​ຣາຊີນີ​ພ້ອມ​ຄະນະ​ຜູ້​ຕິດຕາມ ກໍ​ກັບຄືນ​ເມືອ​ສູ່​ດິນແດນ​ແຫ່ງ​ເຊບາ.</verse>
				<verse number="13">ທຸກໆ​ປີໃດ​ກະສັດ​ໂຊໂລໂມນ​ໄດ້​ຮັບ​ຄຳ​ໜັກ​ກວ່າ​ຊາວຫ້າ​ໂຕນ</verse>
				<verse number="14">ໂດຍ​ບໍ່ນັບ​ລາຍໄດ້​ທີ່​ເກັບ​ພາສີ​ຈາກ​ພວກ​ພໍ່ຄ້າ. ບັນດາ​ກະສັດ​ແຫ່ງ​ອາຣາເບຍ​ແລະ​ຜູ້ປົກຄອງ​ເມືອງ​ຕ່າງໆ​ໃນ​ອິດສະຣາເອນ ໄດ້​ນຳ​ຄຳ​ແລະ​ເງິນ​ມາ​ມອບ​ໃຫ້​ເພິ່ນ​ຄືກັນ.</verse>
				<verse number="15">ກະສັດ​ໂຊໂລໂມນ​ໄດ້​ເຮັດ​ໂລ້​ໃຫຍ່ ສອງຮ້ອຍ​ອັນ ແຕ່ລະອັນ​ເຄືອບ​ດ້ວຍ​ຄຳ​ໜັກ​ປະມານ​ຫົກ​ກິໂລກຼາມ</verse>
				<verse number="16">ກັບ​ເຮັດ​ໂລ້​ນ້ອຍ​ສາມຮ້ອຍ​ອັນ ແຕ່ລະອັນ​ເຄືອບ​ດ້ວຍ​ຄຳ​ໜັກ​ປະມານ​ສາມ​ກິໂລກຼາມ. ເພິ່ນ​ເອົາ​ໂລ້​ທັງໝົດ​ນັ້ນ​ໄປ​ວາງ​ໄວ້​ທີ່​ຫ້ອງໂຖງ​ແຫ່ງ​ດົງ​ເລບານອນ.</verse>
				<verse number="17">ກະສັດ​ຍັງ​ໄດ້​ເຮັດ​ບັນລັງ​ທີ່​ກວ້າງໃຫຍ່​ດ້ວຍ. ບາງສ່ວນ​ຂອງ​ບັນລັງ​ນັ້ນ​ເຮັດ​ດ້ວຍ​ງາ​ຊ້າງ ແລະ​ນອກນັ້ນ​ໂອບ​ດ້ວຍ​ຄຳ​ບໍຣິສຸດ.</verse>
				<verse number="18">ບັນລັງ​ນັ້ນ​ມີ​ຂັ້ນໄດ​ຫົກ​ຂັ້ນ ແລະ​ມີ​ອັນ​ຮອງ​ຕີນ​ທີ່​ໂອບ​ດ້ວຍ​ຄຳ. ແຕ່ລະ​ຂ້າງ​ຂອງ​ບັນລັງ​ມີ​ອັນ​ຮອງ​ແຂນ ແລະ​ມີ​ຮູບ​ໂຕສິງ​ຢືນ​ຢູ່​ແຕ່ລະ​ຂ້າງ.</verse>
				<verse number="19">ມີ​ຮູບ​ໂຕສິງ​ສິບສອງ​ໂຕ​ຢູ່​ເທິງ​ຂັ້ນໄດ​ນັ້ນ ຄື​ແຕ່ລະຂັ້ນ​ມີ​ຮູບ​ສິງ​ແຕ່ລະ​ຂ້າງ. ບໍ່ເຄີຍ​ມີ​ບັນລັງ​ໃດ​ເປັນ​ເຊັ່ນນີ້​ຢູ່​ໃນ​ຣາຊອານາຈັກ​ອື່ນໆ​ເລີຍ.</verse>
				<verse number="20">ຈອກ​ທີ່​ໂຊໂລໂມນ​ໃຊ້​ດື່ມ​ເຮັດ​ດ້ວຍ​ຄຳ​ທັງໝົດ ແລະ​ເຄື່ອງໃຊ້​ທັງໝົດ​ໃນ​ຫ້ອງໂຖງ​ແຫ່ງ​ດົງ​ເລບານອນ ກໍ​ເຮັດ​ດ້ວຍ​ຄຳ​ບໍຣິສຸດ​ທັງໝົດ. ໃນ​ສະໄໝ​ຂອງ​ໂຊໂລໂມນ​ນັ້ນ ເງິນ​ຖື​ວ່າ​ເປັນ​ຂອງ​ບໍ່​ມີຄ່າ.</verse>
				<verse number="21">ເພິ່ນ​ໄດ້​ມີ​ຂະບວນ​ເຮືອ​ແລ່ນ​ທາງ​ທະເລ ຮ່ວມ​ກັບ​ຂະບວນ​ເຮືອ​ຂອງ​ກະສັດ​ຮີຣາມ. ທຸກໆ​ສາມ​ປີ​ໃດ​ຂະບວນ​ເຮືອ​ເຫຼົ່ານີ້ ຈະ​ກັບ​ມາ​ພ້ອມ​ທັງ​ນຳ​ເອົາ​ຄຳ, ເງິນ, ງາ​ຊ້າງ, ລີງໃຫຍ່ ແລະ​ລີງນ້ອຍ​ມາ​ດ້ວຍ.</verse>
				<verse number="22">ກະສັດ​ໂຊໂລໂມນ​ໄດ້​ຮັ່ງມີ​ແລະ​ສະຫລຽວ​ສະຫລາດ​ກວ່າ​ກະສັດ​ທັງໝົດ​ໃນ​ໂລກ.</verse>
				<verse number="23">ບັນດາ​ກະສັດ​ທັງຫລາຍ​ໄດ້​ມາ​ຂໍ​ຄຳ​ປຶກສາ​ກັບ​ເພິ່ນ ເພື່ອ​ຟັງ​ປັນຍາ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ເພິ່ນ.</verse>
				<verse number="24">ກະສັດ​ແຕ່ລະຄົນ​ໄດ້​ນຳ​ສິ່ງຂອງ​ມາ​ມອບ​ໃຫ້​ໂຊໂລໂມນ ດັ່ງນີ້: ເຄື່ອງໃຊ້​ທີ່​ເຮັດ​ດ້ວຍ​ເງິນ​ແລະ​ຄຳ, ເສື້ອຜ້າ, ອາວຸດ, ເຄື່ອງເທດ, ມ້າ​ແລະ​ລໍ. ເຫດການ​ເຊັ່ນນີ້​ໄດ້​ສືບ​ຕໍ່ມາ​ທຸກໆ​ປີ.</verse>
				<verse number="25">ກະສັດ​ໂຊໂລໂມນ​ມີ​ບ່ອນ​ໄວ້​ລົດຮົບ​ແລະ​ມ້າ​ສີ່ພັນ​ບ່ອນ ແລະ​ມີ​ທະຫານ​ມ້າ​ສິບສອງພັນ​ຄົນ. ເພິ່ນ​ໄດ້​ຮັກສາ​ບາງສ່ວນ​ໄວ້​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. ແລະ​ສ່ວນ​ທີ່​ເຫຼືອ​ນັ້ນ​ເພິ່ນ​ໄດ້​ປະ​ໄວ້​ຢູ່​ຕາມ​ເມືອງ​ອື່ນໆ.</verse>
				<verse number="26">ເພິ່ນ​ໄດ້​ເປັນ​ຜູ້ປົກຄອງ​ສູງສຸດ​ເໜືອ​ກະສັດ​ທັງໝົດ​ໃນ​ເຂດແດນ ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ເຖິງ​ດິນແດນ​ຟີລິດສະຕິນ ແລະ​ຮອດ​ຊາຍແດນ​ຂອງ​ປະເທດ​ເອຢິບ.</verse>
				<verse number="27">ໃນ​ຣາຊການ​ຂອງ​ເພິ່ນ ເງິນ​ໃນ​ນະຄອນ​ເຢຣູຊາເລັມ​ຖື​ເປັນ​ຂອງ​ທຳມະດາ​ດັ່ງ​ກ້ອນຫີນ ແລະ​ໄມ້ແປກ​ກໍ​ມີ​ເຕັມ​ດັ່ງ​ໄມ້ໝາກເດື່ອ​ຕາມ​ເນີນພູ​ຂອງ​ຢູດາຍ.</verse>
				<verse number="28">ໂຊໂລໂມນ​ໄດ້​ສັ່ງ​ມ້າ​ມາ​ຈາກ​ມຸຊະຣີ ແລະ​ມາ​ຈາກ​ປະເທດ​ອື່ນໆ​ດ້ວຍ.</verse>
				<verse number="29">ປະຫວັດ​ຂອງ​ກະສັດ​ໂຊໂລໂມນ​ຕັ້ງແຕ່​ຕົ້ນ​ຈົນ​ຈົບ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ຜູ້ທຳນວາຍ​ນາທານ ໃນ ປຶ້ມ​ຄຳທຳນວາຍ​ຂອງ​ອາຮີຢາ​ແຫ່ງ​ຊີໂລ ແລະ​ໃນ ປຶ້ມ​ນິມິດ​ຂອງ​ຜູ້ທຳນວາຍ​ອິດໂດ ທີ່​ກ່າວ​ເຖິງ​ຣາຊການ​ຂອງ​ກະສັດ​ເຢໂຣໂບອາມ ລູກຊາຍ​ຂອງ​ເນບັດ​ແຫ່ງ​ອິດສະຣາເອນ​ເຊັ່ນກັນ.</verse>
				<verse number="30">ໂຊໂລໂມນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ທົ່ວ​ອິດສະຣາເອນ​ເປັນ​ເວລາ​ສີ່ສິບ​ປີ.</verse>
				<verse number="31">ເພິ່ນ​ໄດ້​ຕາຍໄປ ແລະ​ໄດ້​ຖືກ​ຝັງ​ໄວ້​ທີ່​ເມືອງ​ຂອງ​ດາວິດ; ເຣໂຫໂບອາມ ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
			</chapter>
			<chapter number="10">
				<verse number="1">ເຣໂຫໂບອາມ​ໄດ້​ໄປ​ເມືອງ​ຊີເຄມ ບ່ອນ​ທີ່​ປະຊາຊົນ​ທັງໝົດ​ທາງ​ພາກເໜືອ​ຂອງ​ອິດສະຣາເອນ ໄດ້​ມາ​ເຕົ້າໂຮມ​ກັນ​ເພື່ອ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ.</verse>
				<verse number="2">ເມື່ອ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ຜູ້​ໄດ້​ປົບໜີ​ຈາກ​ກະສັດ​ໂຊໂລໂມນ​ໄປ​ຢູ່​ປະເທດ​ເອຢິບ​ໄດ້ຍິນ​ຂ່າວ​ດັ່ງນີ້ ລາວ​ກໍ​ກັບຄືນ​ມາ​ປະເທດ.</verse>
				<verse number="3">ປະຊາຊົນ​ເຜົ່າ​ທາງ​ພາກເໜືອ​ໄດ້​ສົ່ງ​ຄົນ​ມາ​ຫາ​ລາວ ແລະ​ພວກເຂົາ​ທັງໝົດ​ໄດ້​ໄປ​ຫາ​ເຣໂຫໂບອາມ ແລະ​ເວົ້າ​ຕໍ່​ເພິ່ນ​ວ່າ,</verse>
				<verse number="4">“ພໍ່​ຂອງທ່ານ​ໄດ້​ໃຫ້​ພວກເຮົາ​ແບກຫາບ​ພາລະໜັກ​ໂພດ. ຖ້າ​ທ່ານ​ຊ່ວຍ​ບັນເທົາ​ພາລະ​ນີ້​ໃຫ້​ເບົາລົງ ແລະ​ເຮັດ​ໃຫ້​ພວກເຮົາ​ສະດວກ​ສະບາຍ​ຂຶ້ນ ພວກເຮົາ​ກໍ​ຈະ​ເປັນ​ປະຊາຊົນ​ທີ່​ສັດຊື່​ຂອງທ່ານ.”</verse>
				<verse number="5">ກະສັດ​ເຣໂຫໂບອາມ​ຕອບ​ວ່າ, “ໃຫ້​ເຮົາ​ພິຈາລະນາ​ເບິ່ງ​ເລື່ອງນີ້​ສາມ​ວັນ​ກ່ອນ. ແລ້ວ​ໃຫ້​ພວກເຈົ້າ​ກັບ​ມາ​ຫາ​ເຮົາ​ໃໝ່.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ພາກັນ​ຈາກ​ໄປ.</verse>
				<verse number="6">ກະສັດ​ເຣໂຫໂບອາມ​ໄດ້​ປຶກສາ​ກັບ​ຜູ້​ອາວຸໂສ ທີ່​ໄດ້​ຮັບໃຊ້​ເປັນ​ທີ່ປຶກສາ​ຂອງ​ໂຊໂລໂມນ​ພໍ່​ຂອງຕົນ. ເພິ່ນ​ຖາມ​ວ່າ, “ພວກທ່ານ​ຈະ​ແນະນຳ​ເຮົາ​ໃຫ້​ບອກ​ຄົນ​ເຫຼົ່ານີ້​ຢ່າງໃດ?”</verse>
				<verse number="7">ພວກເຂົາ​ຕອບ​ວ່າ, “ຖ້າ​ທ່ານ​ເມດຕາ​ຄົນ​ເຫຼົ່ານີ້ ແລະ​ພະຍາຍາມ​ເອົາໃຈ​ພວກເຂົາ​ໂດຍ​ໃຫ້​ຄຳຕອບ​ທີ່​ພວກເຂົາ​ພໍໃຈ ພວກເຂົາ​ກໍ​ຈະ​ຮັບໃຊ້​ທ່ານ​ຢ່າງ​ສັດຊື່​ເລື້ອຍໄປ.”</verse>
				<verse number="8">ແຕ່​ເພິ່ນ​ຊໍ້າ​ບໍ່​ເອົາໃຈໃສ່​ກັບ​ຄຳແນະນຳ​ຂອງ​ຜູ້​ອາວຸໂສ ຈຶ່ງ​ໄປ​ຮັບ​ຄຳ​ປຶກສາ​ຈາກ​ຄົນໜຸ່ມ​ທີ່​ໄດ້​ເຕີບໃຫຍ່​ຂຶ້ນ​ມາ​ພ້ອມ​ກັບ​ຕົນ.</verse>
				<verse number="9">ເພິ່ນ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ຈະ​ແນະນຳ​ເຮົາ​ໃຫ້​ເຮັດ​ຢ່າງໃດ? ເຮົາ​ຈະ​ເວົ້າ​ກັບ​ປະຊາຊົນ​ເຫຼົ່ານີ້​ທີ່​ໄດ້​ມາ​ຂໍຮ້ອງ​ເຮົາ ຜ່ອນ​ພາລະໜັກ​ຂອງ​ພວກເຂົາ​ໃຫ້​ເບົາລົງ​ໄດ້​ຢ່າງໃດ?”</verse>
				<verse number="10">ພວກເຂົາ​ຈຶ່ງ​ຕອບ​ວ່າ, “ທ່ານ​ຄວນ​ຈະ​ບອກ​ພວກເຂົາ​ຢ່າງ​ນີ້: ‘ນິ້ວ​ກ້ອຍ​ຂອງເຮົາ​ກໍ​ໃຫຍ່​ກວ່າ​ບັ້ນແອວ​ຂອງ​ພໍ່​ເຮົາ.’</verse>
				<verse number="11">ຈົ່ງ​ບອກ​ພວກເຂົາ​ວ່າ, ‘ພໍ່​ຂອງເຮົາ​ໄດ້​ວາງ​ພາລະໜັກ​ເທິງ​ພວກທ່ານ; ສ່ວນ​ເຮົາ​ຈະ​ວາງ​ພາລະ​ໜັກກວ່າ​ນັ້ນ​ອີກ. ເພິ່ນ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ທຳມະດາ; ແຕ່​ເຮົາ​ຈະ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ຕີ​ງົວ.”’</verse>
				<verse number="12">ສາມ​ວັນ​ຕໍ່ມາ ເຢໂຣໂບອາມ​ແລະ​ປະຊາຊົນ​ທັງໝົດ ກໍໄດ້​ກັບຄືນ​ມາ​ຫາ​ກະສັດ​ເຣໂຫໂບອາມ​ຕາມ​ທີ່​ເພິ່ນ​ໄດ້​ບອກ​ພວກເຂົາ.</verse>
				<verse number="13">ກະສັດ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ຄຳແນະນຳ​ຂອງ​ບັນດາ​ຜູ້​ອາວຸໂສ ແລະ​ໄດ້​ກ່າວ​ຕໍ່​ປະຊາຊົນ​ຢ່າງ​ແຂງແຮງ</verse>
				<verse number="14">ຕາມ​ທີ່​ພວກ​ຄົນໜຸ່ມ​ໄດ້​ແນະນຳ​ແກ່​ເພິ່ນ​ນັ້ນ. ເພິ່ນ​ໄດ້​ເວົ້າ​ວ່າ, “ພໍ່​ຂອງເຮົາ​ໄດ້​ວາງ​ພາລະໜັກ​ເທິງ​ພວກທ່ານ; ເຮົາ​ເອງ​ກໍ​ຈະ​ວາງ​ພາລະ​ໃຫ້​ໜັກກວ່າ​ນັ້ນ​ອີກ. ເພິ່ນ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ທຳມະດາ; ແຕ່​ເຮົາ​ຈະ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ຕີ​ງົວ.”</verse>
				<verse number="15">ສະນັ້ນ ກະສັດ​ຈຶ່ງ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ຄຳຮ້ອງຂໍ​ຂອງ​ປະຊາຊົນ. ເຫດການນີ້​ເປັນ​ມາແຕ່​ພຣະເຈົ້າ ເພື່ອ​ພຣະເຈົ້າຢາເວ​ຈະໃຫ້​ຖ້ອຍຄຳ​ຂອງ​ພຣະອົງ​ສຳເລັດ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ແກ່​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ໂດຍ​ຜ່ານ​ທາງ​ຜູ້ທຳນວາຍ​ອາຮີຢາ​ແຫ່ງ​ຊີໂລ​ກາຍເປັນຈິງ.</verse>
				<verse number="16">ເມື່ອ​ປະຊາຊົນ​ໄດ້​ເຫັນ​ວ່າ​ກະສັດ​ບໍ່ຍອມ​ຟັງ​ພວກຕົນ ພວກເຂົາ​ກໍ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ພວກເຮົາ​ບໍ່​ມີສ່ວນ​ໃນ​ດາວິດ ບໍ່​ມີ​ສ່ວນ​ໃນ​ມໍຣະດົກ​ຂອງ​ລູກຊາຍ​ຂອງ​ເຢຊີ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ພາກັນ​ກັບເມືອ​ບ້ານ​ເຖີດ. ປະ​ໃຫ້​ເຣໂຫໂບອາມ​ຮັບຜິດຊອບ​ລາວ​ເອງ​ສາ.” ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ກະບົດ</verse>
				<verse number="17">ໂດຍ​ປ່ອຍ​ໃຫ້​ເຣໂຫໂບອາມ​ເປັນ​ກະສັດ​ປົກຄອງ​ແຕ່​ປະຊາຊົນ​ທີ່​ໄດ້​ອາໄສ​ຢູ່​ໃນ​ຢູດາຍ​ເທົ່ານັ້ນ.</verse>
				<verse number="18">ຕໍ່ມາ ກະສັດ​ເຣໂຫໂບອາມ​ໄດ້​ໃຊ້​ອາໂດນີຣາມ ຜູ້​ຮັບຜິດຊອບ​ດ້ານ​ແຮງງານ​ໄປ​ຫາ​ປະຊາຊົນ​ອິດສະຣາເອນ; ແຕ່​ພວກເຂົາ​ໄດ້​ໃຊ້​ກ້ອນຫີນ​ແກວ່ງ​ໃສ່​ເພິ່ນ​ຈົນ​ຕາຍ. ເມື່ອ​ເປັນ​ເຊັ່ນນີ້ ເຣໂຫໂບອາມ​ຈຶ່ງ​ຟ້າວ​ຂຶ້ນ​ລົດມ້າ ແລະ​ປົບໜີໄປ​ນະຄອນ​ເຢຣູຊາເລັມ.</verse>
				<verse number="19">ຕັ້ງແຕ່​ນັ້ນ​ມາ ປະຊາຊົນ​ໃນ​ທາງ​ພາກເໜືອ​ຂອງ​ອິດສະຣາເອນ ຈຶ່ງ​ໄດ້​ກະບົດ​ຕໍ່​ເຊື້ອວົງ​ຂອງ​ດາວິດ.</verse>
			</chapter>
			<chapter number="11">
				<verse number="1">ເມື່ອ​ກະສັດ​ເຣໂຫໂບອາມ​ໄດ້​ມາ​ຮອດ​ນະຄອນ​ເຢຣູຊາເລັມ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ພວກ​ທະຫານ​ທີ່​ເກັ່ງກ້າ​ຈາກ​ເຜົ່າ​ເບັນຢາມິນ ແລະ​ຈາກ​ເຜົ່າຢູດາ ຈຳນວນ​ໜຶ່ງແສນ​ແປດສິບພັນ​ຄົນ ມາ​ເຕົ້າໂຮມ​ກັນ. ເພິ່ນ​ຕັ້ງໃຈ​ຈະ​ໄປ​ເຮັດ​ເສິກ ແລະ​ຢຶດ​ອຳນາດ​ຄືນ​ຈາກ​ເຜົ່າ​ຕ່າງໆ ທາງ​ພາກເໜືອ​ຂອງ​ອິດສະຣາເອນ.</verse>
				<verse number="2">ແຕ່​ພຣະເຈົ້າຢາເວ​ໄດ້​ບອກ​ເຊມາອີຢາ​ຄົນ​ຂອງ​ພຣະເຈົ້າ</verse>
				<verse number="3">ນຳ​ເອົາ​ຖ້ອຍຄຳ​ໄປ​ບອກ​ກະສັດ​ເຣໂຫໂບອາມ ພ້ອມ​ປະຊາຊົນ​ທັງໝົດ​ໃນ​ເຜົ່າຢູດາ​ແລະ​ເບັນຢາມິນ​ວ່າ,</verse>
				<verse number="4">“ພຣະເຈົ້າຢາເວ​ກ່າວ​ວ່າ, ຢ່າ​ໂຈມຕີ​ພີ່ນ້ອງ​ອິດສະຣາເອນ​ຂອງ​ພວກເຈົ້າ​ເລີຍ. ພວກເຈົ້າ​ທຸກຄົນ​ກັບ​ເມືອ​ບ້ານ​ເຮືອນ​ໃຜ​ລາວ​ສາ. ນີ້​ແມ່ນ​ຄວາມປະສົງ​ຂອງເຮົາ​ເອງ​ທີ່​ເຮັດ​ໃຫ້​ສິ່ງ​ເຫຼົ່ານັ້ນ​ເກີດຂຶ້ນ.” ພວກເຂົາ​ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ໄປ​ສູ້ຮົບ​ເຢໂຣໂບອາມ.</verse>
				<verse number="5">ເຣໂຫໂບອາມ​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ຕ່າງໆ​ຂອງ​ຢູດາ​ແລະ​ເບັນຢາມິນ​ຂຶ້ນ ດັ່ງນີ້:</verse>
				<verse number="6">ເບັດເລເຮັມ, ເອຕາມ, ເຕກົວ,</verse>
				<verse number="7">ເບັດຊູເຣ, ໂສໂກ, ອາດຸນລຳ,</verse>
				<verse number="8">ກາດ, ມາເຣຊາ, ຊີເຟ,</verse>
				<verse number="9">ອາໂດຣາອີມ, ລາກິດ, ອາເຊກາ,</verse>
				<verse number="10">ໂຊຣາ, ໄອຢາໂລນ ແລະ​ເຮັບໂຣນ.</verse>
				<verse number="11">ເພິ່ນ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ໄວ້​ຢ່າງ​ເຂັ້ມແຂງ ແລະ​ໄດ້​ແຕ່ງຕັ້ງ​ຜູ້​ບັນຊາການ​ໄວ້​ຕາມ​ແຕ່ລະ​ເມືອງ ແລະ​ຢູ່​ໃນ​ແຕ່ລະ​ເມືອງ​ເພິ່ນ​ກໍໄດ້​ສະສົມ​ອາຫານ, ນໍ້າມັນ​ໝາກກອກເທດ ແລະ​ເຫຼົ້າ​ອະງຸ່ນ,</verse>
				<verse number="12">ຕະຫລອດ​ທັງ​ຫອກ​ແລະ​ໂລ້​ໄວ້​ເປັນ​ຈຳນວນ​ຫລວງຫລາຍ. ໂດຍ​ວິທີ​ນີ້ ເພິ່ນ​ຈຶ່ງ​ຮັກສາ​ເຜົ່າຢູດາ​ແລະ​ເຜົ່າ​ເບັນຢາມິນ​ໃຫ້​ຢູ່​ໃຕ້​ການ​ຄຸ້ມຄອງ​ຂອງຕົນ​ໄວ້​ໄດ້.</verse>
				<verse number="13">ພວກ​ປະໂຣຫິດ​ກັບ​ຊາວ​ເລວີ​ຈາກ​ທົ່ວ​ທຸກ​ເຂດແດນ​ຂອງ​ອິດສະຣາເອນ ໄດ້​ມາ​ທີ່​ພາກໃຕ້​ຂອງ​ຢູດາຍ.</verse>
				<verse number="14">ຊາວ​ເລວີ​ໄດ້​ປະຖິ້ມ​ທົ່ງ​ລ້ຽງສັດ​ກັບ​ທີ່ດິນ​ອື່ນໆ​ຂອງ​ພວກ​ຕົນ ແລະ​ໄດ້​ຍົກຍ້າຍ​ເຂົ້າ​ມາ​ອາໄສ​ຢູ່​ທີ່​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ ເພາະ​ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ ແລະ​ຜູ້​ຂຶ້ນ​ປົກຄອງ​ແທນ​ເພິ່ນ ບໍ່​ອະນຸຍາດ​ໃຫ້​ພວກເຂົາ​ຮັບໃຊ້​ໃນ​ຖານະ​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="15">ເຢໂຣໂບອາມ​ໄດ້​ແຕ່ງຕັ້ງ​ປະໂຣຫິດ​ຂຶ້ນ​ໂດຍ​ຕົນເອງ ເພື່ອ​ໃຫ້​ຮັບໃຊ້​ໃນ​ສະຖານທີ່​ຂາບໄຫວ້​ພະ​ຂອງ​ຊາວ​ຕ່າງດ້າວ, ຂາບໄຫວ້​ຜີສາດ​ແລະ​ຮູບ​ງົວ​ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ເປັນ​ຮູບເຄົາຣົບ.</verse>
				<verse number="16">ຈາກ​ເຜົ່າ​ທັງໝົດ​ຂອງ​ປະຊາຊົນ​ອິດສະຣາເອນ ຜູ້ໃດ​ທີ່​ຢາກ​ນະມັດສະການ​ຢ່າງ​ຈິງໃຈ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ນັ້ນ ກໍໄດ້​ຕິດຕາມ​ຊາວ​ເລວີ​ໄປ​ທີ່​ນະຄອນ​ເຢຣູຊາເລັມ, ເພື່ອ​ພວກເຂົາ​ຈະ​ຖວາຍບູຊາ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.</verse>
				<verse number="17">ເລື່ອງນີ້​ໄດ້​ເຮັດ​ໃຫ້​ອານາຈັກ​ຢູດາຍ​ເຂັ້ມແຂງ​ຂຶ້ນ ແລະ​ເປັນ​ເວລາ​ເຖິງ​ສາມ​ປີ ທີ່​ພວກເຂົາ​ອູ້ມຊູ​ກະສັດ​ເຣໂຫໂບອາມ​ລູກຊາຍ​ຂອງ​ໂຊໂລໂມນ ແລະ​ໃຊ້​ຊີວິດ​ດັ່ງ​ຢູ່​ໃຕ້​ການ​ປົກຄອງ​ຂອງ​ກະສັດ​ດາວິດ ແລະ​ຂອງ​ກະສັດ​ໂຊໂລໂມນ.</verse>
				<verse number="18">ເຣໂຫໂບອາມ​ໄດ້​ແຕ່ງງານ​ກັບ​ນາງ​ມາຮາລັດ​ລູກສາວ​ຂອງ​ເຢຣິໂມດ; ແລະ​ເຢຣິໂມດ​ເປັນ​ລູກຊາຍ​ຄົນ​ໜຶ່ງ​ຂອງ​ກະສັດ​ດາວິດ​ທີ່​ເກີດ​ຈາກ​ນາງ​ອາບີໄຮ. ນາງ​ອາບີໄຮ​ເປັນ​ລູກສາວ​ຂອງ​ເອລີອາບ ແລະ​ເປັນ​ຫລານ​ສາວ​ຂອງ​ເຢຊີ.</verse>
				<verse number="19">ນາງ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເຢອຸດ, ເຊມາຣີຢາ ແລະ​ຊາຮາມ.</verse>
				<verse number="20">ຕໍ່ມາ ເພິ່ນ​ໄດ້​ນາງ​ມາອາກາ ລູກສາວ​ຂອງ​ອັບຊາໂລມ​ມາ​ເປັນ​ເມຍ; ແລະ​ເຂົາ​ມີ​ລູກຊາຍ​ສີ່​ຄົນ​ນຳ​ກັນ ດັ່ງນີ້: ອາບີຢາ, ອັດໄຕ, ຊີຊາ ແລະ​ເຊໂລມິດ.</verse>
				<verse number="21">ເຣໂຫໂບອາມ​ມີ​ເມຍ​ທັງໝົດ ສິບແປດ​ຄົນ​ແລະ​ມີ​ເມຍນ້ອຍ​ຫົກສິບ​ຄົນ; ເພິ່ນ​ມີ​ລູກຊາຍ​ຊາວແປດ​ຄົນ ແລະ​ລູກສາວ​ຫົກສິບ​ຄົນ. ໃນ​ບັນດາ​ເມຍໃຫຍ່​ແລະ​ເມຍນ້ອຍ​ທັງໝົດ​ນັ້ນ ເພິ່ນ​ຮັກ​ນາງ​ມາອາກາ​ຫລາຍກວ່າ​ໝູ່</verse>
				<verse number="22">ແລະ​ເພິ່ນ​ພໍໃຈ​ນຳ​ອາບີຢາ​ລູກຊາຍ​ທີ່​ເກີດ​ຈາກ​ນາງ​ຫລາຍກວ່າ​ພວກ​ລູກຊາຍ​ທັງໝົດ ໂດຍ​ໄດ້​ເລືອກ​ໃຫ້​ລາວ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ​ຕົນ.</verse>
				<verse number="23">ເຣໂຫໂບອາມ​ໄດ້​ມອບ​ຄວາມ​ຮັບຜິດຊອບ​ຕ່າງໆ ໃຫ້​ພວກ​ລູກຊາຍ​ຂອງຕົນ​ຢ່າງ​ສະຫລຽວ​ສະຫລາດ​ທີ່ສຸດ​ຄື: ເພິ່ນ​ໃຫ້​ພວກເຂົາ​ຢູ່​ຕາມ​ເມືອງ​ຕ່າງໆ​ທີ່​ມີ​ປ້ອມ​ປ້ອງກັນ​ເມືອງ ທົ່ວ​ອານາຈັກ​ຢູດາຍ​ແລະ​ເບັນຢາມິນ. ເພິ່ນ​ໄດ້​ຈັດຫາ​ສິ່ງ​ຕ່າງໆ​ໃຫ້​ພວກເຂົາ​ຢ່າງ​ໃຈ​ກວ້າງຂວາງ ແລະ​ຫາ​ເມຍ​ໃຫ້​ພວກເຂົາ​ຕັ້ງ​ຫລາຍ​ຄົນ.</verse>
			</chapter>
			<chapter number="12">
				<verse number="1">ພໍ​ເຣໂຫໂບອາມ​ໄດ້​ຂຶ້ນ​ຄອງ​ອຳນາດ​ເປັນ​ກະສັດ​ແລ້ວ ເພິ່ນ​ເອງ​ແລະ​ປະຊາຊົນ​ກໍໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="2">ໃນ​ຣາຊການ​ປີ​ທີ​ຫ້າ​ຂອງ​ເຣໂຫໂບອາມ ພຣະເຈົ້າຢາເວ​ໄດ້​ລົງໂທດ​ເພິ່ນ​ຍ້ອນ​ເພິ່ນ​ບໍ່​ສັດຊື່​ຕໍ່​ພຣະອົງ. ກະສັດ​ຊີຊາກ​ແຫ່ງ​ເອຢິບ​ໄດ້​ບຸກໂຈມຕີ​ນະຄອນ​ເຢຣູຊາເລັມ</verse>
				<verse number="3">ໂດຍ​ມີ​ກອງທັບ​ທີ່​ປະກອບ​ດ້ວຍ​ລົດຮົບ ໜຶ່ງພັນ​ສອງຮ້ອຍ​ຄັນ, ທະຫານ​ມ້າ​ຫົກສິບພັນ​ຄົນ ແລະ​ທະຫານ​ຫລາຍ​ເກີນກວ່າ​ທີ່​ຈະ​ນັບ​ໄດ້​ຄື​ມີ​ທະຫານ​ເອຢິບ, ລີເບຍ, ສຸກກິດ ແລະ​ເອທີໂອເປຍ​ຮ່ວມ​ຢູ່​ດ້ວຍ.</verse>
				<verse number="4">ເພິ່ນ​ໄດ້​ຢຶດ​ເມືອງ​ຕ່າງໆ​ທີ່​ມີ​ປ້ອມ​ປ້ອງກັນ​ໃນ​ຢູດາຍ ແລະ​ບຸກໜ້າ​ໄປ​ຈົນເຖິງ​ນະຄອນ​ເຢຣູຊາເລັມ.</verse>
				<verse number="5">ຜູ້ທຳນວາຍ​ເຊມາອີຢາ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ເຣໂຫໂບອາມ ພ້ອມ​ກັບ​ບັນດາ​ຜູ້ນຳ​ຊາວ​ຢູດາ ທີ່​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ນະຄອນ​ເຢຣູຊາເລັມ ຍ້ອນ​ປົບໜີ​ຈາກ​ກະສັດ​ຊີຊາກ. ເພິ່ນ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ສຳລັບ​ພວກທ່ານ: ‘ພວກເຈົ້າ​ໄດ້​ປະຖິ້ມ​ເຮົາ; ສະນັ້ນ ເຮົາ​ຈຶ່ງ​ຈະ​ປະຖິ້ມ​ພວກເຈົ້າ​ໃຫ້​ຊີຊາກ​ຄືກັນ.”’</verse>
				<verse number="6">ກະສັດ​ແລະ​ພວກ​ຜູ້ນຳ​ທັງຫລາຍ​ໄດ້​ຍອມ​ຮັບ​ວ່າ​ພວກຕົນ​ໄດ້​ເຮັດ​ບາບ ແລະ​ພວກເຂົາ​ເວົ້າ​ວ່າ, “ສິ່ງ​ທີ່​ພຣະເຈົ້າຢາເວ​ກຳລັງ​ເຮັດ​ຢູ່​ນີ້​ເປັນ​ການ​ຖືກຕ້ອງ.”</verse>
				<verse number="7">ເມື່ອ​ພຣະເຈົ້າຢາເວ​ໄດ້​ເຫັນ​ເຊັ່ນນີ້ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ເຊມາອີຢາ ກ່າວວ່າ, “ຍ້ອນ​ພວກເຂົາ​ໄດ້​ຍອມຮັບ​ວ່າ​ພວກເຂົາ​ໄດ້​ເຮັດ​ບາບ ເຮົາ​ຈະ​ບໍ່​ທຳລາຍ​ພວກເຂົາ, ແຕ່​ເມື່ອ​ຊີຊາກ​ເຂົ້າ​ມາ​ໂຈມຕີ ພວກເຂົາ​ຈະ​ລອດຊີວິດ​ໄປ​ໄດ້​ຍາກ​ເຕັມທີ. ນະຄອນ​ເຢຣູຊາເລັມ​ຈະ​ບໍ່ໄດ້​ຮັບ​ຄວາມ​ໂກດຮ້າຍ​ຂອງເຮົາ​ຢ່າງ​ເຕັມ​ຂະໜາດ.</verse>
				<verse number="8">ແຕ່​ຊີຊາກ​ຈະ​ເອົາ​ຊະນະ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ໄດ້​ຮຽນຮູ້​ເຖິງ​ຄວາມ​ແຕກຕ່າງ ລະຫວ່າງ​ການ​ຮັບໃຊ້​ເຮົາ ແລະ​ການ​ຮັບໃຊ້​ບັນດາ​ຜູ້ປົກຄອງ​ຂອງ​ໂລກນີ້.”</verse>
				<verse number="9">ກະສັດ​ຊີຊາກ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ກວາດ​ເອົາ​ຊັບສົມບັດ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລະ​ຣາຊວັງ​ໄປ​ຈົນ​ໝົດ. ເພິ່ນ​ໄດ້​ກວາດ​ເອົາ​ທຸກສິ່ງ ລວມທັງ​ໂລ້​ຄຳ​ຂອງ​ກະສັດ​ໂຊໂລໂມນ​ທີ່​ໄດ້​ເຮັດ​ໄວ້.</verse>
				<verse number="10">ຕໍ່ມາ ກະສັດ​ເຣໂຫໂບອາມ​ໄດ້​ເຮັດ​ໂລ້​ເປັນ​ທອງສຳຣິດ​ມາ​ໄວ້​ແທນ ແລະ​ມອບ​ໃຫ້​ທະຫານ​ທີ່​ເຝົ້າຍາມ​ປະຕູ​ຣາຊວັງ​ເປັນ​ຜູ້​ເບິ່ງແຍງ.</verse>
				<verse number="11">ເມື່ອໃດ​ທີ່​ກະສັດ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ, ເມື່ອນັ້ນ​ຄົນ​ເຝົ້າຍາມ​ປະຕູ​ກໍ​ຈະ​ຖື​ໂລ້; ຫຼັງຈາກ​ນັ້ນ ກໍ​ຈະ​ນຳ​ໄປ​ໄວ້​ໃນ​ຫ້ອງ​ທະຫານ​ຍາມ​ຄື​ເກົ່າ.</verse>
				<verse number="12">ຍ້ອນ​ເພິ່ນ​ຍອມ​ຈຳນົນ​ແກ່​ພຣະເຈົ້າຢາເວ ພຣະອົງ​ຈຶ່ງ​ບໍ່​ໂກດຮ້າຍ​ເພິ່ນ​ຮຸນແຮງ​ຈົນ​ຕ້ອງ​ທຳລາຍ​ເພິ່ນ ແລະ​ເຫດການ​ໃນ​ຢູດາຍ​ຈຶ່ງ​ເປັນ​ໄປ​ໂດຍ​ດີ.</verse>
				<verse number="13">ເຈົ້າ​ເຣໂຫໂບອາມ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ແລະ​ເປັນ​ກະສັດ​ທີ່​ມີ​ອຳນາດ​ໝັ້ນຄົງ​ດີ. ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ອາຍຸ​ໄດ້​ສີ່ສິບເອັດ​ປີ ແລະ​ໄດ້​ປົກຄອງ​ເປັນ​ເວລາ​ສິບເຈັດ​ປີ ຢູ່​ທີ່​ນະຄອນ​ເຢຣູຊາເລັມ, ເມືອງ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກເອົາ​ຈາກ​ເຂດແດນ​ທັງໝົດ​ໃນ​ຊາດ​ອິດສະຣາເອນ ເພື່ອ​ໃຫ້​ນາມຊື່​ຂອງ​ພຣະອົງ​ຕັ້ງຢູ່​ທີ່ນັ້ນ. ແມ່​ຂອງ​ກະສັດ​ເຣໂຫໂບອາມ​ຊື່​ວ່າ​ນາອາມາ​ຈາກ​ດິນແດນ​ອຳໂມນ.</verse>
				<verse number="14">ເພິ່ນ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ຊົ່ວຊ້າ ເພາະ​ເພິ່ນ​ບໍ່ໄດ້​ເອົາໃຈໃສ່​ເຮັດ​ຕາມ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="15">ປະຫວັດ​ຂອງ​ກະສັດ​ເຣໂຫໂບອາມ​ພ້ອມ​ຄອບຄົວ ຕັ້ງແຕ່​ຕົ້ນ​ຈົນ​ຈົບ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ຜູ້ທຳນວາຍ​ເຊມາອີຢາ ແລະ ປຶ້ມ​ປະຫວັດສາດ​ຂອງ​ຜູ້ທຳນວາຍ​ອິດໂດ. ເຣໂຫໂບອາມ​ແລະ​ເຢໂຣໂບອາມ​ໄດ້​ເຮັດ​ເສິກ​ກັນ​ມາ​ຕະຫລອດ.</verse>
				<verse number="16">ເຣໂຫໂບອາມ​ໄດ້​ຕາຍໄປ ແລະ​ໄດ້​ຖືກ​ຝັງ​ໄວ້ ທີ່​ອຸບມຸງ​ແຫ່ງ​ກະສັດ​ໃນ​ເມືອງ​ຂອງ​ດາວິດ. ແລ້ວ​ອາບີຢາ ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ປົກຄອງ​ແທນ.</verse>
			</chapter>
			<chapter number="13">
				<verse number="1">ໃນ​ຣາຊການ​ທີ​ສິບແປດ​ຂອງ​ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ ເຈົ້າ​ອາບີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ</verse>
				<verse number="2">ແລະ​ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສາມ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ມີກາອີຢາ​ລູກສາວ​ຂອງ​ອູຣິເອນ​ຊາວ​ເມືອງ​ກີເບອາ. ເສິກ​ໄດ້​ເກີດຂຶ້ນ​ລະຫວ່າງ​ອາບີຢາ ແລະ​ເຢໂຣໂບອາມ.</verse>
				<verse number="3">ອາບີຢາ​ໄດ້​ຍົກທັບ​ອອກ​ໄປ​ໂຈມຕີ​ໂດຍ​ມີ​ທະຫານ​ສີ່ຮ້ອຍ​ພັນ​ຄົນ ແລະ​ເຢໂຣໂບອາມ​ກໍ​ຍົກທັບ​ອອກ​ໄປ​ຕໍ່ສູ້​ໂດຍ​ມີ​ທະຫານ​ແປດຮ້ອຍ​ພັນ​ຄົນ.</verse>
				<verse number="4">ກອງທັບ​ທັງສອງ​ຝ່າຍ​ໄດ້​ມາ​ປະເຊີນ​ໜ້າ​ກັນ​ທີ່​ເນີນພູ​ຂອງ​ເອຟຣາອິມ. ກະສັດ​ອາບີຢາ​ໄດ້​ຂຶ້ນ​ໄປ​ທີ່​ພູເຂົາ​ເຊມາຣາອິມ ແລະ​ຮ້ອງ​ໃສ່​ເຢໂຣໂບອາມ​ແລະ​ຊາວ​ອິດສະຣາເອນ​ວ່າ,</verse>
				<verse number="5">“ຈົ່ງ​ຟັງ​ຂ້າພະເຈົ້າ​ໃຫ້​ດີ ພວກທ່ານ​ບໍ່​ຮູ້​ບໍ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ເຮັດ​ພັນທະສັນຍາ ອັນ​ບໍ່ມີ​ວັນ​ລຶບລ້າງ​ໄດ້​ກັບ​ດາວິດ ໂດຍ​ໄດ້​ມອບ​ໃຫ້​ເພິ່ນ​ກັບ​ເຊື້ອສາຍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ຊາດ​ອິດສະຣາເອນ​ຕະຫລອດໄປ?</verse>
				<verse number="6">ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ໄດ້​ກະບົດ​ຕໍ່​ເຈົ້າ​ໂຊໂລໂມນ ກະສັດ​ຂອງ​ລາວ​ເອງ.</verse>
				<verse number="7">ຕໍ່ມາ ລາວ​ໄດ້​ເຕົ້າໂຮມ​ເອົາ​ພວກ​ນັກເລງ​ໝວດ​ໜຶ່ງ ມາ​ບັງຄັບ​ເຣໂຫໂບອາມ​ລູກຊາຍ​ຂອງ​ໂຊໂລໂມນ ຜູ້​ທີ່​ຍັງ​ໜຸ່ມນ້ອຍ​ທັງ​ຂາດ​ປະສົບການ​ທີ່​ຈະ​ຕໍ່ຕ້ານ​ພວກເຂົາ.</verse>
				<verse number="8">ບັດນີ້ ພວກທ່ານ​ຄິດ​ຈະ​ຕໍ່ສູ້​ກັບ​ອຳນາດ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າຢາເວ​ທີ່ໄດ້​ມອບ​ໃຫ້​ເຊື້ອສາຍ​ຂອງ​ກະສັດ​ດາວິດ. ພວກທ່ານ​ມີ​ກອງທັບ​ທີ່​ໃຫຍ່ໂຕ ແລະ​ທັງ​ມີ​ຮູບ​ງົວຄຳ ທີ່​ເຢໂຣໂບອາມ​ໄດ້​ສ້າງ​ຂຶ້ນ​ເປັນ​ພະ​ຂອງ​ພວກທ່ານ.</verse>
				<verse number="9">ພວກທ່ານ​ໄດ້​ຂັບໄລ່​ບັນດາ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ ເຊື້ອສາຍ​ຂອງ​ອາໂຣນ ໃຫ້​ອອກ​ໜີໄປ ແລະ​ພວກທ່ານ​ຍັງ​ໄດ້​ຂັບໄລ່​ຊາວ​ເລວີ​ໃຫ້​ອອກ​ໜີ​ດ້ວຍ. ພວກທ່ານ​ໄດ້​ແຕ່ງຕັ້ງ​ປະໂຣຫິດ​ຂຶ້ນ​ແທນ​ພວກເຂົາ​ໃນ​ແບບ​ດຽວ​ກັນ​ກັບ​ຊົນຊາດ​ອື່ນໆ​ໄດ້​ເຮັດ. ຄົນ​ໃດ​ທີ່​ນຳ​ເອົາ​ງົວເຖິກໜຸ່ມ ຫລື​ແກະເຖິກ​ເຈັດ​ໂຕ​ມາ​ມອບ​ໃຫ້​ພວກທ່ານ ຄົນນັ້ນ​ກໍໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ປະໂຣຫິດ​ສຳລັບ​ພະ​ຂອງ​ພວກທ່ານ.</verse>
				<verse number="10">ແຕ່​ພວກເຮົາ​ຍັງ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແລະ​ບໍ່ໄດ້​ປະຖິ້ມ​ພຣະອົງ. ພວກ​ປະໂຣຫິດ​ທີ່​ໄດ້​ສືບ​ເຊື້ອສາຍ​ຈາກ​ອາໂຣນ ກໍ​ເຮັດ​ໜ້າທີ່​ຮັບໃຊ້​ພຣະເຈົ້າຢາເວ​ໂດຍ​ມີ​ຊາວ​ເລວີ​ຊ່ວຍ​ພວກເຂົາ.</verse>
				<verse number="11">ທຸກ​ເຊົ້າ​ແລະ​ທຸກ​ແລງ ພວກເຂົາ​ໄດ້​ຖວາຍ​ເຄື່ອງຫອມ ແລະ​ຂ້າ​ສັດ​ເຜົາ​ທັງ​ໂຕ​ບູຊາ​ແກ່​ພຣະເຈົ້າຢາເວ. ພວກເຂົາ​ຖວາຍ​ເຂົ້າຈີ່​ທີ່​ເທິງ​ໂຕະ ຊຶ່ງ​ຖືກ​ຊຳລະ​ໃຫ້​ໝົດ​ມົນທິນ​ແລ້ວ​ຕາມ​ພິທີ ແລະ​ທຸກ​ແລງ​ພວກເຂົາ​ໄດ້​ໄຕ້​ຕະກຽງ​ເທິງ​ຫລັກ​ຮອງ​ຕະກຽງ​ທີ່​ເຮັດ​ດ້ວຍ​ຄຳ. ພວກເຮົາ​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສັ່ງ​ໄວ້, ແຕ່​ພວກທ່ານ​ໄດ້​ປະຖິ້ມ​ພຣະອົງ.</verse>
				<verse number="12">ພຣະເຈົ້າ​ເອງ​ເປັນ​ຜູ້​ນຳພາ​ຂອງ​ພວກເຮົາ ແລະ​ປະໂຣຫິດ​ຂອງ​ພຣະອົງ​ກໍ​ຢູ່​ທີ່​ນີ້​ໂດຍ​ມີ​ແກ​ຕຽມພ້ອມ​ທີ່​ຈະ​ເປົ່າ ເພື່ອ​ເອີ້ນ​ພວກເຮົາ​ເຂົ້າ​ສູ້ຮົບ​ພວກທ່ານ. ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ພວກທ່ານ​ເທາະ ພວກທ່ານ​ຕີ​ຊະນະ​ບໍ່ໄດ້​ດອກ.”</verse>
				<verse number="13">ຂະນະດຽວ​ກັນນັ້ນ ເຢໂຣໂບອາມ​ກໍໄດ້​ສົ່ງ​ທະຫານ​ບາງສ່ວນ​ຂອງຕົນ ມາ​ດັກສະກັດ​ທາງ​ແນວຫລັງ​ຂອງ​ກອງທັບ​ຢູດາ ສ່ວນ​ພວກ​ທີ່​ເຫຼືອ​ກໍໄດ້​ປະເຊີນ​ໜ້າ​ກັນ​ທີ່​ແນວໜ້າ.</verse>
				<verse number="14">ພວກ​ທະຫານ​ຢູດາ​ໄດ້​ແນມ​ໄປ​ອ້ອມຮອບ ແລະ​ເຫັນ​ວ່າ​ພວກ​ຕົນ​ຖືກ​ປິດລ້ອມ​ແລ້ວ. ພວກເຂົາ​ຈຶ່ງ​ຂໍຮ້ອງ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ແລະ​ພວກ​ປະໂຣຫິດ​ກໍ​ເປົ່າແກ​ຂຶ້ນ.</verse>
				<verse number="15">ທະຫານ​ຢູດາ​ໄດ້​ໂຮຮ້ອງ​ຂຶ້ນ ແລະ​ໂດຍ​ການນຳພາ​ຂອງ​ອາບີຢາ ພວກເຂົາ​ໄດ້​ບຸກໂຈມຕີ​ສັດຕູ; ພຣະເຈົ້າ​ໄດ້​ເອົາ​ຊະນະ​ເຢໂຣໂບອາມ ແລະ​ກອງທັບ​ອິດສະຣາເອນ.</verse>
				<verse number="16">ຊາວ​ອິດສະຣາເອນ​ໄດ້​ປົບໜີ​ຈາກ​ຊາວ​ຢູດາ​ໄປ ແລະ​ພຣະເຈົ້າ​ໄດ້​ໃຫ້​ຊາວ​ຢູດາ​ມີ​ອຳນາດ​ເໜືອ​ພວກເຂົາ.</verse>
				<verse number="17">ອາບີຢາ​ແລະ​ກອງທັບ​ຂອງຕົນ​ໄດ້​ຕີ​ກອງທັບ​ອິດສະຣາເອນ​ໃຫ້​ພ່າຍແພ້​ຢ່າງ​ໜັກ ຄື​ທະຫານ​ທີ່​ເກັ່ງກ້າ​ຂອງ​ກອງທັບ​ອິດສະຣາເອນ ເຄິ່ງ​ລ້ານ​ຄົນ​ໄດ້​ຖືກ​ຂ້າ.</verse>
				<verse number="18">ດັ່ງນັ້ນ ປະຊາຊົນ​ຊາວ​ຢູດາ​ຈຶ່ງ​ໄດ້​ໄຊຊະນະ​ເໜືອ​ຊາວ​ອິດສະຣາເອນ ເພາະ​ພວກເຂົາ​ໄດ້​ເພິ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.</verse>
				<verse number="19">ອາບີຢາ​ໄດ້​ໄລ່​ຕິດຕາມ​ກອງທັບ​ຂອງ​ເຢໂຣໂບອາມ​ໄປ ແລະ​ຢຶດຄອງ​ເອົາ​ບາງເມືອງ​ຂອງ​ເພິ່ນ​ໄດ້​ເຊັ່ນ: ເບັດເອນ, ເຢຊານາ ແລະ​ເອຟະໂຣນ ພ້ອມ​ທັງ​ໝູ່ບ້ານ​ຕ່າງໆ​ທີ່​ຢູ່​ໃກ້​ເມືອງ​ເຫຼົ່ານີ້.</verse>
				<verse number="20">ເຢໂຣໂບອາມ​ບໍ່ໄດ້​ອຳນາດ​ຂອງຕົນ​ຄືນ​ມາ​ເລີຍ ຕະຫລອດ​ຊົ່ວ​ຣາຊການ​ຂອງ​ອາບີຢາ. ໃນທີ່ສຸດ​ພຣະເຈົ້າຢາເວ​ໄດ້​ຕີ​ເພິ່ນ​ລົງ ແລະ​ເພິ່ນ​ໄດ້​ຕາຍໄປ.</verse>
				<verse number="21">ສ່ວນ​ອາບີຢາ​ນັ້ນ​ຍິ່ງ​ມີ​ອຳນາດ​ຫລາຍ​ຂຶ້ນ. ເພິ່ນ​ມີ​ເມຍ​ສິບສີ່​ຄົນ ແລະ​ມີ​ລູກຊາຍ​ຊາວສອງ​ຄົນ​ແລະ​ມີ​ລູກສາວ​ສິບຫົກ​ຄົນ.</verse>
				<verse number="22">ປະຫວັດສາດ​ຢ່າງ​ອື່ນ​ອີກ​ຂອງ​ກະສັດ​ອາບີຢາ ຄື​ສິ່ງ​ທີ່​ເພິ່ນ​ໄດ້​ເວົ້າ ແລະ​ໄດ້​ເຮັດ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ຜູ້ທຳນວາຍ​ອິດໂດ.</verse>
			</chapter>
			<chapter number="14">
				<verse number="1">ກະສັດ​ອາບີຢາ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ແຫ່ງ​ກະສັດ​ໃນ​ເມືອງ​ຂອງ​ດາວິດ. ເຈົ້າ​ອາສາ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ; ແລະ​ພາຍໃຕ້​ການ​ປົກຄອງ​ຂອງ​ອາສາ ປະເທດ​ຊາດ​ຈຶ່ງ​ສະຫງົບສຸກ​ເປັນ​ເວລາ​ສິບ​ປີ.</verse>
				<verse number="2">ອາສາ​ໄດ້​ໃຊ້​ຊີວິດ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ໂດຍ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ດີງາມ.</verse>
				<verse number="3">ເພິ່ນ​ໄດ້​ໂຄ່ນລົ້ມ​ແທ່ນບູຊາ​ຂອງ​ຊາວ​ຕ່າງດ້າວ ແລະ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ທັງ​ໄດ້​ທຳລາຍ​ເສົາ​ຫີນ​ສັກສິດ ແລະ​ໄດ້​ຕັດ​ສັນຍາລັກ​ຂອງ​ຮູບ​ເຈົ້າແມ່​ອາເຊຣາ​ລົງ.</verse>
				<verse number="4">ເພິ່ນ​ໄດ້​ສັ່ງ​ປະຊາຊົນ​ຊາວ​ຢູດາ ໃຫ້​ເຮັດ​ຕາມ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ແລະ​ໃຫ້​ເຊື່ອຟັງ​ຄຳສັ່ງສອນ​ແລະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="5">ຍ້ອນ​ເພິ່ນ​ໄດ້​ລຶບລ້າງ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ແລະ​ແທ່ນບູຊາ​ເຄື່ອງຫອມ​ຈາກ​ເມືອງ​ທັງໝົດ​ຂອງ​ຢູດາຍ ພາຍໃຕ້​ການ​ປົກຄອງ​ຂອງ​ເພິ່ນ ຢູດາຍ​ຈຶ່ງ​ເກີດ​ມີ​ຄວາມ​ສະຫງົບສຸກ.</verse>
				<verse number="6">ເພິ່ນ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ຕ່າງໆ​ຂອງ​ຢູດາຍ​ໃນ​ສະໄໝ​ນັ້ນ ແລະ​ເສິກ​ສົງຄາມ​ຈຶ່ງ​ບໍ່​ເກີດຂຶ້ນ​ເປັນ​ເວລາ​ຫລາຍ​ປີ ເພາະ​ພຣະເຈົ້າຢາເວ​ໄດ້​ໃຫ້​ເພິ່ນ​ມີ​ຄວາມ​ສະຫງົບສຸກ.</verse>
				<verse number="7">ເພິ່ນ​ໄດ້​ບອກ​ປະຊາຊົນ​ຊາວ​ຢູດາ​ວ່າ, “ໃຫ້​ພວກເຮົາ​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ໄວ້ ໂດຍ​ສ້າງ​ກຳແພງ​ແລະ​ຫໍຄອຍ​ຕ່າງໆ ແລະ​ປະຕູ​ເມືອງ​ທີ່​ມີ​ກອນ​ເປັນ​ເຫລັກແທ່ງ. ພວກເຮົາ​ຄຸ້ມຄອງ​ດິນແດນ​ໄດ້ ເພາະ​ພວກເຮົາ​ໄດ້​ເຮັດ​ຕາມ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ພຣະອົງ​ໄດ້​ປົກປັກ​ຮັກສາ​ພວກເຮົາ ແລະ​ໄດ້​ໃຫ້​ພວກເຮົາ​ມີ​ຄວາມ​ປອດໄພ​ທຸກ​ດ້ານ.” ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ດຳເນີນ​ການ​ສ້າງສາ​ແລະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ.</verse>
				<verse number="8">ກະສັດ​ອາສາ​ມີ​ທະຫານ​ສາມຮ້ອຍ​ພັນ​ຄົນ​ຈາກ​ເຜົ່າຢູດາ ຊຶ່ງ​ປະກອບ​ອາວຸດ​ດ້ວຍ​ໂລ້​ແລະ​ຫອກ ແລະ​ມີ​ທະຫານ​ສອງຮ້ອຍ​ແປດສິບພັນ​ຄົນ​ຈາກ​ເຜົ່າ​ເບັນຢາມິນ ຊຶ່ງ​ປະກອບ​ອາວຸດ​ດ້ວຍ​ໂລ້​ແລະ​ໜ້າທະນູ. ທຸກຄົນ​ເປັນ​ທະຫານ​ທີ່​ເກັ່ງກ້າ​ແລະ​ໄດ້​ຮັບ​ການ​ຝຶກແອບ​ເປັນ​ຢ່າງດີ.</verse>
				<verse number="9">ມີ​ຊາວ​ເອທີໂອເປຍ​ຜູ້ໜຶ່ງ​ຊື່​ວ່າ ເຊຣາ; ລາວ​ໄດ້​ຮຸກຮານ​ຢູດາຍ ໂດຍ​ໄດ້​ນຳ​ກອງທັບ​ທີ່​ມີ​ທະຫານ​ໜຶ່ງ​ລ້ານ​ຄົນ​ພ້ອມ​ທັງ​ລົດຮົບ​ສາມຮ້ອຍ​ຄັນ ແລະ​ໄດ້​ບຸກໜ້າ​ມາ​ຮອດ​ເມືອງ​ມາເຣຊາ.</verse>
				<verse number="10">ອາສາ​ໄດ້​ຍົກທັບ​ອອກ​ໄປ​ສູ້ຮົບ​ເຊຣາ ແລະ​ທັງສອງ​ຝ່າຍ​ໄດ້​ຕັ້ງ​ທີ່ໝັ້ນ​ຢູ່​ໃນ​ຮ່ອມພູ​ເຊຟາທາ​ໃກ້​ກັບ​ເມືອງ​ມາເຣຊາ.</verse>
				<verse number="11">ອາສາ​ໄດ້​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຊ່ວຍ​ກອງທັບ​ທີ່​ອ່ອນແຮງ​ໄດ້​ຢ່າ​ງ່າຍດາຍ ໃຫ້​ເທົ່າ​ກັບ​ກອງທັບ​ທີ່​ມີ​ກຳລັງ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ບັດນີ້ ໂຜດ​ຊ່ວຍຊູ​ພວກ​ຂ້ານ້ອຍ​ດ້ວຍ ເພາະ​ພວກ​ຂ້ານ້ອຍ​ເຊື່ອໝັ້ນ​ໃນ​ພຣະອົງ​ແລະ​ໃນ​ນາມ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ຈຶ່ງ​ອອກ​ມາ​ສູ້ຮົບ​ກອງທັບ​ອັນ​ໃຫຍ່ໂຕ​ຢ່າງ​ນີ້. ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ; ບໍ່ມີ​ຜູ້ໃດ​ເລີຍ​ທີ່​ຈະ​ຫວັງ​ຊະນະ​ພຣະອົງ​ໄດ້.”</verse>
				<verse number="12">ພຣະເຈົ້າຢາເວ​ໄດ້​ເອົາ​ຊະນະ​ກອງທັບ​ຂອງ​ຊາວ​ເອທີໂອເປຍ ເມື່ອ​ອາສາ ແລະ​ກອງທັບ​ຊາວ​ຢູດາ​ບຸກໂຈມຕີ​ພວກເຂົາ. ພວກເຂົາ​ໄດ້​ປົບໜີໄປ</verse>
				<verse number="13">ແລະ​ອາສາ​ພ້ອມ​ດ້ວຍ​ທະຫານ​ຂອງຕົນ​ໄດ້​ໄລ່ຕາມ​ພວກເຂົາ​ໄປ ຈົນຮອດ​ເມືອງ​ເກຣາກ. ທະຫານ​ປະເທດ​ເອທີໂອເປຍ​ຕັ້ງ​ຫລວງຫລາຍ​ໄດ້​ຖືກ​ຂ້າ ຈົນລວບລວມ​ທະຫານ​ເຂົ້າ​ມາ​ສູ້ຮົບ​ບໍ່ໄດ້. ພວກເຂົາ​ຖືກ​ຕີ​ໃຫ້​ພ່າຍແພ້​ດ້ວຍ​ອຳນາດ​ຂອງ​ພຣະເຈົ້າຢາເວ ແລະ​ກອງທັບ​ຂອງ​ເພິ່ນ. ດັ່ງນັ້ນ ກອງທັບ​ຈຶ່ງ​ຢຶດ​ເຄື່ອງຂອງ​ມາ​ໄດ້​ຢ່າງ​ຫລວງຫລາຍ.</verse>
				<verse number="14">ແລ້ວ​ພວກເຂົາ​ກໍ​ສາມາດ​ທຳລາຍ​ເມືອງຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ຂອບເຂດ​ເມືອງ​ເກຣາກ ເພາະ​ປະຊາຊົນ​ໃນ​ທີ່ນັ້ນ​ຢ້ານກົວ​ພຣະເຈົ້າຢາເວ​ຫລາຍ. ກອງທັບ​ປຸ້ນສະດົມ​ເມືອງ ແລະ​ຢຶດ​ສິ່ງຂອງ​ຕ່າງໆ​ມາ​ໄດ້​ຢ່າງ​ຫລວງຫລາຍ.</verse>
				<verse number="15">ພວກເຂົາ​ໄດ້​ໂຈມຕີ​ຄ້າຍພັກ​ຂອງ​ຄົນລ້ຽງແກະ​ບາງ​ບ່ອນ ໂດຍ​ໄດ້​ຕ້ອນເອົາ​ຝູງແກະ​ແລະ​ຝູງ​ອູດ​ໄປ​ເປັນ​ຈຳນວນ​ຫລວງຫລາຍ. ແລ້ວ​ພວກເຂົາ​ກໍ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ.</verse>
			</chapter>
			<chapter number="15">
				<verse number="1">ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ມາ​ຄວບຄຸມ​ອາຊາຣີຢາ​ລູກຊາຍ​ຂອງ​ໂອເດັດ</verse>
				<verse number="2">ແລະ​ລາວ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ອາສາ. ລາວ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ພະຣາຊາ ແລະ​ພວກທ່ານ​ທີ່​ເປັນ​ຊາວ​ຢູດາ​ແລະ​ຊາວ​ເບັນຢາມິນ​ເອີຍ ຈົ່ງ​ຟັງ​ຂ້ານ້ອຍ​ເຖີດ ພຣະເຈົ້າຢາເວ​ຈະ​ສະຖິດ​ຢູ່​ນຳ​ພວກທ່ານ ຕາບໃດ​ທີ່​ພວກທ່ານ​ຢູ່​ກັບ​ພຣະອົງ. ຖ້າ​ພວກທ່ານ​ຊອກ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ພວກທ່ານ​ໄດ້​ພົບ​ພຣະອົງ; ແຕ່​ຖ້າ​ພວກທ່ານ​ຫັນໜີ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ພວກທ່ານ.</verse>
				<verse number="3">ດົນນານ​ມາ​ແລ້ວ​ທີ່​ຊາດ​ອິດສະຣາເອນ​ໄດ້​ດຳເນີນ​ຊີວິດ ໂດຍ​ບໍ່ມີ​ພຣະເຈົ້າ​ອົງ​ທ່ຽງແທ້, ໂດຍ​ບໍ່ມີ​ບັນດາ​ປະໂຣຫິດ​ສິດສອນ​ພວກເຂົາ​ແລະ​ໂດຍ​ບໍ່ມີ​ກົດບັນຍັດ.</verse>
				<verse number="4">ແຕ່​ເມື່ອ​ພວກເຂົາ​ພົບ​ກັບ​ຄວາມ​ເດືອດຮ້ອນ, ພວກເຂົາ​ຈຶ່ງ​ໄດ້​ຫັນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ພວກເຂົາ​ຊອກ​ຫາ​ພຣະອົງ ແລະ​ໄດ້​ພົບ​ພຣະອົງ.</verse>
				<verse number="5">ໃນ​ສະໄໝ​ນັ້ນ​ບໍ່ມີ​ຜູ້ໃດ​ໄປມາ​ໄດ້​ຢ່າງ​ຕະຫລອດ​ປອດໄພ, ເພາະ​ມີ​ຄວາມ​ເດືອດຮ້ອນ ແລະ​ຄວາມ​ວຸ້ນວາຍ ຢູ່​ທົ່ວ​ທຸກ​ບ່ອນ​ໃນ​ດິນແດນ.</verse>
				<verse number="6">ຊົນຊາດ​ໜຶ່ງ​ກົດຂີ່​ອີກ​ຊົນຊາດ​ໜຶ່ງ ແລະ​ເມືອງ​ໜຶ່ງ​ກົດຂີ່​ອີກ​ເມືອງ​ໜຶ່ງ, ເພາະ​ພຣະເຈົ້າ​ໄດ້​ນຳ​ຄວາມ​ເດືອດຮ້ອນ ແລະ​ຄວາມ​ຍາກ​ລຳບາກ​ມາ​ສູ່​ພວກເຂົາ.</verse>
				<verse number="7">ແຕ່​ພວກທ່ານ​ຕ້ອງ​ເຂັ້ມແຂງ​ແລະ​ຢ່າ​ທໍ້ຖອຍ​ເລີຍ. ພາລະກິດ​ທີ່​ພວກທ່ານ​ໄດ້​ເຮັດ​ນັ້ນ​ຈະ​ບໍ່​ຂາດ​ບຳເໜັດ.”</verse>
				<verse number="8">ເມື່ອ​ອາສາ​ໄດ້ຍິນ​ຖ້ອຍຄຳ​ທັງຫຼາຍ​ນີ້ ແລະ​ຄຳທຳນວາຍ​ຂອງ​ອາຊາຣີຢາ​ລູກຊາຍ​ຂອງ ໂອເດັດ​ແລ້ວ ເພິ່ນ​ກໍ​ມີ​ກຳລັງ​ໃຈ​ຫລາຍ​ຂຶ້ນ. ເພິ່ນ​ໄດ້​ທຳລາຍ​ຮູບເຄົາຣົບ​ທັງໝົດ​ໃນ​ດິນແດນ​ຢູດາຍ​ແລະ​ເບັນຢາມິນ ພ້ອມ​ທັງ​ຮູບເຄົາຣົບ​ທັງໝົດ​ຢູ່​ໃນ​ເມືອງ​ຕ່າງໆ​ທີ່​ເພິ່ນ​ຢຶດ​ໄດ້​ໃນ​ແຖບ​ເນີນພູ​ເອຟຣາອິມ. ເພິ່ນ​ຍັງ​ໄດ້​ສ້ອມແປງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ​ທີ່​ໄດ້​ຕັ້ງ​ຢູ່​ໃນ​ລະບຽງ​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="9">ມີ​ປະຊາຊົນ​ຫລາຍ​ຄົນ​ຈາກ​ເຜົ່າ​ເອຟຣາອິມ, ມານາເຊ ແລະ​ຊີເມໂອນ​ໄດ້​ມາ​ເຂົ້າ​ກັບ​ຝ່າຍ​ອາສາ ແລະ​ພວກເຂົາ​ກໍໄດ້​ອາໄສ​ຢູ່​ໃນ​ອານາຈັກ​ຂອງ​ເພິ່ນ ຍ້ອນ​ພວກເຂົາ​ເຫັນ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ​ໄດ້​ສະຖິດ​ຢູ່​ກັບ​ເພິ່ນ. ອາສາ​ໄດ້​ເອີ້ນ​ຄົນ​ທັງໝົດ​ນັ້ນ​ມາ ພ້ອມ​ດ້ວຍ​ຊາວ​ຢູດາ​ແລະ​ຊາວ​ເບັນຢາມິນ.</verse>
				<verse number="10">ພວກເຂົາ​ໄດ້​ມາ​ປະຊຸມກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ໃນ​ເດືອນ​ທີ​ສາມ​ຂອງ​ຣາຊການ​ປີ​ທີ​ສິບຫ້າ​ຂອງ​ກະສັດ​ອາສາ.</verse>
				<verse number="11">ໃນ​ມື້​ນັ້ນ ພວກເຂົາ​ໄດ້​ຖວາຍບູຊາ​ເຄື່ອງ​ທີ່​ຢຶດ​ມາ​ໄດ້​ແກ່​ພຣະເຈົ້າຢາເວ ມີ​ດັ່ງນີ້: ງົວ​ເຈັດຮ້ອຍ​ໂຕ ແລະ​ແກະ​ເຈັດພັນ​ໂຕ.</verse>
				<verse number="12">ພວກເຂົາ​ໄດ້​ຕັ້ງ​ພັນທະສັນຍາ​ວ່າ ພວກເຂົາ​ຈະ​ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ດ້ວຍ​ສຸດໃຈ ແລະ​ດ້ວຍ​ສຸດຈິດ​ຂອງ​ພວກເຂົາ.</verse>
				<verse number="13">ຜູ້ໃດ​ຜູ້ໜຶ່ງ​ບໍ່​ວ່າ​ໜຸ່ມ​ຫລື​ແກ່ ແລະ​ຊາຍ​ຫລື​ຍິງ​ກໍດີ ທີ່​ບໍ່​ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈະ​ຖືກ​ລົງໂທດ​ເຖິງ​ຕາຍ.</verse>
				<verse number="14">ພວກເຂົາ​ພາກັນ​ກ່າວ​ຄຳ​ສາບານ​ໂດຍ​ພຣະເຈົ້າຢາເວ​ດ້ວຍ​ສຽງດັງ​ວ່າ​ຈະ​ເຮັດ​ຕາມ​ພັນທະສັນຍາ​ນັ້ນ ແລ້ວ​ພວກເຂົາ​ກໍໄດ້​ໂຮຮ້ອງ, ເປົ່າແກ ແລະ​ເປົ່າເຂົາສັດ.</verse>
				<verse number="15">ປະຊາຊົນ​ຢູດາ​ທັງໝົດ​ຈຶ່ງ​ມີ​ຄວາມ​ຍິນດີ​ຫລາຍ ເພາະ​ພວກເຂົາ​ໄດ້​ເຮັດ​ພັນທະສັນຍາ​ນີ້​ດ້ວຍ​ສຸດຈິດ​ສຸດໃຈ. ພວກເຂົາ​ນະມັດສະການ​ພຣະເຈົ້າຢາເວ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ພຣະອົງ​ໄດ້​ຮັບ​ເອົາ​ພວກເຂົາ​ໄວ້ ແລ້ວ​ກໍ​ໃຫ້​ພວກເຂົາ​ມີ​ຄວາມ​ສະຫງົບສຸກ​ຮອບດ້ານ.</verse>
				<verse number="16">ກະສັດ​ອາສາ​ໄດ້​ປົດ​ນາງ​ມາອາກາ ແມ່ເຖົ້າ​ຂອງຕົນ​ອອກ​ຈາກ​ຕຳແໜ່ງ​ແມ່​ຂອງ​ຣາຊີນີ ເພາະ​ນາງ​ໄດ້​ສ້າງ​ຮູບເຄົາຣົບ​ແຫ່ງ​ຄວາມ​ອຸດົມສົມບູນ​ຂາບໄຫວ້​ຄື ເຈົ້າແມ່​ອາເຊຣາ. ອາສາ​ໄດ້​ຕັດ​ຮູບເຄົາຣົບ​ນັ້ນ​ລົງ, ຟັນ​ເປັນ​ທ່ອນໆ ແລະ​ເຜົາ​ຖິ້ມ​ທີ່​ຮ່ອມພູ​ກິດໂຣນ.</verse>
				<verse number="17">ເຖິງ​ແມ່ນ​ວ່າ ອາສາ​ບໍ່ໄດ້​ທຳລາຍ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ໃຫ້​ໝົດສິ້ນ​ໄປ​ຈາກ​ດິນແດນ​ກໍຕາມ; ແຕ່​ເພິ່ນ​ກໍ​ສັດຊື່​ຕະຫລອດ​ຊີວິດ​ຂອງເພິ່ນ.</verse>
				<verse number="18">ເພິ່ນ​ໄດ້​ນຳ​ເອົາ​ສິ່ງຂອງ​ທັງໝົດ​ທີ່​ອາບີຢາ​ພໍ່​ຂອງ​ເພິ່ນ​ໄດ້​ຖວາຍ ມາ​ໄວ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ ຕະຫລອດ​ທັງ​ເຄື່ອງ​ຄຳ​ແລະ​ເຄື່ອງ​ເງິນ ຊຶ່ງ​ເພິ່ນ​ເອງ​ໄດ້​ອຸທິດຖວາຍ.</verse>
				<verse number="19">ເສິກ​ສົງຄາມ​ບໍ່ໄດ້​ເກີດຂຶ້ນ​ອີກ​ຈົນເຖິງ​ຣາຊການ​ປີ​ທີ​ສາມສິບຫ້າ​ຂອງ​ກະສັດ​ອາສາ.</verse>
			</chapter>
			<chapter number="16">
				<verse number="1">ໃນ​ຣາຊການ​ປີ​ທີ​ສາມສິບຫົກ​ຂອງ​ກະສັດ​ອາສາ​ແຫ່ງ​ຢູດາຍ, ກະສັດ​ບາອາຊາ​ແຫ່ງ​ອິດສະຣາເອນ​ໄດ້​ຮຸກຮານ​ຢູດາຍ ແລະ​ເລີ່ມ​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ຣາມາ ເພື່ອ​ຕັດ​ການ​ສັນຈອນ​ເຂົ້າ​ອອກ​ຂອງ​ຢູດາຍ.</verse>
				<verse number="2">ດັ່ງນັ້ນ ອາສາ​ຈຶ່ງ​ໄດ້​ນຳ​ເງິນ​ແລະ​ຄຳ​ຈາກ​ຄັງ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຈາກ​ວັງ ສົ່ງ​ໄປ​ທີ່​ເມືອງ​ດາມັສກັດ, ໃຫ້​ກະສັດ​ເບັນຮາດາດ​ແຫ່ງ​ຊີເຣຍ ພ້ອມ​ທັງ​ຖ້ອຍຄຳ​ດັ່ງນີ້:</verse>
				<verse number="3">“ໃຫ້​ເຮົາ​ທັງສອງ​ມາ​ເປັນ​ພັນທະມິດ​ກັນ ດັ່ງ​ພໍ່​ພວກເຮົາ​ເຄີຍ​ໄດ້​ເປັນ​ມາ. ເງິນ​ແລະ​ຄຳ​ນີ້​ເປັນ​ຂອງຂວັນ​ສຳລັບ​ທ່ານ. ບັດນີ້ ຈົ່ງ​ເຊົາ​ເປັນ​ພັນທະມິດ​ກັບ​ບາອາຊາ​ກະສັດ​ແຫ່ງ​ອິດສະຣາເອນ ເພື່ອ​ວ່າ​ລາວ​ຈະ​ໄດ້​ຖອນ​ທະຫານ​ຂອງ​ລາວ​ອອກ​ໄປ​ຈາກ​ເຂດແດນ​ຂອງເຮົາ.”</verse>
				<verse number="4">ເບັນຮາດາດ​ໄດ້​ຕົກລົງ​ເຮັດ​ຕາມ​ຄຳ​ສະເໜີ​ຂອງ​ອາສາ ໂດຍ​ໄດ້​ສົ່ງ​ບັນດາ​ນາຍ​ທະຫານ​ຜູ້​ບັນຊາການ​ກອງທັບ​ໄປ​ໂຈມຕີ​ເມືອງ​ຕ່າງໆ​ຂອງ​ອິດສະຣາເອນ. ພວກເຂົາ​ໄດ້​ຢຶດ​ເມືອງ​ຕ່າງໆ ເຊັ່ນ: ອີໂຢນ, ດານ, ອາເບນ​ເບັດ​ມາອາກາ ແລະ​ເມືອງ​ທັງໝົດ​ຂອງ​ເນັບທາລີ ທີ່​ເປັນ​ບ່ອນ​ລຳລຽງ​ສະບຽງ​ອາຫານ.</verse>
				<verse number="5">ເມື່ອ​ກະສັດ​ບາອາຊາ​ໄດ້ຍິນ​ສິ່ງ​ທີ່​ເກີດຂຶ້ນ ເພິ່ນ​ຈຶ່ງ​ຢຸດ​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ຣາມາ​ແລະ​ປະຖິ້ມ​ວຽກງານ​ໄປ.</verse>
				<verse number="6">ແລ້ວ​ກະສັດ​ອາສາ​ຈຶ່ງ​ເຕົ້າໂຮມ​ຄົນ​ທົ່ວ​ຢູດາຍ​ໃຫ້​ຂົນ​ຫີນ ແລະ​ໄມ້​ທ່ອນ​ທີ່​ບາອາຊາ​ໄດ້​ໃຊ້​ສ້າງ​ເມືອງ​ຣາມາ​ນັ້ນ ແລະ​ນຳ​ເອົາ​ວັດຖຸ​ທັງໝົດ​ນີ້​ໄປ​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ເກບາ​ແລະ​ມີຊະປາ.</verse>
				<verse number="7">ໃນຄັ້ງນັ້ນ ຜູ້ທຳນວາຍ​ຮານານີ​ໄດ້​ໄປ​ພົບ​ກະສັດ​ອາສາ ແລະ​ກ່າວ​ວ່າ, “ຍ້ອນ​ທ່ານ​ໄດ້​ເພິ່ງ​ກະສັດ​ແຫ່ງ​ຊີເຣຍ ແທນ​ທີ່​ຈະ​ເພິ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ອົງ​ທີ່​ເຮັດ​ໃຫ້​ກອງທັບ​ຂອງ​ກະສັດ​ແຫ່ງ​ອິດສະຣາເອນ ຖອຍ​ໜີໄປ​ຈາກ​ທ່ານ.</verse>
				<verse number="8">ຊາວ​ເອທີໂອເປຍ​ແລະ​ຊາວ​ລີເບຍ​ມີ​ກອງທັບ​ອັນ​ໃຫຍ່ໂຕ ພ້ອມ​ທັງ​ລົດຮົບ​ເປັນ​ຈຳນວນ​ຫລວງຫລາຍ ບໍ່ແມ່ນ​ບໍ? ແຕ່​ຍ້ອນ​ທ່ານ​ໄດ້​ເພິ່ງ​ພຣະເຈົ້າຢາເວ ພຣະອົງ​ຈຶ່ງ​ໃຫ້​ທ່ານ​ໄດ້​ມີ​ໄຊຊະນະ​ເໜືອ​ພວກເຂົາ.</verse>
				<verse number="9">ສາຍຕາ​ຂອງ​ພຣະເຈົ້າຢາເວ​ໄດ້​ເຝົ້າເບິ່ງ​ທົ່ວໂລກນີ້​ທັງໝົດ ເພື່ອ​ໃຫ້​ກຳລັງ​ແກ່​ຜູ້​ທີ່​ມີ​ຈິດໃຈ​ສັດຊື່​ຕໍ່​ພຣະອົງ. ທ່ານ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໂງ່ຈ້າ​ທີ່ສຸດ; ສະນັ້ນ ຕັ້ງແຕ່​ບັດນີ້​ໄປ ທ່ານ​ຈະ​ເຮັດ​ເສິກ​ຢູ່​ບໍ່​ຂາດ.”</verse>
				<verse number="10">ເລື່ອງ​ນີ້​ໄດ້​ເຮັດ​ໃຫ້​ອາສາ​ໂກດຮ້າຍ​ຜູ້ທຳນວາຍ​ຫລາຍ ຈົນ​ເພິ່ນ​ຈັບ​ລາວ​ໄປ​ຂັງ​ຄຸກ​ໄວ້. ໃນ​ເວລາ​ດຽວກັນ​ນັ້ນ ເພິ່ນ​ກໍ​ຂົ່ມເຫັງ​ປະຊາຊົນ​ບາງຄົນ​ຢ່າງ​ທາລຸນ.</verse>
				<verse number="11">ເຫດການ​ທັງປວງ​ໃນ​ຣາຊການ​ຂອງ​ອາສາ ຕັ້ງແຕ່ຕົ້ນ​ຈົນ​ຈົບ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ ແລະ​ອິດສະຣາເອນ.</verse>
				<verse number="12">ໃນ​ຣາຊການ​ປີ​ທີ​ສາມສິບເກົ້າ​ທີ່​ອາສາ​ເປັນ​ກະສັດ, ເພິ່ນ​ໄດ້​ເປັນ​ລ່ອຍ​ເພາະ​ເກີດ​ພະຍາດ​ຢ່າງ​ຮ້າຍແຮງ​ທີ່​ຕີນ, ແຕ່ເຖິງປານນັ້ນ ເພິ່ນ​ບໍ່ໄດ້​ຫັນ​ມາ​ຫາ​ພຣະເຈົ້າຢາເວ, ແຕ່​ຫັນ​ໄປ​ຫາ​ໝໍ​ໃຫ້​ປິ່ນປົວ.</verse>
				<verse number="13">ສອງ​ປີ​ຕໍ່ມາ ເພິ່ນ​ໄດ້​ຕາຍໄປ ແລະ​ຕາຍໄປ​ໃນ​ປີທີ​ສີ່ສິບ​ເອັດ​ຊຶ່ງ​ຕົນ​ໄດ້​ປົກຄອງ.</verse>
				<verse number="14">ແລະ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ເປັນ​ໂງ່ນຫີນ ຊຶ່ງ​ເພິ່ນ​ໄດ້​ສັ່ງ​ໃຫ້​ເຈາະ​ໄວ້​ສຳລັບ​ເພິ່ນ​ເອງ​ທີ່​ເມືອງ​ຂອງ​ດາວິດ. ພວກເຂົາ​ໄດ້​ໃຊ້​ເຄື່ອງເທດ​ກັບ​ນໍ້າມັນ​ຫອມ ຕົບແຕ່ງ​ຮ່າງກາຍ​ຂອງ​ເພິ່ນ​ສຳລັບ​ຝັງ ແລະ​ພວກເຂົາ​ໄດ້​ສ້າງ​ໄຟ​ກອງ​ໃຫຍ່​ສຳລັບ​ໄວ້ທຸກ​ໃຫ້​ເພິ່ນ.</verse>
			</chapter>
			<chapter number="17">
				<verse number="1">ເຈົ້າ​ເຢໂຮຊາຟັດ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ກະສັດ​ອາສາ​ພໍ່​ຂອງຕົນ ແລະ​ໄດ້​ເສີມສ້າງ​ຖານະ​ຂອງຕົນ​ໃຫ້​ເຂັ້ມແຂງ​ຂຶ້ນ ເພື່ອ​ຕໍ່ສູ້​ຊາດ​ອິດສະຣາເອນ.</verse>
				<verse number="2">ເພິ່ນ​ໄດ້​ວາງ​ທະຫານ​ປະຈຳ​ປ້ອມ​ປ້ອງກັນ​ເມືອງ​ຕ່າງໆ​ໃນ​ຢູດາຍ, ຕາມ​ນອກເມືອງ​ໃນ​ຢູດາຍ​ແລະ​ຕາມ​ເມືອງ​ຕ່າງໆ ທີ່​ອາສາ​ຢຶດ​ໄດ້​ໃນ​ເຂດແດນ​ຂອງ​ເຜົ່າ​ເອຟຣາອິມ.</verse>
				<verse number="3">ພຣະເຈົ້າຢາເວ​ໄດ້​ອວຍພອນ​ກະສັດ​ເຢໂຮຊາຟັດ ເພາະ​ເພິ່ນ​ໄດ້​ເຮັດ​ຕາມ​ແຕ່​ຕອນ​ຕົ້ນ​ແບບຢ່າງ​ຂອງ​ພໍ່​ເພິ່ນ ແລະ​ບໍ່ໄດ້​ຂາບໄຫວ້​ພະບາອານ.</verse>
				<verse number="4">ເພິ່ນ​ໄດ້​ຮັບໃຊ້​ພຣະເຈົ້າ​ຂອງ​ພໍ່​ຂອງ​ເພິ່ນ ໂດຍ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ແລະ​ບໍ່ໄດ້​ປະພຶດ​ຕາມ​ວິທີທາງ​ທີ່​ກະສັດ​ອິດສະຣາເອນ​ໄດ້​ປະພຶດ.</verse>
				<verse number="5">ພຣະເຈົ້າຢາເວ​ໄດ້​ໃຫ້​ເຢໂຮຊາຟັດ​ຄອບຄອງ​ທົ່ວ​ຢູດາຍ​ຢ່າງ​ໝັ້ນຄົງ ແລະ​ປະຊາຊົນ​ທົ່ວ​ປະເທດ​ກໍໄດ້​ນຳ​ຂອງຂວັນ​ມາ​ໃຫ້​ເພິ່ນ ຈົນ​ກາຍເປັນ​ຄົນ​ຮັ່ງມີ​ແລະ​ມີ​ກຽດ​ຍິ່ງ.</verse>
				<verse number="6">ເພິ່ນ​ພາກພູມ​ໃຈ​ຫລາຍ​ທີ່​ໄດ້​ຮັບໃຊ້​ພຣະເຈົ້າຢາເວ ແລະ​ໄດ້​ທຳລາຍ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ແລະ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ​ໃນ​ຢູດາຍ​ຢ່າງ​ໝົດສິ້ນ.</verse>
				<verse number="7">ໃນ​ຣາຊການ​ປີ​ທີ​ສາມ ເພິ່ນ​ໄດ້​ສົ່ງ​ພວກ​ເຈົ້າໜ້າທີ່​ໄປ​ສັ່ງສອນ​ຕາມ​ເມືອງ​ຕ່າງໆ​ໃນ​ຢູດາຍ ມີ​ດັ່ງນີ້: ເບັນຮາຍ, ໂອບາດີຢາ, ເຊກາຣີຢາ, ເນທາເນນ ແລະ​ມີກາອີຢາ.</verse>
				<verse number="8">ພວກເຂົາ​ມີ​ຊາວ​ເລວີ​ເກົ້າ​ຄົນ ແລະ​ປະໂຣຫິດ​ສອງ​ຄົນ​ຕິດຕາມ​ໄປ​ດ້ວຍ. ຊາວ​ເລວີ​ມີ​ດັ່ງນີ້: ເຊມາອີຢາ, ເນທານີຢາ, ເຊບາດີຢາ, ອາສາເຮນ, ເຊມີຣາໂມດ, ເຢໂຮນາທານ, ອາໂດນີຢາ, ໂຕບີຢາ ແລະ​ໂຕບາໂດນີຢາ; ແລະ​ປະໂຣຫິດ​ມີ​ດັ່ງນີ້: ເອລີຊາມາ ແລະ​ເຢໂຮຣາມ.</verse>
				<verse number="9">ພວກເພິ່ນ​ໄດ້​ນຳ​ໜັງສື​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ໄປ​ສັ່ງສອນ​ປະຊາຊົນ​ໃນ​ເມືອງ​ຕ່າງໆ​ທົ່ວ​ຢູດາຍ.</verse>
				<verse number="10">ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ອານາຈັກ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຢ້ານກົວ​ຈົນ​ບໍ່ກ້າ​ເຮັດ​ເສິກ​ຕໍ່ສູ້​ກະສັດ​ເຢໂຮຊາຟັດ.</verse>
				<verse number="11">ຊາວ​ຟີລິດສະຕິນ​ບາງຄົນ​ໄດ້​ນຳ​ເອົາ​ເງິນ​ແລະ​ຂອງຂວັນ​ຕ່າງໆ ເປັນ​ຈຳນວນ​ຫລວງຫລາຍ​ມາ​ມອບ​ໃຫ້​ເຢໂຮຊາຟັດ ແລະ​ຊາວ​ອາຣັບ​ບາງຄົນ​ກໍໄດ້​ນຳ​ແກະເຖິກ​ຈຳນວນ​ເຈັດພັນ​ເຈັດຮ້ອຍ​ໂຕ ແລະ​ແບ້ເຖິກ​ເຈັດພັນ​ເຈັດຮ້ອຍ​ໂຕ​ມາ​ມອບ​ໃຫ້​ເພິ່ນ.</verse>
				<verse number="12">ດັ່ງນັ້ນ ເຢໂຮຊາຟັດ​ຈຶ່ງ​ຄອງ​ອຳນາດ​ຫລາຍ​ຂຶ້ນ. ເພິ່ນ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ຕ່າງໆ​ທົ່ວ​ຢູດາຍ</verse>
				<verse number="13">ເພື່ອ​ເປັນ​ບ່ອນ​ສະສົມ​ສະບຽງ​ອາຫານ​ໄວ້​ຢ່າງ​ຫລວງຫລາຍ. ໃນ​ນະຄອນ​ເຢຣູຊາເລັມ ເພິ່ນ​ໄດ້​ໃຫ້​ນາຍ​ທະຫານ​ທີ່​ເກັ່ງກ້າ​ປະຈຳການ​ຢູ່</verse>
				<verse number="14">ຕາມ​ຕະກຸນ​ຂອງ​ພວກເຂົາ. ອາດນາ​ໄດ້​ເປັນ​ຜູ້​ບັນຊາການ​ທະຫານ​ໃນ​ຕະກຸນ​ຢູດາ ແລະ​ເພິ່ນ​ມີ​ທະຫານ​ຢູ່​ໃຕ້​ບັນຊາການ​ຂອງ​ເພິ່ນ​ຈຳນວນ​ສາມແສນ​ຄົນ.</verse>
				<verse number="15">ຜູ້​ທີ່​ມີ​ຕຳແໜ່ງ​ຮອງ​ລົງ​ມາ​ແມ່ນ​ເຢໂຮຮານານ ເພິ່ນ​ມີ​ທະຫານ​ຈຳນວນ​ສອງຮ້ອຍ​ແປດສິບພັນ​ຄົນ</verse>
				<verse number="16">ແລະ​ຜູ້​ທີ​ສາມ​ແມ່ນ​ອາມາສີຢາ​ລູກຊາຍ​ຂອງ​ຊີກະຣີ ເພິ່ນ​ມີ​ທະຫານ​ຈຳນວນ​ສອງແສນ​ຄົນ. (ອາມາສີຢາ​ໄດ້​ສະໝັກ​ເຂົ້າ​ຮັບໃຊ້​ພຣະເຈົ້າຢາເວ.)</verse>
				<verse number="17">ຜູ້​ບັນຊາການ​ທະຫານ​ຈາກ​ຕະກຸນ​ເບັນຢາມິນ​ແມ່ນ​ເອລີອາດາ ທະຫານ​ຜູ້​ເກັ່ງກ້າ ເພິ່ນ​ບັນຊາ​ທະຫານ​ຈຳນວນ​ສອງແສນ​ຄົນ ຊຶ່ງ​ປະກອບ​ອາວຸດ​ດ້ວຍ​ໂລ້​ແລະ​ໜ້າທະນູ.</verse>
				<verse number="18">ຜູ້​ບັນຊາການ​ຄົນ​ຮອງ​ລົງ​ມາ​ແມ່ນ​ເຢໂຮຊາບັດ ເພິ່ນ​ມີ​ທະຫານ​ຈຳນວນ​ໜຶ່ງແສນ​ແປດສິບພັນ​ຄົນ ຊຶ່ງ​ໄດ້​ຮັບ​ການ​ຝຶກ​ອາວຸດ​ພ້ອມ​ເຂົ້າ​ສູ້ຮົບ.</verse>
				<verse number="19">ຄົນ​ເຫຼົ່ານີ້​ໄດ້​ຮັບໃຊ້​ກະສັດ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ນອກ​ເໜືອ​ຈາກ​ນີ້​ອີກ ເພິ່ນ​ໄດ້​ໃຫ້​ທະຫານ​ຄົນອື່ນໆ​ປະຈຳການ​ຢູ່​ຕາມ​ເມືອງ​ຕ່າງໆ ທີ່​ມີ​ປ້ອມ​ປ້ອງກັນ​ໃນ​ຢູດາຍ.</verse>
			</chapter>
			<chapter number="18">
				<verse number="1">ເມື່ອ​ກະສັດ​ເຢໂຮຊາຟັດ​ແຫ່ງ​ຢູດາຍ​ໄດ້​ຮັ່ງມີ​ແລະ​ມີ​ຊື່ສຽງ​ໂດ່ງດັງ​ຂຶ້ນ ເພິ່ນ​ໄດ້​ຈັດ​ໃຫ້​ຄົນ​ໃນ​ຣາຊວົງ​ຂອງຕົນ ແຕ່ງງານ​ກັບ​ຄົນ​ໃນ​ຣາຊວົງ​ຂອງ​ກະສັດ​ອາຮາບ​ແຫ່ງ​ອິດສະຣາເອນ.</verse>
				<verse number="2">ຫລາຍປີ​ຕໍ່ມາ ເຢໂຮຊາຟັດ​ໄດ້​ໄປ​ທີ່​ນະຄອນ​ຊາມາເຣຍ​ເພື່ອ​ຢ້ຽມຢາມ​ອາຮາບ. ເພື່ອ​ເປັນ​ກຽດ​ແກ່​ເຢໂຮຊາຟັດ​ແລະ​ຜູ້​ທີ່​ຕິດຕາມ, ອາຮາບ​ໄດ້​ຂ້າ​ແກະ​ແລະ​ງົວ​ຫລາຍ​ໂຕ ເພື່ອ​ຈັດ​ງານ​ຮັບຕ້ອນ. ເພິ່ນ​ໄດ້​ພະຍາຍາມ​ຊັກຊວນ​ເຢໂຮຊາຟັດ​ໃຫ້​ຮ່ວມ​ກັບ​ຕົນ ໂຈມຕີ​ເມືອງ​ຣາໂມດ​ໃນ​ແຂວງ​ກີເລອາດ.</verse>
				<verse number="3">ເພິ່ນ​ຖາມ​ວ່າ, “ທ່ານ​ຈະ​ໄປ​ໂຈມຕີ​ເມືອງ​ຣາໂມດ​ນຳ​ຂ້າພະເຈົ້າ​ບໍ?” ເຢໂຮຊາຟັດ​ຕອບ​ວ່າ, “ຖ້າ​ທ່ານ​ພ້ອມ​ເມື່ອໃດ ຂ້າພະເຈົ້າ​ແລະ​ກອງທັບ​ຂອງ​ຂ້າພະເຈົ້າ​ກໍ​ພ້ອມ​ເຊັ່ນກັນ. ພວກເຮົາ​ຈະ​ຮ່ວມ​ກັບ​ພວກທ່ານ.”</verse>
				<verse number="4">ແລ້ວ​ເພິ່ນ​ກໍ​ເວົ້າ​ຕື່ມ​ວ່າ, “ແຕ່​ກ່ອນ​ອື່ນ ຂໍ​ໃຫ້​ພວກເຮົາ​ປຶກສາ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່ອນ.”</verse>
				<verse number="5">ສະນັ້ນ ອາຮາບ​ຈຶ່ງ​ໄດ້​ເອີ້ນ​ບັນດາ​ຜູ້ທຳນວາຍ​ທັງໝົດ​ມາ ມີ​ປະມານ​ສີ່ຮ້ອຍ​ຄົນ ແລະ​ຖາມ​ພວກເຂົາ​ວ່າ, “ພວກເຮົາ​ຄວນ​ຈະ​ໄປ​ໂຈມຕີ​ເມືອງ​ຣາໂມດ​ຫລື​ບໍ່?” ພວກເຂົາ​ຕອບ​ວ່າ, “ໄປ​ໂຈມຕີ​ໂລດ ພຣະເຈົ້າ​ຈະ​ໃຫ້​ທ່ານ​ມີ​ໄຊຊະນະ.”</verse>
				<verse number="6">ແຕ່​ເຢໂຮຊາຟັດ​ຖາມ​ວ່າ, “ບໍ່ມີ​ຜູ້ທຳນວາຍ​ຄົນອື່ນໆ​ອີກ​ບໍ ທີ່​ພວກເຮົາ​ຈະ​ປຶກສາ​ພຣະເຈົ້າຢາເວ​ໄດ້?”</verse>
				<verse number="7">ອາຮາບ​ຕອບ​ວ່າ, “ຍັງ​ມີ​ອີກ​ຜູ້ໜຶ່ງ​ທີ່​ຈະ​ປຶກສາ​ພຣະເຈົ້າຢາເວ​ໄດ້ ຊື່​ວ່າ​ມີກາອີຢາ​ລູກຊາຍ​ຂອງ​ອິມລາ. ແຕ່​ຂ້າພະເຈົ້າ​ກຽດຊັງ​ລາວ ເພາະ​ລາວ​ບໍ່ເຄີຍ​ທຳນວາຍ​ສິ່ງ​ທີ່​ດີ​ສຳລັບ​ຂ້າພະເຈົ້າ​ຈັກເທື່ອ; ລາວ​ມີ​ແຕ່​ທຳນວາຍ​ສິ່ງ​ທີ່​ບໍ່​ດີ​ສຳລັບ​ຂ້າພະເຈົ້າ​ສະເໝີ.” ເຢໂຮຊາຟັດ​ຕອບ​ວ່າ, “ທ່ານ​ບໍ່ຄວນ​ກ່າວ​ຢ່າງ​ນັ້ນ.”</verse>
				<verse number="8">ດັ່ງນັ້ນ ກະສັດ​ອາຮາບ​ຈຶ່ງ​ເອີ້ນ​ເຈົ້າໜ້າທີ່​ປະຈຳ​ຣາຊວັງ​ມາ ແລະ​ບອກ​ລາວ​ໃຫ້​ໄປ​ນຳ​ມີກາອີຢາ​ເຂົ້າ​ມາ​ພົບ​ໃນທັນທີ.</verse>
				<verse number="9">ກະສັດ​ທັງສອງ​ທີ່​ນຸ່ງ​ເຄື່ອງ​ເຕັມຍົດ ໄດ້​ນັ່ງ​ເທິງ​ບັນລັງ​ຂອງຕົນ​ທີ່​ລານ​ຟາດເຂົ້າ​ນອກ​ປະຕູ​ນະຄອນ​ຊາມາເຣຍ ແລະ​ຜູ້ທຳນວາຍ​ກໍ​ກຳລັງ​ທຳນວາຍ​ຢູ່​ຕໍ່ໜ້າ​ພວກເພິ່ນ.</verse>
				<verse number="10">ເຊເດກີຢາ​ລູກຊາຍ​ຂອງ​ເຄນາອານາ​ເປັນ​ຜູ້ໜຶ່ງ​ໃນ​ພວກເຂົາ; ລາວ​ໄດ້​ໃຊ້​ເຫຼັກ​ເຮັດ​ເປັນ​ເຂົາ ແລະ​ບອກ​ກະສັດ​ອາຮາບ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຈົ້າ​ຈະ​ຕໍ່ສູ້​ຊາວ​ຊີເຣຍ​ດ້ວຍ​ສິ່ງ​ເຫຼົ່ານີ້ ແລະ​ພວກເຂົາ​ຈະ​ພ່າຍແພ້​ຢ່າງ​ສິ້ນເຊີງ.”</verse>
				<verse number="11">ພວກ​ຜູ້ທຳນວາຍ​ຄົນອື່ນໆ​ທັງໝົດ​ກໍ​ເວົ້າ​ເປັນ​ສຽງ​ດຽວກັນ​ວ່າ, “ຈົ່ງ​ຍົກທັບ​ໄປ​ຕີ​ເມືອງ​ຣາໂມດ​ທັນທີ ແລະ​ທ່ານ​ຈະ​ຕີ​ຊະນະ; ເພາະ​ພຣະເຈົ້າຢາເວ​ຈະ​ໃຫ້​ທ່ານ​ມີ​ໄຊຊະນະ.”</verse>
				<verse number="12">ໃນ​ລະຫວ່າງ​ນັ້ນ ເຈົ້າໜ້າທີ່​ຜູ້​ທີ່​ໄດ້​ໄປ​ນຳ​ມີກາອີຢາ​ນັ້ນ ກໍ​ເວົ້າ​ຕໍ່​ມີກາອີຢາ​ວ່າ, “ຜູ້ທຳນວາຍ​ຄົນອື່ນໆ ໄດ້​ທຳນວາຍ​ຄວາມ​ສຳເລັດ​ໃຫ້​ແກ່​ກະສັດ​ແລ້ວ ແລະ​ເຈົ້າ​ກໍ​ຄວນ​ຈະ​ທຳນວາຍ​ແບບ​ດຽວ​ກັນ​ກັບ​ພວກເຂົາ.”</verse>
				<verse number="13">ແຕ່​ມີກາອີຢາ​ຕອບ​ວ່າ, “ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່​ສັນໃດ ຂ້າພະເຈົ້າ​ຈະ​ເວົ້າ​ຕາມ​ທີ່​ພຣະເຈົ້າ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ເວົ້າ​ສັນນັ້ນ.”</verse>
				<verse number="14">ເມື່ອ​ເພິ່ນ​ໄດ້​ມາ​ປາກົດ​ຕົວ​ຢູ່​ຕໍ່ໜ້າ​ກະສັດ​ອາຮາບ​ແລ້ວ ກະສັດ​ຈຶ່ງ​ຖາມ​ເພິ່ນ​ວ່າ, “ມີກາອີຢາ ກະສັດ​ເຢໂຮຊາຟັດ​ແລະ​ເຮົາ​ຄວນ​ຈະ​ໄປ​ໂຈມຕີ​ເມືອງ​ຣາໂມດ​ຫລື​ບໍ່?” ມີກາອີຢາ​ຕອບ​ວ່າ, “ໂຈມຕີ​ໂລດ ແນ່ນອນ​ທ່ານ​ຈະ​ຕີ​ຊະນະ. ແລະ​ພວກເຂົາ​ຈະ​ຖືກ​ມອບ​ໄວ້​ໃນ​ກຳມື​ຂອງ​ພວກທ່ານ.”</verse>
				<verse number="15">ແຕ່​ກະສັດ​ຕອບ​ລາວ​ວ່າ, “ເວລາ​ເຈົ້າ​ເວົ້າ​ກັບ​ເຮົາ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ ຈົ່ງ​ເວົ້າ​ຄວາມຈິງ​ແມ ເຮົາ​ໄດ້​ບອກ​ເຈົ້າ​ມາ​ຈັກເທື່ອ​ແລ້ວ?”</verse>
				<verse number="16">ມີກາອີຢາ​ຕອບ​ວ່າ, “ຂ້າພະເຈົ້າ​ໄດ້​ເຫັນ​ກອງທັບ​ອິດສະຣາເອນ ແຕກ​ກະຈັດ​ກະຈາຍ​ໄປ​ທົ່ວ​ຈ້າຍ​ພູ ດັ່ງ​ຝູງແກະ​ທີ່​ບໍ່ມີ​ຜູ້ລ້ຽງ. ແລະ​ພຣະເຈົ້າຢາເວ​ໄດ້​ເວົ້າ​ວ່າ, ‘ຄົນ​ເຫຼົ່ານີ້​ບໍ່ມີ​ຜູ້ນຳ; ຈົ່ງ​ໃຫ້​ພວກເຂົາ​ກັບ​ເມືອ​ບ້ານເຮືອນ​ຢ່າງ​ສັນຕິ​ເຖີດ.”’</verse>
				<verse number="17">ອາຮາບ​ໄດ້​ກ່າວ​ຕໍ່​ເຢໂຮຊາຟັດ​ວ່າ, “ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ທ່ານ​ແລ້ວ​ວ່າ ລາວ​ບໍ່ເຄີຍ​ທຳນວາຍ​ສິ່ງ​ທີ່​ດີ​ສຳລັບ​ຂ້າພະເຈົ້າ​ເລີຍ; ລາວ​ມີ​ແຕ່​ທຳນວາຍ​ສິ່ງ​ທີ່​ບໍ່​ດີ​ສຳລັບ​ຂ້າພະເຈົ້າ​ສະເໝີ.”</verse>
				<verse number="18">ມີກາອີຢາ​ເວົ້າ​ຕໍ່ໄປ​ວ່າ, “ບັດນີ້ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ ຂ້າພະເຈົ້າ​ໄດ້​ເຫັນ​ພຣະເຈົ້າຢາເວ​ກຳລັງ​ນັ່ງ​ຢູ່​ເທິງ​ບັນລັງ​ໃນ​ສະຫວັນ ພ້ອມ​ເທວະດາ​ທັງໝົດ​ກໍ​ກຳລັງ​ຢືນ​ຢູ່​ທີ່​ຂ້າງ​ຂອງ​ພຣະອົງ.</verse>
				<verse number="19">ພຣະເຈົ້າຢາເວ​ຖາມ​ວ່າ, ‘ຜູ້ໃດ​ຈະ​ຫລອກລວງ​ອາຮາບ ໃຫ້​ໄປ​ຖືກ​ຂ້າ​ທີ່​ຣາໂມດ?’ ເທວະດາ​ບາງ​ຕົນ​ເວົ້າ​ຢ່າງ​ນີ້ ແລະ​ຕົນ​ອື່ນ​ກໍ​ເວົ້າ​ຢ່າງ​ອື່ນ,</verse>
				<verse number="20">ແລ້ວ​ກໍ​ມີ​ວິນຍານ​ດວງ​ໜຶ່ງ​ກ້າວ​ອອກ​ໄປ​ທາງ​ໜ້າ ຫຍັບ​ເຂົ້າ​ໃກ້​ພຣະເຈົ້າຢາເວ ແລະ​ເວົ້າ​ວ່າ, ‘ຂ້ານ້ອຍ​ເອງ​ຈະ​ລໍ້ລວງ​ລາວ.’ ພຣະເຈົ້າຢາເວ​ຖາມ​ວ່າ, ‘ດ້ວຍ​ວິທີ​ໃດ?’</verse>
				<verse number="21">ວິນຍານ​ດວງ​ນັ້ນ​ຕອບ​ວ່າ, ‘ຂ້ານ້ອຍ​ຈະ​ໄປ​ເຮັດ​ໃຫ້ ພວກ​ຜູ້ທຳນວາຍ​ຂອງ​ອາຮາບ​ເວົ້າ​ຕົວະ.’ ພຣະເຈົ້າຢາເວ​ຈຶ່ງ​ເວົ້າ​ວ່າ, ‘ຈົ່ງ​ໄປ​ລໍ້ລວງ​ລາວ​ສາ ເຈົ້າ​ຈະ​ເຮັດ​ໄດ້​ສຳເລັດ.”’</verse>
				<verse number="22">ແລະ​ມີກາອີຢາ​ກໍ​ມ້ວນທ້າຍ​ວ່າ, “ເຫດການ​ກໍ​ເປັນ​ຢ່າງນີ້​ແຫລະ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກ​ຜູ້ທຳນວາຍ​ເຫຼົ່ານີ້​ເວົ້າ​ຕົວະ​ຕໍ່​ທ່ານ. ແຕ່​ພຣະເຈົ້າຢາເວ​ໄດ້​ປະກາດ​ວ່າ​ທ່ານ​ຈະ​ປະສົບ​ກັບ​ໄພພິບັດ.”</verse>
				<verse number="23">ແລ້ວ​ຜູ້ທຳນວາຍ​ເຊເດກີຢາ​ລູກຊາຍ​ຂອງ​ເຄນາອານາ​ກໍ​ອອກ​ໄປ​ຫາ​ມີກາອີຢາ ແລະ​ໄດ້​ຕົບ​ໜ້າ​ລາວ​ພ້ອມ​ທັງ​ຖາມ​ວ່າ, “ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ອອກ​ຈາກ​ຂ້ອຍ​ໄປ​ເວົ້າ​ກັບ​ເຈົ້າ​ເມື່ອໃດ?”</verse>
				<verse number="24">ມີກາອີຢາ​ຕອບ​ວ່າ, “ເຈົ້າ​ຈະ​ຮູ້ ເມື່ອ​ເຈົ້າ​ໄປ​ລີ້​ຢູ່​ໃນ​ຫ້ອງ​ເບື້ອງຫລັງ​ຕຶກ.”</verse>
				<verse number="25">ແລ້ວ​ກະສັດ​ອາຮາບ​ກໍ​ສັ່ງ​ເຈົ້າໜ້າທີ່​ຜູ້ໜຶ່ງ​ຂອງ​ເພິ່ນ​ວ່າ, “ຈັບ​ມີກາອີຢາ​ໄປ​ຫາ​ອາໂມນ​ຜູ້ປົກຄອງ​ເມືອງ ແລະ​ນຳ​ລາວ​ໄປ​ຫາ​ເຈົ້າຊາຍ​ໂຢອາດ.</verse>
				<verse number="26">ໃຫ້​ເຈົ້າ​ບອກ​ເຂົາ​ຈັບ​ລາວ​ຂັງ​ຄຸກ​ໄວ້ ແລະ​ໃຫ້​ກິນ​ແຕ່​ເຂົ້າ​ກັບ​ນໍ້າ​ເທົ່ານັ້ນ ຈົນກວ່າ​ເຮົາ​ກັບຄືນ​ມາ​ຢ່າງ​ປອດໄພ.”</verse>
				<verse number="27">ມີກາອີຢາ​ຮ້ອງ​ຂຶ້ນ​ວ່າ, “ຖ້າ​ທ່ານ​ກັບຄືນ​ມາ​ຢ່າງ​ປອດໄພ ກໍ​ແມ່ນ​ພຣະເຈົ້າຢາເວ​ບໍ່ໄດ້​ເວົ້າ​ຜ່ານ​ທາງ​ຂ້ານ້ອຍ.” ລາວ​ເວົ້າ​ຕື່ມ​ວ່າ, “ທຸກຄົນ​ຈົ່ງ​ຈຳ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເວົ້າ​ເຖີດ.”</verse>
				<verse number="28">ແລ້ວ​ເຈົ້າ​ອາຮາບ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ເຈົ້າ​ເຢໂຮຊາຟັດ​ກະສັດ​ແຫ່ງ​ຢູດາຍ ກໍໄດ້​ໄປ​ໂຈມຕີ​ເມືອງ​ຣາໂມດ​ໃນ​ດິນແດນ​ຂອງ​ກີເລອາດ.</verse>
				<verse number="29">ອາຮາບ​ໄດ້​ເວົ້າ​ກັບ​ເຢໂຮຊາຟັດ​ວ່າ, “ເມື່ອ​ພວກເຮົາ​ເຂົ້າ​ສູ້ຮົບ ຂ້າພະເຈົ້າ​ຈະ​ປອມຕົວ, ແຕ່​ໃຫ້​ທ່ານ​ນຸ່ງ​ເຄື່ອງ​ກະສັດ.” ດັ່ງນັ້ນ ກະສັດ​ແຫ່ງ​ອິດສະຣາເອນ​ຈຶ່ງ​ໄດ້​ປອມຕົວ​ອອກ​ສູ້ຮົບ.</verse>
				<verse number="30">ກະສັດ​ແຫ່ງ​ຊີເຣຍ​ໄດ້​ສັ່ງ​ຜູ້​ບັນຊາການ​ລົດຮົບ​ບໍ່​ໃຫ້​ໂຈມຕີ​ຄົນ​ໃດ ນອກຈາກ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="31">ສະນັ້ນ ເມື່ອ​ພວກເຂົາ​ໄດ້​ເຫັນ​ກະສັດ​ເຢໂຮຊາຟັດ ທັງໝົດ​ຈຶ່ງ​ຄິດວ່າ​ເພິ່ນ​ແມ່ນ​ກະສັດ​ແຫ່ງ​ອິດສະຣາເອນ; ແລະ​ພວກເຂົາ​ຈຶ່ງ​ຫັນ​ມາ​ໂຈມຕີ​ແຕ່​ເພິ່ນ, ແຕ່​ເຢໂຮຊາຟັດ​ໄດ້​ຮ້ອງ​ຂຶ້ນ ແລ້ວ​ພຣະເຈົ້າຢາເວ​ກໍ​ຊ່ວຍກູ້​ເອົາ​ເພິ່ນ ແລະ​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ການ​ໂຈມຕີ​ນັ້ນ​ຫ່າງ​ອອກ​ໄປ​ຈາກ​ເພິ່ນ.</verse>
				<verse number="32">ເມື່ອ​ຜູ້​ບັນຊາການ​ລົດຮົບ​ໄດ້​ເຫັນ​ວ່າ ເພິ່ນ​ບໍ່ແມ່ນ​ກະສັດ​ແຫ່ງ​ອິດສະຣາເອນ; ສະນັ້ນ ພວກເຂົາ​ຈຶ່ງ​ເຊົາ​ໄລ່​ໂຈມຕີ.</verse>
				<verse number="33">ແຕ່​ໂດຍ​ບັງເອີນ​ທະຫານ​ຊີເຣຍ​ຜູ້ໜຶ່ງ​ໄດ້​ຍິງ​ລູກທະນູ ໄປ​ຖືກ​ກະສັດ​ອາຮາບ​ທະລຸ​ເຂົ້າ​ລະຫວ່າງ​ບ່ອນ​ຕໍ່​ຂອງ​ເສື້ອເຫລັກ. ເພິ່ນ​ໄດ້​ຮ້ອງ​ໃສ່​ທະຫານ​ຜູ້​ທີ່​ຂັບ​ລົດຮົບ​ຂອງ​ເພິ່ນ​ວ່າ, “ເຮົາ​ຖືກ​ຍິງ ລ້ຽວ​ລົດ​ອອກ​ຈາກ​ສະໜາມຮົບ​ດຽວ​ນີ້!”</verse>
				<verse number="34">ໃນ​ຂະນະທີ່​ການ​ສູ້ຮົບ​ກຳລັງ​ດຸເດືອດ​ຢູ່​ນັ້ນ ກະສັດ​ອາຮາບ​ຍັງ​ຄໍ້າ​ຕົວ​ຢູ່​ເທິງ​ລົດຮົບ​ປະເຊີນ​ໜ້າ​ສູ້ຮົບ​ທະຫານ​ຊີເຣຍ. ພໍ​ຕາເວັນຕົກ​ດິນ​ເພິ່ນ​ກໍ​ສິ້ນໃຈ​ຕາຍ.</verse>
			</chapter>
			<chapter number="19">
				<verse number="1">ກະສັດ​ເຢໂຮຊາຟັດ​ແຫ່ງ​ຢູດາຍ​ໄດ້​ກັບຄືນ​ມາ​ສູ່​ວັງ​ຂອງຕົນ ທີ່​ນະຄອນ​ເຢຣູຊາເລັມ​ໄດ້​ຢ່າງ​ປອດໄພ.</verse>
				<verse number="2">ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ວ່າ​ເຢຮູ​ລູກຊາຍ​ຂອງ​ຮານານີ​ໄດ້​ເຂົ້າ​ໄປ​ພົບ​ເພິ່ນ ແລະ​ເວົ້າ​ວ່າ, “ທ່ານ​ຄິດ​ວ່າ​ເປັນ​ການ​ຖືກຕ້ອງ​ຊັ້ນບໍ ທີ່​ຊ່ວຍ​ຄົນ​ຊົ່ວຊ້າ ແລະ​ເຂົ້າ​ຂ້າງ​ຄົນ​ທີ່​ກຽດຊັງ​ພຣະເຈົ້າຢາເວ? ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ນັ້ນ​ເປັນ​ເຫດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ທ່ານ.</verse>
				<verse number="3">ແຕ່​ເຖິງ​ຢ່າງ​ໃດ​ກໍຕາມ, ທ່ານ​ກໍໄດ້​ເຮັດ​ບາງ​ສິ່ງ​ທີ່​ດີ​ງາມ; ທ່ານ​ໄດ້​ທຳລາຍ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ຊຶ່ງ​ປະຊາຊົນ​ໄດ້​ຂາບໄຫວ້ ແລະ​ທ່ານ​ໄດ້​ພະຍາຍາມ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະເຈົ້າ.”</verse>
				<verse number="4">ເຖິງແມ່ນ​ວ່າ ກະສັດ​ເຢໂຮຊາຟັດ​ໄດ້​ອາໄສ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ, ແຕ່​ເພິ່ນ​ກໍໄດ້​ອອກ​ໄປ​ຢ້ຽມຢາມ​ປະຊາຊົນ​ສະເໝີ, ຕັ້ງແຕ່​ເບເອນເຊບາ​ທາງ​ພາກໃຕ້ ຈົນຮອດ​ສົ້ນສຸດ​ຂອງ​ເຂດ​ເນີນພູ​ເອຟຣາອິມ​ທາງ​ພາກເໜືອ ເພື່ອ​ຮຽກຮ້ອງ​ປະຊາຊົນ​ໃຫ້​ຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.</verse>
				<verse number="5">ເພິ່ນ​ໄດ້​ແຕ່ງຕັ້ງ​ພວກ​ຜູ້ຕັດສິນ​ປະຈຳ​ແຕ່ລະ​ເມືອງ​ຂອງ​ຢູດາຍ​ທີ່​ມີ​ປ້ອມ​ປ້ອງກັນ</verse>
				<verse number="6">ແລະ​ໄດ້​ແນະນຳ​ພວກເຂົາ​ວ່າ, “ເມື່ອ​ກ່າວ​ຄຳ​ຕັດສິນ​ນັ້ນ ຈົ່ງ​ລະວັງ​ໃຫ້​ດີ; ພວກທ່ານ​ບໍ່ໄດ້​ເຮັດ​ຕາມ​ອຳນາດ​ຂອງ​ມະນຸດ, ແຕ່​ເຮັດ​ຕາມ​ອຳນາດ​ຂອງ​ພຣະເຈົ້າຢາເວ ແລະ​ພຣະອົງ​ສະຖິດ​ຢູ່​ນຳ​ພວກທ່ານ​ເມື່ອ​ພວກທ່ານ​ກ່າວ​ຄຳ​ຕັດສິນ​ລົງໂທດ.</verse>
				<verse number="7">ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ແລະ​ປະພຶດ​ຢ່າງ​ລະມັດ​ລະວັງ, ຍ້ອນ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ບໍ່​ຜ່ອນຜັນ​ຄວາມຜິດ​ໃດໆ ຫລື​ຕັດສິນ​ເຂົ້າຂ້າງ ຫລື​ຮັບ​ສິນຈ້າງ​ລາງວັນ​ໃດໆ​ທັງສິ້ນ.”</verse>
				<verse number="8">ໃນ​ນະຄອນ​ເຢຣູຊາເລັມ ເຢໂຮຊາຟັດ​ໄດ້​ແຕ່ງຕັ້ງ​ຊາວ​ເລວີ, ພວກ​ປະໂຣຫິດ ແລະ​ຊາວ​ເມືອງ​ຊັ້ນ​ຜູ້ນຳ​ບາງຄົນ ໃຫ້​ເປັນ​ຜູ້​ຕັດສິນ​ຄວາມ ໃນ​ກໍລະນີ​ທີ່​ກ່ຽວຂ້ອງ​ກັບ​ການ​ຝ່າຝືນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ຫລື​ການ​ຂັດແຍ່ງ​ທາງດ້ານ​ກົດໝາຍ​ລະຫວ່າງ​ປະຊາຊົນ​ໃນ​ເມືອງ.</verse>
				<verse number="9">ເພິ່ນ​ໄດ້​ໃຫ້​ຄຳແນະນຳ​ແກ່​ພວກເຂົາ​ດັ່ງນີ້: “ພວກທ່ານ​ຕ້ອງ​ປະຕິບັດ​ໜ້າທີ່​ຂອງ​ພວກທ່ານ​ດ້ວຍ​ຄວາມ​ຢຳເກງ​ພຣະເຈົ້າຢາເວ ແລະ​ເຊື່ອຟັງ​ພຣະອົງ​ຢ່າງ​ສັດຊື່​ໃນ​ທຸກໆ​ສິ່ງ​ທີ່​ພວກທ່ານ​ເຮັດ.</verse>
				<verse number="10">ເມື່ອໃດ​ທີ່​ຊາວ​ເມືອງ​ອື່ນໆ​ນຳ​ຄະດີ​ຂ້າ​ຄົນ ຫລື​ການ​ຝ່າຝືນ​ກົດໝາຍ ຫລື​ຝ່າຝືນ​ຄຳສັ່ງ​ມາ​ຫາ​ພວກທ່ານ; ພວກທ່ານ​ຕ້ອງ​ແນະນຳ​ພວກເຂົາ​ຢ່າງ​ລະມັດ​ລະວັງ​ວ່າ ພວກເຂົາ​ຄວນ​ປະພຶດ​ຢ່າງໃດ​ໃນ​ລະຫວ່າງ​ການ​ສອບສວນ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ເປັນ​ຝ່າຍ​ຜິດ​ໂດຍ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ. ເວັ້ນເສຍ​ແຕ່​ພວກທ່ານ​ຂືນ​ເຮັດ​ເທົ່ານັ້ນ ພວກທ່ານ​ກັບ​ພວກ​ພີ່ນ້ອງ​ຊາວ​ເມືອງ​ກໍ​ຈະ​ຖືກ​ພຣະອົງ​ໂກດຮ້າຍ​ຢ່າງໜັກ. ແຕ່​ຖ້າ​ພວກທ່ານ​ປະຕິບັດ​ຕາມ​ໜ້າທີ່​ຂອງ​ພວກທ່ານ ພວກທ່ານ​ກໍ​ຈະ​ບໍ່​ເປັນ​ຝ່າຍ​ຜິດ.</verse>
				<verse number="11">ມະຫາ​ປະໂຣຫິດ​ອາມາຣີຢາ​ຈະ​ມີ​ອຳນາດ​ສູງສຸດ​ໃນ​ທຸກໆ​ຄະດີ ກ່ຽວກັບ​ກິດຈະການ​ວຽກງານ​ຂອງ​ພຣະເຈົ້າຢາເວ ແລະ​ເຊບາດີຢາ​ລູກຊາຍ​ຂອງ​ອິດຊະມາເອນ ທີ່​ເປັນ​ຜູ້ປົກຄອງ​ຂອງ​ຢູດາຍ ຈະ​ມີ​ອຳນາດ​ເດັດຂາດ​ກ່ຽວກັບ​ຄະດີ​ດ້ານ​ພົນລະເຮືອນ. ຊາວ​ເລວີ​ຕ້ອງ​ຮັບຜິດຊອບ​ເບິ່ງ​ວ່າ ຄຳ​ຕັດສິນ​ຂອງ​ສານ​ນັ້ນ​ໄດ້​ຖືກ​ປະຕິບັດ​ຕາມ​ຫລື​ບໍ່. ຈົ່ງ​ກ້າຫານ​ແລະ​ເຮັດ​ຕາມ​ຄຳແນະນຳ​ເຫຼົ່ານີ້ ແລະ​ຂໍ​ໃຫ້​ພຣະເຈົ້າຢາເວ​ສະຖິດ​ນຳ​ຝ່າຍ​ທີ່​ຖືກຕ້ອງ.”</verse>
			</chapter>
			<chapter number="20">
				<verse number="1">ຊ່ວງ​ເວລາ​ຕໍ່ມາ ໄດ້​ມີ​ກອງທັບ​ຂອງ​ພວກ​ໂມອາບ ແລະ​ຂອງ​ພວກ​ອຳໂມນ​ພ້ອມ​ດ້ວຍ​ພວກ​ເມີນິດ ພັນທະມິດ​ຂອງ​ພວກເຂົາ​ໄດ້​ເຂົ້າ​ມາ​ຮຸກຮານ​ຢູດາຍ.</verse>
				<verse number="2">ມີ​ຜູ້ນຳ​ຂ່າວ​ບາງຄົນ​ໄດ້​ເຂົ້າ​ມາ​ແຈ້ງ​ຕໍ່​ກະສັດ​ເຢໂຮຊາຟັດ​ວ່າ, “ມີ​ກອງທັບ​ໃຫຍ່​ຈາກ​ເອໂດມ​ໄດ້​ເຄື່ອນ​ມາ​ທາງ​ຟາກ​ໜຶ່ງ​ອີກ​ຂອງ​ທະເລຕາຍ ເພື່ອ​ໂຈມຕີ​ທ່ານ. ພວກເຂົາ​ໄດ້​ຢຶດ​ເມືອງ​ຮາຊາໂຊນ​ຕາມາ​ໄດ້​ແລ້ວ.” (ແມ່ນ​ຊື່​ໜຶ່ງ​ອີກ​ຂອງ​ເມືອງ​ເອນເກດີ.)</verse>
				<verse number="3">ເຢໂຮຊາຟັດ​ຢ້ານ​ຈຶ່ງ​ສະແຫວງ​ຫາ​ພຣະເຈົ້າຢາເວ. ແລ້ວ​ເພິ່ນ​ກໍໄດ້​ສັ່ງ​ໃຫ້​ປະຊາຊົນ​ຊາວ​ຢູດາ​ອົດ​ອາຫານ​ທົ່ວ​ປະເທດ.</verse>
				<verse number="4">ປະຊາຊົນ​ໃນ​ຢູດາຍ​ໄດ້​ຟ້າວ​ມາ​ຮວມ​ຊຸມນຸມ​ກັນ ເພື່ອ​ສະແຫວງ​ຫາ​ພຣະເຈົ້າຢາເວ ແລະ​ພວກເຂົາ​ໄດ້​ມາຈາກ​ແຕ່ລະ​ເມືອງ​ໃນ​ຢູດາຍ​ເພື່ອ​ຈະ​ໄດ້​ສະແຫວງ​ຫາ​ພຣະເຈົ້າຢາເວ.</verse>
				<verse number="5">ປະຊາຊົນ​ຢູດາ​ແລະ​ຊາວ​ນະຄອນ​ເຢຣູຊາເລັມ ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ເດີ່ນໃໝ່​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ. ເຢໂຮຊາຟັດ​ໄດ້​ລຸກ​ຢືນ​ຂຶ້ນ​ຕໍ່ໜ້າ​ປະຊາຊົນ</verse>
				<verse number="6">ແລະ​ພາວັນນາ​ອະທິຖານ​ດ້ວຍ​ສຽງດັງ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະອົງ​ປົກຄອງ​ຢູ່​ເທິງ​ສະຫວັນ ເໜືອ​ບັນດາ​ປະຊາຊາດ​ທັງໝົດ​ໃນ​ໂລກ. ພຣະອົງ​ຊົງຣິດອຳນາດ, ຊົງຣິດເດດ ແລະຊົງຍິ່ງໃຫຍ່ ທັງ​ບໍ່ມີ​ຜູ້ໃດ​ຕໍ່ຕ້ານ​ພຣະອົງ​ໄດ້.</verse>
				<verse number="7">ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ເມື່ອ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ​ໄດ້​ຍ້າຍ​ເຂົ້າ​ມາ​ໃນ​ດິນແດນ​ນີ້ ພຣະອົງ​ໄດ້​ຂັບໄລ່​ປະຊາຊົນ​ທີ່​ອາໄສ​ຢູ່​ທີ່​ນີ້​ອອກ​ໄປ ແລະ​ໄດ້​ມອບ​ດິນແດນ​ໃຫ້​ແກ່​ເຊື້ອສາຍ​ຂອງ​ອັບຣາຮາມ ມິດ​ສະຫາຍ​ຂອງ​ພຣະອົງ ໃຫ້​ເປັນ​ມໍຣະດົກ​ຂອງ​ພວກເພິ່ນ​ຕະຫລອດໄປ.</verse>
				<verse number="8">ພວກເພິ່ນ​ໄດ້​ອາໄສ​ຢູ່​ທີ່​ນີ້ ແລະ​ໄດ້​ສ້າງ​ພຣະວິຫານ​ແຫ່ງ​ໜຶ່ງ ເພື່ອ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ</verse>
				<verse number="9">ໂດຍ​ຮູ້​ວ່າ​ຖ້າ​ມີ​ໄພພິບັດ​ໃດໆ​ຈະ​ມາ​ທຳລາຍ​ເພື່ອ​ລົງໂທດ​ພວກເພິ່ນ​ເຊັ່ນ: ເສິກ, ພະຍາດ​ລະບາດ, ຫລື​ຄວາມ​ອຶດຢາກ; ແລ້ວ​ພວກເພິ່ນ​ກໍ​ມາ ແລະ​ຢືນ​ຢູ່​ຕໍ່ໜ້າ​ພຣະວິຫານ​ນີ້​ໄດ້ ຄື​ບ່ອນ​ທີ່​ພວກເພິ່ນ​ນະມັດສະການ​ພຣະອົງ. ພວກເພິ່ນ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ໄດ້​ໃນ​ເວລາ​ມີ​ຄວາມ​ເດືອດຮ້ອນ ແລະ​ພຣະອົງ​ກໍ​ຈະ​ຟັງ​ພວກເພິ່ນ​ພ້ອມ​ທັງ​ຈະ​ຊ່ວຍກູ້​ເອົາ​ພວກເພິ່ນ​ໄວ້.</verse>
				<verse number="10">ບັດນີ້​ຊາວ​ອຳໂມນ, ຊາວ​ໂມອາບ ແລະ​ຊາວ​ເອໂດມ​ໄດ້​ມາ​ໂຈມຕີ​ພວກ​ຂ້ານ້ອຍ. ເມື່ອ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ພຣະອົງ​ບໍ່​ອະນຸຍາດ​ໃຫ້​ພວກເພິ່ນ​ເຂົ້າ​ໄປ​ໃນ​ດິນແດນ​ເຫຼົ່ານີ້; ດັ່ງນັ້ນ ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ຈຶ່ງ​ໄດ້​ໂຄ້ງ​ຜ່ານ​ໄປ​ໂດຍ​ບໍ່ໄດ້​ທຳລາຍ​ພວກເຂົາ.</verse>
				<verse number="11">ພວກເຂົາ​ຕອບແທນ​ພວກ​ຂ້ານ້ອຍ​ໂດຍ​ວິທີ​ນີ້​ບໍ? ພວກເຂົາ​ມາ​ເພື່ອ​ຂັບໄລ່​ພວກ​ຂ້ານ້ອຍ​ໃຫ້​ອອກ​ໄປ​ຈາກ​ດິນແດນ ຊຶ່ງ​ພຣະອົງ​ໄດ້​ມອບ​ໃຫ້​ພວກ​ຂ້ານ້ອຍ.</verse>
				<verse number="12">ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຈົ່ງ​ລົງໂທດ​ພວກເຂົາ​ເຖີດ ສຳລັບ​ພວກ​ຂ້ານ້ອຍ​ນັ້ນ​ເຮັດ​ຫຍັງ​ບໍ່ໄດ້​ແລ້ວ​ກັບ​ກອງທັບ​ອັນ​ໃຫຍ່ໂຕ ຊຶ່ງ​ກຳລັງ​ມາ​ໂຈມຕີ​ພວກ​ຂ້ານ້ອຍ. ພວກ​ຂ້ານ້ອຍ​ບໍ່​ຮູ້ຈັກ​ຈະ​ເຮັດ​ຢ່າງໃດ ໄດ້​ແຕ່​ຂໍ​ເພິ່ງ​ພຣະອົງ​ໃຫ້​ຊ່ວຍເຫລືອ​ເທົ່ານັ້ນ.”</verse>
				<verse number="13">ຜູ້ຊາຍ​ຊາວ​ຢູດາ​ທັງໝົດ​ພ້ອມທັງ​ເມຍ ແລະ​ລູກ​ຂອງ​ພວກເຂົາ ຕ່າງ​ກໍ​ພາກັນ​ຢືນ​ຢູ່​ຊ້ອງ​ພຣະພັກ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="14">ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ເທິງ​ຄົນເລວີ​ຜູ້ໜຶ່ງ ທີ່​ຢູ່​ໃນ​ທ່າມກາງ​ປະຊາຊົນ​ນັ້ນ. ລາວ​ຊື່​ວ່າ​ຢາຮາຊີເອນ​ລູກຊາຍ​ຂອງ​ເຊກາຣີຢາ; ລາວ​ເປັນ​ສະມາຊິກ​ຢູ່​ໃນ​ຕະກຸນ​ຂອງ​ອາສັບ ແລະ​ສືບ​ເຊື້ອສາຍ​ມາ​ຈາກ​ອາສັບ ທາງ​ມັດຕານີຢາ, ເຢອີເອນ ແລະ​ເບນາອີຢາ.</verse>
				<verse number="15">ຢາຮາຊີເອນ​ໄດ້​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ຕະຫລອດ​ທັງ​ປະຊາຊົນ​ຊາວ​ຢູດາ​ແລະ​ຊາວ​ເຢຣູຊາເລັມ​ດ້ວຍ ພຣະເຈົ້າຢາເວ​ກ່າວ​ຕໍ່​ທ່ານ​ທັງຫລາຍ​ດັ່ງນີ້​ວ່າ, ‘ບໍ່​ຕ້ອງ​ຢ້ານ ແລະ​ຢ່າ​ສູ່​ຕົກໃຈ​ຕໍ່​ກອງທັບ​ໃຫຍ່​ນັ້ນ. ການ​ສູ້ຮົບ​ຂຶ້ນ​ຢູ່​ກັບ​ພຣະເຈົ້າ ແຕ່​ບໍ່ແມ່ນ​ຂຶ້ນ​ຢູ່​ກັບ​ພວກທ່ານ.’</verse>
				<verse number="16">ຈົ່ງ​ໂຈມຕີ​ພວກເຂົາ​ໃນ​ມື້ອື່ນ ເມື່ອ​ພວກເຂົາ​ຍົກທັບ​ມາຮອດ​ຊ່ອງແຄບ​ຂອງ​ແດນ​ຊີຊະ. ພວກທ່ານ​ຈະ​ພົບ​ພວກເຂົາ​ທີ່​ສົ້ນສຸດ​ຂອງ​ຮ່ອມພູ ທີ່​ນຳ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຂອງ​ເມືອງ​ເຢຣູເອນ.</verse>
				<verse number="17">ພວກທ່ານ​ບໍ່​ຈຳເປັນ​ຕ້ອງ​ອອກ​ໄປ​ສູ້ຮົບ​ໃນ​ຄັ້ງ​ນີ້. ໃຫ້​ທ່ານ​ພຽງແຕ່​ປະຈຳ​ທີ່​ລໍຄອຍ​ຢູ່​ທີ່​ນັ້ນ ແລະ​ທ່ານ​ຈະ​ເຫັນ​ວ່າ​ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ໃຫ້​ພວກທ່ານ​ມີ​ໄຊຊະນະ. ຊາວ​ຢູດາ​ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຢ່າ​ສົງໄສ ຫລື​ຢ້ານກົວ​ເລີຍ. ຈົ່ງ​ອອກ​ໄປ​ສູ້ຮົບ​ແລະ​ພຣະເຈົ້າຢາເວ​ຈະ​ສະຖິດ​ຢູ່​ກັບ​ພວກທ່ານ.”</verse>
				<verse number="18">ແລ້ວ​ກະສັດ​ເຢໂຮຊາຟັດ​ກໍໄດ້​ກົ້ມ​ຂາບລົງ​ກັບ​ພື້ນດິນ ແລະ​ປະຊາຊົນ​ຢູດາ​ແລະ​ປະຊາຊົນ​ເຢຣຊາເລັມ​ທັງໝົດ​ໄດ້​ກົ້ມ​ຂາບລົງ​ຊ້ອງພຣະພັກ​ພຣະເຈົ້າຢາເວ​ແລະ​ນະມັດສະການ​ພຣະເຈົ້າຢາເວ.</verse>
				<verse number="19">ບັນດາ​ສະມາຊິກ​ຊາວ​ເລວີ​ໃນ​ຕະກຸນ​ໂກຮາດ ແລະ​ໂກຣາ​ໄດ້​ລຸກ​ຢືນ​ຂຶ້ນ ແລະ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ດ້ວຍ​ສຽງດັງ.</verse>
				<verse number="20">ວັນ​ຕໍ່ມາ​ແຕ່​ເຊົ້າໆ ປະຊາຊົນ​ໄດ້​ອອກ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ເຕກົວ. ກ່ອນ​ພວກເຂົາ​ຈະ​ອອກ​ໄປ ກະສັດ​ເຢໂຮຊາຟັດ​ໄດ້​ກ່າວ​ແກ່​ພວກເຂົາ ດ້ວຍ​ຖ້ອຍຄຳ​ເຫຼົ່ານີ້: “ນັກຮົບ​ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ ແລະ​ພວກທ່ານ​ຈະ​ຢືນ​ຢູ່​ໄດ້​ຢ່າງ​ໝັ້ນຄົງ. ຈົ່ງ​ເຊື່ອໝັ້ນ​ສິ່ງ​ທີ່​ຜູ້ທຳນວາຍ​ບອກ​ພວກທ່ານ ແລະ​ພວກທ່ານ​ຈະ​ເຮັດ​ສຳເລັດ​ໜ້າທີ່.”</verse>
				<verse number="21">ຫລັງຈາກ​ໄດ້​ປຶກສາ​ຫາລື​ກັບ​ປະຊາຊົນ​ແລ້ວ ກະສັດ​ກໍໄດ້​ສັ່ງ​ໃຫ້​ນັກດົນຕຼີ​ນຸ່ງ​ເສື້ອຄຸມ ຊຶ່ງ​ພວກເຂົາ​ໄດ້​ນຸ່ງ​ໃນ​ໂອກາດ​ອັນ​ສັກສິດ​ເທົ່ານັ້ນ ແລະ​ຍ່າງ​ນຳໜ້າ​ກອງທັບ​ໄປ​ທັງ​ຮ້ອງເພງ​ສຳລັບ​ພຣະເຈົ້າຢາເວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ຄວາມຮັກ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.”</verse>
				<verse number="22">ເມື່ອ​ພວກເຂົາ​ເລີ່ມຕົ້ນ​ຮ້ອງເພງ​ແລະ​ສັນລະເສີນ​ແລ້ວ ພຣະເຈົ້າຢາເວ​ກໍໄດ້​ບັນດານ​ໃຫ້​ຂ້າເສິກ​ທີ່​ມາ​ຮຸກຮານ​ນັ້ນ​ແຕກຕື່ນ​ຕົກໃຈ.</verse>
				<verse number="23">ຊາວ​ອຳໂມນ​ແລະ​ຊາວ​ໂມອາບ​ໄດ້​ໂຈມຕີ​ກອງທັບ​ຂອງ​ຊາວ​ເອໂດມ ແລະ​ໄດ້​ທຳລາຍ​ພວກເຂົາ​ຈົນ​ໝົດສິ້ນ. ແລ້ວ​ພວກເຂົາ​ກໍໄດ້​ຫັນ​ມາ​ສູ້ຮົບ​ກັນແລະກັນ​ຢ່າງ​ບ້າຄັ່ງ.</verse>
				<verse number="24">ເມື່ອ​ກອງທັບ​ຊາວ​ຢູດາ​ໄດ້​ມາຮອດ​ທີ່​ຫໍຄອຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ພວກເຂົາ​ໄດ້​ແນມເບິ່ງ​ຂ້າເສິກ ແລະ​ໄດ້​ເຫັນ​ວ່າ​ທັງໝົດ​ຕາຍ​ນອນ​ເດຍລະດາດ​ຢູ່ ໂດຍ​ບໍ່ມີ​ຜູ້ໃດ​ລອດຊີວິດ​ໄປ​ໄດ້​ແມ່ນແຕ່​ຄົນດຽວ.</verse>
				<verse number="25">ກະສັດ​ເຢໂຮຊາຟັດ​ແລະ​ທະຫານ​ຂອງ​ເພິ່ນ ໄດ້​ເຂົ້າ​ໄປ​ຢຶດ​ເຄື່ອງຂອງ​ມາ​ໄດ້​ຢ່າງ​ຫລວງຫລາຍ ມີ​ດັ່ງນີ້: ຝູງງົວ, ສະບຽງ​ອາຫານ, ເຄື່ອງນຸ່ງຫົ່ມ ແລະ​ເຄື່ອງ​ມີຄ່າ​ອື່ນໆ. ພວກເຂົາ​ໃຊ້​ເວລາ​ສາມ​ວັນ​ເພື່ອ​ຮິບໂຮມ​ເອົາ​ເຄື່ອງຂອງ​ນັ້ນ, ແຕ່​ກໍ​ຍັງ​ມີ​ຫລາຍ​ຢູ່​ຈົນ​ພວກເຂົາ​ເກັບ​ເອົາ​ໝົດ​ທຸກຢ່າງ​ບໍ່ໄດ້.</verse>
				<verse number="26">ໃນ​ວັນ​ທີ​ສີ່​ພວກເຂົາ​ໄດ້​ມາ​ໂຮມກັນ​ທີ່​ຮ່ອມພູ​ເບຣາກາ ແລະ​ໄດ້​ສັນລະເສີນ​ພຣະເຈົ້າຢາເວ​ສຳລັບ​ທຸກໆສິ່ງ​ທີ່​ພຣະອົງ​ໄດ້​ກະທຳການ. ດັ່ງນັ້ນ ຮ່ອມພູ​ນີ້​ຈຶ່ງ​ໄດ້​ມີ​ຊື່​ວ່າ ເບຣາກາ.</verse>
				<verse number="27">ເຢໂຮຊາຟັດ​ໄດ້​ຍົກທັບ​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ຢ່າງ​ມີໄຊ ກໍ​ເພາະ​ພຣະເຈົ້າຢາເວ​ໄດ້​ເອົາ​ຊະນະ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ.</verse>
				<verse number="28">ເມື່ອ​ມາ​ຮອດ​ໃນ​ເມືອງ ພວກເຂົາ​ກໍ​ຍ່າງ​ມຸ່ງໜ້າ​ສູ່​ວິຫານ​ຂອງ​ພຣະເຈົ້າຢາເວ ພ້ອມ​ທັງ​ດີດພິນ​ແລະ​ເປົ່າແກ​ດັງ​ກ້ອງສະໜັ່ນ.</verse>
				<verse number="29">ທຸກ​ຊົນຊາດ​ທີ່​ໄດ້ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ເອົາ​ຊະນະ​ເຫຼົ່າ​ສັດຕູ​ຂອງ​ຊາດ​ອິດສະຣາເອນ​ຢ່າງໃດ ພວກເຂົາ​ຕ່າງ​ກໍ​ຢ້ານກົວ​ພຣະເຈົ້າ.</verse>
				<verse number="30">ສະນັ້ນ ເຢໂຮຊາຟັດ​ຈຶ່ງ​ໄດ້​ປົກຄອງ​ຢ່າງ​ສັນຕິສຸກ ແລະ​ພຣະເຈົ້າ​ໄດ້​ໃຫ້​ເພິ່ນ​ມີ​ຄວາມ​ປອດໄພ​ຮອບດ້ານ.</verse>
				<verse number="31">ເຈົ້າ​ເຢໂຮຊາຟັດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ໄດ້​ສາມສິບຫ້າ​ປີ ແລະ​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ຊາວຫ້າ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ອາຊູບາ​ລູກສາວ​ຂອງ​ຊີນຮີ.</verse>
				<verse number="32">ເພິ່ນ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ສາຍຕາ​ຂອງ​ພຣະເຈົ້າຢາເວ ເຊັ່ນດຽວ​ກັນ​ກັບ​ອາສາ​ພໍ່​ຂອງ​ເພິ່ນ;</verse>
				<verse number="33">ແຕ່​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ຫລາຍ​ບ່ອນ ຍັງ​ບໍ່ໄດ້​ຖືກ​ທຳລາຍ. ສ່ວນ​ປະຊາຊົນ​ກໍ​ຍັງ​ບໍ່​ທັນ​ໄດ້​ກັບ​ມາ​ນະມັດສະການ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ຢ່າງ​ສຸດຈິດ​ສຸດໃຈ​ເທື່ອ.</verse>
				<verse number="34">ສິ່ງ​ອື່ນໆ​ທີ່​ກະສັດ​ເຢໂຮຊາຟັດ​ໄດ້​ກະທຳ ຕັ້ງແຕ່​ຣາຊການ​ບັ້ນຕົ້ນ​ຈົນເຖິງ​ບັ້ນປາຍ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ເຢຮູ ລູກຊາຍ​ຂອງ​ຮານານີ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="35">ມີ​ຄັ້ງ​ໜຶ່ງ ກະສັດ​ເຢໂຮຊາຟັດ​ແຫ່ງ​ຢູດາຍ​ໄດ້​ເປັນ​ພັນທະມິດ ກັບ​ກະສັດ​ອາຮາຊີຢາ​ແຫ່ງ​ອິດສະຣາເອນ ຜູ້​ທີ່​ໄດ້​ກະທຳ​ຊົ່ວ​ໄວ້​ຢ່າງ​ຫລວງຫລາຍ.</verse>
				<verse number="36">ທີ່​ທ່າ​ເຮືອ​ຂອງ​ເມືອງ​ເອຊີໂອນ​ເກເບ ພວກເພິ່ນ​ໄດ້​ສ້າງ​ເຮືອ​ເດີນ​ທະເລ.</verse>
				<verse number="37">ແຕ່​ເອລີເອເຊ​ລູກຊາຍ​ຂອງ​ໂດດາວາຮູ ຊາວ​ເມືອງ​ມາເຣຊາ ໄດ້​ຕັກເຕືອນ​ເຢໂຮຊາຟັດ​ວ່າ, “ຍ້ອນ​ທ່ານ​ເປັນ​ພັນທະມິດ​ກັບ​ອາຮາຊີຢາ ພຣະເຈົ້າຢາເວ​ຈະ​ທຳລາຍ​ສິ່ງ​ທີ່​ທ່ານ​ໄດ້​ສ້າງ​ຂຶ້ນ​ມາ​ນັ້ນ.” ຕໍ່ມາ ເຮືອ​ເຫຼົ່ານັ້ນ​ກໍ​ແຕກ​ແລະ​ແລ່ນ​ບໍ່ໄດ້​ຈັກ​ລຳ.</verse>
			</chapter>
			<chapter number="21">
				<verse number="1">ເຈົ້າ​ເຢໂຮຊາຟັດ​ໄດ້​ຕາຍໄປ ແລະ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ​ໃນ​ເມືອງ​ຂອງ​ດາວິດ ແລະ​ເຢໂຮຣາມ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="2">ເຈົ້າ​ເຢໂຮຣາມ​ລູກຊາຍ​ຂອງ​ເຈົ້າ​ເຢໂຮຊາຟັດ​ແຫ່ງ​ຢູດາຍ​ມີ​ນ້ອງຊາຍ​ຫົກ​ຄົນ ດັ່ງນີ້: ອາຊາຣີຢາ, ເຢຮີເອນ, ເຊກາຣີຢາ, ອາຊາຣີຢາ, ມີກາເອນ ແລະ​ເຊຟາຕີຢາ.</verse>
				<verse number="3">ບິດາ​ຂອງ​ພວກເຂົາ​ໄດ້​ມອບ​ຄຳ, ເງິນ ແລະ​ເຄື່ອງ​ມີຄ່າ​ອື່ນໆ​ຢ່າງ​ຫລວງຫລາຍ​ໃຫ້​ແກ່​ພວກເຂົາ ແລະ​ໄດ້​ຕັ້ງ​ພວກເຂົາ​ໃຫ້​ປົກຄອງ​ເມືອງ​ຕ່າງໆ​ໃນ​ຢູດາຍ​ທີ່​ມີ​ປ້ອມ​ປ້ອງກັນ. ແຕ່​ຍ້ອນ​ເຢໂຮຣາມ​ເປັນ​ອ້າຍກົກ ເຈົ້າ​ເຢໂຮຊາຟັດ​ຈຶ່ງ​ມອບ​ໃຫ້​ລາວ​ຂຶ້ນ​ເປັນ​ຜູ້ປົກຄອງ​ແທນ.</verse>
				<verse number="4">ເມື່ອ​ເຢໂຮຣາມ​ໄດ້​ມີ​ອຳນາດ​ຄວບຄຸມ​ທົ່ວ​ອານາຈັກ​ຢ່າງ​ໝັ້ນຄົງ​ແລ້ວ ລາວ​ກໍ​ຂ້າ​ພວກ​ນ້ອງຊາຍ​ທັງໝົດ ພ້ອມ​ດ້ວຍ​ຂ້າຣາຊການ​ອິດສະຣາເອນ​ບາງຄົນ.</verse>
				<verse number="5">ເຈົ້າ​ເຢໂຮຣາມ​ໄດ້​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ອາຍຸ​ໄດ້​ສາມສິບສອງ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ແປດ​ປີ.</verse>
				<verse number="6">ເພິ່ນ​ໄດ້​ເຮັດ​ຕາມ​ແບບຢ່າງ​ອັນ​ຊົ່ວຊ້າ​ຂອງ​ກະສັດ​ອາຮາບ ແລະ​ກະສັດ​ອື່ນໆ​ຂອງ​ຊາດ​ອິດສະຣາເອນ ເພາະ​ເພິ່ນ​ໄດ້​ແຕ່ງງານ​ກັບ​ລູກສາວ​ຄົນ​ໜຶ່ງ​ຂອງ​ອາຮາບ. ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ</verse>
				<verse number="7">ແຕ່​ພຣະເຈົ້າຢາເວ​ບໍ່​ຢາກ​ທຳລາຍ​ເຊື້ອວົງ​ຂອງ​ດາວິດ ເພາະ​ພຣະອົງ​ໄດ້​ເຮັດ​ພັນທະສັນຍາ​ໄວ້​ກັບ​ດາວິດ​ໂດຍ​ໄດ້​ສັນຍາ​ວ່າ ເຊື້ອສາຍ​ຂອງ​ເພິ່ນ​ຈະ​ສືບຕໍ່​ປົກຄອງ​ສືບໆໄປ.</verse>
				<verse number="8">ໃນ​ລະຫວ່າງ​ຣາຊການ​ຂອງ​ເຈົ້າ​ເຢໂຮຣາມ​ນັ້ນ ເອໂດມ​ໄດ້​ກະບົດ​ຕໍ່​ຢູດາຍ ແລະ​ໄດ້​ກາຍເປັນ​ອານາຈັກ​ເອກະລາດ.</verse>
				<verse number="9">ດັ່ງນັ້ນ ເຢໂຮຣາມ​ພ້ອມ​ທັງ​ນາຍ​ທະຫານ​ຂອງ​ເພິ່ນ​ຈຶ່ງ​ໄດ້​ນຳ​ລົດຮົບ​ອອກ​ໄປ​ຮຸກຮານ​ເອໂດມ. ກອງທັບ​ຂອງ​ເອໂດມ​ໄດ້​ປິດລ້ອມ​ພວກເຂົາ​ໄວ້, ແຕ່​ໃນ​ຕອນ​ກາງຄືນ ພວກເຂົາ​ໄດ້​ຕີ​ຜ່າ​ວົງລ້ອມ​ອອກ​ມາ​ໄດ້​ແລະ​ປົບໜີໄປ.</verse>
				<verse number="10">ແຕ່​ນັ້ນ​ມາ ເອໂດມ​ກໍໄດ້​ແຍກ​ເປັນ​ອານາຈັກ​ເອກະລາດ​ຈາກ ອານາຈັກ​ຢູດາຍ. ໃນ​ເວລາ​ນັ້ນ​ເມືອງ​ລິບນາ​ໄດ້​ກະບົດ​ຄືກັນ ຍ້ອນ​ເຢໂຮຣາມ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງຕົນ.</verse>
				<verse number="11">ເພິ່ນ​ໄດ້​ສ້າງ​ແມ່ນແຕ່​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ໄວ້​ຕັ້ງ​ຫລາຍ​ບ່ອນ​ຢູ່​ສະຖານທີ່​ສູງ​ໃນ​ເຂດ​ເນີນພູ​ຂອງ​ຢູດາຍ ຊຶ່ງ​ເປັນ​ການນຳພາ​ປະຊາຊົນ​ຊາວ​ຢູດາ​ແລະ​ຊາວ​ນະຄອນ​ເຢຣູຊາເລັມ ໃຫ້​ເຮັດ​ບາບ​ຕໍ່ສູ້​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="12">ຜູ້ທຳນວາຍ​ເອລີຢາ​ໄດ້​ສົ່ງ​ຈົດໝາຍ​ສະບັບ​ໜຶ່ງ ມາ​ຫາ​ເຢໂຮຣາມ​ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້: “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ດາວິດ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ທ່ານ​ປະນາມ​ທ່ານ ເພາະ​ທ່ານ​ບໍ່ໄດ້​ເຮັດ​ຕາມ​ແບບຢ່າງ​ຂອງ​ກະສັດ​ເຢໂຮຊາຟັດ​ບິດາ​ຂອງທ່ານ​ແລະ​ຂອງ​ກະສັດ​ອາສາ​ພໍ່ປູ່​ຂອງທ່ານ.</verse>
				<verse number="13">ແຕ່​ທ່ານ​ກັບ​ໄປ​ເຮັດ​ຕາມ​ແບບຢ່າງ​ຂອງ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ໄດ້​ນຳພາ​ປະຊາຊົນ​ຢູດາ​ແລະ​ນະຄອນ​ເຢຣູຊາເລັມ​ບໍ່​ໃຫ້​ສັດຊື່​ຕໍ່​ພຣະເຈົ້າ ເໝືອນກັນ​ກັບ​ອາຮາບ​ແລະ​ຜູ້​ສືບຕໍ່​ແທນ​ລາວ​ໄດ້​ນຳພາ​ຊາດ​ອິດສະຣາເອນ​ໄປ​ໃນ​ທາງ​ບໍ່​ສັດຊື່. ທ່ານ​ຂ້າ​ແມ່ນແຕ່​ພວກ​ນ້ອງຊາຍ​ທ່ານ​ເອງ ຜູ້​ທີ່​ດີ​ລື່ນ​ທ່ານ.</verse>
				<verse number="14">ຜົນ​ກຳ​ທີ່​ໄດ້​ຮັບ​ກໍ​ຄື​ພຣະເຈົ້າຢາເວ​ຈະ​ລົງໂທດ​ຢ່າງໜັກ​ຕໍ່​ປະຊາຊົນ, ລູກ ແລະ​ເມຍ​ຂອງທ່ານ, ພ້ອມ​ທັງ​ຈະ​ທຳລາຍ​ສິ່ງຂອງ​ຂອງ​ທ່ານ​ດ້ວຍ.</verse>
				<verse number="15">ສ່ວນ​ທ່ານ​ເອງ​ກໍ​ຈະ​ຖືກ​ທໍລະມານ​ດ້ວຍ​ພະຍາດ​ລຳໄສ້ ຊຶ່ງ​ຈະ​ນັບ​ມື້​ນັບ​ຮ້າຍແຮງ​ຂຶ້ນ.”</verse>
				<verse number="16">ພວກ​ຟີລິດສະຕິນ​ກັບ​ຊາວ​ອາຣັບ​ບາງ​ພວກ​ໄດ້​ອາໄສ​ຢູ່​ໃກ້​ແຄມ​ຝັ່ງ​ທະເລ ບ່ອນ​ທີ່​ຊາວ​ເອທີໂອເປຍ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ນັ້ນ. ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ພວກເຂົາ​ໄປ​ເຮັດ​ເສິກ​ຕໍ່ສູ້​ເຈົ້າ​ເຢໂຮຣາມ.</verse>
				<verse number="17">ພວກເຂົາ​ໄດ້​ຮຸກຮານ​ຢູດາຍ, ປຸ້ນສະດົມ​ຣາຊວັງ ແລະ​ຈັບ​ເອົາ​ລູກ​ເມຍ​ທັງໝົດ​ຂອງ​ກະສັດ​ໄປ​ເປັນ​ຊະເລີຍ; ຍົກເວັ້ນ​ແຕ່​ເຈົ້າ​ອາຮາຊີຢາ ລູກຊາຍ​ຫລ້າ​ຂອງ​ເພິ່ນ​ເທົ່ານັ້ນ.</verse>
				<verse number="18">ຫລັງຈາກ​ນີ້​ແລ້ວ ພຣະເຈົ້າຢາເວ​ໄດ້​ນຳ​ພະຍາດ​ລຳໄສ້​ຢ່າງ​ເຈັບປວດ​ມາ​ສູ່​ກະສັດ.</verse>
				<verse number="19">ພະຍາດ​ນີ້​ຮ້າຍແຮງ​ໜັກ​ຂຶ້ນ​ເປັນ​ເວລາ​ສອງ​ປີ ຈົນ​ໃນ​ທີ່ສຸດ​ກະສັດ​ໄດ້​ຕາຍໄປ​ຢ່າງ​ທໍລະມານ. ພົນລະເມືອງ​ບໍ່ໄດ້​ກໍ່​ໄຟ​ໄວ້ທຸກ​ໃຫ້​ເພິ່ນ ດັ່ງ​ພວກເຂົາ​ໄດ້​ເຮັດ​ແກ່​ບັນພະບຸລຸດ​ຂອງ​ເພິ່ນ.</verse>
				<verse number="20">ເຈົ້າ​ເຢໂຮຣາມ​ໄດ້​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ອາຍຸ​ໄດ້​ສາມສິບສອງ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ແປດ​ປີ. ໂດຍ​ບໍ່ມີ​ຜູ້ໃດ​ເສຍໃຈ​ນຳເພິ່ນ​ເມື່ອ​ເພິ່ນ​ຕາຍໄປ. ພວກເຂົາ​ໄດ້​ຝັງ​ເພິ່ນ​ໄວ້​ໃນ​ເມືອງ​ຂອງ​ດາວິດ, ແຕ່​ບໍ່ໄດ້​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ.</verse>
			</chapter>
			<chapter number="22">
				<verse number="1">ຊາວ​ອາຣັບ​ບາງ​ພວກ​ໄດ້​ເຂົ້າ​ປຸ້ນ​ວັງ ແລະ​ຂ້າ​ລູກຊາຍ​ຂອງ​ກະສັດ​ເຢໂຮຣາມ​ທຸກຄົນ ຍົກເວັ້ນ​ແຕ່​ເຈົ້າ​ອາຮາຊີຢາ​ຜູ້​ທີ່​ເປັນ​ລູກຊາຍ​ຫລ້າ. ບັດນີ້ ປະຊາຊົນ​ທີ່​ນະຄອນ​ເຢຣູຊາເລັມ​ໄດ້​ແຕ່ງຕັ້ງ​ເຈົ້າ​ອາຮາຊີຢາ​ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ​ພໍ່.</verse>
				<verse number="2">ເຈົ້າ​ອາຮາຊີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວສອງ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ພຽງແຕ່​ປີດຽວ. ອາຮາຊີຢາ​ໄດ້​ປະພຶດ​ຕາມ​ແບບຢ່າງ​ຂອງ​ຄອບຄົວ​ຂອງ​ກະສັດ​ອາຮາບ​ຄື​ກັນ; ໃນ​ເມື່ອ​ນາງ​ອາທາລິຢາ ແມ່​ຂອງ​ເພິ່ນ​ຜູ້​ເປັນ​ລູກສາວ​ຂອງ​ກະສັດ​ອາຮາບ ແລະ​ຫລານ​ສາວ​ຂອງ​ກະສັດ​ອົມຣີ​ແຫ່ງ​ອິດສະຣາເອນ​ໄດ້​ໃຫ້​ຄຳ​ປຶກສາ ຊຶ່ງ​ຊັກນຳ​ເພິ່ນ​ໃຫ້​ເຮັດ​ຊົ່ວ.</verse>
				<verse number="3"></verse>
				<verse number="4">ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ເພາະ​ຫລັງຈາກ​ທີ່​ພໍ່​ຂອງ​ເພິ່ນ​ໄດ້​ຕາຍໄປ​ແລ້ວ ສະມາຊິກ​ຄົນອື່ນໆ​ໃນ​ຄອບຄົວ​ຂອງ​ອາຮາບ​ກໍໄດ້​ຂຶ້ນ​ມາ​ເປັນ​ທີ່ປຶກສາ ແລະ​ພວກເຂົາ​ໄດ້​ນຳ​ເພິ່ນ​ໄປ​ສູ່​ຄວາມ​ຈິບຫາຍ.</verse>
				<verse number="5">ໂດຍ​ກະທຳ​ຕາມ​ຄຳແນະນຳ​ຂອງ​ພວກເຂົາ ເພິ່ນ​ໄດ້​ຮ່ວມ​ກັບ​ກະສັດ​ໂຢຣາມ​ລູກຊາຍ​ຂອງ​ອາຮາບ​ແຫ່ງ​ອິດສະຣາເອນ​ເຮັດ​ເສິກ​ຕໍ່ສູ້​ກະສັດ​ຮາຊາເອນ​ແຫ່ງ​ຊີເຣຍ. ກອງທັບ​ທັງສອງ​ໄດ້​ປະທະ​ກັນ​ທີ່​ເມືອງ​ຣາໂມດ​ໃນ​ກີເລອາດ ແລະ​ກະສັດ​ໂຢຣາມ​ໄດ້​ຮັບ​ບາດ​ເຈັບ​ໃນ​ສະໜາມຮົບ.</verse>
				<verse number="6">ເພິ່ນ​ໄດ້​ກັບຄືນ​ມາ​ສູ່​ນະຄອນ​ຢິດຊະເຣນ​ເພື່ອ​ປິ່ນປົວ​ບາດແຜ ແລະ​ອາຮາຊີຢາ​ໄດ້​ໄປ​ຢ້ຽມຢາມ​ເພິ່ນ​ຢູ່​ທີ່​ນັ້ນ.</verse>
				<verse number="7">ພຣະເຈົ້າ​ໄດ້​ໃຊ້​ການ​ມາ​ຢ້ຽມຢາມ​ໂຢຣາມ​ໃນ​ຄັ້ງ​ນີ້ ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ອາຮາຊີຢາ. ໃນ​ຂະນະທີ່​ອາຮາຊີຢາ​ພັກ​ຢູ່​ໃນ​ທີ່ນັ້ນ ເພິ່ນ​ເອງ​ແລະ​ໂຢຣາມ​ໄດ້​ປະເຊີນ​ໜ້າ​ກັບ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ເຢຮູ​ລູກຊາຍ​ຂອງ​ນິມຊີ. ພຣະເຈົ້າຢາເວ​ໄດ້​ເລືອກ​ເອົາ​ລາວ​ຂຶ້ນ​ມາ ເພື່ອ​ທຳລາຍ​ເຊື້ອວົງ​ຂອງ​ອາຮາບ.</verse>
				<verse number="8">ຂະນະທີ່​ເຢຮູ​ກຳລັງ​ມາ​ລົງໂທດ​ຄົນ​ໃນ​ເຊື້ອວົງ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ນັ້ນ ເພິ່ນ​ກໍ​ມາ​ພົບ​ຄົນ​ໝວດ​ໜຶ່ງ​ປະກອບ​ດ້ວຍ​ຜູ້ນຳ​ຂອງ​ຊາວ​ຢູດາ ແລະ​ພວກ​ຫລານຊາຍ​ຂອງ​ອາຮາຊີຢາ​ທີ່​ຮ່ວມ​ເດີນທາງ​ມາ​ດ້ວຍ. ເຢຮູ​ໄດ້​ຂ້າ​ພວກເຂົາ​ໝົດ​ທຸກຄົນ.</verse>
				<verse number="9">ແລ້ວ​ລາວ​ກໍໄດ້​ຄົ້ນ​ຫາ​ອາຮາຊີຢາ ແລະ​ຮູ້​ວ່າ​ເພິ່ນ​ໄດ້​ໄປ​ລີ້​ຢູ່​ນະຄອນ​ຊາມາເຣຍ. ພວກເຂົາ​ໄດ້​ນຳ​ຕົວ​ເພິ່ນ​ມາ​ຫາ​ເຢຮູ ແລະ​ລາວ​ໄດ້​ປະຫານ​ຊີວິດ​ເພິ່ນ​ເສຍ. ແຕ່​ພວກເຂົາ​ໄດ້​ຝັງສົບ​ຂອງ​ເພິ່ນ​ໄວ້​ຢ່າງ​ມີ​ກຽດ ເພາະ​ເຫັນ​ແກ່​ກະສັດ​ເຢໂຮຊາຟັດ​ພໍ່ປູ່​ຂອງ​ເພິ່ນ, ຜູ້​ທີ່​ໄດ້​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ເພິ່ນ​ສາມາດ​ເຮັດ​ໄດ້ ເພື່ອ​ຮັບໃຊ້​ພຣະເຈົ້າຢາເວ. ບໍ່ມີ​ຜູ້ໃດ​ໃນ​ຣາຊວົງ​ຂອງ​ອາຮາຊີຢາ​ຍັງເຫລືອ​ຢູ່ ເພື່ອ​ໃຫ້​ປົກຄອງ​ອານາຈັກ​ຕໍ່ໄປ.</verse>
				<verse number="10">ເມື່ອ​ອາທາລີຢາ​ແມ່​ຂອງ​ກະສັດ​ອາຮາຊີຢາ​ໄດ້​ຮູ້​ວ່າ ລູກຊາຍ​ຂອງຕົນ​ຖືກ​ປະຫານ​ແລ້ວ, ນາງ​ຈຶ່ງ​ສັ່ງ​ໃຫ້​ຂ້າ​ທຸກຄົນ​ໃນ​ຣາຊວົງ​ຂອງ​ກະສັດ​ແຫ່ງ​ຢູດາຍ.</verse>
				<verse number="11">ອາຮາຊີຢາ​ມີ​ນ້ອງສາວ​ຕ່າງ​ແມ່​ຜູ້ໜຶ່ງ​ຊື່​ວ່າ​ເຢໂຮເຊບາ. ນາງ​ໄດ້​ຊ່ວຍ​ຊີວິດ​ຂອງ​ໂຢອາດ, ລູກຊາຍ​ຄົນ​ໜຶ່ງ​ຂອງ​ອາຮາຊີຢາ​ໄວ້​ຢ່າງ​ລັບໆ ໂດຍ​ໄດ້​ນຳ​ລາວ​ອອກ​ໜີໄປ​ຈາກ​ເຈົ້າຊາຍ​ຄົນອື່ນໆ​ທີ່​ກຳລັງ​ຈະ​ຖືກ​ຂ້າ ແລະ​ເອົາ​ໄປ​ລີ້​ລ້ຽງ​ໄວ້​ຢູ່​ໃນ​ຫ້ອງນອນ​ຂອງ​ພຣະວິຫານ​ຂອງ​ພຣະເຈົ້າ. ນາງ​ເຢໂຮເຊບາ​ລູກສາວ​ຂອງ​ເຢໂຮຣາມ​ເມຍ​ຂອງ​ປະໂຣຫິດ​ເຢໂຮຍອາດາ​ໄດ້​ຊ່ວຍ​ຊີວິດ​ເຈົ້າຊາຍ​ໂຢອາດ ໂດຍ​ເຊື່ອງ​ລາວ​ໄວ້​ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ນາງ​ອາທາລີຢາ.</verse>
				<verse number="12">ໂຢອາດ​ຖືກ​ເຊື່ອງໄວ້​ຢູ່​ຢ່າງ​ນັ້ນ​ເປັນ​ເວລາ​ຫົກ​ປີ ໃນ​ເວລາ​ທີ່​ນາງ​ອາທາລີຢາ​ຂຶ້ນ​ເປັນ​ຣາຊີນີ​ປົກຄອງ​ອານາຈັກ.</verse>
			</chapter>
			<chapter number="23">
				<verse number="1">ຫລັງຈາກ​ທີ່​ຖ້າ​ຢູ່​ເປັນ​ເວລາ​ຫົກ​ປີ ປະໂຣຫິດ​ເຢໂຮຍອາດາ​ກໍ​ເຫັນ​ວ່າ ເຖິງ​ເວລາ​ແລ້ວ​ທີ່​ຈະ​ດຳເນີນການ​ຢ່າງໃດ​ຢ່າງໜຶ່ງ. ເພິ່ນ​ໄດ້​ເຮັດ​ສັນຍາ​ລັບ​ກັບ​ນາຍ​ທະຫານ​ຫ້າ​ຄົນ ມີ​ດັ່ງນີ້: ອາຊາຣີຢາ​ລູກຊາຍ​ຂອງ​ເຢໂຣຮາມ, ອິດຊະມາເອນ​ລູກຊາຍ​ຂອງ​ເຢໂຮຮານານ, ອາຊາຣີຢາ​ລູກຊາຍ​ຂອງ​ໂອເບັດ, ມາອາເສອີຢາ​ລູກຊາຍ​ຂອງ​ອາດາອີຢາ ແລະ​ເອລີຊາຟັດ​ລູກຊາຍ​ຂອງ​ຊີກະຣີ.</verse>
				<verse number="2">ພວກເຂົາ​ໄດ້​ເດີນທາງ​ໄປ​ເມືອງ​ຕ່າງໆ​ທົ່ວ​ຢູດາຍ ແລະ​ໄດ້​ນຳ​ເອົາ​ຊາວ​ເລວີ​ພ້ອມ​ທັງ​ຫົວໜ້າ​ທຸກຄົນ ມາ​ທີ່​ນະຄອນ​ເຢຣູຊາເລັມ​ກັບ​ພວກເຂົາ.</verse>
				<verse number="3">ພວກເຂົາ​ທັງໝົດ​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ວິຫານ​ຂອງ​ພຣະເຈົ້າ ແລະ​ໃນ​ທີ່ນັ້ນ ພວກເຂົາ​ໄດ້​ເຮັດ​ພັນທະສັນຍາ​ກັບ​ໂຢອາດ​ລູກຊາຍ​ຂອງ​ກະສັດ. ເຢໂຮຍອາດາ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ນີ້​ເປັນ​ລູກຊາຍ​ຂອງ​ກະສັດ​ຄົນ​ທີ່​ຜ່ານ​ມາ​ແລ້ວ. ບັດນີ້ ລາວ​ຈະ​ຕ້ອງ​ຂຶ້ນ​ເປັນ​ກະສັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້​ວ່າ ເຊື້ອສາຍ​ຂອງ​ກະສັດ​ດາວິດ​ຈະ​ຕ້ອງ​ເປັນ​ດັ່ງນັ້ນ.</verse>
				<verse number="4">ນີ້​ແມ່ນ​ສິ່ງ​ທີ່​ພວກເຮົາ​ຈະ​ຕ້ອງ​ເຮັດ: ເມື່ອ​ພວກ​ປະໂຣຫິດ​ກັບ​ພວກເລວີ​ມາ​ປະຕິບັດ​ໜ້າທີ່​ໃນ​ວັນ​ຊະບາໂຕ ໃຫ້​ແບ່ງ​ພວກເຂົາ​ອອກ​ເປັນ​ສາມ​ໝວດ​ດັ່ງນີ້: ໝວດ​ທີໜຶ່ງ​ໃຫ້​ຮັກສາ​ປະຕູ​ພຣະວິຫານ</verse>
				<verse number="5">ໝວດ​ທີສອງ​ໃຫ້​ຮັກສາ​ປະຕູ​ຣາຊວັງ ແລະ​ສ່ວນ​ທີ່​ເຫຼືອ​ຢູ່​ນັ້ນ​ໃຫ້​ປະຈຳ​ທີ່​ປະຕູ​ໂຂງ. ປະຊາຊົນ​ທຸກຄົນ​ຈະ​ຕ້ອງ​ມາ​ໂຮມກັນ​ທີ່​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="6">ຢ່າ​ໃຫ້​ຜູ້ໃດ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ເດັດຂາດ ນອກຈາກ​ພວກ​ປະໂຣຫິດ​ກັບ​ພວກເລວີ​ທີ່​ປະຕິບັດ​ໜ້າທີ່​ຂອງ​ພວກເຂົາ​ເທົ່ານັ້ນ. ພວກເຂົາ​ອາດ​ເຂົ້າ​ໄປ​ໄດ້​ເພາະ​ພວກເຂົາ​ໄດ້​ອຸທິດຕົວ​ແລ້ວ ສ່ວນ​ປະຊາຊົນ​ຄົນອື່ນໆ​ຕ້ອງ​ຄອຍ​ຖ້າ​ຟັງ​ຄຳແນະນຳ​ຂອງ​ພຣະເຈົ້າຢາເວ​ຢູ່​ຂ້າງ​ນອກ.</verse>
				<verse number="7">ໃຫ້​ຊາວ​ເລວີ​ຢືນ​ຢູ່​ຮັກສາ​ກະສັດ​ຢ່າງ​ໃກ້ຊິດ ແລະ​ໃຫ້​ຕຽມພ້ອມ​ທີ່​ຈະ​ຊັກ​ດາບ ແລະ​ໃຫ້​ຢູ່​ກັບ​ກະສັດ​ໃນ​ທຸກບ່ອນ​ທີ່​ເພິ່ນ​ໄປ. ຜູ້ໃດ​ຜູ້ໜຶ່ງ​ທີ່​ພະຍາຍາມ​ເຂົ້າ​ໄປ​ໃນ​ວິຫານ​ໃຫ້​ຂ້າ​ຜູ້ນັ້ນ​ໂລດ.”</verse>
				<verse number="8">ຊາວ​ເລວີ​ແລະ​ຊາວ​ຢູດາ​ໄດ້​ເຮັດ​ຕາມ​ຄຳແນະນຳ​ຂອງ​ເຢໂຮຍອາດາ. ເມື່ອ​ພວກ​ຜູ້ຊາຍ​ເຮັດ​ໜ້າທີ່​ຂອງ​ພວກເຂົາ​ໃນ​ວັນ​ຊະບາໂຕ​ແລ້ວ ພວກເຂົາ​ບໍ່ໄດ້​ກັບ​ເມືອ; ດັ່ງນັ້ນ ນາຍ​ທະຫານ​ທີ່​ບັນຊາການ​ຈຶ່ງ​ມີ​ຄົນ​ເຂົ້າ​ເວນຍາມ ແລະ​ຫວິດ​ຈາກ​ເວນຍາມ​ຢູ່​ຮ່ວມ​ດ້ວຍ.</verse>
				<verse number="9">ເຢໂຮຍອາດາ​ໄດ້​ເອົາ​ໂລ້ ແລະ​ຫອກ​ຂອງ​ກະສັດ​ດາວິດ ທີ່​ເພິ່ນ​ໄດ້​ມອບ​ແກ່​ວິຫານ​ຂອງ​ພຣະເຈົ້າ​ນັ້ນ​ໃຫ້​ພວກ​ນາຍ​ທະຫານ.</verse>
				<verse number="10">ເພິ່ນ​ໃຫ້​ຄົນ​ຂອງຕົນ​ປະຈຳ​ທີ່ ຖື​ດາບ​ຕຽມພ້ອມ​ຢູ່​ອ້ອມ​ພຣະວິຫານ ເພື່ອ​ຮັກສາ​ກະສັດ.</verse>
				<verse number="11">ແລ້ວ​ເຢໂຮຍອາດາ​ກໍໄດ້​ນຳ​ໂຢອາດ​ອອກ​ມາ; ເພິ່ນ​ສວມ​ມົງກຸດ​ໃຫ້​ເພິ່ນ ແລະ​ມອບ​ກົດໝາຍ​ປົກຄອງ​ສະບັບ​ໜຶ່ງ​ໃຫ້​ເພິ່ນ ແລະ​ໄດ້​ແຕ່ງຕັ້ງ​ເພິ່ນ​ໃຫ້​ຂຶ້ນ​ເປັນ​ກະສັດ. ແລ້ວ​ເຢໂຮຍອາດາ​ແລະ​ລູກຊາຍ​ຂອງ​ເພິ່ນ​ໄດ້​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ໂຢອາດ ແລະ​ທຸກຄົນ​ຕ່າງ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຂໍ​ໃຫ້​ກະສັດ​ຈົ່ງ​ໝັ້ນຍືນ!”</verse>
				<verse number="12">ເມື່ອ​ນາງ​ອາທາລີຢາ​ໄດ້ຍິນ​ປະຊາຊົນ​ໂຮຮ້ອງ​ອວຍພອນ​ກະສັດ ນາງ​ຈຶ່ງ​ຟ້າວ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ບ່ອນ​ທີ່​ປະຊາຊົນ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່.</verse>
				<verse number="13">ໃນ​ທີ່ນັ້ນ ຍານາງ​ໄດ້​ເຫັນ​ກະສັດ​ຜູ້​ໃໝ່​ທີ່​ທາງ​ເຂົ້າ​ພຣະວິຫານ ຢືນ​ຢູ່​ຂ້າງ​ເສົາ​ທີ່​ໄດ້​ຈັດ​ໄວ້​ສະເພາະ​ກະສັດ ແລະ​ມີ​ນາຍ​ທະຫານ​ໃນ​ກອງທັບ ແລະ​ກອງ​ດູລິຍາງ​ຢືນ​ອ້ອມ​ຢູ່. ປະຊາຊົນ​ທັງໝົດ​ພາກັນ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ ແລະ​ສຽງ​ແກ​ກໍ​ດັງ​ຂຶ້ນ ແລະ​ພວກ​ນັກດົນຕຼີ​ປະຈຳ​ພຣະວິຫານ​ກໍ​ບັນເລງ​ເພງ​ເປັນ​ການ​ສະຫລອງ. ນາງ​ໄດ້​ຈີກ​ເສື້ອ​ຂອງຕົນ​ຢ່າງ​ເປັນທຸກໃຈ ແລະ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ທໍລະຍົດ ຄົນ​ທໍລະຍົດ.”</verse>
				<verse number="14">ປະໂຣຫິດ​ເຢໂຮຍອາດາ​ໄດ້​ເອີ້ນ​ບັນດາ​ນາຍ​ທະຫານ​ໃນ​ກອງທັບ​ມາ ແລະ​ສັ່ງ​ວ່າ, “ເອົາ​ນາງ​ອອກ​ໄປ​ລະຫວ່າງ​ແຖວ​ທະຫານ​ສາ ແລະ​ຂ້າ​ທຸກຄົນ​ທີ່​ພະຍາຍາມ​ຊ່ວຍກູ້​ເອົາ​ນາງ.” ສຳລັບ​ປະໂຣຫິດ​ໄດ້​ກ່າວ​ວ່າ, “ຢ່າ​ປະຫານ​ຊີວິດ​ນາງ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.”</verse>
				<verse number="15">ພວກເຂົາ​ໄດ້​ຈັບ​ນາງ​ໄປ​ທີ່​ຣາຊວັງ ແລະ​ໄດ້​ປະຫານ​ນາງ​ເສຍ​ທີ່​ປະຕູ​ຄອກມ້າ​ຂອງ​ຣາຊວັງ​ນັ້ນ​ເອງ.</verse>
				<verse number="16">ປະໂຣຫິດ​ເຢໂຮຍອາດາ ໂດຍ​ມີ​ກະສັດ​ໂຢອາດ​ພ້ອມ​ປະຊາຊົນ​ເຂົ້າ​ຮ່ວມ ໄດ້​ເຮັດ​ພິທີ​ຕັ້ງ​ພັນທະສັນຍາ​ວ່າ ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="17">ແລ້ວ​ທຸກຄົນ​ກໍ​ໄປ​ບ່ອນ​ຂາບໄຫວ້​ພະບາອານ ແລະ​ມ້າງ​ມັນ​ລົງ. ພວກເຂົາ​ທັບ​ແທ່ນບູຊາ ແລະ​ເທວະຮູບ​ໃນ​ທີ່ນັ້ນ​ຖິ້ມ ແລະ​ໄດ້​ຂ້າ​ມັດທານ ປະໂຣຫິດ​ພະບາອານ​ຕໍ່ໜ້າ​ແທ່ນບູຊາ​ນັ້ນ.</verse>
				<verse number="18">ເຢໂຮຍອາດາ​ໄດ້​ຕັ້ງ​ພວກ​ປະໂຣຫິດ​ແລະ​ຊາວ​ເລວີ​ໃຫ້​ດູແລ​ວຽກງານ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ຮັບ​ມອບໝາຍ​ໃຫ້​ເຮັດ​ຕາມ​ຄຳສັ່ງ​ທີ່​ກະສັດ​ດາວິດ​ໄດ້​ຈັດຕັ້ງ​ໄວ້ ໂດຍ​ໃຫ້​ເຜົາ​ເຄື່ອງ​ບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ​ຕາມ​ກົດບັນຍັດ​ຂອງ​ໂມເຊ. ນອກຈາກນີ້​ແລ້ວ ພວກເຂົາ​ຍັງ​ເປັນ​ຜູ້​ຮັບຜິດຊອບ​ຝ່າຍ​ດົນຕຼີ​ແລະ​ພິທີ​ສະຫລອງ.</verse>
				<verse number="19">ເຢໂຮຍອາດາ​ໄດ້​ຈັດ​ໃຫ້​ມີ​ຄົນ​ເຝົ້າຍາມ​ວິຫານ​ຂອງ​ພຣະເຈົ້າຢາເວ ເພື່ອ​ປ້ອງກັນ​ບໍ່​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ທີ່​ເປັນ​ມົນທິນ​ເຂົ້າ​ໄປ​ໃນ​ທີ່ນັ້ນ.</verse>
				<verse number="20">ບັນດາ​ນາຍ​ທະຫານ​ໃນ​ກອງທັບ, ພົນລະເມືອງ​ຂັ້ນ​ຜູ້ນຳ, ເຈົ້າໜ້າທີ່​ຕ່າງໆ​ພ້ອມ​ທັງ​ປະຊາຊົນ​ທັງຫລາຍ ໄດ້​ເຂົ້າ​ຮ່ວມ​ກັບ​ເຢໂຮຍອາດາ​ໃນ​ການນຳພາ​ກະສັດ ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄປ​ທີ່​ພະຣາຊວັງ. ພວກເຂົາ​ໄດ້​ເຂົ້າ​ໄປ​ທາງ​ປະຕູ​ໂຂງ ແລະ​ກະສັດ​ກໍໄດ້​ຂຶ້ນ​ໄປ​ນັ່ງ​ທີ່​ບັນລັງ.</verse>
				<verse number="21">ປະຊາຊົນ​ທັງໝົດ​ຕ່າງ​ກໍ​ຊົມຊື່ນ​ຍິນດີ​ຢ່າງ​ເຕັມລົ້ນ ແລະ​ບ້ານເມືອງ​ຈຶ່ງ​ມີ​ຄວາມ​ສະຫງົບສຸກ ຍ້ອນ​ວ່າ​ບັດນີ້​ນາງ​ອາທາລີຢາ​ໄດ້​ຖືກ​ປະຫານ​ເສຍ​ແລ້ວ.</verse>
			</chapter>
			<chapter number="24">
				<verse number="1">ເຈົ້າ​ໂຢອາດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ໄດ້​ເຈັດ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສີ່ສິບ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ຊີບີຢາ ຊາວ​ເມືອງ​ເບເອນເຊບາ.</verse>
				<verse number="2">ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ ຕາບໃດ​ທີ່​ປະໂຣຫິດ​ເຢໂຮຍອາດາ​ຍັງ​ມີ​ຊີວິດ​ຢູ່.</verse>
				<verse number="3">ເຢໂຮຍອາດາ​ໄດ້​ເລືອກ​ເມຍ​ສອງ​ຄົນ​ໃຫ້​ກະສັດ​ໂຢອາດ ແລະ​ພວກ​ນາງ​ກໍໄດ້​ເກີດ​ລູກຊາຍ ແລະ​ລູກຍິງ​ຫລາຍ​ຄົນ​ໃຫ້​ເພິ່ນ.</verse>
				<verse number="4">ຫລັງຈາກ​ທີ່​ເພິ່ນ​ໄດ້​ເປັນ​ກະສັດ​ໄປ​ຊົ່ວ​ໄລຍະ​ໜຶ່ງ​ແລ້ວ ໂຢອາດ​ກໍໄດ້​ຕັດສິນໃຈ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="5">ເພິ່ນ​ໄດ້​ສັ່ງ​ໃຫ້​ບັນດາ​ປະໂຣຫິດ ແລະ​ຊາວ​ເລວີ​ໄປ​ທີ່​ເມືອງ​ຕ່າງໆ​ໃນ​ຢູດາຍ ແລະ​ແຜ່​ເງິນ​ຈາກ​ປະຊາຊົນ​ທັງໝົດ ເພື່ອ​ຈະ​ໄດ້​ເງິນ​ພຽງພໍ​ສຳລັບ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າ​ແຕ່ລະປີ. ເຢໂຮຍອາດາ​ບອກ​ພວກເຂົາ​ໃຫ້​ລົງມື​ສ້ອມແປງ​ໂດຍໄວ, ແຕ່​ຊາວ​ເລວີ​ຍັງ​ຊັກຊ້າ​ຢູ່;</verse>
				<verse number="6">ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ເອີ້ນ​ບັນດາ​ຜູ້ນຳ​ຂອງ​ພວກເຂົາ ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ຖາມ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເບິ່ງແຍງ ຊາວ​ເລວີ​ໃຫ້​ເກັບ​ເງິນ​ເສຍສ່ວຍ​ໃນ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ​ຕາມ​ທີ່​ໂມເຊ ຄົນ​ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ຮຽກຮ້ອງ​ປະຊາຊົນ​ອິດສະຣາເອນ ໃຫ້​ໃຊ້ຈ່າຍ​ສຳລັບ​ຫໍເຕັນ​ແຫ່ງ​ພັນທະສັນຍາ?”</verse>
				<verse number="7">ຄົນ​ຂອງ​ນາງ​ອາທາລີຢາ ຍິງ​ຊົ່ວຮ້າຍ​ຜູ້​ນີ້ ໄດ້​ເຮັດ​ໃຫ້​ວິຫານ​ຂອງ​ພຣະເຈົ້າ​ເສື່ອມເສຍ​ແລະ​ເສົ້າໝອງ ໂດຍ​ພວກເຂົາ​ໄດ້​ໃຊ້​ເຄື່ອງ​ບໍຣິສຸດ​ຕ່າງໆ ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄປໃຊ້​ສຳລັບ​ພິທີ​ຂາບໄຫວ້​ພະບາອານ.</verse>
				<verse number="8">ກະສັດ​ໄດ້​ສັ່ງ​ຊາວ​ເລວີ​ໃຫ້​ເຮັດ​ຫີບ​ຖວາຍ​ໜ່ວຍ​ໜຶ່ງ ແລະ​ເອົາ​ວາງ​ໄວ້​ທາງ​ປະຕູເຂົ້າ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="9">ພວກເຂົາ​ໄດ້​ປະກາດ​ໄປ​ທົ່ວ​ນະຄອນ​ເຢຣູຊາເລັມ ແລະ​ຢູດາຍ ເພື່ອ​ໃຫ້​ທຸກຄົນ​ນຳ​ເຄື່ອງ​ມາ​ເປັນ​ການ​ເສຍສ່ວຍ​ແກ່​ພຣະເຈົ້າຢາເວ ຕາມ​ທີ່​ໂມເຊ​ຄົນ​ຮັບໃຊ້​ຂອງ​ພຣະເຈົ້າ​ໄດ້​ເຄີຍ​ແຜ່​ກັນ​ມາ​ແລ້ວ​ຄັ້ງ​ໜຶ່ງ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="10">ການ​ກະທຳ​ເຊັ່ນນີ້​ເຮັດ​ໃຫ້​ປະຊາຊົນ ພ້ອມ​ທັງ​ພວກ​ຜູ້ນຳ​ຂອງ​ພວກເຂົາ​ພໍໃຈ​ຫລາຍ ແລະ​ພວກເຂົາ​ໄດ້​ນຳ​ເງິນ​ເສຍສ່ວຍ​ມາ ແລະ​ຖວາຍ​ຈົນ​ເຕັມ​ຫີບ.</verse>
				<verse number="11">ທຸກໆ​ວັນ ຊາວ​ເລວີ​ຈະ​ຕ້ອງ​ນຳ​ຫີບ​ຖວາຍ​ໄປ​ຫາ​ເຈົ້າໜ້າທີ່​ຂອງ​ກະສັດ ຜູ້​ຮັບຜິດຊອບ​ໃນ​ເລື່ອງ​ນີ້. ເມື່ອ​ເງິນ​ເຕັມ​ຫີບ​ຖວາຍ​ຍາມໃດ ເລຂາທິການ​ຂອງ​ຣາຊວັງ​ແລະ​ຜູ້​ຕາງໜ້າ​ມະຫາ​ປະໂຣຫິດ ຈະ​ເອົາ​ເງິນ​ອອກ​ຈາກ​ຫີບ​ຍາມນັ້ນ ແລະ​ນຳ​ຫີບ​ໄປ​ໄວ້​ບ່ອນ​ເກົ່າ. ສະນັ້ນ ພວກເຂົາ​ຈຶ່ງ​ແຜ່​ເງິນ​ໄດ້​ເປັນ​ຈຳນວນ​ຫລວງຫລາຍ.</verse>
				<verse number="12">ແລ້ວ​ກະສັດ ແລະ​ເຢໂຮຍອາດາ​ກໍ​ຈະ​ມອບ​ເງິນ​ນີ້ ໃຫ້​ຜູ້​ຮັບຜິດຊອບ​ວຽກງານ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ພວກເຂົາ​ໄດ້​ຈ້າງ​ຊ່າງ​ຫີນ, ຊ່າງ​ໄມ້ ເພື່ອ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າຢາເວ ພ້ອມທັງ​ຊ່າງເຫຼັກ​ແລະ​ຊ່າງທອງ ເພື່ອ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="13">ພວກ​ຄົນງານ​ທັງໝົດ​ຕ່າງ​ກໍ​ເຮັດ​ວຽກ​ຢ່າງ​ໜັກໜ່ວງ ພວກເຂົາ​ໄດ້​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່​ຈົນ​ເຂົ້າ​ສູ່​ສະພາບ​ເດີມ ແລະ​ແໜ້ນໜາ​ກວ່າເກົ່າ.</verse>
				<verse number="14">ເມື່ອ​ການ​ສ້ອມແປງ​ສຳເລັດ​ຮຽບຮ້ອຍ​ແລ້ວ ຄຳ​ແລະ​ເງິນ​ທີ່​ຍັງເຫລືອ​ນັ້ນ​ກໍ​ຖືກ​ມອບ​ໃຫ້​ກະສັດ​ແລະ​ເຢໂຮຍອາດາ ເພື່ອ​ໃຊ້​ເຮັດ​ຖ້ວຍ​ແລະ​ເຄື່ອງໃຊ້​ອື່ນໆ​ສຳລັບ​ວິຫານ​ຂອງ​ພຣະເຈົ້າຢາເວ. ຕາບໃດ​ທີ່​ເຢໂຮຍອາດາ​ຍັງ​ມີ​ຊີວິດ​ຢູ່ ການ​ຖວາຍ​ເຄື່ອງ​ບູຊາ​ກໍ​ມີ​ຢ່າງ​ສະໝໍ່າ​ສະເໝີ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="15">ຫລັງຈາກ​ອາຍຸ​ໄດ້​ໜຶ່ງຮ້ອຍ​ສາມສິບ​ປີ ເພິ່ນ​ກໍໄດ້​ຕາຍໄປ.</verse>
				<verse number="16">ພວກເຂົາ​ໄດ້​ຝັງສົບ​ເພິ່ນ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ​ໃນ​ເມືອງ​ຂອງ​ດາວິດ ເພື່ອ​ລະນຶກເຖິງ​ຄຸນງາມ​ຄວາມດີ​ທີ່​ເພິ່ນ​ໄດ້​ເຮັດ​ສຳລັບ​ປະຊາຊົນ​ອິດສະຣາເອນ, ສຳລັບ​ພຣະເຈົ້າ ແລະ​ສຳລັບ​ວິຫານ​ຂອງ​ພຣະອົງ.</verse>
				<verse number="17">ແຕ່​ພໍ​ເມື່ອ​ເຢໂຮຍອາດາ​ໄດ້​ຕາຍໄປ​ແລ້ວ ບັນດາ​ຜູ້ນຳ​ຂອງ​ຢູດາ​ຈຶ່ງ​ຊັກຊວນ​ກະສັດ​ໂຢອາດ​ໃຫ້​ເຊື່ອຟັງ​ພວກເຂົາ.</verse>
				<verse number="18">ສະນັ້ນ ພວກເຂົາ​ໄດ້​ປະຖິ້ມ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ແລະ​ພວກເຂົາ​ໄດ້​ເລີ່ມຕົ້ນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຮູບ​ເຈົ້າແມ່​ອາເຊຣາ. ຄວາມ​ສຳນຶກ​ຜິດ​ໃນ​ການບາບ​ຂອງ​ພວກເຂົາ​ໃນ​ຄັ້ງ​ນີ້ ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ.</verse>
				<verse number="19">ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໃຊ້​ບັນດາ​ຜູ້ທຳນວາຍ ມາ​ເຕືອນ​ພວກເຂົາ​ໃຫ້​ກັບ​ມາ​ຫາ​ພຣະອົງ ແຕ່​ປະຊາຊົນ​ບໍ່​ເຊື່ອຟັງ.</verse>
				<verse number="20">ແລ້ວ​ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ຄວບຄຸມ​ເຊກາຣີຢາ​ລູກຊາຍ​ຂອງ​ປະໂຣຫິດ​ເຢໂຮຍອາດາ. ເພິ່ນ​ໄດ້​ຢືນ​ຂຶ້ນ​ໃນ​ບ່ອນ​ທີ່​ປະຊາຊົນ​ເຫັນ​ເພິ່ນ​ໄດ້ ແລະ​ຮ້ອງ​ຂຶ້ນ​ວ່າ, “ພຣະເຈົ້າ​ຖາມ​ວ່າ, ເປັນຫຍັງ​ພວກທ່ານ​ຈຶ່ງ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ກຳລັງ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ພວກທ່ານ​ເອງ ພວກທ່ານ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ. ສະນັ້ນ ພຣະອົງ​ຈຶ່ງ​ຈະ​ປະຖິ້ມ​ພວກທ່ານ​ເໝືອນກັນ.”</verse>
				<verse number="21">ກະສັດ​ໂຢອາດ​ໄດ້​ຮ່ວມ​ຄິດ​ຮ້າຍ​ຕໍ່ສູ້​ເຊກາຣີຢາ ແລະ​ຕາມ​ຄຳສັ່ງ​ກະສັດ ປະຊາຊົນ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ລາວ​ໃນ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="22">ກະສັດ​ໂຢອາດ​ໄດ້​ລືມໄລ​ຄຸນງາມ​ຄວາມດີ​ທີ່​ເຢໂຮຍອາດາ ພໍ່​ຂອງ​ເຊກາຣີຢາ​ໄດ້​ເຮັດ​ໄວ້​ແກ່​ຕົນ ຈົນ​ເພິ່ນ​ຕ້ອງ​ປະຫານ​ເຊກາຣີຢາ. ກ່ອນ​ເຊກາຣີຢາ​ໃກ້​ຈະ​ສິ້ນໃຈ​ຕາຍ ເພິ່ນ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ເບິ່ງ​ສິ່ງ​ທີ່​ທ່ານ​ກຳລັງ​ເຮັດ​ແລະ​ລົງໂທດ​ທ່ານ​ດ້ວຍ.”</verse>
				<verse number="23">ພໍ​ເຖິງ​ລະດູ​ໃບ​ໄມ້​ລົ່ນ​ໃນ​ປີ​ນັ້ນ​ເອງ ກອງທັບ​ຂອງ​ຊີເຣຍ​ໄດ້​ມາ​ໂຈມຕີ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ. ພວກເຂົາ​ໄດ້​ຂ້າ​ພວກ​ຜູ້ນຳ​ໝົດ​ທຸກຄົນ ແລະ​ໄດ້​ປຸ້ນ​ເອົາ​ເຄື່ອງ​ຂອງ​ກັບຄືນ​ໄປ​ນະຄອນ​ດາມັສກັດ​ຢ່າງ​ຫລວງຫລາຍ.</verse>
				<verse number="24">ກອງທັບ​ຊີເຣຍ​ເປັນ​ກອງທັບ​ນ້ອຍ ແຕ່​ພຣະເຈົ້າຢາເວ​ໃຫ້​ພວກເຂົາ​ເອົາ​ຊະນະ​ກອງທັບ​ໃຫຍ່​ຂອງ​ຢູດາຍ ເພາະ​ປະຊາຊົນ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ. ກະສັດ​ໂຢອາດ​ໄດ້​ຖືກ​ລົງໂທດ​ດ້ວຍ​ວິທີ​ນີ້​ແຫຼະ.</verse>
				<verse number="25">ເພິ່ນ​ໄດ້​ຮັບ​ບາດເຈັບ​ຢ່າງ​ສາຫັດ ແລະ​ເມື່ອ​ສັດຕູ​ຖອຍ​ກັບ​ໄປ​ແລ້ວ ຂ້າຣາຊການ​ຂອງ​ເພິ່ນ​ສອງ​ຄົນ​ກໍໄດ້​ຄົບຄິດ​ກັນ​ວາງ​ອຸບາຍ ແລະ​ສັງຫານ​ເພິ່ນ​ເສຍ​ເທິງ​ຕຽງ​ນອນ​ເພື່ອ​ແກ້ແຄ້ນ​ແທນ​ໃຫ້​ລູກຊາຍ ຂອງ​ປະໂຣຫິດ​ເຢໂຮຍອາດາ ຜູ້​ທີ່​ເພິ່ນ​ໄດ້​ສັ່ງ​ໃຫ້​ປະຫານ​ນັ້ນ. ເພິ່ນ​ຖືກ​ຝັງ​ໄວ້​ໃນ​ເມືອງ​ຂອງ​ດາວິດ, ແຕ່​ບໍ່ແມ່ນ​ໃນ​ອຸບມຸງ​ແຫ່ງ​ກະສັດ.</verse>
				<verse number="26">ຜູ້​ທີ່​ວາງແຜນ​ຂ້າ​ເພິ່ນ​ນັ້ນ​ແມ່ນ​ຊາບັດ​ລູກຊາຍ​ຂອງ​ຍິງ​ຊາວ​ອຳໂມນ ຊື່​ວ່າ​ຊິມເມອາດ ແລະ​ເຢໂຮຊາບັດ​ລູກຊາຍ​ຂອງ​ຍິງ​ຊາວ​ໂມອາບ​ຊື່​ວ່າ​ຊິມຣິດ.</verse>
				<verse number="27">ບົດ​ວິຈານ​ຂອງ​ໜັງສື​ແຫ່ງ​ກະສັດ ບັນຈຸ​ເລື່ອງ​ຂອງ​ລູກຊາຍ​ຂອງ​ກະສັດ​ໂຢອາດ, ຄຳທຳນວາຍ​ຕ່າງໆ​ທີ່​ໄດ້​ກ່າວ​ຕໍ່ສູ້​ເພິ່ນ ແລະ​ບົດ​ບັນທຶກ​ກ່ຽວກັບ​ການ​ທີ່​ເພິ່ນ​ໄດ້​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່. ເຈົ້າ​ອາມາຊີຢາ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
			</chapter>
			<chapter number="25">
				<verse number="1">ເຈົ້າ​ອາມາຊີຢາ​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ຊາວເກົ້າ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ເຢໂຮອັດດານ ຊາວ​ນະຄອນ​ເຢຣູຊາເລັມ.</verse>
				<verse number="2">ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ ແຕ່​ບໍ່ໄດ້​ເຮັດ​ດ້ວຍ​ຄວາມ​ເຕັມໃຈ.</verse>
				<verse number="3">ເມື່ອ​ເພິ່ນ​ໄດ້​ຂຶ້ນ​ກຳ​ອຳນາດ​ຢ່າງ​ໝັ້ນຄົງ​ແລ້ວ ເພິ່ນ​ກໍ​ສັງຫານ​ຂ້າຣາຊການ​ທີ່​ໄດ້​ຂ້າ​ພໍ່​ຂອງ​ເພິ່ນ.</verse>
				<verse number="4">ເຖິງ​ຢ່າງ​ໃດ​ກໍຕາມ ເພິ່ນ​ບໍ່ໄດ້​ຂ້າ​ລູກ​ຂອງ​ພວກເຂົາ, ແຕ່​ເພິ່ນ​ໄດ້​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ໂມເຊ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ວ່າ, “ພໍ່​ແມ່​ຈະ​ບໍ່​ຖືກ​ປະຫານ​ຍ້ອນ​ລູກ​ເຮັດ​ຜິດ ແລະ​ລູກ​ກໍ​ຈະ​ບໍ່​ຖືກ​ປະຫານ​ຍ້ອນ​ພໍ່​ແມ່​ເຮັດ​ຜິດ; ຜູ້ໃດ​ເຮັດ​ຜິດ​ໃຫ້​ປະຫານ​ຜູ້ນັ້ນ.”</verse>
				<verse number="5">ກະສັດ​ອາມາຊີຢາ​ໄດ້​ເກນ​ເອົາ​ຜູ້ຊາຍ​ທັງໝົດ​ຈາກ​ເຜົ່າຢູດາ​ແລະ​ເຜົ່າ​ເບັນຢາມິນ​ເຂົ້າ​ເປັນ​ທະຫານ​ໃນ​ກອງທັບ ຕາມ​ຕະກຸນ​ຂອງ​ພວກເຂົາ ແລະ​ຕັ້ງ​ນາຍ​ທະຫານ​ບັນຊາການ​ປະຈຳ​ກອງພັນ​ແລະ​ກອງຮ້ອຍ. ການ​ເກນ​ນີ້​ໄດ້​ລວມເອົາ​ຜູ້ຊາຍ​ທັງໝົດ ຕັ້ງແຕ່​ອາຍຸ​ຊາວ​ປີ​ຂຶ້ນ​ໄປ ຊຶ່ງ​ລວມ​ແລ້ວ​ມີ​ສາມແສນ​ຄົນ. ພວກເຂົາ​ເປັນ​ທະຫານ​ທີ່​ໄດ້​ຖືກ​ຄັດເລືອກ​ເອົາ​ສະເພາະ​ໃຫ້​ຕຽມພ້ອມ​ເພື່ອ​ສູ້ຮົບ ແລະ​ຊຳນິ​ຊຳນານ​ໃນ​ການ​ໃຊ້​ຫອກ​ແລະ​ໃຊ້​ໂລ້.</verse>
				<verse number="6">ນອກຈາກນີ້ ເພິ່ນ​ຍັງ​ໄດ້​ຈ້າງ​ທະຫານ​ມາ​ຈາກ​ອິດສະຣາເອນ​ໜຶ່ງແສນ​ຄົນ ໃນ​ລາຄາ​ເງິນ​ປະມານ​ສີ່​ໂຕນ.</verse>
				<verse number="7">ແຕ່​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໄດ້​ໄປ​ພົບ​ກະສັດ ແລະ​ບອກ​ເພິ່ນ​ວ່າ, “ຢ່າ​ເອົາ​ທະຫານ​ອິດສະຣາເອນ​ເຫຼົ່ານີ້​ໄປ​ກັບ​ທ່ານ​ເລີຍ. ພຣະເຈົ້າຢາເວ​ຈະ​ບໍ່​ສະຖິດ​ຢູ່​ກັບ​ທະຫານ​ທີ່​ມາ​ຈາກ​ອານາຈັກ​ເໜືອ.</verse>
				<verse number="8">ທ່ານ​ອາດ​ຄິດ​ວ່າ ພວກເຂົາ​ຈະ​ເຮັດ​ໃຫ້​ທ່ານ​ເຂັ້ມແຂງ​ຂຶ້ນ ໃນ​ສະໜາມຮົບ, ແຕ່​ແມ່ນ​ພຣະເຈົ້າ​ຕ່າງຫາກ ທີ່​ມີ​ອຳນາດ​ຊີ້ຂາດ​ຄວາມມີໄຊ ຫລື​ການ​ພ່າຍແພ້ ແລະ​ພຣະເຈົ້າ​ຈະ​ເຮັດ​ໃຫ້​ສັດຕູ​ເອົາ​ຊະນະ​ທ່ານ.”</verse>
				<verse number="9">ອາມາຊີຢາ​ຖາມ​ຄົນ​ຂອງ​ພຣະເຈົ້າ​ວ່າ, “ສ່ວນ​ເງິນ​ທີ່​ເຮົາ​ໄດ້​ຈ່າຍ​ໃຫ້​ພວກເຂົາ​ແລ້ວ​ນັ້ນ​ເດ ເຮົາ​ຈະ​ເຮັດ​ຢ່າງໃດ?” ຄົນ​ຂອງ​ພຣະເຈົ້າ​ຕອບ​ວ່າ, “ພຣະເຈົ້າຢາເວ​ສົ່ງ​ຄືນ​ໃຫ້​ທ່ານ​ໄດ້​ຫລາຍກວ່າ​ນັ້ນ.”</verse>
				<verse number="10">ດັ່ງນັ້ນ ກະສັດ​ອາມາຊີຢາ​ຈຶ່ງ​ສົ່ງ​ທະຫານ​ທີ່​ຮັບຈ້າງ​ນັ້ນ​ກັບຄືນ​ເມືອ. ພວກເຂົາ​ກັບຄືນ​ເມືອ​ເຮືອນ​ໂດຍ​ທີ່​ຕ່າງຄົນ​ຕ່າງ​ກໍ​ຄຽດແຄ້ນ​ຢ່າງ​ຂົມຂື່ນ​ໃຫ້​ປະຊາຊົນ​ຊາວ​ຢູດາ.</verse>
				<verse number="11">ອາມາຊີຢາ​ສຸມ​ທຸກ​ຄວາມ​ກ້າຫານ​ຂອງຕົນ ແລະ​ນຳພາ​ກອງທັບ​ອອກ​ໄປ​ສູ່​ຮ່ອມພູ​ເກືອ. ໃນ​ທີ່ນັ້ນ ພວກເຂົາ​ໄດ້​ດຳເນີນ​ການ​ສູ້ຮົບ ແລະ​ໄດ້​ຂ້າ​ທະຫານ​ເອໂດມ​ສິບພັນ​ຄົນ</verse>
				<verse number="12">ແລະ​ທັງ​ຈັບ​ເປັນ​ຊະເລີຍ​ໄດ້​ອີກ ສິບພັນ​ຄົນ. ພວກເຂົາ​ນຳ​ຊະເລີຍເສິກ​ເຫຼົ່ານັ້ນ​ຂຶ້ນ​ໄປ​ເທິງ​ຈອມຜາ​ທີ່​ເມືອງ​ເສລາ ແລະ​ຍູ້​ພວກເຂົາ​ໃຫ້​ຕົກລົງ​ໃນ​ເຫວ​ຕາຍ.</verse>
				<verse number="13">ໃນ​ເວລາ​ດຽວກັນ​ນັ້ນ ບັນດາ​ທະຫານ​ອິດສະຣາເອນ​ທີ່​ອາມາຊີຢາ​ບໍ່​ຍອມ​ໃຫ້​ໄປ​ເຮັດ​ເສິກ​ນຳ​ນັ້ນ ໄດ້​ໂຈມຕີ​ເມືອງ​ຕ່າງໆ​ຂອງ​ຢູດາຍ ລະຫວ່າງ​ເມືອງ​ຊາມາເຣຍ​ແລະ​ເມືອງ​ເບັດ​ໂຮໂຣນ. ພວກເຂົາ​ໄດ້​ຂ້າ​ຜູ້ຊາຍ​ສາມພັນ​ຄົນ ແລະ​ປຸ້ນສະດົມ​ເອົາ​ສິ່ງຂອງ​ຕິດຕົວ​ໄປ​ນຳ​ຢ່າງ​ຫລວງຫລາຍ.</verse>
				<verse number="14">ເມື່ອ​ກະສັດ​ອາມາຊີຢາ​ກັບ​ມາ​ແຕ່​ປາບ​ພວກ​ເອໂດມ​ແລ້ວ ເພິ່ນ​ກໍໄດ້​ນຳ​ເອົາ​ຮູບເຄົາຣົບ​ຂອງ​ພວກເຂົາ​ມາ​ນຳ​ດ້ວຍ. ເພິ່ນ​ໄດ້​ຕັ້ງ​ມັນ​ຂຶ້ນ​ຂາບໄຫວ້ ແລະ​ເຜົາ​ເຄື່ອງຫອມ​ບູຊາ​ມັນ.</verse>
				<verse number="15">ການ​ເຮັດ​ເຊັ່ນ​ນີ້​ພາ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ; ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ໃຊ້​ຜູ້ທຳນວາຍ​ຄົນ​ໜຶ່ງ​ໄປ​ຫາ​ອາມາຊີຢາ. ຜູ້ທຳນວາຍ​ໄດ້​ຖາມ​ເພິ່ນ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ຂາບໄຫວ້​ພະ​ຕ່າງຊາດ ທີ່​ຊ່ວຍ​ແມ່ນແຕ່​ປະຊາຊົນ​ຂອງ​ຕົນເອງ​ຈາກ​ອຳນາດ​ຂອງທ່ານ​ບໍ່ໄດ້?”</verse>
				<verse number="16">ອາມາຊີຢາ​ເວົ້າ​ຕັດ​ບົດ​ວ່າ, “ເຮົາ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ທີ່ປຶກສາ​ຂອງ​ກະສັດ​ເມື່ອໃດ? ຈົ່ງ​ຢຸດ​ເວົ້າ​ແມ ຫລື​ຈະ​ໃຫ້​ເຮົາ​ຂ້າ​ເຈົ້າ​ເສຍ.” ແຕ່​ຜູ້ທຳນວາຍ​ເວົ້າ​ສວນ​ຂຶ້ນ ແລະ​ບອກ​ເພິ່ນ​ວ່າ, “ບັດນີ້ ຂ້ານ້ອຍ​ຮູ້​ວ່າ​ພຣະເຈົ້າ​ໄດ້​ຕັດສິນໃຈ​ທຳລາຍ​ທ່ານ​ແລ້ວ ເພາະ​ທ່ານ​ໄດ້​ເຮັດ​ສິ່ງ​ທັງໝົດ​ນີ້ ແລະ​ຍັງ​ບໍ່​ຍອມ​ຟັງ​ຄຳ​ຕັກເຕືອນ​ຂອງ​ຂ້ານ້ອຍ.”</verse>
				<verse number="17">ກະສັດ​ອາມາຊີຢາ​ແຫ່ງ​ຢູດາຍ​ກັບ​ທີ່ປຶກສາ​ຂອງ​ເພິ່ນ ໄດ້​ວາງ​ອຸບາຍ​ຕໍ່ສູ້​ອານາຈັກ​ອິດສະຣາເອນ. ເພິ່ນ​ໄດ້​ໃຊ້​ທູດ​ນຳຂ່າວ​ໄປ​ບອກ​ກະສັດ​ເຢໂຮອາດ​ລູກຊາຍ​ຂອງ​ເຢໂຮອາຮາດ ແລະ​ຫລານຊາຍ​ຂອງ​ເຢຮູ​ແຫ່ງ​ອິດສະຣາເອນ ໂດຍ​ທ້າທາຍ​ເພິ່ນ​ໃຫ້​ອອກ​ມາ​ຕໍ່ສູ້.</verse>
				<verse number="18">ເຈົ້າ​ເຢໂຮອາດ​ແຫ່ງ​ອິດສະຣາເອນ​ໄດ້​ຕອບ​ເຈົ້າ​ອາມາຊີຢາ​ແຫ່ງ​ຢູດາຍ​ຄືນ​ໄປ​ດັ່ງນີ້: “ມີ​ຄັ້ງໜຶ່ງ ຕົ້ນໜາມ​ທີ່​ເທິງ​ພູ​ເລບານອນ​ໄດ້​ສົ່ງ​ຂ່າວ​ມາ​ຫາ​ຕົ້ນ​ສົນສີດາ​ວ່າ, ‘ຈົ່ງ​ໃຫ້​ລູກສາວ​ຂອງ​ເຈົ້າ​ແຕ່ງງານ​ກັບ​ລູກຊາຍ​ຂອງເຮົາ​ເຖີດ.’ ແລ້ວ​ກໍ​ມີ​ສັດປ່າ​ໂຕໜຶ່ງ​ຜ່ານ​ມາ ແລະ​ຢຽບຢໍ່າ​ຕົ້ນໜາມ​ນັ້ນ​ລົງ.</verse>
				<verse number="19">ບັດນີ້ ອາມາຊີຢາ​ເອີຍ ທ່ານ​ຄຸຍ​ໂມ້​ວ່າ​ທ່ານ​ໄດ້​ເອົາ​ຊະນະ​ຊາວ​ເອໂດມ; ແຕ່​ຂ້າພະເຈົ້າ​ຂໍ​ແນະນຳ​ທ່ານ​ໃຫ້​ຢູ່​ເຮືອນ​ສາ​ດີກວ່າ. ເປັນຫຍັງ​ຈຶ່ງ​ດີ້ນຮົນ​ຫາ​ຄວາມ​ເດືອດຮ້ອນ​ທີ່​ຈະ​ນຳ​ຄວາມ​ຈິບຫາຍ ມາ​ສູ່​ທ່ານ​ເອງ​ແລະ​ປະຊາຊົນ​ຂອງທ່ານ?”</verse>
				<verse number="20">ແຕ່​ອາມາຊີຢາ​ບໍ່​ຍອມ​ຟັງ. ມັນ​ແມ່ນ​ພຣະປະສົງ​ຂອງ​ພຣະເຈົ້າ​ທີ່​ຈະ​ເຮັດ​ໃຫ້​ອາມາຊີຢາ​ພ່າຍແພ້ ເພາະ​ເພິ່ນ​ໄດ້​ຂາບໄຫວ້​ຮູບເຄົາຣົບ​ຂອງ​ຊາວ​ເອໂດມ.</verse>
				<verse number="21">ດັ່ງນັ້ນ ກະສັດ​ເຢໂຮອາດ​ແຫ່ງ​ອິດສະຣາເອນ ຈຶ່ງ​ເຮັດ​ເສິກ​ຕໍ່ສູ້​ກະສັດ​ອາມາຊີຢາ​ແຫ່ງ​ຢູດາຍ. ກອງທັບ​ຂອງ​ສອງ​ຝ່າຍ​ໄດ້​ປະເຊີນ​ໜ້າ​ກັນ​ຢູ່​ທີ່​ເມືອງ​ເບັດເຊເມດ​ໃນ​ຢູດາຍ</verse>
				<verse number="22">ກອງທັບ​ຂອງ​ຢູດາ​ໄດ້​ພ່າຍແພ້​ໄປ ແລະ​ທະຫານ​ກໍ​ປົບ​ເມືອ​ເຮືອນ​ໃຜ​ລາວ.</verse>
				<verse number="23">ເຈົ້າ​ເຢໂຮອາດ​ແຫ່ງ​ອິດສະຣາເອນ​ຈັບ​ອາມາຊີຢາ​ລູກຊາຍ​ຂອງ​ໂຢອາດ​ຫຼານຊາຍ​ຂອງ​ອາຮາຊີຢາ​ແຫ່ງ​ຢູດາຍ​ໄດ້​ທີ່​ເບັດເຊເມດ ແລະ​ນຳ​ຕົວ​ມາ​ທີ່​ນະຄອນ​ເຢຣູຊາເລັມ. ໃນ​ທີ່ນັ້ນ ເພິ່ນ​ໄດ້​ຮື້​ກຳແພງ​ເມືອງ​ຖິ້ມ, ຕັ້ງແຕ່​ປະຕູ​ເອຟຣາອິມ​ຈົນເຖິງ​ປະຕູແຈ​ເມືອງ ຊຶ່ງ​ຍາວ​ປະມານ​ສອງຮ້ອຍ​ແມັດ.</verse>
				<verse number="24">ເພິ່ນ​ໄດ້​ຢຶດ​ເອົາ​ຄຳ, ເງິນ​ທັງໝົດ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ​ເຄື່ອງໃຊ້​ຕ່າງໆ​ທີ່​ພົບເຫັນ ຊຶ່ງ​ເຊື້ອສາຍ​ຂອງ​ໂອເບັດເອໂດມ​ເປັນ​ຄົນ​ເຝົ້າ​ຮັກສາ ແລະ​ຊັບສົມບັດ​ໃນ​ຣາຊວັງ. ເພິ່ນ​ຍັງ​ຈັບ​ຕົວປະກັນ​ຫລາຍ​ຄົນ​ກັບຄືນ​ໄປ​ນະຄອນ​ຊາມາເຣຍ.</verse>
				<verse number="25">ກະສັດ​ອາມາຊີຢາ​ລູກຊາຍ​ຂອງ​ໂຢອາດ​ແຫ່ງ​ຢູດາຍ​ມີ​ອາຍຸ​ຍືນຍົງ​ຢູ່​ອີກ​ສິບຫ້າ​ປີ ຫລັງຈາກ​ທີ່​ກະສັດ​ເຢໂຮອາດ​ລູກຊາຍ​ຂອງ​ເຢໂຮອາຮາດ​ແຫ່ງ​ອິດສະຣາເອນ​ໄດ້​ຕາຍໄປ.</verse>
				<verse number="26">ສິ່ງ​ອື່ນໆ​ທີ່​ອາມາຊີຢາ​ໄດ້​ເຮັດ​ໃນ​ຣາຊການ​ຂອງ​ເພິ່ນ ຕັ້ງແຕ່​ບັ້ນຕົ້ນ​ຈົນເຖິງ​ບັ້ນປາຍ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ກະສັດ​ແຫ່ງ​ຢູດາຍ ແລະ​ອິດສະຣາເອນ.</verse>
				<verse number="27">ຕັ້ງແຕ່​ສະໄໝ​ທີ່​ເພິ່ນ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ ການ​ວາງ​ອຸບາຍ​ໂຄ່ນລົ້ມ​ເພິ່ນ​ທີ່​ນະຄອນ​ເຢຣູຊາເລັມ​ກໍ​ເກີດ​ມີ​ຂຶ້ນ. ໃນທີ່ສຸດ ເພິ່ນ​ໄດ້​ປົບໜີ​ໄປ​ເມືອງ​ລາກິດ, ແຕ່​ສັດຕູ​ຂອງ​ເພິ່ນ​ໄດ້​ຕາມ​ໄປ​ທີ່​ນັ້ນ ແລະ​ສັງຫານ​ເພິ່ນ​ເສຍ.</verse>
				<verse number="28">ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ບັນທຸກ​ໃສ່​ຫລັງ​ມ້າ ແລະ​ນຳ​ກັບຄືນ​ມາ​ນະຄອນ​ເຢຣູຊາເລັມ. ແລ້ວ​ກໍ​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ​ໃນ​ເມືອງ​ຂອງ​ດາວິດ.</verse>
			</chapter>
			<chapter number="26">
				<verse number="1">ປະຊາຊົນ​ທັງໝົດ​ໃນ​ຢູດາຍ​ໄດ້​ເລືອກ​ເອົາ​ເຈົ້າ​ອຸດຊີຢາ​ອາຍຸ​ສິບຫົກ​ປີ ລູກຊາຍ​ຂອງ​ອາມາຊີຢາ​ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="2">ຫລັງຈາກ​ອາມາຊີຢາ​ໄດ້​ຕາຍໄປ​ແລ້ວ ອຸດຊີຢາ​ໄດ້​ຢຶດ​ເອລາດ​ຄືນ ແລະ​ໄດ້​ສ້າງ​ເມືອງ​ຂຶ້ນ​ໃໝ່.</verse>
				<verse number="3">ເຈົ້າ​ອຸດຊີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ອາຍຸ​ສິບຫົກ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ຫ້າສິບສອງ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ເຢໂກລີຢາ ຊາວ​ນະຄອນ​ເຢຣູຊາເລັມ.</verse>
				<verse number="4">ໂດຍ​ນຳ​ແບບຢ່າງ​ຂອງ​ພໍ່​ຂອງ​ເພິ່ນ ເພິ່ນ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ.</verse>
				<verse number="5">ແລະ​ເພິ່ນ​ໄດ້ຕັ້ງ​ເພິ່ນເອງ​ທີ່​ຈະ​ສະແຫວງຫາ​ພຣະເຈົ້າ​ໃນ​ສະໄໝ​ຂອງ​ເຊກາຣີຢາຜູ​ທີ່​ແນະນຳ​ເພິ່ນ​ໃນ​ຄວາມ​ຢຳເກງ​ພຣະເຈົ້າ ຕາບໃດ​ທີ່​ເພິ່ນ​ໄດ້​ສະແຫວງຫາ​ພຣະເຈົ້າຢາເວ ແລະ​ພຣະເຈົ້າ​ກໍໄດ້​ອວຍພອນ​ເພິ່ນ.</verse>
				<verse number="6">ອຸດຊີຢາ​ໄດ້​ໄປ​ເຮັດ​ເສິກ​ຕໍ່ສູ້​ຊາວ​ຟີລິດສະຕິນ. ເພິ່ນ​ໄດ້​ຮື້​ກຳແພງ​ເມືອງກາດ, ຢຳນີຢາ ແລະ​ອາຊະໂດດ​ໃຫ້​ເພພັງ​ລົງ ແລະ​ໄດ້​ສ້າງ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ຂຶ້ນ​ໃນ​ເມືອງ​ຕ່າງໆ​ໃກ້​ເມືອງ​ອາຊະໂດດ ແລະ​ໃນ​ເມືອງ​ທັງຫລາຍ​ຂອງ​ດິນແດນ​ຟີລິດສະຕິນ.</verse>
				<verse number="7">ພຣະເຈົ້າ​ໄດ້​ໃຫ້​ເພິ່ນ​ເອົາ​ຊະນະ​ພວກ​ຟີລິດສະຕິນ, ພວກ​ອາຣັບ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເກີດບາອານ ແລະ​ພວກ​ເມີນິດ.</verse>
				<verse number="8">ຊາວ​ອຳໂມນ​ໄດ້​ເສຍສ່ວຍ​ໃຫ້​ອຸດຊີຢາ ແລະ​ເພິ່ນ​ເປັນ​ກະສັດ​ທີ່​ມີ​ອຳນາດ​ຫລາຍ ຈົນຊື່ສຽງ​ຂອງ​ເພິ່ນ​ໄດ້​ໂດ່ງດັງ​ໄປ​ຮອດ​ເອຢິບ.</verse>
				<verse number="9">ອຸດຊີຢາ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ລ້ອມ​ນະຄອນ​ເຢຣູຊາເລັມ​ໄວ້​ຢ່າງ​ແໜ້ນໜາ ໂດຍ​ເສີມສ້າງ​ຫໍຄອຍ​ໄວ້​ຢູ່​ຕາມ​ປະຕູ​ແຈ​ຕ່າງໆ ຕາມ​ປະຕູ​ຮ່ອມພູ​ແລະ​ບ່ອນ​ທີ່​ກຳແພງ​ໂຄ້ງ.</verse>
				<verse number="10">ເພິ່ນ​ໄດ້​ສ້າງ​ຫໍຄອຍ​ທີ່​ມີ​ປ້ອມ​ປ້ອງກັນ​ນອກເມືອງ​ເຊັ່ນກັນ ພ້ອມ​ທັງ​ໄດ້​ຂຸດ​ອ່າງ​ເກັບ​ນໍ້າ​ໄວ້​ດ້ວຍ ຍ້ອນ​ເພິ່ນ​ມີ​ຝູງງົວ​ຢ່າງ​ຫລວງຫລາຍ​ຢູ່​ຕາມ​ຈ້າຍ​ພູ​ແລະ​ຕາມ​ທົ່ງພຽງ. ຍ້ອນ​ເພິ່ນ​ມັກ​ການ​ປູກຝັງ ເພິ່ນ​ຈຶ່ງ​ສົ່ງເສີມ​ປະຊາຊົນ​ໃຫ້​ປູກ​ຕົ້ນອະງຸ່ນ​ຕາມ​ເມືອງ​ພູດອຍ​ແລະ​ໃຫ້​ເຮັດ​ສວນ​ຕາມ​ດິນ​ທີ່​ອຸດົມສົມບູນ.</verse>
				<verse number="11">ເພິ່ນ​ມີ​ກອງທັບ​ໃຫຍ່​ພ້ອມ​ທີ່​ຈະ​ດຳເນີນ​ການ​ສູ້ຮົບ. ບັນຊີ​ຝ່າຍ​ທະຫານ​ແມ່ນ​ຖືກ​ກຳກັບ​ໂດຍ​ເລຂາທິການ​ສອງ​ທ່ານ ຄື: ເຢອີເອນ​ແລະ​ມາອາເສອີຢາ ພາຍໃຕ້​ການ​ກວດກາ​ຂອງ​ຮານານີຢາ ຜູ້​ບັນຊາການ​ກອງພົນ​ໜຶ່ງ​ຂອງ​ກະສັດ.</verse>
				<verse number="12">ໃນ​ກອງທັບ​ມີ​ນາຍ​ທະຫານ​ບັນຊາການ​ທັງໝົດ​ສອງພັນ​ຫົກຮ້ອຍ​ຄົນ.</verse>
				<verse number="13">ພວກເຂົາ​ບັນຊາ​ທະຫານ​ສາມແສນ​ເຈັດພັນ​ຫ້າຮ້ອຍ​ຄົນ ທີ່​ສາມາດ​ສູ້ຮົບ​ສັດຕູ​ຂອງ​ກະສັດ​ໄດ້​ຢ່າງ​ມີ​ປະສິດ​ທິພາບ.</verse>
				<verse number="14">ອຸດຊີຢາ​ປະກອບ​ອາວຸດ​ໃຫ້​ທະຫານ​ດ້ວຍ​ໂລ້, ຫອກ, ໝວກເຫລັກ, ເສື້ອເຫລັກ, ໜ້າ​ກັບ​ລູກທະນູ, ກ້ອນຫີນ​ແລະ​ກະຖຸນ.</verse>
				<verse number="15">ຢູ່​ໃນ​ນະຄອນ​ເຢຣູຊາເລັມ ນັກ​ປະດິດ​ຄິດສ້າງ​ຂອງ​ເພິ່ນ​ໄດ້​ເຮັດ​ອາວຸດ​ຍິງ​ລູກສອນ ແລະ​ແກວ່ງ​ກ້ອນຫີນ​ໃຫຍ່​ຈາກ​ຫໍຄອຍ ແລະ​ຈາກ​ແຈ​ກຳແພງ​ເມືອງ​ອອກ​ໄປ. ຊື່ສຽງ​ຂອງ​ເພິ່ນ​ໄດ້​ຊ່າລື​ອອກ​ໄປ​ທົ່ວ​ທຸກບ່ອນ ແລະ​ຍ້ອນ​ໄດ້​ຮັບ​ການ​ຊ່ວຍຊູ​ມາ​ຈາກ​ພຣະເຈົ້າ ເພິ່ນ​ຈຶ່ງ​ມີ​ອຳນາດ​ຫລາຍ.</verse>
				<verse number="16">ແຕ່​ເມື່ອ​ກະສັດ​ອຸດຊີຢາ​ໄດ້​ມີ​ອຳນາດ​ເຂັ້ມແຂງ​ແລ້ວ ເພິ່ນ​ກໍ​ຈອງຫອງ​ຂຶ້ນ​ອັນ​ເປັນເຫດ​ໃຫ້​ເພິ່ນ​ຫຼົ້ມຈົມ. ເພິ່ນ​ໄດ້​ໝິ່ນປະໝາດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ໂດຍ​ເຂົ້າ​ໄປ​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍບູຊາ​ທີ່​ແທ່ນ​ໂດຍ​ຕົນເອງ.</verse>
				<verse number="17">ປະໂຣຫິດ​ອາຊາຣີຢາ​ຈຶ່ງ​ຕາມ​ກະສັດ​ໄປ ຕິດຕາມ​ດ້ວຍ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ​ທີ່​ເຂັ້ມແຂງ ແລະ​ໃຈ​ກ້າ​ອີກ​ແປດສິບ​ຄົນ</verse>
				<verse number="18">ເພື່ອ​ສະກັດ​ກັ້ນ​ເພິ່ນ​ໄວ້. ພວກເຂົາ​ເວົ້າ​ວ່າ, “ອຸດຊີຢາ ທ່ານ​ບໍ່​ມີ​ສິດ​ທີ່​ຈະ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ພຣະເຈົ້າຢາເວ. ມີ​ແຕ່​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ຈາກ​ອາໂຣນ ຜູ້​ທີ່​ໄດ້​ອຸທິດຕົວ​ແລ້ວ​ເທົ່ານັ້ນ ຖວາຍ​ເຄື່ອງຫອມ​ນີ້​ໄດ້. ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ສັກສິດ​ດຽວນີ້. ທ່ານ​ໄດ້​ໝິ່ນປະໝາດ​ພຣະເຈົ້າຢາເວ ພຣະເຈົ້າ ແລະ​ພຣະອົງ​ຈະ​ບໍ່​ອວຍພອນ​ທ່ານ​ຕໍ່ໄປ.”</verse>
				<verse number="19">ອຸດຊີຢາ​ກຳລັງ​ຖື​ເຄື່ອງຫອມ​ຢືນ​ຢູ່​ຂ້າງ​ແທ່ນບູຊາ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ເພິ່ນ​ກິ້ວໂກດ​ພວກ​ປະໂຣຫິດ ແລະ​ທັນໃດນັ້ນ ພະຍາດ​ຂີ້ທູດ​ກໍໄດ້​ແຕກ​ອອກ​ມາ​ທາງ​ໜ້າຜາກ​ຂອງ​ເພິ່ນ.</verse>
				<verse number="20">ອາຊາຣີຢາ​ກັບ​ບັນດາ​ປະໂຣຫິດ​ຄົນອື່ນໆ ຈ້ອງເບິ່ງ​ໜ້າຜາກ​ຂອງ​ກະສັດ​ດ້ວຍ​ຄວາມ​ຢ້ານກົວ​ຫລາຍ ແລະ​ບັງຄັບ​ໃຫ້​ເພິ່ນ​ອອກ​ໜີໄປ​ຈາກ​ທີ່ນັ້ນ. ຍ້ອນ​ພຣະເຈົ້າຢາເວ​ລົງໂທດ ເພິ່ນ​ຈຶ່ງ​ຮີບ​ໜີໄປ.</verse>
				<verse number="21">ນັບ​ຕັ້ງແຕ່​ນັ້ນ​ມາ ກະສັດ​ອຸດຊີຢາ​ກໍ​ເປັນ​ມົນທິນ​ຕະຫລອດ​ຊີວິດ ຍ້ອນ​ພະຍາດ​ຂອງ​ເພິ່ນ. ໂດຍ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ ເພິ່ນ​ຈຶ່ງ​ພັກ​ຢູ່​ໃນ​ວັງ​ຕ່າງຫາກ ແລະ​ພົ້ນ​ຈາກ​ໜ້າທີ່​ທັງໝົດ ຊຶ່ງ​ໃນ​ເວລາ​ນັ້ນ​ແມ່ນ​ໂຢທາມ ລູກຊາຍ​ຂອງ​ເພິ່ນ​ເປັນ​ຜູ້​ບໍລິຫານ​ຣາຊການ​ແຜ່ນດິນ​ແທນ.</verse>
				<verse number="22">ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໄດ້​ບັນທຶກ​ສິ່ງ​ອື່ນໆ​ທັງໝົດ ທີ່​ກະສັດ​ອຸດຊີຢາ​ໄດ້​ເຮັດ​ໃນ​ຣາຊການ​ຂອງ​ເພິ່ນ.</verse>
				<verse number="23">ອຸດຊີຢາ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ໃນ​ປ່າຊ້າ​ຂອງ​ກະສັດ, ແຕ່​ຍ້ອນ​ເປັນ​ພະຍາດ ຊາກສົບ​ຂອງ​ເພິ່ນ​ຈຶ່ງ​ບໍ່ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ. ໂຢທາມ ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
			</chapter>
			<chapter number="27">
				<verse number="1">ເຈົ້າ​ໂຢທາມ​ໄດ້​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ອາຍຸ​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບຫົກ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ເຢຣູຊາ​ລູກສາວ​ຂອງ​ຊາດົກ.</verse>
				<verse number="2">ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ​ເໝືອນກັນ​ກັບ​ພໍ່​ຂອງ​ເພິ່ນ​ໄດ້​ເຮັດ ແຕ່​ວ່າ​ບໍ່​ຄືກັນ. ເພິ່ນ​ບໍ່ໄດ້​ເຮັດ​ບາບ​ໂດຍ​ເຜົາ​ເຄື່ອງຫອມ ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ແຕ່​ປະຊາຊົນ​ຍັງ​ສືບຕໍ່​ເຮັດ​ບາບ​ຢູ່.</verse>
				<verse number="3">ແມ່ນ​ໂຢທາມ​ທີ່​ເປັນ​ຜູ້​ສ້າງ​ປະຕູ​ທາງ​ດ້ານ​ເໜືອ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຂະຫຍາຍ​ກຳແພງ​ເມືອງ​ໃນ​ບໍລິເວນ​ຂອງ​ນະຄອນ​ເຢຣູຊາເລັມ​ຊື່​ວ່າ ໂອເຟນ.</verse>
				<verse number="4">ເພິ່ນ​ໄດ້​ສ້າງ​ເມືອງ​ຕ່າງໆ​ໃນ​ເຂດ​ເນີນພູ​ຂອງ​ຢູດາຍ ແລະ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ເມືອງ ແລະ​ຫໍຄອຍ​ຫລາຍ​ບ່ອນ​ໄວ້​ໃນ​ປ່າ.</verse>
				<verse number="5">ເພິ່ນ​ໄດ້​ຕໍ່ສູ້​ກະສັດ​ອຳໂມນ ໂດຍ​ໄດ້​ຕີ​ກອງທັບ​ໃຫ້​ພ່າຍແພ້​ໄປ. ແລ້ວ​ເພິ່ນ​ກໍໄດ້​ບັງຄັບ​ໃຫ້​ຊາວ​ອຳໂມນ​ເສຍສ່ວຍ​ແຕ່ລະປີ​ຕະຫລອດ​ສາມ​ປີ​ດັ່ງນີ້: ເງິນ​ປະມານ​ສີ່​ໂຕນ, ເຂົ້າ​ໜຶ່ງພັນ​ໂຕນ ແລະ​ເຂົ້າເດືອຍ​ໜຶ່ງພັນ​ໂຕນ.</verse>
				<verse number="6">ໂຢທາມ​ມີ​ອຳນາດ​ເຂັ້ມແຂງ​ຂຶ້ນ ເພາະ​ເພິ່ນ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ​ຢ່າງ​ສັດຊື່.</verse>
				<verse number="7">ເຫດການ​ອື່ນໆ​ໃນ​ຣາຊການ​ຂອງ​ເພິ່ນ​ເຊັ່ນ: ການ​ເຮັດ​ເສິກ ແລະ​ນະໂຍບາຍ​ການປົກຄອງ​ອານາຈັກ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ​ແລະ​ຢູດາຍ.</verse>
				<verse number="8">ໂຢທາມ​ໄດ້​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ອາຍຸ​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບຫົກ​ປີ.</verse>
				<verse number="9">ເພິ່ນ​ໄດ້​ຕາຍໄປ ແລະ​ໄດ້​ຖືກ​ຟັງ​ໄວ້​ໃນ​ເມືອງ​ຂອງ​ດາວິດ. ເຈົ້າ​ອາຮາດ ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
			</chapter>
			<chapter number="28">
				<verse number="1">ເຈົ້າ​ອາຮາດ​ໄດ້​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ອາຍຸ​ຊາວ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບຫົກ​ປີ. ເພິ່ນ​ບໍ່ໄດ້​ເຮັດ​ຕາມ​ແບບຢ່າງ​ຂອງ​ກະສັດ​ດາວິດ ບັນພະບຸລຸດ​ຂອງ​ເພິ່ນ; ແຕ່​ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ພຣະເຈົ້າຢາເວ​ບໍ່​ພໍພຣະໄທ</verse>
				<verse number="2">ຄື​ເຮັດ​ຕາມ​ແບບຢ່າງ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ. ເພິ່ນ​ສ້າງ​ຮູບ​ພະບາອານ​ເປັນ​ໂລຫະ​ຂຶ້ນ,</verse>
				<verse number="3">ເຜົາ​ເຄື່ອງຫອມ​ບູຊາ​ຢູ່​ໃນ​ຮ່ອມພູ​ຮິນໂນມ ແລະ​ເຜົາ​ແມ່ນແຕ່​ລູກຊາຍ​ຂອງ​ຕົນເອງ​ເປັນ​ເຄື່ອງ​ບູຊາ​ໃຫ້​ຮູບເຄົາຣົບ ຕາມ​ຮີດຄອງ​ອັນ​ໜ້າລັງກຽດ​ຂອງ​ຊາວ​ຕ່າງຊາດ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.</verse>
				<verse number="4">ຢູ່​ຕາມ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ, ຢູ່​ຕາມ​ເນີນພູ ແລະ​ຢູ່​ຕາມ​ຮົ່ມ​ກົກໄມ້​ໃບຂຽວ​ຕ່າງໆ ອາຮາດ​ໄດ້​ເຜົາ​ສັດ ແລະ​ເຄື່ອງ​ຖວາຍບູຊາ.</verse>
				<verse number="5">ຍ້ອນ​ກະສັດ​ອາຮາດ​ໄດ້​ເຮັດ​ບາບ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ຈຶ່ງ​ໄດ້​ໃຫ້​ກະສັດ​ຊີເຣຍ​ຮົບ​ຊະນະ​ເພິ່ນ ແລະ​ນຳ​ເອົາ​ຊາວ​ຢູດາ​ຈຳນວນ​ຫລວງຫລາຍ​ໄປ​ເປັນ​ຊະເລີຍ​ທີ່​ນະຄອນ​ດາມັສກັດ. ພຣະອົງ​ໄດ້​ໃຫ້​ເປກາ​ລູກຊາຍ​ຂອງ​ເຣມາລີຢາ​ກະສັດ​ແຫ່ງ​ອິດສະຣາເອນ ຮົບ​ຊະນະ​ອາຮາດ​ຄືກັນ</verse>
				<verse number="6">ແລະ​ໄດ້​ຂ້າ​ທະຫານ​ຢູດາ​ທີ່​ເກັ່ງກ້າ ໜຶ່ງຮ້ອຍ​ຊາວພັນ​ຄົນ​ໃນ​ມື້ດຽວ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ໄດ້​ອະນຸຍາດ​ໃຫ້​ສິ່ງ​ເຫຼົ່ານີ້​ເກີດຂຶ້ນ, ເພາະ​ປະຊາຊົນ​ຢູດາ​ໄດ້​ປະຖິ້ມ​ພຣະອົງ.</verse>
				<verse number="7">ມີ​ທະຫານ​ອິດສະຣາເອນ​ຄົນ​ໜຶ່ງ​ຊື່​ວ່າ ຊີກະຣີ; ລາວ​ໄດ້​ຂ້າ​ມາອາເສອີຢາ​ລູກຊາຍ​ຂອງ​ກະສັດ​ອາຮາດ, ອາຊະຣີກຳ​ເປັນ​ຫົວໜ້າ​ກົມ​ປົກຄອງ​ປະຈຳວັງ ແລະ​ເອນການາ​ເປັນ​ຜູ້​ຮອງ​ກະສັດ.</verse>
				<verse number="8">ເຖິງ​ແມ່ນ​ວ່າ ຊາວ​ຢູດາ​ເປັນ​ພີ່ນ້ອງ​ຮ່ວມຊາດ​ດຽວກັນ​ກໍຕາມ ແຕ່​ກອງທັບ​ອິດສະຣາເອນ​ກໍໄດ້​ຈັບ​ຜູ້ຍິງ​ພ້ອມ​ທັງ​ເດັກນ້ອຍ​ສອງຮ້ອຍ​ພັນ​ຄົນ​ໄປ​ເປັນ​ຊະເລີຍ ແລະ​ນຳ​ພວກເຂົາ​ກັບຄືນ​ມາ​ທີ່​ນະຄອນ​ຊາມາເຣຍ ຮ່ວມ​ກັບ​ສິ່ງຂອງ​ເປັນ​ຈຳນວນ​ຫລວງຫລາຍ ຊຶ່ງ​ພວກເຂົາ​ຢຶດ​ມາ​ໄດ້​ນັ້ນ.</verse>
				<verse number="9">ມີ​ຊາຍ​ຜູ້ໜຶ່ງ​ຊື່​ວ່າ ໂອເດັດ. ລາວ​ເປັນ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ຊາມາເຣຍ. ລາວ​ມາ​ພົບ​ກອງທັບ​ອິດສະຣາເອນ ທີ່​ກຳລັງ​ກັບ​ເຂົ້າ​ມາ​ໃນ​ເມືອງ ພ້ອມ​ທັງ​ຊະເລີຍເສິກ​ຊາວ​ຢູດາ. ເພິ່ນ​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກທ່ານ​ໄດ້​ໂກດຮ້າຍ​ຊາວ​ຢູດາ ແລະ​ໃຫ້​ພວກທ່ານ​ເອົາ​ຊະນະ​ພວກເຂົາ. ແຕ່​ບັດນີ້ ພຣະອົງ​ໄດ້ຍິນ​ວ່າ ພວກທ່ານ​ໄດ້​ສັງຫານ​ພວກເຂົາ​ຢ່າງ​ໂຫດຮ້າຍ.</verse>
				<verse number="10">ມາບັດນີ້ ພວກທ່ານ​ຕັ້ງໃຈ​ເຮັດ​ໃຫ້​ຜູ້ຊາຍ​ແລະ​ຜູ້ຍິງ​ເຢຣູຊາເລັມ​ແລະ​ຢູດາ​ຕົກ​ເປັນ​ທາດຮັບໃຊ້​ຂອງ​ພວກທ່ານ​ອີກ. ພວກທ່ານ​ບໍ່​ຮູ້​ຫລື​ບໍ່​ວ່າ ພວກທ່ານ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ເໝືອນກັນ?</verse>
				<verse number="11">ຈົ່ງ​ຟັງ​ໃຫ້​ດີ ຊະເລີຍເສິກ​ເຫຼົ່ານີ້​ແມ່ນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກທ່ານ​ເອງ. ຈົ່ງ​ປ່ອຍ​ພວກເຂົາ​ໄປ​ສາ ຫລື​ຈະ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ແລະ​ລົງໂທດ​ພວກທ່ານ​ຢ່າງ​ຮຸນແຮງ.”</verse>
				<verse number="12">ຜູ້ນຳ​ຂອງ​ອານາຈັກ​ເໜືອ​ສີ່​ຄົນ​ຄື: ອາຊາຣີຢາ​ລູກຊາຍ​ຂອງ​ໂຢຮານານ, ເບເຣກີຢາ​ລູກຊາຍ​ຂອງ​ເມຊິນເລໂມດ, ເຢຮີຊະກີຢາ​ລູກຊາຍ​ຂອງ​ຊານລູມ ແລະ​ອາມາສາ​ລູກຊາຍ​ຂອງ​ຮັດໄລ ໄດ້​ຄັດຄ້ານ​ການກະທຳ​ຂອງ​ຝ່າຍ​ກອງທັບ​ເໝືອນກັນ.</verse>
				<verse number="13">ພວກເຂົາ​ໄດ້​ເວົ້າ​ວ່າ, “ຢ່າ​ນຳ​ຊະເລີຍເສິກ​ເຫຼົ່ານັ້ນ​ມາ​ທີ່​ນີ້ ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ໄດ້​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ ພໍ​ທີ່​ພຣະອົງ​ຈະ​ລົງໂທດ​ພວກເຮົາ​ໄດ້. ບັດນີ້ ພວກທ່ານ​ຢາກ​ເຮັດ​ສິ່ງ​ທີ່​ທະວີ​ຄວາມຜິດ​ຂອງ​ພວກເຮົາ​ໃຫ້​ເພີ່ມ​ຂຶ້ນ​ອີກ.”</verse>
				<verse number="14">ດັ່ງນັ້ນ ກອງທັບ​ຈຶ່ງ​ສົ່ງ​ພວກ​ຊະເລີຍ ແລະ​ສິ່ງຂອງ​ທີ່​ພວກເຂົາ​ໄດ້​ຢຶດ​ມາ​ນັ້ນ ໃຫ້​ປະຊາຊົນ​ແລະ​ບັນດາ​ຜູ້ນຳ​ຂອງ​ພວກເຂົາ</verse>
				<verse number="15">ແລະ​ຊາຍ​ສີ່​ຄົນ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ຮັບຜິດຊອບ​ຢາຍ​ເຄື່ອງນຸ່ງຫົ່ມ​ທີ່​ຢຶດ​ມາ​ນັ້ນ​ໃຫ້​ພວກ​ຊະເລີຍ. ພວກເຂົາ​ໄດ້​ເອົາ​ເຄື່ອງ​ໃຫ້​ພວກ​ຊະເລີຍ​ນຸ່ງ, ເອົາ​ເກີບ​ໃຫ້​ພວກເຂົາ​ໃສ່, ໃຫ້​ພວກເຂົາ​ກິນ​ແລະ​ດື່ມ ແລະ​ທາ​ນໍ້າມັນ​ໝາກກອກເທດ​ໃສ່​ບາດແຜ​ໃຫ້. ຄົນ​ທີ່​ອ່ອນແຮງ​ຍ່າງ​ບໍ່ໄດ້​ແມ່ນ​ໃຫ້​ຂີ່​ລໍ ແລະ​ພວກ​ຊະເລີຍເສິກ​ທັງໝົດ​ຈຶ່ງ​ຖືກ​ນຳ​ກັບຄືນ​ເມືອ​ສູ່​ເຂດແດນ​ຂອງ​ຢູດາຍ​ທີ່​ເມືອງ​ເຢຣິໂກ​ເມືອງ​ຕົ້ນ​ຕານ. ແລ້ວ​ພວກ​ອິດສະຣາເອນ​ກໍໄດ້​ກັບຄືນ​ມາ​ນະຄອນ​ຊາມາເຣຍ.</verse>
				<verse number="16">ຊາວ​ເອໂດມ​ໄດ້​ເລີ່ມ​ເຂົ້າ​ມາ​ປຸ້ນສະດົມ​ຢູດາຍ​ອີກ ແລະ​ພວກເຂົາ​ກໍໄດ້​ຈັບ​ຫລາຍ​ຄົນ​ໄປ​ເປັນ​ຊະເລີຍ; ສະນັ້ນ ກະສັດ​ອາຮາດ​ຈຶ່ງ​ຂໍ​ໃຫ້​ຕີກະລາດ​ປີເລເສ ກະສັດ​ແຫ່ງ​ອັດຊີເຣຍ​ມາ​ຊ່ວຍເຫລືອ.</verse>
				<verse number="17"></verse>
				<verse number="18">ໃນ​ເວລາ​ດຽວກັນ​ນັ້ນ ຊາວ​ຟີລິດສະຕິນ​ກໍໄດ້​ປຸ້ນສະດົມ​ເມືອງ​ຕ່າງໆ ທາງ​ທິດ​ຕາເວັນຕົກ​ຂອງ​ຕີນ​ພູ​ແລະ​ທາງ​ທິດໃຕ້​ຂອງ​ຢູດາຍ. ພວກເຂົາ​ໄດ້​ຢຶດ​ເມືອງ​ຕ່າງໆ ດັ່ງນີ້: ເບັດເຊເມດ, ໄອຢາໂລນ ແລະ​ເກເດໂຣດ ແລະ​ເມືອງ​ຕ່າງໆ​ຂອງ​ໂສໂກ, ຕິມນາ ແລະ​ກິມໂຊ, ພ້ອມ​ທັງ​ໝູ່ບ້ານ​ຕ່າງໆ ແລະ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ​ຢ່າງ​ຖາວອນ.</verse>
				<verse number="19">ຍ້ອນ​ກະສັດ​ອາຮາດ​ແຫ່ງ​ຢູດາຍ​ໄດ້​ຝ່າຝືນ​ສິດ​ຂອງ​ປະຊາຊົນ​ຂອງ​ຕົນເອງ ແລະ​ໄດ້​ໝິ່ນປະໝາດ​ພຣະເຈົ້າຢາເວ; ພຣະເຈົ້າຢາເວ​ຈຶ່ງ​ໄດ້ນຳ​ເອົາ​ຄວາມ​ເດືອດຮ້ອນ​ມາ​ສູ່​ຢູດາຍ.</verse>
				<verse number="20">ແທນ​ທີ່​ກະສັດ​ຕີກະລາດ​ເປເລເສ​ແຫ່ງ​ອັດຊີເຣຍ​ຈະ​ຊ່ວຍ​ກະສັດ​ອາຮາດ ເພິ່ນ​ກັບ​ຫັນ​ມາ​ຕໍ່ຕ້ານ ແລະ​ໄດ້​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ອີກ.</verse>
				<verse number="21">ສະນັ້ນ ອາຮາດ​ຈຶ່ງ​ໄດ້​ນຳ​ເອົາ​ຄຳ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ, ຈາກ​ຣາຊວັງ ແລະ​ຈາກ​ບ້ານເຮືອນ​ບັນດາ​ຜູ້ນຳ​ປະຊາຊົນ​ຂົນ​ໄປ​ໃຫ້​ກະສັດ​ແຫ່ງ​ອັດຊີເຣຍ; ແຕ່ເຖິງ​ປານນັ້ນ ເພິ່ນ​ກໍ​ຍັງ​ບໍ່​ຍອມ​ໃຫ້​ຄວາມ​ຊ່ວຍເຫລືອ.</verse>
				<verse number="22">ເມື່ອ​ຄວາມ​ເດືອດຮ້ອນ​ມາ​ຈົນເຖິງ​ທີ່ສຸດ ອາຮາດ​ກໍ​ຍິ່ງ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ຫລາຍ​ຂຶ້ນ.</verse>
				<verse number="23">ເພິ່ນ​ໄດ້​ຖວາຍບູຊາ​ແກ່​ບັນດາ​ພະ​ຂອງ​ຊາວ​ຊີເຣຍ​ຜູ້​ຊະນະ​ຕົນ. ເພິ່ນ​ເວົ້າ​ວ່າ, “ພະ​ຂອງ​ຊາວ​ຊີເຣຍ​ຊ່ວຍ​ກະສັດ​ຊີເຣຍ​ໄດ້; ສະນັ້ນ ຖ້າ​ເຮົາ​ຖວາຍບູຊາ​ແກ່​ພະ​ເຫຼົ່ານັ້ນ ພະ​ເຫຼົ່ານັ້ນ​ກໍ​ຈະ​ຊ່ວຍ​ເຮົາ​ເໝືອນກັນ.” ການ​ກະທຳ​ເຊັ່ນນີ້​ແມ່ນ​ນຳ​ເອົາ​ຄວາມ​ຈິບຫາຍ ມາ​ສູ່​ເພິ່ນ​ເອງ ແລະ​ອານາຈັກ​ຂອງ​ເພິ່ນ​ດ້ວຍ.</verse>
				<verse number="24">ນອກເໜືອ​ໄປກວ່ານີ້ ອາຮາດ​ໄດ້​ໂຮມເອົາ​ເຄື່ອງໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ​ທັບ​ເຄື່ອງໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າ​ເປັນ​ປ່ຽງໆ, ອັດ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄວ້ ແລະ​ຕັ້ງ​ແທ່ນບູຊາ​ຂຶ້ນ​ທົ່ວ​ນະຄອນ​ເຢຣູຊາເລັມ.</verse>
				<verse number="25">ຕາມ​ເມືອງ​ໃຫຍ່​ແລະ​ນ້ອຍ​ທຸກໆ​ແຫ່ງ​ໃນ​ຢູດາຍ ເພິ່ນ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ເພື່ອ​ໃຊ້​ເປັນ​ບ່ອນ​ເຜົາ​ເຄື່ອງຫອມ​ຖວາຍບູຊາ​ແກ່​ພະ​ຕ່າງຊາດ. ດ້ວຍ​ວິທີ​ນີ້ ເພິ່ນ​ຈຶ່ງ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ເພິ່ນ​ໂກດຮ້າຍ.</verse>
				<verse number="26">ເຫດການ​ອື່ນໆ​ທັງໝົດ​ໃນ​ຣາຊການ​ຂອງ​ເພິ່ນ ຕັ້ງແຕ່​ບັ້ນຕົ້ນ​ຈົນເຖິງ​ບັ້ນປາຍ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ​ແລະ​ອິດສະຣາເອນ.</verse>
				<verse number="27">ກະສັດ​ອາຮາດ​ໄດ້​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ໃນ​ນະຄອນ​ເຢຣູຊາເລັມ ແຕ່​ບໍ່ໄດ້​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ. ເຈົ້າ​ເຮເຊກີຢາ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
			</chapter>
			<chapter number="29">
				<verse number="1">ເຈົ້າ​ເຮເຊກີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ຊາວເກົ້າ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ອາບີຢາ​ລູກສາວ​ຂອງ​ເຊກາຣີຢາ.</verse>
				<verse number="2">ໂດຍ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ກະສັດ​ດາວິດ​ຜູ້​ເປັນ​ບັນພະບຸລຸດ ເພິ່ນ​ໄດ້​ກະທຳ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍພຣະໄທ.</verse>
				<verse number="3">ໃນ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ແຫ່ງ​ເຈົ້າ​ເຮເຊກີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ນັ້ນ ເພິ່ນ​ໄດ້​ເປີດ​ປະຕູ​ວິຫານ​ຂອງ​ພຣະເຈົ້າຢາເວ​ອີກ​ໃໝ່​ແລະ​ລົງມື​ສ້ອມແປງ​ປະຕູ​ເຫຼົ່ານັ້ນ.</verse>
				<verse number="4">ເພິ່ນ​ໄດ້​ເຕົ້າໂຮມ​ເອົາ​ປະໂຣຫິດ​ໝວດ​ໜຶ່ງ ແລະ​ພວກເລວີ​ທາງດ້ານ​ທິດ​ຕາເວັນອອກ,</verse>
				<verse number="5">ແລະ​ໂອ້ລົມ​ກັບ​ພວກເຂົາ​ຢູ່​ໃນ​ນັ້ນ​ວ່າ, “ພວກທ່ານ​ຊາວ​ເລວີ ຈົ່ງ​ອຸທິດ​ພວກທ່ານ​ເອງ ແລະ​ຈົ່ງ​ຊຳລະ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກທ່ານ. ຈົ່ງ​ຍົກຍ້າຍ​ທຸກໆ​ສິ່ງ​ທີ່​ເປັນ​ມົນທິນ​ອອກ​ໄປ​ຈາກ​ສະຖານທີ່​ສັກສິດ.</verse>
				<verse number="6">ບັນພະບຸລຸດ​ຂອງ​ພວກເຮົາ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແລະ​ໄດ້​ເຮັດ​ສິ່ງ​ທີ່​ພຣະອົງ​ບໍ່​ພໍພຣະໄທ. ພວກເພິ່ນ​ໄດ້​ປະຖິ້ມ​ພຣະອົງ ແລະ​ປິ່ນຫລັງ​ໃຫ້​ແກ່​ທີ່ສະຖິດ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="7">ພວກເພິ່ນ​ໄດ້​ອັດ​ປະຕູ​ພຣະວິຫານ, ໄດ້​ປ່ອຍ​ໃຫ້​ຕະກຽງ​ມອດ ແລະ​ບໍ່ໄດ້​ເຜົາ​ເຄື່ອງຫອມ​ຖວາຍ​ຫລື​ເຜົາບູຊາ​ໃນ​ສະຖານທີ່​ສັກສິດ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.</verse>
				<verse number="8">ເພາະ​ເລື່ອງ​ນີ້ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ ແລະ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ອານາຈັກ​ທັງສອງ​ນັ້ນ ພາ​ໃຫ້​ທຸກຄົນ​ຕົກໃຈ​ຢ້ານກົວ​ຫລາຍ. ພວກທ່ານ​ກໍ​ຮູ້ຈັກ​ສິ່ງ​ນີ້​ດີ.</verse>
				<verse number="9">ພໍ່​ຂອງ​ພວກເຮົາ​ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ເມຍ​ກັບ​ລູກ​ຂອງ​ພວກເຮົາ​ກໍ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.</verse>
				<verse number="10">ບັດນີ້ ຂ້າພະເຈົ້າ​ໄດ້​ຕັດສິນໃຈ​ທີ່​ຈະ​ເຮັດ​ພັນທະສັນຍາ​ກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເພື່ອ​ວ່າ​ພຣະອົງ​ຈະ​ບໍ່​ໂກດຮ້າຍ​ພວກເຮົາ​ຕໍ່ໄປ.</verse>
				<verse number="11">ລູກ​ທັງຫລາຍ​ຂອງເຮົາ​ເອີຍ ຢ່າ​ສູ່​ມົວ​ຊັກຊ້າ​ຢູ່​ເລີຍ. ພວກທ່ານ​ແມ່ນ​ຜູ້ໜຶ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ເອົາ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ພຣະອົງ ແລະ​ນຳພາ​ປະຊາຊົນ​ເຂົ້າ​ມາ​ນະມັດສະການ​ພຣະອົງ.”</verse>
				<verse number="12">ພວກ​ເລວີ​ທີ່​ມີ​ໜ້າ​ໃນ​ທີ່ນັ້ນ ມີ​ດັ່ງນີ້: ຈາກ​ຕະກຸນ​ໂກຮາດ, ມາຮາດ ລູກຊາຍ​ຂອງ​ອາມາໄສ ແລະ​ໂຢເອນ​ລູກຊາຍ​ຂອງ​ອາຊາຣີຢາ; ຈາກ​ຕະກຸນ​ເມຣາຣີ, ກີເຊ ລູກຊາຍ​ຂອງ​ອັບດີ ແລະ​ອາຊາຣີຢາ​ລູກຊາຍ​ຂອງ​ເຢຮານເລເລນ; ຈາກ​ຕະກຸນ​ເກໂຊນ, ໂຢອາ ລູກຊາຍ​ຂອງ​ຊິມມາ ແລະ​ເອເດນ​ລູກຊາຍ​ຂອງ​ໂຢອາ</verse>
				<verse number="13">ຈາກ​ຕະກຸນ​ເອລີຊາຟັນ, ຊິມຣີ ແລະ​ເຢອູເອນ; ຈາກ​ຕະກຸນ​ອາສັບ, ເຊກາຣີຢາ ແລະ​ມັດຕານິຢາ</verse>
				<verse number="14">ຈາກ​ຕະກຸນ​ເຮມານ, ເຢອູເອນ ແລະ​ຊີເມອີ; ຈາກ​ຕະກຸນ​ເຢດູທູນ, ເຊມາອີຢາ ແລະ​ອຸດຊີເອນ.</verse>
				<verse number="15">ຄົນ​ເຫຼົ່ານີ້​ໄດ້​ເອີ້ນ​ພີ່ນ້ອງ​ຊາວ​ເລວີ​ຂອງ​ພວກເຂົາ​ມາ​ປະຊຸມ​ກັນ ແລະ​ພວກເຂົາ​ທຸກຄົນ​ໄດ້​ເຮັດ​ພິທີ​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ. ແລ້ວ​ໂດຍ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກະສັດ ໂດຍ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ເພື່ອ​ຊຳລະ​ວິຫານ​ຂອງ​ພຣະເຈົ້າຢາເວ​ໃຫ້​ໝົດ​ມົນທິນ.</verse>
				<verse number="16">ພວກ​ປະໂຣຫິດ​ໄດ້​ເຂົ້າ​ໄປ​ທາງ​ໃນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ​ເພື່ອ​ຊຳລະ​ໃຫ້​ສະອາດ ແລະ​ພວກເຂົາ​ໄດ້​ຂົນ​ທຸກສິ່ງ ທີ່​ເປັນ​ມົນທິນ​ທັງຫຼາຍ​ທີ່​ພວກເຂົາ​ໄດ້ພົບ​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ອອກ​ມາ​ກອງ​ໄວ້​ທີ່​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ. ພວກເລວີ​ໄດ້​ຂົນ​ສິ່ງ​ທີ່​ເປັນ​ມົນທິນ​ເຫຼົ່ານັ້ນ​ໄປ​ຖິ້ມ​ລົງ​ໃນ​ຮ່ອມພູ​ກິດໂຣນ​ຢູ່​ນອກເມືອງ.</verse>
				<verse number="17">ການ​ລົງມື​ຊຳລະ​ພຣະວິຫານ​ນີ້​ໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ທີໜຶ່ງ​ຂອງ​ເດືອນ​ທີໜຶ່ງ ແລະ​ພໍ​ເຖິງ​ວັນ​ທີແປດ​ກໍ​ສຳເລັດ​ໝົດ ລວມ​ທັງ​ຫ້ອງ​ທີ່​ທາງ​ເຂົ້າ​ດ້ານໜ້າ​ວິຫານ​ຂອງ​ພຣະເຈົ້າຢາເວ. ແລ້ວ​ພວກເຂົາ​ກໍ​ຕຽມ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄວ້​ສຳລັບ​ການ​ນະມັດສະການ​ອີກ​ແປດ​ວັນ ຈົນເຖິງ​ວັນ​ທີ​ສິບຫົກ​ຂອງ​ເດືອນ​ຈຶ່ງ​ສຳເລັດ​ທັງໝົດ.</verse>
				<verse number="18">ພວກເລວີ​ໄດ້​ລາຍງານ​ໃຫ້​ກະສັດ​ເຮເຊກີຢາ​ຮູ້ ດັ່ງນີ້: “ພວກ​ຂ້ານ້ອຍ​ໄດ້​ເຮັດ​ສຳເລັດ​ພິທີ​ຊຳລະ​ວິຫານ​ຂອງ​ພຣະເຈົ້າຢາເວ​ທັງໝົດ​ແລ້ວ, ມີ​ແທ່ນ​ເຜົາບູຊາ​ແລະ​ເຄື່ອງໃຊ້​ເທິງແທ່ນ​ທັງໝົດ, ໂຕະ​ວາງ​ເຂົ້າຈີ່​ໃສ່​ເປັນ​ແຖວ​ແລະ​ເຄື່ອງໃຊ້​ເທິງໂຕະ​ທັງໝົດ.</verse>
				<verse number="19">ພວກ​ຂ້ານ້ອຍ​ຍັງ​ໄດ້​ນຳ​ເຄື່ອງໃຊ້​ທັງໝົດ ຊຶ່ງ​ກະສັດ​ອາຮາດ​ໄດ້​ເອົາ​ໄປ​ໃນ​ສະໄໝ​ທີ່​ເພິ່ນ​ບໍ່​ສັດຊື່​ຕໍ່​ພຣະເຈົ້າ​ນັ້ນ​ຄືນ​ມາ ແລະ​ພວກ​ຂ້ານ້ອຍ​ໄດ້​ອຸທິດ​ຖວາຍ​ແກ່​ພຣະເຈົ້າ​ຄືນ​ໃໝ່​ອີກ. ສິ່ງ​ທັງໝົດ​ນັ້ນ​ໄດ້​ວາງ​ໄວ້​ຢູ່​ດ້ານໜ້າ​ຂອງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ​ແລ້ວ.”</verse>
				<verse number="20">ໂດຍ​ບໍ່​ຊັກຊ້າ​ກະສັດ​ເຮເຊກີຢາ​ໄດ້​ເອີ້ນ​ຊາວ​ເມືອງ​ຊັ້ນ​ຫົວໜ້າ​ມາ​ປະຊຸມ ແລະ​ພວກເຂົາ​ຈຶ່ງ​ພ້ອມ​ພາກັນ​ຂື້ນໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="21">ເພື່ອ​ເປັນ​ການ​ລຶບລ້າງ​ການບາບ​ຂອງ​ຣາຊວົງ ລວມ​ທັງ​ຂອງ​ປະຊາຊົນ​ຢູດາ ແລະ​ຊຳລະ​ພຣະວິຫານ ພວກເຂົາ​ໄດ້​ຖວາຍ​ງົວເຖິກ​ເຈັດ​ໂຕ, ແກະເຖິກ​ເຈັດ​ໂຕ, ລູກແກະ​ເຈັດ​ໂຕ ແລະ​ແບ້​ເຈັດ​ໂຕ. ເພິ່ນ​ບອກ​ບັນດາ​ປະໂຣຫິດ​ທີ່​ເປັນ​ເຊື້ອສາຍ​ຂອງ​ອາໂຣນ ໃຫ້​ຖວາຍ​ສັດ​ເຫຼົ່ານັ້ນ​ທີ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="22">ພວກ​ປະໂຣຫິດ​ໄດ້​ຂ້າ​ງົວເຖິກ​ກ່ອນ ແລ້ວ​ກໍ​ຂ້າ​ແກະເຖິກ​ກັບ​ລູກແກະ ແລະ​ຊິດ​ເລືອດ​ຂອງ​ສັດ​ແຕ່ລະ​ໂຕ​ໃສ່​ແທ່ນບູຊາ.</verse>
				<verse number="23">ແລະ​ພວກເຂົາ​ໄດ້​ນຳ​ແບ້ເຖິກ​ສຳລັບ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ມາ​ຕໍ່ໜ້າ​ກະສັດ ແລະ​ທີ່​ຊຸມນຸມຊົນ; ແລ້ວ​ພວກເຂົາ​ໄດ້​ວາງມື​ໃສ່​ມັນ.</verse>
				<verse number="24">ແລ້ວ​ບັນດາ​ປະໂຣຫິດ​ຈຶ່ງ​ໄດ້​ຂ້າ​ແບ້ ແລະ​ຖອກ​ເລືອດ​ໃສ່​ແທ່ນບູຊາ ເພື່ອ​ລຶບລ້າງ​ການບາບ​ຂອງ​ປະຊາຊົນ​ທຸກຄົນ ເພາະ​ກະສັດ​ໄດ້​ສັ່ງ​ໃຫ້​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ຖວາຍ​ເຄື່ອງ​ບູຊາ ເພື່ອ​ລຶບລ້າງ​ການບາບ​ຂອງ​ປະຊາຊົນ​ອິດສະຣາເອນ​ທັງໝົດ.</verse>
				<verse number="25">ກະສັດ​ໄດ້​ເຮັດ​ຕາມ​ຄຳສັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ແກ່​ກະສັດ​ດາວິດ​ໂດຍ​ຜ່ານ​ທາງ​ກາດ ຜູ້ທຳນວາຍ​ຂອງ​ກະສັດ ແລະ​ຜ່ານ​ທາງ​ຜູ້ທຳນວາຍ​ນາທານ; ເພິ່ນ​ໄດ້​ໃຫ້​ຊາວ​ເລວີ​ປະຈຳ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໂດຍ​ໃຫ້​ມີ​ພິນ​ແລະ​ມີ​ແສ່ງ</verse>
				<verse number="26">ເຄື່ອງ​ດົນຕຼີ​ດັ່ງ​ສະໄໝ​ຂອງ​ກະສັດ​ດາວິດ​ໄດ້​ເຮັດ. ພວກ​ປະໂຣຫິດ​ໄດ້​ຢືນ​ຖື​ແກ​ຕຽມພ້ອມ​ຢູ່​ທີ່​ນັ້ນ​ຄືກັນ.</verse>
				<verse number="27">ເຮເຊກີຢາ​ໄດ້​ສັ່ງ​ໃຫ້​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ພໍ​ພິທີ​ເລີ່ມ​ຂຶ້ນ ປະຊາຊົນ​ຕ່າງ​ກໍ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າຢາເວ; ສ່ວນ​ບັນດາ​ນັກດົນຕຼີ​ກໍ​ຕັ້ງຕົ້ນ​ເປົ່າແກ ແລະ​ຫລີ້ນ​ເຄື່ອງ​ດົນຕຼີ​ອື່ນໆ​ອີກ.</verse>
				<verse number="28">ທຸກໆ​ຄົນ​ທີ່​ຢູ່​ໃນ​ທີ່ນັ້ນ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ນະມັດສະການ ແລະ​ສຽງ​ຮ້ອງ​ພ້ອມ​ສຽງ​ເສບ​ກໍ​ສືບຕໍ່​ກັນ​ໄປ ຈົນກວ່າ​ການ​ຖວາຍບູຊາ​ໄດ້​ສຳເລັດ​ລົງ.</verse>
				<verse number="29">ແລ້ວ​ກະສັດ​ເຮເຊກີຢາ​ພ້ອມ​ດ້ວຍ​ປະຊາຊົນ​ທັງໝົດ ກໍໄດ້​ຄຸເຂົ່າ​ລົງ​ນ້ອມ​ນະມັດສະການ​ພຣະເຈົ້າ.</verse>
				<verse number="30">ກະສັດ​ພ້ອມ​ດ້ວຍ​ພວກ​ຜູ້ນຳ​ຂອງ​ປະຊາຊົນ​ໃນ​ຊາດ ໄດ້​ບອກ​ໃຫ້​ຊາວ​ເລວີ​ຮ້ອງເພງ​ສັນລະເສີນ​ແດ່​ພຣະເຈົ້າຢາເວ ຄື​ຖ້ອຍຄຳ​ທີ່​ກະສັດ​ດາວິດ ແລະ​ຜູ້ທຳນວາຍ​ອາສັບ​ໄດ້​ແຕ່ງ​ໄວ້. ສະນັ້ນ ທຸກຄົນ​ຈຶ່ງ​ຮ້ອງເພງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເມື່ອ​ພວກເຂົາ​ຄຸເຂົ່າ​ລົງ​ນ້ອມ​ນະມັດສະການ​ພຣະເຈົ້າ.</verse>
				<verse number="31">ເຮເຊກີຢາ​ກ່າວ​ແກ່​ປະຊາຊົນ​ວ່າ, “ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ​ສຳລັບ​ພຣະເຈົ້າຢາເວ​ແລ້ວ ຈົ່ງ​ຫຍັບ​ມາໃກ້ ແລະ​ນຳ​ເຄື່ອງ​ບູຊາ​ກັບ​ເຄື່ອງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.” ພວກເຂົາ​ກໍໄດ້​ປະຕິບັດ​ຕາມ ແລະ​ຍັງ​ມີ​ບາງຄົນ​ໄດ້​ນຳ​ສັດ​ມາ​ຂ້າ ເພື່ອ​ເຜົາບູຊາ​ດ້ວຍ​ຄວາມ​ສະໝັກ​ໃຈ.</verse>
				<verse number="32">ພວກເຂົາ​ໄດ້​ນຳ​ງົວເຖິກ​ເຈັດສິບ​ໂຕ, ແກະເຖິກ​ໜຶ່ງຮ້ອຍ​ໂຕ ແລະ​ລູກແກະ​ສອງຮ້ອຍ​ໂຕ ມາ​ເຜົາບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ;</verse>
				<verse number="33">ພວກເຂົາ​ໄດ້​ນຳ​ງົວເຖິກ​ຫົກຮ້ອຍ​ໂຕ ແລະ​ແກະເຖິກ​ສາມພັນ​ໂຕ ມາ​ເປັນ​ເຄື່ອງ​ບູຊາ ເພື່ອ​ໃຫ້​ປະຊາຊົນ​ກິນ.</verse>
				<verse number="34">ເມື່ອ​ບໍ່ມີ​ປະໂຣຫິດ​ພຽງພໍ​ທີ່​ຈະ​ຂ້າ​ສັດ​ເຫຼົ່ານີ້ ຊາວ​ເລວີ​ຈຶ່ງ​ໄດ້​ຂ້າ​ຊ່ວຍ ຈົນ​ວຽກງານ​ສຳເລັດ​ຮຽບຮ້ອຍ. ໃນ​ເວລາ​ນັ້ນ ມີ​ປະໂຣຫິດ​ຫລາຍ​ຄົນ​ໄດ້​ເຮັດ​ພິທີ​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ​ຕື່ມ​ອີກ. (ຊາວ​ເລວີ​ຍິ່ງ​ມີ​ໃຈ​ສັດຊື່​ຫລາຍ​ຂຶ້ນ ໃນ​ການ​ປະພຶດ​ຕົນ​ບໍ່​ໃຫ້​ເປັນ​ມົນທິນ​ຕາມ​ກົດບັນຍັດ.)</verse>
				<verse number="35">ນອກ​ເໜືອ​ຈາກ​ການ​ຖວາຍບູຊາ​ດ້ວຍ​ການ​ເຜົາ​ທັງໝົດ​ແລ້ວ ພວກ​ປະໂຣຫິດ​ຍັງ​ຮັບຜິດຊອບ​ເຜົາ​ໄຂມັນ ຊຶ່ງ​ໄດ້​ມາ​ຈາກ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ສຳລັບ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ພ້ອມ​ກັບ​ເຄື່ອງ​ເຜົາບູຊາ​ອີກ. ສະນັ້ນ ການ​ນະມັດສະການ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ຈຶ່ງ​ໄດ້​ຮັບ​ການ​ຟື້ນຟູ​ຂຶ້ນ​ໃໝ່.</verse>
				<verse number="36">ກະສັດ​ເຮເຊກີຢາ​ແລະ​ປະຊາຊົນ​ພາກັນ​ຊົມຊື່ນ​ຍິນດີ ເພາະ​ພຣະເຈົ້າ​ໄດ້​ຊ່ວຍ​ໃຫ້​ເຮັດ​ສິ່ງ​ທັງໝົດ​ນີ້​ສຳເລັດຜົນ​ຢ່າງ​ວ່ອງໄວ.</verse>
			</chapter>
			<chapter number="30">
				<verse number="1">ເນື່ອງ​ຈາກ​ປະຊາຊົນ​ບໍ່​ອາດ​ຈະ​ສະຫລອງ​ປັດສະຄາ ຕາມ​ກຳນົດ​ໃນ​ເດືອນ​ທີ​ໜຶ່ງ​ໄດ້ ເພາະ​ປະໂຣຫິດ​ທີ່​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ​ແລ້ວ​ນັ້ນ​ຍັງ​ບໍ່ມີ​ພຽງພໍ ແລະ​ປະຊາຊົນ​ສ່ວນ​ຫລາຍ​ກໍ​ຍັງ​ບໍ່​ທັນ​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ນະຄອນ​ເຢຣູຊາເລັມ. ດັ່ງນັ້ນ ກະສັດ​ເຮເຊກີຢາ, ບັນດາ​ຂ້າຣາຊການ ແລະ​ປະຊາຊົນ​ໃນ​ນະຄອນ​ເຢຣູຊາເລັມ ຈຶ່ງ​ໄດ້​ຕົກລົງ​ກັນ​ສະຫລອງ​ງານ​ນີ້​ໃນ​ເດືອນ​ທີ​ສອງ. ສ່ວນ​ກະສັດ​ກໍໄດ້​ປະກາດ​ໄປ​ເຖິງ​ປະຊາຊົນ​ອິດສະຣາເອນ ແລະ​ຢູດາຍ​ໃຫ້​ຮູ້​ທົ່ວ​ເຖິງ​ກັນ. ເພິ່ນ​ໄດ້​ເອົາໃຈໃສ່​ເປັນ​ພິເສດ​ແກ່​ເຜົ່າ​ເອຟຣາອິມ​ແລະ​ມານາເຊ ໂດຍ​ສົ່ງ​ຈົດໝາຍ​ໄປ​ເຊີນ​ພວກເຂົາ​ໃຫ້​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ໃນ​ນະຄອນ​ເຢຣູຊາເລັມ ເພື່ອ​ສະຫລອງ​ປັດສະຄາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="2"></verse>
				<verse number="3"></verse>
				<verse number="4">ກະສັດ​ແລະ​ປະຊາຊົນ​ຕ່າງ​ກໍ​ພໍໃຈ​ນຳ​ແຜນການ​ນີ້</verse>
				<verse number="5">ສະນັ້ນ ພວກເຂົາ​ຈຶ່ງ​ເຊີນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ມາ​ຮ່ວມ ເປັນ​ຈຳນວນ​ຫລວງຫລາຍ​ກວ່າ​ສະໄໝ​ກ່ອນ ຄື​ເລີ່ມ​ແຕ່​ເມືອງ​ດານ​ທາງທິດ​ຕາເວັນອອກ ຈົນຮອດ​ເມືອງ​ເບເອນເຊບາ​ທາງທິດໃຕ້ ເພື່ອ​ໃຫ້​ພ້ອມກັນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ສະຫລອງ​ປັດສະຄາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ຕາມ​ທີ່​ກົດບັນຍັດ​ໄດ້​ກຳນົດ​ໄວ້.</verse>
				<verse number="6">ພວກ​ຜູ້​ສົ່ງຂ່າວ​ກໍໄດ້​ອອກ​ໄປ​ທົ່ວ​ທັງ​ອານາຈັກ​ຢູດາຍ​ແລະ​ອິດສະຣາເອນ ຕາມ​ຄຳສັ່ງ​ຂອງ​ກະສັດ​ແລະ​ບັນດາ​ຂ້າຣາຊການ​ຂອງ​ເພິ່ນ, ໃນ​ບັດ​ເຊີນ​ນັ້ນ​ມີ​ຖ້ອຍຄຳ​ດັ່ງນີ້: “ປະຊາຊົນ​ອິດສະຣາເອນ​ເອີຍ ພວກທ່ານ​ຜູ້​ທີ່​ໄດ້​ລອດ​ຈາກ​ການ​ຮຸກຮານ​ຂອງ​ກອງທັບ​ອັດຊີເຣຍ; ບັດນີ້ ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ ແລະ​ພຣະອົງ​ກໍ​ຈະ​ກັບຄືນ​ມາ​ຫາ​ພວກທ່ານ.</verse>
				<verse number="7">ຢ່າ​ເປັນ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກທ່ານ ແລະ​ພວກ​ພີ່ນ້ອງ​ອິດສະຣາເອນ ພວກ​ທີ່​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ. ພວກທ່ານ​ກໍ​ເຫັນ​ແລ້ວ​ວ່າ​ພຣະອົງ​ລົງໂທດ​ພວກເຂົາ​ໜັກ​ສໍ່າໃດ.</verse>
				<verse number="8">ຢ່າ​ດື້ດຶງ​ດັ່ງ​ພວກເຂົາ ແຕ່​ຈົ່ງ​ເຊື່ອຟັງ​ພຣະເຈົ້າຢາເວ. ຈົ່ງ​ມາ​ສູ່​ພຣະວິຫານ​ທີ່​ນະຄອນ​ເຢຣູຊາເລັມ ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ໄດ້​ເຮັດ​ໃຫ້​ເປັນ​ບ່ອນ​ສັກສິດ​ຕະຫລອດໄປ ແລະ​ນະມັດສະການ​ພຣະອົງ ເພື່ອ​ພຣະອົງ​ຈະ​ບໍ່​ໂກດຮ້າຍ​ພວກທ່ານ​ຕໍ່ໄປ.</verse>
				<verse number="9">ຖ້າ​ພວກທ່ານ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ແລ້ວ​ພວກ​ທີ່​ຈັບ​ພີ່ນ້ອງ​ຂອງ​ພວກທ່ານ​ໄປ​ເປັນ​ຊະເລີຍ​ນັ້ນ ກໍ​ຈະ​ມີ​ຈິດໃຈ​ເມດຕາ​ຕໍ່​ພວກເຂົາ ແລະ​ສົ່ງ​ພວກເຂົາ​ກັບຄືນ​ມາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ຊົງ​ພຣະຄຸນ​ແລະ​ມີ​ໃຈ​ເມດຕາ​ກະລຸນາ ແລະ​ຖ້າ​ພວກທ່ານ​ກັບຄືນ​ມາ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ຮັບ​ເອົາ​ພວກທ່ານ​ໄວ້.”</verse>
				<verse number="10">ພວກ​ສົ່ງຂ່າວ​ໄດ້​ໄປ​ທຸກໆ​ເມືອງ ໃນ​ເຂດແດນ​ຂອງ​ເຜົ່າ​ເອຟຣາອິມ​ແລະ​ມານາເຊ ແລະ​ໄກ​ອອກ​ໄປ​ຈົນຮອດ​ທາງເໜືອ​ຂອງ​ເຜົ່າ​ເຊບູໂລນ ແຕ່​ປະຊາຊົນ​ຫົວເລາະ​ແລະ​ເຍາະເຍີ້ຍ​ພວກເຂົາ.</verse>
				<verse number="11">ຢ່າງໃດ​ກໍຕາມ ຍັງ​ມີ​ບາງຄົນ​ຈາກ​ເຜົ່າ​ອາເຊ, ມານາເຊ ແລະ​ເຊບູໂລນ​ຍິນດີ​ຈະ​ມາ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="12">ພຣະເຈົ້າ​ໄດ້​ກະທຳ​ໃນ​ທ່າມກາງ​ພວກ​ຢູດາ​ເຊັ່ນກັນ ແລະ​ໃຫ້​ພວກເຂົາ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຕັ້ງໃຈ​ເຮັດ​ຕາມ​ພຣະປະສົງ​ໂດຍ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກະສັດ​ແລະ​ພວກ​ຂ້າຣາຊການ​ຂອງ​ເພິ່ນ ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="13">ໃນ​ເດືອນ​ທີ​ສອງ​ໄດ້​ມີ​ປະຊາຊົນ​ຢ່າງ​ຫລວງຫລາຍ​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ສະຫລອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ.</verse>
				<verse number="14">ພວກເຂົາ​ເລີ່ມຕົ້ນ​ໂດຍ​ເອົາ​ແທ່ນ​ທັງໝົດ​ທີ່​ໃຊ້​ຖວາຍ​ເຄື່ອງ​ບູຊາ ແລະ​ເຄື່ອງຫອມ​ໃນ​ນະຄອນ​ເຢຣູຊາເລັມ ໂຍນ​ລົງ​ໃນ​ຮ່ອມພູ​ກິດໂຣນ.</verse>
				<verse number="15">ແລະ​ໃນ​ມື້​ທີ​ສິບສີ່​ຂອງ​ເດືອນ​ນັ້ນ ພວກເຂົາ​ໄດ້​ຂ້າ​ລູກແກະ​ສຳລັບ​ຖວາຍບູຊາ​ໃນ​ປັດສະຄາ. ປະໂຣຫິດ​ແລະ​ຊາວ​ເລວີ​ທີ່​ບໍ່ໄດ້​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ​ກໍ​ຮູ້ສຶກ​ລະອາຍ​ໃຈ; ສະນັ້ນ ພວກເຂົາ​ຈຶ່ງ​ຊຳລະ​ຕົນ​ໃຫ້​ບໍຣິສຸດ ແລະ​ບັດນີ້ ພວກເຂົາ​ຖວາຍ​ເຄື່ອງ​ເຜົາບູຊາ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄດ້.</verse>
				<verse number="16">ພວກເຂົາ​ໄດ້​ເຂົ້າ​ປະຈຳ​ໜ້າທີ່​ຂອງຕົນ​ໃນ​ພຣະວິຫານ ຕາມ​ຄຳແນະນຳ​ທີ່​ມີ​ຢູ່​ໃນ​ກົດບັນຍັດ​ຂອງ​ໂມເຊ​ຄົນ​ຂອງ​ພຣະເຈົ້າ. ຊາວ​ເລວີ​ໄດ້​ນຳ​ເລືອດ​ສັດ​ສຳລັບ​ບູຊາ​ນັ້ນ​ມາ​ໃຫ້​ປະໂຣຫິດ​ຊິດ​ໃສ່​ແທ່ນບູຊາ.</verse>
				<verse number="17">ເພາະວ່າ​ມີ​ຫລາຍ​ຄົນ​ໃນ​ປະຊາຊົນ​ນັ້ນ ທີ່​ຍັງ​ບໍ່ໄດ້​ຊຳລະ​ຕົນ​ໃຫ້​ບໍຣິສຸດ ພວກເຂົາ​ຈຶ່ງ​ຂ້າ​ແກະ​ຖວາຍ​ສຳລັບ​ປັດສະຄາ​ບໍ່ໄດ້; ສະນັ້ນ ຊາວ​ເລວີ​ຈຶ່ງ​ໄດ້​ຂ້າ​ແກະ​ປັດສະຄາ​ສຳລັບ​ທຸກຄົນ​ທີ່​ຍັງ​ເປັນ​ມົນທິນ ເພື່ອ​ເຮັດ​ໃຫ້​ເຂົາ​ບໍຣິສຸດ​ແດ່​ພຣະເຈົ້າຢາເວ.</verse>
				<verse number="18">ນອກຈາກນີ້​ຍັງ​ມີ​ຫລາຍ​ຄົນ​ທີ່​ມາ​ຈາກ​ເຜົ່າ​ເອຟຣາອິມ, ມານາເຊ, ອິດຊາຄາ ແລະ​ເຊບູໂລນ ຍັງ​ບໍ່ໄດ້​ເຮັດ​ພິທີ​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ; ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ເຮັດ​ພິທີ​ນີ້​ຢ່າງ​ບໍ່​ຖືກຕ້ອງ. ກະສັດ​ເຮເຊກີຢາ​ຈຶ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ​ວ່າ,</verse>
				<verse number="19">“ຂ້າແດ່​ພຣະເຈົ້າຢາເວ​ຜູ້ປະເສີດ​ເອີຍ ຂໍ​ຊົງໂຜດ​ຍົກໂທດ​ໃຫ້​ຜູ້​ທີ່​ເຕັມໃຈ​ສະແຫວງ​ຫາ​ພຣະເຈົ້າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ເຖິງ​ແມ່ນ​ວ່າ​ພວກເຂົາ​ຍັງ​ເປັນ​ມົນທິນ​ຢູ່​ກໍຕາມ.”</verse>
				<verse number="20">ພຣະເຈົ້າຢາເວ​ໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ເຮເຊກີຢາ; ພຣະອົງ​ໄດ້​ຍົກໂທດ​ໃຫ້​ປະຊາຊົນ ແລະ​ບໍ່​ເຮັດ​ໃຫ້​ພວກເຂົາ​ເປັນ​ອັນຕະລາຍ​ແຕ່​ຢ່າງໃດ.</verse>
				<verse number="21">ປະຊາຊົນ​ທີ່​ມາ​ເຕົ້າໂຮມ​ກັນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ໄດ້​ສະຫລອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ເປັນ​ເວລາ​ເຈັດ​ວັນ ແລະ​ແຕ່ລະວັນ ພວກເລວີ​ແລະ​ບັນດາ​ປະໂຣຫິດ​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າຢາເວ ດ້ວຍ​ສຸດ​ກຳລັງ​ຂອງ​ພວກເຂົາ. ດ້ວຍ​ເຄື່ອງ​ດົນຕຼີ​ຕ່າງໆ​ສຳລັບ​ພຣະເຈົ້າຢາເວ.</verse>
				<verse number="22">ເຮເຊກີຢາ​ໄດ້​ຊົມເຊີຍ​ຊາວ​ເລວີ ທີ່​ມີ​ຄວາມ​ສາມາດ​ສູງ​ໃນ​ການນຳພາ​ການ​ນະມັດສະການ​ພຣະເຈົ້າຢາເວ​ໃນ​ຄັ້ງ​ນີ້. ຫລັງຈາກ​ເຈັດ​ວັນ​ໃນ​ລະຫວ່າງ​ທີ່​ພວກເຂົາ​ຖວາຍ​ເຄື່ອງ​ບູຊາ ເພື່ອ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ຢູ່​ນັ້ນ</verse>
				<verse number="23">ພວກເຂົາ​ທຸກຄົນ​ໄດ້​ຕົກລົງ​ກັນ​ສະຫລອງ​ຕໍ່​ອີກ​ເຈັດ​ວັນ. ສະນັ້ນ ພວກເຂົາ​ຈຶ່ງ​ສະຫລອງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.</verse>
				<verse number="24">ກະສັດ​ເຮເຊກີຢາ​ໄດ້​ປະກອບ​ສ່ວນ​ງົວເຖິກ​ໜຶ່ງພັນ​ໂຕ ແລະ​ແກະເຖິກ​ເຈັດພັນ​ໂຕ ເພື່ອ​ໃຫ້​ປະຊາຊົນ​ຂ້າ​ກິນ ແລະ​ບັນດາ​ຂ້າຣາຊການ​ຂອງ​ເພິ່ນ​ກໍໄດ້​ຊ່ວຍ​ງົວເຖິກ​ໜຶ່ງພັນ​ໂຕ ແລະ​ແກະເຖິກ​ໜຶ່ງພັນ​ໂຕ. ມີ​ປະໂຣຫິດ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ.</verse>
				<verse number="25">ສະນັ້ນ ທຸກຄົນ​ຈຶ່ງ​ຊົມຊື່ນ​ຍິນດີ​ເປັນ​ຕົ້ນ: ປະຊາຊົນ​ຊາວ​ຢູດາ, ບັນດາ​ປະໂຣຫິດ​ຊາວ​ເລວີ, ປະຊາຊົນ​ທີ່​ມາ​ແຕ່​ທາງທິດເໜືອ, ຕະຫລອດ​ທັງ​ຊາວ​ຕ່າງດ້າວ​ທີ່​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ຢ່າງ​ຖາວອນ​ໃນ​ອານາຈັກ​ຢູດາຍ​ແລະ​ອິດສະຣາເອນ.</verse>
				<verse number="26">ນະຄອນ​ເຢຣູຊາເລັມ​ຈຶ່ງ​ຟົດຟື້ນ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່ ເພາະ​ບໍ່ເຄີຍ​ມີ​ເຫດການ​ເຊັ່ນນີ້​ເກີດຂຶ້ນ ນັບ​ຕັ້ງແຕ່​ສະໄໝ​ຂອງ​ກະສັດ​ໂຊໂລໂມນ​ລູກຊາຍ​ຂອງ​ດາວິດ​ເປັນ​ຕົ້ນ​ມາ.</verse>
				<verse number="27">ພວກ​ປະໂຣຫິດ​ແລະ​ຊາວ​ເລວີ​ໄດ້​ຢືນຂື້ນ​ອວຍພອນ​ປະຊາຊົນ. ພຣະເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ໄດ້ຍິນ​ສຽງ​ພາວັນນາ​ອະທິຖານ​ຂອງ​ພວກເຂົາ ແລະ​ພຣະອົງ​ຈຶ່ງ​ຮັບ​ເອົາ​ຄຳພາວັນນາ​ອະທິຖານ​ເຫຼົ່ານັ້ນ.</verse>
			</chapter>
			<chapter number="31">
				<verse number="1">ຫລັງຈາກ​ເທດສະການ​ສະຫລອງ​ສິ້ນສຸດ​ລົງ​ແລ້ວ ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ໄປ​ທີ່​ເມືອງ​ຕ່າງໆ​ໃນ​ຢູດາຍ ແລະ​ໄດ້​ທັບ​ເສົາ​ຫີນ, ຟັນ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ແລະ​ທຳລາຍ​ແທ່ນບູຊາ​ພ້ອມ​ທັງ​ບ່ອນ​ຂາບໄຫວ້​ອື່ນໆ​ຖິ້ມ​ໝົດ. ຕາມ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ເຂດແດນ​ຕ່າງໆ​ຂອງ​ເຜົ່າ​ເບັນຢາມິນ, ເອຟຣາອິມ ແລະ​ມານາເຊ ພວກເຂົາ​ກໍໄດ້​ເຮັດ​ຄືກັນ; ແລ້ວ​ພວກເຂົາ​ກໍ​ແຍກຍ້າຍ​ກັນ​ກັບຄືນ​ເມືອ​ເຮືອນ​ຂອງ​ໃຜ​ລາວ.</verse>
				<verse number="2">ກະສັດ​ເຮເຊກີຢາ​ໄດ້​ຈັດຕັ້ງ​ຄະນະ​ປົກຄອງ​ປະໂຣຫິດ​ແລະ​ຊາວ​ເລວີ​ຂຶ້ນ​ໃໝ່ ຕາມ​ໜ້າທີ່​ສະເພາະ​ຂອງ​ໃຜ​ລາວ. ໜ້າທີ່​ເຫຼົ່ານັ້ນ​ລວມ​ເອົາ​ທັງ​ການ​ເຜົາ​ຖວາຍບູຊາ​ແລະ​ການຖວາຍ​ເພື່ອ​ຄວາມ​ສາມັກຄີທຳ, ການ​ປະກອບ​ສ່ວນ​ໃນ​ພິທີ​ນະມັດສະການ​ທີ່​ພຣະວິຫານ​ແລະ​ການຖວາຍ​ຄຳ​ຍົກຍໍ​ສັນລະເສີນ ແລະ​ການ​ໂມທະນາ​ຂອບພຣະຄຸນ​ໃນ​ເດີ່ນລານ​ຕ່າງໆ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="3">ເພິ່ນ​ໄດ້​ຈັດຫາ​ສັດ​ຈາກ​ຝູງແກະ​ແລະ​ຝູງງົວ​ຂອງ​ເພິ່ນ​ເອງ​ມາ ເພື່ອ​ເຜົາ​ຖວາຍບູຊາ​ທຸກໆເຊົ້າ​ແລະ​ທຸກໆແລງ ສຳລັບ​ຖວາຍ​ໃນ​ວັນ​ຊະບາໂຕ, ໃນ​ວັນ​ສະຫລອງ​ເດືອນ​ຂຶ້ນ​ໃໝ່ ແລະ​ໃນ​ເທດສະການ​ອື່ນໆ​ທີ່​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ໄດ້​ກຳນົດ​ໄວ້.</verse>
				<verse number="4">ນອກຈາກນີ້​ອີກ ກະສັດ​ຍັງ​ບອກ​ປະຊາຊົນ​ໃນ​ນະຄອນ​ເຢຣູຊາເລັມ ໃຫ້​ນຳ​ເຄື່ອງ​ຖວາຍ​ຊຶ່ງ​ໄດ້​ກຳນົດ​ໄວ້​ສຳລັບ​ພວກ​ປະໂຣຫິດ​ແລະ​ຊາວ​ເລວີ​ນັ້ນ​ມາ ເພື່ອ​ພວກເຂົາ​ຈະ​ໄດ້​ອຸທິດ​ເວລາ​ທັງໝົດ​ໃສ່​ການ​ປະຕິບັດ ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="5">ພໍ​ກະສັດ​ໄດ້​ປະກາດ​ອອກ​ເທົ່ານັ້ນ ປະຊາຊົນ​ອິດສະຣາເອນ​ກໍໄດ້​ນຳ​ຂອງຂວັນ​ມາ​ຖວາຍ​ດັ່ງນີ້: ເຂົ້າ​ເມັດ​ງາມ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ, ນໍ້າເຜິ້ງ ແລະ​ພືດຜົນ​ຊະນິດ​ຕ່າງໆ​ຈາກ​ທົ່ງນາ ແລະ​ພວກເຂົາ​ຍັງ​ໄດ້​ນຳ​ໜຶ່ງສ່ວນສິບ ຂອງ​ສັບພະທຸກສິ່ງ​ທີ່​ພວກເຂົາ​ມີ ມາ​ຖວາຍ​ຄືກັນ.</verse>
				<verse number="6">ປະຊາຊົນ​ທຸກຄົນ​ທີ່​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ຕ່າງ​ກໍ​ນຳ​ໜຶ່ງສ່ວນສິບ​ຂອງ​ງົວ ແລະ​ແກະ​ໃນ​ຝູງ​ມາ​ຖວາຍ ແລະ​ພວກເຂົາ​ຍັງ​ໄດ້​ນຳ​ຂອງຂວັນ​ຢ່າງ​ຫລວງຫລາຍ ມາ​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="7">ເຄື່ອງ​ຖວາຍ​ນັ້ນ​ໄດ້​ເລີ່ມ​ກອງ​ສູງ​ຂຶ້ນ​ໃນ​ເດືອນ​ທີ​ສາມ ແລະ​ສືບຕໍ່​ນຳ​ມາ​ຈົນຮອດ​ເດືອນ​ທີ​ສີ່.</verse>
				<verse number="8">ເມື່ອ​ກະສັດ​ເຮເຊກີຢາ​ແລະ​ຂ້າຣາຊການ​ຂອງ​ເພິ່ນ​ເຫັນ​ເຄື່ອງ​ຖວາຍ​ທີ່​ຄົນ​ນຳ​ມາ​ຢ່າງ​ຫລວງຫລາຍ​ເຊັ່ນນີ້ ຈຶ່ງ​ສັນລະເສີນ​ພຣະເຈົ້າຢາເວ ແລະ​ຊົມເຊີຍ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ.</verse>
				<verse number="9">ກະສັດ​ໄດ້​ຖາມ​ບັນດາ​ປະໂຣຫິດ​ແລະ​ຊາວ​ເລວີ​ເຖິງ​ເຄື່ອງ​ຖວາຍ​ນັ້ນ;</verse>
				<verse number="10">ແລະ​ອາຊາຣີຢາ​ກັບ​ມະຫາ​ປະໂຣຫິດ ຜູ້​ທີ່​ສືບ​ເຊື້ອສາຍ​ຈາກ​ຊາດົກ​ໄດ້​ກ່າວ​ແກ່​ກະສັດ​ວ່າ, “ນັບ​ຕັ້ງແຕ່​ປະຊາຊົນ​ເລີ່ມ​ນຳ​ເຄື່ອງ​ມາ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ພວກເຮົາ​ມີ​ອາຫານ​ການກິນ​ຢ່າງ​ພຽງພໍ ແລະ​ຍັງ​ມີ​ໄວ້​ສຳລອງ​ອີກ​ຢ່າງ​ຫລວງຫລາຍ. ພວກເຮົາ​ມີ​ເຄື່ອງຂອງ​ທັງໝົດ​ນີ້ ເພາະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ປະຊາຊົນ​ຂອງ​ພຣະອົງ.”</verse>
				<verse number="11">ຕາມ​ຄຳສັ່ງ​ຂອງ​ກະສັດ, ພວກເຂົາ​ໄດ້​ຕຽມ​ຫ້ອງ​ມ້ຽນ​ເຄື່ອງ​ໄວ້​ໃນ​ບໍລິເວນ​ວິຫານ​ຂອງ​ພຣະເຈົ້າຢາເວ</verse>
				<verse number="12">ແລະ​ເອົາ​ຂອງຂວັນ​ກັບ​ໜຶ່ງສ່ວນສິບ​ທັງໝົດ ທີ່​ຄົນ​ໄດ້​ນຳ​ມາ​ຖວາຍ​ສະສົມ​ໄວ້​ໃນ​ທີ່ນັ້ນ. ພວກເຂົາ​ໄດ້​ແຕ່ງຕັ້ງ​ຊາວ​ເລວີ​ຄົນ​ໜຶ່ງ ໃຫ້​ເປັນ​ຜູ້​ຮັບຜິດຊອບ​ຊື່​ວ່າ ໂກນານີຢາ ແລະ​ໃຫ້​ຊີເມອີ​ນ້ອງຊາຍ​ຂອງ​ລາວ​ເປັນ​ຜູ້​ຊ່ວຍ.</verse>
				<verse number="13">ພວກເຂົາ​ມອບໝາຍ​ໜ້າທີ່​ໃຫ້​ຊາວ​ເລວີ​ສິບ​ຄົນ​ເຮັດ​ວຽກ​ນຳ​ພວກເຂົາ​ມີ​ດັ່ງນີ້: ເຢຮີເອນ, ອາຊາຊີຢາ, ນາຮາດ, ອາສາເຮນ, ເຢຣິໂມດ, ໂຢຊາບັດ, ເອລີເອນ, ອິດຊະມາກີຢາ, ມາຮາດ ແລະ​ເບນາອີຢາ. ຄົນ​ທັງໝົດ​ນັ້ນ​ແມ່ນ​ຢູ່​ພາຍໃຕ້​ອຳນາດ​ຂອງ​ກະສັດ​ເຮເຊກີຢາ ແລະ​ອາຊາຣີຢາ​ຫົວໜ້າ​ເຈົ້າໜ້າທີ່​ປະຈຳ​ວິຫານ​ຂອງ​ພຣະເຈົ້າ.</verse>
				<verse number="14">ມີ​ຄົນເລວີ​ຜູ້ໜຶ່ງ​ຊື່​ວ່າ​ໂກເຣ​ລູກຊາຍ​ຂອງ​ອີມນາ ທີ່​ເປັນ​ນາຍ​ເຝົ້າຍາມ​ປະຕູ​ທາງດ້ານ​ຕາເວັນອອກ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ຮັບ​ເຄື່ອງຖວາຍ​ດ້ວຍ​ເຕັມໃຈ​ແກ່​ພຣະເຈົ້າ ເພື່ອ​ຈະ​ແຈກ​ຢາຍ​ເຄື່ອງຖວາຍ​ຂອງ​ພຣະເຈົ້າຢາເວ ແລະ​ສິ່ງຂອງ​ບໍຣິສຸດ​ທີ່ສຸດ​ທັງຫລາຍ.</verse>
				<verse number="15">ໃນ​ເມືອງ​ຕ່າງໆ​ບ່ອນ​ທີ່​ມີ​ປະໂຣຫິດ​ອາໄສ​ຢູ່​ກໍ​ມີ​ຄົນເລວີ​ອື່ນໆ​ຮັບຜິດຊອບ​ໜ້າທີ່​ນີ້​ຢ່າງ​ສັດຊື່ ດັ່ງນີ້: ເອເດນ, ມີນີອາມິນ, ເຢຊູອາ, ເຊມາອີຢາ, ອາມາຣີຢາ ແລະ​ເຊການີຢາ. ພວກເຂົາ​ໄດ້​ແຈກ​ອາຫານ​ໃຫ້​ແກ່​ພີ່ນ້ອງ​ຊາວ​ເລວີ​ເທົ່າ​ກັນ​ຕາມ​ໜ້າທີ່ການ​ຂອງ​ພວກເຂົາ</verse>
				<verse number="16">ແລະ​ບໍ່ແມ່ນ​ຕາມ​ແຕ່ລະ​ຕະກຸນ. ພວກເຂົາ​ໄດ້​ເອົາ​ສ່ວນ​ໜຶ່ງ​ໃຫ້​ແກ່​ເພດ​ຊາຍ​ທຸກຄົນ​ທີ່​ມີ​ອາຍຸ​ສາມສິບ​ປີ ຂຶ້ນ​ໄປ ຄື​ຜູ້​ທີ່​ຮັບຜິດຊອບ​ແຕ່ລະວັນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ຕາມ​ຕຳແໜ່ງ​ຂອງ​ພວກເຂົາ.</verse>
				<verse number="17">ພວກ​ປະໂຣຫິດ​ໄດ້​ຮັບ​ມອບໝາຍ​ໜ້າທີ່ ຕາມ​ແຕ່ລະ​ຕະກຸນ ແລະ​ຊາວ​ເລວີ​ຜູ້​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ກໍໄດ້​ຮັບ​ມອບໝາຍ​ໜ້າທີ່​ຕາມ​ທີ່​ຕົນ​ສັງກັດ​ຢູ່.</verse>
				<verse number="18">ທຸກຄົນ​ໄດ້​ຈົດ​ຊື່​ລົງ​ທະບຽນ​ພ້ອມ​ກັບ​ເມຍ, ລູກ ແລະ​ຄົນອື່ນໆ​ທີ່​ຢູ່​ໃຕ້​ການ​ເບິ່ງແຍງ​ຂອງຕົນ; ເພື່ອ​ຄວາມ​ສັດຊື່​ຂອງ​ພວກເຂົາ ພວກເຂົາ​ຈະ​ຕ້ອງ​ຊຳລະ​ຕົວ​ຂອງ​ພວກເຂົາ​ໃຫ້​ບໍຣິສຸດ.</verse>
				<verse number="19">ໃນ​ທ່າມກາງ​ພວກ​ປະໂຣຫິດ​ທີ່​ອາໄສ​ຢູ່​ຕາມ​ເມືອງ​ຕ່າງໆ ຊຶ່ງ​ຖືກ​ມອບ​ໃຫ້​ເປັນ​ກຳມະສິດ​ຂອງ​ເຊື້ອສາຍ​ອາໂຣນ ຫລື​ໃນ​ບ່ອນ​ລ້ຽງ​ສັດ​ທີ່​ເປັນ​ຂອງ​ເມືອງ​ນັ້ນ ກໍ​ມີ​ຄົນ​ຮັບຜິດຊອບ​ແຈກ​ຢາຍ​ອາຫານ​ໃຫ້​ຜູ້ຊາຍ​ທຸກໆ​ຄົນ​ໃນ​ຄອບຄົວ​ຂອງ​ປະໂຣຫິດ ແລະ​ໃຫ້​ທຸກໆ​ຄົນ​ໃນ​ຕະກຸນ​ເລວີ​ທີ່​ໄດ້​ລົງບັນຊີ​ລາຍຊື່​ໄວ້.</verse>
				<verse number="20">ທົ່ວ​ທັງ​ຢູດາຍ ກະສັດ​ເຮເຊກີຢາ​ໄດ້​ເຮັດ​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ ແລະ​ພໍພຣະໄທ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ.</verse>
				<verse number="21">ທຸກສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ສຳລັບ​ວິຫານ​ຂອງ​ພຣະເຈົ້າ, ໃນ​ການ​ປະຕິບັດ​ຕາມ​ກົດບັນຍັດ​ໃນ​ຂໍ້ຄຳສັ່ງ​ທັງຫລາຍ, ໃນ​ການ​ສະແຫວງຫາ​ພຣະເຈົ້າ​ຂອງ​ເພິ່ນ ເພິ່ນ​ໄດ້​ເຮັດ​ດ້ວຍ​ໝົດ​ຈິດໃຈ​ຂອງ​ເພິ່ນ ແລະ​ເພິ່ນ​ໄດ້​ຈະເລີນ​ຮຸ່ງເຮືອງ​ຂື້ນ.</verse>
			</chapter>
			<chapter number="32">
				<verse number="1">ຫລັງຈາກ​ທີ່​ກະສັດ​ເຮເຊກີຢາ​ໄດ້​ຮັບໃຊ້​ພຣະເຈົ້າ​ຢ່າງ​ສັດຊື່ ຕາມ​ທີ່​ກ່າວ​ມາ​ແລ້ວ​ນັ້ນ; ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ ກໍໄດ້​ມາ​ຮຸກຮານ​ອານາຈັກ​ຢູດາຍ. ເພິ່ນ​ໄດ້​ປິດລ້ອມ​ເມືອງ​ຕ່າງໆ​ທີ່​ມີ​ປ້ອມ​ປ້ອງກັນ ແລະ​ສັ່ງ​ໃຫ້​ກອງທັບ​ຂອງ​ເພິ່ນ​ທະລຸ​ກຳແພງ​ເມືອງ.</verse>
				<verse number="2">ເມື່ອ​ເຮເຊກີຢາ​ເຫັນ​ວ່າ ເຊັນນາເກຣິບ​ຕັ້ງໃຈ​ຈະ​ໂຈມຕີ​ນະຄອນ​ເຢຣູຊາເລັມ​ຄືກັນ</verse>
				<verse number="3">ເພິ່ນ​ແລະ​ບັນດາ​ຂ້າຣາຊການ​ຂອງ​ເພິ່ນ​ໄດ້​ຕັດສິນໃຈ ຕັນ​ບ່ອນ​ລຳລຽງ​ນໍ້າ​ທີ່​ນອກເມືອງ ເພື່ອ​ບໍ່​ໃຫ້​ພວກ​ອັດຊີເຣຍ​ມີ​ນໍ້າ​ດື່ມ ເມື່ອ​ພວກເຂົາ​ຍົກທັບ​ເຂົ້າ​ມາ​ໃກ້​ນະຄອນ​ເຢຣູຊາເລັມ. ດັ່ງນັ້ນ ບັນດາ​ຂ້າຣາຊການ​ຈຶ່ງ​ນຳ​ປະຊາຊົນ​ຈຳນວນ​ຫລວງຫລາຍ ໄປ​ຖົມ​ບໍ່ນໍ້າ​ທັງໝົດ​ເພື່ອ​ບໍ່​ໃຫ້​ມີ​ນໍ້າ​ໄຫລ​ອອກ​ມາ.</verse>
				<verse number="4"></verse>
				<verse number="5">ກະສັດ​ຍັງ​ໄດ້​ສ້ອມແປງ​ກຳແພງ​ປ້ອງກັນ​ເມືອງ​ໃຫ້​ເຂັ້ມແຂງ​ຂຶ້ນ ໂດຍ​ສ້າງ​ຫໍຄອຍ​ໄວ້​ຕາມ​ເທິງ​ກຳແພງ ແລະ​ກໍ່ສ້າງ​ກຳແພງ​ຮອບ​ນອກ​ອີກ. ນອກຈາກນີ້ ເພິ່ນ​ຍັງ​ໄດ້​ສ້ອມແປງ​ບ່ອນ​ປ້ອງກັນ​ທີ່​ມີ​ຢູ່​ທົ່ວ​ໄປ ທາງ​ດ້ານ​ທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ຕາມ​ບໍລິເວນ​ທີ່​ເກົ່າແກ່. ເພິ່ນ​ຍັງ​ເຮັດ​ຫອກ​ແລະ​ໂລ້​ເປັນ​ຈຳນວນ​ຫລວງຫລາຍ​ໄວ້​ອີກ.</verse>
				<verse number="6">ເພິ່ນ​ໄດ້​ເກນ​ຜູ້ຊາຍ​ໃນ​ນະຄອນ​ທຸກຄົນ​ໃຫ້​ເຂົ້າ​ປະຈຳການ ໂດຍ​ໃຫ້​ຢູ່​ໃຕ້​ການ​ບັນຊາ​ຂອງ​ນາຍ​ທະຫານ​ໃນ​ກອງທັບ ແລະ​ເອີ້ນ​ພວກເຂົາ​ໃຫ້​ມາ​ປະຊຸມ​ກັນ​ທີ່​ສີ່​ແຍກ​ໃຈກາງ​ເມືອງ. ແລ້ວ​ເພິ່ນ​ກໍໄດ້​ກ່າວ​ໜູນໃຈ​ພວກເຂົາ​ວ່າ,</verse>
				<verse number="7">“ຈົ່ງ​ເດັດດ່ຽວ​ແລະ​ກ້າຫານ ແລະ​ຢ່າສູ່ຢ້ານ​ຈັກກະພັດ​ອັດຊີເຣຍ ຫລື​ກອງທັບ​ທີ່​ລາວ​ນຳ​ມາ. ພວກເຮົາ​ມີ​ອຳນາດ​ຫລາຍກວ່າ​ພວກເຂົາ.</verse>
				<verse number="8">ພວກເຂົາ​ມີ​ອຳນາດ​ຂອງ​ມະນຸດ ແຕ່​ພວກເຮົາ​ມີ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຊ່ວຍເຫຼືອ ແລະ​ຕໍ່ສູ້​ເພື່ອ​ພວກເຮົາ.” ເມື່ອ​ໄດ້ຍິນ​ຖ້ອຍຄຳ​ທີ່​ກະສັດ​ຂອງ​ພວກເຂົາ​ກ່າວ ປະຊາຊົນ​ກໍ​ມີ​ກຳລັງໃຈ​ຂຶ້ນ.</verse>
				<verse number="9">ຕໍ່ມາ ຂະນະທີ່​ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ​ແລະ​ກອງທັບ​ຂອງຕົນ​ຍັງ​ຢູ່​ທີ່​ເມືອງ​ລາກິດ ເພິ່ນ​ໄດ້​ສົ່ງ​ສານ​ມາ​ຫາ​ກະສັດ​ເຮເຊກີຢາ ແລະ​ປະຊາຊົນ​ຊາວ​ຢູດາ ທີ່​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ກັບ​ເພິ່ນ ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້:</verse>
				<verse number="10">“ຂ້າພະເຈົ້າ ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ ຂໍ​ຖາມ​ວ່າ ແມ່ນ​ສິ່ງໃດ​ທີ່​ເຮັດ​ໃຫ້​ພວກເຈົ້າ​ໝັ້ນໃຈ ຍັງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ທີ່​ຖືກ​ປິດລ້ອມ​ນີ້.</verse>
				<verse number="11">ເຮເຊກີຢາ​ບອກ​ພວກເຈົ້າ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຊ່ວຍ​ເອົາ​ພວກເຈົ້າ ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກເຮົາ, ແຕ່​ເຮເຊກີຢາ​ກຳລັງ​ຫລອກລວງ​ພວກເຈົ້າ ແລະ​ຈະ​ພາ​ພວກເຈົ້າ​ຕາຍ​ຍ້ອນ​ອຶດ​ເຂົ້າ​ແລະ​ຫິວນໍ້າ.</verse>
				<verse number="12">ລາວ​ເປັນ​ຜູ້​ທີ່​ທຳລາຍ​ສະຖານທີ່​ສູງ ແລະ​ແທ່ນບູຊາ​ຕ່າງໆ​ຂອງ​ພຣະອົງ ແຕ່​ແລ້ວ​ລາວ​ກໍ​ບອກ​ປະຊາຊົນ​ຊາວ​ຢູດາ​ກັບ​ຊາວ​ນະຄອນ​ເຢຣູຊາເລັມ ນະມັດສະການ ແລະ​ເຜົາ​ຖວາຍບູຊາ​ທີ່​ເທິງ​ແທ່ນບູຊາ​ພຽງ​ແຫ່ງດຽວ.</verse>
				<verse number="13">ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ບັນພະບຸລຸດ​ຂອງເຮົາ​ແລະ​ເຮົາ​ເອງ ໄດ້​ເຮັດ​ຕໍ່​ຊົນຊາດ​ອື່ນ​ຢ່າງໃດ? ພະ​ຂອງ​ຊົນຊາດ​ອື່ນໆ​ຊ່ວຍ​ປະຊາຊົນ​ຂອງ​ພວກເຂົາ ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ຂ້ອຍ​ໄດ້​ບໍ?</verse>
				<verse number="14">ພະ​ທັງໝົດ​ຂອງ​ຊົນຊາດ​ເຫຼົ່ານັ້ນ​ເຄີຍ​ຊ່ວຍ​ປະເທດ​ຂອງຕົນ ຈາກ​ພວກເຮົາ​ເມື່ອໃດ? ແລ້ວ​ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພວກເຈົ້າ​ຄິດ​ວ່າ​ພຣະເຈົ້າ​ຂອງ​ພວກເຈົ້າ​ຊ່ວຍ​ພວກເຈົ້າ​ພົ້ນຈາກ​ກຳມື​ຂອງ​ຂ້ອຍ​ໄດ້?</verse>
				<verse number="15">ບັດນີ້ ຢ່າ​ປ່ອຍ​ໃຫ້​ເຮເຊກີຢາ​ຫລອກລວງ ຫລື​ນຳພາ​ພວກເຈົ້າ​ໄປ​ໃນ​ທາງ​ຜິດ​ຢ່າງນັ້ນ​ເລີຍ. ຢ່າ​ສູ່​ເຊື່ອ​ລາວ ບໍ່ມີ​ພະ​ຂອງ​ຊົນຊາດ​ໃດ​ດອກ ທີ່​ສາມາດ​ຊ່ວຍ​ປະຊາຊົນ​ຂອງຕົນ ຈາກ​ມື​ຂອງ​ຂ້ອຍ​ແລະ​ຈາກ​ມື​ຂອງ​ບັນພະບຸລຸດ​ຂອງ​ຂ້ອຍ​ໄດ້. ສະນັ້ນ ຈຶ່ງ​ແນ່ນອນ​ທີ່ສຸດ​ວ່າ ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ຂ້ອຍ​ບໍ່ໄດ້​ຄືກັນ.”</verse>
				<verse number="16">ບັນດາ​ຂ້າຣາຊການ​ອັດຊີເຣຍ​ເວົ້າ​ສິ່ງ​ທີ່​ຕໍ່າຊ້າ​ຕໍ່ສູ້​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ແລະ​ຕໍ່ສູ້​ກະສັດ​ເຮເຊກີຢາ​ຜູ້ຮັບໃຊ້​ຂອງ​ພຣະອົງ.</verse>
				<verse number="17">ເພິ່ນ​ຍັງ​ໄດ້​ຂຽນ​ຈົດໝາຍ​ໝິ່ນປະໝາດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ມີ​ຖ້ອຍຄຳ​ຕໍ່ສູ້​ພຣະອົງ​ວ່າ, “ພະ​ຂອງ​ຊົນຊາດ​ອື່ນ​ນັ້ນ​ຊ່ວຍ​ປະຊາຊົນ​ຂອງຕົນ​ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ເຮົາ​ບໍ່ໄດ້​ຢ່າງໃດ ແລະ​ພຣະເຈົ້າ​ຂອງ​ເຮເຊກີຢາ​ຈະ​ຊ່ວຍ​ປະຊາຊົນ​ຂອງຕົນ​ໃຫ້​ພົ້ນ​ຈາກ​ກຳມື​ຂອງເຮົາ​ບໍ່ໄດ້​ຢ່າງນັ້ນ.”</verse>
				<verse number="18">ຂ້າຣາຊການ​ໄດ້​ຮ້ອງ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ເປັນ​ພາສາ​ເຮັບເຣີ ໃສ່​ປະຊາຊົນ​ນະຄອນ​ເຢຣູຊາເລັມ​ທີ່​ຢູ່​ເທິງ​ກຳແພງ​ເມືອງ ເພື່ອ​ນາບຂູ່​ໃຫ້​ຢ້ານ ແລະ​ໃຫ້​ເສຍ​ກຳລັງໃຈ; ແລ້ວ​ພວກເຂົາ​ກໍ​ຈະ​ເຂົ້າ​ຢຶດ​ເມືອງ​ໄດ້​ຢ່າງ​ງ່າຍດາຍ.</verse>
				<verse number="19">ພວກເຂົາ​ໄດ້​ເວົ້າ​ໃສ່​ພຣະເຈົ້າ​ຂອງ​ຊາວ​ນະຄອນ​ເຢຣູຊາເລັມ ຢ່າງດຽວ​ກັບ​ບັນດາ​ພະ​ຂອງ​ຊົນຊາດ​ອື່ນ ຄື​ພະ​ເປັນ​ຮູບປັ້ນ​ທີ່​ມື​ມະນຸດ​ໄດ້​ສ້າງ​ຂຶ້ນ.</verse>
				<verse number="20">ແລ້ວ​ກະສັດ​ເຮເຊກີຢາ​ແລະ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ ກໍໄດ້​ພາວັນນາ​ອະທິຖານ​ໃນ​ເລື່ອງນັ້ນ​ແລະ​ຮ້ອງໄຫ້​ສູ່​ສະຫວັນ.</verse>
				<verse number="21">ພຣະເຈົ້າຢາເວ​ຈຶ່ງ​ໃຊ້​ເທວະດາ​ຕົນ​ໜຶ່ງ​ມາ​ຂ້າ​ທະຫານ ແລະ​ນາຍ​ທະຫານ​ຂອງ​ກອງທັບ​ອັດຊີເຣຍ. ສະນັ້ນ ກະສັດ​ແຫ່ງ​ອັດຊີເຣຍ​ຈຶ່ງ​ໄດ້​ກັບຄືນ​ເມືອ​ປະເທດ​ຢ່າງ​ອັບອາຍ​ຂາຍໜ້າ. ມື້ໜຶ່ງ ເມື່ອ​ເພິ່ນ​ຍັງ​ຢູ່​ໃນ​ວິຫານ​ພະ​ຂອງ​ເພິ່ນ ລູກຊາຍ​ເພິ່ນ​ບາງຄົນ​ໄດ້​ໃຊ້​ດາບ​ສັງຫານ​ເພິ່ນ​ເສຍ.</verse>
				<verse number="22">ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ຊ່ວຍກູ້​ເອົາ​ກະສັດ​ເຮເຊກີຢາ ແລະ​ປະຊາຊົນ​ຊາວ​ອິດສະຣາເອນ​ຈາກ​ກຳມື​ຂອງ​ເຊັນນາເກຣິບ ກະສັດ​ແຫ່ງ​ອັດຊີເຣຍ ແລະ​ຈາກ​ເຫຼົ່າ​ສັດຕູ​ອື່ນໆ​ອີກ​ຂອງ​ເພິ່ນ. ພຣະອົງ​ໄດ້​ເຮັດໃຫ້​ປະຊາຊົນ​ຢູ່​ຢ່າງ​ສະຫງົບສຸກ ກັບ​ປະເທດ​ໃກ້ຄຽງ.</verse>
				<verse number="23">ມີ​ຫລາຍ​ຄົນ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ນຳ​ເຄື່ອງຂອງ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ພ້ອມ​ທັງ​ນຳ​ຂອງຂວັນ​ມາ​ໃຫ້​ເຮເຊກີຢາ​ດ້ວຍ; ສະນັ້ນ ຕັ້ງແຕ່​ນັ້ນ​ມາ ຊົນຊາດ​ທັງຫລາຍ​ຈຶ່ງ​ຍ້ອງຍໍ​ໃຫ້ກຽດ​ເຮເຊກີຢາ.</verse>
				<verse number="24">ໃນ​ເວລາ​ນັ້ນ ກະສັດ​ເຮເຊກີຢາ​ໄດ້​ເຈັບ​ປ່ວຍໜັກ ເກືອບ​ຈະ​ສິ້ນໃຈ​ຕາຍ. ເພິ່ນ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ພຣະອົງ​ໄດ້ຕອບ​ເພິ່ນ​ໂດຍ​ສຳແດງ​ໝາຍສຳຄັນ​ໃຫ້​ຮູ້​ວ່າ​ເພິ່ນ​ຈະ​ດີ.</verse>
				<verse number="25">ແຕ່​ເຮເຊກີຢາ​ມີ​ໃຈ​ຈອງຫອງ​ຂຶ້ນ, ເພິ່ນ​ຈຶ່ງ​ບໍ່ໄດ້​ສະແດງ​ຄວາມ​ຮູ້ບຸນຄຸນ​ໃນ​ສິ່ງ​ທີ່​ເພິ່ນ​ໄດ້ຮັບ, ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ຈຶ່ງ​ລົງ​ມາ​ເທິງ​ເພິ່ນ, ເທິງ​ຢູດາຍ​ພ້ອມ​ນະຄອນ​ເຢຣູຊາເລັມ​ກໍໄດ້​ຮັບ​ຄວາມ​ລຳບາກ.</verse>
				<verse number="26">ແຕ່​ໃນທີ່ສຸດ ເຮເຊກີຢາ​ແລະ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ໄດ້​ຖ່ອມຕົວ​ລົງ; ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ບໍ່ໄດ້​ລົງໂທດ​ປະຊາຊົນ ຈົນກວ່າ​ເຮເຊກີຢາ​ໄດ້​ຕາຍໄປ.</verse>
				<verse number="27">ກະສັດ​ເຮເຊກີຢາ​ໄດ້​ກາຍເປັນ​ຜູ້​ຮັ່ງມີ ແລະ​ທຸກຄົນ​ກໍ​ຍ້ອງຍໍ​ໃຫ້ກຽດ​ເພິ່ນ. ເພິ່ນ​ໄດ້​ສ້າງ​ຫ້ອງ​ມ້ຽນ​ຊັບສົມບັດ​ທັງຫລາຍ​ຄື ເງິນ, ຄຳ, ແກ້ວ​ປະເສີດ, ເຄື່ອງເທດ, ໂລ້ ແລະ​ຂອງ​ມີຄ່າ​ອື່ນໆ.</verse>
				<verse number="28">ນອກຈາກນີ້ ເພິ່ນ​ຍັງ​ສ້າງ​ຫ້ອງ​ມ້ຽນ​ເຂົ້າ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ; ສ້າງ​ຄອກ​ງົວ​ແລະ​ຄອກ​ແກະ.</verse>
				<verse number="29">ນອກ​ເໜືອ​ຈາກ​ສິ່ງ​ເຫຼົ່ານີ້​ທັງໝົດ ພຣະເຈົ້າ​ຍັງ​ໃຫ້​ເພິ່ນ​ມີ​ແກະ ແລະ​ງົວ​ຢ່າງ​ຫລວງຫລາຍ​ຕື່ມ ແລະ​ຊັບສົມບັດ​ອື່ນໆ​ອີກ​ມາກມາຍ ຈົນ​ເພິ່ນ​ສ້າງ​ຫລາຍ​ເມືອງ​ຂຶ້ນ​ໃໝ່.</verse>
				<verse number="30">ແມ່ນ​ກະສັດ​ເຮເຊກີຢາ ທີ່​ເປັນ​ຜູ້​ອັດ​ຮູ​ນໍ້າ​ທີ່​ໄຫລ​ໄປ​ສູ່​ເມືອງ​ກີໂຮນ ແລະ​ເຮັດ​ຮູ​ນໍ້າ​ໃຫ້​ໄຫລ​ໄປ​ຕາມ​ອຸບມຸງ ຜ່ານ​ກຳແພງ​ຂອງ​ນະຄອນ​ເຢຣູຊາເລັມ. ເຮເຊກີຢາ​ໄດ້​ເຮັດ​ທຸກສິ່ງ​ເປັນ​ຜົນ​ສຳເລັດ</verse>
				<verse number="31">ແລະ​ແມ່ນແຕ່​ຄະນະທູດ​ຊາວ​ບາບີໂລນ​ກໍ​ຍັງ​ມາ​ສອບຖາມ​ເພິ່ນ ກ່ຽວກັບ​ເຫດການ​ອັນ​ເປັນ​ໝາຍສຳຄັນ​ທີ່​ເກີດຂຶ້ນ​ໃນ​ດິນແດນ​ຂອງ​ເພິ່ນ. ພຣະເຈົ້າ​ໄດ້​ປ່ອຍ​ໃຫ້​ເພິ່ນ​ດຳເນີນ​ການ​ໂດຍ​ຕົນເອງ ເພື່ອ​ລອງ​ເບິ່ງ​ນິໄສ​ໃຈຄໍ​ຂອງ​ເພິ່ນ.</verse>
				<verse number="32">ສິ່ງ​ອື່ນໆ​ອີກ​ທີ່​ກະສັດ​ເຮເຊກີຢາ​ໄດ້​ເຮັດ ຕະຫລອດ​ທັງ​ການດີ​ທັງຫລາຍ​ຂອງ​ເພິ່ນ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ໜັງສື​ນິມິດ​ຂອງ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ ແລະ​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ​ແລະ​ອິດສະຣາເອນ.</verse>
				<verse number="33">ເຮເຊກີຢາ​ໄດ້​ຕາຍໄປ​ແລະ​ຖືກ​ຝັງ​ໄວ້​ທີ່​ສ່ວນ​ເທິງ​ຂອງ​ອຸບມຸງ​ແຫ່ງ​ກະສັດ. ປະຊາຊົນ​ທັງໝົດ​ໃນ​ຢູດາຍ​ແລະ​ຊາວ​ເຢຣູຊາເລັມ​ໄດ້​ເທີດທູນ​ໃຫ້ກຽດ​ເພິ່ນ​ຢ່າງສູງ​ເມື່ອ​ເພິ່ນ​ຕາຍໄປ. ແລ້ວ​ເຈົ້າ​ມານາເຊ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ປົກຄອງ​ແທນ.</verse>
			</chapter>
			<chapter number="33">
				<verse number="1">ເຈົ້າ​ມານາເຊ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ສິບສອງ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ຫ້າສິບຫ້າ​ປີ.</verse>
				<verse number="2">ເພິ່ນ​ໄດ້​ປະຕິບັດ​ຕາມ​ພິທີ​ການ​ຕ່າງໆ​ຂອງ​ຊົນຊາດ​ທີ່​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ. ມານາເຊ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ.</verse>
				<verse number="3">ເພິ່ນ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ຊຶ່ງ​ເຮເຊກີຢາ​ພໍ່​ຂອງ​ເພິ່ນ​ໄດ້​ທຳລາຍ​ນັ້ນ​ຂຶ້ນ​ໃໝ່. ເພິ່ນ​ຍັງ​ສ້າງ​ແທ່ນບູຊາ​ສຳລັບ​ຂາບໄຫວ້​ພະບາອານ, ສ້າງ​ຮູບ​ເຈົ້າແມ່​ອາເຊຣາ ແລະ​ຂາບໄຫວ້​ຕາເວັນ, ເດືອນ, ດາວ.</verse>
				<verse number="4">ເພິ່ນ​ຍັງ​ສ້າງ​ແທ່ນບູຊາ​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ຂຶ້ນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ວ່າ ໃນ​ເຢຣູຊາເລັມ​ນາມຊື່​ຂອງເຮົາ​ຈະ​ຕັ້ງ​ຢູ່​ຕະຫລອດໄປ.</verse>
				<verse number="5">ຢູ່​ໃນ​ເດີ່ນ​ສອງ​ບ່ອນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ສຳລັບ​ຂາບໄຫວ້​ຕາເວັນ, ເດືອນ, ດາວ.</verse>
				<verse number="6">ເພິ່ນ​ຍັງ​ເຜົາ​ລູກຊາຍ​ຂອງ​ຕົນ​ເປັນ​ເຄື່ອງ​ບູຊາ​ຢູ່​ໃນ​ຮ່ອມພູ​ຮິນໂນມ. ເພິ່ນ​ໄດ້​ຝຶກ​ເວດມົນ​ຄາຖາ ແລະ​ປຶກສາ​ໝໍ​ມໍ. ເພິ່ນ​ໄດ້​ເຮັດ​ບາບ​ຢ່າງ​ໃຫຍ່ຫລວງ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ.</verse>
				<verse number="7">ເພິ່ນ​ຍັງ​ເອົາ​ເທວະຮູບ​ມາ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າ ບ່ອນ​ທີ່​ພຣະເຈົ້າ​ໄດ້​ກ່າວ​ແກ່​ດາວິດ​ແລະ​ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ວ່າ, “ໃນ​ນະຄອນ​ເຢຣູຊາເລັມ ຄື​ໃນ​ວິຫານ​ນີ້ ແມ່ນ​ບ່ອນ​ທີ່​ເຮົາ​ໄດ້​ເລືອກເອົາ​ໃນ​ທ່າມກາງ​ເຂດແດນ​ທັງໝົດ ໃນ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ ໃຫ້​ເປັນ​ບ່ອນ​ທີ່​ນາມຊື່​ຂອງເຮົາ​ຈະ​ຕັ້ງ​ຢູ່​ຕະຫລອດໄປ.</verse>
				<verse number="8">ແລະ​ຖ້າ​ປະຊາຊົນ​ອິດສະຣາເອນ​ເຮັດ​ຕາມ​ຂໍ້ຄຳສັ່ງ​ທັງໝົດ​ຂອງເຮົາ ແລະ​ຮັກສາ​ກົດບັນຍັດ​ທີ່​ໂມເຊ ຂ້າຮັບໃຊ້​ຂອງເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ແລ້ວ​ເຮົາ​ກໍ​ຈະ​ບໍ່​ອະນຸຍາດ​ໃຫ້​ພວກເຂົາ​ຖືກ​ຂັບໄລ່​ອອກ​ໜີໄປ​ຈາກ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ.”</verse>
				<verse number="9">ມານາເຊ​ໄດ້​ນຳພາ​ປະຊາຊົນ​ຊາວ​ຢູດາ ເຮັດ​ບາບ​ໜັກ​ຫລາຍ​ຂຶ້ນ​ກວ່າ​ຊົນຊາດ​ອື່ນໆ​ທີ່​ພຣະເຈົ້າຢາເວ​ໄດ້​ທຳລາຍ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.</verse>
				<verse number="10">ເຖິງ​ແມ່ນ​ວ່າ ພຣະເຈົ້າຢາເວ​ໄດ້​ເຕືອນ​ມານາເຊ​ແລະ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ​ກໍດີ ແຕ່​ພວກເຂົາ​ກໍ​ບໍ່​ຍອມ​ຟັງ.</verse>
				<verse number="11">ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້ນຳ​ຜູ້​ບັນຊາການ​ກອງທັບ​ຂອງ​ກະສັດ​ແຫ່ງ​ອັດຊີເຣຍ ມາ​ຮຸກຮານ​ຢູດາຍ. ພວກເຂົາ​ໄດ້​ຈັບ​ມານາເຊ ເອົາ​ເບັດ​ເກາະ​ຄໍ​ເພິ່ນ ທັງ​ລ່າມໂສ້​ແລະ​ນຳ​ເພິ່ນ​ໄປ​ສູ່​ນະຄອນ​ບາບີໂລນ.</verse>
				<verse number="12">ເມື່ອ​ໄດ້​ທົນທຸກ​ຢູ່​ເຊັ່ນນັ້ນ ເພິ່ນ​ຈຶ່ງ​ຖ່ອມຕົວ​ລົງ ແລະ​ຫັນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ແລະ​ຖ່ອມຕົວ​ລົງຫລາຍ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ເພິ່ນ ແລະ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະອົງ.</verse>
				<verse number="13">ພຣະເຈົ້າ​ຮັບ​ເອົາ​ຄຳພາວັນນາ​ອະທິຖານ​ຂອງ​ມານາເຊ ໂດຍ​ເຮັດ​ໃຫ້​ເພິ່ນ​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ເພື່ອ​ປົກຄອງ​ອານາຈັກ​ອີກ. ເຫດການ​ນີ້​ໄດ້​ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ແນ່ໃຈ​ວ່າ ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ.</verse>
				<verse number="14">ຫລັງຈາກ​ນີ້ ມານາເຊ​ໄດ້​ຕໍ່​ກຳແພງ​ຮອບ​ນອກ​ຂອງ​ເມືອງ​ດາວິດ ທາງດ້ານ​ຕາເວັນອອກ​ໃຫ້​ສູງ​ຂຶ້ນ ຕັ້ງແຕ່​ຈຸດ​ໜຶ່ງ​ໃນ​ຮ່ອມພູ​ໃກ້​ກັບ​ນໍ້າພຸ​ກີໂຮນ​ທາງທິດເໜືອ ຈົນເຖິງ​ປະຕູ​ໜອງ​ປາ ແລະ​ຮອດ​ບໍລິເວນ​ຂອງ​ເມືອງ​ທີ່​ມີ​ຊື່​ວ່າ ໂອເຟນ. ເພິ່ນ​ຍັງ​ໃຫ້​ນາຍ​ທະຫານ​ໃນ​ກອງທັບ​ປະຈຳການ ຢູ່​ຕາມ​ແຕ່ລະ​ເມືອງ​ໃນ​ຢູດາຍ​ທີ່​ມີ​ປ້ອມ​ປ້ອງກັນ.</verse>
				<verse number="15">ເພິ່ນ​ໄດ້​ຮື້​ພະ​ຕ່າງຊາດ​ແລະ​ເທວະຮູບ ທີ່​ຕົນ​ໄດ້​ນຳ​ມາ​ໄວ້​ໃນ​ທີ່ນັ້ນ ອອກ​ໄປ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ; ເພິ່ນ​ໄດ້​ຮື້​ແທ່ນບູຊາ​ທັງໝົດ​ທີ່​ເພິ່ນ​ໄດ້​ສ້າງ​ເທິງ​ພູ ບ່ອນ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ຕັ້ງ​ຢູ່ ແລະ​ທີ່​ອື່ນໆ​ອີກ​ໃນ​ນະຄອນ​ເຢຣູຊາເລັມ ເອົາ​ໄປ​ຖິ້ມ​ທີ່​ນອກເມືອງ.</verse>
				<verse number="16">ເພິ່ນ​ຍັງ​ໄດ້​ສ້ອມແປງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ​ຄືນ​ໃໝ່ ແລະ​ເພິ່ນ​ໄດ້​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ເພື່ອ​ໂມທະນາ​ຂອບພຣະຄຸນ​ທີ່​ເທິງ​ແທ່ນບູຊາ​ນັ້ນ. ເພິ່ນ​ໄດ້​ສັ່ງ​ໃຫ້​ປະຊາຊົນ​ຊາວ​ຢູດາ​ທັງ​ໝົດ ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="17">ເຖິງ​ແມ່ນ​ວ່າ​ປະຊາຊົນ​ຍັງ​ສືບຕໍ່​ຖວາຍ​ເຄື່ອງ​ບູຊາ ຕາມ​ສະຖານທີ່​ສູງ​ຕ່າງໆ​ກໍຕາມ, ແຕ່​ພວກເຂົາ​ກໍໄດ້​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ເທົ່ານັ້ນ.</verse>
				<verse number="18">ສິ່ງ​ອື່ນໆ​ອີກ​ທີ່​ກະສັດ​ມານາເຊ​ໄດ້​ເຮັດ ລວມ​ທັງ​ຄຳພາວັນນາ​ອະທິຖານ​ທີ່​ເພິ່ນ​ໄດ້​ສະເໜີ​ຕໍ່​ພຣະເຈົ້າ​ຂອງ​ເພິ່ນ ແລະ​ຖ້ອຍຄຳ​ຂອງ​ຜູ້ທຳນວາຍ ທີ່​ໄດ້​ເວົ້າ​ກັບ​ເພິ່ນ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ນັ້ນ; ທັງໝົດ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="19">ຄຳພາວັນນາ​ອະທິຖານ​ຂອງ​ກະສັດ​ພ້ອມ​ທັງ​ຄຳຕອບ​ຂອງ​ພຣະເຈົ້າ ແລະ​ເລື່ອງ​ການ​ເຮັດ​ບາບ​ຕ່າງໆ​ກ່ອນ​ເພິ່ນ​ກັບໃຈ​ໃໝ່ ເຊັ່ນ: ການກະທຳ​ຊົ່ວ​ຂອງ​ເພິ່ນ, ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ຊຶ່ງ​ເພິ່ນ​ໄດ້​ເຮັດ​ຂຶ້ນ ແລະ​ຮູບເຄົາຣົບ​ທີ່​ເພິ່ນ​ຂາບໄຫວ້ ແມ່ນ​ໄດ້​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ພວກ​ຜູ້ທຳນວາຍ.</verse>
				<verse number="20">ມານາເຊ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ໃນ​ຣາຊວັງ ແລະ​ເຈົ້າ​ອາໂມນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
				<verse number="21">ເຈົ້າ​ອາໂມນ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ຊາວສອງ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສອງ​ປີ.</verse>
				<verse number="22">ດັ່ງ​ກະສັດ​ມານາເຊ​ຜູ້​ເປັນ​ພໍ່ ເພິ່ນ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ຂາບໄຫວ້​ຮູບເຄົາຣົບ​ທີ່​ພໍ່​ຂອງຕົນ​ໄດ້​ຂາບໄຫວ້.</verse>
				<verse number="23">ແຕ່​ຕ່າງ​ກັບ​ພໍ່ ຄື​ເພິ່ນ​ບໍ່​ຍອມ​ຖ່ອມໃຈ ແລະ​ຫັນ​ມາ​ຫາ​ພຣະເຈົ້າຢາເວ ແລະ​ຍິ່ງ​ເຮັດ​ບາບ​ຫລາຍກວ່າ​ພໍ່​ອີກ​ຊໍ້າ.</verse>
				<verse number="24">ບັນດາ​ຂ້າຣາຊການ​ຂອງ​ອາໂມນ​ໄດ້​ວາງແຜນ​ສັງຫານ​ເພິ່ນ​ຢູ່​ໃນ​ຣາຊວັງ.</verse>
				<verse number="25">ຕໍ່ມາ ປະຊາຊົນ​ຊາວ​ຢູດາ​ໄດ້​ຂ້າ​ພວກ​ທີ່​ສັງຫານ​ອາໂມນ ແລ້ວ​ພວກເຂົາ​ກໍໄດ້​ແຕ່ງຕັ້ງ​ເຈົ້າ​ໂຢສີຢາ​ລູກຊາຍ​ຂອງ​ເພິ່ນ​ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.</verse>
			</chapter>
			<chapter number="34">
				<verse number="1">ເຈົ້າ​ໂຢສີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ແປດ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສາມສິບເອັດ​ປີ.</verse>
				<verse number="2">ເພິ່ນ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍພຣະໄທ ຄື​ເພິ່ນ​ກະທຳ​ຕາມ​ແບບຢ່າງ​ຂອງ​ກະສັດ​ດາວິດ​ບັນພະບຸລຸດ​ຂອງ​ເພິ່ນ ໂດຍ​ໄດ້​ປະຕິບັດ​ຕາມ​ກົດບັນຍັດ​ທັງໝົດ​ຂອງ​ພຣະເຈົ້າ​ຢ່າງ​ເຄັ່ງຄັດ.</verse>
				<verse number="3">ໃນ​ຣາຊການ​ປີ​ທີ​ແປດ​ທີ່​ໂຢສີຢາ​ເປັນ​ກະສັດ ຄື​ໃນ​ເວລາ​ທີ່​ເພິ່ນ​ຍັງ​ເປັນ​ເດັກນ້ອຍ​ຢູ່​ນັ້ນ ເພິ່ນ​ເລີ່ມຕົ້ນ​ສະແຫວງຫາ​ພຣະເຈົ້າ​ຂອງ​ກະສັດ​ດາວິດ ບັນພະບຸລຸດ​ຂອງ​ເພິ່ນ. ສີ່​ປີ​ຕໍ່ມາ ເພິ່ນ​ເລີ່ມຕົ້ນ​ທຳລາຍ​ບ່ອນ​ຂາບໄຫວ້​ພະ​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ແລະ​ຮູບເຄົາຣົບ​ອື່ນໆ​ທັງໝົດ.</verse>
				<verse number="4">ໂດຍ​ພາຍໃຕ້​ການ​ຊີ້ນຳ​ຂອງ​ກະສັດ ຄົນ​ຂອງ​ເພິ່ນ​ໄດ້​ທຳລາຍ​ແທ່ນບູຊາ​ທັງໝົດ ທີ່​ເປັນ​ບ່ອນ​ຂາບໄຫວ້​ພະບາອານ​ຈົນ​ໝຸ່ນ​ທະລາຍ ແລະ​ຮື້​ແທ່ນເຜົາ​ເຄື່ອງຫອມ​ທີ່​ຢູ່​ໃກ້​ນັ້ນ​ລົງ. ພວກເຂົາ​ໄດ້​ບົດ​ໃຫ້​ໝຸ່ນ​ຄື: ຮູບ​ເຈົ້າແມ່​ອາເຊຣາ​ແລະ​ຮູບເຄົາຣົບ​ອື່ນໆ​ທັງໝົດ; ແລ້ວ​ກໍ​ໂຮຍ​ຂີ້ຝຸ່ນ​ນັ້ນ​ໃສ່​ເທິງ​ຂຸມຝັງສົບ​ຂອງ​ຄົນ​ທີ່​ຖືກ​ເຜົາບູຊາ​ໃຫ້​ພະ​ເຫຼົ່ານັ້ນ.</verse>
				<verse number="5">ເພິ່ນ​ໄດ້​ເຜົາ​ກະດູກ​ພວກ​ປະໂຣຫິດ​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ທີ່​ເທິງ​ແທ່ນບູຊາ​ບ່ອນ​ພວກເຂົາ​ຂາບໄຫວ້. ເພິ່ນ​ໄດ້​ຊຳລະ​ອານາຈັກ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ​ໃຫ້​ໝົດສິ້ນ​ມົນທິນ ໂດຍ​ການ​ເຮັດ​ສິ່ງ​ທັງໝົດ​ນັ້ນ.</verse>
				<verse number="6">ເພິ່ນ​ເຮັດ​ເໝືອນກັນ​ໃນ​ເມືອງ​ຕ່າງໆ ແລະ​ໃນ​ບໍລິເວນ​ທີ່​ຖືກ​ທຳລາຍ​ຂອງ​ມານາເຊ, ເອຟຣາອິມ ແລະ​ຊີເມໂອນ ແລະ​ຈົນຮອດ​ເໜືອສຸດ​ຂອງ​ເນັບທາລີ.</verse>
				<verse number="7">ທົ່ວ​ເຂດແດນ​ທາງ​ພາກເໜືອ​ຂອງ​ອານາຈັກ ເພິ່ນ​ໄດ້​ທຳລາຍ​ຈົນ​ໝຸ່ນ​ທະລາຍ ແທ່ນບູຊາ​ທັງຫລາຍ ແລະ​ສັນຍາລັກ​ເຈົ້າແມ່​ອາເຊຣາ, ບົດ​ຮູບເຄົາຣົບ​ໃຫ້​ໝຸ່ນ ແລະ​ທັບ​ແທ່ນເຜົາ​ເຄື່ອງຫອມ​ໃຫ້​ແຕກ​ເປັນ​ປ່ຽງໆ. ແລ້ວ​ເພິ່ນ​ກໍໄດ້​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="8">ໃນ​ຣາຊການ​ປີ​ທີ​ສິບແປດ ຫລັງຈາກ​ທີ່​ເພິ່ນ​ໄດ້​ຊຳລະ​ດິນແດນ ແລະ​ພຣະວິຫານ ໂດຍ​ໃຫ້​ຢຸດ​ຂາບໄຫວ້​ຕາມ​ຢ່າງ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ແລ້ວ ກະສັດ​ໂຢສີຢາ​ໄດ້​ສົ່ງ​ສາມ​ຄົນ ມີ​ດັ່ງນີ້: ຊາຟານ ລູກຊາຍ​ຂອງ​ອາຊາລີຢາ, ມາອາເສອີຢາ ຜູ້ປົກຄອງ​ນະຄອນ​ເຢຣູຊາເລັມ ແລະ​ໂຢອາ ລູກຊາຍ​ຂອງ​ໂຢອາຮາດ​ຂ້າຣາຊການ​ຊັ້ນສູງ ເພື່ອ​ໄປ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ.</verse>
				<verse number="9">ເງິນ​ຖວາຍ​ທີ່​ຊາວ​ເລວີ​ເກັບ​ໃນ​ວິຫານ​ຂອງ​ພຣະເຈົ້າ​ນັ້ນ ແມ່ນ​ໄດ້​ຖືກ​ມອບ​ໃຫ້​ມະຫາ​ປະໂຣຫິດ​ຮິນກີຢາ. (ເງິນ​ນີ້​ໄດ້​ເກັບ​ຈາກ​ຊາວ​ເອຟຣາອິມ​ແລະ​ມານາເຊ ລວມ​ທັງ​ປະຊາຊົນ​ໃນ​ອານາຈັກ​ທາງ​ພາກເໜືອ ແລະ​ຈາກ​ປະຊາຊົນ​ຊາວ​ຢູດາ ຄື​ຊາວ​ເບັນຢາມິນ ແລະ​ຊາວ​ນະຄອນ​ເຢຣູຊາເລັມ.)</verse>
				<verse number="10">ເງິນ​ນີ້​ໄດ້​ຖືກ​ສົ່ງ​ໄປ​ໃຫ້​ຄົນ​ເຮັດວຽກ​ຊຶ່ງ​ເປັນ​ຜູ້​ທີ່​ດູແລ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຜູ້​ທີ່​ດູແລ​ວິຫານ​ຂອງ​ພຣະເຈົ້າຢາເວ ກໍໄດ້​ເອົາ​ເງິນ​ນີ້​ໄປ​ໃຫ້</verse>
				<verse number="11">ຊ່າງ​ໄມ້ ແລະ​ຊ່າງ​ກໍ່ ເພື່ອ​ຊື້​ຫີນ​ແລະ​ຊື້​ໄມ້​ສຳລັບ​ສ້ອມແປງ​ອາຄານ ທີ່​ກະສັດ​ຂອງ​ຢູດາຍ​ໄດ້​ປ່ອຍ​ໃຫ້​ເພພັງ​ລົງ.</verse>
				<verse number="12">ຄົນ​ທີ່​ໄດ້​ເຮັດ​ວຽກ​ສ້ອມແປງ​ລ້ວນແຕ່​ເປັນ​ຄົນ​ສັດຊື່. ພວກເລວີ​ສີ່​ຄົນ​ທີ່​ເປັນ​ຜູ້​ຄວບຄຸມ​ກວດກາ​ວຽກງານ ມີ​ດັ່ງນີ້: ຢາຮາດ​ແລະ​ໂອບາດີຢາ​ຈາກ​ຕະກຸນ​ເມຣາຣີ, ເຊກາຣີຢາ​ແລະ​ເມຊຸນລຳ​ຈາກ​ຕະກຸນ​ໂກຮາດ. (ຊາວ​ເລວີ​ກໍ​ລ້ວນແລ້ວແຕ່​ເປັນ​ນັກດົນຕຼີ​ທີ່​ມີ​ສີມື​ດີ.)</verse>
				<verse number="13">ຊາວ​ເລວີ​ຄົນອື່ນໆ​ແມ່ນ​ຮັບຜິດຊອບ​ຂົນ​ສົ່ງ​ວັດສະດຸ​ກໍ່ສ້າງ ແລະ​ຄວບຄຸມ​ຄົນງານ​ໃນ​ຂະແໜງ​ວຽກ​ຕ່າງໆ​ທີ່​ພວກເຂົາ​ສັງກັດ​ຢູ່; ສ່ວນ​ຄົນອື່ນ​ນັ້ນ​ເປັນ​ຜູ້​ຮັກສາ​ເອກະສານ​ຫລື​ເຮັດ​ໜ້າທີ່​ເຝົ້າຍາມ.</verse>
				<verse number="14">ຂະນະທີ່​ນຳ​ເງິນ​ອອກ​ມາ​ຈາກ​ຄັງ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ​ນັ້ນ ປະໂຣຫິດ​ຮິນກີຢາ​ໄດ້​ພົບ​ໜັງສື​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ເປັນ​ກົດບັນຍັດ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ໂມເຊ.</verse>
				<verse number="15">ເພິ່ນ​ໄດ້​ກ່າວ​ແກ່​ຊາຟານ​ວ່າ, “ເຮົາ​ໄດ້​ພົບ​ໜັງສື​ກົດບັນຍັດ​ນີ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.” ເພິ່ນ​ໄດ້​ມອບ​ໜັງສື​ນັ້ນ​ໃຫ້​ຊາຟານ</verse>
				<verse number="16">ແລະ​ຊາຟານ​ກໍໄດ້​ນຳ​ໄປ​ໃຫ້​ກະສັດ. ລາວ​ລາຍງານ​ວ່າ, “ພວກ​ຂ້ານ້ອຍ​ປະຕິບັດ​ທຸກສິ່ງ​ສຳເລັດ​ແລ້ວ ຕາມ​ທີ່​ທ່ານ​ໄດ້​ສັ່ງ​ນັ້ນ.</verse>
				<verse number="17">ພວກ​ຂ້ານ້ອຍ​ໄດ້​ເອົາ​ເງິນ​ທີ່​ມ້ຽນ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ໄປ​ໃຫ້​ພວກ​ຜູ້​ຄຸມງານ​ແລະ​ຄົນງານ.”</verse>
				<verse number="18">ແລ້ວ​ລາວ​ກໍ​ເວົ້າ​ຕື່ມ​ວ່າ, “ຂ້ານ້ອຍ​ໄດ້​ຖື​ໜັງສື​ທີ່​ປະໂຣຫິດ​ຮິນກີຢາ​ໄດ້​ມອບ​ໃຫ້​ຂ້ານ້ອຍ​ມາ​ນຳ.” ແລ້ວ​ລາວ​ກໍ​ອ່ານ​ໜັງສື​ນັ້ນ​ດ້ວຍ​ສຽງດັງ​ສູ່​ກະສັດ​ຟັງ.</verse>
				<verse number="19">ເມື່ອ​ກະສັດ​ໄດ້ຍິນ​ຊາຟານ​ອ່ານ​ໜັງສື​ນັ້ນ​ສູ່​ຟັງ ເພິ່ນ​ຈຶ່ງ​ຈີກ​ເສື້ອ​ຂອງຕົນ​ຢ່າງ​ເປັນທຸກໃຈ</verse>
				<verse number="20">ແລະ​ໄດ້​ໃຫ້​ຄຳສັ່ງ​ດັ່ງ​ຕໍ່ໄປນີ້​ແກ່​ຮິນກີຢາ, ອາຮີກຳ​ລູກຊາຍ​ຂອງ​ຊາຟານ, ອັບໂດນ ​ລູກຊາຍ​ຂອງ​ມີກາ, ຊາຟານ​ເລຂາທິການ ແລະ​ອາສາອີຢາ​ຜູ້​ລໍ​ຮັບໃຊ້​ປະຈຳ​ກະສັດ​ວ່າ,</verse>
				<verse number="21">“ຈົ່ງ​ໄປ​ປຶກສາ​ພຣະເຈົ້າຢາເວ​ເພື່ອ​ເຮົາ​ແລະ​ປະຊາຊົນ​ຜູ້​ທີ່​ຍັງເຫລືອ​ຢູ່​ໃນ​ອານາຈັກ​ອິດສະຣາເອນ​ແລະ​ຢູດາຍ ໂດຍ​ໃຫ້​ຖາມ​ເບິ່ງ​ເຖິງ​ຖ້ອຍຄຳ​ໃນ​ໜັງສື​ນີ້. ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ພວກເຮົາ ເພາະ​ບັນພະບຸລຸດ​ຂອງ​ພວກເຮົາ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ປະຕິບັດ​ຕາມ​ຖ້ອຍຄຳ​ທັງໝົດ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ໃນ​ໜັງສື​ນີ້.”</verse>
				<verse number="22">ເພື່ອ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກະສັດ ຮິນກີຢາ​ກັບ​ຄົນອື່ນໆ​ໄດ້​ໄປ​ປຶກສາ​ຜູ້ທຳນວາຍ​ຍິງ​ຄົນ​ໜຶ່ງ​ຊື່​ວ່າ ຮູນດາ. ນາງ​ອາໄສ​ຢູ່​ເຂດ​ສ້າງ​ໃໝ່​ຂອງ​ນະຄອນ​ເຢຣູຊາເລັມ. (ຊານລຸມ​ຜົວ​ຂອງ​ນາງ​ເປັນ​ລູກຊາຍ​ຂອງ​ຕິກວາ ແລະ​ຫລານຊາຍ​ຂອງ​ຮາກຮາ. ລາວ​ເປັນ​ຜູ້​ຮັບຜິດຊອບ​ເຄື່ອງນຸ່ງ​ໃນ​ພຣະວິຫານ.) ພວກເຂົາ​ເລົ່າ​ເລື່ອງ​ທີ່​ໄດ້​ເກີດຂຶ້ນ​ສູ່​ນາງ​ຟັງ</verse>
				<verse number="23">ແລະ​ນາງ​ໄດ້​ບອກ​ພວກເຂົາ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດອິດສະຣາເອນ​ກ່າວ​ຕໍ່​ຜູ້ທີ່​ສົ່ງ​ພວກເຈົ້າ​ມາ​ຫາ​ເຮົາ​ວ່າ,</verse>
				<verse number="24">ພຣະເຈົ້າຢາເວ ກ່າວ​ວ່າ​ດັ່ງນີ້: “ເຮົາ​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ ແລະ​ຊາວ​ນະຄອນ​ທັງໝົດ​ດ້ວຍ​ຄຳສາບແຊ່ງ​ທີ່​ມີ​ຂຽນ​ໄວ້​ຢູ່​ໃນ​ໜັງສື​ນີ້ ທີ່​ໄດ້​ອ່ານ​ຕໍ່ໜ້າ​ກະສັດ​ແຫ່ງ​ຢູດາຍ.</verse>
				<verse number="25">ພວກເຂົາ​ປະຖິ້ມ​ເຮົາ​ແລະ​ໄປ​ຖວາຍ​ເຄື່ອງ​ບູຊາ​ໃຫ້​ບັນດາ​ພະອື່ນ ແລະ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ຍ້ອນ​ສິ່ງ​ທັງໝົດ​ທີ່​ພວກເຂົາ​ໄດ້​ເຮັດ. ເຮົາ​ໂກດຮ້າຍ​ນະຄອນ​ເຢຣູຊາເລັມ​ຢ່າງ​ບໍ່ມີ​ມື້​ສິ້ນສຸດ.</verse>
				<verse number="26">ສຳລັບ​ກະສັດ​ຢູດາຍ​ທີ່​ໄດ້​ໃຊ້​ພວກທ່ານ​ໄປ​ຖາມ​ພຣະເຈົ້າຢາເວ ແລ້ວ​ທ່ານ​ທັງຫລາຍ​ຈົ່ງ​ກ່າວ​ດັ່ງນີ້​ວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ດັ່ງນີ້: ຍ້ອນ​ເຈົ້າ​ເຊື່ອຟັງ​ໃນ​ຖ້ອຍຄຳ​ທັງຫລາຍ​ທີ່​ເຮົາ​ໄດ້​ຂຽນ​ໄວ້​ໃນ​ໜັງສື​ນັ້ນ</verse>
				<verse number="27">ແລະ​ເຈົ້າ​ໄດ້​ກັບໃຈ​ໃໝ່​ທັງ​ຖ່ອມຕົວ​ລົງ​ຕໍ່ໜ້າ​ເຮົາ ໂດຍ​ຈີກ​ເສື້ອ​ຂອງ​ເຈົ້າ​ເອງ​ແລະ​ຮ້ອງໄຫ້​ເມື່ອ​ເຈົ້າ​ໄດ້ຍິນ​ວ່າ ເຮົາ​ໄດ້​ນາບຂູ່​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ​ແລະ​ຊາວ​ນະຄອນ​ຢ່າງໃດ. ເຮົາ​ຈຶ່ງ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.</verse>
				<verse number="28">ແລະ​ການລົງໂທດ​ທີ່​ເຮົາ​ຈະ​ນຳ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ນັ້ນ ຈະ​ບໍ່​ມາ​ເຖິງ​ເຈົ້າ ຈົນກວ່າ​ເຈົ້າ​ຕາຍໄປ. ເຮົາ​ຈະ​ໃຫ້​ເຈົ້າ​ຕາຍ​ຢ່າງ​ສະຫງົບສຸກ.” ແລ້ວ​ພວກເຂົາ​ກໍ​ກັບຄືນ​ມາ​ບອກ​ກະສັດ​ໂຢສີຢາ​ຕາມ​ນັ້ນ.</verse>
				<verse number="29">ກະສັດ​ໂຢສີຢາ​ໄດ້​ເອີ້ນ​ຜູ້ນຳ​ທັງໝົດ​ຂອງ​ຢູດາ​ແລະ​ນະຄອນ​ເຢຣູຊາເລັມ​ມາ</verse>
				<verse number="30">ແລະ​ໄດ້​ພ້ອມ​ກັນ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ຕິດຕາມ​ດ້ວຍ​ພວກ​ປະໂຣຫິດ​ຊາວ​ເລວີ ແລະ​ປະຊາຊົນ​ຜູ້​ຮັ່ງມີ​ແລະ​ຍາກຈົນ. ກະສັດ​ໄດ້​ອ່ານ​ໜັງສື​ພັນທະສັນຍາ ຊຶ່ງ​ໄດ້​ພົບ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ນັ້ນ​ດ້ວຍ​ສຽງດັງ ຕໍ່ໜ້າ​ພວກເຂົາ​ທັງໝົດ.</verse>
				<verse number="31">ເພິ່ນ​ຢືນ​ຂຶ້ນ​ທີ່​ຂ້າງ​ເສົາ​ບ່ອນ​ທີ່​ຖືກ​ຈັດ​ໄວ້​ສຳລັບ​ເພິ່ນ ແລະ​ເຮັດ​ພັນທະສັນຍາ​ວ່າ​ຈະ​ເຊື່ອຟັງ​ພຣະເຈົ້າຢາເວ, ຈະ​ຖື​ຮັກສາ​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ ແລະ​ສຸດຈິດ, ແລະ​ຈະ​ປະຕິບັດ​ຕາມ​ຂໍ້​ຮຽກຮ້ອງ​ຊຶ່ງ​ໄດ້​ຄັດຕິດ​ມາ​ກັບ​ພັນທະສັນຍາ ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ໜັງສື​ນີ້.</verse>
				<verse number="32">ເພິ່ນ​ໃຫ້​ຊາວ​ເບັນຢາມິນ ແລະ​ຄົນອື່ນໆ​ທຸກຄົນ ທີ່​ມີ​ໜ້າ​ໃນ​ນະຄອນ​ເຢຣູຊາເລັມ​ສັນຍາ​ວ່າ​ຈະ​ຮັກສາ​ພັນທະສັນຍາ​ນັ້ນ. ດັ່ງນັ້ນ ປະຊາຊົນ​ຊາວ​ເຢຣູຊາເລັມ​ຈຶ່ງ​ເຮັດ​ຕາມ​ເງື່ອນໄຂ​ຂອງ​ພັນທະສັນຍາ​ຂອງ​ພຣະເຈົ້າ ທີ່​ພວກເຂົາ​ໄດ້​ເຮັດ​ໄວ້​ກັບ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ທຸກປະການ.</verse>
				<verse number="33">ກະສັດ​ໂຢສີຢາ​ໄດ້​ທຳລາຍ​ຮູບເຄົາຣົບ​ອັນ​ໜ້າລັງກຽດ​ທັງໝົດ ຊຶ່ງ​ມີ​ຢູ່​ໃນ​ດິນແດນ​ທີ່​ເປັນ​ຂອງ​ຊາວ​ອິດສະຣາເອນ. ເພິ່ນ​ກໍ​ຮຽກຮ້ອງ​ປະຊາຊົນ​ໃນ​ອິດສະຣາເອນ​ໃຫ້​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ. ຕະຫລອດ​ຣາຊການ​ຂອງ​ເພິ່ນ ພວກເຂົາ​ບໍ່ໄດ້​ຫັນໜີ​ຈາກ​ການ​ຕິດຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ພວກເຂົາ.</verse>
			</chapter>
			<chapter number="35">
				<verse number="1">ກະສັດ​ໂຢສີຢາ​ໄດ້​ສະຫລອງ​ປັດສະຄາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ; ໃນ​ມື້​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ, ເພິ່ນ​ໄດ້​ຂ້າ​ສັດ​ສຳລັບ​ການ​ສະຫລອງ.</verse>
				<verse number="2">ເພິ່ນ​ໄດ້​ມອບໝາຍ​ໜ້າທີ່​ໃຫ້​ພວກ​ປະໂຣຫິດ​ຜູ້​ທີ່​ເຮັດ​ວຽກ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ໃຫ້​ກຳລັງໃຈ​ພວກເຂົາ​ເພື່ອ​ໃຫ້​ເຮັດ​ໄດ້​ດີ.</verse>
				<verse number="3">ເພິ່ນ​ຍັງ​ໄດ້​ແນະນຳ​ຊາວ​ເລວີ ຄູສອນ​ຂອງ​ຊາດ​ອິດສະຣາເອນ ຜູ້​ທີ່​ໄດ້​ຊຳລະ​ຕົວ​ໃຫ້​ບໍຣິສຸດ​ແກ່​ພຣະເຈົ້າຢາເວ​ວ່າ, “ຈົ່ງ​ເອົາ​ຫີບ​ອັນ​ບໍຣິສຸດ​ເຂົ້າ​ໄປ​ໄວ້​ໃນ​ວິຫານ​ທີ່​ເຈົ້າ​ໂຊໂລໂມນ​ລູກຊາຍ​ຂອງ​ດາວິດ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ສ້າງ​ຂຶ້ນ. ພວກເຈົ້າ​ບໍ່​ຕ້ອງ​ເອົາ​ໄປ​ທີ່ນັ້ນ​ທີ່ນີ້​ອີກ​ຕໍ່ໄປ, ແຕ່​ໃຫ້​ພວກເຈົ້າ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ.</verse>
				<verse number="4">ຈົ່ງ​ເຂົ້າ​ໄປ​ປະຈຳ​ຕຳແໜ່ງ​ຂອງ​ພວກເຈົ້າ​ຢູ່​ໃນ​ວິຫານ​ເປັນ​ຕະກຸນ ຕາມ​ການ​ບັນທຶກ​ທີ່​ກະສັດ​ດາວິດ​ແຫ່ງ​ອິດສະຣາເອນ ແລະ​ການ​ບັນທຶກ​ທີ່​ກະສັດ​ໂຊໂລໂມນ ລູກຊາຍ​ຂອງ​ເພິ່ນ;</verse>
				<verse number="5">ແລະ​ຈົ່ງ​ຕຽມການ​ພວກເຈົ້າ​ຢູ່​ໃນ​ສະຖານທີ່​ສັກສິດ ເພື່ອ​ວ່າ​ພວກເຈົ້າ​ບາງຄົນ​ຈະ​ໄດ້​ມີ​ໂອກາດ ຊ່ວຍ​ແຕ່ລະ​ຄອບຄົວ​ຂອງ​ຊາວ​ອິດສະຣາເອນ.</verse>
				<verse number="6">ໃຫ້​ພວກເຈົ້າ​ຂ້າ​ລູກແກະ​ແລະ​ລູກ​ແບ້ເຖິກ​ສຳລັບ​ປັດສະຄາ. ບັດນີ້ ຈົ່ງ​ເຮັດ​ພິທີ​ຊຳລະ​ພວກເຈົ້າ​ເອງ​ໃຫ້​ໝົດ​ມົນທິນ ແລະ​ຈົ່ງ​ຕຽມ​ເຄື່ອງ​ເຜົາບູຊາ ເພື່ອ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ​ຈະ​ເຮັດ​ຕາມ​ຄຳແນະນຳ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ຜ່ານ​ທາງ​ໂມເຊ​ນັ້ນ.”</verse>
				<verse number="7">ເພື່ອ​ໃຫ້​ປະຊາຊົນ​ໃຊ້​ສຳລັບ​ສະຫລອງ​ປັດສະຄາ ກະສັດ​ໂຢສີຢາ​ໄດ້​ບໍລິຈາກ​ສັດ​ຈາກ​ຝູງສັດ​ຂອງ​ເພິ່ນ ມີ​ດັ່ງນີ້: ລູກແກະ​ແລະ​ລູກ​ແບ້ເຖິກ​ສາມສິບພັນ​ໂຕ ແລະ​ງົວເຖິກ​ສາມພັນ​ໂຕ.</verse>
				<verse number="8">ສ່ວນ​ຂ້າຣາຊການ​ຂອງ​ເພິ່ນ​ກໍ​ຍັງ​ໄດ້​ບໍລິຈາກ​ໃຫ້​ປະຊາຊົນ, ພວກ​ປະໂຣຫິດ ແລະ​ຊາວ​ເລວີ​ໄດ້​ໃຊ້​ດ້ວຍ. ສຳລັບ​ຂ້າຣາຊການ​ຜູ້​ທີ່​ຮັບຜິດຊອບ​ວິຫານ​ຂອງ​ພຣະເຈົ້າ ມີ​ດັ່ງນີ້: ມະຫາ​ປະໂຣຫິດ​ຮິນກີຢາ, ເຊກາຣີຢາ ແລະ​ເຢຮີເອນ ກໍໄດ້​ບໍລິຈາກ​ລູກແກະ​ກັບ​ລູກ​ແບ້ເຖິກ​ສອງພັນ​ຫົກຮ້ອຍ​ໂຕ ແລະ​ງົວເຖິກ​ສາມຮ້ອຍ​ໂຕ ເພື່ອ​ເຜົາບູຊາ​ໃນ​ການ​ສະຫລອງ​ນັ້ນ.</verse>
				<verse number="9">ບັນດາ​ຜູ້ນຳ​ຂອງ​ຊາວ​ເລວີ ມີ​ດັ່ງນີ້: ໂກນານີຢາ, ເຊມາອີຢາ ແລະ​ເນທາເນນ​ນ້ອງຊາຍ​ຂອງຕົນ, ຮາຊາບີຢາ, ເຢອີເອນ ແລະ​ໂຢຊາບັດ ກໍໄດ້​ບໍລິຈາກ​ລູກແກະ​ກັບ​ລູກ​ແບ້​ຫ້າພັນ​ໂຕ ແລະ​ງົວເຖິກ​ຫ້າຮ້ອຍ​ໂຕ ໃຫ້​ຊາວ​ເລວີ​ເຜົາ​ຖວາຍບູຊາ.</verse>
				<verse number="10">ເມື່ອ​ໄດ້​ຕຽມ​ທຸກສິ່ງ​ສຳລັບ​ປັດສະຄາ​ແລ້ວ ປະໂຣຫິດ​ແລະ​ຊາວ​ເລວີ​ກໍໄດ້​ເຂົ້າ​ປະຈຳ​ໜ້າທີ່​ຂອງ​ໃຜ​ລາວ ຕາມ​ຄຳສັ່ງ​ຂອງ​ກະສັດ.</verse>
				<verse number="11">ຫລັງຈາກ​ທີ່​ໄດ້​ຂ້າ​ລູກແກະ​ແລະ​ລູກ​ແບ້ເຖິກ​ແລ້ວ ຊາວ​ເລວີ​ກໍໄດ້​ລອກ​ໜັງ​ສັດ​ອອກ ແລະ​ປະໂຣຫິດ​ໄດ້​ຊິດ​ເລືອດ​ສັດ​ນັ້ນ​ໃສ່​ເທິງ​ແທ່ນບູຊາ.</verse>
				<verse number="12">ແລ້ວ​ພວກເຂົາ​ກໍ​ແບ່ງ​ປະຊາຊົນ​ອອກ​ເປັນ​ໝວດ​ຕາມ​ຄອບຄົວ ແລະ​ເອົາ​ສັດ​ທີ່​ຈະ​ເປັນ​ເຄື່ອງ​ບູຊາ​ນັ້ນ​ຢາຍ​ໃຫ້ ເພື່ອ​ເຂົາ​ຈະ​ໄດ້​ຖວາຍ​ແດ່​ພຣະເຈົ້າຢາເວ ຕາມ​ທີ່​ໄດ້ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ.</verse>
				<verse number="13">ຊາວ​ເລວີ​ປີ້ງ​ເຄື່ອງ​ເຜົາບູຊາ​ຂອງ​ປັດສະຄາ​ຕາມ​ກົດລະບຽບ ແລະ​ຕົ້ມ​ເຄື່ອງ​ບູຊາ​ອັນ​ບໍຣິສຸດ​ໃນ​ໝໍ້, ໃນ​ກາ​ນໍ້າ ແລະ​ໃນ​ໝໍ້ຂາງ ແລະ​ຟ້າວ​ຢາຍ​ຊີ້ນ​ນັ້ນ​ໃຫ້​ປະຊາຊົນ.</verse>
				<verse number="14">ຫລັງຈາກ​ຢາຍ​ແລ້ວ ຊາວ​ເລວີ​ກໍໄດ້​ຈັດຕຽມ​ຊີ້ນ​ສຳລັບ​ຕົນ ແລະ​ສຳລັບ​ພວກ​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ຈາກ​ອາໂຣນ. ສຳລັບ​ພວກ​ປະໂຣຫິດ​ແລ້ວ ພວກເຂົາ​ຫຍຸ້ງ​ຢູ່​ກັບ​ວຽກ​ນີ້​ຈົນຮອດ​ກາງຄືນ ໂດຍ​ເຜົາ​ສັດ​ທັງ​ໂຕ ແລະ​ໄຂມັນ​ເປັນ​ເຄື່ອງ​ບູຊາ.</verse>
				<verse number="15">ຕາມ​ຄຳສັ່ງ​ຂອງ​ກະສັດ​ດາວິດ ນັກດົນຕຼີ​ຊາວ​ເລວີ​ໃນ​ຕະກຸນ​ອາສັບ ຕ່າງ​ກໍ​ເຂົ້າ​ປະຈຳ​ທີ່​ຂອງຕົນ ມີ​ດັ່ງນີ້: ອາສັບ, ເຮມານ ແລະ​ເຢດູທູນ ຜູ້ທຳນວາຍ​ປະຈຳ​ກະສັດ. ຜູ້ເຝົ້າຍາມ​ປະຕູ​ພຣະວິຫານ​ກໍ​ບໍ່ໄດ້​ປະລະ​ໜ້າທີ່​ຂອງຕົນ ເພາະ​ຊາວ​ເລວີ​ຄົນອື່ນໆ​ໄດ້​ຈັດຕຽມ​ປັດສະຄາ​ເພື່ອ​ພວກ​ຕົນ.</verse>
				<verse number="16">ສະນັ້ນ ຕາມ​ຄຳສັ່ງ​ຂອງ​ກະສັດ​ໂຢສີຢາ ໃນ​ມື້​ນັ້ນ ທຸກສິ່ງ​ທີ່​ເຮັດ​ເພື່ອ​ຮັບໃຊ້​ພຣະເຈົ້າຢາເວ ເຊັ່ນ: ຢຶດຖື​ພິທີ​ສະຫລອງ​ປັດສະຄາ ແລະ​ເຜົາ​ເຄື່ອງ​ຖວາຍບູຊາ​ທີ່​ເທິງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ​ກໍ​ສຳເລັດ​ລົງ.</verse>
				<verse number="17">ປະຊາຊົນ​ທັງໝົດ​ທີ່​ໄດ້​ມາ​ທີ່​ນັ້ນ ຕ່າງ​ກໍ​ສະຫລອງ​ປັດສະຄາ ແລະ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ.</verse>
				<verse number="18">ນັບ​ມາ​ແຕ່​ສະໄໝ​ຂອງ​ຜູ້ທຳນວາຍ​ຊາມູເອນ ບໍ່ເຄີຍ​ໄດ້​ສະຫລອງ​ປັດສະຄາ​ເຊັ່ນ​ນີ້​ເລີຍ. ບໍ່ມີ​ກະສັດ​ຄົນ​ໃດ​ໃນ​ອະດີດ​ທີ່​ໄດ້​ສະຫລອງ​ປັດສະຄາ ດັ່ງ​ທີ່​ກະສັດ​ໂຢສີຢາ​ໄດ້​ສະຫລອງ ໂດຍ​ມີ​ພວກ​ປະໂຣຫິດ​ຊາວ​ເລວີ ແລະ​ປະຊາຊົນ​ຊາວ​ຢູດາ​ຊາວ​ອິດສະຣາເອນ ແລະ​ຊາວ​ເຢຣູຊາເລັມ​ເປັນ​ຜູ້​ໃຫ້​ການ​ຮ່ວມໄມ້​ຮ່ວມມື.</verse>
				<verse number="19">ການ​ສະຫລອງ​ນີ້​ໄດ້​ຖືກ​ຈັດ​ຂຶ້ນ ໃນ​ຣາຊການ​ປີ​ທີ​ສິບແປດ ທີ່​ໂຢສີຢາ​ໄດ້​ປົກຄອງ.</verse>
				<verse number="20">ຫລັງຈາກ​ທີ່​ກະສັດ​ໂຢສີຢາ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ​ສຳລັບ​ພຣະວິຫານ​ແລ້ວ ກະສັດ​ເນໂກ​ແຫ່ງ​ເອຢິບ​ໄດ້​ຍົກທັບ​ມາ ເພື່ອ​ໂຈມຕີ​ເມືອງ​ກາກເກມິດ​ທີ່​ແມ່ນໍ້າ​ເອີຟຣັດ. ໂຢສີຢາ​ໄດ້​ພະຍາຍາມ​ຢັບຢັ້ງ​ເພິ່ນ​ໄວ້</verse>
				<verse number="21">ແຕ່​ເນໂກ​ໄດ້​ສົ່ງ​ສານ​ມາ​ຫາ​ໂຢສີຢາ ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້: “ກະສັດ​ແຫ່ງ​ຢູດາຍ​ເອີຍ ເສິກ​ທີ່​ຂ້າພະເຈົ້າ​ກຳລັງ​ເຮັດ​ຢູ່​ນີ້​ບໍ່​ກ່ຽວຂ້ອງ​ກັບ​ທ່ານ. ຂ້າພະເຈົ້າ​ບໍ່ໄດ້​ມາ​ຕໍ່ສູ້​ທ່ານ, ແຕ່​ມາ​ຕໍ່ສູ້​ເຫຼົ່າ​ສັດຕູ​ຂອງ​ຂ້າພະເຈົ້າ ເພາະ​ພຣະເຈົ້າ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ຮີບ​ລົງມື​ເຮັດ. ພຣະເຈົ້າ​ຢູ່​ຝ່າຍ​ຂ້າພະເຈົ້າ; ສະນັ້ນ ຢ່າ​ພະຍາຍາມ​ຂັດຂວາງ​ຂ້າພະເຈົ້າ​ເລີຍ ທ່ານ​ຢາກ​ໃຫ້​ພຣະອົງ​ທຳລາຍ​ທ່ານ​ບໍ?”</verse>
				<verse number="22">ແຕ່​ໂຢສີຢາ​ຕັ້ງໃຈ​ທີ່​ຈະ​ສູ້ຮົບ. ເພິ່ນ​ບໍ່​ຍອມ​ຟັງ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກ່າວ​ຜ່ານ​ທາງ​ກະສັດ​ເນໂກ; ດັ່ງນັ້ນ ເພິ່ນ​ຈຶ່ງ​ປອມຕົວ​ເຂົ້າ​ສູ້ຮົບ​ທີ່​ທົ່ງພຽງ​ຂອງ​ເມືອງ​ເມກິດໂດ.</verse>
				<verse number="23">ໃນ​ລະຫວ່າງ​ການ​ສູ້ຮົບ​ຢູ່​ນັ້ນ ກະສັດ​ໂຢສີຢາ​ໄດ້​ຖືກ​ລູກ​ໜ້າທະນູ​ຂອງ​ທະຫານ​ປະເທດ​ເອຢິບ. ເພິ່ນ​ໄດ້​ສັ່ງ​ທະຫານ​ທີ່​ຮັບໃຊ້​ຕົນ​ວ່າ, “ຈົ່ງ​ເອົາ​ເຮົາ​ໜີໄປ ເຮົາ​ເຈັບປວດ​ຫລາຍ”.</verse>
				<verse number="24">ພວກເຂົາ​ອູ້ມ​ເພິ່ນ​ອອກ​ຈາກ​ລົດຮົບ​ຂອງ​ເພິ່ນ ໄປ​ໃສ່​ລົດຮົບ​ຄັນ​ທີ​ສອງ​ໃນ​ທີ່ນັ້ນ ແລະ​ນຳ​ເພິ່ນ​ກັບ​ເມືອ​ສູ່​ນະຄອນ​ເຢຣູຊາເລັມ. ເພິ່ນ​ໄດ້​ຕາຍ​ໃນ​ທີ່​ນີ້​ແລະ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ. ປະຊາຊົນ​ທັງໝົດ​ໃນ​ຢູດາຍ ແລະ​ນະຄອນ​ເຢຣູຊາເລັມ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ.</verse>
				<verse number="25">ຜູ້ທຳນວາຍ​ເຢເຣມີຢາ​ໄດ້​ປະພັນ​ບົດເພງ​ໄວ້​ອາໄລ​ອາວອນ​ສຳລັບ​ກະສັດ​ໂຢສີຢາ. ຕໍ່ມາ ໄດ້​ກາຍເປັນ​ປະເພນີ​ໃນ​ປະເທດ​ອິດສະຣາເອນ ທີ່​ທັງ​ຊາຍ​ແລະ​ຍິງ​ຈະ​ໃຊ້​ເພງ​ນີ້ ເມື່ອ​ພວກຕົນ​ໄວ້ທຸກ​ໃຫ້​ແກ່​ເພິ່ນ. ເພງ​ນີ້​ມີ​ຢູ່​ໃນ​ຊຸດ​ຂອງ​ເພງ​ອາໄລ​ອາວອນ.</verse>
				<verse number="26">ທຸກໆ​ສິ່ງ​ທີ່​ກະສັດ​ໂຢສີຢາ​ໄດ້​ເຮັດ​ເຊັ່ນ: ການ​ອຸທິດ​ຕົນ​ໃຫ້​ແກ່​ພຣະເຈົ້າຢາເວ, ການ​ທີ່​ເພິ່ນ​ເຊື່ອຟັງ​ກົດບັນຍັດ</verse>
				<verse number="27">ແລະ​ປະຫວັດ​ຕັ້ງແຕ່ຕົ້ນ​ຈົນ​ເພິ່ນ​ຕາຍໄປ, ທັງໝົດ​ນີ້​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ​ແລະ​ຢູດາຍ.</verse>
			</chapter>
			<chapter number="36">
				<verse number="1">ປະຊາຊົນ​ຊາວ​ຢູດາຍ​ໄດ້​ເລືອກ​ເຈົ້າ​ເຢໂຮອາຮາດ​ລູກຊາຍ​ຂອງ​ກະສັດ​ໂຢສີຢາ​ໂດຍ​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ເພິ່ນ ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="2">ເມື່ອ​ເຈົ້າ​ເຢໂຮອາຮາດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ນັ້ນ ເພິ່ນ​ອາຍຸ​ຊາວສາມ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ພຽງ​ສາມ​ເດືອນ.</verse>
				<verse number="3">ກະສັດ​ແຫ່ງ​ເອຢິບ​ໄດ້​ຈັບ​ເພິ່ນ​ໄປ​ເປັນ​ຊະເລີຍ ແລະ​ບັງຄັບ​ໃຫ້​ຢູດາ​ຈ່າຍ​ເງິນ​ຈຳນວນ​ສາມພັນ​ສີ່ຮ້ອຍ​ກິໂລກຼາມ ແລະ ຄຳ ສາມສິບສີ່​ກິໂລກຼາມ ເປັນ​ຄ່າ​ໜີ້ສິນ.</verse>
				<verse number="4">ກະສັດ​ແຫ່ງ​ເອຢິບ​ໄດ້​ແຕ່ງຕັ້ງ​ເຈົ້າ​ເອລີອາກິມ ນ້ອງຊາຍ​ຂອງ​ເຢໂຮອາຮາດ​ໃຫ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ ໂດຍ​ປ່ຽນ​ຊື່​ໃໝ່​ໃຫ້​ເພິ່ນ​ວ່າ ເຢໂຮຍອາກິມ. ສ່ວນ​ເຢໂຮອາຮາດ​ນັ້ນ​ໄດ້​ຖືກ​ເນໂກ​ນຳ​ຕົວ​ໄປ​ທີ່​ເອຢິບ.</verse>
				<verse number="5">ເຈົ້າ​ເຢໂຮຍອາກິມ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ.</verse>
				<verse number="6">ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຮຸກຮານ​ຢູດາຍ, ຈັບ​ເຢໂຮຍອາກິມ ແລະ​ລ່າມໂສ້​ເພິ່ນ​ນຳ​ໄປ​ສູ່​ບາບີໂລນ.</verse>
				<verse number="7">ເນບູ​ກາດເນັດຊາ​ໄດ້​ນຳ​ຊັບສົມບັດ​ບາງສ່ວນ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ໄປ​ໄວ້​ທີ່​ວັງ​ຂອງຕົນ​ໃນ​ນະຄອນ​ບາບີໂລນ.</verse>
				<verse number="8">ທຸກໆ​ສິ່ງ​ທີ່​ກະສັດ​ເຢໂຮຍອາກິມ​ໄດ້​ເຮັດ ລວມທັງ​ການ​ກະທຳ​ອັນ​ໜ້າກຽດ​ໜ້າຊັງ ແລະ​ອັນ​ຊົ່ວຮ້າຍ​ຕ່າງໆ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ກະສັດ​ແຫ່ງ​ອິດສະຣາເອນ​ແລະ​ຢູດາຍ. ເຈົ້າ​ເຢໂຮຍອາກິນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ປົກຄອງ​ແທນ.</verse>
				<verse number="9">ເຈົ້າ​ເຢໂຮຍອາກິນ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ສິບແປດ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສາມ​ເດືອນ​ກັບ​ສິບ​ວັນ. ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ.</verse>
				<verse number="10">ເມື່ອ​ຮອດ​ລະດູ​ໃບໄມ້ປົ່ງ ກະສັດ​ເນບູກາເນັດຊາ​ໄດ້​ນຳ​ເຢໂຮຍອາກິນ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ ພ້ອມທັງ​ນຳ​ຊັບສົມບັດ​ອັນມີຄ່າ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄປ​ກ້ຽງ. ແລ້ວ​ເພິ່ນ​ກໍ​ແຕ່ງຕັ້ງ​ເຊເດກີຢາ ລູງ ຂອງ​ເຢໂຮຍອາກິນ ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ຢູດາຍ​ແລະ​ເຢຣູຊາເລັມ​ແທນ.</verse>
				<verse number="11">ເຈົ້າ​ເຊເດກີຢາ​ເພິ່ນ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ຊາວເອັດ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ.</verse>
				<verse number="12">ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ແລະ​ບໍ່​ຍອມ​ຖ່ອມໃຈ​ລົງ​ຕໍ່ໜ້າ​ຜູ້ທຳນວາຍ​ເຢເຣມີຢາ​ຜູ້​ທີ່​ໄດ້ກ່າວ​ຈາກ​ປາກ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="13">ເຊເດກີຢາ​ໄດ້​ກະບົດ​ຕໍ່​ກະສັດ​ເນບູກາເນັດຊາ ຜູ້​ທີ່​ໄດ້​ບັງຄັບ​ເພິ່ນ​ໃຫ້​ສາບານ​ໂດຍ​ພຣະເຈົ້າ​ວ່າ​ຈະ​ຍອມ​ສັດຊື່. ເພິ່ນ​ດື້ດຶງ​ບໍ່ຍອມ​ກັບໃຈ​ໃໝ່ ແລະ​ຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="14">ນອກຈາກນີ້​ອີກ ບັນດາ​ຜູ້ນຳ​ຂອງ​ຢູດາຍ ບັນດາ​ປະໂຣຫິດ​ແລະ​ປະຊາຊົນ​ຕ່າງ​ກໍໄດ້​ເຮັດ​ບາບ​ຕາມ​ແບບຢ່າງ​ຂອງ​ຊົນຊາດ ທີ່​ອ້ອມຮອບ​ພວກເຂົາ​ນັ້ນ​ໂດຍ​ຂາບໄຫວ້​ຮູບເຄົາຣົບ; ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ເຮັດ​ໃຫ້​ວິຫານ​ຂອງ​ພຣະເຈົ້າຢາເວ ບ່ອນ​ທີ່​ພຣະອົງ​ເຮັດ​ໃຫ້​ສັກສິດ​ໃນ​ເຢຣູຊາເລັມ​ນັ້ນ​ເປັນ​ມົນທິນ.</verse>
				<verse number="15">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ໄດ້​ສືບຕໍ່​ໃຊ້​ຜູ້ທຳນວາຍ​ຫລາຍ​ຄົນ​ມາ​ເຕືອນ​ປະຊາຊົນ​ຂອງ​ພຣະອົງ ເພາະ​ພຣະອົງ​ບໍ່​ປະສົງ​ຈະ​ທຳລາຍ​ພວກເຂົາ ແລະ​ທີ່ສະຖິດ​ຂອງ​ພຣະອົງ.</verse>
				<verse number="16">ແຕ່​ພວກເຂົາ​ໄດ້​ຫົວ​ເຍາະເຍີ້ຍ​ໃສ່​ພວກ​ຜູ້ນຳຂ່າວ​ຂອງ​ພຣະເຈົ້າ ໂດຍ​ບໍ່ຍອມ​ຮັບ​ເອົາ​ຖ້ອຍຄຳ​ຂອງ​ພຣະອົງ ແລະ​ຫົວຂວັນ​ໃສ່​ຜູ້ທຳນວາຍ​ຂອງ​ພຣະອົງ; ຈົນ​ໃນທີ່ສຸດ ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ປະຊາຊົນ​ຂອງ​ພຣະອົງ​ຫລາຍ​ຍິ່ງ​ຂຶ້ນ ຈົນ​ບໍ່ມີ​ຜູ້ໃດ​ໜີພົ້ນ​ໄປ​ໄດ້.</verse>
				<verse number="17">ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ນຳ​ເອົາ​ກະສັດ​ແຫ່ງ​ບາບີໂລນ ມາ​ໂຈມຕີ​ພວກເຂົາ. ກະສັດ​ໄດ້​ຂ້າ​ຊາຍໜຸ່ມ​ຊາວ​ຢູດາ​ແມ່ນແຕ່​ໃນ​ວິຫານ​ແຫ່ງ​ສະຖານທີ່​ສັກສິດ​ຂອງ​ພວກເຂົາ. ເພິ່ນ​ບໍ່ໄດ້​ເມດຕາ​ຕໍ່​ຜູ້ໃດ​ຜູ້ໜຶ່ງ​ເລີຍ, ບໍ່​ວ່າ​ໜຸ່ມ​ຫລື​ແກ່, ຊາຍ​ຫລື​ຍິງ, ເຈັບປ່ວຍ​ຫລື​ຢູ່ດີ​ມີ​ແຮງ. ພຣະເຈົ້າ​ໄດ້​ມອບ​ພວກເຂົາ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ.</verse>
				<verse number="18">ກະສັດ​ແຫ່ງ​ບາບີໂລນ​ໄດ້​ປຸ້ນສະດົມ​ວິຫານ​ຂອງ​ພຣະເຈົ້າ, ຊັບສົມບັດ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຊັບສົມບັດ​ຂອງ​ກະສັດ​ຕະຫລອດ​ທັງ​ຂອງ​ພວກ​ຂ້າຣາຊການ ແລະ​ນຳ​ເອົາ​ສິ່ງຂອງ​ທັງໝົດ​ໄປ​ທີ່​ນະຄອນ​ບາບີໂລນ.</verse>
				<verse number="19">ເພິ່ນ​ໄດ້​ຈູດ​ວິຫານ​ຂອງ​ພຣະເຈົ້າ​ແລະ​ທຳລາຍ​ກຳແພງ​ເມືອງ​ເຢຣູຊາເລັມ, ຈູດ​ບັນດາ​ຣາຊວັງ​ທັງໝົດ​ແລະ​ທຳລາຍ​ຊັບສົມບັດ​ອັນມີຄ່າ​ໝົດກ້ຽງ.</verse>
				<verse number="20">ເພິ່ນ​ໄດ້​ນຳ​ພວກ​ທີ່​ລອດຊີວິດ​ໄປ​ສູ່​ນະຄອນ​ບາບີໂລນ ເພື່ອ​ເອົາ​ໄປ​ເປັນ​ທາດຮັບໃຊ້​ເພິ່ນ ແລະ​ເຊື້ອສາຍ​ຂອງ​ເພິ່ນ ຈົນ​ອານາຈັກ​ເປີເຊຍ​ຮຸ່ງເຮືອງ​ຂຶ້ນ.</verse>
				<verse number="21">ເພື່ອ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ລ່ວງໜ້າ ຜ່ານ​ປາກ​ຂອງ​ຜູ້ທຳນວາຍ​ເຢເຣມີຢາ​ກາຍ​ເປັນຈິງ ຄື​ວ່າ: ດິນແດນ​ຈະ​ຮ້າງ​ວ່າງເປົ່າ​ເປັນ​ເວລາ​ເຈັດສິບ​ປີ ເພື່ອ​ຊົດເຊີຍ​ການ​ພັກຜ່ອນ​ສຳລັບ​ວັນ​ຊະບາໂຕ ຊຶ່ງ​ພວກເຂົາ​ບໍ່ໄດ້​ຢຶດຖື.</verse>
				<verse number="22">ໃນ​ປີ​ທີ​ໜຶ່ງ ຊຶ່ງ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ​ໄດ້​ຂຶ້ນ​ເປັນ​ຈັກກະພັດ ພຣະເຈົ້າຢາເວ​ໄດ້​ເຮັດ​ຕາມ​ຖ້ອຍຄຳ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້ ຜ່ານ​ທາງ​ຜູ້ທຳນວາຍ​ເຢເຣມີຢາ. ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ກະສັດ​ໄຊຣັດ​ອອກ​ຄຳສັ່ງ​ປະກາດ​ໄປ​ທົ່ວ​ທຸກໆ​ບ່ອນ​ໃນ​ອານາຈັກ​ຂອງເພິ່ນ ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້:</verse>
				<verse number="23">“ນີ້​ແມ່ນ​ຄຳສັ່ງ​ຂອງ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ. ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ​ໄດ້​ມອບ​ອານາຈັກ​ທັງໝົດ​ທົ່ວທັງ​ແຜ່ນດິນ​ໂລກ​ໃຫ້​ຂ້າພະເຈົ້າ ແລະ​ໄດ້ສັ່ງ​ໃຫ້​ຂ້າພະເຈົ້າ​ຮັບຜິດຊອບ​ໃນ​ການ​ສ້າງ​ວິຫານ​ຂອງ​ພຣະອົງ​ທີ່​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່. ບັດນີ້ ພວກທ່ານ​ທັງໝົດ​ທີ່​ເປັນ​ປະຊາຊົນ​ຂອງ​ພຣະອົງ​ເອີຍ ຈົ່ງ​ໄປ​ທີ່​ນັ້ນ ແລະ​ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ສະຖິດ​ຢູ່​ກັບ​ພວກທ່ານ​ເທີ້ນ.”</verse>
			</chapter>
		</book>
		<book number="15">
			<chapter number="1">
				<verse number="1">ໃນ​ປີ​ທຳອິດ​ທີ່​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ​ຂຶ້ນ​ເປັນ​ຈັກກະພັດ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ​ປາກ​ຜູ້ທຳນວາຍ​ເຢເຣມີຢາ​ກາຍເປັນ​ຈິງ. ພຣະເຈົ້າຢາເວ​ໄດ້​ດົນໃຈ​ກະສັດ​ໄຊຣັດ​ໃຫ້​ອອກ​ຄຳສັ່ງ ແລະ​ຂຽນ​ຂໍ້ຄຳສັ່ງ​ນັ້ນ​ສົ່ງ​ອອກ​ໄປ ແລະ​ໃຫ້​ອ່ານ​ດັງໆ​ຕາມ​ທຸກບ່ອນ​ທົ່ວ​ອານາຈັກ​ຂອງ​ເພິ່ນ ໂດຍ​ມີ​ຂໍ້​ຄວາມ​ດັ່ງນີ້:</verse>
				<verse number="2">“ຕໍ່ໄປນີ້​ແມ່ນ​ຄຳສັ່ງ​ຂອງ​ກະສັດ​ໄຊຣັດ ຈັກກະພັດ​ແຫ່ງ​ເປີເຊຍ. ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ ໄດ້​ໃຫ້​ຂ້າພະເຈົ້າ​ປົກຄອງ​ອານາຈັກ​ທັງໝົດ​ທົ່ວທັງ​ແຜ່ນດິນ​ໂລກ ແລະ​ໃຫ້​ຂ້າພະເຈົ້າ​ຮັບຜິດຊອບ​ສ້າງ​ວິຫານ​ຫລັງ​ໜຶ່ງ​ຂຶ້ນ​ໃຫ້​ພຣະອົງ​ທີ່​ນະຄອນ​ເຢຣູຊາເລັມ​ໃນ​ຢູດາຍ.</verse>
				<verse number="3">ຂໍ​ໃຫ້​ພຣະເຈົ້າ​ສະຖິດ​ຢູ່​ນຳ​ພວກທ່ານ ຜູ້​ທີ່​ເປັນ​ປະຊາຊົນ​ຂອງ​ພຣະອົງ. ພວກທ່ານ​ຈະ​ຕ້ອງ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ໃໝ່ ຄື​ພຣະອົງ​ເປັນ​ພຣະເຈົ້າ​ທີ່​ສະຖິດ​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="4">ຖ້າ​ປະຊາຊົນ​ຂອງ​ພຣະອົງ​ຜູ້ໃດ​ທີ່​ຢູ່​ຕ່າງຖິ່ນ​ຢາກ​ກັບຄືນ​ເມືອ ແລະ​ຕ້ອງການ​ຄວາມ​ຊ່ວຍເຫລືອ ກໍ​ໃຫ້​ຄົນ​ບ້ານໃກ້​ເຮືອນຄຽງ​ຊ່ວຍເຫລືອ​ພວກເຂົາ. ຈົ່ງ​ເອົາ​ເງິນ​ແລະ​ຄຳ, ສະບຽງ​ອາຫານ ແລະ​ຝູງສັດ, ຕະຫລອດ​ທັງ​ເຄື່ອງ​ບູຊາ​ໃຫ້​ພວກເຂົາ ເພື່ອ​ຈະ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ.”</verse>
				<verse number="5">ແລ້ວ​ຫົວໜ້າ​ຕະກຸນ​ຕ່າງໆ​ໃນ​ເຜົ່າຢູດາ ແລະ ເຜົ່າ​ເບັນຢາມິນ, ບັນດາ​ປະໂຣຫິດ ແລະ ຊາວ​ເລວີ, ພ້ອມ​ທັງ​ຄົນອື່ນໆ​ທີ່​ພຣະເຈົ້າ​ດົນໃຈ ຕ່າງ​ກໍໄດ້​ຕຽມຕົວ​ເພື່ອ​ກັບ​ໄປ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="6">ຊາວ​ບ້ານໃກ້​ເຮືອນຄຽງ​ທຸກຄົນ​ໄດ້​ຊ່ວຍເຫລືອ​ໂດຍ​ໃຫ້​ສິ່ງຂອງ​ແກ່​ພວກເຂົາ​ຫລາຍ​ຢ່າງ ດັ່ງນີ້: ເຄື່ອງໃຊ້​ທີ່​ເປັນ​ເງິນ, ເປັນ​ຄຳ, ສະບຽງ​ອາຫານ, ຝູງສັດ, ສິ່ງຂອງ​ມີຄ່າ​ອື່ນໆ ນອກຈາກ​ເຄື່ອງ​ຖວາຍບູຊາ​ດ້ວຍໃຈ​ສະໝັກ​ສຳລັບ​ພຣະວິຫານ.</verse>
				<verse number="7">ກະສັດ​ໄຊຣັດ​ໄດ້​ນຳ​ເອົາ​ຖ້ວຍ​ກັບ​ຈອກ​ທີ່​ກະສັດ​ເນບູ​ກາດເນັດຊາ ໄດ້​ຢຶດເອົາ​ໄປ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ໄດ້​ເກັບ​ສິ່ງ​ເຫຼົ່ານີ້​ໄວ້​ໃນ​ວິຫານ​ພະ​ຂອງຕົນ ມອບ​ຄືນ​ໃຫ້​ແກ່​ພວກເຂົາ.</verse>
				<verse number="8">ເພິ່ນ​ເອົາ​ຂອງ​ເຫຼົ່ານັ້ນ​ສົ່ງ​ໃຫ້​ມິດເຣດາດ​ຫົວໜ້າ​ຄັງຫລວງ ຜູ້​ທີ່​ເຮັດ​ບັນຊີ​ລາຍການ​ສິ່ງຂອງ​ໃຫ້​ເຊັດບັດຊາ ຜູ້ປົກຄອງ​ແຂວງ​ຢູດາຍ</verse>
				<verse number="9">ມີ​ດັ່ງ​ຕໍ່ໄປນີ້: ຖ້ວຍ​ຄຳ​ສຳລັບ​ຖວາຍບູຊາ 30 ໃບ ຖ້ວຍ​ເງິນ​ສຳລັບ​ຖວາຍບູຊາ 1.000 ໃບ ຖ້ວຍ​ຢ່າງ​ອື່ນ 29 ໃບ</verse>
				<verse number="10">ຖ້ວຍ​ນ້ອຍ​ເປັນ​ຄຳ 30 ໃບ ຖ້ວຍ​ນ້ອຍ​ເປັນ​ເງິນ 410 ໃບ ເຄື່ອງໃຊ້​ອື່ນໆ 1.000 ໃບ</verse>
				<verse number="11">ຖ້ວຍ​ຄຳ​ແລະ​ຖ້ວຍ​ເງິນ​ລວມ​ທັງໝົດ​ມີ 5.400 ໃບ ພ້ອມ​ກັບ​ສິ່ງ​ອື່ນໆ​ທີ່​ເຊັດບັດຊາ​ໄດ້​ນຳ​ກັບຄືນ​ໄປ ຕອນ​ທີ່​ເພິ່ນ​ເອງ ແລະ​ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຄົນອື່ນໆ​ໄດ້​ອອກ​ຈາກ​ບາບີໂລນ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ.</verse>
			</chapter>
			<chapter number="2">
				<verse number="1">ມີ​ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຫລາຍ​ຄົນ​ໄດ້​ອອກ​ຈາກ​ແຂວງ​ບາບີໂລນ ແລະ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ​ແລະ​ຢູດາຍ; ແຕ່ລະຄົນ​ໄດ້​ກັບຄືນ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ໃຜ​ລາວ. ຄອບຄົວ​ຂອງ​ພວກເຂົາ​ໄດ້​ເປັນ​ຊະເລີຍ​ແລະ​ອາໄສ​ຢູ່​ໃນ​ບາບີໂລນ ຕັ້ງແຕ່​ສະໄໝ​ທີ່​ກະສັດ​ເນບູ​ກາດເນັດຊາ​ໄດ້​ຈັບ​ພວກເຂົາ​ໄປ​ທີ່​ນັ້ນ.</verse>
				<verse number="2">ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເຊຣຸບບາເບນ, ເຢຊູອາ, ເນເຫມີຢາ, ເສຣາອີຢາ, ເຣເອລາອີຢາ, ມໍເດໄກ, ບິນຊານ, ມີຊະປາ, ບິກໄຫວ, ເຣຫຸມ ແລະ​ບາອານາ. ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ຕະກຸນ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ພ້ອມ​ທັງ​ຈຳນວນ​ຄົນ​ຂອງ​ແຕ່ລະ​ຕະກຸນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ:</verse>
				<verse number="3">ປາຣົດ - 2.172 ຄົນ</verse>
				<verse number="4">ເຊຟາຕີຢາ - 372 ຄົນ</verse>
				<verse number="5">ອາຣາ - 775 ຄົນ</verse>
				<verse number="6">ປາຮາດ-ໂມອາບ (ເຊື້ອສາຍ​ຂອງ​ເຢຊູອາ ແລະ ໂຢອາບ) - 2.812 ຄົນ</verse>
				<verse number="7">ເອລາມ - 1.254 ຄົນ</verse>
				<verse number="8">ຊັດຕຸ - 945 ຄົນ</verse>
				<verse number="9">ຊັກກາຍ - 760 ຄົນ</verse>
				<verse number="10">ບານີ - 642 ຄົນ</verse>
				<verse number="11">ເບບາຍ - 623 ຄົນ</verse>
				<verse number="12">ອາຊະກາດ - 1.222 ຄົນ</verse>
				<verse number="13">ອາໂດນີກຳ - 666 ຄົນ</verse>
				<verse number="14">ບິກໄຫວ - 2.056 ຄົນ</verse>
				<verse number="15">ອາດິນ - 454 ຄົນ</verse>
				<verse number="16">ອາເຕ (ມີ​ຊື່​ໜຶ່ງ​ອີກ​ວ່າ​ເຮເຊກີຢາ) - 98 ຄົນ</verse>
				<verse number="17">ເບໄຊ - 323 ຄົນ</verse>
				<verse number="18">ໂຢຣາ - 112 ຄົນ</verse>
				<verse number="19">ຮາຊຸມ - 223 ຄົນ</verse>
				<verse number="20">ກິບບາ - 95 ຄົນ</verse>
				<verse number="21">ຄົນ​ທີ່​ບັນພະບຸລຸດ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ດັ່ງ​ຕໍ່ໄປນີ້ ກໍໄດ້​ກັບຄືນ​ຄືກັນ: ເບັດເລເຮັມ - 123 ຄົນ</verse>
				<verse number="22">ເນໂຕຟາ - 56 ຄົນ</verse>
				<verse number="23">ອານາທົດ - 128 ຄົນ</verse>
				<verse number="24">ອາຊະມາເວດ - 42 ຄົນ</verse>
				<verse number="25">ກີຣີອາດ​ເຢອາຣີມ, ເກຟີຣາ ແລະ​ເບເອໂຣດ - 743 ຄົນ</verse>
				<verse number="26">ຣາມາ ແລະ ເກບາ - 621 ຄົນ</verse>
				<verse number="27">ມິກມາດ - 122 ຄົນ</verse>
				<verse number="28">ເບັດເອນ ແລະ​ອາອີ - 223 ຄົນ</verse>
				<verse number="29">ເນໂບ - 52 ຄົນ</verse>
				<verse number="30">ມັກບິດ - 156 ຄົນ</verse>
				<verse number="31">ເອລາມ​ພວກ​ອື່ນ - 1.254 ຄົນ</verse>
				<verse number="32">ຮາຣິມ - 320 ຄົນ</verse>
				<verse number="33">ໂລດ, ຮາດິດ ແລະ​ໂອໂນ - 725 ຄົນ</verse>
				<verse number="34">ເຢຣິໂກ - 345 ຄົນ</verse>
				<verse number="35">ເສນາຢາ - 3.630 ຄົນ</verse>
				<verse number="36">ຕໍ່ໄປນີ້​ແມ່ນ​ບັນຊີ​ລາຍຊື່​ຂອງ​ຕະກຸນ​ຂອງ​ປະໂຣຫິດ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ເຢດາອີຢາ (ເຊື້ອສາຍ​ຂອງ​ເຢຊູອາ) - 973 ຄົນ</verse>
				<verse number="37">ອິມເມ - 1.052 ຄົນ</verse>
				<verse number="38">ປັດຊູ - 1.247 ຄົນ</verse>
				<verse number="39">ຮາຣິມ - 1.017 ຄົນ</verse>
				<verse number="40">ຕະກຸນ​ຕ່າງໆ​ຂອງ​ຊາວ​ເລວີ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ເຢຊູອາ ແລະ ກາດມີເອນ (ເຊື້ອສາຍ​ຂອງ​ໂຮດາວີຢາ) - 74 ຄົນ</verse>
				<verse number="41">ນັກດົນຕຼີ​ປະຈຳ​ພຣະວິຫານ (ເຊື້ອສາຍ​ຂອງ​ອາສັບ) - 128 ຄົນ</verse>
				<verse number="42">ຄົນເຝົ້າຍາມ​ປະຈຳ​ພຣະວິຫານ (ເຊື້ອສາຍ​ຂອງ​ຊັນລຸມ, ອາເຕ, ຕານໂມນ, ອັກກຸບ, ຮາຕີຕາ, ແລະ​ໂຊໄບ) - 139 ຄົນ</verse>
				<verse number="43">ຕະກຸນ​ຕ່າງໆ​ຂອງ​ຄົນ​ເຮັດ​ວຽກ​ປະຈຳ​ພຣະວິຫານ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ຊີຮາ, ຮາສູຟາ, ຕັບບາອົດ,</verse>
				<verse number="44">ເກໂຣດ, ສີອາຮາ, ປາໂດນ,</verse>
				<verse number="45">ເລບານາ, ຮາກາບາ, ອັກກຸບ,</verse>
				<verse number="46">ຮາກາບ, ຊານໄມ, ຮານານ,</verse>
				<verse number="47">ກິດເດນ, ກາຮາ, ເຣອາອີຢາ,</verse>
				<verse number="48">ເຣຊິນ, ເນໂກດາ, ກັດຊຳ,</verse>
				<verse number="49">ອຸດຊາ, ປາເສຢາ, ເບສາຍ,</verse>
				<verse number="50">ອາສະນາ, ເມອູນິມ, ເນຟີສິມ,</verse>
				<verse number="51">ບັກບຸກ, ຮາກູຟາ, ຮາກຮູ,</verse>
				<verse number="52">ບາຊະລຸດ, ເມຮິດາ, ຮາກຊາ,</verse>
				<verse number="53">ບາກໂກ, ສີເສຣາ, ເຕມາ,</verse>
				<verse number="54">ເນຊີຢາ ແລະ​ຮາຕີຟາ.</verse>
				<verse number="55">ຕະກຸນ​ຕ່າງໆ​ຂອງ​ຄົນ​ຮັບໃຊ້​ຂອງ​ກະສັດ​ໂຊໂລໂມນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ໂສໄຕ, ຮາໂສເຟເຣັດ, ເປຣູດາ,</verse>
				<verse number="56">ຢາອາລາ, ດາກໂກນ, ກິດເດນ,</verse>
				<verse number="57">ເຊຟາຕີຢາ, ຮັດຕິນ, ໂປເກເຣັດ​ຮັດເຊບາອິມ ແລະ​ອາມີ.</verse>
				<verse number="58">ຈຳນວນ​ເຊື້ອສາຍ​ທັງໝົດ​ຂອງ​ຄົນ​ເຮັດ​ວຽກ​ໃນ​ພຣະວິຫານ ແລະ​ຄົນ​ຮັບໃຊ້​ຂອງ​ກະສັດ​ໂຊໂລໂມນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ທັງໝົດ 392 ຄົນ.</verse>
				<verse number="59">ມີ​ຈຳນວນ 652 ຄົນ ໃນ​ຕະກຸນ​ເດລາອີຢາ, ໂຕບີຢາ ແລະ​ເນໂກດາ ທີ່​ໄດ້​ກັບຄືນ​ມາ​ຈາກ​ເມືອງ​ເຕນເມລາ, ເຕນຮາກຊາ, ເຄຣຸບ, ອັດດານ ແລະ​ອິມເມ; ແຕ່​ພວກເຂົາ​ພິສູດ​ບໍ່ໄດ້​ວ່າ ພວກ​ຕົນ​ເປັນ​ເຊື້ອສາຍ​ຂອງ​ຊາວ​ອິດສະຣາເອນ.</verse>
				<verse number="60"></verse>
				<verse number="61">ຕະກຸນ​ຕ່າງໆ​ຕໍ່ໄປນີ້​ແມ່ນ​ປະໂຣຫິດ​ທີ່ ບໍ່ມີ​ເອກະສານ ເພື່ອ​ພິສູດ​ເຖິງ​ບັນພະບຸລຸດ​ຂອງຕົນ ມີ​ດັ່ງນີ້: ໂຮບາອີຢາ, ຮັກກົດ ແລະ​ບາກຊິນໄລ. (ບັນພະບຸລຸດ​ຂອງ​ຕະກຸນ​ຂອງ​ບາກຊິນໄລ​ທີ່​ເປັນ​ປະໂຣຫິດ ໄດ້​ແຕ່ງງານ​ກັບ​ຍິງ​ຜູ້ໜຶ່ງ​ຈາກ​ຕະກຸນ​ບາກຊິນໄລ​ແຫ່ງ​ກິເລອາດ ແລະ​ໄດ້​ໃສ່​ຊື່​ຕາມ​ຕະກຸນ​ພໍ່ເຖົ້າ​ຂອງ​ຕົນ.) ເນື່ອງ​ຈາກ​ຄົນ​ເຫຼົ່ານີ້​ພິສູດ​ບໍ່ໄດ້​ວ່າ ແມ່ນ​ຜູ້ໃດ​ທີ່​ເປັນ​ບັນພະບຸລຸດ​ຂອງຕົນ; ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່ໄດ້​ຮັບໃຊ້​ເປັນ​ປະໂຣຫິດ.</verse>
				<verse number="62"></verse>
				<verse number="63">ຜູ້ປົກຄອງ​ຊາວຢິວ​ໄດ້​ສັ່ງ​ບໍ່​ໃຫ້​ພວກເຂົາ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ ຈົນກວ່າ​ຈະ​ມີ​ປະໂຣຫິດ​ທີ່​ສາມາດ​ໃຊ້​ອຸຣິມ ແລະ​ທຸມມິມ.</verse>
				<verse number="64">ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ທີ່​ກັບຄືນ​ມາ​ສູ່​ປະເທດ ທັງໝົດ 42.360 ຄົນ</verse>
				<verse number="65">ຄົນ​ຮັບໃຊ້​ຊາຍ​ຍິງ​ຂອງ​ພວກເຂົາ 7.337 ຄົນ; ນັກດົນຕຼີ​ຊາຍ​ຍິງ - 200 ຄົນ</verse>
				<verse number="66">ມ້າ - 736 ໂຕ; ລໍ - 245 ໂຕ</verse>
				<verse number="67">ອູດ - 435 ໂຕ; ລາ - 6.720 ໂຕ</verse>
				<verse number="68">ເມື່ອ​ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ກັບຄືນ​ມາ​ສູ່​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ເຢຣູຊາເລັມ​ແລ້ວ ກໍໄດ້​ມີ​ຫົວໜ້າ​ບາງຄົນ​ຖວາຍ​ເຄື່ອງ​ບູຊາ​ຕາມ​ໃຈ​ສະໝັກ ເພື່ອ​ຊ່ວຍ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຢູ່​ໃນ​ບ່ອນ​ເດີມ​ຂຶ້ນ​ໃໝ່.</verse>
				<verse number="69">ພວກເຂົາ​ໄດ້​ຖວາຍ​ເພື່ອ​ວຽກງານ​ນີ້​ຫລາຍ​ເທົ່າທີ່ຈະ​ຫລາຍ​ໄດ້ ຊຶ່ງ​ຈຳນວນ​ທັງໝົດ ມີ​ດັ່ງນີ້: ຄຳ​ປະມານ 500 ກິໂລກຼາມ, ເງິນ​ປະມານ 2.800 ກິໂລກຼາມ ແລະ​ເສື້ອຄຸມ​ຂອງ​ປະໂຣຫິດ 100 ຜືນ.</verse>
				<verse number="70">ບັນດາ​ປະໂຣຫິດ​ຊາວ​ເລວີ​ແລະ​ປະຊາຊົນ​ບາງ​ພວກ ກໍໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ ຫລື​ຢູ່​ໃກ້​ນະຄອນ​ເຢຣູຊາເລັມ; ພວກ​ນັກດົນຕຼີ, ພວກ​ເຝົ້າຍາມ​ພຣະວິຫານ ແລະ​ພວກ​ເຮັດ​ວຽກ​ປະຈຳ​ພຣະວິຫານ​ກໍ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ; ແລະ​ຊາວ​ອິດສະຣາເອນ​ທີ່​ຍັງເຫລືອ ກໍໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ​ທີ່​ພວກ​ບັນພະບຸລຸດ​ຂອງ​ພວກຕົນ​ເຄີຍ​ອາໄສ​ຢູ່.</verse>
			</chapter>
			<chapter number="3">
				<verse number="1">ຕໍ່ມາ​ໃນ​ເດືອນ​ທີ​ເຈັດ ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍ​ຕັ້ງ​ຖິ່ນຖານ​ຢູ່​ຕາມ​ບ້ານ​ເມືອງ​ຂອງ​ໃຜ​ລາວ. ແລ້ວ​ພວກເຂົາ​ທຸກຄົນ​ກໍ​ມາ​ເຕົ້າໂຮມ​ກັນ​ທີ່​ນະຄອນ​ເຢຣູຊາເລັມ,</verse>
				<verse number="2">ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ, ໝູ່ເພື່ອນ​ປະໂຣຫິດ​ຂອງ​ລາວ ແລະ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ​ພ້ອມ​ທັງ​ຍາດຕິພີ່ນ້ອງ, ໄດ້​ສ້າງ​ແທ່ນບູຊາ​ສຳລັບ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ໃໝ່ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຜົາ​ເຄື່ອງ​ບູຊາ​ຖວາຍ​ທີ່​ເທິງ​ແທ່ນ​ນັ້ນ ຕາມ​ຄຳແນະນຳ​ທີ່​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ຄົນ​ຂອງ​ພຣະເຈົ້າ.</verse>
				<verse number="3">ເຖິງ​ແມ່ນ​ວ່າ ພວກ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ຢ້ານກົວ​ຊົນຊາດ​ອື່ນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ​ກໍຕາມ ແຕ່​ພວກເຂົາ​ຍັງ​ສ້າງ​ແທ່ນບູຊາ​ຂຶ້ນ​ໃໝ່​ໄວ້​ໃນ​ບ່ອນ​ເກົ່າ​ຂອງ​ມັນ. ແລ້ວ​ພວກເຂົາ​ກໍ​ເຜົາ​ເຄື່ອງ​ຖວາຍບູຊາ​ດ້ວຍໄຟ​ແກ່​ພຣະເຈົ້າຢາເວ​ທີ່​ເທິງ​ແທ່ນ​ນັ້ນ​ອີກເທື່ອໜຶ່ງ ໃນ​ທຸກ​ເຊົ້າ ແລະ​ທຸກ​ແລງ.</verse>
				<verse number="4">ພວກເຂົາ​ສະຫລອງ​ເທດສະການ​ປຸກຕູບຢູ່​ຕາມ​ລະບຽບ​ທີ່​ມີ​ໄວ້; ແຕ່ລະ​ວັນ​ພວກເຂົາ​ໄດ້​ຖວາຍ​ເຄື່ອງ​ບູຊາ ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້​ສຳລັບ​ມື້​ນັ້ນ;</verse>
				<verse number="5">ນອກຈາກນີ້​ແລ້ວ ພວກເຂົາ​ກໍ​ຍັງ​ໄດ້​ຖວາຍ​ເຄື່ອງ​ບູຊາ​ເປັນ​ປະຈຳ​ດັ່ງນີ້: ການ​ບູຊາ​ເຜົາ​ທັງໝົດ ແລະ​ຖວາຍ​ເຄື່ອງ​ບູຊາ​ໃນ​ມື້​ເດືອນ​ອອກ​ໃໝ່ ແລະ​ຕາມ​ລະບຽບ​ຂອງ​ເທດສະການ​ທຸກຄັ້ງ​ທີ່​ພຣະເຈົ້າຢາເວ​ໄດ້​ກຳນົດ​ໄວ້​ໃຫ້​ນະມັດສະການ ຕະຫລອດ​ທັງ​ເຄື່ອງ​ບູຊາ​ທັງໝົດ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ ຕາມ​ໃຈ​ສະໝັກ​ຂອງ​ໃຜ​ລາວ.</verse>
				<verse number="6">ເຖິງແມ່ນ​ວ່າ​ປະຊາຊົນ​ຍັງ​ບໍ່ໄດ້​ເລີ່ມ​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ໃໝ່​ກໍຕາມ ແຕ່​ພວກເຂົາ​ກໍໄດ້​ເລີ່ມຕົ້ນ​ເຜົາ​ເຄື່ອງບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ໃນ​ມື້​ທຳອິດ​ຂອງ​ເດືອນ​ທີ​ເຈັດ.</verse>
				<verse number="7">ຕໍ່ມາ ປະຊາຊົນ​ກໍ​ຈ່າຍ​ເງິນ​ໃຫ້​ຊ່າງ​ຕັດ​ຫີນ ແລະ​ຊ່າງ​ໄມ້; ແລະ​ໄດ້​ເອົາ​ອາຫານ, ເຄື່ອງດື່ມ ແລະ​ນໍ້າມັນ​ໝາກກອກເທດ ສົ່ງ​ໄປ​ທີ່​ເມືອງ​ຕີເຣ ແລະ ຊີໂດນ ເພື່ອ​ແລກປ່ຽນ​ກັບ​ໄມ້ແປກ​ຈາກ​ເລບານອນ ຊຶ່ງ​ໄມ້​ເຫຼົ່ານີ້​ໄດ້​ຖືກ​ນຳ​ມາ​ທາງ​ທະເລ​ຈາກ​ເມືອງ​ຢົບປາ. ທຸກສິ່ງ​ທີ່​ໄດ້​ລົງມື​ເຮັດ​ນັ້ນ​ແມ່ນ​ໄດ້​ຮັບ​ອະນຸຍາດ​ຈາກ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ.</verse>
				<verse number="8">ສະນັ້ນ ໃນ​ເດືອນ​ທີ​ສອງ​ຂອງ​ປີ​ຕໍ່ມາ ເມື່ອ​ກັບ​ມາ​ຮອດ​ບ່ອນ​ຕັ້ງ​ວິຫານ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ​ແລ້ວ ພວກເຂົາ​ກໍໄດ້​ລົງມື​ເຮັດ​ວຽກ​ໂລດ. ພວກ​ເຫຼົ່ານີ້​ມີ​ດັ່ງນີ້: ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ, ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ, ພີ່ນ້ອງ​ຮ່ວມ​ຊາດ​ທີ່​ເຫຼືອ​ຢູ່, ບັນດາ​ປະໂຣຫິດ​ຊາວ​ເລວີ ແລະ​ທຸກຄົນ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ທີ່​ໄດ້​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ກໍໄດ້​ຊ່ວຍ​ໃນ​ວຽກ​ການ​ນີ້. ຊາວ​ເລວີ​ທຸກຄົນ​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ ກໍ​ມີ​ໜ້າທີ່​ຮັບຜິດຊອບ​ຕໍ່​ການ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່.</verse>
				<verse number="9">ເຢຊູອາ​ຄົນເລວີ ພ້ອມ​ທັງ​ພວກ​ລູກຊາຍ​ຂອງ​ລາວ ແລະ​ຍາດພີ່ນ້ອງ ແລະ​ກາດມີເອນ ພ້ອມ​ທັງ​ພວກ​ລູກຊາຍ​ຂອງຕົນ (ຄື​ຕະກຸນ​ໂຮດາວີຢາ) ໄດ້​ຮ່ວມ​ມື​ກັນ​ຮັບຜິດຊອບ​ໃນ​ການ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່. (ຊາວ​ເລວີ​ໄດ້​ຮັບ​ການ​ຊ່ວຍເຫລືອ​ຈາກ​ຕະກຸນ​ເຮນາດາດ.)</verse>
				<verse number="10">ເມື່ອ​ຄົນ​ເຫຼົ່ານີ້​ໄດ້​ເລີ່ມຕົ້ນ​ວາງ​ຮາກຖານ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ, ບັນດາ​ປະໂຣຫິດ​ທີ່​ນຸ່ງ​ເສື້ອຄຸມ ກໍ​ຖື​ແກ​ປະຈຳ​ໜ້າທີ່​ຂອງ​ພວກເຂົາ ສ່ວນ​ພວກເລວີ​ຈາກ​ຕະກຸນ​ອາສັບ​ກໍ​ຖື​ແສ່ງ​ຢືນ​ຢູ່​ທີ່​ນັ້ນ. ພວກເຂົາ​ສັນລະເສີນ​ພຣະເຈົ້າຢາເວ​ຕາມ​ຄຳແນະນຳ ສືບ​ຕໍ່ກັນ​ມາ​ແຕ່​ສະໄໝ​ຂອງ​ກະສັດ​ດາວິດ​ແຫ່ງ​ອິດສະຣາເອນ.</verse>
				<verse number="11">ພວກເຂົາ​ຮ້ອງເພງ​ສັນລະເສີນ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ວ່າ: “ພຣະອົງ ຊົງ​ຄຸນງາມ​ຄວາມດີ ແລະ​ຄວາມຮັກ ທີ່​ພຣະອົງ​ມີ​ແກ່​ຊາດ​ອິດສະຣາເອນ ກໍ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.” ທຸກຄົນ​ຕ່າງ​ກໍ​ຮ້ອງ​ດ້ວຍ​ສຸດຈິດ​ສຸດໃຈ ສັນລະເສີນ​ພຣະເຈົ້າຢາເວ ເພາະ​ຮາກຖານ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຖືກ​ວາງ​ລົງ​ແລ້ວ.</verse>
				<verse number="12">ແຕ່​ຍັງ​ມີ​ປະໂຣຫິດ​ຜູ້​ອາວຸໂສ​ຫລາຍ​ຄົນ, ພວກເລວີ, ຫົວໜ້າ​ຕະກຸນ​ຕ່າງໆ​ທີ່​ເຄີຍ​ເຫັນ​ວິຫານ​ຫລັງ​ກ່ອນ​ມາ​ແລ້ວ ເມື່ອ​ໄດ້​ລໍ​ເຝົ້າເບິ່ງ​ການ​ວາງ​ຮາກຖານ​ຂອງ​ວິຫານ​ຢູ່​ນັ້ນ ຕ່າງ​ກໍ​ຮ້ອງໄຫ້ ແລະ​ຄໍ່າຄວນ. ແຕ່​ຄົນອື່ນ​ຢູ່​ໃນ​ທີ່ນັ້ນ​ພາກັນ​ໂຮຮ້ອງ​ຂຶ້ນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.</verse>
				<verse number="13">ບໍ່ມີ​ຜູ້ໃດ​ບອກ​ໄດ້​ວ່າ ເປັນ​ສຽງ​ໂຮຮ້ອງ​ຍິນດີ​ຫລື​ສຽງ​ຮ້ອງໄຫ້ ເພາະ​ສຽງ​ນັ້ນ​ດັງ​ຫຼາຍ​ຈົນ​ຜູ້​ຢູ່ໄກໆ​ກໍ​ຍັງ​ໄດ້ຍິນ.</verse>
			</chapter>
			<chapter number="4">
				<verse number="1">ພວກ​ສັດຕູ​ຂອງ​ຊາວ​ຢູດາ​ແລະ​ຊາວ​ເບັນຢາມິນ​ໄດ້ຍິນ​ວ່າ ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ໄດ້​ກັບຄືນ​ມາ ແລະ​ກຳລັງ​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ໃໝ່.</verse>
				<verse number="2">ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ຫາ​ເຊຣຸບບາເບນ ແລະ​ພວກ​ຫົວໜ້າ​ຂອງ​ຕະກຸນ​ຕ່າງໆ ແລະ​ກ່າວ​ວ່າ, “ຂໍ​ໃຫ້​ພວກເຮົາ​ໄດ້​ຮ່ວມ​ຊ່ວຍ​ສ້າງ​ພຣະວິຫານ​ດ້ວຍ. ພວກເຮົາ​ແລະ​ພວກທ່ານ​ກໍ​ນະມັດສະການ​ພຣະເຈົ້າ​ອົງ​ດຽວກັນ ແລະ​ເຄີຍ​ໄດ້​ເຜົາ​ເຄື່ອງ​ບູຊາ​ແກ່​ພຣະອົງ ຕັ້ງແຕ່​ຄາວ​ທີ່​ກະສັດ​ເອສາຮັດໂດນ​ແຫ່ງ​ອັດຊີເຣຍ​ໄດ້​ສົ່ງ​ພວກເຮົາ​ມາ​ຢູ່​ທີ່ນີ້.”</verse>
				<verse number="3">ເຊຣຸບບາເບນ, ເຢຊູອາ ແລະ​ພວກ​ຫົວໜ້າ​ຂອງ​ຕະກຸນ​ຕ່າງໆ ໄດ້​ຕອບ​ພວກເຂົາ​ວ່າ, “ພວກເຮົາ​ບໍ່​ຕ້ອງການ​ໃຫ້​ພວກເຈົ້າ​ຊ່ວຍ​ສ້າງ​ວິຫານ​ສຳລັບ​ພຣະເຈົ້າ​ຂອງ​ພວກເຮົາ​ດອກ. ພວກເຮົາ​ຈະ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ເອງ ຕາມ​ຄຳສັ່ງ​ຂອງ​ກະສັດ​ໄຊຣັດ​ກະສັດ​ແຫ່ງ​ເປີເຊຍ.”</verse>
				<verse number="4">ແລ້ວ​ປະຊາຊົນ​ທີ່​ໄດ້​ຢູ່​ໃນ​ດິນແດນ​ນັ້ນ ກໍ​ພະຍາຍາມ​ເຮັດ​ໃຫ້​ຊາວຢິວ​ຢ້ານກົວ ແລະ​ທໍ້ຖອຍ​ໃຈ ເພື່ອ​ໃຫ້​ພວກເຂົາ​ເຊົາ​ສ້າງ​ພຣະວິຫານ.</verse>
				<verse number="5">ພວກເຂົາ​ຍັງ​ໄດ້​ໃຫ້​ສິນບົນ​ແກ່​ພວກ​ຂ້າຣາຊການ​ເປີເຊຍ ເພື່ອ​ໃຫ້​ດຳເນີນການ​ຕໍ່ຕ້ານ​ພວກ​ຢິວ. ພວກເຂົາ​ສືບຕໍ່​ເຮັດ​ຢູ່​ຢ່າງນີ້ ຕະຫລອດ​ຣາຊການ​ຂອງ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ ຈົນເຖິງ​ຣາຊການ​ຂອງ​ກະສັດ​ດາຣິອຸດ ແຫ່ງ​ເປີເຊຍ.</verse>
				<verse number="6">ໃນ​ຣາຊການ​ຂອງ​ກະສັດ​ເຊເຊັດ ເຫຼົ່າ​ສັດຕູ​ຂອງ​ປະຊາຊົນ​ທີ່​ຢູ່​ໃນ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ ໄດ້​ນຳ​ຂໍ້​ກ່າວຫາ​ຂຽນ​ເປັນ​ລາຍລັກອັກສອນ​ມາ​ຕໍ່ສູ້​ພວກເຂົາ.</verse>
				<verse number="7">ແລະ​ຕໍ່ມາ​ອີກ ໃນ​ຣາຊການ​ຂອງ​ກະສັດ​ອາກຕາເຊເຊັດ​ແຫ່ງ​ເປີເຊຍ. ບີຊະລາມ, ມິດເຣດາດ, ຕາເບເອນ ແລະ​ຜູ້​ຮ່ວມງານ​ຂອງ​ພວກເຂົາ ໄດ້​ຂຽນ​ຈົດໝາຍ​ໄປ​ຫາ​ກະສັດ​ອາກຕາເຊເຊັດ. ຈົດໝາຍ​ສະບັບ​ນີ້​ຂຽນ​ຂຶ້ນ​ເປັນ​ພາສາ​ອາຣາມິກ ແລະ​ກໍ​ຕ້ອງ​ມີ​ຜູ້​ແປ​ໃນ​ເວລາ​ອ່ານ.</verse>
				<verse number="8">ເຊັ່ນດຽວ​ກັນ ເຣຮູມ​ຜູ້​ປົກຄອງ​ແຂວງ ແລະ​ຊິມໄຊ​ເລຂາທິການ​ປະຈຳ​ແຂວງ ກໍໄດ້​ຂຽນ​ຈົດໝາຍ​ຕໍ່ໄປນີ້​ຫາ​ກະສັດ​ອາກຕາເຊເຊັດ​ກ່ຽວກັບ​ນະຄອນ​ເຢຣູຊາເລັມ ໂດຍ​ມີ​ຂໍ້​ຄວາມ​ດັ່ງນີ້:</verse>
				<verse number="9">“ຈາກ​ເຣຮູມ​ຜູ້ປົກຄອງ​ແຂວງ, ຈາກ​ຊິມໄຊ​ເລຂາທິການ​ປະຈຳ​ແຂວງ, ຈາກ​ຜູ້​ຮ່ວມງານ​ຂອງ​ພວກເຂົາ, ຈາກ​ພວກ​ຜູ້ຕັດສິນ ແລະ​ຈາກ​ບັນດາ​ຂ້າຣາຊການ​ຄົນອື່ນໆ ທັງໝົດ​ທີ່​ມາ​ຈາກ​ຖິ່ນຖານ​ເອເຣັກ, ບາບີໂລນ ແລະ​ຊູຊາ​ທີ່​ດິນແດນ​ເອລາມ,</verse>
				<verse number="10">ພ້ອມ​ທັງ​ປະຊາຊົນ​ອື່ນໆ​ທີ່​ຖືກ​ເຈົ້າ​ອາຊູບານີປານ ຜູ້​ຍິ່ງໃຫຍ່​ແລະ​ມີ​ອຳນາດ ໄດ້​ຍົກຍ້າຍ​ພວກເຂົາ​ອອກ​ຈາກ​ບ້ານເກີດ​ເມືອງນອນ​ໃຫ້​ມາ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ນະຄອນ​ຊາມາເຣຍ ແລະ​ຕາມ​ບ່ອນ​ອື່ນໆ​ໃນ​ແຂວງ​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ.”</verse>
				<verse number="11">ໃຈຄວາມ​ຂອງ​ຈົດໝາຍ​ນັ້ນ​ມີ​ຖ້ອຍຄຳ​ດັ່ງ​ຕໍ່ໄປນີ້: “ຈາກ ບັນດາ​ຜູ້ຮັບໃຊ້​ຂອງທ່ານ​ທີ່​ຢູ່​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ຂໍຮຽນ​ກະສັດ​ອາກຕາເຊເຊັດ.</verse>
				<verse number="12">ພວກ​ຂ້ານ້ອຍ​ຂໍຮຽນ​ໃຫ້​ທ່ານ​ຊາບ​ວ່າ ຊາວຢິວ​ແຕ່​ແຄວ້ນ​ອື່ນໆ​ຂອງທ່ານ​ທີ່​ໄດ້​ມາ​ຢູ່​ໃນ​ບ່ອນ​ນີ້ ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ທັງ​ໄດ້​ສ້າງ​ເມືອງ​ຊົ່ວຊ້າ ແລະ​ເມືອງ​ຂອງ​ພວກ​ກະບົດ​ຂຶ້ນ​ໃໝ່. ພວກເຂົາ​ເລີ່ມ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່ ແລະ​ອີກ​ບໍ່ດົນ​ກໍ​ຈະ​ສຳເລັດ.</verse>
				<verse number="13">ຂ້າແດ່​ພະຣາຊາ ຖ້າ​ເມືອງ​ນີ້​ຖືກ​ສ້າງ​ຂຶ້ນ​ໃໝ່​ແລະ​ກຳແພງ​ເມືອງ​ຖືກ​ສ້າງ​ສຳເລັດ​ແລ້ວ​ປະຊາຊົນ​ຈະ​ຢຸດ​ເສຍສ່ວຍ ແລະ​ລາຍໄດ້​ຂອງ​ຫລວງ​ກໍ​ຈະ​ລົດໜ້ອຍ​ຖອຍລົງ.</verse>
				<verse number="14">ດຽວນີ້​ຍ້ອນ​ພວກ​ຂ້ານ້ອຍ​ຢູ່​ໃຕ້​ບັງຄັບ​ຂອງທ່ານ ພວກ​ຂ້ານ້ອຍ​ຈຶ່ງ​ບໍ່​ຢາກ​ຈະ​ເຫັນ​ເຫດການ​ນີ້​ເກີດຂຶ້ນ; ດັ່ງນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ຂໍ​ໃຫ້​ຄຳແນະນຳ​ວ່າ:</verse>
				<verse number="15">ທ່ານ​ຈົ່ງ​ອອກ​ຄຳສັ່ງ​ໃຫ້​ຄົ້ນຫາ​ເອກະສານ ຊຶ່ງ​ບັນພະບຸລຸດ​ຂອງທ່ານ​ໄດ້​ເກັບມ້ຽນ​ໄວ້. ຖ້າ​ທ່ານ​ຄົ້ນເບິ່ງ ທ່ານ​ກໍ​ຈະ​ເຫັນ​ວ່າ ເມືອງ​ນີ້​ໄດ້​ເກີດ​ມີ​ການ​ກະບົດ​ຢູ່​ເລື້ອຍໆ ແລະ​ຕັ້ງແຕ່​ສະໄໝ​ກ່ອນ​ເປັນ​ຕົ້ນ​ມາ ບັນດາ​ກະສັດ​ແລະ​ບັນດາ​ຜູ້ປົກຄອງ​ແຂວງ​ໄດັ​ຮັບ​ຄວາມ​ເດືອດຮ້ອນ​ຢູ່​ສະເໝີ. ປະຊາຊົນ​ກໍ​ເປັນ​ຜູ້​ທີ່​ປົກຄອງ​ຍາກ. ດ້ວຍເຫດນີ້ ເມືອງ​ນີ້​ຈຶ່ງ​ຖືກ​ທຳລາຍ.</verse>
				<verse number="16">ສະນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ຂໍ​ຢືນຢັນ​ວ່າ, ຖ້າ​ເມືອງ​ນີ້​ຖືກ​ສ້າງ​ຂຶ້ນ​ໃໝ່​ແລະ​ກຳແພງ​ຖືກ​ສ້າງ​ສຳເລັດ​ແລ້ວ ທ່ານ​ກໍ​ຈະ​ບໍ່​ສາມາດ​ຄວບຄຸມ ເຂດ​ທາງພາກ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ​ໄດ້​ອີກ​ຕໍ່ໄປ.”</verse>
				<verse number="17">ກະສັດ​ຈຶ່ງ​ສົ່ງ​ຈົດໝາຍ​ຕອບ​ມາ ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້: “ຂໍ​ຄຳນັບ​ມາ​ເຖິງ​ເຣຮູມ ຜູ້ປົກຄອງ​ແຂວງ, ຊິມໄຊ ເລຂາ​ປະຈຳ​ແຂວງ, ພ້ອມ​ດ້ວຍ​ຜູ້​ຮ່ວມງານ​ທີ່​ຢູ່​ໃນ​ນະຄອນ​ຊາມາເຣຍ​ແລະ​ໃນ​ດິນແດນ​ອື່ນໆ ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ.</verse>
				<verse number="18">ຈົດໝາຍ​ທີ່​ພວກທ່ານ​ໄດ້​ສົ່ງ​ມາ​ນັ້ນ ກໍໄດ້​ມີ​ຜູ້ອ່ານ ແລະ​ແປ​ຕໍ່ໜ້າ​ຂ້າພະເຈົ້າ​ແລ້ວ.</verse>
				<verse number="19">ຂ້າພະເຈົ້າ​ຈຶ່ງ​ອອກ​ຄຳສັ່ງ​ໃຫ້​ທຳການ​ສອບສວນ ແລະ​ໄດ້​ພົບ​ໂດຍ​ແທ້ຈິງ​ວ່າ ຕັ້ງແຕ່​ບູຮານ​ມາ ນະຄອນ​ເຢຣູຊາເລັມ​ໄດ້​ກະບົດ​ຕໍ່​ສິດອຳນາດ​ຂອງ​ກະສັດ ແລະ​ກໍ​ເຄີຍ​ເປັນ​ບ່ອນ​ທີ່​ເຕັມ​ໄປ​ດ້ວຍ​ພວກ​ກະບົດ ແລະ​ພວກ​ທີ່​ສ້າງ​ຄວາມ​ເດືອດຮ້ອນ.</verse>
				<verse number="20">ບັນດາ​ກະສັດ​ຜູ້​ມີ​ອຳນາດ​ໃຫຍ່​ໄດ້​ຂຶ້ນ​ຄອງ​ຢູ່​ທີ່​ນັ້ນ ແລະ​ໄດ້​ປົກຄອງ​ທົ່ວ​ແຂວງ​ທັງໝົດ​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ໂດຍ​ໃຊ້​ອິດທິພົນ​ເກັບ​ພາສີ ແລະ​ຫາ​ລາຍໄດ້.</verse>
				<verse number="21">ສະນັ້ນ ຈົ່ງ​ໃຫ້​ທ່ານ​ອອກ​ຄຳສັ່ງ​ແກ່​ຄົນ​ເຫຼົ່ານັ້ນ ໃຫ້​ຢຸດ​ສ້າງ​ເມືອງ​ຂຶ້ນ​ໃໝ່ ຈົນກວ່າ​ຂ້າພະເຈົ້າ​ຈະ​ໃຫ້​ຄຳສັ່ງ​ໃໝ່​ອີກ.</verse>
				<verse number="22">ໃຫ້​ປະຕິບັດ​ຕາມນີ້​ໃນ​ທັນທີ​ທັນໃດ​ໂລດ ເພື່ອ​ວ່າ​ຂ້າພະເຈົ້າ​ຈະ​ບໍ່​ເສຍ​ຜົນປະໂຫຍດ​ກ່ຽວກັບ​ເລື່ອງນີ້​ຕໍ່ໄປ.”</verse>
				<verse number="23">ພໍ​ຈົດໝາຍ​ຂອງ​ກະສັດ​ອາກຕາເຊເຊັດ​ຖືກ​ອ່ານ​ສູ່​ເຣຮູມ, ຊິມໄຊ ແລະ​ຜູ້​ຮ່ວມງານ​ຂອງ​ພວກເຂົາ; ພວກເຂົາ​ກໍ​ຟ້າວ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ໃຊ້​ອຳນາດ​ບັງຄັບ​ຊາວຢິວ​ໃຫ້​ຢຸດເຊົາ​ການ​ກໍ່ສ້າງ​ເມືອງ.</verse>
				<verse number="24">ການ​ກໍ່ສ້າງ​ວິຫານ​ຂອງ​ພຣະເຈົ້າ​ໄດ້​ຢຸດ​ສະຫງັກ​ລົງ ແລະ​ຄ້າງຄາ​ຢູ່​ຢ່າງ​ນັ້ນ ຈົນເຖິງ​ຣາຊການ​ປີ​ທີ​ສອງ​ຂອງ​ກະສັດ​ດາຣິອຸດ​ແຫ່ງ​ເປີເຊຍ.</verse>
			</chapter>
			<chapter number="5">
				<verse number="1">ໃນ​ເວລາ​ນັ້ນ ໄດ້​ມີ​ຜູ້ທຳນວາຍ​ສອງ​ຄົນ​ຄື: ຮັກກາຍ ແລະ​ເຊກາຣີຢາ​ລູກຊາຍ​ຂອງ​ອິດໂດ ໄດ້​ກ່າວ​ໃນ​ນາມ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ຕໍ່​ຊາວຢິວ ທີ່​ອາໄສ​ຢູ່​ໃນ​ແຂວງ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ.</verse>
				<verse number="2">ເມື່ອ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ແລະ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ​ໄດ້ຍິນ​ຖ້ອຍຄຳ​ຂອງ​ເພິ່ນ ພວກເຂົາ​ຈຶ່ງ​ເລີ່ມ​ກໍ່ສ້າງ​ວິຫານ​ຂອງ​ພຣະເຈົ້າ​ໃນ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ແລະ​ຜູ້ທຳນວາຍ​ຂອງ​ພຣະເຈົ້າ​ສອງ​ຄົນ​ນີ້​ກໍໄດ້​ຊ່ວຍເຫລືອ​ພວກເຂົາ.</verse>
				<verse number="3">ພໍດີ​ໃນ​ເວລາ​ດຽວກັນ​ນັ້ນ ຕັດເຕໄນ​ຜູ້ປົກຄອງ​ພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ, ເຊຕາກ​ໂບເຊໄນ ແລະ​ບັນດາ​ເຈົ້າໜ້າທີ່​ດ້ວຍ​ກັນ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ຖາມ​ວ່າ, “ແມ່ນ​ຜູ້ໃດ​ທີ່​ສັ່ງ​ໃຫ້​ພວກເຈົ້າ​ກໍ່ສ້າງ​ວິຫານ ແລະ​ຈັດຫາ​ເຄື່ອງ​ມາ​ຕົບແຕ່ງ?”</verse>
				<verse number="4">ພວກເຂົາ ຍັງ​ຖາມ​ເຖິງ​ຊື່​ຂອງ​ທຸກຄົນ​ທີ່​ຊ່ວຍ​ການ​ກໍ່ສ້າງ​ນີ້​ດ້ວຍ.</verse>
				<verse number="5">ແຕ່​ພຣະເຈົ້າ​ໄດ້​ເຝົ້າ​ເບິ່ງແຍງ​ຮັກສາ​ພວກ​ຫົວໜ້າ​ຂອງ​ຊາວຢິວ​ຢູ່ ພວກ​ເຈົ້າໜ້າທີ່​ຊາວ​ເປີເຊຍ​ຈຶ່ງ​ຕັດສິນໃຈ​ບໍ່​ກະທຳ​ສິ່ງໃດ​ລົງ​ໄປ ຈົນກວ່າ​ພວກເຂົາ​ຈະ​ໄດ້​ຂຽນ​ຈົດໝາຍ​ໄປ​ຫາ​ກະສັດ​ດາຣິອຸດ ແລະ​ຮັບ​ຄຳຕອບ​ຈາກ​ເພິ່ນ​ເສຍ​ກ່ອນ.</verse>
				<verse number="6">ພວກເຂົາ​ໄດ້​ສົ່ງ​ລາຍງານ​ໄປ ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້:</verse>
				<verse number="7">“ຮຽນ ກະສັດ​ດາຣິອຸດ ຂໍ​ທ່ານ​ຈົ່ງ​ປົກຄອງ​ຢ່າງ​ສັນຕິສຸກ​ເຖີດ</verse>
				<verse number="8">ພວກ​ຂ້ານ້ອຍ​ຢາກ​ຂໍຮຽນ​ໃຫ້​ທ່ານ​ຊາບ​ວ່າ, ພວກ​ຂ້ານ້ອຍ​ໄດ້​ໄປ​ທີ່​ແຂວງ​ຢູດາຍ ແລະ​ກໍ​ພົບ​ວ່າ ວິຫານ​ຂອງ​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ໄດ້​ຖືກ​ສ້າງ​ຂຶ້ນ​ອີກ​ແລ້ວ​ດ້ວຍ​ຫີນ​ກ້ອນ​ໃຫຍ່ ແລະ​ດ້ວຍ​ໄມ້​ຂາງ​ທີ່​ກາດ​ເທິງ​ກຳແພງ. ວຽກງານ​ການ​ກໍ່ສ້າງ​ນີ້​ໄດ້​ດຳເນີນ​ໄປ​ດ້ວຍ​ຄວາມ​ພາກພຽນ​ທີ່ສຸດ ແລະ ກ້າວໜ້າ​ໄປ​ໂດຍ​ດີ.</verse>
				<verse number="9">ແລ້ວ​ພວກ​ຂ້ານ້ອຍ​ກໍໄດ້​ຖາມ​ບັນດາ​ຫົວໜ້າ​ຂອງ​ຄົນ​ເຫຼົ່ານັ້ນ​ວ່າ, ‘ແມ່ນ​ຜູ້ໃດ​ໃຫ້​ສິດທິ​ແກ່​ພວກເຈົ້າ​ສ້າງ​ພຣະວິຫານ​ນີ້​ຂຶ້ນ​ໃໝ່ ແລະ​ຈັດຫາ​ເຄື່ອງ​ມາ​ຕົບແຕ່ງ?’</verse>
				<verse number="10">ພວກ​ຂ້ານ້ອຍ​ຍັງ​ໄດ້​ຖາມ​ເຖິງ​ຊື່​ຂອງ​ພວກເຂົາ ເພື່ອ​ຈະ​ລາຍງານ​ໃຫ້​ທ່ານ​ໄດ້​ວ່າ ແມ່ນ​ຜູ້ໃດ​ເປັນ​ຫົວໜ້າ​ໃນ​ວຽກການ​ນີ້.</verse>
				<verse number="11">ພວກເຂົາ​ຈຶ່ງ​ຕອບ​ວ່າ, ‘ພວກ​ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ແຫ່ງ​ສະຫວັນ​ແລະ​ແຜ່ນດິນ​ໂລກ ແລະ​ພວກ​ຂ້ານ້ອຍ​ກຳລັງ​ກໍ່ສ້າງ​ວິຫານ​ຂຶ້ນ​ໃໝ່​ຕາມ​ແບບ​ເດີມ ແລະ​ໄດ້​ຕົບແຕ່ງ​ຕາມ​ແບບເກົ່າ ຕາມ​ທີ່​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ​ຜູ້​ມີ​ອຳນາດ​ໄດ້​ສ້າງ​ຂຶ້ນ​ແຕ່​ດົນນານ​ມາ​ແລ້ວ.</verse>
				<verse number="12">ແຕ່​ເນື່ອງ​ຈາກ​ວ່າ ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ເຮັດ​ໃຫ້​ພຣະເຈົ້າ​ແຫ່ງ​ສະຫວັນ​ໂກດຮ້າຍ ພຣະອົງ​ຈຶ່ງ​ໃຫ້​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ກະສັດ​ຈາກ​ເຊື້ອສາຍ​ຂອງ​ການເດອານ​ຕີ​ຊະນະ​ພວກເພິ່ນ. ວິຫານ​ໄດ້​ຖືກ​ທຳລາຍ ແລ້ວ​ປະຊາຊົນ​ກໍ​ຖືກ​ກວາດເອົາ​ໄປ​ເປັນ​ຊະເລີຍ​ໃນ​ບາບີໂລນ,</verse>
				<verse number="13">ຕໍ່ມາ ໃນ​ປີ​ທຳອິດ​ທີ່​ກະສັດ​ໄຊຣັດ​ຂຶ້ນ​ເປັນ​ຈັກກະພັດ​ແຫ່ງ​ບາບີໂລນ ເພິ່ນ​ໄດ້​ອອກ​ຄຳສັ່ງ​ໃຫ້​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່.</verse>
				<verse number="14">ເພິ່ນ​ໄດ້​ເອົາ​ເຄື່ອງໃຊ້​ທີ່​ເປັນ​ຄຳ ແລະ​ເປັນ​ເງິນ​ຂອງ​ວິຫານ​ຂອງ​ພຣະເຈົ້າ ຊຶ່ງ​ກະສັດ​ເນບູ​ກາດເນັດຊາ​ໄດ້​ຢຶດເອົາ​ໄປ​ຈາກ​ພຣະວິຫານ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ໄດ້ນຳເອົາ​ໄປ​ໄວ້​ຢູ່​ໃນ​ພຣະວິຫານ​ທີ່​ນະຄອນ​ບາບີໂລນ​ນັ້ນ​ກັບຄືນ​ມາ. ກະສັດ​ໄຊຣັດ​ໄດ້​ສົ່ງ​ເຄື່ອງ​ເຫຼົ່ານີ້​ໃຫ້​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ເຊັດບັດຊາ ຜູ້​ທີ່​ເພິ່ນ​ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ປົກຄອງ​ຢູດາຍ.</verse>
				<verse number="15">ກະສັດ​ໃຫ້​ລາວ​ນຳ​ເຄື່ອງ​ເຫຼົ່ານີ້ ກັບຄືນ​ໄປ​ໄວ້​ໃນ​ພຣະວິຫານ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ໃຫ້​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່​ຢູ່​ບ່ອນ​ເກົ່າ​ຂອງ​ມັນ.</verse>
				<verse number="16">ດັ່ງນັ້ນ ເຊັດບັດຊາ​ຈຶ່ງ​ວາງ​ຮາກຖານ​ວິຫານ​ຂອງ​ພຣະເຈົ້າ ແລະ​ດຳເນີນ​ການ​ກໍ່ສ້າງ​ມາ​ຈົນເຖິງ​ບັດນີ້ ແຕ່​ກໍ​ຍັງ​ບໍ່​ທັນ​ແລ້ວ​ເທື່ອ.’</verse>
				<verse number="17">ບັດນີ້ ຖ້າ​ທ່ານ​ເຫັນຊອບ ຂໍ​ໃຫ້​ທຳການ​ຄົ້ນເບິ່ງ​ເອກະສານ​ຂອງ​ບັນດາ​ກະສັດ​ທີ່​ນະຄອນ​ບາບີໂລນ ເພື່ອ​ຈະ​ໄດ້​ຮູ້​ວ່າ​ກະສັດ​ໄຊຣັດ​ໄດ້​ອອກ​ຄຳສັ່ງ​ໃຫ້​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ນີ້​ຂຶ້ນ​ໃໝ່​ຫລື​ບໍ່ ແລ້ວ​ຂໍ​ທ່ານ​ບອກ​ໃຫ້​ຂ້ານ້ອຍ​ຮູ້​ດ້ວຍວ່າ ຄວາມປະສົງ​ຂອງທ່ານ​ກ່ຽວກັບ​ເລື່ອງນີ້​ຄື​ອັນໃດ.”</verse>
			</chapter>
			<chapter number="6">
				<verse number="1">ດັ່ງນັ້ນ ກະສັດ​ດາຣິອຸດ​ຈຶ່ງ​ໄດ້​ອອກ​ຄຳສັ່ງ ໃຫ້​ຄົ້ນ​ຫາ​ເອກະສານ​ປະຈຳວັງ​ທີ່​ມ້ຽນ​ໄວ້​ຢູ່​ໃນ​ແຂວງ​ບາບີໂລນ.</verse>
				<verse number="2">ແລ້ວ​ໜັງສື​ມ້ວນ​ໜຶ່ງ​ກໍ​ຖືກ​ຄົ້ນພົບ​ໃນ​ເມືອງ​ເອັກບາທານາ ແຂວງ​ເມເດຍ ຊຶ່ງ​ມີ​ຖ້ອຍຄຳ​ດັ່ງ​ຕໍ່ໄປນີ້:</verse>
				<verse number="3">“ໃນ​ຣາຊການ​ປີ​ທີ​ໜຶ່ງ​ຂອງ​ກະສັດ​ໄຊຣັດ ເພິ່ນ​ໄດ້​ອອກ​ຄຳສັ່ງ​ໃຫ້​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ໃຫ້​ເປັນ​ບ່ອນ​ເຜົາ​ເຄື່ອງ​ຖວາຍບູຊາ. ວິຫານ​ນັ້ນ​ໃຫ້​ສູງ​ໄດ້​ຊາວເຈັດ​ແມັດ ແລະ​ໃຫ້​ກວ້າງ​ໄດ້​ຊາວເຈັດ​ແມັດ.</verse>
				<verse number="4">ສ່ວນ​ຝາ​ນັ້ນ ໃຫ້​ສ້າງ​ດ້ວຍ​ຫີນ​ເປັນ​ສາມ​ຊັ້ນ ຊຶ່ງ​ທຸກ​ສາມ​ຊັ້ນ​ໃດ ໃຫ້​ມີ​ໄມ້​ກາດ​ຢູ່​ເທິງ​ອັນ​ໜຶ່ງ. ຄ່າ​ໃຊ້​ຈ່າຍ​ທັງໝົດ​ໃຫ້​ຕົກ​ເປັນ​ເງິນ​ຂອງ​ຄັງ​ຫລວງ.</verse>
				<verse number="5">ສ່ວນ​ເຄື່ອງໃຊ້​ເປັນ​ຄຳ​ແລະ​ເປັນ​ເງິນ​ຂອງ​ວິຫານ​ຂອງ​ພຣະເຈົ້າ ຊຶ່ງ​ກະສັດ​ເນບູ​ກາດເນັດຊາ ໄດ້​ເອົາ​ມາ​ຈາກ​ພຣະວິຫານ​ໃນ​ນະຄອນ​ເຢຣູຊາເລັມ​ແລະ​ໄດ້ນຳ​ມາ​ບາບີໂລນ​ນັ້ນ ໃຫ້​ນຳ​ເອົາ​ຄືນ​ໄປ​ໄວ້​ບ່ອນ​ເກົ່າ ຄື​ທີ່​ວິຫານ​ຂອງ​ພຣະເຈົ້າ.”</verse>
				<verse number="6">ແລ້ວ​ກະສັດ​ດາຣິອຸດ​ກໍໄດ້​ສົ່ງ​ຄຳຕອບ​ມາ​ດັ່ງນີ້: “ເຖິງ ຕັດເຕໄນ ຜູ້ປົກຄອງ​ພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ພ້ອມ​ທັງ​ເຊຕາກ​ໂບເຊໄນ ລວມ​ທັງ​ບັນດາ​ເຈົ້າໜ້າທີ່​ຢູ່​ໃນ​ທີ່ນັ້ນ ຢ່າ​ສູ່​ວົນນຳ​ເລື່ອງ​ວິຫານ​ຂອງ​ພຣະເຈົ້າ ແລະ​ຢ່າ​ສູ່​ຫຍຸ້ງກ່ຽວ​ໃນ​ການ​ກໍ່ສ້າງ​ນີ້​ເລີຍ.</verse>
				<verse number="7">ຈົ່ງ​ປ່ອຍ​ໃຫ້​ຜູ້​ປົກຄອງ​ຊາວຢິວ ແລະ​ພວກ​ຜູ້ນຳ​ຊາວຢິວ ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່​ຢູ່​ໃນ​ບ່ອນ​ເກົ່າ​ນັ້ນ​ເສຍ.</verse>
				<verse number="8">ດັ່ງນັ້ນ ເຮົາ​ຈຶ່ງ​ສັ່ງ​ໃຫ້​ພວກທ່ານ​ຊ່ວຍ​ພວກເຂົາ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່. ຄ່າ​ໃຊ້​ຈ່າຍ​ໃຫ້​ເອົາ​ໄດ້​ທັນທີ​ຈາກ​ຄັງຫລວງ ທີ່​ເປັນ​ເງິນ​ໄດ້​ມາ​ຈາກ​ການ​ເສຍສ່ວຍ​ປະຈຳ​ແຂວງ ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ເພື່ອ​ວ່າ​ວຽກ​ນີ້​ຈະ​ດຳເນີນ​ໄປ​ຢ່າງ​ບໍ່ມີ​ການ​ຢຸດ​ສະງັກ.</verse>
				<verse number="9">ທຸກໆ​ວັນ ພວກທ່ານ​ຕ້ອງ​ຈັດຫາ​ລູກ​ງົວເຖິກ, ແກະ, ຫລື​ລູກແກະ ເພື່ອ​ເປັນ​ເຄື່ອງ​ບູຊາ​ຖວາຍ​ແກ່​ພຣະເຈົ້າ​ແຫ່ງ​ສະຫວັນ ພ້ອມ​ທັງ​ເຂົ້າເດືອຍ, ເກືອ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ​ໃຫ້​ແກ່​ບັນດາ​ປະໂຣຫິດ​ທີ່​ນະຄອນ​ເຢຣູຊາເລັມ​ຕາມ​ຄວາມ​ຕ້ອງການ.</verse>
				<verse number="10">ການ​ເຮັດ​ຢ່າງ​ນີ້ ກໍ​ເພື່ອ​ພວກເຂົາ​ຈະ​ໄດ້​ຖວາຍ​ເຄື່ອງ​ບູຊາ​ໃຫ້​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ​ແຫ່ງ​ສະຫວັນ ແລະ​ໃຫ້​ພາວັນນາ​ອະທິຖານ​ຂໍ​ພຣະພອນ​ຈາກ​ພຣະເຈົ້າ​ສຳລັບ​ເຮົາ​ແລະ​ສຳລັບ​ບັນດາ​ພວກ​ລູກຊາຍ​ຂອງເຮົາ​ດ້ວຍ.</verse>
				<verse number="11">ເຮົາ​ສັ່ງ​ຕໍ່ໄປ​ວ່າ ຖ້າ​ຜູ້ໃດ​ຜູ້ໜຶ່ງ​ບໍ່​ປະຕິບັດ​ຕາມ​ຄຳສັ່ງ​ນີ້ ກໍ​ໃຫ້​ຖອນ​ໄມ້ຂື່​ເຮືອນ​ຂອງ​ຜູ້ນັ້ນ​ອອກ ແລະ​ແຫລມ​ປາຍ​ໄມ້ຂື່​ນັ້ນ​ສຽບ​ໃສ່​ໃຫ້​ທະລຸ​ຮ່າງກາຍ​ຂອງ​ລາວ. ເຮືອນ​ຂອງ​ລາວ​ຈະ​ກາຍເປັນ​ກອງ​ຂີ້ເຫຍື້ອ.</verse>
				<verse number="12">ຂໍ​ພຣະເຈົ້າ​ຜູ້​ເລືອກເອົາ​ນະຄອນ​ເຢຣູຊາເລັມ​ໃຫ້​ເປັນ​ບ່ອນ​ທີ່​ຄົນ​ນະມັດສະການ​ພຣະອົງ; ຈົ່ງ​ກຳຈັດ​ກະສັດ​ຄົນ​ໃດ ຫລື​ຊົນຊາດ​ໃດ​ທີ່​ລະເມີດ​ຄຳສັ່ງ ແລະ​ປອງ​ທຳລາຍ​ວິຫານ​ຂອງ​ພຣະເຈົ້າ​ນີ້. ເຮົາ​ຄື​ດາຣິອຸດ ເປັນ​ຜູ້​ອອກ​ຄຳສັ່ງ​ນີ້. ຈົ່ງ​ປະຕິບັດ​ໃຫ້​ຄົບຖ້ວນ​ຕາມ​ນັ້ນ​ທຸກປະການ.”</verse>
				<verse number="13">ແລ້ວ​ຜູ້ປົກຄອງ​ຕັດເຕໄນ, ເຊຕາກ​ໂບເຊໄນ, ພ້ອມ​ທັງ​ບັນດາ​ເຈົ້າໜ້າທີ່​ດ້ວຍ​ກັນ ກໍ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກະສັດ​ທຸກປະການ.</verse>
				<verse number="14">ພວກ​ຜູ້ນຳ​ຊາວ​ຢູດາ​ໄດ້​ກໍ່ສ້າງ​ພຣະວິຫານ​ຢ່າງ​ກ້າວໜ້າ​ດີ ໂດຍ​ໄດ້​ຮັບ​ການ​ໜູນໃຈ​ຈາກ​ຜູ້ທຳນວາຍ​ຮັກກາຍ​ແລະ​ເຊກາຣີຢາ​ເຊື້ອສາຍ​ຂອງ​ອິດໂດ. ພວກເຂົາ​ໄດ້​ກໍ່ສ້າງ​ພຣະວິຫານ​ສຳເລັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ແລະ​ຂອງ​ບັນດາ​ຈັກກະພັດ​ແຫ່ງ​ເປີເຊຍ ຄື: ໄຊຣັດ, ດາຣິອຸດ ແລະ​ອາກຕາເຊເຊັດ.</verse>
				<verse number="15">ພວກເຂົາ​ໄດ້​ກໍ່ສ້າງ​ພຣະວິຫານ​ສຳເລັດ​ໃນ​ວັນ​ທີ​ສາມ​ຂອງ​ເດືອນ​ອາດາກ ໃນ​ຣາຊການ​ປີ​ທີ​ຫົກ​ຂອງ​ກະສັດ​ດາຣິອຸດ.</verse>
				<verse number="16">ແລ້ວ​ປະຊາຊົນ​ອິດສະຣາເອນ ພວກ​ປະໂຣຫິດ​ຊາວ​ເລວີ ແລະ​ຄົນອື່ນໆ​ທັງໝົດ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ກໍໄດ້​ຮ່ວມກັນ​ອຸທິດ​ຖວາຍ​ວິຫານ​ຂອງ​ພຣະເຈົ້າ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.</verse>
				<verse number="17">ສຳລັບ​ການ​ອຸທິດ​ຖວາຍ​ວິຫານ​ຂອງ​ພຣະເຈົ້າ​ນີ້ ພວກເຂົາ​ໄດ້​ຖວາຍ​ງົວເຖິກ​ໜຶ່ງຮ້ອຍ​ໂຕ, ແກະເຖິກ​ສອງຮ້ອຍ​ໂຕ, ລູກແກະເຖິກ​ສີ່ຮ້ອຍ​ໂຕ​ເປັນ​ເຄື່ອງ​ບູຊາ ແລະ​ພວກເຂົາ​ໄດ້​ຖວາຍ​ແບ້ເຖິກ​ສິບສອງ​ໂຕ ເປັນ​ການ​ລົບລ້າງ​ບາບ ຄື​ໂຕໜຶ່ງ​ສຳລັບ​ເຜົ່າ​ໜຶ່ງ.</verse>
				<verse number="18">ພວກເຂົາ​ຍັງ​ໄດ້​ແຕ່ງຕັ້ງ​ບັນດາ​ປະໂຣຫິດ​ແລະ​ຊາວ​ເລວີ​ໃຫ້​ເປັນ​ຜູ້​ເຮັດ​ວຽກ​ໃນ​ໜ້າທີ່​ຂອງ​ພວກເຂົາ​ເພື່ອ​ຮັບໃຊ້​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ ຕາມ​ຄຳແນະນຳ​ທີ່​ໄດ້​ມີ​ບັນທຶກ​ໄວ້​ຢູ່​ໃນ​ໜັງສື​ຂອງ​ໂມເຊ.</verse>
				<verse number="19">ປະຊາຊົນ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ໄດ້​ສະຫລອງ​ປັດສະຄາ ໃນ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ​ໃນ​ປີ​ຕໍ່ມາ.</verse>
				<verse number="20">ພວກ​ປະໂຣຫິດ​ແລະ​ຊາວ​ເລວີ​ທຸກຄົນ​ໄດ້​ຊຳລະ​ຕົນ​ໃຫ້​ບໍຣິສຸດ​ຕາມ​ກົດບັນຍັດ. ຊາວ​ເລວີ​ໄດ້​ຂ້າ​ລູກແກະ​ເປັນ​ເຄື່ອງ​ບູຊາ​ໃນ​ວັນ​ປັດສະຄາ ສຳລັບ​ປະຊາຊົນ​ທັງໝົດ​ທີ່​ໄດ້​ກັບຄືນ​ມາ, ສຳລັບ​ພວກ​ປະໂຣຫິດ ແລະ​ສຳລັບ​ພວກເຂົາ​ເອງ.</verse>
				<verse number="21">ຜູ້​ທີ່​ມີ​ສິດ​ກິນ​ເຄື່ອງ​ຖວາຍບູຊາ​ນັ້ນ​ມີ​ດັ່ງນີ້: ພວກ​ອິດສະຣາເອນ​ທຸກຄົນ​ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ແລະ​ທຸກຄົນ​ທີ່​ເຊົາ​ເຮັດ​ຕາມ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ທີ່​ອາໄສ​ຢູ່​ໃນ​ດິນແດນ ແລະ​ຜູ້​ທີ່​ມາ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="22">ພວກເຂົາ​ສະຫລອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ຢ່າງ​ຊົມຊື່ນ​ຍິນດີ​ເປັນ​ເວລາ​ເຈັດ​ວັນ ເພາະວ່າ​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຈັກກະພັດ​ອັດຊີເຣຍ ພໍໃຈ​ໃນ​ພວກ​ຕົນ ແລະ​ເພິ່ນ​ໄດ້​ສະໜັບ​ສະໜູນ​ການ​ສ້າງ​ວິຫານ​ຂອງ​ພຣະເຈົ້າ ແຫ່ງ​ຊາດ​ອິດສະຣາເອນ​ຂຶ້ນ​ໃໝ່.</verse>
			</chapter>
			<chapter number="7">
				<verse number="1">ຫລາຍ​ປີ​ຕໍ່ມາ ເມື່ອ​ອາກຕາເຊເຊັດ​ເປັນ​ກະສັດ​ແຫ່ງ​ເປີເຊຍ ໄດ້​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ເອຊະຣາ. ລາວ​ສືບ​ເຊື້ອສາຍ​ມາ​ຈາກ​ມະຫາ​ປະໂຣຫິດ​ອາໂຣນ ຕາມ​ດັ່ງນີ້: ເອຊະຣາ​ເປັນ​ລູກຊາຍ​ຂອງ​ເສຣາອີຢາ, ເສຣາອີຢາ​ເປັນ​ລູກຊາຍ​ຂອງ​ອາຊາຣີຢາ, ອາຊາຣີຢາ​ເປັນ​ລູກຊາຍ​ຂອງ​ຮິນກີຢາ,</verse>
				<verse number="2">ຮິນກີຢາ​ເປັນ​ລູກຊາຍ​ຂອງ​ຊານລູມ, ຊານລູມ​ເປັນ​ລູກຊາຍ​ຂອງ​ຊາດົກ, ຊາດົກ​ເປັນ​ລູກຊາຍ​ຂອງ​ອາຮີຕຸບ,</verse>
				<verse number="3">ອາຮີຕຸບ​ເປັນ​ລູກຊາຍ​ຂອງ​ອາມາຣີຢາ, ອາມາຣີຢາ​ເປັນ​ລູກຊາຍ​ຂອງ​ອາຊາຣີຢາ, ອາຊາຣີຢາ​ເປັນ​ລູກຊາຍ​ຂອງ​ເມຣາອີໂຢດ,</verse>
				<verse number="4">ເມຣາອີໂຢດ​ເປັນ​ລູກຊາຍ​ຂອງ​ເຊຣາຮີຢາ, ເຊຣາຮີຢາ​ເປັນ​ລູກຊາຍ​ຂອງ​ອຸດຊີ, ອຸດຊີ​ເປັນ​ລູກຊາຍ​ຂອງ​ບຸກກີ,</verse>
				<verse number="5">ບຸກກີ​ເປັນ​ລູກຊາຍ​ຂອງ​ອາບີຊູອາ, ອາບີຊູອາ​ເປັນ​ລູກຊາຍ​ຂອງ​ຟີເນຮາ, ຟີເນຮາ​ເປັນ​ລູກຊາຍ​ຂອງ​ເອເລອາຊາ, ເອເລອາຊາ​ເປັນ​ລູກຊາຍ​ຂອງ​ອາໂຣນ.</verse>
				<verse number="6">ເອຊະຣາ​ເປັນ​ຜູ້​ຮອບຮູ້​ດ້ານ​ກົດບັນຍັດ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ມອບ​ໃຫ້​ໂມເຊ. ຍ້ອນ​ເອຊະຣາ​ເປັນ​ຜູ້​ມີ​ພຣະພອນ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເພິ່ນ ກະສັດ​ຈຶ່ງ​ໃຫ້​ທຸກສິ່ງ​ຕາມ​ທີ່​ລາວ​ຂໍຮ້ອງ. ໃນ​ຣາຊການ​ປີ​ທີ​ເຈັດ​ຂອງ​ກະສັດ​ອາກຕາເຊເຊັດ ເອຊະຣາ​ໄດ້​ເດີນທາງ​ຈາກ​ບາບີໂລນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ພ້ອມ​ທັງ​ຊາວ​ອິດສະຣາເອນ​ພວກ​ໜຶ່ງ ທີ່​ປະກອບ​ດ້ວຍ​ບັນດາ​ປະໂຣຫິດ​ຊາວ​ເລວີ, ພວກ​ນັກດົນຕຼີ​ປະຈຳ​ວິຫານ, ພວກ​ເຝົ້າຍາມ​ພຣະວິຫານ ແລະ​ພວກ​ຄົນງານ.</verse>
				<verse number="7"></verse>
				<verse number="8">ພວກເຂົາ​ໄດ້​ຈາກ​ບາບີໂລນ​ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ໜຶ່ງ ແລະ​ດ້ວຍ​ຄວາມ​ຊ່ວຍເຫລືອ​ຂອງ​ພຣະເຈົ້າ ພວກເຂົາ​ໄດ້​ມາຮອດ​ນະຄອນ​ເຢຣູຊາເລັມ ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ຫ້າ​ໃນ​ປີ​ທີ​ເຈັດ​ຂອງ​ກະສັດ​ນັ້ນ.</verse>
				<verse number="9"></verse>
				<verse number="10">ເອຊະຣາ​ໄດ້​ອຸທິດ​ຊີວິດ​ຂອງຕົນ ສຶກສາ​ຮໍ່າຮຽນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ ແລະ​ໄດ້​ສອນ​ກົດບັນຍັດ​ແລະ​ລະບຽບ​ການ​ທັງໝົດ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ.</verse>
				<verse number="11">ກະສັດ​ອາກຕາເຊເຊັດ​ໄດ້​ມອບ​ຈົດໝາຍ​ໃຫ້​ເອຊະຣາ ປະໂຣຫິດ​ແລະ​ນັກຮຽນ​ຮູ້​ຜູ້​ທີ່​ມີ​ຄວາມ​ຮອບຮູ້​ດ້ານ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ຊາດ​ອິດສະຣາເອນ. ຈົດໝາຍ​ນັ້ນ​ມີ​ຖ້ອຍຄຳ​ດັ່ງ​ຕໍ່ໄປນີ້:</verse>
				<verse number="12">“ຈາກ​ກະສັດ​ອາກຕາເຊເຊັດ ເຖິງ​ປະໂຣຫິດ​ເອຊະຣາ ນັກຮຽນ​ຮູ້​ດ້ານ​ກົດບັນຍັດ​ຂອງ​ພຣະເຈົ້າ​ແຫ່ງ​ສະຫວັນ.</verse>
				<verse number="13">ບັດນີ້ ເຮົາ​ໄດ້​ອອກ​ຄຳສັ່ງ​ທົ່ວ​ອານາຈັກ ໃຫ້​ປະຊາຊົນ​ອິດສະຣາເອນ​ທຸກຄົນ, ບັນດາ​ປະໂຣຫິດ ແລະ​ຊາວ​ເລວີ​ຜູ້​ມີ​ໃຈ​ປາຖະໜາ​ຢາກ​ຈະ​ກັບໄປ​ທີ່​ນະຄອນ​ເຢຣູຊາເລັມ ໃຫ້​ໄປ​ນຳ​ທ່ານ​ໄດ້.</verse>
				<verse number="14">ເຮົາ ພ້ອມ​ດ້ວຍ​ທີ່ປຶກສາ​ຂອງເຮົາ​ເຈັດ​ຄົນ ໄດ້​ສົ່ງ​ທ່ານ​ໄປ​ສືບສວນ​ເບິ່ງ ສະຖານະການ​ໃນ​ຢູດາຍ ແລະ​ນະຄອນ​ເຢຣູຊາເລັມ ເພື່ອ​ຢາກ​ຮູ້​ວ່າ​ກົດບັນຍັດ​ຂອງ​ພຣະເຈົ້າ​ຂອງທ່ານ ຊຶ່ງ​ໄດ້​ຖືກ​ມອບໝາຍ​ໃຫ້​ແກ່​ທ່ານ​ນັ້ນ ຖືກ​ປະຕິບັດ​ຕາມ​ໄດ້​ດີ​ສໍ່າໃດ.</verse>
				<verse number="15">ທ່ານ​ຈົ່ງ​ເອົາ​ເຄື່ອງ​ຖວາຍ​ເປັນ​ເງິນ​ແລະ​ຄຳ​ໄປ​ນຳ ຊຶ່ງ​ເຮົາ​ພ້ອມ​ດ້ວຍ​ທີ່ປຶກສາ​ຂອງເຮົາ​ຢາກ​ຈະ​ຖວາຍ​ແກ່​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ອົງ​ທີ່​ສະຖິດ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="16">ສ່ວນ​ເງິນ​ແລະ​ຄຳ​ທັງໝົດ​ທີ່​ທ່ານ​ຮວບຮວມ​ມາ​ໄດ້​ຈາກ​ທົ່ວ​ແຂວງ​ບາບີໂລນ ແລະ​ເຄື່ອງ​ຖວາຍ​ຊຶ່ງ​ຊາວ​ອິດສະຣາເອນ ແລະ​ບັນດາ​ປະໂຣຫິດ​ຂອງ​ພວກເຂົາ ໄດ້​ຖວາຍ​ແກ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ​ທີ່​ນະຄອນ​ເຢຣູຊາເລັມ​ນັ້ນ ກໍ​ໃຫ້​ທ່ານ​ເອົາ​ໄປ​ນຳ​ຄືກັນ.</verse>
				<verse number="17">ທ່ານ​ຈົ່ງ​ຈ່າຍ​ເງິນ​ນີ້​ຢ່າງ​ລະມັດ​ລະວັງ ເພື່ອ​ຊື້​ລູກ​ງົວເຖິກ, ແກະເຖິກ, ລູກແກະ, ເຂົ້າ, ເຫຼົ້າ​ອະງຸ່ນ ແລະ​ໃຫ້​ເອົາ​ສິ່ງ​ເຫຼົ່ານີ້​ຖວາຍ​ເທິງ​ແທ່ນບູຊາ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ທ່ານ​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="18">ທ່ານ​ອາດ​ຈະ​ເອົາ​ເງິນ​ແລະ​ຄຳ​ທີ່​ຍັງເຫລືອ​ຢູ່​ນີ້​ໄປ​ໃຊ້​ຕາມ​ທີ່​ທ່ານ​ແລະ​ເພື່ອນ​ຮ່ວມ​ຊາດ​ຂອງທ່ານ​ເຫັນ​ສົມຄວນ ແຕ່​ໃຫ້​ເປັນ​ໄປ​ຕາມ​ຄວາມປະສົງ​ຂອງ​ພຣະເຈົ້າ​ຂອງ​ພວກທ່ານ.</verse>
				<verse number="19">ທ່ານ​ຈົ່ງ​ຖວາຍ​ເຄື່ອງໃຊ້​ທຸກຢ່າງ​ທີ່​ທ່ານ​ໄດ້​ຮັບ​ສຳລັບ​ການ​ບົວລະບັດ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ທ່ານ ຈົ່ງ​ເອົາ​ໄປ​ວາງໄວ້​ຕໍ່ໜ້າ​ພຣະເຈົ້າ​ແຫ່ງ​ນະຄອນ​ເຢຣູຊາເລັມ.</verse>
				<verse number="20">ແລະ​ສິ່ງ​ອື່ນໆ​ອີກ​ທີ່​ທ່ານ​ຕ້ອງການ​ສຳລັບ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ທ່ານ ທ່ານ​ສາມາດ​ເອົາ​ຈາກ​ຄັງຫລວງ​ໄດ້.</verse>
				<verse number="21">ເຮົາ​ໄດ້​ອອກ​ຄຳສັ່ງ​ເຖິງ​ບັນດາ​ຂ້າຣາຊການ​ຄັງ​ເງິນ​ທັງໝົດ ຢູ່​ແຂວງ​ພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ໃຫ້​ຈັດຫາ​ທຸກສິ່ງ​ຢ່າງ​ຮີບດ່ວນ​ຕາມ​ຄວາມ​ຕ້ອງການ ແກ່​ເອຊະຣາ ຜູ້​ເປັນ​ປະໂຣຫິດ​ແລະ​ນັກຮຽນ​ຮູ້​ດ້ານ​ກົດບັນຍັດ​ຂອງ​ພຣະເຈົ້າ​ແຫ່ງ​ສະຫວັນ.</verse>
				<verse number="22">ຈົນເຖິງ​ກຳນົດ ເປັນ​ເງິນ​ຈຳນວນ​ປະມານ ສາມພັນ​ສີ່ຮ້ອຍ ກິໂລກຼາມ, ເຂົ້າເດືອຍ ສິບພັນ ກິໂລກຼາມ, ເຫຼົ້າ​ອະງຸ່ນ ສອງພັນ ລິດ, ນໍ້າມັນ​ໝາກກອກເທດ ສອງພັນ ລິດ ແລະ​ເກືອ​ໃຫ້​ເອົາ​ຕາມ​ທີ່​ຕ້ອງການ.</verse>
				<verse number="23">ທ່ານ​ຕ້ອງ​ຈັດຫາ​ທຸກໆ​ສິ່ງ​ຢ່າງ​ລະມັດ​ລະວັງ ຕາມ​ທີ່​ພຣະເຈົ້າ​ແຫ່ງ​ສະຫວັນ​ຕ້ອງການ​ສຳລັບ​ວິຫານ​ຂອງ​ພຣະເຈົ້າ​ແຫ່ງ​ສະຫວັນ ແລະ​ໃຫ້​ແນ່ໃຈ​ວ່າ​ພຣະອົງ​ຈະ​ບໍ່​ໂກດຮ້າຍ​ເຮົາ ຫລື​ຕໍ່​ຜູ້​ທີ່​ຂຶ້ນ​ປົກຄອງ​ແທນ​ເຮົາ.</verse>
				<verse number="24">ທ່ານ​ບໍ່ຄວນ​ເກັບ​ພາສີ​ຈາກ​ພວກ​ປະໂຣຫິດ, ພວກເລວີ, ພວກ​ນັກດົນຕຼີ, ພວກ​ຄົນເຝົ້າຍາມ, ພວກ​ຄົນງານ ແລະ​ຄົນອື່ນໆ ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ວິຫານ​ຂອງ​ພຣະເຈົ້າ​ນີ້.</verse>
				<verse number="25">ເອຊະຣາ​ເອີຍ ທ່ານ​ຈົ່ງ​ໃຊ້​ສະຕິປັນຍາ​ທີ່​ພຣະເຈົ້າ​ຂອງທ່ານ​ໂຜດ​ໃຫ້​ນັ້ນ ແຕ່ງຕັ້ງ​ບັນດາ​ຜູ້​ບໍລິຫານ​ແລະ​ຜູ້​ຕັດສິນ​ຄວາມ ເພື່ອ​ປົກຄອງ​ປະຊາຊົນ​ທັງໝົດ​ໃນ​ພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ຄື​ຜູ້​ທີ່​ດຳລົງ​ຊີວິດ​ຢູ່​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າ​ຂອງທ່ານ. ທ່ານ​ຕ້ອງ​ສັ່ງສອນ​ກົດບັນຍັດ​ນີ້​ໃຫ້​ແກ່​ຜູ້​ທີ່​ຍັງ​ບໍ່​ທັນ​ຮູ້ຈັກ.</verse>
				<verse number="26">ຖ້າ​ຜູ້ໃດ​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະເຈົ້າ​ຂອງທ່ານ ຫລື​ກົດໝາຍ​ຕ່າງໆ​ຂອງ​ອານາຈັກ ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ລົງໂທດ​ທັນທີ ດັ່ງນີ້: ໂດຍ​ການ​ປະຫານ​ຊີວິດ, ຖືກ​ເນລະເທດ, ຖືກ​ຢຶດ​ຊັບສິນ ຫລື​ຖືກ​ຄຸກ.”</verse>
				<verse number="27">ແລ້ວ​ເອຊະຣາ​ກໍ​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ ພຣະອົງ​ໄດ້​ເຮັດ​ໃຫ້​ກະສັດ​ເຕັມໃຈ​ຍ້ອງຍໍ​ໃຫ້ກຽດ​ແກ່​ວິຫານ​ຂອງ​ພຣະເຈົ້າຢາເວ​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="28">ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ, ຂ້ານ້ອຍ​ຈຶ່ງ​ໄດ້​ຮັບ​ຄວາມ​ກະລຸນາ​ຈາກ​ກະສັດ, ຈາກ​ບັນດາ​ທີ່ປຶກສາ​ຂອງ​ເພິ່ນ ແລະ​ຈາກ​ບັນດາ​ຂ້າຣາຊການ​ຜູ້​ມີ​ອຳນາດ​ທຸກຄົນ​ຂອງ​ເພິ່ນ; ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ໄດ້​ໃຫ້​ຂ້ານ້ອຍ​ມີ​ຄວາມ​ກ້າຫານ ແລະ​ຂ້ານ້ອຍ​ຈຶ່ງ​ສາມາດ​ຊັກຊວນ​ເອົາ​ຫົວໜ້າ​ຕະກຸນ​ຕ່າງໆ ຂອງ​ຊາດ​ອິດສະຣາເອນ​ຫລາຍ​ຄົນ​ໃຫ້​ກັບຄືນ​ມາ​ດ້ວຍກັນ​ກັບ​ຂ້ານ້ອຍ.”</verse>
			</chapter>
			<chapter number="8">
				<verse number="1">ຕໍ່ໄປນີ້​ແມ່ນ​ລາຍຊື່​ຫົວໜ້າ​ຂອງ​ຕະກຸນ​ຕ່າງໆ ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ບາບີໂລນ, ແຕ່​ໄດ້​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ນຳ​ເອຊະຣາ ໃນ​ຄາວ​ທີ່​ກະສັດ​ອາກຕາເຊເຊັດ​ເປັນ​ຈັກກະພັດ​ຄື:</verse>
				<verse number="2">ເກໂຊມ, ຕະກຸນ​ຟີເນຮາ ດານີເອນ, ຕະກຸນ​ອີທາມາ ຮັດຕຸຊະ​ລູກຊາຍ​ຂອງ​ເຊການີຢາ, ຕະກຸນ​ດາວິດ</verse>
				<verse number="3">ເຊກາຣີຢາ, ຕະກຸນ​ປາຣົດ, ພ້ອມ​ທັງ​ພວກ​ຜູ້ຊາຍ​ໃນ​ຕະກຸນ​ຂອງຕົນ​ອີກ 150 ຄົນ (ທຸກຄົນ​ມີ​ທະບຽນ​ບັນທຶກ​ບອກ​ເຖິງ​ບັນພະບຸລຸດ​ຂອງ​ພວກເຂົາ)</verse>
				<verse number="4">ເອລີໂຮນາຍ​ລູກຊາຍ​ຂອງ​ເຊຣາຮີຢາ, ຕະກຸນ ປາຮາດ​ໂມອາບ​ພ້ອມ​ທັງ​ຜູ້ຊາຍ 200 ຄົນ</verse>
				<verse number="5">ເຊການີຢາ​ລູກຊາຍ​ຂອງ​ຢາຮາຊີເອນ, ຕະກຸນ ຊັດຕຸ, ພ້ອມ​ທັງ​ພວກ​ຜູ້ຊາຍ 300 ຄົນ</verse>
				<verse number="6">ເອເບັດ​ລູກຊາຍ​ຂອງ​ໂຢນາທານ, ຕະກຸນ ອາດິນ, ພ້ອມ​ທັງ​ພວກ​ຜູ້ຊາຍ 50 ຄົນ</verse>
				<verse number="7">ເຢຊາອີຢາ​ລູກຊາຍ​ຂອງ​ອາທາລີຢາ, ຕະກຸນ​ເອລາມ, ພ້ອມ​ທັງ​ພວກ​ຜູ້ຊາຍ 70 ຄົນ</verse>
				<verse number="8">ເຊບາດີຢາ​ລູກຊາຍ​ຂອງ​ມີກາເອນ, ຕະກຸນ​ເຊຟາຕີຢາ, ພ້ອມ​ທັງ​ພວກ​ຜູ້ຊາຍ 80 ຄົນ</verse>
				<verse number="9">ໂອບາດີຢາ​ລູກຊາຍ​ຂອງ​ເຢຮີເອນ, ຕະກຸນ​ໂຢອາບ, ພ້ອມ​ທັງ​ພວກ​ຜູ້ຊາຍ 218 ຄົນ</verse>
				<verse number="10">ເຊໂລມິດ​ລູກຊາຍ​ຂອງ​ໂຢສີຟີຢາ, ຕະກຸນ​ບານີ, ພ້ອມ​ທັງ​ພວກ​ຜູ້ຊາຍ 160 ຄົນ</verse>
				<verse number="11">ເຊກາຣີຢາ​ລູກຊາຍ​ຂອງ​ເບບາຍ, ຕະກຸນ ເບບາຍ, ພ້ອມ​ທັງ​ພວກ​ຜູ້ຊາຍ 28 ຄົນ</verse>
				<verse number="12">ໂຢຮານານ​ລູກຊາຍ​ຂອງ​ຮັກກາຕານ, ຕະກຸນ​ອາຊະກາດ, ພ້ອມ​ທັງ​ຜູ້ຊາຍ 110 ຄົນ</verse>
				<verse number="13">ເອລີເຟເລັດ, ເຢອູເອນ ແລະ​ເຊມາອີຢາ, ຕະກຸນ​ອາໂດນີກຳ, ພ້ອມ​ທັງ​ພວກ​ຜູ້ຊາຍ 60 ຄົນ (ພວກ​ນີ້​ໄດ້​ກັບຄືນ​ມາ​ນຳ​ຫລັງ)</verse>
				<verse number="14">ອູໄທ​ແລະ​ຊັກກູເຣ, ຕະກຸນ​ບິກໄຫວ, ພ້ອມ​ທັງ​ພວກ​ຜູ້ຊາຍ 70 ຄົນ</verse>
				<verse number="15">ຕໍ່ມາ ຂ້າພະເຈົ້າ​ກໍໄດ້​ຮວບຮວມ​ເອົາ​ຄົນ​ທັງໝົດ​ໄປ​ຢູ່​ໃກ້​ຫ້ວຍນໍ້າ ຊຶ່ງ​ໄຫລ​ໄປ​ສູ່​ເມືອງ​ອາຮາວາ ແລະ​ຕັ້ງ​ຄ້າຍພັກ​ຢູ່​ບ່ອນ​ນັ້ນ​ເປັນ​ເວລາ​ສາມ​ວັນ. ຂ້າພະເຈົ້າ​ໄດ້​ພົບ​ວ່າ​ມີ​ພວກ​ປະໂຣຫິດ​ຢູ່​ໃນ​ທ່າມກາງ​ພວກ​ນີ້ ແຕ່​ບໍ່ມີ​ຊາວ​ເລວີ.</verse>
				<verse number="16">ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໃຊ້​ຄົນ​ໄປ​ເອີ້ນ​ເອົາ​ຫົວໜ້າ​ເກົ້າ​ຄົນ​ມາ ດັ່ງນີ້: ເອລີເອເຊ, ອາຣີເອນ, ເຊມາອີຢາ, ເອນນາທານ, ຢາຣິບ, ເອນນາທານ, ນາທານ, ເຊກາຣີຢາ ແລະ​ເມຊຸນລຳ, ພ້ອມ​ທັງ​ຄູສອນ​ສອງ​ຄົນ​ຄື ໂຢອີອາຣິບ​ແລະ​ເອນນາທານ.</verse>
				<verse number="17">ຂ້າພະເຈົ້າ​ໄດ້​ສົ່ງ​ພວກ​ເຫຼົ່ານີ້​ໄປ​ຫາ​ອິດໂດ ຫົວໜ້າ​ຊຸມນຸມ​ຂອງ​ປະຊາຊົນ​ທີ່ ກາສີຟີອາ ເພື່ອ​ຂໍ​ໃຫ້​ລາວ​ກັບ​ພວກ​ຜູ້​ຮ່ວມງານ​ຂອງ​ລາວ ຄື​ຄົນ​ທີ່​ເຮັດ​ວຽກ​ຢູ່​ໃນ​ວິຫານ​ໃຫ້​ສົ່ງ​ຄົນ​ມາ​ຮັບໃຊ້​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ເຮົາ.</verse>
				<verse number="18">ດ້ວຍ​ພຣະຄຸນ​ຂອງ​ພຣະເຈົ້າ ພວກເຂົາ​ໄດ້​ສົ່ງ​ເຊເຣບີຢາ ຜູ້​ທີ່​ມີ​ຄວາມ​ສາມາດ ມາ​ໃຫ້​ຂ້າພະເຈົ້າ ລາວ​ເປັນ​ຄົນເລວີ​ຈາກ​ຕະກຸນ​ເມຣາຣີ; ພວກ​ລູກຊາຍ​ແລະ​ອ້າຍ​ນ້ອງ​ຂອງ​ລາວ​ທັງໝົດ​ສິບແປດ​ຄົນ​ກໍ​ມາ​ນຳ​ດ້ວຍ.</verse>
				<verse number="19">ພວກເຂົາ​ຍັງ​ສົ່ງ​ຮາຊາບີຢາ ແລະ​ເຢຊາອີຢາ​ຈາກ​ຕະກຸນ​ເມຣາຣີ ພ້ອມ​ດ້ວຍ​ຍາດພີ່ນ້ອງ​ຂອງ​ລາວ​ອີກ​ຊາວ​ຄົນ​ມາ​ນຳ.</verse>
				<verse number="20">ນອກຈາກ​ຄົນ​ເຫຼົ່ານີ້​ແລ້ວ ກໍ​ຍັງ​ມີ​ຄົນງານ​ປະຈຳ​ພຣະວິຫານ​ອີກ​ສອງຮ້ອຍ​ຊາວ​ຄົນ ຊຶ່ງ​ບັນພະບຸລຸດ​ເປັນ​ພວກ​ທີ່​ກະສັດ​ດາວິດ​ແລະ​ພວກ​ຂ້າຣາຊການ​ຂອງ​ເພິ່ນ ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຊ່ວຍເຫລືອ​ຊາວ​ເລວີ. ຄົນ​ພວກ​ນີ້​ທັງໝົດ​ມີ​ຊື່​ຈົດ​ໄວ້​ແລ້ວ.</verse>
				<verse number="21">ຢູ່​ທີ່​ນັ້ນ​ໃກ້​ຫ້ວຍ​ອາຮາວາ ຂ້າພະເຈົ້າ​ໄດ້​ອອກ​ຄຳສັ່ງ​ໃຫ້​ທຸກຄົນ​ຖືສິນ​ອົດອາຫານ ແລະ​ຖ່ອມຕົວ​ລົງ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ຂໍ​ໃຫ້​ພຣະອົງ​ນຳພາ​ໃນ​ການ​ເດີນທາງ ແລະ​ໃຫ້​ປົກປັກ​ຮັກສາ​ພວກເຮົາ ພ້ອມທັງ​ລູກໆ​ຂອງ​ພວກເຮົາ​ແລະ​ເຄື່ອງຂອງ​ທັງໝົດ​ທີ່​ພວກເຮົາ​ມີ​ຢູ່.</verse>
				<verse number="22">ຂ້າພະເຈົ້າ​ບໍ່​ກ້າ​ຂໍ​ທະຫານ​ມ້າ​ຈາກ​ກະສັດ​ໃຫ້​ມາ​ຮັກສາ​ພວກເຮົາ​ຈາກ​ສັດຕູ​ໃນ​ການ​ເດີນທາງ ເພາະ​ຂ້າພະເຈົ້າ​ໄດ້​ບອກ​ເພິ່ນ​ວ່າ ພຣະເຈົ້າ​ຂອງ​ພວກເຮົາ​ອວຍພອນ​ທຸກໆ​ຄົນ​ທີ່​ໄວ້ວາງໃຈ​ໃນ​ພຣະອົງ, ແຕ່​ພຣະອົງ​ບໍ່​ພໍໃຈ​ແລະ​ລົງໂທດ​ທຸກໆ​ຄົນ​ທີ່​ຫັນໜີ​ຈາກ​ພຣະອົງ.</verse>
				<verse number="23">ດັ່ງນັ້ນ ພວກເຮົາ​ຈຶ່ງ​ໄດ້​ຖືສິນ​ອົດອາຫານ ແລະ​ພາວັນນາ​ອະທິຖານ ເພື່ອ​ຂໍ​ການ​ປົກປັກ​ຮັກສາ​ຈາກ​ພຣະເຈົ້າ ແລະ​ພຣະອົງ​ກໍ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຮົາ.</verse>
				<verse number="24">ຂ້າພະເຈົ້າ​ໄດ້​ເລືອກເອົາ​ເຊເຣບີຢາ, ຮາຊາບີຢາ ແລະ​ຄົນອື່ນໆ​ອີກ​ສິບ​ຄົນ​ຈາກ​ພວກ​ປະໂຣຫິດ​ຊັ້ນ​ຜູ້ນຳ.</verse>
				<verse number="25">ແລ້ວ​ຂ້າພະເຈົ້າ​ກໍໄດ້​ສັ່ງ​ເອົາ​ເງິນ ຄຳ ເຄື່ອງໃຊ້ ຊຶ່ງ​ກະສັດ, ພວກ​ທີ່ປຶກສາ, ບັນດາ​ຂ້າຣາຊການ​ຂອງ​ເພິ່ນ ແລະ​ປະຊາຊົນ​ອິດສະຣາເອນ ໄດ້​ມອບ​ໃຫ້​ນັ້ນ ນຳ​ໄປ​ໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ​ຂ້າພະເຈົ້າ​ໄດ້​ມອບ​ສິ່ງຂອງ​ເຫຼົ່ານີ້​ໃຫ້​ພວກ​ປະໂຣຫິດ.</verse>
				<verse number="26">ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ: ເງິນ - 25 ໂຕນ ເຄື່ອງໃຊ້​ເປັນ​ເງິນ 100 ອັນ, ໜັກ - 70 ກິໂລກຼາມ ຄຳ, ໜັກ - 3.400 ກິໂລກຼາມ ຖ້ວຍ​ຄຳ 20 ໃບ, ໜັກ - 8,4 ກິໂລກຼາມ ຖ້ວຍ​ທອງສຳຣິດ​ຢ່າງດີ​ສອງ​ໃບ​ມີ​ຄ່າ​ເທົ່າ​ກັບ​ຖ້ວຍ​ຄຳ.</verse>
				<verse number="27"></verse>
				<verse number="28">ຂ້າພະເຈົ້າ​ໄດ້​ບອກ​ພວກເຂົາ​ວ່າ, “ພວກທ່ານ​ໄດ້​ອຸທິດ​ຕົນ​ໃຫ້​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກທ່ານ ເໝືອນກັນ​ກັບ​ເຄື່ອງໃຊ້​ທັງໝົດ​ທີ່​ເປັນ​ເງິນ​ແລະ​ຄຳ ຊຶ່ງ​ພວກທ່ານ​ໄດ້​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ດ້ວຍ​ໃຈ​ສັດທາ.</verse>
				<verse number="29">ຂໍ​ໃຫ້​ພວກທ່ານ​ຮັກສາ​ສິ່ງຂອງ​ເຫຼົ່ານີ້​ໄວ້​ໃຫ້​ດີ ຈົນກວ່າ​ພວກທ່ານ​ໄປຮອດ​ວິຫານ​ຂອງ​ພຣະເຈົ້າຢາເວ. ຢູ່​ທີ່​ນັ້ນ ໃນ​ຫ້ອງ​ຂອງ​ປະໂຣຫິດ ໃຫ້​ພວກທ່ານ​ຊັ່ງ​ເບິ່ງ​ນໍ້າໜັກ​ສິ່ງຂອງ​ເຫຼົ່ານີ້ ແລະ​ມອບ​ໃຫ້​ບັນດາ​ຜູ້ນຳ​ປະໂຣຫິດ​ຊາວ​ເລວີ ແລະ​ຜູ້ນຳ​ຂອງ​ປະຊາຊົນ​ອິດສະຣາເອນ​ໃນ​ນະຄອນ​ເຢຣູຊາເລັມ.”</verse>
				<verse number="30">ດັ່ງນັ້ນ ພວກ​ປະໂຣຫິດ​ແລະ​ຊາວ​ເລວີ​ຈຶ່ງ​ກຳກັບ​ເອົາ​ເງິນ, ຄຳ ແລະ​ເຄື່ອງໃຊ້​ນັ້ນ ໄປ​ສູ່​ວິຫານ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="31">ພວກເຮົາ​ໄດ້​ຍົກຍ້າຍ​ແຕ່​ຫ້ວຍ​ອາຮາວາ ໄປ​ສູ່​ນະຄອນ​ເຢຣູຊາເລັມ​ໃນ​ວັນ​ທີ​ສິບສອງ​ຂອງ​ເດືອນ​ໜຶ່ງ. ຕະຫລອດ​ການ​ເດີນທາງ​ນັ້ນ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສະຖິດ​ຢູ່​ນຳ ແລະ​ປົກປັກ​ຮັກສາ​ພວກເຮົາ​ຈາກ​ສັດຕູ​ທີ່​ມາ​ດັກ​ໂຈມຕີ.</verse>
				<verse number="32">ເມື່ອ​ພວກເຮົາ​ໄປ​ເຖິງ​ນະຄອນ​ເຢຣູຊາເລັມ​ແລ້ວ ກໍໄດ້​ພັກ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສາມ​ວັນ.</verse>
				<verse number="33">ພໍ​ເຖິງ​ວັນ​ທີ​ສີ່ ພວກເຮົາ​ໄດ້​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ຊັ່ງ​ເບິ່ງ​ເງິນ, ຄຳ ແລະ​ເຄື່ອງໃຊ້ ແລ້ວ​ກໍ​ມອບ​ສິ່ງ​ເຫຼົ່ານີ້​ໃຫ້​ປະໂຣຫິດ​ເມເຣໂມດ​ລູກຊາຍ​ຂອງ​ອູຣີຢາ. ເອເລອາຊາ​ລູກຊາຍ​ຂອງ​ຟີເນຮາ​ກໍໄດ້​ຢູ່​ກັບ​ລາວ​ໃນ​ທີ່ນັ້ນ​ດ້ວຍ ພ້ອມ​ກັບ​ຊາວ​ເລວີ​ສອງ​ຄົນ ຄື​ໂຢຊາບັດ​ລູກຊາຍ​ຂອງ​ເຢຊູອາ ແລະ​ໂນອາດີຢາ​ລູກຊາຍ​ຂອງ​ບິນນູອີ.</verse>
				<verse number="34">ທຸກໆ​ສິ່ງ​ຖືກ​ນັບ​ແລະ​ຊັ່ງ​ເບິ່ງ​ນໍ້າໜັກ ພ້ອມ​ທັງ​ຖືກ​ເຮັດ​ບັນຊີ​ບັນທຶກ​ໄວ້​ຢ່າງ​ຮຽບຮ້ອຍ​ໃນ​ມື້ດຽວ​ກັນນັ້ນ.</verse>
				<verse number="35">ແລ້ວ​ທຸກຄົນ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ກໍໄດ້​ນຳ​ເອົາ​ເຄື່ອງຖວາຍ​ມາ​ເຜົາບູຊາ​ແກ່​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ພວກເຂົາ​ຖວາຍ​ທັງໝົດ​ມີ: ງົວເຖິກ​ສິບສອງ​ໂຕ​ເປັນ​ຕົວແທນ​ແກ່​ຊາວ​ອິດສະຣາເອນ, ແກະເຖິກ​ເກົ້າສິບຫົກ​ໂຕ, ລູກແກະ​ເຈັດສິບເຈັດ​ໂຕ, ພວກເຂົາ​ຍັງ​ຖວາຍ​ແບ້​ອີກ​ສິບສອງ​ໂຕ ສັດ​ທັງໝົດ​ນີ້ ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ສຳລັບ​ພວກເຂົາ​ເອງ.</verse>
				<verse number="36">ພວກເຂົາ​ຍັງ​ໄດ້​ເອົາ​ເອກະສານ​ທີ່​ກະສັດ​ມອບ​ໃຫ້​ນັ້ນ ໄປ​ໃຫ້​ຜູ້​ປົກຄອງ​ແລະ​ບັນດາ​ຂ້າຣາຊການ ຂອງ​ແຂວງ​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ. ສະນັ້ນ ພວກເຂົາ​ຈຶ່ງ​ໃຫ້​ຄວາມ​ຊ່ວຍເຫຼືອ​ປະຊາຊົນ ແລະ​ເພື່ອ​ວິຫານ​ຂອງ​ພຣະເຈົ້າ.</verse>
			</chapter>
			<chapter number="9">
				<verse number="1">ຫລັງຈາກ​ທຸກສິ່ງ​ໄດ້​ສຳເລັດ​ແລ້ວ ກໍ​ມີ​ພວກຜູ້ນຳ​ຂອງ​ຊາວ​ອິດສະຣາເອນ​ບາງຄົນ​ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ​ບອກ​ວ່າ, “ປະຊາຊົນ ບັນດາ​ປະໂຣຫິດ ແລະ​ຊາວ​ເລວີ​ບໍ່ໄດ້​ຮັກສາ​ຕົວ​ຄື: ບໍ່​ແຍກ​ອອກ​ຈາກ​ປະຊາຊົນ​ທີ່​ຢູ່​ໃນ​ປະເທດ​ໃກ້ຄຽງ​ນີ້ ເຊັ່ນ: ອຳໂມນ, ໂມອາບ ແລະ​ເອຢິບ​ຫລື​ຈາກ​ຊາວ​ການາອານ, ຮິດຕີ, ເປຣີຊີ, ເຢບຸດ ແລະ​ອາໂມ. ພວກເຂົາ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໜ້າກຽດຊັງ​ເໝືອນກັນ​ກັບ​ພວກ​ນີ້​ໄດ້​ເຮັດ.</verse>
				<verse number="2">ຜູ້ຊາຍ​ຊາວຢິວ​ໄດ້​ແຕ່ງງານ​ກັບ​ພວກຜູ້ຍິງ​ຕ່າງຊາດ; ດັ່ງນັ້ນ ປະຊາຊົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ​ຈຶ່ງ​ກາຍເປັນ​ປະຊາຊົນ​ຜູ້​ບໍ່​ບໍຣິສຸດ. ບັນດາ​ຜູ້ນຳ ແລະ​ບັນດາ​ຂ້າຣາຊການ​ໄດ້​ເປັນ​ຕົວການ​ໃນ​ເລື່ອງນີ້.”</verse>
				<verse number="3">ເມື່ອ​ຂ້າພະເຈົ້າ​ໄດ້ຍິນ​ດັ່ງນີ້ ຂ້າພະເຈົ້າ​ກໍ​ຈີກ​ເຄື່ອງນຸ່ງ​ດ້ວຍ​ຄວາມ​ສິ້ນຫວັງ, ດຶງ​ຜົມ​ແລະ​ໜວດ ແລະ​ນັ່ງ​ລົງ​ດ້ວຍ​ຄວາມ​ເປັນທຸກໃຈ.</verse>
				<verse number="4">ຂ້າພະເຈົ້າ​ນັ່ງ​ເປັນທຸກໃຈ​ຢູ່​ຈົນເຖິງ​ເວລາ​ຖວາຍ​ເຄື່ອງ​ບູຊາ​ໃນ​ຍາມແລງ ແລະ​ປະຊາຊົນ​ກໍ​ມາ​ອ້ອມຮອບ​ຂ້າພະເຈົ້າ ຄື​ທຸກຄົນ​ທີ່​ຢ້ານຢຳ​ໃນ​ຖ້ອຍຄຳ​ທີ່​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ໄວ້ ກ່ຽວກັບ​ການບາບ​ຂອງ​ພວກ​ທີ່​ໄດ້​ກັບຄືນ​ມາ​ຈາກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.</verse>
				<verse number="5">ເມື່ອ​ເຖິງ​ເວລາ​ເຜົາບູຊາ​ໃນ​ຍາມແລງ ຂ້າພະເຈົ້າ​ໄດ້​ລຸກ​ຂຶ້ນ​ຈາກ​ບ່ອນ​ທີ່​ຂ້າພະເຈົ້າ​ນັ່ງ​ລົງ​ເປັນທຸກໃຈ ແລະ​ຍັງ​ນຸ່ງ​ເສື້ອ​ຂາດ​ຢູ່. ຂ້າພະເຈົ້າ​ຄຸເຂົ່າ​ລົງ​ພາວັນນາ​ອະທິຖານ ໂດຍ​ຍົກມື​ຂຶ້ນ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ.</verse>
				<verse number="6">ຂ້າພະເຈົ້າ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ລະອາຍ​ທີ່​ຈະ​ເງີຍ​ໜ້າ​ຂຶ້ນ​ຕໍ່ໜ້າ​ພຣະອົງ. ບາບ​ຂອງ​ພວກ​ຂ້ານ້ອຍ​ສູງ​ຂຶ້ນ​ເໜືອ​ຫົວ​ແລ້ວ; ມັນ​ສູງ​ຈຸ​ຟ້າ​ສະຫວັນ.</verse>
				<verse number="7">ພວກ​ຂ້ານ້ອຍ​ທີ່​ເປັນ​ປະຊາຊົນ​ຂອງ​ພຣະອົງ​ໄດ້​ເຮັດ​ບາບ​ຢ່າງ​ໃຫຍ່ຫລວງ ຕັ້ງແຕ່​ສະໄໝ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ຈົນ​ມາເຖິງ​ປັດຈຸບັນ​ນີ້. ຍ້ອນ​ບາບ​ຂອງ​ພວກ​ຂ້ານ້ອຍ, ບັນດາ​ກະສັດ​ແລະ​ບັນດາ​ປະໂຣຫິດ​ຂອງ​ພວກ​ຂ້ານ້ອຍ ຈຶ່ງ​ໄດ້​ຕົກ​ຢູ່​ໃນ​ອຳນາດ​ຂອງ​ກະສັດ​ຕ່າງຊາດ. ດັ່ງນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ຖືກ​ຂ້າ, ຖືກ​ປຸ້ນ ແລະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. ພວກ​ຂ້ານ້ອຍ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ​ທີ່ສຸດ ແລະ​ກໍ​ຍັງ​ອັບອາຍ​ຢູ່​ເທົ່າທຸກ​ວັນນີ້.</verse>
				<verse number="8">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ພຣະອົງ​ມີ​ພຣະຄຸນ​ຕໍ່​ພວກ​ຂ້ານ້ອຍ​ທີ່ສຸດ ພຣະອົງ​ໃຫ້​ພວກ​ຂ້ານ້ອຍ​ບາງຄົນ​ໜີ​ພົ້ນ​ຈາກ​ການ​ເປັນ​ທາດຮັບໃຊ້ ແລະ​ດຳເນີນ​ຊີວິດ​ຢ່າງ​ປອດໄພ​ຢູ່​ໃນ​ບ່ອນ​ສັກສິດ​ນີ້. ພຣະອົງ​ໄດ້​ໂຜດ​ໃຫ້​ພວກ​ຂ້ານ້ອຍ ໜີ​ພົ້ນ​ຈາກ​ການ​ເປັນ​ທາດຮັບໃຊ້​ມາ​ໄດ້ ແລະ​ທັງ​ໃຫ້​ພວກ​ຂ້ານ້ອຍ​ມີ​ຊີວິດ​ໃໝ່.</verse>
				<verse number="9">ພວກ​ຂ້ານ້ອຍ​ໄດ້​ເປັນ​ທາດຮັບໃຊ້, ແຕ່​ພຣະເຈົ້າ​ບໍ່ໄດ້​ປ່ອຍ​ໃຫ້​ພວກ​ຂ້ານ້ອຍ​ເປັນ​ທາດຮັບໃຊ້​ຕໍ່ໄປ. ພຣະອົງ​ໄດ້​ເຮັດ​ໃຫ້​ບັນດາ​ຈັກກະພັດ​ແຫ່ງ​ເປີເຊຍ​ພໍໃຈ​ໃນ​ພວກ​ຂ້ານ້ອຍ ແລະ​ໃຫ້​ພວກເພິ່ນ​ອະນຸຍາດ​ແກ່​ພວກ​ຂ້ານ້ອຍ​ມີ​ຊີວິດ​ຢູ່​ຕໍ່ໄປ ເພື່ອ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່ ຊຶ່ງ​ແຕ່​ກ່ອນ​ເປັນ​ບ່ອນ​ທີ່​ຮົກຮ້າງ​ເພພັງ ແລະ​ໃຫ້​ພວກ​ຂ້ານ້ອຍ​ອາໄສ​ຢູ່​ໃນ​ແຂວງ​ຢູດາຍ ແລະ​ໃນ​ນະຄອນ​ເຢຣູຊາເລັມ​ຢ່າງ​ປອດໄພ.</verse>
				<verse number="10">ຂ້າແດ່​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ແຕ່​ບັດນີ້ ພວກ​ຂ້ານ້ອຍ​ຈະ​ເວົ້າ​ຢ່າງໃດ ເມື່ອ​ເຫດການ​ໄດ້​ເປັນ​ໄປ​ຢ່າງນີ້? ພວກ​ຂ້ານ້ອຍ​ໄດ້​ຝ່າຝືນ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ອີກ​ແລ້ວ</verse>
				<verse number="11">ຊຶ່ງ​ພຣະອົງ​ໄດ້​ມອບ​ໃຫ້​ພວກ​ຂ້ານ້ອຍ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ ຜູ້ຮັບໃຊ້​ຂອງ​ພຣະອົງ. ພວກເພິ່ນ​ບອກ​ພວກ​ຂ້ານ້ອຍ​ວ່າ, ດິນແດນ​ທີ່​ພວກ​ຂ້ານ້ອຍ​ຈະ​ຢຶດເອົາ​ນັ້ນ​ເປັນ​ດິນແດນ​ທີ່​ມີ​ມົນທິນ ເພາະ​ຄົນ​ຢູ່​ໃນ​ບ່ອນ​ນັ້ນ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໜ້າກຽດ​ແລະ​ສົກກະປົກ​ຢູ່​ທົ່ວ​ໄປ.</verse>
				<verse number="12">ພວກເພິ່ນ​ໄດ້​ບອກ​ວ່າ, ພວກ​ຂ້ານ້ອຍ​ບໍ່​ຕ້ອງ​ແຕ່ງງານ​ກັບ​ຄົນ​ເຫຼົ່ານີ້​ເລີຍ ແລະ​ຢ່າ​ຊ່ວຍ​ພວກເຂົາ​ໃຫ້​ຈະເລີນ ຫລື​ປະສົບ​ຄວາມ​ສຳເລັດ​ແຕ່​ຢ່າງໃດ ຖ້າ​ພວກ​ຂ້ານ້ອຍ​ຢາກ​ມີ​ຄວາມ​ຊົມຊື່ນ​ໃນ​ດິນແດນ ແລະ​ຢາກ​ໃຫ້​ດິນແດນ​ນີ້​ຕົກທອດ​ໄປ​ເຖິງ​ພວກ​ລູກຫລານ​ຕະຫລອດໄປ.</verse>
				<verse number="13">ເຖິງ​ແມ່ນ​ວ່າ ທຸກສິ່ງ​ໄດ້​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ​ເພື່ອ​ເປັນ​ການລົງໂທດ ເພາະ​ບາບ​ແລະ​ຄວາມຜິດ​ທີ່​ພວກ​ຂ້ານ້ອຍ​ໄດ້​ເຮັດ​ກໍຕາມ ພວກ​ຂ້ານ້ອຍ​ກໍ​ຍັງ​ຮູ້​ດີ​ວ່າ ພຣະອົງ​ຄື​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ໄດ້​ລົງໂທດ​ພວກ​ຂ້ານ້ອຍ​ນີ້ ໜ້ອຍກວ່າ​ທີ່​ພວກ​ຂ້ານ້ອຍ​ສົມຄວນ​ຈະ​ໄດ້​ຮັບ ແລະ​ອະນຸຍາດ​ໃຫ້​ພວກ​ຂ້ານ້ອຍ​ຍັງ​ມີ​ຊີວິດ​ຢູ່.</verse>
				<verse number="14">ດ້ວຍເຫດໃດ ພວກ​ຂ້ານ້ອຍ​ຈຶ່ງ​ບໍ່​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ອີກ ແລະ​ແຕ່ງງານ​ກັບ​ພວກ​ຄົນຊົ່ວຊ້າ​ເຫຼົ່ານີ້? ຖ້າ​ພວກ​ຂ້ານ້ອຍ​ເຮັດ​ລົງ​ໄປ ພຣະອົງ​ກໍ​ຈະ​ໂກດຮ້າຍ​ທີ່ສຸດ ຈົນ​ຈະ​ທຳລາຍ​ພວກ​ຂ້ານ້ອຍ​ຢ່າງ​ໝົດສິ້ນ​ໄດ້ ແລະ​ຈະ​ບໍ່​ໃຫ້​ຜູ້ໃດ​ລອດຊີວິດ​ຢູ່​ໄດ້.</verse>
				<verse number="15">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ພຣະອົງ​ຊົງ​ຍຸດຕິທຳ, ແຕ່​ພຣະອົງ​ກໍ​ປ່ອຍ​ພວກ​ຂ້ານ້ອຍ​ໃຫ້​ຍັງ​ມີ​ຊີວິດ​ຢູ່. ພວກ​ຂ້ານ້ອຍ​ຂໍ​ສາລະພາບ​ຄວາມຜິດ​ຂອງ​ພວກ​ຂ້ານ້ອຍ​ຕໍ່​ພຣະອົງ; ພວກ​ຂ້ານ້ອຍ​ບໍ່ມີ​ສິດ​ຫຍັງ​ທີ່​ຈະ​ເຂົ້າ​ມາ​ຢູ່​ຊ້ອງໜ້າ​ພຣະອົງ.”</verse>
			</chapter>
			<chapter number="10">
				<verse number="1">ໃນ​ຂະນະທີ່​ເອຊະຣາ​ກຳລັງ​ກົ້ມ​ພາວັນນາ​ອະທິຖານ​ຕໍ່ໜ້າ​ວິຫານ​ຂອງ​ພຣະເຈົ້າ ທັງ​ຮ້ອງໄຫ້​ແລະ​ສາລະພາບ​ບາບ​ເຫຼົ່ານີ້​ຢູ່, ກໍ​ມີ​ຊາວ​ອິດສະຣາເອນ​ເປັນ​ໝູ່ໃຫຍ່ ທັງ​ຊາຍ​ຍິງ ແລະ​ເດັກນ້ອຍ​ໄດ້​ມາ​ອ້ອມຮອບ​ເພິ່ນ​ທັງ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.</verse>
				<verse number="2">ແລ້ວ​ເຊການີຢາ​ລູກຊາຍ​ຂອງ​ເຢຮີເອນ​ຈາກ​ຕະກຸນ​ເອລາມ ກໍ​ເວົ້າ​ກັບ​ເອຊະຣາ​ວ່າ, “ພວກ​ຂ້ານ້ອຍ​ຂາດ​ຄວາມເຊື່ອ​ໃນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ໂດຍ​ໄປ​ແຕ່ງງານ​ກັບ​ຜູ້ຍິງ​ຕ່າງຊາດ; ແຕ່​ເຖິງ​ຢ່າງ​ໃດ​ກໍດີ ຊາດ​ອິດສະຣາເອນ​ຍັງ​ມີ​ຄວາມຫວັງ​ຢູ່.</verse>
				<verse number="3">ບັດນີ້ ພວກ​ຂ້ານ້ອຍ​ຕ້ອງ​ເຮັດ​ພັນທະສັນຍາ​ອັນ​ຈິງຈັງ​ຕໍ່​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ວ່າ ພວກ​ຂ້ານ້ອຍ​ຈະ​ສົ່ງ​ຜູ້ຍິງ​ເຫຼົ່ານີ້​ກັບ​ພວກ​ລູກ​ໜີໄປ. ພວກ​ຂ້ານ້ອຍ​ຈະ​ຂໍ​ເຮັດ​ຕາມ​ທ່ານ​ແລະ​ຄົນອື່ນໆ ທີ່​ເຄົາຣົບ​ນັບຖື​ຄຳສັ່ງ​ຂອງ​ພຣະເຈົ້າ. ພວກ​ຂ້ານ້ອຍ​ຈະ​ເຮັດ​ຕາມ​ທີ່​ກົດບັນຍັດ​ກ່າວ​ໄວ້.</verse>
				<verse number="4">ແມ່ນ​ຄວາມ​ຮັບຜິດຊອບ​ຂອງທ່ານ​ທີ່​ຕ້ອງ​ລົງມື​ດຳເນີນການ. ສ່ວນ​ພວກ​ຂ້ານ້ອຍ​ແລ້ວ​ຈະ​ໜູນຫລັງ​ທ່ານ; ສະນັ້ນ ທ່ານ​ຈົ່ງ​ລົງມື​ດຳເນີນການ​ໂລດ.”</verse>
				<verse number="5">ສະນັ້ນ ເອຊະຣາ​ຈຶ່ງ​ເລີ່ມ​ລົງມື​ດຳເນີນການ ໂດຍ​ໃຫ້​ຫົວໜ້າ​ພວກ​ປະໂຣຫິດ​ຊາວ​ເລວີ ແລະ​ປະຊາຊົນ​ທັງໝົດ​ສາບານ​ວ່າ ພວກ​ຕົນ​ຈະ​ປະຕິບັດ​ຕາມ​ທີ່​ເຊການີຢາ​ສະເໜີ​ມາ.</verse>
				<verse number="6">ແລ້ວ​ເອຊະຣາ​ກໍໄດ້​ອອກ​ຈາກ​ດ້ານ​ໜ້າ​ຂອງ​ວິຫານ​ຂອງ​ພຣະເຈົ້າ ໄປ​ຫາ​ບ່ອນ​ທີ່​ເຢໂຮຮານານ​ລູກຊາຍ​ຂອງ​ເອລີອາຊິບ​ອາໄສ​ຢູ່ ແລະ​ຄ້າງຄືນ ຢູ່​ທີ່​ນັ້ນ​ທັງ​ໂສກເສົ້າ ແລະ​ຮ້ອງໄຫ້​ເພາະ​ຄວາມ​ບໍ່​ສັດຊື່​ຂອງ​ພວກ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ເພິ່ນ​ບໍ່​ກິນ​ຫລື​ດື່ມ​ຫຍັງ​ໝົດ.</verse>
				<verse number="7">ມີ​ຄົນ​ຖື​ຄຳສັ່ງ​ໄປ​ທົ່ວ​ນະຄອນ​ເຢຣູຊາເລັມ​ແລະ​ແຂວງ​ຢູດາຍ​ວ່າ ທຸກຄົນ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ໃຫ້​ມາ​ໂຮມກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ</verse>
				<verse number="8">ໂດຍ​ຄຳສັ່ງ​ຂອງ​ພວກ​ຫົວໜ້າ​ປະຊາຊົນ. ຖ້າ​ຜູ້ໃດ​ບໍ່ຍອມ​ມາ​ພາຍ​ໃນ​ສາມ​ວັນ ກໍ​ໃຫ້​ຢຶດເອົາ​ຊັບສິນ​ຂອງ​ຜູ້ນັ້ນ ແລະ​ຜູ້ນັ້ນ​ຈະ​ເສຍສິດ​ໃນ​ການ​ເປັນ​ສະມາຊິກ​ຂອງ​ຊຸມນຸມ​ປະຊາຊົນ.</verse>
				<verse number="9">ພາຍ​ໃນ​ສາມ​ວັນ ຄື​ວັນ​ທີ​ຊາວ​ຂອງ​ເດືອນ​ເກົ້າ ໃຫ້​ຜູ້ຊາຍ​ທຸກຄົນ​ທີ່​ຢູ່​ໃນ​ເຂດແດນ​ຂອງ​ເຜົ່າ​ຢູດາ​ແລະ​ເບັນຢາມິນ​ມາ​ທ້ອນໂຮມກັນ​ທີ່​ເດີ່ນ​ວິຫານ​ຂອງ​ພຣະເຈົ້າ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. ມື້​ນັ້ນ​ຝົນ​ຕົກ​ໜັກ ຍ້ອນ​ປາກົດການ​ຂອງ​ດິນຟ້າ​ອາກາດ ແລະ​ຄວາມ​ສຳຄັນ​ຂອງ​ການ​ປະຊຸມ ທຸກຄົນ​ຈຶ່ງ​ຕົກ​ສະທ້ານ​ຢ້ານກົວ​ຈົນ​ຕົວສັ່ນ.</verse>
				<verse number="10">ປະໂຣຫິດ​ເອຊະຣາ​ໄດ້​ຢືນ​ຂຶ້ນ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ພວກທ່ານ​ຂາດ​ຄວາມເຊື່ອ ແລະ​ໄດ້​ນຳ​ເອົາ​ຄວາມຜິດ​ມາ​ສູ່​ຊາດ​ອິດສະຣາເອນ ຍ້ອນ​ການ​ແຕ່ງງານ​ກັບ​ຜູ້ຍິງ​ຕ່າງຊາດ.</verse>
				<verse number="11">ບັດນີ້ ໃຫ້​ພວກທ່ານ​ສາລະພາບ​ບາບ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກທ່ານ ແລະ​ປະພຶດ​ໃຫ້​ພຣະອົງ​ພໍພຣະໄທ. ຈົ່ງ​ແຍກຕົວ​ອອກ​ຈາກ​ຄົນຕ່າງຊາດ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຮົາ ແລະ​ກຳຈັດ​ພວກເມຍ​ຕ່າງຊາດ​ຂອງ​ພວກເຈົ້າ​ໃຫ້​ອອກ​ໜີໄປ​ເສຍ.”</verse>
				<verse number="12">ປະຊາຊົນ​ໄດ້​ຮ້ອງ​ຕອບ​ຂຶ້ນ​ວ່າ, “ພວກ​ຂ້ານ້ອຍ​ຈະ​ປະຕິບັດ​ຕາມ​ທຸກສິ່ງ​ທີ່​ທ່ານ​ເວົ້າ​ມາ.”</verse>
				<verse number="13">ແຕ່​ພວກເຂົາ​ເວົ້າ​ຕື່ມ​ອີກ​ວ່າ, “ປະຊາຊົນ​ມີ​ມາກມາຍ, ຝົນ​ກໍ​ຕົກ​ແຮງ, ພວກ​ຂ້ານ້ອຍ​ບໍ່​ອາດ​ຢືນ​ຢູ່​ນອກ​ນີ້​ໄດ້​ດອກ. ມັນ​ບໍ່ແມ່ນ​ເປັນ​ເລື່ອງ​ທີ່​ຈະ​ເຮັດ​ໃຫ້​ແລ້ວ​ໃນ​ມື້​ໜຶ່ງ ຫລື​ສອງ​ມື້ ເພາະ​ມີ​ຫລາຍ​ຄົນ​ໃນ​ພວກ​ຂ້ານ້ອຍ​ໄດ້​ພົວພັນ​ໃນ​ບາບ​ນີ້.</verse>
				<verse number="14">ໃຫ້​ບັນດາ​ຂ້າຣາຊການ​ຂອງ​ພວກເຮົາ​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ນີ້ ຮັບຜິດຊອບ​ເລື່ອງ​ນີ້​ສາ. ແລ້ວ​ໃຫ້​ຜູ້​ທີ່​ມີ​ເມຍ​ຄົນຕ່າງຊາດ ພ້ອມ​ທັງ​ພວກຫົວໜ້າ ແລະ​ພວກ​ຜູ້ຕັດສິນ​ທີ່​ຢູ່​ໃນ​ເມືອງ ນັດ​ກັນ​ມາ​ໃໝ່​ຕາມ​ເວລາ​ທີ່​ກຳນົດ​ໄວ້. ດ້ວຍ​ວິທີ​ນີ້​ກໍ​ຈະ​ເຮັດ​ໃຫ້​ພຣະເຈົ້າ​ຂອງ​ພວກເຮົາ​ເຊົາ​ໂກດຮ້າຍ​ໃນ​ເລື່ອງ​ນີ້.”</verse>
				<verse number="15">ບໍ່ມີ​ຜູ້ໃດ​ຄັດຄ້ານ​ແຜນການ​ນີ້ ນອກຈາກ​ໂຢນາທານ​ລູກຊາຍ​ຂອງ​ອາສາເຮນ ແລະ​ຢາເຊອີຢາ​ລູກຊາຍ​ຂອງ​ຕິກວາ. ທັງສອງ​ໄດ້​ຮັບ​ການ​ສະໜັບ​ສະໜູນ ຈາກ​ເມຊຸນລຳ​ແລະ​ຊັບເບທາຍ​ຄົນເລວີ.</verse>
				<verse number="16">ພວກ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ກໍ​ຍອມຮັບ​ເອົາ​ແຜນການ​ນີ້; ດັ່ງນັ້ນ ປະໂຣຫິດ​ເອຊະຣາ​ຈຶ່ງ​ແຕ່ງຕັ້ງ ຄົນ​ໃນ​ທ່າມກາງ​ບັນດາ​ຫົວໜ້າ​ຕະກຸນ​ໃຫ້​ຈົດ​ຊື່​ຂອງ​ພວກເຂົາ. ພວກເຂົາ​ໄດ້​ເລີ່ມ​ສືບສວນ​ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ສິບ</verse>
				<verse number="17">ແລະ​ພາຍ​ໃນ​ສາມ​ເດືອນ​ຕໍ່ມາ ການ​ສືບສວນ​ກ່ຽວກັບ​ທຸກໆ​ຄະດີ​ຂອງ​ຜູ້ຊາຍ​ທີ່​ມີ​ເມຍ​ຕ່າງຊາດ​ກໍໄດ້​ສິ້ນສຸດ​ລົງ.</verse>
				<verse number="18">ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ພວກ​ຜູ້ຊາຍ​ທີ່​ມີ​ເມຍ​ຕ່າງຊາດ ມີ​ດັ່ງນີ້: ພວກ​ປະໂຣຫິດ ລາຍຊື່​ຕາມ​ຕະກຸນ: ຕະກຸນ​ເຢຊູອາ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ທີ່​ເປັນ​ລູກຊາຍ​ຂອງ​ໂຢຊາດັກ: ມາອາເສອີຢາ, ເອລີເອເຊ, ຢາຣິບ​ແລະ​ເກດາລີຢາ.</verse>
				<verse number="19">ພວກເຂົາ​ໄດ້​ສັນຍາ​ວ່າ​ຈະ​ຢ່າຮ້າງ​ເມຍ ແລະ​ໄດ້​ຖວາຍ​ແກະເຖິກ​ໂຕໜຶ່ງ​ເປັນ​ເຄື່ອງ​ບູຊາ ເພື່ອ​ລົບລ້າງ​ບາບ​ຂອງ​ພວກຕົນ.</verse>
				<verse number="20">ຕະກຸນ​ອິມເມ: ຮານານີ ແລະ​ເຊບາດີຢາ.</verse>
				<verse number="21">ຕະກຸນ​ຮາຣິມ: ມາອາເສອີຢາ, ເອລີຢາ, ເຊມາອີຢາ, ເຢຮີເອນ ແລະ​ອຸດຊີຢາ.</verse>
				<verse number="22">ຕະກຸນ​ປັດຊູ: ເອລີໂອນາຍ, ມາອາເສອີຢາ, ອິດຊະມາເອນ, ເນທາເນນ, ໂຢຊາບັດ ແລະ​ເອລາສາ.</verse>
				<verse number="23">ຊາວ​ເລວີ: ໂຢຊາບັດ, ຊີເມອີ, ເກລາອີຢາ (ມີ​ຊື່​ອີກ​ວ່າ​ເກລີຕາ), ເປທາຮີຢາ, ຢູດາ ແລະ​ເອລີເອເຊ.</verse>
				<verse number="24">ນັກດົນຕຼີ: ເອລີອາຊິບ ພວກ​ເຝົ້າຍາມ​ພຣະວິຫານ: ຊານລູມ, ເຕເລັມ ແລະ​ອູຣິ.</verse>
				<verse number="25">ຄົນອື່ນໆ: ຕະກຸນ​ປາຣົດ: ຣາມີຢາ, ອິດຊີຢາ, ມັນກີຢາ, ມີຢາມິນ, ເອເລອາຊາ, ມັນກີຢາ ແລະ​ເບນາອີຢາ.</verse>
				<verse number="26">ຕະກຸນ​ເອລາມ: ມັດຕານີຢາ, ເຊກາຣີຢາ, ເຢຮີເອນ, ອັບດີ, ເຢເຣໂມດ ແລະ​ເອລີຢາ.</verse>
				<verse number="27">ຕະກຸນ​ຊັດຕຸ: ເອລີໂອນາຍ, ເອລີອາຊິບ, ມັດຕານີຢາ, ເຢເຣໂມດ, ຊາບັດ ແລະ​ອາຊີຊາ.</verse>
				<verse number="28">ຕະກຸນ​ເບບາຍ: ເຢໂຮຮານານ, ຮານານີຢາ, ຊັບບາຍ ແລະ​ອັດໄລ.</verse>
				<verse number="29">ຕະກຸນ​ບານີ: ເມຊຸນລຳ, ມັນລຸກ, ອາດາອີຢາ, ຢາຊຸບ, ເຊອານ ແລະ​ເຢເຣໂມດ.</verse>
				<verse number="30">ຕະກຸນ​ປາຮາດ​ໂມອາບ: ອັດນາ, ເກລານ, ເບນາອີຢາ, ມາອາເສອີຢາ, ມາຕານີຢາ, ເບຊາເລນ, ບິນນູອີ ແລະ​ມານາເຊ.</verse>
				<verse number="31">ຕະກຸນ​ຮາຣິມ: ເອລີເອເຊ, ອິດຊີຢາ, ມັນກີຢາ, ເຊມາອີຢາ, ຊີເມໂອນ,</verse>
				<verse number="32">ເບັນຢາມິນ, ມັນລຸກ ແລະ​ເຊມາຣີຢາ.</verse>
				<verse number="33">ຕະກຸນ​ຮາຊຸມ: ມັດເຕໄນ, ມັດຕາຕາ, ຊາບັດ, ເອລີເຟເລັດ, ເຢເຣມາຍ, ມານາເຊ ແລະ​ຊີເມອີ</verse>
				<verse number="34">ຕະກຸນ​ບານີ: ມາອາດາຍ, ອຳຣາມ, ອູເອນ,</verse>
				<verse number="35">ເບນາອີຢາ, ເບເດອີຢາ, ເກລູຮີ,</verse>
				<verse number="36">ວານີຢາ, ເມເຣໂມດ, ເອລີອາຊິບ,</verse>
				<verse number="37">ມັດຕານິຢາ, ມັດເຕໄນ ແລະ​ຢາອາສູ.</verse>
				<verse number="38">ຕະກຸນ​ບິນນູອີ: ຊີເມອີ,</verse>
				<verse number="39">ເຊເລມີຢາ, ນາທານ, ອາດາອີຢາ,</verse>
				<verse number="40">ມັກນາເດບາຍ, ຊາຊາຍ, ຊາຣາຍ,</verse>
				<verse number="41">ອາຊາເຣນ, ເຊເລມີຢາ, ເຊມາຣີຢາ,</verse>
				<verse number="42">ຊານລູມ, ອາມາຣີຢາ ແລະ​ໂຢເຊັບ.</verse>
				<verse number="43">ຕະກຸນ​ເນໂບ: ເຢອີເອນ, ມັດຕີທີຢາ, ຊາບັດ, ເຊບີນາ, ຢັດດາຍ, ໂຢເອນ ແລະ​ເບນາອີຢາ.</verse>
				<verse number="44">ຜູ້ຊາຍ​ເຫຼົ່ານີ້​ທັງໝົດ​ໄດ້​ມີ​ເມຍ​ຄົນຕ່າງຊາດ. ພວກເຂົາ​ໄດ້​ຢ່າຮ້າງ​ກັບ​ເມຍ ແລະ​ສົ່ງ​ເມຍ ແລະ​ລູກ​ຂອງ​ພວກເຂົາ​ໜີໄປ.</verse>
			</chapter>
		</book>
		<book number="16">
			<chapter number="1">
				<verse number="1">ຕໍ່ໄປນີ້​ແມ່ນ​ວຽກງານ​ຂອງ​ເນເຫມີຢາ ລູກຊາຍ​ຂອງ​ຮາກາລີຢາ ໄດ້​ເຮັດ​ສຳເລັດ. ໃນ​ເດືອນ​ກິດຊະເຫລັບ ​ຂອງ​ປີ​ທີ​ຊາວ ທີ່​ກະສັດ​ອາກຕາເຊເຊັດ​ໄດ້​ເປັນ​ຈັກກະພັດ​ແຫ່ງ​ເປີເຊຍ​ນັ້ນ; ຂ້າພະເຈົ້າ ເນເຫມີຢາ ໄດ້​ຢູ່​ໃນ​ເມືອງຫລວງ​ຊູຊາ.</verse>
				<verse number="2">ຮານານີ ພີ່ນ້ອງ​ຄົນ​ໜຶ່ງ​ຂອງ​ຂ້າພະເຈົ້າ ໄດ້​ເດີນທາງ​ມາ​ຈາກ​ແຂວງ​ຢູດາຍ​ພ້ອມ​ກັບ​ຄົນ​ໝວດ​ໜຶ່ງ ແລະ​ຂ້າພະເຈົ້າ​ກໍໄດ້​ຖາມ​ເຂົາ​ເຖິງ​ນະຄອນ​ເຢຣູຊາເລັມ ແລະ​ພວກ​ພີ່ນ້ອງ​ຊາວຢິວ ຜູ້​ທີ່​ໄດ້​ກັບຄືນ​ເມືອ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ໃນ​ບາບີໂລນ.</verse>
				<verse number="3">ພວກເຂົາ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, ພວກ​ທີ່​ລອດຊີວິດ​ກັບ​ມາ​ສູ່​ຖິ່ນຖານ​ເດີມ​ນັ້ນ ໄດ້​ຮັບ​ຄວາມ​ລຳບາກ​ຫລາຍ ແລະ​ຄົນຕ່າງຊາດ​ທີ່​ຢູ່​ໃກ້ຄຽງ​ກໍ​ດູໝິ່ນ​ປະໝາດ​ພວກເຂົາ. ພວກເຂົາ​ຍັງ​ໄດ້​ບອກ​ຂ້າພະເຈົ້າ​ອີກ​ວ່າ, “ກຳແພງ​ຂອງ​ນະຄອນ​ເຢຣູຊາເລັມ​ກໍ​ຍັງ​ພັງ​ທະລາຍ​ຢູ່ ແລະ​ປະຕູ​ຂອງ​ກຳແພງ​ເມືອງ​ກໍ​ຍັງ​ບໍ່​ທັນ​ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່ ຕັ້ງແຕ່​ສະໄໝ​ຖືກ​ຈູດ​ພຸ້ນ.”</verse>
				<verse number="4">ເມື່ອ​ຂ້າພະເຈົ້າ​ໄດ້ຍິນ​ສິ່ງ​ທັງໝົດ​ນັ້ນ​ແລ້ວ ຂ້າພະເຈົ້າ​ກໍ​ນັ່ງ​ລົງ​ແລະ​ຮ້ອງໄຫ້​ຄໍ່າຄວນ. ຂ້າພະເຈົ້າ​ໄວ້ທຸກ​ແລະ​ບໍ່​ຮັບປະທານ​ອາຫານ​ເປັນ​ເວລາ​ຫລາຍ​ວັນ. ຂ້າພະເຈົ້າ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ​ວ່າ,</verse>
				<verse number="5">“ໂອ ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ​ເອີຍ ພຣະອົງ​ຊົງ​ຍິ່ງໃຫຍ່​ແລະ​ເປັນ​ອົງ​ທີ່​ພວກ​ຂ້ານ້ອຍ​ໃຫ້​ຄວາມ​ເຄົາຣົບ​ຢຳເກງ. ພຣະເຈົ້າ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ​ຢ່າງ​ສັດຊື່ ຕໍ່​ຜູ້​ທີ່​ຮັກ​ພຣະອົງ​ແລະ​ຜູ້​ທີ່​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="6">ຂໍ​ຊົງ​ໂຜດ​ຫລຽວເບິ່ງ​ຂ້ານ້ອຍ ແລະ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ດ້ວຍ ໃນ​ເມື່ອ​ຂ້ານ້ອຍ​ພາວັນນາ​ອະທິຖານ​ທັງເວັນ​ທັງຄືນ ເພື່ອ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ປະຊາຊົນ​ອິດສະຣາເອນ. ຂ້ານ້ອຍ​ຂໍ​ຮັບ​ສາລະພາບ​ວ່າ, ພວກ​ຂ້ານ້ອຍ ຄື​ປະຊາຊົນ​ອິດສະຣາເອນ​ໄດ້​ເຮັດ​ບາບ. ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ແລະ​ຂ້ານ້ອຍ​ເອງ​ກໍໄດ້​ເຮັດ​ບາບ​ດ້ວຍ.</verse>
				<verse number="7">ພວກ​ຂ້ານ້ອຍ​ໄດ້​ປະພືດຕົນ​ຢ່າງ​ຊົ່ວຊ້າ​ເພື່ອ​ຕໍ່ສູ້​ພຣະອົງ ແລະ​ບໍ່ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້. ພວກ​ຂ້ານ້ອຍ​ບໍ່ໄດ້​ຖື​ຮັກສາ​ກົດບັນຍັດ​ຕ່າງໆ ທີ່​ພຣະອົງ​ໄດ້​ມອບ​ໃຫ້​ພວກ​ຂ້ານ້ອຍ​ຜ່ານ​ທາງ​ໂມເຊ ຜູ້ຮັບໃຊ້​ຂອງ​ພຣະອົງ.</verse>
				<verse number="8">ບັດນີ້ ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ບອກ​ໂມເຊ​ວ່າ: ‘ຖ້າ​ປະຊາຊົນ​ອິດສະຣາເອນ​ບໍ່​ສັດຊື່​ຕໍ່​ເຮົາ ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ກະຈັດ​ກະຈາຍ ໄປ​ໃນ​ທ່າມກາງ​ຊົນຊາດ​ອື່ນໆ.</verse>
				<verse number="9">ແຕ່​ຖ້າ​ພວກເຈົ້າ​ກັບຄືນ​ມາ​ຫາ​ເຮົາ​ອີກ ແລະ​ປະຕິບັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ ເຮົາ​ຈະ​ນຳ​ພວກເຈົ້າ​ກັບ​ມາ​ສູ່​ບ່ອນ​ທີ່​ເຮົາ​ໄດ້​ເລືອກໄວ້​ໃຫ້​ນາມຊື່​ຂອງເຮົາ​ສະຖິດຢູ່; ເຖິງແມ່ນ​ວ່າ​ພວກເຈົ້າ​ຈະ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ທົ່ວ​ທຸກ​ມູມໂລກ​ກໍຕາມ.’</verse>
				<verse number="10">ຄົນ​ເຫຼົ່ານີ້​ເປັນ​ຜູ້ຮັບໃຊ້ ແລະ​ເປັນ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ພວກເຂົາ ດ້ວຍ​ຣິດເດດ​ອັນ​ຍິ່ງໃຫຍ່​ແລະ​ດ້ວຍ​ກຳລັງ​ຂອງ​ພຣະອົງ.</verse>
				<verse number="11">ຂ້າແດ່ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ບັດນີ້ ຂໍ​ພຣະອົງ​ຮັບ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ ແລະ​ຄຳພາວັນນາ​ອະທິຖານ​ຂອງ​ບັນດາ​ຜູ້ຮັບໃຊ້​ຄົນອື່ນໆ​ຂອງ​ພຣະອົງ ຜູ້​ທີ່​ຢຳເກງ​ໃຫ້ກຽດ​ນາມຊື່​ຂອງ​ພຣະອົງ​ແດ່ທ້ອນ. ໃນວັນນີ້ ຂໍ​ພຣະອົງ​ໂຜດ​ປະທານ​ໄຊຊະນະ​ໃຫ້​ແກ່​ຂ້ານ້ອຍ ໂດຍ​ບັນດານ​ໃຫ້​ເພິ່ນ​ເມດຕາ​ຂ້ານ້ອຍ​ດ້ວຍ​ເຖີດ.” ໃນ​ສະໄໝ​ນັ້ນ ຂ້າພະເຈົ້າ​ໄດ້​ເປັນ​ຜູ້​ຢາຍ​ເຫຼົ້າ​ອະງຸ່ນ​ປະຈຳ​ໂຕະ​ຂອງ​ກະສັດ.</verse>
			</chapter>
			<chapter number="2">
				<verse number="1">ຕໍ່ມາ​ໃນ​ເດືອນ​ນີຊານ ໃນ​ປີ​ທີ​ຊາວ​ຂອງ​ກະສັດ​ອາກຕາເຊເຊັດ ຂ້າພະເຈົ້າ​ໄດ້​ຢາຍ​ເຫຼົ້າ​ໃຫ້​ເພິ່ນ​ທີ່​ກຳລັງ​ຮັບປະທານ​ອາຫານ​ແລງ​ຢູ່. ແຕ່​ກ່ອນ​ເພິ່ນ​ບໍ່ເຄີຍ​ເຫັນ​ຂ້າພະເຈົ້າ​ໂສກເສົ້າ​ເຊັ່ນນີ້​ເລີຍ</verse>
				<verse number="2">ດັ່ງນັ້ນ ເພິ່ນ​ຈຶ່ງ​ຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ໂສກເສົ້າ​ແທ້? ເຈົ້າ​ກໍ​ບໍ່ໄດ້​ເຈັບໄຂ້​ຫຍັງ ສະນັ້ນ ເຈົ້າ​ຄົງ​ມີ​ເລື່ອງ​ທຸກໃຈ​ເປັນແນ່.” ຂ້າພະເຈົ້າ​ຕົກໃຈ​ຫລາຍ</verse>
				<verse number="3">ແລະ​ຕອບ​ເພິ່ນ​ວ່າ, “ຂໍ​ພະຣາຊາ ຈົ່ງ​ໝັ້ນຍືນ​ຕະຫລອດໄປ​ເທີ້ນ ຈະ​ໃຫ້​ຂ້ານ້ອຍ​ບໍ່​ໂສກເສົ້າ​ໄດ້​ຢ່າງໃດ ໃນ​ເມື່ອ​ເມືອງ​ທີ່​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ໄດ້​ຖືກ​ຝັງ​ໄວ້​ໃນ​ບ່ອນ​ຮົກຮ້າງ​ເພພັງ ແລະ​ປະຕູ​ເມືອງ​ກໍ​ຖືກ​ທຳລາຍ​ດ້ວຍໄຟ?”</verse>
				<verse number="4">ກະສັດ​ຖາມ​ວ່າ, “ເຈົ້າ​ຕ້ອງການ​ຫຍັງ?” ຂ້າພະເຈົ້າ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ແຫ່ງ​ສະຫວັນ</verse>
				<verse number="5">ແລ້ວ​ກໍ​ໄດ້ຕອບ​ກະສັດ​ວ່າ, “ຖ້າ​ທ່ານ​ພໍໃຈ​ນຳ​ຂ້ານ້ອຍ ແລະ​ຈະ​ອະນຸຍາດ​ໃຫ້​ຕາມ​ຄຳ​ຂໍຮ້ອງ​ຂອງ​ຂ້ານ້ອຍ​ແລ້ວ ຂໍ​ໃຫ້​ຂ້ານ້ອຍ​ກັບຄືນ​ໄປ​ແຂວງ​ຢູດາຍ ຄື​ໄປ​ເມືອງ​ທີ່​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ໄດ້​ຖືກ​ຝັງ​ໄວ້​ນັ້ນ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ໄດ້​ສ້າງ​ບ້ານເມືອງ​ຂຶ້ນ​ໃໝ່.”</verse>
				<verse number="6">ກະສັດ​ກັບ​ຣາຊີນີ​ທີ່ນັ່ງ​ຢູ່​ຄຽງ​ຂ້າງ​ເພິ່ນ ກໍ​ຕົກລົງ​ຕາມ​ຄຳ​ຂໍຮ້ອງ​ນັ້ນ. ເພິ່ນ​ຖາມ​ຂ້າພະເຈົ້າ​ວ່າ, “ຈະ​ໄປ​ດົນນານ​ປານໃດ ແລະ​ເຫິງ​ປານໃດ​ຈຶ່ງ​ຈະ​ກັບ​ມາ?” ແລະ​ຂ້າພະເຈົ້າ​ກໍ​ບອກ​ກຳນົດ​ແກ່​ເພິ່ນ.</verse>
				<verse number="7">ແລ້ວ​ຂ້າພະເຈົ້າ​ກໍໄດ້​ຂໍຮ້ອງ​ເພິ່ນ ໃຫ້​ຂຽນ​ຈົດໝາຍ​ໄປ​ຫາ​ບັນດາ​ຜູ້ປົກຄອງ​ແຂວງ​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ແລະ​ແນະນຳ​ພວກເຂົາ​ອະນຸຍາດ​ໃຫ້​ຂ້າພະເຈົ້າ​ເດີນທາງ​ໄປ​ແຂວງ​ຢູດາຍ.</verse>
				<verse number="8">ຂ້າພະເຈົ້າ​ຍັງ​ຂໍຮ້ອງ​ເພິ່ນ​ໃຫ້​ຂຽນ​ຈົດໝາຍ​ໄປ​ຫາ​ອາສັບ ຜູ້​ຮັກສາ​ປ່າໄມ້​ຂອງ​ກະສັດ ໂດຍ​ແນະນຳ​ເພິ່ນ​ໃຫ້​ຈັດຫາ​ໄມ້ ສຳລັບ​ສ້າງ​ປະຕູ​ປ້ອມ​ທີ່​ຮັກສາ​ພຣະວິຫານ, ສຳລັບ​ສ້າງ​ກຳແພງ​ເມືອງ ແລະ​ສຳລັບ​ສ້າງ​ເຮືອນ​ທີ່​ຂ້າພະເຈົ້າ​ຈະ​ຢູ່​ດ້ວຍ. ກະສັດ​ກໍໄດ້​ອະນຸຍາດ​ໃຫ້​ທຸກສິ່ງ ຕາມ​ທີ່​ຂ້າພະເຈົ້າ​ຂໍຮ້ອງ ເພາະ​ພຣະເຈົ້າ​ສະຖິດ​ຢູ່​ນຳ​ຂ້າພະເຈົ້າ.</verse>
				<verse number="9">ກະສັດ​ຍັງ​ໄດ້​ສົ່ງ​ນາຍ​ທະຫານ​ບາງຄົນ ແລະ​ທະຫານ​ມ້າ​ໝວດ​ໜຶ່ງ​ໄປ​ກັບ​ຂ້າພະເຈົ້າ​ດ້ວຍ; ແລະ​ຂ້າພະເຈົ້າ​ກໍໄດ້​ເດີນທາງ​ໄປ​ສູ່​ພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ. ເມື່ອ​ໄປ​ເຖິງ​ທີ່​ນັ້ນ ຂ້າພະເຈົ້າ​ກໍໄດ້​ມອບ​ຈົດໝາຍ​ໃຫ້​ແກ່​ບັນດາ​ຜູ້ປົກຄອງ.</verse>
				<verse number="10">ແຕ່​ສານບັນລັດ​ຊາວ​ໂຮໂຣນ ແລະ​ໂຕບີຢາ​ຂ້າຣາຊການ​ຄົນ​ໜຶ່ງ​ຂອງ​ແຂວງ​ອຳໂມນ ໄດ້ຍິນ​ຂ່າວ​ວ່າ, ມີ​ບາງຄົນ​ມາ​ເຮັດ​ວຽກ​ເພື່ອ​ຫາ​ຄວາມສຸກ​ສະບາຍ​ໃຫ້​ຊາວ​ອິດສະຣາເອນ; ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ພໍໃຈ​ຢ່າງຍິ່ງ.</verse>
				<verse number="11">ຂ້າພະເຈົ້າ​ໄດ້​ໄປ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ພັກ​ຢູ່​ທີ່​ນັ້ນ​ສາມ​ວັນ</verse>
				<verse number="12">ໂດຍ​ບໍ່ໄດ້​ບອກ​ໃຫ້​ຜູ້ໃດ​ຮູ້​ກ່ຽວກັບ​ສິ່ງ​ທີ່​ພຣະເຈົ້າ ບັນດານ​ໃຈ​ຂ້າພະເຈົ້າ​ໃຫ້​ເຮັດ​ສຳລັບ​ນະຄອນ​ເຢຣູຊາເລັມ. ແລ້ວ​ໃນ​ຕອນ​ກາງຄືນ​ນັ້ນ ຂ້າພະເຈົ້າ​ກໍໄດ້​ອອກ​ເດີນທາງ ໂດຍ​ມີ​ເພື່ອນ​ບາງຄົນ​ຕິດຕາມ​ໄປ​ດ້ວຍ. ພວກເຮົາ​ມີ​ລໍ​ພຽງ​ໂຕດຽວ​ທີ່​ເປັນ​ພາຫານະ​ຂີ່​ໄປ.</verse>
				<verse number="13">ໃນ​ເວລາ​ທີ່​ພວກເຮົາ​ອອກ​ຈາກ​ເມືອງ ໂດຍ​ຜ່ານ​ປະຕູ​ຮ່ອມພູ​ທາງ​ທິດ​ຕາເວັນຕົກ​ໄປ​ນັ້ນ ກໍ​ຍັງ​ເປັນ​ເວລາ​ມືດ​ຢູ່; ພວກເຮົາ​ໄດ້​ກາຍ​ດ້ານ​ໃຕ້​ຂອງ​ນໍ້າພຸ​ໂຕ​ມັງກອນ ໄປ​ຈົນເຖິງ​ຮ່ອມພູ​ປະຕູ​ຂີ້ສັດ. ເມື່ອ​ກຳລັງ​ເດີນທາງ​ໄປ​ນັ້ນ ຂ້າພະເຈົ້າ​ໄດ້​ສຳຫລວດ​ເບິ່ງ​ກຳແພງ​ເມືອງ​ທີ່​ເພພັງ ແລະ​ປະຕູ​ເມືອງ​ທີ່​ຖືກ​ໄຟ​ໄໝ້.</verse>
				<verse number="14">ແລ້ວ​ຈາກ​ດ້ານ​ທິດ​ຕາເວັນອອກ​ຂອງ​ເມືອງ ຂ້າພະເຈົ້າ​ໄດ້​ໄປ​ທາງ​ດ້ານ​ເໜືອ​ສູ່​ປະຕູ​ນໍ້າພຸ ແລະ​ສູ່​ສະ​ອາບນໍ້າ​ຂອງ​ກະສັດ. ທາງ​ເສັ້ນ​ນີ້​ບໍ່ມີ​ບ່ອນ​ພໍ​ໃຫ້​ລໍ​ຂອງ​ຂ້າພະເຈົ້າ​ຜ່ານ​ໄປ​ໄດ້​ເລີຍ;</verse>
				<verse number="15">ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຂີ່​ລໍ​ລົງ​ໄປ​ທາງ​ຮ່ອມພູ​ກິດໂຣນ ແລະ​ເລາະລຽບ​ເບິ່ງ​ກຳແພງ​ເມືອງ​ໄປ. ແລ້ວ​ຂ້າພະເຈົ້າ​ກໍ​ກັບ​ມາ​ທາງ​ເກົ່າ ແລະ​ຄືນ​ເມືອ​ໃນ​ເມືອງ​ໂດຍ​ຜ່ານ​ປະຕູ​ຮ່ອມພູ.</verse>
				<verse number="16">ບໍ່ມີ​ຂ້າຣາຊການ​ທ້ອງຖິ່ນ​ຄົນໃດ​ຮູ້​ເລີຍ​ວ່າ ຂ້າພະເຈົ້າ​ໄປ​ໃສ ຫລື​ຂ້າພະເຈົ້າ​ກຳລັງ​ເຮັດ​ຫຍັງ. ຈົນເຖິງ​ດຽວນີ້ ຂ້າພະເຈົ້າ​ກໍ​ຍັງ​ບໍ່ໄດ້​ບອກ​ໃຫ້​ພວກ​ພີ່ນ້ອງ​ຊາວຢິວ​ຮູ້​ນຳ​ເລີຍ​ເຊັ່ນ: ບັນດາ​ປະໂຣຫິດ, ບັນດາ​ຜູ້ນຳ, ບັນດາ​ຂ້າຣາຊການ ຫລື​ຄົນໃດ​ຄົນໜຶ່ງ​ທີ່​ໄດ້​ມີ​ສ່ວນ​ໃນ​ວຽກງານ​ນີ້.</verse>
				<verse number="17">ແຕ່​ມາບັດນີ້ ຂ້າພະເຈົ້າ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ພວກທ່ານ​ເຫັນ​ບໍ​ວ່າ ພວກເຮົາ​ໄດ້​ຮັບ​ຄວາມ​ເດືອດຮ້ອນ​ຫລາຍ​ສໍ່າໃດ ຍ້ອນ​ນະຄອນ​ເຢຣູຊາເລັມ​ຖືກ​ເພພັງ ແລະ​ປະຕູ​ເມືອງ​ກໍ​ຖືກ​ໄຟ​ໄໝ້ ໃຫ້​ພວກເຮົາ​ຊ່ວຍກັນ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່ ແລະ​ລຶບ​ຄວາມ​ອັບອາຍ​ຂາຍໜ້າ​ຂອງ​ພວກເຮົາ​ໃຫ້​ສິ້ນສຸດ​ໄປ​ເສຍ​ເທາະ.”</verse>
				<verse number="18">ແລ້ວ​ຂ້າພະເຈົ້າ​ກໍໄດ້​ບອກ​ພວກເຂົາ​ວ່າ ພຣະເຈົ້າ​ສະຖິດ​ຢູ່​ນຳ​ຂ້າພະເຈົ້າ ແລະ​ຊ່ວຍ​ຊູ​ຂ້າພະເຈົ້າ​ຢ່າງໃດ ແລະ​ກະສັດ​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ຢ່າງໃດ​ອີກ​ດ້ວຍ. ພວກເຂົາ​ຕອບ​ວ່າ, “ໃຫ້​ພວກເຮົາ​ລົງມື​ສ້າງ​ເມືອງ​ຂຶ້ນ​ໃໝ່​ສາ” ແລ້ວ​ພວກເຂົາ​ກໍ​ຕຽມພ້ອມ​ທີ່​ຈະ​ລົງມື​ເຮັດ​ວຽກ.</verse>
				<verse number="19">ເມື່ອ​ສານບັນລັດ​ຊາວ​ໂຮໂຣນ, ໂຕບີຢາ​ຊາວ​ອຳໂມນ ແລະ​ເກເຊມ​ຊາວ​ອາຣັບ​ໄດ້ຍິນ​ສິ່ງ​ທີ່​ພວກເຮົາ​ກຳລັງ​ວາງແຜນ​ຈະ​ກະທຳ​ນັ້ນ ພວກເຂົາ​ຕ່າງ​ກໍ​ຫົວ​ເຍາະເຍີ້ຍ​ພວກເຮົາ ແລະ​ເວົ້າ​ວ່າ, “ພວກເຈົ້າ​ກຳລັງ​ຄິດ​ຈະ​ເຮັດ​ຫຍັງ​ກັນ? ພວກເຈົ້າ​ກຳລັງ​ຈະ​ກະບົດ​ຕໍ່​ກະສັດ​ຊັ້ນບໍ?”</verse>
				<verse number="20">ຂ້າພະເຈົ້າ​ຕອບ​ວ່າ, “ພຣະເຈົ້າ​ແຫ່ງ​ສະຫວັນ ຈະ​ໃຫ້​ພວກເຮົາ​ດຳເນີນ​ວຽກງານ​ນີ້​ສຳເລັດ. ພວກເຮົາ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ກຳລັງ​ຈະ​ສ້າງ​ເມືອງ​ຂຶ້ນ​ໃໝ່. ແຕ່​ພວກທ່ານ​ບໍ່ມີ​ສິດ​ໃນ​ສົມບັດ​ສ່ວນ​ໃດໆ​ທີ່​ນະຄອນ​ເຢຣູຊາເລັມ​ນີ້ ແລະ​ທັງ​ບໍ່ມີ​ສ່ວນແບ່ງ​ໃດໆ​ໃນ​ເລື່ອງ​ນີ້​ດ້ວຍ.”</verse>
			</chapter>
			<chapter number="3">
				<verse number="1">ຕໍ່ໄປນີ້​ແມ່ນ​ເລື່ອງ​ການ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່. ມະຫາ​ປະໂຣຫິດ​ເອລີອາຊິບ​ກັບ​ເພື່ອນ​ປະໂຣຫິດ​ຄົນອື່ນໆ ໄດ້​ສ້າງ​ປະຕູ​ຄອກ​ແກະ​ຂຶ້ນ​ໃໝ່ ເພື່ອ​ອຸທິດ​ຖວາຍ ແລະ​ຕັ້ງ​ປະຕູ​ໃນ​ບ່ອນ​ຂອງ​ມັນ. ພວກເຂົາ​ໄດ້​ອຸທິດ​ຖວາຍ​ກຳແພງ​ເມືອງ ຊຶ່ງ​ຍາວ​ອອກ​ໄປ​ຈົນຮອດ​ຫໍຄອຍ​ໜຶ່ງຮ້ອຍ ແລະ​ຫໍຄອຍ​ຂອງ​ຮານາເນນ.</verse>
				<verse number="2">ຜູ້ຊາຍ​ຊາວ​ເມືອງ​ເຢຣິໂກ​ໄດ້​ສ້າງ​ສ່ວນ​ຕໍ່ໄປ. ຊັກກູເຣ ລູກຊາຍ​ຂອງ​ອິມຣີ ໄດ້​ສ້າງ​ສ່ວນ​ຂອງ​ປະຕູ​ປາ.</verse>
				<verse number="3">ຕະກຸນ​ຂອງ​ຮັດເສນາຢາ​ໄດ້​ສ້າງ​ສ່ວນ​ຂອງ​ປະຕູ​ປາ. ພວກເຂົາ​ໄດ້​ຕັ້ງ​ວົງກົບ, ໃສ່​ບານປະຕູ​ໃນ​ບ່ອນ​ຂອງ​ມັນ ແລະ​ໃຊ້​ເຫລັກແທ່ງ​ເປັນ​ໄລຄັດ.</verse>
				<verse number="4">ເມເຣໂມດ ລູກຊາຍ​ຂອງ​ອູຣິຢາ ແລະ​ຫລານຊາຍ​ຂອງ​ຮັກກົກ ໄດ້​ສ້າງ​ສ່ວນ​ຕໍ່ໄປ. ເມຊຸນລຳ ລູກຊາຍ​ຂອງ​ເບເຣກີຢາ ແລະ​ຫລານຊາຍ​ຂອງ​ເມເຊຊາເບນ​ໄດ້​ສ້າງ​ສ່ວນ​ຕໍ່ໄປ. ຊາດົກ ລູກຊາຍ​ຂອງ​ບາອານາ​ໄດ້​ສ້າງ​ສ່ວນ​ຕໍ່ໄປ.</verse>
				<verse number="5">ພວກ​ຜູ້ຊາຍ​ຊາວ​ເມືອງ​ເຕກົວ​ໄດ້​ສ້າງ​ສ່ວນ​ຕໍ່ໄປ; ແຕ່​ຊາວ​ເມືອງ​ທີ່​ເປັນ​ຊົນຊັ້ນ​ຜູ້ນຳ​ບໍ່ຍອມ​ເຮັດ​ວຽກ​ໜັກ ຊຶ່ງ​ພວກ​ຄວບຄຸມ​ວຽກ​ໄດ້​ມອບໝາຍ​ໃຫ້​ພວກຕົນ.</verse>
				<verse number="6">ໂຢອີອາດາ​ລູກຊາຍ​ຂອງ​ປາເສຢາ ແລະ​ເມຊຸນລຳ​ລູກຊາຍ​ຂອງ​ເບໂສເດອີຢາ ໄດ້​ສ້າງ​ປະຕູ​ຂອງ​ເຢຊານາ. ​ຂຶ້ນ​ໃໝ່ ພວກເຂົາ​ໄດ້​ຕັ້ງ​ວົງກົບ, ໃສ່​ບານປະຕູ​ໃນ​ບ່ອນ​ຂອງ​ມັນ ແລະ​ໃຊ້​ເຫລັກແທ່ງ​ເປັນ​ໄລຄັດ.</verse>
				<verse number="7">ເມລາຕີຢາ​ຊາວ​ກີເບໂອນ, ຢາໂດນ​ຊາວ​ເມໂຣໂນດ ແລະ​ພວກ​ຜູ້ຊາຍ​ໃນ​ເມືອງ​ກີເບໂອນ ແລະ​ໃນ​ເມືອງ​ມີຊະປາ​ໄດ້​ສ້າງ​ສ່ວນ​ຕໍ່ໄປ; ແລະ​ເລີຍ​ໄປ​ໄກ​ຈົນຮອດ​ສຳນັກ​ຂອງ​ຜູ້ປົກຄອງ​ແຂວງ ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ.</verse>
				<verse number="8">ອຸດຊີເອນ​ລູກຊາຍ​ຂອງ​ຮາກຮາອີຢາ​ຊ່າງ​ຕີຄຳ​ໄດ້​ສ້າງ​ສ່ວນ​ຕໍ່ໄປ; ແລະ​ຮານານີຢາ ຊ່າງ​ປຸງນໍ້າຫອມ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ແລະ​ເລີຍ​ໄປ​ໄກ​ຈົນຮອດ​ກຳແພງ​ກວ້າງ.</verse>
				<verse number="9">ເຣຟາອີຢາ​ລູກຊາຍ​ຂອງ​ຮູເຣ ຜູ້ປົກຄອງ​ເຄິ່ງ​ໜຶ່ງ​ຂອງ​ເຢຣູຊາເລັມ ໄດ້​ສ້າງ​ສ່ວນ​ຕໍ່ໄປ.</verse>
				<verse number="10">ເຢດາອີຢາ​ລູກຊາຍ​ຂອງ​ຮາຣູແມບ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ຊຶ່ງ​ຢູ່​ໃກ້​ທີ່​ພັກ​ຂອງ​ເພິ່ນ​ເອງ; ແລະ​ຮັດຕຸຊະ​ລູກຊາຍ​ຂອງ​ຮາຊັບເນອີຢາ​ໄດ້​ສ້າງ​ສ່ວນ​ຕໍ່ໄປ.</verse>
				<verse number="11">ມັນກີຢາ​ລູກຊາຍ​ຂອງ​ຮາຣິມ ແລະ​ຮາຊຸບ​ລູກຊາຍ​ຂອງ​ປາຮາດ​ໂມອາບ ໄດ້​ສ້າງ​ສ່ວນ​ຕໍ່ໄປ ແລະ​ທັງ​ຫໍຄອຍ​ເຕົາອົບ.</verse>
				<verse number="12">ຊານລູມ​ລູກຊາຍ​ຂອງ​ຮັນໂລເຮັດ ຜູ້ປົກຄອງ​ອີກ​ເຄິ່ງ​ໜຶ່ງ​ຂອງ​ນະຄອນ​ເຢຣູຊາເລັມ ໄດ້​ສ້າງ​ສ່ວນ​ຕໍ່ໄປ. (ພວກ​ລູກສາວ​ຂອງ​ລາວ​ໄດ້​ຊ່ວຍ​ໃນ​ວຽກງານ​ນີ້.)</verse>
				<verse number="13">ຮານູນ​ແລະ​ປະຊາຊົນ​ໃນ​ເມືອງ​ຊາໂນອາ​ໄດ້​ສ້າງ​ປະຕູ​ໃນ​ຮ່ອມພູ​ຂຶ້ນ​ໃໝ່. ພວກເຂົາ​ໄດ້​ຕັ້ງ​ປະຕູ​ໃນ​ບ່ອນ​ຂອງ​ມັນ, ຕິດ​ບານປະຕູ​ໃສ່, ພ້ອມ​ທັງ​ໃຊ້​ເຫລັກແທ່ງ​ເປັນ​ໄລຄັດ ແລະ​ໄດ້​ສ້ອມແປງ​ກຳແພງ ຊຶ່ງ​ຍາວ​ປະມານ 440 ແມັດ ເລີຍ​ໄປ​ໄກ​ຈົນຮອດ​ປະຕູ​ບ່ອນ​ຖອກ​ຂີ້ເຫຍື້ອ.</verse>
				<verse number="14">ມັນກີຢາ ລູກຊາຍ​ຂອງ​ເຣກາບ ຜູ້ປົກຄອງ​ເຂດ​ເບັດຮັກເກເຣັມ ໄດ້​ສ້າງ​ປະຕູ​ບ່ອນ​ຖອກ​ຂີ້ເຫຍື້ອ​ຂຶ້ນ​ໃໝ່. ເພິ່ນ​ຕັ້ງ​ປະຕູ​ຂຶ້ນ​ຢູ່​ໃນ​ບ່ອນ​ຂອງ​ມັນ ພ້ອມ​ທັງ​ໃຊ້​ເຫລັກແທ່ງ​ເປັນ​ໄລຄັດ.</verse>
				<verse number="15">ຊານລູມ​ລູກຊາຍ​ຂອງ​ໂກນໂຮເຊ ຜູ້ປົກຄອງ​ເມືອງ​ມີຊະປາ​ໄດ້​ສ້າງ​ປະຕູ​ນໍ້າພຸ. ເພິ່ນ​ໄດ້​ມຸງ​ທາງຍ່າງ ແລະ​ໃສ່​ປະຕູ​ໃນ​ບ່ອນ​ຂອງ​ມັນ ພ້ອມທັງ​ໃຊ້​ເຫລັກແທ່ງ​ເປັນ​ໄລຄັດ. ຢູ່​ໃນ​ບ່ອນ​ອາບນໍ້າ​ຂອງ​ເຊລາ ເພິ່ນ​ໄດ້​ສ້າງ​ກຳແພງ​ໄປ​ຕໍ່​ໃສ່​ກັບ​ສວນ​ຂອງ​ກະສັດ ຈົນເຖິງ​ຂັ້ນໄດ​ລົງ​ໄປ​ເຖິງ​ເມືອງ​ຂອງ​ດາວິດ.</verse>
				<verse number="16">ເນເຫມີຢາ​ລູກຊາຍ​ຂອງ​ອາຊະບຸກ ຜູ້ປົກຄອງ​ເຄິ່ງ​ໜຶ່ງ​ຂອງ​ເມືອງ​ເບັດຊູເຣ ໄດ້​ສ້າງ​ສ່ວນ​ຕໍ່ໄປ ຈົນຮອດ​ອຸບມຸງ​ຂອງ​ກະສັດ​ດາວິດ, ສະ​ອາບນໍ້າ ແລະ ທີ່​ພັກ​ຂອງ​ທະຫານ.</verse>
				<verse number="17">ຊາວ​ເລວີ​ທີ່​ໄດ້​ສືບຕໍ່​ສ້າງ​ກຳແພງ​ເມືອງ​ຫລາຍ​ຕອນ​ຂຶ້ນ​ໃໝ່ ມີ​ດັ່ງນີ້: ເຣຮຸມ​ລູກຊາຍ​ຂອງ​ບານີ​ໄດ້​ສ້າງ​ສ່ວນ​ຕໍ່ໄປ; ຮັດຊາບີຢາ ຜູ້ປົກຄອງ​ເຄິ່ງ​ໜຶ່ງ​ຂອງ​ເມືອງ​ເກອີລາ​ໄດ້​ສ້າງ​ສ່ວນ​ຕໍ່ໄປ​ໃນ​ນາມ​ຂອງ​ເມືອງ;</verse>
				<verse number="18">ບາໄວ​ລູກຊາຍ​ຂອງ​ເຮນາດາດ ຜູ້ປົກຄອງ​ເຄິ່ງ​ໜຶ່ງ​ອີກ​ຂອງ​ເມືອງ​ເກອີລາ ໄດ້​ສ້າງ​ສ່ວນ​ຕໍ່ໄປ;</verse>
				<verse number="19">ເອເຊ​ລູກຊາຍ​ຂອງ​ເຢຊູອາ ຜູ້ປົກຄອງ​ເມືອງ​ມີຊະປາ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ຊຶ່ງ​ກົງກັນຂ້າມ​ກັບ​ສາງ​ໄວ້​ອາວຸດ ຈົນ​ເລີຍ​ໄປຮອດ​ບ່ອນ​ທີ່​ມີ​ກຳແພງ​ໂຄ້ງ;</verse>
				<verse number="20">ບາຣຸກ​ລູກຊາຍ​ຂອງ​ຊັບບາຍ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ຈົນ​ເລີຍ​ໄປຮອດ​ທາງ​ປະຕູເຂົ້າ​ສຳນັກ​ຂອງ​ມະຫາ​ປະໂຣຫິດ​ເອລີອາຊິບ;</verse>
				<verse number="21">ເມເຣໂມດ​ລູກຊາຍ​ຂອງ​ອູຣິຢາ ແລະ​ຫລານຊາຍ​ຂອງ​ຮັກກົກ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ຈົນ​ເລີຍ​ໄປ​ສຸດ​ທີ່​ສົ້ນ​ສຳນັກ​ຂອງ​ເອລີອາຊິບ.</verse>
				<verse number="22">ບັນດາ​ປະໂຣຫິດ​ເຫຼົ່ານີ້ ທີ່​ໄດ້​ສ້າງ​ກຳແພງ​ເມືອງ​ຕໍ່ໄປ​ຫລາຍ​ສ່ວນ​ຂຶ້ນ​ໃໝ່ ມີ​ດັ່ງນີ້: ບັນດາ​ປະໂຣຫິດ​ຈາກ​ອ້ອມແອ້ມ​ບໍລິເວນ​ນະຄອນ​ເຢຣູຊາເລັມ​ໄດ້​ສ້າງ​ສ່ວນ​ຕໍ່ໄປ;</verse>
				<verse number="23">ເບັນຢາມິນ ແລະ​ຮັດຊຸບ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ຊຶ່ງ​ຢູ່​ຕໍ່ໜ້າ​ເຮືອນ​ຂອງ​ພວກເຂົາ​ເອງ; ອາຊາຣີຢາ​ລູກຊາຍ​ຂອງ​ມາອາເສອີຢາ ແລະ​ຫລານຊາຍ​ຂອງ​ອານານີຢາ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ຊຶ່ງ​ຢູ່​ຕໍ່ໜ້າ​ເຮືອນ​ຂອງ​ຕົນເອງ;</verse>
				<verse number="24">ບິນນູອີ​ລູກຊາຍ​ຂອງ​ເຮນາດາດ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ຕັ້ງແຕ່​ເຮືອນ​ຂອງ​ອາຊາຣີຢາ ຈົນ​ໄປຮອດ​ແຈ​ຂອງ​ກຳແພງ​ເມືອງ;</verse>
				<verse number="25">ປາລານ​ລູກຊາຍ​ຂອງ​ອູໄຊ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ໂດຍ​ເລີ່ມ​ທີ່​ແຈ​ຂອງ​ກຳແພງ ແລະ​ຫໍຄອຍ​ຊັ້ນເທິງ​ຂອງ​ວັງ ແລະ​ໃກ້​ກັບ​ເດີ່ນ​ຫຍ້າ; ເປດາອີຢາ​ລູກຊາຍ​ຂອງ​ປາຣົດ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ຈົນຮອດ​ຈຸດໜຶ່ງ​ຢູ່​ທາງດ້ານ​ຕາເວັນອອກ ຊຶ່ງ​ຢູ່​ໃກ້​ກັບ​ປະຕູ​ນໍ້າ​ແລະ​ຫໍຄອຍ​ເຝົ້າຍາມ​ຂອງ​ພຣະວິຫານ. (ບ່ອນ​ນີ້​ຢູ່​ໃກ້​ກັບ​ສ່ວນ​ໜຶ່ງ​ໃນ​ເມືອງ​ທີ່​ເອີ້ນ​ວ່າ​ໂອເຟນ ບ່ອນ​ທີ່​ພວກ​ກຳມະກອນ​ເຮັດ​ວຽກ​ໃນ​ພຣະວິຫານ​ອາໄສ​ຢູ່.)</verse>
				<verse number="26"></verse>
				<verse number="27">ພວກ​ຜູ້ຊາຍ​ຊາວ​ເມືອງ​ເຕກົວ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ເປັນ​ຕອນ​ທີ​ສອງ​ຂອງ​ພວກເຂົາ ຄື​ຕັ້ງແຕ່​ຈຸດ​ໜຶ່ງ​ທີ່​ກົງກັນຂ້າມ​ກັບ​ຫໍຄອຍ​ໃຫຍ່ ຊຶ່ງ​ໃຊ້​ເຝົ້າຍາມ​ພຣະວິຫານ ຈົນ​ໄປ​ຮອດ​ກຳແພງ​ຂອງ​ໂອເຟນ.</verse>
				<verse number="28">ປະໂຣຫິດ​ໝວດ​ໜຶ່ງ​ອີກ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ໂດຍ​ສ້າງ​ທາງ​ດ້ານ​ເໜືອ​ຕັ້ງແຕ່​ປະຕູ​ມ້າ ຊຶ່ງ​ແຕ່ລະຄົນ​ສ້າງ​ຢູ່​ຕໍ່ໜ້າ​ເຮືອນ​ຂອງ​ຕົນເອງ.</verse>
				<verse number="29">ຊາດົກ​ລູກຊາຍ​ຂອງ​ອິມເມ ໄດ້​ສ້າງ​ສ່ວນ​ຕໍ່ໄປ ຊຶ່ງ​ຢູ່​ຕໍ່ໜ້າ​ເຮືອນ​ຂອງ​ຕົນເອງ. ເຊມາອີຢາ​ລູກຊາຍ​ຂອງ​ເຊການີຢາ ຜູ້​ຮັກສາ​ປະຕູ​ທາງດ້ານ​ທິດ​ຕາເວັນອອກ ໄດ້​ສ້າງ​ສ່ວນ​ຕໍ່ໄປ.</verse>
				<verse number="30">ຮານານີຢາ​ລູກຊາຍ​ຂອງ​ເຊເລມີຢາ ແລະ​ຮານູນ​ລູກຊາຍ​ຜູ້​ທີ​ຫົກ​ຂອງ​ຊາລາບ ໄດ້​ສ້າງ​ສ່ວນ​ຕໍ່ໄປ ຄື​ສ່ວນ​ທີ​ສອງ​ຂອງ​ພວກເຂົາ. ເມຊຸນລຳ​ລູກຊາຍ​ຂອງ​ເບເຣກີຢາ ໄດ້​ສ້າງ​ສ່ວນ​ຕໍ່ໄປ ຊຶ່ງ​ຢູ່​ຕໍ່ໜ້າ​ເຮືອນ​ຂອງ​ຕົນເອງ.</verse>
				<verse number="31">ມັນກີຢາ ຊ່າງ​ຕີຄຳ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ຈົນຮອດ​ຕຶກ​ຂອງ​ພວກ​ກຳມະກອນ​ໃນ​ພຣະວິຫານ ແລະ​ພວກ​ພໍ່ຄ້າ ຊຶ່ງ​ຢູ່​ໃກ້​ກັບ​ປະຕູ​ຂອງ​ມີຟະກາດ ແລະ​ໃກ້​ກັບ​ຫ້ອງເທິງ​ແຈ​ດ້ານ​ຕາເວັນອອກ​ສ່ຽງເໜືອ​ຂອງ​ກຳແພງ​ເມືອງ.</verse>
				<verse number="32">ພວກ​ຊ່າງ​ຕີຄຳ​ແລະ​ພວກ​ພໍ່ຄ້າ​ໄດ້​ສ້າງ​ສ່ວນ​ສຸດທ້າຍ ຄື​ຕັ້ງແຕ່​ຫ້ອງ​ທີ່​ຢູ່​ແຈ​ກຳແພງ​ເມືອງ ຈົນ​ໄປຮອດ​ປະຕູ​ແກະ.</verse>
			</chapter>
			<chapter number="4">
				<verse number="1">ເມື່ອ​ສານບັນລັດ​ໄດ້ຍິນ​ວ່າ ພວກເຮົາ​ຊາວຢິວ​ໄດ້​ຕັ້ງຕົ້ນ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່ ລາວ​ກໍ​ໂມໂຫ ແລະ​ເວົ້າ​ເຍາະເຍີ້ຍ​ພວກເຮົາ.</verse>
				<verse number="2">ລາວ​ເວົ້າ​ຕໍ່ໜ້າ​ໝູ່ເພື່ອນ ແລະ​ທະຫານ​ຊາວ​ຊາມາເຣຍ​ວ່າ, “ຊາວຢິວ​ທີ່​ໜ້າ​ສົມເພດ​ເວດທະນາ​ພວກ​ນີ້ ຄິດ​ຢ່າງໃດ​ຈຶ່ງ​ເຮັດ​ເຊັ່ນນີ້? ພວກເຂົາ​ຕັ້ງໃຈ​ຈະ​ສ້າງ​ເມືອງ​ຂຶ້ນ​ໃໝ່​ຊັ້ນບໍ? ພວກເຂົາ​ຄິດ​ວ່າ ການ​ນຳ​ເຄື່ອງ​ມາ​ເຜົາບູຊາ​ນັ້ນ ຈະ​ພາ​ໃຫ້​ພວກເຂົາ​ເຮັດ​ວຽກ​ແລ້ວ​ໃນ​ມື້​ດຽວ​ຊັ້ນບໍ? ພວກເຂົາ​ຈະ​ເອົາ​ເສດ​ຫີນ​ກຳແພງ​ແຕກ​ກໍ່ສ້າງ​ຂຶ້ນ​ໃໝ່​ໄດ້​ຊັ້ນບໍ?”</verse>
				<verse number="3">ໂຕບີຢາ​ຊາວ​ອຳໂມນ​ຜູ້​ທີ່​ຢືນ​ຢູ່​ໃກ້​ກັບ​ລາວ​ໃນ​ທີ່ນັ້ນ​ເວົ້າ​ຂຶ້ນ​ວ່າ, “ພວກເຂົາ​ສ້າງ​ກຳແພງ​ຂຶ້ນ​ແບບ​ໃດ​ກັນ? ແມ່ນແຕ່​ໝາ​ແລ່ນ​ຕຳ​ກໍ​ຍັງ​ຊິລົ້ມ.”</verse>
				<verse number="4">ຂ້າພະເຈົ້າ​ພາວັນນາ​ອະທິຖານ​ວ່າ, “ໂອ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ໂຜດ​ຟັງ​ຖ້ອຍຄຳ​ທີ່​ພວກເຂົາ​ເວົ້າ​ດູໝິ່ນ​ຂ້ານ້ອຍ​ແດ່ທ້ອນ. ຂໍ​ໃຫ້​ຄຳ​ເຍາະເຍີ້ຍ​ນັ້ນ​ຕົກ​ຖືກ​ພວກເຂົາ​ເອງ. ຂໍ​ໃຫ້​ທຸກໆ​ສິ່ງ​ທີ່​ພວກເຂົາ​ມີ​ຢູ່​ຖືກ​ປຸ້ນ​ໄປ​ຈົນ​ໝົດສິ້ນ ແລະ​ໃຫ້​ພວກເຂົາ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ດ້ວຍ.</verse>
				<verse number="5">ຂໍ​ຢ່າ​ໄດ້​ຍົກໂທດ​ຄວາມ​ຊົ່ວຊ້າ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ຂໍ​ຢ່າ​ລືມ​ການບາບ​ຂອງ​ພວກເຂົາ; ເພາະ​ພວກເຂົາ​ໄດ້​ໝິ່ນປະໝາດ​ພວກ​ຂ້ານ້ອຍ ຜູ້​ທີ່​ກຳລັງ​ສ້າງ​ເມືອງ​ນີ້​ຂຶ້ນ​ໃໝ່.”</verse>
				<verse number="6">ສະນັ້ນ ພວກເຮົາ​ຈຶ່ງ​ສ້າງ​ກຳແພງ​ເມືອງ​ຕໍ່ໄປ ແລະ​ບໍ່​ທັນ​ເທົ່າໃດ​ກຳແພງ​ເມືອງ​ກໍ​ສູງ​ຂຶ້ນ​ໄດ້​ຕັ້ງ​ເຄິ່ງ​ໜຶ່ງ ຍ້ອນ​ວ່າ​ປະຊາຊົນ​ພາກັນ​ຮ້ອນຮົນ​ເຮັດ​ວຽກ.</verse>
				<verse number="7">ສານບັນລັດ, ໂຕບີຢາ ແລະ​ປະຊາຊົນ​ຊາວ​ອາຣັບ, ຊາວ​ອຳໂມນ ແລະ​ຊາວ​ອາຊະໂດດ ເມື່ອ​ໄດ້ຍິນ​ວ່າ​ພວກເຮົາ​ສ້າງ​ກຳແພງ​ນະຄອນ​ເຢຣູຊາເລັມ​ຄືບໜ້າ ແລະ​ທັງ​ຮູ້​ວ່າ​ປ່ອງ​ທີ່​ແຕກ​ນັ້ນ​ກໍໄດ້​ອັດ​ໝົດ​ແລ້ວ ພວກເຂົາ​ກໍ​ເກີດ​ຄຽດແຄ້ນ​ຫລາຍ​ທີ່ສຸດ.</verse>
				<verse number="8">ສະນັ້ນ ພວກເຂົາ​ຈຶ່ງ​ຮ່ວມກັນ​ວາງແຜນ ເພື່ອ​ຈະ​ມາ​ໂຈມຕີ​ນະຄອນ​ເຢຣູຊາເລັມ ແລະ​ທັງ​ສ້າງ​ຄວາມ​ປັ່ນປ່ວນ​ຂຶ້ນ;</verse>
				<verse number="9">ແຕ່​ພວກເຮົາ​ພາກັນ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ຂອງ​ພວກເຮົາ ແລະ​ທັງ​ຈັດຄົນ​ເຝົ້າຍາມ​ຕະຫລອດ​ທັງ​ກາງເວັນ​ແລະ​ກາງຄືນ.</verse>
				<verse number="10">ຊາວ​ຢູດາ​ມັກ​ຮ້ອງເພງ​ບົດໜຶ່ງ​ຊຶ່ງ​ມີ​ຖ້ອຍຄຳ​ດັ່ງນີ້: “ເຫື່ອແຮງ​ພວກເຮົາ​ເກືອບ​ຈະ​ໝົດສິ້ນໄປ ຍ້ອນ​ພາລະໜັກ​ທີ່​ພວກເຮົາ​ພວມ​ແບກ ຫີນ​ແຕກ​ຫາມ​ໄປ​ຖິ້ມ​ມີ​ຫລາຍ​ເຫລືອລົ້ນ ວັນ​ນີ້​ພວກເຮົາ​ຈະ​ສ້າງ​ກຳແພງ​ເມືອງ​ໄດ້​ຢ່າງໃດ?”</verse>
				<verse number="11">ສັດຕູ​ຂອງ​ພວກເຮົາ​ຄິດ​ວ່າ ພວກເຮົາ​ບໍ່​ອາດ​ເຫັນ​ພວກເຂົາ​ໄດ້ ຫລື​ບໍ່​ຮູ້​ວ່າ​ສິ່ງໃດ​ທີ່​ກຳລັງ​ເກີດຂຶ້ນ ຈົນກວ່າ​ພວກເຂົາ​ເຂົ້າ​ມາ​ຫາ ເພື່ອ​ຈະ​ຂ້າ​ພວກເຮົາ ແລະ​ເຮັດ​ໃຫ້​ວຽກງານ​ຂອງ​ພວກເຮົາ​ຢຸດ​ສະງັກ.</verse>
				<verse number="12">ແຕ່​ຊາວຢິວ​ທີ່​ຢູ່​ນຳ​ພວກ​ສັດຕູ​ກໍ​ມາ​ເຕືອນ​ພວກເຮົາ​ທຸກ​ໄລຍະ ເຖິງ​ແຜນການ​ທີ່​ພວກເຂົາ​ກຳລັງ​ວາງ​ຕໍ່ສູ້​ພວກເຮົາ.</verse>
				<verse number="13">ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ເອົາ​ຫອກ, ດາບ ແລະ​ໜ້າທະນູ​ໃຫ້​ປະຊາຊົນ ພ້ອມ​ທັງ​ໃຫ້​ພວກເຂົາ​ເຂົ້າ​ປະຈຳ​ໜ້າທີ່​ຢູ່​ທາງ​ເບື້ອງຫລັງ​ຂອງ​ກຳແພງ​ເມືອງ​ເປັນ​ຕະກຸນ ໃນ​ທຸກບ່ອນ​ທີ່​ຍັງ​ສ້າງ​ບໍ່​ທັນ​ແລ້ວ.</verse>
				<verse number="14">ຂ້າພະເຈົ້າ​ເຫັນ​ວ່າ​ປະຊາຊົນ​ວຸ້ນວາຍ​ໃຈ; ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ເວົ້າ​ກັບ​ພວກເຂົາ ພ້ອມ​ທັງ​ພວກຜູ້ນຳ ແລະ​ພວກ​ຂ້າຣາຊການ​ວ່າ, “ບໍ່​ຕ້ອງ​ຢ້ານ​ພວກ​ສັດຕູ​ດອກ. ຈົ່ງ​ຈົດຈຳ​ໄວ້​ວ່າ​ພຣະເຈົ້າຢາເວ​ຂອງ​ພວກເຮົາ​ຍິ່ງໃຫຍ່ ແລະ​ເປັນ​ທີ່​ເກງກົວ​ຫລາຍ​ສໍ່າໃດ ແລະ​ຈົ່ງ​ສູ້ຮົບ​ເພື່ອ​ເພື່ອນ​ຮ່ວມ​ຊາດ, ລູກ, ເມຍ ແລະ​ເຮືອນ​ຂອງ​ພວກທ່ານ.”</verse>
				<verse number="15">ເມື່ອ​ສັດຕູ​ຮູ້​ວ່າ​ພວກເຮົາ​ຮູ້ຈັກ​ແຜນການ​ຂອງ​ພວກເຂົາ​ແລ້ວ ພວກເຂົາ​ຈຶ່ງ​ຮັບຮູ້​ວ່າ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ແຜນການ​ຂອງ​ພວກເຂົາ​ຫລົ້ມເຫລວ. ແລ້ວ​ພວກເຮົາ​ທັງໝົດ​ກໍ​ກັບຄືນ​ມາ​ສ້າງ​ກຳແພງ​ຂຶ້ນ​ໃໝ່​ຕໍ່.</verse>
				<verse number="16">ຕັ້ງແຕ່​ນັ້ນ​ມາ ປະຊາຊົນ​ຂອງ​ຂ້າພະເຈົ້າ​ເຄິ່ງ​ໜຶ່ງ​ກໍ​ພາກັນ​ເຮັດ​ວຽກ ແລະ​ອີກ​ເຄິ່ງ​ໜຶ່ງ​ພາກັນ​ຢືນ​ຍາມ​ໂດຍ​ໃສ່​ເຄື່ອງນຸ່ງ​ຫຸ້ມເກາະ ແລະ​ມີ​ອາວຸດ​ຄົບມື​ດ້ວຍ ເຊັ່ນ: ຫອກ, ໂລ້ ແລະ​ໜ້າທະນູ;</verse>
				<verse number="17">ແລະ​ພວກ​ຜູ້ນຳ​ກໍ​ສະໜັບສະໜູນ​ປະຊາຊົນ​ທີ່​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່​ນັ້ນ​ຢ່າງ​ເຕັມ​ກຳລັງ. ແມ່ນແຕ່​ຜູ້​ທີ່​ຫາມ​ວັດຖຸ​ກໍ່ສ້າງ​ກໍ​ໃຊ້​ມື​ໜຶ່ງ​ເຮັດ​ວຽກ ແລະ​ອີກ​ມື​ໜຶ່ງ​ຖື​ອາວຸດ</verse>
				<verse number="18">ແລະ​ແຕ່ລະຄົນ​ທີ່​ກຳລັງ​ເຮັດ​ກໍ່ສ້າງ ຕ່າງ​ກໍ​ພາຍ​ດາບ​ຂອງຕົນ​ໄວ້​ທຸກຄົນ​ໃນ​ເວລາ​ເຮັດ​ວຽກ. ສ່ວນ​ຄົນ​ທີ່​ເປົ່າແກ​ສັນຍານ​ບອກ​ເຫດການ ກໍ​ຢູ່​ກັບ​ຂ້າພະເຈົ້າ​ສະເໝີ.</verse>
				<verse number="19">ຂ້າພະເຈົ້າ​ບອກ​ປະຊາຊົນ​ບັນດາ​ຂ້າຣາຊການ ແລະ​ພວກ​ຜູ້ນຳ​ອີກ​ວ່າ, “ວຽກງານ​ຂອງ​ພວກເຮົາ​ຄືບໜ້າ​ອອກ​ໄປ​ໄກ​ເຕັມທີ ຊຶ່ງ​ເຮັດ​ໃຫ້​ພວກເຮົາ​ຕ້ອງ​ຢາຍ​ຫ່າງ​ກັນ​ຢູ່​ເທິງ​ກຳແພງ.</verse>
				<verse number="20">ຖ້າ​ພວກເຈົ້າ​ໄດ້ຍິນ​ສຽງ​ສັນຍານ​ບອກ​ເຫດການ ຈົ່ງ​ຮີບ​ພາກັນ​ມາ​ເຕົ້າໂຮມ​ອ້ອມຮອບ​ຂ້າພະເຈົ້າ. ພຣະເຈົ້າ​ຂອງ​ພວກເຮົາ​ຈະ​ຕໍ່ສູ້​ເພື່ອ​ພວກເຮົາ.”</verse>
				<verse number="21">ສະນັ້ນ ທຸກ​ມື້​ຕັ້ງແຕ່​ເຊົ້າມືດ​ຈົນເຖິງ​ດາວ​ອອກ​ໃນ​ເວລາ​ກາງຄືນ ເຄິ່ງ​ໜຶ່ງ​ໃນ​ພວກເຮົາ​ເຮັດ​ວຽກ​ເທິງ​ກຳແພງ ແລະ​ໃນ​ຂະນະ​ດຽວ​ກັນ ອີກ​ເຄິ່ງ​ໜຶ່ງ​ກໍ​ຖື​ຫອກ​ຢືນ​ຍາມ.</verse>
				<verse number="22">ໃນ​ເວລານັ້ນ ຂ້າພະເຈົ້າ​ໄດ້​ບອກ​ຜູ້​ຮັບຜິດຊອບ​ວຽກງານ​ວ່າ, “ພວກເຈົ້າ​ກັບ​ຜູ້​ຊ່ວຍ​ວຽກ​ທຸກຄົນ​ຕ້ອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ຕອນ​ກາງຄືນ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເຝົ້າຍາມ​ເມືອງ​ທັງ​ກາງຄືນ ແລະ​ທັງ​ກາງເວັນ ໃນ​ຍາມ​ເຮັດ​ວຽກ​ດ້ວຍ.”</verse>
				<verse number="23">ຂ້າພະເຈົ້າ​ບໍ່ໄດ້​ຖອດ​ເຄື່ອງນຸ່ງ​ອອກ​ແມ່ນແຕ່​ຍາມ​ກາງຄືນ ບໍ່​ວ່າ​ແຕ່​ໝູ່ເພື່ອນ, ຄົນ​ຮັບໃຊ້ ແລະ​ຜູ້​ປ້ອງກັນ​ຕົວ​ຂອງ​ຂ້າພະເຈົ້າ. ພວກເຮົາ​ທຸກຄົນ​ຖື​ອາວຸດ​ຢູ່​ໃນ​ມື​ສະເໝີ.</verse>
			</chapter>
			<chapter number="5">
				<verse number="1">ແລ້ວ​ມີ​ຫລາຍ​ຄົນ ທັງ​ຊາຍ​ແລະ​ຍິງ​ໄດ້​ເລີ່ມ​ຈົ່ມຮ້າຍ​ຕໍ່​ພີ່ນ້ອງ​ຊາວຢິວ​ດ້ວຍກັນ.</verse>
				<verse number="2">ບາງຄົນ​ເວົ້າ​ວ່າ, “ພວກເຮົາ​ມີ​ຄອບຄົວ​ໃຫຍ່ ຈຶ່ງ​ຕ້ອງການ​ເຂົ້າ​ກິນ ເພື່ອ​ໃຫ້​ມີ​ຊີວິດ​ຢູ່​ຕໍ່ໄປ.”</verse>
				<verse number="3">ຄົນອື່ນ​ອີກ​ເວົ້າ​ວ່າ, “ພວກເຮົາ​ຕ້ອງ​ເອົາ​ໄຮ່​ນາ​ພ້ອມ​ທັງ​ສວນໝາກ​ອະງຸ່ນ ແລະ​ເຮືອນ​ຂອງ​ພວກເຮົາ​ໄປ​ຈຳນຳ ເພື່ອ​ຈະ​ມີ​ເຂົ້າ​ກິນ​ພໍ​ບໍ່​ໃຫ້​ອຶດ​ຕາຍ.”</verse>
				<verse number="4">ຍັງ​ມີ​ຄົນອື່ນ​ອີກ​ເວົ້າ​ວ່າ, “ພວກເຮົາ​ຈຳເປັນ​ຕ້ອງ​ໄປ​ຢືມ​ເງິນ ເພື່ອ​ມາ​ເສຍ​ພາສີ​ໄຮ່​ນາ ແລະ​ສວນອະງຸ່ນ​ໃຫ້​ແກ່​ກະສັດ.</verse>
				<verse number="5">ພວກເຮົາ​ກໍ​ເປັນ​ພີ່ນ້ອງ​ຊາວຢິວ​ເຊື້ອຊາດ​ດຽວກັນ. ລູກຫລານ​ຂອງ​ພວກເຮົາ​ກໍດີ​ສໍ່າໆ​ກັບ​ລູກຫລານ​ຂອງ​ພວກເຂົາ​ບໍ່​ແມ່ນ​ບໍ? ແຕ່​ພວກເຮົາ​ຕ້ອງ​ໃຫ້​ລູກຫລານ​ເປັນ​ທາດຮັບໃຊ້. ມີ​ລູກສາວ​ຂອງ​ພວກເຮົາ​ບາງຄົນ​ໄດ້​ຖືກ​ຂາຍ​ໄປ​ເປັນ​ທາດຮັບໃຊ້​ແລ້ວ. ພວກເຮົາ​ຈຶ່ງ​ໝົດຫວັງ ເພາະ​ໄຮ່​ນາ ແລະ​ສວນອະງຸ່ນ​ຂອງ​ພວກເຮົາ​ໄດ້​ຖືກ​ຢຶດ​ໄປ​ຈົນ​ໝົດ.”</verse>
				<verse number="6">ເມື່ອ​ຂ້າພະເຈົ້າ​ໄດ້ຍິນ​ຄຳ​ຈົ່ມທຸກ​ຂອງ​ພວກເຂົາ ຂ້າພະເຈົ້າ​ກໍ​ຄຽດແຄ້ນ​ຢ່າງ​ຮ້າຍແຮງ</verse>
				<verse number="7">ແລະ​ໄດ້​ຕັດສິນໃຈ​ເຮັດ​ຢ່າງໃດ​ຢ່າງໜຶ່ງ​ລົງ​ໄປ. ຂ້າພະເຈົ້າ​ໄດ້​ປະນາມ​ພວກຜູ້ນຳ ແລະ​ບັນດາ​ເຈົ້າໜ້າທີ່​ຂອງ​ປະຊາຊົນ ແລະ​ບອກ​ພວກເຂົາ​ວ່າ, “ພວກທ່ານ​ພວມ​ຂົ່ມເຫັງ​ພີ່ນ້ອງ​ຂອງ​ພວກທ່ານ​ເອງ.” ຂ້າພະເຈົ້າ​ໄດ້​ເອີ້ນ​ປະຊຸມ​ເພື່ອ​ແກ້ໄຂ​ບັນຫາ​ນີ້​</verse>
				<verse number="8">ແລະ​ກ່າວ​ວ່າ, “ຕາບໃດ​ທີ່​ພວກເຮົາ​ຍັງ​ເຮັດ​ໄດ້ ພວກເຮົາ​ຕ້ອງ​ຊື້​ພີ່ນ້ອງ​ຊາວຢິວ​ຂອງ​ພວກເຮົາ ທີ່​ໄດ້​ຖືກ​ຂາຍ​ໃຫ້​ແກ່​ຊາວ​ຕ່າງຊາດ​ນັ້ນ​ກັບຄືນ​ມາ. ບັດນີ້ ພວກທ່ານ​ກຳລັງ​ຂາຍ​ພີ່ນ້ອງ​ຂອງ​ພວກທ່ານ​ເອງ ພຽງແຕ່​ເພື່ອ​ພວກເຂົາ​ຈະ​ໄດ້​ຖືກ​ຂາຍ​ກັບ​ຄືນ​ມາ​ໃຫ້​ແກ່​ພວກເຮົາ.” ພວກຜູ້ນຳ​ພາກັນ​ມິດ​ຢູ່ ແລະ​ບໍ່​ຮູ້​ວ່າ​ຈະ​ຕອບ​ແນວໃດ.</verse>
				<verse number="9">ແລ້ວ​ຂ້າພະເຈົ້າ​ກໍ​ເວົ້າ​ວ່າ, “ສິ່ງ​ທີ່​ພວກທ່ານ​ເຮັດ​ໄປ​ນັ້ນ​ບໍ່​ຖືກຕ້ອງ ພວກທ່ານ​ຕ້ອງ​ຢຳເກງ​ພຣະເຈົ້າ​ຂອງ​ພວກເຮົາ ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ແລ້ວ​ຄົນຕ່າງຊາດ​ທີ່​ເປັນ​ສັດຕູ​ຂອງ​ພວກເຮົາ ກໍ​ຈະ​ບໍ່ໄດ້​ຫົວ​ເຍາະເຍີ້ຍ​ພວກເຮົາ.</verse>
				<verse number="10">ຂ້າພະເຈົ້າ​ໃຫ້​ປະຊາຊົນ​ກູ້ຢືມ​ເງິນ ແລະ​ເຂົ້າ​ຈາກ​ຂ້າພະເຈົ້າ​ໄດ້. ເໝືອນກັນ​ກັບ​ເພື່ອນ​ຝູງ​ຂອງ​ຂ້າພະເຈົ້າ ແລະ​ຄົນ​ທີ່​ເຮັດ​ວຽກ​ໃຫ້​ຂ້າພະເຈົ້າ. ບັດນີ້ ຈົ່ງ​ເລີກ​ໜີ້​ທັງໝົດ​ຂອງ​ພວກເຮົາ​ນັ້ນ​ເສຍ.</verse>
				<verse number="11">ຈົ່ງ​ຍົກໜີ້​ທັງໝົດ ທີ່​ພວກເຂົາ​ກູ້ຢືມ​ພວກທ່ານ​ນັ້ນ​ເສຍ ເຊັ່ນ: ເປັນ​ເງິນ ຫລື​ເຂົ້າ ຫລື​ເຫຼົ້າ​ອະງຸ່ນ ຫລື​ນໍ້າມັນ​ໝາກກອກເທດ ແລະ​ຈົ່ງ​ສົ່ງ​ໄຮ່​ນາ, ສວນ​ອະງຸ່ນ, ສວນ​ໝາກກອກເທດ ແລະ​ເຮືອນ​ຂອງ​ພວກເຂົາ​ດຽວນີ້​ສາ.”</verse>
				<verse number="12">ພວກຜູ້ນຳ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ເວົ້າ​ມາ. ພວກເຮົາ​ຈະ​ສົ່ງ​ຊັບສິນ​ຄືນ​ໃຫ້​ພວກເຂົາ ທັງ​ຈະ​ບໍ່​ພະຍາຍາມ​ຖາມ​ເອົາ​ໜີ້ສິນ​ອີກ​ດ້ວຍ.” ຂ້າພະເຈົ້າ​ໄດ້​ເອີ້ນ​ພວກເຂົາ​ໃຫ້​ເຂົ້າ​ໄປ​ຫາ​ປະໂຣຫິດ ແລະ​ໃຫ້​ພວກຜູ້ນຳ​ສາບານ​ຕໍ່ໜ້າ​ປະໂຣຫິດ​ວ່າ ພວກເຂົາ​ຈະ​ປະຕິບັດ​ຕາມ​ຄຳສັນຍາ​ທີ່​ພວກຕົນ​ໄດ້​ເຮັດ​ນັ້ນ.</verse>
				<verse number="13">ແລ້ວ​ຂ້າພະເຈົ້າ​ກໍ​ແກ້​ຜ້າ​ຄຽນແອວ ອອກ​ສັ່ນ​ໄປມາ. ຂ້າພະເຈົ້າ​ໄດ້​ເວົ້າ​ວ່າ, “ພຣະເຈົ້າ​ຈະ​ສັ່ນ​ພວກທ່ານ ຜູ້​ທີ່​ບໍ່​ຮັກສາ​ຄຳສັນຍາ​ຂອງຕົນ​ດັ່ງນີ້ແຫລະ. ພຣະອົງ​ຈະ​ເອົາ​ເຮືອນ​ກັບ​ທຸກໆ​ສິ່ງ ທີ່​ພວກທ່ານ​ມີ​ນັ້ນ​ໜີໄປ​ໝົດ ໂດຍ​ບໍ່​ໃຫ້​ເຫຼືອ​ຫຍັງ​ໄວ້​ເລີຍ.” ທຸກຄົນ​ທີ່​ມີ​ໜ້າ​ຢູ່​ໃນ​ທີ່ນັ້ນ​ຕ່າງ​ກໍ​ເວົ້າ​ວ່າ, “ອາແມນ” ແລະ​ພວກເຂົາ​ໄດ້​ພາກັນ​ສັນລະເສີນ​ພຣະເຈົ້າຢາເວ. ແລ້ວ​ພວກຜູ້ນຳ​ກໍໄດ້​ຮັກສາ​ຄຳສັນຍາ​ທີ່​ພວກຕົນ​ໄດ້​ເຮັດ​ໄວ້​ນັ້ນ.</verse>
				<verse number="14">ໃນ​ລະຫວ່າງ​ສິບສອງ​ປີ ທີ່​ຂ້າພະເຈົ້າ​ໄດ້​ເປັນ​ຜູ້ປົກຄອງ​ດິນແດນ​ຢູດາຍ​ນັ້ນ ຄື​ຕັ້ງແຕ່​ຣາຊການ​ທີ​ຊາວ ຈົນເຖິງ​ຣາຊການ​ທີ​ສາມສິບສອງ ຂອງ​ກະສັດ​ອາກຕາເຊເຊັດ; ຍາດຕິພີ່ນ້ອງ​ຂອງ​ຂ້າພະເຈົ້າ ແລະ​ແມ່ນແຕ່​ຂ້າພະເຈົ້າ​ເອງ ບໍ່ມີ​ຜູ້ໃດ​ໄດ້​ກິນ​ອັດຕາ​ອາຫານ ທີ່​ຖືກ​ມອບ​ໃຫ້​ຂ້າພະເຈົ້າ​ໃນ​ຖານະ​ທີ່​ເປັນ​ຜູ້ປົກຄອງ.</verse>
				<verse number="15">ຜູ້ປົກຄອງ​ທຸກຄົນ ທີ່​ມາ​ຮັບ​ໜ້າທີ່​ກ່ອນ​ຂ້າພະເຈົ້າ​ນັ້ນ ລ້ວນແຕ່​ວາງ​ພາລະ​ໜັກ​ໃຫ້​ແກ່​ປະຊາຊົນ ໂດຍ​ຮຽກຮ້ອງ​ເອົາ​ເງິນ​ສີ່ສິບ​ຫລຽນ​ຕໍ່​ວັນ ເປັນ​ຄ່າ​ອາຫານ​ແລະ​ຄ່າ​ເຫຼົ້າ​ອະງຸ່ນ. ແມ່ນແຕ່​ຄົນ​ຮັບໃຊ້​ຂອງ​ພວກເຂົາ​ກໍໄດ້​ບີບບີ້​ປະຊາຊົນ. ແຕ່​ຂ້າພະເຈົ້າ​ປະຕິບັດ​ແຕກຕ່າງ​ນັ້ນ ເພາະ​ຂ້າພະເຈົ້າ​ຢຳເກງ​ຢຳເກງ​ພຣະເຈົ້າ.</verse>
				<verse number="16">ຂ້າພະເຈົ້າ​ໄດ້​ທຸ້ມເທ​ເຫື່ອແຮງ​ທັງໝົດ​ຂອງ​ຂ້າພະເຈົ້າ ໃສ່​ໃນ​ການ​ກໍ່ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່ ແລະ​ບໍ່​ຢາກ​ໄດ້​ຊັບສິນ​ໃດໆ​ເລີຍ. ທຸກຄົນ​ທີ່​ເຮັດ​ວຽກ​ໃຫ້​ຂ້າພະເຈົ້າ ກໍ​ຮ່ວມ​ໃນ​ການ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່.</verse>
				<verse number="17">ຂ້າພະເຈົ້າ​ໄດ້​ໃຫ້​ຊາວຢິວ​ໜຶ່ງຮ້ອຍ​ຫ້າສິບ​ຄົນ ແລະ​ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ກິນລ້ຽງ​ຮ່ວມ​ໂຕະ​ກັບ​ຂ້າພະເຈົ້າ​ສະເໝີ; ນອກນີ້​ກໍ​ຍັງ​ມີ​ຊົນຊາດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ມາ​ຫາ​ຂ້າພະເຈົ້າ​ດ້ວຍ.</verse>
				<verse number="18">ທຸກໆ​ມື້ໃດ ຂ້າພະເຈົ້າ​ໃຊ້​ງົວ​ໜຶ່ງ​ໂຕ, ແກະ​ທີ່​ຕຸ້ຍພີ​ຫົກ​ໂຕ ແລະ​ໄກ່​ຈຳນວນ​ຫລວງຫລາຍ​ແຕ່ງ​ອາຫານ ແລະ​ທຸກໆ​ສິບ​ມື້​ໃດ ຂ້າພະເຈົ້າ​ໄດ້​ຈັດຫາ​ເຫຼົ້າ​ອະງຸ່ນ​ສົດ​ມາ​ໃຫ້. ແຕ່​ຂ້າພະເຈົ້າ​ຮູ້​ພາລະ​ໜັກ​ທີ່​ປະຊາຊົນ​ແບກຫາບ; ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ບໍ່​ຮຽກຮ້ອງ​ເອົາ​ສ່ວນ​ທີ່​ຜູ້ປົກຄອງ​ຄວນ​ຈະ​ໄດ້​ຮັບ​ນັ້ນ.</verse>
				<verse number="19">ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ພາວັນນາ​ອະທິຖານ​ຂໍໃຫ້​ພຣະອົງ​ຈົດຈຳ​ທຸກໆ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເຮັດ ເພື່ອ​ປະຊາຊົນ​ເຫຼົ່ານີ້​ດ້ວຍ​ເຖີດ.</verse>
			</chapter>
			<chapter number="6">
				<verse number="1">ສານບັນລັດ, ໂຕບີຢາ, ເກເຊມ​ຊາວ​ອາຣັບ ແລະ​ເຫຼົ່າ​ສັດຕູ​ອື່ນໆ​ຮູ້​ຂ່າວ​ວ່າ ພວກເຮົາ​ໄດ້​ສ້າງ​ກຳແພງ​ເມືອງ​ສຳເລັດ​ແລ້ວ ແລະ​ບໍ່ມີ​ປ່ອງ​ບໍ່ມີ​ຮູ​ເຫຼືອ​ຢູ່​ເລີຍ; ເຖິງແມ່ນ​ວ່າ​ພວກເຮົາ​ຍັງ​ບໍ່​ທັນ​ໄດ້​ຕັ້ງ​ປະຕູ​ຂຶ້ນ​ຕາມ​ວົງ​ຂອງ​ມັນ​ກໍຕາມ.</verse>
				<verse number="2">ດັ່ງນັ້ນ ສານບັນລັດ ແລະ​ເກເຊມ​ຈຶ່ງ​ສົ່ງ​ຈົດໝາຍ​ສະບັບ​ໜຶ່ງ​ມາ​ຫາ​ຂ້າພະເຈົ້າ ໂດຍ​ຊັກຊວນ​ໃຫ້​ຂ້າພະເຈົ້າ​ລົງ​ໄປ​ພົບ​ພວກເຂົາ ໃນ​ທົ່ງພຽງ​ແຫ່ງ​ໜຶ່ງ​ຂອງ​ໝູ່ບ້ານ​ທີ່​ເມືອງ​ໂອໂນ. ອັນ​ນີ້ ເປັນ​ກົນອຸບາຍ​ຂອງ​ພວກເຂົາ​ເພື່ອ​ທຳຮ້າຍ​ຂ້າພະເຈົ້າ.</verse>
				<verse number="3">ຂ້າພະເຈົ້າ​ຈຶ່ງ​ສົ່ງ​ຜູ້ນຳຂ່າວ​ໄປ​ບອກ​ພວກເຂົາ​ວ່າ, “ຂ້າພະເຈົ້າ​ກຳລັງ​ເຮັດ​ວຽກ​ທີ່​ສຳຄັນ ແລະ​ຂ້າພະເຈົ້າ​ໄປ​ທີ່​ນັ້ນ​ບໍ່ໄດ້. ຂ້າພະເຈົ້າ​ຈະ​ບໍ່ຍອມ​ຢຸດ​ວຽກ ພຽງແຕ່​ເພື່ອ​ໄປ​ຫາ​ພວກທ່ານ​ໄດ້​ດອກ.”</verse>
				<verse number="4">ພວກເຂົາ​ຍັງ​ສົ່ງ​ຈົດໝາຍ​ແບບ​ດຽວ​ກັນ​ນັ້ນ ມາ​ຫາ​ຂ້າພະເຈົ້າ​ເຖິງ​ສີ່​ເທື່ອ ແລະ​ທຸກ​ເທື່ອ​ຂ້າພະເຈົ້າ​ກໍໄດ້​ຕອບ​ພວກເຂົາ​ໄປ​ແບບເກົ່າ.</verse>
				<verse number="5">ແລ້ວ​ສານບັນລັດ​ກໍ​ສົ່ງ​ຜູ້ຮັບໃຊ້​ຂອງຕົນ​ຜູ້ໜຶ່ງ​ມາ​ຫາ​ຂ້າພະເຈົ້າ​ອີກ ພ້ອມ​ຈົດໝາຍ​ສະບັບ​ທີ​ຫ້າ ຈົດໝາຍ​ສະບັບ​ນີ້​ເປັນ​ລັກສະນະ​ຈົດໝາຍ​ເປີດ​ຊອງ</verse>
				<verse number="6">ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້: “ເກເຊມ​ບອກ​ຂ້າພະເຈົ້າ​ເຖິງ​ຂ່າວ​ທີ່​ກຳລັງ​ຊ່າລື​ກັນ​ທົ່ວ​ໄປ ຢູ່​ໃນ​ທ່າມກາງ​ປະຊາຊົນ​ທີ່​ໃກ້ຄຽງ​ວ່າ ທ່ານ​ແລະ​ປະຊາຊົນ​ຊາວຢິວ​ມີ​ຄວາມ​ຕັ້ງໃຈ​ທີ່​ຈະ​ກໍ່​ການ​ກະບົດ​ຂຶ້ນ; ດ້ວຍເຫດນີ້ ທ່ານ​ຈຶ່ງ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່. ລາວ​ຍັງ​ໄດ້​ບອກ​ຂ້າພະເຈົ້າ​ອີກ​ວ່າ ທ່ານ​ເອງ​ຈະ​ຕັ້ງ​ຕົວ​ຂຶ້ນ​ເປັນ​ກະສັດ.</verse>
				<verse number="7">ເຂົາ​ເວົ້າ​ວ່າ, ‘ທ່ານ​ໄດ້​ຈັດ​ໃຫ້​ມີ​ຜູ້ທຳນວາຍ​ບາງຄົນ ປະກາດ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ວ່າ​ທ່ານ​ແມ່ນ​ກະສັດ​ແຫ່ງ​ຢູດາຍ.’ ພະຣາຊາ​ຈະ​ຕ້ອງ​ຮູ້ຈັກ​ເລື່ອງ​ນີ້​ແນ່ນອນ; ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຂໍ​ແນະນຳ​ໃຫ້​ທ່ານ ແລະ​ຂ້າພະເຈົ້າ​ມາ​ພົບ​ກັນ ເພື່ອ​ປຶກສາ​ຫາລື​ເຖິງ​ສະຖານະການ​ນີ້.”</verse>
				<verse number="8">ແລ້ວ​ຂ້າພະເຈົ້າ​ກໍ​ຕອບ​ລາວ​ໄປ​ວ່າ, “ສິ່ງ​ທີ່​ທ່ານ​ໄດ້​ເວົ້າ​ມາ​ນັ້ນ ບໍ່​ເປັນ​ຄວາມຈິງ​ແຕ່​ປະການ​ໃດ​ເລີຍ. ທ່ານເອງ​ເປັນ​ຜູ້​ປັ້ນແຕ່ງ​ເລື່ອງ​ທັງໝົດ​ຂຶ້ນ​ມາ​ຕ່າງຫາກ.”</verse>
				<verse number="9">ພວກເຂົາ​ພະຍາຍາມ​ຂົ່ມຂູ່​ພວກເຮົາ​ໃຫ້​ຢ້ານກົວ ແລະ​ເຮັດ​ໃຫ້​ວຽກງານ​ຢຸດ​ສະງັກ. ຂ້າພະເຈົ້າ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າ ບັດນີ້ ໂຜດ​ເຮັດ​ໃຫ້​ຂ້ານ້ອຍ​ເຂັ້ມແຂງ​ດ້ວຍ​ເຖີດ.”</verse>
				<verse number="10">ໃນ​ເວລາ​ນັ້ນ​ເອງ ຂ້າພະເຈົ້າ​ໄດ້​ໄປ​ຢ້ຽມຢາມ​ເຊມາອີຢາ​ລູກຊາຍ​ຂອງ​ເດລາອີຢາ ແລະ​ຫລານຊາຍ​ຂອງ​ເມເຮຕາເບນ ຜູ້​ທີ່​ປະ​ເຮືອນ​ໄປ​ໃສ​ບໍ່ໄດ້. ລາວ​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ, “ທ່ານ​ແລະ​ຂ້າພະເຈົ້າ​ຕ້ອງ​ໄປ​ລີ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ​ໃນ​ພຣະວິຫານ ແລະ​ອັດ​ປະຕູ​ລົງໄລ​ໄວ້ ເພາະ​ພວກເຂົາ​ຈະ​ມາ​ຂ້າ​ທ່ານ. ບັດນີ້ ພວກເຂົາ​ອາດ​ຈະ​ຂ້າ​ທ່ານ​ໃນ​ຄືນໃດ ຫລື​ໃນ​ຄືນໜຶ່ງ​ກໍໄດ້.”</verse>
				<verse number="11">ຂ້າພະເຈົ້າ​ຕອບ​ວ່າ, “ຂ້ອຍ​ບໍ່ແມ່ນ​ຄົນ​ຊະນິດ​ທີ່​ຈະ​ແລ່ນ​ໜີ ແລະ​ໄປ​ລີ້ຕົວ​ຢູ່. ເຈົ້າ​ຄິດ​ວ່າ​ຂ້ອຍ​ຈະ​ເອົາ​ຊີວິດ​ລອດ ໂດຍ​ໄປ​ລີ້​ຢູ່​ໃນ​ພຣະວິຫານ​ຊັ້ນບໍ? ຂ້ອຍ​ຈະ​ບໍ່​ເຮັດ​ເຊັ່ນນັ້ນ​ດອກ.”</verse>
				<verse number="12">ເວລາ​ຂ້າພະເຈົ້າ​ມາ​ຮິ່ນຕອງ​ເບິ່ງ​ແລ້ວ ຂ້າພະເຈົ້າ​ຈຶ່ງ​ຮູ້​ວ່າ​ພຣະເຈົ້າ​ບໍ່ໄດ້​ກ່າວ​ຜ່ານ​ທາງ​ເຊມາອີຢາ; ແຕ່​ໂຕບີຢາ​ກັບ​ສານບັນລັດ​ໃຫ້​ສິນຈ້າງ​ລາງວັນ​ແກ່​ເຊມາອີຢາ ເພື່ອ​ໃຫ້​ຕັກເຕືອນ​ຂ້າພະເຈົ້າ​ເຊັ່ນນີ້.</verse>
				<verse number="13">ພວກເຂົາ​ໄດ້​ຈ້າງ​ລາວ​ຂົ່ມຂູ່​ຂ້າພະເຈົ້າ​ໃຫ້​ຢ້ານ​ແລະ​ເຮັດ​ບາບ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ທຳລາຍ​ຊື່ສຽງ​ຂອງ​ຂ້າພະເຈົ້າ ແລະ​ເຮັດ​ໃຫ້​ຂ້າພະເຈົ້າ​ອັບອາຍ.</verse>
				<verse number="14">ຂ້າພະເຈົ້າ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ຈົດຈຳ​ສິ່ງ​ທີ່​ໂຕບີຢາ ແລະ​ສານບັນລັດ​ເຮັດ​ນັ້ນ ແລະ​ໂຜດ​ລົງໂທດ​ພວກເຂົາ​ດ້ວຍ. ໂຜດ​ຈົດຈຳ​ຜູ້ທຳນວາຍຍິງ​ໂນອາດີຢາ​ກັບ​ຜູ້ທຳນວາຍ​ຄົນອື່ນໆ​ທີ່​ພະຍາຍາມ​ຂົ່ມຂູ່​ຂ້ານ້ອຍ​ໃຫ້​ຢ້ານ.”</verse>
				<verse number="15">ຫລັງຈາກ​ເຮັດ​ວຽກ​ໄປ​ໄດ້​ຫ້າສິບສອງ​ວັນ​ແລ້ວ ການ​ສ້າງ​ກຳແພງ​ທັງໝົດ​ກໍ​ສຳເລັດ​ລົງ​ໃນ​ວັນ​ທີ​ຊາວຫ້າ​ຂອງ​ເດືອນ​ເອລູນ.</verse>
				<verse number="16">ເມື່ອ​ພວກ​ສັດຕູ​ໃນ​ຊົນຊາດ​ອ້ອມແອ້ມ​ໄດ້ຍິນ​ເຊັ່ນນີ້​ແລ້ວ ພວກເຂົາ​ຈຶ່ງ​ຮັບຮູ້​ວ່າ​ພວກຕົນ​ເສຍໜ້າ ເພາະ​ໃນ​ເມື່ອ​ທຸກຄົນ​ຕ່າງ​ກໍ​ຮູ້​ວ່າ ວຽກງານ​ນີ້​ໄດ້​ສຳເລັດ​ລົງ​ໂດຍ​ການ​ຊ່ວຍເຫຼືອ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.</verse>
				<verse number="17">ໃນ​ລະຫວ່າງ​ສະໄໝ​ນີ້ ພວກຜູ້ນຳ​ຊາວຢິວ​ໄດ້​ຂຽນ​ໜັງສື​ຕິດຕໍ່​ກັບ​ໂຕບີຢາ.</verse>
				<verse number="18">ປະຊາຊົນ​ຫລາຍ​ຄົນ​ຢູ່​ໃນ​ແຂວງ​ຢູດາຍ​ເຂົ້າຂ້າງ​ລາວ ຍ້ອນ​ລາວ​ມີ​ພໍ່ເຖົ້າ​ເປັນ​ຊາດ​ຢິວ​ຄື: ເຊການີຢາ​ລູກຊາຍ​ຂອງ​ອາຣາ. ນອກຈາກນີ້ ເຢໂຮຮານານ​ລູກຊາຍ​ຂອງ​ລາວ ກໍໄດ້​ແຕ່ງງານ​ກັບ​ລູກສາວ​ຂອງ​ເມຊູນລຳ​ລູກຊາຍ​ຂອງ​ເບເຣກີຢາ.</verse>
				<verse number="19">ປະຊາຊົນ​ເວົ້າ​ຕໍ່ໜ້າ​ຂ້າພະເຈົ້າ​ເຖິງ​ການດີ​ທີ່​ໂຕບີຢາ​ໄດ້​ເຮັດ ແລະ​ເຂົາ​ກໍ​ໄປ​ບອກ​ລາວ​ທຸກໆ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ເວົ້າ. ສ່ວນ​ໂຕບີຢາ​ນັ້ນ​ກໍ​ສືບຕໍ່​ສົ່ງ​ຈົດໝາຍ ມາ​ຂົ່ມຂູ່​ຂ້າພະເຈົ້າ​ໃຫ້​ຢ້ານ​ສະເໝີ.</verse>
			</chapter>
			<chapter number="7">
				<verse number="1">ມາບັດນີ້ ກຳແພງ​ທີ່ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່​ກໍ​ສຳເລັດ​ແລ້ວ ປະຕູ​ທັງໝົດ​ໄດ້​ຖືກ​ຕັ້ງ​ຂຶ້ນ​ຕາມ​ບ່ອນ​ຂອງ​ມັນ ແລະ​ຜູ້ເຝົ້າຍາມ​ພຣະວິຫານ, ສະມາຊິກ​ຂອງ​ກຸ່ມ​ຮ້ອງເພງ​ສັນລະເສີນ ແລະ​ຊາວ​ເລວີ​ອື່ນໆ​ກໍໄດ້​ຮັບ​ມອບໝາຍ​ໜ້າວຽກ​ຂອງ​ພວກ​ຕົນ.</verse>
				<verse number="2">ຂ້າພະເຈົ້າ​ໄດ້​ມອບໝາຍ​ໃຫ້​ສອງ​ຄົນ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການປົກຄອງ​ນະຄອນ​ເຢຣູຊາເລັມ​ຄື: ຮານານີ​ນ້ອງຊາຍ​ຂອງ​ຂ້າພະເຈົ້າ ແລະ​ຮານານີຢາ​ຜູ້​ບັນຊາການ​ປ້ອມ​ຂອງ​ເມືອງ. ຮານານີຢາ​ເປັນ​ຄົນ​ທີ່​ໄວ້ວາງໃຈ​ໄດ້ ແລະ​ຢຳເກງ​ພຣະເຈົ້າ​ຢ່າງ​ບໍ່ມີ​ຜູ້ໃດ​ທໍ່.</verse>
				<verse number="3">ຂ້າພະເຈົ້າ​ບອກ​ພວກເຂົາ​ບໍ່​ໃຫ້​ໄຂ​ປະຕູ​ຂອງ​ນະຄອນ​ເຢຣູຊາເລັມ​ໃນ​ຕອນເຊົ້າ ຈົນກວ່າ​ຕາເວັນ​ຂຶ້ນ​ແລ້ວ ແລະ​ອັດ​ປະຕູ​ໃສ່​ໄລ​ໄວ້​ກ່ອນ​ຄົນເຝົ້າຍາມ​ຫວິດ​ໜ້າທີ່​ໃນ​ຍາມ​ຕາເວັນ​ຕົກ​ດິນ. ຂ້າພະເຈົ້າ​ໄດ້​ບອກ​ພວກເຂົາ​ໃຫ້​ແຕ່ງຕັ້ງ​ຜູ້ເຝົ້າຍາມ​ຈາກ​ປະຊາຊົນ ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ມອບໝາຍ​ໜ້າທີ່​ໂດຍ​ສະເພາະ​ໃຫ້​ພວກເຂົາ​ບາງຄົນ; ແລະ​ສ່ວນ​ຄົນອື່ນໆ​ໃຫ້​ຢູ່​ຍາມ​ຕາມ​ບໍລິເວນ​ບ້ານເຮືອນ​ຂອງຕົນ.</verse>
				<verse number="4">ນະຄອນ​ເຢຣູຊາເລັມ​ເປັນ​ເມືອງ​ໃຫຍ່​ເມືອງ​ໜຶ່ງ ແຕ່​ບໍ່ມີ​ຫລາຍ​ຄົນ​ຢູ່​ອາໄສ ແລະ​ເຮືອນ​ທີ່​ປຸກ​ຂຶ້ນ​ໃໝ່​ກໍ​ບໍ່ມີ​ຫລາຍ​ຫລັງ​ເທື່ອ.</verse>
				<verse number="5">ພຣະເຈົ້າ​ໄດ້​ບັນດານ​ໃຈ​ຂ້າພະເຈົ້າ​ໃຫ້​ເອີ້ນ​ປະຊຸມ​ປະຊາຊົນ ແລະ​ພວກຜູ້ນຳ​ຂອງ​ພວກເຂົາ ພ້ອມທັງ​ເຈົ້າໜ້າທີ່​ຕ່າງໆ ເພື່ອ​ກວດເບິ່ງ​ບັນຊີ​ລາຍຊື່​ຂອງ​ປະຊາຊົນ. ຂ້າພະເຈົ້າ​ໄດ້​ພົບ​ບັນຊີ​ລາຍຊື່​ຂອງ​ພວກ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ໝວດ​ທຳອິດ ຊຶ່ງ​ລາຍລະອຽດ​ມີ​ດັ່ງນີ້:</verse>
				<verse number="6">ມີ​ຊະເລີຍ​ຫລາຍ​ຄົນ​ໄດ້​ອອກ​ຈາກ​ແຂວງ ແລະ​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ແລະ​ຢູດາຍ; ແຕ່ລະຄົນ​ກັບຄືນ​ໄປ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ໃຜ​ລາວ. ຄອບຄົວ​ຂອງ​ພວກເຂົາ​ໄດ້​ອາໄສ​ຢູ່​ຕ່າງຖິ່ນ​ທີ່​ນະຄອນ​ບາບີໂລນ ຕັ້ງແຕ່​ສະໄໝ​ຂອງ​ກະສັດ​ເນບູ​ກາດເນັດຊາ ໄດ້​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍ.</verse>
				<verse number="7">ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເສຣຸບບາເບັນ, ເຢຊູອາ, ເນເຫມີຢາ, ອາຊາຣີຢາ, ຣາອາມີຢາ, ນາຮາມານີ, ມໍເດໄກ, ບິນຊານ, ມີຊະເປເຣດ, ບິກໄຫວ, ເນຮຸມ ແລະ​ບາອານາ.</verse>
				<verse number="8">ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ຕະກຸນ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ພ້ອມ​ທັງ​ຈຳນວນ​ຄົນ​ຂອງ​ແຕ່ລະ​ຕະກຸນ​ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ: ປາຣົດ - 2.172 ຄົນ</verse>
				<verse number="9">ເຊຟາຕີຢາ - 372 ຄົນ</verse>
				<verse number="10">ອາຣາ - 652 ຄົນ</verse>
				<verse number="11">ປາຮາດ​ໂມອາບ (ເຊື້ອສາຍ​ຂອງ​ເຢຊູອາ ແລະ​ໂຢອາບ) - 2.818 ຄົນ</verse>
				<verse number="12">ເອລາມ - 1.254 ຄົນ</verse>
				<verse number="13">ຊັດຕຸ - 845 ຄົນ</verse>
				<verse number="14">ຊັກກາຍ - 760 ຄົນ</verse>
				<verse number="15">ບິນນູອີ - 648 ຄົນ</verse>
				<verse number="16">ເບບາຍ - 628 ຄົນ</verse>
				<verse number="17">ອາຊະກາດ - 2.322 ຄົນ</verse>
				<verse number="18">ອາໂດນີກຳ - 667 ຄົນ</verse>
				<verse number="19">ບິກໄຫວ - 2.067 ຄົນ</verse>
				<verse number="20">ອາດິນ - 655 ຄົນ</verse>
				<verse number="21">ອາເຕ (ມີ​ຊື່​ອີກ​ວ່າ​ເຮເຊກີຢາ) - 98 ຄົນ</verse>
				<verse number="22">ຮາຊຸມ - 328 ຄົນ</verse>
				<verse number="23">ເບໄຊ - 324 ຄົນ</verse>
				<verse number="24">ຮາຣິບ - 112 ຄົນ</verse>
				<verse number="25">ກີເບໂອນ - 95 ຄົນ</verse>
				<verse number="26">ຄົນ​ທີ່​ບັນພະບຸລຸດ​ໄດ້​ອາໄສ​ຢູ່​ຕາມ​ເມືອງ​ດັ່ງ​ຕໍ່ໄປນີ້ ກໍໄດ້​ກັບຄືນ​ມາ​ຄື​ກັນ: ເບັດເລເຮັມ​ແລະ​ເນໂຕຟາ - 188 ຄົນ</verse>
				<verse number="27">ອານາທົດ - 128 ຄົນ</verse>
				<verse number="28">ເບັດ​ອາຊະມາເວດ - 42 ຄົນ</verse>
				<verse number="29">ກີຣີອາດ​ເຢອາຣີມ, ເກຟີຣາ ແລະ​ເບເອໂຣດ - 743 ຄົນ</verse>
				<verse number="30">ຣາມາ​ແລະ​ເກບາ - 621 ຄົນ</verse>
				<verse number="31">ມິກມາດ - 122 ຄົນ</verse>
				<verse number="32">ເບັດເອນ​ແລະ​ອາອີ - 123 ຄົນ</verse>
				<verse number="33">ເນໂບ ອີກ​ແຫ່ງ​ອື່ນ - 52 ຄົນ</verse>
				<verse number="34">ເອລາມ ອີກ​ແຫ່ງ​ອື່ນ - 1.254 ຄົນ</verse>
				<verse number="35">ຮາຣິມ - 320 ຄົນ</verse>
				<verse number="36">ເຢຣິໂກ - 345 ຄົນ</verse>
				<verse number="37">ໂລດ, ຮາດິດ ແລະ​ໂອໂນ - 721 ຄົນ</verse>
				<verse number="38">ເສນາຢາ - 3.930 ຄົນ</verse>
				<verse number="39">ຕໍ່ໄປນີ້​ແມ່ນ​ບັນຊີ​ລາຍຊື່​ຂອງ​ຕະກຸນ​ຂອງ​ປະໂຣຫິດ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ເຢດາອີຢາ (ເຊື້ອສາຍ​ຂອງ​ເຢຊູອາ) - 973 ຄົນ</verse>
				<verse number="40">ອີມເມ - 1.052 ຄົນ</verse>
				<verse number="41">ປັດຊູ - 1.247 ຄົນ</verse>
				<verse number="42">ຮາຣິມ - 1.017 ຄົນ</verse>
				<verse number="43">ຕະກຸນ​ຕ່າງໆ​ຂອງ​ຊາວ​ເລວີ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ເຢຊູອາ​ແລະ​ກາດມີເອນ (ເຊື້ອສາຍ​ຂອງ​ໂຮດາວີຢາ) - 74 ຄົນ</verse>
				<verse number="44">ນັກດົນຕຼີ​ປະຈຳ​ພຣະວິຫານ (ເຊື້ອສາຍ​ຂອງ​ອາສັບ) - 148 ຄົນ</verse>
				<verse number="45">ຄົນເຝົ້າຍາມ​ປະຈຳ​ພຣະວິຫານ (ເຊື້ອສາຍ​ຂອງ​ຊານລູມ, ອາເຕ, ຕານໂມນ, ອັກກຸບ, ຮາຕີຕາ ແລະ​ໂຊບາຍ) - 138 ຄົນ</verse>
				<verse number="46">ຕະກຸນ​ຕ່າງໆ​ຂອງ​ຄົນ​ເຮັດ​ວຽກ​ປະຈຳ​ພຣະວິຫານ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ຊີຮາ, ຮາສູຟາ, ຕັບບາອົດ,</verse>
				<verse number="47">ເກໂຣ, ສີອາ, ປາໂດນ,</verse>
				<verse number="48">ເລບານາ, ຮາກາບາ, ຊານໄມ,</verse>
				<verse number="49">ຮານານ, ກິດເດນ, ກາຮາ,</verse>
				<verse number="50">ເຣອາອີຢາ, ເຣຊິນ, ເນໂກດາ,</verse>
				<verse number="51">ກັດຊຳ, ອຸດຊາ, ປາເສຢາ,</verse>
				<verse number="52">ເບສາຍ, ເມອູນິມ, ເນຟູເຊສິມ,</verse>
				<verse number="53">ບັກບຸກ, ຮາກູຟາ, ຮັກຮູຣະ,</verse>
				<verse number="54">ບາຊະລິດ, ເມຮີດາ, ຮັກຊາ,</verse>
				<verse number="55">ບາກໂກ, ສີເສຣາ, ເຕມາ,</verse>
				<verse number="56">ເນຊີຢາ ແລະ​ຮາຕີຟາ.</verse>
				<verse number="57">ຕະກຸນ​ຕ່າງໆ​ຂອງ​ຄົນ​ຮັບໃຊ້​ຂອງ​ກະສັດ​ໂຊໂລໂມນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ໂສໄຕ, ໂສເຟເຣັດ, ເປຣີດາ,</verse>
				<verse number="58">ຢາອາລາ, ດາກໂກນ, ກິດເດນ,</verse>
				<verse number="59">ເຊຟາຕີຢາ, ຮັດຕິນ, ໂປເກເຣດ​ຮັດເຊບາອິມ ແລະ​ອາໂມນ.</verse>
				<verse number="60">ຈຳນວນ​ທັງໝົດ​ຂອງ​ເຊື້ອສາຍ​ຂອງ​ຄົນ​ເຮັດ​ວຽກ​ໃນ​ພຣະວິຫານ ແລະ​ຄົນ​ຮັບໃຊ້​ຂອງ​ກະສັດ​ໂຊໂລໂມນ​ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ມີ​ທັງໝົດ 392 ຄົນ.</verse>
				<verse number="61">ໃນ​ຕະກຸນ​ຂອງ​ເດລາອີຢາ, ໂຕບີຢາ ແລະ​ເນໂກດາ ທີ່​ໄດ້​ກັບຄືນ​ມາ​ຈາກ​ເມືອງ​ເຕັນເມລາ, ເຕັນຮັກຊາ, ເຄຣຸບ, ອັດໂດນ ແລະ​ອິມເມ, ແຕ່​ພວກເຂົາ​ພິສູດ​ບໍ່ໄດ້​ວ່າ ພວກຕົນ​ເປັນ​ເຊື້ອສາຍ​ຂອງ​ຊາວ​ອິດສະຣາເອນ ມີ 642 ຄົນ.</verse>
				<verse number="62"></verse>
				<verse number="63">ຕະກຸນ​ຕ່າງໆ​ຕໍ່ໄປນີ້​ແມ່ນ​ປະໂຣຫິດ​ທີ່​ບໍ່ມີ​ເອກະສານ ເພື່ອ​ພິສູດ​ເຖິງ​ບັນພະບຸ​ລຸດ​ຂອງຕົນ​ມີ​ດັ່ງນີ້: ໂຮບາອີຢາ, ຮັກກົດ ແລະ​ບາກຊິນໄລ. (ບັນພະບຸລຸດ​ຂອງ​ຕະກຸນ​ບາກຊິນໄລ​ທີ່​ເປັນ​ປະໂຣຫິດ ໄດ້​ແຕ່ງງານ​ກັບ​ຍິງ​ຜູ້ໜຶ່ງ​ຈາກ​ຕະກຸນ​ບາກຊິນໄລ​ແຫ່ງ​ກີເລອາດ ແລະ​ໄດ້​ໃສ່​ຊື່​ຕາມ​ຕະກຸນ​ຂອງ​ພໍ່ເຖົ້າ​ຂອງຕົນ.) ເນື່ອງຈາກ​ຄົນ​ເຫຼົ່ານີ້​ພິສູດ​ບໍ່ໄດ້​ວ່າ ແມ່ນ​ຜູ້ໃດ​ທີ່​ເປັນ​ບັນພະບຸ​ລຸດ​ຂອງຕົນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່ໄດ້​ຮັບໃຊ້​ເປັນ​ປະໂຣຫິດ.</verse>
				<verse number="64"></verse>
				<verse number="65">ຜູ້ປົກຄອງ​ຊາວຢິວ​ໄດ້​ສັ່ງ​ບໍ່​ໃຫ້​ພວກເຂົາ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ ຈົນກວ່າ​ຈະ​ມີ​ປະໂຣຫິດ​ທີ່​ສາມາດ​ໃຊ້​ອູຣິມ ແລະ​ທູມມິມ.</verse>
				<verse number="66">ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ທີ່​ກັບຄືນ​ມາ​ສູ່​ປະເທດ​ທັງໝົດ​ມີ - 42.360 ຄົນ.</verse>
				<verse number="67">ຜູ້ຮັບໃຊ້​ຊາຍ​ຍິງ​ຂອງ​ພວກເຂົາ​ມີ - 7.337 ຄົນ; ນັກດົນຕຼີ​ຊາຍ​ຍິງ​ມີ - 245 ຄົນ.</verse>
				<verse number="68">ພວກເຂົາ​ມີ​ມ້າ - 736 ໂຕ; ມີ​ໂຕ​ລໍ - 245 ໂຕ</verse>
				<verse number="69">ມີ​ໂຕ​ອູດ - 435 ໂຕ; ແລະ​ມີ​ໂຕ​ລາ - 6.720 ໂຕ</verse>
				<verse number="70">ປະຊາຊົນ​ຫລາຍ​ຄົນ​ໄດ້​ຊ່ວຍ​ຈ່າຍ​ຄ່າ​ສ້ອມແປງ​ພຣະວິຫານ ມີ​ດັ່ງນີ້: ຜູ້ປົກຄອງ: ຄຳ - 8 ກິໂລກຼາມ, ຊາມ​ສຳລັບ​ພິທີການ - 50 ໃບ, ເສື້ອຄຸມ​ປະໂຣຫິດ - 530 ຜືນ</verse>
				<verse number="71">ພວກ​ຫົວໜ້າ​ຕະກຸນ​ຕ່າງໆ: ຄຳ - 168 ກິໂລກຼາມ, ເງິນ - 1.250 ກິໂລກຼາມ</verse>
				<verse number="72">ຄົນອື່ນໆ: ຄຳ - 168 ກິໂລກຼາມ, ເງິນ - 140 ກິໂລກຼາມ, ເສື້ອຄຸມ​ສຳລັບ​ປະໂຣຫິດ - 67 ຜືນ</verse>
				<verse number="73">ບັນດາ​ປະໂຣຫິດ​ຊາວ​ເລວີ, ຄົນເຝົ້າຍາມ​ພຣະວິຫານ, ນັກດົນຕຼີ ແລະ​ຄົນ​ທຳມະດາ​ຫລາຍ​ຄົນ ຄື​ປະຊາຊົນ​ອິດສະຣາເອນ​ທັງໝົດ ໄດ້​ມາ​ຕັ້ງ​ຖິ່ນຖານ​ຢູ່​ຕາມ​ບ້ານ ແລະ​ເມືອງ​ຕ່າງໆ​ຂອງ​ຢູດາຍ.</verse>
			</chapter>
			<chapter number="8">
				<verse number="1">ເມື່ອ​ເຖິງ​ເດືອນ​ທີ​ເຈັດ ປະຊາຊົນ​ອິດສະຣາເອນ​ກໍໄດ້​ຕັ້ງ​ຖິ່ນຖານ ຢູ່​ຕາມ​ບ້ານເກີດ​ເມືອງນອນ​ຂອງຕົນ​ໝົດ​ທຸກ​ຄົນ. ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ນັ້ນ ພວກເຂົາ​ທັງໝົດ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ຄື​ທີ່​ສີ່ແຍກ​ກາງເມືອງ​ຢູ່​ຕໍ່ໜ້າ​ປະຕູນໍ້າ. ພວກເຂົາ​ຂໍຮ້ອງ​ເອຊະຣາ ຜູ້​ທີ່​ເປັນ​ປະໂຣຫິດ ແລະ​ເປັນ​ນັກຮຽນ​ຮູ້​ດ້ານ​ກົດບັນຍັດ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ​ຜ່ານ​ທາງ​ໂມເຊ ນຳ​ໜັງສື​ກົດບັນຍັດ​ອອກ​ມາ.</verse>
				<verse number="2">ດັ່ງນັ້ນ ເອຊະຣາ​ຈຶ່ງ​ນຳ​ເອົາ​ໜັງສື​ນັ້ນ​ອອກ​ມາ​ຍັງ​ບ່ອນ​ທີ່​ປະຊາຊົນ​ໄດ້​ເຕົ້າໂຮມ​ກັນ ຄື​ມີ​ຜູ້ຊາຍ, ແມ່ຍິງ ແລະ​ເດັກນ້ອຍ​ທີ່​ໃຫຍ່​ພໍ​ຈະ​ເຂົ້າໃຈ​ໄດ້.</verse>
				<verse number="3">ໃນ​ສີ່ແຍກ​ທີ່​ປະຕູ​ນັ້ນ ເພິ່ນ​ໄດ້​ອ່ານ​ກົດບັນຍັດ​ສູ່​ພວກເຂົາ​ຟັງ​ແຕ່​ເຊົ້າ​ມືດ​ຈົນເຖິງ​ທ່ຽງ ແລະ​ພວກເຂົາ​ທຸກຄົນ​ກໍ​ຟັງ​ຢ່າງ​ຕັ້ງອົກ​ຕັ້ງໃຈ.</verse>
				<verse number="4">ເອຊະຣາ​ຢືນ​ຢູ່​ເທິງ​ເວທີ​ທີ່​ເຮັດ​ດ້ວຍ​ໄມ້ ຊຶ່ງ​ພວກເຂົາ​ສ້າງ​ຂຶ້ນ​ສຳລັບ​ໂອກາດ​ນີ້​ໂດຍ​ສະເພາະ. ພວກ​ທີ່​ຢືນ​ຢູ່​ຂ້າງ​ຂວາ​ຂອງ​ເພິ່ນ​ມີ​ດັ່ງນີ້: ມັດຕີທີຢາ, ເຊມາ, ອານາອີຢາ, ອູຣິຢາ, ຮິນກີຢາ ແລະ​ມາອາເສອີຢາ ແລະ​ພວກ​ທີ່​ຢືນ​ຢູ່​ຂ້າງ​ຊ້າຍ​ຂອງ​ເພິ່ນ​ມີ​ດັ່ງນີ້: ເປດາອີຢາ, ມີຊາເອນ, ມັນກີຢາ, ຮາຊຸມ, ຮັດຊະບັດດານາ, ເຊກາຣີຢາ ແລະ​ເມຊຸນລຳ.</verse>
				<verse number="5">ໃນ​ຂະນະທີ່​ເອຊະຣາ​ຢືນ​ຢູ່​ເທິງ​ເວທີ​ຕໍ່ໜ້າ​ປະຊາຊົນ​ນັ້ນ ພວກເຂົາ​ທັງໝົດ​ຕ່າງ​ກໍ​ແນມ​ໄປ​ເບິ່ງ​ເພິ່ນ. ພໍ​ເພິ່ນ​ເປີດ​ໜັງສື​ອອກ​ພວກເຂົາ​ທັງໝົດ​ກໍ​ຢືນ​ຂຶ້ນ.</verse>
				<verse number="6">ເອຊະຣາ​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຍິ່ງໃຫຍ່.” ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ຍົກ​ແຂນ​ຂຶ້ນ ແລະ​ພ້ອມກັນ​ຕອບ​ວ່າ, “ອາແມນ ອາແມນ” ແລ້ວ​ພວກເຂົາ​ກໍ​ຄຸ​ເຂົ່າ​ລົງ ແລະ​ກົ້ມຂາບ​ນ້ອມ​ນະມັດສະການ​ພຣະເຈົ້າຢາເວ.</verse>
				<verse number="7">ແລ້ວ​ພວກເຂົາ​ກໍ​ພ້ອມ​ກັນ​ລຸກ​ຢືນ​ຂຶ້ນ​ກັບ​ທີ່ ແລະ​ຊາວ​ເລວີ​ກໍ​ອະທິບາຍ​ກົດບັນຍັດ​ສູ່​ພວກເຂົາ​ຟັງ ຄົນເລວີ​ນັ້ນ​ມີ​ດັ່ງນີ້: ເຢຊູອາ, ບານີ, ເຊເຣບີຢາ, ຢາມິນ, ອັກກຸບ, ຊັບເບທາຍ, ໂຮດີຢາ, ມາອາເສອີຢາ, ເກລີຕາ, ອາຊາຣີຢາ, ໂຢຊາບັດ, ຮານານ ແລະ​ເປລາອີຢາ.</verse>
				<verse number="8">ແລ້ວ​ພວກເຂົາ​ກໍ​ໃຫ້​ມີ​ການ​ແປ ແບບ​ປາກ​ເປົ່າ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ອະທິບາຍ ກົດບັນຍັດ​ນັ້ນ ເພື່ອ​ວ່າ​ປະຊາຊົນ​ຈະ​ເຂົ້າໃຈ​ໄດ້.</verse>
				<verse number="9">ເມື່ອ​ພວກເຂົາ​ໄດ້ຍິນ​ຂໍ້ຄວາມ​ທີ່​ກົດບັນຍັດ​ນັ້ນ​ຮຽກຮ້ອງ​ໃຫ້​ເຮັດ ຕ່າງ​ກໍ​ຮູ້ສຶກ​ຕື້ນຕັນ​ໃຈ ແລະ​ຮ້ອງໄຫ້​ຂຶ້ນ. ສະນັ້ນ ເນເຫມີຢາ​ຜູ້​ທີ່​ເປັນ​ຜູ້ປົກຄອງ ແລະ​ເອຊະຣາ​ຜູ້​ທີ່​ເປັນ​ທັງ​ປະໂຣຫິດ ແລະ​ເປັນ​ນັກຮຽນ​ຮູ້​ດ້ານ​ກົດບັນຍັດ​ຕະຫລອດ​ທັງ​ຄົນເລວີ​ທີ່​ເປັນ​ຜູ້​ອະທິບາຍ​ກົດບັນຍັດ ຈຶ່ງ​ບອກ​ປະຊາຊົນ​ທັງໝົດ​ວ່າ, “ວັນນີ້​ເປັນ​ວັນ​ສັກສິດ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ; ສະນັ້ນ ຈຶ່ງ​ບໍ່​ສົມຄວນ​ທີ່​ພວກທ່ານ​ຈະ​ໄວ້ທຸກ ຫລື​ຮ້ອງໄຫ້.</verse>
				<verse number="10">ບັດນີ້ ຈົ່ງ​ກັບ​ເມືອ​ເຮືອນ ແລະ​ລ້ຽງ​ສະຫລອງ​ກັນ​ສາ. ຈົ່ງ​ແບ່ງປັນ​ອາຫານ ແລະ​ເຫຼົ້າ​ອະງຸ່ນ​ໃຫ້​ແກ່​ຜູ້​ທີ່​ບໍ່ມີ​ພຽງພໍ. ວັນນີ້​ແມ່ນ​ວັນ​ສັກສິດ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ​ຂອງ​ພວກເຮົາ; ສະນັ້ນ ຢ່າ​ສູ່​ໂສກເສົ້າ. ຄວາມ​ຊົມຊື່ນ​ຍິນດີ​ທີ່​ພຣະເຈົ້າຢາເວ​ໂຜດ​ໃຫ້​ແກ່​ພວກທ່ານ​ນັ້ນ ຈະ​ເຊີດຊູ​ໃຈ​ຂອງ​ພວກທ່ານ​ໃຫ້​ເຂັ້ມແຂງ​ຂຶ້ນ​ໃໝ່.”</verse>
				<verse number="11">ສ່ວນ​ພວກເລວີ​ກໍ​ຍ່າງ​ໄປມາ​ເລົ້າໂລມ​ປະຊາຊົນ​ທັງໝົດ​ໃຫ້​ມິດ ທັງ​ບອກ​ພວກເຂົາ​ບໍ່​ໃຫ້​ຮ້ອງໄຫ້​ໃນ​ວັນ​ສັກສິດ​ເຊັ່ນນີ້.</verse>
				<verse number="12">ດັ່ງນັ້ນ ປະຊາຊົນ​ທຸກຄົນ​ຈຶ່ງ​ກັບຄືນ​ເມືອ​ບ້ານເຮືອນ​ຂອງ​ໃຜ​ລາວ; ພວກເຂົາ​ກິນແລະດື່ມ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ພ້ອມທັງ​ແບ່ງປັນ​ສິ່ງ​ທີ່​ພວກ​ຕົນ​ມີ​ຢູ່​ນັ້ນ​ໃຫ້​ແກ່​ຜູ້​ອື່ນ​ດ້ວຍ; ເພາະ​ພວກເຂົາ​ເຂົ້າໃຈ​ສິ່ງ​ທີ່​ພວກ​ຜູ້ນຳ​ໄດ້​ອ່ານ​ສູ່​ຟັງ​ນັ້ນ.</verse>
				<verse number="13">ມື້​ຕໍ່ມາ ບັນດາ​ຫົວໜ້າ​ຕະກຸນ​ຕ່າງໆ​ພ້ອມກັບ​ພວກ​ປະໂຣຫິດ​ແລະ​ຊາວ​ເລວີ ໄດ້​ໄປ​ສຶກສາ​ຄຳສັ່ງສອນ​ຂອງ​ກົດບັນຍັດ​ນຳ​ເອຊະຣາ.</verse>
				<verse number="14">ພວກເຂົາ​ຄົ້ນພົບ​ວ່າ ກົດບັນຍັດ​ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ຜ່ານ​ທາງ​ໂມເຊ​ນັ້ນ ສັ່ງ​ໃຫ້​ປະຊາຊົນ​ອິດສະຣາເອນ​ອາໄສ​ຢູ່​ໃນ​ຕູບ​ຊົ່ວຄາວ ເວລາ​ເທດສະການ​ປຸກຕູບຢູ່​ໃນ​ເດືອນ​ທີ​ເຈັດ.</verse>
				<verse number="15">ດັ່ງນັ້ນ ພວກເຂົາ​ຈຶ່ງ​ໃຫ້​ຄຳແນະນຳ​ຕໍ່ໄປນີ້ ແລະ​ສົ່ງ​ຄຳແນະນຳ​ນັ້ນ ໄປ​ທົ່ວ​ນະຄອນ​ເຢຣູຊາເລັມ ທົ່ວ​ເມືອງ​ໃຫຍ່ ແລະ​ເມືອງນ້ອຍ​ທັງຫລາຍ ດັ່ງນີ້: “ຈົ່ງ​ອອກ​ໄປ​ທີ່​ເນີນພູ ແລະ​ຊອກ​ເອົາ​ງ່າ​ຕົ້ນ​ໝາກກອກເທດ, ງ່າ​ຕົ້ນ​ສົນ, ງ່າ​ຕົ້ນໄມ້​ຫອມ, ງ່າ​ຕົ້ນ​ຕານ ແລະ​ງ່າ​ຂອງ​ຕົ້ນໄມ້​ຕ່າງໆ ມາ​ເຮັດ​ຕູບ​ຕາມ​ຄຳແນະນຳ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ.”</verse>
				<verse number="16">ດັ່ງນັ້ນ ປະຊາຊົນ​ຈຶ່ງ​ອອກ​ໄປ​ເອົາ​ງ່າ​ໄມ້​ມາ​ເຮັດ​ຕູບ​ຢູ່ ຕາມ​ຫລັງຄາ​ພຽງ​ເທິງ​ເຮືອນ​ຂອງ​ພວກເຂົາ, ຕາມ​ເດີ່ນ​ຫຍ້າ, ຕາມ​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າ ແລະ​ຕາມ​ສີ່​ແຍກ​ໃນ​ກາງເມືອງ​ໃກ້​ປະຕູ​ນໍ້າ ແລະ​ໃກ້​ປະຕູ​ຂອງ​ເອຟຣາອິມ.</verse>
				<verse number="17">ປະຊາຊົນ​ທຸກຄົນ​ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ຕ່າງ​ກໍ​ປຸກຕູບ​ຂຶ້ນ ແລະ​ອາໄສ​ຢູ່​ໃນ​ຕູບ​ນັ້ນ. ນີ້​ແມ່ນ​ເທື່ອ​ທຳອິດ​ທີ່​ໄດ້​ຖືກ​ຈັດ​ໃຫ້​ມີ​ຂຶ້ນ ນັບ​ຕັ້ງແຕ່​ສະໄໝ​ຂອງ​ໂຢຊວຍ​ລູກຊາຍ​ຂອງ​ນູນ ແລະ​ທຸກຄົນ​ຕ່າງ​ກໍ​ຕື່ນເຕັ້ນ​ປິຕິ​ຍິນດີ.</verse>
				<verse number="18">ທຸກໆ​ວັນ ຕັ້ງແຕ່​ວັນ​ທຳອິດ​ຈົນຮອດ​ວັນ​ສຸດທ້າຍ​ຂອງ​ເທດສະການ ພວກເຂົາ​ໄດ້ອ່ານ​ຈາກ​ປື້ມ​ກົດບັນຍັດ​ຂອງ​ພຣະເຈົ້າ. ງານ​ສະຫລອງ​ມີ​ຢູ່​ເຈັດ​ວັນ ແລະ​ໃນ​ວັນ​ທີ​ແປດ​ແມ່ນ​ມີ​ການ​ຊຸມນຸມ​ເຮັດ​ພິທີ​ປິດ​ຕາມ​ກົດບັນຍັດ.</verse>
			</chapter>
			<chapter number="9">
				<verse number="1">ໃນ​ມື້​ທີ​ຊາວສີ່ ຂອງ​ເດືອນ​ດຽວກັນ​ນີ້ ປະຊາຊົນ​ຊາວ​ອິດສະຣາເອນ​ໄດ້​ເຕົ້າໂຮມ​ກັນ​ຖືສິນ​ອົດອາຫານ ເພື່ອ​ສະແດງ​ຄວາມ​ໂສກເສົ້າ​ເສຍໃຈ​ສຳລັບ​ການບາບ​ຂອງ​ພວກເຂົາ. ພວກເຂົາ​ແຍກຕົວ​ເອງ​ອອກ​ຈາກ​ຄົນຕ່າງຊາດ​ທຸກຄົນ. ພວກເຂົາ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ພ້ອມ​ທັງ​ໂຮຍ​ຂີ້ຝຸ່ນ​ດິນ​ໃສ່​ເທິງ​ຫົວ ອັນ​ສະແດງ​ເຖິງ​ຄວາມ​ໂສກເສົ້າ. ແລ້ວ​ພວກເຂົາ​ກໍ​ຢືນ​ຂຶ້ນ​ສາລະພາບ​ການ​ຜິດບາບ​ຂອງ​ພວກ​ເຂົາເອງ ແລະ​ຜິດບາບ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ທີ່​ໄດ້​ເຮັດ.</verse>
				<verse number="2"></verse>
				<verse number="3">ເປັນ​ເວລາ​ເກືອບ​ສາມ​ຊົ່ວໂມງ ທີ່​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ໄດ້​ມີ​ການ​ອ່ານ​ສູ່​ພວກເຂົາ​ຟັງ ແລະ​ໃນ​ສາມ​ຊົ່ວໂມງ​ຕໍ່ໄປ ພວກເຂົາ​ໄດ້​ສາລະພາບ​ການບາບ​ຂອງ​ພວກເຂົາ ແລະ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="4">ມີ​ເວທີ​ຖືກ​ຈັດ​ໄວ້​ໂດຍ​ສະເພາະ ຊຶ່ງ​ທີ່​ເທິງ​ນັ້ນ​ມີ​ຊາວ​ເລວີ​ຢືນ​ຢູ່​ດັ່ງນີ້: ເຢຊູອາ, ບານີ, ກາດມີເອນ, ເຊບານີຢາ, ບັນນີ, ເຊເຣບີຢາ, ບານີ ແລະ​ເກນານີ. ພວກເຂົາ​ຕ່າງ​ກໍ​ພາວັນນາ​ອະທິຖານ​ດ້ວຍ​ສຽງດັງ ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="5">ແລ້ວ​ກໍ​ມີ​ການ​ຮຽກຮ້ອງ​ປະຊາຊົນ​ໃຫ້​ນະມັດສະການ​ພຣະເຈົ້າ ໂດຍ​ຊາວ​ເລວີ ມີ​ດັ່ງນີ້: ເຢຊູອາ, ກາດມີເອນ, ບານີ, ຮາຊັບເນອີຢາ, ເຊເຣບີຢາ, ໂຮດີຢາ, ເຊບານີຢາ ແລະ​ເປທາຮີຢາ. ພວກເຂົາ​ໄດ້​ເວົ້າ​ວ່າ, “ຈົ່ງ​ລຸກ​ຢືນ​ຂຶ້ນ ແລະ​ສັນລະເສີນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ຈົ່ງ​ສັນລະເສີນ​ພຣະອົງ​ສືບ​ໄປ​ຊົ່ວນິຣັນດອນ ຈົ່ງ​ໃຫ້​ທຸກຄົນ​ຍົກຍໍ​ພຣະນາມ​ອັນ​ຮຸ່ງເຮືອງ​ຍິ່ງໃຫຍ່ ເຖິງ​ແມ່ນ​ວ່າ​ມະນຸດ​ນັ້ນ​ໃຫ້​ຄຳ​ຍົກຍໍ ບໍ່​ຍິ່ງໃຫຍ່​ພໍ​ສຳລັບ​ພຣະອົງ​ກໍຕາມ.”</verse>
				<verse number="6">ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍໄດ້​ພາວັນນາ​ອະທິຖານ​ດ້ວຍ​ຖ້ອຍຄຳ​ດັ່ງນີ້: “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເທົ່ານັ້ນ ພຣະອົງ​ເທົ່ານັ້ນ; ພຣະອົງ​ໄດ້​ຊົງສ້າງ​ສະຫວັນ, ຟ້າ​ສະຫວັນ​ທີ່​ສູງສຸດ ພ້ອມທັງ​ບໍລິວານ​ຂອງ​ຟ້າ​ສະຫວັນ​ທຸກຢ່າງ​ທັງໝົດ, ແຜ່ນດິນ​ໂລກ​ກັບ​ທະເລ ແລະ​ທຸກໆສິ່ງ​ທີ່​ຢູ່​ໃນ​ນັ້ນ; ພຣະອົງ​ຊົງ​ພິທັກ​ຮັກສາ​ສິ່ງ​ເຫຼົ່ານັ້ນ​ທັງໝົດ ທຸກສິ່ງ​ໃນ​ສະຫວັນ​ກໍ​ນະມັດສະການ​ພຣະອົງ.</verse>
				<verse number="7">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຜູ້​ຊົງ​ເລືອກ​ເອົາ​ອັບຣາມ ໄດ້ນຳ​ອອກ​ມາ​ແຕ່​ອູເຣ ໃນ​ບາບີໂລນ​ພຸ້ນ; ພຣະອົງ​ປ່ຽນ​ຊື່​ໃຫ້​ອັບຣາມ​ເສຍ​ໃໝ່ ກາຍມາເປັນ​ອັບຣາຮາມ.</verse>
				<verse number="8">ພຣະອົງ​ຮູ້​ວ່າ​ເພິ່ນ​ສັດຊື່​ຕໍ່​ພຣະອົງ ແລະ​ໄດ້​ຕັ້ງ​ພັນທະສັນຍາ​ໄວ້​ກັບ​ເພິ່ນ. ຄື​ຈະ​ມອບ​ດິນແດນ​ຂອງ​ຊາວ​ການາອານ ຂອງ​ຊາວ​ຮິດຕີ​ແລະ​ຊາວ​ອາໂມ​ດ້ວຍ ຂອງ​ຊາວ​ເປຣີຊີ​ພ້ອມ​ຊາວ​ເຢບຸດ​ແດ່ ແລະ​ຂອງ​ເກີດກາຊີ​ໃຫ້​ເປັນ​ຂອງ​ພວກເພິ່ນ; ຄື​ດິນແດນ​ທີ່​ເຊື້ອສາຍ​ຂອງ​ເພິ່ນ​ຢູ່​ອາໄສ ພຣະອົງ​ຮັກສາ​ຄຳສັນຍາ​ເພາະ​ຊົງ​ສັດຊື່.</verse>
				<verse number="9">ໃນ​ປະເທດ​ເອຢິບ​ພຣະອົງ​ເຫັນ​ພວກເພິ່ນ​ທົນທຸກ​ສໍ່າໃດ ຄື​ບັນພະບຸລຸດ​ຮ້ອງ​ໃຫ້​ຊ່ວຍເຫຼືອ​ທີ່​ທະເລແດງ​ນັ້ນ,</verse>
				<verse number="10">ພຣະອົງ​ເຮັດ​ການ​ອັດສະຈັນ​ໃຫຍ່​ຕໍ່ສູ້​ກະສັດ ຕໍ່ສູ້​ຂ້າຣາຊການ ແລະ​ປະຊາຊົນ​ດ້ວຍ; ເພາະ​ຮູ້ວ່າ​ປະຊາຊົນ​ພຣະອົງ​ຖືກ​ກົດຂີ່​ຢ່າງໃດ ແລ້ວ​ຊື່ສຽງ​ພຣະອົງ​ກໍ​ຍັງ​ໂດ່ງດັງ​ເຖິງ​ດຽວນີ້.</verse>
				<verse number="11">ເພື່ອ​ຜ່ານ​ທະເລ ພຣະອົງ​ໄດ້​ໃຫ້​ທາງ​ແກ່​ພວກເພິ່ນ ແລະ​ນຳພາ​ຍ່າງ​ຜ່ານ​ເທິງ​ພື້ນດິນ​ແຫ້ງ. ພວກ​ທີ່​ໄລ່ຕາມ​ມາ​ນັ້ນ​ກໍ​ພາກັນ​ຈົມລົງ​ໄປ ດັ່ງ​ກ້ອນຫີນ​ຈົມລົງ​ໃນ​ທະເລ​ປ່ວງບ້າ.</verse>
				<verse number="12">ໂດຍ​ເສົາເມກ​ຊົງ​ນຳພາ​ພວກເພິ່ນ​ໃນ​ກາງເວັນ ໂດຍ​ເສົາໄຟ​ຊົງ​ນຳພາ​ພວກເພິ່ນ​ໃນ​ກາງຄືນ​ດ້ວຍ.</verse>
				<verse number="13">ທີ່​ພູເຂົາ​ຊີນາຍ​ພຣະອົງ​ໄດ້​ລົງ​ມາ​ຈາກ​ສະຫວັນ; ພຣະອົງ​ໄດ້​ກ່າວ​ແກ່​ປະຊາຊົນ​ໃນ​ທີ່ນັ້ນ ແລະ​ໄດ້​ມອບ​ກົດບັນຍັດ​ທີ່​ດີ​ແກ່​ພວກເພິ່ນ ທັງ​ຄຳ​ສັ່ງສອນ​ທີ່​ມີ​ຫລັກ​ແກ່​ພວກເພິ່ນ​ດ້ວຍ.</verse>
				<verse number="14">ພຣະອົງ​ສັ່ງສອນ​ໃຫ້​ຢຶດຖື​ວັນ​ຊະບາໂຕ ໃຫ້​ເປັນ​ວັນ​ບໍຣິສູດ ຊົງ​ໃຫ້​ຂໍ້ຄຳສັ່ງ ແລະ​ກົດບັນຍັດ​ຜ່ານ​ທາງ​ໂມເຊ ຜູ້ຮັບໃຊ້.</verse>
				<verse number="15">ເມື່ອ​ຫິວເຂົ້າ ຊົງ​ໃຫ້​ເຂົ້າ​ຕົກ​ຈາກ​ສະຫວັນ ເມື່ອ​ຫິວນໍ້າ ກໍ​ມີ​ນໍ້າ​ໄຫລ​ຈາກ​ໂງ່ນຫີນ​ໄດ້​ດື່ມ. ພຣະອົງ​ບອກ​ພວກເພິ່ນ​ໃຫ້​ເຂົ້າ​ຢຶດ​ດິນແດນ ບ່ອນ​ທີ່​ພຣະອົງ​ໄດ້​ສັນຍາ​ມອບ​ໃຫ້​ພວກເພິ່ນ.</verse>
				<verse number="16">ແຕ່​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ພັດ​ດື້ດ້ານ​ຈອງຫອງ ໂດຍ​ບໍ່ຍອມ​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="17">ເມື່ອ​ບໍ່​ເຊື່ອຟັງ​ແລ້ວ​ພວກເພິ່ນ​ກໍ​ລືມໄລ​ທຸກສິ່ງ ຄື​ການ​ອັດສະຈັນ​ຕ່າງໆ​ທີ່​ພຣະອົງ​ໄດ້​ກະທຳ; ດ້ວຍ​ຄວາມ​ຈອງຫອງ​ພວກເພິ່ນ​ໄດ້​ເລືອກເອົາ​ຜູ້ນຳ ພາ​ພວກເພິ່ນ​ກັບຄືນ​ສູ່​ປະເທດ​ເອຢິບ​ໄປ​ເປັນ​ທາດ. ແຕ່​ພຣະອົງ​ເປັນ​ພຣະເຈົ້າ​ທີ່​ໃຫ້​ອະໄພ ຊົງ​ເມດຕາ​ເອັນດູ ແລະ​ມີ​ຄວາມຮັກ; ພຣະອົງ​ໂກດຮ້າຍ​ຊ້າ​ເພາະ​ເມດຕາ​ພວກເພິ່ນ ພຣະອົງ​ຈຶ່ງ​ບໍ່ໄດ້​ປະຖິ້ມ​ພວກເພິ່ນ.</verse>
				<verse number="18">ພວກເພິ່ນ​ເຮັດ​ຮູບ​ງົວ​ນ້ອຍ​ຂາບໄຫວ້​ບູຊາ ແລະ​ເວົ້າ​ວ່າ, ພະ​ນີ້ແຫລະ ທີ່​ນຳພາ​ພວກເພິ່ນ; ຄື​ນຳພາ​ພວກເພິ່ນ​ທັງໝົດ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເພິ່ນ​ດູຖູກ​ພຣະອົງ​ແທ້ໆ</verse>
				<verse number="19">ແຕ່​ພຣະອົງ​ບໍ່ໄດ້​ປະຖິ້ມ​ພວກເພິ່ນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຍ້ອນ​ຄວາມ​ເມດຕາ​ຂອງ​ພຣະອົງ​ຍິ່ງໃຫຍ່. ພຣະອົງ​ບໍ່ໄດ້​ເອົາ​ເສົາເມກ​ກັບ​ເສົາໄຟ ທີ່​ເຍືອງທາງ​ທັງເວັນ ແລະ​ຄືນ​ໜີໄປ​ຈາກ​ພວກເພິ່ນ.</verse>
				<verse number="20">ດ້ວຍ​ຄຸນງາມ​ຄວາມດີ​ຂອງ​ພຣະອົງ​ນັ້ນ ພຣະອົງ​ຈຶ່ງ​ບອກ​ສິ່ງ​ທີ່​ພວກເພິ່ນ​ຄວນ​ກະທຳ; ພຣະອົງ​ໄດ້​ລ້ຽງດູ​ພວກເພິ່ນ​ດ້ວຍ​ມານາ ແລະ​ໃຫ້​ພວກເພິ່ນ​ໄດ້​ມີ​ນໍ້າ​ດື່ມ.</verse>
				<verse number="21">ຕະຫລອດ​ສີ່ສິບ​ປີ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ພຣະອົງ​ໄດ້​ຈັດຫາ​ສິ່ງ​ຈຳເປັນ​ໃຫ້​ແກ່​ພວກເພິ່ນ; ຕົນຕົວ ເຄື່ອງນຸ່ງ​ບໍ່ໄດ້​ຂາດສ້ອຍ​ຈັກເທື່ອ ແລະ​ຕີນ ກໍ​ບໍ່ໄດ້​ບວມຊໍ້າ​ແຕ່​ປະການ​ໃດ.</verse>
				<verse number="22">ພຣະອົງ​ໃຫ້​ພວກເພິ່ນ​ຊະນະ​ເໜືອ​ຊົນຊາດ​ກັບ​ອານາຈັກ ຄື​ດິນແດນ​ທີ່​ເປັນ​ຊາຍແດນ​ຂອງ​ພວກເພິ່ນ. ພວກເພິ່ນ​ຕີ​ຊະນະ​ເຮັດຊະໂບນ​ຂອງ​ເຈົ້າສີໂຫນ ແລະ​ບາຊານ​ທີ່​ເຈົ້າໂອກ​ຄອງ​ອຳນາດ.</verse>
				<verse number="23">ພຣະອົງ​ໃຫ້​ພວກເພິ່ນ​ມີ​ລູກຫລານ​ຢ່າງ​ຫລວງຫລາຍ ດັ່ງ​ໝູ່​ດວງດາວ​ຢູ່​ໃນ​ທ້ອງຟ້າ ໃຫ້​ຕີ​ເອົາ​ດິນແດນ​ໄດ້​ຄື​ບ່ອນ​ພວກເພິ່ນ​ອາໄສ​ຢູ່ ທີ່​ຊົງ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເພິ່ນ.</verse>
				<verse number="24">ພວກເພິ່ນ​ຕີ​ເອົາ​ໄດ້​ດິນແດນ​ການາອານ ພຣະອົງ​ໄດ້​ໄຊຊະນະ​ປະຊາຊົນ​ທີ່​ຢູ່​ທີ່​ນັ້ນ. ພຣະອົງ​ໃຫ້​ພວກເພິ່ນ​ມີ​ອຳນາດ​ເຮັດ​ຕາມຊອບໃຈ ຈັດການ​ກັບ​ປະຊາຊົນ​ແລະ​ກະສັດ​ການາອານ​ໄດ້​ຕາມ​ໃຈຊອບ.</verse>
				<verse number="25">ພວກເພິ່ນ​ຢຶດ​ເມືອງ​ຕ່າງໆ​ທີ່​ມີ​ປ້ອມ​ປ້ອງກັນ ທັງ​ດິນແດນ​ທີ່​ອຸດົມ​ຮັ່ງມີ ເຮືອນ​ກັບ​ຊັບສິນ​ດ້ວຍ ມີ​ອ່າງນໍ້າ​ຂຸດ​ໄວ້ ແລະ​ຕົ້ນ​ໝາກກອກເທດ​ກໍ​ມີ​ຄືກັນ ຕົ້ນ​ໝາກໄມ້​ນາໆ​ຊະນິດ ແລະ​ສວນອະງຸ່ນ​ພ້ອມ. ພວກເພິ່ນ​ກິນ​ທຸກສິ່ງ​ຕາມ​ຄວາມ​ຕ້ອງການ ແລະ​ເຮັດ​ໃຫ້​ພວກເພິ່ນ​ຕຸ້ຍພີ​ດີ; ແລະ​ພວກເພິ່ນ​ພໍໃຈ​ກັບ​ທຸກສິ່ງ ທີ່​ຊົງ​ຈັດຫາ​ໃຫ້​ພວກເພິ່ນ.</verse>
				<verse number="26">ແຕ່​ພວກເພິ່ນ​ພັດ​ຄິດຄົດ ແລະ​ບໍ່​ເຊື່ອຟັງ ກົດບັນຍັດ ແລະ​ໄດ້​ຫັນຫລັງ​ໃຫ້​ພຣະເຈົ້າ. ພວກເພິ່ນ​ຂ້າ​ຜູ້ທຳນວາຍ​ທີ່​ໄດ້​ກ່າວ​ຕັກເຕືອນ ໃຫ້​ພວກເພິ່ນ​ຕ່າວຄືນ​ມາ​ຫາ​ພຣະອົງ. ແຕ່​ພວກເພິ່ນ​ຊໍ້າ​ປະໝາດ​ດູຖູກ​ພຣະອົງ ຫລາຍ​ຄັ້ງ​ຫລາຍຄາວ​ສືບມາ​ເລື້ອຍໆ.</verse>
				<verse number="27">ສະນັ້ນ ພຣະອົງ​ຈຶ່ງ​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ ເອົາ​ຊະນະ​ພວກເພິ່ນ​ແລະ​ປົກຄອງ​ເໜືອ​ພວກເພິ່ນ. ເມື່ອ​ຖືກ​ເດືອດຮ້ອນ​ຈຶ່ງ​ຮ້ອງຫາ​ພຣະອົງ​ໃຫ້​ຊ່ວຍເຫລືອ ຈາກ​ສະຫວັນ​ຊົງ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເພິ່ນ. ເພາະ​ຊົງ​ເມດຕາ​ພວກເພິ່ນ​ແທ້ໆ​ຈຶ່ງ​ສົ່ງ​ຜູ້ນຳ​ມາ ເພື່ອ​ຊ່ວຍ​ເອົາ​ພວກເພິ່ນ​ໃຫ້ພົ້ນ​ຈາກ​ເຫຼົ່າ​ສັດຕູ​ນັ້ນ.</verse>
				<verse number="28">ເມື່ອ​ມີ​ສັນຕິສຸກ​ພັດ​ກັບ​ເຮັດ​ບາບ​ຄືນອີກ ພຣະອົງ​ຈຶ່ງ​ໃຫ້​ເຫຼົ່າ​ສັດຕູ​ເອົາ​ຊະນະ​ພວກເພິ່ນ. ແຕ່​ເມື່ອ​ພວກເພິ່ນ​ກັບໃຈ​ໃໝ່​ແລ້ວ ແລະ​ຂໍ​ພຣະອົງ​ໃຫ້​ຄວາມ​ຊ່ວຍເຫລືອ ທີ່​ສະຫວັນ​ພຣະອົງ​ໄດ້​ຮັບ​ຟັງ ຄຳ​ຂໍຮ້ອງ​ຂອງ​ພວກເພິ່ນ​ອີກ. ພຣະອົງ​ໄດ້​ຊ່ວຍເຫລືອ​ຫລາຍ​ຄັ້ງ​ຫລາຍຄາວ ໂດຍ​ຊ່ວຍກູ້​ເອົາ​ພວກເພິ່ນ​ດ້ວຍ​ຄວາມ​ເມດຕາ​ຍິ່ງໃຫຍ່.</verse>
				<verse number="29">ພຣະອົງ​ເຕືອນ​ພວກເພິ່ນ​ໃຫ້​ເຊື່ອຟັງ​ຄຳສັ່ງສອນ ແຕ່​ເພາະ​ພວກເພິ່ນ​ຈອງຫອງ​ຈຶ່ງ​ບໍ່​ຍອມ​ເຮັດ​ຕາມ​ນັ້ນ ເຖິງ​ແມ່ນ​ວ່າ​ການ​ຢຶດຖື​ກົດບັນຍັດ​ໄດ້​ຊີວິດ​ກໍດີ ຍ້ອນ​ພວກເພິ່ນ​ດື້ດຶງ​ຈຶ່ງ​ບໍ່​ເຊື່ອຟັງ​ພຣະອົງ.</verse>
				<verse number="30">ເປັນ​ເວລາ​ຫລາຍ​ປີ​ແລ້ວ ທີ່​ພຣະອົງ​ໄດ້​ຕັກເຕືອນ​ພວກເພິ່ນ ໂດຍ​ບັນດານ​ໃຈ​ຜູ້ທຳນວາຍ​ໃຫ້​ກ່າວ​ຕັກເຕືອນ​ພວກເພິ່ນ; ແຕ່​ປະຊາຊົນ​ຂອງ​ພຣະອົງ​ຫູ​ໜວກ ແລະ​ຫູຕຶງ ສະນັ້ນ ພຣະອົງ​ຈຶ່ງ​ປ່ອຍ​ໃຫ້​ພວກເພິ່ນ​ຖືກ​ພ່າຍແພ້.</verse>
				<verse number="31">ແຕ່​ຍ້ອນ​ພຣະເມດຕາ​ຊົງ​ຍິ່ງໃຫຍ່​ຫລາຍ ຈຶ່ງ​ບໍ່ໄດ້​ປະຖິ້ມ​ພວກເພິ່ນ ແລະ​ທຳລາຍ​ພວກເພິ່ນ. ພຣະອົງ​ເປັນ​ພຣະເຈົ້າ​ທີ່​ຊົງຄຸນງາມ​ຄວາມດີ ທັງ​ຊົງ​ເມດຕາ​ແລະ​ເອັນດູ​ດ້ວຍ.</verse>
				<verse number="32">ໂອ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຮະເຈົ້າ​ຊົງຣິດ ແລະ​ອຳນາດ​ຍິ່ງໃຫຍ່ ຊົງ​ກະທຳ​ໃຫ້​ຢ້ານກົວ​ແລະ​ຊົງ​ຍິ່ງໃຫຍ່​ແທ້ ພຣະອົງ​ຮັກສາ​ພັນທະສັນຍາ​ຢ່າງ​ສັດຊື່ ຄາວ​ກະສັດ​ອັດຊີເຣຍ​ໄດ້​ຂົ່ມເຫັງ​ພວກ​ຂ້ານ້ອຍ. ຈົນເຖິງ​ບັດນີ້​ພວກ​ຂ້ານ້ອຍ​ຍັງ​ໄດ້​ທົນທຸກ​ໜັກ ລວມ​ກະສັດ ແລະ​ຜູ້ນຳ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ ພວກ​ປະໂຣຫິດ ແລະ​ທັງ​ພວກ​ຜູ້ທຳນວາຍ ກັບ​ບັນພະບຸລຸດ ແລະ​ປະຊາຊົນ​ອີກ​ດ້ວຍ. ທຸກຄົນ​ຕ່າງ​ກໍໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ ຂໍໂຜດ​ລະນຶກເຖິງ​ພວກ​ຂ້ານ້ອຍ​ແດ່ທ້ອນ</verse>
				<verse number="33">ຖືກຕ້ອງ​ແລ້ວ​ທີ່​ຊົງ​ລົງໂທດ​ພວກ​ຂ້ານ້ອຍ ເພາະ​ພຣະອົງ​ສັດຊື່ ໃນ​ຂະນະທີ່​ພວກ​ຂ້ານ້ອຍ​ເຮັດ​ບາບ.</verse>
				<verse number="34">ພວກ​ກະສັດ, ພວກຜູ້ນຳ, ພວກ​ປະໂຣຫິດ ແລະ​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ ຕ່າງ​ກໍ​ບໍ່​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະອົງ​ທັງນັ້ນ. ພວກເພິ່ນ​ບໍ່​ຍອມ​ຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຕະຫລອດ​ທັງ​ຄຳເຕືອນ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="35">ດ້ວຍ​ພຣະພອນ​ກະສັດ​ໄດ້​ປົກຄອງ​ປະຊາຊົນ ເມື່ອ​ພວກເພິ່ນ​ອາໄສ​ຢູ່​ໃນ​ດິນແດນ​ອັນ​ໃຫຍ່ກວ້າງ ຄື​ເປັນ​ດິນແດນ​ທີ່​ອຸດົມ​ແລະ​ຮັ່ງມີ ຊຶ່ງ​ພຣະອົງ​ໄດ້​ມອບໝາຍ​ໃຫ້​ແກ່​ພວກເພິ່ນ. ແຕ່​ພວກເພິ່ນ​ບໍ່​ຍອມ​ເລີກ ແລະ​ເຮັບ​ບາບ​ຕໍ່ໄປ ແລະ​ບໍ່ໄດ້​ຫັນ​ມາ​ບົວລະບັດ​ຮັບໃຊ້​ພຣະເຈົ້າ.</verse>
				<verse number="36">ບັດນີ້ ພວກ​ຂ້ານ້ອຍ​ເປັນ​ທາດຮັບໃຊ້​ໃນ​ດິນແດນ ເປັນ​ບ່ອນ​ທີ່​ພຣະອົງ​ໄດ້​ມອບໝາຍ​ໃຫ້​ຢູ່​ນັ້ນ. ດິນແດນ​ແຫ່ງ​ນີ້​ເປັນ​ທີ່​ອຸດົມ​ແລະ​ຮັ່ງມີ ໃຫ້​ອາຫານ​ແກ່​ພວກ​ຂ້ານ້ອຍ​ໄດ້​ຮັບ.</verse>
				<verse number="37">ສິ່ງ​ທີ່​ພື້ນດິນ​ຜະລິດ​ກໍ​ຖືກ​ນຳ​ໄປ​ໃຫ້​ກະສັດ ຜູ້​ທີ່​ຢູ່​ເໜືອ ເພາະ​ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ ເພິ່ນ​ເຮັດ​ຕາມໃຈ​ຕໍ່​ພວກ​ຂ້ານ້ອຍ​ແລະ​ຝູງສັດ​ຂອງ​ພວກ​ຂ້ານ້ອຍ ພວກ​ຂ້ານ້ອຍ​ຈຶ່ງ​ເປັນທຸກ​ໜັກ​ຫລາຍ​ແທ້ໆ.”</verse>
				<verse number="38">ຍ້ອນ​ສິ່ງ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ນັ້ນ; ພວກເຮົາ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ ຈຶ່ງ​ໄດ້​ເຊັນ​ຂໍ້​ຕົກລົງ​ຢ່າງ​ແທ້ຈິງ​ໄວ້​ໃນ​ທີ່​ນີ້ ແລະ​ບັນດາ​ຜູ້ນຳ, ຊາວ​ເລວີ ແລະ​ບັນດາ​ປະໂຣຫິດ​ຂອງ​ພວກເຮົາ​ກໍໄດ້​ປະທັບຕາ​ໄວ້​ດ້ວຍ.</verse>
			</chapter>
			<chapter number="10">
				<verse number="1">ຜູ້​ທຳອິດ​ທີ່​ເຊັນ​ຂໍ້​ຕົກລົງ​ນີ້​ແມ່ນ​ຜູ້ປົກຄອງ​ເນເຫມີຢາ ລູກຊາຍ​ຂອງ​ຮາກາລີຢາ ແລະ​ຕໍ່ມາ ແມ່ນ​ເຊເດກີຢາ. ບຸກຄົນ​ດັ່ງ​ຕໍ່ໄປນີ້​ກໍໄດ້​ເຊັນ​ຄືກັນ:</verse>
				<verse number="2">ປະໂຣຫິດ: ເສຣາອີຢາ, ອາຊາຣີຢາ, ເຢເຣມີຢາ,</verse>
				<verse number="3">ປັດຊູ, ອາມາຣີຢາ, ມັນກີຢາ,</verse>
				<verse number="4">ຮັດຕຸຊະ, ເຊບານີຢາ, ມັນລຸກ,</verse>
				<verse number="5">ຮາຣິມ, ເມເຣໂມດ, ໂອບາດີຢາ,</verse>
				<verse number="6">ດານີເອນ, ຄີນເນໂທນ, ບາຣຸກ,</verse>
				<verse number="7">ເມຊຸນລຳ, ອາບີຢາ, ມີຢາມິນ,</verse>
				<verse number="8">ມາອາຊີຢາ, ບິນກາຍ ແລະ​ເຊມາອີຢາ.</verse>
				<verse number="9">ຊາວ​ເລວີ: ເຢຊູອາ​ລູກຊາຍ​ຂອງ​ອາຊານີຢາ, ບິນນູອີ​ຄົນ​ໃນ​ຕະກຸນ​ຂອງ​ເຮນາດາດ, ກາດມີເອນ,</verse>
				<verse number="10">ເຊບານີຢາ, ໂຮດີຢາ, ເກລີຕາ, ເປລາອີຢາ, ຮານານ,</verse>
				<verse number="11">ມີກາ, ເຣໂຮບ, ຮາຊາບີຢາ,</verse>
				<verse number="12">ຊັກກູເຣ, ເຊເຣບີຢາ, ເຊບານີຢາ,</verse>
				<verse number="13">ໂຮດີຢາ, ບານີ ແລະ​ເບນີນູ.</verse>
				<verse number="14">ຜູ້ນຳ​ປະຊາຊົນ: ປາຣົດ, ປາຮາດ​ໂມອາບ, ເອລາມ, ຊັດຕຸ, ບານີ,</verse>
				<verse number="15">ບັນນີ, ອາຊະກາດ, ເບບາຍ,</verse>
				<verse number="16">ອາໂດນີຢາ, ບິກໄຫວ, ອາດິນ,</verse>
				<verse number="17">ອາເຕ, ເຮເຊກີຢາ, ອັດຊູຣະ,</verse>
				<verse number="18">ໂຮດີຢາ, ຮາຊຸມ, ເບໄຊ,</verse>
				<verse number="19">ຮາຣິບ, ອານາທົດ, ເນບາຍ,</verse>
				<verse number="20">ມາກປີອັດຊະ, ເມຊຸນລຳ, ເຮຊີຣະ,</verse>
				<verse number="21">ເມເຊຊາເບນ, ຊາດົກ, ຢັດດູອາ,</verse>
				<verse number="22">ເປລາຕີຢາ, ຮານານ, ອານາອີຢາ,</verse>
				<verse number="23">ໂຮເຊຢາ, ຮານານີຢາ, ຮັດຊຸບ,</verse>
				<verse number="24">ຮັນໂລເຮັດ, ປິນຮາ, ໂຊເບັກ,</verse>
				<verse number="25">ເຣຮຸມ, ຮາຊັບນາ, ມາອາເສອີຢາ,</verse>
				<verse number="26">ອາຮີຢາ, ຮານານ, ອານານ,</verse>
				<verse number="27">ມັນລຸກ, ຮາຣິມ ແລະ​ບາອານາ.</verse>
				<verse number="28">“ພວກ​ຂ້ານ້ອຍ ປະຊາຊົນ​ອິດສະຣາເອນ ຄື​ພວກ​ປະໂຣຫິດ​ຊາວ​ເລວີ ແລະ​ພວກ​ເຝົ້າຍາມ, ບັນດາ​ນັກຮ້ອງ, ຜູ້ຮັບໃຊ້​ປະຈຳ​ພຣະວິຫານ ແລະ​ທຸກຄົນ​ທີ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະເຈົ້າ ໄດ້​ແຍກ​ຕົນເອງ​ອອກ​ຈາກ​ຊາວ​ຕ່າງຊາດ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກ​ຂ້ານ້ອຍ. ພວກ​ຂ້ານ້ອຍ​ພ້ອມ​ດ້ວຍ​ລູກ​ເມຍ​ຂອງ​ພວກ​ຂ້ານ້ອຍ​ທຸກຄົນ​ເຕີບໃຫຍ່​ພໍ​ທີ່​ຈະ​ເຂົ້າໃຈ​ໄດ້</verse>
				<verse number="29">ຂໍ​ຮ່ວມ​ກັບ​ບັນດາ​ຜູ້ນຳ​ຂອງ​ພວກ​ຂ້ານ້ອຍ​ໃນ​ທີ່​ນີ້ ພາຍໃຕ້​ຄຳສາບແຊ່ງ​ອັນ​ມີ​ໂທດ​ຮ້າຍແຮງ ຖ້າ​ພວກ​ຂ້ານ້ອຍ​ຝ່າຝືນ​ຂໍ້​ຕົກລົງ​ນີ້ ຂໍ​ສາບານ​ວ່າ​ພວກ​ຂ້ານ້ອຍ​ຈະ​ດຳເນີນ​ຊີວິດ​ຕາມ​ກົດບັນຍັດ ຊຶ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ຜ່ານ​ທາງ​ໂມເຊ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ; ວ່າ​ພວກ​ຂ້ານ້ອຍ​ຈະ​ກະທຳ​ຕາມ​ສິ່ງ​ທັງໝົດ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ໄດ້​ສັ່ງ; ແລະ​ວ່າ​ພວກ​ຂ້ານ້ອຍ​ຈະ​ຢຶດຖື​ກົດບັນຍັດ ແລະ​ຂໍ້​ກຳນົດ​ຕ່າງໆ​ຂອງ​ພຣະອົງ.</verse>
				<verse number="30">ພວກ​ຂ້ານ້ອຍ​ຈະ​ບໍ່​ແຕ່ງງານ​ກັບ​ຊາວ​ຕ່າງຊາດ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກ​ຂ້ານ້ອຍ​ນີ້.</verse>
				<verse number="31">ຖ້າ​ຄົນຕ່າງຊາດ​ນຳ​ເຂົ້າ ຫລື​ສິ່ງຂອງ​ໃດໆ ມາ​ຂາຍ​ໃຫ້​ພວກ​ຂ້ານ້ອຍ​ໃນ​ວັນ​ຊະບາໂຕ ຫລື​ໃນ​ວັນ​ສັກສິດ​ອື່ນໆ ພວກ​ຂ້ານ້ອຍ​ກໍ​ຈະ​ບໍ່​ຊື້​ນຳ​ພວກເຂົາ. ທຸກໆ​ເຈັດ​ປີ​ໃດ​ພວກ​ຂ້ານ້ອຍ​ຈະ​ບໍ່​ເຮັດ​ໄຮ່​ໄຖ​ນາ ແລະ​ຈະ​ຍົກໜີ້​ທັງໝົດ​ໃຫ້​ແກ່​ຜູ້​ທີ່​ກູ້ຢືມ.</verse>
				<verse number="32">ທຸກໆ​ປີ​ໃດ ພວກ​ຂ້ານ້ອຍ​ຈະ​ບໍລິຈາກ​ເງິນ​ຈຳນວນ​ຫ້າ​ກຼາມ ສຳລັບ​ການ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.</verse>
				<verse number="33">ພວກ​ຂ້ານ້ອຍ​ຈະ​ຈັດຫາ​ໄວ້​ສຳລັບ​ການ​ນະມັດສະການ​ໃນ​ພຣະວິຫານ ດັ່ງນີ້: ເຂົ້າຈີ່​ສັກສິດ, ພືດຜົນ​ເປັນເມັດ​ທີ່​ຖວາຍ​ປະຈຳວັນ, ສັດ​ຫລາຍ​ໂຕ​ທີ່​ຕ້ອງ​ເຜົາບູຊາ​ແຕ່ລະວັນ, ເຄື່ອງ​ຖວາຍບູຊາ​ສັກສິດ​ສຳລັບ​ວັນ​ຊະບາໂຕ, ສຳລັບ​ວັນ​ເດືອນ​ຂຶ້ນ​ໃໝ່ ແລະ​ສຳລັບ​ວັນ​ອື່ນໆ, ເຄື່ອງ​ຖວາຍບູຊາ​ສັກສິດ​ອື່ນໆ, ເຄື່ອງ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ຊາດ​ອິດສະຣາເອນ ແລະ​ສິ່ງ​ອື່ນໆ​ອີກ ທີ່​ຈຳເປັນ​ສຳລັບ​ພຣະວິຫານ.</verse>
				<verse number="34">ພວກ​ຂ້ານ້ອຍ, ປະຊາຊົນ, ບັນດາ​ປະໂຣຫິດ ແລະ​ຊາວ​ເລວີ ຈະ​ໃຊ້​ສະຫລາກ​ແຕ່ລະປີ ເພື່ອ​ຕັດສິນ​ຊີ້ຂາດ​ຢ່າງ​ຄັກແນ່​ວ່າ ຕະກຸນໃດ​ຈະ​ເປັນ​ຜູ້​ຈັດຫາ​ຟືນ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ເພື່ອ​ເຜົາ​ບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຕາມ​ທີ່​ກົດບັນຍັດ​ຂອງ​ພຣະອົງ​ໄດ້​ຂຽນ​ໄວ້.</verse>
				<verse number="35">ແຕ່ລະປີ​ໃດ ພວກ​ຂ້ານ້ອຍ​ຈະ​ນຳ​ພືດຜົນ​ເປັນເມັດ​ທີ່​ໄດ້​ເກັບກ່ຽວ​ເທື່ອ​ທຳອິດ ແລະ​ໝາກໄມ້​ທີ່​ສຸກ​ເທື່ອ​ທຳອິດ​ຈາກ​ຕົ້ນ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="36">ລູກຊາຍກົກ​ແຕ່ລະຄົນ​ຂອງ​ພວກ​ຂ້ານ້ອຍ ຈະ​ຕ້ອງ​ຖືກ​ນຳ​ໄປ​ຫາ​ປະໂຣຫິດ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ແລະ​ຖວາຍ​ລາວ​ແກ່​ພຣະເຈົ້າ​ຢູ່​ໃນ​ທີ່ນັ້ນ ຕາມ​ທີ່​ກົດບັນຍັດ​ໄດ້​ຂຽນ​ໄວ້. ພວກ​ຂ້ານ້ອຍ​ຍັງ​ຈະ​ຖວາຍ​ລູກກົກ​ຂອງ​ງົວເຖິກ, ຂອງ​ງົວແມ່​ແຕ່ລະໂຕ ແລະ​ລູກກົກ​ຂອງ​ແກະເຖິກ ຫລື​ລູກແກະ ຫລື​ລູກ​ແບ້​ແຕ່ລະໂຕ​ດ້ວຍ.</verse>
				<verse number="37">ທຸກໆ​ປີ​ໃດ ພວກ​ຂ້ານ້ອຍ​ຈະ​ນຳ​ເຂົ້າໜົມ​ທີ່​ບໍ່ໄດ້​ຈີ່ ຊຶ່ງ​ເຮັດ​ຈາກ​ພືດຜົນ​ເປັນເມັດ​ທີ່​ເກັບກ່ຽວ​ແຕ່ຕົ້ນປີ​ພ້ອມທັງ​ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ແລະ​ໝາກໄມ້​ຊະນິດ​ຕ່າງໆ​ມາ​ໃຫ້​ປະໂຣຫິດ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າ. ພວກ​ຂ້ານ້ອຍ​ຈະ​ນຳ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ຈາກ​ໄຮ່​ນາ ແລະ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ຈາກ​ດິນແດນ​ຂອງ​ພວກ​ຂ້ານ້ອຍ​ມາ​ໃຫ້​ຊາວ​ເລວີ.</verse>
				<verse number="38">ພວກ​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ​ຈະ​ໄປ​ກັບ​ຊາວ​ເລວີ ເມື່ອ​ເກັບ​ເອົາ​ໜຶ່ງສ່ວນສິບ​ນັ້ນ; ແລະ​ເພື່ອ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ໃຫ້​ຊາວ​ເລວີ​ຖວາຍ​ໜຶ່ງສ່ວນສິບ​ຈາກ​ສິ່ງຂອງ​ຂອງ​ພວກຕົນ ຊຶ່ງ​ໄດ້​ມາ​ຈາກ​ໜຶ່ງສ່ວນສິບ​ທັງໝົດ​ນີ້ ໃຫ້​ແກ່​ຄັງ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເໝືອນກັນ.</verse>
				<verse number="39">ປະຊາຊົນ​ຊາວ​ອິດສະຣາເອນ ແລະ​ຊາວ​ເລວີ​ຈະ​ຕ້ອງ​ບໍລິຈາກ​ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ ໄວ້​ໃນ​ຄັງ​ບ່ອນ​ມ້ຽນ​ເຄື່ອງໃຊ້​ປະຈຳ​ພຣະວິຫານ ໃນ​ບ່ອນ​ທີ່​ບັນດາ​ປະໂຣຫິດ​ປະຈຳການ, ໃນ​ບ່ອນ​ພວກ​ຄົນເຝົ້າຍາມ ແລະ​ໃນ​ບ່ອນ​ທີ່​ສະມາຊິກ​ກຸ່ມ​ນັກຮ້ອງ​ອາໄສ​ຢູ່. ພວກ​ຂ້ານ້ອຍ​ຈະ​ບໍ່​ລະເລີຍ​ຕໍ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.”</verse>
			</chapter>
			<chapter number="11">
				<verse number="1">ພວກຜູ້ນຳ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ສ່ວນ​ປະຊາຊົນ​ທີ່​ເຫຼືອ​ນັ້ນ​ພາກັນ​ໃຊ້​ສະຫລາກ ເພື່ອ​ເລືອກ​ເອົາ​ຄອບຄົວ​ໜຶ່ງ​ໃນ​ແຕ່ລະສິບ​ຄອບຄົວ​ໄປ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ເມືອງ​ສັກສິດ; ສ່ວນ​ເກົ້າ​ຄອບຄົວ​ນັ້ນ ຕ້ອງ​ໄປ​ອາໄສ​ຢູ່​ໃນ​ເມືອງ​ໃຫຍ່​ແລະ​ເມືອງນ້ອຍ​ອື່ນໆ.</verse>
				<verse number="2">ປະຊາຊົນ​ໄດ້​ຍ້ອງຍໍ​ຜູ້​ທີ່​ອາສາ​ສະໝັກ​ເຂົ້າ​ໄປ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="3">ທັງໝົດ​ນີ້ ແມ່ນ​ບັນດາ​ຜູ້ນຳ​ຂອງ​ປະຊາຊົນ ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ, ສ່ວນ​ຄົນອື່ນໆ​ໄດ້​ໄປ​ອາໄສ​ຕາມ​ເມືອງນ້ອຍ ເມືອງ​ໃຫຍ່ ຊຶ່ງ​ມີ​ລາຍຊື່​ຕໍ່ໄປນີ້: ບັນດາ​ປະໂຣຫິດ​ຊາວ​ເລວີ, ຜູ້ຮັບໃຊ້​ໃນ​ພຣະວິຫານ ແລະ​ເຊື້ອສາຍ​ຂອງ​ຜູ້ຮັບໃຊ້​ຂອງ​ກະສັດ​ໂຊໂລໂມນ ກໍໄດ້​ອາໄສ​ຢູ່​ໃນ​ເມືອງ ທີ່​ເປັນ​ສົມບັດ​ຂອງ​ພວກເຂົາ. ບັນຊີ​ລາຍຊື່​ຂອງ​ປະຊາຊົນ​ຊັ້ນ​ຜູ້ນຳ​ຂອງ​ຢູດາ ທີ່​ໄດ້​ມາ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ມີ​ດັ່ງນີ້:</verse>
				<verse number="4">ບັນດາ​ສະມາຊິກ​ຂອງ​ເຜົ່າຢູດາ: ອາທາອີຢາ​ລູກຊາຍ​ຂອງ​ອຸດຊີຢາ ແລະ​ຫລານຊາຍ​ຂອງ​ເຊກາຣີຢາ. ບັນພະບຸລຸດ​ຄົນອື່ນ​ຂອງ​ລາວ​ມີ​ດັ່ງນີ້: ອາມາຣີຢາ, ເຊຟາຕີຢາ ແລະ​ມະຫາລາເລນ ເຊື້ອສາຍ​ຂອງ​ເປເຣັດ ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ຢູດາ.</verse>
				<verse number="5">ມາອາເສອີຢາ​ລູກຊາຍ​ຂອງ​ບາຣຸກ ແລະ​ຫລານຊາຍ​ຂອງ​ກົນໂຮເຊ. ບັນພະບຸລຸດ​ຄົນອື່ນໆ​ຂອງ​ລາວ​ມີ​ດັ່ງນີ້: ຮາຊາອີຢາ, ອາດາອີຢາ, ໂຢອີອາຣິບ ແລະ​ເຊກາຣີຢາ ເຊື້ອສາຍ​ຂອງ​ເຊລາ​ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ຢູດາ.</verse>
				<verse number="6">ຈາກ​ເຊື້ອສາຍ​ຂອງ​ເປເຣັດ​ມີ​ຜູ້ຊາຍ​ທີ່​ເກັ່ງກ້າ 468 ຄົນ ທີ່​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="7">ບັນດາ​ສະມາຊິກ​ຈາກ​ເຜົ່າ​ຂອງ​ເບັນຢາມິນ: ສານລູ​ລູກຊາຍ​ຂອງ​ເມຊຸນລຳ ແລະ​ຫລານຊາຍ​ຂອງ​ໂຢເອັດ. ບັນພະບຸລຸດ​ຄົນອື່ນໆ​ຂອງ​ລາວ​ມີ​ດັ່ງນີ້: ເປດາອີຢາ, ໂກລາອີຢາ, ມາອາເສອີຢາ, ອີທິເອນ ແລະ​ເຢຊາອີຢາ.</verse>
				<verse number="8">ກັບໄບ ແລະ ສານໄລ ເປັນ​ພີ່ນ້ອງ​ຜູ້​ໃກ້ຊິດ ຂອງ​ສານລູ. ມີ​ຜູ້ຊາຍ​ຊາວ​ເບັນຢາມິນ​ທັງໝົດ 928 ຄົນ ທີ່​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="9">ໂຢເອນ​ລູກຊາຍ​ຂອງ​ຊີກະຣີ ເປັນ​ຜູ້ນຳ​ຂອງ​ພວກເຂົາ ແລະ​ຢູດາ​ລູກຊາຍ​ຂອງ​ຮັດເສນູຢາ ເປັນ​ຮອງ​ຜູ້ປົກຄອງ​ເມືອງ.</verse>
				<verse number="10">ບັນດາ​ປະໂຣຫິດ: ເຢດາອີຢາ​ລູກຊາຍ​ຂອງ​ໂຢອີອາຣິບ ແລະ​ຢາກິນ.</verse>
				<verse number="11">ເສຣາອີຢາ​ລູກຊາຍ​ຂອງ​ຮິນກີຢາ ແລະ​ຫລານຊາຍ​ຂອງ​ເມຊຸນລຳ. ບັນພະບຸລຸດ​ຂອງ​ລາວ​ມີ​ດັ່ງນີ້: ຊາດົກ, ເມຣາອີຢົດ ແລະ​ອາຮີຕຸບ​ທີ່​ເປັນ​ຜູ້ຄວບຄຸມ​ປະຈຳ​ວິຫານ​ຂອງ​ພຣະເຈົ້າ.</verse>
				<verse number="12">ສະມາຊິກ​ທັງໝົດ​ໃນ​ຕະກຸນ​ນີ້ ຜູ້ຮັບໃຊ້​ຢູ່​ໃນ​ພຣະວິຫານ​ມີ 822 ຄົນ. ອາດາອີຢາ​ລູກຊາຍ​ຂອງ​ເຢໂຣຮາມ ແລະ​ຫລານຊາຍ​ຂອງ​ເປລາລີຢາ. ບັນພະບຸລຸດ​ຂອງ​ລາວ​ມີ​ດັ່ງນີ້: ອາມຊີ, ເຊກາຣີຢາ, ປັດຊູ ແລະ​ມັນກີຢາ.</verse>
				<verse number="13">ສະມາຊິກ​ທັງໝົດ​ໃນ​ຕະກຸນ​ນີ້ ຜູ້​ທີ່​ເປັນ​ຫົວໜ້າ​ຄອບຄົວ​ມີ 242 ຄົນ. ອາມັດໄສ​ລູກຊາຍ​ຂອງ​ອາຊາເຣນ ແລະ​ຫລານຊາຍ​ຂອງ​ອາຮະໄຊ. ບັນພະບຸລຸດ​ຂອງ​ລາວ​ມີ​ດັ່ງນີ້: ເມຊີນເລໂມດ​ແລະ​ອິມເມ.</verse>
				<verse number="14">ສະມາຊິກ​ທັງໝົດ​ໃນ​ຕະກຸນ​ນີ້​ທີ່​ເປັນ​ທະຫານ​ເກັ່ງກ້າ​ມີ 128 ຄົນ. ຜູ້ນຳ​ຂອງ​ພວກເຂົາ​ແມ່ນ​ຊັບດີເອນ ສະມາຊິກ​ຂອງ​ຄອບຄົວ​ໜຶ່ງ​ທີ່​ສຳຄັນ​ທີ່ສຸດ.</verse>
				<verse number="15">ຊາວ​ເລວີ: ເຊມາອີຢາ​ລູກຊາຍ​ຂອງ​ຮັດຊຸບ ແລະ​ຫລານຊາຍ​ຂອງ​ອາຊະຣີກຳ. ບັນພະບຸລຸດ​ຂອງ​ລາວ​ມີ​ດັ່ງນີ້: ຮາຊາບີຢາ ແລະ​ບັນນີ.</verse>
				<verse number="16">ຊັບເບທາຍ ແລະ​ໂຢຊາບັດ ຄົນເລວີ​ຜູ້​ດີເດັ່ນ ພວກເຂົາ​ໄດ້​ຮັບຜິດຊອບ​ວຽກງານ​ນອກ​ວິຫານ​ຂອງ​ພຣະເຈົ້າ.</verse>
				<verse number="17">ມັດຕານີຢາ​ລູກຊາຍ​ຂອງ​ມີກາ ແລະ​ຫລານຊາຍ​ຂອງ​ຊັບດີ ແມ່ນ​ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ອາສັບ. ລາວ​ເປັນ​ຜູ້ນຳ​ກຸ່ມ​ຮ້ອງເພງ​ໃນ​ພຣະວິຫານ ໂດຍ​ຮ້ອງເພງ​ພາວັນນາ​ອະທິຖານ​ໂມທະນາ​ຂອບພຣະຄຸນ. ບັກບຸກີຢາ​ເປັນ​ຜູ້​ຊ່ວຍ​ຂອງ​ມັດຕານີຢາ. ອັບດາ​ລູກຊາຍ​ຂອງ​ຊາມມູອາ ແລະ​ຫລານຊາຍ​ຂອງ​ກາລານ ແມ່ນ​ເຊື້ອສາຍ​ຂອງ​ເຢດູທູນ.</verse>
				<verse number="18">ຊາວ​ເລວີ​ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ເມືອງ​ສັກສິດ ທັງໝົດ​ມີ 284 ຄົນ.</verse>
				<verse number="19">ພວກ​ເຝົ້າຍາມ​ປະຕູ: ອັກກຸບ, ຕານໂມນ ແລະ​ພີ່ນ້ອງ​ທັງໝົດ​ຂອງ​ພວກເຂົາ​ມີ 172 ຄົນ.</verse>
				<verse number="20">ສ່ວນ​ປະຊາຊົນ​ອິດສະຣາເອນ​ທີ່​ຍັງເຫລືອ ແລະ​ບັນດາ​ປະໂຣຫິດ​ທີ່​ຍັງ​ຢູ່ ແລະ​ຊາວ​ເລວີ ຕ່າງ​ກໍ​ອາໄສ​ຢູ່​ໃນ​ທີ່ດິນ​ຂອງຕົນ​ໃນ​ເມືອງ​ໃຫຍ່ ແລະ​ເມືອງນ້ອຍ​ອື່ນໆ​ຂອງ​ຢູດາຍ.</verse>
				<verse number="21">ຜູ້ຮັບໃຊ້​ໃນ​ພຣະວິຫານ​ໄດ້​ອາໄສ​ຢູ່​ໃນ​ສ່ວນ​ໜຶ່ງ​ຂອງ​ນະຄອນ​ເຢຣູຊາເລັມ ຊຶ່ງ​ເອີ້ນ​ວ່າ ໂອເຟນ ແລະ​ເຮັດ​ໜ້າທີ່​ຂອງ​ພວກເຂົາ ພາຍໃຕ້​ການ​ດູແລ​ຂອງ​ຊີຮາ ແລະ​ກີຊະປາ.</verse>
				<verse number="22">ຜູ້ດູແລ​ຂອງ​ຊາວ​ເລວີ​ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ແມ່ນ​ອຸດຊີ. ລາວ​ເປັນ​ລູກຊາຍ​ຂອງ​ບານີ ແລະ​ຫລານຊາຍ​ຂອງ​ຮາຊາບີຢາ. ບັນພະບຸລຸດ​ຂອງ​ລາວ​ມີ​ດັ່ງນີ້: ມັດຕານີຢາ ແລະ​ມີກາ ຄົນ​ໃນ​ຕະກຸນ​ຂອງ​ອາສັບ​ທີ່​ຮັບຜິດຊອບ​ຝ່າຍ​ດົນຕຼີ​ສຳລັບ​ພິທີ​ນະມັດສະການ​ຕ່າງໆ​ໃນ​ພຣະວິຫານ.</verse>
				<verse number="23">ມີ​ຄຳສັ່ງ​ຂອງ​ກະສັດ​ຂໍ້ໜຶ່ງ​ໄດ້​ກຳນົດ​ໄວ້​ວ່າ, ຕະກຸນ​ຕ່າງໆ​ຈະ​ຕ້ອງ​ສັບປ່ຽນ​ກັນ​ຮ້ອງເພງ​ແຕ່ລະວັນ​ໃນ​ພຣະວິຫານ.</verse>
				<verse number="24">ເປທາຮີຢາ​ລູກຊາຍ​ຂອງ​ເມເຊຊາເບນ​ແຫ່ງ​ຕະກຸນ​ເຊຣາ ແລະ​ຢູ່​ໃນ​ເຜົ່າ​ຢູດາ ໄດ້​ປະຈຳ​ຢູ່​ທີ່​ສຳນັກ​ຂອງ​ກະສັດ ເພື່ອ​ຕາງໜ້າ​ໃຫ້​ປະຊາຊົນ​ອິດສະຣາເອນ.</verse>
				<verse number="25">ປະຊາຊົນ​ສ່ວນ​ຫລາຍ​ແມ່ນ​ໄດ້​ອາໄສ​ຢູ່​ໃນ​ເມືອງນ້ອຍ ໃກ້​ກັບ​ໄຮ່​ນາ​ຂອງ​ພວກເຂົາ. ພວກ​ທີ່​ເປັນ​ຄົນ​ໃນ​ເຜົ່າ​ຂອງ​ຢູດາ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ກີຣິອາດ​ອາກບາ, ດີໂບນ ແລະ​ເຢກັບເຊເອນ ແລະ​ໃນ​ໝູ່ບ້ານ​ຕ່າງໆ​ທີ່​ໃກ້ຄຽງ​ກັບ​ເມືອງ​ເຫຼົ່ານັ້ນ.</verse>
				<verse number="26">ພວກເຂົາ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ເຢຊູອາ, ໂມລາດາ, ເບັດເປເລັດ</verse>
				<verse number="27">ແລະ​ຮາຊາຊູອານ ແລະ​ໃນ​ເບເອນເຊບາ ແລະ​ໃນ​ໜູ່ບ້ານ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.</verse>
				<verse number="28">ພວກເຂົາ​ອາໄສ​ຢູ່​ທີ່​ເມືອງ​ຊິກລັກ, ເມືອງ​ເມໂກນາ ແລະ​ໝູ່ບ້ານ​ຂອງ​ເມືອງ​ນັ້ນ,</verse>
				<verse number="29">ເມືອງ​ເອນຣິມໂມນ, ໂຊຣາ, ຢາຣະມຸດ,</verse>
				<verse number="30">ຊາໂນອາ, ອາດຸນລຳ ແລະ​ໝູ່ບ້ານ​ຕ່າງໆ​ທີ່​ຢູ່​ໃກ້ຄຽງ​ກັບ​ເມືອງ​ເຫຼົ່ານັ້ນ. ພວກເຂົາ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ລາກິດ ແລະ​ໃນ​ໄຮ່​ນາ​ຕ່າງໆ​ທີ່​ຢູ່​ໃກ້ຄຽງ ແລະ​ໃນ​ເມືອງ​ອາເຊກາ ແລະ​ໃນ​ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ນັ້ນ. ສະນັ້ນ ຈຶ່ງ​ເວົ້າ​ໄດ້​ວ່າ ປະຊາຊົນ​ຢູດາ​ນັ້ນ​ໄດ້​ອາໄສ​ຢູ່​ໃນ​ເຂດແດນ ລະຫວ່າງ​ເບເອນເຊບາ​ທາງ​ພາກໃຕ້ ແລະ​ຮ່ອມພູ​ຮິນໂນມ​ທາງ​ພາກເໜືອ.</verse>
				<verse number="31">ປະຊາຊົນ​ຂອງ​ເຜົ່າ​ເບັນຢາມິນ​ໄດ້​ອາໄສ​ຢູ່ ຕັ້ງແຕ່​ເມືອງ​ເກບາ​ທາງ​ພາກເໜືອ ຈົນຮອດ​ມິກມາດ, ອາອີ, ເບັດເອນ ແລະ​ໝູ່ບ້ານ​ຕ່າງໆ​ທີ່​ຢູ່​ໃກ້ຄຽງ​ນັ້ນ;</verse>
				<verse number="32">ອານາທົດ, ໂນບ, ອານານີຢາ,</verse>
				<verse number="33">ຮາໂຊ, ຣາມາ, ກິດຕາອິມ,</verse>
				<verse number="34">ຮາດິດ, ເຊບົວອິມ, ເນບັນລັດ,</verse>
				<verse number="35">ໂລດ ແລະ​ໂອໂນ ແລະ​ໃນ​ຮ່ອມພູ​ຂອງ​ພວກ​ຊ່າງສີມື.</verse>
				<verse number="36">ຊາວ​ເລວີ​ບາງ​ໝວດ​ໄດ້​ອາໄສ​ຢູ່​ໃນ​ເຂດແດນ​ຂອງ​ຢູດາຍ ແລະ​ໄດ້​ຮັບ​ມອບໝາຍ​ໃຫ້​ຢູ່​ກັບ​ປະຊາຊົນ​ຂອງ​ເຜົ່າ​ເບັນຢາມິນ.</verse>
			</chapter>
			<chapter number="12">
				<verse number="1">ຕໍ່ໄປນີ້​ແມ່ນ​ບັນຊີ​ລາຍຊື່​ຂອງ​ພວກ​ປະໂຣຫິດ​ແລະ​ຊາວ​ເລວີ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ນຳ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ແລະ​ນຳ​ມະຫາ​ປະໂຣຫິດ​ເຢຊູອາ ມີ​ດັ່ງນີ້:</verse>
				<verse number="2">ພວກ​ປະໂຣຫິດ: ເສຣາອີຢາ, ເຢເຣມີຢາ, ເອຊະຣາ, ອາມາຣີຢາ, ມັນລຸກ, ຮັດຕຸຊະ, ເຊການີຢາ, ເຣຮຸມ, ເມເຣໂມດ, ອິດໂດ, ກິນເນໂທອີ, ອາບີຢາ, ມີຢາມິນ, ມາອາດີຢາ, ບີນກາ, ເຊມາອີຢາ, ໂຢອີອາຣິບ, ເຢດາອີຢາ, ສານລູ, ອາມົກ, ຮິນກີຢາ ແລະ​ເຢດາອີຢາ. ຄົນ​ເຫຼົ່ານີ້​ແມ່ນ​ພວກຜູ້ນຳ​ໃນ​ທ່າມກາງ​ພີ່ນ້ອງ​ປະໂຣຫິດ​ຂອງ​ພວກເຂົາ​ທັງໝົດ ຢູ່​ໃນ​ສະໄໝ​ຂອງ​ມະຫາ​ປະໂຣຫິດ​ເຢຊູອາ.</verse>
				<verse number="3"></verse>
				<verse number="4"></verse>
				<verse number="5"></verse>
				<verse number="6"></verse>
				<verse number="7"></verse>
				<verse number="8">ຊາວ​ເລວີ: ພວກ​ທີ່​ຮັບຜິດຊອບ​ຮ້ອງເພງ​ໂມທະນາ​ຂອບພຣະຄຸນ ມີ​ດັ່ງນີ້: ເຢຊູອາ, ບິນນູອີ, ກາດມີເອນ, ເຊເຣບີຢາ, ຢູດາ ແລະ​ມັດຕານີຢາ.</verse>
				<verse number="9">ພວກ​ທີ່​ຕັ້ງ​ກຸ່ມ​ຮ້ອງເພງ​ສະຫລັບ​ກັນ ມີ​ດັ່ງນີ້: ບັກບຸກີຢາ, ອັນໂນ ແລະ​ພີ່ນ້ອງ​ຊາວ​ເລວີ​ຄົນອື່ນໆ​ຂອງ​ພວກເຂົາ.</verse>
				<verse number="10">ເຢຊູອາ​ເປັນ​ພໍ່​ຂອງ​ໂຢອີອາກິມ; ໂຢອີອາກິມ​ເປັນ​ພໍ່​ຂອງ​ເອລີອາຊິບ; ເອລີອາຊິບ​ເປັນ​ພໍ່​ຂອງ​ໂຢອີອາດາ;</verse>
				<verse number="11">ໂຢອີອາດາ​ເປັນ​ພໍ່​ຂອງ​ໂຢນາທານ; ໂຢນາທານ​ເປັນ​ພໍ່​ຂອງ​ຢັດດູອາ.</verse>
				<verse number="12">ເມື່ອ​ໂຢອີອາກິມ​ໄດ້​ເປັນ​ມະຫາ​ປະໂຣຫິດ ບັນດາ​ປະໂຣຫິດ​ທີ່​ມີ​ຊື່​ດັ່ງ​ຕໍ່ໄປນີ້ ແມ່ນ​ເປັນ​ຫົວໜ້າ​ຂອງ​ຕະກຸນ​ຕ່າງໆ ດັ່ງນີ້: ເມຣາອີຢາ ເສຣາອີຢາ; ຮານານີຢາ ເຢເຣມີຢາ; ເມຊຸນລຳ ເອຊະຣາ; ເຢໂຮຮານານ ອາມາຣີຢາ; ໂຢນາທານ ມັນລູກີ; ໂຢເຊັບ ເຊບານີຢາ; ອັດນາ ຮາຣິມ; ເຮນໄກ ເມຣາອີໂຢດ; ເຊກາຣີຢາ ອິດໂດ; ເມຊຸນລຳ ກິນເນໂທນ; ຊີກະຣີ ອາບີຢາ; ­­... ມີນີອາມິນ; ປີນໄຕ ໂມອາດີຢາ; ຊາມມູອາ ບີນກາ; ເຢໂຮນາທານ ເຊມາອີຢາ; ມັດເຕໄນ ໂຢອີອາຣິບ; ອຸດຊີ ເຢດາອີຢາ; ກັນໄລ ສານໄລ; ເອເບ ອາມົກ; ຮາຊາບີຢາ ຮິນກີຢາ; ເນທາເນນ ເຢດາອີຢາ;</verse>
				<verse number="13"></verse>
				<verse number="14"></verse>
				<verse number="15"></verse>
				<verse number="16"></verse>
				<verse number="17"></verse>
				<verse number="18"></verse>
				<verse number="19"></verse>
				<verse number="20"></verse>
				<verse number="21"></verse>
				<verse number="22">ໄດ້​ມີ​ບັນທຶກ​ສະບັບ​ໜຶ່ງ​ຂອງ​ຫົວໜ້າ​ຄອບຄົວ​ຊາວ​ເລວີ​ແລະ​ຂອງ​ພວກ​ປະໂຣຫິດ ໄດ້​ຖືກ​ຮັກສາ​ໄວ້​ນຳ​ມະຫາ​ປະໂຣຫິດ​ໃນ​ສະໄໝ​ທີ່​ພວກເຂົາ​ຄອງ​ຕຳແໜ່ງ ມີ​ດັ່ງນີ້: ເອລີອາຊິບ, ໂຢອີອາດາ, ໂຢນາທານ ແລະ​ຢັດດູອາ. ບົດ​ບັນທຶກ​ນີ້​ເຮັດ​ສຳເລັດ ເມື່ອ​ກະສັດ​ດາຣິອຸດ​ຂຶ້ນ​ເປັນ​ຈັກກະພັດ​ແຫ່ງ​ເປີເຊຍ.</verse>
				<verse number="23">ເຖິງ​ຢ່າງ​ໃດ​ກໍຕາມ ບັນດາ​ຫົວໜ້າ​ຂອງ​ຄອບຄົວ​ຊາວ​ເລວີ​ໄດ້​ຖືກ​ບັນທຶກ​ໄວ້​ເປັນ​ທາງການ ພຽງແຕ່​ໃນ​ສະໄໝ​ຂອງ​ໂຢນາທານ ຫລານຊາຍ​ຂອງ​ເອລີອາຊິບ​ເທົ່ານັ້ນ.</verse>
				<verse number="24">ພາຍໃຕ້​ການ​ຊີ້ນຳ​ຂອງ​ຮາຊາບີຢາ, ເຊເຣບີຢາ, ເຢຊູອາ, ບິນນູອີ, ແລະ​ກາດມີເອນ, ຊາວ​ເລວີ​ໄດ້​ຖືກ​ຈັດຕັ້ງ​ກັນ​ເປັນ​ຫລາຍ​ໝວດ. ສອງ​ໝວດ​ຈະ​ຕົກ​ຜຽນ​ກັນ​ເພື່ອ​ຮ້ອງເພງ​ສຳລັບ​ການ​ສັນລະເສີນ​ແລະ​ການ​ໂມທະນາ​ຂອບພຣະຄຸນ ຕາມ​ຄຳແນະນຳ​ທີ່​ກະສັດ​ດາວິດ​ຄົນ​ຂອງ​ພຣະເຈົ້າ​ໄດ້​ມອບໝາຍ​ໃຫ້.</verse>
				<verse number="25">ພວກ​ຄົນເຝົ້າຍາມ​ທີ່​ມີ​ໜ້າທີ່​ຮັບຜິດຊອບ​ບ່ອນ​ມ້ຽນເຄື່ອງ​ທາງ​ປະຕູເຂົ້າ​ພຣະວິຫານ ມີ​ດັ່ງນີ້: ມັດຕານີຢາ, ບັກບຸກີຢາ, ໂອບາດີຢາ, ເມຊຸນລຳ, ຕານໂມນ ແລະ​ອັກກຸບ.</verse>
				<verse number="26">ປະຊາຊົນ​ເຫຼົ່ານີ້​ໄດ້​ມີ​ຊີວິດ​ຢູ່​ໃນ​ສະໄໝ​ຂອງ​ໂຢອີອາກິມ​ລູກຊາຍ​ຂອງ​ເຢຊູອາ​ຫລານຊາຍ​ຂອງ​ໂຢຊາດັກ ແລະ​ໃນ​ສະໄໝ​ຂອງ​ຜູ້ປົກຄອງ​ເນເຫມີຢາ ແລະ​ສະໄໝ​ຂອງ​ເອຊະຣາ​ຜູ້​ທີ່​ເປັນ​ປະໂຣຫິດ​ທັງ​ເປັນ​ນັກຮຽນ​ຮູ້​ດ້ານ​ກົດບັນຍັດ.</verse>
				<verse number="27">ເວລາ​ອຸທິດ​ຖວາຍ​ກຳແພງ​ຂອງ​ນະຄອນ​ເຢຣູຊາເລັມ​ນັ້ນ ຊາວ​ເລວີ​ແມ່ນ​ໄດ້​ຖືກ​ນຳ​ມາ​ຈາກ​ທົ່ວ​ທຸກບ່ອນ​ທີ່​ພວກເຂົາ​ອາໄສ​ຢູ່ ເພື່ອ​ພວກເຂົາ​ຈະ​ສາມາດ​ຮ່ວມ​ໃນ​ພິທີ​ສະຫລອງ​ຂອງ​ການ​ອຸທິດ​ຖວາຍ​ໃນ​ຄັ້ງ​ນີ້ ໂດຍ​ຮ້ອງເພງ​ໂມທະນາ​ຂອບພຣະຄຸນ​ພ້ອມ​ດ້ວຍ​ສຽງ​ແສ່ງ​ແລະ​ສຽງ​ພິນ.</verse>
				<verse number="28">ຄອບຄົວ​ຂອງ​ພວກ​ນັກຮ້ອງ​ຊາວ​ເລວີ​ໄດ້​ຖືກ​ນຳ​ມາ​ເຕົ້າໂຮມ​ກັນ ຈາກ​ບ່ອນ​ທີ່​ພວກເຂົາ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ ແລະ​ຈາກ​ເມືອງເລັກ​ເມືອງນ້ອຍ​ຕ່າງໆ​ອ້ອມແອ້ມ​ເມືອງ​ເນໂຕຟາ,</verse>
				<verse number="29">ແລະ​ຈາກ​ເບັດກິນການ, ເກບາ ແລະ​ອາຊະມາເວດ.</verse>
				<verse number="30">ພວກ​ປະໂຣຫິດ​ແລະ​ຊາວ​ເລວີ​ໄດ້​ປະກອບ​ພິທີ​ຊຳລະ​ສຳລັບ​ຕົນເອງ, ປະຊາຊົນ, ປະຕູ​ຕ່າງໆ​ຂອງ​ກຳແພງ​ເມືອງ ແລະ​ກຳແພງ​ນະຄອນ​ເຢຣູຊາເລັມ.</verse>
				<verse number="31">ຂ້າພະເຈົ້າ​ໄດ້​ເຕົ້າໂຮມ​ພວກ​ຜູ້ນຳ​ຂອງ​ແຂວງ​ຢູດາຍ​ທີ່​ເທິງ​ກຳແພງ​ເມືອງ ແລະ​ມອບໝາຍ​ໃຫ້​ພວກເຂົາ​ຄວບຄຸມ​ສອງ​ໝວດ​ໃຫຍ່ ເດີນ​ເປັນ​ຂະບວນ​ອ້ອມຮອບ​ຕົວເມືອງ ເພື່ອ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ. ໝວດ​ທີ​ໜຶ່ງ​ໃຫ້​ຍ່າງ​ເທິງ​ກຳແພງ​ເບື້ອງຂວາ ໄປ​ສູ່​ປະຕູ​ກອງ​ຂີ້ເຫຍື້ອ.</verse>
				<verse number="32">ໂຮຊາອີຢາ​ຍ່າງ​ທາງ​ຫລັງ​ຂອງ​ນັກຮ້ອງ ຕິດຕາມ​ດ້ວຍ​ບັນດາ​ຜູ້ນຳ​ຂອງ​ຊາວ​ຢູດາ​ເຄິ່ງ​ໜຶ່ງ.</verse>
				<verse number="33">ປະໂຣຫິດ​ຜູ້​ທີ່​ຍ່າງ​ຕາມ​ແລະ​ເຮັດ​ໜ້າທີ່​ເປົ່າແກ ມີ​ດັ່ງນີ້: ອາຊາຣີຢາ, ເອຊະຣາ, ເມຊຸນລຳ,</verse>
				<verse number="34">ຢູດາ, ເບັນຢາມິນ, ເຊມາອີຢາ ແລະ​ເຢເຣມີຢາ.</verse>
				<verse number="35">ຕໍ່ມາ​ແມ່ນ​ເຊກາຣີຢາ​ລູກຊາຍ​ຂອງ​ໂຢນາທານ​ແລະ​ຫລານຊາຍ​ຂອງ​ເຊມາອີຢາ. (ບັນພະບຸລຸດ​ຂອງ​ເພິ່ນ​ມີ​ດັ່ງນີ້: ມັດຕານີຢາ, ມີກາອີຢາ ແລະ​ຊັກກູເຣ, ຈາກ​ຕະກຸນ​ອາສັບ.)</verse>
				<verse number="36">ຕິດຕາມ​ເພິ່ນ​ມາ​ແມ່ນ​ສະມາຊິກ​ຄົນອື່ນໆ​ໃນ​ຕະກຸນ ມີ​ດັ່ງນີ້: ເຊມາອີຢາ, ອາຊາເຣນ, ມີລາໄລ, ກີລາໄລ, ມາໄອ, ເນທາເນນ, ຢູດາ ແລະ​ຮານານີ; ທັງໝົດ​ລ້ວນແຕ່​ຖື​ເຄື່ອງ​ດົນຕຼີ​ຊະນິດ​ທີ່​ຖືກ​ກຳນົດ​ໃຫ້​ຫລີ້ນ ໂດຍ​ກະສັດ​ດາວິດ​ຄົນ​ຂອງ​ພຣະເຈົ້າ. ເອຊະຣາ​ນັກຮຽນ​ຮູ້​ດ້ານ​ກົດບັນຍັດ​ເປັນ​ຜູ້ນຳ​ຂະບວນ.</verse>
				<verse number="37">ເມື່ອ​ມາ​ຮອດ​ປະຕູ​ນໍ້າພຸ ພວກເຂົາ​ຂຶ້ນ​ຂັ້ນໄດ​ທີ່​ນຳ​ໄປ​ສູ່​ເມືອງ​ຂອງ​ດາວິດ ຜ່ານ​ວັງ​ຂອງ​ກະສັດ​ດາວິດ ແລະ​ກໍ​ກັບ​ມາ​ທາງ​ກຳແພງ​ຂອງ​ປະຕູ​ນໍ້າ ທາງດ້ານ​ທິດ​ຕາເວັນອອກ​ຂອງ​ຕົວເມືອງ.</verse>
				<verse number="38">ສ່ວນ​ອີກ​ໝວດ​ໜຶ່ງ​ກໍ​ໃຫ້​ໂມທະນາ​ຂອບພຣະຄຸນ ເດີນ​ເປັນ​ຂະບວນ​ໄປ​ທາງຊ້າຍ​ລຽບ​ຕາມ​ກຳແພງ ໂດຍ​ມີ​ຂ້າພະເຈົ້າ​ເອງ ແລະ​ປະຊາຊົນ​ອີກ​ເຄິ່ງ​ໜຶ່ງ​ຕິດຕາມ​ໄປ. ພວກເຮົາ​ເດີນ​ເປັນ​ຂະບວນ​ຜ່ານ​ຫໍຄອຍ​ເຕົາອົບ ໄປ​ສູ່​ກຳແພງ​ກວ້າງ</verse>
				<verse number="39">ແລະ​ຈາກ​ທີ່​ນັ້ນ​ພວກເຮົາ​ຜ່ານ​ໄປ​ທາງ​ປະຕູ​ເອຟຣາອິມ, ປະຕູ​ເຢຊານາ, ປະຕູ​ປາ, ຫໍຄອຍ​ຂອງ​ຮານາເນນ, ກັບ​ຫໍຄອຍ​ຂອງ​ຄົນ​ໜຶ່ງຮ້ອຍ, ສູ່​ປະຕູ​ແກະ. ພວກເຮົາ​ຕ່າງ​ກໍ​ເດີນ​ເປັນ​ຂະບວນ ແລະ​ມາ​ຢຸດ​ຢູ່​ໃກ້​ກັບ​ປະຕູ​ເຂົ້າ​ຂອງ​ພຣະວິຫານ.</verse>
				<verse number="40">ດັ່ງນັ້ນ ທັງສອງ​ໝວດ​ຊຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ຈຶ່ງ​ໄດ້​ມາ​ຮອດ​ບໍລິເວນ​ວິຫານ​ຂອງ​ພຣະເຈົ້າ. ນອກຈາກ​ບັນດາ​ຜູ້ນຳ​ທີ່​ມາ​ກັບ​ຂ້າພະເຈົ້າ​ແລ້ວ</verse>
				<verse number="41">ໝວດ​ຂອງ​ຂ້າພະເຈົ້າ​ຍັງ​ປະກອບ​ດ້ວຍ​ປະໂຣຫິດ​ທີ່​ເຮັດ​ໜ້າທີ່​ເປົ່າແກ ມີ​ດັ່ງນີ້: ເອລີອາກິມ, ມາອາເສອີຢາ, ມີນີອາມິນ, ມີກາອີຢາ, ເອລີໂອນາຍ, ເຊກາຣີຢາ ແລະ​ຮານານີຢາ;</verse>
				<verse number="42">ແລະ​ຜູ້​ຕິດຕາມ​ພວກເຂົາ​ມີ​ດັ່ງນີ້: ມາອາເສອີຢາ, ເຊມາອີຢາ, ເອເລອາຊາ, ອຸດຊີ, ເຢໂຮຮານານ, ມັນກີຢາ, ເອລາມ ແລະ​ເອເຊ. ນັກຮ້ອງ​ຕ່າງໆ​ທີ່​ນຳ​ໂດຍ​ເຢຊະຣາຮີຢາ ກໍ​ຮ້ອງເພງ​ຈົນ​ສຸດ​ສຽງ​ຂອງ​ພວກເຂົາ.</verse>
				<verse number="43">ໃນ​ມື້​ນັ້ນ ພວກເຮົາ​ໄດ້​ຖວາຍ​ເຄື່ອງ​ບູຊາ​ຫລາຍຢ່າງ ແລະ​ປະຊາຊົນ​ຕ່າງ​ກໍ​ຊົມຊື່ນ​ຍິນດີ​ທີ່ສຸດ; ເພາະ​ພຣະເຈົ້າ​ເຮັດ​ໃຫ້​ພວກເຮົາ​ສຸກ​ສະບາຍ​ໃນ​ຈິດໃຈ. ຜູ້ຍິງ​ແລະ​ເດັກນ້ອຍ​ກໍ​ຮ່ວມ​ໃນ​ການ​ສະຫລອງ​ຄັ້ງ​ນີ້​ດ້ວຍ ແລະ​ສຽງ​ຂອງ​ພວກເຂົາ​ໄດ້ຍິນ​ໄປ​ໄກ​ຫລາຍ​ກິໂລແມັດ.</verse>
				<verse number="44">ໃນ​ເວລາ​ນັ້ນ ພວກເຂົາ​ໄດ້​ຊອກ​ຫາ​ຜູ້​ຮັບຜິດຊອບ​ບ່ອນ​ມ້ຽນ​ເຄື່ອງຂອງ ທີ່​ຄົນ​ນຳ​ມາ​ບໍລິຈາກ​ສຳລັບ​ພຣະວິຫານ ຊຶ່ງ​ປະກອບ​ດ້ວຍ​ໜຶ່ງສ່ວນສິບ, ຜົນລະປູກ​ເທື່ອ​ທຳອິດ​ຂອງ​ພືດຜົນ​ເປັນເມັດ ແລະ​ໝາກໄມ້​ສຸກ​ເທື່ອ​ທຳອິດ​ໃນ​ຕົ້ນປີ. ຄົນ​ເຫຼົ່ານີ້​ແມ່ນ​ຮັບຜິດຊອບ​ຮວບຮວມ​ເຄື່ອງປູກ​ຂອງຝັງ ຈາກ​ໄຮ່​ນາ​ໃກ້ຄຽງ​ໃນ​ເມືອງ​ຕ່າງໆ​ທີ່​ນຳ​ມາ​ບໍລິຈາກ ສຳລັບ​ພວກ​ປະໂຣຫິດ​ແລະ​ຊາວ​ເລວີ ຕາມ​ທີ່​ກົດບັນຍັດ​ໄດ້​ກຳນົດ​ໄວ້. ປະຊາຊົນ​ຊາວ​ຢູດາ​ທັງໝົດ​ຕ່າງ​ກໍ​ພໍໃຈ​ນຳ​ພວກ​ປະໂຣຫິດ​ແລະ​ຊາວ​ເລວີ</verse>
				<verse number="45">ເພາະວ່າ​ພວກເຂົາ​ໄດ້​ປະກອບ​ພິທີ​ຊຳລະ​ຕ່າງໆ ແລະ​ພິທີ​ອື່ນໆ​ອີກ​ທີ່​ພຣະເຈົ້າ​ໄດ້​ສັ່ງ. ນັກຮ້ອງ​ກັບ​ພວກ​ຄົນເຝົ້າຍາມ ກໍ​ເຮັດ​ໜ້າທີ່​ຂອງ​ພວກເຂົາ​ເຊັ່ນດຽວ​ກັນ ຕາມ​ກົດລະບຽບ​ທີ່​ກະສັດ​ດາວິດ ແລະ​ກະສັດ​ໂຊໂລໂມນ​ລູກຊາຍ​ຂອງ​ກະສັດ​ດາວິດ​ໄດ້​ວາງ​ໄວ້.</verse>
				<verse number="46">ເປັນ​ເວລາ​ດົນນານ​ມາ​ແລ້ວ ນັບ​ຕັ້ງແຕ່​ສະໄໝ​ຂອງ​ກະສັດ​ດາວິດ ແລະ​ນັກດົນຕຼີ​ອາສັບ​ທີ່​ພວກ​ນັກຮ້ອງ​ໄດ້​ຮ້ອງເພງ​ສັນລະເສີນ ແລະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ.</verse>
				<verse number="47">ໃນ​ສະໄໝ​ຂອງ​ເຊຣຸບບາເບນ ແລະ​ໃນ​ສະໄໝ​ຂອງ​ເນເຫມີຢາ​ເຊັ່ນກັນ ປະຊາຊົນ​ອິດສະຣາເອນ​ທຸກຄົນ​ກໍໄດ້​ບໍລິຈາກ​ຂອງຂວັນ​ປະຈຳວັນ ເພື່ອ​ສະໜັບ​ສະໜູນ​ພວກ​ນັກຮ້ອງ ແລະ​ພວກ​ເຝົ້າຍາມ. ປະຊາຊົນ​ໄດ້​ມອບ​ຂອງ​ຖວາຍ​ອັນ​ສັກສິດ​ນີ້​ໃຫ້​ແກ່​ຊາວ​ເລວີ ແລະ​ຊາວ​ເລວີ​ໄດ້​ມອບ​ສ່ວນ​ທີ່​ຕ້ອງການ ຕາມ​ທີ່​ໄດ້​ບົ່ງ​ໄວ້​ນັ້ນ ໃຫ້​ພວກ​ປະໂຣຫິດ.</verse>
			</chapter>
			<chapter number="13">
				<verse number="1">ເມື່ອ​ກຳລັງ​ອ່ານ​ກົດບັນຍັດ​ຂອງ​ໂມເຊ​ດ້ວຍ​ສຽງ​ອັນ​ດັງ​ໃຫ້​ປະຊາຊົນ​ຟັງ​ຢູ່​ນັ້ນ ພວກເຂົາ​ກໍ​ອ່ານ​ມາ​ຮອດ​ຕອນ​ທີ່​ໄດ້​ກ່າວ​ວ່າ ບໍ່ມີ​ຊາວ​ອຳໂມນ ຫລື​ຊາວ​ໂມອາບ​ໃດໆ ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ຮ່ວມ​ກັບ​ປະຊາຊົນ​ຂອງ​ພຣະເຈົ້າ.</verse>
				<verse number="2">ເລື່ອງ​ນີ້​ໄດ້​ສືບເນື່ອງ​ມາ​ຈາກ​ຊາວ​ອຳໂມນ ແລະ​ຊາວ​ໂມອາບ ບໍ່​ຍອມ​ໃຫ້​ອາຫານ ແລະ​ນໍ້າ​ແກ່​ຊາວ​ອິດສະຣາເອນ ໃນ​ຄາວ​ທີ່​ພວກເຂົາ​ໄດ້​ໜີ​ອອກ​ມາ​ຈາກ​ປະເທດ​ເອຢິບ. ແຕ່​ພວກເຂົາ​ຊໍ້າ​ພັດ​ໃຊ້​ເງິນ​ໄປ​ຈ້າງ​ບາລາອາມ ເພື່ອ​ມາ​ສາບແຊ່ງ​ຊາດ​ອິດສະຣາເອນ; ແຕ່​ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ປ່ຽນ​ຄຳສາບແຊ່ງ​ມາ​ເປັນ​ຄຳອວຍພອນ.</verse>
				<verse number="3">ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້ຍິນ​ກົດບັນຍັດ​ທີ່​ໄດ້​ອ່ານ​ນີ້ ພວກເຂົາ​ຈຶ່ງ​ໄລ່​ຄົນຕ່າງຊາດ​ທັງໝົດ​ອອກ​ໄປ​ຈາກ​ທີ່​ຊຸມນຸມ​ຂອງ​ປະຊາຊົນ.</verse>
				<verse number="4">ປະໂຣຫິດ​ເອລີອາຊິບ ຜູ້​ທີ່​ຮັບຜິດຊອບ​ຄັງ​ມ້ຽນ​ເຄື່ອງຂອງ​ພຣະວິຫານ ໄດ້​ມີ​ຄວາມ​ສຳພັນ​ທີ່​ດີ​ກັບ​ໂຕບີຢາ​ເປັນ​ເວລາ​ດົນນານ.</verse>
				<verse number="5">ເພິ່ນ​ໄດ້​ອະນຸຍາດ​ໃຫ້​ໂຕບີຢາ​ໃຊ້​ຫ້ອງ​ໃຫຍ່​ຫ້ອງ​ໜຶ່ງ ຊຶ່ງ​ແຕ່​ກ່ອນ​ໄດ້​ໃຊ້​ມ້ຽນເຄື່ອງ​ຖວາຍ​ໂດຍ​ສະເພາະ​ເຊັ່ນ: ພືດຜົນ​ເປັນເມັດ​ກັບ​ເຄື່ອງຫອມ, ເຄື່ອງໃຊ້​ປະຈຳ​ພຣະວິຫານ, ເຄື່ອງ​ຖວາຍ​ຕ່າງໆ​ສຳລັບ​ບັນດາ​ປະໂຣຫິດ ແລະ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ​ທີ່​ໄດ້​ຖວາຍ​ໃຫ້​ຊາວ​ເລວີ, ໃຫ້​ພວກ​ນັກຮ້ອງ ແລະ​ໃຫ້​ພວກ​ຄົນເຝົ້າຍາມ.</verse>
				<verse number="6">ໃນ​ຂະນະທີ່​ເກີດ​ເລື່ອງ​ເຊັ່ນນີ້ ຂ້າພະເຈົ້າ​ບໍ່ໄດ້​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ເພາະວ່າ​ໃນ​ຣາຊການ​ປີ​ທີ​ສາມສິບສອງ​ຂອງ​ເຈົ້າ​ອາກຕາເຊເຊັດ ໄດ້​ເປັນ​ກະສັດ​ຂອງ​ນະຄອນ​ບາບີໂລນ​ນັ້ນ ຂ້າພະເຈົ້າ​ໄດ້​ກັບຄືນ​ໄປ​ລາຍງານ​ຕໍ່​ເພິ່ນ.</verse>
				<verse number="7">ຕໍ່ມາ​ບໍ່​ດົນ ຂ້າພະເຈົ້າ​ກໍໄດ້​ຮັບ​ອະນຸຍາດ​ຈາກ​ເພິ່ນ ໃຫ້​ກັບຄືນ​ມາ​ນະຄອນ​ເຢຣູຊາເລັມ. ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ນີ້ ຂ້າພະເຈົ້າ​ຕົກ​ຕະລຶງ​ເມື່ອ​ເຫັນ​ວ່າ ເອລີອາຊິບ​ໄດ້​ອະນຸຍາດ​ໃຫ້​ໂຕບີຢາ ໃຊ້​ຫ້ອງ​ໃນ​ວິຫານ​ຂອງ​ພຣະເຈົ້າ.</verse>
				<verse number="8">ຂ້າພະເຈົ້າ​ໂກດຮ້າຍ​ຫລາຍ ແລະ​ໂຍນ​ສິ່ງ​ທັງໝົດ​ທີ່​ເປັນ​ຂອງ​ໂຕບີຢາ​ນັ້ນ​ອອກ​ໄປ.</verse>
				<verse number="9">ຂ້າພະເຈົ້າ​ສັ່ງ​ໃຫ້​ເຮັດ​ພິທີ​ຊຳລະ​ຫ້ອງ​ນີ້​ຈາກ​ມົນທິນ ແລະ​ໃຫ້​ນຳ​ເຄື່ອງໃຊ້​ປະຈຳ​ວິຫານ​ຂອງ​ພຣະເຈົ້າ, ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ ແລະ​ເຄື່ອງຫອມ​ຄືນ​ມາ​ໄວ້​ບ່ອນເກົ່າ.</verse>
				<verse number="10">ຂ້າພະເຈົ້າ​ຮູ້​ເຊັ່ນກັນ​ວ່າ ພວກ​ນັກຮ້ອງ ແລະ​ຊາວ​ເລວີ​ຄົນອື່ນໆ ໄດ້​ໜີ​ຈາກ​ນະຄອນ​ເຢຣູຊາເລັມ ແລະ​ກັບຄືນ​ໄປ​ເຮັດ​ໄຮ່​ເຮັດ​ນາ​ຂອງ​ພວກເຂົາ ເພາະ​ປະຊາຊົນ​ບໍ່ໄດ້​ບໍລິຈາກ​ເຄື່ອງຂອງ​ໃຫ້​ພວກເຂົາ​ພຽງພໍ​ເພື່ອ​ການ​ດຳລົງ​ຊີວິດ​ຢູ່.</verse>
				<verse number="11">ຂ້າພະເຈົ້າ​ຈຶ່ງ​ຕິຕຽນ​ບັນດາ​ຂ້າຣາຊການ​ທີ່​ໄດ້​ລະເລີຍ​ຕໍ່​ວິຫານ​ຂອງ​ພຣະເຈົ້າ. ແລ້ວ​ຂ້າພະເຈົ້າ​ກໍ​ເຕົ້າໂຮມ​ເອົາ​ຊາວ​ເລວີ​ແລະ​ພວກ​ນັກຮ້ອງ ໃຫ້​ກັບຄືນ​ມາ​ປະຈຳ​ໜ້າທີ່​ຂອງ​ພວກເຂົາ​ອີກ ແລະ​ໃຫ້​ພວກເຂົາ​ປະຕິບັດ​ໜ້າທີ່​ຄືນໃໝ່.</verse>
				<verse number="12">ຕໍ່ມາ ປະຊາຊົນ​ອິດສະຣາເອນ​ທຸກຄົນ​ຈຶ່ງ​ເລີ່ມຕົ້ນ​ນຳ​ໜຶ່ງສ່ວນສິບ ມາ​ສູ່​ຄັງ​ຂອງ​ພຣະວິຫານ​ເຊັ່ນ: ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ.</verse>
				<verse number="13">ຂ້າພະເຈົ້າ​ໄດ້​ແຕ່ງຕັ້ງ​ບຸກຄົນ​ດັ່ງ​ຕໍ່ໄປນີ້​ໃຫ້​ຮັບຜິດຊອບ​ຄັງ​ຂອງ​ພຣະວິຫານ: ປະໂຣຫິດ​ເຊເລມີຢາ; ຊາດົກ​ນັກຮຽນ​ຮູ້​ດ້ານ​ກົດບັນຍັດ ແລະ​ເປດາອີຢາ​ຄົນເລວີ. ຮານານ​ລູກຊາຍ​ຂອງ​ຊັກກູເຣ ແລະ​ຫລານຊາຍ​ຂອງ​ມັດຕານີຢາ ເປັນ​ຜູ້​ຊ່ວຍ​ຂອງ​ພວກເຂົາ. ຂ້າພະເຈົ້າ​ຮູ້ວ່າ ຄົນ​ເຫຼົ່ານີ້​ເປັນ​ທີ່​ໄວ້ວາງໃຈ​ໄດ້ ແລະ​ເປັນ​ຄົນ​ສັດຊື່​ໃນ​ການ​ແຈກ​ຢາຍ​ເຄື່ອງຂອງ​ໃຫ້​ແກ່​ພີ່ນ້ອງ​ທີ່​ເຮັດ​ວຽກ​ດ້ວຍກັນ.</verse>
				<verse number="14">ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ຊົງ​ໂຜດ​ຈົດຈຳ​ສິ່ງດີໆ​ທັງໝົດ​ເຫຼົ່ານີ້ ທີ່​ຂ້ານ້ອຍ​ໄດ້​ເຮັດ​ສຳລັບ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ຂ້ານ້ອຍ ແລະ​ການ​ຮັບໃຊ້​ພຣະອົງ​ໃນ​ທີ່ນັ້ນ​ດ້ວຍ​ເຖີດ.</verse>
				<verse number="15">ໃນ​ເວລາ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ປະຊາຊົນ​ທີ່​ແຂວງ​ຢູດາຍ ບີບ​ໝາກອະງຸ່ນ​ໃນ​ວັນ​ຊະບາໂຕ. ພວກ​ອື່ນ​ອີກ​ພວມ​ຂົນ​ເອົາ​ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ, ໝາກອະງຸ່ນ, ໝາກເດື່ອ ແລະ​ສິ່ງຂອງ​ອື່ນໆ​ໃສ່​ເທິງ​ຫລັງ​ລໍ​ຂອງ​ພວກເຂົາ ນຳ​ມາ​ທີ່​ນະຄອນ​ເຢຣູຊາເລັມ; ຂ້າພະເຈົ້າ​ໄດ້​ເຕືອນ​ພວກເຂົາ​ບໍ່​ໃຫ້​ຂາຍ​ສິ່ງໃດໆ​ໃນ​ວັນ​ຊະບາໂຕ.</verse>
				<verse number="16">ມີ​ຊາວ​ເມືອງ​ຕີເຣ​ບາງຄົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ໄດ້​ນຳ​ປາ ແລະ​ສິນຄ້າ​ນາໆ​ຊະນິດ​ທີ່​ມີ​ໃນ​ເມືອງ ມາ​ຂາຍ​ໃຫ້​ປະຊາຊົນ​ຂອງ​ພວກເຮົາ​ໃນ​ວັນ​ຊະບາໂຕ.</verse>
				<verse number="17">ຂ້າພະເຈົ້າ​ໄດ້​ກ່າວ​ປະນາມ​ບັນດາ​ຜູ້ນຳ​ຊາວຢິວ ໂດຍ​ບອກ​ພວກເຂົາ​ວ່າ, “ເບິ່ງ​ຄວາມ​ຊົ່ວຊ້າ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ດູ ພວກເຈົ້າ​ກຳລັງ​ເຮັດ​ໃຫ້​ວັນ​ຊະບາໂຕ​ຂາດ​ຄວາມ​ສັກສິດ.</verse>
				<verse number="18">ສະນັ້ນ ພຣະເຈົ້າ​ຈຶ່ງ​ລົງໂທດ​ບັນພະບຸລຸດ​ຂອງ​ພວກເຈົ້າ ເມື່ອ​ພຣະອົງ​ໄດ້​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ເມືອງ​ນີ້ ແລະ​ດຽວ​ນີ້​ພວກເຈົ້າ​ຍັງ​ຂືນ​ເຮັດ ໃຫ້​ພຣະອົງ​ໂກດຮ້າຍ​ຊາດ​ອິດສະຣາເອນ​ຢູ່ ໂດຍ​ເຮັດ​ໃຫ້​ວັນ​ຊະບາໂຕ​ຂາດ​ຄວາມ​ສັກສິດ.”</verse>
				<verse number="19">ສະນັ້ນ ທຸກໆ​ເທື່ອ ກ່ອນ​ຈະ​ເຖິງ​ວັນ​ຊະບາໂຕ ຂ້າພະເຈົ້າ​ຈຶ່ງ​ສັ່ງ​ໃຫ້​ອັດ​ປະຕູ​ເມືອງ​ກ່ອນ​ຄໍ່າ ແລະ​ບໍ່​ໃຫ້​ໄຂ​ອີກ​ຈົນກວ່າ​ວັນ​ຊະບາໂຕ​ຜ່ານ​ພົ້ນ​ໄປ. ຂ້າພະເຈົ້າ​ໃຫ້​ຄົນ​ຂອງ​ຂ້າພະເຈົ້າ​ບາງຄົນ​ປະຈຳ​ຢູ່​ທີ່​ປະຕູ ເພື່ອ​ໃຫ້​ແນ່ໃຈ​ວ່າ​ບໍ່ມີ​ສິ່ງໃດ​ຖືກ​ນຳ​ເຂົ້າ​ມາ​ໃນ​ເມືອງ​ໃນ​ວັນ​ຊະບາໂຕ.</verse>
				<verse number="20">ມີ​ເທື່ອໜຶ່ງ​ຫລື​ສອງ​ເທື່ອ ທີ່​ພວກ​ພໍ່ຄ້າ​ໄດ້​ນອນ​ຄ້າງຄືນ ພ້ອມ​ດ້ວຍ​ສິນຄ້າ​ຕ່າງໆ​ຂອງ​ພວກເຂົາ​ໃນ​ວັນສຸກ​ທາງ​ນອກ​ປະຕູ​ເມືອງ.</verse>
				<verse number="21">ຂ້າພະເຈົ້າ​ໄດ້​ເຕືອນ​ພວກເຂົາ​ວ່າ, “ບໍ່ມີ​ປະໂຫຍດ​ຫຍັງ​ທີ່​ຄອຍ​ຢູ່​ທີ່​ນີ້​ຈົນເຖິງ​ຕອນເຊົ້າ. ຖ້າ​ພວກເຈົ້າ​ຂືນ​ເຮັດ​ອີກ ຂ້ອຍ​ຈະ​ໃຊ້​ກຳລັງ.” ຕັ້ງແຕ່​ນັ້ນ​ມາ ພວກເຂົາ​ກໍ​ບໍ່​ກ້າ​ກັບ​ມາ​ອີກ​ໃນ​ວັນ​ຊະບາໂຕ.</verse>
				<verse number="22">ຂ້າພະເຈົ້າ​ສັ່ງ​ໃຫ້​ຊາວ​ເລວີ​ຊຳລະ​ຕົວ ແລະ​ໄປ​ເຝົ້າຍາມ​ປະຕູ ເພື່ອ​ໃຫ້​ແນ່ໃຈ​ວ່າ​ວັນ​ຊະບາໂຕ​ໄດ້​ຖືກ​ຮັກສາ​ໄວ້​ໃຫ້​ບໍຣິສຸດ. ໂອ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ລະນຶກເຖິງ​ຂ້ານ້ອຍ​ໃນ​ເລື່ອງ​ນີ້​ເຊັ່ນດຽວ​ກັນ​ແດ່ທ້ອນ ແລະ​ຂໍ​ຊົງໂຜດ​ເອັນດູ​ຂ້ານ້ອຍ​ດ້ວຍ ເພາະ​ເຫັນ​ແກ່​ຄວາມຮັກ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.</verse>
				<verse number="23">ໃນ​ເວລາ​ນັ້ນ ຂ້າພະເຈົ້າ​ກໍ​ຄົ້ນພົບ​ເຊັ່ນດຽວ​ກັນ​ວ່າ ມີ​ຜູ້ຊາຍ​ຢິວ​ຫລາຍ​ຄົນ​ໄດ້​ແຕ່ງງານ​ກັບ​ຜູ້ຍິງ​ຊາວ​ເມືອງ​ອາຊະໂດດ, ອຳໂມນ ແລະ​ໂມອາບ.</verse>
				<verse number="24">ລູກ​ຂອງ​ພວກເຂົາ​ຕັ້ງ​ເຄິ່ງ​ໜຶ່ງ​ເວົ້າ​ພາສາ​ຂອງ​ຊາວ​ເມືອງ​ອາຊະໂດດ ຫລື​ພາສາ​ອື່ນໆ ແລະ​ບໍ່​ຮູ້ຈັກ​ເວົ້າ​ພາສາ​ຂອງ​ພວກເຮົາ​ເລີຍ.</verse>
				<verse number="25">ຂ້າພະເຈົ້າ​ໄດ້​ກ່າວ​ປະນາມ​ພວກ​ຜູ້ຊາຍ​ເຫຼົ່ານັ້ນ ໂດຍ​ໄດ້​ສາບແຊ່ງ, ຕົບຕີ ແລະ​ດືງ​ຜົມ​ຂອງ​ພວກເຂົາ. ແລ້ວ​ຂ້າພະເຈົ້າ​ກໍ​ໃຫ້​ພວກເຂົາ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າ​ວ່າ ພວກເຂົາ ຫລື​ລູກຫລານ​ຂອງ​ພວກເຂົາ​ຈະ​ແຕ່ງງານ​ກັບ​ຄົນຕ່າງຊາດ​ອີກ​ບໍ່ໄດ້​ຈັກເທື່ອ.</verse>
				<verse number="26">ຂ້າພະເຈົ້າ​ບອກ​ພວກເຂົາ​ວ່າ, “ແມ່ນ​ພວກຜູ້ຍິງ​ຕ່າງຊາດ ທີ່​ໄດ້​ເຮັດ​ໃຫ້​ກະສັດ​ໂຊໂລໂມນ​ເຮັດ​ບາບ. ເພິ່ນ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່​ລື່ນ​ບັນດາ​ກະສັດ​ຂອງ​ຊົນຊາດ​ອື່ນໆ. ພຣະເຈົ້າ​ຮັກ​ເພິ່ນ ແລະ​ໃຫ້​ເພິ່ນ​ຂຶ້ນ​ເປັນ​ກະສັດ ປົກຄອງ​ຊາດ​ອິດສະຣາເອນ​ທັງໝົດ ແລະ​ໃນຂະນະ​ດຽວກັນ​ນັ້ນ​ເພິ່ນ​ໄດ້​ຫລົງ​ເຮັດ​ບາບ​ນີ້.</verse>
				<verse number="27">ຖ້າດັ່ງນັ້ນ ຈະ​ໃຫ້​ພວກເຮົາ​ເຫັນດີ​ດ້ວຍກັນ​ກັບ​ພວກເຈົ້າ ແລະ​ບໍ່​ເຊື່ອຟັງ​ພຣະເຈົ້າ​ຂອງ​ພວກເຮົາ​ໂດຍ​ໄປ​ແຕ່ງງານ​ກັບ​ຍິງ​ຕ່າງຊາດ​ໄດ້​ບໍ?”</verse>
				<verse number="28">ໂຢອີອາດາ​ເປັນ​ລູກຊາຍ​ຂອງ​ມະຫາ​ປະໂຣຫິດ​ເອລີອາຊິບ, ແຕ່​ລູກຊາຍ​ຜູ້ໜຶ່ງ​ຂອງ​ໂຢອີອາດາ​ໄດ້​ແຕ່ງງານ​ກັບ​ລູກສາວ​ຂອງ​ສານບັນລັດ ຈາກ​ເມືອງ​ເບັດ​ໂຮໂຣນ; ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໃຫ້​ໂຢອີອາດາ ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ.</verse>
				<verse number="29">ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ຈົດຈຳ​ສິ່ງ​ທີ່​ຄົນ​ເຫຼົ່ານັ້ນ ໄດ້​ດູໝິ່ນ​ປະໝາດ​ຕຳແໜ່ງ​ປະໂຣຫິດ​ແລະ​ພັນທະສັນຍາ ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກ​ປະໂຣຫິດ ແລະ​ຊາວ​ເລວີ​ດ້ວຍ​ເຖີດ.</verse>
				<verse number="30">ຂ້າພະເຈົ້າ​ໄດ້​ຊຳລະ​ປະຊາຊົນ​ຈາກ​ມົນທິນ​ຂອງ​ທຸກສິ່ງ ທີ່​ເປັນ​ຂອງ​ຊາວ​ຕ່າງຊາດ; ຂ້າພະເຈົ້າ​ຈັດຕຽມ​ກົດລະບຽບ​ສຳລັບ​ບັນດາ​ປະໂຣຫິດ​ແລະ​ຊາວ​ເລວີ ເພື່ອ​ວ່າ​ແຕ່ລະຄົນ​ຈະ​ໄດ້​ຮູ້ຈັກ​ໜ້າທີ່​ຂອງຕົນ;</verse>
				<verse number="31">ຂ້າພະເຈົ້າ​ຈັດແຈງ​ໃຫ້​ພວກເຂົາ​ຫາ​ຟືນ ເພື່ອ​ເຜົາ​ເຄື່ອງ​ບູຊາ​ໃຫ້​ໄດ້​ຕາມ​ກຳນົດ ແລະ​ໃຫ້​ປະຊາຊົນ​ນຳ​ພືດຜົນ ແລະ​ໝາກໄມ້​ສຸກ​ເທື່ອ​ທຳອິດ​ມາ​ຖວາຍ. ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂໍໂຜດ​ນັບ​ສິ່ງ​ທັງໝົດ​ນີ້​ວ່າ ເປັນ​ກິດຈະການ​ອັນ​ດີ​ຂອງ​ຂ້ານ້ອຍ​ດ້ວຍ​ເທີ້ນ.</verse>
			</chapter>
		</book>
		<book number="17">
			<chapter number="1">
				<verse number="1">ເຫດການ​ຊຶ່ງ​ມີ​ກ່າວ​ໃນ​ທີ່​ນີ້​ແມ່ນ​ເກີດຂຶ້ນ​ໃນ​ຣາຊການ​ຂອງ​ກະສັດ​ເຊເຊັດ ຜູ້​ທີ່​ໄດ້​ປົກຄອງ 127 ແຂວງ ຕັ້ງແຕ່​ອິນເດຍ​ເຖິງ​ຊູດານ.</verse>
				<verse number="2">ໃນ​ສະໄໝນັ້ນ ກະສັດ​ເຊເຊັດ​ໄດ້​ໃຊ້​ອຳນາດ​ການປົກຄອງ​ຈາກ​ພຣະທີ່ນັ່ງ​ຂອງ​ເພິ່ນ​ທີ່​ເມືອງ​ເອກຊູຊາ.</verse>
				<verse number="3">ໃນ​ຣາຊການ​ປີ​ທີ​ສາມ ເພິ່ນ​ໄດ້​ຈັດ​ງານ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ​ຂຶ້ນ ສຳລັບ​ບັນດາ​ຂ້າຣາຊການ​ແລະ​ພວກ​ບໍລິຫານງານ​ທັງໝົດ​ຂອງ​ເພິ່ນ. ກອງທັບ​ຂອງ​ເປີເຊຍ​ແລະ​ເມເດຍ​ກໍ​ຢູ່​ໃນ​ທີ່ນັ້ນ ຕະຫລອດ​ທັງ​ບັນດາ​ຜູ້​ປົກຄອງ​ແຂວງ ແລະ​ພວກ​ຂຸນນາງ​ປະຈຳ​ແຂວງ​ຕ່າງໆ.</verse>
				<verse number="4">ເປັນ​ເວລາ​ຫົກ​ເດືອນ​ເຕັມ ທີ່​ເພິ່ນ​ໄດ້​ສະແດງ​ຄວາມຮັ່ງມີ​ຂອງ​ສຳນັກ​ແຫ່ງ​ຈັກກະພັດ ຕະຫລອດ​ທັງ​ຄວາມ​ງົດງາມ ແລະ​ການ​ຄອງ​ອຳນາດ​ໃຫ້​ແກ່​ບັນດາ​ຜູ້​ທີ່​ຖືກ​ເຊີນ​ມາ​ໄດ້​ເຫັນ.</verse>
				<verse number="5">ຫລັງຈາກ​ນັ້ນ ກະສັດ​ກໍໄດ້​ຈັດ​ງານ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ​ຂຶ້ນ ທີ່​ເມືອງ​ເອກຊູຊາ​ສຳລັບ​ທຸກຄົນ ບໍ່​ວ່າ​ຮັ່ງມີ​ຫລື​ຍາກຈົນ. ງານກິນລ້ຽງ​ນີ້​ໄດ້​ຈັດຂຶ້ນ​ໃນ​ເດີ່ນ​ຂອງ​ສວນ​ຂອງ​ຣາຊວັງ ແລະ​ດຳເນີນ​ໄປ​ຕະຫລອດ​ໜຶ່ງ​ອາທິດ.</verse>
				<verse number="6">ເດີ່ນ​ຫຍ້າ​ກໍ​ຖືກ​ຕົບແຕ່ງ​ດ້ວຍ​ຜ້າກັ້ງ​ຝ້າຍ​ສີຟ້າ​ແລະ​ສີຂາວ ຊຶ່ງ​ໃຊ້​ເຊືອກ​ຜ້າ​ປ່ານ​ສີມ່ວງ​ເກາະ​ໃສ່​ເສົາ​ຫີນອ່ອນ​ດ້ວຍ​ຮ່ວງເງິນ. ມີ​ຕັ່ງນວມ​ຍາວ​ທີ່​ເຮັດ​ດ້ວຍ​ເງິນ​ແລະ​ຄຳ ຕັ້ງ​ໄວ້​ຕາມ​ເດີ່ນ ຊຶ່ງ​ປູ​ດ້ວຍ​ຫີນອ່ອນ​ສີຂາວ, ຫີນ​ມຸກ​ສີແດງ​ທີ່​ເຫລື້ອມໃສ ແລະ​ເພັດ​ສີຟ້າ.</verse>
				<verse number="7">ເຄື່ອງ​ດື່ມ​ແມ່ນ​ຖືກ​ເຫຍັ້ນ​ໃສ່​ຈອກຄຳ​ແຕ່ລະອັນ​ບໍ່​ຄືກັນ ແລະ​ກະສັດ​ກໍ​ມີ​ໃຈ​ກວ້າງຂວາງ​ແຈກ​ຢາຍ​ເຫຼົ້າ​ອະງຸ່ນ​ຂອງ​ເພິ່ນ.</verse>
				<verse number="8">ຜູ້​ທີ່​ຖືກ​ເຊີນ​ມາ​ນັ້ນ ດື່ມ​ໄດ້​ຕາມໃຈ​ມັກ; ກະສັດ​ໄດ້​ສັ່ງ​ຄົນ​ຮັບໃຊ້​ຂອງຕົນ ແຈກ​ຢາຍ​ແກ່​ທຸກຄົນ​ໃຫ້​ໄດ້​ດື່ມ​ຕາມ​ທີ່​ຕ້ອງການ.</verse>
				<verse number="9">ໃນ​ເວລາ​ດຽວກັນ​ນັ້ນ ຣາຊີນີ​ວາຊະຕີ​ກໍໄດ້​ຈັດ​ງານ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ​ຂຶ້ນ ສຳລັບ​ບັນດາ​ຜູ້ຍິງ​ຢູ່​ພາຍ​ໃນ​ວັງ.</verse>
				<verse number="10">ໃນ​ມື້​ທີ​ເຈັດ​ຂອງ​ງານ​ກິນລ້ຽງ ກະສັດ​ມີ​ອາຣົມ​ເບີກບານ​ມ່ວນຊື່ນ ຍ້ອນ​ເຫຼົ້າ​ອະງຸ່ນ​ທີ່​ເພິ່ນ​ໄດ້​ດື່ມ. ສະນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ເອົາ​ຊາຍ​ຕອນ​ເຈັດ​ຄົນ ທີ່​ເປັນ​ຄົນ​ຮັບໃຊ້​ສ່ວນຕົວ​ຂອງຕົນ​ມາ ດັ່ງນີ້: ເມຮູມານ, ບີຊະທາ, ຮັກໂບນາ, ບິກທາ, ອາບາທາ, ເຊທາເຣ ແລະ​ກາກກັດ.</verse>
				<verse number="11">ເພິ່ນ​ໄດ້​ສັ່ງ​ພວກເຂົາ​ໃຫ້​ພາ​ນາງ​ວາຊະຕີ ທີ່​ກຳລັງ​ໃສ່​ມົງກຸດ​ແຫ່ງ​ຣາຊີນີ​ຢູ່​ນັ້ນ​ມາ​ຫາ​ຕົນ. ຣາຊີນີ​ເປັນ​ຍິງ​ທີ່​ງາມ​ຫລາຍ ແລະ​ກະສັດ​ຢາກ​ສະແດງ​ໃຫ້​ບັນດາ​ຂ້າຣາຊການ ແລະ​ແຂກ​ທຸກໆ​ຄົນ​ທີ່​ຖືກ​ເຊີນ​ມາ​ນັ້ນ​ໄດ້​ເຫັນ​ຄວາມງາມ​ຂອງ​ຣາຊີນີ.</verse>
				<verse number="12">ແຕ່​ເມື່ອ​ບັນດາ​ຄົນ​ຮັບໃຊ້​ບອກ​ຣາຊີນີ​ຕາມ​ຄຳສັ່ງ​ຂອງ​ກະສັດ​ແລ້ວ ຍານາງ​ກໍ​ປະຕິເສດ​ທີ່​ຈະ​ມາ. ເລື່ອງ​ນີ້​ໄດ້​ເຮັດ​ໃຫ້​ກະສັດ​ຄຽດຮ້າຍ​ຢ່າງໜັກ.</verse>
				<verse number="13">ບັດນີ້ ເປັນ​ທຳນຽມ​ຂອງ​ກະສັດ ທີ່​ຈະ​ຕ້ອງ​ຖາມ​ຄວາມ​ເຫັນ​ຈາກ​ຜູ້ຊ່ຽວຊານ​ທາງດ້ານ​ກົດໝາຍ. ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ເອີ້ນ​ບັນດາ​ທີ່ປຶກສາ​ຂອງ​ເພິ່ນ​ມາ ແລະ​ຖາມ​ວ່າ​ຄວນ​ຈະ​ເຮັດ​ຢ່າງໃດ.</verse>
				<verse number="14">ພວກ​ທີ່​ເພິ່ນ​ຂໍ​ຄຳ​ປຶກສາ​ນຳ​ເລື້ອຍໆ ມີ​ດັ່ງນີ້: ກາກເຊນາ, ເຊດຖາ, ອັດມາທາ, ຕາກຊິດ, ເມເຣັດ, ມາກເສນາ ແລະ​ເມມູການ, ຄື​ຂ້າຣາຊການ​ຊາວ​ເປີເຊຍ ແລະ​ຊາວ​ເມເດຍ​ເຈັດ​ຄົນ​ທີ່​ເປັນ​ພວກ​ມີ​ຕຳແໜ່ງ​ສູງສຸດ​ໃນ​ອານາຈັກ.</verse>
				<verse number="15">ເພິ່ນ​ໄດ້​ກ່າວ​ແກ່​ພວກ​ເຫຼົ່ານີ້​ວ່າ, “ເຮົາ​ຄື​ກະສັດ​ແຫ່ງ​ເຊເຊັດ ໄດ້​ໃຊ້​ຄົນ​ໄປ​ຫາ​ຣາຊີນີ​ວາຊະຕີ​ພ້ອມ​ດ້ວຍ​ຄຳສັ່ງ ແຕ່​ຣາຊີນີ​ບໍ່​ຍອມ​ຟັງ ຕາມ​ກົດໝາຍ​ແລ້ວ ພວກເຮົາ​ຄວນ​ເຮັດ​ຢ່າງໃດ​ຕໍ່​ນາງ?”</verse>
				<verse number="16">ແລ້ວ​ເມມູການ​ກໍ​ໄດ້​ຊີ້ແຈງ​ຕໍ່​ກະສັດ ແລະ​ພວກ​ຂ້າຣາຊການ ດັ່ງນີ້: “ຣາຊີນີ​ວາຊະຕີ​ບໍ່​ພຽງແຕ່​ໄດ້​ໝິ່ນປະໝາດ​ກະສັດ​ເທົ່ານັ້ນ ແຕ່​ຍັງ​ໄດ້​ໝິ່ນປະໝາດ​ພວກ​ຂ້າຣາຊການ​ຂອງ​ກະສັດ​ຄືກັນ. ຕາມ​ທີ່ຈິງແລ້ວ ຣາຊີນີ​ໝິ່ນປະໝາດ​ຊາຍ​ທຸກຄົນ​ໃນ​ອານາຈັກ​ດ້ວຍ</verse>
				<verse number="17">ຜູ້ຍິງ​ທຸກຄົນ​ທົ່ວ​ທັງ​ອານາຈັກ​ຈະ​ເລີ່ມ​ດູຖູກ​ຜົວ​ຂອງຕົນ ພໍ​ເມື່ອ​ໄດ້ຍິນ​ສິ່ງ​ທີ່​ຣາຊີນີ​ປະພຶດ. ພວກເຂົາ​ຈະ​ເວົ້າ​ກັນ​ວ່າ, ‘ກະສັດ​ແຫ່ງ​ເຊເຊັດ​ໄດ້​ສັ່ງ​ໃຫ້​ຣາຊີນີ​ມາ​ຫາ​ເພິ່ນ ແຕ່​ຣາຊີນີ​ປະຕິເສດ​ທີ່​ຈະ​ມາ.’</verse>
				<verse number="18">ເມື່ອ​ເມຍ​ຂອງ​ບັນດາ​ຂ້າຣາຊການ​ປະຈຳວັງ​ທີ່​ເປີເຊຍ​ແລະ​ເມເດຍ ໄດ້ຍິນ​ເຖິງ​ຄວາມ​ປະພຶດ​ຂອງ​ຣາຊີນີ ພວກເຂົາ​ກໍ​ຈະ​ເວົ້າ​ໃຫ້​ຜົວ​ຟັງ​ໃນ​ມື້​ນັ້ນ​ເອງ. ຢູ່​ທົ່ວ​ທຸກບ່ອນ ເມຍ​ກໍ​ຈະ​ບໍ່​ນັບຖື​ຜົວ ແລະ​ຜົວ​ຈະ​ໂກດຮ້າຍ​ເມຍ​ຂອງຕົນ.</verse>
				<verse number="19">ຂ້າແດ່​ພະຣາຊາ ຖ້າ​ທ່ານ​ພໍໃຈ ຂໍ​ຈົ່ງ​ອອກ​ດຳລັດ​ປະກາດ​ເປັນ​ທາງການ​ວ່າ ຣາຊີນີ​ວາຊະຕີ​ຈະ​ເຂົ້າ​ມາ​ຫາ​ກະສັດ​ບໍ່ໄດ້​ອີກ​ຕໍ່ໄປ. ຈົ່ງ​ຂຽນ​ຄຳ​ປະກາດ​ນີ້​ໄວ້​ໃນ​ກົດໝາຍ​ຂອງ​ເປີເຊຍ​ແລະ​ເມເດຍ ເພື່ອ​ວ່າ​ຈະ​ບໍ່ມີ​ການ​ລົບລ້າງ​ໄດ້​ຈັກເທື່ອ. ແລ້ວ​ໃຫ້​ຍົກ​ຕຳແໜ່ງ​ຣາຊີນີ​ແກ່​ຍິງ​ອື່ນ​ທີ່​ດີກວ່າ​ນາງ.</verse>
				<verse number="20">ເມື່ອ​ທົ່ວ​ທັງ​ອານາຈັກ​ອັນ​ກວ້າງໃຫຍ່​ໄພສານ​ນີ້ ໄດ້ຍິນ​ເຖິງ​ຄຳ​ປະກາດ​ຂອງທ່ານ​ແລ້ວ; ຜູ້ຍິງ​ທຸກຄົນ​ກໍ​ຈະ​ປະຕິບັດ​ຕໍ່​ຜົວ​ຂອງຕົນ​ດ້ວຍ​ຄວາມນັບຖື ບໍ່​ວ່າ​ຈະ​ເປັນ​ຄົນ​ຮັ່ງມີ​ຫລື​ຍາກຈົນ​ກໍຕາມ.”</verse>
				<verse number="21">ກະສັດ​ກັບ​ພວກ​ຂ້າຣາຊການ​ກໍ​ເຫັນພ້ອມ​ໃນ​ຄວາມຄິດ​ຢ່າງນີ້ ແລະ​ກະສັດ​ກໍໄດ້​ເຮັດ​ຕາມ​ທີ່​ເມມູການ​ແນະນຳ.</verse>
				<verse number="22">ເພິ່ນ​ໄດ້ສົ່ງ​ຈົດໝາຍ​ອອກ​ໄປ​ຕາມ​ແຕ່ລະ​ແຂວງ​ໃນ​ຣາຊອານາຈັກ ເປັນ​ພາສາ ແລະ​ວິທີ​ຂຽນ​ທີ່​ໃຊ້​ກັນ​ຕາມ​ແຂວງ​ນັ້ນໆ ໂດຍ​ບອກ​ວ່າ, ຜົວ​ທຸກຄົນ​ຈະ​ຕ້ອງ​ເປັນ​ນາຍ​ຢູ່​ໃນ​ເຮືອນ​ຂອງຕົນ ແລະ​ເວົ້າ​ຈາ​ດ້ວຍ​ອຳນາດ​ອັນ​ເດັດຂາດ.</verse>
			</chapter>
			<chapter number="2">
				<verse number="1">ຕໍ່ມາ ເຖິງ​ແມ່ນ​ຄວາມ​ຄຽດຮ້າຍ​ຂອງ​ກະສັດ​ໄດ້​ເຢັນ​ລົງ​ແລ້ວ​ກໍຕາມ ແຕ່​ເພິ່ນ​ຍັງ​ຄິດເຖິງ​ຄວາມ​ປະພຶດ​ຂອງ​ຣາຊີນີ​ວາຊະຕີ ແລະ​ທັງ​ຄິດເຖິງ​ຄຳ​ປະກາດ​ຕໍ່ຕ້ານ​ນາງ​ດ້ວຍ.</verse>
				<verse number="2">ສະນັ້ນ ທີ່ປຶກສາ​ຜູ້​ໃກ້ຊິດ​ຂອງ​ກະສັດ​ບາງຄົນ​ຈຶ່ງ​ແນະນຳ​ເພິ່ນ​ວ່າ, “ເຫດໃດ​ທ່ານ​ຈຶ່ງ​ບໍ່​ໃຫ້​ຄົນ​ອອກ​ໄປ​ຊອກ​ຫາ​ຍິງສາວ​ບາງຄົນ​ຜູ້​ບໍຣິສຸດ ແລະ​ສວຍງາມ?</verse>
				<verse number="3">ທ່ານ​ອາດ​ແຕ່ງຕັ້ງ​ພວກ​ຂ້າຣາຊການ​ໃນ​ທຸກໆ​ແຂວງ​ຂອງ​ອານາຈັກ​ນີ້ ແລະ​ສັ່ງ​ໃຫ້​ພວກເຂົາ​ນຳ​ເອົາ​ຍິງສາວ​ທັງຫລາຍ​ທີ່​ສວຍງາມ​ກວ່າໝູ່ ມາ​ທີ່​ບ່ອນ​ຢູ່​ຂອງ​ພວກ​ນາງ​ສະໜົມ ທີ່​ນະຄອນ​ຊູຊາ ເມືອງ​ເອກ​ນີ້. ເຮໄກ ຊາຍ​ຕອນ​ຈະ​ເປັນ​ຜູ້​ເບິ່ງແຍງ​ພວກເຂົາ ແລະ​ໃຫ້​ພວກເຂົາ​ແຕ່ງໜ້າ​ນວດ​ຕົວ​ຢ່າງ​ສວຍງາມ.</verse>
				<verse number="4">ແລ້ວ​ກໍ​ໃຫ້​ທ່ານ​ເອົາ​ຍິງ​ຜູ້ໜຶ່ງ​ທີ່​ທ່ານ​ມັກ​ທີ່ສຸດ ມາ​ເປັນ​ຣາຊີນີ​ແທນ​ນາງ​ວາຊະຕີ.” ກະສັດ​ເຫັນ​ວ່າ​ເປັນ​ການ​ແນະນຳ​ທີ່ດີ; ສະນັ້ນ ເພິ່ນ​ຈຶ່ງ​ປະຕິບັດ​ຕາມ.</verse>
				<verse number="5">ໃນ​ນະຄອນ​ຊູຊາ​ນີ້ ມີ​ຄົນ​ຢິວ​ຜູ້ໜຶ່ງ​ຊື່​ວ່າ​ມໍເດໄກ​ລູກຊາຍ​ຂອງ​ຢາອີ; ລາວ​ເປັນ​ຄົນ​ມາ​ຈາກ​ເຜົ່າ​ເບັນຢາມິນ ແລະ​ເປັນ​ເຊື້ອສາຍ​ຂອງ​ກີເຊ​ແລະ​ຊີເມອີ.</verse>
				<verse number="6">ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຈັບ​ເຈົ້າ​ເຢໂຮຍອາກິນ ກະສັດ​ແຫ່ງ​ຢູດາຍ​ຈາກ​ນະຄອນ​ເຢຣູຊາເລັມ ມາ​ເປັນ​ຊະເລີຍ​ພ້ອມທັງ​ກຸ່ມ​ຊະເລີຍ​ອື່ນ​ນັ້ນ ມໍເດໄກ​ກໍ​ຖືກ​ຈັບ​ມາ​ກັບ​ພວກເຂົາ​ດ້ວຍ.</verse>
				<verse number="7">ລາວ​ມີ​ພີ່ນ້ອງ​ຄົນ​ໜຶ່ງ​ຊື່​ວ່າ ເອສະເທີ ແລະ​ນາງ​ມີ​ຊື່​ເປັນ​ພາສາ​ເຮັບເຣີ​ວ່າ ຮາດາສາ; ນາງ​ເປັນ​ຍິງສາວ​ທີ່​ມີ​ຮູບຮ່າງ​ສວຍງາມ. ເມື່ອ​ພໍ່​ແມ່​ນາງ​ຕາຍໄປ ມໍເດໄກ​ໄດ້​ຮັບ​ເອົາ​ນາງ​ມາ​ລ້ຽງ​ເປັນ​ດັ່ງ​ລູກສາວ​ຂອງ​ຕົນເອງ.</verse>
				<verse number="8">ເມື່ອ​ກະສັດ​ໄດ້​ອອກ​ດຳລັດ​ໃໝ່​ແລ້ວ ກໍໄດ້​ມີ​ຍິງສາວ​ຫລາຍ​ຄົນ​ຖືກ​ນຳ​ຕົວ​ມາ​ທີ່​ນະຄອນ​ຊູຊາ ແລະ​ເອສະເທີ​ກໍ​ຮ່ວມ​ຢູ່​ກັບ​ພວກເຂົາ​ດ້ວຍ. ນາງ​ຖືກ​ພາ​ມາ​ຢູ່​ໃນ​ວັງ ພາຍໃຕ້​ຄວາມ​ດູແລ​ຂອງ​ເຮໄກ ຜູ້​ຮັບຜິດຊອບ​ໂຮງ​ຂອງ​ພວກ​ນາງ​ສະໜົມ.</verse>
				<verse number="9">ເຮໄກ​ພໍໃຈ​ໃນ​ຕົວ​ນາງ​ເອສະເທີ ແລະ​ໃຫ້​ຄວາມ​ກະລຸນາ​ແກ່​ນາງ. ເຮໄກ​ຈຶ່ງ​ເລີ່ມ​ຕົບແຕ່ງ​ຄວາມງາມ​ຂອງ​ນາງ​ໂດຍ​ການ​ນວດ​ຮ່າງກາຍ ແລະ​ໃຫ້​ນາງ​ກິນ​ອາຫານ​ພິເສດ. ລາວ​ໃຫ້​ນາງ​ຢູ່​ໃນ​ບ່ອນ​ດີທີ່ສຸດ​ໃນ​ໂຮງ​ຂອງ​ພວກ​ນາງ​ສະໜົມ ແລະ​ແຕ່ງຕັ້ງ​ຜູ້ຍິງ​ເຈັດ​ຄົນ​ເປັນ​ພິເສດ​ຈາກ​ວັງ​ໃຫ້​ເປັນ​ຜູ້ຮັບໃຊ້​ນາງ.</verse>
				<verse number="10">ສ່ວນ​ມໍເດໄກ​ກໍໄດ້​ແນະນຳ​ນາງ​ເອສະເທີ ໃຫ້​ປິດ​ເປັນ​ຄວາມ​ລັບ​ເລື່ອງ​ທີ່​ຕົນ​ເປັນ​ຄົນ​ຢິວ.</verse>
				<verse number="11">ທຸກ​ມື້ໃດ ມໍເດໄກ​ໄດ້​ຍ່າງ​ໄປມາ​ຕໍ່ໜ້າ​ເດີ່ນ​ຂອງ​ໂຮງ​ພວກ​ນາງ​ສະໜົມ ເພື່ອ​ຢາກ​ຮູ້​ວ່າ​ເອສະເທີ​ເປັນ​ຢູ່​ຢ່າງໃດ ແລະ​ຈະ​ມີ​ຫຍັງ​ເກີດຂຶ້ນ​ກັບ​ນາງ.</verse>
				<verse number="12">ຕາມ​ທຳມະດາ​ແລ້ວ ການ​ຕົບແຕ່ງ​ຄວາມງາມ​ຂອງ​ຜູ້ຍິງ​ມີ​ກຳນົດ​ໄດ້​ໜຶ່ງ​ປີ​ຄື: ຫົກ​ເດືອນ​ເປັນ​ການ​ນວດກາຍ​ດ້ວຍ​ນໍ້າມັນ​ກຳຍານ ແລະ​ອີກ​ຫົກ​ເດືອນ​ຕໍ່ມາ ເປັນ​ການ​ນວດ​ດ້ວຍ​ນໍ້າມັນ​ຫອມ. ຫລັງຈາກ​ນີ້ ຍິງ​ແຕ່ລະຄົນ​ແມ່ນ​ຈະ​ຖືກ​ນຳ​ຕົວ​ເປັນ​ຜຽນ​ເຂົ້າ​ໄປ​ຫາ​ກະສັດ​ເຊເຊັດ.</verse>
				<verse number="13">ຕອນ​ທີ່​ນາງ​ອອກ​ຈາກ​ໂຮງ​ຂອງ​ພວກ​ນາງ​ສະໜົມ​ໄປ​ທີ່​ວັງ​ນັ້ນ ນາງ​ນຸ່ງ​ຫຍັງ​ກໍໄດ້​ຕາມໃຈ.</verse>
				<verse number="14">ນາງ​ໄປ​ທີ່​ນັ້ນ​ໃນ​ເວລາ​ຄໍ່າ ແລະ​ເຊົ້າ​ມື້​ໃໝ່​ມາ ນາງ​ຖືກ​ນຳ​ຕົວ​ກັບໄປ​ທີ່​ໂຮງ​ຂອງ​ນາງ​ສະໜົມ​ແຫ່ງ​ອື່ນ ແລະ​ໃຫ້​ຢູ່​ພາຍໃຕ້​ການ​ດູແລ​ຂອງ​ຊາອາຊະກາດ ຊາຍ​ຕອນ​ຜູ້​ກຳກັບ​ບັນດາ​ເມຍນ້ອຍ​ຂອງ​ກະສັດ. ນາງ​ຈະ​ບໍ່ໄດ້​ເຂົ້າ​ໄປ​ຫາ​ກະສັດ​ອີກ ນອກຈາກ​ວ່າ​ກະສັດ​ພໍໃຈ​ໃນ​ຕົວນາງ ແລະ​ເອີ້ນ​ຊື່​ຂອງ​ນາງ​ໃຫ້​ເຂົ້າ​ໄປ​ຫາ.</verse>
				<verse number="15">ເວລາ​ຂອງ​ເອສະເທີ​ທີ່​ຈະ​ເຂົ້າ​ໄປ​ຫາ​ກະສັດ​ກໍໄດ້​ມາ​ເຖິງ. ເອສະເທີ​ເປັນ​ລູກສາວ​ຂອງ​ອາບີໄຮ ແລະ​ເປັນ​ຍາດຕິພີ່ນ້ອງ​ຂອງ​ມໍເດໄກ ພໍ່​ລ້ຽງ​ຂອງ​ນາງ. ເມື່ອ​ທຸກຄົນ​ເຫັນ​ເອສະເທີ​ຕ່າງ​ກໍ​ຊົມເຊີຍ​ນາງ. ເມື່ອ​ຜຽນ​ຂອງ​ນາງ​ມາ​ເຖິງ ນາງ​ໄດ້​ນຸ່ງ​ເຄື່ອງ​ຕາມ​ຄຳແນະນຳ​ຂອງ​ເຮໄກ ຊາຍ​ຕອນ​ຜູ້​ທີ່​ຮັບຜິດຊອບ​ໂຮງ​ຂອງ​ພວກ​ນາງ​ສະໜົມ.</verse>
				<verse number="16">ສະນັ້ນ ໃນ​ຣາຊການ​ປີ​ທີ​ເຈັດ​ຂອງ​ກະສັດ​ເຊເຊັດ ໃນ​ເດືອນ​ທີ​ສິບ​ອັນ​ກົງ​ກັບ​ເດືອນ​ເຕເບັດ ນາງ​ເອສະເທີ​ກໍໄດ້​ຖືກ​ນຳ​ຕົວ​ເຂົ້າ​ໄປ​ໃນ​ວັງ​ເພື່ອ​ພົບ​ກະສັດ.</verse>
				<verse number="17">ກະສັດ​ພໍໃຈ​ນາງ​ຫລາຍກວ່າ​ຍິງສາວ​ຄົນອື່ນໆ ແລະ​ນາງ​ໄດ້​ຮັບ​ຄວາມ​ກະລຸນາ ແລະ​ຄວາມ​ຮັກ​ຈາກ​ກະສັດ ຫລາຍກວ່າ​ຍິງ​ສາວ​ຄົນອື່ນໆ. ເພິ່ນ​ສວມ​ມົງກຸດ​ໃສ່​ຫົວ​ນາງ ແລະ​ແຕ່ງຕັ້ງ​ນາງ​ໃຫ້​ເປັນ​ຣາຊີນີ​ແທນ​ຣາຊີນີ​ວາຊະຕີ.</verse>
				<verse number="18">ແລ້ວ​ກະສັດ​ກໍ​ຈັດ​ງານ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ​ຂຶ້ນ ເພື່ອ​ເປັນ​ກຽດ​ແກ່​ນາງ​ເອສະເທີ ແລະ​ໄດ້​ເຊີນ​ບັນດາ​ຂ້າຣາຊການ​ພ້ອມ​ທັງ​ພວກ​ບໍລິຫານ​ທຸກຄົນ​ຂອງຕົນ ມາ​ຮ່ວມ​ໃນ​ງານ​ນີ້. ເພິ່ນ​ໄດ້​ປະກາດ​ໃຫ້​ມື້​ນັ້ນ​ເປັນ​ມື້​ຢຸດ​ພັກ ໃນ​ທຸກ​ແຂວງ ແລະ​ເພິ່ນ​ໄດ້​ແຈກ​ຂອງຂວັນ​ໃຫ້​ຄົນ​ຢ່າງ​ໃຈ​ກວ້າງຂວາງ ສົມ​ກັບ​ເປັນ​ກະສັດ.</verse>
				<verse number="19">ໃນ​ເວລາ​ດຽວກັນ​ນັ້ນ ກະສັດ​ກໍ​ແຕ່ງຕັ້ງ​ມໍເດໄກ​ໃຫ້​ຮັບ​ຕຳແໜ່ງ​ບໍລິຫານ​ຣາຊການ.</verse>
				<verse number="20">ສ່ວນ​ເອສະເທີ ນາງ​ຍັງ​ບໍ່​ທັນ​ໄດ້​ໃຫ້​ຜູ້ໃດ​ຮູ້​ວ່າ​ຕົນ​ເປັນ​ຄົນ​ຢິວ. ມໍເດໄກ​ບອກ​ນາງ​ບໍ່​ໃຫ້​ບອກ​ຜູ້ໃດ​ໝົດ ແລະ​ນາງ​ກໍ​ຟັງຄວາມ​ຂອງ​ມໍເດໄກ​ໃນ​ເລື່ອງ​ນີ້ ດັ່ງ​ນາງ​ໄດ້​ເຄີຍ​ຟັງຄວາມ​ຂອງ​ລາວ​ມາ​ຕັ້ງແຕ່​ຍັງ​ນ້ອຍ ໃນ​ຄາວ​ທີ່​ຢູ່​ໃຕ້​ຄວາມ​ດູແລ​ຂອງ​ລາວ​ນັ້ນ.</verse>
				<verse number="21">ໃນ​ລະຫວ່າງ​ທີ່​ມໍເດໄກ​ຮັບ​ຕຳແໜ່ງ​ຢູ່​ໃນ​ວັງ​ນັ້ນ​ກໍ​ມີ​ຊາຍ​ຕອນ​ສອງ​ຄົນ​ຄື: ບິກທານ ແລະ​ເຕເຣເຊ ເປັນ​ຄົນ​ເຝົ້າ​ປະຕູ​ຫ້ອງ​ນອນ​ຂອງ​ກະສັດ. ພວກເຂົາ​ເປັນ​ສັດຕູ​ຕໍ່​ກະສັດ​ເຊເຊັດ ແລະ​ວາງແຜນ​ທີ່​ຈະ​ຂ້າ​ເພິ່ນ.</verse>
				<verse number="22">ມໍເດໄກ​ຮູ້​ເລື່ອງ​ນີ້​ຈຶ່ງ​ບອກ​ໃຫ້​ຣາຊີນີ​ເອສະເທີ​ຮູ້​ນຳ ນາງ​ໄດ້​ບອກ​ກະສັດ​ໃນ​ເລື່ອງ​ທີ່​ມໍເດໄກ​ໄດ້​ຮູ້​ນັ້ນ.</verse>
				<verse number="23">ກະສັດ​ໄດ້​ສັ່ງ​ໃຫ້​ມີ​ການ​ສືບສວນ ແລະ​ພົບ​ວ່າ​ຄຳ​ລາຍງານ​ນັ້ນ​ເປັນ​ຄວາມຈິງ; ສະນັ້ນ ຊາຍ​ທັງສອງ​ຈຶ່ງ​ຖືກ​ແຂວນຄໍ​ທີ່​ເທິງ​ຫລັກໄມ້. ແລ້ວ​ກະສັດ​ກໍໄດ້​ສັ່ງ​ໃຫ້​ຈົດ​ເຫດການ​ນີ້​ໄວ້ ເປັນ​ທາງການ​ໃນ​ປຶ້ມ​ບັນທຶກ​ຂອງ​ກະສັດ.</verse>
			</chapter>
			<chapter number="3">
				<verse number="1">ໃນ​ເວລາ​ຕໍ່ມາ ກະສັດ​ເຊເຊັດ​ໄດ້​ເລື່ອນຊັ້ນ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຮາມານ​ເປັນ​ລູກຊາຍ​ຂອງ​ຮາມເມດາທາ ເປັນ​ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ອາກັກ. ໃຫ້​ມີ​ຕຳແໜ່ງ​ສູງຂື້ນ​ແລະ​ໃຫ້​ນັ່ງ​ສູງ​ກວ່າ​ເຈົ້ານາຍ​ທັງຫລາຍ​ທີ່​ຢູ່​ນຳກັນ.</verse>
				<verse number="2">ກະສັດ​ໄດ້​ສັ່ງ​ໃຫ້​ບັນດາ​ຂ້າຣາຊການ​ທັງໝົດ​ຂອງຕົນ ສະແດງ​ຄວາມ​ເຄົາຣົບ​ຕໍ່​ຮາມານ​ໂດຍ​ໃຫ້​ຄຸເຂົ່າ​ກົ້ມຂາບ​ລາວ. ທຸກຄົນ​ກໍໄດ້​ເຮັດ​ຕາມ, ແຕ່​ມໍເດໄກ​ບໍ່ຍອມ​ເຮັດ​ຕາມ.</verse>
				<verse number="3">ຂ້າຣາຊການ​ຄົນອື່ນ​ຈຶ່ງ​ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ບໍ່​ຍອມ​ຟັງ​ຄຳສັ່ງ​ຂອງ​ກະສັດ?”</verse>
				<verse number="4">ທຸກໆ​ມື້​ໃດ ພວກເຂົາ​ກໍ​ຊັກຊວນ​ລາວ​ໃຫ້​ຍອມ​ເຮັດ​ຕາມ ແຕ່​ລາວ​ບໍ່​ຍອມ​ຟັງຄວາມ​ຂອງ​ພວກເຂົາ. ລາວ​ອະທິບາຍ​ວ່າ, “ຂ້ອຍ​ເປັນ​ຄົນ​ຢິວ ຂ້ອຍ​ບໍ່​ອາດ​ກົ້ມຂາບ​ຮາມານ​ໄດ້​ດອກ.” ສະນັ້ນ ພວກເຂົາ​ຈຶ່ງ​ໄປ​ບອກ​ໃຫ້​ຮາມານ​ຮູ້​ໃນ​ເລື່ອງ​ນີ້ ເພື່ອ​ຢາກ​ຈະ​ຮູ້​ວ່າ​ລາວ​ຈະ​ທົນ​ຕໍ່​ການ​ທີ່​ມໍເດໄກ​ປະພຶດ​ໄດ້​ຢ່າງໃດ.</verse>
				<verse number="5">ເມື່ອ​ຮາມານ​ຮູ້​ວ່າ​ມໍເດໄກ​ບໍ່​ຄຸເຂົ່າ​ກົ້ມຂາບ​ຕົນ ລາວ​ກໍ​ໂກດຮ້າຍ​ຫຼາຍ</verse>
				<verse number="6">ແລະ​ເມື່ອ​ຮູ້​ອີກ​ວ່າ​ມໍເດໄກ​ເປັນ​ຄົນ​ຢິວ ລາວ​ຈຶ່ງ​ຕັດສິນໃຈ​ລົງໂທດ​ບໍ່ແມ່ນແຕ່​ມໍເດໄກ​ຄົນ​ດຽວ​ເທົ່ານັ້ນ ແຕ່​ລົງໂທດ​ຫລາຍ​ຄົນ. ລາວ​ວາງແຜນ​ຂ້າ​ຊາວຢິວ​ທຸກຄົນ​ທີ່​ຢູ່​ທົ່ວ​ໄປ​ໃນ​ອານາຈັກ​ເປີເຊຍ.</verse>
				<verse number="7">ໃນ​ຣາຊການ​ປີ​ທີ​ສິບສອງ​ຂອງ​ກະສັດ​ເຊເຊັດ ໃນ​ເດືອນ​ໜຶ່ງ​ອັນ​ກົງ​ກັບ​ເດືອນ​ນີຊານ ຮາມານ​ໄດ້​ສັ່ງ​ໃຫ້​ໃຊ້​ສະຫລາກ (ຊຶ່ງ​ເອີ້ນ​ກັນ​ວ່າ, “ປູຣິມ”) ເພື່ອ​ຫາ​ມື້​ດີ, ເດືອນ​ດີ ໃນ​ການ​ດຳເນີນ​ແຜນ​ປອງຮ້າຍ​ຂອງຕົນ. ແລ້ວ​ກໍ​ຕົກ​ຖືກ​ວັນ​ທີ​ສິບສາມ​ຂອງ​ເດືອນ​ສິບສອງ ອັນ​ກົງ​ກັບ​ເດືອນ​ອາດາກ.</verse>
				<verse number="8">ຮາມານ​ຈຶ່ງ​ບອກ​ກະສັດ​ເຊເຊັດ​ວ່າ, “ຍັງ​ມີ​ຄົນ​ຊາດ​ໜຶ່ງ​ທີ່​ກະຈັດ​ກະຈາຍ​ຢູ່​ທົ່ວ​ໄປ ຕາມ​ທຸກ​ແຂວງ​ໃນ​ອານາຈັກ​ຂອງທ່ານ. ພວກເຂົາ​ຢຶດຖື​ປະເພນີ​ທີ່​ບໍ່​ຄື​ກັບ​ຄົນອື່ນໆ. ຍິ່ງ​ໄປ​ກວ່າ​ນີ້​ອີກ ພວກເຂົາ​ບໍ່ໄດ້​ປະຕິບັດ​ຕາມ​ກົດໝາຍ​ຂອງ​ອານາຈັກ; ດັ່ງນັ້ນ ຈຶ່ງ​ບໍ່​ເປັນ​ຜົນ​ດີ​ທີ່​ທ່ານ​ຕ້ອງ​ອົດທົນ​ກັບ​ຄົນ​ເຫຼົ່ານີ້.</verse>
				<verse number="9">ຂ້າແດ່​ພະຣາຊາ ຖ້າ​ທ່ານ​ເຫັນພ້ອມ ຂໍ​ທ່ານ​ຈົ່ງ​ອອກ​ຄຳສັ່ງ​ສັງຫານ​ຄົນ​ເຫຼົ່ານີ້​ເສຍ. ຖ້າ​ທ່ານ​ເຮັດ​ຕາມ ຂ້ານ້ອຍ​ຂໍ​ຮັບຮອງ​ວ່າ​ຈະ​ສາມາດ​ນຳ​ເງິນ 340 ໂຕນ ເຂົ້າ​ມາ​ໄວ້​ໃນ​ຄັງຫລວງ​ໄດ້ ເພື່ອ​ບໍລິຫານ​ຣາຊການ​ຂອງ​ອານາຈັກ.”</verse>
				<verse number="10">ກະສັດ​ຈຶ່ງ​ຖອດ​ແຫວນ​ຂອງ​ເພິ່ນ​ອອກ ຊຶ່ງ​ໃຊ້​ປະທັບ​ຂໍ້​ປະກາດ​ໃຫ້​ເປັນ​ທາງການ ແລະ​ໄດ້​ມອບ​ປະກາດ​ນັ້ນ​ໃຫ້​ສັດຕູ​ຂອງ​ຊາວຢິວ ຄື​ຮາມານ​ລູກຊາຍ​ຂອງ​ຮາມເມດາທາ ຜູ້​ເປັນ​ເຊື້ອສາຍ​ຂອງ​ອາກັກ.</verse>
				<verse number="11">ກະສັດ​ໄດ້​ບອກ​ລາວ​ວ່າ, “ປະຊາຊົນ ແລະ​ເງິນ​ຂອງ​ພວກເຂົາ​ກໍ​ເປັນ​ຂອງ​ເຈົ້າ ຈົ່ງ​ເຮັດ​ກັບ​ພວກເຂົາ​ຕາມ​ໃຈຊອບ​ເທີ້ນ.”</verse>
				<verse number="12">ດັ່ງນັ້ນ ໃນ​ວັນ​ທີ​ສິບສາມ​ຂອງ​ເດືອນ​ທີໜຶ່ງ ຮາມານ​ຈຶ່ງ​ເອີ້ນ​ພວກ​ເລຂາທິການ​ຂອງ​ກະສັດ​ມາ ແລະ​ໃຫ້​ພວກເຂົາ​ຂຽນ ແລະ​ແປ​ປະກາດ​ນັ້ນ​ອອກ​ເປັນ​ຫລາຍ​ພາສາ ຕາມ​ແບບ​ຂຽນ​ທີ່​ມີ​ໃຊ້​ໃນ​ອານາຈັກ ແລະ​ສົ່ງ​ໃຫ້​ພວກ​ຜູ້ປົກຄອງ​ແຂວງ, ພວກ​ຜູ້​ປົກຄອງ​ເມືອງ ແລະ​ພວກ​ຂ້າຣາຊການ​ທຸກຄົນ. ປະກາດ​ນີ້​ໄດ້​ອອກ​ໃນ​ນາມ​ຂອງ​ກະສັດ​ເຊເຊັດ ແລະ​ປະທັບຕາ​ໃສ່​ດ້ວຍ​ແຫວນ​ຂອງ​ເພິ່ນ.</verse>
				<verse number="13">ພວກ​ຜູ້ນຳຂ່າວ​ກໍ​ແລ່ນ​ນຳ​ເອົາ​ປະກາດ​ນີ້ ໄປ​ທົ່ວ​ທຸກ​ແຂວງ​ໃນ​ອານາຈັກ. ໃນ​ປະກາດ​ນັ້ນ​ມີ​ເນື້ອຄວາມ​ວ່າ ໃນ​ວັນ​ທີ່​ກຳນົດ​ໄວ້​ຄື​ວັນ​ທີ​ສິບສາມ​ຂອງ​ເດືອນ​ອາດາກ ຄົນ​ຢິວ​ທຸກຄົນ​ບໍ່​ວ່າ​ໜຸ່ມ​ຫລື​ເຖົ້າ ແມ່ຍິງ​ຫລື​ເດັກນ້ອຍ​ຕ້ອງ​ຖືກ​ຂ້າ​ຖິ້ມ​ໝົດ. ພວກເຂົາ​ຈະ​ຕ້ອງ​ຖືກ​ປະຫານໝູ່​ຢ່າງ​ບໍ່​ປານີ ແລະ​ສິ່ງຂອງ​ຂອງ​ພວກເຂົາ​ຈະ​ຕ້ອງ​ຖືກ​ຢຶດ.</verse>
				<verse number="14">ຄຳ​ປະກາດ​ໄດ້​ຖືກ​ແຈ້ງ​ໄປ​ທົ່ວ​ທຸກ​ແຂວງ ເພື່ອ​ວ່າ​ທຸກຄົນ​ຈະ​ຕຽມພ້ອມ​ເມື່ອ​ມື້​ນັ້ນ​ມາ​ເຖິງ.</verse>
				<verse number="15">ຄຳ​ປະກາດ​ທາງ​ຣາຊການ​ໄດ້​ຖືກ​ແຈ້ງ​ອອກ​ໄປ​ທົ່ວ​ເມືອງ​ເອກຊູຊາ ພວກ​ຜູ້ນຳຂ່າວ​ກໍ​ແລ່ນ​ນຳ​ເອົາ​ຂ່າວ​ໄປ​ຍັງ​ແຂວງ​ຕ່າງໆ​ຕາມ​ຄຳສັ່ງ​ຂອງ​ກະສັດ. ສ່ວນ​ກະສັດ​ແລະ​ຮາມານ​ກໍ​ນັ່ງ​ດື່ມເຫຼົ້າ ໃນ​ຂະນະທີ່​ເມືອງເອກ​ຊູຊາ​ເກີດ​ສັບສົນ​ວຸ້ນວາຍ​ຢູ່​ນັ້ນ.</verse>
			</chapter>
			<chapter number="4">
				<verse number="1">ເມື່ອ​ມໍເດໄກ​ໄດ້​ຮູ້​ເຖິງ​ເລື່ອງ​ທັງໝົດ​ນັ້ນ​ແລ້ວ ລາວ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ຂົມຂື່ນ​ໃຈ. ແລ້ວ​ລາວ​ກໍ​ນຸ່ງເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ, ເອົາ​ຂີ້ເຖົ່າ​ໂຮຍ​ໃສ່​ຫົວ ແລະ​ຍ່າງ​ຜ່ານ​ເມືອງ​ໄປ ທັງ​ຄໍ່າຄວນ​ດ້ວຍ​ສຽງດັງ ແລະ​ຢ່າງ​ຂົມຂື່ນ</verse>
				<verse number="2">ຈົນ​ມາ​ຮອດ​ປະຕູ​ທາງ​ເຂົ້າ​ວັງ. ລາວ​ເຂົ້າ​ໄປ​ຂ້າງ​ໃນ​ວັງ​ບໍ່ໄດ້ ເພາະ​ຜູ້​ນຸ່ງເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ໃນ​ວັງ.</verse>
				<verse number="3">ທົ່ວ​ທຸກ​ແຂວງ ບ່ອນ​ໃດ​ທີ່​ໄດ້ຍິນ​ເຖິງ​ຄຳ​ປະກາດ​ຂອງ​ກະສັດ ກໍ​ມີ​ສຽງ​ຮ້ອງໄຫ້​ໄວ້ທຸກ​ຢູ່​ໃນ​ທ່າມ​ກາງ​ຊາວຢິວ. ພວກເຂົາ​ອົດອາຫານ ຮ້ອງໄຫ້, ຄໍ່າຄວນ ແລະ​ເກືອບ​ທຸກຄົນ​ໃນ​ພວກເຂົາ​ໄດ້​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ແລະ​ນອນ​ກິ້ງເກືອກ​ຢູ່​ໃນ​ຂີ້ເຖົ່າ.</verse>
				<verse number="4">ເມື່ອ​ສາວໃຊ້​ຂອງ​ນາງ​ເອສະເທີ ແລະ​ພວກ​ຊາຍ​ຕອນ​ໄດ້​ມາ​ບອກ​ເອສະເທີ​ເຖິງ​ສິ່ງ​ທີ່​ມໍເດໄກ​ກຳລັງ​ກະທຳ ນາງ​ກໍ​ເປັນທຸກໃຈ​ຫລາຍ. ນາງ​ໄດ້​ສົ່ງ​ເຄື່ອງນຸ່ງ​ໄປ​ໃຫ້​ມໍເດໄກ​ໃສ່​ແທນ​ຜ້າ​ກະສອບເຂົ້າ ແຕ່​ລາວ​ບໍ່​ຍອມ​ຮັບ.</verse>
				<verse number="5">ແລ້ວ​ນາງ​ກໍ​ເອີ້ນ​ເອົາ​ຮາທາດ​ມາ​ພົບ ຄື​ຊາຍ​ຕອນ​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ຈາກ​ກະສັດ​ໃຫ້​ເປັນ​ຄົນ​ຮັບໃຊ້​ຂອງ​ນາງ. ນາງ​ໄດ້​ບອກ​ໃຫ້​ລາວ​ໄປ​ຖາມ​ມໍເດໄກ​ເບິ່ງ​ວ່າ ມີ​ເລື່ອງ​ຫຍັງ​ເກີດຂຶ້ນ ແລະ​ດ້ວຍເຫດໃດ.</verse>
				<verse number="6">ຮາທາດ​ກໍ​ໄປ​ຫາ​ມໍເດໄກ​ທີ່​ສີ່ແຍກ​ກາງເມືອງ​ທາງ​ເຂົ້າ​ວັງ.</verse>
				<verse number="7">ມໍເດໄກ​ໄດ້​ບອກ​ລາວ​ທຸກສິ່ງ​ຕາມ​ທີ່​ເກີດຂຶ້ນ​ນັ້ນ ແລະ​ບອກ​ເຖິງ​ຈຳນວນ​ເງິນ​ທີ່​ຮາມານ​ໄດ້​ສັນຍາ​ຈະ​ໃສ່​ໃນ​ຄັງ​ຫລວງ ຖ້າ​ຊາວຢິວ​ທຸກຄົນ​ຖືກ​ຂ້າ.</verse>
				<verse number="8">ລາວ​ຍັງ​ເອົາ​ສຳເນົາ​ຄຳ​ປະກາດ​ສັ່ງ​ທຳລາຍ​ລ້າງຜານ​ຊາວຢິວ ທີ່​ອອກ​ດຳລັດ​ໃນ​ນະຄອນ​ຊູຊາ​ໃຫ້​ຮາທາດ. ມໍເດໄກ​ຂໍ​ລາວ​ໃຫ້​ຖື​ເອົາ​ສຳເນົາ​ຄຳ​ປະກາດ​ນັ້ນ​ໄປ​ຫາ​ເອສະເທີ ແລະ​ອະທິບາຍ​ສະຖານະການ​ສູ່​ນາງ​ຟັງ ແລະ​ບອກ​ນາງ​ໄປ​ຂໍຮ້ອງ​ນຳ​ກະສັດ​ໃຫ້​ເມດຕາ​ຊົນຊາດ​ຂອງ​ນາງ.</verse>
				<verse number="9">ຮາທາດ​ໄດ້​ປະຕິບັດ​ຕາມ</verse>
				<verse number="10">ແລະ​ເອສະເທີ​ກໍ​ໃຫ້​ລາວ​ນຳ​ເອົາ​ຖ້ອຍຄຳ ຄືນ​ມາ​ບອກ​ມໍເດໄກ​ວ່າ:</verse>
				<verse number="11">“ຖ້າ​ຜູ້ໃດ​ຜູ້ໜຶ່ງ ບໍ່​ວ່າ​ຊາຍ​ຫລື​ຍິງ​ທີ່​ເຂົ້າ​ໄປ​ໃນ​ເດີ່ນ​ຂອງ​ວັງ ເພື່ອ​ພົບ​ກະສັດ​ໂດຍ​ບໍ່ໄດ້​ຖືກ​ເອີ້ນ​ມາ ຈະ​ຕ້ອງ​ຕາຍ. ນັ້ນແຫລະ ຄື​ກົດໝາຍ; ທຸກໆ​ຄົນ​ນັບ​ຕັ້ງແຕ່​ພວກ​ທີ່ປຶກສາ​ຂອງ​ກະສັດ ຈົນເຖິງ​ປະຊາຊົນ​ຕາມ​ແຂວງ​ຕ່າງໆ ກໍ​ຮູ້ຈັກ​ກົດໝາຍ​ນີ້. ມີ​ທາງດຽວ​ທີ່​ເວັ້ນຈາກ​ກົດໝາຍ​ນີ້​ໄດ້ ຄື​ຖ້າ​ກະສັດ​ຍື່ນ​ໄມ້ຄ້ອນເທົ້າ​ຄຳ​ຂອງ​ເພິ່ນ​ໃສ່​ຜູ້ໃດ ເພິ່ນ​ຈະ​ໄວ້​ຊີວິດ​ຂອງ​ຜູ້ນັ້ນ. ແຕ່​ເປັນ​ເວລາ​ໜຶ່ງ​ເດືອນ​ແລ້ວ ທີ່​ກະສັດ​ບໍ່ໄດ້​ເອີ້ນ​ຂ້ອຍ​ເຂົ້າ​ໄປ​ຫາ​ເພິ່ນ.”</verse>
				<verse number="12">ເມື່ອ​ມໍເດໄກ​ຮັບ​ຂ່າວ​ຈາກ​ເອສະເທີ</verse>
				<verse number="13">ລາວ​ຈຶ່ງ​ສົ່ງ​ຄຳເຕືອນ​ໄປ​ບອກ​ນາງ​ດັ່ງນີ້: “ຢ່າ​ຄິດ​ວາດພາບ​ເອົາ​ວ່າ ເຈົ້າ​ປອດໄພ​ກວ່າ​ຊາວຢິວ​ຄົນອື່ນໆ​ເພາະ​ເຈົ້າ​ຢູ່​ໃນ​ວັງ.</verse>
				<verse number="14">ໃນ​ເວລາ​ຢ່າງ​ນີ້​ຖ້າ​ເຈົ້າ​ມິດງຽບ​ຢູ່ ສະຫວັນ​ຈະ​ຊ່ວຍເຫລືອ​ພວກ​ຢິວ ແລະ​ພວກເຂົາ​ຈະ​ຖືກ​ຊ່ວຍ​ໃຫ້​ພົ້ນ ຝ່າຍ​ເຈົ້າ​ຈະ​ຕາຍ ແລະ​ຄອບຄົວ​ຂອງ​ພໍ່​ເຈົ້າ​ກໍ​ຈະ​ເຖິງ​ຈຸດຈົບ. ບາງທີ​ການ​ທີ່​ເຈົ້າ​ໄດ້​ເປັນ​ຣາຊີນີ​ກໍ​ເພື່ອ​ໃນ​ຍາມ​ຄັບຂັນ​ເຊັ່ນນີ້ແຫລະ ໃຜ​ຈະ​ຮູ້​ໄດ້?”</verse>
				<verse number="15">ແລ້ວ​ເອສະເທີ​ກໍ​ສົ່ງ​ຂໍ້ຄວາມ​ໄປ​ບອກ​ມໍເດໄກ​ວ່າ:</verse>
				<verse number="16">“ຈົ່ງ​ໄປ​ທ້ອນໂຮມ​ເອົາ​ພວກ​ຢິວ​ໃນ​ນະຄອນ​ຊູຊາ; ໃຫ້​ພາກັນ​ຖືສິນ​ອົດອາຫານ ແລະ​ພາວັນນາ​ອະທິຖານ​ເພື່ອ​ຂ້ອຍ. ຢ່າ​ກິນ ຫລື​ດື່ມ​ຫຍັງ​ພາຍ​ໃນ​ສາມ​ວັນ​ສາມ​ຄືນ. ຂ້ອຍ​ກັບ​ສາວໃຊ້​ຂອງຂ້ອຍ​ກໍ​ຈະ​ປະຕິບັດ​ຢ່າງ​ດຽວກັນ. ຫລັງຈາກ​ນີ້​ຂ້ອຍ​ຈະ​ໄປ​ຫາ​ກະສັດ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ການ​ຝ່າຝືນ​ກົດໝາຍ​ກໍຕາມ. ຖ້າ​ຂ້ອຍ​ຕາຍ​ຍ້ອນ​ກະທຳ​ເຊັ່ນ​ນີ້ ຂ້ອຍ​ກໍ​ຍອມ.”</verse>
				<verse number="17">ແລ້ວ​ມໍເດໄກ​ກໍ​ໄດ້ອອກ​ໄປ ແລະ​ເຮັດ​ທຸກສິ່ງ​ຕາມ​ທີ່​ເອສະເທີ​ໄດ້​ບອກ​ຕົນ​ນັ້ນ.</verse>
			</chapter>
			<chapter number="5">
				<verse number="1">ໃນ​ວັນ​ທີ​ສາມ ທີ່​ຣາຊີນີ​ເອສະເທີ​ຖືສິນ​ອົດອາຫານ ຣາຊີນີ​ໄດ້​ນຸ່ງ​ຊຸດ​ຣາຊີນີ​ອອກ​ໄປ​ຢືນ​ຢູ່​ໃນ​ເດີ່ນ​ຂອງ​ວັງ ແລະ​ຫັນໜ້າ​ໄປ​ທາງ​ຫ້ອງ​ບັນລັງ. ສ່ວນ​ກະສັດ​ກໍ​ນັ່ງ​ເທິງ​ບັນລັງ​ຂ້າງ​ໃນ ແລະ​ຫັນໜ້າ​ໄປ​ສູ່​ທາງ​ເຂົ້າ.</verse>
				<verse number="2">ເມື່ອ​ກະສັດ​ຫລຽວເຫັນ​ຣາຊີນີ​ເອສະເທີ​ຢືນ​ຢູ່​ຂ້າງ​ນອກ ເພິ່ນ​ກໍ​ມີ​ຄວາມ​ເມດຕາ ແລະ​ເດ່​ໄມ້ຄ້ອນເທົ້າ​ຄຳ​ຂອງ​ເພິ່ນ​ໃສ່​ຣາຊີນີ. ແລ້ວ​ຣາຊີນີ​ກໍ​ຂຶ້ນ​ມາ​ຈັບ​ສົ້ນ​ໄມ້ຄ້ອນເທົ້າ​ນັ້ນ.</verse>
				<verse number="3">ກະສັດ​ຖາມ​ວ່າ, “ຣາຊີນີ​ເອສະເທີ​ເອີຍ ມີ​ເລື່ອງ​ຫຍັງ​ບໍ? ບອກ​ເຮົາ​ມາ​ເບິ່ງດູ​ວ່າ ເຈົ້າ​ຕ້ອງການ​ຫຍັງ ແລະ​ຢາກ​ຈະ​ໃຫ້​ເຮົາ​ເຮັດ​ຫຍັງ ແມ່ນແຕ່​ອານາຈັກ​ເຄິ່ງ​ໜຶ່ງ​ເຮົາ​ກໍ​ຍົກ​ໃຫ້​ໄດ້.”</verse>
				<verse number="4">ເອສະເທີ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຖ້າ​ທ່ານ​ພໍໃຈ ຂ້ານ້ອຍ​ຢາກ​ໃຫ້​ທ່ານ ແລະ​ຮາມານ​ໄປ​ເປັນ​ແຂກ​ໃນ​ງານກິນລ້ຽງ​ທີ່​ຂ້ານ້ອຍ​ຈະ​ຈັດຂຶ້ນ​ສຳລັບ​ທ່ານ​ໃນ​ຄືນນີ້.”</verse>
				<verse number="5">ແລ້ວ​ກະສັດ​ກໍໄດ້​ສັ່ງ​ຮາມານ​ໃຫ້​ເຂົ້າ​ມາ​ພົບ​ໃນທັນທີ ເພື່ອ​ພວກ​ຕົນ​ຈະ​ໄດ້​ໄປ​ເປັນ​ແຂກ​ຂອງ​ເອສະເທີ. ແລ້ວ​ກະສັດ​ກັບ​ຮາມານ​ກໍໄດ້​ໄປ​ໃນ​ງານ​ກິນລ້ຽງ​ຂອງ​ເອສະເທີ.</verse>
				<verse number="6">ກະສັດ​ຖາມ​ນາງ​ໃນ​ເວລາ​ທີ່​ດື່ມ​ເຫຼົ້າ​ອະງຸ່ນ​ຢູ່​ນັ້ນ​ວ່າ, “ບອກ​ເຮົາ​ມາ​ດູ​ວ່າ​ເຈົ້າ​ຢາກ​ໄດ້​ຫຍັງ? ແລະ​ເຈົ້າ​ຈະ​ໄດ້​ຮັບ. ເຮົາ​ຈະ​ໃຫ້​ຕາມ​ທີ່​ເຈົ້າ​ຂໍຮ້ອງ ແມ່ນແຕ່​ອານາຈັກ​ເຄິ່ງ​ໜຶ່ງ​ກໍ​ຈະ​ໃຫ້​ເຈົ້າ​ໄດ້.”</verse>
				<verse number="7">ເອສະເທີ​ຕອບ​ວ່າ, “ຄຳຂໍ​ແລະ​ຄຳ​ອ້ອນວອນ​ຂອງ​ຂ້ານ້ອຍ​ເປັນ​ດັ່ງນີ້:</verse>
				<verse number="8">ຖ້າ​ພະຣາຊາ​ເມດຕາ ພໍ​ທີ່​ຈະ​ໃຫ້​ຕາມ​ຄຳ​ຂໍຮ້ອງ​ຂອງ​ຂ້ານ້ອຍ​ໄດ້​ແລ້ວ ຂ້ານ້ອຍ​ຢາກ​ໃຫ້​ທ່ານ​ກັບ​ຮາມານ​ມາ​ເປັນ​ແຂກ​ໃນ​ງານ​ກິນລ້ຽງ ທີ່​ຂ້ານ້ອຍ​ຈະ​ຈັດຂຶ້ນ​ອີກ​ສຳລັບ​ທ່ານ​ໃນ​ມື້ອື່ນ. ໃນ​ເວລາ​ນັ້ນ ຂ້ານ້ອຍ​ຈຶ່ງ​ຈະ​ບອກ​ທ່ານ​ວ່າ ຂ້ານ້ອຍ​ຕ້ອງການ​ຫຍັງ.”</verse>
				<verse number="9">ເມື່ອ​ຮາມານ​ອອກ​ຈາກ​ງານ​ກິນລ້ຽງ​ໄປ ລາວ​ກໍ​ດີໃຈ ແລະ​ມີ​ອາຣົມ​ດີ. ແຕ່​ແລ້ວ​ລາວ​ກໍ​ເຫັນ​ມໍເດໄກ​ຢູ່​ທາງ​ເຂົ້າ​ວັງ. ໃນ​ຂະນະທີ່​ລາວ​ຍ່າງ​ຜ່ານ​ໄປ​ນັ້ນ ມໍເດໄກ​ບໍ່ໄດ້​ລຸກ​ຂຶ້ນ ຫລື​ສະແດງ​ຄວາມ​ເຄົາຣົບ​ແຕ່​ຢ່າງໃດ ລາວ​ຈຶ່ງ​ໂກດຮ້າຍ​ມໍເດໄກ​ທີ່ສຸດ.</verse>
				<verse number="10">ແຕ່​ລາວ​ໄດ້​ລະງັບ​ຕົວເອງ​ໄວ້ ແລະ​ຍ່າງ​ເມືອ​ເຮືອນ. ແລ້ວ​ລາວ​ກໍ​ເຊີນ​ເອົາ​ໝູ່​ຂອງ​ລາວ​ມາ​ທີ່​ເຮືອນ ແລະ​ຂໍ​ໃຫ້​ນາງ​ເຊເຣເຊ​ເມຍ​ຂອງຕົນ ມາ​ຮ່ວມ​ນຳ​ພວກເຂົາ​ດ້ວຍ.</verse>
				<verse number="11">ລາວ​ໄດ້​ເວົ້າ​ອວດ​ຕໍ່​ພວກເຂົາ​ວ່າ ຕົນ​ເປັນ​ຄົນ​ຮັ່ງມີ​ແລະ​ມີ​ລູກຊາຍ​ຫລາຍ​ຄົນ ແລະ​ວ່າ​ກະສັດ​ໄດ້​ແຕ່ງຕັ້ງ​ຕົນ​ໃຫ້​ເປັນ​ຂ້າຣາຊການ​ຊັ້ນສູງ ແລະ​ບອກ​ວ່າ​ຕົນ​ເປັນ​ຄົນ​ສຳຄັນ​ກວ່າ​ຂ້າຣາຊການ​ຄົນອື່ນໆ​ຂອງ​ກະສັດ.</verse>
				<verse number="12">ຮາມານ​ເວົ້າ​ຕໍ່ໄປ​ອີກ​ວ່າ, “ຍິ່ງ​ໄປ​ກວ່າ​ນີ້​ອີກ ຣາຊີນີ​ເອສະເທີ​ຍັງ​ໄດ້​ຈັດ​ງານກິນລ້ຽງ​ສຳລັບ​ກະສັດ ແລະ​ຂ້ອຍເອງ​ແຕ່ເທົ່ານັ້ນ ແລະ​ຣາຊີນີ​ຍັງ​ໄດ້​ເຊີນ​ກະສັດ ແລະ​ຂ້ອຍ​ໄປ​ອີກ​ໃນ​ມື້ອື່ນ.</verse>
				<verse number="13">ແຕ່​ສິ່ງ​ເຫຼົ່ານີ້​ບໍ່ມີ​ຄວາມໝາຍ​ຫຍັງ​ຕໍ່​ຂ້ອຍ​ດອກ ຕາບໃດ​ທີ່​ຂ້ອຍ​ເຫັນ​ວ່າ​ມໍເດໄກ​ຄົນ​ຢິວ​ຜູ້ນັ້ນ ຍັງ​ນັ່ງ​ຢູ່​ທີ່​ທາງ​ເຂົ້າ​ຂອງ​ວັງ.”</verse>
				<verse number="14">ດັ່ງນັ້ນ ເມຍ​ຂອງ​ລາວ​ພ້ອມທັງ​ໝູ່ເພື່ອນ​ຈຶ່ງ​ແນະນຳ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ບໍ່​ໃຫ້​ເຂົາ​ສ້າງ​ບ່ອນ​ແຂວນຄໍ​ຂຶ້ນ​ສູງ 22 ແມັດ? ແລະ​ໃນ​ມື້ອື່ນ​ເຊົ້າ ໃຫ້​ທ່ານ​ຂໍ​ນຳ​ກະສັດ​ແຂວນຄໍ​ມໍເດໄກ​ໃສ່​ຫັ້ນ ແລ້ວ​ຈຶ່ງ​ໄປ​ໃນ​ງານ​ກິນລ້ຽງ​ດ້ວຍ​ຄວາມ​ສະບາຍ​ໃຈ.” ຮາມານ​ຄິດ​ວ່າ​ເປັນ​ຄວາມຄິດ​ທີ່ດີ; ສະນັ້ນ ລາວ​ຈຶ່ງ​ໃຫ້​ເຂົາ​ສ້າງ​ບ່ອນ​ແຂວນຄໍ​ຂຶ້ນ.</verse>
			</chapter>
			<chapter number="6">
				<verse number="1">ໃນຄືນນັ້ນ ກະສັດ​ນອນ​ບໍ່​ຫລັບ ເພິ່ນ​ຈຶ່ງ​ໃຫ້​ຂ້າຣາຊການ​ນຳ​ເອົາ​ປຶ້ມ​ບັນທຶກ​ລາຍງານ​ຂອງ​ກະສັດ ມາ​ອ່ານ​ສູ່​ຟັງ.</verse>
				<verse number="2">ຕອນ​ທີ່​ພວກເຂົາ​ໄດ້​ອ່ານ​ນັ້ນ ມີ​ທັງ​ເລື່ອງ​ຂອງ​ມໍເດໄກ ທີ່​ຮູ້​ເຖິງ​ການ​ວາງແຜນ​ສັງຫານ​ກະສັດ ຄື​ການ​ປອງຮ້າຍ​ຊຶ່ງ​ຊາຍ​ຕອນ​ສອງ​ຄົນ ຄື​ບິກທານາ ແລະ​ເຕເຣເຊ ຄົນ​ເຝົ້າ​ຫ້ອງ​ຂອງ​ກະສັດ​ໄດ້​ເຮັດ​ຂຶ້ນ​ໃນ​ວັງ.</verse>
				<verse number="3">ກະສັດ​ຖາມ​ຂຶ້ນ​ວ່າ, “ພວກເຮົາ​ໄດ້​ໃຫ້ກຽດ ແລະ​ລາງວັນ ແກ່​ມໍເດໄກ​ຢ່າງໃດ​ໃນ​ເລື່ອງ​ນີ້?” ພວກ​ຄົນ​ຮັບໃຊ້​ຂອງ​ເພິ່ນ​ຕອບ​ວ່າ, “ຍັງ​ບໍ່​ທັນ​ໃຫ້​ລາງວັນ​ຫຍັງ​ເລີຍ.”</verse>
				<verse number="4">ກະສັດ​ຖາມ​ວ່າ, “ມີ​ຂ້າຣາຊການ​ຄົນ​ໃດ​ແດ່​ຢູ່​ໃນ​ວັງ?” ໃນ​ເວລາ​ນັ້ນ ຮາມານ​ຫາ​ກໍ​ເຂົ້າ​ມາ​ໃນ​ເດີ່ນ​ຂອງ​ວັງ; ລາວ​ໄດ້​ມາ​ຂໍ​ໃຫ້​ກະສັດ​ແຂວນຄໍ​ມໍເດໄກ​ໃສ່​ເທິງ​ບ່ອນ​ແຂວນຄໍ ທີ່​ຖືກ​ສ້າງ​ໄວ້​ຢ່າງ​ຮຽບຮ້ອຍ​ແລ້ວ.</verse>
				<verse number="5">ດັ່ງນັ້ນ ພວກ​ຄົນ​ຮັບໃຊ້​ຈຶ່ງ​ຕອບ​ວ່າ, “ຮາມານ​ຢູ່​ນີ້​ເດ ລາວ​ກຳລັງ​ລໍ​ຖ້າ​ພົບ​ທ່ານ​ຢູ່.” ກະສັດ​ກ່າວ​ວ່າ, “ບອກ​ໃຫ້​ລາວ​ເຂົ້າ​ມາ​ທີ່​ນີ້.”</verse>
				<verse number="6">ດັ່ງນັ້ນ ຮາມານ​ຈຶ່ງ​ເຂົ້າ​ມາ ແລະ​ກະສັດ​ກໍ​ກ່າວ​ແກ່​ລາວ​ວ່າ, “ມີ​ຄົນ​ຜູ້ໜຶ່ງ ທີ່​ເຮົາ​ຢາກ​ຍ້ອງຍໍ​ໃຫ້ກຽດ​ລາວ​ທີ່ສຸດ. ເຮົາ​ຄວນ​ເຮັດ​ຢ່າງໃດ​ເພື່ອ​ຊາຍ​ຄົນ​ນີ້?” ຮາມານ​ຄິດ​ໃນໃຈ​ວ່າ, “ບັດນີ້​ແມ່ນ​ຜູ້ໃດ​ນໍ ທີ່​ກະສັດ​ຢາກ​ຍ້ອງຍໍ​ໃຫ້ກຽດ​ຫລາຍ​ທີ່ສຸດ​ນັ້ນ? ກໍ​ຕ້ອງ​ແມ່ນ​ເຮົາ​ນີ້ແຫລະ.”</verse>
				<verse number="7">ສະນັ້ນ ລາວ​ຈຶ່ງ​ຕອບ​ກະສັດ​ວ່າ, “ຈົ່ງ​ເອົາ​ເສື້ອຄຸມ​ຂອງ​ພະຣາຊາ​ນຸ່ງ​ໃຫ້​ຊາຍ​ຄົນ​ນັ້ນ ຄື​ເສື້ອຄຸມ​ທີ່​ທ່ານ​ເອງ​ນຸ່ງ​ນັ້ນ. ຈົ່ງ​ເອົາ​ເຄື່ອງເອ້ ປະຈຳ​ວັງ​ເອ້​ໃສ່​ເທິງ​ມ້າ​ຂອງທ່ານ.</verse>
				<verse number="8"></verse>
				<verse number="9">ໃຫ້​ຜູ້ໜຶ່ງ​ໃນ​ພວກ​ຂຸນນາງ​ຊັ້ນສູງ​ຂອງທ່ານ​ເປັນ​ຜູ້​ຊ່ວຍ​ນຸ່ງ​ເຄື່ອງ​ໃຫ້​ລາວ ແລ້ວ​ໃຫ້​ລາວ​ຂຶ້ນ​ຂີ່​ມ້າ​ຜ່ານ​ກາງເມືອງ​ໄປ. ໃຫ້​ເຈົ້ານາຍ​ຄົນ​ນັ້ນ​ປ່າວ​ປະກາດ ໃນ​ຂະນະທີ່​ພວກເຂົາ​ຍ່າງ​ໄປ​ວ່າ, ‘ເບິ່ງແມ! ກະສັດ​ໃຫ້​ລາງວັນ​ແກ່​ຜູ້​ທີ່​ເພິ່ນ​ຢາກ​ຍ້ອງຍໍ​ໃຫ້ກຽດ​ກໍ​ເປັນ​ຢ່າງນີ້​ແຫລະ.”’</verse>
				<verse number="10">ແລ້ວ​ກະສັດ​ກໍ​ກ່າວ​ແກ່​ຮາມານ​ວ່າ, “ຈົ່ງ​ຟ້າວ​ໄປ​ເອົາ​ເຄື່ອງນຸ່ງ ແລະ​ມ້າ​ມາ ແລະ​ມອບ​ກຽດ​ນີ້​ໃຫ້​ແກ່​ມໍເດໄກ​ຄົນ​ຢິວ. ຈົ່ງ​ເຮັດ​ທຸກສິ່ງ​ສຳລັບ​ລາວ ຕາມ​ທີ່​ເຈົ້າ​ໄດ້​ແນະນຳ​ມາ. ເຈົ້າ​ຈະ​ພົບ​ລາວ​ນັ່ງ​ຢູ່​ທີ່​ທາງ​ເຂົ້າ​ວັງ.”</verse>
				<verse number="11">ສະນັ້ນ ຮາມານ​ຈຶ່ງ​ໄດ້​ເອົາ​ເສື້ອ​ຄຸມ ແລະ​ມ້າ​ມາ ແລະ​ນຸ່ງ​ເສື້ອ​ນັ້ນ​ໃຫ້​ແກ່​ມໍເດໄກ. ຝ່າຍ​ມໍເດໄກ​ກໍ​ຂຶ້ນ​ຂີ່​ມ້າ ແລະ​ຮາມານ​ກໍ​ເປັນ​ຜູ້​ຈູງ​ມ້າ​ຍ່າງ​ໄປ​ທົ່ວ​ກາງເມືອງ ທັງ​ປະກາດ​ໃຫ້​ປະຊາຊົນ​ຊາບ​ວ່າ: “ເບິ່ງແມ! ກະສັດ​ໃຫ້​ລາງວັນ​ແກ່​ຜູ້​ທີ່​ເພິ່ນ​ຢາກ​ຍ້ອງຍໍ​ໃຫ້ກຽດ ກໍ​ເປັນ​ດັ່ງນີ້ແຫລະ.”</verse>
				<verse number="12">ແລ້ວ​ມໍເດໄກ​ກໍ​ກັບຄືນ​ໄປ​ທີ່​ທາງ​ເຂົ້າ​ວັງ ແລະ​ໃນຂະນະ​ດຽວກັນ​ນັ້ນ​ຮາມານ​ກໍ​ຟ້າວ​ກັບຄືນ​ເມືອ ທັງ​ອັດ​ໜ້າ​ຂອງຕົນ​ໄວ້​ດ້ວຍ​ຄວາມ​ອັບອາຍ.</verse>
				<verse number="13">ລາວ​ໄດ້​ບອກ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ທັງໝົດ​ແກ່​ເມຍ ແລະ​ໝູ່ເພື່ອນ​ຂອງ​ລາວ. ແລ້ວ​ເມຍ​ລາວ​ພ້ອມທັງ​ໝູ່ເພື່ອນ​ຜູ້​ທີ່​ສະຫລາດ​ກໍ​ບອກ​ລາວ​ວ່າ, “ທ່ານ​ກຳລັງ​ສູນເສຍ​ອຳນາດ​ໃຫ້​ແກ່​ມໍເດໄກ. ລາວ​ເປັນ​ຄົນ​ຢິວ ທ່ານ​ຈະ​ເອົາ​ຊະນະ​ລາວ​ບໍ່ໄດ້​ດອກ. ລາວ​ຈະ​ຕ້ອງ​ເອົາ​ຊະນະ​ທ່ານ​ຢ່າງ​ແນ່ນອນ.”</verse>
				<verse number="14">ຂະນະທີ່​ພວກເຂົາ​ກຳລັງ​ເວົ້າກັນ​ຢູ່​ນັ້ນ ຊາຍ​ຕອນ​ຢູ່​ໃນ​ວັງ​ກໍ​ມາຮອດ ແລະ​ຟ້າວ​ພາ​ຮາມານ​ໄປ​ໃນ​ງານ​ກິນລ້ຽງ​ຂອງ​ຣາຊີນີ​ເອສະເທີ​ທີ່​ໄດ້​ຈັດຕຽມ​ໄວ້ແລ້ວ.</verse>
			</chapter>
			<chapter number="7">
				<verse number="1">ສະນັ້ນ ກະສັດ​ກັບ​ຮາມານ​ຈຶ່ງ​ໄປ​ຮັບປະທານ​ອາຫານ​ໃນ​ງານລ້ຽງ​ຂອງ​ຣາຊີນີ​ເອສະເທີ</verse>
				<verse number="2">ໃນ​ວັນ​ທີ​ສອງ, ຂະນະທີ່​ດື່ມ​ເຫຼົ້າ​ອະງຸ່ນ​ຢູ່​ນັ້ນ ກະສັດ​ກໍ​ຖາມ​ນາງ​ອີກ​ວ່າ, “ບັດນີ້​ຣາຊີນີ​ເອສະເທີ​ເອີຍ ເຈົ້າ​ຢາກ​ໄດ້​ຫຍັງ? ຈົ່ງ​ບອກ​ເຮົາ​ມາ​ເບິ່ງດູ ແລະ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ສິ່ງ​ນັ້ນ. ແມ່ນແຕ່​ອານາຈັກ​ເຄິ່ງ​ໜຶ່ງ​ເຮົາ​ກໍ​ຈະ​ມອບ​ໃຫ້​ເຈົ້າ​ໄດ້.”</verse>
				<verse number="3">ແລ້ວ​ຣາຊີນີ​ເອສະເທີ​ກໍ​ຕອບ​ວ່າ, “ຖ້າ​ພະຣາຊາ​ພໍໃຈ​ອະນຸຍາດ​ໃຫ້ ຕາມ​ຄຳ​ຂໍຮ້ອງ​ຢ່າງ​ຖ່ອມຕົວ​ຂອງ​ຂ້ານ້ອຍ​ນີ້​ແລ້ວ ຄວາມ​ປາຖະໜາ​ຂອງ​ຂ້ານ້ອຍ​ກໍ​ຄື​ວ່າ: ໃຫ້​ຂ້ານ້ອຍ​ກັບ​ປະຊາຊົນ​ຂອງ​ຂ້ານ້ອຍ​ມີ​ຊີວິດ​ຢູ່.</verse>
				<verse number="4">ປະຊາຊົນ​ຂອງ​ຂ້ານ້ອຍ​ແລະ​ຂ້ານ້ອຍ​ເອງ​ໄດ້​ຖືກ​ຂາຍ​ເພື່ອ​ໃຫ້​ຖືກ​ສັງຫານໝູ່. ຖ້າ​ບໍ່ມີ​ຫຍັງ​ຮ້າຍແຮງ​ກວ່າ​ການ​ຖືກ​ຂາຍ​ໄປ​ເປັນ​ທາດຮັບໃຊ້ ຂ້ານ້ອຍ​ຈະ​ມິດ​ຢູ່ ແລະ​ຈະ​ບໍ່​ລົບກວນ​ທ່ານ​ໃນ​ເລື່ອງ​ນີ້; ແຕ່​ພວກ​ຂ້ານ້ອຍ​ກຳລັງ​ຈະ​ຖືກ​ທຳລາຍ​ລ້າງຜານ​ໃຫ້​ສູນສິ້ນໄປ.”</verse>
				<verse number="5">ແລ້ວ​ກະສັດ​ເຊເຊັດ​ກໍ​ຖາມ​ຣາຊີນີ​ວ່າ, “ຜູ້ໃດ​ທີ່​ບັງອາດ​ເຮັດ​ຢ່າງນີ້? ຄົນ​ນັ້ນ​ຢູ່​ໃສ?”</verse>
				<verse number="6">ເອສະເທີ​ຕອບ​ວ່າ, “ສັດຕູ​ຂອງ​ພວກ​ຂ້ານ້ອຍ ຜູ້​ຂົ່ມເຫັງ​ພວກ​ຂ້ານ້ອຍ ກໍ​ຄື​ຮາມານ​ຊາຍ​ຊົ່ວຊ້າ​ຄົນ​ນີ້.” ຮາມານ​ປະເຊີນ​ໜ້າ​ກັບ​ກະສັດ ແລະ​ຣາຊີນີ ດ້ວຍ​ຄວາມ​ສະທ້ານ​ຢ້ານກົວ​ຈົນ​ຕົວສັ່ນ.</verse>
				<verse number="7">ກະສັດ​ລຸກ​ຢືນ​ຂຶ້ນ​ທັງ​ໃຈຮ້າຍ​ຫລາຍ ແລະ​ອອກ​ຈາກ​ຫ້ອງ​ໜີໄປ​ຂ້າງ​ນອກ​ທີ່​ສວນ​ອຸທະຍານ. ຮາມານ​ເຫັນ​ວ່າ​ກະສັດ​ຕັ້ງໃຈ​ຈະ​ລົງໂທດ​ຕົນ​ເພາະ​ເລື່ອງ​ນີ້; ສະນັ້ນ ລາວ​ຈຶ່ງ​ຢູ່​ຮ້ອງຂໍ​ຣາຊີນີ​ເອສະເທີ​ໃຫ້​ໄວ້​ຊີວິດ​ຕົນ.</verse>
				<verse number="8">ລາວ​ກຳລັງ​ກົ້ມ​ຕົວ​ລົງ​ໃສ່​ຕັ່ງນວມ​ຍາວ ບ່ອນ​ທີ່​ຣາຊີນີ​ເອສະເທີ​ນັ່ງ​ຢູ່​ນັ້ນ​ເພື່ອ​ຂໍ​ຄວາມ​ເມດຕາ ພໍດີ​ຖືກ​ກັບ​ເວລາ​ທີ່​ກະສັດ​ກັບຄືນ​ມາ​ຈາກ​ສວນ ແລະ​ເຂົ້າ​ໄປ​ໃນ​ຫ້ອງ. ເມື່ອ​ເຫັນ​ດັ່ງນີ້​ແລ້ວ ກະສັດ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ນີ້​ກຳລັງ​ຈະ​ຂົ່ມຂືນ​ຣາຊີນີ​ຕໍ່ໜ້າ​ເຮົາ​ຢູ່​ທີ່​ວັງ​ຂອງເຮົາ​ບໍ?” ກະສັດ​ເວົ້າ​ຍັງ​ບໍ່​ທັນ​ຂາດຄຳ ບັນດາ​ຊາຍ​ຕອນ​ກໍ​ເອົາ​ຜ້າ​ຄຸມ​ຫົວ​ຮາມານ​ໄວ້.</verse>
				<verse number="9">ແລ້ວ​ຄົນ​ໜຶ່ງ​ໃນ​ພວກ​ຊາຍຕອນ​ທີ່​ຊື່​ວ່າ​ຮັກໂບນາ ກໍໄດ້​ເວົ້າ​ວ່າ, “ຍິ່ງ​ໄປ​ກວ່າ​ນີ້​ອີກ ຮາມານ​ຍັງ​ໄດ້​ສ້າງ​ບ່ອນ​ແຂວນຄໍ​ສູງ​ຊາວສອງ​ແມັດ​ທີ່​ເຮືອນ​ຂອງ​ລາວ ເພື່ອ​ລາວ​ຈະ​ໄດ້​ແຂວນ​ຄໍ​ມໍເດໄກ ຜູ້​ທີ່​ຊ່ວຍ​ຊີວິດ​ຂອງ​ພະຣາຊາ.” ກະສັດ​ສັ່ງ​ວ່າ, “ແຂວນຄໍ​ຮາມານ​ໃສ່​ບ່ອນ​ນັ້ນ.”</verse>
				<verse number="10">ດັ່ງນັ້ນ ຮາມານ​ຈຶ່ງ​ຖືກ​ແຂວນຄໍ​ໃສ່​ບ່ອນ​ທີ່​ລາວ​ເອງ​ໄດ້​ສ້າງ​ຂຶ້ນ ເພື່ອ​ແຂວນຄໍ​ມໍເດໄກ. ແລ້ວ​ຄວາມ​ໂກດຮ້າຍ​ຂອງ​ກະສັດ​ກໍໄດ້​ເຢັນລົງ.</verse>
			</chapter>
			<chapter number="8">
				<verse number="1">ໃນ​ມື້​ດຽວກັນ​ນັ້ນ ກະສັດ​ເຊເຊັດ​ໄດ້​ມອບ​ຊັບສິນ​ທັງໝົດ​ຂອງ​ຮາມານ ສັດຕູ​ຂອງ​ຊາວຢິວ​ໃຫ້​ແກ່​ຣາຊີນີ​ເອສະເທີ. ຣາຊີນີ​ເອສະເທີ​ບອກ​ກະສັດ​ວ່າ ມໍເດໄກ​ເປັນ​ຍາດພີ່ນ້ອງ​ຂອງ​ຕົນ ແລະ​ຕັ້ງແຕ່​ນັ້ນ​ມາ​ມໍເດໄກ​ກໍໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ພົບ​ກະສັດ​ໄດ້.</verse>
				<verse number="2">ກະສັດ​ຈຶ່ງ​ຖອດ​ແຫວນ​ທີ່​ມີ​ກາປະທັບ​ມອບ​ໃຫ້​ມໍເດໄກ (ແຫວນ​ນີ້​ໄດ້​ເອົາ​ຄືນ​ມາ​ຈາກ​ຮາມານ). ຣາຊີນີ​ເອສະເທີ​ຍັງ​ໄດ້​ມອບ​ຊັບສິນ​ຂອງ​ຮາມານ​ໃຫ້​ມໍເດໄກ​ເປັນ​ຜູ້​ຮັບຜິດຊອບ.</verse>
				<verse number="3">ຕໍ່ມາ ຣາຊີນີ​ເອສະເທີ​ກໍໄດ້​ກ່າວ​ຕໍ່​ກະສັດ​ອີກ ໂດຍ​ຂາບລົງ​ທີ່​ຕີນ​ຂອງ​ເພິ່ນ​ທັງ​ຮ້ອງໄຫ້. ຣາຊີນີ​ຮ້ອງ​ຂໍ​ເພິ່ນ​ໃຫ້​ເຮັດ​ສິ່ງໃດ​ສິ່ງໜຶ່ງ​ລົງ​ໄປ ເພື່ອ​ຢຸດຢັ້ງ​ແຜນການ​ອັນ​ຊົ່ວຮ້າຍ​ຂອງ​ຮາມານ ເຊື້ອສາຍ​ຂອງ​ອາກັກ ຜູ້​ທີ່​ໄດ້​ປະພຶດ​ຊົ່ວ​ຕໍ່ສູ້​ຊາວຢິວ.</verse>
				<verse number="4">ກະສັດ​ເດ່​ໄມ້​ເທົ້າ​ຄຳ​ໃສ່​ຣາຊີນີ ຣາຊີນີ​ຈຶ່ງ​ລຸກ​ຂຶ້ນ​ເວົ້າ​ວ່າ,</verse>
				<verse number="5">“ຂ້າແດ່​ພະຣາຊາ ຖ້າ​ທ່ານ​ພໍໃຈ ແລະ​ເປັນຫ່ວງ​ຂ້ານ້ອຍ ແລະ​ຖ້າ​ທ່ານ​ເຫັນ​ວ່າ​ເປັນ​ການ​ຖືກຕ້ອງ ກໍ​ຂໍ​ທ່ານ​ອອກ​ຄຳສັ່ງ​ເປັນ​ທາງການ ເພື່ອ​ກີດກັ້ນ​ບໍ່​ໃຫ້​ຄຳສັ່ງ​ຂອງ​ຮາມານ​ຖືກ​ນຳ​ໄປ​ປະຕິບັດ ຄື​ຄຳສັ່ງ​ຂອງ​ລູກຊາຍ​ຂອງ​ຮາມເມດາທາ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ອາກັກ ເພື່ອ​ທຳລາຍ​ລ້າງຜານ​ຊາວຢິວ​ທຸກຄົນ​ໃນ​ອານາຈັກ​ນີ້.</verse>
				<verse number="6">ຂ້ານ້ອຍ​ຈະ​ທົນ​ຢູ່​ໄດ້​ຢ່າງໃດ ຖ້າ​ຄວາມພິນາດ​ນີ້​ມາ​ເຖິງ​ຊົນຊາດ​ຂອງ​ຂ້ານ້ອຍ ແລະ​ຍາດຕິພີ່ນ້ອງ​ຂອງ​ຂ້ານ້ອຍ​ຕ້ອງ​ຖືກ​ຂ້າ?”</verse>
				<verse number="7">ແລ້ວ​ກະສັດ​ເຊເຊັດ​ກໍ​ກ່າວ​ແກ່​ຣາຊີນີ​ເອສະເທີ ແລະ​ມໍເດໄກ​ຄົນ​ຢິວ​ວ່າ, “ເບິ່ງແມ! ເຮົາ​ໄດ້​ແຂວນ​ຄໍ​ຮາມານ​ຜູ້​ທີ່​ວາງແຜນ​ຕໍ່ສູ້​ຊາວຢິວ ແລະ​ເຮົາ​ກໍ​ເອົາ​ຊັບສິນ​ຂອງ​ລາວ​ໃຫ້​ແກ່​ເອສະເທີ​ແລ້ວ.</verse>
				<verse number="8">ແຕ່ວ່າ​ຄຳ​ປະກາດ​ທີ່​ໃຊ້​ອອກ​ໄປ​ໃນ​ນາມ​ຂອງ​ກະສັດ ແລະ​ທັງ​ປະທັບຕາ​ດ້ວຍ​ກາປະທັບ​ຂອງ​ກະສັດ​ນັ້ນ​ຈະ​ລົບລ້າງ​ບໍ່ໄດ້. ເຖິງ​ຢ່າງ​ໃດ​ກໍຕາມ ໃຫ້​ຣາຊີນີ​ຂຽນ​ຈົດໝາຍ​ໄປ​ຫາ​ຊາວຢິວ​ຕາມ​ໃຈຊອບ ໃຫ້​ຂຽນ​ໃນ​ນາມ​ຂອງເຮົາ ແລະ​ປະທັບ​ກາ​ຂອງ​ກະສັດ​ໃສ່.”</verse>
				<verse number="9">ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ວັນ​ທີ 23 ຂອງ​ເດືອນ​ທີສາມ ອັນ​ກົງ​ກັບ​ເດືອນ​ຊີວານ. ມໍເດໄກ​ໄດ້​ເອີ້ນ​ເອົາ​ພວກ​ເລຂາທິການ​ຂອງ​ກະສັດ ແລະ​ບອກ​ໃຫ້​ພວກເຂົາ​ຂຽນ​ຈົດໝາຍ​ເຖິງ​ຊາວຢິວ ແລະ​ເຖິງ​ພວກ​ຜູ້​ປົກຄອງ​ແຂວງ, ພວກ​ຜູ້ປົກຄອງ​ເມືອງ ແລະ​ພວກ​ຂ້າຣາຊການ​ໃນ 127 ແຂວງ, ຄື​ຕັ້ງແຕ່​ອິນເດຍ​ຈົນເຖິງ​ຊູດານ. ພວກ​ເລຂາທິການ​ໄດ້​ຂຽນ​ຈົດໝາຍ​ເຖິງ​ແຕ່ລະ​ແຂວງ ຕາມ​ພາສາ​ແລະ​ວິທີຂຽນ​ໃນ​ແຂວງ​ນັ້ນ ແລະ​ໄດ້​ຂຽນ​ໄປ​ເຖິງ​ຊາວຢິວ​ເປັນ​ພາສາ​ແລະ​ວິທີ​ຂຽນ​ຂອງ​ຊາວຢິວ.</verse>
				<verse number="10">ມໍເດໄກ​ໄດ້​ໃຫ້​ພວກເຂົາ​ຂຽນ​ຈົດໝາຍ​ນັ້ນ​ໃນ​ນາມ​ຂອງ​ກະສັດ​ເຊເຊັດ ແລະ​ປະທັບ​ກາ​ຂອງ​ກະສັດ​ໃສ່. ຈົດໝາຍ​ໄດ້​ຖືກ​ສົ່ງ​ໄປ​ໂດຍ​ພວກ​ຂີ່​ມ້າ​ໂຕ​ໄວ​ທີ່ສຸດ​ຈາກ​ຄອກ​ມ້າ​ຂອງ​ກະສັດ.</verse>
				<verse number="11">ໃນ​ຈົດໝາຍ​ເຫຼົ່ານັ້ນ​ໄດ້​ອະທິບາຍ​ວ່າ ກະສັດ​ໄດ້​ອະນຸຍາດ​ໃຫ້​ຊາວຢິວ​ຢູ່​ໃນ​ທຸກ​ເມືອງ​ຈັດ​ລະບຽບ​ການ​ປ້ອງກັນ​ຕົວເອງ. ຖ້າ​ພວກເຂົາ​ພ້ອມ​ທັງ​ລູກ​ເມຍ​ຖືກ​ໂຈມຕີ ດ້ວຍ​ກອງທັບ​ຈາກ​ຊົນຊາດ​ໃດ​ຫລື​ແຂວງ​ໃດ ກໍ​ໃຫ້​ພວກເຂົາ​ຕໍ່ສູ້​ຄືນ ແລະ​ທຳລາຍ​ຄົນ​ທີ່​ໂຈມຕີ​ເຫຼົ່ານັ້ນ; ໃຫ້​ຂ້າ​ພວກເຂົາ​ຖິ້ມ​ຢ່າງ​ບໍ່​ໃຫ້​ເຫຼືອ​ທັງ​ຢຶດ​ຊັບສິນ​ຂອງ​ພວກເຂົາ​ໄດ້.</verse>
				<verse number="12">ຄຳສັ່ງ​ນີ້​ໃຫ້​ໃຊ້​ໄດ້​ໃນ​ທຸກໆ​ແຂວງ​ຂອງ​ເປີເຊຍ ຕາມ​ມື້​ທີ່​ຕັ້ງ​ໄວ້​ໃຫ້​ເປັນ​ມື້​ຂ້າ​ຊາວຢິວ ຄື​ໃນ​ວັນ​ທີ​ສິບສາມ​ຂອງ​ເດືອນ​ອາດາກ ອັນ​ກົງ​ກັບ​ເດືອນ​ທີສິບສອງ.</verse>
				<verse number="13">ຈົ່ງ​ປະກາດ​ເປັນ​ກົດໝາຍ​ໃຫ້​ທຸກຄົນ​ໃນ​ທຸກໆ​ແຂວງ​ໄດ້​ຮູ້ ເພື່ອ​ວ່າ​ເມື່ອ​ເຖິງ​ວັນ​ນັ້ນ ຊາວຢິວ​ຈະ​ໄດ້​ຕຽມ​ແກ້ແຄ້ນ​ສັດຕູ​ຂອງ​ພວກເຂົາ.</verse>
				<verse number="14">ຕາມ​ຄຳສັ່ງ​ຂອງ​ກະສັດ ພວກ​ສົ່ງຂ່າວ​ໄດ້​ຂີ່​ມ້າ​ອອກ​ໄປ​ຢ່າງ​ວ່ອງໄວ. ຄຳສັ່ງ​ນີ້​ໄດ້​ຖືກ​ແຈ້ງ​ໃຫ້​ຄົນ​ທີ່​ເມືອງ​ເອກຊູຊາ​ຮູ້​ຄືກັນ.</verse>
				<verse number="15">ແລ້ວ​ມໍເດໄກ​ກໍ​ອອກ​ຈາກ​ວັງ. ລາວ​ນຸ່ງ​ເສື້ອ​ລ່າມ​ສີຟ້າ ແລະ​ສີຂາວ​ຂອງ​ກະສັດ ແລະ​ເສື້ອ​ຄຸມ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ສີມ່ວງ​ເນື້ອ​ລະອຽດ​ດີ​ທັງ​ສວມ​ມົງກຸດ​ຄຳ​ອັນ​ງົດງາມ. ແລ້ວ​ຄົນ​ຕາມ​ຖະໜົນ​ໃນ​ນະຄອນ​ຊູຊາ ຕ່າງ​ກໍ​ຮ້ອງໂຮ​ຂຶ້ນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.</verse>
				<verse number="16">ພວກ​ຢິວ​ທີ່​ຢູ່​ໃນ​ນັ້ນ​ກໍ​ດີໃຈ​ແລະ​ຊົມຊື່ນ​ຍິນດີ, ເປັນ​ສຸກໃຈ​ແລະ​ໄດ້​ຮັບ​ກຽດ.</verse>
				<verse number="17">ບໍ່​ວ່າ​ຢູ່​ໃນ​ເມືອງໃດ​ຫລື​ແຂວງໃດ​ກໍຕາມ ເມື່ອ​ຄຳ​ປະກາດ​ຂອງ​ກະສັດ​ໄດ້​ອ່ານ​ອອກ​ໄປ​ໃນ​ທຸກ​ບ່ອນ ຊາວຢິວ​ກໍ​ຖື​ເປັນ​ມື້​ຢຸດ​ພັກ​ທີ່​ຊົມຊື່ນ​ຍິນດີ ໂດຍ​ຈັດ​ໃຫ້​ມີ​ການ​ກິນລ້ຽງ ແລະ​ການ​ມ່ວນຊື່ນ. ຕາມ​ທີ່​ຈິງ​ແລ້ວ ໄດ້​ມີ​ຫລາຍ​ຄົນ​ໃນ​ຊາດ​ອື່ນໆ​ອີກ​ທີ່​ກາຍເປັນ​ຢິວ ເພາະ​ບັດນີ້​ພວກເຂົາ​ຕ່າງ​ກໍ​ຢ້ານກົວ​ພວກ​ຢິວ.</verse>
			</chapter>
			<chapter number="9">
				<verse number="1">ເມື່ອ​ຮອດ​ວັນ​ທີ​ສິບສາມ​ຂອງ​ເດືອນ​ອາດາກ ຄື​ວັນ​ທີ່​ປະກາດ​ເປັນ​ທາງການ​ຂອງ​ກະສັດ​ມີ​ຜົນ​ໃຊ້​ໄດ້ ແມ່ນ​ວັນ​ທີ່​ເຫຼົ່າ​ສັດຕູ​ຂອງ​ພວກ​ຢິວ​ຫວັງ​ຈະ​ມີ​ອຳນາດ​ເໜືອ​ພວກເຂົາ. ແຕ່​ພວກ​ຢິວ​ກັບ​ມີ​ອຳນາດ​ເໜືອ​ພວກ​ສັດຕູ.</verse>
				<verse number="2">ໃນ​ຄຸ້ມ​ຂອງ​ຊາວຢິວ​ຢູ່​ຕາມ​ທຸກໆ​ເມືອງ ໃນ​ອານາຈັກ ຊາວຢິວ​ກໍໄດ້​ຈັດຕຽມ​ໂຈມຕີ​ທຸກຄົນ​ທີ່​ພະຍາຍາມ​ທຳຮ້າຍ​ພວກ​ຕົນ. ປະຊາຊົນ​ທຸກທີ່​ທຸກບ່ອນ​ເກີດ​ຢ້ານກົວ​ພວກເຂົາ ແລະ​ບໍ່ມີ​ຜູ້ໃດ​ກ້າ​ທຳ​ອັນຕະລາຍ​ແກ່​ພວກເຂົາ.</verse>
				<verse number="3">ຕາມ​ທີ່​ຈິງ​ແລ້ວ ບັນດາ​ຂ້າຣາຊການ​ປະຈຳ​ແຂວງ​ທຸກຄົນ​ຄື: ພວກ​ຜູ້​ປົກຄອງ​ແຂວງ, ພວກ​ຜູ້​ປົກຄອງ​ເມືອງ ແລະ​ພວກ​ຜູ້​ຕາງໜ້າ​ຂອງ​ກະສັດ ຕ່າງ​ກໍໄດ້​ຊ່ວຍເຫລືອ​ຊາວ​ຢິວ ເພາະ​ທຸກຄົນ​ຕ່າງ​ກໍ​ຢ້ານກົວ​ມໍເດໄກ.</verse>
				<verse number="4">ບັດນີ້ ກໍ​ເປັນ​ທີ່​ຮູ້ຈັກ​ກັນ​ດີ​ທົ່ວ​ທັງ​ອານາຈັກ​ແລ້ວ​ວ່າ ມໍເດໄກ​ມີ​ອຳນາດ​ໃນ​ຣາຊວັງ ແລະ​ມີ​ອຳນາດ​ຫລາຍ​ຂຶ້ນ​ເລື້ອຍໆ.</verse>
				<verse number="5">ດັ່ງນັ້ນ ຊາວຢິວ​ຈຶ່ງ​ປະຕິບັດ​ຕໍ່​ສັດຕູ​ຕາມໃຈ​ມັກ. ພວກເຂົາ​ໄດ້​ໃຊ້​ດາບ​ໂຈມຕີ​ພວກ​ສັດຕູ ແລະ​ສັງຫານ​ພວກເຂົາ.</verse>
				<verse number="6">ຢູ່​ພາຍ​ໃນ​ເມືອງ​ເອກຊູຊາ​ເອງ ຊາວຢິວ​ໄດ້​ຂ້າ​ຫ້າຮ້ອຍ​ຄົນ.</verse>
				<verse number="7">ສັດຕູ​ຂອງ​ຊາວຢິວ​ຖືກ​ຂ້າ ມີ​ດັ່ງນີ້: ປາກຊານດາທາ, ດານໂຟນ, ອາຊະປາທາ,</verse>
				<verse number="8">ໂປຣາທາ, ອາດາລີອາ, ອາຣີດາທາ,</verse>
				<verse number="9">ປາກມາຊະຕາ, ອາຣີໄສ, ອາຣີໄດ ແລະ​ໄວຊາທາ.</verse>
				<verse number="10">ລວມ​ຢູ່​ໃນ​ພວກ​ນີ້ ມີ​ລູກຊາຍ​ສິບ​ຄົນ​ຂອງ​ຮາມານ ຜູ້​ເປັນ​ລູກຊາຍ​ຂອງ​ຮາມເມດາທາ. ແຕ່​ການ​ປຸ້ນສະດົມ​ບໍ່ມີ​ເກີດຂຶ້ນ​ເລີຍ.</verse>
				<verse number="11">ໃນ​ມື້​ດຽວກັນ​ນັ້ນ ໄດ້​ມີ​ຄົນ​ມາ​ລາຍງານ​ຕໍ່​ກະສັດ ເຖິງ​ຈຳນວນ​ຜູ້​ທີ່​ຖືກ​ຂ້າ​ໃນ​ເມືອງ​ເອກຊູຊາ.</verse>
				<verse number="12">ແລ້ວ​ກະສັດ​ກໍໄດ້​ບອກ​ຣາຊີນີ​ເອສະເທີ​ວ່າ, “ພຽງແຕ່​ໃນ​ເມືອງ​ຊູຊາ ພວກ​ຢິວ​ໄດ້​ຂ້າ​ຫ້າຮ້ອຍ​ຄົນ ລວມ​ທັງ​ລູກຊາຍ​ສິບ​ຄົນ​ຂອງ​ຮາມານ​ດ້ວຍ ແລະ​ຢູ່​ຕາມ​ແຂວງ​ຕ່າງໆ ພວກເຂົາ​ຈະ​ເຮັດ​ຢ່າງ​ໃດ​ນໍ ບັດນີ້​ເຈົ້າ​ຢາກ​ໄດ້​ຫຍັງ​ແດ່? ແລະ​ເຈົ້າ​ກໍ​ຈະ​ໄດ້​ຕາມໃຈ​ມັກ. ບອກ​ເຮົາ​ມາ​ອີກ​ດູ​ວ່າ​ເຈົ້າ​ຢາກ​ໄດ້​ຫຍັງ ແລະ​ເຈົ້າ​ກໍ​ຈະ​ໄດ້​ສິ່ງນັ້ນ.”</verse>
				<verse number="13">ຣາຊີນີ​ເອສະເທີ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຖ້າ​ທ່ານ​ພໍໃຈ ຂໍໂຜດ​ອະນຸຍາດ​ໃຫ້​ຊາວຢິວ​ໃນ​ເມືອງ​ຊູຊາ​ເຮັດ​ໃນ​ມື້ອື່ນ ສິ່ງ​ທີ່​ພວກເຂົາ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ​ໃນວັນນີ້ ແລະ​ຂໍ​ສັ່ງ​ໃຫ້​ແຂວນ​ຊາກສົບ​ລູກຊາຍ​ຂອງ​ຮາມານ​ສິບ​ຄົນ​ໄວ້​ທີ່​ບ່ອນ​ແຂວນຄໍ.”</verse>
				<verse number="14">ກະສັດ​ໄດ້​ສັ່ງ​ໃຫ້​ປະຕິບັດ​ຕາມ​ນັ້ນ ແລະ​ຄຳ​ປະກາດ​ກໍ​ຖືກ​ນຳ​ອອກ​ໃຊ້​ທີ່​ເມືອງ​ຊູຊາ. ຊາກສົບ​ລູກຊາຍ​ຂອງ​ຮາມານ​ສິບ​ຄົນ​ຖືກ​ແຂວນ​ໄວ້​ໃຫ້​ຄົນ​ເຫັນ.</verse>
				<verse number="15">ແລະ​ໃນ​ວັນ​ທີ​ສິບສີ່​ຂອງ​ເດືອນ​ອາດາກ ຊາວຢິວ​ຢູ່​ໃນ​ເມືອງ​ຊູຊາ​ໄດ້​ຮ່ວມ​ປະ​ຊຸມກັນ​ອີກ ແລະ​ໄດ້​ຂ້າ​ຄົນ​ໃນ​ເມືອງ​ຕື່ມ​ສາມຮ້ອຍ​ຄົນ. ແຕ່​ພວກເຂົາ​ບໍ່ໄດ້​ປຸ້ນສະດົມ​ເອົາ​ສິ່ງຂອງ​ໃດໆ​ເລີຍ.</verse>
				<verse number="16">ໃນລະຫວ່າງນັ້ນ ຝ່າຍ​ຊາວຢິວ​ທີ່​ຢູ່​ຕາມ​ແຂວງ​ຕ່າງໆ​ກໍໄດ້​ຈັດ​ລະບຽບການ​ປ້ອງກັນ​ຕົວເອງ. ພວກເຂົາ​ກຳຈັດ​ລ້າງຜານ​ສັດຕູ​ໂດຍ​ໄດ້​ຂ້າ​ພວກ​ທີ່​ກຽດຊັງ​ພວກ​ຕົນ​ເຈັດສິບຫ້າພັນ​ຄົນ. ແຕ່​ພວກເຂົາ​ບໍ່ໄດ້​ປຸ້ນສະດົມ​ເອົາ​ສິ່ງຂອງ​ໃດໆ​ເລີຍ.</verse>
				<verse number="17">ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ວັນ​ທີ​ສິບສາມ​ຂອງ​ເດືອນ​ອາດາກ. ວັນ​ຕໍ່ມາ​ເປັນ​ວັນ​ທີ​ສິບສີ່; ໃນວັນນີ້​ບໍ່ມີ​ການ​ຂ້າຟັນກັນ​ອີກ ແລ້ວ​ພວກເຂົາ​ກໍ​ກິນລ້ຽງ​ສະຫລອງ​ກັນ​ຢ່າງ​ຊົມຊື່ນ​ຍິນດີ.</verse>
				<verse number="18">ແຕ່​ຊາວຢິວ​ໃນ​ນະຄອນ​ຊູຊາ​ໄດ້​ຖື​ເອົາ​ວັນ​ທີ​ສິບຫ້າ​ເປັນ​ວັນ​ພັກ ເພາະ​ໃນ​ວັນ​ທີ​ສິບສາມ​ແລະ​ສິບ​ສີ່ ພວກເຂົາ​ໄດ້​ຂ້າ​ສັດຕູ ແລະ​ຢຸດ​ການ​ຂ້າ​ໃນ​ວັນ​ທີ​ສິບຫ້າ.</verse>
				<verse number="19">ດ້ວຍເຫດນີ້ ຊາວຢິວ​ທີ່​ຢູ່​ໃນ​ເມືອງນ້ອຍ​ຕ່າງໆ ຈຶ່ງ​ຖື​ເອົາ​ວັນ​ທີ​ສິບສີ່​ຂອງ​ເດືອນ​ອາດາກ ເປັນ​ວັນ​ພັກ​ຢ່າງ​ເບີກບານ​ໃຈ ຄື​ເປັນ​ເວລາ​ງານລ້ຽງ ແລະ​ເອົາ​ອາຫານ​ໃຫ້​ເປັນ​ຂອງຂວັນ​ແກ່​ກັນແລະກັນ.</verse>
				<verse number="20">ແລ້ວ​ມໍເດໄກ​ກໍໄດ້​ບັນທຶກ​ເຫດການ​ທັງຫລາຍ​ນີ້​ໄວ້ ແລະ​ສົ່ງ​ຈົດໝາຍ​ໄປ​ຫາ​ຊາວຢິວ​ທຸກຄົນ ບໍ່​ວ່າ​ຢູ່​ໃກ້ ຫລື​ຢູ່​ໄກ ທົ່ວ​ທັງ​ອານາຈັກ​ເປີເຊຍ.</verse>
				<verse number="21">ເພິ່ນ​ໄດ້​ສັ່ງ​ໃຫ້​ພວກເຂົາ​ຖື​ເອົາ​ວັນ​ທີ​ສິບສີ່​ແລະ​ສິບຫ້າ ຂອງ​ເດືອນ​ອາດາກ ເປັນ​ວັນ​ພັກ​ໃນ​ແຕ່ລະປີ.</verse>
				<verse number="22">ວັນ​ເຫຼົ່ານີ້​ເປັນ​ວັນ​ທີ່​ຊາວ​ຢິວ​ໄດ້​ກຳຈັດ​ລ້າງຜານ​ສັດຕູ​ຂອງ​ພວກເຂົາ; ເປັນ​ເດືອນ​ທີ່​ປ່ຽນ​ຈາກ​ເວລາ​ແຫ່ງ​ຄວາມ​ໂສກເສົ້າ​ແລະ​ການ​ສູນເສຍ​ຄວາມຫວັງ ມາ​ເປັນ​ຄວາມ​ປິຕິ​ຍິນດີ​ແລະ​ຄວາມ​ເບີກບານ​ໃຈ. ພວກເຂົາ​ໄດ້​ຮັບ​ເອົາ​ຄຳສັ່ງ​ນັ້ນ ແລະ​ຖື​ເອົາ​ວັນ​ເຫຼົ່ານີ້​ເປັນ​ວັນ​ກິນລ້ຽງ​ສັງສັນ ໃຫ້​ອາຫານ​ເປັນ​ຂອງຂວັນ​ແກ່​ກັນແລະກັນ ແລະ​ແກ່​ຄົນ​ຍາກຈົນ.</verse>
				<verse number="23">ດັ່ງນັ້ນ ຊາວຢິວ​ຈຶ່ງ​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ມໍເດໄກ ແລະ​ການ​ສະຫລອງ​ນີ້​ຈຶ່ງ​ກາຍເປັນ​ທຳນຽມ​ປະຈຳ​ປີ.</verse>
				<verse number="24">ຮາມານ​ລູກຊາຍ​ຂອງ​ຮາມເມດາທາ​ເປັນ​ເຊື້ອສາຍ​ຂອງ​ອາກັກ ແລະ​ເປັນ​ສັດຕູ​ຂອງ​ຊາວຢິວ. ລາວ​ໄດ້​ໃຊ້​ສະຫລາກ (ຊຶ່ງ​ເອີ້ນ​ກັນ​ວ່າ ປູຣິມ) ເພື່ອ​ຊອກ​ຫາ​ວັນ​ທຳລາຍ​ລ້າງຜານ​ຊາວຢິວ; ລາວ​ວາງແຜນ​ທຳລາຍ​ລ້າງຜານ​ພວກເຂົາ​ໃຫ້​ດັບ​ສິ້ນໄປ.</verse>
				<verse number="25">ແຕ່​ເອສະເທີ​ໄດ້​ເຂົ້າ​ໄປ​ຫາ​ກະສັດ ແລະ​ກະສັດ​ໄດ້​ອອກ​ຄຳສັ່ງ​ເປັນ​ລາຍລັກອັກສອນ ໃຫ້​ຮາມານ​ໄດ້​ຮັບ​ໂທດ​ດ້ວຍ​ເຄາະກຳ​ທີ່​ລາວ​ໄດ້​ວາງ​ແຜນການ​ໄວ້​ສຳລັບ​ຊາວຢິວ ຄື​ລາວ​ພ້ອມ​ດ້ວຍ​ລູກຊາຍ​ສິບ​ຄົນ​ຂອງ​ລາວ​ຖືກ​ແຂວນຄໍ​ເທິງ​ຫລັກ.</verse>
				<verse number="26">ດ້ວຍເຫດນີ້ ຄົນ​ຈຶ່ງ​ເອີ້ນ​ວັນ​ພັກ​ນີ້​ວ່າ ປູຣິມ. ຍ້ອນ​ຈົດໝາຍ​ຂອງ​ມໍເດໄກ ແລະ​ຍ້ອນ​ເຫດການ​ທຸກຢ່າງ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກເຂົາ</verse>
				<verse number="27">ຊາວຢິວ​ຈຶ່ງ​ໄດ້​ຕັ້ງ​ກົດລະບຽບ​ໄວ້​ສຳລັບ​ພວກເຂົາ​ເອງ, ສຳລັບ​ເຊື້ອສາຍ​ຂອງ​ພວກເຂົາ ແລະ​ສຳລັບ​ຜູ້​ທີ່​ໄດ້​ເຂົ້າ​ຮ່ວມ​ກັບ​ພວກເຂົາ ໃນ​ທຸກ​ປີ​ໃດ ເມື່ອ​ເຖິງ​ກຳນົດ​ຂອງ​ສອງ​ວັນ​ນີ້​ແລ້ວ ໃຫ້​ມີ​ການ​ຢຶດຖື​ຢ່າງ​ສະໝໍ່າ​ສະເໝີ ຕາມ​ຄຳແນະນຳ​ຂອງ​ມໍເດໄກ.</verse>
				<verse number="28">ໄດ້​ມີ​ການ​ລົງມະຕິ​ກັນ​ວ່າ ໃຫ້​ຊາວຢິວ​ທຸກໆ​ຄອບຄົວ​ແຕ່ລະ​ຍຸກ​ສະໄໝ ໃນ​ທຸກໆ​ແຂວງ​ແລະ​ທຸກໆ​ເມືອງ ຈົດຈຳ​ແລະ​ຢຶດຖື​ວັນ​ປູຣິມ​ນີ້​ຕະຫລອດໄປ.</verse>
				<verse number="29">ແລ້ວ​ຣາຊີນີ​ເອສະເທີ​ລູກສາວ​ຂອງ​ອາບີໄຮ​ພ້ອມ​ທັງ​ມໍເດໄກ ກໍ​ຍັງ​ໄດ້​ຂຽນ​ຈົດໝາຍ​ສະບັບ​ໜຶ່ງ​ອີກ​ເປັນ​ທາງການ ໃຊ້​ສິດ​ຂອງ​ຣາຊີນີ​ຢ່າງ​ເຕັມ​ສ່ວນ ຮັບຮອງ​ຈົດໝາຍ​ກ່ຽວກັບ​ປູຣິມ ຊຶ່ງ​ມໍເດໄກ​ໄດ້​ຂຽນ​ໄປ​ກ່ອນ​ນັ້ນ.</verse>
				<verse number="30">ຈົດໝາຍ​ນີ້​ຖືກ​ສົ່ງ​ໄປ​ເຖິງ​ຊາວຢິວ​ທຸກຄົນ ແລະ​ທັງ​ສົ່ງ​ສຳເນົາ​ໄປ​ໃຫ້​ໜຶ່ງຮ້ອຍ​ຊາວເຈັດ​ແຂວງ ໃນ​ອານາຈັກ​ເປີເຊຍ. ຈົດໝາຍ​ນັ້ນ​ໄດ້​ມີ​ຄຳອວຍພອນ​ຄວາມ​ສະຫງົບສຸກ​ແລະ​ຄວາມ​ປອດໄພ​ແກ່​ຊາວຢິວ</verse>
				<verse number="31">ແລະ​ທັງ​ແນະນຳ​ພວກເຂົາ​ພ້ອມ​ທັງ​ເຊື້ອສາຍ ໃຫ້​ຢຶດຖື​ປູຣິມ​ຕາມ​ວັນ​ທີ່​ໄດ້​ກຳນົດ​ໄວ້ ໃຫ້​ເປັນ​ກົດລະບຽບ​ໃນ​ການ​ຖືສິນ​ອົດອາຫານ ແລະ​ເວລາ​ໂສກເສົ້າ​ໄວ້ທຸກ. ຄຳສັ່ງ​ນີ້​ແມ່ນ​ຖືກ​ປະກາດ​ໃຫ້​ໃຊ້ ໂດຍ​ມໍເດໄກ​ແລະ​ຣາຊີນີ​ເອສະເທີ.</verse>
				<verse number="32">ຄຳສັ່ງ​ຂອງ​ຣາຊີນີ​ເອສະເທີ​ເປັນ​ການ​ຢືນຢັນ ຮັບຮອງ​ກົດລະບຽບ​ຂອງ​ເທດສະການ​ປູຣິມ ຕາມ​ທີ່​ໄດ້​ມີ​ບັນທຶກ​ໄວ້​ໃນ​ໜັງສື​ມ້ວນ.</verse>
			</chapter>
			<chapter number="10">
				<verse number="1">ກະສັດ​ເຊເຊັດ​ໄດ້​ກຳນົດ​ພາສີ​ແຮງງານ​ແກ່​ຄົນ​ທີ່​ຢູ່​ຕາມ​ຊາຍຝັ່ງ​ທະເລ​ຂອງ​ອານາຈັກ ແລະ​ຄົນ​ທີ່​ຢູ່​ພາຍ​ໃນ​ອານາຈັກ.</verse>
				<verse number="2">ພາລະກິດ​ອັນ​ສຳຄັນ​ແລະ​ຍິ່ງໃຫຍ່​ທັງໝົດ​ທີ່​ເພິ່ນ​ໄດ້​ກະທຳ ແລະ​ເລື່ອງລາວ​ທັງໝົດ​ຂອງ​ການ​ແຕ່ງຕັ້ງ​ມໍເດໄກ ໃຫ້​ເປັນ​ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ທາງ​ຣາຊການ​ຂອງ​ບັນດາ​ກະສັດ​ແຫ່ງ​ເປີເຊຍ​ແລະ​ເມເດຍ.</verse>
				<verse number="3">ມໍເດໄກ ຄົນ​ຢິວ​ຜູ້​ນີ້ ແມ່ນ​ຜູ້​ດຽວ​ເທົ່ານັ້ນ ທີ່​ໄດ້​ຮັບ​ຕຳແໜ່ງ​ເປັນ​ຜູ້​ຮອງ​ຈາກ​ກະສັດ​ເຊເຊັດ. ເພິ່ນ​ໄດ້​ຮັບ​ການ​ຍ້ອງຍໍ​ໃຫ້ກຽດ ແລະ​ເປັນ​ທີ່​ພໍໃຈ​ຂອງ​ພີ່ນ້ອງ​ຊາວຢິວ. ເພິ່ນ​ເຮັດ​ວຽກ​ເພື່ອ​ຜົນປະໂຫຍດ​ຂອງ​ຊົນຊາດ​ຂອງ​ເພິ່ນ ແລະ​ເພື່ອ​ຄວາມ​ປອດໄພ​ຂອງ​ລູກຫລານ​ເຊັ່ນ​ຕໍ່ມາ​ທັງໝົດ​ຂອງ​ເພິ່ນ.</verse>
			</chapter>
		</book>
		<book number="18">
			<chapter number="1">
				<verse number="1">ຢູ່​ໃນ​ດິນແດນ​ອູເຊ ມີ​ຊາຍ​ຜູ້ໜຶ່ງ​ຊື່​ວ່າ ໂຢບ. ລາວ​ນະມັດສະການ​ພຣະເຈົ້າ​ແລະ​ສັດຊື່​ຕໍ່​ພຣະອົງ. ລາວ​ເປັນ​ຄົນດີ​ແລະ​ລະມັດ​ລະວັງຕົວ​ບໍ່​ເຮັດ​ຊົ່ວ.</verse>
				<verse number="2">ໂຢບ​ມີ​ລູກຊາຍ​ເຈັດ​ຄົນ ແລະ​ມີ​ລູກສາວ​ສາມ​ຄົນ,</verse>
				<verse number="3">ພ້ອມ​ທັງ​ມີ​ແກະ​ເຈັດພັນ​ໂຕ, ອູດ​ສາມພັນ​ໂຕ, ງົວ​ໜຶ່ງພັນ​ໂຕ ແລະ​ລໍ​ຫ້າຮ້ອຍ​ໂຕ. ເພິ່ນ​ຍັງ​ມີ​ຄົນຮັບໃຊ້​ຈຳນວນ​ຫລວງຫລາຍ ແລະ​ທັງ​ເປັນ​ຄົນ​ຮັ່ງມີ​ທີ່ສຸດ​ຢູ່​ທາງ​ພາກ​ຕາເວັນອອກ.</verse>
				<verse number="4">ພວກ​ລູກຊາຍ​ຂອງ​ໂຢບ​ໄດ້​ຕົກຜຽນ​ກັນ​ຈັດ​ງານກິນລ້ຽງ​ຂຶ້ນ ຊຶ່ງ​ລູກຊາຍ​ຄົນອື່ນໆ​ກໍ​ມີ​ໜ້າ​ຢູ່​ໃນ​ທີ່ນັ້ນ​ທຸກຄົນ ແລະ​ພວກເຂົາ​ໄດ້​ເຊີນ​ນ້ອງສາວ​ສາມ​ຄົນ​ມາ​ຮ່ວມ​ນຳ​ສະເໝີ.</verse>
				<verse number="5">ຕອນເຊົ້າ​ຫລັງຈາກ​ງານກິນລ້ຽງ​ເລີກ​ແລ້ວ ທຸກ​ເທື່ອ​ໂຢບ​ຈະ​ຕື່ນ​ແຕ່​ເຊົ້າ​ມືດ ແລະ​ຖວາຍ​ເຄື່ອງເຜົາ​ບູຊາ​ສຳລັບ​ລູກ​ແຕ່ລະຄົນ ເພື່ອ​ຊຳລະ​ພວກເຂົາ​ຈາກ​ມົນທິນ. ເພິ່ນ​ເຮັດ​ເຊັ່ນນີ້​ເລື້ອຍໆ​ເພາະ​ເພິ່ນ​ຄິດ​ວ່າ ຜູ້ໜຶ່ງ​ໃນ​ພວກເຂົາ​ອາດ​ໄດ້​ເຮັດ​ບາບ ໂດຍ​ປະໝາດ​ພຣະເຈົ້າ​ຢ່າງ​ບໍ່​ຮູ້ສຶກ​ຕົວ​ກໍໄດ້.</verse>
				<verse number="6">ເມື່ອ​ເຖິງ​ວັນ​ທີ່​ພວກ​ເທວະດາ​ຂອງ​ພຣະເຈົ້າ ເຂົ້າ​ມາ​ຊ້ອງໜ້າ​ພຣະເຈົ້າຢາເວ ມານຊາຕານ ກໍ​ມາ​ໃນ​ທ່າມກາງ​ພວກເຂົາ​ດ້ວຍ.</verse>
				<verse number="7">ພຣະເຈົ້າຢາເວ​ຖາມ​ມານຊາຕານ​ວ່າ, “ເຈົ້າ​ໄປ​ເຮັດ​ຫຍັງ​ມາ?” ມານຊາຕານ​ຕອບ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ໄປ​ຫັ້ນ​ມາ​ນີ້ ທ່ອງທ່ຽວ​ໄປມາ​ທົ່ວ​ໂລກ.”</verse>
				<verse number="8">ພຣະເຈົ້າຢາເວ​ຖາມ​ມານຊາຕານ​ວ່າ, “ເຈົ້າ​ໄດ້​ສັງເກດ​ເບິ່ງ​ໂຢບ ຜູ້ຮັບໃຊ້​ຂອງເຮົາ​ບໍ? ເທິງ​ແຜ່ນດິນ​ໂລກນີ້​ບໍ່ມີ​ຜູ້ໃດ​ທີ່​ສັດຊື່​ແລະ​ດີ​ເທົ່າ​ກັບ​ລາວ. ລາວ​ຢຳເກງ​ພຣະເຈົ້າ​ແລະ​ລະມັດ​ລະວັງ​ຕົວ​ບໍ່​ເຮັດ​ຊົ່ວ.”</verse>
				<verse number="9">ມານຊາຕານ​ຕອບ​ພຣະເຈົ້າຢາເວ​ວ່າ, “ໂຢບ​ຈະ​ຢຳເກງ​ພຣະເຈົ້າ​ບໍ ຖ້າ​ລາວ​ບໍ່ໄດ້​ສິ່ງໃດ​ເລີຍ?</verse>
				<verse number="10">ພຣະອົງ​ປົກປັກ​ຮັກສາ​ລາວ, ຄອບຄົວ​ຂອງ​ລາວ ແລະ​ສິ່ງຂອງ​ທີ່​ລາວ​ມີ​ນັ້ນ​ຕະຫລອດ​ມາ. ພຣະອົງ​ອວຍພອນ​ທຸກໆ​ສິ່ງ​ທີ່​ລາວ​ເຮັດ ແລະ​ໃຫ້​ລາວ​ມີ​ຝູງງົວ​ຈົນ​ເຕັມ​ເມືອງ.</verse>
				<verse number="11">ແຕ່​ບັດນີ້​ຖ້າ​ວ່າ ພຣະອົງ​ເອົາ​ທຸກໆ​ສິ່ງ​ທີ່​ລາວ​ມີ​ໄປ​ໝົດ ລາວ​ກໍ​ຈະ​ສາບແຊ່ງ​ພຣະອົງ​ຕໍ່ໜ້າ​ໂລດ.”</verse>
				<verse number="12">ພຣະເຈົ້າຢາເວ​ກ່າວ​ແກ່​ມານຊາຕານ​ວ່າ, “ຕົກລົງ ທຸກໆ​ສິ່ງ​ທີ່​ລາວ​ມີ​ນັ້ນ ຢູ່​ໃນ​ອຳນາດ​ຂອງ​ເຈົ້າ ແຕ່​ເຈົ້າ​ບໍ່​ຕ້ອງ​ທຳຮ້າຍ​ຕົວ​ໂຢບ.” ແລ້ວ​ມານຊາຕານ​ກໍ​ຈາກ​ພຣະເຈົ້າຢາເວ​ໄປ.</verse>
				<verse number="13">ວັນ​ໜຶ່ງ ຂະນະທີ່​ພວກ​ລູກ​ຂອງ​ໂຢບ ກຳລັງ​ກິນລ້ຽງ​ກັນ​ຢູ່​ໃນ​ເຮືອນ​ຂອງ​ອ້າຍກົກ</verse>
				<verse number="14">ມີ​ຜູ້ໜຶ່ງ​ແລ່ນ​ມາ ແລະ​ບອກ​ຂ່າວ​ແກ່​ໂຢບ​ວ່າ, “ຂະນະທີ່​ພວກ​ຂ້ານ້ອຍ​ເອົາ​ງົວ​ໄຖ​ນາ​ແລະ​ລໍ​ກໍ​ກິນ​ຫຍ້າ​ຢູ່​ໃກ້ໆ​ນັ້ນ.</verse>
				<verse number="15">ໃນ​ທັນໃດນັ້ນ ກໍ​ມີ​ພວກ​ເຊບາ ເຂົ້າ​ມາ​ໂຈມຕີ ແລະ​ລັກ​ເອົາ​ສັດ​ໄປ​ຈົນ​ໝົດ. ພວກເຂົາ​ໄດ້​ຂ້າ​ຄົນ​ຮັບໃຊ້​ທຸກຄົນ​ຂອງທ່ານ ຍົກເວັ້ນ​ແຕ່​ຂ້ານ້ອຍ. ຂ້ານ້ອຍ​ແມ່ນ​ຜູ້ດຽວ​ເທົ່ານັ້ນ ທີ່​ລອດຊີວິດ​ໜີ​ມາ​ບອກ​ທ່ານ.”</verse>
				<verse number="16">ລາວ​ເວົ້າ​ບໍ່​ທັນ​ຂາດຄຳ ຄົນ​ຮັບໃຊ້​ຜູ້​ອື່ນ​ອີກ​ກໍ​ມາ ແລະ​ເວົ້າ​ວ່າ, “ຟ້າ​ໄດ້​ຜ່າ​ແກະ​ກັບ​ຄົນລ້ຽງແກະ​ຕາຍ​ຈົນ​ໝົດ. ຂ້ານ້ອຍ​ແມ່ນ​ຜູ້ດຽວ​ເທົ່ານັ້ນ ທີ່​ລອດຊີວິດ​ໜີ​ມາ​ບອກ​ທ່ານ.”</verse>
				<verse number="17">ລາວ​ເວົ້າ​ບໍ່​ທັນ​ຂາດຄຳ ກໍ​ມີ​ຄົນ​ຮັບໃຊ້​ຜູ້​ອື່ນ​ເຂົ້າ​ມາ ແລະ​ເວົ້າ​ວ່າ, “ມີ​ພວກ​ນັກປຸ້ນ​ຊາວ​ກັນເດອານ ສາມ​ກຸ່ມ​ໄດ້​ມາ​ໂຈມຕີ​ພວກ​ຂ້ານ້ອຍ ພວກເຂົາ​ໄດ້​ເອົາ​ອູດ​ໄປ​ໝົດ ແລະ​ຂ້າ​ຄົນ​ຮັບໃຊ້​ທຸກຄົນ​ຂອງທ່ານ​ດ້ວຍ. ຂ້ານ້ອຍ​ແມ່ນ​ຜູ້ດຽວ​ເທົ່ານັ້ນ ທີ່​ລອດຊີວິດ​ໜີ​ມາ​ບອກ​ທ່ານ.”</verse>
				<verse number="18">ລາວ​ເວົ້າ​ບໍ່​ທັນ​ຂາດຄຳ ຄົນ​ຮັບໃຊ້​ຜູ້​ອື່ນ​ກໍ​ເຂົ້າ​ມາ ແລະ​ເວົ້າ​ວ່າ, “ພວກ​ລູກໆ​ຂອງທ່ານ​ກຳລັງ​ກິນລ້ຽງ​ຢູ່​ທີ່​ເຮືອນ​ຂອງ​ອ້າຍກົກ</verse>
				<verse number="19">ມີ​ລົມພະຍຸ​ພັດ​ມາ​ແຕ່​ທະເລຊາຍ. ລົມ​ນີ້​ພັດ​ເຮືອນຊານ​ເພພັງ​ລົງ ແລະ​ທັບ​ລູກ​ຊາຍ​ຍິງ​ຂອງທ່ານ​ຕາຍ​ໝົດ. ຂ້ານ້ອຍ​ແມ່ນ​ຜູ້ດຽວ​ເທົ່ານັ້ນ ທີ່​ລອດຊີວິດ​ໜີ​ມາ​ບອກ​ທ່ານ.”</verse>
				<verse number="20">ແລ້ວ​ໂຢບ​ກໍ​ລຸກ​ຂຶ້ນ ແລະ​ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ດ້ວຍ​ຄວາມ​ທຸກໃຈ. ເພິ່ນ​ແຖ​ຜົມ ແລະ​ກົ້ມຂາບ​ລົງ​ດິນ.</verse>
				<verse number="21">ເພິ່ນ​ເວົ້າ​ວ່າ, “ຂ້ານ້ອຍ​ໄດ້​ອອກ​ມາ​ຈາກ​ທ້ອງ​ແມ່​ດ້ວຍ​ຕົວເປົ່າ ແລະ​ຂ້ານ້ອຍ​ກໍ​ຈະ​ຈາກ​ໂລກ​ໄປ​ດ້ວຍ​ຕົວເປົ່າ. ພຣະເຈົ້າຢາເວ​ໄດ້​ໂຜດ​ໃຫ້ ແລະ​ພຣະເຈົ້າຢາເວ​ໄດ້​ເອົາ​ຄືນ​ໄປ. ຂໍ​ໃຫ້​ພຣະນາມ​ຂອງ​ພຣະເຈົ້າຢາເວ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ເທີ້ນ.”</verse>
				<verse number="22">ເຖິງ​ແມ່ນ​ວ່າ​ສິ່ງ​ທັງໝົດ​ນັ້ນ​ໄດ້​ເກີດຂຶ້ນ​ກໍຕາມ; ແຕ່​ໂຢບ​ກໍ​ບໍ່ໄດ້​ເຮັດ​ບາບ​ໂດຍ​ກ່າວໂທດ​ພຣະເຈົ້າ​ແຕ່​ຢ່າງໃດ​ເລີຍ.</verse>
			</chapter>
			<chapter number="2">
				<verse number="1">ເມື່ອ​ເຖິງ​ວັນ​ທີ່​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ເຂົ້າ​ມາ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ​ອີກ ມານຊາຕານ​ກໍ​ຢູ່​ໃນ​ທີ່ນັ້ນ​ທ່າມກາງ​ພວກ​ເທວະດາ.</verse>
				<verse number="2">ພຣະເຈົ້າຢາເວ​ຈຶ່ງ​ຖາມ​ມານຊາຕານ​ວ່າ, “ເຈົ້າ​ໄປ​ໃສ​ມາ​ແດ່?” ມານຊາຕານ​ຕອບ​ວ່າ, “ຂ້ານ້ອຍ​ໄປ​ຫັ້ນ​ມານີ້ ທ່ອງທ່ຽວ​ໄປມາ​ທົ່ວໂລກ.”</verse>
				<verse number="3">ພຣະເຈົ້າຢາເວ​ຖາມ​ມານຊາຕານ​ວ່າ, “ເຈົ້າ​ໄດ້​ສັງເກດ​ເບິ່ງ​ໂຢບ ຜູ້ຮັບໃຊ້​ຂອງເຮົາ​ບໍ? ໃນ​ໂລກນີ້​ບໍ່ມີ​ຜູ້ໃດ​ທີ່​ສັດຊື່​ແລະ​ດີ​ເທົ່າ​ລາວ. ລາວ​ຢຳເກງ​ພຣະເຈົ້າ ແລະ​ລະມັດ​ລະວັງຕົວ​ບໍ່​ເຮັດ​ຊົ່ວ. ເຈົ້າ​ໄດ້​ຊັກຊວນ​ເຮົາ​ໃຫ້​ເຈົ້າ​ໂຈມຕີ​ລາວ ໂດຍ​ບໍ່ມີ​ເຫດຜົນ​ຫຍັງ​ແຕ່​ໂຢບ​ກໍ​ຍັງ​ສັດຊື່​ຕໍ່​ເຮົາ.”</verse>
				<verse number="4">ມານຊາຕານ​ຈຶ່ງ​ໂຕ້​ຕອບ​ພຣະເຈົ້າຢາເວ​ຄືນ​ວ່າ, “ມະນຸດ​ຍ່ອມ​ສະລະ​ທຸກສິ່ງ​ເພື່ອ​ໃຫ້​ຊີວິດ​ຕົນ​ຍັງ​ຢູ່.</verse>
				<verse number="5">ແຕ່​ບັດນີ້ ຖ້າ​ວ່າ​ພຣະອົງ​ໃຫ້​ຕົວ​ລາວ​ເຈັບປວດ ລາວ​ກໍ​ຈະ​ສາບແຊ່ງ​ພຣະອົງ​ຕໍ່ໜ້າ​ໂລດ.”</verse>
				<verse number="6">ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ຕໍ່​ມານຊາຕານ​ວ່າ, “ຕົກລົງ ລາວ​ຢູ່ໃຕ້​ອຳນາດ​ຂອງ​ເຈົ້າ ແຕ່​ເຈົ້າ​ບໍ່​ຕ້ອງ​ຂ້າ​ລາວ.”</verse>
				<verse number="7">ແລ້ວ​ມານຊາຕານ​ກໍ​ໜີ​ອອກ​ຈາກ​ການ​ຊ້ອງໜ້າ​ພຣະເຈົ້າຢາເວ​ໄປ ແລະ​ເຮັດ​ໃຫ້​ຮ່າງກາຍ​ຂອງ​ໂຢບ​ເປັນ​ບາດແຜ​ເຕັມຕົວ.</verse>
				<verse number="8">ໂຢບ​ໄປ​ນັ່ງ​ຢູ່​ໃກ້ໆ​ກອງ​ຂີ້ເຖົ່າ ແລະ​ເອົາ​ກະບີ້ງ​ໝໍ້​ແຕກ​ຂູດ​ຕາມ​ເນື້ອຕົວ​ຕົນເອງ.</verse>
				<verse number="9">ເມຍ​ຂອງ​ໂຢບ​ຈຶ່ງ​ເວົ້າ​ວ່າ, “ເຈົ້າ​ຍັງ​ຈະ​ສັດຊື່​ຢູ່​ອີກ​ບໍ? ເປັນຫຍັງ​ບໍ່​ດ່າ​ພຣະເຈົ້າ ແລະ​ຕາຍ​ເສຍ?”</verse>
				<verse number="10">ໂຢບ​ຕອບ​ວ່າ, “ເຈົ້າ​ຢ່າ​ເວົ້າ​ແບບ​ບໍ່ມີ​ຄວາມຄິດ​ຢ່າງນີ້​ແມ ເມື່ອ​ພຣະເຈົ້າ​ໃຫ້​ຂອງ​ດີ​ແກ່​ເຮົາ ເຮົາ​ກໍ​ຮັບ​ເອົາ​ໄວ້. ເມື່ອ​ພຣະອົງ​ໃຫ້​ຄວາມ​ລຳບາກ​ແກ່​ເຮົາ ເຮົາ​ຈະ​ຈົ່ມທຸກ​ໄດ້​ຢ່າງໃດ?” ເຖິງ​ແມ່ນ​ໄດ້​ຮັບ​ຄວາມ​ທົນທຸກ​ທັງໝົດ​ນີ້​ກໍຕາມ ແຕ່​ໂຢບ​ກໍ​ບໍ່ໄດ້​ເວົ້າ​ຫຍັງ​ຕໍ່ສູ້​ພຣະເຈົ້າ​ເລີຍ.</verse>
				<verse number="11">ໂຢບ​ມີ​ໝູ່ເພື່ອນ​ສາມ​ຄົນ​ດັ່ງນີ້: ເອລີຟັດ ຊາວ​ເຕມານ, ບິນດາດ ຊາວ​ຊູອາ ແລະ​ໂຊພາ ຊາວ​ນາອາມາ. ເມື່ອ​ໄດ້ຍິນ​ຂ່າວ​ວ່າ, ໂຢບ​ກຳລັງ​ທົນທຸກ​ຢູ່​ຢ່າງ​ໜັກ ພວກເຂົາ​ກໍ​ຕັດສິນໃຈ​ມາ​ຢ້ຽມຢາມ​ລາວ​ເພື່ອ​ເລົ້າໂລມ​ໃຈ.</verse>
				<verse number="12">ເມື່ອ​ແນມ​ເບິ່ງ​ແຕ່​ໄກ ພວກເຂົາ​ກໍ​ເຫັນ​ໂຢບ; ແຕ່​ພວກເຂົາ​ຈື່​ລາວ​ບໍ່ໄດ້. ເມື່ອ​ຈື່​ລາວ​ໄດ້​ແລ້ວ ພວກເຂົາ​ກໍ​ພາກັນ​ຮ້ອງໄຫ້​ຄວນຄາງ ທັງ​ຈີກ​ເສື້ອຜ້າ​ຂອງຕົນ​ດ້ວຍ​ຄວາມທຸກໃຈ ແລະ​ຫວ່ານ​ຂີ້ຝຸ່ນ​ດິນ​ໄປ​ໃນ​ອາກາດ ກັບ​ທັງ​ໂຮຍ​ໃສ່​ເທິງ​ຫົວ​ຂອງ​ພວກ​ຕົນ​ດ້ວຍ.</verse>
				<verse number="13">ແລ້ວ​ພວກເຂົາ​ກໍ​ນັ່ງ​ລົງ​ກັບ​ພື້ນດິນ​ທີ່​ນັ້ນ​ນຳ​ລາວ ເປັນ​ເວລາ​ເຈັດ​ວັນ​ແລະ​ເຈັດ​ຄືນ ໂດຍ​ບໍ່​ເວົ້າ​ຈາ​ຫຍັງ​ຈັກ​ຄຳ ຍ້ອນ​ພວກເຂົາ​ເຫັນ​ໂຢບ​ທົນທຸກ​ຢ່າງໜັກ.</verse>
			</chapter>
			<chapter number="3">
				<verse number="1">ໃນ​ທີ່ສຸດ ໂຢບ​ກໍ​ທຳລາຍ​ຄວາມງຽບ​ແລະ​ສາບແຊ່ງ​ມື້​ເກີດ​ຂອງຕົນ.</verse>
				<verse number="2">“ຂ້າແດ່​ພຣະເຈົ້າ ຈົ່ງ​ສາບແຊ່ງ​ວັນ​ທີ່​ຂ້ານ້ອຍ​ເກີດ​ມາ ຈົ່ງ​ສາບແຊ່ງ​ຄືນ​ທີ່​ຂ້ານ້ອຍ​ມີ​ຊີວິດ​ຢູ່​ໃນ​ທ້ອງ​ແມ່​ເຖີດ</verse>
				<verse number="3"></verse>
				<verse number="4">ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ປ່ຽນ​ວັນ​ນັ້ນ​ສູ່​ຄວາມມືດ​ສາ ຢ່າ​ຈົດຈຳ​ວັນ​ນັ້ນ​ເລີຍ ແຕ່​ໃຫ້​ລືມໄລ​ໄປ​ສິ້ນ; ຢ່າ​ໃຫ້​ແສງ​ສະຫວ່າງ​ສ່ອງແຈ້ງ​ໃສ່​ເລີຍ ແຕ່​ຈົ່ງ​ໃຫ້​ດັບສູນ​ໄປ​ຕະຫລອດ</verse>
				<verse number="5">ຈົ່ງ​ເຮັດ​ໃຫ້​ວັນ​ນັ້ນ​ມົວເສົ້າ​ມືດຕຶບ​ສາ ຂໍ​ໃຫ້​ເມກ​ຫຸ້ມ​ແສງ​ອາທິດ​ໃຫ້​ມືດ​ດຳ​ເຖີດ.</verse>
				<verse number="6">ຈົ່ງ​ລືບ​ຄືນ​ນັ້ນ​ອອກ​ຈາກ​ຮອບ​ປີ​ໃຫ້​ແດ່​ນາ ຢ່າ​ໄດ້​ນັບ​ເຂົ້າ​ໄປ​ໃນ​ຮອບ​ປີ​ອີກ​ຈັກເທື່ອ;</verse>
				<verse number="7">ແຕ່​ຈົ່ງ​ເຮັດ​ໃຫ້​ຄືນ​ນັ້ນ​ກາຍເປັນ​ໝັນ​ໄປ​ສາ ຢ່າ​ໃຫ້​ມີ​ສຽງ​ຮ້ອງໂຮ​ຍິນດີ​ຢ່າງ​ໃດ​ເລີຍ​ເທາະ</verse>
				<verse number="8">ຈົ່ງ​ບອກ​ໝໍມົນ​ໃຫ້​ສາບແຊ່ງ​ມື້​ນັ້ນ​ສາ ຄື​ພວກ​ທີ່​ຮູ້ຈັກ​ຄວບຄຸມ​ເລວີອາທັນ​ໄດ້.</verse>
				<verse number="9">ຂໍ​ໃຫ້​ດາວ​ອາລຸນເຊົ້າ​ອັບແສງ​ບໍ່​ສະຫວ່າງ ຂໍ​ໃຫ້​ຄືນ​ນັ້ນ​ບໍ່​ຫວັງ​ເຫັນ​ອາລຸນ​ເຊົ້າ​ແຈ້ງ​ມາ.</verse>
				<verse number="10">ຈົ່ງ​ສາບແຊ່ງ​ຄືນ​ນັ້ນ ທີ່​ນຳ​ຂ້ານ້ອຍ​ໃຫ້​ເກີດ​ມາ ເພາະ​ໄດ້​ເຜີຍແບ​ຄວາມ​ລຳບາກ​ໜັກ​ຂອງ​ຂ້ານ້ອຍ.</verse>
				<verse number="11">ຂ້ານ້ອຍ​ຢາກ​ຕາຍ​ແຕ່​ຄາວ​ຢູ່​ໃນ​ທ້ອງ​ມານດາ ຫລື​ຕາຍ​ແຕ່​ເວລາ​ທີ່​ຂ້ານ້ອຍ​ໄດ້​ເກີດ​ມາ​ພຸ້ນ.</verse>
				<verse number="12">ເປັນຫຍັງ​ແມ່​ຈຶ່ງ​ອູ້ມ​ຂ້ານ້ອຍ​ໄວ້​ໃນ​ຕັກ​ເພິ່ນ​ນໍ? ເປັນຫຍັງ​ຈຶ່ງ​ລ້ຽງ​ຂ້ານ້ອຍ​ໃຫ້​ດູດ​ນົມ​ເພິ່ນ.</verse>
				<verse number="13">ຖ້າ​ຕາຍ​ແຕ່ກີ້​ປານ​ນີ້​ກໍ​ຄົງ​ໄດ້​ພັກຜ່ອນ​ດີ ນອນ​ຢ່າງ​ມີ​ສຸກ​ສະບາຍ​ຢູ່​ໃນ​ທີ່ນັ້ນ</verse>
				<verse number="14">ດັ່ງ​ເຈົ້າ​ກະສັດ ແລະ​ນັກປົກຄອງ​ຜູ້​ຍິ່ງໃຫຍ່ ຜູ້​ທີ່​ໄດ້​ສ້າງ​ວັງ​ເກົ່າແກ່​ຂຶ້ນ​ໃໝ່​ໃຫ້​ສວຍງາມ.</verse>
				<verse number="15">ແລ້ວ​ຂ້ານ້ອຍ​ຈະ​ໄດ້​ນອນຫລັບ​ດັ່ງ​ບັນດາ​ເຈົ້າຊາຍ ຜູ້​ທີ່​ມີ​ເງິນຄຳ​ເຕັມອັ້ນ​ຫໍໂຮງ​ຂອງ​ພວກ​ເຂົາເຈົ້າ.</verse>
				<verse number="16">ຫລື​ວ່າ​ບໍ່ມີ​ຂ້ານ້ອຍ​ເລີຍ​ກໍ​ຄົງ​ດີກວ່າ ໃຫ້​ເປັນ​ດັ່ງ​ແອນ້ອຍ​ວາຍຊີບ​ຢູ່​ໃນ​ທ້ອງ​ມານດາ.</verse>
				<verse number="17">ໃນ​ຂຸມຝັງສົບ​ນັ້ນ ຄົນຊົ່ວ​ໄດ້​ຢຸດ​ການຊົ່ວ​ຂອງຕົນ ຄົນ​ເຮັດ​ວຽກ​ໜັກ​ກໍ​ນອນ​ພັກຜ່ອນ​ໃນ​ທີ່ສຸດ​ໄດ້.</verse>
				<verse number="18">ແມ່ນແຕ່​ນັກໂທດ​ກໍ​ຍັງ​ໄດ້​ຮັບ​ສັນຕິສຸກ ຫວິດ​ຈາກ​ສຽງ​ສັ່ງ​ສຽງ​ຄຸມ​ອັນ​ຮ້າຍກາດ.</verse>
				<verse number="19">ທຸກຄົນ​ຈະ​ຢູ່​ຫັ້ນ ທັງ​ຜູ້​ມີ​ຊື່ສຽງ​ແລະ​ບໍ່ມີ​ຊື່ສຽງ ແລະ​ພວກທາດ​ກໍ​ຈະ​ມີ​ອິດສະຫລະ​ໃນ​ທີ່ສຸດ​ໄດ້.</verse>
				<verse number="20">ເປັນຫຍັງ​ນໍ ຜູ້​ທີ່​ຢູ່​ໃນ​ຄວາມ​ທົນທຸກ​ເວດທະນາ ຍັງ​ໄດ້​ຮັບ​ແສງ​ສະຫວ່າງ? ເປັນຫຍັງ​ຈຶ່ງ​ໃຫ້​ຊີວິດ​ແກ່​ຜູ້​ທີ່​ມີ​ໃຈ​ຂົມຂື່ນ?</verse>
				<verse number="21">ພວກເຂົາ​ລໍ​ຄວາມຕາຍ​ຢູ່ ແຕ່​ບໍ່​ເຫັນ​ມາ​ຈັກເທື່ອ​ເລີຍ; ພວກເຂົາ​ຕ້ອງການ​ຂຸມຝັງສົບ​ຫລາຍກວ່າ​ຂຸມຊັບ.</verse>
				<verse number="22">ພວກເຂົາ​ຈະ​ບໍ່​ເປັນ​ສຸກ ຈົນກວ່າ​ຈະ​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ຢູ່​ໃນ​ຂຸມຝັງສົບ​ຂອງ​ພວກ​ເຂົາເຈົ້າ;</verse>
				<verse number="23">ພຣະເຈົ້າ​ເຊື່ອງ​ຊ້ອນ​ອະນາຄົດ​ຂອງ​ພວກເຂົາ ແລະ​ໄດ້​ປິດລ້ອມ​ພວກເຂົາ​ໄວ້​ທຸກໆ​ດ້ານ.</verse>
				<verse number="24">ແທນ​ທີ່​ຂ້ານ້ອຍ​ຈະ​ກິນ​ເຂົ້າ ແຕ່​ກັບ​ໄວ້ທຸກ ແລະ​ບໍ່​ສາມາດ​ຢຸດ​ຢັ້ງ​ຮ້ອງໄຫ້​ຄໍ່າຄວນ​ໄດ້​ເລີຍ.</verse>
				<verse number="25">ສິ່ງ​ທີ່​ຂ້ານ້ອຍ​ຮູ້ສຶກ​ຢ້ານ ກໍ​ເລີຍ​ເກີດ​ເປັນຈິງ ທຸກສິ່ງ​ທີ່​ຂ້ານ້ອຍ​ຢ້ານກົວ ກໍ​ແຮ່ງ​ມາ​ຖືກ​ຊໍ້າ.</verse>
				<verse number="26">ຂ້ານ້ອຍ​ບໍ່ມີ​ສັນຕິສຸກ​ທັງ​ບໍ່ໄດ້​ພັກຜ່ອນ ແລະ​ຄວາມ​ເດືອດຮ້ອນ​ບໍ່ມີ​ບັ້ນ​ສິ້ນສຸດ​ເປັນ.”</verse>
			</chapter>
			<chapter number="4">
				<verse number="1">“ໂຢບ​ເອີຍ ຖ້າ​ຂ້ອຍ​ເວົ້າ​ຈະ​ບໍ່​ລົບກວນ​ເຈົ້າ​ບໍ? ຂ້ອຍ​ອົດ​ມິດ​ເສີຍ​ຕໍ່ໄປ​ອີກ​ບໍ່ໄດ້​ແລ້ວ.</verse>
				<verse number="2"></verse>
				<verse number="3">ເຈົ້າ​ເຄີຍ​ສອນ​ຄົນ​ມາ​ແລ້ວ​ຕັ້ງ​ຫລວງຫລາຍ ແລະ​ຊ່ວຍຊູ​ຜູ້​ອ່ອນແຮງ​ໃຫ້​ເຂັ້ມແຂງ​ຂຶ້ນ.</verse>
				<verse number="4">ເມື່ອ​ຄົນ​ໜຶ່ງ​ສະດຸດ​ລົ້ມ​ໝົດແຮງ​ແລະ​ເມື່ອຍ​ອ່ອນ, ຄຳ​ບອກສອນ​ຂອງ​ເຈົ້າ​ກໍ​ຊ່ວຍ​ຍູ້​ໃຫ້​ເຂົາ​ຢືນ​ຂຶ້ນ.</verse>
				<verse number="5">ບັດນີ້ ແມ່ນ​ທີ​ຂອງ​ເຈົ້າ​ທີ່​ລຳບາກ​ຂັດສົນ ເຈົ້າ​ສູ້​ຈົນ​ບໍ່​ໄຫວ​ຈຶ່ງ​ເຮັດ​ໃຫ້​ເຈົ້າ​ມຶນງົງ​ຢູ່.</verse>
				<verse number="6">ເຈົ້າ​ຢຳເກງ​ພຣະເຈົ້າ​ແລະ​ຊີວິດ​ກໍ​ບໍ່​ດ່າງພອຍ, ສະນັ້ນ ເຈົ້າ​ຈົ່ງ​ໝັ້ນໃຈ ແລະ​ຫວັງໃຈ​ເອົາ​ໄວ້.</verse>
				<verse number="7">ບັດນີ້ ເຈົ້າ​ຈົ່ງ​ຄິດ​ທົບທວນ​ເບິ່ງດູ​ວ່າ ມີ​ຄົນ​ທຳຊອບ​ຜູ້ໃດ​ເຄີຍ​ພົບ​ໄພພິບັດ.</verse>
				<verse number="8">ຂ້ອຍ​ເຄີຍ​ເຫັນ​ຄົນ​ໄຖ​ຄາດ​ຄວາມຊົ່ວ​ນາໆ ແລະ​ປູກຝັງ​ຄວາມຜິດ​ດັ່ງ​ເມັດ​ຂອງ​ພັນພືດ; ບັດນີ້ ກໍ​ເລີຍ​ເກັບກ່ຽວ​ໄດ້​ສິ່ງ​ຊົ່ວຮ້າຍ​ແລະ​ຜິດໆ ພຣະເຈົ້າ​ໂກດຮ້າຍ​ທັງ​ທຳລາຍ​ພວກເຂົາ​ດັ່ງ​ພະຍຸ​ກ້າ.</verse>
				<verse number="9"></verse>
				<verse number="10">ຄົນຊົ່ວ​ແຜດ​ສຽງ​ຮ້ອງ​ດັງ​ກ້ອງ​ດັ່ງ​ໂຕ​ສິງ, ແຕ່​ພຣະເຈົ້າ​ໃຫ້​ພວກເຂົາ​ມິດ​ແລະ​ຫັກ​ແຂ້ວ​ພວກເຂົາ​ຖິ້ມ.</verse>
				<verse number="11">ດັ່ງ​ສິງ​ໂຕ​ມີ​ແຮງ ກໍ​ຍັງ​ພິນາດ​ເພາະ​ຂາດ​ເຫຍື່ອ ແລະ​ລູກ​ຂອງ​ສິງ​ກໍ​ແຕກ​ກະຈັດ​ກະຈາຍ​ໄປ.</verse>
				<verse number="12">ຄັ້ງ​ໜຶ່ງ ມີ​ຖ້ອຍຄຳ​ມາ​ເຖິງ​ຂ້ອຍ​ຢ່າງ​ງຽບໆ ສຽງດັງ​ຄ່ອຍໆ ຈົນ​ຂ້ອຍ​ເກືອບ​ບໍ່ໄດ້ຍິນ.</verse>
				<verse number="13">ດັ່ງ​ຝັນ​ຮ້າຍ​ທີ່​ກຸກກວນ​ຂ້ອຍ​ຕອນ​ນອນ​ຫລັບ ຂ້ອຍ​ນອນ​ຫລັບໆ​ຕື່ນໆ​ສັບສົນ​ວຸ້ນວາຍ​ໃຈ​ຍ້ອນ.</verse>
				<verse number="14">ຂ້ອຍ​ຈຶ່ງ​ມົວ​ແຕ່​ຢ້ານ ແລະ​ຂົນ​ລຸກ​ເຕັມຕົວ; ທົ່ວ​ທັງ​ຮ່າງກາຍ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ.</verse>
				<verse number="15">ລົມ​ເບົາໆ​ພັດ​ມາ​ແຕະຕ້ອງ​ໃບໜ້າ​ຜ່ານ​ໄປ ແລະ​ຂົນ​ລຸກ​ຕາມ​ຕົນຕົວ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ.</verse>
				<verse number="16">ຂ້ອຍ​ເຫັນ​ສິ່ງໜຶ່ງ​ຢູ່​ຫັ້ນ​ຢືນຈຶ້ງ​ຢູ່​ບໍ່​ເໜັງ​ຕີງ; ຂ້ອຍ​ສັກຕາ​ເບິ່ງ​ແຕ່​ບອກ​ບໍ່ໄດ້​ວ່າ​ແມ່ນ​ຫຍັງ​ແທ້. ແລ້ວ​ຂ້ອຍ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ພວມ​ເວົ້າ​ອອກ​ມາ ເປັນ​ສຽງ​ທີ່​ດັງ​ມາ​ຈາກ​ຄວາມງຽບ​ດັ່ງນີ້:</verse>
				<verse number="17">ມີ​ຜູ້ໃດ​ແດ່​ຊອບທຳ​ໃນ​ສາຍຕາ ຂອງ​ພຣະເຈົ້າ​ນໍ ຫລື​ມີ​ຜູ້ໃດ​ແດ່​ບໍຣິສຸດ​ຕໍ່ໜ້າ ອົງ​ພຣະຜູ້​ສ້າງ​ຂອງຕົນ​ໄດ້?</verse>
				<verse number="18">ພຣະເຈົ້າ​ບໍ່​ໄວ້​ໃຈ​ຜູ້ຮັບໃຊ້​ພຣະອົງ​ໃນ​ສະຫວັນ; ຊົງ​ພົບ​ແມ່ນແຕ່​ຄວາມຜິດ​ໃນ​ຝູງ​ເທວະດາ​ນັ້ນ.</verse>
				<verse number="19">ເຈົ້າ​ຄິດ​ວ່າ​ພຣະອົງ​ຈະ​ໄວ້ວາງໃຈ​ຕໍ່ ສິ່ງ​ທີ່​ຖືກ​ສ້າງ​ຈາກ​ດິນ​ໜຽວ​ຊັ້ນບໍ? ສິ່ງ​ທີ່​ເປັນ​ຂີ້ດິນ​ອາດ​ຖືກ​ຢຽບ​ໝຸ່ນ ໃຫ້​ທະລາຍ​ໄປ​ດັ່ງ​ແມງເມົ່າ​ກໍໄດ້.</verse>
				<verse number="20">ຄົນໜຶ່ງ​ອາດ​ມີ​ຊີວິດ​ຢູ່​ໄດ້​ໃນ​ຍາມ​ເຊົ້າ ແຕ່​ຕາຍ​ຢ່າງ​ບໍ່​ຄາດຄິດ ເມື່ອ​ຕອນແລງ​ມາຮອດ.</verse>
				<verse number="21">ສິ່ງ​ທັງໝົດ​ທີ່​ລາວ​ມີ​ຢູ່ ກໍ​ສູນເສຍ​ໄປ​ໝົດ; ເມື່ອ​ລາວ​ຕາຍໄປ​ກໍ​ຍັງ​ບໍ່ມີ​ປັນຍາ​ຊໍ້າ.”</verse>
			</chapter>
			<chapter number="5">
				<verse number="1">“ໂຢບ​ເອີຍ ຈົ່ງ​ສົ່ງ​ສຽງ​ເອີ້ນ ມີ​ຜູ້ໃດ​ຈະ​ຕອບ​ແດ່ ມີ​ເທວະດາ​ຕົນ​ໃດ​ທີ່​ເຈົ້າ​ຫັນໜ້າ​ຫາ​ໄດ້​ບໍ?</verse>
				<verse number="2">ຄວາມຮ້າຍ​ຂ້າ​ຄົນ​ເບົາປັນຍາ, ຄວາມ​ອິດສາ​ຂ້າ​ຄົນໂງ່.</verse>
				<verse number="3">ຂ້ອຍ​ໄດ້​ເຫັນ​ຄົນໂງ່ຈ້າ ແຕ່​ເບິ່ງ​ຄື​ວ່າ​ໝັ້ນຄົງ ແຕ່​ເມື່ອ​ຂ້ອຍ​ຮ້ອງຂໍ ທັນໃດນັ້ນ ເຮືອນ​ຂອງ​ພວກເຂົາ​ກໍ​ຖືກ​ສາບແຊ່ງ.</verse>
				<verse number="4">ພວກ​ລູກຊາຍ​ພວກເຂົາ​ບໍ່ເຄີຍ​ພົບ​ຄວາມ​ປອດໄພ ຈົນ​ບໍ່ມີ​ຜູ້ໃດ​ຈະ​ຢືນ​ສູ້​ຄວາມ​ທີ່​ສານ​ໃຫ້​ພວກເຂົາ​ໄດ້.</verse>
				<verse number="5">ໂອ ຜົນ​ເກັບກ່ຽວ​ຂອງ​ພວກເຂົາ​ນັ້ນ ຄົນ​ຫິວ​ກໍ​ກິນ​ເສຍ ແມ່ນແຕ່​ສ່ວນ​ທີ່​ເອົາ​ໜາມທຶບ​ໄວ້ ​ພວກເຂົາ​ກໍ​ເອົາ​ໄປ. ຄົນ​ທີ່​ຫິວໂຫຍ​ນັ້ນ ກໍ​ຈະ​ຢຶດ​ຊັບສົມບັດ​ຂອງ​ລາວ​ຈົນ​ໝົດ​ກ້ຽງ.</verse>
				<verse number="6">ຄວາມ​ຊົ່ວຊ້າ​ບໍ່ໄດ້​ງອກ​ໃຫຍ່​ຂຶ້ນ​ຈາກ​ດິນ ພື້ນດິນ​ກໍ​ບໍ່ໄດ້​ຜະລິດ​ຄວາມ​ເດືອດຮ້ອນ​ໃຫ້.</verse>
				<verse number="7">ບໍ່ແມ່ນ​ດອກ ແມ່ນ​ຄົນ​ທີ່​ເຮັດ​ໃຫ້​ຕົນ​ເດືອດຮ້ອນ​ເອງ ດັ່ງ​ໝັດ​ໄຟ​ປິວ​ອອກ​ຈາກ​ແປວ​ໄຟ​ນັ້ນ​ແຫຼະ.</verse>
				<verse number="8">ຖ້າ​ຂ້ອຍ​ເປັນ​ເຈົ້າ​ກໍ​ຈະ​ຂໍ​ໃຫ້​ພຣະເຈົ້າ​ເບິ່ງແຍງ ແລະ​ສະເໜີ​ເລື່ອງລາວ​ໃຫ້​ພຣະອົງ​ຮູ້.</verse>
				<verse number="9">ພວກເຮົາ​ເຂົ້າໃຈ​ບໍ່ໄດ້​ສິ່ງ​ຍິ່ງໃຫຍ່​ທີ່​ພຣະອົງ​ກະທຳ ແລະ​ການ​ອັດສະຈັນ​ອັນ​ບໍ່ມີ​ທີ່​ສິ້ນສຸດ​ເປັນ​ນັ້ນ.</verse>
				<verse number="10">ພຣະອົງ​ໃຫ້​ຝົນ​ຕົກ​ມາ​ໃສ່​ທົ່ວ​ທັງ​ດິນແດນ ແລະ​ໃຫ້​ທົ່ງໄຮ່​ທົ່ງນາ​ມີ​ນໍ້າ​ເພື່ອ​ຫລໍ່ລ້ຽງ.</verse>
				<verse number="11">ຖືກຕ້ອງ ແມ່ນ​ພຣະເຈົ້າ​ຊົງ​ຍົກ​ຜູ້​ທີ່​ຖ່ອມຕົວ​ລົງ ແລະ​ຜູ້​ທີ່​ໄວ້ທຸກ ພຣະອົງ​ກໍ​ປະທານ​ຄວາມ​ປອດໄພ​ໃຫ້.</verse>
				<verse number="12">ພຣະອົງ​ຂັດຂວາງ​ແຜນການ​ຊົ່ວ ຂອງ​ຄົນ​ສະຫລາດ​ແກມໂກງ ແລະ​ດັກຈັບ​ຄົນ​ທີ່​ຫລັກແຫລມ ຕາມ​ກົນອຸບາຍ​ຂອງ​ເຂົາເຈົ້າ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ເຮັດ​ໃຫ້​ສຳເລັດຜົນ; ເຖິງ​ແມ່ນ​ກາງເວັນ ພວກເຂົາ​ກໍ​ງົມ​ຢູ່​ໃນ​ຄວາມມືດ.</verse>
				<verse number="13"></verse>
				<verse number="14"></verse>
				<verse number="15">ແຕ່​ພຣະເຈົ້າ​ຊ່ວຍ​ຄົນທຸກ ​ໃຫ້​ພົ້ນ​ຈາກ​ຕາຍ; ພຣະອົງ​ຊ່ວຍ​ຄົນ​ຂັດສົນ​ຈາກ​ການ​ຖືກ​ກົດຂີ່.</verse>
				<verse number="16">ພຣະອົງ​ໃຫ້​ຄົນ​ທຸກ​ລຳບາກ​ມີ​ຄວາມ​ຫວັງໃຈ ແລະ​ຊົງ​ງັບ​ປາກ​ຄົນຊົ່ວ​ໃຫ້​ມິດງຽບ.</verse>
				<verse number="17">ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ພຣະເຈົ້າ​ຕີສອນ​ເດີ​ ຢ່າ​ໂກດເຄືອງໃຈ​ເມື່ອ​ພຣະອົງ​ຕຳໜິ​ເຈົ້າ.</verse>
				<verse number="18">ພຣະອົງ​ພັນ​ບາດແຜ​ໃຫ້ ເພາະ​ຊົງ​ໃຫ້​ເກີດ​ບາດເຈັບ; ມື​ພຣະອົງ​ຂ້ຽນຕີ ແລະ​ມື​ພຣະອົງ​ປິ່ນປົວ​ໃຫ້​ດີ​ໄດ້.</verse>
				<verse number="19">ພຣະອົງ​ຈະ​ຊ່ວຍ​ເຈົ້າ ຈາກ​ຖືກ​ທຳຮ້າຍ​ຫລາຍຄັ້ງ​ຫລາຍຫົນ;</verse>
				<verse number="20">ເມື່ອ​ມີ​ຄວາມ​ອຶດຢາກ ພຣະອົງ​ຈະ​ບໍ່​ໃຫ້​ຕາຍ ຍາມ​ເສິກເສືອ ພຣະອົງ​ຈະ​ປ້ອງກັນ​ເຈົ້າ​ໄວ້.</verse>
				<verse number="21">ພຣະເຈົ້າ​ຊ່ວຍກູ້​ເອົາ​ເຈົ້າ​ໄວ້​ຈາກ​ຄົນ​ນິນທາ; ພຣະອົງ​ຈະ​ຊ່ວຍ​ເອົາ ເມື່ອ​ຄວາມ​ຈິບຫາຍ​ມາຮອດ.</verse>
				<verse number="22">ເຈົ້າ​ຈະ​ຍີ້ມຫົວ​ໃສ່ ຍາມ​ລຳບາກ​ແລະ​ອຶດຫິວ ແລະ​ບໍ່​ຢ້ານກົວ​ຕໍ່​ສັດປ່າ​ນາໆ​ຊະນິດ​ດ້ວຍ.</verse>
				<verse number="23">ທົ່ງນາ​ທີ່​ເຈົ້າ​ໄຖ​ນັ້ນ ຈະ​ບໍ່ມີ​ຫີນ​ເຈືອປົນ ໝູ່​ສັດຮ້າຍ​ກໍ​ຈະ​ບໍ່​ມາ​ວົນວາຍ​ທຳຮ້າຍ​ເຈົ້າ.</verse>
				<verse number="24">ແລ້ວ​ເຈົ້າ​ຈະ​ຢູ່​ໃນ​ທີ່​ພັກ​ຢ່າງ​ເຕັມປ່ຽມ​ສຸກສັນ; ເມື່ອ​ແນມ​ເບິ່ງ​ຝູງແກະ ກໍ​ຢູ່​ສະບາຍ​ຫາຍ​ຮ້ອນ.</verse>
				<verse number="25">ເຈົ້າ​ຈະ​ມີ​ລູກຫລານ​ຫລວງຫລາຍ​ເຫລືອຄະນານັບ ດັ່ງ​ຫຍ້າ​ຊ້ອນ​ຂຽວ​ຊອນລອນ​ຕາມ​ທົ່ງນາ.</verse>
				<verse number="26">ເໝືອນ​ດັ່ງ​ເຂົ້າ​ສຸກ​ແລ້ວ ລໍ​ເຖິງ​ລະດູ​ກ່ຽວ ເຈົ້າ​ຈະ​ມີ​ອາຍຸ​ຍືນໝັ້ນ​ຈົນ​ແກ່ຊະຣາ.</verse>
				<verse number="27">ໂຢບ​ເອີຍ ພວກເຮົາ​ຮູ້​ສິ່ງ​ນີ້ ມາ​ຕັ້ງແຕ່​ນານ ມັນ​ເປັນ​ຄວາມຈິງ ບັດນີ້ ຈົ່ງ​ຮັບ​ເອົາ​ມັນ​ໄວ້​ເຖີດ.”</verse>
			</chapter>
			<chapter number="6">
				<verse number="1">“ຖ້າ​ເອົາ​ຄວາມ​ເດືອດຮ້ອນ​ຂ້ອຍ​ຊັ່ງ​ເທິງ​ຊິງ ແລະ​ຄວາມ​ໂສກເສົ້າ​ຂ້ອຍ​ມາ​ຕີລາຄາ​ເບິ່ງ</verse>
				<verse number="2"></verse>
				<verse number="3">ກໍ​ຈະ​ໜັກ​ຫລາຍກວ່າ​ເມັດ​ຊາຍ​ທີ່​ແຄມ​ທະເລ ສະນັ້ນ ເຈົ້າ​ຄົງ​ບໍ່​ຕົກໃຈ​ຍ້ອນ​ຂ້ອຍ​ເວົ້າ​ຢ່າງບ້າໆ.</verse>
				<verse number="4">ລູກໜ້າ​ໜ້ອງ​ໄດ້​ລາມ​ໄປ​ທົ່ວ​ທັງຕົວ​ຂ້ອຍເດີ ທີ່​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຍິງ​ໃສ່​ຂ້ອຍ. ພຣະເຈົ້າ​ໄດ້​ນຳ​ສິ່ງ​ທີ່​ຂ້ອຍ​ຢ້ານກົວ​ທັງໝົດ ລຽນ​ເປັນ​ຖັນແຖວ​ສຸມ​ເຂົ້າມາ​ຕໍ່ສູ້​ຂ້ອຍ.</verse>
				<verse number="5">ລໍ​ປ່າ​ດີໃຈ ໃນ​ເມື່ອ​ມັນ​ມີ​ຫຍ້າອ່ອນ​ກິນ ງົວ​ກໍ​ມິດງຽບ​ໄປ ເມື່ອ​ມັນ​ມີ​ເຟືອງຫຍໍ້າ.</verse>
				<verse number="6">ແຕ່​ຜູ້ໃດ​ກິນ​ຂອງ​ຈືດຈາງ​ໄດ້​ບໍ່​ໃສ່​ເກືອ​ແດ່? ເປືອກ​ໄຂ່​ຂາວ​ນັ້ນ​ມັນ​ມີ​ຣົດຊາດ​ຢ່າງໃດ?</verse>
				<verse number="7">ອາຫານ​ຢ່າງນັ້ນ ຂ້ອຍ​ເອງ​ກໍ​ບໍ່​ຢາກ​ກິນ ອາຫານ​ທີ່​ກິນ​ພັດ​ເຮັດ​ໃຫ້​ຂ້ອຍ​ເຈັບໂຊ​ຊໍ້າ.</verse>
				<verse number="8">ເປັນຫຍັງ​ພຣະເຈົ້າ​ບໍ່​ຍອມ​ໃຫ້​ສິ່ງ​ທີ່​ຂ້ອຍ​ຮ້ອງຂໍ? ເປັນຫຍັງ​ຈຶ່ງ​ບໍ່​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງຂ້ອຍ?</verse>
				<verse number="9">ຖ້າ​ພຣະອົງ​ເຮັດ​ໄດ້ ຂ້າ​ຂ້ອຍ​ເສຍ​ກໍ​ຄົງ​ຈະ​ດີ ຖ້າ​ຂ້ອຍ​ຮູ້​ວ່າ​ພຣະອົງ​ຈະ​ຂ້າ​ອີຫລີ ກໍ​ເປັນ​ການດີ​ແທ້ ຂ້ອຍ​ຈະ​ກະໂດດ​ໂລດເຕັ້ນ​ຢ່າງ​ຊົມຊື່ນ​ຍິນດີ; ເຖິງ​ແມ່ນ​ວ່າ​ຂ້ອຍ​ມີ​ຄວາມ​ເຈັບປວດ​ກໍຕາມ. ຂ້ອຍ​ຮູ້​ວ່າ​ພຣະເຈົ້າ​ນັ້ນ​ເປັນ​ອົງ​ບໍຣິສຸດ; ຂ້ອຍ​ບໍ່ເຄີຍ​ຂັດຂວາງ​ສິ່ງ​ທີ່​ພຣະອົງ​ໄດ້​ສັ່ງ.</verse>
				<verse number="10"></verse>
				<verse number="11">ຂ້ອຍ​ມີ​ຊີວິດ​ຢູ່​ໄດ້​ແມ່ນ​ຜູ້ໃດ​ໃຫ້​ເຫື່ອແຮງ? ຂ້ອຍ​ຈະ​ຢູ່​ໄປ​ເຮັດ​ຫຍັງ ເມື່ອ​ບໍ່ມີ​ຄວາມຫວັງ​ຈັກດີ້?</verse>
				<verse number="12">ຂ້ອຍ​ຖືກ​ປະກອບ​ຂຶ້ນ​ດ້ວຍ​ກ້ອນຫີນ​ຊັ້ນບໍ? ຮ່າງກາຍ​ຂ້ອຍ​ເປັນ​ທອງສຳຣິດ​ຫລື​ນີ້?</verse>
				<verse number="13">ຂ້ອຍ​ບໍ່ມີ​ກຳລັງ​ພໍ​ທີ່​ຈະ​ຊ່ວຍ​ຕົນເອງ​ໄດ້​ເລີຍ; ຂ້ອຍ​ບໍ່ມີ​ບ່ອນ​ໄປ​ຂໍຄວາມ​ຊ່ວຍເຫລືອ​ໄດ້​ແລ້ວ.</verse>
				<verse number="14">ໃນ​ຍາມ​ລຳບາກ​ເຊັ່ນ​ນີ້ ຂ້ອຍ​ຢາກ​ມີ​ເພື່ອນ​ທີ່​ສັດຊື່ ເຖິງ​ວ່າ​ຂ້ອຍ​ປະຖິ້ມ​ພຣະເຈົ້າ​ໄປ​ຫລື​ບໍ່​ກໍຕາມ.</verse>
				<verse number="15">ແຕ່​ພວກເຈົ້າ​ທໍລະຍົດ​ຂ້ອຍ​ດັ່ງ​ສາຍນໍ້າ​ໂຄ້ງແຄງ ເໝືອນ​ດັ່ງ​ແມ່ນໍ້າ​ໄຫລ​ລົ້ນລັ່ງ​ມາ.</verse>
				<verse number="16">ເມື່ອ​ສິ້ນ​ລະດູ​ໜາວ​ແລ້ວ​ນໍ້າຂຸ່ນ​ກໍ​ໄຫລ​ມາ ເວລາ​ທີ່​ຫິມະ​ແລະ​ນໍ້າແຂງ​ເປື່ອຍ​ລະລາຍ​ໄປ​ນັ້ນ</verse>
				<verse number="17">ແຕ່​ພໍ​ເຖິງ​ລະດູຮ້ອນ​ກໍ​ເຫືອດແຫ້ງ​ໄປ ສາຍ​ນໍ້າ​ທີ່​ຍາວ​ກໍ​ເຜີຍແບ​ເພາະ​ແຫ້ງແລ້ງ.</verse>
				<verse number="18">ຂະບວນ​ອູດ​ຫລົງ​ທາງ​ຍ້ອນ​ຫາ​ນໍ້າ​ດື່ມ​ບໍ່ມີ; ພວກເຂົາ​ເລາະຫາ​ແລະ​ຕາຍ​ຕາມ​ຖິ່ນ​ແຫ້ງແລ້ງ.</verse>
				<verse number="19">ຂະບວນ​ໂຕ​ອູດ​ຈາກ​ເຕມາ​ແລະ​ເຊບາ ກໍ​ຊອກ​ຫາ​ນໍ້າ​ກິນ​ແຕ່​ກໍ​ຜິດຫວັງ​ທັງນັ້ນ</verse>
				<verse number="20">ຄວາມຫວັງ​ຂອງ​ພວກເຂົາ​ນັ້ນ​ຈຶ່ງ​ສູນສິ້ນ​ໄປ​ໝົດ ທີ່​ແຄມ​ສາຍ​ທາລາ​ອັນ​ແຫ້ງແລ້ງ.</verse>
				<verse number="21">ສ່ວນ​ພວກເຈົ້າ​ນັ້ນ​ກໍ​ຄື ແມ່ນໍ້າ​ເຫຼົ່ານັ້ນ​ບໍ່ມີ​ຜິດ ເມື່ອ​ເຫັນ​ໂຊກ​ຊາຕາ​ຂອງ​ຂ້ອຍ​ກໍ​ຖອຍໜີ ແລະ​ຢ້ານ</verse>
				<verse number="22">ປານ​ວ່າ​ຂ້ອຍ​ຂໍ​ພວກເຈົ້າ​ໃຫ້​ນຳ​ຂອງຂວັນ​ມາ ຫລື​ວ່າ​ໄປ​ຊື້ຈ້າງ​ຈອບອອຍ​ຜູ້ໃດ​ຜູ້ໜຶ່ງ​ໃຫ້</verse>
				<verse number="23">ຫລື​ວ່າ​ເພື່ອ​ຂໍ​ພວກເຈົ້າ​ໃຫ້​ຊ່ວຍ​ຂ້ອຍ​ຈາກ​ສັດຕູ ແລະ​ປົດປ່ອຍ​ຂ້ອຍ​ໃຫ້​ຫວິດ​ຈາກ​ຜູ້​ທີ່​ກົດຂີ່.</verse>
				<verse number="24">ຈົ່ງ​ສັ່ງສອນ ແລະ​ບອກ​ຂ້ອຍ​ວ່າ​ຜິດ​ຫຍັງ ຂ້ອຍ​ຈະ​ນັ່ງ​ມິດງຽບ​ຟັງ​ພວກເຈົ້າ​ວ່າກ່າວ.</verse>
				<verse number="25">ຄຳເວົ້າ​ອັນ​ສັດຊື່​ນັ້ນ ເຮັດ​ໃຫ້​ແນ່ນອນ​ໃຈ​ໃດ ແຕ່​ພວກເຈົ້າ​ກຳລັງ​ເວົ້າ​ຄຳ​ໃນ​ສິ່ງ​ທີ່​ຜິດ​ທັງນັ້ນ.</verse>
				<verse number="26">ພວກເຈົ້າ​ຄິດ​ວ່າ​ຖ້ອຍຄຳ​ຂອງຂ້ອຍ​ເປັນ​ພຽງແຕ່​ລົມປາກ​ຊື່ໆ​ຊັ້ນບໍ? ແລ້ວ​ເປັນຫຍັງ​ບໍ່​ຕອບ​ຄຳເວົ້າ​ອັນ​ໝົດຫວັງ​ນັ້ນ?</verse>
				<verse number="27">ພວກເຈົ້າ​ຈົກ​ສະຫລາກ​ເອົາ​ເດັກ​ກຳພ້າ​ເປັນ​ທາດຮັບໃຊ້ ແລະ​ສ້າງຮັ່ງ​ຄູນມີ​ເທິງ​ຫລັງ​ເພື່ອນ​ສະໜິດ​ໄດ້</verse>
				<verse number="28">ຈົ່ງ​ແນມເບິ່ງ​ຂ້ອຍ​ໃນ​ໃບໜ້າ​ແດ່ແມ ຂ້ອຍ​ບໍ່ໄດ້​ເວົ້າຕົວະ​ໃດໆ​ທັງສິ້ນ.</verse>
				<verse number="29">ພວກເຈົ້າ​ຄິດ​ຜິດ​ຫລາຍ​ແລ້ວ ເຊົາ​ເປັນ​ຄົນ​ອະຍຸດຕິທຳ​ສາເທາະ ຂໍ​ຢ່າ​ສູ່​ຢຽບຫຍາມ​ປະນາມ​ຂ້ອຍ ຂ້ອຍ​ນີ້​ຍັງ​ເປັນ​ຄົນ​ຊອບທຳ​ຢູ່ເດີ</verse>
				<verse number="30">ແຕ່​ພວກເຈົ້າ​ພັດ​ຄິດ​ວ່າ​ຂ້ອຍ​ນັ້ນ ກຳລັງ​ເວົ້າ​ຄວາມຕົວະ​ຊັ້ນບໍ? ພວກເຈົ້າ​ຄິດ​ວ່າ​ຂ້ອຍ​ໄຈ້ແຍກ​ມານຍາ ຕາມ​ຄວາມ​ເປັນຈິງ​ບໍ່ໄດ້​ຫລືນີ້?</verse>
			</chapter>
			<chapter number="7">
				<verse number="1">ຊີວິດ​ມະນຸດ​ຍາກ​ລຳບາກ​ດັ່ງ​ເປັນ​ທະຫານ ຄື​ຊີວິດ​ກຳມະກອນ​ທຳງານ​ແສນ​ລຳບາກ</verse>
				<verse number="2">ເໝືອນ​ຄົນ​ເປັນ​ທາດ​ທີ່​ເຮັດ​ວຽກ​ໜັກ ຫາ​ທີ່​ຮົ່ມ​ເພິ່ງ​ເຢັນໆ ດັ່ງ​ຜູ້​ອອກແຮງງານ​ລໍຄອຍ​ເອົາ​ຄ່າຈ້າງ.</verse>
				<verse number="3">ເດືອນແລ້ວ​ເດືອນເລົ່າ ຊີວິດ​ຂ້ອຍ​ບໍ່ມີ​ຫຍັງໝົດ; ຄືນແລ້ວ​ຄືນເລົ່າ ນຳ​ຄວາມ​ເສົ້າໂສກ​ມາ​ໃຫ້.</verse>
				<verse number="4">ເວລາ​ຜ່ານ​ໄປ​ຊ້າໆ ເມື່ອ​ຂ້ອຍ​ລົ້ມ​ລົງ​ນອນ; ຂ້ອຍ​ກິ້ງໄປ​ກິ້ງມາ ລໍ​ເວລາ​ໃຫ້​ຮອດແຈ້ງ.</verse>
				<verse number="5">ທົ່ວ​ຮ່າງກາຍ​ຂ້ອຍ​ມີ​ແຕ່​ໂຕ​ໜອນ​ໄຕ່​ໄປມາ; ມີ​ແຕ່​ເກັດ​ບາດແຜ​ບວມຊໍ້າ​ນໍ້າໜອງ​ຍ້ອຍ.</verse>
				<verse number="6">ວັນ​ເວລາ​ຂອງຂ້ອຍ​ຜ່ານ​ໄປ​ໂດຍ​ສິ້ນຫວັງ ຟ້າວ​ຜ່ານ​ໄປ​ໄວກວ່າ​ກະສວຍ​ຕໍ່າ​ຜ້າ.</verse>
				<verse number="7">ຂ້າແດ່​ພຣະເຈົ້າ ໂຜດ​ຈົ່ງ​ຈົດຈຳ​ຊີວິດ​ຂອງ​ຂ້ານ້ອຍ​ວ່າ ເປັນ​ພຽງແຕ່​ລົມຫາຍໃຈ ຄວາມ​ຊົມຊື່ນ​ຍິນດີ​ຂອງ​ຂ້ານ້ອຍ​ນັ້ນ ໄດ້​ສິ້ນສຸດ​ໄປ​ໝົດ​ສາ​ແລ້ວ.</verse>
				<verse number="8">ດຽວນີ້​ພຣະອົງ​ເຫັນ​ຂ້ານ້ອຍ​ແລ້ວ ແຕ່​ພຣະອົງ​ຈະ​ບໍ່​ເຫັນ​ອີກ​ຕໍ່ໄປ. ຖ້າ​ພຣະອົງ​ແນມ​ຫາ​ຂ້ານ້ອຍ ຂ້ານ້ອຍ​ກໍ​ຈະ​ຈາກ​ໄປ​ສາແລ້ວ.</verse>
				<verse number="9">ດັ່ງ​ເມກ​ໝອກ​ເລື່ອນລອຍ​ຫາຍ​ຈາກ​ໄປ ດັ່ງ​ມະນຸດ​ເຮົາ​ທີ່​ຈຳຕ້ອງ​ພາກ​ຈາກ​ໄປ​ນັ້ນ ຄັນ​ຈາກ​ໄປແລ້ວ ກໍ​ຈະ​ບໍ່​ກັບຄືນ​ມາເລີຍ ທຸກຄົນ​ທີ່​ຮູ້​ເຂົາ​ກໍ​ຈະ​ລືມໄລ​ເຂົາ​ໄປສິ້ນ.</verse>
				<verse number="10"></verse>
				<verse number="11">ຂ້ານ້ອຍ​ຈະ​ມິດງຽບ​ຢູ່​ຢ່າງ​ນີ້​ບໍ່​ໄດ້ຕີ້ ຂ້ານ້ອຍ​ລະທົມ​ທຸກ​ຈຶ່ງ​ຈຳໃຈ​ເວົ້າ​ເຊັ່ນນີ້.</verse>
				<verse number="12">ເປັນຫຍັງ​ຈຶ່ງ​ເຝົ້າຍາມ​ຂ້ານ້ອຍ​ຢູ່​ຢ່າງນີ້ນໍ? ຄິດ​ວ່າ​ຂ້ານ້ອຍ​ເປັນ​ມັງກອນ ວົນວຽນ​ໃນ​ທະເລ​ຫລື​ນີ້?</verse>
				<verse number="13">ເມື່ອ​ຂ້ານ້ອຍ​ເອ່ນ​ຕົວ​ເນີ້ງລົງ​ພັກຜ່ອນ​ຈັກຄາວ ແລະ​ຊາວ​ຫາ​ທີ່​ບັນເທົາ​ຄວາມ​ເຈັບປວດ​ນັ້ນ.</verse>
				<verse number="14">ແຕ່​ພຣະອົງ​ໃຫ້​ຝັນ​ເຫັນ​ແຕ່ແນວ​ຢ້ານກົວ ໂດຍ​ສົ່ງ​ນິມິດ​ກວ່າ​ໜຶ່ງ​ອັນ​ເຮັດ​ໃຫ້​ຝັນ​ຮ້າຍ.</verse>
				<verse number="15">ຂໍ​ພຣະອົງ​ບີບ​ຄໍ​ຂ້ານ້ອຍ​ໃຫ້​ຕາຍ​ສາ​ກໍດີກວ່າ ທົນທຸກ​ຢູ່​ໃນ​ຮ່າງກາຍ​ນີ້​ທີ່​ແສນ​ເວດທະນາ.</verse>
				<verse number="16">ຂ້ານ້ອຍ​ຍອມແລ້ວ ທັງ​ເບື່ອໜ່າຍ​ທີ່​ຈະ​ຢູ່​ຕໍ່ໄປ; ຊີວິດ​ຂາດ​ຄວາມໝາຍ ປ່ອຍ​ໃຫ້​ຢູ່​ຜູ້ດຽວ​ສາເຖີດ.</verse>
				<verse number="17">ເປັນຫຍັງ​ມະນຸດ​ຈຶ່ງ​ສຳຄັນ​ຕໍ່​ພຣະອົງ​ແທ້ນໍ? ເປັນຫຍັງ​ຈຶ່ງ​ເອົາໃຈໃສ່​ຕໍ່​ສິ່ງ​ທີ່​ພວກເຂົາ​ເຮັດ​ນັ້ນ?</verse>
				<verse number="18">ພຣະອົງ​ກວດເບິ່ງ​ພວກເຂົາ​ທຸກໆເຊົ້າ​ແຕ່​ຮຸ່ງ​ອາລຸນ ແລະ​ທົດສອບ​ເບິ່ງ​ພວກເຂົາ​ທຸກໆ​ນາທີ​ອີກ​ຊໍ້າ.</verse>
				<verse number="19">ພຣະອົງ​ເບິ່ງ​ຂ້ານ້ອຍ​ດົນ​ແລ້ວ​ຍັງ​ບໍ່ພໍບໍ? ຈົນ​ຂ້ານ້ອຍ​ບໍ່ມີ​ເວລາ​ກືນ​ນໍ້າລາຍ​ລົງຊໍ້າ.</verse>
				<verse number="20">ຖ້າ​ຂ້ານ້ອຍ​ເຮັດ​ບາບ​ຕໍ່ສູ້​ພຣະອົງ ຈົ່ງ​ບອກ​ມາ​ເບິ່ງດູ​ວ່າ​ໄດ້​ເຮັດ​ບາບ​ຫຍັງ​ແດ່? ເປັນຫຍັງ​ຈຶ່ງ​ເອົາ​ຂ້ານ້ອຍ​ເປັນເປົ້າ​ໃຫ້​ພຣະອົງ​ທົດລອງ? ເພາະ​ຂ້ານ້ອຍ​ເປັນ​ພາລະໜັກ​ແກ່​ພຣະອົງ​ຫລືນີ້?</verse>
				<verse number="21">ຈົນ​ວ່າ​ພຣະອົງ​ຍົກໂທດ​ໃຫ້​ຂ້ານ້ອຍ​ບໍ່​ໄດ້ບໍ? ຈົນ​ພຣະອົງ​ອະໄພ​ຄວາມຜິດ​ໃຫ້​ຂ້ານ້ອຍ​ບໍ່ໄດ້. ຍັງ​ບໍ່ດົນດອກ ຂ້ານ້ອຍ​ຈະ​ໄປ​ຢູ່​ໃນ​ຂຸມຝັງສົບ ຈາກ​ໄປ​ເມື່ອ​ພຣະອົງ​ແນມຫາ​ຂ້ານ້ອຍ​ຢູ່.”</verse>
			</chapter>
			<chapter number="8">
				<verse number="1">“ຈັກເທື່ອ​ແລ້ວ​ທີ່​ພວກເຮົາ​ທົນ​ຟັງ​ຖ້ອຍຄຳ​ດັ່ງນີ້​ນໍ? ປານໃດ​ຈຶ່ງ​ຈະ​ເຊົາ​ເວົ້າ​ຄຳ​ລົມໆແລ້ງໆ​ເຊັ່ນນີ້?</verse>
				<verse number="2"></verse>
				<verse number="3">ພຣະເຈົ້າ​ບໍ່ເຄີຍ​ບິດເບືອນ​ຄວາມ​ຍຸດຕິທຳ​ໃດໆ ພຣະອົງ​ບໍ່​ພາດພັ້ງ​ຈາກ​ສິ່ງ​ທີ່​ຖືກຕ້ອງ​ຈັກເທື່ອ;</verse>
				<verse number="4">ລູກໆ​ຂອງ​ເຈົ້າ​ອາດ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ ດັ່ງນັ້ນ ພຣະອົງ​ຈຶ່ງ​ໃສ່​ໂທດ​ທີ່​ພວກເຂົາ​ຄວນ​ໄດ້​ຮັບ.</verse>
				<verse number="5">ແຕ່​ບັດນີ້ ຈົ່ງ​ຫັນ​ມາ​ພີ້ ແລະ​ສູ້​ຄະດີ​ກັນ​ເບິ່ງ ສູ້​ຄະດີ​ກັບ​ພຣະເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່;</verse>
				<verse number="6">ຖ້າ​ເຈົ້າ​ສັດຊື່​ແທ້​ແລະ​ເປັນ​ຄົນ​ບໍຣິສຸດ ແລ້ວ​ພຣະເຈົ້າ​ກໍ​ຈະ​ມາ​ຊ່ວຍຊູ​ເຈົ້າ​ໄວ້ ທັງ​ຈະ​ປົວແປງ​ເຈົ້າ​ກັບ​ຄອບຄົວ​ຂຶ້ນ​ໃໝ່ ພຣະອົງ​ຈະ​ໃຫ້​ບຳເໜັດ​ແກ່​ເຈົ້າ​ເຊັ່ນກັນ.</verse>
				<verse number="7">ຊັບສິນ​ຂອງເຈົ້າ​ຈາກ​ສິ່ງ​ທີ່​ໄດ້​ເສຍ​ໄປ ກໍ​ບໍ່​ເທົ່າໃດ​ດອກ ເມື່ອ​ທຽບ​ໃສ່​ກັບ​ທີ່​ພຣະອົງ​ຈະ​ໃຫ້​ເຈົ້າ​ເທື່ອໃໝ່.</verse>
				<verse number="8">ຈົ່ງ​ຄົ້ນຫາ​ສະຕິປັນຍາ​ຂອງ​ຄົນ​ໃນ​ສະໄໝ​ບູຮານ​ເບິ່ງແມ ຈົ່ງ​ພິຈາລະນາ​ຫາ​ຄວາມຈິງ​ທີ່​ພໍ່​ພວກເຮົາ​ຮໍ່າຮຽນ​ນັ້ນ.</verse>
				<verse number="9">ຊີວິດ​ພວກເຮົາ​ສັ້ນ ພວກເຮົາ​ບໍ່​ຮູ້ຈັກ​ຫຍັງເລີຍ ເໝືອນ​ດັ່ງ​ເງົາ​ຜ່ານ​ກາຍໄປ​ເທິງ​ແຜ່ນດິນ​ໂລກ.</verse>
				<verse number="10">ແຕ່​ຂໍ​ໃຫ້​ນັກປາດ​ບູຮານ​ໄດ້​ສອນ​ເຈົ້າ​ແດ່ ຟັງ​ສິ່ງ​ທີ່​ເພິ່ນ​ເວົ້າ​ແຈ້ງ​ສູ່​ເຈົ້າ​ຟັງ​ເບິ່ງ​ແດ່ດູ:</verse>
				<verse number="11">ຕົ້ນອໍ້​ເກີດ​ບໍ່ໄດ້​ໃນ​ບ່ອນ​ບໍ່ມີ​ນໍ້າ; ເຮົາ​ຈະ​ບໍ່​ພົບ​ມັນ​ໃນ​ບຶງ​ບ່ອນ​ທີ່​ບໍ່ມີ​ຕົມ​ໄດ້ດອກ.</verse>
				<verse number="12">ຄັນ​ນໍ້າ​ແຫ້ງ ມັນ​ກໍ​ຈະ​ຫ່ຽວແຫ້ງ​ໄປ ໃນ​ຂະນະທີ່​ມັນ​ຍັງ​ອ່ອນໆ​ພໍ​ຈະ​ຕັດ​ນຳ​ເອົາ​ໄປ​ໃຊ້​ໄດ້.</verse>
				<verse number="13">ຄົນ​ບໍ່​ເຊື່ອຖື​ພຣະເຈົ້າ ກໍ​ປຽບ​ດັ່ງ​ຕົ້ນອໍ້​ນັ້ນແຫລະ ພວກເຂົາ​ສິ້ນຫວັງ​ໝົດ ເພາະ​ພວກເຂົາ​ລືມໄລ​ພຣະເຈົ້າ.</verse>
				<verse number="14">ພວກເຂົາ​ວາງໃຈ​ໃນ​ເສັ້ນດ້າຍ​ຄື​ໄຍແມງມູມ ຖ້າ​ເອື່ອຍອີງ​ແຕ່​ໄຍ​ເຫດໃດ​ມັນ​ຈະ​ຍືນຍົງ​ຢູ່ໄດ້? ຖ້າ​ໂຕ​ແມງມູມ​ນັ້ນ​ພຽງແຕ່​ຈັບ​ເສັ້ນໄຍ ໄຍ​ມັນ​ກໍ​ຊ່ວຍຊູ​ໃຫ້​ມັນ​ຍືນຍົງ​ຢູ່​ບໍ່ໄດ້.</verse>
				<verse number="15"></verse>
				<verse number="16">ຄົນຊົ່ວ​ງອກ​ຂຶ້ນ​ດັ່ງ​ຕົ້ນຫຍ້າ​ໃຕ້​ແສງ​ຕາເວັນ ດັ່ງ​ຕົ້ນຫຍ້າ​ແຜ່​ຂະຫຍາຍ​ທົ່ວ​ທັງສວນ​ນັ້ນ.</verse>
				<verse number="17">ຮາກ​ຂອງ​ມັນ​ຫຸ້ມຫໍ່​ອ້ອມ​ກ້ອນຫີນ ແລະ​ຈັບ​ຫີນ​ທຸກ​ກ້ອນ​ຢ່າງ​ໄວວາ​ໄວ້​ໄດ້.</verse>
				<verse number="18">ຖ້າ​ພວກເຂົາ​ຖືກ​ທຳລາຍ​ຈາກ​ບ່ອນ​ທີ່​ພວກເຂົາ​ອາໄສ​ຢູ່, ຫຼັງຈາກ​ນັ້ນ ພວກເຂົາ​ກໍ​ຈະ​ຖືກ​ປະຕິເສດ​ໂດຍ​ເວົ້າ​ວ່າ, ‘ຂ້ອຍ​ບໍ່ເຄີຍ​ຮູ້ຈັກ​ເຈົ້າ.’</verse>
				<verse number="19">ເທົ່ານັ້ນ​ແຫຼະ ທີ່​ຄົນຊົ່ວ​ໄດ້​ຊົມຊື່ນ​ຍິນດີ ບັດນີ້ ຄົນອື່ນ​ກໍ​ມາ​ແທນ​ບ່ອນ​ພວກເຂົາ​ສາ​ແລ້ວ.</verse>
				<verse number="20">ເບິ່ງແມ! ພຣະເຈົ້າ​ຈະ​ບໍ່​ປະຖິ້ມ​ຄົນ​ທີ່​ສັດຊື່ ຫລື​ຊ່ວຍເຫລືອ​ຄົນ​ທີ່​ໄດ້​ເຮັດ​ຊົ່ວ​ເອົາໄວ້.</verse>
				<verse number="21">ພຣະອົງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຫົວເລາະ​ອີກທີ ໃຫ້​ສຽງ​ໂຮຮ້ອງ​ຍິນດີ​ລົ້ນ​ຈາກ​ປາກ​ຂອງ​ເຈົ້າ​ອີກ</verse>
				<verse number="22">ແຕ່​ພຣະອົງ​ຈະ​ໃຫ້​ຜູ້ກຽດ​ຊັງ​ເຈົ້າ​ຖືກ​ອັບອາຍ ແລະ​ເຮືອນ​ຄົນຊົ່ວ​ທັງຫລາຍ​ຈະ​ບໍ່ມີ​ຕໍ່ໄປ​ອີກ.”</verse>
			</chapter>
			<chapter number="9">
				<verse number="1">“ແມ່ນແລ້ວ ຂ້ອຍ​ກໍ​ຮູ້​ທຸກສິ່ງ​ທີ່​ເຈົ້າ​ເວົ້າ​ມາ​ນັ້ນ ແຕ່​ຈະ​ຫາ​ເຫດຜົນ​ຫຍັງ​ສູ້​ຄະດີ​ຕໍ່ໜ້າ​ພຣະເຈົ້າ​ໄດ້?</verse>
				<verse number="2"></verse>
				<verse number="3">ມີ​ຜູ້ໃດ​ແດ່​ບໍ ທີ່​ຖົກຖຽງ​ກັບ​ພຣະອົງ​ໄດ້​ເດ? ພຣະອົງ​ຖາມ​ພັນໆ​ບັນຫາ​ແລະ​ບໍ່ມີ​ຜູ້ໃດ​ຕອບ​ໄດ້.</verse>
				<verse number="4">ພຣະເຈົ້າ​ແສນ​ສະຫລາດ​ແລະ​ຊົງ​ຣິດອຳນາດ​ຍິ່ງ ບໍ່ມີ​ມະນຸດ​ຄົນໃດ​ສູ້​ຄະດີ​ກັບ​ພຣະອົງ​ໄດ້​ດອກ.</verse>
				<verse number="5">ພຣະອົງ​ບໍ່ໄດ້​ເຕືອນ​ກ່ອນ​ເມື່ອ​ຊົງ​ຍົກຍ້າຍ​ພູເຂົາ, ພຣະອົງ​ທຳລາຍ​ພູຜາ​ໃນ​ຄວາມ​ໂກດຮ້າຍ.</verse>
				<verse number="6">ພຣະອົງ​ໃຫ້​ໂລກ​ໄຫວຫວັ່ນ​ທັງ​ພື້ນດິນ​ສະເທືອນ ແລະ​ໂງ່ນຫີນ​ທີ່​ອູ້ມຊູ​ໂລກ​ກໍ​ຄອນແຄນ​ດ້ວຍ.</verse>
				<verse number="7">ພຣະອົງ​ດຶງ​ຕາເວັນ​ໄວ້​ໄດ້​ບໍ່​ໃຫ້​ມັນ​ຂຶ້ນ​ມາ ແລະ​ໝູ່​ດວງດາວ​ບໍ່​ໃຫ້​ສ່ອງແສງ​ຮຸ່ງ​ແຈ້ງ.</verse>
				<verse number="8">ບໍ່ມີ​ຜູ້ໃດ​ຊ່ວຍ​ພຣະເຈົ້າ​ຄຶງ​ຟ້າ​ສະຫວັນ​ອອກ ຫລື​ຢຽບຢໍ່າ​ມັງກອນ​ກັບຄືນ​ສູ່​ທະເລ​ໄດ້.</verse>
				<verse number="9">ພຣະເຈົ້າ​ແຂວນ​ດວງດາວ​ໃຫ້​ສ່ອງແສງ: ດາວ​ແຂ້ ດາວ​ໄຖ ດາວ​ລູກໄກ່ ແລະ​ດາວ​ທິດໃຕ້.</verse>
				<verse number="10">ພວກເຮົາ​ເຂົ້າໃຈ​ບໍ່ໄດ້​ສິ່ງ​ຍິ່ງໃຫຍ່​ທີ່​ຊົງ​ກະທຳ ແລະ​ການ​ອັດສະຈັນ​ອັນ​ບໍ່ມີ​ທີ່​ສິ້ນສຸດ​ເປັນໄດ້.</verse>
				<verse number="11">ຖ້າ​ພຣະເຈົ້າ​ກາຍໄປ​ໃກ້ໆ ເຮົາ​ກໍ​ບໍ່​ເຫັນ​ພຣະອົງ ຖ້າ​ພຣະອົງ​ມາ​ຈົນ​ຈຸ ເຮົາ​ກໍ​ແນມເຫັນ​ພຣະອົງ​ບໍ່ໄດ້.</verse>
				<verse number="12">ພຣະອົງ​ເອົາ​ສິ່ງ​ທີ່​ຊົງ​ຢາກໄດ້ ຜູ້ໃດ​ຢຸດຢັ້ງ​ໄດ້ນໍ; ບໍ່ມີ​ຜູ້ໃດ​ກ້າ​ຖາມ​ວ່າ, ‘ກຳລັງ​ເຮັດ​ຫຍັງ?’</verse>
				<verse number="13">ພຣະເຈົ້າ​ບໍ່​ຢຸດຢັ້ງ​ໃນ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ຜູ້​ທີ່​ຍິນດີ​ໃນ​ຄວາມ​ຈອງຫອງ​ຈະ​ຖືກ​ປາບລົງ</verse>
				<verse number="14">ດັ່ງນັ້ນ ຂ້ອຍ​ຈະ​ຫາ​ຄຳຕອບ​ພຣະອົງ​ໄດ້​ຢ່າງໃດ? ຈະ​ເອົາ​ຄຳ​ໂຕ້ຖຽງ​ຫຍັງ​ມາ​ຕໍ່ສູ້​ພຣະອົງ​ໄດ້.</verse>
				<verse number="15">ສິ່ງ​ທີ່​ຂ້ອຍ​ພໍເຮັດໄດ້​ເຖິງ​ແມ່ນ​ບໍ່ມີ​ຄວາມຜິດ ຄື​ຂໍ​ຄວາມ​ເມດຕາ​ຈາກ​ພຣະເຈົ້າ​ຜູ້​ພິພາກສາ​ຂ້ອຍ.</verse>
				<verse number="16">ເຖິງ​ແມ່ນ​ວ່າ​ຖ້າ​ພຣະອົງ​ປ່ອຍ​ໃຫ້​ຂ້ອຍ​ເວົ້າຈາ ຂ້ອຍ​ບໍ່​ເຊື່ອ​ວ່າ​ພຣະອົງ​ຈະ​ຟັງ​ຄຳຮ້ອງຂໍ​ຂອງຂ້ອຍ.</verse>
				<verse number="17">ພຣະອົງ​ໃຊ້​ພະຍຸ​ມາ​ທຸບຕີ​ຂ້ອຍ​ໃຫ້​ເຈັບຊໍ້າ​ທັງຕົວ ໂດຍ​ປາສະຈາກ​ເຫດຜົນ​ໃດໆ​ທັງນັ້ນ.</verse>
				<verse number="18">ພຣະອົງ​ບໍ່​ປ່ອຍ​ຂ້ອຍ ແມ່ນແຕ່​ໃຫ້​ໄດ້​ຫາຍໃຈ, ໃຫ້​ຊີວິດ​ຂ້ອຍ​ເຕັມ​ແຕ່​ຄວາມ​ລະທົມ​ຂົມຂື່ນ.</verse>
				<verse number="19">ຂ້ອຍ​ຈະ​ລອງ​ໃຊ້​ກຳລັງ​ກັບ​ພຣະເຈົ້າ​ຊັ້ນບໍ? ຜູ້ໃດ​ນໍ ຈະ​ຊອກ​ຫາ​ບັງຄັບ​ພຣະອົງ​ໄດ້? ຂ້ອຍ​ຈະ​ນຳ​ພຣະອົງ​ຂຶ້ນ​ສານ​ສູ້​ຄວາມ​ກັນ​ບໍ່​ໄດ້ຕີ້? ຜູ້ໃດ​ແດ່​ຊອກ​ນຳ​ພຣະອົງ​ໃຫ້​ໄປ​ຂຶ້ນ​ສານ​ໄດ້?</verse>
				<verse number="20">ຂ້ອຍ​ບໍຣິສຸດ​ແລະ​ສັດຊື່ ແຕ່​ຄຳເວົ້າ​ຂອງຂ້ອຍ​ຄື​ມີ​ຄວາມຜິດ ທຸກໆສິ່ງ​ທີ່​ຂ້ອຍ​ເວົ້າ ກໍ​ປາກົດ​ວ່າ​ປະນາມ​ຂ້ອຍ.</verse>
				<verse number="21">ຂ້ອຍ​ບໍ່​ຜິດ​ແທ້, ສະນັ້ນ ຂ້ອຍ​ຈຶ່ງ​ບໍ່​ຫ່ວງຫຍັງ ຂ້ອຍ​ເບື່ອໜ່າຍ​ຊີວິດ​ຂ້ອຍເອງ.</verse>
				<verse number="22">ເປັນ​ຜູ້ຜິດ​ຫລື​ຜູ້ຖືກ ມັນ​ກໍ​ບໍ່​ສຳຄັນ​ຫຍັງ ເຖິງຢ່າງໃດ​ພຣະເຈົ້າ​ກໍ​ຈະ​ທຳລາຍ​ຖິ້ມ.</verse>
				<verse number="23">ເມື່ອ​ຄວາມຕາຍ​ມາ​ເຖິງ​ຄົນ​ທີ່​ບໍ່ມີ​ຄວາມຜິດ ພຣະອົງ​ກໍ​ຊົງ​ຫົວ​ເຢາະເຢີ້ຍ​ໃສ່​ເຂົາ.</verse>
				<verse number="24">ພຣະເຈົ້າ​ມອບ​ໂລກນີ້​ໃຫ້​ແກ່​ຄົນຊົ່ວ​ປົກຄອງ ແລະ​ເຮັດ​ໃຫ້​ຜູ້​ຕັດສິນ​ຄວາມ​ຕາບອດ​ໝົດ​ແລ້ວ. ຖ້າ​ບໍ່ແມ່ນ​ພຣະອົງ​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ ແມ່ນ​ຜູ້ໃດ​ເດນໍ​ທີ່​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້.</verse>
				<verse number="25">ວັນ​ຂອງຂ້ອຍ​ຜ່ານ​ໄປ​ໄວ ດັ່ງ​ນັກ​ແລ່ນແຂ່ງ ຜ່ານ​ໄປແຮງ​ຢ່າງ​ນັ້ນ​ຫາ​ອັນດີ​ໄວ້​ບໍ່ມີ​ເລີຍ.</verse>
				<verse number="26">ຊີວິດ​ຂ້ອຍ​ຜ່ານ​ໄປ​ໄວ ດັ່ງ​ຖືກ​ລົມ​ພັດ​ເຮືອໃບ ໄວກວ່າ​ນົກອິນຊີ​ເຈີດ​ລົງ​ຂຸບ​ກິນ​ກະຕ່າຍ.</verse>
				<verse number="27">ຂ້ອຍ​ຄິດ​ວ່າ​ເມື່ອ​ຂ້ອຍ​ຍິ້ມຫົວ​ໄດ້​ກໍ​ເປັນ​ສິ່ງ​ທີ່​ດີ ນັ້ນ​ຄື​ວິທີ​ຊອກຫາ​ລືມໄລ​ຄວາມ​ເຈັບປວດ;</verse>
				<verse number="28">ຂ້ອຍ​ຕົກໃຈ​ຢ້ານ​ຕໍ່​ຄວາມທຸກ​ທັງໝົດ​ຂອງຂ້ອຍ ເພາະ​ຂ້ອຍ​ຮູ້​ວ່າ​ພຣະອົງ​ຈະ​ຈົດຈຳ​ວ່າ​ຂ້ອຍ​ເປັນ​ຄົນຜິດ.</verse>
				<verse number="29">ຖ້າ​ວ່າ​ຂ້ອຍ​ນີ້​ຄື​ຄົນຜິດ​ສຳລັບ​ພຣະອົງ ເປັນຫຍັງ​ຈຶ່ງ​ຕ້ອງ​ມາ​ລົບກວນ​ຂ້ອຍ​ຢ່າງນີ້?</verse>
				<verse number="30">ເຖິງ​ແມ່ນ​ຂ້ອຍ​ລ້າງ​ຕົນເອງ​ດ້ວຍ​ສະບູ ຫລື​ຊຳລະລ້າງ​ຕົນ​ຈາກ​ການບາບ.</verse>
				<verse number="31">ພຣະເຈົ້າ​ກໍ​ຈະ​ໂຍນ​ຂ້ອຍ​ໃສ່​ໃນ​ຫລຸມ​ຂີ້ຕົມ, ເສື້ອຜ້າ​ຂ້ອຍເອງ​ກໍ​ອັບອາຍ​ຕົນຕົວ​ຂ້ອຍ.</verse>
				<verse number="32">ຖ້າ​ພຣະເຈົ້າ​ເປັນ​ມະນຸດ ຂ້ອຍ​ອາດ​ຕອບ​ພຣະອົງ ແລະ​ພາກັນ​ໄປ​ສູ້​ຄວາມ ຢູ່​ສານ​ຕັດສິນ​ໄດ້.</verse>
				<verse number="33">ແຕ່​ອັນ​ນີ້​ບໍ່ມີ​ຜູ້ໃດ​ກ້າ​ເປັນ​ຄົນກາງ​ໃຫ້​ພວກເຮົາ ບໍ່ມີ​ຜູ້ໃດ​ຕັດສິນ​ຄວາມ​ໃຫ້​ຂ້ອຍ​ກັບ​ພຣະເຈົ້າ​ໄດ້.</verse>
				<verse number="34">ຂ້າແດ່​ພຣະເຈົ້າ ຂໍໂຜດ​ຢຸດ​ລົງໂທດ​ຂ້ານ້ອຍ​ສາ ເອົາ​ຄວາມຢ້ານ​ໃຫຍ່​ໄປ​ຈາກ​ຂ້ານ້ອຍ​ສາ</verse>
				<verse number="35">ຂ້ານ້ອຍ​ບໍ່​ຢ້ານ​ທີ່​ຈະ​ເວົ້າ​ຢູ່​ຢ່າງນີ້​ອີກ​ຕໍ່ໄປ ເພາະ​ຂ້ານ້ອຍ​ຮູ້​ຈິດໃຈ​ຂອງຕົນເອງ​ດີ​ຢູ່​ແລ້ວ.</verse>
			</chapter>
			<chapter number="10">
				<verse number="1">ຂ້ານ້ອຍ​ເບື່ອໜ່າຍ​ຊີວິດ​ຂອງຕົນເອງ ໂຜດ​ຟັງ​ຄຳຈົ່ມ​ອັນ​ຂົມຂື່ນ​ແດ່ທ້ອນ.</verse>
				<verse number="2">ຂ້າແດ່​ພຣະເຈົ້າ ຂໍ​ຢ່າ​ກ່າວ​ປະນາມ​ຂ້ານ້ອຍ​ເລີຍ ຂໍ​ບອກ​ແດ່​ວ່າ ແມ່ນ​ເລື່ອງ​ຫຍັງ​ທີ່​ຊົງ​ກ່າວຟ້ອງ?</verse>
				<verse number="3">ເປັນ​ການ​ຖືກຕ້ອງ​ແລ້ວ​ຫລື ທີ່​ພຣະອົງ​ໂກດຮ້າຍ​ເຊັ່ນນີ້? ຄື​ດູໝິ່ນ​ນິນທາ ຜູ້​ທີ່​ພຣະອົງ​ໄດ້​ສ້າງ​ຂຶ້ນ​ມາ​ນັ້ນ? ແຕ່​ຊົງ​ຫົວເລາະ​ພໍໃຈ ກັບ​ແຜນການ​ທັງຫລາຍ​ຂອງ​ຄົນຊົ່ວຮ້າຍ?</verse>
				<verse number="4">ພຣະອົງ​ເບິ່ງ​ສິ່ງ​ທັງປວງ​ນີ້​ດັ່ງ​ມະນຸດ​ເບິ່ງ​ບໍ? ຊີວິດ​ພຣະອົງ​ສັ້ນ​ຄື​ຊີວິດ​ມະນຸດ​ເມື່ອໃດ​ແດ່?</verse>
				<verse number="5"></verse>
				<verse number="6">ເປັນຫຍັງ​ຈຶ່ງ​ຄົ້ນຫາ​ການບາບ​ຂອງ​ຂ້ານ້ອຍ ແລະ​ຄອຍ​ຈັບ​ຜິດ​ທຸກໆ​ແນວ​ຂອງ​ຂ້ານ້ອຍ​ນັ້ນ?</verse>
				<verse number="7">ພຣະອົງ​ຮູ້​ດີ​ວ່າ​ຂ້ານ້ອຍ​ບໍ່ມີ​ຄວາມ​ຜິດ​ຫຍັງ​ໝົດ ບໍ່ມີ​ຜູ້ໃດ​ຊ່ວຍ​ຂ້ານ້ອຍ​ໃຫ້​ຫວິດ​ຈາກ​ພຣະອົງ​ໄດ້.</verse>
				<verse number="8">ມື​ພຣະອົງ​ຫລໍ່ຫລອມ​ຂ້ານ້ອຍ​ແລະ​ສ້າງ​ຂຶ້ນ​ມາ ບັດນີ້ ມື​ອັນ​ດຽວກັນ​ນີ້​ກຳລັງ​ທຳລາຍ​ຂ້ານ້ອຍ​ຖິ້ມ.</verse>
				<verse number="9">ຈົ່ງ​ຈົດຈຳ​ວ່າ​ພຣະອົງ​ສ້າງ​ຂ້ານ້ອຍ​ແຕ່​ດິນ​ໜຽວ ພຣະອົງ​ຂ້ຽວ​ຢຽບ​ຂ້ານ້ອຍ​ໃຫ້​ເປັນ​ຂີ້ຝຸ່ນ​ດິນ​ອີກ​ຫລືນີ້?</verse>
				<verse number="10">ພຣະອົງ​ໃຫ້​ເຫື່ອແຮງ​ແກ່​ພໍ່​ຂອງ​ຂ້ານ້ອຍ ເພື່ອ​ໃຫ້​ຂ້ານ້ອຍ​ໄດ້​ເກີດ​ມາ​ເພາະ​ເພິ່ນ; ພຣະອົງ​ໃຫ້​ຂ້ານ້ອຍ​ໄດ້​ໃຫຍ່​ຂຶ້ນ​ມາ ໃນ​ທ້ອງ​ມານດາ​ຂອງ​ຂ້ານ້ອຍ​ນັ້ນ.</verse>
				<verse number="11">ພຣະອົງ​ຫລໍ່ຕົວ​ຂ້ານ້ອຍ​ດ້ວຍ​ກະດູກ​ແລະ​ເອັນ ແລະ​ຫຸ້ມຫໍ່​ທັງສອງ​ດ້ວຍ​ໜັງ​ແລະ​ກ້ອນຊີ້ນ.</verse>
				<verse number="12">ພຣະອົງ​ໄດ້​ໃຫ້​ຊີວິດ​ແລະ​ຄວາມຮັກ​ອັນ​ໝັ້ນຄົງ ໃຫ້​ຂ້ານ້ອຍ​ມີ​ຊີວິດ​ຍືນຍົງ​ມາເຖິງ​ປານນີ້.</verse>
				<verse number="13">ແຕ່​ບັດນີ້ ຂ້ານ້ອຍ​ຮູ້​ຕະຫລອດ​ເວລາ​ທີ່​ຜ່ານ​ມາ ພຣະອົງ​ວາງແຜນ​ລັບ ດັບ​ຊີວາ​ຂ້ານ້ອຍ​ຖິ້ມ.</verse>
				<verse number="14">ພຣະອົງ​ລໍ​ເບິ່ງ​ການບາບ​ທີ່​ຂ້ານ້ອຍ​ກະທຳ ເພື່ອ​ວ່າ​ພຣະອົງ​ຈະ​ບໍ່​ໃຫ້​ອະໄພ​ການບາບ​ນັ້ນ.</verse>
				<verse number="15">ເມື່ອໃດ​ທີ່​ເຮັດ​ບາບ​ຕໍ່​ພຣະອົງ ເມື່ອນັ້ນ​ກໍ​ເດືອດຮ້ອນ​ທັນທີ ແຕ່​ເມື່ອ​ເຮັດ​ຖືກ​ພັດ​ບໍ່ໄດ້​ຮັບ​ກຽດ​ຊໍ້າ. ສຳລັບ​ຂ້ານ້ອຍ​ນັ້ນ ຈຶ່ງ​ມີ​ແຕ່​ຄວາມ​ອັບອາຍ ວຸ້ນວາຍ​ຢູ່​ກັບ​ຄວາມ​ທຸກໃຈ​ຂອງ​ຂ້ານ້ອຍ​ເລື້ອຍໆ.</verse>
				<verse number="16">ພຣະອົງ​ບໍ່​ປ່ອຍ​ໃຫ້​ຂ້ານ້ອຍ​ສຳເລັດຜົນ​ໃດໆ ພໍ​ແຕ່​ໂປໂລ​ຫົວ​ຂຶ້ນ​ມາ ພຣະອົງ​ກໍ​ຂົ່ມ​ຫົວ​ລົງ​ໂລດ. ເພື່ອ​ໃຫ້​ເຈັບປວດ ຊົງ​ຕາມລ່າ​ຂ້ານ້ອຍ​ດັ່ງ​ສິງໂຕ ແລະ​ເຮັດ​ການ​ອັດສະຈັນ​ຕໍ່ສູ້​ຂ້ານ້ອຍ​ດ້ວຍ.</verse>
				<verse number="17">ພຣະອົງ​ມີ​ຫຼັກຖານ​ຕໍ່ສູ້​ຂ້ານ້ອຍ​ຢູ່​ສະເໝີ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ທະວີ​ເລື້ອຍໆ; ເພື່ອ​ຕໍ່ສູ້​ຂ້ານ້ອຍ ພຣະອົງ​ວາງ​ແຜນການ​ຢູ່​ສະເໝີ ພ້ອມ​ທີ່​ຈະ​ບຸກ​ເຂົ້າ​ໂຈມຕີ​ຂ້ານ້ອຍ​ເທື່ອໃໝ່.</verse>
				<verse number="18">ຂ້າແດ່​ພຣະເຈົ້າ ເປັນຫຍັງ​ຈຶ່ງ​ໃຫ້​ຂ້ານ້ອຍ​ເກີດ​ມາ? ຂ້ານ້ອຍ​ຄວນ​ຕາຍ​ກ່ອນ​ທີ່​ບໍ່ມີ​ຜູ້ໃດ​ເຫັນ​ຂ້ານ້ອຍ​ພຸ້ນ.</verse>
				<verse number="19">ຄື​ອອກ​ແຕ່​ທ້ອງ​ແມ່​ເລີຍ​ໄປ​ສູ່​ຂຸມຝັງສົບ ຄົງ​ຈະ​ເປັນ​ການດີ​ທີ່​ບໍ່ໄດ້​ມີ​ຊີວິດ​ຢູ່​ຢ່າງນີ້.</verse>
				<verse number="20">ບັດນີ້ ການ​ທີ່​ມີ​ຊີວິດ​ຢູ່​ນັ້ນ ມັນ​ສັ້ນ​ເຫຼືອ​ເກີນ ໃຫ້​ຂ້ານ້ອຍ​ດີໃຈ​ກັບ​ເວລາ​ທີ່​ຍັງເຫລືອ​ຢູ່ແດ່</verse>
				<verse number="21">ຂ້ານ້ອຍ​ຈະ​ຈາກ​ໄປ​ໃນ​ບໍ່​ຊ້າ​ນີ້ ແລະ​ຈະ​ບໍ່​ກັບຄືນ​ມາ ສູ່​ດິນແດນ​ອັນ​ມືດມົວ​ແລະ​ເສົ້າໂສກ</verse>
				<verse number="22">ດິນແດນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມມືດ​ແລະ​ຄວາມຕາຍ, ບໍ່ມີ​ລະບົບ​ລະບຽບ ເພາະ​ທີ່ນັ້ນ​ແຫລະ ຄວາມ​ສະຫວ່າງ​ເປັນ​ເໝືອນ​ດັ່ງ​ຄວາມ​ມືດຕຶບ.”</verse>
			</chapter>
			<chapter number="11">
				<verse number="1">“ຈະ​ບໍ່ມີ​ຜູ້ໃດ​ຕອບ​ຄຳເວົ້າ​ອັນ​ໄຮ້ປະໂຫຍດ​ນີ້​ບໍ? ຄົນ​ທີ່​ເວົ້າ​ຫລາຍ​ຈະ​ນັບ​ວ່າ​ຖືກຕ້ອງ​ບໍ່​ຫ່ອນໄດ້?</verse>
				<verse number="2"></verse>
				<verse number="3">ໂຢບ​ເອີຍ ເຈົ້າ​ຄິດ​ວ່າ ພວກເຮົາ​ຕອບ​ເຈົ້າ​ບໍ່ໄດ້​ຊັ້ນບໍ? ຄຳ​ທີ່​ເຈົ້າ​ເວົ້າ​ຫຍໍ້ຫຍັນ ເຮັດ​ໃຫ້​ພວກເຮົາ​ເວົ້າ​ຫຍັງ​ບໍ່ໄດ້​ບໍ?</verse>
				<verse number="4">ເຈົ້າ​ອ້າງ​ວ່າ, ‘ສິ່ງ​ທີ່​ຂ້ອຍ​ເວົ້າ​ລ້ວນແຕ່​ເປັນ​ຄວາມຈິງ’; ເຈົ້າ​ອ້າງ​ວ່າ, ‘ຂ້ອຍ​ບໍຣິສຸດ​ຕໍ່ສາຍຕາ​ຂອງ​ພຣະເຈົ້າ.’</verse>
				<verse number="5">ຂ້ອຍ​ຢາກ​ໃຫ້​ພຣະເຈົ້າ​ຕອບ​ເຈົ້າ​ຫລາຍ​ສໍ່າໃດ ພຣະອົງ​ຈະ​ໄດ້​ບອກ​ເຖິງ​ປັນຍາ​ຫລາຍຢ່າງ​ກໍໄດ້; ມີ​ຫລາຍ​ສິ່ງ​ເລິກໂພດ​ສຳລັບ​ມະນຸດ​ທີ່​ຈະ​ເຂົ້າໃຈ ພຣະເຈົ້າ​ລົງໂທດ​ໜ້ອຍກວ່າ​ທີ່​ເຈົ້າ​ຄວນ​ຈະ​ໄດ້​ຮັບ.</verse>
				<verse number="6"></verse>
				<verse number="7">ເຈົ້າ​ຢັ່ງຮູ້​ເຖິງ​ຂອບເຂດ​ແລະ​ຄວາມ​ຈຳກັດ ຄວາມ​ຍິ່ງໃຫຍ່​ແລະ​ຣິດອຳນາດ​ຂອງ​ພຣະເຈົ້າ​ໄດ້​ຫລື​ບໍ່?</verse>
				<verse number="8">ທ້ອງຟ້າ​ມີ​ຂອບເຂດ​ເມື່ອໃດ​ສຳລັບ​ພຣະເຈົ້າ​ນໍ? ມັນ​ກວ້າງໄກ​ເກີນກວ່າ​ເຈົ້າ​ຈະ​ຢື້​ເຖິງ​ໄດ້. ພຣະເຈົ້າ​ຮູ້​ທຸກສິ່ງ​ໃນ​ໂລກ​ແຫ່ງ​ຄວາມຕາຍ ແຕ່​ສຳລັບ​ເຈົ້າ​ບໍ່​ອາດ​ຮູ້ເຖິງ​ມັນ​ໄດ້.</verse>
				<verse number="9">ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ໃຫຍ່​ກວ່າ​ໂລກາ ກວ້າງຂວາງ​ກວ່າ​ທ້ອງ​ມະຫາສະໝຸດ​ເລິກ.</verse>
				<verse number="10">ຖ້າ​ພຣະເຈົ້າ​ຈັບ​ເຈົ້າ ແລະ​ນຳ​ເຈົ້າ​ຂຶ້ນ​ສານ ຜູ້ໃດ​ຈະ​ກ້າ​ຂັດຂວາງ​ພຣະອົງ​ໄດ້?</verse>
				<verse number="11">ພຣະເຈົ້າ​ຮູ້​ວ່າ​ມະນຸດ​ບໍ່ມີ​ຄຸນຄ່າ; ພຣະອົງ​ເຫັນ​ທຸກ​ການ​ກະທຳ​ຊົ່ວ​ຂອງ​ພວກ​ເຂົາເຈົ້າ.</verse>
				<verse number="12">ຄົນໂງ່​ເລີ່ມ​ຈະ​ມີ​ປັນຍາ​ໄດ້​ກໍ​ຕໍ່​ເມື່ອ​ໂຕ​ລໍປ່າ ຖືກ​ຄົນ​ນຳ​ມັນ​ມາ​ຝຶກຫັດ​ໃຫ້​ຮູ້ຄວາມ​ໄດ້.</verse>
				<verse number="13">ໂຢບ​ເອີຍ ຈົ່ງ​ມີ​ຈິດໃຈ​ຖືກຕ້ອງ ແລະ​ໃຫ້​ເຈົ້າ​ສະແຫວງ​ຫາ​ພຣະເຈົ້າ​ສາ</verse>
				<verse number="14">ຈົ່ງ​ກຳຈັດ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ຄວາມຜິດ​ອອກ​ຈາກ​ເຮືອນ​ຂອງເຈົ້າ.</verse>
				<verse number="15">ແລ້ວ​ຈົ່ງ​ປະເຊີນ​ໜ້າ​ກັບ​ໂລກ​ອີກຄັ້ງ ຢ່າງ​ໜັກແໜ້ນ​ໝັ້ນຄົງ ແລະ​ກ້າຫານ.</verse>
				<verse number="16">ແລ້ວ​ຄວາມທຸກ​ລຳບາກ​ກໍ​ຈະ​ຫາຍ​ໄປ​ໝົດ ດັ່ງ​ນໍ້າ​ຖ້ວມ​ທີ່​ບົກລົງ ແລະ​ບໍ່ມີ​ຜູ້ໃດ​ຈົດຈຳ​ອີກ.</verse>
				<verse number="17">ຊີວິດ​ເຈົ້າ​ຈະ​ສົດຊື່ນ​ກວ່າ​ແສງ​ຕາເວັນ ແລະ​ຊີວິດ​ອັນ​ມືດດຳ​ກໍ​ຈະ​ເປັນ​ດັ່ງ​ຮຸ່ງອາລຸນ​ຍາມ​ເຊົ້າ.</verse>
				<verse number="18">ພຣະເຈົ້າ​ຈະ​ປົກປັກ​ຮັກສາ ແລະ​ໃຫ້​ເຈົ້າ​ໄດ້​ພັກຜ່ອນ ເຈົ້າ​ຈະ​ຢູ່​ຢ່າງ​ປອດໄພ​ໄດ້ ແລະ​ເຕັມ​ໄປ​ດ້ວຍ​ຄວາມຫວັງ.</verse>
				<verse number="19">ເຈົ້າ​ກໍ​ບໍ່​ຕ້ອງ​ຢ້ານ​ເຫຼົ່າ​ສັດຕູ​ອີກ​ຕໍ່ໄປ; ແລະ​ຈະ​ມີ​ຫລາຍ​ຄົນ​ໃຫ້​ຄວາມ​ຊ່ວຍເຫລືອ​ເຈົ້າ.</verse>
				<verse number="20">ສ່ວນ​ຄົນຊົ່ວຊ້າ​ນັ້ນ ຈະ​ແນມຫາ​ຜູ້​ຊ່ວຍຊູ ຜູ້​ທີ່​ພວກເຂົາ​ຫວັງ​ອາໄສ ກໍ​ຈະ​ເຮັດ​ໃຫ້​ຜິດຫວັງ​ເທົ່ານັ້ນ ແລະ​ທາງ​ທີ່​ຈະ​ຫລີກ​ໜີ​ຈາກ​ໂພຍໄພ​ກໍ​ຈະ​ບໍ່ມີ; ຄວາມຫວັງ​ຢ່າງດຽວ​ຂອງ​ພວກເຂົາ​ກໍ​ຄື​ຕາຍ​ເທົ່ານັ້ນ.”</verse>
			</chapter>
			<chapter number="12">
				<verse number="1">“ແມ່ນແລ້ວ ພວກເຈົ້າ​ຄື​ສຽງ​ຂອງ​ປະຊາຊົນ. ເມື່ອ​ພວກເຈົ້າ​ຕາຍ​ປັນຍາ​ກໍ​ຈະ​ຕາຍ​ກັບ​ພວກເຈົ້າ.</verse>
				<verse number="2"></verse>
				<verse number="3">ແຕ່​ຂ້ອຍ​ນີ້​ກໍ​ຮູ້ຈັກ​ຄິດ​ດັ່ງ​ພວກເຈົ້າ​ຄືກັນ ຂ້ອຍ​ກໍ​ບໍ່ມີ​ທາງ​ທີ່​ຈະ​ອ່ອນແຕ້ມ​ໃຫ້​ພວກເຈົ້າ; ສິ່ງ​ທັງໝົດ​ທີ່​ພວກເຈົ້າ​ໄດ້​ພາກັນ​ເວົ້າ​ມາ ໃຜໆ​ກໍ​ຮູ້ຈັກ​ກັນ​ດີ​ທັງໝົດ​ສາ​ແລ້ວ.</verse>
				<verse number="4">ແມ່ນ​ວ່າ​ໝູ່ຄູ່​ເຍາະເຍີ້ຍ​ຂ້ອຍ​ເວລາ​ນີ້​ກໍຕາມ ຫົວ​ຫຍໍ້ຫຍັນ​ແມ່ນ​ວ່າ​ຂ້ອຍ​ເປັນ​ຜູ້​ຖືກຕ້ອງ; ທັງໆ​ທີ່​ຂ້ອຍ​ນີ້​ບໍ່ມີ​ຂໍ້​ຕຳໜິ​ຫຍັງ​ໝົດ ແຕ່​ຄົງ​ມີ​ເວລາ​ທີ່​ພຣະເຈົ້າ​ຈະ​ຕອບ ຄຳ​ພາວັນນາ​ອະທິຖານ​ຂອງຂ້ອຍ.</verse>
				<verse number="5">ພວກເຈົ້າ​ບໍ່ໄດ້​ທົນທຸກ​ແຕ່​ກໍ​ຫົວຂວັນ​ໃສ່​ຂ້ອຍ​ນໍ, ພວກເຈົ້າ​ຕ່ອຍ​ຕົບຕີ​ຄົນ​ທີ່​ໃກ້​ຈະ​ລົ້ມ​ຢູ່​ແລ້ວ.</verse>
				<verse number="6">ແຕ່​ຄົນ​ຂີ້ລັກ ແລະ​ບໍ່ມີ​ພຣະເຈົ້າ​ກໍ​ຍັງ​ມີ​ສັນຕິສຸກ, ແມ່ນ​ວ່າ​ພະ​ຂອງ​ເຂົາ​ຄື​ກຳລັງ​ຂອງ​ເຂົາເອງ.</verse>
				<verse number="7">ແມ່ນແຕ່​ຝູງນົກ​ແລະ​ຝູງສັດ ກໍ​ຍັງ​ສາມາດ​ສອນ​ພວກເຈົ້າ​ໄດ້​ຫລາຍຢ່າງ;</verse>
				<verse number="8">ຈົ່ງ​ຖາມ​ສັດ​ທີ່​ເທິງ​ໂລກ​ແລະ​ສັດ​ໃນ​ທະເລ ເຖິງ​ປັນຍາ​ຊຶ່ງ​ສັດ​ເຫຼົ່ານັ້ນ​ມີແດ່.</verse>
				<verse number="9">ສັດ​ເຫຼົ່ານັ້ນ​ທັງໝົດ​ຕ່າງ​ກໍ​ຮູ້​ເຖິງ​ຄວາມຈິງ ວ່າ​ພຣະເຈົ້າຢາເວ​ໄດ້​ສ້າງ​ພວກເຂົາ​ມາ​ທັງສິ້ນ.</verse>
				<verse number="10">ແມ່ນ​ມື​ຂອງ​ພຣະອົງ​ທີ່​ຊີ້ນຳ​ສັບພະທຸກສິ່ງ​ທີ່​ສ້າງ​ມາ ຊີວິດ​ຂອງ​ທຸກໆຄົນ​ຢູ່​ໃນ​ຣິດອຳນາດ​ຂອງ​ພຣະອົງ.</verse>
				<verse number="11">ແຕ່​ດັ່ງ​ລີ້ນ​ພວກເຈົ້າ​ມັກ​ຊີມ​ຣົດ​ອາຫານ​ສັນໃດ ຫູ​ພວກເຈົ້າ​ກໍ​ຄັນ​ມັກ​ຟັງ​ຄຳ​ຄົນ​ເວົ້າ​ສັນນັ້ນ.</verse>
				<verse number="12">ຄົນ​ເຖົ້າແກ່​ແລ້ວ ກໍ​ຖື​ວ່າ​ມີ​ປັນຍາ ແຕ່​ພຣະເຈົ້າ​ມີ​ທັງ​ສະຕິປັນຍາ​ແລະ​ຣິດເດດ. ຄົນ​ເຖົ້າແກ່​ແລ້ວ ກໍ​ຖື​ວ່າ​ມີ​ຄວາມ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ ແຕ່​ພຣະເຈົ້າ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ​ດີ ແລະ​ທັງ​ມີ​ຣິດເດດ​ທີ່​ກະທຳການ​ໄດ້.</verse>
				<verse number="13"></verse>
				<verse number="14">ເມື່ອ​ພຣະອົງ​ມ້າງລົງ​ແລ້ວ ມີ​ຜູ້ໃດ​ເດ​ຈະ​ກໍ່​ຂຶ້ນ​ໃໝ່​ໄດ້​ແດ່? ແລະ​ຜູ້​ທີ່​ພຣະອົງ​ຄຸມຂັງ ໃຜ​ຈະ​ປົດປ່ອຍ​ໄດ້?</verse>
				<verse number="15">ເມື່ອ​ພຣະອົງ​ກັກ​ຝົນ ຄວາມ​ແຫ້ງ​ແລ້ງ​ກໍ​ມີ​ຂຶ້ນ; ເມື່ອ​ພຣະອົງ​ໃຫ້​ຝົນ​ລິນຫລັ່ງ ນໍ້າ​ຖ້ວມ​ກໍ​ມາ​ເຖິງ.</verse>
				<verse number="16">ພຣະອົງ​ເຂັ້ມແຂງ​ແລະ​ໄຊຊະນະ​ສະເໝີໄປ ຜູ້​ຖືກ​ລໍ້ລວງ ແລະ​ຜູ້​ຫລອກລວງ​ກໍ​ຢູ່​ໃນ​ພຣະອົງ.</verse>
				<verse number="17">ພຣະອົງ​ເອົາ​ປັນຍາ​ໄປ​ຈາກ​ພວກ​ຜູ້ປົກຄອງ ແລະ​ໃຫ້​ພວກ​ຜູ້ນຳ​ເຮັດ​ເໝືອນ​ຄົນໂງ່ຈ້າ.</verse>
				<verse number="18">ພຣະອົງ​ປົດ​ບັນດາ​ກະສັດ​ລົງ​ຈາກ​ບັນລັງ ແລະ​ເຮັດ​ໃຫ້​ພວກເຂົາ​ຕົກເປັນ​ຊະເລີຍ​ທັງນັ້ນ;</verse>
				<verse number="19">ພຣະອົງ​ເຮັດ​ໃຫ້​ພວກ​ປະໂຣຫິດ​ຍ່າງ​ໄປ​ຕີນ​ເປົ່າ ແລະ​ໂຄ່ນລົ້ມ​ຜູ້​ມີ​ອຳນາດ​ລົງ​ໃນ​ທັນທີ.</verse>
				<verse number="20">ພຣະອົງ​ເຮັດ​ໃຫ້​ຄຳເວົ້າ​ຈາກ​ປາກ​ຂອງ​ຜູ້​ໃຫ້​ຄຳ​ປຶກສາ​ມິດງຽບ​ໄປ ແລະ​ເຮັດ​ໃຫ້​ສະຕິປັນຍາ​ໜີໄປ​ຈາກ​ຊາຍ​ຊະຣາ​ດ້ວຍ.</verse>
				<verse number="21">ພຣະອົງ​ເຮັດ​ໃຫ້​ຜູ້​ມີ​ອຳນາດ​ໄດ້​ຮັບ​ຄວາມ​ອັບອາຍ ແລະ​ເຮັດ​ໃຫ້​ພວກ​ນັກປົກຄອງ​ໝົດ​ກຳລັງ​ໄປສິ້ນ.</verse>
				<verse number="22">ພຣະອົງ​ເຮັດ​ໃຫ້​ແສງແຈ້ງ​ສ່ອງ​ໃນ​ບ່ອນ​ມືດມົນ ແລະ​ບ່ອນ​ທີ່​ມີ​ຄວາມຕາຍ​ໄດ້​ຮັບ​ຊີວິດ.</verse>
				<verse number="23">ພຣະອົງ​ເຮັດ​ໃຫ້​ຊົນຊາດ​ເຂັ້ມແຂງ​ແລະ​ຍິ່ງໃຫຍ່ ແຕ່​ເຮັດ​ໃຫ້​ພວກເຂົາ​ພ່າຍແພ້ ແລະ​ທຳລາຍ​ພວກເຂົາ​ຕໍ່ມາ.</verse>
				<verse number="24">ພຣະອົງ​ເຮັດ​ໃຫ້​ພວກ​ຜູ້ນຳ​ໂງ່ຈ້າ​ໄປ​ໝົດ; ແລະ​ເຮັດ​ໃຫ້​ສັບສົນ​ວຸ້ນວາຍ​ເສຍ​ສະຕິ​ໄປ​ໝົດສິ້ນ;</verse>
				<verse number="25">ພວກເຂົາ​ງົມທາວ​ໄປ​ໃນ​ຄວາມມືດ​ແລະ​ໂຊເຊ ດັ່ງ​ນັກດື່ມ​ສຸຣາ​ມືນເມົາ​ທີ່​ຍ່າງ​ເຊຊັດ​ໄປ​ນັ້ນ.</verse>
			</chapter>
			<chapter number="13">
				<verse number="1">ທຸກໆສິ່ງ​ທີ່​ພວກເຈົ້າ​ເວົ້າ​ຂ້ອຍ​ເຄີຍ​ໄດ້ຍິນ​ມາ ຂ້ອຍ​ເຂົ້າໃຈ​ດີ​ທັງໝົດ​ສິ່ງ​ທີ່​ພວກເຈົ້າ​ເວົ້າ​ມາ​ນັ້ນ; ຂ້ອຍ​ກໍ​ຮູ້​ຫລາຍ​ເທົ່າ​ທີ່​ພວກເຈົ້າ​ຮູ້​ສິ່ງ​ນັ້ນ​ຄືກັນ ຂ້ອຍ​ບໍ່ມີ​ທາງ​ທີ່​ຈະ​ອ່ອນແຕ້ມ​ໃຫ້​ພວກເຈົ້າ​ດອກ</verse>
				<verse number="2"></verse>
				<verse number="3">ແຕ່​ຄຳ​ໂຕ້ຖຽງ​ຂອງຂ້ອຍ​ແມ່ນ​ກັບ​ພຣະເຈົ້າ​ເດີ ຂ້ອຍ​ໂຕ້ແຍ້ງ​ຄະດີ​ກັບ​ພຣະອົງ ບໍ່ແມ່ນ​ກັບ​ພວກເຈົ້າ.</verse>
				<verse number="4">ພວກເຈົ້າ​ປິດບັງ​ຄວາມໂງ່​ໄວ້ ດ້ວຍ​ຄຳຕົວະ​ຫລາຍຢ່າງ; ພວກເຈົ້າ​ເປັນ​ດັ່ງ​ນາຍໝໍ ທີ່​ປົວ​ຜູ້ໃດ​ໃຫ້​ຫາຍດີ​ບໍ່ໄດ້.</verse>
				<verse number="5">ຄົງ​ເປັນ​ການ​ດີກວ່າ ຖ້າ​ພວກເຈົ້າ​ບໍ່​ຕ້ອງ​ເວົ້າຫຍັງ ແລະ​ຜູ້ອື່ນ​ອາດ​ຍັງ​ຄິດ​ວ່າ​ພວກເຈົ້າ​ສະຫລາດ.</verse>
				<verse number="6">ຈົ່ງ​ຟັງ​ໃຫ້​ດີ ໃນ​ຂະນະທີ່​ຂ້ອຍ​ຖະແຫລງ​ຄະດີ ແລະ​ຈົ່ງ​ຕັ້ງໃຈ​ຟັງ​ໃຫ້​ດີ ຂໍ້​ໂຕ້ແຍ້ງ​ຂອງຂ້ອຍ.</verse>
				<verse number="7">ເປັນຫຍັງ​ພວກເຈົ້າ​ຈຶ່ງ​ພາກັນ​ເວົ້າ​ຊົ່ວຮ້າຍ ແລະ​ຄວາມ​ບໍ່ຈິງ​ນໍ? ພວກເຈົ້າ​ຄິດ​ວ່າ​ຄຳເວົ້າ​ຂອງ​ພວກເຈົ້າ ຈະ​ເຮັດ​ໃຫ້​ພຣະເຈົ້າ​ໄດ້​ຮັບ​ຜົນປະໂຫຍດ​ຊັ້ນບໍ?</verse>
				<verse number="8">ພວກເຈົ້າ​ກຳລັງ​ປົກປ້ອງ​ພຣະອົງ​ໄວ້​ຊັ້ນບໍ? ກຳລັງ​ຈະ​ໄປ​ສານ ໂຕ້​ຄະດີ​ແທນ​ພຣະອົງ​ຫລື​ນີ້?</verse>
				<verse number="9">ຖ້າ​ພຣະເຈົ້າ​ເບິ່ງ​ພວກເຈົ້າ​ດີໆ​ຢ່າງ​ໃກ້ຊິດ​ແລ້ວ ພຣະອົງ​ຈະ​ພົບ​ຫຍັງ​ດີ​ແດ່​ໃນ​ພວກເຈົ້າ​ຫລືບໍ່? ພວກເຈົ້າ​ຄິດ​ວ່າ​ຈະ​ຫລອກລວງ​ພຣະອົງ​ໄດ້​ຊັ້ນບໍ? ເໝືອນດັ່ງ​ທີ່​ພວກເຈົ້າ​ຫລອກລວງ​ຄົນອື່ນໆ​ຫລືນີ້?</verse>
				<verse number="10">ເຖິງ​ວ່າ​ຄວາມ​ລຳອຽງ​ຂອງ​ພວກເຈົ້າ​ຖືກ​ປິດບັງ ພຣະອົງ​ກໍ​ຍັງ​ຈະ​ຕຳໜິ​ຢ່າງ​ຮຸນແຮງ​ຕໍ່​ພວກເຈົ້າ.</verse>
				<verse number="11">ແຕ່​ຢ່າ​ປະໝາດ​ຣິດເດດ​ຂອງ​ພຣະເຈົ້າ​ເດີ ເພາະ​ຣິດອຳນາດ​ເຮັດ​ໃຫ້​ພວກເຈົ້າ​ຢ້ານກົວ.</verse>
				<verse number="12">ສຸພາສິດ​ຂອງ​ພວກເຈົ້າ​ໄຮ້ປະໂຫຍດ​ດັ່ງ​ຂີ້ເຖົ່າ​ໄຟ ຂໍ້​ໂຕ້ແຍ້ງ​ທີ່​ພວກເຈົ້າ​ກ່າວ​ໄປ​ກໍ​ເປັນ​ດັ່ງ​ຂີ້ຕົມ.</verse>
				<verse number="13">ຈົ່ງ​ມິດ​ແລະ​ປ່ອຍ​ໂອກາດ​ໃຫ້​ຂ້ອຍ​ເວົ້າ​ເສຍທີ ໃຫ້​ຜົນ​ທີ່​ຈະ​ຕາມ​ມາ​ເກີດຂຶ້ນ​ເອງ​ສາເຖີດ.</verse>
				<verse number="14">ຂ້ອຍ​ພ້ອມແລ້ວ ທີ່​ຈະ​ປະເຊີນ​ທຸກ​ແນວ ແມ່ນ​ຈະ​ສ່ຽງ​ຊີວິດ​ຂອງຕົນ​ກໍ​ຍິນຍອມ​ທັງນັ້ນ.</verse>
				<verse number="15">ຂ້ອຍ​ສິ້ນຫວັງ​ແລ້ວ ເປັນຫຍັງ​ພຣະເຈົ້າ​ບໍ່​ຂ້າ​ຂ້ອຍ​ສາ? ຂ້ອຍ​ກຳລັງ​ຖະແຫລງ​ຄະດີ​ຂອງຂ້ອຍ​ຕໍ່​ພຣະອົງ.</verse>
				<verse number="16">ບາງທີ​ຂ້ອຍ​ອາດ​ກ້າ​ພໍ​ທີ່​ຊ່ວຍ​ຂ້ອຍ​ເອງ​ໄດ້​ຈະ​ດີ ໃນ​ເມື່ອ​ຄົນຊົ່ວຊ້າ ເຂົາ​ບໍ່​ຫານ​ສູ້ໜ້າ​ກັບ​ພຣະເຈົ້າ.</verse>
				<verse number="17">ບັດນີ້ ຈົ່ງ​ຟັງ​ສິ່ງ​ທີ່​ຂ້ອຍ​ຈະ​ເວົ້າ​ນັ້ນ​ໃຫ້​ດີໆ ຈົ່ງ​ງ່ຽງຫູ​ຟັງ​ໃຫ້​ດີ​ຄຳ​ອະທິບາຍ​ຂອງຂ້ອຍ.</verse>
				<verse number="18">ຂ້ອຍ​ພ້ອມແລ້ວ​ທີ່​ຈະແຈ້ງ​ຖະແຫລງ​ຄະດີ ເພາະ​ຂ້ອຍ​ຮູ້ດີ​ວ່າ​ຂ້ອຍ​ເປັນ​ຝ່າຍ​ທີ່​ຖືກຕ້ອງ.</verse>
				<verse number="19">ຂ້າແດ່​ພຣະເຈົ້າ ພຣະອົງ​ຈະ​ມາ​ກ່າວ​ຟ້ອງ ກ່າວໂທດ​ໃສ່​ຂ້ານ້ອຍ​ແທ້​ບໍ? ຖ້າ​ພຣະອົງ​ກ່າວ​ຂ້ານ້ອຍ​ອີຫລີ ຂ້ານ້ອຍ​ກໍ​ຂໍ​ມິດ ແລະ​ຂໍ​ຕາຍ​ເທົ່ານັ້ນ.</verse>
				<verse number="20">ຂໍ​ໃຫ້​ຂ້ານ້ອຍ​ໄດ້​ຖາມ​ຈັກສອງ​ສາມ​ຢ່າງ​ແດ່ ຂ້ານ້ອຍ​ຈະ​ບໍ່​ປິດບັງ​ຫຍັງ​ໄວ້​ຈາກ​ພຣະອົງ​ເລີຍ.</verse>
				<verse number="21">ໂຜດ​ຢຸດ​ລົງໂທດ​ຂ້ານ້ອຍ​ສາ​ເທາະ ຢ່າ​ສູ່​ຢຽບຢໍ່າ​ຂ້ານ້ອຍ​ໃຫ້​ຕ້ອງ​ຢ້ານກົວ​ເລີຍ.</verse>
				<verse number="22">ຂໍ​ພຣະອົງ​ກ່າວ​ກ່ອນ​ໂລດ ແລະ​ຂ້ານ້ອຍ​ຈະ​ຕອບ ຫລື​ຈະ​ໃຫ້​ຂ້ານ້ອຍ​ຖະແຫລງ ແລ້ວ​ພຣະອົງ​ຈຶ່ງ​ຈະ​ຕອບ.</verse>
				<verse number="23">ແມ່ນ​ຜິດບາບ​ຫຍັງ​ແດ່ ທີ່​ຂ້ານ້ອຍ​ໄດ້​ກະທຳ? ແມ່ນ​ໂທດກຳ​ຫຍັງ ທີ່​ພຣະອົງ​ໄດ້​ກ່າວຟ້ອງ?</verse>
				<verse number="24">ເປັນຫຍັງ​ຈຶ່ງ​ເມີນໜ້າ​ໜີໄປ​ຈາກ​ຂ້ານ້ອຍ​ນໍ? ເປັນຫຍັງ​ຈຶ່ງ​ເຮັດ​ຕໍ່​ຂ້ານ້ອຍ​ດັ່ງ​ສັດຕູ​ຄູ່​ອາຄາດ.</verse>
				<verse number="25">ຂ້ານ້ອຍ​ເປັນ​ພຽງ​ໃບໄມ້ ເຫດສັນໃດ​ຈຶ່ງ​ເຮັດ​ໃຫ້​ຂ້ານ້ອຍ​ຢ້ານກົວ ພຣະອົງ​ກຳລັງ​ໂຈມຕີ ແລະ​ຕໍ່ຕ້ານ​ເຟືອງ​ແຫ້ງ​ເທົ່ານັ້ນ.</verse>
				<verse number="26">ພຣະອົງ​ກ່າວ​ຟ້ອງ​ຢ່າງ​ຂົມຂື່ນ​ຕໍ່ສູ້​ຂ້ານ້ອຍ ແມ່ນແຕ່​ໃນ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ແຕ່​ຍັງ​ໜຸ່ມ​ພຸ້ນ.</verse>
				<verse number="27">ພຣະອົງ​ລ່າມໂສ້​ຂ້ານ້ອຍ​ໄວ້​ເປັນ​ຢ່າງດີ; ຈອບເບິ່ງ​ທຸກໆ​ນາທີ​ແລະ​ຊອມເບິ່ງ​ທຸກ​ບາດຍ່າງ.</verse>
				<verse number="28">ທີ່ສຸດ​ແລ້ວ ຂ້ານ້ອຍ​ກໍ​ຊຸດໂຊມ​ດັ່ງ​ສິ່ງ​ທີ່​ເນົ່າເໝັນ ເປັນ​ດັ່ງ​ຜືນຜ້າ​ທີ່​ມອດ​ກັດກິນ​ລາມ​ໄປ​ທົ່ວ​ແລ້ວ.</verse>
			</chapter>
			<chapter number="14">
				<verse number="1">ແຕ່​ເກີດ ພວກເຮົາ​ກໍ​ອ່ອນແອ ແລະ​ຢູ່​ແຕ່​ໜ້ອຍວັນ ທັງ​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ​ໃຈ.</verse>
				<verse number="2">ພວກເຮົາ​ໃຫຍ່ ແລະ​ຫ່ຽວແຫ້ງ​ໄປ​ດັ່ງ​ດອກໄມ້​ປ່າ ພວກເຮົາ​ສູນສິ້ນ​ຫາຍໄປ​ເໝືອນດັ່ງ​ເງົາ.</verse>
				<verse number="3">ຂ້າແດ່​ພຣະເຈົ້າ ພຣະອົງ​ຈ້ອງເບິ່ງ​ຂ້ານ້ອຍ​ຢູ່​ຢ່າງ​ນີ້​ບໍ? ຫລື​ຈະ​ນຳ​ຂຶ້ນ​ສານ​ແລະ​ພິຈາລະນາ​ລົງໂທດ?</verse>
				<verse number="4">ບໍ່ມີ​ຜູ້ໃດ​ຫ່ອນ​ນຳ​ເອົາ​ສິ່ງ​ສະອາດ ອອກ​ມາ​ຈາກ​ສິ່ງ​ທີ່​ເປື້ອນເປິ​ໄດ້.</verse>
				<verse number="5">ຊົ່ວຊີວິດ​ຂອງ​ພວກ​ຂ້ານ້ອຍ​ນັ້ນ ຖືກ​ກຳນົດ​ໄວ້​ແຕ່​ຫົວທີ ຄື​ຈຳນວນ​ເດືອນ​ປີ ທີ່​ພວກ​ຂ້ານ້ອຍ​ຈະ​ມີ​ຊີວິດ​ຢູ່.</verse>
				<verse number="6">ໂຜດ​ປິ່ນໜ້າ​ໜີ​ຈາກ​ພວກ​ຂ້ານ້ອຍ ແລະ​ປ່ອຍ​ພວກ​ຂ້ານ້ອຍ​ໃຫ້​ຢູ່​ໂດດດ່ຽວ​ສາ ໃຫ້​ພວກ​ຂ້ານ້ອຍ​ຊື່ນບານ​ໃຈ​ກັບ​ຊີວິດ​ອັນ​ລຳບາກ​ຢູ່​ນັ້ນ.</verse>
				<verse number="7">ສຳລັບ​ຕົ້ນໄມ້​ເມື່ອ​ຖືກ​ປໍ້າ​ແລ້ວ ກໍ​ຍັງ​ມີ​ຄວາມຫວັງ; ມັນ​ຄືນ​ມີ​ຊີວິດ ແລະ​ງອກງາມ​ຂຶ້ນ​ໃໝ່​ໄດ້.</verse>
				<verse number="8">ເຖິງ​ແມ່ນ​ວ່າ​ຮາກເຫງົ້າ​ຂອງ​ມັນ​ຈະ​ເຖົ້າແກ່ ແລະ​ຕໍ​ຕາຍ​ແລ້ວ​ໃນ​ພື້ນດິນ​ກໍຕາມ.</verse>
				<verse number="9">ເມື່ອ​ຖືກ​ນໍ້າ​ໜ້ອຍໜຶ່ງ​ຮວດ ກໍ​ມີ​ຊີວິດ​ເປັນ​ຄືນ​ມາ ແລະ​ເບີກບານ​ແຈ່ມໃສ ຄື​ກັບ​ເວລາ​ຍັງ​ໜຸ່ມນ້ອຍ.</verse>
				<verse number="10">ແຕ່​ເມື່ອ​ມະນຸດ​ຕາຍ​ແລ້ວ ແມ່ນ​ໄປ​ສູ່​ຈຸດຈົບ; ຄັນ​ເຂົາ​ຕາຍໄປ​ແລ້ວ ເຂົາ​ຈະ​ໄປ​ໃສ​ຕໍ່​ອີກ?</verse>
				<verse number="11">ເໝືອນ​ດັ່ງ​ຫ້ວຍນໍ້າ​ທີ່​ເຊົາ​ຢຸດໄຫລ ແລະ​ດັ່ງ​ໜອງ​ບຶງ​ທີ່​ເຫືອດແຫ້ງ​ໄປ​ໝົດສິ້ນ</verse>
				<verse number="12">ຄົນ​ຕາຍ​ແລ້ວ ຢ່າ​ຫວັງ​ເລີຍ​ຈະ​ເປັນຄືນມາ​ໃໝ່ ໃນ​ເມື່ອ​ຟ້າ​ສະຫວັນ​ຄົງ​ຢູ່​ຢ່າງ​ນີ້ ເຂົາ​ຈະ​ບໍ່​ຕື່ນມາ​ເລີຍ ເຂົາ​ຈະ​ບໍ່​ເໜັງຕີງ ແລະ​ບໍ່​ກະດິກ​ກະດຽມ ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈາກ​ນອນຫລັບ​ຈັກເທື່ອ.</verse>
				<verse number="13">ຂ້ານ້ອຍ​ຢາກ​ໃຫ້​ຖືກ​ເຊື່ອງໄວ້​ທີ່​ໂລກ​ຄົນຕາຍ ຄື​ເຊື່ອງ​ຂ້ານ້ອຍ​ໄວ້​ໃນ​ແດນ​ມໍຣະນາ​ພຸ້ນ; ຈົນ​ໃຫ້​ເຖິງ​ວັນ​ທີ່​ພຣະອົງ​ເຊົາ​ໂກດຮ້າຍ​ຂ້ານ້ອຍ ຊຶ່ງ​ພຣະອົງ​ຈະ​ຈົດຈຳ​ຂ້ານ້ອຍ​ໄດ້​ຄື​ເກົ່າ.</verse>
				<verse number="14">ຖ້າ​ຄົນຕາຍ​ແລ້ວ ເຂົາ​ຈະ​ຄືນ​ມີ​ຊີວິດ​ອີກ​ບໍ? ແຕ່​ຂ້ານ້ອຍ​ຈະ​ລໍຄອຍ​ໃຫ້​ວັນ​ເວລາ​ນັ້ນ​ດີຂຶ້ນ ລໍຄອຍ​ຢູ່​ຈົນກວ່າ​ວັນ​ເວລາ​ນັ້ນ​ຈະ​ມາເຖິງ ຄື​ວັນ​ຄວາມ​ທຸກລະທົມ​ຈະ​ສິ້ນສູນ​ຈາກ​ໄປ.</verse>
				<verse number="15">ແລ້ວ​ພຣະອົງ​ຈະ​ເອີ້ນ ແລະ​ຂ້ານ້ອຍ​ກໍ​ຈະ​ຕອບ​ພຣະອົງ, ພຣະອົງ​ຈະ​ພໍໃຈ​ນຳ​ຜູ້​ທີ່​ພຣະອົງ​ໄດ້​ສ້າງ​ຂຶ້ນ​ນັ້ນ.</verse>
				<verse number="16">ແລ້ວ​ພຣະອົງ​ຈະ​ຈ້ອງເບິ່ງ​ຂ້ານ້ອຍ ທຸກ​ບາດຍ່າງ​ບາດຕີນ ແຕ່​ຈະ​ບໍ່​ເບິ່ງ​ການບາບ ທີ່​ຂ້ານ້ອຍ​ເຄີຍ​ກະທຳ​ນັ້ນ</verse>
				<verse number="17">ພຣະອົງ​ຈະ​ອະໄພ​ການບາບ ແລະ​ເອົາ​ມັນ​ໜີໄປ; ພຣະອົງ​ຈະ​ລຶບ​ໃຫ້​ກ້ຽງ​ຄວາມຜິດ ທີ່​ຂ້ານ້ອຍ​ໄດ້​ກະທຳ​ນັ້ນ.</verse>
				<verse number="18">ຄົງ​ມີ​ເວລາ​ທີ່​ພູຜາ​ທະລາຍ​ໄປ​ເປັນ​ປ່ຽງໆ​ໃດ ແລະ​ໜ້າຜາ​ຖືກ​ຍ້າຍ​ໄປ​ຈາກ​ບ່ອນ​ຂອງ​ມັນ​ນັ້ນ.</verse>
				<verse number="19">ນໍ້າ​ຈະ​ໄຫລ​ເຊາະ​ໂງ່ນຫີນ​ໃຫ້​ທະລາຍ​ລົງ ແລະ​ຝົນ​ຫ່າ​ໃຫຍ່​ຈະ​ລ້າງ​ພື້ນດິນ​ລົງ​ດ້ວຍ; ດັ່ງນັ້ນ ພຣະອົງ​ຈະ​ທຳລາຍ​ທຸກ​ຄວາມຫວັງ ທີ່​ມະນຸດ​ຄິດ​ຄອບຄອງ​ຢູ່​ໃນ​ຊີວິດ​ຂອງ​ເຂົາເຈົ້າ.</verse>
				<verse number="20">ພຣະອົງ​ຊະນະ​ໄດ້​ແລະ​ສົ່ງ​ເຂົາ​ລ່ວງລັບ​ໄປເລີຍ; ພຣະອົງ​ປ່ຽນແປງ​ສີໜ້າ​ເຂົາ ແລະ​ສົ່ງ​ເຂົາ​ໄປເສຍ.</verse>
				<verse number="21">ພວກ​ລູກຊາຍ​ລາວ​ໄດ້​ກຽດ ແຕ່​ລາວ​ພັດ​ບໍ່​ຮູ້​ນຳ ທັງ​ບໍ່ມີ​ຜູ້ໃດ​ບອກ​ລາວ ເມື່ອ​ເຂົາ​ຖືກ​ຂາຍ​ຂີ້ໜ້າ.</verse>
				<verse number="22">ລາວ​ຮູ້ສຶກ​ເຈັບປວດ​ພຽງແຕ່​ໃນ​ຕົນຕົວເອງ ແລະ​ໂສກເສົ້າ​ຢູ່​ໃນ​ຈິດໃຈ​ລາວເອງ​ເທົ່ານັ້ນ.”</verse>
			</chapter>
			<chapter number="15">
				<verse number="1">“ໂຢບ​ເອີຍ ຄຳ​ເວົ້າ​ເຈົ້າ​ໄຮ້ປະໂຫຍດ​ແທ້ນໍ ໄຮ້​ປະໂຫຍດ​ອີຫລີ ຄຳ​ທີ່​ເຈົ້າ​ເວົ້າ​ອອກ​ມາ​ນັ້ນ</verse>
				<verse number="2"></verse>
				<verse number="3">ບໍ່ມີ​ຄົນ​ສະຫລາດ​ຜູ້ໃດ ເຄີຍ​ເວົ້າ​ດັ່ງ​ເຈົ້າ​ເວົ້າ​ມາ ຫລື​ປ້ອງກັນ​ຕົນເອງ ດ້ວຍ​ຖ້ອຍຄຳ​ທີ່​ໄຮ້​ສາລະ​ຄືນີ້.</verse>
				<verse number="4">ຖ້າ​ເປັນ​ຄື​ເຈົ້າ​ເວົ້າ ບໍ່ມີ​ຜູ້ໃດ​ຈະ​ຢຳເກງ​ພຣະເຈົ້າ​ເດີ ທັງ​ບໍ່ມີ​ໃຜ​ຈະ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ.</verse>
				<verse number="5">ຄວາມ​ຊົ່ວຊ້າ​ຂອງ​ເຈົ້າ​ສະແດງ​ອອກ​ແຈ້ງ ໃນ​ຖ້ອຍຄຳ​ທີ່​ເຈົ້າ​ໄດ້​ກ່າວ​ອອກ​ມາ; ເຈົ້າ​ກຳລັງ​ພະຍາຍາມ​ປົກປິດ​ມັນ ດ້ວຍ​ຖ້ອຍຄຳ​ອັນ​ແຫລມຄົມ​ຂອງເຈົ້າ.</verse>
				<verse number="6">ບໍ່​ຈຳເປັນ​ສຳລັບ​ຂ້ອຍ ທີ່​ຈະ​ເວົ້າ​ປະນາມ​ຜູ້ໃດ; ຄຳ​ທີ່​ເຈົ້າ​ເວົ້າ​ອອກ​ມາ ກໍ​ປະນາມ​ເຈົ້າເອງ​ແລ້ວ.</verse>
				<verse number="7">ເຈົ້າ​ຄິດວ່າ​ເຈົ້າ​ເກີດ​ເປັນ​ມະນຸດ​ຄົນ​ທຳອິດ​ຊັ້ນບໍ? ເຈົ້າ​ຢູ່​ໃສ ເມື່ອ​ພຣະເຈົ້າ​ສ້າງ​ພູຜາ​ນັ້ນ?</verse>
				<verse number="8">ເຈົ້າ​ລັກ​ຟັງ​ພຣະເຈົ້າ​ເວົ້າ​ຕຽມ​ແຜນການ​ຊັ້ນບໍ? ເຈົ້າ​ແມ່ນ​ຜູ້ດຽວ​ບໍ ທີ່​ມີ​ສະຕິປັນຍາ​ຂອງ​ມະນຸດ?</verse>
				<verse number="9">ມີ​ສິ່ງໃດ​ແດ່​ບໍ​ທີ່​ເຈົ້າ​ຮູ້ ຊຶ່ງ​ພວກເຮົາ​ບໍ່​ຮູ້​ແດ່? ມີ​ສິ່ງໃດ​ທີ່​ເຈົ້າ​ເຂົ້າໃຈ ຊຶ່ງ​ບໍ່​ເປັນ​ທີ່​ກະຈ່າງ​ແຈ້ງ​ແກ່​ເຮົາ.</verse>
				<verse number="10">ພວກເຮົາ​ຮຽນຮູ້​ປັນຍາ​ນຳ​ຄົນ​ຜົມຫງອກ​ອາຍຸ​ສູງ ຄື​ພວກ​ທີ່​ເກີດ​ມາ​ກ່ອນ​ບິດາ​ຂອງ​ເຈົ້າ​ເກີດ​ມາ​ພຸ້ນ.</verse>
				<verse number="11">ພຣະເຈົ້າ​ໃຫ້​ຄຳ​ເລົ້າໂລມ ເປັນຫຍັງ​ຈຶ່ງ​ບໍ່​ຮັບ​ເອົາ ເປັນ​ຄຳ​ອ່ອນໂຍນ​ຂອງ​ພຣະອົງ ທີ່​ພວກເຮົາ​ມອບ​ໃຫ້.</verse>
				<verse number="12">ແຕ່​ເຈົ້າ​ພັດ​ຕື່ນເຕັ້ນ ມີ​ທ່າທີ​ບໍ່​ດີ​ຕໍ່​ພວກເຮົາ ເຈົ້າ​ແນມເບິ່ງ​ພວກເຮົາ​ດ້ວຍ​ຄວາມ​ໂກດຮ້າຍ.</verse>
				<verse number="13">ເມື່ອ​ເຈົ້າ​ມີ​ອາຣົມ​ຮ້າຍ​ໃສ່​ພຣະເຈົ້າ​ນັ້ນ​ນາ ເຈົ້າ​ກໍ​ລັ່ນ​ແຕ່​ວາຈາ​ປະນາມ​ພຣະອົງ​ທັງນັ້ນ.</verse>
				<verse number="14">ມະນຸດ​ເປັນ​ຜູ້​ບໍຣິສຸດ ແລະ​ຜຸດຜ່ອງ​ແທ້ໆ​ບໍ? ຄົນ​ໃດ​ເປັນ​ຜູ້​ຊອບທຳ​ຕໍ່ສາຍຕາ​ພຣະເຈົ້າ​ໄດ້?</verse>
				<verse number="15">ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ບໍ່​ວາງໃຈ​ເທວະດາ​ຂອງ​ພຣະອົງ​ເອງ ໃນ​ສາຍຕາ​ພຣະອົງ ຟ້າ​ສະຫວັນ​ກໍ​ບໍ່​ບໍຣິສຸດ​ຜຸດຜ່ອງ.</verse>
				<verse number="16">ແລະ​ມະນຸດ​ກໍ​ດື່ມ​ສິ່ງ​ຊົ່ວຮ້າຍ​ດັ່ງ​ດື່ມ​ນໍ້າ​ກິນ ແມ່ນແລ້ວ ມະນຸດ​ມີ​ມົນທິນ​ແລະ​ຊຸດໂຊມ​ທຸກ​ວັນ.</verse>
				<verse number="17">ໂຢບ​ເອີຍ ບັດນີ້​ຈົ່ງ​ຟັງ​ໃນ​ສິ່ງ​ທີ່​ຂ້ອຍ​ຮູ້ຈັກ​ສາ ຂ້ອຍ​ຈະ​ເລົ່າ​ສູ່​ເຈົ້າ​ຟັງ​ສິ່ງ​ທີ່​ຂ້ອຍ​ໄດ້​ຄົ້ນພົບ.</verse>
				<verse number="18">ພວກ​ທີ່​ສະຫລາດ​ໄດ້​ສອນ​ຂ້ອຍ​ໃຫ້​ຮູ້ຈັກ ຄວາມຈິງ​ທີ່​ມີ​ມາ​ແຕ່​ບັນພະບຸລຸດ​ຂອງ​ເຂົາເຈົ້າ; ແລະ​ພວກເຂົາ​ກໍ​ບໍ່ໄດ້​ປິດອຳ​ຫຍັງ​ໄວ້ເລີຍ ແມ່ນແຕ່​ຄວາມ​ລັບເລິກ​ໃດໆ​ທັງນັ້ນ.</verse>
				<verse number="19">ດິນແດນ​ຂອງ​ເຂົາເຈົ້າ​ເປັນ​ອິດສະຫລະ​ເສລີ; ບໍ່ມີ​ຄົນ​ຕ່າງດ້າວ​ໃດໆ ນຳ​ພວກເຂົາ​ຫ່າງໄກ​ຈາກ​ພຣະເຈົ້າ.</verse>
				<verse number="20">ຄົນຊົ່ວຮ້າຍ​ທີ່​ມັກ​ຂົ່ມເຫັງ​ຜູ້ໃດ​ຜູ້ໜຶ່ງ​ກໍຕາມ ຈະ​ໄດ້​ຖືກ​ທໍລະມານ​ຕະຫລອດ​ຊົ່ວຊີວິດ.</verse>
				<verse number="21">ສຽງ​ແຫ່ງ​ຄວາມຢ້ານ​ຈະ​ຮ້ອງ​ແຜດ​ໃສ່​ຫູ​ເຂົາ ຄົນ​ຂີ້ລັກ​ຈະ​ໂຈມຕີ ເມື່ອ​ຕົນ​ຄິດ​ວ່າ​ປອດໄພ​ແລ້ວ.</verse>
				<verse number="22">ພວກເຂົາ​ບໍ່​ມີ​ຫວັງ​ປົບລອດ​ໄປ​ຈາກ​ຄວາມ​ມືດຕຶບ ເພາະ​ໃນ​ທີ່ໜຶ່ງ​ທີ່ໃດ​ມີ​ດາບ​ຄອຍ​ສັງຫານ​ພວກເຂົາ​ຢູ່</verse>
				<verse number="23">ແລະ​ຝູງ​ແຮ້ງ ກໍ​ຄອຍຖ້າ ກິນ​ຊາກສົບ​ຂອງ​ພວກເຂົາ, ພວກເຂົາ​ຮູ້ວ່າ​ອະນາຄົດ​ຂອງ​ພວກຕົນ​ມືດມົນ​ສໍ່າໃດ​ແລ້ວ</verse>
				<verse number="24">ຄວາມ​ຈິບຫາຍ​ດັ່ງ​ກອງທັບ​ໃຫຍ່​ຂອງ​ກະສັດ ກໍ​ບຸກລັດ​ເຂົ້າ​ມາ​ເພື່ອ​ໂຈມຕີ​ພວກເຂົາ​ຢູ່​ບໍ່​ຢຸດຢັ້ງ.</verse>
				<verse number="25">ຜູ້​ທີ່​ຍົກ​ກຳປັ້ນ​ໃສ່​ພຣະ​ຜູ້ສູງສຸດ​ກໍ​ເປັນ​ດັ່ງນີ້ແຫລະ ຄື​ຜູ້​ທີ່​ດູໝິ່ນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.</verse>
				<verse number="26">ຄົນ​ເຊັ່ນນັ້ນ ມັກ​ໂອ້ອວດ​ແລະ​ເປັນ​ກະບົດ ພວກເຂົາ​ຍົກ​ໂລ້​ຂຶ້ນ​ຕ້ານທານ​ພຣະເຈົ້າ​ຢ່າງ​ດື້ດ້ານ; ເພາະ​ພວກເຂົາ​ນັ້ນ ໜ້າ​ເຫລື້ອມ​ເບັ່ງ​ອ້າງອວດ​ສີສັນ ຈຶ່ງ​ບຸກບືນ​ສຸດ​ກຳລັງ​ຕ້ານຢັນ​ກັບ​ພຣະເຈົ້າ.</verse>
				<verse number="27"></verse>
				<verse number="28">ນີ້​ຄື​ຄົນ​ທີ່​ໄດ້​ຢຶດ​ເຮືອນ​ຂອງ​ຜູ້​ທີ່​ໜີໄປ​ຈາກ​ເມືອງ ແຕ່​ເສິກ​ຈະ​ທຳລາຍ​ເມືອງ​ແລະ​ເຮືອນ​ເຫຼົ່ານັ້ນ</verse>
				<verse number="29">ພວກເຂົາ​ຈະ​ຮັ່ງມີ​ເປັນ​ດີ​ຂຶ້ນ​ດົນນານ​ບໍ່ໄດ້​ຫລາຍ​ຊ່ວງ ສິ່ງ​ທັງປວງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ ຈະ​ຍືນໝັ້ນ​ບໍ່ໄດ້​ຕໍ່ໄປ. ພວກເຂົາ​ຈະ​ບໍ່ມີ​ອຳນາດ ຫລື​ອິດທິພົນ​ຢູ່​ໃນ​ດິນແດນ ແມ່ນແຕ່​ເງົາ​ຂອງ​ພວກເຂົາ​ເອງ ກໍ​ຈະ​ຍຸບຍອບ​ຫາຍໄປ​ຊໍ້າ</verse>
				<verse number="30">ພວກເຂົາ​ຈະ​ປົບໜີໄປ​ຈາກ​ຄວາມ​ມືດດຳ​ໄດ້​ຢ່າງໃດ ຕົ້ນໄມ້​ທີ່​ຖືກ​ໄຟ​ເຜົາ ງ່າ​ມັນ​ກໍ​ຖືກ​ເຜົາ​ດ້ວຍ ບັດນີ້ ສິ່ງ​ຈະ​ຕາມ​ມາ​ນັ້ນ​ກໍ​ຈະ​ເປັນ​ດັ່ງນີ້ແຫລະ ລົມ​ຈະ​ພັດ​ໂຊຍ​ມາ​ໃສ່​ດອກໄມ້​ບານ ໃຫ້​ດັບ​ສິ້ນ.</verse>
				<verse number="31">ຖ້າ​ພວກເຂົາ​ໂງ່ຈ້າ​ພໍ​ຈະ​ວາງໃຈ​ເຊື່ອ​ໃນ​ຄວາມ​ອະທຳ ແມ່ນ​ຄວາມ​ອະທຳ​ນັ້ນແຫລະ ຈະ​ມອບ​ລາງວັນ​ໃຫ້.</verse>
				<verse number="32">ກ່ອນ​ເວລາ​ມາຮອດ​ພວກເຂົາ​ກໍ​ຈະ​ຫ່ຽວແຫ້ງ​ໄປ ດັ່ງ​ງ່າໄມ້​ຕາຍ​ແລະ​ບໍ່​ຂຽວ​ສົດຊື່ນ​ຂຶ້ນ​ມາ​ໄດ້​ອີກ.</verse>
				<verse number="33">ພວກເຂົາ​ຈະ​ເປັນ​ດັ່ງ​ຕົ້ນອະງຸ່ນ​ທີ່​ໝາກ​ຫລົ່ນ​ກ່ອນລະດູ ດັ່ງ​ດອກ​ໝາກກອກເທດ​ທັງ​ຈູມ​ແລະ​ບານ​ຕົກລົງ​ຈາກ​ຕົ້ນ.</verse>
				<verse number="34">ຄົນ​ທີ່​ບໍ່​ເຊື່ອຖື​ພຣະເຈົ້າ​ນັ້ນ​ຈະ​ບໍ່ມີ​ຮອດ​ເຊື້ອສາຍ ໄຟ​ຈະ​ເຜົາຜານ​ເຮືອນ​ທີ່​ສ້າງ​ດ້ວຍ​ຊັບສິນ​ຊື້ຈ້າງ.</verse>
				<verse number="35">ພວກເຂົາ​ສ້າງ​ແຜນການ​ໃຫ້​ເກີດ​ຄວາມ​ເດືອດຮ້ອນ ແລະ​ກະທຳ​ໃນ​ສິ່ງ​ຊົ່ວຊ້າ ໃນ​ຈິດໃຈ​ຂອງ​ພວກເຂົາ​ນັ້ນ ເຕັມໄປ​ດ້ວຍ​ການ​ຫລອກລວງ​ແລະ​ຕົວະຕົ້ມ.”</verse>
			</chapter>
			<chapter number="16">
				<verse number="1">“ຂ້ອຍ​ເຄີຍ​ໄດ້ຍິນ​ຄຳເວົ້າ​ຢ່າງນີ້​ມາ​ຫລາຍແລ້ວ ຄຳ​ເລົ້າໂລມ​ໃຈ​ທີ່​ພວກເຈົ້າ​ໃຫ້​ມາ ຊໍ້າ​ທໍລະມານ​ຂ້ອຍ.</verse>
				<verse number="2"></verse>
				<verse number="3">ພວກເຈົ້າ​ຈະ​ສືບຕໍ່​ເວົ້າ​ຢ່າງນີ້​ໄປ​ເລື້ອຍໆ​ຊັ້ນບໍ? ເປັນຫຍັງ​ພວກເຈົ້າ​ເວົ້າ​ບໍ່ສຸດເປັນ​ຈັກເທື່ອ?</verse>
				<verse number="4">ຖ້າ​ພວກເຈົ້າ​ເປັນ​ຂ້ອຍ​ແລະ​ຂ້ອຍ​ເປັນ​ພວກເຈົ້າ​ເບິ່ງດູ ຂ້ອຍ​ກໍ​ຮູ້​ເວົ້າ​ທຸກ​ແນວ​ທີ່​ພວກເຈົ້າ​ເວົ້າ​ມາ​ນັ້ນ. ຂ້ອຍ​ອາດ​ແກວ່ງຫົວ​ປະຕິເສດ​ຢ່າງ​ຫລັກແຫລມ ໃຫ້​ພວກເຈົ້າ​ຈົມ​ລົງ​ໂດຍ​ຄຳເວົ້າ​ດັ່ງ​ທີ່​ນໍ້າ​ໄຫລ​ຖ້ວມ.</verse>
				<verse number="5">ຂ້ອຍ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ​ດ້ວຍ​ຄຳແນະນຳ ແລະ​ສືບຕໍ່​ເລົ້າໂລມ​ໃຈ​ດ້ວຍ​ຄຳເວົ້າ​ຕ່າງໆ.</verse>
				<verse number="6">ແຕ່​ຄຳເວົ້າ​ໃດໆ​ຂອງຂ້ອຍ​ກໍ​ບໍ່​ອາດ​ຊ່ວຍ​ໄດ້​ເລີຍ ຖ້າ​ຂ້ອຍ​ມິດ​ມັນ​ກໍ​ບໍ່​ຊ່ວຍ​ຂ້ອຍ​ທຸເລົາ​ເຈັບປວດ​ໄດ້.</verse>
				<verse number="7">ຂ້າແດ່​ພຣະເຈົ້າ ພຣະອົງ​ໄດ້​ເຮັດ​ໃຫ້​ຂ້ານ້ອຍ​ຊຸດໂຊມ​ລົງ ພຣະອົງ​ໄດ້​ປ່ອຍ​ໃຫ້​ຄອບຄົວ​ຂອງ​ຂ້ານ້ອຍ​ຖືກ​ຂ້າ.</verse>
				<verse number="8">ພຣະອົງ​ໄດ້​ຈັບ​ຂ້ານ້ອຍ​ມັດ ແລະ​ຢຶດ​ຕົວ​ຂ້ານ້ອຍ​ນຳ ພຣະອົງ​ເປັນ​ທັງ​ສັດຕູ ແລະ​ຄູ່​ປໍລະປັກ​ດ້ວຍ. ຂ້ານ້ອຍ​ຜອມ​ຊູບຊີບ​ເຫັນ​ແຕ່​ກະດູກ​ຕິດ​ໜັງ ຄົນ​ດູຖູກ​ກຽດຊັງ​ຖື​ເປັນ​ຄວາມຜິດ​ທັງສິ້ນ.</verse>
				<verse number="9">ໂດຍ​ຄວາມ​ໂກດຮ້າຍ ພຣະເຈົ້າ​ໄດ້​ຈີກ​ຂ້ອຍ​ທັງເປັນ ພຣະອົງ​ເບິ່ງ​ເຫັນແຕ່​ຄວາມ​ກຽດຊັງ​ສຳລັບ​ຂ້ອຍ.</verse>
				<verse number="10">ຄົນ​ເວົ້າ​ຫຍໍ້ຫຍັນ​ຂ້ອຍ​ທັງ​ດູຖູກ​ຖາກຖາງ ລ້ອມ​ຂ້ອຍ​ໄວ້​ທຸກ​ທາງ​ແລະ​ຕົບ​ໜ້າ​ຂ້ອຍ​ດ້ວຍ.</verse>
				<verse number="11">ພຣະເຈົ້າ​ໄດ້​ມອບ​ຂ້ອຍ​ໃຫ້​ຄົນຊົ່ວ ພຣະອົງ​ໄດ້​ປະຖິ້ມ​ຂ້ອຍ​ໄວ້​ໃນ​ກຳມື​ຂອງ​ພວກ​ຊົ່ວຮ້າຍ.</verse>
				<verse number="12">ຂ້ອຍ​ກຳລັງ​ໃຊ້​ຊີວິດ​ຢູ່​ຢ່າງ​ສັນຕິສຸກ ແຕ່​ພຣະອົງ​ພັດ​ກຳ​ຄໍຫອຍ​ຂ້ອຍ​ຈັບ​ຈຶ້ງ​ໄວ້; ທັງ​ຕົບຕີ​ຂ້ອຍ​ດ້ວຍ​ແລະ​ຢຽບຢໍ່າ​ຂ້ອຍ​ລົງ ຊົງ​ໃຊ້​ຂ້ອຍ​ເປັນ​ເປົ້າໝາຍ​ສຳລັບ​ຝຶກແອບ</verse>
				<verse number="13">ແລະ​ຍິງ​ລູກທະນູ​ໃສ່​ຂ້ອຍ​ທຸກດ້ານ​ທຸກແຈ ທະລຸ​ຊອດ​ຕັບໄຕ​ໂດຍ​ບໍ່​ເມດຕາ​ຂ້ອຍ​ຈັກດີ້; ນໍ້າບີ​ທີ່​ຕັບ​ຂ້ອຍ​ກໍ​ໄຫລ​ຍ້ອຍ​ຢອດ​ລົງ​ດິນ ຂ້ອຍ​ດີ້ນ​ຊັກ​ເພາະ​ບາດເຈັບ​ສາຫັດ​ແທ້ໆ</verse>
				<verse number="14">ພຣະອົງ​ເຮັດ​ໃຫ້​ຂ້ອຍ​ເຈັບ​ຊໍ້າແລ້ວ​ຊໍ້າອີກ ດັ່ງ​ທະຫານ​ຜູ້​ໂຫດຮ້າຍ​ໂຈມຕີ ຢ່າງ​ກຽດຊັງ​ຍິ່ງ.</verse>
				<verse number="15">ຂ້ອຍ​ນຸ່ງ​ຜ້າ​ກະສອບເຂົ້າ​ໂສກເສົ້າ​ແລະ​ທຸກໃຈ ໃນ​ຂີ້ຝຸ່ນ​ດິນ ຂ້ອຍ​ນັ່ງ​ຢູ່​ທີ່​ນັ້ນ​ຢ່າງ​ພ່າຍແພ້.</verse>
				<verse number="16">ຂ້ອຍ​ເຝົ້າ​ແຕ່​ຮ້ອງໄຫ້​ຈົນ​ຕາກໍ່າ​ຕາແດງ ຕາຕູບ​ຕາໂປ ເຫັນແຕ່​ແສງ​ມືດດຳ​ຮອບດ້ານ.</verse>
				<verse number="17">ແຕ່​ຂ້ອຍ​ບໍ່ໄດ້​ເຮັດ​ຜິດ​ຍ້ອນ​ຄວາມ​ຮຸນແຮງ​ເລີຍ ຂ້ອຍ​ເຄີຍ​ພາວັນນາ​ອະທິຖານ ຂໍ​ດ້ວຍ​ຄວາມ​ຈິງໃຈ​ຕໍ່​ພຣະເຈົ້າ.</verse>
				<verse number="18">ໂອ ແຜ່ນດິນ​ເອີຍ ຢ່າ​ປົກປິດ​ຄວາມຜິດ​ທີ່​ເຮັດ​ຕໍ່​ຂ້ອຍ​ເດີ ຢ່າ​ໃຫ້​ສຽງ​ຮ້ອງຂໍ​ຄວາມ​ເປັນທຳ​ມິດຫາຍ​ໄປຈ້ອຍ</verse>
				<verse number="19">ທີ່​ເທິງ​ຟ້າ​ສະຫວັນ​ຄົງ​ຍັງ​ມີ​ຜູ້ໃດ​ຜູ້ໜຶ່ງ ທີ່​ຢືນ​ຢູ່​ເພື່ອ​ຂ້ອຍ​ແລະ​ເຂົ້າຂ້າງ​ຂ້ອຍ​ສະເໝີ.</verse>
				<verse number="20">ໝູ່ເພື່ອນ​ຂອງຂ້ອຍ​ຕ່າງ​ກໍ​ພາກັນ​ຫຍໍ້ຫຍັນ ນໍ້າຕາ​ຂ້ອຍ​ຈຶ່ງ​ຫລັ່ງລິນ ເມື່ອ​ເງີຍ​ໜ້າ​ຫາ​ພຣະເຈົ້າ.</verse>
				<verse number="21">ຂ້ອຍ​ຢາກ​ໃຫ້​ມີ​ຄົນກາງ​ຜູ້ໜຶ່ງ ຮ້ອງຂໍ​ຕໍ່​ພຣະເຈົ້າ​ເດ ແມ່ນ​ຜູ້ໜຶ່ງ​ທີ່​ຈະ​ສູ້​ຄະດີ​ໃຫ້​ເພື່ອນ​ຂອງຕົນ​ໄດ້.</verse>
				<verse number="22">ບັດນີ້ ວັນ ເດືອນ ປີ ຂອງຂ້ອຍ​ກຳລັງ​ຜ່ານພົ້ນ​ໄປ ຂ້ອຍ​ກຳລັງ​ຍ່າງ​ໄປ​ຕາມ​ທາງ​ຢ່າງ​ບໍ່​ມີ​ວັນ​ກັບ​ມາ​ອີກ.</verse>
			</chapter>
			<chapter number="17">
				<verse number="1">ຈຸດຈົບ​ຂອງຂ້ອຍ​ມາ​ໃກ້ ຂ້ອຍ​ຫາຍໃຈ​ຝືດ​ເຕັມທີ ຂ້ອຍ​ບໍ່ມີ​ຫຍັງ​ເຫຼືອ​ຢູ່ ນອກຈາກ​ຂຸມຝັງສົບ​ເທົ່ານັ້ນ.</verse>
				<verse number="2">ທຸກຄົນ​ທີ່​ມັກ​ຫຍໍ້ຫຍັນ​ຂ້ອຍ ກໍ​ຢູ່​ອ້ອມຂ້າງ​ຂ້ອຍ ແລະ​ຕາ​ຂອງ​ຂ້ອຍ ກໍ​ຈັບຈ້ອງ​ຢູ່​ທີ່​ການ​ຍຸຍົງ​ຂອງ​ພວກເຂົາ.</verse>
				<verse number="3">ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ນີ້​ຈິງໃຈ​ແທ້ໆ ຈົ່ງ​ຮັບ​ເອົາ​ຖ້ອຍຄຳ​ຂອງ​ຂ້ານ້ອຍ​ແດ່ທ້ອນ ແລະ​ບໍ່ມີ​ຄົນ​ອື່ນໃດ​ອີກ​ແລ້ວ ທີ່​ສະໜັບ​ສະໜູນ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເວົ້າ​ນັ້ນ.</verse>
				<verse number="4">ພຣະອົງ​ໄດ້​ອັດຕາ​ພວກເຂົາ​ໄວ້​ຕໍ່​ເຫດ​ແລະ​ຜົນ ບັດນີ້ ຢ່າ​ປ່ອຍ​ໃຫ້​ພວກເຂົາ​ໄດ້​ມີໄຊ​ເໜືອ​ຂ້ານ້ອຍ​ທ້ອນ</verse>
				<verse number="5">ໃນ​ສຸພາສິດ​ອັນເກົ່າແກ່​ກ່າວ​ໄວ້​ວ່າ, ຄົນ​ທໍລະຍົດ​ໝູ່ເພື່ອນ​ເພາະ​ເຫັນ​ແກ່ເງິນ ແລະ​ລູກຫຼານ​ຂອງ​ພວກເຂົາ​ກໍ​ເກັບກ່ຽວ​ການ​ທົນທຸກ​ເພາະ​ເລື່ອງນີ້.</verse>
				<verse number="6">ບັດນີ້ ຄົນ​ເອົາ​ສຸພາສິດ​ນີ້​ມາ​ຕໍ່ສູ້​ຂ້ອຍ​ທັນທີ ມາ​ໃນ​ທ່າ​ບໍ່​ດີ​ໂດຍ​ຖົ່ມ​ນໍ້າລາຍ​ໃສ່​ໜ້າ​ຂ້ອຍ.</verse>
				<verse number="7">ຄວາມ​ໂສກເສົ້າ​ເຮັດ​ໃຫ້​ຂ້ອຍ​ເກືອບ​ຕາບອດ​ໄປ ແຂນຂາ​ຂ້ອຍ​ລີບລົງ​ເໝືອນດັ່ງ​ເງົາ.</verse>
				<verse number="8">ຜູ້​ທີ່​ອ້າງ​ຕົນ​ວ່າ​ສັດຊື່​ກໍ​ສະດຸ້ງ​ຕົກໃຈ​ຢ້ານກົວ ທັງໝົດ​ປະນາມ​ຂ້ອຍ​ວ່າ​ເປັນ​ຄົນ​ບໍ່​ນັບຖື​ພຣະເຈົ້າ.</verse>
				<verse number="9">ຂໍ​ໃຫ້​ຄົນ​ຊອບທຳ​ນັ້ນ​ມີ​ຄວາມ​ອົດທົນ​ດົນນານ ຂໍ​ໃຫ້​ຜູ້​ທີ່​ມື​ສະອາດ​ດີ ມີ​ໃຈ​ເຂັ້ມແຂງ​ເຖິງ​ສອງເທົ່າ.</verse>
				<verse number="10">ແຕ່​ຖ້າ​ພວກເຂົາ​ທັງໝົດ​ມາ​ຢືນ​ຢູ່​ຊ້ອງໜ້າ ກໍ​ຈະ​ບໍ່​ພົບ​ພວກເຂົາ​ແມ່ນແຕ່​ຄົນດຽວ​ເປັນ​ຜູ້​ສະຫລາດ.</verse>
				<verse number="11">ວັນ​ຂອງຂ້ອຍ​ໄດ້​ຜ່ານ​ໄປ ແລະ​ແຜນການ​ຂອງຂ້ອຍ​ກໍ​ລົ້ມ​ລະລາຍ ຄວາມຫວັງ​ທີ່​ຂ້ອຍ​ມີ​ກໍ​ສິ້ນ​ສະຫລາຍ​ໄປ​ດ້ວຍ.</verse>
				<verse number="12">ແຕ່​ໝູ່ເພື່ອນ​ຂ້ອຍ​ຊໍ້າ​ເວົ້າ​ທັງຄືນ​ທັງເວັນ​ວ່າ, ‘ແສງແຈ້ງ​ໃກ້​ເຂົ້າ​ມາ’ ແຕ່​ຂ້ອຍ​ຮູ້ວ່າ, ‘ຍັງ​ຢູ່​ໃນ​ຄວາມ​ມືດມົນ.’</verse>
				<verse number="13">ຄວາມຫວັງ​ຢ່າງດຽວ​ຂອງຂ້ອຍ​ຄື​ແດນ​ມໍຣະນາ ບ່ອນ​ທີ່​ຂ້ອຍ​ຈະ​ຢຽດຕົວ​ລົງນອນ​ຢູ່​ໃນ​ຄວາມມືດ.</verse>
				<verse number="14">ຂ້ອຍ​ຈະ​ເອີ້ນ​ຂຸມຝັງສົບ​ວ່າ, ‘ເປັນ​ບິດາ’ ເອີ້ນ​ໂຕ​ໜອນ​ທີ່​ກັດກິນ​ວ່າ, ‘ເປັນ​ແມ່​ແລະ​ເອື້ອຍ.’</verse>
				<verse number="15">ມີ​ບ່ອນ​ໃດ​ແດ່​ທີ່​ຂ້ອຍ​ພໍ​ຈະ​ມີ​ຄວາມຫວັງ? ມີ​ໃຜ​ຍັງ​ເຫັນ​ຄວາມຫວັງ​ສຳລັບ​ຂ້ອຍ​ແດ່​ບໍ່?</verse>
				<verse number="16">ຄວາມຫວັງ​ຈະ​ບໍ່​ລົງ​ໄປ​ນຳ​ຂ້ອຍ ຕອນ​ທີ່​ຂ້ອຍ​ລົງ​ໄປ​ສູ່​ແດນ​ມໍຣະນາ​ພຸ້ນ.”</verse>
			</chapter>
			<chapter number="18">
				<verse number="1">“ໂຢບ​ເອີຍ ຄົນ​ຄື​ເຈົ້າ​ມິດເລີຍ​ສາ​ໄດ້​ຫລືບໍ່? ພວກເຮົາ​ຈະ​ເວົ້າ​ຕໍ່ໄປ​ກັບ​ເຈົ້າ​ຖ້າ​ເຈົ້າ​ມິດ​ແລະ​ຟັງ.</verse>
				<verse number="2"></verse>
				<verse number="3">ພວກເຈົ້າ​ຈະ​ປ່ອຍ​ໃຫ້​ໂຢບ​ຄິດ​ວ່າ​ພວກເຮົາ​ຄື​ສັດ​ຊັ້ນບໍ? ຫລື​ພວກເຈົ້າ​ຄິດວ່າ​ພວກເຮົາ​ເປັນ​ຄົນໂງ່ຈ້າ.</verse>
				<verse number="4">ໂຢບ​ເອີຍ ທີ່​ເຈົ້າ​ໂກດຮ້າຍ​ມັນ​ທຳລາຍ​ເຈົ້າເອງ ແຜ່ນດິນ​ໂລກ​ຈະ​ສັ່ນສະເທືອນ ຍ້ອນ​ຄວາມ​ໂກດຮ້າຍ​ຂອງເຈົ້າ​ບໍ? ຫລື​ກ້ອນຫີນ​ຈະ​ເຄື່ອນຍ້າຍ​ຈາກທີ່​ຂອງມັນ​ໄດ້ບໍ?</verse>
				<verse number="5">ແສງແຈ້ງ​ຂອງ​ຄົນຊົ່ວ​ນັ້ນ​ຈະ​ຖືກ​ມອດມິດ​ໄປ ແປວໄຟ​ຂອງ​ພວກເຂົາ​ກໍ​ຈະ​ບໍ່​ສ່ອງແສງ​ຂຶ້ນ​ມາ​ອີກ.</verse>
				<verse number="6">ແສງແຈ້ງ​ໃນ​ຜ້າເຕັນ​ຂອງ​ພວກເຂົາ​ຈະ​ມອດໄປ ດັ່ງ​ຕະກຽງ​ດັບ​ແລະ​ຈົມ​ຢູ່​ໃນ​ຄວາມມືດ.</verse>
				<verse number="7">ບາດກ້າວ​ຂອງ​ພວກເຂົາ​ໜັກແໜ້ນ​ແຕ່​ບັດນີ້​ຕຳ​ສະດຸດ; ພວກເຂົາ​ລົ້ມລົງ​ດ້ວຍ​ອຸບາຍ​ຂອງ​ພວກ​ເຂົາເອງ.</verse>
				<verse number="8">ພວກເຂົາ​ຍ່າງ​ໄປ​ຖືກ​ຕາໜ່າງ​ເພາະ​ຕີນ​ຂອງ​ພວກ​ເຂົາເອງ ແລະ​ພວກເຂົາ​ກໍ​ຍ່າງ​ພະເນຈອນ​ໄປສູ່​ບ້ວງແຮ້ວ;</verse>
				<verse number="9">ແຮ້ວ​ທີ່​ວາງ​ໄວ້​ນັ້ນ​ຈະ​ຈັບ​ທີ່​ຂະໜ່ອງ​ຂອງ​ພວກເຂົາ ແລະ​ຕົວ​ພວກເຂົາ​ເອງ​ກໍ​ຈະ​ຖືກ​ຫິ້ວ​ຂຶ້ນ.</verse>
				<verse number="10">ທີ່​ເທິງ​ໜ້າດິນ​ນັ້ນ​ມີ​ແຮ້ວ​ທີ່​ຖືກ​ຫ້າງ​ໄວ້​ຢ່າງດີ ຖືກ​ວາງ​ໄວ້​ຕາມ​ທາງ​ທີ່​ລາວ​ຍ່າງ​ໄປມາ​ນັ້ນ.</verse>
				<verse number="11">ອ້ອມຮອບ​ຕົວ​ລາວ​ນັ້ນ ຄວາມຢ້ານ​ໃຫຍ່​ລໍຄອຍ ມັນ​ຕິດຕາມ​ລາວ​ໄປ​ໃນ​ທຸກໆ​ບາດ​ກ້າວ.</verse>
				<verse number="12">ລາວ​ເຄີຍ​ຮັ່ງມີ​ຂຶ້ນ ແຕ່​ບັດນີ້​ຊໍ້າພັດ​ອຶດຫິວ; ຄວາມ​ຈິບຫາຍ​ຢືນ​ລໍຄອຍ​ຢູ່​ຂ້າງໆ​ລາວ​ນັ້ນ.</verse>
				<verse number="13">ພະຍາດ​ເຖິງ​ຕາຍ​ກໍ​ລາມ​ໄປ​ທົ່ວ​ຮ່າງກາຍ ເຮັດ​ໃຫ້​ແຂນຂາ​ລາວ​ເປື່ອຍ​ເໝັນ​ຄາວ​ຍ້ອນ.</verse>
				<verse number="14">ລາວ​ຖືກ​ຖອນ​ອອກ​ຈາກ​ເຕັນ​ທີ່​ຢູ່​ຢ່າງ​ປອດໄພ ຖືກ​ນຳ​ມາ​ຢູ່​ຊ້ອງໜ້າ​ເຈົ້າ​ແຫ່ງ​ຄວາມຕາຍ​ແລ້ວ.</verse>
				<verse number="15">ບັດນີ້ ຜູ້ໃດ​ສາມາດ​ຢູ່​ໃນ​ຜ້າເຕັນ​ຂອງຕົນ ຫລັງຈາກ​ທີ່​ຄົນ​ໂຮຍ​ມາດ​ລົງ​ຂ້າ​ເຊື້ອ​ພະຍາດ​ທີ່​ນັ້ນ.</verse>
				<verse number="16">ສະນັ້ນ ລາວ​ຈຶ່ງ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ກຳລັງ​ຈະ​ຕາຍ ຮາກເຫງົ້າ​ກິ່ງກ້ານ​ທັງຫລາຍ​ກໍ​ຫ່ຽວແຫ້ງ​ໄປສິ້ນ.</verse>
				<verse number="17">ໃນ​ບ້ານເມືອງ​ແລະ​ຕ່າງຖິ່ນ​ຊື່ສຽງ​ລາວ​ກໍ​ໝົດໄປ ບໍ່ມີ​ຜູ້ໃດ​ທີ່​ຈະ​ຈົດຈຳ​ລາວ​ໄວ້​ຕໍ່ໄປ​ອີກ​ແລ້ວ.</verse>
				<verse number="18">ລາວ​ຈະ​ຖືກ​ຂັບໄລ່​ອອກ​ຈາກ​ດິນແດນ​ຄົນ​ເປັນ ຄື​ຖືກ​ຂັບໄລ່​ຈາກ​ແສງແຈ້ງ​ເຂົ້າສູ່​ຄວາມມືດ.</verse>
				<verse number="19">ລາວ​ຈະ​ບໍ່ມີ​ລູກ​ເພື່ອ​ສືບ​ເຊື້ອສາຍ​ໃຫ້​ລາວ​ເລີຍ ຈະ​ບໍ່ມີ​ຜູ້ໃດ​ລອດຊີວິດ​ຢູ່​ໃນ​ບ້ານເຮືອນ​ຂອງ​ລາວ​ດ້ວຍ.</verse>
				<verse number="20">ແຕ່​ຕາເວັນອອກ​ເຖິງ​ຕາເວັນຕົກ​ຕ່າງ​ກໍ​ໄດ້​ຍິນ ເຖິງ​ຊາຕາກຳ​ລາວ ຈຶ່ງ​ຂົນ​ລຸກ​ແລະ​ສັ່ນເຊັນ​ດ້ວຍ.</verse>
				<verse number="21">ຊາຕາກຳ​ຂອງ​ຄົນຊົ່ວ​ນັ້ນ​ກໍ​ເປັນ​ດັ່ງນີ້ແຫລະ ຄື​ຜູ້​ທີ່​ບໍ່ໄດ້​ບົວລະບັດ​ພຣະເຈົ້າ​ຂອງຕົນ​ຢ່າງ​ຖືກຕ້ອງ.”</verse>
			</chapter>
			<chapter number="19">
				<verse number="1">“ເປັນຫຍັງ​ພວກເຈົ້າ​ຈຶ່ງ​ສືບຕໍ່​ເວົ້າ​ທໍລະມານ​ຂ້ອຍ​ນໍ? ແລະ​ເຮັດ​ໃຫ້​ຂ້ອຍ​ລະທົມ​ໃຈ​ດ້ວຍ​ຄຳເວົ້າ​ເຫຼົ່ານັ້ນ.</verse>
				<verse number="2"></verse>
				<verse number="3">ພວກເຈົ້າ​ໝິ່ນປະໝາດ​ຂ້ອຍ​ຊໍ້າ​ຕື່ມ​ຢ່າງ​ເຖິງ​ໃຈ ແລະ​ບໍ່​ອັບອາຍ​ຕໍ່​ສິ່ງທີ່​ພວກເຈົ້າ​ໄດ້​ກ່າວຮ້າຍ​ນັ້ນ.</verse>
				<verse number="4">ເຖິງ​ແມ່ນ​ວ່າ​ຖ້າ​ຂ້ອຍ​ເຮັດ​ຜິດພາດ​ກໍຕາມ ເຮັດ​ໃຫ້​ພວກເຈົ້າ​ເຄືອງຈິດ​ແລະ​ຊໍ້າໃຈ​ຫຍັງ​ຍ້ອນ?</verse>
				<verse number="5">ທີ່​ຈິງ​ແລ້ວ ພວກເຈົ້າ​ຂົ່ມ​ຂ້ອຍ​ເພື່ອ​ຍົກ​ພວກເຈົ້າ​ເອງ ໃຊ້​ຄວາມ​ທົນທຸກ​ທີ່​ຂ້ອຍ​ມີ ເປັນພິລຸດ​ຈັບ​ຜິດ​ຂ້ອຍ.</verse>
				<verse number="6">ພວກເຈົ້າ​ບໍ່​ເຫັນ​ບໍ​ວ່າ ແມ່ນ​ພຣະເຈົ້າ​ທີ່​ໄດ້​ທຳການ ພຣະອົງ​ໄດ້​ວາງແຜນ​ເພື່ອ​ດັກຈັບ​ຂ້ອຍ​ຢ່າງນີ້.</verse>
				<verse number="7">ຂ້ອຍ​ປະທ້ວງ​ຕໍ່​ຄວາມ​ຮຸນແຮງ ແຕ່​ບໍ່ມີ​ຜູ້ໃດ​ຟັງ​ເລີຍ ບໍ່ມີ​ຜູ້ໃດ​ໄດ້ຍິນ​ຄຳຮ້ອງຂໍ​ຄວາມ​ຍຸດຕິທຳ​ສຳລັບ​ຂ້ອຍ.</verse>
				<verse number="8">ພຣະເຈົ້າ​ກີດກັ້ນ​ຫົນທາງ​ຂ້ອຍ​ຈຶ່ງ​ຜ່ານ​ໄປ​ບໍ່​ໄດ້ ພຣະອົງ​ອັດ​ຫົນທາງ​ຂອງຂ້ອຍ​ໃນ​ຄວາມມືດ.</verse>
				<verse number="9">ພຣະອົງ​ໄດ້​ເອົາ​ຊັບສິນ​ທັງໝົດ​ຂອງຂ້ອຍ​ໜີໄປ ທັງ​ໄດ້​ທຳລາຍ​ຊື່ສຽງ​ຂອງຂ້ອຍ​ດ້ວຍ.</verse>
				<verse number="10">ພຣະອົງ​ໃຊ້​ໄມ້​ຕີ​ຂ້ອຍ​ທຸກປ່ອງ​ທຸກແຈ ແລະ​ໃຫ້​ຄວາມຫວັງ​ຫ່ຽວແຫ້ງ​ຕາຍ​ດັ່ງ​ຕົ້ນໄມ້.</verse>
				<verse number="11">ພຣະເຈົ້າ​ໂກດຮ້າຍ​ແລະ​ຕໍ່ສູ້​ຂ້ອຍ​ຢ່າງ​ໂມໂຫ ພຣະອົງ​ເຮັດ​ກັບ​ຂ້ອຍ ດັ່ງ​ເປັນ​ສັດຕູ​ຄູ່​ອາຄາດ.</verse>
				<verse number="12">ພຣະອົງ​ສົ່ງ​ກອງທັບ​ມາ​ໂຈມຕີ​ຂ້ອຍ​ໂດຍກົງ ພວກເຂົາ​ຂຸດ​ຕະຄອງ​ລົງ​ປິດລ້ອມ​ຜ້າເຕັນ​ຂ້ອຍ​ໄວ້.</verse>
				<verse number="13">ພຣະເຈົ້າ​ໄດ້​ເຮັດ​ໃຫ້​ຄອບຄົວ​ຂອງຂ້ອຍ ປະຖິ້ມ​ຂ້ອຍ​ໝົດ ຂ້ອຍ​ເປັນ​ຄົນ​ແປກໜ້າ ຕໍ່​ຜູ້​ທີ່​ເຄີຍ​ຮູ້ຈັກ​ຂ້ອຍ​ນັ້ນ;</verse>
				<verse number="14">ຍາດຕິພີ່ນ້ອງ​ແລະ​ໝູ່ເພື່ອນ​ມິດ​ສະຫາຍ​ຂອງຂ້ອຍ ຕ່າງ​ກໍ​ພາກັນ​ໜີໄປ​ຈາກ​ຂ້ອຍ​ຢ່າງ​ໝົດສິ້ນ.</verse>
				<verse number="15">ຜູ້​ທີ່​ເຄີຍ​ເປັນ​ແຂກ​ໃນ​ບ້ານ​ຂອງຂ້ອຍ ກໍ​ລືມ​ຂ້ອຍ​ໝົດ ສາວໃຊ້​ຖື​ຂ້ອຍ​ເປັນ​ຄົນ​ແປກໜ້າ​ແລະ​ຕ່າງດ້າວ.</verse>
				<verse number="16">ເມື່ອ​ຂ້ອຍ​ເອີ້ນ​ຫາ​ຄົນ​ຮັບໃຊ້ ເຂົາ​ກໍ​ບໍ່ຍອມ​ຂານ ເຖິງ​ແມ່ນ​ຂ້ອຍ​ຮ້ອງຂໍ​ໃຫ້​ຊ່ວຍ​ກໍຕາມ.</verse>
				<verse number="17">ເມຍ​ຂອງຂ້ອຍ​ຢືນ​ສູ້​ກັບ​ກິ່ນ​ລົມຫາຍໃຈ​ບໍ່ໄດ້​ເລີຍ ແລະ​ອ້າຍ​ນ້ອງ​ຄີງໆ​ຂອງຂ້ອຍ​ເອງ​ກໍ​ບໍ່​ກາຍ​ມາ​ໃກ້.</verse>
				<verse number="18">ແມ່ນແຕ່​ພວກ​ເດັກນ້ອຍ​ກໍ​ເຮັດ​ໃສ່​ຂ້ອຍ​ຢ່າງ​ຫຍໍ້ຫຍັນ ຖ້າ​ຂ້ອຍ​ອ້າ​ປາກ​ເວົ້າຈາ ພວກເຂົາ​ກໍ​ຫົວເລາະ​ເຍາະເຍີ້ຍ.</verse>
				<verse number="19">ໝູ່ເພື່ອນ​ທີ່​ສະໜິດ ແນມເບິ່ງ​ຂ້ອຍ​ຢ່າງ​ກຽດຊັງ ຄົນ​ທີ່​ຂ້ອຍ​ຍັງ​ຮັກ​ຫລາຍ​ທີ່ສຸດ ກໍ​ຫັນ​ມາ​ຕໍ່ສູ້​ຂ້ອຍ.</verse>
				<verse number="20">ຕາມ​ຕົນຕົວ​ຂອງຂ້ອຍ​ກໍ​ເຫັນ​ແຕ່​ກະດູກ​ຕິດ​ໜັງ; ຂ້ອຍ​ຍັງ​ລອດຊີວິດ​ຢູ່​ມາ​ໄດ້​ພຽງແຕ່​ພາງໆ​ເທົ່ານັ້ນ.</verse>
				<verse number="21">ພວກເຈົ້າ​ເປັນ​ເພື່ອນ​ຂ້ອຍ ສົງສານ​ຂ້ອຍ​ແດ່ແມ ມື​ພຣະເຈົ້າ​ທຸບຕີ​ຂ້ອຍ ໃຫ້​ລົ້ມລົງ​ສາ​ແລ້ວ.</verse>
				<verse number="22">ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຂົ່ມເຫັງ​ຂ້ອຍ ເໝືອນ​ພວກເຈົ້າ​ເປັນ​ພຣະເຈົ້າ? ພວກເຈົ້າ​ຍັງ​ບໍ່​ສົມໃຈ​ຫລື ທີ່​ໄດ້​ທໍລະມານ​ຂ້ອຍ?</verse>
				<verse number="23">ຂ້ອຍ​ຢາກ​ໃຫ້​ມີ​ຜູ້ໃດ​ຜູ້ໜຶ່ງ​ຈົດ​ຄຳເວົ້າ​ຂອງຂ້ອຍ​ໄວ້​ເດ ແລະ​ບັນທຶກ​ຄຳເວົ້າ​ສິ່ງ​ທັງໝົດ​ໃສ່​ໄວ້​ໃນ​ປຶ້ມ</verse>
				<verse number="24">ຫລື​ໃຊ້​ປາກກາ​ສະຫລັກ​ຄຳເວົ້າ​ຂອງຂ້ອຍ​ໄວ້​ສືບໄປ ແລະ​ຂຽນ​ໄວ້​ທີ່​ໂງ່ນຫີນ​ໃຫ້​ຄົງ​ມີ​ໄປ​ຕະຫລອດ.</verse>
				<verse number="25">ແຕ່​ຂ້ອຍ​ຮູ້​ຜູ້ໜຶ່ງ​ຢູ່​ໃນ​ສະຫວັນ​ສະຖານ ຜູ້​ທີ່​ຈະ​ມາ​ໃນທີ່ສຸດ ປ້ອງກັນ​ຊີວິດ​ຂ້ອຍ​ໄວ້.</verse>
				<verse number="26">ແມ່ນ​ວ່າ​ເນື້ອກາຍ​ຂ້ອຍ​ຈະ​ຖືກ​ພະຍາດ​ກັດກິນ ເມື່ອ​ຍັງ​ຢູ່​ໃນ​ຮ່າງກາຍ ຂ້ອຍ​ຈະ​ໄດ້​ເຫັນ​ພຣະເຈົ້າ.</verse>
				<verse number="27">ຂ້ອຍ​ຈະ​ເຫັນ​ພຣະອົງ​ດ້ວຍ​ຕາ​ຂອງຂ້ອຍ​ເອງ ພຣະອົງ​ຈະ​ບໍ່​ເປັນ​ຄົນ​ແປກໜ້າ​ສຳລັບ​ຂ້ອຍ. ຄວາມ​ກ້າຫານ​ຂອງຂ້ອຍ​ໄດ້​ເຫີຍຮາດ​ຂາດໄປ ຍ້ອນ​ພວກເຈົ້າ​ໄດ້​ຖາມ​ຂ້ອຍ​ວ່າ​ດັ່ງນີ້:</verse>
				<verse number="28">‘ພວກເຮົາ​ທໍລະມານ​ລາວ​ໄດ້​ຢ່າງໃດ​ນໍ?’ ພວກເຈົ້າ​ຫາທາງ​ແກ້ຕົວ​ເພື່ອ​ຈະ​ໂຈມຕີ​ຂ້ອຍ.</verse>
				<verse number="29">ແຕ່​ບັດນີ້ ໃຫ້​ພວກເຈົ້າ​ພາກັນ​ຢ້ານ​ດາບ​ແດ່ແມ ຄື​ດາບ​ທີ່​ຈະ​ຖືກ​ນຳ​ສູ່​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ເພື່ອ​ຈະ​ມາ​ຕໍ່ສູ້​ບາບກຳ​ທີ່​ພວກເຈົ້າ​ໄດ້​ກະທຳ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ​ມີ​ຜູ້ໜຶ່ງ​ຕັດສິນ​ຄວາມ​ໃຫ້.”</verse>
			</chapter>
			<chapter number="20">
				<verse number="1">“ໂຢບ​ເອີຍ ເຈົ້າ​ໄດ້​ເຮັດ​ໃຫ້​ຂ້ອຍ​ລຳຄານ​ໃຈ ບັດນີ້ ຂ້ອຍ​ອົດທົນ​ບໍ່ໄຫວ​ຈຶ່ງ​ຈະ​ໂຕ້ຕອບ​ເຈົ້າ.</verse>
				<verse number="2"></verse>
				<verse number="3">ສິ່ງ​ທີ່​ເຈົ້າ​ໄດ້​ເວົ້າ​ນັ້ນ​ແມ່ນ​ຄຳ​ດູຖູກ​ນິນທາ ແຕ່​ຂ້ອຍ​ຮູ້ດີ​ຢູ່​ແລ້ວ​ວ່າ​ຈະ​ຕອບ​ເຈົ້າ​ຢ່າງໃດ.</verse>
				<verse number="4">ເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ຕັ້ງແຕ່​ສະໄໝ​ບູຮານ ເມື່ອ​ມະນຸດ​ເຮົາ​ຖືກ​ວາງ​ທີ່​ເທິງ​ແຜ່ນດິນ​ໂລກ</verse>
				<verse number="5">ຄົນຊົ່ວຊ້າ​ນັ້ນ​ຈະ​ມີ​ໄຊຊະນະ​ຢູ່​ຊົ່ວຄາວ ພວກເຂົາ​ຈະ​ພົບ​ຄວາມສຸກ​ໃນ​ໄລຍະ​ສັ້ນໆ​ເທົ່ານັ້ນ.</verse>
				<verse number="6">ເຖິງ​ແມ່ນ​ພວກເຂົາ​ໃຫຍ່​ສູງສົ່ງ​ຈຸ​ຟ້າ​ສະຫວັນ ຈົນ​ວ່າ​ຫົວ​ຂອງ​ພວກເຂົາ​ຈຸເມກ</verse>
				<verse number="7">ແຕ່​ພວກເຂົາ​ກໍ​ຈະ​ຖືກ​ພັດ​ຖິ້ມ​ເໝືອນ​ດັ່ງ​ຂີ້ຝຸ່ນ​ດິນ ຄົນ​ທີ່​ເຄີຍ​ຮູ້ຈັກ ຈະ​ຖາມ​ກັນ​ວ່າ, ‘ພວກເຂົາ​ໄປ​ໃສ​ແລ້ວ?’</verse>
				<verse number="8">ພວກເຂົາ​ຈະ​ສະຫລາຍ​ໄປ​ດັ່ງ​ຄວາມຝັນ ດັ່ງ​ນິມິດ​ໃນ​ຕອນ​ກາງຄືນ​ທີ່​ຈະ​ບໍ່​ເຫັນ​ມັນ​ອີກ.</verse>
				<verse number="9">ຄົນຊົ່ວ​ຈະ​ສູນຫາຍ​ໄປ​ຈາກ​ຖິ່ນຖານ​ຂອງຕົນ ບ່ອນ​ທີ່​ພວກເຂົາ​ເຄີຍ​ຢູ່​ອາໄສ ກໍ​ຈະ​ບໍ່​ເຫັນ​ພວກເຂົາ​ອີກ​ເລີຍ.</verse>
				<verse number="10">ຊັບສິນ​ທີ່​ພວກເຂົາ​ມີ​ນັ້ນ​ຈະ​ລົດນ້ອຍ​ຖອຍລົງ ລູກຫລານ​ຂອງ​ພວກເຂົາ​ຈຳໃຈ​ຈ່າຍ​ຄືນ​ໃຫ້​ຄົນທຸກ.</verse>
				<verse number="11">ຮ່າງກາຍ​ຂອງ​ພວກເຂົາ​ເຄີຍ​ໜຸ່ມແໜ້ນ​ແລະ​ແຂງແຮງ ແຕ່​ກໍ​ຈະ​ຖືກ​ປ່ຽນແປງ​ໃຫ້​ເປັນ​ຂີ້ຝຸ່ນ​ດິນ​ໄວໆ​ນີ້.</verse>
				<verse number="12">ຄວາມ​ຊົ່ວຮ້າຍ​ມີ​ຣົດຊາດ​ແຊບນົວ​ໃນ​ປາກ​ຂອງ​ພວກເຂົາ ແລະ​ເຊື່ອງ​ມັນ​ໄວ້​ພາຍໃນ​ຂອງ​ພວກເຂົາ.</verse>
				<verse number="13"></verse>
				<verse number="14">ແຕ່​ໃນ​ກະເພາະ​ພວກເຂົາ​ແລ້ວ ອາຫານ​ທີ່​ແຊບ​ນັ້ນ ເປັນ​ພິດໄພ​ຍິ່ງກວ່າ​ຢາເບື່ອ.</verse>
				<verse number="15">ຄົນຊົ່ວ​ຮາກ​ອອກ​ແຕ່​ຊັບສິນ​ທີ່​ຕົນ​ໄດ້​ລັກ​ມາ; ພຣະເຈົ້າ​ເອົາ​ຄືນ​ແມ່ນແຕ່​ຍັງ​ຄາ​ຢູ່​ໃນ​ກະເພາະ.</verse>
				<verse number="16">ສິ່ງ​ທີ່​ຄົນຊົ່ວ​ກືນກິນ​ນັ້ນ​ດັ່ງ​ກືນ​ຢາພິດ​ລົງ​ໄປ; ມັນ​ຂ້າ​ພວກເຂົາ​ໃຫ້​ຕາຍ​ເໝືອນ​ຖືກ​ງູພິດ​ຕອດ.</verse>
				<verse number="17">ພວກເຂົາ​ຈະ​ບໍ່​ຢູ່ລອດ ເພື່ອ​ຊົມ​ນໍ້າມັນ​ໝາກກອກ​ຫລັ່ງໄຫລ ຫລື​ນໍ້າເຜິ້ງ​ແລະ​ນໍ້ານົມ​ທີ່​ຈະ​ໄຫລ​ດັ່ງ​ສາຍນໍ້າ.</verse>
				<verse number="18">ພວກເຂົາ​ຈະ​ຕ້ອງ​ສົ່ງ​ຄືນ​ທຸກສິ່ງ​ທີ່​ພວກເຂົາ​ໄດ້​ຫາ​ມາ; ພວກເຂົາ​ຈະ​ບໍ່ມີ​ໂອກາດ​ຊື່ນຊົມ​ກັບ​ຊັບສິນ​ຂອງຕົນ​ຊໍ້າ</verse>
				<verse number="19">ເພາະ​ພວກເຂົາ​ຂູດຮີດ ແລະ​ລະເລີຍ​ຕໍ່​ຄົນ​ຍາກຈົນ ທັງ​ບຽດຢຶດ​ເຮືອນ​ຄົນ ທີ່​ຕົນ​ບໍ່ໄດ້​ສ້າງ​ມາ​ນັ້ນ.</verse>
				<verse number="20">ພວກເຂົາ​ໂລບມາກ​ໂລພາ​ບໍ່​ພໍ​ເປັນ​ຈັກເທື່ອ ຈຶ່ງ​ຮັກສາ​ຊັບສົມບັດ​ໃດໆ​ໄວ້​ບໍ່ໄດ້​ເລີຍ.</verse>
				<verse number="21">ເມື່ອ​ພວກເຂົາ​ກິນ​ເຂົ້າ ກໍ​ບໍ່​ໃຫ້​ເຫຼືອ​ໄວ້​ຈັກຢ່າງ ແຕ່​ບັດນີ້ ຄວາມ​ຮຸ່ງເຮືອງ​ຂອງ​ພວກເຂົາ​ກໍ​ມາ​ສູ່​ຈຸດຈົບ.</verse>
				<verse number="22">ແມ່ນ​ວ່າ​ພວກເຂົາ​ຈະ​ສຳເລັດ​ສູງສົ່ງ​ສໍ່າໃດ​ກໍຕາມ ແຕ່​ພວກເຂົາ​ກໍ​ຈະ​ຍາກຈົນ​ໜັກ​ລົງ​ເທົ່ານັ້ນ.</verse>
				<verse number="23">ຈົ່ງ​ປ່ອຍ​ພວກເຂົາ​ກິນ​ໃຫ້​ສົມຈິດໃຈ​ມັກ​ສາເທາະ ເພາະ​ພຣະເຈົ້າ​ຈະ​ລົງໂທດ​ຢ່າງ​ໂກດຮ້າຍ​ໜັກ.</verse>
				<verse number="24">ເມື່ອ​ພວກເຂົາ​ພະຍາຍາມ​ປົບໜີ​ຈາກ​ດາບ​ຂອງ​ສັດຕູ ລູກ​ໜ້າທະນູ​ທອງ​ກໍ​ຈະ​ມາ​ຖືກ​ພວກເຂົາ​ໂລດ.</verse>
				<verse number="25">ລູກທະນູ​ຈະ​ທະລຸ​ຊອດ​ຮ່າງກາຍ​ຂອງ​ພວກເຂົາ; ຕົນຕົວ​ຂອງ​ພວກເຂົາ​ກໍ​ເປິເປື້ອນ​ໄປ​ດ້ວຍ​ເລືອດ. ເມື່ອໃດ​ຖອດ​ທະນູ​ອອກ​ຈາກ​ຫົວໃຈ​ຂອງ​ພວກເຂົາ ຄວາມຢ້ານ​ຕາຍ​ກໍ​ມາ​ສິງ​ສູ່​ພວກເຂົາ​ເມື່ອນັ້ນ.</verse>
				<verse number="26">ທຸກໆສິ່ງ​ທີ່​ພວກເຂົາ​ໄດ້​ສະສົມ​ໄວ້​ໄດ້​ທັງໝົດ ກໍ​ຈະ​ຖືກ​ທຳລາຍ​ຖິ້ມ​ຈົນກ້ຽງ; ໄຟ​ທີ່​ບໍ່​ໄຕ້​ໂດຍ​ມື​ມະນຸດ​ຈະ​ເຜົາຜານ ພວກເຂົາ​ກັບ​ຄອບຄົວ​ຂອງ​ພວກເຂົາ​ໃຫ້​ດັບ​ສິ້ນ.</verse>
				<verse number="27">ຈັກກະວານ​ເຜີຍແບ​ບາບ​ຂອງ​ພວກເຂົາ​ໃຫ້​ເຫັນ; ແຜ່ນດິນ​ໂລກ​ກໍ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ​ດ້ວຍ.</verse>
				<verse number="28">ຊັບສິນ​ຂອງ​ພວກເຂົາ​ທຸກຢ່າງ​ຈະ​ຖືກ​ທຳລາຍ​ໄປ ຍ້ອນ​ພຣະເຈົ້າ​ໂກດຮ້າຍ​ໜັກ​ດັ່ງ​ນໍ້າ​ໄຫລ​ຖ້ວມ.</verse>
				<verse number="29">ຊາຕາກຳ​ຂອງ​ບັນດາ​ຄົນຊົ່ວ​ກໍ​ເປັນ​ດັ່ງນີ້ແຫລະ ພຣະເຈົ້າ​ໃຫ້​ພວກເຂົາ​ໄດ້​ຮັບ​ເຄາະກຳ​ເຫຼົ່ານັ້ນ.”</verse>
			</chapter>
			<chapter number="21">
				<verse number="1">“ຈົ່ງ​ຟັງ​ດີໆ​ເຖີດ ສິ່ງ​ທີ່​ຂ້ອຍ​ຈະ​ເວົ້າ​ອອກ​ໄປ ຂ້ອຍ​ບໍ່​ລໍ​ຄຳ​ເລົ້າໂລມ​ໃຈ​ຈາກ​ພວກເຈົ້າ​ອີກ​ແລ້ວ.</verse>
				<verse number="2"></verse>
				<verse number="3">ຈົ່ງ​ໃຫ້​ໂອກາດ​ຂ້ອຍ​ເວົ້າ​ຕໍ່ໄປ​ຕື່ມແດ່ ເມື່ອ​ເວົ້າ​ສົມໃຈ​ແລ້ວ ຈະ​ເຍາະເຍີ້ຍ​ຂ້ອຍ​ກໍ​ເອົາເລີຍ.</verse>
				<verse number="4">ການ​ໂຕ້ຖຽງ​ຂອງຂ້ອຍ​ບໍ່ແມ່ນ​ກັບ​ຄົນ​ຕາຍ​ເປັນ ຂ້ອຍ​ມີ​ເຫດຜົນ​ພຽງພໍ ທີ່​ຂ້ອຍ​ອົດກັ້ນ​ບໍ່ໄດ້.</verse>
				<verse number="5">ແນມ​ເບິ່ງ​ຂ້ອຍ​ຢ່າງນີ້​ແລ້ວ ຍັງ​ບໍ່​ພຽງພໍ​ອີກ​ບໍ? ຈຶ່ງ​ກຶ້ງຕາ​ເບິ່ງ​ຢ່າງ​ຕົກ​ຕະລຶງ​ມິດງຽບ?</verse>
				<verse number="6">ເມື່ອ​ຄິດເຖິງ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ຂ້ອຍ​ຫັ້ນນາ ຂ້ອຍ​ກໍ​ງົງ ທົ່ວ​ຮ່າງກາຍ​ກໍ​ສັ່ນເຊັນ​ໄປ​ໝົດສິ້ນ.</verse>
				<verse number="7">ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ປ່ອຍ​ໃຫ້​ຄົນ​ບໍ່​ດີ​ຍັງ​ມີ​ຊີວິດ​ຢູ່ ຈົນ​ພວກເຂົາ​ເຖົ້າແກ່​ຊະຣາ ຈົນ​ຮຸ່ງເຮືອງ​ຂຶ້ນ ແລະ​ຮັ່ງມີ​ນໍ?</verse>
				<verse number="8">ພວກເຂົາ​ມີ​ລູກ ແລະ​ພວກ​ເຫຼົ່າ​ຫລານ​ເຫຼັນ ມີ​ຊີວິດ​ຈົນ​ເຫັນ​ພວກເຂົາ​ໃຫຍ່ກ້າ​ໜ້າບານ​ທັງນັ້ນ.</verse>
				<verse number="9">ພຣະເຈົ້າ​ບໍ່ໄດ້​ໃຫ້​ບ້ານເຮືອນ​ຂອງ​ພວກເຂົາ​ຖືກ​ທຳລາຍ ພວກເຂົາ​ບໍ່ເຄີຍ​ມີ​ຊີວິດ​ຢູ່​ໂດຍ​ຢ້ານກົວ​ຜູ້ໃດຊໍ້າ.</verse>
				<verse number="10">ທຸກ​ເທື່ອ​ທີ່​ງົວເຖິກ​ຖືເຊີງ​ນັ້ນ ກໍ​ຕັ້ງທ້ອງ​ທຸກ​ໂຕ ແລະ​ເກີດລູກ​ອອກ​ມາ​ຢ່າງ​ບໍ່​ຫລຸຫລອດ​ຈັກ​ໂຕ​ດ້ວຍ.</verse>
				<verse number="11">ພວກເຂົາ​ປ່ອຍ​ໃຫ້​ລູກຫລານ​ແລ່ນ​ຫລີ້ນ​ຍົ່ວໆ​ດັ່ງ​ຝູງແກະ ລູກຫລານ​ຂອງ​ພວກເຂົາ​ເຕັ້ນ​ກະໂດດ​ໄປມາ​ຢ່າງ​ມ່ວນຊື່ນ</verse>
				<verse number="12">ທັງ​ຮ້ອງລຳ​ທຳເພງ ຕາມ​ຈັງຫວະ​ຂອງ​ສຽງ​ກອງ ພ້ອມ​ທັງ​ສຽງ​ພິນ ແລະ​ສຽງ​ຂຸ່ຍ​ອີກ​ດ້ວຍ.</verse>
				<verse number="13">ພວກເຂົາ​ໃຊ້​ຊີວິດ​ຢູ່​ຢ່າງ​ມີ​ສັນຕິສຸກ ແລະ​ຕາຍ​ຢ່າງ​ສະບາຍ​ໂດຍ​ທີ່​ບໍ່ໄດ້​ທົນທຸກ.</verse>
				<verse number="14">ຄົນຊົ່ວ​ບອກ​ພຣະເຈົ້າ​ປ່ອຍ​ພວກເຂົາ​ໃຫ້​ຢູ່​ຕາມ​ລຳພັງ ພວກເຂົາ​ບໍ່​ຕ້ອງການ​ຮູ້ຈັກ​ແມ່ນແຕ່​ພຣະປະສົງ​ຂອງ​ພຣະອົງ​ຊໍ້າ.</verse>
				<verse number="15">ພວກເຂົາ​ຄິດ​ວ່າ​ບໍ່​ຈຳເປັນ​ທີ່​ຕ້ອງ​ຮັບໃຊ້​ພຣະເຈົ້າ​ເດີ ທັງ​ບໍ່​ສຳຄັນ​ຫຍັງ​ທີ່​ຈະ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ.</verse>
				<verse number="16">ພວກເຂົາ​ອ້າງ​ເຖິງ​ຜົນ​ສຳເລັດ​ໂດຍ​ກຳລັງ​ຂອງ​ພວກ​ເຂົາເອງ ແມ່ນແຕ່​ແນວຄິດ​ຂອງ​ພວກເຂົາ ຂ້ອຍ​ກໍ​ຍອມ​ຮັບ​ເອົາ​ບໍ່ໄດ້.</verse>
				<verse number="17">ແສງ​ທຽນ​ຊີວິດ​ຂອງ​ຄົນຊົ່ວ​ດັບ​ໄປ​ເລື້ອຍໆ​ຊັ້ນບໍ? ຄວາມ​ຈິບຫາຍ​ກໍ​ມາ​ເຖິງ​ພວກເຂົາ​ເລື້ອຍໆ​ຫລືບໍ່? ເມື່ອ​ພຣະເຈົ້າ​ໂກດຮ້າຍ​ແຜດສຽງ​ໃສ່​ຄົນຊົ່ວ​ທັງຫລາຍ ເລື້ອຍໆ​ສໍ່າໃດ​ທີ່​ພຣະອົງ​ລົງໂທດ​ຄົນຊົ່ວຊ້າ​ເຊັ່ນນັ້ນ?</verse>
				<verse number="18">ພຣະອົງ​ພັດ​ພວກເຂົາ​ຖິ້ມ​ດັ່ງ​ຂີ້ແກບ​ຖືກ​ລົມ​ພັດ​ບໍ? ດັ່ງ​ພະຍຸບ້າ​ພັດ​ຂີ້ຝຸ່ນ​ຟົ້ງ​ກະເດັນ​ໜີໄປ​ຫລືບໍ່?</verse>
				<verse number="19">ພຣະເຈົ້າ​ຈະ​ບໍ່​ລົງໂທດ​ລູກ​ຍ້ອນ​ບາບກຳ​ຂອງ​ພໍ່. ແຕ່​ພຣະເຈົ້າ​ເປັນ​ຜູ້​ລົງໂທດ​ຄົນ​ທີ່​ເຮັດ​ບາບ​ນັ້ນເອງ, ເພື່ອ​ສະແດງ​ໃຫ້​ເຫັນວ່າ​ພວກເຂົາ​ເອງ​ໄດ້​ເຮັດ​ບາບ.</verse>
				<verse number="20">ໃຫ້​ຄົນ​ບາບ​ຫາບແບກ​ໂທດກຳ​ຂອງ​ພວກເຂົາ​ເອງ; ໃຫ້​ພວກເຂົາ​ຊີມ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່.</verse>
				<verse number="21">ເມື່ອ​ຄົນ​ຜູ້ໜຶ່ງ​ຈົບສິ້ນ​ຊີວິດ​ຂອງຕົນ​ໄປ ມັນ​ຫຍຸ້ງກ່ຽວ​ຫຍັງ​ກັບ​ຊີວິດ​ຂອງ​ລູກ​ລາວ​ນັ້ນ?</verse>
				<verse number="22">ຜູ້ໃດ​ຜູ້ໜຶ່ງ​ສັ່ງສອນ​ພຣະເຈົ້າ​ໄດ້​ບໍ? ຜູ້​ທີ່​ຕັດສິນ​ແມ່ນ​ພຣະອົງ​ທີ່​ຢູ່​ເບື້ອງເທິງ​ພຸ້ນ.</verse>
				<verse number="23">ບາງຄົນ​ແຂງແຮງ​ຢູ່​ຮອດ​ມື້​ເຂົາ​ຕາຍ ຕາຍງ່າຍ​ທັງ​ສຸກໃຈ​ແລະ​ຮ່າງກາຍ​ກໍ​ອ້ວນພີ​ຢູ່.</verse>
				<verse number="24"></verse>
				<verse number="25">ບາດ​ຄົນອື່ນ​ນັ້ນ ພັດ​ບໍ່ມີ​ຄວາມສຸກ​ຫຍັງ​ເລີຍ; ເຂົາ​ມີ​ຊີວິດ​ຢູ່​ແລະ​ຕາຍໄປ​ໂດຍ​ຂົມຂື່ນ​ໃຈ​ແທ້ໆ.</verse>
				<verse number="26">ທຸກຄົນ​ກໍ​ລ້ວນແຕ່​ຕາຍ​ແລະ​ຖືກ​ຝັງ; ມີ​ໂຕ​ໜອນ​ຫຸ້ມ​ຕົນຕົວ​ຄືກັນ​ທັງນັ້ນ.</verse>
				<verse number="27">ຈົ່ງ​ລະວັງ​ໄວ້ ຂ້ອຍ​ຮູ້​ຄວາມຄິດ​ພວກເຈົ້າ​ທັງໝົດ ຄື​ຄວາມຄິດ​ເຕັມແຕ່​ອຸບາຍ​ທີ່​ພວກເຈົ້າ​ມີ​ຢູ່​ນັ້ນ.</verse>
				<verse number="28">ພວກເຈົ້າ​ຖາມ​ວ່າ, ‘ເຮືອນ​ຜູ້​ຍິ່ງໃຫຍ່​ບັດນີ້​ຢູ່​ໃສ?’ ຄື​ຜູ້​ຍິ່ງໃຫຍ່​ທີ່​ໄດ້​ປະຕິບັດ​ແຕ່​ການ​ຊົ່ວຮ້າຍ​ນັ້ນ?</verse>
				<verse number="29">ພວກເຈົ້າ​ບໍ່ເຄີຍ​ຖາມ​ຄົນ​ທ່ອງທ່ຽວ​ແດ່ບໍ? ພວກເຈົ້າ​ບໍ່​ຮູ້ຈັກ​ຄຳ​ພະຍານ​ຂອງ​ພວກເຂົາ​ຫລື</verse>
				<verse number="30">ວ່າ​ຄົນຊົ່ວ​ຖືກ​ສະຫງວນ​ໄວ້​ສຳລັບ​ຄວາມ​ຈິບຫາຍ ແລະ​ພວກເຂົາ​ຈະ​ຖືກ​ນຳ​ໄປ​ໃນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍ.</verse>
				<verse number="31">ບໍ່ມີ​ຜູ້ໃດ​ກ້າ​ຟ້ອງ​ກ່າວຫາ​ຄົນຊົ່ວ​ຕໍ່ໜ້າ​ພວກເຂົາ​ເລີຍ ຫລື​ໃຫ້​ພວກເຂົາ​ຈ່າຍ​ຄືນ ໂທດກຳ​ທີ່​ພວກເຂົາ​ກະທຳ​ນັ້ນ.</verse>
				<verse number="32">ເມື່ອ​ຖືກ​ຫາມ​ໄປ​ສູ່​ຫລຸມ​ບ່ອນ​ພວກເຂົາ​ຖືກ​ຝັງ ກໍ​ຍັງ​ມີ​ຄົນ​ຢືນ​ຄອຍ​ອ້ອມເຝົ້າ​ຂຸມຝັງສົບ​ໄວ້</verse>
				<verse number="33">ມີ​ຫລາຍ​ພັນ​ຄົນ​ເຂົ້າ​ຮ່ວມ​ໃນ​ພິທີ​ຝັງສົບ ແມ່ນແຕ່​ດິນ​ກໍ​ຢູ່​ເທິງ​ຮ່າງກາຍ​ພວກເຂົາ​ຢ່າງ​ສຸພາບ.</verse>
				<verse number="34">ຄຳ​ເລົ້າໂລມ​ຂອງ​ພວກເຈົ້າ​ນັ້ນ​ບໍ່ມີ​ຄຸນຄ່າ ທຸກ​ຄຳຕອບ​ທີ່​ພວກເຈົ້າ​ເວົ້າ​ມາ ເປັນ​ຄຳຕົວະ​ທັງນັ້ນ.”</verse>
			</chapter>
			<chapter number="22">
				<verse number="1">“ມະນຸດ​ທີ່​ຕ້ອງ​ຕາຍ​ຈະ​ເປັນ​ປະໂຫຍດ​ອັນ​ໃດ​ສຳລັບ​ພຣະເຈົ້າ? ແມ່ນ​ມະນຸດ​ທີ່​ສະຫລາດ​ທີ່ສຸດ ກໍ​ເປັນ​ປະໂຫຍດ​ສຳລັບ​ລາວເອງ​ເທົ່ານັ້ນ?</verse>
				<verse number="2"></verse>
				<verse number="3">ທີ່​ເຈົ້າ​ເຮັດ​ຖືກຕ້ອງ​ນັ້ນ ເປັນ​ປະໂຫຍດ​ຫຍັງ​ແກ່​ພຣະເຈົ້າ? ຫລື​ທີ່​ເຈົ້າ​ເຮັດ​ດີ​ຮອບຄອບ​ນັ້ນ ຊ່ວຍ​ຫຍັງ​ພຣະອົງ​ໄດ້​ແດ່?</verse>
				<verse number="4">ມັນ​ບໍ່ແມ່ນ​ຍ້ອນ​ເຈົ້າ​ຢຳເກງ​ພຣະເຈົ້າ​ດອກ​ຫລື ທີ່​ພຣະອົງ​ຕໍ່ສູ້​ເຈົ້າ ແລະ​ນຳ​ເຈົ້າ​ຂຶ້ນ​ສານ​ນັ້ນ.</verse>
				<verse number="5">ແຕ່​ຍ້ອນ​ເຈົ້າ​ຕ່າງຫາກ ທີ່​ໄດ້​ເຮັດ​ບາບ​ໄວ້​ຫລາຍ ຍ້ອນ​ຄວາມຊົ່ວ​ທັງໝົດ​ທີ່​ເຈົ້າ​ໄດ້​ກະທຳ​ໄວ້.</verse>
				<verse number="6">ເພື່ອ​ໃຫ້​ພີ່ນ້ອງ​ຂອງ​ເຈົ້າ​ຄືນໜີ້ ທີ່​ພວກເຂົາ​ໄດ້​ຢືມ​ໄປ ເຈົ້າ​ເອົາ​ເຄື່ອງນຸ່ງ​ຂອງ​ພວກເຂົາ ແລະ​ບໍ່​ປະ​ຫຍັງ​ໃຫ້​ພວກເຂົາ​ນຸ່ງ.</verse>
				<verse number="7">ເຈົ້າ​ບໍ່​ຍອມ​ແມ່ນແຕ່​ໃຫ້​ນໍ້າ​ແກ່​ຜູ້​ຫິວກະຫາຍ ແລະ​ປະຕິເສດ​ລ້ຽງດູ​ແມ່ນແຕ່​ຜູ້​ອຶດຢາກ.</verse>
				<verse number="8">ເຈົ້າ​ໄດ້​ໃຊ້​ອຳນາດ​ແລະ​ຕຳແໜ່ງ​ຢ່າງ​ຜິດໆ ເພື່ອ​ຢຶດ​ດິນດອນ​ບ່ອນ​ທຳມາ​ຫາກິນ​ທັງໝົດ​ນັ້ນ.</verse>
				<verse number="9">ເຈົ້າ​ບໍ່​ພຽງແຕ່​ປະຕິເສດ​ຊ່ວຍ​ແມ່ໝ້າຍ​ທັງຫລາຍ ແຕ່​ເຈົ້າ​ຍັງ​ໄດ້​ປຸ້ນ ແລະ​ຂົ່ມເຫັງ​ເດັກ​ກຳພ້າ​ດ້ວຍ.</verse>
				<verse number="10">ສະນັ້ນ ບັດນີ້​ຢູ່​ອ້ອມຕົວ​ເຈົ້າ​ຈຶ່ງ​ເຕັມ​ແຕ່​ສິ່ງ​ດັກຈັບ ໃນທັນໃດ ເຈົ້າ​ກໍ​ເຕັມ​ໄປ​ແຕ່​ຄວາມຢ້ານ.</verse>
				<verse number="11">ມັນ​ແຮ່ງ​ມືດມົວ​ຍິ່ງ​ຂຶ້ນ ຈົນ​ເຈົ້າ​ເບິ່ງ​ບໍ່​ເຫັນ​ມັນ ມັນ​ມາ​ດັ່ງ​ນໍ້າ​ໄຫລ​ພັດ​ຖ້ວມ ທັບເທິງ​ຕົວ​ເຈົ້າ.</verse>
				<verse number="12">ພຣະເຈົ້າ​ບໍ່ໄດ້​ສະຖິດ​ຢູ່​ທີ່​ຟ້າ​ສະຫວັນ​ບ່ອນ​ສູງສຸດ​ບໍ? ແລະ​ແນມ​ເບິ່ງ​ໝູ່​ດວງດາວ​ທີ່​ຢູ່​ບ່ອນ​ສູງໆ​ພຸ້ນ?</verse>
				<verse number="13">ເຈົ້າ​ຊໍ້າພັດ​ຖາມ​ວ່າ, ‘ພຣະເຈົ້າ​ຮູ້​ໄດ້​ຢ່າງໃດ? ກ້ອນ​ເມກ​ບັງ​ພຣະອົງ​ໄວ້ ຈະ​ຕັດສິນ​ຂ້ອຍ​ໄດ້​ຢ່າງໃດ?’</verse>
				<verse number="14">ເຈົ້າ​ຄິດວ່າ​ເມກ​ອັນໜາ​ບັງ​ພຣະອົງ​ບໍ່​ໃຫ້​ເຫັນ​ເຈົ້າ​ບໍ ເມື່ອ​ພຣະອົງ​ຍ່າງ​ເທິງ​ວົງໂຄ້ງ​ຂອງ​ຂອບຟ້າ.</verse>
				<verse number="15">ເຈົ້າ​ໄດ້​ຕັດສິນໃຈ​ຍ່າງ​ໃນ​ຮ່ອມ​ແຫ່ງ​ເສັ້ນທາງ ບ່ອນ​ທີ່​ຄົນຊົ່ວ​ທັງຫລາຍ​ໄດ້​ເດີນ​ຕາມ​ສະເໝີ​ນັ້ນ?</verse>
				<verse number="16">ແມ່ນ​ວ່າ​ກ່ອນ​ເວລາ​ຂອງ​ພວກເຂົາ​ມາຮອດ​ມາເຖິງ ພວກເຂົາ​ກໍ​ຖືກ​ນໍ້າ​ຖ້ວມ​ກວາດລ້າງ​ໄປ​ຈົນ​ໝົດສິ້ນ.</verse>
				<verse number="17">ຄົນ​ປະຖິ້ມ​ພຣະເຈົ້າ​ກໍ​ເປັນ​ເຊັ່ນນີ້ແຫລະ ແລະ​ຄິດວ່າ​ພຣະອົງ​ຈະ​ເຮັດ​ຫຍັງ​ໃຫ້​ພວກເຂົາ​ບໍ່ໄດ້.</verse>
				<verse number="18">ແທ້ຈິງ​ແມ່ນ​ພຣະເຈົ້າ ທີ່​ໄດ້​ເຮັດ​ໃຫ້​ພວກເຂົາ​ຮຸ່ງເຮືອງ ຂ້ອຍ​ຈຶ່ງ​ບໍ່​ເຂົ້າໃຈ​ຄວາມຄິດ​ຂອງ​ຄົນຊົ່ວ​ເຊັ່ນນັ້ນ.</verse>
				<verse number="19">ຄົນດີ​ກໍ​ດີໃຈ​ໄດ້ ແລະ​ຄົນ​ບໍ່ຜິດ​ກໍ​ຫົວເລາະ ເມື່ອ​ພວກເຂົາ​ໄດ້​ເຫັນ​ຄົນຊົ່ວ​ຖືກ​ຕັດສິນ.</verse>
				<verse number="20">ສິ່ງຂອງ​ທີ່​ຄົນຊົ່ວ​ມີ​ນັ້ນ ກໍ​ຖືກ​ທຳລາຍ​ຖິ້ມ​ໝົດ ແລະ​ໄຟ​ກໍ​ເຜົາຜານ​ສິ່ງ​ທັງປວງ​ທີ່​ຍັງເຫລືອ​ຢູ່.</verse>
				<verse number="21">ໂຢບ​ເອີຍ ບັດນີ້​ຈົ່ງ​ຄືນດີ​ກັບ​ພຣະເຈົ້າ​ສາ ແລະ​ທຸກສິ່ງ​ກໍ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ເຈົ້າ. ຢ່າ​ສູ່​ເຮັດ​ກັບ​ພຣະເຈົ້າ​ຄື​ພຣະອົງ​ເປັນ​ສັດຕູ​ໃດ ຖ້າ​ເຮັດ​ໄດ້ ພຣະອົງ​ກໍ​ຈະ​ອວຍພອນ​ເຈົ້າ.</verse>
				<verse number="22">ຈົ່ງ​ຮັບ​ຄຳສັ່ງສອນ​ທີ່​ຊົງ​ມອບ​ໃຫ້​ເຈົ້າ​ນັ້ນ​ສາ ແລະ​ຮັກສາ​ພຣະທຳ​ໄວ້​ຢູ່​ໃນ​ຈິດໃຈ​ຂອງ​ເຈົ້າ.</verse>
				<verse number="23">ຈົ່ງ​ກັບ​ມາ​ຫາ​ພຣະເຈົ້າ​ດ້ວຍ​ຄວາມ​ຖ່ອມໃຈ ໃຫ້​ທຸກ​ຄວາມຊົ່ວ​ສິ້ນສູນ​ໄປ​ຈາກ​ເຮືອນ​ຂອງເຈົ້າ.</verse>
				<verse number="24">ຈົ່ງ​ໂຍນ​ຄຳ​ຂອງ​ເຈົ້າ​ຖິ້ມ​ອອກ​ໄປ​ສາ ໂຍນ​ຄຳ​ບໍຣິສຸດ​ທີ່​ເຈົ້າ​ມີ​ໃສ່​ຫ້ວຍ​ທີ່​ແລ້ງ​ນໍ້າ.</verse>
				<verse number="25">ຈົ່ງ​ໃຫ້​ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເປັນ​ຄຳ​ຂອງ​ເຈົ້າ​ສາ ແລະ​ໃຫ້​ພຣະອົງ​ເປັນ​ເງິນ​ກອງ​ສູງໆ​ສຳລັບ​ເຈົ້າ.</verse>
				<verse number="26">ແລ້ວ​ເຈົ້າ​ກໍ​ຈະ​ປິຕິຍິນດີ​ໃນ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ແລະ​ຈະ​ເງີຍໜ້າ​ຂອງເຈົ້າ​ຂື້ນຫາ​ພຣະເຈົ້າ.</verse>
				<verse number="27">ເມື່ອ​ເຈົ້າ​ພາວັນນາ​ອະທິຖານ​ຫາ​ນັ້ນ ພຣະອົງ​ກໍ​ຈະ​ຊົງ​ຕອບ ເຈົ້າ​ຈະ​ຮັກສາ​ຄຳ​ສາບານ​ທີ່​ເຈົ້າ​ໄດ້​ເຮັດ​ໄວ້.</verse>
				<verse number="28">ເຈົ້າ​ຈະ​ເຮັດ​ສຳເລັດ​ໃນ​ທຸກສິ່ງ​ທີ່​ເຈົ້າ​ກະທຳ ແສງແຈ້ງ​ຈະ​ສ່ອງໃສ​ໃນ​ທາງ​ເດີນ​ຂອງ​ເຈົ້າ.</verse>
				<verse number="29">ພຣະເຈົ້າ​ຂົ່ມ​ຄົນ​ຈອງຫອງ ໃຫ້​ພວກເຂົາ​ໄດ້​ຕົກຕໍ່າ ແລະ​ຊ່ວຍຊູ​ຄົນ​ຖ່ອມໃຈ​ໃຫ້​ຢູ່​ໄດ້​ຢ່າງ​ປອດໄພ.</verse>
				<verse number="30">ພຣະອົງ​ຈະ​ຊ່ວຍກູ້​ເອົາ ຖ້າ​ເຈົ້າ​ບໍ່ມີ​ຄວາມຜິດ ຖ້າ​ສິ່ງ​ທີ່​ເຈົ້າ​ກະທຳ​ເປັນ​ການ​ຖືກຕ້ອງ.”</verse>
			</chapter>
			<chapter number="23">
				<verse number="1">“ຄຳ​ຈົ່ມທຸກ​ຂອງຂ້ອຍ​ໃນ​ມື້ນີ້​ກໍ​ຂົມຂື່ນ; ການ​ທີ່​ຂ້ອຍ​ຖືກ​ຕີ​ກໍ​ຍັງ​ໜັກກວ່າ​ການ​ຮ້ອງຄາງ​ຂອງຂ້ອຍ.</verse>
				<verse number="2"></verse>
				<verse number="3">ຂ້ອຍ​ຢາກ​ຮູ້​ເດ​ວ່າ​ຂ້ອຍ​ຈະ​ພົບ​ພຣະອົງ​ໄດ້​ຢູ່​ໃສ? ແລະ​ຂ້ອຍ​ຈະ​ໄປ​ພົບ​ພຣະອົງ​ຢູ່​ທີ່​ນັ້ນ.</verse>
				<verse number="4">ຂ້ອຍ​ຈະ​ຖະແຫລງ​ຄະດີ​ຂອງຂ້ອຍ​ຕໍ່ໜ້າ​ພຣະອົງ ແລະ​ຂ້ອຍ​ຈະ​ໃຫ້​ປາກ​ຂອງຂ້ອຍ​ເຕັມ​ໄປ​ດ້ວຍ​ການ​ໂຕ້​ແຍ້ງ.</verse>
				<verse number="5">ຂ້ອຍ​ຢາກ​ຈະ​ຮູ້​ສິ່ງ​ທີ່​ພຣະອົງ​ຕ້ອງ​ເວົ້າ​ອອກ​ມາ ແລະ​ພຣະອົງ​ຈະ​ຕອບ​ຂ້ອຍ​ຢ່າງໃດ​ແດ່.</verse>
				<verse number="6">ພຣະອົງ​ໃຊ້​ພຣະ​ກຳລັງ​ທຸກຢ່າງ​ຕໍ່ສູ້​ຂ້ອຍ​ບໍ? ບໍ່ແມ່ນ​ດອກ ພຣະອົງ​ຈະ​ຟັງ​ຕາມ​ທີ່​ຂ້ອຍ​ໄດ້​ເວົ້າ.</verse>
				<verse number="7">ໃນ​ທີ່ນັ້ນ ຄົນ​ຊອບທຳ​ຈະ​ອ້າງ​ເຫດຜົນ​ກັບ​ພຣະເຈົ້າ​ໄດ້​ໝົດ, ແລະ​ຂ້ອຍ​ຈະ​ພົ້ນ​ຈາກ​ການພິພາກ​ສາ​ຂອງຂ້ອຍ ຕະຫລອດໄປ.</verse>
				<verse number="8">ຂ້ອຍ​ໄດ້​ຊອກ​ຄົ້ນຫາ​ທາງທິດ​ຕາເວັນອອກ ແຕ່​ພຣະເຈົ້າ​ບໍ່​ຢູ່​ໃນ​ທີ່ນັ້ນ​ເລີຍ; ເມື່ອ​ຂ້ອຍ​ໄດ້​ຊອກ​ຄົ້ນຫາ​ທາງທິດ​ຕາເວັນຕົກ ຂ້ອຍ​ກໍ​ບໍ່ໄດ້​ພົບ​ພຣະອົງ​ໃນ​ທີ່ນັ້ນ.</verse>
				<verse number="9">ພຣະເຈົ້າ​ດຳເນີນການ​ທັງ​ທິດໃຕ້​ແລະ​ທິດເໜືອ ແຕ່​ຂ້ອຍ​ກໍ​ຍັງ​ບໍ່ໄດ້​ເຫັນ​ພຣະອົງ​ເຊັ່ນກັນ​ດ້ວຍ.</verse>
				<verse number="10">ແຕ່​ພຣະເຈົ້າ​ຊົງ​ຮູ້​ທາງ​ທີ່​ຂ້ອຍ​ກ້າວ​ໄປ ເມື່ອ​ພຣະອົງ​ຊົງ​ທົດສອບ​ຂ້ອຍ​ແລ້ວ ພຣະອົງ​ຈະ​ພົບ​ວ່າ​ຂ້ອຍ​ບໍຣິສຸດ​ເໝືອນ​ຄຳ.</verse>
				<verse number="11">ຂ້ອຍ​ຕາມ​ທາງ​ຂອງ​ພຣະອົງ​ຢ່າງ​ສັດຊື່ ແລະ​ບໍ່ມີ​ທ່າທີ​ຫັນເຫ​ໄປມາ​ຕາມ​ທາງ​ໃດໆ​ອີກ.</verse>
				<verse number="12">ຂ້ອຍ​ເຮັດ​ຕາມ​ເລື້ອຍໆ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ມາ ຂ້ອຍ​ເຮັດ​ຕາມ​ພຣະປະສົງ ບໍ່ແມ່ນ​ຕາມໃຈ​ຂ້ອຍ.</verse>
				<verse number="13">ພຣະອົງ​ບໍ່​ມີ​ວັນ​ປ່ຽນແປງ ຜູ້ໃດ​ນໍ​ຈະ​ປ່ຽນ​ພຣະອົງ​ໄດ້ ຫລື​ຢັບຢັ້ງ​ພຣະອົງ​ໃນ​ສິ່ງ​ທີ່​ພຣະອົງ​ຢາກ​ເຮັດ.</verse>
				<verse number="14">ພຣະອົງ​ຈະ​ໃຫ້​ແຜນການ​ທີ່​ພຣະອົງ​ວາງ​ໄວ້​ສຳລັບ​ຂ້ອຍ​ສຳເລັດຜົນ ຊົງ​ເປັນ​ໜຶ່ງ​ໃນ​ຫລາຍໆ​ແຜນການ​ທີ່​ພຣະອົງ​ມີ​ນັ້ນ.</verse>
				<verse number="15">ຂ້ອຍ​ສັ່ນເຊັນ​ຕໍ່ໜ້າ​ພຣະເຈົ້າ​ດ້ວຍ​ຄວາມຢ້ານ​ອັນ​ໃຫຍ່ ຍິ່ງ​ຄິດຫລາຍ ກໍ​ຍິ່ງ​ຢ້ານ​ພຣະອົງ​ຫລາຍ​ຂຶ້ນ.</verse>
				<verse number="16">ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ນັ້ນ ທຳລາຍ​ຄວາມ​ກ້າຫານ​ຂອງຂ້ອຍ​ລົງ ແລະ​ເຮັດ​ໃຫ້​ຂ້ອຍ​ຢ້ານກົວ​ຫລາຍ ຕໍ່​ຣິດອຳນາດ​ຂອງ​ພຣະເຈົ້າ ແມ່ນ​ພຣະເຈົ້າ​ແລະ​ບໍ່ແມ່ນ​ຄວາມມືດ​ທີ່​ເຮັດ​ໃຫ້​ຂ້ອຍ​ຢ້ານກົວ ເຖິງ​ວ່າ​ຄວາມມືດ​ເຮັດ​ໃຫ້​ຕາ​ຂ້ອຍ​ບອດ​ກໍຕາມ.</verse>
				<verse number="17"></verse>
			</chapter>
			<chapter number="24">
				<verse number="1">ເປັນຫຍັງ​ພຣະເຈົ້າ​ບໍ່​ຕັ້ງ​ເວລາ​ໄວ້ ເພື່ອ​ຕັດສິນ​ນໍ ຄື​ຕັ້ງ​ມື້​ຕັດສິນ​ຄົນ ຜູ້​ທີ່​ຮັບໃຊ້​ພຣະອົງ​ນັ້ນ?</verse>
				<verse number="2">ຄົນ​ຍົກຍ້າຍ​ຫຼັກແດນ ເພື່ອ​ຢາກ​ໄດ້​ທີ່ດິນ​ຫລາຍ ພວກເຂົາ​ລັກ​ແກະ​ຂອງ​ຜູ້​ອື່ນ ແລະ​ລວມ​ໄວ້​ໃນ​ຝູງແກະ​ຂອງຕົນ.</verse>
				<verse number="3">ລໍ​ຂອງ​ພວກ​ເດັກ​ກຳພ້າ ພວກເຂົາ​ກໍ​ຢຶດເອົາ​ໄປ ທັງ​ຢຶດ​ງົວ​ຂອງ​ແມ່ໝ້າຍ ຈົນ​ນາງ​ຫາ​ເງິນ​ມາ​ໃຊ້​ໜີ້.</verse>
				<verse number="4">ພວກເຂົາ​ກີດກັ້ນ​ຄົນທຸກ ຈາກ​ສິດ​ທີ່​ເຂົາ​ຄວນມີ ໃຊ້​ກຳລັງ​ຕໍ່​ຄົນ​ຂັດສົນ ໃຫ້​ແລ່ນ​ໜີໄປ​ລີ້ຊ່ອນ.</verse>
				<verse number="5">ສະນັ້ນ ຄົນທຸກ​ເປັນ​ດັ່ງ​ລໍ​ປ່າ​ທີ່​ຫາ​ກິນ​ຕາມ​ຖິ່ນ​ກັນດານ ບໍ່ມີ​ບ່ອນ​ອື່ນ​ໃດ​ພໍ​ຫາ​ອາຫານ​ໃຫ້​ລູກ​ຂອງ​ພວກເຂົາ​ໄດ້.</verse>
				<verse number="6">ພວກເຂົາ​ຕ້ອງ​ໄດ້​ເກັບເລັມ​ເມັດ​ເຂົ້າ​ໃນ​ນາ​ທີ່​ພວກເຂົາ​ບໍ່ໄດ້​ເປັນ​ເຈົ້າຂອງ ແລະ​ເກັບເລັມ​ໝາກອະງຸ່ນ​ໃນ​ສວນ​ຂອງ​ຄົນ​ທີ່​ຊົ່ວຮ້າຍ.</verse>
				<verse number="7">ກາງຄືນ​ພວກເຂົາ​ນອນ​ໂດຍ​ບໍ່ມີ​ຫຍັງ​ຕູ້ມ​ຫົ່ມ ບໍ່ມີ​ຫຍັງ​ຫົ່ມ​ຕູ້ມ​ໃຫ້​ອົບອຸ່ນ​ຈາກ​ຄວາມໜາວ.</verse>
				<verse number="8">ພວກເຂົາ​ຊຸ່ມປຽກ​ດ້ວຍ​ຝົນ​ຫລັ່ງ​ລົງ​ມາ​ຈາກ​ເທິງ​ພູ ພວກເຂົາ​ບຽດກັນ​ຢູ່​ຂ້າງ​ໂງ່ນຫີນ​ທີ່​ໃຊ້​ກຳບັງ​ນັ້ນ.</verse>
				<verse number="9">ຄົນຊົ່ວ​ເອົາ​ເດັກນ້ອຍ​ທີ່​ຂາດ​ພໍ່​ໄປ​ເປັນ​ທາດຮັບໃຊ້​ຂອງຕົນ ແລະ​ເອົາ​ລູກ​ຂອງ​ຄົນຈົນ​ເປັນ​ຄ່າ​ຈ່າຍໜີ້.</verse>
				<verse number="10">ແຕ່​ຄົນທຸກ​ຕ້ອງ​ອອກ​ໄປ​ໂດຍ​ບໍ່ມີ​ເຄື່ອງນຸ່ງຖື ພວກເຂົາ​ຕ້ອງ​ອຶດຫິວ​ເມື່ອ​ພວກຕົນ​ກຳລັງ​ກ່ຽວເຂົ້າ.</verse>
				<verse number="11">ພວກເຂົາ​ບີບ​ໝາກກອກເທດ​ໃຫ້​ເປັນ​ນໍ້າມັນ ແລະ​ໄດ້​ບີບ​ໝາກອະງຸ່ນ​ໃຫ້​ເປັນ​ເຫຼົ້າ ແຕ່​ພວກເຂົາ​ເອງ​ນັ້ນ​ພັດ​ບໍ່ໄດ້​ກິນ​ຫຍັງ ຕ່າງ​ກໍ​ພາກັນ​ຫິວກະຫາຍ​ທັງນັ້ນ.</verse>
				<verse number="12">ຄົນ​ບາດເຈັບ​ກຳລັງ​ຈະ​ຕາຍ​ຮ້ອງໄຫ້​ໃນ​ເມືອງ ແຕ່​ພຣະເຈົ້າ​ບໍ່​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກ​ເຂົາເຈົ້າ.</verse>
				<verse number="13">ຄົນຊົ່ວຮ້າຍ​ເປັນ​ພວກ​ທີ່​ກະບົດ​ຕໍ່​ຄວາມ​ສະຫວ່າງ ແລະ​ບໍ່ໄດ້​ຢູ່​ໃນ​ທາງ​ຂອງ​ຄວາມ​ສະຫວ່າງ.</verse>
				<verse number="14">ຕອນເຊົ້າ ຄາດຕະກອນ​ລຸກ​ຂຶ້ນ​ໄປ​ຂ້າ​ຄົນຈົນ ແລະ​ຕອນ​ກາງຄືນ ພວກເຂົາ​ກໍ​ອອກ​ໄປ​ຫາຊອກ​ປຸ້ນຈີ້.</verse>
				<verse number="15">ຄົນ​ຫລີ້ນຊູ້​ລໍຖ້າ​ຕາເວັນ​ລັບ​ຂອບຟ້າ​ມາເຖິງ ພວກເຂົາ​ອັດ​ໜ້າ​ຕົນ​ເພື່ອ​ບໍ່​ໃຫ້​ຄົນໃດ​ຈຳພວກເຂົາ​ໄດ້.</verse>
				<verse number="16">ກາງຄືນ ຂະໂມຍ​ງັດແງະ ແລະ​ເຂົ້າ​ໃນ​ເຮືອນ​ຄົນ ແຕ່​ກາງເວັນ ພວກເຂົາ​ຫລົບຫລີກ​ຕົນ​ຈາກ​ແສງແຈ້ງ.</verse>
				<verse number="17">ພວກເຂົາ​ຢ້ານ​ແສງ​ສະຫວ່າງ​ໃນ​ຕອນ​ກາງເວັນ ແຕ່​ຄວາມມືດ​ໃນ​ຕອນ​ກາງຄືນ ບໍ່​ເຮັດ​ໃຫ້​ພວກເຂົາ​ຢ້ານ​ຈັກດີ້.</verse>
				<verse number="18">ຄົນຊົ່ວຊ້າ​ຈະ​ຖືກ​ນໍ້າ​ຖ້ວມ​ພັດ​ໄປ​ຈົນ​ໝົດ ແລະ​ທີ່ດິນ​ຂອງ​ພວກເຂົາ​ກໍ​ເປັນ​ທີ່​ສາບແຊ່ງ ພວກເຂົາ​ບໍ່​ສົນໃຈ​ວຽກງານ​ໃນ​ສວນອະງຸ່ນ​ນັ້ນ​ຕໍ່ໄປ​ອີກ.</verse>
				<verse number="19">ດັ່ງ​ຫິມະ​ເປື່ອຍຍ້ອຍ ເມື່ອ​ຖືກ​ຂອງ​ຮ້ອນແຮງ ດັ່ງນັ້ນ ຄົນບາບ​ຖືກ​ຫາຍໄປ​ຈາກ​ຖິ່ນ​ຂອງ​ຄົນ​ເປັນ.</verse>
				<verse number="20">ບັດນີ້ ແມ່ນແຕ່​ແມ່​ຂອງ​ພວກເຂົາ​ກໍ​ຈະ​ຈົດຈຳ​ພວກເຂົາ​ບໍ່ໄດ້​ເລີຍ ພວກເຂົາ​ຖືກ​ໜອນ​ເຈາະ ແລະ​ທຳລາຍ​ລົງ​ດັ່ງ​ໄມ້ໂດກ.</verse>
				<verse number="21">ເຫດ​ເກີດຂຶ້ນ​ຍ້ອນ​ພວກເຂົາ​ກົດຂີ່​ແມ່ໝ້າຍ​ທັງຫລາຍ ແລະ​ບໍ່ໄດ້​ມີ​ຄວາມ​ເມດຕາ​ຕໍ່​ຍິງ​ທີ່​ບໍ່ມີ​ລູກ.</verse>
				<verse number="22">ດ້ວຍ​ພຣະ​ກຳລັງ ພຣະອົງ​ທຳລາຍ​ຄົນ​ໃຫຍ່​ຄົນໂຕ ພຣະເຈົ້າ​ລົງມື​ດຳເນີນການ ແລະ​ຄົນຊົ່ວ​ກໍ​ຕາຍກ້ຽງ.</verse>
				<verse number="23">ພຣະອົງ​ອາດ​ປ່ອຍ​ພວກເຂົາ​ໃຫ້​ມີ​ຊີວິດ​ຢູ່​ຢ່າງ​ປອດໄພ ແຕ່​ພຣະອົງ​ເຝົ້າ​ແນມເບິ່ງ​ພວກເຂົາ​ທຸກ​ເວລາ​ບໍ່​ຂາດ.</verse>
				<verse number="24">ຄົນຊົ່ວ​ຈະ​ຮຸ່ງເຮືອງ​ຂຶ້ນ​ພຽງ​ຊົ່ວ​ໄລຍະ​ໜ້ອຍດຽວ ແຕ່​ແລ້ວ​ພວກເຂົາ​ກໍ​ຫ່ຽວແຫ້ງ​ຕາຍໄປ​ດັ່ງ​ຕົ້ນຫຍ້າ ເໝືອນ​ດັ່ງ​ຝັກ​ຕ່າງໆ​ຂອງ​ໝາກ​ສາລີ ທີ່​ຄົນ​ຕັດ​ລົງ ແລະ​ໂຍນ​ມັນ​ຖິ້ມ​ສາ​ແລ້ວ.</verse>
				<verse number="25">ມີ​ຜູ້ໃດ​ແດ່ ທີ່​ບໍ່ຍອມ​ຮັບ​ສິ່ງ​ທີ່​ຂ້ອຍ​ໄດ້​ເວົ້າ​ມາ? ຫລື​ພິສູດ​ສິ່ງ​ທີ່​ຂ້ອຍ​ເວົ້າຈາ​ບໍ່ແມ່ນ​ຄວາມຈິງ​ດອກ?”</verse>
			</chapter>
			<chapter number="25">
				<verse number="1">“ພຣະເຈົ້າ​ຊົງ​ຣິດເດດ​ອຳນາດ ທຸກ​ຊາດ​ຕ້ອງ​ຢຳເກງ ຊົງ​ຮັກສາ​ອານາຈັກ​ສະຫວັນ​ໃຫ້​ມີ​ສັນຕິສຸກ.</verse>
				<verse number="2"></verse>
				<verse number="3">ມີ​ຜູ້ໃດ​ແດ່ ນັບ​ໄດ້​ບັນດາ​ເທວະດາ​ທີ່​ຮັບໃຊ້​ພຣະອົງ? ມີ​ບ່ອນ​ໃດ ທີ່​ແສງສຸກໃສ​ຂອງ​ພຣະເຈົ້າ​ສ່ອງ​ໃສ່​ບໍ່ໄດ້?</verse>
				<verse number="4">ມີ​ຄົນ​ໃດ​ແດ່ ເຮັດ​ຖືກຕ້ອງ​ໃນ​ສາຍຕາ​ຂອງ​ພຣະເຈົ້າ? ຄົນ​ທີ່​ເກີດ​ຈາກ​ຜູ້ຍິງ​ຈະ​ບໍຣິສຸດ​ໄດ້​ຢ່າງ​ໃດ?</verse>
				<verse number="5">ໃນ​ສາຍຕາ​ພຣະອົງ​ແລ້ວ ແມ່ນແຕ່​ເດືອນ​ກໍ​ບໍ່​ແຈ້ງເທົ່າ ທັງ​ດວງດາວ​ຕ່າງໆ​ດ້ວຍ ກໍ​ບໍ່​ໃສແຈ້ງ.</verse>
				<verse number="6">ແລ້ວ​ຄົນ​ທີ່​ເປັນ​ແຕ່​ດັກແດ້ ແລະ​ຕົວ​ໜອນ​ເດ? ພວກເຂົາ​ຈະ​ມີ​ຄຸນຄ່າ​ຫຍັງ​ຕໍ່ສາຍຕາ​ຂອງ​ພຣະເຈົ້າ?”</verse>
			</chapter>
			<chapter number="26">
				<verse number="1">“ພວກເຈົ້າ​ຊ່າງ​ຊ່ວຍເຫລືອ​ຂ້ອຍ​ດີ​ແທ້ໆ​ນໍ ຄື​ມີ​ຕໍ່​ຄົນ​ຍາກຈົນ​ຜູ້​ທີ່​ອ່ອນແຮງ​ດັ່ງ​ຂ້ອຍ​ນີ້</verse>
				<verse number="2"></verse>
				<verse number="3">ຄຳແນະນຳ​ທີ່​ເຈົ້າ​ໃຫ້​ນັ້ນ​ຊ່າງ​ດີ​ເຫຼືອ​ຫລາຍ ແບ່ງປັນ​ຄວາມຮູ້​ທີ່​ເຈົ້າ​ມີ​ໃຫ້​ຄົນໂງ່ຈ້າ​ດັ່ງ​ຂ້ອຍ​ນີ້</verse>
				<verse number="4">ພວກເຈົ້າ​ຄິດວ່າ​ຜູ້ໃດ​ຈະ​ໄດ້ຍິນ​ທຸກ​ຄຳເວົ້າ​ພວກເຈົ້າ​ເດ? ຜູ້ໃດ​ໄດ້​ບັນດົນ​ໃຈ​ໃຫ້​ພວກເຈົ້າ​ເວົ້າ​ເຊັ່ນນີ້?”</verse>
				<verse number="5">“ວິນຍານ​ຂອງ​ຄົນ​ຕາຍ​ນັ້ນ​ກໍ​ສັ່ນເຊັນ ໃນ​ນໍ້າ​ທັງຫລາຍ​ໃຕ້​ພື້ນ​ແຜ່ນດິນ​ໂລກ.</verse>
				<verse number="6">ແດນ​ມໍຣະນາ​ກໍ​ເປີດແບ​ອອກ​ຢູ່​ຕໍ່ໜ້າ​ພຣະອົງ ບໍ່ມີ​ຜ້າ​ປົກຄຸມ​ບັງ​ຈາກ​ສາຍຕາ​ຂອງ​ພຣະເຈົ້າ.</verse>
				<verse number="7">ພຣະເຈົ້າ​ໄດ້​ພື​ທ້ອງຟ້າ​ອອກ​ສູ່​ທາງທິດເໜືອ ແລະ​ແຂວນ​ແຜ່ນດິນ​ໂລກ​ໄວ້​ໃນ​ທີ່​ວ່າງເປົ່າ.</verse>
				<verse number="8">ແມ່ນ​ພຣະເຈົ້າ​ທີ່​ເຮັດ​ໃຫ້​ເມກ​ເຕັມ​ດ້ວຍ​ນໍ້າ​ຝົນ ແລະ​ຮັກສາ​ບໍ່​ໃຫ້​ຟົ້ງ​ໄປ​ໂດຍ​ມີ​ນໍ້າໜັກ​ເກີນໂພດ.</verse>
				<verse number="9">ພຣະອົງ​ປົກບັງ​ແສງ​ສ່ອງ​ຂອງເດືອນ​ເຕັມ​ດວງ ໂດຍ​ດຶງ​ເມກ​ທັງຫລາຍ​ມາ​ເປັນ​ຜ້າກັ້ງ​ບັງ​ໄວ້.</verse>
				<verse number="10">ພຣະອົງ​ໄດ້​ແຍກ​ແສງແຈ້ງ ອອກ​ຈາກ​ມືດ​ທັງໝົດ ໂດຍ​ໃຊ້​ວົງວຽນ​ໜຶ່ງ ເຄື່ອນ​ໄຫວ​ຢູ່​ເທິງ​ທະເລ​ກວ້າງ.</verse>
				<verse number="11">ເມື່ອ​ພຣະອົງ​ນາບຂູ່​ເສົາ​ຄໍ້າຟ້າ​ທັງຫລາຍ ເສົາ​ນັ້ນ​ກໍ​ຄອນແຄນ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ.</verse>
				<verse number="12">ກຳລັງ​ຂອງ​ພຣະເຈົ້າ​ເອົາ​ຊະນະ​ແມ່ນແຕ່​ທະເລ ໂດຍ​ຄວາມ​ຊຳນານ​ທຳລາຍ​ຣາຮາບ​ຜີບໍລິສາດ.</verse>
				<verse number="13">ລົມ​ຫາຍໃຈ​ຂອງ​ພຣະອົງ​ເຮັດ​ໃຫ້​ຟ້າ​ສະຫວັນ​ແຈ່ມໃສ ແລະ​ມື​ພຣະອົງ​ທີ່​ໃຊ້​ຂ້າ​ໄລ່​ຜີບໍລິສາດ​ໜີໄປ​ໄດ້.</verse>
				<verse number="14">ແຕ່​ສິ່ງ​ທີ່​ກ່າວ​ມາ​ນີ້ ເປັນ​ພຽງແຕ່​ກ່າວ​ເຖິງ​ອຳນາດ​ພຽງເລັກນ້ອຍ​ຂອງ​ພຣະອົງ ເປັນ​ພຽງແຕ່​ສຽງ​ຊິ່ມ​ຄ່ອຍໆ ທີ່​ພວກເຮົາ​ໄດ້ຍິນ​ເທົ່ານັ້ນ. ຖ້າດັ່ງນັ້ນ ຜູ້ໃດ​ແດ່​ທີ່​ມີ​ຄວາມ​ເຂົ້າໃຈ ເຖິງ​ຄວາມ​ຍິ່ງໃຫຍ່​ອັນ​ແທ້ຈິງ​ຂອງ​ພຣະເຈົ້າ​ໄດ້​ແດ່?”</verse>
			</chapter>
			<chapter number="27">
				<verse number="1">“ຂ້ອຍ​ຂໍ​ສາບານ​ຕໍ່​ພຣະເຈົ້າ ອົງ​ຊົງ​ຊີວິດ​ຢູ່ ແລະ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ອົງ​ທີ່​ບໍ່​ຍອມ​ໃຫ້​ຄວາມ​ຍຸດຕິທຳ ແລະ​ນຳ​ຊີວິດ​ອັນ​ລະທົມ​ແກ່​ຂ້ອຍ.</verse>
				<verse number="2"></verse>
				<verse number="3">ຕາບໃດ​ທີ່​ຂ້ອຍ​ນີ້​ຍັງ​ມີ​ຊີວິດ​ຢູ່ ທີ່​ພຣະເຈົ້າ​ໂຜດ​ໃຫ້​ຂ້ອຍ​ມີ​ລົມຫາຍໃຈ,</verse>
				<verse number="4">ສົບປາກ​ຂ້ອຍ​ຈະ​ບໍ່​ຍອມ​ເວົ້າ​ຄວາມຊົ່ວ​ໃດໆ​ເລີຍ ລີ້ນ​ຂ້ອຍ​ຈະ​ບໍ່​ຍອມ​ເວົ້າຕົວະ​ຈັກເທື່ອ​ດ້ວຍ.</verse>
				<verse number="5">ຂ້ອຍ​ຈະ​ບໍ່​ເວົ້າ​ວ່າ​ຄົນ ດັ່ງ​ພວກເຈົ້າ​ເປັນ​ຝ່າຍ​ຖືກ​ເລີຍ ຂ້ອຍ​ຈະ​ຢືນຢັນ​ວ່າ ຂ້ອຍ​ບໍ່​ຜິດ​ຈົນເທົ່າ​ວັນ​ຕາຍ​ພຸ້ນ.</verse>
				<verse number="6">ຂ້ອຍ​ຈະ​ບໍ່​ຍົກເລີກ​ສິດ​ຮຽກຮ້ອງ​ວ່າ​ຂ້ອຍ​ບໍ່​ຜິດ ຈິດສຳນຶກ​ຂ້ອຍ​ຍັງ​ແຈ່ມໃສ​ແລະ​ຜຸດຜ່ອງ​ຢູ່.</verse>
				<verse number="7">ຂໍ​ໃຫ້​ຄົນ​ທີ່​ຕໍ່ຕ້ານ ແລະ​ຕໍ່ສູ້​ກັບ​ຂ້ອຍ​ທັງໝົດ ຖືກ​ລົງໂທດ​ດັ່ງ​ຄົນ​ຊົ່ວຊາມ ແລະ​ຄົນ​ອະທຳ​ເຖີດ.</verse>
				<verse number="8">ຄົນ​ບໍ່​ເຊື່ອຖື​ພຣະເຈົ້າ​ນັ້ນ​ມີ​ຄວາມຫວັງ​ຫຍັງແດ່? ໃນ​ໂມງ​ທີ່​ພຣະເຈົ້າ​ຖາມ​ເອົາ​ຊີວິດ​ຂອງ​ພວກເຂົາ?</verse>
				<verse number="9">ເມື່ອ​ຄວາມ​ເດືອດຮ້ອນ​ແລ່ນ​ມາ​ຕຳ​ພວກເຂົາ ພຣະເຈົ້າ​ຈະ​ຟັງ​ສຽງ​ຂອງ​ພວກເຂົາ​ຫລື​ບໍ່?</verse>
				<verse number="10">ພວກເຂົາ​ປາຖະໜາ​ແຕ່​ຄວາມ​ຊົມຊື່ນ​ຍິນດີ ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ຫາ​ພຣະອົງ​ຢູ່​ບໍ່​ຂາດ.</verse>
				<verse number="11">ຂໍ​ໃຫ້​ຂ້ອຍ​ສັ່ງສອນ​ພວກເຈົ້າ​ແດ່​ວ່າ ຣິດອຳນາດ​ຂອງ​ພຣະເຈົ້າ​ຍິ່ງໃຫຍ​ສໍ່າໃດ ແລະ​ອະທິບາຍ​ເຖິງ​ແຜນການ ຊຶ່ງ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ວາງ​ໄວ້.</verse>
				<verse number="12">ແຕ່​ທີ່ສຸດ​ນັ້ນ ພວກເຈົ້າ​ກໍ​ບໍ່ໄດ້​ເຫັນ​ດ້ວຍ​ຕົນເອງ; ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ສິ່ງ​ທີ່​ເຫລວໄຫລ​ຢ່າງນີ້?”</verse>
				<verse number="13">ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ກະທຳ ພຣະອົງ​ຈະ​ລົງໂທດ​ຄົນຊົ່ວ​ທັງຫລາຍ ແລະ​ຄົນ​ມັກ​ຮຸນແຮງ​ຢ່າງໃດ​ແດ່.</verse>
				<verse number="14">ພວກເຂົາ​ອາດ​ມີ​ລູກຊາຍ​ຫລາຍ​ຄົນ​ກໍໄດ້ ແຕ່​ຈະ​ຖືກ​ຂ້າ​ທັງໝົດ​ໃນ​ເສິກ​ສົງຄາມ ລູກໆ​ຂອງ​ພວກເຂົາ​ຈະ​ອຶດຫິວ ເພາະ​ບໍ່ມີ​ອາຫານ​ການກິນ​ພໍ​ໃຫ້​ອີ່ມທ້ອງ.</verse>
				<verse number="15">ພວກ​ທີ່​ລອດຊີວິດ​ກໍ​ຈະ​ຕາຍ​ດ້ວຍ​ພະຍາດ​ໂຣຄາ ແມ່ນແຕ່​ເມຍ​ໝ້າຍ​ຂອງ​ພວກເຂົາ​ກໍ​ຈະ​ບໍ່​ໄວ້ທຸກ​ໃຫ້.</verse>
				<verse number="16">ພວກ​ຄົນຊົ່ວຊ້າ​ອາດ​ຈະ​ມີ​ເງິນ​ຫລວງຫລາຍ ແລະ​ມີ​ເຄື່ອງນຸ່ງຫົ່ມ​ເກີນ​ຄວາມ​ຈຳເປັນ​ດ້ວຍ.</verse>
				<verse number="17">ເຂົາ​ຈະ​ທ້ອນໂຮມ​ມັນ, ແຕ່​ຄົນ​ຊອບທຳ​ຈະ​ໄດ້​ນຸ່ງຫົ່ມ​ເຄື່ອງ​ນັ້ນ ຄົນ​ສັດຊື່​ຈະ​ໄດ້​ໃຊ້​ເງິນ​ຂອງ​ພວກເຂົາ.</verse>
				<verse number="18">ຄົນຊົ່ວ​ສ້າງ​ເຮືອນ​ໄວ້​ດັ່ງ​ໄຍແມງມຸມ ຫລື​ດັ່ງ​ຕູບ​ຂອງ​ທາດຮັບໃຊ້​ຄົນ​ໜຶ່ງ​ພວມ​ເຝົ້າຍາມ​ທົ່ງເຂົ້າ.</verse>
				<verse number="19">ເປັນ​ເທື່ອ​ສຸດທ້າຍ ທີ່​ເຂົາເຈົ້າ ຈະ​ເອ່ນ​ຕົວ​ນອນ​ກັບ​ຄວາມຮັ່ງມີ ເມື່ອ​ຕື່ນຂຶ້ນ​ມາ​ກໍ​ພົບ​ວ່າ​ຊັບສິນ​ຫັບຫາຍ​ໄປສິ້ນ.</verse>
				<verse number="20">ຄວາມ​ຢ້ານໃຫຍ່​ຈະ​ຫລອນ​ມາ​ດັ່ງ​ນໍ້າ​ຖ້ວມ​ນາ ລົມ​ຕອນ​ກາງຄືນ​ຈະ​ພັດ​ພາ​ພວກເຂົາ​ໄປສິ້ນ.</verse>
				<verse number="21">ລົມ​ຈາກ​ທິດ​ຕາເວັນອອກ​ຈະ​ພັດ​ພວກເຂົາ​ໄປ​ໃຫ້​ໄກ ຮື້​ຮາກຖານ​ຂອງ​ພວກເຂົາ​ໂຍນ​ຖິ້ມ​ຢ່າງ​ຮ້າຍກາດ.</verse>
				<verse number="22">ມັນ​ຈະ​ພັດ​ລົງ​ໃສ່​ພວກເຂົາ​ໂດຍ​ບໍ່ມີ​ຄວາມ​ປານີ ຂະນະທີ່​ພວກເຂົາ​ພະຍາຍາມ​ປົບໜີໄປ​ຢ່າງ​ສຸດຂີດ.</verse>
				<verse number="23">ລົມ​ໂຫ່ຮ້ອງ​ໃສ່​ພວກເຂົາ​ເມື່ອ​ແລ່ນ​ໜີໄປ ໂດຍ​ເຮັດ​ໃຫ້​ຢ້ານກົວ​ອຳນາດ​ທີ່​ທຳລາຍ​ພວກເຂົາ​ໄດ້.</verse>
			</chapter>
			<chapter number="28">
				<verse number="1">“ກ່ອນ​ຈະ​ຂຸດ​ເອົາ​ເງິນ​ໄດ້​ມັນ​ຕ້ອງ​ມີ​ເໝືອງແຮ່ ກ່ອນ​ຈະ​ເຮັດ​ໃຫ້​ຄຳ​ບໍຣິສຸດ​ໄດ້​ຕ້ອງ​ມີ​ບ່ອນ​ຫລອມ.</verse>
				<verse number="2">ມະນຸດ​ຂຸດ​ເອົາ​ເຫຼັກ​ອອກ​ມາ​ຈາກ​ພື້ນດິນ ແລະ​ຈາກ​ກ້ອນຫີນ, ມະນຸດ​ຂຸດ​ເອົາ​ທອງແດງ​ໄດ້.</verse>
				<verse number="3">ມະນຸດ​ສຳຫລວດ​ກວດເບິ່ງ​ຄວາມມືດ​ອັນ​ຕຶບໜາ ຄົ້ນຫາ​ໃນ​ຄວາມເລິກ​ຂອງ​ຫີນ​ຢູ່​ພື້ນ​ແຜ່ນດິນ​ໂລກ.</verse>
				<verse number="4">ໄກ​ຈາກ​ທີ່​ຄົນ​ຢູ່ ຫລື​ຕີນ​ຍ່າງຍ້າຍ​ໄປມາ ມະນຸດ​ຊອກຫາ​ບໍ່ແຮ່​ໂດຍ​ຂຸດ​ເປັນ​ທາງ​ລອດພື້ນ ທີ່ນັ້ນ ພວກເຂົາ​ເຮັດ​ວຽກ​ຢ່າງ​ໂດດດ່ຽວ​ປ່ຽວໃຈ ຕິດຫ້ອຍ​ຢູ່​ກັບ​ເຊືອກ​ທີ່​ຢ່ອນ​ພວກເຂົາ​ລົງ​ໃນ​ຫລຸມ​ນັ້ນ.</verse>
				<verse number="5">ອາຫານ​ການກິນ​ເກີດ​ຈາກ​ພື້ນ​ແຜ່ນດິນ ແຕ່​ໃນ​ບ່ອນ​ດຽວກັນ, ທຸກສິ່ງ​ກໍ​ຖືກ​ຈີກ​ໃຫ້​ໝຸ່ນ.</verse>
				<verse number="6">ຫີນ​ຂອງ​ແຜ່ນດິນ​ໂລກ​ບັນຈຸ​ແກ້ວ​ໄພທູນ ແລະ​ຝຸ່ນ​ຂອງ​ຂີ້ດິນ​ກໍ​ບັນຈຸ​ຄຳ​ດ້ວຍ.</verse>
				<verse number="7">ບໍ່ມີ​ແຫລວ​ໂຕ​ໃດ​ດອກ​ເຫັນທາງ​ໄປ​ສູ່​ບໍ່ແຮ່ ບໍ່ມີ​ແຮ້ງ​ໂຕ​ໃດ​ດອກ​ບິນ​ຜ່ານ​ເທິງ​ມັນ​ໄດ້​ເລີຍ.</verse>
				<verse number="8">ບໍ່ມີ​ໂຕສິງ​ຫລື​ສັດຮ້າຍ​ອື່ນໆ​ໂຕ​ໃດ​ເລີຍ ທີ່​ເຄີຍ​ທ່ຽວ​ໄປ​ຜ່ານ​ທາງ​ທີ່​ໂດດດ່ຽວ​ນີ້​ໄດ້.</verse>
				<verse number="9">ແຕ່​ມະນຸດ​ນັ້ນ​ກ້າ​ຂຸດ​ໂງ່ນຫີນ​ອັນ​ແຂງ ທັງ​ກ້າ​ຂຸດ​ພູເຂົາ​ຫລາຍໆ​ໜ່ວຍ​ອອກ​ຈາກ​ຕີນ​ພູ​ໄດ້.</verse>
				<verse number="10">ເມື່ອ​ພວກເຂົາ​ຂຸດ​ເປັນ​ຖໍ້າ​ຜ່ານ​ໂງ່ນຫີນ​ເຂົ້າ​ໄປ ພວກເຂົາ​ກໍໄດ້​ຄົ້ນພົບ​ຫີນ​ນາໆ​ຊະນິດ​ທີ່​ປະເສີດ.</verse>
				<verse number="11">ພວກເຂົາ​ຂຸດ​ໄປ​ສູ່​ແຫລ່ງ​ເກີດ​ແມ່ນໍ້າ​ທັງຫລາຍ ແລະ​ນຳ​ສິ່ງ​ທີ່​ຖືກ​ປິດບັງ​ອອກ​ສູ່​ແສງແຈ້ງ​ໄດ້.</verse>
				<verse number="12">ແຕ່​ປັນຍາ​ນັ້ນ​ຈະ​ຊອກ​ຫາ​ໄດ້​ຢູ່​ໃສ? ຢູ່​ທີ່​ໃດ​ພວກເຮົາ​ຈະ​ຮຽນ​ເອົາ​ຄວາມ​ເຂົ້າໃຈ​ໄດ້?</verse>
				<verse number="13">ປັນຍາ​ຊອກ​ຫາ​ພົບ​ບໍ່ໄດ້​ໃນ​ທ່າມກາງ​ມະນຸດ​ເດີ ບໍ່ມີ​ຜູ້ໃດ​ເຄີຍ​ຮູ້ຈັກ​ຄຸນຄ່າ​ອັນ​ແທ້ຈິງ​ຂອງ​ປັນຍາ​ໄດ້.</verse>
				<verse number="14">ທະເລ​ເລິກ​ກວ້າງ ແລະ​ມະຫາ​ສະໝຸດ​ກວ້າງໃຫຍ່ ເວົ້າ​ວ່າ, ‘ປັນຍາ​ກໍ​ບໍ່​ອາດ​ຫາ​ພົບ​ໄດ້​ຢູ່​ໃນ​ທີ່ນັ້ນ.’</verse>
				<verse number="15">ປັນຍາ​ຊື້​ເອົາ​ບໍ່ໄດ້​ດ້ວຍ​ເງິນ​ຫລື​ຄຳ ຄຳ​ຈາກ​ໂອເຟຍ​ກັບ​ເພັດພອຍ​ບໍຣິສຸດ ກໍ​ມີ​ຄ່າ​ທຽບ​ປັນຍາ​ບໍ່ໄດ້.</verse>
				<verse number="16"></verse>
				<verse number="17">ປັນຍາ​ນັ້ນ​ມີ​ຄຸນຄ່າ​ຫລາຍກວ່າ​ຄຳ ກວ່າ​ອ່າງຄຳ​ຢ່າງດີ​ຫລື​ແກ້ວ​ບໍຣິສຸດ​ທີ່​ໃສແຈ້ງ.</verse>
				<verse number="18">ຄຸນຄ່າ​ຂອງ​ປັນຍາ​ນັ້ນ​ມີ​ຫລາຍ​ເຫລືອລົ້ນ ກວ່າ​ເພັດນິນ​ຈິນດາ​ຫລື​ທັບທີມ​ດ້ວຍ.</verse>
				<verse number="19">ພອຍ​ສີເຫລືອງ​ນໍ້າໜຶ່ງ​ທັງ​ຄຳ​ນໍ້າໜຶ່ງ​ກໍດີ ກໍ​ທຽບເທົ່າ​ກັບ​ຄຸນຄ່າ​ຂອງ​ປັນຍາ​ບໍ່ໄດ້.</verse>
				<verse number="20">ຖ້າດັ່ງນັ້ນ ແຫລ່ງ​ຂອງ​ປັນຍາ​ນັ້ນ​ຢູ່​ບ່ອນ​ໃດ? ພວກເຮົາ​ຈະ​ຮຽນ​ເອົາ​ຄວາມ​ເຂົ້າໃຈ​ຢູ່​ທີ່​ໃດ​ໄດ້?</verse>
				<verse number="21">ບໍ່ມີ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ຈະ​ສາມາດ​ເຫັນ​ປັນຍາ ແມ່ນແຕ່​ນົກ​ບິນ​ໄປມາ​ໃນ​ທ້ອງຟ້າ​ອາກາດ.</verse>
				<verse number="22">ແມ່ນແຕ່​ຄວາມຕາຍ ແລະ​ການທຳລາຍ​ກໍດີ ‘ກໍ​ຍັງ​ຮັບ​ວ່າ​ໄດ້ຍິນ​ພຽງແຕ່​ສຽງ​ເລົ່າລືກັນ​ເທົ່ານັ້ນ.’</verse>
				<verse number="23">ພຣະເຈົ້າ​ເທົ່ານັ້ນ​ທີ່​ຮູ້ຈັກ​ຊ່ອງທາງ ຮູ້ຈັກ​ບ່ອນ​ທີ່​ມະນຸດ​ຈະ​ຫາ​ພົບ​ປັນຍາ​ໄດ້.</verse>
				<verse number="24">ເພາະ​ພຣະອົງ​ເຫັນ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ, ເຫັນ​ສິ່ງ​ທັງຫລາຍ​ທີ່​ຢູ່​ກ້ອງ​ຟ້າ​ສະຫວັນ.</verse>
				<verse number="25">ເມື່ອ​ພຣະເຈົ້າ​ໄດ້​ໃຫ້​ອຳນາດ​ແກ່​ລົມ​ພັດ​ຜ່ານ ແລະ​ໄດ້​ກຳນົດ​ເຂດໝາຍ​ຂອງ​ທ້ອງ​ທະເລ​ກວ້າງ.</verse>
				<verse number="26">ເມື່ອ​ພຣະເຈົ້າ​ຕັດສິນ​ຊີ້ຂາດ​ບ່ອນ​ທີ່​ຝົນ​ຈະ​ຕົກ ກຳນົດ​ທິດທາງ​ແສງ​ຟ້າແມບ​ຜ່າ​ຜ່ານ​ໄປ​ນັ້ນ.</verse>
				<verse number="27">ເມື່ອນັ້ນ ພຣະອົງ​ໄດ້​ເຫັນຊອບ​ຕໍ່​ສິ່ງ​ນີ້​ທັງໝົດ ຍ້ອນ​ເຫັນ​ປັນຍາ ແລະ​ພິສູດ​ຄຸນຄ່າ​ຂອງ​ປັນຍາ​ນັ້ນ.</verse>
				<verse number="28">ພຣະເຈົ້າ​ໄດ້​ກ່າວ​ອອກ​ເປັນຖ້ອຍ​ເປັນຄຳ​ ແກ່​ມວນ​ມະນຸດ​ທັງຫລາຍ​ດັ່ງ​ຕໍ່​ລົງ​ໄປ​ນີ້: ‘ເພື່ອ​ຈະ​ມີ​ປັນຍາ​ຕ້ອງ​ຢຳເກງ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ຈະ​ເຂົ້າໃຈ​ຕ້ອງ​ຫັນໜີ​ຈາກ​ຄວາມ​ຊົ່ວຊ້າ.”’</verse>
			</chapter>
			<chapter number="29">
				<verse number="1">ແລ້ວ​ໂຢບ​ກໍໄດ້​ເລີ່ມ​ເວົ້າຈາ​ອີກ.</verse>
				<verse number="2">“ອີກ​ຄັ້ງ​ໜຶ່ງ ຖ້າ​ຊີວິດ​ຂອງຂ້ອຍ​ຄືເກົ່າ​ຄືຫລັງ ຄັ້ງ​ທີ່​ພຣະເຈົ້າ​ໄດ້​ປົກປັກ​ຮັກສາ​ເບິ່ງແຍງ​ຢູ່​ນັ້ນ.</verse>
				<verse number="3">ພຣະເຈົ້າ​ຢູ່​ກັບ​ຂ້ອຍ​ທັງ​ໃຫ້​ແສງແຈ້ງ​ສະເໝີ​ມາ ເມື່ອ​ຂ້ອຍ​ໄດ້​ທຽວທາງ​ຜ່ານຜ່າ​ຄວາມມືດ.</verse>
				<verse number="4">ຄື​ມື້​ທັງຫລາຍ​ທີ່​ຂ້ອຍ​ໄດ້​ຈະເລີນ​ຮຸ່ງເຮືອງ ໄມຕີຈິດ​ຂອງ​ພຣະເຈົ້າ​ປົກປັກ​ຮັກສາ​ບ້ານເຮືອນ​ຂອງຂ້ອຍ.</verse>
				<verse number="5">ຄັ້ງນັ້ນ ພຣະເຈົ້າ​ອົງ​ຍິ່ງໃຫຍ່​ຢູ່​ນຳ​ຂ້ອຍ​ເລື້ອຍໆ​ມາ ລູກຫລານ​ຂອງຂ້ອຍ​ທັງໝົດ​ກໍ​ຢູ່​ພ້ອມພຽງ​ຮຽງໜ້າ.</verse>
				<verse number="6">ຝູງງົວ​ແລະ​ແບ້ ຕ່າງ​ກໍ​ຜະລິດ​ນໍ້ານົມ​ສົມບູນ​ດີ ຕົ້ນ​ໝາກກອກເທດ​ກໍ​ເກີດ​ໃນ​ດິນ​ມີ​ຫີນ​ແກມ​ເກືອ.</verse>
				<verse number="7">ເທື່ອໃດ​ທີ່​ເຖົ້າແກ່​ໃນ​ເມືອງ​ນັດພົບ​ປະຊຸມກັນ ເທື່ອນັ້ນ​ຂ້ອຍ​ກໍ​ມີໜ້າ​ຢູ່ນຳ​ໃນ​ທີ່​ປະຊຸມ​ຜູ້ໜຶ່ງ.</verse>
				<verse number="8">ຊາວ​ໜຸ່ມ​ຜີກຕົວ​ອອກ ເມື່ອ​ພວກເຂົາ​ເຫັນ​ຂ້ອຍ​ຍ່າງ​ມາ ແລະ​ພວກຄົນ​ແກ່ຊະຣາ ກໍ​ລຸກ​ຢືນ​ຂຶ້ນ​ຄຳນັບ.</verse>
				<verse number="9">ພວກ​ຜູ້ນຳ​ປະຊາຊົນ​ຕ່າງ​ກໍ​ຢຸດ​ເວົ້າ​ທັນທີ ແມ່ນແຕ່​ຄົນ​ທີ່​ສຳຄັນ​ກໍ​ຍັງ​ມິດງຽບ.</verse>
				<verse number="10"></verse>
				<verse number="11">ທຸກໆ​ຄົນ​ທີ່​ໄດ້​ເຫັນ​ຂ້ອຍ​ຫລື​ໄດ້ຍິນ​ຂ້ອຍ​ເວົ້າຈາ ຕ່າງ​ກໍ​ພາກັນ​ເວົ້າ​ຍ້ອງຍໍ​ເຖິງ​ສິ່ງ​ທີ່​ຂ້ອຍ​ໄດ້​ເວົ້າ.</verse>
				<verse number="12">ເມື່ອ​ຄົນທຸກ​ຮ້ອງ​ໃຫ້​ຊ່ວຍ ຂ້ອຍ​ກໍ​ຊ່ວຍເຫລືອ​ພວກເຂົາ ຂ້ອຍ​ໄດ້​ຊ່ວຍເຫລືອ​ຜູ້​ຂາດ​ທີ່ເພິ່ງ​ຄື​ລູກກຳພ້າ.</verse>
				<verse number="13">ຄົນ​ຂັດສົນ​ທີ່ສຸດ​ນັ້ນ​ຕ່າງ​ກໍ​ກ່າວ​ຊົມເຊີຍ ຂ້ອຍ​ເຄີຍ​ຊ່ວຍ​ໃຫ້​ຄວາມ​ປອດໄພ​ແກ່​ແມ່ໝ້າຍ.</verse>
				<verse number="14">ຂ້ອຍ​ເຮັດ​ດ້ວຍ​ຄວາມສັດຊື່​ແລະ​ທ່ຽງທຳ ຂ້ອຍ​ເປັນ​ຕີນ​ໃຫ້​ຄົນ​ເສຍຂາ ຂ້ອຍ​ເປັນ​ຕາ​ໃຫ້​ຄົນ​ຕາບອດ.</verse>
				<verse number="15"></verse>
				<verse number="16">ຂ້ອຍ​ນີ້​ເປັນ​ດັ່ງ​ພໍ່​ຜູ້ໜຶ່ງ​ຂອງ​ຄົນ​ຍາກຈົນ ແລະ​ເຂົ້າຂ້າງ​ຄົນ​ຕ່າງແດນ​ທີ່​ຖືກ​ເດືອດຮ້ອນ.</verse>
				<verse number="17">ຂ້ອຍ​ທຳລາຍ​ອຳນາດ​ຂອງ​ຄົນ​ໂຫດຮ້າຍ​ສາມານ ແລະ​ໄດ້​ຊ່ວຍກູ້​ເອົາ​ຜູ້​ທີ່​ເປັນ​ເຫຍື່ອ​ຂອງ​ເຂົາເຈົ້າ.</verse>
				<verse number="18">ຂ້ອຍ​ເຄີຍ​ຕັ້ງໃຈ​ໄວ້​ເລື້ອຍໆ​ວ່າ​ຈະ​ມີ​ອາຍຸ​ຍືນຍາວ ແລະ​ຈະ​ຕາຍ​ທີ່​ເຮືອນ​ຢ່າງ​ສຸກກາຍ​ສະບາຍ​ໃຈ​ລົ້ນ.</verse>
				<verse number="19">ຂ້ອຍ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ຮາກ​ມີ​ນໍ້າ​ລໍ່ລ້ຽງ​ສະເໝີ ຊຶ່ງ​ກິ່ງກ້ານ​ທັງຫລາຍ​ກໍ​ຊຸ່ມຊື່ນ​ດ້ວຍ​ນໍ້າ​ຄ້າງ.</verse>
				<verse number="20">ທຸກໆ​ຄົນ​ຕ່າງ​ກໍ​ໃຫ້​ຄຳ​ຊົມເຊີຍ​ຢ່າງ​ບໍ່​ລົດລະ ແລະ​ກຳລັງ​ຂອງຂ້ອຍ​ກໍ​ບໍ່​ເຄີຍຂາດ​ໄປ​ຈັກເທື່ອ.</verse>
				<verse number="21">ເມື່ອ​ຂ້ອຍ​ກ່າວ​ແນະນຳ​ຂຶ້ນ ປະຊາຊົນ​ຕ່າງ​ກໍ​ມິດງຽບ ແລະ​ຕັ້ງ​ຈິດໃຈ​ຟັງ​ແທ້ໆ​ໃນ​ສິ່ງ​ທີ່​ຂ້ອຍ​ໄດ້​ເວົ້າ​ໄປ.</verse>
				<verse number="22">ເມື່ອ​ຂ້ອຍ​ເວົ້າ​ສຸດແລ້ວ ພວກເຂົາ​ກໍ​ບໍ່ມີ​ຫຍັງ​ເວົ້າ​ແຖມ ຄຳເວົ້າ​ຂອງ​ຂ້ອຍ​ເພີ່ມ​ນໍ້າໜັກ​ໃຫ້​ດັ່ງ​ນໍ້າ​ຝົນ​ຢາດຍ້ອຍ.</verse>
				<verse number="23">ທຸກໆຄົນ​ຕ່າງ​ກໍ​ນ້ອມ​ຍອມ​ຮັບ​ສິ່ງ​ທີ່​ຂ້ອຍ​ໄດ້​ເວົ້າຈາ ດັ່ງ​ພວກ​ພໍ່ນາ​ຍິນດີ​ຮັບ​ເອົາ​ນໍ້າ​ຝົນ​ໃນ​ລະດູແລ້ງ.</verse>
				<verse number="24">ຂ້ອຍ​ຍີ້ມ​ໃສ່​ຄົນ​ທີ່​ບໍ່​ເຊື່ອໝັ້ນ​ໃນ​ຕົນເອງ ໃບໜ້າ​ຂ້ອຍ​ເບີກບານ ກໍ​ໃຫ້​ກຳລັງ​ໃຈ​ພວກເຂົາ​ໄດ້.</verse>
				<verse number="25">ຂ້ອຍ​ເປັນ​ຜູ້​ຮັບຜິດຊອບ​ແລະ​ຕັດສິນໃຈ ແລະ​ໃຊ້​ຊີວິດ​ນຳພາ​ພວກເຂົາ​ດັ່ງ​ກະສັດ​ຄົນ​ໜຶ່ງ. ຊຶ່ງ​ນຳພາ​ໝູ່​ໝວດ​ໃນ​ກອງທັບ​ຂອງຕົນ ທັງ​ໃຫ້​ຄຳ​ເລົ້າໂລມ​ໃນ​ຍາມ​ສິ້ນຫວັງ​ແລະ​ອຸກອັ່ງ.</verse>
			</chapter>
			<chapter number="30">
				<verse number="1">ແຕ່​ບັດນີ້ ຂ້ອຍ​ຊໍ້າ​ຖືກ​ຫົວເລາະ​ຫຍໍ້ຫຍັນ ໂດຍ​ເດັກນ້ອຍ​ສາມັນ​ທີ່​ບໍ່​ນັບຖື​ອາຍຸ​ຂອງຂ້ອຍ; ພໍ່​ຂອງ​ພວກເຂົາ​ສະໄໝ​ກ່ອນ ເຄີຍ​ເປັນ​ຄົນ​ບໍ່​ສຳຄັນ​ຫຍັງ ບໍ່​ສົມ​ກັບ​ຝູງ​ໝາ​ທີ່​ເຝົ້າ​ຝູງແກະ​ຂອງຂ້ອຍ​ຊໍ້າ.</verse>
				<verse number="2">ພວກເຂົາ​ເປັນ​ຄົນ​ໝົດເຫື່ອ ແລະ​ໝົດແຮງ ອ່ອນແອ​ເກີນ​ທີ່​ຈະ​ເຮັດ​ວຽກ​ສຳລັບ​ຂ້ອຍ​ໄດ້.</verse>
				<verse number="3">ພວກເຂົາ​ອຶດຫິວ​ທຸກໄຮ້​ຈົນ​ຫຍໍ້າ​ກິນ​ຮາກໄມ້​ຕາຍ ໃນ​ປ່າ​ທີ່​ໂດດດ່ຽວ​ປ່ຽວຄົນ​ໃນ​ຕອນ​ກາງຄືນ.</verse>
				<verse number="4">ພວກເຂົາ​ຫລົກ​ພັນ​ໄມ້​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ກິນ​ແມ່ນແຕ່​ຮາກໄມ້​ຈາງໆ​ຂອງ​ໄມ້​ຍູກວາດ</verse>
				<verse number="5">ທຸກໆຄົນ​ຮ້ອງ​ໄລ່​ພວກເຂົາ​ໃຫ້​ໜີໄປ ດັ່ງ​ພວກເຂົາ​ກຳລັງ​ຮ້ອງ​ໄລ່​ໃສ່​ໂຈນ​ທີ່​ມາ​ປຸ້ນ.</verse>
				<verse number="6">ເຂົາເຈົ້າ​ຕ້ອງ​ໄດ້​ອາໄສ​ຢູ່​ໃນ​ຖໍ້າ​ຫີນ ໃນ​ຫລຸມ​ທີ່​ຂຸດ​ໄວ້​ໃກ້ໆ​ກັບ​ໜ້າຜາ​ນັ້ນ.</verse>
				<verse number="7">ຢູ່​ນອກ​ປ່າ​ຕ່າງໆ ພວກເຂົາ​ພາກັນ​ຫອນ​ດັ່ງ​ຝູງ​ໝາ ແລະ​ກໍ​ບຽດຍັດ​ກັນ​ຢູ່​ພາຍໃຕ້​ພຸ່ມໄມ້.</verse>
				<verse number="8">ແມ່ນ​ພວກຄົນ​ບໍ່​ມີ​ຄ່າ​ແລະ​ບໍ່ມີ​ຊື່ສຽງ​ຫຍັງ​ເລີຍ ພວກເຂົາ​ຖືກ​ຂັບໄລ່​ໃຫ້​ໜີ​ອອກ​ໄປ​ຈາກ​ດິນແດນ.</verse>
				<verse number="9">ບັດນີ້ ພວກເຂົາ​ກໍ​ມາ​ລ້ອມ​ຫົວ​ເຍາະເຍີ້ຍ​ໃສ່​ຂ້ອຍ​ຄືນ ຂ້ອຍ​ເປັນ​ພຽງ​ຄຳເວົ້າ​ອັນ​ຕະຫລົກ​ຂອງ​ເຂົາເຈົ້າ.</verse>
				<verse number="10">ພວກເຂົາ​ຫັນຫລັງ​ໃສ່​ຂ້ອຍ​ດ້ວຍ​ຄວາມ​ລັງກຽດ​ແກມຊັງ ຫລື​ຢ່າງ​ບໍ່​ລຳຄານ​ເລີຍ ທີ່​ຖົ່ມ​ນໍ້າລາຍ​ໃສ່​ໜ້າ​ຂ້ອຍ.</verse>
				<verse number="11">ຍ້ອນ​ພຣະເຈົ້າ​ເຮັດ​ໃຫ້​ຂ້ອຍ​ອ່ອນແຮງ​ຂາດ​ຜູ້​ຊ່ວຍ ພວກເຂົາ​ຈຶ່ງ​ຫັນ​ມາ​ຕໍ່ສູ້​ຢ່າງ​ບ້າເລືອດ​ຄຶກຄະນອງ.</verse>
				<verse number="12">ຄົນ​ເຫຼົ່ານີ້​ຕ່າງ​ກໍ​ຕັ້ງ​ໜ້າ​ມາ​ໂຈມຕີ​ຂ້ອຍ​ອີຫລີ ພວກເຂົາ​ກົດດັນ​ຂ້ອຍ​ໃຫ້​ແລ່ນ​ໜີ ແລະ​ຕຽມ​ບຸກ​ໃນ​ບັ້ນທ້າຍ.</verse>
				<verse number="13">ພວກເຂົາ​ຕັດ​ທາງ​ຂ້ອຍ​ປົບໜີ ແລະ​ພະຍາຍາມ​ທຳລາຍ​ຂ້ອຍ​ຕື່ມ ແລະ​ບໍ່ມີ​ຜູ້ໃດ​ເລີຍ​ທີ່​ຈະ​ຕ້ານ​ທານ ພວກເຂົາ​ໄວ້​ໄດ້.</verse>
				<verse number="14">ພວກເຂົາ​ບຸກໂຈມຕີ​ຂ້ອຍ ແມ່ນແຕ່​ທີ່​ຫລຸມ​ປ້ອງກັນ ຫັນໜ້າ​ໃສ່​ຢ່າງ​ຫ້າວຫານ ຜ່ານ​ທີ່​ຫັກ​ເພພັງ​ມາ​ໄດ້.</verse>
				<verse number="15">ຄວາມ​ຢ້ານກົວ​ລຽນແຖວກັນ​ມາ ປົກຄຸມ​ເຕັມ​ຕຶບໜາ​ຢູ່​ເທິງ​ຊີວິດ​ຂອງຂ້ອຍ. ກຽດ​ຂອງຂ້ອຍ​ດັບ​ສິ້ນ​ດັ່ງ​ລົມ​ພັດ​ຜ່ານ​ກາຍໄປ ແລະ​ຄວາມ​ຮຸ່ງເຮືອງ​ລັບຫາຍ​ດັ່ງ​ເມກໝອກ.</verse>
				<verse number="16">ມາບັດນີ້ ຂ້ອຍ​ກຳລັງ​ໃກ້​ຈະ​ສິ້ນໃຈ​ຕາຍ ແຕ່​ຂ້ອຍ​ຍັງ​ບໍ່ໄດ້​ບັນເທົາ​ຕໍ່​ການ​ທົນທຸກ​ຂອງຂ້ອຍ.</verse>
				<verse number="17">ກາງຄືນ​ກະດູກ​ຂອງຂ້ອຍ​ເຈັບປວດ​ທັງໝົດ ເຈັບປວດ​ຢ່າງ​ທໍລະມານ​ບໍ່ເຄີຍ​ເຊົາ​ຈັກເທື່ອ.</verse>
				<verse number="18">ພຣະເຈົ້າ​ຈັບ​ຄໍ​ເສື້ອ​ຂ້ອຍ​ໄວ້​ຍົກຕົວ​ຂ້ອຍ​ຂຶ້ນ​ສູງ ບິດ​ເຄື່ອງນຸ່ງ​ຂອງຂ້ອຍ​ນຳ​ຈົນ​ບໍ່​ເປັນ​ຮູບຊົງ​ຍ້ອນ.</verse>
				<verse number="19">ພຣະອົງ​ໂຍນ​ຂ້ອຍ​ລົງ​ໃສ່​ໃນ​ຂີ້ຕົມ ຂ້ອຍ​ບໍ່​ດີກວ່າ​ສິ່ງ​ທີ່​ຊຸດໂຊມ​ອັນ​ເປິເປື້ອນ.</verse>
				<verse number="20">ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ຮ້ອງຫາ​ພຣະອົງ, ແຕ່​ຄຳຕອບ​ບໍ່ມີ ເມື່ອ​ຂ້ານ້ອຍ​ພາວັນນາ​ອະທິຖານ​ຫາ ພຣະອົງ​ກໍ​ບໍ່​ເອົາໃຈໃສ່.</verse>
				<verse number="21">ພຣະອົງ​ໄດ້​ເຮັດ​ກັບ​ຂ້ານ້ອຍ​ຢ່າງ​ໂຫດຮ້າຍ​ທາລຸນ ພຣະອົງ​ໄດ້​ນຳ​ຈ່ອງລ້າງ​ຈ່ອງຜານ​ໂດຍ​ໃຊ້​ທຸກ​ອຳນາດ.</verse>
				<verse number="22">ພຣະອົງ​ໄດ້​ໃຫ້​ລົມ​ພັດ​ຂ້ານ້ອຍ​ໃຫ້​ໜີໄປ​ໄກ ພຣະອົງ​ໂຍນ​ຂ້ານ້ອຍ​ໃນ​ທ່າມກາງ​ພະຍຸຮ້າຍ.</verse>
				<verse number="23">ຂ້ານ້ອຍ​ຮູ້ວ່າ​ພຣະອົງ​ກຳລັງ​ສົ່ງ​ຂ້ານ້ອຍ​ໄປ​ສູ່​ຄວາມຕາຍ ໄປ​ສູ່​ເຄາະກຳ​ທີ່​ຮັກສາ​ໄວ້​ສຳລັບ​ທຸກໆຄົນ​ນັ້ນ.</verse>
				<verse number="24">ເປັນຫຍັງ​ພຣະອົງ​ຈຶ່ງ​ໂຈມຕີ​ຄົນ​ສິ້ນເນື້ອ​ປະດາຕົວ ຄົນໜຶ່ງ​ທີ່​ບໍ່ມີ​ຫຍັງ​ພຽງແຕ່​ຂໍ​ໃຫ້​ເມດຕາ​ເທົ່ານັ້ນ?</verse>
				<verse number="25">ຂ້ານ້ອຍ​ບໍ່ໄດ້​ຮ້ອງໄຫ້​ກັບ​ຄົນ​ທຸກໄຮ້ເຂັນໃຈ​ບໍ? ແລະ​ບໍ່ໄດ້​ໂສກເສົ້າ​ເສຍໃຈ​ກັບ​ຄົນ​ທີ່​ຂັດສົນ​ຫລືນີ້?</verse>
				<verse number="26">ຂ້ານ້ອຍ​ຫວັງ​ໄດ້​ຮັບ​ແສງແຈ້ງ​ແລະ​ຄວາມສຸກ ແຕ່​ຄວາມ​ເດືອດຮ້ອນ ແລະ​ມືດໜາ​ກໍ​ມາ​ແທນທີ່.</verse>
				<verse number="27">ຂ້ານ້ອຍ​ຖືກ​ຈີກ​ໂດຍ​ຄວາມ​ເຈັບປວດ​ແລະ​ອຸກອັ່ງ​ໃຈ ຂ້ານ້ອຍ​ກຳລັງ​ທົນທຸກ​ທໍລະມານ​ກາຍ ມື້ແລ້ວ​ມື້ເລົ່າ.</verse>
				<verse number="28">ຂ້ານ້ອຍ​ໄປມາ​ໃນ​ຄວາມມືດ ໂດຍ​ບໍ່ມີ​ແສງແຈ້ງ​ເລີຍ ຢືນ​ຂຶ້ນ​ໃນ​ທ່າມກາງ​ປະຊາຊົນ​ຮ້ອງຂໍ​ໃຫ້​ຊົດຊ່ວຍ.</verse>
				<verse number="29">ສຽງ​ຂອງ​ຂ້ານ້ອຍ​ໂສກເສົ້າ​ທັງ​ໂດດດ່ຽວ​ປ່ຽວໃຈ ດັ່ງ​ສຽງ​ໝາໄນ​ແລະ​ສຽງ​ນົກ​ກະຈອກເທດ.</verse>
				<verse number="30">ເນື້ອໜັງ​ຂ້ານ້ອຍ​ບວມຊໍ້າ ເຕັມ​ທົ່ວ​ທັງ​ຕົນຕົວ ຂ້ານ້ອຍ​ກຳລັງ​ໄຂ້​ໜັກ ຮ່າງກາຍ​ຮ້ອນ​ດັ່ງ​ໄຟ​ເຜົາໄໝ້.</verse>
				<verse number="31">ຄັ້ງໜຶ່ງ ບ່ອນ​ທີ່​ຂ້ານ້ອຍ​ໄດ້ຍິນ​ສຽງ​ເພງ​ອັນ​ມ່ວນຊື່ນ ບັດນີ້ ຂ້ານ້ອຍ​ພັດ​ໄດ້ຍິນ​ແຕ່​ສຽງ​ຮ້ອງໄຫ້​ໄວ້ທຸກ.</verse>
			</chapter>
			<chapter number="31">
				<verse number="1">ຂ້ອຍ​ໄດ້​ເຮັດ​ສັນຍາ​ຢ່າງ​ໜຶ່ງ​ໜັກແໜ້ນ​ຈິງໃຈ ຄື​ບໍ່​ແນມເບິ່ງ​ຜູ້ຍິງ​ດ້ວຍ​ຕັນຫາ​ຄວາມຢາກ.</verse>
				<verse number="2">ພຣະເຈົ້າ​ອົງ​ຍິ່ງໃຫຍ່​ເຮັດ​ຫຍັງ​ໃຫ້​ພວກເຮົາ​ແດ່​ບໍ? ພຣະອົງ​ສະໜອງ​ການກະທຳ​ຂອງ​ຄົນ​ຢ່າງໃດ​ແດ່?</verse>
				<verse number="3">ພຣະອົງ​ສົ່ງ​ຄວາມພິນາດ​ແລະ​ຄວາມ​ຈິບຫາຍ ມາ​ທຳລາຍ​ຄົນ​ທັງຫລາຍ​ທີ່​ເຮັດ​ການ​ຊົ່ວຮ້າຍ.</verse>
				<verse number="4">ພຣະເຈົ້າ​ຮູ້​ທຸກໆສິ່ງ​ທີ່​ຂ້ອຍ​ໄດ້​ກະທຳ ພຣະອົງ​ເຫັນ​ທຸກໆ​ບາດຕີນ​ທີ່​ຂ້ອຍ​ກ້າວ​ໄປ​ນັ້ນ.</verse>
				<verse number="5">ຂ້ອຍ​ສາບານ​ໄດ້​ວ່າ​ບໍ່ເຄີຍ​ກະທຳ​ຊົ່ວ​ໃດໆ ແລະ​ບໍ່ໄດ້​ພະຍາຍາມ​ຫລອກລວງ​ຄົນ​ໃດໆ​ທັງ​ນັ້ນ.</verse>
				<verse number="6">ຂ້ອຍ​ໃຫ້​ພຣະເຈົ້າ​ຊັ່ງ​ເບິ່ງ​ໂດຍ​ຕາຊິງ​ອັນ​ທ່ຽງທຳ ພຣະອົງ​ກໍ​ຈະ​ໄດ້​ຮູ້ຈັກ​ວ່າ​ຂ້ອຍ​ສັດຊື່​ສໍ່າໃດ​ແທ້.</verse>
				<verse number="7">ຖ້າ​ຂ້ອຍ​ຫັນປ່ຽນ​ຈາກ​ທິດທາງເດີນ ຄື​ທິດທາງເດີນ​ອັນ​ຍຸດຕິທຳ​ແລະ​ຖືກຕ້ອງ; ຫລື​ປ່ອຍ​ຕົວເອງ​ໃຫ້​ຄວາມຊົ່ວ​ຈ່ອງດຶງ​ໄປ ຖ້າ​ມື​ຂ້ອຍ​ດ່າງພອຍ​ດ້ວຍ​ຮອຍ​ເປື້ອນເປິ​ໃດໆ​ນັ້ນ</verse>
				<verse number="8">ກໍ​ຂໍ​ໃຫ້​ຜົນລະປູກ​ຂອງຂ້ອຍ​ຖືກ​ທຳລາຍ​ໝົດ ຫລື​ໃຫ້​ຄົນອື່ນໆ​ກິນ​ອາຫານ​ທີ່​ຂ້ອຍ​ໄດ້​ປູກ​ໄວ້.</verse>
				<verse number="9">ຖ້າ​ຂ້ອຍ​ຖືກ​ເມຍ​ຂອງ​ເພື່ອນບ້ານ​ຈ່ອງດຶງ​ໄປ ແລະ​ຖ້າ​ຂ້ອຍ​ຜົກຈອບ​ຢູ່​ນອກ​ປະຕູ​ເຮືອນ​ຂອງ​ນາງ​ນັ້ນ;</verse>
				<verse number="10">ແລ້ວ​ຈົ່ງ​ໃຫ້​ເມຍ​ຂອງຂ້ອຍ​ເຮັດ​ກິນ​ໃຫ້​ຊາຍ​ອື່ນ ໃຫ້​ນາງ​ມີ​ຊາຍ​ອື່ນ​ເປັນ​ຄູ່ຊ້ອນ​ນອນ​ທີ່​ຕຽງ​ຂອງ​ລາວ.</verse>
				<verse number="11">ຄວາມຊົ່ວ​ເຊັ່ນນີ້​ຄວນ​ຖືກ​ລົງໂທດ​ໃຫ້​ໜັກໆ ຄື​ໃຫ້​ລົງໂທດ​ເຖິງ​ຕາຍ​ຜູ້​ທີ່​ໄດ້​ກະທຳ​ເຊັ່ນນີ້.</verse>
				<verse number="12">ນັ້ນ​ຈະ​ເປັນ​ດັ່ງ​ໄຟ​ຮ້ອນ​ໃນ​ນະຣົກ​ເຜົາຜານ ກຳລັງ​ທຳລາຍ​ທຸກສິ່ງ​ທຸກ​ອັນ ທີ່​ຂ້ອຍ​ຄອບຄອງ​ຢູ່​ນັ້ນ.</verse>
				<verse number="13">ເມື່ອ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ຂອງຂ້ອຍ​ໄດ້​ຕໍ່ວ່າ​ຕໍ່ຂານ ຂ້ອຍ​ກໍ​ຟັງ​ແລະ​ເຮັດ​ກັບ​ລາວ​ຢ່າງ​ທ່ຽງທຳ​ແທ້.</verse>
				<verse number="14">ຖ້າ​ບໍ່​ເຮັດ​ເຊັ່ນນີ້ ຈະ​ສູ້ໜ້າ​ກັບ​ພຣະເຈົ້າ​ໄດ້​ຢ່າງໃດ? ຂ້ອຍ​ຈະ​ເວົ້າ​ແນວໃດ ເມື່ອ​ພຣະເຈົ້າ​ມາ​ຕັດສິນ​ຂ້ອຍ?</verse>
				<verse number="15">ພຣະເຈົ້າ​ອົງ​ທີ່​ໄດ້​ສ້າງ​ຂ້ອຍ​ກໍ​ແມ່ນ​ອົງ​ດຽວກັນ ກັບ​ອົງ​ທີ່​ໄດ້​ສ້າງ​ພວກ​ຄົນ​ຮັບໃຊ້​ຂອງຂ້ອຍ.</verse>
				<verse number="16">ຂ້ອຍ​ບໍ່ເຄີຍ​ປະຕິເສດ​ຊ່ວຍເຫລືອ​ຄົນ​ຍາກຈົນ ຂ້ອຍ​ບໍ່ເຄີຍ​ປະ​ໃຫ້​ແມ່ໝ້າຍ​ສິ້ນຫວັງ​ຈັກເທື່ອ</verse>
				<verse number="17">ຫລື​ຂ້ອຍ​ກິນ​ເຂົ້າ​ແລະ​ອາຫານ​ແຕ່​ຄົນດຽວ ໂດຍ​ບໍ່​ຍອມ​ຫລຽວແລ​ພວກ​ລູກກຳພ້າ.</verse>
				<verse number="18">ລູກກຳພ້າ​ໄວ​ໜຸ່ມ​ໃຫ້ກຽດ​ຂ້ອຍ​ດັ່ງ​ພໍ່​ຜູ້ໜຶ່ງ ຊຶ່ງ​ຂ້ອຍ​ໄດ້​ໜູນຫລັງ​ພວກເຂົາ​ມາ​ຕະຫລອດ.</verse>
				<verse number="19">ເມື່ອ​ຂ້ອຍ​ພົບ​ຄົນ​ໜຶ່ງ​ທີ່​ລຳບາກ​ແລະ​ຂັດສົນ ຍາກຈົນ​ເກີນກວ່າ​ພວກເຂົາ​ຈະ​ຊື້​ເຄື່ອງນຸ່ງຫົ່ມ​ໄດ້</verse>
				<verse number="20">ຂ້ອຍ​ກໍ​ເອົາ​ເສື້ອ​ເປັນ​ຂົນແກະ​ໃຫ້​ລາວ​ນຸ່ງ ຊຶ່ງ​ໄດ້​ມາ​ຈາກ​ຝູງແກະ​ຂອງຂ້ອຍ​ເອງ. ແລ້ວ​ລາວ​ກໍ​ກ່າວຍ້ອງ​ຂ້ອຍ​ທັງ​ຮັກຫໍ່​ຊົມເຊີຍ ດ້ວຍ​ຄຳເວົ້າ​ຈາກ​ສ່ວນເລິກ​ຈິດໃຈ​ລາວ​ນັ້ນ.</verse>
				<verse number="21">ຖ້າ​ຂ້ອຍ​ຍົກ​ແຂນ​ຂຶ້ນ​ຕໍ່ສູ້​ເດັກ​ກຳພ້າ​ຜູ້ໜຶ່ງ ເພາະ​ເຫັນ​ວ່າ​ຂ້ອຍ​ມີ​ກຳລັງ​ເອົາ​ຊະນະ​ພວກເຂົາ​ໄດ້</verse>
				<verse number="22">ກໍ​ຂໍ​ໃຫ້​ແຂນ​ຂອງຂ້ອຍ​ຫັກລົງ​ກັບທີ່ ຂໍ​ໃຫ້​ມັນ​ຫລຸດ​ທັນທີ​ອອກ​ຈາກ​ຂໍ້ຕໍ່​ທີ່​ບ່າໄຫລ່.</verse>
				<verse number="23">ເພາະວ່າ​ຂ້ອຍ​ຢ້ານ​ພຣະເຈົ້າ​ລົງໂທດ​ທັນ ຈຶ່ງ​ບໍ່​ກ້າ​ທີ່​ຈະ​ກະທຳ​ສິ່ງໃດໆ​ເຊັ່ນນັ້ນ.</verse>
				<verse number="24">ຂ້ອຍ​ບໍ່ໄດ້​ໃຫ້​ຄຳ​ເປັນ​ຄວາມຫວັງ​ຂອງຂ້ອຍ ຫລື​ວ່າ​ໃຫ້​ຄຳ​ບໍຣິສຸດ​ເປັນ​ຄວາມ​ໝັ້ນໃຈ​ຂອງຂ້ອຍ.</verse>
				<verse number="25">ຂ້ອຍ​ບໍ່ໄດ້​ຊົມຊື່ນ​ຍ້ອນ​ຊັບສົມບັດ​ທີ່​ຂ້ອຍ​ມີ ຄື​ໃນ​ເຄື່ອງຂອງ​ທັງຫລາຍ​ທີ່​ຂ້ອຍ​ມີ​ຢູ່​ນັ້ນ.</verse>
				<verse number="26">ຂ້ອຍ​ບໍ່ເຄີຍ​ຂາບໄຫວ້​ດວງອາທິດ​ທີ່​ສ່ອງໃສ ຫລື​ດວງຈັນ​ເຕັມ​ດວງ​ທີ່​ສະຫງ່າງາມ​ນັ້ນ.</verse>
				<verse number="27">ຂ້ອຍ​ບໍ່ເຄີຍ​ຖືກ​ຈ່ອງ​ໄປ​ຍົກຍໍ​ສິ່ງ​ເຫຼົ່ານັ້ນ​ເລີຍ ໂດຍ​ຈູບມື​ໃຫ້​ຄວາມ​ເຄົາຣົບ​ແກ່​ສິ່ງ​ເຫຼົ່ານັ້ນ.</verse>
				<verse number="28">ບາບ​ຢ່າງນີ້ ສົມຄວນ​ໄດ້​ຮັບ​ໂທດ​ເຖິງ​ຕາຍ ເພາະ​ຫັກຫລັງ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.</verse>
				<verse number="29">ຂ້ອຍ​ບໍ່ເຄີຍ​ສົມນໍ້າໜ້າ ເມື່ອ​ສັດຕູ​ໄດ້​ທົນທຸກ ຫລື​ພໍໃຈ​ນຳ ທີ່​ພວກເຂົາ​ໄດ້​ປະສົບ​ຄວາມ​ຈິບຫາຍ.</verse>
				<verse number="30">ຂ້ອຍ​ບໍ່​ກ້າ​ແມ່ນແຕ່​ຈະ​ເຮັດ​ບາບ​ໃດໆ ເພື່ອ​ສາບແຊ່ງ​ພວກເຂົາ​ໂດຍ​ໃຫ້​ພຣະເຈົ້າ​ດັບ​ຊີວິດ.</verse>
				<verse number="31">ທຸກໆ​ຄົນ​ທີ່​ເຮັດ​ວຽກ​ໃຫ້​ຂ້ອຍ​ພວກເຂົາ​ຮູ້​ເລື່ອງນີ້​ດີ ວ່າ​ຂ້ອຍ​ມີ​ໃຈ​ຕ້ອນຮັບ​ຄົນ​ແປກໜ້າ​ຢູ່​ເລື້ອຍໆ.</verse>
				<verse number="32">ຄົນ​ທຽວທາງ​ນັ້ນ ຂ້ອຍ​ເຊີນ​ພວກເຂົາ​ໃຫ້​ເຂົ້າ​ພັກ​ໃນ​ເຮືອນ ແລະ​ບໍ່ເຄີຍ​ປ່ອຍ​ໃຫ້​ນອນ​ຕາມຫົນທາງ​ຈັກເທື່ອ.</verse>
				<verse number="33">ຄົນອື່ນ​ນັ້ນ ພະຍາຍາມ​ເຊື່ອງຊ້ອນ​ບາບ​ຕົນເອງ ແຕ່​ຂ້ອຍ​ບໍ່ເຄີຍ​ປິດບັງ​ບາບ​ຂອງຂ້ອຍ​ຈັກເທື່ອ.</verse>
				<verse number="34">ຂ້ອຍ​ບໍ່ເຄີຍ​ຄິດ​ຢ້ານ​ຕໍ່​ສິ່ງໃດໆ​ເລີຍ ຄື​ສິ່ງ​ທີ່​ຄົນ​ມັກ​ເວົ້າ​ເລົ່າລືກັນ​ນັ້ນ; ຂ້ອຍ​ບໍ່ເຄີຍ​ມິດງຽບ ຫລື​ອັດ​ປະຕູ​ຂັງ​ຕົວເອງ ເພາະ​ຢ້ານກົວ​ຕໍ່​ຄຳເວົ້າ​ສຽດສີ​ນິນທາ​ນັ້ນ.</verse>
				<verse number="35">ໂອ ຂ້ອຍ​ຢາກ​ໃຫ້​ມີ​ຜູ້ໜຶ່ງ​ໄດ້ຍິນ​ສິ່ງ​ທີ່​ຂ້ອຍ​ເວົ້າ​ເດ ຂ້ອຍ​ຢືນຢັນ​ສິ່ງ​ທີ່​ຂ້ອຍ​ໄດ້​ເວົ້າ​ໄປ​ນັ້ນ​ໄດ້ ຂໍ​ໃຫ້​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກະລຸນາ ໂຕ້ຕອບ​ຂ້ອຍ​ມາ​ໃຫ້​ຂ້ອຍ​ຮູ້ຈັກ​ແດ່. ຖ້າ​ຄຳ​ກ່າວຫາ​ທີ່​ຄູ່ຄວາມ​ໄດ້​ນຳ​ມາ ຕໍ່ສູ້​ຂ້ອຍ​ຖືກ​ບັນທຶກ​ລົງ​ເພື່ອ​ຂ້ອຍ​ຈະ​ໄດ້​ເຫັນ.</verse>
				<verse number="36">ຂ້ອຍ​ຈະ​ຖື​ມັນ​ໄວ້​ຢູ່​ເທິງ​ບ່າໄຫລ່​ຢ່າງ​ທະນົງ​ຕົວ ແລະ​ເອົາ​ສຸບ​ໄວ້​ເທິງ​ຫົວ​ດັ່ງ​ມົງກຸດ​ໜ່ວຍ​ໜຶ່ງ.</verse>
				<verse number="37">ຂ້ອຍ​ຈະ​ເວົ້າ​ຕໍ່​ພຣະເຈົ້າ​ທຸກສິ່ງ​ທີ່​ຂ້ອຍ​ໄດ້​ກະທຳ ແລະ​ເງີຍ​ຫົວ​ຂຶ້ນ​ສູງ​ຢູ່​ຊ້ອງໜ້າ​ພຣະເຈົ້າ.</verse>
				<verse number="38">ຖ້າ​ຂ້ອຍ​ໄດ້​ລັກ​ເອົາ​ທີ່ດິນ​ຊຶ່ງ​ປູກຝັງ​ກິນ ຢຶດ​ທີ່ດິນ​ຈາກ​ເຈົ້າຂອງ​ເດີມ​ທີ່​ມີ​ສິດ​ອັນ​ຖືກຕ້ອງ</verse>
				<verse number="39">ຖ້າ​ຂ້ອຍ​ໄດ້​ກິນ​ອາຫານ​ທີ່​ໄດ້​ໃຫຍ່​ຂຶ້ນ​ມາ ແຕ່​ປ່ອຍ​ໃຫ້​ພວກ​ພໍ່ນາ​ຕາຍອຶດ​ຕາຍຢາກ</verse>
				<verse number="40">ກໍ​ຂໍ​ໃຫ້​ມີ​ຕົ້ນຫຍ້າ ງອກ​ແທນ​ຕົ້ນ​ເຂົ້າ​ບະເລ ຂໍ​ໃຫ້​ມີ​ຫຍ້າໜາມ ງອກ​ແທນ​ເຂົ້າເດືອຍ​ເຖີດ.” ຄຳເວົ້າ​ຂອງ​ໂຢບ​ຈົບລົງ​ພຽງ​ເທົ່ານີ້.</verse>
			</chapter>
			<chapter number="32">
				<verse number="1">ຍ້ອນ​ວ່າ​ໂຢບ​ແນ່ໃຈ​ໃນ​ຄວາມ​ບໍຣິສຸດ​ຂອງຕົນ ຄົນ​ທັງ​ສາມ​ຈຶ່ງ​ບໍ່ໄດ້​ພະຍາຍາມ ໂຕ້ຕອບ​ລາວ​ອີກ.</verse>
				<verse number="2">ແຕ່​ມີ​ຄົນ​ໜຶ່ງ​ທີ່​ຢືນ​ຢູ່​ໃກ້ໆ​ໂຢບ​ນັ້ນ​ທີ່​ຊື່​ວ່າ ເອລີຮູ ລາວ​ຄວບຄຸມ​ຄວາມຮ້າຍ​ຂອງຕົນ​ບໍ່ໄດ້​ອີກ​ຕໍ່ໄປ ເພາະ​ໂຢບ​ກຳລັງ​ອ້າງ​ເຫດຜົນ​ຂອງຕົນ​ຢ່າງ​ເໝາະສົມ ແລະ​ກຳລັງ​ກ່າວຫາ​ພຣະເຈົ້າ. (ເອລີຮູ​ເປັນ​ລູກຊາຍ​ຂອງ​ບາຣາເກນ ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ບູຊີ ແລະ​ສັງກັດ​ຢູ່​ໃນ​ຕະກຸນ​ຂອງ​ຣາມ.)</verse>
				<verse number="3">ລາວ​ໃຈຮ້າຍ​ໃຫ້​ເພື່ອນ​ຂອງ​ໂຢບ​ສາມ​ຄົນ​ດ້ວຍ. ພວກເຂົາ​ຫາ​ຄຳເວົ້າ​ມາ​ຕອບ​ໂຢບ​ບໍ່ໄດ້ ຈຶ່ງ​ເຮັດ​ໃຫ້​ເຫັນ​ຄື​ວ່າ​ພຣະເຈົ້າ​ເປັນ​ຝ່າຍ​ຜິດ.</verse>
				<verse number="4">ເພາະ​ເອລີຮູ​ເປັນ​ຜູ້ໜຸ່ມ​ກວ່າ​ທຸກຄົນ​ໃນ​ທີ່ນັ້ນ ລາວ​ຈຶ່ງ​ຄອຍຖ້າ​ຈົນ​ທຸກໆຄົນ​ເວົ້າ​ໝົດ​ສາ​ກ່ອນ.</verse>
				<verse number="5">ເມື່ອ​ລາວ​ເຫັນ​ວ່າ​ຊາຍ​ທັງ​ສາມ​ຕອບ​ໂຢບ​ບໍ່ໄດ້​ແລ້ວ ລາວ​ຈຶ່ງ​ໃຈຮ້າຍ​ຂຶ້ນ</verse>
				<verse number="6">ແລະ​ເລີ່ມຕົ້ນ​ເວົ້າ. “ຂ້ອຍ​ຍັງ​ໜຸ່ມນ້ອຍ ແລະ​ພວກເຈົ້າ​ອາວຸໂສ ດັ່ງນັ້ນ ຂ້ອຍ​ຈຶ່ງ​ຢ້ານ​ທີ່​ຈະ​ບອກ​ສິ່ງ​ທີ່​ຂ້ອຍ​ຄິດ.</verse>
				<verse number="7">ຂ້ອຍ​ຄິດ​ວ່າ​ພວກເຈົ້າ​ຄວນ​ຈະ​ເປັນ​ຜູ້​ເວົ້າ​ຈາ ແບ່ງປັນ​ປັນຍາ​ຂອງ​ຄົນ​ທີ່​ອາວຸໂສ​ໃຫ້.</verse>
				<verse number="8">ແຕ່​ແມ່ນ​ວິນຍານ​ຂອງ​ພຣະເຈົ້າ​ອົງ​ຊົງຣິດອຳນາດ​ຍິ່ງໃຫຍ່ ທີ່​ໄດ້​ມາ​ຫາ​ມະນຸດ​ແລະ​ໃຫ້​ປັນຍາ​ແກ່​ເຂົາເຈົ້າ.</verse>
				<verse number="9">ບໍ່ແມ່ນ​ວ່າ​ເຖົ້າແກ່​ແລ້ວ​ຈະ​ເປັນ​ຄົນມີ​ປັນຍາ ຫລື​ຊ່ວຍ​ພວກເຂົາ​ໃຫ້​ຮູ້ຈັກ​ວ່າ​ສິ່ງໃດ​ແດ່​ທີ່​ຖືກຕ້ອງ.</verse>
				<verse number="10">ສະນັ້ນ ບັດນີ້​ຈຶ່ງ​ຢາກ​ໃຫ້​ພວກເຈົ້າ​ຟັງ​ຂ້ອຍ​ລອງເບິ່ງ ຈົ່ງ​ໃຫ້​ຂ້ອຍ​ບອກ​ພວກເຈົ້າ​ສິ່ງ​ທີ່​ຂ້ອຍ​ຄິດ​ໃນໃຈ.</verse>
				<verse number="11">ເວລາ​ທີ່​ພວກເຈົ້າ​ເວົ້າກັນ​ນັ້ນ ຂ້ອຍ​ກໍ​ອົດທົນ​ຟັງ ເພາະ​ຂ້ອຍ​ຫວັງ​ຈະ​ໄດ້ຍິນ​ຄຳ ໂຕ້ຖຽງ​ອັນ​ເລິກລັບ.</verse>
				<verse number="12">ແຕ່​ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ ຕິຕຽນ​ໂຢບ​ໄດ້​ເລີຍ; ຕ່າງ​ກໍ​ບໍ່​ພິສູດ​ໃຫ້​ເຫັນ​ວ່າ​ບໍ່​ມີ​ຜົນ ໃນ​ສິ່ງ​ທີ່​ໂຢບ​ເວົ້າ.</verse>
				<verse number="13">ພວກເຈົ້າ​ອ້າງວ່າ​ຄົ້ນພົບ​ປັນຍາ​ໄດ້​ຢ່າງໃດ? ພຣະເຈົ້າ​ຕ້ອງ​ຕອບ​ໂຢບ​ໄປ ເພາະ​ພວກເຈົ້າ​ຕອບ​ບໍ່ໄດ້.</verse>
				<verse number="14">ໂຢບ ໂຕ້ຖຽງ​ກັບ​ພວກເຈົ້າ​ບໍ່ແມ່ນ​ກັບ​ຂ້ອຍ​ເດີ ແຕ່​ຂ້ອຍ​ຈະ​ບໍ່​ຕອບ​ແບບດຽວ​ກັບ​ທີ່​ພວກເຈົ້າ​ໄດ້​ຕອບ.</verse>
				<verse number="15">ໂຢບ​ເອີຍ ຄຳ​ເວົ້າ​ນັ້ນ​ໄດ້​ເຮັດ​ໃຫ້​ພວກເຂົາ​ຜິດພາດ​ໄປ ພວກເຂົາ​ບໍ່ມີ​ຄຳຕອບ​ໃດໆ​ມາ​ໃຫ້​ເຈົ້າ​ອີກ​ແລ້ວ.</verse>
				<verse number="16">ຈະ​ໃຫ້​ຂ້ອຍ​ລໍ​ຖ້າ​ລ້າໆ​ເມື່ອ​ພວກເຂົາ​ມິດງຽບ​ຊັ້ນບໍ? ພວກເຂົາ​ຢືນ​ຢູ່​ທີ່ນີ້​ໂດຍ​ບໍ່ມີ​ຫຍັງ​ເວົ້າ​ຕໍ່​ເຈົ້າ​ອີກ​ແລ້ວ.</verse>
				<verse number="17">ບັດນີ້ ຂ້ອຍ​ຈະ​ລອງ​ໃຫ້​ຄຳຕອບ​ຂອງຂ້ອຍ​ເອງ ແລະ​ບອກ​ເຈົ້າ​ທຸກໆສິ່ງ​ຕາມ​ທີ່​ຂ້ອຍ​ຄິດ​ເຫັນ​ນັ້ນ.</verse>
				<verse number="18">ຂ້ອຍ​ອົດທົນ​ໄວ້​ໄດ້​ຍາກ ເພາະ​ຢາກ​ເວົ້າ​ອອກ​ມາ ຂ້ອຍ​ກີດກັ້ນ​ຖ້ອຍຄຳ​ທີ່​ຈະ​ເວົ້າ​ນັ້ນ​ບໍ່ໄດ້.</verse>
				<verse number="19">ຖ້າ​ຂ້ອຍ​ບໍ່ມີ​ໂອກາດ​ທີ່​ຈະ​ໄດ້​ເວົ້າ​ຈາ ກໍ​ຈະ​ລະເບີດ​ອອກ​ດັ່ງ​ເຫຼົ້າ​ອະງຸ່ນ​ໃໝ່​ລົ້ນ​ຖົງ​ໜັງ.</verse>
				<verse number="20">ຖ້າ​ປ່ອຍ​ໃຫ້​ຂ້ອຍ​ເວົ້າ ກໍ​ຈະ​ຄ່ອຍ​ບັນເທົາ​ລົງ ໃຫ້​ຂ້ອຍ​ຢືນ​ກົງ​ຢູ່​ຊື່ໆ​ຕໍ່ໄປ​ແມ່ນ​ບໍ່ໄດ້.</verse>
				<verse number="21">ການ​ໂຕ້ຖຽງ​ນີ້ ຂ້ອຍ​ຈະ​ບໍ່​ເຂົ້າຂ້າງ​ອອກຂາ ຂ້ອຍ​ຈະ​ບໍ່​ປະຈົບ​ປະແຈງ​ຄົນ​ໃດໆ​ທັງ​ນັ້ນ.</verse>
				<verse number="22">ຂ້ອຍ​ກໍ​ບໍ່​ຮູ້​ວ່າ​ຈະ​ປະຈົບ​ປະແຈງ​ຢ່າງໃດ​ກັນ ພຣະເຈົ້າ​ຕ້ອງ​ລົງໂທດ​ທັນ​ຂ້ອຍ​ຖ້າ​ເຮັດ​ເຊັ່ນນັ້ນ.</verse>
			</chapter>
			<chapter number="33">
				<verse number="1">ໂຢບ​ເອີຍ ບັດນີ້​ຈົ່ງ​ຕັ້ງໃຈ​ຟັງ​ໃຫ້​ດີໆ ຟັງ​ສິ່ງ​ທັງໝົດ​ທີ່​ຂ້ອຍ​ຕ້ອງ​ເວົ້າ.</verse>
				<verse number="2">ຂ້ອຍ​ກຳລັງ​ອ້າ​ປາກ​ກ່າວ​ໄຂ​ວາຈາ ຖ້ອຍຄຳ​ຕ່າງໆ​ນາໆ​ກໍ​ຢູ່​ທີ່​ຮີມສົບ​ຂອງຂ້ອຍ.</verse>
				<verse number="3">ຄຳເວົ້າ​ທັງໝົດ​ຂອງຂ້ອຍ​ຈິງໃຈ​ແລະ​ສັດຊື່ ຄື​ຂ້ອຍ​ກຳລັງ​ຈະ​ເວົ້າ​ຄວາມຈິງ​ທຸກປະການ.</verse>
				<verse number="4">ວິນຍານ​ຂອງ​ພຣະເຈົ້າ​ໄດ້​ສ້າງ​ຂ້ອຍ​ຂຶ້ນ​ມາ ວິນຍານ​ຂອງ​ພຣະອົງ​ໄດ້​ໃຫ້​ຊີວິດ​ແກ່​ຂ້ອຍ.</verse>
				<verse number="5">ຈົ່ງ​ຕອບ​ຂ້ອຍ​ມາ​ໂລດ ຖ້າ​ເຈົ້າ​ຕອບ​ໄດ້​ຄືນ ຈົ່ງ​ຈັດຕຽມ​ໃຫ້​ດີໆ​ຫຼັກຖານ​ຢືນຢັນ​ຂອງ​ເຈົ້າ.</verse>
				<verse number="6">ຕໍ່ສາຍຕາ​ພຣະເຈົ້າ ເຈົ້າ​ແລະ​ຂ້ອຍ​ເທົ່າທຽມ​ກັນ ເຮົາ​ທັງສອງ​ຖືກ​ສ້າງ​ມາ​ຈາກ​ດິນ​ໜຽວ​ທັງນັ້ນ.</verse>
				<verse number="7">ສະນັ້ນ ບໍ່​ຕ້ອງ​ຢ້ານ​ຂ້ອຍ​ດ້ວຍ​ເຫດຜົນ​ໃດໆ​ເລີຍ ຂ້ອຍ​ຈະ​ບໍ່​ໃຊ້​ອຳນາດ​ໃດໆ​ເກີນ​ຂອບເຂດ​ກັບ​ເຈົ້າ.</verse>
				<verse number="8">ບັດນີ້ ຫູ​ຂ້ອຍ​ໄດ້ຍິນ​ສິ່ງ​ທີ່​ເຈົ້າ​ໄດ້​ເວົ້າ​ມາ ທຸກໆ​ຖ້ອຍ​ວາຈາ​ຈາກ​ສົບປາກ​ຂອງ​ເຈົ້າ​ວ່າ:</verse>
				<verse number="9">‘ຂ້ອຍ​ເປັນ​ຝ່າຍ​ຖືກ​ເພາະ​ບໍ່ໄດ້​ເຮັດ​ຜິດ​ຫຍັງ ຂ້ອຍ​ເປັນ​ຜູ້​ບໍຣິສຸດ ແລະ​ບໍ່ໄດ້​ເຮັດ​ບາບ​ໃດໆ​ທັງນັ້ນ.</verse>
				<verse number="10">ແຕ່​ພຣະເຈົ້າ​ຫາ​ເລື່ອງ​ໃສ່​ຂ້ອຍ​ສຳລັບ​ໂຈມຕີ ແລະ​ໃສ່ຮ້າຍ​ປ້າຍສີ​ດັ່ງ​ຂ້ອຍ​ເປັນ​ສັດຕູ​ຜູ້ໜຶ່ງ.</verse>
				<verse number="11">ພຣະອົງ​ລ່າມໂສ້​ຂ້ອຍ​ໄວ້ ແລະ​ບໍ່​ໃຫ້​ຂ້ອຍ​ໄປ​ໃສ ພຣະອົງ​ເບິ່ງ​ຂ້ອຍ​ເຄື່ອນໄຫວ​ທຸກໆ​ບາດກ້າວ.’</verse>
				<verse number="12">ໂຢບ​ເອີຍ ແຕ່​ຂ້ອຍ​ຂໍ​ບອກ​ວ່າ ເຈົ້າ​ເປັນ​ຝ່າຍ​ຜິດ ພຣະເຈົ້າ​ຊົງຣິດ​ໃຫຍ່ຍິ່ງ​ກວ່າ​ມະນຸດ​ໃດໆ​ທັງນັ້ນ.</verse>
				<verse number="13">ເປັນຫຍັງ​ເຈົ້າ​ຫາ​ເລື່ອງ​ໃສ່​ພຣະເຈົ້າ​ຢ່າງ​ນັ້ນ​ນໍ? ວ່າ​ພຣະອົງ​ບໍ່​ຕອບ​ຄຳ​ຮ້ອງທຸກ​ຂອງ​ຜູ້ໃດ​ທັງນັ້ນ?</verse>
				<verse number="14">ເຖິງ​ວ່າ​ພຣະເຈົ້າ​ເວົ້າແລ້ວ​ເວົ້າອີກ​ພຽງ​ໃດ​ກໍດີ ກໍ​ບໍ່ມີ​ຜູ້ໃດ​ໃສ່ໃຈ​ຕໍ່​ສິ່ງ​ທີ່​ພຣະອົງ​ເວົ້າ​ນັ້ນ.</verse>
				<verse number="15">ຕອນ​ກາງຄືນ​ເມື່ອ​ມະນຸດ​ນອນ​ຫລັບ​ສະໜິດ ພຣະເຈົ້າ​ເວົ້າ​ໃນ​ຄວາມຝັນ ແລະ​ໃນ​ນິມິດ​ຕ່າງໆ.</verse>
				<verse number="16">ພຣະອົງ​ເຮັດ​ໃຫ້​ພວກເຂົາ​ຟັງ​ຖ້ອຍຄຳ​ຂອງ​ພຣະອົງ ພວກເຂົາ​ກໍ​ຢ້ານກົວ​ຈົນ​ງົງ​ໃນ​ຄຳເຕືອນ​ຂອງ​ພຣະເຈົ້າ.</verse>
				<verse number="17">ພຣະເຈົ້າ​ເວົ້າ​ເພື່ອ​ໃຫ້​ພວກເຂົາ​ຢຸດ​ເຮັດ​ຊົ່ວ​ເສຍທີ ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ການ​ເປັນ​ຜູ້​ຈອງຫອງ​ພອງຕົວ​ຂຶ້ນ.</verse>
				<verse number="18">ພຣະອົງ​ຈະ​ບໍ່​ປ່ອຍ​ໃຫ້​ພວກເຂົາ​ຖືກ​ທຳລາຍ​ໄປ ພຣະອົງ​ໄດ້​ຊ່ວຍ​ພວກເຂົາ​ໃຫ້​ລອດຕາຍ​ມາ​ໄດ້.</verse>
				<verse number="19">ພຣະອົງ​ດັດແປງ​ຄົນ​ໜຶ່ງ​ໃໝ່​ໂດຍ​ໃຫ້​ພວກເຂົາ​ເຈັບປ່ວຍ ຮ່າງກາຍ​ກັບ​ຮູບຊົງ​ຂອງ​ພວກເຂົາ​ກໍ​ເຈັບປວດ​ທັງນັ້ນ.</verse>
				<verse number="20">ຄົນ​ເຈັບປ່ວຍ​ນັ້ນ ເບື່ອ​ທີ່​ຈະ​ກິນ​ອາຫານ ແມ່ນແຕ່​ອາຫານ​ດີທີ່ສຸດ​ກໍ​ເບິ່ງ​ເປັນ​ໜ້າເບື່ອ.</verse>
				<verse number="21">ຮ່າງກາຍ​ຂອງ​ພວກເຂົາ​ນັ້ນ ຊຸດໂຊມ​ຈົນ​ເບິ່ງ​ບໍ່​ເຫັນ​ຫຍັງ ມີ​ແຕ່​ກະດູກ​ຕິດ​ໜັງ ຈົນ​ເບິ່ງ​ເຫັນ​ທຸກ​ຊີກ.</verse>
				<verse number="22">ພວກເຂົາ​ກຳລັງ​ຍ່າງ​ເຂົ້າ​ໃກ້ ໄປ​ສູ່​ບ່ອນ​ຄົນຕາຍ ສູ່​ແດນ​ມໍຣະນາ ຄື​ໂລກ​ແຫ່ງ​ຄວາມຕາຍ​ພຸ້ນ.</verse>
				<verse number="23">ບາງທີ ໃນ​ບ່ອນ​ນັ້ນ​ຈະ​ມີ​ເທວະດາ​ຕົນ​ໜຶ່ງ ມາ​ຊ່ວຍ​ກອບກູ້​ເອົາ​ພວກເຂົາ​ໄວ້​ກໍ​ເປັນ. ຄື​ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ ໃນ​ບັນດາ​ເທວະດາ​ຫລາຍ​ພັນ​ຕົນ ຜູ້​ທີ່​ເຮັດ​ໃຫ້​ຄົນ​ລະນຶກ​ຄິດເຖິງ​ໜ້າທີ່​ຂອງ​ເຂົາເຈົ້າ.</verse>
				<verse number="24">ໃນ​ຄວາມ​ເມດຕາ ເທວະດາ​ຈຶ່ງ​ກ່າວ​ວ່າ, ‘ຢ່າ​ສູ່​ກັກ​ພວກເຂົາ​ໄວ້ ແຕ່​ຈົ່ງ​ປ່ອຍ​ໄປ​ສາ ຢ່າ​ໃຫ້​ພວກເຂົາ​ຕ້ອງ​ລົງ​ໄປ​ໃນ​ແດນ​ມໍຣະນາ ນີ້​ຄື​ຄ່າ​ໄຖ່​ເພື່ອ​ປົດປ່ອຍ​ພວກເຂົາ​ໃຫ້​ເປັນ​ອິດສະຫລະ.’</verse>
				<verse number="25">ດັ່ງນັ້ນ ຕົນຕົວ​ເພິ່ນ​ຈຶ່ງ​ໜຸ່ມແໜ້ນ​ແຂງແຮງ​ໃໝ່ ຈະ​ກາຍເປັນ​ດັ່ງ​ມື້​ຄາວ​ທີ່​ເພິ່ນ​ຍັງ​ໄວເຍົາ.</verse>
				<verse number="26">ເມື່ອ​ເພິ່ນ​ພາວັນນາ​ອະທິຖານ​ດ້ວຍ​ຈິດໃຈ​ຖ່ອມຕົວ​ລົງ ພຣະອົງ​ກໍ​ຈະ​ຕອບ​ໂດຍ​ກົງ​ຄຳພາວັນນາ​ອະທິຖານ​ນັ້ນ; ເພິ່ນ​ຈະ​ນະມັດສະການ​ພຣະເຈົ້າ​ຢ່າງ​ຊົມຊື່ນ​ຍິນດີ ແລ້ວ​ສິ່ງ​ດີໆ ພຣະເຈົ້າ​ຈະ​ຈັດຫາ​ຄືນ​ໃຫ້​ເພິ່ນ​ອີກ.</verse>
				<verse number="27">ແຕ່ລະຄົນ​ຈະ​ກ່າວ​ອອກ​ມາ​ວ່າ, ‘ຂ້ອຍ​ໄດ້​ເຮັດ​ບາບ ຂ້ອຍ​ບໍ່ໄດ້​ເຮັດ​ສິ່ງ​ຊອບທຳ, ແຕ່​ພຣະເຈົ້າ​ໄດ້​ໄວ້​ຊີວິດ.</verse>
				<verse number="28">ພຣະເຈົ້າ​ໄດ້​ຮັກສາ​ຂ້ອຍ​ບໍ່​ໃຫ້​ໄປ​ສູ່​ແດນ​ມໍຣະນາ ແລະ​ໃຫ້​ຂ້ອຍ​ຍັງ​ມີ​ຊີວິດ​ຊີວາ​ຢູ່​ຕໍ່ໄປ​ອີກ.’</verse>
				<verse number="29">ສິ່ງ​ທັງໝົດ​ນີ້​ພຣະເຈົ້າ​ໄດ້​ເຮັດ​ຕໍ່​ມະນຸດ​ເຮົາ ເທື່ອແລ້ວ​ເທື່ອເລົ່າ ຊໍ້າແລ້ວ​ຊໍ້າອີກ.</verse>
				<verse number="30">ພຣະອົງ​ນຳ​ພວກເຂົາ​ອອກ​ມາ​ຈາກ​ຂຸມຝັງສົບ ແລະ​ໃຫ້​ພວກເຂົາ​ມີ​ແສງ​ສະຫວ່າງ​ແຫ່ງ​ຊີວິດ.</verse>
				<verse number="31">ໂຢບ​ເອີຍ ບັດນີ້​ຈົ່ງ​ຟັງ​ຂ້ອຍ​ກຳລັງ​ເວົ້າ​ນີ້ແມ ຈົ່ງ​ມິດງຽບ​ສາ​ແລະ​ປ່ອຍ​ໃຫ້​ຂ້ອຍ​ເວົ້າ.</verse>
				<verse number="32">ແຕ່​ຖ້າ​ເຈົ້າ​ມີ​ສິ່ງ​ຈະ​ເວົ້າ​ຈາ ໃຫ້​ບອກ​ຂ້ອຍ​ມາ ຂ້ອຍ​ຈະ​ຮັບຮູ້​ຢ່າງ​ຍິນດີ ເມື່ອ​ເຈົ້າ​ເວົ້າ​ຖືກຕ້ອງ.</verse>
				<verse number="33">ແຕ່​ຖ້າ​ບໍ່ມີ ຈົ່ງ​ມິດງຽບ​ແລະ​ຟັງ​ຂ້ອຍ​ເວົ້າ​ຕໍ່ໄປ ຂ້ອຍ​ຈະ​ສອນ​ເຈົ້າ​ວ່າ​ເປັນ​ຄົນມີ​ປັນຍາ​ໄດ້​ຢ່າງໃດ.”</verse>
			</chapter>
			<chapter number="34">
				<verse number="1">“ພວກເຈົ້າ​ເປັນ​ຄົນ​ສະຫລາດ​ແລະ​ຫລັກແຫລມ ບັດນີ້ ຈົ່ງ​ພາກັນ​ຟັງ​ສິ່ງ​ທີ່​ຂ້ອຍ​ຈະ​ເວົ້າ.</verse>
				<verse number="2"></verse>
				<verse number="3">ພວກເຈົ້າ​ຮູ້​ວ່າ​ອາຫານ​ແຊບ ເມື່ອ​ພວກເຈົ້າ​ຊີມ​ມັນ ແຕ່​ເມື່ອ​ໄດ້ຍິນ​ຄຳເວົ້າ​ອັນ​ມີ​ປັນຍາ​ພັດ​ເຂົ້າໃຈ​ບໍ່ໄດ້.</verse>
				<verse number="4">ສະນັ້ນ ຈົ່ງ​ຊອກ​ຫາ​ສິ່ງ​ທີ່​ຊອບທຳ​ເບິ່ງດູ ແລະ​ຊອກຮູ້​ນຳ​ກັນ​ສິ່ງໃດ​ທີ່​ຖືກຕ້ອງ.</verse>
				<verse number="5">ໂຢບ​ອ້າງ​ຕົນ​ວ່າ​ເປັນ​ຄົນ​ບໍ່ມີ​ຄວາມຜິດ ວ່າ​ພຣະເຈົ້າ​ບໍ່​ຍອມ​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຕົນ​ໄດ້.</verse>
				<verse number="6">ລາວ​ຖາມ​ວ່າ, ‘ຂ້ອຍ​ຕົວະ​ວ່າ​ຂ້ອຍ​ມີ​ຜິດ​ໄດ້​ຢ່າງໃດ? ທັງໆ​ທີ່​ຂ້ອຍ​ເປັນ​ຄົນ​ຊອບທຳ, ຂ້ອຍ​ບາດເຈັບ​ສາຫັດ​ແຕ່​ຂ້ອຍ​ບໍ່ໄດ້​ເຮັດ​ບາບ.’</verse>
				<verse number="7">ພວກເຈົ້າ​ເຄີຍ​ເຫັນ​ຜູ້ໃດ​ແດ່​ຄື​ໂຢບ​ຄົນ​ນີ້​ບໍ? ລາວ​ບໍ່​ໃຫ້​ຄວາມນັບຖື​ຕໍ່​ພຣະເຈົ້າ​ຈັກເທື່ອ.</verse>
				<verse number="8">ລາວ​ເປັນ​ດັ່ງ​ພັກພວກ​ຄົນຊົ່ວຮ້າຍ​ທັງຫລາຍ ແລະ​ວົນວຽນ​ໄປມາ​ກັບ​ພວກ​ຄົນບາບ.</verse>
				<verse number="9">ລາວ​ເວົ້າ​ວ່າ ຈະ​ມີ​ສິ່ງ​ດີ​ຫຍັງ​ແດ່​ກັບ​ຕົວ​ລາວ​ເອງ ທີ່​ພະຍາຍາມ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະເຈົ້າ.</verse>
				<verse number="10">ຈົ່ງ​ຟັງ​ຂ້ອຍ​ເວົ້າ ພວກເຈົ້າ​ຜູ້​ເຂົ້າໃຈ​ເອີຍ ພຣະເຈົ້າ​ອົງ​ຍິ່ງໃຫຍ່​ບໍ່​ຫ່ອນ​ຈະ​ເຮັດ​ຜິດພາດ​ໄດ້?</verse>
				<verse number="11">ພຣະອົງ​ໃຫ້​ບຳເໜັດ​ມະນຸດ​ໃນ​ສິ່ງ​ທີ່​ພວກເຂົາ​ກະທຳ​ ແລະ​ເຮັດ​ຕໍ່​ພວກເຂົາ ສົມ​ກັບ​ສິ່ງ​ທີ່​ພວກເຂົາ​ຄວນ​ໄດ້​ຮັບ.</verse>
				<verse number="12">ພຣະເຈົ້າ​ອົງ​ຍິ່ງໃຫຍ່​ນັ້ນ ບໍ່ເຄີຍ​ເຮັດ​ຊົ່ວ​ຫຍັງ​ເລີຍ ພຣະອົງ​ບໍ່ເຄີຍ​ອະຍຸດຕິທຳ ກັບ​ຜູ້ໃດ​ຜູ້ໜຶ່ງ​ທັງ​ນັ້ນ.</verse>
				<verse number="13">ພຣະເຈົ້າ​ໄດ້​ຮັບ​ອຳນາດ​ມາ​ຈາກ​ຜູ້ໃດ​ຜູ້ໜຶ່ງ​ຊັ້ນບໍ? ຜູ້ໃດ​ຜູ້ໜຶ່ງ​ໄດ້​ໃຫ້​ພຣະອົງ​ເບິ່ງແຍງ​ໂລກ​ເຮົາ​ຫລື​ນີ້?</verse>
				<verse number="14">ຖ້າ​ພຣະເຈົ້າ​ສົນໃຈ​ໃນ​ແຕ່​ພຣະອົງ​ເອງ ແລະ​ເອົາ​ລົມຫາຍໃຈ​ຄືນ​ໄປ​ຢ່າງ​ໝົດສິ້ນ</verse>
				<verse number="15">ແລ້ວ​ທຸກໆ​ຄົນ​ທີ່​ມີ​ຊີວິດ​ຢູ່​ກໍ​ຈະ​ຕາຍໄປ​ໝົດ ຕ່າງ​ກໍ​ຈະ​ພາກັນ​ກັບຄືນ​ເປັນ​ຂີ້ຝຸ່ນ​ດິນ​ອີກ.</verse>
				<verse number="16">ບັດນີ້ ຈົ່ງ​ຟັງ​ຂ້ອຍ ຖ້າ​ເຈົ້າ​ເປັນ​ຄົນມີ​ປັນຍາ ແລະ​ຈົ່ງ​ເອົາໃຈໃສ່​ໃຫ້​ດີ​ຕໍ່​ສິ່ງ​ທີ່​ຂ້ອຍ​ຈະ​ເວົ້າ.</verse>
				<verse number="17">ພວກເຈົ້າ​ກຳລັງ​ປະນາມ​ພຣະເຈົ້າ​ອົງ​ຍຸດຕິທຳ​ບໍ? ເຈົ້າ​ຄິດ​ວ່າ​ພຣະອົງ​ຊັງ​ຄວາມ​ຍຸດຕິທຳ​ຫລື​ນີ້?</verse>
				<verse number="18">ພຣະອົງ​ປະນາມ​ກະສັດ​ແລະ​ຜູ້​ປົກຄອງ​ທັງຫລາຍ ເມື່ອ​ພວກເຂົາ​ສິ້ນ​ຄຸນຄ່າ​ຫລື​ເຮັດ​ໃນ​ສິ່ງ​ທີ່​ຊົ່ວຊ້າ.</verse>
				<verse number="19">ພຣະອົງ​ບໍ່ໄດ້​ເຂົ້າຂ້າງ​ພວກ​ນັກປົກຄອງ​ເລີຍ ທັງ​ບໍ່ເຄີຍ​ເຫັນດີ​ນຳ​ຄົນ​ຮັ່ງມີ​ດ້ວຍ ຄື​ຄົນ​ຮັ່ງມີ​ທີ່​ເອົາປຽບ​ຄົນຍາກຈົນ ເພາະ​ທຸກໆ​ຄົນ​ແມ່ນ​ພຣະອົງ​ໄດ້​ສ້າງ.</verse>
				<verse number="20">ຄົນ​ໜຶ່ງ​ອາດ​ຕາຍ​ກະທັນຫັນ​ໃນ​ຕອນ​ກາງຄືນ ພຣະເຈົ້າ​ຕີ​ມະນຸດ​ໃຫ້​ລົ້ມລົງ ແລະ​ເຂົາ​ກໍ​ຕາຍໂລດ ພຣະອົງ​ຂ້າ​ມະນຸດ​ໄດ້​ຢ່າງ​ແສນ​ງ່າຍດາຍ ໂດຍ​ບໍ່ໄດ້​ໃຊ້​ຄວາມ​ພະຍາຍາມ​ຫຍັງ​ຈັກດີ້.</verse>
				<verse number="21">ທີ່ຈິງ ພຣະອົງ​ເຝົ້າເບິ່ງ​ການກະທຳ​ຂອງ​ທຸກຄົນ ຂີດໝາຍ​ການ​ເດີນ​ໄປ​ຂອງ​ມະນຸດ​ທຸກ​ບາດກ້າວ.</verse>
				<verse number="22">ບໍ່ມີ​ຄວາມມືດ​ອັນໃດ​ທີ່​ຈະ​ມືດໜາ​ຫລາຍ ພໍ​ທີ່​ຈະ​ປິດບັງ​ຄົນ​ບາບໜາ​ຈາກ​ພຣະເຈົ້າ​ໄວ້​ໄດ້.</verse>
				<verse number="23">ພຣະເຈົ້າ​ບໍ່​ຈຳເປັນ​ຕັ້ງ​ເວລາໃດ​ເວລາໜຶ່ງ ​ໄວ້ ເພື່ອ​ຈະ​ນຳ​ມະນຸດ​ຂຶ້ນ​ໄປ​ຍັງ​ສານ​ຕັດສິນ.</verse>
				<verse number="24">ພຣະອົງ​ບໍ່​ຈຳເປັນ​ຕ້ອງ​ໄປ​ສືບສວນ​ໃດໆ​ໝົດ ເພື່ອ​ຍ້າຍ​ພວກຜູ້ນຳ ແລະ​ເອົາ​ຄົນອື່ນ​ມາ​ແທນທີ່.</verse>
				<verse number="25">ເພາະວ່າ​ພຣະອົງ​ຮູ້​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ ພຣະອົງ​ໂຄ່ນລົ້ມ ແລະ​ທຳລາຍ​ພວກເຂົາ​ໃນ​ກາງຄືນ​ໂລດ.</verse>
				<verse number="26">ພຣະອົງ​ລົງໂທດ​ໃນ​ຄວາມ​ຊົ່ວຊ້າ​ຂອງ​ພວກເຂົາ ຄື​ໃນ​ບ່ອນ​ທີ່​ທຸກຄົນ​ເບິ່ງ​ເຫັນ​ພວກເຂົາ​ໄດ້</verse>
				<verse number="27">ເພາະ​ເຂົາ​ຍົກເລີກ​ທີ່​ຈະ​ຕິດຕາມ​ພຣະອົງ​ໄປ ແລະ​ບໍ່ໄດ້​ໃສ່ໃຈ​ຕໍ່​ຂໍ້​ບັນຊາ​ຂອງ​ພຣະເຈົ້າ.</verse>
				<verse number="28">ພວກເຂົາ​ບັງຄັບ​ຄົນ​ທຸກໄຮ້ ທີ່​ຮ້ອງຫາ​ພຣະເຈົ້າ​ໃຫ້​ຊ່ວຍເຫຼືອ ແລະ​ພຣະອົງ​ກໍ​ໄດ້​ຍິນ​ຄຳຮ້ອງຂໍ​ຂອງ​ເຂົາເຈົ້າ.</verse>
				<verse number="29">ຖ້າ​ພຣະເຈົ້າ​ຕັດສິນໃຈ​ບໍ່​ເຮັດ​ສິ່ງໜຶ່ງ​ສິ່ງໃດ ກໍ​ບໍ່ມີ​ຜູ້ໃດ​ຕິຕຽນ​ວ່າ​ກ່າວ​ພຣະອົງ​ໄດ້. ຖ້າ​ພຣະອົງ​ເຊື່ອງ​ໜ້າ ມະນຸດ​ກໍ​ຂາດ​ທີ່​ເພິ່ງພາ​ອາໄສ ແຕ່​ພຣະອົງ​ບັງຄັບ​ທຸກ​ຊາດ ແລະ​ທຸກ​ພາສາ​ໄດ້.</verse>
				<verse number="30">ບໍ່ມີ​ຫຍັງ​ທີ່​ຊົນຊາດ​ຕ່າງໆ​ເຮັດ​ໄດ້​ເພື່ອ​ປ້ອງກັນ ຄົນ​ບໍ່​ນັບຖື​ພຣະເຈົ້າ​ໃຫ້​ມາ​ປົກຄອງ​ຢ່າງ​ກົດຂີ່.</verse>
				<verse number="31">ໂຢບ​ເອີຍ ເຈົ້າ​ສາລະພາບ​ບາບ​ຕໍ່​ພຣະເຈົ້າ​ແລ້ວ​ບໍ? ແລະ​ໄດ້​ສັນຍາ​ວ່າ​ເຈົ້າ​ເອງ​ຈະ​ບໍ່​ເຮັດ​ບາບ​ອີກ?</verse>
				<verse number="32">ເຈົ້າ​ໄດ້​ຂໍ​ໃຫ້​ພຣະເຈົ້າ​ຊີ້​ຄວາມຜິດ​ຂອງ​ເຈົ້າ​ແລ້ວ​ບໍ? ແລະ​ຕົກລົງ​ປົງໃຈ​ຈະ​ເຊົາ​ເຮັດ​ຊົ່ວ​ແລ້ວ​ຫລື​ບໍ່?</verse>
				<verse number="33">ໃນ​ເມື່ອ​ເຈົ້າ​ຄັດຄ້ານ​ຕໍ່​ສິ່ງ​ທີ່​ພຣະເຈົ້າ​ກະທຳ ເຈົ້າ​ຫວັງ​ໃຫ້​ພຣະອົງ​ເຮັດ​ຕາມ​ເຈົ້າ​ຕ້ອງການ​ໄດ້​ບໍ່? ການ​ຕັດສິນໃຈ​ແມ່ນ​ເຈົ້າ​ແລະ​ບໍ່ແມ່ນ​ຂ້ອຍ​ເດີ ບັດນີ້ ຈົ່ງ​ບອກ​ພວກເຮົາ​ມາ​ວ່າ​ເຈົ້າ​ຄິດ​ຢ່າງໃດ​ແລ້ວ?</verse>
				<verse number="34">ຄົນໃດ​ທີ່​ສຳນຶກ​ຕົນ​ໄດ້​ກໍ​ຈະ​ຍິນຍອມ​ແນ່ນອນ ຄົນໃດ​ທີ່​ມີ​ປັນຍາ​ກໍ​ຈະ​ໄດ້ຍິນ​ຂ້ອຍ​ເວົ້າ</verse>
				<verse number="35">ໂຢບ​ກຳລັງ​ເວົ້າ​ມາ​ຈາກ​ຄວາມ​ໂງ່ງ່າວ​ຂອງຕົນ ແລະ​ສິ່ງ​ທີ່​ລາວ​ເວົ້າ​ມາ​ບໍ່ມີ​ແກ່ນສານ​ຈັກດີ້.</verse>
				<verse number="36">ຈົ່ງ​ຄິດ​ເບິ່ງ​ຄັກໆ​ທຸກສິ່ງ​ທີ່​ໂຢບ​ໄດ້​ເວົ້າ​ມາ ພວກເຈົ້າ​ຈະ​ເຫັນ​ວ່າ​ລາວ​ເວົ້າ​ຈາ​ດັ່ງ​ຄົນຊົ່ວຊ້າ.</verse>
				<verse number="37">ໃນ​ບາບ​ຂອງ​ລາວ​ນັ້ນ ລາວ​ພັດ​ຕື່ມ​ການ​ກະບົດ ຢູ່​ຕໍ່ໜ້າ​ພວກເຮົາ​ທັງໝົດ ລາວ​ເຍາະເຍີ້ຍ​ພຣະເຈົ້າ.”</verse>
			</chapter>
			<chapter number="35">
				<verse number="1">“ໂຢບ​ເອີຍ ບໍ່​ເປັນ​ການ​ຖືກຕ້ອງ​ທີ່​ເຈົ້າ​ກ່າວ​ຈາ ວ່າ​ເຈົ້າ​ບໍ່ມີ​ຄວາມຜິດ​ຕໍ່ສາຍຕາ​ຂອງ​ພຣະເຈົ້າ</verse>
				<verse number="2"></verse>
				<verse number="3">ເຈົ້າ​ຖາມ​ວ່າ, ‘ທີ່​ຂ້ອຍ​ເຮັດ​ບາບ​ສະເທືອນ​ພຣະອົງ​ບໍ? ຂ້ອຍ​ໄດ້​ຜົນປະໂຫຍດ​ຫຍັງ ຖ້າ​ຂ້ອຍ​ສາລະພາບ​ບາບ?’</verse>
				<verse number="4">ຂ້ອຍ​ກຳລັງ​ຈະ​ຫາ​ຂໍ້ແກ້​ໂດຍ​ເປັນ​ຄຳ​ປາໄສ ໂຕ້ຕອບ​ເຈົ້າ​ກັບ​ເພື່ອນຝູງ​ພ້ອມ​ດຽວກັນ​ໂລດ.</verse>
				<verse number="5">ຈົ່ງ​ແຫງນຫາ​ຟ້າ​ສະຫວັນ ແລະ​ເບິ່ງ​ເມກ​ທັງຫຼາຍ​ດູ ວ່າ​ມັນ​ຢູ່​ສູງກວ່າ​ສໍ່າໃດ​ກັນ​ແທ້</verse>
				<verse number="6">ຖ້າ​ເຈົ້າ​ເຮັດ​ບາບ ກໍ​ບໍ່​ທຳຮ້າຍ​ພຣະເຈົ້າ​ຫຍັງ​ໝົດ ຖ້າ​ເຮັດ​ຜິດ​ຫລາຍ​ເທື່ອ ມັນ​ສະເທືອນ​ຫຍັງ​ແກ່​ພຣະເຈົ້າ?</verse>
				<verse number="7">ທີ່​ເປັນ​ຜູ້ຊອບທຳ​ນັ້ນ ເຈົ້າ​ຊ່ວຍ​ຫຍັງ​ພຣະເຈົ້າ​ໄດ້​ແດ່? ບໍ່ມີ​ຫຍັງ​ທີ່​ພຣະອົງ​ຕ້ອງການ​ຈາກ​ເຈົ້າ.</verse>
				<verse number="8">ແມ່ນ​ຄົນອື່ນ​ທີ່​ທົນທຸກ​ຈາກ​ການບາບ​ທີ່​ເຈົ້າ​ໄດ້​ກະທຳ ຄຸນງາມ​ຄວາມດີ​ທີ່​ເຈົ້າ​ກະທຳ​ມາ ກໍ​ຄື​ຊ່ວຍ​ພວກເຂົາ​ເທົ່ານັ້ນ.</verse>
				<verse number="9">ເມື່ອ​ມະນຸດ​ຖືກ​ກົດຂີ່ ພວກເຂົາ​ກໍໄດ້​ແຕ່​ຄວນຄາງ ພວກເຂົາ​ຮ້ອງຫາ​ຄົນ ຜູ້​ທີ່​ຊ່ວຍເຫລືອ​ພວກເຂົາ​ໄດ້.</verse>
				<verse number="10">ແຕ່​ພວກເຂົາ​ບໍ່​ກັບ​ມາ​ຫາ​ພຣະເຈົ້າ ພຣະ​ຜູ້​ສ້າງ​ພວກເຂົາ ຜູ້​ທີ່​ໃຫ້​ຄວາມຫວັງ​ແກ່​ພວກເຂົາ ໃນ​ຍາມ​ມືດມົນ​ນັ້ນ.</verse>
				<verse number="11">ພວກເຂົາ​ບໍ່​ກັບ​ມາ​ຫາ​ພຣະເຈົ້າ ຜູ້​ທີ່​ໃຫ້​ພວກເຂົາ​ມີ​ປັນຍາ ຄື​ສະຫລາດ​ກວ່າ​ຝູງສັດ ແລະ​ຝູງນົກ​ດ້ວຍ.</verse>
				<verse number="12">ພວກເຂົາ​ຮ້ອງ​ຫາ​ພຣະເຈົ້າ​ໃຫ້​ຊ່ວຍ ແຕ່​ພຣະອົງ​ບໍ່​ຕອບ​ພວກເຂົາ ເພາະ​ພວກເຂົາ​ເປັນ​ຄົນ​ຈອງຫອງ ແລະ​ເປັນ​ຄົນຊົ່ວຊ້າ.</verse>
				<verse number="13">ເປັນ​ການ​ບໍ່ມີ​ປະໂຫຍດ​ທີ່​ພວກເຂົາ​ຈະ​ຮ້ອງ​ອອກ​ມາ ພຣະເຈົ້າ​ອົງ​ຍິ່ງໃຫຍ່​ບໍ່​ຫລຽວແລ ແລະ​ບໍ່ໄດ້ຍິນ​ພວກເຂົາ​ຊໍ້າ.</verse>
				<verse number="14">ໂຢບ​ເອີຍ ເຈົ້າ​ວ່າ​ເຈົ້າ​ເບິ່ງ​ພຣະເຈົ້າ​ບໍ່ໄດ້​ເລີຍ ແຕ່​ຈົ່ງ​ອົດທົນ​ລໍຄອຍ​ສູ້​ຄະດີ​ຊ້ອງໜ້າ​ພຣະເຈົ້າ.</verse>
				<verse number="15">ເຈົ້າ​ຄິດ​ວ່າ​ພຣະເຈົ້າ​ບໍ່​ລົງໂທດ​ທັນ ຫລື​ພຣະອົງ​ບໍ່​ສົນໃຈ​ຕໍ່​ບາບ​ອັນ​ເລັກນ້ອຍ.</verse>
				<verse number="16">ບໍ່ມີ​ປະໂຫຍດ​ສຳລັບ​ເຈົ້າ​ທີ່​ຈະ​ເວົ້າ​ຕໍ່ໄປ ເປັນ​ການ​ຈະແຈ້ງ​ແລ້ວ​ວ່າ ເຈົ້າ​ບໍ່​ເຂົ້າໃຈ​ໃນ​ສິ່ງ​ທີ່​ເຈົ້າ​ເວົ້າ.”</verse>
			</chapter>
			<chapter number="36">
				<verse number="1">“ຈົ່ງ​ອົດທົນ​ຟັງ​ຂ້ອຍ​ເວົ້າ​ຕໍ່ໄປ​ຈັກໜ່ອຍ​ແດ່ ແລະ​ສິ່ງ​ທີ່​ຂ້ອຍ​ເວົ້າ​ເພື່ອ​ເຫັນ​ແກ່​ພຣະເຈົ້າ.</verse>
				<verse number="2"></verse>
				<verse number="3">ຄວາມ​ຮອບຮູ້​ຂ້ອຍ​ກວ້າງ ຂ້ອຍ​ຈະ​ໃຊ້​ສິ່ງ​ທີ່​ຮູ້​ມາ ເພື່ອ​ໃຫ້​ຮູ້​ວ່າ​ພຣະເຈົ້າ ພຣະຜູ້​ສ້າງ​ຂ້ອຍ​ຍຸດຕິທຳ​ແທ້.</verse>
				<verse number="4">ບໍ່ມີ​ສິ່ງໃດ​ທີ່​ຂ້ອຍ​ເວົ້າ​ກັບ​ພວກເຈົ້າ ເປັນ​ຄວາມ​ບໍ່ຈິງ ພວກເຈົ້າ​ໄດ້​ເຫັນ​ກັບ​ຕາ ຄົນ​ສະຫລາດ​ຈິງໆ​ຜູ້ໜຶ່ງ.</verse>
				<verse number="5">ພຣະເຈົ້າ​ຍິ່ງໃຫຍ່​ແທ້ ພຣະອົງ​ບໍ່​ລໍ້ລວງ​ຜູ້ໃດ; ບໍ່ມີ​ສິ່ງໃດ​ເລີຍ ທີ່​ພຣະອົງ​ເຂົ້າໃຈ​ບໍ່ໄດ້.</verse>
				<verse number="6">ພຣະອົງ​ບໍ່​ປ່ອຍ​ໃຫ້​ຄົນບາບ ມີ​ຊີວິດ​ຢູ່​ຕໍ່ໄປ ແລະ​ພຣະອົງ​ເຮັດ​ຕໍ່​ຄົນ​ຈົນ ຢ່າງ​ຍຸດຕິທຳ​ເລື້ອຍໆ.</verse>
				<verse number="7">ພຣະອົງ​ປົກປ້ອງ​ຄົນ​ຊອບທຳ ໃຫ້​ໄດ້​ຮັບ​ກຽດ​ສືບໄປ ພຣະອົງ​ໃຫ້​ພວກເຂົາ​ໄດ້​ປົກຄອງ ດັ່ງ​ກະສັດ​ຜູ້​ຍິ່ງໃຫຍ່.</verse>
				<verse number="8">ແຕ່​ຖ້າ​ປະຊາຊົນ​ຖືກ​ລ່າມໂສ້​ແລະ​ຄຸມຂັງ ທົນທຸກ​ສຳລັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ</verse>
				<verse number="9">ພຣະເຈົ້າ​ກໍ​ສຳແດງ​ໃຫ້​ພວກເຂົາ​ເຫັນ​ການບາບ​ຂອງ​ພວກເຂົາ ພ້ອມ​ທັງ​ຄວາມ​ອວດອ້າງ​ຈອງຫອງ​ດ້ວຍ.</verse>
				<verse number="10">ພຣະອົງ​ເຮັດ​ໃຫ້​ພວກເຂົາ​ໄດ້ຍິນ​ຄຳ​ຕັກເຕືອນ​ຂອງ​ພຣະອົງ ເພື່ອ​ໃຫ້​ພາກັນ​ຫັນໜີ​ຈາກ​ຄວາມ​ຊົ່ວຊ້າ.</verse>
				<verse number="11">ຖ້າ​ພວກເຂົາ​ເຊື່ອຟັງ​ພຣະເຈົ້າ ແລະ​ຮັບໃຊ້​ພຣະອົງ ພວກເຂົາ​ກໍ​ໃຊ້​ຊີວິດ​ຢ່າງ​ສະຫງົບສຸກ ແລະ​ຮຸ່ງເຮືອງ​ໄດ້.</verse>
				<verse number="12">ແຕ່​ຖ້າບໍ່​ດັ່ງນັ້ນ ກໍ​ຈະ​ຕາຍ​ເສຍ​ຢ່າງ​ໂງ່ງ່າວ ແລະ​ຈະ​ຂ້າມ​ແມ່ນໍ້າ​ເຂົ້າ​ໄປ​ສູ່​ແດນ​ມໍຣະນາ.</verse>
				<verse number="13">ຄົນ​ບໍ່​ນັບຖື​ພຣະເຈົ້າ​ກໍ​ສືບຕໍ່​ໃຈ​ໂມໂຫ ແມ່ນແຕ່​ຖືກ​ໂທດທັນ ກໍ​ບໍ່​ພາວັນນາ​ອະທິຖານ​ຂໍ​ໃຫ້​ຊ່ວຍ.</verse>
				<verse number="14">ພວກເຂົາ​ຕາຍໄປ ເມື່ອ​ຍັງ​ໜຸ່ມແໜ້ນ​ແຂງແຮງ​ດີ ຊີວິດ​ຊຸດໂຊມ​ລົງ​ເສື່ອມເສຍ​ກຽດ ແລະ​ສັກສີ​ດ້ວຍ.</verse>
				<verse number="15">ແຕ່​ພຣະເຈົ້າ​ສອນ​ມະນຸດ​ຜ່ານ​ການ​ທົນທຸກ​ໃດ ແລະ​ໃຊ້​ຄວາມທຸກໃຈ​ເພື່ອ​ເປີດຕາ​ພວກ​ເຂົາເຈົ້າ.</verse>
				<verse number="16">ພຣະເຈົ້າ​ໄດ້​ນຳ​ພວກເຈົ້າ​ອອກ​ຈາກ​ອຸບປະສັກ ແລະ​ໃຫ້​ມ່ວນຊື່ນ​ຢູ່​ກັບ​ຄວາມ​ປອດໄພ​ໄດ້. ທີ່​ເທິງ​ໂຕະ​ຂອງ​ເຈົ້າ​ເຕັມ​ໄປ​ດ້ວຍ​ຂອງ​ດີ ມີ​ອາຫານ​ການກິນ​ຢ່າງ​ເຫລືອລົ້ນ.</verse>
				<verse number="17">ແຕ່​ມາ​ດຽວ​ນີ້ ເຈົ້າ​ພັດ​ໄດ້​ຮັບ​ໂທດກຳ ຄື​ໂທດກຳ​ທີ່​ຄົນຊົ່ວ​ສົມຄວນ​ໄດ້​ຮັບ.</verse>
				<verse number="18">ຈົ່ງ​ລະວັງ ຢ່າ​ໃຫ້​ສິນຈ້າງ​ລາງວັນ​ຫລອກລວງ ຫລື​ຄວາມຮັ່ງມີ ພາ​ເຈົ້າ​ໄປ​ທາງ​ຜິດ​ຍ້ອນ.</verse>
				<verse number="19">ສຽງ​ຮ້ອງ​ຂອງ​ເຈົ້າ ຈະ​ບໍ່​ຊ່ວຍ​ເຈົ້າ​ໃຫ້​ດີ​ຂຶ້ນ​ເລີຍ ບັດນີ້ ກຳລັງ​ຂອງ​ເຈົ້າ​ທັງໝົດ​ກໍ​ຊ່ວຍ​ຫຍັງ​ບໍ່ໄດ້.</verse>
				<verse number="20">ຢ່າ​ຫວັງ​ວ່າ​ກາງຄືນ​ນັ້ນ​ຈະ​ມາ​ເຖິງ​ເລີຍ ຄື​ເວລາ​ທີ່​ຊົນຊາດ​ທັງຫລາຍ​ຈະ​ຈິບຫາຍ​ນັ້ນ.</verse>
				<verse number="21">ຈົ່ງ​ລະວັງ ຢ່າ​ຫັນໜ້າ​ໄປ​ຫາ​ຄວາມຊົ່ວ ເຈົ້າ​ທົນທຸກ​ຢູ່​ນັ້ນ ກໍ​ເພື່ອ​ກີດກັ້ນ​ຈາກ​ສິ່ງ​ນີ້ແຫລະ.</verse>
				<verse number="22">ຈົ່ງ​ຈົດຈຳ​ໄວ້​ວ່າ ພຣະເຈົ້າ​ຊົງຣິດຍິ່ງໃຫຍ່​ສໍ່າໃດ ພຣະອົງ​ເປັນ​ພຣະອາຈານ​ຜູ້​ໃຫຍ່ຍິ່ງ​ແທ້ໆ.</verse>
				<verse number="23">ບໍ່ມີ​ຜູ້ໃດ​ບອກ​ພຣະເຈົ້າ​ໄດ້​ວ່າ​ຕ້ອງ​ເຮັດ​ຢ່າງໃດ ຫລື​ກ່າວຫາ​ວ່າ​ພຣະອົງ​ເຮັດ​ສິ່ງ​ທີ່​ຊົ່ວຊ້າ.</verse>
				<verse number="24">ພຣະອົງ​ເປັນ​ທີ່​ຍົກຍໍ​ເລື້ອຍໆ​ໃນ​ສິ່ງ​ທີ່​ຊົງ​ກະທຳ ເຈົ້າ​ກໍ​ເຊັ່ນກັນ​ຕ້ອງ​ຍົກຍ້ອງ​ສັນລະເສີນ​ພຣະເຈົ້າ.</verse>
				<verse number="25">ທຸກໆ​ຄົນ​ຕ່າງ​ກໍໄດ້​ເຫັນ​ສິ່ງ​ທີ່​ພຣະອົງ​ກະທຳ ແຕ່​ພວກເຮົາ​ເບິ່ງ​ເຫັນ​ພຽງ​ຢູ່​ໄກໆ​ເທົ່ານັ້ນ.</verse>
				<verse number="26">ພວກເຮົາ​ຮູ້​ບໍ່ໄດ້​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ທັງໝົດ ຫລື​ນັບ​ຈຳນວນ​ປີ​ທັງຫລາຍ​ຂອງ​ພຣະອົງ​ໄດ້.</verse>
				<verse number="27">ແມ່ນ​ພຣະເຈົ້າ​ທີ່​ເອົາ​ນໍ້າ​ຈາກ​ແຜ່ນດິນ​ໂລກ​ເຮົາ ແລະ​ປ່ຽນ​ໃຫ້​ເປັນເມັດ​ຝົນ​ຕົກລົງ​ມາ​ສູ່​ໂລກ.</verse>
				<verse number="28">ພຣະອົງ​ເຮັດ​ໃຫ້​ຝົນ​ຕົກ​ຈາກ​ກ້ອນ​ເມກ​ທັງຫລາຍ ເປັນ​ສາຍ​ຝົນ​ຫລັ່ງລິນ​ລົງ​ມາ​ສຳລັບ​ມະນຸດ.</verse>
				<verse number="29">ບໍ່ມີ​ຜູ້ໃດ​ຮູ້​ວ່າ​ກ້ອນ​ເມກ​ເຄື່ອນຍ້າຍ​ໄປມາ​ຢ່າງໃດ ຫລື​ສຽງ​ຟ້າຮ້ອງ​ຜ່ານ​ທ້ອງຟ້າ​ບ່ອນ​ພຣະເຈົ້າ​ຢູ່​ນັ້ນ.</verse>
				<verse number="30">ພຣະອົງ​ສົ່ງ​ຟ້າ​ແມບເຫລື້ອມ​ຜ່ານ​ທ້ອງຟ້າ​ໄປ ແຕ່​ຄວາມເລິກ​ທ້ອງ​ທະເລ​ກໍ​ຍັງ​ຄົງ​ດຳມືດ.</verse>
				<verse number="31">ພຣະເຈົ້າ​ລ້ຽງ ມະນຸດ​ເຊັ່ນດຽວ​ກັນ ໂດຍ​ຈັດຫາ​ອາຫານ​ໃຫ້​ມີ​ຢ່າງ​ອຸດົມສົມບູນ​ໄວ້.</verse>
				<verse number="32">ພຣະອົງ​ຈັບ​ຟ້າ​ແມບເຫລື້ອມ​ໄວ້​ດ້ວຍ​ມື​ພຣະອົງ ແລະ​ສັ່ງ​ໃຫ້​ມັນ​ຜ່າ​ຖືກ​ຈຸດ​ທີ່​ໝາຍໄວ້.</verse>
				<verse number="33">ສຽງ​ຟ້າຮ້ອງ​ປະກາດ​ບອກ​ວ່າ, ລົມພະຍຸ​ກຳລັງ​ມາ ແລະ​ຝູງງົວ​ກໍ​ຮູ້​ວ່າ​ລົມ​ກຳລັງ​ພັດ​ມາ​ໃກ້.</verse>
			</chapter>
			<chapter number="37">
				<verse number="1">ລົມພະຍຸ​ເຮັດ​ໃຫ້​ຫົວໃຈ​ຂ້ອຍ​ເຕັ້ນ​ຄອນແຄນ ເຕັ້ນ​ສຸດແຮງ​ຢ່າງ​ຂາດການ​ຢັບຢັ້ງ.</verse>
				<verse number="2">ຈົ່ງ​ຟັງ​ສຽງ​ພຣະເຈົ້າ ພວກເຈົ້າ​ທັງຫລາຍ ສຽງ​ຟ້າຮ້ອງ​ທີ່​ດັງ​ອອກ​ມາ​ຈາກ​ປາກ​ພຣະເຈົ້າ.</verse>
				<verse number="3">ພຣະອົງ​ສົ່ງ​ຟ້າ​ແມບເຫລື້ອມ​ຜ່ານ​ທ້ອງຟ້າ​ໄປ ຈາກ​ສົ້ນໜຶ່ງ​ຂອງ​ໂລກາ ໄປ​ສູ່​ສົ້ນໜຶ່ງ​ອີກ.</verse>
				<verse number="4">ແລ້ວ​ກໍ​ໄດ້​ຍິນ​ສຽງ​ຮ້ອງ​ກ້ອງສະໜັ່ນ​ຂອງ​ພຣະອົງ ຄື​ສຽງດັງ​ກ້ອງ​ດ້ວຍ​ຣິດອຳນາດ​ຂອງ​ຟ້າຮ້ອງ ພໍ​ສຽງ​ຂອງ​ພຣະເຈົ້າ​ດັງ​ກ້ອງ​ກັງວານ ສິ່ງ​ທັງໝົດ​ກໍ​ມີ​ແສງ​ເຫລື້ອມໃສ​ແມບມາບ.</verse>
				<verse number="5">ຄຳສັ່ງ​ຂອງ​ພຣະເຈົ້າ​ໃຫ້​ເກີດ​ສິ່ງ​ປະຫລາດ​ໃຈ ຄື​ສິ່ງ​ອັດສະຈັນ​ທີ່​ພວກເຮົາ​ເຂົ້າໃຈ​ບໍ່ໄດ້.</verse>
				<verse number="6">ພຣະອົງ​ສົ່ງ​ຫິມະ​ໃຫ້​ຕົກລົງ​ມາ​ສູ່​ໂລກາ ສົ່ງ​ກະແສ​ນໍ້າ​ມາ​ເປັນ​ຝົນ​ໃຫ້​ໂຮຍຮຳ​ຊຸ່ມປຽກ.</verse>
				<verse number="7">ພຣະອົງ​ໃຫ້​ວຽກງານ​ຂອງ​ພວກເຮົາ​ຢຸດ​ສະງັກ​ລົງ; ພຣະອົງ​ສຳແດງ​ໃຫ້​ພວກເຮົາ​ເຫັນ​ສິ່ງ​ທີ່​ພຣະອົງ​ເຮັດ​ໄດ້.</verse>
				<verse number="8">ແມ່ນແຕ່​ສັດປ່າ ຕ່າງ​ກໍ​ຫາ​ບ່ອນ​ຫລົບລີ້​ກັນ​ໝົດ ແລະ​ພາກັນ​ເຂົ້າ​ໄປ​ນອນ​ໃນ​ບ່ອນ​ທີ່​ມັນ​ເຄີຍ​ຊົ້ນ.</verse>
				<verse number="9">ແຕ່​ທາງທິດໃຕ້​ພຸ້ນ​ລົມພະຍຸ​ພວມ​ພັດ​ມາ ອາກາດ​ໜາວເຢັນ​ກໍ​ມາ​ແຕ່​ທາງທິດເໜືອ​ພຸ້ນ.</verse>
				<verse number="10">ລົມ​ຫາຍໃຈ​ພຣະເຈົ້າ​ເຮັດ​ໃຫ້​ນໍ້າ​ກ້າມ​ທັງໝົດ ປ່ຽນ​ໃຫ້​ນໍ້າ​ທັງຫລາຍ​ກາຍເປັນ​ນໍ້າ​ແຂງ​ໄດ້.</verse>
				<verse number="11">ພຣະອົງ​ບັນທຸກ​ນໍ້າ​ໝອກ​ມາ​ພ້ອມ​ຄວາມ​ຊຸ່ມເຢັນ ໃຫ້​ແສງຟ້າແມບ​ກະຈາຍ​ໃສ່​ກຸ່ມ​ເມກ​ໝອກ</verse>
				<verse number="12">ມັນ​ເຄື່ອນ​ໄປມາ​ໄດ້​ຕາມ​ພຣະປະສົງ ແລະ​ເຮັດ​ສິ່ງ​ທັງໝົດ​ຕາມ​ທີ່​ສັ່ງ ສິ່ງ​ເຫຼົ່ານີ້​ເກີດຂຶ້ນ​ທົ່ວ​ໂລກ​ປັດຖະພີ ໃນ​ທຸກ​ທີ່​ທຸກແຫ່ງ​ຕາມ​ພຣະປະສົງ​ນັ້ນ.</verse>
				<verse number="13">ພຣະເຈົ້າ​ສົ່ງ​ຝົນ​ລົງ​ໃຫ້​ຫົດ​ພື້ນ​ແຜ່ນດິນ ອາດ​ສົ່ງ​ມາ​ລົງໂທດ​ຄົນ​ຫລື​ໃຫ້​ຄວາມຮັກ​ກໍໄດ້.</verse>
				<verse number="14">ໂຢບ​ເອີຍ ຢຸດ​ຄິດ​ບຸດ​ໜຶ່ງ ຈົ່ງ​ຟັງ​ຂ້ອຍ​ຕໍ່ໄປ​ເທາະ ຈົ່ງ​ພິຈາລະນາ​ສິ່ງ​ອັດສະຈັນ ທີ່​ພຣະເຈົ້າ​ກະທຳ​ນັ້ນ.</verse>
				<verse number="15">ເຈົ້າ​ຮູ້ຈັກ​ວ່າ​ພຣະເຈົ້າ​ໃຫ້​ຄຳສັ່ງ​ຢ່າງໃດ​ບໍ? ຈາກ​ເມກ​ພຣະອົງ​ເຮັດ​ໃຫ້​ຟ້າ​ແມບເຫລື້ອມ​ຮູ້ບໍ?</verse>
				<verse number="16">ເຈົ້າ​ຮູ້​ວ່າ​ກ້ອນ​ເມກ​ລອຍ​ຢູ່​ເທິງ​ເວຫາ​ບໍ? ການ​ອັນ​ອັດສະຈັນ​ຄື​ສີມື​ຂອງ​ພຣະເຈົ້າ​ແມ່ນ​ບໍ່?</verse>
				<verse number="17">ເຈົ້າ​ຮູ້ສຶກ​ເຈັບປວດ​ກໍ​ເພາະ​ຖືກ​ຮ້ອນ​ເຜົາຜານ ເມື່ອ​ລົມ​ທາງທິດໃຕ້​ພັດ​ມາ​ກະຮໍ່າ​ທົ່ວ​ປະເທດ.</verse>
				<verse number="18">ເຈົ້າ​ຊ່ວຍ​ພຣະເຈົ້າ​ພື​ທ້ອງຟ້າ​ອອກ​ໄດ້​ບໍ? ເຮັດ​ໃຫ້​ແຂງຈັດ​ດັ່ງ​ໂລຫະ​ຖືກ​ຂັດ​ໃຫ້​ເຫລື້ອມ?</verse>
				<verse number="19">ສອນ​ພວກເຮົາ​ສິ່ງ​ທີ່​ຈະ​ເວົ້າ​ກັບ​ພຣະເຈົ້າ​ແດ່ແມ ແຕ່​ຄວາມຄິດ​ພວກເຮົາ​ກໍ​ເປົ່າ​ບໍ່ມີ​ຫຍັງ​ຈະ​ເວົ້າ​ອີກ.</verse>
				<verse number="20">ຂ້ອຍ​ບໍ່​ຢາກ​ຖາມ​ວ່າ ຈະ​ເວົ້າ​ກັບ​ພຣະເຈົ້າ​ຢ່າງໃດ ເປັນຫຍັງ​ຂ້ອຍ​ໃຫ້​ໂອກາດ​ພຣະອົງ​ທຳລາຍ​ຂ້ອຍ​ຖິ້ມ?</verse>
				<verse number="21">ບັດນີ້ ແສງແຈ້ງ​ໃນ​ທ້ອງຟ້າ​ກໍ​ກຳລັງ​ສຸກໃສ ເຫລື້ອມໃສ​ເກີນໄປ​ກວ່າ​ທີ່​ພວກເຮົາ​ແນມ​ເບິ່ງ​ໄດ້; ທ້ອງຟ້າ​ນັ້ນ​ກໍ​ຖືກ​ກວາດ​ໃຫ້​ອອກ​ໜີໄປ ຖືກ​ກວາດ​ຈົນ​ກ້ຽງໃສ​ຈາກ​ລົມ​ທີ່​ມາ​ພັດ​ຜ່ານ.</verse>
				<verse number="22">ແສງທອງ​ສ່ອງ​ຈາກ​ທາງທິດເໜືອ​ໃຫ້​ເຫັນ ພຣະ​ສະຫງ່າຣາສີ​ກໍ​ເຕັມ​ພາຍ​ໃນ​ພວກເຮົາ​ຈົນ​ຢ້ານ.</verse>
				<verse number="23">ອຳນາດ​ຂອງ​ພຣະເຈົ້າ​ນັ້ນ​ແສນ​ຍິ່ງໃຫຍ່​ຫລາຍ ຊຶ່ງ​ພວກເຮົາ​ເຂົ້າ​ມາ​ໃກ້ຊິດ​ພຣະອົງ​ບໍ່ໄດ້; ພຣະອົງ​ຊົງ​ຍຸດຕິທຳ​ແທ້​ແລະ​ທ່ຽງທຳ​ຍິ່ງໃຫຍ່ ພຣະອົງ​ໄດ້​ເຮັດ​ກັບ​ມະນຸດ​ໂດຍ​ສິ່ງ​ເຫຼົ່ານີ້​ແຫລະ.</verse>
				<verse number="24">ດັ່ງນັ້ນ ມະນຸດ​ຕ້ອງ​ໃຫ້​ຄວາມ​ຢຳເກງ​ພຣະອົງ ພຣະອົງ​ລະເລີຍ​ຕໍ່​ຜູ້​ທີ່​ຖື​ຕົນ​ເປັນ​ຄົນສະຫລາດ.”</verse>
			</chapter>
			<chapter number="38">
				<verse number="1">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕອບ​ໂຢບ​ອອກ​ມາ​ຈາກ​ລົມພະຍຸ.</verse>
				<verse number="2">“ເຈົ້າ​ຄື​ຜູ້ໃດ ທີ່​ກ້າ​ຖາມ​ເຖິງ​ສະຕິປັນຍາ​ຂອງເຮົາ ດ້ວຍ​ຄວາມໂງ່ ແລະ​ຄຳເວົ້າ​ເຫລວໄຫລ​ຂອງ​ເຈົ້າ?</verse>
				<verse number="3">ບັດນີ້ ຈົ່ງ​ລຸກ​ຢືນ​ຂຶ້ນ​ດັ່ງ​ລູກ​ຜູ້ຊາຍ​ຜູ້ໜຶ່ງ ແລະ​ຕອບ​ຄຳ​ທີ່​ເຮົາ​ຈະ​ຖາມ​ເຈົ້າ​ເບິ່ງດູ</verse>
				<verse number="4">ເມື່ອ​ເຮົາ​ສ້າງ​ຈັກກະວານ​ນັ້ນ ເຈົ້າ​ຢູ່​ບ່ອນ​ນັ້ນ​ບໍ? ຖ້າ​ເຈົ້າ​ຮູ້​ຫລວງຫລາຍ ຈົ່ງ​ບອກ​ເຮົາ​ມາ​ເບິ່ງ.</verse>
				<verse number="5">ຜູ້ໃດ​ຊີ້ຂາດ​ວ່າ​ໂລກ​ກວ້າງ​ເທົ່າໃດ? ເຈົ້າ​ຮູ້​ບໍ? ຜູ້ໃດ​ເໜັ່ງ​ສາຍ​ແທກ​ເທິງ​ນັ້ນ? ຕອບ​ມາ​ເບິ່ງ?</verse>
				<verse number="6">ຜູ້ໃດ​ຖື​ເສົາ ທັງຫລາຍ​ໄວ້​ທີ່​ໃຊ້​ຄໍ້າ​ຈັກກະວານ? ຜູ້ໃດ​ວາງ​ຮາກຖານ​ເສົາ​ຫີນ​ຂອງ​ຈັກກະວານ​ໄວ້?</verse>
				<verse number="7">ໃນ​ຮຸ່ງເຊົ້າ​ຂອງ​ວັນ​ນັ້ນ ໝູ່​ດວງດາວ​ຮ້ອງເພງ​ນຳກັນ ພວກ​ເທວະດາ​ຂອງ​ພຣະອົງ ກໍ​ເປັ່ງ​ສຽງ​ໂຮຮ້ອງ​ຍິນດີ​ທັງນັ້ນ.</verse>
				<verse number="8">ຜູ້ໃດ​ອັດ​ປະຕູ​ໄວ້​ເພື່ອ​ຕັນ​ຟອງ​ນໍ້າ​ທະເລ ເມື່ອ​ລະເບີດ​ອອກ​ມາ​ຈາກ​ທ້ອງ​ປັດຖະພີ​ນັ້ນ?</verse>
				<verse number="9">ແມ່ນ​ເຮົາ​ນີ້ ທີ່​ໃຊ້​ກ້ອນ​ເມກ​ຫຸ້ມຫໍ່​ນໍ້າ​ທະເລ ແລະ​ຫຸ້ມ​ນໍ້າ​ທະເລ​ຫລວງ​ໄວ້​ຢູ່​ໃນ​ຄວາມມືດ.</verse>
				<verse number="10">ເຮົາ​ໄດ້​ກຳນົດ​ເຂດ​ໄວ້​ສຳລັບ​ນໍ້າ​ທະເລ ແລະ​ຮັກສາ​ມັນ​ທັງ​ອັດ​ປະຕູ​ລົງໄລ​ຕັນ​ໄວ້.</verse>
				<verse number="11">ເຮົາ​ບອກ​ວ່າ, ‘ຢຸດ​ຢູ່​ນີ້ ແລະ​ຢ່າ​ໄປ​ໄກ​ອີກ​ເລີຍ ຟອງ​ຂອງ​ເຈົ້າ​ທີ່​ຄຶກຄະນອງ​ໃຫ້​ຢຸດ​ຢູ່​ພຽງ​ນີ້.’</verse>
				<verse number="12">ໂຢບ​ເອີຍ ຊົ່ວຊີວິດ​ນັ້ນ​ເຈົ້າ​ເຄີຍ​ບໍ​ທີ່​ໃຫ້​ຄຳສັ່ງ ໃຫ້​ມື້​ເວັນ​ກາຍເປັນ​ມື້ເຊົ້າ​ຮຸ່ງ​ອາລຸນ?</verse>
				<verse number="13">ເຈົ້າ​ເຄີຍ​ສັ່ງ​ວັນ​ຮຸ່ງ​ເຊົ້າ​ໃຫ້​ຄອງ​ແຜ່ນດິນ​ໂລກ​ບໍ? ແລະ​ສັ່ນ​ຄົນຊົ່ວ​ໃຫ້​ອອກ​ມາ​ຈາກ​ບ່ອນ​ທີ່​ພວກເຂົາ​ລີ້?</verse>
				<verse number="14">ແສງ​ແດດ​ເຮັດ​ໃຫ້​ພູ​ແລະ​ຮ່ອມພູ​ປາກົດ​ຂຶ້ນ​ມາ ດັ່ງ​ຮອຍ​ພັບ​ເສື້ອຜ້າ​ຖືກ​ປະທັບຕາ​ໃສ່​ດິນ​ໜຽວ​ນັ້ນ.</verse>
				<verse number="15">ແສງແຈ້ງ​ມື້​ເວັນ​ນັ້ນ ແຈ້ງ​ໂພດ​ສຳລັບ​ຄົນ​ບໍ່​ດີ ແລະ​ຈຳກັດ​ພວກເຂົາ​ບໍ່​ໃຫ້​ເຮັດ​ສິ່ງ​ທີ່​ໂຫດຮ້າຍ.</verse>
				<verse number="16">ເຈົ້າ​ເຄີຍ​ໄປ​ທີ່​ນໍ້າພຸ​ໃນ​ພື້ນ​ທະເລ​ເລິກ​ບໍ? ເຈົ້າ​ເຄີຍ​ຍ່າງ​ເທິງ​ໜ້າ​ນໍ້າ​ໃນ​ມະຫາສະໝຸດ​ຫລື​ບໍ່?</verse>
				<verse number="17">ມີ​ຜູ້ໃດ​ແດ່​ເຄີຍ​ຊີ້​ໃຫ້​ເຈົ້າ​ເຫັນ​ປະຕູ​ທັງຫລາຍ? ທີ່​ເຝົ້າ​ຄວາມ​ມືດຕຶບ​ຂອງ​ແດນ​ມໍຣະນາ​ນັ້ນ?</verse>
				<verse number="18">ເຈົ້າ​ຄິດ​ໄດ້​ບໍ​ວ່າ​ໂລກນີ້​ກວ້າງໃຫຍ​ສໍ່າໃດ? ຖ້າ​ເຈົ້າ​ຮູ້ຈັກ ຈົ່ງ​ຕອບ​ເຮົາ​ມາ​ເບິ່ງ.</verse>
				<verse number="19">ເຈົ້າ​ຮູ້​ວ່າ​ແສງ​ສະຫວ່າງ​ນັ້ນ ມາ​ແຕ່​ໃສ​ບໍ? ຫລື​ແຫລ່ງ​ແຫ່ງ​ຄວາມ​ມືດຕຶບ ຢູ່​ໃສ​ກັນ​ແທ້?</verse>
				<verse number="20">ເຈົ້າ​ບອກ​ບໍ່ໄດ້​ວ່າ​ມັນ​ຈະ​ໄປ​ໄກ​ຮອດ​ໃສ? ຫລື​ສັ່ງ​ມັນ​ໃຫ້​ກັບຄືນ​ມາ​ໄດ້​ອີກ​ບໍ່?</verse>
				<verse number="21">ເຮົາ​ແນ່ໃຈ​ວ່າ​ໄດ້ ເພາະ​ເຈົ້າ​ເຖົ້າແກ່​ອາວຸໂສ ແລະ​ໄດ້​ຢູ່​ທີ່​ນັ້ນ​ເອງ ເມື່ອ​ໂລກນີ້​ຖືກ​ສ້າງ​ຂຶ້ນ.</verse>
				<verse number="22">ເຈົ້າ​ເຄີຍ​ໄດ້​ໄປ​ຢ້ຽມ​ບ່ອນ​ມ້ຽນ​ຂອງ​ຕ່າງໆ​ບໍ? ຄື​ບ່ອນ​ທີ່​ເຮົາ​ເກັບ​ຮັກສາ​ຫິມະ ແລະ​ໝາກເຫັບ​ນັ້ນ?</verse>
				<verse number="23">ເຮົາ​ຕຽມ​ມັນ​ໄວ້​ສຳລັບ​ເວລາ​ເດືອດຮ້ອນ​ມາ​ເຖິງ ສຳລັບ​ມື້​ສູ້ຮົບ ແລະ​ມື້​ເຮັດ​ເສິກ​ສົງຄາມ​ນັ້ນ.</verse>
				<verse number="24">ເຈົ້າ​ເຄີຍ​ໄດ້​ໄປ​ບ່ອນ​ທີ່​ຕາເວັນ​ຂຶ້ນ​ມາ​ບໍ? ຫລື​ໄປ​ບ່ອນ​ທີ່​ລົມ​ທິດ​ຕາເວັນອອກ​ພັດ​ມາ​ນັ້ນ?</verse>
				<verse number="25">ຜູ້ໃດ​ເປັນ​ຜູ້​ຂຸດ​ປ່ອງ​ໃຫ້​ນໍ້າ​ຝົນ​ຕົກລົງ​ມາ ແລະ​ແປງ​ທາງ​ທຽວ​ສຳລັບ​ໃຫ້​ຟ້າ​ຜ່າ?</verse>
				<verse number="26">ຜູ້ໃດ​ເປັນ​ຜູ້​ເຮັດ​ໃຫ້​ຝົນ​ຕົກ​ໃນ​ທີ່​ບໍ່ມີ​ຄົນ​ຢູ່​ອາໄສ? ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ບ່ອນ​ບໍ່ມີ​ຜູ້ໃດ​ຢູ່?</verse>
				<verse number="27">ຜູ້ໃດ​ໃຫ້​ນໍ້າ​ລໍ່ລ້ຽງ​ບ່ອນ​ທີ່​ແຫ້ງແລ້ງ​ແລະ​ຫິວໂຫຍ ເພື່ອ​ວ່າ​ຕົ້ນຫຍ້າ​ທັງຫລາຍ​ຈະ​ງອກ​ຂຶ້ນ​ມາ​ໄດ້?</verse>
				<verse number="28">ອັນ​ວ່າ​ນໍ້າ​ຝົນ​ນັ້ນ ມັນ​ມີ​ບິດາ​ບໍ? ແລະ​ພໍ່​ຂອງ​ນໍ້າ​ຄ້າງ​ເດ ແມ່ນ​ຜູ້ໃດ​ກັນ​ແທ້?</verse>
				<verse number="29">ນໍ້າແຂງ​ນັ້ນ ເກີດ​ມາ​ຈາກ​ແມ່​ຄົນ​ໃດ? ແມ່​ຂອງ​ນໍ້າກ້ອນ​ເດ ແມ່ນ​ຜູ້ໃດ​ກັນ​ແທ້?</verse>
				<verse number="30">ເມື່ອ​ນໍ້າ​ທັງຫລາຍ​ແຂງກ້າມ​ກາຍເປັນ​ສີລາ ເມື່ອ​ພື້ນ​ມະຫາສະໝຸດ​ກາຍເປັນ​ນໍ້າກ້າມ?</verse>
				<verse number="31">ເຈົ້າ​ມັດ​ດາວ​ໄກ່ນ້ອຍ​ໃຫ້​ມັນ​ເຂົ້າ​ກັນ​ໄດ້​ບໍ? ຫລື​ແກ້​ເຄື່ອງ​ມັດ​ດາວ​ໄຖ​ໃຫ້​ຫລຸດ​ໄດ້​ຫລື​ບໍ່?</verse>
				<verse number="32">ເຈົ້າ​ນຳ​ດວງດາວ​ອອກ​ມາ​ຕາມ​ລະດູການ​ບໍ? ແລະ​ນຳ​ທາງ​ດາວ​ແຂ້​ກັບ​ລູກ​ໄດ້​ຫລື​ບໍ່?</verse>
				<verse number="33">ເຈົ້າ​ຮູ້​ກົດໝາຍ​ທີ່​ປົກຄອງ​ຟ້າ​ສະຫວັນ​ບໍ? ແລະ​ເຈົ້າ​ນຳ​ມາ​ປະຕິບັດ​ໃນ​ໂລກນີ້​ໄດ້​ຫລື​ບໍ່?</verse>
				<verse number="34">ເຈົ້າ​ຮ້ອງ​ສັ່ງ​ກ້ອນ​ເມກ​ຕ່າງໆ​ໄດ້​ບໍ? ແລະ​ເຮັດ​ໃຫ້​ລະລາຍ​ເປັນເມັດ​ຝົນ​ໄດ້​ຫລື​ບໍ່?</verse>
				<verse number="35">ຖ້າ​ເຈົ້າ​ສັ່ງ​ຟ້າ​ແມບເຫລື້ອມ​ໃຫ້​ມັນ​ອອກ​ໄປ ຍິນດີ​ຮັບໃຊ້ ມັນ​ຕອບ​ບໍ? ເມື່ອ​ມາ​ຫາ​ເຈົ້າ</verse>
				<verse number="36">ຜູ້ໃດ​ບອກ​ອີບິດ ເມື່ອ​ແມ່ນໍ້ານິນ​ໄຫລ​ຖ້ວມ​ຝັ່ງ​ໄປ ຫລື​ຜູ້ໃດ​ບອກ​ໄກ່ຜູ້​ວ່າ​ຝົນ​ຈະ​ຕົກ​ມາ​ສູ່​ໂລກ?</verse>
				<verse number="37">ຜູ້ໃດ​ແດ່​ມີ​ປັນຍາ ພໍ​ທີ່​ຈະ​ນັບ​ກ້ອນ​ເມກ​ໄດ້​ນໍ? ແລະ​ງ່ຽງ​ໄຫ​ນໍ້າ​ແຫ່ງ​ຟ້າ​ສະຫວັນ​ໄດ້?</verse>
				<verse number="38">ເມື່ອ​ຂີ້ດິນ​ແຂງແກ່ນ​ເໝືອນ​ດັ່ງ​ເຫລັກໄຫລ ເມື່ອ​ດິນ​ໃນ​ທົ່ງນາ​ກອງ​ເປັນ​ໂພນ​ຈູມປວກ?</verse>
				<verse number="39">ເຈົ້າ​ຫາ​ອາຫານ​ໃຫ້​ຝູງ​ໂຕສິງ​ກິນ​ໄດ້​ບໍ? ແລະ​ໃຫ້​ສິງໜຸ່ມ​ກິນ​ອີ່ມ​ຈົນ​ເຊົາ​ຫິວ​ໄດ້​ຫລື​ບໍ່?</verse>
				<verse number="40">ເມື່ອ​ຝູງ​ສິງ​ລີ້ຊ່ອນ​ຢູ່​ໃນ​ຖໍ້າ​ຂອງ​ພວກມັນ ຫລື​ນອນ​ລໍຄອຍ​ຢູ່​ໃນ​ບ່ອນ​ຂອງ​ມັນ​ນັ້ນ.</verse>
				<verse number="41">ຜູ້ໃດ​ລ້ຽງ​ນົກ​ກະເວົາ ເມື່ອ​ມັນ​ຫິວ​ບິນ​ໄປມາ ເມື່ອ​ລູກນ້ອຍ​ຮ້ອງຂໍ​ອາຫານ​ນຳ​ພຣະເຈົ້າ​ນັ້ນ?</verse>
			</chapter>
			<chapter number="39">
				<verse number="1">ເຈົ້າ​ຮູ້​ບໍ​ວ່າ​ແບ້​ແມ່​ທີ່​ເທິງ​ພູເຂົາ​ເກີດ​ມາ​ເມື່ອໃດ? ເຈົ້າ​ໄດ້​ເຝົ້າ​ເບິ່ງ​ກວາງ​ອອກລູກ​ຫລື​ບໍ່?</verse>
				<verse number="2">ເຈົ້າ​ຮູ້​ວ່າ​ມັນ​ມີ​ທ້ອງ​ດົນນານ​ປານໃດ​ບໍ? ເຈົ້າ​ຮູ້​ວ່າ​ເວລາ​ໃດ​ມັນ​ເກີດ​ມາ​ຫລື​ບໍ່?</verse>
				<verse number="3">ເຈົ້າ​ຮູ້​ວ່າ​ພວກ​ມັນ​ໝູບ​ໂຕ​ລົງ​ເມື່ອໃດ​ບໍ? ແລະ​ເມື່ອໃດ​ມັນ​ເກີດ​ລູກ​ມາ​ຢູ່​ໃນ​ໂລກນີ້​ບໍ?</verse>
				<verse number="4">ໃນ​ກາງ​ປ່າ ລູກນ້ອຍ​ມັນ​ໃຫຍ່ຂຶ້ນ​ແລະ​ເຂັ້ມແຂງ ພວກມັນ​ໜີໄປ​ແລະ​ບໍ່​ກັບຄືນ​ມາ​ອີກ.</verse>
				<verse number="5">ຜູ້ໃດ​ໄດ້​ໃຫ້​ອິດສະລະພາບ​ແກ່​ລໍ​ປ່າ​ທັງຫລາຍ? ຜູ້ໃດ​ປ່ອຍ​ໃຫ້​ລໍ​ປ່າ​ແລ່ນ​ໄປ​ຢ່າງ​ກະໂດດ​ໂລດເຕັ້ນ?</verse>
				<verse number="6">ເຮົາ​ໃຫ້​ຖິ່ນ​ແຫ້ງແລ້ງ​ເປັນ​ທີ່​ອາໄສ​ຂອງ​ພວກມັນ ແລະ​ປ່ອຍ​ໃຫ້​ຢູ່​ຕາມ​ທົ່ງພຽງ​ທີ່​ມີ​ດິນ​ເຄັມ​ນັ້ນ.</verse>
				<verse number="7">ພວກ​ມັນ​ຢູ່​ໄກ​ຈາກ​ເມືອງ​ທີ່​ອຶກກະທຶກ​ສັບສົນ ແລະ​ບໍ່ມີ​ຜູ້ໃດ​ເອົາ​ມັນ​ມາ​ຝຶກ​ແອບ​ເຮັດ​ວຽກ​ໄດ້.</verse>
				<verse number="8">ເນີນພູ​ແມ່ນ​ທົ່ງຫຍ້າ​ບ່ອນ​ທີ່​ມັນ​ຫາຢູ່​ຫາກິນ ຄື​ຊອກຫາ​ພືດ​ໃບຂຽວ​ມາ​ກິນ​ເປັນ​ອາຫານ​ໄດ້.</verse>
				<verse number="9">ຄວາຍປ່າ​ນັ້ນ​ມັນ​ຈະ​ເຮັດ​ວຽກ​ໃຫ້​ເຈົ້າ​ບໍ? ມັນ​ຈະ​ຄ້າງຄືນ​ຢູ່​ໃນ​ຄອກ​ຂອງ​ເຈົ້າ​ຫລື​ບໍ່?</verse>
				<verse number="10">ເຈົ້າ​ມັດ​ໂຕໜຶ່ງ​ໄວ້​ແລະ​ໃສ່​ແອກ​ໃຫ້​ໄຖ​ນາ​ໄດ້​ບໍ? ຫລື​ເຮັດ​ໃຫ້​ມັນ​ແກ່​ຄາດ​ໃນ​ນາ​ຂອງ​ເຈົ້າ​ໄດ້​ຫລື​ບໍ່?</verse>
				<verse number="11">ເຈົ້າ​ເພິ່ງ​ກຳລັງ​ອັນ​ຍິ່ງໃຫຍ່​ຂອງ​ມັນ​ໄດ້​ບໍ? ເຈົ້າ​ຫວັງ​ໃຫ້​ມັນ​ມາ​ເຮັດ​ວຽກ​ໜັກ​ໃຫ້​ເຈົ້າ​ໄດ້​ຫລື​ບໍ່?</verse>
				<verse number="12">ເຈົ້າ​ຫວັງ​ໃຫ້​ມັນ​ແກ່​ຜົນລະປູກ​ໄປ​ໄວ້​ໄດ້​ບໍ? ແລະ​ຮິບໂຮມ​ເມັດ​ເຂົ້າ​ໃນ​ລານ​ໄວ້​ໄດ້​ຫລື​ບໍ່?</verse>
				<verse number="13">ປີກ​ນົກ​ກະຈອກເທດ​ພື​ອອກ​ໄດ້​ໄວ​ສໍ່າໃດ ແຕ່​ມັນ​ບິນ​ດັ່ງ​ນົກ​ກະສາ​ດຳ​ບໍ່ໄດ້.</verse>
				<verse number="14">ນົກ​ກະຈອກເທດ​ປ່ອຍ​ໄຂ່​ມັນ​ໄວ້​ຢູ່​ເທິງ​ໜ້າ​ດິນ ເພື່ອ​ຄວາມຮ້ອນ​ໃນ​ດິນ​ຊ່ວຍ​ຟັກ​ໄຂ່​ໃຫ້​ມັນ​ໄດ້.</verse>
				<verse number="15">ມັນ​ບໍ່​ຮູ້​ວ່າ​ຕີນ​ຂອງ​ພວກ​ມັນ​ອາດ​ຈະ​ຢຽບ​ໄຂ່​ມັນ ຫລື​ສັດປ່າ​ໂຕໜຶ່ງ​ຢຽບ​ໄຂ່​ນັ້ນ​ໃຫ້​ແຕກ.</verse>
				<verse number="16">ມັນ​ເຮັດ​ຄື​ວ່າ​ໄຂ່​ນັ້ນ​ບໍ່​ເປັນ​ຂອງ​ມັນ​ເລີຍ ແລະ​ບໍ່ເຄີຍ​ຫ່ວງໃຍ​ວ່າ​ເຫື່ອແຮງ​ຈະ​ເສຍ​ໄປ​ລ້າໆ.</verse>
				<verse number="17">ເພາະວ່າ​ພຣະເຈົ້າ ທີ່​ໄດ້​ເຮັດ​ໃຫ້​ມັນ​ໂງ່ງ່າວ ແລະ​ບໍ່​ໃຫ້​ມັນ​ມີ​ສະຕິປັນຍາ​ຫຍັງ​ຈັກດີ້.</verse>
				<verse number="18">ແຕ່​ເມື່ອ​ມັນ​ເລີ່ມ​ກ້າວ​ແລ່ນ​ອອກ​ໄປ ມັນ​ກໍ​ຈະ​ຫົວ​ໃສ່​ຄົນ​ທີ່​ຂີ່​ມ້າ​ຫອບ​ໄປ​ນັ້ນ.</verse>
				<verse number="19">ໂຢບ​ເອີຍ ແມ່ນ​ເຈົ້າ​ບໍ​ທີ່​ເຮັດ​ໃຫ້​ມ້າ​ແຂງແຮງ ແລະ​ໃຫ້​ມັນ​ມີ​ຂົນ​ຫຸ້ມ​ຄໍ​ຂອງ​ມັນ​ນັ້ນ?</verse>
				<verse number="20">ເຈົ້າ​ເຮັດ​ໃຫ້​ມ້າ​ຫອບ​ດັ່ງ​ຕັກແຕນ​ເຕັ້ນ​ໄດ້​ບໍ? ດ້ວຍ​ສຽງ​ຮ້ອງ​ຂອງມັນ​ເຮັດ​ໃຫ້​ຄົນ​ຢ້ານ​ຫລື​ບໍ່?</verse>
				<verse number="21">ໂບກຕີນ​ມັນ​ຄວັດ​ພື້ນດິນ​ທີ່​ຮ່ອມພູ​ຢ່າງ​ກະຫາຍ; ຮີບຮ້ອນ​ເຂົ້າ​ສູ່​ເສິກ​ຢ່າງ​ສຸດ​ກຳລັງ​ຂອງ​ມັນ​ນັ້ນ.</verse>
				<verse number="22">ມັນ​ບໍ່​ຮູ້​ວ່າ​ຄວາມຢ້ານ​ໝາຍຄວາມວ່າ​ຢ່າງໃດ? ແລະ​ບໍ່ມີ​ດາບ​ດວງໃດ​ທີ່​ຈະ​ໃຫ້​ມັນ​ຫັນ​ຄືນ​ໄດ້.</verse>
				<verse number="23">ພວກ​ຄົນ​ຂີ່​ມ້າ​ຜູ້​ທີ່​ຖື​ອາວຸດ​ຢູ່​ໃນ​ມື ດາດ​ກັນ​ດັງ​ຕອບ​ແສງ​ຕາເວັນ​ມາບໆ.</verse>
				<verse number="24">ເຂົາ​ສັ່ນ​ຢ່າງ​ຕື່ນເຕັ້ນ ເມື່ອ​ມ້າ​ຫອບ​ແລ່ນ​ໄປ ເມື່ອ​ສຽງ​ແກ​ດັງ ມັນ​ກໍ​ຢືນ​ເສີຍ​ຢູ່​ຕໍ່ໄປ​ບໍ່ໄດ້.</verse>
				<verse number="25">ເມື່ອ​ສຽງ​ແກ​ດັງ​ຂຶ້ນ ມັນ​ກໍ​ຮ້ອງ​ຂຶ້ນ​ຄືກັນ ມັນ​ສາມາດ​ດົມ​ກິ່ນ​ຂອງ​ການ​ສູ້ຮົບ​ໄດ້. ແມ່ນແຕ່​ກ່ອນ​ໄປ​ຮອດ​ສະໜາມຮົບ​ກໍຕາມ ມັນ​ກໍ​ໄດ້​ຍິນ​ນາຍ​ທະຫານ​ຮ້ອງ​ສັ່ງ​ໃຫ້​ສູ້ຮົບ.</verse>
				<verse number="26">ແຫລວ​ໂຕໜຶ່ງ​ນັ້ນ ມັນ​ຮຽນ​ບິນ​ນຳ​ເຈົ້າ​ບໍ? ເມື່ອ​ມັນ​ພື​ປີກ​ບິນ​ອອກ​ໄປ​ທາງທິດໃຕ້?</verse>
				<verse number="27">ແຮ້ງ​ໂຕໜຶ່ງ​ນັ້ນ ລໍຖ້າ​ຄຳສັ່ງ​ຈາກ​ເຈົ້າ​ບໍ? ເພື່ອ​ສ້າງ​ຮັງ​ຂອງ​ມັນ​ທີ່​ພູສູງ​ນັ້ນ?</verse>
				<verse number="28">ມັນ​ສ້າງ​ຮັງ​ຂອງ​ມັນ​ຢູ່​ທີ່​ເທິງ​ໂງ່ນຫີນ​ສູງ ໃຊ້​ຈອມຜາ​ສູງ​ເປັນ​ປ້ອມ​ຫໍຄອຍ​ແນມເບິ່ງ.</verse>
				<verse number="29">ມັນ​ເຝົ້າ​ແນມ​ເບິ່ງ​ຈາກ​ທີ່​ນັ້ນ​ທັງ​ທີ່ໃກ້​ທີ່ໄກ ເພື່ອ​ຂ້າ​ເຫຍື່ອ​ກິນ​ເປັນ​ອາຫານ.</verse>
				<verse number="30">ໂຕ​ແຮ້ງ​ໂຮມກັນ​ຢູ່​ອ້ອມ​ຊາກສົບ​ທັງຫລາຍ ແລະ​ໂຕ​ແຮ້ງ​ໜຸ່ມ​ກໍ​ພາກັນ​ດູດ​ກິນ​ເລືອດ.”</verse>
			</chapter>
			<chapter number="40">
				<verse number="1">ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້ຕອບ​ໂຢບ​ວ່າ, “ໂຢບ​ເອີຍ ເຈົ້າ​ທ້າທາຍ​ແມ່ນແຕ່ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ມາບັດນີ້ ເຈົ້າ​ຈະ​ປ່ຽນໃຈ​ແລະ​ເຊົາ ຫລື​ຈະ​ໃຫ້​ເຮົາ​ເອົາ​ຄຳຕອບ​ຈາກ​ເຈົ້າ?”</verse>
				<verse number="2"></verse>
				<verse number="3">“ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ເວົ້າ​ໄປ​ຢ່າງ​ໂງ່ຈ້າ ຂ້ານ້ອຍ​ຈະ​ຕອບ​ພຣະອົງ​ໄດ້​ຢ່າງໃດ? ຂ້ານ້ອຍ​ຈະ​ບໍ່​ພະຍາຍາມ ເວົ້າ​ສິ່ງໃດໆ​ຕໍ່ໄປ​ອີກ​ແລ້ວ.</verse>
				<verse number="4"></verse>
				<verse number="5">ຂ້ານ້ອຍ​ເວົ້າ​ຫລາຍ​ແລ້ວ ແລະ​ຈະ​ບໍ່​ເວົ້າ​ອີກ​ຕໍ່ໄປ ຂ້ານ້ອຍ​ຂໍ​ຢືນຢັນ​ວ່າ​ຈະ​ບໍ່​ຂໍ​ເວົ້າ​ຫຍັງ​ອີກ.”</verse>
				<verse number="6">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ໂຢບ​ອອກ​ມາ​ຈາກ​ລົມພະຍຸ​ເທື່ອໜຶ່ງ​ອີກ.</verse>
				<verse number="7">“ບັດນີ້ ຈົ່ງ​ລຸກ​ຢືນ​ຂຶ້ນ​ດັ່ງ​ລູກ​ຜູ້ຊາຍ​ຜູ້ໜຶ່ງ ຕອບ​ຄຳຖາມ​ທີ່​ເຮົາ​ຈະ​ຖາມ​ເຈົ້າ​ມາ​ເບິ່ງດູ.</verse>
				<verse number="8">ເຈົ້າ​ກຳລັງ​ລອງ​ພິສູດ​ເບິ່ງ​ວ່າ​ເຮົາ​ບໍ່​ທ່ຽງທຳ​ບໍ? ຫາ​ວ່າ​ເຮົາ​ເປັນ​ຝ່າຍ​ຜິດ ເຈົ້າ​ເປັນ​ຝ່າຍ​ຖືກ​ຫລື​ນີ້?</verse>
				<verse number="9">ເຈົ້າ​ເຂັ້ມແຂງ​ເທົ່າ​ກັນ​ກັບ​ເຮົາ​ບໍ? ສຽງ​ເຈົ້າ​ກ້ອງສະໜັ່ນ​ດັ່ງ​ສຽງ​ຂອງເຮົາ​ຫລື​ບໍ່?</verse>
				<verse number="10">ຖ້າດັ່ງນັ້ນ ຈົ່ງ​ລຸກ​ຂຶ້ນ​ດ້ວຍ​ກຽດ​ສັກສີ ເອົາ​ສະຫງ່າງາມ​ແລະ​ສະຫງ່າຣາສີ​ຫຸ້ມ​ຕົວ​ເຈົ້າ​ໄວ້.</verse>
				<verse number="11">ຈົ່ງ​ຈ້ອງຕາ​ເບິ່ງ​ຄົນ​ທີ່​ອວດອົ່ງ​ຈອງຫອງ ເທ​ຄວາມ​ໂກດຮ້າຍ​ຂອງ​ເຈົ້າ​ລົງ​ໃຫ້​ພວກເຂົາ​ອ່ອນນ້ອມ.</verse>
				<verse number="12">ແມ່ນແລ້ວ ຈົ່ງ​ຈ້ອງຕາ​ເບິ່ງ​ຢຽບຢໍ່າ​ພວກເຂົາ​ລົງ ຢຽບ​ຄົນຊົ່ວ​ໃຫ້​ໝຸ່ນ​ທະລາຍ ໃນ​ບ່ອນ​ທີ່​ພວກເຂົາ​ຢືນ​ຢູ່​ນັ້ນ.</verse>
				<verse number="13">ຝັງ​ພວກເຂົາ​ທັງໝົດ​ໄວ້​ຢູ່​ໃນ​ພື້ນດິນ​ສາ ມັດ​ພວກເຂົາ​ໄວ້​ກັບ​ແດນ​ມໍຣະນາ​ເຖີດ.</verse>
				<verse number="14">ແລ້ວ​ເຮົາ​ຈະ​ເປັນ​ຜູ້ທຳອິດ​ທີ່​ຈະ​ກ່າວ​ຊົມເຊີຍ ຍອມຮັບ​ວ່າ​ເຈົ້າ​ເອງ​ເປັນ​ຜູ້​ໄດ້​ໄຊຊະນະ.</verse>
				<verse number="15">ຈົ່ງ​ເບິ່ງ​ເບເຮໂມດ ທີ່​ເຮົາ​ສ້າງ​ດັ່ງ​ໄດ້​ສ້າງ​ເຈົ້າ​ມາ ມັນ​ກໍ​ກິນ​ຫຍ້າ​ເໝືອນກັນ​ກັບ​ງົວ​ໂຕໜຶ່ງ</verse>
				<verse number="16">ແຕ່​ໃນ​ຮ່າງກາຍ​ນັ້ນ ມັນ​ມີ​ກຳລັງ​ເຫຼືອ​ຫລາຍ ອຳນາດ​ຫຍັງ​ນໍ​ທີ່​ຢູ່​ໃນ​ກ້າມ​ຊີ້ນ​ຂອງ​ມັນ​ນັ້ນ</verse>
				<verse number="17">ຫາງ​ຂອງ​ມັນ​ຊີ້​ຂຶ້ນ ດັ່ງ​ຕົ້ນ​ສົນສີດາ ກ້າມ​ຊີ້ນ​ໃນ​ຂາ​ຂອງ​ມັນ ກໍ​ແຂງແຮງ​ພີລຶກ.</verse>
				<verse number="18">ກະດູກ​ຂອງ​ມັນ​ນັ້ນ ແຂງ​ຄື​ກັບ​ທອງເຫລືອງ ແລະ​ຂາ​ກໍ​ແຂງ​ຫລາຍ ຄື​ກັນ​ກັບ​ເຫລັກທ່ອນ.</verse>
				<verse number="19">ຊ່າງ​ປະຫລາດ​ແທ້ໆ​ທຸກໆສິ່ງ​ທີ່​ເຮົາ​ໄດ້​ສ້າງ​ມາ ມີ​ແຕ່​ພຣະຜູ້​ສ້າງ​ຂອງມັນ​ເອົາ​ຊະນະ​ມັນ​ໄດ້.</verse>
				<verse number="20">ເນີນພູ​ຕ່າງໆ​ມີ​ອາຫານ​ສຳລັບ​ໄວ້​ລ້ຽງ​ມັນ ສັດປ່າ​ທັງຫລາຍ​ກໍ​ພາກັນ​ມາ​ແລ່ນ​ຫລີ້ນ.</verse>
				<verse number="21">ແຕ່​ມັນ​ຢຽດ​ລົງ​ນອນ​ຢູ່​ທີ່​ກ້ອງ​ຕົ້ນ​ພຸ່ມໜາມ ແລະ​ລີ້​ຢູ່​ທ່າມກາງ​ຕົ້ນອໍ້​ໃນ​ໜອງໃຫຍ່.</verse>
				<verse number="22">ຕົ້ນໜາມ​ແລະ​ຕົ້ນ​ໄຄ້​ຕາມ​ແມ່ນໍ້າ​ລຳທານ ກໍ​ແມ່ນ​ຮົ່ມ​ເປັນ​ທີ່​ພັກເຊົາ​ແກ່​ມັນ​ທັງນັ້ນ.</verse>
				<verse number="23">ມັນ​ບໍ່​ຢ້ານ ເມື່ອ​ແມ່ນໍ້າ​ໄຫລ​ຊຸ​ມັນ​ໄປ ມັນ​ມິດງຽບ​ສະໜິດ ເມື່ອ​ນໍ້າ​ໄຫລ​ຊັດ​ຖືກ​ໜ້າ.</verse>
				<verse number="24">ຜູ້ໃດ​ເຮັດ​ໃຫ້​ຕາ​ມັນ​ບອດ ແລະ​ຈັບ​ກຸມ​ໄດ້​ແດ່? ຫລື​ຜູ້ໃດ​ເອົາ​ບ້ວງ​ຄ້ອງ​ຮູ​ດັງ​ມັນ​ດຶງ​ໄວ້​ໄດ້​ນໍ?</verse>
			</chapter>
			<chapter number="41">
				<verse number="1">ຜູ້ໃດ​ແດ່​ຈັບ​ເລວີອາທັນ ໄດ້​ດ້ວຍ​ສາຍ​ເບັດ​ນໍ? ຫລື​ມັດ​ລີ້ນ​ມັນ​ດ້ວຍ​ເຊືອກ​ໄວ້​ໄດ້?</verse>
				<verse number="2">ເຈົ້າ​ເອົາ​ເຊືອກ​ຄ້ອງ​ຮູ​ດັງ​ມັນ​ໄວ້​ໄດ້​ບໍ? ຫລື​ໃຊ້​ຂໍເກາະ​ຄາງ​ມັນ​ຄຸມ​ໄວ້​ໄດ້​ຫລື​ບໍ່?</verse>
				<verse number="3">ມັນ​ຈະ​ຂໍຮ້ອງ​ເຈົ້າ​ໃຫ້​ປ່ອຍ​ມັນ​ໄປ​ບໍ? ມັນ​ຈະ​ຂໍ​ໃຫ້​ເຈົ້າ​ເມດຕາ​ມັນ​ຫລື​ບໍ່?</verse>
				<verse number="4">ມັນ​ຈະ​ຍິນຍອມ​ເຮັດ​ຂໍ້​ຕົກລົງ​ກັບ​ເຈົ້າ​ບໍ? ແລະ​ສັນຍາ​ຈະ​ຍອມ​ຮັບໃຊ້​ເຈົ້າ​ສືບໄປ​ຫລືບໍ່?</verse>
				<verse number="5">ເຈົ້າ​ຈະ​ມັດ​ມັນ​ໄວ້​ດັ່ງ​ມັດ​ນົກ​ລ້ຽງ​ໄດ້​ບໍ? ເພື່ອ​ເປັນ​ສິ່ງ​ເພີດເພີນ​ໃຫ້​ສາວ​ຮັບໃຊ້​ຂອງເຈົ້າ?</verse>
				<verse number="6">ຄົນ​ຫາປາ​ນັ້ນ ຈະ​ຕໍ່​ລອງ​ກັບ​ມັນ​ໄດ້​ບໍ? ພໍ່ຄ້າ​ຈະ​ຕັດ​ເປັນ​ຕ່ອນ​ຂາຍ​ທີ່​ຕະຫລາດ​ໄດ້​ຫລື​ບໍ່?</verse>
				<verse number="7">ເຈົ້າ​ເອົາ​ຫອກ​ສຽບ​ໜັງ​ຂອງ​ມັນ​ໄດ້​ບໍ? ຫລື​ໃຊ້​ຫລາວ​ແທງ​ຫົວ​ຂອງ​ມັນ​ໄດ້​ຫລື​ບໍ່?</verse>
				<verse number="8">ລອງ​ບາຍ​ມັນ​ເບິ່ງ​ເທື່ອໜຶ່ງ ຈະ​ບໍ່​ຢາກ​ລອງ​ອີກ​ເລີຍ ຖ້າ​ເຈົ້າ​ເຄີຍ​ຕໍ່ສູ້​ມັນ ເຈົ້າ​ຈະ​ລືມ​ບໍ່​ລົງ​ຈັກເທື່ອ.</verse>
				<verse number="9">ມະນຸດ​ໝົດ​ຫວັງ ທີ່​ຈະ​ປາບ​ມັນ​ໃຫ້​ຮູ້ຄວາມ ພໍ​ຫລຽວເຫັນ​ມັນ ກໍ​ຫງາຍ​ຫລັງ​ລົງ​ກັບ​ພື້ນ.</verse>
				<verse number="10">ເມື່ອ​ມັນ​ຕື່ນ​ຂຶ້ນ ມັນ​ກໍ​ໂຫດຮ້າຍ​ເຫລືອຫລາຍ ບໍ່ມີ​ຜູ້ໃດ​ກ້າ​ຢືນ​ຢູ່ ສູ້ໜ້າ​ກັບ​ມັນ​ໄດ້.</verse>
				<verse number="11">ຜູ້ໃດ​ແດ່​ໂຈມຕີ​ມັນ​ໄດ້ ແລະ​ຍັງ​ຢູ່​ຢ່າງ​ປອດໄພ? ບໍ່ມີ​ຜູ້ໃດ​ໃນ​ທົ່ວໂລກ​ນີ້ ທີ່​ສາມາດ​ເຮັດ​ໄດ້.</verse>
				<verse number="12">ຂໍ​ໃຫ້​ເຮົາ​ບອກ​ເຈົ້າ​ກ່ຽວກັບ​ຂາ​ຂອງ​ມັນ ເລົ່າ​ເຖິງ​ຄວາມ​ຍິ່ງໃຫຍ່​ແລະ​ເຫື່ອແຮງ​ມັນ​ພ້ອມ.</verse>
				<verse number="13">ບໍ່ມີ​ຜູ້ໃດ​ເອົາ​ເຄື່ອງ​ຊັ້ນນອກ​ມັນ​ມາ​ຈີກ​ໄດ້​ເລີຍ ຫລື​ແທງ​ເຂົ້າ​ໃນ​ເສື້ອຫຸມເກາະ ທີ່​ມັນ​ນຸ່ງ​ນັ້ນ​ໄດ້.</verse>
				<verse number="14">ຜູ້ໃດ​ເຮັດ​ໃຫ້​ມັນ​ອ້າ​ຄາງກະໄຕ​ໄດ້​ແດ່ ຊຶ່ງ​ມີ​ແຕ່​ແຂ້ວ​ຄົມ​ໜ້າ​ສະຫຍອງ​ຂວັນ?</verse>
				<verse number="15">ທີ່​ຫລັງ ມັນ​ນັ້ນ​ເຮັດ​ດ້ວຍ​ໂລ້​ເປັນ​ແຖວໆ ຜູກ​ມັດ​ເຂົ້າ​ກັນ ແລະ ແຂງ​ສໍ່າ​ກັບ​ຫີນ​ເປັນ​ກ້ອນ.</verse>
				<verse number="16">ແຕ່ລະອັນ​ຕິດ​ເຂົ້າ​ກັນ​ໄດ້​ໜາແໜ້ນ​ກັບ​ຕົວ ແມ່ນແຕ່​ລົມ​ກໍ​ພັດ​ຜ່ານ​ທາງກາງ​ເຂົ້າ​ໄປ​ບໍ່ໄດ້.</verse>
				<verse number="17">ທັງໝົດ​ນັ້ນ​ຜູກ​ກັນ​ເຂົ້າ​ສະໜິດແໜ້ນ​ທີ່ສຸດ ຊຶ່ງ​ບໍ່ມີ​ສິ່ງໃດ​ດຶງ​ມັນ​ອອກ​ເປັນ​ປ່ຽງໆ​ໄດ້.</verse>
				<verse number="18">ໄຟ​ມາບແມບ​ຂຶ້ນ ເມື່ອ​ມັນ​ຈາມ​ອອກ​ມາ ຕາ​ມັນ​ກໍ​ລຸກ​ແດງ​ເປັນ​ແສງ ດັ່ງ​ຕາເວັນ​ກຳລັງ​ຂຶ້ນ.</verse>
				<verse number="19">ແປວ​ໄຟ​ອອກ​ມາ​ຈາກ​ທາງ​ໃນ​ປາກ​ຂອງມັນ ແລະ​ມີ​ກະແສ​ໄຟ​ກະຈາຍ​ອອກ​ມາ​ພ້ອມ.</verse>
				<verse number="20">ຄວັນ​ກໍ​ຟົ້ງ​ອອກ​ມາ​ຈາກ​ທາງ​ຮູດັງ​ຂອງ​ມັນ ດັ່ງ​ຄວັນໄຟ​ໄໝ້​ຫຍ້າຄາ​ທີ່​ຟົ້ງ​ຂຶ້ນ​ຈາກ​ໃຕ້​ກົ້ນໝໍ້.</verse>
				<verse number="21">ລົມ​ຫາຍໃຈ​ມັນ​ຕິດໄຟ​ໃຫ້​ລຸກ​ໄໝ້​ໄດ້​ໃຫຍ່ ເປັນ​ແປວໄຟ​ທີ່​ພົ່ນ​ອອກ​ຈາກ​ໃນ​ປາກ​ຂອງ​ມັນ.</verse>
				<verse number="22">ຄໍ​ຂອງ​ມັນ​ນັ້ນ​ມີ​ອຳນາດ​ຢ່າງ​ມະຫາສານ ຊຶ່ງ​ທຸກຄົນ​ທີ່​ພົບ​ກໍ​ຢ້ານກົວ​ຕົວ​ສັ່ນເຊັນ​ທັງນັ້ນ.</verse>
				<verse number="23">ໃນ​ໜັງ​ມັນ​ນັ້ນ ບໍ່ມີ​ຈຸດ​ອ່ອນ​ບ່ອນ​ໃດ​ເລີຍ ມັນ​ແຂງແກ່ນ​ເຫລືອຫລາຍ​ຊໍ່າ​ກັບ​ເຫລັກກ້າ.</verse>
				<verse number="24">ຈິດໃຈ​ມັນ​ແຂງ​ກະດ້າງ ແລະ​ບໍ່​ຢ້ານ​ຫຍັງ​ເລີຍ ບໍ່ເຄີຍ​ຈຳນົນ​ຕໍ່​ຜູ້ໃດ ແລະ​ແຂງ​ດັ່ງ​ຫີນ​ໂມ້ແປ້ງ.</verse>
				<verse number="25">ເມື່ອ​ລຸກ​ຂຶ້ນ ຜູ້​ແຂງແຮງ​ທີ່ສຸດ ກໍ​ຍັງ​ສັ່ນເຊັນ; ພວກເຂົາ​ສິ້ນຫວັງ​ໝົດ ແລະ​ຕ່າງ​ກໍ​ເກີດ​ຢ້ານ.</verse>
				<verse number="26">ບໍ່ມີ​ດາບ​ໃດໆ ເຮັດ​ໃຫ້​ມັນ​ບາດເຈັບ​ໄດ້​ເລີຍ ແມ່ນແຕ່​ຫອກ​ຫລື​ລູກທະນູ​ຫລື​ຫລາວ​ກໍ​ບໍ່ໄດ້.</verse>
				<verse number="27">ສຳລັບ​ມັນ​ແລ້ວ​ໂລຫະ​ນັ້ນ​ເປັນ​ຄື​ກັບ​ເຟືອງ ແລະ​ທອງເຫລືອງ​ກໍ​ອ່ອນ​ດັ່ງ​ໄມ້ໂດກ.</verse>
				<verse number="28">ບໍ່ມີ​ລູກ​ໜ້າທະນູ​ໃດໆ ຈະ​ເຮັດ​ໃຫ້​ມັນ​ແລ່ນ​ໜີໄປ ເອົາ​ກ້ອນຫີນ​ແກວ່ງ​ໃສ່​ມັນ ກໍ​ສໍ່າ​ກັບ​ຕີ​ຕໍ​ເຟືອງ​ເທົ່ານັ້ນ.</verse>
				<verse number="29">ໄມ້ຄ້ອນ​ກໍ​ເປັນ​ພຽງແຕ່​ຕໍ​ເຟືອງ​ສຳລັບ​ມັນ ແລະ​ມັນ​ຫົວເລາະ​ຫຍໍ້ຫຍັນ​ເມື່ອ​ຄົນ​ຊັດ​ຫອກ​ໃສ່.</verse>
				<verse number="30">ທ້ອງ​ມັນ​ເປັນ​ດັ່ງ​ປ່ຽງ​ເສດ​ໝໍ້​ແຕກ​ອັນ​ຄົມໆ ມັນ​ບຸ​ຂີ້ຕົມ​ໄປ​ດັ່ງ​ຄາດ​ທີ່​ກຳລັງ​ຄາດ.</verse>
				<verse number="31">ມັນ​ເຮັດ​ໃຫ້​ທະເລ​ຟອງ​ຂຶ້ນ​ດັ່ງ​ນໍ້າ​ຮ້ອນ​ຟົດ ແລະ​ຟອງ​ເປັນ​ຈູມປວກ​ດັ່ງ​ນໍ້າ​ຟົດ​ໃນ​ໝໍ້ກາ.</verse>
				<verse number="32">ມັນ​ປະ​ທາງ​ເຫລື້ອມ​ແມບມາບ​ໄວ້​ເບື້ອງຫລັງ​ຂອງ​ມັນ ແລະ​ປ່ຽນ​ນໍ້າ​ທະເລ​ໃຫ້​ເປັນ​ຟອງ​ສີຂາວ​ປຸມປວກ.</verse>
				<verse number="33">ບໍ່ມີ​ສິ່ງໃດ​ໃນ​ໂລກນີ້ ຈະ​ປຽບ​ກັບ​ມັນ​ໄດ້​ເລີຍ ມັນ​ເປັນ​ສັດ​ທີ່​ຖືກ​ສ້າງ​ມາ ບໍ່​ໃຫ້​ມີ​ຄວາມຢ້ານ.</verse>
				<verse number="34">ມັນ​ຫຍໍ້ຫຍັນ​ສັດ​ຕ່າງໆ ທີ່​ທະນົງ​ຕົວ​ທີ່ສຸດ ເປັນ​ກະສັດ​ບັນດາ​ສັດ​ທຸກ​ໂຕ ທີ່​ອາໄສ​ຢູ່​ໃນ​ປ່າ.”</verse>
			</chapter>
			<chapter number="42">
				<verse number="1">ແລ້ວ​ໂຢບ​ກໍໄດ້​ຕອບ​ພຣະເຈົ້າຢາເວ.</verse>
				<verse number="2">“ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແລະ​ພຣະອົງ​ເຮັດ​ທຸກໆ​ສິ່ງ​ຕາມ​ໃຈ​ມັກ​ດ້ວຍ.</verse>
				<verse number="3">ພຣະອົງ​ກ່າວ​ວ່າ, ‘ເປັນຫຍັງ​ກ້າ​ຖາມ​ເຖິງ​ພຣະ​ປັນຍາ ເພາະ​ຂ້ານ້ອຍ​ເອງ​ໂງ່ຈ້າ​ທີ່ສຸດ.’ ຂ້ານ້ອຍ​ໄດ້​ເວົ້າ​ເຖິງ​ສິ່ງ​ທີ່​ຂ້ານ້ອຍ​ບໍ່​ເຂົ້າໃຈ ເຖິງ​ສິ່ງ​ທີ່​ອັດສະຈັນ​ຍິ່ງໃຫຍ່​ທີ່​ຂ້ານ້ອຍ​ຈະ​ຮູ້​ໄດ້.</verse>
				<verse number="4">ພຣະອົງ​ໄດ້​ບອກ​ໃຫ້​ຂ້ານ້ອຍ​ຟັງ ເມື່ອ​ພຣະອົງ​ເວົ້າ​ຈາ ແລະ​ໃຫ້​ຊອກ​ຕອບ​ຄຳຖາມ ທີ່​ພຣະອົງ​ຖາມ​ນັ້ນ.</verse>
				<verse number="5">ແລ້ວ​ກໍ​ພຽງແຕ່​ໄດ້​ຮູ້​ສິ່ງ​ທີ່​ຄົນອື່ນ​ໄດ້​ບອກ​ຂ້ານ້ອຍ ແຕ່​ບັດນີ້ ຂ້ານ້ອຍ​ເຫັນ​ພຣະອົງ​ດ້ວຍ​ຕາ​ແລ້ວ.</verse>
				<verse number="6">ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ອັບອາຍ​ຕໍ່​ສິ່ງ​ທີ່​ໄດ້​ກ່າວ​ຈາ ຂ້ານ້ອຍ​ເສຍໃຈ ຈຶ່ງ​ນັ່ງ​ທີ່​ຂີ້ຝຸ່ນ​ດິນ​ແລະ​ຂີ້ເຖົ່າ.”</verse>
				<verse number="7">ຫລັງຈາກ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂຢບ​ສຸດ​ແລ້ວ ພຣະເຈົ້າຢາເວ​ກໍ​ກ່າວ​ຕໍ່​ເອລີຟັດ​ຊາວ​ເຕມານ​ວ່າ, “ເຮົາ​ໃຈຮ້າຍ​ໃຫ້​ເຈົ້າ ແລະ​ເພື່ອນ​ສອງ​ຄົນ​ຂອງ​ເຈົ້າ ເພາະ​ພວກເຈົ້າ​ບໍ່ໄດ້​ເວົ້າ​ຄວາມຈິງ​ກ່ຽວກັບ​ເຮົາ ຕາມ​ວິທີ​ທີ່​ໂຢບ​ຄົນ​ຮັບໃຊ້​ຂອງເຮົາ​ໄດ້​ເວົ້າ.</verse>
				<verse number="8">ບັດນີ້ ຈົ່ງ​ເອົາ​ງົວເຖິກ​ເຈັດ​ໂຕ ແລະ​ແກະເຖິກ​ເຈັດ​ໂຕ​ໄປ​ໃຫ້​ໂຢບ ເພື່ອ​ເຜົາບູຊາ​ສຳລັບ​ຄວາມຜິດ​ຂອງ​ພວກເຈົ້າ. ໂຢບ​ຈະ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ ແລະ​ເຮົາ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ລາວ ແລະ​ເຮົາ​ຈະ​ບໍ່​ເອົາ​ໂທດ ຕາມ​ທີ່​ພວກເຈົ້າ​ຄວນ​ໄດ້​ຮັບ. ພວກເຈົ້າ​ບໍ່ໄດ້​ເວົ້າ​ຄວາມຈິງ​ກ່ຽວກັບ​ເຮົາ​ດັ່ງ​ທີ່​ໂຢບ​ໄດ້​ເວົ້າ.”</verse>
				<verse number="9">ເອລີຟັດ​ຊາວ​ເຕມານ, ບິນດາດ​ຊາວ​ຊູອາ ແລະ​ໂຊພາ​ຊາວ​ນາອາມາ ກະທຳ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ພວກເຂົາ ແລະ​ພຣະເຈົ້າຢາເວ​ກໍໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ໂຢບ.</verse>
				<verse number="10">ຕໍ່ມາ ຫລັງຈາກ​ໂຢບ​ໄດ້​ພາວັນນາ​ອະທິຖານ​ສຳລັບ​ເພື່ອນ​ທັງ​ສາມ​ຄົນ​ແລ້ວ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ໂຢບ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່; ແລະ​ພຣະເຈົ້າຢາເວ​ໃຫ້​ເພິ່ນ​ຮັ່ງມີ​ຕື່ມ​ອີກ​ເຖິງ​ສອງ​ເທົ່າ ໃນ​ສິ່ງ​ທີ່​ເພິ່ນ​ເຄີຍ​ມີ​ມາ​ກ່ອນ.</verse>
				<verse number="11">ພວກອ້າຍ​ເອື້ອຍ​ນ້ອງ​ຂອງ​ໂຢບ ແລະ​ພວກ​ໝູ່ເພື່ອນ​ເກົ່າແກ່ ຕ່າງ​ກໍໄດ້​ມາ​ຢ້ຽມຢາມ​ໂຢບ ແລະ​ກິນລ້ຽງ​ສະຫລອງ​ທີ່​ເຮືອນ​ຂອງ​ເພິ່ນ. ພວກເຂົາ​ໄດ້​ສະແດງ​ຄວາມ​ເຫັນອົກເຫັນໃຈ ແລະ​ເລົ້າໂລມ​ເພິ່ນ​ສຳລັບ​ຄວາມ​ເດືອດຮ້ອນ​ທັງໝົດ ທີ່​ພຣະເຈົ້າຢາເວ​ໄດ້​ນຳ​ມາ​ສູ່​ເພິ່ນ, ແຕ່ລະຄົນ​ໃນ​ພວກເຂົາ​ໄດ້​ເອົາ​ເງິນ​ບາງສ່ວນ ແລະ​ແຫວນ​ຄຳ​ຜູ້ລະ​ວົງ​ໃຫ້​ໂຢບ.</verse>
				<verse number="12">ພຣະເຈົ້າຢາເວ​ໄດ້​ອວຍພອນ​ຊີວິດ​ບັ້ນປາຍ​ຂອງ​ໂຢບ ຫລາຍກວ່າ​ພຣະອົງ​ໄດ້​ອວຍພອນ​ຊີວິດ​ບັ້ນຕົ້ນ​ຂອງ​ເພິ່ນ. ໂຢບ​ມີ​ແກະ​ສິບສີ່ພັນ​ໂຕ, ອູດ​ຫົກພັນ​ໂຕ, ງົວ​ສອງພັນ​ໂຕ ແລະ​ລໍ​ໜຶ່ງພັນ​ໂຕ.</verse>
				<verse number="13">ເພິ່ນ​ໄດ້​ມີ​ລູກຊາຍ​ເຈັດ​ຄົນ ແລະ​ລູກສາວ​ສາມ​ຄົນ.</verse>
				<verse number="14">ເພິ່ນ​ໄດ້​ໃສ່​ຊື່​ລູກສາວ​ກົກ​ວ່າ ເຢມີມາ, ລູກສາວ​ຜູ້​ທີ​ສອງ​ວ່າ ເກຊີຢາ ແລະ​ລູກສາວ​ຜູ້ນ້ອຍ​ວ່າ ເກເຣັນຮັບປຸກ.</verse>
				<verse number="15">ບໍ່ມີ​ຍິງ​ຜູ້ໃດ​ໃນ​ໂລກນີ້ ທີ່​ງາມ​ເທົ່າ​ກັບ​ລູກສາວ​ຂອງ​ໂຢບ. ພໍ່​ຂອງ​ພວກເຂົາ​ໄດ້​ແບ່ງ​ສ່ວນ​ມໍຣະດົກ​ໃຫ້​ຄືກັນ​ກັບ​ອ້າຍ​ຂອງ​ພວກເຂົາ.</verse>
				<verse number="16">ຫລັງຈາກ​ນັ້ນ​ມາ ໂຢບ​ກໍ​ມີ​ຊີວິດ​ຢູ່​ອີກ​ໜຶ່ງຮ້ອຍ​ສີ່ສິບ​ປີ ນານ​ພໍ​ເຫັນ​ຫລານ​ເຫຼັນ​ຂອງຕົນ.</verse>
				<verse number="17">ແລ້ວ​ເພິ່ນ​ກໍໄດ້​ຕາຍໄປ ເມື່ອ​ເຖົ້າແກ່​ຫລາຍ​ທີ່ສຸດ.</verse>
			</chapter>
		</book>
		<book number="19">
			<chapter number="1">
				<verse number="1">ຄວາມສຸກ​ເປັນ​ຂອງ​ບຸກຄົນ ຜູ້​ທີ່​ບໍ່​ເຮັດ​ຕາມ​ຄຳແນະນຳ​ຂອງ​ຄົນຊົ່ວຮ້າຍ ຫລື​ບໍ່​ປະພຶດ​ຕາມ​ແບບຢ່າງ​ຂອງ​ຄົນບາບ ຫລື​ບໍ່​ຕິດພັນ​ຢູ່​ກັບ​ຄົນ​ປະໝາດ​ພຣະເຈົ້າ.</verse>
				<verse number="2">ແຕ່​ພວກເຂົາ​ພົບ​ຄວາມ​ຊົມຊື່ນ​ຍິນດີ​ຢູ່​ໃນ​ພຣະຄຳ​ຂອງ​ພຣະເຈົ້າຢາເວ ແລະ​ພາວັນນາ​ເອົາ​ທັງເວັນ​ທັງຄືນ.</verse>
				<verse number="3">ພວກເຂົາ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ໃຫຍ່​ຢູ່​ໃກ້​ລຳນໍ້າ ຊຶ່ງ​ເກີດ​ໝາກ​ຕາມ​ລະດູການ ແລະ​ໃບ​ກໍ​ບໍ່​ຫ່ຽວແຫ້ງ​ຈັກເທື່ອ. ທຸກສິ່ງ​ທີ່​ພວກເຂົາ​ກະທຳ​ກໍ​ຈະເລີນ​ຮຸ່ງເຮືອງ​ຂື້ນ.</verse>
				<verse number="4">ແຕ່​ຄົນ​ຊົ່ວຮ້າຍ​ບໍ່​ເປັນ​ດັ່ງນັ້ນ​ເລີຍ ເປັນ​ດັ່ງ​ຂີ້ແກບ​ທີ່​ລົມ​ພັດ​ປີວໄປ.</verse>
				<verse number="5">ເຫດສະນັ້ນ ຄົນ​ອະທຳ​ຈະ​ບໍ່​ຢືນ​ຢູ່​ໄດ້ ເມື່ອ​ເຖິງ​ວັນ​ພຣະເຈົ້າ​ພິພາກສາ ແລະ​ຄົນ​ບາບ​ກໍ​ຈະ​ບໍ່​ຢູ່ ໃນ​ທີ່​ຊຸມນຸມຊົນ​ຂອງ​ຄົນ​ຊອບທຳ.</verse>
				<verse number="6">ເພາະວ່າ​ພຣະເຈົ້າຢາເວ ຊົງ​ພິທັກ​ຮັກສາ​ຄົນ​ຊອບທຳ ແຕ່​ທາງ​ຂອງ​ຄົນ​ອະທຳ​ຈະ​ຈິບຫາຍໄປ.</verse>
			</chapter>
			<chapter number="2">
				<verse number="1">ເປັນຫຍັງ​ບັນດາ​ຊົນຊາດ​ທັງປວງ​ຈຶ່ງ​ກໍ່​ແຜນການ​ກະບົດ? ເປັນຫຍັງ​ປະຊາຊົນ​ຈຶ່ງ​ວາງ​ອຸບາຍ​ອັນ​ໄຮ້​ປະໂຫຍດ?</verse>
				<verse number="2">ກະສັດ, ພວກ​ຜູ້ປົກຄອງ​ຂອງ​ພວກເຂົາ ກໍ​ລຸກ​ຂຶ້ນ​ຕໍ່ຕ້ານ ພວກເຂົາ​ຮ່ວມໃຈ​ກັນ​ວາງ​ອຸບາຍ ຕໍ່ສູ້​ພຣະເຈົ້າຢາເວ​ແລະ​ຕໍ່ສູ້​ກະສັດ ທີ່​ພຣະອົງ​ຫົດສົງ​ໄວ້.</verse>
				<verse number="3">ພວກເຂົາ​ກ່າວ​ວ່າ, “ຂໍ​ໃຫ້​ພວກເຮົາ​ໄດ້​ພົບ​ອິດສະຫລະ ຈາກ​ການປົກຄອງ​ຂອງ​ພວກເພິ່ນ​ນັ້ນ. ຈົ່ງ​ໃຫ້​ພວກເຮົາ​ປົດ​ການ​ຄວບຄຸມ ຂອງ​ພວກເພິ່ນ​ນັ້ນ​ອອກ​ໜີໄປ.”</verse>
				<verse number="4">ແຕ່​ຜູ້​ປະທັບ​ເທິງ​ຟ້າ​ສະຫວັນ​ໄດ້​ຫົວຂວັນ ແລະ​ພຣະເຈົ້າຢາເວ​ຫຍໍ້ຫຍັນ​ພວກເຂົາ.</verse>
				<verse number="5">ແລ້ວ​ພຣະອົງ​ໄດ້​ເຕືອນ​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ ແລະ​ເຮັດ​ໃຫ້​ພວກເຂົາ​ຕົກໃຈ​ຢ້ານກົວ​ຍ້ອນ​ພຣະອົງ​ໂມໂຫ.</verse>
				<verse number="6">ພຣະອົງ​ກ່າວ​ວ່າ, “ເຮົາ​ໄດ້​ແຕ່ງຕັ້ງ​ກະສັດ​ຂອງເຮົາ; ຢູ່​ເທິງ​ພູເຂົາ​ຊີໂອນ ພູ​ສັກສິດ​ຂອງເຮົາ.”</verse>
				<verse number="7">ກະສັດ​ກ່າວ​ວ່າ, “ເຮົາ​ຈະ​ປ່າວ​ປະກາດ​ຕາມ​ຄຳ ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ນັ້ນ” ພຣະອົງ​ໄດ້​ກ່າວ​ຕໍ່​ເຮົາ​ວ່າ, “ເຈົ້າ​ເປັນ​ລູກຊາຍ​ຂອງເຮົາ ເຮົາ​ເປັນ​ບິດາ​ຂອງ​ເຈົ້າ.”</verse>
				<verse number="8">ຈົ່ງ​ຂໍ​ມາ​ເຖີດ ເຮົາ​ຈະ​ໃຫ້​ຊົນຊາດ​ທັງໝົດ; ແຜ່ນດິນ​ໂລກ​ທັງປວງ​ເປັນ​ກຳມະສິດ​ຂອງເຈົ້າ.</verse>
				<verse number="9">ເຈົ້າ​ຈະ​ຂ້ຽນ​ພວກເຂົາ​ດ້ວຍ​ໄມ້ແສ້​ເຫຼັກ; ຈະ​ທຸບ​ພວກເຂົາ​ດັ່ງ​ທຸບ​ໝໍ້ດິນ​ແຕກ​ເປັນ​ປ່ຽງໆ.</verse>
				<verse number="10">ບັດນີ້ ບັນດາ​ກະສັດ​ເອີຍ ຈົ່ງ​ຟັງ​ຄຳ​ຕັກເຕືອນ​ນີ້; ພວກ​ຜູ້ປົກຄອງ​ໂລກ​ເອີຍ ຈົ່ງ​ຮຽນ​ເອົາ​ບົດຮຽນ​ນີ້:</verse>
				<verse number="11">ຈົ່ງ​ຮັບໃຊ້​ພຣະເຈົ້າຢາເວ​ດ້ວຍ​ຄວາມ​ຢຳເກງ; ຈົ່ງ​ຂາບລົງ​ຢ່າງ​ສະທ້ານ​ຢ້ານຢຳ​ຕໍ່ໜ້າ​ພຣະເຈົ້າ; ຫລື​ຈະ​ໃຫ້​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ລຸກ​ຂຶ້ນ​ໄວ ພວກເຈົ້າ​ກໍ​ຈະ​ຕາຍ​ຢ່າງ​ກະທັນຫັນ​ໂລດ. ຄວາມສຸກ​ເປັນ​ຂອງ​ທຸກຄົນ​ທີ່​ໄດ້​ມາ​ຂໍ ການ​ປົກປ້ອງ​ຄຸ້ມຄອງ​ຈາກ​ພຣະອົງ.</verse>
				<verse number="12"></verse>
			</chapter>
			<chapter number="3">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ນີ້​ມີ​ສັດຕູ​ຫລາຍ ມີ​ຫລາຍ​ຄົນ​ທີ່ສຸດ​ຫັນ​ມາ​ຕໍ່ສູ້​ຂ້ານ້ອຍ​ຢູ່</verse>
				<verse number="2">ສັດຕູ​ເວົ້າ​ເຖິງ​ຂ້ານ້ອຍ​ໂດຍ​ກ່າວ​ອອກ​ມາ​ວ່າ, “ພຣະເຈົ້າ​ຈະ​ບໍ່​ຊ່ວຍເຫຼືອ​ຄົນ​ຢ່າງ​ລາວ​ດອກ.”</verse>
				<verse number="3">ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ເປັນ​ທີ່​ກຳບັງ​ຂອງ​ຂ້ານ້ອຍ ພຣະອົງ​ປົກປັກ​ຮັກສາ​ຂ້ານ້ອຍ​ຈາກ​ອັນຕະລາຍ​ເລື້ອຍໆ ພຣະອົງ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຄວາມມີໄຊ ແລະ​ຊ່ວຍຊູ​ໃຫ້​ມີ​ຄວາມ​ກ້າຫານ​ຂຶ້ນ​ໃໝ່.</verse>
				<verse number="4">ຂ້ານ້ອຍ​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ຈາກ​ເນີນພູ​ສັກສິດ ພຣະອົງ​ຕອບ​ຂ້ານ້ອຍ​ແລ້ວ.</verse>
				<verse number="5">ຂ້ານ້ອຍ​ຢຽດ​ຕົວເນີ້ງ​ແລະ​ນອນນິ້ງ​ຫລັບ​ໄປ ທັງຄືນ​ພຣະເຈົ້າຢາເວ​ຮັກສາ​ຂ້ານ້ອຍ​ໄວ້.</verse>
				<verse number="6">ຂ້ານ້ອຍ​ບໍ່​ຢ້ານ​ສັດຕູ​ເປັນ​ໝື່ນ​ເປັນ​ແສນ ທີ່​ຢູ່​ອ້ອມຂ້າງ​ອ້ອມແອວ​ຂ້ານ້ອຍ​ນັ້ນ.</verse>
				<verse number="7">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລຸກ​ຂຶ້ນ​ຊ່ວຍ​ແດ່ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ໄພ​ດ້ວຍ​ເຖີດ. ຂໍ​ພຣະອົງ​ຕົບ​ໜ້າ​ສັດຕູ​ທັງຫຼາຍ​ຂອງ​ຂ້ານ້ອຍ ແລະ​ຊົງ​ຫັກ​ແຂ້ວ​ຂອງ​ຄົນ​ທັງປວງ.</verse>
				<verse number="8">ພຣະເຈົ້າຢາເວ​ເທົ່ານັ້ນ ທີ່​ໃຫ້​ຂ້ານ້ອຍ​ໄດ້​ໄຊຊະນະ ຂໍ​ຊົງ​ໂຜດ​ອວຍພອນ​ປະຊາຊົນ​ຂອງ​ພຣະອົງ​ເທີ້ນ.</verse>
			</chapter>
			<chapter number="4">
				<verse number="1">ເມື່ອ​ຂ້ານ້ອຍ​ພາວັນນາ​ອະທິຖານ​ຫາ​ໂຜດ​ຕອບ​ແດ່ ໂອ ຂ້າແດ່​ພຣະເຈົ້າ ພຣະ​ຜູ້​ປ້ອງກັນ​ຂອງ​ຂ້ານ້ອຍ ເມື່ອ​ເດືອດຮ້ອນ​ໂຜດ​ຊ່ວຍ​ແດ່ ບັດນີ້​ໂຜດ​ເມດຕາ ແລະ​ຟັງ​ຄຳ​ພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ແດ່ທ້ອນ.</verse>
				<verse number="2">ພວກເຈົ້າ​ຈະ​ໝິ່ນປະໝາດ​ຂ້ອຍ​ໄປ​ດົນ​ປານໃດ? ພວກເຈົ້າ​ຈະ​ຮັກ​ສິ່ງ​ທີ່​ໄຮ້​ຄ່າ ທັງ​ຊອກຫາ​ຄຳ​ຕົວະຍົວະ​ຫລອກລວງ​ຢູ່ຫລື?</verse>
				<verse number="3">ຈົ່ງ​ຮູ້​ເຖີດ​ວ່າ​ພຣະເຈົ້າຢາເວ ເລືອກ​ຄົນ​ຊອບທຳ​ສຳລັບ​ພຣະອົງ ພຣະເຈົ້າຢາເວ​ຊົງ​ໄດ້ຍິນ ເມື່ອ​ຂ້ອຍ​ຮ້ອງຫາ​ພຣະອົງ.</verse>
				<verse number="4">ເຈົ້າ​ຈະ​ຮ້າຍ​ກໍ​ຮ້າຍ​ໄດ້ ແຕ່​ຢ່າ​ເຮັດ​ບາບ ຈົ່ງ​ຄິດເຖິງ​ເລື່ອງ​ນີ້​ໃຫ້​ເລິກເຊິ່ງ ເມື່ອ​ເຈົ້າ​ນອນ​ຢູ່​ເທິງ​ຕຽງ​ຢ່າງ​ມິດງຽບ.</verse>
				<verse number="5">ຈົ່ງ​ຖວາຍ​ບູຊາ​ສິ່ງ​ຖືກຕ້ອງ​ແກ່​ພຣະເຈົ້າຢາເວ​ສາ ຈົ່ງ​ໄວ້ວາງໃຈ​ໃນ​ພຣະອົງ​ເຖີດ.</verse>
				<verse number="6">ມີ​ຫລາຍ​ຄົນ​ພາກັນ​ພາວັນນາ​ອະທິຖານ​ວ່າ: ໂອ ຂ້າແດ່​ພຣະເຈົ້າຢາເວ​ເອີຍ ໂຜດ​ອວຍພອນ​ພວກ​ຂ້ານ້ອຍ​ຕື່ມ​ຂຶ້ນ​ແດ່ ໂຜດ​ແນມເບິ່ງ​ພວກ​ຂ້ານ້ອຍ​ດ້ວຍ​ຄວາມ​ເມດຕາ​ແດ່ທ້ອນ.</verse>
				<verse number="7">ແຕ່​ຄວາມ​ຊົມຊື່ນ​ຍິນດີ ທີ່​ພຣະອົງ​ຊົງ​ປະທານ​ໃຫ້​ຂ້ານ້ອຍ​ນັ້ນ ຈະ​ມີ​ຫລາຍກວ່າ​ເຂົ້າ ແລະ​ເຫຼົ້າ​ອະງຸ່ນ​ທີ່​ພວກເຂົາ​ມີ.</verse>
				<verse number="8">ຂ້າແດ່​ພຣະເຈົ້າຢາເວ ເມື່ອ​ຂ້ານ້ອຍ​ນອນ​ລົງ​ກໍ​ເປັນ​ສຸກໃຈ ເພາະ​ພຣະອົງ​ໂຜດ​ຮັກສາ​ໃຫ້​ປອດໄພ​ຢ່າງດີ​ຍິ່ງ.</verse>
			</chapter>
			<chapter number="5">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຟັງ​ຖ້ອຍຄຳ​ຂອງ​ຂ້ານ້ອຍ ແລະ​ສຽງ​ຄໍ່າຄວນ​ຂອງ​ຂ້ານ້ອຍ​ດ້ວຍ.</verse>
				<verse number="2">ເຈົ້າຊີວິດ​ຂອງ​ຂ້ານ້ອຍ​ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ຟັງ​ຄຳຮ້ອງຂໍ​ຄວາມ​ຊ່ວຍເຫຼືອ​ຂອງ​ຂ້ານ້ອຍ​ດ້ວຍ. ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ພາວັນນາ​ອະທິຖານ​ຕໍ່​ພຣະອົງ.</verse>
				<verse number="3">ພຣະອົງ​ໄດ້ຍິນ​ສຽງ​ຄຳພາວັນນາ​ອະທິຖານ ຂອງ​ຂ້ານ້ອຍ​ໃນ​ຕອນເຊົ້າ ແລະ​ຄອງຄອຍ​ຖ້າ​ຮັບ​ຄຳຕອບ​ຈາກ​ພຣະອົງ.</verse>
				<verse number="4">ພຣະອົງ​ບໍ່ແມ່ນ​ພຣະເຈົ້າ​ທີ່​ພໍໃຈ​ໃນ​ການ​ບາບຊົ່ວ ຄວາມ​ຊົ່ວຮ້າຍ​ທຸກ​ຊະນິດ​ຈະ​ບໍ່​ຢູ່​ກັບ​ພຣະອົງ.</verse>
				<verse number="5">ພຣະອົງ​ບໍ່​ອົດທົນ​ຕໍ່​ຄົນ​ອວດອົ່ງ​ຈອງຫອງ ຜູ້​ທີ່​ຊົ່ວຮ້າຍ​ທຸກຄົນ ພຣະອົງ​ກຽດຊັງ​ທັງນັ້ນ.</verse>
				<verse number="6">ພຣະອົງ​ທຳລາຍ​ຄົນ​ຂີ້ຕົວະ​ທຸກຄົນ ແລະ​ພຣະເຈົ້າຢາເວ​ກຽດຊັງ​ຄົນຊົ່ວຮ້າຍ​ແລະ​ຄົນ​ຫລອກລວງ​ດ້ວຍ.</verse>
				<verse number="7">ແຕ່​ເພາະ​ຄວາມຮັກ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ຂ້ານ້ອຍ​ຈຶ່ງ​ສາມາດ​ເຂົ້າ​ມາ​ໃນ​ວິຫານ​ຂອງ​ພຣະອົງ​ໄດ້ ຂ້ານ້ອຍ​ນະມັດສະການ​ໃນ​ທີ່​ສັກສິດ​ຂອງ​ພຣະອົງ ແລະ​ກົ້ມຂາບ​ພຣະອົງ​ດ້ວຍ​ຄວາມ​ຢຳເກງ​ຍິ່ງ.</verse>
				<verse number="8">ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງສັດຊື່​ເອີຍ ຂ້ານ້ອຍ​ນີ້​ມີ​ສັດຕູ​ຫລາຍ​ຄົນ​ແທ້ໆ ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ດຳເນີນ​ຕາມ​ທາງ​ຂອງ​ພຣະອົງ​ໃຫ້​ງ່າຍ​ຂຶ້ນ ເພື່ອ​ຂ້ານ້ອຍ​ຈະ​ກ້າວເດີນ​ໄປ​ໄດ້.</verse>
				<verse number="9">ສິ່ງ​ທີ່​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ເວົ້າ​ເປັນ​ທີ່​ວາງໃຈ​ບໍ່ໄດ້​ເລີຍ ພວກເຂົາ​ຄິດ​ແຕ່​ຫາທາງ​ທຳລາຍ​ເທົ່ານັ້ນ ຄື​ເວົ້າ​ປະຈົບ​ປະແຈງ​ແລະ​ເອາະເຊາະ​ດີ ແຕ່​ເຕັມ​ໄປ​ດ້ວຍ​ຄຳຫລອກລວງ ໃຫ້​ເຖິງ​ຕາຍ​ທັງສິ້ນ.</verse>
				<verse number="10">ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ຕັດສິນ​ລົງໂທດ​ພວກເຂົາ​ເຖີດ ຂໍ​ໃຫ້​ອຸບາຍ​ຂອງ​ພວກເຂົາ​ທຳລາຍ​ພວກເຂົາ​ເອງ​ເຖີດ. ຍ້ອນ​ການບາບ​ແລະ​ການ​ກະບົດ​ຂອງ​ພວກເຂົາ​ນັ້ນ ໂຜດ​ຂັບໄລ່​ພວກເຂົາ​ໃຫ້​ຫ່າງ​ຈາກ​ສາຍຕາ​ພຣະອົງ​ດ້ວຍ.</verse>
				<verse number="11">ແຕ່​ທຸກຄົນ​ທີ່​ລີ້ໄພ​ໃນ​ພຣະອົງ​ຈະ​ເບີກບານ​ໃຈ ພວກເຂົາ​ຮ້ອງເພງ​ຢ່າງ​ຊົມຊື່ນ​ຍິນດີ​ໄດ້​ຕະຫລອດ. ຂໍ​ຊົງ​ໂຜດ​ປົກປັກ​ຮັກສາ​ຜູ້​ທີ່​ຮັກ​ພຣະອົງ​ໄວ້​ແດ່ ເພາະ​ພຣະອົງ​ແທ້ໆ ພວກເຂົາ​ຈຶ່ງ​ສຸກໃຈ​ຫລາຍ.</verse>
				<verse number="12">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ອວຍພອນ​ຜູ້​ທີ່​ຊອບທຳ ຄວາມ​ເມດຕາ​ກະລຸນາ​ຂອງ​ພຣະອົງ​ເປັນ​ດັ່ງ​ໂລ້​ປ້ອງກັນ​ພວກເຂົາ​ໄວ້.</verse>
			</chapter>
			<chapter number="6">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຢ່າ​ໂກດຮ້າຍ​ແລະ​ກ່າວໂທດ​ຂ້ານ້ອຍ ຢ່າ​ລົງໂທດ​ຂ້ານ້ອຍ​ເລີຍ ເມື່ອ​ພຣະອົງ​ໂກດຮ້າຍ</verse>
				<verse number="2">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ອິດອ່ອນ​ຊຸດໂຊມ​ລົງ ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ແດ່ທ້ອນ ຂ້າແດ່​ພຣະເຈົ້າຢາເວ ໂຜດ​ໃຫ້​ກຳລັງ​ດ້ວຍ ເພາະ​ອິດເມື່ອຍ​ທີ່ສຸດ ແລະ​ຈິດໃຈ​ພາຍ​ໃນ​ຂອງ​ຂ້ານ້ອຍ​ກໍ​ເປັນ​ທຸກຢ່າງ​ໜັກໜ່ວງ</verse>
				<verse number="3">ຂ້າແດ່​ພຣະເຈົ້າຢາເວ ຈິດໃຈ​ພາຍ​ໃນ​ຂອງ​ຂ້ານ້ອຍ​ກໍ​ເດືອດຮ້ອນ​ໜັກ ພຣະອົງ​ຈະ​ລໍຖ້າ​ດົນ​ປານໃດ​ຈຶ່ງ​ຈະ​ມາ​ຊ່ວຍ​ຂ້ານ້ອຍ?</verse>
				<verse number="4">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ກັບມາ ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ດ້ວຍ ໂດຍ​ພຣະເມດຕາ ຊ່ວຍ​ກູ້​ເອົາ​ຂ້ານ້ອຍ​ອອກ​ຈາກ​ຄວາມ​ຕາຍ​ແດ່ທ້ອນ.</verse>
				<verse number="5">ໃນ​ແດນ​ມໍຣະນາ​ນັ້ນ​ຈະ​ບໍ່ມີ​ຜູ້ໃດ​ຄິດເຖິງ​ພຣະອົງ ບໍ່ມີ​ຜູ້ໃດ​ສັນລະເສີນ​ພຣະອົງ​ຢູ່​ໃນ​ທີ່ນັ້ນ​ໄດ້.</verse>
				<verse number="6">ຂ້ານ້ອຍ​ໂສກເສົ້າ​ຍ້ອນ​ອິດອ່ອນ​ໝົດແຮງ ບ່ອນ​ນອນ​ກໍ​ຊຸ່ມປຽກ ຍ້ອນ​ຂ້ານ້ອຍ​ຮ້ອງໄຫ້​ເປັນ​ທຸກ​ລະທົມ​ໃຈ​ທຸກ​ຄືນ ແລະ​ໝອນ​ກໍ​ປຽກຊຸ່ມ​ດ້ວຍ​ນໍ້າຕາ​ທີ່​ໄຫລຫລັ່ງ.</verse>
				<verse number="7">ຕາ​ຂອງ​ຂ້ານ້ອຍ​ກໍ​ໃຄ່​ຟອງ ເກືອບ​ເບິ່ງ​ບໍ່​ເຫັນ​ເພາະ​ຮ້ອງໄຫ້ ຍ້ອນ​ພວກ​ສັດຕູ​ເປັນ​ຜູ້ນຳ​ກໍ່ເຫດ.</verse>
				<verse number="8">ພວກເຈົ້າ​ຄົນຊົ່ວຮ້າຍ ຈົ່ງ​ໜີໄປ​ຈາກ​ຂ້ອຍ​ສາ ພຣະເຈົ້າຢາເວ​ໄດ້ຍິນ​ສຽງ​ຮ້ອງໄຫ້​ຂອງຂ້ອຍ​ແລ້ວ</verse>
				<verse number="9">ພຣະເຈົ້າຢາເວ​ໄດ້​ຟັງ​ສຽງ​ຮ້ອງຂໍ​ຂອງຂ້ອຍ​ແລ້ວ. ພຣະເຈົ້າຢາເວ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງຂ້ອຍ.</verse>
				<verse number="10">ສັດຕູ​ຂອງຂ້ອຍ​ຈະ​ພ່າຍແພ້​ຢ່າງ​ອັບອາຍຂາຍໜ້າ ພວກເຂົາ​ຈະ​ຖືກ​ຂັບໄລ່​ໜີໄປ​ດ້ວຍ​ຄວາມ​ສັບສົນ​ຢ່າງ​ກະທັນຫັນ.</verse>
			</chapter>
			<chapter number="7">
				<verse number="1">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ມາ​ຫາ​ເພື່ອ​ຂໍ​ໃຫ້​ພຣະອົງ​ປົກປ້ອງ​ຄຸ້ມຄອງ ໂຜດ​ຊ່ວຍ​ເອົາ​ຂ້ານ້ອຍ​ໃຫ້​ພົ້ນ ຈາກ​ທຸກຄົນ​ທີ່​ໄລ່​ຕາມລ່າ​ຂ້ານ້ອຍ​ດ້ວຍ</verse>
				<verse number="2">ຖ້າບໍ່​ດັ່ງນັ້ນ ພວກເຂົາ​ຈະ​ລາກ​ຂ້ານ້ອຍ​ໄປ​ດັ່ງ​ໂຕສິງ​ຂົບ​ຈີກ​ເຫຍື່ອ ກັດກິນ​ເປັນ​ຕ່ອນໆ ໂດຍ​ບໍ່ມີ​ຜູ້ໃດ​ຊ່ວຍກູ້​ໄວ້​ໄດ້.</verse>
				<verse number="3">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຖ້າ​ມື​ຂອງ​ຂ້ານ້ອຍ​ໄດ້​ກະທຳ​ຜິດ​ດັ່ງ​ທີ່​ຖືກ​ກ່າວຫາ​ນັ້ນ</verse>
				<verse number="4">ຖ້າ​ຂ້ານ້ອຍ​ໄດ້​ຄິດຄົດ​ຕໍ່​ຜູ້ໜຶ່ງ​ຜູ້ໃດ ຫລື​ໄດ້​ຫັກຫລັງ​ເພື່ອນ​ຄົນໃດ​ຄົນໜຶ່ງ ຫລື​ເຮັດ​ຮຸນແຮງ​ໂພດ​ຕໍ່​ສັດຕູ​ຢ່າງ​ບໍ່​ຍຸດຕິທຳ ຖ້າ​ຂ້ານ້ອຍ​ໄດ້​ເຮັດ​ໃນ​ສິ່ງ​ເຫຼົ່ານີ້</verse>
				<verse number="5">ກໍ​ຂໍ​ໃຫ້​ເຫຼົ່າ​ສັດຕູ​ໄລ່​ຕິດຕາມ​ແລະ​ສັງຫານ​ຂ້ານ້ອຍ ໃຫ້​ຕາຍ​ເສຍ​ແລະ​ຖືກ​ຕັດ​ເປັນ​ຕ່ອນໆ.</verse>
				<verse number="6">ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ລຸກ​ຂຶ້ນ​ເຖີດ ຢືນ​ຕໍ່ສູ້​ສັດຕູ​ຜູ້​ທີ່​ກິ້ວໂກດ​ຂ້ານ້ອຍ​ດ້ວຍ ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ໂຜດ​ລຸກ​ຂຶ້ນ​ຊ່ວຍ​ຂ້ານ້ອຍ​ແດ່ ເພາະ​ຄວາມ​ຍຸດຕິທຳ​ຄື​ສິ່ງ​ທີ່​ພຣະອົງ​ຕ້ອງການ.</verse>
				<verse number="7">ດັ່ງນັ້ນ ຂໍ​ຊົງ​ໂຜດ​ນຳ​ທຸກ​ຊົນຊາດ​ເຂົ້າ​ມາ​ໂຮມກັນ​ຢູ່​ອ້ອມຮອບ​ພຣະອົງ ໂຜດ​ປົກຄອງ​ພວກເຂົາ​ຈາກ​ພຣະທີ່ນັ່ງ​ເບື້ອງ​ເທິງ​ພຸ້ນ.</verse>
				<verse number="8">ໂອ ຂ້າແດ່​ພຣະເຈົ້າຢາເວ​ເອີຍ ພຣະອົງ​ເປັນ​ຜູ້ຕັດສິນ​ມະນຸດສະໂລກ​ທຸກຄົນ. ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຕັດສິນ​ເຂົ້າຂ້າງ​ຂ້ານ້ອຍ​ດ້ວຍ ເພາະ​ຮູ້​ວ່າ​ຂ້ານ້ອຍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ.</verse>
				<verse number="9">ພຣະອົງ​ຄື​ພຣະເຈົ້າ​ອົງ​ຊອບທຳ ຜູ້​ຢັ່ງ​ຮູ້​ຄວາມຄິດ​ຈິດໃຈ ທັງ​ຄວາມ​ປາຖະໜາ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ. ພຣະອົງ​ລະງັບ​ຄວາມ​ຊົ່ວຮ້າຍ​ຂອງ​ຄົນຊົ່ວ​ທັງຫລາຍ ແລະ​ປະທານ​ບຳເໜັດ​ໃຫ້​ແກ່​ຄົນ​ຊອບທຳ​ທຸກຄົນ.</verse>
				<verse number="10">ພຣະເຈົ້າ​ເປັນ​ໂລ້​ປ້ອງກັນ​ຂອງ​ຂ້ານ້ອຍ ພຣະອົງ​ຊ່ວຍ​ຜູ້​ທີ່​ເຊື່ອຟັງ​ພຣະອົງ​ໃຫ້​ພົ້ນໄພ.</verse>
				<verse number="11">ພຣະເຈົ້າ​ຕັດສິນ​ຄວາມ​ໃຫ້​ຢ່າງ​ຍຸດຕິທຳ ແລະ​ພຣະເຈົ້າ​ລົງໂທດ​ບັນດາ​ຄົນຊົ່ວຮ້າຍ​ເປັນ​ປະຈຳ.</verse>
				<verse number="12">ຖ້າ​ບໍ່​ກັບໃຈ​ໃໝ່ ພຣະເຈົ້າ​ກໍ​ຈະ​ຝົນ​ດາບ​ໃຫ້​ຄົມ ພຣະອົງ​ກົ່ງ​ໜ້າທະນູ​ຂອງ​ພຣະອົງ​ແລະ​ຕຽມພ້ອມ​ໄວ້.</verse>
				<verse number="13">ພຣະອົງ​ຈັບ​ອາວຸດ​ອັນ​ຮ້າຍກາດ​ຂອງ​ພຣະອົງ ແນ​ລູກສອນ​ໄຟ​ໄປ​ສູ່​ຈຸດ​ທີ່​ພຣະອົງ​ໝາຍໄວ້.</verse>
				<verse number="14">ເບິ່ງດູ ຄົນຊົ່ວຮ້າຍ​ຄິດ​ສິ່ງ​ທີ່​ຊົ່ວຮ້າຍ​ພຽງໃດ ພວກເຂົາ​ວາງແຜນ​ຊົ່ວຮ້າຍ​ແລະ​ດຳເນີນການ​ຫລອກລວງ​ອອກ​ມາ​ໃຫ້​ເດືອດຮ້ອນ.</verse>
				<verse number="15">ແຕ່​ແຮ້ວ​ທີ່​ພວກເຂົາ​ຫ້າງ​ໃສ່​ຄົນອື່ນ​ຖືກ​ຈັບ ແຕ່​ແມ່ນ​ພວກເຂົາ​ເອງ​ທີ່​ຕົກ​ຖືກ​ແຮ້ວ​ນັ້ນ.</verse>
				<verse number="16">ສະນັ້ນ ພວກເຂົາ​ຈຶ່ງ​ຖືກ​ລົງໂທດ​ໂດຍ​ສິ່ງ​ຊົ່ວ​ນັ້ນ​ເອງ ຖືກ​ທຳຮ້າຍ​ຍ້ອນ​ສິ່ງ​ຮຸນແຮງ​ທີ່​ພວກເຂົາ​ໄດ້​ກໍ່​ຂຶ້ນ.</verse>
				<verse number="17">ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ສຳລັບ​ຄວາມ​ຍຸດຕິທຳ​ຂອງ​ພຣະອົງ ຂ້ານ້ອຍ​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າຢາເວ​ອົງ​ສູງສຸດ.</verse>
			</chapter>
			<chapter number="8">
				<verse number="1">ໂອ ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະນາມ​ຂອງ​ພຣະອົງ​ປະເສີດ​ເລີດລໍ້າ​ທົ່ວ​ທັງ​ແຜ່ນດິນ​ໂລກ! ພຣະອົງ​ໄດ້​ຊົງຕັ້ງ​ສະຫງ່າຣາສີ​ຂອງ​ພຣະອົງ​ເໜືອ​ຟ້າ​ສະຫວັນ.</verse>
				<verse number="2">ພຣະອົງ​ໃຫ້​ປາກ​ຂອງ​ເດັກນ້ອຍ​ແລະ​ເດັກອ່ອນ​ທັງຫລາຍ​ສົ່ງ​ສຽງ​ສັນລະເສີນ. ເພື່ອ​ເຮັດ​ໃຫ້​ພວກ​ສັດຕູ​ຂອງ​ພຣະອົງ ແລະ​ພວກ​ທີ່​ກະທຳ​ການ​ແກ້ແຄ້ນ ມິດງຽບ​ໄປ.</verse>
				<verse number="3">ເມື່ອ​ຂ້ານ້ອຍ​ຫລຽວ​ເບິ່ງ​ຟ້າ​ສະຫວັນ​ທີ່​ພຣະອົງ​ໄດ້​ສ້າງ​ຂຶ້ນ​ມາ ເດືອນ​ດາວ​ທີ່​ພຣະອົງ​ຕັ້ງ​ໄວ້​ໃນ​ບ່ອນ​ຂອງ​ມັນ​ນັ້ນ</verse>
				<verse number="4">ມະນຸດ​ສຳຄັນ​ຫຍັງ​ແດ່​ທີ່​ພຣະອົງ​ຕ້ອງ​ຄິດເຖິງ​ພວກເຂົາ ມະນຸດ​ທີ່​ຕາຍ​ເປັນ ສຳຄັນ​ຫຍັງ​ທີ່​ພຣະອົງ​ຕ້ອງ​ຫ່ວງໃຍ​ພວກເຂົາ?</verse>
				<verse number="5">ແຕ່​ພຣະອົງ​ໄດ້​ສ້າງ​ພວກເຂົາ​ໃຫ້​ຕໍ່າກວ່າ​ພຣະເຈົ້າ​ໜ້ອຍດຽວ ມີ​ຖານະ​ຮອງ​ຈາກ​ພຣະອົງ ພຣະອົງ​ໄດ້​ສວມ​ມົງກຸດ​ອັນ​ມີ​ກຽດຕິຍົດ ແລະ​ສະຫງ່າຣາສີ​ໃຫ້​ພວກເຂົາ​ດ້ວຍ.</verse>
				<verse number="6">ພຣະອົງ​ໄດ້​ແຕ່ງຕັ້ງ​ພວກເຂົາ​ໃຫ້​ປົກຄອງ ທຸກໆ​ສິ່ງ​ທີ່​ພຣະອົງ​ໄດ້​ສ້າງ​ມາ​ນັ້ນ​ຄື:</verse>
				<verse number="7">ຝູງແກະ​ຝູງງົວ​ຝູງ​ສັດປ່າ​ນາໆ​ຊະນິດ ຝູງນົກ ຝູງ​ປາ ສິ່ງ​ທີ່​ມີ​ຊີວິດ​ໃນ​ທ້ອງ​ທະເລ​ນັ້ນ.</verse>
				<verse number="8"></verse>
				<verse number="9">ໂອ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະນາມ​ຂອງ​ພຣະອົງ​ຍິ່ງໃຫຍ່​ລືຊາ​ປາກົດ​ໃນ​ທົ່ວ​ແຜ່ນດິນ​ໂລກ.</verse>
			</chapter>
			<chapter number="9">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ ດ້ວຍ​ໝົດ​ຫົວໃຈ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບອກ​ເຖິງ​ສິ່ງ​ຍິ່ງໃຫຍ່ ທັງໝົດ​ຊຶ່ງ​ພຣະອົງ​ໄດ້​ກະທຳ​ນັ້ນ.</verse>
				<verse number="2">ຂ້ານ້ອຍ​ຈະ​ຮ້ອງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ຈະ​ຍົກຍໍ​ພຣະນາມ​ຂອງ​ພຣະອົງ​ຊົງ​ຍິ່ງໃຫຍ່​ສູງສຸດ.</verse>
				<verse number="3">ເມື່ອ​ພຣະອົງ​ມາ​ປາກົດ ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ກໍ​ຖອຍໜີ​ໄປ, ພວກເຂົາ​ລົ້ມລົງ​ແລະ​ສູນຫາຍ​ຕາຍໄປ​ສິ້ນ.</verse>
				<verse number="4">ພຣະອົງ​ຕັດສິນ​ຢ່າງ​ສັດຊື່​ແລະ​ຍຸດຕິທຳ ພຣະອົງ​ໄດ້​ຕັດສິນ​ເຂົ້າຂ້າງ​ຂ້ານ້ອຍ​ແລ້ວ.</verse>
				<verse number="5">ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຄົນ​ບໍ່​ນັບຖື​ພຣະອົງ ທຳລາຍ​ຄົນຊົ່ວ​ຈົນ​ບໍ່ມີ​ຜູ້ໃດ​ຈົດຈຳພວກເຂົາ​ຕໍ່ໄປ​ອີກ.</verse>
				<verse number="6">ສັດຕູ​ພວກ​ຂ້ານ້ອຍ​ໄດ້​ດັບ​ສິ້ນ​ຕະຫລອດໄປ ເມືອງ​ຂອງ​ເຂົາ​ຖືກ​ທຳລາຍ​ແລະ​ລືມໄລ​ໄປສິ້ນ.</verse>
				<verse number="7">ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ເປັນ​ກະສັດ​ສືບໆໄປ ຊົງ​ຕັ້ງ​ພຣະ​ບັນລັງ​ສຳລັບ​ການຕັດສິນ​ລົງໂທດ.</verse>
				<verse number="8">ພຣະອົງ​ປົກຄອງ​ໂລກ​ດ້ວຍ​ຄວາມ​ສັດຊື່ ຊົງ​ຕັດສິນ​ບັນດາ​ຊົນຊາດ​ຢ່າງ​ຍຸດຕິທຳ.</verse>
				<verse number="9">ພຣະເຈົ້າຢາເວ​ເປັນ​ທີ່​ເພິ່ງ​ຂອງ​ຜູ້​ທີ່​ຖືກ​ຂົ່ມເຫັງ ເປັນ​ບ່ອນ​ປອດໄພ​ໃນ​ຄາວ​ເດືອດຮ້ອນ.</verse>
				<verse number="10">ຜູ້​ທີ່​ຮູ້ຈັກ​ພຣະນາມ​ຂອງ​ພຣະອົງ​ກໍ​ວາງໃຈ​ໃນ​ພຣະອົງ ຜູ້​ທີ່​ມາ​ຫາ​ພຣະເຈົ້າຢາເວ​ຈະ​ບໍ່​ຖືກ​ປະຖິ້ມ​ຈັກເທື່ອ.</verse>
				<verse number="11">ຈົ່ງ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ຜູ້ປົກຄອງ​ໃນ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ບອກ​ທຸກ​ຊົນຊາດ​ໃຫ້​ໄດ້ຍິນ​ທຸກສິ່ງ ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ</verse>
				<verse number="12">ພຣະເຈົ້າ​ຊົງ​ແກ້ແຄ້ນ​ແທນ​ເລືອດ​ທີ່​ຕົກ ພຣະອົງ​ບໍ່​ລືມໄລ ແຕ່​ຕອບ​ຄຳ​ຮ້ອງໄຫ້​ຂອງ​ຜູ້​ທີ່​ຖືກ​ກົດຂີ່.</verse>
				<verse number="13">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເມດຕາ​ແດ່ທ້ອນ ໂຜດ​ເບິ່ງ​ຄວາມ​ທົນທຸກ​ທີ່​ສັດຕູ​ກໍ່​ຂຶ້ນ​ນັ້ນ ຂໍ​ຊົງ​ໂຜດ​ຊ່ວຍກູ້​ເອົາ ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຕາຍ​ແດ່ທ້ອນ</verse>
				<verse number="14">ເພື່ອວ່າ​ຂ້ານ້ອຍ​ຈະ​ໄດ້​ກ່າວ​ຄຳ​ຍ້ອງຍໍ​ສັນລະເສີນ​ພຣະອົງ ໃນ​ປະຕູ​ທັງຫຼາຍ​ຂອງ​ລູກສາວ​ຊີໂອນ. ຂ້ານ້ອຍ​ກໍ​ຈະ​ຊົມຊື່ນ​ຍິນດີ​ຫລາຍ ເພາະ​ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ​ແລ້ວ.</verse>
				<verse number="15">ຄົນ​ບໍ່​ນັບຖື​ພຣະເຈົ້າ​ກໍ​ຕົກ​ຫລຸມ​ທີ່​ພວກເຂົາ​ຂຸດ​ເອງ ພວກເຂົາ​ຖືກ​ດັກຈັບ​ໃນ​ບ່ອນ​ທີ່​ພວກເຂົາ​ໄດ້​ຫ້າງ​ໄວ້​ເອງ.</verse>
				<verse number="16">ພຣະເຈົ້າຢາເວ​ເປີດເຜີຍ​ພຣະອົງ​ເອງ​ດ້ວຍ​ການຕັດສິນ​ອັນ​ຍຸດຕິທຳ ຄົນຊົ່ວຮ້າຍ​ກໍ​ຖືກ​ຈັບ​ໂດຍ​ສິ່ງ​ທີ່​ຕົນເອງ​ໄດ້​ກະທຳ​ໄວ້.</verse>
				<verse number="17">ຄວາມຕາຍ​ຄື​ຈຸດຈົບ​ຂອງ​ຄົນຊົ່ວຮ້າຍ​ທຸກຄົນ ເປັນ​ຂອງ​ຄົນ​ທີ່​ບໍ່​ຍອມຮັບ​ເອົາ​ພຣະເຈົ້າ.</verse>
				<verse number="18">ຄົນ​ຂັດສົນ​ຈະ​ບໍ່​ຖືກ​ປະຖິ້ມ​ຢູ່​ເລື້ອຍ​ໄປ ຄົນຈົນ​ຈະ​ບໍ່​ຖືກ​ທຳລາຍ​ໄປ​ຕະຫລອດ.</verse>
				<verse number="19">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ດຳເນີນການ​ເຖີດ ຢ່າ​ປ່ອຍ​ໃຫ້​ມະນຸດ​ທ້າທາຍ​ພຣະອົງ​ໄດ້ ໂຜດ​ນຳ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ມາ​ຢູ່​ຊ້ອງໜ້າ​ພຣະອົງ ແລະ​ປະກາດ​ການຕັດສິນ​ລົງໂທດ​ເຂົາເຈົ້າ.</verse>
				<verse number="20">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເຮັດ​ໃຫ້​ພວກເຂົາ​ຢ້ານ ໂຜດ​ເຮັດ​ໃຫ້​ພວກເຂົາ​ຮູ້​ວ່າ ພວກເຂົາ​ເປັນ​ພຽງແຕ່​ມະນຸດ​ເທົ່ານັ້ນ.</verse>
			</chapter>
			<chapter number="10">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ເຫດໃດ​ພຣະອົງ​ຈຶ່ງ​ຢູ່​ຫ່າງໄກ? ແລະ​ຫລົບຊ່ອນ​ພຣະອົງ​ເມື່ອ​ພວກ​ຂ້ານ້ອຍ​ຍາກ​ລຳບາກ?</verse>
				<verse number="2">ຄົນຊົ່ວຮ້າຍ​ຂົ່ມເຫັງ​ຄົນ​ຍາກຈົນ​ຢ່າງ​ຈອງຫອງ ຈົ່ງ​ຈັບ​ພວກເຂົາ​ໃສ່​ແຮ້ວ​ທີ່​ພວກເຂົາ​ຫ້າງ​ເອງ​ນັ້ນ.</verse>
				<verse number="3">ຄົນຊົ່ວຮ້າຍ​ອວດອ້າງ​ຈອງຫອງ​ໃນ​ການ​ເຮັດ​ຊົ່ວ​ຂອງຕົນ ຄົນ​ມັກໂລບ​ກໍ​ສາບແຊ່ງ​ແລະ​ປະຕິເສດ​ພຣະເຈົ້າຢາເວ.</verse>
				<verse number="4">ຄົນຊົ່ວຮ້າຍ​ບໍ່​ສະແຫວງ​ຫາ​ພຣະອົງ​ເລີຍ ດ້ວຍ​ຄວາມຈອງ​ຫອງ ພວກເຂົາ​ຄິດ​ວ່າ, “ບໍ່ມີ​ພຣະເຈົ້າ.”</verse>
				<verse number="5">ຄົນຊົ່ວຮ້າຍ​ສຳເລັດຜົນ​ໃນ​ທຸກໆສິ່ງ ແຕ່​ພວກເຂົາ​ບໍ່​ສາມາດ​ເຂົ້າໃຈ​ການຕັດສິນ​ຂອງ​ພຣະອົງ​ໄດ້ ພວກເຂົາ​ຈຶ່ງ​ກ່າວ​ຄຳເຍາະເຍີ້ຍ​ໃສ່​ຄູ່​ຕໍ່ສູ້.</verse>
				<verse number="6">ພວກເຂົາ​ຄິດ​ໃນ​ໃຈ​ຂອງ​ພວກເຂົາ​ເອງ​ວ່າ, “ພວກເຮົາ​ຈະ​ບໍ່​ພາດທ່າ​ເສຍທີ ພວກເຮົາ​ຈະ​ບໍ່​ພົບ​ຄວາມ​ເດືອດຮ້ອນ​ຈັກເທື່ອ.”</verse>
				<verse number="7">ຄຳເວົ້າ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ຄຳສາບແຊ່ງ ມີ​ທັງ​ຄຳຕົວະ​ແລະ​ຄຳ​ຂູ່ເຂັນ​ດ້ວຍ ລີ້ນ​ຂອງ​ພວກເຂົາ​ມັກ​ເວົ້າ​ໃນ​ສິ່ງ​ທີ່​ບໍ່​ດີ ເປັນ​ຖ້ອຍຄຳ​ທີ່​ໜ້າ​ກຽດ​ຊັງ​ແລະ​ຊົ່ວຮ້າຍ​ທັງສິ້ນ.</verse>
				<verse number="8">ພວກເຂົາ​ຜົກຈອບ​ຢູ່​ຕາມ​ໝູ່ບ້ານ​ນ້ອຍໆ ພວກເຂົາ​ຄອຍ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ ພວກເຂົາ​ຄິດ​ປອງຮ້າຍ​ຄົນ​ທີ່​ຂາດ​ທີ່​ເພິ່ງ.</verse>
				<verse number="9">ພວກເຂົາ​ເປັນ​ດັ່ງ​ໂຕສິງ​ທີ່​ລໍຖ້າ​ຄຸບ​ເຫຍື່ອ​ຢູ່​ໃນ​ຂຸມ​ຂອງ​ມັນ ເພື່ອ​ຄອຍ​ຜົກຈອບ​ຈັບ​ເອົາ​ຄົນ​ຍາກ​ລຳບາກ ພວກເຂົາ​ຫ້າງ​ແຮ້ວ​ໄວ້​ເພື່ອ​ຈັບ ແລະ​ລາກ​ເອົາ​ໄປ​ເປັນ​ເຫຍື່ອ.</verse>
				<verse number="10">ຄົນ​ຂາດ​ທີ່​ເພິ່ງ​ກໍ​ຖືກ​ຕີ​ລົ້ມ​ຕາຍ​ລົງ ພວກເຂົາ​ລົ້ມລົງ​ດ້ວຍ​ກຳລັງ​ຂອງ​ຄົນຊົ່ວ​ນັ້ນ.</verse>
				<verse number="11">ຄົນຊົ່ວຮ້າຍ​ໄດ້​ຄິດ​ໃນໃຈ​ວ່າ, “ພຣະເຈົ້າ​ລືມ​ແລ້ວ ພຣະອົງ​ປິດຕາ​ຂອງ​ພຣະອົງ​ໄວ້ ແລະ​ກໍ​ຈະ​ບໍ່​ເຫັນ​ເລີຍ.”</verse>
				<verse number="12">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ລຸກຂື້ນ​ເຖີດ ຈົ່ງ​ລົງໂທດ​ຄົນຊົ່ວ​ເຫຼົ່ານັ້ນ ຂ້າແດ່​ພຣະເຈົ້າ ໂຜດ​ຄິດເຖິງ​ຜູ້​ທີ່​ທົນທຸກ​ດ້ວຍ</verse>
				<verse number="13">ເຫດໃດ​ຄົນຊົ່ວ​ຈຶ່ງ​ປະນາມ​ພຣະເຈົ້າ​ໄດ້​ນໍ? ໂດຍ​ເວົ້າ​ກັບ​ຕົວເອງ​ວ່າ, “ພຣະອົງ​ຈະ​ບໍ່​ລົງໂທດ​ຂ້ອຍ​ດອກ?”</verse>
				<verse number="14">ແຕ່​ພຣະອົງ​ເຫັນ ທັງ​ສັງເກດ​ເບິ່ງ​ຄວາມ​ເດືອດຮ້ອນ ຄວາມ​ທໍລະມານ ແລະ​ພ້ອມ​ສະເໝີ​ທີ່​ຈະ​ຊ່ວຍເຫລືອ ຄົນ​ຂາດ​ທີ່ເພິ່ງ​ກໍ​ມອບ​ຕົວ​ໄວ້​ກັບ​ພຣະອົງ ອົງ​ຊົງ​ຊ່ວຍເຫລືອ​ຄົນ​ຂັດສົນ​ຢູ່​ສະເໝີ.</verse>
				<verse number="15">ໂຜດ​ທຳລາຍ​ອຳນາດ​ຂອງ​ຄົນ​ທີ່​ຊົ່ວຮ້າຍ​ທັງຫລາຍ ໂຜດ​ລົງໂທດ​ຈົນ​ພວກເຂົາ​ຫລາບ​ບໍ່​ຢາກ​ເຮັດ​ຜິດ​ອີກ.</verse>
				<verse number="16">ພຣະເຈົ້າຢາເວ​ຄື​ກະສັດ​ສືບ​ໄປ ຜູ້​ທີ່​ຂາບໄຫວ້​ພະອື່ນ​ຈະ​ສູນສິ້ນໄປ ຈາກ​ດິນແດນ​ຂອງ​ພຣະອົງ.</verse>
				<verse number="17">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຊົງ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຜູ້​ຕໍ່າຕ້ອຍ ພຣະອົງ​ຊົງ​ປະທານ​ຄວາມ​ກ້າຫານ​ໃຫ້​ແກ່​ເຂົາເຈົ້າ.</verse>
				<verse number="18">ພຣະອົງ​ຊົງ​ຟັງ​ສຽງ​ຮ້ອງໄຫ້​ຂອງ​ຜູ້​ທີ່​ຖືກ​ຂົ່ມເຫັງ ແລະ​ສຽງ​ຂອງ​ລູກກຳພ້າ ແລະ​ຕັດສິນ​ເຂົ້າຂ້າງ​ເຂົາເຈົ້າ ເພື່ອ​ວ່າ​ມະນຸດ​ທີ່​ຕາຍເປັນ​ຈະ​ບໍ່ໄດ້​ຈອງຫອງ ສ້າງ​ຄວາມ​ຕົກໃຈ​ກົວ​ໃຫ້​ພວກເຂົາ​ຕໍ່ໄປ​ອີກ.</verse>
			</chapter>
			<chapter number="11">
				<verse number="1">ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ເພື່ອ​ຄວາມ​ປອດໄພ ເຫດໃດ​ໜໍ​ຈຶ່ງ​ເວົ້າ​ໃຫ້​ຂ້ອຍ​ວ່າ, “ຈົ່ງ​ໜີໄປ​ລີ້​ທີ່​ພູເຂົາ​ເໝືອນ​ດັ່ງ​ນົກ</verse>
				<verse number="2">ເພາະ​ຄົນຊົ່ວຮ້າຍ​ໄດ້​ກົ່ງ​ໜ້າທະນູ​ແລະ​ຍິງ​ລູກສອນ​ໄປ​ໃສ່ ຄົນ​ຊອບທຳ​ຈາກ​ບ່ອນ​ມືດ.</verse>
				<verse number="3">ເມື່ອ​ຮາກຖານ​ໄດ້​ຖືກ​ທຳລາຍ​ລົງ​ແລ້ວ ຄົນດີ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່?”</verse>
				<verse number="4">ພຣະເຈົ້າຢາເວ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ ພຣະເຈົ້າຢາເວ​ປະທັບ​ເທິງ​ພຣະ​ບັນລັງ ຢູ່​ໃນ​ສະຫວັນ ພຣະອົງ​ເຝົ້າເບິ່ງ​ມະນຸດ​ທຸກແຫ່ງ​ທຸກຫົນ ແລະ​ທັງ​ຮູ້ວ່າ​ຄົນ​ກຳລັງ​ເຮັດ​ຫຍັງ​ຢູ່​ດ້ວຍ.</verse>
				<verse number="5">ພຣະເຈົ້າຢາເວ​ກວດກາ​ເບິ່ງ​ຄົນ​ຊອບທຳ ແລະ​ຄົນຊົ່ວ​ເໝືອນກັນ ພຣະອົງ​ກຽດຊັງ​ຄົນ​ທິ່​ເຮັດ​ການ​ໂຫດຮ້າຍ.</verse>
				<verse number="6">ພຣະອົງ​ສົ່ງ​ຖ່ານໄຟ ແລະ​ມາດ​ທີ່​ລຸກ​ໄໝ້​ຢູ່ ລົງ​ມາ​ສູ່​ຄົນຊົ່ວຮ້າຍ​ທັງຫລາຍ ພຣະອົງ​ໄດ້​ລົງໂທດ​ພວກເຂົາ ໂດຍ​ສົ່ງ​ລົມຮ້ອນ​ມາ​ເຜົາໄໝ້.</verse>
				<verse number="7">ພຣະເຈົ້າຢາເວ​ເຮັດ​ຖືກຕ້ອງ​ແລະ​ຮັກ​ການ​ກະທຳ​ດີ ຜູ້​ທີ່​ເຮັດ​ຢ່າງ​ນີ້​ກໍ​ຈະ​ອາໄສ​ຢູ່​ຊ້ອງໜ້າ​ພຣະອົງ​ໄດ້.</verse>
			</chapter>
			<chapter number="12">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ​ດ້ວຍ ເພາະ​ຄົນ​ດີ​ບໍ່ມີ​ເຫຼືອ​ຢູ່ ແລະ​ຄົນ​ສັດຊື່​ກໍ​ຫາ​ບໍ່ໄດ້.</verse>
				<verse number="2">ທຸກຄົນ​ຕ່າງ​ກໍ​ກ່າວ​ຄຳຕົວະ​ຕໍ່​ກັນແລະກັນ ພວກເຂົາ​ຫລອກລວງ​ຊຶ່ງກັນແລະກັນ​ດ້ວຍ​ຄຳ​ປະຈົບ​ປະແຈງ.</verse>
				<verse number="3">ຂ້າແດ່​ພຣະເຈົ້າຢາເວ ໂຜດ​ໃຫ້​ລີ້ນ​ຄົນ​ຢ່າງ​ນັ້ນ​ມິດງຽບ ແລະ​ງັບ​ປາກ​ທຸກຄົນ​ທີ່​ເວົ້າຈາ​ອວດອ້າງ​ວ່າ,</verse>
				<verse number="4">“ພຽງແຕ່​ພວກເຮົາ​ກ່າວ​ອອກ​ປາກ​ກໍໄດ້​ສິ່ງ​ທີ່​ຕ້ອງການ ຈະ​ເວົ້າ​ສິ່ງ​ທີ່​ໃຈ​ຕ້ອງການ ແລະ​ຜູ້ໃດ​ຈະ​ຢັບຢັ້ງ​ໄດ້.”</verse>
				<verse number="5">ພຣະເຈົ້າຢາເວ​ກ່າວ​ໂຕ້ຕອບ​ອອກ​ໄປ​ວ່າ, “ບັດນີ້ ເຮົາ​ຈະ​ລຸກ​ຂຶ້ນ​ຍ້ອນ​ຄົນ​ຂັດສົນ​ຖືກ​ກົດຂີ່ ຄົນ​ຖືກ​ຂົ່ມເຫັງ​ກໍ​ຄວນຄາງ​ຢ່າງ​ເຈັບປວດ​ໜັກ ເຮົາ​ຈະ​ໃຫ້​ພວກເຂົາ​ປອດໄພ​ຢ່າງ​ຖາວອນ​ຕາມ​ທີ່​ພວກເຂົາ​ປາຖະໜາ.”</verse>
				<verse number="6">ຄຳສັນຍາ​ຂອງ​ພຣະເຈົ້າຢາເວ​ນັ້ນ​ກໍ​ເປັນ​ທີ່​ໄວ້ວາງໃຈ ບໍຣິສຸດ​ດັ່ງ​ເງິນ​ຖືກ​ຫລອມ​ໃນ​ໄຟ​ເຖິງ​ເຈັດ​ຄັ້ງ.</verse>
				<verse number="7">ຂ້າແດ່​ພຣະເຈົ້າຢາເວ ຄົນຊົ່ວ​ນັ້ນ​ມີ​ຢູ່​ທຸກ​ແຫ່ງຫົນ ທຸກໆ​ຄົນ​ຕ່າງ​ກໍ​ຊົມເຊີຍ​ສິ່ງ​ທີ່​ຊົ່ວຮ້າຍ. ຂໍ​ຊົງ​ໂຜດ​ຮັກສາ​ພວກ​ຂ້ານ້ອຍ​ໃຫ້​ປອດໄພ​ເລື້ອຍໆ​ແດ່ ໂຜດ​ຄຸ້ມຄອງ​ໃຫ້​ພົ້ນ​ຈາກ​ຄົນ​ຢ່າງ​ນີ້​ແດ່ທ້ອນ.</verse>
				<verse number="8"></verse>
			</chapter>
			<chapter number="13">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ລືມໄລ​ຂ້ານ້ອຍ ໄປ​ດົນນານ​ປານໃດ ຕະຫລອດໄປ​ບໍ? ພຣະອົງ​ຍັງ​ຈະ​ລີ້ໜ້າ​ຂອງ​ພຣະອົງ ໄປ​ຈາກ​ຂ້ານ້ອຍ​ດົນນານ​ປານໃດ?</verse>
				<verse number="2">ຂ້ານ້ອຍ​ຕ້ອງ​ສືບຕໍ່​ທົນ​ເດືອດຮ້ອນ​ຕໍ່ໄປ ທັງເວັນ​ທັງຄືນ​ຢ່າງ​ນີ້​ດົນນານ​ປານໃດ​ອີກ? ຂ້ານ້ອຍ​ຍັງ​ຈະ​ອຸກອັ່ງ​ຢູ່​ຢ່າງນີ້​ອີກ​ດົນ​ປານໃດ? ດົນ​ປານໃດ​ສັດຕູ​ຍັງ​ຈະ​ຊະນະ​ຂ້ານ້ອຍ​ຢູ່?</verse>
				<verse number="3">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ຫລຽວເບິ່ງ​ຂ້ານ້ອຍ ແລະ​ຕອບ​ຂ້ານ້ອຍ​ດ້ວຍ. ຂໍ​ຊົງ​ໂຜດ​ປະທານ​ໃຫ້​ຕາ​ຂອງ​ຂ້ານ້ອຍ​ສະຫວ່າງ​ຂຶ້ນ​ໃໝ່ ຂໍ​ຊົງ​ໂຜດ​ຢ່າ​ປ່ອຍ​ໃຫ້​ຂ້ານ້ອຍ​ຕ້ອງ​ຕາຍໄປ.</verse>
				<verse number="4">ຢ່າ​ໃຫ້​ສັດຕູ​ເວົ້າ​ວ່າ, “ປາບ​ມັນ​ໄດ້​ແລ້ວ​ເດ” ຢ່າ​ໃຫ້​ພວກເຂົາ​ໜຳໃຈ​ເມື່ອ​ຂ້ານ້ອຍ​ລົ້ມ.</verse>
				<verse number="5">ຂ້ານ້ອຍ​ໄວ້ວາງໃຈ​ໃນ​ຄວາມຮັກ​ອັນໝັ້ນ​ຄົງ​ຂອງ​ພຣະອົງ ແລະ​ຊື່ນຊົມ​ຍິນດີ​ໃນ​ການ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພຣະອົງ.</verse>
				<verse number="6">ຂ້ານ້ອຍ​ຈະ​ຮ້ອງເພງ​ຖວາຍ​ແກ່​ພຣະເຈົ້າຢາເວ ເພາະ​ພຣະຄຸນ​ຄວາມດີ​ທີ່​ຊົງ​ມີ​ແກ່​ຂ້ານ້ອຍ​ນັ້ນ.</verse>
			</chapter>
			<chapter number="14">
				<verse number="1">ຄົນໂງ່​ຄິດ​ຢູ່ໃນ​ໃຈ​ຂອງຕົນ​ວ່າ, “ໂລກນີ້​ບໍ່ມີ​ພຣະເຈົ້າ” ພວກເຂົາ​ຕ່າງ​ກໍ​ເປັນ​ຄົນ​ເຮັດ​ໃຫ້​ຕົນ​ຊົ່ວ​ລົງ​ທັງ​ນັ້ນ. ພວກເຂົາ​ໄດ້​ພາກັນ​ເຮັດ​ໃນ​ສິ່ງ​ທີ່​ໜ້າ​ຢ້ານກົວ​ຫລາຍ ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.</verse>
				<verse number="2">ພຣະເຈົ້າຢາເວ​ຫລຽວ​ເບິ່ງ​ມະນຸດ​ຈາກ​ສະຫວັນ ວ່າ​ມີ​ໃຜ​ແດ່​ທີ່​ສະຫລາດ ມີ​ໃຜ​ແດ່​ທີ່​ຊອກ​ສະແຫວງ​ຫາ​ພຣະອົງ.</verse>
				<verse number="3">ພວກເຂົາ​ລ້ວນແຕ່​ເຮັດ​ຜິດບາບ ແລະ​ເຮັດ​ການ​ຊົ່ວຮ້າຍ​ເໝືອນກັນ​ທຸກຄົນ ບໍ່ມີ​ຈັກ​ຄົນໜຶ່ງ​ຄົນດຽວ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ເລີຍ.</verse>
				<verse number="4">ພຣະເຈົ້າຢາເວ​ຖາມ​ວ່າ, “ພວກເຂົາ​ບໍ່ມີ​ປັນຍາ​ຫລືນີ້? ຄົນຊົ່ວຊ້າ​ເຫຼົ່ານີ້​ໂງ່ຈ້າ​ກັນ​ໝົດ​ຫລືນີ້? ພວກເຂົາ​ມີ​ຊີວິດ​ຢູ່​ເພື່ອ​ປຸ້ນຈີ້​ປະຊາຊົນ​ຂອງເຮົາ ແລະ​ບໍ່ເຄີຍ​ພາວັນນາ​ອະທິຖານ​ຫາ​ເຮົາ​ຈັກເທື່ອ.”</verse>
				<verse number="5">ແຕ່​ພວກເຂົາ​ຈະ​ຢູ່​ຢ່າງ​ສະທ້ານ​ຢ້ານກົວ​ເຕັມທີ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ຄົນ​ທີ່​ເຊື່ອຟັງ​ພຣະອົງ.</verse>
				<verse number="6">ຄົນຊົ່ວ​ຂັດຂວາງ​ແຜນການ​ຂອງ​ຄົນ​ຖ່ອມຕົວ ແຕ່​ພຣະເຈົ້າຢາເວ​ຊົງ​ຄຸ້ມຄອງ​ຄົນ​ຖ່ອມຕົວ​ໄວ້.</verse>
				<verse number="7">ຂ້ານ້ອຍ​ຈະ​ພາວັນນາ​ອະທິຖານ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ມີໄຊ ຈາກ​ພູເຂົາ​ຊີໂອນ​ສູ່​ຊາດ​ອິດສະຣາເອນ​ໄດ້. ປະຊາຊົນ​ອິດສະຣາເອນ​ຈະ​ມີ​ຄວາມສຸກ​ສໍ່າໃດ ເມື່ອ​ພຣະເຈົ້າຢາເວ​ເຮັດ​ໃຫ້​ຈະເລີນ​ຮຸ່ງເຮືອງ​ຂຶ້ນໃໝ່.</verse>
			</chapter>
			<chapter number="15">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຜູ້ໃດ​ຈະ​ເຂົ້າ​ໄປ​ໃນ​ພຣະວິຫານ​ຂອງ​ພຣະອົງ​ໄດ້? ຜູ້ໃດ​ຈະ​ນະມັດສະການ​ທີ່​ຊີໂອນ​ເນີນພູ​ສັກສິດ ​ຂອງ​ພຣະອົງ​ນັ້ນ​ໄດ້.</verse>
				<verse number="2">ຄື​ພວກ​ທີ່​ເຊື່ອຟັງ​ພຣະເຈົ້າ​ໃນ​ທຸກສິ່ງ ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ຢູ່​ສະເໝີ ທັງ​ເປັນ​ຄົນ​ເວົ້າ​ຄວາມຈິງ​ຈາກ​ຈິດໃຈ​ດ້ວຍ</verse>
				<verse number="3">ແລະ​ເປັນ​ຜູ້​ທີ່​ບໍ່​ເວົ້າ​ໃຫ້​ຄົນອື່ນ​ເສຍຫາຍ ບໍ່​ເຮັດ​ຜິດ​ຕໍ່​ໝູ່ຄູ່​ແລະ​ບໍ່​ກ່າວຂວັນ​ນິນທາ​ເພື່ອນບ້ານ.</verse>
				<verse number="4">ລາວ​ດູຖູກ​ຄົນ​ທີ່​ພຣະເຈົ້າ​ປະຕິເສດ​ເຂົາ ແຕ່​ໃຫ້ກຽດ​ຄົນ​ທີ່​ຢຳເກງ​ພຣະເຈົ້າຢາເວ. ລາວ​ເຮັດ​ຕາມ​ທີ່​ຕົນ​ໄດ້​ສັນຍາ​ໄວ້​ສະເໝີ ເຖິງ​ວ່າ​ຕົນ​ຈະ​ເປັນ​ຝ່າຍ​ເສຍ​ຜົນປະໂຫຍດ​ກໍຕາມ.</verse>
				<verse number="5">ລາວ​ໃຫ້​ຄົນ​ຢືມ​ເງິນ​ໂດຍ​ບໍ່​ຄິດ​ດອກເບ້ຍ ທັງ​ບໍ່​ຮັບ​ສິນບົນ​ເປັນ​ພະຍານ​ຕໍ່ສູ້​ຄົນ​ບໍ່ມີ​ຜິດ​ດ້ວຍ. ຜູ້​ທີ່​ປະຕິບັດ​ຕາມ​ດັ່ງ​ທີ່​ກ່າວ​ມາ​ນີ້ ກໍ​ຈະ​ໄດ້​ຮັບ​ຄວາມ​ໝັ້ນຄົງ​ຕະຫລອດໄປ.</verse>
			</chapter>
			<chapter number="16">
				<verse number="1">ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ຄຸ້ມຄອງ​ຂ້ານ້ອຍ​ໃຫ້​ປອດໄພ​ດ້ວຍ ເພາະ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ.</verse>
				<verse number="2">ຂ້ານ້ອຍ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ ແລະ​ສິ່ງ​ດີ​ທຸກຢ່າງ​ທີ່​ຂ້ານ້ອຍ​ມີ​ຢູ່​ທັງໝົດ ກໍ​ລ້ວນແຕ່​ມາ​ຈາກ​ພຣະອົງ​ທັງ​ສິ້ນ.”</verse>
				<verse number="3">ປະຊາຊົນ​ຜູ້​ສັດຊື່​ທີ່​ອາໄສ​ຢູ່​ໃນ​ດິນແດນ ຄື​ພວກ​ທີ່​ຂ້ານ້ອຍ​ຊົມຊື່ນ​ຍິນດີ​ກັບ​ພວກເຂົາ.</verse>
				<verse number="4">ພວກ​ທີ່​ຊອກ​ພະອື່ນ​ໃຫ້​ເຫັນອົກເຫັນໃຈ ກໍ​ເຮັດ​ໃຫ້​ຕົນເອງ​ທຸກໃຈ​ເທົ່ານັ້ນ. ຂ້ານ້ອຍ​ຈະ​ບໍ່​ຮ່ວມ​ບູຊາ​ເລືອດ​ນຳ​ພວກເຂົາ ຈະ​ບໍ່​ເອີ່ຍ​ເຖິງ​ແມ່ນແຕ່​ຊື່​ເຂົາເຈົ້າ.</verse>
				<verse number="5">ພຣະເຈົ້າຢາເວ​ເປັນ​ທຸກສິ່ງ​ທີ່​ຂ້ານ້ອຍ​ມີ ທຸກສິ່ງ​ທີ່​ຂ້ານ້ອຍ​ຈຳເປັນ ພຣະອົງ​ກໍ​ຈັດຫາ​ໃຫ້.</verse>
				<verse number="6">ອະນາຄົດ​ຂອງ​ຂ້ານ້ອຍ​ແມ່ນ​ຢູ່​ໃນ​ກຳມື​ຂອງ​ພຣະອົງ ຂອງ​ປະທານ​ອັນ​ດີເລີດ​ທຸກ​ອັນ​ຊົງ​ເປັນ​ຜູ້​ໂຜດ​ໃຫ້.</verse>
				<verse number="7">ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ເພາະ​ພຣະອົງ​ແນະນຳ​ຂ້ານ້ອຍ ແລະ​ຕອນ​ກາງຄືນ​ຈິດສຳນຶກ​ກໍ​ຍັງ​ເຕືອນ​ຢູ່.</verse>
				<verse number="8">ຂ້ານ້ອຍ​ຮູ້​ສະເໝີ​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ ຢູ່​ໃກ້ຊິດ​ແລະ​ບໍ່ມີ​ສິ່ງໃດ​ເຮັດ​ໃຫ້​ຫວັ່ນໄຫວ​ໄດ້.</verse>
				<verse number="9">ດ້ວຍເຫດນັ້ນ ຈິດໃຈ​ຂອງ​ຂ້ານ້ອຍ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ຊົມຊື່ນ​ຍິນດີ ແລະ​ຮູ້ສຶກ​ມີ​ຄວາມ​ປອດໄພ​ຢ່າງ​ຄົບຖ້ວນ​ບໍຣິບູນ</verse>
				<verse number="10">ເພາະ​ພຣະອົງ​ຄຸ້ມຄອງ​ຈາກ​ອຳນາດ​ຄວາມຕາຍ ບໍ່​ປ່ອຍ​ໃຫ້​ຜູ້​ບໍຣິສຸດ​ຂອງ​ພຣະອົງ​ຕ້ອງ​ເປື່ອຍເນົ່າ.</verse>
				<verse number="11">ແລ້ວ​ພຣະອົງ​ກໍ​ຈະ​ໃຫ້​ເຫັນ​ທາງ​ທີ່​ນຳ​ໄປສູ່​ຊີວິດ ຢູ່​ຊ້ອງໜ້າ​ພຣະອົງ​ນັ້ນ​ມີ​ຄວາມ​ຊົມຊື່ນ​ຍິນດີ ທັງ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ຄວາມ​ສຸກໃຈ​ຫລາຍ ທີ່​ຢູ່​ກັບ​ພຣະອົງ​ຕະຫລອດໄປ​ເປັນນິດ.</verse>
			</chapter>
			<chapter number="17">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຟັງ​ຂ້ານ້ອຍ​ດ້ວຍ ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຮ້ອງ​ຂໍ​ຄວາມ​ຍຸດຕິທຳ​ດ້ວຍ ໂຜດ​ເອົາໃຈໃສ່​ຕໍ່​ສິ່ງ​ທີ່​ຂ້ານ້ອຍ​ຂໍ​ໃຫ້​ຊ່ວຍເຫລືອ ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຢ່າງ​ຈິງໃຈ​ດ້ວຍ.</verse>
				<verse number="2">ຂໍ​ໃຫ້​ພຣະອົງ​ຕັດສິນ​ເຂົ້າຂ້າງ​ຂ້ານ້ອຍ ເພາະ​ພຣະອົງ​ຊົງ​ເຫັນ​ວ່າ ອັນໃດ​ເປັນ​ສິ່ງ​ທີ່​ຖືກຕ້ອງ.</verse>
				<verse number="3">ເມື່ອ​ພຣະອົງ​ຊົງ​ກວດເບິ່ງ​ຈິດໃຈ​ຂອງ​ຂ້ານ້ອຍ. ພຣະອົງ​ມາ​ຫາ​ຂ້ານ້ອຍ​ໃນ​ຕອນ​ກາງຄືນ; ເມື່ອ​ພຣະອົງ​ໄດ້​ກວດເບິ່ງ​ຂ້ານ້ອຍ ແລະ​ກໍ​ບໍ່​ພົບ​ຄວາມ​ປາຖະໜາ​ຊົ່ວ​ໃດໆ ຢູ່​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ.</verse>
				<verse number="4">ຂ້ານ້ອຍ​ບໍ່ໄດ້​ເວົ້າ​ຊົ່ວ​ເໝືອນ​ດັ່ງ​ຄົນອື່ນໆ​ເວົ້າ​ກັນ ຂ້ານ້ອຍ​ຖື​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ທຸກໆ​ຂໍ້ ແລະ​ບໍ່​ຢຶດ​ທາງ​ຮຸນແຮງ​ດ້ວຍ.</verse>
				<verse number="5">ຂ້ານ້ອຍ​ເດີນ​ຕາມ​ທາງ​ທີ່​ພຣະອົງ​ສັ່ງສອນ​ສະເໝີ ແລະ​ບໍ່ເຄີຍ​ຫລີກ​ໜີ​ຈາກ​ທາງນັ້ນ​ຈັກເທື່ອ.</verse>
				<verse number="6">ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ພາວັນນາ​ອະທິຖານ​ຫາ​ພຣະອົງ ເພາະ​ພຣະອົງ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ແລ້ວ ສະນັ້ນ ໂຜດ​ຫັນ​ມາ​ຫາ​ຂ້ານ້ອຍ​ແດ່ທ້ອນ ແລະ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ດ້ວຍ.</verse>
				<verse number="7">ຂໍ​ຊົງ​ໂຜດ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ໂຜດ​ຊ່ວຍ​ເອົາ​ຂ້ານ້ອຍ​ດ້ວຍ​ມື​ຂວາ​ຂອງ​ພຣະອົງ​ແດ່ທ້ອນ ເມື່ອ​ຢູ່​ໃກ້ຊິດ​ພຣະອົງ​ກໍ​ປອດໄພ​ຈາກ​ສັດຕູ​ທັງສິ້ນ.</verse>
				<verse number="8">ຂໍ​ຊົງ​ໂຜດ​ຄຸ້ມຄອງ​ຂ້ານ້ອຍ​ໄວ້​ດັ່ງ​ແກ້ວຕາ​ຂອງ​ພຣະອົງ ຂໍ​ຊົງ​ໂຜດ​ປົກບັງ​ຂ້ານ້ອຍ​ໄວ້​ໃຕ້​ຮົ່ມ​ປີກ​ຂອງ​ພຣະອົງ ແລະ​ຊົງ​ປົກປ້ອງ​ຂ້ານ້ອຍ​ໄວ້​ຈາກ​ການ​ໂຈມຕີ​ຂອງ​ຄົນຊົ່ວຮ້າຍ​ດ້ວຍ.</verse>
				<verse number="9"></verse>
				<verse number="10">ສັດຕູ​ຜູ້​ໝາຍປອງ​ຂ້າ​ກໍ​ອ້ອມຂ້າງ​ຂ້ານ້ອຍ​ຢູ່ ພວກເຂົາ​ບໍ່ມີ​ຄວາມ​ເມດຕາ​ແລະ​ເວົ້າ​ໂອ້ອວດ​ຈອງຫອງ.</verse>
				<verse number="11">ບັດນີ້ ຂ້ານ້ອຍ​ຖືກ​ປິດລ້ອມ​ແລະ​ບໍ່​ຮູ້​ວ່າ​ຈະ​ຫັນໄປ​ທາງ​ໃດ ພວກເຂົາ​ຊອກ​ໂອກາດ​ທີ່​ຈະ​ດຶງ​ຂ້ານ້ອຍ​ລົງ​ໃຫ້​ໄດ້.</verse>
				<verse number="12">ພວກເຂົາ​ເປັນ​ດັ່ງ​ຝູງ​ສິງ​ໂຕຮ້າຍ​ທີ່​ຄອຍຖ້າ​ເຫຍື່ອ ຊຶ່ງ​ດັກຈັບ ເພື່ອ​ກັດ​ຈີກ​ກິນ​ຂ້ານ້ອຍ​ເປັນ​ຕ່ອນໆ.</verse>
				<verse number="13">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລຸກ​ຂຶ້ນ ຂັດຂວາງ​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ ໂຜດ​ໃຊ້​ດາບ​ຂອງ​ພຣະອົງ​ມາ​ກຳຈັດ​ສັດຕູ​ເຫຼົ່ານັ້ນ​ສາ ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ​ແດ່ທ້ອນ</verse>
				<verse number="14">ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄົນ​ເຫຼົ່ານີ້ ຄື​ຈາກ​ມະນຸດ​ທີ່​ເຫັນແກ່ໄດ້ ໃນ​ຊີວິດ​ນີ້​ພວກເຂົາ​ເອົາ​ໄດ້​ທຸກສິ່ງ​ທີ່​ພວກເຂົາ​ຕ້ອງການ. ໂຜດ​ລົງໂທດ​ພວກເຂົາ​ໃຫ້​ທົນທຸກ​ໂດຍ​ໂທດກຳ ທີ່​ພວກເຂົາ​ໄດ້​ສະສົມ​ໄວ້​ນັ້ນ. ຂໍ​ໃຫ້​ພວກ​ລູກຫລານ​ຂອງ​ເຂົາເຈົ້າ ໄດ້​ຮັບ​ໂທດກຳ​ນັ້ນ​ຈົນ​ທົນ​ບໍ່​ໄຫວ ທັງ​ປະ​ໄວ້​ໃຫ້​ຫລານ​ເຫຼັນ​ຫລ້ອນ ຂອງ​ພວກເຂົາ​ເຊັ່ນ​ຕໍ່ໆ​ໄປ​ອີກ​ດ້ວຍ.</verse>
				<verse number="15">ແຕ່​ຂ້ານ້ອຍ​ຈະ​ໄດ້​ພົບ​ພຣະອົງ​ໃນ​ຄວາມ​ຊອບທຳ ເມື່ອ​ຂ້ານ້ອຍ​ຕື່ນ​ມາ​ຈິດໃຈ​ກໍ​ເບີກບານ​ມ່ວນຊື່ນ​ຢູ່​ຊ້ອງໜ້າ​ພຣະອົງ.</verse>
			</chapter>
			<chapter number="18">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮັກ​ພຣະອົງ ພຣະອົງ​ເປັນ​ຜູ້​ປ້ອງກັນ​ຂອງ​ຂ້ານ້ອຍ.</verse>
				<verse number="2">ພຣະເຈົ້າຢາເວ​ເປັນ​ຫີນດານ​ຂອງ​ຂ້ານ້ອຍ ເປັນ​ປ້ອມ​ອັນ​ແໜ້ນໜາ​ຂອງ​ຂ້ານ້ອຍ​ດ້ວຍ. ພຣະເຈົ້າ​ເປັນ​ຫີນ​ສີລາ​ທັງ​ເປັນ​ທີ່​ລີ້ໄພ​ຂອງ​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍ​ພົບ​ຄວາມ​ປອດໄພ​ໃນ​ພຣະອົງ ດັ່ງ​ໂລ້​ຕ້ານທານ​ນັ້ນ​ພຣະອົງ​ປົກປ້ອງ​ຂ້ານ້ອຍ ຄຸ້ມຄອງ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ​ໄດ້.</verse>
				<verse number="3">ຂ້ານ້ອຍ​ຮ້ອງ​ຫາ​ພຣະເຈົ້າຢາເວ ຜູ້​ສົມຄວນ​ແກ່​ການ​ສັນລະເສີນ ແລະ​ພຣະອົງ​ກໍ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ ຈາກ​ສັດຕູ​ໝູ່ມານ.</verse>
				<verse number="4">ບ້ວງ​ແຫ່ງ​ຄວາມຕາຍ​ກໍ​ອ້ອມຮອບ​ຂ້ານ້ອຍ​ຢູ່ ຄື້ນ​ແຫ່ງ​ການທຳລາຍ​ນັ້ນ​ກໍໄດ້​ໄຫລ​ຖ້ວມ​ຂ້ານ້ອຍ​ໄວ້.</verse>
				<verse number="5">ບ້ວງ​ແຫ່ງ​ແດນ​ຄົນຕາຍ​ກໍ​ຜູກພັນ​ຂ້ານ້ອຍ​ຢູ່ ແຮ້ວ​ທີ່​ຈະ​ດັບ​ຊີວິດ​ຂ້ານ້ອຍ​ກໍ​ຫ້າງໃສ່​ຢູ່​ສະເໝີ.</verse>
				<verse number="6">ໃນ​ຄວາມ​ເດືອດຮ້ອນ​ຢ່າງ​ນີ້​ແມ່ນ​ພຣະເຈົ້າຢາເວ​ທີ່​ຂ້ານ້ອຍ ຮ້ອງ​ຫາ​ໃຫ້​ຊ່ວຍເຫລືອ ພຣະອົງ​ໄດ້​ຟັງ​ສຽງ​ຂອງ​ຂ້ານ້ອຍ​ທີ່​ພຣະວິຫານ​ຂອງ​ພຣະອົງ ແລະ​ພຣະອົງ​ໄດ້ຍິນ​ສຽງ​ຮ້ອງ​ຂໍ​ໃຫ້​ຊ່ວຍ​ເຫຼືອ​ຂອງ​ຂ້ານ້ອຍ​ແລ້ວ.</verse>
				<verse number="7">ເມື່ອ​ພຣະອົງ​ໂກດຮ້າຍ​ທົ່ວ​ທັງໂລກ​ກໍ​ສະທ້ານ​ຫວັ່ນໄຫວ ແລະ​ຮາກຖານ​ຂອງ​ຜືນ​ແຜ່ນດິນ ທັງ​ໜ່ວຍ​ພູ​ທັງຫລາຍ​ກໍ​ຄອນແຄນ​ໄປ​ໝົດ ເພາະ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ</verse>
				<verse number="8">ຄວັນໄຟ​ຟົ້ງ​ອອກ​ຈາກ​ຮູດັງ​ຂອງ​ພຣະອົງ ແປວ​ໄຟກ້າ​ເຜົາຜານ​ອອກ​ມາ​ຈາກ​ປາກ​ພຣະອົງ​ດ້ວຍ.</verse>
				<verse number="9">ພຣະອົງ​ແຫວກ​ຟ້າ​ສະຫວັນ​ແລະ​ສະເດັດ​ລົງ​ມາ ໂດຍ​ມີ​ກ້ອນເມກ​ຕຶບໜາ​ຮອງ​ຕີນ​ພຣະອົງ​ໄວ້.</verse>
				<verse number="10">ພຣະອົງ​ນັ່ງ​ເທິງ​ເຄຣຸບ ແລະ​ສະເດັດ​ລົງ​ມາ ແລະ​ທ່ອງທ່ຽວ​ໄປມາ​ຕາມ​ປີກ​ລົມ​ພັດ.</verse>
				<verse number="11">ພຣະອົງ​ມີ​ຄວາມມືດ​ຫຸ້ມຫໍ່​ຕົວ​ຂອງ​ພຣະອົງ ເມກ​ທີ່​ມີ​ນໍ້າ​ອັນ​ຕຶບໜາ​ກໍ​ອ້ອມ​ພຣະອົງ​ໄວ້.</verse>
				<verse number="12">ຕໍ່ໜ້າ​ພຣະອົງ​ມີ​ໝາກເຫັບ​ກັບ​ແສງສຸກໃສ ແສງໄຟ​ແວວວາວ​ທະລຸ​ກ້ອນເມກ​ອັນ​ໜາແໜ້ນ.</verse>
				<verse number="13">ແລ້ວ​ພຣະເຈົ້າຢາເວ​ເຮັດ​ໃຫ້​ຟ້າຮ້ອງ​ຈາກ​ຟ້າ​ສະຫວັນ ສຽງ​ຂອງ​ອົງ​ຊົງຣິດ​ຍິ່ງໃຫຍ່​ສູງສຸດ​ໄດ້ຍິນ ໄປ​ທົ່ວ​ໃຕ້​ຟ້າ.</verse>
				<verse number="14">ພຣະອົງ​ຍິງ​ລູກທະນູ​ໃສ່​ສັດຕູ​ແຕກ​ຊະຊາຍ​ໄປ ໄລ່​ພວກເຂົາ​ປົບໜີ​ໂດຍ​ແສງຟ້າ​ແມບເຫລື້ອມ.</verse>
				<verse number="15">ພື້ນ​ມະຫາສະໝຸດ​ກໍ​ຫວ່າງເປົ່າ​ເປີດແປນ ແລະ​ຮາກຖານ​ແຜ່ນດິນ​ກໍ​ບໍ່ມີ​ຫຍັງ​ຫຸ້ມ​ໄວ້ ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ​ນາບຂູ່​ເຫຼົ່າ​ສັດຕູ ແລະ​ຮ້ອງ​ໃສ່​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ.</verse>
				<verse number="16">ພຣະອົງ​ຊົງ​ລົງ​ຈາກ​ສະຫວັນ​ແລະ​ອູ້ມຊູ​ຂ້ານ້ອຍ​ໄວ້ ພຣະອົງ​ດຶງ​ເອົາ​ຂ້ານ້ອຍ​ຂຶ້ນ ຈາກ​ແມ່ນໍ້າ​ອັນ​ແສນເລິກ.</verse>
				<verse number="17">ພຣະອົງ​ຊ່ວຍກູ້​ຂ້ານ້ອຍ​ຈາກ​ສັດຕູ​ທີ່​ມີ​ອຳນາດ​ຫລາຍ ທັງ​ແຂງແຮງ​ກວ່າ​ແລະ​ກຽດຊັງ​ຂ້ານ້ອຍ.</verse>
				<verse number="18">ເມື່ອ​ມີ​ຄວາມ​ເດືອດຮ້ອນ ສັດຕູ​ກໍ​ມາ​ໂຈມຕີ ດີ​ແຕ່​ຂ້ານ້ອຍ​ມີ​ພຣະເຈົ້າຢາເວ​ເປັນ​ຜູ້​ຄຸ້ມຄອງ​ໄວ້.</verse>
				<verse number="19">ພຣະອົງ​ໄດ້​ຊ່ວຍເຫຼືອ​ໃຫ້​ພົ້ນ​ຈາກ​ອັນຕະລາຍ ເພາະ​ພຣະອົງ​ພໍໃຈ​ນຳ​ຈຶ່ງ​ຊ່ວຍ​ໃຫ້​ພົ້ນ​ໄດ້.</verse>
				<verse number="20">ເພາະ​ເຮັດ​ຖືກຕ້ອງ​ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ບຳເໜັດ ເພາະ​ບໍ່ມີ​ຄວາມຜິດ​ພຣະອົງ​ຈຶ່ງ​ອວຍພອນ​ໃຫ້.</verse>
				<verse number="21">ຂ້ານ້ອຍ​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ຫລອນ​ຫັນໜີ​ໄປ​ຈາກ​ພຣະເຈົ້າ​ຂອງ​ຂ້ານ້ອຍ.</verse>
				<verse number="22">ຂ້ານ້ອຍ​ໄດ້​ຮັກສາ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ທັງໝົດ ແລະ​ບໍ່ໄດ້​ລະເມີດ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ເລີຍ.</verse>
				<verse number="23">ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ບໍ່ມີ​ຄວາມຜິດ​ຫຍັງ ແລະ​ໄດ້​ລະວັງຕົວ​ຈາກ​ການ​ຊົ່ວຮ້າຍ.</verse>
				<verse number="24">ເພາະ​ຂ້ານ້ອຍ​ເຮັດ​ຖືກຕ້ອງ ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ຮັບ​ບຳເໜັດ ເພາະ​ພຣະອົງ​ຊົງ​ຮູ້ວ່າ​ຂ້ານ້ອຍ​ບໍ່ມີ​ຜິດ​ຫຍັງ​ທັງນັ້ນ.</verse>
				<verse number="25">ພຣະອົງ​ໂຜດ​ພຣະຄຸນ​ໃຫ້​ແກ່​ຜູ້​ທີ່​ເຮັດ​ຕາມ​ພຣະຄຸນ ພຣະອົງ​ສຳແດງ​ຄວາມ​ສັດຊື່​ຕໍ່​ຜູ້​ທີ່​ສັດຊື່.</verse>
				<verse number="26">ພຣະອົງ​ບໍຣິສຸດ​ຕໍ່​ຜູ້​ທີ່​ມີ​ໃຈ​ບໍຣິສຸດ ແຕ່​ພຣະອົງ​ເປັນ​ສັດຕູ​ຕໍ່​ຜູ້​ທີ່​ຊົ່ວຮ້າຍ.</verse>
				<verse number="27">ພຣະອົງ​ຊ່ວຍ​ຜູ້​ທີ່​ຖ່ອມຕົວ​ໃຫ້​ພົ້ນໄພ ແຕ່​ພຣະອົງ​ດຶງ​ຄົນ​ທີ່​ອວດຕົວ​ຈອງຫອງ​ໃຫ້​ຕົກຕໍ່າ​ລົງ.</verse>
				<verse number="28">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ໃຫ້​ແສງແຈ້ງ​ແກ່​ຂ້ານ້ອຍ ແລະ​ເຮັດ​ໃຫ້​ຄວາມ​ມືດມົວ​ຂອງ​ຂ້ານ້ອຍ​ສູນຫາຍ​ໄປສິ້ນ.</verse>
				<verse number="29">ພຣະອົງ​ໃຫ້​ຂ້ານ້ອຍ​ມີ​ແຮງ​ໂຈມຕີ​ສັດຕູ ມີ​ອຳນາດ​ເໜືອ​ໜ່ວຍ​ປ້ອງກັນ​ຂອງ​ເຂົາເຈົ້າ.</verse>
				<verse number="30">ການກະທຳ​ຂອງ​ພຣະເຈົ້າ ກໍ​ຖືກຕ້ອງ​ຄົບຖ້ວນ​ສົມບູນ​ດີ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍ​ເປັນ​ທີ່​ໄວ້ວາງໃຈ​ໄດ້. ພຣະອົງ​ເປັນ​ດັ່ງ​ໂລ້​ສຳລັບ​ທຸກຄົນ​ທີ່​ມາ ຂໍ​ຄວາມ​ຄຸ້ມຄອງ​ຈາກ​ພຣະອົງ.</verse>
				<verse number="31">ພຣະເຈົ້າຢາເວ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ ພຣະອົງ​ເທົ່ານັ້ນ​ທີ່​ປ້ອງກັນ​ພວກເຮົາ​ໄດ້.</verse>
				<verse number="32">ພຣະອົງ​ຄື​ພຣະເຈົ້າ​ທີ່​ເຮັດ​ໃຫ້​ຂ້ານ້ອຍ​ເຂັ້ມແຂງ ເປັນ​ຜູ້​ແປງ​ທາງ​ໃຫ້​ຂ້ານ້ອຍ​ເດີນໄປ​ຢ່າງ​ປອດໄພ​ໄດ້.</verse>
				<verse number="33">ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ຍ່າງ​ຄ່ອງແຄ້ວ​ດັ່ງ​ໂຕກວາງ ພຣະອົງ​ຊົງ​ຮັກສາ​ໃຫ້​ຂ້ານ້ອຍ​ປອດໄພ​ຢູ່​ເທິງ​ພູສູງ.</verse>
				<verse number="34">ພຣະອົງ​ຫລໍ່ຫລອມ​ຂ້ານ້ອຍ​ສຳລັບ​ສູ້ຮົບ​ຕົບຕີ ໃຫ້​ມີ​ກຳລັງ​ກົ່ງ​ຄັນທະນູ​ອັນ​ແຂງແກ່ນ​ໄດ້.</verse>
				<verse number="35">ພຣະອົງ​ປະທານ​ໂລ້​ແຫ່ງ​ໄຊຊະນະ​ໃຫ້​ແກ່​ຂ້ານ້ອຍ ແລະ​ຊົງ​ຊ່ວຍຊູ​ຂ້ານ້ອຍ​ໃຫ້​ພົ້ນໄພ​ໄດ້ ການ​ທີ່​ພຣະອົງ​ເປັນຫ່ວງ​ນັ້ນ ເຮັດ​ໃຫ້​ຂ້ານ້ອຍ​ໃຫຍ່​ຂຶ້ນ ແລະ​ຣິດທານຸພາບ​ຂອງ​ພຣະອົງ​ກໍ​ເຮັດ​ໃຫ້​ຂ້ານ້ອຍ​ປອດໄພ.</verse>
				<verse number="36">ພຣະອົງ​ຮັກສາ​ຂ້ານ້ອຍ​ໄວ້​ບໍ່​ໃຫ້​ຖືກ​ຈັບ ແລະ​ຂ້ານ້ອຍ​ກໍ​ບໍ່ເຄີຍ​ລົ້ມລົງ​ຈັກເທື່ອ.</verse>
				<verse number="37">ຂ້ານ້ອຍ​ໄດ້​ໄລ່ຕາມ​ສັດຕູ ແລະ​ໄດ້​ຊະນະ​ພວກເຂົາ ຂ້ານ້ອຍ​ບໍ່​ຢຸດເຊົາ​ຈົນກວ່າ​ໄດ້​ທຳລາຍ​ພວກເຂົາ​ຖິ້ມ.</verse>
				<verse number="38">ຂ້ານ້ອຍ​ຕີ​ພວກເຂົາ​ໃຫ້​ລົ້ມ​ຈົນ​ພວກເຂົາ​ລຸກ​ຂຶ້ນ​ບໍ່ໄດ້ ແລະ​ເຫັນ​ພວກເຂົາ​ຕາຍ​ຕໍ່ໜ້າ​ຢ່າງ​ພ່າຍແພ້.</verse>
				<verse number="39">ພຣະອົງ​ໃຫ້​ກຳລັງ​ແກ່​ຂ້ານ້ອຍ​ເພື່ອ​ສູ້ຮົບ ແລະ​ເຮັດ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ຂາບລົງ​ຕໍ່ໜ້າ​ຂ້ານ້ອຍ.</verse>
				<verse number="40">ພຣະອົງ​ເຮັດ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ແລ່ນພ່າຍ​ໜີໄປ ແລະ​ທຳລາຍ​ພວກ​ທີ່​ກຽດຊັງ​ຂ້ານ້ອຍ​ນັ້ນ.</verse>
				<verse number="41">ພວກເຂົາ​ຮ້ອງຫາ​ຜູ້​ຊ່ວຍ ແຕ່​ບໍ່ມີ​ຜູ້ໃດ​ຊ່ວຍ​ພວກເຂົາ ພວກເຂົາ​ຮ້ອງຫາ​ພຣະເຈົ້າຢາເວ​ແຕ່​ພຣະອົງ​ບໍ່​ຕອບ.</verse>
				<verse number="42">ຂ້ານ້ອຍ​ໄດ້​ຢຽບຢໍ່າ​ທຳລາຍ​ພວກເຂົາ​ໃຫ້​ໝົດ ເປັນ​ດັ່ງ​ຂີ້ຝຸ່ນ​ຊຶ່ງ​ຖືກ​ລົມ​ພັດ​ປິວ​ໄປສິ້ນ. ຂ້ານ້ອຍ​ໄດ້​ຢຽບ​ພວກເຂົາ ເໝືອນ​ຢຽບ​ຂີ້ຕົມ​ໃນ​ຫົນທາງ​ຍ່າງ.</verse>
				<verse number="43">ພຣະອົງ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄົນ​ກະບົດ ແລະ​ໃຫ້​ເປັນ​ຜູ້ປົກຄອງ​ບັນດາ​ປະຊາຊາດ; ປະຊາຊົນ​ທີ່​ຂ້ານ້ອຍ​ບໍ່ເຄີຍ​ຮູ້ຈັກ​ມາ​ກ່ອນ ບັດນີ້ ກໍ​ກາຍມາເປັນ​ຜູ້ຮັບໃຊ້​ຂ້ານ້ອຍ.</verse>
				<verse number="44">ຊາວ​ຕ່າງດ້າວ​ກົ້ມ​ລົງ​ຂາບ​ຕໍ່ໜ້າ​ຂ້ານ້ອຍ​ທັງໝົດ ເມື່ອ​ຂ້ານ້ອຍ​ເວົ້າຈາ​ກໍ​ພາກັນ​ເຊື່ອຟັງ​ໂລດ.</verse>
				<verse number="45">ຄວາມ​ກ້າຫານ​ທີ່​ພວກເຂົາ​ມີ​ນັ້ນ​ກໍ​ເສຍ​ໄປ​ໝົດ ໂຕ​ສັ່ນເຊັນ​ອອກ​ມາ​ຈາກ​ປ້ອມ​ຂອງ​ເຂົາເຈົ້າ.</verse>
				<verse number="46">ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະ​ສີລາ​ຂອງ​ຂ້ານ້ອຍ ຈົ່ງ​ປະກາດ​ຣິດທານຸພາບ​ຂອງ​ພຣະເຈົ້າ​ທີ່​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ</verse>
				<verse number="47">ພຣະອົງ​ຊົງ​ເປັນ​ຜູ້​ແກ້ແຄ້ນ​ສັດຕູ​ທັງຫລາຍ​ໃຫ້​ຂ້ານ້ອຍ ແລະ​ຊົງປາບ​ບັນດາ​ປະຊາຊາດ​ທັງຫຼາຍ​ໃຫ້​ຍອມ​ຈຳນົນ​ຕໍ່​ຂ້ານ້ອຍ.</verse>
				<verse number="48">ພຣະອົງ​ຊ່ວຍ​ເອົາ​ຂ້ານ້ອຍ​ໃຫ້​ພົ້ນ ຈາກ​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ແລ້ວ. ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ໃຫ້​ຂ້ານ້ອຍ​ມີໄຊ​ເໜືອ​ສັດຕູ ທັງ​ຮັກສາ​ຂ້ານ້ອຍ​ຈາກ​ຄົນ​ທີ່​ໂຫດຮ້າຍ.</verse>
				<verse number="49">ດັ່ງນັ້ນ ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ຂ້ານ້ອຍ​ຈຶ່ງ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ແລະ​ຮ້ອງເພງ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ.</verse>
				<verse number="50">ພຣະອົງ​ໃຫ້​ໄຊຊະນະ​ໃຫຍ່​ແກ່​ກະສັດ​ຂອງ​ພຣະອົງ ໃຫ້​ຄວາມຮັກ​ອັນ​ໝັ້ນຄົງ​ແກ່​ຜູ້​ທີ່​ພຣະອົງ​ຫົດສົງ​ໄວ້ ຄື​ໃຫ້​ແກ່​ດາວິດ​ແລະ​ເຊື້ອສາຍ​ຂອງ​ເພິ່ນ ສືບໆໄປ​ຊົ່ວ​ນິຣັນດອນ.</verse>
			</chapter>
			<chapter number="19">
				<verse number="1">ຟ້າ​ສະຫວັນ​ໄດ້​ເປີດເຜີຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ຊີ້​ໃຫ້​ເຫັນ​ຊັດເຈນ​ສິ່ງ​ທີ່​ໄດ້​ຊົງ​ກະທຳ​ນັ້ນ</verse>
				<verse number="2">ແຕ່ລະວັນ​ກໍ​ປະກາດ​ເລື່ອງ​ນີ້​ໃຫ້​ວັນ​ຕໍ່ໄປ. ແຕ່ລະຄືນ​ກໍ​ກ່າວ​ຢໍ້າ​ເຖິງ​ເລື່ອງ​ນີ້</verse>
				<verse number="3">ຊຶ່ງ​ບໍ່ແມ່ນ​ຄຳເວົ້າ​ຫລື​ຄຳ​ປາໄສ​ໃດໆ ແລະ​ຫູ​ກໍ​ບໍ່ໄດ້ຍິນ​ສຽງ​ໃດໆ​ທັງສິ້ນ</verse>
				<verse number="4">ແຕ່​ປານນັ້ນ​ຖ້ອຍຄຳ​ຂອງ​ເຂົາເຈົ້າ ກໍ​ແຜ່​ທົ່ວ​ໂລກາ ລືຊາ​ປາກົດ​ໄປ​ເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ. ທີ່​ເທິງ​ຈັກກະວານ ພຣະອົງ​ໄດ້​ສ້າງ​ທີ່​ຢູ່​ໃຫ້​ດວງຕາເວັນ</verse>
				<verse number="5">ຊຶ່ງ​ໄດ້​ສ່ອງແສງ​ອອກ​ມາ​ໃນ​ຕອນເຊົ້າ ເໝືອນ​ດັ່ງ​ເຈົ້າບ່າວ​ທີ່​ມີ​ຄວາມສຸກ ດັ່ງ​ນັກ​ກິລາ​ຜູ້​ຮ້ອນຮົນ​ໃນ​ການ​ແລ່ນແຂ່ງ.</verse>
				<verse number="6">ມັນ​ຂຶ້ນ​ຈາກ​ຟ້າ​ສະຫວັນ​ເບື້ອງໜຶ່ງ​ໄປ​ຫາ​ອີກ​ເບື້ອງໜຶ່ງ ບໍ່ມີ​ສິ່ງໃດ​ຫລົບລີ້​ຈາກ​ຄວາມຮ້ອນ​ຂອງ​ມັນ​ໄດ້.</verse>
				<verse number="7">ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ຄົບຖ້ວນ​ແລະ​ສົມບູນ​ດີ ເປັນ​ທີ່​ຟື້ນຟູ​ຈິດໃຈ​ໃຫ້​ມີ​ແຮງ​ຂຶ້ນ​ໃໝ່. ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ເປັນ​ທີ່​ໄວ້ວາງໃຈ ທັງ​ໃຫ້​ປັນຍາ​ແກ່​ຜູ້​ທີ່​ຂາດ​ປັນຍາ​ໄດ້.</verse>
				<verse number="8">ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ນັ້ນ ຖືກຕ້ອງ​ທັງ​ເຮັດ​ໃຫ້​ຜູ້​ເຊື່ອຟັງ​ເບີກບານ​ໃຈ. ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ກໍ​ທ່ຽງທຳ ທັງ​ຊ່ວຍ​ໃຫ້​ເຂົ້າໃຈ​ຖືກຕ້ອງ.</verse>
				<verse number="9">ຄວາມ​ຢຳເກງ​ແກ່​ພຣະເຈົ້າຢາເວ​ເປັນ​ການ​ດີ ຊຶ່ງ​ຄວນ​ຈະ​ມີ​ສືບໆໄປ​ເປັນນິດ. ການຕັດສິນ​ຂອງ​ພຣະເຈົ້າຢາເວ​ກໍ​ທ່ຽງທຳ ເປັນ​ການຕັດສິນ​ທີ່​ຍຸດຕິທຳ​ຢູ່​ສະເໝີ.</verse>
				<verse number="10">ເປັນ​ສິ່ງ​ທີ່​ປາຖະໜາ​ຫລາຍກວ່າ​ຄຳ​ບໍຣິສຸດ ມັນ​ຫວານຊື່ນ​ຫລາຍກວ່າ​ຢອດ​ນໍ້າເຜິ້ງ​ທີ່​ຍ້ອຍ​ລົງ​ຈາກ​ຮັງ.</verse>
				<verse number="11">ເຮັດ​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ມີ​ຄວາມ​ຮອບຮູ້​ດີ ຂ້ານ້ອຍ​ໄດ້​ບຳເໜັດ​ເພາະ​ເຊື່ອຟັງ​ກົດບັນຍັດ​ເຫຼົ່ານີ້.</verse>
				<verse number="12">ແຕ່​ບໍ່ມີ​ຜູ້ໃດ​ເຫັນ​ໄດ້​ເຖິງ​ຄວາມ​ຜິດພາດ​ຂອງ​ຕົນເອງ ໂຜດ​ຊ່ວຍ​ຂ້ານ້ອຍ​ຈາກ​ຄວາມຜິດ​ທີ່​ປິດບັງ​ໄວ້​ດ້ວຍ</verse>
				<verse number="13">ຂໍ​ຊົງ​ໂຜດ​ຮັກສາ​ໃຫ້​ພົ້ນ​ຈາກ​ບາບ​ຂອງ​ຂ້ານ້ອຍ​ແດ່ ຢ່າ​ໃຫ້​ການບາບ​ນັ້ນ​ມີໄຊ​ເໜືອ​ຂ້ານ້ອຍ​ເລີຍ. ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄດ້​ເປັນ​ຄົນ​ຄົບ​ບໍຣິບູນ ແລະ​ມີ​ອິດສະຫລະພາບ​ຈາກ​ຄວາມບາບ​ອັນ​ຊົ່ວຮ້າຍ​ນີ້.</verse>
				<verse number="14">ໂຜດ​ໃຫ້​ຄຳເວົ້າ​ແລະ​ຄວາມຄິດ​ຂອງ​ຂ້ານ້ອຍ​ເປັນ​ທີ່​ພໍໃຈ​ພຣະອົງ ຂ້າແດ່​ພຣະເຈົ້າຢາເວ ອົງ​ເປັນ​ສີລາ​ຂອງ​ຂ້ານ້ອຍ​ແລະ​ເປັນ​ພຣະຜູ້ໄຖ່​ຂອງ​ຂ້ານ້ອຍ.</verse>
			</chapter>
			<chapter number="20">
				<verse number="1">ເມື່ອ​ເດືອດຮ້ອນ​ຂໍ​ພຣະເຈົ້າຢາເວ​ຕອບ​ທ່ານ ຂໍໃຫ້​ພຣະນາມ​ຂອງ​ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ທີ່​ເພິ່ງ​ຂອງທ່ານ​ເທີ້ນ</verse>
				<verse number="2">ຈາກ​ພຣະວິຫານ​ນັ້ນ ຂໍ​ພຣະອົງ​ສົ່ງ​ຄວາມ​ຊ່ວຍຊູ ຈາກ​ພູເຂົາ​ຊີໂອນ ຂໍ​ພຣະອົງ​ຊ່ວຍເຫລືອ​ທ່ານ​ເຖີດ.</verse>
				<verse number="3">ຂໍ​ພຣະອົງ​ຮັບ​ເຄື່ອງ ທີ່​ທ່ານ​ນຳ​ມາ​ຖວາຍ​ທັງໝົດ ແລະ​ພໍໃຈ​ກັບ​ເຄື່ອງ​ບູຊາ ທີ່​ທ່ານ​ໄດ້​ນຳ​ມາ​ນັ້ນ.</verse>
				<verse number="4">ຂໍ​ພຣະອົງ​ໂຜດ​ໃຫ້​ຕາມ​ທີ່​ທ່ານ​ປາຖະໜາ ແລະ​ນຳພາ​ແຜນການ​ທຸກຢ່າງ​ໃຫ້​ສຳເລັດ.</verse>
				<verse number="5">ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ ເຖິງ​ຄວາມ​ມີໄຊ​ຂອງ​ທ່ານ​ຍ້ອນ​ພຣະເຈົ້າຢາເວ ແລະ​ສະຫລອງ​ໄຊຊະນະ​ໂດຍ​ຖວາຍ​ຄຳສັນລະເສີນ ຂໍ​ຊົງ​ຕອບ​ທ່ານ ຕາມ​ຄຳພາວັນນາ​ອະທິຖານ​ທຸກຢ່າງ​ເຖີດ.</verse>
				<verse number="6">ບັດນີ້ ຈຶ່ງ​ຮູ້ວ່າ​ພຣະເຈົ້າຢາເວ​ໃຫ້​ຄວາມ​ມີໄຊ ແກ່​ກະສັດ​ທີ່​ພຣະອົງ​ໄດ້​ເລືອກເອົາ​ນັ້ນ. ພຣະອົງ​ຕອບ​ເພິ່ນ​ຈາກ​ທີ່​ສັກສິດ​ແຫ່ງ​ຟ້າ​ສະຫວັນ ໄດ້​ມີໄຊ​ອັນ​ໃຫຍ່ຫລວງ​ໂດຍ​ຣິດທານຸພາບ.</verse>
				<verse number="7">ບາງຄົນ​ໄວ້ວາງໃຈ​ໃນ​ລົດຮົບ​ຂອງ​ພວກຕົນ ຄົນອື່ນ​ໄວ້ວາງໃຈ​ໃນ​ມ້າ​ຮົບ​ຂອງ​ເຂົາເຈົ້າ ແຕ່​ພວກເຮົາ​ໄວ້ວາງໃຈ​ໃນ​ພຣະນາມ ແຫ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.</verse>
				<verse number="8">ຝ່າຍ​ຄົນ​ເຫຼົ່ານັ້ນ​ກໍ​ຈະ​ລົ້ມ​ຍ້ອນ​ເຕະ​ສະດຸດ ແຕ່​ພວກເຮົາ​ຈະ​ລຸກຢືນ​ຂຶ້ນ​ຢ່າງ​ໜັກແໜ້ນ.</verse>
				<verse number="9">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ໃຫ້​ໄຊຊະນະ​ແກ່​ກະສັດ ແລະ​ໂຜດ​ຕອບ ເມື່ອ​ພວກ​ຂ້ານ້ອຍ​ຮ້ອງຫາ​ດ້ວຍ.</verse>
			</chapter>
			<chapter number="21">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ກະສັດ​ດີໃຈ​ຍ້ອນ​ພຣະອົງ​ໃຫ້​ກຳລັງ ເພິ່ນ​ຊົມຊື່ນ​ຍິນດີ​ເພາະ​ໄດ້​ໄຊຊະນະ.</verse>
				<verse number="2">ພຣະອົງ​ໃຫ້​ເພິ່ນ​ໄດ້​ຮັບ​ຕາມໃຈ​ປາຖະໜາ ພຣະອົງ​ຕອບ​ຄຳຮ້ອງຂໍ​ຂອງ​ເພິ່ນ​ແລ້ວ.</verse>
				<verse number="3">ພຣະອົງ​ໄດ້​ມາ​ຫາ​ທ່ານ​ດ້ວຍ​ພອນ​ອັນ​ມະຫາສານ ແລະ​ສວມ​ມົງກຸດ​ຄຳ​ໃສ່​ຫົວ​ໃຫ້​ທ່ານ​ດ້ວຍ.</verse>
				<verse number="4">ທ່ານ​ຂໍ​ຊີວິດ​ຈາກ​ພຣະເຈົ້າ ພຣະອົງ​ກໍ​ໂຜດ​ໃຫ້​ຕາມ​ທີ່​ໄດ້​ຂໍ​ມາ ເປັນ​ຊີວິດ​ທີ່​ຍືນຍາວ​ແລະ​ຕະຫລອດໄປ.</verse>
				<verse number="5">ເພາະ​ພຣະອົງ​ຊ່ວຍເຫຼືອ​ເພິ່ນ​ຈຶ່ງ​ມີ​ກຽດ​ສັກສີ ພຣະອົງ​ໃຫ້​ເພິ່ນ​ມີ​ຊື່ສຽງ​ແລະ​ຣິດອຳນາດ.</verse>
				<verse number="6">ພຣະພອນ​ນັ້ນ​ກໍ​ດຳລົງ​ຢູ່​ກັບ​ເພິ່ນ​ຕະຫລອດໄປ ເພິ່ນ​ຊົມຊື່ນ​ຍິນດີ​ທີ່ສຸດ​ເມື່ອ​ຢູ່​ຊ້ອງໜ້າ​ພຣະເຈົ້າ.</verse>
				<verse number="7">ກະສັດ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ອົງ​ຍິ່ງໃຫຍ່​ສູງສຸດ ທ່ານ​ຈະ​ບໍ່​ຫວັ່ນໄຫວ.</verse>
				<verse number="8">ພຣະຫັດ​ຂອງ​ພຣະອົງ​ຈະ​ຄົ້ນພົບ​ເຫຼົ່າ​ສັດຕູ​ທັງຫລາຍ ພຣະຫັດ​ຂວາ​ຂອງ​ພຣະອົງ​ຈະ​ທຳລາຍ​ບັນດາ​ຜູ້​ທີ່​ກຽດຊັງ​ພຣະອົງ.</verse>
				<verse number="9">ພຣະອົງ​ຈະ​ທຳລາຍ​ພວກເຂົາ​ຖິ້ມ​ໝົດ​ໃນ​ແປວໄຟ ຄື​ໄຟ​ເຜົາຜານ​ເມື່ອ​ພຣະອົງ​ມາ​ປາກົດ​ນັ້ນ. ໃນ​ຄວາມ​ໂກດຮ້າຍ ພຣະເຈົ້າຢາເວ​ຈະ​ກືນ​ພວກເຂົາ ແລະ​ໄຟ​ກໍ​ຈະ​ເຜົາຜານ​ພວກເຂົາ​ໃຫ້​ດັບ​ສິ້ນ.</verse>
				<verse number="10">ເຊື້ອສາຍ​ເຂົາເຈົ້າ​ຈະ​ບໍ່ມີ​ຜູ້ໃດ​ລອດ​ຊີວິດ​ຢູ່ ກະສັດ​ຈະ​ຂ້າ​ທຸກຄົນ​ຖິ້ມ​ບໍ່​ເວັ້ນ​ຜູ້ໃດ.</verse>
				<verse number="11">ພວກເຂົາ​ວາງແຜນ​ຮ້າຍ​ທັງ​ກໍ່​ອຸບາຍ​ຕໍ່ສູ້​ກະສັດ ແຕ່​ການ​ກະທຳ​ຂອງ​ພວກເຂົາ​ຈະ​ບໍ່​ສຳເລັດ.</verse>
				<verse number="12">ເພິ່ນ​ຈະ​ຍິງ​ລູກໜ້າ​ທັງຫລາຍ​ສຸມໃສ່​ພວກເຂົາ ແລະ​ເຮັດ​ໃຫ້​ພວກເຂົາ​ແລ່ນ​ກັບຄືນ.</verse>
				<verse number="13">ຂ້າແດ່​ພຣະເຈົ້າຢາເວ ພວກ​ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ເພາະ​ກຳລັງ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ​ນັ້ນ ພວກ​ຂ້ານ້ອຍ​ຈະ​ຮ້ອງລຳ​ທຳເພງ ແລະ​ຍ້ອງຍໍ​ສັນລະເສີນ​ຣິດທານຸພາບ​ຂອງ​ພຣະອົງ.</verse>
			</chapter>
			<chapter number="22">
				<verse number="1">ພຣະເຈົ້າ​ຂອງ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ເຫດໃດ​ພຣະອົງ​ຈຶ່ງ​ໄດ້​ປະຖິ້ມ​ຂ້ານ້ອຍ? ຂ້ານ້ອຍ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ​ຢ່າງ​ສຸດ​ກຳລັງ ເປັນຫຍັງ​ຄວາມ​ຊ່ວຍເຫຼືອ​ຈຶ່ງ​ຢູ່​ຫ່າງໄກ​ຂ້ານ້ອຍ​ແທ້.</verse>
				<verse number="2">ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຮ້ອງຫາ​ໃນ​ກາງເວັນ ແຕ່​ພຣະອົງ​ບໍ່​ໃຫ້​ຄຳຕອບ ຂ້ານ້ອຍ​ເອີ້ນ​ຫາ​ພຣະອົງ​ໃນ​ເວລາ​ກາງຄືນ ຈົນ​ວ່າ​ບໍ່ໄດ້​ຮັບ​ການ​ພັກຜ່ອນ.</verse>
				<verse number="3">ແຕ່​ອົງ​ຊົງ​ບໍຣິສຸດ​ນັ່ງ​ທີ່​ເທິງ​ບັນລັງ​ຂອງ​ພຣະອົງ ອົງ​ທີ່​ຊາວ​ອິດສະຣາເອນ​ໃຫ້​ຄຳ​ຍ້ອງຍໍ​ສັນລະເສີນ​ນັ້ນ.</verse>
				<verse number="4">ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ ພວກເພິ່ນ​ໄວ້ວາງໃຈ​ພຣະອົງ​ຈຶ່ງ​ຊ່ວຍກູ້​ເອົາ​ພວກເພິ່ນ​ໄວ້.</verse>
				<verse number="5">ພວກເພິ່ນ​ຮ້ອງຫາ​ພຣະອົງ​ແລະ​ໄດ້​ທີ່​ພົ້ນ​ອັນຕະລາຍ ພວກເພິ່ນ​ໄວ້ວາງໃຈ​ໃນ​ພຣະອົງ​ແລະ​ບໍ່ໄດ້​ສູນເສຍ​ຄວາມຫວັງ.</verse>
				<verse number="6">ຂ້ານ້ອຍ​ບໍ່ແມ່ນ​ມະນຸດ​ແຕ່​ເປັນ​ພຽງ​ໂຕ​ໜອນ ທີ່​ທຸກຄົນ​ຫຍໍ້ຫຍັນ​ແລະ​ກຽດຊັງ</verse>
				<verse number="7">ທຸກຄົນ​ທີ່​ເຫັນ​ຂ້ານ້ອຍ​ຕ່າງ​ກໍ​ຫົວຂວັນ ແລບ​ລີ້ນ​ແລະ​ແກວ່ງຫົວ​ໃສ່​ຂ້ານ້ອຍ.</verse>
				<verse number="8">ພວກເຂົາ​ເວົ້າ​ວ່າ, “ເຈົ້າ​ຜູ້ເພິ່ງ​ພຣະເຈົ້າຢາເວ​ເອີຍ ເປັນຫຍັງ​ພຣະອົງ​ບໍ່​ມາ​ຊ່ວຍກູ້​ເອົາ​ເຈົ້າ? ຖ້າ​ພຣະອົງ​ພໍໃຈ​ໃນ​ຕົວ​ເຈົ້າ​ແທ້ນັ້ນ ເປັນຫຍັງ​ພຣະອົງ​ບໍ່​ມາ​ຊ່ວຍເຫຼືອ​ເອົາ​ເຈົ້າ​ໄວ້?”</verse>
				<verse number="9">ເມື່ອ​ຂ້ານ້ອຍ​ເກີດ ພຣະອົງ​ໃຫ້​ຄວາມ​ປອດໄພ ເມື່ອ​ຍັງ​ເຍົາໄວ​ແມ່ນ​ພຣະອົງ​ທີ່​ໄດ້​ຮັກສາ​ໄວ້.</verse>
				<verse number="10">ຂ້ານ້ອຍ​ເພິ່ງ​ພຣະອົງ​ຕັ້ງແຕ່​ມື້​ໄດ້​ເກີດ​ມາ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ມາ​ຕະຫລອດ.</verse>
				<verse number="11">ຂໍ​ພຣະອົງ​ຢ່າ​ຢູ່​ຫ່າງໄກ​ຂ້ານ້ອຍ ຍ້ອນ​ວ່າ​ຄວາມ​ເດືອດຮ້ອນ​ຢູ່​ໃກ້​ແລ້ວ ແລະ​ບໍ່ມີ​ຜູ້ໃດ​ທີ່​ຈະ​ຊ່ວຍ​ຊີວິດ​ຂອງ​ຂ້ານ້ອຍ​ໄວ້​ໄດ້.</verse>
				<verse number="12">ສັດຕູ​ດັ່ງ​ຝູງ​ງົວປ່າ​ອ້ອມ​ຂ້ານ້ອຍ​ໄວ້​ທຸກ​ແຈ ດັ່ງ​ງົວປ່າ​ຮ້າຍ​ແຕ່​ເຂດ​ບາຊານ​ທີ່​ປິດລ້ອມ​ໄວ້.</verse>
				<verse number="13">ພວກເຂົາ​ອ້າ​ປາກ​ໃສ່​ເໝືອນ​ດັ່ງ​ຝູງ​ໂຕສິງ ທີ່​ກຳລັງ​ຮ້ອງ​ແຜດສຽງ​ແລະ​ຈະ​ກັດກິນ​ເນື້ອ.</verse>
				<verse number="14">ເຫື່ອແຮງ​ຂອງ​ຂ້ານ້ອຍ​ກໍ​ໄດ້​ສູນເສຍ​ໄປ ດັ່ງ​ນໍ້າ​ທີ່​ໄຫລຊະ​ໄປ​ຕາມ​ພື້ນດິນ​ນັ້ນ. ກະດູກ​ຂອງ​ຂ້ານ້ອຍ​ທຸກ​ຊີກ​ກໍ​ບໍ່​ຕິດຕໍ່ກັນ ຈິດໃຈ​ຂອງ​ຂ້ານ້ອຍ​ກໍ​ເປື່ອຍ​ໄປ​ດັ່ງ​ຂີ້ເຜິ້ງ.</verse>
				<verse number="15">ລຳຄໍ ຂອງ​ຂ້ານ້ອຍ​ກໍ​ແຫ້ງ​ເໝືອນ​ດັ່ງ​ຂີ້ຝຸ່ນ​ດິນ​ລີ້ນ​ກໍ​ຫົດ​ຕິດ​ເຫລືອກ​ເບື້ອງເທິງ ພຣະອົງ​ປະ​ຂ້ານ້ອຍ​ຕາຍ​ໃນ​ແດນ​ມໍຣະນາ​ເສຍ​ແລ້ວ.</verse>
				<verse number="16">ກຸ່ມ​ຄົນ​ຊົ່ວຮ້າຍ​ກໍ​ອ້ອມຮອບ​ຂ້ານ້ອຍ​ໄວ້​ຄືກັບ​ຝູງ​ໝາ​ອ້ອມຮອບ​ຂ້ານ້ອຍ; ໝາຍ​ຈະ​ກັດກິນ​ທັງ​ແທງ ມື​ແທງ​ຕີນ​ຂອງ​ຂ້ານ້ອຍ.</verse>
				<verse number="17">ກະດູກ​ທຸກ​ຊີກ​ຂອງ​ຂ້ານ້ອຍ​ຖືກ​ນັບ​ໄດ້​ໝົດ ຄູ່​ປໍລະປັກ​ຂອງ​ຂ້ານ້ອຍ​ສັກຕາ​ໃສ່​ຂ້ານ້ອຍ​ດ້ວຍ.</verse>
				<verse number="18">ພວກເຂົາ​ຈົກ​ສະຫລາກ​ເພື່ອ​ເອົາ​ເສື້ອ​ຂອງ​ຂ້ານ້ອຍ​ໄປ ແລະ​ກໍ​ແບ່ງປັນ​ກັນ​ໃນ​ທ່າມກາງ​ພວກ​ເຂົາເຈົ້າ.</verse>
				<verse number="19">ໂອ ຂ້າແດ່​ພຣະເຈົ້າຢາເວ ຂໍ​ຢ່າ​ຢູ່​ຫ່າງໄກ​ຈາກ​ຂ້ານ້ອຍ​ເລີຍ ຂໍ​ຊົງ​ເລັ່ງ​ມາ​ຊ່ວຍເຫຼືອ​ເອົາ​ຂ້ານ້ອຍ​ແດ່ທ້ອນ</verse>
				<verse number="20">ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄົມ​ດາບ ແລະ​ຊ່ວຍ​ຊີວິດ​ຂອງ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຝູງ​ໝາ​ຮ້າຍ​ເຫຼົ່ານີ້​ແດ່ທ້ອນ.</verse>
				<verse number="21">ໂຜດ​ຊ່ວຍກູ້​ເອົາ​ຂ້ານ້ອຍ​ຈາກ​ຝູງ​ສິງ​ນີ້​ແດ່ ແລະ​ປ້ອງກັນ​ຂ້ານ້ອຍ​ຈາກ​ຝູງງົວ​ປ່າ.</verse>
				<verse number="22">ຂ້ານ້ອຍ​ຈະ​ປະກາດ​ພຣະນາມ​ຂອງ​ພຣະອົງ ຕໍ່​ພວກ​ພີ່ນ້ອງ​ຂອງ​ຂ້ານ້ອຍ​ທີ່​ພຣະອົງ​ໄດ້​ຊົງ​ກະທຳ​ ແລ້ວ​ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ​ໃນ​ທີ່​ປະຊຸມ​ຂອງ​ພວກເຂົາ​ວ່າ</verse>
				<verse number="23">“ພວກເຈົ້າ​ຜູ້​ຢຳເກງ​ພຣະເຈົ້າຢາເວ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ ພວກເຈົ້າ​ຜູ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ ພວກເຈົ້າ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ນະມັດສະການ​ພຣະອົງ.</verse>
				<verse number="24">ຄົນ​ທຸກຈົນ​ພຣະອົງ​ບໍ່​ປະຖິ້ມ ແຕ່​ສົນໃຈ​ຍ້ອນ​ພວກເຂົາ​ທົນທຸກ ພຣະອົງ​ບໍ່​ຫັນໜີ ແຕ່​ຕອບ​ສິ່ງ​ທີ່​ເຂົາເຈົ້າ​ຮ້ອງຂໍ.”</verse>
				<verse number="25">ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ ໃນ​ທີ່​ຊຸມນຸມ​ໃຫຍ່ ສຳລັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ ຂ້ານ້ອຍ​ຈະ​ຖວາຍບູຊາ​ຕາມ​ທີ່​ໄດ້​ສາບານ​ໄວ້ ຢູ່​ຊ້ອງໜ້າ​ພວກ​ທີ່​ນະມັດສະການ​ພຣະອົງ</verse>
				<verse number="26">ຄົນ​ທຸກຈົນ​ຈະ​ກິນ​ອີ່ມ ແລະ​ເພິ່ງພໍໃຈ ເປັນ​ພວກ​ທີ່​ມາ​ເພິ່ງພາ​ອາໄສ​ໃນ​ພຣະເຈົ້າຢາເວ ພວກເຂົາ​ຈະ​ພາກັນ​ຮ້ອງ​ຍົກຍໍ​ພຣະນາມ ຂໍ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ໄປ​ເລື້ອຍໆ​ເທີ້ນ.</verse>
				<verse number="27">ທຸກ​ມູມໂລກ ທຸກ​ຊົນຊາດ​ຈະ​ຄິດເຖິງ​ແລະ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ທຸກ​ເຊື້ອຊາດ​ພາສາ​ຈະ​ນະມັດສະການ​ພຣະອົງ.</verse>
				<verse number="28">ທຸກ​ຊົນຊາດ​ເປັນ​ຂອງ​ພຣະເຈົ້າຢາເວ ພຣະອົງ​ປົກຄອງ​ເໜືອ​ຊົນຊາດ​ທັງຫລາຍ.</verse>
				<verse number="29">ທຸກຄົນ​ທີ່​ໂອ້ອວດ​ຈອງຫອງ​ນັ້ນ ຈະ​ກົ້ມ​ຂາບ​ພຣະອົງ ມະນຸດ​ທີ່​ຕາຍເປັນ​ຈະ​ກົ້ມຂາບ​ພຣະອົງ.</verse>
				<verse number="30">ຄົນ​ຮຸ່ນຫລັງ​ຈະ​ບົວລະບັດ​ຮັບໃຊ້​ພຣະອົງ ຄົນ​ຈະ​ກ່າວ​ສູ່​ເຊັ່ນ​ລູກຫລານ​ເຖິງ​ພຣະເຈົ້າຢາເວ.</verse>
				<verse number="31">ຄົນ​ທີ່​ຍັງ​ບໍ່​ທັນ​ເກີດ​ກໍ​ຈະ​ໄດ້​ຮູ້​ຂ່າວ​ວ່າ, “ພຣະເຈົ້າ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນໄພ.”</verse>
			</chapter>
			<chapter number="23">
				<verse number="1">ພຣະເຈົ້າຢາເວ​ເປັນ​ຜູ້ລ້ຽງ​ຂ້ານ້ອຍ ຂ້ານ້ອຍ​ມີ​ທຸກສິ່ງ​ທີ່​ຕ້ອງການ.</verse>
				<verse number="2">ພຣະອົງ​ໃຫ້​ຂ້ານ້ອຍ​ພັກເຊົາ​ຢູ່​ໃນ​ທົ່ງຫຍ້າ​ອັນ​ຂຽວສົດ ພຣະອົງ​ນຳພາ​ຂ້ານ້ອຍ​ໄປ​ທີ່​ບໍ່ນໍ້າ​ອັນ​ສົດໃສ​ແລະ​ມິດງຽບ.</verse>
				<verse number="3">ພຣະອົງ​ໃຫ້​ຂ້ານ້ອຍ​ມີ​ແຮງ​ຂຶ້ນໃໝ່ ທັງ​ນຳ​ສູ່​ທາງ​ອັນ​ຖືກຕ້ອງ ​ເພາະ​ເຫັນແກ່​ນາມຊື່​ຂອງ​ພຣະອົງ.</verse>
				<verse number="4">ເຖິງ​ວ່າ​ຜ່ານ​ຮ່ອມພູ​ອັນ​ມືດໜາ ຂ້ານ້ອຍ​ກໍ​ຈະ​ບໍ່​ຢ້ານກົວ​ເພາະ​ພຣະອົງ​ຢູ່​ດ້ວຍ. ໄມ້ຄ້ອນ​ແລະ​ໄມ້ເທົ້າ​ຂອງ​ພຣະອົງ ກໍ​ປົກປ້ອງ​ຮັກສາ​ຂ້ານ້ອຍ​ໃຫ້​ພົ້ນ.</verse>
				<verse number="5">ພຣະອົງ​ຈັດ​ງານລ້ຽງ​ໃຫຍ່​ສຳລັບ​ຂ້ານ້ອຍ ບ່ອນ​ສັດຕູ​ທັງໝົດ​ເຫັນ​ຂ້ານ້ອຍ​ໄດ້ ພຣະອົງ​ຕ້ອນຮັບ​ຂ້ານ້ອຍ​ດັ່ງ​ແຂກ​ຜູ້​ສຳຄັນ ແລະ​ຈອກ​ຂອງ​ຂ້ານ້ອຍ​ກໍ​ລົ້ນໄຫລ​ຢູ່.</verse>
				<verse number="6">ພຣະຄຸນ​ຄວາມດີ​ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ຈະ​ຕິດຕາມ​ຂ້ານ້ອຍ​ໄປ​ຕະຫລອດ​ວັນ​ຄືນ​ແຫ່ງ​ຊີວິດ​ຂອງ​ຂ້ານ້ອຍ ແລະ​ຂ້ານ້ອຍ​ຈະ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຈະ​ຢູ່​ທີ່ນັ້ນ​ຕະຫລອດໄປ​ເປັນນິດ.</verse>
			</chapter>
			<chapter number="24">
				<verse number="1">ແຜ່ນດິນ​ໂລກ​ແລະ​ທຸກສິ່ງ​ຢູ່​ໃນ​ນັ້ນ ກໍ​ເປັນ​ຂອງ​ພຣະເຈົ້າຢາເວ ແຜ່ນດິນ​ໂລກ​ແລະ​ທຸກຄົນ​ທີ່​ອາໄສ​ຢູ່ ກໍ​ເປັນ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="2">ພຣະອົງ​ໄດ້​ຊົງ​ສ້າງ​ແຜ່ນດິນ​ໂລກ ແລະ​ຕັ້ງ​ມັນ​ໄວ້​ຢູ່​ເທິງ​ໜ້າ​ນໍ້າ ທັງ​ຝັງ​ຮາກຖານ​ໂລກ​ໄວ້​ຢູ່​ພື້ນ​ທະເລ​ເລິກ.</verse>
				<verse number="3">ຜູ້ໃດ​ມີ​ສິດ​ຂຶ້ນ​ໄປ​ເທິງ​ເນີນພູ​ຂອງ​ພຣະເຈົ້າຢາເວ ໄດ້​ແດ່? ຜູ້ໃດ​ຈະ​ຢືນ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ?</verse>
				<verse number="4">ຄື​ພວກ​ທີ່​ມື​ສະອາດ​ແລະ​ໃຈ​ບໍຣິສຸດ ຄື​ຜູ້​ທີ່​ບໍ່​ຍອມ​ຂາບໄຫວ້​ຮູບເຄົາຣົບ ຫລື​ບໍ່​ໃຫ້​ຄຳສັນຍາ​ຢ່າງ​ຫລອກລວງ.</verse>
				<verse number="5">ພຣະເຈົ້າຢາເວ​ຈະ​ອວຍພອນ​ທັງ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນໄພ ພຣະເຈົ້າ​ຈະ​ປະກາດ​ວ່າ​ພວກເຂົາ​ບໍ່ມີ​ຜິດ​ໃດໆ​ທັງນັ້ນ.</verse>
				<verse number="6">ແມ່ນ​ປະຊາຊົນ​ຢ່າງນີ້​ທີ່​ສະແຫວງ​ຫາ​ພຣະອົງ​ໄດ້ ຄື​ຜູ້​ທີ່​ເຂົ້າ​ໄປ​ຢູ່​ຊ້ອງໜ້າ​ພຣະເຈົ້າ​ຂອງ​ຢາໂຄບ.</verse>
				<verse number="7">ຈົ່ງ​ໄຂ​ປະຕູ​ອອກ​ໃຫ້​ກວ້າງ ຈົ່ງ​ໄຂ​ປະຕູ​ອັນເກົ່າແກ່ ແລະ​ກະສັດ​ອົງ​ຊົງ​ສະຫງ່າຣາສີ​ຈະ​ສະເດັດ​ເຂົ້າ​ໄປ.</verse>
				<verse number="8">ແມ່ນ​ໃຜ​ທີ່​ເປັນ​ກະສັດ​ອົງ​ສະຫງ່າຣາສີ? ກໍ​ແມ່ນ​ພຣະເຈົ້າຢາເວ ພຣະອົງ​ຊົງ​ຣິດທານຸພາບ​ແລະ​ເຂັ້ມແຂງ ພຣະເຈົ້າຢາເວ​ແຫ່ງ​ຄວາມມີໄຊ​ໃນ​ສະໜາມຮົບ.</verse>
				<verse number="9">ຈົ່ງ​ໄຂ​ປະຕູ​ອອກ​ໃຫ້​ກວ້າງ ຈົ່ງ​ໄຂ​ປະຕູ​ອັນເກົ່າແກ່ ແລະ​ກະສັດ​ອົງ​ສະຫງ່າຣາສີ​ຈະ​ສະເດັດ​ເຂົ້າ​ໄປ.</verse>
				<verse number="10">ແມ່ນ​ໃຜ​ທີ່​ເປັນ​ກະສັດ​ອົງ​ຊົງ​ສະຫງ່າຣາສີ? ກະສັດ​ອົງ​ຊົງ​ສະຫງ່າຣາສີ​ຄື​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່.</verse>
			</chapter>
			<chapter number="25">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ນົບນ້ອມ​ຖວາຍ ຄຳພາວັນນາ​ອະທິຖານ​ດ້ວຍ​ຈິດວິນຍານ​ຫາ​ພຣະອົງ.</verse>
				<verse number="2">ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ຄວາມ​ພ່າຍແພ້​ອັນ​ອັບອາຍ ແລະ​ຢ່າ​ໃຫ້​ສັດຕູ​ໄດ້​ຫົວ​ເຍາະເຍີ້ຍ​ໃສ່​ຂ້ານ້ອຍ</verse>
				<verse number="3">ຜູ້​ທີ່​ວາງໃຈ​ໃນ​ພຣະອົງ​ຈະ​ບໍ່​ພ່າຍແພ້​ເລີຍ ແຕ່​ຜູ້​ທີ່​ກະບົດ​ຕໍ່ສູ້​ພຣະອົງ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ.</verse>
				<verse number="4">ຂ້າແດ່​ພຣະເຈົ້າຢາເວ ເປັນເຈົ້າ ຂໍ​ຊົງ​ໂຜດ​ສັ່ງສອນ​ທາງ​ຂອງ​ພຣະອົງ ແລະ​ເຮັດ​ໃຫ້​ຂ້ານ້ອຍ​ຮູ້​ທາງ​ເຫຼົ່ານັ້ນ​ແດ່ທ້ອນ.</verse>
				<verse number="5">ຂໍ​ຊົງ​ໂຜດ​ສັ່ງສອນ​ໃຫ້​ໃຊ້​ຊີວິດ​ໃນ​ຄວາມຈິງ​ຂອງ​ພຣະອົງ ເພາະ​ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ພຣະ​ຜູ້​ຊ່ວຍ​ຂອງ​ຂ້ານ້ອຍ​ເລື້ອຍໆ​ມາ ຂ້ານ້ອຍ​ຈຶ່ງ​ໄວ້ວາງໃຈ​ໃນ​ພຣະອົງ​ຕະຫລອດ​ມາ​ບໍ່​ຂາດ.</verse>
				<verse number="6">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລະນຶກເຖິງ ຄວາມ​ເມດຕາ​ກັບ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ຊຶ່ງ​ພຣະອົງ​ໄດ້​ສຳແດງ​ແກ່​ຂ້ານ້ອຍ ໃຫ້​ໄດ້​ເຫັນ​ແຕ່​ດົນນານ​ມາ​ແລ້ວ.</verse>
				<verse number="7">ຂໍ​ຊົງ​ໂຜດ​ອະໄພ​ການບາບ​ກັບ​ຄວາມຜິດ​ຂອງ​ຂ້ານ້ອຍ ຊຶ່ງ​ໄດ້​ກະທຳ​ໃນ​ເວລາ​ຍັງ​ໜຸ່ມນ້ອຍ. ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ ເພາະ​ເຫັນແກ່​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ​ນັ້ນ.</verse>
				<verse number="8">ເພາະ​ພຣະເຈົ້າຢາເວ​ຊອບທຳ​ແລະ​ຊົງ​ຄຸນຄວາມດີ ສັ່ງສອນ​ຄົນບາບ​ໃຫ້​ຮູ້​ທາງ​ທີ່​ພວກເຂົາ​ຈະ​ປະພຶດ.</verse>
				<verse number="9">ພຣະອົງ​ນຳ​ຜູ້​ທີ່​ຖ່ອມຕົວ​ໄປ​ໃນ​ທາງ​ອັນ​ຊອບທຳ ແລະ​ສັ່ງສອນ​ພວກເຂົາ​ໃຫ້​ຮູ້​ເຖິງ​ພຣະປະສົງ​ດ້ວຍ.</verse>
				<verse number="10">ທາງ​ຂອງ​ພຣະເຈົ້າຢາເວ​ນັ້ນ​ແມ່ນ​ຄວາມຮັກ​ແລະ​ຄວາມສັດຊື່ ສຳລັບ​ຜູ້​ທີ່​ຮັກສາ​ພັນທະສັນຍາ​ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="11">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ນີ້​ມີ​ບາບ​ຫລາຍ ຂໍ​ຊົງ​ໂຜດ​ຮັກສາ​ພຣະສັນຍາ​ແລະ​ອະໄພ​ບາບກຳ​ໃຫ້​ດ້ວຍ.</verse>
				<verse number="12">ຜູ້​ທີ່​ຢຳເກງ​ພຣະເຈົ້າຢາເວ​ກໍ​ຈະ​ໄດ້​ຮໍ່າຮຽນ​ຈາກ​ພຣະອົງ ໃຫ້​ຮູ້​ທາງ​ທີ່​ພວກຕົນ​ຈະ​ປະພຶດ.</verse>
				<verse number="13">ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ຈະເລີນ​ຮຸ່ງເຮືອງ​ຂຶ້ນ ແລະ​ເຊື້ອສາຍ​ຂອງ​ພວກເຂົາ​ຈະ​ໄດ້​ເປັນ​ເຈົ້າຂອງ​ດິນແດນ​ດ້ວຍ.</verse>
				<verse number="14">ພຣະເຈົ້າຢາເວ​ເປັນ​ເພື່ອນ​ກັບ​ຜູ້​ທີ່​ຢຳເກງ​ພຣະອົງ ແລະ​ໃຫ້​ພັນທະສັນຍາ​ຍືນຍົງ​ຢູ່​ກັບ​ເຂົາເຈົ້າ.</verse>
				<verse number="15">ຂ້ານ້ອຍ​ຊອກ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍ​ທຸກ​ເວລາ ພຣະອົງ​ຊ່ວຍກູ້​ເອົາ​ຂ້ານ້ອຍ​ຈາກ​ອັນຕະລາຍ​ນັ້ນ.</verse>
				<verse number="16">ຂໍ​ຊົງ​ໂຜດ​ຫັນ​ມາ​ຫາ​ຂ້ານ້ອຍ​ແລະ​ເມດຕາ​ຂ້ານ້ອຍ​ດ້ວຍ ເພາະ​ຂ້ານ້ອຍ​ອ່ອນແຮງ​ແລະ​ໂດດດ່ຽວ.</verse>
				<verse number="17">ຂໍ​ພຣະອົງ​ໂຜດ​ໃຫ້​ຫາຍ​ຈາກ​ຄວາມ​ກັງວົນ ແລະ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄວາມ​ລຳບາກ​ທັງໝົດ.</verse>
				<verse number="18">ຂໍ​ຊົງ​ໂຜດ​ເບິ່ງ​ວ່າ​ຂ້ານ້ອຍ​ທຸກໂສກ​ເທົ່າໃດ ໂຜດ​ອະໄພ​ບາບກຳ​ໃຫ້​ແກ່​ຂ້ານ້ອຍ​ດ້ວຍ.</verse>
				<verse number="19">ເບິ່ງດູ​ວ່າ​ຂ້ານ້ອຍ​ມີ​ສັດຕູ​ຫລາຍ​ເທົ່າໃດ ພວກເຂົາ​ກຽດຊັງ​ຂ້ານ້ອຍ​ຫລາຍ​ເທົ່າໃດ​ແລ້ວ.</verse>
				<verse number="20">ຂໍ​ຄຸ້ມຄອງ​ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ພ່າຍແພ້​ເລີຍ ຂ້ານ້ອຍ​ມາ​ຫາ​ພຣະອົງ​ເພື່ອ​ຄວາມ​ປອດໄພ.</verse>
				<verse number="21">ຂໍ​ຄວາມດີ​ແລະ​ຄວາມສັດຊື່​ນັ້ນ​ປົກປັກ​ຮັກສາ ເພາະວ່າ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າ.</verse>
				<verse number="22">ຂ້າແດ່​ພຣະເຈົ້າ ຂໍຊົງໂຜດ​ໄຖ່​ເອົາ​ຊາວ​ອິດສະຣາເອນ ພົ້ນຈາກ​ຄວາມ​ທຸກລຳບາກ​ຂອງ​ພວກເຂົາ​ດ້ວຍ​ເຖີດ.</verse>
			</chapter>
			<chapter number="26">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ພິສູດ​ຂ້ານ້ອຍ​ດ້ວຍ​ເຖີດ ເພາະວ່າ​ຂ້ານ້ອຍ​ດຳເນີນ​ຊີວິດ​ຢ່າງ​ບໍ່ມີ​ຕຳໜິ ແລະ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ໂດຍ​ປັດສະຈາກ​ຄວາມ​ຫວັ່ນໄຫວ.</verse>
				<verse number="2">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ກວດເບິ່ງ​ແລະ​ທົດສອບ​ຂ້ານ້ອຍ​ດ້ວຍ ຂໍ​ຊົງ​ໂຜດ​ພິສູດ​ເຖິງ​ຄວາມ​ປາຖະໜາ ແລະ​ຄວາມຄິດ​ຈິດໃຈ​ຂອງ​ຂ້ານ້ອຍ</verse>
				<verse number="3">ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ນຳ​ໜ້າ​ຂ້ານ້ອຍ​ຢູ່​ສະເໝີ ແລະ​ຄວາມຈິງ​ກໍ​ນຳ​ໜ້າ​ຂ້ານ້ອຍ​ໄປ​ເລື້ອຍໆ.</verse>
				<verse number="4">ຂ້ານ້ອຍ​ບໍ່​ເຂົ້າ​ສ່ວນ​ກັບ​ຄົນ​ມີ​ອຸບາຍ ແລະ​ບໍ່​ຫຍຸ້ງກ່ຽວ​ອັນໃດ​ກັບ​ຄົນ​ໜ້າຊື່​ໃຈຄົດ.</verse>
				<verse number="5">ຂ້ານ້ອຍ​ກຽດຊັງ​ຊຸມນຸມຊົນ​ຂອງ​ຄົນຊົ່ວ​ອະທຳ ແລະ​ກໍ​ຫລີກ​ໜີ​ຈາກ​ຄົນ​ຊົ່ວຮ້າຍ.</verse>
				<verse number="6">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຂໍ​ລ້າງ​ມື​ເພື່ອ​ສະແດງ​ວ່າ ຂ້ານ້ອຍ​ບໍ່ມີ​ຄວາມຜິດ ແລະ​ໄປ​ເຖິງ​ແທ່ນບູຊາ​ຂອງ​ພຣະອົງ.</verse>
				<verse number="7">ຂ້ານ້ອຍ​ຮ້ອງເພງ​ກ່າວ​ເຖິງ​ການ​ໂມທະນາ​ຂອບພຣະຄຸນ ແລະ​ການກະທຳ​ອັນ​ອັດສະຈັນ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="8">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮັກ​ວິຫານ​ຂອງ​ພຣະອົງ ຊຶ່ງ​ເປັນ​ບ່ອນ​ສະຖິດ​ຂອງ​ພຣະອົງ ເປັນ​ສະຖານ​ອັນ​ຊົງ​ສະຫງ່າຣາສີ​ຂອງ​ພຣະອົງ.</verse>
				<verse number="9">ຂໍ​ຢ່າ​ໄດ້​ທຳລາຍ​ຂ້ານ້ອຍ​ພ້ອມ​ກັບ​ຄົນບາບ​ທັງຫລາຍ ຂໍ​ຢ່າ​ເອົາ​ຊີວິດ​ໄປ​ດັ່ງ​ຄາດຕະກອນ​ຄົນ​ໜຶ່ງ</verse>
				<verse number="10">ຄື​ຄົນ​ທີ່​ເຮັດ​ຊົ່ວ​ຢູ່​ຕະຫລອດ​ເວລາ ແລະ​ພ້ອມ​ທີ່​ຈະ​ຮັບ​ສິນບົນ​ຈາກ​ຄົນອື່ນ.</verse>
				<verse number="11">ແຕ່​ສຳລັບ​ຂ້ານ້ອຍ​ດຳເນີນ​ຊີວິດ​ໃນ​ຄວາມ​ຖືກຕ້ອງ ຂໍ​ຊົງ​ໂຜດ​ເມດຕາ​ແລະ​ໄຖ່​ເອົາ​ຂ້ານ້ອຍ​ໄວ້​ດ້ວຍ.</verse>
				<verse number="12">ຂ້ານ້ອຍ​ຢືນ​ຢູ່​ເທິງ​ບ່ອນ​ທີ່​ປອດໄພ ທີ່​ຊຸມນຸມຊົນ​ຂອງ​ພຣະອົງ ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.</verse>
			</chapter>
			<chapter number="27">
				<verse number="1">ພຣະເຈົ້າຢາເວ​ຊົງ​ເປັນ​ຄວາມ​ສະຫວ່າງ ແລະ​ເປັນ​ຜູ້​ຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່​ຢ້ານກົວ​ຜູ້ໃດ​ທັງນັ້ນ ພຣະເຈົ້າຢາເວ​ຊົງ​ຄຸ້ມຄອງ​ຂ້ານ້ອຍ​ຈາກ​ອັນຕະລາຍ​ທຸກຢ່າງ ແລະ​ຂ້ານ້ອຍ​ກໍ​ຈະ​ບໍ່​ຢ້ານກົວ​ແຕ່​ປະການ​ໃດ​ທັງສິ້ນ.</verse>
				<verse number="2">ເມື່ອ​ຄົນຊົ່ວ​ໂຈມຕີ​ທັງ​ຫາ​ທາງ​ທີ່​ຈະ​ສັງຫານ ພວກເຂົາ​ກໍ​ຈະ​ຖືກ​ຕ້ານທານ​ໂດຍ​ເຕະ​ສະດຸດ​ລົ້ມ.</verse>
				<verse number="3">ເຖິງ​ແມ່ນ​ກອງທັບ​ທັງໝົດ​ອ້ອມ​ຂ້ານ້ອຍ​ໄວ້​ທຸກ​ແຈ ຫົວໃຈ​ຂອງ​ຂ້ານ້ອຍ​ກໍ​ຈະ​ບໍ່​ຢ້ານກົວ​ແຕ່​ປະການ​ໃດ​ທັງສິ້ນ ເຖິງ​ແມ່ນ​ເຫຼົ່າ​ສັດຕູ​ໂຈມຕີ​ຂ້ານ້ອຍ​ກໍຕາມ ຂ້ານ້ອຍ​ກໍ​ຍັງ​ຈະ​ໄວ້ວາງໃຈ​ໃນ​ພຣະເຈົ້າ.</verse>
				<verse number="4">ຂ້ານ້ອຍ​ຂໍ​ຈາກ​ພຣະເຈົ້າຢາເວ​ພຽງແຕ່​ສິ່ງດຽວ ແມ່ນ​ສິ່ງ​ດຽວ​ເທົ່ານັ້ນ​ທີ່​ຂ້ານ້ອຍ​ຢາກ​ໄດ້ ຄື: ໃຫ້​ຂ້ານ້ອຍ​ໄດ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ຕະຫລອດໄປ ເພື່ອ​ຈະ​ເບິ່ງ​ຄວາມງາມ​ຂອງ​ພຣະເຈົ້າຢາເວ ແລະ​ເພື່ອ​ຈະ​ພິຈາລະນາ​ຮຽນຮູ້​ໃນ​ພຣະວິຫານ​ຂອງ​ພຣະອົງ.</verse>
				<verse number="5">ໃນ​ຍາມ​ຍາກ​ລຳບາກ​ພຣະອົງ​ຈະ​ເປັນ​ຮົ່ມ​ໃຫ້​ຂ້ານ້ອຍ ພຣະອົງ​ຈະ​ຮັກສາ​ຂ້ານ້ອຍ​ໄວ້ ຢູ່​ໃນ​ພຣະວິຫານ​ຂອງ​ພຣະອົງ ແລະ​ໃຫ້​ຂ້ານ້ອຍ​ຢູ່​ເທິງ​ໂງ່ນຫີນ​ສູງ​ຢ່າງ​ປອດໄພ.</verse>
				<verse number="6">ສະນັ້ນ ຂ້ານ້ອຍ​ຈຶ່ງ​ຈະ​ມີໄຊ​ເໜືອ​ເຫຼົ່າ​ສັດຕູ ທີ່​ພາກັນ​ລ້ອມ​ຂ້ານ້ອຍ​ຢູ່​ນັ້ນ. ຂ້ານ້ອຍ​ຈະ​ຖວາຍບູຊາ​ໃນ​ພຣະວິຫານ​ດ້ວຍ​ສຽງ​ໂຮຮ້ອງ​ຍິນດີ ທັງ​ຮ້ອງເພງ​ຖວາຍ​ສັນລະເສີນ​ພຣະເຈົ້າຢາເວ.</verse>
				<verse number="7">ຂ້າແດ່​ພຣະເຈົ້າຢາເວ ເມື່ອ​ຂ້ານ້ອຍ​ຮ້ອງຫາ ຂໍ​ຊົງ​ໂຜດ​ຮັບ​ຟັງ ເມດຕາ​ແລະ​ຕອບ​ຂ້ານ້ອຍ​ດ້ວຍ</verse>
				<verse number="8">ໃຈ​ຂອງ​ຂ້ານ້ອຍ​ກ່າວ​ຕາງ​ພຣະອົງ​ວ່າ, “ຈົ່ງ​ສະແຫວງຫາ​ພຣະພັກ​ຂອງເຮົາ.” ຂ້ານ້ອຍ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ສະແຫວງຫາ​ພຣະພັກ​ຂອງ​ພຣະອົງ.”</verse>
				<verse number="9">ຂໍ​ແຕ່​ພຣະອົງ​ຢ່າ​ປິ່ນໜ້າ​ໜີ​ຈາກ​ຂ້ານ້ອຍ​ເລີຍ. ຂໍ​ຢ່າ​ຄຽດ ແລະ​ໄລ່​ຜູ້ຮັບໃຊ້​ຂອງ​ພຣະອົງ​ໜີໄປ ພຣະອົງ​ເຄີຍ​ເປັນ​ຜູ້​ຊ່ວຍເຫຼືອ​ເອົາ​ຂ້ານ້ອຍ​ໄວ້ ຂໍ​ຢ່າ​ໜີ​ຈາກ​ແລະ​ຢ່າ​ປະ​ປ່ອຍ​ຂ້ານ້ອຍ​ໄປ​ເລີຍ ໂອ ຂ້າແດ່​ພຣະເຈົ້າ ພຣະຜູ້​ຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ.</verse>
				<verse number="10">ພໍ່​ແມ່​ຂ້ານ້ອຍ​ອາດ​ປະປ່ອຍ​ຂ້ານ້ອຍ​ໄປ ແຕ່​ພຣະເຈົ້າຢາເວ​ຈະ​ຮັກສາ​ຂ້ານ້ອຍ​ໄວ້.</verse>
				<verse number="11">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ສັ່ງສອນ ສິ່ງ​ທີ່​ພຣະອົງ​ຢາກ​ໃຫ້​ຂ້ານ້ອຍ​ກະທຳ​ນັ້ນ ໂຜດ​ນຳພາ​ໄປ​ໃນ​ທາງ​ທີ່​ປອດໄພ ເພາະ​ຂ້ານ້ອຍ​ມີ​ສັດຕູ​ຫລາຍ.</verse>
				<verse number="12">ຢ່າ​ປະປ່ອຍ​ຂ້ານ້ອຍ​ໃຫ້​ເຫຼົ່າ​ສັດຕູ ຜູ້​ທີ່​ໂຈມຕີ​ດ້ວຍ​ຄຳ​ຕົວະ​ແລະ​ການ​ຂົ່ມຂູ່.</verse>
				<verse number="13">ຂ້ານ້ອຍ​ໝັ້ນໃຈ​ວ່າ​ຂ້ານ້ອຍ​ຍັງ​ຈະ​ເຫັນ ພຣະຄຸນ​ຄວາມດີ​ຂອງ​ພຣະເຈົ້າຢາເວ​ຢູ່​ໃນ​ຊີວິດ​ນີ້.</verse>
				<verse number="14">ຈົ່ງ​ໄວ້ວາງໃຈ​ແລະ​ມີ​ຄວາມເຊື່ອ​ໃນ​ພຣະເຈົ້າຢາເວ ຈົ່ງ​ເຂັ້ມແຂງ​ແລະ​ຢ່າ​ໝົດຫວັງ​ໃນ​ພຣະເຈົ້າຢາເວ​ຈັກເທື່ອ.</verse>
			</chapter>
			<chapter number="28">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ຜູ້​ປ້ອງກັນ​ຮັກສາ​ຂ້ານ້ອຍ ຂໍ​ຊົງ​ໂຜດ​ຟັງ​ຂ້ານ້ອຍ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ​ແດ່ທ້ອນ ຖ້າ​ພຣະອົງ​ບໍ່​ຕອບ ຂ້ານ້ອຍ​ກໍ​ຈະ​ຢູ່​ໃນ​ທ່າມກາງ ພວກ​ທີ່​ລົງ​ໄປ​ສູ່​ແດນ​ມໍຣະນາ.</verse>
				<verse number="2">ເມື່ອ​ຂ້ານ້ອຍ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ ຂໍ​ພຣະອົງ​ໂຜດ​ຟັງ​ຂ້ານ້ອຍ​ດ້ວຍ ຄື​ເມື່ອ​ຂ້ານ້ອຍ​ຍໍ​ມື​ໄປ​ທາງ​ພຣະວິຫານ​ອັນ​ບໍຣິສຸດ​ຂອງ​ພຣະອົງ​ນັ້ນ.</verse>
				<verse number="3">ຢ່າ​ສູ່​ດຶງ​ຂ້ານ້ອຍ​ໄປ​ກັບ​ຄົນຊົ່ວຮ້າຍ​ທັງຫລາຍ ທີ່​ນຳ​ຄວາມ​ເດືອດຮ້ອນ​ຫລາຍ​ແນວ​ມາ​ສູ່​ຜູ້​ອື່ນ ປາກ​ເຂົາເຈົ້າ​ເວົ້າຈາ​ເລື່ອງ​ສັນຕິສຸກ ພາຍ​ໃນ​ໃຈ​ຂອງ​ພວກເຂົາ​ເຕັມ​ແຕ່​ຄວາມ​ຊົ່ວຮ້າຍ.</verse>
				<verse number="4">ຂໍ​ຊົງ​ໂຜດ​ລົງໂທດ​ພວກເຂົາ​ຕາມ​ທີ່​ພວກເຂົາ​ໄດ້​ກະທຳ​ ສຳລັບ​ຄວາມຊົ່ວ​ນາໆ​ປະການ​ຂອງ​ພວກເຂົາ​ນັ້ນ. ຈົ່ງ​ລົງໂທດ​ພວກເຂົາ​ໃນ​ທຸກໆສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ ໃຫ້​ກຳ​ນຳ​ສະໜອງ​ຕາມ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ</verse>
				<verse number="5">ເພາະ​ພວກເຂົາ​ບໍ່ໄດ້​ຄິດ​ເບິ່ງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ກະທຳ ຫລື​ສັບພະທຸກສິ່ງ​ທີ່​ພຣະອົງ​ໄດ້​ສ້າງ​ນັ້ນ ດັ່ງນັ້ນ ພຣະອົງ​ຈຶ່ງ​ຈະ​ລົງໂທດ​ແລະ​ທຳລາຍ​ພວກເຂົາ ແລະ​ຈະ​ບໍ່​ໃຫ້​ພວກເຂົາ​ລຸກ​ຂຶ້ນ​ມາ​ໄດ້​ອີກ.</verse>
				<verse number="6">ຈົ່ງ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ​ແດ່​ພຣະເຈົ້າຢາເວ ເພາະ​ພຣະອົງ​ໄດ້ຍິນ​ຄຳຮ້ອງ​ຂໍ​ໃຫ້​ຊ່ວຍເຫລືອ​ແລ້ວ.</verse>
				<verse number="7">ພຣະເຈົ້າຢາເວ​ເປັນ​ປ້ອມ​ປ້ອງກັນ​ອັນ​ເຂັ້ມແຂງ​ຂອງ​ຂ້ານ້ອຍ ແລະ​ເປັນ​ໂລ້​ຕ້ານທານ​ຂອງ​ຂ້ານ້ອຍ. ສະນັ້ນ ຂ້ານ້ອຍ​ຈຶ່ງ​ໄວ້ວາງໃຈ​ໃນ​ພຣະອົງ. ພຣະອົງ​ຊ່ວຍເຫລືອ​ຂ້ານ້ອຍ​ແລະ​ເຮັດ​ໃຫ້​ຂ້ານ້ອຍ​ຊົມຊື່ນ​ຍິນດີ ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ບົດເພງ​ອັນ​ອອນຊອນ.</verse>
				<verse number="8">ພຣະເຈົ້າຢາເວ​ປົກປ້ອງ​ປະຊາຊົນ​ຂອງ​ພຣະອົງ ພຣະອົງ​ປ້ອງກັນ​ທັງ​ຊ່ວຍ​ເອົາ​ກະສັດ​ທີ່​ໄດ້​ຊົງ​ຫົດສົງ​ໄວ້.</verse>
				<verse number="9">ຂໍ​ຊົງ​ໂຜດ​ຊ່ວຍ​ຄົນ​ຂອງ​ພຣະອົງ​ໃຫ້​ພົ້ນ ແລະ​ອວຍພອນ​ພວກ​ທີ່​ເປັນ​ຂອງ​ພຣະອົງ​ດ້ວຍ. ໂຜດ​ເປັນ​ພຣະຜູ້ລ້ຽງ​ຂອງ​ພວກເຂົາ ແລະ​ຮັກສາ​ພວກເຂົາ​ໄວ້​ສືບໄປ​ແດ່ທ້ອນ.</verse>
			</chapter>
			<chapter number="29">
				<verse number="1">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຊາວ​ສະຫວັນ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ແລະ​ຣິດທານຸພາບ.</verse>
				<verse number="2">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ອັນ​ຮຸ່ງເຮືອງ​ຂອງ​ພຣະເຈົ້າຢາເວ ຈົ່ງ​ກົ້ມຂາບ​ອົງ​ບໍຣິສຸດ ເມື່ອ​ພຣະອົງ​ມາ​ປາກົດ​ນັ້ນ.</verse>
				<verse number="3">ສຽງ​ຂອງ​ພຣະເຈົ້າຢາເວ​ດັງ ກ້ອງ​ກັງວານ​ອອກ​ໄປ​ເທິງ​ໜ້າ​ນໍ້າ​ມະຫາສະໝຸດ​ເລິກ ສະຫງ່າຣາສີ​ຂອງ​ພຣະເຈົ້າ​ເປັນ​ສຽງ​ດັງ​ກ້ອງ​ກັງວານ ສຽງ​ຂອງ​ພຣະເຈົ້າຢາເວ​ກໍ​ດັງ​ທົ່ວ​ທັງ​ມະຫາສະໝຸດ​ດ້ວຍ.</verse>
				<verse number="4">ສຽງ​ຂອງ​ພຣະເຈົ້າຢາເວ​ມີ​ຣິດເດດ ສຽງ​ຂອງ​ພຣະເຈົ້າຢາເວ​ໜ້າ​ຢ້ານກົວ.</verse>
				<verse number="5">ສຽງ​ຂອງ​ພຣະເຈົ້າຢາເວ​ຜ່າ​ຕົ້ນແປກ​ທັງຫລາຍ​ລົງ ພຣະເຈົ້າຢາເວ​ຜ່າ​ແມ່ນແຕ່​ຕົ້ນແປກ​ທີ່​ຢູ່​ດົງ​ເລບານອນ​ນັ້ນ.</verse>
				<verse number="6">ພຣະອົງ​ໃຫ້​ພູ​ເລບານອນ​ເຕັ້ນ​ດັ່ງ​ງົວ​ນ້ອຍ​ທັງຫລາຍ ແລະ​ເຮັດ​ໃຫ້​ພູເຂົາ​ເຮີໂມນ​ເຕັ້ນ​ດັ່ງ​ຝູງ​ງົວໜຸ່ມ.</verse>
				<verse number="7">ສຽງ​ຂອງ​ພຣະເຈົ້າຢາເວ​ກໍ​ດັງ​ອອກ​ໄປ ກ້ອງ​ກັງວານ​ເຮັດ​ໃຫ້​ຟ້າ​ແມບເຫລື້ອມ.</verse>
				<verse number="8">ສຽງ​ຂອງ​ພຣະເຈົ້າຢາເວ​ສັ່ນ​ຖິ່ນ​ແຫ້ງແລ້ງ​ກັນດານ ພຣະເຈົ້າຢາເວ​ສັ່ນ​ຖິ່ນ​ແຫ້ງແລ້ງ​ກັນດານ​ກາເດັດ​ດ້ວຍ.</verse>
				<verse number="9">ສຽງ​ຂອງ​ພຣະເຈົ້າຢາເວ​ນັ້ນ​ສັ່ນ​ຕົ້ນໂອກ​ທັງຫລາຍ ແລະ​ເຮັດ​ໃຫ້​ໃບໄມ້​ຫລົ່ນ​ລົງ​ສູ່​ພື້ນ ໃນ​ຂະນະທີ່​ທຸກຄົນ​ຮ້ອງ​ໃນ​ພຣະວິຫານ​ຂອງ​ພຣະອົງ​ວ່າ, “ສະຫງ່າຣາສີ.”</verse>
				<verse number="10">ພຣະເຈົ້າຢາເວ​ປົກຄອງ​ເໜືອ​ນໍ້າ​ເລິກ​ທັງຫລາຍ ພຣະເຈົ້າຢາເວ​ນັ່ງ​ປົກຄອງ​ດັ່ງ​ກະສັດ​ຕະຫຼອດໄປ​ເປັນນິດ.</verse>
				<verse number="11">ພຣະເຈົ້າຢາເວ​ໃຫ້​ເຫື່ອແຮງ​ແກ່​ປະຊາຊົນ​ຂອງ​ພຣະອົງ ພຣະເຈົ້າຢາເວ​ອວຍພອນ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ມີ​ສັນຕິສຸກ.</verse>
			</chapter>
			<chapter number="30">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ຊ່ວຍ​ເອົາ​ຂ້ານ້ອຍ​ໄວ້ ພຣະອົງ​ໄດ້​ຮັກສາ​ຂ້ານ້ອຍ​ໄວ້​ຈາກ​ເຫຼົ່າ​ສັດຕູ ໂດຍ​ບໍ່​ໃຫ້​ພວກເຂົາ​ສົມນໍ້າໜ້າ​ຂ້ານ້ອຍ​ໄດ້.</verse>
				<verse number="2">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ເມື່ອ​ຂ້ານ້ອຍ​ຮ້ອງຫາ​ພຣະອົງ​ໃຫ້​ຊ່ວຍເຫລືອ ພຣະອົງ​ກໍ​ປິ່ນປົວ​ຂ້ານ້ອຍ</verse>
				<verse number="3">ພຣະເຈົ້າຢາເວ​ໄດ້​ນຳເອົາ​ຂ້ານ້ອຍ​ອອກຈາກ​ຂຸມຝັງສົບ ຄື​ບ່ອນ​ເລິກ ທີ່​ຂ້ານ້ອຍ​ໄດ້​ລົງ​ໄປ ແຕ່​ຊົງ​ໃຫ້​ຊີວິດ​ໃໝ່​ອີກ.</verse>
				<verse number="4">ປະຊາຊົນ​ຂອງ​ພຣະອົງ​ທຸກຄົນ​ຜູ້​ທີ່​ສັດຊື່​ຕໍ່​ພຣະອົງ​ເອີຍ ຈົ່ງ​ຮ້ອງ​ບົດ​ເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຈົ່ງ​ຖວາຍ​ຄຳ​ໂມທະນາ​ຂອບພຣະຄຸນ ແດ່​ພຣະນາມ​ບໍຣິສຸດ​ຂອງ​ພຣະອົງ</verse>
				<verse number="5">ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ມີ​ຢູ່​ພຽງ​ຊົ່ວຄາວ ຄຸນຄວາມດີ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ຊົ່ວຊີວິດ. ນໍ້າຕາ​ອາດ​ໄຫລຫລັ່ງ​ໃນ​ເວລາ​ກາງຄືນ ແຕ່​ຄວາມ​ຊົມຊື່ນ​ຍິນດີ​ກໍ​ມີ​ມາ​ໃນ​ຕອນເຊົ້າ.</verse>
				<verse number="6">ຂ້ານ້ອຍ​ຮູ້ສຶກ​ປອດໄພ​ຈຶ່ງ​ເວົ້າ​ກັບ​ຕົວເອງ​ວ່າ, “ຂ້ອຍ​ຈະ​ບໍ່​ພ່າຍແພ້​ເລີຍ.”</verse>
				<verse number="7">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ດີ​ຕໍ່​ຂ້ານ້ອຍ​ແທ້ໆ ພຣະອົງ​ເປັນ​ດັ່ງ​ປ້ອມ​ເທິງ​ພູ​ປ້ອງກັນ​ຂ້ານ້ອຍ​ໄວ້. ແຕ່​ຖ້າ​ພຣະອົງ​ລີ້ໜ້າ​ຈາກ​ຂ້ານ້ອຍ​ໄປ ຂ້ານ້ອຍ​ກໍໄດ້​ແຕ່​ຢ້ານກົວ​ເທົ່ານັ້ນ.</verse>
				<verse number="8">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ ແລະ​ຂໍ​ໃຫ້​ພຣະເຈົ້າຢາເວ​ຊ່ວຍເຫລືອ​ດັ່ງນີ້:</verse>
				<verse number="9">“ພຣະອົງ​ຈະ​ໄດ້​ຫຍັງ​ແດ່ ຖ້າ​ຂ້ານ້ອຍ​ຕາຍໄປ? ພຣະອົງ​ຈະ​ໄດ້​ຫຍັງ ຖ້າ​ຂ້ານ້ອຍ​ໄປ​ສູ່​ຂຸມຝັງສົບ​ພຸ້ນ? ຄົນ​ຕາຍໄປ​ແລ້ວ​ຈະ​ສັນລະເສີນ​ພຣະອົງ​ໄດ້​ບໍ? ປະກາດ​ເຖິງ​ຄວາມ​ສັດຊື່​ຂອງ​ພຣະອົງ​ໄດ້​ບໍ່?</verse>
				<verse number="10">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຟັງ​ແລະ​ເມດຕາ​ຂ້ານ້ອຍ​ແດ່ ຂ້າແດ່​ພຣະເຈົ້າຢາເວ​ເອີຍ ຂໍໂຜດ​ຊ່ວຍ​ຂ້ານ້ອຍ​ດ້ວຍ.”</verse>
				<verse number="11">ພຣະອົງ​ໄດ້​ເຮັດ​ໃຫ້​ຄວາມ​ງ່ວມເຫງົາ​ໝົດໄປ ແລະ​ນຳ​ການ​ຟ້ອນລຳ​ອັນ​ມ່ວນຊື່ນ​ມາ​ແທນທີ່. ພຣະອົງ​ເອົາ​ຄວາມ​ໂສກເສົ້າ​ເສຍໃຈ​ຂອງ​ຂ້ານ້ອຍ​ໜີໄປ ແລະ​ນຳ​ຄວາມ​ຊົມຊື່ນ​ຍິນດີ​ມາ​ລ້ອມຮອບ​ຂ້ານ້ອຍ​ໄວ້.</verse>
				<verse number="12">ສະນັ້ນ ຂ້ານ້ອຍ​ຈຶ່ງ​ຈະ​ບໍ່​ມິດງຽບ​ຢູ່​ຕໍ່ໄປ ແຕ່​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ຖວາຍ​ແດ່​ພຣະອົງ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ຕະຫລອດ​ໄປ​ເປັນນິດ.</verse>
			</chapter>
			<chapter number="31">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ມາ​ຂໍ​ໃຫ້​ພຣະອົງ​ຄຸ້ມຄອງ ຢ່າ​ໃຫ້​ຂ້ານ້ອຍ​ໄດ້​ຖືກ​ພ່າຍແພ້​ເລີຍ. ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ໃນ​ຄວາມ​ຊອບທຳ​ຂອງ​ພຣະອົງ.</verse>
				<verse number="2">ບັດນີ້ ໂຜດ​ຮັບ​ຟັງ​ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ແດ່ ເປັນ​ທີ່​ເພິ່ງ​ແລະ​ຜູ້​ປ້ອງກັນ​ຂອງ​ຂ້ານ້ອຍ​ດ້ວຍ.</verse>
				<verse number="3">ພຣະອົງ​ເປັນ​ທີ່​ເພິ່ງ​ແລະ​ທີ່​ປ້ອງກັນ​ຂອງ​ຂ້ານ້ອຍ ໂຜດ​ບອກ​ທາງ​ແລະ​ນຳພາ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ດ້ວຍ.</verse>
				<verse number="4">ໂຜດ​ຮັກສາ​ຂ້ານ້ອຍ​ຈາກ​ແຮ້ວ​ທີ່​ຖືກ​ຫ້າງ​ໄວ້​ແດ່ ແລະ​ເປັນ​ທີ່​ຫລົບລີ້​ໃຫ້​ຂ້ານ້ອຍ​ແດ່ທ້ອນ.</verse>
				<verse number="5">ຂ້າແດ່​ພຣະເຈົ້າຢາເວ​ພຣະເຈົ້າ​ອົງ​ສັດຊື່​ເອີຍ ຂ້ານ້ອຍ​ມອບ​ຈິດວິນຍານ​ໄວ້​ໃນ​ພຣະຫັດ​ຂອງ​ພຣະອົງ ເພາະ​ພຣະອົງ​ຊົງ​ໄຖ່​ຂ້ານ້ອຍ​ແລ້ວ.</verse>
				<verse number="6">ຜູ້​ທີ່​ຂາບໄຫວ້​ຮູບເຄົາຣົບ​ນັ້ນ ພຣະອົງ​ກຽດຊັງ​ຫລາຍ ແຕ່​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ.</verse>
				<verse number="7">ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ເພາະ​ຄວາມຮັກ​ອັນ​ໝັ້ນຄົງ ເພາະ​ພຣະອົງ​ເຫັນ​ຂ້ານ້ອຍ​ທົນທຸກ​ແລະ​ເດືອດຮ້ອນ.</verse>
				<verse number="8">ພຣະອົງ​ບໍ່ໄດ້​ມອບ​ຂ້ານ້ອຍ​ໄວ້​ໃນ​ມື​ຂອງ​ພວກ​ສັດຕູ ແຕ່​ໃຫ້​ຂ້ານ້ອຍ​ມີ​ອິດສະຫລະ​ໄປ​ທີ່​ໃດ​ກໍໄດ້.</verse>
				<verse number="9">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເມດຕາ​ຂ້ານ້ອຍ​ດ້ວຍ ເພາະ​ຂ້ານ້ອຍ​ຢູ່​ໃນ​ຄວາມ​ເດືອດຮ້ອນ​ແທ້ໆ ແລະ​ຕາ​ກໍ​ອິດເມື່ອຍ​ຍ້ອນ​ຮ້ອງໄຫ້​ຕະຫລອດ​ວັນ ແຮງ​ກໍ​ອິດອ່ອນ​ລົງ ແລະ​ຮ່າງກາຍ​ກໍ​ຊຸດໂຊມ​ດ້ວຍ.</verse>
				<verse number="10">ຄວາມທຸກໃຈ​ເຮັດ​ໃຫ້​ຂ້ານ້ອຍ​ອ່ອນເພຍ​ໄປ ການ​ຮ້ອງໄຫ້​ຄວນຄາງ​ກໍ​ເຮັດ​ໃຫ້​ຊີວິດ​ຂອງ​ຂ້ານ້ອຍ​ສັ້ນ​ເຂົ້າ. ຂ້ານ້ອຍ​ອ່ອນແຮງ​ຍ້ອນ​ມີ​ຄວາມ​ເດືອດຮ້ອນ ແມ່ນແຕ່​ກະດູກ​ຂອງ​ຂ້ານ້ອຍ​ກໍ​ຂົດ​ຖືກ​ກັດກິນ​ຈົນ​ຫ້ຽນ.</verse>
				<verse number="11">ສັດຕູ​ທັງຫລາຍ​ຂອງ​ຂ້ານ້ອຍ ພິເສດ​ຄື​ເພື່ອນບ້ານ​ຂອງ​ຂ້ານ້ອຍ​ເອງ ຕ່າງ​ກໍ​ດູໝິ່ນ​ນິນທາ​ຂ້ານ້ອຍ ຄົນ​ທີ່​ເຄີຍ​ຮູ້ຈັກ​ກໍ​ຢ້ານກົວ​ຂ້ານ້ອຍ​ຄືກັນ ເມື່ອ​ເຫັນ​ຂ້ານ້ອຍ​ຕາມ​ທາງ​ກໍ​ປົບໜີ​ໂລດ.</verse>
				<verse number="12">ທຸກຄົນ​ໄດ້​ລືມ​ຂ້ານ້ອຍ​ຄ້າຍ​ກັບ​ວ່າ​ຕາຍໄປ ຂ້ານ້ອຍ​ເປັນ​ດັ່ງ​ສິ່ງຂອງ​ທີ່​ໄດ້​ຖືກ​ໂຍນ​ຖິ້ມ.</verse>
				<verse number="13">ຂ້ານ້ອຍ​ໄດ້ຍິນ​ວ່າ​ສັດຕູ​ຫລາຍ​ຄົນ​ກຳລັງ​ຊິ່ມກັນ ຄວາມ​ຕົກໃຈ​ກົວ​ກໍ​ອ້ອມ​ຕົວ​ຂ້ານ້ອຍ​ໄວ້. ເພື່ອ​ຕໍ່ສູ້​ຂ້ານ້ອຍ​ນັ້ນ ພວກເຂົາ​ກຳລັງ​ວາງ​ກົນອຸບາຍ ແຜນການ​ຊົ່ວ​ເພື່ອ​ດັບ​ຊີວິດ​ຂ້ານ້ອຍ​ໃຫ້​ໄດ້.</verse>
				<verse number="14">ຂ້າແດ່​ພຣະເຈົ້າຢາເວ ແຕ່​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ.</verse>
				<verse number="15">ພຣະອົງ​ເປັນ​ທີ່​ເພິ່ງ​ຂອງ​ຂ້ານ້ອຍ​ຕະຫລອດ​ມາ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຈາກ​ສັດຕູ ແລະ ຜູ້​ທີ່​ຂົ່ມເຫັງ​ຂ້ານ້ອຍ​ນັ້ນ.</verse>
				<verse number="16">ໂຜດ​ແນມເບິ່ງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ​ຄວາມ​ເມດຕາ ໂດຍ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ໂຜດ​ຊ່ວຍ​ເອົາ​ຂ້ານ້ອຍ​ດ້ວຍ.</verse>
				<verse number="17">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ພຣະອົງ ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ໄດ້​ຖືກ​ອັບອາຍ​ຂາຍໜ້າ ແຕ່​ຂໍ​ໃຫ້​ບັນດາ​ຄົນຊົ່ວຮ້າຍ​ເສຍໜ້າ​ໄປ ຂໍ​ໃຫ້​ພວກເຂົາ​ລົງ​ໄປ​ສູ່​ແດນ​ມໍຣະນາ​ຢ່າງ​ມິດງຽບ.</verse>
				<verse number="18">ພວກຄົນ​ທີ່​ຂີ້ຕົວະ ຈົ່ງ​ມິດງຽບ ຄື​ພວກ​ທີ່​ອວດອົ່ງ​ແລະ​ຈອງຫອງ​ທັງຫຼາຍ ພວກ​ທີ່​ເວົ້າ​ດູໝິ່ນ​ນິນທາ​ຄົນ​ຊອບທຳ​ນັ້ນ.</verse>
				<verse number="19">ຄຸນຄວາມດີ​ຂອງ​ພຣະອົງ​ນັ້ນ​ປະເສີດ​ເລີດລໍ້າ​ຫລາຍ ພຣະອົງ​ຮັກສາ​ໄວ້​ສຳລັບ​ຜູ້​ທີ່​ໃຫ້ກຽດ​ພຣະເຈົ້າ ທຸກຄົນ​ກໍ​ຮູ້​ວ່າ​ພຣະອົງ​ເລີດລໍ້າ​ສໍ່າໃດ ຊົງ​ຄຸ້ມຄອງ​ໃຫ້​ຄວາມ​ປອດໄພ ແກ່​ຜູ້​ທີ່​ວາງໃຈ​ໃນ​ພຣະອົງ.</verse>
				<verse number="20">ພຣະອົງ​ປ້ອງກັນ​ພວກເຂົາ​ໄວ້​ຢ່າງ​ປອດໄພ ໃຕ້​ຮົ່ມ​ພຣະຄຸນ​ຂອງ​ພຣະອົງ ເພື່ອ​ໃຫ້​ພົ້ນ​ຈາກ​ແຜນການ​ປອງຮ້າຍ​ຂອງ​ມະນຸດ ພຣະອົງ​ເຊື່ອງ​ພວກເຂົາ​ໄວ້​ໃນ​ບ່ອນ​ເພິ່ງອີງ​ທີ່​ປອດໄພ ໃຫ້​ພົ້ນ​ຈາກ​ຄຳ​ດູໝິ່ນ​ນິນທາ​ຂອງ​ຄູ່​ຕໍ່ສູ້.</verse>
				<verse number="21">ສັນລະເສີນ​ພຣະເຈົ້າຢາເວ​ທີ່​ໄດ້​ຊົງ​ສຳແດງ​ໃຫ້​ເຫັນ ເປັນ​ຄວາມຮັກ​ປະເສີດ​ສຸດ​ທີ່​ຊົງ​ມີ​ຕໍ່​ຂ້ານ້ອຍ​ນັ້ນ ຄື​ເມື່ອ​ຂ້ານ້ອຍ​ຖືກ​ປິດລ້ອມ​ໂດຍ​ເຫຼົ່າ​ສັດຕູ ແລະ​ເມື່ອ​ຂ້ານ້ອຍ​ຖືກ​ພວກເຂົາ​ໂຈມຕີ​ນັ້ນ</verse>
				<verse number="22">ຂ້ານ້ອຍ​ຢ້ານ​ແລະ​ຄິດ​ວ່າ​ພຣະອົງ​ໄລ່​ຂ້ານ້ອຍ​ໜີໄປ​ຈາກ​ພຣະອົງ ແຕ່​ພຣະອົງ​ໄດ້ຍິນ​ຄຳຮ້ອງຂໍ​ໃຫ້​ຊ່ວຍເຫລືອ​ແລ້ວ.</verse>
				<verse number="23">ທຸກຄົນ​ທີ່​ມີ​ໃຈ​ສັດຊື່​ເອີຍ ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າຢາເວ​ຊົງ​ຄຸ້ມຄອງ​ຮັກສາ​ຄົນ​ທີ່​ມີ​ໃຈ​ສັດຊື່ ສ່ວນ​ຄົນ​ຈອງຫອງ​ນັ້ນ​ພຣະອົງ​ຈະ​ລົງໂທດ​ທັນ ຕາມ​ທີ່​ພວກເຂົາ​ສົມຄວນ​ຈະ​ໄດ້​ຮັບ.</verse>
				<verse number="24">ຈົ່ງ​ກ້າຫານ ແລະ​ພຣະອົງ​ຈະ​ປະທານ​ໃຈ​ອັນ​ເຂັ້ມແຂງ ແກ່​ທຸກຄົນ​ທີ່​ມີ​ຄວາມຫວັງ​ໃນ​ພຣະເຈົ້າຢາເວ.</verse>
			</chapter>
			<chapter number="32">
				<verse number="1">ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄດ້​ຮັບ​ການອະໄພ​ບາບກຳ​ ແລະ​ເປັນ​ຂອງ​ຜູ້​ທີ່​ໄດ້​ຮັບ​ການ​ຍົກໂທດ​ຈາກ​ຄວາມຜິດ.</verse>
				<verse number="2">ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ພຣະເຈົ້າຢາເວ​ບໍ່​ຕໍ່ວ່າ​ເພາະ​ເຮັດ​ຜິດ ແລະ​ເປັນ​ຂອງ​ຜູ້​ທີ່​ພົ້ນ​ຈາກ​ການ​ຫລອກລວງ​ທັງ​ສິ້ນ.</verse>
				<verse number="3">ເມື່ອ​ຂ້ານ້ອຍ​ບໍ່​ສາລະພາບ​ການບາບ​ທີ່​ໄດ້​ກະທຳ​ມາ ຂ້ານ້ອຍ​ກໍ​ອິດອ່ອນ​ຊຸດໂຊມ​ເພາະ​ຮ້ອງໄຫ້​ຕະຫລອດ​ວັນ.</verse>
				<verse number="4">ພຣະອົງ​ລົງໂທດ​ໃສ່​ໃຫ້​ຂ້ານ້ອຍ​ທັງ​ເວັນ​ແລະ​ຄືນ​ນັ້ນ ກຳລັງ​ຂ້ານ້ອຍ​ກໍ​ອ່ອນ​ແຮງ​ລົງ​ຢ່າງ​ໝົດ​ສິ້ນ ດັ່ງ​ຄວາມຊຸ່ມ​ທີ່​ແຫ້ງ​ລົງ​ໂດຍ​ລະດູ​ອົບເອົ້າ.</verse>
				<verse number="5">ແລ້ວ​ຂ້ານ້ອຍ​ກໍ​ສາລະພາບ​ບາບ​ຕໍ່​ພຣະເຈົ້າຢາເວ​ໂດຍ​ບໍ່ໄດ້​ປິດບັງ​ຫຍັງ ຄື​ການ​ເຮັດ​ຜິດ​ຂອງ​ຂ້ານ້ອຍ​ທຸກຢ່າງ​ນັ້ນ. ຂ້ານ້ອຍ​ໄດ້​ຕັດສິນໃຈ​ຄັກແນ່​ແລ້ວ​ວ່າ ສາລະພາບ​ຕໍ່​ພຣະອົງ ການບາບ​ທັງໝົດ​ຂອງ​ຂ້ານ້ອຍ​ກໍ​ຖືກ​ອະໄພ​ແລ້ວ.</verse>
				<verse number="6">ສະນັ້ນ ປະຊາຊົນ​ທຸກ​ທົ່ວ​ໜ້າ ທີ່​ຈົງຮັກ​ພັກດີ​ຕໍ່​ພຣະອົງ ຄວນ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ເມື່ອ​ຄາວ​ຈຳເປັນ ເມື່ອ​ຄວາມ​ທົນທຸກ​ລຳບາກ​ດັ່ງ​ນໍ້າ​ມາກ​ໄຫລຫລັ່ງ​ເຂົ້າ​ມາ ກໍ​ຈະ​ບໍ່​ໄຫລ​ຖ້ວມ​ເຖິງ​ພວກເຂົາ​ຢ່າງ​ເດັດຂາດ.</verse>
				<verse number="7">ບ່ອນ​ລີ້ໄພ​ຂອງ​ຂ້ານ້ອຍ​ນັ້ນ​ແມ່ນ​ພຣະອົງ ຜູ້​ຈະ​ຊ່ວຍ​ຂ້ານ້ອຍ​ຈາກ​ຄວາມ​ເດືອດຮ້ອນ​ໄດ້. ຂ້ານ້ອຍ​ເປັ່ງ​ສຽງ​ຮ້ອງ​ເຖິງ​ຄວາມ​ພົ້ນ​ຂອງ​ພຣະອົງ ເພາະ​ພຣະອົງ​ຄຸ້ມຄອງ​ຮັກສາ​ຂ້ານ້ອຍ​ໄວ້.</verse>
				<verse number="8">“ເຮົາ​ຈະ​ສອນ​ເຈົ້າ​ໃຫ້​ຮູ້ຈັກ​ທາງ​ທີ່​ເຈົ້າ​ຄວນໄປ ເຮົາ​ຈະ​ໃຫ້​ຄຳແນະນຳ​ແລະ​ແອບ​ສອນ​ເຈົ້າ.</verse>
				<verse number="9">ຢ່າ​ໂງ່ຈ້າ​ດັ່ງ​ມ້າ​ຫລື​ລໍ ຊຶ່ງ​ຖືກ​ຄຸມ​ດ້ວຍ​ເຫຼັກ ຫລື​ເຊືອກ​ຂວາງ​ປາກ​ໄວ້ ເພາະ​ເພື່ອ​ໃຫ້​ມັນ​ຍອມ​ຟັງ.”</verse>
				<verse number="10">ຄົນຊົ່ວ​ຕ້ອງ​ທົນທຸກ​ໜັກ ແຕ່​ຜູ້​ທີ່​ວາງໃຈ​ໃນ​ພຣະເຈົ້າຢາເວ ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ຈະ​ຄຸ້ມຄອງ​ໄວ້.</verse>
				<verse number="11">ຜູ້​ທີ່​ຊອບທຳ​ເອີຍ ຈົ່ງ​ຍິນດີ​ແລະ​ຊື່ນໃຈ​ໃນ​ພຣະເຈົ້າຢາເວ ຜູ້​ທີ່​ເຊື່ອຟັງ​ພຣະອົງ​ເອີຍ ຈົ່ງ​ໂຮຮ້ອງ​ຍິນດີ​ເທີ້ນ.</verse>
			</chapter>
			<chapter number="33">
				<verse number="1">ຜູ້​ຊອບທຳ​ທຸກຄົນ​ເອີຍ ຈົ່ງ​ໂຮຮ້ອງ​ຍິນດີ​ເຖີດ ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ຊົງ​ກະທຳ​ນັ້ນ ທຸກຄົນ​ທີ່​ເຊື່ອຟັງ​ພຣະອົງ ຈົ່ງ​ສັນລະເສີນ​ພຣະອົງ​ເຖີດ.</verse>
				<verse number="2">ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ດ້ວຍ​ການ​ດີດ​ກິດຕາ ຈົ່ງ​ເສບດົນຕຼີ​ແລະ​ຮ້ອງເພງ​ຖວາຍ​ແກ່​ພຣະອົງ.</verse>
				<verse number="3">ຈົ່ງ​ຮ້ອງເພງ​ບົດໃໝ່​ຖວາຍ​ແກ່​ພຣະອົງ ຈົ່ງ​ດີດ​ກິດຕາ​ດ້ວຍ​ຄວາມ​ຊຳນານ​ແລະ​ຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ.</verse>
				<verse number="4">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ເປັນ​ຄວາມຈິງ ພຣະ​ຣາຊກິດ​ທຸກຢ່າງ​ກໍ​ເປັນ​ທີ່​ເຊື່ອຖື​ໄດ້.</verse>
				<verse number="5">ພຣະອົງ​ຮັກ​ຄວາມສັດຊື່​ແລະ​ຄວາມ​ຊອບທຳ ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ​ເຕັມ​ທົ່ວ​ທັງ​ແຜ່ນດິນ​ໂລກ.</verse>
				<verse number="6">ພຣະເຈົ້າຢາເວ​ໄດ້​ສ້າງ​ຟ້າ​ສະຫວັນ​ດ້ວຍ​ຖ້ອຍຄຳ​ຂອງ​ພຣະອົງ ຕາເວັນ, ເດືອນ​ແລະ​ດາວ​ກໍ​ໂດຍ​ລົມປາກ​ຂອງ​ພຣະອົງ.</verse>
				<verse number="7">ພຣະອົງ​ໄດ້​ໂຮມ​ທະເລ​ທຸກ​ແຫ່ງ​ໄວ້​ໃນ​ບ່ອນດຽວ ຂັງ​ມະຫາສະໝຸດ​ເລິກ​ໃນ​ບ່ອນ​ຂອງ​ມັນ​ນັ້ນ.</verse>
				<verse number="8">ທຸກສິ່ງ​ທົ່ວ​ແຜ່ນດິນ​ໂລກ ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ທຸກຄົນ​ໃນ​ໂລກ​ມະນຸດ ຈົ່ງ​ໃຫ້ກຽດ​ພຣະອົງ</verse>
				<verse number="9">ເມື່ອ​ພຣະອົງ​ຊົງ​ກ່າວ ໂລກນີ້​ກໍໄດ້​ເກີດ​ມາ ທຸກສິ່ງ​ກໍໄດ້​ປາກົດ​ຂຶ້ນ​ມາ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="10">ພຣະເຈົ້າຢາເວ​ມ້າງ​ຈຸດປະສົງ​ຊົນຊາດ​ທັງຫລາຍ ພຣະອົງ​ກີດກັ້ນ​ພວກເຂົາ​ບໍ່​ໃຫ້​ວາງແຜນ​ອອກ​ໄດ້.</verse>
				<verse number="11">ແຕ່​ແຜນການ​ຂອງ​ພຣະເຈົ້າຢາເວ​ໝັ້ນຄົງ​ສະເໝີ​ມາ ຄວາມປະສົງ​ຂອງ​ພຣະອົງ​ກໍ​ດຳລົງ​ໄປ​ຕະຫລອດ.</verse>
				<verse number="12">ຄວາມສຸກ​ເປັນ​ຂອງ​ຊົນຊາດ​ທີ່​ພຣະເຈົ້າ ເປັນ​ພຣະເຈົ້າຢາເວ​ໃດ ຄວາມສຸກ​ເປັນ​ຂອງ​ປະຊາຊົນ​ທີ່​ພຣະອົງ​ໄດ້​ເລືອກໄວ້.</verse>
				<verse number="13">ພຣະເຈົ້າຢາເວ​ຫລຽວລົງ​ມາ​ຈາກ​ສະຫວັນ ແລະ​ກໍ​ເບິ່ງ​ເຫັນ​ມະນຸດ​ທຸກ​ຊົນຊາດ.</verse>
				<verse number="14">ພຣະອົງ​ຫລຽວລົງ​ເບິ່ງ​ຈາກ​ບ່ອນ​ທີ່​ພຣະອົງ​ປົກຄອງ ຫລຽວ​ລົງ​ເຫັນ​ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ແຜ່ນດິນ​ໂລກ.</verse>
				<verse number="15">ພຣະອົງ​ປະກອບ​ສ້າງ​ທຸກຄວາມ​ນຶກ​ຄິດ​ຂອງ​ພວກເຂົາ ແລະ​ຮູ້ຈັກ​ທຸກສິ່ງ​ທີ່​ພວກເຂົາ​ກະທຳ​ນັ້ນ.</verse>
				<verse number="16">ກະສັດ​ບໍ່​ຫ່ອນ​ຊະນະ​ຍ້ອນ​ອຳນາດ​ທາງ​ທະຫານ ທະຫານ​ບໍ່​ຫ່ອນ​ຊະນະ​ຍ້ອນ​ເຫື່ອແຮງ​ຕົນ​ໄດ້.</verse>
				<verse number="17">ມ້າເສິກ​ໃຊ້​ການ​ຫຍັງ​ບໍ່ໄດ້​ເພື່ອ​ໄຊຊະນະ ກຳລັງ​ແຂງແຮງ​ຂອງ​ມັນ​ບໍ່​ຊ່ວຍ​ໃຫ້​ພົ້ນໄພ​ໄດ້.</verse>
				<verse number="18">ພຣະເຈົ້າຢາເວ​ເຝົ້າເບິ່ງ​ຜູ້​ທີ່​ເຊື່ອຟັງ​ພຣະອົງ ຄື​ຜູ້​ໄວ້ວາງໃຈ​ໃນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ນັ້ນ.</verse>
				<verse number="19">ພຣະອົງ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມຕາຍ ແລະ​ຮັກສາ​ພວກເຂົາ​ໃຫ້​ມີ​ຊີວິດ​ໃນ​ຄາວ​ອຶດຢາກ.</verse>
				<verse number="20">ພວກ​ຂ້ານ້ອຍ​ມີ​ຄວາມຫວັງ​ໃນ​ພຣະເຈົ້າຢາເວ​ໃດ ພຣະອົງ​ຮັກສາ​ແລະ​ຊ່ວຍເຫຼືອ​ພວກ​ຂ້ານ້ອຍ​ໄວ້.</verse>
				<verse number="21">ເພາະ​ພຣະອົງ​ນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ຍິນດີ ແລະ​ໄວ້ວາງໃຈ​ໃນ​ນາມ​ບໍຣິສຸດ​ຂອງ​ພຣະອົງ.</verse>
				<verse number="22">ຂ້າແດ່​ພຣະເຈົ້າຢາເວ ຂໍ​ໃຫ້​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ນັ້ນ ດຳລົງ​ຢູ່​ນຳ​ພວກ​ຂ້ານ້ອຍ ໃຫ້​ສົມກັບ​ວ່າ​ໃນ​ພຣະອົງ ພວກ​ຂ້ານ້ອຍ​ມີ​ຄວາມຫວັງ​ຢູ່.</verse>
			</chapter>
			<chapter number="34">
				<verse number="1">ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຢູ່​ຕະຫລອດ​ເວລາ ແລະ​ຈະ​ບໍ່​ຢຸດ​ເຊົາ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຈັກເທື່ອ.</verse>
				<verse number="2">ຂ້ານ້ອຍ​ຈະ​ຍ້ອງຍໍ​ພຣະເຈົ້າຢາເວ​ໃນ​ສິ່ງ​ທີ່​ຊົງ​ກະທຳ ຂໍ​ໃຫ້​ຜູ້​ທີ່​ຖືກ​ຂົ່ມເຫັງ​ຟັງ​ແລະ​ເບີກບານ​ໃຈ​ເຖີດ.</verse>
				<verse number="3">ຈົ່ງ​ຮ່ວມ​ກັບ​ຂ້ອຍ​ປະກາດ​ວ່າ​ພຣະເຈົ້າຢາເວ​ຍິ່ງໃຫຍ່ ໃຫ້​ພວກເຮົາ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ​ພ້ອມກັນ.</verse>
				<verse number="4">ຂ້ານ້ອຍ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າຢາເວ ແລະ​ຄຳຕອບ​ກໍ​ມີ​ມາ ຊົງ​ປົດປ່ອຍ​ຂ້ານ້ອຍ​ຈາກ​ຄວາມ​ຢ້ານ​ທັງສິ້ນ.</verse>
				<verse number="5">ຜູ້​ທີ່​ຖືກ​ຂົ່ມເຫັງ ເມື່ອ​ເບິ່ງ​ພຣະອົງ​ກໍ​ເບີກບານ​ໃຈ ແລະ​ພວກເຂົາ​ຈະ​ບໍ່ໄດ້​ຖືກ​ອັບອາຍ​ຈັກເທື່ອ.</verse>
				<verse number="6">ຜູ້​ຂາດ​ທີ່ເພິ່ງ ເມື່ອ​ຮ້ອງຫາ​ພຣະເຈົ້າຢາເວ​ແລ້ວ ຄຳຕອບ​ກໍ​ມີ​ມາ ພຣະອົງ​ຊ່ວຍ​ເອົາ​ລາວ​ຈາກ​ຄວາມ​ເດືອດຮ້ອນ.</verse>
				<verse number="7">ເທວະດາ​ຂອງ​ພຣະເຈົ້າຢາເວ​ເຝົ້າ​ຮັກສາ​ຜູ້​ທີ່​ຢຳເກງ​ພຣະອົງ ແລະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ອັນຕະລາຍ​ໄດ້.</verse>
				<verse number="8">ຈົ່ງ​ພິສູດ​ດ້ວຍ​ຕົນເອງ​ເຖີດ​ວ່າ​ພຣະເຈົ້າຢາເວ​ດີ​ສໍ່າໃດ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ປອດໄພ​ຢູ່​ໃນ​ພຣະເຈົ້າ.</verse>
				<verse number="9">ປະຊາຊົນ​ຂອງ​ພຣະອົງ​ທຸກຄົນ ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ຜູ້​ທີ່​ເຊື່ອຟັງ​ພຣະອົງ ຕ້ອງການ​ສິ່ງໃດ​ກໍໄດ້​ສິ່ງນັ້ນ.</verse>
				<verse number="10">ແມ່ນແຕ່​ຝູງ​ສິງ​ກໍ​ອຶດຢາກ​ຍ້ອນ​ຂາດ​ອາຫານ ແຕ່​ຜູ້​ທີ່​ເຊື່ອຟັງ​ພຣະເຈົ້າຢາເວ​ຢ່າງ​ຈິງໃຈ​ບໍ່​ຂາດ​ສິ່ງດີ​ຈັກເທື່ອ.</verse>
				<verse number="11">ຈົ່ງ​ຟັງ​ເອົາ​ເຖີດ​ລູກຫລານ​ຂອງຂ້ອຍ​ເອີຍ ຂ້ອຍ​ຈະ​ແອບສອນ​ໃຫ້​ເຈົ້າ​ຢ້ານຢຳ​ພຣະເຈົ້າຢາເວ.</verse>
				<verse number="12">ພວກເຈົ້າ​ມັກ​ມ່ວນ​ໃນ​ຊີວິດ​ນີ້​ຊັ້ນບໍ? ຢາກ​ໄດ້​ຊີວິດ​ຍືນຍາວ​ແລະ​ຄວາມສຸກ​ຫລື​ບໍ່?</verse>
				<verse number="13">ເຫດສະນັ້ນ ຈົ່ງ​ລະເວັ້ນ​ຈາກ​ການເວົ້າ​ຊົ່ວຊ້າ ຢ່າ​ໃຫ້​ຄຳເວົ້າ​ຕົວະ​ອອກ​ຈາກ​ປາກ​ຂອງ​ເຈົ້າ​ຈັກເທື່ອ.</verse>
				<verse number="14">ຈົ່ງ​ຫັນໜີ​ຈາກ​ຄວາມຊົ່ວ ແລະ​ເຮັດ​ແຕ່​ຄວາມດີ ໃຫ້​ຕໍ່ສູ້​ເພື່ອ​ສັນຕິສຸກ​ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ເຈົ້າ.</verse>
				<verse number="15">ພຣະເຈົ້າຢາເວ​ເຝົ້າເບິ່ງ​ຄົນ​ຊອບທຳ ແລະ​ຟັງ​ຄຳຮ້ອງຂໍ​ຂອງ​ເຂົາເຈົ້າ,</verse>
				<verse number="16">ແຕ່​ພຣະເຈົ້າຢາເວ​ຂັດຂວາງ​ຜູ້​ທີ່​ເຮັດ​ຊົ່ວ​ທຸກຄົນ ເມື່ອ​ພວກເຂົາ​ຕາຍໄປ​ກໍ​ຈະ​ຖືກ​ລືມໄລ​ໂລດ.</verse>
				<verse number="17">ຄົນ​ຊອບທຳ​ຮ້ອງຫາ, ພຣະເຈົ້າຢາເວ​ກໍ​ຊົງ​ຮັບ​ຟັງ​ພວກເຂົາ ແລະ​ຊ່ວຍກູ້​ເອົາ​ພວກເຂົາ​ອອກ​ຈາກ​ຄວາມ​ເດືອດຮ້ອນ​ຂອງ​ພວກເຂົາ.</verse>
				<verse number="18">ພຣະເຈົ້າຢາເວ​ຢູ່​ໃກ້​ຜູ້​ທີ່​ຂາດ​ກຳລັງ​ໃຈ ພຣະອົງ​ຊ່ວຍ​ຜູ້​ທີ່​ໝົດຫວັງ​ໃຫ້​ລາວ​ໄດ້​ພົ້ນ.</verse>
				<verse number="19">ຄົນ​ຊອບທຳ​ທົນທຸກ​ຕໍ່​ຄວາມ​ລຳບາກ​ນາໆ​ຊະນິດ ແຕ່​ພຣະເຈົ້າຢາເວ​ຊ່ວຍ​ໃຫ້​ພົ້ນ​ຈາກ​ສິ່ງ​ເຫຼົ່ານີ້.</verse>
				<verse number="20">ພຣະອົງ​ສະຫງວນ​ເພິ່ນ​ໄວ້​ເປັນ​ຢ່າງດີ​ ແມ່ນແຕ່​ກະດູກ​ເພິ່ນ​ຊີກ​ໜຶ່ງ​ກໍ​ຈະ​ບໍ່​ຖືກ​ຫັກ​ຖິ້ມ.</verse>
				<verse number="21">ຄວາມ​ຊົ່ວຊ້າ​ຈະ​ຂ້າ​ຄົນຊົ່ວ​ເອງ ຜູ້​ທີ່​ກຽດຊັງ​ຄົນ​ຊອບທຳ​ຈະ​ຖືກ​ລົງໂທດ.</verse>
				<verse number="22">ພຣະເຈົ້າຢາເວ​ຈະ​ຊົງໄຖ່​ເອົາ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ບໍ່ມີ​ຜູ້ໃດ​ທີ່​ມາ​ຂໍ​ໃຫ້​ພຣະອົງ​ຄຸ້ມຄອງ​ຈະ​ໄດ້​ຮັບ​ໂທດ.</verse>
			</chapter>
			<chapter number="35">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຕໍ່ຕ້ານ​ຜູ້​ທີ່​ຂັດຂວາງ​ຂ້ານ້ອຍ​ເຖີດ ໂຜດ​ຕໍ່ສູ້​ພວກ​ທີ່​ຕໍ່ສູ້​ຂ້ານ້ອຍ​ນັ້ນ</verse>
				<verse number="2">ໂຜດ​ຈັບ​ໂລ້​ແລະ​ເສື້ອ​ຫຸ້ມເກາະ​ຂອງ​ພຣະອົງ ແລະ​ລຸກ​ຂຶ້ນ​ມາ​ຊ່ວຍກູ້​ເອົາ​ຂ້ານ້ອຍ​ດ້ວຍ.</verse>
				<verse number="3">ຂໍ​ຊົງ​ໂຜດ​ຍົກ​ຫອກ​ຍົກ​ຂວານ​ຂຶ້ນ​ຕໍ່ສູ້​ພວກ​ທີ່​ໄລ່​ຕາມ​ມາ ໂຜດ​ສັນຍາ​ວ່າ​ພຣະອົງ​ຈະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ.</verse>
				<verse number="4">ຂໍ​ໃຫ້​ພວກ​ທີ່​ຊອກ​ສັງຫານ​ຂ້ານ້ອຍ​ນັ້ນ ພ່າຍແພ້​ແລະ​ເສຍໜ້າ ຂໍ​ໃຫ້​ຜູ້​ທີ່​ປອງຮ້າຍ​ຂ້ານ້ອຍ ພາກັນ​ຫັນ​ໜີໄປ​ທັງ​ວຸ້ນວາຍ​ເຖີດ</verse>
				<verse number="5">ໂຜດ​ໃຫ້​ພວກເຂົາ​ເປັນ​ດັ່ງ​ຂີ້ແກບ​ທີ່​ຖືກ​ລົມ​ພັດ​ປິວໄປ ຂະນະທີ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ໄລ່​ຕິດຕາມ​ໄປ​ນັ້ນ</verse>
				<verse number="6">ໂຜດ​ໃຫ້​ທາງ​ຂອງ​ພວກເຂົາ​ມົວມືດ​ແລະ​ມື່ນ​ພະລາດ​ໄປ ຂະນະທີ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ຕີ​ພວກເຂົາ​ລົ້ມ​ລົງ​ນັ້ນ.</verse>
				<verse number="7">ພວກເຂົາ​ຫ້າງ​ແຮ້ວ​ໃສ່​ຂ້ານ້ອຍ​ຢ່າງ​ບໍ່ມີ​ເຫດຜົນ ແລະ​ຂຸດ​ຂຸມ​ເລິກ​ດັກຈັບ​ເພື່ອ​ໃຫ້​ຕົກລົງ​ໃນ​ຂຸມ​ນັ້ນ.</verse>
				<verse number="8">ແຕ່​ໄພພິບັດ​ຈະ​ຖືກ​ພວກເຂົາ​ກ່ອນ ກ່ອນ​ຮູ້ສຶກຕົວ ພວກເຂົາ​ຈະ​ຖືກ​ແຮ້ວ​ຂອງ​ຕົນເອງ ແລະ​ຈິບຫາຍ​ໄປສິ້ນ.</verse>
				<verse number="9">ແລ້ວ​ຂ້ານ້ອຍ​ກໍ​ຈະ​ຊົມຊື່ນ​ຍິນດີ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຂ້ານ້ອຍ​ຈະ​ດີໃຈ​ຫລາຍ​ເພາະ​ພຣະເຈົ້າຢາເວ​ໄດ້​ຊ່ວຍ​ຂ້ານ້ອຍ.</verse>
				<verse number="10">ຂ້ານ້ອຍ​ຈະ​ກ່າວ​ແກ່​ພຣະອົງ​ດ້ວຍ​ສຸດໃຈ​ວ່າ, “ບໍ່ມີ​ຜູ້ໃດ​ທີ່​ເໝືອນ​ພຣະເຈົ້າຢາເວ. ພຣະອົງ​ປົກປ້ອງ​ຜູ້​ມີ​ແຮງນ້ອຍ​ຈາກ​ຜູ້​ມີ​ແຮງຫລາຍ ແລະ​ຊ່ວຍ​ຄົນ​ຍາກຈົນ​ໃຫ້​ພົ້ນ​ຈາກ​ຄົນ​ກົດຂີ່.”</verse>
				<verse number="11">ຄົນຊົ່ວ​ເປັນ​ພະຍານ​ຕໍ່ສູ້​ແລະ​ຟ້ອງຮ້ອງ​ຂ້ານ້ອຍ ໂດຍ​ທີ່​ຂ້ານ້ອຍ​ບໍ່​ຮູ້​ຫຍັງ​ຈັກດີ້.</verse>
				<verse number="12">ພວກເຂົາ​ເອົາ​ຄວາມ​ຊົ່ວຮ້າຍ​ຕອບ​ແທນ​ຄວາມດີ ແລະ​ຂ້ານ້ອຍ​ກໍ​ຈົມ​ຢູ່​ໃນ​ຄວາມ​ສິ້ນຫວັງ​ແລ້ວ.</verse>
				<verse number="13">ແຕ່​ເມື່ອ​ຄູ່​ຕໍ່ສູ້​ເຈັບໄຂ້​ໄດ້ປ່ວຍ ຂ້ານ້ອຍ​ກໍ​ໃສ່​ເຄື່ອງ​ໄວ້ທຸກ​ແລະ​ທຸກໃຈ​ດ້ວຍ ຂ້ານ້ອຍ​ຖ່ອມຕົວ​ດ້ວຍ​ການ​ອົດເຂົ້າ​ອົດອາຫານ ແລະ​ກໍ​ກົ້ມ​ຫົວ​ພາວັນນາ​ອະທິຖານ​ເພື່ອ ຢ່າງ​ບໍ່​ຢຸດຢັ້ງ.</verse>
				<verse number="14">ຂ້ານ້ອຍ​ເຮັດ​ຕໍ່​ພວກເຂົາ ເໝືອນ​ກັບ​ວ່າ​ພວກເຂົາ​ເປັນ​ໝູ່​ຫລື​ພີ່ນ້ອງ​ຂອງຕົນ ກົ້ມ​ຂາບລົງ​ທົນທຸກ ເໝືອນ​ດັ່ງ​ໄວ້​ອາໄລ​ໃຫ້​ແມ່​ຜູ້​ບັງເກີດເກົ້າ.</verse>
				<verse number="15">ແຕ່​ເມື່ອໃດ​ຂ້ານ້ອຍ​ຕົກ​ຢູ່​ໃນ​ຄວາມ​ຂັດສົນ ພວກເຂົາ​ທຸກຄົນ​ຕ່າງ​ກໍ​ດີອົກ​ດີໃຈ ມາ​ອ້ອມ​ຂ້ານ້ອຍ​ໄວ້​ແລະ​ເຍາະເຍີ້ຍ​ຫົວຂວັນ ຄົນ​ແປກໜ້າ​ຕົບຕີ​ຂ້ານ້ອຍ​ຢ່າງ​ບໍ່​ຢຸດຢັ້ງ.</verse>
				<verse number="16">ພວກເຂົາ​ຈ້ອງຕາ​ເບິ່ງ​ຂ້ານ້ອຍ​ດ້ວຍ​ຄວາມ​ກຽດຊັງ ດັ່ງ​ພວກ​ທີ່​ຫຍໍ້ຫຍັນ​ຄົນ​ເສຍອົງຄະ.</verse>
				<verse number="17">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ຈະ​ຫລຽວ​ເບິ່ງ​ດົນ​ປານໃດ? ທີ່​ພຣະອົງ​ຈະ​ຊ່ວຍກູ້​ເອົາ​ຊີວິດ​ຂອງ​ຂ້ານ້ອຍ ຈາກ​ຄວາມ​ໂຫດຮ້າຍ​ຂອງ​ພວກເຂົາ ຂໍ​ຊົງ​ໂຜດ​ຊ່ວຍ​ຊີວິດ​ຂອງ​ຂ້ານ້ອຍ​ຈາກ​ຝູງ​ສິງ​ໂຈມຕີ​ດ້ວຍ.</verse>
				<verse number="18">ແລ້ວ​ໃນ​ທີ່​ຊຸມນຸມຊົນ​ນັ້ນ​ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ ແລະ​ສັນລະເສີນ​ພຣະອົງ​ຕໍ່ໜ້າ​ພວກເຂົາ​ທຸກຄົນ​ດ້ວຍ.</verse>
				<verse number="19">ຂໍ​ຢ່າ​ໃຫ້​ສັດຕູ​ຄື​ຄົນ​ຂີ້ຕົວະ​ໄດ້​ເອົາ​ຊະນະ​ຂ້ານ້ອຍ; ຂໍ​ຢ່າ​ໃຫ້​ພວກເຂົາ​ຍິກ​ຄິ້ວ​ຫລິ່ວຕາ​ດີໃຈ ເພາະ​ຂ້ານ້ອຍ​ໂສກເສົ້າ.</verse>
				<verse number="20">ພວກເຂົາ​ບໍ່​ເວົ້າຈາ​ເພື່ອ​ກໍ່​ໃຫ້​ເກີດ​ສັນຕິພາບ, ປັ້ນ​ແຕ່​ເລື່ອງ​ຕົວະ​ໃສ່​ຂ້ານ້ອຍ​ຜູ້​ຮັກ​ຄວາມ​ສະຫງົບສຸກ.</verse>
				<verse number="21">ພວກເຂົາ​ຟ້ອງ​ຂ້ານ້ອຍ​ໂດຍ​ຮ້ອງໂຮ​ຂຶ້ນ​ວ່າ, “ຫັ້ນເດ ພວກຂ້ອຍ​ໄດ້​ເຫັນ​ສິ່ງ​ທີ່​ເຈົ້າ​ກະທຳ”.</verse>
				<verse number="22">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້ເຫັນ​ເຫດການ​ນີ້ ຂໍ​ຢ່າ​ມິດງຽບ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຢ່າ​ໜີ​ໄກ​ຈາກ​ຂ້ານ້ອຍ​ທ້ອນ</verse>
				<verse number="23">ຂໍ​ຊົງ​ໂຜດ​ລຸກ​ຂຶ້ນ​ມາ​ປົກປ້ອງ ແລະ​ຕື່ນ​ຂຶ້ນ​ແກ້​ຄະດີ​ໃຫ້​ຂ້ານ້ອຍ​ແດ່. ພຣະເຈົ້າ​ແລະ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ​ເອີຍ.</verse>
				<verse number="24">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ພຣະອົງ​ນັ້ນ​ຊົງ​ຊອບທຳ ໂຜດ​ປະກາດ​ວ່າ​ຂ້ານ້ອຍ​ບໍ່ມີ​ຄວາມຜິດ​ດ້ວຍ ຂໍ​ຢ່າ​ປ່ອຍ​ໃຫ້​ສັດຕູ​ຂອງ​ຂ້ານ້ອຍ ດູຖູກ​ຢຽບຫຍາມ​ຂ້ານ້ອຍ​ເລີຍ.</verse>
				<verse number="25">ຂໍ​ຢ່າ​ໃຫ້​ພວກເຂົາ​ເວົ້າ​ໃນ​ໃຈ​ວ່າ, “ກຳຈັດ​ມັນ ນີ້​ແຫຼະ ຄື​ສິ່ງ​ທີ່​ພວກເຮົາ​ຢາກ​ເຮັດ”.</verse>
				<verse number="26">ຂໍ​ໃຫ້​ຄົນ​ສົມນໍ້າໜ້າ ທີ່​ເຫັນ​ຂ້ານ້ອຍ​ທົນທຸກ ພ່າຍແພ້​ແລະ​ສັບສົນ​ຢ່າງ​ໝົດສິ້ນ​ສາເຖີດ ຂໍ​ໃຫ້​ຄົນ​ທີ່​ອ້າງ​ວ່າ​ຕົນ​ດີ​ລື່ນ​ຂ້ານ້ອຍ ຖືກ​ອັບອາຍ​ຂາຍໜ້າ​ຢ່າງ​ເຕັມທີ່​ດ້ວຍ.</verse>
				<verse number="27">ຂໍ​ໃຫ້​ຄົນ​ທີ່​ຢາກ​ເຫັນ​ຂ້ານ້ອຍ​ຖືກ​ປ່ອຍ​ຕົວ​ໄປ ໄດ້​ໂຮຮ້ອງ​ຍິນດີ​ຊໍ້າແລ້ວ​ຊໍ້າອີກ​ວ່າ, “ພຣະເຈົ້າຢາເວ​ຍິ່ງໃຫຍ່ ພຣະອົງ​ພໍໃຈ​ທີ່​ເຫັນ ຄວາມຈະເລີນ​ຮຸ່ງເຮືອງ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ.”</verse>
				<verse number="28">ແລ້ວ​ຂ້ານ້ອຍ​ກໍ​ຈະ​ປະກາດ​ວ່າ, “ພຣະອົງ​ຊອບທຳ ແລະ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ທຸກ​ວັນ​ຕະຫຼອດໄປ.”</verse>
			</chapter>
			<chapter number="36">
				<verse number="1">ຄວາມບາບ​ເວົ້າ​ຕໍ່​ຄົນຊົ່ວຮ້າຍ​ເລິກ​ເຂົ້າ​ໄປ​ໃນ​ຈິດໃຈ ພວກເຂົາ​ປະຕິເສດ​ພຣະເຈົ້າ​ເພາະ​ບໍ່​ຢ້ານຢຳ​ພຣະອົງ.</verse>
				<verse number="2">ຍ້ອນ​ຄິດ​ວ່າ​ຕົນເອງ​ຍິ່ງໃຫຍ່​ຫລາຍ ຈຶ່ງ​ຄິດ​ວ່າ ພຣະເຈົ້າ​ຈະ​ບໍ່​ຮູ້​ເຫັນ​ບາບ​ຂອງ​ພວກເຂົາ ແລະ​ຈະ​ບໍ່​ໃສ່​ໂທດ​ພວກເຂົາ​ໄດ້.</verse>
				<verse number="3">ຄຳເວົ້າ​ຂອງ​ພວກເຂົາ​ຊົ່ວຊ້າ​ເຕັມ​ໄປ​ດ້ວຍ​ຄຳຕົວະ ບໍ່​ເຮັດ​ສິ່ງ​ທີ່​ສະຫລາດ ແລະ​ບໍ່​ເຮັດ​ສິ່ງ​ດີ​ຕໍ່ໄປ​ອີກ.</verse>
				<verse number="4">ເມື່ອ​ພວກເຂົາ​ນອນ​ຢູ່​ເທິງ​ຕຽງ ພວກເຂົາ​ກໍ​ວາງ​ແຜນການ​ຊົ່ວຊ້າ ພວກເຂົາ​ບໍ່ເຄີຍ​ກະທຳ​ດີ​ແລະ​ບໍ່ເຄີຍ​ປະຕິເສດ​ສິ່ງ​ທີ່​ຊົ່ວຮ້າຍ.</verse>
				<verse number="5">ຂ້າແດ່​ພຣະເຈົ້າຢາເວ ພຣະຄຸນ​ຄວາມດີ​ຂອງ​ພຣະອົງ​ຢຽດສູງ​ສູ່​ຟ້າ​ສະຫວັນ ຄວາມສັດຊື່​ຂອງ​ພຣະອົງ​ກໍ​ແຜ່​ໄປ​ສູ່​ທ້ອງຟ້າ.</verse>
				<verse number="6">ຄວາມ​ຊອບທຳ​ຂອງ​ພຣະອົງ​ນັ້ນ​ສູງສົ່ງ​ດັ່ງ​ພູເຂົາ ແລະ​ຄວາມ​ຍຸດຕິທຳ​ກໍ​ເປັນ​ດັ່ງ​ທະເລ​ເລິກ. ມວນ​ມະນຸດ​ແລະ​ຝູງສັດ​ທັງປວງ ກໍ​ຢູ່​ໃຕ້​ການ​ຄຸ້ມຄອງ​ຂອງ​ພຣະເຈົ້າຢາເວ​ທັງນັ້ນ.</verse>
				<verse number="7">ຂ້າແດ່​ພຣະເຈົ້າ ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ນັ້ນ​ກໍ​ປະເສີດ​ຍິ່ງ ມະນຸດ​ພົບພໍ້ ການ​ຄຸ້ມຄອງ​ໃຕ້​ຮົ່ມ​ປີກ​ຂອງ​ພຣະອົງ.</verse>
				<verse number="8">ມະນຸດ​ກິນລ້ຽງ​ດ້ວຍ​ອາຫານ​ອັນ​ດີ​ທີ່​ພຣະອົງ​ຊົງ​ປະທານ​ໃຫ້ ທັງ​ດື່ມ​ນໍ້າ​ຈາກ​ແມ່ນໍ້າ​ແຫ່ງ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ.</verse>
				<verse number="9">ພຣະອົງ​ເປັນ​ບໍ່​ເກີດ​ແຫ່ງ​ທຸກ​ຊີວິດ ພວກ​ຂ້ານ້ອຍ​ເຫັນ​ແສງ​ສະຫວ່າງ ຍ້ອນ​ແສງ​ສະຫວ່າງ​ຂອງ​ພຣະອົງ.</verse>
				<verse number="10">ຂໍ​ຊົງ​ໂຜດ​ສືບຕໍ່​ໃຫ້​ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ຜູ້​ທີ່​ຮູ້ຈັກ​ພຣະອົງ ແລະ​ໃຫ້​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ​ແກ່​ຜູ້​ທີ່​ຊອບທຳ​ດ້ວຍ.</verse>
				<verse number="11">ຂໍ​ຢ່າ​ປ່ອຍ​ໃຫ້​ຂ້ານ້ອຍ​ຖືກ​ໂຈມຕີ​ໂດຍ​ຄົນ​ຈອງຫອງ ຫລື​ຕ້ອງ​ແລ່ນ​ປົບໜີ​ເພາະ​ຄົນຊົ່ວຮ້າຍ.</verse>
				<verse number="12">ເບິ່ງ​ບ່ອນ​ຄົນຊົ່ວຮ້າຍ​ລົ້ມລົງ​ດູ ທີ່​ນັ້ນ​ພວກເຂົາ​ຢຽດຢູ່​ແລະ​ລຸກຂຶ້ນ​ບໍ່ໄດ້.</verse>
			</chapter>
			<chapter number="37">
				<verse number="1">ຢ່າ​ກັງວົນ​ໃຈ​ໃນ​ເລື່ອງ​ຄົນຊົ່ວຮ້າຍ​ທັງຫລາຍ ຢ່າ​ອິດສາ​ຄົນ​ທີ່​ປະພຶດ​ຊົ່ວຮ້າຍ.</verse>
				<verse number="2">ບໍ່​ດົນ​ພວກເຂົາ​ຈະ​ຫາຍ​ໄປ​ດັ່ງ​ຕົ້ນຫຍ້າ​ທີ່​ຫ່ຽວລົງ ພວກເຂົາ​ຈະ​ຕາຍ​ດັ່ງ​ພືດພັນ​ທີ່​ຫ່ຽວແຫ້ງ.</verse>
				<verse number="3">ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ແລະ​ເຮັດ​ດີ ຈົ່ງ​ອາໄສ​ຢູ່​ໃນ​ດິນແດນ​ຢ່າງ​ປອດໄພ​ເຖີດ.</verse>
				<verse number="4">ຈົ່ງ​ຊອກ​ຫາ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ​ຂອງເຈົ້າ​ສາ ພຣະອົງ​ຈະ​ໂຜດ​ໃຫ້​ຕາມ​ຄວາມປະສົງ​ຂອງເຈົ້າ.</verse>
				<verse number="5">ຈົ່ງ​ມອບ​ທາງ​ຂອງ​ເຈົ້າ​ແກ່​ພຣະເຈົ້າຢາເວ ຈົ່ງ​ໄວ້ວາງໃຈ​ໃນ​ພຣະອົງ​ແລ້ວ​ພຣະອົງ​ກໍ​ຈະ​ຊ່ວຍເຫລືອ​ເຈົ້າ</verse>
				<verse number="6">ພຣະອົງ​ຈະ​ເຮັດ​ໃຫ້​ຄວາມ​ຊອບທຳ​ຂອງເຈົ້າ​ຈະເລີນ​ຮຸ່ງເຮືອງ​ອອກ​ໄປ ເໝືອນ​ດັ່ງ​ຕາເວັນ​ໃນ​ຍາມ​ທ່ຽງ.</verse>
				<verse number="7">ຈົ່ງ​ອົດທົນ​ຄອຍຖ້າ​ພຣະເຈົ້າຢາເວ​ກະທຳການ ຢ່າ​ກັງວົນ​ນຳ​ຜູ້​ຮັ່ງມີ​ຫລື​ຜູ້ສຳເລັດ​ໃນ​ທາງ​ຊົ່ວຮ້າຍ.</verse>
				<verse number="8">ຢ່າ​ຈຳນົນ​ຕໍ່​ຄວາມ​ໂຫດຮ້າຍ​ຫລື​ຄວາມ​ວຸ້ນວາຍ​ໃຈ ມັນ​ນຳ​ເຈົ້າ​ໄປ​ສູ່​ຄວາມ​ເດືອດຮ້ອນ​ເທົ່ານັ້ນ.</verse>
				<verse number="9">ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຈະ​ໄດ້​ຮັບ​ດິນແດນ​ເປັນ​ກຳມະສິດ ແຕ່​ຄົນຊົ່ວຮ້າຍ​ຈະ​ຖືກ​ຂັບໄລ່​ໜີໄປ​ໝົດສິ້ນ.</verse>
				<verse number="10">ອີກ​ບໍ່ດົນ​ຄົນຊົ່ວຮ້າຍ​ຈະ​ດັບສູນ​ໄປ ເຈົ້າ​ອາດ​ຊອກຫາ​ພວກເຂົາ ແຕ່​ກໍ​ຈະ​ບໍ່​ພົບ</verse>
				<verse number="11">ແຕ່​ຜູ້​ຖ່ອມຕົວ​ຈະ​ໄດ້​ຮັບ​ດິນແດນ​ເປັນ​ມໍຣະດົກ ທັງ​ຊື່ນໃຈ​ຍິນດີ​ຢູ່​ກັບ​ຄວາມຮັ່ງມີ​ແລະ​ມີ​ສັນຕິສຸກ​ດ້ວຍ.</verse>
				<verse number="12">ຄົນຊົ່ວຮ້າຍ​ວາງ​ອຸບາຍ​ເພື່ອ​ປອງຮ້າຍ​ຄົນ​ຊອບທຳ ພວກເຂົາ​ກຶ້ງຕາ​ເບິ່ງ​ລາວ​ດ້ວຍ​ຄວາມ​ກຽດຊັງ​ຍິ່ງ.</verse>
				<verse number="13">ແຕ່​ພຣະເຈົ້າຢາເວ​ຫົວຂວັນ​ໃສ່​ຄົນຊົ່ວຮ້າຍ​ທັງຫລາຍ ເພາະ​ພຣະອົງ​ຮູ້ວ່າ​ໃນ​ບໍ່ດົນ​ພວກເຂົາ​ຈະ​ຖືກ​ທຳລາຍ.</verse>
				<verse number="14">ຄົນຊົ່ວ​ຖອດ​ດາບ​ແລະ​ກົ່ງ​ຄັນທະນູ​ຂອງຕົນ ເພື່ອ​ຂ້າ​ຄົນ​ທີ່​ຂັດສົນ​ແລະ​ຄົນ​ທີ່​ເຮັດ​ຖືກຕ້ອງ</verse>
				<verse number="15">ແຕ່​ພວກເຂົາ​ຈະ​ຖືກ​ຂ້າ​ດ້ວຍ​ດາບ​ຂອງ​ພວກ​ເຂົາເອງ ແລະ​ຄັນທະນູ​ຂອງ​ພວກເຂົາ​ຈະ​ຫັກ​ໄປສິ້ນ.</verse>
				<verse number="16">ສິ່ງ​ເລັກນ້ອຍ​ທີ່​ຄົນ​ຊອບທຳ​ມີ ກໍ​ມີ​ຄຸນຄ່າ​ຫລາຍກວ່າ ຊັບສິນ​ຂອງ​ຄົນຊົ່ວຮ້າຍ​ທັງຫລາຍ</verse>
				<verse number="17">ເພາະ​ພຣະອົງ​ໄດ້​ໃຫ້​ກຳລັງ​ຂອງ​ຄົນຊົ່ວຮ້າຍ​ເສຍໄປ ແຕ່​ພຣະເຈົ້າຢາເວ​ຄຸ້ມຄອງ​ຄົນ​ຊອບທຳ​ໄວ້.</verse>
				<verse number="18">ພຣະເຈົ້າຢາເວ​ເອົາໃຈໃສ່​ຕໍ່​ຜູ້​ທີ່​ເຊື່ອຟັງ​ພຣະອົງ ດິນແດນ​ກໍ​ຈະ​ເປັນ​ຂອງ​ພວກເຂົາ​ໄປ​ຕະຫລອດ.</verse>
				<verse number="19">ຄາວ​ຊົ່ວຮ້າຍ ພວກເຂົາ​ຈະ​ບໍ່​ທົນທຸກ​ທໍລະມານ ພວກເຂົາ​ຈະ​ມີ​ພຽງພໍ​ໃນ​ຄາວ​ອຶດຢາກ.</verse>
				<verse number="20">ແຕ່​ຄົນຊົ່ວຮ້າຍ​ຈະ​ຕາຍໄປ​ດັ່ງ​ຄວັນໄຟ​ຫັບຫາຍ ສັດຕູ​ຂອງ​ພຣະເຈົ້າຢາເວ​ຈະ​ດັບ​ໄປ​ດັ່ງ​ດອກໄມ້​ປ່າ.</verse>
				<verse number="21">ຄົນຊົ່ວຮ້າຍ​ຍືມ​ເງິນ​ໄປ​ແລ້ວ​ບໍ່ເຄີຍ​ສົ່ງ​ຄືນ ແຕ່​ຄົນ​ຊອບທຳ​ມີ​ໃຈ​ສັດທາ​ຮັກ​ໃນ​ການ​ໃຫ້ທານ.</verse>
				<verse number="22">ຄົນ​ມີ​ພຣະພອນ​ຂອງ​ພຣະເຈົ້າຢາເວ ຈະ​ໄດ້​ຮັບ​ດິນແດນ​ເປັນ​ມໍຣະດົກ ແຕ່​ຄົນ​ທີ່​ຖືກ​ສາບແຊ່ງ ຈະ​ຖືກ​ຂັບໄລ່​ໜີໄປ​ສິ້ນ.</verse>
				<verse number="23">ພຣະເຈົ້າຢາເວ​ນຳ​ຄົນ​ຕາມ​ທາງ​ທີ່​ພວກເຂົາ​ຄວນ​ໄປ ຜູ້​ທີ່​ເຮັດ​ໃຫ້​ພຣະອົງ​ພໍໃຈ ພຣະອົງ​ກໍ​ຊົງ​ຄຸ້ມຄອງ​ເຂົາ​ໄວ້.</verse>
				<verse number="24">ເມື່ອ​ພວກເຂົາ​ລົ້ມລົງ ພວກເຂົາ​ຈະ​ບໍ່​ຖືກ​ຢຽບຢໍ່າ ເພາະ​ພຣະອົງ​ຈະ​ຈັບມື​ຖືແຂນ​ຂອງ​ພວກເຂົາ​ໃຫ້​ລຸກຂຶ້ນ​ໃໝ່.</verse>
				<verse number="25">ບັດນີ້ ຂ້ອຍ​ເຖົ້າແກ່​ແລ້ວ​ທັງ​ມີ​ຊີວິດ​ຢູ່​ຕັ້ງ​ດົນນານ ແຕ່​ກໍ​ຍັງ​ບໍ່ເຄີຍ​ເຫັນ​ເຫດການ​ນີ້​ຈັກເທື່ອ ຄື​ວ່າ​ພຣະເຈົ້າ​ປະຖິ້ມ​ຄົນ​ຊອບທຳ ຫລື​ປະປ່ອຍ​ໃຫ້​ລູກ​ຂອງ​ລາວ​ຫາ​ຂໍທານ​ກິນ​ຕາມ​ບ້ານ.</verse>
				<verse number="26">ລາວ​ໃຫ້​ລ້າໆ​ແລະ​ໃຫ້​ຄົນ​ຢືມ​ໂດຍ​ບໍ່​ຄິດຄ່າ ບັນດາ​ລູກ​ຂອງ​ລາວ​ນັ້ນ​ກໍ​ກາຍເປັນ​ທໍ່​ພຣະພອນ.</verse>
				<verse number="27">ຈົ່ງ​ຫັນ​ໜີ​ຈາກ​ການຊົ່ວ​ແລະ​ກະທຳ​ແຕ່​ການດີ ເຊື້ອສາຍ​ຂອງເຈົ້າ​ກໍ​ຈະ​ຢູ່​ໃນ​ດິນແດນ​ເລື້ອຍໆ</verse>
				<verse number="28">ສຳລັບ​ພຣະເຈົ້າຢາເວ​ພຣະອົງ​ຮັກ​ຄວາມ​ເປັນທຳ ແລະ​ບໍ່​ປ່ອຍປະ​ລະເລີຍ​ຄົນ​ທີ່​ສັດຊື່​ຕໍ່​ພຣະອົງ​ນັ້ນ. ພຣະອົງ​ຄຸ້ມຄອງ​ເຂົາເຈົ້າ​ຕະຫລອດໄປ ແຕ່​ເຊື້ອສາຍ​ຂອງ​ຄົນຊົ່ວ​ຈະ​ຖືກ​ໄລ່​ໃຫ້​ໜີໄປ​ສິ້ນ.</verse>
				<verse number="29">ຄົນ​ຊອບທຳ​ຈະ​ໄດ້​ຮັບ​ດິນແດນ​ເປັນ​ມໍຣະດົກ ແລະ​ຈະ​ອາໄສ​ຢູ່​ທີ່​ນັ້ນ​ສືບໄປ​ເປັນນິດ.</verse>
				<verse number="30">ຄຳເວົ້າ​ອັນ​ສະຫລາດ​ເປັນ​ຄຳເວົ້າ​ຂອງ​ຄົນ​ຊອບທຳ ລາວ​ເວົ້າ​ແຕ່​ສິ່ງ​ທີ່​ຊອບທຳ​ແລະ​ຖືກຕ້ອງ.</verse>
				<verse number="31">ກົດບັນຍັດ​ຂອງ​ພຣະເຈົ້າ​ກໍ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຂົາ ພວກເຂົາ​ບໍ່ເຄີຍ​ຫ່າງເຫີນ​ຈາກ​ກົດບັນຍັດ.</verse>
				<verse number="32">ຄົນຊົ່ວຮ້າຍ​ຕັ້ງໜ້າ​ຊອມເບິ່ງ​ຄົນ​ຊອບທຳ ທັງ​ຊອກຫາ​ທາງ​ທີ່​ຈະ​ຂ້າ​ລາວ​ຖິ້ມ</verse>
				<verse number="33">ແຕ່​ພຣະເຈົ້າຢາເວ​ຈະ​ບໍ່​ຖິ້ມ​ລາວ​ໄປ ໃຫ້​ຢູ່​ໃຕ້​ເງື້ອມມື​ຂອງ​ຄົນຊົ່ວຮ້າຍ ຫລື​ປະປ່ອຍ​ໃຫ້​ລາວ​ໄດ້​ຮັບ​ໂທດທັນ ເມື່ອ​ຖືກ​ນຳ​ຂຶ້ນ​ສານ​ຕັດສິນ​ລົງໂທດ.</verse>
				<verse number="34">ຈົ່ງ​ມີ​ຄວາມຫວັງ​ໃນ​ພຣະເຈົ້າຢາເວ ແລະ​ຈົ່ງ​ເຊື່ອຟັງ​ຂໍ້ຄຳສັ່ງ​ເຖີດ; ພຣະອົງ​ຈະ​ໃຫ້ກຽດ​ເຈົ້າ​ໂດຍ​ໄດ້​ຮັບ​ດິນແດນ ເຈົ້າ​ຈະ​ເຫັນ​ຄົນຊົ່ວ​ຖືກ​ຂັບໄລ່​ອອກໄປ​ສິ້ນ.</verse>
				<verse number="35">ຂ້ອຍ​ໄດ້​ເຫັນ​ຄົນຊົ່ວຮ້າຍ​ແລະ​ຜູ້​ກົດຂີ່​ຄົນ ຖື​ຕົວ​ສູງ​ດັ່ງ​ຕົ້ນ​ສົນສີດາ​ທີ່​ເລບານອນ​ພຸ້ນ;</verse>
				<verse number="36">ແຕ່​ເມື່ອ​ຂ້ອຍ​ຍ່າງ​ຜ່ານ​ກາຍ ບໍ່​ເຫັນ​ລາວ​ຢູ່​ທີ່​ນັ້ນ​ອີກ​ຕໍ່ໄປ ຂ້ອຍ​ໄດ້​ຊອກຫາ​ລາວ​ແຕ່​ກໍ​ບໍ່​ພົບ.</verse>
				<verse number="37">ຈົ່ງ​ແລ​ເບິ່ງ​ຄົນ​ດີ​ແລະ​ສັງເກດ​ເບິ່ງ​ຄົນ​ຊອບທຳ ຜູ້​ທີ່​ຮັກ​ສັນຕິສຸກ​ກໍ​ມີ​ລູກຫລານ​ຫລາຍ</verse>
				<verse number="38">ແຕ່​ບັນດາ​ຄົນບາບ​ຈະ​ຖືກ​ທຳລາຍ​ຢ່າງ​ສິ້ນເຊີງ ເຊື້ອສາຍ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ​ໃຫ້​ດັບສູນໄປ.</verse>
				<verse number="39">ຄົນ​ຊອບທຳ​ນັ້ນ​ພຣະເຈົ້າຢາເວ​ຊ່ວຍ​ໃຫ້​ພົ້ນໄພ ແລະ​ຄຸ້ມຄອງ​ພວກເຂົາ​ໃນ​ຄາວ​ເດືອດຮ້ອນ.</verse>
				<verse number="40">ພຣະເຈົ້າຢາເວ​ຊ່ວຍເຫຼືອ​ແລະ​ຊ່ວຍກູ້​ເອົາ​ພວກເຂົາ​ຈາກ​ຄົນ​ຊົ່ວຮ້າຍ​ທັງຫລາຍ ເພາະວ່າ​ພວກເຂົາ​ມາ​ຂໍ​ໃຫ້​ພຣະອົງ​ຄຸ້ມຄອງ​ຮັກສາ.</verse>
			</chapter>
			<chapter number="38">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຢ່າ​ລົງໂທດ​ຂ້ານ້ອຍ​ເລີຍ ເມື່ອ​ພຣະອົງ​ຊົງ​ໂກດຮ້າຍ.</verse>
				<verse number="2">ຍ້ອນ​ລູກສອນ​ຂອງ​ພຣະອົງ ຂ້ານ້ອຍ​ຈຶ່ງ​ບາດເຈັບ ພຣະອົງ​ຕີ​ຂ້ານ້ອຍ​ໃຫ້​ລົ້ມ​ລົງ​ແລ້ວ.</verse>
				<verse number="3">ຍ້ອນ​ພຣະອົງ​ໂກດຮ້າຍ ຂ້ານ້ອຍ​ຈຶ່ງ​ເຈັບປວດ​ໜັກ ມີ​ພະຍາດ​ທົ່ວ​ທັງ​ກາຍ ເພາະ​ຂ້ານ້ອຍ​ເຮັດ​ບາບ.</verse>
				<verse number="4">ການບາບ​ຂອງ​ຂ້ານ້ອຍ​ກໍ​ຖ້ວມ​ຊີວິດ​ໃຫ້​ຈົມ ເປັນ​ພາລະໜັກ​ເກີນ​ທີ່​ຈະ​ແບກ​ໄດ້.</verse>
				<verse number="5">ບາດແຜ​ຂອງ​ຂ້ານ້ອຍ​ເໝັນເນົ່າ​ທັງເປື່ອຍ​ທັງໂພງ ກໍ​ຍ້ອນ​ຂ້ານ້ອຍ​ເອງ​ເປັນ​ຄົນໂງ່ຈ້າ.</verse>
				<verse number="6">ຂ້ານ້ອຍ​ຖືກ​ຕີ​ຈົນ​ລົ້ມ​ທັງ​ອິດອ່ອນ​ໝົດ​ກຳລັງ ຕະຫລອດ​ທັງວັນ​ຈຶ່ງ​ຮ້ອງໄຫ້​ແລະ​ໄວ້ທຸກ.</verse>
				<verse number="7">ອາການ​ເຈັບໄຂ້​ກໍ​ເຜົາໄໝ້​ຢູ່​ທັງ​ຮ່າງກາຍ ແລະ​ຄວາມຕາຍ​ກໍ​ຫຍັບເຂົ້າ​ມາ​ໃກ້.</verse>
				<verse number="8">ຂ້ານ້ອຍ​ໝົດແຮງ​ທັງ​ຖືກ​ຂະຍີ້​ຈົນ​ໝົດ​ສະຕິ​ໄປ ຈິດໃຈ​ຂອງ​ຂ້ານ້ອຍ​ລະທົມ​ທຸກ​ແລະ​ເຈັບປວດ.</verse>
				<verse number="9">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ຮູ້​ສິ່ງ​ທີ່​ຂ້ານ້ອຍ​ຕ້ອງການ ແລະ​ໄດ້ຍິນ​ສຽງ​ຄວນຄາງ​ທຸກຢ່າງ​ຢູ່ແລ້ວ.</verse>
				<verse number="10">ຫົວໃຈ​ຂອງ​ຂ້ານ້ອຍ​ເຕັ້ນ​ແຮງ​ຂຶ້ນ​ແລະ​ເຫື່ອແຮງ​ກໍ​ໝົດ​ໄປ ຕາ​ກໍ​ເສົ້າໝອງ​ແລະ​ສູນເສຍ​ຄວາມ​ສະຫວ່າງ.</verse>
				<verse number="11">ໝູ່ເພື່ອນ​ແລະ​ເພື່ອນບ້ານ​ທັງຫຼາຍ​ຕ່າງ​ກໍ​ເຫີນຫ່າງ​ໜີໄປ ພວກເຂົາ​ບໍ່​ມາ​ໃກ້ຊິດ​ຕິດແທດ​ຂ້ານ້ອຍ​ອີກ. ແມ່ນແຕ່​ຄອບຄົວ​ຕົນເອງ​ກໍ​ເຫີນຫ່າງ​ເໝືອນກັນ ກໍ​ເພາະ​ບາດແຜ​ທີ່​ຂ້ານ້ອຍ​ໄດ້​ຮັບ​ຢູ່​ນີ້.</verse>
				<verse number="12">ພວກ​ຄົນ​ທີ່​ຢາກ​ສັງຫານ​ຂ້ານ້ອຍ​ກໍ​ຫ້າງ​ແຮ້ວ​ດັກຈັບ​ຂ້ານ້ອຍ ຜູ້​ຢາກ​ທຳຮ້າຍ​ກໍ​ຂູ່ເຂັນ​ວ່າ​ຈະ​ບໍ່​ຢຸດ​ປອງຮ້າຍ​ຈັກເທື່ອ.</verse>
				<verse number="13">ຂ້ານ້ອຍ​ເປັນ​ດັ່ງ​ຄົນ​ຫູ​ໜວກ​ທີ່​ຟັງ​ບໍ່ໄດ້ຍິນ​ຫຍັງ ເປັນ​ດັ່ງ​ຄົນ​ປາກກືກ​ທີ່​ເວົ້າຈາ​ບໍ່​ເປັນ​ດ້ວຍ.</verse>
				<verse number="14">ຂ້ານ້ອຍ​ເປັນ​ດັ່ງ​ຄົນ​ທີ່​ບໍ່​ຕອບ​ຫຍັງ​ເລີຍ ເພາະ​ພວກເຂົາ​ບໍ່ໄດ້ຍິນ.</verse>
				<verse number="15">ຂ້າແດ່​ພຣະເຈົ້າຢາເວ ແຕ່​ຂ້ານ້ອຍ​ກໍ​ໄວ້ວາງໃຈ​ໃນ​ພຣະອົງ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ພຣະອົງ​ຈະ​ຕອບ​ຂ້ານ້ອຍ.</verse>
				<verse number="16">ຂໍ​ຢ່າ​ໃຫ້​ສັດຕູ​ໄດ້​ສົມນໍ້າໜ້າ​ຂ້ານ້ອຍ​ເລີຍ ຍ້ອນ​ຄວາມ​ໂສກເສົ້າ​ເສຍໃຈ​ທີ່​ມີ​ຢູ່​ນັ້ນ ຂໍ​ຢ່າ​ໃຫ້​ເຂົາເຈົ້າ​ເວົ້າ​ອວດອົ່ງ​ທະນົງ​ຕົວ ເຖິງ​ຄວາມ​ລົ້ມລົງ​ຂອງ​ຂ້ານ້ອຍ​ນັ້ນ</verse>
				<verse number="17">ຄວາມ​ເຈັບປວດ​ຍັງ​ລົບກວນ​ຂ້ານ້ອຍ​ຢູ່​ບໍ່​ຂາດ ຂ້ານ້ອຍ​ເກືອບ​ຈະ​ລົ້ມລົງ​ແລ້ວ.</verse>
				<verse number="18">ຂ້ານ້ອຍ​ສາລະພາບ​ການບາບ​ທີ່​ໄດ້​ເຮັດ​ມາ ມັນ​ມີ​ແຕ່​ເຮັດ​ໃຫ້​ຂ້ານ້ອຍ​ວຸ້ນວາຍ​ໃຈ​ເທົ່ານັ້ນ.</verse>
				<verse number="19">ຝ່າຍ​ສັດຕູ​ຂອງ​ຂ້ານ້ອຍ​ນັ້ນ​ມີ​ສຸຂະພາບ​ເຂັ້ມແຂງ​ດີ ມີ​ຫລາຍ​ຄົນ​ທີ່​ກຽດຊັງ​ຂ້ານ້ອຍ​ໂດຍ​ບໍ່ມີ​ເຫດຜົນ.</verse>
				<verse number="20">ພວກ​ທີ່​ເຮັດ​ການຊົ່ວ​ເພື່ອ​ຕອບ​ແທນ​ການດີ ພວກເຂົາ​ກໍ​ຕໍ່ຕ້ານ​ການດີ​ທີ່​ຂ້ານ້ອຍ​ພະຍາຍາມ​ເຮັດ​ນັ້ນ.</verse>
				<verse number="21">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຢ່າ​ປະຖິ້ມ​ຂ້ານ້ອຍ ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ຢ່າ​ຫ່າງໄກ​ຂ້ານ້ອຍ​ເລີຍ.</verse>
				<verse number="22">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະ​ຜູ້ໄຖ່​ຂອງ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ສະເດັດ​ມາ​ຊ່ວຍ​ຂ້ານ້ອຍ​ໄວໆ​ແດ່ທ້ອນ.</verse>
			</chapter>
			<chapter number="39">
				<verse number="1">ຂ້ອຍ​ກ່າວ​ວ່າ, “ຂ້ອຍ​ຈະ​ລະວັງ​ສິ່ງ​ທີ່​ຂ້ອຍ​ກະທຳ ແລະ​ຈະ​ບໍ່​ເວົ້າ​ສິ່ງໃດ ເມື່ອ​ຄົນຊົ່ວ​ຢູ່​ໃກ້.”</verse>
				<verse number="2">ຂ້ອຍ​ງັບ​ປາກ​ມິດງຽບ ແລະ​ບໍ່​ເວົ້າຈາ​ຫຍັງ ເຖິງ​ແມ່ນ​ວ່າ​ເປັນ​ເລື່ອງ​ດີ​ກໍຕາມ</verse>
				<verse number="3">ແຕ່​ຄວາມທຸກ​ທໍລະມານ​ກໍ​ຍິ່ງ​ໜັກ​ຂຶ້ນ​ເລື້ອຍໆ ຄວາມ​ກະວົນ​ກະວາຍ​ກໍ​ຖ້ວມລົ້ນ​ຈິດໃຈ​ຢູ່. ເມື່ອ​ຂ້ອຍ​ຍິ່ງ​ຄິດ​ກໍ​ຍິ່ງ​ລຳບາກ​ໃຈ​ເຕັມ​ທີ ອົດ​ບໍ່​ໄຫວ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ວ່າ,</verse>
				<verse number="4">“ຂ້ານ້ອຍ​ຈະ​ຍັງ​ມີ​ຊີວິດ​ຢູ່​ດົນ​ປານໃດ? ໂຜດ​ບອກ​ແດ່​ວ່າ​ຂ້ານ້ອຍ​ຈະ​ຈົບ​ຊີວິດ​ລົງ​ເມື່ອໃດ?”</verse>
				<verse number="5">ພຣະອົງ​ໄດ້​ສ້າງ​ຊີວິດ​ຂ້ານ້ອຍ​ໃຫ້​ສັ້ນ​ເຕັມທີ ໃນ​ສາຍຕາ​ພຣະອົງ​ຊີວິດ​ຂອງ​ຂ້ານ້ອຍ​ໄຮ້ປະໂຫຍດ. ຕາມ​ທີ່​ຈິງ​ແລ້ວ​ຊ່ວງ​ຊີວິດ​ມະນຸດ​ກໍ​ບໍ່ມີ​ຫຍັງ ທຸກຄົນ​ເປັນ​ດັ່ງ​ລົມຫາຍໃຈ​ເທົ່ານັ້ນ</verse>
				<verse number="6">ບໍ່ມີ​ຫຍັງ​ດີ​ລື່ນ​ເພາະ​ເປັນ​ພຽງແຕ່​ເງົາ ພວກເຂົາ​ສະສົມ​ຊັບສິນ ແຕ່​ບໍ່​ຮູ້​ວ່າ​ຜູ້ໃດ​ຈະ​ໄດ້​ສິ່ງນັ້ນ.</verse>
				<verse number="7">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂ້ານ້ອຍ​ຈະ​ຫວັງ​ຕໍ່​ສິ່ງໃດ? ຂ້ານ້ອຍ​ຂໍ​ມອບ​ຄວາມ​ຫວັງໃຈ​ໄວ້​ກັບ​ພຣະອົງ.</verse>
				<verse number="8">ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ການບາບ​ທັງສິ້ນ​ຂອງ​ຂ້ານ້ອຍ​ແດ່ ແລະ​ຢ່າ​ໃຫ້​ຄົນໂງ່​ຫົວ​ເຍາະເຍີ້ຍ​ຂ້ານ້ອຍ​ເລີຍ.</verse>
				<verse number="9">ຂ້ານ້ອຍ​ຈະ​ມິດງຽບ​ແລະ​ຈະ​ບໍ່​ເວົ້າ​ຫຍັງ​ຈັກ​ຄຳ ເພາະວ່າ​ພຣະອົງ​ໃຫ້​ເຮັດ​ຢູ່​ຢ່າງນີ້.</verse>
				<verse number="10">ຂໍ​ຢ່າ​ສູ່​ລົງໂທດ​ຂ້ານ້ອຍ​ຕໍ່ໄປ​ເລີຍ ຍ້ອນ​ຖືກ​ພຣະອົງ​ຕີ​ໃຈ​ແທບ​ຈະ​ຂາດ​ຢູ່​ແລ້ວ.</verse>
				<verse number="11">ພຣະອົງ​ລົງໂທດ​ແລະ​ຕີສອນ​ມະນຸດ​ຍ້ອນ​ຄວາມຜິດ​ຂອງ​ພວກເຂົາ ມະນຸດ​ກໍ​ຖືກ​ທຳລາຍ​ດັ່ງ​ແມງມັນ​ແມງເມົ່າ ຕາມ​ທີ່​ຈິງ​ແລ້ວ​ມວນ​ມະນຸດ​ເຮົາ ກໍ​ເປັນ​ພຽງແຕ່​ລົມຫາຍໃຈ​ເທົ່ານັ້ນ.</verse>
				<verse number="12">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຟັງ​ຂ້ານ້ອຍ​ພາວັນນາ​ອະທິຖານ ໂຜດ​ຟັງ​ຄຳ​ທູນຂໍ​ໃຫ້​ຊ່ວຍເຫລືອ​ຂອງ​ຂ້ານ້ອຍ​ແດ່ທ້ອນ ຂ້ານ້ອຍ​ກໍ​ເປັນ​ດັ່ງ​ບັນພະບຸລຸດ​ໝົດ​ທຸກຄົນ ຂ້ານ້ອຍ​ເປັນ​ພຽງແຕ່​ແຂກ​ຂອງ​ພຣະອົງ​ຊົ່ວຄາວ​ເທົ່ານັ້ນ.</verse>
				<verse number="13">ຂໍ​ຢ່າ​ຫັນ​ໄປ​ຈາກ​ຂ້ານ້ອຍ ເພື່ອ​ຂ້ານ້ອຍ​ຈະ​ມີ​ຄວາມສຸກ​ອີກເທື່ອໜຶ່ງ ຫລັງຈາກ​ນັ້ນ ຂ້ານ້ອຍ​ກໍ​ຈະ​ຈາກ​ໄປ ແລ້ວ​ຈະ​ບໍ່ມີ​ຂ້ານ້ອຍ​ຕໍ່ໄປ​ອີກ.</verse>
			</chapter>
			<chapter number="40">
				<verse number="1">ຂ້ານ້ອຍ​ອົດທົນ​ຄອຍຖ້າ​ພຣະເຈົ້າຢາເວ​ດ້ວຍ​ຄວາມພຽນ ພຣະອົງ​ກໍ​ຟັງ​ແລະ​ໄດ້ຍິນ​ຄຳຮ້ອງຂໍ​ຂອງ​ຂ້ານ້ອຍ​ແລ້ວ.</verse>
				<verse number="2">ພຣະອົງ​ດຶງ​ຂ້ານ້ອຍ​ອອກ​ຈາກ​ຂຸມ​ອັນຕະລາຍ ຄື​ຈາກ​ບຶງ​ດິນ​ຊາຍ​ຊຶ່ງ​ບໍ່ມີ​ພື້ນ. ແລ້ວ​ພຣະອົງ​ກໍ​ໃຫ້​ນັ່ງ​ຢູ່​ເທິງ​ໂງ່ນຫີນ​ຢ່າງ​ປອດໄພ ແລະ​ເຮັດ​ໃຫ້​ມີ​ຄວາມ​ໝັ້ນຄົງ​ຫລາຍ​ຂຶ້ນ.</verse>
				<verse number="3">ພຣະອົງ​ໄດ້​ສອນ​ຂ້ານ້ອຍ​ໃຫ້​ຮ້ອງເພງ​ບົດໃໝ່ ເປັນ​ບົດເພງ​ທີ່​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ຂອງ​ພວກເຮົາ. ຫລາຍ​ຄົນ​ທີ່​ເຫັນ​ການນີ້ ພວກເຂົາ​ກໍ​ຈະ​ໄດ້​ຢຳເກງ ແລະ​ຈະ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ.</verse>
				<verse number="4">ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຄື​ຜູ້​ທີ່​ບໍ່​ຫັນ​ໄປ​ຫາ​ຮູບເຄົາຣົບ​ຫລື​ຮ່ວມ​ຂາບໄຫວ້​ພະທຽມ​ນັ້ນ.</verse>
				<verse number="5">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ພຣະອົງ​ໄດ້​ຊົງ​ກະທຳ​ຫລາຍ​ຢ່າງ​ສຳລັບ​ພວກ​ຂ້ານ້ອຍ ບໍ່ມີ​ຜູ້ໃດ​ຄື​ພຣະອົງ​ທີ່​ເຮັດ​ສິ່ງ​ອັດສະຈັນ​ໃຫ້​ໄດ້​ເຫັນ ຊຶ່ງ​ມີ​ຫລາຍ​ຢ່າງ​ຈົນ​ຂ້ານ້ອຍ​ບໍ່​ສາມາດ​ກ່າວ​ໝົດ​ເພາະ​ມີ​ຫລາຍ​ແທ້ໆ.</verse>
				<verse number="6">ການ​ບູຊາ​ກັບ​ເຄື່ອງ​ຖວາຍ​ນັ້ນ ພຣະອົງ​ບໍ່​ຕ້ອງການ ພຣະອົງ​ບໍ່ໄດ້​ຂໍ​ໃຫ້​ເຜົາ​ສັດ​ທັງ​ໂຕ​ຖວາຍບູຊາ ຫລື​ຖາມ​ຫາ​ເຄື່ອງ​ບູຊາ​ລືບລ້າງ​ບາບ​ທັງຫລາຍ ແຕ່​ໃຫ້​ຂ້ານ້ອຍ​ມີ​ຫູ​ເພື່ອ​ຟັງ​ສຽງ​ຂອງ​ພຣະເຈົ້າ.</verse>
				<verse number="7">ສະນັ້ນ ຂ້ານ້ອຍ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ນີ້​ແລ້ວ ຂໍ້​ຄຳແນະນຳ​ຂອງ​ພຣະອົງ​ທີ່​ໃຫ້​ແກ່​ຂ້ານ້ອຍ​ກໍ​ມີ​ຢູ່​ໃນ​ກົດບັນຍັດ.</verse>
				<verse number="8">ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ຍິນດີ​ເຮັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ ຄື​ຮັກສາ​ຂໍ້​ຄຳສັ່ງສອນ​ຂອງ​ພຣະອົງ​ໄວ້​ຢູ່​ໃນ​ຈິດໃຈ​ແລ້ວ.”</verse>
				<verse number="9">ຂ້າແດ່​ພຣະເຈົ້າຢາເວ ໃນ​ທີ່​ຊຸມນຸມຊົນ​ຂອງ​ພຣະອົງ ຂ້ານ້ອຍ​ໄດ້​ບອກ​ຂ່າວ​ດີ​ເລື່ອງ​ການ​ຊ່ວຍກູ້. ຂ້ານ້ອຍ​ຈະ​ສືບຕໍ່​ບອກ​ຂ່າວ​ນີ້ ພຣະອົງ​ກໍ​ຮູ້ຈັກ​ດີ​ວ່າ​ຂ້ານ້ອຍ​ຈະ​ບໍ່​ມິດງຽບ.</verse>
				<verse number="10">ຂ້ານ້ອຍ​ບໍ່ໄດ້​ເກັບ​ເລື່ອງ​ຄວາມພົ້ນ​ໄວ້​ສຳລັບ​ຕົວເອງ ຂ້ານ້ອຍ​ກ່າວ​ວ່າ​ພຣະອົງ​ສັດຊື່​ແລະ​ຊ່ວຍຊູ​ຢູ່​ເລື້ອຍ. ໃນ​ທີ່​ຊຸມນຸມຊົນ​ນັ້ນ ຂ້ານ້ອຍ​ບໍ່ໄດ້​ປິດບັງ​ຄວາມສັດຊື່ ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ຈັກເທື່ອ.</verse>
				<verse number="11">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ຈະ​ບໍ່​ຢຸດ ທີ່​ຈະ​ໃຫ້​ຄວາມ​ເມດຕາ​ແກ່​ຂ້ານ້ອຍ​ຈັກເທື່ອ. ຄວາມຮັກ​ແລະ​ຄວາມ​ຈົງຮັກ​ພັກດີ​ຂອງ​ພຣະອົງ ຈະ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ​ຢູ່​ເລື້ອຍໆ.</verse>
				<verse number="12">ຂ້ານ້ອຍ​ຖືກ​ອ້ອມຮອບ​ໂດຍ​ຄວາມ​ເດືອດຮ້ອນ​ຫຼາຍ​ຢ່າງ ມີ​ຫລວງຫລາຍ​ທີ່ສຸດ​ຈົນ​ຂ້ານ້ອຍ​ນັບ​ບໍ່ໄດ້ ບາບໄລ່​ເວນທັນ​ແລ້ວ ຂ້ານ້ອຍ​ຈຶ່ງ​ບໍ່​ຢາກ​ເຫັນ​ຕໍ່ໄປ ຂາດໃຈ​ກ້າຫານ​ເພາະ​ມັນ​ຫລາຍກວ່າ​ເສັ້ນຜົມ​ອີກ.</verse>
				<verse number="13">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ດ້ວຍ​ເຖີດ ຂ້າແດ່​ພຣະເຈົ້າຢາເວ ໂຜດ​ມາ​ຊ່ວຍເຫລືອ​ຂ້ານ້ອຍ​ດຽວນີ້​ເທີ້ນ</verse>
				<verse number="14">ຂໍ​ໃຫ້​ຄົນ​ທີ່​ຊອກ​ສັງຫານ​ນັ້ນ​ພ່າຍແພ້​ໝົດສາ ແລະ​ຂໍ​ໃຫ້​ພວກເຂົາ​ວຸ້ນວາຍ​ໄປ​ຢ່າງ​ໝົດສິ້ນ. ຂໍ​ໃຫ້​ຄົນ​ທີ່​ດີອົກ​ດີໃຈ​ຍ້ອນ​ເຫັນ​ຂ້ານ້ອຍ​ເປັນທຸກ ຖອຍໜີ​ໄກຫ່າງ​ແລະ​ຖືກ​ອັບອາຍ.</verse>
				<verse number="15">ຂໍ​ໃຫ້​ຄົນ​ທີ່​ຫົວ​ເຍາະເຍີ້ຍ​ຂ້ານ້ອຍ​ຕົກ​ຕະລຶງ ຍ້ອນ​ວ່າ​ພວກເຂົາ​ພ່າຍແພ້​ແລ້ວ.</verse>
				<verse number="16">ຂໍ​ໃຫ້​ທຸກຄົນ​ທີ່​ສະແຫວງ​ຫາ​ພຣະເຈົ້າ​ຊົມຊື່ນ​ຍິນດີ ແລະ​ເບີກບານ​ໃຈ ທຸກຄົນ​ທີ່​ໂມທະນາ​ຂອບພຣະຄຸນ​ສຳລັບ​ຄວາມພົ້ນ ຈົ່ງ​ພາກັນ​ກ່າວ​ຢູ່​ຢ່າງ​ສະໝໍ່າ​ສະເໝີ​ວ່າ, “ພຣະເຈົ້າຢາເວ​ຍິ່ງໃຫຍ່!”</verse>
				<verse number="17">ຂ້ານ້ອຍ​ອິດອ່ອນ​ລຳບາກ ແຕ່​ພຣະເຈົ້າຢາເວ​ບໍ່​ລືມໄລ​ແລະ​ບໍ່​ປະຖິ້ມ​ຂ້ານ້ອຍ​ຈັກເທື່ອ. ພຣະອົງ​ຄື​ພຣະຜູ້​ຊ່ວຍ​ໃຫ້​ພົ້ນ ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ຮີບມາ​ຊ່ວຍກູ້​ເອົາ​ຂ້ານ້ອຍ​ໄວ້​ດ້ວຍ.</verse>
			</chapter>
			<chapter number="41">
				<verse number="1">ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຫ່ວງໃຍ​ນຳ​ຄົນ​ຈົນ ພຣະເຈົ້າຢາເວ​ຊ່ວຍເຫຼືອ​ພວກເຂົາ​ໃນ​ວັນ​ແຫ່ງ​ຄວາມ​ເດືອດຮ້ອນ.</verse>
				<verse number="2">ພຣະເຈົ້າຢາເວ​ຈະ​ປົກປ້ອງ​ຄຸ້ມຄອງ​ຊີວິດ​ຂອງ​ພວກເຂົາ ແລະ​ໃຫ້​ພວກເຂົາ​ມີ​ຄວາມສຸກ​ຢູ່​ໃນ​ດິນແດນ​ໄດ້ ພຣະອົງ​ຈະ​ບໍ່​ປະ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ມີ​ອຳນາດ​ເໜືອ​ເຂົາເຈົ້າ.</verse>
				<verse number="3">ພຣະເຈົ້າຢາເວ​ຈະ​ຊ່ວຍຊູ​ເມື່ອ​ພວກເຂົາ​ເຈັບໂຊ ແລະ​ຈະ​ໃຫ້​ມີ​ສຸຂະພາບ​ແຂງແຮງ​ຂຶ້ນ​ໃໝ່.</verse>
				<verse number="4">ຂ້ອຍ​ເວົ້າ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ເຮັດ​ຜິດບາບ​ຕໍ່ສູ້​ພຣະອົງ​ແລ້ວ ໂຜດ​ເມດຕາ​ຂ້ານ້ອຍ​ຄື​ຜູ້​ເຈັບໂຊ​ແດ່ທ້ອນ ແລະ​ປິ່ນປົວ​ຂ້ານ້ອຍ​ໃຫ້​ດີ​ດ້ວຍ.</verse>
				<verse number="5">ສັດຕູ​ຂອງ​ຂ້ານ້ອຍ​ເວົ້າ​ຮ້າຍ​ໃສ່​ຢ່າງ​ສົມໃຈ ພວກເຂົາ​ຢາກ​ໃຫ້​ຂ້ານ້ອຍ​ຕາຍ​ທັງ​ຖືກ​ລືມໄລ​ໄປສິ້ນ.</verse>
				<verse number="6">ຄົນ​ທີ່​ມາ​ຫາ​ຂ້ານ້ອຍ​ກໍ​ບໍ່ມີ​ຄວາມ​ຈິງໃຈ​ເລີຍ ມາ​ພຽງ​ຮວບຮວມ​ເອົາ​ເລື່ອງ​ບໍ່​ດີ​ໄປ​ເວົ້າ​ທຸກທີ່​ທຸກບ່ອນ.</verse>
				<verse number="7">ທຸກຄົນ​ທີ່​ກຽດຊັງ​ຂ້ານ້ອຍ​ກໍ​ຊຸບຊິບ​ກັນ​ເລື່ອງ​ຂ້ານ້ອຍ​ຢ່າງ​ຜິດໆ ເຂົາ​ຄິດ​ປັ້ນແຕ່ງ​ເລື່ອງ​ບໍ່​ດີ​ມາ​ຕູ່​ຫາ​ໃສ່​ຂ້ານ້ອຍ.”</verse>
				<verse number="8">ພວກເຂົາ​ເວົ້າ​ກັນ​ວ່າ, “ມັນ​ໂຊ​ໜັກ​ແລ້ວ ມັນ​ຈະ​ລຸກ​ຈາກ​ຕຽງ​ນອນ ໄປມາ​ໃສ​ບໍ່ໄດ້​ອີກ​ດອກ”.</verse>
				<verse number="9">ແມ່ນແຕ່​ໝູ່​ຜູ້​ດີ​ແທ້ໆ​ທີ່​ຂ້ານ້ອຍ​ໄວ້ວາງໃຈ ຜູ້​ທີ່​ຂ້ານ້ອຍ​ໃຫ້​ອາຫານ​ກໍໄດ້​ຫັນ​ມາ​ຕໍ່ສູ້​ຂ້ານ້ອຍ.</verse>
				<verse number="10">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເມດຕາ​ຂ້ານ້ອຍ​ດ້ວຍ ໂຜດ​ໃຫ້​ມີ​ເຮື່ອແຮງ​ຄືນມາ ເພື່ອ​ຈະ​ຕອບໂຕ້​ສັດຕູ​ໄດ້.</verse>
				<verse number="11">ພວກເຂົາ​ຈະ​ບໍ່​ໄຊຊະນະ​ເໜືອ​ຂ້ານ້ອຍ ແລະ​ຈະ​ຮູ້​ວ່າ​ພຣະອົງ​ພໍໃຈ​ໃນ​ຂ້ານ້ອຍ​ແລ້ວ.</verse>
				<verse number="12">ພຣະອົງ​ຈະ​ຊ່ວຍ​ຂ້ານ້ອຍ ເພາະ​ຂ້ານ້ອຍ​ເຮັດ​ສິ່ງ​ທີ່​ຊອບທຳ ແລະ​ຈະ​ໃຫ້​ຂ້ານ້ອຍ​ຢູ່​ຕໍ່ໜ້າ​ພຣະອົງ​ສືບໄປ​ເປັນນິດ.</verse>
				<verse number="13">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ໃນ​ບັດນີ້​ແລະ​ສືບໆໄປ​ເປັນນິດ ອາແມນ! ອາແມນ!</verse>
			</chapter>
			<chapter number="42">
				<verse number="1">ຂ້າແດ່​ພຣະເຈົ້າ ຈິດໃຈ​ຂອງ​ຂ້ານ້ອຍ​ຫິວກະຫາຍ​ຫາ​ພຣະອົງ ດັ່ງ​ກວາງນ້ອຍ​ຫິວກະຫາຍ​ລຳນໍ້າ​ໃສ</verse>
				<verse number="2">ຂ້ານ້ອຍ​ຫິວກະຫາຍ​ຫາ​ພຣະເຈົ້າ, ພຣະເຈົ້າ​ອົງ​ຊົງ​ຊີວິດ ເມື່ອໃດ​ຂ້ານ້ອຍ​ຈຶ່ງ​ຈະ​ໄດ້​ໄປ​ຂາບລົງ​ຢູ່​ຕໍ່ໜ້າ​ພຣະເຈົ້າ?</verse>
				<verse number="3">ຂ້ານ້ອຍ​ຮ້ອງໄຫ້​ທັງເວັນ​ທັງຄືນ ອາຫານ​ທີ່​ກືນ​ລົງ​ກໍ​ມີ​ແຕ່​ນໍ້າຕາ​ເທົ່ານັ້ນ ເຫຼົ່າ​ສັດຕູ​ໄດ້​ຖາມ​ຂ້ານ້ອຍ​ຢູ່​ເລື້ອຍ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ຢູ່​ໃສ?”</verse>
				<verse number="4">ເມື່ອ​ຄິດເຖິງ​ອະດີດ​ກໍ​ທຸກລະທົມ​ໃຈ​ຫລາຍ ເມື່ອ​ໄດ້​ຍ່າງ​ເປັນ​ຝູງ​ໄປ​ສູ່​ວິຫານ​ຂອງ​ພຣະເຈົ້າ ແລະ​ໄດ້​ພາ​ເຂົາເຈົ້າ​ຍ່າງ​ຕາມ​ຫລັງ​ກັນ​ໄປ ສຸກໃຈ​ຮ້ອງລຳ​ທຳເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ.</verse>
				<verse number="5">ເປັນຫຍັງ​ຈຶ່ງ​ໂສກເສົ້າ​ແລະ​ຍາກ​ລຳບາກ​ຍິ່ງ? ຈຶ່ງ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ​ແຕ່ອົງດຽວ ຄັ້ງໜຶ່ງ​ອີກ ຂ້ານ້ອຍ​ຈະ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະອົງ ພຣະເຈົ້າ ພຣະ​ຜູ້ໄຖ່​ຂອງ​ຂ້ານ້ອຍ​ເອີຍ.</verse>
				<verse number="6">ຢູ່​ໃນ​ຕ່າງຖິ່ນ​ພີ້​ຂ້ານ້ອຍ​ທຸກ​ລະທົມ​ໃຈ ຈຶ່ງ​ໄດ້​ແຕ່​ຄິດຄະນຶງ​ຫາ​ພຣະອົງ. ຄື້ນ​ແຫ່ງ​ຄວາມ​ໂສກເສົ້າ​ທີ່​ໄດ້​ສົ່ງ​ມາ​ສູ່​ຈິດໃຈ ດັງ​ສັບສົນ​ວຸ້ນວາຍ ດັ່ງ​ນໍ້າ​ໄຫລ​ຖ້ວມ ດັ່ງ​ນໍ້າ​ຕົກຕາດ​ດັງ​ໄຫລ​ສູ່​ແມ່ນໍ້າ​ຈໍແດນ ຈາກ​ພູເຂົາ​ເຮີໂມນ​ແລະ​ຈາກ​ພູມີຊາ​ພຸ້ນ.</verse>
				<verse number="7"></verse>
				<verse number="8">ຂໍ​ພຣະເຈົ້າຢາເວ​ຊົງ​ໂຜດ​ສຳແດງ ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ໃນ​ເວລາ​ກາງເວັນ​ແກ່​ຂ້ານ້ອຍ​ດ້ວຍ ເພື່ອ​ຈະ​ໄດ້​ຮ້ອງເພງ​ເວລາ​ກາງຄືນ ຄື​ຄຳພາວັນນາ​ອະທິຖານ​ເຖິງ​ພຣະເຈົ້າ ທີ່​ຊົງ​ໃຫ້​ຊີວິດ​ແກ່​ຂ້ານ້ອຍ​ນັ້ນ.</verse>
				<verse number="9">ຂ້ານ້ອຍ​ທູນ​ຖາມ​ພຣະເຈົ້າ​ອົງ​ເປັນ​ສີລາ​ຂອງ​ຂ້ານ້ອຍ​ວ່າ, “ເປັນຫຍັງ​ໜໍ​ຈຶ່ງ​ໄດ້​ລືມໄລ​ຂ້ານ້ອຍ? ເປັນຫຍັງ​ໜໍ​ຂ້ານ້ອຍ​ຈຶ່ງ​ຕ້ອງ​ທົນທຸກ​ທໍລະມານ ຈາກ​ຄວາມ​ໂຫດຫ້ຽມ​ຂອງ​ເຫຼົ່າ​ສັດຕູ​ນັ້ນ?”</verse>
				<verse number="10">ຂ້ານ້ອຍ​ຖືກ​ຢຽບຢໍ່າ​ຍ້ອນ​ເຂົາ​ເວົ້າ​ນິນທາ ພວກເຂົາ​ຖາມ​ຂ້ານ້ອຍ​ຢູ່​ເລື້ອຍໆ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ຢູ່​ໃສ?”</verse>
				<verse number="11">ເປັນຫຍັງ​ຈຶ່ງ​ໂສກເສົ້າ​ແລະ​ຍາກ​ລຳບາກ​ຍິ່ງ? ຂ້ານ້ອຍ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ ແລະ​ຂ້ານ້ອຍ​ຍັງ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ພຣະຜູ້ຊ່ວຍ​ຂອງ​ຂ້ານ້ອຍ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ.</verse>
			</chapter>
			<chapter number="43">
				<verse number="1">ຂ້າແດ່​ພຣະເຈົ້າ ໂຜດ​ປະກາດ​ວ່າ​ຂ້ານ້ອຍ​ບໍ່ມີ​ຄວາມຜິດ ຂໍ​ຊົງ​ໂຜດ​ຊ່ວຍ​ແກ້​ຄະດີ​ໃຫ້​ຂ້ານ້ອຍ​ດ້ວຍ ຄົນ​ບໍ່​ເຊື່ອ​ພຣະເຈົ້າ​ໄດ້​ກ່າວ​ຕໍ່ສູ້​ຂ້ານ້ອຍ ໂຜດ​ຊ່ວຍກູ້​ຂ້ານ້ອຍ​ຈາກ​ຄົນ​ຂີ້ຕົວະ​ແລະ​ຊົ່ວຮ້າຍ.</verse>
				<verse number="2">ພຣະອົງ​ເປັນ​ຜູ້​ປົກປ້ອງ​ຄຸ້ມຄອງ​ເປັນຫຍັງ​ຈຶ່ງ​ປະຖິ້ມ​ຂ້ານ້ອຍ ແລະ​ດ້ວຍເຫດໃດ​ຈຶ່ງ​ໃຫ້​ຂ້ານ້ອຍ​ທົນທຸກ​ທໍລະມານ​ຈາກ​ສັດຕູ​ຜູ້​ໂຫດຮ້າຍ?</verse>
				<verse number="3">ຂໍ​ຊົງ​ໂຜດ​ສົ່ງ​ແສງ​ສະຫວ່າງ​ແລະ​ຄວາມຈິງ​ຂອງ​ພຣະອົງ​ມາ ເພື່ອ​ວ່າ​ສິ່ງນັ້ນ​ຈະ​ໄດ້​ນຳພາ​ຂ້ານ້ອຍ ແລະ​ນຳ​ຂ້ານ້ອຍ​ກັບຄືນ​ໄປ​ສູ່​ຊີໂອນ ເນີນພູ​ສັກສິດ ແລະ​ສູ່​ພຣະວິຫານ​ບ່ອນ​ທີ່​ພຣະອົງ​ສະຖິດ​ຢູ່.</verse>
				<verse number="4">ຂ້າແດ່​ພຣະເຈົ້າ ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄປ​ທີ່​ແທ່ນບູຊາ ເພາະ​ພຣະອົງ​ເປັນ​ບໍ່​ເກີດ​ແຫ່ງ​ຄວາມສຸກ​ອັນ​ໃຫຍ່. ຂ້ານ້ອຍ​ຈະ​ຈັບ​ກິດຕາ​ຂຶ້ນ​ດີດ ຮ້ອງເພງ​ຍ້ອງຍໍ​ສັນລະເສີນ ໂອ ພຣະເຈົ້າ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ.</verse>
				<verse number="5">ເປັນຫຍັງ​ຈຶ່ງ​ໂສກເສົ້າ ແລະ​ຍາກ​ລຳບາກ​ຍິ່ງ? ຂ້ານ້ອຍ​ຈຶ່ງ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ ແລະ​ຂ້ານ້ອຍ​ຍັງ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ພຣະຜູ້ຊ່ວຍ​ຂອງ​ຂ້ານ້ອຍ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ.</verse>
			</chapter>
			<chapter number="44">
				<verse number="1">ຂ້າແດ່​ພຣະເຈົ້າ ພວກ​ຂ້ານ້ອຍ​ໄດ້ຍິນ​ຄຳ​ເວົ້າ​ດ້ວຍ​ຫູ​ຂອງຕົນເອງ ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ກໍໄດ້​ບອກ​ເຖິງ​ເລື່ອງ​ນີ້ ຄື​ໃນ​ຄາວ​ຂອງ​ພວກເພິ່ນ​ນັ້ນ​ພຣະອົງ​ໄດ້​ເຮັດ​ສິ່ງ​ຍິ່ງໃຫຍ່​ຫລາຍ ເປັນ​ເຫດການ​ທີ່​ຜ່ານ​ມາ​ແຕ່​ດົນນານ​ແລ້ວ:</verse>
				<verse number="2">ພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ທີ່​ບໍ່​ນັບຖື​ພຣະອົງ​ອອກ​ໄປ ແລະ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຢູ່​ດິນແດນ​ນັ້ນ ພຣະອົງ​ໄດ້​ລົງໂທດ​ຊົນຊາດ​ອື່ນໆ ເຮັດ​ໃຫ້​ຄົນ​ຊາດ​ຂອງ​ພຣະອົງ​ຮັ່ງມີ​ຂຶ້ນ.</verse>
				<verse number="3">ບໍ່ແມ່ນ​ດ້ວຍ​ດາບ​ທີ່​ຄົນ​ຂອງ​ພຣະອົງ​ຕີ​ໄດ້​ດິນແດນ ບໍ່ແມ່ນ​ດ້ວຍ​ກຳລັງ​ຂອງ​ພວກເພິ່ນ​ທີ່​ໄດ້​ຕີ​ຊະນະ ແຕ່​ແມ່ນ​ຍ້ອນ​ຣິດອຳນາດ​ແລະ​ກຳລັງ​ຂອງ​ພຣະອົງ ຍ້ອນ​ໝັ້ນໃຈ​ວ່າ​ພຣະອົງ​ຊົງ​ສະຖິດ​ຢູ່​ນຳ​ເພາະ​ພຣະອົງ​ຮັກ​ພວກເພິ່ນ.</verse>
				<verse number="4">ພຣະອົງ​ເປັນ​ກະສັດ​ຂອງ​ຂ້ານ້ອຍ ແລະ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຈຶ່ງ​ໃຫ້ ຄວາມມີໄຊ​ແກ່​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ</verse>
				<verse number="5">ເຫຼົ່າ​ສັດຕູ​ໄດ້​ພ່າຍແພ້​ດ້ວຍ​ອຳນາດ​ຂອງ​ພຣະອົງ ຂ້ານ້ອຍ​ບໍ່ໄດ້​ໄວ້ວາງໃຈ​ໃນ​ໜ້າທະນູ​ຫລື​ດາບ</verse>
				<verse number="6"></verse>
				<verse number="7">ແຕ່​ພຣະອົງ​ໄດ້​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ເຫຼົ່າ​ສັດຕູ ແລະ​ໃຫ້​ຜູ້​ທີ່​ກຽດຊັງ​ພວກ​ຂ້ານ້ອຍ ໄດ້​ພ່າຍແພ້.</verse>
				<verse number="8">ພວກ​ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ຢູ່​ສະເໝີ ແລະ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ຕະຫລອດໄປ​ເປັນນິດ.</verse>
				<verse number="9">ແຕ່​ບັດນີ້ ພຣະອົງ​ປະປ່ອຍ​ພວກ​ຂ້ານ້ອຍ ແລະ​ໃຫ້​ພວກ​ຂ້ານ້ອຍ​ພ່າຍແພ້ ພຣະອົງ​ບໍ່ໄດ້​ຍ່າງ​ອອກ​ໜ້າ​ສູ້ຮົບ​ຕໍ່ໄປ ຮ່ວມ​ກັບ​ກອງທັບ​ຂອງ​ພວກ​ຂ້ານ້ອຍ​ອີກ.</verse>
				<verse number="10">ພຣະອົງ​ປ່ອຍ​ໃຫ້​ສັດຕູ​ແລ່ນ​ໄລ່​ພວກ​ຂ້ານ້ອຍ ແລະ​ສິ່ງຂອງ​ທີ່​ມີ​ຢູ່​ກໍ​ຖືກ​ພວກເຂົາ​ຢຶດເອົາ​ໄປ​ໝົດສິ້ນ.</verse>
				<verse number="11">ພຣະອົງ​ໄດ້​ປ່ອຍ​ໃຫ້​ຖືກ​ຂ້າ​ເປັນ​ໝູ່​ດັ່ງ​ຝູງແກະ ແລະ​ໃຫ້​ແຕກ​ກະຈັດ​ກະຈາຍ​ໄປ​ຢູ່​ຫລາຍ​ປະເທດ.</verse>
				<verse number="12">ພຣະອົງ​ໄດ້​ຂາຍ​ປະຊາຊົນ​ຂອງ​ພຣະອົງ​ໃນ​ລາຄາ​ຖືກໆ ເໝືອນ​ກັບ​ວ່າ​ພວກເຂົາ​ມີ​ຄ່າ ພຽງແຕ່​ເລັກນ້ອຍ.</verse>
				<verse number="13">ເມື່ອ​ຊາດ​ໃກ້ຄຽງ​ໄດ້​ເຫັນ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ພວກ​ຂ້ານ້ອຍ ກໍ​ເຍາະເຍີ້ຍ​ຫົວຂວັນ​ໃສ່​ພວກ​ຂ້ານ້ອຍ.</verse>
				<verse number="14">ພຣະອົງ​ໄດ້​ເຮັດ​ໃຫ້​ພວກ​ຂ້ານ້ອຍ​ຖືກ​ຢຽບຫຍາມ ຊົນຊາດ​ທັງຫລາຍ​ຈຶ່ງ​ແກວ່ງຫົວ​ຢ່າງ​ດູໝິ່ນ.</verse>
				<verse number="15">ສະນັ້ນ ຂ້ານ້ອຍ​ຈຶ່ງ​ຖືກ​ໝິ່ນປະໝາດ​ຢູ່​ເລື້ອຍ​ມາ ຈຶ່ງ​ເຕັມ​ໄປ​ແຕ່​ຄວາມ​ອັບອາຍ​ຂາຍໜ້າ</verse>
				<verse number="16">ກໍ​ຍ້ອນ​ໄດ້ຍິນ​ຄຳເຍາະເຍີ້ຍ ຄຳ​ດູຖູກ​ນິນທາ ຈາກ​ສັດຕູ​ແລະ​ຄົນ​ທີ່​ກຽດຊັງ​ຂ້ານ້ອຍ​ນັ້ນ.</verse>
				<verse number="17">ທຸກສິ່ງ​ໄດ້​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ ເຖິງ​ວ່າ​ພວກ​ຂ້ານ້ອຍ​ຍັງ​ບໍ່ໄດ້​ລືມໄລ​ພຣະເຈົ້າ ຫລື​ຍັງ​ບໍ່ໄດ້​ລະເມີດ​ພັນທະສັນຍາ​ໃດໆ ທີ່​ພຣະອົງ​ໄດ້​ມີ​ໄວ້​ກັບ​ພວກ​ຂ້ານ້ອຍ​ນັ້ນ.</verse>
				<verse number="18">ພວກ​ຂ້ານ້ອຍ​ບໍ່ໄດ້​ຄິດຄົດ​ທໍລະຍົດ​ຕໍ່​ພຣະອົງ ແລະ​ບໍ່ໄດ້​ໜີ​ຈາກ​ທາງ​ທີ່​ພຣະອົງ​ໄດ້​ຂີດໄວ້.</verse>
				<verse number="19">ແຕ່​ພຣະອົງ​ໄດ້​ປະປ່ອຍ​ພວກ​ຂ້ານ້ອຍ​ໄວ້​ທ່າມກາງ​ສັດປ່າ​ທັງຫລາຍ ປັດສະຈາກ​ການ​ຊ່ວຍຊູ ພຣະອົງ​ໄດ້​ປະປ່ອຍ​ພວກ​ຂ້ານ້ອຍ​ໄວ້​ໃນ​ບ່ອນ​ມືດໜາ.</verse>
				<verse number="20">ຖ້າ​ພວກ​ຂ້ານ້ອຍ​ໄດ້​ລືມ​ພຣະນາມ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ແລະ​ໄດ້​ພາວັນນາ​ອະທິຖານ​ຫາ​ພະ​ຂອງ​ຄົນຕ່າງຊາດ</verse>
				<verse number="21">ພຣະອົງ​ກໍ​ຕ້ອງ​ຄົ້ນພົບ​ເລື່ອງ​ນີ້​ຢ່າງ​ແນ່ນອນ ເພາະ​ຄວາມຄິດ​ອັນ​ເລິກລັບ ພຣະອົງ​ກໍ​ຊົງ​ຮູ້.</verse>
				<verse number="22">ແຕ່​ເພາະ​ເຫັນ​ແກ່​ພຣະອົງ​ພວກ​ຂ້ານ້ອຍ​ຈຶ່ງ​ຖືກ​ຂ້າ​ຕະຫລອດ​ມາ ພວກເຂົາ​ເຮັດ​ຕໍ່​ພວກ​ຂ້ານ້ອຍ​ຄື​ແກະ​ທີ່​ຖືກ​ນຳ​ໄປ​ຂ້າ.</verse>
				<verse number="23">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ຕື່ນ​ຂຶ້ນ​ມາ​ເຖີດ ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ຫລັບ​ຢູ່? ໂຜດ​ມາ​ຊ່ວຍກູ້​ເອົາ​ພວກ​ຂ້ານ້ອຍ​ດ້ວຍ ຂໍ​ພຣະອົງ​ຊົງ​ລຸກ​ຂຶ້ນ ຢ່າ​ປະຖິ້ມ​ພວກ​ຂ້ານ້ອຍ​ຕະຫຼອດໄປ</verse>
				<verse number="24">ເຫດໃດ​ພຣະອົງ​ຈຶ່ງ​ລີ້ໜ້າ​ຈາກ​ພວກ​ຂ້ານ້ອຍ​ນໍ? ຂໍ​ຢ່າ​ລືມໄລ​ພວກ​ທີ່​ຖືກ​ທົນທຸກ​ແລະ​ລຳບາກ.</verse>
				<verse number="25">ພວກ​ຂ້ານ້ອຍ​ຖືກ​ຢຽບ​ລົງ​ຈຳ​ພື້ນດິນ ນອນ​ຢຽດ​ຢູ່​ຂີ້ຝຸ່ນ​ດິນ​ຢ່າງ​ພ່າຍແພ້.</verse>
				<verse number="26">ໂຜດ​ເຂົ້າ​ມາ​ຊ່ວຍຊູ​ແດ່ ເພາະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ໂຜດ​ມາ​ຊ່ວຍ​ກອບກູ້​ເອົາ​ພວກ​ຂ້ານ້ອຍ​ແດ່ທ້ອນ.</verse>
			</chapter>
			<chapter number="45">
				<verse number="1">ຂະນະທີ່​ປະພັນ​ເພງ​ນີ້​ສຳລັບ​ກະສັດ ຄຳ​ເວົ້າ​ອັນ​ມ່ວນ​ຫູ​ກໍ​ລົ້ນ​ຢູ່​ໃນ​ຈິດໃຈ​ດ້ວຍ. ລີ້ນ​ຂ້ານ້ອຍ​ພ້ອມ​ທີ່​ຈະ​ກ່າວ​ເປັນ​ຄຳ​ກາບກອນ ດັ່ງ​ປາກກາ​ຂຽນ​ຂອງ​ນັກ​ປະພັນ​ຜູ້ດີເລີດ.</verse>
				<verse number="2">ທ່ານ​ເປັນ​ຜູ້​ງາມເລີດ​ຮູບຮ່າງ​ໄດ້​ສັດສ່ວນ​ດີ ໃນ​ທ່າມກາງ​ຜູ້ຊາຍ​ທັງຫລາຍ​ນັ້ນ ທ່ານ​ເປັນ​ນັກ​ເວົ້າ​ທີ່​ມີ​ໂວຫານ​ດີ ເພາະ​ພຣະເຈົ້າ​ໄດ້​ອວຍພອນ​ທ່ານ​ມາ​ຕະຫລອດ.</verse>
				<verse number="3">ຈົ່ງ​ຂັດ​ດາບ​ເຖີດ ກະສັດ​ຜູ້​ເກັ່ງກ້າ​ເອີຍ ທ່ານ​ຜູ້​ມີ​ຊື່​ລືນາມ​ແລະ​ສະຫງ່າ​ຜ່າເຜີຍ​ດ້ວຍ.</verse>
				<verse number="4">ໃນ​ຄວາມ​ຜ່າເຜີຍ​ນັ້ນ ທ່ານ​ຈົ່ງ​ຂີ່​ມ້າ​ອອກ​ໄປ ຈົ່ງ​ມຸ່ງໜ້າ​ສູ່​ຄວາມມີໄຊ ເພື່ອ​ປ້ອງກັນ​ໄວ້ ຊຶ່ງ​ຄວາມຈິງ​ແລະ​ຄວາມ​ຍຸດຕິທຳ ກຳລັງ​ທີ່​ທ່ານ​ມີ​ຢູ່​ຈະ​ໃຫ້​ທ່ານ​ມີໄຊ​ຍິ່ງໃຫຍ່</verse>
				<verse number="5">ລູກທະນູ​ແຫລມຄົມ​ຂອງທ່ານ​ທະລຸ​ທີ່​ຫົວໃຈ​ສັດຕູ ບັນດາ​ຊົນຊາດ​ຕ່າງ​ກໍ​ລົ້ມລົງ​ຢູ່​ໃຕ້​ຕີນ​ທ່ານ.</verse>
				<verse number="6">ອານາຈັກ​ທີ່​ພຣະເຈົ້າ​ມອບ​ໃຫ້​ທ່ານ ຈະ​ຄົງ​ຢູ່​ສືບໄປ ທ່ານ​ຈະ​ປົກຄອງ​ດ້ວຍ​ຄວາມ​ຍຸດຕິທຳ​ອັນ​ຍິ່ງໃຫຍ່.</verse>
				<verse number="7">ທ່ານ​ຮັກ​ສິ່ງ​ທີ່​ຖືກຕ້ອງ​ແລະ​ກຽດຊັງ​ສິ່ງ​ທີ່​ຊົ່ວຮ້າຍ. ສະນັ້ນ​ພຣະເຈົ້າ ພຣະເຈົ້າ​ຂອງທ່ານ​ຈຶ່ງ​ຫົດສົງ​ທ່ານ​ໄວ້ ໂດຍ​ເທ​ພຣະພອນ​ໃຫ້​ທ່ານ​ໄດ້​ຮັບ​ຄວາມສຸກ ຫລາຍກວ່າ​ຄົນອື່ນ​ໃດ​ທົ່ວ​ໃຕ້​ຟ້າ​ໂລກ​ມະນຸດ.</verse>
				<verse number="8">ກິ່ນ​ຢາງໄມ້​ຫອມ​ແລະ​ກິ່ນ​ອາໂລ​ກໍ​ຕິດ​ເຄື່ອງນຸ່ງຖື ນັກດົນຕຼີ​ກໍ​ຂັບກ່ອມ​ໃນ​ວັງ​ຕົບແຕ່ງ​ດ້ວຍ​ງາ​ຊ້າງ.</verse>
				<verse number="9">ໃນ​ທ່າມກາງ​ບັນດາ​ສະຕຼີ​ຜູ້​ທີ່​ປະຈຳ​ຢູ່​ໃນ​ວັງ ກໍ​ມີ​ບັນດາ​ລູກສາວ​ຂອງ​ກະສັດ​ຢູ່​ນຳ​ດ້ວຍ ທີ່​ຂ້າງ​ຂວາ​ບັນລັງ​ນັ້ນ​ກໍ​ມີ​ຣາຊີນີ​ຢືນ​ຢູ່ ຜູ້​ທີ່​ຕົບແຕ່ງ​ດ້ວຍ​ເຄື່ອງເອ້​ເປັນ​ຄຳ​ແຫ່ງ​ໂອເຟຍ.</verse>
				<verse number="10">ຈົ່ງ​ຟັງ​ຂ້ອຍ​ເຖີດ ເຈົ້າສາວ​ຂອງ​ກະສັດ​ເອີຍ ຈົ່ງ​ລືມໄລ​ປະຊາຊົນ ແລະ​ພີ່ນ້ອງ​ຂອງ​ເຈົ້າ​ສາ​ເຖີດ.</verse>
				<verse number="11">ຄວາມງາມ​ຂອງເຈົ້າ​ຈະ​ເຮັດ​ໃຫ້​ກະສັດ​ປາຖະໜາ ຈົ່ງ​ເຊື່ອຟັງ​ເພິ່ນ​ເພາະ​ເພິ່ນ​ເປັນ​ນາຍ​ຂອງເຈົ້າ.</verse>
				<verse number="12">ຊາວ​ເມືອງ​ຕີເຣ​ຈະ​ຫາ​ຂອງຂວັນ​ແລະ​ນຳ​ມາ ຄົນ​ຮັ່ງມີ​ກໍ​ຊອກຫາ​ທາງ​ທີ່​ຈະ​ເອົາ​ໃຈ​ເຈົ້າ.</verse>
				<verse number="13">ຊ່າງ​ງາມ​ແທ້ ຮູບຮ່າງ​ເຈົ້າຍິງ​ທີ່​ຢູ່​ໃນ​ວັງ ເສື້ອຄຸມ​ຂອງ​ນາງ​ກໍ​ຕົບແຕ່ງ​ດ້ວຍ​ເສັ້ນດ້າຍ​ຄຳ.</verse>
				<verse number="14">ນາງ​ໄດ້​ຖືກ​ນຳ​ໄປ​ຫາ​ກະສັດ ໃນ​ຊຸດ​ຫຍິບແສ່ວ​ເປັນ​ເສື້ອຄຸມ​ຫລາຍ​ສີ ແລະ​ຕິດຕາມ​ໄປ​ດ້ວຍ​ພວກ​ເພື່ອນ​ເຈົ້າສາວ ແລະ​ພວກ​ນາງ​ກໍ​ຖືກ​ນຳ​ເຂົ້າ​ໄປ​ເຝົ້າ​ກະສັດ​ເໝືອນກັນ.</verse>
				<verse number="15">ພວກເຂົາ​ຈຶ່ງ​ມາ​ຮອດ​ແລະ​ເຂົ້າ​ໄປ​ໃນ​ວັງ​ຂອງ​ກະສັດ ຢ່າງ​ຊົມຊື່ນ​ຍິນດີ​ແລະ​ສຸກໃຈ​ຍິ່ງໃຫຍ່.</verse>
				<verse number="16">ກະສັດ​ຂອງ​ຂ້ານ້ອຍ​ເອີຍ ທ່ານ​ຈະ​ມີ​ລູກຊາຍ​ຫລາຍ​ຄົນ ເພື່ອ​ຂຶ້ນ​ເປັນ​ກະສັດ​ສືບ​ປົກຄອງ​ແທນ​ທ່ານ. ບັນພະບຸລຸດ​ຂອງທ່ານ ແລະ​ທ່ານເອງ​ຈະ​ເຮັດ​ໃຫ້​ພວກເຂົາ​ໄດ້​ເປັນ​ຜູ້​ປົກຄອງ ເໜືອ​ທົ່ວ​ທັງ​ໂລກນີ້.</verse>
				<verse number="17">ບົດເພງນີ້​ຈະ​ເຮັດ​ໃຫ້​ຊື່ສຽງ​ທ່ານ​ຍືນຍົງ​ຕໍ່ໄປ ທຸກຄົນ​ຈະ​ຍົກຍໍ​ຊົມເຊີຍ​ທ່ານ​ເທົ່າກາລະນານ​ພຸ້ນ.</verse>
			</chapter>
			<chapter number="46">
				<verse number="1">ພຣະເຈົ້າ​ເປັນ​ທີ່​ກຳບັງ​ແລະ​ກຳລັງ​ຂອງ​ພວກ​ຂ້ານ້ອຍ ພຣະອົງ​ພ້ອມ​ຊ່ວຍເຫຼືອ​ໃນ​ຄາວ​ພວກ​ຂ້ານ້ອຍ​ຍາກ​ລຳບາກ.</verse>
				<verse number="2">ສະນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ບໍ່​ຢ້ານ​ແມ່ນ​ວ່າ​ໂລກນີ້​ສະທ້ານ​ຫວັ່ນໄຫວ ໜ່ວຍ​ພູ​ຖະຫລົ່ມ​ໃສ່​ມະຫາສະໝຸດ​ອັນ​ເລິກ​ກໍຕາມ</verse>
				<verse number="3">ເຖິງ​ແມ່ນ​ວ່າ​ນໍ້າ​ທະເລ​ສົ່ງ​ສຽງ​ບ້າຄັ່ງ​ດັງ​ຮ້າຍແຮງ ຈົນ​ເນີນພູ​ສັ່ນສະເທືອນ​ຍ້ອນ​ຄວາມ​ຮຸນແຮງ​ນັ້ນ.</verse>
				<verse number="4">ມີ​ແມ່ນໍ້າ​ສາຍ​ໜຶ່ງ​ທີ່​ນຳ​ເອົາ​ຄວາມ​ຊົມຊື່ນ​ຍິນດີ​ມາ ສູ່​ນະຄອນ​ທີ່​ສັກສິດ​ແຫ່ງ​ອົງ​ສູງສຸດ​ນັ້ນ.</verse>
				<verse number="5">ພຣະເຈົ້າ​ຢູ່​ໃນ​ນະຄອນ​ນັ້ນ ແລະ​ນະຄອນ​ນັ້ນ​ຈະ​ບໍ່​ຖືກ​ທຳລາຍ​ເລີຍ ພຣະເຈົ້າ​ຈະ​ມາ​ຊ່ວຍ​ເມືອງ​ນີ້​ໄວ້​ໃນ​ຕອນເຊົ້າ​ມືດ.</verse>
				<verse number="6">ບັນດາ​ຊົນຊາດ​ຕ່າງ​ກໍ​ຫວາດຫວັ່ນ​ຕົກໃຈກົວ ແລະ​ອານາຈັກ​ທັງຫລາຍ​ກໍ​ສັ່ນສະເທືອນ ເມື່ອ​ພຣະອົງ​ສົ່ງ​ສຽງ​ຟ້າຮ້ອງ​ດັງ​ກ້ອງ​ກັງວານ ແຜ່ນດິນ​ໂລກ​ເຮົາ​ກໍ​ຖະຫລົ່ມ​ໄປ​ໝົດສິ້ນ.</verse>
				<verse number="7">ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.</verse>
				<verse number="8">ຈົ່ງ​ມາ​ເບິ່ງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳການ ສິ່ງ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ເທິງ​ໂລກນີ້.</verse>
				<verse number="9">ພຣະອົງ​ເຮັດ​ໃຫ້​ເສິກ​ສົງຄາມ​ໃນ​ທົ່ວ​ໂລກ​ຢຸດຕິ​ລົງ ຫັກ​ຄັນທະນູ​ທຳລາຍ​ຫອກ​ແລະ​ຈູດ​ໂລ້.</verse>
				<verse number="10">ພຣະອົງ​ຊົງ​ກ່າວ​ວ່າ, “ຈົ່ງ​ງຽບສະຫງົບ​ຢູ່ ແລະ​ຈົ່ງ​ຮູ້​ເຖີດ​ວ່າ​ເຮົາ​ຄື​ພຣະເຈົ້າ ເຮົາ​ເປັນ​ທີ່​ຍົກຍໍ​ໃນ​ທ່າມກາງ​ບັນດາ​ປະຊາຊາດ ເຮົາ​ເປັນ​ທີ່​ຍົກຍໍ​ເທິງ​ແຜ່ນດິນ​ໂລກ.”</verse>
				<verse number="11">ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.</verse>
			</chapter>
			<chapter number="47">
				<verse number="1">ຈົ່ງ​ຕົບ​ມື​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ ຄົນ​ທຸກ​ຊາດ​ພາສາ​ເອີຍ ຈົ່ງ​ຮ້ອງ​ສຽງ​ດັງໆ​ຖວາຍ​ບົດເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ</verse>
				<verse number="2">ພຣະເຈົ້າຢາເວ​ອົງ​ສູງສຸດ​ເປັນ​ທີ່​ຢ້ານຢຳ​ຫລາຍ ເປັນ​ກະສັດ​ອົງ​ຍິ່ງໃຫຍ່​ທີ່​ປົກຄອງ​ທົ່ວ​ທັງໂລກ.</verse>
				<verse number="3">ພຣະອົງ​ໃຫ້​ພວກເຮົາ​ມີ​ໄຊຊະນະ​ເໜືອ​ຄົນ​ທັງຫລາຍ ແລະ​ໃຫ້​ປົກຄອງ​ເໜືອ​ບັນດາ​ປະຊາຊາດ.</verse>
				<verse number="4">ພຣະອົງ​ໄດ້​ເລືອກ​ດິນແດນ​ໃຫ້​ພວກເຮົາ​ອາໄສ​ຢູ່ ຄື​ໃຫ້​ເປັນ​ກຳມະສິດ​ອັນ​ພາກພູມ​ໃຈ​ຂອງ​ປະຊາຊົນ​ຜູ້​ທີ່​ພຣະອົງ​ຊົງຮັກ.</verse>
				<verse number="5">ພຣະເຈົ້າ​ຂຶ້ນ​ສູ່​ບັນລັງ​ທ່າມກາງ​ສຽງ​ໂຮຮ້ອງ​ຍິນດີ ສຽງ​ແກ​ດັງ​ກ້ອງສະໜັ່ນ​ຂະນະທີ່​ພຣະເຈົ້າຢາເວ​ຂຶ້ນ​ໄປ​ນັ້ນ.</verse>
				<verse number="6">ຈົ່ງ​ຮ້ອງເພງ​ຖວາຍ​ຍ້ອງຍໍ​ສັນລະເສີນ​ແດ່​ພຣະເຈົ້າ ຈົ່ງ​ຖວາຍ​ເພງ​ຍ້ອງຍໍ​ສັນລະເສີນ​ແດ່​ອົງ​ກະສັດ​ຂອງ​ພວກເຮົາ​ເຖີດ</verse>
				<verse number="7">ພຣະເຈົ້າ​ເປັນ​ເຈົ້າ​ກະສັດ​ທົ່ວ​ທັງ​ແຜ່ນດິນ​ໂລກ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ດ້ວຍ​ບົດເພງ​ເຖີດ.</verse>
				<verse number="8">ພຣະເຈົ້າ​ນັ່ງ​ເທິງ​ພຣະ​ບັນລັງ​ອັນ​ສັກສິດ ພຣະເຈົ້າ​ເປັນ​ກະສັດ​ເໜືອ​ທຸກ​ຊົນຊາດ.</verse>
				<verse number="9">ພວກ​ຜູ້ປົກຄອງ​ບັນດາ​ຊົນຊາດ​ມາ​ເຕົ້າໂຮມ​ກັນ ຮ່ວມ​ກັບ​ປະຊາຊົນ ຂອງ​ພຣະເຈົ້າ​ຂອງ​ອັບຣາຮາມ. ພຣະອົງ​ຊົງ​ຣິດອຳນາດ​ເໜືອ​ກອງທັບ​ທັງປວງ ພຣະອົງ​ປົກຄອງ​ຢູ່​ເໜືອ​ສັບພະທຸກສິ່ງ.</verse>
			</chapter>
			<chapter number="48">
				<verse number="1">ພຣະເຈົ້າຢາເວ​ຍິ່ງໃຫຍ່ ແລະ​ເປັນ​ທີ່​ສັນລະເສີນ​ຢ່າງ​ສູງສຸດ ໃນ​ນະຄອນ​ທີ່​ເທິງ​ເນີນພູ​ສັກສິດ​ນັ້ນ.</verse>
				<verse number="2">ຊີໂອນ​ພູ​ຂອງ​ພຣະເຈົ້າ​ສູງສົ່ງ​ແລະ​ງາມ​ຫລາຍ ນະຄອນ​ຂອງ​ກະສັດ​ຜູ້​ຍິ່ງໃຫຍ່​ທີ່​ນຳ​ເອົາ​ຄວາມ​ຊົມຊື່ນ​ຍິນດີ​ມາ​ສູ່​ທົ່ວ​ທັງ​ແຜ່ນດິນ​ໂລກ.</verse>
				<verse number="3">ພຣະເຈົ້າ​ຊີ້​ໃຫ້​ເຫັນ​ວ່າ​ພຣະອົງ​ໃຫ້​ມີ​ຄວາມ​ປອດໄພ ກັບ​ພຣະອົງ​ທີ່​ປ້ອມ​ປ້ອງກັນ​ໃນ​ນະຄອນ​ນັ້ນ.</verse>
				<verse number="4">ບັນດາ​ກະສັດ​ຕ່າງ​ກໍໄດ້​ມາ​ເຕົ້າໂຮມ​ກັນ ຮ່ວມໃຈ​ກັນ​ໂຈມຕີ​ພູເຂົາ​ຊີໂອນ​ແຫ່ງນີ້.</verse>
				<verse number="5">ແຕ່​ເມື່ອ​ເຫັນ​ພູ​ນີ້​ແລ້ວ​ຕ່າງ​ກໍ​ງຶດງໍ້​ປະຫລາດ​ໃຈ ຈຶ່ງ​ຢ້ານກົວ​ແລະ​ແລ່ນ​ປົບໜີໄປ​ໝົດສິ້ນ.</verse>
				<verse number="6">ໃນ​ທີ່ນັ້ນ ພວກເຂົາ​ຕ່າງ​ກໍ​ຢ້ານ​ໃຫຍ່​ທັງ​ເຈັບປວດ​ໜັກ ດັ່ງ​ຍິງ​ຄົນ​ໜຶ່ງ​ທີ່​ກຳລັງ​ຈະ​ເກີດ​ລູກ</verse>
				<verse number="7">ເໝືອນ​ດັ່ງ​ກຳປັ່ນ​ທີ່​ຖືກ​ຊັດ​ໄປມາ​ຂຶ້ນລົງ​ເທິງ​ນໍ້າ​ທະເລ ໃນ​ທ່າມກາງ​ກະແສ​ຟອງ​ລົມພະຍຸ​ອັນ​ໂຫດຮ້າຍ.</verse>
				<verse number="8">ພວກເຮົາ​ໄດ້ຍິນ​ເຖິງ​ສິ່ງ​ທີ່​ພຣະອົງ​ກະທຳການ ແລະ​ບັດນີ້ ພວກເຮົາ​ກໍໄດ້​ເຫັນ​ສິ່ງ​ເຫຼົ່ານັ້ນ ຢູ່​ໃນ​ນະຄອນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ແລ້ວ ຄື​ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ກະທຳການ ແລະ​ພຣະເຈົ້າ​ຈະ​ຮັກສາ​ເມືອງ​ນີ້​ໃຫ້​ປອດໄພ​ຕະຫລອດ​ໄປ​ເປັນນິດ.</verse>
				<verse number="9">ຂ້າແດ່​ພຣະເຈົ້າ ຢູ່​ຂ້າງ​ໃນ​ພຣະວິຫານ​ນັ້ນ ພວກ​ຂ້ານ້ອຍ​ຄິດເຖິງ​ແຕ່​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ.</verse>
				<verse number="10">ພຣະນາມ​ຂອງ​ພຣະອົງ​ດັງ​ໄປ​ສຸດປາຍ​ແຜ່ນດິນ​ໂລກ ຍ້ອນ​ຄົນ​ທຸກໆ​ບ່ອນ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ ພຣະອົງ​ປົກຄອງ​ດ້ວຍ​ຄວາມ​ຍຸດຕິທຳ​ຍິ່ງ</verse>
				<verse number="11">ຂໍ​ໃຫ້​ປະຊາຊົນ​ຊາວ​ຊີໂອນ​ຈົ່ງ​ຊົມຊື່ນ​ຍິນດີ ເພາະ​ພຣະອົງ​ຕັດສິນ​ຢ່າງ​ຖືກຕ້ອງ ຂໍ​ໃຫ້​ເມືອງ​ຕ່າງໆ​ຂອງ​ຊາວ​ຢູດາ ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ.</verse>
				<verse number="12">ປະຊາຊົນ​ຂອງ​ພຣະເຈົ້າ ຈົ່ງ​ຍ່າງ​ອ້ອມ​ພູເຂົາ​ຊີໂອນ ແລະ​ພວກເຈົ້າ​ຈົ່ງ​ນັບ​ຫໍຄອຍ​ທັງຫລາຍ​ເບິ່ງ</verse>
				<verse number="13">ຈົ່ງ​ສັງເກດ​ເບິ່ງ​ກຳແພງ​ເມືອງ​ແລະ​ກວດກາ​ເບິ່ງ​ປ້ອມ​ປ້ອງກັນ​ເມືອງ ເພື່ອ​ພວກເຈົ້າ​ຈະ​ບອກ​ຄົນ​ລຸ້ນຫລັງ​ຕໍ່ໆໄປ​ໄດ້​ວ່າ,</verse>
				<verse number="14">“ພຣະເຈົ້າ​ອົງ​ນີ້​ເປັນ​ພຣະເຈົ້າ​ຂອງ​ພວກເຮົາ​ສືບໄປ ພຣະອົງ​ຈະ​ນຳພາ​ພວກເຮົາ​ຕະຫລອດໄປ​ເປັນນິດ.”</verse>
			</chapter>
			<chapter number="49">
				<verse number="1">ຈົ່ງ​ຟັງ​ເຖີດ ປະຊາຊົນ​ທຸກ​ຖ້ວນ​ໜ້າ​ເອີຍ ຄົນ​ທົ່ວ​ທັງໂລກ​ເອີຍ ຈົ່ງ​ຮັບ​ຟັງ​ເລື່ອງນີ້</verse>
				<verse number="2">ທັງ​ຜູ້ໃຫຍ່​ແລະ​ຜູ້ນ້ອຍ​ກໍ​ເໝືອນກັນ ທັງ​ຄົນ​ຮັ່ງມີ​ແລະ​ຄົນ​ຍາກຈົນ​ດ້ວຍ.</verse>
				<verse number="3">ແນວຄິດ​ຂອງ​ຂ້ານ້ອຍ​ນັ້ນ​ຈະ​ປອດໂປ່ງ​ດີ ຂ້ານ້ອຍ​ມີ​ຖ້ອຍຄຳ​ແຫ່ງ​ປັນຍາ​ທີ່​ຈະ​ກ່າວ.</verse>
				<verse number="4">ຂ້ານ້ອຍ​ຈະ​ໃຫ້​ຄວາມ​ສົນໃຈ​ແກ່​ຄຳ​ສຸພາສິດ ແລະ​ອະທິບາຍ​ຄວາມໝາຍ​ທັງ​ດີດ​ກິດຕາ ພ້ອມ.</verse>
				<verse number="5">ຂ້ານ້ອຍ​ບໍ່​ຢ້ານ​ໃນ​ຄາວ​ອັນຕະລາຍ ເມື່ອ​ຖືກ​ສັດຕູ​ອ້ອມລ້ອມ​ຂ້ານ້ອຍ​ໄວ້</verse>
				<verse number="6">ເມື່ອ​ຖືກ​ຄົນຊົ່ວຮ້າຍ​ຜູ້​ທີ່​ວາງໃຈ​ໃນ​ຄວາມຮັ່ງມີ ອວດດີ​ໃນ​ຊັບສິນ​ອັນ​ໃຫຍ່ໂຕ​ຂອງ​ເຂົາເຈົ້າ.</verse>
				<verse number="7">ຄົນ​ຜູ້ໜຶ່ງ​ໄຖ່​ເອົາ​ຊີວິດ​ຂອງ​ຕົນເອງ​ບໍ່ໄດ້​ເລີຍ ຈ່າຍ​ຄ່າ​ຊີວິດ​ໃຫ້​ພຣະເຈົ້າ​ບໍ່ໄດ້​ຈັກເທື່ອ</verse>
				<verse number="8">ເພາະ​ຊີວິດ​ມະນຸດ​ນັ້ນ​ມີຄ່າ​ສູງ​ຫລາຍ ສິ່ງ​ທີ່​ລາວ​ມີ​ກໍ​ໄຖ່​ເອົາ​ຊີວິດ​ບໍ່​ພໍ​ຈັກເທື່ອ</verse>
				<verse number="9">ເພື່ອ​ຮັກສາ​ລາວ​ໃຫ້​ພົ້ນ​ຈາກ​ຂຸມຝັງສົບ ແລະ​ໃຫ້​ມີ​ຊີວິດ​ຢູ່​ສືບໄປ​ເປັນນິດ.</verse>
				<verse number="10">ໃຜໆ​ກໍ​ເຫັນ​ໄດ້​ວ່າ​ມະນຸດ​ທຸກຄົນ​ຕ້ອງຕາຍ ທັງ​ຄົນໂງ່ຈ້າ​ເບົາປັນຍາ​ແລະ​ນັກປາດ​ດ້ວຍ. ພວກເຂົາ​ໄດ້​ປະ​ຄວາມ​ຄູນຮັ່ງຄູນມີ​ໄວ້​ໃຫ້​ຜູ້ໃດ ກໍ​ໃຫ້​ລູກຫລານ​ຂອງ​ເຂົາເຈົ້າ.</verse>
				<verse number="11">ຂຸມຝັງສົບ ເປັນ​ບ້ານ​ເຮືອນ​ຂອງ​ເຂົາ​ຕະຫຼອດໄປ ແມ່ນ​ວ່າ​ຄັ້ງ​ໜຶ່ງ​ພວກເຂົາ​ມີ​ທີ່ດິນ​ເປັນ​ຂອງ​ຕົນເອງ​ກໍຕາມ.</verse>
				<verse number="12">ຄວາມ​ຍິ່ງໃຫຍ່​ຂອງ​ມະນຸດ​ນັ້ນ​ບໍ່​ອາດ​ຊ່ວຍ​ຕົນ​ໃຫ້​ພົ້ນຕາຍ ລາວ​ຈະ​ຕ້ອງ​ຕາຍໄປ​ດັ່ງ​ໂຕ​ສັດ​ຕ່າງໆ.</verse>
				<verse number="13">ເບິ່ງດູ ມີ​ຫຍັງ​ເກີດຂຶ້ນ​ນຳ​ຜູ້​ທີ່​ວາງໃຈ​ໃນ​ຕົນເອງ ຄື​ຊາຕາກຳ​ຂອງ​ຜູ້​ທີ່ ພໍໃຈ​ໃນ​ຄວາມຮັ່ງມີ​ນັ້ນ.</verse>
				<verse number="14">ພວກເຂົາ​ຖືກ​ກຳນົດ​ໃຫ້​ຕາຍ​ດັ່ງ​ໂຕ​ແກະ ແລະ​ຄວາມຕາຍ​ກໍ​ຈະ​ເປັນ​ຜູ້ລ້ຽງ​ເຂົາເຈົ້າ. ຄົນ​ຊອບທຳ​ຈະ​ມີໄຊ​ຂະນະທີ່​ຮ່າງກາຍ​ເປື່ອຍເໜົ່າ ໃນ​ແດນ​ມໍຣະນາ​ທີ່​ໄກ​ຈາກ​ເຮືອນ​ເຂົາເຈົ້າ.</verse>
				<verse number="15">ແຕ່​ພຣະເຈົ້າ​ຈະ​ກອບກູ້​ເອົາ​ຂ້ານ້ອຍ​ແລະ​ຈະ​ຊ່ວຍຊູ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ຣິດອຳນາດ​ຂອງ​ຄວາມຕາຍ​ໄດ້.</verse>
				<verse number="16">ຢ່າ​ສູ່​ເຄືອງໃຈ ເມື່ອ​ເຫັນ​ຄົນ​ໜຶ່ງ​ຮັ່ງມີ ແມ່ນແຕ່​ເມື່ອ​ເຫັນ​ຊັບສິນ​ຂອງ​ລາວ​ທະວີ​ຂຶ້ນ</verse>
				<verse number="17">ລາວ​ເອົາ​ຊັບສິນ​ໄປ​ນຳ​ບໍ່ໄດ້​ເມື່ອ​ຕາຍໄປ ມັນ​ຈະ​ບໍ່​ໄປ​ກັບ​ລາວ​ໃນ​ຂຸມຝັງສົບ​ດອກ.</verse>
				<verse number="18">ຖ້າ​ແມ່ນ​ວ່າ ຊາຍ​ຄົນ​ໜຶ່ງ​ພໍໃຈ​ໃນ​ຊີວິດ​ຂອງຕົນ ແລະ​ໄດ້​ຮັບ​ຄຳ​ຍ້ອງຍໍ​ຊົມເຊີຍ​ເພາະ​ຜົນ​ສຳເລັດ​ຂອງ​ລາວ​ນັ້ນ</verse>
				<verse number="19">ລາວ​ກໍ​ຈະ​ໄປ​ຢູ່​ຮ່ວມ​ກັບ​ປູ່ຍ່າຕາຍາຍ​ທີ່​ຕາຍໄປ ສູ່​ບ່ອນ​ມືດມິດ​ອັນ​ຕະຫລອດ​ສືບໆໄປ​ພຸ້ນ.</verse>
				<verse number="20">ຄວາມ​ຍິ່ງໃຫຍ່​ນັ້ນ​ບໍ່​ອາດ​ຊ່ວຍ​ຕົນ​ໃຫ້​ພົ້ນ​ຕາຍ ລາວ​ຍັງ​ຈະ​ຕ້ອງ​ຕາຍໄປ​ດັ່ງ​ໂຕ​ສັດ​ທັງຫຼາຍ.</verse>
			</chapter>
			<chapter number="50">
				<verse number="1">ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າຢາເວ​ກ່າວ​ຈາ ພຣະອົງ​ເອີ້ນ​ເອົາ​ຄົນ​ທົ່ວ​ທັງ​ໂລກາ​ຈາກ​ທິດ​ຕາເວັນອອກ ເຖິງ​ທິດ​ຕາເວັນຕົກ.</verse>
				<verse number="2">ພຣະເຈົ້າ​ສົ່ງ​ແສງແຈ້ງ​ມາ​ຈາກ​ພູເຂົາ​ຊີໂອນ ຄື​ພຣະ​ນະຄອນ​ທີ່​ມີ​ຄວາມ​ງົດງາມ​ອັນ​ຄົບຖ້ວນ​ແລະ​ສົມບູນແບບ.</verse>
				<verse number="3">ພຣະເຈົ້າ​ຂອງ​ພວກເຮົາ​ກຳລັງ​ມາ​ຢ່າງ​ໂດ່ງດັງ ພຣະອົງ​ມີ​ໄຟ​ລຸກ​ຢູ່ ແລະ​ມີ​ລົມພະຍຸ​ອັນ​ຮ້າຍແຮງ​ພັດ​ອ້ອມ​ພຣະອົງ​ໄວ້.</verse>
				<verse number="4">ພຣະອົງ​ຊົງ​ຮຽກເອີ້ນ​ຟ້າ​ສະຫວັນ​ເບື້ອງ​ເທິງ​ແລະ​ແຜ່ນດິນ​ໂລກ​ມາ ໃຫ້​ເປັນ​ພະຍານ​ເພື່ອ​ຕັດສິນ​ປະຊາຊົນ​ຂອງ​ພຣະອົງ.</verse>
				<verse number="5">ພຣະອົງ​ຊົງ​ກ່າວ​ວ່າ, “ຈົ່ງ​ທ້ອນໂຮມ​ເອົາ​ພວກ​ຄົນ​ສັດຊື່​ຕໍ່​ເຮົາ ແລະ​ນຳ​ພວກເຂົາ​ໃຫ້​ມາ​ຫາ​ເຮົາ​ພີ້ ຄື​ຜູ້​ທີ່​ໄດ້​ຕົກລົງ​ເຮັດ​ພັນທະສັນຍາ​ກັບ​ເຮົາ ໂດຍ​ການຖວາຍ​ເຄື່ອງ​ບູຊາ​ນັ້ນ.”</verse>
				<verse number="6">ຟ້າ​ສະຫວັນ​ປະກາດ​ວ່າ ພຣະເຈົ້າ​ຊົງ​ຊອບທຳ ແລະ​ຜູ້​ຕັດສິນ​ຄວາມ​ແມ່ນ​ພຣະອົງເອງ​ຄື​ພຣະເຈົ້າ.</verse>
				<verse number="7">“ຈົ່ງ​ຟັງ​ເຮົາ​ຈະ​ກ່າວ ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ ຊາດ​ອິດສະຣາເອນ​ເອີຍ ເພາະວ່າ​ເຮົາ​ນັ້ນ ເປັນ​ພຣະເຈົ້າ​ຄື​ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="8">ເຮົາ​ບໍ່ໄດ້​ຕິຕຽນ​ພວກເຈົ້າ​ຍ້ອນ​ເຄື່ອງ​ບູຊາ​ຂອງ​ພວກເຈົ້າ ຫຼື​ເຄື່ອງ​ເຜົາບູຊາ​ທີ່​ນຳ​ມາ​ໃຫ້​ເຮົາ​ເລື້ອຍໆ​ນັ້ນ.</verse>
				<verse number="9">ງົວເຖິກ​ໃນ​ຄອກ​ພວກເຈົ້າ​ນັ້ນ​ເຮົາ​ບໍ່​ຕ້ອງການ ຫລື​ແບ້​ໃນ​ຝູງສັດ ເຮົາ​ກໍ​ບໍ່​ຕ້ອງການ​ດ້ວຍ</verse>
				<verse number="10">ເພາະ​ສັດ​ທັງໝົດ​ນັ້ນ​ທີ່​ຢູ່​ໃນ​ປ່າດົງ​ພົງໄພ ຝູງງົວ​ເທິງ​ເນີນພູ​ພັນໜ່ວຍ​ກໍ​ເປັນ​ຂອງເຮົາ​ທັງນັ້ນ.</verse>
				<verse number="11">ຝູງນົກ​ຢູ່​ຕາມ​ປ່າ​ຕ່າງໆ​ກໍ​ເປັນ​ຂອງເຮົາ ທັງ​ທຸກໆສິ່ງ​ທີ່​ມີ​ຊີວິດ​ຢູ່​ຕາມ​ທົ່ງນາ​ດ້ວຍ.</verse>
				<verse number="12">ຖ້າ​ເຮົາ​ຫິວເຂົ້າ​ກໍ​ຈະ​ບໍ່​ຂໍ​ເຂົ້າ​ຈາກ​ເຈົ້າ​ກິນ ເພາະ​ໂລກ​ກັບ​ທຸກໆສິ່ງ​ກໍ​ເປັນ​ຂອງເຮົາ​ທັງສິ້ນ.</verse>
				<verse number="13">ເຮົາ​ກິນ​ຊີ້ນ​ຂອງ​ງົວເຖິກ​ຊັ້ນບໍ? ຫລື​ດື່ມ​ເລືອດ​ຂອງ​ແບ້ເຖິກ​ຫລືນີ້?</verse>
				<verse number="14">ຈົ່ງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າ ຖວາຍ​ແກ່​ຜູ້​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕາມ​ທີ່​ເຈົ້າ​ສາບານ​ໄວ້.</verse>
				<verse number="15">ເມື່ອ​ເຈົ້າ​ຖືກ​ເດືອດຮ້ອນ ຈົ່ງ​ຮ້ອງຫາ​ເຮົາ ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ ແລະ​ເຈົ້າ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ເຮົາ.”</verse>
				<verse number="16">ແຕ່​ພຣະເຈົ້າ​ກ່າວ​ຕໍ່​ຄົນຊົ່ວຮ້າຍ​ທັງຫລາຍ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ທ່ອງຈຳ​ຂໍ້ຄຳສັ່ງ​ຂອງເຮົາ? ແລະ​ເປັນຫຍັງ​ເຈົ້າ​ຈຶ່ງ​ກ່າວ​ເຖິງ​ເລື່ອງ ພັນທະສັນຍາ​ຂອງເຮົາ​ນັ້ນ?</verse>
				<verse number="17">ເຈົ້າ​ປະຕິເສດ​ເຮົາ ກ່າວ​ຕຳໜິ​ຕິຕຽນ ແລະ​ບໍ່​ຍອມຮັບ​ຂໍ້ຄຳສັ່ງ​ຂອງເຮົາ​ດ້ວຍ.</verse>
				<verse number="18">ເຈົ້າ​ເປັນ​ໝູ່​ກັບ​ຄົນ​ຂີ້ລັກ​ທຸກຄົນ​ທີ່​ພົບເຫັນ ແລະ​ຄົບຫາ​ສະມາຄົມ​ກັບ​ທຸກຄົນ​ທີ່​ຫລີ້ນຊູ້.</verse>
				<verse number="19">ເຈົ້າ​ພ້ອມ​ທີ່​ຈະ​ເວົ້າ​ແຕ່​ຄວາມ​ຊົ່ວຮ້າຍ​ຢູ່​ສະເໝີ ເຈົ້າ​ບໍ່ເຄີຍ​ຫ້າມ​ລີ້ນ​ຂອງ​ເຈົ້າ​ບໍ່​ໃຫ້​ກ່າວ​ຄຳຕົວະ.</verse>
				<verse number="20">ເຈົ້າ​ພ້ອມ​ທີ່​ຈະ​ຫາ​ເລື່ອງ​ໃສ່​ພີ່ນ້ອງ​ຂອງຕົນ ແລະ​ເລັ່ງ​ຊອກ​ຈັບ​ຜິດ​ເຂົາເຈົ້າ.</verse>
				<verse number="21">ເຈົ້າ​ໄດ້​ເຮັດ​ທຸກສິ່ງ​ນີ້ ແຕ່​ເຮົາ​ບໍ່ໄດ້​ເວົ້າຫຍັງ ສະນັ້ນ ເຈົ້າ​ຈຶ່ງ​ຄິດ​ວ່າ​ເຮົາ​ກໍ​ຄືກັນ​ກັບ​ເຈົ້າ ແຕ່​ບັດນີ້​ເຮົາ​ຂໍ​ກ່າວ​ຕຳໜິ​ຕິຕຽນ ແລະ​ເຮັດ​ໃຫ້​ເລື່ອງ​ຈະແຈ້ງ​ຕໍ່ໜ້າ​ເຈົ້າ.</verse>
				<verse number="22">ຈົ່ງ​ພິຈາລະນາ​ເຖິງ​ເລື່ອງນີ້​ໃຫ້​ດີ​ຜູ້​ທີ່​ມັກ​ລືມ​ພຣະເຈົ້າ​ເອີຍ ຖ້າບໍ່​ດັ່ງນັ້ນ​ແລ້ວ ເຮົາ​ຈະ​ທຳລາຍ​ພວກເຈົ້າ​ໃຫ້​ແຕກ​ເປັນ​ປ່ຽງໆ ແລະ​ຈະ​ບໍ່ມີ​ຜູ້ໃດ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ໄດ້.</verse>
				<verse number="23">ການຖວາຍ​ໂມທະນາ​ຂອບພຣະຄຸນ​ເປັນ​ການຖວາຍ​ທີ່​ໃຫ້ກຽດ​ແກ່​ເຮົາ ແລະ​ທຸກຄົນ​ທີ່​ເຊື່ອຟັງ​ພຣະເຈົ້າ​ກໍ​ຈະ​ໄດ້​ພົ້ນ.”</verse>
			</chapter>
			<chapter number="51">
				<verse number="1">ຂ້າແດ່​ພຣະເຈົ້າ ໂຜດ​ເມດຕາ​ດ້ວຍ ເພາະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ນັ້ນ. ເພາະ​ຄວາມ​ເມດຕາ​ອັນ​ໃຫຍ່​ຍິ່ງ​ຂອງ​ພຣະອົງ ໂຜດ​ປັດ​ການບາບ​ຂອງ​ຂ້ານ້ອຍ​ຖິ້ມ​ດ້ວຍ</verse>
				<verse number="2">ໂຜດ​ຊຳລະ​ລ້າງ​ຄວາມຊົ່ວ​ຂອງ​ຂ້ານ້ອຍ​ໃຫ້​ສິ້ນໄປ ແລະ​ໃຫ້​ສະອາດ​ໝົດ​ຈາກ​ການບາບ​ດ້ວຍ.</verse>
				<verse number="3">ຂ້ານ້ອຍ​ຍອມ​ຮັບຮູ້​ຄວາມຜິດ​ຂອງ​ຂ້ານ້ອຍ​ຢູ່​ສະເໝີ ແລະ​ສຳນຶກ​ເຖິງ​ການບາບ​ຂອງ​ຂ້ານ້ອຍ​ນັ້ນ.</verse>
				<verse number="4">ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ​ແຕ່ຜູ້ດຽວ ຄື​ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ຖື​ວ່າ​ເປັນ​ການ​ຊົ່ວຮ້າຍ. ການ​ທີ່​ພຣະອົງ​ຕັດສິນ​ຂ້ານ້ອຍ​ນັ້ນ​ກໍ​ຖືກຕ້ອງ​ແລ້ວ. ພຣະອົງ​ຊົງ​ຍຸດຕິທຳ​ເມື່ອ​ລົງໂທດ​ຂ້ານ້ອຍ​ນັ້ນ.</verse>
				<verse number="5">ຂ້ານ້ອຍ​ຊົ່ວຊ້າ​ຕັ້ງແຕ່​ມື້​ທີ່​ໄດ້​ເກີດ​ມາ, ແຕ່​ຢູ່​ໃນ​ທ້ອງ​ແມ່​ກໍ​ມີ​ບາບ​ຢູ່​ແລ້ວ.</verse>
				<verse number="6">ຄວາມຈິງ​ກັບ​ຄວາມສັດຊື່​ຄື​ສິ່ງ​ທີ່​ພຣະອົງ​ຕ້ອງການ ຂໍ​ໃຫ້​ແນວ​ຄິດ​ຈິດໃຈ​ຂອງ​ຂ້ານ້ອຍ​ເຕັມ​ດ້ວຍ​ພຣະ​ປັນຍາ​ເຖີດ.</verse>
				<verse number="7">ຂໍ​ຊົງ​ໂຜດ​ຊຳລະ​ບາບ​ຂອງ​ຂ້ານ້ອຍ​ແດ່ ແລະ​ຂ້ານ້ອຍ​ກໍ​ຈະ​ສະອາດ​ງາມ​ດີ ໂຜດ​ຊຳລະ​ການບາບ​ຂອງ​ຂ້ານ້ອຍ​ທັງໝົດ ແລະ​ຂ້ານ້ອຍ​ກໍ​ຈະ​ຂາວ​ກວ່າ​ຫິມະ.</verse>
				<verse number="8">ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ໄດ້ຍິນ​ສຽງ​ອັນ​ຊົມຊື່ນ​ເບີກບານ​ໃຈ ຂໍ​ໃຫ້​ກະດູກ​ທີ່​ພຣະອົງ​ໄດ້​ຊົງ ເຮັດ​ໃຫ້​ໝຸ່ນ​ແຕກ​ສະຫລາຍ​ໄປ​ນັ້ນ​ຍິນດີ ຂ້ານ້ອຍ​ນັ້ນ​ກໍ​ຈະ​ມີ​ຄວາມສຸກ​ອີກ​ຄັ້ງ​ໜຶ່ງ.</verse>
				<verse number="9">ຂໍ​ຊົງ​ໂຜດ​ອັດ​ໜ້າ​ແລະ​ຢ່າ​ເບິ່ງ​ການບາບ​ຂອງ​ຂ້ານ້ອຍ ໂຜດ​ລຶບ​ການຊົ່ວ​ຂອງ​ຂ້ານ້ອຍ​ໃຫ້​ໝົດໄປ​ເຖີດ.</verse>
				<verse number="10">ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ສ້າງ​ຈິດໃຈ​ຂ້ານ້ອຍ​ໃຫ້​ບໍຣິສຸດ ສວມ​ຈິດວິນຍານ​ໃໝ່​ທັງ​ສັດຊື່​ໃສ່​ໃນ​ຂ້ານ້ອຍ​ດ້ວຍ.</verse>
				<verse number="11">ຂໍ​ຢ່າ​ຂັບໄລ່​ໃຫ້​ໜີໄປ​ຈາກ​ບ່ອນ​ທີ່​ພຣະອົງ​ສະຖິດ ແລະ​ຢ່າ​ຖອນ​ພຣະວິນຍານ​ບໍຣິສຸດ​ຂອງ​ພຣະອົງ​ໄປ​ຈາກ​ຂ້ານ້ອຍ.</verse>
				<verse number="12">ຂໍ​ຊົງ​ໂຜດ​ໃຫ້​ມີ​ຄວາມ​ຊົມຊື່ນ​ກັບ​ຄວາມພົ້ນ​ຂອງ​ພຣະອົງ ແລະ​ໂຜດ​ເຮັດ​ໃຫ້​ມີ​ໃຈ​ປະສົງ​ເຊື່ອຟັງ​ພຣະອົງ​ດ້ວຍ.</verse>
				<verse number="13">ແລ້ວ​ຂ້ານ້ອຍ​ກໍ​ຈະ​ສັ່ງສອນ​ຄົນ​ບາບ​ໃຫ້​ຮູ້ຈັກ ຂໍ້ຄຳສັ່ງ​ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ຫາ​ພຣະອົງ.</verse>
				<verse number="14">ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ໄວ້​ຊີວິດ​ແລະ​ຊ່ວຍ​ໃຫ້​ພົ້ນ​ໄພ ແລະ​ຂ້ານ້ອຍ​ກໍ​ຈະ​ຊື່ນໃຈ​ເຖິງ​ຄວາມ​ຊອບທຳ​ນັ້ນ.</verse>
				<verse number="15">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ຊ່ວຍ​ໄຂ​ສົບປາກ​ຂ້ານ້ອຍ​ແລະ​ຊ່ວຍ​ເວົ້າ​ແດ່ ເພື່ອ​ຈະ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະອົງ.</verse>
				<verse number="16">ເພາະ​ພຣະອົງ​ບໍ່ໄດ້​ຍິນດີ​ໃນ​ເຄື່ອງ​ຖວາຍບູຊາ ແລະ​ເຄື່ອງ​ເຜົາບູຊາ​ທັງຫຼາຍ​ທີ່​ຂ້ານ້ອຍ​ຈະ​ຖວາຍ ພຣະອົງ​ກໍ​ບໍ່​ພໍໃຈ​ນຳ​ດ້ວຍ.</verse>
				<verse number="17">ຂ້າແດ່​ພຣະເຈົ້າ ເຄື່ອງບູຊາ​ທີ່​ພຣະເຈົ້າ​ພໍພຣະໄທ​ນັ້ນ ແມ່ນ​ຈິດວິນຍານ​ທີ່​ຖ່ອມຕົວ​ລົງ ພຣະເຈົ້າ​ບໍ່ໄດ້​ຊົງ​ລັງກຽດ​ຈິດໃຈ​ທີ່​ຖ່ອມຕົວ​ລົງ ແລະ​ການ​ກັບໃຈ​ໃໝ່​ແທ້​ຂອງ​ຂ້ານ້ອຍ.</verse>
				<verse number="18">ຂໍ​ຊົງ​ໂຜດ​ເມດຕາ​ແລະ​ຊ່ວຍເຫຼືອ​ຊີໂອນ​ດ້ວຍ ໂຜດ​ສ້າງ​ກຳແພງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່​ດ້ວຍ.</verse>
				<verse number="19">ແລ້ວ​ພຣະອົງ​ກໍ​ຈະ​ເພິ່ງພໍໃຈ​ໃນ​ເຄື່ອງບູຊາ​ທີ່​ເໝາະສົມ ແລະ​ເຄື່ອງ​ເຜົາບູຊາ​ທີ່​ພວກ​ຂ້ານ້ອຍ​ນຳ​ມາ​ນັ້ນ ງົວເຖິກ​ຫລາຍໂຕ​ຈະ​ຖືກ​ຂ້າ​ແລະ​ຖວາຍ ທີ່​ເທິງ​ແທ່ນບູຊາ​ຂອງ​ພຣະອົງ.</verse>
			</chapter>
			<chapter number="52">
				<verse number="1">ເປັນຫຍັງ​ຈຶ່ງ​ອວດອ້າງ​ຄວາມຊົ່ວ​ຂອງເຈົ້າ ມະນຸດ​ຜູ້​ແຂງແຮງ​ເອີຍ? ຄວາມສັດຊື່​ຂອງ​ພຣະອົງ​ດຳລົງ​ສືບໄປ​ເປັນນິດ.</verse>
				<verse number="2">ເຈົ້າ​ວາງແຜນ​ຊົ່ວ​ຫລາຍຢ່າງ ເພື່ອ​ນຳ​ໄປ​ປອງຮ້າຍ​ຄົນອື່ນ ລີ້ນ​ຂອງເຈົ້າ​ນັ້ນ​ຄົມ​ດັ່ງ​ມີດແຖ ເຈົ້າ​ຜູ້​ປະດິດ​ຄິດ​ສ້າງ​ແຕ່​ການຕົວະ.</verse>
				<verse number="3">ເຈົ້າ​ຮັກ​ຄວາມ​ຊົ່ວຮ້າຍ​ຫລາຍກວ່າ​ຄວາມດີ ຮັກ​ຄວາມ​ຈອມປອມ​ຫລາຍກວ່າ​ຄວາມສັດຊື່.</verse>
				<verse number="4">ເຈົ້າ​ມັກ​ທຳຮ້າຍ​ມະນຸດ​ດ້ວຍ​ວາຈາ ເຈົ້າ​ເປັນ​ຄົນ​ມັກຕົວະ.</verse>
				<verse number="5">ສະນັ້ນ ພຣະເຈົ້າ​ຈຶ່ງ​ຈະ​ທຳລາຍ​ເຈົ້າ​ຕະຫລອດໄປ ແລະ​ຈະ​ຖອນ​ໃຫ້​ໜີ​ໄກ​ຈາກ​ເຮືອນ​ຂອງເຈົ້າ ພຣະອົງ​ຈະ​ເຄື່ອນຍ້າຍ​ໃຫ້​ເຈົ້າ​ໄປ​ຢູ່ໄກ ຈາກ​ບ່ອນ​ທີ່​ຢູ່​ອາໄສ.</verse>
				<verse number="6">ເມື່ອ​ຄົນ​ຊອບທຳ​ເຫັນ​ການນີ້​ກໍ​ຈະ​ຢ້ານຢຳ ແລ້ວ​ພວກເຂົາ​ກໍ​ຈະ​ຫົວ​ຫຍໍ້ຫຍັນ​ໃສ່​ເຈົ້າ​ວ່າ,</verse>
				<verse number="7">“ເບິ່ງແມ! ນີ້​ແມ່ນ​ຄົນ​ທີ່​ບໍ່​ເພິ່ງ​ຄວາມ​ປອດໄພ​ໃນ​ພຣະເຈົ້າ ແຕ່​ໄວ້ວາງໃຈ​ໃນ​ຊັບສິນ​ອັນ​ມະຫາສານ​ຂອງຕົນ ແລະ​ຊອກຫາ​ຄວາມ​ປອດໄພ​ໃນ​ທາງ​ຊົ່ວຮ້າຍ.”</verse>
				<verse number="8">ແຕ່​ຂ້ານ້ອຍ​ເປັນ​ດັ່ງ​ຕົ້ນ​ໝາກກອກເທດ​ຕົ້ນ​ໜຶ່ງ ທີ່​ໃຫຍ່​ຂຶ້ນ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ ຂ້ານ້ອຍ​ໄວ້ວາງໃຈ ໃນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະເຈົ້າ​ຕະຫລອດໄປ.</verse>
				<verse number="9">ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ສຳລັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ ຂ້ານ້ອຍ​ຈະ​ປະກາດ​ພຣະນາມ​ຂອງ​ພຣະອົງ​ອົງ​ຊົງຄຸນ​ຄວາມດີ ຢູ່​ຊ້ອງໜ້າ​ປະຊາຊົນ​ຂອງ​ພຣະອົງ.</verse>
			</chapter>
			<chapter number="53">
				<verse number="1">ຄົນໂງ່ຈ້າ​ເວົ້າ​ຕໍ່ກັນ​ວ່າ, “ໂລກນີ້​ບໍ່ມີ​ພຣະເຈົ້າ.” ພວກເຂົາ​ຕ່າງ​ກໍ​ເຮັດ​ໃຫ້​ຕົນ​ຊົ່ວ​ລົງ​ທັງນັ້ນ ພວກເຂົາ​ໄດ້​ເຮັດ​ສິ່ງ​ທີ່​ໜ້າຢ້ານກົວ​ຫລາຍ ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.</verse>
				<verse number="2">ພຣະເຈົ້າ​ຫລຽວລົງ​ຈາກ​ສະຫວັນ ເພື່ອ​ເບິ່ງ​ມວນ​ມະນຸດ​ຊາດ ແລະ​ເພື່ອ​ຢາກ​ຮູ້​ວ່າ​ມີ​ຜູ້ໃດ​ແດ່​ສະຫລາດ​ພໍ ທີ່​ສະແຫວງ​ຫາ​ພຣະເຈົ້າ.</verse>
				<verse number="3">ແຕ່​ທຸກຄົນ​ລ້ວນແຕ່​ເຮັດ​ຜິດ​ຄືກັນ​ໝົດ ບໍ່ມີ​ຈັກ​ຄົນດຽວ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.</verse>
				<verse number="4">“ພວກເຂົາ​ບໍ່ມີ​ປັນຍາ​ບໍ? ຄົນຊົ່ວ​ເຫຼົ່ານີ້​ເປັນ​ຄົນໂງ່ຈ້າ​ກັນ​ຫລືນີ້? ພວກເຂົາ​ມີ​ຊີວິດ​ຢູ່​ໂດຍ​ປຸ້ນຈີ້​ປະຊາຊົນ​ຂອງເຮົາ ແລະ​ກໍ​ບໍ່ເຄີຍ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ​ຈັກເທື່ອ.”</verse>
				<verse number="5">ແຕ່​ແລ້ວ​ຄົນຊົ່ວຮ້າຍ​ກໍ​ຈະ​ຢ້ານກົວ​ຫລາຍ ເໝືອນ​ກັບ​ວ່າ​ພວກເຂົາ​ບໍ່ເຄີຍ​ເປັນ​ມາ​ກ່ອນ ດ້ວຍວ່າ, ພຣະເຈົ້າ​ຈະ​ເຮັດ​ໃຫ້​ກະດູກ​ຂອງ​ເຫຼົ່າ​ສັດຕູ ຂອງ​ປະຊາຊົນ​ຂອງ​ພຣະອົງ​ຊະຊາຍ​ໄປສິ້ນ. ພຣະເຈົ້າ​ຈະ​ຊົງ​ໃຫ້​ພວກເຂົາ​ອັບອາຍ, ເພາະວ່າ​ພຣະເຈົ້າ​ຊົງ​ປະຖິ້ມ​ພວກເຂົາ​ແລ້ວ.</verse>
				<verse number="6">ຂ້ານ້ອຍ​ຄວນ​ພາວັນນາ​ອະທິຖານ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ມີໄຊ ກັບ​ມາ​ຈາກ​ພູເຂົາ​ຊີໂອນ​ສູ່​ຊາດ​ອິດສະຣາເອນ​ໄດ້. ປະຊາຊົນ​ອິດສະຣາເອນ​ຈະ​ມີ​ຄວາມສຸກ​ສໍ່າໃດ ເມື່ອ​ພຣະເຈົ້າ​ເຮັດ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນໃໝ່.</verse>
			</chapter>
			<chapter number="54">
				<verse number="1">ຂ້າແດ່​ພຣະເຈົ້າ ຂໍ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ໂດຍ​ພຣະນາມ​ຂອງ​ພຣະອົງ​ແດ່​ ແລະ​ໂຜດ​ໃຫ້​ເປັນ​ອິດສະລະ​ໂດຍ​ພຣະ​ກຳລັງ​ຂອງ​ພຣະອົງ.</verse>
				<verse number="2">ຂ້າແດ່​ພຣະເຈົ້າ ເມື່ອ​ຂ້ານ້ອຍ​ກ່າວ​ທູນ​ຂໍ ໂຜດ​ຟັງ​ຄຳ​ພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ດ້ວຍ.</verse>
				<verse number="3">ຄົນ​ຈອງຫອງ​ຕ່າງ​ກໍ​ພາກັນ​ຫັນ​ມາ ເພື່ອ​ໂຈມຕີ​ຂ້ານ້ອຍ​ໃຫ້​ໄດ້ ແລະ​ຄົນ​ໂຫດຮ້າຍ​ກໍ​ຊອກ​ສັງຫານ​ເຊັ່ນກັນ ເປັນ​ຄົນ​ທີ່​ບໍ່​ສົນໃຈ​ໃນ​ເລື່ອງ​ພຣະເຈົ້າ.</verse>
				<verse number="4">ແຕ່​ພຣະເຈົ້າ​ຄື​ຜູ້​ຊ່ວຍເຫຼືອ​ຂອງ​ຂ້ານ້ອຍ​ເລື້ອຍ​ມາ. ອົງພຣະ​ຜູ້​ເປັນເຈົ້າ​ເປັນ​ຜູ້ຄໍ້າຈູນ​ຊີວິດ​ຂອງ​ຂ້ານ້ອຍ​ໄວ້.</verse>
				<verse number="5">ຂໍ​ໃຫ້​ພຣະອົງ​ໃຊ້​ການ​ຊົ່ວຮ້າຍ​ຂອງ​ພວກເຂົາ​ລົງໂທດ​ສັດຕູ​ຂອງ​ຂ້ານ້ອຍ. ພຣະອົງ​ຈະ​ທຳລາຍ​ພວກເຂົາ​ເພາະ​ພຣະອົງ​ຊົງ​ສັດຊື່.</verse>
				<verse number="6">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຖວາຍ​ເຄື່ອງ​ບູຊາ​ຢ່າງ​ຊື່ນໃຈ​ຍິນດີ ຈະ​ໂມທະນາ​ຂອບພຣະຄຸນ​ເພາະ​ພຣະອົງ​ຊົງ​ມີ​ຄຸນຄວາມດີ.</verse>
				<verse number="7">ພຣະອົງ​ໄດ້​ຊ່ວຍກູ້​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ​ທັງໝົດ​ຂອງ​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍໄດ້​ເຫັນ​ສັດຕູ​ຂອງ​ຂ້ານ້ອຍ​ພ່າຍແພ້.</verse>
			</chapter>
			<chapter number="55">
				<verse number="1">ຂ້າແດ່​ພຣະເຈົ້າ ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ດ້ວຍ ແລະ​ຢ່າ​ສູ່​ຫັນ​ໜີ​ຈາກ​ຄຳຮ້ອງຂໍ​ຂອງ​ຂ້ານ້ອຍ​ເລີຍ</verse>
				<verse number="2">ຂໍ​ຊົງ​ໂຜດ​ສະດັບ​ຮັບ​ຟັງ​ແລະ​ໂຜດ​ຕອບ​ຂ້ານ້ອຍ​ດ້ວຍ ຍ້ອນ​ຄວາມ​ວິຕົກ​ກັງວົນ​ຂ້ານ້ອຍ​ຈຶ່ງ​ເກີດ​ຄວາມ​ອິດເມື່ອຍ.</verse>
				<verse number="3">ຂ້ານ້ອຍ​ຢ້ານ​ຕໍ່​ການ​ຂູ່ເຂັນ​ຂອງ​ພວກ​ສັດຕູ ຢ້ານ​ຖືກ​ຢຽບຢໍ່າ​ເພາະ​ຄົນຊົ່ວຮ້າຍ​ກົດຂີ່. ພວກເຂົາ​ເຮັດ​ໃຫ້​ຂ້ານ້ອຍ​ເດືອດຮ້ອນ​ໜັກ​ຫລາຍ ທັງ​ໂກດຮ້າຍ​ແລະ​ກຽດຊັງ​ຂ້ານ້ອຍ​ດ້ວຍ.</verse>
				<verse number="4">ສະນັ້ນ ຂ້ານ້ອຍ​ຈຶ່ງ​ສະທ້ານ​ຢ້ານກົວ ແລະ​ຄວາມຢ້ານ​ຕາຍ​ກໍ​ບີບຄັ້ນ​ຢູ່.</verse>
				<verse number="5">ຄວາມຢ້ານ​ຈັບກຸມ​ໄວ້​ແລະ​ສັ່ນເຊັນ​ທັງຕົວ ແລະ​ຄວາມຢ້ານ​ໃຫຍ່​ກໍ​ຄຸມ​ຂ້ານ້ອຍ​ໄວ້.</verse>
				<verse number="6">ຂ້ານ້ອຍ​ຢາກ​ມີ​ປີກ​ດັ່ງ​ນົກເຂົາ ແລະ​ຈະ​ບິນ​ໜີໄປ​ຫາ​ທີ່​ພັກຜ່ອນ.</verse>
				<verse number="7">ຂ້ານ້ອຍ​ຈະ​ໄດ້​ບິນ​ໜີໄປ​ໄກແສນໄກ ອາໄສ​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ພຸ້ນ.</verse>
				<verse number="8">ຂ້ານ້ອຍ​ຈະ​ໄດ້​ພົບ​ບ່ອນ​ຊົ້ນ​ຢ່າງ​ໄວວາ ຈາກ​ລົມ​ບ້າ​ພັດແຮງ​ແລະ​ລົມພະຍຸ​ຮ້າຍ.</verse>
				<verse number="9">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ໃຫ້​ຄຳເວົ້າ​ຂອງ​ເຫຼົ່າ​ສັດຕູ ເກີດ​ສັບສົນ​ວຸ້ນວາຍ​ແລະ​ບໍ່​ເຂົ້າໃຈກັນ. ເພາະ​ຂ້ານ້ອຍ​ເຫັນ​ແຕ່​ການ​ຮຸນແຮງ ແລະ​ການ​ຈາລະຈົນ​ເກີດຂຶ້ນ​ຢູ່​ໃນ​ເມືອງ</verse>
				<verse number="10">ປິດ​ອ້ອມ​ເມືອງ​ໄວ້​ທັງເວັນ​ທັງຄືນ​ຢູ່​ທີ່​ນັ້ນ​ເຕັມ​ໄປ​ແຕ່ ການ​ຂ້າຟັນກັນ​ແລະ​ຄວາມ​ເດືອດຮ້ອນ.</verse>
				<verse number="11">ສ່ວນ​ການ​ທຳລາຍ​ນັ້ນ​ກໍ​ມີ​ຢູ່​ທຸກ​ແຫ່ງຫົນ ການ​ຂົ່ມຂູ່ ແລະ​ການ​ຫລອກລວງ​ກໍ​ມີ​ໄປ​ທົ່ວ​ຕາມ​ທ້ອງ​ຖະໜົນ.</verse>
				<verse number="12">ຖ້າ​ສັດຕູ​ຜູ້ໜຶ່ງ​ດູໝິ່ນ​ນິນທາ​ຂ້ອຍ​ກໍ​ຊ່າງ​ເຂົາ ຂ້ອຍ​ກໍ​ອົດທົນ​ຕໍ່​ຄຳເວົ້າ​ນັ້ນ​ໄດ້ ຖ້າ​ຄູ່ແຂ່ງ​ຜູ້ໜຶ່ງ​ເວົ້າ​ອວດ​ໃສ່​ຂ້ອຍ​ກໍ​ຊ່າງ​ເຂົາ ຂ້ອຍ​ກໍ​ຫລົບຫລີກ​ຈາກ​ເຂົາ​ໄດ້.</verse>
				<verse number="13">ແຕ່​ແມ່ນ​ເຈົ້າ​ທີ່​ເປັນ​ໝູ່ຄູ່​ຂອງຂ້ອຍ​ນີ້ເອງ ເປັນ​ທັງ​ຜູ້​ຮ່ວມງານ​ແລະ​ເພື່ອນ​ຜູ້​ໃກ້ຊິດ​ດ້ວຍ.</verse>
				<verse number="14">ພວກເຮົາ​ເຄີຍ​ເວົ້າ​ຢ່າງ​ມ່ວນຊື່ນ​ນຳກັນ ນະມັດສະການ​ໃນ​ວິຫານ​ຂອງ​ພຣະເຈົ້າ​ນຳກັນ​ດ້ວຍ.</verse>
				<verse number="15">ຂໍ​ໃຫ້​ສັດຕູ​ນັ້ນ​ຕາຍໄປ​ກ່ອນ​ເວລາ​ຂອງ​ພວກເຂົາ​ສາ ຂໍ​ໃຫ້​ລົງ​ໄປ​ສູ່​ແດນ​ມໍຣະນາ​ທັງເປັນ​ເຖີດ. ຄວາມ​ຊົ່ວຮ້າຍ​ຢູ່​ໃນ​ເຮືອນ​ຂອງ​ພວກເຂົາ ແລະ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຂົາ​ດ້ວຍ.</verse>
				<verse number="16">ແຕ່​ຂ້ອຍ​ເອີ້ນ​ຫາ​ພຣະເຈົ້າ, ແລະ​ພຣະເຈົ້າຢາເວ​ກໍ​ຊ່ວຍ​ຂ້ອຍ​ໃຫ້​ພົ້ນ.</verse>
				<verse number="17">ຂ້ອຍ​ຄາງ​ຈົ່ມທຸກ​ທັງເຊົ້າ​ທັງທ່ຽງ​ແລະ​ໃນ​ເວລາ​ກາງຄືນ ແລະ​ສຽງ​ຮ້ອງທຸກ​ກໍ​ຂຶ້ນ​ໄປ​ເຖິງ​ພຣະອົງ​ແລ້ວ.</verse>
				<verse number="18">ພຣະອົງ​ຈະ​ນຳພາ​ຂ້ອຍ​ໃຫ້​ຄືນ​ມາ​ຢ່າງ​ປອດໄພ ຈາກ​ສະໜາມຮົບ​ທີ່​ຂ້ອຍ​ໄດ້​ຕໍ່ສູ້​ສັດຕູ​ຫລາຍ​ຄົນ​ນັ້ນ.</verse>
				<verse number="19">ພຣະເຈົ້າ ອົງ​ທີ່​ໄດ້​ປົກຄອງ​ແຕ່​ນິຣັນດອນ​ມາ ຈະ​ຟັງ​ຂ້ອຍ​ຮ້ອງຂໍ​ແລະ​ເອົາ​ຊະນະ​ເຂົາເຈົ້າ. ດ້ວຍວ່າ, ພວກເຂົາ​ປະຕິເສດ​ທີ່​ຈະ​ປ່ຽນແປງ ແລະ​ພວກເຂົາ​ກໍ​ບໍ່​ຢຳເກງ​ພຣະອົງ​ດ້ວຍ.</verse>
				<verse number="20">ໝູ່​ເກົ່າ​ຂອງຂ້ອຍ​ໄດ້​ໂຈມຕີ​ໝູ່​ຂອງ​ລາວ​ເອງ ຄື​ໄດ້​ລະເມີດ​ຄຳສັນຍາ​ທີ່​ຕົນ​ໄດ້​ເຮັດ​ໄວ້.</verse>
				<verse number="21">ຄຳເວົ້າ​ລາວ​ນັ້ນ​ນໍ້ານົມ​ຂຸ້ນ​ກໍ​ບໍ່​ນີ້ມ​ປານ ແຕ່​ຈິດໃຈ​ລາວ​ພັດ​ມີ​ແຕ່​ຄວາມ​ຂົມຂື່ນ. ຄຳເວົ້າ​ລາວ​ນັ້ນ​ລ່ຽນໄຫລ​ເໝືອນ​ນໍ້າມັນ​ພືດ ແຕ່​ມັນ​ພັດ​ເປັນ​ດັ່ງ​ມີດ​ຄົມໆ​ໃຊ້​ປາດ​ຊີ້ນ.</verse>
				<verse number="22">ຈົ່ງ​ມອບ​ຄວາມ​ເດືອດຮ້ອນ​ຂອງ​ເຈົ້າ​ໄວ້​ກັບ​ພຣະເຈົ້າຢາເວ​ສາ ພຣະອົງ​ຈະ​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໄວ້. ພຣະອົງ​ບໍ່ເຄີຍ​ປະຖິ້ມ​ຄົນ​ສັດຊື່​ຜູ້ໃດ​ຜູ້ໜຶ່ງ​ເລີຍ ໂດຍ​ໃຫ້​ລາວ​ຖືກ​ພ່າຍແພ້.</verse>
				<verse number="23">ຂ້າແດ່​ພຣະເຈົ້າ ພຣະອົງ​ຈະ​ນຳ​ຜູ້​ທີ່​ຂ້າ​ຄົນ​ແລະ​ຄົນ​ຂີ້ຕົວະ ໃຫ້​ເຂົ້າ​ໄປ​ສູ່​ຂຸມຝັງສົບ​ພຸ້ນ ກ່ອນ​ທີ່​ອາຍຸ​ເຄິ່ງ​ໜຶ່ງ​ຂອງ​ພວກເຂົາ​ໝົດ​ໄປ ສ່ວນ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ.</verse>
			</chapter>
			<chapter number="56">
				<verse number="1">ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ເມດຕາ​ຂ້ານ້ອຍ ເພາະ​ຖືກ​ສັດຕູ​ໂຈມຕີ​ແລະ​ຖືກ​ຂົ່ມເຫັງ​ເລື້ອຍ​ມາ.</verse>
				<verse number="2">ຄູ່​ຕໍ່ສູ້​ຂອງ​ຂ້ານ້ອຍ​ກໍ​ໂຈມຕີ​ຢູ່​ທຸກ​ວັນ ມີ​ດ້ວຍ​ກັນ​ຫລາຍ​ຄົນ​ທີ່​ຕໍ່ສູ້​ຂ້ານ້ອຍ​ຢູ່.</verse>
				<verse number="3">ໂອ ພຣະ​ຜູ້​ຊົງຣິດ​ອຳນາດ​ອົງສູງສຸດ​ເອີຍ ເມື່ອ​ຢ້ານກົວ​ຂ້ານ້ອຍ​ກໍ​ໄວ້ວາງໃຈ​ໃນ​ພຣະອົງ.</verse>
				<verse number="4">ຢູ່​ໃນ​ພຣະເຈົ້າ ຄວາມຢ້ານ​ກໍ​ໝົດໄປ ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ ສຳລັບ​ສິ່ງ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ ເມື່ອ​ໄວ້ວາງໃຈ​ໃນ​ພຣະອົງ ຂ້ານ້ອຍ​ຈະ​ບໍ່​ຢ້ານ ມະນຸດ​ລ້າໆ​ເຮັດ​ຫຍັງ​ໃຫ້​ໄດ້​ແດ່?</verse>
				<verse number="5">ພວກ​ສັດຕູ​ກໍ່​ຄວາມ​ເດືອດຮ້ອນ​ໃຫ້​ຂ້ານ້ອຍ​ຕະຫຼອດ​ທຸກ​ວັນ​ເວລາ ແລະ​ຄິດຫາ​ທາງ​ທຳລາຍ​ຂ້ານ້ອຍ​ເລື້ອຍໆ</verse>
				<verse number="6">ພວກເຂົາ​ລີ້​ຈຸ້ມກັນ​ຊອມເບິ່ງ​ສິ່ງ​ທີ່​ຂ້ານ້ອຍ​ກະທຳ ລໍຫາ​ໂອກາດ​ດີ​ທີ່​ຈະ​ສັງຫານ​ຂ້ານ້ອຍ​ຖິ້ມ.</verse>
				<verse number="7">ຂ້າແດ່​ພຣະເຈົ້າ ໂຜດ​ລົງໂທດ ຄວາມ​ຊົ່ວຊ້າ​ຂອງ​ພວກເຂົາ ດ້ວຍ​ຄວາມ​ຄຽດຮ້າຍ​ຂອງ​ພຣະອົງ ຂໍ​ຊົງ​ໂຜດ​ຜາບແພ້​ພວກເຂົາ​ສາເທາະ.</verse>
				<verse number="8">ພຣະອົງ​ຮູ້​ວ່າ​ຂ້ານ້ອຍ​ຖືກ​ເດືອດຮ້ອນ​ສໍ່າໃດ ຈຶ່ງ​ຊົງ​ບັນຈຸ​ນໍ້າຕາ​ໃສ່​ແກ້ວ​ໄວ້. ນໍ້າຕາ​ຂອງ​ຂ້ານ້ອຍ​ໄດ້​ຖືກ ບັນທຶກ​ໄວ້​ໃນ​ປຶ້ມ​ບັນຊີ​ຂອງ​ພຣະອົງ​ແລ້ວ​ບໍ່ແມ່ນ​ຫຼື?</verse>
				<verse number="9">ມື້​ທີ່​ຂ້ານ້ອຍ​ຮ້ອງຫາ​ພຣະອົງ​ນັ້ນ ສັດຕູ​ຈະ​ຖອຍ​ໜີໄປ ແລະ​ຮູ້​ໄດ້​ເພາະ​ພຣະເຈົ້າ ຢູ່​ຝ່າຍ​ຂ້ານ້ອຍ​ແລ້ວ.</verse>
				<verse number="10">ພຣະເຈົ້າ ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ຖ້ອຍຄຳ​ຂອງ​ພຣະອົງ ໃນ​ພຣະເຈົ້າຢາເວ ຂ້ານ້ອຍ​ຈຶ່ງ​ຍ້ອງຍໍ​ສັນລະເສີນ​ຖ້ອຍຄຳ​ຂອງ​ພຣະອົງ.</verse>
				<verse number="11">ເມື່ອ​ໄວ້ວາງໃຈ​ໃນ​ພຣະເຈົ້າ ຂ້ານ້ອຍ​ຈະ​ບໍ່​ຢ້ານ ມະນຸດ​ລ້າໆ​ເຮັດ​ຫຍັງ​ໃຫ້​ໄດ້​ແດ່?</verse>
				<verse number="12">ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ຈະ​ຖວາຍ​ຕາມ​ທີ່​ໄດ້​ສັນຍາ ຄື​ເຄື່ອງ​ບູຊາ​ແຫ່ງ​ການ​ໂມທະນາ​ຂອບພຣະຄຸນ​ພຣະອົງ.</verse>
				<verse number="13">ຍ້ອນ​ພຣະອົງ​ໄດ້​ຊ່ວຍກູ້​ຂ້ານ້ອຍ​ຈາກ​ຄວາມຕາຍ ແລະ​ປົກປ້ອງ​ຮັກສາ​ໂດຍ​ບໍ່​ໃຫ້​ພ່າຍແພ້. ສະນັ້ນ ຂ້ານ້ອຍ​ຈຶ່ງ​ກ້າວ​ເດີນ​ໄປ​ຊ້ອງໜ້າ​ພຣະເຈົ້າ​ສະເໝີ ໃນ​ແສງ​ແຈ້ງໃສ​ທີ່​ສ່ອງ​ເທິງ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່.</verse>
			</chapter>
			<chapter number="57">
				<verse number="1">ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ເມດຕາ​ແລະ​ອີດູ​ແດ່​ ເພາະ​ມາ​ເພິ່ງ​ຄວາມ​ປອດໄພ​ໃນ​ພຣະອົງ. ຢູ່​ໃຕ້​ປີກ​ຂອງ​ພຣະອົງ​ນັ້ນ​ຂ້ານ້ອຍ​ໄດ້​ພົບ​ຄວາມ​ຄຸ້ມຄອງ ຈົນກວ່າ​ລົມ​ພະຍຸ​ຮ້າຍ​ຜ່ານ​ພົ້ນ​ໄປ​ແລ້ວ.</verse>
				<verse number="2">ຂ້ານ້ອຍ​ຮ້ອງຫາ​ພຣະເຈົ້າ​ອົງ​ສູງສຸດ ຄື​ອົງ​ທີ່​ປະທານ​ສິ່ງ​ສາລະພັດ​ທີ່​ຂ້ານ້ອຍ​ຂາດ​ຢູ່​ນັ້ນ.</verse>
				<verse number="3">ຈາກ​ສະຫວັນ​ພຣະອົງ​ຈະ​ຕອບ​ທັງ​ຊ່ວຍ​ໃຫ້​ພົ້ນໄພ ແລະ​ປາບ​ພວກ​ທີ່​ກົດຂີ່​ຂ້ານ້ອຍ​ໃຫ້​ພ່າຍແພ້. ພຣະເຈົ້າ​ຈະ​ສຳແດງ​ໃຫ້​ເຫັນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ແລະ​ຄວາມສັດຊື່​ຂອງ​ພຣະອົງ​ທີ່​ມີ​ແກ່​ຂ້ານ້ອຍ​ນັ້ນ.</verse>
				<verse number="4">ຂ້ານ້ອຍ​ຖືກ​ປິດລ້ອມ​ໂດຍ​ເຫຼົ່າ​ສັດຕູ ຜູ້​ເປັນ​ດັ່ງ​ໂຕສິງ​ທີ່​ກັດກິນ​ມະນຸດ. ແຂ້ວ​ມັນ​ນັ້ນ​ຄ້າຍ​ຄື​ຫອກ​ແລະ​ລູກສອນ ລີ້ນ​ມັນ​ຄ້າຍ​ຄື​ກັບ​ດາບ​ອັນ​ຄົມໆ.</verse>
				<verse number="5">ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ສຳແດງ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ປາກົດ​ທີ່​ຟ້າ​ສະຫວັນ ແລະ​ສະຫງ່າຣາສີ​ຂອງ​ພຣະອົງ​ປາກົດ​ທົ່ວ​ໄປ​ເທິງ​ແຜ່ນດິນ​ໂລກ.</verse>
				<verse number="6">ສັດຕູ​ໄດ້​ກາງ​ຕາໜ່າງ​ເພື່ອ​ຈັບ​ຂ້ານ້ອຍ​ໄປ ຂ້ານ້ອຍ​ຈຶ່ງ​ໝູບ​ລົງ​ເປັນທຸກໃຈ​ຫຼາຍ. ພວກເຂົາ​ຂຸດ​ຫລຸມ​ໃສ່​ທາງ​ທີ່​ຂ້ານ້ອຍ​ໄປ ແຕ່​ແມ່ນ​ພວກເຂົາ​ເອງ​ທີ່​ຕົກ​ໃນ​ຫລຸມ​ນັ້ນ.</verse>
				<verse number="7">ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ເຊື່ອໝັ້ນ​ໃນ​ພຣະອົງ​ຢ່າງ​ໝົດໃຈ ແລະ​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະອົງ</verse>
				<verse number="8">ຈິດວິນຍານ​ຂອງຂ້ອຍ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ເຖີດ ກິດຕາ​ແລະ​ກະຈັບປີ່ ຂອງຂ້ອຍ ພິນໃຫຍ່​ແລະ​ພິນນ້ອຍ ຈົ່ງ​ຕື່ນ​ຂຶ້ນ​ມາ ຈົ່ງ​ຂຶ້ນ​ມາ​ບັນເລງ​ເພງ ຂ້ອຍ​ຈະ​ປຸກ​ຕາເວັນ​ໃຫ້​ລຸກ​ຂຶ້ນ.</verse>
				<verse number="9">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ ໃນ​ທ່າມກາງ​ບັນດາ​ຊົນຊາດ ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ໃນ​ທ່າມກາງ​ປະຊາຊົນ​ທຸກ​ຊາດ​ພາສາ​ດ້ວຍ.</verse>
				<verse number="10">ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ຄວາມສັດຊື່​ຂອງ​ພຣະອົງ​ກໍ​ຈຸ​ທ້ອງຟ້າ.</verse>
				<verse number="11">ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ສຳແດງ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ປາກົດ​ທີ່​ຟ້າ​ສະຫວັນ​ເບື້ອງ​ເທິງ ແລະ​ພຣະ​ສະຫງ່າຣາສີ​ປາກົດ​ທົ່ວ​ໄປ​ເທິງ​ແຜ່ນດິນ​ໂລກ.</verse>
			</chapter>
			<chapter number="58">
				<verse number="1">ທ່ານ​ຕັດສິນໃຈ​ຖືກຕ້ອງ​ຫລື​ບໍ່? ບັນດາ​ຜູ້ປົກຄອງ​ເອີຍ ທ່ານ​ຕັດສິນ​ທຸກຄົນ​ຢ່າງ​ເປັນທຳ​ຫລືບໍ່?</verse>
				<verse number="2">ບໍ່ເລີຍ ທ່ານ​ຄິດເຖິງ​ແຕ່​ການ​ຊົ່ວຮ້າຍ​ທີ່​ທ່ານ​ເຮັດ ໄດ້​ສ້າງ​ການ​ທາລຸນ​ຮຸນແຮງ​ຢູ່​ແຜ່ນດິນ​ໂລກ​ດ້ວຍ.</verse>
				<verse number="3">ຄົນຊົ່ວຮ້າຍ​ເຮັດ​ຜິດ​ຕະຫລອດ​ຊີວິດ​ຂອງ​ພວກເຂົາ ພວກເຂົາ​ເວົ້າຕົວະ​ຕະຫລອດ​ມາ​ຕັ້ງແຕ່​ມື້​ພວກເຂົາ​ເກີດ.</verse>
				<verse number="4">ພວກເຂົາ​ເຕັມ​ໄປ​ດ້ວຍ​ພິດ ເໝືອນ​ດັ່ງ​ງູພິດ​ທັງຫລາຍ ອັດ​ຫູ​ບັງ​ຕາ​ຕົນເອງ​ດັ່ງ​ງູເຫົ່າ​ຫູ​ໜວກ</verse>
				<verse number="5">ພວກເຂົາ​ຈຶ່ງ​ບໍ່ໄດ້ຍິນ​ສຽງ​ຂອງ​ເຈົ້າ​ໝໍ​ງູ ຫລື​ສຽງ​ເພງ​ຂອງ​ນັກຫລີ້ນກົນ​ທີ່​ຫລອກລວງ.</verse>
				<verse number="6">ຂ້າແດ່​ພຣະເຈົ້າ ຂໍ​ພຣະອົງ​ຫັກ​ແຂ້ວ​ຂອງ​ພວກເຂົາ​ຖິ້ມ​ໃຫ້​ໝົດ​ສາ ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ຫັກ​ແຂ້ວ​ໂຄບ​ຝູງ​ສິງໜຸ່ມ​ທີ່​ໂຫດຮ້າຍ​ສາ​ເຖີດ</verse>
				<verse number="7">ຂໍ​ໃຫ້​ພວກເຂົາ​ຫາຍ​ໄປ​ເໝືອນ​ດັ່ງ​ທີ່​ນໍ້າ​ຖືກ​ເປັ່ງ​ອອກ​ໄປ ຂໍ​ໃຫ້​ຖືກ​ຢຽບຢໍ່າ​ດັ່ງ​ຫຍ້າ​ຕາມ​ທາງຍ່າງ.</verse>
				<verse number="8">ຂໍ​ໃຫ້​ພວກເຂົາ​ເປັນ​ດັ່ງ​ທາກ​ທີ່​ຖືກ​ລະລາຍ​ເປັນ​ເມືອກ​ໄປ ຂໍ​ໃຫ້​ພວກເຂົາ​ເປັນ​ເໝືອນ​ເດັກ​ທີ່​ເກີດ​ໃໝ່​ຕາຍໄປ​ໂດຍ​ບໍ່​ເຫັນ​ແສງ​ສະຫວ່າງ.</verse>
				<verse number="9">ກ່ອນ​ທີ່​ພວກເຂົາ​ຈະ​ຮູ້​ເຖິງ​ການ​ນີ້ ພວກເຂົາ​ໄດ້​ຖືກ​ຕັດ​ຖິ້ມ​ດັ່ງ​ຕົ້ນຫຍ້າ​ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ ພຣະອົງ​ຈະ​ເປົ່າ​ພວກເຂົາ​ອອກ​ໜີໄປ ໃນ​ຂະນະທີ່​ພວກເຂົາ​ຍັງ​ມີ​ຊີວິດ​ຢູ່​ນັ້ນ.</verse>
				<verse number="10">ເມື່ອ​ຄົນ​ຊອບທຳ​ເຫັນ​ຄົນບາບ​ຖືກ​ລົງໂທດ ພວກເຂົາ​ຈະ​ດີໃຈ ພວກເຂົາ​ຈະ​ເອົາ​ເລືອດ​ຂອງ​ຄົນຊົ່ວຮ້າຍ​ລ້າງ​ຕີນ​ຂອງ​ພວກເຂົາ.</verse>
				<verse number="11">ປະຊາຊົນ​ຈະ​ເວົ້າ​ວ່າ, “ຄົນ​ຊອບທຳ​ຈະ​ໄດ້​ບຳເໜັດ ແມ່ນແທ້​ມີ​ພຣະເຈົ້າ​ເປັນ​ຜູ້ຕັດສິນ​ໂລກນີ້.”</verse>
			</chapter>
			<chapter number="59">
				<verse number="1">ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ສັດຕູ​ແດ່​ ໂຜດ​ຄຸ້ມຄອງ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄົນ​ໂຈມຕີ​ດ້ວຍ</verse>
				<verse number="2">ໂຜດ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ຄົນຊົ່ວ​ເຫຼົ່ານັ້ນ​ສາ ຊ່ວຍ​ໃຫ້​ພົ້ນ​ຈາກ​ພວກ​ຄົນ​ຄາດຕະກອນ​ເຫຼົ່ານັ້ນ​ດ້ວຍ.</verse>
				<verse number="3">ຂ້າແດ່​ພຣະເຈົ້າຢາເວ ເບິ່ງດູ! ພວກເຂົາ​ລໍ​ຖ້າ​ທີ່​ຈະ​ສັງຫານ​ຂ້ານ້ອຍ ຄົນ​ໂຫດຮ້າຍ​ໂຮມກັນ​ຕໍ່ສູ້​ຂ້ານ້ອຍ​ຢູ່. ແຕ່​ບໍ່ແມ່ນ​ຍ້ອນ​ການບາບ​ຂອງ​ຂ້ານ້ອຍ ຫລື​ຍ້ອນ​ຄວາມຜິດ​ທີ່​ຂ້ານ້ອຍ​ໄດ້​ເຮັດ</verse>
				<verse number="4">ທັງ​ບໍ່ແມ່ນ​ເພາະ​ຄວາມ​ຜິດພາດ​ຂອງ​ຂ້ານ້ອຍ ທີ່​ພວກເຂົາ​ຟ້າວ​ໄປ​ສູ່​ບ່ອນ​ຂອງ​ພວກເຂົາ​ນັ້ນ.</verse>
				<verse number="5">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ເອີຍ ຂໍ​ຊົງ​ໂຜດ​ມາ​ຊ່ວຍ​ຂ້ານ້ອຍ​ດ້ວຍ ຈົ່ງ​ລຸກ​ຂຶ້ນ​ເພື່ອ​ລົງໂທດ​ຄົນ​ອະທຳ ຢ່າ​ສຳແດງ​ຄວາມ​ເມດຕາ​ຕໍ່​ຄົນ​ທໍລະຍົດ​ທີ່​ຊົ່ວຊ້າ​ເຫຼົ່ານັ້ນ.</verse>
				<verse number="6">ພວກເຂົາ​ກັບ​ມາ​ຕອນແລງ​ຕ່າງ​ກໍ​ເຫົ່າຫອນ​ຄື​ໝາ ໃນ​ຂະນະທີ່​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ.</verse>
				<verse number="7">ໂຜດ​ຟັງ​ຄຳ​ດູຖູກ​ແລະ​ນາບຂູ່​ຂອງ​ພວກເຂົາ ລີ້ນ​ກໍ​ເປັນ​ດັ່ງ​ດາບ​ໃນ​ປາກ​ຂອງ​ເຂົາເຈົ້າ, ແຕ່​ພວກເຂົາ​ຄິດ​ວ່າ​ບໍ່ມີ​ໃຜ​ຈັກ​ຄົນ​ເລີຍ ທີ່​ສາມາດ​ໄດ້ຍິນ​ພວກເຂົາ.</verse>
				<verse number="8">ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ຫົວຂວັນ​ໃສ່​ພວກເຂົາ ເຍາະເຍີ້ຍ​ໃສ່​ທຸກຄົນ​ທີ່​ບໍ່​ນັບຖື​ພຣະອົງ.</verse>
				<verse number="9">ຂ້ານ້ອຍ​ເຊື່ອໝັ້ນ​ໃນ​ຣິດອຳນາດ​ຂອງ​ພຣະອົງ ໂອ ຂ້າແດ່​ພຣະເຈົ້າ​ເອີຍ ພຣະອົງ​ຊົງ​ເປັນ​ປ້ອມ​ປ້ອງກັນ.</verse>
				<verse number="10">ພຣະເຈົ້າ​ຮັກ​ຂ້ານ້ອຍ ຈຶ່ງ​ຈະ​ສະເດັດ​ມາ​ຫາ​ໂດຍ​ໄວ ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ເຫັນ​ສັດຕູ​ພ່າຍແພ້.</verse>
				<verse number="11">ຂໍ​ຢ່າ​ສັງຫານ​ພວກເຂົາ​ເລີຍ​ເທາະ ເພາະ​ຢ້ານ​ປະຊາຊົນ​ຂອງ​ຂ້ານ້ອຍ​ລືມໄລ. ໂຜດ​ເຮັດ​ໃຫ້​ພວກເຂົາ​ແຕກ​ກະຈັກ​ກະຈາຍ ໂດຍ​ພະລັງ​ອຳນາດ​ຂອງ​ພຣະອົງ ແລະ​ເຮັດ​ໃຫ້​ພວກເຂົາ​ພ່າຍແພ້ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະຜູ້​ຄຸ້ມຄອງ​ຂອງ​ພວກ​ຂ້ານ້ອຍ.</verse>
				<verse number="12">ຄຳເວົ້າ​ທຸກ​ຄຳ​ຂອງ​ພວກເຂົາ​ລ້ວນແຕ່​ເປັນ​ບາບ​ໝົດ ເພາະ​ບາບ​ອາໄສ​ຢູ່​ໃນ​ສົບປາກ​ຂອງ​ເຂົາເຈົ້າ; ໃນ​ຄວາມ​ຈອງຫອງ​ນັ້ນ ຂໍ​ໃຫ້​ພວກເຂົາ​ຖືກ​ຈັບ​ໄປ ເພາະວ່າ​ພວກເຂົາ​ມັກ​ສາບແຊ່ງ​ແລະ​ຂີ້ຕົວະ</verse>
				<verse number="13">ໃນ​ຄວາມ​ໂກດຮ້າຍ​ນັ້ນ ຈົ່ງ​ທຳລາຍ​ພວກເຂົາ​ເສຍ ຈົ່ງ​ທຳລາຍ​ພວກເຂົາ​ທຸກຄົນ​ໃຫ້​ໝົດສິ້ນ​ເສຍເຖີດ. ແລ້ວ​ທຸກຄົນ​ກໍ​ຈະ​ຮູ້​ວ່າ​ພຣະເຈົ້າ​ປົກຄອງ​ອິດສະຣາເອນ ແລະ​ການປົກຄອງ​ຂອງ​ພຣະອົງ​ກໍ​ແຜ່ໄປ​ສຸດປາຍ​ແຜ່ນດິນ​ໂລກ.</verse>
				<verse number="14">ສັດຕູ​ກັບ​ມາ​ຕອນແລງ​ຕ່າງ​ກໍ​ເຫົ່າຫອນ​ຄື​ໝາ ໃນ​ຂະນະທີ່​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ.</verse>
				<verse number="15">ດັ່ງ​ຝູງ​ໝາ​ທີ່​ທ່ອງທ່ຽວ​ຊອກຢູ່​ຫາກິນ ເມື່ອ​ບໍ່ມີ​ອາຫານ​ພໍ​ກໍ​ເຫົ່າຫອນ​ຢູ່​ຢ່າງ​ນັ້ນ.</verse>
				<verse number="16">ຂ້ານ້ອຍ​ຈະ​ຂັບ​ຮ້ອງ​ເຖິງ​ຣິດທານຸພາບ ແຕ່​ວ່າ​ທຸກໆເຊົ້າ​ຂ້ານ້ອຍ​ຈະ​ຮ້ອງເພງ​ຖວາຍ​ແດ່​ພຣະອົງ ທີ່​ກ່າວ​ເຖິງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ພຣະອົງ​ເປັນ​ທີ່ເພິ່ງ​ແລະ​ທີ່ຊົ້ນ​ໃນ​ເວລາ​ເດືອດຮ້ອນ​ຂອງ​ຂ້ານ້ອຍ.</verse>
				<verse number="17">ໂອ ພຣະເຈົ້າ​ພຣະ​ຜູ້​ປ້ອງກັນ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ພຣະເຈົ້າ​ເປັນ​ທີ່​ເພິ່ງ ເປັນ​ຜູ້​ທີ່​ຊົງ​ຮັກ​ຂອງ​ຂ້ານ້ອຍ.</verse>
			</chapter>
			<chapter number="60">
				<verse number="1">ຂ້າແດ່​ພຣະເຈົ້າ ພຣະອົງ​ປະຕິເສດ​ພວກ​ຂ້ານ້ອຍ ພຣະອົງ​ໃຫ້​ພວກ​ຂ້ານ້ອຍ​ພ່າຍແພ້ ພຣະອົງ​ໄດ້​ໂກດຮ້າຍ​ພວກ​ຂ້ານ້ອຍ ບັດນີ້​ໂຜດ​ເຊົາ​ແລະ​ຄືນ​ມາ​ຫາ​ພວກ​ຂ້ານ້ອຍ​ເຖີດ.</verse>
				<verse number="2">ພຣະອົງ​ໄດ້​ເຮັດ​ໃຫ້​ດິນແດນ​ສັ່ນສະເທືອນ ແລະ​ໄດ້​ເຮັດ​ໃຫ້​ພື້ນດິນ​ແຕກ​ຍະ​ອອກ ບັດນີ້ ໂຜດ​ປິ່ນປົວ​ບາດແຜ​ຂອງ​ດິນແດນ​ນີ້ ເພາະ​ມັນ​ກຳລັງ​ແຕກແຍກ​ອອກ​ຈາກ​ກັນ.</verse>
				<verse number="3">ພຣະອົງ​ໄດ້​ໃຫ້​ປະຊາຊົນ​ນັ້ນ​ທົນທຸກ​ໜັກ ຍ່າງ​ໂຊເຊ​ເໝືອນ​ກັບ​ຄົນ​ເມົາ​ເຫຼົ້າ.</verse>
				<verse number="4">ພຣະອົງ​ຕັກເຕືອນ​ພວກ​ທີ່​ຢຳເກງ​ພຣະອົງ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຫລົບ​ໜີ​ຈາກ​ການທຳລາຍ.</verse>
				<verse number="5">ດ້ວຍ​ຣິດທານຸພາບ​ຂອງ​ພຣະອົງ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ພວກ​ຂ້ານ້ອຍ​ພົ້ນ​ໄພ ເພື່ອ​ວ່າ​ພຣະອົງ​ຈະ​ໄດ້​ຊ່ວຍກູ້​ເອົາ​ປະຊາຊົນ​ທີ່​ພຣະອົງ​ຊົງຮັກ.</verse>
				<verse number="6">ຈາກ​ພຣະວິຫານ​ນັ້ນ ພຣະເຈົ້າ ໄດ້​ກ່າວ​ວ່າ, “ໃນ​ຄວາມມີໄຊ ເຮົາ​ຈະ​ແຍກ​ເອົາ​ຊີເຄມ​ໄວ້ ແບ່ງ​ຮ່ອມພູ​ຊຸກໂກດ​ໃຫ້​ປະຊາຊົນ​ຂອງເຮົາ ກີເລອາດ​ເປັນ​ຂອງເຮົາ​ທັງ​ເຜົ່າ​ມານາເຊ​ດ້ວຍ ເຜົ່າ​ເອຟຣາອິມ​ຄື​ໝວກ​ປ້ອງກັນ​ຫົວ​ເຮົາ ແລະ​ເຜົ່າຢູດາ​ຄື​ຕະບອງ​ແຫ່ງ​ຣາຊອຳນາດ.</verse>
				<verse number="7"></verse>
				<verse number="8">ແຕ່​ເຮົາ​ຈະ​ໃຊ້​ໂມອາບ​ຄື​ຊາມ​ລ້າງສ່ວຍ ແລະ​ໂຍນ​ເກີບ​ຂອງເຮົາ​ໃສ່​ເອໂດມ ໝາຍ​ເຖິງ​ວ່າ​ເຮົາ​ເປັນ​ພຣະເຈົ້າ​ຂອງ​ດິນແດນ. ຊາວ​ຟີລິດສະຕິນ​ຄິດ​ວ່າ​ຈະ​ໂຮຮ້ອງ​ມີໄຊ​ຫລືນີ້?”</verse>
				<verse number="9">ຜູ້ໃດ​ຈະ​ນຳພາ​ໄປ​ສູ່​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ? ຜູ້ໃດ​ຈະ​ພາ​ໄປ​ທີ່​ເອໂດມ​ພຸ້ນ?</verse>
				<verse number="10">ຂ້າແດ່​ພຣະເຈົ້າ ພຣະອົງ​ໄດ້​ປະຖິ້ມ​ພວກ​ຂ້ານ້ອຍ​ໄປ​ແທ້ບໍ? ຂ້າແດ່​ພຣະເຈົ້າ ພຣະອົງ​ຈະ​ບໍ່​ໄປ​ກັບ​ກອງທັບ​ຂອງ​ພວກ​ຂ້ານ້ອຍ​ອີກ​ຫລືນີ້?</verse>
				<verse number="11">ຂໍ​ຊົງ​ໂຜດ​ຊ່ວຍເຫຼືອ​ພວກ​ຂ້ານ້ອຍ​ໃນ​ການ​ຕໍ່ສູ້​ສັດຕູ​ແດ່​ທ້ອນ ເພາະ​ການ​ຊ່ວຍເຫຼືອ​ຂອງ​ມະນຸດ​ນັ້ນ​ໃຊ້​ການ​ຫຍັງ​ບໍ່ໄດ້​ເລີຍ.</verse>
				<verse number="12">ເມື່ອ​ພຣະເຈົ້າ​ສະຖິດ​ຢູ່​ນຳ ພວກ​ຂ້ານ້ອຍ​ຈະ​ມີ​ໄຊຊະນະ ແລະ​ຈະ​ຜາບແພ້​ສັດຕູ​ທັງຫລາຍ​ຂອງ​ພວກ​ຂ້ານ້ອຍ.</verse>
			</chapter>
			<chapter number="61">
				<verse number="1">ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ຟັງ​ສຽງ​ຮ້ອງຫາ​ດ້ວຍ ຂໍ​ຊົງ​ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ດ້ວຍ</verse>
				<verse number="2">ຂ້ານ້ອຍ​ຮ້ອງຫາ​ພຣະອົງ​ເພາະ​ຄວາມ​ໝົດຫວັງ ແລະ​ຂ້ານ້ອຍ​ກໍ​ກຳລັງ​ຢູ່​ຫ່າງໄກ​ຈາກ​ບ້ານ.</verse>
				<verse number="3">ໂຜດ​ນຳ​ຂ້ານ້ອຍ​ໄປ​ສູ່​ບ່ອນ​ທີ່​ປອດໄພ ເປັນ​ບ່ອນ​ທີ່​ຂ້ານ້ອຍ​ລີ້ໄພ​ຢູ່​ໄດ້ ເພາະ​ພຣະອົງ​ຄື​ປ້ອມ​ປ້ອງກັນ​ຂອງ​ຂ້ານ້ອຍ ເປັນ​ບ່ອນ​ທີ່​ແໜ້ນໜາ​ຕໍ່ສູ້​ສັດຕູ​ຂອງ​ຂ້ານ້ອຍ​ໄດ້.</verse>
				<verse number="4">ຊົ່ວຊີວິດ​ຂອງ​ຂ້ານ້ອຍ​ນີ້ ຂໍ​ຊົງ​ໂຜດ​ໃຫ້​ໄດ້​ຢູ່​ໃນ​ພຣະວິຫານ​ຂອງ​ພຣະອົງ ຂໍ​ໃຫ້​ຂ້ານ້ອຍ​ໄດ້​ພົບ​ທີ່​ປອດໄພ​ໃຕ້​ຮົ່ມ​ປີກ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="5">ຂ້າແດ່​ພຣະເຈົ້າ ພຣະອົງ​ໄດ້ຍິນ​ຄຳ​ທີ່​ຂ້ານ້ອຍ​ສັນຍາ ແລະ​ມອບ​ສິ່ງ​ທີ່​ເປັນ​ຂອງ​ຜູ້​ຢຳເກງ​ພຣະນາມ​ຂອງ​ພຣະອົງ​ໃຫ້​ແກ່​ຂ້ານ້ອຍ.</verse>
				<verse number="6">ຂໍ​ຊົງ​ໂຜດ​ຕື່ມ​ອາຍຸ​ຍືນຍາວ​ໃຫ້​ກະສັດ​ແດ່ ແລະ​ໃຫ້​ເພິ່ນ​ມີ​ຊີວິດ​ຢູ່​ໄດ້​ນານແສນນານ</verse>
				<verse number="7">ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ໃຫ້​ເພິ່ນ​ໄດ້​ປົກຄອງ​ສືບໄປ ຢູ່​ຊ້ອງໜ້າ​ພຣະອົງ ໂຜດ​ຄຸ້ມຄອງ​ເພິ່ນ ດ້ວຍ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ແລະ​ໃນ​ຄວາມສັດຊື່​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="8">ສະນັ້ນ ຂ້ານ້ອຍ​ຈຶ່ງ​ຖວາຍ​ບົດເພງ​ຍ້ອງຍໍ​ສັນລະເສີນ​ສະເໝີໄປ ແລະ​ນຳ​ເຄື່ອງ​ຖວາຍ​ປະຈຳວັນ​ມາ​ໃຫ້​ພຣະອົງ​ຕາມ​ທີ່​ຂ້ານ້ອຍ​ໄດ້​ສັນຍາ​ໄວ້.</verse>
			</chapter>
			<chapter number="62">
				<verse number="1">ຂ້ານ້ອຍ​ລໍຄອຍ​ດ້ວຍ​ຄວາມ​ອົດທົນ​ຢ່າງ​ຈົດຈໍ່​ໃຫ້​ພຣະເຈົ້າ​ຊ່ວຍ​ໃຫ້​ພົ້ນໄພ ແລະ​ເພິ່ງພາ​ອາໄສ​ພຣະອົງ​ແຕ່​ອົງດຽວ​ເທົ່ານັ້ນ.</verse>
				<verse number="2">ພຣະອົງ​ເທົ່ານັ້ນ​ທີ່​ປົກປ້ອງ​ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ ເມື່ອ​ພຣະອົງ​ເປັນ​ຜູ້​ປ້ອງກັນ​ຂ້ານ້ອຍ​ໄວ້ ຂ້ານ້ອຍ​ຈະ​ບໍ່​ພ່າຍແພ້​ຈັກເທື່ອ.</verse>
				<verse number="3">ພວກເຈົ້າ​ຈະ​ໂຈມຕີ​ຄົນ​ໜຶ່ງ​ໄປ​ດົນ​ປານໃດ ຄື​ຜູ້​ທີ່​ບໍ່​ແຂງແຮງ​ສໍ່າ​ກັບ​ຮົ້ວ​ທີ່​ເພພັງ​ຊໍ້າ?</verse>
				<verse number="4">ພວກເຈົ້າ​ມີ​ແຕ່​ຢາກ​ໃຫ້​ລາວ​ຕົກ​ຈາກ​ຕຳແໜ່ງ​ສູງ ພວກເຈົ້າ​ພໍໃຈ​ຫລາຍ​ແທ້​ທີ່​ໄດ້​ຕົວະ. ພວກເຈົ້າ​ກ່າວ​ຄຳຕ່າງໆ ເປັນ​ຄຳອວຍພອນ ພາຍ​ໃນໃຈ​ພັດ​ເຕັມແຕ່​ຄຳສາບແຊ່ງ.</verse>
				<verse number="5">ຂ້ານ້ອຍ​ເພິ່ງ​ພຣະເຈົ້າ​ແຕ່ພຽງ​ອົງດຽວ ເພາະ​ຄວາມຫວັງ​ຂອງ​ຂ້ານ້ອຍ​ມາ​ຈາກ​ພຣະອົງ.</verse>
				<verse number="6">ພຣະອົງ​ເປັນ​ສີລາ​ແລະ​ຄວາມພົ້ນ​ຂອງ​ຂ້ານ້ອຍ ພຣະອົງ​ເທົ່ານັ້ນ​ເປັນ​ຜູ້​ປ້ອງກັນ​ຂ້ານ້ອຍ​ໄວ້ ຂ້ານ້ອຍ​ຈະ​ບໍ່​ພ່າຍແພ້.</verse>
				<verse number="7">ຄວາມພົ້ນ ແລະ​ກຽດ​ສັກສີ​ຂອງ​ຂ້ານ້ອຍ​ຢູ່​ໃນ​ພຣະເຈົ້າ ພຣະເຈົ້າ​ເປັນ​ສີລາ​ແຫ່ງ​ຄວາມ​ເຂັ້ມແຂງ​ຂອງ​ຂ້ານ້ອຍ ແລະ​ເປັນ​ທີ່​ລີ້ໄພ​ຂອງ​ຂ້ານ້ອຍ.</verse>
				<verse number="8">ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າ​ໄດ້​ທຸກ​ເວລາ ປະຊາຊົນ​ຂອງຂ້ອຍ​ເອີຍ. ຈົ່ງ​ທູນ​ຄວາມ​ເດືອດຮ້ອນ​ທຸກຢ່າງ​ໃຫ້​ພຣະອົງ​ຟັງ ເພາະ​ພຣະອົງ​ເປັນ​ທີ່​ເພິ່ງ​ຂອງ​ພວກເຮົາ.</verse>
				<verse number="9">ມະນຸດ​ຊາດ​ລ້ວນແຕ່​ປຽບ​ດັ່ງ​ລົມຫາຍໃຈ ຜູ້ໃຫຍ່​ຫລື​ຜູ້ນ້ອຍ​ກໍຕາມ ໄຮ້​ຄ່າ​ເໝືອນກັນ. ເມື່ອ​ນຳ​ພວກເຂົາ​ມາ​ຊັ່ງ​ເບິ່ງ​ກໍ​ບໍ່ມີ​ນໍ້າໜັກ​ຫຍັງເລີຍ ພວກເຂົາ​ເບົາກວ່າ​ລົມຫາຍໃຈ​ອີກ​ຊໍ້າ.</verse>
				<verse number="10">ຢ່າ​ສູ່​ວາງໃຈ​ໃນ​ກຳລັງ​ຂອງເຈົ້າ​ເດີ ຢ່າ​ຫວັງ​ຢາກ​ໄດ້​ມາ​ຈາກ​ການ​ລັກໂລບ ຖ້າ​ພວກເຈົ້າ​ເກີດຮັ່ງ​ຄູນມີ ເປັນດີ​ຂຶ້ນ​ກໍຕາມ ກໍ​ຢ່າ​ເພິ່ງ​ໃນ​ຄວາມຮັ່ງມີ​ນັ້ນ.</verse>
				<verse number="11">ຂ້ອຍ​ໄດ້ຍິນ​ພຣະເຈົ້າ​ກ່າວ​ຫລາຍກວ່າ​ໜຶ່ງ​ເທື່ອ​ວ່າ, “ຣິດອຳນາດ​ເປັນ​ຂອງ​ພຣະເຈົ້າ”.</verse>
				<verse number="12">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຄວາມຮັກ​ຂອງ​ພຣະອົງ​ກໍ​ໝັ້ນຄົງ ເພາະ​ພຣະອົງ​ເປັນ​ຜູ້​ປະທານ​ບຳເໜັດ​ລາງວັນ​ໃຫ້​ແກ່​ທຸກຄົນ ຕາມ​ຜົນ​ການກະທຳ​ຂອງ​ເຂົາເຈົ້າ.</verse>
			</chapter>
			<chapter number="63">
				<verse number="1">ຂ້າແດ່​ພຣະເຈົ້າ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຈິດວິນຍານ​ຂອງ​ຂ້ານ້ອຍ​ຫິວກະຫາຍ​ຫາ​ພຣະອົງ ດັ່ງ​ດິນ​ແຫ້ງແລ້ງ​ທີ່​ຂາດ​ນໍ້າ​ລໍ່ລ້ຽງ​ສັນໃດ ເນື້ອໜັງ​ຂອງ​ຂ້ານ້ອຍ​ກໍ​ຫິວກະຫາຍ​ຫາ​ພຣະອົງ​ສັນນັ້ນ.</verse>
				<verse number="2">ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ພົບ​ພຣະອົງ​ໃນ​ພຣະວິຫານ ໃຫ້​ຂ້ານ້ອຍ​ເຫັນ​ຣິດອຳນາດ​ທັງ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="3">ຄວາມຮັກ​ແລະ​ເມດຕາ​ນັ້ນ​ກໍ​ມີຄ່າ​ກວ່າ​ຊີວິດ ສະນັ້ນ ຂ້ານ້ອຍ​ຈຶ່ງ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະອົງ.</verse>
				<verse number="4">ຕາບໃດ​ທີ່​ມີ​ຊີວິດ​ຢູ່ ຂ້ານ້ອຍ​ຈະ​ຖວາຍ​ຄຳ​ໂມທະນາ​ຂອບພຣະຄຸນ​ພຣະອົງ ຂ້ານ້ອຍ​ຈະ​ຍົກ​ມື​ຂຶ້ນ​ຫາ​ພຣະອົງ ພ້ອມ​ກັບ​ຄຳ​ພາວັນນາ​ອະທິຖານ​ຮ້ອງຫາ​ພຣະອົງ.</verse>
				<verse number="5">ຈິດໃຈ​ຂອງ​ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ແລະ​ອີ່ມໜຳ​ສຳລານ ຂ້ານ້ອຍ​ຈະ​ຮ້ອງເພງ​ຍິນດີ​ຍ້ອງຍໍ​ສັນລະເສີນ​ພຣະອົງ.</verse>
				<verse number="6">ເມື່ອ​ຂ້ານ້ອຍ​ນອນລົງ ຂ້ານ້ອຍ​ກໍ​ລະນຶກ​ຄິດເຖິງ​ພຣະອົງ ແລະ​ຄິດເຖິງ​ພຣະອົງ​ຕະຫລອດ​ທັງຄືນ</verse>
				<verse number="7">ເພາະ​ພຣະອົງ​ເປັນ​ພຣະ​ຜູ້ໂຜດຊ່ວຍ​ສະເໝີ​ມາ ຂ້ານ້ອຍ​ຈຶ່ງ​ຮ້ອງເພງ​ຍິນດີ​ໃຕ້​ຮົ່ມ​ປີກ​ຂອງ​ພຣະເຈົ້າ.</verse>
				<verse number="8">ຂ້ານ້ອຍ​ຕິດພັນ​ຢູ່​ກັບ​ພຣະອົງ​ສະເໝີ ແລະ​ມື​ຂອງ​ພຣະອົງ​ກໍ​ຮັກສາ​ຂ້ານ້ອຍ​ໄວ້​ໃຫ້​ປອດໄພ.</verse>
				<verse number="9">ພວກ​ທີ່​ກຳລັງ​ຊອກ​ຫາ​ສັງຫານ​ຂ້ານ້ອຍ ກໍ​ຈະ​ຕ້ອງ​ລົງ​ໄປ​ສູ່​ແດນ​ມໍຣະນາ​ພຸ້ນ.</verse>
				<verse number="10">ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ຊາກສົບ​ຂອງ​ພວກເຂົາ​ກໍ​ຈະ​ຖືກ​ໝາປ່າ​ກັດກິນ.</verse>
				<verse number="11">ສ່ວນ​ກະສັດ​ນັ້ນ​ກໍ​ຈະ​ຊົມຊື່ນ​ຍິນດີ ເພາະວ່າ​ພຣະເຈົ້າ​ໃຫ້​ໄຊຊະນະ​ແກ່​ເພິ່ນ. ຄົນ​ທັງຫລາຍ​ທີ່​ສັນຍາ​ໃນ​ພຣະນາມ​ຂອງ​ພຣະເຈົ້າ ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ແຕ່​ປາກ​ຂອງ​ຄົນ​ຂີ້ຕົວະ​ຈະ​ຖືກ​ງັບ​ໄວ້.</verse>
			</chapter>
			<chapter number="64">
				<verse number="1">ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ເດືອດຮ້ອນ​ແລ້ວ ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ດ້ວຍ ເພາະ​ຂ້ານ້ອຍ​ຢ້ານກົວ​ເຫຼົ່າ​ສັດຕູ ໂຜດ​ຊ່ວຍກູ້​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ດ້ວຍ.</verse>
				<verse number="2">ຂໍ​ຊົງ​ໂຜດ​ຄຸ້ມຄອງ​ຂ້ານ້ອຍ​ຈາກ​ແຜນ​ອຸບາຍ​ຂອງ​ຄົນຊົ່ວຮ້າຍ ຈາກ​ຝຸງຄົນ​ທີ່​ຊົ່ວຮ້າຍ​ທັງຫລາຍ​ນັ້ນ.</verse>
				<verse number="3">ພວກເຂົາ​ຝຶກຝົນ​ລີ້ນ​ໃຫ້​ແຫຼມຄົມ​ດັ່ງ​ດາບ ທັ່ງ​ຄຳເວົ້າ​ອອກ​ມາ​ດັ່ງ​ຍິງ​ໜ້າ​ລູກທະນູ.</verse>
				<verse number="4">ພວກເຂົາ​ວ່ອງໄວ​ໃນ​ການ​ແຜ່​ຄວາມ​ຕົວະຍົວະ​ຢ່າງ​ຂາດ​ຄວາມອາຍ ແລະ​ພວກເຂົາ​ທຳລາຍ​ຄົນດີ​ດ້ວຍ​ຄຳເວົ້າ​ອັນ​ໂຫດຮ້າຍ​ຢ່າງ​ບໍ່​ຢ້ານກົວ.</verse>
				<verse number="5">ພວກເຂົາ​ໜູນໃຈ​ກັນແລະກັນ​ເຖິງ​ແຜນການ​ຊົ່ວ​ຂອງ​ພວກເຂົາ ພວກເຂົາ​ປຶກສາ​ກັນ​ເຖິງ​ບ່ອນ​ທີ່​ພວກເຂົາ​ຈະ​ຫ້າງ​ແຮ້ວ​ໃສ່. ແລ້ວ​ພວກເຂົາ​ກໍ​ເວົ້າ​ຕໍ່​ກັນແລະກັນ ເຖິງ​ແຜນການ​ອັນ​ຊົ່ວຊ້າ​ຂອງ​ພວກເຂົາ​ວ່າ, “ບໍ່ມີ​ຜູ້ໃດ​ດອກ ທີ່​ເຫັນ​ພວກເຮົາ​ໄດ້.”</verse>
				<verse number="6">ພວກເຂົາ​ວາງແຜນ​ຊົ່ວ​ແລະ​ເວົ້າ​ວ່າ, “ເປັນ​ແຜນການ​ທີ່​ດີເລີດ.” ຈິດໃຈ​ແລະ​ຄວາມ​ນຶກຄິດ​ຂອງ​ມະນຸດ ກໍ​ເລິກລັບ​ບໍ່ມີ​ຜູ້ໃດ​ຢັ່ງ​ຮູ້​ໄດ້​ເລີຍ.</verse>
				<verse number="7">ແຕ່​ພຣະເຈົ້າ​ຍິງ​ລູກໜ້າ​ຂອງ​ພຣະອົງ​ໃສ່​ພວກເຂົາ ແລະ​ໃນທັນໃດ​ພວກເຂົາ​ກໍ​ບາດເຈັບ.</verse>
				<verse number="8">ພຣະອົງ​ຈະ​ທຳລາຍ​ພວກເຂົາ​ຍ້ອນ​ຄຳເວົ້າ​ຂອງ​ພວກເຂົາ​ເອງ ທຸກຄົນ​ທີ່​ເຫັນ​ພວກເຂົາ​ຕ່າງ​ກໍ​ແກວ່ງຫົວ.</verse>
				<verse number="9">ພວກເຂົາ​ຈະ​ຢ້ານ​ເມື່ອ​ຄິດເຖິງ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ ແລະ​ຈະ​ບອກ​ເຖິງ​ກິດຈະການ​ຂອງ​ພຣະອົງ.</verse>
				<verse number="10">ສ່ວນ​ຄົນ​ຊອບທຳ​ນັ້ນ​ຈະ​ຊົມຊື່ນ​ຍິນດີ ຍ້ອນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ນັ້ນ. ພວກເຂົາ​ຈະ​ພົບ​ຄວາມ​ປອດໄພ​ໃນ​ພຣະອົງ ຄົນ​ຊອບທຳ​ທຸກຄົນ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ.</verse>
			</chapter>
			<chapter number="65">
				<verse number="1">ຂ້າແດ່​ພຣະເຈົ້າ ຖືກ​ຕ້ອງ​ແລ້ວ​ສຳລັບ​ພວກເຮົາ ທີ່​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ໃນ​ພູເຂົາ​ຊີໂອນ​ນັ້ນ ແລະ​ຮັກສາ​ຄຳສັນຍາ​ຂອງ​ເຮົາ​ທັງຫລາຍ ຊຶ່ງ​ໄດ້​ມີ​ຕໍ່​ພຣະອົງ​ນັ້ນ</verse>
				<verse number="2">ກໍ​ເພາະ​ພຣະອົງ​ຕອບ​ຄຳ​ພາວັນນາ​ອະທິຖານ ຄົນ​ທົ່ວ​ໂລກ​ຈະ​ມາ​ຫາ​ພຣະອົງ​ເມື່ອ​ພວກເຂົາ​ມີ​ຜິດບາບ.</verse>
				<verse number="3">ຄວາມ​ຜິດບາບ​ນັ້ນ​ເຮັດ​ໃຫ້​ພວກ​ຂ້ານ້ອຍ ພ່າຍແພ້​ໄປ ແຕ່​ພຣະອົງ​ໃຫ້​ອະໄພ​ພວກ​ຂ້ານ້ອຍ​ຢ່າງ​ໝົດສິ້ນ.</verse>
				<verse number="4">ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ເອົາ ໃຫ້​ເຂົ້າ​ມາ​ອາໄສ​ຢູ່​ໃນ​ຫໍ​ນະມັດສະການ​ໄດ້. ພວກ​ຂ້ານ້ອຍ​ຈະ​ອີ່ມ​ບໍຣິບູນ​ດ້ວຍ​ຂອງ​ດີ ທັງ​ພຣະພອນ​ນາໆ​ຈາກ​ພຣະວິຫານ​ອັນ​ສັກສິດ​ນັ້ນ.</verse>
				<verse number="5">ຂ້າແດ່​ພຣະເຈົ້າ ພຣະຜູ້ຊ່ວຍ​ໃຫ້ພົ້ນ​ຂອງ​ຂ້ານ້ອຍ ພຣະອົງ​ຕອບ​ພວກ​ຂ້ານ້ອຍ​ໂດຍ​ໃຫ້​ຄວາມ​ມີໄຊ ແລະ​ຊ່ວຍເຫລືອ​ໂດຍ​ການ​ອັດສະຈັນ​ຕ່າງໆ. ປະຊາຊົນ​ທົ່ວ​ໂລກ​ແລະ​ທີ່​ຟາກ​ນໍ້າ​ທີ່​ຫ່າງ​ໄກ ກໍ​ພາ​ກັນ​ເຊື່ອວາງໃຈ​ໃນ​ພຣະອົງ.</verse>
				<verse number="6">ພຣະອົງ​ຕັ້ງ​ພູ​ຜາ​ໄວ້​ດ້ວຍ​ພະລັງ​ຂອງ​ພຣະອົງ ຊຶ່ງ​ສຳແດງ​ໃຫ້​ເຫັນ​ຣິດທະນຸພາບ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.</verse>
				<verse number="7">ພຣະອົງ​ເຮັດ​ໃຫ້​ຄື້ນ​ທະເລ​ອັນ​ປັ່ນປ່ວນ​ສະຫງົບ​ລົງ ສຽງ​ອຶກກະທຶກ​ຂອງ​ປະຊາຊົນ​ມິດງຽບ.</verse>
				<verse number="8">ທົ່ວ​ທັງ​ໂລກ​ຕົກ​ສະທ້ານ​ຢ້ານກົວ ຕໍ່​ສິ່ງ​ອັດສະຈັນ​ອັນ​ຍິ່ງໃຫຍ່ ທີ່​ພຣະອົງ​ໄດ້​ກະທຳ ຈາກ​ສົ້ນ​ໂລກ​ເບື້ອງນີ້​ເຖິງ​ສົ້ນ​ໂລກ​ເບື້ອງນັ້ນ ພຣະ​ຣາຊກິດ​ຂອງ​ພຣະອົງ ຈະ​ນຳ​ສຽງ​ໂຮຮ້ອງ​ຍິນດີ​ມາ.</verse>
				<verse number="9">ພຣະອົງ​ເປັນ​ຜູ້​ຈັດ​ທຸກ​ສິ່ງ​ໃຫ້​ແກ່​ແຜ່ນດິນ ໂດຍ​ສົ່ງ​ນໍ້າ​ຝົນ​ໃຫ້​ຕົກ​ລົງ​ສູ່​ພິພົບ​ໂລກ ພຣະອົງ​ບັນດານ​ໃຫ້​ດິນແດນ​ອຸດົມ​ແລະ​ຮັ່ງມີ ໂດຍ​ມີ​ນໍ້າ​ລໍ່ລ້ຽງ​ປັດຖະພີ​ໃຫ້​ມີ​ຜົນລະປູກ.</verse>
				<verse number="10">ຕໍ່​ໄປ​ນີ້ ຄື​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ: ນາ​ທີ່​ໄຖ​ແລ້ວ​ກໍ​ມີ​ຝົນ​ຫົດ​ດິນ​ໃຫ້​ຊຸ່ມປຽກ ພຣະອົງ​ເຮັດ​ໃຫ້​ມີ​ດິນ​ອ່ອນ​ດ້ວຍ​ຫ່າ​ຝົນ ຊຶ່ງ​ເຮັດ​ໃຫ້​ກ້າ​ເບ້ຍ​ເກີດ​ມີ​ຂຶ້ນ.</verse>
				<verse number="11">ພຣະຄຸນ​ຄວາມດີ​ຂອງ​ພຣະອົງ​ນັ້ນ ເຮັດ​ໃຫ້​ເກັບກ່ຽວ​ໄດ້​ຢ່າງ​ອຸດົມ​ສົມບູນ ບໍ່​ວ່າ​ພຣະອົງ​ຈະ​ໄປ​ທີ່​ໃດ​ກໍ​ອຸດົມ​ສົມບູນ​ທີ່​ນັ້ນ.</verse>
				<verse number="12">ທົ່ງຫຍ້າ​ທັງຫລາຍ​ກໍ​ເຕັມ​ໄປ​ດ້ວຍ​ຝູງສັດ ຕາມ​ເນີນພູ​ກໍ​ມີ​ຄວາມ​ຊົມຊື່ນ​ຍິນດີ.</verse>
				<verse number="13">ຝູງ​ແກະ​ເຕັມ​ຢູ່​ຕາມ​ທົ່ງຫຍ້າ ຕາມ​ຮ່ອມ​ພູ​ເຕັມ​ໄປ​ດ້ວຍ​ເມັດ​ພືດພັນ​ທັນຍາຫານ ສັບພະທຸກສິ່ງ​ກໍ​ເປັ່ງ​ສຽງ​ຮ້ອງລຳ​ທຳເພງ ດ້ວຍ​ຄວາມ​ເບີກບານ​ຊົມຊື່ນ.</verse>
			</chapter>
			<chapter number="66">
				<verse number="1">ປະຊາຊົນ​ທົ່ວ​ໂລກ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ ຈົ່ງ​ໂຮຮ້ອງ​ຍິນດີ​ສັນລະເສີນ​ເຖີດ</verse>
				<verse number="2">ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະນາມ ອັນ​ຊົງ​ສະຫງ່າຣາສີ​ຂອງ​ພຣະອົງ ຈົ່ງ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຢ່າງ​ຊົມຊື່ນ​ຍິນດີ​ເຖີດ</verse>
				<verse number="3">ຈົ່ງ​ເວົ້າ​ຕໍ່​ພຣະເຈົ້າ​ວ່າ, “ສິ່ງ​ທີ່​ພຣະອົງ​ກະທຳ​ນັ້ນ​ກໍ​ອັດສະຈັນ​ທີ່ສຸດ ຄື​ຣິດທານຸພາບ​ຍິ່ງໃຫຍ່ ຈົນ​ສັດຕູ​ກົ້ມຂາບ​ຕໍ່ໜ້າ​ພຣະອົງ​ດ້ວຍ​ຄວາມຢ້ານ.</verse>
				<verse number="4">ທຸກຄົນ​ທີ່​ແຜ່ນດິນ​ໂລກ​ນະມັດສະການ​ພຣະອົງ ພວກເຂົາ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະອົງ. ພວກເຂົາ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ.”</verse>
				<verse number="5">ຈົ່ງ​ມາ​ເບິ່ງ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ຊົງ​ກະທຳ ການ​ອັດສະຈັນ​ທີ່​ຊົງ​ກະທຳ​ທ່າມກາງ​ມະນຸດ.</verse>
				<verse number="6">ພຣະອົງ​ໄດ້​ປ່ຽນ​ທະເລ​ເລິກ​ໃຫ້​ເປັນ​ດິນແຫ້ງ​ໄປ ປູ່ຍ່າຕາຍາຍ​ຂອງ​ພວກເຮົາ​ໄດ້​ຍ່າງ​ຂ້າມ​ນໍ້າ​ນັ້ນ ຢູ່​ທີ່​ນັ້ນ​ພວກເພິ່ນ​ຕ່າງ​ກໍ​ຊົມຊື່ນ​ຍິນດີ ເພາະ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ.</verse>
				<verse number="7">ພຣະອົງ​ປົກຄອງ​ດ້ວຍ​ຣິດທານຸພາບ​ຂອງ​ພຣະອົງ​ສືບໆໄປ ແລະ​ພຣະເນດ​ຂອງ​ພຣະອົງ​ເຝົ້າເບິ່ງ​ຊົນຊາດ​ທັງຫຼາຍ ບໍ່​ໃຫ້​ລຸກຂຶ້ນ​ຕໍ່ສູ້​ພຣະອົງ.</verse>
				<verse number="8">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ຂອງ​ພວກເຮົາ​ເຖີດ ບັນດາ​ຊົນຊາດ​ເອີຍ ຈົ່ງ​ໃຫ້​ທຸກຄົນ​ໄດ້ຍິນ​ສຽງ​ຍ້ອງຍໍ​ສັນລະເສີນ​ນັ້ນ.</verse>
				<verse number="9">ພຣະອົງ​ໄດ້​ໃຫ້​ພວກເຮົາ​ມີ​ຊີວິດ​ຢູ່ ແລະ​ບໍ່ໄດ້​ປ່ອຍ​ໃຫ້​ພວກເຮົາ​ລົ້ມລົງ.</verse>
				<verse number="10">ຂ້າແດ່​ພຣະເຈົ້າ ພຣະອົງ​ທົດລອງ​ເບິ່ງ​ພວກ​ຂ້ານ້ອຍ ເໝືອນ​ດັ່ງ​ເງິນ​ຖືກ​ຊຳລະ​ດ້ວຍ​ໄຟ​ສັນໃດ ພຣະອົງ​ກໍ​ຊົງ​ຊຳລະ​ພວກ​ຂ້ານ້ອຍ​ສັນນັ້ນ.</verse>
				<verse number="11">ພຣະອົງ​ປະ​ໃຫ້​ພວກ​ຂ້ານ້ອຍ​ຖືກ​ແຮ້ວ​ທີ່​ພວກເຂົາ​ດັກ ແລະ​ວາງ​ພາລະໜັກ​ໃສ່​ຫລັງ​ດ້ວຍ.</verse>
				<verse number="12">ພຣະອົງ​ປະ​ໃຫ້​ສັດຕູ​ຢຽບຢໍ່າ​ພວກ​ຂ້ານ້ອຍ ລົງ​ຢູ່​ໃຕ້​ພື້ນ​ຕີນ​ເຂົາເຈົ້າ ພວກ​ຂ້ານ້ອຍ​ໄດ້​ຜ່ານ​ນໍ້າ​ຖ້ວມ​ແລະ​ໄຟ ແຕ່​ບັດນີ້​ພຣະອົງ​ນຳ​ມາ​ເຖິງ​ທີ່​ປອດໄພ​ແລ້ວ.</verse>
				<verse number="13">ຂ້ານ້ອຍ​ຈະ​ນຳ​ເຄື່ອງ​ເຜົາບູຊາ​ມາ​ສູ່​ເຮືອນ ທີ່​ພຣະອົງ​ສະຖິດ​ແລະ​ຖວາຍ​ຕາມ​ທີ່​ໄດ້​ສັນຍາ​ໄວ້.</verse>
				<verse number="14">ຂ້ານ້ອຍ​ຈະ​ຖວາຍ​ແກ່​ພຣະອົງ​ຕາມ​ທີ່​ຂ້ານ້ອຍ​ໄດ້​ເວົ້າ​ໄວ້ ເມື່ອ​ຂ້ານ້ອຍ​ຕົກ​ຢູ່​ໃນ​ຄວາມ​ເດືອດຮ້ອນ.</verse>
				<verse number="15">ຂ້ານ້ອຍ​ຈະ​ເຜົາ​ແກະ​ຖວາຍ​ທີ່​ແທ່ນບູຊາ ຂ້ານ້ອຍ​ຈະ​ຖວາຍ​ແບ້​ກັບ​ງົວເຖິກ ແລະ​ຄວັນໄຟ​ກໍ​ຈະ​ຂຶ້ນ​ສູ່​ທ້ອງຟ້າ.</verse>
				<verse number="16">ທຸກຄົນ​ທີ່​ຢຳເກງ​ພຣະເຈົ້າ ຈົ່ງ​ມາ​ຟັງ​ເອົາ​ສາ ຂ້ອຍ​ຈະ​ບອກ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ເພື່ອ​ຂ້ອຍ.</verse>
				<verse number="17">ຂ້ອຍ​ໄດ້​ຂໍຮ້ອງ​ພຣະອົງ​ໃຫ້​ຊ່ວຍເຫລືອ ຂ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ດ້ວຍ​ບົດເພງ​ຕ່າງໆ.</verse>
				<verse number="18">ຖ້າ​ຂ້ອຍ​ເມີນເສີຍ​ຕໍ່​ບາບ​ທີ່​ຂ້ອຍ​ໄດ້​ເຮັດ​ເອງ ພຣະເຈົ້າຢາເວ​ກໍ​ຄົງ​ບໍ່​ຟັງ​ສຽງ​ຂ້ອຍ​ດອກ.</verse>
				<verse number="19">ແຕ່​ພຣະເຈົ້າ​ໄດ້ຍິນ​ສຽງ​ຂ້ອຍ​ຢ່າງ​ແທ້ຈິງ ພຣະອົງ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງຂ້ອຍ.</verse>
				<verse number="20">ຂໍ​ໃຫ້​ພຣະເຈົ້າ​ເປັນທີ່​ຍ້ອງຍໍ​ສັນລະເສີນ ເພາະ​ພຣະອົງ​ຊົງ​ຟັງ​ຄຳພາວັນນາ​ອະທິຖານ​ຂອງຂ້ອຍ ຫລື​ບໍ່ໄດ້​ຖອນ​ຄວາມຮັກ​ອັນ​ໝັ້ນຄົງ​ໜີໄປ​ຈາກ​ຂ້ອຍ.</verse>
			</chapter>
			<chapter number="67">
				<verse number="1">ຂໍ​ພຣະເຈົ້າ​ຊົງ​ໂຜດ​ອີດູ​ແລະ​ອວຍພອນ​ພວກ​ຂ້ານ້ອຍ​ດ້ວຍ ໂຜດ​ແນມເບິ່ງ​ພວກ​ຂ້ານ້ອຍ​ດ້ວຍ​ຄວາມ​ເມດຕາ​ແດ່ທ້ອນ</verse>
				<verse number="2">ເພື່ອ​ທົ່ວ​ທັງ​ໂລກນີ້​ຈະ​ຮູ້ຈັກ​ພຣະປະສົງ ມະນຸດ​ຊາດ​ຈະ​ຮູ້​ວ່າ​ພຣະອົງ​ຊ່ວຍ​ໃຫ້​ພົ້ນ​ໄດ້.</verse>
				<verse number="3">ຂ້າແດ່​ພຣະເຈົ້າ ຂໍ​ໃຫ້​ປະຊາຊາດ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຂໍ​ໃຫ້​ທຸກ​ຊາດ​ທຸກ​ພາສາ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເທີ້ນ.</verse>
				<verse number="4">ຂໍ​ໃຫ້​ຊົນຊາດ​ຕ່າງໆ ຊົມຊື່ນ​ແລະ​ຍິນດີ ຮ່ວມ​ກັນ​ຮ້ອງເພງ​ຢ່າງ​ເບີກບານ​ເຖີດ ເພາະ​ພຣະອົງ​ຕັດສິນ​ບັນດາ​ຊົນຊາດ​ຢ່າງ​ຍຸດຕິທຳ ແລະ​ນຳພາ​ແຕ່ລະ​ຊົນຊາດ​ເທິງ​ແຜ່ນດິນ​ໂລກ​ນີ້.</verse>
				<verse number="5">ຂ້າແດ່​ພຣະເຈົ້າ ຂໍ​ໃຫ້​ປະຊາຊາດ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຂໍ​ໃຫ້​ທຸກ​ຊາດ​ທຸກ​ພາສາ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເທີ້ນ.</verse>
				<verse number="6">ທີ່ດິນ​ເກີດ​ຜົນລະປູກ​ໃຫ້​ໄດ້​ເກັບກ່ຽວ, ພຣະເຈົ້າ, ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ອວຍພຣະພອນ​ແກ່​ພວກເຮົາ.</verse>
				<verse number="7">ພຣະເຈົ້າ​ໄດ້​ອວຍພອນ​ແກ່​ພວກເຮົາ ຂໍ​ໃຫ້​ປະຊາຊົນ​ທັງໝົດ​ທີ່​ສຸດປາຍ​ແຜ່ນດິນ​ໂລກ ຈົ່ງ​ຖວາຍ​ພຣະກຽດ​ແດ່​ພຣະອົງ.</verse>
			</chapter>
			<chapter number="68">
				<verse number="1">ພຣະເຈົ້າ​ລຸກ​ຂຶ້ນ​ແລະ​ຕີ​ສັດຕູ​ແຕກ​ກະຈັດ​ກະຈາຍ ພວກ​ທີ່​ກຽດຊັງ​ພຣະອົງ​ກໍ​ປົບໜີ​ຢ່າງ​ພ່າຍແພ້.</verse>
				<verse number="2">ພຣະອົງ​ໄລ່​ພວກເຂົາ​ໜີໄປ​ດັ່ງ​ຄວັນໄຟ​ຖືກ​ລົມ​ພັດ​ພ່າຍ ເໝືອນ​ຂີ້ເຜິ້ງ​ທີ່​ເປື່ອຍ​ໃນ​ໄຟ ຄົນຊົ່ວ​ກໍ​ຕາຍ​ຢູ່​ຊ້ອງໜ້າ​ພຣະເຈົ້າ.</verse>
				<verse number="3">ແຕ່​ຄົນ​ຊອບທຳ​ດີໃຈ​ແລະ​ຊົມຊື່ນ​ຢູ່​ຊ້ອງໜ້າ​ພຣະອົງ ພວກເຂົາ​ສຸກໃຈ​ແລະ​ໂຮຮ້ອງ​ຢ່າງ​ມ່ວນຊື່ນ.</verse>
				<verse number="4">ຈົ່ງ​ຮ້ອງເພງ​ແດ່​ພຣະເຈົ້າ ຈົ່ງ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ ຈົ່ງ​ຕຽມ​ທາງ​ໃຫ້​ຜູ້​ຊົງ​ຂີ່​ເມກ​ເປັນ​ພາຫະນະ. ພຣະເຈົ້າຢາເວ​ແມ່ນ​ນາມ​ຂອງ​ພຣະອົງ ຈົ່ງ​ຊົມຊື່ນ​ຍິນດີ​ຢູ່​ຊ້ອງໜ້າ​ພຣະອົງ​ເຖີດ.</verse>
				<verse number="5">ພຣະເຈົ້າ​ຜູ້​ທີ່​ສະຖິດ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ ເປັນຫ່ວງ​ເປັນໃຍ​ລູກກຳພ້າ​ແລະ​ປ້ອງກັນ​ຮັກສາ​ແມ່ໝ້າຍ.</verse>
				<verse number="6">ພຣະອົງ​ໃຫ້​ຄົນ​ເປົ່າປ່ຽວ​ມີ​ເຮືອນ​ຢູ່ອາໄສ ແລະ​ໃຫ້​ນັກໂທດ​ດີໃຈ​ເພາະ​ມີ​ອິດສະຫລະພາບ. ສ່ວນ​ພວກ​ກະບົດ​ນັ້ນ​ຈະ​ຕ້ອງ​ໄປ​ອາໄສ ຢູ່​ໃນ​ດິນແດນ​ທີ່​ມີ​ແຕ່​ຄວາມ​ເປົ່າປ່ຽວ.</verse>
				<verse number="7">ຂ້າແດ່​ພຣະເຈົ້າ ເມື່ອ​ພຣະອົງ​ນຳ​ໜ້າ​ປະຊາຊົນ​ໄປ ເມື່ອ​ຄາວ​ເດີນ​ຂ້າມ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ</verse>
				<verse number="8">ແຜ່ນດິນ​ໂລກ​ໄດ້​ຫວັ່ນໄຫວ​ໄປ​ໝົດ ແລະ​ຟ້າ​ສະຫວັນ​ກໍ​ເທ​ຫ່າຝົນ​ລົງ​ມາ ຕໍ່ໜ້າ​ພຣະເຈົ້າ, ພຣະເຈົ້າ​ແຫ່ງ​ພູເຂົາ​ຊີນາຍ ຕໍ່ໜ້າ​ພຣະເຈົ້າ, ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.</verse>
				<verse number="9">ພຣະອົງ​ໄດ້​ເທ​ຫ່າຝົນ​ລົງ​ໃສ່​ຢ່າງ​ອຸດົມສົມບູນ ໃຫ້​ດິນແດນ​ທີ່​ຊຸດໂຊມ​ອຸດົມສົມບູນ​ຂຶ້ນ​ໃໝ່</verse>
				<verse number="10">ປະຊາຊົນ​ໄດ້​ສ້າງ​ເຮືອນຊານ​ບ້ານຊ່ອງ​ຢູ່ອາໄສ ດ້ວຍ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ ພຣະອົງ​ຈັດຕຽມ​ໃຫ້​ແກ່​ຄົນ​ທຸກຍາກ​ຂັດສົນ​ໃຫ້​ມີຢູ່​ມີກິນ.</verse>
				<verse number="11">ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ອອກ​ຄຳສັ່ງ​ບັນຊາ ແລະ​ບັນດາ​ຜູ້ຍິງ​ກໍ​ນຳ​ໄປ​ປະກາດ​ວ່າ</verse>
				<verse number="12">ກະສັດ​ກັບ​ກອງທັບ​ກຳລັງ​ແລ່ນ​ປົບໜີໄປ ພວກຜູ້ຍິງ​ໃນ​ເຮືອນ​ກໍ​ແບ່ງ​ສິ່ງ​ທີ່​ພວກເຂົາ​ຢຶດ​ໄດ້.</verse>
				<verse number="13">(ເປັນຫຍັງ​ບາງຄົນ​ໃນ​ພວກເຈົ້າ​ຈຶ່ງ​ຢູ່​ໃນ​ຄອກ​ແກະ​ມື້​ທີ່​ສູ້ຮົບ​ນັ້ນ?) ເຖິງ​ປານ​ນັ້ນ​ເໝືອນ​ດັ່ງ​ນົກ​ກາງແກ​ໃຊ້​ເງິນ​ເຄືອບ​ປີກ ແລະ​ຂົນ​ຂອງ​ມັນ​ເຄືອບ​ດ້ວຍ​ຄຳສົດ.</verse>
				<verse number="14">ເມື່ອ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ເຮັດ​ໃຫ້​ບັນດາ​ກະສັດ​ທັງຫຼາຍ​ແຕກ​ກະຈັດ​ກະຈາຍ​ໄປ ຢູ່​ທີ່ນັ້ນ ມັນ​ກໍ​ເໝືອນ​ຫິມະ​ຕົກ​ຢູ່​ເທິງ​ພູເຂົາ​ຊານໂມນ.</verse>
				<verse number="15">ບາຊານ​ເປັນ​ພູເຂົາ​ໃຫຍ່​ທີ່​ແຂງແກ່ນ​ຫລາຍ ເປັນ​ພູ​ທີ່​ມີ​ຫລາຍ​ຈອມ​ຫລາຍຍອດ</verse>
				<verse number="16">ໂອ ພູເຂົາ​ຫຼາຍຍອດ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຫຼຽວ​ລົງມາ​ຢ່າງ​ອິດສາ ໃສ່​ທີ່​ເທິງ​ພູ ບ່ອນ​ທີ່​ພຣະເຈົ້າ​ເອງ​ໄດ້​ເລືອກ​ເປັນ​ບ່ອນ​ຢູ່? ພຣະເຈົ້າຢາເວ​ຈະ​ຢູ່​ທີ່​ນັ້ນ​ຕະຫລອດໄປ.</verse>
				<verse number="17">ດ້ວຍ​ລົດຮົບ​ຢ່າງດີ​ພັນໆ​ຄັນ​ຂອງ​ພຣະອົງ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ສະເດັດ​ມາ​ຈາກ​ພູເຂົາ​ຊີນາຍ ສູ່​ສະຖານທີ່​ສັກສິດ.</verse>
				<verse number="18">ພຣະອົງ​ຂຶ້ນ​ໄປ​ສູ່​ບ່ອນ​ສູງສຸດ​ໂດຍ​ນຳ​ ພວກ​ຊະເລີຍ​ຫລາຍ​ຄົນ​ມາ​ພ້ອມ​ກັບ​ພຣະອົງ ພຣະອົງ​ຮັບ​ເອົາ​ຂອງຂວັນ​ຈາກ​ພວກ​ກະບົດ​ຕໍ່ສູ້ ພຣະເຈົ້າຢາເວ ພຣະເຈົ້າ​ກຳລັງ​ຢູ່​ທີ່ນັ້ນ.</verse>
				<verse number="19">ຈົ່ງ​ຍ້ອງຍໍ​ສັນລະເສີນ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ທີ່​ແບກ​ພາລະໜັກ​ຂອງ​ພວກເຮົາ​ທຸກມື້​ທຸກຄືນ ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ຊ່ວຍກູ້​ເອົາ ພວກເຮົາ​ໃຫ້​ພົ້ນ.</verse>
				<verse number="20">ພຣະເຈົ້າ​ຂອງ​ພວກເຮົາ​ນັ້ນ​ເປັນ​ພຣະເຈົ້າ ແຫ່ງ​ຄວາມ​ລອດພົ້ນ. ພຣະເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຊ່ວຍກູ້​ໃຫ້​ພົ້ນ​ຈາກ​ຕາຍ​ໄດ້.</verse>
				<verse number="21">ແນ່ນອນ​ພຣະເຈົ້າ​ຈະ​ຕີ​ກະໂຫລກ​ຫົວ ພວກ​ສັດຕູ​ຂອງ​ພຣະອົງ​ໃຫ້​ໝຸ່ນ​ທະລາຍ ຄື​ພວກ​ທີ່​ຂືນ​ດຳເນີນ​ຊີວິດ ໃນ​ທາງ​ແຫ່ງ​ຄວາມ​ຜິດບາບ​ຂອງ​ເຂົາເຈົ້າ.</verse>
				<verse number="22">ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ສັດຕູ​ຂອງ​ພວກເຈົ້າ ໃຫ້​ຄືນ​ມາ​ຈາກ​ບາຊານ ເຮົາ​ຈະ​ນຳ​ເອົາ​ພວກເຂົາ​ໃຫ້​ກັບຄືນ​ມາ ຈາກ​ບ່ອນ​ເລິກ​ສຸດ​ຂອງ​ມະຫາສະໝຸດ​ນັ້ນ</verse>
				<verse number="23">ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ລູຍ​ເລືອດ​ຂອງ​ພວກເຂົາ​ໄປ ແລະ​ຝູງ​ໝາ​ກໍ​ຈະ​ໄດ້​ເລຍ​ກິນ​ຕາມ​ໃຈຊອບ.”</verse>
				<verse number="24">ຂ້າແດ່​ພຣະເຈົ້າ ທຸກຄົນ​ໄດ້​ເຫັນ​ຂະບວນ​ແຫ່​ໄຊຊະນະ​ຂອງ​ພຣະອົງ ຜູ້​ທີ່​ເປັນ​ກະສັດ​ຂອງ​ຂ້ານ້ອຍ ແຫ່​ໄປ​ສູ່​ສະຖານທີ່​ສັກສິດ​ຂອງ​ພຣະອົງ​ນັ້ນ.</verse>
				<verse number="25">ພວກ​ນັກຮ້ອງ​ຢູ່​ດ້ານ​ໜ້າ ພວກດົນຕຼີ​ຢູ່​ດ້ານຫລັງ ທາງກາງ​ມີ​ພວກ​ຍິງ​ສາວໜຸ່ມ​ກຳລັງ​ຕີ​ກອງ​ໄປ​ພ້ອມ.</verse>
				<verse number="26">“ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ເຖີດ ຄົນ​ທັງຫລາຍ​ທີ່​ເປັນ​ຊາດ​ອິດສະຣາເອນ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ໃນ​ທີ່​ຊຸມນຸມຊົນ​ທັງຫລາຍ.”</verse>
				<verse number="27">ເບັນຢາມິນ​ເປັນ​ເຜົ່ານ້ອຍ​ທີ່ສຸດ​ໃຫ້​ມາ​ກ່ອນ ແລ້ວ​ຜູ້ນຳ​ເຜົ່າຢູດາ​ພ້ອມ​ໝວດ​ໝູ່​ຂອງ​ພວກຕົນ ທັງ​ພວກຜູ້ນຳ​ເຜົ່າ​ເຊບູໂລນ​ແລະ​ເນັບທາລີ ກໍ​ໃຫ້​ພາກັນ​ເດີນ​ຕິດຕາມ​ໄປ​ນຳ​ດ້ວຍ.</verse>
				<verse number="28">ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ສຳແດງ​ຣິດອຳນາດ​ຂອງ​ພຣະອົງ; ຂ້າແດ່​ພຣະເຈົ້າ ດັ່ງ​ທີ່​ພຣະອົງ​ເຄີຍ​ກະທຳ​ເພື່ອ​ນຳພາ​ພວກ​ຂ້ານ້ອຍ​ນັ້ນ.</verse>
				<verse number="29">ຈາກ​ພຣະວິຫານ​ຂອງ​ພຣະອົງ​ໃນ​ນະຄອນ​ເຢຣູຊາເລັມ ບ່ອນ​ທີ່​ບັນດາ​ກະສັດ​ນຳ​ຂອງຂວັນ​ມາ​ຖວາຍ​ໃຫ້​ພຣະອົງ.</verse>
				<verse number="30">ຈົ່ງ​ນາບຂູ່​ສັດປ່າ​ທີ່​ຢູ່​ທ່າມກາງ​ຕົ້ນອໍ້​ທັງຫລາຍ ຄື​ຝູງ​ງົວເຖິກ​ແລະ​ລູກ​ຂອງ​ມັນ ທີ່​ຢູ່​ທ່າມກາງ​ບັນດາ​ຊົນຊາດ​ທັງປວງ ຈົນກວ່າ​ພວກເຂົາ​ທັງໝົດ​ຈະ​ຍອມ​ຢູ່​ໃຕ້​ບັງຄັບ​ແລະ​ນຳ​ເອົາ​ເງິນ​ມາ​ຖວາຍ ຈົ່ງ​ຕີ​ພວກເຂົາ​ໃຫ້​ແຕກ​ກະຈັດ​ກະຈາຍ ຄື​ພວກ​ທີ່​ມັກ​ເຮັດ​ເສິກ​ສົງຄາມ.</verse>
				<verse number="31">ບັນດາ​ຄະນະທູດ​ຈະ​ມາ​ຈາກ​ເອຢິບ ຊາວ​ເອທີໂອເປຍ​ຈະ​ຍົກ​ມື​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ.</verse>
				<verse number="32">ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະເຈົ້າ​ເຖີດ ບັນດາ​ອານາຈັກ​ແຫ່ງ​ໂລກ​ເອີຍ ຈົ່ງ​ຮ້ອງເພງ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ ແກ່​ອົງພຣະ​ຜູ້​ເປັນເຈົ້າ​ເຖີດ</verse>
				<verse number="33">ຜູ້​ໃຊ້​ຟ້າ​ສະຫວັນ​ເປັນ​ພາຫະນະ ຄື​ຜູ້​ໃຊ້​ຟ້າ​ສະຫວັນ​ແຕ່​ດຶກດຳບັນ. ຈົ່ງ​ຟັງ​ຜູ້​ທີ່​ເປັ່ງ​ສຽງ​ຮ້ອງ​ດ້ວຍ​ຣິດອຳນາດ.</verse>
				<verse number="34">ຈົ່ງ​ປະກາດ​ເຖິງ​ຣິດທານຸພາບ​ຂອງ​ພຣະເຈົ້າ ພຣະ​ສະຫງ່າຣາສີ​ທີ່​ປົກຄຸມ​ເໜືອ​ອິດສະຣາເອນ ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ຢູ່​ເໜືອ​ທ້ອງຟ້າ.</verse>
				<verse number="35">ພຣະເຈົ້າ ພຣະອົງ​ເປັນ​ທີ່​ໜ້າຢຳເກງ​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ ແຕ່​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ​ນັ້ນ ຄື​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ຜູ້​ໃຫ້​ພະລັງ ແລະ​ອຳນາດ​ແກ່​ປະຊາຊົນ​ຂອງ​ພຣະອົງ. ສັນລະເສີນ​ພຣະເຈົ້າ.</verse>
			</chapter>
			<chapter number="69">
				<verse number="1">ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ດ້ວຍ ເພາະ​ນໍ້າ​ມາກ​ຂຶ້ນ​ຖ້ວມ​ຮອດ​ຄໍ​ແລ້ວ.</verse>
				<verse number="2">ຂ້ານ້ອຍ​ກຳລັງ​ຈົມ​ລົງ​ໃນ​ຂີ້ຕົມ​ທີ່​ບໍ່ມີ​ພື້ນ​ຢັນ ຂ້ານ້ອຍ​ຈົມ​ຢູ່​ໃນ​ນໍ້າ​ເລິກ ແລະ​ຄື້ນ​ກໍ​ກຳລັງ​ດຶງ​ຂ້ານ້ອຍ​ລົງ.</verse>
				<verse number="3">ຂ້ານ້ອຍ​ອິດອ່ອນ​ຍ້ອນ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ ຈົນ​ລຳຄໍ​ຂ້ານ້ອຍ​ເຈັບປວດ​ຍ້ອນ. ສ່ວນ​ສາຍ​ຕາ​ຂ້ານ້ອຍ​ນັ້ນ​ກໍ​ອ່ອນແຮງ​ລົງ ເພາະ​ມົວ​ແຕ່​ແນມ​ຫາ​ພຣະອົງ​ມາ​ຊ່ວຍ.</verse>
				<verse number="4">ພວກ​ທີ່​ກຽດຊັງ​ຂ້ານ້ອຍ​ໂດຍ​ບໍ່ມີ​ເຫດຜົນ​ຫຍັງ ກໍ​ມີ​ຫລາຍກວ່າ​ເສັ້ນຜົມ​ທີ່​ຫົວ​ຂອງ​ຂ້ານ້ອຍ. ສັດຕູ​ຂອງ​ຂ້ານ້ອຍ​ຫາ​ເລື່ອງ​ໃສ່​ໂດຍ​ເວົ້າຕົວະ ພວກເຂົາ​ແຂງແຮງ​ຫລາຍ​ໝາຍ​ທີ່​ຈະ​ທຳລາຍ. ສິ່ງທີ່​ຂ້ານ້ອຍ​ບໍ່ໄດ້​ລັກ​ຫລື​ໂລບ​ເອົາ​ໄປ ຊໍ້າ​ຖືກ​ບັງຄັບ​ໃຫ້​ສົ່ງ​ຄືນ​ສິ່ງນັ້ນ.</verse>
				<verse number="5">ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ເຊື່ອງ​ຄວາມ​ຜິດບາບ​ຈາກ​ພຣະອົງ​ບໍ່ໄດ້​ດອກ ຂ້ານ້ອຍ​ໂງ່ຈ້າ​ສໍ່າໃດ ພຣະອົງ​ກໍ​ຮູ້​ແລ້ວ.</verse>
				<verse number="6">ໂອ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຂໍ​ຢ່າ​ໃຫ້​ຜູ້​ໄວ້ວາງໃຈ​ໃນ​ພຣະອົງ​ຖືກ​ອັບອາຍ​ຍ້ອນ​ຂ້ານ້ອຍ ໂອ ຂ້າແດ່​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ເອີຍ ຂໍ​ຢ່າ​ໃຫ້​ຜູ້​ນະມັດສະການ​ພຣະອົງ​ເສຍ​ຍ້ອນ​ຂ້ານ້ອຍ​ດ້ວຍ.</verse>
				<verse number="7">ແມ່ນ​ເຫັນ​ແກ່​ພຣະອົງ ຂ້ານ້ອຍ​ຈຶ່ງ​ຖືກ​ໝິ່ນປະໝາດ ແລະ​ຖືກ​ອັບອາຍ​ຂາຍໜ້າ​ດ້ວຍ.</verse>
				<verse number="8">ຂ້ານ້ອຍ​ເປັນ​ດັ່ງ​ຄົນ​ແປກໜ້າ​ຕໍ່​ພີ່ນ້ອງ​ຂອງຕົນ ເປັນ​ດັ່ງ​ຄົນ​ຕ່າງດ້າວ​ຕໍ່​ຄອບຄົວ​ຂອງຕົນເອງ​ດ້ວຍ.</verse>
				<verse number="9">ການ​ອຸທິດຕົວ​ຕໍ່​ພຣະວິຫານ​ລຸກ​ໄໝ້​ຄື​ໄຟ​ຢູ່​ພາຍ​ໃນ ຄຳໝິ່ນປະໝາດ​ຂອງ​ຜູ້​ທີ່​ເຍາະເຍີ້ຍ​ພຣະອົງ​ກໍ​ຖືກ​ຂ້ານ້ອຍ​ແລ້ວ.</verse>
				<verse number="10">ເມື່ອ​ຂ້ານ້ອຍ​ອົດອາຫານ​ແລະ​ຖ່ອມຕົວ​ລົງ ຄົນ​ກໍ​ໝິ່ນປະໝາດ​ຂ້ານ້ອຍ​ຫຼາຍຂຶ້ນ;</verse>
				<verse number="11">ເມື່ອ​ຂ້ານ້ອຍ​ນຸ່ງ​ຜ້າ​ກະສອບ​ເຂົ້າ​ໄວ້ທຸກ ຄົນ​ກໍ​ຫົວຂວັນ​ເຍາະເຍີ້ຍ​ຂ້ານ້ອຍ​ຊໍ້າ.</verse>
				<verse number="12">ຄົນ​ເວົ້າ​ເລື່ອງ​ຂ້ານ້ອຍ​ນັ້ນ​ຕາມ​ຫົນທາງ ແລະ​ຄົນ​ຂີ້ເຫລົ້າ​ກໍ​ແຕ່ງເພງ​ຮ້ອງ​ສຽດສີ​ໃສ່​ຂ້ານ້ອຍ.</verse>
				<verse number="13">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ພາວັນນາ​ອະທິຖານ​ຫາ​ພຣະອົງ ຂ້າແດ່​ພຣະເຈົ້າ ໂຜດ​ຕອບ​ຕາມ​ເວລາ​ທີ່​ພຣະອົງ​ໄດ້​ຊົງ​ເລືອກໄວ້ ດ້ວຍ​ຄວາມຮັກ​ອັນ​ຍິ່ງໃຫຍ່​ໂຜດ​ຕອບ​ຂ້ານ້ອຍ ໂຜດ​ຮັກສາ​ຄຳສັນຍາ​ທີ່​ວ່າ​ຈະ​ຊ່ວຍ​ໃຫ້​ພົ້ນ.</verse>
				<verse number="14">ໂຜດ​ຊ່ວຍກູ້​ຂ້ານ້ອຍ​ຈາກ​ການ​ຈົມລົງ​ໃນ​ບຶງ​ຂີ້ຕົມ ໃຫ້​ປອດໄພ​ຈາກ​ນໍ້າ​ເລິກ​ແລະ​ສັດຕູ​ແດ່ທ້ອນ.</verse>
				<verse number="15">ຂໍ​ຢ່າ​ໃຫ້​ນໍ້າ​ນອງ​ໄຫລ​ຖ້ວມ​ຂ້ານ້ອຍ ຂໍ​ຢ່າ​ໃຫ້​ລົ້ມລົງ​ໃນ​ຂຸມຝັງສົບ​ເລີຍ.</verse>
				<verse number="16">ຂ້າແດ່​ພຣະເຈົ້າຢາເວ ໃນ​ພຣະຄຸນ​ຄວາມດີ ແຫ່ງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ນັ້ນ ຂໍ​ຊົງ​ຕອບ​ຂ້ານ້ອຍ​ດ້ວຍ ແລະ​ໃນ​ຄວາມ​ເມດຕາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ໂຜດ​ຕອບ​ແລະ​ຫັນ​ມາ​ຫາ​ຂ້ານ້ອຍ​ດ້ວຍ</verse>
				<verse number="17">ຂໍ​ຢ່າ​ຫັນໜີ​ຈາກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເລີຍ ບັດນີ້ ຂໍ​ຊົງ​ໂຜດ​ຕອບ​ດ້ວຍ ເພາະ​ເດືອດຮ້ອນ​ທີ່ສຸດ​ແລ້ວ</verse>
				<verse number="18">ຂໍ​ຊົງ​ໂຜດ​ມາ​ຫາ​ດ້ວຍ​ແລະ​ຊ່ວຍ​ໃຫ້​ພົ້ນ​ໄພ​ແດ່ ໂຜດ​ຊ່ວຍ​ກູ້​ເອົາ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ພວກ​ສັດຕູ​ຂອງ​ຂ້ານ້ອຍ​ດ້ວຍ.</verse>
				<verse number="19">ພຣະອົງ​ຮູ້​ວ່າ​ຂ້ານ້ອຍ​ຖືກ​ໝິ່ນປະໝາດ​ສໍ່າໃດ ແລະ​ທັງ​ຖືກ​ອັບອາຍ​ຂາຍໜ້າ​ສໍ່າໃດ​ດ້ວຍ. ນອກນີ້​ຂ້ານ້ອຍ​ກໍ​ຍັງ​ຖືກ​ເສຍກຽດ​ຫລາຍ ພຣະອົງ​ເຫັນ​ສັດຕູ​ທັງໝົດ​ຂອງ​ຂ້ານ້ອຍ​ໄດ້.</verse>
				<verse number="20">ຄຳ​ໝິ່ນປະໝາດ​ເຮັດ​ໃຫ້​ຈິດໃຈ​ຂອງ​ຂ້ານ້ອຍ​ເມື່ອຍ​ອິດອ່ອນ​ຫລາຍ ແລະ​ເຮັດ​ໃຫ້​ຂ້ານ້ອຍ​ໝົດຫວັງ​ດ້ວຍ. ຂ້ານ້ອຍ​ຫວັງ​ວ່າ​ຈະ​ມີ​ຜູ້​ເຫັນອົກເຫັນໃຈ ຫວັງ​ຕໍ່​ຜູ້​ເລົ້າໂລມ​ໃຈ​ແຕ່​ກໍ​ບໍ່​ເຫັນ​ປານນີ້.</verse>
				<verse number="21">ເມື່ອ​ຂ້ານ້ອຍ​ຫິວເຂົ້າ ພວກເຂົາ​ພັດ​ຍື່ນ​ຢາພິດ​ໃຫ້​ກິນ ເມື່ອ​ຫິວນໍ້າ ພວກເຂົາ​ພັດ​ເອົາ​ນໍ້າສົ້ມ​ໃຫ້​ດື່ມ.</verse>
				<verse number="22">ຂໍ​ໃຫ້​ງານລ້ຽງ​ອັນ​ໃຫຍ່ໂຕ​ນັ້ນ​ທຳລາຍ​ພວກເຂົາ​ລົງ ຂໍ​ໃຫ້​ການລ້ຽງ​ອັນ​ສັກສິດ​ເຮັດ​ໃຫ້​ພວກເຂົາ​ຫຼົ້ມຈົມ​ເຖີດ.</verse>
				<verse number="23">ຂໍ​ພຣະອົງ​ເຮັດ​ໃຫ້​ພວກເຂົາ​ຕາບອດ​ໄປ ຂໍ​ໃຫ້​ຫລັງ​ຂອງ​ພວກເຂົາ​ກົ່ງ​ຢູ່​ເລື້ອຍໆ​ໄປ.</verse>
				<verse number="24">ຈົ່ງ​ຖອກເທ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ໃສ່​ພວກເຂົາ ຈົ່ງ​ປ່ອຍ​ຄວາມ​ໂກດແຄ້ນ​ໄລ່​ຄຸບ​ພວກເຂົາ​ເຖີດ.</verse>
				<verse number="25">ຂໍ​ໃຫ້​ຄ້າຍພັກ​ຂອງ​ພວກເຂົາ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຂໍ​ຢ່າ​ໃຫ້​ມີ​ຜູ້ໃດ​ລອດຕາຍ​ໃນ​ຜ້າເຕັນ​ຂອງ​ເຂົາເຈົ້າ.</verse>
				<verse number="26">ເພາະ​ພວກເຂົາ​ຂົ່ມເຫັງ​ພວກ​ທີ່​ພຣະອົງ​ໄດ້​ລົງໂທດ​ທັນ ພວກເຂົາ​ເວົ້າ​ເລື່ອງ​ທົນທຸກ​ຂອງ​ຜູ້​ທີ່​ຊົງ​ໃຫ້​ເຈັບປວດ.</verse>
				<verse number="27">ຂໍ​ຊົງ​ໂຜດ​ບັນທຶກ​ບາບ​ທັງໝົດ​ຂອງ​ພວກເຂົາ​ໄວ້​ດ້ວຍ ຂໍ​ຢ່າ​ໃຫ້​ພວກເຂົາ​ມີ​ສ່ວນ​ໃນ​ຄວາມພົ້ນ.</verse>
				<verse number="28">ໃນ​ທະບຽນ​ແຫ່ງ​ຊີວິດ​ຂໍ​ໃຫ້​ຊື່​ຂອງ​ພວກເຂົາ​ຖືກ​ລຶບ ຂໍ​ຢ່າ​ຈົດ​ຊື່​ຂອງ​ພວກເຂົາ​ເຂົ້າ​ໃນ​ທະບຽນ​ແຫ່ງ​ບັນດາ​ຄົນຊອບທຳ.</verse>
				<verse number="29">ຂ້າແດ່​ພຣະເຈົ້າ ແຕ່​ຂ້ານ້ອຍ​ຍັງ​ເຈັບປວດ​ສິ້ນຫວັງ ໂຜດ​ຍົກ​ຂ້ານ້ອຍ​ຂຶ້ນ​ແລະ​ຊ່ວຍ​ໃຫ້​ພົ້ນໄພ​ດ້ວຍ.</verse>
				<verse number="30">ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າ​ດ້ວຍ​ບົດເພງ ຂ້ານ້ອຍ​ຈະ​ປະກາດ​ໂດຍ​ການ​ໂມທະນາ​ຂອບພຣະຄຸນ ຣິດທານຸພາບ​ຂອງ​ພຣະອົງ.</verse>
				<verse number="31">ການນີ້​ຈະ​ເຮັດ​ໃຫ້​ພຣະເຈົ້າຢາເວ​ພໍໃຈ​ກວ່າ​ການ​ຖວາຍບູຊາ​ງົວ ຫລື​ຖວາຍບູຊາ​ງົວເຖິກ​ເປັນໂຕ​ແກ່​ພຣະອົງ​ນັ້ນ.</verse>
				<verse number="32">ເມື່ອ​ພວກ​ທີ່​ຖືກ​ກົດຂີ່​ໄດ້​ເຫັນ​ການນີ້​ກໍ​ຈະ​ດີໃຈ ຜູ້​ທີ່​ສະແຫວງຫາ​ພຣະເຈົ້າ​ກໍໄດ້​ຄຳ​ເລົ້າໂລມ​ໃຈ​ດ້ວຍ.</verse>
				<verse number="33">ພຣະເຈົ້າຢາເວ​ຮັບ​ຟັງ​ຜູ້ຂັດສົນ​ພາວັນນາ​ອະທິຖານ​ຫາ​ພຣະອົງ ແລະ​ບໍ່​ລືມໄລ​ປະຊາຊົນ​ຂອງ​ພຣະອົງ​ຢູ່​ໃນ​ຄຸກ.</verse>
				<verse number="34">ໂອ ຟ້າ​ສະຫວັນ​ກັບ​ແຜ່ນດິນ​ໂລກ​ເອີຍ ທະເລ​ກັບ​ທຸກສິ່ງ​ໃນ​ນັ້ນ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ</verse>
				<verse number="35">ພຣະອົງ​ຈະ​ຊ່ວຍ​ນະຄອນ​ເຢຣູຊາເລັມ​ໃຫ້​ພົ້ນໄພ ແລະ​ສ້າງ​ເມືອງ​ຂອງ​ຢູດາ​ຂຶ້ນ​ໃໝ່. ທີ່​ນັ້ນ​ປະຊາຊົນ​ຕ່າງ​ກໍ​ຈະ​ໄດ້​ຢູ່ອາໄສ ເປັນ​ກຳມະສິດ​ດິນແດນ​ສຳລັບ​ເຂົາເຈົ້າ.</verse>
				<verse number="36">ພວກ​ລູກຫລານ​ຂອງ​ຜູ້ຮັບໃຊ້​ພຣະອົງ​ຈະ​ໄດ້​ຮັບ​ມູນ​ມໍຣະດົກ ແລະ​ພວກ​ທີ່​ຮັກ​ພຣະອົງ​ກໍ​ຈະ​ໄດ້​ຢູ່​ໃນ​ທີ່ນັ້ນ.</verse>
			</chapter>
			<chapter number="70">
				<verse number="1">ໂອ ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ແດ່ ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຊ່ວຍ​ຂ້ານ້ອຍ​ດຽວນີ້​ເທີ້ນ.</verse>
				<verse number="2">ຂໍ​ໃຫ້​ພວກ​ທີ່​ຊອກ​ສັງຫານ​ຂ້ານ້ອຍ​ນັ້ນ​ພ່າຍແພ້ ແລະ​ສັບສົນ​ວຸ້ນວາຍ. ຂໍ​ໃຫ້​ຄົນ​ທີ່​ດີໃຈ​ຍ້ອນ​ເຫັນ​ຂ້ານ້ອຍ​ເດືອດຮ້ອນ ຖອຍໜີ​ອອກ​ໄປ​ແລະ​ຖືກ​ອັບອາຍ​ຂາຍໜ້າ.</verse>
				<verse number="3">ຂໍ​ໃຫ້​ຄົນ​ທີ່​ຫົວ​ເຍາະເຍີ້ຍ​ຂ້ານ້ອຍ​ນັ້ນ ຕົກ​ຕະລຶງ​ໄປ​ຍ້ອນ​ພວກເຂົາ​ພ່າຍແພ້.</verse>
				<verse number="4">ຂໍ​ໃຫ້​ທຸກຄົນ​ທີ່​ມາຫາ​ພຣະອົງ​ຊົມຊື່ນ​ຍິນດີ. ຂໍ​ໃຫ້​ທຸກຄົນ​ໂມທະນາ​ຂອບພຣະຄຸນ​ທີ່​ຊົງ​ຊ່ວຍ​ເຂົາ​ໃຫ້​ພົ້ນ ຂໍ​ໃຫ້​ທຸກຄົນ​ກ່າວ​ຢູ່​ຢ່າງ​ສະໝໍ່າ​ສະເໝີ​ວ່າ, “ພຣະເຈົ້າ​ຍິ່ງໃຫຍ່!”</verse>
				<verse number="5">ໂອ ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ອ່ອນແຮງ​ທັງ​ລຳບາກ​ຫຼາຍ ຂ້າແດ່​ພຣະເຈົ້າຢາເວ​ເອີຍ ຂໍ​ຊົງ​ໂຜດ​ມາ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ໄວໆ​ດ້ວຍ​ເຖີດ.</verse>
			</chapter>
			<chapter number="71">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ມາ​ຫາ ເພື່ອ​ຂໍ​ໃຫ້​ພຣະອົງ​ປົກປ້ອງ​ຄຸ້ມຄອງ ຂໍ​ຢ່າ​ປະປ່ອຍ​ຂ້ານ້ອຍ ໃຫ້​ພ່າຍແພ້​ເລີຍ</verse>
				<verse number="2">ເພາະ​ພຣະອົງ​ຊົງ​ຊອບທຳ ໂຜດ​ມາ​ຊ່ວຍ​ຂ້ານ້ອຍ ແລະ​ກອບກູ້​ເອົາ​ຂ້ານ້ອຍ​ດ້ວຍ ໂຜດ​ຫງ່ຽງ​ຫູ​ຟັງ​ແລະ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນ​ແດ່ທ້ອນ</verse>
				<verse number="3">ໂຜດ​ເປັນ​ບ່ອນ​ລີ້​ອັນ​ປອດໄພ​ສຳລັບ​ຂ້ານ້ອຍ ແລະ​ໂຜດ​ເປັນ​ປ້ອມ ອັນ​ໝັ້ນຄົງ ເພື່ອ​ຄຸ້ມຄອງ​ຂ້ານ້ອຍ ເພາະ​ພຣະອົງ​ເປັນ​ທີ່​ເພິ່ງ ແລະ​ທີ່​ປ້ອງກັນ​ຂອງ​ຂ້ານ້ອຍ.</verse>
				<verse number="4">ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ຊົງ​ໂຜດ​ຊ່ວຍກູ້​ຈາກ​ຄົນຊົ່ວຮ້າຍ ຈາກ​ອຳນາດ​ຂອງ​ຄົນ​ໂຫດຮ້າຍ​ແລະ​ຊົ່ວຊາມ.</verse>
				<verse number="5">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າຢາເວ​ເອີຍ ຂ້ານ້ອຍ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະອົງ ຂ້ານ້ອຍ​ໄດ້​ໄວ້ວາງໃຈ​ໃນ​ພຣະອົງ ຕັ້ງແຕ່​ຂ້ານ້ອຍ​ຍັງ​ເປັນ​ຄົນໜຸ່ມ.</verse>
				<verse number="6">ຂ້ານ້ອຍ​ເພິ່ງ​ພຣະອົງ​ຊົ່ວຊີວິດ​ສືບມາ ພຣະອົງ​ຈຶ່ງ​ໄດ້​ຮັກສາ​ຂ້ານ້ອຍ​ໄວ້ ຕັ້ງແຕ່​ມື້​ເກີດ​ກໍ​ຄຸ້ມຄອງ​ຕະຫລອດມາ ຈຶ່ງ​ຂໍ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຕໍ່ໄປ​ເລື້ອຍໆ.</verse>
				<verse number="7">ຊີວິດ​ຂ້ານ້ອຍ​ໄດ້​ເປັນ​ຕົວຢ່າງ​ໃຫ້​ຫລາຍ​ຄົນ ເພາະ​ພຣະອົງ​ເປັນ​ທີ່​ປ້ອງກັນ​ອັນ​ເຂັ້ມແຂງ​ໃຫ້​ແກ່​ຂ້ານ້ອຍ.</verse>
				<verse number="8">ຕະຫລອດ​ວັນ​ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ ແລະ​ກ່າວ​ເຖິງ​ສະຫງ່າຣາສີ​ຂອງ​ພຣະອົງ.</verse>
				<verse number="9">ດຽວນີ້​ຂ້ານ້ອຍ​ເຖົ້າແກ່​ຊະຣາ ຂໍ​ຢ່າ​ປະປ່ອຍ​ຂ້ານ້ອຍ ດຽວ​ນີ້​ກໍ​ອ່ອນແຮງ ຂໍ​ຢ່າ​ປະຖິ້ມ​ຂ້ານ້ອຍ​ເລີຍ.</verse>
				<verse number="10">ເຫຼົ່າ​ສັດຕູ​ຢາກ​ເອົາ​ຊີວິດ​ຂ້ານ້ອຍ​ເສຍ ພວກເຂົາ​ເວົ້າ​ກັນ​ແລະ​ວາງ​ອຸບາຍ​ຕໍ່ສູ້​ຂ້ານ້ອຍ​ຢູ່.</verse>
				<verse number="11">ພວກເຂົາ​ເວົ້າ​ກັນ​ວ່າ, “ພຣະເຈົ້າ​ປະຖິ້ມ​ລາວ​ແລ້ວ ໃຫ້​ພວກເຮົາ​ຕາມ​ໄປ​ຈັບ​ເອົາ​ລາວ​ເທາະ ເພາະ​ບໍ່ມີ​ຜູ້ໃດ​ທີ່​ຈະ​ມາ​ຊ່ວຍເຫລືອ​ເອົາ​ລາວ ຫລື​ຊ່ວຍກູ້​ເອົາ​ລາວ​ໄວ້​ອີກ​ແລ້ວ.”</verse>
				<verse number="12">ຂ້າແດ່​ພຣະເຈົ້າ ຂໍ​ຢ່າ​ຢູ່​ຫ່າງໄກ​ຈາກ​ຂ້ານ້ອຍ​ເລີຍ​ເທາະ ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ຟ້າວ​ມາ​ຊ່ວຍເຫຼືອ​ຂ້ານ້ອຍ​ດ້ວຍ.</verse>
				<verse number="13">ຂໍ​ໃຫ້​ຄົນ​ທີ່​ໂຈມຕີ​ຂ້ານ້ອຍ​ພ່າຍແພ້​ເສຍ ແລະ​ໃຫ້​ຖືກ​ທຳລາຍ​ດ້ວຍ ຂໍ​ໃຫ້​ຄົນ​ທີ່​ຊອກ​ທຳຮ້າຍ​ຂ້ານ້ອຍ​ຖືກ​ອັບອາຍ ແລະ​ໃຫ້​ພວກເຂົາ​ເສື່ອມເສຍ​ກຽດຕິຍົດ.</verse>
				<verse number="14">ຂ້ານ້ອຍ​ມີ​ຫວັງ​ຢູ່​ໃນ​ພຣະອົງ​ເລື້ອຍໄປ ແລະ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຫລາຍກວ່າ​ເກົ່າ.</verse>
				<verse number="15">ຂ້ານ້ອຍ​ຈະ​ກ່າວ​ເຖິງ​ພຣະຄຸນ​ຄວາມດີ ແລະ​ຈະ​ເວົ້າ​ເຖິງ​ຄວາມພົ້ນ​ຢູ່​ຕະຫລອດ​ວັນ ຄື​ຄວາມ​ຊ່ວຍ​ໃຫ້​ພົ້ນໄພ​ຂອງ​ພຣະອົງ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ບໍ່​ສາມາດ​ເຂົ້າໃຈ​ໄດ້​ທັງໝົດ​ກໍຕາມ.</verse>
				<verse number="16">ຂ້ານ້ອຍ​ຈະ​ເຂົ້າ​ໄປ​ໃນ​ຣິດອຳນາດ​ພຣະອົງ ຄື​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ຂ້ານ້ອຍ​ຈະ​ປະກາດ​ເຖິງ​ພຣະຄຸນ​ຄວາມດີ ຄື​ຄຸນຄວາມດີ​ຂອງ​ພຣະອົງ​ແຕ່​ເທົ່ານັ້ນ.</verse>
				<verse number="17">ຂ້າແດ່​ພຣະເຈົ້າ ພຣະອົງ​ໄດ້​ສັ່ງສອນ​ຂ້ານ້ອຍ​ຕັ້ງແຕ່​ຍັງ​ໜຸ່ມ​ມາ ແລະ​ຂ້ານ້ອຍ​ຍັງ​ສືບຕໍ່​ກ່າວ ເຖິງ​ກິດຈະການ​ອັນ​ອັດສະຈັນ​ຂອງ​ພຣະອົງ​ຢູ່​ສະເໝີ.</verse>
				<verse number="18">ຂ້າແດ່​ພຣະເຈົ້າ​ເອີຍ ບັດນີ້​ຂ້ານ້ອຍ​ເຖົ້າແກ່ ແລະ​ຜົມ​ຫງອກ​ກໍ​ຫລາຍ​ແລ້ວ ຂໍ​ຢ່າ​ປະຖິ້ມ​ຂ້ານ້ອຍ​ໄປເລີຍ ໃນ​ຂະນະທີ່​ຂ້ານ້ອຍ​ປະກາດ​ເຖິງ​ຣິດອຳນາດ ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ແກ່​ຄົນ​ລຸ້ນ​ຕໍ່ໄປ​ຟັງ ຂໍ​ພຣະອົງ​ຢູ່​ນຳ​ຂ້ານ້ອຍ​ດ້ວຍ.</verse>
				<verse number="19">ຂ້າແດ່​ພຣະເຈົ້າ ຄວາມ​ຊອບທຳ​ຂອງ​ພຣະອົງ​ກໍ​ສູງສົ່ງ​ຫລາຍ ສູງສຸດ​ຈົນ​ຈຸ​ຟ້າ​ສະຫວັນ ພຣະອົງ​ໄດ້​ກະທຳ​ສິ່ງ​ທີ່​ຍິ່ງໃຫຍ່​ຫລາຍ​ປະການ ຊຶ່ງ​ບໍ່ມີ​ຜູ້ໃດ​ເລີຍ​ເປັນ​ເໝືອນ​ພຣະອົງ.</verse>
				<verse number="20">ພຣະອົງ​ໄດ້​ໃຫ້​ຂ້ານ້ອຍ​ລຳບາກ​ແລະ​ທົນທຸກ ແຕ່​ພຣະອົງ​ຈະ​ເສີມສ້າງ​ເຫື່ອແຮງ​ຂຶ້ນ​ໃໝ່. ພຣະອົງ​ຈະ​ຮັກສາ​ຂ້ານ້ອຍ​ໄວ້​ແລະ​ໃຫ້​ພົ້ນໄພ ຈາກ​ບ່ອນ​ເລິກ​ແຫ່ງ​ຂຸມຝັງສົບ​ນັ້ນ.</verse>
				<verse number="21">ພຣະອົງ​ຈະ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ກຽດ​ຫລາຍ ມີ​ຫລາຍກວ່າ​ທີ່​ຂ້ານ້ອຍ​ເຄີຍ​ມີ​ມາ​ກ່ອນ ທັງ​ຈະ​ປະເລົ້າ​ປະໂລມ​ຂ້ານ້ອຍ​ຄືນ​ໃໝ່​ອີກ.</verse>
				<verse number="22">ແມ່ນແທ້ ຂ້ານ້ອຍ​ຈະ​ດີດ​ກິດຕາ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ຄວາມສັດຊື່​ຂອງ​ພຣະອົງ ດ້ວຍ​ກິດຕາ ຂ້ານ້ອຍ​ຈະ​ຮ້ອງ​ຍ້ອງຍໍ​ພຣະອົງ ຄື​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ນັ້ນ.</verse>
				<verse number="23">ຂ້ານ້ອຍ​ຈະ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ ໃນ​ຂະນະທີ່​ດີດ​ກິດຕາ​ຖວາຍ​ແດ່​ພຣະອົງ​ນັ້ນ ຂ້ານ້ອຍ​ຈະ​ຮ້ອງເພງ​ດ້ວຍ​ສຸດຈິດ​ສຸດໃຈ ເພາະ​ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ໄດ້​ພົ້ນ.</verse>
				<verse number="24">ຂ້ານ້ອຍ​ຈະ​ເວົ້າ​ເຖິງ ຄວາມ​ຊອບທຳ​ຂອງ​ພຣະອົງ​ຕະຫລອດ​ວັນ ເພາະ​ຜູ້​ທີ່​ພະຍາຍາມ​ທຳຮ້າຍ​ຂ້ານ້ອຍ ໄດ້​ພ່າຍແພ້​ແລະ​ເສຍກຽດ​ແລ້ວ.</verse>
			</chapter>
			<chapter number="72">
				<verse number="1">ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ສັ່ງສອນ​ກະສັດ ໃຫ້​ຕັດສິນ​ດ້ວຍ​ຄວາມ​ຊອບທຳ ຂໍ​ຊົງ​ໂຜດ​ແບ່ງປັນ​ຄວາມ​ຍຸດຕິທຳ ຂອງ​ພຣະອົງ​ນັ້ນ​ໃຫ້​ແກ່​ເພິ່ນ​ດ້ວຍ</verse>
				<verse number="2">ເພື່ອ​ວ່າ​ຈະ​ໄດ້​ປົກຄອງ​ຄົນ​ຂອງ​ເພິ່ນ​ຢ່າງ​ຍຸດຕິທຳ ແລະ​ພວກ​ທີ່​ຖືກ​ກົດຂີ່​ຂົ່ມເຫັງ​ດ້ວຍ​ຄວາມ​ຊອບທຳ​ໄດ້.</verse>
				<verse number="3">ຂໍ​ໃຫ້​ດິນແດນ​ໄດ້​ນຳ​ຄວາມ​ຈະເລີນ​ຮຸ່ງເຮືອງ​ມາ ຂໍ​ໃຫ້​ດິນແດນ​ປະສົບ​ແຕ່​ຄວາມ​ຊອບທຳ​ເຖີດ.</verse>
				<verse number="4">ຂໍ​ໃຫ້​ກະສັດ​ຕັດສິນ​ຄົນ​ທຸກຈົນ​ດ້ວຍ​ຄວາມ​ເປັນທຳ ຂໍ​ໃຫ້​ຊ່ວຍຊູ​ຜູ້​ທີ່​ຂັດສົນ​ແລະ​ເອົາ​ຊະນະ​ຜູ້​ທີ່​ກົດຂີ່.</verse>
				<verse number="5">ຕາບໃດ​ທີ່​ດວງອາທິດ​ແລະ​ດວງຈັນ​ຍັງ​ສ່ອງ​ແສງ​ສະຫວ່າງ ຂໍ​ໃຫ້​ປະຊາຊົນ​ໄດ້​ນະມັດສະການ​ພຣະອົງ​ສືບໆໄປ​ເຖີດ.</verse>
				<verse number="6">ຂໍ​ໃຫ້​ກະສັດ​ເປັນ​ດັ່ງ​ນໍ້າ​ຝົນ​ທີ່​ຕົກ​ໃສ່​ທົ່ງນາ ເປັນ​ດັ່ງ​ຫ່າຝົນ​ທີ່​ຕົກ​ໃສ່​ດິນແດນ​ດ້ວຍ.</verse>
				<verse number="7">ຂໍ​ໃຫ້​ຄວາມ​ຊອບທຳ​ຈະເລີນ​ຂຶ້ນ​ໃນ​ຄາວ​ທີ່​ເພິ່ນ​ຍັງ​ມີ​ຊີວິດ​ຢູ່ ຂໍ​ໃຫ້​ຄວາມ​ຈະເລີນ​ຍືນຍົງ​ຢູ່​ເທົ່າ​ດວງຈັນ​ຍັງ​ສ່ອງແສງ.</verse>
				<verse number="8">ອານາຈັກ​ຈະ​ຂະຫຍາຍ​ແຕ່​ທະເລ​ນີ້​ຫາ​ທາງ​ອື່ນ​ໄກ ຈາກ​ແມ່ນໍ້າ​ເອີຟຣັດ​ຈົນເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.</verse>
				<verse number="9">ປະຊາຊົນ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຈະ​ຂາບລົງ​ຕໍ່ໜ້າ​ເພິ່ນ ພວກ​ສັດຕູ​ກໍ​ຈະ​ລົ້ມລົງ​ກັບ​ພື້ນ​ເຊັ່ນດຽວ​ກັນ.</verse>
				<verse number="10">ກະສັດ​ຂອງ​ສະເປນ​ແລະ​ເກາະ​ດອນ​ທັງຫລາຍ ຕ່າງ​ກໍ​ຈະ​ນຳ​ຂອງ​ບັນນາການ​ມາ​ມອບ​ໃຫ້​ເພິ່ນ. ບັນດາ​ກະສັດ​ແຫ່ງ​ອາຣາເບຍ​ແລະ​ເອທີໂອເປຍ ກໍ​ຈະ​ນຳ​ເອົາ​ເຄື່ອງ​ຖວາຍ​ມາ​ມອບ​ໃຫ້.</verse>
				<verse number="11">ກະສັດ​ທຸກຄົນ​ຈະ​ກົ້ມ​ຂາບລົງ​ຕໍ່ໜ້າ​ເພິ່ນ ບັນດາ​ຊົນຊາດ​ທັງໝົດ​ຈະ​ຮັບໃຊ້​ເພິ່ນ.</verse>
				<verse number="12">ເພິ່ນ​ຊ່ວຍຊູ​ເອົາ​ຄົນທຸກ​ທີ່​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ ຄື​ພວກ​ທີ່​ມີ​ຄວາມ​ຂັດສົນ​ແລະ​ພວກ​ທີ່​ຖືກ​ປະຖິ້ມ.</verse>
				<verse number="13">ເພິ່ນ​ແຜ່​ຄວາມ​ເມດຕາ​ແກ່​ຄົນ​ອ່ອນແອ ຄົນ​ລຳບາກ​ແລະ​ຄົນ​ຍາກຈົນ ເພິ່ນ​ຊ່ວຍ​ຊີວິດ​ຂອງ​ຜູ້​ຂັດສົນ​ທຸກໆຄົນ ໃຫ້​ເຂົາ​ໄດ້​ຮັບ​ຄວາມພົ້ນ.</verse>
				<verse number="14">ເພິ່ນ​ຊ່ວຍກູ້​ເອົາ​ພວກເຂົາ​ຈາກ​ການ​ກົດຂີ່​ແລະ​ການ​ທຳລາຍ ຊີວິດ​ພວກເຂົາ​ມີຄ່າ​ແພງ​ປະເສີດ​ຫລາຍ​ສຳລັບ​ເພິ່ນ.</verse>
				<verse number="15">ຂໍ​ໃຫ້​ກະສັດ​ນັ້ນ ຈົ່ງ​ໝັ້ນຍືນ ຂໍ​ໃຫ້​ຄົນ​ຖວາຍ​ຄຳ​ຈາກ​ອາຣາເບຍ​ແກ່​ເພິ່ນ​ດ້ວຍ ຂໍ​ໃຫ້​ຄົນ​ພາວັນນາ​ອະທິຖານ​ສຳລັບ​ເພິ່ນ​ຢູ່​ຕະຫລອດ​ເວລາ ຂໍ​ໃຫ້​ພຣະພອນ​ຖອກເທ​ລົງ​ສູ່​ເພິ່ນ​ຢູ່​ເລື້ອຍໆ</verse>
				<verse number="16">ຂໍ​ໃຫ້​ດິນແດນ​ນັ້ນ​ເຕັມ​ໄປ​ດ້ວຍ​ເຂົ້າ ຂໍ​ໃຫ້​ເນີນພູ​ທັງຫຼາຍ​ນັ້ນ​ເຕັມ​ໄປ​ດ້ວຍ​ຜົນລະປູກ ເກີດ​ໝາກຜົນ​ຫຼວງຫຼາຍ​ເໝືອນດັ່ງ​ມີ​ຢູ່ ທີ່​ເນີນພູ​ເລບານອນ​ແລະ​ໃຫ້​ເມືອງ​ຕ່າງໆ ເຕັມ​ໄປ​ດ້ວຍ​ປະຊາຊົນ​ເໝືອນດັ່ງ​ທົ່ງນາ​ທີ່​ເຕັມ​ໄປ​ດ້ວຍ​ຫຍ້າ.</verse>
				<verse number="17">ຂໍ​ໃຫ້​ນາມ​ກະສັດ​ນັ້ນ​ຢ່າ​ເປັນ​ທີ່​ລືມໄລ​ໄປ ຂໍ​ໃຫ້​ຊື່ສຽງ​ເພິ່ນ​ຍືນຍົງ​ດັ່ງ​ດວງອາທິດ ຂໍ​ໃຫ້​ທຸກ​ຊົນຊາດ​ຂໍ​ພຣະເຈົ້າ​ອວຍພອນ​ພວກຕົນ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ອວຍພອນ​ແກ່​ກະສັດ​ນັ້ນ.</verse>
				<verse number="18">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ພຣະອົງ​ເທົ່ານັ້ນ​ທີ່​ກະທຳ​ສິ່ງ​ອັດສະຈັນ​ເຫຼົ່ານີ້.</verse>
				<verse number="19">ຂໍ​ໃຫ້​ພຣະນາມ​ອັນ​ຊົງຣິດ​ຂອງ​ພຣະອົງ​ນັ້ນ ຈົ່ງ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ຕະຫລອດໄປ ຂໍ​ໃຫ້​ພຣະ​ສະຫງ່າຣາສີ ຈົ່ງ​ເຕັມ​ໄປ​ທົ່ວ​ແຜ່ນດິນ​ໂລກ. ອາແມນ ອາແມນ.</verse>
				<verse number="20">ຄຳພາວັນນາ​ອະທິຖານ​ຂອງ​ດາວິດ​ລູກຊາຍ​ຂອງ​ເຢຊີ ກໍ​ໄດ້​ສິ້ນສຸດ​ລົງ​ເທົ່ານີ້.</verse>
			</chapter>
			<chapter number="73">
				<verse number="1">ພຣະເຈົ້າ​ຊົງ​ຄຸນຄວາມດີ​ແກ່​ອິດສະຣາເອນ ຄື​ແກ່​ພວກ​ທີ່​ມີ​ຈິດໃຈ​ບໍຣິສຸດ​ຜຸດຜ່ອງ.</verse>
				<verse number="2">ແຕ່​ຂ້ານ້ອຍ​ເກືອບ​ສູນເສຍ​ຄວາມ​ໝັ້ນໃຈ ຄວາມເຊື່ອ​ຂອງ​ຂ້ານ້ອຍ​ເກືອບ​ໝົດສິ້ນໄປ</verse>
				<verse number="3">ເພາະ​ຂ້ານ້ອຍ​ໄດ້​ອິດສາ​ຄົນ​ຈອງຫອງ ເມື່ອ​ຂ້ານ້ອຍ​ເຫັນ​ວ່າ​ທຸກສິ່ງ​ເປັນ​ໄປ​ໂດຍ​ດີ​ແກ່​ຄົນຊົ່ວຮ້າຍ​ນັ້ນ.</verse>
				<verse number="4">ພວກເຂົາ​ບໍ່ໄດ້​ທົນທຸກ​ຕໍ່​ຄວາມ​ເຈັບປວດ​ໃດໆ ທັງ​ຮ່າງກາຍ​ຂອງ​ພວກເຂົາ​ກໍ​ປົກກະຕິ​ດີ ແລະ​ມີ​ສຸຂະພາບ​ສົມບູນ​ດີ​ດ້ວຍ.</verse>
				<verse number="5">ພວກເຂົາ​ບໍ່ໄດ້​ທົນທຸກ​ດັ່ງ​ຄົນອື່ນ​ເລີຍ ທັງ​ບໍ່ເຄີຍ​ເດືອດຮ້ອນ​ດັ່ງ​ຄົນອື່ນ​ດ້ວຍ.</verse>
				<verse number="6">ສະນັ້ນ ຄວາມ​ຈອງຫອງ​ຈຶ່ງ​ກ້ຽວ​ຄໍ ເໝືອນ​ດັ່ງ​ສາຍສ້ອຍ​ຄ້ອງ​ຄໍ​ພວກເຂົາ ແລະ​ຄວາມ​ຮຸນແຮງ​ຫຸ້ມ​ຕົວ​ພວກເຂົາ ເໝືອນ​ດັ່ງ​ສວມ​ເສື້ອຄຸມ</verse>
				<verse number="7">ຈິດໃຈ​ຂອງ​ພວກເຂົາ​ເທ​ແຕ່​ຄວາມ​ຊົ່ວຮ້າຍ​ອອກ​ມາ ແລະ​ຄວາມຄິດ​ກໍ​ມີ​ແຕ່​ອຸບາຍ​ອັນ​ຊົ່ວຮ້າຍ.</verse>
				<verse number="8">ພວກເຂົາ​ຫົວຂວັນ​ໃສ່​ຄົນອື່ນ​ແລະ​ເວົ້າ​ແຕ່​ສິ່ງ​ບໍ່​ດີ ພວກເຂົາ​ຈອງຫອງ​ແລະ​ວາງແຜນ​ກົດຂີ່​ຂົ່ມເຫັງ​ຄົນອື່ນ.</verse>
				<verse number="9">ພວກເຂົາ​ເວົ້າ​ຄວາມ​ຊົ່ວຊ້າ​ຕໍ່​ພຣະເຈົ້າ​ຜູ້​ທີ່​ຢູ່​ເທິງ​ສະຫວັນ ແລະ​ອອກ​ຄຳສັ່ງ​ຢ່າງ​ຈອງຫອງ​ໃສ່​ມະນຸດ​ໃນ​ໂລກ</verse>
				<verse number="10">ສະນັ້ນ ປະຊາຊົນ​ຂອງ​ພຣະເຈົ້າ​ຈຶ່ງ​ຫັນ​ໄປ​ຫາ​ພວກເຂົາ ແລະ​ເຊື່ອຟັງ​ຢ່າງ​ຮ້ອນຮົນ​ໃນ​ສິ່ງ​ທີ່​ພວກເຂົາ​ເວົ້າ​ນັ້ນ.</verse>
				<verse number="11">ພວກເຂົາ​ເວົ້າ​ກັນ​ວ່າ, “ພຣະເຈົ້າ​ບໍ່​ຫ່ອນ​ຈະ​ຮູ້​ເຫັນ ພຣະເຈົ້າ​ອົງ​ສູງສຸດ​ຈະ​ບໍ່​ຮູ້​ເລື່ອງ​ຫຍັງ​ດອກ.”</verse>
				<verse number="12">ຝ່າຍ​ຄົນຊົ່ວຮ້າຍ​ນັ້ນ​ກໍ​ເປັນ​ຢ່າງນີ້​ແຫລະ ພວກເຂົາ​ມັ່ງຄັ່ງ​ສົມບູນ​ແລະ​ມີ​ຫລາຍ​ຂຶ້ນ​ເລື້ອຍໆ.</verse>
				<verse number="13">ແລ້ວ​ມັນ​ມີ​ປະໂຫຍດ​ຫຍັງ​ທີ່​ຂ້ານ້ອຍ​ຮັກສາ​ຕົນ​ໃຫ້​ບໍຣິສຸດ ແລະ​ທັງ​ບໍ່ເຄີຍ​ໄດ້​ສ້າງ​ບາບ​ດ້ວຍ.</verse>
				<verse number="14">ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ໄດ້​ທົນທຸກ​ຕະຫຼອດ​ວັນ ແລະ​ຖືກ​ຂົ່ມເຫັງ​ທຸກໆເຊົ້າ.</verse>
				<verse number="15">ຖ້າ​ວ່າ​ຂ້ານ້ອຍ​ໄດ້​ເວົ້າ​ຢ່າງນັ້ນ, ຂ້ານ້ອຍ​ຈະ​ບໍ່ໄດ້​ປະຕິບັດ​ສົມກັບ​ເປັນ​ປະຊາຊົນ​ຂອງ​ພຣະອົງ.</verse>
				<verse number="16">ຂ້ານ້ອຍ​ໄດ້​ພະຍາຍາມ​ຄິດເຖິງ​ບັນຫາ​ນີ້​ຈົນ​ສຸດ​ຄວາມ​ສາມາດ ແຕ່​ພັດ​ຍາກ​ເກີນໄປ​ທີ່​ຈະ​ເຂົ້າໃຈ​ໄດ້.</verse>
				<verse number="17">ຈົນກວ່າ​ຂ້ານ້ອຍ​ໄດ້​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ ແລ້ວ​ຂ້ານ້ອຍ​ກໍ​ເຂົ້າໃຈ​ສິ່ງ​ທີ່​ຈະ​ເກີດ​ກັບ​ຄົນຊົ່ວຮ້າຍ.</verse>
				<verse number="18">ພຣະອົງ​ຈະ​ໃຫ້​ພວກເຂົາ​ຢູ່​ຕາມ​ບ່ອນ​ທີ່​ຈະ​ພະລາດ​ມື່ນ ແລະ​ຈະ​ເຮັດ​ໃຫ້​ພວກເຂົາ​ຖືກ​ທຳລາຍ​ໄປ​ໝົດສິ້ນ.</verse>
				<verse number="19">ພວກເຂົາ​ໄດ້​ຖືກ​ທຳລາຍ​ຖິ້ມ​ໃນ​ຊົ່ວອຶດ​ຫັນໃຈດຽວ ພວກເຂົາ​ໄດ້​ລົງ​ໄປ​ສູ່​ຈຸດຈົບ​ອັນ​ໜ້າຢ້ານ.</verse>
				<verse number="20">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພວກເຂົາ​ເປັນ​ເໝືອນ​ຄວາມຝັນ​ທີ່​ຫາຍໄປ ໃນ​ຕອນເຊົ້າ ເມື່ອ​ພຣະອົງ​ຕື່ນ​ຂຶ້ນ ພວກເຂົາ​ກໍ​ສູນຫາຍ​ໄປ​ແລ້ວ.</verse>
				<verse number="21">ເມື່ອ​ຂ້ານ້ອຍ​ມີ​ຄວາມ​ຂົມຂື່ນ​ໃນ​ຈິດໃຈ ຂ້ານ້ອຍ​ກໍ​ເກີດ​ມີ​ຄວາມ​ຮູ້ສຶກ​ອັນ​ລະທົມ​ຂົມຂື່ນ​ໃນ​ຈິດວິນຍານ.</verse>
				<verse number="22">ຂ້ານ້ອຍ​ນີ້​ໂງ່ຈ້າ​ດັ່ງ​ສັດ​ເດຍລະສານ ແລະ​ບໍ່​ເຂົ້າໃຈ​ກ່ຽວກັບ​ພຣະອົງ​ແທ້ໆ.</verse>
				<verse number="23">ແຕ່​ປານ​ນັ້ນ​ກໍ​ຢູ່​ໃກ້ຊິດ​ພຣະອົງ​ເລື້ອຍ​ມາ ພຣະອົງ​ຈັບ​ມື​ຂວາ​ຈູງ​ຂ້ານ້ອຍ​ໄປ​ບໍ່​ຂາດ.</verse>
				<verse number="24">ພຣະອົງ​ນຳພາ​ຂ້ານ້ອຍ​ດ້ວຍ​ຄຳແນະນຳ​ຂອງ​ພຣະອົງ ແລະ​ໃນ​ບັ້ນປາຍ ພຣະອົງ​ຈະ​ຕອບ​ຂ້ານ້ອຍ​ດ້ວຍ​ກຽດຕິຍົດ.</verse>
				<verse number="25">ນອກຈາກ​ພຣະອົງ​ແລ້ວ ຂ້ານ້ອຍ​ມີ​ໃຜ​ແດ່​ໃນ​ສະຫວັນ? ເມື່ອ​ມີ​ພຣະອົງ​ຂ້ານ້ອຍ​ຕ້ອງການ​ຢາກ​ໄດ້​ຫຍັງ​ອີກ​ແດ່​ໃນ​ໂລກນີ້?</verse>
				<verse number="26">ແມ່ນວ່າ ຈິດໃຈ​ແລະ​ຮ່າງກາຍ​ອ່ອນແຮງ​ກໍຕາມ ແຕ່​ພຣະເຈົ້າ​ເປັນ​ກຳລັງ​ຂອງ​ຂ້ານ້ອຍ ແລະ​ເປັນ​ທຸກສິ່ງ​ທີ່​ຂ້ານ້ອຍ​ຕ້ອງການ​ຢູ່​ເລື້ອຍໆ.</verse>
				<verse number="27">ແມ່ນແທ້ ຜູ້​ທີ່​ປະຖິ້ມ​ພຣະອົງ​ຈະ​ຕ້ອງ​ພິນາດໄປ ພຣະອົງ​ຈະ​ທຳລາຍ​ຄົນ​ບໍ່​ສັດຊື່​ຕໍ່​ພຣະອົງ​ນັ້ນ.</verse>
				<verse number="28">ແຕ່​ສຳລັບ​ຂ້ານ້ອຍ​ແລ້ວ ເປັນ​ຄວາມສຸກ​ໃນ​ໃຈ​ແທ້​ທີ່​ຢູ່​ໃກ້ຊິດ​ພຣະເຈົ້າ ຂ້ານ້ອຍ​ໄດ້​ພົບ​ການ​ຄຸ້ມຄອງ​ຢູ່​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ ເພື່ອ​ຈະ​ປະກາດ​ທຸກສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ.</verse>
			</chapter>
			<chapter number="74">
				<verse number="1">ຂ້າແດ່​ພຣະເຈົ້າ ເຫດໃດ​ຈຶ່ງ​ປະຖິ້ມ​ຢ່າງ​ນີ້? ຈະ​ຄຽດ​ຮ້າຍ​ປະຊາຊົນ​ຂອງ​ພຣະອົງ​ສືບໄປ​ຫລືນີ້?</verse>
				<verse number="2">ຂໍ​ຊົງ​ໂຜດ​ຈົດຈຳ​ປະຊາຊົນ​ຂອງ​ພຣະອົງ ທີ່​ພຣະອົງ​ໄດ້​ເລືອກເອົາ​ແຕ່​ດົນນານ​ມາ​ແລ້ວ ຄື​ພວກ​ທີ່​ພຣະອົງ​ໄດ້​ນຳ​ອອກ​ຈາກ​ການ​ເປັນ​ທາດ ມາ​ເປັນ​ຊົນເຜົ່າ​ຂອງ​ພຣະອົງ​ນັ້ນ. ຈົ່ງ​ລະນຶກ​ຄິດເຖິງ​ພູເຂົາ​ຊີໂອນ ຊຶ່ງ​ຄັ້ງໜຶ່ງ​ພຣະອົງ​ເຄີຍ​ສະຖິດ​ຢູ່.</verse>
				<verse number="3">ຈົ່ງ​ຍ່າງ​ເລາະ​ເບິ່ງ​ສິ່ງ​ຫັກ​ເພພັງ​ທັງໝົດ​ນັ້ນ​ດູ ສັດຕູ​ຂອງ​ພວກ​ຂ້ານ້ອຍ​ໄດ້​ທຳລາຍ​ທຸກສິ່ງ​ໃນ​ພຣະວິຫານ​ໝົດສິ້ນ.</verse>
				<verse number="4">ພວກ​ສັດຕູ​ຂອງ​ພຣະອົງ​ໄດ້​ໂຮຮ້ອງ​ຢ່າງ​ມີໄຊ​ໃນ​ສະຖານທີ່​ບໍຣິສຸດ​ຂອງ​ພຣອົງ. ພວກເຂົາ​ໄດ້​ປັກ​ທຸງ​ໄວ້​ໃນ​ທີ່ນັ້ນ ເພື່ອ​ເປັນ​ເຄື່ອງໝາຍ​ແຫ່ງ​ໄຊຊະນະ.</verse>
				<verse number="5">ພວກເຂົາ​ນັ້ນ ເປັນ​ເໝືອນ​ຄົນ​ຕັດ​ໄມ້ ທີ່​ກຳລັງ​ປໍ້າ​ຕົ້ນໄມ້​ດ້ວຍ​ຂວານ​ຂອງ​ພວກເຂົາ.</verse>
				<verse number="6">ດ້ວຍ​ຂວານ​ແລະ​ຄ້ອນຕີ​ນັ້ນ ພວກເຂົາ​ໄດ້​ລົງມື ທັບ​ປະຕູ​ໄມ້​ທີ່​ແກະສະຫລັກ​ຈົນ​ໝຸ່ນ​ທະລາຍ.</verse>
				<verse number="7">ພວກເຂົາ​ໄດ້​ຈູດ​ພຣະວິຫານ​ຂອງ​ພຣະອົງ ແລະ​ໄດ້​ທຳລາຍ​ຄວາມ​ສັກສິດ​ແຫ່ງ​ສະຖານທີ່​ແຫ່ງ​ພຣະນາມ​ຂອງ​ພຣະອົງ​ນັ້ນ​ເຖິງ​ດິນ.</verse>
				<verse number="8">ພວກເຂົາ​ໄດ້ກ່າວ​ໃນ​ໃຈ​ວ່າ, “ພວກເຮົາ​ຈະ​ຢຽບຢໍ່າ​ພວກເຂົາ​ໃຫ້​ໝົດສິ້ນໄປ.” ພວກເຂົາ​ຈູດ​ເຜົາ​ສະຖານທີ່​ຊຸມນຸມ​ໃນ​ດິນແດນ​ທຸກໆ​ບ່ອນ.</verse>
				<verse number="9">ພວກ​ຂ້ານ້ອຍ​ບໍ່ເຫັນ​ໝາຍສຳຄັນ​ທັງຫຼາຍ​ຕໍ່ໄປ ບໍ່ມີ​ຜູ້ທຳນວາຍ​ຈັກ​ຄົນ​ທີ່​ຫລົງເຫລືອ​ຢູ່​ໃນ​ທ່າມກາງ​ພວກ​ຂ້ານ້ອຍ ແລະ​ບໍ່ມີ​ໃຜ​ຮູ້​ວ່າ​ຍັງ​ດົນ​ປານໃດ.</verse>
				<verse number="10">ຂ້າແດ່​ພຣະເຈົ້າ ສັດຕູ​ຈະ​ຫົວຂວັນ​ໃສ່​ດົນ​ປານໃດ? ພວກເຂົາ​ຈະ​ໝິ່ນປະໝາດ​ພຣະອົງ​ສືບໄປ​ຫລືນີ້?</verse>
				<verse number="11">ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ບໍ່​ຍື່ນມື​ເຂົ້າ​ມາ​ຊ່ວຍ​ພວກ​ຂ້ານ້ອຍ? ເພາະເຫດໃດ​ພຣະອົງ​ຈຶ່ງ​ເອົາ​ມື​ຂັດ​ຫລັງ​ໄວ້?</verse>
				<verse number="12">ພຣະອົງ​ຄື​ກະສັດ​ຂອງ​ພວກ​ຂ້ານ້ອຍ​ແຕ່​ເດີມ ພຣະອົງ​ໄດ້​ໃຫ້​ຄວາມ​ພົ້ນ​ເທິງ​ແຜ່ນດິນ​ໂລກ.</verse>
				<verse number="13">ທະເລ​ຖືກ​ແຍກ​ດ້ວຍ​ຣິດທານຸພາບ​ຂອງ​ພຣະອົງ ແລະ​ຢຽບ​ທຳລາຍ​ຫົວ​ມັງກອນ ສັດ​ໃຫຍ່​ໃນ​ທະເລ</verse>
				<verse number="14">ຄື​ໄດ້​ຢຽບ​ຫົວ​ໂຕ​ມັງກອນ​ຊື່​ວ່າ ເລວີອາທານ ແລະ​ເອົາ​ຊາກສົບ​ນັ້ນ​ໃຫ້​ເປັນ​ອາຫານ​ຂອງ​ສັດ ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ພຸ້ນ.</verse>
				<verse number="15">ພຣະອົງ​ໄດ້​ເຮັດ​ໃຫ້​ລຳນໍ້າ​ແລະ​ນໍ້າພຸ​ຫລັ່ງໄຫລ ພຣະອົງ​ເຮັດ​ໃຫ້​ແມ່ນໍ້າ​ບົກແຫ້ງ​ລົງ​ໄດ້.</verse>
				<verse number="16">ພຣະອົງ​ໄດ້ສ້າງ​ກາງເວັນ​ແລະ​ກາງຄືນ ດວງອາທິດ​ແລະ​ດວງເດືອນ​ກໍໄດ້​ຖືກ​ຕັ້ງ​ໄວ້.</verse>
				<verse number="17">ພຣະອົງ​ຈັດ​ເຂດ​ຕ່າງໆ​ໄວ້​ໃນ​ແຜ່ນດິນ​ໂລກ ຍາມຮ້ອນ​ແລະ​ຍາມ​ໜາວ​ກໍໄດ້​ຖືກ​ກຳນົດ​ໄວ້.</verse>
				<verse number="18">ຂ້າແດ່​ພຣະເຈົ້າຢາເວ​ເອີຍ ແຕ່​ໂຜດ​ຈົດຈຳ​ວ່າ ພວກ​ສັດຕູ​ໄດ້​ຫົວຂວັນ​ໃສ່​ພຣະອົງ ພວກເຂົາ​ດູໝິ່ນ​ຫຍໍ້ຫຍັນ​ພຣະນາມ​ຂອງ​ພຣະອົງ</verse>
				<verse number="19">ຂໍ​ຢ່າ​ລືມໄລ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ທຸກຍາກ​ໄປ​ຕະຫຼອດການ ຂໍ​ຢ່າ​ປະປ່ອຍ​ຊີວິດ​ນົກເຂົາ​ຂອງ​ພຣະອົງ​ໃຫ້​ແກ່​ສັດຮ້າຍ.</verse>
				<verse number="20">ຂໍ​ຊົງ​ໂຜດ​ຈື່ຈຳ​ພັນທະສັນຍາ​ຂອງ​ພຣະອົງ ທີ່​ມີ​ໄວ້​ກັບ​ພວກ​ຂ້ານ້ອຍ​ແດ່ທ້ອນ ເພາະ​ຕາມ​ດິນແດນ​ທຸກແຫ່ງ​ທີ່​ມືດ​ນັ້ນ ກໍ​ເຕັມ​ແຕ່​ການ​ຮຸນແຮງ.</verse>
				<verse number="21">ຂໍ​ຢ່າ​ໃຫ້​ຄົນ​ທີ່​ຖືກ​ຂົ່ມເຫັງ​ນັ້ນ​ໄດ້​ຮັບ​ຄວາມ​ອັບອາຍ ຂໍ​ໃຫ້​ຄົນທຸກ​ແລະ​ຄົນ​ຂັດສົນ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເຖີດ.</verse>
				<verse number="22">ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ລຸກຂຶ້ນ​ຕໍ່ສູ້​ຄະດີ​ຂອງ​ພຣະອົງ ແລະ​ຈື່​ວ່າ​ຄົນ​ບໍ່​ນັບຖື​ພຣະອົງ ຫົວຂວັນ​ໃສ່​ພຣະອົງ​ທຸກໆ​ວັນ.</verse>
				<verse number="23">ຂໍ​ຢ່າ​ຊົງ​ລືມ​ສຽງ​ໂຮຮ້ອງ​ຢ່າງ​ຮ້າຍກາດ​ຂອງ​ພວກ​ສັດຕູ​ຂອງ​ພຣະອົງ ພວກເຂົາ​ຮ້ອງ​ຢ່າງ​ລຽນຕິດ​ຕໍ່ສູ້​ພຣະອົງ​ຢູ່.</verse>
			</chapter>
			<chapter number="75">
				<verse number="1">ຂ້າແດ່​ພຣະເຈົ້າ​ເອີຍ ພວກ​ຂ້ານ້ອຍ​ຂໍ​ຖວາຍ​ຄຳ​ໂມທະນາ​ຂອບພຣະຄຸນ​ພຣະອົງ, ພວກ​ຂ້ານ້ອຍ​ຂໍ​ຖວາຍ​ຄຳ​ໂມທະນາ​ຂອບພຣະຄຸນ​ພຣະອົງ ແລະ​ປະກາດ​ວ່າ​ພຣະອົງ​ຍິ່ງໃຫຍ່​ທີ່ສຸດ ແລະ​ບອກ​ເຖິງ ການ​ອັດສະຈັນ ຊຶ່ງ​ພຣະອົງ​ໄດ້​ກະທຳ​ນັ້ນ.</verse>
				<verse number="2">ພຣະເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ໄດ້​ຕັ້ງ​ເວລາ​ໄວ້​ສຳລັບ​ການ​ພິພາກສາ ເຮົາ​ຈະ​ຕັດສິນ​ຢ່າງ​ຍຸດຕິທຳ.</verse>
				<verse number="3">ເຖິງ​ແມ່ນ​ວ່າ​ສັບພະທຸກສິ່ງ​ທີ່​ມີ​ຊີວິດ​ນັ້ນ ສັ່ນ​ສະທ້ານ​ຢ້ານກົວ​ກໍຕາມ ແຜ່ນດິນ​ໂລກ​ຄອນແຄນ​ກໍຕາມ ແຕ່​ເຮົາ​ຈະ​ຮັກສາ​ພື້ນຖານ​ມັນ​ໃຫ້​ໝັ້ນຄົງ​ຢູ່.</verse>
				<verse number="4">ເຮົາ​ບອກ​ຄົນຊົ່ວຮ້າຍ​ບໍ່​ໃຫ້​ຈອງຫອງ</verse>
				<verse number="5">ແລະ​ບອກ​ພວກເຂົາ​ໃຫ້​ຢຸດ​ອວດອ້າງ.”</verse>
				<verse number="6">ການຕັດສິນ​ນັ້ນ​ບໍ່ໄດ້​ມາ​ຈາກ​ທິດ​ຕາເວັນອອກ ຫລື​ທິດ​ຕາເວັນຕົກ ທິດເໜືອ​ຫລື​ທິດໃຕ້;</verse>
				<verse number="7">ແຕ່​ແມ່ນ​ພຣະເຈົ້າ​ເປັນ​ຜູ້​ຕັດສິນ​ຄວາມ​ໂດຍ​ລົງໂທດ ໃສ່​ບາງຄົນ​ແລະ​ປ່ອຍ​ບາງຄົນ​ໃຫ້​ພົ້ນ​ຜິດ​ໄດ້.</verse>
				<verse number="8">ພຣະເຈົ້າຢາເວ​ຖື​ຈອກ​ຢູ່​ໃນ​ມື​ຊຶ່ງ​ເຕັມ​ໄປ ດ້ວຍ​ເຫຼົ້າ​ອະງຸ່ນ​ປຸກ​ແຫ່ງ​ຄວາມ​ໂກດຮ້າຍ. ພຣະອົງ​ເທ​ເຫຼົ້າ​ນັ້ນ ແລະ​ຄົນຊົ່ວຮ້າຍ​ທັງຫລາຍ​ໄດ້​ດື່ມ​ທຸກຄົນ ພວກເຂົາ​ດື່ມ​ກັນ​ໝົດ​ຈົນ​ຢອດ​ສຸດທ້າຍ.</verse>
				<verse number="9">ແຕ່​ຂ້ານ້ອຍ​ຈະ​ບໍ່​ຢຸດ​ກ່າວ​ເຖິງ​ພຣະເຈົ້າ​ຂອງ​ຢາໂຄບ ຫລື​ເຊົາ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຈັກເທື່ອ.</verse>
				<verse number="10">ພຣະອົງ​ຈະ​ທຳລາຍ​ອຳນາດ​ຂອງ​ຄົນຊົ່ວຮ້າຍ ແຕ່​ອຳນາດ​ຂອງ​ຄົນ​ຊອບທຳ​ຈະ​ທະວີ​ຂຶ້ນ.</verse>
			</chapter>
			<chapter number="76">
				<verse number="1">ພຣະເຈົ້າ​ເປັນ​ທີ່​ຮູ້ຈັກ​ກັນ​ໃນ​ຢູດາ ພຣະນາມ​ກໍ​ເປັນ​ທີ່​ຍົກຍໍ​ໃນ​ອິດສະຣາເອນ.</verse>
				<verse number="2">ພຣະອົງ​ມີ​ທີ່​ປະທັບ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ແລະ​ມີ​ທີ່​ສະຖິດ ທີ່​ເທິງ​ພູເຂົາ​ຊີໂອນ​ດ້ວຍ.</verse>
				<verse number="3">ທີ່ນັ້ນ ພຣະອົງ​ໄດ້​ທຳລາຍ​ອາວຸດ​ເຮັດ​ສົງຄາມ ເຊັ່ນ: ລູກທະນູ ໂລ້​ປ້ອງກັນ ແລະ​ດາບ.</verse>
				<verse number="4">ພຣະອົງ​ຊົງ​ສະຫງ່າຣາສີ​ຍິ່ງໃຫຍ່ ສູງສົ່ງ​ເໜືອ​ພູເຂົາ​ທັງປວງ.</verse>
				<verse number="5">ພວກ​ທະຫານ​ທີ່​ອົງອາດ​ເກັ່ງກ້າ​ຂອງ​ພວກເຂົາ ຕ່າງ​ກໍ​ຖືກ​ປຸ້ນ​ຈົນ​ສິ່ງຂອງ​ໝົດກ້ຽງ ແລະ​ບັດນີ້​ນອນຫລັບ​ຢູ່​ເພາະ​ສິ້ນລົມ​ຫາຍໃຈ ກຳລັງ​ວັງຊາ​ທີ່​ມີ​ກໍ​ໃຊ້​ການ​ບໍ່ໄດ້.</verse>
				<verse number="6">ຂ້າແດ່​ພຣະເຈົ້າ​ຂອງ​ຢາໂຄບ ເມື່ອ​ພຣະອົງ​ຂູ່ຂວັນ ມ້າ​ແລະ​ຄົນ​ຂີ່​ກໍ​ລົ້ມ​ລົງ​ສິ້ນໃຈ​ຕາຍ​ຕາມໆກັນ.</verse>
				<verse number="7">ແຕ່​ພຣະອົງ​ເປັນ​ທີ່​ຢ້ານກົວ​ຢຳເກງ​ຂອງ​ທຸກຄົນ. ເມື່ອ​ພຣະອົງ​ໂກດຮ້າຍ ບໍ່ມີ​ຜູ້ໃດ​ກ້າ​ຢືນ​ຢູ່​ຊ້ອງໜ້າ​ພຣະອົງ</verse>
				<verse number="8">ຈາກ​ຟ້າ​ສະຫວັນ​ພຣະອົງ​ປະກາດ​ຕັດສິນ ທົ່ວ​ທັງໂລກ​ກໍ​ຢ້ານກົວ​ແລະ​ມິດງຽບ</verse>
				<verse number="9">ເມື່ອ​ພຣະອົງ​ລຸກ​ຂຶ້ນ​ປະກາດ​ຄຳ​ຕັດສິນ ເພື່ອ​ຊ່ວຍ​ທຸກຄົນ​ທີ່​ຖືກ​ກົດຂີ່​ເທິງ​ແຜ່ນດິນ​ໂລກ​ໃຫ້​ພົ້ນ.</verse>
				<verse number="10">ຄວາມ​ໂກດຮ້າຍ​ຂອງ​ມະນຸດ​ກໍ​ເປັນ​ພຽງແຕ່ ການ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເທົ່ານັ້ນ. ຜູ້​ທີ່​ລອດຊີວິດ​ຈາກ​ການ​ເສິກ​ຈະ​ສະຫລອງ ໄຊຊະນະ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="11">ຈົ່ງ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເຈົ້າ ຕາມ​ທີ່​ໄດ້​ສັນຍາ​ໄວ້ ຈົ່ງ​ໃຫ້​ຊົນຊາດ​ໃກ້ຄຽງ ນຳ​ຂອງຂວັນ​ມາ​ຖວາຍ​ແກ່​ພຣະອົງ​ສາ ເພາະ​ພຣະອົງ​ໃຫ້​ມະນຸດ​ຢຳເກງ​ພຣະອົງ​ແລ້ວ.</verse>
				<verse number="12">ພຣະອົງ​ໃຫ້​ກະສັດ​ຜູ້​ຈອງຫອງ​ຖ່ອມຕົວ ແລະ​ກະສັດ​ຜູ້​ຍິ່ງໃຫຍ່​ເກີດ​ມີ​ຄວາມຢ້ານ.</verse>
			</chapter>
			<chapter number="77">
				<verse number="1">ຂ້ານ້ອຍ​ຮ້ອງທຸກ​ຕໍ່​ພຣະເຈົ້າ​ດ້ວຍ​ສຽງ​ອັນ​ດັງ, ຂ້ານ້ອຍ​ຮ້ອງຫາ​ຕໍ່​ພຣະເຈົ້າ​ດ້ວຍ​ສຽງ​ອັນ​ດັງ ພຣະອົງ​ໄດ້ຍິນ​ສຽງ​ຂອງ​ຂ້ານ້ອຍ.</verse>
				<verse number="2">ເມື່ອ​ຢູ່​ໃນ​ຄາວ​ລຳບາກ​ເດືອດຮ້ອນ​ຂັດສົນ ຂ້ານ້ອຍ​ກໍໄດ້​ພາວັນນາ​ອະທິຖານ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ ຂ້ານ້ອຍ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ທັງຄືນ ແຕ່​ຄວາມ​ເລົ້າໂລມ​ໃຈ​ກໍ​ບໍ່​ເຫັນ​ມາ​ປານ​ນີ້.</verse>
				<verse number="3">ເມື່ອ​ຂ້ານ້ອຍ​ຄິດເຖິງ​ພຣະເຈົ້າ​ກໍ​ຖອນ​ຫາຍໃຈ ເມື່ອ​ຄິດ​ຕຶກຕອງ​ກໍ​ອ່ອນ​ກຳລັງ​ໃຈ​ໄປ​ດ້ວຍ.</verse>
				<verse number="4">ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ນອນ​ບໍ່​ຫລັບ​ທັງຄືນ ຂ້ານ້ອຍ​ທຸກໃຈ​ຫລາຍ​ຈົນ​ເວົ້າຈາ​ຫຍັງ​ບໍ່ໄດ້.</verse>
				<verse number="5">ຂ້ານ້ອຍ​ຫວນ​ຄິດເຖິງ​ເມື່ອ​ວັນຄືນ​ທີ່​ຜ່ານ​ໄປ ແລະ​ຈື່ຈຳ​ເດືອນ​ປີ​ທີ່​ຜ່ານ​ມາ​ນັ້ນ.</verse>
				<verse number="6">ຂ້ານ້ອຍ​ນອນ​ໃຊ້​ຄວາມ​ຄິດ​ຢ່າງໜັກ ທັງຄືນ ຂ້ານ້ອຍ​ຄິດ​ຕຶກຕອງ​ແລະ​ຖາມ​ຕົນເອງ​ດັ່ງນີ້:</verse>
				<verse number="7">“ອົງພຣະ​ຜູ້​ເປັນເຈົ້າ​ຈະ​ປະ​ພວກເຮົາ​ເລື້ອຍໆ​ຊັ້ນບໍ? ພຣະອົງ​ຈະ​ບໍ່​ພໍໃຈ​ນຳ​ອີກ​ຕໍ່ໄປ​ຫລືນີ້?</verse>
				<verse number="8">ພຣະອົງ​ເຊົາ​ຮັກ​ພວກເຮົາ​ແລ້ວ​ຊັ້ນບໍ? ຄຳສັນຍາ​ຂອງ​ພຣະອົງ​ບໍ່​ຢັ້ງຢືນ​ຕໍ່ໄປ​ອີກ​ຫລືນີ້?</verse>
				<verse number="9">ພຣະເຈົ້າ​ຫລົງ​ລືມ​ພຣະຄຸນ​ທີ່​ມີ​ຕໍ່​ພວກເຮົາ​ແລ້ວ​ຫລືນີ້? ຄວາມ​ໂກດຮ້າຍ​ແທນ​ຄວາມ​ເມດຕາ​ແລ້ວ​ຫລືນີ້?”</verse>
				<verse number="10">ແລ້ວ​ຂ້ານ້ອຍ​ເວົ້າ​ວ່າ, “ສິ່ງ​ທີ່​ເຮັດ​ໃຫ້​ປວດລ້າວ​ທີ່ສຸດ ຄື​ວ່າ​ພຣະເຈົ້າ​ບໍ່ມີ​ຣິດອຳນາດ​ຕໍ່ໄປ​ແລ້ວ.”</verse>
				<verse number="11">ຂ້ານ້ອຍ​ຈະ​ຈົດຈຳ​ພຣະເຈົ້າຢາເວ ສິ່ງ​ອັນ​ຍິ່ງໃຫຍ່​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ. ຂ້ານ້ອຍ​ຈະ​ຄິດເຖິງ​ການ​ອັດສະຈັນ ທີ່​ພຣະອົງ​ໄດ້​ເຮັດ​ຜ່ານ​ມາ​ນັ້ນ.</verse>
				<verse number="12">ຂ້ານ້ອຍ​ຈະ​ຄິດເຖິງ​ທຸກສິ່ງ​ທີ່​ຊົງ​ໄດ້​ກະທຳ ຄິດ​ຄຳນຶງເຖິງ​ທຸກສິ່ງ​ທີ່​ປ່ຽມ​ດ້ວຍ​ຣິດທານຸພາບ​ຂອງ​ພຣະອົງ.</verse>
				<verse number="13">ຂ້າແດ່​ພຣະເຈົ້າ ທຸກສິ່ງ​ທີ່​ພຣະອົງ​ເຮັດ​ກໍ​ບໍຣິສຸດ ບໍ່ມີ​ພະ​ຕົນໃດ​ທີ່​ຍິ່ງໃຫຍ່​ເໜືອກວ່າ​ພຣະເຈົ້າ​ຂອງ​ພວກເຮົາ​ໄດ້.</verse>
				<verse number="14">ພຣະອົງ​ເປັນ​ພຣະເຈົ້າ​ທີ່​ເຮັດ​ການ​ອັດສະຈັນ​ທັງຫຼາຍ ບັນດາ​ຊົນຊາດ​ກໍໄດ້​ເຫັນ​ຣິດທານຸພາບ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.</verse>
				<verse number="15">ດ້ວຍ​ພຣະ​ກຳລັງ ພຣະອົງ​ໄດ້​ຊົງໄຖ່​ປະຊາຊົນ​ຂອງ​ພຣະອົງ ຄື​ບັນດາ​ເຊື້ອສາຍ​ຂອງ​ຢາໂຄບ​ແລະ​ຂອງ​ໂຢເຊັບ.</verse>
				<verse number="16">ຂ້າແດ່​ພຣະເຈົ້າ ເມື່ອ​ນໍ້າ​ເຫັນ​ພຣະອົງ​ແລ້ວ​ກໍ​ເກີດ​ຢ້ານກົວ ບ່ອນ​ເລິກ​ໃນ​ທ້ອງ​ທະເລ​ກໍ​ສັ່ນສະເທືອນ​ດ້ວຍ.</verse>
				<verse number="17">ເມກ​ໝອກ​ໄດ້​ຖອກເທ​ຫ່າຝົນ​ລົງ​ມາ ຟ້າ​ກໍ​ຮ້ອງ​ສຽງດັງ​ກ້ອງ​ກັງວານ​ໄປ ທົ່ວ​ທ້ອງຟ້າ​ນະພາ ແລະ​ຟ້າ​ກໍ​ແມບເຫລື້ອມ​ໂດຍ​ສົ່ງ​ແສງ​ໄປ​ທົ່ວ​ທຸກ​ທິດ.</verse>
				<verse number="18">ຟ້າ​ຜ່າ​ໄດ້​ສົ່ງ​ສຽງ​ຮ້ອງ​ດັງ​ກຶກກ້ອງ​ອອກ​ໄປ ແລະ​ແສງ​ຟ້າ​ແມບເຫຼື້ອມ​ເຮັດ​ໃຫ້​ໂລກ​ຮຸ່ງ​ສະຫວ່າງ​ສະໄຫວ ແຜ່ນດິນ​ໂລກ​ກໍ​ຫວັ່ນໄຫວ​ສະທ້ານ​ສະເທືອນ.</verse>
				<verse number="19">ພຣະອົງ​ຍ່າງ​ເທິງ​ຄື້ນ​ນໍ້າ​ຂ້າມ​ທ້ອງ​ທະເລ​ໄປ ແຕ່​ບໍ່ມີ​ຮອຍ​ບາດ​ຍ່າງ​ຂອງ​ພຣະອົງ​ໃຫ້​ປາກົດ​ເປັນ​ທີ່​ເຫັນ​ໄດ້.</verse>
				<verse number="20">ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ​ທີ່​ນຳ​ປະຊາຊົນ​ຂອງຕົນ ໂດຍ​ມີ​ໂມເຊ​ແລະ​ອາໂຣນ​ເປັນ​ຜູ້​ຮັບຜິດຊອບ.</verse>
			</chapter>
			<chapter number="78">
				<verse number="1">ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ຟັງ​ຄຳສັ່ງສອນ​ຂອງເຮົາ​ເດີ ຈົ່ງ​ງ່ຽງ​ຫູ​ຟັງ​ໃຫ້​ດີ​ສິ່ງ​ທີ່​ເຮົາ​ຈະ​ກ່າວ</verse>
				<verse number="2">ແລະ​ເຮົາ​ຈະ​ກ່າວ​ຖ້ອຍຄຳ​ທີ່​ມີ​ປັນຍາ ອະທິບາຍ​ຄຳ​ເລິກລັບ​ໃນ​ອະດີດ</verse>
				<verse number="3">ເປັນ​ສິ່ງ​ທີ່​ພວກເຮົາ​ໄດ້ຍິນ​ແລະ​ໄດ້​ຮູ້​ເຫັນ ຄື​ເລື່ອງລາວ​ທີ່​ພໍ່​ພວກເຮົາ​ໄດ້​ບອກ​ນັ້ນ.</verse>
				<verse number="4">ພວກເຮົາ​ຈະ​ບໍ່​ອຳ​ໄວ້​ຈາກ​ລູກໆ​ຂອງ​ພວກເຮົາ ຈົ່ງ​ບອກ​ເຊື້ອສາຍ​ທີ່​ເກີດ​ມາ​ພາຍ​ຫລັງ​ນັ້ນ ເຖິງ​ຣິດທານຸພາບ ແລະ​ສິ່ງ​ຍິ່ງໃຫຍ່​ທັງຫລາຍ ຕະຫລອດ​ທັງ​ສິ່ງ​ອັດສະຈັນ​ທີ່​ພຣະເຈົ້າຢາເວ​ກະທຳ​ນັ້ນ.</verse>
				<verse number="5">ພຣະອົງ​ໄດ້​ມອບ​ກົດບັນຍັດ​ໃຫ້​ຄົນ​ອິດສະຣາເອນ ແລະ​ມອບ​ຂໍ້ຄຳສັ່ງ​ໃຫ້​ເຊື້ອສາຍ​ຂອງ​ຢາໂຄບ</verse>
				<verse number="6">ເພື່ອ​ວ່າ​ເຊື້ອສາຍ​ຕໍ່ໆ​ມາ​ນັ້ນ​ຈະ​ໄດ້​ຮຽນຮູ້​ເອົາ ແລະ​ບອກ​ລູກຫລານ​ຕໍ່ໄປ​ຕາມ​ຜຽນ​ຂອງ​ເຂົາເຈົ້າ.</verse>
				<verse number="7">ເພື່ອ​ພວກເຂົາ​ຈະ​ໄດ້​ວາງ​ຄວາມຫວັງໃຈ​ຂອງ​ພວກເຂົາ​ໃນ​ພຣະເຈົ້າ​ເໝືອນກັນ ແລະ​ບໍ່​ລືມ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ ແຕ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="8">ພວກເຂົາ​ຈະ​ບໍ່​ເປັນ​ດັ່ງ​ພວກ​ປູ່ຍ່າຕາຍາຍ ຄື​ພວກ​ຄົນ​ກະບົດ​ແລະ​ຄົນ​ບໍ່​ເຊື່ອຟັງ​ນັ້ນ ເປັນ​ພວກ​ທີ່​ບໍ່​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຢ່າງ​ໝັ້ນຄົງ ແລະ​ເປັນ​ພວກ​ທີ່​ບໍ່​ຊື່​ຕົງ​ຕໍ່​ພຣະອົງ​ທັງນັ້ນ.</verse>
				<verse number="9">ພວກ​ເອຟຣາອິມ​ທີ່​ຖື​ອາວຸດ ໜ້າ​ແລະ​ທະນູ ຕ່າງ​ກໍໄດ້​ແລ່ນ​ປົບໜີໄປ​ຈາກ​ສະໜາມຮົບ.</verse>
				<verse number="10">ພວກເຂົາ​ບໍ່ໄດ້​ຖື​ຮັກສາ​ພັນທະສັນຍາ​ຂອງ​ພຣະເຈົ້າ ພວກເຂົາ​ບໍ່ເຄີຍ​ໄດ້​ເຮັດ​ຕາມ​ກົດບັນຍັດ​ຂອງ​ພຣະອົງ.</verse>
				<verse number="11">ພວກເຂົາ​ຫຼົງລືມ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ ຄື​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ເຮັດ​ນັ້ນ.</verse>
				<verse number="12">ພຣະອົງ​ໄດ້​ຊົງ​ກະທຳ​ສິ່ງ​ອັດສະຈັນ​ທັງຫຼາຍ​ຕໍ່ໜ້າ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ ໃນ​ດິນແດນ​ເອຢິບ ຄື​ໃນ​ທົ່ງ​ໂຊອານ.</verse>
				<verse number="13">ພຣະອົງ​ໄດ້​ແຍກ​ນໍ້າ​ທະເລ​ແລະ​ໄດ້​ນຳ​ພວກເຂົາ​ຜ່ານ​ໄປ ພຣະອົງ​ໄດ້​ເຮັດ​ໃຫ້​ນໍ້າ​ແຍກ​ຕັ້ງ​ຂຶ້ນ​ເປັນ​ກຳແພງ.</verse>
				<verse number="14">ພຣະອົງ​ໄດ້​ນຳ​ພວກເຂົາ​ໄປ ດ້ວຍ​ເສົາເມກ​ໃນ​ເວລາ​ກາງເວັນ ແລະ​ດ້ວຍ​ເສົາໄຟ​ໃນ​ເວລາ​ກາງຄືນ.</verse>
				<verse number="15">ພຣະອົງ​ໄດ້​ຜ່າ​ໂງ່ນຫີນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ເຮັດ​ໃຫ້​ນໍ້າ​ໄຫລ​ອອກ​ຈາກ​ກ້ອນຫີນ ກາຍເປັນ​ລຳທານ​ເລິກ​ມາ​ໃຫ້​ພວກເຂົາ​ໄດ້​ດື່ມ.</verse>
				<verse number="16">ພຣະອົງ​ໄດ້​ເຮັດ​ໃຫ້​ນໍ້າ​ໄຫລ​ອອກ​ຈາກ​ຫີນ​ຜາຊັນ ແລະ​ນໍ້າ​ກໍ​ໄຫລ​ອອກ​ມາ​ເປັນ​ກະແສ​ນໍ້າ.</verse>
				<verse number="17">ແຕ່​ພວກເຂົາ​ຍັງ​ສືບຕໍ່​ເຮັດ​ບາບ​ຕໍ່ສູ້​ພຣະອົງ​ເລື້ອຍມາ ແລະ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ພວກເຂົາ​ກໍໄດ້​ກະບົດ​ຕໍ່ສູ້​ອົງ​ສູງສຸດ.</verse>
				<verse number="18">ພວກເຂົາ​ທົດລອງ​ພຣະເຈົ້າ​ໂດຍ​ເຈດຕະນາ ເພື່ອ​ຂໍ​ອາຫານ​ກິນ​ຕາມ​ຄວາມຢາກ​ຂອງ​ພວກເຂົາ.</verse>
				<verse number="19">ພວກເຂົາ​ຕໍ່ສູ້​ພຣະເຈົ້າ​ໂດຍ​ເວົ້າ​ວ່າ, “ພຣະເຈົ້າ​ໃຫ້​ອາຫານ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄດ້​ຫລືນີ້?</verse>
				<verse number="20">ເປັນ​ຄວາມຈິງ​ແທ້​ທີ່​ພຣະອົງ​ໄດ້​ຕີ​ໂງ່ນຫີນ ແລະ​ນໍ້າ​ໄດ້​ໄຫລ​ອອກ​ມາ​ເປັນ​ດັ່ງ​ກະແສ​ນໍ້າ ແຕ່​ພຣະອົງ​ຍັງ​ຈະ​ສາມາດ​ເອົາ​ເຂົ້າຈີ່​ໃຫ້​ພວກເຮົາ​ໄດ້​ບໍ? ແລະ​ເອົາ​ຊີ້ນ​ໃຫ້​ປະຊາຊົນ​ກິນ​ໄດ້​ຫລື​ບໍ່?”</verse>
				<verse number="21">ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ອອກ ເມື່ອ​ພຣະອົງ​ໄດ້ຍິນ​ສຽງ​ຈົ່ມ​ຂອງ​ພວກເຂົາ. ພຣະອົງ​ໄດ້​ໂຈມຕີ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ໄຟ ແລະ​ພຣະອົງ​ໄດ້​ຕໍ່ສູ້​ພວກເຂົາ​ໂດຍ​ຄວາມ​ໂກດຮ້າຍ</verse>
				<verse number="22">ເພາະວ່າ​ພວກເຂົາ​ບໍ່ໄດ້​ມີ​ຄວາມເຊື່ອ​ໃນ​ພຣະເຈົ້າ​ເລີຍ ແລະ​ບໍ່ເຄີຍ​ເຊື່ອ​ວ່າ​ພຣະອົງ​ຈະ​ຊ່ວຍ​ໃຫ້​ພົ້ນ​ໄດ້.</verse>
				<verse number="23">ແຕ່​ພຣະອົງ​ໄດ້​ກ່າວ​ແກ່​ທ້ອງຟ້າ​ເບື້ອງ​ເທິງ ແລະ​ໄດ້​ສັ່ງ​ທ້ອງຟ້າ​ໃຫ້​ໄຂ​ປະຕູ​ອອກ</verse>
				<verse number="24">ພຣະອົງ​ໄດ້​ສົ່ງ​ເມັດ​ເຂົ້າ​ຄື​ມານາ​ລົງ​ຈາກ​ສະຫວັນ ຕົກລົງ​ມາ​ໃຫ້​ພວກເຂົາ​ໄດ້​ກິນ​ອີ່ມ​ທ້ອງ.</verse>
				<verse number="25">ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ກິນ​ອາຫານ​ຂອງ​ເທວະດາ ພຣະເຈົ້າ​ໄດ້​ໃຫ້​ພວກເຂົາ​ກິນ​ຕາມ​ຄວາມ​ຕ້ອງການ​ຂອງ​ພວກເຂົາ.</verse>
				<verse number="26">ພຣະອົງ​ໄດ້​ໃຫ້​ລົມ​ທິດ​ຕາເວັນອອກ​ພັດ​ມາ​ຈາກ​ຟ້າ​ສະຫວັນ ລົມ​ທາງທິດໃຕ້​ກໍ​ພັດ​ມາ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ</verse>
				<verse number="27">ພຣະອົງ​ໄດ້​ສົ່ງ​ນົກ​ຂຸ້ມ​ລົງ​ມາ​ໃຫ້​ປະຊາຊົນ​ຂອງ​ພຣະອົງ ຢ່າງ​ຫລວງຫລາຍ​ດັ່ງ​ເມັດຊາຍ​ຢູ່​ຕາມ​ຝັ່ງ.</verse>
				<verse number="28">ພຣະເຈົ້າ​ໄດ້​ເຮັດ​ໃຫ້​ຝູງ​ນົກ​ຂຸ້ມ​ຕົກ​ຕາມ​ຄ້າຍ​ຂອງ​ພວກເຂົາ ຢູ່​ອ້ອມແອ້ມ​ຜ້າເຕັນ​ທັງຫຼາຍ​ດ້ວຍ.</verse>
				<verse number="29">ສະນັ້ນ ປະຊາຊົນ​ຈຶ່ງ​ກິນ​ນົກ​ນັ້ນ​ຢ່າງ​ອີ່ມໜຳ​ສຳລານ ພຣະເຈົ້າ​ໄດ້​ໃຫ້​ກິນ​ຕາມ​ທີ່​ພວກເຂົາ​ຕ້ອງການ.</verse>
				<verse number="30">ແຕ່​ພວກເຂົາ​ຍັງ​ຫິວ​ກະຫາຍ​ບໍ່​ອີ່ມ​ພໍ ໃນ​ຂະນະທີ່​ອາຫານ​ຍັງ​ເຕັມ​ຢູ່​ໃນ​ປາກ​ນັ້ນ</verse>
				<verse number="31">ແລ້ວ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ກໍ​ລະເບີດ​ໃສ່​ພວກເຂົາ ແລະ​ຂ້າ​ຊາຍ​ສະກັນ​ຊາວ​ອິດສະຣາເອນ​ທີ່​ເກັ່ງກ້າ​ທີ່ສຸດ​ຖິ້ມ.</verse>
				<verse number="32">ເຖິງປານນັ້ນ ປະຊາຊົນ​ກໍ​ຍັງ​ໄດ້​ເຮັດ​ບາບ​ຕາມເຄີຍ ແລະ​ບໍ່​ໄວ້ວາງໃຈ​ໃນ​ສິ່ງ​ອັດສະຈັນ​ທີ່​ຊົງ​ໄດ້​ກະທຳ.</verse>
				<verse number="33">ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ໃຫ້​ການ​ເປັນ​ຢູ່​ຂອງ​ພວກເຂົາ​ສິ້ນສຸດ​ລົງ​ດັ່ງ​ລົມຫາຍໃຈ ແລະ​ເຮັດ​ໃຫ້​ຊີວິດ​ຂອງ​ພວກເຂົາ​ຈົບລົງ ຍ້ອນ​ຄວາມ​ຫຼົ້ມຈົມ​ຢ່າງ​ກະທັນຫັນ.</verse>
				<verse number="34">ເທື່ອໃດ​ທີ່​ພຣະອົງ​ໄດ້​ຂ້າ​ບາງຄົນ​ໃນ​ພວກເຂົາ ຄົນ​ທີ່​ເຫຼືອ​ກໍ​ຫັນ​ກັບ​ມາ​ຫາ​ພຣະອົງ​ເທື່ອນັ້ນ. ພວກເຂົາ​ໄດ້​ກັບ​ມາ​ດ້ວຍ​ສຳນຶກ​ຜິດ​ຢູ່​ໃນ​ຈິດໃຈ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ດ້ວຍ​ຈິດໃຈ​ຮ້ອນຮົນ​ຍິ່ງ.</verse>
				<verse number="35">ພວກເຂົາ​ລະນຶກ​ໄດ້​ວ່າ​ພຣະເຈົ້າ​ຄື​ພຣະຜູ້​ຄຸ້ມຄອງ​ຂອງ​ພວກເຂົາ ພຣະ​ຜູ້​ຊົງຣິດ​ທານຸພາບ​ສູງສຸດ ຄື​ພຣະ​ຜູ້ໄຖ່​ຂອງ​ພວກເຂົາ.</verse>
				<verse number="36">ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ເປັນ​ຄຳຕົວະ​ທັງໝົດ ບໍ່ມີ​ຄຳເວົ້າ​ຄຳ​ໃດໆ​ທີ່​ເປັນ​ຄຳຈິງ​ຈັກຢ່າງ.</verse>
				<verse number="37">ພວກເຂົາ​ບໍ່ໄດ້​ສັດຊື່​ແລະ​ຈົງຮັກ​ພັກດີ​ຕໍ່​ພຣະອົງ ບໍ່​ສັດຊື່​ຕໍ່​ພັນທະສັນຍາ​ຂອງ​ພຣະອົງ.</verse>
				<verse number="38">ແຕ່​ພຣະເມດຕາ​ນັ້ນ​ຍັງ​ມີ​ຢູ່​ຕໍ່ໄປ​ສຳລັບ​ພວກເຂົາ ພຣະອົງ​ອະໄພ​ການບາບ​ຂອງ​ພວກເຂົາ ແລະ​ບໍ່ໄດ້​ທຳລາຍ​ພວກເຂົາ​ອີກ. ພຣະອົງ​ຢັບຢັ້ງ​ຄວາມ​ໂກດຮ້າຍ​ຫລາຍເທື່ອ​ຫລາຍທີ ແລະ​ອົດກັ້ນ​ຄວາມ​ໂມໂຫ​ຂອງ​ພຣະອົງ​ໄວ້​ດ້ວຍ.</verse>
				<verse number="39">ພຣະອົງ​ນຶກ​ໄດ້​ວ່າ​ພວກເຂົາ​ເປັນ​ພຽງແຕ່​ມະນຸດ​ທີ່​ຕາຍເປັນ ດັ່ງ​ລົມ​ທີ່​ພັດ​ຜ່ານ​ມາ​ແລະ​ພັດ​ລ່ວງຫາຍ​ໄປ​ເທົ່ານັ້ນ.</verse>
				<verse number="40">ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ພວກເຂົາ​ກະບົດ​ເລື້ອຍ​ມາ ເຮັດ​ໃຫ້​ພຣະອົງ​ເສຍໃຈ​ຫລາຍເທື່ອ​ຫລາຍທີ.</verse>
				<verse number="41">ພວກເຂົາ​ໄດ້​ທົດລອງ​ພຣະເຈົ້າ​ຫລາຍເທື່ອ​ໂດຍ​ເຮັດ​ໃຫ້​ອົງ​ບໍຣິສຸດ ແຫ່ງ​ຊາດ​ອິດສະຣາເອນ​ຊອກຊໍ້າ.</verse>
				<verse number="42">ພວກເຂົາ​ໄດ້​ຫຼົງລືມ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ​ວັນ​ທີ່​ພຣະອົງ​ໄດ້​ຊົງ​ຊ່ວຍກູ້​ເອົາ​ພວກເຂົາ​ຈາກ​ສັດຕູ</verse>
				<verse number="43">ກິດຈະການ​ຍິ່ງໃຫຍ່​ກັບ​ສິ່ງ​ອັດສະຈັນ​ຂອງ​ພຣະອົງ ທີ່​ທົ່ງພຽງ​ເມືອງ​ໂຊອານ​ໃນ​ເອຢິບ​ນັ້ນ.</verse>
				<verse number="44">ພຣະອົງ​ໄດ້​ເຮັດ​ໃຫ້​ນໍ້າ​ກາຍເປັນ​ເລືອດ​ໄຫລ​ນອງ ຕາມ​ຫ້ວຍຮ່ອງ​ກໍ​ບໍ່ມີ​ນໍ້າ​ໃຫ້​ຊາວ​ເອຢິບ​ດື່ມ.</verse>
				<verse number="45">ພຣະອົງ​ໄດ້​ສົ່ງ​ຝູງ​ຮີ້ນ​ມາ​ທໍລະມານ​ພວກເຂົາ ແລະ​ໄດ້​ສົ່ງ​ຝູງ​ກົບ​ມາ​ທຳລາຍ​ດິນແດນ​ດ້ວຍ.</verse>
				<verse number="46">ພຣະອົງ​ໄດ້​ສົ່ງ​ຝູງຕັກແຕນ​ມາ​ທຳລາຍ​ເຄື່ອງປູກ​ຂອງຝັງ ທັງ​ທຳລາຍ​ທົ່ງໄຮ່​ທົ່ງນາ​ຂອງ​ເຂົາເຈົ້າ​ດ້ວຍ.</verse>
				<verse number="47">ພຣະອົງ​ໄດ້​ທຳລາຍ​ຕົ້ນ​ອະງຸ່ນ​ດ້ວຍ​ໝາກເຫັບ ແລະ​ພຣະອົງ​ໄດ້​ທຳລາຍ​ຕົ້ນ​ໝາກເດື່ອ​ຂອງ​ພວກເຂົາ​ດ້ວຍ​ນໍ້າກ້າມ.</verse>
				<verse number="48">ພຣະອົງ​ໄດ້​ຂ້າ​ຝູງງົວ​ຂອງ​ພວກເຂົາ​ໂດຍ​ໃຫ້​ໝາກເຫັບ​ຕົກ​ມາ ແລະ​ໄດ້​ຂ້າ​ຝູງແກະ​ຂອງ​ພວກເຂົາ​ໂດຍ​ໃຫ້​ມີ​ຟ້າ​ຜ່າ</verse>
				<verse number="49">ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ທຸກໃຈ​ຢ່າງ​ໃຫຍ່ຫລວງ ໂດຍ​ໄດ້​ເທ​ຄວາມ​ໂກດຮ້າຍ​ລົງ​ໃສ່​ເຂົາເຈົ້າ ແລະ​ທັງ​ຄວາມ​ໂກດແຄ້ນ​ຢ່າງ​ຮຸນແຮງ​ທີ່ສຸດ ດັ່ງ​ທູດ​ແຫ່ງ​ຄວາມຕາຍ​ສຸມກັນ​ມາ​ໃສ່.</verse>
				<verse number="50">ພຣະອົງ​ບໍ່ໄດ້​ອົດກັ້ນ​ຄວາມ​ໂກດຮ້າຍ​ໄວ້​ເລີຍ ໂດຍ​ບໍ່​ໄວ້​ຊີວິດ​ແຕ່​ຂ້າ​ຖິ້ມ​ດ້ວຍ​ໂຣກລະບາດ.</verse>
				<verse number="51">ພຣະອົງ​ໄດ້​ຂ້າ​ລູກຊາຍກົກ​ທຸກຄົນ​ຂອງ​ພວກເຂົາ ຂອງ​ທຸກໆ​ຄອບຄົວ​ໃນ​ເອຢິບ​ນັ້ນ.</verse>
				<verse number="52">ແລ້ວ​ພຣະອົງ​ກໍ​ນຳພາ​ປະຊາຊົນ​ຂອງ​ພຣະອົງ ດັ່ງ​ຄົນລ້ຽງແກະ​ນຳ​ຝູງແກະ​ອອກ​ໄປ​ນັ້ນ ໂດຍ​ໄດ້​ນຳໜ້າ​ພວກເຂົາ​ອອກ​ໄປ ຜ່ານ​ທະເລ​ຊາຍ​ທີ່​ແຫ້ງແລ້ງ.</verse>
				<verse number="53">ພຣະອົງ​ໄດ້​ນຳພາ​ພວກເຂົາ​ໄປ​ຢ່າງ​ປອດໄພ ພວກເຂົາ​ຈຶ່ງ​ບໍ່​ຢ້ານກົວ, ແຕ່​ນໍ້າ​ທະເລ​ໄດ້​ໄຫລ​ຖ້ວມ​ສັດຕູ​ຂອງ​ພວກເຂົາ.</verse>
				<verse number="54">ພຣະອົງ​ໄດ້​ພາ​ໄປ​ສູ່​ດິນແດນ​ບໍຣິສຸດ​ຂອງ​ພຣະອົງ ສູ່​ພູ​ທັງຫລາຍ​ທີ່​ພຣະຫັດຂວາ​ຂອງ​ພຣະອົງ​ໄດ້​ນິຣະມິດ​ໄວ້.</verse>
				<verse number="55">ພຣະອົງ​ໄລ່​ຄົນ​ພື້ນເມືອງ​ໜີ​ຂະນະທີ່​ປະຊາຊົນ ບຸກໜ້າ​ເຂົ້າ​ໄປ​ໂດຍ​ໄດ້​ແບ່ງປັນ​ດິນແດນ​ໃຫ້ ເປັນ​ກຳມະສິດ​ແກ່​ທຸກ​ເຜົ່າ​ຂອງ​ອິດສະຣາເອນ ແລະ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ໄດ້​ມີ​ທີ່​ຢູ່​ອາໄສ.</verse>
				<verse number="56">ແຕ່​ພວກເຂົາ​ໄດ້​ພາກັນ​ທົດລອງ​ພຣະເຈົ້າ​ອົງ​ຊົງ​ຣິດທານຸພາບ​ສູງສຸດ. ແລະ​ກະບົດ​ຕໍ່ສູ້​ພຣະອົງ.</verse>
				<verse number="57">ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ເລີຍ ແລະ​ບໍ່ໄດ້​ສັດຊື່​ດັ່ງ​ບັນພະບຸລຸດ​ຂອງ​ເຂົາເຈົ້າ ຄື​ເປັນ​ພວກ​ທີ່​ຂາດ​ຄວາມ​ໄວ້ວາງໃຈ ແລະ​ຄົດ​ດັ່ງ​ລູກໜ້າ​ທະນູ​ບ້ຽວ.</verse>
				<verse number="58">ພວກເຂົາ​ກຸກກວນ​ພຣະອົງ​ໃຫ້​ໂກດຮ້າຍ​ສະເໝີມາ ໂດຍ​ມີ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ແລະ​ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະອົງ​ເຄືອງໃຈ​ຫລາຍ ຍ້ອນ​ຮູບເຄົາຣົບ​ທີ່​ພວກເຂົາ​ໄດ້​ເຮັດ​ຂຶ້ນ​ນັ້ນ.</verse>
				<verse number="59">ເມື່ອ​ເຫັນ​ເຊັ່ນນີ້ ພຣະເຈົ້າ​ກໍ​ກິ້ວໂກດ​ຫລາຍ ສະນັ້ນ ພຣະອົງ​ຈຶ່ງ​ປະລະ​ປະຊາຊົນ​ຂອງ​ພຣະອົງ​ໝົດ​ສິ້ນ.</verse>
				<verse number="60">ພຣະອົງ​ຍັງ​ໄດ້​ປະຖິ້ມ​ຫໍເຕັນ​ທີ່​ເມືອງ​ຊີໂລ ຊຶ່ງ​ເປັນ​ທີ່​ປະທັບ​ຂອງ​ພຣະອົງ​ໃນ​ທ່າມກາງ​ພວກເຂົາ.</verse>
				<verse number="61">ພຣະອົງ​ໃຫ້​ສັດຕູ​ຢຶດ​ຫີບ​ພັນທະສັນຍາ ຊຶ່ງ​ເປັນ​ເຄື່ອງໝາຍ​ສັນຍາລັກ​ແຫ່ງ​ພຣະ​ສະຫງ່າຣາສີ.</verse>
				<verse number="62">ພຣະອົງ​ໄດ້​ໂກດຮ້າຍ​ປະຊາຊົນ​ທີ່​ຊົງ​ໄດ້​ເລືອກເອົາ ແລະ​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ສັງຫານ​ເຂົາເຈົ້າ.</verse>
				<verse number="63">ໃນ​ທີ່​ສູ້ຮົບ​ພວກ​ຊາຍໜຸ່ມ​ໄດ້​ຖືກ​ຂ້າ​ຢ່າງ​ຫລວງຫລາຍ ແລະ​ພວກ​ຍິງສາວ​ກໍ​ບໍ່ມີ​ຜູ້ໃດ​ແຕ່ງງານ​ນຳ​ດ້ວຍ.</verse>
				<verse number="64">ປະໂຣຫິດ​ກໍ​ຕາຍ​ດ້ວຍ​ຄົມ​ດາບ ແລະ​ຍິງໝ້າຍ​ຂອງ​ພວກເຂົາ​ກໍ​ບໍ່ມີ​ການ​ໄວ້ທຸກ​ໃຫ້​ເຂົາເຈົ້າ.</verse>
				<verse number="65">ໃນທີ່ສຸດ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຕື່ນຂຶ້ນ ເໝືອນດັ່ງ​ຄົນ​ທີ່​ຕື່ນ​ຈາກ​ຫລັບນອນ ດັ່ງ​ຊາຍ​ຜູ້ໜຶ່ງ​ທີ່​ແຂງແຮງ​ຍ້ອນ​ລິດ​ເຫຼົ້າ​ອະງຸ່ນ.</verse>
				<verse number="66">ພຣະອົງ​ໄດ້​ຂັບໄລ່​ພວກ​ສັດຕູ​ໃຫ້​ພ່າຍແພ້​ຖອຍຄືນ​ໄປ ຢ່າງ​ອັບອາຍ​ຕະຫຼອດໄປ.</verse>
				<verse number="67">ແລ້ວ​ພຣະອົງ​ໄດ້​ປະຖິ້ມ​ເຊື້ອສາຍ​ຂອງ​ໂຢເຊັບ ພຣະອົງ​ບໍ່ໄດ້​ເລືອກເອົາ​ເຜົ່າ​ເອຟຣາອິມ​ດ້ວຍ.</verse>
				<verse number="68">ແຕ່​ພຣະອົງ​ຊໍ້າພັດ​ເລືອກເອົາ​ເຜົ່າຢູດາ​ແທນ ທັງ​ພູເຂົາ​ຊີໂອນ​ຊຶ່ງ​ພຣະອົງ​ຮັກ​ຫລາຍ​ທີ່ສຸດ​ນັ້ນ.</verse>
				<verse number="69">ໃນ​ທີ່ນັ້ນ ພຣະອົງ​ໄດ້​ສ້າງ​ພຣະວິຫານ​ຂອງ​ພຣະອົງ ເປັນ​ດັ່ງ​ບ່ອນ​ຂອງ​ພຣະອົງ​ຢູ່​ເທິງ​ຟ້າ​ສະຫວັນ ດັ່ງ​ທີ່​ແຜ່ນດິນ​ໂລກ​ພຣະອົງ​ສ້າງ​ຜາສາດ​ຢ່າງ​ໝັ້ນຄົງ ໃຫ້​ດຳລົງ​ຢູ່​ທຸກຍຸກ​ທຸກສະໄໝ​ໄດ້.</verse>
				<verse number="70">ພຣະອົງ​ໄດ້​ເລືອກ​ດາວິດ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ໂດຍ​ໄດ້​ເອົາ​ເພິ່ນ​ມາ​ຈາກ​ທົ່ງ​ລ້ຽງແກະ​ພຸ້ນ</verse>
				<verse number="71">ຄື​ບ່ອນ​ທີ່​ເພິ່ນ​ໄດ້​ເຝົ້າເບິ່ງ​ຝູງແກະ​ຂອງ​ເພິ່ນ ແລະ​ພຣະອົງ​ໄດ້​ຫົດສົງ​ຕັ້ງ​ເພິ່ນ​ໃຫ້​ເປັນ​ຜູ້ນຳ ຄື​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ເປັນ​ຜູ້​ລ້ຽງດູ​ປະຊາຊົນ​ຂອງ​ພຣະເຈົ້າ.</verse>
				<verse number="72">ດາວິດ​ໄດ້​ດູແລ​ດ້ວຍ​ໃຈ​ທ່ຽງທຳ​ແລະ​ບໍ່​ເຫັນແກ່ຕົວ ແລະ​ນຳພາ​ດ້ວຍ​ພິກໄຫວ​ອັນ​ສະຫລາດ.</verse>
			</chapter>
			<chapter number="79">
				<verse number="1">ຂ້າແດ່​ພຣະເຈົ້າ​ເອີຍ ຄົນ​ບໍ່​ນັບຖື​ພຣະເຈົ້າ ໄດ້​ຮຸກຮານ​ດິນແດນ​ຂອງ​ພຣະອົງ ໄດ້​ເຮັດ​ໃຫ້​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ​ເສື່ອມເສຍ​ສັກສີ ແລະ​ນະຄອນ​ເຢຣູຊາເລັມ​ກໍ​ຖືກ​ທຳລາຍ.</verse>
				<verse number="2">ພວກເຂົາ​ໄດ້​ປະ​ຊາກສົບ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ຝູງ​ແຮ້ງ​ກິນ ແລະ​ສັດປ່າ​ກໍ​ກິນ​ຊາກສົບ​ຜູ້ຮັບໃຊ້​ຂອງ​ພຣະອົງ.</verse>
				<verse number="3">ເລືອດ​ຄົນ​ທີ່​ສັດຊື່​ຕໍ່​ພຣະອົງ​ນັ້ນ​ຫລັ່ງໄຫລ​ອອກ​ມາ ດັ່ງ​ສາຍ​ທາລາ​ທົ່ວ​ນະຄອນ​ເຢຣູຊາເລັມ​ແລ້ວ.</verse>
				<verse number="4">ຊົນຊາດ​ທີ່​ຢູ່​ອ້ອມຮອບ​ໄດ້​ດູໝິ່ນ​ພວກ​ຂ້ານ້ອຍ ພວກເຂົາ​ຕ່າງ​ກໍ​ຫົວຂວັນ​ແລະ​ຫຍໍ້ຫຍັນ​ໃສ່​ພວກ​ຂ້ານ້ອຍ​ດ້ວຍ.</verse>
				<verse number="5">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ໂກດຮ້າຍ​ພວກ​ຂ້ານ້ອຍ​ຕະຫຼອດໄປ​ບໍ? ສິ່ງນັ້ນ​ຈະ​ເປັນ​ໄຟ​ເຜົາຜານ​ສືບ​ຕໍ່ໄປ​ຫລືນີ້?</verse>
				<verse number="6">ຈົ່ງ​ໂກດຮ້າຍ​ຊົນຊາດ​ທີ່​ບໍ່​ເຊື່ອ​ພຣະອົງ​ສາ ຄື​ປະຊາຊົນ​ທີ່​ບໍ່​ພາວັນນາ​ອະທິຖານ​ໃນ​ພຣະນາມ​ຂອງ​ພຣະອົງ.</verse>
				<verse number="7">ເພາະ​ພວກເຂົາ​ໄດ້​ຂ້າ​ປະຊາຊົນ​ຂອງ​ພຣະອົງ ທຳລາຍ​ດິນແດນ​ໃຫ້​ຮົກຮ້າງ​ເພພັງ​ໄປສິ້ນ.</verse>
				<verse number="8">ຂໍ​ຢ່າ​ລົງໂທດ​ພວກ​ຂ້ານ້ອຍ ຍ້ອນ​ການບາບ​ຂອງ​ພວກ​ປູ່ຍ່າຕາຍາຍ ເພາະ​ພວກ​ຂ້ານ້ອຍ​ສິ້ນຫວັງ ໂຜດ​ເມດຕາ​ແດ່ທ້ອນ.</verse>
				<verse number="9">ຂ້າແດ່​ພຣະເຈົ້າ​ແຫ່ງ​ຄວາມພົ້ນ​ຂອງ​ພວກ​ຂ້ານ້ອຍ ຂໍ​ຊົງ​ໂຜດ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ ເພື່ອ​ເຫັນແກ່​ສະຫງ່າຣາສີ​ແຫ່ງ​ພຣະນາມ​ຂອງ​ພຣະອົງ. ຂໍ​ຊ່ວຍກູ້​ເອົາ​ພວກ​ຂ້ານ້ອຍ​ແລະ​ອະໄພ​ບາບ​ໃຫ້​ແດ່ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ພຣະອົງ.</verse>
				<verse number="10">ເປັນຫຍັງ​ບັນດາ​ຊົນຊາດ​ຈຶ່ງ​ຖາມ​ຂ້ານ້ອຍ​ວ່າ, “ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ໃສ?” ຂໍ​ຊົງ​ໂຜດ​ລົງໂທດ​ພວກເຂົາ​ໃຫ້​ໄດ້​ເຫັນ​ແດ່ທ້ອນ ເພາະ​ການນອງເລືອດ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ນັ້ນ.</verse>
				<verse number="11">ຂໍ​ຊົງ​ໂຜດ​ຟັງ​ສຽງ​ເຈັບປວດ​ຄວນຄາງ​ຂອງ​ພວກ​ນັກໂທດ ແລະ​ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ໂຜດ​ໄວ້​ຊີວິດ​ຜູ້​ຖືກ​ໂທດ​ປະຫານ.</verse>
				<verse number="12">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ແກ້ແຄ້ນ​ຊົນຊາດ​ອື່ນ​ເຈັດ​ຄັ້ງ ຍ້ອນ​ການ​ດູໝິ່ນ​ນິນທາ​ທີ່​ພວກເຂົາ​ເຮັດ​ຕໍ່​ພຣະອົງ​ນັ້ນ.</verse>
				<verse number="13">ແລ້ວ​ພວກ​ຂ້ານ້ອຍ​ທີ່​ເປັນ​ປະຊາຊົນ​ຂອງ​ພຣະອົງ​ນັ້ນ ຄື​ເປັນ​ຝູງແກະ​ຂອງ​ພຣະອົງ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ ຕະຫລອດໄປ​ເປັນນິດ ແລະ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ທຸກຍຸກ​ທຸກສະໄໝ.</verse>
			</chapter>
			<chapter number="80">
				<verse number="1">ໂອ ພຣະຜູ້ລ້ຽງ​ຂອງ​ອິດສະຣາເອນ​ເອີຍ ຂໍ​ຊົງ​ໂຜດ​ຮັບ​ຟັງ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ ຜູ້ລ້ຽງ​ຝູງແກະ​ຂອງ​ພຣະອົງ​ເອີຍ ໂຜດ​ຟັງ ຄື​ຜູ້​ນັ່ງ​ເທິງ​ບັນລັງ​ເໜືອ​ບັນດາ​ເຄຣຸບ</verse>
				<verse number="2">ຜູ້​ປາກົດ​ພຣະອົງ​ເອງ​ແກ່​ເຜົ່າ​ເອຟຣາອິມ ແກ່​ເຜົ່າ​ເບັນຢາມິນ​ແລະ​ເຜົ່າ​ມານາເຊ​ນັ້ນ. ຂໍ​ຊົງ​ໂຜດ​ໃຫ້​ພວກ​ຂ້ານ້ອຍ​ເຫັນ​ພຣະ​ກຳລັງ​ແດ່ ແລະ​ມາ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ແດ່ທ້ອນ.</verse>
				<verse number="3">ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ນຳ​ພວກ​ຂ້ານ້ອຍ​ກັບຄືນ​ມາ ຂໍ​ຊົງ​ໂຜດ​ເມດຕາ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ໄດ້​ພົ້ນ.</verse>
				<verse number="4">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ດົນ​ປານໃດ​ທີ່​ຍັງ​ຊົງ​ໂກດຮ້າຍ ຕໍ່​ຄຳພາວັນນາ​ອະທິຖານ​ຂອງ​ປະຊາຊົນ​ພຣະອົງ​ນັ້ນ?</verse>
				<verse number="5">ພຣະອົງ​ໄດ້​ເຮັດ​ໃຫ້​ພວກ​ຂ້ານ້ອຍ​ກິນ​ເຂົ້າ​ກັບ​ນໍ້າຕາ ແລະ​ເອົາ​ນໍ້າຕາ​ເຕັມ​ຈອກ​ໃຫຍ່​ມາ​ໃຫ້​ດື່ມ.</verse>
				<verse number="6">ພຣະອົງ​ປ່ອຍ​ໃຫ້​ຊົນຊາດ​ໃກ້ຄຽງ​ມາ​ຮຸກຮານ​ດິນແດນ ແລະ​ໃຫ້​ພວກ​ຂ້ານ້ອຍ​ຖືກ​ພວກເຂົາ​ດູໝິ່ນ.</verse>
				<verse number="7">ຂ້າແດ່​ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຂໍ​ຊົງ​ໂຜດ​ນຳ​ພວກ​ຂ້ານ້ອຍ​ກັບຄືນ​ມາ​ແດ່ທ້ອນ ຂໍ​ຊົງ​ໂຜດ​ໃຫ້​ຄວາມ​ເມດຕາ​ແກ່​ພວກ​ຂ້ານ້ອຍ​ແດ່ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ພົ້ນໄພ.</verse>
				<verse number="8">ພຣະອົງ​ໄດ້​ເອົາ​ເຄືອ​ອະງຸ່ນ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລ້ວ​ພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ຕ່າງໆ​ໜີ ຈາກ​ດິນແດນ​ຂອງ​ພວກເຂົາ​ແລະ​ເອົາ​ເຄືອ​ອະງຸ່ນ ມາ​ປູກ​ໄວ້​ແທນ​ໃນ​ດິນແດນ​ນັ້ນ.</verse>
				<verse number="9">ພຣະອົງ​ໄດ້​ຖາງ​ປ່າ​ແລະ​ພວນດິນ​ຄືນ​ໃໝ່​ໃຫ້​ດີ ສຳລັບ​ໃຫ້​ເຄືອ​ອະງຸ່ນ​ປົ່ງ​ງາມດີ ມັນ​ມີ​ຮາກ​ຢັ່ງ​ລົງ​ເລິກ​ຫລາຍ​ແລະ​ແຜ່ຜາຍ​ອອກ​ໄປ ທົ່ວ​ທັງ​ຜືນ​ແຜ່ນດິນ​ນັ້ນ.</verse>
				<verse number="10">ຫົ່ມ​ຂອງ​ມັນ​ປົກຫຸ້ມ​ພູ​ໄວ້​ໄດ້ ແລະ​ເຄືອ​ຂອງ​ມັນ​ກໍ​ປົກຄຸມ​ຕົ້ນ​ສົນ​ໃຫຍ່​ທີ່ສຸດ​ໄດ້.</verse>
				<verse number="11">ສ່ວນ​ງ່າ​ໄດ້​ແຜ່​ໄປ​ຮອດ​ທະເລ​ເມດີແຕຣາເນ ແລະ​ໄປ​ໄກ​ສຸດ​ຈົນຮອດ​ແມ່ນໍ້າ​ເອີຟຣັດ.</verse>
				<verse number="12">ເປັນຫຍັງ​ພຣະອົງ​ຈຶ່ງ​ທຳລາຍ​ຮົ້ວ​ອ້ອມ​ນັ້ນ​ລົງ? ບັດນີ້ ໃຜໆ​ຜ່ານ​ໄປ​ກໍ​ລັກ​ເອົາ​ໝາກ​ຂອງ​ມັນ​ໄດ້.</verse>
				<verse number="13">ແລ້ວ​ຝູງ​ໝູປ່າ​ກໍໄດ້​ມາ​ຢຽບຢໍ່າ​ທຳລາຍ​ມັນ​ລົງ ແລະ​ສັດປ່າ​ທັງຫລາຍ​ກໍ​ມາ​ກັດກິນ​ມັນ​ດ້ວຍ.</verse>
				<verse number="14">ຂ້າແດ່​ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຂໍ​ຊົງ​ໂຜດ​ຫລຽວລົງ​ຈາກ​ສະຫວັນ​ແລະ​ມາ​ຊ່ວຍຊູ​ດ້ວຍ</verse>
				<verse number="15">ຂໍ​ຊົງ​ໂຜດ​ມາ​ຊ່ວຍ​ເຄືອ​ອະງຸ່ນ​ທີ່​ພຣະອົງ​ຊົງ​ໄດ້​ປູກ​ໄວ້​ໃຫ້​ພົ້ນໄພ ຄື​ເບ້ຍ​ອະງຸ່ນ​ທີ່​ພຣະອົງ​ໄດ້​ໃຫ້​ຈະເລີນ​ໃຫຍ່​ຈົນ​ເຂັ້ມແຂງ​ນັ້ນ.</verse>
				<verse number="16">ສັດຕູ​ຂອງ​ພວກ​ຂ້ານ້ອຍ​ໄດ້​ຕັດ​ມັນ​ລົງ​ແລະ​ຈູດ​ມັນ​ຖິ້ມ ຂໍ​ພຣະອົງ​ຫລຽວເບິ່ງ​ດ້ວຍ​ຄວາມ​ໂກດຮ້າຍ​ແລະ​ທຳລາຍ​ພວກເຂົາ​ດ້ວຍ</verse>
				<verse number="17">ຂໍ​ຊົງ​ໂຜດ​ປົກປ້ອງ​ຄຸ້ມຄອງ​ປະຊາຊົນ​ຂອງ​ພຣະອົງ​ທີ່​ຊົງ​ເລືອກເອົາ ຄື​ຊົນຊາດ​ທີ່​ພຣະອົງ​ໄດ້​ເຮັດ​ໃຫ້​ເຂັ້ມແຂງ​ນັ້ນ.</verse>
				<verse number="18">ພວກ​ຂ້ານ້ອຍ​ຈະ​ບໍ່​ຫັນ​ໜີໄປ​ອີກ​ຈັກເທື່ອ ຂໍ​ຊົງ​ໂຜດ​ໃຫ້​ມີ​ຊີວິດ​ຢູ່​ແລະ​ຈະ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະອົງ.</verse>
				<verse number="19">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຂໍ​ຊົງ​ໂຜດ​ນຳ​ພວກ​ຂ້ານ້ອຍ​ໃຫ້​ກັບຄືນ​ມາ​ແດ່ທ້ອນ ຂໍ​ຊົງ​ໂຜດ​ໃຫ້​ຄວາມ​ເມດຕາ​ແກ່​ພວກ​ຂ້ານ້ອຍ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ໄດ້​ພົ້ນໄພ.</verse>
			</chapter>
			<chapter number="81">
				<verse number="1">ຈົ່ງ​ຮ້ອງເພງ​ຢ່າງ​ຊົມຊື່ນ​ຍິນດີ​ຖວາຍ ແດ່​ພຣະເຈົ້າ​ຂອງ​ພວກເຮົາ. ຈົ່ງ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ແກ່​ພຣະເຈົ້າ​ຂອງ​ຢາໂຄບ.</verse>
				<verse number="2">ຈົ່ງ​ເລີ່ມຕົ້ນ​ບັນເລງ​ດົນຕຼີ​ແລະ​ຕີ​ກອງ​ຢ່າງ​ອອນຊອນ ຈົ່ງ​ດີດ​ກິດຕາ​ແລະ​ກະຈັບປີ່</verse>
				<verse number="3">ຈົ່ງ​ເປົ່າແກ​ເປັນ​ການ​ສະຫລອງ​ເທດສະການ ເມື່ອ​ຮອດ​ວັນ​ເດືອນ​ອອກ​ໃໝ່​ແລະ​ດວງຈັນ​ເຕັມ​ດວງ.</verse>
				<verse number="4">ອັນ​ນີ້ ເປັນ​ກົດບັນຍັດ​ຂອງ​ຊາດ​ອິດສະຣາເອນ ເປັນ​ຂໍ້ຄຳສັ່ງ​ແຫ່ງ​ພຣະເຈົ້າ​ຂອງ​ຢາໂຄບ.</verse>
				<verse number="5">ພຣະອົງ​ໄດ້​ຕັ້ງ​ໃຫ້​ເປັນ​ຂໍ້ຄຳສັ່ງ​ຂອງ​ໂຢເຊັບ ເມື່ອ​ພຣະອົງ​ໄດ້​ໂຈມຕີ​ດິນແດນ​ຂອງ​ເອຢິບ​ນັ້ນ. ຂ້ອຍ​ໄດ້ຍິນ​ສຽງ​ໜຶ່ງ​ທີ່​ບໍ່ມີ​ຜູ້ໃດ​ຮູ້ຈັກ ສຽງ​ນັ້ນ​ໄດ້​ກ່າວ​ຈາ​ອອກ​ມາ​ດັ່ງນີ້:</verse>
				<verse number="6">“ເຮົາ​ໄດ້​ເອົາ​ພາລະໜັກ​ອອກ​ຈາກ​ບ່າ​ພວກເຈົ້າ ເຮົາ​ໄດ້​ໃຫ້​ພວກເຈົ້າ​ວາງ​ຫາບ​ດິນຈີ່​ລົງ​ແລ້ວ.</verse>
				<verse number="7">ເມື່ອ​ມີ​ຄວາມ​ເດືອດຮ້ອນ​ພວກເຈົ້າ​ໄດ້​ເອີ້ນ​ຫາ​ເຮົາ ເຮົາ​ກໍໄດ້​ຊ່ວຍກູ້​ເອົາ​ພວກເຈົ້າ​ໃຫ້​ໄດ້​ພົ້ນ. ຈາກ​ທີ່​ລັບລີ້​ມີ​ລົມພະຍຸ ເຮົາ​ໄດ້​ຕອບ​ພວກເຈົ້າ ທີ່​ແມ່ນໍ້າ​ເມຣີບາ ເຮົາ​ໄດ້​ທົດລອງ​ພວກເຈົ້າ.</verse>
				<verse number="8">ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ຟັງ​ຄຳ​ເຕືອນ​ຂອງເຮົາ ຊາວ​ອິດສະຣາເອນ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຟັງ​ເຮົາ​ເວົ້າ</verse>
				<verse number="9">ໃນ​ເຮືອນ​ຂອງ​ພວກເຈົ້າ ຢ່າ​ໃຫ້​ມີ​ພະອື່ນ​ໃດ ຢ່າ​ໄດ້​ຂາບໄຫວ້​ມັນ​ເດັດຂາດ</verse>
				<verse number="10">ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ຈົ່ງ​ອ້າ​ປາກ​ຂອງ​ເຈົ້າ​ໃຫ້​ກວ້າງ​ແລະ​ເຮົາ​ຈະ​ປ້ອນ​ເຈົ້າ​ໃຫ້​ອີ່ມ.</verse>
				<verse number="11">ແຕ່​ປະຊາຊົນ​ຂອງເຮົາ​ບໍ່​ຍອມ​ຮັບ​ຟັງ​ເຮົາ​ເລີຍ ຊາວ​ອິດສະຣາເອນ​ບໍ່ເຄີຍ​ເຊື່ອຟັງ​ເຮົາ​ຈັກເທື່ອ.</verse>
				<verse number="12">ສະນັ້ນ ເຮົາ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ດື້ດຶງ​ຕາມໃຈ ໃຫ້​ເຮັດ​ຕາມ​ລຳພັງ​ໃຈ​ໃນ​ສິ່ງ​ທີ່​ພວກເຂົາ​ມັກ.</verse>
				<verse number="13">ເຮົາ​ຢາກ​ໃຫ້​ປະຊາຊົນ​ຂອງເຮົາ​ຍອມ​ເຊື່ອຟັງ​ເຮົາ ຄື​ຢາກ​ໃຫ້​ເຊື່ອຟັງ​ຖ້ອຍຄຳ​ທີ່​ເຮົາ​ເວົ້າ</verse>
				<verse number="14">ແລ້ວ​ເຮົາ​ກໍ​ຈະ​ເອົາ​ຊະນະ​ສັດຕູ​ຂອງ​ພວກເຂົາ​ໃຫ້​ທັນທີ ແລະ​ຈະ​ປາບ​ສັດຕູ​ຂອງ​ພວກເຂົາ​ທັງໝົດ​ໃຫ້​ລາບຄາບ.</verse>
				<verse number="15">ຄົນ​ທີ່​ກຽດຊັງ​ພຣະເຈົ້າຢາເວ​ຈະ​ຕ້ອງ​ກົ້ມຂາບ​ຕໍ່ໜ້າ​ພຣະອົງ​ຢ່າງ​ໜ້າຊື່​ໃຈຄົດ ແລະ​ໂທດກຳ​ຂອງ​ພວກເຂົາ​ຈະ​ມີ​ຢູ່​ຕະຫລອດ.</verse>
				<verse number="16">ແຕ່​ເຮົາ​ຈະ​ປ້ອນ​ພວກເຈົ້າ​ດ້ວຍ​ເຂົ້າ​ຊະນິດ​ດີທີ່ສຸດ ແລະ​ໃຫ້​ກິນ​ອີ່ມໜຳ​ສຳລານ​ດ້ວຍ​ນໍ້າເຜິ້ງ​ປ່າ​ທີ່​ມາ​ຈາກ​ຫີນ.”</verse>
			</chapter>
			<chapter number="82">
				<verse number="1">ພຣະເຈົ້າ​ຊົງ​ປົກຄອງ ໃນ​ສະພາ​ແຫ່ງ​ສະຫວັນ​ນັ້ນ ພຣະອົງ​ພິພາກສາ​ໃນ​ທ່າມກາງ​ບັນດາ​ພະ​ທັງຫຼາຍ​ວ່າ,</verse>
				<verse number="2">“ພວກທ່ານ​ຕ້ອງ​ຢຸດຕິ​ການຕັດສິນ​ອັນ​ບໍ່​ຍຸດຕິທຳ ແລະ​ຕ້ອງ​ເຊົາ​ເປັນ​ພັກພວກ​ຂອງ​ຄົນຊົ່ວຮ້າຍ</verse>
				<verse number="3">ຈົ່ງ​ປ້ອງກັນ​ສິດທິ​ຄົນ​ທຸກຈົນ​ແລະ​ລູກກຳພ້າ​ທັງຫລາຍ ຈົ່ງ​ສຸພາບ​ແກ່​ຄົນ​ຂັດສົນ​ແລະ​ຂາດ​ທີ່ເພິ່ງ.</verse>
				<verse number="4">ຈົ່ງ​ຊ່ວຍກູ້​ເອົາ​ຄົນ​ອ່ອນແຮງ​ແລະ​ຄົນ​ຍາກຈົນ​ໃຫ້​ພົ້ນ ຈາກ​ອຳນາດ​ຂອງ​ບັນດາ​ຄົນຊົ່ວຮ້າຍ.</verse>
				<verse number="5">ພວກເຈົ້າ​ໂງ່ຈ້າ ແລະ​ບໍ່​ຮູ້ຈັກ​ຫຍັງ ທັງ​ຍ່າງ​ໄປມາ​ໃນ​ຄວາມມືດ ແລະ​ຄວາມ​ຍຸດຕິທຳ​ໄດ້​ສູນເສຍ​ໄປ​ຈາກ​ໂລກນີ້.</verse>
				<verse number="6">ເຮົາ​ກ່າວ​ວ່າ, ‘ພວກເຈົ້າ​ຄື​ບັນດາ​ພະ​ທັງຫຼາຍ ເປັນ​ພວກ​ລູກຊາຍ​ອົງ​ສູງສຸດ​ທັງໝົດ.’</verse>
				<verse number="7">ແຕ່​ພວກເຈົ້າ​ພັດ​ເປັນ​ດັ່ງ​ມະນຸດ​ທຳມະດາ ແລະ​ຈະ​ສິ້ນ​ຊີວາ​ລົງ​ດັ່ງ​ເຈົ້າຊາຍ​ຄົນໜຶ່ງ.”</verse>
				<verse number="8">ຂ້າແດ່​ພຣະເຈົ້າ ຂໍ​ຈົ່ງ​ສະເດັດ​ມາ​ປົກຄອງ​ໂລກນີ້ ເພາະ​ຊົນຊາດ​ທັງໝົດ​ເປັນ​ຂອງ​ພຣະອົງ.</verse>
			</chapter>
			<chapter number="83">
				<verse number="1">ຂ້າແດ່​ພຣະເຈົ້າ ຂໍ​ຢ່າ​ສືບຕໍ່​ມິດງຽບ ຂໍ​ຢ່າ​ເມີນເສີຍ​ແລະ​ຢ່າ​ມິດ​ຢູ່</verse>
				<verse number="2">ເບິ່ງດູ ສັດຕູ​ຂອງ​ພຣະອົງ​ກຳລັງ​ກໍ່​ການ​ຈາລະຈົນ ຄົນ​ທີ່​ກຽດຊັງ​ພຣະອົງ​ກຳລັງ​ກໍ່​ການ​ກະບົດ​ຂຶ້ນ.</verse>
				<verse number="3">ພວກເຂົາ​ວາງແຜນ​ປອງຮ້າຍ​ປະຊາຊົນ​ຂອງ​ພຣະອົງ ແລະ​ວາງ​ອຸບາຍ​ຕໍ່ສູ້​ຄົນ​ທີ່​ພຣະອົງ​ຄຸ້ມຄອງ​ໄວ້.</verse>
				<verse number="4">ພວກເຂົາ​ເວົ້າ​ກັນ​ວ່າ, “ມາເຖີດ ມາ​ທຳລາຍ​ຊາດ​ນີ້, ຢ່າ​ໃຫ້​ມີ​ຊື່​ຊາດ​ອິດສະຣາເອນ​ຕໍ່ໄປ​ອີກ.”</verse>
				<verse number="5">ແລ້ວ​ພວກເຂົາ​ກໍ​ເຫັນ​ພ້ອມ​ຕາມ​ແຜນການ ໂດຍ​ເຕົ້າໂຮມ​ກັນ​ເປັນ​ພັນທະມິດ​ຕໍ່ສູ້​ພຣະອົງ.</verse>
				<verse number="6">ມີ​ຊາວ​ເອໂດມ​ແລະ​ຊາວ​ອິດຊະມາເອນ ຊາວ​ໂມອາບ​ກໍ​ມີ​ໜ້າ​ແລະ​ຊາວ​ຮັກກິດ​ກໍ​ຮ່ວມ​ຢູ່​ດ້ວຍ.</verse>
				<verse number="7">ຊາວ​ເກບານ ຊາວ​ອຳໂມນ ຊາວ​ອາມາເຫຼັກ ແລະ​ຊາວ​ຟີລິດສະຕິນ​ພ້ອມ​ກັບ​ຊາວ​ຕີເຣ.</verse>
				<verse number="8">ຊາວ​ອັດຊີເຣຍ​ຜູ້​ເຂັ້ມແຂງ​ກໍ​ເປັນ​ພັນທະມິດ ຝ່າຍ​ຊາວ​ອຳໂມນ ຊາວ​ໂມອາບ​ເຊື້ອສາຍ​ຂອງ​ໂລດ.</verse>
				<verse number="9">ຈົ່ງ​ເຮັດ​ຕໍ່​ພວກເຂົາ​ດັ່ງ​ທີ່​ພຣະອົງ​ໄດ້​ກະທຳ​ຕໍ່​ຊາວ​ມີດີອານ ຕໍ່​ສີເສຣາ​ແລະ​ຢາບິນ​ທີ່​ແມ່ນໍ້າ​ກີໂຊນ​ນັ້ນ.</verse>
				<verse number="10">ພຣະອົງ​ໄດ້​ເອົາ​ຊະນະ​ພວກ​ເຂົາເຈົ້າ​ທີ່​ເອນໂດເຣ ແລະ​ຊາກສົບ​ຂອງ​ພວກເຂົາ​ກໍ​ເນົ່າເໝັນ​ເຕັມ​ພື້ນ.</verse>
				<verse number="11">ຈົ່ງ​ເຮັດ​ຕໍ່​ພວກ​ຜູ້ນຳ​ພວກເຂົາ ເໝືອນ​ດັ່ງ​ເຮັດ​ຕໍ່​ໂອເຣັບ​ແລະ​ເຊເອັບ ຕໍ່​ບັນດາ​ຜູ້ປົກຄອງ​ດັ່ງ​ເຊບາ​ແລະ​ຊັນມຸນນາ​ດ້ວຍ.</verse>
				<verse number="12">ພວກເຂົາ​ເວົ້າ​ອວດ​ກັນ​ວ່າ, “ພວກເຮົາ​ຈະ​ຢຶດເອົາ​ດິນແດນ​ຂອງ​ພຣະເຈົ້າ ມາ​ເປັນ​ຂອງ​ພວກເຮົາ​ເອງ​ໃຫ້​ໄດ້.”</verse>
				<verse number="13">ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຈົ່ງ​ໃຫ້​ພວກເຂົາ​ແຕກ​ຜຸພ່າຍ​ດັ່ງ​ຂີ້ຝຸ່ນ​ດິນ ໃຫ້​ເປັນ​ດັ່ງ​ເຟືອງ​ທີ່​ຖືກ​ລົມ​ພັດ​ປິວໄປ​ນັ້ນ.</verse>
				<verse number="14">ເໝືອນດັ່ງ​ໄຟ​ທີ່​ໄໝ້​ເຜົາ​ປ່າດົງ​ພົງໄພ ເໝືອນດັ່ງ​ແປວໄຟ​ທີ່​ໄໝ້​ເນີນພູ​ຢູ່​ນັ້ນ.</verse>
				<verse number="15">ຈົ່ງ​ສົ່ງ​ລົມພະຍຸ​ມາ​ຂັບໄລ່​ພວກເຂົາ​ໃຫ້​ປົບໜີໄປ ແລະ​ໃຫ້​ຢ້ານກົວ​ລົມ​ອັນ​ແຮງກ້າ​ຂອງ​ພຣະອົງ.</verse>
				<verse number="16">ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ໃຫ້​ພວກເຂົາ​ອັບອາຍ​ທີ່ສຸດ ແລະ​ໃຫ້​ພວກເຂົາ​ສະແຫວງຫາ​ພຣະນາມ​ຂອງ​ພຣະອົງ.</verse>
				<verse number="17">ຈົ່ງ​ໃຫ້​ພວກເຂົາ​ພ່າຍແພ້​ແລະ​ຢ້ານຢຳ​ສືບໆໄປ ຈົ່ງ​ໃຫ້​ພວກເຂົາ​ຕາຍ​ຢ່າງ​ເສຍ​ສັກສີ​ຈົນ​ໝົດສິ້ນ.</verse>
				<verse number="18">ຈົ່ງ​ໃຫ້​ພວກເຂົາ​ຮູ້​ວ່າ ພຣະອົງ​ຜູ້​ມີ​ນາມຊື່​ເປັນ​ພຣະເຈົ້າຢາເວ​ພຽງແຕ່​ອົງດຽວ ເປັນ​ຜູ້ປົກຄອງ​ສູງສຸດ​ທົ່ວ​ທັງ​ແຜ່ນດິນ​ໂລກ​ນີ້.</verse>
			</chapter>
			<chapter number="84">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ຮັກ​ພຣະວິຫານ​ຫລາຍ​ທີ່ສຸດ.</verse>
				<verse number="2">ຂ້ານ້ອຍ​ປາຖະໜາ ຢາກ​ຢູ່​ໃນ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າຢາເວ. ຈິດໃຈ​ຂ້ານ້ອຍ​ຈະ​ຂັບຮ້ອງ​ບົດເພງ​ຢ່າງ​ຊົມຊື່ນ ຖວາຍ​ແກ່​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ດ້ວຍ​ສຸດຈິດ​ສຸດໃຈ.</verse>
				<verse number="3">ແມ່ນແຕ່​ນົກ​ຈອກ​ກໍ​ສ້າງ​ຮັງ​ແລະ​ນົກ​ແອ່ນ​ກໍ​ມີ​ຮັງ​ຂອງຕົນ ຕ່າງ​ກໍ​ຮັກສາ​ລູກນ້ອຍ​ໄວ້​ຢູ່​ໃກ້​ແທ່ນບູຊາ​ຂອງ​ພຣະອົງ. ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຈອມກະສັດ​ຂອງ​ຂ້ານ້ອຍ​ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ.</verse>
				<verse number="4">ພວກ​ທີ່​ອາໄສ​ຢູ່​ໃນ​ວິຫານ​ຂອງ​ພຣະອົງ​ນັ້ນ​ມີ​ຄວາມສຸກ​ທີ່ສຸດ ພວກເຂົາ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ບໍ່​ຂາດ.</verse>
				<verse number="5">ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄດ້​ເຫື່ອແຮງ​ມາ​ຈາກ​ພຣະອົງ ຄື​ຜູ້​ມີ​ຈິດໃຈ​ຮ້ອນຮົນ​ໄປ​ນະມັດສະການ​ທີ່​ພູເຂົາ​ຊີໂອນ​ນັ້ນ.</verse>
				<verse number="6">ເມື່ອ​ພວກເຂົາ​ຜ່ານ​ຮ່ອມພູ​ແຫ້ງແລ້ງ​ທີ່​ບາກາ ບ່ອນ​ນັ້ນ​ກໍ​ກາຍເປັນ​ນໍ້າພຸ ຝົນ​ຕົ້ນລະດູ​ໃຫ້​ເຕັມ​ດ້ວຍ​ສະນໍ້າ.</verse>
				<verse number="7">ພວກເຂົາ​ມີ​ເຫື່ອແຮງ​ຂຶ້ນ​ຂະນະທີ່​ເດີນທາງ​ໄປ ທີ່​ພູເຂົາ​ຊີໂອນ​ຈະ​ພົບ​ເຫັນ​ພຣະເຈົ້າ​ຜູ້​ຊົງ​ຢູ່​ເໜືອ​ບັນດາ​ພະ​ທັງຫຼາຍ.</verse>
				<verse number="8">ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ດ້ວຍ​ເຖີດ ໂອ ພຣະເຈົ້າ​ຂອງ​ຢາໂຄບ​ເອີຍ ຂໍ​ຊົງ​ໂຜດ​ຮັບ​ຟັງ​ຂ້ານ້ອຍ​ດ້ວຍ.</verse>
				<verse number="9">ຂ້າແດ່​ພຣະເຈົ້າ ຜູ້​ຊົງ​ເປັນ​ໂລ້​ຂອງ​ພວກ​ຂ້ານ້ອຍ ຂໍ​ຊົງ​ແນມ​ແລະ​ຫລຽວ​ເບິ່ງ​ຜູ້​ທີ່​ພຣະອົງ​ໄດ້​ຫົດສົງ​ເອົາ​ນັ້ນ.</verse>
				<verse number="10">ຢູ່​ໃນ​ເດີ່ນ​ວິຫານ​ຂອງ​ພຣະອົງ​ພຽງແຕ່​ວັນດຽວ ກໍດີກວ່າ​ພັນວັນ​ຢູ່​ໃນ​ທີ່​ອື່ນໆ. ໄດ້​ຢືນ​ຢູ່​ທີ່​ປະຕູ​ວິຫານ​ຂອງ​ພຣະເຈົ້າ ກໍດີກວ່າ​ໄດ້​ຢູ່​ໃນ​ເຮືອນ​ຂອງ​ຄົນຊົ່ວຮ້າຍ.</verse>
				<verse number="11">ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ຕາເວັນ​ແລະ​ເປັນ​ໂລ້ກຳບັງ ຊົງ​ປະທານ​ພຣະຄຸນ​ແລະ​ສະຫງ່າຣາສີ. ດ້ວຍ​ຄວາມ​ເມດຕາ​ແລະ​ກຽດສັກສີ ພຣະເຈົ້າຢາເວ​ໃຫ້​ຂອງ​ດີ ແກ່​ຜູ້​ທີ່​ເດີນ​ຕາມ​ທາງ​ອັນ​ຊອບທຳ​ຢ່າງ​ບໍ່​ອັ້ນ.</verse>
				<verse number="12">ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.</verse>
			</chapter>
			<chapter number="85">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເມດຕາ​ດິນແດນ​ຂອງ​ພຣະອົງ ພຣະອົງ​ໄດ້​ໂຜດ​ໃຫ້​ອິດສະຣາເອນ​ຮຸ່ງເຮືອງ​ຂຶ້ນ​ໃໝ່.</verse>
				<verse number="2">ພຣະອົງ​ໄດ້​ອະໄພ​ການບາບ​ໃຫ້​ປະຊາຊົນ ແລະ​ຍົກໂທດ​ຍົກ​ຜິດ​ທຸກຢ່າງ​ໃຫ້​ເຂົາເຈົ້າ.</verse>
				<verse number="3">ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ບໍ່ມີ​ຕໍ່​ພວກເຂົາ​ຕໍ່ໄປ ຄວາມ​ກິ້ວໂກດ​ຂອງ​ພຣະອົງ​ກໍ​ຖືກ​ຖອນ​ຖິ້ມ​ແລ້ວ.</verse>
				<verse number="4">ຂ້າແດ່​ພຣະເຈົ້າ​ແຫ່ງ​ຄວາມພົ້ນ​ຂອງ​ພວກ​ຂ້ານ້ອຍ ຂໍ​ຊົງ​ໂຜດ​ນຳ​ພວກ​ຂ້ານ້ອຍ​ຄືນ​ບ້ານ ໂຜດ​ລະຖິ້ມ​ຄວາມ​ບໍ່​ພໍໃຈ ທີ່​ພຣະອົງ​ມີ ຕໍ່​ພວກ​ຂ້ານ້ອຍ​ນັ້ນ​ເຖີດ.</verse>
				<verse number="5">ພຣະອົງ​ຈະ​ໂກດຮ້າຍ​ຕະຫລອດໄປ​ຊັ້ນບໍ? ຄວາມ​ໂກດຮ້າຍ​ຈະ​ບໍ່​ສຸດ​ເປັນ​ຈັກເທື່ອ​ຫລືນີ້?</verse>
				<verse number="6">ຂໍ​ຊົງ​ໂຜດ​ເຮັດ​ໃຫ້​ພວກ​ຂ້ານ້ອຍ​ເຂັ້ມແຂງ​ຂຶ້ນ​ໃໝ່​ແດ່ ແລະ​ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ.</verse>
				<verse number="7">ໂຜດ​ໃຫ້​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ​ໄດ້​ດຳລົງ ຢູ່​ນຳ​ແລະ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນໄພ​ດ້ວຍ.</verse>
				<verse number="8">ຂ້ານ້ອຍ​ຟັງ​ສິ່ງ​ທີ່​ພຣະເຈົ້າ​ພຣະເຈົ້າຢາເວ​ຈະ​ກ່າວ ພຣະອົງ​ຊົງ​ສັນຍາ​ໃຫ້​ຄວາມ​ສັນຕິສຸກ​ແກ່​ພວກ​ຂ້ານ້ອຍ​ນັ້ນ ຄື​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ມີ​ຄວາມ​ສະຫງົບສຸກ ຖ້າ​ພວກ​ຂ້ານ້ອຍ​ບໍ່​ເຮັດ​ສິ່ງ​ທີ່​ໂງ່ຈ້າ​ອີກ.</verse>
				<verse number="9">ແທ້ຈິງ​ແລ້ວ ພຣະອົງ​ຕຽມພ້ອມ​ທີ່​ຈະ​ຊ່ວຍຊູ ຜູ້​ຖວາຍ​ກຽດ​ແກ່​ພຣະອົງ​ໃຫ້​ພົ້ນໄພ​ໄດ້ ແລະ​ສະຫງ່າຣາສີ​ຂອງ​ພຣະອົງ​ຈະ​ດຳລົງ​ຢູ່​ຕໍ່ໄປ ໃນ​ດິນແດນ​ຂອງ​ພວກ​ຂ້ານ້ອຍ​ນັ້ນ.</verse>
				<verse number="10">ຄວາມຮັກ​ກັບ​ຄວາມສັດຊື່​ຈະ​ພົບພໍ້​ກັນ ຄວາມ​ຊອບທຳ​ແລະ​ສັນຕິສຸກ​ຈະ​ກອດ​ກັນ​ໄວ້.</verse>
				<verse number="11">ຄວາມສັດຊື່​ຂອງ​ຄົນ​ຈະ​ຟົ້ງ​ຈາກ​ແຜ່ນດິນ​ຂຶ້ນ​ໄປ ແລະ​ສະຫວັນ​ຈະ​ສ່ອງ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ລົງ​ມາ.</verse>
				<verse number="12">ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຮົາ​ຈະເລີນ​ຮຸ່ງເຮືອງ ດິນແດນ​ຂອງ​ພວກເຮົາ​ຈະ​ໄດ້​ເກັບກ່ຽວ​ຢ່າງດີ.</verse>
				<verse number="13">ຄວາມ​ຊອບທຳ​ຈະ​ໄປ​ກ່ອນ​ໜ້າ​ພຣະອົງ ແລະ​ຈັດຕຽມ​ຫົນທາງ​ໄວ້​ສຳລັບ​ພຣະອົງ​ດ້ວຍ.</verse>
			</chapter>
			<chapter number="86">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຟັງ​ແລະ​ຕອບ​ຂ້ານ້ອຍ​ດ້ວຍ ເພາະ​ຂາດ​ທີ່ເພິ່ງ​ແລະ​ອິດອ່ອນ​ກຳລັງ.</verse>
				<verse number="2">ເພາະ​ຂ້ານ້ອຍ​ສັດຊື່​ຕໍ່​ພຣະອົງ ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ຄວາມຕາຍ​ແດ່ທ້ອນ ຂໍ​ຊົງ​ໂຜດ​ຊ່ວຍ​ຜູ້ຮັບໃຊ້​ຢ່າງ​ຂ້ານ້ອຍ​ໃຫ້​ພົ້ນໄພ ຄື​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະອົງ​ນັ້ນ. ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ.</verse>
				<verse number="3">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ໂຜດ​ເມດຕາ​ແດ່ ຂ້ານ້ອຍ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ຕະຫລອດ​ວັນ.</verse>
				<verse number="4">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ໃຫ້​ຜູ້ຮັບໃຊ້​ໄດ້​ຊົມຊື່ນ​ຍິນດີ ເພາະ​ຈິດໃຈ​ຂອງ​ຂ້ານ້ອຍ​ຈົດຈໍ່​ໃນ​ພຣະອົງ.</verse>
				<verse number="5">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ດີ​ຕໍ່​ພວກ​ຂ້ານ້ອຍ​ແທ້ໆ ທັງ​ຍົກໂທດ​ໃຫ້​ອະໄພ​ແກ່​ຂ້ານ້ອຍ​ດ້ວຍ. ຊົງ​ເຕັມ​ໄປ​ດ້ວຍ​ຄວາມຮັກ​ອັນ​ໝັ້ນຄົງ ຕໍ່​ທຸກຄົນ​ທີ່​ພາວັນນາ​ອະທິຖານ​ຫາ​ພຣະອົງ​ນັ້ນ.</verse>
				<verse number="6">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ແດ່ ຂໍ​ຊົງ​ໂຜດ​ຟັງ​ຂ້ານ້ອຍ​ຮ້ອງຂໍ​ໃຫ້​ຊ່ວຍຊູ​ແດ່ທ້ອນ.</verse>
				<verse number="7">ເມື່ອ​ຂ້ານ້ອຍ​ເດືອດຮ້ອນ​ກໍ​ຮ້ອງຫາ​ພຣະອົງ ເພາະ​ພຣະອົງ​ຕອບ​ຕາມ​ຄຳພາວັນນາ​ອະທິຖານ​ໄດ້.</verse>
				<verse number="8">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ບໍ່ມີ​ພະ​ໃດ​ທີ່​ເປັນ​ດັ່ງ​ພຣະອົງ ບໍ່ມີ​ຜູ້ໃດ​ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ເຮັດ​ນັ້ນ​ໄດ້.</verse>
				<verse number="9">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ທຸກ​ຊົນຊາດ​ທີ່​ພຣະອົງ​ໄດ້​ສ້າງ​ຈະ​ກົ້ມຂາບ​ພຣະອົງ ພວກເຂົາ​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ ຖວາຍ​ສະຫງ່າຣາສີ​ແດ່​ພຣະນາມ​ຂອງ​ພຣະອົງ.</verse>
				<verse number="10">ພຣະອົງ​ຊົງ​ຣິດອຳນາດ​ແລະ​ເຮັດ​ສິ່ງ​ອັດສະຈັນ ພຣະອົງ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ.</verse>
				<verse number="11">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ສັ່ງສອນ​ສິ່ງ​ທີ່​ຢາກ​ໃຫ້​ຂ້ານ້ອຍ​ເຮັດ ແລະ​ຂ້ານ້ອຍ​ຈະ​ເຊື່ອຟັງ​ດ້ວຍ​ຈິງໃຈ ຂໍ​ຊົງ​ໂຜດ​ບອກສອນ​ຂ້ານ້ອຍ​ໃຫ້​ຮູ້​ຮັບໃຊ້​ພຣະອົງ​ແດ່ ແລະ​ຂ້ານ້ອຍ​ກໍ​ຈະ​ໄດ້​ຮັບໃຊ້​ຢ່າງ​ສຸດໃຈ.</verse>
				<verse number="12">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ​ດ້ວຍ​ສຸດໃຈ ຂ້ານ້ອຍ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ຕະຫລອດໄປ​ເປັນນິດ.</verse>
				<verse number="13">ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ກໍ​ຍິ່ງໃຫຍ່​ສຳລັບ​ຂ້ານ້ອຍ ພຣະອົງ​ຊ່ວຍກູ້​ຂ້ານ້ອຍ​ໃຫ້​ຫວິດ​ຈາກ​ຂຸມຝັງສົບ​ແລ້ວ.</verse>
				<verse number="14">ຂ້າແດ່​ພຣະເຈົ້າ ຄົນ​ຈອງຫອງ​ກຳລັງ​ເຂົ້າ​ມາ​ຕໍ່ສູ້​ຂ້ານ້ອຍ ຂ້ານ້ອຍ​ມີ​ເລື່ອງ​ກັບ​ໝູ່ຄົນ​ທີ່​ໂຫດຮ້າຍ ຄື​ຜູ້​ທີ່​ປອງ​ທຳຮ້າຍ​ເພື່ອ​ຈະ​ສັງຫານ​ຂ້ານ້ອຍ​ເສຍ ເປັນ​ຜູ້​ທີ່​ບໍ່​ເອົາໃຈໃສ່​ຕໍ່​ພຣະອົງ​ເລີຍ.</verse>
				<verse number="15">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ແຕ່​ພຣະອົງ​ເປັນ​ພຣະເຈົ້າ​ຊົງ​ພຣະເມດຕາ ແລະ​ຊົງພຣະຄຸນ ບໍ່​ຮ້າຍ​ງ່າຍ ແລະ​ມີ​ຄວາມຮັກ​ອັນໝັ້ນຄົງ ແລະ​ສັດຊື່​ຢູ່​ສະເໝີ.</verse>
				<verse number="16">ຂໍ​ຊົງ​ໂຜດ​ຫັນ​ມາ​ຫາ​ຂ້ານ້ອຍ​ແລະ​ໂຜດ​ພຣະຄຸນ​ໃຫ້​ຂ້ານ້ອຍ​ແດ່ ຂໍ​ຊົງ​ໂຜດ​ຊູ​ກຳລັງ​ຂຶ້ນ​ໃຫ້​ພົ້ນ​ຈາກ​ໂພຍໄພ​ແດ່ທ້ອນ ເພາະວ່າ​ຂ້ານ້ອຍ​ນີ້​ກໍໄດ້​ຮັບໃຊ້​ພຣະອົງ ເໝືອນດັ່ງ​ທີ່​ແມ່​ຂອງ​ຂ້ານ້ອຍ​ເຄີຍ​ໄດ້​ປະຕິບັດ​ມາ​ນັ້ນ.</verse>
				<verse number="17">ຂໍ​ຊົງ​ໂຜດ​ໃຫ້​ໝາຍສຳຄັນ​ແກ່​ຂ້ານ້ອຍ​ໄດ້​ເຫັນ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ​ແດ່ ເພື່ອ​ພວກ​ທີ່​ກຽດຊັງ​ຂ້ານ້ອຍ​ຈະ​ໄດ້​ອັບອາຍ​ຂາຍໜ້າ ເມື່ອ​ພວກເຂົາ​ເຫັນ​ວ່າ​ພຣະເຈົ້າຢາເວ​ໄດ້​ຊົງ​ໃຫ້​ຄວາມ​ເລົ້າໂລມ​ໃຈ​ແກ່​ຂ້ານ້ອຍ ແລະ​ໃຫ້​ຄວາມ​ຊ່ວຍເຫຼືອ​ແກ່​ຂ້ານ້ອຍ.</verse>
			</chapter>
			<chapter number="87">
				<verse number="1">ພຣະອົງ​ໄດ້​ສ້າງ​ຮາກຖານ​ຂອງ​ນະຄອນ ໄວ້​ເທິງ​ພູເຂົາ​ອັນ​ສັກສິດ​ນັ້ນ</verse>
				<verse number="2">ພຣະເຈົ້າຢາເວ​ຮັກ​ປະຕູ​ນະຄອນ​ເຢຣູຊາເລັມ​ຫລາຍກວ່າ​ທີ່​ອື່ນໃດ ໃນ​ດິນແດນ​ອິດສະຣາເອນ​ນັ້ນ.</verse>
				<verse number="3">ນະຄອນ​ຂອງ​ພຣະເຈົ້າ​ເອີຍ ຈົ່ງ​ຟັງ​ສິ່ງ​ອັດສະຈັນ ທີ່​ພຣະອົງ​ກ່າວ​ເຖິງ​ເຈົ້າ:</verse>
				<verse number="4">ເມື່ອ​ເຮົາ​ຈົດ​ລາຍຊື່​ຊົນຊາດ​ທີ່​ເຊື່ອຟັງ​ເຮົາ ເຮົາ​ຈະ​ຮວມ​ເອົາ​ຊາວ​ເອຢິບ​ແລະ​ຊາວ​ບາບີໂລນ​ດ້ວຍ ຊາວ​ຟີລິດສະຕິນ, ຊາວ​ຕີເຣ​ແລະ​ເອທີໂອເປຍ ຈະ​ນັບ​ເຂົ້າ​ເປັນ​ຊາວ​ນະຄອນ​ເຢຣູຊາເລັມ​ດ້ວຍ.</verse>
				<verse number="5">ກ່ຽວກັບ​ພູເຂົາ​ຊີໂອນ​ນັ້ນ​ຈະ​ມີ​ຄຳ​ກ່າວ​ດັ່ງນີ້​ວ່າ: ບັນດາ​ຊົນຊາດ​ທັງຫຼາຍ​ເປັນ​ຂອງ​ພູ​ນີ້ ແລະ​ພຣະ​ຜູ້ຊົງ​ຣິດທານຸພາບ​ຍິ່ງໃຫຍ່ ຈະ​ເຮັດ​ໃຫ້​ພູ​ນີ້​ເຂັ້ມແຂງ​ຂຶ້ນ.</verse>
				<verse number="6">ພຣະເຈົ້າຢາເວ​ຈະ​ຈົດ​ລາຍຊື່​ຄົນ​ທັງຫລາຍ ແລະ​ຮວມ​ເອົາ​ພວກເຂົາ​ເຂົ້າ​ເປັນ​ປະຊາຊົນ​ຂອງ​ນະຄອນ​ເຢຣູຊາເລັມ​ດ້ວຍ.</verse>
				<verse number="7">ພວກເຂົາ​ຕ່າງ​ກໍ​ຈະ​ຟ້ອນ ແລະ​ຮ້ອງລຳ​ທຳເພງ​ວ່າ, “ບໍ່ເກີດ​ແຫ່ງ​ພຣະພອນ​ທັງສິ້ນ​ກໍ​ຢູ່​ໃນ​ພູເຂົາ​ຊີໂອນ.”</verse>
			</chapter>
			<chapter number="88">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງຄວາມພົ້ນ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ມາ​ເຝົ້າ ຢູ່​ຕໍ່ໜ້າ​ພຣະອົງ​ຮ້ອງໄຫ້​ທັງເວັນ​ທັງຄືນ.</verse>
				<verse number="2">ຂໍ​ຊົງ​ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ດ້ວຍ ຂໍ​ຊົງ​ໂຜດ​ຟັງ​ຄຳຮ້ອງຂໍ​ຂອງ​ຂ້ານ້ອຍ​ແດ່ທ້ອນ.</verse>
				<verse number="3">ຄວາມ​ເດືອດຮ້ອນ​ຫຼາຍ​ຢ່າງ​ນັ້ນ​ໄດ້​ຕົກ​ຖືກ​ຂ້ານ້ອຍ​ແລ້ວ ຈົນ​ຂ້ານ້ອຍ​ເກືອບ​ຕາຍ.</verse>
				<verse number="4">ຂ້ານ້ອຍ​ເປັນ​ດັ່ງ​ຄົນ​ທີ່​ຢູ່​ໃກ້​ຄວາມຕາຍ; ກຳລັງ​ວັງຊາ​ທັງໝົດ​ກໍ​ສູນເສຍ​ໄປ​ສິ້ນ.</verse>
				<verse number="5">ຂ້ານ້ອຍ​ຖືກ​ປະຖິ້ມ​ໄວ້​ໃນ​ທ່າມກາງ​ຄົນຕາຍ ນອນ​ຢູ່​ໃນ​ຂຸມຝັງສົບ​ເໝືອນດັ່ງ​ຄົນ​ທີ່​ຖືກ​ຂ້າ ເປັນ​ຄົນ​ທີ່​ຖືກ​ປະຖິ້ມ​ແລະ​ຖືກ​ລືມໄລ​ໄປ​ໝົດ ເປັນ​ຄົນ​ທີ່​ພຣະອົງ​ຊ່ວຍເຫລືອ​ຫຍັງ​ບໍ່ໄດ້​ແລ້ວ.</verse>
				<verse number="6">ພຣະອົງ​ໄດ້​ໂຍນ​ຂ້ານ້ອຍ​ຖິ້ມ​ລົງ​ໃນ​ອຸບມຸງ​ເລິກ​ສຸດ ໃນ​ຂຸມ​ບ່ອນ​ມືດໜາ ແລະ​ເລິກ​ທີ່ສຸດ​ດ້ວຍ.</verse>
				<verse number="7">ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ໄດ້​ທັບເຕັງ​ຂ້ານ້ອຍ​ລົງ​ຢ່າງໜັກ ແລະ​ຂ້ານ້ອຍ​ຖືກ​ຢຽບ​ໃຫ້​ໝຸ່ນ​ດ້ວຍ​ຄື້ນ​ແຫ່ງ​ຄວາມ​ໂກດຮ້າຍ.</verse>
				<verse number="8">ພຣະອົງ​ໄດ້​ເຮັດ​ໃຫ້​ໝູ່ເພື່ອນ​ຜູ້​ໃກ້ຊິດ​ຂອງ​ຂ້ານ້ອຍ​ປະຖິ້ມ​ຂ້ານ້ອຍ​ໄປ ຂ້ານ້ອຍ​ຖືກ​ພວກເຂົາ​ກຽດຊັງ ແລະ​ຖືກ​ຂັງ​ໄວ້​ຈົນ​ໜີໄປ​ບໍ່ໄດ້</verse>
				<verse number="9">ສາຍ​ຕາ​ຂ້ານ້ອຍ​ກໍ​ຄ່ອຍໆ​ມືດມົວ​ໄປ ເພາະ​ຄວາມທຸກໃຈ​ໄດ້​ບີບຄັ້ນ​ຂ້ານ້ອຍ​ໄວ້ ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ພຣະອົງ​ຢູ່​ທຸກ​ວັນ ໂດຍ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ພຣະອົງ.</verse>
				<verse number="10">ການ​ອັດສະຈັນ​ນັ້ນ​ສຳລັບ​ຄົນ​ຕາຍ​ຊັ້ນບໍ? ພວກເຂົາ​ຄືນ​ຂຶ້ນ​ມາ​ແລະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ໄດ້​ຫລືບໍ່?</verse>
				<verse number="11">ຄົນຕາຍ​ຈະ​ກ່າວ​ເຖິງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ເປັນ​ບໍ? ພວກເຂົາ​ຈະ​ປະກາດ​ເຖິງ​ຄວາມຮັກ​ອັນ​ໝັ້ນຄົງ ຂອງ​ພຣະອົງ​ໃນ​ຂຸມຝັງສົບ​ໄດ້​ຫລື? ຫລື​ຈະ​ກ່າວ​ເຖິງ​ຄວາມ​ສັດຊື່​ຂອງ​ພຣະອົງ ໃນ​ແດນ​ແຫ່ງ​ຄວາມພິນາດ​ໄດ້​ຫລືບໍ່?</verse>
				<verse number="12">ພວກເຂົາ​ເຫັນ​ສິ່ງ​ອັດສະຈັນ​ທີ່​ພຣະອົງ​ໄດ້​ຊົງ​ກະທຳ ໃນ​ບ່ອນ​ແຫ່ງ​ຄວາມມືດ​ໄດ້​ຫລື? ຫລື​ພຣະຄຸນ​ຄວາມດີ​ໃນ​ແດນ​ຖືກ​ລືມໄລ​ໄດ້​ຫລື​ບໍ່?</verse>
				<verse number="13">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ໃຫ້​ຊ່ວຍເຫຼືອ ຂ້ານ້ອຍ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ຢູ່​ທຸກໆເຊົ້າ.</verse>
				<verse number="14">ຂ້າແດ່​ພຣະເຈົ້າຢາເວ ເຫດໃດ​ພຣະອົງ​ຈຶ່ງ​ປະຖິ້ມ​ຂ້ານ້ອຍ? ເປັນຫຍັງ​ພຣະອົງ​ຈຶ່ງ​ຫັນໜ້າ​ໜີໄປ​ຈາກ​ຂ້ານ້ອຍ​ເສຍ?</verse>
				<verse number="15">ແຕ່​ຍັງ​ໜຸ່ມ​ນັ້ນ ຂ້ານ້ອຍ​ທົນທຸກ​ເກືອບ​ຕາຍ ອິດອ່ອນ​ໝົດ​ກຳລັງ ຍ້ອນ​ຖືກ​ລົງໂທດ​ຈາກ​ພຣະອົງ.</verse>
				<verse number="16">ຄວາມ​ກິ້ວໂກດ​ຂອງ​ພຣະອົງ​ຢຽບຢໍ່າ​ຂ້ານ້ອຍ​ລົງ ການ​ໂຈມຕີ​ອັນ​ໜັກ​ກໍ​ທຳລາຍ​ຂ້ານ້ອຍ​ແລ້ວ.</verse>
				<verse number="17">ຂ້ານ້ອຍ​ຖືກ​ອ້ອມຮອບ​ດັ່ງ​ນໍ້າ​ຖ້ວມ​ຕະຫລອດ​ວັນ ມັນ​ອ້ອມຮອບ​ຂ້ານ້ອຍ​ໄວ້​ທຸກ​ດ້ານ.</verse>
				<verse number="18">ພຣະອົງ​ໄດ້​ເຮັດ​ໃຫ້​ເພື່ອນ​ທີ່​ໃກ້ຊິດ ຂອງ​ຂ້ານ້ອຍ​ປະຖິ້ມ​ຂ້ານ້ອຍ​ໄປ ແລະ​ເພື່ອນ​ຂອງ​ຂ້ານ້ອຍ​ກໍ​ຄື​ຄວາມມືດ​ເທົ່ານັ້ນ.</verse>
			</chapter>
			<chapter number="89">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຂັບຮ້ອງ​ບົດເພງ ເຖິງ​ພຣະຄຸນ​ຄວາມດີ​ຢູ່​ເລື້ອຍໆ. ຂ້ານ້ອຍ​ຈະ​ປະກາດ​ຄວາມສັດຊື່​ຂອງ​ພຣະອົງ ຕະຫລອດໄປ​ເປັນນິດ.</verse>
				<verse number="2">ຂ້ານ້ອຍ​ຮູ້​ວ່າ​ຄວາມຮັກ​ຂອງ​ພຣະອົງ​ມີ​ຢູ່​ຕະຫຼອດ​ເວລາ ແລະ​ຄວາມສັດຊື່​ຂອງ​ພຣະອົງ​ກໍ​ຍືນຍົງ​ຢູ່​ຟ້າ​ສະຫວັນ.</verse>
				<verse number="3">ພຣະອົງ​ກ່າວ​ວ່າ, “ເຮົາ​ເຮັດ​ພັນທະສັນຍາ​ໄວ້ ກັບ​ມະນຸດ​ທີ່​ເຮົາ​ໄດ້​ເລືອກເອົາ​ພວກເຂົາ​ນັ້ນ ຄື​ໄດ້​ເຮັດ​ໄວ້​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ, ເຮົາ​ໄດ້​ໃຫ້​ຄຳສັນຍາ​ກັບ​ລາວ​ດັ່ງນີ້:</verse>
				<verse number="4">‘ເຊື້ອສາຍ​ເຈົ້າ​ຄົນ​ໜຶ່ງ​ຈະ​ເປັນ​ກະສັດ​ເລື້ອຍໄປ ເຊື້ອວົງ​ເຈົ້າ​ຈະ​ຖືກ​ສະຫງວນ​ໄວ້​ຕະຫລອດໄປ.”’</verse>
				<verse number="5">ຂ້າແດ່​ພຣະເຈົ້າຢາເວ ຟ້າ​ສະຫວັນ​ຮ້ອງ​ຍົກຍ້ອງ ສັນລະເສີນ​ສິ່ງ​ງຶດງໍ້​ອັດສະຈັນ​ຂອງ​ພຣະອົງ ຜູ້​ບໍຣິສຸດ​ກໍ​ຍົກຍ້ອງ​ສັນລະເສີນ​ຄວາມສັດຊື່​ຂອງ​ພຣະອົງ.</verse>
				<verse number="6">ໃນ​ສະຫວັນ​ບໍ່ມີ​ຜູ້ໃດ​ເໝືອນ​ພຣະເຈົ້າຢາເວ ບໍ່ມີ​ຊາວ​ສະຫວັນ​ຄົນໃດ​ຈະ​ເທົ່າທຽມ​ພຣະເຈົ້າຢາເວ​ໄດ້.</verse>
				<verse number="7">ພຣະເຈົ້າ​ຊົງ​ເປັນ​ທີ່​ຢ້ານກົວ​ໃນ​ຊຸມຊົນ​ຂອງ​ພວກ​ບໍຣິສຸດ​ທັງຫຼາຍ ແລະ​ທຸກຄົນ​ກໍ​ຢືນ​ຢູ່​ຢ່າງ​ເກງກົວ​ສຸດຂີດ​ຕໍ່​ພຣະອົງ​ນັ້ນ.</verse>
				<verse number="8">ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ບໍ່ມີ​ຜູ້ໃດ​ທີ່​ມີ​ອຳນາດ​ຍິ່ງໃຫຍ່​ດັ່ງ​ພຣະອົງ​ໄດ້. ພຣະເຈົ້າຢາເວ​ເອີຍ ພຣະອົງ​ຊົງ​ສັດຊື່ ໃນ​ສັບພະທຸກສິ່ງ.</verse>
				<verse number="9">ພຣະອົງ​ປົກຄອງ​ທະເລ​ກວ້າງ​ທີ່​ມີ​ກຳລັງ​ແຮງ ແລະ​ເຮັດ​ໃຫ້​ຄື້ນ​ແຫ່ງ​ຄວາມ​ໂມໂຫ​ງຽບລົງ​ໄດ້.</verse>
				<verse number="10">ພຣະອົງ​ໄດ້​ຢຽບ​ມັງກອນ​ຣາຮາບ ແລະ​ຂ້າ​ໃຫ້​ຕາຍ ໄດ້​ເອົາ​ຊະນະ​ພວກ​ສັດຕູ​ດ້ວຍ​ຣິດທານຸພາບ​ຂອງ​ພຣະອົງ.</verse>
				<verse number="11">ຈັກກະວານ​ແລະ​ແຜ່ນດິນ​ໂລກ​ເປັນ​ຂອງ​ພຣະອົງ ພຣະອົງ​ໄດ້​ສ້າງ​ໂລກ​ແລະ​ທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ.</verse>
				<verse number="12">ພຣະອົງ​ໄດ້​ສ້າງ​ທິດໃຕ້​ທິດເໜືອ​ພູ​ຕາໂບ​ກັບ​ເຮີໂມນ ຕ່າງ​ກໍ​ຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ​ຍົກຍໍ​ພຣະອົງ​ດ້ວຍ.</verse>
				<verse number="13">ພຣະອົງ​ຊົງ​ຣິດອຳນາດ​ເຫລືອຫລາຍ​ທີ່ສຸດ ກຳລັງ​ຂອງ​ພຣະອົງ​ກໍ​ຍິ່ງໃຫຍ່​ຫລາຍແທ້ໆ.</verse>
				<verse number="14">ຄວາມ​ຊອບທຳ​ກັບ​ຄວາມ​ຍຸດຕິທຳ​ນັ້ນ​ແມ່ນ ຮາກຖານ​ແຫ່ງ​ອານາຈັກ​ຂອງ​ພຣະອົງ ຄວາມຮັກ​ແລະ​ຄວາມສັດຊື່​ກໍ​ກ້າວ​ເດີນ​ໄປ ຂ້າງໜ້າ​ພຣະອົງ.</verse>
				<verse number="15">ຂ້າແດ່​ພຣະເຈົ້າຢາເວ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ນະມັດສະການ​ພຣະອົງ​ດ້ວຍ​ສຽງ​ເພງ ພວກເຂົາ​ດຳເນີນ​ຢູ່​ໃນ​ຄວາມ​ສະຫວ່າງ ແຫ່ງ​ພຣະເມດຕາ​ຂອງ​ພຣະອົງ.</verse>
				<verse number="16">ຍ້ອນ​ພຣະອົງ ພວກເຂົາ​ຈຶ່ງ​ຊົມຊື່ນ​ຍິນດີ​ຕະຫລອດ​ວັນ ແລະ​ພວກເຂົາ​ຍ້ອງຍໍ​ສັນລະເສີນ​ຄວາມ​ຍຸດຕິທຳ​ຂອງ​ພຣະອົງ.</verse>
				<verse number="17">ພຣະອົງ​ໃຫ້​ພວກ​ຂ້ານ້ອຍ​ມີໄຊ​ຢ່າງ​ໃຫຍ່ຫລວງ ໃນ​ຄວາມຮັກ​ຂອງ​ພຣະອົງ ເຮັດ​ໃຫ້​ພວກ​ຂ້ານ້ອຍ​ມີ​ກຳລັງ​ຂຶ້ນ.</verse>
				<verse number="18">ແທ້ຈິງ​ແລ້ວ ໂລ້ກຳບັງ​ຂອງເຮົາ​ທັງຫຼາຍ​ຄື​ພຣະເຈົ້າຢາເວ ພຣະ​ມະຫາ​ກະສັດ​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ ໄດ້​ໃຫ້​ກະສັດ​ແກ່​ພວກ​ຂ້ານ້ອຍ.</verse>
				<verse number="19">ດົນນານ​ມາ​ແລ້ວ​ທີ່​ພຣະອົງ​ກ່າວ​ທາງ​ນິມິດ​ຄວາມຝັນ ຕໍ່​ບັນດາ​ຜູ້ຮັບໃຊ້​ທີ່​ສັດຊື່​ຂອງ​ພຣະອົງ​ນັ້ນ​ວ່າ, “ເຮົາ​ໄດ້​ຖອກເທ​ພະກຳລັງ​ໃຫ້​ນັກຮົບ​ຄົນ​ໜຶ່ງ​ທີ່​ມີ​ຊື່ສຽງ​ດີ ແລະ​ມອບ​ບັນລັງ​ໃຫ້​ຜູ້ໜຶ່ງ​ທີ່​ເຮົາ​ໄດ້​ເລືອກໄວ້​ຈາກ​ໄພ່ພົນ​ທັງປວງ.</verse>
				<verse number="20">ເຮົາ​ໄດ້​ເຮັດ​ໃຫ້​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ເປັນ​ກະສັດ ໂດຍ​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ແຕ່ງຕັ້ງ.</verse>
				<verse number="21">ກຳລັງ​ອຳນາດ​ຂອງເຮົາ​ຈະ​ຢູ່​ກັບ​ລາວ​ເລື້ອຍໆ​ໄປ ຣິດອຳນາດ​ຂອງເຮົາ​ຈະ​ໃຫ້​ລາວ​ເຂັ້ມແຂງ​ດ້ວຍ.</verse>
				<verse number="22">ສັດຕູ​ຂອງ​ລາວ​ຈະ​ໂຈມຕີ​ລາວ ແຕ່​ຈະ​ບໍ່​ສຳເລັດ​ເລີຍ ຄົນຊົ່ວຮ້າຍ​ຈະ​ເອົາ​ຊະນະ​ລາວ​ບໍ່ໄດ້​ຈັກເທື່ອ.</verse>
				<verse number="23">ເຮົາ​ຈະ​ຢຽບຢໍ່າ​ທຳລາຍ​ພວກ​ສັດຕູ​ຂອງ​ລາວ ແລະ​ຂ້າ​ທຸກໆຄົນ​ທີ່​ກຽດຊັງ​ລາວ​ຖິ້ມ.</verse>
				<verse number="24">ເຮົາ​ຈະ​ຮັກ​ແລະ​ສັດຊື່​ຕໍ່​ລາວ ຈະ​ໃຫ້​ລາວ​ໄຊຊະນະ​ເໜືອ​ສັດຕູ​ຢູ່​ເລື້ອຍໆ.</verse>
				<verse number="25">ເຮົາ​ຈະ​ໃຫ້​ອານາຈັກ​ຂອງ​ລາວ​ແຜ່​ຂະຫຍາຍ​ອອກ​ໄປ ຈາກ​ທະເລ​ເມດີແຕຣາເນ​ເຖິງ​ແມ່ນໍ້າ​ເອີຟຣັດ.</verse>
				<verse number="26">ລາວ​ຈະ​ຮ້ອງ​ຕໍ່​ເຮົາ​ວ່າ, ‘ພຣະອົງ​ເປັນ​ພຣະບິດາ ແລະ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ແລະ​ເປັນ​ພຣະ​ສີລາ​ແຫ່ງຄວາມພົ້ນ​ຂອງ​ຂ້ານ້ອຍ.’</verse>
				<verse number="27">ເຮົາ​ຈະ​ເຮັດ​ໃຫ້​ລາວ​ເປັນ​ລູກຊາຍກົກ​ຂອງເຮົາ ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ບັນດາ​ກະສັດ​ທັງ​ສິ້ນ.</verse>
				<verse number="28">ເຮົາ​ຈະ​ຮັກສາ​ຄຳສັນຍາ​ຂອງເຮົາ​ທີ່​ມີ​ຕໍ່​ລາວ​ໄວ້​ສະເໝີ ແລະ​ພັນທະສັນຍາ​ຂອງເຮົາ​ຈະ​ຢູ່​ກັບ​ລາວ​ຕະຫລອດໄປ.</verse>
				<verse number="29">ຜູ້ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ລາວ​ຈະ​ເປັນ​ກະສັດ​ປົກຄອງ​ເລື້ອຍໄປ ແລະ​ເຊື້ອສາຍ​ຂອງ​ລາວ​ກໍ​ຈະ​ຍືນຍົງ​ຢູ່​ທີ່​ຟ້າ​ສະຫວັນ.</verse>
				<verse number="30">ແຕ່​ຖ້າ​ເຊື້ອສາຍ​ລາວ​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງເຮົາ ແລະ​ບໍ່​ດຳເນີນ​ຊີວິດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ​ນັ້ນ.</verse>
				<verse number="31">ຖ້າ​ພວກເຂົາ​ບໍ່​ເອົາໃຈໃສ່​ຕໍ່​ຄຳແນະນຳ​ຂອງເຮົາ ແລະ​ທັງ​ບໍ່​ຮັກສາ​ຂໍ້ຄຳສັ່ງ​ຂອງເຮົາ​ດ້ວຍ.</verse>
				<verse number="32">ແລ້ວ​ເຮົາ​ກໍ​ຈະ​ລົງໂທດ​ຍ້ອນ​ການບາບ​ຂອງ​ພວກເຂົາ ເຮົາ​ຈະ​ເຮັດ​ໃຫ້​ໄດ້​ທົນທຸກ​ຍ້ອນ​ຄວາມຜິດ​ນັ້ນ.</verse>
				<verse number="33">ແຕ່​ເຮົາ​ຈະ​ບໍ່​ຢຸດຢັ້ງ​ທີ່​ຈະ​ໃຫ້​ຄວາມຮັກ​ແກ່​ດາວິດ ຫລື​ລົບລ້າງ​ຄຳສັນຍາ​ທີ່​ມີ​ກັບ​ລາວ​ນັ້ນ​ຖິ້ມ.</verse>
				<verse number="34">ເຮົາ​ຈະ​ບໍ່​ລະເມີດ​ພັນທະສັນຍາ​ທີ່​ມີ​ໄວ້​ກັບ​ລາວ ຫລື​ຖອນ​ຄຳສັນຍາ​ທີ່​ເຮົາ​ເຮັດ​ໄວ້​ກັບ​ລາວ​ນັ້ນ.</verse>
				<verse number="35">ເຮົາ​ສາບານ​ຢ່າງ​ເດັດຂາດ​ໂດຍ​ຄວາມ​ບໍຣິສຸດ​ຂອງເຮົາ​ວ່າ, ເຮົາ​ຈະ​ບໍ່​ຕົວະ​ດາວິດ​ຈັກເທື່ອ.</verse>
				<verse number="36">ເຊື້ອສາຍ​ຂອງ​ລາວ​ກໍ​ຈະ​ສືບຕໍ່​ແພ່ຜາຍ​ໄປຕະຫຼອດ ອານາຈັກ​ກໍ​ຈະ​ຜ່ອງໃສ​ດັ່ງ​ຕາເວັນ​ສ່ອງແຈ້ງ.</verse>
				<verse number="37">ອານາຈັກ​ນັ້ນ​ຈະ​ຍືນຍົງ​ຢູ່​ເໝືອນດັ່ງ​ດວງຈັນ ທີ່​ເປັນ​ພະຍານ​ອັນ​ສັດຊື່​ຢູ່​ເທິງ​ທ້ອງຟ້າ.”</verse>
				<verse number="38">ແຕ່​ພຣະອົງ​ໂກດຮ້າຍ​ຕໍ່​ກະສັດ​ທີ່​ພຣະອົງ​ເລືອກເອົາ ພຣະອົງ​ໄດ້​ປະຖິ້ມ​ລາວ​ແລະ​ບໍ່​ຮັບ​ເອົາ​ລາວ​ດ້ວຍ.</verse>
				<verse number="39">ພຣະອົງ​ຍົກເລີກ​ພັນທະສັນຍາ​ກັບ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ໂຍນ​ມົງກຸດ​ຂອງ​ລາວ​ໃສ່​ຂີ້ຕົມ​ດ້ວຍ.</verse>
				<verse number="40">ສ່ວນ​ກຳແພງ​ເມືອງ​ຂອງ​ລາວ​ນັ້ນ​ພຣະອົງ​ກໍ​ມ້າງ​ລົງ ປ່ອຍ​ໃຫ້​ປ້ອມຍາມ​ເມືອງ​ຮົກຮ້າງ​ເພພັງ​ໝົດສິ້ນ.</verse>
				<verse number="41">ທຸກຄົນ​ທີ່​ຍ່າງ​ຜ່ານ​ກໍ​ລັກ​ເອົາ​ເຄື່ອງຂອງ ແລະ​ເພື່ອນບ້ານ​ທັງໝົດ​ກໍ​ຫົວ​ເຍາະເຍີ້ຍ.</verse>
				<verse number="42">ພຣະອົງ​ໄດ້​ເຮັດ​ໃຫ້​ເຫຼົ່າ​ສັດຕູ​ໄດ້​ມີໄຊ ໂດຍ​ເຮັດ​ໃຫ້​ພວກເຂົາ​ດີໃຈ​ທຸກຖ້ວນໜ້າ.</verse>
				<verse number="43">ພຣະອົງ​ໃຫ້​ອາວຸດ​ຂອງ​ລາວ​ໃຊ້​ການ​ບໍ່ໄດ້​ເລີຍ ພຣະອົງ​ໄດ້​ໃຫ້​ລາວ​ເສຍໄຊ​ຢູ່​ໃນ​ສະໜາມຮົບ.</verse>
				<verse number="44">ສ່ວນ​ຍົດສັກ​ແຫ່ງ​ກະສັດ ກໍ​ຖືກ​ເອົາ​ໜີໄປ ແລະ​ໂຄ່ນລົ້ມ​ບັນລັງ​ລົງ​ເຖິງ​ພື້ນ.</verse>
				<verse number="45">ພຣະອົງ​ເຮັດ​ໃຫ້​ລາວ​ເຖົ້າແກ່​ໄວກວ່າ​ອາຍຸ​ສັງຂານ ແລະ​ໃຫ້​ພົບພານ​ກັບ​ຄວາມ​ອັບອາຍ​ຢ່າງ​ຫລາຍ​ເຫຼືອລົ້ນ.</verse>
				<verse number="46">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ລີ້ໜ້າ​ໄປ​ດົນ​ປານໃດ? ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ຈະ​ລຸກ​ໄໝ້​ໄປ​ດົນ​ປານໃດ​ອີກ?</verse>
				<verse number="47">ຂໍ​ຊົງ​ໂຜດ​ລະນຶກເຖິງ​ຂ້ານ້ອຍ​ວ່າ​ຊີວິດ​ນີ້​ສັ້ນຫລາຍ ຈົ່ງ​ຈົດຈຳ​ໄວ້​ວ່າ ມະນຸດ​ຖືກ​ສ້າງ​ໃຫ້​ຕາຍເປັນ​ທຸກຄົນ.</verse>
				<verse number="48">ແມ່ນ​ຜູ້ໃດ​ຈະ​ມີ​ຊີວິດ​ຢູ່​ຄໍ້າຟ້າ​ໄດ້? ມະນຸດ​ຈະ​ຮັກສາ​ຕົນ​ໃຫ້​ພົ້ນ​ຈາກ ຂຸມຝັງສົບ​ໄດ້​ຢ່າງ​ໃດ​ແດ່?</verse>
				<verse number="49">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແຕ່​ກ່ອນ​ນັ້ນ​ໄປ​ໃສ​ໝົດ? ຄຳສັນຍາ​ທີ່​ພຣະອົງ​ມີ​ໄວ້​ກັບ​ດາວິດ​ນັ້ນ​ຢູ່​ໃສ​ແລ້ວ?</verse>
				<verse number="50">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຢ່າ​ລືມ​ວ່າ​ຂ້ານ້ອຍ​ຜູ້ຮັບໃຊ້​ຖືກ​ດູໝິ່ນ​ສໍ່າໃດ ແລະ​ທົນ​ຕໍ່​ຄຳສາບແຊ່ງ ຂອງ​ຄົນ​ບໍ່​ເຊື່ອ​ພຣະເຈົ້າ.</verse>
				<verse number="51">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພວກ​ສັດຕູ​ຂອງ​ພຣະອົງ​ໄດ້​ໝິ່ນປະໝາດ​ກະສັດ ຜູ້​ທີ່​ພຣະອົງ​ໄດ້​ເລືອກເອົາ​ໃນ​ທຸກບ່ອນ​ທີ່​ເພິ່ນ​ໄປ​ນັ້ນ.</verse>
				<verse number="52">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ຕະຫລອດໄປ​ເປັນນິດ. ອາແມນ ອາແມນ.</verse>
			</chapter>
			<chapter number="90">
				<verse number="1">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ເປັນ​ທີ່ເພິ່ງ ຂອງ​ພວກ​ຂ້ານ້ອຍ​ຕະຫລອດໄປ.</verse>
				<verse number="2">ກ່ອນ​ທີ່​ພູຜາ​ປ່າໄມ້​ຖືກ​ສ້າງ​ຂຶ້ນ​ມາ ກ່ອນ​ທີ່​ໂລກ​ເຮົາ​ດຳລົງ​ຄົງຕົວ​ຢູ່​ຢ່າງ​ນີ້ ພຣະອົງ​ເປັນ​ພຣະເຈົ້າ​ອົງ​ເປັນ​ຢູ່​ຊົ່ວ​ນິຣັນການ ແລະ​ເປັນ​ພຣະເຈົ້າ​ທີ່​ດຳລົງ​ຢູ່​ສືບໄປ​ເປັນນິດ.</verse>
				<verse number="3">ພຣະອົງ​ບອກ​ໃຫ້​ມະນຸດ​ຄືນ​ໄປ​ສູ່​ບ່ອນ​ທີ່​ເຂົາ​ມາ ແລະ​ປ່ຽນ​ມະນຸດ​ໃຫ້​ກັບຄືນ​ເປັນ​ຂີ້ຝຸ່ນ​ດິນ​ອີກ.</verse>
				<verse number="4">ສຳລັບ​ພຣະອົງ​ແລ້ວ​ພັນ​ປີ​ກໍ​ເທົ່າ​ກັບ​ວັນ​ໜຶ່ງ ເໝືອນ​ດັ່ງ​ມື້ວານ​ນີ້​ທີ່​ຜ່ານ​ໄປ​ສັ້ນໆ​ໃນ​ຕອນ​ກາງຄືນ.</verse>
				<verse number="5">ພຣະອົງ​ກວາດ​ພວກ​ຂ້ານ້ອຍ​ໜີໄປ​ເໝືອນດັ່ງ​ນໍ້າ​ຖ້ວມ ຊີວິດ​ຈຶ່ງ​ເປັນ​ດັ່ງ​ຄວາມຝັນ​ເທົ່ານັ້ນ. ພວກ​ຂ້ານ້ອຍ​ເປັນ​ດັ່ງ​ຕົ້ນຫຍ້າ​ທີ່​ເກີດຂຶ້ນ​ມາ ຄື​ຫຍ້າ​ທີ່​ປົ່ງ​ຂຶ້ນ​ມາ​ໃນ​ເວລາ​ຕອນເຊົ້າ</verse>
				<verse number="6">ຊຶ່ງ​ໃຫຍ່​ຂຶ້ນ​ແລ້ວ​ກໍ​ແຕກ​ດອກ​ອອກບານ ແລະ​ຫ່ຽວແຫ້ງ​ຕາຍໄປ​ໃນ​ເວລາ​ຕອນຄໍ່າ​ມາຮອດ.</verse>
				<verse number="7">ພວກ​ຂ້ານ້ອຍ​ຖືກ​ທຳລາຍ​ໂດຍ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ແລະ​ຫວາດຫວັ່ນ​ຕົກໃຈກົວ​ຍ້ອນ​ພຣະອົງ​ກິ້ວໂກດ.</verse>
				<verse number="8">ພຣະອົງ​ເປີດເຜີຍ​ການບາບ​ຂອງ​ພວກ​ຂ້ານ້ອຍ​ຕໍ່ໜ້າ​ພຣະອົງ ຄື​ການບາບ​ອັນ​ລັບລີ້​ຊຶ່ງ​ພຣະອົງ​ເຫັນ​ໄດ້.</verse>
				<verse number="9">ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ນັ້ນ ເຮັດ​ໃຫ້​ຊີວິດ​ຂ້ານ້ອຍ​ສັ້ນລົງ ມັນ​ເຊື່ອມ​ສະຫຼາຍ​ໄປ​ດັ່ງ​ສາຍລົມ.</verse>
				<verse number="10">ພວກ​ຂ້ານ້ອຍ​ມີ​ຊີວິດ​ຢູ່​ພຽງແຕ່​ເຈັດສິບ​ປີ ອາດຮອດ​ແປດສິບ​ປີ​ຖ້າ​ມີ​ເຫື່ອແຮງ​ຢູ່ ແຕ່​ຊ່ວງ​ໄລຍະ​ອາຍຸ​ນັ້ນ​ກໍ​ພົບ​ຄວາມ​ລຳບາກ ແລະ​ເຮັດ​ໃຫ້​ລະທົມ​ທຸກໃຈ ໃນບໍ່ຊ້າ​ຊີວິດ​ຈະ​ຈົບ​ລົງ​ແລະ​ຕາຍໄປ​ເທົ່ານັ້ນ.</verse>
				<verse number="11">ໃຜ​ຮູ້​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະນາດ​ຂອງ​ພຣະອົງ​ໄດ້? ຜູ້ໃດ​ຮູ້​ວ່າ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ໄດ້​ນຳພາ​ຄວາມ​ໜ້າຢ້ານ​ສໍ່າໃດ​ແທ້?</verse>
				<verse number="12">ຂໍ​ຊົງ​ໂຜດ​ສັ່ງສອນ​ຂ້ານ້ອຍ​ດ້ວຍວ່າ​ຊີວິດ​ນີ້​ສັ້ນຫລາຍ ເພື່ອ​ວ່າ​ພວກ​ຂ້ານ້ອຍ​ຈະ​ກາຍເປັນ​ຄົນສະຫລາດ.</verse>
				<verse number="13">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ໂກດຮ້າຍ​ຢູ່​ອີກ​ດົນ​ປານໃດ? ໂຜດ​ເມດຕາ​ອີດູ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ</verse>
				<verse number="14">ໃນ​ທຸກໆເຊົ້າ​ໂຜດ​ໃຫ້​ພວກ​ຂ້ານ້ອຍ​ເຕັມ​ໄປ ດ້ວຍ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ດ້ວຍ ເພື່ອ​ວ່າ​ຈະ​ໄດ້​ຮ້ອງເພງ​ແລະ​ຊົມຊື່ນ​ຍິນດີ ຕະຫລອດ​ຊົ່ວຊີວິດ​ຂອງ​ພວກ​ຂ້ານ້ອຍ​ນັ້ນ.</verse>
				<verse number="15">ບັດນີ້ ໂຜດ​ປະທານ​ຄວາມສຸກ​ແກ່​ພວກ​ຂ້ານ້ອຍ ໃຫ້​ສົມກັບ​ຄວາມ​ໂສກເສົ້າ​ທີ່​ພວກ​ຂ້ານ້ອຍ​ໄດ້​ຮັບ​ດ້ວຍ ຕາມ​ໄລຍະ​ເວລາ​ແຫ່ງ​ປີ​ທັງຫຼາຍ ທີ່​ພວກ​ຂ້ານ້ອຍ​ຈົມ​ຢູ່​ໃນ​ຄວາມ​ທຸກ​ລຳບາກ.</verse>
				<verse number="16">ຂໍ​ຊົງ​ໂຜດ​ໃຫ້​ພວກ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ ໄດ້​ເຫັນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ຄື​ສິ່ງ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ ຂໍ​ຊົງ​ໂຜດ​ໃຫ້​ເຊື້ອສາຍ​ຂອງ​ຂ້ານ້ອຍ​ໄດ້​ເຫັນ​ເໝືອນກັນ ໃນ​ຣິດທານຸພາບ​ຂອງ​ພຣະອົງ​ນັ້ນ.</verse>
				<verse number="17">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ປະທານ​ພຣະພອນ​ໃຫ້​ດຳລົງ​ຢູ່​ນຳ​ພວກ​ຂ້ານ້ອຍ​ແດ່ທ້ອນ ຂໍ​ຊົງ​ໂຜດ​ປະທານ​ຄວາມ​ສຳເລັດຜົນ​ໃຫ້​ພວກ​ຂ້ານ້ອຍ ໃນ​ທຸກສິ່ງ​ທີ່​ພວກ​ຂ້ານ້ອຍ​ກະທຳ​ນັ້ນ.</verse>
			</chapter>
			<chapter number="91">
				<verse number="1">ຜູ້ໃດ​ທີ່​ໄປ​ເພິ່ງ​ພຣະເຈົ້າ​ສຳລັບ​ຄວາມ​ປອດໄພ ແລະ​ຜູ້​ທີ່​ຢູ່​ພາຍໃຕ້​ການ​ຄຸ້ມຄອງ​ຂອງ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່</verse>
				<verse number="2">ຜູ້ນັ້ນ​ກໍ​ຕ້ອງ​ເວົ້າ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ປ້ອງກັນ​ແລະ​ຄຸ້ມຄອງ​ຂ້ານ້ອຍ. ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ.”</verse>
				<verse number="3">ພຣະອົງ​ຈະ​ຮັກສາ​ເຈົ້າ​ໃຫ້​ພົ້ນ​ໂພຍໄພ​ອັນ​ລີ້ລັບ ແລະ​ຈາກ​ພະຍາດ​ອັນ​ຮ້າຍແຮງ​ອັນ​ເຖິງ​ຕາຍ.</verse>
				<verse number="4">ພຣະອົງ​ຈະ​ປົກຕຸ້ມ​ເຈົ້າ​ໄວ້​ດ້ວຍ​ປີກ​ຂອງ​ພຣະອົງ ແລະ​ເຈົ້າ​ຈະ​ປອດໄພ​ເພາະ​ພຣະອົງ​ຮັກສາ​ໄວ້. ຄວາມສັດຊື່​ຂອງ​ພຣະອົງ​ນັ້ນ​ຈະ​ປົກປ້ອງ​ຄຸ້ມຄອງ ແລະ​ທັງ​ຈະ​ປ້ອງກັນ​ຮັກສາ​ເຈົ້າ​ໄວ້​ດ້ວຍ.</verse>
				<verse number="5">ເຈົ້າ​ບໍ່​ຕ້ອງ​ຢ້ານ​ອັນຕະລາຍ​ໃນ​ເວລາ​ກາງຄືນ ຫລື​ການຫລອນ​ໂຈມຕີ​ໃນ​ເວລາ​ກາງເວັນ​ດ້ວຍ.</verse>
				<verse number="6">ຫລື​ໂຣກ​ລະບາດ​ທີ່​ເກີດຂຶ້ນ​ໃນ​ເວລາ​ມືດມົນ ຫລື​ມານຮ້າຍ​ທີ່​ຂ້າ​ຄົນ​ໃນ​ເວລາ​ກາງເວັນ​ນັ້ນ.</verse>
				<verse number="7">ອາດ​ຈະ​ມີ​ພັນ​ຄົນ​ລົ້ມ​ລົງ ແລະ​ສິ້ນໃຈ​ຕາຍ​ຢູ່​ຂ້າງ​ເຈົ້າ ສິບພັນ​ຄົນ​ຢູ່​ອ້ອມຮອບ​ເຈົ້າ ແຕ່​ເຈົ້າ​ຈະ​ບໍ່​ຖືກ​ທຳຮ້າຍ.</verse>
				<verse number="8">ເຈົ້າ​ຈະ​ສັງເກດ​ເບິ່ງ​ດ້ວຍ​ຕາ​ຂອງເຈົ້າ​ເທົ່ານັ້ນ ແລະ​ເຫັນ​ຄົນຊົ່ວຮ້າຍ​ຖືກ​ໂທດ​ຢ່າງໃດ​ແດ່?</verse>
				<verse number="9">ເຈົ້າ​ໄດ້​ຮັບ​ເອົາ​ພຣະເຈົ້າຢາເວ​ເປັນ​ຜູ້​ປ້ອງກັນ​ຂອງເຈົ້າ ຄື​ຮັບ​ເອົາ​ພຣະເຈົ້າ​ອົງ​ສູງສຸດ​ເປັນ​ຜູ້​ຄຸ້ມຄອງ​ເຈົ້າ.</verse>
				<verse number="10">ສະນັ້ນ ເຈົ້າ​ຈຶ່ງ​ບໍ່ໄດ້​ປະສົບ​ໄພພິບັດ​ໃດໆ ແລະ​ຄວາມ​ໂຫດຮ້າຍ​ກໍ​ຈະ​ບໍ່​ມາ​ໃກ້​ເຮືອນ​ເຈົ້າ.</verse>
				<verse number="11">ພຣະອົງ​ຈະ​ສັ່ງ​ໃຫ້​ຝູງ​ເທວະດາ​ມາ​ຄຸ້ມຄອງ ເພື່ອ​ປົກປ້ອງ​ຮັກສາ​ທຸກບ່ອນ​ທີ່​ເຈົ້າ​ໄປ​ນັ້ນ.</verse>
				<verse number="12">ຝູງ​ເທວະດາ​ຈະ​ໃຊ້​ມື​ຫອບ​ອູ້ມ​ເຈົ້າ​ໄວ້​ບໍ່​ໃຫ້​ຕົກ ເພື່ອ​ບໍ່​ໃຫ້​ຕີນ​ຂອງ​ເຈົ້າ​ເຈັບປວດ​ຍ້ອນ​ຕຳ​ກ້ອນຫີນ.</verse>
				<verse number="13">ເຈົ້າ​ຈະ​ເອົາ​ຊະນະ​ສິງ​ໂຕ​ຮ້າຍ​ແລະ​ງູພິດ​ທັງຫລາຍ ໂດຍ​ຢຽບຢໍ່າ​ມັນ​ລົງ​ຢູ່​ໃຕ້​ຕີນ​ເຈົ້າ.</verse>
				<verse number="14">ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ຊ່ວຍ​ຜູ້​ທີ່​ຮັກ​ເຮົາ​ໃຫ້​ພົ້ນໄພ ແລະ​ປົກປ້ອງ​ຮັກສາ​ຜູ້​ທີ່​ຍອມ​ຮັບຮູ້​ນາມຊື່​ຂອງເຮົາ.”</verse>
				<verse number="15">ເຮົາ​ຈະ​ຂານ​ຕອບ​ເມື່ອ​ພວກເຂົາ​ເອີ້ນ​ຫາ​ເຮົາ ເຮົາ​ຈະ​ຢູ່​ນຳ​ເມື່ອ​ພວກເຂົາ​ເດືອດຮ້ອນ. ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຂົາ​ໃຫ້​ພົ້ນໄພ ທັງ​ຈະ​ໃຫ້​ຍົດສັກ​ແກ່​ເຂົາເຈົ້າ​ດ້ວຍ.</verse>
				<verse number="16">ເຮົາ​ຈະ​ໃຫ້​ອາຍຸ​ຍືນໝັ້ນ​ເປັນ​ລາງວັນ​ແກ່​ພວກເຂົາ ແລະ​ເຮົາ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ໄດ້​ພົ້ນ.</verse>
			</chapter>
			<chapter number="92">
				<verse number="1">ເປັນ​ການດີແທ້​ທີ່​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ເປັນ​ການດີແທ້​ທີ່​ໄດ້​ຍົກຍໍ​ສັນລະເສີນ​ພຣະນາມ​ອົງ​ສູງສຸດ.</verse>
				<verse number="2">ໃນ​ທຸກໆເຊົ້າ​ຈະ​ໄດ້​ປະກາດ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ທຸກໆ​ຄືນ​ຈະ​ໄດ້​ປະກາດ​ຄວາມສັດຊື່​ຂອງ​ພຣະເຈົ້າ</verse>
				<verse number="3">ດ້ວຍ​ດົນຕຼີ​ຈາກ​ເຄື່ອງເສບ​ເປັນ​ສາຍ ໂດຍ​ສຽງ​ກິດຕາ ບັນເລງ​ເພງ​ພ້ອມ.</verse>
				<verse number="4">ຂ້າແດ່​ພຣະເຈົ້າຢາເວ ການ​ກະທຳ​ອັນ​ມີ​ຣິດອຳນາດ​ຂອງ​ພຣະອົງ ເຮັດ​ໃຫ້​ຂ້ານ້ອຍ​ດີໃຈ​ຫລາຍ ເພາະ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ແກ່​ຂ້ານ້ອຍ ຂ້ານ້ອຍ​ຈຶ່ງ​ຮ້ອງເພງ​ຢ່າງ​ເບີກບານ​ມ່ວນຊື່ນ.</verse>
				<verse number="5">ຂ້າແດ່​ພຣະເຈົ້າຢາເວ ກິດຈະການ​ຂອງ​ພຣະອົງ​ຍິ່ງໃຫຍ່ ຄວາມ​ນຶກຄິດ​ຂອງ​ພຣະອົງ​ກໍ​ເລິກ​ສຸດ​ຍອດ.</verse>
				<verse number="6">ອັນ​ນີ້​ເປັນ​ສິ່ງ​ທີ່​ຄົນໂງ່​ບໍ່​ສາມາດ​ຮູ້ຈັກ ຄົນ​ເບົາປັນຍາ​ບໍ່​ສາມາດ​ເຂົ້າໃຈ​ໄດ້</verse>
				<verse number="7">ຄົນຊົ່ວຮ້າຍ​ອາດ​ປົ່ງ​ຂຶ້ນ​ດັ່ງ​ຕົ້ນຫຍ້າ​ທັງຫລາຍ ຄົນ​ທີ່​ເຮັດ​ຜິດ​ອາດ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ກໍໄດ້</verse>
				<verse number="8">ຂ້າແດ່​ພຣະເຈົ້າຢາເວ ແຕ່​ພວກເຂົາ​ຈະ​ຖືກ​ທຳລາຍ​ໃຫ້​ດັບສູນ​ໄປ​ໝົດ ເພາະ​ພຣະອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕະຫລອດການ.</verse>
				<verse number="9">ຂ້າແດ່​ພຣະເຈົ້າຢາເວ ພວກ​ຂ້ານ້ອຍ​ຮູ້ວ່າ​ສັດຕູ​ຂອງ​ພຣະອົງ​ຈະ​ຕາຍ ແລະ​ຄົນຊົ່ວຮ້າຍ​ທັງໝົດ​ກໍ​ຈະ​ຕ້ອງ​ພ່າຍແພ້.</verse>
				<verse number="10">ພຣະອົງ​ໄດ້​ໃຫ້​ຂ້ານ້ອຍ​ແຂງແຮງ​ດັ່ງ​ງົວປ່າ ແລະ​ອວຍພອນ​ໃຫ້​ໄດ້​ຮັບ​ຄວາມສຸກ.</verse>
				<verse number="11">ຂ້ານ້ອຍ​ໄດ້​ເຫັນ​ເຫຼົ່າ​ສັດຕູ​ພ່າຍແພ້​ໄປ ແລະ​ໄດ້ຍິນ​ພວກ​ຄົນຊົ່ວຮ້າຍ​ຮ້ອງໄຫ້.</verse>
				<verse number="12">ຄົນ​ຊອບທຳ​ນັ້ນ​ຈະ​ຈະເລີນ​ຂຶ້ນ​ດັ່ງ​ຕົ້ນ​ຕານ ຈະ​ໃຫຍ່ຂຶ້ນ​ດັ່ງ​ຕົ້ນແປກ​ທີ່​ເລບານອນ​ນັ້ນ.</verse>
				<verse number="13">ພວກເຂົາ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ປູກ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ເກີດດອກ​ອອກຜົນ​ໃນ​ເດີ່ນ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.</verse>
				<verse number="14">ເມື່ອ​ອາຍຸ​ແກ່​ກໍ​ຍັງ​ເກີດ​ໝາກ​ຢ່າງ​ຫລວງຫລາຍ ໃບ​ກໍ​ຍັງ​ຂຽວ​ງາມດີ​ທັງ​ແຂງແຮງ​ຢູ່ເລື້ອຍ.</verse>
				<verse number="15">ເພື່ອ​ສະແດງ​ວ່າ​ພຣະເຈົ້າຢາເວ​ຊົງ​ທ່ຽງທຳ ພຣະອົງ​ຊົງ​ເປັນ​ຫີນ​ສີລາ​ຂອງ​ຂ້ານ້ອຍ ແລະ​ໃນ​ພຣະອົງ​ນັ້ນ​ບໍ່ມີ​ຄວາມ​ອະທຳ.</verse>
			</chapter>
			<chapter number="93">
				<verse number="1">ພຣະເຈົ້າຢາເວ​ຊົງ​ເປັນ​ກະສັດ ພຣະເຈົ້າຢາເວ​ຊົງ​ຫົ່ມ​ດ້ວຍ​ພຣະ​ສະຫງ່າຣາສີ​ແລະ​ພະລັງ. ແຜ່ນດິນ​ໂລກ​ຕັ້ງ​ຢູ່​ບ່ອນ​ເກົ່າ​ຢ່າງ​ໝັ້ນຄົງ​ດີ ແລະ​ບໍ່​ສາມາດ​ເໜັງຕີງ​ຍ້າຍ​ໄປມາ​ໄດ້.</verse>
				<verse number="2">ພຣະ​ບັນລັງ​ຂອງ​ພຣະອົງ​ກໍ​ຕັ້ງໝັ້ນຄົງ ກ່ອນ​ມີ​ເວລາ​ເກີດຂຶ້ນ​ພຣະອົງ​ກໍ​ເປັນ​ຢູ່​ແລ້ວ.</verse>
				<verse number="3">ຂ້າແດ່​ພຣະເຈົ້າຢາເວ ມະຫາສະໝຸດ​ເລິກ​ກໍ​ສົ່ງ​ສຽງ ກ້ອງສະໜັ່ນ​ຫວັ່ນໄຫວ.</verse>
				<verse number="4">ພຣະເຈົ້າຢາເວ ເປັນ​ຜູ້ປົກຄອງ​ອົງ​ສູງສຸດ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ມີ​ອຳນາດ​ຍິ່ງໃຫຍ່​ກວ່າ​ສຽງ​ກຶກກ້ອງ​ຂອງ​ມະຫາສະໝຸດ ຊົງ​ຣິດທານຸພາບ​ກວ່າ​ຄື້ນ​ຂອງ​ທະເລ​ດ້ວຍ.</verse>
				<verse number="5">ຂ້າແດ່​ພຣະເຈົ້າຢາເວ ກົດບັນຍັດ​ຂອງ​ພຣະອົງ​ກໍ​ແນ່ນອນ​ແທ້ຈິງ ວິຫານ​ຂອງ​ພຣະອົງ​ກໍ​ບໍຣິສຸດ​ຕະຫລອດໄປ​ເປັນນິດ.</verse>
			</chapter>
			<chapter number="94">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເປັນ​ພຣະເຈົ້າ​ແຫ່ງ​ການ​ຕອບແທນ ຂໍ​ໃຫ້​ຣັດສະໝີ​ຂອງ​ພຣະອົງ​ສ່ອງແຈ້ງ​ມາ.</verse>
				<verse number="2">ພຣະອົງ​ເປັນ​ຜູ້ຕັດສິນ​ມະນຸດ​ທຸກໆຄົນ ໂຜດ​ລຸກ​ຂຶ້ນ​ລົງໂທດ​ຄົນ​ຈອງຫອງ​ຕາມ​ທີ່​ເຂົາ​ສົມຄວນ​ໄດ້​ຮັບ.</verse>
				<verse number="3">ຂ້າແດ່​ພຣະເຈົ້າຢາເວ ສ່ວນ​ຄົນຊົ່ວຮ້າຍ​ນັ້ນ​ຈະ​ດີໃຈ​ໄປ​ດົນນານ​ເທົ່າໃດ? ພວກເຂົາ​ຈະ​ຢູ່​ອີກ​ດົນ​ປານໃດ​ນໍ?</verse>
				<verse number="4">ຜູ້ຂ້າຄົນ​ນັ້ນ​ຈະ​ຈອງຫອງ​ໄປ​ເຫິງ​ປານໃດ? ຄູຍໂມ້​ເຖິງ​ອາດຊະຍາກຳ​ຂອງ​ພວກເຂົາ​ໄປ​ອີກ​ນານ​ເທົ່າໃດ?</verse>
				<verse number="5">ຂ້າແດ່​ພຣະເຈົ້າຢາເວ ພວກເຂົາ​ຢຽບຢໍ່າ​ປະຊາຊົນ​ຂອງ​ພຣະອົງ ກົດຂີ່​ພວກ​ທີ່​ເປັນ​ຂອງ​ພຣະເຈົ້າ.</verse>
				<verse number="6">ພວກເຂົາ​ຂ້າ​ແມ່ໝ້າຍ​ແລະ​ລູກກຳພ້າ​ທັງຫລາຍ ແລະ​ຄົນຕ່າງດ້າວ​ທີ່​ຢູ່​ໃນ​ດິນແດນ​ດ້ວຍ.</verse>
				<verse number="7">ພວກເຂົາ​ເວົ້າ​ກັນ​ວ່າ, “ພຣະເຈົ້າຢາເວ​ບໍ່​ເຫັນ​ພວກເຮົາ​ດອກ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ບໍ່​ສົນໃຈ​ດອກ.”</verse>
				<verse number="8">ປະຊາຊົນ​ຂອງຂ້ອຍ​ເອີຍ ເຫດໃດ​ຈຶ່ງ​ໂງ່​ຢ່າງນີ້? ເມື່ອໃດ​ພວກເຈົ້າ​ຈະ​ຮໍ່າຮຽນ​ເປັນ​ຄົນສະຫລາດ?</verse>
				<verse number="9">ພຣະອົງ​ຊົງ​ສ້າງ​ຫູ​ພວກເຮົາ​ໄວ້ ພຣະອົງ​ຈະ​ບໍ່ໄດ້ຍິນ​ຊັ້ນບໍ? ພຣະອົງ​ສ້າງ​ຕາ​ພວກເຮົາ ພຣະອົງ​ຈະ​ເຫັນ​ບໍ່ໄດ້​ຫລື?</verse>
				<verse number="10">ພຣະອົງ​ວາງ​ລະບຽບ​ໃຫ້​ແກ່​ຊົນຊາດ​ທັງຫລາຍ ພຣະອົງ​ຈະ​ບໍ່​ລົງໂທດ​ພວກເຂົາ​ຫລື? ພຣະອົງ​ເປັນ​ຄູ​ສັ່ງສອນ​ມະນຸດ​ທຸກຄົນ ພຣະອົງ​ບໍ່ມີ​ຄວາມຮູ້​ໃດໆ​ຫລື?</verse>
				<verse number="11">ພຣະເຈົ້າຢາເວ​ຮູ້ວ່າ​ພວກເຂົາ​ຄິດ​ຢ່າງໃດ ທັງ​ຮູ້​ເຫດຜົນ​ຂອງ​ພວກເຂົາ​ວ່າ​ບໍ່ມີ​ປະໂຫຍດ.</verse>
				<verse number="12">ຂ້າແດ່​ພຣະເຈົ້າຢາເວ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ພຣະອົງ​ຕີສອນ ຄື​ຜູ້​ທີ່​ພຣະອົງ​ສັ່ງສອນ​ກົດບັນຍັດ​ໃຫ້​ນັ້ນ.</verse>
				<verse number="13">ພຣະອົງ​ໃຫ້​ພວກເຂົາ​ໄດ້​ພັກຜ່ອນ ຈາກ​ວັນ​ແຫ່ງ​ຄວາມ​ຍາກລຳບາກ ຈົນກວ່າ​ພຣະອົງ​ຈະ​ຂຸດ​ຂຸມ​ດັກຈັບ​ຄົນ​ຊົ່ວຮ້າຍ.</verse>
				<verse number="14">ພຣະເຈົ້າຢາເວ​ຈະ​ບໍ່​ປະປ່ອຍ​ປະຊາຊົນ​ຂອງ​ພຣະອົງ ຈະ​ບໍ່​ປະຖິ້ມ​ຄົນ​ໃດໆ​ຜູ້​ທີ່​ເປັນ​ຂອງ​ພຣະອົງ.</verse>
				<verse number="15">ຄວາມ​ຍຸດຕິທຳ​ນັ້ນ​ຈະ​ກັບ​ໄປ​ຫາ ຄົນ​ຊອບທຳ ແລະ​ຄົນ​ທ່ຽງທຳ​ກໍ​ຈະ​ສະໜັບ​ສະໜູນ​ການນີ້.</verse>
				<verse number="16">ແມ່ນ​ໃຜ​ໄດ້​ຢືນ​ຕໍ່ຕ້ານ​ຄົນຊົ່ວຮ້າຍ​ແທນ​ຂ້າພະເຈົ້າ? ແມ່ນ​ໃຜ​ໄດ້​ເຂົ້າຂ້າງ​ຂ້າພະເຈົ້າ​ຕໍ່ສູ້​ຄົນ​ເຮັດ​ຊົ່ວ?</verse>
				<verse number="17">ຖ້າ​ພຣະເຈົ້າຢາເວ​ບໍ່ໄດ້​ຊ່ວຍເຫລືອ​ຂ້ານ້ອຍ​ໄວ້​ທັນ ປານ​ນີ້​ກໍ​ຄົງ​ລົງ​ສູ່​ແດນ​ແຫ່ງ​ຄວາມງຽບ.</verse>
				<verse number="18">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ກຳລັງ​ລົ້ມ ແຕ່​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ກໍ​ຊ່ວຍຊູ​ຂ້ານ້ອຍ​ໃຫ້​ລຸກ​ຂຶ້ນ.</verse>
				<verse number="19">ເມື່ອໃດ​ທີ່​ຂ້ານ້ອຍ​ອຸກອັ່ງ​ກັງວົນ​ໃນ​ຈິດໃຈ ພຣະອົງ​ກໍ​ເລົ້າໂລມ​ຂ້ານ້ອຍ​ໃຫ້​ມີ​ໃຈ​ຊົມຊື່ນ.</verse>
				<verse number="20">ຜູ້ປົກຄອງ​ທີ່​ຊົ່ວຮ້າຍ​ຈະ​ຮ່ວມມື​ກັບ​ພຣະອົງ​ໄດ້​ຫລື? ຄື​ຜູ້​ທີ່​ແຕ່ງ​ກົດບັນຍັດ​ອັນ​ບໍ່​ຍຸດຕິທຳ​ນັ້ນ.</verse>
				<verse number="21">ພວກເຂົາ​ວາງແຜນ​ປອງຮ້າຍ​ຕໍ່ສູ້​ຄົນດີ ລົງໂທດ​ຄົນ​ບໍ່ມີ​ຄວາມຜິດ​ໃຫ້​ເຖິງ​ແກ່​ຊີວິດ.</verse>
				<verse number="22">ແຕ່​ພຣະເຈົ້າຢາເວ​ເປັນ​ປ້ອມ​ປ້ອງກັນ​ອັນ​ເຂັ້ມແຂງ​ຂອງ​ຂ້ານ້ອຍ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເປັນ​ຫີນດານ​ຄຸ້ມຄອງ​ຮັກສາ ຊຶ່ງ​ຂ້ານ້ອຍ​ເຂົ້າ​ໄປ​ລີ້ໄພ.</verse>
				<verse number="23">ຍ້ອນ​ຄວາມ​ຊົ່ວຮ້າຍ ພຣະອົງ​ຈະ​ລົງໂທດ​ພວກເຂົາ ຍ້ອນ​ການບາບ​ຂອງ​ພວກເຂົາ ພຣະອົງ​ຈະ​ທຳລາຍ​ພວກເຂົາ​ຖິ້ມ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ຈະ​ທຳລາຍ​ພວກເຂົາ​ຖິ້ມ.</verse>
			</chapter>
			<chapter number="95">
				<verse number="1">ຈົ່ງ​ມາ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະຜູ້​ຄຸ້ມຄອງ​ຢ່າງ​ຊົມຊື່ນ​ຍິນດີ.</verse>
				<verse number="2">ຈົ່ງ​ເຂົ້າ​ມາ​ເຝົ້າ​ພຣະອົງ​ດ້ວຍ​ການ​ໂມທະນາ​ຂອບພຣະຄຸນ ຮ້ອງເພງ​ຢ່າງ​ຊື່ນໃຈ​ຍ້ອງຍໍ​ສັນລະເສີນ​ພຣະອົງ.</verse>
				<verse number="3">ເພາະ​ພຣະເຈົ້າຢາເວ​ຄື​ພຣະເຈົ້າ​ອົງ​ຊົງ​ຣິດ​ຍິ່ງໃຫຍ່ ເປັນ​ກະສັດ​ອົງ​ຊົງ​ຍິ່ງໃຫຍ່​ເໜືອ​ພະ​ທັງປວງ.</verse>
				<verse number="4">ພຣະອົງ​ປົກຄອງ​ຢູ່​ເໜືອ​ແຜ່ນດິນ​ໂລກ​ທັງໝົດ ຈາກ​ຖໍ້າ​ເລິກສຸດ​ຈົນເຖິງ​ຍອດພູ​ສູງສຸດ​ພຸ້ນ.</verse>
				<verse number="5">ພຣະອົງ​ປົກຄອງ​ເໜືອ​ນໍ້າ​ທະເລ​ທີ່​ພຣະອົງ​ໄດ້​ສ້າງ ຕະຫລອດ​ທັງ​ແຜ່ນດິນ​ທີ່​ພຣະຫັດ​ຂອງ​ພຣະອົງ​ໄດ້​ສ້າງ.</verse>
				<verse number="6">ຈົ່ງ​ເຂົ້າ​ມາ​ກົ້ມຂາບ​ນະມັດສະການ​ພຣະອົງ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະຜູ້​ສ້າງ​ຂອງ​ພວກເຮົາ ຄື​ພຣະເຈົ້າຢາເວ.</verse>
				<verse number="7">ດ້ວຍວ່າ, ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ​ພວກເຮົາ​ກໍ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ ຄື​ເປັນ​ໄພ່ພົນ​ທີ່​ພຣະອົງ​ຊົງ​ເຝົ້າເບິ່ງ​ຮັກສາ ເປັນ​ຝູງແກະ​ທີ່​ຊົງ​ລ້ຽງດູ.</verse>
				<verse number="8">ວັນນີ້ ຈົ່ງ​ເຊື່ອຟັງ​ສິ່ງ​ທີ່​ພຣະອົງ​ກ່າວ “ຢ່າ​ດື້ດ້ານ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ໄດ້​ເຮັດ​ທີ່​ເມຣີບາ​ນັ້ນ ເໝືອນ​ດັ່ງ​ພວກເພິ່ນ​ໄດ້​ເຮັດ​ໃນ ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ມັດສາ​ນັ້ນ.</verse>
				<verse number="9">ທີ່ນັ້ນ ພວກເຂົາ​ໄດ້​ພິສູດ​ແລະ​ທົດລອງ​ເບິ່ງ​ເຮົາ ເຖິງ​ວ່າ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ກະທຳ​ແກ່​ພວກເຂົາ​ແລ້ວ​ກໍຕາມ.</verse>
				<verse number="10">ຕະຫລອດ​ສີ່ສິບ​ປີ​ເຮົາ​ເບື່ອໜ່າຍ​ປະຊາຊົນ​ເຫຼົ່ານີ້ ເຮົາ​ຈຶ່ງ​ກ່າວ​ວ່າ, ‘ພວກເຂົາ​ບໍ່​ສັດຊື່​ແລະ​ຝ່າຝືນ​ຂໍ້ຄຳສັ່ງ​ຢູ່ເລື້ອຍ.’</verse>
				<verse number="11">ສະນັ້ນ ດ້ວຍ​ຄວາມ​ໂກດຮ້າຍ​ເຮົາ​ຈຶ່ງ​ສັນຍາ​ວ່າ ‘ພວກເຈົ້າ​ຈະ​ບໍ່ໄດ້​ເຂົ້າ​ໄປ​ສູ່​ບ່ອນ​ພັກເຊົາ​ຂອງເຮົາ​ຈັກເທື່ອ.”’</verse>
			</chapter>
			<chapter number="96">
				<verse number="1">ຈົ່ງ​ຮ້ອງເພງ​ບົດໃໝ່​ຖວາຍ​ແດ່ ພຣະເຈົ້າຢາເວ ທົ່ວ​ທັງ​ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະເຈົ້າຢາເວ.</verse>
				<verse number="2">ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະເຈົ້າຢາເວ ແລະ​ຍ້ອງຍໍ​ສັນລະເສີນ​ພຣະນາມຂອງ​ພຣະອົງ ທຸກໆ​ວັນ​ຈົ່ງ​ປະກາດ​ຂ່າວ​ດີ​ເລື່ອງ ພຣະອົງ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ.</verse>
				<verse number="3">ຈົ່ງ​ປະກາດ​ພຣະ​ສະຫງ່າຣາສີ​ແກ່​ຊົນຊາດ​ທັງຫລາຍ ແລະ​ພຣະ​ຣາຊກິດ​ຍິ່ງໃຫຍ່​ແກ່​ມວນ​ມະນຸດ​ຊາດ.</verse>
				<verse number="4">ພຣະເຈົ້າຢາເວ​ຍິ່ງໃຫຍ່​ແລະ​ເປັນ​ທີ່​ຍົກຍໍ​ຢ່າງສູງ ເປັນ​ຜູ້​ສົມຄວນ​ຮັບ​ກຽດ​ສັກສີ​ເໜືອ​ບັນດາ​ພະອື່ນໆ.</verse>
				<verse number="5">ພະ​ຂອງ​ຊົນຊາດ​ອື່ນ​ນັ້ນ​ເປັນ​ພຽງແຕ່​ຮູບເຄົາຣົບ ສ່ວນ​ພຣະເຈົ້າຢາເວ​ໄດ້​ສ້າງ​ຟ້າ​ສະຫວັນ.</verse>
				<verse number="6">ກຽດສັກສີ​ແລະ​ຣິດອຳນາດ​ກໍ​ອ້ອມຮອບ​ພຣະອົງ ອຳນາດ​ທັງ​ສະຫງ່າຣາສີ​ກໍ​ເຕັມ​ພຣະວິຫານ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="7">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ຊາວ​ໂລກ​ເອີຍ ຈົ່ງ​ຍ້ອງຍໍ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ແລະ​ຣິດທານຸພາບ.</verse>
				<verse number="8">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ອັນ​ສູງສົ່ງ​ຂອງ​ພຣະເຈົ້າຢາເວ ຈົ່ງ​ນຳ​ເຄື່ອງບູຊາ​ມາ​ຖວາຍ​ທີ່​ເດີ່ນ​ວິຫານ​ເຖີດ.</verse>
				<verse number="9">ຈົ່ງ​ກົ້ມຂາບ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ເມື່ອ​ອົງ​ບໍຣິສຸດ​ມາ​ປາກົດ ທົ່ວ​ແຜ່ນດິນ​ໂລກ​ເອີຍ ສັ່ນເຊັນ​ຕໍ່ໜ້າ​ພຣະອົງ​ເຖີດ.</verse>
				<verse number="10">ຈົ່ງ​ກ່າວ​ແກ່​ຊົນຊາດ​ທັງປວງ​ວ່າ, “ພຣະເຈົ້າຢາເວ​ເປັນ​ຈອມຣາຊາ ແຜ່ນດິນ​ໂລກ​ໄດ້​ຖືກ​ຕັ້ງ​ໄວ້​ຢູ່​ບ່ອນ​ເກົ່າ ຢ່າງ​ໝັ້ນຄົງ​ແລະ​ບໍ່​ຫວັ່ນໄຫວ. ພຣະອົງ​ຈະ​ຕັດສິນ​ປະຊາຊົນ​ທັງປວງ ດ້ວຍ​ຄວາມ​ຍຸດຕິທຳ.”</verse>
				<verse number="11">ຈັກກະວານ ແລະ​ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ ທະເລ​ແລະ​ທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ ຈົ່ງ​ສົ່ງ​ສຽງ​ສະໜັ່ນ</verse>
				<verse number="12">ທົ່ງນາ​ແລະ​ທຸກສິ່ງ​ຢູ່​ໃນ​ນັ້ນ ຈົ່ງ​ຊົມຊື່ນ​ຍິນດີ ຕົ້ນໄມ້​ໃນ​ປ່າດົງ​ພົງໄພ​ຈະ​ໂຮຮ້ອງ​ຢ່າງ​ຊື່ນຊົມ​ຍິນດີ</verse>
				<verse number="13">ເມື່ອ​ພຣະເຈົ້າຢາເວ​ມາ​ປົກຄອງ​ຄົນ​ໂລກນີ້ ພຣະອົງ​ຈະ​ປົງຄອງ​ຢ່າງ​ສັດຊື່​ແລະ​ເປັນທຳ ແລະ​ຈະ​ຕັດສິນ​ປະຊາຊົນ​ທັງຫລາຍ​ດ້ວຍ​ຄວາມຈິງ​ຂອງ​ພຣະອົງ.</verse>
			</chapter>
			<chapter number="97">
				<verse number="1">ພຣະເຈົ້າຢາເວ​ເປັນ​ກະສັດ ແຜ່ນດິນ​ໂລກ​ຈົ່ງ​ເບີກບານ​ໃຈ ເກາະ​ທັງຫລາຍ​ຕາມ​ທະເລ​ເອີຍ ຈົ່ງ​ຊື່ນໃຈ​ຍິນດີ​ເຖີດ.</verse>
				<verse number="2">ເມກ​ໝອກ​ແລະ​ມືດ​ກໍ​ອ້ອມຮອບ​ພຣະອົງ ພຣະອົງ​ປົກຄອງ​ຢ່າງ​ຊອບທຳ​ແລະ​ຍຸດຕິທຳ.</verse>
				<verse number="3">ໄຟ​ຟົ້ງ​ໄປ​ລ່ວງໜ້າ​ພຣະອົງ​ແລະ​ເຜົາຜານ ພວກ​ສັດຕູ​ທີ່​ອ້ອມ​ພຣະອົງ​ໄວ້​ທຸກ​ດ້ານ.</verse>
				<verse number="4">ຟ້າແມບ​ເຮັດ​ໃຫ້​ໂລກ​ສະຫວ່າງ​ສະໄຫວ ແຜ່ນດິນ​ໂລກ​ແລເຫັນ​ຈຶ່ງ​ສັ່ນ​ສະທ້ານ​ຢ້ານກົວ.</verse>
				<verse number="5">ພູ​ເຈື່ອນ​ດັ່ງ​ຂີ້ເຜິ້ງ​ເປື່ອຍ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ຕໍ່ໜ້າ​ອົງພຣະ​ຜູ້​ເປັນເຈົ້າ​ທົ່ວ​ທັງ​ແຜ່ນດິນ​ໂລກ.</verse>
				<verse number="6">ຟ້າ​ສະຫວັນ ​ປະກາດ​ວ່າ​ພຣະອົງ​ຊົງ​ຊອບທຳ ແລະ​ທຸກ​ຊົນຊາດ​ກໍ​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="7">ທຸກຄົນ​ທີ່​ຂາບໄຫວ້​ຮູບເຄົາຣົບ​ຕ່າງ​ກໍ​ຖືກ​ອັບອາຍ ບັນດາ​ພະ​ທັງຫລາຍ​ຈຶ່ງ​ກົ້ມ​ຂາບລົງ ຕໍ່ໜ້າ​ພຣະອົງ.</verse>
				<verse number="8">ຂ້າແດ່​ພຣະເຈົ້າຢາເວ ປະຊາຊົນ​ຊາວ​ພູເຂົາ​ຊີໂອນ​ຍິນດີ ແລະ​ເມືອງ​ຕ່າງໆ​ໃນ​ຢູດາຍ​ກໍ​ຊົມຊື່ນ​ຍິນດີ​ດ້ວຍ. ຍ້ອນ​ການຕັດສິນ​ຂອງ​ພຣະອົງ​ຍຸດຕິທຳ.</verse>
				<verse number="9">ຂ້າແດ່​ພຣະເຈົ້າຢາເວ ອົງ​ຍິ່ງໃຫຍ່​ສູງສຸດ ເພາະ​ພຣະອົງ​ຊົງ​ປົກຄອງ​ທົ່ວແຜ່ນດິນ​ໂລກ​ນີ້ ແລະ​ຍິ່ງໃຫຍ່​ກວ່າ​ພະ​ທັງໝົດ.</verse>
				<verse number="10">ພຣະເຈົ້າຢາເວ​ຮັກ​ພວກ​ທີ່​ກຽດຊັງ​ຄວາມຊົ່ວ ພຣະອົງ​ຄຸ້ມຄອງ​ຊີວິດ​ປະຊາຊົນ​ຂອງ​ພຣະອົງ​ໄວ້ ພຣະອົງ​ຊ່ວຍກູ້​ເອົາ​ພວກເຂົາ​ອອກ​ຈາກ​ຄວາມ​ຊົ່ວຮ້າຍ.</verse>
				<verse number="11">ແສງ​ສະຫວ່າງ​ສ່ອງແຈ້ງ​ໃສ່​ຄົນ​ຊອບທຳ ຄວາມ​ຊົມຊື່ນ​ຍິນດີ​ກໍ​ມີ​ແກ່​ຄົນດີ​ດ້ວຍ.</verse>
				<verse number="12">ຈົ່ງ​ຍິນດີ​ເຖີດ ຜູ້ຊອບທຳ​ທັງຫລາຍ ເພາະ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ນັ້ນ. ຈົ່ງ​ຈົດຈຳ​ແລະ​ໂມທະນາ​ຂອບພຣະຄຸນ​ຄວາມ​ບໍຣິສຸດ​ແຫ່ງ​ພຣະນາມ​ຂອງ​ພຣະອົງ​ເຖີດ.</verse>
			</chapter>
			<chapter number="98">
				<verse number="1">ຈົ່ງ​ຮ້ອງເພງ​ບົດໃໝ່​ຖວາຍ​ແກ່ ພຣະເຈົ້າຢາເວ ເພາະ​ສິ່ງ​ອັນ​ໜ້າ​ງຶດງໍ້​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ. ຍ້ອນ​ຣິດເດດ​ອຳນາດ​ແລະ​ພຣະ​ກຳລັງ​ອັນ​ບໍຣິສຸດ ພຣະອົງ​ໄດ້​ນຳ​ໄຊຊະນະ​ມາ​ສູ່​ພຣະອົງເອງ.</verse>
				<verse number="2">ພຣະເຈົ້າຢາເວ​ໄດ້​ປະກາດ​ໄຊຊະນະ​ຂອງ​ພຣະອົງ ໃຫ້​ບັນດາ​ຊົນຊາດ​ຮູ້ວ່າ​ພຣະອົງ​ຊ່ວຍ​ໃຫ້​ພົ້ນ​ໄດ້.</verse>
				<verse number="3">ພຣະອົງ​ໄດ້​ຮັກສາ​ຄຳສັນຍາ​ຂອງ​ພຣະອົງ​ໄວ້​ກັບ​ຄອບຄົວ​ອິດສະຣາເອນ ດ້ວຍ​ຄວາມສັດຊື່​ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ນັ້ນ. ສ່ວນ​ປະຊາຊົນ​ທົ່ວ​ທຸກບ່ອນ​ຕ່າງ​ກໍໄດ້​ຮູ້​ໄດ້​ເຫັນ ໄຊຊະນະ​ທີ່​ພຣະເຈົ້າ​ຂອງ​ພວກເຮົາ​ນຳ​ມາ​ນັ້ນ.</verse>
				<verse number="4">ທົ່ວ​ທັງ​ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຈົ່ງ​ໂຮຮ້ອງ​ຍິນດີ​ເປັນ​ການ​ສັນລະເສີນ​ເຖີດ.</verse>
				<verse number="5">ຈົ່ງ​ດີດ​ກິດຕາ ແລະ​ຈົ່ງ​ບັນເລງ​ເພງ​ສັນລະເສີນ ຖວາຍ​ຄຳສັນລະເສີນ​ແກ່​ພຣະເຈົ້າຢາເວ</verse>
				<verse number="6">ຈົ່ງ​ໂຮຮ້ອງ​ຍິນດີ​ທັງ​ເປົ່າແກ​ແລະ​ເຂົາ​ສັດ ສັນລະເສີນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ຄື​ຈອມກະສັດ​ຂອງ​ພວກເຮົາ.</verse>
				<verse number="7">ທະເລ​ກັບ​ທຸກສິ່ງ​ຢູ່​ໃນ​ນັ້ນ​ກໍ​ສະໜັ່ນ​ຫວັ່ນໄຫວ ແຜ່ນດິນ​ໂລກ​ແລະ​ທຸກຄົນ​ກໍ​ຮ້ອງລຳ​ທຳເພງ​ຂຶ້ນ.</verse>
				<verse number="8">ຈົ່ງ​ຕົບ​ມື​ກັນ​ເຖີດ ແມ່ນໍ້າ​ທັງຫລາຍ​ເອີຍ ເນີນພູ​ຈົ່ງ​ພາກັນ​ຮ້ອງ​ດ້ວຍ​ຄວາມ​ຍິນດີ</verse>
				<verse number="9">ຕໍ່ໜ້າ​ພຣະເຈົ້າຢາເວ ເພາະ​ພຣະອົງ​ກຳລັງ​ຈະມາ​ຕັດສິນ​ແຜ່ນດິນ​ໂລກ ເພື່ອ​ພິພາກສາ​ຕັດສິນ​ໂລກ​ດ້ວຍ​ຄວາມ​ຊອບທຳ​ແລະ​ຊົນຊາດ​ທັງຫຼາຍ​ດ້ວຍ​ຄວາມ​ສັດຊື່.</verse>
			</chapter>
			<chapter number="99">
				<verse number="1">ພຣະເຈົ້າຢາເວ​ເປັນ​ເຈົ້າກະສັດ ແລະ​ມະນຸດ​ກໍ​ສະທ້ານ​ຢ້ານກົວ. ພຣະອົງ​ນັ່ງ​ເທິງ​ບັນລັງ​ເໜືອ​ເຄຣຸບ ແລະ​ແຜ່ນດິນ​ກໍ​ສະທ້ານ​ຫວັ່ນໄຫວ.</verse>
				<verse number="2">ພຣະເຈົ້າຢາເວ​ຊົງ​ຍິ່ງໃຫຍ່​ໃນ​ຊີໂອນ ຄື​ພຣະອົງ​ເປັນ​ອົງ​ສູງສຸດ​ເໜືອ​ທົ່ວ​ທຸກ​ຊົນຊາດ.</verse>
				<verse number="3">ທຸກຄົນ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ອັນ​ຍິ່ງໃຫຍ່​ແລະ​ສູງສົ່ງ ຊຶ່ງ​ເປັນ​ທີ່​ຄວນ​ຢ້ານຢຳ​ແລະ​ບໍຣິສຸດ​ດ້ວຍ.</verse>
				<verse number="4">ກະສັດ​ຜູ້​ຊົງ​ອຳນາດ​ຍິ່ງໃຫຍ່ ເພາະ​ພຣະອົງ​ຮັກ​ການ​ກະທຳ​ທີ່​ເປັນ​ທຳ ແລະ​ໃຫ້​ມີ​ຄວາມ​ຍຸດຕິທຳ​ໃນ​ຊາດ​ອິດສະຣາເອນ ພຣະອົງ​ໄດ້​ນຳ​ຄວາມ​ຊອບທຳ​ແລະ​ຄວາມ​ເປັນທຳ​ມາ​ໃຫ້.</verse>
				<verse number="5">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຈົ່ງ​ນະມັດສະການ​ອົງ​ບໍຣິສຸດ​ຕໍ່ໜ້າ​ພຣະ​ບັນລັງ​ເຖີດ.</verse>
				<verse number="6">ທັງ​ໂມເຊ​ແລະ​ອາໂຣນ​ຕ່າງ​ກໍ​ເປັນ​ປະໂຣຫິດ ແລະ​ຊາມູເອນ​ກໍໄດ້​ເປັນ​ຜູ້ໜຶ່ງ​ທີ່​ພາວັນນາ​ອະທິຖານ​ຕໍ່​ນາມຊື່​ຂອງ​ພຣະອົງ, ຕ່າງ​ກໍໄດ້​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍຊູ ຝ່າຍ​ພຣະອົງ​ກໍໄດ້​ຕອບ​ພວກເພິ່ນ.</verse>
				<verse number="7">ຈາກ​ເສົາເມກ​ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ ພວກເພິ່ນ​ໄດ້​ເຊື່ອຟັງ​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="8">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະອົງ​ຊົງ​ຕອບ​ຄຳພາວັນນາ​ອະທິຖານ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ. ພຣະອົງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ​ພຣະອົງ​ເປັນ​ພຣະເຈົ້າ​ທີ່​ໃຫ້​ອະໄພ ແມ່ນ​ວ່າ​ພຣະອົງ​ລົງໂທດ​ຍ້ອນ​ການບາບ​ກໍຕາມ.</verse>
				<verse number="9">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຈົ່ງ​ນະມັດສະການ​ທີ່​ເນີນພູ​ສັກສິດ​ຂອງ​ພຣະອົງ. ດ້ວຍວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ເປັນ​ອົງ​ບໍຣິສຸດ.</verse>
			</chapter>
			<chapter number="100">
				<verse number="1">ທົ່ວ​ທັງ​ໂລກ​ເອີຍ ຈົ່ງ​ຮ້ອງເພງ​ຖວາຍ ຄຳ​ສັນລະເສີນ​ແດ່​ພຣະເຈົ້າຢາເວ.</verse>
				<verse number="2">ຈົ່ງ​ນະມັດສະການ​ພຣະເຈົ້າຢາເວ​ຢ່າງ​ຊົມຊື່ນ​ຍິນດີ ມາ​ຮ້ອງເພງ​ອັນ​ມ່ວນຊື່ນ​ຢູ່​ຊ້ອງໜ້າ​ພຣະອົງ.</verse>
				<verse number="3">ຈົ່ງ​ຮູ້ຈັກ​ວ່າ​ພຣະເຈົ້າຢາເວ​ຄື​ພຣະເຈົ້າ​ຜູ້​ສ້າງ​ພວກເຮົາ ພວກເຮົາ​ເປັນ​ໄພ່ພົນ​ແລະ​ຝູງແກະ​ຂອງ​ພຣະອົງ.</verse>
				<verse number="4">ຈົ່ງ​ເຂົ້າ​ໄປ​ປະຕູ​ພຣະວິຫານ ດ້ວຍ​ຈິດໃຈ​ໂມທະນາ​ຂອບພຣະຄຸນ ຈົ່ງ​ເຂົ້າ​ໄປ​ໃນ​ເດີ່ນ​ພຣະວິຫານ ດ້ວຍ​ການ​ຍ້ອງຍໍ​ສັນລະເສີນ. ຈົ່ງ​ຖວາຍ​ຄຳ​ໂມທະນາ​ຂອບພຣະຄຸນ ແລະ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ​ເຖີດ.</verse>
				<verse number="5">ພຣະເຈົ້າຢາເວ​ຊົງຄຸນ​ຄວາມດີ ແລະ​ຄວາມຮັກ ແລະ​ຄວາມສັດຊື່​ຂອງ​ພຣະອົງ ກໍ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
			</chapter>
			<chapter number="101">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຮ້ອງເພງ​ເຖິງ​ຄວາມສັດຊື່ ແລະ​ຄວາມ​ເປັນທຳ​ຂອງ​ພຣະອົງ.</verse>
				<verse number="2">ຂ້ານ້ອຍ​ຈະ​ດຳເນີນ​ຊີວິດ​ໂດຍ​ບໍ່ມີ​ຄວາມຜິດ ເມື່ອໃດ​ເດ​ພຣະອົງ​ຈະ​ມາ​ພົບ? ຢູ່​ໃນ​ເຮືອນ​ຂ້ານ້ອຍ​ຈະ​ດຳເນີນ​ຊີວິດ​ຢູ່​ຢ່າງ​ບໍຣິສຸດ ຈະ​ບໍ່​ໂຍະຍານ​ໃຫ້​ເລີຍ​ກັບ​ຄວາມ​ຊົ່ວຊ້າ.</verse>
				<verse number="3">ຂ້ານ້ອຍ​ຈະ​ບໍ່​ກະທຳ​ຊົ່ວ​ອີກ​ຈັກເທື່ອ ຂ້ານ້ອຍ​ກຽດຊັງ​ການ​ກະທຳ​ຂອງ​ຄົນ​ທີ່​ຫັນໜີ​ຈາກ​ພຣະເຈົ້າ ແລະ​ຈະ​ບໍ່​ກ່ຽວຂ້ອງ​ສິ່ງໃດໆ​ກັບ​ເຂົາເຈົ້າ.</verse>
				<verse number="4">ຂ້ານ້ອຍ​ຈະ​ບໍ່​ຢູ່​ໃກ້​ກັບ​ຄົນ​ບໍ່​ຈິງໃຈ ທັງ​ຈະ​ບໍ່​ກ່ຽວພັນ​ກັບ​ຄວາມ​ຊົ່ວຮ້າຍ.</verse>
				<verse number="5">ຂ້ານ້ອຍ​ຈະ​ກຳຈັດ​ທຸກຄົນ​ທີ່​ຊຸບຊິບ​ເລື່ອງ​ບໍ່​ດີ ແລະ​ຈະ​ບໍ່​ໂຍະຍານ​ໃຫ້​ແກ່​ຄົນ​ອວດຕົວ​ຈອງຫອງ​ດ້ວຍ.</verse>
				<verse number="6">ຂ້ານ້ອຍ​ຈະ​ເຫັນ​ພ້ອມ​ກັບ​ຄົນ​ສັດຊື່​ຕໍ່​ພຣະອົງ ແລະ​ຈະ​ໃຫ້​ພວກເຂົາ​ອາໄສ​ຢູ່​ກັບ​ຂ້ານ້ອຍ. ຄົນ​ທີ່​ດຳເນີນ​ຊີວິດ​ຢ່າງ​ສັດຊື່​ແທ້ຈິງ ກໍ​ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້​ຮັບໃຊ້​ຂ້ານ້ອຍ​ໄດ້.</verse>
				<verse number="7">ຈະ​ບໍ່ມີ​ຄົນ​ຂີ້ຕົວະ​ເຫຼືອ​ຢູ່​ໃນ​ວັງ​ຂອງ​ຂ້ານ້ອຍ​ເລີຍ ຄົນ​ໜ້າຊື່​ໃຈຄົດ​ຈະ​ຢູ່​ຕໍ່ໜ້າ​ຂ້ານ້ອຍ​ບໍ່ໄດ້.</verse>
				<verse number="8">ແຕ່ລະ​ວັນ ຂ້ານ້ອຍ​ຈະ​ທຳລາຍ​ຄົນ​ຊົ່ວຮ້າຍ ຢູ່​ໃນ​ດິນແດນ​ຂອງ​ພວກ​ຂ້ານ້ອຍ. ຂ້ານ້ອຍ​ຈະ​ຂັບໄລ່​ຄົນຊົ່ວ​ທັງໝົດ​ອອກ​ໄປ ຈາກ​ນະຄອນ​ຂອງ​ພຣະເຈົ້າຢາເວ.</verse>
			</chapter>
			<chapter number="102">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ແດ່ ໂຜດ​ຟັງ​ຄຳ​ຂໍຮ້ອງ​ໃຫ້​ຊ່ວຍເຫຼືອ​ຂອງ​ຂ້ານ້ອຍ​ດ້ວຍ.</verse>
				<verse number="2">ເມື່ອ​ຂ້ານ້ອຍ​ເດືອດຮ້ອນ​ຂໍ​ຢ່າ​ປິ່ນໜ້າ​ໜີໄປ​ຈາກ​ຂ້ານ້ອຍ ເມື່ອ​ຂ້ານ້ອຍ​ຮ້ອງຫາ​ໂຜດ​ຟັງ​ແລະ​ຟ້າວ​ຕອບ​ດ້ວຍ.</verse>
				<verse number="3">ຊີວິດ​ຂອງ​ຂ້ານ້ອຍ​ນັ້ນ​ຫາຍໄປ​ດັ່ງ​ຄວັນໄຟ ຮ່າງກາຍ​ກໍ​ຖືກ​ເຜົາ​ດັ່ງ​ຢູ່​ໃນ​ເຕົາ​ອົບຮ້ອນ.</verse>
				<verse number="4">ຂ້ານ້ອຍ​ຖືກ​ຕີ​ຈົນ​ລົ້ມ​ດັ່ງ​ຫຍ້າ​ທີ່​ຫ່ຽວແຫ້ງ​ໄປ ຂ້ານ້ອຍ​ບໍ່​ຢາກ​ກິນ​ຫຍັງ​ທັງ​ເຂົ້າ​ແລະ​ນໍ້າ.</verse>
				<verse number="5">ຂ້ານ້ອຍ​ຮ້ອງໄຫ້​ຄວນຄາງ​ດ້ວຍ​ສຽງດັງ ແລະ​ຈ່ອຍຜອມ​ເຫັນ​ແຕ່​ໜັງ​ຕິດ​ກະດູກ.</verse>
				<verse number="6">ຂ້ານ້ອຍ​ຄື​ນົກ​ປ່າ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ດັ່ງ​ນົກ​ເຄົ້າ​ໃນ​ບ່ອນ​ຮົກຮ້າງ​ເພພັງ​ນັ້ນ.</verse>
				<verse number="7">ເມື່ອ​ຂ້ານ້ອຍ​ເນີ້ງຕົວ​ລົງ​ກໍ​ນອນ​ບໍ່​ຫລັບ ດັ່ງ​ນົກ​ງອຍ​ຢູ່​ດຽວດາຍ​ທີ່​ຫລັງຄາ​ເຮືອນ​ນັ້ນ.</verse>
				<verse number="8">ສັດຕູ​ດູໝິ່ນ​ປະໝາດ​ຂ້ານ້ອຍ​ທັງເວັນ​ທັງຄືນ ໂດຍ​ໃຊ້​ຊື່​ຂ້ານ້ອຍ​ເປັນ​ຄຳສາບແຊ່ງ.</verse>
				<verse number="9">ເພາະ​ພຣະອົງ​ຄຽດຮ້າຍ​ກິ້ວໂກດ​ຂ້ານ້ອຍ ອາຫານ​ທີ່​ຂ້ານ້ອຍ​ກິນ​ກໍ​ຄື​ຂີ້ເຖົ່າ​ໄຟ​ເທົ່ານັ້ນ ແລະ​ເຄື່ອງ​ດື່ມ​ກໍ​ຈະ​ປົນ​ກັບ​ນໍ້າຕາ ພຣະອົງ​ຍົກ​ຂ້ານ້ອຍ​ຂຶ້ນ​ແລະ​ໂຍນ​ລົງ​ດ້ວຍ.</verse>
				<verse number="10"></verse>
				<verse number="11">ຊີວິດ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເງົາ​ໃນ​ຕອນແລງ ຂ້ານ້ອຍ​ເປັນ​ດັ່ງ​ຫຍ້າ​ທີ່​ຫ່ຽວແຫ້ງ.</verse>
				<verse number="12">ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ເປັນ​ກະສັດ​ສືບໄປ ທຸກ​ຊົ່ວ​ເຊັ່ນຄົນ​ຈະ​ລະນຶກເຖິງ​ພຣະນາມ​ຂອງ​ພຣະອົງ​ຢູ່​ບໍ່​ຂາດ.</verse>
				<verse number="13">ພຣະອົງ​ຈະ​ລຸກ​ຂຶ້ນ​ມາ​ດຳເນີນການ ແລະ​ຈະ​ສົງສານ​ພູເຂົາ​ຊີໂອນ​ດ້ວຍ. ເວລາ​ແຫ່ງ​ພຣະເມດຕາ​ໄດ້​ມາ​ສູ່​ເມືອງ​ນີ້​ແລ້ວ ເວລາ​ທີ່​ກຳນົດ​ໄວ້​ກໍ​ມາຮອດ​ມາເຖິງ​ແລ້ວ.</verse>
				<verse number="14">ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຮັກ​ເມືອງ​ນີ້​ຫລາຍ ແມ່ນ​ວ່າ​ຖືກ​ທຳລາຍ​ມາ​ແລ້ວ​ກໍຕາມ, ແຕ່​ເຂົາ​ເຫຼົ່ານັ້ນ​ກໍ​ຍັງ​ເມດຕາ​ສົງສານ ເຖິງ​ວ່າ​ເປັນ​ເມືອງ​ຮົກຮ້າງ​ເພພັງ​ກໍຕາມ.</verse>
				<verse number="15">ຊົນຊາດ​ທັງປວງ​ຈະ​ຢ້ານຢຳ​ພຣະນາມ​ຂອງ​ພຣະເຈົ້າຢາເວ ກະສັດ​ທັງຫລາຍ​ໃນ​ໂລກ​ຈະ​ຢ້ານຢຳ​ສະຫງ່າຣາສີ​ຂອງ​ພຣະອົງ.</verse>
				<verse number="16">ເມື່ອ​ພຣະເຈົ້າຢາເວ​ສ້າງ​ຊີໂອນ​ຂຶ້ນ​ໃຫມ່ ພຣະອົງ​ຈະ​ປາກົດ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະອົງ.</verse>
				<verse number="17">ຝ່າຍ​ປະຊາຊົນ​ທີ່​ຖືກ​ປະຖິ້ມ​ນັ້ນ ພຣະອົງ​ຈະ​ຟັງ ແລະ​ຈະ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ.</verse>
				<verse number="18">ຈົ່ງ​ບັນທຶກ​ສິ່ງ​ທີ່​ຊົງ​ກະທຳ​ໃຫ້​ແກ່​ຄົນ​ລຸ້ນຫລັງ ເພື່ອ​ວ່າ​ຄົນ​ທີ່​ບໍ່​ທັນ​ເກີດ​ມາ​ຈະ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.</verse>
				<verse number="19">ພຣະເຈົ້າຢາເວ​ແລເບິ່ງ​ຈາກ​ບ່ອນ​ບໍຣິສຸດ​ທີ່ສູງ ຄື​ເບິ່ງ​ແຜ່ນດິນ​ໂລກ​ເຮົາ​ຈາກ​ສະຫວັນ.</verse>
				<verse number="20">ພຣະອົງ​ໄດ້ຍິນ​ພວກ​ນັກໂທດ​ຮ້ອງ​ຄວນຄາງ ແລະ​ໃຫ້​ຄົນ​ມີ​ໂທດ​ປະຫານ​ຖືກ​ປົດປ່ອຍ.</verse>
				<verse number="21">ດັ່ງນັ້ນ ພຣະນາມ​ຂອງ​ພຣະເຈົ້າຢາເວ​ຈຶ່ງ​ຈະ​ຖືກ​ປະກາດ​ໃນ​ພູເຂົາ​ຊີໂອນ ແລະ​ຈະ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="22">ເມື່ອ​ບັນດາ​ຊົນຊາດ​ແລະ​ອານາຈັກ​ມາ​ຮວມກັນ ເພື່ອ​ນ້ອມ​ນະມັດສະການ​ພຣະເຈົ້າຢາເວ.</verse>
				<verse number="23">ເມື່ອ​ຍັງ​ໜຸ່ມ​ພຣະອົງ​ໄດ້​ກະທຳ​ໃຫ້​ຂ້ານ້ອຍ​ອ່ອນແອ ແລະ​ໄດ້​ບັນດານ​ໃຫ້​ຊີວິດ​ຂ້ານ້ອຍ​ສັ້ນ​ເຂົ້າ.</verse>
				<verse number="24">ຂ້າແດ່​ພຣະເຈົ້າ ຢ່າ​ເອົາ​ຂ້ານ້ອຍ​ໄປ​ດຽວນີ້ ເພາະວ່າ​ຍັງ​ບໍ່ໄດ້​ເຖົ້າແກ່​ຊະຣາ​ເທື່ອ.</verse>
				<verse number="25">ພຣະອົງ​ດຳລົງ​ຢູ່​ສືບໆໄປ. ພຣະອົງ​ສ້າງ​ແຜ່ນດິນ​ໂລກ​ແຕ່​ດົນນານ​ແລ້ວ ແລະ​ພຣະອົງ​ໄດ້​ສ້າງ​ຟ້າ​ສະຫວັນ ​ດ້ວຍ​ມື​ຂອງ​ພຣະອົງ​ເອງ.</verse>
				<verse number="26">ຟ້າ​ດິນ​ຈະ​ສະຫລາຍ​ແຕ່​ພຣະອົງ​ຈະ​ດຳລົງຢູ່ ສິ່ງ​ເຫຼົ່ານີ້​ຈະ​ເກົ່າ​ແລະ​ຂາດ​ໄປ​ດັ່ງ​ເຄື່ອງນຸ່ງຫົ່ມ. ພຣະອົງ​ຈະ​ໂຍນ​ມັນ​ຖິ້ມ​ດັ່ງ​ໂຍນ​ເຄື່ອງນຸ່ງ​ອອກ​ໄປ ແລະ​ມັນ​ກໍ​ຈະ​ສູນຫາຍ​ສະຫລາຍ​ໄປສິ້ນ.</verse>
				<verse number="27">ແຕ່​ພຣະອົງ​ຍັງ​ເປັນ​ຢູ່​ຢ່າງເດີມ​ສະເໝີໄປ ຊີວິດ​ຂອງ​ພຣະອົງ​ກໍ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.</verse>
				<verse number="28">ລູກຫລານ​ຂອງ​ພວກ​ຂ້ານ້ອຍ​ນັ້ນ​ຈະ​ຢູ່​ຢ່າງ​ປອດໄພ ເຊື້ອສາຍ​ຈະ​ປອດໄພ​ເພາະ​ພຣະອົງ​ປົກປ້ອງ​ຄຸ້ມຄອງ.</verse>
			</chapter>
			<chapter number="103">
				<verse number="1">ຈິດວິນຍານ​ຂອງ​ຂ້ານ້ອຍ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ທຸກສິ່ງ​ທີ່​ຢູ່​ພາຍ​ໃນ​ຂ້ານ້ອຍ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ບໍຣິສຸດ​ຂອງ​ພຣະອົງ</verse>
				<verse number="2">ຈິດວິນຍານ​ຂອງ​ຂ້ານ້ອຍ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຢ່າ​ລືມໄລ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ.</verse>
				<verse number="3">ພຣະອົງ​ຍົກ​ການບາບ​ຂອງ​ຂ້ານ້ອຍ​ໃຫ້​ໝົດໄປ ແລະ​ປິ່ນປົວ​ພະຍາດ​ທຸກ​ຊະນິດ​ຂອງ​ຂ້ານ້ອຍ.</verse>
				<verse number="4">ພຣະອົງ​ຮັກສາ​ຂ້ານ້ອຍ​ໄວ້​ຈາກ​ຂຸມຝັງສົບ ທັງ​ອວຍພອນ​ດ້ວຍ​ຄວາມຮັກ​ແລະ​ຄວາມ​ເມດຕາ.</verse>
				<verse number="5">ພຣະອົງ​ເຮັດ​ໃຫ້​ຊີວິດ​ຂອງ​ຂ້ານ້ອຍ ເຕັມ​ດ້ວຍ​ສິ່ງ​ທີ່​ດີ ໃຫ້​ຂ້ານ້ອຍ​ໜຸ່ມແໜ້ນ​ແຂງແຮງ​ດັ່ງ​ນົກອິນຊີ​ນັ້ນ.</verse>
				<verse number="6">ພຣະເຈົ້າຢາເວ​ຕັດສິນ​ເຂົ້າຂ້າງ​ຜູ້​ທີ່​ຖືກ​ຂົ່ມເຫັງ ແລະ​ມອບ​ສິດ​ທີ່​ພວກເຂົາ​ຄວນ​ມີ​ໃຫ້​ພວກ​ເຂົາເຈົ້າ.</verse>
				<verse number="7">ພຣະອົງ​ໄດ້​ໃຫ້​ໂມເຊ​ຮູ້​ເຫັນ​ແຜນການ​ຂອງ​ພຣະອົງ ໃຫ້​ຊາວ​ອິດສະຣາເອນ​ເຫັນ​ພຣະ​ຣາຊກິດ​ອັນ​ຍິ່ງໃຫຍ່.</verse>
				<verse number="8">ພຣະເຈົ້າຢາເວ​ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ ແລະ​ເຕັມ​ໄປ​ດ້ວຍ​ພຣະຄຸນ ເຕັມ​ດ້ວຍ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ຊ້າ​ໃນ​ການຮ້າຍ.</verse>
				<verse number="9">ພຣະອົງ​ບໍ່​ສືບຕໍ່​ຕຳໜິ​ຕິຕຽນ​ສະເໝີ​ໄປ ພຣະອົງ​ບໍ່​ໂກດຮ້າຍ​ໄປຕະຫລອດ.</verse>
				<verse number="10">ພຣະອົງ​ບໍ່ໄດ້​ລົງໂທດ​ພວກເຮົາ​ຕາມ​ທີ່​ສົມຄວນ ຫລື​ບໍ່​ຕອບແທນ​ໃນ​ການບາບ​ແລະ​ຄວາມຜິດ​ດ້ວຍ.</verse>
				<verse number="11">ຟ້າ​ສະຫວັນ​ສູງ​ເໜືອ​ແຜ່ນດິນ​ໂລກ​ຫລາຍ​ເທົ່າໃດ ພຣະອົງ​ກໍ​ຮັກ​ຜູ້​ທີ່​ຢຳເກງ​ພຣະອົງ​ສູງ​ຫລາຍ​ເທົ່ານັ້ນ.</verse>
				<verse number="12">ທິດ​ຕາເວັນອອກ​ໄກ​ຈາກ​ທິດ​ຕາເວັນຕົກ​ເທົ່າໃດ ພຣະອົງ​ກໍ​ຍົກ​ການບາບ​ຂອງ​ພວກເຮົາ​ໄປ​ໄກ​ເທົ່ານັ້ນ.</verse>
				<verse number="13">ພໍ່​ເມດຕາ​ກະລຸນາ​ລູກໆ​ຫລາຍ​ເທົ່າໃດ ພຣະເຈົ້າຢາເວ​ກໍ​ເມດຕາ​ຜູ້​ທີ່​ຢຳເກງ​ພຣະອົງ​ຫລາຍ​ເທົ່ານັ້ນ.</verse>
				<verse number="14">ພຣະອົງ​ຮູ້​ດີ​ວ່າ​ພວກເຮົາ​ຖືກ​ສ້າງ​ມາ​ຢ່າງໃດ ແລະ​ຈົດຈຳ​ໄວ້​ວ່າ​ພວກເຮົາ​ເປັນ​ພຽງແຕ່​ຂີ້ຝຸ່ນ​ດິນ​ເທົ່ານັ້ນ.</verse>
				<verse number="15">ສ່ວນ​ມະນຸດ​ນັ້ນ​ຊີວິດ​ຂອງ​ພວກເຂົາ​ເໝືອນ​ຕົ້ນຫຍ້າ ທີ່​ເກີດ​ແລະ​ບານ​ເໝືອນ​ດອກໄມ້​ຕາມ​ທ້ອງ​ທົ່ງນາ.</verse>
				<verse number="16">ແລ້ວ​ລົມ​ກໍ​ພັດ​ແລະ​ເຮັດ​ໃຫ້​ສູນຫາຍ​ໄປ ບໍ່ມີ​ຜູ້ໃດ​ເຫັນ​ຮ່ອງຮອຍ​ມັນ​ຕໍ່ໄປ​ອີກ.</verse>
				<verse number="17">ແຕ່​ຄວາມຮັກ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ​ດຳລົງ​ຢູ່​ສືບໆໄປ ສຳລັບ​ທຸກຄົນ​ທີ່​ຍ້ອງຍໍ​ໃຫ້ກຽດ​ພຣະອົງ ແລະ​ຄວາມ​ຊອບທຳ​ຂອງ​ພຣະອົງ​ກໍ​ດຳລົງຢູ່ ຕະຫລອດ​ທຸກ​ຊົ່ວເຊັ່ນລູກ​ເຊັ່ນ​ຫລານ</verse>
				<verse number="18">ຄື​ເປັນ​ຂອງ​ຜູ້​ທີ່​ສັດຊື່​ຕໍ່​ພັນທະສັນຍາ​ຂອງ​ພຣະອົງ ແລະ​ຂອງ​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="19">ພຣະເຈົ້າຢາເວ​ຕັ້ງ​ພຣະ​ບັນລັງ​ໄວ້​ຢູ່​ໃນ​ຟ້າ​ສະຫວັນ ຊົງ​ເປັນ​ກະສັດ​ປົກຄອງ​ເໜືອ​ສັບພະທຸກສິ່ງ.</verse>
				<verse number="20">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ພວກ​ເທວະດາ​ຜູ້​ແຂງແຮງ​ແລະ​ມີ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຜູ້​ທີ່​ຍອມ​ຟັງ​ສິ່ງ​ທີ່​ພຣະອົງ​ຊົງ​ກ່າວ.</verse>
				<verse number="21">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ກອງທັບ​ທັງຫລາຍ​ຂອງ​ພຣະອົງ​ຜູ້​ມີ​ຣິດ​ເອີຍ ຄື​ຜູ້ຮັບໃຊ້​ທີ່​ປະຕິບັດ​ຕາມ​ພຣະປະສົງ​ຂອງ​ພຣະອົງ​ນັ້ນ.</verse>
				<verse number="22">ຂໍ​ພຣະເຈົ້າຢາເວ​ຈົ່ງ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ ທຸກສິ່ງ​ທີ່​ຖືກ​ສ້າງ​ມາ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ໃນ​ທຸກບ່ອນ​ທີ່​ພຣະອົງ​ປົກຄອງ ຈິດວິນຍານ​ຂອງ​ຂ້ານ້ອຍ​ເອີຍ ຈົ່ງ​ຍົກຍໍ​ພຣະເຈົ້າຢາເວ.</verse>
			</chapter>
			<chapter number="104">
				<verse number="1">ຈິດໃຈ​ຂອງຂ້ອຍ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ພຣະອົງ​ຊົງ​ຍິ່ງໃຫຍ່. ພຣະອົງ​ຫົ່ມ​ສະຫງ່າຣາສີ​ແລະ​ກຽດຕິຍົດ.</verse>
				<verse number="2">ພຣະອົງ​ຫຸ້ມຫໍ່​ພຣະອົງ​ເອງ​ດ້ວຍ​ແສງ​ຣັດສະໝີ ພຣະອົງ​ກາງ​ຟ້າ​ສະຫວັນ​ດັ່ງ​ກາງ​ຜ້າເຕັນ.</verse>
				<verse number="3">ສ້າງ​ບ່ອນ​ຢູ່​ຂອງ​ພຣະອົງ​ເທິງ​ນໍ້າ​ທັງຫລາຍ ພຣະອົງ​ໃຊ້​ກ້ອນເມກ​ເປັນ​ມ້າ​ແລະ​ຢູ່​ເທິງ​ປີກ​ລົມ​ຂີ່​ເຫາະໄປ.</verse>
				<verse number="4">ພຣະອົງ​ໃຊ້​ລົມ​ໃຫ້​ເປັນ​ຜູ້​ສົ່ງຂ່າວ​ຂອງ​ພຣະອົງ ແລະ​ໃຫ້​ແສງ​ຟ້າ​ແມບເຫລື້ອມ​ເປັນ​ຜູ້ຮັບໃຊ້.</verse>
				<verse number="5">ພຣະອົງ​ຕັ້ງ​ແຜ່ນດິນ​ໂລກ​ເທິງ​ຮາກຖານ​ອັນ​ໝັ້ນຄົງ ແລະ​ຈະ​ບໍ່​ຖືກ​ເຄື່ອນຍ້າຍ​ໄປ​ສູ່​ທີ່​ໃດ​ຈັກເທື່ອ.</verse>
				<verse number="6">ພຣະອົງ​ໃຫ້​ມະຫາສະໝຸດ​ຫຸ້ມຫໍ່​ດັ່ງ​ເຄື່ອງນຸ່ງຫົ່ມ​ຮ່າງກາຍ ແລະ​ໃຫ້​ນໍ້າ​ປົກຄຸມ​ຢູ່​ເທິງ​ຖ້ວມ​ພູ​ທັງຫລາຍ​ໄວ້.</verse>
				<verse number="7">ແຕ່​ເມື່ອ​ພຣະອົງ​ນາບຂູ່​ນໍ້າມັນ​ກໍ​ຫລົບ​ໜີໄປ ເວລາ​ມັນ​ໄດ້ຍິນ​ສຽງ​ພຣະອົງ​ຮ້ອງ​ສັ່ງ ມັນ​ກໍ​ໄຫລ​ໄປ​ໂລດ.</verse>
				<verse number="8">ມັນ​ໄຫລ​ຜ່ານ​ພູ​ຕ່າງໆ​ສູ່​ຮ່ອມພູ​ທັງຫລາຍ ຄື​ສູ່​ບ່ອນ​ທີ່​ພຣະອົງ​ໄດ້​ສ້າງ​ໄວ້​ສຳລັບ​ມັນ​ນັ້ນ.</verse>
				<verse number="9">ພຣະອົງ​ຕັ້ງ​ເຂດແດນ​ໄວ້​ເພື່ອ​ບໍ່​ໃຫ້​ນໍ້າ​ໄຫລ​ເຂົ້າ​ມາ ເພື່ອ​ວ່າ​ບໍ່​ໃຫ້​ນໍ້າ​ໄຫລ​ຖ້ວມ​ແຜ່ນດິນ​ໂລກ​ອີກ.</verse>
				<verse number="10">ພຣະອົງ​ສ້າງ​ນໍ້າພຸ​ໃຫ້​ໄຫລ​ໄປ​ຕາມ​ຮ່ອມພູ ແລະ​ໃຫ້​ແມ່ນໍ້າ​ໄຫລ​ຜ່ານ​ລະຫວ່າງ​ເນີນພູ​ດ້ວຍ.</verse>
				<verse number="11">ເປັນ​ບ່ອນ​ທີ່​ບັນດາ​ສັດປ່າ​ກິນ​ນໍ້າ​ຕາມ​ລຳທານ ແລະ​ລໍປ່າ​ທັງຫລາຍ​ກໍ​ບັນເທົາ​ກະຫາຍ​ນໍ້າ.</verse>
				<verse number="12">ໃນ​ທ່າມກາງ​ຕົ້ນໄມ້​ທີ່​ຢູ່​ໃກ້​ແຄມ​ລຳທານ ຝູງນົກ​ສ້າງ​ຮັງ​ພ້ອມ​ທັງ​ສົ່ງ​ສຽງ​ຮໍ່າຮ້ອງ.</verse>
				<verse number="13">ຈາກ​ທ້ອງຟ້າ​ພຣະອົງ​ໃຫ້​ຝົນ​ຕົກ​ໃສ່​ພູ​ທັງຫລາຍ ແລະ​ພຣະພອນ​ກໍ​ເຕັມ​ໄປ​ທົ່ວ​ທັງ​ແຜ່ນດິນ​ໂລກ.</verse>
				<verse number="14">ພຣະອົງ​ເຮັດ​ໃຫ້​ຫຍ້າ​ເກີດຂຶ້ນ​ສຳລັບ​ຝູງສັດ ແລະ​ພືດພັນ​ສຳລັບ​ໃຫ້​ມະນຸດ​ເພາະປູກ</verse>
				<verse number="15">ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ປູກຝັງ​ຕາມ​ຜືນ​ແຜ່ນດິນ ແລະ​ຜະລິດ​ເຫຼົ້າ​ອະງຸ່ນ​ທີ່​ໃຫ້​ຄວາມ​ມ່ວນຊື່ນ ນໍ້າມັນ​ໝາກກອກເທດ​ທີ່​ໃຫ້​ຄວາມ​ຊື່ນບານ ແລະ​ເຂົ້າ​ທີ່​ໃຫ້​ພວກເຂົາ​ມີ​ເຫື່ອແຮງ​ຂຶ້ນໃໝ່.</verse>
				<verse number="16">ສ່ວນ​ຕົ້ນ​ແປກ​ທີ່​ເລບານອນ​ກໍ​ຮັບ​ນໍ້າ​ຝົນ​ຫລາຍ ເປັນ​ຕົ້ນໄມ້​ທີ່​ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່​ໄດ້​ປູກ​ໄວ້.</verse>
				<verse number="17">ເທິງ​ຕົ້ນໄມ້​ນັ້ນ​ຝູງນົກ​ໄດ້​ເຮັດ​ຮັງ​ຂອງ​ພວກມັນ ເປັນ​ຮັງ​ນົກ​ຍາງ​ຢູ່​ເທິງ​ຕົ້ນ​ສົນ​ນັ້ນ.</verse>
				<verse number="18">ແບ້​ປ່າ​ກໍ​ອາໄສ​ຢູ່​ຕາມ​ເທິງ​ພູ​ທັງຫລາຍ ແລະ​ກະຕ່າຍ​ກໍ​ຫລົບລີ້​ຢູ່​ຕາມ​ໜ້າຜາ​ນັ້ນ.</verse>
				<verse number="19">ພຣະອົງ​ໄດ້​ສ້າງ​ດວງເດືອນ​ເພື່ອ​ໝາຍ​ເດືອນ​ປີ ແລະ​ດວງຕາເວັນ​ເພື່ອ​ໃຫ້​ຮູ້​ເວລາ​ຕັ້ງ​ໄວ້.</verse>
				<verse number="20">ພຣະອົງ​ໄດ້​ສົ່ງ​ຄວາມມືດ​ມາ​ເປັນ​ຕອນ​ກາງຄືນ ຊຶ່ງ​ເປັນ​ເວລາ​ທີ່​ສັດປ່າ​ອອກ​ໄປ​ທ່ອງທ່ຽວ.</verse>
				<verse number="21">ສິງໜຸ່ມ​ແຜດສຽງ​ຮ້ອງ​ເວລາ​ອອກ​ຊອກຫາ​ກິນ ໂດຍ​ຊອກຫາ​ອາຫານ​ທີ່​ພຣະເຈົ້າ​ຈັດ​ໄວ້​ໃຫ້.</verse>
				<verse number="22">ເມື່ອ​ຕາເວັນ​ຂຶ້ນ ພວກມັນ​ກໍ​ກັບຄືນ​ສູ່​ຖິ່ນ​ເດີມ ແລະ​ເອ່ນ​ຕົວ​ລົງ​ນອນ​ຢູ່​ຕາມ​ເຫວ​ຕາມ​ຖໍ້າ.</verse>
				<verse number="23">ແລ້ວ​ມະນຸດ​ກໍ​ອອກ​ໄປ​ເຮັດ​ວຽກງານ​ຂອງຕົນ ແລະ​ເຮັດ​ວຽກ​ຕໍ່ໄປ​ຈົນ​ຕະຫລອດ​ຮອດຄໍ່າ.</verse>
				<verse number="24">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ສ້າງ​ຫລາຍ​ສິ່ງ​ຫລາຍແນວ ພຣະອົງ​ໄດ້​ສ້າງ​ສັບພະທຸກສິ່ງ​ໃນ​ຈັກກະວານ​ນີ້. ພຣະອົງ​ໄດ້​ສ້າງ​ສິ່ງ​ເຫຼົ່ານີ້​ຢ່າງ​ສະຫລາດ ແຜ່ນດິນ​ໂລກ​ກໍ​ເຕັມ​ດ້ວຍ​ສິ່ງ​ທີ່​ພຣະອົງ​ໄດ້​ສ້າງ.</verse>
				<verse number="25">ມີ​ມະຫາສະໝຸດ​ອັນ​ເລິກ​ກວ້າງໃຫຍ່​ໄພສານ ບ່ອນ​ສັດ​ນ້ອຍໃຫຍ່​ທັງຫລາຍ​ອາໄສ​ຢູ່​ນັບ​ບໍ່ຖ້ວນ.</verse>
				<verse number="26">ເຮືອ​ແລ່ນ​ໄປມາ​ແລະ​ເງືອກ​ກໍ​ລອຍ​ຫລີ້ນ​ສະບາຍ ຊຶ່ງ​ເປັນ​ສັດ​ໃຫຍ່​ທີ່​ພຣະອົງ​ໄດ້​ສ້າງ​ຂຶ້ນ​ມາ​ນັ້ນ.</verse>
				<verse number="27">ສັດ​ທັງໝົດ​ເຫຼົ່ານັ້ນ​ເພິ່ງພາ​ອາໄສ​ພຣະອົງ ເປັນ​ຜູ້​ໃຫ້​ອາຫານ​ໃນ​ຍາມ​ພວກມັນ​ຢາກ.</verse>
				<verse number="28">ພວກມັນ​ກິນ​ອາຫານ​ທີ່​ພຣະອົງ​ເປັນ​ຜູ້​ຈັດຫາ ແມ່ນ​ພຣະອົງ​ທີ່​ໃຫ້​ອາຫານ​ກິນ​ອີ່ມທ້ອງ.</verse>
				<verse number="29">ເວລາ​ພຣະອົງ​ຫັນໜ້າ​ໜີ​ມັນ​ກໍ​ເກີດ​ຢ້ານກົວ ເມື່ອ​ຖອດ​ລົມຫາຍໃຈ​ຄືນ ພວກ​ມັນ​ກໍ​ຕາຍ​ແລະ​ກັບ​ກາຍເປັນ​ຂີ້ດິນ​ອີກ.</verse>
				<verse number="30">ແຕ່​ເມື່ອ​ພຣະອົງ​ສົ່ງ​ວິນຍານ​ຂອງ​ພຣະອົງ​ອອກ​ໄປ ພວກມັນ​ກໍ​ຖືກ​ສ້າງ​ຂຶ້ນ​ມາ ແລະ​ພຣະອົງ​ກໍ​ປ່ຽນ​ໂສມໜ້າ​ຂອງ​ແຜ່ນດິນ​ໂລກ​ຄືນ​ໃໝ່.</verse>
				<verse number="31">ຂໍ​ໃຫ້​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ດຳລົງຢູ່​ຕະຫລອດໄປ ຂໍ​ໃຫ້​ພຣະເຈົ້າຢາເວ​ພໍໃຈ​ນຳ​ສິ່ງ​ທີ່​ຖືກ​ສ້າງ​ມາ​ນັ້ນ.</verse>
				<verse number="32">ພໍ​ຫລຽວ​ເບິ່ງ​ແຜ່ນດິນ​ໂລກ ມັນ​ກໍ​ສັ່ນສະເທືອນ ພໍ​ພຣະອົງ​ແຕະຕ້ອງ​ພູ ຄວັນໄຟ​ກໍ​ຟົ້ງ​ອອກ​ໂລດ.</verse>
				<verse number="33">ຂ້ານ້ອຍ​ຈະ​ຮ້ອງເພງ​ແດ່​ພຣະເຈົ້າຢາເວ ຖວາຍ​ເປັນ​ຄຳສັນລະເສີນ​ຕະຫລອດ​ຊົ່ວຊີວິດ ຕາບໃດ​ທີ່​ຊີວິດ​ຍັງ​ມີ​ຢູ່ ຂ້ານ້ອຍ​ຈະ​ຮ້ອງເພງ ສັນລະເສີນ​ພຣະເຈົ້າ​ຂອງ​ຂ້ານ້ອຍ.</verse>
				<verse number="34">ຂໍ​ໃຫ້​ບົດເພງ​ນັ້ນ​ຈົ່ງ​ເປັນ​ທີ່​ພໍໃຈ​ພຣະອົງ ຂ້ານ້ອຍ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ.</verse>
				<verse number="35">ຂໍ​ໃຫ້​ຄົນບາບ​ຖືກ​ທຳລາຍ​ສ້ຽງ​ຈາກ​ໂລກນີ້​ສາ ຂໍ​ຢ່າ​ສູ່​ໃຫ້​ມີ​ຄົນຊົ່ວ​ຫລົງເຫລືອ​ຢູ່​ຕໍ່ໄປ​ອີກ. ຈິດວິນຍານ​ຂອງ​ຂ້ານ້ອຍ​ເອີຍ ຈົ່ງ​ຍົກຍໍ​ສັນລະເສີນ​ພຣະເຈົ້າຢາເວ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.</verse>
			</chapter>
			<chapter number="105">
				<verse number="1">ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຈົ່ງ​ປະກາດ​ພຣະນາມ​ຂອງ​ພຣະອົງ ຈົ່ງ​ບອກ​ຊົນຊາດ​ທັງຫລາຍ ໃນ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ.</verse>
				<verse number="2">ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະອົງ ຈົ່ງ​ກ່າວ​ເຖິງ​ສິ່ງ​ອັດສະຈັນ​ທີ່​ຊົງ​ໄດ້​ກະທຳ​ນັ້ນ.</verse>
				<verse number="3">ຈົ່ງ​ອວດ​ພຣະນາມ​ບໍຣິສຸດ​ຂອງ​ພຣະອົງ ທຸກຄົນ​ທີ່​ສະແຫວງຫາ​ພຣະເຈົ້າຢາເວ ຈົ່ງ​ຊື່ນໃຈ​ຍິນດີ​ເທີ້ນ.</verse>
				<verse number="4">ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ ແລະ​ພຣະກຳລັງ​ຂອງ​ພຣະອົງ ແລະ​ສືບຕໍ່​ສະແຫວງຫາ​ພຣະພັກ​ຂອງ​ພຣະອົງ​ເລື້ອຍໄປ.</verse>
				<verse number="5">ພວກເຈົ້າ​ຜູ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເອີຍ ພວກເຈົ້າ​ຜູ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ​ຜູ້​ທີ່​ພຣະອົງ​ຊົງ​ເລືອກໄວ້ ຈົ່ງ​ຈົດຈຳ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ຊົງ​ກະທຳ ແລະ​ການ​ພິພາກສາ​ທີ່​ພຣະອົງ​ໄດ້​ມອບ​ໃຫ້.</verse>
				<verse number="6"></verse>
				<verse number="7">ພຣະອົງ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຂໍ້ຄຳສັ່ງ​ຂອງ​ພຣະອົງ​ໃຊ້​ກັນ​ຢູ່​ທົ່ວ​ໂລກ.</verse>
				<verse number="8">ພຣະອົງ​ຈະ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ​ສືບໆໄປ ເປັນ​ພຣະສັນຍາ​ສຳລັບ​ຫລາຍ​ຊົ່ວພັນ​ເຊັ່ນຄົນ.</verse>
				<verse number="9">ພຣະອົງ​ຈະ​ຮັກສາ​ຄຳ​ຕົກລົງ​ທີ່​ມີ​ກັບ​ອັບຣາຮາມ ແລະ​ຄຳສັນຍາ​ທີ່​ມີ​ກັບ​ອີຊາກ.</verse>
				<verse number="10">ພຣະເຈົ້າ​ໄດ້​ເຮັດ​ພັນທະສັນຍາ​ກັບ​ຢາໂຄບ​ຄື​ກັນ ເປັນ​ພັນທະສັນຍາ​ຢ່າງດຽວ​ທີ່​ມີ​ຢູ່​ເປັນນິດ.</verse>
				<verse number="11">ພຣະອົງ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ມອບ​ການາອານ​ໃຫ້ ເປັນ​ກຳມະສິດ​ຂອງ​ພວກເຈົ້າ​ແຕ່​ເທົ່ານັ້ນ.”</verse>
				<verse number="12">ປະຊາຊົນ​ຂອງ​ພຣະເຈົ້າ​ມີ​ຈຳນວນ​ໜ້ອຍ ເປັນ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ການາອານ​ນັ້ນ.</verse>
				<verse number="13">ພວກເພິ່ນ​ທ່ອງທ່ຽວ​ຈາກ​ປະເທດ​ນີ້​ສູ່​ປະເທດ​ອື່ນ ຈາກ​ອານາຈັກ​ນີ້​ໄປ​ສູ່​ອານາຈັກ​ອື່ນ​ອີກ.</verse>
				<verse number="14">ພຣະອົງ​ບໍ່​ໃຫ້​ຜູ້ໃດ​ກົດຂີ່​ພວກເພິ່ນ ເພື່ອ​ປົກປ້ອງ ພຣະອົງ​ໄດ້​ເຕືອນ ບັນດາ​ກະສັດ​ດັ່ງນີ້:</verse>
				<verse number="15">“ຢ່າ​ທຳຮ້າຍ​ຜູ້ຮັບໃຊ້​ທີ່​ເຮົາ​ໄດ້​ເຈີມໄວ້ ຢ່າ​ແຕະຕ້ອງ​ບັນດາ​ຜູ້ທຳນວາຍ​ຂອງເຮົາ.”</verse>
				<verse number="16">ພຣະອົງ​ສົ່ງ​ການ​ອຶດຢາກ​ມາ​ສູ່​ປະເທດ​ຂອງ​ພວກເພິ່ນ ແລະ​ໄດ້​ເອົາ​ອາຫານ​ທັງໝົດ​ໜີໄປ​ດ້ວຍ.</verse>
				<verse number="17">ແຕ່​ພຣະອົງ​ໄດ້​ສົ່ງ​ຊາຍ​ຄົນ​ໜຶ່ງ​ໄປ​ກ່ອນໜ້າ​ພວກເພິ່ນ ຄື​ໂຢເຊັບ​ຜູ້​ທີ່​ໄດ້​ຖືກ​ຂາຍ​ໃຫ້​ໄປ​ເປັນ​ທາດ.</verse>
				<verse number="18">ຕີນ​ຂອງ​ເພິ່ນ​ຖືກ​ພວກເຂົາ​ລ່າມໂສ້​ແລະ​ຄໍ​ຂອງ​ເພິ່ນ ກໍ​ຖືກ​ພວກເຂົາ​ໃສ່​ປອກເຫລັກ</verse>
				<verse number="19">ຈົນ​ສິ່ງ​ທີ່​ເພິ່ນ​ໄດ້​ທຳນວາຍ​ນັ້ນ​ກາຍເປັນຈິງ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ຈຶ່ງ​ພິສູດ​ວ່າ​ເພິ່ນ​ຖືກຕ້ອງ.</verse>
				<verse number="20">ແລ້ວ​ກະສັດ​ແຫ່ງ​ເອຢິບ​ກໍໄດ້​ປົດປ່ອຍ​ໃຫ້​ເພິ່ນ​ໄປ ຜູ້ປົກຄອງ​ນາໆ​ຊາດ​ໄດ້​ປ່ອຍ​ເພິ່ນ​ໃຫ້​ເປັນ​ອິດສະຫລະ.</verse>
				<verse number="21">ເພິ່ນ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ຮັບຜິດຊອບ​ລັດຖະບານ ເພິ່ນ​ໄດ້​ປົກຄອງ​ປະຊາຊົນ​ທົ່ວ​ທັງ​ແດນດ້າວ</verse>
				<verse number="22">ທັງ​ມີ​ອຳນາດ​ເໜືອ​ຂ້າຣາຊການ​ທັງໝົດ ມີ​ອຳນາດ​ແນະນຳ​ທີ່ປຶກສາ​ຂອງ​ກະສັດ​ດ້ວຍ.</verse>
				<verse number="23">ແລ້ວ​ຢາໂຄບ​ກໍໄດ້​ໄປ​ທີ່​ເອຢິບ ແລະ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="24">ພຣະເຈົ້າຢາເວ​ໄດ້​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ທະວີ​ຫລາຍ​ຂຶ້ນ ແລະ​ໃຫ້​ພວກເຂົາ​ເຂັ້ມແຂງ​ກວ່າ​ພວກ​ສັດຕູ​ດ້ວຍ.</verse>
				<verse number="25">ຊາວ​ເອຢິບ​ຈຶ່ງ​ກຽດຊັງ​ປະຊາຊົນ​ຂອງ​ພຣະອົງ ແລະ​ໃຊ້​ອຸບາຍ​ຕໍ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="26">ແລ້ວ​ພຣະອົງ​ກໍໄດ້​ສົ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄປ ແລະ​ສົ່ງ​ອາໂຣນ​ຜູ້​ທີ່​ພຣະອົງ​ໄດ້​ເລືອກໄວ້.</verse>
				<verse number="27">ທັງສອງ​ໄດ້​ກະທຳ​ຣິດທານຸພາບ​ຂອງ​ພຣະອົງ​ໃຫ້​ເຫັນ ໂດຍ​ໄດ້​ເຮັດ​ການ​ອັດສະຈັນ​ຕ່າງໆ​ໃນ​ປະເທດ​ເອຢິບ​ນັ້ນ.</verse>
				<verse number="28">ພຣະອົງ​ໄດ້​ສົ່ງ​ຄວາມມືດ​ມາ​ສູ່​ເອຢິບ ແຕ່​ຊາວ​ເອຢິບ​ບໍ່ໄດ້​ເຊື່ອຟັງ ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="29">ພຣະອົງ​ໄດ້​ປ່ຽນ​ນໍ້າ​ໃຫ້​ກາຍເປັນ​ເລືອດ​ໄຫລ​ນອງ ແລະ​ໄດ້​ເຮັດ​ໃຫ້​ປາ​ຂອງ​ພວກເຂົາ​ຕາຍ​ໝົດກ້ຽງ.</verse>
				<verse number="30">ປະເທດ​ຂອງ​ພວກເຂົາ​ໄດ້​ຖືກ​ຝູງ​ກົບ​ມາ​ຮາວີ​ ແມ່ນແຕ່​ໃນ​ວັງ​ກໍ​ເຕັມ​ໄປ​ດ້ວຍ​ຝູງ​ກົບ​ທັງນັ້ນ.</verse>
				<verse number="31">ພຣະອົງ​ໄດ້​ສັ່ງ​ໃຫ້​ຝູງ​ຮີ້ນ​ແລະ​ຝູງເຫລືອກ​ມາ ມີ​ຈຳນວນ​ມາກມາຍ​ໄຕ່​ຢູ່​ທົ່ວ​ປະເທດ​ຂອງ​ພວກເຂົາ.</verse>
				<verse number="32">ພຣະອົງ​ສົ່ງ​ໝາກເຫັບ​ແລະ​ຟ້າ​ແມບເຫລື້ອມ ແທນ​ທີ່​ຈະ​ເປັນ​ນໍ້າ​ຝົນ​ລົງ​ມາ​ສູ່​ດິນແດນ​ນັ້ນ.</verse>
				<verse number="33">ພຣະອົງ​ທຳລາຍ​ເຄືອ​ອະງຸ່ນ​ແລະ​ຕົ້ນ​ເດື່ອເທດ ແລະ​ເຮັດ​ໃຫ້​ຕົ້ນໄມ້​ຕ່າງໆ​ຫັກ​ລົ້ມລົງ​ໝົດສິ້ນ.</verse>
				<verse number="34">ພຣະອົງ​ໄດ້​ໃຫ້​ຄຳສັ່ງ​ແລະ​ຝູງ​ຕັກແຕນ​ກໍໄດ້​ມາ ພວກມັນ​ມາ​ຢ່າງ​ມະຫາສານ ຈົນ​ນັບ​ບໍ່ໄດ້.</verse>
				<verse number="35">ພວກມັນ​ກິນ​ພືດພັນ​ທັງໝົດ​ທີ່​ໄດ້​ເກີດ​ໃນ​ດິນແດນ ແລະ​ກິນ​ຜົນລະປູກ​ທຸກ​ແນວ​ຕາມ​ພື້ນດິນ​ນັ້ນ.</verse>
				<verse number="36">ພຣະອົງ​ໄດ້​ຂ້າ​ລູກຊາຍກົກ​ທັງຫລາຍ ຂອງ​ທຸກໆ​ຄອບຄົວ​ໃນ​ເອຢິບ​ຖິ້ມ.</verse>
				<verse number="37">ແລ້ວ​ພຣະອົງ​ກໍໄດ້​ນຳ​ພວກ​ອິດສະຣາເອນ​ອອກ​ໄປ ພວກເຂົາ​ໄດ້​ຖື​ເອົາ​ເງິນ​ແລະ​ຄຳ​ໄປ​ນຳ​ດ້ວຍ, ທຸກຄົນ​ຕ່າງ​ກໍ​ມີ​ສຸຂະພາບ​ແຂງແຮງ​ດີ ພ້ອມ​ທັງ​ມີ​ກຳລັງ​ເຂັ້ມແຂງ​ດີ​ດ້ວຍ.</verse>
				<verse number="38">ຊາວ​ເອຢິບ​ຕ່າງ​ກໍ​ເກີດ​ຄວາມຢ້ານ​ຢ່າງ​ໃຫຍ່ຫລວງ ຕ່າງ​ກໍ​ດີໃຈ​ເມື່ອ​ເຫັນ​ພວກເຂົາ​ໜີໄປ​ແລ້ວ.</verse>
				<verse number="39">ພຣະອົງ​ໄດ້​ໃຊ້​ເມກ​ປົກບັງ​ປະຊາຊົນ​ຂອງ​ພຣະອົງ ແລະ​ໃຊ້​ໄຟ​ເພື່ອ​ເປັນ​ແສງ​ສະຫວ່າງ​ໃນ​ເວລາ​ກາງຄືນ.</verse>
				<verse number="40">ພວກເພິ່ນ ຮຽກຮ້ອງ​ແລະ​ພຣະອົງ​ໄດ້​ສົ່ງ​ນົກ​ຂຸ້ມ​ມາ ພຣະອົງ​ປະທານ​ອາຫານ​ຈາກ​ສະຫວັນ​ໃຫ້​ພວກເພິ່ນ​ຢ່າງ​ອຸດົມສົມບູນ.</verse>
				<verse number="41">ພຣະອົງ​ໄດ້​ແຍກ​ຫີນ ແລະ​ນໍ້າ​ໄດ້​ໄຫລພຸ້ງ​ອອກ​ມາ ມັນ​ໄຫລ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ເໝືອນ​ດັ່ງ​ແມ່ນໍ້າ.</verse>
				<verse number="42">ພຣະອົງ​ໄດ້​ລະນຶກເຖິງ​ພຣະສັນຍາ​ອັນ​ສັກສິດ ທີ່​ມີ​ຕໍ່​ອັບຣາຮາມ​ຜູ້ຮັບໃຊ້​ຂອງ​ພຣະອົງ.</verse>
				<verse number="43">ດັ່ງນັ້ນ ພຣະອົງ​ໄດ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ອອກ​ໄປ ຢ່າງ​ຊົມຊື່ນ​ຍິນດີ ຄື​ຄົນ​ທັງຫຼາຍ​ທີ່​ພຣະອົງ​ໄດ້​ເລືອກໄວ້​ນັ້ນ​ດ້ວຍ​ການຮ້ອງເພງ.</verse>
				<verse number="44">ພຣະອົງ​ໄດ້​ຍົກ​ດິນແດນ​ຂອງ​ຊົນຊາດ​ອື່ນ​ໃຫ້​ພວກເພິ່ນ ແລະ​ໃຫ້​ຢຶດເອົາ​ໄຮ່​ນາ​ຂອງ​ຄົນ​ເຫຼົ່ານັ້ນ</verse>
				<verse number="45">ເພື່ອ​ວ່າ​ປະຊາຊົນ​ຂອງ​ພຣະອົງ​ຈະ​ເຊື່ອຟັງ​ກົດບັນຍັດ ແລະ​ຖື​ຮັກສາ​ຂໍ້ຄຳສັ່ງ​ທັງໝົດ​ຂອງ​ພຣະອົງ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.</verse>
			</chapter>
			<chapter number="106">
				<verse number="1">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ເພາະ​ພຣະອົງ​ຊົງ​ດີ​ຕໍ່​ໄພ່ພົນ​ຂອງ​ພຣະອົງ ແລະ​ຄວາມຮັກ​ຂອງ​ພຣະອົງ ກໍ​ດຳລົງຢູ່​ສືບໆໄປ​ເປັນນິດ.</verse>
				<verse number="2">ຜູ້ໃດ​ສາມາດ​ບອກ​ໄດ້​ເຖິງ​ສິ່ງ​ຍິ່ງໃຫຍ່​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ? ຫລື ຜູ້ໃດ​ສາມາດ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຢ່າງ​ເຖິງຈິດ​ເຖິງໃຈ​ໄດ້?</verse>
				<verse number="3">ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຄື​ຜູ້​ທີ່​ປະຕິບັດ​ຕາມ​ສິ່ງ​ຖືກຕ້ອງ​ຢູ່​ເລື້ອຍໆ.</verse>
				<verse number="4">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ ເມື່ອ​ພຣະອົງ​ຊ່ວຍເຫຼືອ​ໄພ່ພົນ​ຂອງ​ພຣະອົງ. ຂໍ​ຊົງ​ໂຜດ​ຮວມ​ເອົາ​ຂ້ານ້ອຍ​ເຂົ້າ​ນຳ ເມື່ອ​ພຣະອົງ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ.</verse>
				<verse number="5">ຂໍ​ຊົງ​ໂຜດ​ໃຫ້​ໄດ້​ເຫັນ​ຄວາມຈະເລີນ​ຮຸ່ງເຮືອງ ຂອງ​ຜູ້​ທີ່​ເປັນ​ໄພ່ພົນ​ຂອງ​ພຣະອົງ​ດ້ວຍ ແລະ​ໃຫ້​ໄດ້​ມີ​ສ່ວນ​ໃນ​ຄວາມສຸກ​ຂອງ​ພວກເຂົາ ຄື​ໄດ້​ພາກພູມ​ໃຈ​ນຳ​ຊົນຊາດ​ຂອງ​ພຣະອົງ.</verse>
				<verse number="6">ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຄື​ກັບ​ປູ່ຍ່າຕາຍາຍ ແລະ​ໄດ້​ກະທຳ​ຜິດ​ແລະ​ປະພຶດ​ຢ່າງ​ຊົ່ວຮ້າຍ.</verse>
				<verse number="7">ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ໃນ​ເອຢິບ ບໍ່ໄດ້​ເຂົ້າໃຈ​ເຖິງ​ພຣະ​ຣາຊກິດ​ອັນ​ຍິ່ງໃຫຍ່, ພວກເພິ່ນ​ລືມໄລ​ຄວາມຮັກ​ທີ່​ພຣະອົງ​ໂຜດ​ໃຫ້​ເຫັນ ແລະ​ໄດ້​ກະບົດ​ຕໍ່ສູ້​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ທີ່​ທະເລແດງ</verse>
				<verse number="8">ແຕ່​ເພາະ​ພຣະອົງ​ໄດ້​ສັນຍາ ພຣະອົງ​ຈຶ່ງ​ຊ່ວຍ​ພວກເພິ່ນ​ໃຫ້​ພົ້ນໄພ ເພື່ອ​ສຳແດງ​ໃຫ້​ເຫັນ​ເຖິງ​ຣິດທານຸພາບ​ຂອງ​ພຣະອົງ.</verse>
				<verse number="9">ພຣະອົງ​ສັ່ງ​ທະເລແດງ​ໃຫ້​ແຫ້ງລົງ​ໝົດ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ ຂ້າມ​ໄປ​ຕາມ​ເທິງ​ດິນແຫ້ງ.</verse>
				<verse number="10">ພຣະອົງ​ໄດ້​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄົນ​ທີ່​ກຽດຊັງ​ພວກເພິ່ນ ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ພວກເພິ່ນ​ຈາກ​ເຫຼົ່າ​ສັດຕູ​ດ້ວຍ.</verse>
				<verse number="11">ແຕ່​ເຫຼົ່າ​ສັດຕູ​ຂອງ​ພວກເພິ່ນ​ໄດ້​ຈົມ​ນໍ້າ​ຕາຍ ຈົນ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ເຫຼືອ​ຢູ່.</verse>
				<verse number="12">ແລ້ວ​ປະຊາຊົນ​ກໍໄດ້​ເຊື່ອ​ຖ້ອຍຄຳ​ຂອງ​ພຣະອົງ ຕ່າງ​ກໍ​ຮ້ອງເພງ​ສັນລະເສີນ​ຖວາຍ​ແດ່​ພຣະອົງ.</verse>
				<verse number="13">ແຕ່​ພວກເພິ່ນ​ພັດ​ໄດ້​ລືມໄລ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ໂດຍໄວ ແລະ​ໄດ້​ກະທຳ​ໄປ​ໂດຍ​ບໍ່​ຂໍ​ຄຳແນະນຳ​ຈາກ​ພຣະອົງ.</verse>
				<verse number="14">ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ພວກເພິ່ນ​ເຕັມ​ແຕ່​ຕັນ​ຫາ​ພາໂລ ຈຶ່ງ​ຖື​ຕົວ​ເປັນ​ເຫດ​ເອົາ​ພຣະເຈົ້າ​ມາ​ທົດສອບ.</verse>
				<verse number="15">ສະນັ້ນ ພຣະອົງ​ຈຶ່ງ​ໃຫ້​ຕາມ​ທີ່​ພວກເພິ່ນ​ໄດ້​ຂໍ ແຕ່​ໄດ້​ສົ່ງ​ພະຍາດ​ອັນ​ຮ້າຍແຮງ​ມາ​ໃນ​ທ່າມກາງ​ພວກເພິ່ນ.</verse>
				<verse number="16">ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ພວກເຂົາ​ອິດສາ​ໂມເຊ ທັງ​ອາໂຣນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ດ້ວຍ.</verse>
				<verse number="17">ແລ້ວ​ແຜ່ນດິນ​ກໍໄດ້​ຍະ ແລະ​ກືນ​ກິນ​ດາທານ ທັງ​ໄດ້​ຖົມ​ອາບີຣາມ​ກັບ​ຄອບຄົວ​ຂອງ​ພວກເຂົາ​ດ້ວຍ.</verse>
				<verse number="18">ໄຟ​ໄດ້​ຕົກ​ມາ​ຖືກ​ໝູ່ຄະນະ​ຂອງ​ພວກເຂົາ ແລ້ວ​ກໍ​ໄໝ້​ເຜົາຜານ​ປະຊາຊົນ​ຜູ້​ຊົ່ວຮ້າຍ.</verse>
				<verse number="19">ທີ່​ພູເຂົາ​ຊີນາຍ​ພວກເຂົາ​ໄດ້​ສ້າງ​ຮູບ​ໜຶ່ງ​ເປັນ​ງົວຄຳ​ ແລະ​ພາກັນ​ຂາບໄຫວ້​ຮູບປັ້ນ​ເປັນ​ງົວຄຳ​ນັ້ນ.</verse>
				<verse number="20">ພວກເຂົາ​ເອົາ​ພຣະເຈົ້າ​ຜູ້​ເປັນ​ກຽດສັກສີ​ຂອງ​ພວກຕົນ ປ່ຽນ​ກັບ​ຮູບ​ສັດເດຍລະສານ​ທີ່​ກິນ​ຫຍ້າ​ໂຕໜຶ່ງ.</verse>
				<verse number="21">ພວກເຂົາ​ໄດ້​ລືມໄລ​ພຣະເຈົ້າ​ຜູ້​ທີ່​ຊ່ວຍ​ໃຫ້​ພົ້ນໄພ ດ້ວຍ​ຣິດທານຸພາບ​ໃນ​ເອຢິບ​ນັ້ນ.</verse>
				<verse number="22">ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ນັ້ນ ໜ້າ​ອັດສະຈັນ​ຫລາຍ ເປັນ​ສິ່ງ​ປະຫລາດ​ໃຈ​ທີ່​ເກີດຂຶ້ນ​ໃນ​ທະເລແດງ​ນັ້ນ</verse>
				<verse number="23">ເມື່ອ​ພຣະອົງ​ບອກ​ວ່າ ພຣະອົງ​ຈະ​ທຳລາຍ​ປະຊາຊົນ​ຂອງ​ພຣະອົງ ໂມເຊ​ຄົນ​ທີ່​ຊົງ​ໄດ້​ເລືອກເອົາ​ກໍ​ລຸກ​ຂຶ້ນ​ຂັດຄ້ານ​ໄວ້. ເພິ່ນ​ໄດ້​ຢັບຢັ້ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ໂດຍ​ບໍ່​ໃຫ້​ຊາວ​ອິດສະຣາເອນ​ຖືກ​ທຳລາຍ.</verse>
				<verse number="24">ແລ້ວ​ພວກເຂົາ​ກໍໄດ້​ປະຕິເສດ​ດິນແດນ​ທີ່​ໃຫ້​ພໍໃຈ ເພາະ​ບໍ່ໄດ້​ເຊື່ອຟັງ​ຄຳສັນຍາ​ຂອງ​ພຣະອົງ.</verse>
				<verse number="25">ພວກເຂົາ​ອາໄສ​ຜ້າເຕັນ​ຢູ່​ແລະ​ຈົ່ມວ່າ​ຢ່າງ​ບໍ່​ພໍໃຈ ແລະ​ບໍ່​ຍອມ​ຟັງ​ສຽງ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="26">ສະນັ້ນ ພຣະອົງ​ຈຶ່ງ​ໃຊ້​ຖ້ອຍຄຳ​ເຕືອນ​ຢ່າງ​ແຂງແຮງ​ວ່າ​ພວກເຂົາ​ຈະ​ຕາຍ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ</verse>
				<verse number="27">ແລະ​ຈະ​ໃຫ້​ລູກຫລານ​ແຕກ​ໄປ​ຢູ່​ທ່າມກາງ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ ໂດຍ​ປ່ອຍ​ໃຫ້​ຕາຍ​ຢູ່​ໃນ​ປະເທດ​ຕ່າງດ້າວ.</verse>
				<verse number="28">ແລ້ວ​ທີ່​ເປອໍ​ພວກເຂົາ​ກໍໄດ້​ຮ່ວມ​ຂາບໄຫວ້​ພະບາອານ ແລະ​ໄດ້​ຖວາຍ​ເຄື່ອງບູຊາ​ແກ່​ພະ​ທີ່​ບໍ່ມີ​ຊີວິດ.</verse>
				<verse number="29">ພວກເຂົາ​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ໂດຍ​ກະທຳ​ຜິດ ແລະ​ພະຍາດ​ອັນ​ຮ້າຍແຮງ​ກໍໄດ້​ລະບາດ​ເຂົ້າ​ໄປ​ໃນ​ທ່າມກາງ​ພວກ​ເຂົາເຈົ້າ.</verse>
				<verse number="30">ແຕ່​ຟີເນຮາ​ໄດ້​ລຸກ​ຂຶ້ນ​ລົງໂທດ​ຜູ້​ທີ່​ເຮັດ​ຜິດ ແລ້ວ​ໂຣກ​ລະບາດ​ກໍໄດ້​ຢຸດ​ສະໜິດ​ຈົນ​ສິ້ນ.</verse>
				<verse number="31">ພຣະອົງ​ຈຶ່ງ​ຖື​ວ່າ​ລາວ​ນັ້ນ​ຊອບທຳ​ສະເໝີມາ ຕະຫລອດ​ຈາກ​ຄົນ​ເຊັ່ນນີ້​ເຖິງ​ຄົນ​ເຊັ່ນໜ້າ​ສືບໆໄປ.</verse>
				<verse number="32">ທີ່​ບໍ່ນໍ້າ​ເມຣິບາ ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ ແລະ​ໂມເຊ​ກໍ​ເດືອດຮ້ອນ​ນຳ​ເພາະ​ເລື່ອງ​ນັ້ນ.</verse>
				<verse number="33">ພວກເຂົາ​ໄດ້​ເຮັດ​ໃຫ້​ເພິ່ນ​ຂົມຂື່ນ​ລະທົມ​ໃຈ ຈົນ​ເພິ່ນ​ໄດ້​ເວົ້າຈາ​ໄປ​ໂດຍ​ບໍ່​ທັນ​ໄດ້​ຄິດ​ສາກ່ອນ.</verse>
				<verse number="34">ພວກເຂົາ​ບໍ່ໄດ້​ຂ້າ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ​ເຫຼົ່ານັ້ນ​ໝົດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ບັນຊາ​ໄວ້,</verse>
				<verse number="35">ແຕ່​ພັດ​ໄດ້​ແຕ່ງງານ​ກັບ​ພວກ​ເຂົາເຈົ້າ ແລະ​ເອົາ​ວິທີ​ປ່າເຖື່ອນ​ຂອງ​ພວກເຂົາ​ມາ​ປະຕິບັດ​ຕາມ.</verse>
				<verse number="36">ພວກເຂົາ​ໄດ້​ຂາບໄຫວ້​ຮູບເຄົາຣົບ​ທັງຫລາຍ ເປັນເຫດ​ແຫ່ງ​ຄວາມ​ຈິບຫາຍ​ທີ່​ພວກເຂົາ​ໄດ້​ຮັບ.</verse>
				<verse number="37">ພວກເຂົາ​ໄດ້​ຖວາຍ​ລູກ​ຊາຍ​ຍິງ​ຂອງ​ຕົນເອງ ໃຫ້​ເປັນ​ເຄື່ອງ​ບູຊາ​ແກ່​ຮູບປັ້ນ ຂອງ​ຊາວ​ການາອານ​ນັ້ນ.</verse>
				<verse number="38">ພວກເຂົາ​ໄດ້​ຂ້າ​ເດັກນ້ອຍ​ເຫຼົ່ານັ້ນ​ທີ່​ບໍ່ມີ​ຄວາມຜິດ ແລະ​ດິນແດນ​ກໍ​ເປັນ​ມົນທິນ​ຍ້ອນ​ການ​ນັ້ນ.</verse>
				<verse number="39">ພວກເຂົາ​ເປັນ​ມົນທິນ​ຍ້ອນ​ພວກເຂົາ​ກະທຳ​ຜິດ ແລະ​ເປັນ​ຄົນ​ທີ່​ບໍ່​ສັດຊື່​ຕໍ່​ພຣະເຈົ້າ.</verse>
				<verse number="40">ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ໄພ່ພົນ​ຂອງ​ພຣະອົງ ພຣະອົງ​ເບື່ອໜ່າຍ​ກຽດຊັງ​ພວກເຂົາ.</verse>
				<verse number="41">ພຣະອົງ​ຈຶ່ງ​ປະ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ຄົນ​ທີ່​ບໍ່​ນັບຖື​ພຣະອົງ ແລະ​ສັດຕູ​ກໍໄດ້​ມາ​ປົກຄອງ​ເໜືອ​ພວກ​ເຂົາເຈົ້າ.</verse>
				<verse number="42">ພວກເຂົາ​ຖືກ​ກົດຂີ່​ໂດຍ​ສັດຕູ ແລະ​ພວກເຂົາ​ກໍ​ຕົກ ຢູ່​ໃຕ້​ອຳນາດ​ຂອງ​ເຫຼົ່າ​ສັດຕູ​ຈົນ​ໝົດສິ້ນ.</verse>
				<verse number="43">ຫລາຍ​ຄັ້ງ​ພຣະອົງ​ໄດ້​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ, ແຕ່​ພວກເຂົາ​ພັດ​ເລືອກ​ກະບົດ​ຕໍ່​ພຣະອົງ ຈຶ່ງ​ຈົມ​ຢູ່​ໃນ​ການບາບ​ຂອງ​ພວກເຂົາ​ເອງ.</verse>
				<verse number="44">ເຖິງປານນັ້ນ ພຣະອົງ​ກໍ​ຍັງ​ຟັງ​ສຽງ​ຮ້ອງທູນ​ຂອງ​ພວກເຂົາ, ຈຶ່ງ​ກັບ​ມາ​ສົນໃຈ​ໃນ​ຄວາມທຸກ​ຂອງ​ພວກເຂົາ</verse>
				<verse number="45">ເພື່ອ​ເຫັນ​ແກ່​ພວກເຂົາ ພຣະອົງ​ຈຶ່ງ​ຈົດຈຳ​ພັນທະສັນຍາ​ຂອງ​ພຣະອົງ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ພຣະອົງ​ຈຶ່ງ​ຊົງ​ເມດຕາ​ພວກ​ເຂົາເຈົ້າ.</verse>
				<verse number="46">ພຣະອົງ​ໄດ້​ເຮັດ​ໃຫ້​ພວກ​ທີ່​ກົດຂີ່​ພວກເຂົາ ເມດຕາ​ສົງສານ​ພວກເຂົາ​ດ້ວຍ.</verse>
				<verse number="47">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນໄພ​ແລະ​ນຳ​ຄືນ​ມາ ຈາກ​ທ່າມກາງ​ບັນດາ​ຊົນຊາດ​ດ້ວຍ ເພື່ອ​ວ່າ​ຈະ​ໄດ້​ໂມທະນາ​ຂອບພຣະຄຸນ ແລະ​ສັນລະເສີນ​ພຣະນາມ​ອັນ​ບໍຣິສຸດ​ນັ້ນ.</verse>
				<verse number="48">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ບັດນີ້​ແລະ​ຕະຫລອດໄປ ໃຫ້​ທຸກຄົນ​ກ່າວ​ວ່າ, “ອາແມນ.” ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.</verse>
			</chapter>
			<chapter number="107">
				<verse number="1">ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ເພາະ​ພຣະຄຸນຄວາມດີ ຄວາມຮັກ​ຂອງ​ພຣະອົງ​ດຳລົງ​ຢູ່ ຕະຫລອດໄປ​ເປັນນິດ.</verse>
				<verse number="2">ບັນດາ​ຄົນ​ທີ່​ພຣະອົງ​ຊົງໄຖ່​ໃຫ້​ພົ້ນໄພ​ເອີຍ ຈົ່ງ​ທ່ອງຈຳ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ນີ້​ເຖີດ. ຜູ້​ທີ່​ພຣະອົງ​ໄດ້ໄຖ່​ອອກ​ຈາກ​ເງື້ອມມື​ຂອງ​ສັດຕູ</verse>
				<verse number="3">ແລະ​ໄດ້​ນຳ​ກັບຄືນ​ມາ​ຈາກ​ຕ່າງ​ປະເທດ ຄື​ຈາກ​ທິດ​ຕາເວັນອອກ ແລະ​ຈາກ​ທິດ​ຕາເວັນຕົກ ຈາກ​ທິດເໜືອ ແລະ​ຈາກ​ທິດໃຕ້.</verse>
				<verse number="4">ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ປ່ຽວ ມີ​ຄົນ​ທ່ຽວ​ໄປມາ ແຕ່​ກໍ​ບໍ່​ອາດ​ພົບ​ທາງ​ທີ່​ຈະ​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ​ໄດ້.</verse>
				<verse number="5">ພວກເຂົາ​ພາກັນ​ຫິວເຂົ້າ​ກະຫາຍ​ນໍ້າ​ເຕັມທີ ຄວາມຫວັງ​ທັງໝົດ​ທີ່​ມີ​ກໍໄດ້​ສູນ​ໄປສິ້ນ.</verse>
				<verse number="6">ເມື່ອ​ເດືອດຮ້ອນ​ຈຶ່ງ​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍ ແລະ​ພຣະອົງ​ກໍ​ຊ່ວຍຊູ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກໂສກ.</verse>
				<verse number="7">ພຣະອົງ​ໄດ້​ນຳ​ພວກເຂົາ​ມຸ້ງໜ້າ​ໄປ​ຕາມ​ທາງ​ຊື່ ສູ່​ນະຄອນ​ໜຶ່ງ​ບ່ອນ​ທີ່​ພວກເຂົາ​ອາໄສ​ຢູ່​ໄດ້.</verse>
				<verse number="8">ພວກເຂົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ສຳລັບ​ການ​ອັດສະຈັນ​ທີ່​ຊົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ນັ້ນ.</verse>
				<verse number="9">ພຣະອົງ​ກະທຳ​ໃຫ້​ຜູ້​ຫິວນໍ້າ​ກິນ​ອີ່ມ​ຢ່າງ​ພໍໃຈ ແຕ່​ໃຫ້​ຜູ້​ຫິວເຂົ້າ​ເຕັມ​ໄປ​ດ້ວຍ​ຂອງດີ​ທຸກຢ່າງ.</verse>
				<verse number="10">ບາງຄົນ​ຢູ່​ໃນ​ຄວາມມືດ​ຢ່າງ​ໂສກເສົ້າ​ລະທົມ​ໃຈ ຄື​ນັກໂທດ​ທັງຫລາຍ​ທີ່​ທົນທຸກ​ເພາະ​ຖືກ​ລ່າມໂສ້</verse>
				<verse number="11">ເພາະ​ໄດ້​ກະບົດ​ຕໍ່​ຂໍ້ຄຳສັ່ງ​ອົງ​ຊົງ​ຣິດອຳນາດ​ສູງສຸດ ທັງ​ປະຕິເສດ​ຖ້ອຍຄຳ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="12">ພວກເຂົາ​ອິດເມື່ອຍ​ຍ້ອນ​ເຮັດ​ວຽກ​ການ​ໜັກ ພວກເຂົາ​ລົ້ມລົງ​ແລະ​ບໍ່ມີ​ຜູ້ໃດ​ຊ່ວຍ​ໄດ້.</verse>
				<verse number="13">ເມື່ອ​ເດືອດຮ້ອນ​ຈຶ່ງ​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍ ແລະ​ພຣະອົງ​ກໍ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກໂສກ.</verse>
				<verse number="14">ພຣະອົງ​ເຮັດ​ໃຫ້​ພົ້ນ​ໂສກເສົ້າ​ແລະ​ມືດມົວ ແລະ​ຫັກ​ໂສ້​ທີ່​ໄດ້​ລ່າມ​ພວກເຂົາ​ໃຫ້​ເປັນ​ຕ່ອນໆ.</verse>
				<verse number="15">ພວກເຂົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ສຳລັບ​ການ​ອັດສະຈັນ​ທີ່​ຊົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ນັ້ນ.</verse>
				<verse number="16">ພຣະອົງ​ມ້າງ​ປະຕູ​ເຮັດ​ດ້ວຍ​ທອງສຳຣິດ​ຢ່າງດີ ແລະ​ຫັກ​ທ່ອນເຫລັກ​ຈົນ​ໝຸ່ນ​ທະລາຍ​ໄປສິ້ນ.</verse>
				<verse number="17">ບາງຄົນ​ໂງ່ຈ້າ​ທົນທຸກ​ຍ້ອນ​ການບາບ​ຂອງຕົນ ຍ້ອນ​ຄວາມ​ຊົ່ວຮ້າຍ​ທີ່​ຕົນ​ໄດ້​ກະທຳ​ໄວ້.</verse>
				<verse number="18">ພວກເຂົາ​ອ່ອນແຮງ​ໂພດ​ຈົນ​ບໍ່​ຢາກ​ກິນ​ຫຍັງ​ເລີຍ ທັງ​ຢູ່​ໃກ້ຊິດ​ກັບ​ຮ່ອມ​ແຫ່ງ​ຄວາມຕາຍ​ດ້ວຍ.</verse>
				<verse number="19">ເມື່ອ​ເດືອດຮ້ອນ​ຈຶ່ງ​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍ ແລະ​ພຣະອົງ​ກໍ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກໂສກ.</verse>
				<verse number="20">ໂດຍ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ພະຍາດ​ຂອງ​ພວກເຂົາ​ໄດ້​ຫາຍດີ ພຣະອົງ​ໄດ້​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຂຸມຝັງສົບ.</verse>
				<verse number="21">ພວກເຂົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ສຳລັບ​ການ​ອັດສະຈັນ​ທີ່​ຊົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ນັ້ນ.</verse>
				<verse number="22">ພວກເຂົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ ດ້ວຍ​ການ​ຖວາຍ​ເຄື່ອງບູຊາ​ແລະ​ດ້ວຍ​ບົດເພງ ອັນ​ຍິນດີ​ທີ່​ກ່າວ​ເຖິງ​ພຣະ​ຣາຊກິດ​ນັ້ນ.</verse>
				<verse number="23">ບາງຄົນ​ຂີ່​ເຮືອ​ທ່ອງທ່ຽວ​ໄປມາ​ໃນ​ມະຫາສະໝຸດ ຫາ​ລ້ຽງ​ຊີວິດ​ຕົນ​ຕາມ​ທ້ອງ​ທະເລ​ກວ້າງ.</verse>
				<verse number="24">ພວກເຂົາ​ໄດ້​ເຫັນ​ສິ່ງ​ທີ່​ພຣະເຈົ້າຢາເວ​ກະທຳ ຄື​ສິ່ງ​ອັດສະຈັນ​ທີ່​ຊົງ​ເຮັດ​ເທິງ​ຄື້ນ​ທະເລ​ນັ້ນ.</verse>
				<verse number="25">ພໍ​ພຣະອົງ​ໃຫ້​ຄຳສັ່ງ ລົມ​ອັນ​ແຮງກ້າ​ກໍ​ເລີ່ມ​ພັດ​ມາ ຟອງ​ຄື້ນ​ທະເລ​ກໍ​ເຄື່ອນໄຫວ​ໄປມາ​ໂລດ.</verse>
				<verse number="26">ເຮືອ​ໂຍກ​ຂຶ້ນ​ສູ່​ທ້ອງຟ້າ ໂຍບ​ລົງ​ສູ່​ທ້ອງ​ທະເລ ໃນ​ອັນຕະລາຍ​ຢ່າງນີ້ ມະນຸດ​ກໍ​ຂາດ​ຄວາມ​ກ້າຫານ.</verse>
				<verse number="27">ພວກເຂົາ​ຍ່າງ​ສະດຸດ​ລົ້ມ ແລະ​ໂຊເຊ​ດັ່ງ​ຄົນ​ເມົາເຫຼົ້າ ຄວາມ​ຊຳນານ​ຂອງ​ພວກເຂົາ​ລ້ວນແຕ່​ໄຮ້ປະໂຫຍດ.</verse>
				<verse number="28">ເມື່ອ​ເດືອດຮ້ອນ ຈຶ່ງ​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍ ແລະ​ພຣະອົງ​ກໍ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກໂສກ.</verse>
				<verse number="29">ພຣະອົງ​ເຮັດ​ໃຫ້​ພະຍຸ​ອັນ​ບ້າຄັ່ງ​ຢຸດ​ນິ້ງ​ສະຫງັດ​ລົງ ແລະ​ຄື້ນ​ໃນ​ທະເລ​ກໍ​ມິດງຽບ​ໝົດສິ້ນ.</verse>
				<verse number="30">ເພາະ​ຄວາມງຽບ​ສະຫງັດ​ນັ້ນ​ພວກເຂົາ​ຕ່າງ​ກໍ​ດີໃຈ, ແລ້ວ​ພຣະອົງ​ກໍ​ນຳ​ພວກເຂົາ​ມາ​ຮອດ​ທ່າ​ເຮືອ ຕາມ​ທີ່​ພວກເຂົາ​ຕ້ອງການ.</verse>
				<verse number="31">ພວກເຂົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ ສຳລັບ​ການ​ອັດສະຈັນ​ທີ່​ຊົງ​ໄດ້​ກະທຳ​ໃຫ້​ພວກເຂົາ​ນັ້ນ.</verse>
				<verse number="32">ພວກເຂົາ​ຕ້ອງ​ປະກາດ​ຄວາມ​ຍິ່ງໃຫຍ່​ໃນ​ທີ່​ຊຸມນຸມຊົນ ແລະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຕໍ່​ກອງ​ປະຊຸມ​ພວກຜູ້ນຳ.</verse>
				<verse number="33">ພຣະອົງ​ໄດ້​ເຮັດ​ໃຫ້​ແມ່ນໍ້າ​ບົກແຫ້ງ​ໝົດ ແລະ​ເຮັດ​ໃຫ້​ນໍ້າພຸ​ເຊົາ​ໄຫລ​ດ້ວຍ.</verse>
				<verse number="34">ພຣະອົງ​ໄດ້​ເຮັດ​ໃຫ້​ດິນ​ດີ​ກາຍເປັນ​ດິນ​ເຄັມ​ໄປ​ໝົດ ເພາະ​ຄວາມຊົ່ວ​ຂອງ​ພວກ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="35">ພຣະອົງ​ໃຫ້​ມີ​ໜອງ​ນໍ້າ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ມີ​ນໍ້າບໍ່​ໄຫລ​ໃນ​ດິນ​ແຫ້ງແລ້ງ.</verse>
				<verse number="36">ພຣະອົງ​ໃຫ້​ຜູ້​ອຶດຢາກ​ຕັ້ງ​ຫຼັກແຫຼ່ງ​ຢູ່​ອາໄສ ໃນ​ທີ່ນັ້ນ​ພວກເຂົາ​ໄດ້​ສ້າງ​ນະຄອນ​ອາໄສ​ຢູ່.</verse>
				<verse number="37">ພວກເຂົາ​ໄຖ​ນາ​ແລະ​ຫວ່ານກ້າ​ທັງ​ປູກ​ຕົ້ນອະງຸ່ນ ແລະ​ໄດ້​ເກັບ​ຜົນລະປູກ​ຢ່າງ​ອຸດົມສົມບູນ​ຍິ່ງ.</verse>
				<verse number="38">ພຣະອົງ​ອວຍພອນ​ຄົນ​ຂອງ​ພຣະອົງ​ໃຫ້​ມີ​ຫລາຍ ແລະ​ຮັກສາ​ຝູງສັດ​ຂອງ​ພວກເຂົາ​ບໍ່​ໃຫ້​ຫລຸດໜ້ອຍ.</verse>
				<verse number="39">ເມື່ອ​ໄພ່ພົນ​ຂອງ​ພຣະເຈົ້າ​ພ່າຍແພ້​ແລະ​ອັບອາຍ ຍ້ອນ​ຖືກ​ກົດຂີ່​ຢ່າງ​ທາລຸນ​ແລະ​ຖືກ​ທົນທຸກ.</verse>
				<verse number="40">ພຣະອົງ​ໄດ້​ໝິ່ນປະໝາດ​ຜູ້​ທີ່​ກົດຂີ່​ພວກເຂົາ ແລະ​ໃຫ້​ທຽວ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ເປົ່າປ່ຽວ.</verse>
				<verse number="41">ແຕ່​ພຣະອົງ​ຊ່ວຍກູ້​ເອົາ​ຄົນ​ທີ່​ລຳບາກ​ເຂັນໃຈ ແລະ​ເຮັດ​ໃຫ້​ຄອບຄົວ​ຂອງ​ພວກເຂົາ​ເພີ່ມ​ທະວີ​ດັ່ງ​ຝູງສັດ​ຕ່າງໆ.</verse>
				<verse number="42">ເມື່ອ​ຄົນ​ຊອບທຳ​ເຫັນ​ເຫດການ​ນີ້​ຕ່າງ​ກໍ​ດີໃຈ ແຕ່​ຄົນຊົ່ວຮ້າຍ​ທຸກຄົນ​ຕ່າງ​ກໍ​ງັບ​ປາກ​ມິດງຽບ.</verse>
				<verse number="43">ຂໍ​ໃຫ້​ຄົນມີ​ປັນຍາ​ຄິດເຖິງ​ສິ່ງ​ເຫຼົ່ານີ້​ດີໆ ຂໍ​ໃຫ້​ພວກເຂົາ​ພິຈາລະນາ​ເບິ່ງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ.</verse>
			</chapter>
			<chapter number="108">
				<verse number="1">ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ເຊື່ອວາງໃຈ​ໃນ​ພຣະອົງ​ຢ່າງ​ຄົບຖ້ວນ ຂ້ານ້ອຍ​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະອົງ</verse>
				<verse number="2">ຈິດວິນຍານ​ຂອງຂ້ອຍ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ກິດຕາ​ແລະ​ກະຈັບປີ່ ຂ້ອຍ​ຈະ​ປຸກ​ຕາເວັນ​ໃຫ້​ລຸກ​ຂຶ້ນ​ມາ.</verse>
				<verse number="3">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ. ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ໃນ​ທ່າມກາງ​ຊົນ​ທຸກ​ຊາດ​ທຸກ​ພາສາ​ດ້ວຍ.</verse>
				<verse number="4">ຄວາມຮັກ​ອັນ​ໝັ້ນຄົງ​ນັ້ນ​ກໍ​ສູງສົ່ງ​ເຖິງ​ຟ້າ​ສະຫວັນ ແລະ​ຄວາມສັດຊື່​ຂອງ​ພຣະອົງ​ກໍ​ສູງຈຸ​ທ້ອງຟ້າ.</verse>
				<verse number="5">ຂ້າແດ່​ພຣະເຈົ້າ ຂໍ​ໃຫ້​ຣິດທານຸພາບ​ຂອງ​ພຣະອົງ​ປາກົດ​ທີ່​ຟ້າ​ສະຫວັນ​ເບື້ອງເທິງ ແລະ​ສະຫງ່າຣາສີ​ຂອງ​ພຣະອົງ​ປາກົດ​ທົ່ວ​ເທິງ​ແຜ່ນດິນ​ໂລກ.</verse>
				<verse number="6">ຂໍໂຜດ​ຊ່ວຍ​ໃຫ້​ພົ້ນ​ໂດຍ​ກຳລັງ​ຂອງ​ພຣະອົງ ແລະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ແດ່ ເພື່ອ​ວ່າ​ປະຊາຊົນ​ທີ່​ພຣະອົງ​ຮັກ​ນັ້ນ ຈະ​ຖືກ​ຊ່ວຍກູ້​ເອົາ​ໄດ້.</verse>
				<verse number="7">ຈາກ​ພຣະວິຫານ​ອັນ​ສັກສິດ​ນັ້ນ ພຣະເຈົ້າ​ກ່າວ​ວ່າ, “ຄວາມມີໄຊ​ໄດ້​ຢູ່​ໃນ​ກຳມື​ຂອງເຮົາ ດ້ວຍ​ຄວາມມີໄຊ​ນັ້ນ​ເຮົາ​ຈະ​ແຍກ​ເອົາ​ເມືອງ​ຊີເຄມ ແລະ​ແບ່ງ​ຮ່ອມພູ​ຊຸກໂກດ​ໃຫ້​ປະຊາຊົນ​ຂອງເຮົາ​ດ້ວຍ.</verse>
				<verse number="8">ກີເລອາດ​ເປັນ​ຂອງເຮົາ​ແລະ​ມານາເຊ​ກໍ​ຄືກັນ ເອຟຣາອິມ​ຄື​ໝວກ ແລະ​ຢູດາ​ຄື​ຕະບອງ​ຄອງ​ອຳນາດ.</verse>
				<verse number="9">ແຕ່​ເຮົາ​ຈະ​ໃຊ້​ໂມອາບ​ເປັນ​ດັ່ງ​ຊາມ​ລ້າງສ່ວຍ ແລະ​ຈະ​ໂຍນ​ເກີບ​ຂອງເຮົາ​ໃສ່​ເອໂດມ ໃຫ້​ເປັນ​ເຄື່ອງໝາຍ​ວ່າ​ເຮົາ​ເປັນ​ເຈົ້າຂອງ​ດິນແດນ ເຮົາ​ຈະ​ໂຮຮ້ອງ​ມີໄຊ​ເໜືອ​ຊາວ​ຟີລິດສະຕິນ​ດ້ວຍ.”</verse>
				<verse number="10">ຜູ້ໃດ​ຈະ​ພາ​ໄປ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ? ຜູ້ໃດ​ຈະ​ນຳ​ຂ້ານ້ອຍ​ໄປ​ທີ່​ເອໂດມ​ນັ້ນ?</verse>
				<verse number="11">ຂ້າແດ່​ພຣະເຈົ້າ ພຣະອົງ​ປະຖິ້ມ​ພວກ​ຂ້ານ້ອຍ​ແທ້​ບໍ? ພຣະອົງ​ຈະ​ບໍ່​ໄປ​ຮົບ​ກັບ​ກອງທັບ​ຂອງ​ພວກ​ຂ້ານ້ອຍ​ບໍ?</verse>
				<verse number="12">ໂຜດ​ຊ່ວຍ​ຕໍ່ສູ້​ເຫຼົ່າ​ສັດຕູ​ແດ່ ມະນຸດ​ບໍ່​ສາມາດ​ຊ່ວຍ​ໄດ້​ເລີຍ.</verse>
				<verse number="13">ເມື່ອ​ພຣະເຈົ້າ​ຢູ່​ຝ່າຍ​ພວກ​ຂ້ານ້ອຍ ພວກ​ຂ້ານ້ອຍ​ຈະ​ມີໄຊ ພຣະອົງ​ຈະ​ເອົາ​ຊະນະ​ເຫຼົ່າ​ສັດຕູ​ຂອງ​ພວກ​ຂ້ານ້ອຍ​ໃຫ້​ໄດ້.</verse>
			</chapter>
			<chapter number="109">
				<verse number="1">ຂ້າແດ່​ພຣະເຈົ້າ​ແຫ່ງ​ຄຳ​ສັນລະເສີນ ຂໍ​ຢ່າ​ເມີນເສີຍ​ມິດງຽບ​ໄປເລີຍ.</verse>
				<verse number="2">ຄົນ​ຂີ້ຕົວະ​ແລະ​ຄົນຊົ່ວຮ້າຍ​ໂຈມຕີ​ຂ້ານ້ອຍ​ຢູ່ ພວກເຂົາ​ໃຊ້​ຄວາມ​ບໍ່ຈິງ​ເວົ້າ​ຕໍ່ສູ້​ຂ້ານ້ອຍ​ຢູ່.</verse>
				<verse number="3">ຄຳເວົ້າ​ທີ່​ພວກເຂົາ​ເວົ້າ​ໃສ່​ນັ້ນ ມີ​ແຕ່​ສິ່ງ​ຊົ່ວຮ້າຍ ແລະ​ຄຳເວົ້າ​ທີ່​ໂຈມຕີ​ກໍ​ບໍ່ມີ​ເຫດຜົນ​ຫຍັງ.</verse>
				<verse number="4">ພວກເຂົາ​ຕໍ່ຕ້ານ​ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ຮັກ​ພວກເຂົາ ແລະ​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ ຢູ່​ບໍ່​ຂາດ.</verse>
				<verse number="5">ພວກເຂົາ​ຕອບ​ສະໜອງ​ໂດຍ​ຄວາມຊົ່ວ​ແທນ​ຄວາມດີ ແລະ​ໃຊ້​ຄວາມ​ກຽດຊັງ​ຕອບແທນ​ຄວາມຮັກ.</verse>
				<verse number="6">ຂໍ​ຊົງ​ໂຜດ​ເລືອກເອົາ​ຄົນ​ອະທຳ​ມາ​ຕັດສິນ​ເຂົາ ແລະ​ໃຫ້​ສັດຕູ​ຄົນ​ໜຶ່ງ​ຂອງ​ເຂົາ​ຟ້ອງ​ເຂົາ​ຄືນ​ສາ.</verse>
				<verse number="7">ຂໍ​ໃຫ້​ເຂົາ​ຖືກ​ຕັດສິນ​ວ່າ​ເປັນ​ຜູ້​ມີ​ຄວາມຜິດ ແມ່ນແຕ່​ຄຳພາວັນນາ​ອະທິຖານ​ຂອງ​ເຂົາ​ກໍ​ຂໍ​ໃຫ້​ຖື​ວ່າ​ຜິດ​ດ້ວຍ</verse>
				<verse number="8">ຂໍ​ໃຫ້​ຊີວິດ​ຂອງ​ເຂົາ​ນັ້ນ​ຈົບສິ້ນ​ລົງ​ຢ່າງ​ໄວວາ ເພື່ອ​ໃຫ້​ຄົນອື່ນ​ມາ​ຮັບ​ໜ້າທີ່​ແທນ​ເຂົາ.</verse>
				<verse number="9">ຂໍ​ໃຫ້​ລູກ​ຂອງ​ເຂົາ​ກາຍເປັນ​ກຳພ້າ​ພໍ່ ແລະ​ຂໍ​ໃຫ້​ເມຍ​ຂອງ​ເຂົາ​ກາຍເປັນ​ນາງໝ້າຍ​ເຊັ່ນກັນ.</verse>
				<verse number="10">ຂໍ​ໃຫ້​ລູກ​ຂອງ​ເຂົາ​ນັ້ນ​ຂາດ​ເຮືອນ​ຢູ່​ແລະ​ຂໍທານ​ກິນ ຂໍ​ໃຫ້​ຖືກ​ໄລ່​ໜີ ຈາກ​ບ່ອນ​ເພພັງ​ທີ່​ພວກເຂົາ​ຢູ່.</verse>
				<verse number="11">ຂໍ​ໃຫ້​ເຈົ້າໜີ້​ຂົນ​ເອົາ​ຊັບສິນ​ທີ່​ເຂົາ​ມີ​ໜີໄປ​ໝົດ ໃຫ້​ຄົນ​ແປກໜ້າ​ຂົນ​ເອົາ​ທຸກສິ່ງ​ທີ່​ເຂົາ​ຫາ​ມາ​ໄດ້.</verse>
				<verse number="12">ຂໍ​ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ສະແດງ​ຄວາມ​ອີດູຕົນ​ເຂົາ ຫລື​ສົງສານ​ລູກ​ຂອງ​ເຂົາ​ທີ່​ປະ​ໄວ້​ໃຫ້​ເປັນ​ກຳພ້າ.</verse>
				<verse number="13">ຂໍ​ໃຫ້​ລູກຫລານ​ຂອງ​ເຂົາ​ທຸກຄົນ​ນັ້ນ​ຕາຍໄປ​ໝົດສິ້ນ ໃຫ້​ຊື່ສຽງ​ຂອງ​ເຂົາ​ສູນສິ້ນ​ໄປ​ໃນ​ຄົນ​ລຸ້ນຫລັງ​ເຖີດ.</verse>
				<verse number="14">ຂໍ​ໃຫ້​ພຣະເຈົ້າຢາເວ​ຈົດຈຳ​ຄວາມຊົ່ວ​ປູ່ຍ່າຕາຍາຍ​ຂອງ​ເຂົາ ຢ່າ​ອະໄພ​ການບາບ​ຂອງ​ແມ່​ເຂົາ​ຈັກເທື່ອ.</verse>
				<verse number="15">ຂໍ​ໃຫ້​ພຣະເຈົ້າຢາເວ​ຈົດຈຳ​ການບາບ​ຂອງ​ພວກເຂົາ​ຢູ່​ສະເໝີ ແຕ່​ຂໍ​ໃຫ້​ພວກເຂົາ​ເອງ​ຖືກ​ລືມໄລ​ໄປ​ຢ່າງ​ໝົດສິ້ນ.</verse>
				<verse number="16">ສຳລັບ​ຄົນ​ຢ່າງ​ນີ້​ບໍ່ເຄີຍ​ຄິດ​ເມດຕາ​ສົງສານ​ຜູ້ໃດ ເຂົາ​ກົດຂີ່​ທັງ​ຂ້າ​ຄົນ​ຂັດສົນ ແລະ​ຂາດ​ທີ່ເພິ່ງ.</verse>
				<verse number="17">ຂໍ​ໃຫ້​ເຂົາ​ຖືກ​ປ້ອຍດ່າ​ເພາະ​ມັກ​ສາບແຊ່ງ​ຄົນ ຢ່າ​ໃຫ້​ມີ​ຜູ້ໃດ​ອວຍພອນ​ເຂົາ ຍ້ອນ​ເຂົາ​ບໍ່ເຄີຍ​ອວຍພອນ​ຄົນອື່ນ.</verse>
				<verse number="18">ຄຳ​ປ້ອຍດ່າ​ຂອງ​ເຂົາ​ນັ້ນ​ຖື​ເປັນ​ຂອງ​ທຳມະດາ ເໝືອນກັບ​ວ່າ​ມັນ​ເປັນ​ຄື​ການ​ນຸ່ງ​ເສື້ອຜ້າ. ຂໍ​ໃຫ້​ຄຳສາບແຊ່ງ​ເປັນ​ດັ່ງ​ນໍ້າ​ເຂົ້າ​ໄປ​ໃນ​ຮ່າງກາຍ ແລະ​ໃຫ້​ເປັນ​ດັ່ງ​ນໍ້າມັນ​ຊືມ​ເຂົ້າ​ໃນ​ກະດູກ​ດ້ວຍ.</verse>
				<verse number="19">ຂໍ​ໃຫ້​ມັນ​ຫຸ້ມຫໍ່​ຕົນຕົວ​ໄວ້​ເໝືອນດັ່ງ​ເຄື່ອງນຸ່ງຖື ແລະ​ອ້ອມ​ເຂົາ​ຢູ່​ສະເໝີ​ດັ່ງ​ສາຍ​ຮັດ​ແອວ​ໄວ້.</verse>
				<verse number="20">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລົງໂທດ​ສັດຕູ​ຢ່າງ​ນີ້​ເຖີດ ຄື​ພວກ​ທີ່​ເວົ້າ​ຊົ່ວຊ້າ​ຕໍ່ສູ້​ຂ້ານ້ອຍ​ນັ້ນ.</verse>
				<verse number="21">ແຕ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ຊ່ວຍຊູ​ຂ້ານ້ອຍ​ຕາມ​ທີ່​ຊົງ​ສັນຍາ​ໄວ້ ເພາະ​ຄວາມຮັກ​ຂອງ​ພຣະອົງ​ດີເລີດ​ປະເສີດ​ຫລາຍ ໂຜດ​ຊ່ວຍກູ້​ເອົາ​ຂ້ານ້ອຍ​ໄວ້​ດ້ວຍ.</verse>
				<verse number="22">ຂ້ານ້ອຍ​ລຳບາກ ແລະ​ຂັດສົນ​ທີ່ສຸດ ເຈັບປວດ​ໃຈ​ໜັກໜາ.</verse>
				<verse number="23">ຂ້ານ້ອຍ​ເກືອບ​ສາບສູນ​ໄປ​ເປັນ​ດັ່ງ​ເງົາ​ໃນ​ຕອນຄໍ່າ​ນັ້ນ ຂ້ານ້ອຍ​ຖືກ​ພັດ​ໃຫ້​ໜີໄປ​ດັ່ງ​ແມງໄມ້.</verse>
				<verse number="24">ຫົວເຂົ່າ​ຂອງ​ຂ້ານ້ອຍ​ກໍ​ເມື່ອຍອ່ອນ​ແຮງ ເພາະ​ອົດອາຫານ ຂ້ານ້ອຍ​ຈຶ່ງ​ມີ​ແຕ່​ໜັງ​ຕິດ​ກະດູກ.</verse>
				<verse number="25">ເມື່ອ​ຄົນ​ເຫັນ​ແລ້ວ ເຂົາ​ກໍ​ເຍາະເຍີ້ຍ​ຫົວຂວັນ ເຂົາ​ແກວ່ງຫົວ​ຢ່າງ​ດູຖູກ​ໝິ່ນປະໝາດ.</verse>
				<verse number="26">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ໂຜດ​ຊ່ວຍເຫຼືອ​ຂ້ານ້ອຍ​ດ້ວຍ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ດ້ວຍ.</verse>
				<verse number="27">ຂ້າແດ່​ພຣະເຈົ້າຢາເວ​ເອີຍ ໂຜດ​ເຮັດ​ໃຫ້​ພວກ​ສັດຕູ​ໄດ້​ຮູ້​ແລະ​ໄດ້​ເຫັນ​ວ່າ ພຣະອົງ​ເປັນ​ຜູ້​ຊ່ວຍຊູ​ຂ້ານ້ອຍ​ໃຫ້​ພົ້ນໄພ.</verse>
				<verse number="28">ພວກເຂົາ​ພາກັນ​ຢາກ​ສາບແຊ່ງ​ນິນທາ​ຂ້ານ້ອຍ ແຕ່​ພຣະອົງ​ຈະ​ອວຍພອນ​ແກ່​ຂ້ານ້ອຍ​ໄດ້. ຂໍ​ໃຫ້​ພວກ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ນັ້ນ​ພ່າຍແພ້​ໜີໄປ ແລະ​ໃຫ້​ຜູ້ຮັບໃຊ້​ຂອງ​ພຣະອົງ​ຊົມຊື່ນ​ຍິນດີ​ເຖີດ.</verse>
				<verse number="29">ຂໍ​ໃຫ້​ພວກ​ສັດຕູ​ເຕັມ​ໄປ​ແຕ່​ຄວາມ​ອັບອາຍ ແລະ​ໃຫ້​ຫົ່ມ​ຄວາມ​ອັບອາຍ​ດັ່ງ​ຫົ່ມ​ເສື້ອຜ້າ.</verse>
				<verse number="30">ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ດ້ວຍ​ສຽງດັງ ແລະ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ໃນ​ທີ່​ຊຸມນຸມຊົນ​ນັ້ນ</verse>
				<verse number="31">ເພາະ​ພຣະອົງ​ປົກປ້ອງ​ຄຸ້ມຄອງ​ຄົນ​ຍາກ​ຄົນຈົນ ແລະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄົນ​ທີ່​ຢາກ​ຂ້າ​ພວກເຂົາ​ນັ້ນ.</verse>
			</chapter>
			<chapter number="110">
				<verse number="1">ພຣະເຈົ້າຢາເວ​ກ່າວ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ ວ່າ, “ຈົ່ງ​ນັ່ງ​ທີ່​ກໍ້າ​ຂວາມື​ຂອງເຮົາ ຈົນກວ່າ​ເຮົາ​ໄດ້​ມອບ​ເຫຼົ່າ​ສັດຕູ ໃຫ້​ກົ້ມ​ລົງ​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ.”</verse>
				<verse number="2">ຈາກ​ພູເຂົາ​ຊີໂອນ, ພຣະອົງ​ຈະ​ແຜ່​ອຳນາດ​ແຫ່ງ​ກະສັດ ໂດຍ​ກ່າວ​ວ່າ, “ຈົ່ງ​ປົກຄອງ​ສັດຕູ​ຂອງເຈົ້າ.”</verse>
				<verse number="3">ໃນ​ວັນ​ທີ່​ເຈົ້າ​ຕໍ່ສູ້​ເຫຼົ່າ​ສັດຕູ​ໝູ່ມານ ປະຊາຊົນ​ຈະ​ຂານ​ອາສາ​ເຂົ້າ​ຮັບໃຊ້​ເຈົ້າ. ຊາຍໜຸ່ມ​ຈະ​ມາ​ຫາ​ເຈົ້າ​ທີ່​ເນີນພູ​ສັກສິດ ດັ່ງ​ນໍ້າ​ຄ້າງ​ຢອດ​ລົງ​ໃນ​ຍາມ​ເຊົ້າຕູ່.</verse>
				<verse number="4">ພຣະເຈົ້າຢາເວ​ສັນຍາ​ໄວ້​ຢ່າງ​ເດັດດ່ຽວ ພຣະອົງ​ຈະ​ບໍ່​ຄືນ​ຄຳ​ເປັນ​ຈັກເທື່ອ ຄື​ວ່າ, “ເຈົ້າ​ຈະ​ໄດ້​ເປັນ​ປະໂຣຫິດ​ສືບໆໄປ ຕາມ​ແບບ​ດຽວ​ກັນ​ກັບ​ເມຄີເຊເດັກ.”</verse>
				<verse number="5">ອົງພຣະ​ຜູ້​ເປັນເຈົ້າ​ຢູ່​ທີ່​ກໍ້າ​ຂວາມື​ຂອງ​ທ່ານ​ໃດ ບັນດາ​ກະສັດ​ຈະ​ເສຍໄຊ ເມື່ອ​ພຣະອົງ​ໃຈຮ້າຍ.</verse>
				<verse number="6">ພຣະອົງ​ຈະ​ພິພາກສາ​ລົງໂທດ​ຊົນຊາດ​ທັງຫລາຍ ແລະ​ເຮັດ​ໃຫ້​ຊາກສົບ​ຢາຍ​ຢູ່​ເຕັມ​ສະໜາມຮົບ. ພຣະອົງ​ຈະ​ທຳລາຍ​ພວກ​ກະສັດ​ໃຫ້​ໝຸ່ນ​ທະລາຍ​ໄປ ຕາຍ​ຢຽດຢາຍ​ກັນ​ຢູ່​ເຕັມ​ແຜ່ນດິນ​ໂລກ.</verse>
				<verse number="7">ກະສັດ​ຈະ​ດື່ມ​ນໍ້າ​ໃນ​ຫ້ວຍ​ທີ່​ໄຫລ​ຜ່ານ​ໃກ້​ຫົນທາງ ແລ້ວ​ຈະ​ມີ​ກຳລັງ​ວັງຊາ​ຢືນ​ຢ່າງ​ມີໄຊ​ໄດ້.</verse>
			</chapter>
			<chapter number="111">
				<verse number="1">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ຂ້ານ້ອຍ ໃນ​ທີ່​ຊຸມນຸມຊົນ​ຂອງ​ພຣະອົງ.</verse>
				<verse number="2">ພາລະກິດ​ທີ່​ພຣະເຈົ້າຢາເວ​ກະທຳ​ນັ້ນ​ກໍ​ຍິ່ງໃຫຍ່​ຫລາຍ ທຸກຄົນ​ທີ່​ຊົມຊື່ນ​ຍິນດີ​ກໍ​ຢາກ​ເຂົ້າໃຈ​ໃນ​ການ​ກະທຳ​ນີ້.</verse>
				<verse number="3">ທຸກສິ່ງ​ທີ່​ພຣະອົງ​ກະທຳ​ນັ້ນ​ເຕັມ​ດ້ວຍ​ກຽດສັກສີ ຄວາມ​ຊອບທຳ​ຊົງ​ມີ​ຢູ່​ສືບໄປ​ເປັນນິດ.</verse>
				<verse number="4">ພຣະເຈົ້າຢາເວ​ຢາກ​ໃຫ້​ພຣະ​ຣາຊກິດ​ອັນ​ອັດສະຈັນ​ຂອງ​ພຣະອົງ​ເປັນ​ທີ່​ຈົດຈຳ ເພາະ​ພຣະອົງ​ມີ​ໃຈ​ເມດຕາ​ແລະ​ກະລຸນາ​ດ້ວຍ.</verse>
				<verse number="5">ພຣະອົງ​ໂຜດ​ອາຫານ​ໃຫ້​ຜູ້​ທີ່​ຢຳເກງ​ພຣະອົງ ແລະ​ບໍ່​ໃຫ້​ລືມ​ພັນທະສັນຍາ​ຂອງ​ພຣະອົງ​ຈັກເທື່ອ.</verse>
				<verse number="6">ພຣະອົງ​ໄດ້​ສຳແດງ​ຣິດທານຸພາບ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ໄດ້​ເຫັນ ໃຫ້​ດິນແດນ​ຂອງ​ຄົນ​ຕ່າງດ້າວ​ເປັນ​ກຳມະສິດ​ແກ່​ພວກເຂົາ.</verse>
				<verse number="7">ທຸກສິ່ງ​ທີ່​ພຣະອົງ​ຊົງ​ກະທຳ​ນັ້ນ​ກໍ​ສັດຊື່​ແລະ​ທ່ຽງທຳ ຂໍ້ຄຳສັ່ງ​ທຸກ​ຂໍ້​ກໍ​ເປັນ​ທີ່​ໄວ້ວາງໃຈ​ໄດ້</verse>
				<verse number="8">ຊຶ່ງ​ດຳລົງ​ຢູ່​ໄດ້​ຕະຫລອດ​ທຸກຍຸກ​ທຸກສະໄໝ ທັງ​ເປັນ​ຄວາມຈິງ​ແລະ​ຄວາມ​ຊອບທຳ​ດ້ວຍ.</verse>
				<verse number="9">ພຣະອົງ​ມາ​ປົດປ່ອຍ​ແລະ​ຕັ້ງ​ພັນທະສັນຍາ ອັນ​ຕະຫລອດໄປ​ໄວ້​ກັບ​ເຂົາເຈົ້າ. ພຣະນາມ​ຂອງ​ພຣະອົງ​ກໍ​ບໍຣິສຸດ ແລະ​ໜ້າຢຳເກງ.</verse>
				<verse number="10">ຄວາມ​ຢຳເກງ​ພຣະເຈົ້າຢາເວ ເປັນ​ບໍ່​ເກີດ​ແຫ່ງ​ສະຕິປັນຍາ ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຈະ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ ຄຳ​ຍ້ອງຍໍ​ສັນລະເສີນ​ຈົ່ງ​ມີ​ແດ່​ພຣະອົງ​ຕະຫລອດໄປ.</verse>
			</chapter>
			<chapter number="112">
				<verse number="1">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຢຳເກງ​ພຣະເຈົ້າຢາເວ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ດ້ວຍ​ໃຈ​ຊົມຊື່ນ​ຍິນດີ.</verse>
				<verse number="2">ລູກ​ຂອງ​ພວກເຂົາ​ນັ້ນ​ຈະ​ມີ​ອຳນາດ​ຢູ່​ໃນ​ດິນແດນ ຕະຫຼອດ​ທັງ​ເຊື້ອສາຍ​ກໍ​ຈະ​ໄດ້​ຮັບ​ພຣະພອນ​ດ້ວຍ.</verse>
				<verse number="3">ຄອບຄົວ​ຂອງ​ຄົນ​ນີ້​ຈະ​ຮັ່ງມີ​ເປັນດີ ແລະ​ຈະ​ຈະເລີນ​ຮຸ່ງເຮືອງ​ເລື້ອຍໆ.</verse>
				<verse number="4">ແສງ​ສະຫວ່າງ​ສ່ອງແຈ້ງ​ໃນ​ຄວາມມືດ​ສຳລັບ​ຄົນ​ສັດຊື່ ຄື​ພວກຄົນ​ທີ່​ເມດຕາປານີ​ແລະ​ເຮັດ​ຖືກຕ້ອງ.</verse>
				<verse number="5">ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ມີ​ໃຈ​ເຜື່ອແຜ່​ແລະ​ໃຫ້​ຢືມ ຄື​ຜູ້​ທີ່​ດຳເນີນ​ທຸລະກິດ​ດ້ວຍ​ຄວາມສັດຊື່.</verse>
				<verse number="6">ສ່ວນ​ຄົນ​ຊອບທຳ​ນັ້ນ​ລາວ​ຈະ​ບໍ່​ຫຼົ້ມຈົມ​ລົງ​ເລີຍ ລາວ​ຈະ​ເປັນ​ທີ່​ຈົດຈຳ​ແກ່​ທຸກຄົນ​ຕະຫລອດໄປ.</verse>
				<verse number="7">ລາວ​ບໍ່​ຢ້ານ​ຕໍ່​ຂ່າວ​ບໍ່​ດີ​ທີ່​ມີ​ມາເຖິງ ຄວາມເຊື່ອ​ລາວ​ເຂັ້ມແຂງ ເພາະ​ລາວ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ.</verse>
				<verse number="8">ລາວ​ບໍ່​ກັງວົນ​ໃຈ ແລະ​ຢ້ານກົວ​ຕໍ່​ສິ່ງ​ໃດໆ ລາວ​ແນ່ໃຈ​ວ່າ​ຈະ​ໄດ້​ເຫັນ​ສັດຕູ​ພ່າຍແພ້.</verse>
				<verse number="9">ລາວ​ໃຫ້​ທານ​ຢ່າງ​ເຜື່ອແຜ່​ແກ່​ຄົນ​ຂັດສົນ ແລະ​ຄວາມ​ເມດຕາ​ກໍ​ບໍ່ເຄີຍ​ລົດໜ້ອຍ​ລົງ ລາວ​ຈະ​ມີ​ອຳນາດ​ທັງ​ຈະ​ມີ​ຄົນ​ເຄົາຣົບ​ນັບຖື​ດ້ວຍ.</verse>
				<verse number="10">ເມື່ອ​ຄົນຊົ່ວ​ເຫັນ​ການ​ນີ້​ແລ້ວ​ກໍ​ເກີດ​ຄວາມ​ບໍ່​ພໍໃຈ ຈຶ່ງ​ມີ​ໃຈ​ຢາກ​ຮ້າຍ​ດ້ວຍ​ຄວາມ​ກຽດຊັງ​ຍິ່ງ. ຝ່າຍ​ຄົນຊົ່ວຊ້າ​ນັ້ນ​ຈະ​ສູນຫາຍ​ໄປ​ໃນ​ທີ່ສຸດ ແລະ​ຄວາມ​ປາຖະໜາ​ຂອງ​ພວກເຂົາ​ກໍ​ສູນຫາຍ​ໄປ​ດ້ວຍ.</verse>
			</chapter>
			<chapter number="113">
				<verse number="1">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ພວກທ່ານ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ເອີຍ ຈົ່ງ​ພາກັນ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="2">ຂໍ​ໃຫ້​ພຣະນາມ​ຂອງ​ພຣະເຈົ້າຢາເວ​ເປັນ​ທີ່​ຍົກຍໍ​ສັນລະເສີນ ໃນ​ບັດນີ້​ແລະ​ຕະຫລອດໄປ​ເປັນນິດ​ເທີ້ນ.</verse>
				<verse number="3">ຈາກ​ທິດ​ຕາເວັນອອກ​ໄປ​ຫາ​ທິດ​ຕາເວັນຕົກ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="4">ພຣະເຈົ້າຢາເວ​ປົກຄອງ​ຢູ່​ເໜືອ​ຊົນຊາດ​ທັງຫລາຍ ສະຫງ່າຣາສີ​ຂອງ​ພຣະອົງ​ກໍ​ຢູ່​ເໜືອ​ຟ້າ​ສະຫວັນ.</verse>
				<verse number="5">ບໍ່​ມີ​ໃຜ​ທີ່​ເປັນ​ດັ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ພຣະອົງ​ຢູ່​ໃນ​ບ່ອນ​ສູງສຸດ​ທີ່​ທາງ​ເບື້ອງເທິງ​ພຸ້ນ,</verse>
				<verse number="6">ແຕ່​ພຣະອົງ​ຫລຽວລົງ​ມາ​ເບິ່ງ​ຈັກກະວານ ແລະ​ແຜ່ນດິນ​ໂລກ.</verse>
				<verse number="7">ພຣະອົງ​ຍົກຍໍ​ຄົນທຸກ​ຂຶ້ນ​ຈາກ​ຂີ້ຝຸ່ນ​ດິນ ຍົກ​ຄົນ​ຂັດສົນ​ຈາກ​ຄວາມ​ທຸກ​ລຳບາກ</verse>
				<verse number="8">ແລະ​ເຮັດ​ໃຫ້​ພວກເຂົາ​ໄດ້​ເປັນ​ເພື່ອນ​ພວກ​ເຈົ້າຊາຍ ຄື​ເຈົ້າຊາຍ​ທັງຫລາຍ​ທີ່​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ.</verse>
				<verse number="9">ພຣະອົງ​ໃຫ້ກຽດ​ຍິງ​ທີ່​ບໍ່ມີ​ລູກ​ໂດຍ​ໃຫ້​ນາງ​ມີ​ເຮືອນ​ຢູ່ ໃຫ້​ນາງ​ມີ​ຄວາມສຸກ​ໂດຍ​ໃຫ້​ນາງ​ມີ​ລູກ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.</verse>
			</chapter>
			<chapter number="114">
				<verse number="1">ເມື່ອ​ປະຊາຊົນ​ອິດສະຣາເອນ​ອອກ ມາ​ຈາກ​ເອຢິບ ເມື່ອ​ເຊື້ອສາຍ​ຢາໂຄບ ອອກ​ໜີ​ຈາກ​ດິນແດນ​ຄົນຕ່າງຊາດ.</verse>
				<verse number="2">ເຜົ່າ​ຢູດາ​ກາຍເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ອົງ​ບໍຣິສຸດ ອິດສະຣາເອນ​ກາຍເປັນ​ກຳມະສິດ​ຂອງ​ພຣະເຈົ້າ.</verse>
				<verse number="3">ທະເລແດງ​ໄດ້​ຫລຽວເບິ່ງ ແລະ​ປົບໜີໄປ ແມ່ນໍ້າ​ຈໍແດນ​ໄດ້​ຢຸດ​ໄຫລ​ແລ້ວ​ກໍ​ໄຫລ​ຄືນ​ມາ​ອີກ.</verse>
				<verse number="4">ໜ່ວຍ​ພູ​ກະໂດດ​ເຕັ້ນ​ດັ່ງ​ຝູງ​ແບ້ເຖິກ ແລະ​ພູນ້ອຍ​ກໍ​ເຕັ້ນ​ຂຶ້ນລົງ​ດັ່ງ​ແກະນ້ອຍ.</verse>
				<verse number="5">ມີ​ຫຍັງ​ນໍ​ທີ່​ເກີດຂຶ້ນ ໂອ ເຈົ້າ​ທະເລ​ເອີຍ ຈຶ່ງ​ເຮັດ​ໃຫ້​ເຈົ້າ​ປົບໜີ​ເປີດ​ໄປ​ຢ່າງ​ນັ້ນ? ໂອ ແມ່ນໍ້າ​ຈໍແດນ​ເອີຍ ເຈົ້າ​ເດ​ເປັນ​ຈັ່ງ​ໃດ? ເປັນຫຍັງ​ຈຶ່ງ​ຢຸດ​ໄຫລ​ແລະ​ໄຫລ​ຄືນ​ມາ​ອີກ?</verse>
				<verse number="6">ພູເຂົາ​ເອີຍ ເປັນຫຍັງ​ຈຶ່ງ​ເຕັ້ນ​ດັ່ງ​ຝູງ​ແບ້ເຖິກ? ພູນ້ອຍ​ເອີຍ ເປັນຫຍັງ​ຈຶ່ງ​ເຕັ້ນ​ດັ່ງ​ແກະນ້ອຍ?</verse>
				<verse number="7">ແຜ່ນດິນ​ໂລກ​ເອີຍ ຈົ່ງ​ສັ່ນສະເທືອນ​ຕໍ່ໜ້າ​ພຣະເຈົ້າຢາເວ, ຢູ່​ຕໍ່ໜ້າ​ພຣະເຈົ້າ​ຂອງ​ຢາໂຄບ.</verse>
				<verse number="8">ຜູ້​ຊົງ​ປ່ຽນ​ໂງ່ນຫີນ​ໃຫ້​ກາຍເປັນ​ສະ​ທີ່​ມີ​ນໍ້າ​ອອກບໍ່​ ແລະ​ປ່ຽນ​ເນີນຜາ​ໃຫ້​ເປັນ​ບໍ່​ນໍ້າພຸ​ໄຫລ​ອອກ​ມາ.</verse>
			</chapter>
			<chapter number="115">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂໍ​ກຽດສັກສີ​ຈົ່ງ​ເປັນ​ຂອງ​ພຣະອົງ​ພຽງແຕ່​ເທົ່ານັ້ນ ບໍ່​ເປັນ​ຂອງ​ພວກ​ຂ້ານ້ອຍ​ເລີຍ ກໍ​ເພາະ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ຄວາມ​ສັດຈິງ​ຂອງ​ພຣະອົງ.</verse>
				<verse number="2">ເປັນຫຍັງ​ບັນດາ​ຊົນຊາດ​ຈຶ່ງ​ຖາມ​ວ່າ, “ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ໃສ?”</verse>
				<verse number="3">ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ຢູ່​ເທິງ​ຟ້າ​ສະຫວັນ ພຣະອົງ​ປາຖະໜາ​ສິ່ງໃດ​ກໍ​ກະທຳ​ສິ່ງນັ້ນ.</verse>
				<verse number="4">ພະ​ຂອງ​ພວກເຂົາ​ນັ້ນ​ເຮັດ​ດ້ວຍ​ເງິນ ດ້ວຍ​ຄຳ​ ຖືກ​ສ້າງ​ຂຶ້ນ​ມາ​ດ້ວຍ​ມື​ຂອງ​ມະນຸດ.</verse>
				<verse number="5">ພະ​ເຫຼົ່ານີ້​ມີ​ປາກ ແຕ່​ພັດ​ເວົ້າຈາ​ບໍ່​ເປັນ, ພະ​ເຫຼົ່ານີ້​ມີ​ຕາ ແຕ່​ເບິ່ງ​ບໍ່​ເຫັນ.</verse>
				<verse number="6">ພະ​ເຫຼົ່ານີ້​ມີ​ຫູ ແຕ່​ບໍ່ໄດ້ຍິນ, ພະ​ເຫຼົ່ານີ້​ມີ​ດັງ ແຕ່​ດົມ​ກິ່ນ​ບໍ່ໄດ້.</verse>
				<verse number="7">ພະ​ເຫຼົ່ານີ້​ມີ​ມື ແຕ່​ຈັບ​ບາຍ​ບໍ່​ເປັນ, ພະ​ເຫຼົ່ານີ້​ມີ​ຕີນ ແຕ່​ຍ່າງ​ໄປມາ​ບໍ່ໄດ້, ພະ​ເຫຼົ່ານີ້​ເຮັດ​ໃຫ້​ມີ​ສຽງ​ອອກ​ຈາກ​ລຳຄໍ​ບໍ່ໄດ້.</verse>
				<verse number="8">ຂໍ​ໃຫ້​ທຸກຄົນ​ທີ່​ສ້າງ​ພວກ​ພະ​ແລະ​ໄວ້ໃຈ​ໃນ​ມັນ ຈົ່ງ​ກາຍເປັນ ດັ່ງ​ຮູບປັ້ນ​ເຫຼົ່ານັ້ນ​ເຖີດ.</verse>
				<verse number="9">ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ພຣະອົງ​ໃຫ້​ຄວາມ​ຊ່ວຍເຫລືອ​ແລະ​ຄຸ້ມຄອງ​ໄດ້.</verse>
				<verse number="10">ບັນດາ​ປະໂຣຫິດ​ເອີຍ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ພຣະອົງ​ໃຫ້​ຄວາມ​ຊ່ວຍເຫລືອ​ແລະ​ຄຸ້ມຄອງ​ໄດ້.</verse>
				<verse number="11">ທຸກຄົນ​ທີ່​ຢຳເກງ​ພຣະເຈົ້າຢາເວ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ເຖີດ ພຣະອົງ​ໃຫ້​ຄວາມ​ຊ່ວຍເຫລືອ ແລະ​ເປັນ​ໂລ້ກຳບັງ.</verse>
				<verse number="12">ພຣະເຈົ້າຢາເວ​ລະນຶກເຖິງ​ພວກເຮົາ ແລະ​ຈະ​ອວຍພອນ​ພວກເຮົາ ພຣະອົງ​ຈະ​ອວຍພອນ​ພວກ​ອິດສະຣາເອນ ແລະ​ປະໂຣຫິດ​ທຸກຄົນ​ດ້ວຍ.</verse>
				<verse number="13">ພຣະອົງ​ຈະ​ອວຍພອນ​ທຸກຄົນ​ທີ່​ຢຳເກງ​ພຣະເຈົ້າຢາເວ ທັງ​ຜູ້ໃຫຍ່​ແລະ​ຜູ້ນ້ອຍ.</verse>
				<verse number="14">ຂໍ​ພຣະເຈົ້າຢາເວ​ໂຜດ​ໃຫ້​ພວກເຈົ້າ​ມີ​ລູກຫລານ​ຫລາຍ ທັງ​ພວກເຈົ້າ ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ​ດ້ວຍ.</verse>
				<verse number="15">ຂໍ​ໃຫ້​ພວກເຈົ້າ​ໄດ້​ຮັບ​ພອນ​ຈາກ​ພຣະເຈົ້າຢາເວ ຄື​ຜູ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ.</verse>
				<verse number="16">ຈັກກະວານ ​ເປັນ​ຂອງ​ພຣະເຈົ້າຢາເວ​ເທົ່ານັ້ນ ແຕ່​ພຣະອົງ​ໄດ້​ປະທານ​ແຜ່ນດິນ​ໂລກ​ໃຫ້​ແກ່​ມະນຸດ.</verse>
				<verse number="17">ຄົນ​ຕາຍ​ຈະ​ບໍ່ໄດ້​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຫລື​ຄົນ​ທີ່​ລົງ​ໄປ​ສູ່​ແດນ​ແຫ່ງ​ຄວາມງຽບ ​ແລ້ວ​ກໍ​ເຊັ່ນກັນ.</verse>
				<verse number="18">ແຕ່​ພວກເຮົາ​ຜູ້​ທີ່​ມີ​ຊີວິດ​ຢູ່​ນີ້ ຈະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ທັງ​ໃນ​ປັດຈຸບັນ​ແລະ​ຕະຫລອດໄປ​ເປັນນິດ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.</verse>
			</chapter>
			<chapter number="116">
				<verse number="1">ຂ້ານ້ອຍ​ຮັກ​ພຣະເຈົ້າຢາເວ ເພາະ​ພຣະອົງ​ໄດ້ຍິນ​ສຽງ​ຂອງ​ຂ້ານ້ອຍ​ຮ້ອງຫາ ພຣະອົງ​ຊົງ​ຟັງ​ຄຳ​ພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ.</verse>
				<verse number="2">ພຣະອົງ​ຟັງ​ຂ້ານ້ອຍ​ທຸກໆເທື່ອ ເມື່ອ​ຂ້ານ້ອຍ​ຮ້ອງຫາ​ພຣະອົງ.</verse>
				<verse number="3">ຂ້ານ້ອຍ​ຖືກ​ລ້ອມ​ດ້ວຍ​ອັນຕະລາຍ​ເຖິງ​ຕາຍ ຈຶ່ງ​ຢູ່​ໃຕ້​ເງົາ​ແຫ່ງ​ແດນ​ມໍຣະນາ​ນັ້ນ. ມັນ​ຮັດບີບ​ໄວ້​ຈົນ​ອຶດອັດ​ໃນ​ຈິດໃຈ ຈຶ່ງ​ມີ​ແຕ່​ຢ້ານກົວ​ແລະ​ໂສກເສົ້າ.</verse>
				<verse number="4">ແລ້ວ​ຂ້ານ້ອຍ​ກໍ​ຮ້ອງ​ອອກ​ນາມຊື່​ຂອງ​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ດ້ວຍ.”</verse>
				<verse number="5">ພຣະເຈົ້າຢາເວ​ຊົງ​ສັດຊື່​ແລະ​ຊົງ​ຄຸນຄວາມດີ ພຣະເຈົ້າ​ຂອງ​ພວກເຮົາ​ຊົງ​ເມດຕາ​ກະລຸນາ​ຢ່າງ​ເຕັມ​ລົ້ນ.</verse>
				<verse number="6">ພຣະເຈົ້າຢາເວ​ປົກປ້ອງ​ຜູ້​ຂາດ​ທີ່ເພິ່ງພາ ເມື່ອ​ຂ້ານ້ອຍ​ຢູ່​ໃນ​ອັນຕະລາຍ​ພຣະອົງ​ໄດ້​ຊ່ວຍ​ໄວ້.</verse>
				<verse number="7">ຈິດໃຈ​ຂອງ​ຂ້ານ້ອຍ​ເອີຍ ຈົ່ງ​ເຊື່ອໝັ້ນ​ເຖີດ ເພາະ​ພຣະເຈົ້າຢາເວ​ຊົງ​ປະທານ​ຄວາມດີ​ແກ່​ເຈົ້າ​ແລ້ວ.</verse>
				<verse number="8">ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຕາຍ ລະງັບ​ນໍ້າຕາ​ແລະ​ຊ່ວຍ​ຂ້ານ້ອຍ​ບໍ່​ໃຫ້​ພ່າຍແພ້.</verse>
				<verse number="9">ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຍ່າງ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ໃນ​ໂລກ​ມະນຸດ​ຂອງ​ຜູ້​ມີ​ຊີວິດ​ຢູ່​ນີ້.</verse>
				<verse number="10">ຂ້ານ້ອຍ​ສືບຕໍ່​ເຊື່ອໝັ້ນ​ເຖິງ​ແມ່ນ​ໄດ້​ເວົ້າຈາ​ວ່າ, “ຂ້ານ້ອຍ​ຖືກ​ຢຽບລົງ​ຢ່າງ​ໝົດສິ້ນ.”</verse>
				<verse number="11">ເຖິງ​ແມ່ນ​ຂ້ານ້ອຍ​ເຄີຍ​ຢ້ານ ແລະ​ເວົ້າ​ວ່າ, “ບໍ່ມີ​ຜູ້ໃດ​ເປັນ​ທີ່​ໄວ້ວາງໃຈ​ໄດ້​ເລີຍ.”</verse>
				<verse number="12">ຍ້ອນ​ພຣະຄຸນ​ຄວາມດີ​ທີ່​ມີ​ຕໍ່​ຂ້ານ້ອຍ​ທຸກປະການ ຂ້ານ້ອຍ​ຈະ​ຖວາຍ​ຫຍັງ​ແດ່​ແກ່​ພຣະເຈົ້າຢາເວ?</verse>
				<verse number="13">ຂ້ານ້ອຍ​ຈະ​ຖວາຍ​ເຫຼົ້າ​ອະງຸ່ນ​ຢ່າງດີ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ຂອບພຣະຄຸນ​ພຣະອົງ​ທີ່​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ.</verse>
				<verse number="14">ຂ້ານ້ອຍ​ຈະ​ຖວາຍ​ສິ່ງ​ທີ່​ໄດ້​ສາບານ​ໄວ້​ກັບ​ພຣະເຈົ້າຢາເວ ໃນ​ທີ່​ຊຸມນຸມຊົນ​ທັງປວງ​ຂອງ​ພຣະອົງ​ນັ້ນ.</verse>
				<verse number="15">ຄວາມຕາຍ​ແຫ່ງ​ໄພ່ພົນ​ຂອງ​ພຣະເຈົ້າ ເປັນ​ສິ່ງ​ປະເສີດ​ໃນ​ສາຍ​ພຣະເນດ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="16">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ ເໝືອນ​ດັ່ງ​ທີ່​ແມ່​ຂອງ​ຂ້ານ້ອຍ​ໄດ້​ປະຕິບັດ​ມາ ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນຕາຍ​ໄດ້.</verse>
				<verse number="17">ຂ້ານ້ອຍ​ຈະ​ຖວາຍ​ເຄື່ອງ​ບູຊາ​ໂມທະນາ​ຂອບພຣະຄຸນ​ພຣະອົງ ແລະ​ຈະ​ຮ້ອງ​ອອກ​ພຣະນາມ​ຂອງ​ພຣະເຈົ້າຢາເວ​ດ້ວຍ.</verse>
				<verse number="18">ຂ້ານ້ອຍ​ຈະ​ຖວາຍ​ຕາມ​ທີ່​ໄດ້​ສັນຍາ​ຕໍ່​ພຣະເຈົ້າຢາເວ ໃນ​ທີ່​ຊຸມນຸມຊົນ​ທັງປວງ​ຂອງ​ພຣະອົງ ໃນ​ທີ່​ນະມັດສະການ​ອັນ​ສັກສິດ ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ແຫ່ງ​ນະຄອນ​ເຢຣູຊາເລັມ​ນັ້ນ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.</verse>
				<verse number="19"></verse>
			</chapter>
			<chapter number="117">
				<verse number="1">ທຸກ​ຊົນຊາດ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຄົນ​ທຸກ​ຊາດ​ພາສາ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ.</verse>
				<verse number="2">ຄວາມຮັກ​ຂອງ​ພຣະອົງ​ສຳລັບ​ພວກເຮົາ​ກໍ​ໃຫຍ່ຫລວງ ແລະ​ຄວາມສັດຊື່​ຂອງ​ພຣະເຈົ້າຢາເວ ກໍ​ດຳລົງ​ຢູ່​ຕະຫລອດ​ໄປ​ເປັນນິດ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.</verse>
			</chapter>
			<chapter number="118">
				<verse number="1">ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ເພາະ​ພຣະອົງ​ປະເສີດ ເພາະ​ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ.</verse>
				<verse number="2">ຂໍ​ໃຫ້​ປະຊາຊົນ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ຄວາມຮັກ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ.”</verse>
				<verse number="3">ຂໍ​ໃຫ້​ພວກ​ປະໂຣຫິດ​ຂອງ​ພຣະເຈົ້າ​ພາກັນ​ກ່າວ​ວ່າ, “ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ.”</verse>
				<verse number="4">ຂໍ​ໃຫ້​ຜູ້​ທີ່​ຢຳເກງ​ພຣະເຈົ້າຢາເວ​ທຸກຄົນ​ຈົ່ງ​ກ່າວ​ວ່າ, “ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ.”</verse>
				<verse number="5">ຂ້ານ້ອຍ​ໄດ້​ຮ້ອງຫາ​ພຣະເຈົ້າຢາເວ​ໃນ​ຍາມ​ທຸກຮ້ອນ​ເຂັນໃຈ ພຣະເຈົ້າຢາເວ​ໄດ້​ຕອບ​ຄຳ​ຮ້ອງຂໍ​ຂອງ​ຂ້ານ້ອຍ ແລະ​ປົດປ່ອຍ​ຂ້ານ້ອຍ​ໃຫ້​ພົ້ນ.</verse>
				<verse number="6">ພຣະເຈົ້າຢາເວ​ຢູ່​ນຳ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່​ຢ້ານກົວ​ເລີຍ ແມ່ນ​ຜູ້ໃດ​ເຮັດ​ຫຍັງ​ໃຫ້​ຂ້ານ້ອຍ​ໄດ້?</verse>
				<verse number="7">ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ໃຫ້​ຄວາມ​ອູ້ມຊູ​ແກ່​ຂ້ານ້ອຍ ຂ້ານ້ອຍ​ຈະ​ໄດ້​ເຫັນ​ພວກ​ສັດຕູ​ພ່າຍແພ້.</verse>
				<verse number="8">ການ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ເປັນ​ການດີ ດີກວ່າ​ທີ່​ຈະ​ເພິ່ງພາ​ອາໄສ​ມະນຸດ.</verse>
				<verse number="9">ການ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ເປັນ​ການດີ ດີກວ່າ​ທີ່​ຈະ​ເພິ່ງພາ​ອາໄສ​ຜູ້ນຳ​ທີ່​ເປັນ​ມະນຸດ.</verse>
				<verse number="10">ພວກ​ສັດຕູ​ໄດ້​ອ້ອມ​ຂ້ານ້ອຍ​ໄວ້​ຕັ້ງ​ຫລວງຫລາຍ ແຕ່​ຂ້ານ້ອຍ​ໄດ້​ທຳລາຍ​ພວກເຂົາ​ດ້ວຍ​ພຣະນາມ​ຂອງ​ພຣະເຈົ້າຢາເວ</verse>
				<verse number="11">ພວກເຂົາ​ໄດ້​ອ້ອມ​ຂ້ານ້ອຍ​ໄວ້​ທຸກໆ​ດ້ານ ແຕ່​ຂ້ານ້ອຍ​ໄດ້​ທຳລາຍ​ພວກເຂົາ ດ້ວຍ​ພຣະນາມ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="12">ພວກເຂົາ​ບຸກໂຈມຕີ​ຂ້ານ້ອຍ​ດັ່ງ​ຝູງ​ເຜິ້ງ​ຫຸ້ມ​ໂຈມຕີ ແຕ່​ພວກເຂົາ​ຖືກ​ດັບ​ຊີວີ​ຢ່າງ​ວ່ອງໄວ​ໝົດສິ້ນ ຄື​ຖືກ​ດັບສູນ​ໄປ​ກ້ຽງ​ດັ່ງ​ຫຍ້າແຫ້ງ​ທີ່​ຖືກ​ໄຟ ຂ້ານ້ອຍ​ໄດ້​ທຳລາຍ​ພວກເຂົາ​ດ້ວຍ​ພຣະນາມ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="13">ຂ້ານ້ອຍ​ຖືກ​ໂຈມຕີ​ຢ່າງ​ໂຫດຫ້ຽມ​ໃຫ້​ພ່າຍແພ້​ໄປ ແຕ່​ພຣະເຈົ້າຢາເວ​ໄດ້​ຊ່ວຍຊູ​ເອົາ​ຂ້ານ້ອຍ​ໄວ້​ໄດ້.</verse>
				<verse number="14">ພຣະເຈົ້າຢາເວ​ໃຫ້​ຂ້ານ້ອຍ​ມີ​ອຳນາດ​ແຂງແຮງ​ຂຶ້ນ​ໃໝ່​ ພຣະອົງ​ໄດ້​ຊ່ວຍຊູ​ຂ້ານ້ອຍ​ໃຫ້​ຫວິດ​ພົ້ນ​ໂພຍໄພ.</verse>
				<verse number="15">ຈົ່ງ​ຟັງ​ສຽງ​ປະຊາຊົນ​ຂອງ​ພຣະເຈົ້າ​ໂຮຮ້ອງ​ຍິນດີ ເພາະ​ຄວາມມີໄຊ​ທີ່​ຜ້າເຕັນ​ຂອງ​ເຂົາເຈົ້າ ຣິດທານຸພາບ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ຫລາຍ ພຣະເຈົ້າຢາເວ​ກຳ​ໄຊຊະນະ​ຄັ້ງ​ຍິ່ງໃຫຍ່.</verse>
				<verse number="16">ຣິດທານຸພາບ​ຂອງ​ພຣະເຈົ້າຢາເວ​ໄດ້​ນຳ​ໄຊຊະນະ​ມາ​ສູ່​ພວກເຮົາ ຄື​ອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ​ໃນ​ສະໜາມຮົບ.</verse>
				<verse number="17">ແທນ​ທີ່​ຂ້ານ້ອຍ​ຈະ​ສິ້ນ​ຊີວິດ ແຕ່​ຂ້ານ້ອຍ​ຈະ​ມີ​ຊີວິດ​ຢູ່ ແລະ​ປະກາດ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ກະທຳ.</verse>
				<verse number="18">ພຣະເຈົ້າຢາເວ​ໄດ້​ລົງໂທດ​ຢ່າງໜັກ ແຕ່​ພຣະອົງ​ບໍ່ໄດ້​ປະປ່ອຍ​ຂ້ານ້ອຍ​ໃຫ້​ສິ້ນ​ຊີວິດ.</verse>
				<verse number="19">ຂໍ​ເປີດ​ປະຕູ​ແຫ່ງ​ຄວາມ​ຊອບທຳ​ໃຫ້​ຂ້ານ້ອຍ ຂ້ານ້ອຍ​ຈະ​ເຂົ້າໄປ ແລະ​ຖວາຍ​ໂມທະນາ​ຂອບພຣະຄຸນ​ແດ່​ພຣະເຈົ້າຢາເວ.</verse>
				<verse number="20">ນີ້​ຄື​ປະຕູ​ແຫ່ງ​ພຣະເຈົ້າຢາເວ ຜູ້​ທີ່​ຈະ​ເຂົ້າ​ໄປ​ເຖິງ​ໄດ້ ມີ​ແຕ່​ຄົນ​ຊອບທຳ​ເທົ່ານັ້ນ.</verse>
				<verse number="21">ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ພຣະອົງ ເພາະ​ພຣະອົງ​ໄດ້ຍິນ​ສຽງ​ທີ່​ຂ້ານ້ອຍ​ຮ້ອງຫາ​ແລ້ວ ແລະ​ໄດ້​ໂຜດ​ໃຫ້​ຂ້ານ້ອຍ ມີໄຊ​ຊະນະ​ແລ້ວ.</verse>
				<verse number="22">ຫີນ​ທີ່​ຊ່າງ​ກໍ່​ໄດ້​ໂຍນ​ຖິ້ມ​ແລ້ວ​ເພາະ​ຖື​ວ່າ​ໄຮ້​ຄ່າ ກໍ​ກາຍເປັນ​ຫີນ​ເສົາເອກ​ສຳຄັນ​ກວ່າໝູ່ໝົດ.</verse>
				<verse number="23">ເລື່ອງ​ນີ້​ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ກະທຳການ ຊຶ່ງ​ເປັນ​ການ​ອັດສະຈັນ​ປະຈັກ​ຕາ​ແທ້ໆ.</verse>
				<verse number="24">ວັນນີ້ ເປັນ​ວັນ​ທີ່​ພຣະເຈົ້າຢາເວ​ໃຫ້​ຄວາມ​ມີໄຊ ຈົ່ງ​ຊົມຊື່ນ​ຍິນດີ​ແລະ​ສະຫລອງ​ກັນ​ເຖີດ.</verse>
				<verse number="25">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ເຖີດ ຂ້າແດ່​ພຣະເຈົ້າຢາເວ ໂຜດ​ປະທານ​ຄວາມ​ສຳເລັດ​ໃຫ້​ແກ່​ພວກ​ຂ້ານ້ອຍ​ແດ່ທ້ອນ.</verse>
				<verse number="26">ຂໍ​ໃຫ້​ທ່ານ​ຜູ້​ທີ່​ມາ​ໃນ​ພຣະນາມ​ຂອງ​ພຣະເຈົ້າຢາເວ ຈົ່ງ​ໄດ້​ຮັບ​ພຣະພອນ ຂ້ານ້ອຍ​ທັງຫລາຍ​ອວຍພອນ​ທ່ານ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="27">ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ ພຣະອົງ​ດີ​ຕໍ່​ພວກເຮົາ. ຈົ່ງ​ຖື​ກິ່ງໄມ້ ແລະ​ເລີ່ມ​ສະຫລອງ​ເທດສະການ ຈົ່ງ​ພາກັນ​ຍ່າງ​ເປັນ​ຂະບວນ​ອ້ອມ​ແທ່ນບູຊາ​ເຖີດ.</verse>
				<verse number="28">ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ພຣະອົງ ແລະ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ.</verse>
				<verse number="29">ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ເພາະ​ພຣະອົງ​ປະເສີດ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ.</verse>
			</chapter>
			<chapter number="119">
				<verse number="1">ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ດຳເນີນ​ຊີວິດ ຢ່າງ​ບໍ່ມີ​ຄວາມຜິດ ຄື​ຜູ້​ທີ່​ດຳເນີນ​ຊີວິດ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="2">ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ ຜູ້​ທີ່​ສະແຫວງ​ຫາ​ພຣະອົງ​ດ້ວຍ​ສຸດຈິດ​ສຸດໃຈ.</verse>
				<verse number="3">ພວກເຂົາ​ບໍ່ເຄີຍ​ປະພຶດ​ຜິດພາດ​ຈັກເທື່ອ​ເລີຍ ແຕ່​ເດີນ​ຕາມ​ທາງ​ຂອງ​ພຣະອົງ.</verse>
				<verse number="4">ພຣະອົງ​ໄດ້​ມອບ​ກົດບັນຍັດ​ໃຫ້ ແລະ​ບອກ​ໃຫ້​ພວກ​ຂ້ານ້ອຍ​ເຊື່ອຟັງ​ກົດບັນຍັດ​ນັ້ນ​ຢ່າງ​ສັດຊື່.</verse>
				<verse number="5">ຂ້ານ້ອຍ​ຫວັງ​ວ່າ​ຈະ​ໄດ້​ສັດຊື່​ສະເໝີໄປ ໂດຍ​ການ​ຖື​ຮັກສາ​ຂໍ້​ຄຳສັ່ງສອນ​ຂອງ​ພຣະອົງ​ນັ້ນ.</verse>
				<verse number="6">ຖ້າ​ຂ້ານ້ອຍ​ເອົາໃຈໃສ່​ຕໍ່​ຂໍ້ຄຳສັ່ງ​ທຸກຢ່າງ​ຂອງ​ພຣະອົງ ຂ້ານ້ອຍ​ກໍ​ຈະ​ບໍ່ໄດ້​ຖືກ​ອັບອາຍ​ຂາຍໜ້າ.</verse>
				<verse number="7">ເມື່ອ​ຮຽນຮູ້​ການຕັດສິນ​ອັນ​ຊອບທຳ​ຂອງ​ພຣະອົງ ຂ້ານ້ອຍ​ຈະ​ຍົກຍໍ​ພຣະອົງ​ດ້ວຍ​ຈິດໃຈ​ອັນ​ບໍຣິສຸດ.</verse>
				<verse number="8">ຂ້ານ້ອຍ​ຈະ​ຢຶດໝັ້ນ​ຕາມ​ກົດບັນຍັດ​ຂອງ​ພຣະອົງ ຂໍ​ຢ່າ​ປະປ່ອຍ​ຂ້ານ້ອຍ​ຈັກເທື່ອ​ເລີຍ.</verse>
				<verse number="9">ຄົນ​ໜຸ່ມສາວ​ຮັກສາ​ຊີວິດ​ໃຫ້​ບໍຣິສຸດ​ໄດ້​ຢ່າງໃດ? ກໍ​ໂດຍ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າ.</verse>
				<verse number="10">ຂ້ານ້ອຍ​ສະແຫວງ​ຫາ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ຢ່າ​ໃຫ້​ຝ່າຝືນ​ກົດບັນຍັດ​ຂອງ​ພຣະອົງ.</verse>
				<verse number="11">ຂ້ານ້ອຍ​ຖື​ຮັກສາ​ຖ້ອຍຄຳ​ຂອງ​ພຣະອົງ​ໄວ້​ຢູ່​ໃນ​ຈິດໃຈ ເພື່ອ​ວ່າ​ຈະ​ບໍ່ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ.</verse>
				<verse number="12">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຂໍ​ຊົງ​ໂຜດ​ສັ່ງສອນ​ວິທີ​ທາງ​ຂອງ​ພຣະອົງ​ໃຫ້​ຂ້ານ້ອຍ​ດ້ວຍ.</verse>
				<verse number="13">ຂ້ານ້ອຍ​ຈະ​ປະກາດ​ເຖິງ​ກົດໝາຍ​ທີ່​ພຣະອົງ​ໄດ້​ຊົງ​ກ່າວ​ນັ້ນ​ທຸກປະການ.</verse>
				<verse number="14">ຂ້ານ້ອຍ​ຍິນດີ​ຂັບຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຫລາຍກວ່າ​ຍິນດີ​ໃນ​ຄວາມຮັ່ງມີ​ອັນ​ໃຫຍ່ຫລວງ​ນັ້ນ.</verse>
				<verse number="15">ຂ້ານ້ອຍ​ສຶກສາ​ຄັກແນ່​ຄຳສອນ​ທັງຫລາຍ​ຂອງ​ພຣະອົງ ຂ້ານ້ອຍ​ພິຈາລະນາ​ເຖິງ​ຄຳສັ່ງສອນ​ທັງຫລາຍ​ຂອງ​ພຣະອົງ.</verse>
				<verse number="16">ຂ້ານ້ອຍ​ປິຕິ​ຍິນດີ​ໃນ​ກົດບັນຍັດ​ທັງຫລາຍ​ຂອງ​ພຣະອົງ ຂ້ານ້ອຍ​ຈະ​ບໍ່​ລືມໄລ​ຖ້ອຍຄຳ​ຂອງ​ພຣະອົງ​ຢ່າງ​ເດັດຂາດ.</verse>
				<verse number="17">ຂໍ​ຊົງ​ໂຜດ​ພໍພຣະໄທ​ໃນ​ຜູ້ຮັບໃຊ້​ຂອງ​ພຣະອົງ ເພື່ອ​ຂ້ານ້ອຍ​ຈະ​ມີ​ຊີວິດ​ຢູ່ ແລະ​ເຊື່ອຟັງ​ຄຳສັ່ງສອນ​ຂອງ​ພຣະອົງ.</verse>
				<verse number="18">ຂໍ​ຊົງ​ໂຜດ​ເປີດ​ຕາ​ຂອງ​ຂ້ານ້ອຍ ເພື່ອ​ຂ້ານ້ອຍ​ຈະ​ໄດ້​ເຫັນ ຄວາມຈິງ​ອັນ​ອັດສະຈັນ​ຢູ່​ໃນ​ກົດບັນຍັດ​ນັ້ນ.</verse>
				<verse number="19">ຂ້ານ້ອຍ​ຢູ່​ໃນ​ແຜ່ນດິນ​ໂລກ​ພຽງແຕ່​ຊົ່ວຄາວ ຂໍ​ຢ່າ​ປິດບັງ​ກົດບັນຍັດ​ຂອງ​ພຣະອົງ​ຈາກ​ຂ້ານ້ອຍ​ເລີຍ.</verse>
				<verse number="20">ຈິດໃຈ​ຂອງ​ຂ້ານ້ອຍ​ກໍ​ລະທົມ​ທຸກ​ດ້ວຍ​ຄວາມ​ປາຖະໜາ ຢາກ​ຮູ້​ການຕັດສິນ​ຂອງ​ພຣະອົງ​ທຸກ​ເວລາ.</verse>
				<verse number="21">ພຣະອົງ​ຕິຕຽນ​ວ່າ​ກ່າວ​ຄົນ​ຈອງຫອງ ສາບແຊ່ງ​ຄົນ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ດ້ວຍ.</verse>
				<verse number="22">ຂໍ​ປົດປ່ອຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄົນ​ນິນທາ ເພາະ​ຂ້ານ້ອຍ​ໄດ້​ຮັກສາ​ກົດບັນຍັດ.</verse>
				<verse number="23">ພວກ​ຜູ້ປົກຄອງ​ຮ່ວມໃຈ​ກັນ​ປອງຮ້າຍ​ຂ້ານ້ອຍ ແຕ່​ຂ້ານ້ອຍ​ຈະ​ພາວັນນາ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="24">ຄຳແນະນຳ​ຂອງ​ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ຍິນດີ ຈຶ່ງ​ຢຶດຖື​ເປັນ​ທີ່ປຶກສາ​ທີ່​ດີ​ມາ​ຕະຫລອດ.</verse>
				<verse number="25">ຂ້ານ້ອຍ​ນອນຢຽດ​ຢູ່​ຢ່າງ​ພ່າຍແພ້​ໃນ​ຂີ້ຝຸ່ນ​ດິນ ຂໍ​ຊົງ​ໂຜດ​ໃຫ້​ຊີວິດ​ໃໝ່ ຕາມ​ທີ່​ພຣະອົງ​ຊົງ​ສັນຍາ​ໄວ້​ດ້ວຍ.</verse>
				<verse number="26">ຂ້ານ້ອຍ​ຍອມຮັບ​ທຸກສິ່ງ​ທີ່​ໄດ້​ກະທຳ​ມາ ຂໍ​ຊົງ​ໂຜດ​ສັ່ງສອນ​ຂ້ານ້ອຍ​ໃຫ້​ຮູ້​ວິຖີ​ທາງ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="27">ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ເຂົ້າໃຈ​ໃນ​ກົດບັນຍັດ​ທັງຫລາຍ ເພື່ອ​ຈະ​ໄດ້​ລຳລຶກ​ເຖິງ​ຄຳສັ່ງສອນ ອັນ​ດີເລີດ.</verse>
				<verse number="28">ຈິດໃຈ​ຂອງ​ຂ້ານ້ອຍ​ອິດອ່ອນ​ຍ້ອນ​ຄວາມ​ໂສກເສົ້າ ຂໍ​ຊົງ​ໂຜດ​ໃຫ້​ກຳລັງ​ຂ້ານ້ອຍ ຕາມ​ຖ້ອຍຄຳ​ຂອງ​ພຣະອົງ​ສັນຍາ​ໄວ້​ດ້ວຍ.</verse>
				<verse number="29">ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ໄວ້​ບໍ່​ໃຫ້​ເດີນ​ໄປ​ໃນ​ທາງ​ຜິດ ແລະ​ດ້ວຍ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ ຂໍ​ຊົງ​ໂຜດ​ສັ່ງສອນ​ກົດບັນຍັດ​ໃຫ້​ຂ້ານ້ອຍ​ດ້ວຍ.</verse>
				<verse number="30">ຂ້ານ້ອຍ​ໄດ້​ເລືອກ​ທາງ​ແຫ່ງ​ຄວາມ​ເຊື່ອຟັງ ແລະ​ຍອມຮັບ​ເອົາ​ການຕັດສິນ​ຂອງ​ພຣະອົງ.</verse>
				<verse number="31">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ເຮັດ​ຕາມ​ທີ່​ພຣະອົງ​ໄດ້​ແນະນຳ ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຄວາມ​ອັບອາຍ​ເລີຍ.</verse>
				<verse number="32">ຂ້ານ້ອຍ​ຈະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢ່າງ​ຮ້ອນຮົນ ເພາະ​ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ເຂົ້າໃຈ​ຕື່ມ​ອີກ.</verse>
				<verse number="33">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ສັ່ງສອນ​ຂ້ານ້ອຍ​ໃຫ້​ຮູ້ ຄວາມໝາຍ​ຂອງ​ກົດບັນຍັດ ເພື່ອ​ຈະ​ໄດ້​ປະຕິບັດ​ຕາມ​ຈົນເຖິງ​ທີ່ສຸດ.</verse>
				<verse number="34">ຂໍ​ຊົງ​ໂຜດ​ອະທິບາຍ​ກົດບັນຍັດ​ນັ້ນ​ເພື່ອ​ຈະ​ໄດ້​ເຮັດ​ຕາມ ຂ້ານ້ອຍ​ຈະ​ຖື​ຮັກສາ​ກົດບັນຍັດ​ນັ້ນ​ດ້ວຍ​ສຸດຈິດ​ສຸດໃຈ.</verse>
				<verse number="35">ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ໃຫ້​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ເພາະ​ໃນ​ນັ້ນ​ຂ້ານ້ອຍ​ໄດ້​ພົບ​ຄວາມສຸກ.</verse>
				<verse number="36">ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ມີ​ໃຈ​ປາຖະໜາ​ຢາກ​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ ແທນ​ທີ່​ຈະ​ຢາກ​ໄດ້​ແຕ່​ຄວາມຮັ່ງມີ.</verse>
				<verse number="37">ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ບໍ່​ໃຫ້​ເອົາໃຈໃສ່​ຕໍ່​ສິ່ງ​ອະນິຈັງ ຂໍ​ຊົງ​ໂຜດ​ຮັກສາ​ຊີວິດ​ຂອງ​ຂ້ານ້ອຍ​ຕາມ​ພຣະທຳ​ຂອງ​ພຣະອົງ.</verse>
				<verse number="38">ຂໍ​ຊົງ​ໂຜດ​ຮັກສາ​ກົດບັນຍັດ​ໄວ້​ກັບ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ຄຳສັນຍາ​ທີ່​ຊົງ​ມີ​ໄວ້​ກັບ​ຜູ້​ທີ່​ເຊື່ອຟັງ​ພຣະອົງ.</verse>
				<verse number="39">ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄຳ​ດູຖູກ​ອັນ​ໜ້າຢ້ານກົວ ເພາະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ນັ້ນ​ດີ.</verse>
				<verse number="40">ຂ້ານ້ອຍ​ຕ້ອງການ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ເພາະ​ພຣະອົງ​ຊອບທຳ​ໂຜດ​ປະທານ​ຊີວິດ​ໃໝ່​ດ້ວຍ.</verse>
				<verse number="41">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ສຳແດງ​ໃຫ້​ຂ້ານ້ອຍ​ຮູ້ວ່າ ພຣະອົງ​ຮັກ​ຂ້ານ້ອຍ​ຫລາຍ​ສໍ່າໃດ​ດ້ວຍ. ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ໄດ້​ພົ້ນໄພ ຕາມ​ຄຳສັນຍາ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="42">ແລ້ວ​ຂ້ານ້ອຍ​ກໍ​ຈະ​ຕອບ​ຄົນ​ທີ່​ດູຖູກ​ໄດ້​ສົມໃຈ ເພາະ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ຖ້ອຍຄຳ​ຂອງ​ພຣະອົງ.</verse>
				<verse number="43">ໂຜດ​ໃຫ້​ຂ້ານ້ອຍ​ເວົ້າ​ແຕ່​ຄວາມຈິງ​ທຸກ​ເວລາ ເພາະ​ຄວາມຫວັງ​ມີ​ຢູ່​ໃນ​ການ​ຕັດສິນ​ຂອງ​ພຣະເຈົ້າ.</verse>
				<verse number="44">ຂ້ານ້ອຍ​ຈະ​ເຊື່ອຟັງ​ກົດບັນຍັດ​ຕະຫລອດ​ເວລາ ແລະ​ຈະ​ບໍ່​ລືມໄລ​ກົດບັນຍັດ​ນັ້ນ​ຈັກເທື່ອ.</verse>
				<verse number="45">ຂ້ານ້ອຍ​ຈະ​ໃຊ້​ຊີວິດ​ໃນ​ເສລີພາບ​ຢ່າງ​ຄົບເຕັມ ເພາະ​ຂ້ານ້ອຍ​ພະຍາຍາມ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="46">ຂ້ານ້ອຍ​ຈະ​ປະກາດ​ຂໍ້ຄຳສັ່ງ​ແກ່​ກະສັດ ແລະ​ຈະ​ບໍ່​ອັບອາຍ​ຢ່າງໃດ​ທັງສິ້ນ.</verse>
				<verse number="47">ຂ້ານ້ອຍ​ສຸກໃຈ​ໃນ​ການ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ເພາະ​ຂ້ານ້ອຍ​ຮັກ​ຂໍ້ຄຳສັ່ງ​ນັ້ນ​ຫລາຍ.</verse>
				<verse number="48">ຂ້ານ້ອຍ​ເຄົາຣົບ​ແລະ​ຮັກ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ແລະ​ຈະ​ພາວັນນາ​ເຖິງ​ຂໍ້​ຄຳແນະນຳ​ນັ້ນ.</verse>
				<verse number="49">ຂໍ​ຊົງ​ໂຜດ​ຈື່ຈຳ​ພຣະສັນຍາ​ທີ່​ມີ​ກັບ​ຜູ້ຮັບໃຊ້​ຂອງ​ພຣະອົງ ຊຶ່ງ​ໃຫ້​ຄວາມຫວັງ​ແກ່​ຂ້ານ້ອຍ​ໄດ້.</verse>
				<verse number="50">ແມ່ນແຕ່​ໃນ​ຍາມ​ລຳບາກ​ກໍໄດ້​ຮັບ​ຄຳ​ໜູນໃຈ ເພາະ​ພຣະສັນຍາ​ໃຫ້​ຊີວິດ​ແກ່​ຂ້ານ້ອຍ​ໄດ້.</verse>
				<verse number="51">ຄົນ​ຈອງຫອງ​ຫຍໍ້ຫຍັນ​ຂ້ານ້ອຍ​ສະເໝີມາ ແຕ່​ຂ້ານ້ອຍ​ບໍ່ໄດ້​ຫັນໜີ​ຈາກ​ກົດບັນຍັດ.</verse>
				<verse number="52">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈື່ຈຳ​ການຕັດສິນ​ຂອງ​ພຣະອົງ​ຜ່ານ​ມາ ສິ່ງນັ້ນ​ຍັງ​ໜູນໃຈ​ຈົນເຖິງ​ບັດນີ້.</verse>
				<verse number="53">ເມື່ອ​ເຫັນ​ຄົນຊົ່ວຮ້າຍ​ຝ່າຝືນ​ກົດບັນຍັດ​ຂອງ​ພຣະອົງ ຂ້ານ້ອຍ​ເອງ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ.</verse>
				<verse number="54">ຊົ່ວຊີວິດ​ອັນ​ສັ້ນໆ​ໃນໂລກ​ທີ່​ຂ້ານ້ອຍ​ດຳລົງຢູ່ ມີ​ເພງ​ຫລາຍ​ບົດ​ກ່າວ​ເຖິງ​ຂໍ້ຄຳສັ່ງ​ທີ່​ຂ້ານ້ອຍ​ປະພັນ.</verse>
				<verse number="55">ຂ້າແດ່​ພຣະເຈົ້າຢາເວ ກາງຄືນ​ຂ້ານ້ອຍ​ຄິດເຖິງ​ພຣະອົງ ແລະ​ຕຶກຕອງ​ເຖິງ​ກົດບັນຍັດ​ນັ້ນ.</verse>
				<verse number="56">ຂ້ານ້ອຍ​ຄົ້ນພົບ​ຄວາມສຸກ​ຂອງ​ຂ້ານ້ອຍ​ໂດຍ​ການ​ເຊື່ອຟັງ ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="57">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຄື​ທຸກສິ່ງ​ທີ່​ຂ້ານ້ອຍ​ຕ້ອງການ ຂ້ານ້ອຍ​ຂໍ​ສັນຍາ​ວ່າ​ຈະ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.</verse>
				<verse number="58">ຂ້ານ້ອຍ​ທູນຂໍ​ຕໍ່​ພຣະອົງ​ດ້ວຍ​ສຸດຈິດ​ສຸດໃຈ ຂໍ​ຊົງ​ໂຜດ​ເມດຕາ​ຂ້ານ້ອຍ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ນັ້ນ.</verse>
				<verse number="59">ຂ້ານ້ອຍ​ພິຈາລະນາ​ຄວາມປະພືດ​ທີ່​ຜ່ານ​ມາ ຈຶ່ງ​ຂໍ​ສັນຍາ​ວ່າ​ຈະ​ເຮັດ​ຕາມ​ຖ້ອຍຄຳ​ຂອງ​ພຣະອົງ.</verse>
				<verse number="60">ດັ່ງນັ້ນ ໂດຍ​ບໍ່​ຊັກຊ້າ​ຂ້ານ້ອຍ​ຈຶ່ງ​ຟ້າວ​ລົງມື ຄື​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="61">ຄົນຊົ່ວ​ຫ້າງ​ແຮ້ວ​ໃສ່​ຂ້ານ້ອຍ​ເລື້ອຍມາ ແຕ່​ຂ້ານ້ອຍ​ບໍ່ໄດ້​ລືມໄລ​ກົດບັນຍັດ.</verse>
				<verse number="62">ກາງຄືນ​ຂ້ານ້ອຍ​ລຸກມາ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ​ພຣະອົງ ສຳລັບ​ການຕັດສິນ​ອັນ​ຍຸດຕິທຳ​ຂອງ​ພຣະອົງ.</verse>
				<verse number="63">ຂ້ານ້ອຍ​ເປັນ​ເພື່ອນ​ກັບ​ທຸກຄົນ​ທີ່​ຮັບໃຊ້​ພຣະອົງ ແລະ​ກັບ​ທຸກຄົນ​ທີ່​ເຊື່ອຟັງ​ກົດບັນຍັດ​ດ້ວຍ.</verse>
				<verse number="64">ຂ້າແດ່​ພຣະເຈົ້າຢາເວ ແຜ່ນດິນ​ໂລກ​ເຕັມ​ດ້ວຍ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ຂໍ​ຊົງ​ໂຜດ​ສັ່ງສອນ​ຂໍ້ຄຳສັ່ງ​ໃຫ້​ຂ້ານ້ອຍ​ດ້ວຍ.</verse>
				<verse number="65">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຮັກສາ​ຄຳສັນຍາ​ຂອງ​ພຣະອົງ ແລະ​ພຣະອົງ​ຊົງ​ດີ​ຕໍ່​ຂ້ານ້ອຍ ຊຶ່ງ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ.</verse>
				<verse number="66">ຂໍ​ພຣະອົງ​ປະທານ​ປັນຍາ ແລະ​ຄວາມຮູ້​ຄວາມ​ເຂົ້າໃຈ​ໃຫ້​ແກ່​ຂ້ານ້ອຍ ເພາະ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="67">ແຕ່ກ່ອນ ພຣະອົງ​ລົງໂທດ​ເພາະ​ຂ້ານ້ອຍ​ໄດ້​ເຮັດ​ຜິດ ແຕ່​ບັດນີ້ ຂ້ານ້ອຍ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.</verse>
				<verse number="68">ພຣະອົງ​ມີ​ໃຈ​ເຜື່ອແຜ່​ເພາະ​ພຣະຄຸນ​ຄວາມດີ ຂໍ​ຊົງ​ໂຜດ​ສັ່ງສອນ​ຂໍ້ຄຳສັ່ງ​ແກ່​ຂ້ານ້ອຍ​ດ້ວຍ.</verse>
				<verse number="69">ຄົນ​ຈອງຫອງ​ຫາ​ແຕ່​ເລື່ອງ​ຕົວະ​ໃສ່​ຂ້ານ້ອຍ ແຕ່​ຂ້ານ້ອຍ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ດ້ວຍ​ສຸດຈິດ​ສຸດໃຈ.</verse>
				<verse number="70">ຄົນ​ເຫຼົ່ານີ້​ບໍ່ໄດ້​ມີ​ຄວາມ​ເຂົ້າໃຈ​ຫຍັງ​ເລີຍ ແຕ່​ຂ້ານ້ອຍ​ພົບ​ຄວາມສຸກ​ໃນ​ກົດບັນຍັດ​ຂອງ​ພຣະອົງ.</verse>
				<verse number="71">ການ​ຖືກ​ລົງໂທດ​ນັ້ນ​ເປັນ​ການດີ​ແກ່​ຂ້ານ້ອຍ ເພາະ​ເຮັດ​ໃຫ້​ຂ້ານ້ອຍ​ຮຽນຮູ້​ເຖິງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="72">ກົດບັນຍັດ​ທີ່​ພຣະອົງ​ໃຫ້ ມີ​ຄວາມໝາຍ​ແກ່​ຂ້ານ້ອຍ ຫລາຍກວ່າ​ເງິນຄຳ​ທັງໝົດ​ທີ່​ມີ​ຢູ່​ໃນ​ໂລກນີ້.</verse>
				<verse number="73">ພຣະອົງ​ໄດ້​ສ້າງ​ຂ້ານ້ອຍ​ທັງ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ເຂົ້າໃຈ ເພື່ອ​ຮຽນຮູ້​ເອົາ​ກົດບັນຍັດ​ຂອງ​ພຣະອົງ.</verse>
				<verse number="74">ພວກ​ທີ່​ຢ້ານຢຳ​ພຣະອົງ​ເມື່ອ​ເຫັນ​ຂ້ານ້ອຍ​ກໍ​ຈະ​ດີໃຈ ເພາະ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ຄຳສັນຍາ​ຂອງ​ພຣະອົງ​ນັ້ນ.</verse>
				<verse number="75">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮູ້ວ່າ​ພຣະອົງ​ຕັດສິນ​ທ່ຽງທຳ ຂ້ານ້ອຍ​ຖືກ​ລົງໂທດ​ກໍ​ເພາະ​ພຣະອົງ​ຊົງ​ສັດຊື່.</verse>
				<verse number="76">ຂໍ​ໃຫ້​ຄວາມຮັກ​ອັນ​ໝັ້ນຄົງ​ນັ້ນ​ເລົ້າໂລມ​ໃຈ​ຂ້ານ້ອຍ ດັ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ກັບ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ.</verse>
				<verse number="77">ຂໍ​ຊົງ​ໂຜດ​ເມດຕາ​ຂ້ານ້ອຍ​ດ້ວຍ​ເພື່ອ​ຂ້ານ້ອຍ​ຈະ​ມີ​ຊີວິດ​ຢູ່ ຍ້ອນ​ກົດບັນຍັດ​ຂອງ​ພຣະອົງ​ນັ້ນ​ຂ້ານ້ອຍ​ຈຶ່ງ​ພົບ​ຄວາມສຸກ.</verse>
				<verse number="78">ຂໍ​ໃຫ້​ຄົນ​ຈອງຫອງ​ຖືກ​ຂາຍໜ້າ​ຍ້ອນ​ຫາເລື່ອງ​ບໍ່ຈິງ​ໃສ່​ຂ້ານ້ອຍ ຂ້ານ້ອຍ​ຈະ​ພາວັນນາ​ຂໍ້​ຄຳສັ່ງສອນ​ຂອງ​ພຣະອົງ​ນັ້ນ.</verse>
				<verse number="79">ຂໍ​ໃຫ້​ຜູ້​ທີ່​ຢຳເກງ​ພຣະອົງ​ມາ​ຫາ​ຂ້ານ້ອຍ ຄື​ທຸກຄົນ​ທີ່​ຮູ້ຈັກ​ຄຳສັ່ງ​ຂອງ​ພຣະເຈົ້າ.</verse>
				<verse number="80">ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢ່າງ​ຄົບຖ້ວນ ແລະ​ໃຫ້​ຂ້ານ້ອຍ​ຫວິດ​ຈາກ​ການ​ອັບອາຍ​ຂາຍໜ້າ.</verse>
				<verse number="81">ຈິດໃຈ​ຂອງ​ຂ້ານ້ອຍ​ອິດອ່ອນ ຍ້ອນ​ຄອຍຖ້າ​ໃຫ້​ພຣະອົງ​ມາ​ຊ່ວຍເຫລືອ ຂ້ານ້ອຍ​ມອບ​ຄວາມ​ໄວ້ວາງໃຈ​ຂອງ​ຂ້ານ້ອຍ ໃນ​ຖ້ອຍຄຳ​ຂອງ​ພຣະອົງ.</verse>
				<verse number="82">ຕາ​ຂອງ​ຂ້ານ້ອຍ​ກໍ​ອິດ​ເມື່ອຍ​ຍ້ອນ​ລໍຖ້າ​ພຣະສັນຍາ, ຂ້ານ້ອຍ​ຖາມ​ວ່າ, “ເວລາ​ໃດ​ນໍ ພຣະອົງ​ຈະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ?”</verse>
				<verse number="83">ຂ້ານ້ອຍ​ໃຊ້​ການ​ບໍ່ໄດ້​ດັ່ງ​ຖົງ​ເຫຼົ້າ​ອະງຸ່ນ​ໄຮ້​ຄ່າ, ແຕ່​ປານນັ້ນ ຂ້ານ້ອຍ​ກໍ​ບໍ່ໄດ້​ລືມໄລ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="84">ຂ້ານ້ອຍ​ຈະ​ຕ້ອງ​ລໍຖ້າ​ຢູ່​ດົນ​ປານໃດ? ເມື່ອໃດ​ນໍ ພຣະອົງ​ຈະ​ຕັດສິນ ລົງໂທດ​ຜູ້​ທີ່​ມັກ​ຂົ່ມເຫັງ​ນັ້ນ?</verse>
				<verse number="85">ຄົນ​ຈອງຫອງ​ຄື​ຜູ້​ທີ່​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ ຍາດ​ກັນ​ຂຸດ​ຂຸມ​ເພື່ອ​ຈະ​ດັກຈັບ​ຂ້ານ້ອຍ​ໄວ້.</verse>
				<verse number="86">ຂໍ້ຄຳສັ່ງ​ທັງໝົດ​ລ້ວນແຕ່​ເປັນ​ຄວາມຈິງ ຂ້ານ້ອຍ​ຖືກ​ຄົນ​ຂີ້ຕົວະ​ຂົ່ມເຫັງ​ໂຜດ​ຊ່ວຍ​ຂ້ານ້ອຍ​ດ້ວຍ.</verse>
				<verse number="87">ພວກເຂົາ​ເກືອບ​ສັງຫານ​ຂ້ານ້ອຍ​ໄດ້​ຢ່າງ​ສຳເລັດຜົນ ແຕ່​ຂ້ານ້ອຍ​ບໍ່ໄດ້​ລືມໄລ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ເລີຍ.</verse>
				<verse number="88">ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ຂໍ​ຊົງ​ໂຜດ​ພຣະຄຸນ​ຄວາມດີ​ໃຫ້​ຂ້ານ້ອຍ​ດ້ວຍ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ໄດ້​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ​ນັ້ນ.</verse>
				<verse number="89">ຂ້າແດ່​ພຣະເຈົ້າຢາເວ ຖ້ອຍຄຳ​ຂອງ​ພຣະອົງ​ນັ້ນ​ດຳລົງຢູ່​ສືບໄປ ເປັນ​ພຣະຄຳ​ອັນ​ຊົ່ວນິຣັນ​ໃນ​ຟ້າ​ສະຫວັນ.</verse>
				<verse number="90">ຄວາມສັດຊື່​ຂອງ​ພຣະອົງ​ດຳລົງ​ຢູ່​ທຸກຍຸກ​ທຸກສະໄໝ ພຣະອົງ​ຕັ້ງ​ໂລກ​ໃນ​ທີ່​ຂອງ​ມັນ ແລະ​ຍັງ​ຢູ່​ທີ່​ນັ້ນ.</verse>
				<verse number="91">ທຸກສິ່ງ​ທີ່​ມີ​ຢູ່​ເຖິງທຸກ​ວັນ​ນີ້​ກໍ​ຍ້ອນ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ເພາະ​ທຸກສິ່ງ​ລ້ວນແຕ່​ເປັນ​ເຄື່ອງມື​ຮັບໃຊ້​ພຣະອົງ.</verse>
				<verse number="92">ຖ້າ​ກົດບັນຍັດ​ຂອງ​ພຣະອົງ​ບໍ່​ເປັນ​ບໍ່​ເກີດ​ໃຫ້​ຄວາມ​ຊົມຊື່ນ​ຍິນດີ ຂ້ານ້ອຍ​ກໍ​ມີ​ແຕ່​ຈະ​ຕາຍໄປ​ຍ້ອນ​ຄວາມ​ທົນທຸກ.</verse>
				<verse number="93">ຂ້ານ້ອຍ​ຈະ​ບໍ່​ປະຖິ້ມ​ຄຳແນະນຳ​ຂອງ​ພຣະອົງ​ຈັກເທື່ອ ເພາະ​ຄຳແນະນຳ​ນັ້ນ​ຊົງ​ຊ່ວຍ​ໃຫ້​ຊີວິດ​ແກ່​ຂ້ານ້ອຍ.</verse>
				<verse number="94">ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ແດ່ ຂ້ານ້ອຍ​ເປັນ​ຂອງ​ພຣະອົງ ແລະ​ຂ້ານ້ອຍ​ພະຍາຍາມ​ທີ່​ຈະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="95">ຄົນຊົ່ວຮ້າຍ​ຄອຍຖ້າ​ສັງຫານ​ຂ້ານ້ອຍ​ເລື້ອຍໄປ ແຕ່​ຂ້ານ້ອຍ​ໄດ້​ຕຶກຕອງ​ເຖິງ​ກົດບັນຍັດ​ຂອງ​ພຣະອົງ.</verse>
				<verse number="96">ຂ້ານ້ອຍ​ໄດ້​ຮຽນຮູ້​ວ່າ​ທຸກສິ່ງ​ມີ​ຂອບເຂດ​ຈຳກັດ ແຕ່​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ສົມບູນ​ດີເລີດ.</verse>
				<verse number="97">ຂ້ານ້ອຍ​ຮັກ​ກົດບັນຍັດ​ຂອງ​ພຣະອົງ​ຫລວງຫລາຍ​ທີ່ສຸດ ຂ້ານ້ອຍ​ພາວັນນາ​ເຖິງ​ກົດບັນຍັດ​ຢູ່​ຕະຫລອດ​ວັນ.</verse>
				<verse number="98">ຂໍ້ຄຳສັ່ງ​ຂອງ​ພຣະອົງ​ນັ້ນ​ຢູ່​ກັບ​ຂ້ານ້ອຍ​ຕະຫລອດ​ມາ ແລະ​ເຮັດ​ໃຫ້​ມີ​ປັນຍາ​ກວ່າ​ເຫຼົ່າ​ສັດຕູ​ໄດ້.</verse>
				<verse number="99">ຂ້ານ້ອຍ​ເຂົ້າໃຈ​ຫລາຍກວ່າ​ຄູ​ອາຈານ ເພາະ​ຂ້ານ້ອຍ​ພາວັນນາ​ເຖິງ​ຄຳແນະນຳ​ຂອງ​ພຣະອົງ.</verse>
				<verse number="100">ຂ້ານ້ອຍ​ມີ​ປັນຍາ​ກວ່າ​ຄົນ​ເຖົ້າແກ່​ຊະຣາ ເພາະ​ຂ້ານ້ອຍ​ຍອມ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="101">ຂ້ານ້ອຍ​ໄດ້​ເວັ້ນ​ຈາກ​ການ​ກະທຳ​ຊົ່ວ​ທຸກຢ່າງ ເພາະ​ຂ້ານ້ອຍ​ຕ້ອງການ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.</verse>
				<verse number="102">ຂ້ານ້ອຍ​ບໍ່ໄດ້​ປະຖິ້ມ​ຂໍ້​ແນະນຳ​ຈັກຢ່າງ​ເລີຍ. ດ້ວຍວ່າ, ຄູສອນ​ຂອງ​ຂ້ານ້ອຍ​ຄື​ພຣະອົງ.</verse>
				<verse number="103">ຣົດຊາດ​ແຫ່ງ​ຖ້ອຍຄຳ​ຂອງ​ພຣະອົງ​ຫວານຊື່ນ​ເຫລືອຫລາຍ ບໍ່ມີ​ສິ່ງໃດ​ປຽບປານ ຄື​ຫວານ​ຫລາຍກວ່າ​ນໍ້າເຜິ້ງ​ທີ່​ຢູ່​ໃນ​ປາກ​ຂອງ​ຂ້ານ້ອຍ.</verse>
				<verse number="104">ຂ້ານ້ອຍ​ມີ​ປັນຍາ​ໄດ້​ກໍ​ຍ້ອນ​ກົດບັນຍັດ​ຂອງ​ພຣະອົງ ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ກຽດຊັງ​ການ​ກະທຳ​ຊົ່ວ​ທຸກຢ່າງ.</verse>
				<verse number="105">ຖ້ອຍຄຳ​ຂອງ​ພຣະອົງ​ເປັນ​ແສງ​ໂຄມ​ນຳ​ທາງ​ໃຫ້​ຂ້ານ້ອຍ ແລະ​ແສງແຈ້ງ​ສຳລັບ​ທາງເດີນ​ໃຫ້​ຂ້ານ້ອຍ.</verse>
				<verse number="106">ຂ້ານ້ອຍ​ຈະ​ຢຶດໝັ້ນ​ຄຳສັນຍາ​ທີ່​ໄດ້​ມີ​ໄວ້ ແລະ​ເຊື່ອຟັງ​ຄຳແນະນຳ​ອັນ​ຖືກຕ້ອງ​ຂອງ​ພຣະອົງ.</verse>
				<verse number="107">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຖືກ​ລຳບາກ ຂໍ​ຊົງ​ໂຜດ​ຮັກສາ​ຊີວິດ​ຂ້ານ້ອຍ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ດ້ວຍ.</verse>
				<verse number="108">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຮັບ​ຄຳ​ໂມທະນາ​ຂອບພຣະຄຸນ ແລະ​ໂຜດ​ສັ່ງສອນ​ກົດບັນຍັດ​ຂອງ​ພຣະອົງ​ໃຫ້​ຂ້ານ້ອຍ​ດ້ວຍ.</verse>
				<verse number="109">ຂ້ານ້ອຍ​ພ້ອມ​ແລ້ວ​ທີ່​ຈະ​ສ່ຽງ​ຊີວິດ​ສະເໝີ​ໄປ, ແຕ່​ຂ້ານ້ອຍ ບໍ່ໄດ້​ລືມໄລ​ກົດບັນຍັດ​ຂອງ​ພຣະອົງ.</verse>
				<verse number="110">ເຖິງ​ແມ່ນ​ຄົນຊົ່ວຮ້າຍ​ຫ້າງ​ແຮ້ວ​ໃສ່​ຂ້ານ້ອຍ​ກໍຕາມ ແຕ່​ຂ້ານ້ອຍ​ກໍ​ບໍ່ໄດ້​ຝ່າຝືນ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="111">ບັນດາ​ກົດບັນຍັດ​ຂອງ​ພຣະອົງ​ເປັນ​ມໍຣະດົກ​ຂອງ​ຂ້ານ້ອຍ​ຕະຫລອດໄປ. ຊຶ່ງ​ເປັນ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ​ຢູ່​ເລື້ອຍ.</verse>
				<verse number="112">ຂ້ານ້ອຍ​ໄດ້​ຕັດສິນໃຈ​ແລ້ວ​ທີ່​ຈະ​ເຊື່ອຟັງ ກົດບັນຍັດ​ຈົນເຖິງ​ວັນ​ທີ່​ຂ້ານ້ອຍ​ຕາຍໄປ.</verse>
				<verse number="113">ຂ້ານ້ອຍ​ກຽດຊັງ​ຄົນ​ໜ້າໄຫວ້​ຫລັງຫລອກ​ທີ່ສຸດ ແຕ່​ຂ້ານ້ອຍ​ຮັກ​ສຸດໃຈ​ກົດບັນຍັດ​ຂອງ​ພຣະອົງ.</verse>
				<verse number="114">ພຣະອົງ​ເປັນ​ຜູ້​ປົກປ້ອງ​ຄຸ້ມຄອງ​ແຕ່​ໃດໆ​ມາ ຂ້ານ້ອຍ​ຈຶ່ງ​ຝາກ​ຄວາມຫວັງ​ໄວ້​ໃນ​ຄຳສັນຍາ​ຂອງ​ພຣະອົງ.</verse>
				<verse number="115">ຈົ່ງ​ໜີ​ຈາກ​ຂ້ອຍ​ເຖີດ ເຈົ້າ​ຄົນຊົ່ວຮ້າຍ​ເອີຍ ຝ່າຍ​ຂ້ອຍ​ຈະ​ເຊື່ອຟັງ​ຂໍ້ຄຳສັ່ງ​ພຣະເຈົ້າ​ຂອງຂ້ອຍ.</verse>
				<verse number="116">ຂໍ​ຊົງ​ໂຜດ​ໃຫ້​ກຳລັງ​ຂ້ານ້ອຍ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້ ເພື່ອ​ຈະ​ມີ​ຊີວິດ​ຢູ່ ແລະ​ຢ່າ​ໃຫ້​ຂ້ານ້ອຍ​ອັບອາຍ​ຂາຍໜ້າ​ໃນ​ຄວາມຫວັງ​ຂອງ​ຂ້ານ້ອຍ.</verse>
				<verse number="117">ຂໍ​ຊົງ​ໂຜດ​ອູ້ມຊູ​ຂ້ານ້ອຍ​ໄວ້ ແລະ​ຈະ​ປອດໄພ ຂ້ານ້ອຍ​ຈະ​ເອົາໃຈໃສ່​ຕໍ່​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢູ່​ເລື້ອຍໄປ.</verse>
				<verse number="118">ພຣະອົງ​ໄດ້​ປະຖິ້ມ​ຄົນ​ທີ່​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ ແຜນການ​ຫລອກລວງ​ຂອງ​ພວກເຂົາ​ກໍ​ໄຮ້ປະໂຫຍດ.</verse>
				<verse number="119">ພຣະອົງ​ໂຍນ​ຄົນຊົ່ວ​ດັ່ງ​ຄົນ​ໂຍນ​ຂີ້ເຫຍື້ອ​ຖິ້ມ​ໄປ ດ້ວຍເຫດນີ້​ຂ້ານ້ອຍ​ຈຶ່ງ​ຮັກ​ຄຳແນະນຳ​ຂອງ​ພຣະອົງ.</verse>
				<verse number="120">ຂ້ານ້ອຍ​ຢ້ານ​ພຣະອົງ​ຈົນ​ຕົວສັ່ນ ແລະ​ຂ້ານ້ອຍ​ຢ້ານ​ການຕັດສິນ​ຂອງ​ພຣະອົງ​ຫລາຍ​ທີ່ສຸດ.</verse>
				<verse number="121">ຂ້ານ້ອຍ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸດຕິທຳ ຂໍ​ຢ່າ​ປະຖິ້ມ​ຂ້ານ້ອຍ​ໃຫ້​ພວກ​ສັດຕູ​ຂອງ​ຂ້ານ້ອຍ.</verse>
				<verse number="122">ຈົ່ງ​ສັນຍາ​ວ່າ ພຣະອົງ​ຈະ​ຊ່ວຍ​ຜູ້ຮັບໃຊ້​ຂອງ​ພຣະອົງ ຢ່າ​ປ່ອຍ​ໃຫ້​ຄົນ​ຈອງຫອງ​ຂົ່ມເຫັງ​ຂ້ານ້ອຍ​ທ້ອນ</verse>
				<verse number="123">ຕາ​ກໍ​ອິດເມື່ອຍ​ຍ້ອນ​ຄອງຫາ​ໃຫ້​ຊ່ວຍເຫລືອ ເພື່ອ​ປົດປ່ອຍ​ໃຫ້​ເປັນ​ເສລີ​ຕາມ​ທີ່​ໄດ້​ສັນຍາ​ໄວ້.</verse>
				<verse number="124">ຂໍ​ຊົງ​ໂຜດ​ກະທຳ​ດ້ວຍ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ຕໍ່​ຂ້ານ້ອຍ ໂຜດ​ສິດສອນ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ໃຫ້​ຂ້ານ້ອຍ​ດ້ວຍ.</verse>
				<verse number="125">ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ໂຜດ​ໃຫ້​ຄວາມ​ເຂົ້າໃຈ ເພື່ອ​ຂ້ານ້ອຍ​ຈະ​ໄດ້​ຮູ້​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="126">ເຖິງ​ເວລາ​ແລ້ວ​ທີ່​ພຣະເຈົ້າຢາເວ​ຕ້ອງ​ລົງມື ເພາະ​ມະນຸດ​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ.</verse>
				<verse number="127">ຂ້ານ້ອຍ​ຮັກ​ຂໍ້ຄຳສັ່ງ​ຫລາຍກວ່າ​ຄຳ ຮັກ​ຂໍ້ຄຳສັ່ງ​ແທ້ໆ​ຫລາຍກວ່າ​ຄຳ​ນໍ້າໜຶ່ງ.</verse>
				<verse number="128">ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ເຮັດ​ຕາມ​ທຸກ​ຄຳແນະນຳ​ຂອງ​ພຣະອົງ ເພາະວ່າ​ຂ້ານ້ອຍ​ກຽດຊັງ​ການ​ປະພຶດ​ຜິດ​ທຸກຢ່າງ.</verse>
				<verse number="129">ຄຳສັ່ງສອນ​ຂອງ​ພຣະອົງ​ເປັນ​ທີ່​ອັດສະຈັນ ຂ້ານ້ອຍ​ເຊື່ອຟັງ​ດ້ວຍ​ສຸດຈິດ​ສຸດໃຈ.</verse>
				<verse number="130">ການ​ອະທິບາຍ​ຂໍ້​ຄຳສັ່ງສອນ​ຂອງ​ພຣະອົງ​ໃຫ້​ແສງ​ສະຫວ່າງ ແລະ​ນຳ​ປັນຍາ​ໃຫ້​ແກ່​ພວກ​ຄົນໂງ່ຈ້າ​ດ້ວຍ.</verse>
				<verse number="131">ຂ້ານ້ອຍ​ປາຖະໜາ​ຢາກ​ໄດ້​ຂໍ້ຄຳສັ່ງ​ຂອງ​ພຣະອົງ ແລະ​ຂ້ານ້ອຍ​ອ້າ​ປາກ​ດ້ວຍ​ຄວາມ​ຫິວກະຫາຍ.</verse>
				<verse number="132">ໂຜດ​ແລເບິ່ງ​ຂ້ານ້ອຍ​ດ້ວຍ​ຄວາມ​ເມດຕາ ເໝືອນ​ດັ່ງ​ພຣະອົງ​ກະທຳ​ຕໍ່​ທຸກຄົນ​ທີ່​ຮັກ​ພຣະອົງ​ນັ້ນ.</verse>
				<verse number="133">ໂຜດ​ຮັກສາ​ຂ້ານ້ອຍ​ບໍ່​ໃຫ້​ລົ້ມ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ ຢ່າ​ໃຫ້​ສິ່ງ​ຊົ່ວຮ້າຍ​ມີ​ໄຊຊະນະ​ເໜືອ​ຂ້ານ້ອຍ.</verse>
				<verse number="134">ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ຈາກ​ຄົນ​ມັກ​ກົດຂີ່ ເພື່ອ​ວ່າ​ຈະ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="135">ຂໍ​ຊົງ​ໂຜດ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ທັງ​ອວຍພອນ​ຂ້ານ້ອຍ​ດ້ວຍ. ແລະ​ສັ່ງສອນ​ຂ້ານ້ອຍ​ໃຫ້​ຮູ້​ກົດບັນຍັດ​ຂອງ​ພຣະອົງ​ແດ່ທ້ອນ.</verse>
				<verse number="136">ນໍ້າຕາ​ຂ້ານ້ອຍ​ໄຫລຫລັ່ງ​ດັ່ງ​ສາຍ​ລຳທານ ຍ້ອນ​ມະນຸດ​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ.</verse>
				<verse number="137">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຊົງ​ຍຸດຕິທຳ ແລະ​ກົດບັນຍັດ​ທັງຫລາຍ​ຂອງ​ພຣະອົງ​ກໍ​ຍຸດຕິທຳ​ດ້ວຍ.</verse>
				<verse number="138">ບັນດາ​ກົດລະບຽບ​ທີ່​ພຣະອົງ​ໄດ້​ໃຫ້​ມາ ເປັນ​ມາດຕາ​ທີ່​ທ່ຽງທຳ​ແລະ​ຖືກຕ້ອງ.</verse>
				<verse number="139">ຂ້ານ້ອຍ​ໂກດຮ້າຍ​ຫຼາຍ​ດັ່ງ​ໄຟ​ເຜົາຜານ ເພາະ​ເຫຼົ່າ​ສັດຕູ​ໄດ້​ເມີນເສີຍ​ຕໍ່​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="140">ຄຳສັນຍາ​ຂອງ​ພຣະອົງ​ນັ້ນ​ຄັກແນ່​ແທ້ ຂ້ານ້ອຍ​ຮັກ​ພຣະສັນຍາ​ຫລາຍ​ທີ່ສຸດ.</verse>
				<verse number="141">ຂ້ານ້ອຍ​ຄົນ​ຕໍ່າຕ້ອຍ​ຖືກ​ດູໝິ່ນ​ຫຍໍ້ຫຍັນ, ແຕ່​ເຊື່ອໝັ້ນ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ.</verse>
				<verse number="142">ຄວາມ​ຍຸດຕິທຳ​ຂອງ​ພຣະອົງ​ຈະ​ຍືນຍົງ​ຢູ່​ສືບໄປ ແລະ​ກົດບັນຍັດ​ຂອງ​ພຣະອົງ​ກໍ​ເປັນ​ຄວາມຈິງ​ຢູ່ເລື້ອຍ.</verse>
				<verse number="143">ຂ້ານ້ອຍ​ເດືອດຮ້ອນ​ແລະ​ໂສກເສົ້າ​ເຕັມທີ, ແຕ່​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ໄດ້​ນຳ​ຄວາມ​ເບີກບານ​ໃຈ​ມາ​ໃຫ້.</verse>
				<verse number="144">ຄຳແນະນຳ​ຂອງ​ພຣະອົງ​ນັ້ນ ເປັນ​ຄວາມຈິງ​ຢູ່​ສືບໄປ ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ເຂົ້າໃຈ​ແລະ​ຈະ​ມີ​ຊີວິດ​ຢູ່.</verse>
				<verse number="145">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ດ້ວຍ​ສຸດໃຈ ໂຜດ​ຕອບ​ຂ້ານ້ອຍ​ດ້ວຍ ເພື່ອ​ຈະ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="146">ຂ້ານ້ອຍ​ຮ້ອງຫາ​ໃຫ້​ຊ່ວຍຊູ​ໂຜດ​ຊ່ວຍ​ດ້ວຍ ແລະ​ຂ້ານ້ອຍ​ກໍ​ຈະ​ໄດ້​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະອົງ.</verse>
				<verse number="147">ກ່ອນ​ຕາເວັນ​ຂຶ້ນ ຂ້ານ້ອຍ​ກໍ​ຮ້ອງຫາ​ພຣະອົງ​ໃຫ້​ຊ່ວຍເຫຼືອ ຂ້ານ້ອຍ​ຂໍ​ຝາກ​ຄວາມຫວັງ​ໄວ້​ໃນ​ພຣະສັນຍາ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="148">ຂ້ານ້ອຍ​ນອນ​ບໍ່ໄດ້ ແລະ​ຕື່ນ​ຂຶ້ນ​ທັງຄືນ ຂ້ານ້ອຍ​ມີ​ແຕ່​ພາວັນນາ​ເຖິງ​ຄຳແນະນຳ​ຂອງ​ພຣະອົງ.</verse>
				<verse number="149">ຂ້າແດ່​ພຣະເຈົ້າຢາເວ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ນັ້ນ ໂຜດ​ຟັງ​ທັງ​ເມດຕາ​ແລະ​ຮັກສາ​ຊີວິດ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ.</verse>
				<verse number="150">ຜູ້​ຂົ່ມເຫັງ​ທີ່​ໂຫດຮ້າຍ​ຫຍັບ​ເຂົ້າ​ມາ​ໃກ້​ເຕັມທີ ຄື​ພວກ​ທີ່​ບໍ່ເຄີຍ​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະອົງ.</verse>
				<verse number="151">ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ຢູ່​ໃກ້ຊິດ​ຂ້ານ້ອຍ ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ​ລ້ວນແຕ່​ຍືນຍົງ​ຢູ່​ຕະຫລອດ.</verse>
				<verse number="152">ຂ້ານ້ອຍ​ໄດ້​ຮຽນຮູ້​ເຖິງ​ຄຳແນະນຳ​ຂອງ​ພຣະອົງ​ແຕ່​ດົນ ພຣະອົງ​ເຮັດ​ໃຫ້​ຄຳແນະນຳ​ເຫຼົ່ານັ້ນ​ດຳລົງ​ຢູ່​ຕະຫລອດໄປ.</verse>
				<verse number="153">ຂໍ​ຊົງ​ໂຜດ​ເບິ່ງ​ຂ້ານ້ອຍ​ທົນທຸກ​ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ແດ່ ເພາະ​ຂ້ານ້ອຍ​ບໍ່ໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ພຣະອົງ.</verse>
				<verse number="154">ຂໍ​ຊົງ​ໂຜດ​ເປັນ​ທະນາຍຄວາມ​ແກ້​ຄະດີ​ໃຫ້​ຂ້ານ້ອຍ ແລະ​ປ່ອຍ​ຂ້ານ້ອຍ​ໃຫ້​ເປັນ​ອິດສະຫລະ. ໂຜດ​ຊ່ວຍ​ໃຫ້​ພົ້ນ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ດ້ວຍ.</verse>
				<verse number="155">ຄົນຊົ່ວຮ້າຍ​ຈະ​ບໍ່ໄດ້​ຖືກ​ຊ່ວຍກູ້​ໃຫ້​ພົ້ນໄພ ເພາະ​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ.</verse>
				<verse number="156">ຂ້າແດ່​ພຣະເຈົ້າຢາເວ ຄວາມ​ເອັນດູ​ຂອງ​ພຣະອົງ​ນັ້ນ​ກໍ​ຍິ່ງໃຫຍ່ ໂຜດ​ສຳແດງ​ຄວາມ​ເມດຕາ​ຂອງ​ພຣະອົງ ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ​ດ້ວຍ.</verse>
				<verse number="157">ສັດຕູ​ແລະ​ຜູ້​ຂົ່ມເຫັງ​ນັ້ນ​ມີ​ຢູ່​ຫລວງຫລາຍ ແຕ່​ຂ້ານ້ອຍ​ບໍ່​ລະເລີຍ​ທີ່​ຈະ​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ.</verse>
				<verse number="158">ເມື່ອ​ເບິ່ງ​ຄົນ​ທໍລະຍົດ​ນີ້​ກໍ​ໜ້າເບື່ອ​ເຕັມທີ ເພາະວ່າ​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="159">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຮູ້ວ່າ​ຂ້ານ້ອຍ​ຮັກ​ຄຳແນະນຳ​ຂອງ​ພຣະອົງ​ຫລາຍ​ເທົ່າໃດ ຄວາມຮັກ​ຂອງ​ພຣະອົງ​ບໍ່ເຄີຍ​ປ່ຽນແປງ ສະນັ້ນ ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ​ດ້ວຍ​ເຖີດ.</verse>
				<verse number="160">ແກ່ນແທ້​ຂອງ​ກົດບັນຍັດ​ລ້ວນແຕ່​ເປັນ​ຄວາມຈິງ ການຕັດສິນ​ອັນ​ຍຸດຕິທຳ​ຂອງ​ພຣະອົງ​ກໍ​ດຳລົງ​ຢູ່​ສືບໄປ​ເປັນນິດ.</verse>
				<verse number="161">ຄົນ​ທີ່​ມີ​ອຳນາດ​ໂຈມຕີ​ຂ້ານ້ອຍ​ຢ່າງ​ບໍ່​ຍຸດຕິທຳ ແຕ່​ຂ້ານ້ອຍ​ເຄົາຣົບ​ນັບຖື​ຖ້ອຍຄຳ​ຂອງ​ພຣະອົງ.</verse>
				<verse number="162">ຂ້ານ້ອຍ​ສຸກໃຈ​ຍ້ອນ​ຖ້ອຍຄຳ​ຂອງ​ພຣະອົງ ມີ​ຄວາມສຸກ​ຫລາຍ​ເໝືອນດັ່ງ​ຄົນ​ທີ່​ພົບ​ສົມບັດ​ອັນ​ມັ່ງຄັ່ງ.</verse>
				<verse number="163">ຂ້ານ້ອຍ​ກຽດຊັງ​ການ​ຕົວະຍົວະ​ທຸກປະການ, ແຕ່​ຂ້ານ້ອຍ​ຮັກ​ກົດບັນຍັດ​ຂອງ​ພຣະອົງ.</verse>
				<verse number="164">ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ມື້​ໜຶ່ງ​ເຈັດ​ເທື່ອ ຍ້ອນ​ການຕັດສິນ​ອັນ​ຍຸດຕິທຳ​ຂອງ​ພຣະອົງ​ນັ້ນ.</verse>
				<verse number="165">ຄົນ​ທີ່​ຮັກ​ກົດບັນຍັດ​ກໍ​ມີ​ຄວາມ​ປອດໄພ​ດີ ແລະ​ບໍ່ມີ​ສິ່ງໃດ​ທີ່​ເຮັດ​ໃຫ້​ພວກເຂົາ​ລົ້ມລົງ​ໄດ້.</verse>
				<verse number="166">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ລໍຖ້າ​ພຣະອົງ​ຊ່ວຍ​ໃຫ້​ພົ້ນໄພ ສະນັ້ນ ຂ້ານ້ອຍ​ຈຶ່ງ​ໄດ້​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="167">ຈິດວິນຍານ​ຂອງ​ຂ້ານ້ອຍ​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ ແລະ​ຮັກ​ຄຳສັ່ງສອນ​ນັ້ນ​ຢ່າງ​ສຸດຈິດ​ສຸດໃຈ.</verse>
				<verse number="168">ຂ້ານ້ອຍ​ຂັບ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ແລະ​ຄຳແນະນຳ​ຂອງ​ພຣະອົງ ພຣະອົງ​ຊົງ​ຮູ້​ເຫັນ​ທຸກສິ່ງ​ທີ່​ຂ້ານ້ອຍ​ກະທຳ​ນັ້ນ.</verse>
				<verse number="169">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ໃຫ້​ສິ່ງ​ທີ່​ທູນຂໍ​ນັ້ນ​ຂຶ້ນ​ເຖິງ​ພຣະອົງ ໂຜດ​ໃຫ້​ຂ້ານ້ອຍ​ເຂົ້າໃຈ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ດ້ວຍ.</verse>
				<verse number="170">ໂຜດ​ຮັບ​ຟັງ​ຄຳພາວັນນາ​ອະທິຖານ​ຂໍ​ຂອງ​ຂ້ານ້ອຍ​ດ້ວຍ ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຕາມ​ຄຳສັນຍາ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="171">ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຢູ່​ສະເໝີໄປ ເພາະ​ພຣະອົງ​ສັ່ງສອນ​ຂ້ານ້ອຍ​ໃຫ້​ຮູ້​ກົດບັນຍັດ​ຂອງ​ພຣະອົງ.</verse>
				<verse number="172">ຂ້ານ້ອຍ​ຈະ​ຮ້ອງເພງ​ທີ່​ກ່າວ​ເຖິງ​ກົດບັນຍັດ ເພາະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຖືກຕ້ອງ​ແລະ​ທ່ຽງທຳ.</verse>
				<verse number="173">ຂໍ​ພຣະອົງ​ຕຽມພ້ອມ​ມາ​ຊ່ວຍເຫລືອ​ຂ້ານ້ອຍ ເພາະ​ຂ້ານ້ອຍ​ໄດ້​ເລືອກ​ທີ່​ຈະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="174">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຄອງຄອຍ​ການ​ໂຜດ​ຊ່ວຍ​ຂອງ​ພຣະອົງ ຫວັງ​ແຕ່​ໃຫ້​ພຣະອົງ​ຊ່ວຍຊູ. ຂ້ານ້ອຍ​ພົບ​ຄວາມສຸກ​ໃນ​ກົດບັນຍັດ​ຂອງ​ພຣະອົງ.</verse>
				<verse number="175">ຂໍ​ຊົງ​ໂຜດ​ຮັກສາ​ຊີວິດ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ ເພື່ອ​ຈະ​ສາມາດ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຂໍ​ໃຫ້​ຂໍ້​ຄຳແນະນຳ​ຂອງ​ພຣະອົງ​ຊ່ວຍເຫຼືອ​ຂ້ານ້ອຍ​ດ້ວຍ.</verse>
				<verse number="176">ຂ້ານ້ອຍ​ຫລົງທາງ​ເໝືອນດັ່ງ​ແກະ​ທີ່​ຫລົງເສຍ​ໄປ. ສະນັ້ນ ຂໍ​ພຣະອົງ​ຊອກ​ຫາ​ຂ້ານ້ອຍ​ແດ່ທ້ອນ ຄື​ຊອກ​ຫາ​ຜູ້ຮັບໃຊ້​ຂອງ​ພຣະອົງ ເພາະ​ຂ້ານ້ອຍ​ບໍ່ໄດ້​ປະຖິ້ມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຈັກເທື່ອ.</verse>
			</chapter>
			<chapter number="120">
				<verse number="1">ເມື່ອ​ຂ້ານ້ອຍ​ເດືອດຮ້ອນ ຂ້ານ້ອຍ​ກໍ​ໄຫວ້ວອນ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫຼືອ ແລະ​ພຣະອົງ​ກໍ​ຊົງ​ຕອບ​ຂ້ານ້ອຍ.</verse>
				<verse number="2">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ ຈາກ​ຄົນ​ຂີ້ຕົວະ ແລະ​ຄົນຫລອກລວງ​ດ້ວຍ.</verse>
				<verse number="3">ພວກ​ຄົນ​ຂີ້ຕົວະ​ເອີຍ ພວກເຈົ້າ​ສະສົມ​ອັນໃດ​ໄວ້​ແກ່​ຕົນ​ແດ່? ພຣະອົງ​ຈະ​ລົງໂທດ​ພວກເຈົ້າ​ຢ່າງໃດ​ຮູ້ບໍ່?</verse>
				<verse number="4">ກໍ​ດ້ວຍ​ລູກໜ້າ​ທະນູ​ອັນ​ແຫລມຄົມ​ຂອງ​ນັກຮົບ ແລະ​ຖ່ານໄຟ​ແດງ​ໄໝ້​ເຜົາຜານ​ແນ່ນອນ.</verse>
				<verse number="5">ການ​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ​ກໍ​ຊົ່ວ​ເທົ່າ​ກັບ​ຢູ່​ນຳ ຊາວ​ເມເຊັກ​ຫລື​ນຳ​ປະຊາຊົນ​ແຫ່ງ​ເກດາ​ນັ້ນ.</verse>
				<verse number="6">ຂ້ານ້ອຍ​ໄດ້​ອາໄສ​ຢູ່ ນຳ​ປະຊາຊົນ​ທີ່​ກຽດຊັງ​ສັນຕິສຸກ,</verse>
				<verse number="7">ເມື່ອ​ເອີ່ຍ​ປາກ​ເວົ້າ​ເຖິງ​ຄວາມ​ສະຫງົບສຸກ ພວກເຂົາ​ກໍ​ເອີ່ຍ​ວາຈາ​ເຖິງ​ເສິກ​ສົງຄາມ​ທັນທີ.</verse>
			</chapter>
			<chapter number="121">
				<verse number="1">ຂ້ານ້ອຍ​ຫລຽວ​ຂຶ້ນ​ໄປ​ເທິງ​ພູ​ທັງຫລາຍ ຈະ​ມີ​ຜູ້ໃດ​ແດ່​ບໍ ພໍ​ຊ່ວຍເຫລືອ​ຂ້ານ້ອຍ​ໄດ້?</verse>
				<verse number="2">ຄວາມ​ຊ່ວຍເຫລືອ​ຂອງ​ຂ້ານ້ອຍ​ຈະ​ມາ​ແຕ່​ພຣະເຈົ້າຢາເວ ອົງ​ທີ່​ໄດ້​ສ້າງ​ສະຫວັນ​ແລະ​ແຜ່ນດິນ​ໂລກ.</verse>
				<verse number="3">ພຣະອົງ​ຈະ​ບໍ່​ຍອມ​ໃຫ້​ເຈົ້າ​ພະລາດ​ລົ້ມ​ລົງ​ໄປ ພຣະຜູ້​ຄຸ້ມຄອງ​ຈະ​ປົກປັກ​ຮັກສາ​ເຈົ້າ​ໄວ້.</verse>
				<verse number="4">ພຣະອົງ​ເປັນ​ຜູ້​ປົກປ້ອງ​ຄຸ້ມຄອງ​ຊາດ​ອິດສະຣາເອນ ພຣະອົງ​ບໍ່ໄດ້​ເຊືອບນອນ​ຫລັບ​ໄປ​ຈັກເທື່ອ.</verse>
				<verse number="5">ພຣະເຈົ້າຢາເວ​ຈະ​ເຝົ້າ​ຮັກສາ​ເຈົ້າ​ໄວ້ ພຣະເຈົ້າຢາເວ​ຢູ່​ຄຽງ​ຂ້າງ​ເພື່ອ​ປົກປ້ອງ​ເຈົ້າ​ໄວ້.</verse>
				<verse number="6">ຕາເວັນ​ຈະ​ບໍ່​ເປັນ​ອັນຕະລາຍ​ແກ່​ເຈົ້າ​ໃນ​ກາງເວັນ ດວງເດືອນ​ກໍ​ຈະ​ບໍ່​ເປັນ​ອັນຕະລາຍ​ໃນ​ກາງຄືນ.</verse>
				<verse number="7">ພຣະເຈົ້າຢາເວ​ຈະ​ປົກປ້ອງ​ເຈົ້າ​ໃຫ້​ພົ້ນ​ຈາກ​ໂພຍໄພ ທັງ​ຈະ​ເຝົ້າ​ຮັກສາ​ເຈົ້າ​ໃຫ້​ຢູ່​ຢ່າງ​ປອດໄພ​ໄດ້.</verse>
				<verse number="8">ພຣະເຈົ້າຢາເວ​ຈະ​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໃນ​ການ​ໄປມາ​ຂອງເຈົ້າ ຕັ້ງແຕ່​ບັດນີ້ ແລະ​ສືບໆໄປ​ເປັນນິດ.</verse>
			</chapter>
			<chapter number="122">
				<verse number="1">ຊ່າງ​ດີໃຈ​ແທ້ໆ​ເມື່ອ​ພວກເຂົາ​ເຊີນຊວນ ຂ້ານ້ອຍ​ດັ່ງນີ້​ວ່າ, “ໃຫ້​ພວກເຮົາ​ພາກັນ​ຂຶ້ນ​ໄປ​ຍັງ​ວິຫານ​ຂອງ​ພຣະເຈົ້າຢາເວ.”</verse>
				<verse number="2">ເຢຣູຊາເລັມ​ເອີຍ ພວກເຮົາ​ກຳລັງ​ຢືນ​ຢູ່​ໃນ​ປະຕູ​ກຳແພງ​ຂອງເຈົ້າ.</verse>
				<verse number="3">ນະຄອນ​ເຢຣູຊາເລັມ​ເປັນ​ເມືອງ​ທີ່​ໄດ້​ສ້ອມແປງ​ຂຶ້ນໃໝ່ ຊຶ່ງ​ເປັນ​ລະບຽບ​ຮຽບຮ້ອຍ​ສະອາດ​ງາມຕາ.</verse>
				<verse number="4">ທີ່ນີ້​ເປັນ​ບ່ອນ​ບັນດາ​ເຜົ່າ​ຂອງ​ພຣະເຈົ້າຢາເວ ມາ​ຖວາຍ​ຂອບພຣະຄຸນ​ແດ່​ພຣະນາມ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ກຳນົດ​ໄວ້​ແກ່​ຊາດ​ອິດສະຣາເອນ.</verse>
				<verse number="5">ພຣະທີ່ນັ່ງ​ແຫ່ງ​ການ​ພິພາກສາ​ກໍໄດ້​ຕັ້ງ​ຢູ່​ທີ່​ນັ້ນ ຄື​ພຣະທີ່ນັ່ງ​ຂອງ​ຣາຊວົງ​ດາວິດ.</verse>
				<verse number="6">ຈົ່ງ​ພາວັນນາ​ອະທິຖານ ເພື່ອ​ໃຫ້​ນະຄອນ​ເຢຣູຊາເລັມ​ມີ​ຄວາມ​ສະຫງົບສຸກ “ຈົ່ງ​ຈະເລີນ​ເທີ້ນ​ທຸກຄົນ​ທີ່​ຮັກ​ນະຄອນ​ເຢຣູຊາເລັມ​ເອີຍ</verse>
				<verse number="7">ຂໍ​ໃຫ້​ຄວາມ​ສະຫງົບສຸກ​ນັ້ນ​ມີ​ຢູ່​ພາຍໃນ​ກຳແພງ​ຂອງ​ເຈົ້າ ແລະ​ຂໍ​ໃຫ້​ມີ​ຄວາມ​ປອດໄພ​ດີ​ຢູ່​ໃນ​ບັນດາ​ວັງ​ຂອງ​ເຈົ້າ​ດ້ວຍ.”</verse>
				<verse number="8">ເພາະ​ເຫັນ​ແກ່​ໝູ່ເພື່ອນ ແລະ​ຍາດຕິພີ່ນ້ອງ​ຂອງ​ຂ້ານ້ອຍ, ຂ້ານ້ອຍ​ຈຶ່ງ​ກ່າວ​ກັບ​ນະຄອນ​ເຢຣູຊາເລັມ ວ່າ, “ຈົ່ງ​ມີ​ຄວາມ​ສະຫງົບສຸກ​ເຖີດ.”</verse>
				<verse number="9">ເພາະ​ເຫັນ​ແກ່​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ, ຂ້ານ້ອຍ​ຈຶ່ງ​ພາວັນນາ​ອະທິຖານ ເພື່ອ​ຄວາມຈະເລີນ​ຮຸ່ງເຮືອງ​ຂອງທ່ານ.</verse>
			</chapter>
			<chapter number="123">
				<verse number="1">ຂ້ານ້ອຍ​ແຫງນ​ໜ້າ​ແນມຫາ​ພຣະອົງ ຂ້ານ້ອຍ​ແຫງນ​ສູ່​ຟ້າ​ສະຫວັນ ບ່ອນ​ທີ່​ພຣະອົງ​ປົກຄອງ​ຢູ່​ນັ້ນ.</verse>
				<verse number="2">ດັ່ງ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ເພິ່ງພາ​ອາໄສ​ນາຍ​ຂອງຕົນ ດັ່ງ​ສາວໃຊ້​ຜູ້ໜຶ່ງ​ເພິ່ງອີງ​ນາຍຍິງ​ຂອງຕົນ​ນັ້ນ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ຈະ​ແນມຫາ​ຈົນ​ພຣະເມດຕາ​ມາຮອດ.</verse>
				<verse number="3">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເມດຕາ​ພວກ​ຂ້ານ້ອຍ​ແດ່ທ້ອນ ເພາະ​ພວກ​ຂ້ານ້ອຍ​ນັ້ນ​ຖືກ​ຫຍໍ້ຫຍັນ​ຢ່າງໜັກ.</verse>
				<verse number="4">ດົນນານ​ແລ້ວ​ທີ່​ຖືກ​ເຍາະເຍີ້ຍ​ຈາກ​ຄົນຮັ່ງມີ ແລະ​ຖືກ​ດູໝິ່ນ​ຈາກ​ຄົນ​ກົດຂີ່​ທີ່​ຈອງຫອງ​ດ້ວຍ.</verse>
			</chapter>
			<chapter number="124">
				<verse number="1">ຈະ​ເປັນ​ຢ່າງ​ໃດ ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ ບໍ່​ຢູ່​ຝ່າຍ​ພວກເຮົາ? ໂອ ຊາດ​ອິດສະຣາເອນ​ເອີຍ ຈົ່ງ​ຕອບ​ມາ​ເບິ່ງ!</verse>
				<verse number="2">ຖ້າ​ພຣະເຈົ້າຢາເວ​ບໍ່​ຢູ່​ຝ່າຍ​ພວກເຮົາ ເມື່ອ​ເຫຼົ່າ​ສັດຕູ​ໄດ້​ບຸກ​ເຂົ້າ​ມາ​ໂຈມຕີ​ນັ້ນ.</verse>
				<verse number="3">ພວກເຂົາ​ກໍ​ຈະ​ກືນກິນ​ພວກເຮົາ​ທັງເປັນ​ຈົນ​ໝົດກ້ຽງ ເພາະ​ຄວາມ​ຄຽດແຄ້ນ​ໃຫຍ່​ຕໍ່ສູ້​ພວກເຮົາ​ນັ້ນ.</verse>
				<verse number="4">ແລ້ວ​ກະແສ​ນໍ້າ​ຖ້ວມ​ກໍ​ຈະ​ພັດ​ພວກເຮົາ​ໄປ ນໍ້າ​ຈະ​ໄຫລ​ມາ​ຖ້ວມ​ພວກເຮົາ</verse>
				<verse number="5">ທັງ​ກະແສ​ຄື້ນ​ນໍ້າ​ອັນ​ຮ້າຍແຮງ ກໍ​ຈະ​ພັດ​ເອົາ​ພວກເຮົາ​ຈົມ​ລົງ​ໄປ​ໃນ​ນໍ້າ.</verse>
				<verse number="6">ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ທີ່​ພຣະອົງ​ບໍ່​ໃຫ້​ສັດຕູ​ທຳລາຍ​ພວກເຮົາ​ໄດ້.</verse>
				<verse number="7">ພວກເຮົາ​ໜີໄປ​ໄດ້​ດັ່ງ​ນົກ​ໜີ​ຈາກ​ແຮ້ວ​ນາຍພານ. ແຮ້ວ​ຂາດ​ໄປ​ແລະ​ພວກເຮົາ​ກໍ​ເປັນ​ອິດສະຫລະ</verse>
				<verse number="8">ຄວາມ​ຊ່ວຍເຫຼືອ​ຂອງ​ພວກເຮົາ​ນັ້ນ ມາ​ຈາກ​ພຣະນາມ​ຂອງ​ພຣະເຈົ້າຢາເວ ອົງ​ຊົງ​ສ້າງ​ສະຫວັນ​ແລະ​ແຜ່ນດິນ​ໂລກ.</verse>
			</chapter>
			<chapter number="125">
				<verse number="1">ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ກໍ​ເປັນ​ດັ່ງ​ພູເຂົາ​ຊີໂອນ ທີ່​ບໍ່ມີ​ຫຍັງ​ເຮັດ​ໃຫ້​ສະເທືອນ ແລະ​ເຄື່ອນຍ້າຍ​ໄດ້.</verse>
				<verse number="2">ເມື່ອ​ພູ​ຕ່າງໆ​ໄດ້​ອ້ອມ​ນະຄອນ​ເຢຣູຊາເລັມ​ໄວ້​ສັນໃດ ພຣະເຈົ້າຢາເວ​ກໍ​ອ້ອມຮອບ​ປະຊາຊົນ​ຂອງ​ພຣະອົງ​ໄວ້​ສັນນັ້ນ.</verse>
				<verse number="3">ຄົນຊົ່ວ​ຈະ​ບໍ່​ປົກຄອງ​ດິນແດນ​ຄົນ​ຊອບທຳ​ເລື້ອຍໄປ ຖ້າ​ເປັນ​ດັ່ງນັ້ນ ຄົນ​ຊອບທຳ​ກໍ​ອາດ​ຈະ​ຍື່ນມື​ກະທຳ​ຊົ່ວ​ຄືກັນ.</verse>
				<verse number="4">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເຮັດ​ດີ​ຕໍ່​ຜູ້​ທີ່​ເຮັດ​ດີ​ດ້ວຍ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ,</verse>
				<verse number="5">ແຕ່​ບັນດາ​ຜູ້​ທີ່​ດຳເນີນ​ຕາມ​ທາງຄົດ​ຂອງ​ເຂົາ ພຣະເຈົ້າຢາເວ​ກໍ​ຈະ​ຊົງ​ລົງໂທດ​ເຂົາ ພ້ອມ​ກັບ​ການກະທຳ​ຊົ່ວ​ຂອງ​ເຂົາເອງ. ຂໍ​ໃຫ້​ຊົນຊາດ​ອິດສະຣາເອນ ຈົ່ງ​ມີ​ແຕ່​ຄວາມສຸກ​ເທີ້ນ.</verse>
			</chapter>
			<chapter number="126">
				<verse number="1">ເມື່ອ​ພຣະເຈົ້າຢາເວ​ນຳ​ພວກເຮົາ ຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ເລື່ອງ​ທັງໝົດ​ຈຶ່ງ​ເປັນ​ດັ່ງ​ຄວາມຝັນ</verse>
				<verse number="2">ພວກ​ຂ້ານ້ອຍ​ຫົວເລາະ​ຢ່າງ​ບໍ່ຢຸດ​ບໍ່ເຊົາ ທັງ​ສົ່ງ​ສຽງ​ອັນ​ດັງ​ໂຮຮ້ອງ​ຍິນດີ​ຢ່າງໃຫຍ່ ແລ້ວ​ຊົນຊາດ​ອື່ນໆ​ກໍ​ເວົ້າ​ເຖິງ​ພວກເຮົາ​ວ່າ, “ພຣະເຈົ້າຢາເວ​ເຮັດ​ສິ່ງ​ຍິ່ງໃຫຍ່​ໃຫ້​ພວກເຂົາ​ແລ້ວ.”</verse>
				<verse number="3">ພຣະເຈົ້າຢາເວ​ໄດ້​ຊົງ​ກະທຳ​ສິ່ງ​ຍິ່ງໃຫຍ່​ສຳລັບ​ພວກເຮົາ, ພວກເຮົາ​ທຸກຄົນ​ຕ່າງ​ກໍ​ມີ​ຄວາມສຸກ​ຫລາຍ​ທີ່ສຸດ.</verse>
				<verse number="4">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເຮັດ​ໃຫ້​ຈະເລີນ​ຮຸ່ງເຮືອງ​ຄືນ​ໃໝ່ ດັ່ງ​ສາຍຝົນ​ຄືນ​ມາ​ສູ່​ຫ້ວຍນໍ້າ​ທີ່​ເນເກັບ.</verse>
				<verse number="5">ຂໍ​ໃຫ້​ພວກ​ທີ່​ຮ້ອງໄຫ້​ໃນ​ຂະນະທີ່​ຫວ່ານ​ລົງ​ໄປ ໄດ້​ຮິບໂຮມ​ເກັບກ່ຽວ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ.</verse>
				<verse number="6">ພວກ​ທີ່​ຮ້ອງໄຫ້​ຂະນະທີ່​ຫາບ​ເມັດພືດ​ອອກ​ໄປ ຈະ​ໄດ້​ນຳ​ຜົນ​ເກັບກ່ຽວ​ມາ​ດ້ວຍ​ການ​ຮ້ອງເພງ​ຢ່າງ​ຊື່ນຊົມ​ຍິນດີ.</verse>
			</chapter>
			<chapter number="127">
				<verse number="1">ຖ້າ​ພຣະເຈົ້າຢາເວ​ບໍ່​ກໍ່​ບ້ານ ສ້າງ​ເຮືອນ​ຊານ, ວຽກການ​ຄົນ​ກໍ່ສ້າງ​ທັງໝົດ​ກໍ​ໄຮ້ປະໂຫຍດ. ຖ້າ​ພຣະເຈົ້າຢາເວ​ບໍ່​ປ້ອງກັນ​ບ້ານເມືອງ, ທະຫານ​ຢືນ​ຍາມ​ກໍ​ໃຊ້​ການ​ຫຍັງ​ບໍ່ໄດ້.</verse>
				<verse number="2">ມັນ​ໄຮ້ປະໂຫຍດ​ທີ່​ນອນເດິກ​ລຸກເຊົ້າ​ທຸກ​ວັນ ໂດຍ​ເຮັດ​ວຽກ​ທຳງານ​ໜັກ​ເພື່ອ​ຫາ​ລ້ຽງຊີບ ເພາະ​ຜູ້​ທີ່​ພຣະອົງ​ຊົງ​ຮັກ​ຈຶ່ງ​ຈັດ​ໃຫ້​ຕາມ​ທີ່​ຕ້ອງການ ໃນ​ຂະນະທີ່​ພັກຜ່ອນ​ຢ່າງ​ສຸກ​ສະບາຍ​ຢູ່ນັ້ນ.</verse>
				<verse number="3">ເດັກນ້ອຍ​ຄື​ຂອງຂວັນ​ທີ່​ພຣະເຈົ້າຢາເວ​ໂຜດ​ປະທານ ພວກເຂົາ​ຄື​ພອນ​ອັນ​ແທ້ຈິງ.</verse>
				<verse number="4">ຜູ້​ທີ່​ມີ​ລູກ​ຫລາຍ​ຄົນ​ເມື່ອ​ຍັງ​ໜຸ່ມ ກໍ​ເທົ່າ​ກັບ​ທະຫານ​ມີ​ລູກທະນູ​ຫລາຍ​ອັນ​ໃນ​ບັ້ງ.</verse>
				<verse number="5">ຄວາມສຸກ​ເປັນ​ຂອງ​ຄົນ​ທີ່​ມີ​ທະນູ​ຫລາຍ​ລູກ​ໃນ​ມື ເມື່ອ​ປະເຊີນ​ກັບ​ສັດຕູ​ໃນ​ທີ່​ຕັດສິນ​ຈະ​ບໍ່​ພ່າຍແພ້.</verse>
			</chapter>
			<chapter number="128">
				<verse number="1">ຄວາມສຸກ​ເປັນ​ຂອງ​ທຸກຄົນ​ຜູ້​ທີ່​ຢ້ານຢຳ​ພຣະເຈົ້າຢາເວ ຄື​ຜູ້​ທີ່​ໃຊ້​ຊີວິດ​ເຮັດ​ຕາມ​ກົດບັນຍັດ​ຂອງ​ພຣະອົງ.</verse>
				<verse number="2">ເຈົ້າ​ຈະ​ທຳມາ​ຫາກິນ​ດ້ວຍ​ເຫື່ອແຮງ​ຂອງເຈົ້າ ເຈົ້າ​ຈະ​ມີ​ຄວາມສຸກ​ແລະ​ມີ​ຄວາມ​ຈະເລີນ​ຂຶ້ນ.</verse>
				<verse number="3">ເມຍ​ເຈົ້າ​ນັ້ນ​ຈະ​ເປັນ​ດັ່ງ​ຕົ້ນອະງຸ່ນ​ພັນດີ ທີ່​ມີ​ໝາກດົກງາມ​ໃນ​ບ້ານ​ເຮືອນ​ຂອງເຈົ້າ ແລະ​ພວກ​ລູກຊາຍ​ທີ່​ນັ່ງ​ຢູ່​ອ້ອມຂ້າງ​ອ້ອມແອວ ກໍ​ເປັນ​ດັ່ງ​ແຖວ​ຕົ້ນ​ກອກເທດໜຸ່ມ​ຢູ່​ອ້ອມຮອບ​ເຈົ້າ.</verse>
				<verse number="4">ດັ່ງນີ້ແຫລະ ຄົນ​ທີ່​ຢຳເກງ​ພຣະເຈົ້າຢາເວ ຈະ​ໄດ້​ຮັບ​ພຣະພອນ.</verse>
				<verse number="5">ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ເຈົ້າ​ຈາກ​ພູເຂົາ​ຊີໂອນ ຂໍ​ໃຫ້​ເຈົ້າ​ເຫັນ​ຄວາມ​ຈະເລີນ​ຮຸ່ງເຮືອງ ຂອງ​ນະຄອນ​ເຢຣູຊາເລັມ​ຕະຫລອດ​ຊີວິດ​ຂອງເຈົ້າ.</verse>
				<verse number="6">ຂໍ​ໃຫ້​ເຈົ້າ​ມີ​ຊີວິດ​ຢູ່​ຢ່າງ​ຍືນຍາວ ຈົນ​ໄດ້​ເຫັນ​ລູກຫລານ​ເຫຼັນ​ຫລ້ອນ ຂໍ​ໃຫ້​ສັນຕິສຸກ​ຈົ່ງ​ມີ​ແກ່​ຊາດ​ອິດສະຣາເອນ​ເທີ້ນ.</verse>
			</chapter>
			<chapter number="129">
				<verse number="1">ໃຫ້​ອິດສະຣາເອນ​ກ່າວ​ເຖີດ​ວ່າ, “ພວກເຂົາ​ໄດ້​ໃຫ້​ຂ້ານ້ອຍ​ທຸກຍາກ​ຢ່າງໜັກ ຕັ້ງແຕ່​ຍັງ​ໜຸ່ມນ້ອຍ​ເປັນ​ຕົ້ນມາ.</verse>
				<verse number="2">ພວກເຂົາ​ຂົ່ມເຫັງ​ຢ່າງ​ໂຫດຮ້າຍ​ແຕ່​ຄາວ​ຍັງ​ໜຸ່ມ​ມາ ແຕ່​ວ່າ​ພວກເຂົາ​ເອົາ​ຊະນະ​ຂ້ານ້ອຍ​ບໍ່ໄດ້​ເລີຍ.</verse>
				<verse number="3">ພວກເຂົາ​ຂີດ​ຫລັງ​ຂອງ​ຂ້ານ້ອຍ​ໃຫ້​ເປັນ​ຮອຍ​ບາດແຜ ໃຫ້​ເປັນ​ດັ່ງ​ຮອຍ​ດິນ​ນາ​ທີ່​ຖືກ​ໄຖ​ແລ້ວ.</verse>
				<verse number="4">ແຕ່​ພຣະເຈົ້າຢາເວ​ເປັນ​ອົງ​ທີ່​ຊອບທຳ ໄດ້​ປົດປ່ອຍ​ໃຫ້​ຫລຸດພົ້ນ​ຈາກ​ການ​ເປັນ​ທາດ.”</verse>
				<verse number="5">ຂໍ​ໃຫ້​ທຸກໆ​ຄົນ​ທີ່​ກຽດຊັງ​ພູເຂົາ​ຊີໂອນ ພ່າຍແພ້​ແລະ​ຖືກ​ຂັບໄລ່​ຄືນ​ໄປ​ເຖີດ.</verse>
				<verse number="6">ຂໍ​ໃຫ້​ພວກເຂົາ​ທັງໝົດ​ເປັນ​ດັ່ງ​ຫຍ້າ​ທີ່​ປົ່ງ​ຕາມ​ຫລັງຄາ ຊຶ່ງ​ຫ່ຽວແຫ້ງ​ຕາຍໄປ​ກ່ອນ​ມັນ​ຈະ​ໃຫຍ່​ຂຶ້ນ.</verse>
				<verse number="7">ບໍ່ມີ​ຜູ້ໃດ​ຮວບຮວມ​ມັນ​ໄດ້​ພໍ​ກຳມື ຫລື​ຂົນ​ເອົາ​ໜີໄປ​ພໍ​ເປັນ​ມັດ​ໄດ້.</verse>
				<verse number="8">ບໍ່ມີ​ຜູ້ໃດ​ຈັກ​ຄົນ​ທີ່​ກ້າວ​ຍ່າງ​ກາຍ​ໄປ ຈະ​ສາມາດ​ກ່າວ​ຕໍ່​ພວກເຂົາ​ໄດ້​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ພວກເຈົ້າ​ເດີ ເຮົາ​ຂໍ​ອວຍພອນ​ພວກເຈົ້າ​ໃນ​ພຣະນາມ​ຂອງ​ພຣະເຈົ້າຢາເວ.”</verse>
			</chapter>
			<chapter number="130">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ເມື່ອ​ຂ້ານ້ອຍ​ທຸກໂສກ​ເພາະ​ສິ້ນຫວັງ ຈຶ່ງ​ຮ້ອງຫາ​ພຣະອົງ.</verse>
				<verse number="2">ໂອ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂໍ​ຊົງ​ໂຜດ​ຟັງ​ສຽງ​ຮ້ອງໄຫ້​ຂອງ​ຂ້ານ້ອຍ​ດ້ວຍ ໂຜດ​ຟັງ​ສຽງ​ຂອງ​ຂ້ານ້ອຍ​ເອີ້ນ​ຫາ​ໃຫ້​ຊ່ວຍເຫຼືອ​ແດ່ທ້ອນ.</verse>
				<verse number="3">ຖ້າ​ພຣະອົງ, ພຣະເຈົ້າຢາເວ​ບັນທຶກ​ການບາບ​ຂອງ​ພວກ​ຂ້ານ້ອຍ ໂອ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ແມ່ນ​ຜູ້ໃດ​ນໍ ຈະ​ໜີ​ພົ້ນ​ໄດ້​ຈາກ​ການລົງໂທດ​ນີ້?</verse>
				<verse number="4">ແຕ່​ພຣະອົງ​ຍົກໂທດ​ໃຫ້​ແກ່​ພວກ​ຂ້ານ້ອຍ ເພື່ອ​ວ່າ​ພວກ​ຂ້ານ້ອຍ​ຈະ​ໄດ້​ຢຳເກງ​ຢູ່​ຊ້ອງໜ້າ​ຂອງ​ພຣະອົງ.</verse>
				<verse number="5">ຂ້ານ້ອຍ​ລໍ​ຖ້າ​ຢ່າງ​ຮ້ອນຮົນ​ໃຫ້​ພຣະເຈົ້າຢາເວ​ຊ່ວຍເຫຼືອ ແລະ​ໄວ້ວາງໃຈ​ໃນ​ຖ້ອຍຄຳ​ຂອງ​ພຣະອົງ.</verse>
				<verse number="6">ຂ້ານ້ອຍ​ຄອງຄອຍ​ຖ້າ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ຈິດໃຈ​ຮ້ອນຮົນ ຍິ່ງກວ່າ​ຄົນເຝົ້າຍາມ​ຄອງຄອຍ​ຖ້າ​ໃຫ້​ເຖິງ​ຮຸ່ງເຊົ້າ.</verse>
				<verse number="7">ອິດສະຣາເອນ​ເອີຍ ຈົ່ງ​ວາງໃຈ​ໃນ​ພຣະເຈົ້າຢາເວ ເພາະ​ຄວາມຮັກ​ຂອງ​ພຣະເຈົ້າຢາເວ​ນັ້ນ​ໝັ້ນຄົງ. ແລະ​ພຣະອົງ​ກໍ​ຕັ້ງໃຈ​ທີ່​ຈະ​ຊ່ວຍ​ໃຫ້​ພົ້ນໄພ​ຢູ່​ສະເໝີ</verse>
				<verse number="8">ພຣະອົງ​ຈະ​ໄຖ່​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ໃຫ້​ພົ້ນ​ຈາກ​ການບາບ​ທຸກຢ່າງ​ຂອງ​ພວກ​ເຂົາເຈົ້າ.</verse>
			</chapter>
			<chapter number="131">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ເຊົາ​ອວດດີ​ອວດເດັ່ນ​ແລ້ວ ແລະ​ຫັນໜີ​ຈາກ​ຄວາມ​ຂີ້ອົ່ງ​ຈອງຫອງ​ດ້ວຍ. ຂ້ານ້ອຍ​ບໍ່​ຫ່ວງ​ໃນ​ຄວາມ​ເປັນໃຫຍ່​ເປັນໂຕ ຫລື​ໃນ​ເລື່ອງ​ໃດໆ​ທີ່​ເກີນ​ກຳລັງ​ປັນຍາ​ນັ້ນ.</verse>
				<verse number="2">ແຕ່​ຂ້ານ້ອຍ​ມີ​ຄວາມ​ພໍໃຈ​ແລະ​ສັນຕິສຸກ ດັ່ງ​ເດັກນ້ອຍ​ທີ່​ນອນຫລັບ​ສະບາຍ​ຫາຍ​ຮ້ອນ ໃນ​ອ້ອມກອດ​ມານດາ​ຜູ້​ເປັນ​ແມ່ ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ ສະຫງົບ​ງຽບ​ຢູ່​ໃນ​ຈິດໃຈ.</verse>
				<verse number="3">ອິດສະຣາເອນ​ເອີຍ ຈົ່ງ​ຫວັງໃຈ​ໃນ​ພຣະເຈົ້າຢາເວ ແຕ່​ບັດນີ້​ແລະ​ສືບໆໄປ​ເປັນນິດ.</verse>
			</chapter>
			<chapter number="132">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຢ່າ​ລືມໄລ​ດາວິດ ແລະ​ຄວາມ​ລຳບາກ​ທຸກຢ່າງ​ທີ່​ເພິ່ນ​ໄດ້​ທົນ​ນັ້ນ.</verse>
				<verse number="2">ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຈື່ຈຳ​ສິ່ງ​ທີ່​ເພິ່ນ​ໄດ້​ສາບານ ສາບານ​ກັບ​ອົງ​ຊົງ​ຣິດ​ອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ​ວ່າ,</verse>
				<verse number="3">“ຂ້ານ້ອຍ​ຈະ​ບໍ່​ເມືອບ້ານ​ຫລື​ເຂົ້າ​ໄປ​ນອນ ແລະ​ຈະ​ບໍ່​ພັກຜ່ອນ​ຫລື​ເຊືອບຫລັບ​ໄປ​ດ້ວຍ</verse>
				<verse number="4"></verse>
				<verse number="5">ຈົນກວ່າ​ຂ້ານ້ອຍ​ຈັດຫາ​ສະຖານທີ່​ສຳລັບ​ພຣະເຈົ້າຢາເວ​ສະຖິດ ຄື​ທີ່ຢູ່​ສຳລັບ​ອົງ​ຊົງ​ຣິດ​ອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ.”</verse>
				<verse number="6">ທີ່​ເອຟຣາທາ​ພວກເຮົາ​ໄດ້ຍິນ​ເຖິງ​ຫີບ​ພັນທະສັນຍາ ທີ່​ທົ່ງນາ​ເຢອາຣິມ ພວກເຮົາ​ໄດ້​ພົບ​ຫີບ​ນີ້.</verse>
				<verse number="7">ພວກເຮົາ​ກ່າວ​ວ່າ, “ຈົ່ງ​ໄປ​ທີ່​ຜາສາດ​ຂອງ​ພຣະອົງ ໃຫ້​ເຮົາ​ພາກັນ​ຂາບລົງ​ນະມັດສະການ​ຕໍ່ໜ້າ​ພຣະ​ບັນລັງ​ຂອງ​ພຣະອົງ.”</verse>
				<verse number="8">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ສະເດັດ​ມາ​ທີ່​ພຣະວິຫານ ພ້ອມ​ກັບ​ຫີບ​ພັນທະສັນຍາ ຊຶ່ງ​ເປັນ​ສັນຍາລັກ​ແຫ່ງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ສະຖິດ​ຢູ່​ບ່ອນ​ນີ້​ຕະຫລອດໄປ​ເປັນນິດ.</verse>
				<verse number="9">ຂໍ​ໃຫ້​ພວກ​ປະໂຣຫິດ​ກະທຳ​ສິ່ງ​ທີ່​ຖືກຕ້ອງ​ສະເໝີໄປ ຂໍ​ໃຫ້​ປະຊາຊົນ​ທຸກຄົນ​ຂອງ​ພຣະອົງ​ໂຮຮ້ອງ​ຍິນດີ​ເຖີດ.</verse>
				<verse number="10">ພຣະອົງ​ໄດ້​ສັນຍາ​ກັບ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ ຂໍ​ຢ່າ​ປະຖິ້ມ​ກະສັດ​ທີ່​ໄດ້​ຊົງ​ຫົດສົງ.</verse>
				<verse number="11">ພຣະເຈົ້າຢາເວ​ໄດ້​ເຮັດ​ສາບານ​ຢ່າງ​ໜັກແໜ້ນ​ໄວ້​ກັບ​ດາວິດ ເປັນ​ຄຳສາບານ​ທີ່​ພຣະອົງ​ບໍ່​ຖອນ​ຄືນ​ເປັນ​ວ່າ, “ເຮົາ​ຈະ​ຕັ້ງ​ລູກຊາຍ​ຂອງເຈົ້າ​ຄົນ​ໜຶ່ງ​ໃຫ້​ເປັນ​ກະສັດ ແລະ​ລາວ​ຈະ​ປົກຄອງ​ສືບຕໍ່​ແທນ​ເຈົ້າ.”</verse>
				<verse number="12">ຖ້າ​ລູກຊາຍ​ຂອງເຈົ້າ​ສັດຊື່​ຕໍ່​ພັນທະສັນຍາ​ຂອງເຮົາ ຕະຫລອດ​ທັງ​ຂໍ້ຄຳສັ່ງ​ທີ່​ເຮົາ​ໄດ້​ໃຫ້​ແກ່​ພວກເຂົາ​ນັ້ນ ແລ້ວ​ລູກຊາຍ​ຂອງ​ພວກເຂົາ​ກໍ​ຈະ​ໄດ້​ເປັນ​ກະສັດ​ຄືກັນ ເພື່ອ​ສືບຕໍ່​ເປັນ​ກະສັດ​ທຸກຍຸກ​ທຸກສະໄໝ​ແທນ​ເຈົ້າ.</verse>
				<verse number="13">ພຣະເຈົ້າຢາເວ​ໄດ້​ເລືອກເຟັ້ນ​ເອົາ​ພູເຂົາ​ຊີໂອນ ພຣະອົງ​ຕ້ອງການ​ເຮັດ​ໃຫ້​ພູນີ້​ເປັນ​ທີ່​ປະທັບ​ຂອງ​ພຣະອົງ.</verse>
				<verse number="14">ພຣະອົງ​ໄດ້​ກ່າວ​ວ່າ, “ນີ້​ແມ່ນ​ບ່ອນ​ທີ່​ເຮົາ​ຈະ​ຢູ່​ອາໄສ ນີ້​ແມ່ນ​ບ່ອນ​ທີ່​ເຮົາ​ຈະ​ປົກຄອງ​ຕະຫລອດໄປ.</verse>
				<verse number="15">ເຮົາ​ຈະ​ຈັດຫາ​ໃຫ້​ພູເຂົາ​ຊີໂອນ​ຕາມ​ທີ່​ຕ້ອງການ ຄົນ​ທຸກຈົນ​ຈະ​ມີ​ອາຫານ​ກິນ​ອີ່ມທ້ອງ.</verse>
				<verse number="16">ເຮົາ​ຈະ​ອວຍພອນ​ທຸກສິ່ງ​ທີ່​ປະໂຣຫິດ​ກະທຳ ຊາວ​ເມືອງ​ຈະ​ຮ້ອງລຳ​ທຳເພງ​ຢ່າງ​ຊົມຊື່ນ.</verse>
				<verse number="17">ຢູ່​ທີ່​ນີ້ ເຮົາ​ຈະ​ຕັ້ງ​ເຊື້ອສາຍ​ດາວິດ​ຜູ້ໜຶ່ງ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່​ ເຮົາ​ຈະ​ຮັກສາ​ການປົກຄອງ​ຂອງ​ກະສັດ​ຜູ້​ທີ່​ເຮົາ​ໄດ້​ຫົດສົງ​ໄວ້.</verse>
				<verse number="18">ເຮົາ​ຈະ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ລາວ​ໄດ້​ຖືກ​ອັບອາຍ ແຕ່​ອານາຈັກ​ຂອງ​ລາວ​ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ.”</verse>
			</chapter>
			<chapter number="133">
				<verse number="1">ເປັນ​ການດີ​ແທ້ໆ ຊ່າງ​ສຸກໃຈ​ອີຫລີ ທີ່​ປະຊາຊົນ​ຂອງ​ພຣະເຈົ້າ​ຢູ່​ຮ່ວມກັນ ດ້ວຍ​ຄວາມ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ</verse>
				<verse number="2">ດັ່ງ​ນໍ້າມັນ​ເຈີມ​ອັນ​ປະເສີດ​ທີ່​ໄຫລ​ລົງ​ຈາກ​ຫົວ ແລະ​ໜວດ​ຂອງ​ອາໂຣນ​ແລະ​ຕາມ​ຄໍ​ເສື້ອຄຸມ​ຂອງ​ເພິ່ນ.</verse>
				<verse number="3">ເປັນ​ດັ່ງ​ນໍ້າໝອກ​ຄ້າງ​ທີ່​ເທິງ​ພູເຂົາ​ເຮີໂມນ ຕົກລົງ​ອາບ​ຊີໂອນ​ເມືອງ​ທີ່​ຕັ້ງ​ຢູ່​ເນີນພູ​ນັ້ນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ສັນຍາ​ເຖິງ​ພຣະພອນ​ຂອງ​ພຣະອົງ ທີ່​ໃຫ້​ມີ​ຊີວິດ​ດຳລົງຢູ່​ຢ່າງ​ບໍ່​ສຸດສິ້ນ.</verse>
			</chapter>
			<chapter number="134">
				<verse number="1">ບັນດາ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ ຜູ້​ທີ່​ຮັບໃຊ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໃນ​ເວລາ​ກາງຄືນ ຈົ່ງ​ມາ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ</verse>
				<verse number="2">ຈົ່ງ​ຍົກ​ມື​ຂອງທ່ານ​ຂຶ້ນ​ພາວັນນາ​ອະທິຖານ​ໃນ​ພຣະວິຫານ ແລະ​ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.</verse>
				<verse number="3">ຂໍ​ໃຫ້​ພຣະເຈົ້າຢາເວ​ຜູ້​ສ້າງ​ສະຫວັນ​ແລະ​ແຜ່ນດິນ​ໂລກ ໂຜດ​ອວຍພອນ​ທ່ານ​ຈາກ​ພູເຂົາ​ຊີໂອນ​ເທີ້ນ.</verse>
			</chapter>
			<chapter number="135">
				<verse number="1">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າຢາເວ​ເຖີດ ພວກເຈົ້າ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ.</verse>
				<verse number="2">ພວກເຈົ້າ​ຜູ້​ທີ່​ຢືນ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຄື​ຢູ່​ໃນ​ເດີ່ນ​ວິຫານ​ພຣະເຈົ້າ​ຂອງ​ພວກເຮົາ.</verse>
				<verse number="3">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ເພາະ​ພຣະເຈົ້າຢາເວ​ຊົງ​ເມດຕາ ຈົ່ງ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ​ເພາະ​ຊົງ​ເມດຕາ.</verse>
				<verse number="4">ພຣະເຈົ້າຢາເວ​ໄດ້​ເລືອກ​ຢາໂຄບ​ໃຫ້​ເປັນ​ຄົນ​ຂອງ​ພຣະອົງ​ເອງ ຊາວ​ອິດສະຣາເອນ​ໃຫ້​ເປັນ​ກຳມະສິດ​ຂອງ​ພຣະອົງ.</verse>
				<verse number="5">ຂ້ານ້ອຍ​ຮູ້​ວ່າ​ພຣະເຈົ້າຢາເວ​ຂອງ​ພວກເຮົາ​ຍິ່ງໃຫຍ່​ຫລາຍ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ເປັນ​ອົງ​ຍິ່ງໃຫຍ່​ເໜືອກວ່າ​ບັນດາ​ພະອື່ນ​ໃດ​ທັງສິ້ນ.</verse>
				<verse number="6">ພຣະເຈົ້າຢາເວ​ກະທຳ​ທຸກສິ່ງ​ຕາມ​ພຣະປະສົງ ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ ທັງ​ໃນ​ທ້ອງ​ທະເລ​ເລິກ ແລະ​ທ່າມກາງ​ມະຫາສະໝຸດ​ອັນ​ກວ້າງໃຫຍ່​ຄືກັນ.</verse>
				<verse number="7">ພຣະອົງ​ນຳ​ເອົາ​ເມກໝອກ​ອັນ​ມືດຄື້ມ​ມາ ຈາກ​ຂອບຟ້າ​ສົ້ນສຸດ​ແຫ່ງ​ແຜ່ນດິນ​ໂລກ ເຮັດ​ໃຫ້​ຟ້າ​ແມບເຫລື້ອມ​ໃນ​ທ່າມກາງ​ພະຍຸຝົນ ແລະ​ປ່ອຍ​ໃຫ້​ລົມ​ພັດ​ມາ​ຈາກ​ບ່ອນ​ຢູ່​ຂອງມັນ​ນັ້ນ.</verse>
				<verse number="8">ພຣະອົງ​ໄດ້​ຂ້າ​ລູກຫົວປີ​ທັງຫລາຍ​ໃນ​ປະເທດ​ເອຢິບ ບໍ່​ວ່າ​ຂອງ​ຄົນ​ແລະ​ຂອງ​ສັດ​ກໍ​ເຊັ່ນດຽວ​ກັນ.</verse>
				<verse number="9">ໃນ​ທີ່ນັ້ນ​ພຣະອົງ​ໄດ້​ສຳແດງ​ການ​ປະຕິຫານ​ແລະ​ການ​ອັດສະຈັນ ເພື່ອ​ລົງໂທດ​ກະສັດ​ຟາໂຣ ແລະ​ຂ້າຣາຊການ​ຂອງເພິ່ນ.</verse>
				<verse number="10">ພຣະອົງ​ໄດ້​ທຳລາຍ​ຫລາຍ​ຊົນຊາດ​ໃຫ້​ແຕກ​ກະຈັດ​ກະຈາຍ ແລະ​ໄດ້​ຂ້າ​ບັນດາ​ກະສັດ​ຜູ້​ທີ່​ມີ​ອຳນາດ</verse>
				<verse number="11">ຄື​ເຈົ້າສີໂຫນ​ຜູ້​ເປັນ​ກະສັດ​ຂອງ​ຊາວ​ອາໂມ ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ແລະ​ກະສັດ​ທຸກຄົນ​ໃນ​ການາອານ​ດ້ວຍ.</verse>
				<verse number="12">ພຣະອົງ​ໄດ້​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຢຶດ​ດິນແດນ​ຂອງ​ພວກເຂົາ ໃຫ້​ຊາວ​ອິດສະຣາເອນ​ໄດ້​ຮັບ​ກຳມະສິດ​ເໜືອ​ດິນແດນ​ນັ້ນ.</verse>
				<verse number="13">ຂ້າແດ່​ພຣະເຈົ້າຢາເວ ຊື່ສຽງ​ຂອງ​ພຣະອົງ​ຈະ​ເປັນ​ທີ່​ຈົດຈຳ​ຕະຫລອດໄປ ຂ້າແດ່​ພຣະເຈົ້າຢາເວ ທຸກ​ຊົ່ວ​ເຊັ່ນຄົນ​ຈະ​ລະນຶກ​ຄິດເຖິງ​ພຣະອົງ​ຕະຫລອດໄປ.</verse>
				<verse number="14">ພຣະເຈົ້າຢາເວ​ຈະ​ປ້ອງກັນ​ປະຊາຊົນ​ຂອງ​ພຣະອົງ ຈະ​ເມດຕາ​ສົງສານ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ.</verse>
				<verse number="15">ພະ​ຂອງ​ບັນດາ​ຊົນຊາດ​ເຮັດ​ດ້ວຍ​ເງິນ​ດ້ວຍ​ຄຳ​ ຖືກ​ສ້າງ​ຂຶ້ນ​ມາ​ໂດຍ​ມື​ມະນຸດ.</verse>
				<verse number="16">ພະ​ເຫຼົ່ານັ້ນ​ມີ​ປາກ ແຕ່​ພັດ​ເວົ້າຈາ​ບໍ່​ເປັນ, ພະ​ເຫຼົ່ານັ້ນ​ມີ​ຕາ ແຕ່​ພັດ​ເຫັນ​ຮຸ່ງ​ບໍ່ໄດ້.</verse>
				<verse number="17">ພະ​ເຫຼົ່ານັ້ນ​ມີ​ຫູ ແຕ່​ພັດ​ຟັງ​ບໍ່ໄດ້ຍິນ​ຫຍັງ ພະ​ເຫຼົ່ານັ້ນ​ຫາຍໃຈ​ເຂົ້າອອກ​ບໍ່ໄດ້.</verse>
				<verse number="18">ຂໍ​ໃຫ້​ທຸກຄົນ​ທີ່​ສ້າງ​ແລະ​ໄວ້ວາງໃຈ​ໃນ​ມັນ ຈົ່ງ​ກາຍເປັນ​ດັ່ງ ຮູບປັ້ນ​ທີ່​ພວກເຂົາ​ໄດ້​ສ້າງ​ນັ້ນ.</verse>
				<verse number="19">ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ປະໂຣຫິດ​ຂອງ​ພຣະເຈົ້າ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເທີ້ນ.</verse>
				<verse number="20">ຊາວ​ເລວີ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ເຈົ້າ​ຜູ້​ທີ່​ຢຳເກງ​ພຣະເຈົ້າຢາເວ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເທີ້ນ.</verse>
				<verse number="21">ທີ່​ເທິງ​ພູເຂົາ​ຊີໂອນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ໃນ​ນະຄອນ​ເຢຣູຊາເລັມ​ບ່ອນ​ທີ່​ພຣະອົງ​ປະທັບ​ຢູ່​ນັ້ນ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.</verse>
			</chapter>
			<chapter number="136">
				<verse number="1">ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ເພາະ​ພຣະອົງ​ຊົງ​ຄຸນຄວາມດີ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="2">ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ເໜືອ​ພະ​ທັງຫລາຍ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="3">ຈົ່ງ​ໂມທະນາ​ຂອບພຣະຄຸນ​ອົງພຣະ​ຜູ້​ເປັນເຈົ້າ ອົງ​ເໜືອ​ເຈົ້ານາຍ​ທັງຫລາຍ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ.</verse>
				<verse number="4">ພຣະອົງ​ເທົ່ານັ້ນ​ທີ່​ເຮັດ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="5">ພຣະອົງ​ໄດ້​ສ້າງ​ຈັກກະວານ​ດ້ວຍ​ພຣະ​ສະຕິປັນຍາ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="6">ພຣະອົງ​ໄດ້​ສ້າງ​ແຜ່ນດິນ​ໂລກ​ເໜືອ​ນໍ້າ​ເລິກ​ທັງຫລາຍ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="7">ພຣະອົງ​ໄດ້​ສ້າງ​ດວງສະຫວ່າງ​ທັງຫລາຍ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="8">ພຣະອົງ​ໃຫ້​ດວງອາທິດ​ປົກຄອງ​ໃນ​ຕອນ​ກາງເວັນ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="9">ເດືອນ​ແລະ​ດາວ​ທັງຫລາຍ​ປົກຄອງ​ໃນ​ຕອນ​ກາງຄືນ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="10">ພຣະອົງ​ໄດ້​ຂ້າ​ພວກ​ລູກຊາຍກົກ​ຂອງ​ຊາວ​ເອຢິບ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="11">ພຣະອົງ​ໄດ້​ນຳ​ຄົນ​ອິດສະຣາເອນ​ອອກ​ຈາກ​ປະເທດ​ເອຢິບ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="12">ດ້ວຍ​ມື​ອັນ​ຊົງຣິດ​ແລະ​ແຂນ​ທີ່​ຊົງຣິດອຳນາດ​ຂອງ​ພຣະອົງ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="13">ພຣະອົງ​ໄດ້​ແຍກ​ທະເລແດງ​ອອກ​ຈາກ​ກັນ​ໃຫ້​ເປັນ​ທາງ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="14">ພຣະອົງ​ໄດ້​ນຳ​ຄົນ​ຂອງ​ພຣະອົງ​ຜ່ານ​ທະເລແດງ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="15">ແຕ່​ໄດ້​ໃຫ້​ກະສັດ​ກັບ​ກອງທັບ​ເອຢິບ​ຈົມນໍ້າ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="16">ພຣະອົງ​ໄດ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="17">ພຣະອົງ​ໄດ້​ຂ້າ​ກະສັດ​ທັງຫລາຍ​ຜູ້​ມີ​ອຳນາດ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="18">ພຣະອົງ​ໄດ້​ຂ້າ​ກະສັດ​ທັງຫລາຍ​ຜູ້​ມີ​ຊື່ສຽງ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="19">ຄື​ເຈົ້າສີໂຫນ​ຜູ້​ທີ່​ເປັນ​ກະສັດ​ຂອງ​ຊາວ​ອາໂມ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="20">ແລະ​ເຈົ້າໂອກ​ຜູ້​ທີ່​ເປັນ​ກະສັດ​ຂອງ​ຊາວ​ບາຊານ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="21">ພຣະອົງ​ປະທານ​ດິນແດນ​ຂອງ​ພວກເຂົາ​ໃຫ້​ແກ່​ໄພ່ພົນ​ຂອງ​ພຣະອົງ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="22">ພຣະອົງ​ປະທານ​ດິນແດນ​ແກ່​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="23">ເມື່ອ​ພວກເຮົາ​ປະລາໄຊ ພຣະອົງ​ບໍ່ໄດ້​ລືມໄລ​ພວກເຮົາ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="24">ພຣະອົງ​ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ເຫຼົ່າ​ສັດຕູ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="25">ພຣະອົງ​ປະທານ​ອາຫານ​ໃຫ້​ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
				<verse number="26">ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແຫ່ງ​ສະຫວັນ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.</verse>
			</chapter>
			<chapter number="137">
				<verse number="1">ພວກ​ຂ້ານ້ອຍ​ນັ່ງ​ຢູ່​ທີ່​ແຄມ​ນໍ້າ​ຂອງ​ບາບີໂລນ ຕ່າງ​ກໍ​ຮ້ອງໄຫ້​ຮໍ່າໄຮ​ເມື່ອ​ຄິດເຖິງ​ພູເຂົາ​ຊີໂອນ​ນັ້ນ.</verse>
				<verse number="2">ພວກ​ຂ້ານ້ອຍ​ຫ້ອຍ​ກະຈັບປີ່​ແຂວນ​ໄວ້​ກ້ອງ​ຕົ້ນໄມ້.</verse>
				<verse number="3">ຄົນ​ທີ່​ຈັບ​ພວກເຮົາ​ໄປ​ນັ້ນ​ໄດ້​ບອກ​ໃຫ້​ຮ້ອງເພງ​ວ່າ, “ຮ້ອງເພງ​ກ່ຽວກັບ​ພູເຂົາ​ຊີໂອນ​ສູ່​ພວກເຮົາ​ຟັງ​ແດ່.”</verse>
				<verse number="4">ພວກ​ຂ້ານ້ອຍ​ຈະ​ຮ້ອງເພງ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ໃນ​ດິນແດນ​ຕ່າງດ້າວ​ໄດ້​ຢ່າງໃດ?</verse>
				<verse number="5">ຖ້າ​ຂ້ອຍ​ລືມໄລ​ເຈົ້າ ໂອ ນະຄອນ​ເຢຣູຊາເລັມ​ເອີຍ ຂໍ​ຢ່າ​ໃຫ້​ຂ້ອຍ​ດີດ​ກິດຕາ ໄດ້​ຕໍ່ໄປ​ອີກ.</verse>
				<verse number="6">ຖ້າ​ຂ້ອຍ​ຈົດຈຳ​ເຈົ້າ​ບໍ່ໄດ້ ຄື​ບໍ່ເຄີຍ​ຄິດເຖິງ​ວ່າ ເຈົ້າ​ເປັນ​ບໍ່​ແຫ່ງ​ຄວາມ​ຊົມຊື່ນ​ຍິນດີ ກໍ​ຢ່າ​ໃຫ້​ຂ້ອຍ​ຮ້ອງເພງ​ໄດ້​ຕໍ່ໄປ.</verse>
				<verse number="7">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຈົ່ງ​ຈົດຈຳ​ສິ່ງ​ທີ່​ຊາວ​ເອໂດມ​ໄດ້​ເຮັດ ໃນ​ມື້​ທີ່​ນະຄອນ​ເຢຣູຊາເລັມ​ໄດ້​ຖືກ​ຢຶດ​ນັ້ນ. ຂໍ​ຈົ່ງ​ຈົດຈຳ​ຖ້ອຍຄຳ​ທີ່​ພວກເຂົາ​ເວົ້າກັນ​ຢູ່​ສະເໝີ​ວ່າ, “ຈົ່ງ​ທຳລາຍ​ມັນ​ຖິ້ມ​ໃຫ້​ດັບສູນ”.</verse>
				<verse number="8">ລູກສາວ​ຂອງ​ບາບີໂລນ​ເອີຍ ເຈົ້າ​ກໍ​ຈະ​ຖືກ​ທຳລາຍ​ເໝືອນກັນ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຕອບ​ສະໜອງ​ເຈົ້າ​ຄືນ ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ແກ່​ພວກເຮົາ​ນັ້ນ</verse>
				<verse number="9">ແລະ​ຜູ້​ທີ່​ເອົາ​ພວກ​ລູກນ້ອຍ​ຂອງເຈົ້າ​ໄປ ຈັບ​ຟາດ​ພວກເຂົາ​ໃສ່​ໂງ່ນຫີນ.</verse>
			</chapter>
			<chapter number="138">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ດ້ວຍ​ສຸດໃຈ ຂ້ານ້ອຍ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຕໍ່ໜ້າ​ບັນດາ​ພະ​ທັງຫຼາຍ.</verse>
				<verse number="2">ຂ້ານ້ອຍ​ຂາບລົງ​ຫັນໜ້າ​ໃສ່​ພຣະວິຫານ​ອັນ​ບໍຣິສຸດ​ຂອງ​ພຣະອົງ ແລະ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ ເພາະ​ຄວາມຮັກ​ອັນ​ໝັ້ນຄົງ​ແລະ​ຄວາມສັດຊື່​ຂອງ​ພຣະອົງ ເພາະ​ພຣະນາມ​ແລະ​ຖ້ອຍຄຳ​ຂອງ​ພຣະອົງ​ເປັນ​ທີ່​ເທີດທູນ​ຢ່າງ​ສູງສົ່ງ.</verse>
				<verse number="3">ເມື່ອ​ຮ້ອງຫາ​ພຣະອົງ​ກໍ​ຕອບ​ໂດຍ​ໃຫ້​ຂ້ານ້ອຍ ມີ​ເຫື່ອແຮງ​ດ້ວຍ​ກຳລັງ​ແລະ​ຣິດອຳນາດ​ຂອງ​ພຣະອົງ.</verse>
				<verse number="4">ຂ້າແດ່​ພຣະເຈົ້າຢາເວ ກະສັດ​ທັງຫລາຍ​ໃນ​ໂລກ​ຈະ​ຍົກຍໍ​ພຣະອົງ ເພາະ​ພວກເຂົາ​ໄດ້ຍິນ​ເຖິງ​ຖ້ອຍຄຳ​ທັງຫຼາຍ​ແຕ່​ປາກ​ຂອງ​ພຣະອົງ.</verse>
				<verse number="5">ພວກເຂົາ​ຈະ​ຮ້ອງເພງ​ເຖິງ​ກິດຈະການ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ກະທຳ ແລະ​ເຖິງ​ສະຫງ່າຣາສີ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ.</verse>
				<verse number="6">ເຖິງ​ວ່າ​ຢູ່​ທີ່​ສູງສຸດ ພຣະເຈົ້າຢາເວ​ກໍ​ເຝົ້າເບິ່ງ​ຜູ້​ທີ່​ຖ່ອມໃຈ ເຖິງ​ວ່າ​ຢູ່​ໄກແສນໄກ ພຣະອົງ​ກໍ​ເຫັນ​ຄົນ​ຈອງຫອງ​ໄດ້.</verse>
				<verse number="7">ເມື່ອ​ຄວາມ​ເດືອດຮ້ອນ​ອ້ອມຮອບ​ຂ້ານ້ອຍ ພຣະອົງ​ກໍ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ​ໄດ້. ພຣະອົງ​ຂັດຂວາງ​ສັດຕູ​ຜູ້​ໂຫດຮ້າຍ​ໃຈ​ອຳມະຫິດ ແລະ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນໄພ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ.</verse>
				<verse number="8">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ກະທຳ​ທຸກສິ່ງ​ຕາມ​ທີ່​ໄດ້​ສັນຍາ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ. ຂໍ​ຈົ່ງ​ດຳເນີນ​ພຣະ​ຣາຊກິດ​ຂອງ​ພຣະອົງ​ໃຫ້​ສຳເລັດ​ຄົບຖ້ວນ​ສາ ຊຶ່ງ​ພຣະອົງ​ໄດ້​ເລີ່ມ​ດ້ວຍ​ສີມື​ຂອງ​ພຣະອົງ​ນັ້ນ.</verse>
			</chapter>
			<chapter number="139">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ກວດເບິ່ງ​ຂ້ານ້ອຍ ແລະ​ພຣະອົງ​ກໍ​ຮູ້ຈັກ​ຮອດ​ສ່ວນເລິກ ໃນ​ຈິດໃຈ​ຂອງ​ຂ້ານ້ອຍ​ນັ້ນ.</verse>
				<verse number="2">ພຣະອົງ​ຮູ້​ທຸກໆສິ່ງ​ທີ່​ຂ້ານ້ອຍ​ກະທຳ​ໄປ ເຖິງ​ວ່າ​ຢູ່​ໄກແສນໄກ ກໍ​ເຂົ້າໃຈ​ຄວາມ​ນຶກຄິດ​ຂອງ​ຂ້ານ້ອຍ​ໄດ້.</verse>
				<verse number="3">ພຣະອົງ​ເຫັນ​ຂ້ານ້ອຍ​ໄດ້ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ກຳລັງ​ເຮັດ​ວຽກງານ ຫລື​ພັກຜ່ອນ ພຣະອົງ​ຮູ້ຈັກ​ການກະທຳ​ທຸກຢ່າງ​ຂອງ​ຂ້ານ້ອຍ​ໄດ້.</verse>
				<verse number="4">ຂ້າແດ່​ພຣະເຈົ້າຢາເວ ແມ່ນ​ວ່າ​ກ່ອນ​ທີ່​ຂ້ານ້ອຍ​ເວົ້າ​ຄຳ​ໃດໆ​ອອກ​ມາ ພຣະອົງ​ກໍ​ຮູ້​ລ່ວງໜ້າ​ສິ່ງ​ທີ່​ຂ້ານ້ອຍ​ຈະ​ເວົ້າ​ນັ້ນ.</verse>
				<verse number="5">ພຣະອົງ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ຮອບດ້ານ​ໃນ​ທຸກ​ສະຖານະການ ພຣະອົງ​ຄຸ້ມຄອງ​ຂ້ານ້ອຍ​ໄວ້​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ.</verse>
				<verse number="6">ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ຢ່າງ​ເລິກເຊິ່ງ​ທີ່ສຸດ ເໜືອກວ່າ​ຄວາມ​ເຂົ້າໃຈ​ຂອງ​ຂ້ານ້ອຍ​ອີກ.</verse>
				<verse number="7">ຂ້ານ້ອຍ​ຈະ​ປົບໜີ​ຈາກ​ພຣະອົງ​ໄປ​ທາງ​ໃດ? ຈະ​ໜີໄປ​ໃສ​ເພື່ອ​ຫລີກ​ຈາກ​ສາຍ​ຕາ​ຂອງ​ພຣະອົງ​ໄດ້?</verse>
				<verse number="8">ຖ້າ​ຂຶ້ນ​ໄປ​ທີ່​ຟ້າ​ສະຫວັນ ພຣະອົງ​ກໍ​ຢູ່​ທີ່ນັ້ນ​ແລ້ວເດ ຖ້າ​ລົງ​ໄປ​ໃນ​ພິພົບ​ຄົນຕາຍ ພຣະອົງ​ກໍ​ຢູ່​ທີ່ນັ້ນ​ດ້ວຍ.</verse>
				<verse number="9">ຖ້າ​ບິນ​ໄປ​ຮອດ​ທິດ​ຕາເວັນອອກ ຫລື​ໄປ​ຕັ້ງ​ຖິ່ນຖານ​ທີ່​ທາງ​ທິດ​ຕາເວັນຕົກ​ພຸ້ນ.</verse>
				<verse number="10">ພຣະອົງ​ກໍ​ຈະ​ຢູ່​ທີ່ນັ້ນ​ເພື່ອ​ນຳພາ​ຂ້ານ້ອຍ ແລະ​ຢູ່​ທີ່ນັ້ນ​ເພື່ອ​ຊ່ວຍເຫຼືອ​ຂ້ານ້ອຍ​ເຊັ່ນກັນ.</verse>
				<verse number="11">ຖ້າ​ຂ້ານ້ອຍ​ຂໍຮ້ອງ​ຄວາມມືດ​ໃຫ້​ປົກບັງ​ຂ້ານ້ອຍ ຫລື​ໃຫ້​ແສງ​ສະຫວ່າງ​ກາຍເປັນ​ຄວາມມືດ​ອ້ອມ​ຂ້ານ້ອຍ​ໄວ້,</verse>
				<verse number="12">ແຕ່​ຄວາມມືດ​ນັ້ນ​ກໍ​ບໍ່​ມືດ​ສຳລັບ​ພຣະອົງ ກາງຄືນ​ກໍ​ກາຍເປັນ​ແສງແຈ້ງ​ຄື​ກາງເວັນ​ໄດ້. ສຳລັບ​ພຣະອົງ​ບໍ່​ແຕກຕ່າງ​ຢ່າງໃດ ແຕ່​ທັງມືດ​ແລະ​ແຈ້ງ​ກໍ​ເປັນ​ຢ່າງ​ດຽວກັນ​ທັງສິ້ນ.</verse>
				<verse number="13">ທຸກ​ສ່ວນ​ໃນ​ຮ່າງກາຍ​ຂອງ​ຂ້ານ້ອຍ​ແມ່ນ​ພຣະອົງ​ໄດ້​ສ້າງ​ມາ ໄດ້​ປະກອບ​ທຸກ​ສ່ວນ​ເຂົ້າກັນ​ແຕ່​ຢູ່​ໃນ​ທ້ອງ​ແມ່.</verse>
				<verse number="14">ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ເປັນ​ທີ່​ຢ້ານຢຳ ທຸກສິ່ງ​ທີ່​ພຣະອົງ​ຊົງ​ກະທຳ​ນັ້ນ​ປະຫລາດ​ໃຈ​ແທ້ໆ ແລະ​ຊ່າງ​ເປັນ​ໜ້າອັດສະຈັນໃຈ​ຢ່າງ​ຍິ່ງໃຫຍ່ ຂ້ານ້ອຍ​ຮູ້​ເຖິງ​ທຸກ​ກິດຈະການ​ນັ້ນ​ຢູ່​ເຕັມໃຈ.</verse>
				<verse number="15">ເມື່ອ​ສ້າງ​ກະດູກ​ຂອງ​ຂ້ານ້ອຍ​ປະກອບ​ເຂົ້າກັນ ຢ່າງ​ລະມັດ​ລະວັງ​ຢູ່​ໃນ​ທ້ອງ​ມານດາ​ນັ້ນ ເມື່ອ​ໃຫຍ່​ຂຶ້ນ​ຢູ່​ໃນ​ທ້ອງ​ມານດາ​ຢ່າງ​ບໍ່ມີ​ຜູ້ໃດ​ເຫັນ ພຣະອົງ​ກໍ​ຮູ້​ວ່າ​ຂ້ານ້ອຍ​ເປັນ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="16">ກ່ອນ​ຂ້ານ້ອຍ​ໄດ້​ເກີດ​ສາຍຕາ​ຂອງ​ພຣະອົງ ກໍ​ແນມເຫັນ​ຂ້ານ້ອຍ​ຢູ່​ແລ້ວ. ວັນ​ທັງຫລາຍ​ທີ່​ຖືກ​ກຳນົດ​ໃຫ້​ນັ້ນ​ກໍ​ຊົງ​ບັນທຶກ​ໄວ້​ໝົດ ກ່ອນ​ທີ່​ວັນ​ໃດໆ​ໃນ​ວັນ​ເຫຼົ່ານີ້​ຍັງ​ບໍ່​ເລີ່ມ​ຂຶ້ນ.</verse>
				<verse number="17">ຂ້າແດ່​ພຣະເຈົ້າ ທີ່​ຈະ​ເຂົ້າໃຈ​ຄວາມຄິດ​ຂອງ​ພຣະອົງ​ໄດ້​ກໍ​ຍາກ​ຫລາຍ ເພາະ​ຄວາມຄິດ​ຂອງ​ພຣະອົງ​ນັ້ນ​ເລິກລັບ​ເກີນ​ທີ່​ຈະ​ຢັ່ງຮູ້​ໄດ້.</verse>
				<verse number="18">ຖ້າ​ຂ້ານ້ອຍ​ນັບ​ຄວາມຄິດ​ຂອງ​ພຣະອົງ​ໄດ້​ກໍດີ ຄົງ​ມີ​ຫລວງຫລາຍ​ກວ່າ​ເມັດ​ດິນ​ຊາຍ​ຫລາຍເທົ່າ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ນັບ​ໄດ້​ກໍດີ ຂ້ານ້ອຍ​ກໍ​ຍັງ​ເຂົ້າໃຈ​ພຣະອົງ​ບໍ່ໄດ້.</verse>
				<verse number="19">ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ຢາກ​ໃຫ້​ພຣະອົງ​ຂ້າ​ຄົນຊົ່ວຮ້າຍ​ໝົດ ແລະ​ຢາກ​ໃຫ້​ຜູ້ຂ້າຄົນ​ໜີ​ໄກ​ໄປ​ຈາກ​ດ້ວຍ.</verse>
				<verse number="20">ພວກເຂົາ​ເວົ້າ​ສິ່ງ​ຊົ່ວຮ້າຍ​ຕ່າງໆ​ກ່ຽວກັບ​ພຣະອົງ ຄື​ເວົ້າ​ຕໍ່ສູ້​ພຣະນາມ ດ້ວຍ​ຄຳເວົ້າ​ອັນ​ຊົ່ວຊ້າ.</verse>
				<verse number="21">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ກຽດຊັງ​ຜູ້​ທີ່​ກຽດຊັງ​ພຣະອົງ​ທີ່ສຸດ ແລະ​ສົມນໍ້າໜ້າ​ຜູ້​ທີ່​ກະບົດ​ຄົດລ້ຽວ​ຕໍ່​ພຣະອົງ.</verse>
				<verse number="22">ຂ້ານ້ອຍ​ກຽດຊັງ​ພວກເຂົາ​ຫລາຍ​ຈົນ​ບໍ່ມີ​ສິ່ງໃດ​ປຽບປານ ແລະ​ຖື​ພວກເຂົາ​ນັ້ນ​ເປັນ​ສັດຕູ​ຂອງ​ຂ້ານ້ອຍ​ດ້ວຍ.</verse>
				<verse number="23">ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ກວດກາ​ເບິ່ງ​ຂ້ານ້ອຍ ແລະ​ຮູ້​ຈິດໃຈ​ຂອງ​ຂ້ານ້ອຍ, ຂໍ​ຊົງ​ໂຜດ​ທົດສອບ​ເບິ່ງ​ຂ້ານ້ອຍ​ແລະ​ຄົ້ນເບິ່ງ​ຄວາມ​ນຶກຄິດ​ຂອງ​ຂ້ານ້ອຍ​ໄດ້.</verse>
				<verse number="24">ໂຜດ​ກວດເບິ່ງ​ວ່າ​ຂ້ານ້ອຍ​ມີ​ຄວາມຊົ່ວ​ຢ່າງໃດ, ໂຜດ​ນຳ​ຂ້ານ້ອຍ​ຕາມ​ທາງ​ນິຣັນດອນ​ຂອງ​ພຣະອົງ​ດ້ວຍ.</verse>
			</chapter>
			<chapter number="140">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ຄົນ​ເຮັດ​ຊົ່ວ​ແດ່ ໂຜດ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ​ຈາກ​ຄົນ​ໂຫດຮ້າຍ​ແດ່ທ້ອນ.</verse>
				<verse number="2">ພວກເຂົາ​ຄິດ​ວາງແຜນ​ຮ້າຍ​ໃສ່​ຂ້ານ້ອຍ​ຢູ່​ເລື້ອຍໄປ ແລະ​ຍຸແຍ່​ໃຫ້​ຄົນ​ຜິດຖຽງກັນ​ຢູ່​ຕະຫລອດ.</verse>
				<verse number="3">ລີ້ນ​ຂອງ​ພວກເຂົາ​ຂ້າ​ຄົນ​ໄດ້​ເໝືອນ​ດັ່ງ​ລີ້ນ​ງູ​ ຄຳເວົ້າ​ຂອງ​ພວກເຂົາ​ກໍ​ເປັນ​ດັ່ງ​ພິດ​ງູເຫົ່າ.</verse>
				<verse number="4">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຄຸ້ມຄອງ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ຄົນຊົ່ວ,</verse>
				<verse number="5">ຄົນ​ຈອງຫອງ​ໄດ້​ຫ້າງ​ແຮ້ວ​ໃຫ້​ຂ້ານ້ອຍ​ຖືກ​ຈັບ ແລະ​ວາງ​ບ້ວງ​ດັກຈັບ​ຕາມ​ທາງ​ທີ່​ໄປ​ນັ້ນ.</verse>
				<verse number="6">ຂ້ານ້ອຍ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ. ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຟັງ​ຄຳຮ້ອງຂໍ​ໃຫ້​ຊ່ວຍເຫລືອ​ຂອງ​ຂ້ານ້ອຍ​ດ້ວຍ.”</verse>
				<verse number="7">ຂ້າແດ່​ພຣະເຈົ້າຢາເວ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ ຜູ້​ປ້ອງກັນ​ທີ່​ເຂັ້ມແຂງ​ຂອງ​ຂ້ານ້ອຍ​ເອີຍ ພຣະອົງ​ໄດ້​ປົກປ້ອງ​ຄຸ້ມຄອງ​ຂ້ານ້ອຍ​ໃນ​ສະໜາມຮົບ.</verse>
				<verse number="8">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຢ່າ​ໃຫ້​ຄົນຊົ່ວ​ໄດ້​ຕາມ​ທີ່​ພວກເຂົາ​ຕ້ອງການ ຢ່າ​ໃຫ້​ແຜນການ​ຮ້າຍ​ຂອງ​ພວກເຂົາ​ພົບ​ຄວາມ​ສຳເລັດຜົນ.</verse>
				<verse number="9">ຢ່າ​ໃຫ້​ພວກ​ສັດຕູ​ມີ​ໄຊຊະນະ​ເໜືອ​ຂ້ານ້ອຍ​ໄດ້​ເລີຍ ໂຜດ​ໃຫ້​ຄຳ​ນາບຂູ່​ຂອງ​ພວກເຂົາ​ຕໍ່ສູ້​ພວກເຂົາ​ຄືນ​ເຖີດ.</verse>
				<verse number="10">ຂໍ​ໃຫ້​ຖ່ານໄຟ​ແດງ​ລຸກ​ໄໝ້​ຕົກ​ຖືກ​ພວກເຂົາ ທັງ​ໃຫ້​ພວກເຂົາ​ຕົກລົງ​ໃນ​ຂຸມ​ແລະ​ຢ່າ​ໃຫ້​ຂຶ້ນ​ມາ​ໄດ້.</verse>
				<verse number="11">ຂໍ​ໃຫ້​ຜູ້​ທີ່​ໃສ່ຮ້າຍ​ປ້າຍສີ​ຄົນອື່ນ​ຢ່າ​ໄດ້​ເຮັດ​ສຳເລັດຜົນ ຂໍ​ໃຫ້​ສິ່ງ​ຊົ່ວຮ້າຍ​ຕິດຕາມ​ແລະ​ທຳລາຍ​ພວກເຂົາ​ຖິ້ມ.</verse>
				<verse number="12">ຂ້ານ້ອຍ​ຮູ້​ວ່າ​ພຣະເຈົ້າຢາເວ​ປ້ອງກັນ​ຄົນ​ທຸກຈົນ ແລະ​ສິດທິ​ຂອງ​ຄົນ​ຂັດສົນ​ດ້ວຍ.</verse>
				<verse number="13">ຝ່າຍ​ຄົນ​ຊອບທຳ​ນັ້ນ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຢ່າງ​ຈິງໃຈ ພວກເຂົາ​ຈະ​ໄດ້​ອາໄສ​ຢູ່​ຊ້ອງໜ້າ​ພຣະອົງ.</verse>
			</chapter>
			<chapter number="141">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ພຣະອົງ ບັດນີ້ ໂຜດ​ຊ່ວຍເຫລືອ​ແລະ​ໂຜດ​ຟັງ​ຂ້ານ້ອຍ​ດ້ວຍ ເມື່ອ​ຂ້ານ້ອຍ​ຮ້ອງຫາ​ພຣະອົງ.</verse>
				<verse number="2">ຂໍ​ໃຫ້​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເຄື່ອງຫອມ​ບູຊາ ແລະ​ຍໍ​ມື​ຂຶ້ນ​ໄຫວ້ວອນ​ເປັນ​ດັ່ງ​ເຄື່ອງ​ຖວາຍບູຊາ​ໃນ​ຕອນແລງ​ເຖີດ.</verse>
				<verse number="3">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຕັ້ງ​ຍາມ​ເຝົ້າ​ທີ່​ປາກ​ຂອງ​ຂ້ານ້ອຍ ໂຜດ​ໃຫ້​ມີ​ຜູ້ປ້ອງກັນ​ຍາມ​ທີ່​ປະຕູ​ປາກ​ເຖີດ.</verse>
				<verse number="4">ໂຜດ​ຮັກສາ​ຂ້ານ້ອຍ​ໄວ້​ບໍ່​ໃຫ້​ຢາກ​ກະທຳ​ຜິດ ທັງ​ສົມຮູ້​ຮ່ວມຄິດ​ກັບ​ການກະທຳ​ຂອງ​ຄົນຊົ່ວຮ້າຍ. ຂໍ​ຢ່າ​ສູ່​ໃຫ້​ຂ້ານ້ອຍ​ໄດ້​ເຂົ້າ​ໄປ​ຮ່ວມ​ໃນ​ງານ ບ່ອນ​ທີ່​ພວກເຂົາ​ສັງສັນ​ກິນລ້ຽງ​ກັນ​ນັ້ນ​ຈັກເທື່ອ.</verse>
				<verse number="5">ຝ່າຍ​ຄົນດີ​ອາດ​ລົງໂທດ​ແລະ​ຕຳໜິ​ຕິຕຽນ ດ້ວຍ​ຄວາມຫວັງ​ດີ​ຕໍ່​ຂ້ານ້ອຍ​ກໍໄດ້, ແຕ່​ຂ້ານ້ອຍ​ຈະ​ບໍ່​ຍອມ​ຮັບ​ກຽດ​ຈາກ​ຄົນຊົ່ວ​ເລີຍ ເພາະ​ຂ້ານ້ອຍ​ຍັງ​ພາວັນນາ​ອະທິຖານ​ຕໍ່ສູ້​ການກະທຳ​ຊົ່ວ​ຂອງ​ພວກເຂົາ​ຢູ່.</verse>
				<verse number="6">ເມື່ອ​ເຈົ້ານາຍ​ຂອງ​ພວກເຂົາ​ຈະ​ຖືກ​ໂຍນ​ລົງ​ຈາກ​ໜ້າຜາ ປະຊາຊົນ​ຈະ​ຍອມ​ຮັບ​ຄຳເວົ້າ​ຂອງ​ຂ້ານ້ອຍ​ວ່າ​ເປັນຈິງ​ຕາມ​ທີ່​ກ່າວ​ນັ້ນ.</verse>
				<verse number="7">ດັ່ງ​ໄມ້​ທີ່​ຖືກ​ຜ່າ​ແລະ​ຕັດ​ເປັນ​ທ່ອນໆ​ຢ່າງໃດ ກະດູກ​ຂອງ​ພວກເຂົາ​ກໍ​ຖືກ​ຊະຊາຍ​ໄປ​ທີ່​ແຄມ​ຂຸມຝັງສົບ​ຢ່າງນັ້ນ.</verse>
				<verse number="8">ຂ້າແດ່​ພຣະເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ຍັງ​ສືບຕໍ່​ໄວ້ວາງໃຈ​ໃນ​ພຣະອົງ. ຂ້ານ້ອຍ​ຊອກຫາ​ການ​ຄຸ້ມຄອງ​ຈາກ​ພຣະອົງ ຂໍ​ພຣະອົງ​ຊົງ​ໂຜດ​ຊ່ວຍ​ຊີວິດ​ຂອງ​ຂ້ານ້ອຍ​ດ້ວຍ.</verse>
				<verse number="9">ຂໍ​ຊົງ​ໂຜດ​ຄຸ້ມຄອງ​ຂ້ານ້ອຍ​ຈາກ​ບ້ວງແຮ້ວ​ທີ່​ຖືກ​ຫ້າງ​ໄວ້ ແລະ​ຈາກ​ຕາໜ່າງ​ທີ່​ຄົນຊົ່ວ​ຫ້າງ​ໃສ່​ຂ້ານ້ອຍ.</verse>
				<verse number="10">ຂໍ​ໃຫ້​ຄົນຊົ່ວຮ້າຍ​ຖືກ​ບ້ວງແຮ້ວ​ຂອງ​ພວກເຂົາ​ເອງ ແຕ່​ໃຫ້​ຂ້ານ້ອຍ​ເວັ້ນໄປ​ຢ່າງ​ປອດໄພ​ເຖີດ.</verse>
			</chapter>
			<chapter number="142">
				<verse number="1">ຂ້ານ້ອຍ​ຮ້ອງຫາ​ພຣະເຈົ້າຢາເວ ດ້ວຍ​ສຽງ​ຄໍ່າຄວນ ແລະ​ພາວັນນາ​ອະທິຖານ​ຂໍ​ພຣະເຈົ້າຢາເວ ດ້ວຍ​ສຽງ​ປາກ​ຂອງ​ຂ້ານ້ອຍ.</verse>
				<verse number="2">ຂ້ານ້ອຍ​ນຳ​ຄຳ​ຮ້ອງທຸກ​ມາ​ສະເໜີ​ຕໍ່​ພຣະອົງ ແລະ​ບອກ​ຄວາມ​ເດືອດຮ້ອນ​ທັງໝົດ​ທີ່​ມີ.</verse>
				<verse number="3">ເມື່ອໃດ​ຂ້ານ້ອຍ​ເກີດ​ຄວາມ​ທໍ້ຖອຍ​ໃຈ ພຣະອົງ​ກໍ​ຮູ້​ວ່າ​ຂ້ານ້ອຍ​ຄວນ​ເຮັດ​ຢ່າງ​ໃດ. ຕາມ​ຫົນທາງ​ທີ່​ຂ້ານ້ອຍ​ຍ່າງ​ທຽວ​ໄປ ສັດຕູ​ກໍ​ຫ້າງ​ແຮ້ວ​ເພື່ອ​ດັກຈັບ​ຂ້ານ້ອຍ​ໄວ້.</verse>
				<verse number="4">ເມື່ອ​ຂ້ານ້ອຍ​ຫລຽວເບິ່ງ​ທາງຂ້າງ ກໍ​ບໍ່​ເຫັນ​ມີ​ຜູ້ໃດ​ຢູ່​ທີ່ນັ້ນ​ເລີຍ ເພື່ອ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ ແລະ​ປົກປ້ອງ​ຄຸ້ມຄອງ​ຂ້ານ້ອຍ​ໄວ້.</verse>
				<verse number="5">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ພຣະອົງ ພຣະອົງ​ເປັນ​ຜູ້​ຄຸ້ມຄອງ ທີ່​ເປັນ​ສຸດ​ປາຖະໜາ​ໃນ​ຊີວິດ​ນີ້.</verse>
				<verse number="6">ໂຜດ​ຟັງ​ຄຳຮ້ອງຂໍ​ໃຫ້​ຊ່ວຍເຫລືອ​ແດ່ ເພາະ​ຂ້ານ້ອຍ​ຈົມ​ຢູ່​ໃນ​ຄວາມ​ສິ້ນຫວັງ ໂຜດ​ຊ່ວຍ​ໃຫ້​ພົ້ນ​ຈາກ​ສັດຕູ​ທັງຫລາຍ ເພາະ​ພວກເຂົາ​ແຂງແຮງ​ຫລາຍກວ່າ​ຂ້ານ້ອຍ.</verse>
				<verse number="7">ຂໍ​ຊົງ​ໂຜດ​ປົດປ່ອຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກ​ລຳບາກ ແລ້ວ​ຂ້ານ້ອຍ​ກໍ​ຈະ​ກ່າວ​ຍ້ອງຍໍ​ສັນລະເສີນ​ພຣະອົງ ໃນ​ທີ່​ຊຸມນຸມ​ປະຊາຊົນ​ຂອງ​ພຣະອົງ ເພາະ​ຄຸນຄວາມດີ​ຂອງ​ພຣະອົງ ທີ່​ຊົງ​ມີ​ແກ່​ຂ້ານ້ອຍ​ນັ້ນ.</verse>
			</chapter>
			<chapter number="143">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ແດ່ ໃນ​ຄວາມ​ຊອບທຳ​ຂອງ​ພຣະອົງ ໂຜດ​ຟັງ​ແດ່ທ້ອນ. ໂຜດ​ຟັງ​ຄຳຮ້ອງຂໍ​ໃຫ້​ພຣະອົງ​ຊ່ວຍ​ແກ້​ຄະດີ ໃນ​ຄວາມ​ສັດຊື່​ຂອງ​ພຣະອົງ ໂຜດ​ຕອບ​ຂ້ານ້ອຍ​ດ້ວຍ.</verse>
				<verse number="2">ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຖືກ​ການ​ທົດລອງ ບໍ່ມີ​ຜູ້ໃດ​ທີ່​ບໍ່ມີ​ຄວາມຜິດ​ໃນ​ສາຍ​ຕາ​ຂອງ​ພຣະອົງ.</verse>
				<verse number="3">ຝ່າຍ​ສັດຕູ​ນັ້ນ​ພວກເຂົາ​ກໍຕາມ​ລ້າງຜານ ແລະ​ຢຽບຢໍ່າ​ຂ້ານ້ອຍ​ຢ່າງ​ທາລຸນ. ພວກເຂົາ​ໄດ້​ກັກຂັງ​ຂ້ານ້ອຍ​ໄວ້​ໃນ​ຄຸກ​ອັນ​ມືດໜາ ຂ້ານ້ອຍ​ເປັນ​ດັ່ງ​ຄົນຕາຍ​ດົນນານ​ມາ​ແລ້ວ.</verse>
				<verse number="4">ສະນັ້ນ ຂ້ານ້ອຍ​ຈຶ່ງ​ທໍ້ຖອຍ​ໃຈ ເພາະ​ຂ້ານ້ອຍ​ຜິດຫວັງ​ເຕັມທົນ​ເສຍແລ້ວ.</verse>
				<verse number="5">ເມື່ອ​ລະນຶກເຖິງ​ວັນ​ທີ່​ໄດ້​ຜ່ານ​ພົ້ນ​ໄປ ຄິດເຖິງ​ທຸກສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ທັງ​ພາລະກິດ​ທຸກຢ່າງ​ດ້ວຍ.</verse>
				<verse number="6">ຂ້ານ້ອຍ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ພຣະອົງ ຈິດໃຈ​ຫິວກະຫາຍ​ພຣະອົງ​ດັ່ງ​ດິນ​ແຫ້ງແລ້ງ.</verse>
				<verse number="7">ຂ້າແດ່​ພຣະເຈົ້າຢາເວ ບັດນີ້ ຂໍ​ຊົງ​ໂຜດ​ຕອບ​ຂ້ານ້ອຍ​ດ້ວຍ​ເຖີດ ຂ້ານ້ອຍ​ໄດ້​ສູນສິ້ນ​ຄວາມຫວັງ​ທັງໝົດ​ເສຍແລ້ວ. ຂໍ​ພຣະອົງ​ຢ່າ​ຫັນໜ້າ​ໜີໄປ​ຈາກ​ຂ້ານ້ອຍ​ເລີຍ ບໍ່​ດັ່ງນັ້ນ ຂ້ານ້ອຍ​ຈະ​ຕ້ອງ​ໄປ​ຢູ່​ແດນ​ມໍຣະນາ.</verse>
				<verse number="8">ທຸກໆເຊົ້າ​ໂຜດ​ເຕືອນ​ເຖິງ​ຄວາມຮັກ​ອັນ​ໝັ້ນຄົງ ເພາະ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ​ແລ້ວ. ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ກໍ​ຂຶ້ນ​ໄປຮອດ​ພຣະອົງ ໂຜດ​ຊີ້ທາງ​ແກ່​ຂ້ານ້ອຍ​ເພື່ອ​ກ້າວ​ເດີນ​ໄປ​ດ້ວຍ.</verse>
				<verse number="9">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຊອກ​ຫາ​ການ​ຄຸ້ມຄອງ​ຈາກ​ພຣະອົງ ໂຜດ​ຊ່ວຍກູ້​ຂ້ານ້ອຍ​ຈາກ​ສັດຕູ​ແດ່ທ້ອນ.</verse>
				<verse number="10">ຈົ່ງ​ສັ່ງສອນ​ຂ້ານ້ອຍ​ໃຫ້​ຮູ້​ເຖິງ​ພຣະປະສົງ ເພາະ​ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ. ຂໍ​ໃຫ້​ພຣະວິນຍານ​ນັ້ນ​ນຳ​ຂ້ານ້ອຍ​ໄປ​ສູ່ ບ່ອນ​ບໍ່ມີ​ອຸປະສັກ ແລະ​ທາງ​ອັນ​ລາບລື້ນ.</verse>
				<verse number="11">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ມີ​ຊີວິດ​ຢູ່​ໂດຍ​ນາມຊື່​ຂອງ​ພຣະອົງ ໂດຍ​ຄວາມຊອບທຳ​ຂອງ​ພຣະອົງ ຂໍ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ​ດ້ວຍ.</verse>
				<verse number="12">ຍ້ອນ​ຄວາມຮັກ​ຂອງ​ພຣະອົງ​ທີ່​ມີ​ແຕ່​ໃດໆ​ມາ ໂຜດ​ສັງຫານ​ສັດຕູ​ທັງຫຼາຍ​ຂອງ​ຂ້ານ້ອຍ​ດ້ວຍ ຕະຫລອດ​ທັງ​ທຳລາຍ​ຜູ້​ທີ່​ກົດຂີ່​ຂ້ານ້ອຍ​ທຸກຄົນ ເພາະວ່າ​ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ.</verse>
			</chapter>
			<chapter number="144">
				<verse number="1">ສັນລະເສີນ​ພຣະເຈົ້າຢາເວ ຜູ້​ຄຸ້ມຄອງ​ຂອງ​ຂ້ານ້ອຍ ພຣະອົງ​ຝຶກ​ຂ້ານ້ອຍ​ໃຫ້​ສູ້ຮົບ ແລະ​ຕຽມ​ຂ້ານ້ອຍ​ໃຫ້​ເຮັດ​ສົງຄາມ.</verse>
				<verse number="2">ພຣະອົງ​ເປັນ​ຜູ້​ປົກປ້ອງ ແລະ​ຜູ້​ຄຸ້ມຄອງ​ຂ້ານ້ອຍ ເປັນ​ຜູ້​ຊ່ວຍ​ໃຫ້​ພົ້ນໄພ ແລະ​ເປັນ​ທີ່​ກຳບັງ​ດ້ວຍ. ຂ້ານ້ອຍ​ປອດໄພ​ໄດ້​ໂດຍ​ໄວ້ວາງໃຈ​ໃນ​ພຣະອົງ ແລະ​ປາບ​ຊົນຊາດ​ທັງຫລາຍ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ.</verse>
				<verse number="3">ຂ້າແດ່​ພຣະເຈົ້າຢາເວ ມະນຸດ​ແມ່ນ​ຜູ້ໃດ​ທີ່​ພຣະອົງ​ຕ້ອງ​ເອົາໃຈໃສ່​ ມະນຸດ​ທຳມະດາ​ເປັນຫຍັງ​ພຣະອົງ​ຈຶ່ງ​ເອົາໃຈໃສ່​ພວກເຂົາ?</verse>
				<verse number="4">ມະນຸດ​ນັ້ນ​ເປັນ​ເໝືອນ​ດັ່ງ​ລົມຫາຍໃຈ ວັນ​ທັງຫລາຍ​ຂອງ​ເຂົາ​ກໍ​ເໝືອນ​ດັ່ງ​ເງົາມືດ​ຜ່ານ​ກາຍໄປ​ນັ້ນ.</verse>
				<verse number="5">ຂ້າແດ່​ພຣະເຈົ້າຢາເວ ໂຜດ​ແຍກ​ຟ້າ​ສະຫວັນ​ອອກ ແລະ​ສະເດັດ​ລົງ​ມາ ໂຜດ​ແຕະຕ້ອງ​ພູຜາ ແລະ​ຄວັນໄຟ​ກໍ​ຈະ​ພຸ່ງ​ອອກ​ມາ.</verse>
				<verse number="6">ໂຜດ​ສົ່ງ​ຟ້າແມບ​ຂັບໄລ່​ພວກ​ສັດຕູ​ຂອງ​ພຣະອົງ​ໃຫ້​ແຕກ​ກະຈັດ​ກະຈາຍ ໂຜດ​ຍິງ​ລູກທະນູ​ຂອງ​ພຣະອົງ​ໄລ່​ພວກເຂົາ​ໃຫ້​ພ່າຍ​ໜີໄປ.</verse>
				<verse number="7">ໂຜດ​ຍື່ນ​ມື​ຂອງ​ພຣະອົງ​ລົງ​ມາ​ຈາກ​ເບື້ອງເທິງ ແລະ​ດຶງ​ຂ້ານ້ອຍ​ຂຶ້ນ​ຈາກ​ນໍ້າ​ເລິກ​ດ້ວຍ. ໂຜດ​ຊ່ວຍກູ້​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ສັດຕູ ຄື​ຈາກ​ອຳນາດ​ຂອງ​ຊົນຊາດ​ຕ່າງດ້າວ.</verse>
				<verse number="8">ພວກ​ນີ້​ບໍ່ເຄີຍ​ເວົ້າ​ຄວາມຈິງ​ແຕ່​ປະການ​ໃດ ເວົ້າ​ຕົວະ​ຢູ່​ເລື້ອຍ ແມ່ນແຕ່​ຄຳ​ສາບານ​ກໍຕາມ.</verse>
				<verse number="9">ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ຈະ​ຮ້ອງເພງ​ບົດໃໝ່ ທັງ​ດີດ​ກິດຕາ ແລະ​ຮ້ອງເພງ​ຖວາຍ​ແດ່​ພຣະອົງ.</verse>
				<verse number="10">ພຣະອົງ​ໃຫ້​ໄຊຊະນະ​ແກ່​ກະສັດ​ທັງຫລາຍ ແລະ​ຊ່ວຍກູ້​ເອົາ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄວ້.</verse>
				<verse number="11">ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ສັດຕູ​ຜູ້​ໂຫດຮ້າຍ ແລະ​ຈາກ​ອຳນາດ​ຂອງ​ຊາວ​ຕ່າງດ້າວ ຄື​ຜູ້​ທີ່​ບໍ່ເຄີຍ​ເວົ້າ​ຄວາມຈິງ​ແຕ່​ປະການ​ໃດ ເວົ້າ​ຕົວະ​ຢູ່ເລື້ອຍ​ແມ່ນແຕ່​ຄຳ​ສາບານ​ກໍຕາມ.</verse>
				<verse number="12">ຂໍ​ໃຫ້​ລູກຊາຍ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ຕົ້ນໄມ້​ໃຫຍ່ ທີ່​ໃຫຍ່​ຂຶ້ນ​ຢ່າງ​ທ່ຽງທຳ​ໃນ​ໄວ​ໜຸ່ມ​ຂອງ​ເຂົາເຈົ້າ. ຂໍ​ໃຫ້​ລູກສາວ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເສົາ​ຕົ້ນ​ໃຫຍ່ ທີ່​ຖືກ​ປະດັບ​ໄວ້​ເອ້​ໃນ​ພະຣາຊວັງ.</verse>
				<verse number="13">ຂໍ​ໃຫ້​ເລົ້າ​ເຕັມ​ໄປ​ດ້ວຍ​ພືດຜົນ​ນາໆ​ຊະນິດ ຂໍ​ໃຫ້​ຝູງແກະ​ອອກລູກ​ໄດ້​ເປັນ​ພັນໆ​ຕາມ​ທົ່ງ​ເຖີດ.</verse>
				<verse number="14">ຂໍ​ໃຫ້​ຝູງງົວ​ຂອງ​ພວກ​ຂ້ານ້ອຍ​ອອກລູກ​ໃຫ້​ຫລາຍຂຶ້ນ ຂໍ​ຢ່າ​ໃຫ້​ມີ​ສຽງ​ຮ້ອງໄຫ້​ຮໍ່າໄຮ​ຕາມ​ທ້ອງ​ຖະໜົນ​ດ້ວຍ.</verse>
				<verse number="15">ຄວາມສຸກ​ເປັນ​ຂອງ​ຊົນຊາດ​ທີ່​ຢູ່​ຝ່າຍ​ຄວາມຈິງ ເປັນ​ຂອງ​ປະຊາຊົນ​ທີ່​ມີ​ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.</verse>
			</chapter>
			<chapter number="145">
				<verse number="1">ຂ້ານ້ອຍ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະເຈົ້າ​ແລະ​ກະສັດ​ຂອງ​ຂ້ານ້ອຍ​ເອີຍ. ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ສືບໄປ​ເປັນນິດ.</verse>
				<verse number="2">ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ທຸກໆ​ວັນ ແລະ​ຈະ​ຍົກຍໍ​ພຣະອົງ​ສືບໆໄປ​ເປັນນິດ.</verse>
				<verse number="3">ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່ ແລະ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ຢ່າງ​ສູງສົ່ງ. ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ນັ້ນ ເໜືອກວ່າ​ຄວາມ​ເຂົ້າໃຈ​ໄດ້.</verse>
				<verse number="4">ຈົ່ງ​ໃຫ້​ຄົນ​ຊົ່ວອາຍຸນີ້​ເວົ້າ​ເຖິງ​ພຣະ​ຣາຊກິດ​ຂອງ​ພຣະອົງ​ສູ່​ຄົນ​ອີກ​ຊົ່ວ​ອາຍຸໜຶ່ງ​ຟັງ ແລະ​ປະກາດ​ກິດຈະການ​ອັນ​ຍິ່ງໃຫຍ່​ທີ່​ໄດ້​ຊົງ​ກະທຳ​ນັ້ນ.</verse>
				<verse number="5">ພວກເຂົາ​ຈະ​ກ່າວ​ເຖິງ​ຣິດອຳນາດ​ທັງ​ສະຫງ່າຣາສີ​ຂອງ​ພຣະອົງ ຂ້ານ້ອຍ​ຈະ​ຮໍ່າເພິງ​ເຖິງ​ການ​ອັດສະຈັນ​ນັ້ນ.</verse>
				<verse number="6">ພວກເຂົາ​ຈະ​ເວົ້າ​ເຖິງ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ທີ່​ພຣະອົງ​ໄດ້​ກະທຳ ແລະ​ຂ້ານ້ອຍ​ຈະ​ປະກາດ​ເຖິງ​ຣິດທານຸພາບ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.</verse>
				<verse number="7">ພວກເຂົາ​ຈະ​ເວົ້າ​ເຖິງ​ຄຸນຄວາມດີ​ຂອງ​ພຣະອົງ ແລະ​ສັນລະເສີນ​ຄວາມ​ຍຸດຕິທຳ​ຂອງ​ພຣະອົງ.</verse>
				<verse number="8">ພຣະເຈົ້າຢາເວ​ເຕັມໄປດ້ວຍ​ພຣະຄຸນ​ແລະ​ຄວາມ​ເມດຕາ ໂກດຮ້າຍ​ຊ້າ​ແລະ​ມີ​ຄວາມຮັກ​ອັນ​ໝັ້ນຄົງ.</verse>
				<verse number="9">ພຣະເຈົ້າຢາເວ​ກະທຳ​ດີ​ຕໍ່​ມະນຸດ​ທຸກໆຄົນ ແລະ​ສົງສານ​ຕໍ່​ສັບພະທຸກສິ່ງ​ທີ່​ພຣະອົງ​ໄດ້​ສ້າງ​ນັ້ນ.</verse>
				<verse number="10">ຂ້າແດ່​ພຣະເຈົ້າຢາເວ ທຸກສິ່ງ​ທີ່​ຖືກ​ສ້າງ​ມາ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ແລະ​ປະຊາຊົນ​ຂອງ​ພຣະອົງ​ຈະ​ໂມທະນາ​ຂອບພຣະຄຸນ​ແດ່​ພຣະອົງ.</verse>
				<verse number="11">ພວກເຂົາ​ຈະ​ກ່າວ​ເຖິງ​ພຣະ​ຣາຊອຳນາດ​ຂອງ​ພຣະອົງ ແລະ​ບອກ​ເຖິງ​ອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.</verse>
				<verse number="12">ເພື່ອ​ທຸກຄົນ​ຈະ​ໄດ້​ຮູ້​ກິດຈະການ​ອັນ​ຍິ່ງໃຫຍ່ ຣິດອຳນາດ​ແລະ​ຣັດສະໝີ​ແຫ່ງ​ຣາຊອານາຈັກ​ຂອງ​ພຣະອົງ.</verse>
				<verse number="13">ການ​ຄອງ​ອຳນາດ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດໄປ ແລະ​ອຳນາດ​ຂອງ​ພຣະອົງ​ກໍ​ຍືນຍົງ​ໄປຕະຫລອດ. ພຣະເຈົ້າຢາເວ​ສັດຊື່​ຕໍ່​ຄຳສັນຍາ​ຂອງ​ພຣະອົງ ພຣະອົງ​ມີ​ໃຈ​ເມດຕາ​ຕໍ່​ການກະທຳ​ທັງສິ້ນ.</verse>
				<verse number="14">ພຣະເຈົ້າຢາເວ​ຊ່ວຍ​ຄົນ​ທີ່​ຢູ່​ໃນ​ຄວາມ​ເດືອດຮ້ອນ​ຂັດສົນ ແລະ​ອູ້ມຊູ​ຄົນ​ທີ່​ລົ້ມລົງ​ໃຫ້​ເຂົາ​ລຸກຂຶ້ນ​ໃໝ່.</verse>
				<verse number="15">ທຸກໆ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ກໍ​ເບິ່ງ​ພຣະອົງ​ດ້ວຍ​ຄວາມຫວັງ ລໍຖ້າ​ພຣະອົງ​ໃຫ້​ອາຫານ​ຕາມ​ທີ່​ຕ້ອງການ​ນັ້ນ.</verse>
				<verse number="16">ພຣະອົງ​ໂຜດ​ໃຫ້​ພວກເຂົາ​ຢ່າງ​ພຽງພໍ ແລະ​ໃຫ້​ສົມ​ຄວາມປະສົງ​ທຸກຄົນ​ດ້ວຍ.</verse>
				<verse number="17">ພຣະເຈົ້າຢາເວ​ເປັນ​ຄວາມ​ຊອບທຳ​ໃນ​ທຸກສິ່ງ​ໃນ​ທາງ​ຂອງ​ພຣະອົງ. ແລະ​ຊົງ​ເມດຕາ​ໃນ​ການ​ກະທຳ​ທຸກຢ່າງ.</verse>
				<verse number="18">ພຣະເຈົ້າຢາເວ​ຢູ່​ໃກ້ຊິດ​ທຸກໆ​ຄົນ​ທີ່​ຮ້ອງຫາ​ພຣະອົງ ຄື​ຜູ້​ທີ່​ຮ້ອງຫາ​ພຣະອົງ​ຢ່າງ​ຈິງໃຈແທ້.</verse>
				<verse number="19">ທຸກຄົນ​ທີ່​ໃຫ້ກຽດ​ພຣະອົງ​ກໍໄດ້​ຕາມ​ທີ່​ຕ້ອງການ ພຣະອົງ​ໄດ້ຍິນ​ສຽງ​ພວກເຂົາ​ຮ້ອງໄຫ້​ແລະ​ຊ່ວຍ​ເຂົາ​ໃຫ້​ພົ້ນ.</verse>
				<verse number="20">ພຣະເຈົ້າຢາເວ​ປົກປັກ​ຮັກສາ​ຜູ້​ທີ່​ຮັກ​ພຣະອົງ​ທຸກຄົນ ແຕ່​ພຣະອົງ​ຈະ​ທຳລາຍ​ຜູ້​ຊົ່ວຮ້າຍ​ທຸກຄົນ​ຖິ້ມ.</verse>
				<verse number="21">ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຢູ່​ສະເໝີ ຄື​ຈະ​ສັນລະເສີນ​ພຣະເຈົ້າຢາເວ​ຢູ່​ເລື້ອຍໆ. ຂໍ​ໃຫ້​ທຸກສິ່ງ​ທີ່​ຖືກ​ສ້າງ​ມາ ຈົ່ງ​ຍ້ອງຍໍ​ສັນລະເສີນ ພຣະນາມ​ອັນ​ບໍຣິສຸດ​ຂອງ​ພຣະອົງ​ຕະຫລອດໄປ​ເຖີດ.</verse>
			</chapter>
			<chapter number="146">
				<verse number="1">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຈິດວິນຍານ​ຂອງ​ຂ້ອຍ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.</verse>
				<verse number="2">ຂ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ຕາບໃດ​ທີ່​ມີ​ຊີວິດ​ຢູ່ ຂ້ອຍ​ຈະ​ຮ້ອງເພງ​ຖວາຍ​ແດ່​ພຣະເຈົ້າ​ຂອງ​ຂ້ອຍ​ຊົ່ວຊີວິດ​ຂ້ອຍ.</verse>
				<verse number="3">ຢ່າ​ມອບ​ຄວາມຫວັງ​ຂອງເຈົ້າ​ໄວ້​ໃນ​ບັນດາ​ຜູ້ນຳ ບໍ່ມີ​ມະນຸດ​ຄົນໃດ​ອາດ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ໄດ້.</verse>
				<verse number="4">ເວລາ​ພວກເຂົາ​ຕາຍ​ກໍ​ຈະ​ກັບຄືນ​ເປັນ​ຂີ້ຝຸ່ນ​ດິນ ແລ້ວ​ແຜນການ​ຂອງ​ພວກເຂົາ​ທັງໝົດ​ກໍ​ເຖິງ​ທີ່​ຈົບສິ້ນ.</verse>
				<verse number="5">ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ພຣະເຈົ້າ​ຂອງ​ຢາໂຄບ​ຊ່ວຍເຫຼືອ ຜູ້​ທີ່​ເພິ່ງ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ</verse>
				<verse number="6">ຜູ້​ສ້າງ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ທັງ​ທຸກສິ່ງ​ຢູ່​ໃນ​ນັ້ນ ພຣະອົງ​ຮັກສາ​ພຣະສັນຍາ​ສະເໝີ.</verse>
				<verse number="7">ພຣະອົງ​ຕັດສິນ​ເຂົ້າຂ້າງ​ຜູ້​ທີ່​ຖືກ​ຂົ່ມເຫັງ ແລະ​ໂຜດ​ອາຫານ​ໃຫ້​ແກ່​ຜູ້​ທີ່​ອຶດຫິວ. ພຣະເຈົ້າຢາເວ​ປົດປ່ອຍ​ນັກໂທດ​ໃຫ້​ເປັນ​ອິດສະຫລະ​ເສລີ.</verse>
				<verse number="8">ພຣະເຈົ້າຢາເວ​ໃຫ້​ຄົນ​ຕາບອດ​ໄດ້​ມີ​ໂອກາດ​ເຫັນຮຸ່ງ​ອີກ. ພຣະເຈົ້າຢາເວ​ຍົກຍໍ​ທຸກຄົນ​ທີ່​ໄດ້​ລົ້ມລົງ​ໃຫ້​ລຸກຂຶ້ນ​ໃໝ່ ພຣະເຈົ້າຢາເວ​ຮັກ​ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ທາງ​ຊອບທຳ​ນັ້ນ.</verse>
				<verse number="9">ພຣະເຈົ້າຢາເວ​ປົກປ້ອງ​ຄຸ້ມຄອງ​ຊາວ​ຕ່າງດ້າວ​ທັງຫລາຍ ທີ່​ອາໄສ​ຢູ່​ໃນ​ປະເທດ​ຂອງ​ພວກເຮົາ​ນັ້ນ. ພຣະອົງ​ຊ່ວຍ​ລູກກຳພ້າ​ທັງຫລາຍ​ແລະ​ແມ່ໝ້າຍ, ແຕ່​ທຳລາຍ​ແຜນການ​ຂອງ​ຄົນຊົ່ວຮ້າຍ.</verse>
				<verse number="10">ພຣະເຈົ້າຢາເວ​ເປັນ​ກະສັດ​ສືບໄປ ພູເຂົາ​ຊີໂອນ​ເອີຍ ພຣະເຈົ້າ​ຂອງເຈົ້າ​ຈະ​ປົກຄອງ​ສືບໆໄປ​ເປັນນິດ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.</verse>
			</chapter>
			<chapter number="147">
				<verse number="1">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ການ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ຂອງ​ພວກເຮົາ​ນັ້ນ​ເປັນ​ການດີ ການ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເປັນ​ທີ່​ຍິນດີ​ແລະ​ຖືກຕ້ອງ.</verse>
				<verse number="2">ພຣະເຈົ້າຢາເວ​ກຳລັງ​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ພຣະອົງ​ກຳລັງ​ນຳ​ພວກ​ທີ່​ຖືກ​ຈັບ​ໄປ​ນັ້ນ​ກັບຄືນ​ມາ.</verse>
				<verse number="3">ພຣະອົງ​ປິ່ນປົວ​ຄົນ​ທີ່​ມີ​ຄວາມ​ບວບຊໍ້າ​ໃນ​ຈິດໃຈ ແລະ​ພັນ​ບາດແຜ​ໃຫ້​ແກ່​ເຂົາເຈົ້າ.</verse>
				<verse number="4">ແມ່ນ​ພຣະອົງ​ເທົ່ານັ້ນ​ທີ່​ກຳນົດ​ດວງດາວ​ທັງຫລາຍ ແລະ​ເອີ້ນ​ດາວ​ນັ້ນ​ຕາມ​ຊື່​ທີ່​ພຣະອົງ​ໃສ່​ໃຫ້.</verse>
				<verse number="5">ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ຍິ່ງໃຫຍ່​ແລະ​ຊົງ​ຣິດອຳນາດ​ຫລາຍ ບໍ່ມີ​ຜູ້ໃດ​ທີ່​ຊັ່ງຊາ​ສະຕິປັນຍາ​ຂອງ​ພຣະອົງ​ໄດ້.</verse>
				<verse number="6">ພຣະເຈົ້າຢາເວ​ຍົກ​ຜູ້​ທີ່​ຖ່ອມຕົວ ສ່ວນ​ຄົນຊົ່ວຮ້າຍ​ທັງຫລາຍ ພຣະອົງ​ຢຽບຢໍ່າ​ລົງ​ແລະ​ທຳລາຍ​ຖິ້ມ.</verse>
				<verse number="7">ຈົ່ງ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຈົ່ງ​ດີດ​ກິດຕາ ຈົ່ງ​ບັນເລງ​ເພງ​ຖວາຍ​ແກ່​ພຣະເຈົ້າ​ຂອງ​ພວກເຮົາ.</verse>
				<verse number="8">ພຣະອົງ​ໃຫ້​ເມກ​ປົກຄຸມ​ທົ່ວ​ທັງ​ຟ້າ​ສະຫວັນ ແລະ​ໃຫ້​ຝົນ​ແກ່​ແຜ່ນດິນ​ໂລກ ທັງ​ຫຍ້າ​ທີ່​ເກີດ​ຕາມ​ເນີນພູ​ດ້ວຍ.</verse>
				<verse number="9">ພຣະອົງ​ຈັດຫາ​ອາຫານ​ການກິນ​ແກ່​ຝູງສັດ ແລະ​ລ້ຽງ​ລູກກາ​ຮ້ອງ ເມື່ອ​ມັນ​ຫິວໂຫຍ.</verse>
				<verse number="10">ຄວາມ​ພໍໃຈ​ຂອງ​ພຣະອົງ​ບໍ່ແມ່ນ​ຢູ່​ໃນ​ມ້າ​ທີ່​ມີ​ກຳລັງ ຫລື​ຄວາມ​ສຸກໃຈ​ບໍ່ແມ່ນ​ຢູ່​ໃນ​ຂາ​ຂອງ​ມະນຸດ,</verse>
				<verse number="11">ແຕ່​ຄວາມ​ພໍໃຈ​ຂອງ​ພຣະເຈົ້າຢາເວ​ຢູ່​ນຳ​ຜູ້​ທີ່​ຢຳເກງ​ພຣະອົງ ຄື​ຜູ້​ທີ່​ໄວ້ວາງໃຈ​ໃນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ.</verse>
				<verse number="12">ໂອ ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ໂອ ພູເຂົາ​ຊີໂອນ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ຂອງເຈົ້າ​ເຖີດ.</verse>
				<verse number="13">ພຣະອົງ​ຮັກສາ​ປະຕູ​ເມືອງ​ຂອງເຈົ້າ​ໃຫ້​ເຂັ້ມແຂງ ພຣະອົງ​ອວຍພອນ​ປະຊາຊົນ​ຂອງເຈົ້າ.</verse>
				<verse number="14">ພຣະອົງ​ຮັກສາ​ຊາຍແດນ​ຂອງເຈົ້າ​ໃຫ້​ປອດໄພ ແລະ​ໃຫ້​ເຈົ້າ​ອີ່ມໜຳ​ສຳລານ​ດ້ວຍ​ເຂົ້າບາເລ​ອັນ​ດີເລີດ.</verse>
				<verse number="15">ພຣະອົງ​ໃຫ້​ຄຳສັ່ງ​ແກ່​ແຜ່ນດິນ​ໂລກ​ເຮົາ ສິ່ງ​ທີ່​ພຣະອົງ​ກ່າວ​ອອກ​ໄປ​ກໍ​ສຳເລັດຜົນ​ໂລດ.</verse>
				<verse number="16">ພຣະອົງ​ໄດ້​ບັນດານ​ໃຫ້​ຫິມະ​ຕົກລົງ​ມາ ດັ່ງ​ດອກ​ຝ້າຍ​ຂາວໆ​ທີ່​ແຜ່​ຢາຍ​ເຕັມ​ຕາມ​ພື້ນ ແລະ​ໃຫ້​ນໍ້າ​ຄ້າງ​ເຫລື້ອມໆ​ກະຈາຍ​ທົ່ວ​ໜ້າດິນ ດັ່ງ​ຝຸ່ນ​ລະອອງ​ທີ່​ລອຍ​ຢູ່​ຕາມ​ໜ້າດິນ​ນັ້ນ.</verse>
				<verse number="17">ໝາກເຫັບ​ທີ່​ພຣະອົງ​ສົ່ງ​ລົງ​ມາ​ກໍ​ແຂງ​ດັ່ງ​ຂີ້ຫີນ ແລະ​ບໍ່ມີ​ຜູ້ໃດ​ທົນ​ໜາວ​ທີ່​ພຣະອົງ​ສົ່ງ​ມາ​ນັ້ນ​ໄດ້.</verse>
				<verse number="18">ເມື່ອ​ພຣະອົງ​ສັ່ງ​ນໍ້າກ້ອນ​ກໍ​ເປື່ອຍ​ລະລາຍ​ໄປ ເມື່ອ​ພຣະອົງ​ສົ່ງ​ລົມ​ມາ ນໍ້າ​ກໍ​ໄຫລ​ຖ້ວມ.</verse>
				<verse number="19">ພຣະອົງ​ໃຫ້​ຖ້ອຍຄຳ​ແກ່​ປະຊາຊົນ​ຂອງ​ພຣະອົງ ໃຫ້​ຄຳແນະນຳ ແລະ​ກົດບັນຍັດ​ແກ່​ອິດສະຣາເອນ​ນັ້ນ.</verse>
				<verse number="20">ພຣະອົງ​ບໍ່ໄດ້​ເຮັດ​ເຊັ່ນນີ້​ສຳລັບ​ຊົນຊາດ​ອື່ນໃດ ພວກເຂົາ​ຈຶ່ງ​ບໍ່ໄດ້​ຮູ້ຈັກ​ກົດບັນຍັດ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.</verse>
			</chapter>
			<chapter number="148">
				<verse number="1">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ! ຈາກ​ຟ້າ​ສະຫວັນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ; ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ໃນ​ທີ່​ສູງສຸດ​ທັງຫຼາຍ.</verse>
				<verse number="2">ບັນດາ​ເທວະດາ​ພ້ອມ​ທັງ​ກອງທັບ​ທັງໝົດ​ຂອງ​ພຣະອົງ​ທີ່​ເມືອງ​ສະຫວັນ ຈົ່ງ​ພາກັນ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເທີ້ນ.</verse>
				<verse number="3">ດວງຕາເວັນ ດວງເດືອນ ພ້ອມ​ດວງດາວ​ທັງຫລາຍ ທີ່​ສ່ອງແສງ​ແຈ້ງໃສ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເທີ້ນ.</verse>
				<verse number="4">ຟ້າ​ສະຫວັນ​ທີ່​ສູງສຸດ ແລະ​ນໍ້າ​ທີ່​ຟ້າ​ສະຫວັນ​ເບື້ອງເທິງ ຈົ່ງ​ພາກັນ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເທີ້ນ.</verse>
				<verse number="5">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າຢາເວ​ເຖີດ ພຽງແຕ່​ພຣະອົງ​ສັ່ງ​ເທົ່ານັ້ນ ແລະ​ທຸກສິ່ງ​ເຫຼົ່ານີ້​ກໍ​ຖືກ​ສ້າງ​ຂຶ້ນ​ມາ.</verse>
				<verse number="6">ໂດຍ​ພຣະ​ຄຳສັ່ງ​ເຫຼົ່ານີ້​ຈຶ່ງ​ຄົງ​ຢູ່​ບ່ອນເກົ່າ​ສືບໄປ ແລະ​ກໍ​ບໍ່​ລະເມີດ​ຄຳສັ່ງ​ໃດໆ​ທັງນັ້ນ.</verse>
				<verse number="7">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ສັດ​ໃນ​ທ້ອງ​ທະເລ​ກັບ​ມະຫາສະໝຸດ​ເລິກ​ທັງຫລາຍ ຈາກ​ແຜ່ນດິນ​ໂລກ​ເຮົາ​ນີ້</verse>
				<verse number="8">ຟ້າ​ແມບເຫລື້ອມ ນໍ້າໝອກ ຫິມະ​ແລະ​ໝາກເຫັບ ພ້ອມ​ທັງ​ລົມ​ແຮງ​ທີ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="9">ບັນດາ​ພູນ້ອຍ​ພູ​ໃຫຍ່​ພ້ອມ​ດ້ວຍ​ຕົ້ນໄມ້​ທັງຫລາຍ ແລະ​ປ່າດົງ​ພົງໄພ</verse>
				<verse number="10">ສັດ​ບ້ານ​ສັດປ່າ​ທຸກ​ໂຕ ພ້ອມທັງ​ສັດຍ່າງຍ້າຍ​ເລືອຄານ ແລະ​ຝູງນົກ.</verse>
				<verse number="11">ບັນດາ​ກະສັດ​ແລະ​ປະຊາຊົນ​ທຸກຖ້ວນໜ້າ ບັນດາ​ເຈົ້າຊາຍ​ແລະ​ພວກ​ເຈົ້ານາຍ​ແຫ່ງ​ໂລກນີ້</verse>
				<verse number="12">ທັງ​ຊາຍໜຸ່ມ​ຍິງສາວ ແລະ​ພວກ​ຜູ້ເຖົ້າ ພ້ອມທັງ​ພວກ​ເດັກນ້ອຍ.</verse>
				<verse number="13">ຂໍ​ໃຫ້​ສິ່ງ​ທັງໝົດ​ເຫຼົ່ານີ້ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າຢາເວ ເພາະ​ພຣະນາມ​ຂອງ​ພຣະອົງ​ຍິ່ງໃຫຍ່​ກວ່າ​ນາມ​ໃດໆ​ທັງສິ້ນ. ສະຫງ່າຣາສີ​ຂອງ​ພຣະອົງ​ສູງສົ່ງ​ເໜືອ​ແຜ່ນດິນ​ໂລກ ແລະ​ທັງ​ຢູ່​ເໜືອ​ຟ້າ​ສະຫວັນ.</verse>
				<verse number="14">ພຣະອົງ​ໃຫ້​ຊົນຊາດ​ຂອງ​ພຣະອົງ​ໄດ້​ເຂັ້ມແຂງ​ຂຶ້ນ​ອີກ​ໃໝ່ ເພື່ອ​ປະຊາຊົນ​ທັງປວງ​ຈະ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະອົງ ຄື​ຊາດ​ອິດສະຣາເອນ ພວກ​ທີ່ຮັກຍິ່ງ​ຂອງ​ພຣະອົງ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.</verse>
			</chapter>
			<chapter number="149">
				<verse number="1">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ຈົ່ງ​ຮ້ອງເພງ​ບົດໃໝ່​ຖວາຍ​ແກ່​ພຣະເຈົ້າຢາເວ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ໃນ​ທີ່​ປະຊຸມ​ພວກ​ທີ່​ສັດຊື່.</verse>
				<verse number="2">ຈົ່ງ​ເບີກບານ​ໃຈ​ໃນ​ພຣະຜູ້​ສ້າງ​ເຖີດ ຊາດ​ອິດສະຣາເອນ​ເອີຍ ຊາວ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ຊື່ນໃຈ​ຍິນດີ ໃນ​ກະສັດ​ຂອງ​ພວກເຈົ້າ.</verse>
				<verse number="3">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ​ດ້ວຍ​ການ​ຟ້ອນລຳ​ທຳເພງ ຈົ່ງ​ຕີ​ກອງ​ແລະ​ດີດ​ກິດຕາ ຍ້ອງຍໍ​ສັນລະເສີນ​ພຣະອົງ.</verse>
				<verse number="4">ພຣະເຈົ້າຢາເວ​ຊື່ນບານ​ໃຈ​ແທ້​ໃນ​ປະຊາຊົນ​ຂອງ​ພຣະອົງ ພຣະອົງ​ໃຫ້ກຽດ​ຜູ້​ທີ່​ຖ່ອມຕົວ​ໂດຍ​ໃຫ້​ເຂົາ​ໄດ້​ໄຊຊະນະ.</verse>
				<verse number="5">ຂໍ​ໃຫ້​ປະຊາຊົນ​ຂອງ​ພຣະເຈົ້າ​ຊື່ນບານ​ໃຈ ໃນ​ໄຊຊະນະ​ຂອງ​ເຂົາເຈົ້າ ແລະ​ພາກັນ​ຮ້ອງເພງ​ຕະຫລອດ​ຄືນ ຢ່າງ​ຊົມຊື່ນ​ໃນ​ຈິດໃຈ​ເຖີດ.</verse>
				<verse number="6">ຂໍ​ໃຫ້​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ດ້ວຍ​ສຽງດັງ ທັງ​ຖື​ດາບ​ອັນ​ຄົມ​ຢູ່​ໃນ​ມື​ຂອງ​ພວກເຂົາ​ດ້ວຍ</verse>
				<verse number="7">ເພື່ອ​ເອົາ​ຊະນະ​ຊົນຊາດ​ທັງຫລາຍ ແລະ​ລົງໂທດ​ຄົນ​ທຸກ​ຊາດ​ທຸກ​ພາສາ​ນັ້ນ</verse>
				<verse number="8">ເພື່ອ​ເອົາ​ໂສ້​ລ່າມ​ບັນດາ​ກະສັດ​ຂອງ​ພວກເຂົາ ແລະ​ໃຊ້​ໂສ້​ເຫຼັກ​ຮັດ​ຜູ້ນຳ​ຂອງ​ພວກເຂົາ​ໄວ້</verse>
				<verse number="9">ເພື່ອ​ລົງໂທດ​ຊົນຊາດ​ຕາມ​ທີ່​ພຣະເຈົ້າ​ໄດ້​ບັນຊາ ນີ້​ແມ່ນ​ໄຊຊະນະ​ແຫ່ງ​ປະຊາຊົນ​ຂອງ​ພຣະເຈົ້າ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.</verse>
			</chapter>
			<chapter number="150">
				<verse number="1">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ໃນ​ພຣະວິຫານ​ຂອງ​ພຣະອົງ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະ​ກຳລັງ​ໃນ​ຟ້າ​ສະຫວັນ</verse>
				<verse number="2">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເພາະ​ສິ່ງ​ຍິ່ງໃຫຍ່​ທີ່​ໄດ້​ຊົງ​ກະທຳ ຈົ່ງ​ຍ້ອງຍໍ​ສັນລະເສີນ​ຄວາມ​ຍິ່ງໃຫຍ່​ສູງສຸດ​ຂອງ​ພຣະອົງ.</verse>
				<verse number="3">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ໂດຍ​ເປົ່າແກ​ສຽງ​ດັງໆ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ໂດຍ​ດີດ​ກິດຕາ​ແລະ​ໝາກ​ກະຈັບປີ່</verse>
				<verse number="4">ຈົ່ງ​ຕີ​ກອງ​ແລະ​ຟ້ອນລຳ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຈົ່ງ​ດີດ​ກິດຕາ ແລະ​ເປົ່າ​ຂຸ່ຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ.</verse>
				<verse number="5">ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ດ້ວຍ​ການ​ຕົບ​ຊິ່ງ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ດ້ວຍ​ການ​ຕົບແສ່ງ.</verse>
				<verse number="6">ຂໍ​ໃຫ້​ທຸກສິ່ງ​ທີ່​ຫາຍໃຈ​ຢູ່​ນັ້ນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.</verse>
			</chapter>
		</book>
		<book number="20">
			<chapter number="1">
				<verse number="1">ສຸພາສິດ​ເຫຼົ່ານີ້​ເປັນ​ຄຳເວົ້າ​ຂອງ​ເຈົ້າໂຊໂລໂມນ ກະສັດ​ແຫ່ງ​ຊາດ​ອິດສະຣາເອນ​ລູກຊາຍ​ຂອງ​ດາວິດ.</verse>
				<verse number="2">ທີ່​ນີ້​ແມ່ນ​ສຸພາສິດ​ຊຶ່ງ​ຈະ​ຊ່ວຍ​ໃຫ້​ທ່ານ​ຮູ້ຈັກ​ເຖິງ​ຄຸນຄ່າ​ຂອງ​ປັນຍາ​ກັບ​ຄຳແນະນຳ​ທີ່ດີ ແລະ​ຈະ​ຊ່ວຍ​ໃຫ້​ເຂົ້າໃຈ​ເຖິງ​ຄຳເວົ້າ​ທີ່​ມີ​ຄວາມໝາຍ​ອັນ​ເລິກເຊິ່ງ​ພິເສດ.</verse>
				<verse number="3">ຄຳ​ສຸພາສິດ​ສອນ​ໃຫ້​ຮູ້ຈັກ​ເຖິງ​ການ​ດຳເນີນ​ຊີວິດ​ຢ່າງ​ສະຫລາດ​ໄດ້ ແລະ​ໃຫ້​ເປັນ​ຄົນ​ສັດຊື່, ຖືກຕ້ອງ​ແລະ​ເປັນທຳ.</verse>
				<verse number="4">ຄຳ​ສຸພາສິດ​ເຮັດ​ໃຫ້​ຄົນ​ທີ່​ຂາດ​ປະສົບການ ຫລັກແຫລມ​ໄດ້ ແລະ​ສັ່ງສອນ​ຄົນໜຸ່ມ​ໃຫ້​ມີ​ປັນຍາ​ຮອບຄອບ.</verse>
				<verse number="5">ຄຳ​ສຸພາສິດ​ເຫຼົ່ານີ້​ຍັງ​ເພີ່ມພູນ​ຄວາມຮູ້​ໃຫ້​ແກ່​ນັກປາດ ແລະ​ຊີ້​ແນວທາງ​ໃຫ້​ແກ່​ຜູ້​ທີ່​ມີ​ການ​ສຶກສາ</verse>
				<verse number="6">ເພື່ອ​ວ່າ​ພວກເຂົາ​ຈະ​ເຂົ້າໃຈ​ໄດ້​ເຖິງ​ຄວາມໝາຍ​ອັນ​ລັບເລິກ​ຂອງ​ຄຳ​ສຸພາສິດ ແລະ​ບັນຫາ​ຕ່າງໆ​ຂອງ​ບັນດາ​ນັກປາດ​ທີ່​ຍົກ​ຂຶ້ນ​ມາ.</verse>
				<verse number="7">ການ​ຢຳເກງ​ພຣະເຈົ້າຢາເວ ເປັນ​ບໍ່ເກີດ​ແຫ່ງ​ປັນຍາ ຄົນ​ໂງ່ຈ້າ​ປະໝາດ​ປັນຍາ ແລະ​ການ​ສຶກສາ​ຮຽນຮູ້.</verse>
				<verse number="8">ລູກ​ເອີຍ ຈົ່ງ​ເອົາໃຈໃສ່​ຕໍ່​ສິ່ງ​ທີ່​ພໍ່​ແມ່​ບອກສອນ.</verse>
				<verse number="9">ຄຳສັ່ງສອນ​ຂອງ​ເພິ່ນ​ຈະ​ປັບປຸງ​ນິໄສ​ໃຈຄໍ​ຂອງເຈົ້າ​ໃຫ້​ດີ​ຂຶ້ນ ເປັນ​ດັ່ງ​ພວງມະໄລ​ແຫ່ງ​ພຣະຄຸນ​ສຸບ​ໃສ່​ຫົວ​ຂອງ​ເຈົ້າ ແລະ​ເປັນ​ສາຍສ້ອຍ​ຄ້ອງຄໍ​ຂອງ​ເຈົ້າ.</verse>
				<verse number="10">ລູກ​ເອີຍ ເມື່ອ​ຄົນບາບ​ລໍ້ລວງ​ເຈົ້າ​ຢ່າ​ສູ່​ຍອມ​ເຮັດ​ຕາມ​ພວກເຂົາ.</verse>
				<verse number="11">ຖ້າ​ພວກເຂົາ​ຊວນ​ວ່າ, “ໄປ​ກັບ​ພວກເຮົາ​ເທາະ​ໄປ​ຫາ​ດັກ​ໂຈມຕີ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ມາ​ຂ້າ​ຖິ້ມ</verse>
				<verse number="12">ຈົ່ງ​ຂ້າ​ພວກເຂົາ​ຖິ້ມ​ທັງເປັນ​ໃຫ້​ເໝືອນດັ່ງ​ຄວາມຕາຍ​ກືນກິນ​ມະນຸດ.</verse>
				<verse number="13">ພວກເຮົາ​ຈະ​ໄດ້​ຂອງ​ມີຄ່າ​ຫລາຍໆ​ຢ່າງ​ມາ​ໄວ້​ຢູ່​ເຕັມ​ເຮືອນ.</verse>
				<verse number="14">ຈົ່ງ​ມາ​ຮ່ວມ​ກັບ​ພວກເຮົາ​ເທາະ ແລະ​ພວກເຮົາ​ທຸກຄົນ​ຈະ​ໄດ້​ຮັບ​ສ່ວນແບ່ງ​ທີ່​ລັກ​ມາ​ໄດ້​ນັ້ນ.”</verse>
				<verse number="15">ລູກ​ເອີຍ ເຈົ້າ​ຢ່າ​ຍ່າງ​ໄປ​ກັບ​ຄົນ​ຢ່າງນັ້ນ ຈົ່ງ​ຫລີກ​ໜີ​ຈາກ​ພວກເຂົາ.</verse>
				<verse number="16">ເພາະ​ຕີນ​ຂອງ​ພວກເຂົາ​ແລ່ນ​ໄປ​ຫາ​ຄວາມ​ຊົ່ວຮ້າຍ ແລະ​ຟ້າວຟັ່ງ​ເຮັດ​ໃຫ້​ເລືອດ​ຕົກ.</verse>
				<verse number="17">ການ​ກາງ​ຕາໜ່າງ​ເພື່ອ​ດັກຈັບ​ນົກ​ທີ່​ມືນ​ຕາ​ເບິ່ງ​ເຈົ້າ​ຢູ່​ນັ້ນ​ກໍ​ບໍ່​ໄດ້​ຜົນ</verse>
				<verse number="18">ແຕ່​ຄົນ​ຢ່າງ​ນັ້ນ ກຳລັງ​ຫ້າງ​ແຮ້ວ​ໃສ່​ຕົນເອງ​ເປັນ​ແຮ້ວ​ຊຶ່ງ​ຈະ​ຂ້າ​ພວກ​ເຂົາເອງ.</verse>
				<verse number="19">ການ​ປຸ້ນຈີ້​ຮຽກຮ້ອງ​ເອົາ​ຊີວິດ​ຂອງ​ນັກ​ປຸ້ນຈີ້​ສະເໝີ ອັນນີ້ ແມ່ນ​ສິ່ງ​ທີ່​ເກີດຂຶ້ນ​ກັບ ຜູ້ໃດ​ກໍໄດ້​ທີ່​ໃຊ້​ຊີວິດ​ໂດຍ​ອາໄສ​ການ​ຮຸນແຮງ.</verse>
				<verse number="20">ຈົ່ງ​ຟັງ​ເຖີດ ປັນຍາ​ພວມ​ຮ້ອງ​ອອກ​ໄປ​ຕາມ​ຖະໜົນ​ຫົນທາງ​ແລະ​ຕາມ​ທີ່​ສາທາລະນະ</verse>
				<verse number="21">ຮ້ອງ​ສຽງ​ດັງໆ​ຢູ່​ຕາມ​ປະຕູ​ເມືອງ ແລະ​ຕາມ​ທີ່​ປະຊາຊົນ​ມາ​ປະຊຸມ​ກັນ​ວ່າ,</verse>
				<verse number="22">“ຄົນໂງ່ຈ້າ​ເອີຍ ພວກເຈົ້າ​ຢາກ​ເປັນ​ຄົນໂງ່ຈ້າ​ຢູ່​ອີກ​ເຫິງ​ປານໃດ? ພວກເຈົ້າ​ຍັງ​ຈະ​ພໍໃຈ​ກັບ​ການ​ດູໝິ່ນ​ປະໝາດ​ຄວາມຮູ້​ຢູ່​ບໍ? ພວກເຈົ້າ​ຈະ​ບໍ່​ຮໍ່າຮຽນ​ເອົາ​ຈັກເທື່ອ​ບໍ?</verse>
				<verse number="23">ຈົ່ງ​ຟັງ​ເມື່ອ​ເຮົາ​ກ່າວ​ຕັກເຕືອນ​ເຈົ້າ, ເຮົາ​ຈະ​ເທ​ຄວາມຄິດ​ອັນ​ດີ​ໃຫ້​ແກ່​ເຈົ້າ ແລະ​ແຈກຢາຍ​ຖ້ອຍຄຳ​ຂອງເຮົາ​ໃຫ້​ແກ່​ເຈົ້າ.</verse>
				<verse number="24">ເພາະ​ເຮົາ​ໄດ້​ເອີ້ນ​ຫາ​ເຈົ້າ​ແລະ​ເຊີນ​ເຈົ້າ​ມາ, ແຕ່​ເຈົ້າ​ພັດ​ບໍ່​ຕອບ​ເຮົາ. ເຮົາ​ໄດ້​ຍື່ນ​ມື​ໃຫ້​ເຈົ້າ​ຈັບ, ແຕ່​ເຈົ້າ​ພັດ​ເບີດເສີຍ​ຢູ່.</verse>
				<verse number="25">ແລະ​ເພາະ​ເຈົ້າ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ຄຳແນະນຳ​ຂອງເຮົາ ແລະ​ບໍ່​ຍອມ​ໃຫ້​ເຮົາ​ຕັກເຕືອນ​ກໍ່ສ້າງ​ເຈົ້າ.</verse>
				<verse number="26">ສະນັ້ນ ເມື່ອ​ເຈົ້າ​ຕົກ​ຢູ່​ໃນ​ຄວາມ​ເດືອດຮ້ອນ ເຮົາ​ຈະ​ຫົວຂວັນ​ໃສ່​ເຈົ້າ. ເມື່ອ​ເຈົ້າ​ຢ້ານກົວ​ຂວັນເສຍ ເຮົາ​ຈະ​ເຍາະເຍີ້ຍ​ເຈົ້າ</verse>
				<verse number="27">ເມື່ອ​ຄວາມຢ້ານ​ອັນ​ໃຫຍ່​ມາ​ກະທົບ​ເຈົ້າ​ດັ່ງ​ລົມພະຍຸ​ກ້າ ໂດຍ​ນຳ​ເອົາ​ຄວາມ​ທຸກຮ້ອນ​ອັນ​ໂຫດຫ້ຽມ​ດັ່ງ​ລົມ​ຫົວກຸດ ເຈົ້າ​ກໍ​ຈະ​ໄດ້​ຮັບ​ຄວາມ​ເຈັບປວດ​ແລະ​ຄວາມ​ທຸກ​ລຳບາກ.</verse>
				<verse number="28">ເມື່ອນັ້ນ​ແຫລະ ເຈົ້າ​ຈະ​ເອີ້ນ​ຫາ​ປັນຍາ, ແຕ່​ເຮົາ​ຈະ​ບໍ່​ຕອບ​ເຈົ້າ. ເຈົ້າ​ຈະ​ຊອກ​ຫາ​ເຮົາ​ໃນ​ທົ່ວ​ທຸກບ່ອນ, ແຕ່​ເຈົ້າ​ຈະ​ບໍ່​ພົບ​ເຮົາ.</verse>
				<verse number="29">ເພາະ​ເຈົ້າ​ກຽດຊັງ​ຄວາມຮູ້ ແລະ​ປະຕິເສດ​ທີ່​ຈະ​ຢ້ານຢຳ​ພຣະເຈົ້າຢາເວ.</verse>
				<verse number="30">ເຈົ້າ​ບໍ່ເຄີຍ​ຕ້ອງການ​ຄຳແນະນຳ​ຈາກ​ເຮົາ​ເລີຍ ຫລື​ບໍ່​ສົນໃຈ​ຈັກເທື່ອ​ເພື່ອ​ໃຫ້​ເຮົາ​ຕັກເຕືອນ​ກໍ່ສ້າງ​ເຈົ້າ.</verse>
				<verse number="31">ດ້ວຍເຫດນີ້ ເຈົ້າ​ຈຶ່ງ​ຈະ​ໄດ້​ຮັບ​ຜົນ​ຕອບແທນ​ຕາມ​ທາງ​ຂອງ​ເຈົ້າ ຈົນ​ເຈົ້າ​ເບື່ອໜ່າຍ​ຕໍ່​ຄວາມຊົ່ວ​ທີ່​ເຈົ້າ​ໄດ້​ກະທຳ​ມາ.</verse>
				<verse number="32">ຄົນໂງ່ຈ້າ​ຕາຍ​ຍ້ອນ​ຂາດ​ປັນຍາ ແລະ​ຄວາມປະໝາດ​ຂອງ​ຄົນໂງ່​ກໍ​ເປັນ​ທາງ​ສູ່​ຄວາມ​ຈິບຫາຍ​ວາຍວອດ.</verse>
				<verse number="33">ແຕ່​ຜູ້ໃດ​ກໍຕາມ​ທີ່​ຟັງ​ເຮົາ​ຈະ​ປອດໄພ ແລະ​ຈະ​ມີ​ຊີວິດ​ຢູ່​ໂດຍ​ບໍ່​ຢ້ານ​ອັນຕະລາຍ​ໃດໆ​ທັງສິ້ນ.”</verse>
			</chapter>
			<chapter number="2">
				<verse number="1">ລູກ​ເອີຍ ຈົ່ງ​ຮໍ່າຮຽນ​ເອົາ​ສິ່ງ​ທີ່​ພໍ່​ບອກສອນ ແລະ​ຢ່າ​ລືມ​ສິ່ງ​ທີ່​ພໍ່​ບອກ​ໃຫ້​ປະພຶດ.</verse>
				<verse number="2">ຈົ່ງ​ໃຊ້​ຫູ​ຟັງ​ສິ່ງ​ທີ່​ມີ​ປັນຍາ ແລະ​ຈົ່ງ​ໃສ່​ໃຈ​ປະຕິບັດ​ຕາມ​ຄວາມ​ເຂົ້າໃຈ​ໃນ​ປັນຍາ​ນັ້ນ.</verse>
				<verse number="3">ໃຫ້​ສະແຫວງ​ຫາ​ຄວາມຮູ້ ແລະ​ວິງວອນ​ຂໍ​ຄວາມ​ເຂົ້າໃຈ.</verse>
				<verse number="4">ຈົ່ງ​ຊອກຫາ​ປັນຍາ​ດັ່ງ​ເຈົ້າ​ຊອກຫາ​ເງິນ ຫລື​ຂຸມ​ຊັບ​ທີ່​ຖືກ​ເຊື່ອງ​ໄວ້.</verse>
				<verse number="5">ຖ້າ​ເຮັດ​ເຊັ່ນ​ນີ້ ເຈົ້າ​ກໍ​ຈະ​ຮູ້ຈັກ​ຄວາມ​ຢຳເກງ​ພຣະເຈົ້າຢາເວ ແລະ​ເຈົ້າ​ຈະ​ບັນລຸ​ຜົນ​ສຳເລັດ​ໃນ​ການ​ຮຽນຮູ້​ເຖິງ​ພຣະເຈົ້າ.</verse>
				<verse number="6">ແມ່ນ​ພຣະເຈົ້າຢາເວ​ທີ່​ເປັນ​ຜູ້​ໂຜດ​ໃຫ້​ປັນຍາ, ຄວາມຮູ້ ແລະ​ຄວາມ​ເຂົ້າໃຈ​ແມ່ນ​ມາ​ຈາກ​ພຣະອົງ.</verse>
				<verse number="7">ພຣະອົງ​ຊົງ​ສະສົມ​ສະຕິປັນຍາ​ໄວ້​ໃຫ້​ຄົນ​ທ່ຽງທຳ ພຣະເຈົ້າ​ຊົງ​ເປັນ​ໂລ້​ໃຫ້​ແກ່​ຜູ້​ທີ່​ດຳເນີນ​ໃນ​ຄວາມສັດຊື່.</verse>
				<verse number="8">ພຣະອົງ​ຊົງ​ປົກປ້ອງ​ທາງ​ຂອງ​ຄວາມ​ຍຸດຕິທຳ ແລະ​ເຝົ້າ​ຮັກສາ​ທາງ​ຂອງ​ຄົນ​ທີ່​ເຊື່ອ​ໃນ​ພຣະອົງ.</verse>
				<verse number="9">ຖ້າ​ເຈົ້າ​ເຊື່ອຟັງ​ເຮົາ ເຈົ້າ​ກໍ​ຈະ​ຮູ້ຈັກ​ສິ່ງ​ທີ່​ຖືກຕ້ອງ ສິ່ງ​ທີ່​ເປັນທຳ​ແລະ​ສິ່ງ​ທີ່​ດີງາມ, ເຈົ້າ​ຈະ​ເຂົ້າໃຈ​ແນວທາງ​ອັນ​ດີງາມ​ທຸກຢ່າງ.</verse>
				<verse number="10">ເຈົ້າ​ຈະ​ກາຍເປັນ​ຄົນມີ​ປັນຍາ ແລະ​ຄວາມຮູ້​ຂອງເຈົ້າ​ກໍ​ຈະ​ໃຫ້​ເຈົ້າ​ມີ​ຄວາມສຸກ​ສະບາຍ​ໃຈ.</verse>
				<verse number="11">ຄວາມ​ເຂົ້າໃຈ​ອັນ​ແທ້ຈິງ​ກັບ​ຄວາມ​ສະຫລາດ​ຈະ​ປົກປ້ອງ​ເຈົ້າ</verse>
				<verse number="12">ແລະ​ຈະ​ກີດກັ້ນ​ເຈົ້າ​ໄວ້​ບໍ່​ໃຫ້​ປະພຶດ​ຜິດ ສິ່ງ​ເຫຼົ່ານີ້​ຈະ​ຮັກສາ​ເຈົ້າ​ໄວ້​ໃຫ້​ພົ້ນ​ຈາກ​ຄົນ​ທີ່​ມັກ​ສ້າງ​ຄວາມ​ເດືອດຮ້ອນ​ທາງ​ວາຈາ​ຄື:</verse>
				<verse number="13">ຄົນ​ທີ່​ໄດ້​ປະຖິ້ມ​ຊີວິດ​ອັນ​ຊອບທຳ ແລະ​ໄປ​ດຳເນີນ​ຊີວິດ​ໃນ​ຄວາມ​ມືດມົນ​ແຫ່ງ​ບາບ,</verse>
				<verse number="14">ຄົນ​ທີ່​ພົບ​ຄວາມ​ສະໜຸກ​ໃນ​ທາງ​ປະພຶດ​ຊົ່ວ ແລະ​ຄົນ​ທີ່​ພໍອົກ​ພໍໃຈ​ໃນ​ການ​ຊົ່ວຮ້າຍ​ນັ້ນ,</verse>
				<verse number="15">ຄື​ຄົນ​ທີ່​ທັງ​ຊີວິດ​ຂອງ​ເຂົາ​ລ້ວນແຕ່​ຄົດໂກງ​ທັງສິ້ນ.</verse>
				<verse number="16">ເຈົ້າ​ຈະ​ສາມາດ​ປ້ອງກັນ​ຕົວ​ໄດ້​ຈາກ​ຍິງ​ຊົ່ວ​ແຜດສະຫຍາ ທີ່​ຊອກຫາ​ລໍ້ລວງ​ເຈົ້າ​ໃຫ້​ເຮັດ​ຜິດ​ດ້ວຍ​ຄຳເວົ້າຈາ​ອັນ​ຮຽບຮ້ອຍ</verse>
				<verse number="17">ເປັນ​ຍິງ​ທີ່​ບໍ່​ສັດຊື່​ຕໍ່​ຜົວ​ຄົນ​ທຳອິດ​ຂອງຕົນ ແລະ​ລືມໄລ​ຄຳ​ສາບານ​ອັນ​ສັກສິດ​ທີ່​ຕົນ​ເຄີຍ​ມີ.</verse>
				<verse number="18">ຖ້າ​ເຈົ້າ​ໄປ​ບ່ອນ​ນາງ​ຢູ່​ອາໄສ ກໍ​ເທົ່າກັບ​ເຈົ້າ​ໄດ້​ເດີນ​ໄປ​ສູ່​ຄວາມຕາຍ​ເສຍ​ແລ້ວ.</verse>
				<verse number="19">ບໍ່ມີ​ໃຜ​ທີ່​ໄປ​ຫາ​ນາງ​ແລ້ວ ເຄີຍ​ກັບຄືນ​ມາ ລາວ​ບໍ່ໄດ້​ຄືນ​ມາ​ສູ່​ຫົນທາງ​ແຫ່ງ​ຊີວິດ​ອີກ​ຈັກເທື່ອ.</verse>
				<verse number="20">ສະນັ້ນ ເຈົ້າ​ຈຶ່ງ​ຕ້ອງ​ເອົາ​ແບບຢ່າງ​ຂອງ​ຄົນ​ຜູ້ດີ ແລະ​ດຳເນີນ​ຊີວິດ​ຂອງຕົນ​ຕາມ​ທາງ​ຊອບທຳ.</verse>
				<verse number="21">ເພາະ​ຄົນ​ຊອບທຳ​ຈະ​ໄດ້​ຢູ່​ໃນ​ດິນແດນ ແລະ​ຄົນ​ສັດຊື່​ຄົງ​ຢູ່​ໃນ​ນັ້ນ.</verse>
				<verse number="22">ແຕ່​ພຣະເຈົ້າ​ຈະ​ຕັດ​ຄົນຊົ່ວຮ້າຍ​ອອກ​ໄປ​ຈາກ​ດິນແດນ ແລະ​ຄົນ​ຄົດໂກງ​ຈະ​ຖືກ​ຖອນຮາກ​ອອກ​ຈາກ​ແຜ່ນດິນ​ນັ້ນ.</verse>
			</chapter>
			<chapter number="3">
				<verse number="1">ລູກ​ເອີຍ ຢ່າ​ລືມໄລ​ສິ່ງ​ທີ່​ພໍ່​ບອກສອນ ຈົ່ງ​ຈື່ຈຳ​ໃສ່ໃຈ​ສະເໝີ​ສິ່ງ​ທີ່​ພໍ່​ບອກ​ໃຫ້​ປະພຶດ.</verse>
				<verse number="2">ຄຳສັ່ງສອນ​ຂອງ​ພໍ່​ຈະ​ໃຫ້​ລູກ​ມີ​ຊີວິດ​ຍືນຍາວ​ແລະ​ຈະເລີນ​ຮຸ່ງເຮືອງ.</verse>
				<verse number="3">ຢ່າ​ປະຖິ້ມ​ຈັກເທື່ອ​ຄວາມ​ຈົງຮັກ​ພັກດີ ແລະ​ຄວາມສັດຊື່ ຈົ່ງ​ເອົາ​ສິ່ງ​ເຫຼົ່ານັ້ນ​ຄ້ອງ​ຄໍ​ເຈົ້າ​ໄວ້ ຈົ່ງ​ຂຽນ​ຈົດຈຳ​ໄວ້​ຢູ່​ໃນ​ຫົວໃຈ​ຂອງເຈົ້າ.</verse>
				<verse number="4">ຖ້າ​ເຈົ້າ​ເຮັດ​ເຊັ່ນນີ້ ທັງ​ພຣະເຈົ້າ​ແລະ​ມະນຸດ​ກໍ​ຈະ​ພໍໃຈ​ນຳ.</verse>
				<verse number="5">ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ຂອງເຈົ້າ. ຢ່າ​ເຊື່ອໝັ້ນ​ຈັກເທື່ອ​ໃນ​ສິ່ງ​ທີ່​ເຈົ້າ​ຄິດ​ວ່າ​ເຈົ້າ​ຮູ້ຈັກ.</verse>
				<verse number="6">ຈົ່ງ​ລະນຶກເຖິງ​ພຣະເຈົ້າ​ໃນ​ທຸກສິ່ງ​ທີ່​ເຈົ້າ​ກະທຳ ແລະ​ພຣະອົງ​ຈະ​ໃຫ້​ເຈົ້າ​ເຫັນ​ຫົນທາງ​ອັນ​ຖືກຕ້ອງ.</verse>
				<verse number="7">ຢ່າ​ຄິດ​ເລີຍ​ວ່າ​ຕົນ​ເປັນ​ຄົນມີ​ປັນຍາ​ກວ່າ​ທີ່​ຕົນ​ມີ​ຢູ່ ຈົ່ງ​ຢຳເກງ​ພຣະເຈົ້າຢາເວ​ເທົ່ານັ້ນ ແລະ​ຈົ່ງ​ຫລີກ​ໜີ​ຈາກ​ຄວາມ​ຊົ່ວຮ້າຍ.</verse>
				<verse number="8">ຖ້າ​ເຈົ້າ​ເຮັດ​ສິ່ງ​ນັ້ນ​ກໍ​ຈະ​ເປັນ​ຢາ​ດີ​ວິເສດ​ປິ່ນປົວ​ບາດແຜ​ຂອງເຈົ້າ​ໃຫ້​ຫາຍ ແລະ​ຜ່ອນຄາຍ​ຄວາມ​ເຈັບປວດ​ຂອງເຈົ້າ.</verse>
				<verse number="9">ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ດ້ວຍ​ຊັບສິນ​ຂອງຕົນ ດ້ວຍ​ຜົນ​ທໍາອິດ​ອັນ​ດີທີ່ສຸດ​ຈາກ​ຜົນລະປູກ​ທັງໝົດ​ຂອງເຈົ້າ.</verse>
				<verse number="10">ຖ້າ​ເຈົ້າ​ເຮັດ​ເຈົ້າ​ຈະ​ມີ​ເຂົ້າ​ເຕັມ​ເລົ້າ ແລະ​ມີ​ເຫຼົ້າ​ອະງຸ່ນ​ເຫລືອຫລາຍ​ຈົນ​ບໍ່ມີ​ບ່ອນ​ໃສ່.</verse>
				<verse number="11">ລູກ​ເອີຍ ຢ່າ​ປະໝາດ​ການ​ຕີສອນ​ຂອງ​ພຣະເຈົ້າຢາເວ ຫລື​ເບື່ອໜ່າຍ​ຕໍ່​ຄຳ​ຕັກເຕືອນ.</verse>
				<verse number="12">ພຣະເຈົ້າຢາເວ​ຕັກເຕືອນ​ກໍ່ສ້າງ​ຜູ້​ທີ່​ພຣະອົງ​ຊົງຮັກ ດັ່ງ​ພໍ່​ດັດແປງ​ກໍ່ສ້າງ​ລູກ​ຜູ້​ທີ່​ຕົນ​ພາກພູມ​ໃຈ​ນຳ.</verse>
				<verse number="13">ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄດ້​ພົບ​ປັນຍາ ແລະ​ຜູ້​ທີ່​ໄດ້​ຮັບ​ຄວາມ​ເຂົ້າໃຈ.</verse>
				<verse number="14">ເພາະ​ຜົນ​ທີ່​ໄດ້​ຈາກ​ປັນຍາ​ດີກວ່າ​ຜົນ​ທີ່​ໄດ້​ຈາກ​ເງິນ ແລະ​ກຳໄລ​ຈາກ​ປັນຍາ​ນັ້ນ​ດີກວ່າ​ຄຳ.</verse>
				<verse number="15">ປັນຍາ​ມີ​ຄຸນຄ່າ​ຫລາຍກວ່າ​ເພັດພອຍ ບໍ່ມີ​ສິ່ງໃດ​ທີ່​ເຈົ້າ​ປາຖະໜາ​ທຽບທັນ​ກັບ​ປັນຍາ​ໄດ້.</verse>
				<verse number="16">ປັນຍາ​ເຮັດ​ໃຫ້​ເຈົ້າ​ມີ​ຊີວິດ​ຍືນຍາວ​ທັງ​ມີ​ຊັບສິນ ແລະ​ກຽດສັກສີ​ດ້ວຍ.</verse>
				<verse number="17">ທາງ​ຂອງ​ປັນຍາ​ເປັນ​ທາງ​ຂອງ​ຄວາມ​ລາບລື້ນ ວິຖີ​ທາງ​ທັງສິ້ນ​ຂອງ​ປັນຍາ​ຄື​ສັນຕິສຸກ.</verse>
				<verse number="18">ປັນຍາ​ເປັນ​ຕົ້ນໄມ້​ແຫ່ງ​ຊີວິດ​ແກ່​ຜູ້​ທີ່​ຢຶດ​ໄວ້​ແໜ້ນ​ເອີ້ນ​ວ່າ​ຜາສຸກ.</verse>
				<verse number="19">ພຣະເຈົ້າຢາເວ​ໄດ້​ສ້າງ​ແຜ່ນດິນ​ໂລກ ດ້ວຍ​ປັນຍາ​ຂອງ​ພຣະອົງ ດ້ວຍ​ຄວາມ​ຮອບຮູ້​ຂອງ​ພຣະອົງ ຈຶ່ງ​ໄດ້​ຕັ້ງ​ຟ້າ​ສະຫວັນ ​ໄວ້​ໃນ​ທີ່ນັ້ນ.</verse>
				<verse number="20">ດ້ວຍ​ຄວາມຮອບຄອບ​ຂອງ​ພຣະອົງ​ນັ້ນ ນໍ້າ​ບາດານ​ກໍ​ພຸ​ອອກ​ມາ ແລະ​ເມກ​ກໍ​ເຮັດ​ໃຫ້​ນໍ້າໝອກ ນໍ້າ​ຄ້າງ​ຕົກລົງ​ມາ.</verse>
				<verse number="21">ລູກ​ເອີຍ ຈົ່ງ​ຢຶດໝັ້ນ​ໃນ​ປັນຍາ​ອັນ​ຖືກຕ້ອງ ແລະ​ຄວາມຮອບຄອບ​ອັນ​ແທ້ຈິງ​ຂອງເຈົ້າ. ຢ່າ​ປ່ອຍ​ໃຫ້​ທັງສອງ​ຢ່າງ​ໜີໄປ​ຈາກ​ສາຍຕາ​ຂອງເຈົ້າ​ໄດ້​ຈັກເທື່ອ.</verse>
				<verse number="22">ແລະ​ສິ່ງ​ທັງສອງ​ຈະ​ເປັນ​ຊີວິດ​ແກ່​ເຈົ້າ ແລະ​ເປັນ​ເຄື່ອງ​ເອ້​ປະດັບ​ຄໍ​ຂອງເຈົ້າ.</verse>
				<verse number="23">ດັ່ງນັ້ນ ເຈົ້າ​ຈະ​ເດີນ​ໄປ​ໄດ້​ຢ່າງ​ປອດໄພ ແລະ​ຕີນ​ຂອງເຈົ້າ​ຈະ​ບໍ່​ເຕະ​ສະດຸດ​ລົ້ມ​ລົງ.</verse>
				<verse number="24">ເຈົ້າ​ຈະ​ບໍ່​ຢ້ານ​ເມື່ອ​ເຈົ້າ​ນັ່ງ​ລົງ ແລະ​ເຈົ້າ​ຈະ​ນອນ​ຫລັບ​ສະໜິດ​ຕະຫລອດ​ຄືນ.</verse>
				<verse number="25">ເຈົ້າ​ຈະ​ບໍ່ໄດ້​ກັງວົນ​ເຖິງ​ຄວາມພິນາດ​ທີ່​ມາ​ຢ່າງ​ກະທັນຫັນ ຫລື​ລົມພະຍຸ​ຮ້າຍ​ທີ່​ມາ​ຖືກ​ຄົນຊົ່ວ.</verse>
				<verse number="26">ເພາະ​ພຣະເຈົ້າຢາເວ​ຊົງ​ເປັນ​ຄວາມ​ໝັ້ນໃຈ​ຂອງເຈົ້າ. ພຣະອົງ​ຈະ​ບໍ່​ປ່ອຍ​ໃຫ້​ຕີນ​ເຈົ້າ​ຕົກ​ຖືກ​ບ້ວງແຮ້ວ.</verse>
				<verse number="27">ຢ່າ​ເກັບ​ຄວາມດີ​ໄວ້​ຈາກ​ຜູ້​ທີ່​ສົມຄວນ​ຈະ​ໄດ້​ຮັບ ໃນ​ເມື່ອ​ສິ່ງນີ້​ຢູ່​ໃນ​ອຳນາດ​ຂອງເຈົ້າ​ທີ່​ຈະ​ກະທຳ​ໄດ້.</verse>
				<verse number="28">ຢ່າ​ປ່ອຍ​ໃຫ້​ເພື່ອນບ້ານ​ຂອງເຈົ້າ​ລໍ​ຖ້າ​ຈົນເຖິງ​ມື້ອື່ນ ສິ່ງ​ທີ່​ເຈົ້າ​ຊ່ວຍ​ໄດ້​ໃນ​ທັນທີ​ທັນໃດ.</verse>
				<verse number="29">ຢ່າ​ວາງ​ອຸບາຍ​ໃດໆ​ທຳຮ້າຍ​ເພື່ອນບ້ານ​ຂອງເຈົ້າ ຜູ້​ທີ່​ຢູ່​ໃກ້​ເຈົ້າ​ແລະ​ໄວ້ວາງໃຈ​ໃນ​ຕົວ​ເຈົ້າ.</verse>
				<verse number="30">ຢ່າ​ຖົກຖຽງ​ກັບ​ຄົນອື່ນ​ຢ່າງ​ບໍ່ມີ​ເຫດຜົນ ໃນ​ເມື່ອ​ລາວ​ບໍ່ເຄີຍ​ທຳຮ້າຍ​ເຈົ້າ​ຈັກເທື່ອ.</verse>
				<verse number="31">ຢ່າ​ອິດສາ​ຄົນ​ໂຫດຮ້າຍ​ທາລຸນ ຫລື​ຕັດສິນໃຈ​ເຮັດ​ຕາມ​ທາງ​ຂອງ​ເຂົາເຈົ້າ</verse>
				<verse number="32">ເພາະ​ພຣະເຈົ້າຢາເວ​ກຽດຊັງ​ຜູ້​ທີ່​ຫລົບລີ້ນ​ປີ້ນຄວາມ, ແຕ່​ພຣະອົງ​ໄວ້ວາງໃຈ​ໃນ​ຄົນ​ຊອບທຳ.</verse>
				<verse number="33">ພຣະເຈົ້າຢາເວ​ສາບແຊ່ງ​ບ້ານເຮືອນ​ຂອງ​ຄົນຊົ່ວຮ້າຍ, ແຕ່​ອວຍພອນ​ບ້ານເຮືອນ​ຂອງ​ຄົນ​ຊອບທຳ.</verse>
				<verse number="34">ພຣະອົງ​ຊົງ​ຕໍ່ສູ້​ຜູ້​ທີ່​ອວດ​ວ່າ​ຕົນ​ດີ, ແຕ່​ພຣະອົງ​ຊົງ​ໃຫ້​ຄວາມ​ເມດຕາ​ແກ່​ຜູ້​ທີ່​ຖ່ອມຕົວ.</verse>
				<verse number="35">ຄົນມີ​ປັນຍາ​ຈະ​ໄດ້​ຮັບ​ກຽດ​ເປັນ​ມໍຣະດົກ, ສ່ວນ​ຄົນ​ໂງ່ຈ້າ​ຈະ​ໄດ້​ຮັບ​ແຕ່​ຄວາມ​ອັບອາຍ​ຕື່ມ​ຂຶ້ນ.</verse>
			</chapter>
			<chapter number="4">
				<verse number="1">ພວກ​ລູກໆ​ເອີຍ ຈົ່ງ​ຟັງ​ສິ່ງ​ທີ່​ພໍ່​ຂອງ​ພວກເຈົ້າ​ບອກສອນ ຈົ່ງ​ຕັ້ງ​ຈິດ​ຕັ້ງໃຈ​ຟັງ ແລະ​ພວກເຈົ້າ​ກໍ​ຈະ​ມີ​ຄວາມ​ເຂົ້າໃຈ.</verse>
				<verse number="2">ສິ່ງ​ທີ່​ພໍ່​ບອກສອນ​ພວກເຈົ້າ​ນີ້​ເປັນ​ສິ່ງ​ທີ່​ດີ ສະນັ້ນ ຈົ່ງ​ພາກັນ​ຈື່ຈຳ​ເອົາ​ໄວ້​ໝົດ​ທຸກສິ່ງ.</verse>
				<verse number="3">ເມື່ອ​ພໍ່​ຍັງ​ເປັນ​ເດັກນ້ອຍ​ຢູ່​ນັ້ນ ຄື​ເປັນ​ລູກ​ຄົນດຽວ​ຂອງ​ພໍ່ແມ່</verse>
				<verse number="4">ປູ່​ຂອງ​ເຈົ້າ​ກໍໄດ້​ບອກສອນ​ພໍ່​ເໝືອນກັນ ເພິ່ນ​ເຄີຍ​ເວົ້າ​ວ່າ, “ຈົ່ງ​ຈື່ຈຳ​ຄຳ​ທີ່​ພໍ່​ບອກສອນ​ແລະ​ຢ່າ​ລືມໄລ​ຈັກເທື່ອ. ຈົ່ງ​ເຮັດ​ຕາມ​ຄຳ​ທີ່​ພໍ່​ບອກສອນ​ແລະ​ເຈົ້າ​ຈະ​ມີ​ຊີວິດ​ຢູ່.</verse>
				<verse number="5">ຈົ່ງ​ຮັບ​ເອົາ​ປັນຍາ​ແລະ​ຄວາມ​ຮູ້​ແຈ້ງ​ເຫັນຈິງ ຢ່າ​ລືມໄລ​ແລະ​ຢ່າ​ຫລີກ​ໜີ​ຈາກ​ຖ້ອຍຄຳ​ແຫ່ງ​ປາກ​ຂອງເຮົາ.</verse>
				<verse number="6">ຢ່າ​ປະຖິ້ມ​ປັນຍາ ເພາະ​ປັນຍາ​ຈະ​ຄຸ້ມຄອງ​ເຈົ້າ​ໄວ້ ຈົ່ງ​ຮັກແພງ​ປັນຍາ ແລະ​ປັນຍາ​ຈະ​ຮັກສາ​ເຈົ້າ​ໄວ້​ໃຫ້​ປອດໄພ.</verse>
				<verse number="7">ປັນຍາ​ແມ່ນ​ສິ່ງ​ສຳຄັນ​ອັນ​ສຸດ​ຍອດ. ສະນັ້ນ ຈົ່ງ​ຫາ​ເອົາ​ປັນຍາ​ໃຫ້​ໄດ້ ຈົ່ງ​ຍອມ​ເສຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່​ເພື່ອ​ຈະ​ກາຍເປັນ​ຄົນມີ​ປັນຍາ.</verse>
				<verse number="8">ຈົ່ງ​ຮັກແພງ​ປັນຍາ ແລະ​ປັນຍາ​ຈະ​ເຮັດ​ໃຫ້​ເຈົ້າ​ຍິ່ງໃຫຍ່ ຈົ່ງ​ກອດ​ເອົາ​ປັນຍາ​ໄວ້ ເພາະ​ປັນຍາ​ຈະ​ນຳ​ເອົາ​ກຽດສັກສີ​ມາ​ສູ່​ເຈົ້າ.</verse>
				<verse number="9">ປັນຍາ​ຈະ​ເປັນ​ມົງກຸດ​ອັນ​ສະຫງ່າຣາສີ​ເທິງ​ຫົວ​ຂອງ​ເຈົ້າ.”</verse>
				<verse number="10">ລູກ​ເອີຍ ຈົ່ງ​ຟັງ ຈົ່ງ​ເອົາໃຈໃສ່​ຕໍ່​ຄຳ​ທີ່​ພໍ່​ບອກສອນ ເພື່ອ​ເຈົ້າ​ຈະ​ມີ​ຊີວິດ​ຍືນຍາວ.</verse>
				<verse number="11">ພໍ່​ໄດ້​ບອກສອນ​ເຈົ້າ​ເຖິງ​ປັນຍາ ແລະ​ການ​ດຳເນີນ​ຊີວິດ​ໃນ​ທາງ​ອັນ​ຖືກຕ້ອງ.</verse>
				<verse number="12">ບໍ່ມີ​ສິ່ງໃດ​ທີ່​ຈະ​ຂັດຂວາງ​ທາງເດີນ​ຂອງເຈົ້າ ຖ້າ​ເຈົ້າ​ດຳເນີນ​ຊີວິດ​ຢ່າງ​ຄົນມີ​ປັນຍາ ເມື່ອ​ເຈົ້າ​ແລ່ນ ເຈົ້າ​ຈະ​ບໍ່​ເຕະ​ສະດຸດ​ລົ້ມ.</verse>
				<verse number="13">ຈົ່ງ​ຈື່ຈຳ​ເອົາ​ໄວ້​ສະເໝີ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນຮູ້​ມາ​ແລ້ວ​ນັ້ນ. ການ​ສຶກສາ​ຄື​ຊີວິດ​ຂອງເຈົ້າ ຈົ່ງ​ເຝົ້າ​ຮັກສາ​ເອົາ​ສິ່ງ​ນີ້​ໄວ້​ໃຫ້​ດີ.</verse>
				<verse number="14">ຢ່າ​ຍ່າງ​ຕາມ​ທາງ​ຂອງ​ຄົນຊົ່ວຮ້າຍ ຢ່າ​ເຮັດ​ຕາມ​ແບບຢ່າງ​ຂອງ​ຄົນ​ບໍ່​ດີ.</verse>
				<verse number="15">ຢ່າ​ເຮັດ​ເຊັ່ນນັ້ນ​ເດີ ຈົ່ງ​ຫລີກເວັ້ນ​ຈາກ​ຄວາມຊົ່ວ ຈົ່ງ​ຜີກ​ໜີ​ແລະ​ເດີນ​ໄປ​ຕາມ​ທາງ​ຂອງເຈົ້າ.</verse>
				<verse number="16">ຄົນຊົ່ວ​ບໍ່​ຫ່ອນ​ນອນ​ຫລັບ​ໄດ້​ຈົນກວ່າ​ພວກເຂົາ​ໄດ້​ໄປ​ເຮັດ​ຜິດ​ມາ. ພວກເຂົາ​ນອນ​ມືນ​ຕາ ຈົນກວ່າ​ໄດ້​ທຳຮ້າຍ​ຄົນ​ແລ້ວ​ຈຶ່ງ​ນອນ​ຫລັບ​ໄດ້.</verse>
				<verse number="17">ການ​ຊົ່ວຊ້າ​ແລະ​ການ​ຮຸນແຮງ​ຄື​ເຄື່ອງ​ກິນ​ແລະ​ເຄື່ອງ​ດື່ມ​ຂອງ​ພວກເຂົາ.</verse>
				<verse number="18">ທາງ​ຂອງ​ຄົນ​ຊອບທຳ​ເດີນ​ໄປ​ນັ້ນ​ເປັນ​ດັ່ງ​ຕາເວັນ​ຂຶ້ນ​ໃນ​ຍາມ​ເຊົ້າ ໂດຍ​ສ່ອງແສງ​ເຫລື້ອມໃສ​ຂຶ້ນ​ໄປ​ຈົນກວ່າ​ກາງເວັນ​ມາຮອດ.</verse>
				<verse number="19">ສ່ວນ​ທາງ​ຂອງ​ຄົນຊົ່ວຮ້າຍ​ນັ້ນ​ກໍ​ມືດມິດ​ດັ່ງ​ກາງຄືນ. ພວກເຂົາ​ລົ້ມລົງ​ແຕ່​ບໍ່​ເຫັນ​ສິ່ງ​ທີ່​ພວກເຂົາ​ສະດຸດ​ລົ້ມ​ນັ້ນ​ໄດ້.</verse>
				<verse number="20">ລູກ​ເອີຍ ຈົ່ງ​ເອົາໃຈໃສ່​ໃນ​ສິ່ງ​ທີ່​ພໍ່​ບອກສອນ. ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພໍ່.</verse>
				<verse number="21">ຢ່າ​ປ່ອຍ​ໃຫ້​ຖ້ອຍຄຳ​ນັ້ນ​ໜີໄປ​ຈາກ​ເຈົ້າ ຈົ່ງ​ຈື່ຈຳ​ແລະ​ເກັບກຳ​ເອົາ​ຖ້ອຍຄຳ​ນັ້ນ​ໄວ້​ໃນ​ໃຈ​ເຈົ້າ.</verse>
				<verse number="22">ຖ້ອຍຄຳ​ເຫຼົ່ານັ້ນ​ຈະ​ໃຫ້​ຊີວິດ​ແກ່​ຜູ້​ທີ່​ຄົ້ນພົບ ແລະ​ປິ່ນປົວ​ເນື້ອກາຍ​ຂອງ​ຜູ້ນັ້ນ​ທັງສິ້ນ.</verse>
				<verse number="23">ຈົ່ງ​ລະວັງ​ສິ່ງ​ທີ່​ເຈົ້າ​ຄິດ​ຢູ່ໃນໃຈ​ໃຫ້​ດີ ເພາະ​ຊີວິດ​ຂອງ​ຄົນ​ຖືກ​ຫລໍ່ຫລອມ​ຂຶ້ນ​ໂດຍ​ຄວາມ​ນຶກຄິດ.</verse>
				<verse number="24">ຢ່າ​ໃຫ້​ປາກ​ເຈົ້າ​ເວົ້າ​ຈັກເທື່ອ​ເຖິງ​ສິ່ງ​ທີ່​ບໍ່​ເປັນ​ຄວາມຈິງ. ຢ່າ​ຫຍຸ້ງກ່ຽວ​ກັບ​ສິ່ງໃດໆ​ທີ່​ພົວພັນ​ກັບ​ການ​ຫລອກລວງ.</verse>
				<verse number="25">ຈົ່ງ​ໃຫ້​ສາຍຕາ​ເຈົ້າ​ຈ້ອງເບິ່ງ​ຊື່​ໜ້າ​ຄົນ ແນມ​ໄປ​ຢ່າງ​ຊື່​ກົງ​ດ້ວຍ​ຄວາມ​ໜັກແໜ້ນ.</verse>
				<verse number="26">ຈົ່ງ​ວາງແຜນ​ຢ່າງ​ຮອບຄອບ​ໃນ​ສິ່ງ​ທີ່​ເຈົ້າ​ກະທຳ ແລະ​ສິ່ງໃດໆ​ທີ່​ເຈົ້າ​ກະທຳ​ໄປ​ກໍ​ຈະ​ເປັນ​ການ​ຖືກຕ້ອງ.</verse>
				<verse number="27">ຈົ່ງ​ຫລີກເວັ້ນ​ຈາກ​ຄວາມຊົ່ວ ແລະ​ຍ່າງ​ຊື່​ກົງ​ໄປ ຢ່າ​ກ້າວ​ອອກ​ໄປ​ຈາກ​ທາງ​ເດີນ​ທີ່​ຖືກຕ້ອງ.</verse>
			</chapter>
			<chapter number="5">
				<verse number="1">ລູກ​ເອີຍ ຈົ່ງ​ເອົາໃຈໃສ່​ຟັງ​ປັນຍາ​ແລະ​ຄວາມ​ຮູ້ແຈ້ງເຫັນຈິງ.</verse>
				<verse number="2">ແລ້ວ​ເຈົ້າ​ກໍ​ຈະ​ຮູ້ຈັກ​ປະພຶດ​ຕົນ​ຢ່າງ​ເໝາະສົມ ແລະ​ຖ້ອຍຄຳ​ຂອງເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ມີ​ຄວາມຮູ້.</verse>
				<verse number="3">ຮີມ​ສົບ​ເມຍ​ຂອງ​ຊາຍ​ອື່ນ​ອາດ​ຫວານຊື່ນ​ດັ່ງ​ນໍ້າເຜິ້ງ ແລະ​ການ​ຈູບ​ຂອງ​ນາງ​ອາດ​ຫລ່ຽນ​ໄຫລ​ດັ່ງ​ນໍ້າມັນ​ໝາກກອກເທດ,</verse>
				<verse number="4">ແຕ່​ໃນທີ່ສຸດ ນາງ​ບໍ່ໄດ້​ປະ​ຫຍັງ​ໄວ້​ໃຫ້​ນອກຈາກ​ຄວາມ​ຂົມຂື່ນ​ແລະ​ເຈັບປວດ.</verse>
				<verse number="5">ນາງ​ຈະ​ນຳ​ເອົາ​ເຈົ້າ​ລົງ​ໄປ​ໃນ​ໂລກ​ຂອງ​ຄົນຕາຍ ຫົນທາງ​ທີ່​ນາງ​ຍ່າງ​ແມ່ນ​ນຳ​ໄປ​ສູ່​ຄວາມຕາຍ.</verse>
				<verse number="6">ນາງ​ບໍ່​ຢູ່​ໃນ​ທາງ​ທີ່​ນຳ​ໄປ​ສູ່​ຊີວິດ, ແຕ່​ເດີນ​ໂຊເຊ​ໄປ​ແລະ​ບໍ່​ຮູ້ຈັກ​ຄັກແນ່​ວ່າ​ແມ່ນ​ຫຍັງ​ກຳລັງ​ເກີດຂຶ້ນ.</verse>
				<verse number="7">ພວກ​ລູກໆ​ເອີຍ ບັດນີ້​ຈົ່ງ​ຟັງ​ພໍ່​ເທີ້ນ ແລະ​ຢ່າ​ລືມໄລ​ຄຳ​ທີ່​ພໍ່​ບອກສອນ.</verse>
				<verse number="8">ຈົ່ງ​ຫລີກ​ໜີ​ຈາກ​ຜູ້ຍິງ​ຢ່າງ​ນັ້ນ ແມ່ນແຕ່​ປະຕູ​ເຮືອນ​ຂອງ​ນາງ​ກໍ​ຢ່າ​ສູ່​ໄປ​ໃກ້</verse>
				<verse number="9">ຖ້າ​ເຈົ້າ​ໄປ ເຈົ້າ​ຈະ​ເອົາ​ກຽດ​ທີ່​ເຄີຍ​ມີ​ໃຫ້​ຄົນອື່ນ ແລະ​ພວກເຈົ້າ​ຈະ​ຕາຍ​ແຕ່​ຍັງ​ໜຸ່ມ​ດ້ວຍ​ນໍ້າມື​ຂອງ​ພວກ​ທີ່​ຂາດ​ຄວາມ​ເມດຕາ.</verse>
				<verse number="10">ແມ່ນແລ້ວ ຄົນ​ແປກໜ້າ​ຈະ​ເອົາ​ຊັບສິນ​ທັງໝົດ​ຂອງ​ພວກເຈົ້າ​ໄປ ແລະ​ສິ່ງ​ທີ່​ພວກເຈົ້າ​ຊອກ​ຫາ​ມາ​ໄດ້​ທັງໝົດ​ກໍ​ຈະ​ຕົກ​ເປັນ​ຂອງ​ຄົນອື່ນ.</verse>
				<verse number="11">ເຈົ້າ​ຈະ​ນອນ​ຄວນຄາງ​ຕາຍ​ຢູ່​ເທິງ​ຕຽງ ເນື້ອໜັງ​ຕົນຕົວ​ຂອງເຈົ້າ​ຈະ​ມີ​ແນວ​ກັດກິນ</verse>
				<verse number="12">ແລະ​ເຈົ້າ​ກໍ​ຈະ​ເວົ້າ​ວ່າ, “ຊັ້ນແຫລະ ເພາະ​ຂ້ອຍ​ບໍ່​ມັກ​ໃຫ້​ຄົນອື່ນ​ຕັກເຕືອນ ແລະ​ບໍ່​ຍອມ​ໃຫ້​ຜູ້​ອື່ນ​ດັດແປງ​ກໍ່ສ້າງ.</verse>
				<verse number="13">ຂ້ອຍ​ບໍ່ໄດ້​ຟັງ​ຄຳ​ຂອງ​ຄູ​ສັ່ງສອນ. ຂ້ອຍ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ຄຳເວົ້າ​ຂອງເພິ່ນ.</verse>
				<verse number="14">ແລະ​ໃນ​ທັນໃດນັ້ນ ຂ້ອຍ​ພົບ​ວ່າ​ຕົນເອງ​ໄດ້​ຖືກ​ຂາຍໜ້າ​ໃນ​ທ່າມກາງ​ມະຫາຊົນ.”</verse>
				<verse number="15">ຈົ່ງ​ສັດຊື່​ຕໍ່​ເມຍ​ຂອງເຈົ້າ ແລະ​ມອບ​ຄວາມຮັກ​ໃຫ້​ແກ່​ນາງ​ແຕ່​ຜູ້ດຽວ.</verse>
				<verse number="16">ລູກ​ທີ່​ເຈົ້າ​ໄດ້​ນຳ​ຍິງ​ຄົນອື່ນ​ບໍ່ມີ​ຫຍັງ​ດີ​ສຳລັບ​ເຈົ້າ.</verse>
				<verse number="17">ລູກ​ຂອງ​ເຈົ້າ​ຄວນ​ໃຫຍ່​ຂຶ້ນ​ມາ​ເພື່ອ​ຊ່ວຍເຫລືອ​ເຈົ້າ ແລະ​ບໍ່ແມ່ນ​ສຳລັບ​ຊ່ວຍ​ຜູ້​ອື່ນ.</verse>
				<verse number="18">ສະນັ້ນ ຈົ່ງ​ເປັນ​ສຸກ​ຢູ່​ກັບ​ເມຍ​ຂອງເຈົ້າ ແລະ​ຈົ່ງ​ພົບ​ຄວາມ​ຊົມຊື່ນ​ຍິນດີ​ກັບ​ຍິງ​ທີ່​ເຈົ້າ​ແຕ່ງງານ​ນຳ</verse>
				<verse number="19">ຄື​ຜູ້​ທີ່​ເປັນ​ໜ້າຮັກ​ດັ່ງ​ກວາງແມ່ ແລະ​ງາມ​ສະຫງ່າ​ດັ່ງ​ເຍືອງຜາ. ຈົ່ງ​ໃຫ້​ສະເໜ່​ຂອງ​ນາງ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກໃຈ ຈົ່ງ​ໃຫ້​ຄວາມຮັກ​ຂອງ​ນາງ​ຈັບໃຈ​ຂອງເຈົ້າ​ໄວ້.</verse>
				<verse number="20">ລູກ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຕ້ອງ​ເອົາ​ຄວາມຮັກ​ຂອງ​ເຈົ້າ​ໃຫ້​ແກ່​ຍິງ​ອື່ນ? ເປັນຫຍັງ​ເຈົ້າ​ຈຶ່ງ​ໄປ​ຫາ​ຄວາມສຸກ​ກັບ​ເມຍ​ຂອງ​ຊາຍ​ອື່ນ?</verse>
				<verse number="21">ພຣະເຈົ້າຢາເວ​ເຫັນ​ທຸກໆ​ສິ່ງ​ທີ່​ເຈົ້າ​ເຮັດ​ເດີ ບໍ່​ວ່າ​ເຈົ້າ​ໄປ​ທາງ​ໃດ​ພຣະອົງ​ກຳລັງ​ເຝົ້າເບິ່ງ​ຢູ່.</verse>
				<verse number="22">ຄວາມຜິດ​ນັ້ນ ຄຸມຂັງ​ຜູ້​ທີ່​ເຮັດ​ຜິດ ການບາບ​ຂອງ​ຄົນຊົ່ວ​ກໍ​ເປັນ​ບ້ວງແຮ້ວ. ພວກເຂົາ​ຖືກ​ຈັບ​ໃນ​ຕາໜ່າງ​ແຫ່ງ​ບາບ​ຂອງ​ພວກ​ເຂົາເອງ.</verse>
				<verse number="23">ພວກເຂົາ​ຕາຍໄປ​ເພາະ​ພວກເຂົາ​ບໍ່ມີ​ການຄວບຄຸບ​ຕົນເອງ. ຄວາມ​ໂງ່ຈ້າ​ອັນ​ສຸດຂີດ​ຂອງ​ພວກເຂົາ​ສົ່ງ​ພວກເຂົາ​ໄປ​ສູ່​ຂຸມຝັງສົບ.</verse>
			</chapter>
			<chapter number="6">
				<verse number="1">ລູກ​ເອີຍ ເຈົ້າ​ໄດ້​ສັນຍາ​ຮັບຜິດຊອບ​ຕໍ່​ໜີ້ສິນ​ຂອງ​ຄົນອື່ນ​ບໍ?</verse>
				<verse number="2">ເຈົ້າ​ຖືກ​ຈັບ​ຍ້ອນ​ຖ້ອຍຄຳ​ຈາກ​ສົບ​ຂອງເຈົ້າ ຫລື​ຖືກ​ບ້ວງແຮ້ວ​ຍ້ອນ​ຄຳສັນຍາ​ຈາກ​ປາກ​ຂອງ​ເຈົ້າເອງ​ບໍ?</verse>
				<verse number="3">ລູກ​ເອີຍ ຖ້າ​ເປັນ​ດັ່ງນັ້ນ ເຈົ້າ​ກໍ​ຢູ່​ໃຕ້​ອຳນາດ​ຂອງ​ຄົນ​ນັ້ນ​ສາ​ແລ້ວ ແຕ່​ນີ້​ແມ່ນ​ວິທີ​ອອກ​ຂອງ​ເຈົ້າ​ເດີ: ຈົ່ງ​ຟ້າວ​ໄປ​ຫາ​ລາວ​ແລະ​ຂໍ​ໃຫ້​ລາວ​ປ່ອຍ​ເຈົ້າ.</verse>
				<verse number="4">ຢ່າ​ໃຫ້​ເຈົ້າ​ໄດ້​ນອນເສີຍ​ຫລື​ຢຸດ​ພັກຜ່ອນ.</verse>
				<verse number="5">ຈົ່ງ​ອອກ​ໜີ​ຈາກ​ບ້ວງແຮ້ວ​ດັ່ງ​ນົກ​ຫລື​ກວາງ​ທີ່​ກຳລັງ​ປົບໜີ​ຈາກ​ນາຍພານ.</verse>
				<verse number="6">ຄົນ​ຂີ້ຄ້ານ​ຄວນ​ຮຽນຮູ້​ເອົາ​ບົດຮຽນ​ຈາກ​ຊີວິດ​ຂອງ​ມົດ</verse>
				<verse number="7">ພວກມັນ​ບໍ່ມີ​ຜູ້ນຳ ບໍ່ມີ​ນາຍ ຫລື​ຜູ້ປົກຄອງ,</verse>
				<verse number="8">ແຕ່​ພວກມັນ​ສະສົມ​ອາຫານ​ໄວ້​ໃນ​ລະດູຮ້ອນ​ເພື່ອ​ຕຽມ​ໄວ້​ສຳລັບ​ລະດູໜາວ.</verse>
				<verse number="9">ຄົນ​ຂີ້ຄ້ານ​ຈະ​ນອນ​ຢຽດ​ຢູ່​ດົນ​ປານໃດ? ເມື່ອໃດ​ນໍ​ລາວ​ຈຶ່ງ​ຈະ​ຕື່ນ​ຂຶ້ນ?</verse>
				<verse number="10">ລາວ​ເວົ້າ​ວ່າ, “ຂ້ອຍ​ຈະ​ນອນ​ພັກຜ່ອນ​ໜ້ອຍໜຶ່ງ, ຂໍ​ຢຽດເສັ້ນ​ຢຽດເອັນ ມື​ກອດເອິກ​ນອນ​ພັກຜ່ອນ​ບຶດໜຶ່ງ​ເສຍກ່ອນ.”</verse>
				<verse number="11">ແຕ່​ໃນ​ຂະນະທີ່​ລາວ​ນອນ​ຫລັບ​ຢູ່ນັ້ນ ຄວາມ​ທຸກ​ລຳບາກ​ກໍ​ຈະ​ມາ​ໂຈມຕີ​ລາວ​ດັ່ງ​ມີ​ຄົນ​ໜຶ່ງ​ຖື​ອາວຸດ​ມາ​ປຸ້ນ​ລາວ.</verse>
				<verse number="12">ຄົນ​ໂລເລ​ກັບ​ຄົນຊົ່ວຮ້າຍ​ມັກ​ທ່ຽວ​ໄປ​ຫາ​ຕົວະ.</verse>
				<verse number="13">ພວກເຂົາ​ຍິກຄີ້ວ​ລິ່ວຕາ​ເພື່ອ​ຫລອກລວງ​ເຈົ້າ</verse>
				<verse number="14">ແຜນການ​ອັນ​ຊົ່ວຮ້າຍ​ໃນ​ແນວຄິດ​ອັນ​ເປິເປື້ອນ​ຂອງ​ພວກເຂົາ​ນັ້ນ ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ທຸກບ່ອນ.</verse>
				<verse number="15">ດ້ວຍເຫດນັ້ນ ຄວາມພິນາດ​ຈະ​ທຳລາຍ​ພວກເຂົາ​ໂດຍ​ບໍ່​ຮູ້ຕົວ ແລະ​ເຄາະຮ້າຍ​ອັນ​ເຖິງ​ຕາຍ​ກໍ​ຈະ​ຕົກ​ຖືກ​ພວກ​ເຂົາເຈົ້າ.</verse>
				<verse number="16">ມີ​ເຈັດ​ຢ່າງ​ທີ່​ພຣະເຈົ້າຢາເວ​ກຽດຊັງ ແລະ​ຜ່ອນຜັນ​ໃຫ້​ບໍ່ໄດ້: ຕາ​ທີ່​ຈອງຫອງ ລີ້ນ​ທີ່​ເວົ້າຕົວະ ມື​ທີ່​ຂ້າ​ຄົນ​ບໍ່ມີ​ຄວາມຜິດ ໃຈ​ທີ່​ຄິດ​ແຜນການ​ຊົ່ວຮ້າຍ ຕີນ​ທີ່​ຟ້າວ​ແລ່ນ​ໄປ​ເຮັດ​ຊົ່ວ ຜູ້​ທີ່​ເວົ້າ​ຄຳ​ພະຍານ​ບໍ່ຈິງ​ຕໍ່ສູ້​ຄົນອື່ນ ແລະ​ຜູ້​ທີ່​ຫາ​ເລື່ອງ​ໃຫ້​ພີ່ນ້ອງ​ຜິດຖຽງກັນ.</verse>
				<verse number="17"></verse>
				<verse number="18"></verse>
				<verse number="19"></verse>
				<verse number="20">ລູກ​ເອີຍ ຈົ່ງ​ເຮັດ​ຕາມ​ຄຳ​ທີ່​ພໍ່​ບອກສອນ ແລະ​ຢ່າ​ລືມໄລ​ຄຳສັ່ງສອນ​ຂອງ​ແມ່​ເຈົ້າ.</verse>
				<verse number="21">ຈົ່ງ​ຖື​ຮັກສາ​ຖ້ອຍຄຳ​ຂອງ​ເພິ່ນ​ໄວ້​ສະເໝີ ແລະ​ຝັງ​ຖ້ອຍຄຳ​ນັ້ນ​ໄວ້​ຢູ່​ໃນ​ຈິດໃຈ​ເຈົ້າ.</verse>
				<verse number="22">ຄຳສັ່ງສອນ​ຂອງ​ເພິ່ນ​ຈະ​ນຳພາ​ເມື່ອ​ເຈົ້າ​ເດີນທາງ ຄຸ້ມຄອງ​ເຈົ້າ​ຍາມ​ກາງຄືນ ແລະ​ແນະນຳ​ເຈົ້າ​ໃນ​ເວລາ​ກາງເວັນ.</verse>
				<verse number="23">ຄຳສັ່ງສອນ​ຂອງ​ເພິ່ນ​ເປັນ​ແສງແຈ້ງ​ເຍືອງ​ທາງເດີນ ຄຳບອກເຕືອນ​ຂອງເພິ່ນ​ສັ່ງສອນ​ເຈົ້າ​ໃຫ້​ຮູ້ຈັກ​ການ​ດຳເນີນ​ຊີວິດ.</verse>
				<verse number="24">ຖ້ອຍຄຳ​ນັ້ນ ຮັກສາ​ເຈົ້າ​ໃຫ້​ພົ້ນ​ຈາກ​ຍິງ​ຊົ່ວ​ໄດ້ ຄື​ຈາກ​ຄຳເວົ້າ​ອັນ​ລໍ້ລວງ​ຂອງ​ເມຍ​ຄົນອື່ນ.</verse>
				<verse number="25">ຢ່າ​ໃຫ້​ຄວາມງາມ​ຂອງ​ນາງ​ເປັນ​ທີ່​ຍົວະເຍົ້າ​ໃຈ​ເຈົ້າ​ໄດ້ ຢ່າ​ໃຫ້​ສາຍຕາ​ອັນ​ຫວານ​ແກມລວງ​ຂອງ​ນາງ ເປັນ​ແຮ້ວ​ດັກຈັບ​ເຈົ້າ​ໄດ້.</verse>
				<verse number="26">ສຳລັບ​ຍິງໂສເພນີ​ນັ້ນ ຈ້າງ​ນອນ​ນຳ​ໄດ້​ດ້ວຍ​ລາຄາ​ພຽງ​ໜ້ອຍດຽວ, ແຕ່​ສຳລັບ​ຍິງ​ທີ່​ມີ​ຜົວ​ແມ່ນ​ຈະ​ທຳລາຍ​ຊີວິດ​ຂອງເຈົ້າ.</verse>
				<verse number="27">ໃຜ​ແດ່​ທີ່​ຫອບ​ຖ່ານໄຟ​ແດງ​ໃສ່​ໜ້າເອິກ​ໂດຍ​ເສື້ອ​ຂອງຕົນ​ບໍ່​ໄໝ້?</verse>
				<verse number="28">ໃຜ​ແດ່​ທີ່​ຍ່າງ​ໃນ​ຖ່ານໄຟ​ແດງ​ແລ້ວ​ໂດຍ​ທີ່​ໄຟ​ບໍ່​ໄໝ້​ຕີນ?</verse>
				<verse number="29">ຜູ້​ທີ່​ນອນ​ນຳ​ເມຍ​ຂອງ​ຊາຍ​ອື່ນ​ກໍ​ເປັນ​ອັນຕະລາຍ. ດັ່ງນີ້ແຫລະ ຜູ້ໃດ​ກໍຕາມ​ທີ່​ເຮັດ​ດັ່ງນີ້ ຈະ​ໄດ້​ຮັບ​ໂທດ​ຢ່າງ​ທໍລະມານ.</verse>
				<verse number="30">ຄົນ​ເຮົາ​ບໍ່​ຫ່ອນ​ຊັງ​ຄົນ​ຂີ້ລັກ​ໄດ້ ຖ້າ​ລາວ​ລັກ​ຍ້ອນ​ຄວາມ​ຫິວ,</verse>
				<verse number="31">ແຕ່​ຖ້າ​ຖືກ​ຈັບ​ໄດ້ ລາວ​ຕ້ອງ​ຈ່າຍ​ຄືນ​ເຈັດ​ເທົ່າ ຄື​ລາວ​ຕ້ອງ​ເສຍ​ທຸກສິ່ງ​ທີ່​ຕົນ​ມີ​ຢູ່.</verse>
				<verse number="32">ແຕ່​ຊາຍ​ທີ່​ຫລິ້ນຊູ້​ເປັນ​ຜູ້​ໄຮ້​ຄວາມ​ຮູ້ສຶກ ລາວ​ມີ​ແຕ່​ທຳລາຍ​ຕົນເອງ.</verse>
				<verse number="33">ລາວ​ຈະ​ຖືກ​ລົດກຽດ​ແລະ​ຖືກ​ຕົບຕີ ລາວ​ຈະ​ເປັນ​ທີ່​ອັບອາຍ​ຕໍ່ໄປ​ເລື້ອຍໆ.</verse>
				<verse number="34">ຜົວ​ເກີດ​ໂມໂຫ​ຂຶ້ນ​ຍ້ອນ​ຫຶງຫວງ​ເມຍ ການ​ແກ້ແຄ້ນ​ຂອງ​ລາວ​ບໍ່ມີ​ຂອບເຂດ.</verse>
				<verse number="35">ລາວ​ຈະ​ບໍ່​ຍອມ​ຮັບ​ເອົາ​ຄ່າ​ທຳຂວັນ​ໃດໆ ຂອງຂວັນ​ກອງ​ຖ້ວມ​ຫົວ ກໍ​ຈະ​ບໍ່​ຊ່ວຍ​ໃຫ້​ລາວ​ຊ່ວງ​ເຊົາ​ໂມໂຫ​ໄດ້.</verse>
			</chapter>
			<chapter number="7">
				<verse number="1">ລູກ​ເອີຍ ຈົ່ງ​ຈື່ຈຳ​ສິ່ງ​ທີ່​ພໍ່​ບອກສອນ ແລະ​ຢ່າ​ລືມໄລ​ສິ່ງ​ທີ່​ພໍ່​ບອກ​ເຈົ້າ​ໃຫ້​ປະພຶດ.</verse>
				<verse number="2">ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ພໍ່​ບອກ ແລະ​ເຈົ້າ​ກໍ​ຈະ​ມີ​ຊີວິດ. ຈົ່ງ​ຕັ້ງໜ້າ​ຮັກສາ​ຄຳສັ່ງສອນ​ຂອງ​ພໍ່​ໄວ້​ດັ່ງ​ເຈົ້າ​ຮັກສາ​ແກ້ວຕາ​ເຈົ້າເອງ.</verse>
				<verse number="3">ຈົ່ງ​ຖື​ຮັກສາ​ຄຳສັ່ງສອນ​ຂອງ​ພໍ່​ໄວ້​ກັບ​ເຈົ້າ​ຢູ່​ທຸກ​ເວລາ ຈົ່ງ​ບັນທຶກ​ສິ່ງ​ນັ້ນ​ໄວ້​ຢູ່​ໃນ​ຈິດໃຈ​ເຈົ້າ.</verse>
				<verse number="4">ຈົ່ງ​ຮັກແພງ​ປັນຍາ ດັ່ງ​ຮັກແພງ​ນ້ອງສາວ ແລະ​ຮັກແພງ​ຄວາມ​ເຂົ້າໃຈ​ອັນ​ແທ້ຈິງ ດັ່ງ​ຮັກແພງ​ໝູ່​ທີ່​ໃກ້ຊິດ​ສະໜິດແໜ້ນ.</verse>
				<verse number="5">ຖ້ອຍຄຳ​ນັ້ນ​ຈະ​ຮັກສາ​ເຈົ້າ​ໄວ້ ບໍ່​ໃຫ້​ໄປ​ຫຍຸ້ງກ່ຽວ​ກັບ​ເມຍ​ຂອງ​ຄົນອື່ນ ແລະ​ຈາກ​ບັນດາ​ຜູ້ຍິງ​ທີ່​ປາກຫວານ​ໃຈ​ສົ້ມ.</verse>
				<verse number="6">ວັນໜຶ່ງ ຂ້າພະເຈົ້າ​ໄດ້​ຫລຽວ​ອອກ​ໄປ​ທາງ​ປ່ອງຢ້ຽມ​ເຮືອນ​ຂອງເຮົາ</verse>
				<verse number="7">ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ຊາຍໜຸ່ມ​ຫລາຍ​ຄົນ​ທີ່​ຍັງ​ອ່ອນ​ຕໍ່​ໂລກ​ຍ່າງ​ໄປມາ, ແຕ່​ໃນ​ບັນດາ​ຄົນ​ເຫຼົ່ານັ້ນ ຂ້າພະເຈົ້າ​ໄດ້​ສັງເກດ​ເຫັນ​ຊາຍ​ຄົນ​ໜຶ່ງ​ທີ່​ໂງ່ຈ້າ​ເບົາປັນຍາ​ຜິດ​ທຳມະດາ.</verse>
				<verse number="8">ລາວ​ຍ່າງ​ໄປ​ຕາມ​ຖະໜົນ​ເຖິງ​ແຈທາງ​ບ່ອນ​ຍິງ​ຄົນ​ໜຶ່ງ​ອາໄສ​ຢູ່ ລາວ​ຍ່າງ​ຊື່​ໄປ​ທີ່​ເຮືອນ​ຂອງ​ນາງ</verse>
				<verse number="9">ໃນ​ເວລາ​ມືດຄຶ້ມ​ຂອງ​ຕອນແລງ​ມື້​ໜຶ່ງ.</verse>
				<verse number="10">ແລ້ວ​ນາງ​ກໍ​ອອກ​ມາ​ພົບ​ຊາຍ​ຄົນ​ນີ້​ໂດຍ​ແຕ່ງຕົວ​ດັ່ງ​ຍິງ​ແມ່ຈ້າງ​ວາງ​ອຸບາຍ​ຫລອກລໍ້​ຄົນ.</verse>
				<verse number="11">ນາງ​ເປັນ​ແມ່ເລງ​ທີ່​ບໍ່ມີ​ຢາງອາຍ ແລະ​ມັກ​ຍ່າງ​ໄປ​ຕາມ​ຖະໜົນ​ຫົນທາງ​ເລື້ອຍໆ.</verse>
				<verse number="12">ນາງ​ມັກ​ຢືນ​ຄອຍຖ້າ​ຢູ່​ຕາມ​ແຈທາງ ບາງ​ເທື່ອ​ກໍ​ຢູ່​ກາງ​ຖະໜົນ ບາງ​ເທື່ອ​ກໍ​ຢູ່​ຕາມ​ທ້ອງ​ຕະຫລາດ.</verse>
				<verse number="13">ນາງ​ໂດດ​ກອດ​ຊາຍໜຸ່ມ​ທັງ​ຈູບ​ລາວ ແລະ​ໃຊ້​ແສງ​ຕາ​ຈ້ອງ​ເບິ່ງ​ໜ້າ​ລາວ​ພ້ອມ​ທັງ​ເວົ້າ​ວ່າ,</verse>
				<verse number="14">“ມື້ນີ້​ຂ້ອຍ​ໄດ້​ນຳ​ເຄື່ອງ​ໄປ​ຖວາຍບູຊາ ແລະ​ກໍໄດ້​ຊີ້ນ​ມາ​ຈາກ​ເຄື່ອງບູຊາ​ນັ້ນ.</verse>
				<verse number="15">ດັ່ງນັ້ນ ຂ້ອຍ​ຈຶ່ງ​ອອກ​ມາ​ຄອຍຖ້າ​ເຈົ້າ ຂ້ອຍ​ຕ້ອງການ​ພົບ​ເຈົ້າ ແລະ​ເຈົ້າ​ກໍ​ຢູ່​ທີ່ນີ້​ແລ້ວເດ</verse>
				<verse number="16">ຂ້ອຍ​ໄດ້​ປູ​ບ່ອນ​ນອນ​ຂອງຂ້ອຍ​ໄວ້​ດ້ວຍ​ຜ້າປ່ານ​ຫລາຍ​ສີ​ຈາກ​ເອຢິບ.</verse>
				<verse number="17">ຂ້ອຍ​ພົມ​ຜ້າ​ປູບ່ອນ​ດ້ວຍ​ນໍ້າຫອມ​ຈາກ​ຢາງໄມ້, ນໍ້າຫອມ​ອາໂລ ແລະ​ກຳຍານ​ຫອມ.</verse>
				<verse number="18">ມາເທາະ ໃຫ້​ພວກເຮົາ​ມາ​ອີ່ມເອີບ​ຄວາມຮັກ​ນຳກັນ​ຕະຫລອດ​ຄືນ. ພວກເຮົາ​ຈະ​ມີ​ຄວາມສຸກ​ຢູ່​ໃນ​ອ້ອມກອດ​ຂອງ​ກັນແລະກັນ.</verse>
				<verse number="19">ຜົວ​ຂອງຂ້ອຍ​ບໍ່​ຢູ່​ເຮືອນ​ເພາະ​ລາວ​ເດີນທາງ​ໄກ.</verse>
				<verse number="20">ລາວ​ໄດ້​ຖື​ເງິນ​ໄປ​ນຳ​ເປັນ​ຈຳນວນ​ຫລວງຫລາຍ ແລະ​ຈະ​ກັບ​ມາ​ພາຍ​ໃນ​ສອງ​ອາທິດ.”</verse>
				<verse number="21">ນາງ​ຫລອກລໍ້​ຊາຍ​ຄົນ​ນີ້​ໃຫ້​ຫລົງ​ສະເໜ່ ດ້ວຍ​ຄຳເວົ້າຈາ​ອັນ​ອ່ອນຫວານ​ຂອງ​ນາງ.</verse>
				<verse number="22">ທັນໃດນັ້ນ ລາວ​ກໍ​ຕິດຕາມ​ນາງ​ໄປ​ດັ່ງ​ງົວເຖິກ​ທີ່​ຖືກ​ຈູງ​ໄປ​ຂ້າ ດັ່ງ​ກວາງ​ທີ່​ຖືກ​ຕ້ອນ​ລົງ​ໄປ​ໃນ​ຫລຸມ</verse>
				<verse number="23">ບ່ອນ​ທີ່​ລູກທະນູ​ຈະ​ແທງ​ທະລຸ​ຫົວໃຈ. ຊາຍ​ຄົນ​ນີ້​ເປັນ​ດັ່ງ​ນົກ​ກຳລັງ​ເຂົ້າ​ໄປ​ໃນ​ຕະຂ່າຍ ໂດຍ​ບໍ່​ຮູ້​ວ່າ​ຊີວິດ​ຕົນ​ນັ້ນ​ຕົກ​ຢູ່​ໃນ​ອັນຕະລາຍ.</verse>
				<verse number="24">ພວກ​ລູກໆ​ເອີຍ ບັດນີ້​ຈົ່ງ​ຟັງ​ພໍ່​ເທີ້ນ ຈົ່ງ​ເອົາໃຈໃສ່​ຕໍ່​ຄຳ​ທີ່​ພໍ່​ບອກສອນ.</verse>
				<verse number="25">ຢ່າ​ໃຫ້​ແມ່ຍິງ​ເຊັ່ນນັ້ນ​ຊະນະ​ໃຈ​ເຈົ້າ​ໄດ້ ຢ່າ​ຫລົງໄຫລ​ໄປ​ກັບ​ນາງ.</verse>
				<verse number="26">ນາງ​ໄດ້​ເຮັດ​ໃຫ້​ຜູ້ຊາຍ​ຫລາຍ​ຄົນ​ຈິບຫາຍ ແລະ​ຍັງ​ເປັນ​ຕົ້ນເຫດ​ໃຫ້​ຫລາຍ​ຄົນ​ຕາຍໄປ​ຈົນ​ນັບ​ບໍ່ຖ້ວນ.</verse>
				<verse number="27">ຖ້າ​ພວກເຈົ້າ​ໄປ​ທີ່​ເຮືອນ​ຂອງ​ນາງ ກໍ​ສໍ່າກັບວ່າ​ໄປ​ສູ່​ໂລກ​ຂອງ​ຄົນຕາຍ​ເສຍ​ແລ້ວ ຄື​ໄປ​ສູ່​ຄວາມຕາຍ​ທາງ​ລັດ.</verse>
			</chapter>
			<chapter number="8">
				<verse number="1">ຈົ່ງ​ຟັງ​ເທີ້ນ ປັນຍາ​ກຳລັງ​ປະກາດ​ອອກ​ໄປ ປັນຍາ​ເຮັດ​ໃຫ້​ຄົນ​ທັງຫລາຍ​ໄດ້ຍິນ​ສຽງ​ເອີ້ນ.</verse>
				<verse number="2">ປັນຍາ​ຢືນ​ຢູ່​ເທິງ​ເນີນພູ​ໃກ້​ຖະໜົນ​ຍ່າງ ທີ່​ທາງ​ສີ່​ແຍກ​ປັນຍາ​ກໍ​ຢືນ​ຢູ່​ທີ່​ນັ້ນ.</verse>
				<verse number="3">ປັນຍາ​ຢືນ​ຢູ່​ທີ່​ປາກ​ປະຕູ​ທາງ​ເຂົ້າ​ເມືອງ ໃກ້​ກັບ​ປະຕູ ປັນຍາ​ປະກາດ​ຂຶ້ນ​ວ່າ,</verse>
				<verse number="4">“ເຮົາ​ຮຽກຮ້ອງ​ຫາ​ເຈົ້າ ໂອ ມະນຸດ​ເອີຍ ເຮົາ​ເອີ້ນ​ຫາ​ທຸກຄົນ​ທີ່​ເທິງ​ແຜ່ນດິນ​ໂລກ.</verse>
				<verse number="5">ຜູ້​ບໍ່​ຮູ້​ດຽງສາ​ນັ້ນ ຈົ່ງ​ຮຽນຮູ້​ໃຫ້​ເປັນ​ຜູ້ໃຫຍ່ ຜູ້ໂງ່ຈ້າ ກໍ​ຈົ່ງ​ຮຽນຮູ້​ໃຫ້​ເຂົ້າໃຈ​ເທີ້ນ</verse>
				<verse number="6">ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ເຮົາ​ກ່າວ​ນີ້​ສຳຄັນ​ຫລາຍ ທຸກສິ່ງ​ທີ່​ເຮົາ​ເວົ້າ​ຈາ​ລ້ວນແຕ່​ຖືກຕ້ອງ​ທັງສິ້ນ.</verse>
				<verse number="7">ສິ່ງ​ທີ່​ເຮົາ​ເວົ້າ ລ້ວນແຕ່​ເປັນ​ຄວາມຈິງ ການ​ໂອ້ລົມ​ອັນ​ຜິດໆ ເຮົາ​ກຽດຊັງ​ທັງສິ້ນ.</verse>
				<verse number="8">ທຸກໆ​ສິ່ງ​ທີ່​ເຮົາ​ເວົ້າ ລ້ວນແຕ່​ເປັນ​ຄວາມຈິງ ບໍ່ມີ​ຄຳໃດ ທີ່​ບິດເບືອນ​ແລະ​ລໍ້ລວງ​ຈັກດີ້.</verse>
				<verse number="9">ຜູ້​ທີ່​ຮູ້ແຈ້ງເຫັນຈິງ​ທຸກສິ່ງ​ກໍ​ແຈ່ມແຈ້ງ​ດີ ທຸກສິ່ງ​ເປັນ​ເລື່ອງ​ງ່າຍ​ສຳລັບ​ຜູ້​ທີ່​ຮູ້ຈັກ​ດີ.</verse>
				<verse number="10">ຈົ່ງ​ເລືອກ​ເອົາ​ຄຳສັ່ງສອນ​ຂອງເຮົາ​ນັ້ນ ແທນ​ທີ່​ຈະ​ເລືອກ​ເອົາ​ເງິນ ຈົ່ງ​ເລືອກ​ເອົາ​ຄວາມຮູ້​ຫລາຍກວ່າ ເລືອກ​ຊອກຫາ​ຄຳ​ນໍ້າໜຶ່ງ.</verse>
				<verse number="11">ເພາະ​ເຮົາ​ຄື​ປັນຍາ​ມີຄ່າ​ກວ່າ​ເພັດພອຍ ສິ່ງ​ທີ່​ເຈົ້າ​ປາຖະໜາ​ຈະ​ທຽບ​ກັບ​ປັນຍາ​ບໍ່ໄດ້.</verse>
				<verse number="12">ເຮົາ​ເປັນ​ປັນຍາ​ຄື​ຜູ້​ທີ່​ຮູ້ແຈ້ງເຫັນຈິງ ເຮົາ​ຮູ້ຈັກ​ປະພຶດ​ໃນ​ທາງ​ທີ່​ຊອບ.</verse>
				<verse number="13">ການ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ແມ່ນ​ການ​ກຽດຊັງ​ສິ່ງ​ທີ່​ຊົ່ວຮ້າຍ ເຮົາ​ຊັງ​ຄວາມ​ຫຍາບຊ້າ​ແລະ​ການ​ອວດດີ ທາງ​ຊົ່ວຮ້າຍ​ອັບປີ​ແລະ​ຄຳເວົ້າ​ຕົວະ.</verse>
				<verse number="14">ເຮົາ​ມີ​ຄຳແນະນຳ​ທີ່​ດີ ແລະ​ສະຕິປັນຍາ​ທີ່​ຖືກຕ້ອງ ເຮົາ​ມີ​ຄວາມ​ເຂົ້າໃຈ​ແລະ​ມີ​ກຳລັງ​ດ້ວຍ.</verse>
				<verse number="15">ເຮົາ​ຊ່ວຍ​ກະສັດ​ໃຫ້​ໄດ້​ຂຶ້ນ​ປົກຄອງ​ເມືອງ ແລະ​ຜູ້ປົກຄອງ​ໃຫ້​ອອກ​ກົດໝາຍ​ຖືກຕ້ອງ.</verse>
				<verse number="16">ຜູ້ປົກຄອງ​ທຸກຄົນ​ທົ່ວ​ທັງໂລກ ໄດ້​ປົກຄອງ​ເພາະ​ເຮົາ​ຊ່ວຍເຫຼືອ​ພວກເຂົາ ລວມທັງ​ພວກ​ມີຍົດສັກ ແລະ​ເຈົ້າຂຸນ​ມຸນນາຍ​ດ້ວຍ.</verse>
				<verse number="17">ເຮົາ​ຮັກ​ພວກ​ທີ່​ຮັກ​ເຮົາ ຜູ້​ທີ່​ຊອກຫາ​ເຮົາ​ກໍ​ພົບ​ເຮົາ​ໄດ້.</verse>
				<verse number="18">ເຮົາ​ມີ​ຊັບສົມບັດ​ແລະ​ມີ​ກຽດ ເພື່ອ​ຈະ​ຢິບ​ຍື່ນໃຫ້​ຄົນ ຕະຫລອດ​ທັງ​ຄວາມ​ຈະເລີນ​ຮຸ່ງເຮືອງ ແລະ​ຄວາມ​ສຳເລັດຜົນ​ດ້ວຍ.</verse>
				<verse number="19">ສິ່ງ​ທີ່​ໄດ້​ຈາກ​ເຮົາ​ກໍດີກວ່າ​ຄຳ​ບໍຣິສຸດ ໝາກ​ຜົນ​ຂອງເຮົາ ກໍດີກວ່າ​ເງິນສົດ​ຫລາຍເທົ່າ.</verse>
				<verse number="20">ເຮົາ​ຍ່າງ​ໃນ​ຮ່ອມ​ແຫ່ງ​ຄວາມ​ຊອບທຳ ຕາມ​ທາງ​ເດີນ​ແຫ່ງ​ຄວາມ​ຍຸດຕິທຳ​ດ້ວຍ.</verse>
				<verse number="21">ເຮົາ​ເອົາ​ຊັບສົມບັດ​ໃຫ້​ພວກ​ທີ່​ຮັກ​ເຮົາ ແລະ​ບັນຈຸ​ຊັບ​ໄວ້​ເຕັມ​ເຮືອນ​ຂອງ​ພວກ​ເຂົາເຈົ້າ.</verse>
				<verse number="22">ພຣະເຈົ້າຢາເວ​ສ້າງ​ເຮົາ​ກ່ອນ​ສິ່ງ​ທັງໝົດ ເປັນ​ກິດຈະການ​ທຳອິດ​ດົນນານ​ມາ​ແລ້ວ.</verse>
				<verse number="23">ເຮົາ​ໄດ້​ຖືກ​ສ້າງ​ມາ​ຕັ້ງແຕ່​ປະຖົມມະການ ເປັນ​ສິ່ງ​ທຳອິດ​ກ່ອນ​ໂລກ​ຖືກ​ສ້າງ​ຂຶ້ນ​ມາ​ພຸ້ນ.</verse>
				<verse number="24">ເຮົາ​ໄດ້​ເກີດ​ມາ​ກ່ອນ​ມະຫາສະໝຸດ ເມື່ອ​ຍັງ​ບໍ່ທັນ​ມີ​ບໍ່​ນໍ້າພຸ​ທັງຫລາຍ​ພຸ້ນ.</verse>
				<verse number="25">ເຮົາ​ໄດ້​ເກີດ​ມາ​ກ່ອນ​ພູຜາ​ທັງຫລາຍ ກ່ອນ​ພູນ້ອຍ​ຕັ້ງ​ຢູ່​ໃນ​ບ່ອນ​ຂອງມັນ</verse>
				<verse number="26">ກ່ອນ​ພຣະເຈົ້າ​ໄດ້​ສ້າງ​ແຜ່ນດິນ​ໂລກ​ມາ ທົ່ງ​ໄຮ່​ທົ່ງນາ​ແມ່ນແຕ່​ດິນ​ກຳ​ທຳອິດ​ພຸ້ນ.</verse>
				<verse number="27">ເຮົາ​ຢູ່​ທີ່​ນັ້ນ​ເມື່ອ​ຊົງ​ຕັ້ງ​ຟ້າ​ສະຫວັນ, ເມື່ອ​ຊົງ​ຄຶງ​ຂອບຟ້າ​ກວມ​ມະຫາສະໝຸດ​ໄວ້.</verse>
				<verse number="28">ເມື່ອ​ຊົງ​ເຮັດ​ໃຫ້​ມີ​ເມກ​ໃນ​ທ້ອງຟ້າ ໄຂ​ບໍ່​ນໍ້າ​ທັງຫລາຍ​ຂອງ​ມະຫາສະໝຸດ​ນັ້ນ</verse>
				<verse number="29">ແລະ​ວາງ​ຂອບເຂດ​ໃຫ້​ນໍ້າ​ໃນ​ທ້ອງ​ທະເລ ເພື່ອ​ບໍ່​ໃຫ້​ຂຶ້ນ​ກາຍ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້. ເຮົາ​ໄດ້​ຢູ່​ໃນ​ທີ່ນັ້ນ​ແລ້ວ​ແຕ່​ໃດໆ​ມາ ເວລາ​ທີ່​ຊົງ​ວາງ​ຮາກຖານ​ແຜ່ນດິນ​ໂລກ.</verse>
				<verse number="30">ເຮົາ​ຢູ່​ໃກ້ຊິດ​ຕິດແທດ​ຄຽງຂ້າງ​ພຣະອົງ ດັ່ງ​ນັກ​ສະຖາປານິກ​ຄື​ນັກ​ກໍ່ສ້າງ​ຜູ້ໜຶ່ງ ເຮົາ​ເປັນ​ບໍ່​ເກີດ​ຂອງ​ຄວາມ​ຊົມຊື່ນ​ຍິນດີ​ຂອງ​ພຣະອົງ ປະຈຳ​ວັນ​ມ່ວນຊື່ນ​ຢູ່​ເລື້ອຍໆ​ຢູ່​ຊ້ອງໜ້າ​ພຣະອົງ</verse>
				<verse number="31">ມີ​ຄວາມສຸກ​ສຳລານ​ຢູ່​ກັບ​ໂລກ​ມະນຸດ​ເຮົາ ແລະ​ພຶງ​ພໍໃຈ​ຢູ່​ກັບ​ມວນ​ມະນຸດ​ຊາດ.</verse>
				<verse number="32">ບັດນີ້ ຈົ່ງ​ຟັງ​ເຮົາ​ເຖີດ ຄົນໜຸ່ມ​ທັງຫລາຍ ຈົ່ງ​ເຮັດ​ຕາມ​ທີ່​ເຮົາ​ກ່າວ​ແລະ​ມີ​ຄວາມສຸກ​ໄດ້.</verse>
				<verse number="33">ຈົ່ງ​ຍອມ​ຟັງ​ສິ່ງ​ທີ່​ເຈົ້າ​ໄດ້​ຮັບ​ສັ່ງສອນ​ມາ ຢ່າ​ລະເລີຍ, ແຕ່​ໃຫ້​ເປັນ​ຄົນມີ​ປັນຍາ​ເຖີດ.</verse>
				<verse number="34">ຄົນ​ທີ່​ຟັງ​ເຮົາ​ນັ້ນ ລາວ​ຈະ​ມີ​ຄວາມສຸກ ຄື​ຜູ້​ທີ່​ຄອຍ​ຢູ່​ທີ່​ປະຕູ​ເຮືອນ​ຂອງເຮົາ​ທຸກໆ​ວັນ.</verse>
				<verse number="35">ຄົນໃດ​ທີ່​ພົບ​ເຮົາ​ນັ້ນ ລາວ​ກໍ​ພົບ​ຊີວິດ ແລະ​ພຣະເຈົ້າຢາເວ​ຈະ​ພຶງ​ພໍໃຈ​ນຳ​ລາວ.</verse>
				<verse number="36">ຄົນ​ທີ່​ບໍ່​ພົບ​ເຮົາ​ນັ້ນ ກໍ​ທຳຮ້າຍ​ຕົນເອງ ຄົນ​ທີ່​ກຽດຊັງ​ເຮົາ​ກໍ​ຮັກ​ຄວາມຕາຍ​ເທົ່ານັ້ນ.”</verse>
			</chapter>
			<chapter number="9">
				<verse number="1">ປັນຍາ​ໄດ້​ສ້າງ​ເຮືອນ​ຂອງຕົນ​ດ້ວຍ​ເສົາ​ເຈັດ​ຕົ້ນ.</verse>
				<verse number="2">ປັນຍາ​ໄດ້​ຂ້າ​ສັດ​ສຳລັບ​ງານກິນລ້ຽງ​ສະຫລອງ ປົນ​ເຄື່ອງເທດ​ໃສ່​ເຫຼົ້າ​ອະງຸ່ນ ແລະ​ຈັດແຈງ​ໂຕະ​ໄວ້​ດ້ວຍ.</verse>
				<verse number="3">ປັນຍາ​ສົ່ງ​ສາວໃຊ້​ທັງຫລາຍ​ອອກ​ໄປ​ເອີ້ນ​ຈາກ​ທີ່​ສູງສຸດ​ຢູ່​ໃນ​ເມືອງ​ວ່າ,</verse>
				<verse number="4">“ຈົ່ງ​ເຂົ້າ​ມາ​ເຖີດ​ຄົນໂງ່ຈ້າ​ເອີຍ.” ແລະ​ຕໍ່​ຄົນໂງ່ຈ້າ​ນັ້ນ​ປັນຍາ​ໄດ້​ເວົ້າ​ວ່າ,</verse>
				<verse number="5">“ຈົ່ງ​ມາ​ກິນ​ເຂົ້າ​ແລະ​ດື່ມ​ເຫຼົ້າ​ອະງຸ່ນ​ທີ່​ເຮົາ​ໄດ້​ປະສົມ​ໄວ້.</verse>
				<verse number="6">ຈົ່ງ​ໜີ​ຈາກ​ໝູ່​ທີ່​ໂງ່ຈ້າ​ນັ້ນ​ສາ ແລ້ວ​ເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່ ຈົ່ງ​ເດີນ​ຕາມ​ທາງ​ແຫ່ງ​ຄວາມ​ຮອບຮູ້.”</verse>
				<verse number="7">ຖ້າ​ເຈົ້າ​ບອກສອນ​ຄົນ​ອວດດີ​ຜູ້ໜຶ່ງ ເຈົ້າ​ກໍ​ຈະ​ໄດ້​ຮັບ​ແຕ່​ການ​ດູໝິ່ນນິນທາ. ຖ້າ​ເຈົ້າ​ຕັກເຕືອນ​ຄົນຊົ່ວ​ຜູ້ໜຶ່ງ ເຈົ້າ​ກໍ​ຈະ​ໄດ້​ຮັບ​ແຕ່​ຄວາມ​ເຈັບປວດ.</verse>
				<verse number="8">ຢ່າ​ບອກສອນ​ຄົນ​ທີ່​ອວດດີ​ຈັກເທື່ອ ເພາະ​ລາວ​ຈະ​ຊັງ​ເຈົ້າ​ຍ້ອນ​ຄຳ​ບອກສອນ​ນັ້ນ ແຕ່​ຖ້າ​ເຈົ້າ​ບອກສອນ​ຄົນມີ​ປັນຍາ ລາວ​ຈະ​ນັບຖື​ເຈົ້າ.</verse>
				<verse number="9">ທຸກສິ່ງ​ທີ່​ເຈົ້າ​ເວົ້າ​ກັບ​ຄົນ​ມີ​ປັນຍາ​ຈະ​ເພີ່ມ​ປັນຍາ​ໃຫ້​ລາວ. ສິ່ງໃດ​ທີ່​ເຈົ້າ​ບອກ​ຄົນ​ຊອບທຳ​ກໍ​ເທົ່າ​ກັບ​ເພີ່ມ​ຄວາມຮູ້​ແກ່​ລາວ​ຕື່ມ​ຂຶ້ນ.</verse>
				<verse number="10">ການ​ຢຳເກງ​ພຣະເຈົ້າຢາເວ​ເປັນ​ບໍ່ເກີດ​ແຫ່ງ​ປັນຍາ. ຖ້າ​ເຈົ້າ​ຮູ້​ອົງ​ບໍຣິສຸດ​ເຈົ້າ​ກໍ​ມີ​ຄວາມ​ຮູ້​ແຈ້ງເຫັນຈິງ.</verse>
				<verse number="11">ປັນຍາ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ຊີວິດ​ຍືນຍາວ.</verse>
				<verse number="12">ຖ້າ​ເຈົ້າ​ມີ​ປັນຍາ ເຈົ້າເອງ​ກໍ​ຈະ​ໄດ້​ຮັບ​ຜົນ​ກຳໄລ​ເພີ່ມ, ແຕ່​ຖ້າ​ເຈົ້າ​ບໍ່​ຍອມ​ຮັບ​ປັນຍາ ເຈົ້າເອງ​ກໍ​ຈະ​ທົນທຸກ.</verse>
				<verse number="13">ຄວາມ​ໂງ່ຈ້າ​ເປັນ​ດັ່ງ​ແມ່ຍິງ​ທີ່​ມັກ​ຈົ່ມວ່າ ອັບ​ປັນຍາ ແລະ​ໜ້າດ້ານ.</verse>
				<verse number="14">ນາງ​ນັ່ງ​ທີ່​ປະຕູ​ເຮືອນ​ຂອງຕົນ ຫລື​ນັ່ງ​ຢູ່​ບ່ອນ​ສູງໆ​ໃນ​ເມືອງ</verse>
				<verse number="15">ແລະ​ເອີ້ນ​ໃສ່​ຄົນ​ຜ່ານ​ໄປມາ ຜູ້​ທີ່​ໃສ່​ໃຈ​ກິດທຸລະ​ຂອງ​ຕົນເອງ​ວ່າ,</verse>
				<verse number="16">“ຄົນ​ໂງ່ຈ້າ​ເອີຍ ລ້ຽວເຂົ້າ​ມາ​ພີ້” ນາງ​ເວົ້າ​ຕໍ່​ຄົນ​ໂງ່ຈ້າ​ວ່າ,</verse>
				<verse number="17">“ນໍ້າ​ທີ່​ລັກ​ມາ​ກໍ​ຫວານ​ກວ່າ ເຂົ້າ​ທີ່​ລັກ​ມາ​ກໍ​ແຊບ​ດີ.”</verse>
				<verse number="18">ຜູ້​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ນາງ​ບໍ່​ຮູ້ຈັກ​ວ່າ​ມີ​ຄົນຕາຍ​ຢູ່​ທີ່​ນັ້ນ ຜູ້​ທີ່​ເຂົ້າ​ໄປ​ແລ້ວ​ນັ້ນ ບັດນີ້ ກໍ​ຢູ່​ໃນ​ແດນ​ມໍຣະນາ​ເສຍ​ແລ້ວ.</verse>
			</chapter>
			<chapter number="10">
				<verse number="1">ຕໍ່ໄປນີ້ ແມ່ນ​ສຸພາສິດ​ຂອງ​ໂຊໂລໂມນ ລູກ​ທີ່​ມີ​ປັນຍາ​ເຮັດ​ໃຫ້​ພໍ່​ແມ່​ພາກພູມ​ໃຈ​ນຳ, ແຕ່​ລູກ​ທີ່​ໂງ່ຈ້າ​ເຮັດ​ໃຫ້​ພໍ່​ແມ່​ໂສກເສົ້າ.</verse>
				<verse number="2">ຊັບສົມບັດ​ທີ່​ໄດ້​ມາ​ໂດຍ​ຄວາມ​ບໍ່​ສັດຊື່​ຈະ​ບໍ່​ເປັນ​ຜົນດີ​ຫຍັງ, ແຕ່​ຄວາມສັດຊື່​ຊ່ວຍ​ຊີວິດ​ຂອງ​ເຈົ້າ​ໄວ້​ໄດ້.</verse>
				<verse number="3">ພຣະເຈົ້າຢາເວ​ບໍ່​ປະ​ປ່ອຍ​ໃຫ້​ຄົນ​ຊອບທຳ​ຕ້ອງ​ອຶດຫິວ, ແຕ່​ພຣະອົງ​ຢັບຢັ້ງ​ຄົນຊົ່ວ​ບໍ່​ໃຫ້​ໄດ້​ຕາມໃຈ​ມັກ.</verse>
				<verse number="4">ຄົນ​ຂີ້ຄ້ານ​ຈະ​ຍາກຈົນ​ລົງ, ແຕ່​ຄົນ​ຂະຫຍັນ​ຂັນແຂງ​ກໍ​ຈະ​ຮັ່ງມີ​ຂຶ້ນ.</verse>
				<verse number="5">ຄົນ​ທີ່​ຮອບຮູ້​ກໍ​ຮວບຮວມ​ເອົາ​ຜົນລະປູກ​ໄວ້​ຕາມ​ລະດູການ, ແຕ່​ຄົນ​ທີ່​ນອນ​ຫລັບ​ໃນ​ລະດູ​ເກັບກ່ຽວ ກໍ​ເປັນ​ທີ່​ອັບອາຍ​ຂາຍໜ້າ.</verse>
				<verse number="6">ຄົນ​ຊອບທຳ​ຈະ​ໄດ້​ຮັບ​ພອນ​ນາໆ​ປະການ ຄຳເວົ້າ​ຂອງ​ຄົນ​ຊົ່ວຊ້າ​ຊ້ອນເຊື່ອງ​ນິໄສ​ອັນ​ໂຫດຫ້ຽມ.</verse>
				<verse number="7">ຄົນ​ຊອບທຳ​ຈະ​ມີ​ຄົນ​ຈົດຈຳ​ໄວ້​ເປັນ​ຄວາມພອນ, ແຕ່​ຄົນຊົ່ວ​ຈະ​ຖືກ​ລືມໄລ​ໄປ​ຢ່າງ​ໄວວາ.</verse>
				<verse number="8">ໃຈ​ທີ່​ປະກອບ​ດ້ວຍ​ປັນຍາ​ກໍ​ຍອມ​ຮັບ​ເອົາ​ຄຳແນະນຳ​ທີ່​ດີ ຄົນ​ທີ່​ເວົ້າ​ໂລເລ​ກໍ​ຈະ​ເຖິງ​ຄວາມພິນາດ.</verse>
				<verse number="9">ຄົນ​ສັດຊື່​ກໍ​ປອດໄພ​ແລະ​ໝັ້ນຄົງ, ແຕ່​ຄົນ​ທີ່​ບໍ່​ຊື່ກົງ ກໍ​ຈະ​ຖືກ​ຈັບ​ໄດ້.</verse>
				<verse number="10">ຜູ້​ທີ່​ປົກປິດ​ຄວາມຈິງ​ໄວ້​ສ້າງ​ຄວາມ​ເດືອດຮ້ອນ​ແກ່​ຕົນ, ແຕ່​ຄົນ​ທີ່​ຕິຕຽນ​ຢ່າງ​ເປີດເຜີຍ​ຈະ​ສ້າງ​ສັນຕິພາບ.</verse>
				<verse number="11">ປາກ​ຂອງ​ຄົນ​ຊອບທຳ​ເປັນ​ນໍ້າພຸ​ແຫ່ງ​ຊີວິດ, ແຕ່​ຄຳເວົ້າ​ຂອງ​ຄົນຊົ່ວຊ້າ​ຊ້ອນເຊື່ອງ​ນິໄສ​ອັນ​ໂຫດຫ້ຽມ.</verse>
				<verse number="12">ຄວາມ​ກຽດຊັງ​ສ້າງ​ຄວາມ​ເດືອດຮ້ອນ, ແຕ່​ຄວາມຮັກ​ໃຫ້​ອະໄພ​ແກ່​ຜູ້​ກະທຳ​ຜິດ.</verse>
				<verse number="13">ປາກ​ຂອງ​ຄົນມີ​ປັນຍາ​ເວົ້າ​ມີ​ເຫດຜົນ, ແຕ່​ໄມ້ແສ້​ເໝາະ​ສຳລັບ​ຫລັງ​ຂອງ​ຄົນໂງ່ຈ້າ.</verse>
				<verse number="14">ຄົນມີ​ປັນຍາ​ສະສົມ​ຄວາມຮູ້​ໄວ້​ເປັນ​ສົມບັດ​ຂອງຕົນ, ແຕ່​ເມື່ອ​ຄົນໂງ່ຈ້າ​ເອີ່ຍປາກ ຄວາມ​ເດືອດຮ້ອນ​ກໍ​ມາເຖິງ​ໂລດ.</verse>
				<verse number="15">ຄວາມ​ຮັ່ງມີ​ຄຸ້ມຄອງ​ຄົນ​ຮັ່ງມີ​ໄວ້ ສ່ວນ​ຄວາມ​ທຸກ​ລຳບາກ​ທຳລາຍ​ຄົນ​ຍາກຈົນ.</verse>
				<verse number="16">ເຮັດ​ດີ​ໄດ້​ດີ​ເປັນ​ບຳເໜັດ​ແຫ່ງ​ຊີວິດ, ແຕ່​ເຮັດ​ຊົ່ວ​ໄດ້​ຊົ່ວ​ເປັນ​ໂທດກຳ​ນຳ​ມາ​ສະໜອງ.</verse>
				<verse number="17">ຜູ້​ທີ່​ຍອມ​ຮັບ​ການ​ດັດແປງ​ກໍ່ສ້າງ ເຮັດ​ໃຫ້​ຊີວິດ​ກ້າວ​ໄປ, ແຕ່​ຜູ້​ທີ່​ບໍ່​ຍອມ​ຮັບ​ເອົາ ນຳ​ຊີວິດ​ສູ່​ຄວາມພິນາດ.</verse>
				<verse number="18">ຜູ້​ທີ່​ອຳ​ຄວາມ​ກຽດຊັງ​ໄວ້ ກໍ​ເປັນ​ຄົນ​ຂີ້ຕົວະ ຜູ້​ທີ່​ຫາ​ເວົ້າຂວັນ​ຄົນ ກໍ​ເປັນ​ຄົນໂງ່ຈ້າ.</verse>
				<verse number="19">ຄົນ​ເວົ້າຫລາຍ​ກະຈາຍ​ຄວາມ​ຜິດພາດ, ແຕ່​ຄົນ​ສະຫລາດ​ງັບ​ປາກ​ຂອງຕົນ.</verse>
				<verse number="20">ລີ້ນ​ຂອງ​ຄົນ​ຊອບທຳ​ເປັນ​ຄື​ເງິນ​ທີ່​ຫລອມແລ້ວ ຄວາມຄິດ​ຂອງ​ຄົນຊົ່ວ​ມີ​ຄຸນຄ່າ​ແຕ່​ໜ້ອຍດຽວ.</verse>
				<verse number="21">ຄຳເວົ້າ​ຂອງ​ຄົນ​ຊອບທຳ​ລ້ຽງ​ຄົນ​ຈຳນວນ​ຫລາຍ, ແຕ່​ຄົນໂງ່ຈ້າ​ຕາຍ​ເພາະ​ຄວາມ​ເບົາປັນຍາ.</verse>
				<verse number="22">ພຣະພອນ​ຂອງ​ພຣະເຈົ້າຢາເວ​ເຮັດ​ໃຫ້​ມະນຸດ​ຮັ່ງມີ ແລະ​ພຣະອົງ​ບໍ່​ໃຫ້​ຄວາມ​ໂສກເສົ້າ​ເພາະ​ເຈົ້າ​ເປັນ​ຄົນຮັ່ງມີ.</verse>
				<verse number="23">ຄົນ​ໂງ່ຈ້າ ຖື​ວ່າ​ການ​ເຮັດ​ຊົ່ວ​ເປັນ​ຄວາມ​ສະໜຸກ, ແຕ່​ຄົນສະຫລາດ ພໍໃຈ​ໃນ​ປັນຍາ​ທີ່​ຕົນ​ມີ​ຢູ່.</verse>
				<verse number="24">ສິ່ງໃດ​ຄົນຊົ່ວ​ຄິດ​ຢ້ານ ມັນ​ຈະ​ມາ​ເຖິງ​ພວກເຂົາ, ແຕ່​ສິ່ງໃດ​ທີ່​ຄົນ​ຊອບທຳ​ປາຖະໜາ​ກໍ​ຈະ​ຊົງ​ປະທານ​ໃຫ້.</verse>
				<verse number="25">ເມື່ອ​ລົມພະຍຸ​ພັດ​ຜ່ານ ຄົນຊົ່ວຮ້າຍ​ກໍ​ຖືກ​ພັດ​ໄປ, ແຕ່​ຄົນ​ສັດຊື່​ປອດໄພ​ຢູ່​ເລື້ອຍໆ.</verse>
				<verse number="26">ນໍ້າສົ້ມ​ກັບ​ແຂ້ວ​ແລະ​ຄວັນໄຟ​ກັບ​ຕາ​ບໍ່​ຖືກ​ກັນ​ສັນໃດ ຄົນ​ຂີ້ຄ້ານ​ກັບ​ນາຍຈ້າງ​ກໍ​ບໍ່​ຫ່ອນ​ຖືກ​ກັນ​ສັນນັ້ນ.</verse>
				<verse number="27">ຄົນ​ຢ້ານຢຳ​ພຣະເຈົ້າຢາເວ​ຈະ​ມີ​ຊີວິດ​ຍືນຍາວ, ແຕ່​ຄົນຊົ່ວຮ້າຍ​ຕາຍ​ກ່ອນ​ກຳນົດ.</verse>
				<verse number="28">ຄວາມຫວັງ​ຂອງ​ຄົນ​ຊອບທຳ​ນຳ​ໄປ​ສູ່​ຄວາມ​ຊົມຊື່ນ​ຍິນດີ, ແຕ່​ຄວາມຫວັງ​ຂອງ​ຄົນຊົ່ວ​ອັບປີ​ນຳ​ໄປ​ສູ່​ຄວາມ​ອັບປະໂຫຍດ.</verse>
				<verse number="29">ພຣະເຈົ້າຢາເວ​ຄຸ້ມຄອງ​ຄົນ​ສັດຊື່, ແຕ່​ພຣະອົງ​ທຳລາຍ​ຄົນ​ທີ່​ເຮັດ​ຜິດ.</verse>
				<verse number="30">ຄົນ​ຊອບທຳ​ຈະ​ມີ​ຄວາມ​ປອດໄພ​ຢູ່​ເລື້ອຍ, ແຕ່​ຄົນຊົ່ວຮ້າຍ​ຈະ​ບໍ່​ໝັ້ນຄົງ​ຢູ່​ໃນ​ແຜ່ນດິນ.</verse>
				<verse number="31">ປາກ​ຂອງ​ຄົນ​ຊອບທຳ​ນຳ​ປັນຍາ​ມາ​ໃຫ້, ແຕ່​ຄົນ​ເວົ້າຕົວະ​ຄວນ​ຖືກ​ງັບ​ປາກ​ໄວ້.</verse>
				<verse number="32">ຄົນ​ຊອບທຳ​ເວົ້າ​ແຕ່​ສິ່ງ​ທີ່​ຖືກຕ້ອງ, ແຕ່​ຄົນຊົ່ວຊ້າ​ເວົ້າ​ແຕ່​ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ເຈັບໃຈ.</verse>
			</chapter>
			<chapter number="11">
				<verse number="1">ພຣະເຈົ້າຢາເວ​ກຽດຊັງ​ຜູ້​ທີ່​ໃຊ້​ຕາຊິງ​ຂີ້ຫລັກ. ພຣະອົງ​ດີໃຈ​ນຳ​ຜູ້​ທີ່​ຊັ່ງຕວງ​ຢ່າງ​ຖືກຕ້ອງ.</verse>
				<verse number="2">ຄົນ​ອວດດີ​ຈະ​ຖືກ​ອັບອາຍ​ຂາຍໜ້າ, ແຕ່​ປັນຍາ​ຢູ່​ກັບ​ຄົນ​ຖ່ອມຕົວ​ຖ່ອມໃຈ.</verse>
				<verse number="3">ຄົນດີ​ມີ​ຄວາມສັດຊື່​ນຳພາ, ແຕ່​ຄົນ​ຄົດລ້ຽວ​ກໍ​ຖືກ​ທຳລາຍ​ດ້ວຍ​ຄວາມ​ບໍ່ຈິງໃຈ​ຂອງຕົນ.</verse>
				<verse number="4">ຄວາມ​ຮັ່ງມີ​ຈະ​ຊ່ວຍ​ຫຍັງ​ບໍ່ໄດ້​ໃນ​ມື້​ທີ່​ປະເຊີນ​ກັບ​ຄວາມຕາຍ, ແຕ່​ຄວາມ​ສັດຊື່​ຊ່ວຍ​ຊີວິດ​ຂອງ​ຄົນ​ໄວ້​ໄດ້.</verse>
				<verse number="5">ຄວາມ​ສັດຊື່​ເຮັດ​ໃຫ້​ຄົນດີ​ມີ​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ, ແຕ່​ຄົນຊົ່ວຮ້າຍ​ພັດ​ຕາຍໄປ​ຍ້ອນ​ຄວາມຊົ່ວ​ທີ່​ຕົນ​ໄດ້​ກະທຳ​ໄວ້.</verse>
				<verse number="6">ຄວາມ​ຊອບທຳ​ຊ່ວຍກູ້​ເອົາ​ຄົນ​ສັດຊື່​ໄວ້, ແຕ່​ຄົນ​ຄົດລ້ຽວ​ຈະ​ຖືກ​ບ້ວງແຮ້ວ​ຍ້ອນ​ຄວາມ​ໂລບມາກ​ຂອງຕົນ.</verse>
				<verse number="7">ເມື່ອ​ຄົນ​ຊົ່ວຮ້າຍ​ຕາຍໄປ​ຄວາມຫວັງ​ຂອງ​ລາວ​ກໍ​ຕາຍໄປ​ດ້ວຍ. ການ​ໄວ້ໃຈ​ໃນ​ຄວາມ​ຮັ່ງມີ​ກໍ​ເປັນ​ການ​ສູນເປົ່າ.</verse>
				<verse number="8">ຄົນ​ຊອບທຳ​ໄດ້​ຮັບ​ການ​ຄຸ້ມຄອງ​ໃຫ້​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ, ແຕ່​ຄົນ​ຊົ່ວຮ້າຍ​ເປັນ​ຜູ້​ຮັບ​ເອົາແທນ.</verse>
				<verse number="9">ຄົນ​ບໍ່​ຮູ້​ພຣະເຈົ້າ​ທຳລາຍ​ຄົນ​ດ້ວຍ​ຄຳເວົ້າ​ຂອງຕົນ, ແຕ່​ຄົນ​ຊອບທຳ​ພົ້ນໄພ​ໂດຍ​ອາໄສ​ປັນຍາ​ຊ່ວຍ.</verse>
				<verse number="10">ເມື່ອ​ຄົນ​ສັດຊື່​ຮັ່ງມີ​ເປັນດີ​ຊາວ​ເມືອງ​ກໍ​ເປັນ​ສຸກໃຈ ແລະ​ເມື່ອ​ຄົນ​ຊົ່ວຮ້າຍ​ຕາຍໄປ​ກໍ​ຈະ​ມີ​ສຽງ​ໂຮຮ້ອງ​ຢ່າງ​ຊົມຊື່ນ.</verse>
				<verse number="11">ຄົນ​ຊອບທຳ​ນຳ​ຄວາມ​ຈະເລີນ​ມາ​ສູ່​ປະເທດ​ຊາດ, ແຕ່​ຄົນ​ຊົ່ວຮ້າຍ​ທຳລາຍ​ປະເທດ​ຊາດ​ດ້ວຍ​ຄຳເວົ້າ​ຂອງຕົນ.</verse>
				<verse number="12">ຄົນໂງ່ຈ້າ​ເວົ້າ​ດູຖູກ​ເພື່ອນບ້ານ​ຂອງຕົນ, ແຕ່​ຄົນມີ​ປັນຍາ​ມັກ​ມິດງຽບ​ຢູ່.</verse>
				<verse number="13">ບໍ່ມີ​ໃຜ​ຫ່ອນ​ໄຂ​ຄວາມລັບ​ກັບ​ຄົນ​ປາກບອນ, ແຕ່​ຄົນ​ທີ່​ໄວ້ໃຈ​ໄດ້​ກໍ​ເກັບກຳ​ຄວາມລັບ​ໄວ້​ໄດ້.</verse>
				<verse number="14">ຊາດ​ຈະ​ຫຼົ້ມຈົມ​ແທ້​ຫາກ​ບໍ່ມີ​ການນຳພາ. ມີ​ທີ່ປຶກສາ​ຫລາຍ​ຄົນ​ຮັບປະກັນ​ຄວາມ​ໝັ້ນຄົງ​ໄດ້.</verse>
				<verse number="15">ຜູ້​ທີ່​ສັນຍາ​ຈ່າຍ​ໜີ້​ໃຫ້​ຄົນອື່ນ​ກໍ​ຫາ​ຄວາມທຸກ​ໃສ່​ຕົນເອງ ຜູ້​ທີ່​ບໍ່​ຫຍຸ້ງກ່ຽວ​ນຳ​ກໍ​ຢູ່​ຢ່າງ​ສຸກ​ສະບາຍ​ຫາຍ​ຮ້ອນ.</verse>
				<verse number="16">ຍິງ​ງາມໃນ​ຍ່ອມ​ມີ​ຄົນ​ໃຫ້ກຽດ, ແຕ່​ຍິງ​ທີ່​ໃຈ​ຂີ້ດຽດ​ຍ່ອມ​ໄດ້​ຮັບ​ຄວາມ​ອັບອາຍ. ຄົນ​ຂີ້ຄ້ານ​ຈະ​ຫາ​ເງິນ​ຕິດຕົວ​ກໍ​ບໍ່ມີ, ແຕ່​ຄົນ​ທີ່​ບຸກບືນ​ດຸໝັ່ນ​ຈະ​ຮັ່ງມີ​ເປັນດີ​ຂຶ້ນ.</verse>
				<verse number="17">ຜູ້​ມີ​ເມດຕາ​ນຳ​ບຳເໜັດ​ມາ​ສູ່​ຕົນເອງ, ແຕ່​ຜູ້​ໂຫດຮ້າຍ​ຍ່ອມ​ທຳລາຍ​ຕົນເອງ.</verse>
				<verse number="18">ຄົນ​ຊົ່ວຮ້າຍ​ບໍ່ໄດ້​ຮັບ​ສິ່ງໃດສິ່ງໜຶ່ງ​ເລີຍ, ແຕ່​ຄົນ​ທີ່​ຫວ່ານ​ຄວາມ​ຊອບທຳ ຍ່ອມ​ໄດ້​ຮັບ​ບຳເໜັດ​ເປັນ​ແນ່ແທ້.</verse>
				<verse number="19">ຜູ້​ທີ່​ຕັ້ງໝັ້ນ​ຢູ່​ໃນ​ຄວາມ​ຊອບທຳ​ຈະ​ມີ​ຊີວິດ​ຢູ່, ແຕ່​ຜູ້​ທີ່​ມັກ​ເຮັດ​ຜິດ​ຢູ່​ເລື້ອຍໆ​ກໍ​ຈະ​ຕາຍ.</verse>
				<verse number="20">ພຣະເຈົ້າຢາເວ​ກຽດຊັງ​ຄົນ​ມີ​ໃຈ​ຊົ່ວຊ້າ, ແຕ່​ພຣະອົງ​ຮັກ​ຜູ້​ທີ່​ປະພຶດ​ດີ.</verse>
				<verse number="21">ຄົນຊົ່ວຮ້າຍ​ຈະ​ຕ້ອງ​ຖືກ​ທຳລາຍ​ຢ່າງ​ແນ່ນອນ, ແຕ່​ຄົນ​ຊອບທຳ​ຈະ​ຜີກ​ໜີໄປ​ໄດ້.</verse>
				<verse number="22">ຜູ້ຍິງ​ງາມ​ແຕ່​ບໍ່​ສະຫລາດ ກໍ​ປານ​ວ່າ​ເອົາ​ແຫວນ​ຄຳ​ເກາະ​ດັງ​ໝູ.</verse>
				<verse number="23">ຄົນ​ຊອບທຳ​ຢາກ​ກະທຳ​ແຕ່​ຄວາມດີ, ແຕ່​ຄົນຊົ່ວ​ນຳ​ການ​ລົງໂທດ​ມາ​ສູ່​ຕົນ.</verse>
				<verse number="24">ຍິ່ງ​ໃຫ້​ຍິ່ງ​ມີ ຍິ່ງ​ຂີ້ຖີ່​ຍິ່ງ​ທຸກຈົນ​ລົງ.</verse>
				<verse number="25">ຜູ້​ທີ່​ມີ​ໃຈ​ເຜື່ອແຜ່​ຍ່ອມ​ຈະເລີນ​ຮຸ່ງເຮືອງ ຜູ້​ທີ່​ຊ່ວຍເຫລືອ​ຄົນ​ຍ່ອມ​ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ຕອບ.</verse>
				<verse number="26">ປະຊາຊົນ​ປ້ອຍດ່າ​ຜູ້​ທີ່​ສະສົມ​ເຂົ້າ​ໄວ້​ຂາຍ​ກິນ​ກຳໄລ ແຕ່​ຄຳ​ຊົມເຊີຍ​ກໍ​ມີ​ແກ່​ຜູ້​ທີ່​ເອົາ​ເຂົ້າ​ອອກ​ມາ​ວາງ​ຂາຍ​ໜ້າ​ຮ້ານ.</verse>
				<verse number="27">ຜູ້​ທີ່​ສະແຫວງ​ຫາ​ເຮັດ​ຄວາມດີ​ກໍໄດ້​ຮັບ​ຄວາມນັບຖື ແຕ່​ຄວາມ​ເດືອດຮ້ອນ​ຈະ​ມາ​ເຖິງ​ຜູ້​ທີ່​ສະແຫວງ​ຫາ​ຄວາມຊົ່ວ.</verse>
				<verse number="28">ຜູ້​ທີ່​ເພິ່ງ​ໃນ​ຊັບສົມບັດ​ຂອງຕົນ​ນັ້ນ ຈະ​ຖືກ​ທຳລາຍ​ດັ່ງ​ໃບໄມ້​ຫລົ່ນ​ໃນ​ລະດູຮ້ອນ ແຕ່​ຜູ້​ທີ່​ຊອບທຳ​ຈະ​ຈະເລີນ​ຮຸ່ງເຮືອງ​ດັ່ງ​ໃບໄມ້​ຂຽວ​ອຸ່ມຊຸ່ມ.</verse>
				<verse number="29">ຜູ້​ທີ່​ເຮັດ​ໃຫ້​ຄົວເຮືອນ​ລຳບາກ​ກໍ​ຈະ​ບໍ່ມີ​ຫຍັງ​ໃນ​ບັ້ນປາຍ. ຄົນໂງ່ຈ້າ​ຈະ​ເປັນ​ຄົນ​ຮັບໃຊ້​ຢູ່​ເລື້ອຍ​ໄປ​ຂອງ​ຄົນມີ​ປັນຍາ.</verse>
				<verse number="30">ຄວາມ​ຊອບທຳ ໃຫ້​ມີ​ຊີວິດ​ສັນໃດ ຄວາມ​ຮຸນແຮງ ກໍ​ເອົາ​ຊີວິດ​ໄປ​ສັນນັ້ນ.</verse>
				<verse number="31">ຄົນ​ຊອບທຳ​ໄດ້​ຮັບ​ບຳເໜັດ​ໃນ​ແຜ່ນດິນ​ໂລກ​ນີ້​ສັນໃດ ຄົນ​ອະທຳ​ກັບ​ຄົນບາບ​ຈະ​ຕ້ອງ​ຖືກ​ລົງໂທດ​ຢ່າງ​ແນ່ແທ້​ສັນນັ້ນ.</verse>
			</chapter>
			<chapter number="12">
				<verse number="1">ຄົນ​ທີ່​ມັກ​ຮຽນຮູ້​ກໍ​ຢາກ​ໃຫ້​ຄົນ​ເຕືອນ​ເມື່ອ​ຕົນ​ເຮັດ​ຜິດ, ແຕ່​ຄົນໂງ່ຈ້າ​ພັດ​ກຽດຊັງ​ການ​ດັດແປງ​ກໍ່ສ້າງ.</verse>
				<verse number="2">ພຣະເຈົ້າຢາເວ​ພໍໃຈ​ນຳ​ຄົນດີ, ແຕ່​ພຣະອົງ​ກ່າວໂທດ​ຄົນ​ທີ່​ວາງແຜນ​ອັນ​ຊົ່ວຮ້າຍ.</verse>
				<verse number="3">ມະນຸດ​ບໍ່​ຫ່ອນ​ຕັ້ງ​ຢູ່​ໄດ້​ດ້ວຍ​ການຊົ່ວ​ທີ່​ຕົນ​ກະທຳ, ແຕ່​ຮາກຖານ​ຂອງ​ຄົນ​ຊອບທຳ​ຈະ​ຢືນ​ຢູ່​ຢ່າງ​ໝັ້ນຄົງ.</verse>
				<verse number="4">ເມຍ​ທີ່​ດີ​ນຳ​ກຽດສັກສີ​ມາ​ສູ່​ຜົວ, ແຕ່​ເມຍ​ທີ່​ຊົ່ວ​ກໍ​ເປັນ​ດັ່ງ​ກະດູກ​ມີ​ມະເຮັງ.</verse>
				<verse number="5">ຄົນ​ສັດຊື່​ຈະ​ເຮັດ​ກັບ​ຄົນອື່ນ​ຢ່າງ​ເປັນທຳ, ແຕ່​ຄົນຊົ່ວ​ຫວັງ​ຢາກ​ຫລອກລວງ​ເທົ່ານັ້ນ.</verse>
				<verse number="6">ຄຳເວົ້າ​ຂອງ​ຄົນຊົ່ວ​ປະຫັດ​ປະຫານ, ແຕ່​ຄຳເວົ້າ​ຂອງ​ຄົນ​ຊອບທຳ​ຊ່ວຍ​ຄົນ​ໃຫ້​ພົ້ນ​ໄດ້.</verse>
				<verse number="7">ຄົນ​ຊົ່ວຮ້າຍ​ຫຼົ້ມຈົມ ແລະ​ສິ້ນ​ເຊື້ອສາຍ, ແຕ່​ຄອບຄົວ​ຂອງ​ຄົນ​ຊອບທຳ​ຍັງ​ດຳລົງ​ຢູ່.</verse>
				<verse number="8">ຄົນມີ​ປັນຍາ​ຈະ​ໄດ້​ຮັບ​ຄຳ​ຍ້ອງຍໍ, ແຕ່​ຄົນໂງ່ຈ້າ​ຈະ​ໄດ້​ຮັບ​ຄຳ​ຫຍໍ້ຫຍັນ.</verse>
				<verse number="9">ເປັນ​ຄົນ​ທຳມະດາ​ຫາ​ລ້ຽງຊີບ, ກໍ​ດີ​ກວ່າ​ຖື​ຕົນ​ເປັນ​ຄົນ​ຍິ່ງໃຫຍ່​ແຕ່​ບໍ່ມີ​ເຂົ້າ​ກິນ.</verse>
				<verse number="10">ຄົນດີ​ເປັນ​ຫ່ວງ​ນຳ​ຝູງສັດ​ຂອງຕົນ, ແຕ່​ຄົນ​ຊົ່ວຊ້າ​ຊໍ້າ​ໂຫດຮ້າຍ​ຕໍ່​ຝູງສັດ.</verse>
				<verse number="11">ພໍ່ນາ​ທີ່​ດຸໝັ່ນ​ກໍ​ມີຢູ່​ມີກິນ​ບໍ່​ອຶດ, ແຕ່​ຄົນໂງ່ຈ້າ​ເສຍ​ເວລາ​ຍ້ອນ​ໂຄງການ​ທີ່​ບໍ່ມີ​ປະໂຫຍດ.</verse>
				<verse number="12">ຄົນຊົ່ວ​ປາຖະໜາ​ຫາ​ກຳໄລ​ໃນ​ທາງ​ສໍ້ໂກງ, ແຕ່​ຄົນ​ຊອບທຳ​ບາກບັ່ນ​ຫາ​ກຳໄລ​ໃນ​ທາງ​ຖືກຕ້ອງ.</verse>
				<verse number="13">ຄົນ​ຊົ່ວຮ້າຍ​ຖືກ​ບ້ວງແຮ້ວ​ຍ້ອນ​ຄຳເວົ້າ​ຂອງຕົນ, ແຕ່​ຄົນ​ສັດຊື່​ກໍ​ເອົາ​ຕົວ​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ.</verse>
				<verse number="14">ຈາກ​ຜົນ​ແຫ່ງ​ຖ້ອຍຄຳ​ຂອງຕົນ​ຄົນ​ກໍ​ອີ່ມໃຈ​ໃນ​ຄວາມດີ ແລະ​ຜົນງານ​ຈາກ​ມື​ຂອງ​ເຂົາ​ກໍ​ກັບ​ມາ​ຫາ​ເຂົາ.</verse>
				<verse number="15">ຄົນໂງ່ຈ້າ​ຄິດ​ແຕ່​ວ່າ​ຕົນເອງ​ຖືກ​ສະເໝີ, ແຕ່​ຄົນມີ​ປັນຍາ​ຍອມ​ຟັງ​ຄຳແນະນຳ​ຂອງ​ຄົນອື່ນ.</verse>
				<verse number="16">ຄົນ​ໂງ່ຈ້າ​ສະແດງ​ຄວາມຮ້າຍ​ອອກ​ໃຫ້​ເຫັນ​ຢ່າງ​ໄວວາ, ແຕ່​ຄົນມີ​ປັນຍາ​ບໍ່​ສົນໃຈ​ຕໍ່​ຄຳ​ຄົນ​ໝິ່ນປະໝາດ.</verse>
				<verse number="17">ຄຳ​ພະຍານ​ຈິງ ກໍ່​ໃຫ້​ເກີດ​ຄວາມ​ຍຸດຕິທຳ, ແຕ່​ຄຳ​ພະຍານ​ເທັດ ກໍ່​ໃຫ້​ເກີດ​ຄວາມ​ບໍ່​ຍຸດຕິທຳ.</verse>
				<verse number="18">ຄຳເວົ້າ​ທີ່​ບໍ່​ຄິດ ເຮັດ​ໃຫ້​ເຈັບຊໍ້າ​ດັ່ງ​ດາບ​ແທງ, ແຕ່​ຄຳເວົ້າ​ທີ່​ມີ​ປັນຍາ ປົວແປງ​ໃຫ້​ດີ​ໄດ້.</verse>
				<verse number="19">ເວົ້າ​ຄວາມຈິງ​ຍືນຍົງ​ຢູ່​ຕະຫລອດ, ແຕ່​ເວົ້າ​ຄວາມຕົວະ​ຢືນ​ຢູ່​ໄດ້​ຊົ່ວຄາວ.</verse>
				<verse number="20">ຜູ້​ວາງແຜນ​ຊົ່ວ ກໍ່​ໃຫ້​ເກີດ​ການ​ແຕກຕື່ນ​ຕົກໃຈ, ແຕ່​ຜູ້​ເຮັດ​ການດີ ກໍ່​ໃຫ້​ເກີດ​ຄວາມ​ສຸກລົ້ນ.</verse>
				<verse number="21">ຄົນ​ຊອບທຳ​ນັ້ນ ບໍ່​ພົບ​ເຫດຮ້າຍ, ແຕ່​ຄົນຊົ່ວຮ້າຍ​ທັງຫລາຍ ພົບ​ແຕ່​ຄວາມ​ເດືອດຮ້ອນ.</verse>
				<verse number="22">ພຣະເຈົ້າຢາເວ​ກຽດຊັງ​ຄົນ​ເວົ້າຕົວະ, ແຕ່​ຄົນ​ທີ່​ຮັກສາ​ວາຈາ ພຣະອົງ​ພໍໃຈ​ຍິ່ງ.</verse>
				<verse number="23">ຄົນມີ​ປັນຍາ​ເກັບກຳ​ຄວາມຮູ້​ຢ່າງ​ງຽບໆ​ສຳລັບ​ຕົນ, ແຕ່​ຄົນ​ອັບ​ປັນຍາ​ສະແດງ​ຄວາມ​ໂງ່ຈ້າ​ຂອງຕົນ​ອອກ​ມາ​ໃຫ້​ຮູ້.</verse>
				<verse number="24">ວຽກ​ໜັກ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ອຳນາດ, ແຕ່​ຄວາມ​ຂີ້ຄ້ານ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ທາດຮັບໃຊ້​ຄົນ.</verse>
				<verse number="25">ຄວາມ​ກະວົນ​ກະວາຍ ເຮັດ​ໃຫ້​ຄວາມສຸກ​ກາຍເປັນ​ຄວາມທຸກ, ແຕ່​ຄຳເວົ້າ​ທີ່​ດີ ເຮັດ​ໃຫ້​ມີ​ໃຈ​ຊື່ນບານ.</verse>
				<verse number="26">ຄົນ​ຊອບທຳ​ນຳ​ໝູ່ຄູ່​ໄປ​ສູ່​ທາງ​ທີ່​ຖືກຕ້ອງ, ແຕ່​ທາງ​ຂອງ​ຄົນຊົ່ວ​ນຳ​ໃຫ້​ຫລົງເສຍ​ໄປ.</verse>
				<verse number="27">ຄົນ​ຂີ້ຄ້ານ​ຈະ​ບໍ່ໄດ້​ຮັບ​ຕາມ​ທີ່​ຕົນ​ປາຖະໜາ, ແຕ່​ຄົນ​ທີ່​ດຸໝັ່ນ​ຊອກຫາ​ຈະ​ໄດ້​ສົມບັດ​ທີ່​ປະເສີດ.</verse>
				<verse number="28">ຄວາມ​ຊອບທຳ​ເປັນ​ທາງ​ໄປ​ສູ່​ຊີວິດ, ແຕ່​ຄວາມ​ຊົ່ວຮ້າຍ ເປັນ​ທາງ​ໄປ​ສູ່​ຄວາມຕາຍ.</verse>
			</chapter>
			<chapter number="13">
				<verse number="1">ລູກ​ທີ່​ມີ​ປັນຍາ​ຍ່ອມ​ໃສ່ໃຈ​ເມື່ອ​ພໍ່​ແອບສອນ, ແຕ່​ຄົນ​ອວດດີ​ບໍ່​ຍອມ​ຮັບ​ຜິດ​ຈັກເທື່ອ.</verse>
				<verse number="2">ຄົນດີ​ຈະ​ໄດ້​ຮັບ​ບຳເໜັດ​ຍ້ອນ​ຄຳເວົ້າ, ແຕ່​ຄົນຊົ່ວຮ້າຍ​ມັກ​ການ​ໂຫດຮ້າຍ​ທາລຸນ.</verse>
				<verse number="3">ຜູ້​ທີ່​ລະວັງ​ຄຳເວົ້າ​ກໍ​ຮັກສາ​ຊີວິດ​ໃຫ້​ປອດໄພ, ແຕ່​ຜູ້​ທີ່​ເວົ້າ​ບໍ່​ຄິດ​ກໍ​ທຳລາຍ​ຕົນເອງ​ຖິ້ມ.</verse>
				<verse number="4">ຄົນ​ຂີ້ຄ້ານ​ຈະ​ບໍ່ໄດ້​ສິ່ງ​ທີ່​ຕົນ​ໄຝ່ຝັນ, ແຕ່​ຄົນ​ດຸໝັ່ນ​ຈະ​ໄດ້​ຕາມ​ທີ່​ຕົນ​ຕ້ອງການ​ທັງນັ້ນ.</verse>
				<verse number="5">ຄົນ​ສັດຊື່​ກຽດຊັງ​ຄຳເວົ້າ​ຕົວະ ແຕ່​ຄົນຊົ່ວ​ເວົ້າ​ແຕ່​ສິ່ງ​ທີ່​ເປັນ​ຕາຊັງ ແລະ​ສິ່ງ​ທີ່​ອັບອາຍ​ຂາຍໜ້າ.</verse>
				<verse number="6">ຜູ້​ທີ່​ປະພຶດ​ຊອບ​ຄວາມສັດຊື່​ຍ່ອມ​ຄຸ້ມຄອງ​ລາວ, ແຕ່​ຄວາມຊົ່ວ​ຂວໍ້າ​ຄົນ​ບາບ​ຖິ້ມ.</verse>
				<verse number="7">ຜູ້​ທີ່​ທຳຕົນ​ເໝືອນ​ຄົນ​ຮັ່ງມີ, ແຕ່​ບໍ່ມີ​ອັນໃດ​ເລີຍ​ກໍ​ມີ ຜູ້​ອື່ນ​ທີ່​ທຳຕົນ​ເໝືອນ​ຄົນ​ທຸກຍາກ, ແຕ່​ພັດ​ມີ​ຊັບສົມບັດ​ຫລາຍ.</verse>
				<verse number="8">ຄົນ​ຮັ່ງມີ​ອາດ​ໃຊ້​ເງິນ​ໄຖ່​ຊີວິດ​ໄວ້​ໄດ້, ແຕ່​ຄົນ​ຍາກຈົນ​ບໍ່​ຄ່ອຍ​ມີ​ຄົນ​ຂູ່ເຂັນ.</verse>
				<verse number="9">ຄົນ​ຊອບທຳ​ເປັນ​ດັ່ງ​ໂຄມ​ທີ່​ສ່ອງແຈ້ງ, ແຕ່​ຄົນຊົ່ວ​ເປັນ​ດັ່ງ​ຕະກຽງ​ທີ່​ກຳລັງ​ຈະ​ມອດ.</verse>
				<verse number="10">ຄຳ​ຫຍາບຊ້າ​ສ້າງ​ແຕ່​ເລື່ອງ​ເດືອດຮ້ອນ​ເກາະ​ຜິດ. ການ​ຍອມ​ຟັງ​ຄວາມ​ຄິດ​ເຫັນ ພາ​ໃຫ້​ຕົນ​ເປັນ​ຄົນສະຫລາດ.</verse>
				<verse number="11">ຊັບ​ທີ່​ຫາ​ໄດ້​ງ່າຍ​ກໍ​ສູນເສຍ​ໄປ​ໄວ, ແຕ່​ຊັບ​ທີ່​ຫາ​ດ້ວຍ​ເຫື່ອໄຄ​ກໍ​ສະສົມ​ໄວ້​ໄດ້.</verse>
				<verse number="12">ຈິດໃຈ​ຖືກ​ທຳລາຍ​ເມື່ອ​ສິ້ນຫວັງ, ແຕ່​ຄວາມ​ປາຖະໜາ​ທີ່​ເກີດ​ເປັນຈິງ​ເປັນ​ຕົ້ນໄມ້​ທີ່​ໃຫ້​ຊີວິດ.</verse>
				<verse number="13">ຖ້າ​ເຈົ້າ​ປະຕິເສດ​ຖ້ອຍຄຳ​ຂອງ​ພຣະເຈົ້າ ກໍ​ນຳ​ຄວາມ​ເດືອດຮ້ອນ​ມາ​ສູ່​ຕົນ ເຮັດ​ຕາມ​ຖ້ອຍຄຳ​ແລ້ວ​ເຈົ້າ​ກໍ​ຈະ​ປອດໄພ.</verse>
				<verse number="14">ຄຳ​ບອກສອນ​ຂອງ​ນັກປາດ​ເປັນ​ນໍ້າພຸ​ແຫ່ງ​ຊີວິດ ມັນ​ຈະ​ຊ່ວຍ​ໃຫ້​ຫວິດ​ມົ້ມ​ຈາກ​ບ້ວງແຮ້ວ​ຂອງ​ຄວາມຕາຍ.</verse>
				<verse number="15">ຜູ້​ທີ່​ມີ​ປັນຍາ ຍ່ອມ​ໄດ້​ຮັບ​ຄວາມນັບຖື, ແຕ່​ຜູ້​ທີ່​ຄົດລ້ຽວ ຍ່ອມ​ນຳ​ຕົນ​ໄປ​ສູ່​ໄພພິບັດ.</verse>
				<verse number="16">ຄົນ​ທີ່​ຢັ່ງ​ຮູ້ ຄິດ​ກ່ອນ​ຈຶ່ງ​ກະທຳ, ແຕ່​ຄົນໂງ່ຈ້າ ເຜີຍແບ​ຄວາມ​ໂງ່ງ່າວ​ຂອງຕົນ​ອອກ​ໃຫ້​ເຫັນ.</verse>
				<verse number="17">ຜູ້ສົ່ງຂ່າວ​ທີ່​ໄວ້ໃຈ​ບໍ່ໄດ້ ກໍ​ນຳ​ຄວາມ​ເດືອດຮ້ອນ​ມາ, ແຕ່​ວ່າ​ຜູ້ສົ່ງຂ່າວ​ທີ່​ເຊື່ອຖື ກໍ​ນຳ​ສັນຕິສຸກ​ມາ​ໃຫ້.</verse>
				<verse number="18">ຜູ້​ທີ່​ບໍ່​ຮຽນຮູ້​ຈະ​ຍາກຈົນ​ແລະ​ໄຮ້​ກຽດ ຜູ້​ທີ່​ໄດ້​ຮັບ​ກຽດ​ຄື​ຜູ້​ຍອມ​ຟັງ​ການ​ແອບສອນ.</verse>
				<verse number="19">ໄດ້​ຕາມໃຈ​ມັກ​ໃຫ້​ເກີດ​ຄວາມ​ຮູ້ສຶກ​ທີ່ດີ, ແຕ່​ຄົນໂງ່ຈ້າ​ບໍ່​ປະຕິເສດ​ຈາກ​ຫົນທາງ​ແຫ່ງ​ຄວາມຊົ່ວ.</verse>
				<verse number="20">ຄົບ​ຄົນ​ດີ​ມີ​ສີ​ແກ່​ຕົວ ຄົບ​ຄົນຊົ່ວ​ພາ​ຕົວ​ໝົ່ນໝອງ.</verse>
				<verse number="21">ຄວາມ​ລຳບາກ​ຕິດຕາມ​ຄົນບາບ​ໄປ​ທຸກແຫ່ງ​ທຸກຫົນ, ແຕ່​ຄວາມ​ຈະເລິນ​ຮຸ່ງເຮືອງ​ເປັນ​ບຳເໜັດ​ຂອງ​ຄົນ​ຊອບທຳ.</verse>
				<verse number="22">ຄົນດີ​ປະ​ຊັບສົມບັດ​ໄວ້​ໃຫ້​ລູກຫລານ, ແຕ່​ຊັບສົມບັດ​ຂອງ​ຄົນບາບ​ກໍ​ສະສົມ​ໄວ້​ສຳລັບ​ຄົນ​ຊອບທຳ.</verse>
				<verse number="23">ໄຮ່​ນາ​ຂອງ​ຄົນທຸກ​ອາດ​ເກີດ​ອາຫານ​ໄດ້​ຢ່າງ​ອຸດົມສົມບູນ, ແຕ່​ຄວາມ​ບໍ່​ຍຸດຕິທຳ​ເຮັດ​ໃຫ້​ຄວາມ​ອຸດົມ​ສົມບູນ​ຖືກ​ທຳລາຍ.</verse>
				<verse number="24">ຜູ້​ທີ່​ບໍ່​ເອົາ​ໄມ້ແສ້​ຂ້ຽນ​ລູກ ກໍ​ກຽດຊັງ​ລູກ​ຂອງຕົນ, ແຕ່​ຜູ້​ທີ່​ຮັກ​ລູກ​ກໍ​ຮີບ​ຕີສອນ​ລູກ​ນັ້ນ.</verse>
				<verse number="25">ຄົນ​ຊອບທຳ​ມີ​ກິນ​ຢູ່​ບໍ່​ຂາດ ແຕ່​ຄົນຊົ່ວຮ້າຍ​ພັດ​ຫິວ​ຢູ່​ເລື້ອຍໄປ.</verse>
			</chapter>
			<chapter number="14">
				<verse number="1">ຍິງ​ທີ່​ມີ​ປັນຍາ​ສ້າງ​ເຮືອນ​ຂອງຕົນ​ຂຶ້ນ, ແຕ່​ຍິງ​ທີ່​ໂງ່ຈ້າ​ທຳລາຍ​ເຮືອນ​ຂອງຕົນ​ລົງ.</verse>
				<verse number="2">ຜູ້​ທີ່​ສັດຊື່​ກໍ​ຊີ້​ໃຫ້​ເຫັນ​ຄວາມ​ຢຳເກງ​ພຣະເຈົ້າຢາເວ, ແຕ່​ຜູ້​ທີ່​ບໍ່​ສັດຊື່​ກໍ​ດູໝິ່ນ​ປະໝາດ​ພຣະອົງ.</verse>
				<verse number="3">ຄົນໂງ່ຈ້າ​ເວົ້າ​ສໍ່​ໃຫ້​ເຫັນ​ຄວາມ​ຈອງຫອງ, ແຕ່​ຄຳເວົ້າ​ຂອງ​ຄົນມີ​ປັນຍາ​ຄຸ້ມຄອງ​ຕົນ​ໄວ້.</verse>
				<verse number="4">ບໍ່ມີ​ຄວາຍ​ໄຖ​ນາ ເລົ້າ​ເຂົ້າ​ກໍ​ຫວ່າງເປົ່າ, ມີ​ເຂົ້າ​ເຕັມ​ເລົ້າ ເພາະ​ມີ​ຄວາຍ​ໄຖ​ນາ.</verse>
				<verse number="5">ພະຍານ​ທີ່​ເຊື່ອຖື​ໄດ້ ກໍ​ເວົ້າ​ແຕ່​ຄວາມຈິງ, ແຕ່​ພະຍານ​ທີ່​ເຊື່ອຖື​ບໍ່ໄດ້ ກໍ​ຕົວະ​ຢູ່​ຕະຫລອດ.</verse>
				<verse number="6">ຄົນຫລອກລວງ​ບໍ່ມີ​ປັນຍາ​ໄດ້​ຈັກເທື່ອ, ແຕ່​ຄົນສະຫລາດ​ຮຽນຮູ້​ໄດ້​ໄວ.</verse>
				<verse number="7">ໃຫ້​ຜີກ​ໜີ​ຈາກ​ຄົນ​ໂງ່ຈ້າ ເພາະວ່າ​ເຂົາ​ບໍ່ມີ​ຄວາມຮູ້​ສິດສອນ​ເຈົ້າ​ເລີຍ.</verse>
				<verse number="8">ປັນຍາ​ຂອງ​ຄົນ​ຮອບຄອບ​ແມ່ນ​ເຂົ້າໃຈ​ທາງເດີນ​ຂອງຕົນ, ແຕ່​ຄວາມ​ໂງ່ຈ້າ​ຂອງ​ຄົນ​ເບົາປັນຍາ ຄິດ​ເອົາເອງ​ວ່າ​ຕົນ​ຮູ້ຈັກ​ທຸກຢ່າງ.</verse>
				<verse number="9">ຄົນໂງ່ຈ້າ​ບໍ່​ຫົວຊາ​ນຳ​ບາບ​ຂອງຕົນ, ແຕ່​ຄົນ​ຊອບທຳ​ຢາກ​ຫວິດ​ກຳ​ມົ້ມໂທດ.</verse>
				<verse number="10">ໃຈ​ຄົນ​ຮູ້​ເຖິງ​ຄວາມ​ຍິນດີ​ແລະ​ຄວາມ​ຂົມຂື່ນ​ຂອງຕົນ ບໍ່ມີ​ຜູ້ໃດ​ສາມາດ​ແບ່ງ​ປັນ​ກັນ​ໄດ້.</verse>
				<verse number="11">ເຮືອນ​ຄົນຊົ່ວ​ນຳ​ໄປ​ສູ່​ຄວາມ​ຈິບຫາຍ, ແຕ່​ເຮືອນ​ຄົນດີ​ຈະ​ຮັ່ງມີ​ເປັນດີ​ຂຶ້ນ.</verse>
				<verse number="12">ສິ່ງ​ທີ່​ມະນຸດ​ຄິດວ່າ​ຖືກຕ້ອງ ອາດ​ເປັນ​ທາງ​ນຳ​ໄປ​ສູ່​ຄວາມຕາຍ.</verse>
				<verse number="13">ຄົນ​ທີ່​ຫົວເລາະ ອາດ​ເຊື່ອງຊ້ອນ​ຄວາມ​ທຸກໃຈ​ໄວ້​ກໍ​ມີ, ເມື່ອ​ຄວາມສຸກ​ໄດ້​ຈາກ​ໄປ ຄວາມ​ທຸກໃຈ​ກໍ​ເຂົ້າ​ມາ​ແທນທີ່.</verse>
				<verse number="14">ຄົນຊົ່ວ​ຈະ​ໄດ້​ຮັບ​ຜົນ​ກຳ​ຊົ່ວ​ນຳ​ສະໜອງ ຄົນດີ​ຈະ​ມີ​ບຳເໜັດ​ຍ້ອນ​ການດີ​ທີ່​ຕົນ​ເຮັດ​ນັ້ນ.</verse>
				<verse number="15">ຄົນມີ​ປັນຍາ​ຄິດ​ກ່ອນ​ຈຶ່ງ​ກ້າວ​ອອກ​ໄປ, ແຕ່​ຄົນ​ໂງ່ຈ້າ​ເຊື່ອ​ທຸກສິ່ງ​ທີ່​ຕົນ​ໄດ້ຍິນ.</verse>
				<verse number="16">ຄົນ​ມີ​ປັນຍາ​ລະວັງຕົນ​ໃຫ້​ພົ້ນ​ຄວາມ​ເດືອດຮ້ອນ, ແຕ່​ຄົນ​ໂງ່ຈ້າ​ຂາດ​ຄວາມ​ຢັບຢັ້ງ​ຈຶ່ງ​ລົງມື​ເຮັດ​ໄປ​ຢ່າງ​ວ່ອງໄວ.</verse>
				<verse number="17">ຄົນ​ໃຈຮ້ອນ​ເຮັດ​ສິ່ງ​ທີ່​ໂງ່ຈ້າ​ໃຫ້​ເຫັນ ແລະ​ຄົນ​ທີ່​ມີ​ເລ່ຫລ່ຽມ​ກໍ​ເປັນ​ໜ້າ​ກຽດຊັງ.</verse>
				<verse number="18">ຄົນ​ເງີກງາກ​ໄດ້​ຄວາມ​ໂງ່ງ່າວ​ເປັນ​ລາງວັນ, ແຕ່​ຄົນຫລັກແຫລມ​ໄດ້​ຄວາມຮູ້​ເປັນ​ລາງວັນ.</verse>
				<verse number="19">ຄົນຊົ່ວ​ຈະ​ຕ້ອງ​ກົ້ມຂາບ​ຄົນ​ຊອບທຳ ແລະ​ຂໍ​ຄວາມ​ເຫັນໃຈ​ຢ່າງ​ນົບນ້ອມ.</verse>
				<verse number="20">ຄົນທຸກ​ນັ້ນ​ແມ່ນແຕ່​ເພື່ອນບ້ານ​ກໍ​ຍັງ​ກຽດຊັງ, ແຕ່​ຄົນ​ຮັ່ງມີ​ພັດ​ມີ​ເພື່ອນຝູງ​ຈົນ​ນັບ​ບໍ່ຖ້ວນ.</verse>
				<verse number="21">ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ເຮັດ​ດີ​ກັບ​ຄົນ​ຍາກຈົນ ການ​ປະໝາດ​ຄົນ​ເປັນ​ບາບ​ຊະນິດ​ໜຶ່ງ.</verse>
				<verse number="22">ຜູ້​ທີ່​ເຮັດ​ດີ​ຍ່ອມ​ມີ​ຄົນ​ນັບຖື​ແລະ​ວາງໃຈເຊື່ອ, ແຕ່​ຜູ້​ທີ່​ເຮັດ​ຊົ່ວ​ພາ​ຕົວ​ສູນເສຍ​ໄປ.</verse>
				<verse number="23">ຄົນ​ມັກ​ເຮັດ​ວຽກ​ຈະ​ມີຢູ່​ມີກິນ, ແຕ່​ຄົນ​ມັກ​ນັ່ງ​ຫລິ້ນ​ຄຸຍກັນ​ຈະ​ທຸກ​ລຳບາກ.</verse>
				<verse number="24">ຄວາມ​ຮັ່ງມີ​ເປັນ​ລາງວັນ​ຂອງ​ຄົນ​ມີ​ປັນຍາ, ແຕ່​ຄວາມ​ໂງ່ຈ້າ​ກໍ​ເປັນ​ຂອງ​ຄົນ​ໂງ່ຈ້າ​ຕໍ່ໄປ.</verse>
				<verse number="25">ພະຍານ​ທີ່​ເວົ້າ​ຄວາມຈິງ​ກໍ​ຊ່ວຍ​ຊີວິດ​ໃຫ້​ພົ້ນ, ແຕ່​ພະຍານ​ເທັດ​ເປັນ​ການ​ທໍລະຍົດ​ຫັກຫລັງ.</verse>
				<verse number="26">ການ​ຢຳເກງ​ພຣະເຈົ້າຢາເວ​ໃຫ້​ມີ​ຊີວິດ​ອັນ​ໝັ້ນຄົງ ແລະ​ໃຫ້​ຄອບຄົວ​ຢູ່​ຢ່າງ​ປອດໄພ​ໄດ້.</verse>
				<verse number="27">ການ​ຢຳເກງ​ພຣະເຈົ້າຢາເວ​ເປັນ​ນໍ້າພຸ​ແຫ່ງ​ຊີວິດ ແລະ​ຊ່ວຍ​ໃຫ້​ພົ້ນ​ຈາກ​ບ້ວງແຮ້ວ​ແຫ່ງ​ຄວາມຕາຍ.</verse>
				<verse number="28">ມີ​ໄພ່ພົນ​ຫລາຍ​ພາ​ໃຫ້​ກະສັດ​ຍິ່ງໃຫຍ່ ກະສັດ​ສິ້ນ​ອຳນາດ​ເພາະ​ຂາດ​ໄພ່ພົນ.</verse>
				<verse number="29">ຜູ້​ທີ່​ມິດງຽບ​ສໍ່​ໃຫ້​ເຫັນ​ເຖິງ​ປັນຍາ, ແຕ່​ຜູ້​ທີ່​ໂອຫັງ​ກໍ​ທັ່ງ​ຄວາມ​ໂງ່ຈ້າ​ອອກ​ມາ​ໃຫ້​ຮູ້.</verse>
				<verse number="30">ມີ​ສັນຕິສຸກ​ໃນ​ຈິດໃຈ​ເຮັດ​ໃຫ້​ມີ​ສຸຂະພາບ​ດີ, ແຕ່​ຄວາມ​ອິດສາ​ພາ​ໃຫ້​ເກີດ​ພະຍາດ​ມະເຮັງ​ໄດ້.</verse>
				<verse number="31">ຜູ້​ທີ່​ຂົ່ມເຫັງ​ຄົນທຸກ​ກໍ​ດູຖູກ​ພຣະເຈົ້າ​ຜູ້​ຊົງສ້າງ​ເຂົາ​ມາ, ແຕ່​ຜູ້​ທີ່​ເມດຕາ​ເຂົາ​ກໍ​ໃຫ້ກຽດ​ພຣະເຈົ້າ.</verse>
				<verse number="32">ຄວາມຊົ່ວ​ຈ່ອງ​ຄົນ​ຊົ່ວຮ້າຍ​ລົງ, ແຕ່​ຄວາມດີ​ກໍ​ປ້ອງກັນ​ຄົນດີ​ໄວ້.</verse>
				<verse number="33">ຄົນ​ຊ່າງ​ຄິດ​ຄື​ຄົນ​ມີ​ປັນຍາ, ແຕ່​ຄົນໂງ່ຈ້າ​ຫາ​ປັນຍາ​ແທ້​ບໍ່ມີ​ເລີຍ.</verse>
				<verse number="34">ຄວາມ​ຊອບທຳ​ເຮັດ​ໃຫ້​ຊາດ​ຍິ່ງໃຫຍ່ ບາບ​ເຮັດ​ໃຫ້​ຊາດ​ເສື່ອມເສຍ.</verse>
				<verse number="35">ກະສັດ​ພໍໃຈ​ນຳ​ຂ້າຣາຊການ​ທີ່​ມີ​ຄວາມ​ສາມາດ, ແຕ່​ຜູ້​ທີ່​ຫລົ້ມເຫລວ​ຈະ​ຖືກ​ລົງໂທດ.</verse>
			</chapter>
			<chapter number="15">
				<verse number="1">ຄຳຕອບ​ອັນ​ອ່ອນຫວານ​ລະງັບ​ຄວາມໂກດ​ໄວ້, ແຕ່​ຄຳເວົ້າ​ຫຍາບຊ້າ​ຍົວະ​ໃຫ້​ໂມໂຫ.</verse>
				<verse number="2">ສົບປາກ​ຂອງ​ຄົນ​ມີ​ປັນຍາ​ແຈກຈ່າຍ​ຄວາມຮູ້​ທີ່​ຈັບໃຈ, ແຕ່​ປາກ​ຂອງ​ຄົນໂງ່ຈ້າ​ພັດ​ເຜີຍ​ຄວາມ​ໂງ່ງ່າວ​ຂອງຕົນ​ອອກ​ມາ.</verse>
				<verse number="3">ທຸກ​ເຫດການ​ທີ່​ເກີດຂຶ້ນ​ພຣະເຈົ້າຢາເວ​ຮູ້ເຫັນ ພຣະອົງ​ເປັນ​ຜູ້​ເຝົ້າເບິ່ງ​ທັງ​ຄົນດີ​ແລະ​ຄົນຊົ່ວ​ດ້ວຍ.</verse>
				<verse number="4">ລີ້ນ​ທີ່​ອ່ອນສຸພາບ​ເປັນ​ຕົ້ນໄມ້​ແຫ່ງ​ຊີວິດ, ແຕ່​ຄຳເວົ້າຈາ​ທີ່​ຫຍາບຄາຍ​ເຮັດ​ໃຫ້​ຈິດໃຈ​ຊອກຊໍ້າ.</verse>
				<verse number="5">ຄົນໂງ່ຈ້າ​ປະໝາດ​ຄຳ​ພໍ່​ບອກສອນ, ແຕ່​ຄົນມີ​ປັນຍາ​ຮັບ​ເອົາ​ໄປ​ປະຕິບັດ​ພ້ອມ.</verse>
				<verse number="6">ເມື່ອ​ຕົກ​ທີ່​ລຳບາກ​ຄົນຊົ່ວ​ສູນສິ້ນ​ຊັບສົມບັດ, ແຕ່​ຄົນ​ຊອບທຳ​ຮັກສາ​ຊັບສົມບັດ​ໄວ້​ໄດ້.</verse>
				<verse number="7">ສົບປາກ​ຂອງ​ຄົນ​ມີ​ປັນຍາ​ກະຈາຍ​ຄວາມຮູ້, ແຕ່​ຄົນ​ໂງ່ຈ້າ​ບໍ່​ເປັນ​ເຊັ່ນນັ້ນ.</verse>
				<verse number="8">ຄົນ​ທ່ຽງທຳ​ພາວັນນາ​ອະທິຖານ​ພຣະເຈົ້າຢາເວ​ຕອບ, ແຕ່​ເຄື່ອງ​ຖວາຍບູຊາ​ຂອງ​ຄົນຊົ່ວຊ້າ​ພຣະອົງ​ກຽດຊັງ.</verse>
				<verse number="9">ຄວາມ​ປະພຶດ​ຂອງ​ຄົນ​ຊົ່ວຊ້າ​ພຣະເຈົ້າຢາເວ​ກຽດຊັງ, ແຕ່​ພຣະອົງ​ຮັກແພງ​ຜູ້​ທີ່​ປະພຶດ​ຖືກຕ້ອງ.</verse>
				<verse number="10">ຜູ້​ທີ່​ປະຖິ້ມ​ທາງ​ດີ​ຍ່ອມ​ມີ​ໂທດ​ໜັກ, ແຕ່​ຜູ້​ທີ່​ບໍ່​ຍອມ​ຮັບ​ຄຳ​ແອບສອນ​ຍ່ອມ​ສູນເສຍ​ຊີວິດ.</verse>
				<verse number="11">ພຣະເຈົ້າຢາເວ​ຮູ້​ທຸກສິ່ງ​ທີ່​ເກີດຂຶ້ນ​ໃນ​ແດນ​ມໍຣະນາ ມະນຸດ​ຄິດ​ຫຍັງ​ພຣະອົງ​ກໍ​ຮູ້.</verse>
				<verse number="12">ຄົນ​ໂອຫັງ​ກຽດຊັງ​ການ​ແອບສອນ ພວກເຂົາ​ຈະ​ບໍ່​ຂໍ​ຄຳແນະນຳ​ຈາກ​ຄົນມີ​ປັນຍາ​ຈັກເທື່ອ.</verse>
				<verse number="13">ຄວາມສຸກ​ເຮັດ​ໃຫ້​ໃບໜ້າ​ສົດຊື່ນ, ແຕ່​ຄວາມທຸກ​ເຮັດ​ໃຫ້​ໃບໜ້າ​ໝົ່ນໝອງ.</verse>
				<verse number="14">ຄົນ​ສະຫລາດ​ຮູ້​ຢາກຮໍ່າ​ຢາກຮຽນ, ແຕ່​ຄົນ​ເບົາປັນຍາ​ພໍໃຈ​ໃນ​ຄວາມ​ໂງ່ຈ້າ.</verse>
				<verse number="15">ຄົນ​ທຸກ​ລຳບາກ​ດີ້ນຮົນ​ເປັນ​ປະຈຳ, ແຕ່​ຄົນ​ທີ່​ຈິດໃຈ​ເປັນ​ສຸກ​ກໍ​ຊື່ນໃຈ​ໄປ​ເລື້ອຍໆ.</verse>
				<verse number="16">ເປັນ​ຄົນທຸກ​ຢຳເກງ​ພຣະເຈົ້າຢາເວ ກໍ​ດີກວ່າ​ເປັນ​ຄົນ​ຮັ່ງມີ​ທີ່​ເດືອດຮ້ອນ.</verse>
				<verse number="17">ກິນ​ຜັກ​ເປັນ​ອາຫານ​ກັບ​ຄົນ​ທີ່​ຕົນ​ຮັກ ກໍ​ດີກວ່າ​ກິນ​ຊີ້ນ​ໃນ​ທີ່​ມີ​ຄວາມ​ກຽດຊັງ.</verse>
				<verse number="18">ຄົນ​ໃຈຮ້ອນ​ເຮັດ​ໃຫ້​ເກີດ​ຜິດຖຽງກັນ, ແຕ່​ຄວາມ​ອົດທົນ​ພາກພຽນ​ນຳ​ເອົາ​ສັນຕິສຸກ​ມາ​ໃຫ້.</verse>
				<verse number="19">ຄົນ​ຂີ້ຄ້ານ​ພົບ​ຄວາມ​ລຳບາກ​ທຸກ​ທາງ, ແຕ່​ຄົນ​ສັດຊື່​ກໍ​ຫວິດ​ພົ້ນ​ຄວາມ​ເດືອດຮ້ອນ.</verse>
				<verse number="20">ລູກ​ທີ່​ມີ​ປັນຍາ​ເຮັດ​ໃຫ້​ພໍ່​ມີ​ຄວາມສຸກ ລູກ​ທີ່​ໂງ່ຈ້າ​ເບົາປັນຍາ​ເຮັດ​ໃຫ້​ແມ່​ຖືກ​ໝິ່ນປະໝາດ.</verse>
				<verse number="21">ຄົນ​ໂງ່ຈ້າ​ລ່າເລີງ​ໃນ​ຄວາມ​ໂງ່ງ່າວ​ຂອງຕົນ, ແຕ່​ຄົນມີ​ປັນຍາ​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.</verse>
				<verse number="22">ມີ​ທີ່ປຶກສາ​ຫລາຍ​ຄົນ ແຜນການ​ກໍ​ສຳເລັດ ປາສະຈາກ​ທີ່ປຶກສາ​ແລ້ວ ແຜນການ​ກໍ​ຫລົ້ມເຫລວ.</verse>
				<verse number="23">ຮູ້ຈັກ​ໃຊ້​ຄຳເວົ້າ​ທີ່​ຖືກ​ກາລະ​ເທສະ ພາ​ໃຫ້​ເກີດ​ຄວາມ​ຊົມຊື່ນ​ຍິນດີ.</verse>
				<verse number="24">ຄົນມີ​ປັນຍາ​ເດີນທາງ​ຂຶ້ນ​ໄປ​ສູ່​ຊີວິດ ລາວ​ຫລີກເວັ້ນ​ທາງ​ລົງ​ໄປ​ສູ່​ຄວາມຕາຍ.</verse>
				<verse number="25">ພຣະເຈົ້າຢາເວ​ຈະ​ທຳລາຍ​ເຮືອນ​ຂອງ​ຄົນ​ອວດດີ, ແຕ່​ພຣະອົງ​ຈະ​ຄຸ້ມຄອງ​ທີ່ດິນ​ຂອງ​ຍິງໝ້າຍ.</verse>
				<verse number="26">ພຣະເຈົ້າຢາເວ​ຊັງ​ຄວາມ​ຄິດຊົ່ວ, ແຕ່​ພຣະອົງ​ເຫັນຊອບ​ນຳ​ຖ້ອຍຄຳ​ທີ່​ມີ​ໃຈ​ໄມຕີ.</verse>
				<verse number="27">ຄົນ​ທີ່​ຫາ​ກຳໄລ​ໃນ​ທາງ​ລັດ ກໍ​ນຳ​ຄວາມ​ລຳບາກ​ມາ​ສູ່​ຄອບຄົວ ຄົນ​ທີ່​ບໍ່​ຮັບ​ສິນຈ້າງ​ລາງວັນ ກໍ​ຈະ​ຊື່ນຊົມ​ຍິນດີ​ກັບ​ຊີວິດ​ອັນ​ຍືນໝັ້ນ.</verse>
				<verse number="28">ຄົນດີ​ນັ້ນ​ຄິດ​ກ່ອນ​ຈຶ່ງ​ຕອບ, ແຕ່​ຄົນຊົ່ວ​ນັ້ນ​ຕອບ​ໄປໂລດ ຈຶ່ງ​ນຳ​ຄວາມ​ເດືອດຮ້ອນ​ມາ​ສູ່​ຕົນ.</verse>
				<verse number="29">ພຣະເຈົ້າຢາເວ​ຊົງ​ຮັບ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຄົນ​ຊອບທຳ, ແຕ່​ພຣະອົງ​ບໍ່​ສົນໃຈ​ນຳ​ຄົນຊົ່ວ.</verse>
				<verse number="30">ໜ້າຕາ​ຍິ້ມແຍ້ມ​ເຮັດ​ໃຫ້​ມີ​ຄວາມສຸກ ແລະ​ຂ່າວດີ​ເຮັດ​ໃຫ້​ມີ​ຈິດໃຈ​ສະບາຍ​ຂຶ້ນ.</verse>
				<verse number="31">ຄົນມີ​ປັນຍາ​ເອົາໃຈໃສ່​ເມື່ອ​ຕົນ​ຖືກ​ແອບສອນ.</verse>
				<verse number="32">ຜູ້​ທີ່​ບໍ່​ຍອມ​ຮັບ​ການ​ແອບສອນ​ກໍ​ເຮັດ​ໃຫ້​ຕົນ​ເຈັບປວດ, ແຕ່​ຜູ້​ທີ່​ຍອມຮັບ​ການ​ແອບສອນ​ກໍ​ຊ່ວຍ​ຕົນ​ໃຫ້​ເປັນ​ຄົນສະຫລາດ​ຂຶ້ນ.</verse>
				<verse number="33">ການ​ຢຳເກງ​ພຣະເຈົ້າຢາເວ​ເປັນ​ການ​ຮຽນຮູ້​ໃນ​ຕົວ, ຄົນ​ທີ່​ຖ່ອມຕົວ​ລົງ​ກໍໄດ້​ຮັບ​ກຽດ.</verse>
			</chapter>
			<chapter number="16">
				<verse number="1">ມະນຸດ​ເປັນ​ຜູ້​ວາງແຜນ, ແຕ່​ພຣະເຈົ້າຢາເວ​ເປັນ​ຜູ້​ໃຫ້​ຄຳ​ຊີ້ຂາດ.</verse>
				<verse number="2">ມະນຸດ​ຄິດ​ວ່າ​ຕົນ​ເຮັດ​ທຸກສິ່ງ​ຖືກຕ້ອງ, ແຕ່​ພຣະເຈົ້າຢາເວ​ຢັ່ງຮູ້​ພາຍໃນ​ຈິດໃຈ.</verse>
				<verse number="3">ຈົ່ງ​ມອບ​ແຜນການ​ທັງສິ້ນ​ໄວ້​ກັບ​ພຣະເຈົ້າຢາເວ ແລະ​ທຸກສິ່ງ​ກໍ​ຈະ​ສຳເລັດຜົນ.</verse>
				<verse number="4">ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ກໍ​ມີ​ເປົ້າໝາຍ​ແນ່ນອນ ແລະ​ຊາຕາກຳ​ຂອງ​ຄົນ​ອະທຳ​ກໍ​ຄື​ຄວາມພິນາດ.</verse>
				<verse number="5">ພຣະເຈົ້າຢາເວ​ກຽດຊັງ​ທຸກຄົນ​ທີ່​ເວົ້າ​ຄຳ​ຫຍາບຊ້າ​ຈອງຫອງ, ໂທດກຳ​ຈະ​ຕ້ອງ​ມາ​ເຖິງ​ພວກເຂົາ​ຢ່າງ​ແນ່ແທ້.</verse>
				<verse number="6">ຈົ່ງ​ສັດຊື່​ແລະ​ທ່ຽງທຳ​ແລະ​ພຣະເຈົ້າ​ກໍ​ຈະ​ຍົກ​ບາບ​ໃຫ້, ຈົ່ງ​ຢຳເກງ​ພຣະເຈົ້າຢາເວ​ແລະ​ສິ່ງ​ຊົ່ວຮ້າຍ​ຈະ​ບໍ່​ມາ​ຖືກ​ເຈົ້າ.</verse>
				<verse number="7">ເມື່ອ​ເຈົ້າ​ເຮັດ​ໃຫ້​ພຣະເຈົ້າຢາເວ​ພໍໃຈ​ເຈົ້າ​ກໍ​ເຮັດ​ໃຫ້ ສັດຕູ​ກາຍເປັນ​ມິດ.</verse>
				<verse number="8">ມີ​ລາຍໄດ້​ໜ້ອຍ​ທີ່​ໄດ້​ມາ​ດ້ວຍ​ຄວາມສັດຊື່ ກໍ​ດີກວ່າ​ມີ​ລາຍໄດ້​ຫລາຍ​ທີ່​ໄດ້​ມາ​ດ້ວຍ​ການ​ສໍ້ໂກງ.</verse>
				<verse number="9">ມະນຸດ​ວາງ​ແຜນການ, ແຕ່​ພຣະເຈົ້າຢາເວ​ປະທານ​ຄວາມ​ສຳເລັດ​ໃຫ້.</verse>
				<verse number="10">ກະສັດ​ເວົ້າ​ດ້ວຍ​ອຳນາດ​ທີ່​ມາ​ຈາກ​ພຣະເຈົ້າ ເພິ່ນ​ຈຶ່ງ​ຕັດສິນໃຈ​ຖືກຕ້ອງ​ເລື້ອຍໆ.</verse>
				<verse number="11">ພຣະເຈົ້າຢາເວ​ຢາກ​ໃຫ້​ຕາຊິງ​ກັບ​ການ​ວັດແທກ​ຖືກຕ້ອງ​ແລະ​ການ​ຄ້າຂາຍ​ເປັນທຳ.</verse>
				<verse number="12">ບັນດາ​ກະສັດ​ບໍ່​ຫ່ອນ​ທົນ​ຕໍ່​ຄວາມ​ຊົ່ວຊ້າ ເພາະວ່າ​ຄວາມ​ຍຸດຕິທຳ​ພາ​ໃຫ້​ການ​ປົກຄອງ​ປະເທດ​ເຂັ້ມແຂງ.</verse>
				<verse number="13">ກະສັດ​ຢາກ​ໄດ້ຍິນ​ສົບປາກ​ທີ່​ເວົ້າ​ຄວາມຈິງ ແລະ​ເພິ່ນ​ຍິ່ງ​ພໍໃຈ​ນຳ​ຜູ້​ເວົ້າ​ເຊັ່ນນັ້ນ.</verse>
				<verse number="14">ຄົນມີ​ປັນຍາ​ຍ່ອມ​ເຮັດ​ໃຫ້​ກະສັດ​ມີ​ຄວາມສຸກ ຖ້າ​ກະສັດ​ເກີດ​ໂມໂຫ​ກໍ​ເຮັດ​ໃຫ້​ບາງຄົນ​ຕ້ອງ​ເສຍ​ຊີວິດ.</verse>
				<verse number="15">ຮອຍຍິ້ມ​ຂອງ​ກະສັດ​ເປັນ​ສັນຍານ​ແຫ່ງ​ຊີວິດ ແລະ​ຄຸນງາມ​ຄວາມດີ​ຂອງ​ເພິ່ນ​ເປັນ​ດັ່ງ​ເມກ​ທີ່​ນຳ​ຝົນ​ປາຍ​ລະດູ​ມາ.</verse>
				<verse number="16">ມີ​ປັນຍາ​ແລະ​ຄວາມຮູ້ ກໍ​ດີກວ່າ​ມີ​ເງິນຄຳ​ຕັ້ງ​ຫລວງຫລາຍ.</verse>
				<verse number="17">ຄົນດີ​ຜີກ​ໜີ​ຈາກ​ທາງຊົ່ວ​ໄດ້​ສັນໃດ ຜູ້​ທີ່​ເຝົ້າ​ລະວັງ​ທາງເດີນ​ກໍ​ຊ່ວຍ​ຊີວິດ​ຂອງຕົນ​ໄດ້​ສັນນັ້ນ.</verse>
				<verse number="18">ຄວາມ​ອວດຕົວ​ຈອງຫອງ​ນຳ​ໄປ​ສູ່​ການທຳລາຍ ແລະ​ຄຳເວົ້າ​ຫຍາບຊ້າ​ກໍ​ນຳ​ໄປ​ສູ່​ການ​ຫຼົ້ມຈົມ.</verse>
				<verse number="19">ຖ່ອມໃຈ​ຢູ່​ກັບ​ຄົນ​ທຸກໄຮ້ ກໍ​ດີກວ່າ​ເປັນ​ຫຸ້ນສ່ວນ​ໃນ​ສິ່ງຂອງ​ຂອງ​ຄົນ​ອວດດີ​ປຸ້ນ​ມາ.</verse>
				<verse number="20">ຈົ່ງ​ເອົາໃຈໃສ່​ເຮັດ​ຕາມ​ຄຳ​ບອກສອນ ແລະ​ເຈົ້າ​ຈະ​ສຳເລັດຜົນ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ແລະ​ເຈົ້າ​ຈະ​ມີ​ຄວາມສຸກ.</verse>
				<verse number="21">ຜູ້​ທີ່​ເຂົ້າໃຈ​ດີ​ກໍ​ເປັນ​ຄົນ​ມີ​ປັນຍາ ຄຳເວົ້າ​ອັນ​ໜ້າຮັກ​ກໍ​ຊະນະ​ໃຈ​ຄົນ.</verse>
				<verse number="22">ສຳລັບ​ຄົນ​ມີ​ປັນຍາ​ນັ້ນ ປັນຍາ​ເປັນ​ນໍ້າພຸ​ແຫ່ງ​ຊີວິດ, ແຕ່​ການ​ສອນ​ຄົນໂງ່ຈ້າ​ນັ້ນ ເປັນການ​ເສຍ​ເວລາ.</verse>
				<verse number="23">ຄົນສະຫລາດ​ຄິດ​ກ່ອນ​ຈຶ່ງ​ເວົ້າ ແລ້ວ​ຄຳເວົ້າ​ເຮັດ​ໃຫ້​ເກີດ​ການ​ເຊື່ອຖື.</verse>
				<verse number="24">ຄຳເວົ້າ​ດີ​ເປັນ​ດັ່ງ​ນໍ້າເຜິ້ງ​ຄື​ຫວານຊື່ນ ແລະ​ຊ່ວຍຊູ​ສຸຂະພາບ​ຂອງເຈົ້າ​ໃຫ້​ເຂັ້ມແຂງ.</verse>
				<verse number="25">ທາງ​ທີ່​ມະນຸດ​ຄິດວ່າ​ຖືກຕ້ອງ ອາດ​ນຳ​ໄປ​ສູ່​ຄວາມຕາຍ.</verse>
				<verse number="26">ຄວາມຫິວ​ເຮັດ​ໃຫ້​ຄົນງານ​ດຸໝັ່ນ ເພາະ​ຄວາມ​ຕ້ອງການ​ຕອບ​ສະໜອງ​ຄວາມຫິວ​ນັ້ນ.</verse>
				<verse number="27">ຄົນ​ຊົ່ວຮ້າຍ​ແຈກຈ່າຍ​ແນວ​ບໍ່​ດີ ລີ້ນ​ລາວ​ເປັນ​ດັ່ງ​ໄຟ​ທີ່​ລຸກ​ໄໝ້​ດ້ວຍ​ຄຳເວົ້າ​ອັນ​ຊົ່ວຊ້າ.</verse>
				<verse number="28">ຄົນ​ເລ້ຫລ່ຽມ​ກໍ່​ໃຫ້​ເກີດ​ການ​ຜິດຖຽງກັນ ຄົນ​ມັກ​ເວົ້າ​ຂວັນ​ນິນທາ​ທຳລາຍ​ມິດຕະພາບ.</verse>
				<verse number="29">ຄົນ​ທີ່​ໃຊ້​ຄວາມ​ຮຸນແຮງ​ຫລອກລວງ​ໝູ່ເພື່ອນ ແລະ​ນຳ​ເຂົາເຈົ້າ​ໄປ​ສູ່​ຄວາມ​ຈິບຫາຍ.</verse>
				<verse number="30">ຄົນ​ທີ່​ຂະຫຍິບ​ຕາ​ຍິ້ມແຍ້ມ​ໃຫ້​ຄ່ອຍ​ລະວັງ​ເອົາ ໃຈ​ເຂົາ​ຄິດ​ຮ້າຍ​ໝາຍແຕ່​ທຳລາຍ​ຄົນ.</verse>
				<verse number="31">ຊີວິດ​ທີ່​ຍືນໝັ້ນ​ເປັນ​ບຳເໜັດ​ຂອງ​ຜູ້​ຊອບທຳ ຜົມ​ຫງອກ​ເປັນ​ມົງກຸດ​ອັນ​ມີ​ສະຫງ່າຣາສີ.</verse>
				<verse number="32">ມີ​ຄວາມ​ອົດທົນ​ກໍ​ດີກວ່າ​ມີ​ອຳນາດ ຄວບຄຸມ​ຕົນເອງ​ໄດ້​ກໍ​ດີກວ່າ​ຄວບຄຸມ​ເມືອງ​ທັງໝົດ.</verse>
				<verse number="33">ມະນຸດ​ໃຊ້​ສະຫລາກ​ຢາກ​ຮູ້​ພຣະປະສົງ, ແຕ່​ແມ່ນ​ພຣະເຈົ້າຢາເວ​ເອງ​ທີ່​ເປັນ​ຜູ້​ໃຫ້​ຄຳ​ຊີ້ຂາດ.</verse>
			</chapter>
			<chapter number="17">
				<verse number="1">ກິນ​ເຂົ້າແຫ້ງ​ຢ່າງ​ສະຫງົບສຸກ​ໃນ​ບ້ານ ກໍ​ດີກວ່າ​ກິນລ້ຽງ​ໃນ​ງານ​ທີ່​ມີ​ຄວາມ​ວຸ້ນວາຍ.</verse>
				<verse number="2">ຄົນ​ຮັບໃຊ້​ຜູ້​ສະຫລາດ​ມີ​ສິດ​ເໜືອ​ລູກ​ທີ່​ໄຮ້​ຄ່າ​ຂອງ​ນາຍ ແລະ​ທັງ​ຮັບ​ສ່ວນແບ່ງ​ແຫ່ງ​ມູນ​ມໍຣະດົກ​ຢູ່​ໃນ​ຄອບຄົວ​ດ້ວຍ.</verse>
				<verse number="3">ເງິນຄຳ​ຖືກ​ທົດລອງ​ດ້ວຍ​ໄຟ​ສັນໃດ ໃຈ​ມະນຸດ​ກໍ​ຖືກ​ພຣະເຈົ້າຢາເວ​ລອງເບິ່ງ​ສັນນັ້ນ.</verse>
				<verse number="4">ຄົນ​ຊົ່ວຊ້າ​ມັກ​ຟັງ​ຄວາມຄິດ​ທີ່​ຊົ່ວໆ ແລະ​ຄົນ​ຂີ້ຕົວະ​ກໍ​ມັກ​ຟັງ​ເລື່ອງ​ທີ່​ຕົວະຕົ້ມ.</verse>
				<verse number="5">ຜູ້​ທີ່​ຫົວຂວັນ​ຄົນທຸກ ກໍ​ໝິ່ນປະໝາດ​ພຣະເຈົ້າ​ຜູ້​ສ້າງ​ເຂົາ​ມາ ຜູ້​ທີ່​ຊໍ້າ​ຕື່ມ​ຄົນ​ໄດ້​ຮັບ​ເຄາະກຳ​ກໍ​ຈະ​ໄດ້​ຮັບ​ໂທດ.</verse>
				<verse number="6">ພໍ່ເຖົ້າ​ແມ່ເຖົ້າ​ພູມໃຈ​ໃນ​ລູກຫລານ​ຂອງຕົນ ດັ່ງ​ພວກ​ລູກ​ທີ່​ພູມໃຈ​ໃນ​ຕົວ​ຜູ້​ເປັນ​ພໍ່​ແມ່.</verse>
				<verse number="7">ຄົນ​ທີ່​ໜ້ານັບຖື​ເວົ້າຕົວະ​ບໍ່ໄດ້​ສັນໃດ ຄົນ​ໂງ່ຈ້າ​ກໍ​ເວົ້າ​ບໍ່​ເປັນ​ຕາຟັງ​ສັນນັ້ນ.</verse>
				<verse number="8">ບາງຄົນ​ຄິດວ່າ​ສິນບົນ​ເປັນ​ດັ່ງ​ອຳນາດ​ວິເສດ ເຂົາ​ເຊື່ອ​ວ່າ​ມັນ​ເຮັດ​ໄດ້​ທຸກສິ່ງ.</verse>
				<verse number="9">ລືມໄລ​ຄວາມ​ຜິດພາດ​ແມ່ນ​ອູ້ມຊູ​ຄວາມ​ເປັນ​ມິດ ເວົ້າ​ແຕ່​ຄວາມເກົ່າ​ຢູ່ເລື້ອຍ​ພາ​ໃຫ້​ເກີດ​ຜິດຖຽງກັນ.</verse>
				<verse number="10">ຄຳ​ຕິຕຽນ​ຄັ້ງດຽວ​ເກີດ​ປະໂຫຍດ​ແກ່​ຄົນ​ມີ​ປັນຍາ ຫລາຍກວ່າ​ຄົນ​ໂງ່ຈ້າ​ຖືກ​ຂ້ຽນຕີ​ເຖິງ​ຮ້ອຍບາດ.</verse>
				<verse number="11">ຄົນ​ຊົ່ວຮ້າຍ​ຫາເຫດ​ແຕ່​ທຳລາຍ​ສັນໃດ ຄວາມຕາຍ​ຈະ​ມາ​ເຖິງ​ເຂົາ​ດັ່ງ​ຄົນນຳຂ່າວ​ບໍ່​ດີ​ມາ​ບອກ​ສັນນັ້ນ.</verse>
				<verse number="12">ພົບ​ໝີແມ່​ທີ່​ລູກນ້ອຍ​ຖືກ​ລັກ​ໄປ ກໍດີກວ່າ​ພົບ​ຄົນໂງ່ຈ້າ​ທີ່​ອັບ​ປັນຍາ.</verse>
				<verse number="13">ຄວາມ​ລຳບາກ​ຈະ​ບໍ່​ຫວິດ​ຈາກ​ເຮືອນ​ໄປ​ໄດ້ ສຳລັບ​ຜູ້​ທີ່​ເຮັດ​ຄວາມຊົ່ວ​ຕອບແທນ​ຄວາມດີ.</verse>
				<verse number="14">ເລີ່ມ​ຜິດຖຽງກັນ​ກໍ​ສໍ່າກັບ​ເຂື່ອນ​ເລີ່ມ​ແຕກ ຢຸດຕິ​ເລື່ອງລາວ​ກ່ອນ​ເກີດ​ການ​ຜິດຖຽງກັນ.</verse>
				<verse number="15">ສອງ​ສິ່ງ​ທີ່​ພຣະເຈົ້າຢາເວ​ກຽດຊັງ​ສໍ່າກັນ ຄື​ກ່າວໂທດ​ໃສ່​ຜູ້​ບໍ່ມີ​ຄວາມຜິດ ແລະ​ປ່ອຍ​ຄົນຜິດ​ໃຫ້​ໜີໄປ​ໂດຍ​ບໍ່ໄດ້​ຮັບ​ໂທດ.</verse>
				<verse number="16">ເປັນຫຍັງ​ຄົນໂງ່ຈ້າ​ຈຶ່ງ​ມີ​ເງິນ​ໃນ​ມື​ເພື່ອ​ຊື້​ປັນຍາ ໃນ​ເມື່ອ​ເຂົາ​ບໍ່ມີ​ໃຈ​ຢາກໄດ້.</verse>
				<verse number="17">ເພື່ອນມິດ​ສະແດງ​ຄວາມຮັກ​ຕໍ່​ກັນ​ຢູ່​ທຸກ​ເວລາ ເປັນ​ອ້າຍ​ເອື້ອຍ​ນ້ອງ​ກັນ​ຕ້ອງ​ແບ່ງປັນ​ຄວາມສຸກ​ທຸກ.</verse>
				<verse number="18">ຄົນ​ທີ່​ໄຮ້​ສະຕິ​ເທົ່ານັ້ນ ທີ່​ຍອມ​ປະກັນ​ໃຊ້​ໜີ້​ໃຫ້​ຄົນອື່ນ.</verse>
				<verse number="19">ຄົນ​ທີ່​ມັກ​ເລື່ອງ​ກໍ​ຫາເຫດ​ໃສ່​ຕົນເອງ ຄົນ​ຂີ້ສະຫາວ ກໍ​ກ້າວ​ໄປ​ສູ່​ຄວາມພິນາດ.</verse>
				<verse number="20">ຄົນ​ທີ່​ຄິດ​ຊົ່ວ​ແລະ​ເວົ້າ​ຊົ່ວ​ບໍ່​ຫ່ອນ​ພົບ​ສິ່ງ​ທີ່​ດີ ນອກຈາກ​ໄພພິບັດ​ຈະ​ມາ​ຊໍ້າ​ຕື່ມ​ເທົ່ານັ້ນ.</verse>
				<verse number="21">ພໍ່​ທີ່​ມີ​ລູກ​ເຮັດ​ໃນ​ສິ່ງ​ທີ່​ຊົ່ວຊ້າ ກໍ​ພາ​ໃຫ້​ຕົນ​ຮັບ​ແຕ່​ຄວາມ​ໂສກເສົ້າ​ລະທົມ​ໃຈ.</verse>
				<verse number="22">ຄວາມ​ຊື່ນບານ​ໃຈ​ພາ​ໃຫ້​ມີ​ສຸຂະພາບ​ດີ ຄວາມ​ໂສກເສົ້າ​ເຮັດ​ໃຫ້​ຊີວິດ​ຄ່ອຍໆ​ດັບ​ໄປ.</verse>
				<verse number="23">ຜູ້ຕັດສິນ​ຂີ້ໂກງ​ຍ່ອມ​ຮັບ​ສິນບົນ ຈຶ່ງ​ໃຊ້​ໜ້າທີ່​ຂອງຕົນ​ບິດເບືອນ​ຄວາມ​ຍຸດຕິທຳ.</verse>
				<verse number="24">ຄົນ​ທີ່​ມີ​ປັນຍາ​ແນ​ເປົ້າໝາຍ​ໃສ່​ການກະທຳ​ທີ່​ມີ​ປັນຍາ ແຕ່​ຄົນໂງ່ຈ້າ​ເຮັດ​ໄປ​ຢ່າງ​ບໍ່ມີ​ຈຸດໝາຍ.</verse>
				<verse number="25">ລູກ​ໂງ່ຈ້າ​ເຮັດ​ໃຫ້​ພໍ່​ທຸກໃຈ​ແລະ​ເຮັດ​ໃຫ້​ແມ່​ເສຍໃຈ​ຢ່າງ​ຂົມຂື່ນ.</verse>
				<verse number="26">ຄົນດີ​ຖືກ​ລົງໂທດ ເພາະ​ຄວາມ​ຍຸດຕິທຳ​ຖືກ​ບິດເບືອນ, ຄົນ​ບໍ່ມີ​ຄວາມຜິດ​ຖືກ​ປັບໄໝ ແມ່ນ​ບໍ່​ເປັນ​ການ​ຖືກຕ້ອງ.</verse>
				<verse number="27">ຄົນ​ທີ່​ເຊື່ອໝັ້ນ​ໃນ​ຕົນເອງ​ເປັນ​ຄົນ​ບໍ່​ມັກ​ເວົ້າ​ຫລາຍ ຄົນ​ທີ່​ທຸ່ນທ່ຽງ​ກໍ​ເປັນ​ຜູ້​ຮູ້ແຈ້ງເຫັນຈິງ.</verse>
				<verse number="28">ຄັນ​ຄົນ​ໂງ່ຈ້າ​ທີ່​ມິດງຽບ​ຢູ່ ກໍ​ນັບ​ວ່າ​ລາວ​ເປັນ​ຜູ້​ມີ​ປັນຍາ ເມື່ອ​ລາວ​ງັບ​ປາກ​ໄວ້​ກໍ​ຖື​ວ່າ​ລາວ​ມີ​ຄວາມຄິດ.</verse>
			</chapter>
			<chapter number="18">
				<verse number="1">ຄົນ​ທີ່​ບໍ່​ຖືກ​ກັບ​ໝູ່ເພື່ອນ​ກໍ​ສົນໃຈ​ນຳ​ແຕ່​ຕົນເອງ ລາວ​ບໍ່​ເຫັນ​ດີ​ກັບ​ສິ່ງ​ທີ່​ທຸກໆ​ຄົນ​ຮູ້​ວ່າ​ຖືກຕ້ອງ.</verse>
				<verse number="2">ຄົນໂງ່ຈ້າ​ບໍ່ສົນ​ເຖິງ​ຄວາມ​ເຂົ້າໃຈ ລາວ​ຢາກ​ເຮັດ​ໄປ​ແຕ່​ສິ່ງ​ທີ່​ສໍ່​ໃຫ້​ເຫັນ​ວ່າ​ຕົນ​ເປັນ​ຄົນສະຫລາດ.</verse>
				<verse number="3">ບາບ​ກັບ​ຄວາມ​ອັບອາຍ​ໄປ​ຄູ່ກັນ ເມື່ອ​ສິ້ນ​ກຽດສັກສີ​ຄວາມປະໝາດ​ກໍ​ເກີດຂຶ້ນ​ແທນທີ່.</verse>
				<verse number="4">ຄຳເວົ້າ​ຂອງ​ຄົນ​ອາດ​ເປັນ​ບໍ່​ເກີດ​ແຫ່ງ​ປັນຍາ ເລິກ​ດັ່ງ​ມະຫາສະໝຸດ​ແລະ​ສົດໃສ​ດັ່ງ​ສາຍນໍ້າ.</verse>
				<verse number="5">ເຂົ້າຂ້າງ​ຄົນຜິດ​ແລະ​ບິດເບືອນ​ຄວາມ​ຍຸດຕິທຳ​ເປັນ​ການ​ບໍ່​ຖືກຕ້ອງ.</verse>
				<verse number="6">ເມື່ອ​ຄົນໂງ່ຈ້າ​ເລີ່ມ​ຜິດຖຽງກັນ ການ​ຊົກຕ່ອຍກັນ​ກໍ​ມັກ​ເກີດຂຶ້ນ.</verse>
				<verse number="7">ເມື່ອ​ຄົນໂງ່ຈ້າ​ລັ່ນປາກ​ກໍ​ກຳລັງ​ທຳລາຍ​ຕົນເອງ ຍ້ອນ​ຕິດ​ກັບດັກ​ໃນ​ຖ້ອຍຄຳ​ທີ່​ຕົນ​ເວົ້າ​ນັ້ນ.</verse>
				<verse number="8">ການ​ເວົ້າ​ຂວັນ​ນິນທາ​ຄົນ​ເໝືອນ​ອາຫານ​ທີ່​ມີ​ຣົດຊາດ​ແຊບ ແລະ​ມັນ​ຊຶມ​ເຂົ້າ​ໄປ​ເຖິງ​ສ່ວນເລິກ​ຂອງ​ຮ່າງກາຍ.</verse>
				<verse number="9">ຄົນ​ຂີ້ຄ້ານ​ກໍ​ຊົ່ວຊ້າ​ສໍ່າກັບ​ຄົນ​ທີ່​ທຳລາຍ​ໝູ່ເພື່ອນ​ຂອງຕົນເອງ.</verse>
				<verse number="10">ພຣະນາມ​ຂອງ​ພຣະເຈົ້າຢາເວ​ເປັນ​ດັ່ງ​ປ້ອມ​ທີ່​ເຂັ້ມແຂງ ຄື​ບ່ອນ​ທີ່​ຄົນ​ຊອບທຳ​ໄປ​ຢູ່​ຢ່າງ​ປອດໄພ​ໄດ້.</verse>
				<verse number="11">ຄົນ​ຮັ່ງມີ​ຄິດ​ເອົາເອງ​ວ່າ​ຊັບສົມບັດ​ປ້ອງກັນ​ຕົນ​ໄດ້​ດັ່ງ​ປ້ອມ​ມີ​ກຳແພງ​ປ້ອງກັນ​ເມືອງ.</verse>
				<verse number="12">ການ​ອວດດີ​ນັ້ນ​ນຳ​ຄົນ​ໄປ​ສູ່​ໄພພິບັດ ການ​ຖ່ອມຕົວ​ນຳ​ຄົນ​ໃຫ້​ມີ​ກຽດ.</verse>
				<verse number="13">ຟັງ​ກ່ອນ​ຈຶ່ງ​ຕອບ ການ​ຕອບ​ກ່ອນ​ໂດຍ​ບໍ່​ຟັງ​ເປັນ​ຄວາມ​ໂງ່ງ່າວ​ແລະ​ຄວາມ​ອັບອາຍ.</verse>
				<verse number="14">ຈິດໃຈ​ຂອງ​ຄົນ​ທົນ​ຕໍ່​ຄວາມ​ເຈັບປ່ວຍ​ໄດ້, ແຕ່​ຜູ້​ທີ່​ມີ​ຈິດໃຈ​ຊອກຊໍ້າ​ຈະ​ທົນ​ໄດ້​ຢ່າງໃດ?</verse>
				<verse number="15">ຄົນ​ສະຫລາດ​ຢາກ​ຮໍ່າຮຽນ​ສຶກສາ ໂດຍ​ຕັ້ງໃຈ​ຫາ​ຄວາມຮູ້​ໃສ່​ຕົວ​ໄວ້.</verse>
				<verse number="16">ມີ​ຂອງຂວັນ​ໄປ​ພ້ອມ​ໄຂ​ປ່ອງ​ທາງ​ສູ່​ທຸກຢ່າງ ຄົນ​ສຳຄັນ​ກໍ​ເຂົ້າ​ພົບ​ໄດ້​ຢ່າງ​ແສນ​ງ່າຍດາຍ.</verse>
				<verse number="17">ຄົນ​ທຳອິດ​ທີ່​ເວົ້າ​ໃນ​ສານ​ເບິ່ງ​ຄື​ເປັນ​ຜູ້​ຖືກຕ້ອງ ຈົນກວ່າ​ຄູ່ແຂ່ງ​ໂຕ້ແຍ້ງ​ລາວ​ຄືນ.</verse>
				<verse number="18">ຖ້າ​ວ່າ​ສອງ​ຄົນ​ມີ​ອຳນາດ​ໂຕ້ຖຽງ​ກັນ​ໃນ​ສານ ຈົ່ງ​ລະງັບ​ເຫດການ​ໂດຍ​ການ​ໃຊ້​ສະຫລາກ.</verse>
				<verse number="19">ຄວາມ​ຊ່ວຍເຫລືອ​ຂອງ​ອ້າຍ​ເອື້ອຍ​ນ້ອງ ກໍ​ສໍ່າກັບ​ກຳແພງ​ເມືອງ​ທີ່​ເຂັ້ມແຂງ, ແຕ່​ການ​ຜິດຖຽງກັນ ກໍ​ສໍ່າກັບ​ເຫລັກໄລ​ປະຕູ​ອັດ​ຕັນ​ຕົນ​ໄວ້.</verse>
				<verse number="20">ຄົນ​ຊ່າງເວົ້າ​ກໍ​ສາມາດ​ຫາ​ລ້ຽງທ້ອງ​ຂອງຕົນ ຄຳ​ປາກ​ຂອງ​ຄົນ​ພາ​ໃຫ້​ຕົນ​ອີ່ມທ້ອງ.</verse>
				<verse number="21">ຄຳ​ປາກ​ຊີ້ຂາດ​ຊີວິດ​ວ່າ​ຈະ​ຢູ່​ຫລື​ຕາຍ ຄົນ​ປາກ​ບອນ​ກໍ​ຮັບ​ກຳ​ຍ້ອນ​ຄຳ​ປາກ.</verse>
				<verse number="22">ຜູ້​ທີ່​ມີ​ເມຍ​ກໍ​ພົບ​ຂອງ​ມີຄ່າ ເປັນ​ການ​ສະແດງ​ວ່າ​ພຣະເຈົ້າຢາເວ​ດີ​ຕໍ່​ຕົນ.</verse>
				<verse number="23">ຄົນ​ທຸກຈົນ​ອ້ອນວອນ​ຂໍ​ຄວາມ​ເມດຕາ, ແຕ່​ຄົນຮັ່ງມີ​ຕອບຄືນ​ມາ​ຢ່າງ​ຫຍາບຊ້າ.</verse>
				<verse number="24">ເພື່ອນ​ບາງຄົນ​ນຳ​ຄວາມ​ຈິບຫາຍ​ມາ​ໃຫ້, ແຕ່​ໝູ່ເພື່ອນ​ບາງຄົນ​ສັດຊື່​ກວ່າ​ອ້າຍ​ເອື້ອຍ​ນ້ອງ.</verse>
			</chapter>
			<chapter number="19">
				<verse number="1">ເປັນ​ຄົນ​ທຸກຈົນ​ທີ່​ສັດຊື່​ກໍ​ດີກວ່າ​ຄົນ​ໂງ່ຈ້າ​ທີ່​ກ່າວ​ຄຳຕົວະ.</verse>
				<verse number="2">ການ​ກະຕື​ລືລົ້ນ​ທີ່​ຂາດ​ຄວາມຮູ້​ບໍ່​ເປັນ​ການດີ ການ​ຟ້າວຟັ່ງ​ນຳ​ຄົນ​ໄປ​ສູ່​ຄວາມ​ຜິດພາດ.</verse>
				<verse number="3">ບາງຄົນ​ເຮັດ​ສິ່ງ​ໂງ່ງ່າວ​ກໍ​ທຳລາຍ​ຕົນເອງ ແລ້ວ​ກໍ​ເປັ່ງ​ສຽງ​ກ່າວຫາ​ພຣະເຈົ້າຢາເວ.</verse>
				<verse number="4">ຄົນ​ຮັ່ງມີ​ພົບ​ໝູ່ເພື່ອນ​ໃໝ່​ຢູ່​ເລື້ອຍ​ໄປ, ແຕ່​ຄົນ​ທຸກໄຮ້​ສູນເສຍ​ແມ່ນແຕ່​ເພື່ອນ​ຄົນດຽວ​ທີ່​ຕົນ​ມີ​ຢູ່.</verse>
				<verse number="5">ຄົນ​ເວົ້າຕົວະ​ໃນ​ສານ​ກໍ​ຈະ​ຖືກ​ໂທດ ທາງ​ຫລີກລຽງ​ໂທດ​ນັ້ນ​ຈະ​ບໍ່ມີ​ເລີຍ.</verse>
				<verse number="6">ທຸກຄົນ​ຊອກ​ເອົາໃຈ​ຄົນ​ສຳຄັນ ດັ່ງ​ທຸກຄົນ​ມັກ​ເປັນ​ໝູ່​ກັນ​ກັບ​ຜູ້​ທີ່​ເອົາ​ຂອງຂວັນ​ໃຫ້.</verse>
				<verse number="7">ຄົນ​ຍາກຈົນ​ນັ້ນ​ພີ່ນ້ອງ​ຕ່າງ​ກໍ​ກຽດຊັງ ແລະ​ໝູ່ເພື່ອນ​ຍິ່ງ​ຫັນຫລັງ​ຫລີກ​ໜີ​ໄກຫ່າງ ເຖິງ​ແມ່ນ​ວ່າ ລາວ​ພະຍາຍາມ​ຢ່າງ​ສຸດຂີດ ກໍ​ຈະ​ບໍ່ໄດ້​ຜູ້ໃດ​ຜູ້ໜຶ່ງ​ມາ​ເປັນ​ເພື່ອນ​ເລີຍ.</verse>
				<verse number="8">ຄິດເຖິງ​ຕົນ​ຈຶ່ງ​ທົນ​ຮຽນ​ເອົາ​ທຸກສິ່ງ ຊີວິດ​ຈະ​ຈະເລີນ​ຍິ່ງ ຖ້າ​ນຳ​ສິ່ງ​ຮຽນຮູ້​ໄປ​ປະຕິບັດ.</verse>
				<verse number="9">ຜູ້​ເວົ້າຕົວະ​ຢູ່​ໃນ​ສານ​ກໍ​ພານ​ຫາ​ໂທດ ລາວ​ຈະ​ໜີ​ໂທດ​ບໍ່ມົ້ມ​ຢ່າງ​ແນ່ນອນ.</verse>
				<verse number="10">ຄົນໂງ່ຈ້າ​ບໍ່ຄວນ​ດຳເນີນ​ຊີວິດ​ຢ່າງ​ຟຸມເຟືອຍ ຂ້າທາດ​ບໍ່ຄວນ​ປົກຄອງ​ເຈົ້ານາຍ.</verse>
				<verse number="11">ຄົນ​ທີ່​ມີ​ຈິດສຳນຶກ​ດີ​ກໍ​ຈະ​ຄວບຄຸມ​ອາຣົມ​ຂອງຕົນ ແລະ​ເບິ່ງຂ້າມ​ການ​ທໍລະຍົດ​ໄປ​ເສຍ​ກໍ​ເປັນ​ສັກສີ​ແກ່​ເຂົາ.</verse>
				<verse number="12">ຄວາມ​ໂກດຮ້າຍ​ຂອງ​ກະສັດ​ເປັນ​ດັ່ງ​ສຽງ​ໂຕສິງ​ແຜດສຽງ, ແຕ່​ຄວາມ​ເມດຕາ​ຂອງເພິ່ນ​ກໍ​ເປັນ​ດັ່ງ​ນໍ້າ​ຄ້າງ​ເທິງ​ຫຍ້າອ່ອນ.</verse>
				<verse number="13">ລູກ​ໂງ່ຈ້າ​ສາມາດ​ທຳລາຍ​ພໍ່​ຂອງຕົນ. ແລະ​ເມຍ​ທີ່​ມັກ​ທະເລາະ​ວິວາດ ກໍ​ເປັນ​ເໝືອນ​ນໍ້າ​ຝົນ​ຝອຍ​ຢົດ​ລົງ​ບໍ່ຢຸດ.</verse>
				<verse number="14">ເງິນຄຳ​ແລະ​ເຮືອນ​ເປັນ​ມໍຣະດົກ​ຕົກທອດ​ມາ​ຈາກ​ບິດາ​ມານດາ, ແຕ່​ວ່າ​ເມຍ​ຜູ້​ຮອບຄອບ​ນັ້ນ ແມ່ນ​ຂອງ​ໂຜດ​ໃຫ້​ມາ​ຈາກ​ພຣະເຈົ້າຢາເວ.</verse>
				<verse number="15">ຄົນ​ຂີ້ຄ້ານ​ນອນນິ້ງ​ຕໍ່ໄປ​ເສີຍ ຄົນ​ບໍ່​ເຮັດ​ຫຍັງ​ເລີຍ​ກໍ​ຈະ​ຫິວໂຫຍ​ເປັນແນ່.</verse>
				<verse number="16">ຈົ່ງ​ຖື​ຮັກສາ​ບັນດາ​ກົດບັນຍັດ​ໄວ້ ເພື່ອ​ເຈົ້າ​ຈະ​ໄດ້​ມີ​ຊີວິດ​ຍືນຍາວ ຜູ້​ທີ່​ບໍ່​ສົນໃຈ​ກໍ​ຈະ​ເສຍ​ຊີວິດ.</verse>
				<verse number="17">ໃຫ້ທານ​ແກ່​ຄົນທຸກ​ກໍ​ເທົ່າກັບ​ເອົາ​ໃຫ້​ພຣະເຈົ້າຢາເວ​ຢືມ ແລະ​ພຣະອົງ​ຈະ​ຈ່າຍ​ຄືນ​ໃຫ້​ແກ່​ຜູ້​ທີ່​ເຮັດ​ເຊັ່ນນັ້ນ.</verse>
				<verse number="18">ຈົ່ງ​ແອບສອນ​ລູກ​ຂອງເຈົ້າ​ເມື່ອ​ເຂົາ​ຍັງ​ໜຸ່ມ ຖ້າບໍ່​ດັ່ງນັ້ນ ກໍ​ເທົ່າ​ກັບ​ເປັນ​ການ​ສົ່ງເສີມ​ເຂົາ​ໃຫ້​ທຳລາຍ​ຕົນເອງ.</verse>
				<verse number="19">ປ່ອຍ​ໃຫ້​ຄົນ​ໂມໂຫ​ຮັບ​ຜົນ​ກຳ​ທີ່​ລາວ​ເຮັດ ເພາະ​ຖ້າ​ເຈົ້າ​ຊ່ວຍ​ລາວ​ເທື່ອໜຶ່ງ​ແລ້ວ ເຈົ້າ​ກໍ​ຈະ​ຊ່ວຍ​ລາວ​ອີກ​ໃນ​ຄັ້ງ​ຕໍ່ໄປ.</verse>
				<verse number="20">ຜູ້​ທີ່​ຟັງ​ຄຳແນະນຳ​ແລະ​ມີໃຈ​ຢາກ​ຮໍ່າຮຽນ ກໍ​ຈະ​ເປັນ​ຄົນ​ມີ​ປັນຍາ​ໃນ​ມື້​ໜຶ່ງ.</verse>
				<verse number="21">ມະນຸດ​ວາງແຜນ​ໄວ້​ຫລາຍໆ​ຢ່າງ, ແຕ່​ພຣະປະສົງ​ຂອງ​ພຣະເຈົ້າຢາເວ​ຈະ​ດີເດັ່ນ​ກວ່າ.</verse>
				<verse number="22">ເປັນ​ຄົນ​ໂລບມາກ​ກໍ​ເປັນ​ໜ້າ​ອັບອາຍ. ເປັນ​ຄົນ​ທຸກຈົນ​ກໍ​ດີກວ່າ​ເປັນ​ຄົນ​ຂີ້ຕົວະ.</verse>
				<verse number="23">ການ​ຢຳເກງ​ພຣະເຈົ້າຢາເວ​ນຳ​ໄປ​ສູ່​ຊີວິດ ຄື​ມີ​ຊີວິດ​ຍືນຍາວ ປາສະຈາກ​ໂພຍໄພ ແລະ​ປອດໄພ​ຈາກ​ການ​ທຳຮ້າຍ.</verse>
				<verse number="24">ຄົນ​ຂີ້ຄ້ານ​ໃຊ້​ມື​ຈັບ​ອາຫານ, ແຕ່​ບໍ່ມີ​ແຮງ​ພໍ​ຍັດ​ອາຫານ​ໃສ່​ປາກ.</verse>
				<verse number="25">ເມື່ອ​ຄົນ​ອວດດີ​ໄດ້​ຮັບ​ໂທດ ຄົນໂງ່ຈ້າ​ກໍ​ຈະ​ໄດ້​ຮັບ​ບົດຮຽນ ເມື່ອ​ຄົນ​ຮູ້ຈັກ​ຄິດ​ຖືກ​ຕຳໜິ ກໍ​ເທົ່າ​ກັບ​ສອນ​ລາວ​ໃຫ້​ຮຽນຮູ້.</verse>
				<verse number="26">ຄົນ​ທີ່​ໄລ່​ພໍ່​ແມ່​ຂອງຕົນ​ໜີ​ຈາກ​ບ້ານ ກໍ​ເປັນ​ຄົນ​ບໍ່ມີ​ຢາງອາຍ​ແລະ​ໄຮ້​ກຽດ.</verse>
				<verse number="27">ຄົນ​ທີ່​ເຊົາ​ຮຽນຮູ້​ກໍ​ຈະ​ລະເລີຍ​ຕໍ່​ສິ່ງ​ທີ່​ຕົນ​ໄດ້​ຮຽນຮູ້​ມາ.</verse>
				<verse number="28">ຄວາມ​ຍຸດຕິທຳ​ຫາ​ຍາກ​ຫາກ​ຕັ້ງໃຈ​ທຳຮ້າຍ​ຄົນ ຄົນຊົ່ວ​ຮັກ​ຣົດຊາດ​ຂອງ​ຄວາມ​ຊົ່ວຊ້າ.</verse>
				<verse number="29">ໂທດ​ມີ​ໃຫ້​ຄົນ​ອວດດີ​ສັນໃດ ຄົນ​ໂງ່ຈ້າ​ເບົາປັນຍາ​ກໍ​ຈະ​ຖືກ​ຂ້ຽນຕີ​ສັນນັ້ນ.</verse>
			</chapter>
			<chapter number="20">
				<verse number="1">ດື່ມ​ເຫຼົ້າ​ເກີນສ່ວນ​ພາ​ໃຫ້​ເກເລ ມີ​ແຕ່​ຄົນ​ໂງ່ຈ້າ​ອັບ​ປັນຍາ​ທີ່​ປ່ອຍ​ຕົນ​ໃຫ້​ເມົາ​ເຫຼົ້າ.</verse>
				<verse number="2">ຈົ່ງ​ຢ້ານ​ກະສັດ​ໂກດຮ້າຍ​ດັ່ງ​ຢ້ານ​ໂຕສິງ​ຮ້ອງ​ແຜດສຽງ ເຮັດ​ໃຫ້​ເພິ່ນ​ໂກດຮ້າຍ​ກໍ​ສໍ່າກັບ​ຂ້າ​ຕົວ​ຕາຍ.</verse>
				<verse number="3">ຫລີກ​ໜີ​ຈາກ​ການ​ຜິດຖຽງກັນ​ພາ​ໃຫ້​ມີ​ກຽດ ມີ​ແຕ່​ຄົນໂງ່ຈ້າ​ເທົ່ານັ້ນ​ທີ່​ມັກ​ຜິດຖຽງກັນ.</verse>
				<verse number="4">ພໍ່ນາ​ທີ່​ຂີ້ຄ້ານ​ຄາດ​ໄຖ​ຕາມ​ລະດູການ ກໍ​ຈະ​ບໍ່ໄດ້​ເກັບກ່ຽວ​ຫຍັງ​ຈັກດີ້.</verse>
				<verse number="5">ຄວາມຄິດ​ຄົນ​ນັ້ນ​ເປັນ​ຄື​ນໍ້າ​ໃນ​ສ້າງເລິກ ຜູ້​ທີ່​ຮູ້ແຈ້ງເຫັນຈິງ​ເທົ່ານັ້ນ​ຈຶ່ງ​ສາມາດ​ຢັ່ງເຖິງ.</verse>
				<verse number="6">ມີ​ຫລາຍ​ຄົນ​ກ່າວອ້າງ​ເຖິງ​ຄວາມສັດຊື່​ຂອງຕົນ, ແຕ່​ຄົນ​ສັດຊື່​ຈິງໆ​ແມ່ນ​ຫາ​ຍາກ​ແທ້ໆ.</verse>
				<verse number="7">ເມື່ອ​ມີ​ພໍ່​ທີ່​ສັດຊື່​ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ເຮັດ​ໃຫ້​ລູກ​ຂອງຕົນ​ໄດ້​ຮັບ​ພຣະພອນ.</verse>
				<verse number="8">ເມື່ອ​ກະສັດ​ນັ່ງ​ຕັດສິນ​ຄະດີ ເພິ່ນ​ກໍ​ຮູ້​ທັນທີ​ເມື່ອ​ແນມ​ເຫັນ​ຄົນ​ຊົ່ວຮ້າຍ.</verse>
				<verse number="9">ໃຜ​ບອກ​ໄດ້​ແທ້​ວ່າ​ຈິດສຳນຶກ​ຂອງຕົນ​ຜ່ອງໃສ ແລະ​ບາບ​ຂອງຕົນ​ກໍ​ຖືກ​ຊຳລະ​ແລ້ວ?</verse>
				<verse number="10">ພຣະເຈົ້າຢາເວ​ກຽດຊັງ​ຜູ້​ທີ່​ໃຊ້​ເຄື່ອງຊັ່ງ​ກັບ​ເຄື່ອງແທກ​ບໍ່​ສັດຊື່.</verse>
				<verse number="11">ແມ່ນແຕ່​ຄວາມ​ປະພຶດ​ຂອງ​ເດັກນ້ອຍ​ກໍ​ສໍ່​ໃຫ້​ເຫັນ​ວ່າ​ລາວ​ເປັນ​ຄົນ​ແບບໃດ ເຮົາ​ສາມາດ​ບອກ​ໄດ້​ວ່າ​ລາວ​ເປັນ​ຄົນ​ສັດຊື່​ແລະ​ເປັນ​ຄົນດີ.</verse>
				<verse number="12">ພຣະເຈົ້າຢາເວ​ໄດ້​ໃຫ້​ພວກເຮົາ​ມີ​ຕາ​ເບິ່ງ​ແລະ​ມີ​ຫູ​ຟັງ.</verse>
				<verse number="13">ຜູ້​ທີ່​ໃຊ້​ເວລາ​ແຕ່ນອນ​ກໍ​ຈະ​ທຸກ​ລຳບາກ ຄົນ​ທີ່​ຫາ​ວຽກ​ເຮັດ​ກໍ​ຈະ​ມີຢູ່​ມີກິນ​ບໍ່​ອຶດ.</verse>
				<verse number="14">ລູກຄ້າ​ຈົ່ມ​ແຕ່​ວ່າ​ຂອງ​ແພງ, ແຕ່​ພໍ​ອອກ​ຈາກ​ຮ້ານ​ໄປ ກໍ​ຄູຍໂມ້​ວ່າ​ຕົນ​ຊື້​ຂອງ​ໄດ້​ຖືກ.</verse>
				<verse number="15">ຜູ້​ທີ່​ຮູ້​ດີ​ວ່າ​ຕົນ​ກຳລັງ​ເວົ້າຫຍັງ​ນັ້ນ ກໍ​ດັ່ງ​ໄດ້​ຂອງ​ມີຄ່າ​ກວ່າ​ຄຳ​ແລະ​ເພັດພອຍ.</verse>
				<verse number="16">ຜູ້ໃດ​ຜູ້ໜຶ່ງ​ທີ່​ຍອມ​ຮັບໃຊ້​ໜີ້​ໃຫ້​ຄົນ​ແປກໜ້າ ກໍ​ສໍ່າກັບ​ວ່າ​ເອົາ​ຊັບສິນ​ຂອງຕົນ​ໄປ​ປະກັນ.</verse>
				<verse number="17">ຂອງ​ທີ່​ໄດ້​ມາ​ຢ່າງ​ບໍ່​ສັດຊື່​ກໍ​ດັ່ງ​ອາຫານ​ແຊບນົວ, ແຕ່​ຕໍ່ໄປ​ກໍ​ຈະ​ເປັນ​ດັ່ງ​ຂີ້ຊາຍ​ຢູ່​ເຕັມ​ປາກ.</verse>
				<verse number="18">ຄຳແນະນຳ​ທີ່​ດີ​ນຳ​ໄປ​ສູ່​ຜົນ​ສຳເລັດ ຢ່າ​ສູ່​ມີ​ສ່ວນ​ເຮັດ​ເສິກ​ໂດຍ​ບໍ່ໄດ້​ວາງ​ແຜນການ.</verse>
				<verse number="19">ຄົນ​ປາກ​ບອນ​ບໍ່​ຫ່ອນ​ຮັກສາ​ຄວາມລັບ​ໄວ້​ໄດ້ ຈົ່ງ​ໜີ​ໃຫ້​ຫ່າງ​ຈາກ​ຄົນ​ທີ່​ເວົ້າຫລາຍ​ເກີນໄປ.</verse>
				<verse number="20">ຄົນ​ທີ່​ດ່າ​ພໍ່​ຕີ​ແມ່​ກໍ​ຈະ​ຈົບ​ຊີວິດ​ລົງ ດັ່ງ​ຕະກຽງ​ທີ່​ມອດ​ໃນ​ຄວາມມືດ.</verse>
				<verse number="21">ຊັບສິນ​ຍິ່ງ​ຫາ​ມາ​ໄດ້​ງ່າຍ​ສັນໃດ ກໍ​ຍິ່ງ​ໃຫ້​ຜົນໜ້ອຍ​ດ້ອຍຄ່າ​ສັນນັ້ນ.</verse>
				<verse number="22">ຢ່າ​ສູ່​ຕອບແທນ​ຄວາມຊົ່ວ​ດ້ວຍ​ຕົນເອງ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ຜູ້​ທີ່​ຈະ​ຈັດການ​ແທນ.</verse>
				<verse number="23">ພຣະເຈົ້າຢາເວ​ກຽດຊັງ​ຜູ້​ທີ່​ໃຊ້​ເຄື່ອງຊັ່ງ​ກັບ​ເຄື່ອງແທກ​ບໍ່​ສັດຊື່.</verse>
				<verse number="24">ພຣະເຈົ້າຢາເວ​ເປັນ​ຜູ້​ກຳນົດ​ທາງເດີນ​ຂອງ​ພວກເຮົາ ໃຜ​ແດ່​ເຂົ້າໃຈ​ທິດ​ທາງເດີນ​ແຫ່ງ​ຊີວິດ​ຂອງຕົນ​ໄດ້?</verse>
				<verse number="25">ຈົ່ງ​ຄິດ​ໃຫ້​ຖ້ວນຖີ່​ກ່ອນ​ຈຶ່ງ​ສັນຍາ​ຕໍ່​ພຣະເຈົ້າ​ວ່າ​ຈະ​ຖວາຍບູຊາ ຕໍ່ມາ​ອາດ​ຈະ​ເສຍໃຈ​ຕາມ​ພາຍຫລັງ​ກໍໄດ້.</verse>
				<verse number="26">ກະສັດ​ທີ່​ມີ​ປັນຍາ​ຈະ​ຮູ້ວ່າ​ແມ່ນ​ໃຜ​ເຮັດ​ຜິດ ແລະ​ລົງໂທດ​ທັນ​ໂດຍ​ບໍ່ມີ​ຄວາມ​ເມດຕາ​ຈັກດີ້.</verse>
				<verse number="27">ພຣະເຈົ້າຢາເວ​ໃຫ້​ຈິດໃຈ ແລະ​ຈິດສຳນຶກ​ແກ່​ເຮົາ ເຮົາ​ບໍ່​ສາມາດ​ປິດບັງ​ຈາກ​ຕົນເອງ​ໄດ້.</verse>
				<verse number="28">ກະສັດ​ຈະ​ຄອງ​ອຳນາດ​ຢູ່​ໄດ້ ຕາບໃດ​ທີ່​ເພິ່ນ​ຍັງ​ປົກຄອງ​ຢ່າງ​ສັດຊື່​ແລະ​ເປັນທຳ.</verse>
				<verse number="29">ສັກສີ​ຂອງ​ຄົນໜຸ່ມ​ຄື​ກຳລັງ, ແຕ່​ຄວາມ​ສະຫງ່າງາມ​ຂອງ​ຜູ້ເຖົ້າ​ຄື​ຜົມຫງອກ.</verse>
				<verse number="30">ບາງຄົນ​ໄດ້​ຮັບ​ປະສົບການ​ອັນ​ເຈັບປວດ ຈຶ່ງ​ເຮັດ​ໃຫ້​ຫັນປ່ຽນ​ທິດທາງເດີນ.</verse>
			</chapter>
			<chapter number="21">
				<verse number="1">ພຣະເຈົ້າຢາເວ​ຄວບຄຸມ​ຈິດໃຈ​ຂອງ​ກະສັດ​ໄດ້​ງ່າຍ​ດັ່ງ​ຊີ້ທາງ​ໃຫ້​ສາຍນໍ້າ​ລ່ອງໄຫລ.</verse>
				<verse number="2">ທຸກສິ່ງ​ທີ່​ມະນຸດ​ເຮັດ​ເບິ່ງ​ຄື​ຖືກຕ້ອງ​ໝົດ, ແຕ່​ຢ່າ​ລືມ​ວ່າ​ແມ່ນ​ໃນ​ຈິດໃຈ​ທີ່​ພຣະເຈົ້າຢາເວ​ພິຈາລະນາ​ເບິ່ງ.</verse>
				<verse number="3">ສຳລັບ​ພຣະເຈົ້າຢາເວ​ແລ້ວ ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ເປັນທຳ ກໍ​ມີຄ່າ​ກວ່າ​ນຳ​ເຄື່ອງບູຊາ​ມາ​ຖວາຍ​ໃຫ້.</verse>
				<verse number="4">ການ​ຫລອກລວງ​ແລະ​ການ​ອວດດີ ສິ່ງ​ເຫຼົ່ານີ້​ເປັນ​ບາບກຳ​ທີ່​ຄວບຄຸມ​ຄົນ​ຊົ່ວຮ້າຍ.</verse>
				<verse number="5">ການ​ວາງແຜນ​ຢ່າງ​ຖ້ວນຖີ່​ພາ​ໃຫ້​ເກີດຜົນ​ດີ ການ​ວາງແຜນ​ຢ່າງ​ໄວວາ​ພາ​ໃຫ້​ທຸກ​ໄດ້.</verse>
				<verse number="6">ຊັບສົມບັດ​ທີ່​ໄດ້​ມາ​ໂດຍ​ທາງ​ບໍ່​ຊອບ​ກໍ​ສູນເສຍ​ຢ່າງ​ໄວວາ, ແຕ່​ເປັນ​ຄື​ບ້ວງແຮ້ວ​ທີ່​ນຳພາ​ໄປ​ສູ່​ຄວາມຕາຍ.</verse>
				<verse number="7">ຄົນ​ຊົ່ວຮ້າຍ​ຮັບ​ເຄາະ​ເພາະ​ຄວາມ​ໂຫດຫ້ຽມ​ຂອງຕົນ ເຂົາ​ບໍ່​ຍອມ​ປະພຶດ​ໃນ​ສິ່ງ​ທີ່​ຖືກຕ້ອງ.</verse>
				<verse number="8">ຄົນ​ມີ​ຄວາມຜິດ​ຍ່າງ​ໃນ​ທາງ​ທີ່​ຄົດລ້ຽວ ຄົນ​ບໍ່ມີ​ຄວາມຜິດ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.</verse>
				<verse number="9">ອາໄສ​ຢູ່​ເທິງ​ຫລັງຄາເຮືອນ ກໍ​ດີກວ່າ​ຢູ່​ຮ່ວມ​ເຮືອນ​ກັບ​ເມຍ​ທີ່​ຈູ້ຈີ້.</verse>
				<verse number="10">ຄົນ​ຊົ່ວຮ້າຍ​ຫິວໂຫຍ​ຢາກ​ເຮັດ​ຊົ່ວ ສ່ວນ​ຄວາມ​ເມດຕາ​ນັ້ນ​ເຂົາ​ບໍ່ມີ​ຕໍ່​ໃຜ​ເລີຍ.</verse>
				<verse number="11">ເມື່ອ​ຄົນ​ຫລອກລວງ​ຖືກ​ລົງໂທດ ແມ່ນແຕ່​ຄົນ​ທີ່​ບໍ່​ຮູ້​ຄິດ​ກໍໄດ້​ຮັບ​ບົດຮຽນ.</verse>
				<verse number="12">ພຣະເຈົ້າ​ອົງ​ຊົງ​ຊອບທຳ​ນັ້ນ ຮູ້​ວ່າ​ຄົນ​ຊົ່ວຮ້າຍ​ເປັນ​ຢູ່​ຢ່າງໃດ ແລະ​ນຳ​ເຂົາ​ໄປ​ສູ່​ໄພພິບັດ​ໄວ​ຂຶ້ນ.</verse>
				<verse number="13">ຜູ້​ທີ່​ບໍ່​ຍອມ​ຟັງ​ຄຳ​ຂໍຮ້ອງ​ຂອງ​ຄົນທຸກ ກໍ​ຈະ​ບໍ່ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ເມື່ອ​ຕົນ​ຮ້ອງຂໍ.</verse>
				<verse number="14">ໃຜ​ໃຈຮ້າຍ​ເຈົ້າ​ຈົ່ງ​ເອົາ​ຂອງຂວັນ​ໃຫ້​ລັບໆ​ແລ້ວ​ຄວາມຮ້າຍ​ນັ້ນ​ກໍ​ຈະ​ຜ່ອນຄາຍ​ລົງ.</verse>
				<verse number="15">ຄົນ​ຊອບທຳ​ມີ​ຄວາມສຸກ​ເມື່ອ​ໄດ້​ຮັບ​ຄວາມ​ຍຸດຕິທຳ, ແຕ່​ຄົນຊົ່ວ​ພັດ​ໄດ້​ຮັບ​ຄວາມ​ສິ້ນຫວັງ.</verse>
				<verse number="16">ຄວາມຕາຍ​ພວມ​ຄອຍຖ້າ​ຜູ້​ທີ່​ຫັນເຫ​ໜີ​ຈາກ​ແນວທາງ​ທີ່ດີ.</verse>
				<verse number="17">ຜູ້​ທີ່​ມັກ​ສະໜຸກ​ຈະ​ທຸກ​ລຳບາກ ຜູ້​ທີ່​ມັກ​ດື່ມ​ເຫຼົ້າ​ແກ້ມ​ອາຫານ​ແພງໆ​ຈະ​ບໍ່​ຮັ່ງມີ​ຈັກເທື່ອ.</verse>
				<verse number="18">ເມື່ອ​ຄົນຊົ່ວ​ຊອກຫາ​ເຮັດ​ໃຫ້​ຄົນດີ​ທົນທຸກ​ແລ້ວ ການ​ທົນທຸກ​ນັ້ນ​ກໍ​ຈະ​ສະໜອງ​ເຂົາ​ຄືນ.</verse>
				<verse number="19">ຢູ່​ຖິ່ນ​ແຫ້ງແລ້ງ​ກັນດານ ກໍ​ດີກວ່າ​ຢູ່​ຮ່ວມ​ເຮືອນຊານ​ກັບ​ເມຍ​ທີ່​ມັກ​ຈົ່ມ​ແລະ​ຈູ້ຈີ້.</verse>
				<verse number="20">ຄົນ​ມີ​ປັນຍາ​ໃຊ້​ຊີວິດ​ຢ່າງ​ຮັ່ງມີ​ແລະ​ຫລູຫລາ, ແຕ່​ຄົນໂງ່ຈ້າ​ຫາ​ໄດ້​ໄວ​ເທົ່າໃດ ກໍ​ຈ່າຍ​ໝົດ​ໄວ​ເທົ່ານັ້ນ.</verse>
				<verse number="21">ຄົນ​ສັດຊື່​ແລະ​ມີ​ໃຈ​ເມດຕາ​ຈະ​ໄດ້​ຊີວິດ​ຍືນຍາວ ລາວ​ຈະ​ໄດ້​ຮັບ​ຄວາມນັບຖື​ແລະ​ຄວາມ​ເປັນທຳ​ດ້ວຍ.</verse>
				<verse number="22">ນາຍພົນ​ທີ່​ສະຫລາດ​ສາມາດ​ຢຶດ​ເມືອງ​ທີ່​ມີ​ທະຫານໆ ພ້ອມ​ທັງ​ທະລຸ​ກຳແພງ​ເມືອງ​ອັນ​ເຂັ້ມແຂງ​ທີ່​ປ້ອງກັນ​ເຂົາ​ໄວ້​ນັ້ນ.</verse>
				<verse number="23">ຄົນ​ທີ່​ລະວັງ​ຄຳເວົ້າ ຄວາມ​ເດືອດຮ້ອນ​ບໍ່​ມາ​ຕຳ.</verse>
				<verse number="24">ຄົນ​ໂອຫັງ​ອວດດີ​ດູຖູກ​ທຸກ​ແນວ ການ​ປະພຶດ​ຂອງ​ລາວ​ກໍ​ລ້ວນແຕ່​ຂີ້ສະຫາວ​ທັງນັ້ນ.</verse>
				<verse number="25">ຄົນ​ຂີ້ຄ້ານ​ທີ່​ບໍ່​ຍອມ​ເຮັດ​ວຽກ ກໍ​ກຳລັງ​ຂ້າ​ຕົນເອງ​ໃຫ້​ຕາຍ.</verse>
				<verse number="26">ບາງຄົນ​ໃຊ້​ຊີວິດ​ຢູ່​ເພື່ອ​ໂລບມາກ​ໂລພາ, ແຕ່​ວ່າ​ຄົນ​ຊອບທຳ​ສາມາດ​ໃຫ້​ດ້ວຍ​ໃຈ​ສັດທາ​ຍິ່ງ.</verse>
				<verse number="27">ເຄື່ອງ​ຖວາຍບູຊາ​ຂອງ​ຄົນຊົ່ວ​ເປັນ​ໜ້າ​ກຽດຊັງ ໂດຍ​ສະເພາະ​ເມື່ອ​ເຂົາ​ຖວາຍ​ດ້ວຍ​ເຈດຕະນາ​ອັນ​ບໍ່​ດີ.</verse>
				<verse number="28">ຄຳ​ພະຍານ​ຂອງ​ຄົນ​ຂີ້ຕົວະ​ເປັນ​ທີ່​ເຊື່ອຖື​ບໍ່ໄດ້, ແຕ່​ຄຳເວົ້າ​ຂອງ​ຄົນ​ທີ່​ຄິດ​ຮອບຄອບ​ກໍ​ເປັນ​ທີ່​ຍອມຮັບ​ນັບຖື.</verse>
				<verse number="29">ຄົນ​ຊອບທຳ​ນັ້ນ​ໝັ້ນໃຈ​ໃນ​ຕົນເອງ ສ່ວນ​ຄົນຊົ່ວຊ້າ​ທຳທ່າ​ເປັນ​ຄົນດີ​ທຸກ​ວິທີ.</verse>
				<verse number="30">ຄວາມ​ເຂົ້າໃຈ​ຄວາມ​ຫລັກແຫລມ​ແຖມ​ປັນຍາ ກໍ​ບໍ່ມີ​ຄຸນຄ່າ ຖ້າ​ພຣະເຈົ້າຢາເວ​ຕໍ່ສູ້​ເຂົາ.</verse>
				<verse number="31">ແມ່ນ​ວ່າ​ມີ​ຝູງມ້າ​ຕຽມ​ເຮັດ​ເສິກ​ກໍດີ, ແຕ່​ແມ່ນ​ພຣະເຈົ້າຢາເວ​ທີ່​ເປັນ​ຜູ້​ໃຫ້​ໄຊຊະນະ.</verse>
			</chapter>
			<chapter number="22">
				<verse number="1">ຖ້າ​ຕ້ອງ​ເລືອກ​ເອົາ​ລະຫວ່າງ​ຊື່ສຽງ​ດີ​ກັບ​ຄວາມ​ຮັ່ງມີ ຈົ່ງ​ເລືອກ​ເອົາ​ຊື່ສຽງ​ດີ​ສາ​ເຖີດ.</verse>
				<verse number="2">ຄົນ​ຮັ່ງມີ​ກັບ​ຄົນທຸກ​ບໍ່​ແຕກຕ່າງ​ກັນ​ຫຍັງ ຜູ້​ສ້າງ​ເຂົາ​ມາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="3">ຄົນ​ທີ່​ຢັ່ງຮູ້​ຍ່ອມ​ເຫັນ​ຄວາມ​ເດືອດຮ້ອນ​ຈະ​ມາ​ເຖິງ ຈຶ່ງ​ຮູ້ຈັກ​ຊ່ອນຊົ້ນ​ຕົນ​ຫລົບຫລີກ​ມັນ​ໄດ້, ແຕ່​ຄົນ​ບໍ່​ຄິດ​ຈະ​ຍ່າງ​ກົງ​ເຂົ້າໄປ​ແລະ​ກໍ​ເສຍໃຈ​ຕໍ່ມາ​ພາຍຫລັງ.</verse>
				<verse number="4">ຄົນ​ທີ່​ຖ່ອມຕົວ​ຢຳເກງ​ພຣະເຈົ້າຢາເວ​ຈະ​ເກີດຮັ່ງ​ຄູນມີ ທັງ​ຈະ​ມີ​ກຽດ​ກັບ​ຊື່ສຽງ​ແລະ​ຊີວິດ​ອັນ​ຍືນຍາວ​ດ້ວຍ.</verse>
				<verse number="5">ທາງ​ຂອງ​ຄົນຊົ່ວ​ມີ​ທັງ​ບ້ວງແຮ້ວ​ແລະ​ໜາມ, ແຕ່​ຄົນ​ທີ່​ຮັກ​ຊີວິດ​ຈະ​ຜີກ​ໜີ​ຈາກ​ມັນ​ໄດ້.</verse>
				<verse number="6">ຈົ່ງ​ອົບຮົມ​ເດັກນ້ອຍ​ໃນ​ທາງ​ທີ່​ຖືກຕ້ອງ ແລະ​ເມື່ອ​ເຂົາ​ເປັນ​ຜູ້ໃຫຍ່​ແລ້ວ ເຂົາ​ຈະ​ບໍ່​ໜີ​ຈາກ​ທາງນັ້ນ.</verse>
				<verse number="7">ຄົນ​ຮັ່ງມີ​ປົກຄອງ​ເໜືອ​ຄົນ​ທຸກຈົນ ແລະ​ການ​ເປັນ​ໜີ້ຄົນ​ຍ່ອມ​ເຮັດ​ໃຫ້​ຕົນ​ເປັນ​ທາດຮັບໃຊ້​ໄດ້.</verse>
				<verse number="8">ຖ້າ​ເຈົ້າ​ຫວ່ານ​ຄວາມ​ອະຍຸດຕິທຳ ກໍ​ຈະ​ໄດ້​ເກັບກ່ຽວ​ຄວາມ​ເດືອດຮ້ອນ ແລະ​ຫາກ​ກົດຂີ່​ຄົນອື່ນ​ກໍ​ບໍ່​ໄປ​ເຖິງ​ໃສ.</verse>
				<verse number="9">ຈົ່ງ​ແບ່ງ​ອາຫານ​ໃຫ້​ຄົນທຸກ​ດ້ວຍ​ໃຈ​ສັດທາ ແລະ​ພຣະພອນ​ກໍ​ຈະ​ເປັນ​ຂອງເຈົ້າ.</verse>
				<verse number="10">ຈົ່ງ​ກຳຈັດ​ຄົນ​ອວດດີ​ໃຫ້​ໝົດສິ້ນ ແລະ​ການ​ໂຕ້ຖຽງ​ກັນ​ກໍ​ຈະ​ບໍ່ມີ ແລ້ວ​ການ​ວິວາດ​ສຽດສີ​ກັນ​ກໍ​ຈະ​ຫາຍ​ໄປສິ້ນ.</verse>
				<verse number="11">ຜູ້​ທີ່​ຈະ​ເປັນ​ເພື່ອນ​ກັບ​ກະສັດ​ໄດ້​ຕ້ອງ​ມີ​ຄວາມ​ຈິງໃຈ ແລະ​ກ່າວ​ຈາ​ສຸພາບ​ອ່ອນຫວານ.</verse>
				<verse number="12">ຕາ​ຂອງ​ພຣະເຈົ້າຢາເວ​ເຝົ້າ​ຮັກສາ​ຄວາມຮູ້​ໄວ້, ແຕ່​ຈະ​ບໍ່​ເຫັນດີ​ນຳ​ຄຳເວົ້າ​ຂອງ​ຄົນ​ຂີ້ຕົວະ.</verse>
				<verse number="13">ຄົນ​ຂີ້ຄ້ານ​ມັກ​ແຕ່​ຢູ່​ໃນ​ເຮືອນ ລາວ​ເວົ້າ​ບິດເບືອນ​ວ່າ​ມີ​ໂຕສິງ​ຢູ່​ນອກບ້ານ ແລະ​ສິງ​ອາດ​ຄຸບ​ກິນ​ລາວ​ຕາມ​ທາງ​ກໍໄດ້.</verse>
				<verse number="14">ປາກ​ຂອງ​ຄົນ​ຫລິ້ນຊູ້​ສູ່ຜົວເມຍ​ເປັນ​ບ້ວງແຮ້ວ​ແກ່​ຕົນ ມັນ​ຄອຍ​ດັກຈັບ​ຄົນ​ທີ່​ພຣະເຈົ້າຢາເວ​ໂກດຮ້າຍ.</verse>
				<verse number="15">ເດັກນ້ອຍ​ມັກ​ເຮັດ​ສິ່ງ​ທີ່​ບໍ່ມີ​ເຫດຜົນ, ແຕ່​ການ​ແອບສອນ​ຢ່າງດີ​ດັດແປງ​ນິໄສ​ໄດ້.</verse>
				<verse number="16">ຜູ້​ທີ່​ຂົ່ມເຫັງ​ຄົນທຸກ ກໍ​ເທົ່າກັບ​ໃຫ້​ລາວ​ໄດ້ປຽບ​ໃນ​ທີ່ສຸດ ຜູ້​ທີ່​ເອົາ​ຂອງຂວັນ​ໃຫ້​ຄົນຮັ່ງມີ ກໍ​ເທົ່າກັບ​ເຮັດ​ໃຫ້​ຕົນ​ທຸກຈົນ​ລົງ​ເທົ່ານັ້ນ.</verse>
				<verse number="17">ຈົ່ງ​ຟັງ​ເທີ້ນ ຂ້ອຍ​ຈະ​ສັ່ງສອນ​ເຈົ້າ​ໃຫ້​ຮູ້​ເຖິງ​ຄຳ​ເວົ້າ​ຂອງ​ຄົນ​ມີ​ປັນຍາ ຈົ່ງ​ສຶກສາ​ຮຽນຮູ້​ເອົາ​ຄຳສັ່ງສອນ​ຂອງ​ພວກເພິ່ນ.</verse>
				<verse number="18">ຖ້າ​ເຈົ້າ​ຈົດຈຳ​ແລະ​ເລົ່າ​ຂຶ້ນ​ໃຈ​ເອົາ​ຄຳສັ່ງສອນ​ນີ້ ເຈົ້າ​ກໍ​ຈະ​ເບີກບານ​ໃຈ.</verse>
				<verse number="19">ຂ້ອຍ​ຢາກ​ໃຫ້​ເຈົ້າ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ. ດ້ວຍເຫດນີ້ ຂ້ອຍ​ຈຶ່ງ​ບອກ​ເຈົ້າ​ເຖິງ​ຄຳສັ່ງສອນ​ນັ້ນ​ໃນ​ບັດນີ້.</verse>
				<verse number="20">ຂ້ອຍ​ໄດ້​ຂຽນ​ຄຳເວົ້າ​ສາມສິບ​ຕອນ​ສຳລັບ​ເຈົ້າ ຊຶ່ງ​ປະກອບ​ດ້ວຍ​ຄວາມຮູ້ ແລະ​ຄຳແນະນຳ​ທີ່ດີ​ທັງນັ້ນ.</verse>
				<verse number="21">ແລະ​ຄຳເວົ້າ​ເຫຼົ່ານີ້ ກໍ​ຈະ​ສັ່ງສອນ​ເຈົ້າ​ເຖິງ​ຄວາມຈິງ​ອັນແທ້. ເມື່ອ​ເຈົ້າ​ຖືກ​ໃຊ້​ອອກ​ໄປ​ຊອກ​ສະແຫວງ​ຫາ ເຈົ້າ​ກໍ​ຈະ​ນຳ​ເອົາ​ຄຳຕອບ​ອັນ​ຖືກຕ້ອງ​ກັບຄືນ​ມາ.</verse>
				<verse number="22">ຢ່າ​ເອົາ​ປຽບ​ຄົນທຸກ​ຍ້ອນ​ວ່າ​ເຈົ້າ​ໄດ້​ປຽບ​ພວກເຂົາ ຢ່າ​ເອົາ​ປຽບ​ຄົນ​ທີ່​ຖືກ​ນຳ​ຂຶ້ນ​ສານ​ໂດຍ​ບໍ່ມີ​ທາງ​ສູ້.</verse>
				<verse number="23">ພຣະເຈົ້າຢາເວ​ຈະ​ເປັນ​ຜູ້​ໂຕ້ຖຽງ​ຄະດີ​ໃຫ້​ພວກເຂົາ ແລະ​ຂົມຂູ່​ເອົາ​ຊີວິດ​ຄົນ​ທີ່​ຂົມຂູ່​ຊີວິດ​ພວກເຂົາ​ນັ້ນ.</verse>
				<verse number="24">ຢ່າ​ເປັນ​ໝູ່​ກັບ​ຄົນ​ມີ​ແນວຄິດ ແລະ​ໃຊ້​ຄວາມ​ຮຸນແຮງ.</verse>
				<verse number="25">ເຈົ້າ​ອາດ​ຮຽນ​ເອົາ​ນິໄສ​ຂອງ​ພວກເຂົາ ແລະ​ບໍ່​ອາດ​ປ່ຽນ​ນິໄສ​ນັ້ນ​ໄດ້.</verse>
				<verse number="26">ຢ່າ​ສັນຍາ​ຮັບຜິດຊອບ​ໃຊ້​ໜີ້​ໃຫ້​ຄົນອື່ນ​ໃດ.</verse>
				<verse number="27">ຖ້າ​ເຈົ້າ​ບໍ່​ສາມາດ​ຈ່າຍໜີ້​ນັ້ນ​ໄດ້ ເຂົາ​ກໍ​ຈະ​ເອົາ​ແມ່ນແຕ່​ບ່ອນນອນ​ຂອງເຈົ້າ​ໄປ.</verse>
				<verse number="28">ຢ່າ​ຍົກຍ້າຍ​ຫລັກ​ເຂດແດນ ທີ່​ພວກ​ບັນພະບຸລຸດ​ຂອງ​ເຈົ້າ​ໄດ້​ປັກ​ຕັ້ງ​ໄວ້.</verse>
				<verse number="29">ຈົ່ງ​ນຳ​ເອົາ​ຄົນ​ທີ່​ເຮັດ​ວຽກ​ດີ​ມາ​ໃຫ້​ຂ້ອຍ​ເບິ່ງ ແລະ​ຂ້ອຍ​ຈະ​ໃຫ້​ເຈົ້າ​ເຫັນ​ຜູ້​ທີ່​ເຮັດ​ວຽກ​ດີ​ຍອດຢ້ຽມ ແລະ​ສົມ​ທີ່​ຈະ​ເປັນ​ເພື່ອນ​ຂອງ​ບັນດາ​ກະສັດ.</verse>
			</chapter>
			<chapter number="23">
				<verse number="1">ເມື່ອ​ເຈົ້າ​ນັ່ງ​ກິນ​ເຂົ້າ​ກັບ​ຄົນ​ສຳຄັນ ໃຫ້​ຄິດ​ສະເໝີ​ວ່າ​ຄົນ​ນັ້ນ​ແມ່ນ​ໃຜ.</verse>
				<verse number="2">ຖ້າ​ເຈົ້າ​ເປັນ​ຄົນ​ກິນ​ຫລາຍ​ຈົ່ງ​ຫັກຫ້າມ​ຕົນເອງ​ໄວ້.</verse>
				<verse number="3">ຢ່າ​ໂລບມາກ​ໃນ​ອາຫານ​ດີ​ທີ່​ຄົນ​ຍໍ​ມາ​ໃຫ້ ລາວ​ອາດ​ເຮັດ​ດ້ວຍ​ເຈດຕະນາ​ບໍ່​ດີ​ໃສ່​ເຈົ້າ​ກໍໄດ້.</verse>
				<verse number="4">ຈົ່ງ​ສະຫລາດ​ພໍ​ທີ່​ເຈົ້າເອງ​ຈະ​ບໍ່​ຕົກ​ເປັນ​ທາດ​ຂອງ​ເງິນ,</verse>
				<verse number="5">ເພາະວ່າ​ເງິນ​ຂອງ​ເຈົ້າ​ອາດ​ສູນເສຍ​ໄປ​ໃນ​ພັບຕາ​ດຽວ​ກໍໄດ້ ເໝືອນ​ກັບ​ວ່າ​ມັນ​ມີ​ປີກ​ບິນ​ໄປ​ສູ່​ຟ້າ​ອາກາດ​ໄດ້​ດັ່ງ​ນົກອິນຊີ.</verse>
				<verse number="6">ຢ່າ​ກິນ​ເຂົ້າ​ຮ່ວມພາ​ກັບ​ຄົນ​ຂີ້ຖີ່ ຫລື​ຄົນ​ໂລບມາກ​ຢາກຫລາຍ​ໃນ​ອາຫານ​ຢ່າງດີ​ທີ່​ລາວ​ຍົກ​ມາ.</verse>
				<verse number="7">ລາວ​ເວົ້າ​ວ່າ, “ເຊີນ​ກິນ ແລະ​ເອົາ​ຕື່ມ​ອີກ​ກໍໄດ້”, ແຕ່​ທີ່​ຈິງ​ແລ້ວ ລາວ​ບໍ່ໄດ້​ໝາຍຄວາມວ່າ​ຢ່າງນັ້ນ​ເລີຍ. ລາວ​ຄິດ​ແບບໃດ​ລາວ​ກໍ​ເປັນ​ຄົນ​ແບບນັ້ນ.</verse>
				<verse number="8">ແລ້ວ​ເຈົ້າ​ກໍ​ຈະ​ຮາກ​ອອກ​ມາ ສິ່ງ​ທີ່​ເຈົ້າ​ກິນ​ເຂົ້າ​ໄປ​ນັ້ນ ແລະ​ຄຳ​ປະຈົບ​ປະແຈງ​ຂອງເຈົ້າ​ກໍ​ຈະ​ເປັນ​ການ​ເປົ່າໆ.</verse>
				<verse number="9">ຢ່າ​ພະຍາຍາມ​ເວົ້າ​ໃຫ້​ຄົນໂງ່ຈ້າ​ເຂົ້າໃຈ ລາວ​ບໍ່​ຮູ້ຈັກ​ຄຸນຄ່າ​ສິ່ງ​ທີ່​ເຈົ້າ​ເວົ້າ​ນັ້ນ​ດອກ.</verse>
				<verse number="10">ຢ່າ​ຍົກຍ້າຍ​ຫລັກ​ເຂດແດນ​ເດີມ​ຈັກເທື່ອ ຫລື​ຢຶດ​ທີ່ດິນ​ຂອງ​ລູກກຳພ້າ.</verse>
				<verse number="11">ຜູ້​ປົກປ້ອງ​ຄຸ້ມຄອງ​ທີ່​ເຂັ້ມແຂງ​ຂອງ​ພວກເຂົາ​ກໍ​ມີ​ຣິດເດດ ແລະ​ພຣະອົງ​ຈະ​ສູ້​ຄະດີ​ກັບ​ເຈົ້າ​ແທນ​ພວກເຂົາ.</verse>
				<verse number="12">ຈົ່ງ​ເອົາໃຈໃສ່​ຕໍ່​ຄຳສັ່ງສອນ​ຂອງ​ຄູ ແລະ​ຕັ້ງໜ້າ​ຮໍ່າຮຽນ​ເອົາ​ເທົ່າ​ທີ່​ເຈົ້າ​ຮຽນ​ໄດ້.</verse>
				<verse number="13">ຢ່າ​ລັ່ງເລ​ໃຈ​ໃນ​ການລົງໂທດ​ລູກ ການ​ແອບສອນ​ທີ່ດີ​ນັ້ນ ບໍ່​ເຮັດ​ໃຫ້​ຕາຍ​ດອກ,</verse>
				<verse number="14">ແຕ່​ທີ່​ຈິງ​ແລ້ວ​ເປັນ​ການ​ຊ່ວຍ​ຊີວິດ​ຂອງ​ເຂົາ​ໄວ້.</verse>
				<verse number="15">ລູກ​ເອີຍ ຖ້າ​ເຈົ້າ​ກາຍເປັນ​ຄົນ​ມີ​ປັນຍາ ພໍ່​ຈະ​ມີ​ຄວາມສຸກ​ທີ່ສຸດ.</verse>
				<verse number="16">ພໍ່​ຈະ​ພາກພູມ​ໃຈ ເມື່ອ​ໄດ້ຍິນ​ລູກ​ເວົ້າ​ດ້ວຍ​ຖ້ອຍຄຳ​ທີ່​ມີ​ປັນຍາ.</verse>
				<verse number="17">ຢ່າ​ອິດສາ​ຄົນບາບ, ແຕ່​ຈົ່ງ​ຢຳເກງ​ພຣະເຈົ້າຢາເວ​ຢູ່​ສະເໝີ​ໃນ​ຊີວິດ​ຂອງເຈົ້າ</verse>
				<verse number="18">ຖ້າ​ເປັນ​ດັ່ງນີ້ ເຈົ້າ​ຈະ​ມີ​ອະນາຄົດ​ອັນ​ແຈ່ມໃສ.</verse>
				<verse number="19">ລູກ​ເອີຍ ຈົ່ງ​ຟັງ​ເທີ້ນ ຈົ່ງ​ມີ​ປັນຍາ ແລະ​ຄິດ​ໃຫ້​ດີໆ​ເຖິງ​ທາງ​ທີ່​ເຈົ້າ​ດຳເນີນ​ຊີວິດ.</verse>
				<verse number="20">ຢ່າ​ຮ່ວມ​ສັງສັນ​ກັບ​ຜູ້​ທີ່​ດື່ມ​ເຫຼົ້າ​ໜັກ ຫລື​ກິນ​ຫລາຍໂພດ.</verse>
				<verse number="21">ຄົນ​ຂີ້ເມົາ​ແລະ​ຄົນ​ຂີ້ໂລບ​ຈະ​ກາຍເປັນ​ຄົນ​ຍາກຈົນ ຖ້າ​ເຈົ້າ​ມີ​ແຕ່​ກິນ​ກັບ​ນອນ​ບໍ່ດົນ​ເຈົ້າ​ກໍ​ຈະ​ນຸ່ງ​ສົ້ງ​ຂາດ.</verse>
				<verse number="22">ຈົ່ງ​ຟັງ​ຄວາມ​ພໍ່​ຂອງເຈົ້າ ຖ້າ​ບໍ່ມີ​ເພິ່ນ​ເຈົ້າ​ກໍ​ບໍ່ມີ​ຊີວິດ ເມື່ອ​ແມ່​ຂອງ​ເຈົ້າ​ເຖົ້າແກ່ ຈົ່ງ​ຮູ້ຈັກ​ບຸນຄຸນ​ຂອງເພິ່ນ.</verse>
				<verse number="23">ຄວາມຈິງ, ປັນຍາ, ການ​ຮຽນຮູ້ ແລະ​ຄວາມ​ເຂົ້າໃຈ​ເປັນ​ຂອງ​ມີຄ່າ​ທີ່​ຄວນ​ຊື້​ຫາ​ມາ​ໄວ້ ສິ່ງ​ເຫຼົ່ານີ້​ທັງໝົດ​ມີຄ່າ​ສູງ​ທີ່ສຸດ ເກີນກວ່າ​ທີ່​ເຈົ້າ​ຈະ​ຂາຍ​ອອກ​ໄປ.</verse>
				<verse number="24">ຄວາມສຸກ​ຂອງ​ພໍ່​ແມ່ນ ຄື​ມີ​ລູກ​ເປັນ​ຄົນ​ຊອບທຳ ເມື່ອ​ລູກ​ມີ​ປັນຍາ ພໍ່​ກໍ​ພາກພູມ​ໃຈ​ນຳ.</verse>
				<verse number="25">ຈົ່ງ​ເຮັດ​ໃຫ້​ພໍ່​ແມ່​ພາກພູມ​ໃຈ​ໃນ​ຕົວ​ເຈົ້າ ແລະ​ຈົ່ງ​ເຮັດ​ໃຫ້​ແມ່​ຂອງເຈົ້າ​ມີ​ຄວາມສຸກ.</verse>
				<verse number="26">ລູກ​ເອີຍ ຂໍ​ໃຈ​ຂອງ​ເຈົ້າ​ໃຫ້​ເຮົາ​ເທາະ ແລະ​ຈົ່ງ​ໃຫ້​ຕາ​ຂອງ​ເຈົ້າ​ສັງເກດ​ເບິ່ງ​ແບບຢ່າງ​ທັງຫຼາຍ​ຂອງ​ເຮົາ.</verse>
				<verse number="27">ຍິງ​ໂສເພນີ​ແລະ​ຍິງ​ຜິດ​ສິນທຳ​ນັ້ນ ເປັນ​ບ້ວງແຮ້ວ​ເຖິງ​ແກ່​ຄວາມຕາຍ.</verse>
				<verse number="28">ພວກເຂົາ​ຄອຍຖ້າ​ເຈົ້າ​ດັ່ງ​ຂະໂມຍ ແລະ​ເຮັດ​ໃຫ້​ຊາຍ​ຫລາຍ​ຄົນ​ກາຍເປັນ​ຜູ້​ບໍ່​ສັດຊື່.</verse>
				<verse number="29">ຈົ່ງ​ອ້າງ​ເອົາ​ຄົນ​ໜຶ່ງ​ທີ່​ດື່ມ​ເຫຼົ້າ​ເກັ່ງ​ມາ​ໃຫ້​ຂ້ອຍ​ເບິ່ງດູ ຄື​ຜູ້​ທີ່​ລອງ​ດື່ມ​ເຫຼົ້າ​ໃໝ່​ນາໆ​ຊະນິດ​ຢ່າງ​ບໍ່​ຢຸດຢັ້ງ ແລ້ວ​ຂ້ອຍ​ກໍ​ຈະ​ໃຫ້​ເຈົ້າ​ເຫັນ​ຜູ້​ທີ່​ມີ​ຄວາມທຸກ​ແລະ​ຄວາມ​ເສຍໃຈ ເປັນ​ຜູ້​ສ້າງ​ແຕ່​ຄວາມ​ເດືອດຮ້ອນ​ຢູ່​ສະເໝີ ແລະ​ຈົ່ມທຸກ​ຢູ່​ເລື້ອຍໆ ຕາ​ຂອງ​ລາວ​ແດງກໍ່າ​ແລະ​ມີ​ຮອຍ​ຊໍ້າ​ຕາມ​ຕົນຕົວ.</verse>
				<verse number="30"></verse>
				<verse number="31">ສະນັ້ນ ຢ່າ​ຄິດ​ສະອອນ​ນຳ​ເຫຼົ້າ​ອະງຸ່ນ​ເລີຍ ເຖິງ​ແມ່ນ​ວ່າ​ມັນ​ເປັນ​ຟອງ​ສີແດງ​ງາມ​ເມື່ອ​ເຈົ້າ​ສັ່ນ ແລະ​ສົດໃສ​ຈົນ​ສ່ອງເຫັນເງົາ ເມື່ອ​ມັນ​ຍອບລົງ​ກໍຕາມ,</verse>
				<verse number="32">ແຕ່​ເມື່ອ​ເຈົ້າ​ດື່ມ​ລົງ​ໄປ​ແລ້ວ ເຈົ້າ​ຈະ​ຮູ້ສຶກ​ເຈັບປວດ​ດັ່ງ​ຖືກ​ງູພິດ​ກັດ.</verse>
				<verse number="33">ຕາ​ເຈົ້າ​ຈະ​ມືດມົນ ແລະ​ເຈົ້າ​ຈະ​ບໍ່​ສາມາດ​ຄິດ ຫລື​ເວົ້າ​ໄດ້​ຢ່າງ​ແຈ່ມແຈ້ງ.</verse>
				<verse number="34">ເຈົ້າ​ຈະ​ຮູ້ສຶກ​ດັ່ງ​ຢູ່​ໃນ​ກາງ​ມະຫາສະໝຸດ ແລະ​ດັ່ງ​ຢູ່​ໃນ​ເຮືອໃບ​ຖືກ​ໂຍກເຍກ​ໄປມາ​ຈົນ​ເຮັດ​ໃຫ້​ວິນວຽນ.</verse>
				<verse number="35">ເຈົ້າ​ຈະ​ເວົ້າ​ຂຶ້ນ​ວ່າ, “ຂ້ອຍ​ຖືກ​ຕ່ອຍ, ຂ້ອຍ​ຖືກ​ຕົບຕີ, ແຕ່​ບໍ່​ຮູ້ສຶກ​ເຈັບປວດ​ແລະ​ບໍ່​ຈື່ຈຳ​ຫຍັງໝົດ ເປັນຫຍັງ​ຂ້ອຍ​ຈຶ່ງ​ລຸກຂຶ້ນ​ບໍ່ໄດ້ ອີກ​ຈັກ​ສອງ​ສາມ​ຈອກ​ຄົງ​ດີ.”</verse>
			</chapter>
			<chapter number="24">
				<verse number="1">ຢ່າ​ອິດສາ​ຄົນຊົ່ວ​ແລະ​ຢ່າ​ປາຖະໜາ​ເປັນ​ໝູ່​ກັບ​ເຂົາເຈົ້າ.</verse>
				<verse number="2">ພວກເຂົາ​ຫາ​ແຕ່​ກໍ່​ຄວາມ​ເດືອດຮ້ອນ​ເທົ່ານັ້ນ ພວກເຂົາ​ອ້າ​ປາກ​ເວົ້າ​ເມື່ອໃດ ກໍ​ເຮັດ​ໃຫ້​ຄົນ​ເຈັບໃຈ​ເມື່ອນັ້ນ.</verse>
				<verse number="3">ມີ​ປັນຍາ​ແລະ​ມີ​ຄວາມ​ເຂົ້າໃຈ​ຈຶ່ງ​ສ້າງ​ເຮືອນ​ໄດ້.</verse>
				<verse number="4">ມີ​ຄວາມຮູ້​ຈຶ່ງ​ໄດ້​ຂອງ​ມີຄ່າ ແລະ​ງົດງາມ​ມາ​ບັນຈຸ​ໄວ້​ເຕັມເຮືອນ.</verse>
				<verse number="5">ເປັນ​ຄົນມີ​ປັນຍາ​ກໍ​ດີກວ່າ​ເປັນ​ຄົນ​ມີ​ກຳລັງ, ແມ່ນແລ້ວ ຄວາມຮູ້​ສຳຄັນ​ກວ່າ​ກຳລັງ.</verse>
				<verse number="6">ເພາະວ່າ​ໂດຍ​ການ​ນຳ​ທີ່​ສະຫລາດ ເຈົ້າ​ກໍ​ສາມາດ​ເຂົ້າ​ສູ່​ສະໜາມຮົບ​ໄດ້. ຍິ່ງ​ເຈົ້າ​ມີ​ທີ່​ປືກສາ​ຫລາຍ​ເທົ່າໃດ ເຈົ້າ​ກໍ​ຍິ່ງ​ຫວັງ​ໄດ້​ຊະນະ​ຫລາຍ​ເທົ່ານັ້ນ.</verse>
				<verse number="7">ຄຳ​ເວົ້າ​ທີ່​ມີ​ປັນຍາ​ກໍ​ເລິກໂພດ​ສຳລັບ​ຄົນ​ໂງ່ຈ້າ ເມື່ອ​ມີ​ການ​ສົນທະນາ​ເຖິງ​ເລື່ອງ​ສຳຄັນ​ລາວ​ກໍ​ບໍ່ມີ​ຫຍັງ​ຈະ​ເວົ້າ.</verse>
				<verse number="8">ຖ້າ​ເຈົ້າ​ວາງແຜນ​ຊົ່ວຮ້າຍ​ຢູ່​ເລື້ອຍໆ ເຈົ້າ​ຈະ​ມີ​ຊື່ສຽງ​ໃນ​ຖານະ​ເປັນ​ຜູ້​ກໍ່​ຄວາມ​ວຸ້ນວາຍ.</verse>
				<verse number="9">ການ​ປອງຮ້າຍ​ໃດໆ​ທີ່​ຄົນ​ໂງ່ຈ້າ​ຄິດ​ຂຶ້ນ ແມ່ນ​ເປັນ​ບາບ​ທັງນັ້ນ. ຄົນ​ທີ່​ຢຽບຫຍາມ​ຄົນອື່ນ ກໍ​ເປັນ​ທີ່​ກຽດຊັງ​ຂອງ​ຄົນ​ທັງຫລາຍ.</verse>
				<verse number="10">ຖ້າ​ເຈົ້າ​ເປັນ​ຄົນ​ອ່ອນແອ​ໃນ​ຍາມ​ຄັບຂັນ ເຈົ້າ​ກໍ​ເປັນ​ຄົນ​ອ່ອນແອ​ແທ້ໆ.</verse>
				<verse number="11">ຢ່າ​ລັ່ງເລ​ໃຈ​ທີ່​ຈະ​ຊ່ວຍ​ຄົນ​ກຳລັງ​ຈະ​ຖືກ​ປະຫານ​ຊີວິດ​ຢ່າງ​ບໍ່​ຍຸດຕິທຳ.</verse>
				<verse number="12">ເຈົ້າ​ອາດ​ເວົ້າ​ວ່າ​ບໍ່ແມ່ນ​ທຸລະ​ຂອງເຈົ້າ, ແຕ່​ພຣະເຈົ້າ​ຮູ້​ແລະ​ຕັດສິນ​ຄວາມ​ຕັ້ງໃຈ​ຂອງເຈົ້າ. ພຣະອົງ​ເຝົ້າເບິ່ງ​ເຈົ້າ​ຢູ່ ພຣະອົງ​ຮູ້ຈັກ​ທຸກຢ່າງ​ດີ ແລະ​ພຣະອົງ​ຈະ​ຕອບແທນ​ຕາມ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ.</verse>
				<verse number="13">ລູກ​ເອີຍ ຈົ່ງ​ກິນ​ນໍ້າເຜິ້ງ​ເພາະ​ມັນ​ແຊບ​ດີ ນໍ້າເຜິ້ງ​ຈາກ​ຮັງ​ມີ​ຣົດ​ຫວານ</verse>
				<verse number="14">ການ​ຮູ້ຈັກ​ປັນຍາ​ກໍ​ດີ​ສຳລັບ​ຈິດໃຈ​ຂອງເຈົ້າ ຈົ່ງ​ຮັບ​ເອົາ​ປັນຍາ ແລະ​ເຈົ້າ​ຈະ​ມີ​ອະນາຄົດ​ອັນ​ແຈ່ມໃສ.</verse>
				<verse number="15">ຢ່າ​ເປັນ​ດັ່ງ​ຄົນ​ຊົ່ວຮ້າຍ​ທີ່​ວາງແຜນ​ປຸ້ນ​ຄົນ​ສັດຊື່ ຫລື​ຢຶດ​ບ້ານເຮືອນ​ຂອງ​ລາວ​ໄປ.</verse>
				<verse number="16">ບໍ່​ວ່າ​ຄົນ​ສັດຊື່​ນັ້ນ​ຈະ​ຫຼົ້ມຈົມ​ເຖິງ​ເຈັດ​ຄັ້ງ​ກໍຕາມ ລາວ​ກໍ​ຈະ​ລຸກ​ຂຶ້ນ​ຕັ້ງ​ຕົວ​ໃໝ່​ໄດ້​ສະເໝີ, ແຕ່​ຄົນ​ຊົ່ວຮ້າຍ​ນັ້ນ​ລົ້ມລົງ​ຄັ້ງດຽວ ແຕ່​ຈະ​ລຸກ​ຂຶ້ນ​ບໍ່​ໄດ້ ແລະ​ຄວາມ​ພິນາດ​ຈິບຫາຍ​ນັ້ນ​ມັນ​ທຳລາຍ​ຄົນ​ຊົ່ວຮ້າຍ​ລົງເລີຍ.</verse>
				<verse number="17">ຢ່າ​ດີໃຈ​ເມື່ອ​ສັດຕູ​ຂອງເຈົ້າ​ໄດ້​ຮັບ​ໄພພິບັດ ແລະ​ຢ່າ​ດີໃຈ​ເມື່ອ​ລາວ​ສະດຸດ​ລົ້ມ.</verse>
				<verse number="18">ຖ້າ​ເຈົ້າ​ສົມນໍ້າໜ້າ​ລາວ​ພຣະເຈົ້າຢາເວ​ຮູ້ຈັກ​ແລະ​ພຣະອົງ​ກໍ​ບໍ່ມັກ ແລະ​ບາງທີ​ພຣະອົງ​ອາດ​ບໍ່​ລົງໂທດ​ລາວ​ກໍໄດ້.</verse>
				<verse number="19">ຢ່າ​ອຸກໃຈ​ຍ້ອນ​ຄົນຊົ່ວ ຢ່າ​ຄິດ​ອິດສາ​ເຂົາເຈົ້າ.</verse>
				<verse number="20">ຄົນ​ຊົ່ວຮ້າຍ​ບໍ່ມີ​ອະນາຄົດ​ດີ​ເລີຍ ຊີວິດ​ຂອງ​ເຂົາ​ເປັນ​ດັ່ງ​ໂຄມໄຟ​ທີ່​ຈວນ​ຈະ​ມອດ.</verse>
				<verse number="21">ລູກ​ເອີຍ ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ແລະ​ໃຫ້ກຽດ​ແກ່​ກະສັດ. ຢ່າ​ມີ​ສ່ວນ​ໃນ​ພວກ​ທີ່​ກະບົດ​ຕໍ່​ພວກເພິ່ນ,</verse>
				<verse number="22">ຄົນ​ຢ່າງນັ້ນ​ກໍ​ຈະ​ຖືກ​ທຳລາຍ​ໄດ້​ໃນ​ຊົ່ວ​ບຶດດຽວ ແລະ​ຜູ້ໃດ​ຮູ້​ບໍ່​ວ່າ​ແມ່ນ​ໄພພິບັດ​ຢ່າງໃດ​ທີ່​ພຣະອົງ​ທັງສອງ​ນຳມາ?</verse>
				<verse number="23">ຄົນມີ​ປັນຍາ​ຍັງ​ໄດ້​ກ່າວ​ຕື່ມ​ອີກ​ດັ່ງນີ້: ບໍ່​ເປັນ​ການ​ດີ​ເລີຍ ທີ່​ຕັດສິນ​ເຂົ້າຂ້າງ​ອອກຂາ.</verse>
				<verse number="24">ຖ້າ​ຜູ້ຕັດສິນ​ປະກາດ​ວ່າ​ຄົນ​ເຮັດ​ຜິດ​ນັ້ນ​ບໍ່ມີ​ຄວາມຜິດ ລາວ​ກໍ​ຈະ​ຖືກ​ຄົນ​ດ່າ​ຄົນ​ຊັງ,</verse>
				<verse number="25">ແຕ່​ຖ້າ​ຜູ້ຕັດສິນ​ລົງໂທດ​ຄົນ​ເຮັດ​ຜິດ ລາວ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ ແລະ​ຊົມຊື່ນ​ຍິນດີ​ໃນ​ຊື່ສຽງ​ດີ​ທີ່​ຕົນ​ໄດ້​ຮັບ.</verse>
				<verse number="26">ຄຳຕອບ​ທີ່​ສັດຊື່ ເປັນ​ເຄື່ອງໝາຍ​ແຫ່ງ​ການ​ເປັນ​ເພື່ອນແທ້.</verse>
				<verse number="27">ຢ່າ​ປຸກ​ເຮືອນ​ແລະ​ສ້າງ​ຄອບຄົວ ຈົນກວ່າ​ເຈົ້າ​ເຮັດ​ໄຮ່​ໄຖ​ນາ​ແລ້ວໆ ແລະ​ແນ່ໃຈ​ວ່າ​ເຈົ້າ​ສາມາດ​ກຸ້ມຕົນເອງ​ໄດ້.</verse>
				<verse number="28">ຢ່າ​ເປັນ​ພະຍານ​ບໍ່ຈິງ​ຕໍ່ສູ້​ຜູ້​ບໍ່ມີ​ຄວາມຜິດ ຫລື​ກ່າວ​ຄຳຕົວະ​ກ່ຽວກັບ​ລາວ.</verse>
				<verse number="29">ຢ່າ​ເວົ້າ​ວ່າ, “ຂ້ອຍ​ຈະ​ເຮັດ​ຕໍ່​ລາວ​ດັ່ງ​ທີ່​ລາວ​ເຮັດ​ຕໍ່​ຂ້ອຍ ຂ້ອຍ​ຈະ​ແກ້ແຄ້ນ​ລາວ​ຄືນ.”</verse>
				<verse number="30">ມື້​ໜຶ່ງ ຂ້ອຍ​ໄດ້​ຍ່າງ​ຜ່ານ​ໄປ​ທີ່​ທົ່ງນາ ແລະ​ສວນອະງຸ່ນ​ຂອງ​ຄົນ​ໂງ່ຈ້າ.</verse>
				<verse number="31">ສວນ​ນັ້ນ​ເຕັມ​ໄປ​ດ້ວຍ​ພຸ່ມໜາມ ແລະ​ມີ​ຫຍ້າ​ປົ່ງຂຶ້ນ​ທົ່ວໄປ ກຳແພງ​ຫີນ​ທີ່​ອ້ອມຮອບ​ສວນ​ນັ້ນ​ກໍ​ເພພັງ​ລົງ.</verse>
				<verse number="32">ຂ້ອຍ​ຄິດ​ພິຈາລະນາ​ເບິ່ງ​ສິ່ງ​ທີ່​ໄດ້​ເຫັນ​ນັ້ນ ແລະ​ໄດ້​ຖອດຖອນ​ເອົາ​ບົດຮຽນ​ດັ່ງນີ້:</verse>
				<verse number="33">ເຊືອບຫລັບ​ໄປ​ໜ້ອຍໜຶ່ງ ພໍ​ຢຽດເສັ້ນ​ຢຽດເອັນ ເອົາ​ມື​ໄຂ່ວກັນ​ພັກຜ່ອນ​ຈັກ​ໜ້ອຍໜຶ່ງ,</verse>
				<verse number="34">ແຕ່​ໃນ​ຂະນະທີ່​ເຈົ້າ​ກຳລັງ​ນອນຫລັບ​ຢູ່ນັ້ນ ຄວາມ​ຍາກຈົນ​ຈະ​ມາ​ຖືກ​ເຈົ້າ​ດັ່ງ​ພວກ​ນັກປຸ້ນ​ທີ່​ຖື​ອາວຸດ​ມາ​ໂຈມຕີ.</verse>
			</chapter>
			<chapter number="25">
				<verse number="1">ຕໍ່ໄປນີ້ ແມ່ນ​ສຸພາສິດ​ອື່ນໆ​ອີກ​ຂອງ​ເຈົ້າ​ໂຊໂລໂມນ ຊຶ່ງ​ຄົນ​ຢູ່​ໃນ​ວັງ​ຂອງ​ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ​ໄດ້​ກ່າຍ​ອອກ​ມາ.</verse>
				<verse number="2">ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ຄື​ການເຊື່ອງ​ສິ່ງ​ຕ່າງໆ, ແຕ່​ກຽດສັກສີ​ຂອງ​ກະສັດ​ຄື​ເພິ່ນ​ຄົ້ນ​ສິ່ງ​ຕ່າງໆ​ໃຫ້​ປາກົດ.</verse>
				<verse number="3">ພວກເຮົາ​ຮູ້​ບໍ່ໄດ້​ຈັກເທື່ອ​ເຖິງ​ຄວາມສູງ​ຂອງ​ຟ້າ​ສະຫວັນ ແລະ​ຄວາມເລິກ​ຂອງ​ແຜ່ນດິນ​ໂລກ​ສັນໃດ ພວກເຮົາ​ກໍ​ຮູ້​ບໍ່ໄດ້​ຈັກເທື່ອ​ເຖິງ​ສິ່ງ​ທີ່​ກະສັດ​ຄິດ​ສັນນັ້ນ ຄວາມຄິດ​ຂອງເພິ່ນ​ຢູ່​ເໜືອ​ພວກເຮົາ.</verse>
				<verse number="4">ສິ່ງ​ເປິເປື້ອນ​ຖືກ​ຊຳລະ​ອອກ​ຈາກ​ເງິນ ກໍ​ເພື່ອ​ນາຍຊ່າງ​ຈະ​ໃຊ້​ເງິນ​ເຮັດ​ເຄື່ອງເອ້.</verse>
				<verse number="5">ກຳຈັດ​ທີ່ປຶກສາ​ຜູ້​ຊົ່ວຊ້າ​ອອກ​ໜີ​ຈາກ​ກະສັດ ເຮັດ​ໃຫ້​ລັດຖະບານ​ຂອງ​ເພິ່ນ​ເຫັນແຈ້ງ​ຄວາມ​ຍຸດຕິທຳ.</verse>
				<verse number="6">ເມື່ອ​ເຈົ້າ​ຢືນ​ຢູ່​ຕໍ່ໜ້າ​ກະສັດ​ນັ້ນ ຢ່າ​ທຳທ່າ​ອ້າງຕົວ​ວ່າ​ເປັນ​ຄົນ​ສຳຄັນ.</verse>
				<verse number="7">ຖືກ​ເລື່ອນ​ຊັ້ນ​ສູງ​ກໍ​ດີກວ່າ​ຖືກ​ປົດ​ໃຫ້​ຄົນອື່ນ​ມາ​ແທນທີ່.</verse>
				<verse number="8">ເມື່ອ​ເຈົ້າ​ເຫັນ​ເຖິງ​ບາງ​ສິ່ງ​ຢ່າ​ຟ້າວ​ແລ່ນ​ໄປ​ສານ, ຕໍ່ມາ ຖ້າ​ພະຍານ​ຄົນອື່ນ​ຢືນຢັນ​ວ່າ​ເຈົ້າ​ຜິດ ເຈົ້າ​ຈະ​ເຮັດ​ຢ່າງໃດ​ໄດ້?</verse>
				<verse number="9">ຖ້າ​ເຈົ້າ​ກັບ​ເພື່ອນບ້ານ​ຄິດ​ເຫັນ​ແຕກຕ່າງ​ກັນ ຈົ່ງ​ຕົກລົງ​ກັນ​ເອງ ແລະ​ຢ່າ​ເປີດເຜີຍ​ໃຫ້​ໃຜ​ຮູ້.</verse>
				<verse number="10">ບໍ່​ດັ່ງນັ້ນ ທຸກຄົນ​ກໍ​ຈະ​ຮູ້​ເລື່ອງ​ນຳ ແລະ​ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.</verse>
				<verse number="11">ຄວາມ​ຄິດ​ເຫັນ​ອັນ​ເດັ່ນຊັດ ກໍ​ເໝືອນດັ່ງ​ກີ້ຄຳ​ທີ່​ປະດັບ​ຢູ່​ໃນ​ເງິນ.</verse>
				<verse number="12">ຜູ້​ທີ່​ຍອມ​ຟັງ​ຄຳເຕືອນ​ຂອງ​ຄົນມີ​ປັນຍາ ກໍ​ມີ​ຄຸນຄ່າ​ກວ່າ​ແຫວນ ຫລື​ເຄື່ອງເອ້​ທີ່​ເປັນ​ຄຳ​ນໍ້າໜຶ່ງ.</verse>
				<verse number="13">ນໍ້າ​ເຢັນ​ໃຫ້​ຄວາມ​ສົດຊື່ນ​ແກ່​ຜູ້​ເກັບກ່ຽວ​ໃນ​ຍາມຮ້ອນ​ສັນໃດ ຜູ້ນຳຂ່າວ​ທີ່​ເຊື່ອໃຈ​ໄດ້​ກໍ​ເຮັດ​ໃຫ້​ຜູ້ໃຊ້​ຕົນໄປ​ຊື່ນບານ​ໃຈ​ສັນນັ້ນ.</verse>
				<verse number="14">ຄົນ​ທີ່​ສັນຍາ​ຈະ​ເອົາ​ຂອງ​ໃຫ້, ແຕ່​ບໍ່​ໃຫ້​ຈັກເທື່ອ ກໍ​ເທົ່າກັບ​ເມກ​ໝອກ​ແລະ​ລົມ​ບໍ່ມີ​ຝົນ.</verse>
				<verse number="15">ໃຊ້​ຄວາມ​ອົດທົນ​ຊັກຊວນ ກໍ​ທຳລາຍ​ການ​ຂັດຂວາງ​ອັນ​ແຂງແກ່ນ​ໄດ້ ແລະ​ຍັງ​ເຮັດ​ໃຫ້​ບັນດາ​ຜູ້ປົກຄອງ​ຍອມ​ເຮັດ​ຕາມ​ໄດ້.</verse>
				<verse number="16">ຢ່າ​ກິນ​ນໍ້າເຜິ້ງ​ເກີນ​ຄວາມ​ຕ້ອງການ ກິນຫລາຍ​ເກີນໄປ​ອາດ​ເຮັດ​ໃຫ້​ເຈົ້າ​ຮາກ​ອອກ.</verse>
				<verse number="17">ຢ່າ​ໄປ​ຢ້ຽມ​ເພື່ອນບ້ານ​ດຸ​ຫລາຍ ເພາະ​ລາວ​ອາດ​ຈະ​ຊັງ​ແລະ​ເບື່ອໜ່າຍ​ເຈົ້າ​ກໍໄດ້.</verse>
				<verse number="18">ການ​ໃສ່​ຮ້າຍ​ຄົນອື່ນ​ເປັນ​ເໝືອນ​ດາບ ໄມ້ຄ້ອນ ຫລື​ລູກທະນູ​ອັນ​ແຫລມຄົມ​ທີ່​ທຳລາຍ​ຄົນ.</verse>
				<verse number="19">ການ​ເພິ່ງພາ​ຜູ້​ທີ່​ເຊື່ອໃຈ​ບໍ່ໄດ້​ໃນ​ຍາມ​ຂັບຂັນ ກໍ​ເທົ່າກັບ​ມີ​ແຂ້ວ​ຄອນ​ຫຍໍ້າເຂົ້າ ຫລື​ມີ​ຕີນ​ພິການ​ຍ່າງ​ໄປ.</verse>
				<verse number="20">ຮ້ອງເພງ​ໃຫ້​ຄົນ​ທຸກໃຈ​ຟັງ ກໍ​ສໍ່າກັບ​ແກ້​ເສື້ອ​ໃນ​ຍາມ​ໜາວ ຫລື​ເອົາ​ເກືອ​ໂຮຍ​ໃສ່​ບາດ.</verse>
				<verse number="21">ຖ້າ​ສັດຕູ​ຂອງ​ເຈົ້າ​ຫິວເຂົ້າ ຈົ່ງ​ເອົາ​ໃຫ້​ລາວ​ກິນ ຖ້າ​ລາວ​ຫິວນໍ້າ ຈົ່ງ​ເອົາ​ໃຫ້​ລາວ​ດື່ມ.</verse>
				<verse number="22">ການ​ເຮັດ​ເຊັ່ນ​ນີ້​ຈະ​ເຮັດ​ໃຫ້​ລາວ​ຢູ່​ບໍ່​ສະບາຍ ພຣະເຈົ້າຢາເວ​ຈະ​ໃຫ້​ບຳເໜັດ​ແກ່​ເຈົ້າ.</verse>
				<verse number="23">ລົມ​ທິດເໜືອ​ນຳ​ເອົາ​ຝົນ​ມາ​ສັນໃດ ຄົນ​ປາກ​ບອນ​ກໍ​ນຳ​ເອົາ​ຄວາມ​ໂກດຮ້າຍ​ມາ​ສັນນັ້ນ.</verse>
				<verse number="24">ອາໄສ​ຢູ່​ເທິງ​ຫລັງຄາ​ເຮືອນ ກໍ​ດີກວ່າ​ຢູ່​ຮ່ວມ​ເຮືອນ​ກັບ​ເມຍ​ທີ່​ຈູ້ຈີ້.</verse>
				<verse number="25">ຍິນ​ຂ່າວດີ​ຈາກ​ແດນໄກ ກໍ​ເທົ່າກັບ​ໄດ້​ດື່ມ​ນໍ້າເຢັນ​ເມື່ອ​ຄໍ​ແຫ້ງ.</verse>
				<verse number="26">ຄົນດີ​ທີ່​ຍອມ​ເຮັດ​ຕາມ​ຄົນຊົ່ວ ກໍ​ເທົ່າກັບ​ບໍ່ນໍ້າ​ທີ່​ເປິເປື້ອນ ຫລື​ນໍ້າສ້າງ​ທີ່​ເປັນ​ພິດໄພ.</verse>
				<verse number="27">ກິນ​ນໍ້າເຜິ້ງ​ຫລາຍ​ບໍ່​ເປັນ​ການດີ​ສັນໃດ ຢາກ​ໄດ້​ຄຳ​ຍ້ອງຍໍ​ຫລາຍ​ກໍ​ບໍ່​ເປັນ​ການດີ​ສັນນັ້ນ.</verse>
				<verse number="28">ເມືອງ​ທີ່​ບໍ່ມີ​ກຳແພງ​ປ້ອງກັນ ກໍ​ເທົ່າກັບ​ຄົນ​ທີ່​ຄວບຄຸມ​ຄວາມຮ້າຍ​ບໍ່ໄດ້.</verse>
			</chapter>
			<chapter number="26">
				<verse number="1">ກ່າວ​ຊົມເຊີຍ​ຄົນ​ໂງ່ຈ້າ​ບໍ່​ເປັນ​ການດີ​ເລີຍ ເທົ່າ​ກັບ​ຍາມຮ້ອນ​ມີ​ຫິມະ ຫລື​ຍາມ​ເກັບກ່ຽວ​ມີ​ຝົນ​ຕົກ.</verse>
				<verse number="2">ຄຳ​ປ້ອຍດ່າ​ອາດ​ທຳຮ້າຍ​ຄົນ ເວັ້ນເສຍ​ແຕ່​ຕົນ​ສົມຄວນ​ໄດ້​ຮັບ. ມັນ​ເປັນ​ດັ່ງ​ນົກ​ທີ່​ບິນ​ເວີ່ນ​ໄປມາ​ໂດຍ​ຫາ​ບ່ອນງອຍ​ບໍ່ໄດ້.</verse>
				<verse number="3">ໄມ້ແສ້​ມີ​ໄວ້​ສຳລັບ​ຕີ​ມ້າ ບັງຫຽນ​ມີ​ໄວ້​ສຳລັບ​ຄວບຄຸມ​ລໍ ແລະ​ການ​ຂ້ຽນຕີ​ກໍ​ມີ​ໄວ້​ສຳລັບ​ຄົນ​ໂງ່ຈ້າ.</verse>
				<verse number="4">ຖ້າ​ເຈົ້າ​ຕອບ​ຄຳຖາມ​ອັນ​ໂງ່ງ່າວ ເຈົ້າ​ກໍ​ເປັນ​ຄົນໂງ່​ເໝືອນກັນ​ກັບ​ຜູ້​ທີ່​ຖາມ​ມາ.</verse>
				<verse number="5">ຄຳຕອບ​ຢ່າງ​ໂງ່ງ່າວ​ມີ​ໄວ້​ສຳລັບ​ຄຳຖາມ​ທີ່​ໂງ່ ເພື່ອ​ຜູ້​ຖາມ​ຈະ​ໄດ້​ຮູ້ຈັກ​ວ່າ​ຕົນ​ບໍ່ໄດ້​ຫລັກແຫລມ​ດັ່ງ​ທີ່​ລາວ​ຄິດ​ນັ້ນ.</verse>
				<verse number="6">ຜູ້​ທີ່​ໃຫ້​ຄົນ​ໂງ່ຈ້າ​ສົ່ງຂ່າວ ກໍ​ສໍ່າ​ຕັດ​ຕີນ​ຕົນເອງ ດັ່ງ​ຊອກຫາ​ຄວາມ​ເດືອດຮ້ອນ​ມາ​ໃສ່​ຕົນ.</verse>
				<verse number="7">ສຸພາສິດ​ທີ່​ຄົນ​ໂງ່ຈ້າ​ເວົ້າ ກໍ​ດັ່ງ​ຂາ​ຄົນ​ພິການ​ທີ່​ອ່ອນແຮງ.</verse>
				<verse number="8">ຊົມເຊີຍ​ຄົນໂງ່ຈ້າ ກໍ​ເທົ່າກັບ​ມັດ​ກ້ອນຫີນ​ໃສ່​ກະຖຸນ.</verse>
				<verse number="9">ຄົນ​ໂງ່ຈ້າ​ທີ່​ຍົກ​ເອົາ​ຖ້ອຍຄຳ​ອັນ​ມີ​ປັນຍາ​ມາ​ເວົ້າ ກໍ​ເທົ່າ​ກັບ​ຄົນ​ຂີ້ເມົາ​ພະຍາຍາມ​ເອົາ​ໜາມ​ອອກ​ຈາກ​ມື​ຕົນ.</verse>
				<verse number="10">ນາຍຈ້າງ​ທີ່​ຮັບ​ຄົນ​ໂງ່ຈ້າ​ເຮັດ​ວຽກ ກໍ​ສ້າງ​ຄວາມ​ຫຍຸ້ງຍາກ​ໃຫ້​ລູກຈ້າງ​ທຸກຄົນ.</verse>
				<verse number="11">ຄົນ​ໂງ່ຈ້າ​ທີ່​ເຮັດ​ສິ່ງ​ໂງ່ໆ​ເປັນ​ຄັ້ງ​ທີ​ສອງ ກໍ​ເທົ່າກັບ​ໝາ​ຄືນ​ໄປ​ເລຍ​ກິນ​ຮາກ.</verse>
				<verse number="12">ຄົນ​ໂງ່ຈ້າ​ທີ່ສຸດ ກໍ​ຍັງ​ດີກວ່າ​ຄົນ​ທີ່​ຖື​ຕົນ​ເປັນ​ຄົນມີ​ປັນຍາ​ໃນ​ເມື່ອ​ຕົນ​ບໍ່ມີ.</verse>
				<verse number="13">ຄົນ​ຂີ້ຄ້ານ​ມັກ​ເວົ້າ​ວ່າ​ມີ​ໂຕສິງ​ຢູ່​ນອກບ້ານ ແລະ​ໂຕສິງ​ຮ້າຍ​ຢູ່​ຕາມ​ຖະໜົນ​ຫົນທາງ.</verse>
				<verse number="14">ປະຕູ​ປິດເປີດ​ໄປມາ​ດ້ວຍ​ບານພັບ​ສັນໃດ ຄົນ​ຂີ້ຄ້ານ​ເຂົ້າ​ໄປ​ຫາ​ແຕ່​ທີ່​ນອນ​ສັນນັ້ນ.</verse>
				<verse number="15">ຄົນ​ຂີ້ຄ້ານ ຂີ້ຄ້ານ​ແມ່ນແຕ່​ໃຊ້​ມື​ຈັບ​ອາຫານ​ຍັດ​ໃສ່​ປາກ​ຂອງຕົນ.</verse>
				<verse number="16">ຄົນ​ຂີ້ຄ້ານ​ຈະ​ຄິດ​ວ່າ​ຕົນ​ສະຫລາດ​ກວ່າ​ຊາຍ​ເຈັດ​ຄົນ ຜູ້​ທີ່​ໃຫ້​ເຫດຜົນ​ດີໆ​ແກ່​ຄວາມຄິດ​ເຫັນ​ຂອງ​ເຂົາເຈົ້າ​ໄດ້.</verse>
				<verse number="17">ສົນນຳ​ການ​ຜິດຖຽງກັນ​ທີ່​ບໍ່​ກ່ຽວກັບ​ຕົນ ກໍ​ສໍ່າກັບ​ດຶງ​ຫູ​ໝາ​ທີ່​ຍ່າງ​ກາຍໄປ​ນັ້ນ.</verse>
				<verse number="18">ຜູ້​ທີ່​ຫລອກລວງ​ຄົນອື່ນ​ໃຫ້​ຫລົງ​ຜິດ ແລ້ວ​ອ້າງ​ວ່າ​ຕົນ​ເຮັດ​ຢອກ ກໍ​ເທົ່າກັບ​ຄົນບ້າ​ຫລິ້ນ​ອາວຸດ​ອັນຕະລາຍ.</verse>
				<verse number="19"></verse>
				<verse number="20">ບໍ່ມີ​ຟືນ​ໄຟ​ກໍ​ມອດ ບໍ່ມີ​ຄົນ​ປາກ​ບອນ​ກໍ​ບໍ່ມີ​ການ​ຜິດຖຽງກັນ.</verse>
				<verse number="21">ຖ່ານ​ເຮັດ​ໃຫ້​ຖ່ານໄຟ​ແດງ ຟືນ​ເຮັດ​ໃຫ້​ໄຟ​ລຸກ, ຄົນ​ທີ່​ສ້າງ​ຄວາມ​ເດືອດຮ້ອນ ເຮັດ​ໃຫ້​ເກີດ​ຜິດຖຽງກັນ.</verse>
				<verse number="22">ການ​ເວົ້າຂວັນຄົນ​ເຮັດ​ໃຫ້​ມີ​ຣົດຊາດ​ແທ້ ແລະ​ຊັກຊວນ​ຜູ້ຟັງ​ຢາກ​ໃຫ້​ກືນ​ເຂົ້າ​ໄປ.</verse>
				<verse number="23">ຄຳເວົ້າ​ອັນ​ບໍ່​ຈິງໃຈ ທີ່​ເຊື່ອງຊ້ອນ​ແນວຄິດ​ບໍ່ຈິງ ກໍ​ສໍ່າກັບ​ເງິນສົດ ໂອບ​ໝໍ້​ດິນ​ດາກ.</verse>
				<verse number="24">ຄົນ​ໜ້າຊື່​ໃຈຄົດ ແຝງ​ຄວາມ​ກຽດຊັງ​ໄວ້​ໃນ​ຄຳເວົ້າ​ອັນ​ປະຈົບ​ປະແຈງ.</verse>
				<verse number="25">ມັນ​ເປັນ​ຄຳເວົ້າ​ອັນ​ມ່ວນ​ຫູ, ແຕ່​ຢ່າ​ສູ່​ເຊື່ອ​ລາວ​ເວົ້າ ເພາະ​ຄວາມ​ກຽດຊັງ​ຄອງໃຈ​ລາວ​ຢູ່.</verse>
				<verse number="26">ລາວ​ອາດ​ປິດບັງ​ຄວາມ​ກຽດຊັງ​ໄວ້, ແຕ່​ທຸກຄົນ​ຈະ​ໄດ້​ເຫັນ​ຄວາມຊົ່ວ​ທີ່​ລາວ​ກະທຳ.</verse>
				<verse number="27">ຜູ້​ທີ່​ຫ້າງແຮ້ວ​ໃສ່​ຄົນອື່ນ ແຮ້ວ​ນັ້ນ​ຊໍ້າພັດ​ລັ່ນ​ຖືກ​ຕົນເອງ. ຜູ້​ທີ່​ເຮັດ​ໃຫ້​ຫີນ​ກິ້ງລົງ ກໍ​ຖືກ​ຫີນ​ນັ້ນ​ກິ້ງທັບ.</verse>
				<verse number="28">ລີ້ນ​ທີ່​ຂີ້ຕົວະ​ກຽດຊັງ​ຜູ້​ທີ່​ມັນ​ທຳລາຍ ແລະ​ປາກ​ທີ່​ປະຈົບ​ປະແຈງ​ກໍ​ນຳ​ໄປ​ສູ່​ການທຳລາຍ.</verse>
			</chapter>
			<chapter number="27">
				<verse number="1">ຢ່າ​ອວດ​ເຖິງ​ເລື່ອງ​ຂອງ​ມື້ອື່ນ ເພາະ​ເຈົ້າ​ບໍ່​ຮູ້​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ແຕ່ລະວັນ.</verse>
				<verse number="2">ໃຫ້​ຄົນອື່ນ​ຍ້ອງ​ເຈົ້າ ແລະ​ຢ່າ​ສູ່​ຍ້ອງ​ຕົນເອງ​ຈັກເທື່ອ ຄົນ​ແປກໜ້າ​ຍ້ອງ​ເຈົ້າ ກໍ​ດີກວ່າ​ເຈົ້າ​ຍ້ອງ​ເຈົ້າ​ເອງ.</verse>
				<verse number="3">ຄວາມ​ເດືອດຮ້ອນ​ທີ່​ຄົນ​ໂງ່ຈ້າ​ກໍ່​ຂຶ້ນ ແມ່ນ​ໜັກກວ່າ​ຫີນ​ແລະ​ດິນ​ຊາຍ.</verse>
				<verse number="4">ຄວາມ​ໂກດຮ້າຍ​ຄື​ການ​ຫ້ຽມໂຫດ​ແລະ​ການ​ທຳລາຍ, ແຕ່​ຄວາມ​ອິດສາ​ບໍ່ມີ​ຫຍັງ​ປຽບປານ​ເທົ່າ.</verse>
				<verse number="5">ດັດແປງ​ກໍ່ສ້າງ​ກັນ​ຢ່າງ​ເປີດເຜີຍ ກໍ​ດີກວ່າ​ມີ​ຄວາມຮັກ​ແຕ່​ບໍ່​ສະແດງ​ອອກ.</verse>
				<verse number="6">ໝູ່ເພື່ອນ​ແທ້​ເຮັດ​ໃຫ້​ເຈັບຊໍ້າ​ເພາະ​ເຈດຕະນາ​ດີ, ແຕ່​ຖ້າ​ສັດຕູ​ເອົາ​ແຂນ​ກ່າຍ​ບ່າ​ໃຫ້​ຄອຍ​ລະວັງ​ເອົາໄວ້.</verse>
				<verse number="7">ເມື່ອ​ກິນ​ອີ່ມ​ແລ້ວ​ແມ່ນແຕ່​ນໍ້າເຜິ້ງ​ກໍ​ບໍ່​ຢາກ​ກິນ, ແຕ່​ເມື່ອ​ຫິວໂຫຍ​ຂົມ​ກໍ​ວ່າ​ຫວານ​ໄດ້.</verse>
				<verse number="8">ຄົນ​ທີ່​ໜີໄປ​ຈາກ​ເຮືອນ ກໍ​ເໝືອນ​ດັ່ງ​ນົກ​ທີ່​ໜີໄປ​ຈາກ​ຮັງ.</verse>
				<verse number="9">ເຄື່ອງ​ສຳອາງ​ແລະ​ນໍ້າຫອມ​ໃຫ້​ຈິດໃຈ​ສົດຊື່ນ, ແຕ່​ຄວາມ​ລຳບາກ​ໃຫ້​ຈິດໃຈ​ລະທົມ.</verse>
				<verse number="10">ຢ່າ​ລືມໄລ​ໝູ່ຄູ່​ຫລື​ໝູ່ຄູ່​ຂອງ​ພໍ່​ເຈົ້າ. ເມື່ອ​ຍາມ​ເດືອດຮ້ອນ​ຢ່າ​ຫາ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ໃຫ້​ຊ່ວຍເຫລືອ ເພື່ອນບ້ານ​ທີ່​ໃກ້ຄຽງ​ຊ່ວຍເຫລືອ​ເຈົ້າ​ໄດ້​ດີກວ່າ​ອ້າຍ​ເອື້ອຍ​ນ້ອງ​ຜູ້​ທີ່​ຢູ່​ຫ່າງໄກ.</verse>
				<verse number="11">ລູກ​ເອີຍ ຈົ່ງ​ເປັນ​ຄົນ​ມີ​ປັນຍາ ແລ້ວ​ພໍ່​ກໍ​ມີ​ຄວາມສຸກ ເມື່ອ​ມີ​ຜູ້​ຕິຕຽນ​ພໍ່​ກໍ​ຈະ​ຕອບ​ເຂົາ​ໄດ້.</verse>
				<verse number="12">ຄົນ​ທີ່​ຢັ່ງຮູ້ ຍ່ອມ​ເຫັນ​ຄວາມ​ເດືອດຮ້ອນ​ຈະ​ມາ​ເຖິງ ຈຶ່ງ​ຮູ້ຈັກ​ຊ່ອນຊົ້ນ​ຕົນ​ຫລົບຫລີກ​ໄປ​ໄດ້, ແຕ່​ຄົນ​ບໍ່​ຄິດ​ຈະ​ຍ່າງ​ກົງ​ເຂົ້າໄປ ແລະ​ເສຍໃຈ​ຕໍ່ມາ​ພາຍຫລັງ.</verse>
				<verse number="13">ຜູ້​ທີ່​ຍອມຮັບ​ໃຊ້​ໜີ້​ໃຫ້​ຄົນ​ແປກໜ້າ ກໍ​ສໍ່າກັບ​ວ່າ​ເອົາ​ຊັບ​ຂອງຕົນ​ໄປ​ປະກັນ.</verse>
				<verse number="14">ຖ້າ​ເຈົ້າ​ປຸກ​ເພື່ອນບ້ານ​ດ້ວຍ​ສຽງດັງ​ແຕ່​ເຊົ້າ ກໍ​ສໍ່າກັບ​ປຸກ​ລາວ​ຂຶ້ນ​ມາ​ດ່າ.</verse>
				<verse number="15">ເມຍ​ຈູ້ຈີ້​ກໍ​ເໝືອນ​ນໍ້າ​ຢອດ​ຍ້ອຍລົງ​ດັ່ງ​ສາຍຝົນ.</verse>
				<verse number="16">ບອກ​ໃຫ້​ນາງ​ຢຸດ​ກໍ​ສໍ່າກັບ​ຫ້າມ​ລົມ ຫລື​ໃຊ້​ມື​ກຳ​ນໍ້າມັນ​ມື່ນ.</verse>
				<verse number="17">ເຫຼັກ​ຝົນ​ເຫຼັກ​ໃຫ້​ຄົມ​ສັນໃດ ການ​ຮຽນຮູ້​ຈາກ​ຜູ້​ອື່ນ​ກໍ​ຝົນ​ຕົນ​ໃຫ້​ສຽບແຫລມ​ສັນນັ້ນ.</verse>
				<verse number="18">ຜູ້​ທີ່​ບົວລະບັດ​ຕົ້ນ​ໝາກເດື່ອເທດ ກໍ​ຈະ​ໄດ້​ກິນ​ໝາກ​ຂອງ​ມັນ. ຄົນ​ຮັບໃຊ້​ທີ່​ບົວລະບັດ​ນາຍ​ຂອງຕົນ​ກໍ​ຈະ​ໄດ້​ຮັບ​ກຽດ.</verse>
				<verse number="19">ເຈົ້າ​ເຫັນ​ໜ້າ​ຕົນເອງ​ໃນ​ນໍ້າ​ໄດ້​ສັນໃດ ເຈົ້າ​ກໍ​ເຫັນ​ຈິດໃຈ​ເຈົ້າ​ເອງ​ໄດ້​ສັນນັ້ນ.</verse>
				<verse number="20">ນະຣົກ​ແລະ​ແດນ​ຄົນຕາຍ​ບໍ່​ຈັກ​ອີ່ມ​ສັນໃດ ຕັນຫາ​ຂອງ​ຄົນ​ກໍ​ບໍ່ມີ​ທີ່​ສິ້ນສຸດ​ເປັນ​ສັນນັ້ນ.</verse>
				<verse number="21">ໄຟ​ໃຊ້​ເພື່ອ​ລອງ​ເບິ່ງ​ຄຳ​ແລະ​ເງິນ​ສັນໃດ ຄຳ​ຍ້ອງຍໍ​ຊົມເຊີຍ​ມີ​ໄວ້​ສຳລັບ​ພິສູດ​ຄົນ​ສັນນັ້ນ.</verse>
				<verse number="22">ເຖິງ​ແມ່ນ​ເຈົ້າ​ຕີ​ຄົນ​ໂງ່ຈ້າ​ຈົນ​ລາວ​ເກືອບ​ຕາຍ, ແຕ່​ເຈົ້າ​ກໍ​ຕີ​ຄວາມ​ໂງ່ງ່າວ​ອອກ​ຈາກ​ລາວ​ບໍ່ໄດ້.</verse>
				<verse number="23">ຈົ່ງ​ເຝົ້າ​ລະວັງ​ຝູງແກະ​ແລະ​ຝູງງົວ​ຂອງເຈົ້າ​ໄວ້​ໃຫ້​ດີ</verse>
				<verse number="24">ເພາະ​ຊັບສົມບັດ​ເປັນ​ຂອງ​ອະນິຈັງ ແມ່ນແຕ່​ບັນລັງ​ກໍ​ບໍ່ແມ່ນ​ສືບທອດ​ໃຫ້ກັນ​ຕະຫລອດໄປ​ໄດ້.</verse>
				<verse number="25">ຈົ່ງ​ຕັດ​ຫຍ້າ​ທີ່​ທົ່ງ ແລະ​ຕັດ​ຫຍ້າ​ແຫ້ງ​ທີ່​ເນີນພູ​ໃນ​ຂະນະທີ່​ຫຍ້າ​ອ່ອນ​ປົ່ງ​ຂຶ້ນ​ໃໝ່.</verse>
				<verse number="26">ລູກແກະ​ຈະ​ໃຫ້​ເສື້ອຜ້າ​ແກ່​ເຈົ້າ​ແລະ​ແບ້​ກໍ​ຈະ​ເປັນ​ຄ່າ​ນາ.</verse>
				<verse number="27">ເຈົ້າ​ຈະ​ມີ​ນໍ້ານົມ​ແບ້​ໄວ້​ເປັນ​ອາຫານ​ແກ່​ເຈົ້າ​ຢ່າງ​ພຽງພໍ ທັງ​ເປັນ​ອາຫານ​ແກ່​ຄົວເຮືອນ​ຂອງເຈົ້າ ແລະ​ເພື່ອ​ລ້ຽງຊີບ​ສາວໃຊ້​ຂອງເຈົ້າ.</verse>
			</chapter>
			<chapter number="28">
				<verse number="1">ຄົນຊົ່ວຮ້າຍ​ແລ່ນ​ໜີໄປ​ໂດຍ​ບໍ່ມີ​ໃຜ​ໄລ່​ຕາມ, ແຕ່​ຄົນ​ສັດຊື່​ກ້າຫານ​ດັ່ງ​ສິງ​ໂຕໜຶ່ງ.</verse>
				<verse number="2">ເມື່ອ​ປະເທດ​ຊາດ​ເຮັດ​ບາບ ກໍ​ຈະ​ມີ​ຜູ້ປົກຄອງ​ຄົນ​ໃໝ່​ແລ້ວ​ຄົນ​ໃໝ່​ອີກ​ຕໍ່ໄປ. ແຕ່​ປະເທດ​ຊາດ​ຈະ​ເຂັ້ມແຂງ​ແລະ​ໝັ້ນຄົງ ເມື່ອ​ມີ​ຜູ້ນຳ​ທີ່​ສະຫລາດ​ແລະ​ຢັ່ງຮູ້.</verse>
				<verse number="3">ຄົນ​ມີ​ອຳນາດ​ທີ່​ຂົ່ມເຫັງ​ຄົນທຸກ ກໍ​ສໍ່າກັບ​ຜົນລະປູກ​ທີ່​ຖືກ​ຝົນ​ທຳລາຍ.</verse>
				<verse number="4">ຜູ້​ທີ່​ບໍ່​ນັບຖື​ກົດໝາຍ​ກໍ​ກາຍເປັນ​ຝ່າຍ​ຂອງ​ຄົນ​ຊົ່ວຮ້າຍ, ແຕ່​ຜູ້​ທີ່​ນັບຖື​ກົດໝາຍ​ກໍ​ກາຍເປັນ​ຝ່າຍ​ຕໍ່ຕ້ານ​ເຂົາເຈົ້າ.</verse>
				<verse number="5">ຄົນ​ຊົ່ວຮ້າຍ​ບໍ່​ຮູ້​ວ່າ​ຄວາມ​ຍຸດຕິທຳ​ເປັນ​ຢ່າງໃດ, ແຕ່​ຜູ້​ທີ່​ເຂົ້າໃຈ​ຄື​ຜູ້​ທີ່​ສະແຫວງຫາ​ພຣະເຈົ້າຢາເວ.</verse>
				<verse number="6">ເປັນ​ຄົນທຸກ​ແລະ​ສັດຊື່ ກໍ​ດີກວ່າ​ເປັນ​ຄົນ​ຮັ່ງມີ​ແຕ່​ຄົດໂກງ.</verse>
				<verse number="7">ຄົນໜຸ່ມ​ທີ່​ນັບຖື​ກົດໝາຍ​ກໍ​ກາຍເປັນ​ຄົນສະຫລາດ, ເປັນ​ໝູ່​ກັບ​ຄົນ​ຂີ້ໂລບ​ກໍ​ເຮັດ​ໃຫ້​ພໍ່​ແມ່​ອັບອາຍ.</verse>
				<verse number="8">ເປັນ​ຄົນ​ຮັ່ງມີ​ຍ້ອນ​ໂກງ​ດອກເບ້ຍ​ແລະ​ເອົາ​ປຽບ​ຄົນອື່ນ ຊັບສົມບັດ​ຂອງຕົນ​ກໍ​ຈະ​ຖືກ​ເອົາ​ໄປ​ໃຫ້​ຄົນ​ໃຈ​ບຸນ​ທີ່​ເຮັດ​ດີ​ຕໍ່​ຄົນທຸກ.</verse>
				<verse number="9">ຜູ້ໃດ​ທີ່​ບໍ່​ປະຕິບັດ​ຕາມ​ກົດບັນຍັດ ພຣະເຈົ້າ​ກໍ​ຈະ​ກຽດຊັງ​ຄຳພາວັນນາ​ອະທິຖານ​ຂອງ​ຜູ້ນັ້ນ.</verse>
				<verse number="10">ຜູ້ໃດ​ທີ່​ຫລອກລວງ​ຄົນ​ສັດຊື່​ໃຫ້​ເຮັດ​ຊົ່ວ ຄວາມຊົ່ວ​ນັ້ນ​ຈະ​ນຳ​ສະໜອງ​ຜູ້ນັ້ນ​ເອງ. ຄົນ​ບໍ່ມີ​ຄວາມຜິດ​ຈະ​ໄດ້​ຮັບ​ບຳເໜັດ​ຢ່າງດີ​ຍິ່ງ.</verse>
				<verse number="11">ຄົນ​ຮັ່ງມີ​ມັກ​ຄິດ​ວ່າ​ຕົນ​ມີ​ປັນຍາ, ແຕ່​ວ່າ​ຄົນທຸກ​ທີ່​ຮູ້ແຈ້ງເຫັນຈິງ​ກໍ​ຮູ້ຈັກ​ຫລາຍກວ່າ.</verse>
				<verse number="12">ເມື່ອ​ຄົນດີ​ມີ​ອຳນາດ​ທຸກຄົນ​ກໍ​ປິຕິ​ຍິນດີ, ແຕ່​ເມື່ອ​ມີ​ຄົນຊົ່ວ​ປົກຄອງ ປະຊາຊົນ​ຕ່າງ​ກໍ​ໜີໄປ​ຫລົບລີ້.</verse>
				<verse number="13">ຜູ້​ທີ່​ຊ້ອນເຊື່ອງ​ບາບກຳ​ໄວ້ ຊີວິດ​ຈະ​ບໍ່​ຈະເລີນ​ຮຸ່ງເຮືອງ. ຜູ້​ທີ່​ສາລະພາບ​ບາບກຳ​ຂອງຕົນ ພຣະເຈົ້າ​ຈະ​ເມດຕາ​ຜູ້ນັ້ນ.</verse>
				<verse number="14">ຜູ້​ທີ່​ຢຳເກງ​ຢູ່ສະເໝີ​ຈະ​ມີ​ຄວາມສຸກ ຄົນ​ດື້ດ້ານ​ໃຈແຂງ​ກໍ​ຈະ​ພິນາດ.</verse>
				<verse number="15">ໂຕສິງ​ຮ້ອງ​ແຜດສຽງ ໝີ​ຕຽມ​ກະໂດດ​ຄຸບ​ສັນໃດ ຜູ້ປົກຄອງ​ຊົ່ວ​ກໍ​ພ້ອມ​ທີ່​ຈະ​ຂົ່ມເຫັງ​ຄົນທຸກ​ສັນນັ້ນ.</verse>
				<verse number="16">ຜູ້ປົກຄອງ​ທີ່​ບໍ່ມີ​ສາມັນ​ສຳນຶກ​ກໍ​ມັກ​ກົດຂີ່​ປະຊາຊົນ ຜູ້​ກຽດຊັງ​ການ​ສໍ້ໂກງ​ກໍ​ປົກຄອງ​ດົນນານ​ໄດ້.</verse>
				<verse number="17">ຜູ້​ມີ​ໂທດ​ຖານ​ຂ້າ​ຄົນ ກໍ​ກຳລັງ​ແລ່ນ​ໄປ​ສູ່​ຂຸມຝັງສົບ​ຢ່າ​ພະຍາຍາມ​ຢັບຢັ້ງ​ລາວ​ໄວ້.</verse>
				<verse number="18">ຜູ້​ທີ່​ໃຊ້​ຊີວິດ​ໃນ​ທາງ​ສັດຊື່​ກໍ​ຈະ​ປອດໄພ ຜູ້​ທີ່​ບໍ່​ສັດຊື່​ກໍ​ຈະ​ລົ້ມລົງ​ທັນທີ.</verse>
				<verse number="19">ພໍ່ນາ​ທີ່​ດຸໝັ່ນ​ມີຢູ່​ມີກິນ​ພຽງພໍ ຄົນ​ທີ່​ນັ່ງ​ເສຍ​ເວລາ​ຈະ​ທຸກຈົນ​ຢູ່ເລື້ອຍ.</verse>
				<verse number="20">ຄົນ​ສັດຊື່​ໃຊ້​ຊີວິດ​ເຕັມ​ດ້ວຍ​ຄວາມສຸກ, ແຕ່​ຄົນ​ທີ່​ຢາກ​ຮັ່ງມີ​ໄວ​ກໍ​ຈະ​ໜີໄປ​ບໍ່​ພົ້ນ​ໂທດ.</verse>
				<verse number="21">ຄວາມ​ລຳອຽງ​ເປັນ​ຄວາມຜິດ, ແຕ່​ຜູ້ຕັດສິນ​ບາງຄົນ​ກໍ​ເຮັດ​ຜິດ​ຍ້ອນ​ຮັບ​ສິນບົນ​ພຽງ​ເລັກນ້ອຍ.</verse>
				<verse number="22">ຄົນ​ເຫັນແກ່ຕົວ​ຟ້າວຟັ່ງ​ຢາກ​ຮັ່ງ​ຢາກ​ມີ ຄວາມ​ຍາກຈົນ​ຈະ​ໂຈມຕີ​ລາວ​ເມື່ອໃດ​ແມ່ນ​ບໍ່​ຮູ້.</verse>
				<verse number="23">ບອກສອນ​ກັນ​ຕາມ​ຊື່ ກໍ​ດີກວ່າ​ປະຈົບ​ປະແຈງ ເພາະ​ຕໍ່ມາ​ລາວ​ຈະ​ຊົມເຊີຍ​ເຈົ້າ.</verse>
				<verse number="24">ຜູ້​ທີ່​ຄິດ​ວ່າ, “ການ​ລັກ​ເອົາ​ເຄື່ອງຂອງ​ພໍ່​ແມ່​ນັ້ນ​ບໍ່​ຜິດ​ຫຍັງ” ລາວ​ບໍ່ມີ​ຫຍັງ​ດີ​ລື່ນ​ກວ່າ​ຄົນ​ຂີ້ລັກ.</verse>
				<verse number="25">ຄົນ​ເຫັນແກ່ຕົວ ສ້າງ​ແຕ່​ຄວາມ​ເດືອດຮ້ອນ ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ຈະ​ຈະເລີນ​ຮຸ່ງເຮືອງ.</verse>
				<verse number="26">ເຮັດ​ຕາມໃຈ​ບັນຊາ​ພາ​ໃຫ້​ໂງ່ຈ້າ ເຮັດ​ຕາມ​ຄຳ​ຂອງ​ຄົນມີ​ປັນຍາ​ຈຶ່ງ​ຈະ​ປອດໄພ.</verse>
				<verse number="27">ຜູ້​ທີ່​ໃຫ້ທານ​ແກ່​ຄົນທຸກ ຈະ​ບໍ່​ຂັດສົນ​ເລີຍ ຜູ້​ທີ່​ເມີນເສີຍ​ຕໍ່​ເຂົາ ຈະ​ມີ​ຫລາຍ​ຄົນ​ສາບແຊ່ງ.</verse>
				<verse number="28">ເມື່ອ​ຄົນ​ບໍ່​ດີ​ຄອງ​ອຳນາດ​ປະຊາຊົນ​ກໍ​ຫລົບລີ້​ຊ້ອນຕົວ, ແຕ່​ເມື່ອ​ລາວ​ໝົດ​ອຳນາດ​ໄປ​ຄົນ​ຊອບທຳ​ຈະ​ຂຶ້ນ​ປົກຄອງ​ແທນທີ່.</verse>
			</chapter>
			<chapter number="29">
				<verse number="1">ຄົນ​ທີ່​ສືບຕໍ່​ດື້ດ້ານ​ຕໍ່​ຄຳ​ບອກສອນ ກໍ​ຈະ​ຫຼົ້ມຈົມ​ຈົນ​ເຫລືອແກ້​ໃນ​ມື້​ໜຶ່ງ.</verse>
				<verse number="2">ເມື່ອ​ຄົນ​ຊອບທຳ​ຄອງ​ອຳນາດ ປະຊາຊົນ​ກໍ​ເປັນ​ສຸກ ແຕ່​ເມື່ອ​ຄົນ​ອະທຳ​ຄອງ​ອຳນາດ​ປະຊາຊົນ​ກໍ​ເປັນທຸກ.</verse>
				<verse number="3">ລູກ​ທີ່​ເຫັນ​ຄຸນຄ່າ​ຂອງ​ປັນຍາ ບິດາ​ກໍ​ພາກພູມ​ໃຈ​ນຳ. ຄົນ​ໂງ່ງ່າວ​ເສຍ​ເງິນ​ຍ້ອນ​ໃຊ້​ຈ່າຍ​ກັບ​ໂສເພນີ.</verse>
				<verse number="4">ເມື່ອ​ກະສັດ​ເປັນຫ່ວງ​ນຳ​ຄວາມ​ຍຸດຕິທຳ ປະເທດ​ຊາດ​ກໍ​ເຂັ້ມແຂງ, ແຕ່​ເມື່ອ​ເພິ່ນ​ເປັນຫ່ວງ​ນຳ​ແຕ່​ເງິນຄຳ ເພິ່ນ​ກໍ​ຈະ​ເຮັດ​ໃຫ້​ປະເທດ​ຊາດ​ຫຼົ້ມຈົມ​ລົງ​ໄດ້.</verse>
				<verse number="5">ຄົນ​ທີ່​ປະຈົບ​ປະແຈງ​ໝູ່ຄູ່ ກໍ​ຫ້າງແຮ້ວ​ໃສ່​ຕົນເອງ.</verse>
				<verse number="6">ຄົນ​ຊົ່ວຮ້າຍ​ຖືກ​ແຮ້ວ​ໃນ​ບາບກຳ​ຂອງຕົນ ໃນ​ຂະນະທີ່​ຄົນ​ສັດຊື່ ມີ​ຄວາມສຸກ​ແລະ​ມີ​ອິດສະລະພາບ.</verse>
				<verse number="7">ຄົນດີ​ຮູ້ຈັກ​ສິດທິ​ຂອງ​ຄົນທຸກ, ແຕ່​ຄົນຊົ່ວ​ບໍ່​ເຂົ້າໃຈ​ໃນ​ເລື່ອງ​ນີ້​ເລີຍ.</verse>
				<verse number="8">ຄົນ​ທີ່​ບໍ່​ນັບຖື​ຜູ້ອື່ນ ພາ​ໃຫ້​ທັງ​ເມືອງ​ຫຍຸ້ງຍາກ ຄົນ​ມີ​ປັນຍາ​ກໍ​ໃຫ້​ທຸກສິ່ງ​ສະຫງົບສຸກ​ໄດ້.</verse>
				<verse number="9">ເມື່ອ​ຄົນ​ມີ​ປັນຍາ​ຟ້ອງ​ຄົນ​ໂງ່ຈ້າ ຄົນ​ໂງ່ຈ້າ​ກໍ​ມີ​ແຕ່​ເວົ້າຈາ​ດົ່ງດັງ​ຫຍໍ້ຫຍັນ.</verse>
				<verse number="10">ຄົນ​ກະຫາຍ​ເລືອດ​ກຽດຊັງ​ຄົນ​ສັດຊື່, ແຕ່​ຄົນ​ຊອບທຳ​ຈະ​ຄຸ້ມຄອງ ຊີວິດ​ຂອງ​ລາວ​ໄວ້.</verse>
				<verse number="11">ຄົນ​ໂງ່ຈ້າ​ເປັ່ງ​ຄວາມ​ໂມໂຫ​ອອກ​ມາ, ແຕ່​ວ່າ​ຄົນ​ທີ່​ຢັ້ງຄິດ​ກໍ​ທົນທານ​ແລະ​ອົດທົນ​ໄວ້​ໄດ້.</verse>
				<verse number="12">ຖ້າ​ຜູ້ປົກຄອງ​ເອົາໃຈໃສ່​ຕໍ່​ຄຳ​ລາຍງານ​ບໍ່ຈິງ, ຂ້າຣາຊການ​ຂອງເພິ່ນ​ທັງໝົດ​ຈະ​ເປັນ​ຄົນ​ຂີ້ຕົວະ.</verse>
				<verse number="13">ຄົນທຸກ​ແລະ​ຜູ້​ຂົ່ມເຫັງ​ຄົນທຸກ​ນັ້ນ ມີ​ສິ່ງ​ທີ່​ເໝືອນກັນ ຄື​ພຣະເຈົ້າຢາເວ​ປະທານ​ຄວາມ​ສະຫວ່າງ​ໃຫ້​ແກ່​ຕາ​ຂອງ​ເຂົາ​ທັງສອງ.</verse>
				<verse number="14">ຖ້າ​ກະສັດ​ປົກປ້ອງ​ສິດທິ​ຂອງ​ຄົນທຸກ ເພິ່ນ​ກໍ​ຈະ​ປົກຄອງ​ໄດ້​ດົນນານ.</verse>
				<verse number="15">ການ​ແອບສອນ​ແລະ​ການວາງ​ລະບຽບ​ນັ້ນ​ເປັນ​ການດີ​ສຳລັບ​ເດັກ ຖ້າ​ລູກ​ເຮັດ​ຕາມໃຈ​ຕົນເອງ ແມ່​ກໍ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ.</verse>
				<verse number="16">ເມື່ອ​ຄົນຊົ່ວ​ຄອງ​ອຳນາດ ອາດຊະຍາກຳ​ກໍ​ທະວີຄູນ, ແຕ່​ຄົນ​ຊອບທຳ​ຈະ​ເຫັນ​ລາວ​ຫຼົ້ມຈົມ​ລົງ​ໃນ​ມື້​ໜຶ່ງ.</verse>
				<verse number="17">ຈົ່ງ​ຕີສອນ​ລູກ​ຂອງເຈົ້າ ແລະ​ພວກເຂົາ​ຈະ​ໃຫ້​ເຈົ້າ​ໄດ້​ເຊົາເມື່ອຍ ພວກເຂົາ​ຈະ​ໃຫ້​ຄວາມ​ປິຕິ​ຍິນດີ​ແກ່​ໃຈ​ຂອງເຈົ້າ.</verse>
				<verse number="18">ຊົນຊາດ​ໃດ​ທີ່​ບໍ່ມີ​ນິມິດ ຊົນຊາດ​ນັ້ນ​ກໍ​ຈະ​ຈິບຫາຍ, ແຕ່​ຄວາມສຸກ​ເປັນ​ຂອງ​ຄົນ​ທີ່​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະເຈົ້າ.</verse>
				<verse number="19">ພຽງແຕ່​ໃຊ້​ຖ້ອຍຄຳ​ເທົ່ານັ້ນ ຈະ​ສອນ​ຄົນ​ຮັບໃຊ້​ບໍ່ໄດ້ ເຖິງ​ແມ່ນ​ວ່າ​ພວກເຂົາ​ເຂົ້າໃຈ, ແຕ່​ພວກເຂົາ​ກໍ​ຈະ​ບໍ່​ເຮັດ​ຕາມ.</verse>
				<verse number="20">ຄົນ​ໂງ່ຈ້າ​ກໍ​ຍັງ​ມີ​ຄວາມຫວັງ​ກວ່າ​ຄົນ​ທີ່​ເວົ້າ​ບໍ່​ຄິດ.</verse>
				<verse number="21">ຜູ້​ທີ່​ລ້ຽງດູ​ຄົນ​ຮັບໃຊ້​ຕາມໃຈ​ພວກເຂົາ​ຕັ້ງແຕ່​ພວກເຂົາ​ຍັງ​ເປັນ​ເດັກນ້ອຍ​ມາ, ມື້ໜຶ່ງ ລາວ​ຈະ​ເປັນ​ເຈົ້າຂອງ​ທຸກສິ່ງ​ທີ່​ເຈົ້າ​ມີ.</verse>
				<verse number="22">ຄົນ​ທີ່​ໂມໂຫ​ງ່າຍ ກໍ່​ໃຫ້​ເກີດ​ຜິດຖຽງກັນ ແລະ​ນຳ​ຄວາມ​ເດືອດຮ້ອນ​ມາ​ໃຫ້.</verse>
				<verse number="23">ການ​ອວດດີ​ພາ​ໃຫ້​ຕົນ​ຕົກຕໍ່າ, ແຕ່​ການ​ຖ່ອມຕົວ​ນັ້ນ​ເຮັດ​ໃຫ້​ຄົນ​ນັບຖື.</verse>
				<verse number="24">ຜູ້​ທີ່​ສົມຮູ້​ຮ່ວມຄິດ​ກັບ​ຄົນ​ຂີ້ລັກ ກໍ​ເປັນ​ສັດຕູ​ຕໍ່​ຕົນເອງ ລາວ​ຈະ​ຖືກ​ບອກ​ໃຫ້​ສາບານ, ແຕ່​ບໍ່​ກ້າ​ເປີດເຜີຍ​ຄວາມຈິງ​ໄດ້.</verse>
				<verse number="25">ຜູ້​ທີ່​ກັງວົນ​ນຳ​ຄົນ​ເວົ້າ​ໃຫ້ ກໍ​ເປັນ​ອັນຕະລາຍ, ແຕ່​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ກໍ​ມີ​ຄວາມ​ປອດໄພ.</verse>
				<verse number="26">ທຸກຄົນ​ຍ່ອມ​ຕ້ອງການ​ຄົນດີ​ມາ​ປົກຄອງ, ແຕ່​ຄວາມ​ຍຸດຕິທຳ​ໄດ້​ມາ​ທາງ​ພຣະເຈົ້າຢາເວ​ເທົ່ານັ້ນ.</verse>
				<verse number="27">ຄົນ​ຊອບທຳ​ກຽດຊັງ​ຄົນຊົ່ວ​ແລະ​ຄົນຊົ່ວ​ກໍ​ກຽດຊັງ​ຄົນ​ຊອບທຳ.</verse>
			</chapter>
			<chapter number="30">
				<verse number="1">ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ອາກູ​ລູກຊາຍ​ຂອງ​ຢາເກ: “ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ອິດເມື່ອຍ​ອ່ອນແຮງ ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ອິດເມື່ອຍ​ອ່ອນແຮງ.</verse>
				<verse number="2">ຂ້ານ້ອຍ​ເປັນ​ເໝືອນ​ສັດ​ໂຕໜຶ່ງ ແທນ​ທີ່​ຈະ​ເປັນ​ຄົນ ຂ້ານ້ອຍ​ຂາດ​ຄວາມ​ຮູ້ສຶກ ສົມ​ກັບ​ທີ່​ຄົນ​ຄວນ​ມີ​ນັ້ນ.</verse>
				<verse number="3">ຂ້ານ້ອຍ​ບໍ່ເຄີຍ​ຮຽນຮູ້​ເຖິງ​ເລື່ອງ​ຂອງ​ປັນຍາ ແລະ​ບໍ່​ຮູ້​ຫຍັງ​ເລີຍ​ກ່ຽວກັບ​ເລື່ອງ​ຂອງ​ຜູ້ບໍຣິສຸດ.</verse>
				<verse number="4">ຜູ້ໃດ​ທີ່​ມີ​ຄວາມ​ຮອບຮູ້ ກ່ຽວກັບ​ສະຫວັນ​ແດ່​ເດ? ຜູ້ໃດ​ແດ່​ທີ່​ເຄີຍ​ໃຊ້​ມື​ຂອງຕົນ​ຈັບ​ລົມ? ຫລື​ເອົາ​ຜ້າ​ມາ​ຫໍ່​ນໍ້າ​ເໝືອນ​ດັ່ງ​ຫໍ່​ສິ່ງຂອງ​ໄດ້? ຫລື​ໝາຍ​ເຂດແດນ​ທີ່​ເທິງ​ແຜ່ນດິນ​ໂລກ​ເຮົາ? ເພິ່ນ​ຄື​ໃຜ? ເຈົ້າ​ຮູ້​ບໍ່​ໃຜ​ເປັນ​ລູກ​ຂອງ​ເພິ່ນ?</verse>
				<verse number="5">ທຸກ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ເປັນ​ທີ່​ໄວ້ໃຈ​ໄດ້​ສະເໝີ ພຣະອົງ​ເປັນ​ຄື​ໂລ້​ຕ້ານທານ​ສຳລັບ​ຜູ້​ທີ່​ຊອກຫາ​ໃຫ້​ພຣະອົງ​ປົກປ້ອງ.</verse>
				<verse number="6">ຢ່າ​ຕື່ມ​ຫຍັງ​ໃສ່​ຖ້ອຍຄຳ​ຂອງ​ພຣະອົງ ຖ້າບໍ່​ດັ່ງນັ້ນ ພຣະອົງ​ຈະ​ຕຳໜິ ແລະ​ຢືນຢັນ​ວ່າ​ເຈົ້າ​ເປັນ​ຄົນ​ຂີ້ຕົວະ.”</verse>
				<verse number="7">ຂໍ​ພຣະອົງ​ຊ່ວຍ​ໃຫ້​ຂ້ານ້ອຍ​ມີ​ສອງ​ຢ່າງ ກ່ອນ​ທີ່​ຂ້ານ້ອຍ​ຕາຍໄປ​ຄື:</verse>
				<verse number="8">ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ເປັນ​ຄົນ​ຂີ້ຕົວະ ແລະ​ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ເປັນ​ຄົນ​ຮັ່ງມີ ຫລື​ເປັນ​ຄົນທຸກ. ສະນັ້ນ ໂຜດ​ໃຫ້​ຂ້ານ້ອຍ​ມີ​ອາຫານ​ຕາມ​ຄວາມ​ເໝາະສົມ.</verse>
				<verse number="9">ຖ້າ​ຂ້ານ້ອຍ​ມີຫລາຍ​ເກີນໄປ ຂ້ານ້ອຍ​ອາດ​ເວົ້າ​ວ່າ​ຂ້ານ້ອຍ​ບໍ່​ຕ້ອງການ​ພຣະເຈົ້າຢາເວ​ກໍໄດ້, ແຕ່​ຖ້າ​ຂ້ານ້ອຍ​ທຸກໂພດ ຂ້ານ້ອຍ​ອາດ​ເປັນ​ຄົນ​ຂີ້ລັກ​ແລະ​ກະບົດ ຊຶ່ງ​ຈະ​ນຳ​ຄວາມ​ເສຍຫາຍ​ມາ​ສູ່​ພຣະນາມ​ພຣະເຈົ້າ​ຂອງ​ຂ້ານ້ອຍ.</verse>
				<verse number="10">ຢ່າ​ຕິຕຽນ​ຄົນ​ຮັບໃຊ້​ຕໍ່ໜ້າ​ນາຍ​ຂອງ​ລາວ​ຈັກເທື່ອ ເຈົ້າ​ຈະ​ຖືກ​ດ່າ​ແລະ​ເຈັບຊໍ້າ​ໃຈ​ຍ້ອນ.</verse>
				<verse number="11">ຜູ້​ທີ່​ດ່າ​ພໍ່​ແລະ​ບໍ່​ຊົມເຊີຍ​ແມ່​ຂອງຕົນ ຄົນ​ຢ່າງນີ້​ກໍມີ.</verse>
				<verse number="12">ຜູ້​ທີ່​ຄິດ​ວ່າ​ຕົນ​ສະອາດ​ບໍຣິສຸດ ໃນ​ເມື່ອ​ຕົນ​ເປິເປື້ອນ​ທີ່ສຸດ ຄົນ​ຢ່າງນີ້​ກໍມີ.</verse>
				<verse number="13">ຜູ້​ທີ່​ຄິດ​ວ່າ​ຕົນ​ເປັນ​ຄົນ​ດີເລີດ ດີເລີດ​ສໍ່າໃດ​ກັນເດ ຄົນ​ຢ່າງນີ້​ກໍມີ.</verse>
				<verse number="14">ຜູ້​ທີ່​ເອົາ​ປຽບ​ຢ່າງ​ໂຫດຫ້ຽມ​ຕໍ່​ຄົນທຸກ​ແລະ​ຄົນ​ຂັດສົນ​ນັ້ນ ຄື​ວິທີ​ໃຊ້​ຊີວິດ​ຂອງ​ເຂົາ ຄົນ​ຢ່າງນີ້​ກໍມີ.</verse>
				<verse number="15">ຄົນ​ທີ່​ຂູດເນື້ອ​ເຖືອໜັງ​ມີ​ລູກສາວ​ຢູ່​ສອງ​ຄົນ ແລະ​ທັງສອງ​ຊື່​ວ່າ, “ເອົາມາ! ເອົາມາ!” ມີ​ຢູ່​ສີ່​ຢ່າງ​ທີ່​ບໍ່​ຮູ້​ອີ່ມ​ເປັນ​ຈັກເທື່ອ​ຄື:</verse>
				<verse number="16">ແດນ​ມໍຣະນາ ຍິງ​ທີ່​ບໍ່ມີ​ລູກ ດິນ​ແຫ້ງແລ້ງ​ທີ່​ຕ້ອງການ​ຝົນ ແລະ​ໄຟ​ທີ່​ລຸກ​ໄໝ້​ມອດ​ບໍ່ໄດ້.</verse>
				<verse number="17">ຜູ້​ທີ່​ເຍາະເຍີ້ຍ​ພໍ່ ຫລື​ຊັງ​ແມ່​ຂອງຕົນ​ທີ່​ເຖົ້າແກ່​ແລ້ວ ຈະ​ຖືກ​ຝູງ​ແຮ້ງ ຫລື​ຝູງ​ກາ​ເຈາະ​ແກ່ນຕາ​ແລະ​ກັດກິນ.</verse>
				<verse number="18">ມີ​ຢູ່​ສີ່​ຢ່າງ​ທີ່​ຂ້ອຍ​ບໍ່​ເຂົ້າໃຈ​ແລະ​ອັດສະຈັນ​ໃຈ​ທີ່ສຸດ​ຄື:</verse>
				<verse number="19">ນົກອິນຊີ​ທີ່​ບິນ​ໄປມາ​ໃນ​ທ້ອງຟ້າ ງູ​ທີ່​ເລືອ​ໄປມາ​ເທິງ​ໂງ່ນຫີນ ເຮືອ​ທີ່​ແລ່ນ​ໄປມາ​ໃນ​ທະເລ ແລະ​ຊາຍ​ຍິງ​ທີ່​ຮັກກັນ.</verse>
				<verse number="20">ຍິງ​ທີ່​ບໍ່​ສັດຊື່ ກໍ​ປະພຶດ​ດັ່ງນີ້: ນາງ​ຫລິ້ນຊູ້​ເໝືອນກັບ​ກິນ​ແລ້ວ​ເຊັດ​ປາກ ແລະ​ບອກ​ວ່າ, “ຂ້ອຍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ.”</verse>
				<verse number="21">ມີ​ຢູ່​ສີ່​ຢ່າງ​ທີ່​ໂລກ​ຜ່ອນສັ້ນ​ຜ່ອນຍາວ​ໃຫ້​ບໍ່ໄດ້​ດັ່ງນີ້:</verse>
				<verse number="22">ທາດຮັບໃຊ້​ກາຍເປັນ​ກະສັດ ຄົນ​ໂງ່ຈ້າ​ທີ່​ມີຢູ່​ມີກິນ​ຕາມໃຈ​ມັກ</verse>
				<verse number="23">ຜູ້ຍິງ​ເປັນ​ຕາຊັງ​ກໍ​ຍັງ​ໄດ້​ຜົວ ແລະ​ສາວໃຊ້​ຂຶ້ນ​ແທນ​ນາຍຍິງ​ຂອງຕົນ.</verse>
				<verse number="24">ຢູ່​ໃນ​ໂລກນີ້​ມີ​ສັດ​ສີ່​ຈຳພວກ​ທີ່​ເປັນ​ສັດ​ນ້ອຍໆ ແລະ​ສະຫລາດ​ຫລັກແຫລມ​ທີ່ສຸດ​ຄື:</verse>
				<verse number="25">ມົດ ມັນ​ອ່ອນແອ, ແຕ່​ມັນ​ຮິບໂຮມ​ເອົາ​ອາຫານ​ໄວ້​ໃນ​ຍາມຮ້ອນ.</verse>
				<verse number="26">ຕຸ່ນ ມັນ​ບໍ່​ແຂງແຮງ​ຄືກັນ, ແຕ່​ມັນ​ເຮັດ​ທີ່​ຢູ່​ຂອງມັນ​ໃສ່​ເທິງ​ໂງ່ນຫີນ.</verse>
				<verse number="27">ຕັກແຕນ ມັນ​ບໍ່ມີ​ກະສັດ, ແຕ່​ມັນ​ເຄື່ອນຍ້າຍ​ໄປມາ​ຢ່າງ​ເປັນ​ລະບຽບ.</verse>
				<verse number="28">ຂີ້ກ້ຽມ ເຈົ້າ​ຈັບ​ໂຕໜຶ່ງ​ໄວ້​ໄດ້, ແຕ່​ເຈົ້າ​ກໍ​ເຫັນ​ມັນ​ຫລາຍໂຕ​ຢູ່​ໃນ​ຣາຊວັງ.</verse>
				<verse number="29">ມີ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ສີ່​ປະເພດ​ຊຶ່ງ​ເປັນ​ໜ້າຈັບໃຈ​ເມື່ອ​ມັນ​ຍ່າງຍ້າຍ​ໄປມາ​ຄື:</verse>
				<verse number="30">ສິງ ເປັນ​ສັດ​ທີ່​ແຂງແຮງ​ກວ່າໝູ່ ແລະ​ບໍ່​ຢ້ານ​ຫຍັງ​ເລີຍ,</verse>
				<verse number="31">ແບ້, ໄກ່ໂອກ ທີ່​ເປັນ​ເຈົ້າ​ທ່າເຈົ້າທາງ ແລະ​ບັນດາ​ກະສັດ ທີ່​ນຳໜ້າ​ປະຊາຊົນ​ຂອງຕົນ.</verse>
				<verse number="32">ຖ້າ​ເຈົ້າ​ເປັນ​ຄົນ​ອວດດີ​ແລະ​ວາງແຜນ​ຊົ່ວ ຈົ່ງ​ຢຸດ​ຄິດ​ສາກ່ອນ.</verse>
				<verse number="33">ຖ້າ​ເຈົ້າ​ບີບ​ນໍ້ານົມ ເຈົ້າ​ຈະ​ໄດ້​ເນີຍ​ກິນ ຖ້າ​ເຈົ້າ​ຊັດ​ດັງ​ຄົນອື່ນ ເລືອດ​ດັງ​ກໍ​ຈະ​ອອກ ຖ້າ​ເຈົ້າ​ຊວນ​ໃຫ້​ໂມໂຫ ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ເດືອດຮ້ອນ.</verse>
			</chapter>
			<chapter number="31">
				<verse number="1">ຕໍ່ໄປນີ້ ແມ່ນ​ຄຳ​ບອກສອນ​ຂອງ​ກະສັດ​ເລມູເອນ ທີ່​ໄດ້​ຮັບ​ຈາກ​ແມ່​ຂອງຕົນ:</verse>
				<verse number="2">“ເຈົ້າ​ເປັນ​ລູກ​ທີ່ຮັກ​ຂອງ​ແມ່ ເປັນ​ຄຳຕອບ​ໃນ​ຄຳພາວັນນາ​ອະທິຖານ​ຂອງ​ແມ່ ຈະ​ໃຫ້​ແມ່​ບອກ​ເຈົ້າ​ຢ່າງໃດ?</verse>
				<verse number="3">ຢ່າ​ທຸ້ມເທ​ເຫື່ອແຮງ​ຂອງເຈົ້າ​ໃນ​ເລື່ອງ​ເພດ ແລະ​ໃຊ້​ເງິນ​ທັງໝົດ​ກັບ​ຜູ້ຍິງ ເພາະ​ພວກ​ນາງ​ໄດ້​ເປັນ​ຜູ້​ທີ່​ທຳລາຍ​ກະສັດ​ຫລາຍ​ຄົນ.</verse>
				<verse number="4">ເລມູເອນ​ເອີຍ ຈົ່ງ​ຟັງ​ເທີ້ນ ກະສັດ​ບາງຄົນ​ນັ້ນ ບໍ່ຄວນ​ດື່ມ​ເຫຼົ້າ​ອະງຸ່ນ ຫລື​ຕິດ​ເຫຼົ້າ​ເລີຍ.</verse>
				<verse number="5">ເມື່ອ​ບັນດາ​ກະສັດ​ດື່ມ​ເຫຼົ້າ​ລົງ​ໄປ​ແລ້ວ ພວກເພິ່ນ​ກໍ​ລືມ​ກົດໝາຍ​ຕ່າງໆ ແລະ​ບໍ່​ຍອມ​ຮັບຮູ້​ສິດທິ​ຂອງ​ຄົນ​ຂັດສົນ.</verse>
				<verse number="6">ເຫຼົ້າ​ເປັນ​ຂອງ​ຜູ້​ທີ່​ກຳລັງ​ຈະ​ຕາຍ ເປັນ​ຂອງ​ພວກ​ທີ່​ມີ​ຄວາມທຸກໃຈ.</verse>
				<verse number="7">ປ່ອຍ​ໃຫ້​ພວກເຂົາ​ດື່ມ​ລືມ​ຄວາມ​ຂັດສົນ ແລະ​ຄວາມທຸກໃຈ​ຂອງ​ພວກເຂົາ​ສາ​ເຖີດ.</verse>
				<verse number="8">ຈົ່ງ​ເວົ້າ​ແທນ​ພວກ​ທີ່​ເວົ້າ​ແທນ​ຕົນເອງ​ບໍ່ໄດ້ ຈົ່ງ​ຄຸ້ມຄອງ​ສິດທິ​ຂອງ​ພວກ​ທີ່​ບໍ່ມີ​ທີ່ເພິ່ງ.</verse>
				<verse number="9">ຈົ່ງ​ເວົ້າ​ແທນ​ພວກເຂົາ​ແລະ​ເປັນ​ຜູ້ຕັດສິນ​ຢ່າງ​ຊອບທຳ ຈົ່ງ​ຄຸ້ມຄອງ​ສິດທິ​ຂອງ​ຄົນ​ທຸກຈົນ​ແລະ​ຄົນ​ຂັດສົນ.”</verse>
				<verse number="10">ເມຍ​ທີ່ດີ​ນັ້ນ ຍ່ອມ​ປະເສີດ​ກ່ວາ​ເພັດນິນຈິນດາ, ແຕ່​ຍາກ​ເຫຼືອ​ຫລາຍ​ທີ່​ຈະ​ໄດ້​ຍິງ​ເຊັ່ນນີ້.</verse>
				<verse number="11">ຜົວ​ທີ່​ມີ​ເມຍ​ດີ​ນັ້ນ ໄວ້ໃຈ​ນາງ​ໄດ້​ທຸກຢ່າງ ລາວ​ຈະ​ບໍ່​ທຸກ​ລຳບາກ​ຍ້ອນ​ນາງ​ຈັກເທື່ອ​ເລີຍ.</verse>
				<verse number="12">ຕາບໃດ​ທີ່​ມີ​ຊີວິດ​ຢູ່​ນັ້ນ ນາງ​ເຮັດ​ແຕ່​ສິ່ງ​ທີ່ດີ​ຕໍ່​ຜົວ ຄື​ບໍ່​ເຮັດ​ໃຫ້​ຜົວ​ເສຍຫາຍ​ຍ້ອນ.</verse>
				<verse number="13">ນາງ​ຊອກຫາ​ຂົນແກະ, ຜ້າເນື້ອລະອຽດ​ແລະ​ເຮັດ​ວຽກ​ຢູ່​ບໍ່​ຂາດມື.</verse>
				<verse number="14">ນາງ​ປຽບເໝືອນ​ເຮືອ​ກຳປັ່ນ​ຂອງ​ພໍ່ຄ້າ ທີ່​ນຳ​ອາຫານ​ມາ​ຈາກ​ແດນໄກ.</verse>
				<verse number="15">ນາງ​ນອນເດິກ​ແລະ​ຕື່ນເຊົ້າ ຈັດຕຽມ​ອາຫານ​ໃຫ້​ຄອບຄົວ ແລະ​ທັງ​ບອກ​ວຽກ​ໃຫ້​ສາວໃຊ້​ນຳ​ໄປ​ປະຕິບັດ.</verse>
				<verse number="16">ນາງ​ຊອກ​ທີ່ດິນ​ເຮັດ​ສວນ​ໝາກໄມ້ ດ້ວຍ​ເງິນ​ທີ່​ນາງ​ຫາມາ​ໄດ້​ເອງ.</verse>
				<verse number="17">ນາງ​ເປັນ​ຍິງ​ທີ່​ດຸໝັ່ນ​ແຂງແຮງ​ແລະ​ຂະຫຍັນ​ໝັ່ນພຽນ​ດີ.</verse>
				<verse number="18">ນາງ​ຮູ້ຈັກ​ຄຸນຄ່າ​ໃນ​ສິ່ງ​ທີ່​ຕົນ​ເຮັດ​ທຸກຢ່າງ ແລະ​ເຮັດ​ວຽກ​ຈົນ​ເດິກດື່ນ.</verse>
				<verse number="19">ນາງ​ເຂັນຝ້າຍ ແລະ​ຕໍ່າ​ຜ້າ​ຂອງ​ນາງເອງ.</verse>
				<verse number="20">ນາງ​ມີ​ໃຈ​ກວ້າງຂວາງ​ຕໍ່​ຄົນ​ທຸກຈົນ​ແລະ​ຄົນ​ຂັດສົນ.</verse>
				<verse number="21">ເມື່ອ​ຍາມ​ໜາວ​ມາຮອດ ນາງ​ບໍ່ໄດ້​ກັງວົນ ເພາະວ່າ​ລູກ​ຜົວ​ຂອງຕົນ​ມີ​ເຄື່ອງນຸ່ງ​ອັນ​ອົບອຸ່ນ​ແລ້ວ.</verse>
				<verse number="22">ນາງ​ຕໍ່າ​ຜ້າຫົ່ມ​ໄວ້ ແລະ​ນຸ່ງ​ຜ້າໄໝ​ສີມ່ວງ​ເນື້ອລະອຽດ​ອ່ອນ​ດີ.</verse>
				<verse number="23">ຜົວ​ຂອງ​ນາງ​ເປັນ​ຜູ້​ທີ່​ມີ​ຊື່ສຽງ ແລະ​ເປັນ​ຜູ້ໜຶ່ງ​ໃນ​ບັນດາ​ຜູ້ນຳ​ຂອງ​ປະຊາຊົນ.</verse>
				<verse number="24">ນາງ​ເຮັດ​ເຄື່ອງນຸ່ງ​ພ້ອມ​ທັງ​ສາຍແອວ ແລະ​ຂາຍ​ໃຫ້​ພວກ​ພໍ່ຄ້າ.</verse>
				<verse number="25">ນາງ​ເປັນ​ຍິງ​ທີ່​ແຂງແຮງ​ແລະ​ໜ້າເຄົາຣົບ​ນັບຖື ແລະ​ບໍ່​ຢ້ານກົວ​ຕໍ່​ອະນາຄົດ.</verse>
				<verse number="26">ນາງ​ເວົ້າຈາ​ດ້ວຍ​ປັນຍາ​ອັນ​ສຸພາບ​ອ່ອນຫວານ.</verse>
				<verse number="27">ນາງ​ຫຍຸ້ງ​ຢູ່​ກັບ​ວຽກ​ສະເໝີ ແລະ​ເອົາໃຈໃສ່​ໃນ​ຄວາມ​ຕ້ອງການ​ຂອງ​ຄອບຄົວ.</verse>
				<verse number="28">ພວກ​ລູກໆ​ຕ່າງ​ກໍ​ພໍໃຈ​ໃນ​ຕົວນາງ ແລະ​ຜູ້​ເປັນ​ຜົວ​ກໍ​ຍ້ອງຍໍ​ຊົມເຊີຍ​ນາງ​ດ້ວຍ.</verse>
				<verse number="29">ລາວ​ເວົ້າ​ວ່າ, “ຍິງ​ທີ່​ເປັນ​ເມຍ​ດີ​ນັ້ນ​ມີ​ຢູ່​ຫລາຍ​ຄົນ, ແຕ່​ເຈົ້າ​ເປັນ​ເມຍ​ທີ່​ດີກວ່າ​ຍິງ​ອື່ນໆ.”</verse>
				<verse number="30">ສະເໜ່​ເປັນ​ສິ່ງ​ທີ່​ຫລອກລວງ ແລະ​ຄວາມງາມ​ກໍ​ສູນເສຍ​ໄປ​ໄດ້, ແຕ່​ຍິງ​ທີ່​ຢຳເກງ​ພຣະເຈົ້າຢາເວ ສົມຄວນ​ໄດ້​ຮັບ​ຄຳ​ຊົມເຊີຍ.</verse>
				<verse number="31">ສິ່ງ​ທັງໝົດ​ທີ່​ນາງ​ໄດ້​ເຮັດ​ນັ້ນ ກໍ​ເປັນ​ທີ່​ໄວ້ວາງໃຈ ນາງ​ສົມຄວນ​ໄດ້​ຮັບ​ຄວາມນັບຖື​ຈາກ​ທຸກໆຄົນ.</verse>
			</chapter>
		</book>
		<book number="21">
			<chapter number="1">
				<verse number="1">ຕໍ່ໄປນີ້ ແມ່ນ​ຄຳເວົ້າ​ຂອງ​ປັນຍາຈານ​ລູກຊາຍ​ຂອງ​ເຈົ້າ​ດາວິດ ຜູ້​ທີ່​ໄດ້​ເປັນ​ກະສັດ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="2">ປັນຍາຈານ​ໄດ້​ເວົ້າ​ວ່າ, ອະນິຈັງ ອະນິຈັງ ຊີວິດ​ນີ້​ອະນິຈັງ ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.</verse>
				<verse number="3">ທ່ານ​ເຮັດ​ວຽກ​ທຳງານ​ຢູ່ໃຕ້​ດວງຕາເວັນ ແລະ​ທ່ານ​ໄດ້​ຮັບ​ຫຍັງ​ແດ່​ຈາກ​ສິ່ງ​ເຫຼົ່ານັ້ນ?</verse>
				<verse number="4">ຊົ່ວ​ອາຍຸ​ຄົນ​ໜຶ່ງ​ຜ່ານ​ໄປ ແລະ​ຊົ່ວ​ອາຍຸ​ຄົນ​ໜຶ່ງ​ອີກ​ເກີດຂຶ້ນ​ມາ, ແຕ່​ໂລກ​ກໍ​ຍັງ​ຢູ່​ເປັນ​ໂລກ​ເໝືອນເດີມ.</verse>
				<verse number="5">ຕາເວັນ​ຂຶ້ນ​ແລະ​ຕາເວັນ​ລົງ ແລ້ວ​ຕາເວັນ​ກໍ​ຟ້າວ​ເຄື່ອນ​ໄປ​ສູ່​ບ່ອນ​ທີ່​ຕາເວັນ​ຕ້ອງ​ຂຶ້ນ​ມາ​ອີກ.</verse>
				<verse number="6">ລົມ​ພັດ​ໄປ​ທາງ​ທິດໃຕ້ ລົມ​ພັດ​ໄປ​ທາງ​ທິດເໜືອ ລົມ​ພັດ​ຜ່ານ​ໄປ ແລະ​ພັດ​ຜ່ານ​ມາ ແລ້ວ​ກໍ​ເລີ່ມ​ພັດ​ໄປ​ຈາກ​ທິດ​ເກົ່າ​ອີກ.</verse>
				<verse number="7">ແມ່ນໍ້າ​ທຸກ​ສາຍ​ໄຫລ​ໄປ​ສູ່​ທະເລ, ແຕ່​ທະເລ​ກໍ​ຍັງ​ບໍ່​ເຕັມ​ຈັກເທື່ອ. ນໍ້າ​ກັບຄືນ​ສູ່​ບ່ອນ​ທີ່​ແມ່ນໍ້າ​ຕັ້ງຕົ້ນ​ໄຫລ​ໄປ ແລະ​ຕັ້ງຕົ້ນ​ໄຫລ​ມາ​ອີກ​ໃໝ່.</verse>
				<verse number="8">ທຸກໆສິ່ງ​ນຳ​ໄປ​ສູ່​ຄວາມ​ເບື່ອໜ່າຍ ຊຶ່ງ​ເກີນກວ່າ​ທີ່​ຄົນ​ເຮົາ​ຈະ​ບັນລະຍາຍ​ອອກ​ມາ​ເປັນ​ຖ້ອຍຄຳ​ໄດ້. ຕາ​ຂອງເຮົາ​ເບິ່ງ​ບໍ່​ຮູ້ຈັກ​ອີ່ມ ຫູ​ຂອງເຮົາ​ຟັງ​ບໍ່​ຮູ້ຈັກ​ພໍ.</verse>
				<verse number="9">ສິ່ງ​ທີ່​ເກີດຂຶ້ນ​ແລ້ວ ກໍ​ຈະ​ເກີດຂຶ້ນ​ອີກ ສິ່ງ​ທີ່​ເຮັດ​ແລ້ວ ກໍ​ຈະ​ຕ້ອງ​ເຮັດ​ອີກ ບໍ່ມີ​ຫຍັງ​ໃໝ່​ຢູ່ໃຕ້​ດວງຕາເວັນ.</verse>
				<verse number="10">ຄົນ​ອາດ​ເວົ້າ​ກັນ​ວ່າ, “ເບິ່ງແມ! ນີ້​ແມ່ນ​ສິ່ງ​ໃໝ່.” ບໍ່ແມ່ນ​ດອກ ຕາມ​ທີ່​ຈິງ​ແລ້ວ ທຸກສິ່ງ​ລ້ວນແຕ່​ເຄີຍ​ໄດ້​ເກີດຂຶ້ນ​ຕັ້ງ​ນານ​ມາ​ແລ້ວ​ທັງສິ້ນ ກ່ອນ​ທີ່​ເຮົາ​ໄດ້​ເກີດ​ມາ.</verse>
				<verse number="11">ບໍ່ມີ​ຜູ້ໃດ​ຈື່​ໄດ້​ວ່າ ມີ​ຫຍັງ​ແດ່​ໄດ້​ເກີດຂຶ້ນ​ໃນ​ອະດີດ ແລະ​ບໍ່ມີ​ຜູ້ໃດ​ໃນ​ອະນາຄົດ​ຈະ​ຈື່ຈຳ​ໄດ້​ວ່າ ມີ​ຫຍັງ​ແດ່​ເກີດຂຶ້ນ​ລະຫວ່າງ​ຊ່ວງນີ້​ແລະ​ຊ່ວງ​ຕໍ່ໄປ.</verse>
				<verse number="12">ຂ້າພະເຈົ້າ​ຄື​ປັນຍາຈານ ເຄີຍ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ໄດ້​ປົກຄອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="13">ຂ້າພະເຈົ້າ​ໄດ້​ຕັ້ງໃຈ​ພິຈາລະນາ​ແລະ​ສຶກສາ​ເບິ່ງ ສິ່ງ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ໃນ​ໂລກນີ້. ພຣະເຈົ້າ​ໄດ້​ກຳນົດ​ຊາຕາກຳ​ອັນ​ແສນ​ລຳບາກ​ເໜືອ​ມະນຸດ.</verse>
				<verse number="14">ຂ້າພະເຈົ້າ​ເຄີຍ​ເຫັນ​ສັບພະທຸກສິ່ງ​ທີ່​ຄົນ​ໄດ້​ເຮັດ​ຢູ່ໃຕ້​ດວງຕາເວັນ ແລະ​ຂ້າພະເຈົ້າ​ຂໍ​ບອກ​ວ່າ, ສິ່ງ​ເຫຼົ່ານັ້ນ​ລ້ວນແຕ່​ອະນິຈັງ​ທັງສິ້ນ. ເປັນ​ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ.</verse>
				<verse number="15">ທ່ານ​ເຮັດ​ສິ່ງ​ທີ່​ຄົດ​ໃຫ້​ຊື່​ບໍ່ໄດ້​ສັນໃດ ທ່ານ​ກໍ​ນັບ​ສິ່ງ​ທີ່​ບໍ່ມີ​ຕົນ​ຕົວ​ບໍ່ໄດ້​ສັນນັ້ນ.</verse>
				<verse number="16">ຂ້າພະເຈົ້າ​ເຄີຍ​ເວົ້າ​ກັບ​ຕົນເອງ​ວ່າ, “ເຮົາ​ກາຍເປັນ​ຄົນ​ສຳຄັນ ທັງ​ມີ​ປັນຍາ​ກວ່າ​ຄົນ​ໃດໆ ທີ່​ເຄີຍ​ປົກຄອງ​ນະຄອນ​ເຢຣູຊາເລັມ​ມາ​ກ່ອນ​ເຮົາ. ເຮົາ​ຮູ້ຈັກ​ປັນຍາ​ແລະ​ຄວາມຮູ້​ແທ້​ນັ້ນ​ວ່າ​ເປັນ​ຢ່າງໃດ.”</verse>
				<verse number="17">ຂ້າພະເຈົ້າ​ຕັ້ງໃຈ​ຮໍ່າຮຽນ​ໄຈ້ແຍກ ລະຫວ່າງ​ຄວາມຮູ້​ແລະ​ຄວາມ​ໂງ່ຈ້າ, ປັນຍາ​ແລະ​ຄວາມ​ບ້າຄັ່ງ, ແຕ່​ຂ້າພະເຈົ້າ​ໄດ້​ພົບ​ວ່າ ຂ້າພະເຈົ້າ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ​ຄືກັນ.</verse>
				<verse number="18">ທ່ານ​ເປັນ​ຄົນ​ສະຫລາດ​ຫລາຍ​ເທົ່າໃດ ທ່ານ​ແຮ່ງ​ເປັນ​ຄົນ​ວິຕົກ​ກັງວົນ​ຫລາຍ​ເທົ່ານັ້ນ ທ່ານ​ຮູ້​ຫລາຍ​ເທົ່າໃດ ທ່ານ​ແຮ່ງ​ເຈັບປວດ​ຫລາຍ​ເທົ່ານັ້ນ.</verse>
			</chapter>
			<chapter number="2">
				<verse number="1">ຂ້າພະເຈົ້າ​ໄດ້​ຕັດສິນໃຈ​ທີ່​ຈະ​ເຮັດ​ໃຫ້​ຕົນເອງ​ມີ​ຄວາມ​ພໍໃຈ ແລະ​ຊອກຫາ​ວ່າ​ຄວາມສຸກ​ນັ້ນ​ຄື​ຫຍັງ. ແຕ່​ຂ້າພະເຈົ້າ​ໄດ້​ພົບ​ວ່າ ເລື່ອງ​ນີ້​ກໍ​ອະນິຈັງ​ເໝືອນກັນ.</verse>
				<verse number="2">ຂ້າພະເຈົ້າ​ໄດ້​ພົບ​ວ່າ​ການ​ຫົວເລາະ​ກໍ​ເປັນ​ການ​ໂງ່ຈ້າ ແລະ​ຄວາມ​ສະໜຸກ​ວ່າ​ນຳ​ປະໂຫຍດ​ອັນໃດ​ມາ​ສູ່​ເຮົາ.</verse>
				<verse number="3">ດ້ວຍ​ຄວາມຢາກ​ມີ​ປັນຍາ ຂ້າພະເຈົ້າ​ຈຶ່ງ​ຕັດສິນໃຈ​ດື່ມ​ເຫຼົ້າ​ອະງຸ່ນ ເພື່ອ​ເຮັດ​ໃຫ້​ຂ້າພະເຈົ້າ​ດີໃຈ​ແລະ​ສະໜຸກ. ຂ້າພະເຈົ້າ​ຄິດວ່າ​ສິ່ງ​ນີ້​ອາດ​ເປັນ​ວິທີ​ດີທີ່ສຸດ​ກໍໄດ້ ທີ່​ມະນຸດ​ນຳ​ເອົາ​ໄປ​ໃຊ້​ໄດ້​ໃນ​ຊີວິດ​ອັນ​ສັ້ນໆ​ຂອງຕົນ​ຢູ່​ໃນ​ໂລກນີ້.</verse>
				<verse number="4">ຂ້າພະເຈົ້າ​ໄດ້​ເຮັດ​ວຽກງານ​ທີ່​ຍິ່ງໃຫຍ່​ສຳເລັດ ຂ້າພະເຈົ້າ​ໄດ້​ປຸກ​ເຮືອນ​ໄວ້​ຫລາຍ​ຫລັງ ແລະ​ປູກ​ສວນອະງຸ່ນ​ໄວ້​ຫລາຍ​ບ່ອນ​ເພື່ອ​ຕົນເອງ.</verse>
				<verse number="5">ຂ້າພະເຈົ້າ​ໄດ້​ເຮັດ​ສວນ​ຄົວ ແລະ​ສວນ​ພັກຜ່ອນ​ຢ່ອນໃຈ​ຕ່າງໆ ຊຶ່ງ​ມີ​ຕົ້ນໄມ້​ກິນ​ໝາກ​ທຸກໆ​ຊະນິດ;</verse>
				<verse number="6">ຂ້າພະເຈົ້າ​ຂຸດ​ບໍ່ນໍ້າ​ຫລາຍແຫ່ງ​ໄວ້ ເພື່ອ​ໃຊ້​ຫົດ​ພືດພັນ​ຕົ້ນໄມ້.</verse>
				<verse number="7">ຂ້າພະເຈົ້າ​ໄດ້​ຊື້​ທາດຮັບໃຊ້​ຊາຍ​ຍິງ​ຕັ້ງ​ຫລວງຫລາຍ ແລະ​ກໍ​ມີ​ທາດຮັບໃຊ້​ຫລາຍ​ຄົນ​ທີ່​ໄດ້​ເກີດ​ຢູ່​ໃນ​ເຮືອນ​ຂອງ​ຂ້າພະເຈົ້າ. ຂ້າພະເຈົ້າ​ມີ​ຝູງສັດ​ຫລາຍກວ່າ​ຄົນ​ໃດໆ ທີ່​ເຄີຍ​ມີ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="8">ຂ້າພະເຈົ້າ​ຮວບຮວມ​ເອົາ​ເງິນຄຳ​ຈາກ​ຄັງ​ຂອງ​ບັນດາ​ກະສັດ ໃນ​ດິນແດນ​ຕ່າງໆ​ທີ່​ຂ້າພະເຈົ້າ​ໄດ້​ປົກຄອງ. ບັນດາ​ຊາຍ​ຍິງ​ຕ່າງ​ກໍ​ມາ​ຮ້ອງລຳ​ທຳເພງ​ເພື່ອ​ກ່ອມ​ອາຣົມ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ໄດ້​ຜູ້ຍິງ​ທັງໝົດ ທີ່​ຜູ້ຊາຍ​ທັງຫລາຍ​ຕ່າງ​ກໍ​ປາຖະໜາ​ມາ​ເຊີຍຊົມ.</verse>
				<verse number="9">ຈິງແທ້ ຂ້າພະເຈົ້າ​ຍິ່ງໃຫຍ່ ຍິ່ງໃຫຍ່​ກວ່າ​ຄົນ​ໃດໆ ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ກ່ອນ​ຂ້າພະເຈົ້າ ແລະ​ປັນຍາ​ກໍໄດ້​ດຳລົງ​ຢູ່​ກັບ​ຂ້າພະເຈົ້າ.</verse>
				<verse number="10">ຂ້າພະເຈົ້າ​ປາຖະໜາ​ສິ່ງໃດ ຂ້າພະເຈົ້າ​ກໍໄດ້​ສິ່ງນັ້ນ. ຂ້າພະເຈົ້າ​ບໍ່ໄດ້​ຫັກຫ້າມ​ຈິດໃຈ​ຂອງ​ຂ້າພະເຈົ້າ​ຈາກ​ຄວາມ​ສະໜຸກ​ໃດໆ​ທັງສິ້ນ. ຂ້າພະເຈົ້າ​ພູມໃຈ​ຕໍ່​ວຽກການ​ງານ​ຕ່າງໆ​ທີ່​ຂ້າພະເຈົ້າ​ໄດ້​ເຮັດ ແລະ​ທັງໝົດ​ນັ້ນ​ແມ່ນ​ບຳເໜັດ​ຂອງ​ຂ້າພະເຈົ້າ.</verse>
				<verse number="11">ແລ້ວ​ຂ້າພະເຈົ້າ​ກໍ​ຕຶກຕອງ​ເບິ່ງ​ສິ່ງ​ທັງໝົດ ແລະ​ເຫື່ອແຮງ​ທີ່​ໄດ້​ທຸ້ມເທ​ເຮັດ​ສິ່ງ​ເຫຼົ່ານັ້ນ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເຫັນ​ໄດ້​ຢ່າງ​ຈະແຈ້ງ​ວ່າ ສິ່ງ​ນັ້ນ​ບໍ່ມີ​ຄວາມໝາຍ​ຫຍັງ​ເລີຍ. ເປັນ​ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ ຄື​ທຸກສິ່ງ​ຢູ່ໃຕ້​ດວງຕາເວັນ​ລ້ວນແຕ່​ອະນິຈັງ​ທັງສິ້ນ.</verse>
				<verse number="12">ໃນທີ່ສຸດ ກະສັດ​ຄົນ​ໜຶ່ງ​ກໍ​ເຮັດ​ໄດ້​ພຽງແຕ່​ສິ່ງ​ທີ່​ບັນດາ​ກະສັດ​ຄົນ​ກ່ອນໆ​ໄດ້​ເຮັດ​ມາ​ເທົ່ານັ້ນ. ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຕັ້ງຕົ້ນ​ຄິດເຖິງ​ຄວາມໝາຍ​ຂອງ​ຄຳ​ວ່າ​ມີ​ປັນຍາ ລວມ​ທັງ​ຄຳ​ວ່າ​ເສຍ​ສະຕິ ແລະ​ຄຳ​ວ່າ​ໂງ່ຈ້າ​ນັ້ນ.</verse>
				<verse number="13">ແນ່ນອນ ຂ້າພະເຈົ້າ​ຮູ້​ໄດ້​ວ່າ, “ປັນຍາ​ກໍດີກວ່າ​ຄວາມ​ໂງ່ຈ້າ ແລະ​ແຈ້ງ​ກໍດີກວ່າ​ມືດ.</verse>
				<verse number="14">ຄົນມີ​ປັນຍາ​ຮູ້ຈັກ​ບ່ອນ​ທີ່​ຕົນ​ກຳລັງ​ໄປ​ໄດ້ ແລະ​ຄົນໂງ່ຈ້າ​ບໍ່​ອາດ​ຮູ້​ໄດ້​ເລີຍ.” ແຕ່​ຂ້າພະເຈົ້າ​ຮູ້​ຄືກັນ​ວ່າ ຊາຕາກຳ​ຢ່າງ​ດຽວກັນ​ນັ້ນ​ກຳລັງ​ລໍຄອຍ​ທຸກຄົນ​ຢູ່.</verse>
				<verse number="15">ຂ້າພະເຈົ້າ​ນຶກ​ໃນໃຈ​ວ່າ, “ສິ່ງ​ທີ່​ເກີດຂຶ້ນ​ກັບ​ຄົນໂງ່ຈ້າ​ນັ້ນ ກໍ​ຈະ​ເກີດຂຶ້ນ​ກັບ​ຂ້າພະເຈົ້າ​ຄືກັນ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ຫຍັງ​ແດ່ ທີ່​ເປັນ​ຄົນມີ​ປັນຍາ​ຫຼາຍ​ທີ່ສຸດ?” ຂ້າພະເຈົ້າ​ຕອບ​ວ່າ, “ບໍ່ໄດ້​ຫຍັງ​ເລີຍ ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.”</verse>
				<verse number="16">ບໍ່ມີ​ຜູ້ໃດ​ຈື່ຈຳ​ຄົນມີ​ປັນຍາ ແລະ​ບໍ່ມີ​ຜູ້ໃດ​ຈື່ຈຳ​ຄົນໂງ່ຈ້າ. ໃນ​ມື້​ທີ່​ຈະ​ມາ​ເຖິງ​ນັ້ນ ຄົນ​ຈະ​ລືມໄລ​ພວກເຂົາ​ໄປ​ໝົດ. ພວກເຮົາ​ທຸກຄົນ​ຕ້ອງ​ຕາຍ ຄື​ທັງ​ຄົນມີ​ປັນຍາ​ແລະ​ຄົນໂງ່ຈ້າ​ດ້ວຍ.</verse>
				<verse number="17">ສະນັ້ນ ສຳລັບ​ຂ້າພະເຈົ້າ​ແລ້ວ ຊີວິດ​ຈຶ່ງ​ກາຍເປັນ​ສິ່ງ​ທີ່​ບໍ່ມີ​ຄວາມໝາຍ​ຫຍັງ ເພາະ​ທຸກສິ່ງ​ທີ່​ຢູ່ໃຕ້​ດວງຕາເວັນ​ບໍ່ໄດ້​ນຳ​ຫຍັງ​ເລີຍ​ມາ​ໃຫ້​ຂ້າພະເຈົ້າ ນອກຈາກ​ຄວາມ​ເດືອດຮ້ອນ​ເທົ່ານັ້ນ. ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ. ຂ້າພະເຈົ້າ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.</verse>
				<verse number="18">ວຽກ​ທີ່​ຂ້າພະເຈົ້າ​ໄດ້​ເຮັດ​ຢູ່ໃຕ້​ດວງຕາເວັນ​ກັບ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ມາ​ນັ້ນ ບໍ່ມີ​ຄວາມໝາຍ​ຫຍັງ​ເລີຍ​ຕໍ່​ຂ້າພະເຈົ້າ ເພາະ​ຂ້າພະເຈົ້າ​ຮູ້ຈັກ​ວ່າ ຂ້າພະເຈົ້າ​ຕ້ອງ​ປະ​ສິ່ງ​ເຫຼົ່ານີ້​ໄວ້​ໃຫ້​ຜູ້​ທີ່​ສືບແທນ​ຂ້າພະເຈົ້າ</verse>
				<verse number="19">ແລະ​ຜູ້​ທີ່​ຈະ​ສືບແທນ​ຂ້າພະເຈົ້າ​ນັ້ນ ອາດ​ຈະ​ເປັນ​ຄົນມີ​ປັນຍາ​ຫລື​ອາດ​ຈະ​ເປັນ​ຄົນໂງ່ຈ້າ​ກໍໄດ້ ຜູ້ໃດ​ແດ່​ຮູ້? ເຖິງ​ຢ່າງໃດ​ກໍຕາມ ລາວ​ຈະ​ຕ້ອງ​ເປັນ​ເຈົ້າຂອງ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ຫາ​ໄວ້​ນັ້ນ ຄື​ທຸກໆ​ສິ່ງ​ຢູ່ໃຕ້​ດວງຕາເວັນ​ທີ່​ຂ້າພະເຈົ້າ​ຫາ​ມາ​ໄດ້​ດ້ວຍ​ປັນຍາ​ຂອງ​ຂ້າພະເຈົ້າ. ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.</verse>
				<verse number="20">ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຄິດ​ເສຍໃຈ​ທີ່​ຕົນ​ໄດ້​ເຮັດ​ວຽກ​ຢ່າງ​ໜັກໜ່ວງ​ຢູ່ໃຕ້​ດວງຕາເວັນ.</verse>
				<verse number="21">ທ່ານ​ທຸ່ມເທ​ປັນຍາ, ຄວາມຮູ້ ແລະ​ຄວາມ​ຊຳນິ​ຊຳນານ​ທັງໝົດ ສຳລັບ​ສິ່ງໃດສິ່ງໜຶ່ງ, ແຕ່​ແລ້ວ​ທ່ານ​ຕ້ອງ​ປະ​ສິ່ງ​ທັງໝົດ​ນັ້ນ​ໄວ້​ໃຫ້​ແກ່​ຜູ້ໃດ​ຜູ້ໜຶ່ງ ທີ່​ບໍ່ໄດ້​ເຮັດ​ວຽກ​ສຳລັບ​ສິ່ງ​ນັ້ນໆ. ຊ່າງ​ອະນິຈັງ​ແລະ​ບໍ່​ຖືກຕ້ອງ​ເສຍ​ເລີຍ</verse>
				<verse number="22">ມະນຸດ​ເຮັດ​ວຽກ​ໜັກ​ທັງ​ວິຕົກ​ກັງວົນ​ຕະຫລອດ​ຊີວິດ ແລະ​ມີ​ສິ່ງໃດ​ແດ່​ທີ່​ມະນຸດ​ພໍ​ຈະ​ນຳ​ມາ​ອວດອ້າງ​ໄດ້?</verse>
				<verse number="23">ເມື່ອໃດ​ທີ່​ທ່ານ​ຍັງ​ມີ​ຊີວິດ​ຢູ່ ເມື່ອນັ້ນ​ທຸກສິ່ງ​ທີ່​ທ່ານ​ໄດ້​ເຮັດ​ນັ້ນ​ກໍ​ບໍ່ໄດ້​ນຳ​ຫຍັງ​ມາ​ໃຫ້​ທ່ານ​ເລີຍ ນອກຈາກ​ຄວາມ​ວິຕົກ​ກັງວົນ​ແລະ​ຄວາມ​ລະທົມ​ຂົມຂື່ນ​ເທົ່ານັ້ນ. ແມ່ນແຕ່​ຕອນ​ກາງຄືນ ຄວາມຄິດ​ຂອງທ່ານ​ກໍ​ບໍ່ໄດ້​ພັກຜ່ອນ. ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.</verse>
				<verse number="24">ຄວາມສຸກ​ຢ່າງ​ດຽວ​ຂອງ​ມະນຸດ​ກໍ​ຄື​ກິນ​ແລະ​ດື່ມ ແລະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້. ຢ່າງໃດ​ກໍຕາມ ຂ້າພະເຈົ້າ​ຍັງ​ສຳນຶກ​ໄດ້​ວ່າ ສິ່ງ​ເຫຼົ່ານີ້​ແມ່ນ​ລ້ວນແຕ່​ມາ​ຈາກ​ພຣະເຈົ້າ​ທັງສິ້ນ.</verse>
				<verse number="25">ຖ້າ​ບໍ່ມີ​ພຣະອົງ​ແລ້ວ ທ່ານ​ຈະ​ມີ​ກິນ​ຫລື​ສະໜຸກ​ໄດ້​ຢ່າງໃດ?</verse>
				<verse number="26">ພຣະເຈົ້າ​ໃຫ້​ປັນຍາ, ຄວາມຮູ້ ແລະ​ຄວາມສຸກ​ແກ່​ຜູ້​ທີ່​ພຣະອົງ​ພໍພຣະໄທ​ນຳ. ແຕ່​ພຣະອົງ​ເຮັດ​ໃຫ້​ຄົນບາບ​ເຮັດ​ວຽກ​ໜັກ, ຫາຢູ່​ຫາກິນ ແລະ​ທ້ອນໂຮມ​ໄວ້ ເພື່ອ​ວ່າ​ພຣະອົງ​ຈະ​ເອົາ​ສິ່ງ​ທີ່​ລາວ​ຫາ​ມາ​ໄດ້​ນັ້ນ ໃຫ້​ແກ່​ຜູ້​ທີ່​ພຣະອົງ​ພໍພຣະໄທ​ນຳ. ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.</verse>
			</chapter>
			<chapter number="3">
				<verse number="1">ທຸກສິ່ງ​ທີ່​ເກີດຂຶ້ນ​ຢູ່​ໃນ​ໂລກນີ້ ເປັນ​ໄປ​ຕາມ​ລະດູການ ແລະ​ເວລາ​ທີ່​ພຣະເຈົ້າ​ກຳນົດ​ໄວ້.</verse>
				<verse number="2">ພຣະອົງ​ຕັ້ງ​ໄວ້​ເວລາ​ສຳລັບ​ເກີດ ແລະ​ເວລາ​ສຳລັບ​ຕາຍ ເວລາ​ສຳລັບ​ປູກ ແລະ​ເວລາ​ສຳລັບ​ຫລົກ</verse>
				<verse number="3">ເວລາ​ສຳລັບ​ຂ້າ ແລະ​ເວລາ​ສຳລັບ​ປິ່ນປົວ​ໃຫ້​ດີ ເວລາ​ສຳລັບ​ມ້າງລົງ ແລະ​ເວລາ​ສຳລັບ​ກໍ່ສ້າງ​ຂຶ້ນ.</verse>
				<verse number="4">ພຣະອົງ​ຕັ້ງ​ເວລາ​ສຳລັບ​ໂສກເສົ້າ ແລະ​ເວລາ​ສຳລັບ​ຊົມຊື່ນ​ຍິນດີ ເວລາ​ສຳລັບ​ໄວ້ທຸກ ແລະ​ເວລາ​ສຳລັບ​ຟ້ອນລຳ</verse>
				<verse number="5">ເວລາ​ສຳລັບ​ໂຍນ​ຫີນ​ຖິ້ມ ແລະ​ເວລາ​ສຳລັບ​ກອງ​ຫີນ​ໄວ້​ຄືນ ເວລາ​ສຳລັບ​ກອດ​ຈູບ ແລະ​ເວລາ​ສຳລັບ​ບໍ່​ກອດ​ຈູບ.</verse>
				<verse number="6">ພຣະອົງ​ຕັ້ງ​ເວລາ​ສຳລັບ​ພົບພໍ້ ແລະ​ເວລາ​ສຳລັບ​ສູນເສຍ​ໄປ ເວລາ​ສຳລັບ​ເກັບ​ຮັກສາ​ໄວ້ ແລະ​ເວລາ​ສຳລັບ​ໂຍນ​ຖິ້ມ​ໄປ</verse>
				<verse number="7">ເວລາ​ສຳລັບ​ຈີກ ແລະ​ເວລາ​ສຳລັບ​ຫຍິບ ເວລາ​ສຳລັບ​ມິດງຽບ ແລະ​ເວລາ​ສຳລັບ​ເວົ້າຈາ.</verse>
				<verse number="8">ພຣະອົງ​ຕັ້ງ​ເວລາ​ສຳລັບ​ຮັກ ແລະ​ເວລາ​ສຳລັບ​ຊັງ ເວລາ​ສຳລັບ​ເຮັດ​ເສິກ ແລະ​ເວລາ​ສຳລັບ​ສ້າງ​ສັນຕິພາບ.</verse>
				<verse number="9">ຄົນ​ເຮົາ​ໄດ້​ຜົນປະໂຫຍດ​ຫຍັງ​ແດ່ ຈາກ​ວຽກງານ​ທັງໝົດ​ທີ່​ຕົນ​ເຮັດ?</verse>
				<verse number="10">ຂ້າພະເຈົ້າ​ຮູ້ຈັກ​ພາລະ​ອັນ​ໜັກໜ່ວງ​ທີ່​ພຣະເຈົ້າ​ວາງ​ໄວ້​ເທິງ​ມະນຸດ.</verse>
				<verse number="11">ພຣະອົງ​ໄດ້​ຕັ້ງ​ເວລາ​ອັນ​ເໝາະສົມ​ໄວ້​ສຳລັບ​ທຸກສິ່ງ. ພຣະອົງ​ຢາກ​ໃຫ້​ມະນຸດ​ຮູ້ຈັກ​ອະດີດ ແລະ​ອະນາຄົດ, ແຕ່​ມະນຸດ​ເຂົ້າໃຈ​ບໍ່ໄດ້​ຢ່າງ​ເຕັມປ່ຽມ​ຕໍ່​ສິ່ງ​ທີ່​ພຣະອົງ​ໄດ້​ຊົງ​ກະທຳ ຕັ້ງແຕ່​ອະດີດຕະການ​ເຖິງ​ອະວະສານ.</verse>
				<verse number="12">ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ສຳນຶກ​ໄດ້​ວ່າ​ສິ່ງ​ທີ່​ມະນຸດ​ພໍ​ກະທຳ​ໄດ້​ນັ້ນ ແມ່ນ​ເຮັດ​ໃຫ້​ຈິດໃຈ​ເປັນ​ສຸກ ແລະ​ເຮັດ​ດີທີ່ສຸດ​ເທົ່າທີ່ຈະ​ເຮັດ​ໄດ້ ເມື່ອ​ຕົນ​ຍັງ​ມີ​ຊີວິດ​ຢູ່.</verse>
				<verse number="13">ມະນຸດ​ທຸກຄົນ​ຄວນ​ກິນ​ແລະ​ດື່ມ ແລະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້. ອັນ​ນີ້​ແມ່ນ​ຂອງຂວັນ​ທີ່​ມາ​ຈາກ​ພຣະເຈົ້າ.</verse>
				<verse number="14">ຂ້າພະເຈົ້າ​ຮູ້ວ່າ ທຸກສິ່ງ​ທີ່​ພຣະເຈົ້າ​ກະທຳ​ນັ້ນ​ດຳລົງ​ຢູ່​ຕະຫລອດໄປ. ທ່ານ​ຕື່ມ​ສິ່ງໃດສິ່ງໜຶ່ງ​ໃສ່​ບໍ່ໄດ້ ຫລື​ເອົາ​ສິ່ງໃດສິ່ງໜຶ່ງ​ອອກ​ໄປ​ຈາກ​ນັ້ນ​ບໍ່ໄດ້. ມີ​ສິ່ງໜຶ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ ແມ່ນ​ເຮັດ​ໃຫ້​ມະນຸດ​ຢຳເກງ​ພຣະອົງ.</verse>
				<verse number="15">ສິ່ງໃດ​ກໍຕາມ​ທີ່​ເຄີຍ​ໄດ້​ເກີດຂຶ້ນ​ແລ້ວ ກໍ​ຈະ​ເກີດຂຶ້ນ​ໃນ​ເວລາ​ຕໍ່ມາ ແລະ​ໄດ້​ເກີດຂຶ້ນ​ມາ​ກ່ອນ​ແລ້ວ​ທັງສິ້ນ. ພຣະເຈົ້າ​ເຮັດ​ໃຫ້​ເຫດການ​ເຊັ່ນດຽວ​ກັນ​ນັ້ນ ເກີດຂຶ້ນ​ຊໍ້າແລ້ວ​ຊໍ້າອີກ.</verse>
				<verse number="16">ນອກຈາກນີ້ ຂ້າພະເຈົ້າ​ຍັງ​ໄດ້​ສັງເກດ​ເຫັນ​ວ່າ ຢູ່ໃຕ້​ດວງຕາເວັນ​ທ່ານ​ໄດ້​ພົບ​ເຫັນ​ຄວາມ​ຊົ່ວຊ້າ ໃນ​ບ່ອນ​ທີ່​ຄວນ​ມີ​ຄວາມ​ຍຸດຕິທຳ ແລະ​ຄວາມ​ຊອບທຳ.</verse>
				<verse number="17">ຂ້າພະເຈົ້າ​ໄດ້​ເວົ້າ​ກັບ​ຕົນເອງ​ວ່າ, “ພຣະເຈົ້າ​ຈະ​ຕັດສິນ​ຄົນ​ຊອບທຳ ແລະ​ຄົນຊົ່ວຊ້າ​ເໝືອນກັນ ເພາະ​ທຸກສິ່ງ​ແລະ​ທຸກ​ການກະທຳ​ຈະ​ເກີດຂຶ້ນ ຕາມ​ກຳນົດ​ເວລາ​ຂອງ​ມັນເອງ.”</verse>
				<verse number="18">ເມື່ອ​ເວົ້າ​ເຖິງ​ມະນຸດ​ແລ້ວ ຂ້າພະເຈົ້າ​ຄິດ​ວ່າ​ພຣະເຈົ້າ​ໄດ້​ທົດສອບ​ເບິ່ງ​ພວກເຂົາ ເພື່ອ​ສະແດງ​ໃຫ້​ພວກເຂົາ​ຮູ້​ວ່າ​ມະນຸດ​ບໍ່ໄດ້​ດີ​ໄປ​ກວ່າ​ສັດ​ເລີຍ.</verse>
				<verse number="19">ແລ້ວ​ຊາຕາກຳ​ຢ່າງ​ດຽວກັນ​ກໍ​ລໍຄອຍ​ທັງ​ຄົນ ແລະ​ສັດ​ຢູ່​ຄື: ຕ່າງ​ກໍ​ຕ້ອງ​ຕາຍໄປ​ທັງໝົດ ຕ່າງ​ກໍ​ຖືກ​ສ້າງ​ຂຶ້ນ​ມາ​ຄືກັນ ແລະ​ມະນຸດ​ຄົນໜຶ່ງ​ບໍ່ໄດ້​ດີ​ໄປ​ກວ່າ​ສັດ​ໂຕໜຶ່ງ ເພາະ​ທຸກສິ່ງ​ແມ່ນ​ອະນິຈັງ.</verse>
				<verse number="20">ທັງສອງ​ກຳລັງ​ຈະ​ໄປ​ສູ່​ບ່ອນ​ດຽວກັນ​ຄື​ສູ່​ຂີ້ຝຸ່ນ​ດິນ ທັງສອງ​ມາ​ຈາກ​ຂີ້ຝຸ່ນ​ດິນ​ສັນໃດ ທັງສອງ​ຈະ​ຕ້ອງ​ຄືນ​ໄປ​ສູ່​ຂີ້ຝຸ່ນ​ດິນ​ສັນນັ້ນ.</verse>
				<verse number="21">ຜູ້ໃດ​ຢັ້ງຢືນ​ໄດ້​ວ່າ ວິນຍານ​ຂອງ​ມະນຸດ​ນັ້ນ​ຂຶ້ນ​ໄປ​ສູ່​ເທິງ​ຟ້າ ແລະ​ວິນຍານ​ຂອງ​ສັດ​ລົງ​ໄປ​ສູ່​ພື້ນດິນ?</verse>
				<verse number="22">ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ສຳນຶກ​ໄດ້​ວ່າ ສິ່ງ​ດີທີ່ສຸດ​ທີ່​ມະນຸດ​ເຮັດ​ໄດ້ ແມ່ນ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້ ເຂົາ​ເຮັດ​ສິ່ງໃດ​ບໍ່ໄດ້​ອີກ​ແລ້ວ. ບໍ່ມີ​ທາງ​ທີ່​ມະນຸດ​ຈະ​ຮູ້​ໄດ້​ວ່າ ມີ​ສິ່ງໃດ​ແດ່​ຈະ​ເກີດຂຶ້ນ​ຫລັງຈາກ​ຕົນ​ຕາຍໄປ​ແລ້ວ.</verse>
			</chapter>
			<chapter number="4">
				<verse number="1">ແລ້ວ​ຂ້າພະເຈົ້າ​ກໍໄດ້​ພິຈາລະນາ​ເບິ່ງ​ອີກ ເຖິງ​ຄວາມ​ບໍ່​ຍຸດຕິທຳ​ທັງໝົດ​ທີ່​ເປັນ​ຢູ່ໃຕ້​ດວງຕາເວັນ. ຄົນ​ຖືກ​ຂົ່ມເຫັງ​ກຳລັງ​ເປັນທຸກ​ຮ້ອງໄຫ້ ແລະ​ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ລາວ​ເລີຍ. ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ລາວ​ໄດ້ ເພາະ​ອຳນາດ​ນັ້ນ​ຢູ່​ນຳ​ຝ່າຍ​ທີ່​ຂົ່ມເຫັງ​ລາວ.</verse>
				<verse number="2">ຂ້າພະເຈົ້າ​ຄິດ​ວ່າ ຄົນ​ທີ່​ຕາຍໄປ​ແລ້ວ​ກໍດີກວ່າ​ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່,</verse>
				<verse number="3">ແຕ່​ດີກວ່າ​ທັງສອງ​ຢ່າງ​ນັ້ນ ແມ່ນ​ຜູ້​ທີ່​ຍັງ​ບໍ່​ທັນ​ໄດ້​ເກີດ​ມາ ຄື​ຜູ້​ທີ່​ບໍ່ເຄີຍ​ໄດ້​ເຫັນ​ຄວາມ​ຊົ່ວຮ້າຍ​ຢູ່ໃຕ້​ດວງຕາເວັນ.</verse>
				<verse number="4">ຂ້າພະເຈົ້າ​ໄດ້​ຄົ້ນພົບ​ເຊັ່ນດຽວ​ກັນ​ວ່າ ເປັນຫຍັງ​ມະນຸດ​ຈຶ່ງ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ຈະ​ປະສົບ​ຜົນ​ສຳເລັດ ເພາະ​ລາວ​ຢາກ​ມີ​ລື່ນ​ເພື່ອນບ້ານ​ຂອງຕົນ, ແຕ່​ມັນ​ກໍ​ອະນິຈັງ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.</verse>
				<verse number="5">ແນ່ນອນ ຄົນໂງ່ຈ້າ​ຜູ້​ທີ່​ງໍມື​ງໍຕີນ​ຢູ່​ກໍ​ປ່ອຍ​ໃຫ້​ຕົນ​ອຶດ​ຕາຍ.</verse>
				<verse number="6">ແຕ່​ການ​ມີ​ຈິດໃຈ​ສະຫງົບສຸກ​ຢູ່​ພຽງ​ເລັກນ້ອຍ ກໍ​ຍັງ​ດີກວ່າ​ມື​ສອງ​ເບື້ອງ​ຫຍຸ້ງ​ຢູ່​ຕະຫລອດ​ເວລາ​ຄື: ພະຍາຍາມ​ຄວ້າຈັບ​ລົມ.</verse>
				<verse number="7">ຂ້າພະເຈົ້າ​ຍັງ​ສັງເກດ​ເຫັນ​ໄດ້​ວ່າ ຢູ່ໃຕ້​ດວງຕາເວັນ​ນີ້​ມີ​ບາງສິ່ງ​ບາງຢ່າງ​ອີກ​ທີ່​ອະນິຈັງ.</verse>
				<verse number="8">ຢູ່ໃຕ້​ດວງຕາເວັນ​ມີ​ຊາຍ​ຄົນ​ໜຶ່ງ​ທີ່​ຢູ່​ຜູ້ດຽວ. ລາວ​ບໍ່ມີ​ລູກ​ແລະ​ບໍ່ມີ​ອ້າຍ​ເອື້ອຍ​ນ້ອງ; ເຖິງ​ປານ​ນັ້ນ ລາວ​ກໍ​ເຮັດ​ວຽກ​ຢູ່​ບໍ່​ເຊົາ​ໂດຍ​ຍັງ​ບໍ່​ພໍໃຈ​ກັບ​ຊັບສິນ​ທີ່​ຕົນ​ມີ​ຢູ່​ນັ້ນ. ລາວ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ຜູ້ໃດ ໂດຍ​ບໍ່​ຍອມ​ແມ່ນແຕ່​ເຮັດ​ໃຫ້​ຕົນເອງ​ສະໜຸກ​ຈັກດີ້? ອັນ​ນີ້​ກໍ​ອະນິຈັງ​ຄືກັນ ເພາະ​ເປັນ​ການ​ໃຊ້​ຊີວິດ​ຢູ່​ຢ່າງ​ຍາກ​ລຳບາກ.</verse>
				<verse number="9">ສອງ​ຄົນ​ດີກວ່າ​ຄົນດຽວ ເພາະ​ວຽກ​ຂອງ​ເຂົາ​ທີ່​ເຮັດ​ກໍ​ເກີດຜົນ​ດີກວ່າ.</verse>
				<verse number="10">ຖ້າ​ຜູ້ໜຶ່ງ​ໃນ​ສອງ​ຄົນ​ນັ້ນ​ລົ້ມລົງ ຜູ້ໜຶ່ງ​ກໍ​ຊູ​ລາວ​ໃຫ້​ລຸກ​ຂຶ້ນ​ໄດ້. ແຕ່​ຖ້າ​ມີ​ຄົນດຽວ​ແລະ​ລົ້ມລົງ ກໍ​ເປັນ​ໜ້າ​ອີດູຕົນ​ແທ້ໆ ເພາະ​ບໍ່ມີ​ຜູ້ໃດ​ຊ່ວຍ​ລາວ​ເລີຍ.</verse>
				<verse number="11">ດັ່ງນັ້ນ ຖ້າ​ສອງ​ຄົນ​ນອນ​ດ້ວຍ​ກັນ​ກໍ​ອົບອຸ່ນ​ໄດ້, ແຕ່​ຖ້າ​ນອນ​ຄົນດຽວ ເຮັດ​ແນວ​ໃດ​ຈຶ່ງ​ຈະ​ມີ​ຄວາມ​ອົບອຸ່ນ?</verse>
				<verse number="12">ສອງ​ຄົນ​ຍ່ອມ​ຕ້ານທານ​ການ​ໂຈມຕີ​ທີ່​ຈະ​ເອົາ​ຊະນະ​ຄົນດຽວ​ໄດ້ ເຊືອກ​ສາມ​ກຽວ​ກໍ​ຂາດ​ໄດ້​ຍາກ.</verse>
				<verse number="13">ຄົນ​ຜູ້ໜຶ່ງ​ອາດ​ລຸກ​ຂຶ້ນ​ຈາກ​ຄວາມທຸກ​ລຳບາກ ກາຍ​ມາ​ເປັນ​ກະສັດ​ຂອງ​ປະເທດ​ຕົນ​ກໍໄດ້ ຫລື​ອອກ​ຈາກ​ຄຸກ​ໄປ​ສູ່​ບັນລັງ​ກໍໄດ້, ແຕ່​ເມື່ອໃດ​ລາວ​ແກ່ຕົວ​ໄປ​ແລ້ວ ແລະ​ຍັງ​ໂງ່ຈ້າ​ບໍ່​ຍອມ​ຟັງ​ຄຳແນະນຳ​ຢູ່ ລາວ​ກໍ​ສູ້​ຄົນໜຸ່ມ​ທີ່​ຍາກຈົນ​ແຕ່​ສະຫລຽວ​ສະຫລາດ​ບໍ່ໄດ້.</verse>
				<verse number="14"></verse>
				<verse number="15">ຂ້າພະເຈົ້າ​ໄດ້​ສັງເກດ​ເຫັນ​ວ່າ ທຸກຄົນ​ຢູ່​ໃຕ້​ດວງຕາເວັນ​ຕ່າງ​ກໍ​ຈະ​ເຂົ້າຂ້າງ​ຊາຍໜຸ່ມ ຜູ້​ທີ່​ຈະ​ຂຶ້ນ​ເປັນ​ກະສັດ.</verse>
				<verse number="16">ກະສັດ​ຜູ້ໜຶ່ງ​ອາດ​ປົກຄອງ​ປະຊາຊົນ​ຈຳນວນ​ນັບ​ບໍ່ໄດ້, ແຕ່​ຄົນ​ເຊັ່ນ​ຕໍ່ມາ​ບໍ່​ຮູ້ຈັກ​ບຸນຄຸນ​ໃນ​ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ຊໍ້າ. ມັນ​ຊ່າງ​ອະນິຈັງ ແລະ​ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.</verse>
			</chapter>
			<chapter number="5">
				<verse number="1">ຈົ່ງ​ລະມັດ​ລະວັງ ເມື່ອ​ເຂົ້າ​ໄປ​ໃນ​ພຣະວິຫານ ເຂົ້າ​ໄປ​ໃນ​ທີ່ນັ້ນ​ເພື່ອ​ສຶກສາ​ຮຽນຮູ້ ກໍດີກວ່າ​ເຂົ້າ​ໄປ​ຖວາຍ​ເຄື່ອງ​ບູຊາ ດັ່ງ​ຄົນໂງ່ຈ້າ​ທີ່​ບໍ່​ຮູ້ຈັກ​ຜິດ​ຈັກ​ຖືກ.</verse>
				<verse number="2">ຄິດ​ກ່ອນ​ຈຶ່ງ​ເວົ້າ ແລະ​ຢ່າ​ຟ້າວ​ຕັດສິນໃຈ​ເຮັດ​ຄຳ​ສາບານ​ໃດໆ​ກັບ​ພຣະເຈົ້າ. ພຣະເຈົ້າ​ຢູ່​ເທິງ​ຟ້າສະຫວັນ​ແລະ​ເຈົ້າ​ຢູ່​ເທິງ​ແຜ່ນດິນ​ໂລກ. ສະນັ້ນ ຢ່າ​ເວົ້າ​ເກີນກວ່າ​ທີ່​ເຈົ້າ​ຈຳເປັນ​ຕ້ອງ​ເວົ້າ.</verse>
				<verse number="3">ຄົນໂງ່ຈ້າ​ວິຕົກ​ກັງວົນ​ຫລາຍ​ເທົ່າໃດ ກໍ​ແຮ່ງ​ຝັນ​ບໍ່​ດີ​ຫລາຍ​ເທົ່ານັ້ນ ແລະ​ຄົນໂງ່ຈ້າ​ເວົ້າ​ຫລາຍ​ເທົ່າໃດ ແຮ່ງ​ເວົ້າ​ສິ່ງ​ໂງ່ຈ້າ​ອອກ​ມາ​ຫລາຍ​ເທົ່ານັ້ນ.</verse>
				<verse number="4">ສະນັ້ນ ເມື່ອ​ເຈົ້າ​ເຮັດ​ຄຳ​ສາບານ​ກັບ​ພຣະເຈົ້າ ຈົ່ງ​ປະຕິບັດ​ຕາມ​ຄຳ​ສາບານ​ນັ້ນ​ໄວ​ເທົ່າທີ່ຈະ​ໄວ​ໄດ້. ພຣະເຈົ້າ​ບໍ່​ພໍໃຈ​ນຳ​ຄົນໂງ່ຈ້າ. ຈົ່ງ​ເຮັດ​ຕາມ​ຄຳ​ສາບານ​ທີ່​ເຈົ້າ​ວ່າ​ຈະ​ເຮັດ.</verse>
				<verse number="5">ເມື່ອ​ສາບານ​ແລ້ວ​ບໍ່​ປະຕິບັດ​ຕາມ ຢ່າ​ສາບານ​ເລີຍ​ກໍດີກວ່າ.</verse>
				<verse number="6">ຈົ່ງ​ຫລີກເວັ້ນ​ຄຳເວົ້າ​ທີ່​ນຳ​ເຈົ້າ​ໄປ​ສູ່​ການບາບ ເພື່ອ​ເຈົ້າ​ຈະ​ບໍ່​ຕ້ອງ​ໄປ​ເວົ້າ​ກັບ​ປະໂຣຫິດ​ຂອງ​ພຣະເຈົ້າ​ວ່າ ເຈົ້າ​ບໍ່ໄດ້​ໝາຍຄວາມວ່າ​ຢ່າງນັ້ນ. ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ​ເຈົ້າ? ເປັນຫຍັງ​ຈຶ່ງ​ປ່ອຍ​ໃຫ້​ພຣະອົງ​ທຳລາຍ​ສິ່ງ​ທີ່​ເຈົ້າ​ຫາ​ມາ​ໄດ້​ນັ້ນ?</verse>
				<verse number="7">ບໍ່​ວ່າ​ເຈົ້າ​ໄຝ່ຝັນ​ຫລາຍ​ສໍ່າໃດ ເຈົ້າ​ເຮັດ​ວຽກ​ບໍ່ມີ​ປະໂຫຍດ​ຫລາຍ​ສໍ່າໃດ ຫລື​ເຈົ້າ​ເວົ້າ​ຫລາຍ​ສໍ່າໃດ ເຈົ້າ​ຕ້ອງ​ເຮັດ​ທຸກຢ່າງ​ດ້ວຍ​ການ​ຢຳເກງ​ພຣະເຈົ້າ.</verse>
				<verse number="8">ຖ້າ​ເຈົ້າ​ເຫັນ​ຄົນ​ຍາກຈົນ​ໃນ​ເມືອງ​ຖືກ​ຂົ່ມເຫັງ ທັງ​ຄວາມ​ຍຸດຕິທຳ ແລະ​ຄວາມ​ທ່ຽງທຳ​ເອົາ​ໄປ​ເສຍ​ຈາກ​ພວກເຂົາ ຢ່າ​ປະຫລາດ​ໃຈ​ເລີຍ. ດ້ວຍວ່າ, ຍັງ​ມີ​ນາຍ​ເໜືອ​ພວກເຂົາ​ຄອຍ​ຈັບຕາ​ເບິ່ງ​ພວກເຂົາ​ຢູ່ ແລະ​ຜູ້​ເປັນ​ນາຍເໜືອ​ພວກເຂົາ​ນັ້ນ ກໍ​ຍັງ​ມີ​ນາຍ​ຊັ້ນ​ຜູ້ໃຫຍ່​ກວ່າ​ອີກ​ຈັບຕາ​ເບິ່ງ​ພວກເຂົາ.</verse>
				<verse number="9">ແມ່ນແຕ່​ກະສັດ​ກໍ​ຍັງ​ເພິ່ງພາ​ອາໄສ​ຜົນ​ຂອງ​ການ​ເກັບກ່ຽວ.</verse>
				<verse number="10">ຖ້າ​ເຈົ້າ​ຮັກ​ເງິນ ເຈົ້າ​ກໍ​ຈະ​ບໍ່​ຮູ້​ເມື່ອ​ພໍ​ຈັກເທື່ອ ຖ້າ​ເຈົ້າ​ຢາກ​ຮັ່ງມີ ເຈົ້າ​ກໍ​ຈະ​ບໍ່ໄດ້​ທຸກສິ່ງ​ທີ່​ຕ້ອງການ​ຈັກເທື່ອ ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.</verse>
				<verse number="11">ເຈົ້າ​ຮັ່ງມີ​ຫລາຍ​ເທົ່າໃດ ເຈົ້າ​ກໍ​ຕ້ອງ​ລ້ຽງ​ຫລາຍ​ຄົນ​ເທົ່ານັ້ນ. ສິ່ງ​ທັງໝົດ​ທີ່​ເຈົ້າ​ໄດ້​ຮັບ​ນັ້ນ ກໍ​ພຽງແຕ່​ຄວາມຮູ້​ທີ່​ວ່າ​ຕົນ​ຮັ່ງມີ.</verse>
				<verse number="12">ຄົນ​ເຮັດ​ວຽກ​ອາດ​ມີ ຫລື​ອາດ​ບໍ່ມີ​ກິນ​ພຽງພໍ​ກໍໄດ້ ແຕ່​ຢ່າງໜ້ອຍ​ລາວ​ກໍ​ນອນ​ຫລັບ​ໄດ້​ໃນ​ຕອນ​ກາງຄືນ. ສ່ວນ​ເສດຖີ​ຜູ້​ທີ່​ມີ​ຊັບສົມບັດ​ອັນ​ຫລວງຫລາຍ ກໍ​ມີ​ແຕ່​ວິຕົກ​ກັງວົນ​ຈົນ​ນອນ​ບໍ່​ຫລັບ​ຍ້ອນ.</verse>
				<verse number="13">ສິ່ງ​ສະຫລົດ​ໃຈ​ຫລາຍ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ຢູ່ໃຕ້​ດວງຕາເວັນ ຄື​ຄົນ​ທີ່​ທ້ອນໂຮມ​ເງິນ​ໄວ້​ເມື່ອ​ຄາວ​ຈຳເປັນ</verse>
				<verse number="14">ແຕ່​ແລ້ວ​ສູນເສຍ​ໝົດ​ຍ້ອນ​ຄ້າຂາຍ​ຫລຸບທືນ ແລະ​ຈົບ​ລົງ​ໂດຍ​ບໍ່ມີ​ຫຍັງ​ເຫຼືອ​ໄວ້​ໃຫ້​ລູກຫລານ.</verse>
				<verse number="15">ພວກເຮົາ​ອອກ​ຈາກ​ທ້ອງ​ແມ່​ແຕ່​ຕົວເປົ່າ​ສັນໃດ ພວກເຮົາ​ກໍ​ຈາກ​ໄປ​ແຕ່​ຕົວເປົ່າ​ສັນນັ້ນ ຄື​ບໍ່ມີ​ຫຍັງ​ຈັກຢ່າງ​ຕິດຕົວ​ໄປ​ນຳ. ເຖິງ​ແມ່ນ​ວ່າ​ພວກເຮົາ​ເຮັດ​ວຽກ​ໜັກ​ກໍຕາມ ພວກເຮົາ​ກໍ​ເອົາ​ສິ່ງໃດ​ໄປ​ນຳ​ບໍ່ໄດ້.</verse>
				<verse number="16">ຊ່າງ​ບໍ່​ຖືກຕ້ອງ​ເລີຍ ພວກເຮົາ​ໄດ້​ເກີດ​ມາ​ຢ່າງໃດ ພວກເຮົາ​ກໍ​ຈາກ​ໄປ​ຢ່າງນັ້ນ. ພວກເຮົາ​ເຮັດ​ວຽກ​ໜັກ ໂດຍ​ພະຍາຍາມ​ຈັບ​ລົມ​ແລະ​ພວກເຮົາ​ໄດ້​ຫຍັງ​ແດ່?</verse>
				<verse number="17">ພວກເຮົາ​ຕ້ອງ​ໃຊ້​ຊີວິດ​ຢູ່​ໃນ​ຄວາມ​ມືດມົນ​ແລະ​ຄວາມ​ໂສກເສົ້າ ຄວາມ​ວິຕົກ​ກັງວົນ, ຄວາມ​ໂກດຮ້າຍ ແລະ​ຄວາມ​ເຈັບປ່ວຍ.</verse>
				<verse number="18">ອັນນີ້ ແມ່ນ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ຄົ້ນພົບ​ຄື: ສິ່ງ​ດີທີ່ສຸດ​ທີ່​ຜູ້ໃດໆ​ກໍ​ເຮັດ​ໄດ້ ແມ່ນ​ກິນ​ແລະ​ດື່ມ ແລະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້ ໃນ​ຊີວິດ​ອັນ​ສັ້ນໆ​ທີ່​ພຣະເຈົ້າ​ໂຜດ​ໃຫ້ ອັນນີ້ ແມ່ນ​ຊາຕາກຳ​ຂອງ​ມະນຸດ​ຢູ່ໃຕ້​ດວງຕາເວັນ.</verse>
				<verse number="19">ຖ້າ​ພຣະເຈົ້າ​ໃຫ້​ມະນຸດ​ຜູ້ໜຶ່ງ​ຮັ່ງມີ ແລະ​ໃຫ້​ລາວ​ສະໜຸກ​ຢູ່​ກັບ​ສິ່ງ​ເຫຼົ່ານັ້ນ ທັງ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້​ນັ້ນ ຈົ່ງ​ສືບຕໍ່​ຊົມຊື່ນ​ຍິນດີ​ໃນ​ວຽກງານ​ທີ່​ຕົນ​ເຮັດ. ອັນ​ນີ້​ແມ່ນ​ຂອງຂວັນ​ມາ​ຈາກ​ພຣະເຈົ້າ.</verse>
				<verse number="20">ໃນ​ເມື່ອ​ພຣະເຈົ້າ​ໃຫ້​ພວກເຮົາ​ມີ​ຄວາມສຸກ ພວກເຮົາ​ກໍ​ຈະ​ບໍ່​ວິຕົກ​ກັງວົນ​ເກີນໄປ ເຖິງ​ເລື່ອງ​ຊີວິດ​ອັນ​ສັ້ນໆ​ນີ້.</verse>
			</chapter>
			<chapter number="6">
				<verse number="1">ຂ້າພະເຈົ້າ​ໄດ້​ສັງເກດ​ເຫັນ​ວ່າ ຢູ່ໃຕ້​ດວງຕາເວັນ​ມີ​ຄວາມ​ອະຍຸດຕິທຳ​ອັນ​ໜັກໜ່ວງ.</verse>
				<verse number="2">ພຣະເຈົ້າ​ຈະ​ໃຫ້​ຄົນໃດ​ຄົນໜຶ່ງ​ຮັ່ງມີ, ມີ​ກຽດ ແລະ​ມີ​ຊັບສົມບັດ​ຄື: ໃຫ້​ລາວ​ມີ​ທຸກສິ່ງ​ທີ່​ລາວ​ຕ້ອງການ, ແຕ່​ແລ້ວ​ພັດ​ບໍ່​ໃຫ້​ລາວ​ສະໜຸກ​ຢູ່​ກັບ​ສິ່ງ​ນັ້ນ. ຄົນ​ແປກໜ້າ​ຊໍ້າພັດ​ໄດ້​ສະໜຸກ​ຢູ່​ກັບ​ສິ່ງ​ເຫຼົ່ານັ້ນ​ແທນ. ມັນ​ຊ່າງ​ອະນິຈັງ ແລະ​ບໍ່​ເປັນ​ການ​ຖືກຕ້ອງ​ເສຍ​ເລີຍ.</verse>
				<verse number="3">ຄົນ​ໜຶ່ງ​ອາດ​ຈະ​ມີ​ລູກ​ເຖິງ​ຮ້ອຍ​ຄົນ ແລະ​ມີ​ຊີວິດ​ຍືນຍາວ​ກໍໄດ້ ເຖິງ​ແມ່ນ​ວ່າ​ລາວ​ຈະ​ມີ​ອາຍຸ​ຍືນຍາວ​ຈັກ​ເທົ່າໃດ​ກໍຕາມ, ແຕ່​ຖ້າ​ລາວ​ບໍ່ໄດ້​ຮັບ​ຄວາມສຸກ​ທີ່​ລາວ​ຄວນ​ໄດ້​ຮັບ ແລະ​ບໍ່ມີ​ຄົນ​ເຮັດ​ພິທີ​ຝັງສົບ​ໃຫ້​ຢ່າງ​ມີ​ກຽດ​ແລ້ວ ຂ້າພະເຈົ້າ​ຂໍ​ບອກ​ວ່າ, ເປັນ​ແອນ້ອຍ​ເກີດ​ມາ​ແລ້ວ​ຕາຍ​ກໍ​ຍັງ​ດີກວ່າ.</verse>
				<verse number="4">ແອນ້ອຍ​ເກີດ​ມາ​ບໍ່ໄດ້​ຮັບ​ປະໂຫຍດ​ຫຍັງ ແລະ​ບໍ່ມີ​ຜູ້ໃດ​ລະນຶກ​ຄິດເຖິງ​ລາວ​ເລີຍ.</verse>
				<verse number="5">ລາວ​ບໍ່ເຄີຍ​ເຫັນ​ແສງແຈ້ງ​ຂອງ​ດວງ​ຕາເວັນ ຫລື​ຮູ້ຈັກ​ວ່າ​ຊີວິດ​ຄື​ຫຍັງ​ຊໍ້າ, ແຕ່​ຢ່າງ​ນ້ອຍ​ລາວ​ກໍໄດ້​ພັກຜ່ອນ</verse>
				<verse number="6">ຄື​ໄດ້​ພັກຜ່ອນ​ຫລາຍກວ່າ​ຄົນ​ທີ່​ບໍ່ເຄີຍ​ມີ​ຄວາມ​ສະໜຸກ​ຢູ່​ໃນ​ຊີວິດ ເຖິງ​ແມ່ນ​ວ່າ​ລາວ​ອາດ​ຈະ​ມີ​ຊີວິດ​ຢູ່​ຮອດ​ສອງພັນ​ປີ​ກໍຕາມ. ໃນ​ທີ່ສຸດ​ຄົນ​ທັງສອງ​ກໍ​ຕ້ອງ​ໄປ​ສູ່​ບ່ອນ​ດຽວກັນ.</verse>
				<verse number="7">ວຽກ​ທຸກ​ຊະນິດ​ທີ່​ຄົນໜຶ່ງ​ເຮັດ ແມ່ນ​ເພື່ອ​ໃຫ້​ມີ​ອາຫານ​ກິນ​ພຽງພໍ​ເທົ່ານັ້ນ, ແຕ່​ລາວ​ພໍ​ບໍ່​ເປັນ​ຈັກເທື່ອ.</verse>
				<verse number="8">ຄົນມີ​ປັນຍາ​ດີກວ່າ​ຄົນໂງ່ຈ້າ​ຢ່າງໃດ​ແດ່? ເປັນ​ການດີ​ຫຍັງ​ແດ່​ທີ່​ຄົນ​ຍາກຈົນ​ຮູ້ຈັກ​ປະເຊີນ​ໜ້າ​ກັບ​ຊີວິດ?</verse>
				<verse number="9">ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ ແລະ​ເປັນ​ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ. ການ​ພໍໃຈ​ກັບ​ສິ່ງ​ທີ່​ຕົນ​ມີ​ຢູ່ ກໍດີກວ່າ​ການ​ປ່ອຍຕົວ​ເລື້ອຍ​ໄປ​ຕາມ​ຕັນຫາ​ຂອງຕົນ.</verse>
				<verse number="10">ເຫດການ​ທັງຫລາຍ​ທີ່​ເກີດຂຶ້ນ​ດຽວນີ້ ແມ່ນ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ​ແຕ່​ນານ ແລະ​ພວກເຮົາ​ທຸກຄົນ​ກໍ​ຮູ້​ວ່າ​ມະນຸດ ໂຕ້ຖຽງ​ກັບ​ຜູ້ໃດ​ຜູ້ໜຶ່ງ​ທີ່​ແຂງແຮງ​ກວ່າ​ຕົນ​ກໍ​ບໍ່ໄດ້.</verse>
				<verse number="11">ຖຽງ​ດົນ​ເທົ່າໃດ​ແຮ່ງ​ບໍ່ມີ​ປະໂຫຍດ​ຫລາຍ​ເທົ່ານັ້ນ ແລະ​ເຈົ້າ​ກໍ​ບໍ່ມີ​ຫຍັງ​ດີ​ຂຶ້ນ​ເລີຍ.</verse>
				<verse number="12">ຊີວິດ​ມະນຸດ​ຜ່ານ​ພົ້ນ​ໄປ​ດັ່ງ​ເງົາ. ໃຜ​ຮູ້​ໄດ້​ແດ່​ວ່າ​ມີ​ຫຍັງ​ດີ​ສຳລັບ​ມະນຸດ​ຢູ່​ໃນ​ໂລກ​ອະນິຈັງ​ອັນ​ສັ້ນໆ​ນີ້? ໃຜ​ຮູ້​ໄດ້​ແດ່​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ ຫລັງຈາກ​ທີ່​ລາວ​ຕາຍໄປ​ແລ້ວ?</verse>
			</chapter>
			<chapter number="7">
				<verse number="1">ຊື່ສຽງ​ດີ​ກໍດີກວ່າ​ນໍ້າຫອມ​ທີ່​ດີເລີດ ແລະ​ມື້​ຕາຍ​ກໍດີກວ່າ​ມື້​ເກີດ.</verse>
				<verse number="2">ໄປ​ເຮືອນ​ທີ່​ມີ​ການ​ໄວ້ທຸກ​ກໍດີກວ່າ​ໄປ​ເຮືອນ​ທີ່​ມີ​ການ​ກິນລ້ຽງ ເພາະ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່​ຈະ​ໄດ້​ສຳນຶກ​ສະເໝີ​ວ່າ ຄວາມຕາຍ​ພວມ​ລໍ​ຖ້າ​ທຸກຄົນ​ຢູ່.</verse>
				<verse number="3">ການ​ໂສກເສົ້າ​ກໍດີກວ່າ​ການ​ຫົວເລາະ ມັນ​ອາດ​ເຮັດ​ໃຫ້​ໜ້າ​ເສົ້າໝອງ, ແຕ່​ເຮັດ​ໃຫ້​ເກີດ​ຄວາມ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ.</verse>
				<verse number="4">ຜູ້ໃດ​ທີ່​ຄິດເຖິງ​ແຕ່​ຄວາມສຸກ​ຢູ່ເລື້ອຍ ຜູ້ນັ້ນ​ກໍ​ເປັນ​ຄົນໂງ່ຈ້າ. ຄົນມີ​ປັນຍາ​ຍ່ອມ​ຄິດເຖິງ​ຄວາມຕາຍ.</verse>
				<verse number="5">ຟັງ​ຄຳ​ຕຳໜິ​ຂອງ​ຄົນມີ​ປັນຍາ ກໍດີກວ່າ​ຟັງ​ເພງ​ຂອງ​ຄົນໂງ່ຈ້າ.</verse>
				<verse number="6">ເມື່ອ​ຄົນໂງ່ຈ້າ​ຫົວເລາະ ກໍ​ສໍ່າ​ກັບ​ສຽງ​ໜາມ​ແຕກ​ຢູ່​ໃນ​ແປວໄຟ. ມັນ​ບໍ່ມີ​ຄວາມໝາຍ​ຫຍັງ​ເລີຍ.</verse>
				<verse number="7">ເມື່ອ​ຄົນມີ​ປັນຍາ​ສໍ້ໂກງ​ຜູ້ໃດ​ຜູ້ໜຶ່ງ ລາວ​ກໍ​ເຮັດ​ດັ່ງ​ຄົນໂງ່ຈ້າ​ໄດ້​ເຮັດ. ຖ້າ​ເຈົ້າ​ຮັບ​ສິນຈ້າງ​ລາງວັນ ເຈົ້າ​ກໍ​ທຳລາຍ​ອຸປະນິໄສ​ຂອງເຈົ້າ​ເສຍ​ແລ້ວ.</verse>
				<verse number="8">ບັ້ນປາຍ​ຂອງ​ທຸກສິ່ງ​ກໍດີກວ່າ​ບັ້ນຕົ້ນ. ໃຈ​ອົດທົນ​ກໍດີກວ່າ​ໃຈ​ຈອງຫອງ.</verse>
				<verse number="9">ຈົ່ງ​ລະງັບ​ຄວາມ​ໂມໂຫ​ຂອງເຈົ້າ​ໄວ້ ເພາະ​ຄົນໂງ່ຈ້າ​ນັ້ນ​ມີ​ຄວາມ​ໂກດແຄ້ນ​ຢູ່​ໃນໃຈ.</verse>
				<verse number="10">ຢ່າ​ຖາມ​ເລີຍ​ວ່າ, “ເປັນຫຍັງ​ສະໄໝ​ກ່ອນ​ຈຶ່ງ​ດີກວ່າ​ສະໄໝ​ນີ້?” ມັນ​ບໍ່ແມ່ນ​ຄຳຖາມ​ທີ່​ສະຫລາດ.</verse>
				<verse number="11">ທຸກຄົນ​ທີ່​ມີ​ຊີວິດ​ຢູ່​ຄວນ​ເປັນ​ຄົນມີ​ປັນຍາ ມັນ​ເປັນ​ການດີ​ເທົ່າກັບ​ການ​ໄດ້​ຮັບ​ມໍຣະດົກ​ຕົກທອດ</verse>
				<verse number="12">ເງິນ​ເປັນ​ເຄື່ອງ​ປ້ອງກັນ​ສັນໃດ ສະຕິປັນຍາ​ກໍ​ເປັນ​ເຄື່ອງ​ປ້ອງກັນ​ສັນນັ້ນ. ປັນຍາ​ຮັກສາ​ເຈົ້າ​ໃຫ້​ປອດໄພ ອັນນີ້ ແມ່ນ​ຜົນດີ​ແຫ່ງ​ຄວາມຮູ້.</verse>
				<verse number="13">ຈົ່ງ​ຄິດເຖິງ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສ້າງ ສິ່ງ​ທີ່​ພຣະເຈົ້າ​ໄດ້​ສ້າງ​ໃຫ້​ຄົດ​ແລ້ວ ຜູ້ໃດ​ເຮັດ​ໃຫ້​ຊື່​ໄດ້​ແດ່?</verse>
				<verse number="14">ເມື່ອ​ທຸກສິ່ງ​ເປັນ​ໄປ​ໂດຍ​ດີ ຈົ່ງ​ຍິນດີ​ເຖີດ, ແຕ່​ເມື່ອ​ຄວາມ​ເດືອດຮ້ອນ​ມາ​ເຖິງ ຈົ່ງ​ລະນຶກ​ວ່າ ພຣະເຈົ້າ​ໃຫ້​ທັງ​ຄວາມ​ເດືອດຮ້ອນ​ແລະ​ຄວາມ​ຍິນດີ ດັ່ງນັ້ນ ເຈົ້າ​ຈະ​ຮູ້​ບໍ່ໄດ້​ຈັກເທື່ອ​ວ່າ ອະນາຄົດ​ຈະ​ມີ​ເຫດການ​ຫຍັງ​ເກີດຂຶ້ນ.</verse>
				<verse number="15">ຊີວິດ​ຂ້າພະເຈົ້າ​ກໍ​ອະນິຈັງ​ດ້ວຍ, ແຕ່​ຂ້າພະເຈົ້າ​ໄດ້​ເຫັນ​ທຸກສິ່ງ​ໃນ​ຊີວິດ​ຄື ຄົນ​ຊອບທຳ​ຜູ້ໜຶ່ງ​ຕາຍໄປ​ໃນ​ຄວາມ​ຊອບທຳ​ຂອງຕົນ ແລະ​ຄົນຊົ່ວຮ້າຍ​ມີ​ຊີວິດ​ຍືນຍາວ​ໃນ​ການກະທຳ​ຊົ່ວ​ຂອງ​ເຂົາ.</verse>
				<verse number="16">ສະນັ້ນ ຢ່າ​ສູ່​ເປັນ​ຄົນ​ຊອບທຳ​ໂພດ​ຫລື​ເປັນ​ຄົນມີ​ປັນຍາ​ເກີນ​ໄປ ເປັນຫຍັງ​ຈຶ່ງ​ຢາກ​ທຳລາຍ​ຕົນເອງ?</verse>
				<verse number="17">ແຕ່​ຢ່າ​ສູ່​ເປັນ​ຄົນຊົ່ວຊ້າ​ຫລື​ໂງ່ຈ້າ​ເກີນໄປ​ຄືກັນ ເປັນຫຍັງ​ຈຶ່ງ​ຕ້ອງ​ຕາຍ​ກ່ອນ​ກຳນົດ?</verse>
				<verse number="18">ຈົ່ງ​ຫລີກລ້ຽງ​ທັງສອງ​ຢ່າງ​ນີ້ ຖ້າ​ເຈົ້າ​ຢຳເກງ​ພຣະເຈົ້າ ເຈົ້າ​ກໍ​ຈະ​ພົ້ນ​ຈາກ​ສອງ​ສິ່ງ​ທີ່​ກ່າວ​ມາ.</verse>
				<verse number="19">ປັນຍາ​ເຮັດ​ໃຫ້​ຄົນ​ສະຫລາດ​ຜູ້ໜຶ່ງ​ມີ​ອຳນາດ​ລື່ນກວ່າ​ຜູ້ປົກຄອງ​ສິບ​ຄົນ​ທີ່​ຢູ່​ໃນ​ເມືອງ​ໜຶ່ງ.</verse>
				<verse number="20">ຢູ່​ໃນ​ໂລກນີ້ ບໍ່ມີ​ຜູ້ໃດ​ທີ່​ເຮັດ​ຖືກຕ້ອງ​ສະເໝີ​ໄປ ໂດຍ​ບໍ່ໄດ້​ເຮັດ​ບາບ​ຈັກເທື່ອ.</verse>
				<verse number="21">ຢ່າ​ສູ່​ສົນໃຈ​ນຳ​ທຸກ​ເລື່ອງ​ທີ່​ຄົນ​ເວົ້າ ເຈົ້າ​ອາດ​ໄດ້ຍິນ​ຄົນ​ຮັບໃຊ້​ຂອງເຈົ້າ​ປ້ອຍດ່າ​ເຈົ້າ​ກໍໄດ້</verse>
				<verse number="22">ແລະ​ເຈົ້າ​ຮູ້​ວ່າ ເຈົ້າເອງ​ກໍ​ເຄີຍ​ໄດ້​ປ້ອຍດ່າ​ຄົນອື່ນ​ຕັ້ງ​ຫລາຍເທື່ອ.</verse>
				<verse number="23">ຂ້າພະເຈົ້າ​ໄດ້​ໃຊ້​ປັນຍາ​ຂອງ​ຂ້າພະເຈົ້າ ເພື່ອ​ທົດສອບ​ເບິ່ງ​ສິ່ງ​ທັງໝົດ​ນີ້. ຂ້າພະເຈົ້າ​ຕັ້ງໃຈ​ວ່າ​ຈະ​ເປັນ​ຄົນມີ​ປັນຍາ, ແຕ່​ປັນຍາ​ພັດ​ຢູ່​ເໜືອ​ຄວາມ​ເຂົ້າໃຈ​ຂອງ​ຂ້າພະເຈົ້າ.</verse>
				<verse number="24">ຜູ້ໃດ​ແດ່​ຄົ້ນພົບ​ຄວາມໝາຍ​ຂອງ​ຊີວິດ​ໄດ້? ຊ່າງ​ເລິກ​ເກີນໄປ​ສຳລັບ​ພວກເຮົາ ແລະ​ຊ່າງ​ຍາກ​ເກີນກວ່າ​ທີ່​ພວກເຮົາ​ຈະ​ເຂົ້າໃຈ​ໄດ້.</verse>
				<verse number="25">ແຕ່​ຂ້າພະເຈົ້າ​ໄດ້​ອຸທິດ​ຊີວິດ​ໃສ່​ການ​ສຶກສາ​ແລະ​ການ​ຫາຄວາມຮູ້; ຂ້າພະເຈົ້າ​ຕັ້ງໃຈ​ຄົ້ນຄ້ວາ​ຊອກຫາ​ປັນຍາ ແລະ​ຕອບ​ບັນຫາ​ຕ່າງໆ​ທັງ​ຊອກ​ຮຽນຮູ້​ວ່າ ຄວາມ​ໂງ່ຈ້າ​ນັ້ນ​ມັນ​ຊົ່ວຊ້າ​ແລະ​ບ້າ​ບໍ່ມີ​ສະຕິ​ສໍ່າໃດ.</verse>
				<verse number="26">ຂ້າພະເຈົ້າ​ໄດ້​ຄົ້ນພົບ​ສິ່ງໜຶ່ງ​ທີ່​ຂົມຂື່ນ​ຫລາຍກວ່າ​ຄວາມຕາຍ​ຄື: ແມ່ຍິງ​ທີ່​ມີ​ຈິດໃຈ​ເປັນ​ບ້ວງແຮ້ວ​ແລະ​ຕະຂ່າຍ ແຂນ​ຂອງ​ນາງ​ເປັນ​ເໝືອນ​ສາຍໂສ້. ຜູ້ຊາຍ​ທີ່​ພຣະເຈົ້າ​ພໍໃຈ​ນຳ​ຈະ​ໜີ​ພົ້ນ​ໄປ​ໄດ້, ແຕ່​ນາງ​ຈະ​ດັກຈັບ​ຄົນບາບ​ໄວ້.</verse>
				<verse number="27">ແມ່ນແລ້ວ ປັນຍາຈານ​ກ່າວ​ຈາ ຂ້າພະເຈົ້າ​ໄດ້​ຄົ້ນພົບ​ເລື່ອງນີ້ ເທື່ອລະ​ເລັກ​ລະໜ້ອຍ​ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ຊອກຫາ​ຄຳຕອບ.</verse>
				<verse number="28">ຂ້າພະເຈົ້າ​ໄດ້​ຊອກ​ຫາ​ຄຳຕອບ​ທາງ​ອື່ນ, ແຕ່​ກໍ​ບໍ່​ພົບ. ຂ້າພະເຈົ້າ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ​ທີ່​ທ່ຽງຕົງ​ໃນ​ຈຳນວນ​ຜູ້ຊາຍ​ພັນ​ຄົນ, ແຕ່​ບໍ່ໄດ້​ພົບ​ຜູ້ຍິງ​ຈັກ​ຄົນດຽວ.</verse>
				<verse number="29">ສິ່ງ​ທັງໝົດ​ນີ້​ແຫຼະ ທີ່​ຂ້າພະເຈົ້າ​ໄດ້​ຮຽນຮູ້​ຄື: ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ໃຫ້​ເປັນ​ຄົນ​ທ່ຽງທຳ ແຕ່​ມະນຸດ​ໄດ້​ຄົ້ນຄ້ວາ​ກົນອຸບາຍ​ຕ່າງໆ​ອອກ​ມາ.</verse>
			</chapter>
			<chapter number="8">
				<verse number="1">ຄົນມີ​ປັນຍາ​ເທົ່ານັ້ນ​ຈຶ່ງ​ຈະ​ຮູ້​ໄດ້​ວ່າ ສິ່ງ​ນັ້ນ​ໝາຍເຖິງ​ຫຍັງ​ແທ້. ປັນຍາ​ເຮັດ​ໃຫ້​ລາວ​ຍິ້ມແຍ້ມ​ແຈ່ມໃສ ແລະ​ໃຫ້​ສີໜ້າ​ບູດບຶ້ງ​ຂອງ​ລາວ​ຫາຍໄປ.</verse>
				<verse number="2">ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ກະສັດ​ສັ່ງ ແລະ​ຢ່າ​ຟ້າວ​ຕັດສິນໃຈ​ເຮັດ​ຄຳສັນຍາ​ໃດໆ​ກັບ​ພຣະເຈົ້າ.</verse>
				<verse number="3">ກະສັດ​ເຮັດ​ທຸກສິ່ງ​ທີ່​ເພິ່ນ​ມັກ​ໄດ້. ສະນັ້ນ ຈົ່ງ​ອອກ​ໜີໄປ​ໃຫ້​ພົ້ນ​ໜ້າ​ເພິ່ນ; ຢ່າ​ຢູ່​ໃນ​ບ່ອນ​ອັນຕະລາຍ​ເຊັ່ນນັ້ນ​ເລີຍ.</verse>
				<verse number="4">ກະສັດ​ເຮັດ​ທຸກສິ່ງ​ດ້ວຍ​ອຳນາດ ແລະ​ບໍ່ມີ​ຜູ້ໃດ​ທ້າທາຍ​ສິ່ງ​ທີ່​ເພິ່ນ​ເຮັດ​ນັ້ນ​ໄດ້.</verse>
				<verse number="5">ເມື່ອໃດ​ທີ່​ເຈົ້າ​ເຊື່ອຟັງ​ຄຳສັ່ງ​ຂອງເພິ່ນ ເຈົ້າ​ກໍ​ປອດໄພ; ແລະ​ຄົນມີ​ປັນຍາ​ກໍ​ຮູ້​ວ່າ​ຕົນ​ຈະ​ເຮັດ​ຢ່າງໃດ​ແລະ​ຍາມໃດ.</verse>
				<verse number="6">ມີ​ເວລາ​ອັນ​ຖືກຕ້ອງ​ແລະ​ມີ​ວິທີທາງ​ອັນ​ເໝາະສົມ​ສຳລັບ​ເຮັດ​ທຸກສິ່ງ, ແຕ່​ພວກເຮົາ​ຊ່າງ​ຮູ້​ໜ້ອຍ​ເຫລືອເກີນ</verse>
				<verse number="7">ບໍ່ມີ​ຜູ້ໃດ​ໃນ​ພວກເຮົາ​ຮູ້ຈັກ​ສິ່ງ​ທີ່​ກຳລັງ​ເກີດຂຶ້ນ ແລະ​ບໍ່ມີ​ຜູ້ໃດ​ບອກ​ພວກເຮົາ​ໄດ້.</verse>
				<verse number="8">ບໍ່ມີ​ຜູ້ໃດ​ຊ່ວຍ​ຕົນ​ບໍ່​ໃຫ້​ຕາຍ​ໄດ້ ຫລື​ແກ່​ຍາວ​ວັນ​ຕາຍ​ຂອງຕົນ​ອອກ​ໄປ​ໄດ້. ເປັນ​ການ​ຮົບ​ທີ່​ພວກເຮົາ​ໜີພົ້ນ​ບໍ່ໄດ້ ແລະ​ພວກເຮົາ​ກໍ​ສໍ້ໂກງ​ບໍ່ໄດ້​ດ້ວຍ.</verse>
				<verse number="9">ຂ້າພະເຈົ້າ​ໄດ້​ພິຈາລະນາ​ເບິ່ງ​ຢ່າງ​ຄັກແນ່ ເຖິງ​ທຸກສິ່ງ​ທີ່​ໄດ້​ເກີດຂຶ້ນ​ຢູ່ໃຕ້​ດວງຕາເວັນ ຄື​ບ່ອນ​ທີ່​ມະນຸດ​ໃຊ້​ອຳນາດ​ຢູ່​ເໜືອ​ເພື່ອນມະນຸດ​ດ້ວຍກັນ ແລະ​ເຮັດ​ໃຫ້​ຊີວິດ​ຂອງ​ເຂົາ​ລຳບາກ​ຍາກແຄ້ນ.</verse>
				<verse number="10">ແມ່ນແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ພວກ​ຄົນຊົ່ວ​ຖືກ​ຝັງ​ໄວ້​ໃນ​ຂຸມຝັງສົບ, ແຕ່​ເວລາ​ກັບ​ຈາກ​ປ່າຊ້າ ຄົນ​ຕ່າງ​ກໍ​ຍົກຍ້ອງ​ພວກເຂົາ​ໃນ​ທຸກ​ເມືອງ ທີ່​ພວກເຂົາ​ໄດ້​ເຮັດ​ການຊົ່ວ​ນັ້ນ ຊ່າງ​ອະນິຈັງ​ແທ້.</verse>
				<verse number="11">ເປັນຫຍັງ​ຄົນ​ຈຶ່ງ​ພ້ອມ​ທີ່​ຈະ​ເຮັດ​ຊົ່ວ​ກັນ​ແທ້? ກໍ​ເພາະ​ຄົນ​ທີ່​ເຮັດ​ຊົ່ວ​ນັ້ນ​ບໍ່ໄດ້​ຖືກ​ລົງໂທດ​ໃຫ້​ໄວ​ທັນການ.</verse>
				<verse number="12">ຄົນບາບ​ຜູ້ໜຶ່ງ​ອາດ​ໄດ້​ເຮັດ​ຊົ່ວ​ໄວ້​ຕັ້ງ​ຮ້ອຍ​ຢ່າງ ແລະ​ຍັງ​ມີ​ຊີວິດ​ຢູ່. ເອີ​ແມ່ນ​ແລ້ວ ຂ້າພະເຈົ້າ​ຮູ້​ສິ່ງ​ທີ່​ພວກເຂົາ​ເວົ້າ​ວ່າ, “ຖ້າ​ທ່ານ​ຢຳເກງ​ພຣະເຈົ້າ ທຸກສິ່ງ​ກໍ​ຈະ​ເປັນ​ໄປ​ໂດຍ​ດີ;</verse>
				<verse number="13">ແຕ່​ສຳລັບ​ຄົນຊົ່ວ​ທຸກສິ່ງ​ຈະ​ບໍ່​ເປັນ​ໄປ​ໂດຍ​ດີ. ຊີວິດ​ພວກເຂົາ​ເປັນ​ດັ່ງ​ເງົາ ແລະ​ພວກເຂົາ​ຈະ​ຕ້ອງ​ຕາຍ​ແຕ່​ຍັງ​ໜຸ່ມ ເພາະ​ພວກເຂົາ​ບໍ່ໄດ້​ຢຳເກງ​ພຣະເຈົ້າ.”</verse>
				<verse number="14">ແຕ່​ກໍ​ເປັນ​ເລື່ອງ​ໄຮ້ປະໂຫຍດ ຈົ່ງ​ເບິ່ງ​ສິ່ງ​ທີ່​ເກີດຂຶ້ນ​ຢູ່​ໃນ​ໂລກນີ້ ບາງ​ຄັ້ງ​ຄົນດີ​ໄດ້​ຮັບ​ໂທດ​ຂອງ​ຄົນຊົ່ວ ແລະ​ຄົນຊົ່ວ​ໄດ້​ຮັບ​ບຳເໜັດ​ຂອງ​ຄົນດີ. ຂ້າພະເຈົ້າ​ວ່າ​ຊ່າງ​ອະນິຈັງ​ແທ້ໆ.</verse>
				<verse number="15">ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ແນ່ໃຈ​ໄດ້​ວ່າ ມະນຸດ​ຄວນ​ເຮັດ​ໃຫ້​ຕົນ​ສະໜຸກ​ສະໜານ ເພາະ​ຄວາມສຸກ​ຢ່າງດຽວ​ທີ່​ມະນຸດ​ມີ​ຢູ່​ໃຕ້​ດວງ​ຕາເວັນ​ຄື: ກິນ​ແລະ​ດຶ່ມ​ແລະ​ເຮັດ​ໃຫ້​ຕົນ​ສະໜຸກ​ສະໜານ ຢ່າງໜ້ອຍ​ລາວ​ກໍ​ເຮັດ​ສິ່ງ​ນີ້​ໄດ້ ໃນ​ຂະນະທີ່​ບຸກບືນ​ເຮັດ​ວຽກ​ຕະຫລອດ​ຊີວິດ ທີ່​ພຣະເຈົ້າ​ປະທານ​ໃຫ້​ແກ່​ຕົນ​ຢູ່ໃຕ້​ດວງຕາເວັນ.</verse>
				<verse number="16">ເມື່ອໃດ​ຂ້າພະເຈົ້າ​ພະຍາຍາມ​ທຳຕົນ​ເປັນ​ຄົນມີ​ປັນຍາ ແລະ​ຮຽນຮູ້​ສິ່ງ​ທີ່​ເປັນ​ຢູ່​ໃນ​ໂລກນີ້ ເມື່ອນັ້ນ​ຂ້າພະເຈົ້າ​ກໍ​ສຳນຶກ​ໃນໃຈ​ໄດ້​ວ່າ ມະນຸດ​ອາດ​ອົດຫລັບ​ອົດນອນ​ຕະຫລອດ​ມື້​ຕະຫລອດ​ຄືນ</verse>
				<verse number="17">ແລະ​ບໍ່​ສາມາດ​ເຂົ້າໃຈ​ສິ່ງ​ທີ່​ພຣະເຈົ້າ​ກຳລັງ​ກະທຳການ​ນັ້ນ​ໄດ້​ຈັກເທື່ອ. ເຖິງ​ແມ່ນ​ວ່າ​ເຂົາ​ອົດສາ​ພະຍາຍາມ​ຄົ້ນຫາ​ຈັກ​ພຽງໃດ​ກໍຕາມ ເຂົາ​ກໍ​ຈະ​ພົບ​ບໍ່ໄດ້​ຈັກເທື່ອ. ຄົນມີ​ປັນຍາ​ອາດ​ອວດຕົວ​ວ່າ​ຮູ້, ແຕ່​ວ່າ​ພວກເຂົາ​ບໍ່​ຮູ້.</verse>
			</chapter>
			<chapter number="9">
				<verse number="1">ເຫດສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຄິດ​ຕຶກຕອງ​ເຖິງ​ເລື່ອງນີ້​ຢ່າງ​ໜັກ​ຢູ່​ຕັ້ງ​ດົນນານ ແລະ​ເຫັນ​ໄດ້​ວ່າ​ພຣະເຈົ້າ​ຄວບຄຸມ​ການກະທຳ​ຕ່າງໆ​ຂອງ​ຄົນມີ​ປັນຍາ ແລະ​ຂອງ​ຄົນ​ຊອບທຳ​ທັງຫລາຍ ແມ່ນແຕ່​ຄວາມຮັກ​ແລະ​ຄວາມ​ກຽດຊັງ​ຂອງ​ເຂົາເຈົ້າ. ບໍ່ມີ​ຜູ້ໃດ​ຮູ້ຈັກ​ວ່າ​ມີ​ຫຍັງ​ລໍຖ້າ​ຢູ່​ເບື້ອງໜ້າ​ຂອງຕົນ.</verse>
				<verse number="2">ມັນ​ບໍ່​ຕ່າງ​ກັນ​ຫຍັງ​ເລີຍ. ຊາຕາກຳ​ຢ່າງ​ດຽວກັນ​ນັ້ນ​ມາ​ສູ່​ທັງ​ຄົນ​ຊອບທຳ​ແລະ​ຄົນຊົ່ວ ມາ​ສູ່​ທັງ​ຜູ້​ທີ່​ເຄັ່ງ​ສາສະໜາ ແລະ​ຜູ້​ທີ່​ບໍ່​ເຄັ່ງ​ສາສະໜາ ມາ​ສູ່​ທັງ​ຜູ້​ທີ່​ຖວາຍບູຊາ ແລະ​ຜູ້​ທີ່​ບໍ່​ຖວາຍບູຊາ. ຄົນດີ​ກໍ​ບໍ່​ເຫັນ​ດີ​ລື່ນ​ຄົນຊົ່ວ; ຄົນ​ທີ່​ສາບານ​ກໍ​ບໍ່​ເຫັນ​ດີ​ລື່ນ​ຄົນ​ທີ່​ບໍ່ໄດ້​ສາບານ.</verse>
				<verse number="3">ຊາຕາກຳ​ອັນດຽວ​ມາ​ສູ່​ທຸກຄົນ​ສະເໝີ​ໜ້າ​ກັນ ແລະ​ອັນ​ນີ້​ແມ່ນ​ຜິດ​ຈາກ​ເຫດການ​ໃດໆ ທີ່​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ. ຕາບໃດ​ທີ່​ມະນຸດ​ມີ​ຊີວິດ​ຢູ່ ຕາບນັ້ນ​ຄວາມຄິດ​ຂອງ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ແລະ​ຄວາມ​ບ້າບໍ ແລະ​ພວກເຂົາ​ກໍ​ຕາຍໄປ​ໃນ​ທັນໃດນັ້ນ.</verse>
				<verse number="4">ແຕ່​ຜູ້ໃດ​ຜູ້ໜຶ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ໂລກ​ຄົນ​ເປັນ​ນີ້ ກໍ​ມີ​ຄວາມຫວັງ​ບາງ​ຢ່າງ; ໝາ​ທີ່​ຍັງ​ມີ​ຊີວິດ​ຢູ່​ກໍດີກວ່າ​ໂຕສິງ​ທີ່​ຕາຍໄປ​ແລ້ວ.</verse>
				<verse number="5">ແມ່ນແລ້ວ ຜູ້​ທີ່​ມີ​ຊີວິດ​ຢູ່​ກໍ​ຮູ້​ວ່າ​ຕົນ​ຈະ​ຕາຍໄປ; ແຕ່​ຜູ້​ທີ່​ຕາຍໄປ​ແລ້ວ​ກໍ​ບໍ່​ຮູ້​ຫຍັງ​ເລີຍ. ພວກເຂົາ​ບໍ່ມີ​ບຳເໜັດ​ໃນ​ພາຍໜ້າ ພວກເຂົາ​ຖືກ​ລືມໄລ​ໄປ​ຢ່າງ​ໝົດສິ້ນ.</verse>
				<verse number="6">ຄວາມຮັກ, ຄວາມຊັງ ແລະ​ຕັນຫາ​ຂອງ​ພວກເຂົາ ລ້ວນແຕ່​ໄດ້​ຕາຍໄປ​ກັບ​ພວກເຂົາ​ດ້ວຍ. ພວກເຂົາ​ຈະ​ບໍ່ມີ​ສ່ວນ​ກັບ​ເຫດການ​ໃດໆ ທີ່​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ​ອີກ​ເລີຍ.</verse>
				<verse number="7">ສະນັ້ນ ຈົ່ງ​ກິນ​ອາຫານ​ທີ່​ເຈົ້າ​ມີ​ແລະ​ມີ​ຄວາມສຸກ​ສາເຖີດ; ດື່ມ​ເຫຼົ້າ​ອະງຸ່ນ​ແລະ​ເບີກບານ​ໃຈ​ສາເຖີດ. ສຳລັບ​ພຣະເຈົ້າ​ແລ້ວ ສິ່ງ​ເຫຼົ່ານີ້​ລ້ວນແຕ່​ເປັນ​ການ​ຖືກຕ້ອງ​ທັງສິ້ນ.</verse>
				<verse number="8">ຈົ່ງ​ເຮັດ​ໃຫ້​ໃຈ​ເບີກບານ ແລະ​ມີ​ຄວາມສຸກ​ຢູ່​ສະເໝີ.</verse>
				<verse number="9">ຈົ່ງ​ໃຫ້​ຊີວິດ​ຂອງ​ເຈົ້າ​ສະໜຸກ​ຢູ່​ກັບ​ຍິງ​ທີ່​ເຈົ້າ​ຮັກ ເມື່ອໃດ​ທີ່​ເຈົ້າ​ມີ​ຊີວິດ​ອັນ​ອະນິຈັງ​ທີ່​ພຣະເຈົ້າ​ໂຜດ​ໃຫ້​ຢູ່ໃຕ້​ດວງຕາເວັນ. ຈົ່ງ​ສະໜຸກ​ຢູ່​ກັບ​ມື້​ອັນ​ອະນິຈັງ ເພາະ​ລ້ວນແລ້ວແຕ່​ເປັນ​ສິ່ງ​ທີ່​ເຈົ້າ​ໄດ້​ຮັບ ເນື່ອງ​ຈາກ​ຄວາມ​ລຳບາກ​ທັງໝົດ​ຂອງເຈົ້າ​ນັ້ນ.</verse>
				<verse number="10">ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.</verse>
				<verse number="11">ຂ້າພະເຈົ້າ​ຍັງ​ເຫັນ​ຫລາຍໆ​ສິ່ງ​ອີກ​ຢູ່ໃຕ້​ດວງຕາເວັນ. ນັກແລ່ນ​ໄວ​ບໍ່ແມ່ນ​ຈະ​ໄດ້​ຊະນະ​ໃນ​ການ​ແຂ່ງຂັນ​ສະເໝີ​ໄປ ແລະ​ຄົນ​ກ້າຫານ​ຫລາຍ​ບໍ່ແມ່ນ​ຈະ​ຕີ​ຊະນະ​ໃນ​ສະໜາມຮົບ​ສະເໝີ​ໄປ. ຄົນມີ​ປັນຍາ​ບໍ່ແມ່ນ​ຈະ​ທຳມາ​ຫາກິນ​ລ້ຽງຊີບ​ຢ່າງ​ສະດວກ​ສະບາຍ​ສະເໝີ​ໄປ; ຄົນສະຫລາດ​ບໍ່ແມ່ນ​ຈະ​ຮັ່ງມີ​ເປັນດີ​ສະເໝີ​ໄປ ແລະ​ຄົນ​ທີ່​ມີ​ຄວາມ​ສາມາດ​ບໍ່ແມ່ນ​ຈະ​ໄດ້​ຂຶ້ນ​ສູ່​ຕຳແໜ່ງ​ສູງ​ສະເໝີ​ໄປ. ແຕ່​ກຳນົດ​ເວລາ​ແລະ​ໂອກາດ​ເກີດຂຶ້ນ​ກັບ​ທຸກໆ​ຄົນ.</verse>
				<verse number="12">ເຈົ້າ​ຮູ້​ບໍ່ໄດ້​ຈັກເທື່ອ​ວ່າ ຜຽນ​ຂອງ​ເຈົ້າ​ຈະ​ມາ​ຮອດ​ເມື່ອໃດ. ດັ່ງ​ນົກ​ທີ່​ຖືກ​ແຮ້ວ​ຢ່າງ​ກະທັນຫັນ ດັ່ງ​ປາ​ທີ່​ຖືກ​ມອງ ເຮົາ​ຖືກ​ບ້ວງແຮ້ວ​ແຫ່ງ​ຄວາມ​ຊົ່ວຮ້າຍ​ໃນ​ຊົ່ວ​ບຶດດຽວ ໃນ​ເວລາ​ທີ່​ບໍ່​ຄາດຝັນ.</verse>
				<verse number="13">ຂ້າພະເຈົ້າ​ຍັງ​ໄດ້​ເຫັນ​ເປັນ​ປະຈັກຕາ​ສິ່ງໜຶ່ງ​ອີກ ຄື​ຕົວຢ່າງ​ອັນດີ​ກ່ຽວກັບ​ປັນຍາ​ທີ່​ຖື​ກັນ​ຢູ່​ໃຕ້​ດວງ​ຕາເວັນ.</verse>
				<verse number="14">ຄັ້ງໜຶ່ງ ມີ​ເມືອງນ້ອຍ​ແຫ່ງໜຶ່ງ​ທີ່​ມີ​ປະຊາຊົນ​ບໍ່​ຫລາຍ. ກະສັດ​ຜູ້ໜຶ່ງ​ທີ່​ມີ​ອຳນາດ​ຫລາຍ​ໄດ້​ໂຈມຕີ​ເມືອງນີ້. ເພິ່ນ​ປິດລ້ອມ​ເມືອງ​ໄວ້ ແລະ​ຕຽມ​ທະລຸ​ກຳແພງ​ເມືອງ.</verse>
				<verse number="15">ມີ​ຊາຍ​ຍາກຈົນ​ຄົນໜຶ່ງ​ທີ່​ອາໄສ​ຢູ່​ໃນ​ເມືອງນີ້. ລາວ​ເປັນ​ຄົນມີ​ປັນຍາ​ຈົນ​ຊ່ວຍ​ເມືອງ​ນີ້​ໄວ້​ໄດ້, ແຕ່​ບໍ່ມີ​ຜູ້ໃດ​ຄິດເຖິງ​ລາວ​ເລີຍ.</verse>
				<verse number="16">ຂ້າພະເຈົ້າ​ເຄີຍ​ເວົ້າ​ຢູ່​ສະເໝີ​ວ່າ​ປັນຍາ​ດີກວ່າ​ກຳລັງ, ແຕ່​ເມື່ອ​ຄົນມີ​ປັນຍາ​ຜູ້ໜຶ່ງ​ຍາກຈົນ ຄົນ​ກໍ​ຈະ​ດູຖູກ​ລາວ ແລະ​ບໍ່​ເຊື່ອຟັງ​ຄຳແນະນຳ​ຂອງ​ລາວ.</verse>
				<verse number="17">ຟັງ​ຄຳເວົ້າ​ອັນ​ສຸຂຸມ​ຂອງ​ຄົນມີ​ປັນຍາ ກໍດີກວ່າ​ຟັງ​ສຽງ​ຮ້ອງ​ຂອງ​ນັກປົກຄອງ​ໃນ​ທີ່​ປະຊຸມ​ຂອງ​ຄົນໂງ່ຈ້າ.</verse>
				<verse number="18">ປັນຍາ​ດີກວ່າ​ອາວຸດ, ແຕ່​ຄົນບາບ​ຜູ້ໜຶ່ງ​ທຳລາຍ​ຄວາມດີ​ໄດ້​ຢ່າງ​ຫລວງຫລາຍ.</verse>
			</chapter>
			<chapter number="10">
				<verse number="1">ແມງວັນ​ຕາຍ​ຍ່ອມ​ເຮັດ​ໃຫ້​ນໍ້າຫອມ​ທັງ​ແກ້ວ​ເໝັນ​ໄດ້​ສັນໃດ ຄວາມ​ໂງ່ຈ້າ​ພຽງແຕ່​ເລັກນ້ອຍ​ກໍ​ຍ່ອມ​ເຮັດ​ໃຫ້​ປັນຍາ​ອັນ​ຍິ່ງໃຫຍ່​ຖືກ​ເສຍຫາຍ​ໄປ​ໄດ້​ສັນນັ້ນ.</verse>
				<verse number="2">ຄົນມີ​ປັນຍາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ຄົນໂງ່ຈ້າ​ເຮັດ​ສິ່ງ​ທີ່​ຜິດ ເລື່ອງນີ້​ເປັນ​ຂອງ​ທຳມະດາ.</verse>
				<verse number="3">ຄວາມ​ໂງ່ຈ້າ​ຂອງ​ລາວ​ຈະ​ເຫັນ​ໄດ້​ຢ່າງ​ຈະແຈ້ງ ແມ່ນແຕ່​ຕໍ່​ຄົນ​ແປກໜ້າ​ທີ່​ລາວ​ພົບ​ຕາມ​ທາງ ລາວ​ເຮັດ​ໃຫ້​ທຸກຄົນ​ຮູ້​ວ່າ​ຕົນ​ເປັນ​ຄົນໂງ່ຈ້າ.</verse>
				<verse number="4">ຖ້າ​ຜູ້​ເປັນ​ນາຍ​ຂອງເຈົ້າ​ໃຈຮ້າຍ​ໃຫ້​ເຈົ້າ ຢ່າ​ສູ່​ຟ້າວ​ຍື່ນ​ໃບ​ລາອອກ ຖ້າ​ເຈົ້າ​ມິດງຽບ​ເສີຍຢູ່ ຄວາມ​ຜິດພາດ​ອັນ​ໃຫຍ່ຫລວງ​ອາດ​ຈະ​ໄດ້​ຮັບ​ການອະໄພ​ໃຫ້​ກໍໄດ້.</verse>
				<verse number="5">ຂ້າພະເຈົ້າ​ໄດ້​ສັງເກດ​ເຫັນ​ຄວາມ​ບໍ່​ຍຸດຕິທຳ​ຢູ່ໃຕ້​ດວງຕາເວັນ ຄື​ຄວາມ​ບໍ່​ຍຸດຕິທຳ​ທີ່​ຖືກ​ກໍ່​ຂຶ້ນ​ໂດຍ​ພວກ​ຜູ້ປົກຄອງ​ບ້ານເມືອງ.</verse>
				<verse number="6">ຄົນໂງ່ຈ້າ​ໄດ້​ຮັບ​ຕຳແໜ່ງ​ສູງ ແຕ່​ຄົນ​ຮັ່ງມີ​ພັດ​ໄດ້​ຮັບ​ຕຳແໜ່ງ​ຕໍ່າຕ້ອຍ.</verse>
				<verse number="7">ຂ້າພະເຈົ້າ​ໄດ້​ເຫັນ​ທາດຮັບໃຊ້​ຂີ່​ມ້າ​ໄປ​ດັ່ງ​ເຈົ້ານາຍ ໃນ​ຂະນະທີ່​ເຈົ້ານາຍ​ພັດ​ຍ່າງ​ໄປ​ດັ່ງ​ທາດຮັບໃຊ້.</verse>
				<verse number="8">ຜູ້​ທີ່​ຂຸດ​ຫລຸມ​ໄວ້ ຕົນ​ອາດ​ຈະ​ຕົກລົງ​ໃນ​ຫລຸມ​ນັ້ນ​ເອງ​ກໍ​ມີ ຜູ້​ທີ່​ທະລຸ​ກຳແພງ​ເມືອງ​ເຂົ້າ​ໄປ ງູ​ອາດ​ຈະ​ຕອດ​ຜູ້ນັ້ນ​ກໍໄດ້.</verse>
				<verse number="9">ຜູ້​ທີ່​ສະກັດ​ຫີນ​ນັ້ນ​ອາດ​ຈະ​ເຈັບ​ຕົວ​ເພາະ​ຫີນ​ກໍ​ມີ ແລະ​ຜູ້​ທີ່​ຜ່າ​ຟືນ​ອາດ​ຈະ​ເຈັບ​ຕົວ​ເພາະ​ຟືນ​ກໍໄດ້.</verse>
				<verse number="10">ຖ້າ​ຂວານ​ຂອງ​ເຈົ້າ​ປູ້ ແລະ​ບໍ່​ຝົນ​ໃຫ້​ຄົມ ເຈົ້າ​ຈະ​ຕ້ອງ​ໃຊ້​ແຮງ​ຫລາຍ​ເມື່ອ​ເຈົ້າ​ຟັນ​ໄມ້. ສະນັ້ນ ປັນຍາ​ຈຶ່ງ​ເປັນ​ບໍ່ເກີດ​ແຫ່ງ​ຄວາມ​ສຳເລັດ.</verse>
				<verse number="11">ຜູ້​ເປັນ​ໝໍ​ງູ​ກໍ​ຈະ​ມີ​ປະໂຫຍດ​ຫຍັງ ຖ້າ​ລາວ​ຖືກ​ງູ​ຕອດ​ກ່ອນ.</verse>
				<verse number="12">ຄຳເວົ້າ​ຂອງ​ຄົນສະຫລາດ​ນຳ​ກຽດ​ມາ​ສູ່​ຕົນ, ແຕ່​ຄົນໂງ່ຈ້າ​ຖືກ​ທຳລາຍ​ເພາະ​ຖ້ອຍຄຳ​ທີ່​ຕົນ​ເວົ້າ.</verse>
				<verse number="13">ລາວ​ເລີ່ມ​ເວົ້າ​ດ້ວຍ​ຖ້ອຍຄຳ​ອັນ​ໂງ່ງ່າວ ແລະ​ລາວ​ກໍ​ມ້ວນທ້າຍ​ດ້ວຍ​ຄຳເວົ້າ​ແບບ​ບ້າບໍ.</verse>
				<verse number="14">ຄົນໂງ່ຈ້າ​ນັ້ນ​ເວົ້າ​ບໍ່​ຮູ້ຈັກ​ສຸດ. ບໍ່ມີ​ຜູ້ໃດ​ຮູ້​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ຂັ້ນ​ຕໍ່ໄປ ແລະ​ບໍ່ມີ​ຜູ້ໃດ​ບອກ​ພວກເຮົາ​ໄດ້​ວ່າ ຈະ​ມີ​ຫຍັງ​ເກີດຂຶ້ນ​ຕາມ​ມາ ຫລັງຈາກ​ທີ່​ພວກເຮົາ​ຕາຍໄປ​ແລ້ວ.</verse>
				<verse number="15">ຄົນ​ໂງ່ຈ້າ​ໂພດ​ບໍ່​ຮູ້​ຮອດ​ທາງ​ເມືອ​ເຮືອນ ແມ່ນແຕ່​ເຮັດ​ວຽກ​ໜັກ​ກໍ​ບໍ່​ເກີດ​ປະໂຫຍດ.</verse>
				<verse number="16">ປະເທດ​ເດືອດຮ້ອນ​ເມື່ອ​ກະສັດ​ຍັງ​ໜຸ່ມແໜ້ນ ແລະ​ບັນດາ​ຜູ້ນຳ​ກໍ​ກິນລ້ຽງ​ຈົນຮອດ​ແຈ້ງ​ແລະ​ດື່ມ​ຈົນ​ເມົາ.</verse>
				<verse number="17">ແຕ່​ປະເທດ​ທີ່​ມີ​ຄວາມສຸກ​ນັ້ນ ເພາະ​ມີ​ກະສັດ​ທີ່​ຕັດສິນໃຈ​ໄດ້​ເອງ ແລະ​ພວກ​ຜູ້ນຳ​ກໍ​ກິນ​ໃນ​ເວລາ​ອັນ​ຖືກຕ້ອງ ຄື​ຄວບຄຸມ​ຕົນ​ໄດ້​ບໍ່​ໃຫ້​ດື່ມ​ຈົນ​ເມົາ.</verse>
				<verse number="18">ເມື່ອ​ຄົນໜຶ່ງ​ຂີ້ຄ້ານ​ທີ່​ຈະ​ແປງ​ຫລັງຄາ ຫລັງຄາ​ກໍ​ຈະ​ຮົ່ວ​ແລະ​ເຮືອນ​ກໍ​ຈະ​ເພພັງ​ລົງ.</verse>
				<verse number="19">ການ​ກິນລ້ຽງ​ເຮັດ​ໃຫ້​ມີ​ຄວາມສຸກ ແລະ​ເຫຼົ້າ​ອະງຸ່ນ​ກໍ​ເຮັດ​ໃຫ້​ໂຮຮ້ອງ, ແຕ່​ທັງສອງ​ຢ່າງ​ນັ້ນ​ເປັນ​ໄປ​ບໍ່ໄດ້ ຖ້າ​ບໍ່ມີ​ເງິນ.</verse>
				<verse number="20">ຢ່າ​ສູ່​ຕິຕຽນ​ກະສັດ​ແມ່ນແຕ່​ລັບຫລັງ​ເພິ່ນ ແລະ​ຢ່າ​ສູ່​ຕິຕຽນ​ຄົນ​ຮັ່ງມີ ແມ່ນແຕ່​ຢູ່​ໃນ​ຫ້ອງນອນ​ສ່ວນຕົວ​ຂອງເຈົ້າ. ນົກມີຫູ​ໜູມີປີກ ຄຳເວົ້າ​ຂອງເຈົ້າ​ອາດ​ຖືກ​ນຳ​ໄປ​ບອກ​ເພິ່ນ​ກໍໄດ້.</verse>
			</chapter>
			<chapter number="11">
				<verse number="1">ຈົ່ງ​ລົງທຶນ​ຄ້າຂາຍ​ກັບ​ຕ່າງ​ປະເທດ ແລະ​ໃນ​ມື້​ໜຶ່ງ​ເຈົ້າ​ກໍ​ຈະ​ໄດ້​ກຳໄລ.</verse>
				<verse number="2">ຈົ່ງ​ລົງທຶນ​ຂອງເຈົ້າ​ໄວ້​ໃນ​ຫລາຍບ່ອນ ຫລາຍບ່ອນ​ເທົ່າໃດ​ແຮ່ງດີ ເພາະ​ຢູ່​ໃນ​ໂລກນີ້​ເຈົ້າ​ບໍ່​ຮູ້​ວ່າ ອັນຕະລາຍ​ຊະນິດ​ໃດ​ຈະ​ມາ​ຖືກ​ເຈົ້າ​ໃນ​ຍາມໃດ.</verse>
				<verse number="3">ບໍ່​ວ່າ​ຕົ້ນໄມ້​ຈະ​ລົ້ມລົງ​ທາງ​ທິດໃດ ມັນ​ກໍ​ຈະ​ນອນ​ຢູ່​ໃນ​ທິດທາງ​ນັ້ນ. ເມື່ອ​ເມກ​ມືດໜາ​ຝົນ​ກໍ​ຈະ​ຕົກ.</verse>
				<verse number="4">ຖ້າ​ເຈົ້າ​ລໍຖ້າ​ໃຫ້​ລົມ​ແລະ​ອາກາດ​ເໝາະ​ກ່ອນ ເຈົ້າ​ກໍ​ຈະ​ບໍ່ໄດ້​ປູກຝັງ​ແລະ​ໄດ້​ເກັບກ່ຽວ​ຫຍັງ​ຈັກເທື່ອ.</verse>
				<verse number="5">ພຣະເຈົ້າ​ໄດ້​ສ້າງ​ສັບພະທຸກສິ່ງ ແລະ​ເຈົ້າ​ບໍ່​ຮູ້​ວ່າ​ຊີວິດ​ເລີ່ມ​ປະກອບ​ຂຶ້ນ​ຢູ່​ໃນ​ແມ່ຍິງ​ທີ່​ຕັ້ງທ້ອງ​ຢ່າງໃດ ສິ່ງ​ທີ່​ພຣະອົງ​ດຳເນີນການ ເຈົ້າ​ກໍ​ແຮ່ງ​ເຂົ້າໃຈ​ບໍ່ໄດ້.</verse>
				<verse number="6">ຈົ່ງ​ປູກຝັງ​ໃນ​ຕອນເຊົ້າ​ແລະ​ໃນ​ຕອນແລງ​ດ້ວຍ. ເຈົ້າ​ບໍ່​ຮູ້​ດອກ​ວ່າ​ມັນ​ຈະ​ງອກງາມ​ໝົດ ຫລື​ຕົ້ນໜຶ່ງ​ຈະ​ດີກວ່າ​ຕົ້ນອື່ນ​ອີກ.</verse>
				<verse number="7">ແສງແຈ້ງ​ໃນ​ຕອນ​ກາງເວັນ ພາ​ໃຫ້​ເປັນ​ທີ່​ໜ້າຊົມ​ແລະ​ໜ້າຢູ່.</verse>
				<verse number="8">ຈົ່ງ​ຂອບພຣະຄຸນ​ສຳລັບ​ແຕ່ລະປີ ທີ່​ອຳນວຍ​ໃຫ້​ເຈົ້າ​ມີ​ຊີວິດ​ຢູ່. ບໍ່​ວ່າ​ເຈົ້າ​ຈະ​ອາຍຸ​ຍືນຍາວ​ເທົ່າໃດ​ກໍຕາມ ຈົ່ງ​ຈຳ​ໄວ້​ວ່າ​ເຈົ້າ​ຈະ​ຕາຍ​ຢູ່​ຢ່າງ​ຍາວນານ. ໃນ​ທີ່ນັ້ນ​ບໍ່ມີ​ຫຍັງ​ພໍ​ທີ່​ຈະ​ຫວັງ​ໄດ້​ເລີຍ.</verse>
				<verse number="9">ຄົນໜຸ່ມ​ເອີຍ ຈົ່ງ​ສະໜຸກ​ຢູ່​ໃນ​ຄວາມ​ໜຸ່ມແໜ້ນ​ຂອງເຈົ້າ. ຈົ່ງ​ຫາ​ຄວາມສຸກ​ເມື່ອ​ເຈົ້າ​ຍັງ​ໜຸ່ມແໜ້ນ​ຢູ່ ຈົ່ງ​ເຮັດ​ທຸກສິ່ງ​ທີ່​ເຈົ້າ​ຕ້ອງການ​ຢາກ​ເຮັດ ແລະ​ທຸກສິ່ງ​ທີ່​ເຈົ້າ​ພໍໃຈ​ເຮັດ​ດ້ວຍ. ແຕ່​ຈົ່ງ​ຈຳ​ໄວ້​ວ່າ ພຣະເຈົ້າ​ຈະ​ຕັດສິນ​ທຸກໆສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ.</verse>
				<verse number="10">ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ພວກເຈົ້າ​ອຸກໃຈ​ຫລື​ເຈັບປວດ. ເຈົ້າ​ຈະ​ໜຸ່ມ​ຕໍ່ໄປ​ບໍ່ໄດ້​ດົນນານ.</verse>
			</chapter>
			<chapter number="12">
				<verse number="1">ສະນັ້ນ ຈົ່ງ​ລະນຶກເຖິງ​ພຣະຜູ້​ສ້າງ​ຂອງເຈົ້າ ໃນ​ເມື່ອ​ເຈົ້າ​ຍັງ​ໜຸ່ມ​ຢູ່ ກ່ອນ​ວັນ​ທັງຫຼາຍ​ແລະ​ປີ​ທັງຫຼາຍ​ທີ່​ມືດມົວ​ມາເຖິງ ແລະ​ເມື່ອ​ເຈົ້າ​ຈະ​ເວົ້າ​ວ່າ, “ຂ້ອຍ​ບໍ່ໄດ້​ສະໜຸກ​ເລີຍ​ໃນ​ຊີວິດ​ນີ້.”</verse>
				<verse number="2">ຍາມນັ້ນ​ເຈົ້າ​ຈະ​ຢູ່​ໃນ​ຄວາມມືດມົວ ເປັນ​ດັ່ງ​ດວງອາທິດ​ທີ່​ອັບແສງ ດວງເດືອນ​ແລະ​ດວງດາວ​ທີ່​ບໍ່​ແຈ້ງ​ກະຈ່າງ ແລະ​ເມກ​ໝອກ​ອັນ​ມືດຄຶ້ມ​ບໍ່​ຜ່ານ​ພົ້ນ​ໄປ​ຫລັງຈາກ​ຝົນ​ຕົກ.</verse>
				<verse number="3">ແລ້ວ​ແຂນ​ທີ່​ປົກປ້ອງ​ເຈົ້າ​ກໍ​ຈະ​ສັ່ນເຊັນ ແລະ​ຂາ​ທີ່​ດຽວ​ນີ້​ຍັງ​ແຂງແຮງ​ຢູ່​ກໍ​ຈະ​ອ່ອນເພຍ​ລົງ. ແຂ້ວ​ທີ່​ເຈົ້າ​ໃຊ້​ຫຍໍ້າ​ອາຫານ​ກໍ​ຈະ​ຍັງ​ມີ​ໜ້ອຍດຽວ ແລະ​ຕາ​ກໍ​ຈະ​ມົວ​ລົງ​ເຫັນ​ບໍ່​ແຈ້ງ.</verse>
				<verse number="4">ຫູ​ຂອງ​ເຈົ້າ​ຈະ​ບໍ່ໄດ້ຍິນ​ສຽງ​ອຶກກະທຶກ​ຕາມ​ຫົນທາງ. ເຈົ້າ​ເກືອບ​ຈະ​ບໍ່ໄດ້ຍິນ​ສຽງ​ສີ​ເຂົ້າ​ຫລື​ສຽງ​ດົນຕຼີ​ຂັບກ່ອມ ແມ່ນແຕ່​ສຽງ​ຂອງ​ນົກ​ຮ້ອງ​ປຸກ​ເຈົ້າ​ໃຫ້​ຕື່ນ​ນອນ.</verse>
				<verse number="5">ເຈົ້າ​ຈະ​ຢ້ານ​ຍ່າງ​ຂຶ້ນຄ້ອຍ ເຈົ້າ​ຈະ​ຍ່າງ​ໄປມາ​ບໍ່ໄດ້​ສະດວກ​ສະບາຍ ຜົມ​ຂອງ​ເຈົ້າ​ຈະ​ຫງອກ, ເຈົ້າ​ຈະ​ບໍ່​ວ່ອງໄວ​ດັ່ງ​ຕັກແຕນ ແລະ​ຕັນຫາ​ຂອງເຈົ້າ​ກໍ​ຈະ​ເສື່ອມ​ລົງ. ພວກເຮົາ​ກຳລັງ​ຈະ​ໄປ​ສູ່​ບ່ອນ​ຢູ່​ອັນ​ຖາວອນ ແລະ​ຕາມ​ຖະໜົນ​ຫົນທາງ​ກໍ​ຈະ​ມີ​ການ​ໄວ້ທຸກ.</verse>
				<verse number="6">ສາຍສ້ອຍ​ເງິນ​ແຫ່ງ​ຊີວິດ​ຈະ​ຂາດ ແລະ​ຕະກຽງ​ຄຳ​ກໍ​ຈະ​ຕົກລົງ​ແລະ​ຫັກ ເຊືອກ​ທີ່​ນໍ້າສ້າງ​ກໍ​ຈະ​ຂາດ ແລະ​ໄຫ​ນໍ້າ​ຈະ​ແຕກ​ເປັນ​ປ່ຽງ.</verse>
				<verse number="7">ຮ່າງກາຍ​ຂອງ​ພວກເຮົາ​ຈະ​ກັບ​ເປັນ​ຂີ້ຝຸ່ນ​ດິນ​ອີກ ແລະ​ຈິດວິນຍານ​ຂອງ​ພວກເຮົາ​ກໍ​ຈະ​ກັບຄືນ​ໄປ​ຫາ​ພຣະເຈົ້າ ຜູ້​ຊົງ​ປະທານ​ໃຫ້​ນັ້ນ.</verse>
				<verse number="8">ປັນຍາຈານ​ກ່າວ​ວ່າ, ອະນິຈັງ ອະນິຈັງ ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.</verse>
				<verse number="9">ແຕ່​ຍ້ອນ​ວ່າ​ປັນຍາຈານ​ເປັນ​ຄົນມີ​ປັນຍາ ເພິ່ນ​ຈຶ່ງ​ສືບຕໍ່​ສອນ​ຄົນ​ເຖິງ​ສິ່ງ​ທີ່​ຕົນ​ໄດ້​ຮູ້. ເພິ່ນ​ໄດ້​ສຶກສາ​ສຸພາສິດ​ແລະ​ທົດລອງ​ເບິ່ງ​ຄວາມຈິງ​ຢ່າງ​ຖ້ວນຖີ່.</verse>
				<verse number="10">ປັນຍາຈານ​ພະຍາຍາມ​ຄົ້ນຫາ​ຄຳເວົ້າ​ທີ່​ອອຍໃຈ, ແຕ່​ຄຳເວົ້າ​ຕ່າງໆ​ທີ່​ເພິ່ນ​ໄດ້​ຂຽນ​ໄວ້​ນັ້ນ​ເປັນ​ຄວາມຈິງ​ທັງໝົດ.</verse>
				<verse number="11">ຄຳເວົ້າ​ຂອງ​ຄົນມີ​ປັນຍາ​ເປັນ​ດັ່ງ​ໄມ້ເທົ້າ​ອັນ​ແຫລມຄົມ ທີ່​ຄົນລ້ຽງແກະ​ໃຊ້​ເພື່ອ​ນຳພາ​ຝູງແກະ ແລະ​ສຸພາສິດ​ທີ່​ເພິ່ນ​ໄດ້​ຮວບຮວມ​ໄວ້​ຈະ​ດຳລົງ​ຢູ່​ຕໍ່ໄປ ດັ່ງ​ຕະປູ​ຕອກ​ລົງ​ໃນ​ແປ້ນ​ຢ່າງ​ໜັກແໜ້ນ ສິ່ງ​ເຫຼົ່ານີ້ ແມ່ນ​ຖືກ​ມອບໝາຍ​ໃຫ້​ໂດຍ​ພຣະເຈົ້າ ພຣະຜູ້ລ້ຽງ​ອົງດຽວ​ຂອງ​ພວກເຮົາ​ທຸກຄົນ.</verse>
				<verse number="12">ລູກ​ເອີຍ ຍັງ​ມີ​ສິ່ງໜຶ່ງ​ອີກ​ທີ່​ເຮົາ​ຕ້ອງ​ເຝົ້າ​ລະວັງ​ໄວ້. ການຂຽນ​ລົງ​ໃນ​ໜັງສື​ນັ້ນ​ບໍ່​ເປັນ​ການ​ສິ້ນສຸດ​ຈັກເທື່ອ ແລະ​ການຮຽນ​ຫລາຍໂພດ​ຈະ​ພາ​ໃຫ້​ເຈົ້າ​ອ່ອນເພຍ.</verse>
				<verse number="13">ໃນທີ່ສຸດ​ນີ້ ຍັງ​ມີ​ພຽງ​ສິ່ງດຽວ​ທີ່​ຈະ​ເວົ້າ ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ເພາະ​ພຣະອົງ​ໄດ້​ສ້າງ​ມະນຸດ​ຂຶ້ນ​ມາ​ກໍ​ເພື່ອ​ສິ່ງ​ທັງໝົດ​ນີ້.</verse>
				<verse number="14">ພຣະເຈົ້າ​ຈະ​ຕັດສິນ​ທຸກສິ່ງ​ທີ່​ພວກເຮົາ​ເຮັດ ບໍ່​ວ່າ​ດີ​ຫລື​ຊົ່ວ ແມ່ນແຕ່​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໃນ​ທີ່​ລັບລີ້​ດ້ວຍ.</verse>
			</chapter>
		</book>
		<book number="22">
			<chapter number="1">
				<verse number="1">ເປັນ​ບົດເພງ​ອັນ​ໜ້າ​ອອນຊອນ​ທີ່ສຸດ​ຂອງ​ໂຊໂລໂມນ.</verse>
				<verse number="2">ຂໍ​ໃຫ້​ຮີມສົບ​ອ້າຍ​ໄດ້​ຈູບ​ຮີມສົບ​ນ້ອງ​ຫລາຍທີ ຄວາມຮັກ​ທີ່​ອ້າຍ​ມີ​ດີກວ່າ​ເຫຼົ້າ​ອະງຸ່ນ​ຕັ້ງ​ຫລາຍເທົ່າ.</verse>
				<verse number="3">ກິ່ນ​ຫອມຫວນ​ໃນ​ຕົວ​ອ້າຍ​ເຮັດ​ໃຫ້​ນ້ອງ​ໄດ້​ຊື່ນໃຈ ຊື່​ຂອງ​ອ້າຍ​ພາ​ໃຫ້​ນ້ອງ​ຄໍ່າຄວນ​ເຝົ້າ​ສະເໜ່ຫາ​ຢູ່​ບໍ່​ຂາດ ຈຶ່ງ​ບໍ່​ເປັນ​ສິ່ງ​ປະຫລາດ​ທີ່​ຍິງສາວ​ໃດໆ ຈຳ​ຕ້ອງ​ຫລົງໄຫລ​ຍ້ອນ​ຮັກ​ອ້າຍ​ແຕ່​ຜູ້ດຽວ.</verse>
				<verse number="4">ຈົ່ງ​ມາ​ຮັບ​ເອົາ​ນ້ອງ ແລະ​ພາ​ພວກນ້ອງ​ໜີໄປ​ສາ ຈົ່ງ​ມາ​ເປັນ​ຣາຊາ​ແລະ​ພາເຂົ້າ​ໄປ​ຫ້ອງນອນ​ອ້າຍ. ເພາະ​ອ້າຍ ນ້ອງ​ຈະ​ຊົມຊື່ນ​ກັບ​ຄວາມສຸກ​ດ້ວຍກັນ ມາ​ເພາະ​ຮັກກັນ​ໃຫ້​ເມົາ​ກວ່າ​ລິດ​ເຫຼົ້າ​ອະງຸ່ນ​ເຖີດ. ສົມພໍແລ້ວ ສາວ​ທຸກຖ້ວນໜ້າ​ຈຶ່ງ​ພາກັນ​ຮັກ ຫລົງໄຫລ​ຮັກ​ອ້າຍ ຮັກ​ອ້າຍ​ແຕ່​ຜູ້ດຽວ.</verse>
				<verse number="5">ຂ້ອຍ​ເປັນ​ຄົນ​ດຳແຫລ້​ແຕ່ ສວຍງາມ ສາວ​ນະຄອນ​ເຢຣູຊາເລັມ​ເອີຍ ດຳ​ດັ່ງ​ຜ້າເຕັນ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ເກດາ​ນັ້ນ ແຕ່​ກໍ​ງາມ​ດັ່ງ​ຜ້າກັ້ງ ທີ່​ຫ້ອຍ​ໄວ້​ໃຫ້​ງາມຕາ ໃນ​ຣາຊວັງ​ຂອງ​ໂຊໂລໂມນ​ນັ້ນ.</verse>
				<verse number="6">ຂໍ​ຢ່າ​ສູ່​ດູຖູກ​ຂ້ອຍ​ຍ້ອນ​ຜິວພັນ​ຂ້ອຍ​ເທາະ ເພາະ​ຕາເວັນ​ເຮັດ​ໃຫ້​ຂ້ອຍ​ດຳແຫລ້​ທົ່ວ​ຜິວພັນ. ພວກອ້າຍ​ຂ້ອຍ​ໃຈຮ້າຍ​ໃຫ້​ຂ້ອຍ​ໃດ ຈຶ່ງ​ບັງຄັບ​ຂ້ອຍ​ໃຫ້​ທຳງານ​ໃນ​ສວນອະງຸ່ນ​ພຸ້ນ. ຂ້ອຍ​ບໍ່ມີ​ເວລາ​ທີ່​ຈະ​ຮັກສາ​ສວນອະງຸ່ນ​ຂອງຂ້ອຍ​ເອງ ຄື​ບໍ່ມີ​ເວລາ​ຮັກສາ​ຕົນຕົວ​ຂອງຂ້ອຍ.</verse>
				<verse number="7">ໂອ ທີ່ຮັກ​ຂອງນ້ອງ ກະລຸນາ​ບອກ​ນ້ອງ​ໄດ້​ຫລື​ບໍ່ ວ່າ​ອ້າຍ​ຈະ​ພາ​ຝູງສັດ​ຂອງ​ອ້າຍ​ໄປ​ກິນ​ຫຍ້າ​ຢູ່​ທີ່ໃດ? ເວລາ​ແສງ​ແດດກ້າ​ຕາເວັນ​ທ່ຽງ​ຫວນ​ມາ ອ້າຍ​ຈະ​ພາ​ຝູງສັດ​ໄປ​ພັກຜ່ອນ​ຢູ່ໃສ​ກັນແທ້? ເປັນຫຍັງ​ນໍ​ຈຶ່ງ​ຈະ​ໃຫ້​ແຕ່​ນ້ອງ​ຊອກຫາ​ອ້າຍ​ເດ? ຄື​ຢູ່​ໃນ​ທ່າມກາງ​ຝູງແກະ​ທີ່​ຄົນອື່ນ​ເຂົາ​ເຝົ້າລ້ຽງ.</verse>
				<verse number="8">ໂອ ສຸດທີ່ຮັກ​ຂອງອ້າຍ ນ້ອງ​ບໍ່​ຮູ້ຈັກ​ບ່ອນ​ນັ້ນ​ບໍ? ຖ້າ​ນ້ອງ​ບໍ່​ຮູ້ຈັກ ໃຫ້​ຕາມຮອຍ​ຝູງສັດ​ໄປ​ທີ່​ນັ້ນ; ຈົ່ງ​ຊອກຫາ​ທົ່ງຫຍ້າ​ສຳລັບ​ຝູງແບ້​ຂອງນ້ອງ​ແດ່ ຢູ່​ໃກ້ໆ​ຜ້າເຕັນ​ພຸ້ນ​ບ່ອນ​ທີ່​ພວກ​ລ້ຽງແກະ​ພັກເຊົາ.</verse>
				<verse number="9">ທີ່ຮັກ​ຂອງອ້າຍ ນ້ອງ​ງາມ​ສະຫງ່າ ຈຶ່ງ​ກວນ​ໃຈ​ຜູ້ຊາຍ ດັ່ງ​ມ້າ​ແມ່​ທີ່​ຍ່າງ​ທຽມ​ລົດຮົບ​ກະສັດ​ຟາໂຣ​ພຸ້ນ.</verse>
				<verse number="10">ຜົມ​ທີ່​ຢ່ອນ​ລົງ​ຕາມ​ແກ້ມ​ເຮັດ​ໃຫ້​ແກ້ມ​ນ້ອງ​ງາມຫລາຍ ຜົມ​ທີ່​ຢ່ອນ​ລົງ​ຕາມ​ຄໍ​ເປັນ​ດັ່ງ​ເພັດພອຍ​ຄ້ອງ​ຄໍ​ຂອງ​ນ້ອງ.</verse>
				<verse number="11">ແຕ່​ພວກເຮົາ​ຈະ​ເຮັດ​ສາຍສ້ອຍ​ຄ້ອງ​ຄໍ​ສຳລັບ​ນາງ ກັບ​ເຄື່ອງເອ້​ທີ່​ເຮັດ​ດ້ວຍ​ເງິນ​ມອບ​ໃຫ້​ນາງ​ດ້ວຍ.</verse>
				<verse number="12">ພະຣາຊາ​ຂອງນ້ອງ​ກຳລັງ​ຢຽດ​ຢູ່​ເທິງ​ທີ່​ນອນ ກິ່ນ​ນໍ້າຫອມ​ທີ່​ນ້ອງ​ທາ​ຫອມຫວນ​ຢູ່​ທົ່ວ​ຫ້ອງ.</verse>
				<verse number="13">ຄົນຮັກ​ຂອງນ້ອງ​ເປັນ​ດັ່ງ​ຢາງໄມ້​ຫອມ ໃນ​ຂະນະທີ່​ລາວ​ນອນ​ໝູນ​ເອິກ​ນ້ອງ​ຢູ່​ນັ້ນ.</verse>
				<verse number="14">ຄົນຮັກ​ຂອງນ້ອງ​ເປັນ​ດັ່ງ​ບັນດາ​ດອກໄມ້​ປ່າ ທີ່​ຈູມບານ​ອອກ​ດອກ​ໃນ​ສວນອະງຸ່ນ​ທີ່​ເອນເກດີ.</verse>
				<verse number="15">ໂອ ທີ່ຮັກ​ຂອງອ້າຍ ນ້ອງ​ເປັນ​ຍິງ​ທີ່​ງາມຫລາຍ ຜ່ອງໃສ​ໃນ​ສາຍຕາ ໜ້າຮັກ​ໜ້າເອັນດູ​ແທ້.</verse>
				<verse number="16">ໂອ ສຸດທີ່ຮັກ​ຂອງນ້ອງ ຮູບ​ຫລໍ່​ແລະ​ງາມຫລາຍ ປ່າຫຍ້າ​ຂຽວສົດ ຈະ​ເປັນ​ຕຽງນອນ​ຂອງອ້າຍ​ກັບ​ນ້ອງ;</verse>
				<verse number="17">ຂາງ​ແຫ່ງ​ຫໍຮັກ​ຂອງ​ພວກເຮົາ​ຈະ​ເປັນ​ໄມ້​ສົນສີດາ ເພດານ​ແຫ່ງ​ຫໍຮັກ​ກໍ​ຈະ​ເປັນ​ໄມ້ແປກເທດ.</verse>
			</chapter>
			<chapter number="2">
				<verse number="1">ນ້ອງ​ເປັນ​ພຽງ​ດອກໄມ້​ປ່າ​ຢູ່​ໃນ​ທົ່ງ​ຊາໂຣນ ແລະ​ເປັນ​ດອກ​ລີລາ​ຢູ່​ຕາມ​ຮ່ອມພູ​ພຸ້ນ.</verse>
				<verse number="2">ດອກ​ລີລາ​ນັ້ນ ຢູ່​ທ່າມກາງ​ໜາມ​ສັນໃດ ຄົນຮັກ​ຂອງອ້າຍ ກໍ​ຢູ່​ທ່າມກາງ​ຍິງ​ອື່ນ​ສັນນັ້ນ.</verse>
				<verse number="3">ຕົ້ນໝາກຈອງ​ເກີດ​ຢູ່​ທ່າມກາງ​ຕົ້ນໄມ້​ປ່າ​ສັນໃດ ຄົນຮັກ​ຂອງນ້ອງ​ກໍ​ປະປົນ​ຢູ່​ກັບ​ຊາຍ​ອື່ນ​ສັນນັ້ນ. ຂ້ອຍ​ມັກ​ມາ​ນັ່ງ​ພັກ​ເຊົາ​ຢູ່​ໃຕ້​ຮົ່ມ​ຂອງມັນ ແລະ​ໝາກ​ຂອງມັນ​ກໍ​ຫວານ​ແລະ​ຣົດຊາດ​ກໍ​ແຊບ.</verse>
				<verse number="4">ລາວ​ພາ​ຂ້ອຍ​ໄປ​ໃນ​ຫ້ອງ​ຫໍໂຮງ ທີ່​ມີ​ງານກິນລ້ຽງ​ໃຫຍ່ ຊຶ່ງ​ມີ​ປ້າຍ​ຂຽນ​ໄວ້​ວ່າ ແດ່​ທີ່ຮັກ​ຂອງຮຽມ</verse>
				<verse number="5">ຂໍ​ໃຫ້​ຂ້ອຍ​ໄດ້​ກິນ​ໝາກອະງຸ່ນ ເພື່ອ​ໃຫ້​ມີ​ແຮງ​ຂຶ້ນ ແລະ​ໃຫ້​ຂ້ອຍ​ໄດ້​ກິນ​ໝາກຈອງ ເພື່ອ​ໃຫ້​ໄດ້​ຊື່ນໃຈ​ຂຶ້ນ ເພາະ​ຂ້ອຍ​ປ່ວຍ​ເປັນ​ໂຣກ​ຄວາມຮັກ.</verse>
				<verse number="6">ມື​ກໍ້າ​ຊ້າຍ​ຂອງ​ລາວ​ນັ້ນ​ແຕະຕ້ອງ​ທີ່​ລຸ່ມ​ຫົວ ແລະ​ມື​ກໍ້າ​ຂວາ​ລູບຄຳ​ທົ່ວ​ທັງ​ຕົນຕົວ​ຂ້ອຍ.</verse>
				<verse number="7">ສາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສັນຍາ​ກັບ​ຂ້ອຍ​ເຖີດ ໃນ​ນາມ​ກວາງ​ແລະ​ເຍືອງ​ເຖິກ​ທີ່​ວ່ອງໄວ​ໃຈ​ກ້າ ຈົ່ງ​ສາບານ​ໄວ້​ວ່າ​ພວກເຈົ້າ​ຈະ​ບໍ່​ກຸກກວນ ຄວາມຮັກ​ຂອງ​ພວກຂ້ອຍ.</verse>
				<verse number="8">ຈົ່ງ​ຟັງ​ເຖີດ ນັ້ນ​ແມ່ນ​ສຽງ​ຄົນ​ຮັກ​ຂອງຂ້ອຍ​ໃດ ຈົ່ງ​ເບິ່ງ​ພຸ້ນ​ດູ ລາວ​ກຳລັງ​ແລ່ນ​ມາ​ໃກ້ ລາວ​ແລ່ນ​ມາ​ຫາ​ຂ້ອຍ ກະໂດດ​ຂ້າມ​ໜ່ວຍ​ພູ​ມາ ແລ່ນ​ແຂ່ງ​ຂ້າມ​ເນີນພູ​ຟ້າວຟັ່ງ​ມາ​ຫາ​ຂ້ອຍ.</verse>
				<verse number="9">ຄົນ​ຮັກ​ຂອງຂ້ອຍ​ເປັນ​ດັ່ງ​ກວາງໜຸ່ມ ແລະ​ເຍືອງ​ເຖິກ ຫັ້ນເດ ລາວ​ຢືນ​ຜົກ​ຢູ່​ທາງ​ດ້ານຫລັງ​ກຳແພງ​ພຸ້ນ ລາວ​ແນມໄປ​ທາງ​ປ່ອງຢ້ຽມ​ແລະ​ກວດເບິ່ງ​ທຸກ​ທາງ ຕາມ​ປ່ອງຢ້ຽມ​ຜ່ານ​ຕາໜ່າງ​ຄອຍ​ຜົກ​ຈອບເບິ່ງ.</verse>
				<verse number="10">ແລ້ວ​ຄົນຮັກ​ຂອງຂ້ອຍ​ກໍ​ລັ່ນປາກ​ໄຂ​ວາຈາ ແລະ​ສົນທະນາ​ປາໄສ​ກັບ​ຂ້ອຍ​ວ່າ​ດັ່ງນີ້: ທີ່ຮັກ​ຂອງອ້າຍ ຈົ່ງ​ລຸກ​ມາ​ສາ ໂອ ຄົນງາມ​ຂອງອ້າຍ​ເອີຍ ຈົ່ງ​ມາ​ຫາ​ອ້າຍ​ເຖີດ</verse>
				<verse number="11">ອັນ​ລະດູໜາວ​ນັ້ນ ມັນ​ຜ່ານ​ໄປ​ແລ້ວເດ ຟ້າ​ທີ່​ເທ​ຝົນ​ລົງ​ມາ ກໍ​ເຊົາ​ຕົກ​ສາ​ແລ້ວ.</verse>
				<verse number="12">ມວນ​ມາລີ​ຕ່າງ​ກໍ​ພື​ກີບ​ຢູ່​ຕາມ​ທ້ອງ​ທົ່ງນາ ແລະ​ມວນ​ມາລາ​ຕ່າງ​ກໍ​ເບັ່ງບານ​ຄືກັນ​ດ້ວຍ. ລະດູ​ນີ້​ແມ່ນ​ເວລາ​ຮ້ອງລຳ​ທຳເພງ ທົ່ວ​ທ້ອງ​ທົ່ງນາ​ກໍ​ໄດ້​ຍິນ​ແຕ່​ສຽງ​ນົກເຂົາ​ຂັນຮ້ອງ.</verse>
				<verse number="13">ສ່ວນ​ຕົ້ນ​ເດື່ອເທດ​ນັ້ນ ໝາກ​ມັນ​ກໍ​ກຳລັງ​ສຸກ ຕົ້ນອະງຸ່ນ​ດອກບານ​ສົ່ງ​ກິ່ນ​ຫອມ​ໄປ​ທົ່ວແຄວ້ນ. ທີ່ຮັກ​ເອີຍ ຈົ່ງ​ລຸກ​ຂຶ້ນ​ມາ​ຫາ​ອ້າຍ​ສາ​ເທາະ ຈົ່ງ​ໄປ​ກັບ​ອ້າຍ​ສາ​ເຖີດ ຄົນ​ງາມ​ຂອງ​ອ້າຍ​ເອີຍ</verse>
				<verse number="14">ນ້ອງ​ຄື​ນົກເຂົາ​ໂຕໜຶ່ງ ທີ່​ກຳລັງ​ລີ້ຊ່ອນ​ຕົວ ຢູ່​ຕາມວ່າງ​ຂອງ​ໂງ່ນຫີນ​ນັ້ນ. ຂໍ​ໃຫ້​ອ້າຍ​ໄດ້​ເຫັນ​ໜ້າ​ເປັນ​ຕາຮັກ​ຂອງນ້ອງ​ແດ່ ແລະ​ໃຫ້​ໄດ້ຍິນ​ສຽງ​ນິ້ມນວນ​ຂອງນ້ອງ​ແດ່​ນາ.</verse>
				<verse number="15">ຈົ່ງ​ຈັບ​ຝູງ​ໝາຈອກ ຄື​ໝາຈອກ​ນ້ອຍ​ທັງຫລາຍ ກ່ອນ​ມັນ​ຈະ​ທຳລາຍ​ສວນອະງຸ່ນ​ບານ​ຂອງ​ພວກເຮົາ​ຖິ້ມ.</verse>
				<verse number="16">ລາວ​ເປັນ​ທີ່ຮັກ​ຂອງຂ້ອຍ ຂ້ອຍ​ເປັນ​ທີ່ຮັກ​ຂອງ​ລາວ ລາວ​ລ້ຽງ​ຝູງສັດ​ຂອງ​ລາວ​ໃນ​ບ່ອນ​ທີ່​ມີ​ດອກ​ຊ້ອນ.</verse>
				<verse number="17">ຈົນເຖິງ​ຍາມ​ເຊົ້າຕູ່​ເມື່ອ​ມີ​ລົມ​ພັດ​ວີວ​ມາ ຄວາມ​ມືດໜາ​ກໍ​ຂ້ອນ​ຫາຍ​ຈືດຈາງ​ໄປສິ້ນ. ສຸດທີ່ຮັກ​ເອີຍ ມາ​ເຖີດ ຈົ່ງ​ກັບ​ມາ​ດັ່ງ​ເຍືອງ​ເຖິກ ດັ່ງ​ກວາງໜຸ່ມເຖິກ​ທີ່​ເທິງ​ພູ​ເບັດເອ​ພຸ້ນ.</verse>
			</chapter>
			<chapter number="3">
				<verse number="1">ຢູ່​ເທິງ​ທີ່​ນອນ​ຂອງຂ້ອຍ​ໃນ​ຍາມ​ຄໍ່າຄືນ ຂ້ອຍ​ມີ​ແຕ່​ຝັນ​ຫາ​ຄົນຮັກ​ຂອງຂ້ອຍ; ຂ້ອຍ​ຊອກ​ຄົ້ນ​ຫາ​ຄົນ​ທີ່​ຂ້ອຍ​ຮັກ ແຕ່​ຂ້ອຍ​ກໍ​ຊອກຫາ​ລາວ​ບໍ່​ພົບ​ເລີຍ</verse>
				<verse number="2">ຂ້ອຍ​ໄດ້​ໄປ​ທ່ຽວ​ຊອກຫາ​ລາວ​ຢູ່​ໃນ​ເມືອງ ຕາມ​ຫົນທາງ ແລະ​ຕາມ​ຮ່ອມ​ຕາມແຈ​ດ້ວຍ. ຂ້ອຍ​ຊອກ​ຄົ້ນຫາ​ຜູ້ໜຶ່ງ​ທີ່​ຂ້ອຍ​ຮັກ​ຫລາຍ ຂ້ອຍ​ຊອກ​ແນມຫາ​ແຕ່​ກໍ​ບໍ່​ພົບ​ລາວ​ຊໍ້າ.</verse>
				<verse number="3">ຄົນ​ຍາມ​ທີ່​ເລາະລຽບ​ໄດ້​ເຫັນ​ຂ້ອຍ​ໃນ​ເມືອງ ຂ້ອຍ​ຖາມ​ພວກ​ເຂົາເຈົ້າ​ວ່າ, “ເຫັນ​ຄົນຮັກ​ຂອງຂ້ອຍ​ບໍ?”</verse>
				<verse number="4">ພໍ​ຂ້ອຍ​ຈາກ​ພວກເຂົາ​ໄປ​ແລ້ວ ຂ້ອຍ​ກໍໄດ້​ພົບ​ລາວ ຂ້ອຍ​ດຶງ​ເອົາ​ລາວ ແລະ​ບໍ່​ຍອມ​ໃຫ້​ລາວ​ໜີ​ຫ່າງ ຈົນກວ່າ​ຂ້ອຍ​ໄດ້​ຄຽງຂ້າງ​ພາ​ລາວ​ໄປ​ເຮືອນ​ມານດາ ແລະ​ພາເຂົ້າ​ໄປ​ໃນ​ຫ້ອງ​ບ່ອນ​ທີ່​ຂ້ອຍ​ເກີດ​ມາ​ນັ້ນ.</verse>
				<verse number="5">ສາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສັນຍາ​ຂ້ອຍ​ເຖີດ ໃນ​ນາມ​ກວາງ ແລະ​ເຍືອງ​ເຖິກ​ທີ່​ວ່ອງໄວ​ໃຈ​ກ້າ ຈົ່ງ​ສາບານ​ໄວ້​ວ່າ​ພວກເຈົ້າ​ຈະ​ບໍ່​ກຸກກວນ ຄວາມຮັກ​ຂອງ​ພວກຂ້ອຍ.</verse>
				<verse number="6">ແມ່ນ​ຫຍັງ​ນໍ ກຳລັງ​ມາ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ ດຸດດັ່ງ​ຄວັນ​ທີ່​ເປັນ​ເສົາ​ພຸ່ງ​ຂຶ້ນ ແມ່ນ​ກິ່ນ​ຊວນຊື່ນ​ເຄື່ອງຫອມ​ແລະ​ກຳຍານ​ບໍ? ຊຶ່ງ​ພໍ່ຄ້າ​ທັງຫລາຍ​ໄດ້​ນຳ​ມາ​ຂາຍ​ນັ້ນ.</verse>
				<verse number="7">ເບິ່ງ​ພຸ້ນ​ດູ ແມ່ນ​ຂະບວນ​ແຫ່​ໂຊໂລໂມນ ມີ​ນັກຮົບ​ຜູ້​ກ້າຫານ​ຫົກສິບ​ຄົນ ໃນ​ອິດສະຣາເອນ​ພ້ອມ.</verse>
				<verse number="8">ທຸກຄົນ​ສາມາດ​ໃຊ້​ດາບ​ຢ່າງ​ຊຳນິ​ຊຳນານ ເປັນ​ນັກຮົບ​ຜ່ານ​ເສິກ​ມາ​ຢ່າງ​ຊຸກຊົນ​ທັງນັ້ນ. ແຕ່ລະຄົນ​ໃນ​ພວກ​ເຂົາເຈົ້າ​ຕ່າງ​ກໍ​ຖື​ດາບ​ໃນ​ມື ຕຽມພ້ອມ​ປະເຊີນ​ການ​ໂຈມຕີ​ໃນ​ກາງຄືນ​ໄດ້.</verse>
				<verse number="9">ກະສັດ​ໂຊໂລໂມນ​ນັ່ງ​ເທິງ​ບັນລັງ​ທີ່​ມີ​ຄົນ​ແບກຫາມ ຊຶ່ງ​ຖືກ​ສ້າງ​ຂຶ້ນ​ມາ​ດ້ວຍ​ໄມ້​ດີທີ່ສຸດ​ທັງນັ້ນ.</verse>
				<verse number="10">ຄານຫາມ​ຂອງ​ບັນລັງ​ນີ້​ແມ່ນ​ໂອບ​ດ້ວຍ​ເງິນ ຊຶ່ງ​ໃຊ້​ດ້າຍ​ປົນ​ຄຳ​ຫຍິບແສ່ວ​ຢ່າງດີ​ທີ່ສຸດ​ດ້ວຍ. ບ່ອນນັ່ງ​ທີ່​ເພິ່ນ​ນັ່ງ​ແມ່ນ​ໃຊ້​ຜ້າ​ສີມ່ວງ​ຫຸ້ມ​ປົກ ເປັນ​ຜ້າ​ທີ່​ງົດງາມ​ຕໍ່າ​ໂດຍ​ສາວ​ແຫ່ງ​ນະຄອນ​ທັງສິ້ນ.</verse>
				<verse number="11">ສາວ​ພູ​ຊີໂອນ​ເອີຍ ມາ​ເບິ່ງ​ກະສັດ​ໂຊໂລໂມນ​ເຖີດ ເພິ່ນ​ສວມ​ມົງກຸດ​ອັນ​ງາມ​ທີ່​ແມ່​ເພິ່ນ​ສຸບ​ໃສ່​ໃຫ້ ແມ່​ສຸບ​ໃສ່​ໃຫ້​ເພິ່ນ​ໃນ​ວັນ​ທີ່​ກະສັດ​ແຕ່ງງານ ໃນ​ວັນ​ອັນ​ປິຕິ​ຍິນດີ ແລະ​ຊົມຊື່ນ​ທີ່ສຸດ​ຂອງເພິ່ນ.</verse>
			</chapter>
			<chapter number="4">
				<verse number="1">ທີ່ຮັກ​ຂອງອ້າຍ​ເອີຍ ນ້ອງ​ນາງ​ຊ່າງ​ງາມຫລາຍ ຕາ​ນ້ອງ​ໜ້າຮັກ​ແລະ​ຜ່ອງໃສ ໃນ​ຜ້າ​ຄຸມ​ທີ່​ປົກ​ໜ້າ. ຜົມ​ນ້ອງ​ປີວສະບັດ ດັ່ງ​ຝູງແບ້​ທີ່​ກະໂດດ​ໄປມາ ເຕັ້ນ​ກະໂດດ​ຢູ່​ຕາມ​ຮ່ອມພູ​ກີເລອາດ</verse>
				<verse number="2">ແຂ້ວ​ນ້ອງ​ຂາວ​ແຈ້ງ​ໃຫ້​ອ້າຍ​ຄິດເຖິງ​ຝູງແກະ ທີ່​ຫາ​ກໍ​ຖືກ​ຕັດ​ຂົນ​ແລະ​ອາບນໍ້າ​ໃຫ້​ສະອາດ. ບໍ່ມີ​ໂຕ​ໃດ​ຂາດ​ຈາກ​ຄອກສັດ​ຫາຍ​ໄປ ເພາະ​ທຸກ​ໂຕ​ມີ​ຄູ່ຄອງ​ຢ່າງ​ເໝາະສົມ​ທັງນັ້ນ.</verse>
				<verse number="3">ຮີມສົບ​ນ້ອງ​ກໍ​ເປັນ​ດັ່ງ​ໂບ​ສີ​ແດງເຂັ້ມ ຊຶ່ງ​ໜ້າຮັກ​ທີ່ສຸດ​ເມື່ອ​ເວລາ​ນ້ອງ​ເວົ້າ. ພວງແກ້ມ​ນ້ອງ​ທີ່​ຊ້ອນ​ຢູ່​ທາງ​ຫລັງ​ຜ້າປົກ ກໍ​ເບັ່ງບານ​ແດງ​ຜ່ອງໃສ​ເຕັມ​ໃບໜ້າ ເໝືອນ​ໝາກພິລາ​ເຄິ່ງໜ່ວຍ.</verse>
				<verse number="4">ສ່ວນ​ຄໍ​ນ້ອງ​ນັ້ນ ກໍ​ເປັນ​ດັ່ງ​ຫໍຄອຍ​ດາວິດ​ໃດ ທັງກົມ​ທັງກ້ຽງໃສ ມີ​ສ້ອຍ​ຮູບ​ໂລ້​ຄຳ​ພັນ​ອັນ​ຄ້ອງ​ໄວ້.</verse>
				<verse number="5">ນົມ​ທັງສອງ​ຂອງນ້ອງ ເປັນ​ດັ່ງ​ແບ້ນ້ອຍ​ສອງ​ໂຕ ດັ່ງ​ເຍືອງແຝດ​ຄູ່​ໜຶ່ງ ຊຶ່ງ​ກິນ​ຫຍ້າ​ຢູ່​ທົ່ງ​ດອກຊ້ອນ.</verse>
				<verse number="6">ອ້າຍ​ຈະ​ມາ​ຢູ່​ທີ່​ເນີນພູ​ຢາງໄມ້​ຫອມ ແລະ​ຢູ່​ເທິງ​ພູ​ບ່ອນ​ທີ່​ມີ​ເຄື່ອງຫອມ​ຫວນ​ຫໍ່ ຈົນເຖິງ​ຍາມ​ເຊົ້າຕູ່​ເມື່ອ​ມີ​ລົມ​ພັດ​ວິວ​ມາ ຈົນ​ຄວາມ​ມືດຄຶ້ມ​ຂ້ອນ​ຫາຍ​ຈືດຈາງ​ໄປສິ້ນ.</verse>
				<verse number="7">ສຸດທີ່ຮັກ​ຂອງອ້າຍ ນ້ອງ​ນາງ​ຊ່າງ​ງາມຫລາຍ​ແທ້ ງາມ​ຄົບຖ້ວນ​ທຸກປະການ​ຈົນ​ຫາ​ທີ່ຕິ​ບໍ່ໄດ້.</verse>
				<verse number="8">ເຈົ້າສາວ​ຂອງອ້າຍ​ເອີຍ ຈາກ​ພູ​ເລບານອນ​ໄປ​ກັບ​ອ້າຍ ໜີ​ຈາກ​ພູ​ເລບານອນ​ແລະ​ໄປ​ກັບ​ອ້າຍ​ສາ​ເຖີດ ຈົ່ງ​ລົງ​ມາ​ຈາກ​ຈອມພູ​ອາມານາ ຈາກ​ພູ​ເສນີ​ແລະ​ພູ​ເຮີໂມນ​ດ້ວຍ ຈົ່ງ​ໜີ​ຈາກ​ໝົ້ງ​ບ່ອນ​ຢູ່​ຂອງ​ສິງໂຕ ຈົ່ງ​ໜີ​ຈາກ​ໝົ້ງນອນ​ບ່ອນ​ເສືອດາວ​ຢູ່.</verse>
				<verse number="9">ແວວ​ຕາ​ນ້ອງ ຢຶດຄອງ​ຫົວໃຈ​ອ້າຍ​ໄວ້​ແລ້ວ ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ສ້ອຍ​ຄ້ອງ​ຄໍ​ນ້ອງ ມັດ​ອ້າຍ​ໃຫ້​ຕົກ​ເປັນ​ຊະເລີຍ ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ</verse>
				<verse number="10">ຄວາມຮັກ​ຂອງນ້ອງ ເຮັດ​ໃຫ້​ອ້າຍ​ຊື່ນໃຈ ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ຄວາມຮັກ​ຂອງນ້ອງ ກໍດີກວ່າ​ເຫຼົ້າ​ອະງຸ່ນ ກິ່ນໂຕ​ນ້ອງ ຫອມຫວນ​ກວ່າ​ນໍ້າຫອມ​ໃດໆ​ທັງສິ້ນ.</verse>
				<verse number="11">ສຸດທີ່ຮັກ​ເອີຍ ເມື່ອ​ຈູບ​ນ້ອງ ກໍ​ມີ​ຣົດ​ນໍ້າເຜິ້ງ​ທີ່​ຮີມສົບ ລີ້ນ​ນ້ອງ​ເປັນ​ນໍ້ານົມ​ແລະ​ນໍ້າເຜິ້ງ​ສຳລັບ​ອ້າຍ. ເຄື່ອງນຸ່ງ​ທຸກໆ​ໂຕ​ທີ່​ນ້ອງ​ນາງ​ນຸ່ງ​ຖື ກໍ​ຄື​ກິ່ນ​ຫອມ​ຢາງໄມ້​ຈາກ​ເລບານອນ​ທັງສິ້ນ.</verse>
				<verse number="12">ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ນ້ອງ​ເປັນ​ສວນ​ສ່ວນຕົວ​ຄົນດຽວ​ຂອງອ້າຍ ຄື​ສວນ​ແຫ່ງ​ໜຶ່ງ​ທີ່​ມີ​ກຳແພງ​ອ້ອມ​ໄວ້​ຢ່າງດີ ເປັນ​ບໍ່​ນໍ້າພຸ​ແຫ່ງ​ໜຶ່ງ​ທີ່​ຖືກ​ຈັບຈ່ອງ​ໄວ້​ແລ້ວ.</verse>
				<verse number="13">ໃນ​ທີ່ນັ້ນ ຕົ້ນໄມ້​ກິນ​ໝາກ​ຕ່າງ​ກໍ​ໃຫຍ່​ຂຶ້ນ​ຫລາຍ ໃຫຍ່​ຂຶ້ນ​ມາ​ດັ່ງ​ສວນ​ຕົ້ນ​ໝາກ​ພິລາ​ທັງນັ້ນ ມີ​ໝາກໄມ້​ຣົດຊາດ​ດີເລີດ​ທຸກໆ​ຊະນິດ ມີ​ທັງ​ຕົ້ນ​ທຽນຊຳ​ແລະ​ຕົ້ນ​ຫອມແຝກ.</verse>
				<verse number="14">ມີ​ຕົ້ນ​ຂີ້ໝີ້ນ, ຕົ້ນ​ໄມ້ອໍ້​ຫອມ​ແລະ​ຕົ້ນ​ໃບເຕີຍ ຕົ້ນໄມ້ຫອມ​ນາໆ​ຊະນິດ​ຫລາຍແນວ​ຫລາຍຢ່າງ. ຕົ້ນ​ຢາງໄມ້​ຫອມ​ແດ່ ແລະ​ຕົ້ນ​ຫອມອາໂລ ຕົ້ນໄມ້​ທີ່​ໃຊ້​ເຮັດ​ນໍ້າຫອມ​ກໍ​ເກີດ​ຢູ່​ທີ່​ນັ້ນ.</verse>
				<verse number="15">ມີ​ນໍ້າພຸ​ຫລາຍ​ບໍ່​ທີ່​ຫລໍ່ລ້ຽງ​ສວນ ມີ​ລຳທານ​ຫລາຍສາຍ​ທີ່​ໄຫລ​ມາ​ຊຸບລ້ຽງ ມີ​ນໍ້າ​ຫ້ວຍ​ຫລາຍ​ແຫ່ງ​ທີ່​ໄຫລຫລັ່ງ​ມາ ຈາກ​ພູ​ເລບານອນ​ສູ່​ຫລາຍທາງ​ຫລາຍທີ່.</verse>
				<verse number="16">ຈົ່ງ​ຕື່ນ​ຂຶ້ນ​ເຖີດ ລົມ​ໃຕ້​ລົມເໜືອ​ເອີຍ ຈົ່ງ​ພັດ​ເອົາ​ກິ່ນ​ຫອມ​ມາ​ທີ່​ສວນ​ຂອງຂ້ອຍ; ຈົ່ງ​ພັດ​ກິ່ນ​ຫອມ​ນັ້ນ​ໃຫ້​ເຕັມ​ທົ່ວ​ເທິງ​ເວຫາ ໃຫ້​ຄົນຮັກ​ຂອງຂ້ອຍ​ມາ​ທີ່​ສວນ ກິນ​ໝາກໄມ້​ທີ່​ດີເລີດ.</verse>
			</chapter>
			<chapter number="5">
				<verse number="1">ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ອ້າຍ​ໄດ້​ເຂົ້າ​ມາ​ຢູ່​ໃນ​ສວນ​ຂອງອ້າຍ​ແລ້ວ. ອ້າຍ​ໄດ້​ເກັບ​ເອົາ​ບາງ​ສິ່ງ​ທີ່​ຢູ່​ໃນ​ສວນ ຄື​ເຄື່ອງເທດ, ເຄື່ອງຫອມ ແລະ​ຢາງໄມ້​ຫອມ​ດ້ວຍ; ອ້າຍ​ກຳລັງ​ດື່ມ​ນໍ້າເຜິ້ງ​ໃນ​ເຮືອນຮັງ​ຂອງມັນ​ຢູ່ ອ້າຍ​ກຳລັງ​ດື່ມ​ເຫຼົ້າ ແລະ​ນໍ້ານົມ​ຂອງອ້າຍ​ໃດ. ຈົ່ງ​ກິນ​ແລະ​ດື່ມ​ສາເຖີດ ຍອດ​ສຸດທີ່ຮັກ​ຂອງຂ້ອຍ ຈົນ​ພວກເຈົ້າ​ເມົາ​ຮັກ​ໃຫ້​ຄັກ​ໃຈ​ພວກເຈົ້າ​ສາເຖີດ.</verse>
				<verse number="2">ຈິດໃຈ​ນ້ອງ​ຮູ້ເມື່ອ​ຂຶ້ນ​ໃນ​ຂະນະທີ່​ນອນຫລັບ​ໄປ ນ້ອງ​ຝັນ​ວ່າ​ຄົນຮັກ​ຢືນ​ເຄາະ​ຢູ່​ທີ່​ປະຕູ​ຫ້ອງ. ທີ່ຮັກ​ຂອງອ້າຍ ຂໍ​ໃຫ້​ເຂົ້າ​ໄປ​ຂ້າງ​ໃນ​ຫ້ອງ​ນ້ອງ​ສາ ນ້ອງສາວ​ຂອງ​ອ້າຍ, ຄູ່ຮັກ​ຂອງອ້າຍ​ເອີຍ ນົກເຂົາ​ຂອງອ້າຍ, ຍິງ​ດີ​ທີ່ສຸດ​ຂອງ​ອ້າຍ​ເອີຍ. ສ່ວນ​ນໍ້າ​ຄ້າງ​ນັ້ນ​ກໍ​ເຕັມ​ຢູ່​ເທິງ​ຫົວ ຜົມ​ຂອງອ້າຍ​ກໍ​ຊຸ່ມ​ໄປ​ດ້ວຍ​ນໍ້າໝອກ​ໃນ​ກາງຄືນ.</verse>
				<verse number="3">ນ້ອງ​ແກ້​ເສື້ອຜ້າ​ຂອງນ້ອງ​ອອກ​ແລ້ວເດ ເຫດໃດ​ນ້ອງ​ຈຶ່ງ​ຕ້ອງ​ນຸ່ງ​ເສື້ອ​ນ້ອງ​ຄືນ​ອີກ? ນ້ອງ​ຫາ​ກໍ​ລ້າງ​ຕີນ​ໃຫ້​ສະອາດ​ຕຽມ​ເຂົ້າ​ນອນ ເຫດໃດ​ນ້ອງ​ຈຶ່ງ​ຕ້ອງ​ເຮັດ​ໃຫ້​ຕີນ​ນ້ອງ​ເປື້ອນ​ອີກ?</verse>
				<verse number="4">ຄົນຮັກ​ຂອງຂ້ອຍ​ເອົາ​ມື​ຈັບ​ທີ່​ໄລກອນ​ປະຕູ ຫົວໃຈ​ຂອງຂ້ອຍ​ເຕັ້ນ​ແຮງ​ເມື່ອ​ລາວ​ຢູ່​ໃກ້.</verse>
				<verse number="5">ຂ້ອຍ​ພ້ອມ​ແລ້ວ​ທີ່​ຈະ​ໃຫ້​ລາວ​ເຂົ້າ​ມາ​ຂ້າງ​ໃນ ມື​ຂ້ອຍ​ເຕັມ​ດ້ວຍ​ນໍ້າຫອມ​ຂອງ​ຢາງໄມ້ ນີ້ວມື​ຂ້ອຍ​ກໍ​ຖືກ​ໂອບ​ດ້ວຍ​ນໍ້າມັນ​ຫອມ ຂະນະທີ່​ຂ້ອຍ​ຈັບ​ໄລກອນ​ປະຕູ​ຢູ່​ນັ້ນ.</verse>
				<verse number="6">ຂ້ອຍ​ໄຂ​ປະຕູ​ໃຫ້​ຄົນຮັກ​ເພື່ອ​ໃຫ້​ລາວ​ເຂົ້າ​ມາ ແຕ່​ລາວ​ຊໍ້າພັດ​ໜີ​ຈາກ​ໄປ​ສາ​ແລ້ວ. ຂ້ອຍ​ຢາກ​ໄດ້ຍິນ​ສຽງ​ເວົ້າ​ຂອງ​ລາວ​ຫລາຍ​ທີ່ສຸດ ແຕ່​ຂ້ອຍ​ບໍ່​ເຫັນ​ລາວ​ຢືນ​ຢູ່​ຈຸດ​ໃດໆ​ໃນ​ທີ່ນັ້ນ. ຂ້ອຍ​ຊອກຫາ​ລາວ ແຕ່​ກໍ​ບໍ່​ພົບ​ລາວ​ເລີຍ ຂ້ອຍ​ສົ່ງ​ສຽງ​ຮ້ອງຫາ ແຕ່​ບໍ່ມີ​ສຽງ​ຂານ​ຕອບ.</verse>
				<verse number="7">ຄົນ​ຍາມ​ທີ່​ຍ່າງ​ເລາະລຽບ​ໄດ້​ພົບ​ຂ້ອຍ​ໃນເມືອງ ພວກເຂົາ​ໄດ້​ຕົບຕີ​ຂ້ອຍ ຈົນ​ດຳ​ຂຽວ​ເພາະ​ບວມຊໍ້າ; ນອກ​ນີ້ ກໍ​ຍັງ​ມີ​ຄົນ​ທີ່​ເລາະ​ຢູ່​ຕາມ​ກຳແພງ​ເມືອງ ຍາດ​ກັນ​ດຶງ​ເອົາ​ເສື້ອຄຸມ​ຂອງຂ້ອຍ​ຈົນ​ຂາດ.</verse>
				<verse number="8">ສາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສັນຍາ​ຂ້ອຍ​ເຖີດ ຖ້າ​ພົບ​ຄົນຮັກ​ທີ່​ຂ້ອຍ​ເວົ້າ​ເຖິງ ກໍ​ຂໍ​ໃຫ້​ບອກ​ລາວ​ດ້ວຍ. ຈົ່ງ​ບອກ​ໃຫ້​ລາວ​ຮູ້ວ່າ​ຂ້ອຍ​ອິດອ່ອນ​ຈິດໃຈ ຍ້ອນ​ຂ້ອຍ​ຫລົງໄຫລ​ຢູ່​ໃນ​ຄວາມຮັກ​ລາວ​ນັ້ນ.</verse>
				<verse number="9">ເຈົ້າ​ຜູ້​ງາມ​ຍິ່ງ ທ່າມກາງ​ຍິງ​ທັງຫລາຍ​ເອີຍ ຄົນຮັກ​ເຈົ້າ​ແຕກຕ່າງ​ຫຍັງ​ກັບ​ຊາຍ​ຄົນອື່ນ? ມີ​ຫຍັງ​ແດ່​ໃນ​ລາວ​ນັ້ນ ທີ່​ວິເສດ​ວິໂສ​ໜັກໜາ ທີ່​ພວກຂ້ອຍ​ຕ້ອງ​ໃຫ້​ຄຳສັນຍາ​ຕາມ​ທີ່​ເຈົ້າ​ຂໍ​ນັ້ນ?</verse>
				<verse number="10">ຄົນຮັກ​ຂອງຂ້ອຍ​ງາມ​ສະຫງ່າ​ທັງ​ແຂງແຮງ​ດີ ເປັນ​ຄົນດຽວ​ທີ່​ມີ ຜູ້​ຮູ້ຈັກກັນ​ດີ​ໃນ​ໝື່ນ​ຄົນ​ນັ້ນ.</verse>
				<verse number="11">ໜ້າ​ລາວ​ກ້ຽງ​ຜຸດຜ່ອງ​ດັ່ງ​ທອງສຳຣິດ​ໃດ ຜົມ​ລາວ​ເປັນ​ຄື້ນ​ກໍ່າດຳ​ດັ່ງ​ກາ​ໂຕໜຶ່ງ</verse>
				<verse number="12">ແວວຕາ​ງາມ​ດັ່ງ​ຕາ​ນົກເຂົາ​ທີ່​ແຄມ​ຫ້ວຍ​ໄຫລ ຄື​ນົກເຂົາ​ທີ່​ອາບນໍ້ານົມ​ຢືນ​ຢູ່​ທີ່​ແຄມ​ສາຍນໍ້າ.</verse>
				<verse number="13">ແກ້ມ​ລາວ​ເປັນ​ຕາຮັກ​ງາມ​ດັ່ງ​ສວນ​ຜັກ ທີ່​ເຕັມ​ແຕ່​ເຄື່ອງເທດ ຂອງຫອມ​ນາໆ​ຊະນິດ​ດ້ວຍ. ສ່ວນ​ຮິມສົບ​ລາວ​ນັ້ນ ເປັນ​ດັ່ງ​ດອກ​ລີລາ​ເບັ່ງບານ ທີ່​ປຽກຊຸ່ມ​ດ້ວຍ​ນໍ້າຫອມ ຢາງໄມ້​ຫອມ​ຊັ້ນ​ດີເລີດ.</verse>
				<verse number="14">ສ່ວນ​ມື​ລາວ​ນັ້ນ​ກໍໄດ້​ຊັດສ່ວນ​ດີ ໃສ່​ແຫວນ​ທີ່​ປະດັບ​ດ້ວຍ​ແກ້ວຫີນ​ສີຄຳ​ເຫລື້ອມ. ໂຕ​ລາວ​ກ້ຽງ ຄີງກົມ​ດັ່ງ​ງາ​ຊ້າງເຜືອກ ທີ່​ປະດັບ​ປະດາ​ດ້ວຍ​ຫີນ​ແກ້ວ​ນິນ​ສີຄາມ.</verse>
				<verse number="15">ສ່ວນ​ຂາ​ລາວ​ນັ້ນ​ເປັນ​ດັ່ງ​ເສົາ​ຫີນ​ປູນ ທີ່​ຕັ້ງ​ຢູ່​ເທິງ​ພື້ນ​ເປັນ​ຄຳ​ທັງສິ້ນ; ລາວ​ສະຫງ່າງາມ​ແທ້​ດັ່ງ​ພູ​ເລບານອນ ທີ່​ມີ​ຕົ້ນແປກ​ງາມ​ຢຽດຢູ່​ຢ່າງ​ສູງສົ່ງ.</verse>
				<verse number="16">ປາກ​ລາວ​ຫວານຊື່ນ ເປັນ​ໜ້າ​ຈູບ​ອີ່ຫລີ ທຸກສິ່ງ​ໃນ​ຕົວ​ລາວ ເຮັດ​ໃຫ້​ຂ້ອຍ​ໄຝ່ຝັນ​ຫາ​ເລື້ອຍ. ຄົນຮັກ​ຂອງຂ້ອຍ ກໍ​ເປັນ​ດັ່ງນີ້ແຫລະ ເປັນ​ທັງ​ເພື່ອນແທ້ ແລະ​ທີ່ຮັກ​ຂອງຂ້ອຍ​ຄືກັນ.</verse>
			</chapter>
			<chapter number="6">
				<verse number="1">ເຈົ້າ​ຜູ້​ງາມ​ຍິ່ງ​ທ່າມກາງ​ຍິງ​ທັງຫລາຍ​ເອີຍ ຄົນຮັກ​ຂອງເຈົ້າ​ຫາຍ​ໜີໄປ​ໃສ​ກັນ​ແທ້? ຈົ່ງ​ບອກ​ໃຫ້​ພວກຂ້ອຍ​ຮູ້ວ່າ​ຄົນຮັກ​ຂອງເຈົ້າ​ໄປ​ໃສ ເພື່ອ​ວ່າ​ພວກຂ້ອຍ​ຈະ​ຊ່ວຍ​ຊອກຫາ​ລາວ​ໃຫ້​ເຈົ້າ.</verse>
				<verse number="2">ຄົນຮັກ​ຂອງຂ້ອຍ​ໄດ້​ໜີໄປ​ທີ່​ສວນ​ຂອງ​ລາວ ບ່ອນ​ທີ່​ມີ​ຕົ້ນ​ຢາງຫອມ​ນາໆ​ຊະນິດ​ເກີດ​ທີ່​ນັ້ນ. ໃນ​ທີ່ນັ້ນ ລາວ​ກຳລັງ​ລ້ຽງ​ຝູງສັດ​ຂອງ​ລາວ ແລະ​ເກັບ​ເອົາ​ດອກ​ຊ້ອນ​ຢູ່​ໃນ​ທີ່ນັ້ນ​ດ້ວຍ.</verse>
				<verse number="3">ຄົນຮັກ​ນັ້ນ​ເປັນ​ຂອງຂ້ອຍ ຂ້ອຍ​ກໍ​ເປັນ​ຂອງ​ລາວ ລາວ​ລ້ຽງ​ຝູງສັດ​ຂອງຕົນ​ຢູ່​ທ່າມກາງ​ດອກ​ຊ້ອນ.</verse>
				<verse number="4">ທີ່ຮັກ​ຂອງອ້າຍ ນ້ອງ​ນາງ​ຊ່າງ​ງາມຫລາຍ ງາມ​ເທົ່າກັບ​ຕີຣະຊາ ເມືອງ​ແຫ່ງ​ຄວາມ​ງາມ​ຍິ່ງ. ທັງ​ໜ້າຮັກແພງ​ດ້ວຍ ດັ່ງ​ນະຄອນ​ເຢຣູຊາເລັມ ແລະ​ໜ້າຫລົງໄຫລ​ດັ່ງ​ເມືອງ​ຍິ່ງໃຫຍ່​ເຫຼົ່ານີ້.</verse>
				<verse number="5">ຈົ່ງ​ຫັນໜ້າ​ນ້ອງ​ໜີ​ຈາກ​ອ້າຍ​ສາ​ເທາະ ເພາະ​ສາຍຕາ​ນ້ອງ​ກວນ​ໃຈ​ອ້າຍ​ໃຫ້​ໝອງໝົ່ນ. ຜົມ​ນ້ອງ​ປິວ​ສະບັດ ດັ່ງ​ຝູງແບ້​ທີ່​ກະໂດດ​ໄປມາ ເຕັ້ນ​ກະໂດດ​ຢູ່​ຕາມ​ຮ່ອມພູ​ກີເລອາດ.</verse>
				<verse number="6">ແຂ້ວ​ນ້ອງ​ຂາວແຈ້ງ​ຊວນ​ອ້າຍ​ໃຫ້​ຄິດເຖິງ​ຝູງແກະ ທີ່​ຫາ​ກໍ​ຖືກ​ຕັດ​ຂົນ​ແລະ​ອາບນໍ້າ​ໃຫ້​ສະອາດ. ບໍ່ມີ​ຕົວ​ໃດ​ຂາດ​ຈາກ​ຄອກ​ສັດ​ຫາຍໄປ ເພາະ​ທຸກ​ຕົວ​ມີ​ຄູ່ຄອງ​ຢ່າງ​ເໝາະສົມ​ທັງສິ້ນ.</verse>
				<verse number="7">ພວງແກ້ມ​ນ້ອງ​ທີ່​ຊ້ອນ​ຢູ່​ທາງຫລັງ​ຜ້າປົກ ກໍ​ເບັ່ງບານ​ແດງ​ຜ່ອງໃສ​ເຕັມ​ໃບໜ້າ.</verse>
				<verse number="8">ກະສັດ​ອາດ​ມີ​ເມຍ​ຫົກສິບ​ຄົນ​ກໍໄດ້ ແລະ​ມີ​ເມຍນ້ອຍ​ອີກ​ແປດສິບ​ຄົນ ທັງ​ມີ​ຍິງສາວ​ສະໜົມ​ເຊີຍຊົມ​ໃນ​ວັງ ທີ່​ບໍ່​ອາດ​ນັບ​ຈຳນວນ​ໄດ້.</verse>
				<verse number="9">ສ່ວນ​ອ້າຍ​ຮັກ​ນ້ອງ​ພຽງແຕ່​ຜູ້ດຽວ ນາງ​ເປັນ​ດັ່ງ​ນົກເຂົາ​ງາມ​ເປັນ​ຕາຮັກ. ນາງ​ເປັນ​ລູກສາວ​ໂທນ​ຂອງ​ແມ່​ແຕ່ພຽງ​ຄົນດຽວ ເປັນ​ລູກ​ທີ່​ແມ່​ເພິ່ງ​ພໍໃຈ​ນຳ​ຫລາຍ​ດ້ວຍ. ເມື່ອ​ຜູ້ຍິງ​ທຸກຄົນ​ຫລຽວເບິ່ງ​ຕ່າງ​ກໍ​ຊົມເຊີຍ ເມຍໃຫຍ່​ເມຍນ້ອຍ​ຂອງ​ກະສັດ​ກໍ​ຊົມເຊີຍ​ນາງ​ດ້ວຍ.</verse>
				<verse number="10">ຍິງສາວ​ຄົນນີ້​ເປັນ​ຜູ້ໃດ​ກັນ​ນໍ? ເປັນ​ຄົນ​ເບີກບານ​ໃຈ​ດັ່ງ​ຮຸ່ງ​ອາລຸນ​ຕອນເຊົ້າ; ນາງ​ຊ່າງ​ງາມແທ້​ແລະ​ບໍຣິສຸດ​ຜຸດຜ່ອງ ດັ່ງ​ຕາເວັນ​ແລະ​ດວງເດືອນ​ສ່ອງແຈ້ງ​ເຫລື້ອມໃສ.</verse>
				<verse number="11">ອ້າຍ​ໄດ້​ລົງ​ມາ​ທີ່​ສວນ​ໝາກ​ອາລະມັນ ເພື່ອ​ເບິ່ງ​ພືດພັນ​ທີ່​ຫາ​ກໍ​ປົ່ງ​ຂຶ້ນ​ໃນ​ຮ່ອມພູ​ນັ້ນ ເພື່ອ​ມາ​ເບິ່ງ​ໃບ​ອ່ອນ​ຂອງ​ເຄືອ​ອະງຸ່ນ ແລະ​ເບິ່ງ​ຕົ້ນ​ໝາກ​ພິລາ​ທີ່​ມີ​ດອກບານ.</verse>
				<verse number="12">ອ້າຍ​ກຳລັງ​ສັ່ນ​ເພາະ​ນ້ອງ​ເຮັດ​ໃຫ້​ຫລົງ​ຮັກ​ສະເໜ່ຫາ ດັ່ງ​ເຈົ້າຊາຍ​ຕັ້ງໜ້າ​ຕັ້ງ​ຕາ​ຂັບ​ລົດມ້າ​ສູ່​ສະໜາມຮົບ.</verse>
				<verse number="13">ຟ້ອນລຳ​ເຖີດ ຟ້ອນລຳ​ສາ ສາວ​ຊາວ​ຊູລຳ​ເອີຍ ຈົ່ງ​ໃຫ້​ພວກຂ້ອຍ​ແຍງ​ເບິ່ງ​ເຈົ້າ​ຟ້ອນລຳ​ແດ່. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ເບິ່ງ​ຂ້ອຍ​ນໍ? ຂ້ອຍ​ຟ້ອນ​ຢູ່​ທ່າມກາງ​ຄົນ​ທີ່​ກຳລັງ​ເບິ່ງ​ຢູ່.</verse>
			</chapter>
			<chapter number="7">
				<verse number="1">ນ້ອງ​ນາງ​ຊ່າງ​ເປັນ​ຍິງສາວ​ທີ່​ງາມຫລາຍ ຕີນ​ນ້ອງ​ທີ່​ສຸບ​ເກີບ​ສາຍພາຍ​ກໍ​ງາມ​ຫລາຍແທ້ ບັ້ນແອວ​ນ້ອງ​ກິ່ວ​ແລະ​ໜ້າທ້ອງ​ຂອງ​ນາງ ກໍ​ງາມ​ເທົ່າກັບ​ສີມື​ນັກ​ສິນລະປິນ​ປັ້ນແຕ່ງ.</verse>
				<verse number="2">ສ່ວນ​ສະບື​ນ້ອງ​ກໍ​ເປັນ​ດັ່ງ​ຖ້ວຍ​ໃບ​ໜຶ່ງ​ມົນໆ ບ່ອນ​ທີ່​ມີ​ກິ່ນ​ເຫຼົ້າ​ອະງຸ່ນ​ຫອມ​ບໍ່​ຈາງ​ຈັກເທື່ອ. ໜ້າທ້ອງ​ນ້ອງ​ເປັນ​ດັ່ງ​ກອງເຂົ້າ​ບະເລ ທີ່​ມີ​ດອກ​ລີລາ​ອ້ອມຮອບ​ເຕັມຢູ່.</verse>
				<verse number="3">ນົມ​ທັງສອງ​ຂອງນ້ອງ​ງາມ​ດັ່ງ​ລູກກວາງ​ສອງ​ໂຕ ງາມ​ດັ່ງ​ເຍືອງ​ສອງ​ໂຕ​ທີ່​ເປັນ​ລູກ​ຝາແຝດ.</verse>
				<verse number="4">ລຳຄໍ​ນ້ອງ​ກໍ​ເປັນ​ດັ່ງ​ຫໍຄອຍ​ສູງ ຊຶ່ງ​ກ້ຽງ​ກົມ ແລະ​ຂາວ​ງາມ​ດັ່ງ​ງາ​ຊ້າງ. ຕາ​ນ້ອງ​ທັງສອງ​ເປັນ​ດັ່ງ​ສະ​ນໍ້າ​ທີ່​ເຮັດຊະໂບນ ທີ່​ຢູ່​ໃກ້​ປະຕູ​ເຂົ້າ​ໄປ​ສູ່​ເມືອງ​ໃຫຍ່​ນັ້ນ. ດັງ​ນ້ອງ​ກໍ​ງາມ​ດັ່ງ​ຫໍຄອຍ​ສູງ​ທີ່​ເລບານອນ ທີ່​ເປັນ​ບ່ອນ​ເຝົ້າຍາມ​ຢູ່​ກົງກັບ​ດາມັສກັດ​ພຸ້ນ.</verse>
				<verse number="5">ສ່ວນ​ຫົວ​ນ້ອງ​ນັ້ນ​ສູງ​ສົ່ງ​ຢ່າງ​ຜຶງຜາຍ ສູງ​ດັ່ງ​ພູ​ກາເມນ​ທີ່​ຕັ້ງ​ຢູ່​ຢ່າງ​ສູງສົ່ງ. ຜົມເປຍ​ນ້ອງ​ສີແດງເຂັ້ມ​ເປັນ​ສີສັນ​ງາມ​ສະຫງ່າ ຄວາມ​ງາມນັ້ນ ເຮັດ​ໃຫ້​ກະສັດ​ຄົນ​ໜຶ່ງ​ຕົກ​ເປັນ​ຈຳເລີຍ.</verse>
				<verse number="6">ນ້ອງ​ນາງ​ຊ່າງ​ງາມແທ້ ນ້ອງ​ນາງ​ຊ່າງ​ງາມຫລາຍ ຄວາມຮັກ​ຂອງ​ນາງ ຊ່າງ​ພາ​ໃຫ້​ຍິນດີ​ຢ່າງ​ເຕັມ​ລົ້ນ.</verse>
				<verse number="7">ຊັດສ່ວນ​ນ້ອງ​ນາງ​ນັ້ນ​ກໍ​ງາມ​ສະຫງ່າ​ດັ່ງ​ຕົ້ນ​ຕານ ນົມ​ນ້ອງ​ທັງສອງ​ເປັນ​ດັ່ງ​ແຊງ​ໝາກຕານ​ອ້ອຍຕ້ອຍ.</verse>
				<verse number="8">ອ້າຍ​ຈະ​ຄ່ອຍ​ປີນ​ກະດືບ​ຂຶ້ນ​ໄປ​ຕາມ​ລຳ​ຕົ້ນ​ຕານ ອ້າຍ​ຈະ​ໃຊ້​ມື​ຈັບ​ໝາກຕານ​ທັງແຊງ​ໄວ້. ສຳລັບ​ອ້າຍ ນົມ​ນ້ອງ​ນັ້ນ​ເປັນ​ດັ່ງ​ພົ້ວ​ໝາກອະງຸ່ນ ສ່ວນ​ລົມຫາຍໃຈ ກໍ​ສໍ່າ​ກິ່ນ​ໝາກຈອງ​ຫອມຫວນ​ຍິ່ງ.</verse>
				<verse number="9">ສ່ວນ​ປາກ​ນ້ອງ​ນັ້ນ​ເຮັດ​ໃຫ້​ອ້າຍ​ຊາບຊຶ້ງ ເໝືອນ​ດັ່ງ​ເຫຼົ້າ​ອະງຸ່ນ​ຊັ້ນດີ​ຢູ່​ໃນ​ປາກ. ຖ້າດັ່ງນັ້ນ ຂໍ​ໃຫ້​ເຫຼົ້າ​ອະງຸ່ນ​ໄຫລ​ສູ່​ຄົນຮັກ​ຂ້ອຍ​ໂດຍ​ກົງ ໂດຍ​ໃຫ້​ໄຫລ​ຕົງ​ໄປ​ສູ່​ຮີມສົບ​ແລະ​ສູ່​ແຂ້ວ​ດ້ວຍ.</verse>
				<verse number="10">ຂ້ອຍ​ເປັນ​ກຳມະສິດ​ຂອງ​ຄົນຮັກ​ຂອງຂ້ອຍ ແລະ​ຄົນຮັກ​ຂອງຂ້ອຍ​ກໍ​ເປັນ​ກຳມະສິດ​ຂອງຂ້ອຍ.</verse>
				<verse number="11">ມາພີ້​ທີ່ຮັກ​ຂອງນ້ອງ ໃຫ້​ພວກເຮົາ​ໄປ​ຍັງ​ຊົນນະບົດ ອອກ​ໄປ​ສູ່​ໝູ່ບ້ານ​ຕ່າງໆ ແລະ​ນອນ​ຄ້າງຄືນ​ຢູ່​ທີ່ນັ້ນ.</verse>
				<verse number="12">ພວກເຮົາ​ຈະ​ລຸກ​ແຕ່​ເຊົ້າ​ເພື່ອ​ໄປ​ເບິ່ງ​ເຄືອ​ອະງຸ່ນ ເບິ່ງ​ວ່າ​ເຄືອ​ອະງຸ່ນ​ປົ່ງ​ຍອດ​ແລ້ວ​ຫລື​ບໍ່ ເລາະ​ເບິ່ງ​ຕົ້ນໄມ້ ເບິ່ງ​ຕົ້ນ​ໝາກພີລາ​ທີ່ນັ້ນ​ຄືກັນ ແລະ​ນ້ອງ​ຈະ​ມອບ​ຄວາມຮັກ​ໃຫ້​ແກ່​ອ້າຍ​ທີ່ນັ້ນ.</verse>
				<verse number="13">ອ້າຍ​ຈະ​ໄດ້​ດົມ​ກິ່ນ​ຫອມ​ຂອງ​ໝາກເຂືອ​ສຸກ ໝາກໄມ້​ທຸກ​ຊະນິດ​ທີ່​ໃຫ້​ພວກເຮົາ​ພໍໃຈ​ໃກ້​ປະຕູ​ບ້ານ. ສຸດທີ່ຮັກ​ເອີຍ ນ້ອງ​ເກັບ​ມັນ​ໄວ້​ໃຫ້​ອ້າຍ​ພຽງ​ຜູ້ດຽວ ຄື​ເກັບ​ຄວາມ​ຍິນດີ​ອັນ​ດັ້ງເດີມ​ແລະ​ໃໝ່ອ່ຽມ.</verse>
			</chapter>
			<chapter number="8">
				<verse number="1">ນ້ອງ​ຢາກ​ໃຫ້​ອ້າຍ​ເປັນ​ອ້າຍ​ຄີງໆ​ຂອງນ້ອງ​ຄົນໜຶ່ງ​ເດ ຄື​ຜູ້​ທີ່​ແມ່​ຂອງນ້ອງ​ເອງ​ໄດ້​ໃຫ້​ດູດ​ນົມ​ຈົນ​ໃຫຍ່. ຖ້າ​ນ້ອງ​ພົບ​ອ້າຍ​ຢູ່​ຕາມ​ຖະໜົນ​ຫົນທາງ ໃຜ​ກໍ​ຈະ​ບໍ່​ວ່າ​ຫຍັງໝົດ​ເມື່ອ​ນ້ອງ​ຈູບ​ອ້າຍ.</verse>
				<verse number="2">ນ້ອງ​ຈະ​ພາ​ອ້າຍ​ໄປ​ເຮືອນ ທີ່​ແມ່​ຂອງນ້ອງ​ຢູ່​ອາໄສ ບ່ອນ​ທີ່​ອ້າຍ​ຈະ​ສອນ​ໃຫ້​ຮູ້​ວ່າ​ຄວາມຮັກ​ເປັນ​ຢ່າງໃດ​ແທ້. ນ້ອງ​ຈະ​ໃຫ້​ອ້າຍ​ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຊັ້ນດີ ແລະ​ນໍ້າ​ໝາກ​ພິລາ​ແຊບ​ດີ​ໃຫ້​ອ້າຍ​ໄດ້​ດື່ມ​ດ້ວຍ.</verse>
				<verse number="3">ມື​ກໍ້າ​ຊ້າຍ​ລາວ​ນັ້ນ​ແຕະຕ້ອງ​ທີ່​ລຸ່ມ​ຫົວ ແລະ​ມື​ກໍ້າ​ຂວາ​ລູບຄຳ​ທົ່ວ​ທັງຕົນຕົວ​ຂ້ອຍ.</verse>
				<verse number="4">ລູກສາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສາບານ​ກັບ​ຂ້ອຍ​ເຖີດ ວ່າ​ພວກເຈົ້າ​ຈະ​ບໍ່​ກຸກກວນ​ຄວາມຮັກ​ຂອງ​ພວກຂ້ອຍ.</verse>
				<verse number="5">ຜູ້​ທີ່​ມາ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ຄື​ຜູ້ໃດ​ເດ​ນໍ ທີ່​ແນບ​ຢູ່​ໃນ​ອ້ອມແຂນ​ຄົນຮັກ​ຂອງ​ນາງ​ນັ້ນ? ນ້ອງ​ປຸກ​ອ້າຍ​ໃຫ້​ລຸກ​ຢູ່​ໃຕ້​ຕົ້ນໝາກຈອງ ບ່ອນ​ທີ່​ແມ່​ອ້າຍເອງ​ໃຫ້​ກຳເນີດ​ອ້າຍ.</verse>
				<verse number="6">ນອກຈາກ​ນ້ອງ​ແລ້ວ ຂໍ​ອ້າຍ​ຢ່າ​ສູ່​ຮັກ​ຍິງ​ອື່ນໃດ ນອກຈາກ​ນ້ອງ ຂໍ​ຢ່າ​ໃຫ້​ມີ​ຍິງ​ໃດ​ຢູ່​ໃນ​ອ້ອມກອດ. ຄວາມຮັກ​ມີ​ອຳນາດ​ເທົ່າກັບ​ຄວາມຕາຍ ຄວາມ​ຫລົງໄຫລ​ກໍ​ອັນຕະລາຍ​ເທົ່າກັບ​ປ່າຊ້າ. ມັນ​ເຜົາໄໝ້​ໄດ້​ເໝືອນດັ່ງ​ແປວໄຟ ແລະ​ໄໝ້​ລຸກລາມ​ໄປ​ຢ່າງ​ເຕັມທີ່.</verse>
				<verse number="7">ນໍ້າ​ກໍ​ມອດ​ບໍ່ໄດ້​ໃຫ້​ມັນ​ດັບ​ລົງ​ເປັນ ນໍ້າ​ໄຫລ​ຖ້ວມ​ທົ່ວ​ໄປ​ກໍ​ຈົມ​ມັນ​ລົງ​ບໍ່ໄດ້. ຖ້າ​ຄວາມຮັກ​ຫາ​ຊື້​ໄດ້​ດ້ວຍ​ຄວາມຮັ່ງມີ ສິ່ງ​ທີ່​ລາວ​ໄດ້​ມາ​ກໍ​ຈະ​ຖືກ​ດູໝິ່ນ​ປະໝາດ.</verse>
				<verse number="8">ພວກຂ້ອຍ​ຍັງ​ມີ​ນ້ອງສາວ​ຢູ່​ອີກ​ຄົນ​ໜຶ່ງ ຊຶ່ງ​ໜ້າອົກ​ນາງ​ນັ້ນ​ກໍ​ຍັງ​ບໍ່​ທັນ​ເຕັມ. ພວກຂ້ອຍ​ຈະ​ເຮັດ​ກັບ​ນາງ​ຢ່າງໃດ​ນໍ ຖ້າ​ຊາຍໜຸ່ມ​ມາ​ຂໍ​ໂອ້ລົມ​ກັບ​ນ້ອງ.</verse>
				<verse number="9">ຖ້າ​ນ້ອງ​ນາງ​ຫາກ​ເປັນ​ດັ່ງ​ກຳແພງ ພວກຂ້ອຍ​ຈະ​ເອົາ​ແທ່ງ​ເງິນ​ສ້າງ​ຫໍຄອຍ​ຕັນ​ໄວ້. ຖ້າ​ນ້ອງ​ນາງ​ຫາກ​ເປັນ​ປະຕູ​ກຳແພງ ພວກຂ້ອຍ​ຈະ​ເອົາ​ໄມ້​ສົນສີດາ​ໃສ່​ໄລ​ປ້ອງກັນ​ໄວ້.</verse>
				<verse number="10">ນ້ອງເອງ​ນີ້ແຫລະ ທີ່​ເປັນ​ກຳແພງ​ເມືອງ ນົມ​ນ້ອງເອງ​ກໍ​ເປັນ​ຫໍຄອຍ​ສູງ​ຂອງ​ເມືອງ​ນັ້ນ. ຄົນຮັກ​ຂອງນ້ອງ​ຮູ້ວ່າ​ເມື່ອ​ນ້ອງ​ຢູ່​ກັບ​ລາວ ນ້ອງ​ມີ​ຄວາມ​ພໍໃຈ ແລະ​ມີ​ສັນຕິສຸກ​ທັງນັ້ນ.</verse>
				<verse number="11">ກະສັດ​ໂຊໂລໂມນ​ມີ​ສວນອະງຸ່ນ​ແຫ່ງ​ໜຶ່ງ ໃນ​ສະຖານ​ທີ່​ເອີ້ນ​ວ່າ ບາອານຮາໂມນ. ເພິ່ນ​ໄດ້​ເອົາ​ບ່ອນນີ້​ໃຫ້​ຄົນ​ເຊົ່າ​ເຮັດ​ສວນ ແຕ່ລະຄົນ​ກໍໄດ້​ນຳ​ເງິນ​ພັນ​ຫລຽນ​ມາ​ຈ່າຍ​ໃຫ້.</verse>
				<verse number="12">ສ່ວນ​ເຈົ້າໂຊໂລໂມນ​ນັ້ນ​ກໍ​ຍິນດີ​ຮັບ​ເອົາ ເງິນ​ພັນ​ຫລຽນ​ທີ່​ເປັນ​ຄ່າເຊົ່າ​ສວນ​ນັ້ນ ຄົນ​ເຮັດສວນ​ກໍໄດ້​ສ່ວນແບ່ງ ສອງຮ້ອຍ​ຫລຽນ​ເງິນ ແຕ່​ສຳລັບ​ຂ້ອຍເອງ ຂ້ອຍ​ມີ​ສວນອະງຸ່ນ​ຂອງຂ້ອຍ.</verse>
				<verse number="13">ທີ່ຮັກ​ຂອງອ້າຍ​ເອີຍ ຂໍ​ໃຫ້​ອ້າຍ​ໄດ້ຍິນ ສຽງ​ຂອງນ້ອງ​ເວົ້າ​ຈາກ​ສວນ​ແດ່ ໝູ່ເພື່ອນ​ຂອງອ້າຍ​ນັ້ນ ກຳລັງ​ລໍ​ຟັງ​ນ້ອງ​ເວົ້າຈາ.</verse>
				<verse number="14">ທີ່ຮັກ​ຂອງນ້ອງ​ເອີຍ ຈົ່ງ​ມາ​ຫາ​ນ້ອງ​ເຖີດ ມາ​ດັ່ງ​ເຍືອງ​ເຖິກ ແລະ​ດັ່ງ​ກວາງໜຸ່ມ​ຢູ່​ເທິງ​ພູເຂົາ ບ່ອນ​ທີ່​ມີ​ຕົ້ນ​ກະຖິນເທດ​ເກີດຂຶ້ນ.</verse>
			</chapter>
		</book>
		<book number="23">
			<chapter number="1">
				<verse number="1">ພຣະທຳ​ເຫຼັ້ມນີ້​ບັນຈຸ​ຖ້ອຍຄຳ​ກ່ຽວກັບ​ອານາຈັກ​ຢູດາຍ ແລະ​ນະຄອນ​ເຢຣູຊາເລັມ ທີ່​ພຣະເຈົ້າ​ໄດ້​ເປີດເຜີຍ​ໃຫ້​ແກ່​ເອຊາຢາ ລູກຊາຍ​ຂອງ​ອາໂມດ​ໃນ​ຣາຊການ​ຂອງ​ເຈົ້າ​ອຸດຊີຢາ, ເຈົ້າ​ໂຢທາມ, ເຈົ້າ​ອາຮາດ​ແລະ​ເຈົ້າ​ເຮເຊກີຢາ​ປົກຄອງ​ອານາຈັກ​ຢູດາຍ.</verse>
				<verse number="2">ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ໂອ ຈັກກະວານ​ແລະ​ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ກຳລັງ​ກ່າວ ພວກ​ເດັກນ້ອຍ​ທີ່​ເຮົາ​ລ້ຽງ​ມາ​ຈົນ​ໃຫຍ່​ໄດ້​ກະບົດ​ຕໍ່ສູ້​ເຮົາ.</verse>
				<verse number="3">ງົວ​ຍັງ​ຮູ້ຈັກ​ເຈົ້າຂອງ ແລະ​ລໍ​ກໍ​ຍັງ​ຮູ້ຈັກ​ບ່ອນ​ທີ່​ນາຍ​ເອົາ​ໄປ​ລ້ຽງ, ແຕ່​ຊາດ​ອິດສະຣາເອນ ປະຊາຊົນ​ຂອງເຮົາ​ບໍ່​ຮູ້ຈັກ​ສໍ່ານັ້ນ​ເລີຍ. ພວກເຂົາ​ບໍ່​ເຂົ້າໃຈ​ຫຍັງ​ຈັກດີ້.”</verse>
				<verse number="4">ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຊົນຊາດ​ບາບໜາ​ເອີຍ ປະຊາຊົນ​ທີ່​ຈິດໃຈ​ຊົ່ວຊ້າ​ແລະ​ຮ້າຍກາດ ເຊື້ອຊາດ​ທີ່​ເຮັດ​ບາບ ເຊື້ອສາຍ​ທີ່​ຊົ່ວຊາມ​ເອີຍ ພວກເຈົ້າ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ແລະ​ຫັນໜີ​ຈາກ​ພຣະອົງ ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="5">ເປັນຫຍັງ​ພວກເຈົ້າ​ຈຶ່ງ​ສືບຕໍ່​ກະບົດ? ພວກເຈົ້າ​ຢາກ​ຈະ​ໃຫ້​ເຮົາ​ລົງໂທດ​ໜັກ​ຂຶ້ນ​ຊັ້ນບໍ? ຊາດ​ອິດສະຣາເອນ​ເອີຍ ຫົວ​ເຈົ້າ​ມີ​ແຕ່​ບາດແຜ ແລະ​ແນວຄິດ​ຈິດໃຈ​ຂອງເຈົ້າ​ກໍ​ເສື່ອມເສຍ.</verse>
				<verse number="6">ແຕ່​ຫົວ​ເຖິງ​ຕີນ ຄື​ທົ່ວ​ທັງ​ຮ່າງກາຍ​ບໍ່ມີ​ບ່ອນ​ປອດ​ເລີຍ. ຕົນຕົວ​ເຈົ້າ​ເຕັມ​ໄປ​ດ້ວຍ​ຮອຍ​ຟົກຊໍ້າ​ດຳຂຽວ ທັງ​ເປັນ​ບາດແຜ​ແລະ​ເຈັບປວດ. ບາດແຜ​ບໍ່ໄດ້​ລ້າງ​ໃຫ້​ສະອາດ​ແລະ​ບໍ່ໄດ້​ໃຊ້​ຜ້າ​ພັນ​ໄວ້. ບໍ່ມີ​ຢາ​ຊະນິດ​ໃດໆ​ດອກ​ທີ່​ຈະ​ໃສ່​ໃຫ້​ຫາຍດີ​ໄດ້.</verse>
				<verse number="7">ດິນແດນ​ຂອງ​ພວກເຈົ້າ​ໄດ້​ຖືກ​ທຳລາຍ ແລະ​ບ້ານເມືອງ​ຂອງ​ພວກເຈົ້າ​ກໍໄດ້​ຖືກ​ເຜົາຜານ​ຈົນ​ໝົດກ້ຽງ. ຊາວ​ຕ່າງດ້າວ​ໄດ້​ເຂົ້າ​ຢຶດຄອງ​ດິນແດນ ແລະ​ທຳລາຍ​ທຸກສິ່ງ ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ​ຈົນ​ໝົດກ້ຽງ.</verse>
				<verse number="8">ມີ​ແຕ່​ນະຄອນ​ເຢຣູຊາເລັມ​ເທົ່ານັ້ນ​ທີ່​ເຫຼືອ​ຢູ່; ແຕ່​ພັດ​ເປັນ​ເມືອງ​ທີ່​ຖືກ​ປິດລ້ອມ, ຂາດ​ສິ່ງ​ປ້ອງກັນ ແລະ​ເປັນ​ດັ່ງ​ຕູບ​ຂອງ​ຄົນ​ເຝົ້າ​ສວນອະງຸ່ນ ຫລື​ເປັນ​ດັ່ງ​ຖຽງໄຮ່​ຂອງ​ສວນ​ໝາກແຕງກວາ​ທີ່​ບໍ່ມີ​ຄົນ​ເຝົ້າ.</verse>
				<verse number="9">ຖ້າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ບໍ່ໄດ້​ໂຜດ​ບາງຄົນ​ໃຫ້​ລອດຊີວິດ​ຢູ່​ແລ້ວ ນະຄອນ​ເຢຣູຊາເລັມ​ກໍ​ຈະ​ຖືກ​ທຳລາຍ​ກ້ຽງ​ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ.</verse>
				<verse number="10">ນະຄອນ​ເຢຣູຊາເລັມ​ເອີຍ ບັນດາ​ຜູ້ປົກຄອງ​ແລະ​ຊາວ​ເມືອງ​ຂອງເຈົ້າ​ນັ້ນ ເປັນ​ດັ່ງ​ພວກ​ຜູ້ປົກຄອງ​ຂອງ​ຊາວ​ເມືອງ​ໂຊໂດມ​ແລະ​ໂກໂມຣາ. ຈົ່ງ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ​ກຳລັງ​ກ່າວ​ແກ່​ພວກເຈົ້າ. ຈົ່ງ​ເອົາໃຈໃສ່​ຕໍ່​ກົດບັນຍັດ​ທີ່​ພຣະເຈົ້າ​ຂອງ​ພວກເຮົາ​ກຳລັງ​ສັ່ງສອນ​ພວກເຈົ້າ.</verse>
				<verse number="11">ພຣະເຈົ້າຢາເວ​ກ່າວ​ວ່າ, “ພວກເຈົ້າ​ຄິດວ່າ​ເຮົາ​ຢາກ​ໄດ້​ສິ່ງ​ທີ່​ພວກເຈົ້າ ສືບຕໍ່​ນຳ​ມາ​ຖວາຍ​ແກ່​ເຮົາ​ຊັ້ນບໍ? ເຮົາ​ອີ່ມ​ພໍແລ້ວ​ສຳລັບ​ແກະ​ທີ່​ພວກເຈົ້າ​ນຳ​ມາ​ເຜົາບູຊາ ແລະ​ໄຂມັນ​ສັດ​ໂຕ​ຕຸ້ຍພີ​ດີ​ຂອງ​ພວກເຈົ້າ​ນັ້ນ. ເຮົາ​ເປີດໜ່າຍ​ເລືອດ​ງົວ​ກັບ​ເລືອດ​ແກະ​ແລະ​ເລືອດ​ແບ້.</verse>
				<verse number="12">ຜູ້ໃດ​ບອກ​ພວກເຈົ້າ​ໃຫ້​ນຳ​ສິ່ງ​ທັງໝົດ​ນີ້​ມາ ເມື່ອ​ພວກເຈົ້າ​ເຂົ້າ​ນະມັດສະການ​ເຮົາ? ຜູ້ໃດ​ບອກ​ພວກເຈົ້າ​ເຂົ້າ​ມາ​ຢຽບຢໍ່າ​ວິຫານ​ຂອງເຮົາ?</verse>
				<verse number="13">ການ​ທີ່​ພວກເຈົ້າ​ນຳ​ເອົາ​ເຄື່ອງ​ມາ​ຖວາຍ​ນັ້ນ ເປັນ​ການ​ບໍ່ມີ​ປະໂຫຍດ. ເຮົາ​ເບື່ອໜ່າຍ​ຕໍ່​ກິ່ນ​ທູບ​ຄວັນ​ທຽນ​ຂອງ​ພວກເຈົ້າ. ເຮົາ​ບໍ່​ອາດ​ທົນ​ຕໍ່​ວັນ​ສະຫລອງ​ເດືອນ​ອອກໃໝ່, ວັນ​ຊະບາໂຕ ແລະ​ການ​ມາ​ເຕົ້າໂຮມ​ກັນ​ອື່ນໆ​ຂອງ​ພວກເຈົ້າ​ໄດ້​ອີກ​ແລ້ວ; ເທດສະການ​ທັງໝົດ​ເຫຼົ່ານັ້ນ​ເປັນ​ມົນທິນ ເພາະ​ການບາບ​ຂອງ​ພວກເຈົ້າ.</verse>
				<verse number="14">ເຮົາ​ກຽດຊັງ​ການ​ສະຫລອງ​ວັນ​ເດືອນ​ອອກໃໝ່​ແລະ​ວັນ​ເທດສະການ​ຕາມ​ກຳນົດ​ຕ່າງໆ​ຂອງ​ພວກເຈົ້າ; ມັນ​ເປັນ​ພາລະ​ອັນ​ໜັກໜ່ວງ​ສຳລັບ​ເຮົາ.</verse>
				<verse number="15">ເມື່ອ​ພວກເຈົ້າ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ເຮົາ, ເຮົາ​ກໍ​ຈະ​ບໍ່​ຫລຽວເບິ່ງ​ພວກເຈົ້າ. ແມ່ນ​ວ່າ​ພວກເຈົ້າ​ຈະ​ພາວັນນາ​ອະທິຖານ​ຢ່າງໃດ​ກໍຕາມ ເຮົາ​ກໍ​ຈະ​ບໍ່​ຟັງ​ເພາະ​ມື​ພວກເຈົ້າ​ເປິເປື້ອນ​ດ້ວຍ​ເລືອດ.</verse>
				<verse number="16">ຈົ່ງ​ຊຳລະ​ຕົວ​ຂອງ​ພວກເຈົ້າ​ໃຫ້​ສະອາດ. ຈົ່ງ​ເລີກ​ຈາກ​ການ​ຊົ່ວຊ້າ​ທັງໝົດ​ທີ່​ເຮົາ​ເຫັນ​ພວກເຈົ້າ​ກຳລັງ​ເຮັດ​ຢູ່​ນັ້ນ​ສາ. ແມ່ນແລ້ວ ຈົ່ງ​ເລີກ​ເຮັດ​ຊົ່ວ​ສາ</verse>
				<verse number="17">ແລະ​ຈົ່ງ​ຮຽນ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ຈົ່ງ​ສະແຫວງ​ຫາ​ຄວາມ​ຍຸດຕິທຳ​ເຊັ່ນ: ຊ່ວຍ​ຜູ້​ທີ່​ຖືກ​ຂົ່ມເຫັງ, ໃຫ້​ສິດທິ​ແກ່​ບັນດາ​ເດັກ​ກຳພ້າ ແລະ​ຄຸ້ມຄອງ​ພວກ​ແມ່ໝ້າຍ.”</verse>
				<verse number="18">ພຣະເຈົ້າຢາເວ​ກ່າວ​ວ່າ, “ບັດນີ້ ຈົ່ງ​ມາ​ຕົກລົງ​ເລື່ອງລາວ​ກັນເທາະ. ເຖິງ​ແມ່ນ​ວ່າ​ບາບ​ຂອງ​ພວກເຈົ້າ​ນັ້ນ​ເປັນ​ສີແດງເຂັ້ມ ແຕ່​ເຮົາ​ກໍ​ຈະ​ຊຳລະ​ໃຫ້​ຂາວ​ສະອາດ​ດັ່ງ​ຫິມະ ເຖິງ​ແມ່ນ​ວ່າ​ຮອຍ​ເປິເປື້ອນ​ຈະ​ແດງເຂັ້ມ ພວກເຈົ້າ​ກໍ​ຈະ​ຂາວ​ສະອາດ​ດັ່ງ​ຂົນແກະ.</verse>
				<verse number="19">ຖ້າ​ພວກເຈົ້າ​ເຕັມໃຈ​ແລະ​ເຊື່ອຟັງ​ແຕ່​ເທົ່ານັ້ນ ພວກເຈົ້າ​ກໍ​ຈະ​ໄດ້​ກິນ​ສິ່ງ​ດີ​ທີ່​ເກີດຂຶ້ນ​ໃນ​ດິນແດນ.</verse>
				<verse number="20">ແຕ່​ຖ້າ​ພວກເຈົ້າ​ປະຕິເສດ​ແລະ​ກະບົດ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ. ເພາະວ່າ​ປາກ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວໄວ້.”</verse>
				<verse number="21">ຄັ້ງໜຶ່ງ ນະຄອນ​ທີ່​ເຄີຍ​ສັດຊື່ ແຕ່​ບັດນີ້​ກຳລັງ​ປະພຶດ​ຕົນ​ດັ່ງ​ຍິງ​ແມ່ຈ້າງ; ໃນ​ຄັ້ງໜຶ່ງ ນະຄອນ​ນັ້ນ​ເຕັມ​ໄປ​ດ້ວຍ​ຄົນ​ຊອບທຳ ແຕ່​ບັດນີ້​ມີ​ແຕ່​ຄາດຕະກອນ​ທັງນັ້ນ.</verse>
				<verse number="22">ນະຄອນ​ເຢຣູຊາເລັມ​ເອີຍ ຄັ້ງໜຶ່ງ ເຈົ້າ​ເປັນ​ດັ່ງ​ເງິນ ແຕ່​ດຽວ​ນີ້ ເຈົ້າ​ສິ້ນ​ຄຸນຄ່າ​ສາ​ແລ້ວ; ເຈົ້າ​ເຄີຍ​ເປັນ​ດັ່ງ​ເຫຼົ້າ​ອະງຸ່ນ​ທີ່ດີ, ແຕ່​ບັດນີ້ ເຈົ້າ​ເປັນ​ພຽງ​ນໍ້າລ້າ​ເທົ່ານັ້ນ.</verse>
				<verse number="23">ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ເປັນ​ກະບົດ ແລະ​ເປັນ​ເພື່ອນ​ຂອງ​ບັນດາ​ນັກປຸ້ນ; ພວກເຂົາ​ຮັບ​ເອົາ​ຂອງຂວັນ​ແລະ​ສິນຈ້າງ​ລາງວັນ​ເປັນ​ປະຈຳ. ພວກເຂົາ​ບໍ່ເຄີຍ​ເວົ້າ​ຕາງ​ເດັກ​ກຳພ້າ​ໃນ​ສານ ຫລື​ຟັງ​ຄຳ​ໃຫ້​ການ​ຂອງ​ແມ່ໝ້າຍ ເມື່ອ​ພວກເຂົາ​ມີ​ຄະດີ.</verse>
				<verse number="24">ສະນັ້ນ ບັດນີ້​ຈົ່ງ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ອົງ​ຊົງ​ຣິດອຳນາດ​ຂອງ​ຊາດ​ອິດສະຣາເອນ​ກຳລັງ​ກ່າວ​ວ່າ, “ເຮົາ​ຈະ​ແກ້ແຄ້ນ​ພວກເຈົ້າ​ຜູ້​ທີ່​ເປັນ​ສັດຕູ​ຂອງເຮົາ ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ເຮົາ​ອີກ​ຕໍ່ໄປ.</verse>
				<verse number="25">ເຮົາ​ຈະ​ດຳເນີນ​ການ​ຕໍ່ສູ້​ພວກເຈົ້າ. ເຮົາ​ຈະ​ຊຳລະ​ພວກເຈົ້າ​ໃຫ້​ບໍຣິສຸດ​ຕາມ​ວິທີ​ຫລອມ​ໂລຫະ ຄື​ຈະ​ຂູດ​ຂີ້ໝ້ຽງ​ອອກ​ໃຫ້​ໝົດ.</verse>
				<verse number="26">ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຜູ້ນຳ ແລະ​ທີ່ປຶກສາ ດັ່ງ​ພວກເຈົ້າ​ເຄີຍ​ມີ​ມາ​ຕັ້ງແຕ່​ດົນນານ. ແລ້ວ​ຄົນ​ກໍ​ຈະ​ເອີ້ນ​ນະຄອນ​ເຢຣູຊາເລັມ​ວ່າ ນະຄອນ​ທີ່​ຊອບທຳ​ແລະ​ສັດຊື່.”</verse>
				<verse number="27">ຍ້ອນ​ພຣະເຈົ້າຢາເວ​ຊົງ​ຊອບທຳ ພຣະອົງ​ຈະ​ຊ່ວຍ​ນະຄອນ​ເຢຣູຊາເລັມ​ໃຫ້​ພົ້ນໄພ ແລະ​ທຸກຄົນ​ໃນ​ນະຄອນ​ນີ້​ທີ່​ກັບໃຈໃໝ່.</verse>
				<verse number="28">ແຕ່​ພຣະອົງ​ຈະ​ທຳລາຍ​ທຸກຄົນ​ທີ່​ເຮັດ​ບາບ​ແລະ​ກະບົດ​ຕໍ່​ພຣະອົງ; ພຣະອົງ​ຈະ​ຂ້າ​ທຸກຄົນ​ທີ່​ປະຖິ້ມ​ພຣະອົງ.</verse>
				<verse number="29">ພວກເຈົ້າ​ຈະ​ເສຍໃຈ​ທີ່​ໄດ້​ຂາບໄຫວ້​ຕົ້ນໄມ້ ແລະ​ປຸກສ້າງ​ບ່ອນ​ສັກສິດ​ໃນ​ສວນ.</verse>
				<verse number="30">ພວກເຈົ້າ​ຈະ​ຫ່ຽວແຫ້ງ​ໄປ​ດັ່ງ​ຕົ້ນໂອກ​ແລະ​ດັ່ງ​ສວນ​ທີ່​ບໍ່ມີ​ຜູ້ໃດ​ຫົດ​ນໍ້າ.</verse>
				<verse number="31">ສະເກັດ​ໄຟ​ຍ່ອມ​ໄໝ້​ຫຍ້າແຫ້ງ​ໄດ້​ສັນໃດ ຄົນ​ແຂງແຮງ​ກໍ​ຈະ​ຖືກ​ການຊົ່ວ​ທີ່​ຕົນເອງ​ເຮັດ​ທຳລາຍ​ໄດ້​ສັນນັ້ນ ແລະ​ຈະ​ບໍ່ມີ​ຜູ້ໃດ​ຢັບຢັ້ງ​ການທຳລາຍ​ນັ້ນ​ໄດ້.</verse>
			</chapter>
			<chapter number="2">
				<verse number="1">ຕໍ່ໄປນີ້ ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ບອກ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ ກ່ຽວກັບ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ​ວ່າ:</verse>
				<verse number="2">ໃນ​ວັນ​ທັງຫລາຍ​ທີ່​ຈະ​ໝູນວຽນ​ມາເຖິງ ພູ​ບ່ອນ​ທີ່​ຕັ້ງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ຈະ​ສູງ​ກວ່າ​ທຸກໆ​ແຫ່ງ ພູ​ນັ້ນ​ຈະ​ຕັ້ງ​ຢູ່​ສູງ​ສົ່ງ​ເທິງ​ເນີນພູ​ທັງໝົດ ດັ່ງນັ້ນ ຫລາຍ​ຊົນຊາດ​ຈຶ່ງ​ຈະ​ຫລັ່ງ​ມາ​ສູ່​ທີ່ນັ້ນ</verse>
				<verse number="3">ປະຊາຊົນ​ຫລາຍ​ຊົນຊາດ​ຈະ​ພາກັນ​ກ່າວ​ວ່າ, “ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ເດີ ສູ່​ວິຫານ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ພຣະອົງ​ຈະ​ສັ່ງສອນ​ພວກເຮົາ​ເຖິງ​ສິ່ງ​ທີ່​ພຣະອົງ​ຢາກ​ໃຫ້​ເຮັດ. ພວກເຮົາ​ຈະ​ພາກັນ​ຍ່າງ​ຕາມ​ຮ່ອມ​ແຫ່ງ​ຫົນທາງ ທີ່​ພຣະອົງ​ໄດ້​ເລືອກສັນ​ໄວ້​ແລ້ວ​ນັ້ນ. ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ມາ​ແຕ່​ນະຄອນ​ເຢຣູຊາເລັມ ແຕ່​ພູເຂົາ​ຊີໂອນ​ທີ່​ພຣະອົງ​ກ່າວ​ແກ່​ປະຊາຊົນ​ນັ້ນ.”</verse>
				<verse number="4">ພຣະອົງ​ຈະ​ຕັດສິນ​ການ​ຂັດແຍ່ງ ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ. ພວກເຂົາ​ຈະ​ຕີ​ດາບ​ເປັນ​ໝາກ​ສົບໄຖ ແລະ​ຕີ​ຫອກ​ເປັນ​ມີດ​ຕອນ​ຕົ້ນໄມ້. ຊົນຊາດ​ທັງຫລາຍ​ຈະ​ບໍ່​ເຮັດ​ເສິກ​ອີກ​ຕໍ່ໄປ ຈະ​ບໍ່​ຕຽມ​ເຂົ້າ​ສູ່​ການ​ສົງຄາມ​ອີກ​ຈັກເທື່ອ.</verse>
				<verse number="5">ບັດນີ້ ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ໃຫ້​ພວກເຮົາ​ເດີນ​ໄປ​ໃນ​ຄວາມ​ສະຫວ່າງ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ນັ້ນ​ເທີ້ນ.</verse>
				<verse number="6">ໂອ​ພຣະເຈົ້າ​ເອີຍ ພຣະອົງ​ໄດ້​ປະຖິ້ມ​ປະຊາຊົນ​ຂອງ​ພຣະອົງ​ສາ​ແລ້ວ ຄື​ເຊື້ອສາຍ​ຂອງ​ຢາໂຄບ ດິນແດນ​ເຕັມ​ແຕ່​ການ​ໃຊ້​ເວດມົນ​ຄາຖາ ຈາກ​ທິດ​ຕາເວັນອອກ​ແລະ​ຈາກ​ຟີລິດສະຕິນ. ປະຊາຊົນ​ຕ່າງ​ກໍ​ເຮັດ​ຕາມ​ປະເພນີ​ຂອງ​ຊາວ​ຕ່າງຊາດ.</verse>
				<verse number="7">ດິນແດນ​ຂອງ​ພວກເຂົາ​ນັ້ນ​ເຕັມ​ໄປ​ດ້ວຍ​ເງິນ​ແລະ​ຄຳ ແລະ​ຊັບສົມບັດ​ຂອງ​ພວກເຂົາ​ກໍ​ບໍ່​ໝົດ​ເປັນ​ຈັກເທື່ອ. ດິນແດນ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ຝູງມ້າ ແລະ​ລົດຮົບ​ຂອງ​ພວກເຂົາ​ກໍ​ບໍ່​ໝົດ​ເປັນ​ຈັກເທື່ອ.</verse>
				<verse number="8">ດິນແດນ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ຮູບເຄົາຣົບ ແລະ​ຕ່າງ​ກໍ​ຂາບໄຫວ້​ວັດຖຸ​ທີ່​ຖືກ​ສ້າງ​ຂຶ້ນ​ດ້ວຍ​ມື​ຂອງ​ພວກເຂົາ​ເອງ.</verse>
				<verse number="9">ທຸກຄົນ​ຈະ​ຖືກ​ລົດກຽດ​ແລະ​ຖືກ​ອັບອາຍ​ຂາຍໜ້າ, ຂໍ​ຢ່າ​ຍົກໂທດ​ໃຫ້​ພວກເຂົາ​ເລີຍ.</verse>
				<verse number="10">ພວກເຂົາ​ຈະ​ລີ້​ຢູ່​ໃນ​ຖໍ້າ ຢູ່​ໃນ​ໂງ່ນຫີນ​ຕາມ​ເນີນພູ ຫລື​ຂຸດ​ຮູ​ຢູ່​ໃນ​ດິນ ເພື່ອ​ຊອກ​ຫາ​ທີ່​ຈະ​ປົບໜີ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ແລະ​ຫລົບລີ້​ຈາກ​ຣິດອຳນາດ​ແລະ​ສະຫງ່າຣາສີ​ຂອງ​ພຣະອົງ</verse>
				<verse number="11">ວັນ​ໜຶ່ງ​ຈະ​ມາ​ເຖິງ ເມື່ອ​ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ມະນຸດ​ຈະ​ສິ້ນສຸດ​ລົງ ແລະ​ຄວາມ​ອວດດີ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ. ແລ້ວ​ແມ່ນ​ພຣະເຈົ້າຢາເວ​ເທົ່ານັ້ນ ທີ່​ຈະ​ໄດ້​ຮັບ​ກຽດ​ແລະ​ຄຳ​ຍົກຍໍ​ສັນລະເສີນ.</verse>
				<verse number="12">ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ເຮັດ​ໃຫ້​ທຸກຄົນ​ທີ່​ມີ​ອຳນາດ ທຸກຄົນ​ທີ່​ອວດອົ່ງ ແລະ​ທຸກຄົນ​ທີ່​ຈອງຫອງ​ນັ້ນ​ໄດ້​ຖ່ອມຕົວ​ລົງ.</verse>
				<verse number="13">ພຣະອົງ​ຈະ​ທຳລາຍ​ຕົ້ນແປກ​ສູງ​ແຫ່ງ​ເລບານອນ ແລະ​ຕົ້ນໂອກ​ທັງໝົດ​ຢູ່​ໃນ​ດິນແດນ​ລົງ.</verse>
				<verse number="14">ພຣະອົງ​ຈະ​ເຮັດ​ໃຫ້​ພູສູງ​ທຸກໜ່ວຍ​ພ້ອມ​ທັງ​ເນີນພູ​ທັງຫລາຍ</verse>
				<verse number="15">ຫໍຄອຍ​ສູງ​ແລະ​ປ້ອມ​ປ້ອງກັນ​ເມືອງ​ທຸກແຫ່ງ​ເຫຼົ່ານັ້ນ​ໃຫ້​ຮາບກ້ຽງ.</verse>
				<verse number="16">ພຣະອົງ​ຈະ​ເຮັດ​ໃຫ້​ແມ່ນແຕ່​ເຮືອໃຫຍ່​ແລະ​ງາມ​ທີ່ສຸດ​ຈົມ.</verse>
				<verse number="17">ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ມະນຸດ​ຈະ​ຈົບ​ລົງ ແລະ​ຄວາມ​ອວດດີ​ຂອງ​ມະນຸດ​ຈະ​ຖືກ​ທຳລາຍ. ຮູບເຄົາຣົບ​ທັງຫລາຍ​ຈະ​ສູນສິ້ນ​ໄປ ແລະ​ແມ່ນ​ພຣະເຈົ້າຢາເວ​ເທົ່ານັ້ນ ທີ່​ຈະ​ໄດ້​ຮັບ​ກຽດ​ແລະ​ຄຳ​ຍົກຍໍ​ສັນລະເສີນ​ໃນ​ວັນ​ນັ້ນ.</verse>
				<verse number="18"></verse>
				<verse number="19">ປະຊາຊົນ​ຈະ​ລີ້​ຢູ່​ໃນ​ຖໍ້າ​ຢູ່​ໃນ​ໂງ່ນຫີນ​ຕາມ​ເນີນພູ ຫລື​ຂຸດ​ຮູ​ຢູ່​ໃນ​ດິນ ເພື່ອ​ຊອກ​ຫາ​ທີ່​ຈະ​ປົບໜີ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ແລະ​ຫລົບລີ້​ຈາກ​ຣິດອຳນາດ​ແລະ​ສະຫງ່າຣາສີ​ຂອງ​ພຣະອົງ ເມື່ອ​ພຣະອົງ​ມາ​ເຮັດ​ໃຫ້​ໂລກ​ສັ່ນສະເທືອນ.</verse>
				<verse number="20">ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ໂຍນ​ຮູບເຄົາຣົບ​ເປັນ​ເງິນ​ເປັນ​ຄຳ ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ນັ້ນ​ຖິ້ມ​ເສຍ ແລະ​ປະ​ໃຫ້​ເປັນ​ບ່ອນ​ຢູ່​ຂອງ​ໂຕໜູ​ແລະ​ໂຕ​ເຈຍ.</verse>
				<verse number="21">ເມື່ອ​ພຣະເຈົ້າຢາເວ​ມາ​ເຮັດ​ໃຫ້​ໂລກ​ສັ່ນສະເທືອນ ປະຊາຊົນ​ຈະ​ລີ້​ຢູ່​ໃນ​ຖໍ້າ ຢູ່​ໃນ​ໂງ່ນຫີນ​ຕາມ​ເນີນພູ ຫລື​ຂຸດ​ຮູ​ຢູ່​ໃນ​ດິນ ເພື່ອ​ຊອກ​ຫາ​ທີ່​ຈະ​ປົບໜີ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ແລະ​ຫລົບລີ້​ຈາກ​ຣິດອຳນາດ​ແລະ​ສະຫງ່າຣາສີ​ຂອງ​ພຣະອົງ.</verse>
				<verse number="22">ຢ່າ​ເຊື່ອໝັ້ນ​ຕາຍໃຈ​ໃນ​ມະນຸດ​ທີ່​ຕາຍເປັນ. ພວກເຂົາ​ມີ​ຄ່າ​ຫຍັງ​ແດ່?</verse>
			</chapter>
			<chapter number="3">
				<verse number="1">ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໃກ້​ຈະ​ເອົາ​ທຸກສິ່ງ​ແລະ​ທຸກຄົນ​ທີ່​ປະຊາຊົນ​ເພິ່ງພາ​ອາໄສ​ໄດ້​ໄປ​ຈາກ​ນະຄອນ​ເຢຣູຊາເລັມ​ແລະ​ຢູດາຍ. ສິ່ງ​ທີ່​ພຣະອົງ​ກຳລັງ​ຈະ​ເອົາ​ໄປ​ຈາກ​ພວກເຂົາ​ມີ​ດັ່ງນີ້: ເຂົ້າຈີ່​ແລະ​ນໍ້າ​ດື່ມ,</verse>
				<verse number="2">ບັນດາ​ວິລະບູລຸດ​ແລະ​ພວກ​ທະຫານ, ບັນດາ​ຜູ້ຕັດສິນ​ແລະ​ພວກ​ຜູ້ທຳນວາຍ, ບັນດາ​ໝໍ​ດູ​ແລະ​ພວກ​ຜູ້ປົກຄອງ,</verse>
				<verse number="3">ພວກ​ນາຍ​ທະຫານ​ແລະ​ພວກ​ຜູ້ປົກຄອງ​ພົນລະເຮືອນ, ບັນດາ​ນັກການເມືອງ​ແລະ​ທຸກຄົນ​ທີ່​ໃຊ້​ເວດມົນ​ຄາຖາ​ເພື່ອ​ເບິ່ງ​ເຫດການ​ຕ່າງໆ.</verse>
				<verse number="4">ອົງພຣະ​ຜູ້​ເປັນເຈົ້າ​ຈະ​ປ່ອຍ​ໃຫ້​ເດັກນ້ອຍ​ປົກຄອງ​ປະຊາຊົນ.</verse>
				<verse number="5">ທຸກຄົນ​ຈະ​ເອົາລັດ​ເອົາປຽບ​ຊຶ່ງກັນແລະກັນ. ຄົນໜຸ່ມ​ຈະ​ບໍ່​ໃຫ້​ຄວາມນັບຖື​ແກ່​ພວກ​ຜູ້​ອາວຸໂສ ແລະ​ຄົນຊົ່ວ​ຈະ​ບໍ່​ໃຫ້​ຄວາມນັບຖື​ແກ່​ຜູ້ມີກຽດ.</verse>
				<verse number="6">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ສະມາຊິກ​ໃນ​ຕະກຸນ​ໜຶ່ງ​ຈະ​ເລືອກເອົາ​ຜູ້ໜຶ່ງ​ໃນ​ພວກເຂົາ ແລະ​ເວົ້າ​ກັບ​ລາວ​ວ່າ, “ຢ່າງໜ້ອຍ​ເຈົ້າ​ກໍ​ມີ​ເຄື່ອງນຸ່ງຫົ່ມ​ບາງ​ໂຕ; ສະນັ້ນ ໃນ​ເວລາ​ທີ່​ເດືອດຮ້ອນ​ຢ່າງນີ້ ຈົ່ງ​ເປັນ​ຜູ້ນຳ​ຂອງ​ພວກເຮົາ​ເຖີດ.”</verse>
				<verse number="7">ແຕ່​ລາວ​ຈະ​ຕອບ​ວ່າ, “ຢ່າ​ເລືອກເອົາ​ຂ້ອຍ​ເທາະ ຂ້ອຍ​ຊ່ວຍ​ພວກເຈົ້າ​ບໍ່ໄດ້​ດອກ. ຂ້ອຍ​ບໍ່ມີ​ອາຫານ​ແລະ​ເຄື່ອງນຸ່ງຫົ່ມ​ເລີຍ. ຢ່າ​ສູ່​ເລືອກເອົາ​ຂ້ອຍ​ເປັນ​ຜູ້ນຳ​ເທາະ.”</verse>
				<verse number="8">ຖືກຕ້ອງ ຄວາມ​ຫຼົ້ມຈົມ​ເປັນ​ຂອງ​ນະຄອນ​ເຢຣູຊາເລັມ​ສາ​ແລ້ວ ຢູດາຍ​ກໍ​ກຳລັງ​ຫຼົ້ມຈົມ​ດ້ວຍ ພວກເຂົາ​ເວົ້າ​ແລະ​ເຮັດ​ທຸກຢ່າງ​ຕໍ່ສູ້​ພຣະເຈົ້າຢາເວ; ພວກເຂົາ​ດູຖູກ​ໝິ່ນປະໝາດ​ພຣະອົງ​ຢ່າງ​ເປີດເຜີຍ.</verse>
				<verse number="9">ຈິດໃຈ​ລຳອຽງ​ຂອງ​ພວກເຂົາ​ຕໍ່ສູ້​ພວກເຂົາ​ເອງ. ພວກເຂົາ​ເຮັດ​ບາບ​ຢ່າງ​ເປີດເຜີຍ​ດັ່ງ​ຊາວ​ໂຊໂດມ​ໄດ້​ເຮັດ. ເຄາະກຳ​ເປັນ​ຂອງ​ພວກເຂົາ​ສາ​ແລ້ວ ເພາະ​ພວກເຂົາ​ເອງ​ເປັນ​ຜູ້ນຳ​ເຄາະກຳ​ນັ້ນ​ມາ.</verse>
				<verse number="10">ຝ່າຍ​ຄົນ​ຊອບທຳ​ຈະ​ມີ​ຄວາມສຸກ ແລະ​ສິ່ງ​ທັງຫລາຍ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ພວກເຂົາ. ພວກເຂົາ​ສາມາດ​ທີ່​ຈະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຫາ​ມາ​ໄດ້.</verse>
				<verse number="11">ແຕ່​ຄົນຊົ່ວຊ້າ ພັດ​ໄດ້​ຮັບ​ຄວາມ​ຫາຍຍະນະ; ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ​ໃຫ້​ຜູ້​ອື່ນ​ນັ້ນ ບັດນີ້ ສິ່ງ​ນັ້ນ​ໄດ້​ຕາມ​ມາ​ສະໜອງ​ພວກເຂົາ​ເອງ.</verse>
				<verse number="12">ພວກ​ໃຫ້​ກູ້ຢືມ​ເງິນ ກົດຂີ່​ປະຊາຊົນ​ຂອງເຮົາ ແລະ​ພວກເຈົ້າໜີ້​ກໍ​ສໍ້ໂກງ​ພວກເຂົາ. ປະຊາຊົນ​ຂອງເຮົາ​ເອີຍ ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ກຳລັງ​ນຳ​ພວກເຈົ້າ​ໄປ​ໃນ​ທາງ​ຜິດ ພວກເຈົ້າ​ຈຶ່ງ​ບໍ່​ຮູ້​ເລີຍ​ວ່າ​ຄວນ​ລ້ຽວ​ໄປ​ທາງ​ໃດ​ດີ.</verse>
				<verse number="13">ພຣະເຈົ້າຢາເວ​ພ້ອມແລ້ວ​ທີ່​ຈະ​ກ່າວ​ຄະດີ​ຂອງ​ພຣະອົງ; ພຣະອົງ​ພ້ອມ​ແລ້ວ​ທີ່​ຈະ​ຕັດສິນ​ປະຊາຊົນ​ຂອງ​ພຣະອົງ.</verse>
				<verse number="14">ພຣະເຈົ້າຢາເວ​ກຳລັງ​ນຳ​ຄົນ​ເຫຼົ່ານີ້​ມາ​ຕັດສິນ ຄື​ບັນດາ​ເຖົ້າແກ່​ແລະ​ບັນດາ​ຜູ້ນຳ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ກ່າວ​ຟ້ອງ​ດັ່ງນີ້: “ພວກເຈົ້າ​ໄດ້​ປຸ້ນ​ເອົາ​ສວນອະງຸ່ນ ແລະ​ໃນ​ເຮືອນ​ຂອງ​ພວກເຈົ້າ​ກໍ​ເຕັມ​ໄປ​ດ້ວຍ​ສິ່ງຂອງ ທີ່​ພວກເຈົ້າ​ໄດ້​ຢຶດເອົາ​ມາ​ຈາກ​ຄົນ​ຍາກຈົນ.</verse>
				<verse number="15">ພວກເຈົ້າ​ບໍ່ມີ​ສິດ​ທີ່​ຈະ​ຢຽບຢໍ່າ​ປະຊາຊົນ​ຂອງເຮົາ ແລະ​ເອົາລັດ​ເອົາປຽບ​ຄົນ​ຍາກຈົນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="16">ພຣະເຈົ້າຢາເວ​ກ່າວ​ວ່າ, “ເບິ່ງດູ ຜູ້ຍິງ​ຊາວ​ນະຄອນ​ເຢຣູຊາເລັມ​ອວດອົ່ງ​ຈອງຫອງ​ສໍ່າໃດ ພວກເຂົາ​ຍ່າງ​ເບີດ​ຈົນ​ດັງ​ຕັ້ງຊື່. ພວກເຂົາ​ມັກ​ທ່ຽວ​ເລາະ​ຫລິ້ນ​ສະເໝີ​ໂດຍ​ຍ່າງ​ບາດກ້າວ​ອັນ​ຜ່າເຜີຍ ຈົນ​ປອກຕີນ​ດັງ​ເປັນ​ຈັງຫວະ.</verse>
				<verse number="17">ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ພວກເຂົາ ຄື​ເຮົາ​ຈະ​ແຖ​ຫົວ​ພວກເຂົາ​ໃຫ້​ໂຫລ້ນ ແລະ​ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຂົາ​ປາກົດ​ຕົວ​ເປືອຍກາຍ​ຢູ່.”</verse>
				<verse number="18">ເມື່ອ​ວັນ​ນັ້ນ​ມາ​ເຖິງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ເອົາ​ທຸກສິ່ງ ທີ່​ພວກຜູ້ຍິງ​ຊາວ​ນະຄອນ​ເຢຣູຊາເລັມ​ໂອ້ອວດ​ນັ້ນ​ໜີໄປ​ໃຫ້​ໝົດ​ເຊັ່ນ: ເຄື່ອງເອ້​ທີ່​ພວກເຂົາ​ໃສ່​ຕາມ​ຂໍ້ຕີນ, ຕາມ​ເທິງ​ຫົວ, ຕາມ​ຄໍ,</verse>
				<verse number="19">ແລະ​ຕາມ​ຂໍ້ມື. ພຣະອົງ​ຈະ​ເອົາ​ຜ້າ​ປົກ​ໜ້າ​ຂອງ​ພວກເຂົາ​ໄປ</verse>
				<verse number="20">ແລະ​ໝວກ​ຂອງ​ພວກເຂົາ​ດ້ວຍ; ຄາຖາ​ທີ່​ພວກເຂົາ​ມີ​ຕາມ​ແຂນ​ແລະ​ຕາມ​ແອວ;</verse>
				<verse number="21">ແຫວນ​ທີ່​ໃສ່​ຕາມ​ນິ້ວມື​ແລະ​ເກາະ​ທີ່​ດັງ​ຂອງ​ພວກເຂົາ;</verse>
				<verse number="22">ກະໂປ່ງ​ອັນ​ງາມໆ, ເສື້ອ​ຊຸດ​ຜ້າ​ຄຸມ, ກະເປົາ​ຖື​ຂອງ​ພວກເຂົາ;</verse>
				<verse number="23">ເສື້ອໃຫຍ່, ແພມົນ​ບາງໆ, ຜ້າ​ພັນ​ຄໍ ແລະ​ຜ້າ​ຍາວໆ​ທີ່​ໃຊ້​ປົກ​ຫົວ​ຂອງ​ພວກເຂົາ.</verse>
				<verse number="24">ແທນ​ທີ່​ຕົນຕົວ​ພວກເຂົາ​ຈະ​ມີ​ກິ່ນ​ຫອມ ພວກເຂົາ​ຈະ​ມີ​ກິ່ນ​ເໝັນ; ແທນ​ທີ່​ຈະ​ມີ​ສາຍແອວ​ງາມ ພວກເຂົາ​ຈະ​ມີ​ເຊືອກ​ມັດ​ແອວ; ແທນ​ທີ່​ຈະ​ມີ​ຜົມ​ງາມ ພວກເຂົາ​ຈະ​ຫົວ​ໂຫລ້ນ; ແທນ​ທີ່​ຈະ​ໃສ່​ເສື້ອ​ງາມ ພວກເຂົາ​ຈະ​ນຸ່ງ​ຜ້າ​ຂາດ; ຄວາມງາມ​ຂອງ​ພວກເຂົາ​ຈະ​ປ່ຽນ​ເປັນ​ຄວາມ​ອັບອາຍ​ຂາຍໜ້າ.</verse>
				<verse number="25">ແມ່ນ​ແລ້ວ ພວກ​ຜູ້ຊາຍ​ໃນ​ເມືອງ​ແມ່ນແຕ່​ຄົນ​ທີ່​ແຂງແຮງ​ທີ່ສຸດ ກໍ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ.</verse>
				<verse number="26">ທົ່ວ​ທັງ​ເມືອງ​ຈະ​ຮ້ອງໄຫ້​ຄວນຄາງ​ດັ່ງ​ຍິງ​ຜູ້ໜຶ່ງ​ກຳລັງ​ນັ່ງ​ຢູ່​ກັບ​ພື້ນດິນ ເພາະ​ສູນເສຍ​ທຸກສິ່ງ.</verse>
			</chapter>
			<chapter number="4">
				<verse number="1">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຜູ້ຍິງ​ເຈັດ​ຄົນ​ຈະ​ຍາດ​ເອົາ​ຜູ້ຊາຍ​ຄົນດຽວ ພ້ອມ​ທັງ​ກ່າວ​ວ່າ, “ພວກເຮົາ​ລ້ຽງ​ແລະ​ຫາ​ເຄື່ອງນຸ່ງຫົ່ມ​ໃຫ້​ຕົນເອງ​ໄດ້; ແຕ່​ໂຜດ​ໃຫ້​ພວກເຮົາ​ເອີ້ນ​ເຈົ້າ​ວ່າ​ເປັນ​ຜົວ​ຂອງ​ພວກເຮົາ​ເທີ້ນ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ຕ້ອງ​ທົນ​ອັບອາຍ​ຂາຍໜ້າ​ຍ້ອນ​ຫາ​ຜົວ​ບໍ່ໄດ້.”</verse>
				<verse number="2">ເມື່ອ​ວັນ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພືດພັນ ແລະ​ຕົ້ນໄມ້​ຢູ່​ໃນ​ດິນແດນ​ໃຫຍ່​ຂຶ້ນ​ແລະ​ສວຍງາມ. ປະຊາຊົນ​ຊາວ​ອິດສະຣາເອນ​ທັງໝົດ​ທີ່​ຍັງ​ມີ​ຊີວິດ​ເຫລືອຢູ່ ຈະ​ຊື່ນຊົມ​ຍິນດີ​ໃນ​ຜົນລະປູກ​ທີ່​ເກີດ​ໃນ​ດິນແດນ.</verse>
				<verse number="3">ທຸກຄົນ​ທີ່​ເຫລືອຢູ່​ໃນ​ນະຄອນ​ເຢຣູຊາເລັມ ຄື​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກໄວ້​ໃຫ້​ມີ​ຊີວິດ​ຢູ່ ຄົນ​ຈະ​ເອີ້ນ​ເຂົາ​ວ່າ ບໍຣິສຸດ.</verse>
				<verse number="4">ໂດຍ​ຣິດອຳນາດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ຈະ​ຕັດສິນ​ແລະ​ຊຳລະ​ປະເທດ​ຊາດ ແລະ​ຊຳລະ​ລ້າງ​ມົນທິນ​ໃຫ້​ສິ້ນ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ ແລະ​ຊຳລະ​ເລືອດ​ທີ່​ໄດ້​ໄຫລ​ລົງ​ທີ່​ນັ້ນ​ດ້ວຍ.</verse>
				<verse number="5">ແລ້ວ​ເທິງ​ພູເຂົາ​ຊີໂອນ​ແລະ​ເທິງ​ຜູ້​ທີ່​ເຕົ້າໂຮມ​ຢູ່​ທີ່​ນັ້ນ ພຣະເຈົ້າຢາເວ​ຈະ​ສົ່ງ​ເມກ​ມາ​ໃນ​ຕອນ​ກາງເວັນ ແລະ​ສົ່ງ​ຄວັນ​ກັບ​ແປວໄຟ​ມາ​ໃນ​ຕອນ​ກາງຄືນ. ສະຫງ່າຣາສີ​ຈະ​ປົກປ້ອງ​ຄຸ້ມຄອງ​ນະຄອນ.</verse>
				<verse number="6">ສະຫງ່າຣາສີ​ຂອງ​ພຣະອົງ​ຈະ​ປົກປັກ​ຮັກສາ​ນະຄອນ ຈາກ​ແສງ​ແດດ​ໃນ​ຕອນ​ກາງເວັນ ແລະ​ນະຄອນ​ນັ້ນ​ກໍ​ຈະ​ເປັນ​ບ່ອນ​ປອດໄພ​ເພື່ອ​ຫລົບ​ຝົນ​ແລະ​ພະຍຸຮ້າຍ.</verse>
			</chapter>
			<chapter number="5">
				<verse number="1">ເມື່ອ​ຂ້ອຍ​ຮ້ອງເພງ​ນີ້ ຂໍ​ທ່ານ​ຈົ່ງ​ຟັງ​ເອົາ​ເດີ​ ທີ່​ເອີ່ຍ​ເຖິງ​ສວນອະງຸ່ນ​ກັບ​ໝູ່ເພື່ອນ​ຂອງຂ້ອຍ: ເພື່ອນ​ຂອງຂ້ອຍ​ມີ​ສວນອະງຸ່ນ​ຕອນ​ໜຶ່ງ ຊຶ່ງ​ສວນ​ນີ້​ຕັ້ງ​ຢູ່​ຕາມ​ເນີນພູ​ທີ່​ມີ​ດິນ​ດີ.</verse>
				<verse number="2">ລາວ​ຂຸດ​ທັງ​ພູນ​ດິນ​ຫລັງຈາກ​ເກັບ​ກ້ອນ​ຫີນ​ອອກ​ໄປ ແລ້ວ​ຈຶ່ງ​ໄດ້​ປູກ​ເບ້ຍ​ພັນ​ອະງຸ່ນ​ດີໆ​ທັງນັ້ນ​ໃສ່. ລາວ​ປຸກ​ຫໍຄອຍ​ຫລັງ​ໜຶ່ງ​ໄວ້​ສຳລັບ​ເຝົ້າ​ສວນອະງຸ່ນ ລາວ​ເຈາະ​ອ່າງ​ຫີນ​ໄວ້​ສຳລັບ​ບີບ​ໝາກອະງຸ່ນ​ດ້ວຍ. ແລ້ວ​ກໍ​ຕັ້ງໃຈ​ລໍ​ຄອຍຖ້າ ຈົນ​ໝາກອະງຸ່ນ​ສຸກງອມ ແຕ່​ໝາກອະງຸ່ນ​ທີ່​ສຸກ​ພັດ​ມີ​ຣົດ​ສົ້ມ​ທັງໝົດ.</verse>
				<verse number="3">ສະນັ້ນ ເພື່ອນ​ຂອງຂ້ອຍ​ຈຶ່ງ​ເວົ້າ​ວ່າ, “ພວກເຈົ້າ​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ຢູດາຍ​ເອີຍ ຈົ່ງ​ຕັດສິນ​ລະຫວ່າງ​ຂ້ອຍ​ກັບ​ສວນອະງຸ່ນ​ເບິ່ງດູ.</verse>
				<verse number="4">ມີ​ອັນ​ໃດ​ແດ່ ທີ່​ຂ້ອຍ​ບໍ່ໄດ້​ເຮັດ​ສຳລັບ​ສວນ​ນີ້? ແລ້ວ​ເປັນຫຍັງ​ໝາກ​ອະງຸ່ນ​ຈຶ່ງ​ສົ້ມ​ໝົດ ທັງໆ​ທີ່​ຂ້ອຍ​ຫວັງ​ໄວ້​ວ່າ​ຈະ​ໄດ້​ໝາກ​ຫວານ​ດີ?</verse>
				<verse number="5">ບັດນີ້ ຂ້ອຍ​ຈະ​ເຮັດ​ກັບ​ສວນອະງຸ່ນ​ຂອງຂ້ອຍ​ດັ່ງນີ້: ຈະ​ຮື້​ໜາມ​ແລະ​ມ້າງ​ຮົ້ວ​ທີ່​ລ້ອມ​ມັນ​ນັ້ນ​ອອກ ແລະ​ປ່ອຍ​ໃຫ້​ສັດປ່າ​ມາ​ກິນ​ແລະ​ຢຽບຢໍ່າ​ມັນ​ຖິ້ມ.</verse>
				<verse number="6">ຂ້ອຍ​ຈະ​ປ່ອຍ​ໃຫ້​ຫຍ້າ​ເກີດຂຶ້ນ​ເຕັມ​ໄປ​ທົ່ວ. ຂ້ອຍ​ຈະ​ບໍ່​ຕັດ​ແໜງ​ຫລື​ພວນດິນ; ແຕ່​ຈະ​ປ່ອຍ​ໃຫ້​ເຄືອ​ແລະ​ກົກ​ໜາມ​ປົ່ງ​ຂຶ້ນ​ຫຸ້ມຫໍ່. ຂ້ອຍ​ຈະ​ບໍ່​ໃຫ້​ແມ່ນແຕ່​ຝົນ​ຕົກລົງ​ມາ​ຮຳ​ສວນ​ນັ້ນ​ເລີຍ.”</verse>
				<verse number="7">ສວນອະງຸ່ນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແມ່ນ​ຊາດ​ອິດສະຣາເອນ ແລະ​ປະຊາຊົນ​ຊາວ​ຢູດາ​ແມ່ນ​ເບ້ຍ​ອະງຸ່ນ ຊຶ່ງ​ພຣະອົງ​ໄດ້​ປູກ​ໄວ້. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່ດີ, ແຕ່​ພວກເຂົາ​ມີ​ແຕ່​ປະພຶດ​ຕົນ​ເປັນ​ຜູ້ຂ້າຄົນ. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່​ຊອບທຳ, ແຕ່​ຄົນ​ຮັບ​ເຄາະກຳ​ຮ້ອງຂໍ​ຄວາມ​ຍຸດຕິທຳ.</verse>
				<verse number="8">ວິບັດ​ເປັນ​ຂອງ​ພວກເຈົ້າ​ສາແລ້ວ ພວກເຈົ້າ​ຊື້​ເຮືອນ​ຕື່ມ​ອີກ​ຫລາຍ​ຫລັງ ແລະ​ຊື້​ນາ​ຕື່ມ​ອີກ​ຫລາຍ​ທົ່ງ ເພີ່ມ​ກັບ​ສິ່ງ​ທີ່​ພວກເຈົ້າ​ມີ​ຢູ່. ບໍ່​ດົນ​ກໍ​ຈະ​ບໍ່ມີ​ບ່ອນ​ສຳລັບ​ຄົນອື່ນ​ຢູ່ ແລະ​ແມ່ນ​ພວກເຈົ້າ​ເທົ່ານັ້ນ​ທີ່​ຈະ​ຢູ່​ໃນ​ດິນແດນ.</verse>
				<verse number="9">ຂ້າພະເຈົ້າ​ໄດ້ຍິນ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮືອນ​ຫລັງ​ໃຫຍ່ໆ​ແລະ​ງາມໆ​ເຫຼົ່ານີ້​ຈະ​ເປົ່າຮ້າງ​ແລະ​ເພພັງ​ລົງ.</verse>
				<verse number="10">ເບ້ຍ​ອະງຸ່ນ​ທີ່​ປູກ​ຢູ່​ໃນ​ທີ່ດິນ​ສິບສອງ​ໄຮ່​ຈະ​ກັ່ນ​ເຫຼົ້າ​ອະງຸ່ນ​ໄດ້ ພຽງ​ແປດ​ລິດ​ເທົ່ານັ້ນ. ຫວ່ານ​ແນວປູກ​ໄປ​ແປດສິບ​ລິດ ຈະ​ເກັບກ່ຽວ​ພືດຜົນ​ເປັນເມັດ​ໄດ້​ພຽງແຕ່​ແປດ​ລິດ​ເທົ່ານັ້ນ.”</verse>
				<verse number="11">ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ລຸກ​ຂຶ້ນ​ແຕ່​ເຊົ້າໆ​ຕັ້ງຕົ້ນ​ດື່ມ​ເຫຼົ້າ ແລະ​ພວກເຈົ້າ​ກໍ​ເມົາ​ເຫຼົ້າ​ຕະຫລອດ​ຄືນ.</verse>
				<verse number="12">ໃນ​ງານກິນລ້ຽງ ພວກເຈົ້າ​ມີ​ພິນ​ແລະ​ມີ​ກອງ ແລະ​ມີ​ຂຸ່ຍ​ພ້ອມ​ທັງ​ເຫຼົ້າ​ອະງຸ່ນ. ແຕ່​ພວກເຈົ້າ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ພຣະເຈົ້າຢາເວ​ກຳລັງ​ຈະ​ເຮັດ</verse>
				<verse number="13">ສະນັ້ນ ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ. ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ຈະ​ຕາຍ​ຍ້ອນ​ຫິວເຂົ້າ ແລະ​ຄົນ​ສາມັນ​ທຳມະດາ​ຈະ​ຕາຍ​ຍ້ອນ​ຫິວນໍ້າ.</verse>
				<verse number="14">ແດນ​ມໍຣະນາ​ກໍ​ຫິວ​ຢາກ​ກິນ​ພວກເຂົາ ແລະ​ອ້າ​ປາກ​ຂອງ​ມັນ​ອອກ​ກວ້າງ​ລໍຖ້າ​ຢູ່. ມັນ​ຈະ​ກືນກິນ​ພວກ​ຂຸນນາງ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ຝູງ​ຄົນ​ສາມັນ​ທີ່​ຮ້ອງ​ສຽງດັງ​ຢ່າງ​ອຶກກະທຶກ.</verse>
				<verse number="15">ທຸກຄົນ​ຈະ​ຖືກ​ອັບອາຍ​ຂາຍໜ້າ ແລະ​ຜູ້​ທີ່​ອວດອົ່ງ​ຈອງຫອງ​ຈະ​ຖ່ອມຕົວ.</verse>
				<verse number="16">ແຕ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ສຳແດງ​ຣິດທານຸພາບ​ຂອງ​ພຣະອົງ​ໂດຍ​ເຮັດ​ໃນ​ສິ່ງ​ທີ່​ຍຸດຕິທຳ ແລະ​ເປີດເຜີຍ​ໃຫ້​ເຫັນ​ຄວາມ​ບໍຣິສຸດ​ຂອງ​ພຣະອົງ ໂດຍ​ຕັດສິນ​ປະຊາຊົນ​ຂອງ​ພຣະອົງ.</verse>
				<verse number="17">ໃນ​ເມືອງ​ທີ່​ຮົກຮ້າງ​ເພພັງ​ນັ້ນ ແກະນ້ອຍ​ຈະ​ມີ​ຫຍ້າ​ກິນ ແລະ​ແບ້​ນ້ອຍ​ກໍ​ຈະ​ພົບ​ທົ່ງຫຍ້າ.</verse>
				<verse number="18">ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ຈະ​ເປັນ​ອິດສະຫລະ​ໂດຍ​ຫລຸດພົ້ນ​ຈາກ​ບາບ​ໄປ​ບໍ່ໄດ້​ດອກ.</verse>
				<verse number="19">ພວກເຈົ້າ​ເວົ້າ​ວ່າ, “ໃຫ້​ພຣະເຈົ້າ​ຟ້າວ​ເຮັດ ໃນ​ສິ່ງ​ທີ່​ພຣະອົງ​ກ່າວ​ວ່າ​ຈະ​ເຮັດ​ນັ້ນ​ສາ​ເທາະ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເຫັນ. ໃຫ້​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ເຮັດ​ຕາມ​ແຜນການ​ຂອງ​ພຣະອົງ​ເຖີດ ພວກເຮົາ​ຢາກ​ຈະ​ຮູ້ຈັກ​ແຜນການ​ນັ້ນ.”</verse>
				<verse number="20">ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ເອີ້ນ​ສິ່ງ​ທີ່​ດີ​ວ່າ​ເປັນ​ສິ່ງ​ທີ່​ຊົ່ວ ແລະ​ເອີ້ນ​ສິ່ງ​ທີ່​ຊົ່ວ​ວ່າ​ເປັນ​ສິ່ງ​ທີ່​ດີ. ພວກເຈົ້າ​ປ່ຽນ​ມືດ​ເປັນ​ແຈ້ງ ແລະ​ແຈ້ງ​ເປັນ​ມືດ. ພວກເຈົ້າ​ເຮັດ​ສິ່ງ​ທີ່​ຂົມ​ໃຫ້​ເປັນ​ຫວານ ແລະ​ສິ່ງ​ທີ່​ຫວານ​ໃຫ້​ເປັນ​ຂົມ.</verse>
				<verse number="21">ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ຄິດ​ວ່າ​ຕົນ​ເປັນ​ຄົນ​ສະຫລາດ ແລະ​ເປັນ​ຄົນ​ຫລັກແຫລມ​ຫລາຍ​ແທ້ນໍ.</verse>
				<verse number="22">ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຈອມຂີ້ເມົາ​ເອີຍ ແລະ​ຜູ້​ເກັ່ງກ້າ​ທີ່​ປະສົມ​ສິ່ງ​ມືນເມົາ.</verse>
				<verse number="23">ແຕ່​ຍ້ອນ​ສິນຈ້າງ​ລາງວັນ ພວກເຈົ້າ​ປ່ອຍ​ໃຫ້​ຄົນຜິດ​ໜີໄປ​ລ້າໆ ແລະ​ບໍ່​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຄົນ​ບໍ່ມີຄວາມຜິດ.</verse>
				<verse number="24">ສະນັ້ນ ບັດນີ້ ເຟືອງ ແລະ​ຫຍ້າແຫ້ງ​ຖືກ​ເຜົາ​ໄໝ້​ໃນ​ໄຟ​ສັນໃດ ຮາກເຫງົ້າ​ຂອງ​ພວກເຈົ້າ​ຈະ​ຂຸ​ແລະ​ດອກ​ຂອງ​ພວກເຈົ້າ​ຈະ​ຫ່ຽວແຫ້ງ ທັງ​ຖືກ​ລົມ​ພັດ​ໜີໄປ​ສັນນັ້ນ; ເພາະ​ພວກເຈົ້າ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຄື​ດູຖູກ​ຢຽບຫຍາມ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ໄດ້​ສັ່ງສອນ​ພວກເຮົາ.</verse>
				<verse number="25">ພຣະເຈົ້າຢາເວ​ໂກດຮ້າຍ​ປະຊາຊົນ​ຂອງ​ພຣະອົງ ແລະ​ຢຽດ​ມື​ອອກ​ລົງໂທດ​ພວກເຂົາ​ສາ​ແລ້ວ. ພູ​ທັງຫລາຍ​ຈະ​ສັ່ນສະເທືອນ ແລະ​ຊາກສົບ​ຂອງ​ຄົນຕາຍ​ກໍ​ຈະ​ຖືກ​ປະປ່ອຍ​ໄວ້​ຕາມ​ຖະໜົນ​ຫົນທາງ​ດັ່ງ​ຂີ້ເຫຍື້ອ. ເຖິງປານນັ້ນ ພຣະອົງ​ກໍ​ຍັງ​ບໍ່​ເຊົາ​ໂກດຮ້າຍ ແຕ່​ຍັງ​ຈະ​ຢຽດ​ມື​ອອກ​ເພື່ອ​ລົງໂທດ​ພວກເຂົາ​ຕໍ່ໄປ.</verse>
				<verse number="26">ພຣະອົງ​ເຮັດ​ສັນຍາ​ເອີ້ນ​ເອົາ​ຊາດ​ໜຶ່ງ​ທີ່​ຢູ່​ຫ່າງໄກ. ພຣະອົງ​ຖິວ​ເອົາ​ພວກເຂົາ​ມາ​ແຕ່​ທີ່ສຸດປາຍ​ແຜ່ນດິນ​ໂລກ. ພວກເຂົາ​ມາ​ຢ່າງ​ວ່ອງໄວ​ໂດຍ​ບໍ່​ຊັກຊ້າ</verse>
				<verse number="27">ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ອິດເມື່ອຍ; ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ຕຳ​ສະດຸດ. ພວກເຂົາ​ບໍ່​ງ້ວງ​ຫລື​ເຫງົານອນ. ສາຍ​ຮັດ​ກໍ​ບໍ່​ຫລຸດ​ແລະ​ເກີບ​ກໍ​ບໍ່​ຂາດ.</verse>
				<verse number="28">ລູກທະນູ​ຂອງ​ພວກເຂົາ​ແຫລມ ແລະ​ໜ້າທະນູ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຍິງ. ກີບ​ຕີນ​ມ້າ​ຂອງ​ພວກເຂົາ​ແຂງ​ດັ່ງ​ຫີນ ແລະ​ຕີນ​ລົດ​ກໍ​ປິ່ນ​ດັ່ງ​ລົມ​ບ້າໝູ.</verse>
				<verse number="29">ພວກ​ທະຫານ​ຕ່າງ​ກໍ​ຄວນຄາງ ສຽງດັງ​ຄື​ສຽງ​ໂຕສິງ​ທີ່​ໄດ້​ຂ້າ​ເຫຍື່ອ ແລະ​ຄາບ​ໄປ​ສູ່​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ຍາດ​ເອົາ​ຈາກ​ມັນ​ໄດ້.</verse>
				<verse number="30">ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ໂຮຮ້ອງ​ໃສ່​ຊາດ​ອິດສະຣາເອນ​ດັ່ງ​ຄື້ນ​ອຶກກະທຶກ​ຂອງ​ທະເລ. ເບິ່ງ​ປະເທດ​ນີ້​ແມ ຊ່າງ​ມືດມິດ ແລະ​ທຸກລະທົມ​ແທ້ ຄວາມ​ສະຫວ່າງ​ກາຍເປັນ​ມືດມົວ​ສາແລ້ວ.</verse>
			</chapter>
			<chapter number="6">
				<verse number="1">ໃນ​ປີ​ທີ່​ກະສັດ​ອຸດຊີຢາ​ຕາຍໄປ​ນັ້ນ ໃນ​ນິມິດ​ຂ້າພະເຈົ້າ​ໄດ້​ເຫັນ​ພຣະເຈົ້າຢາເວ ກຳລັງ​ນັ່ງ​ຢູ່​ເທິງ​ບັນລັງ​ອັນ​ສູງສົ່ງ​ຂອງ​ພຣະອົງ ແລະ​ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ຄຸມ​ຢູ່​ເຕັມ​ພຣະວິຫານ.</verse>
				<verse number="2">ຢູ່​ຮອບ​ພຣະອົງ​ນັ້ນ ມີ​ເສຣາຟິມ​ມີ​ປີກ​ຫລາຍ​ຕົນ​ກຳລັງ​ຢືນ​ຢູ່ ແຕ່ລະຕົນ​ມີ​ປີກ​ຫົກ​ປີກ. ແຕ່ລະຕົນ​ນັ້ນ​ໄດ້​ໃຊ້​ສອງ​ປີກ​ປົກ​ໜ້າ ສອງ​ປີກ​ປົກ​ໂຕ ແລະ​ອີກ​ສອງ​ປີກ​ສຳລັບ​ໃຊ້​ບິນ.</verse>
				<verse number="3">ເສຣາຟິມ​ເຫຼົ່ານີ້​ເອີ້ນ​ໃສ່​ກັນແລະກັນ​ວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຊົງ​ບໍຣິສຸດ ພຣະ​ສະຫງ່າຣາສີ​ກໍ​ແຜ່​ກະຈາຍ​ໄປ​ທົ່ວໂລກ.”</verse>
				<verse number="4">ສັດ​ເຫຼົ່ານັ້ນ​ຮ້ອງ ຈົນ​ຮາກຖານ​ຂອງ​ພຣະວິຫານ​ສັ່ນສະເທືອນ ແລະ​ມີ​ຄວັນ​ຄຸມ​ຢູ່​ເຕັມ​ພຣະວິຫານ.</verse>
				<verse number="5">ຂ້າພະເຈົ້າ​ເວົ້າ​ຂຶ້ນ​ວ່າ, “ຂ້ານ້ອຍ​ໝົດຫວັງ​ສາແລ້ວ ເຄາະກຳ​ເປັນ​ຂອງ​ຂ້ານ້ອຍ​ສາແລ້ວ ຍ້ອນ​ຄຳເວົ້າ​ທຸກ​ຄຳ​ທີ່​ອອກ​ຈາກ​ປາກ​ຂອງ​ຂ້ານ້ອຍ​ນັ້ນ​ລ້ວນແຕ່​ຊົ່ວ​ມົວໝອງ ຂ້ານ້ອຍ​ໄດ້​ອາໄສ​ຢູ່​ນຳ​ຊົນຊາດ​ທີ່​ເວົ້າ​ແຕ່​ສິ່ງ​ຊົ່ວຊ້າ. ບັດນີ້​ຂ້ານ້ອຍ​ໄດ້​ເຫັນ​ກະສັດ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກັບ​ຕາ​ຂອງ​ຂ້ານ້ອຍ​ເອງ​ແລ້ວ.”</verse>
				<verse number="6">ຕໍ່ມາ ໄດ້​ມີ​ເສຣາຟິມ​ຕົນ​ໜຶ່ງ​ບິນ​ລົງ​ມາ​ຫາ​ຂ້າພະເຈົ້າ ໂດຍ​ໃຊ້​ເຫຼັກ​ຄີບ​ເອົາ​ຖ່ານໄຟ​ແດງ​ມາ​ຈາກ​ແທ່ນບູຊາ.</verse>
				<verse number="7">ເສຣາຟິມ​ຕົນ​ນັ້ນ​ໄດ້​ເອົາ​ຖ່ານໄຟ​ແປະ​ໃສ່​ທີ່​ຮີມສົບ​ຂອງ​ຂ້າພະເຈົ້າ ພ້ອມ​ທັງ​ກ່າວ​ວ່າ, “ຖ່ານໄຟ​ນີ້​ໄດ້​ຖືກ​ຮີມສົບ​ເຈົ້າ ບັດນີ້​ຄວາມຜິດ​ຂອງ​ເຈົ້າ​ໄດ້​ໝົດ​ໄປ​ແລ້ວ ແລະ​ບາບ​ຂອງເຈົ້າ​ກໍໄດ້​ຮັບ​ການອະໄພ.”</verse>
				<verse number="8">ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ອົງພຣະ​ຜູ້​ເປັນເຈົ້າ​ຖາມ​ວ່າ, “ເຮົາ​ຈະ​ໃຊ້​ຜູ້ໃດ​ໄປ? ຜູ້ໃດ​ຈະ​ເປັນ​ຜູ້ນຳ​ຖ້ອຍຄຳ​ຂອງເຮົາ​ໄປ​ກ່າວ​ຕາງ​ເຮົາ?” ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ທີ່ນີ້ ໂຜດ​ໃຊ້​ຂ້ານ້ອຍ​ໄປ​ເຖີດ.”</verse>
				<verse number="9">ສະນັ້ນ ພຣະອົງ​ຈຶ່ງ​ສັ່ງ​ຂ້າພະເຈົ້າ​ໄປ​ບອກ​ປະຊາຊົນ​ດັ່ງນີ້: “ແມ່ນ​ວ່າ​ພວກເຈົ້າ​ຈະ​ຟັງ​ຫລາຍ​ປານໃດ ພວກເຈົ້າ​ກໍ​ຈະ​ບໍ່​ເຂົ້າໃຈ. ແມ່ນ​ວ່າ​ພວກເຈົ້າ​ຈະ​ເບິ່ງ​ຄັກ​ປານໃດ ພວກເຈົ້າ​ກໍ​ຈະ​ບໍ່​ຮູ້​ເຫັນ​ວ່າ ແມ່ນ​ຫຍັງ​ກຳລັງ​ເກີດຂຶ້ນ.”</verse>
				<verse number="10">ແລ້ວ​ພຣະອົງ​ກໍ​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ເຮັດ​ໃຫ້​ຈິດໃຈ​ຂອງ​ຊົນຊາດ​ນີ້​ມືດມົນ, ຫູ​ຂອງ​ພວກເຂົາ​ໜວກ ແລະ​ຕາ​ຂອງ​ພວກເຂົາ​ບອດ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ ຫລື​ໄດ້ຍິນ ຫລື​ເຂົ້າໃຈ​ໄດ້. ຖ້າ​ພວກເຂົາ​ເຫັນ ຫລື​ໄດ້ຍິນ ຫລື​ເຂົ້າໃຈ​ໄດ້ ພວກເຂົາ​ຈະ​ກັບ​ມາ​ຫາ​ເຮົາ​ແລະ​ຮັບ​ການ​ປິ່ນປົວ​ໃຫ້​ດີ.”</verse>
				<verse number="11">ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ເຫດການ​ເຊັ່ນ​ນັ້ນ​ຈະ​ເປັນ​ຢູ່​ຢ່າງນີ້​ເຫິງນານ​ປານໃດ?” ພຣະອົງ​ຕອບ​ວ່າ, “ຈົນກວ່າ​ເມືອງ​ຕ່າງໆ​ຖືກ​ທຳລາຍ​ແລະ​ຮ້າງເປົ່າ ໝູ່ບ້ານ​ທັງຫລາຍ​ບໍ່ມີ​ຄົນ​ຢູ່​ອາໄສ​ແລະ​ຜືນ​ແຜ່ນດິນ​ງຽບເຫງົາ​ເປົ່າປ່ຽວ.</verse>
				<verse number="12">ພຣະເຈົ້າຢາເວ​ຈະ​ກວາດຕ້ອນ​ເອົາ​ຝູງ​ຄົນ​ໃຫ້​ໜີໄປ​ໄກ ແລະ​ຈະ​ໃຫ້​ດິນດອນ​ຕ່ອນຫຍ້າ​ໂສກເສົ້າ​ຫງອຍເຫງົາ.</verse>
				<verse number="13">ເຖິງ​ແມ່ນ​ວ່າ​ໜຶ່ງ​ໃນ​ສິບ​ຄົນ​ຈະ​ຍັງເຫລືອ​ຢູ່​ກໍຕາມ ເຂົາ​ກໍ​ຈະ​ຖືກ​ທຳລາຍ​ຄືກັນ ເຂົາ​ຈະ​ເປັນ​ດັ່ງ​ກົກ​ແປກ​ທີ່​ຖືກ​ຕັດ​ເຫຼືອ​ແຕ່​ຕໍ.” (ຕໍ​ນັ້ນ​ໝາຍເຖິງ​ການ​ເລີ່ມຕົ້ນໃໝ່​ຂອງ​ປະຊາຊົນ​ຂອງ​ພຣະເຈົ້າ.)</verse>
			</chapter>
			<chapter number="7">
				<verse number="1">ເມື່ອ​ກະສັດ​ອາຮາດ ລູກຊາຍ​ຂອງ​ໂຢທາມ​ແລະ​ຫລານຊາຍ​ຂອງ​ອຸດຊີຢາ ໄດ້​ຂຶ້ນ​ປົກຄອງ​ຢູດາຍ​ນັ້ນ ສົງຄາມ​ໄດ້​ລະເບີດ​ຂຶ້ນ. ກະສັດ​ເຣຊິນ​ແຫ່ງ​ຊີເຣຍ ແລະ​ກະສັດ​ເປກາ​ລູກຊາຍ​ຂອງ​ເຣມາລີຢາ​ແຫ່ງ​ອິດສະຣາເອນ ໄດ້​ບຸກໂຈມຕີ​ນະຄອນ​ເຢຣູຊາເລັມ; ແຕ່​ພວກເຂົາ​ຢຶດເອົາ​ນະຄອນ​ເຢຣູຊາເລັມ​ບໍ່ໄດ້.</verse>
				<verse number="2">ເມື່ອ​ກະສັດ​ແຫ່ງ​ຢູດາຍ​ຮູ້​ຂ່າວ​ວ່າ ກອງທັບ​ແຫ່ງ​ຊີເຣຍ​ໄດ້​ຕັ້ງ​ຢູ່​ເຂດແດນ​ອິດສະຣາເອນ​ແລ້ວ ເພິ່ນ​ພ້ອມ​ທັງ​ປະຊາຊົນ​ກໍ​ເກີດ​ຢ້ານກົວ ຈົນ​ຕົວ​ສັ່ນເຊັນ​ດັ່ງ​ຕົ້ນໄມ້​ຖືກ​ລົມ​ພັດ​ແຮງ.</verse>
				<verse number="3">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເອຊາຢາ​ວ່າ, “ຈົ່ງ​ນຳ​ເສອາ-ຢາຊຸບ ລູກຊາຍ​ຂອງ​ເຈົ້າ​ໄປ​ພົບ​ກະສັດ​ອາຮາດ. ເຈົ້າ​ຈະ​ພົບ​ລາວ​ຕາມ​ທາງ​ໄປ​ບ່ອນ​ເຮັດ​ແຜ່ນ​ຜ້າ ຄື​ບ່ອນ​ທີ່​ນໍ້າ​ໄຫລ​ຈາກ​ອ່າງ​ມາ​ສຸດ​ທີ່​ຮ່ອງ.</verse>
				<verse number="4">ຈົ່ງ​ບອກ​ລາວ​ໃຫ້​ລະມັດ​ລະວັງ, ສະຫງົບ​ຈິດໃຈ ແລະ​ຢ່າ​ສູ່​ຢ້ານ​ຫລື​ເປັນທຸກໃຈ​ເລີຍ. ຄວາມ​ໂກດຮ້າຍ​ຂອງ​ກະສັດ​ເຣຊິນ ແລະ​ຊາວ​ຊີເຣຍ​ແລະ​ກະສັດ​ເປກາ ບໍ່​ເປັນ​ອັນຕະລາຍ​ທໍ່ກັບ​ຄວັນໄຟ​ໄໝ້​ຟືນໄມ້​ໂດກ.</verse>
				<verse number="5">ປະເທດ​ຊີເຣຍ​ພ້ອມ​ກັບ​ອິດສະຣາເອນ​ແລະ​ກະສັດ​ຂອງ​ພວກເຂົາ ໄດ້​ວາງ​ແຜນການ​ລັບ​ໄວ້.</verse>
				<verse number="6">ພວກເຂົາ​ຕັ້ງໃຈ​ທີ່​ຈະ​ຮຸກຮານ​ຢູດາຍ​ເຮັດ​ໃຫ້​ປະຊາຊົນ​ຢ້ານກົວ ເພື່ອ​ໃຫ້​ເຂົ້າຮ່ວມ​ກັບ​ພວກຕົນ ແລ້ວ​ກໍ​ຈະ​ຕັ້ງ​ລູກຊາຍ​ຂອງ​ຕາເບເອນ ໃຫ້​ຂຶ້ນ​ເປັນ​ກະສັດ​ເພື່ອ​ປົກຄອງ​ດິນແດນ.</verse>
				<verse number="7">ແຕ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ປະກາດ​ວ່າ, ‘ເລື່ອງນີ້​ຈະ​ບໍ່​ເກີດຂຶ້ນ​ເລີຍ.</verse>
				<verse number="8">ເປັນຫຍັງ​ຈຶ່ງ​ຈະ​ບໍ່​ເກີດຂຶ້ນ? ເພາະ​ຊີເຣຍ​ບໍ່ມີ​ກຳລັງ​ເຂັ້ມແຂງ ກວ່າ​ນະຄອນ​ດາມັສກັດ​ເມືອງເອກ​ຂອງ​ປະເທດ ແລະ​ນະຄອນ​ດາມັສກັດ​ກໍ​ບໍ່ມີ​ກຳລັງ​ເຂັ້ມແຂງ​ກວ່າ​ກະສັດ​ເຣຊິນ. ສ່ວນ​ອິດສະຣາເອນ​ກໍ​ຈະ​ສິ້ນ​ຄວາມ​ເປັນຊາດ​ໄປ ພາຍ​ໃນ​ຫົກສິບຫ້າ​ປີ.</verse>
				<verse number="9">ອິດສະຣາເອນ​ບໍ່ມີ​ກຳລັງ​ເຂັ້ມແຂງ​ກວ່າ​ນະຄອນ​ຊາມາເຣຍ ເມືອງເອກ​ຂອງ​ປະເທດ ແລະ​ຊາມາເຣຍ​ກໍ​ບໍ່ມີ​ກຳລັງ​ເຂັ້ມແຂງ​ກວ່າ​ກະສັດ​ເປກາ. ຖ້າ​ພວກເຈົ້າ​ບໍ່​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ ພວກເຈົ້າ​ກໍ​ຈະ​ຕັ້ງ​ຢູ່​ບໍ່ໄດ້.”’</verse>
				<verse number="10">ພຣະເຈົ້າຢາເວ​ໄດ້​ສົ່ງ​ຖ້ອຍຄຳ​ມາ​ບອກ​ເຈົ້າ​ອາຮາດ​ອີກ​ວ່າ:</verse>
				<verse number="11">“ຈົ່ງ​ຂໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ສຳແດງ​ໝາຍສຳຄັນ​ຢ່າງ​ໜຶ່ງ​ໃຫ້​ເຈົ້າ​ເຫັນ. ສິ່ງ​ນັ້ນ​ອາດ​ຈະ​ມາ​ຈາກ​ແດນ​ຄົນຕາຍ ຫລື​ມາ​ຈາກ​ເທິງ​ສະຫວັນ​ກໍໄດ້.”</verse>
				<verse number="12">ແຕ່​ເຈົ້າ​ອາຮາດ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ຈະ​ບໍ່​ຂໍ​ເບິ່ງ​ໝາຍສຳຄັນ​ດອກ. ຂ້ານ້ອຍ​ຈະ​ບໍ່​ທົດລອງ​ພຣະເຈົ້າຢາເວ.”</verse>
				<verse number="13">ດັ່ງນັ້ນ ເອຊາຢາ​ຈຶ່ງ​ກ່າວ​ວ່າ, “ເຊື້ອວົງ​ຂອງ​ກະສັດ​ດາວິດ​ເອີຍ ບັດນີ້​ຈົ່ງ​ຟັງ​ເທີ້ນ. ການ​ທີ່​ເຈົ້າ​ທຳລາຍ​ຄວາມ​ອົດທົນ​ຂອງ​ມະນຸດ​ນັ້ນ​ບໍ່​ພຽງພໍ​ບໍ? ບັດນີ້ ເຈົ້າ​ຍັງ​ຈະ​ຕ້ອງ​ທຳລາຍ​ຄວາມ​ອົດກັ້ນ​ຂອງ​ພຣະເຈົ້າ​ອີກ​ບໍ?</verse>
				<verse number="14">ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ເຈົ້າ​ເຫັນ​ໝາຍສຳຄັນ​ຢ່າງ​ໜຶ່ງ ຄື​ຍິງ​ສາວ​ຜູ້ໜຶ່ງ ຈະ​ຖືພາ​ແລະ​ຈະ​ອອກລູກ​ເປັນ​ຜູ້ຊາຍ​ແລະ​ຈະ​ມີ​ຊື່​ວ່າ, ‘ເອມານູເອນ’</verse>
				<verse number="15">ເມື່ອ​ເພິ່ນ​ໃຫຍ່​ພໍ​ຮູ້​ຜິດ​ຮູ້​ຖືກ​ແລ້ວ ປະຊາຊົນ​ຈະ​ກິນ​ນໍ້ານົມ​ກັບ​ນໍ້າເຜິ້ງ​ເປັນ​ອາຫານ.</verse>
				<verse number="16">ແມ່ນແຕ່​ກ່ອນ​ເວລາ​ນັ້ນ​ມາ​ເຖິງ ດິນແດນ​ຂອງ​ກະສັດ​ທັງສອງ​ທີ່​ເຈົ້າ​ຢ້ານກົວ​ນັ້ນ​ກໍ​ຈະ​ຮົກຮ້າງ​ເພພັງ.</verse>
				<verse number="17">ພຣະເຈົ້າຢາເວ​ຈະ​ນຳ​ເອົາວັນ​ອັນ​ໂຫດຮ້າຍ​ມາ​ສູ່​ເຈົ້າ, ປະຊາຊົນ​ຂອງ​ເຈົ້າ ແລະ​ຄອບຄົວ​ທັງໝົດ​ຂອງ​ກະສັດ. ວັນ​ນັ້ນ ຈະ​ໂຫດຮ້າຍ​ກວ່າ​ວັນ​ໃດໆ​ທີ່​ເຄີຍ​ມີ​ມາ ຕັ້ງແຕ່​ວັນນັ້ນ​ທີ່​ເອຟຣາອິມ​ໄດ້​ແຍກ​ອອກ​ຈາກ​ຢູດາຍ ຄື​ພຣະອົງ​ກຳລັງ​ຈະ​ນຳ​ເອົາ​ກະສັດ​ອັດຊີເຣຍ​ມາ.</verse>
				<verse number="18">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ຈະ​ຖິວ​ປາກ​ເປັນ​ສັນຍານ ເອີ້ນ​ເອົາ​ຄົນ​ເອຢິບ​ມາ​ດັ່ງ​ຝູງ​ແມງໄມ້​ຈາກ​ຕົ້ນ​ກຳເນີດ​ຂອງ​ແມ່ນໍ້ານິນ ແລະ​ຖິວ​ປາກ​ເອົາ​ຄົນ​ອັດຊີເຣຍ​ມາ​ດັ່ງ​ຝູງ​ໂຕ​ເຜິ້ງ​ຈາກ​ປະເທດ​ຂອງ​ພວກເຂົາ.</verse>
				<verse number="19">ພວກເຂົາ​ຈະ​ມາ​ຢູ່​ເຕັມ​ຮ່ອມພູ, ໃນ​ຖໍ້າ​ແລະ​ຕາມ​ໂງ່ນຫີນ, ທັງ​ຈະ​ປົກຄຸມ​ຢູ່​ຕາມ​ພຸ່ມໄມ້​ແລະ​ທົ່ງຫຍ້າ​ດ້ວຍ.</verse>
				<verse number="20">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຈ້າງ​ເອົາ​ຊ່າງ​ຕັດຜົມ​ມາ​ຈາກ​ແມ່ນໍ້າ​ເອີຟຣັດ​ຟາກ​ໜຶ່ງ ຄື​ຈັກກະພັດ​ອັດຊີເຣຍ ເພິ່ນ​ຈະ​ແຖ​ຜົມ​ທີ່​ເທິງ​ຫົວ ແຖ​ໜວດ​ທັງ​ແຖ​ຂົນ​ຕາມ​ຕົນຕົວ​ຂອງ​ເຈົ້າ​ຖິ້ມ.</verse>
				<verse number="21">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ແມ່ນແຕ່​ພໍ່ນາ​ທີ່​ມີ​ງົວ​ນ້ອຍ​ພຽງ​ໂຕດຽວ​ແລະ​ມີ​ແບ້​ພຽງ​ສອງ​ໂຕ</verse>
				<verse number="22">ກໍ​ຈະ​ໃຫ້​ມີ​ນໍ້ານົມ​ກິນ​ພຽງພໍ​ກັບ​ຄວາມ​ຕ້ອງການ. ແມ່ນແລ້ວ ຄົນ​ທີ່​ລອດຊີວິດ​ເຫຼືອ​ຢູ່​ພຽງ​ເລັກນ້ອຍ​ໃນ​ປະເທດ ຈະ​ໄດ້​ກິນ​ນໍ້ານົມ​ແລະ​ນໍ້າເຜິ້ງ​ເປັນ​ອາຫານ.</verse>
				<verse number="23">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ສວນ​ທີ່​ມີ​ເຄືອ​ອະງຸ່ນ​ດີ​ພັນ​ຕົ້ນ​ແລະ​ມີ​ລາຄາ​ພັນ​ຫລຽນ ກໍ​ຈະ​ເຕັມ​ໄປ​ດ້ວຍ​ກົກ​ໜາມ​ແລະ​ພຸ່ມໄມ້.</verse>
				<verse number="24">ຜູ້​ທີ່​ມີ​ໜ້າທະນູ​ເປັນ​ອາວຸດ​ເທົ່ານັ້ນ​ຈະ​ກ້າ​ເຂົ້າ​ໄປ​ໃນ​ທີ່ນັ້ນ. ແມ່ນແລ້ວ ທົ່ວ​ທັງ​ປະເທດ​ຈະ​ເຕັມ​ໄປ​ດ້ວຍ​ພຸ່ມໄມ້​ແລະ​ກົກ​ໜາມ.</verse>
				<verse number="25">ເນີນພູ​ທຸກໜ່ວຍ​ທີ່​ເຄີຍ​ປູກຢູ່​ກະທຳ​ກິນ​ຈະ​ມີ​ແຕ່​ໜາມ ຈົນ​ບໍ່ມີ​ຜູ້ໃດ​ກ້າ​ຂຶ້ນ​ໄປ​ທີ່ນັ້ນ. ຕາມ​ເນີນພູ​ເຫຼົ່ານັ້ນ​ຈະ​ເປັນ​ບ່ອນ​ທີ່​ງົວ ແລະ​ແກະ​ເລາະ​ກິນ​ຫຍ້າ.”</verse>
			</chapter>
			<chapter number="8">
				<verse number="1">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ເອົາ​ປ້າຍ​ໃຫຍ່​ແຜ່ນ​ໜຶ່ງ​ມາ ແລະ​ຂຽນ​ໜັງສື​ໂຕ​ໃຫຍ່ໆ​ໃສ່​ໃນ​ນັ້ນ ວ່າ: ‘ລົງ​ມື​ປຸ້ນ​ທັນທີ ໄດ້​ຂອງ​ປຸ້ນ​ມາ​ໄວ.’</verse>
				<verse number="2">ແລ້ວ​ໃຫ້​ເອົາ​ຄົນ​ທີ່​ໄວ້​ໃຈ​ໄດ້​ສອງ​ຄົນ ຄື​ປະໂຣຫິດ​ອູຣີຢາ​ແລະ​ເຊກາຣີຢາ​ລູກຊາຍ​ຂອງ​ເຢເບເຣກີຢາ ມາ​ເພື່ອ​ເປັນ​ພະຍານ.”</verse>
				<verse number="3">ຕໍ່ມາ ເມຍ​ຂອງ​ຂ້າພະເຈົ້າ​ກໍໄດ້​ຖືພາ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ. ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ໃສ່​ຊື່​ເດັກ​ນັ້ນ​ວ່າ ‘ລົງ​ມື​ປຸ້ນ​ທັນທີ ໄດ້​ຂອງ​ປຸ້ນ​ມາ​ໄວ.’</verse>
				<verse number="4">ກ່ອນ​ເດັກນ້ອຍ​ໃຫຍ່​ຂຶ້ນ​ມາ​ພໍ​ຮູ້ຈັກ​ເອີ້ນ ‘ແມ່’ ແລະ ‘ພໍ່’ ຊັບສົມບັດ​ທັງໝົດ​ຢູ່​ໃນ​ນະຄອນ​ດາມັສກັດ ແລະ​ສິ່ງ​ທີ່​ພວກເຂົາ​ປຸ້ນ​ມາ​ໄດ້​ຈາກ​ນະຄອນ​ຊາມາເຣຍ ກໍ​ຈະ​ຖືກ​ກະສັດ​ອັດຊີເຣຍ​ຢຶດ​ໄປ​ໝົດ.”</verse>
				<verse number="5">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ອີກ.</verse>
				<verse number="6">ພຣະອົງ​ບອກ​ວ່າ, “ຍ້ອນ​ປະຊາຊົນ​ເຫຼົ່ານີ້​ໄດ້​ປະຕິເສດ ສາຍ​ນໍ້າ​ທີ່​ງຽບ​ສະຫງັດ​ຈາກ​ຫ້ວຍ​ນໍ້າ​ຊີໂລອາ ແລະ​ສັ່ນເຊັນ ຕໍ່ໜ້າ​ກະສັດ​ເຣຊິນ​ແລະ​ກະສັດ​ເປກາ</verse>
				<verse number="7">ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ກະສັດ​ອັດຊີເຣຍ​ພ້ອມ​ກອງທັບ​ທັງໝົດ​ຂອງ​ລາວ ມາ​ໂຈມຕີ​ຢູດາຍ. ກອງທັບ​ນີ້​ຈະ​ບຸກໜ້າ​ໄປ​ດັ່ງ​ແມ່ນໍ້າ​ເອີຟຣັດ​ໄຫລ​ນອງລົ້ນ​ຕາຝັ່ງ.</verse>
				<verse number="8">ທະຫານ​ອັດຊີເຣຍ​ຈະ​ບຸກໂຈມຕີ​ຢູດາຍ​ດັ່ງ​ຖືກ​ກະແສ​ນໍ້າ​ພັດ ແລະ​ຖ້ວມ​ບ່າໄຫລ່​ສູງ​ຂຶ້ນ​ໄປ​ຈົນ​ປົກຄຸມ​ເອົາ​ໝົດ​ທຸກສິ່ງ.” ພຣະເຈົ້າ​ສະຖິດ​ຢູ່​ນຳ​ພວກເຮົາ ປີກ​ຂອງ​ພຣະອົງ​ພື​ອອກ​ເພື່ອ​ປົກປ້ອງ​ດິນແດນ​ໄວ້.</verse>
				<verse number="9">ຊົນຊາດ​ຂີ້ຢ້ານ​ທັງຫລາຍ​ເອີຍ ຈົ່ງ​ເຂົ້າ​ມາ​ເຕົ້າໂຮມ​ກັນ ບັນດາ​ປະເທດ​ທີ່​ຢູ່​ຫ່າງໄກ​ເອີຍ ຈົ່ງ​ຟັງ​ເທີ້ນ. ຕຽມພ້ອມ​ສູ້ຮົບ​ແຕ່​ພັດ​ຢ້ານກົວ ແມ່ນແລ້ວ​ຕຽມພ້ອມ​ແຕ່​ພັດ​ຢ້ານກົວ</verse>
				<verse number="10">ວາງແຜນ​ຂອງ​ເຈົ້າ​ໄວ້​ສາ, ແຕ່​ແຜນການ​ນັ້ນ​ຈະ​ບໍ່​ສຳເລັດ​ຈັກເທື່ອ. ປຶກສາ​ກັນ​ຫລາຍໆ, ແຕ່​ການ​ປຶກສາ​ນັ້ນ​ຈະ​ບໍ່ມີ​ປະໂຫຍດ​ຫຍັງ​ໝົດ ເພາະ​ພຣະເຈົ້າ​ສະຖິດ​ຢູ່​ກັບ​ພວກເຮົາ.</verse>
				<verse number="11">ພຣະເຈົ້າຢາເວ​ໄດ້​ເຕືອນ​ຂ້າພະເຈົ້າ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ບໍ່​ໃຫ້​ປະພຶດ​ຕາມ​ທາງ​ທີ່​ຊົນຊາດ​ນີ້​ກຳລັງ​ປະພຶດ​ກັນ​ຢູ່. ພຣະອົງ​ບອກ​ວ່າ,</verse>
				<verse number="12">“ຢ່າ​ສູ່​ຮ່ວມ​ແຜນການ​ກະບົດ​ນຳ​ປະຊາຊົນ ແລະ​ຢ່າ​ສູ່​ຢ້ານ​ສິ່ງ​ທີ່​ພວກເຂົາ​ຢ້ານ.</verse>
				<verse number="13">ຈົ່ງ​ຈື່ຈຳ​ໄວ້​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຊົງ​ບໍຣິສຸດ; ຈົ່ງ​ຢ້ານຢຳ​ແລະ​ຢ້ານກົວ​ພຣະອົງ​ເຖີດ.</verse>
				<verse number="14">ແລ້ວ​ພຣະອົງ​ຈະ​ເປັນ​ສະຖານ​ບໍຣິສຸດ​ແລະ​ເປັນ​ດັ່ງ​ຫີນ​ທີ່​ໃຫ້​ປະຊາຊົນ​ຕຳ​ສະດຸດ ແລະ​ເປັນ​ດັ່ງ​ແຮ້ວ​ທີ່​ຈະ​ດັກຈັບ​ເອົາ ປະຊາຊົນ​ໃນ​ອານາຈັກ​ຢູດາຍ ແລະ​ອິດສະຣາເອນ ພ້ອມ​ທັງ​ຊາວ​ນະຄອນ​ເຢຣູຊາເລັມ​ດ້ວຍ.</verse>
				<verse number="15">ຫລາຍ​ຄົນ​ຈະ​ຕຳ​ສະດຸດ; ພວກເຂົາ​ຈະ​ລົ້ມລົງ​ແລະ​ຈະ​ຖືກ​ຢຽບຢໍ່າ. ພວກເຂົາ​ຈະ​ຖືກ​ບ້ວງແຮ້ວ​ແລະ​ຈະ​ໜີໄປ​ບໍ່​ພົ້ນ.”</verse>
				<verse number="16">ພວກ​ສາວົກ​ຂອງເຮົາ​ເອີຍ ພວກເຈົ້າ​ຕ້ອງ​ເຝົ້າ​ລະວັງ​ແລະ​ຮັກສາ​ຖ້ອຍຄຳ ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ຂ້າພະເຈົ້າ.</verse>
				<verse number="17">ພຣະເຈົ້າຢາເວ​ລີ້​ພຣະອົງ​ເອງ​ຈາກ​ປະຊາຊົນ​ຂອງ​ພຣະອົງ ແຕ່​ຂ້າພະເຈົ້າ​ໄວ້ວາງໃຈ​ໃນ​ພຣະອົງ ແລະ​ມອບ​ຄວາມຫວັງ​ໄວ້​ໃນ​ພຣະອົງ.</verse>
				<verse number="18">ຂ້າພະເຈົ້າ​ກັບ​ພວກ​ລູກໆ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ນັ້ນ​ໄດ້​ຢູ່​ທີ່ນີ້. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ອົງ​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ທີ່​ພູເຂົາ​ຊີໂອນ ໄດ້​ໃຊ້​ພວກເຮົາ​ໃຫ້​ເປັນ​ຖ້ອຍຄຳ​ອັນ​ມີ​ຊີວິດ ເພື່ອ​ປະຊາຊົນ​ອິດສະຣາເອນ.</verse>
				<verse number="19">ແຕ່​ພວກເຂົາ​ຈະ​ບອກ​ພວກເຈົ້າ​ວ່າ, “ໃຫ້​ຖາມ​ເອົາຄວາມ​ນຳ​ພວກ​ໝໍ​ມໍ ແລະ​ພວກ​ໝໍ​ຜີ​ຜູ້​ທີ່​ເວົ້າ​ພຶມພໍ່າ​ຢູ່​ໃນ​ລຳຄໍ.” ບໍ່ຄວນ​ບໍ​ທີ່​ປະຊາຊົນ​ຈະ​ຕ້ອງ​ຖາມ​ເອົາຄວາມ​ນຳ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຄວນ​ຢູ່​ບໍ​ທີ່​ຈະ​ໄປ​ຖາມ​ເອົາຄວາມ​ນຳ​ຄົນຕາຍ​ເພື່ອ​ຄົນ​ເປັນ.</verse>
				<verse number="20">ພວກເຈົ້າ​ຕ້ອງ​ຕອບ​ພວກເຂົາ​ວ່າ, “ຈົ່ງ​ຟັງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ສັ່ງສອນ​ພວກເຈົ້າ ຢ່າ​ສູ່​ຟັງຄວາມ​ຂອງ​ໝໍ​ຜີ ເພາະ​ສິ່ງ​ທີ່​ເຂົາ​ບອກ​ພວກເຈົ້າ​ໃຫ້​ເຮັດ​ນັ້ນ​ມັນ​ບໍ່​ດີ.”</verse>
				<verse number="21">ປະຊາຊົນ​ຈະ​ພາກັນ​ຊັດເຊ​ພະເນຈອນ​ໄປ​ຢູ່​ທົ່ວ​ປະເທດ ທັງ​ສິ້ນຫວັງ ແລະ​ອຶດຢາກ. ເພາະ​ຄວາມ​ອຶດຢາກ ແລະ​ຄວາມ​ໂກດຮ້າຍ ພວກເຂົາ​ຈະ​ປ້ອຍດ່າ​ກະສັດ​ແລະ​ພຣະເຈົ້າ​ຂອງຕົນ. ພວກເຂົາ​ອາດ​ຈະ​ເງີຍໜ້າ​ຂຶ້ນ​ສູ່​ຟ້າ​ຫລື​ກົ້ມ​ໜ້າ​ລົງ​ສູ່​ດິນ</verse>
				<verse number="22">ແຕ່​ພວກເຂົາ​ຈະ​ບໍ່​ເຫັນ​ຫຍັງ​ເລີຍ ມີ​ແຕ່​ຄວາມ​ເດືອດຮ້ອນ​ແລະ​ຄວາມມືດ​ເທົ່ານັ້ນ ຄື​ຄວາມມືດ​ອັນ​ໜ້າຢ້ານກົວ​ຍິ່ງ ຊຶ່ງ​ພວກເຂົາ​ຕ້ອງ​ພົບ. ພວກເຂົາ​ບໍ່ມີ​ທາງ​ທີ່​ຈະ​ຫລົບ​ໜີ​ຈາກ​ຄວາມ​ເດືອດຮ້ອນ​ອັນ​ນີ້​ໄດ້​ເລີຍ.</verse>
			</chapter>
			<chapter number="9">
				<verse number="1">ດິນແດນ​ຂອງ​ເຜົ່າ​ເຊບູໂລນ​ກັບ​ເຜົ່າ​ເນັບທາລີ ເຄີຍ​ໄດ້​ເສື່ອມເສຍ​ກຽດສັກສີ​ມາ​ເທື່ອໜຶ່ງ​ແລ້ວ. ແຕ່​ໃນ​ອະນາຄົດ ກຽດສັກສີ​ຈະ​ຖືກ​ນຳ​ມາ​ສູ່​ພູມີ​ພາກນີ້ ຄື​ຕັ້ງແຕ່​ທະເລ​ເມດີແຕຣາເນ ຈົນເຖິງ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ຟາກ​ນັ້ນ ແລະ​ຈົນຮອດ​ແຂວງ​ຄາລີເລ ຄື​ບ່ອນ​ທີ່​ຊາວ​ຕ່າງ​ປະເທດ​ອາໄສ​ຢູ່.</verse>
				<verse number="2">ປະຊາຊົນ​ຜູ້​ທີ່​ໃຊ້​ຊີວິດ​ຢູ່​ໃນ​ຄວາມ​ມືດໜາ ກໍໄດ້​ເຫັນ​ແສງແຈ້ງ​ອັນ​ຍິ່ງໃຫຍ່​ສາ​ແລ້ວ. ພວກເຂົາ​ເຄີຍ​ອາໄສ​ຢູ່​ໃນ​ດິນແດນ​ແຫ່ງ​ເງົາ​ມືດມົວ ແຕ່​ບັດນີ້ ແສງແຈ້ງ​ໃສ​ກຳລັງ​ສ່ອງ​ໃສ່​ພວກ​ເຂົາເຈົ້າ.</verse>
				<verse number="3">ພຣະອົງ​ໃຫ້​ພວກເຂົາ​ມີ​ຄວາມ​ຍິນດີ​ອັນ​ຍິ່ງໃຫຍ່ ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ມີ​ຄວາມສຸກ​ໃນ​ຈິດໃຈ. ພວກເຂົາ​ຊົມຊື່ນ​ຍິນດີ​ດ້ວຍ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ ດັ່ງ​ຄົນ​ຊົມຊື່ນ​ຍິນດີ​ເມື່ອ​ພວກເຂົາ​ເກັບກ່ຽວ​ເຂົ້າ ຫລື​ເໝືອນ​ດັ່ງ​ຄົນ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ ເວລາ​ທີ່​ພວກເຂົາ​ແບ່ງປັນ​ຊັບສິນ​ທີ່​ຢຶດ​ມາ​ໄດ້.</verse>
				<verse number="4">ເພາະ​ພຣະອົງ​ໄດ້​ຫັກ​ແອກ​ທີ່​ເປັນ​ພາລະໜັກ ແລະ​ຫັກ​ໄມ້ແສ້​ທີ່​ໃຊ້​ຕີ​ບ່າ​ພວກເຂົາ​ນັ້ນ. ພຣະອົງ​ໄດ້​ເອົາ​ຊະນະ​ຊົນຊາດ​ທັງຫລາຍ ທີ່​ໄດ້​ກົດຂີ່​ຫາ​ປະໂຫຍດ​ນຳ​ຄົນ​ຂອງ​ພຣະເຈົ້າ ດັ່ງ​ພຣະອົງ​ໄດ້​ເອົາ​ຊະນະ​ແຕ່​ດົນນານ​ຜ່ານມາ ຄື​ກອງທັບ​ມີດີອານ​ແຕ່​ດົນນານ​ມາ​ແລ້ວ.</verse>
				<verse number="5">ເກີບ​ທຸກ​ຄູ່​ທັງ​ເສື້ອ​ທີ່​ເປິເປື້ອນ​ດ້ວຍ​ເລືອດ​ທຸກ​ໂຕ ຂອງ​ສັດຕູ​ທີ່​ຮຸກຮານ​ຈະ​ຖືກ​ເຜົາ​ໄຟ​ທັງສິ້ນ.</verse>
				<verse number="6">ມີ​ເດັກນ້ອຍ​ຜູ້ໜຶ່ງ​ໄດ້​ເກີດ​ມາ​ໃຫ້​ພວກເຮົາ ມີ​ລູກຊາຍ​ຜູ້ໜຶ່ງ​ຖືກ​ມອບໝາຍ​ໃຫ້​ພວກເຮົາ​ແລ້ວ ພຣະອົງ​ຈະ​ຊົງ​ນາມ​ວ່າ, “ຜູ້​ປຶກສາ​ທີ່​ອັດສະຈັນ” “ພຣະເຈົ້າ​ຊົງຣິດ” “ພຣະບິດາ​ສືບໄປ” “ອົງ​ສັນຕິຣາດ”</verse>
				<verse number="7">ພຣະ​ຣາຊອຳນາດ​ຈະ​ເພີ່ມ​ຂຶ້ນ​ຢູ່​ສະເໝີ​ ພຣະ​ຣາຊອານາຈັກ​ຈະ​ມີ​ສັນຕິສຸກ​ໄປ​ເລື້ອຍໆ. ພຣະອົງ​ຈະ​ຂຶ້ນ​ປົກຄອງ​ສືບຕໍ່​ດາວິດ​ຜູ້​ເປັນ​ກະສັດ ທີ່​ອຳນາດ​ຫລັກ​ຄື​ຄວາມ​ຍຸດຕິທຳ​ແລະ​ຖືກຕ້ອງ ເລີ່ມ​ຕັ້ງແຕ່​ບັດນີ້​ຈົນເຖິງ​ເທົ່າ​ອະວະສານ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຕັ້ງໃຈ​ເຮັດ​ທຸກສິ່ງ​ນີ້.</verse>
				<verse number="8">ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວໂທດ​ໃສ່​ອານາຈັກ​ອິດສະຣາເອນ​ສາແລ້ວ ຄື​ໃສ່​ເຊື້ອສາຍ​ຂອງ​ຢາໂຄບ.</verse>
				<verse number="9">ປະຊາຊົນ​ອິດສະຣາເອນ​ທັງໝົດ ຄື​ໝົດ​ທຸກຄົນ​ທີ່​ຢູ່​ໃນ​ນະຄອນ​ຊາມາເຣຍ ຈະ​ຮູ້ຈັກ​ວ່າ​ພຣະອົງ​ໄດ້​ເຮັດ​ສິ່ງ​ນີ້​ແລ້ວ. ບັດນີ້ ພວກເຂົາ​ພັດ​ອວດອົ່ງ​ຈອງຫອງ. ພວກເຂົາ​ເວົ້າ​ວ່າ,</verse>
				<verse number="10">“ຕຶກ​ທີ່​ໃຊ້​ດິນຈີ່​ສ້າງ​ເພພັງ​ລົງ​ກໍ​ຈິງ, ແຕ່​ພວກເຮົາ​ຈະ​ໃຊ້​ກ້ອນຫີນ​ສ້າງ​ຕຶກ​ນັ້ນ​ຂຶ້ນ​ໃໝ່. ກົກ​ເດື່ອ​ໄດ້​ຖືກ​ຕັດ​ລົງ​ແລ້ວ​ກໍ​ຈິງ, ແຕ່​ພວກເຮົາ​ຈະ​ເອົາ​ກົກສົນ​ທີ່​ງາມ​ປູກ​ໄວ້​ແທນ.”</verse>
				<verse number="11">ພຣະເຈົ້າຢາເວ​ໄດ້​ປຸກປັ່ນ​ເຫຼົ່າ​ສັດຕູ ໃຫ້​ມາ​ບຸກໂຈມຕີ​ພວກເຂົາ.</verse>
				<verse number="12">ພວກ​ຊີເຣຍ​ຢູ່​ທາງທິດ​ຕາເວັນອອກ ແລະ​ພວກ​ຟີລິດສະຕິນ​ຢູ່​ທາງ​ທິດ​ຕາເວັນຕົກ ຕ່າງ​ກໍ​ອ້າ​ປາກ​ເພື່ອ​ຈະ​ກືນກິນ​ອິດສະຣາເອນ. ເຖິງ​ປານ​ນັ້ນ​ກໍຕາມ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ຍັງ​ບໍ່​ສິ້ນສຸດ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.</verse>
				<verse number="13">ເຖິງ​ແມ່ນ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ລົງໂທດ​ອິດສະຣາເອນ​ແລ້ວ​ກໍຕາມ; ແຕ່​ພວກເຂົາ​ກໍ​ຍັງ​ບໍ່ໄດ້​ປ່ຽນໃຈ​ກັບຄືນ​ມາ​ຫາ​ພຣະອົງ.</verse>
				<verse number="14">ພຣະເຈົ້າຢາເວ​ຈະ​ລົງໂທດ​ບັນດາ​ຜູ້ນຳ​ຊາດ​ອິດສະຣາເອນ​ແລະ​ປະຊາຊົນ ໃຫ້​ໝົດ​ໄປ​ໃນ​ພຽງ​ວັນດຽວ; ພຣະອົງ​ຈະ​ຕັດ​ຫົວ​ຕັດ​ຫາງ​ພວກເຂົາ​ຖິ້ມ​ໝົດ.</verse>
				<verse number="15">ຫົວ​ແມ່ນ​ຜູ້​ອາວຸໂສ​ກັບ​ຄົນ​ທີ່​ມີ​ກຽດ ສ່ວນ​ຫາງ​ນັ້ນ​ແມ່ນ​ພວກ​ຜູ້ທຳນວາຍ​ທີ່​ສັ່ງສອນ​ເລື່ອງ​ບໍ່ຈິງ.</verse>
				<verse number="16">ພວກເຂົາ​ໄດ້​ນຳພາ​ປະຊາຊົນ​ເຫຼົ່ານີ້​ໄປ​ໃນ​ທາງ​ຜິດ ແລະ​ເຮັດ​ໃຫ້​ພວກເຂົາ​ສັບສົນ​ວຸ້ນວາຍ.</verse>
				<verse number="17">ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຈະ​ບໍ່​ໃຫ້​ຄົນໜຸ່ມ​ຜູ້ໃດ​ໜີ​ລອດ​ໄປ​ໄດ້ ທັງ​ຈະ​ບໍ່​ເມດຕາ​ສົງສານ​ແມ່ໝ້າຍ​ແລະ​ລູກກຳພ້າ​ຄົນໃດ​ເລີຍ ເພາະ​ທຸກຄົນ​ບໍ່​ນັບຖື​ພຣະເຈົ້າ​ແລະ​ຊົ່ວຮ້າຍ​ແລະ​ເວົ້າ​ແຕ່​ສິ່ງ​ທີ່​ຊົ່ວໆ. ສະນັ້ນ ພຣະອົງ​ຈຶ່ງ​ບໍ່​ເຊົາ​ໂກດຮ້າຍ​ພວກເຂົາ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.</verse>
				<verse number="18">ຄວາມ​ຊົ່ວຮ້າຍ​ຂອງ​ປະຊາຊົນ​ເຫຼົ່ານີ້​ໄດ້​ລຸກ​ຂຶ້ນ​ເປັນ​ແປວໄຟ ລາມ​ໄປ​ທຳລາຍ​ພຸ່ມໄມ້​ໃຫຍ່​ແລະ​ນ້ອຍ​ຖິ້ມ. ມັນ​ຈະ​ໄໝ້​ລາມ​ເປັນ​ແຖວ​ດັ່ງ​ໄຟ​ໄໝ້​ປ່າ​ທີ່​ມີ​ຄວັນ​ໃຫຍ່​ພຸ່ງ​ຂຶ້ນ.</verse>
				<verse number="19">ເພາະ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໂກດຮ້າຍ ພຣະອົງ​ຈຶ່ງ​ທຳລາຍ​ດິນແດນ​ແລະ​ປະຊາຊົນ​ໃຫ້​ຈິບຫາຍ​ໄປ​ດັ່ງ​ໄຟ​ເຜົາຜານ ໂດຍ​ແຕ່ລະຄົນ​ໄດ້​ຮັບ​ໂທດ​ນັ້ນ​ເທົ່າກັນ.</verse>
				<verse number="20">ປະຊາຊົນ​ທົ່ວ​ທັງ​ປະເທດ​ໄດ້​ເກັບເລັມ​ເອົາ​ອາຫານ​ມາ​ກິນ ບ່ອນ​ລະເລັກ​ລະນ້ອຍ​ຕາມ​ທີ່​ຕົນ​ຫາ​ໄດ້, ແຕ່​ພວກເຂົາ​ກໍ​ບໍ່​ອີ່ມ​ເປັນ​ຈັກເທື່ອ ຈຶ່ງ​ກິນ​ແມ່ນແຕ່​ລູກ​ຂອງຕົນເອງ.</verse>
				<verse number="21">ປະຊາຊົນ​ຂອງ​ເຜົ່າ​ມານາເຊ ແລະ​ຂອງ​ເຜົ່າ​ເອຟຣາອິມ​ໄດ້​ສູ້ຮົບ​ກັນ ແລະ​ພວກເຂົາ​ຮ່ວມກັນ​ໂຈມຕີ​ຢູດາຍ. ເຖິງ​ປານ​ນັ້ນ​ກໍຕາມ ພຣະອົງ​ຍັງ​ບໍ່​ເຊົາ​ໂກດຮ້າຍ, ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.</verse>
			</chapter>
			<chapter number="10">
				<verse number="1">ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ເຮັດ​ກົດໝາຍ​ອັນ​ບໍ່​ຍຸດຕິທຳ​ເພື່ອ​ກົດຂີ່​ປະຊາຊົນ​ຂອງເຮົາ.</verse>
				<verse number="2">ດ້ວຍເຫດນັ້ນ ພວກເຈົ້າ​ຈຶ່ງ​ງັດ​ຄົນ​ຍາກຈົນ​ບໍ່​ໃຫ້​ມີ​ສິດ​ຫຍັງ ທັງ​ບໍ່​ໃຫ້​ເຂົາ​ໄດ້​ຮັບ​ຄວາມ​ຍຸດຕິທຳ​ດ້ວຍ. ດ້ວຍເຫດນັ້ນ ພວກເຈົ້າ​ຈຶ່ງ​ຢຶດເອົາ​ດິນດອນ​ຕ່ອນຫຍ້າ ທີ່​ເປັນ​ຂອງ​ແມ່ໝ້າຍ ແລະ​ເດັກ​ກຳພ້າ.</verse>
				<verse number="3">ພວກເຈົ້າ​ຈະ​ເຮັດ​ຢ່າງໃດ​ເມື່ອ​ພຣະເຈົ້າ​ລົງໂທດ​ພວກເຈົ້າ? ພວກເຈົ້າ​ຈະ​ເຮັດ​ຢ່າງໃດ ເມື່ອ​ພຣະອົງ​ນຳ​ໄພພິບັດ​ຈາກ​ດິນແດນ​ທີ່​ຫ່າງໄກ​ມາ​ສູ່​ພວກເຈົ້າ? ພວກເຈົ້າ​ຈະ​ແລ່ນ​ໄປ​ຫາ​ຜູ້ໃດ​ໃຫ້​ມາ​ຊ່ວຍເຫລືອ? ພວກເຈົ້າ​ຈະ​ເຊື່ອງ​ຊັບສົມບັດ​ຂອງ​ພວກເຈົ້າ​ໄວ້​ຢູ່​ທີ່ໃດ?</verse>
				<verse number="4">ພວກເຈົ້າ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ຫລື​ຈະ​ຖືກ​ແກ່​ໄປ​ເປັນ​ຊະເລີຍເສິກ. ເຖິງ​ປານນັ້ນ​ກໍຕາມ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ຈະ​ບໍ່​ສິ້ນສຸດ​ເປັນ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຈົ້າ.</verse>
				<verse number="5">ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ອັດຊີເຣຍ​ເອີຍ ເຮົາ​ໃຊ້​ອັດຊີເຣຍ​ເປັນ​ດັ່ງ​ໄມ້ຄ້ອນ ເພື່ອ​ລົງໂທດ​ພວກ​ທີ່​ເຮົາ​ໂກດຮ້າຍ.</verse>
				<verse number="6">ເຮົາ​ໄດ້​ສົ່ງ​ຊາວ​ອັດຊີເຣຍ​ໄປ ເພື່ອ​ໂຈມຕີ​ຊາດ​ທີ່​ບໍ່​ນັບຖື​ພຣະເຈົ້າ ຄື​ປະຊາຊົນ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ. ເຮົາ​ໄດ້​ສົ່ງ​ພວກເຂົາ​ໄປ​ເພື່ອ​ປຸ້ນຈີ້​ທັງ​ລັກ ແລະ​ຢຽບຢໍ່າ​ປະຊາຊົນ​ເຫຼົ່ານັ້ນ ເໝືອນ​ຢຽບຢໍ່າ​ຂີ້ຝຸ່ນ​ໃນ​ຖະໜົນ​ຫົນທາງ.”</verse>
				<verse number="7">ແຕ່​ຈັກກະພັດ​ອັດຊີເຣຍ​ມີ​ແຜນການ​ອັນ​ຮ້າຍກາດ​ໃນ​ໃຈ​ຂອງຕົນເອງ. ເພິ່ນ​ຕັ້ງໃຈ​ຈະ​ທຳລາຍ​ຫລາຍໆ​ຊົນຊາດ.</verse>
				<verse number="8">ເພິ່ນ​ເວົ້າ​ອວດ​ວ່າ, “ຜູ້​ບັນຊາການ​ທະຫານ​ທຸກຄົນ​ຂອງເຮົາ ລ້ວນແຕ່​ເປັນ​ກະສັດ​ທັງນັ້ນ</verse>
				<verse number="9">ເຮົາ​ໄດ້​ຕີ​ຊະນະ​ເມືອງ​ຕ່າງໆ​ຂອງ​ການໂນ ແລະ​ກາກເກມິດ ເມືອງ​ຕ່າງໆ​ຂອງ​ຮາມັດ ແລະ​ອັກປັດ. ເຮົາ​ໄດ້​ຕີ​ຊະນະ​ນະຄອນ​ຊາມາເຣຍ ແລະ​ນະຄອນ​ດາມັສກັດ.</verse>
				<verse number="10">ເຮົາ​ໄດ້​ຢຽດ​ມື​ຂອງເຮົາ​ໄປ​ລົງໂທດ​ອານາຈັກ​ເຫຼົ່ານັ້ນ ທີ່​ຂາບໄຫວ້​ຮູບເຄົາຣົບ ຄື​ຮູບເຄົາຣົບ​ທີ່​ມີ​ຫລາຍກວ່າ​ຮູບເຄົາຣົບ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ຊາມາເຣຍ.</verse>
				<verse number="11">ເຮົາ​ໄດ້​ທຳລາຍ​ນະຄອນ​ຊາມາເຣຍ​ກັບ​ຮູບເຄົາຣົບ​ທັງໝົດ​ຖິ້ມ ແລະ​ເຮົາ​ກໍ​ຈະ​ເຮັດ​ຄືກັນ​ຕໍ່​ນະຄອນ​ເຢຣູຊາເລັມ ແລະ​ຕໍ່​ບັນດາ​ຮູບພະ ທີ່​ຄົນ​ໄດ້​ຂາບໄຫວ້​ຢູ່​ໃນ​ນະຄອນ​ນີ້.”</verse>
				<verse number="12">ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເມື່ອ​ໝົດ​ພາລະ​ທີ່​ເຮົາ​ກຳລັງ​ເຮັດ​ຕໍ່​ພູເຂົາ​ຊີໂອນ ແລະ​ໃນ​ນະຄອນ​ເຢຣູຊາເລັມ​ແລ້ວ ເຮົາ​ຈະ​ລົງໂທດ​ກະສັດ​ແຫ່ງ​ອັດຊີເຣຍ ສຳລັບ​ການ​ອວດອົ່ງ ແລະ​ການ​ຈອງຫອງ​ທຸກປະການ​ຂອງ​ລາວ.”</verse>
				<verse number="13">ຈັກກະພັດ​ອັດຊີເຣຍ​ເວົ້າ​ອວດ​ວ່າ, “ເຮົາ​ໄດ້​ເຮັດ​ສິ່ງ​ທັງໝົດ​ນັ້ນ ໂດຍ​ເຮົາ​ເອງ. ເຮົາ​ເຂັ້ມແຂງ ແລະ​ສະຫລາດ​ຫລັກແຫລມ. ເຮົາ​ໄດ້​ລຶບ​ເຂດແດນ​ລະຫວ່າງ​ຊົນຊາດ​ຕ່າງໆ ແລະ​ຢຶດເອົາ​ເຂົ້າຂອງ​ທີ່​ພວກເຂົາ​ໄດ້​ສະສົມ​ໄວ້. ເຮົາ​ໄດ້​ຢຽບຢໍ່າ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ ດັ່ງ​ງົວ​ກະທິງ​ໂຕໜຶ່ງ.</verse>
				<verse number="14">ຊົນຊາດ​ຕ່າງໆ​ໃນ​ໂລກນີ້​ເປັນ​ດັ່ງ​ຮັງ​ນົກ ແລະ​ເຮົາ​ໄດ້​ກວາດ​ເອົາ​ຊັບສົມບັດ​ຂອງ​ພວກເຂົາ ງ່າຍ​ເທົ່າກັບ​ກວາດ​ເອົາ​ໄຂ່. ບໍ່ມີ​ຜູ້ໃດ​ອາດ​ໃຊ້​ປີກ​ມາ​ພັດ​ເຮົາ​ໃຫ້​ຢ້ານກົວ​ໄດ້; ບໍ່ມີ​ຜູ້ໃດ​ກ້າ​ອ້າ​ປາກ​ຮ້ອງ​ໃສ່​ເຮົາ​ໄດ້.”</verse>
				<verse number="15">ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຂວານ​ສາມາດ​ອ້າງ​ວ່າ ມັນ​ຍິ່ງໃຫຍ່​ກວ່າ​ຜູ້ຈັບຂວານ​ໄດ້​ຫລື? ເລື່ອຍ​ສຳຄັນ​ກວ່າ​ຄົນ​ທີ່​ໃຊ້​ເລື່ອຍ​ຫລື? ໄມ້ຄ້ອນ​ບໍ່ໄດ້​ຍົກ​ຄົນ​ຂຶ້ນ ແຕ່​ຄົນ​ໄດ້​ຍົກ​ໄມ້ຄ້ອນ​ຂຶ້ນ.”</verse>
				<verse number="16">ເຫດສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກຳລັງ​ຈະ​ສົ່ງ​ພະຍາດ​ໂຣຄາ ມາ​ລົງໂທດ​ຄົນ​ທີ່​ຢູ່ດີ​ກິນດີ. ໃນ​ຕົນຕົວ​ຂອງ​ເຂົາ​ນັ້ນ​ຈະ​ມີ​ໄຟ​ທີ່​ໄໝ້​ຢູ່​ແລະ​ເຜົາຜານ.</verse>
				<verse number="17">ພຣະເຈົ້າ​ອົງ​ເປັນ​ແສງແຈ້ງ​ຂອງ​ຊາດ​ອິດສະຣາເອນ ຈະ​ເປັນ​ໄຟ​ນັ້ນ. ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ຈະ​ເປັນ​ແປວໄຟ​ນັ້ນ ຊຶ່ງ​ຈະ​ເຜົາຜານ​ທຸກໆ​ສິ່ງ​ພາຍ​ໃນ​ວັນ​ດຽວ​ເທົ່ານັ້ນ ແມ່ນແຕ່​ຕົ້ນໜາມ​ກັບ​ພຸ່ມໜາມ​ກໍດີ.</verse>
				<verse number="18">ປ່າໄມ້ ແລະ​ທົ່ງໄຮ່​ທົ່ງນາ​ອັນ​ອຸດົມສົມບູນ​ຕ່າງໆ​ພຣະເຈົ້າຢາເວ​ຈະ​ທຳລາຍ​ກ້ຽງ ເໝືອນ​ດັ່ງ​ພະຍາດ​ອັນ​ຮ້າຍກາດ​ໄດ້​ທຳລາຍ​ມະນຸດ.</verse>
				<verse number="19">ຕົ້ນໄມ້​ພຽງ​ບໍ່​ທໍ່​ໃດ​ຕົ້ນ​ເທົ່ານັ້ນ​ຈະ​ເຫຼືອ​ຢູ່ ຊຶ່ງ​ແມ່ນແຕ່​ເດັກນ້ອຍ​ກໍ​ສາມາດ​ນັບ​ໄດ້.</verse>
				<verse number="20">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ປະຊາຊົນ​ອິດສະຣາເອນ​ທີ່​ລອດຕາຍ​ມາ​ໄດ້ ຈະ​ບໍ່​ເພິ່ງພາ​ອາໄສ​ຊາດ​ທີ່​ເກືອບ​ຈະ​ທຳລາຍ​ພວກເຂົາ​ອີກ​ຕໍ່ໄປ, ແຕ່​ພວກເຂົາ​ຈະ​ໄວ້ວາງໃຈ​ຢ່າງ​ແທ້ຈິງ​ໃນ​ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="21">ມີ​ຊາວ​ອິດສະຣາເອນ​ແຕ່​ໜ້ອຍຄົນ​ເທົ່ານັ້ນ ທີ່​ຈະ​ກັບຄືນ​ມາ​ຫາ​ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່.</verse>
				<verse number="22">ເຖິງ​ແມ່ນ​ວ່າ​ດຽວ​ນີ້ ປະຊາຊົນ​ອິດສະຣາເອນ​ມີ​ຢູ່​ຢ່າງ​ຫລວງຫລາຍ ດັ່ງ​ເມັດຊາຍ​ທີ່​ຝັ່ງ​ທະເລ​ກໍຕາມ, ແຕ່​ກໍ​ມີ​ໜ້ອຍຄົນ​ເທົ່ານັ້ນ​ທີ່​ຈະ​ກັບຄືນ​ມາ. ພຣະເຈົ້າ​ໄດ້​ສະສົມ​ຄວາມ​ຈິບຫາຍ​ໄວ້​ໃຫ້​ປະຊາຊົນ​ເຫຼົ່ານີ້ ແລະ​ພວກເຂົາ​ກໍ​ສົມຄວນ​ແລ້ວ ທີ່​ຈະ​ໄດ້​ຮັບ​ຄວາມ​ຈິບຫາຍ​ນັ້ນ​ຢ່າງ​ເຕັມ​ສ່ວນ.</verse>
				<verse number="23">ແມ່ນແລ້ວ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຈະ​ນຳ​ເອົາ​ຄວາມ​ຈິບຫາຍ ມາ​ທົ່ວ​ປະເທດ​ດັ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ແລ້ວ​ນັ້ນ.</verse>
				<verse number="24">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ ທີ່​ອາໄສ​ຢູ່​ທີ່​ພູເຂົາ​ຊີໂອນ​ວ່າ, “ຢ່າ​ສູ່​ຢ້ານ​ຊາວ​ອັດຊີເຣຍ​ເລີຍ ແມ່ນ​ວ່າ​ພວກເຂົາ​ຂົ່ມເຫັງ​ພວກເຈົ້າ ດັ່ງ​ຊາວ​ເອຢິບ​ໄດ້​ເຮັດ​ມາ​ກໍຕາມ.</verse>
				<verse number="25">ເຮົາ​ຈະ​ລົງໂທດ​ພວກເຈົ້າ​ໃນ​ເວລາ​ອັນ​ສັ້ນໆ​ເທົ່ານັ້ນ, ຕໍ່​ຈາກ​ນັ້ນ ເຮົາ​ຈະ​ທຳລາຍ​ພວກເຂົາ.</verse>
				<verse number="26">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ໃຊ້​ໄມ້ແສ້​ຕີ​ພວກເຂົາ​ເໝືອນກັນ​ກັບ​ທີ່​ໄດ້​ຕີ​ຊາວ​ມີດີອານ​ທີ່​ໂງ່ນຫີນ​ໂອເຣັບ. ຈະ​ລົງໂທດ​ອັດຊີເຣຍ​ເໝືອນກັນ​ກັບ​ທີ່​ໄດ້​ລົງໂທດ​ເອຢິບ.</verse>
				<verse number="27">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພວກເຈົ້າ​ຈະ​ຖືກ​ປົດປ່ອຍ​ອອກ​ຈາກ​ອຳນາດ​ຂອງ​ອັດຊີເຣຍ ແລະ​ແອກ​ຂອງ​ພວກເຂົາ​ກໍ​ຈະ​ບໍ່​ເປັນ​ພາລະໜັກ​ສຳລັບ​ພວກເຈົ້າ​ອີກ​ຕໍ່ໄປ.”</verse>
				<verse number="28">ກອງທັບ​ຂອງ​ສັດຕູ​ຕີ​ເອົາ​ເມືອງ​ອາອີ ໄດ້​ແລ້ວ ພວກເຂົາ​ໄດ້​ຜ່ານ​ເມືອງ​ມິກໂຣນ ພວກເຂົາ​ໄດ້​ປະ​ສະບຽງ​ອາຫານ​ຂອງ​ພວກເຂົາ​ໄວ້​ທີ່​ເມືອງ​ມິກມາດ</verse>
				<verse number="29">ພວກເຂົາ​ໄດ້​ຂ້າມ​ຊ່ອງແຄບ ແລະ​ກຳລັງ​ຄ້າງຄືນ​ຢູ່​ທີ່​ເກບາ ຊາວ​ເມືອງ​ຣາມາ​ຢ້ານກົວ​ໃຫຍ່ ແລະ​ປະຊາຊົນ​ທີ່​ເມືອງ​ກີເບອາ ບ້ານເກີດ​ເມືອງນອນ​ຂອງ​ກະສັດ​ໂຊນ​ກໍ​ປົບໜີໄປ.</verse>
				<verse number="30">ຊາວ​ການລີມ​ເອີຍ ຈົ່ງ​ໂຮຮ້ອງ​ສາ​ເຖີດ ຊາວ​ໄລຊາ​ເອີຍ ຈົ່ງ​ຟັງ​ເທີ້ນ ຊາວ​ອານາທົດ​ເອີຍ ຈົ່ງ​ຕອບ​ແມ</verse>
				<verse number="31">ຊາວ​ມັດເມນາ ແລະ​ຊາວ​ເກບິມ​ກຳລັງ​ແລ່ນ​ໜີ​ເອົາ​ຊີວິດ​ລອດ.</verse>
				<verse number="32">ມື້ນີ້​ສັດຕູ​ໄດ້​ມາຮອດ​ເມືອງ​ໂນບ​ແລ້ວ ແລະ​ຢູ່​ໃນ​ທີ່ນັ້ນ​ພວກເຂົາ​ກຳລັງ​ຍົກ​ກຳປັ້ນ​ໃສ່​ພູເຂົາ​ຊີໂອນ ຄື​ໃສ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="33">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ນຳ​ພວກເຂົາ​ມາ ແລະ​ເຮັດ​ໃຫ້​ພວກເຂົາ​ຕົກລົງ ດັ່ງ​ງ່າໄມ້​ຖືກ​ຕັດ​ຈາກ​ຕົ້ນ​ຂອງ​ມັນ. ພວກ​ທີ່​ຄຸຍໂມ້​ແລະ​ຖື​ຕົນ​ວ່າ​ຍິ່ງໃຫຍ່​ໃນ​ພວກເຂົາ ກໍ​ຈະ​ຖືກ​ປໍ້າ​ລົງ ແລະ​ຖືກ​ອັບອາຍ​ຂາຍໜ້າ.</verse>
				<verse number="34">ພຣະອົງ​ຈະ​ຕັດ​ພວກເຂົາ​ຖິ້ມ ດັ່ງ​ຄົນ​ໃຊ້​ຂວານ​ປໍ້າ​ຕົ້ນໄມ້​ລົງ​ຢູ່​ກາງ​ປ່າ ແມ່ນແຕ່​ກົກໄມ້​ຊຶ່ງ​ງາມ​ທີ່ສຸດ​ຂອງ​ເລບານອນ​ກໍ​ລົ້ມລົງ​ເຊັ່ນກັນ.</verse>
			</chapter>
			<chapter number="11">
				<verse number="1">ເຊື້ອວົງ​ຂອງ​ກະສັດ​ດາວິດ​ເປັນ​ດັ່ງ​ກົກໄມ້​ທີ່​ຖືກ​ປໍ້າ​ລົງ​ແລ້ວ, ແຕ່​ຍັງ​ມີ​ກິ່ງ​ເກີດ​ອອກ​ມາ​ຈາກ​ຕໍ​ນັ້ນ​ສັນໃດ ກໍ​ຈະ​ມີ​ກະສັດ​ອົງ​ໃໝ່ ເກີດຂຶ້ນ​ມາ​ຈາກ​ເຊື້ອສາຍ​ຂອງ​ດາວິດ​ສັນນັ້ນ.</verse>
				<verse number="2">ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ຈະ​ຊົງ​ສະຖິດ​ຢູ່​ກັບ​ເພິ່ນ, ວິນຍານ​ແຫ່ງ​ສະຕິປັນຍາ ວິນຍານ​ແຫ່ງ​ຄວາມ​ເຂົ້າໃຈ. ວິນຍານ​ແຫ່ງ​ທີ່ປຶກສາ ວິນຍານ​ແຫ່ງ​ຣິດອຳນາດ ວິນຍານ​ແຫ່ງ​ຄວາມຮູ້ ວິນຍານ​ແຫ່ງ​ການ​ຢຳເກງ​ພຣະເຈົ້າຢາເວ</verse>
				<verse number="3">ແລະ​ເພິ່ນ​ຈະ​ຊົມຊື່ນ​ດ້ວຍ​ຄວາມ​ຢຳເກງ​ພຣະເຈົ້າຢາເວ ເພິ່ນ​ຈະ​ບໍ່​ຕັດສິນ​ຕາມ​ຕາເຫັນ ຫລື​ຕາມ​ຄຳ​ທີ່​ຄົນ​ເວົ້າ;</verse>
				<verse number="4">ເພິ່ນ​ຈະ​ຕັດສິນ​ຄົນ​ທຸກ​ລຳບາກ​ຢ່າງ​ຍຸດຕິທຳ​ ແລະ​ປ້ອງກັນ​ສິດທິ​ຂອງ​ຜູ້​ທີ່​ຕໍ່າຕ້ອຍ. ເມື່ອ​ເພິ່ນ​ສັ່ງ​ແລ້ວ​ຄົນ​ຈະ​ຕ້ອງ​ໄດ້​ຮັບ​ໂທດກຳ ແລະ​ຄົນ​ກະທຳ​ການ​ຊົ່ວຮ້າຍ​ຕ່າງ​ກໍ​ຈະ​ຕາຍໄປ​ສິ້ນ.</verse>
				<verse number="5">ເພິ່ນ​ຈະ​ປົກຄອງ​ຊົນຊາດ​ຂອງເພິ່ນ​ໂດຍ​ຕົນເອງ ດ້ວຍ​ຄວາມ​ຍຸດຕິທຳ​ແລະ​ດ້ວຍ​ຄວາມສັດຊື່.</verse>
				<verse number="6">ໝາໄນ​ກັບ​ແກະ​ຈະ​ຢູ່​ນຳກັນ​ຢ່າງ​ສັນຕິສຸກ ແລະ​ເສືອ​ດາວ​ຈະ​ນອນ​ຮ່ວມກັນ​ກັບ​ໂຕ​ແບ້. ລູກ​ງົວ​ກັບ​ລູກ​ໂຕສິງ​ຈະ​ຫາຢູ່​ຫາກິນ​ນຳກັນ ແລະ​ເດັກນ້ອຍ​ກໍ​ຈະ​ດູແລ​ສັດ​ເຫຼົ່ານັ້ນ.</verse>
				<verse number="7">ງົວ​ກັບ​ໝີ​ນັ້ນ​ຈະ​ກິນ​ນຳກັນ ລູກ​ພວກ​ມັນ​ຈະ​ນອນ​ຢ່າງ​ເປັນ​ສຸກລົ້ນ. ສ່ວນ​ໂຕສິງ​ນັ້ນ​ກໍ​ຈະ​ກິນ​ເຟືອງ ດັ່ງ​ໂຕ​ງົວ​ກິນ​ເຟືອງ​ແລະ​ຫຍ້າ.</verse>
				<verse number="8">ແມ່ນແຕ່​ເດັກອ່ອນນ້ອຍ​ກໍ​ບໍ່ມີ​ອັນຕະລາຍ ເມື່ອ​ພວກເຂົາ​ຫລິ້ນ​ຢູ່​ໃກ້​ກັບ​ງູ​ມີ​ພິດ.</verse>
				<verse number="9">ເທິງ​ເນີນພູ​ສັກສິດ​ຂອງ​ພຣະເຈົ້າ​ຄື​ພູເຂົາ​ຊີໂອນ ທີ່​ນັ້ນ​ຈະ​ບໍ່ມີ​ສິ່ງໃດໆ​ທຳຮ້າຍ ແລະ​ຊົ່ວຊ້າ. ຄົນ​ທີ່​ຮູ້​ເຖິງ​ພຣະເຈົ້າຢາເວ​ຈະ​ມີ​ຢູ່​ເຕັມ​ດິນແດນ ດັ່ງ​ທ້ອງ​ທະເລ​ຫລວງ​ທີ່​ເຕັມ​ໄປ​ດ້ວຍ​ນໍ້າ.</verse>
				<verse number="10">ເມື່ອ​ວັນ​ນັ້ນ​ມາ​ເຖິງ ກະສັດ​ອົງ​ໃໝ່​ຈາກ​ເຊື້ອວົງ​ຂອງ​ດາວິດ ຈະ​ເປັນ​ສັນຍາລັກ​ຂອງ​ຊົນຊາດ​ທັງຫລາຍ. ພວກເຂົາ​ຈະ​ເຕົ້າໂຮມ​ກັນ​ຢູ່​ໃນ​ເມືອງ​ຂອງ​ກະສັດ ແລະ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ.</verse>
				<verse number="11">ເມື່ອ​ວັນ​ນັ້ນ​ມາ​ເຖິງ ອີກເທື່ອໜຶ່ງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ຈາກ​ດິນແດນ​ເຫຼົ່ານີ້: ຄົນ​ທີ່​ເຫຼືອ​ຢູ່​ໃນ​ປະເທດ​ອັດຊີເຣຍ ແລະ​ໃນ​ປະເທດ​ເອຢິບ, ໃນ​ດິນແດນ​ປັດໂຣດ, ປະເທດ​ເອທີໂອເປຍ, ປະເທດ​ເອລາມ, ປະເທດ​ບາບີໂລນ ແລະ​ປະເທດ​ຮາມັດ ແລະ​ໃນ​ດິນແດນ​ຕາມ​ຝັ່ງ​ທະເລ​ແລະ​ທີ່​ເທິງ​ໝູ່ເກາະ.</verse>
				<verse number="12">ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຍົກ​ທຸງ​ຂຶ້ນ​ເປັນ​ສັນຍານ ເພື່ອ​ສະແດງ​ໃຫ້​ຊົນຊາດ​ຕ່າງໆ​ຮູ້​ວ່າ ພຣະອົງ​ກຳລັງ​ເຕົ້າໂຮມ​ປະຊາຊົນ​ຂອງ​ພຣະອົງ​ເຂົ້າກັນ ຄື​ປະຊາຊົນ​ຂອງ​ອິດສະຣາເອນ​ແລະ​ຢູດາຍ ທີ່​ກະຈັດ​ກະຈາຍ​ຢູ່​ຕາມ​ທິດ​ທັງ​ສີ່​ຂອງ​ໂລກ​ນັ້ນ​ໃຫ້​ກັບຄືນ​ມາ.</verse>
				<verse number="13">ອານາຈັກ​ເອຟຣາອິມ​ຈະ​ບໍ່​ອິດສາ​ຢູດາຍ​ອີກ​ຕໍ່ໄປ ແລະ​ອານາຈັກ​ຢູດາຍ​ຈະ​ບໍ່​ເປັນ​ສັດຕູ​ຂອງ​ເອຟຣາອິມ​ດ້ວຍ.</verse>
				<verse number="14">ພວກເຂົາ​ຈະ​ໂຈມຕີ​ຊາວ​ຟີລິດສະຕິນ​ທາງ​ທິດ​ຕາເວັນຕົກ ແລະ​ປຸ້ນສະດົມ​ປະຊາຊົນ​ທາງທິດ​ຕາເວັນອອກ. ພວກເຂົາ​ຈະ​ຕີ​ຊະນະ​ຊາວ​ເອໂດມ​ແລະ​ຊາວ​ໂມອາບ ແລະ​ຊາວ​ອຳໂມນ​ກໍ​ຈະ​ເຊື່ອຟັງ​ພວກເຂົາ.</verse>
				<verse number="15">ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ນໍ້າ​ໃນ​ອ່າວ​ຊູແອດ​ແຫ້ງ ແລະ​ພຣະອົງ​ຈະ​ບັນດານ​ໃຫ້​ລົມ​ຮ້ອນ​ມາ​ພັດ​ແມ່ນໍ້າ​ເອີຟຣັດ​ໃຫ້​ແຫ້ງ ໂດຍ​ປະ​ເຈັດ​ຫ້ວຍນ້ອຍ​ເທົ່ານັ້ນ​ໃຫ້​ມີ​ນໍ້າ ເພື່ອ​ວ່າ​ຜູ້ໃດໆ​ກໍ​ຈະ​ສາມາດ​ຂ້າມ​ໄປ​ໄດ້.</verse>
				<verse number="16">ຈະ​ມີ​ຖະໜົນ​ຫລວງ​ຈາກ​ອັດຊີເຣຍ ໃຫ້​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ຜູ້​ລອດຕາຍ​ຢູ່​ໃນ​ທີ່ນັ້ນ​ເດີນທາງ​ອອກ​ມາ ດັ່ງ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເດີນທາງ ເມື່ອ​ອອກມາ​ຈາກ​ປະເທດ​ເອຢິບ​ນັ້ນ.</verse>
			</chapter>
			<chapter number="12">
				<verse number="1">ເມື່ອ​ເຖິງ​ມື້​ນັ້ນ ປະຊາຊົນ​ຈະ​ຮ້ອງລຳ​ທຳເພງ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ ພຣະອົງ​ໄດ້​ໂກດຮ້າຍ​ຂ້ານ້ອຍ ແຕ່​ບັດນີ້​ພຣະອົງ​ເລົ້າໂລມ​ໃຈ ແລະ​ບໍ່​ໂກດຮ້າຍ​ຕໍ່ໄປ​ອີກ​ແລ້ວ</verse>
				<verse number="2">ພຣະເຈົ້າ​ຄື​ພຣະ​ຜູ້ໂຜດຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ໄວ້ວາງໃຈ​ໃນ​ພຣະອົງ ແລະ​ບໍ່​ຢ້ານ. ເພາະ​ພຣະເຈົ້າຢາເວ, ພຣະເຈົ້າຢາເວ​ຊົງ​ເປັນ​ກຳລັງ​ແລະ​ບົດເພງ​ຂອງ​ຂ້ານ້ອຍ ແລະ​ພຣະອົງ​ຊົງເປັນ​ຄວາມພົ້ນ​ຂອງ​ຂ້ານ້ອຍ​ແລ້ວ.</verse>
				<verse number="3">ດັ່ງ​ນໍ້າ​ເຢັນໆ​ຊ່ວຍ​ໃຫ້​ຜູ້​ຫິວນໍ້າ​ສົດ​ຊື່ນ​ສັນໃດ ຄວາມ​ຊ່ວຍຊູ​ຂອງ​ພຣະອົງ​ກໍ​ໃຫ້​ສົດຊື່ນ​ສັນນັ້ນ.”</verse>
				<verse number="4">ເມື່ອ​ເຖິງ​ວັນ​ນັ້ນ ປະຊາຊົນ​ຈະ​ຮ້ອງເພງ​ວ່າ, “ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ແລະ​ຈົ່ງ​ຮ້ອງ​ອອກ​ພຣະນາມ​ຂອງ​ພຣະອົງ ຈົ່ງ​ບອກ​ຊົນຊາດ​ທັງຫລາຍ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ ຈົ່ງ​ບອກ​ໃຫ້​ພວກເຂົາ​ຮູ້ວ່າ​ພຣະນາມ​ຂອງ​ພຣະອົງ ເປັນທີ່​ຍົກຍ້ອງ​ຢ່າງສູງສຸດ</verse>
				<verse number="5">ຈົ່ງ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ເພາະ​ສິ່ງ​ຍິ່ງໃຫຍ່​ທີ່​ພຣະອົງ​ໄດ້​ກະທຳ ຈົ່ງ​ແຈ້ງ​ໃຫ້​ທົ່ວ​ທັງໂລກ​ໄດ້ຍິນ​ໄດ້​ຟັງ ເລື່ອງລາວ​ທັງຫລາຍ​ນີ້.</verse>
				<verse number="6">ຈົ່ງ​ໃຫ້​ທຸກຄົນ​ທີ່​ອາໄສ​ຢູ່​ເທິງ​ພູເຂົາ​ຊີໂອນ ຮ້ອງໂຮ​ຍິນດີ ແລະ​ຮ້ອງລຳ​ທຳເພງ​ເຖີດ ອົງ​ຊົງ​ຍິ່ງໃຫຍ່​ແລະ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຢູ່​ທ່າມກາງ​ພວກເຈົ້າ​ແລ້ວ.”</verse>
			</chapter>
			<chapter number="13">
				<verse number="1">ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ນະຄອນ​ບາບີໂລນ ທີ່​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໄດ້​ຮັບ​ຈາກ​ພຣະເຈົ້າ.</verse>
				<verse number="2">ທີ່​ຈອມພູ​ຫົວໂຫລ້ນ ຈົ່ງ​ຍົກ​ທຸງ​ສູ້ຮົບ​ຂຶ້ນ​ສາ ຈົ່ງ​ຮ້ອງ​ສັ່ງ​ພວກ​ທະຫານ ແລະ​ຍົກ​ອາວຸດ​ຂຶ້ນ​ເປັນ​ສັນຍານ​ໃຫ້​ບຸກໂຈມຕີ ປະຕູ​ເມືອງ​ຂອງ​ພວກ​ທີ່​ອວດອົ່ງ​ຈອງຫອງ.</verse>
				<verse number="3">ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເອີ້ນ​ເອົາ​ທະຫານ​ທີ່​ທະນົງ​ຕົວ ແລະ​ໄວ້ໃຈ​ໄດ້​ໃຫ້​ເຮັດ​ເສິກ​ຂອງ​ພຣະອົງ ແລະ​ໃຫ້​ລົງໂທດ​ຜູ້​ທີ່​ພຣະອົງ​ໂກດຮ້າຍ.</verse>
				<verse number="4">ຈົ່ງ​ຟັງ​ສຽງ​ທີ່​ເທິງ​ພູ ຄື​ສຽງ​ຂອງ​ຝູງ​ຄົນ​ອັນ​ແໜ້ນໜາ ສຽງ​ຂອງ​ຊົນຊາດ ແລະ​ອານາຈັກ​ຕ່າງໆ​ທີ່​ກຳລັງ​ເຕົ້າໂຮມ​ກັນ. ກອງທັບ​ທັງຫລາຍ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ໄດ້​ຕຽມ​ກຳລັງ​ສູ້ຮົບ.</verse>
				<verse number="5">ພວກເຂົາ​ກຳລັງ​ຍົກທັບ​ມາ​ແຕ່​ທີ່​ໄກ​ສຸດ​ຂອງ​ຟ້າ​ສະຫວັນ. ໃນ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ພຣະເຈົ້າຢາເວ​ກຳລັງ​ມາ​ທຳລາຍ​ໝົດ​ທັງປະເທດ.</verse>
				<verse number="6">ຮ້ອງ​ຄວນຄາງ​ດ້ວຍ​ຄວາມ​ເຈັບປວດ​ສາເຖີດ ວັນ​ຂອງ​ພຣະເຈົ້າຢາເວ​ມາ​ໃກ້​ແລ້ວ ຄື​ມື້​ທີ່​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ນຳ​ໄພພິບັດ​ມາ.</verse>
				<verse number="7">ແຂນ​ຂອງ​ທຸກໆຄົນ​ຈະ​ຢ່ອນ​ລົງ​ເພາະ​ອ່ອນແຮງ ແລະ​ຄວາມກ້າ​ຂອງ​ທຸກໆຄົນ​ກໍ​ຈະ​ໝົດໄປ.</verse>
				<verse number="8">ພວກເຂົາ​ທຸກຄົນ​ຈະ​ຢ້ານກົວ​ຍິ່ງ ແລະ​ເຈັບປວດ​ໜັກ ຄື​ເຈັບ​ດັ່ງ​ຜູ້ຍິງ​ຈະ​ຄອດ​ລູກ. ພວກເຂົາ​ຈະ​ເບິ່ງ​ກັນແລະກັນ​ດ້ວຍ​ຄວາມ​ຢ້ານກົວ ແລະ​ສີໜ້າ​ຂອງ​ພວກເຂົາ​ກໍ​ຮູ້ສຶກ​ເຜົາຮ້ອນ​ດ້ວຍ​ຄວາມ​ອັບອາຍ.</verse>
				<verse number="9">ວັນ​ຂອງ​ພຣະເຈົ້າຢາເວ​ກຳລັງ​ມາ ຄື​ມື້​ແຫ່ງ​ຄວາມ​ຮ້າຍກາດ ແລະ​ໂມໂຫ​ຂອງ​ພຣະອົງ. ໂລກ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ຄົນບາບ​ທຸກຄົນ​ຈະ​ຖືກ​ທຳລາຍ.</verse>
				<verse number="10">ດວງດາວ​ທັງຫລາຍ​ແຫ່ງ​ຟ້າ​ສະຫວັນ​ຈະ​ຢຸດ​ສ່ອງແສງ ດວງອາທິດ​ຈະ​ມືດດຳ​ໄປ ເມື່ອ​ມັນ​ຂຶ້ນ​ສູ່​ຂອບຟ້າ ແລະ​ດວງເດືອນ​ກໍ​ຈະ​ບໍ່​ສ່ອງແຈ້ງ.</verse>
				<verse number="11">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ໄພພິບັດ​ມາ​ເທິງ​ແຜ່ນດິນ​ໂລກ ແລະ​ລົງໂທດ​ຄົນຊົ່ວຮ້າຍ​ທຸກຄົນ​ເພາະ​ການບາບ​ຂອງ​ພວກເຂົາ. ເຮົາ​ຈະ​ເຮັດ​ໃຫ້​ຄົນ​ອວດອົ່ງ​ຈອງຫອງ​ທຸກຄົນ​ຖ່ອມໃຈ ແລະ​ຈະ​ລົງໂທດ​ຄົນ​ອວດດີ​ແລະ​ຄົນ​ຮ້າຍກາດ​ທຸກຄົນ.</verse>
				<verse number="12">ຄົນ​ທີ່​ລອດຊີວິດ​ຈະ​ຫາ​ຍາກ​ກວ່າ​ຫາ​ຄຳ.</verse>
				<verse number="13">ໃນ​ມື້​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໂກດຮ້າຍ​ນັ້ນ; ເຮົາ​ຈະ​ເຮັດ​ໃຫ້​ຟ້າ​ສະຫວັນ ​ສັ່ນສະເທືອນ ແລະ​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ຫວັ່ນໄຫວ ຫລຸດ​ອອກ​ຈາກ​ບ່ອນ​ຂອງມັນ.</verse>
				<verse number="14">ພວກ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ບາບີໂລນ ຈະ​ແລ່ນ​ປົບໜີໄປ​ສູ່​ບ້ານເມືອງ​ຂອງ​ພວກເຂົາ​ໂດຍ​ກະຈັດ​ກະຈາຍ​ໄປ ດັ່ງ​ກວາງ​ປົບ​ຄົນ​ໂຫ່ເນື້ອ ແລະ​ດັ່ງ​ຝູງແກະ​ທີ່​ຂາດ​ຜູ້ລ້ຽງ.</verse>
				<verse number="15">ຜູ້​ທີ່​ຖືກ​ຈັບ​ໄດ້​ຈະ​ຖືກ​ແທງ​ໃຫ້​ຕາຍ.</verse>
				<verse number="16">ໃນ​ຂະນະທີ່​ພວກເຂົາ​ແນມຫາ​ທີ່​ເພິ່ງ​ຢ່າງ​ສິ້ນຫວັງ​ນັ້ນ ລູກ​ນ້ອຍ​ຂອງ​ພວກເຂົາ​ຈະ​ຖືກ​ຕີ​ຈົນຕາຍ, ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ປຸ້ນ ແລະ​ເມຍ​ຂອງ​ພວກເຂົາ​ຈະ​ຖືກ​ຂົ່ມຂືນ.”</verse>
				<verse number="17">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ກຳລັງ​ປຸກ​ປັ່ນ​ຊາວ​ເມເດັດ ໃຫ້​ໂຈມຕີ​ນະຄອນ​ບາບີໂລນ. ພວກເຂົາ​ບໍ່​ວົນ​ນຳ​ເງິນ ແລະ​ບໍ່​ໄຝ່ຝັນ​ນຳ​ຄຳ.</verse>
				<verse number="18">ພວກເຂົາ​ຈະ​ໃຊ້​ໜ້າທະນູ​ກັບ​ລູກທະນູ​ຂ້າ​ພວກ​ຊາຍໜຸ່ມ ແລະ​ຈະ​ບໍ່​ເມດຕາ​ພວກ​ເດັກອ່ອນ ແລະ​ເອັນດູ​ພວກເດັກນ້ອຍ.</verse>
				<verse number="19">ບາບີໂລນ​ເປັນ​ອານາຈັກ​ໜຶ່ງ​ທີ່​ສວຍງາມ​ກວ່າ​ອານາຈັກ​ໃດໆ​ທັງໝົດ ເປັນ​ທີ່​ພູມໃຈ​ຂອງ​ຊາວ​ນະຄອນ. ເມືອງ​ນັ້ນ​ຈະ​ເປັນ​ຄື​ເມືອງ​ໂຊໂດມ ແລະ​ເມືອງ​ໂກໂມຣາ​ທີ່​ພຣະເຈົ້າ​ໄດ້​ໂຄ່ນລົ້ມ​ແລ້ວ.</verse>
				<verse number="20">ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່ນັ້ນ​ອີກ​ຕໍ່ໄປ. ແມ່ນແຕ່​ນັກ​ເດີນທາງ​ຊາວ​ອາຣັບ​ກໍ​ຈະ​ບໍ່​ກາງ​ເຕັນ​ໃສ່​ທີ່​ນັ້ນ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄປ​ລ້ຽງ​ຝູງແກະ​ຂອງຕົນ​ໃນ​ທີ່ນັ້ນ.</verse>
				<verse number="21">ມັນ​ຈະ​ເປັນ​ບ່ອນ​ເປົ່າປ່ຽວ​ທີ່​ສັດປ່າ​ອາໄສ​ແລະ​ໂຕ​ເຈຍ​ເຮັດ​ຮັງ​ຢູ່. ນົກ​ກະຈອກເທດ​ຈະ​ຢູ່​ທີ່​ນັ້ນ ແລະ​ແບ້​ປ່າ​ກໍ​ຈະ​ກະໂດດ​ເຕັ້ນ​ໄປມາ​ຕາມ​ບ່ອນ​ຮົກຮ້າງ​ເພພັງ.</verse>
				<verse number="22">ຫໍຄອຍ​ກັບ​ຜາສາດ​ຣາຊວັງ​ຕ່າງໆ​ຈະ​ມີ​ສຽງດັງ​ກ້ອງ​ຂອງ​ໝາປ່າ​ແລະ​ໝາໄນ. ເວລາ​ຂອງ​ນະຄອນ​ບາບີໂລນ​ໄດ້​ມາຮອດ​ສາ​ແລ້ວ ມື້​ຂອງ​ນະຄອນ​ບາບີໂລນ​ກຳລັງ​ຈະ​ຈົບສິ້ນ​ລົງ​ແລ້ວ.”</verse>
			</chapter>
			<chapter number="14">
				<verse number="1">ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.</verse>
				<verse number="2">ຫລາຍ​ຊົນຊາດ​ຈະ​ຊ່ວຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ກັບຄືນ​ມາ​ສູ່​ດິນແດນ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ; ໃນ​ທີ່ນັ້ນ ຊົນຊາດ​ເຫຼົ່ານັ້ນ​ຈະ​ຮັບໃຊ້​ຊາດ​ອິດສະຣາເອນ​ດັ່ງ​ທາດ. ພວກ​ທີ່​ເຄີຍ​ຈັບ​ຄົນ​ໃນ​ຊາດ​ອິດສະຣາເອນ​ໄປ​ຄັ້ງ​ໜຶ່ງ​ນັ້ນ ບັດນີ້ ຈະ​ຖືກ​ຄົນ​ໃນ​ຊາດ​ອິດສະຣາເອນ​ຈັບ​ຄືນ ແລະ​ປະຊາຊົນ​ອິດສະຣາເອນ​ຈະ​ປົກຄອງ ຄົນ​ເຫຼົ່ານັ້ນ​ທີ່​ເຄີຍ​ກົດຂີ່​ພວກຕົນ​ມາ​ຄັ້ງ​ໜຶ່ງ.</verse>
				<verse number="3">ພຣະເຈົ້າຢາເວ​ຈະ​ໃຫ້​ປະຊາຊົນ​ອິດສະຣາເອນ ໄດ້​ບັນເທົາ​ຈາກ​ຄວາມ​ເຈັບປວດ ແລະ​ຄວາມ​ທົນທຸກ​ຂອງ​ພວກເຂົາ ແລະ​ຈະ​ໃຫ້​ພວກເຂົາ​ພົ້ນ​ຈາກ​ການ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກ.</verse>
				<verse number="4">ເມື່ອ​ພຣະອົງ​ກະທຳ​ການ​ນັ້ນ ພວກເຂົາ​ຈະ​ເວົ້າ​ເຍາະເຍິ້ຍ​ກະສັດ​ແຫ່ງ​ບາບີໂລນ​ວ່າ: “ກະສັດ​ຜູ້​ຮ້າຍກາດ​ໄດ້​ລົ້ມລົງ​ແລ້ວ ເພິ່ນ​ຈະ​ບໍ່ໄດ້​ກົດຂີ່​ຜູ້ໃດ​ຜູ້ໜຶ່ງ​ອີກ​ຕໍ່ໄປ</verse>
				<verse number="5">ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ອຳນາດ​ຂອງ​ພວກ​ຜູ້ປົກຄອງ​ທີ່​ຊົ່ວຮ້າຍ​ສິ້ນສຸດໄປ</verse>
				<verse number="6">ຄື​ຜູ້​ກົດຂີ່​ປະຊາຊົນ​ຢ່າງ​ໂຫດຮ້າຍ ແລະ​ບໍ່ໄດ້​ຢຸດ​ເຂັ່ນຂ້າ​ຊົນຊາດ​ທັງຫລາຍ​ທີ່​ພວກຕົນ​ຕີ​ໄດ້​ນັ້ນ.</verse>
				<verse number="7">ບັດນີ້​ໃນທີ່ສຸດ ທົ່ວ​ທັງໂລກ​ມີ​ສິດ​ໄດ້​ພັກຜ່ອນ ແລະ​ໄດ້​ຢູ່​ຢ່າງ​ສະຫງົບສຸກ ແລະ​ທຸກຄົນ​ຕ່າງ​ກໍ​ຮ້ອງເພງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.</verse>
				<verse number="8">ຕົ້ນສົນ​ແລະ​ຕົ້ນ​ແປກ​ຂອງ​ເລບານອນ​ຕ່າງ​ກໍ​ຊົມຊື່ນ​ຍິນດີ ທີ່​ກະສັດ​ຜູ້​ນີ້​ໄດ້​ລົ້ມລົງ; ບັດນີ້​ຈຶ່ງ​ບໍ່ມີ​ຜູ້ໃດ​ຕັດ​ມັນ​ລົງ​ອີກ ຍ້ອນ​ກະສັດ​ຜູ້ນັ້ນ​ໄດ້​ສາບສູນໄປ​ແລ້ວ.</verse>
				<verse number="9">ແດນ​ມໍຣະນາ​ກຳລັງ​ຕຽມພ້ອມ​ເພື່ອ​ຕ້ອນຮັບ​ກະສັດ​ແຫ່ງ​ບາບີໂລນ. ບັນດາ​ວິນຍານ​ຂອງ​ພວກ​ທີ່​ເຄີຍ​ມີ​ອຳນາດ​ເທິງ​ໂລກນີ້ ຕ່າງ​ກໍ​ຖືກ​ປຸກ​ຂຶ້ນ​ມາ. ວິນຍານ​ຂອງ​ບັນດາ​ກະສັດ​ທີ່​ຕາຍໄປ​ແລ້ວ ຕ່າງ​ກໍ​ລຸກ​ຂຶ້ນ​ມາ​ຈາກ​ບັນລັງ​ຂອງຕົນ.</verse>
				<verse number="10">ພວກ​ມັນ​ທັງໝົດ​ຮ້ອງ​ອອກ​ມາ​ວ່າ, ‘ບັດນີ້ ເຈົ້າ​ກໍ​ອ່ອນແຮງ​ຄືກັນ​ກັບ​ພວກເຮົາ​ນໍ ເຈົ້າ​ກໍ​ເປັນ​ຜູ້ໜຶ່ງ​ໃນ​ພວກເຮົາ​ແລ້ວ</verse>
				<verse number="11">ເຈົ້າ​ເຄີຍ​ມີ​ຄົນ​ດີດພິນ​ຍ້ອງຍໍ​ໃຫ້ກຽດ; ແຕ່​ບັດນີ້ ເຈົ້າ​ພັດ​ໄດ້​ຢູ່​ໃນ​ແດນ​ມໍຣະນາ. ເຈົ້າ​ນອນ​ເທິງ​ໜອນ​ທີ່​ເປັນ​ຕຽງ​ຂອງ​ເຈົ້າ ແລະ​ມີ​ໜອນ​ຢູ່​ເທິງ​ເຈົ້າ​ແທນ​ຜ້າ​ຫົ່ມ.”’</verse>
				<verse number="12">ລູຊີເຟີ ດວງດາວ​ສ່ອງໃສ​ໃນ​ຕອນເຊົ້າ​ເອີຍ ເຈົ້າ​ໄດ້​ຕົກລົງ​ຈາກ​ສະຫວັນ​ແລ້ວ​ນໍ ໃນ​ອະດີດ​ນັ້ນ ເຈົ້າ​ໄດ້​ຕີ​ຊະນະ​ຫລາຍໆ​ຊົນຊາດ ແຕ່​ບັດນີ້ ເຈົ້າ​ພັດ​ຖືກ​ໂຍນ​ລົງ​ຂີ້ດິນ.</verse>
				<verse number="13">ເຈົ້າ​ໄດ້​ເວົ້າ​ໃນໃຈ​ວ່າ, “ຂ້ອຍ​ຈະ​ຂຶ້ນ​ໄປ​ສະຫວັນ ແລະ​ຕັ້ງ​ບັນລັງ​ຂອງ​ຂ້ອຍ​ໄວ້​ໃນ​ທີ່​ສູງສຸດ​ເໜືອ​ດວງດາວ​ຕ່າງໆ. ຂ້ອຍ​ຈະ​ຕ້ອງ​ນັ່ງ​ດັ່ງ​ກະສັດ​ເທິງ​ພູ​ທາງ​ທິດເໜືອ ບ່ອນ​ທີ່​ພະ​ທັງຫລາຍ​ຊຸມນຸມ​ກັນ​ຢູ່​ນັ້ນ.</verse>
				<verse number="14">ຂ້ອຍ​ຈະ​ຕ້ອງ​ຂຶ້ນໄປ​ເໜືອ​ຈອມເມກ ແລະ​ເປັນ​ດັ່ງ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.”</verse>
				<verse number="15">ແຕ່​ແລ້ວ​ເຈົ້າ​ພັດ​ໄດ້​ຖືກ​ຖິ້ມ​ລົງ​ມາ​ສູ່​ບ່ອນ​ເລິກ​ທີ່ສຸດ​ຂອງ​ແດນ​ມໍຣະນາ.</verse>
				<verse number="16">ພວກ​ຄົນຕາຍ​ຈະ​ຈ້ອງຕາ​ເບິ່ງ​ເຈົ້າ ແລະ​ຈະ​ຖາມ​ວ່າ, “ຄົນນີ້​ບໍ່ແມ່ນ​ຜູ້​ທີ່​ໄດ້​ເຮັດ​ໃຫ້​ໂລກ​ແລະ​ບັນດາ​ອານາຈັກ​ສັ່ນສະເທືອນ​ນັ້ນບໍ?</verse>
				<verse number="17">ຄົນນີ້​ບໍ່ແມ່ນ​ຜູ້​ທີ່​ໄດ້​ທຳລາຍ​ເມືອງ​ທັງຫລາຍ ແລະ​ເຮັດ​ໃຫ້​ໂລກ​ເປັນ​ທີ່​ຮົກຮ້າງ​ຫວ່າງຄົນ​ນັ້ນບໍ? ຄົນນີ້​ບໍ່ແມ່ນ​ຜູ້​ທີ່​ກັກ​ຊະເລີຍເສິກ​ໄວ້ ຫລື​ຜູ້​ທີ່​ບໍ່​ຍິນຍອມ​ປ່ອຍ​ໃຫ້​ພວກເຂົາ​ກັບຄືນ​ເມືອ​ນັ້ນບໍ?”</verse>
				<verse number="18">ກະສັດ​ໝົດ​ທົ່ວ​ທັງໂລກ​ນອນ​ຢູ່​ໃນ​ຂຸມຝັງສົບ​ອັນ​ງົດງາມ</verse>
				<verse number="19">ແຕ່​ເຈົ້າ​ພັດ​ບໍ່ມີ​ຂຸມຝັງສົບ. ຊາກສົບ​ຂອງ​ເຈົ້າ​ຖືກ​ໂຍນ​ອອກ​ໄປ ປະ​ໃຫ້​ເປື່ອຍເນົ່າ​ຢູ່​ລຸ່ມ​ຊາກສົບ​ຂອງ​ພວກ​ທະຫານ​ຊຶ່ງ​ຖຶກ​ຂ້າ​ໃນ​ສະໜາມຮົບ ແລະ​ໄດ້​ຖືກ​ໂຍນ​ລົງ​ພ້ອມ​ກັນ​ໄປ​ໃນ​ເຫວ​ແລະ​ຖືກ​ຢຽບຢໍ່າ.</verse>
				<verse number="20">ຍ້ອນ​ເຈົ້າ​ໄດ້​ທຳລາຍ​ປະເທດ​ຂອງເຈົ້າ​ໃຫ້​ຮົກຮ້າງ​ເພພັງ ແລະ​ຂ້າ​ປະຊາຊົນ​ຂອງຕົນເອງ; ສະນັ້ນ ເຈົ້າ​ຈະ​ບໍ່ໄດ້​ຖືກ​ຝັງ​ໄວ້​ດັ່ງ​ກະສັດ​ອື່ນໆ. ບໍ່ມີ​ຜູ້ໃດ​ຈັກ​ຄົນ​ໃນ​ຄອບຄົວ​ອັນ​ຊົ່ວຮ້າຍ​ຂອງເຈົ້າ​ນັ້ນ​ຈະ​ລອດຊີວິດ.</verse>
				<verse number="21">ຈົ່ງ​ໃຫ້​ການ​ສັງຫານໝູ່​ເລີ່ມ​ຂຶ້ນ​ສາ ພວກ​ລູກຊາຍ​ຂອງ​ກະສັດ​ຜູ້ນີ້​ຈະ​ຕາຍ ຍ້ອນ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດ​ບາບ. ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ຈະ​ໄດ້​ປົກຄອງ​ແຜ່ນດິນ ຫລື​ສ້າງ​ບ້ານເມືອງ​ທັງຫລາຍ​ຂຶ້ນໃໝ່.</verse>
				<verse number="22">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ໂຈມຕີ​ນະຄອນ​ບາບີໂລນ​ໃຫ້​ພັງ​ພິນາດ​ໄປ. ເຮົາ​ຈະ​ບໍ່​ປະ​ຫຍັງ​ໃຫ້​ເຫຼືອ​ໄວ້​ເລີຍ ຄື​ບໍ່​ໃຫ້​ມີ​ເດັກນ້ອຍ​ແລະ​ຜູ້​ລອດຊີວິດ​ເຫຼືອ​ຢູ່​ຈັກ​ຄົນ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="23">“ເຮົາ​ຈະ​ປ່ຽນ​ນະຄອນ​ບາບີໂລນ​ໃຫ້​ເປັນ​ບຶງ ແລະ​ຝູງ​ນົກ​ເຄົ້າ​ຈະ​ຢູ່​ທີ່​ນັ້ນ. ເຮົາ​ຈະ​ໃຊ້​ຟອຍ​ກວາດ​ນະຄອນ​ບາບີໂລນ ພ້ອມ​ທັງ​ສັບພະທຸກສິ່ງ​ໄປ​ໃຫ້​ໝົດ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="24">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສາບານ​ວ່າ: “ສິ່ງ​ທີ່​ເຮົາ​ໄດ້​ວາງແຜນ​ໄວ້ແລ້ວ​ຈະ​ຕ້ອງ​ເກີດຂຶ້ນ. ສິ່ງ​ທີ່​ເຮົາ​ໄດ້​ຕັ້ງໃຈ​ໄວ້ແລ້ວ ເຮົາ​ຈະ​ຕ້ອງ​ເຮັດ.</verse>
				<verse number="25">ເຮົາ​ຈະ​ທຳລາຍ​ຊາວ​ອັດຊີເຣຍ​ໃນ​ດິນແດນ​ອິດສະຣາເອນ​ຂອງເຮົາ ແລະ​ຈະ​ຢຽບຢໍ່າ​ພວກເຂົາ​ລົງ​ທີ່​ເທິງ​ພູ​ຂອງເຮົາ. ເຮົາ​ຈະ​ປົດປ່ອຍ​ປະຊາຊົນ​ຂອງເຮົາ​ອອກ​ຈາກ​ແອກ​ຂອງ​ຊາວ​ອັດຊີເຣຍ ແລະ​ຈາກ​ພາລະໜັກ​ທີ່​ພວກເຂົາ​ແບກ​ຢູ່​ນັ້ນ.</verse>
				<verse number="26">ອັນນີ້​ແມ່ນ​ແຜນການ​ຂອງເຮົາ​ສຳລັບ​ໂລກ ຄື​ແຂນ​ຂອງເຮົາ​ໄດ້​ຢຽດ​ອອກ​ເພື່ອ​ລົງໂທດ​ຊົນຊາດ​ທັງຫລາຍ.”</verse>
				<verse number="27">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕັ້ງໃຈ​ເຮັດ​ສິ່ງນີ້ ພຣະອົງ​ຢຽດ​ແຂນ​ພຣະອົງ​ອອກ​ເພື່ອ​ລົງໂທດ ແລະ​ບໍ່ມີ​ຜູ້ໃດ​ທີ່​ຢຸດຢັ້ງ​ພຣະອົງ​ໄດ້.</verse>
				<verse number="28">ອັນນີ້​ແມ່ນ​ຖ້ອຍຄຳ​ທີ່​ໄດ້​ຖືກ​ປະກາດ​ໃນ​ປີ​ທີ່​ກະສັດ​ອາຮາດ​ໄດ້​ຕາຍໄປ.</verse>
				<verse number="29">ປະຊາຊົນ​ຊາວ​ຟີລິດສະຕິນ​ເອີຍ ໄມ້ຄ້ອນ​ທີ່​ໃຊ້​ຕີ​ພວກເຈົ້າ​ນັ້ນ​ຫັກ​ສາ​ແລ້ວ ແຕ່​ພວກເຈົ້າ​ຢ່າ​ສູ່​ຟ້າວ​ດີໃຈ. ເມືອ​ງູ​ໂຕໜຶ່ງ​ຕາຍໄປ ງູ​ໂຕ​ໂຫດຮ້າຍ​ທີ່ສຸດ​ກໍ​ຂຶ້ນ​ມາ​ແທນ ເໝືອນ​ດັ່ງ​ໄຂ່ງູ​ຟັກ​ອອກ​ເປັນ​ໂຕ​ມັງກອນ.</verse>
				<verse number="30">ອົງພຣະ​ຜູ້​ເປັນເຈົ້າ​ຈະ​ເປັນ​ຜູ້ລ້ຽງ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ຍາກຈົນ ແລະ​ຈະ​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່​ຢ່າງ​ປອດໄພ, ແຕ່​ພຣະອົງ​ຈະ​ສົ່ງ​ຄວາມ​ອຶດຢາກ​ອັນ​ຮ້າຍແຮງ​ມາ​ສູ່​ຊາວ​ຟີລິດສະຕິນ ແລະ​ສິ່ງນັ້ນ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້ໃດ​ລອດຊີວິດ​ເຫຼືອ​ຢູ່​ເລີຍ.</verse>
				<verse number="31">ສຽງ​ຄວນຄາງ​ກັບ​ສຽງ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ ຈະ​ມີ​ຢູ່​ໃນ​ທຸກ​ເມືອງ​ຂອງ​ຊາວ​ຟີລິດສະຕິນ ພວກເຈົ້າ​ທັງໝົດ​ຈະ​ປະສົບ​ຄວາມ​ໜ້າຢ້ານ ເພາະ​ມັນ​ເໝືອນ​ດັ່ງ​ເມກ​ກຳລັງ​ມາ​ຈາກ​ທາງ​ທິດເໜືອ ແມ່ນ​ກອງທັບ​ໜຶ່ງ​ທີ່​ມີ​ແຕ່​ຜູ້​ກ້າຫານ​ທັງນັ້ນ ທີ່​ກຳລັງ​ເດີນທາງ​ມາ.</verse>
				<verse number="32">ພວກເຮົາ​ຈະ​ຕ້ອງ​ຕອບ​ພວກ​ຜູ້ນຳຂ່າວ ທີ່​ມາ​ຈາກ​ຟີລິດສະຕິນ​ນັ້ນ​ຢ່າງໃດ? ພວກເຮົາ​ຈະ​ບອກ​ພວກເຂົາ​ວ່າ, “ພຣະເຈົ້າຢາເວ​ໄດ້​ຕັ້ງ​ພູເຂົາ​ຊີໂອນ​ຂຶ້ນ​ແລ້ວ ແລະ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ທົນທຸກ​ຈະ​ໄດ້​ພົບ​ຄວາມ​ປອດໄພ​ໃນ​ທີ່ນັ້ນ.”</verse>
			</chapter>
			<chapter number="15">
				<verse number="1">ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ດິນແດນ​ໂມອາບ. ເມືອງ​ອາຣະ​ແລະ​ເມືອງ​ກີຣະ​ໄດ້​ຖືກ​ທຳລາຍ​ພຽງ​ຄືນດຽວ​ເທົ່ານັ້ນ ແລະ​ດິນແດນ​ໂມອາບ​ກໍ​ມີ​ແຕ່​ຄວາມ​ມິດງຽບ​ທັງສິ້ນ.</verse>
				<verse number="2">ປະຊາຊົນ​ແຫ່ງ​ດີໂບນ ປີນຂຶ້ນ​ສູ່​ເທິງ​ພູ​ເພື່ອ​ໄປ​ຮ້ອງໄຫ້​ໃນ​ບ່ອນ​ທີ່​ມີ​ຮູບເຄົາຣົບ. ປະຊາຊົນ​ແຫ່ງ​ໂມອາບ​ຄໍ່າຄວນ​ດ້ວຍ​ຄວາມ​ໂສກເສົ້າ​ໃຫ້​ເມືອງ​ເນໂບ​ແລະ​ເມືອງ​ເມເດບາ; ພວກເຂົາ​ໄດ້​ແຖ​ຫົວ​ແລະ​ແຖ​ໜວດ​ເພື່ອ​ສະແດງ​ຄວາມ​ໂສກເສົ້າ.</verse>
				<verse number="3">ປະຊາຊົນ​ຕາມ​ຖະໜົນ​ກໍ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ; ທີ່​ສີ່​ແຍກ​ກາງເມືອງ​ແລະ​ທີ່​ເທິງ​ຫລັງຄາ​ພຽງ​ປະຊາຊົນ​ກໍ​ໄວ້ທຸກ​ແລະ​ຮ້ອງໄຫ້.</verse>
				<verse number="4">ປະຊາຊົນ​ແຫ່ງ​ເມືອງ​ເຮັດຊະໂບນ​ແລະ​ເມືອງ​ເອເລອາເລ ຮ້ອງໄຫ້​ແຮງ​ຈົນ​ສຽງດັງ​ໄປ​ກາຍ​ເມືອງ​ຢາຮາດ. ແມ່ນແຕ່​ພວກ​ທະຫານ​ກໍ​ສັ່ນເຊັນ​ຈົນ​ໝົດ​ຄວາມ​ກ້າຫານ.</verse>
				<verse number="5">ຈິດໃຈ​ຂອງຂ້ອຍ​ຮໍ່າຮ້ອງ​ເຖິງ​ດິນແດນ​ໂມອາບ ປະຊາຊົນ​ພາກັນ​ປົບໜີໄປ​ທີ່​ເມືອງ​ໂຊອາ ແລະ​ໄປ​ທີ່​ເມືອງ​ເອັກລາດ-ເຊລິດຊີຢາ. ບາງຄົນ​ຍ່າງ​ຂຶ້ນຄ້ອຍ ຕ່າງ​ຮ້ອງໄຫ້​ໄປ​ທີ່​ເມືອງ​ລູຫິດ; ບາງຄົນ​ປົບໜີໄປ​ທີ່​ເມືອງ​ໂຮໂຣນາອິມ ທັງ​ຄວນຄາງ​ສຽງດັງ​ອຶກກະທຶກ.</verse>
				<verse number="6">ນໍ້າ​ຫ້ວຍ​ນິມຣິມ​ກໍ​ແຫ້ງແລ້ງ ຫຍ້າ​ທີ່​ແຄມຝັ່ງ​ກໍ​ຫ່ຽວແຫ້ງ ແລະ​ບໍ່ມີ​ສິ່ງ​ຂຽວ​ຫຍັງ​ເຫຼືອ​ຢູ່​ເລີຍ.</verse>
				<verse number="7">ປະຊາຊົນ​ພະຍາຍາມ​ປົບໜີໄປ ໂດຍ​ຂ້າມ​ຮ່ອມພູ​ວິນໂລ​ພ້ອມ​ກັບ​ສິ່ງຂອງ​ທີ່​ພວກຕົນ​ມີ​ຢູ່.</verse>
				<verse number="8">ທຸກບ່ອນ​ຕາມ​ເຂດແດນ​ຂອງ​ໂມອາບ​ໄດ້ຍິນ​ແຕ່​ສຽງ​ຮ້ອງໄຫ້ ຈົນ​ໄປຮອດ​ເມືອງ​ເອັກລາອີມ​ແລະ​ເມືອງ​ເບເອເຣລີມ.</verse>
				<verse number="9">ທີ່​ເມືອງ​ດີໂບນ ນໍ້າ​ຫ້ວຍ​ນອງ​ໄປ​ດ້ວຍ​ເລືອດ ແລະ​ພຣະເຈົ້າ​ຍັງ​ສະສົມ​ສິ່ງ​ທີ່​ຮ້າຍກາດ​ຫລາຍກວ່າ​ນີ້​ອີກ ໄວ້​ສຳລັບ​ປະຊາຊົນ​ຢູ່​ໃນ​ທີ່ນັ້ນ. ແມ່ນແລ້ວ ຜູ້​ທີ່​ເຫຼືອ​ຢູ່​ໃນ​ດິນແດນ​ໂມອາບ​ຈະ​ຖືກ​ຂ້າ ຈົນ​ເລືອດ​ໄຫລ​ນອງ​ແຜ່ນດິນ.</verse>
			</chapter>
			<chapter number="16">
				<verse number="1">ຈາກ​ເມືອງ​ເສລາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ປະຊາຊົນ​ແຫ່ງ​ໂມອາບ​ສົ່ງ​ລູກແກະ​ໄປ ເພື່ອ​ເປັນ​ຂອງຂວັນ​ໃຫ້​ຜູ້ປົກຄອງ​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="2">ພວກເຂົາ​ຄອຍຖ້າ​ຢູ່​ຕາມ​ຕາຝັ່ງ​ແມ່ນໍ້າ​ອາກໂນນ ແລະ​ເຄື່ອນຍ້າຍ​ໄປມາຢ່າງ​ບໍ່ມີ​ເປົ້າໝາຍ ດັ່ງ​ນົກ​ທີ່​ຖືກ​ໄລ່​ໃຫ້​ໜີໄປ​ຈາກ​ຮັງ.</verse>
				<verse number="3">ພວກເຂົາ​ເວົ້າ​ກັບ​ປະຊາຊົນ​ຊາວ​ຢູດາ​ວ່າ, “ຈົ່ງ​ບອກ​ພວກເຮົາ​ວ່າ​ຄວນ​ຈະ​ເຮັດ​ຢ່າງໃດ​ດີ. ຂໍ​ປົກປ້ອງ​ພວກເຮົາ​ໄວ້​ດັ່ງ​ຕົ້ນໄມ້​ໃຫ້​ຮົ່ມເຢັນ ໃນ​ທ່າມກາງ​ແສງ​ແດດ​ຂອງ​ຕອນທ່ຽງ​ດ້ວຍ; ແລະ​ຂໍ​ໃຫ້​ພວກເຮົາ​ໄດ້​ພັກຜ່ອນ​ຢູ່​ໃຕ້​ຮົ່ມ​ຂອງ​ພວກເຈົ້າ​ເຖີດ. ພວກເຮົາ​ເປັນ​ຊາວ​ອົບພະຍົບ ຂໍ​ເຊື່ອງ​ພວກເຮົາ​ໄວ້​ຢູ່​ໃນ​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ຫາ​ພົບ​ໄດ້​ແດ່.</verse>
				<verse number="4">ຂໍ​ໃຫ້​ພວກເຮົາ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ​ແດ່ທ້ອນ. ຂໍ​ປົກປ້ອງ​ພວກເຮົາ​ໄວ້​ຈາກ​ພວກ​ທີ່​ຢາກ​ທຳລາຍ​ດ້ວຍ.” (ການ​ກົດຂີ່​ແລະ​ໄພພິບັດ​ທັງຫລາຍ​ຈະ​ສິ້ນສຸດໄປ ແລະ​ພວກ​ທີ່​ທຳລາຍ​ປະເທດ​ກໍ​ຈະ​ໝົດໄປ.</verse>
				<verse number="5">ແລ້ວ​ເຊື້ອສາຍ​ຜູ້ໜຶ່ງ​ຂອງ​ດາວິດ​ກໍ​ຈະ​ຂຶ້ນ​ເປັນ​ກະສັດ ແລະ​ເພິ່ນ​ຈະ​ປົກຄອງ​ປະຊາຊົນ​ດ້ວຍ​ຄວາມຮັກ​ແລະ​ຄວາມສັດຊື່. ເພິ່ນ​ຈະ​ຟ້າວ​ລົງມື​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ແລະ​ເພິ່ນ​ຈະ​ຄອຍເບິ່ງ​ວ່າ​ມີ​ຄວາມ​ຍຸດຕິທຳ​ຫລືບໍ?)</verse>
				<verse number="6">ປະຊາຊົນ​ຊາວ​ຢູດາ​ເວົ້າ​ວ່າ, “ພວກເຮົາ​ເຄີຍ​ໄດ້ຍິນ​ເຖິງ​ຊາວ​ໂມອາບ​ວ່າ ພວກເຂົາ​ອວດອົ່ງ​ຈອງຫອງ​ສໍ່າໃດ. ພວກເຮົາ​ຮູ້​ວ່າ​ພວກເຂົາ​ອວດດີ​ແລະ​ທະນົງ​ຕົວ ແຕ່​ພວກເຂົາ​ຂີ້ສະຫາວ​ລ້າໆ.”</verse>
				<verse number="7">ຊາວ​ໂມອາບ​ຈະ​ຮ້ອງໄຫ້​ຮໍ່າໄຮ ຍ້ອນ​ຄວາມ​ເດືອດຮ້ອນ​ທີ່​ພວກຕົນ​ໄດ້​ຮັບ. ພວກເຂົາ​ຈະ​ຮໍ່າໄຮ​ເມື່ອ​ຄິດເຖິງ​ອາຫານ​ແຊບໆ ທີ່​ພວກຕົນ​ເຄີຍ​ກິນ​ໃນ​ເມືອງ​ກີຣະເຮເຣັດ. ພວກເຂົາ​ຈະ​ຖືກ​ທໍລະມານ​ຈົນ​ຕ້ອງ​ສິ້ນຫວັງ.</verse>
				<verse number="8">ທົ່ງໄຮ່​ທົ່ງນາ​ຂອງ​ເມືອງ​ເຮັດຊະໂບນ ແລະ​ສວນ​ໝາກອະງຸ່ນ​ຂອງ​ເມືອງ​ສິບມາ​ກໍ​ຈະ​ຖືກ​ທຳລາຍ ຄື​ສວນ​ໝາກອະງຸ່ນ​ຂອງ​ຄົນ​ທີ່​ໃຊ້​ເຫຼົ້າ​ອະງຸ່ນ​ເຮັດ​ໃຫ້​ຊົນຊາດ​ຕ່າງໆ​ມືນເມົາ. ໃນ​ສະໄໝ​ໜຶ່ງ​ຕົ້ນອະງຸ່ນ​ໄດ້​ແຜ່ຜາຍ​ອອກ​ໄປຮອດ​ເມືອງ​ຢາເຊ ແລະ​ຈົນເຖິງ​ທິດ​ຕາເວັນຕົກ​ຟາກ​ທະເລຕາຍ​ເບຶ້ອງນັ້ນ.</verse>
				<verse number="9">ບັດນີ້ ຂ້າພະເຈົ້າ​ຮ້ອງໄຫ້​ເພື່ອ​ຕົ້ນອະງຸ່ນ​ຂອງ​ເມືອງ​ສິບມາ ເໝືອນ​ດັ່ງ​ຮ້ອງໄຫ້​ເພື່ອ​ເມືອງ​ຢາເຊ. ນໍ້າຕາ​ຂອງ​ຂ້າພະເຈົ້າ​ຫລັ່ງໄຫລ ເຖິງ​ເມືອງ​ເຮັດຊະໂບນ​ແລະ​ເມືອງ​ເອເລອາເລ ຍ້ອນ​ທີ່​ນັ້ນ​ບໍ່ມີ​ການ​ເກັບກ່ຽວ​ພໍ​ເຮັດ​ໃຫ້​ປະຊາຊົນ​ເບີກບານ​ໃຈ​ເລີຍ.</verse>
				<verse number="10">ບັດນີ້ ໃນ​ທົ່ງໄຮ່​ທົ່ງນາ​ທີ່​ມີ​ດິນ​ດີ​ກໍ​ບໍ່ມີ​ຜູ້ໃດ​ຢູ່​ເປັນ​ສຸກ. ບໍ່ມີ​ຜູ້ໃດ​ໂຮຮ້ອງ​ຫລື​ຂັບລຳ​ທຳເພງ​ໃນ​ສວນອະງຸ່ນ​ເລີຍ. ບໍ່ມີ​ຜູ້ໃດ​ບີບ​ໝາກອະງຸ່ນ​ເຮັດ​ເຫຼົ້າ​ອະງຸ່ນ ສຽງ​ໂຮຮ້ອງ​ອັນ​ຊົມຊື່ນ​ຍິນດີ​ນັ້ນ​ໄດ້​ໝົດໄປ​ສາ​ແລ້ວ.</verse>
				<verse number="11">ຂ້າພະເຈົ້າ​ຄວນຄາງ​ດ້ວຍ​ຄວາມ​ເສົ້າໝອງ​ເພື່ອ​ດິນແດນ​ໂມອາບ ແລະ​ດ້ວຍ​ຄວາມ​ຂົມຂື່ນ​ຫລາຍ​ເພື່ອ​ເມືອງ​ກີຣະເຮເຣັດ.</verse>
				<verse number="12">ປະຊາຊົນ​ຊາວ​ໂມອາບ​ໝົດ​ກຳລັງ​ແລ້ວ ທີ່​ຈະ​ໄປ​ເທິງ​ພູເຂົາ​ທີ່​ມີ​ຮູບເຄົາຣົບ​ຂອງ​ພວກເຂົາ ແລະ​ໄປ​ຍັງ​ວິຫານ​ຂອງ​ພວກເຂົາ​ເພື່ອ​ໄຫວ້ວອນ ແຕ່​ຈະ​ບໍ່ມີ​ປະໂຫຍດ​ຫຍັງ​ເລີຍ.</verse>
				<verse number="13">ນັ້ນແຫລະ ຄື​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ບອກ​ລ່ວງໜ້າ​ກ່ຽວກັບ​ໂມອາບ.</verse>
				<verse number="14">ບັດນີ້ ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ຄົບ​ສາມ​ປີ​ເຕັມ ຄວາມຮັ່ງມີ​ອັນ​ມະຫາສານ​ຂອງ​ໂມອາບ​ຈະ​ສູນສິ້ນໄປ. ໃນ​ຈຳນວນ​ປະຊາຊົນ​ທີ່​ຫລວງຫລາຍ ຈະ​ມີ​ພຽງແຕ່​ໜ້ອຍຄົນ​ເທົ່ານັ້ນ​ທີ່​ລອດຊີວິດ​ຢູ່ ແລະ​ຕ່າງ​ກໍ​ຈະ​ອ່ອນເພຍ.”</verse>
			</chapter>
			<chapter number="17">
				<verse number="1">ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ດາມັສກັດ​ຈະ​ບໍ່​ເປັນ​ນະຄອນ​ອີກ​ຕໍ່ໄປ; ແຕ່​ຈະ​ເປັນ​ພຽງ​ກອງ​ສິ່ງ​ຮົກຮ້າງ​ເພພັງ​ເທົ່ານັ້ນ.</verse>
				<verse number="2">ເມືອງຕ່າງໆ​ຂອງ​ຊີເຣຍ​ຈະ​ເປົ່າຮ້າງ​ຫວ່າງຄົນ​ຕະຫລອດໄປ. ເມືອງ​ເຫຼົ່ານັ້ນ​ຈະ​ເປັນ​ທົ່ງຫຍ້າ ໃຫ້​ຝູງແກະ​ແລະ​ຝູງງົວ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄລ່​ພວກມັນ​ໜີໄປ.</verse>
				<verse number="3">ຊາດ​ອິດສະຣາເອນ​ຈະ​ຂາດ​ທີ່​ປ້ອງກັນ ແລະ​ນະຄອນ​ດາມັສກັດ​ກໍ​ຈະ​ສູນເສຍ​ເອກະລາດ. ຊາວ​ຊີເຣຍ​ຜູ້​ທີ່​ຍັງ​ລອດຊີວິດ​ຢູ່​ຈະ​ຖືກ​ອັບອາຍ​ຂາຍໜ້າ​ເໝືອນກັນ​ກັບ​ຊາວ​ອິດສະຣາເອນ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="4">“ເມື່ອ​ວັນ​ນັ້ນ​ມາ​ເຖິງ ຄວາມ​ຍິ່ງໃຫຍ່​ຂອງ​ຊາດ​ອິດສະຣາເອນ​ຈະ​ເຖິງ​ຈຸດຈົບ ແລະ​ຄວາມຮັ່ງມີ​ກໍ​ຈະ​ປ່ຽນເປັນ​ຄວາມ​ທຸກ​ລຳບາກ.</verse>
				<verse number="5">ຊາດ​ອິດສະຣາເອນ​ຈະ​ເປັນ​ດັ່ງ​ທົ່ງນາ​ທີ່​ຖືກ​ຄົນ​ເກັບກ່ຽວ​ເອົາ​ເຂົ້າ​ໄປ ຄື​ເປົ່າປ່ຽວ​ດັ່ງ​ທົ່ງນາ​ໃນ​ຮ່ອມພູ​ເຣຟາອິມ​ທີ່​ຖືກ​ເກັບກ່ຽວ​ເອົາ​ເຂົ້າ​ໄປ​ໝົດ.</verse>
				<verse number="6">ມີ​ພຽງ​ໜ້ອຍຄົນ​ເທົ່ານັ້ນ​ທີ່​ລອດຊີວິດ​ຢູ່ ແລະ​ຊາດ​ອິດສະຣາເອນ​ຈະ​ເປັນ​ດັ່ງ​ກົກ​ໝາກກອກເທດ ຊຶ່ງ​ໝາກ​ໃນ​ຕົ້ນ​ຖືກ​ປິດ​ເອົາໄປ​ໝົດ ເວັ້ນໄວ້​ແຕ່​ສອງ​ຫລື​ສາມ​ໝາກ​ທີ່​ຢູ່​ປາຍ​ກົກ​ເທົ່ານັ້ນ ຫລື​ບາງ​ໜ່ວຍ​ທີ່​ເຫຼືອ​ຢູ່​ລຸ່ມ​ງ່າ.” ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="7">ເມື່ອ​ວັນ​ນັ້ນ​ມາ​ເຖິງ ປະຊາຊົນ​ຈະ​ຫັນໜ້າ​ມາ ຂໍ​ໃຫ້​ພຣະຜູ້​ສ້າງ​ຂອງ​ພວກເຂົາ​ຊ່ວຍເຫລືອ ຄື​ຂໍ​ຕໍ່​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="8">ພວກເຂົາ​ຈະ​ບໍ່​ເພິ່ງພາ​ອາໄສ​ແທ່ນບູຊາ ທີ່​ພວກເຂົາ​ໄດ້​ເຮັດ​ດ້ວຍ​ມື​ຂອງ​ເຂົາເອງ ຫລື​ໄວ້ວາງໃຈ​ໃນ​ສີມື​ຂອງຕົນເອງ​ອີກ​ຕໍ່ໄປ ເຊັ່ນ: ຮູບ​ເຈົ້າແມ່​ອາເຊຣາ​ແລະ​ແທ່ນເຜົາ​ເຄື່ອງຫອມ​ບູຊາ​ຕ່າງໆ.</verse>
				<verse number="9">ເມື່ອ​ວັນ​ນັ້ນ​ມາ​ເຖິງ ເມືອງ​ທີ່​ປ້ອງກັນ​ດີທີ່ສຸດ​ຈະ​ເປົ່າຮ້າງ​ຫວ່າງຄົນ ແລະ​ປະ​ໃຫ້​ເພພັງ​ດັ່ງ​ເມືອງ​ຂອງ​ຊາວ​ຮີວີ​ແລະ​ຊາວ​ອາໂມ ທີ່​ໄດ້​ຖືກ​ປະຖິ້ມ​ໄປ ເມື່ອ​ພວກເຂົາ​ປົບໜີ​ຈາກ​ປະຊາຊົນ​ອິດສະຣາເອນ.</verse>
				<verse number="10">ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ໄດ້​ລືມໄລ​ພຣະເຈົ້າ​ຂອງ​ເຈົ້າ ຜູ້​ໄດ້​ຊ່ວຍກູ້​ເອົາ​ແລະ​ປ້ອງກັນ​ພວກເຈົ້າ​ໄວ້​ດັ່ງ​ໂງ່ນຫີນ​ທີ່​ແຂງແກ່ນ. ແຕ່​ພວກເຈົ້າ​ພັດ​ໄດ້​ເຮັດ​ສວນ​ສັກສິດ ເພື່ອ​ຂາບໄຫວ້​ພະ​ຕ່າງຊາດ.</verse>
				<verse number="11">ແມ່ນ​ວ່າ​ດອກ​ອັນ​ງົດງາມ​ເກີດ​ມາ​ແຕ່​ເຊົ້າໆ ຍ້ອນ​ພວກເຈົ້າ​ປູກ​ກໍດີ; ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ເດັດ​ດອກ​ມາ​ດົມ. ຄວາມ​ເດືອດຮ້ອນ​ແລະ​ການ​ເຈັບປວດ ທີ່​ປິ່ນປົວ​ບໍ່​ດີ​ແຕ່​ເທົ່ານັ້ນ​ຈະ​ເກີດ​ມີ​ມາ.</verse>
				<verse number="12">ຊົນຊາດ​ຕ່າງໆ​ທີ່​ມີ​ອຳນາດ​ພາກັນ​ອົນລະຫົນ​ວຸ້ນວາຍ ຄ້າຍ​ສຽງ​ອຶກກະທຶກ​ຂອງ​ທ້ອງ​ທະເລ ຄ້າຍ​ສຽງ​ຄື້ນ​ອັນ​ໃຫຍ່ໂຕ​ມາ​ກະທົບກັນ.</verse>
				<verse number="13">ຊົນຊາດ​ທັງຫລາຍ​ຕ່າງ​ກໍ​ບຸກໜ້າ​ມາ​ດັ່ງ​ຟອງ​ທະເລ​ຖືກ​ລົມ​ພັດ, ແຕ່​ພຣະເຈົ້າ​ຈະ​ຕີໂຕ້​ພວກເຂົາ​ໃຫ້​ພ່າຍແພ້​ໄປ​ໂດຍ​ໄລ່​ພວກເຂົາ​ໃຫ້​ໜີໄປ ດັ່ງ​ຂີ້ຝຸ່ນ​ຕາມ​ເນີນພູ ດັ່ງ​ເຟືອງ​ທີ່​ຖືກ​ລົມ​ຫົວກຸດ​ພັດ.</verse>
				<verse number="14">ໃນ​ຕອນແລງ ມັນ​ນຳ​ເອົາ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ມາ; ແຕ່​ພໍ​ຕອນເຊົ້າ​ມາ​ມັນ​ກໍ​ໜີໄປ. ນີ້ແຫລະ ຄື​ຊາຕາກຳ​ຂອງ​ພວກ​ນັກປຸ້ນ​ດິນແດນ​ຂອງ​ພວກເຮົາ.</verse>
			</chapter>
			<chapter number="18">
				<verse number="1">ທີ່​ຟາກ​ແມ່ນໍ້າ​ຂອງ​ປະເທດ​ເອທີໂອເປຍ​ໄປ​ພຸ້ນ ມີ​ດິນແດນ​ແຫ່ງ​ໜຶ່ງ​ທີ່​ໄດ້ຍິນ​ແຕ່​ສຽງ​ຂອງ​ປີກ​ພື​ພັບ.</verse>
				<verse number="2">ຈາກ​ດິນແດນ​ນັ້ນ ພວກ​ອັກຄະຣາຊທູດ​ຂີ່​ເຮືອ​ທີ່​ເຮັດ​ດ້ວຍ​ກົກອໍ້ ລ່ອງ​ໄປ​ຕາມ​ແມ່ນໍ້ານິນ. ບັນດາ​ຜູ້​ສົ່ງຂ່າວ​ທີ່​ວ່ອງໄວ​ເອີຍ ຈົ່ງ​ກັບ​ເມືອ​ສາ​ເຖີດ ຈົ່ງ​ນຳ​ຂ່າວ​ຄືນ​ເມືອ​ສູ່​ດິນແດນ​ຂອງ​ພວກເຈົ້າ​ທີ່​ມີ​ແມ່ນໍ້າ​ທັງຫລາຍ​ແບ່ງ​ແຍກ, ສູ່​ຊົນຊາດ​ທີ່​ເຂັ້ມແຂງ ແລະ​ມີ​ອຳນາດ​ຂອງ​ພວກເຈົ້າ, ສູ່​ປະຊາຊົນ​ທີ່​ມີ​ຮູບຮ່າງ​ໃຫຍ່ ແລະ​ຜິວພັນ​ກ້ຽງໃສ​ດີ​ຂອງ​ພວກເຈົ້າ ຄື​ພວກ​ທີ່​ຄົນ​ທັງໂລກ​ຢ້ານກົວ.</verse>
				<verse number="3">ຈົ່ງ​ຟັງ​ເດີ ໝົດ​ທຸກຄົນ​ທີ່​ຢູ່​ໃນ​ໂລກນີ້ ຈົ່ງ​ເບິ່ງ​ທຸງໄຊ​ອັນ​ເປັນ​ສັນຍານ​ທີ່​ຈະ​ຖືກ​ຍົກ​ຂຶ້ນ​ເທິງ​ຈອມ​ພູເຂົາ ຈົ່ງ​ຟັງ​ສຽງ​ເປົ່າ​ເຂົາສັດ</verse>
				<verse number="4">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຮົາ​ຈະ​ເບິ່ງ​ລົງ​ຈາກ​ສະຫວັນ​ຢ່າງ​ງຽບໆ ດັ່ງ​ນໍ້າ​ຄ້າງ​ຕອນ​ກາງຄືນ​ອັນ​ອົບເອົ້າ​ທີ່​ລວມຕົວ​ກັນ​ໃນ​ລະດູ​ເກັບກ່ຽວ ດັ່ງ​ດວງອາທິດ​ອັນ​ງຽບ​ສະຫງັດ​ໃນ​ຕອນ​ກາງເວັນ​ທີ່​ສ່ອງແຈ້ງ.</verse>
				<verse number="5">ກ່ອນ​ເຖິງ​ຍາມ​ເກັບ​ໝາກອະງຸ່ນ ເມື່ອ​ດອກ​ຂອງ​ມັນ​ຫລົ່ນ ແລະ​ໝາກອະງຸ່ນ​ກຳລັງ​ສຸກ ສັດຕູ​ຈະ​ມາ​ທຳລາຍ​ຊາວ​ເອທີໂອເປຍ​ຢ່າງ​ງ່າຍດາຍ ດັ່ງ​ເອົາ​ມີດ​ຕັດ​ຕົ້ນ​ອະງຸ່ນ​ຖິ້ມ.</verse>
				<verse number="6">ຊາກສົບ​ທະຫານ​ຂອງ​ພວກເຂົາ​ຈະ​ຖືກ​ປະປ່ອຍ​ໄວ້​ໃຫ້​ຝູງນົກ​ແລະ​ສັດປ່າ. ໃນ​ລະດູຮ້ອນ​ໂຕ​ນົກ​ຈະ​ມາ​ເຈາະ ແລະ​ໃນ​ລະດູໜາວ​ສັດປ່າ​ຈະ​ມາ​ກິນ.”</verse>
				<verse number="7">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ຮັບ​ເອົາ​ເຄື່ອງ​ຖວາຍ ຈາກ​ດິນແດນ​ທີ່​ຖືກ​ແບ່ງແຍກ​ດ້ວຍ​ແມ່ນໍ້າ​ທັງຫລາຍ​ນີ້, ຈາກ​ຊົນຊາດ​ທີ່​ເຂັ້ມແຂງ ແລະ​ມີ​ອຳນາດ​ນີ້, ຈາກ​ປະຊາຊົນ​ທີ່​ມີ​ຮູບຮ່າງ​ສູງ ແລະ​ມີ​ຜິວພັນ​ກ້ຽງໃສ​ນີ້ ຊຶ່ງ​ຄົນ​ທັງ​ໂລກ​ຢ້ານກົວ​ພວກເຂົາ. ພວກເຂົາ​ຈະ​ມາ​ທີ່​ພູເຂົາ​ຊີໂອນ ຊຶ່ງ​ເປັນ​ບ່ອນຢູ່​ແຫ່ງ​ນາມຊື່​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.</verse>
			</chapter>
			<chapter number="19">
				<verse number="1">ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ເອຢິບ. ພຣະເຈົ້າຢາເວ​ກຳລັງ​ມາ​ສູ່​ເອຢິບ​ເທິງ​ເມກ​ຢ່າງ​ວ່ອງໄວ. ຮູບເຄົາຣົບ​ທັງຫລາຍ​ຂອງ​ຊາວ​ເອຢິບ​ສັ່ນເຊັນ​ຕໍ່ໜ້າ​ພຣະອົງ ແລະ​ປະຊາຊົນ​ຊາວ​ເອຢິບ​ກໍ​ສູນເສຍ​ຄວາມ​ກ້າຫານ​ຂອງ​ພວກເຂົາ.</verse>
				<verse number="2">“ເຮົາ​ຈະ​ເຮັດ​ໃຫ້​ປະເທດ​ເອຢິບ​ສັ່ນ​ສະທ້ານ ແລະ​ເກີດ​ເສິກ​ກາງເມືອງ; ອ້າຍ​ນ້ອງ​ຈະ​ຕໍ່ສູ້​ກັນ ແລະ​ເພື່ອນບ້ານ​ຈະ​ສູ້ຮົບ​ກັນ. ເມືອງຕ່າງໆ​ຈະ​ຕໍ່ສູ້​ກັນ​ເອງ​ເພາະ​ການ​ເປັນສັດຕູ​ກັນ ແລະ​ກະສັດ​ທີ່​ເປັນ​ສັດຕູ​ກັນ​ກໍ​ຈະ​ຍາດແຍ່ງ​ອຳນາດກັນ.</verse>
				<verse number="3">ເຮົາ​ກຳລັງ​ຈະ​ເຮັດ​ໃຫ້​ແຜນການ​ຂອງ​ຊາວ​ເອຢິບ​ບໍ່​ສົມຫວັງ ແລະ​ເຮັດ​ໃຫ້​ພວກເຂົາ​ເສຍຂວັນ. ພວກເຂົາ​ຈະ​ໄປ​ຂໍ​ໃຫ້​ຮູບເຄົາຣົບ​ຊ່ວຍເຫລືອ​ພວກເຂົາ ແລະ​ຈະ​ໄປ​ປຶກສາ​ໝໍ​ຜີ ແລະ​ຈະ​ໄປ​ຖາມ​ເອົາຄວາມ​ນຳ​ຄົນຕາຍ.</verse>
				<verse number="4">ເຮົາ​ຈະ​ຍົກ​ຊາວ​ເອຢິບ​ໃຫ້​ແກ່​ນັກ​ກົດຂີ່​ຄົນ​ໜຶ່ງ ຄື​ໃຫ້​ກະສັດ​ທີ່​ໂຫດຫ້ຽມ​ຜູ້ໜຶ່ງ​ທີ່​ຈະ​ປົກຄອງ​ພວກເຂົາ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="5">ແມ່ນໍ້ານິນ​ຈະ​ລົດ​ລົງ ແລະ​ນໍ້າ​ໃນ​ຫ້ວຍ​ຈະ​ແຫ້ງ​ລົງ​ເລື້ອຍໆ.</verse>
				<verse number="6">ຄອງ​ຂອງ​ຫ້ວຍ​ນໍ້າ​ທັງຫລາຍ​ຈະ​ເໝັນ ເມື່ອ​ມັນ​ແຫ້ງ​ລົງ​ເທື່ອເລັກ​ເທື່ອໜ້ອຍ. ກົກອໍ້​ແລະ​ກົກ​ຫຍ້າ​ຈະ​ຫ່ຽວແຫ້ງ​ໄປ</verse>
				<verse number="7">ແລະ​ພືດຜົນ​ຕາມ​ແຄມ​ຝັ່ງ​ຂອງ​ແມ່ນໍ້ານິນ​ກໍ​ຈະ​ແຫ້ງ ແລະ​ຖືກ​ລົມ​ພັດ​ໄປ.</verse>
				<verse number="8">ທຸກໆ​ຄົນ​ທີ່​ຫາ​ປາ​ເປັນ​ອາຊີບ​ໃນ​ແມ່ນໍ້ານິນ​ຕ່າງ​ກໍ​ຈະ​ຄວນຄາງ​ແລະ​ຮ້ອງໄຫ້ ເພາະ​ເບັດ ແລະ​ແຫ​ຂອງ​ພວກເຂົາ​ຈະ​ໃຊ້​ການ​ບໍ່ໄດ້.</verse>
				<verse number="9">ພວກ​ທີ່​ເຮັດ​ຜ້າປ່ານ​ກໍ​ຈະ​ໝົດຫວັງ​ໄປ​ຕາມໆກັນ;</verse>
				<verse number="10">ຊ່າງ​ຕໍ່າ​ຜ້າແພ ແລະ​ຊ່າງສີມື​ຈະ​ໝົດເນື້ອ​ໝົດຕົວ ແລະ​ຈະ​ເສົ້າໂສກ​ເສຍໃຈ.</verse>
				<verse number="11">ບັນດາ​ຜູ້ນຳ​ໃນ​ເມືອງ​ໂຊອານ​ປ່ວງບ້າ ຄົນສະຫລາດ​ທີ່ສຸດ​ໃນ​ເອຢິບ​ໃຫ້​ຄຳເຫັນ​ອັນ​ໂງ່ຈ້າ ພວກເຂົາ​ກ້າ​ບອກ​ກະສັດ​ໄດ້​ຢ່າງໃດ​ວ່າ ພວກຕົນ​ເປັນ​ຜູ້​ສືບແທນ​ນັກຮຽນ​ຮູ້​ໃນ​ສະໄໝ​ບູຮານ​ແລະ​ບັນດາ​ກະສັດ?</verse>
				<verse number="12">ກະສັດ​ແຫ່ງ​ເອຢິບ​ເອີຍ ບັນດາ​ທີ່ປຶກສາ​ຜູ້​ຫລັກແຫລມ​ຂອງເຈົ້າ​ໄປ​ໃສ​ໝົດ? ບາງທີ​ພວກເຂົາ​ອາດ​ບອກ​ເຈົ້າ​ໄດ້​ວ່າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ມີ​ແຜນການ​ຫຍັງແດ່​ຕໍ່ສູ້​ເອຢິບ​ກໍໄດ້.</verse>
				<verse number="13">ບັນດາ​ຜູ້ນຳ​ຂອງ​ເມືອງ​ໂຊອານ ແລະ​ເມືອງ​ມຳຟິດ​ໂງ່​ຫລາຍ. ພວກເຂົາ​ຖື​ຕົນ​ວ່າ​ເປັນ​ຜູ້ນຳ​ຂອງ​ຊາດ ແຕ່​ພັດ​ໄດ້​ນຳ​ຊາດ​ໄປ​ໃນ​ທາງ​ຜິດ.</verse>
				<verse number="14">ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກເຂົາ​ໃຫ້​ຄຳແນະນຳ​ອັນ​ສັບສົນ. ຜົນ​ທີ່​ໄດ້​ຮັບ​ຄື​ເອຢິບ​ກະທຳ​ທຸກສິ່ງ​ຜິດພາດ ແລະ​ຍ່າງ​ໂຊເຊ​ໄປ​ດັ່ງ​ຄົນ​ເມົາ​ເຫຼົ້າ​ທີ່​ພະລາດ​ລົ້ມ​ເທິງ​ຮາກ​ຂອງຕົນ.</verse>
				<verse number="15">ໃນ​ເອຢິບ​ບໍ່ມີ​ຜູ້ໃດ ບໍ່​ວ່າ​ຄົນທຸກ​ຫລື​ຄົນຮັ່ງ​ກໍຕາມ ສຳຄັນ​ຫລື​ບໍ່​ສຳຄັນ​ກໍດີ ທີ່​ໃຫ້​ຄວາມ​ຊ່ວຍເຫລືອ​ໄດ້.</verse>
				<verse number="16">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ປະຊາຊົນ​ຊາວ​ເອຢິບ​ຈະ​ເປັນ​ດັ່ງ​ພວກຜູ້ຍິງ. ພວກເຂົາ​ຈະ​ສັ່ນເຊັນ​ດ້ວຍ​ຄວາມ​ຢ້ານກົວ ເມື່ອ​ເຫັນ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຢຽດ​ມື​ອອກ​ເພື່ອ​ລົງໂທດ​ພວກເຂົາ.</verse>
				<verse number="17">ປະຊາຊົນ​ຊາວ​ເອຢິບ​ຈະ​ຢ້ານກົວ​ຊາວ​ຢູດາ​ຫລາຍ ໃນ​ທຸກ​ເທື່ອ​ທີ່​ພວກເຂົາ​ລະນຶກເຖິງ​ຊາຕາກຳ ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ພວກເຂົາ.</verse>
				<verse number="18">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຄົນ​ໃນ​ຫ້າ​ຕົວເມືອງ​ຂອງ​ເອຢິບ​ຈະ​ເວົ້າ​ພາສາ​ເຮັບເຣີ. ປະຊາຊົນ​ທີ່​ຢູ່​ໃນ​ບ່ອນນັ້ນ ຈະ​ສາບານ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ທັງຫລາຍ​ຈະ​ມີ​ຄົນ​ເອີ້ນ​ວ່າ, “ເມືອງ​ແຫ່ງ​ດວງອາທິດ.”</verse>
				<verse number="19">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຢູ່​ໃນ​ເອຢິບ​ຈະ​ມີ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ມີ​ເສົາ​ຫີນ​ທີ່​ໄດ້​ຕັ້ງ​ຂຶ້ນ​ທີ່​ຊາຍແດນ​ຂອງ​ປະເທດ​ເພື່ອ​ອຸທິດ​ໃຫ້​ແກ່​ພຣະເຈົ້າຢາເວ.</verse>
				<verse number="20">ສິ່ງ​ເຫຼົ່ານັ້ນ​ຈະ​ເປັນ​ໝາຍສຳຄັນ​ແລະ​ພະຍານ​ຝ່າຍ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ດຳລົງ​ຢູ່​ໃນ​ເອຢິບ. ເມື່ອ​ປະຊາຊົນ​ໃນ​ທີ່ນັ້ນ​ໄດ້​ຮັບ​ການກົດຂີ່ ແລະ​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ພຣະອົງ​ຈະ​ສົ່ງ​ຄົນ​ໜຶ່ງ​ໄປ​ຊ່ວຍກູ້​ເອົາ​ພວກເຂົາ.</verse>
				<verse number="21">ພຣະເຈົ້າຢາເວ​ຈະ​ປາກົດ​ພຣະອົງເອງ​ໃຫ້​ຊາວ​ເອຢິບ​ໄດ້​ເຫັນ ແລ້ວ​ໃນວັນນັ້ນ​ພວກເຂົາ​ກໍ​ຈະ​ຮັບຮູ້​ພຣະເຈົ້າຢາເວ ແລະ​ນະມັດສະການ​ພຣະອົງ ທັງ​ຈະ​ນຳ​ເຄື່ອງບູຊາ​ມາ​ຖວາຍ​ແກ່​ພຣະອົງ​ດ້ວຍ. ພວກເຂົາ​ຈະ​ເຮັດ​ສັນຍາ​ສາບານຕົວ​ໄວ້​ກັບ​ພຣະເຈົ້າຢາເວ ແລະ​ກະທຳ​ໃຫ້​ສັນຍາ​ນັ້ນ​ສຳເລັດ​ແລ້ວ.</verse>
				<verse number="22">ພຣະເຈົ້າຢາເວ​ຈະ​ລົງໂທດ​ຊາວ​ເອຢິບ, ແຕ່​ຈະ​ປິ່ນປົວ​ພວກເຂົາ​ໃຫ້​ດີ. ພວກເຂົາ​ຈະ​ກັບ​ມາ​ຫາ​ພຣະເຈົ້າຢາເວ ແລະ​ພຣະອົງ​ຈະ​ຟັງ​ຄຳ​ພາວັນນາ​ອະທິຖານ ແລະ​ປິ່ນປົວ​ພວກເຂົາ​ໃຫ້​ດີ.</verse>
				<verse number="23">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຈະ​ມີ​ຫົນທາງຫລວງ​ລະຫວ່າງ​ປະເທດ​ເອຢິບ ແລະ​ອັດຊີເຣຍ. ປະຊາຊົນ​ທັງສອງ​ປະເທດ​ນີ້​ຈະ​ໄປມາ​ຫາສູ່​ກັນ ແລະ​ທັງສອງ​ຊົນຊາດ​ຈະ​ນະມັດສະການ​ພຣະອົງ​ຮ່ວມກັນ.</verse>
				<verse number="24">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຊາດ​ອິດສະຣາເອນ​ຈະ​ມີ​ຕຳແໜ່ງ​ເທົ່າທຽມ​ກັນ​ກັບ​ປະເທດ​ເອຢິບ ແລະ​ອັດຊີເຣຍ ແລະ​ປະເທດ​ທັງ​ສາມ​ນີ້ ຈະ​ເປັນ​ທໍ່​ພຣະພອນ​ໃຫ້​ແກ່​ຊົນຊາດ​ທັງໝົດ​ໃນໂລກ.</verse>
				<verse number="25">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ອວຍພອນ​ພວກເຂົາ​ວ່າ, “ເຮົາ​ຈະ​ອວຍພອນ​ເຈົ້າ ເອຢິບ​ປະຊາຊົນ​ຂອງເຮົາ; ອັດຊີເຣຍ ຜູ້​ທີ່​ເຮົາ​ໄດ້​ສ້າງ​ຂຶ້ນ​ມາ ແລະ​ອິດສະຣາເອນ ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກໄວ້.”</verse>
			</chapter>
			<chapter number="20">
				<verse number="1">ພາຍໃຕ້​ຄຳສັ່ງ​ຂອງ​ຈັກກະພັດ​ຊາກໂກນ​ແຫ່ງ​ອັດຊີເຣຍ ຜູ້​ບັນຊາການ​ສູງສຸດ​ຂອງ​ກອງທັບ​ອັດຊີເຣຍ​ໄດ້​ໂຈມຕີ​ອາຊະໂດດ​ເມືອງ​ຂອງ​ຊາວ​ຟີລິດສະຕິນ.</verse>
				<verse number="2">ກ່ອນ​ໜ້າ​ນັ້ນ​ສາມ​ປີ ພຣະເຈົ້າຢາເວ​ໄດ້​ບອກ​ເອຊາຢາ ລູກຊາຍ​ຂອງ​ອາໂມດ​ໃຫ້​ຖອດ​ເກີບ ແລະ​ແກ້​ເສື້ອ​ທີ່​ຕົນ​ນຸ່ງ​ອອກ. ເພິ່ນ​ໄດ້​ປະຕິບັດ​ຕາມ​ນັ້ນ​ໂດຍ​ຍ່າງ​ໄປມາ​ຕີນ​ເປົ່າ ແລະ​ເປືອຍຕົວ.</verse>
				<verse number="3">ເມື່ອ​ເມືອງ​ອາຊະໂດດ​ຖືກ​ຢຶດເອົາ​ແລ້ວ ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ເອຊາຢາ ຜູ້ຮັບໃຊ້​ຂອງເຮົາ​ໄດ້​ຍ່າງ​ໄປມາ​ຕີນ​ເປົ່າ ແລະ​ເປືອຍຕົວ ເປັນ​ເວລາ​ເຖິງ​ສາມ​ປີ. ອັນ​ນີ້​ແມ່ນ​ໝາຍສຳຄັນ​ທີ່​ບອກ​ໃຫ້​ຮູ້​ເຖິງ ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ປະເທດ​ເອຢິບ ແລະ​ປະເທດ​ເອທີໂອເປຍ.</verse>
				<verse number="4">ກະສັດ​ແຫ່ງ​ອັດຊີເຣຍ​ຈະ​ນຳ​ຊະເລີຍເສິກ ພວກ​ທີ່​ເພິ່ນ​ໄດ້​ຈັບ​ຈາກ​ສອງ​ຕົວເມືອງ​ໃຫ້​ຍ່າງ​ເປືອຍຕົວ​ໄປ ບໍ່​ວ່າ​ໜຸ່ມ​ຫລື​ແກ່ ຕ່າງ​ກໍ​ຈະ​ຍ່າງ​ຕີນ​ເປົ່າ​ແລະ​ເປືອຍຕົວ ແລະ​ເປີດກົ້ນ​ຍ່າງ​ໄປ ອັນ​ຈະ​ນຳ​ຄວາມ​ອັບອາຍ​ມາ​ສູ່​ປະເທດ​ເອຢິບ.</verse>
				<verse number="5">ພວກໃດ​ທີ່​ໄວ້ວາງໃຈ​ປະເທດ​ເອທີໂອເປຍ ແລະ​ເວົ້າ​ອວດ​ໃຫ້​ແກ່​ປະເທດ​ເອຢິບ ພວກນັ້ນ​ກໍ​ຈະ​ຮູ້​ເມື່ອ​ວ່າ​ຕົນ​ຄິດ​ຜິດ​ໄປ​ສາ​ແລ້ວ ຄື​ຄວາມຫວັງ​ຂອງ​ພວກເຂົາ​ໄດ້​ແຕກ​ສະຫລາຍໄປ.</verse>
				<verse number="6">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ປະຊາຊົນ​ທີ່​ອາໄສ​ຢູ່​ຕາມ​ຊາຍຝັ່ງ​ຂອງ​ດິນແດນ​ຟີລິດສະຕິນ ຈະ​ເວົ້າ​ວ່າ, ‘ຈົ່ງ​ເບິ່ງ ສິ່ງ​ທີ່​ໄດ້​ເກີດຂຶ້ນ​ແກ່​ປະຊາຊົນ​ທີ່​ພວກເຮົາ​ໄດ້​ເພິ່ງພາ​ອາໄສ ໃຫ້​ປົກປ້ອງ​ພວກເຮົາ​ຈາກ​ກະສັດ​ອັດຊີເຣຍ​ນັ້ນ​ແມ ພວກເຮົາ​ຈະ​ລອດຊີວິດ​ໄດ້​ຢ່າງໃດ?”’</verse>
			</chapter>
			<chapter number="21">
				<verse number="1">ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ບາບີໂລນ. ໄພພິບັດ​ຈະ​ມາ​ຈາກ​ດິນແດນ​ທີ່​ໜ້າຢ້ານກົວ​ຫລາຍ ດັ່ງ​ລົມ​ບ້າໝູ​ພັດ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="2">ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ຂອງ​ເຫດການ​ທີ່​ໂຫດຮ້າຍ ຄື​ນິມິດ​ຂອງ​ການ​ທໍລະຍົດ ແລະ​ການທຳລາຍ. ກອງທັບ​ຂອງ​ເອລາມ​ເອີຍ ຈົ່ງ​ໂຈມຕີ​ເຖີດ ກອງທັບ​ຂອງ​ມີເດຍ​ເອີຍ ຈົ່ງ​ປິດລ້ອມ​ເມືອງ​ທັງຫລາຍ​ໄວ້​ເຖີດ ພຣະເຈົ້າ​ໄດ້​ກະທຳ​ໃຫ້​ຄວາມ​ທົນທຸກ ຊຶ່ງ​ນະຄອນ​ບາບີໂລນ​ໄດ້​ສ້າງ​ຂຶ້ນ​ນັ້ນ​ສິ້ນສຸດ​ລົງ​ແລ້ວ.</verse>
				<verse number="3">ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ ແລະ​ໄດ້ຍິນ​ໃນ​ນິມິດ​ນັ້ນ ເຮັດ​ໃຫ້​ຂ້າພະເຈົ້າ​ຢ້ານກົວ​ເຕັມທີ ແລະ​ເຈັບປວດ​ເໝືອນ​ຜູ້ຍິງ​ຄອດ​ລູກ.</verse>
				<verse number="4">ຂ້າພະເຈົ້າ​ວິນ​ຫົວ​ແລະ​ຢ້ານກົວ​ຈົນ​ສັ່ນເຊັນ. ຂ້າພະເຈົ້າ​ລໍຖ້າ​ໃຫ້​ເຖິງ​ຕອນຄໍ່າ ແຕ່​ຄວາມ​ຢ້ານກົວ​ໃຫຍ່​ພັດ​ປົກຄຸມ​ຂ້າພະເຈົ້າ​ໄວ້.</verse>
				<verse number="5">ໃນ​ນິມິດ​ນັ້ນ​ງານກິນລ້ຽງ​ກໍ​ຕຽມພ້ອມ​ແລ້ວ ພວກເຂົາ​ພື​ພົມ​ອອກ​ສຳລັບ​ໃຫ້​ແຂກ​ນັ່ງ. ພວກເຂົາ​ກຳລັງ​ກິນ​ແລະ​ດື່ມ. ແຕ່​ໃນ​ທັນໃດນັ້ນ ກໍ​ມີ​ຄຳສັ່ງ​ດັງ​ກ້ອງ​ຂຶ້ນ​ວ່າ, “ນາຍ​ທະຫານ​ທັງຫລາຍ ຕຽມ​ໂລ້​ໄວ້​ໃຫ້​ພ້ອມ.”</verse>
				<verse number="6">ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ໄປ​ຈັດ​ທະຫານ​ຍາມ​ຄົນ​ໜຶ່ງ​ໄວ້ ທັງ​ບອກ​ລາວ​ໃຫ້​ລາຍງານ​ເຈົ້າ​ສິ່ງ​ທີ່​ລາວ​ເຫັນ.</verse>
				<verse number="7">ຖ້າ​ລາວ​ເຫັນ​ຄົນ​ກຳລັງ​ຂີ່​ມ້າ​ຄຽງຄູ່​ກັນ​ມາ ພ້ອມ​ທັງ​ມີ​ຄົນ​ຂີ່​ລໍ​ແລະ​ຂີ່​ອູດ ລາວ​ຈະ​ຕ້ອງ​ສັງເກດ​ເບິ່ງ​ພວກເຂົາ​ຢ່າງ​ລະມັດ​ລະວັງ.”</verse>
				<verse number="8">ຄົນເຝົ້າຍາມ​ໄດ້​ເອີ້ນ​ບອກ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ໄດ້​ຢືນ​ຍາມ​ທັງເວັນ​ທັງຄືນ.”</verse>
				<verse number="9">ໃນ​ທັນໃດນັ້ນ ກໍ​ມີ​ຄົນ​ມາ ຄົນ​ຂີ່​ມ້າ​ຄຽງຄູ່​ກັນ​ມາ. ຄົນເຝົ້າຍາມ​ສົ່ງ​ຂ່າວ​ໃຫ້​ຮູ້​ວ່າ, “ນະຄອນ​ບາບີໂລນ​ແຕກ​ແລ້ວ ຮູບເຄົາຣົບ​ທັງໝົດ​ທີ່​ພວກເຂົາ​ຂາບໄຫວ້​ນັ້ນ​ກໍ​ແຕກ​ເປັນ​ປ່ຽງໆ ຢາຍ​ເດຍລະດາດ​ຢູ່​ຕາມ​ໜ້າດິນ.”</verse>
				<verse number="10">ປະຊາຊົນ​ອິດສະຣາເອນ​ຂອງ​ຂ້າພະເຈົ້າ​ເອີຍ ພວກເຈົ້າ​ໄດ້​ຖືກ​ຢຽບຢໍ່າ​ເໝືອນດັ່ງ​ນວດ​ເຂົ້າ ແຕ່​ບັດນີ້ ຂ້າພະເຈົ້າ​ປະກາດ​ຂ່າວ​ດີ​ທີ່​ຂ້າພະເຈົ້າ​ໄດ້ຍິນ ຈາກ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໃຫ້​ພວກເຈົ້າ​ຮູ້.</verse>
				<verse number="11">ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ດິນແດນ​ເອໂດມ. ມີ​ບາງຄົນ​ໄດ້​ເອີ້ນ​ຖາມ​ຂ້າພະເຈົ້າ​ຈາກ​ດິນແດນ​ເອໂດມ​ວ່າ, “ຄົນ​ຍາມ​ເອີຍ ເຫີງ​ປານໃດ​ຈະແຈ້ງ? ບອກ​ຂ້ອຍ​ແດ່​ໄດ້​ບໍ​ວ່າ​ຍັງ​ເຫິງ​ປານໃດ​ຈະ​ສິ້ນສຸດ.”</verse>
				<verse number="12">ຂ້າພະເຈົ້າ​ຕອບ​ວ່າ, “ຕອນເຊົ້າ​ກຳລັງ​ມາ ແຕ່​ຕອນຄໍ່າ​ຈະ​ມາ​ອີກ. ຖ້າ​ເຈົ້າ​ຢາກ​ຈະ​ຖາມ​ອີກ​ກໍ​ກັບ​ມາ​ຖາມ​ໄດ້.”</verse>
				<verse number="13">ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ອາຣາເບຍ. ປະຊາຊົນ​ຊາວ​ເມືອງ​ເດດານ​ເອີຍ ຄື​ຂະບວນ​ຂອງ​ພວກ​ທີ່​ໄດ້​ຕັ້ງ​ຄ້າຍພັກ ຢູ່​ໃນ​ດິນແດນ​ຂອງ​ອາຣາເບຍ​ບ່ອນ​ແຫ້ງແລ້ງ</verse>
				<verse number="14">ຈົ່ງ​ໃຫ້​ນໍ້າ​ດື່ມ​ແກ່​ຄົນ​ຫິວນໍ້າ​ທີ່​ມາ​ຫາ​ພວກເຈົ້າ. ພວກເຈົ້າ​ປະຊາຊົນ​ຂອງ​ດິນແດນ​ເຕມາ​ເອີຍ ຈົ່ງ​ເອົາ​ເຂົ້າຈີ່​ໃຫ້​ແກ່​ພວກ​ອົບພະຍົບ.</verse>
				<verse number="15">ປະຊາຊົນ​ໄດ້​ປົບໜີ​ຈາກ​ຄົມ​ດາບ ຊຶ່ງ​ພ້ອມແລ້ວ​ທີ່​ຈະ​ສັງຫານ​ພວກເຂົາ ຈາກ​ໜ້າທະນູ ຊຶ່ງ​ພ້ອມແລ້ວ​ທີ່​ຈະ​ຍິງ​ໃສ່​ພວກເຂົາ ຈາກ​ໄພ​ອັນຕະລາຍ​ຂອງ​ເສິກ​ສົງຄາມ.</verse>
				<verse number="16">ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ໃນ​ໜຶ່ງ​ປີ​ເຕັມ ຄວາມ​ຍິ່ງໃຫຍ່​ຂອງ​ຄົນ​ໃນ​ເຜົ່າ​ຕ່າງໆ​ຂອງ​ເກດາ​ຈະ​ສິ້ນສຸດໄປ.</verse>
				<verse number="17">ນັກຍິງ​ໜ້າທະນູ​ຜູ້​ເກັ່ງ​ທີ່ສຸດ​ຂອງ​ຊາວ​ເກດາ​ກໍ​ຈະ​ມີ​ແຕ່​ໜ້ອຍຄົນ​ເຫຼືອ​ຢູ່.” ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້ແຫລະ.</verse>
			</chapter>
			<chapter number="22">
				<verse number="1">ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ຮ່ອມພູ​ນິມິດ. ມີ​ຫຍັງ​ກຳລັງ​ເກີດຂຶ້ນ? ເປັນຫຍັງ​ຊາວ​ເມືອງ​ທັງໝົດ​ຈຶ່ງ​ສະເຫລີມ​ສະຫລອງ​ທີ່​ເທິງ​ຫລັງຄາ​ເຮືອນ​ຂອງຕົນ?</verse>
				<verse number="2">ທົ່ວ​ທັງ​ເມືອງ​ກຳລັງ​ອຶກກະທຶກ ເຕັມ​ໄປ​ດ້ວຍ​ສຽງ​ຄຶກໂຄມ​ແລະ​ຕື່ນເຕັ້ນ. ພວກ​ຜູ້ຊາຍ​ທີ່​ຕາຍ​ໃນ​ເສິກ​ນີ້ ບໍ່ໄດ້​ຕາຍ​ຍ້ອນ​ການ​ສູ້ຮົບ.</verse>
				<verse number="3">ບັນດາ​ຜູ້ນຳ​ທັງໝົດ​ໄດ້​ແລ່ນ​ປົບໜີໄປ ແລະ​ຖືກ​ຈັບ​ໄດ້​ກ່ອນ​ຖືກ​ຍິງ​ດ້ວຍ​ລູກທະນູ.</verse>
				<verse number="4">ບັດນີ້ ຈົ່ງ​ປ່ອຍ​ໃຫ້​ຂ້າພະເຈົ້າ​ຮ້ອງໄຫ້​ຢ່າງ​ຂົມຂື່ນ ເຖິງ​ປະຊາຊົນ​ຂອງ​ຂ້າພະເຈົ້າ​ທຸກຄົນ​ທີ່​ໄດ້​ຕາຍໄປ​ນັ້ນ. ຢ່າ​ພະຍາຍາມ​ເລົ້າໂລມ​ໃຈ​ຂ້າພະເຈົ້າ.</verse>
				<verse number="5">ຄາວນີ້​ແມ່ນ​ເວລາ​ທີ່​ອົນລະຫົນ​ວຸ້ນວາຍ, ພ່າຍແພ້ ແລະ​ສັບສົນ​ຢູ່​ໃນ​ຮ່ອມພູ​ນິມິດ​ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ໄດ້​ນຳ​ມາ​ສູ່​ພວກເຮົາ. ກຳແພງ​ນະຄອນ​ຂອງ​ພວກເຮົາ​ກໍ​ຖືກ​ທຳລາຍ​ເພພັງ​ລົງ ແລະ​ສຽງ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ​ກໍ​ດັງ​ກ້ອງ​ໄປ​ທົ່ວ​ເນີນພູ.</verse>
				<verse number="6">ພວກ​ທະຫານ​ຈາກ​ດິນແດນ​ເອລາມ​ໄດ້​ຂີ່​ມ້າ​ມາ ພ້ອມ​ທັງ​ມີ​ໜ້າທະນູ ແລະ​ລູກທະນູ​ຄົບມື. ພວກ​ທະຫານ​ຈາກ​ດິນແດນ​ກີຣະ ກໍ​ມີ​ໂລ້​ຂອງ​ພວກເຂົາ​ຕຽມໄວ້​ພ້ອມ.</verse>
				<verse number="7">ຮ່ອມພູ​ທີ່​ມີ​ດິນ​ອຸດົມສົມບູນ​ດີ​ຂອງ​ດິນແດນ​ຢູດາຍ​ກໍ​ເຕັມ​ໄປ​ດ້ວຍ​ລົດຮົບ; ບັນດາ​ທະຫານ​ມ້າ​ກໍ​ຢູ່​ຕໍ່ໜ້າ​ປະຕູ​ຂອງ​ນະຄອນ​ເຢຣູຊາເລັມ​ແລ້ວ.</verse>
				<verse number="8">ບ່ອນ​ປ້ອງກັນ​ທັງໝົດ​ຂອງ​ດິນແດນ​ຢູດາຍ​ໄດ້​ພັງ​ທະລາຍ​ລົງ​ສາ​ແລ້ວ. ເມື່ອ​ສິ່ງ​ເຫຼົ່ານັ້ນ​ເກີດຂຶ້ນ​ແລ້ວ ພວກເຈົ້າ​ກໍໄດ້​ນຳ​ອາວຸດ​ອອກ​ຈາກ​ສາງ.</verse>
				<verse number="9">ພວກເຈົ້າ​ໄດ້​ພົບ​ບ່ອນ​ຊຶ່ງ​ກຳແພງ​ຂອງ​ນະຄອນ​ເຢຣູຊາເລັມ ຕ້ອງການ​ໃຫ້​ສ້ອມແປງ. ພວກເຈົ້າ​ໄດ້​ກວດເບິ່ງ​ເຮືອນ​ທຸກ​ຫລັງ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ມ້າງ​ບາງ​ຫລັງ​ລົງ​ເພື່ອ​ຈະ​ເອົາ​ຫີນ​ໄປ​ສ້ອມແປງ​ກຳແພງ. ເພື່ອ​ຈະ​ເກັບ​ຮັກສາ​ນໍ້າ​ໄວ້​ໃຊ້</verse>
				<verse number="10"></verse>
				<verse number="11">ພວກເຈົ້າ​ໄດ້​ສ້າງ​ອ່າງນໍ້າ​ໄວ້​ຢູ່​ພາຍ​ໃນ​ເມືອງ ເພື່ອ​ກັກ​ນໍ້າ​ທີ່​ໄຫລ​ມາ​ແຕ່​ສະ​ນໍ້າ​ເກົ່າ, ແຕ່​ພວກເຈົ້າ​ບໍ່​ເອົາໃຈໃສ່​ຕໍ່​ພຣະເຈົ້າ ຜູ້​ທີ່​ໄດ້​ວາງແຜນ​ສິ່ງ​ທັງໝົດ​ນີ້​ແຕ່​ດົນນານ​ມາ​ແລ້ວ ແລະ​ຜູ້​ທີ່​ໄດ້​ບັນດານ​ໃຫ້​ເຫດການ​ຕ່າງໆ​ເກີດຂຶ້ນ.</verse>
				<verse number="12">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກຳລັງ​ຮ້ອງ​ບອກ​ພວກເຈົ້າ​ໃຫ້​ຮ້ອງໄຫ້ ແລະ​ໄວ້ທຸກ ໂດຍ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ.</verse>
				<verse number="13">ແຕ່​ພວກເຈົ້າ​ພັດ​ຫົວເລາະ ແລະ​ສະເຫລີມ​ສະຫລອງ​ກັນ. ພວກເຈົ້າ​ໄດ້​ຂ້າ​ແກະ​ແລະ​ງົວ​ກິນ ທັງ​ມີ​ເຫຼົ້າ​ອະງຸ່ນ​ດື່ມ​ດ້ວຍ. ພວກເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ກິນ​ແລະ​ດື່ມ​ສາ ມື້ອື່ນ​ພວກເຮົາ​ຈະ​ຕາຍ.”</verse>
				<verse number="14">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ນັ້ນເອງ ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຄວາມ​ຊົ່ວຊ້າ​ເຊັ່ນນີ້​ຈະ​ບໍ່ໄດ້​ຮັບ​ການ​ຍົກໂທດ​ຈັກເທື່ອ ຈົນກວ່າ​ພວກເຂົາ​ຈະ​ຕາຍ​ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="15">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ໄປ​ຫາ​ເຊັບນາ ຜູ້ດູແລ​ສຳນັກ​ຂອງ​ກະສັດ ແລະ​ກ່າວ​ຕໍ່​ລາວ​ວ່າ,</verse>
				<verse number="16">“ເຈົ້າ​ຄິດ​ວ່າ​ເຈົ້າ​ເປັນ​ຜູ້ໃດ? ເຈົ້າ​ມີ​ສິດ​ຫຍັງ​ຈຶ່ງ​ຕ້ອງ​ເຈາະ​ອຸບມຸງ​ໄວ້​ຢູ່​ໃນ​ພູ​ນີ້​ສຳລັບ​ເຈົ້າເອງ?</verse>
				<verse number="17">ເຈົ້າ​ອາດ​ເປັນ​ຄົນ​ສຳຄັນ, ແຕ່​ພຣະເຈົ້າຢາເວ​ຈະ​ຈັບ​ເຈົ້າ​ໂຍນ​ຖິ້ມ​ອອກ​ໄປ​ຢ່າງແຮງ.</verse>
				<verse number="18">ພຣະອົງ​ຈະ​ຈັບ​ເຈົ້າ​ດັ່ງ​ຈັບ​ໝາກບານ ແລະ​ແກວ່ງ​ເຈົ້າ​ໄປ​ໃນ​ເມືອງ​ທີ່​ໃຫຍ່​ກວ່າ​ນີ້. ເຈົ້າ​ຈະ​ຕາຍ​ຢູ່​ທີ່​ຂ້າງ​ລົດຮົບ ທີ່​ເຈົ້າ​ແສນ​ພູມໃຈ​ນຳ​ນັ້ນ. ເຈົ້າ​ໄດ້​ເຮັດ​ໃຫ້​ບ້ານ​ນາຍ​ຂອງຕົນ​ອັບອາຍ​ຂາຍໜ້າ.</verse>
				<verse number="19">ເຮົາ​ຈະ​ຂັບໄລ່​ເຈົ້າ​ອອກ​ຈາກ​ຕໍ່າແໜ່ງ​ຂອງ​ເຈົ້າ ແລະ​ປົດ​ເຈົ້າ​ລົງ​ຈາກ​ໜ້າທີ່​ການງານ​ຂອງ​ເຈົ້າ.”</verse>
				<verse number="20">“ໃນວັນນັ້ນ ເຮົາ​ຈະ​ສົ່ງ​ເອລີອາກິມ ລູກຊາຍ​ຂອງ​ຮິນກີຢາ​ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ.</verse>
				<verse number="21">ເຮົາ​ຈະ​ໃຫ້​ລາວ​ນຸ່ງ​ເສື້ອ ແລະ​ຮັດ​ສາຍແອວ​ປະຈຳ​ຕຳແໜ່ງ​ຂອງເຈົ້າ ພ້ອມ​ໃຫ້​ລາວ​ມີ​ອຳນາດ​ທັງໝົດ​ທີ່​ເຈົ້າ​ເຄີຍ​ມີ​ມາ. ລາວ​ຈະ​ເປັນ​ດັ່ງ​ພໍ່​ຜູ້ໜຶ່ງ​ສຳລັບ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ​ແລະ​ຊາວ​ຢູດາ.</verse>
				<verse number="22">ເຮົາ​ຈະ​ໃຫ້​ລາວ​ມີ​ອຳນາດ​ທັງໝົດ​ຮອງ​ຈາກ​ກະສັດ​ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ດາວິດ. ລາວ​ຈະ​ມີ​ໜ້າທີ່​ສຳຄັນ; ສິ່ງ​ທີ່​ລາວ​ໄຂ​ຈະ​ບໍ່ມີ​ຜູ້ໃດ​ອັດ​ໄດ້ ແລະ​ສິ່ງ​ທີ່​ລາວ​ອັດ​ໄວ້​ຈະ​ບໍ່ມີ​ຜູ້ໃດ​ໄຂ​ໄດ້.</verse>
				<verse number="23">ເຮົາ​ຈະ​ຮັດ​ລາວ​ໄວ້​ກັບ​ບ່ອນ​ຢ່າງ​ໝັ້ນຄົງ​ດັ່ງ​ຕອກ​ຫລັກ​ໄວ້ ແລະ​ລາວ​ຈະ​ເປັນ​ບໍ່​ແຫ່ງ​ກຽດສັກສີ​ໃນ​ຄອບຄົວ​ທັງໝົດ​ຂອງຕົນ.</verse>
				<verse number="24">ແຕ່​ພວກ​ພີ່ນ້ອງ​ຂອງ​ລາວ​ກັບ​ຜູ້​ເພິ່ງພາ​ອາໄສ​ທັງຫລາຍ ຈະ​ເປັນ​ພາລະໜັກ​ໃຫ້​ແກ່​ລາວ. ພວກເຂົາ​ຈະ​ແຂວນ​ລາວ​ໄວ້​ດັ່ງ​ໝໍ້ ແລະ​ເຄື່ອງໃຊ້​ທີ່​ຫ້ອຍ​ເທິງ​ຫລັກ</verse>
				<verse number="25">ພຣະເຈົ້າຢາເວ​ອົງ​ຊົງ​ຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ໃນວັນ​ນັ້ນ ຫລັກ​ຊຶ່ງ​ມັດ​ໄວ້​ຢ່າງ​ໝັ້ນຄົງ​ກໍ​ຈະ​ຫລຸດ ແລະ​ຕົກລົງ. ອັນ​ນັ້ນ​ຈະ​ແມ່ນ​ຈຸດຈົບ​ຂອງ​ທຸກໆສິ່ງ​ທີ່​ເກາະຫ້ອຍ​ຢູ່​ເທິງ​ນັ້ນ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.</verse>
			</chapter>
			<chapter number="23">
				<verse number="1">ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ຕີເຣ. ຈົ່ງ​ໂສກເສົ້າ​ຮໍ່າໄຮ​ເຖີດ ພວກ​ແລ່ນ​ເຮືອ​ແຫ່ງ​ຕາກຊິດ​ເອີຍ ທ່າ​ເຮືອ​ໃນ​ເມືອງ​ທ່າ​ຂອງ​ພວກເຈົ້າ​ຖືກ​ທຳລາຍ​ສາ​ແລ້ວ; ບ້ານ​ເຮືອນ​ກັບ​ທ່າ​ເຮືອ​ຖືກ​ພັງ​ພິນາດ​ສາ​ແລ້ວ. ພວກເຈົ້າ​ຮູ້​ຂ່າວ​ຕ່າງໆ ເມື່ອ​ເຮືອ​ຂອງ​ພວກເຈົ້າ​ກັບ​ມາ​ແຕ່​ເມືອງ​ໄຊປຣັດ.</verse>
				<verse number="2">ຈົ່ງ​ຄວນຄາງ​ເຖີດ ບັນດາ​ພໍ່ຄ້າ​ທີ່​ເມືອງ​ຊີໂດນ​ເອີຍ</verse>
				<verse number="3">ພວກເຈົ້າ​ສົ່ງ​ຄົນ​ຂ້າມ​ທະເລ​ໄປ​ຊື້ຂາຍ​ເມັດ​ພືດ​ທີ່​ເກີດ​ໃນ​ປະເທດ​ເອຢິບ ແລະ​ເຮັດ​ທຸລະກິດ​ກັບ​ທຸກ​ຊົນຊາດ.</verse>
				<verse number="4">ເມືອງ​ຊີໂດນ​ເອີຍ ເຈົ້າ​ຖືກ​ອັບອາຍ​ຂາຍໜ້າ​ສາ​ແລ້ວ ທະເລ​ແລະ​ມະຫາສະໝຸດ​ອັນ​ກວ້າງ​ເລິກ​ບອກ​ປະຕິເສດ​ໄປ​ວ່າ, “ເຮົາ​ບໍ່ເຄີຍ​ມີ​ລູກ​ຈັກເທື່ອ. ເຮົາ​ບໍ່ເຄີຍ​ລ້ຽງ​ລູກຊາຍ​ລູກຍິງ​ເລີຍ.”</verse>
				<verse number="5">ແມ່ນແຕ່​ຊາວ​ເອຢິບ​ກໍ​ເກີດ​ສະເທືອນ​ຈິດໃຈ ແລະ​ທໍ້ຖອຍ ເມື່ອ​ຮູ້ວ່າ​ເມືອງ​ຕີເຣ​ຖືກ​ທຳລາຍ.</verse>
				<verse number="6">ຊາວ​ເມືອງ​ໂຟນີເຊຍ​ເອີຍ ຈົ່ງ​ໂສກເສົ້າ​ຮໍ່າໄຮ​ເຖີດ ຈົ່ງ​ພະຍາຍາມ​ປົບໜີໄປ​ຍັງ​ຕາກຊິດ​ສາ</verse>
				<verse number="7">ເມືອງ​ຕີເຣ​ນີ້ ຊຶ່ງ​ຖື​ກໍ່​ຕັ້ງ​ມາ​ໄດ້​ດົນນານ​ແລ້ວ ເປັນ​ແຫລ່ງ​ແຫ່ງ​ການ​ສະໜຸກ​ສະໜານ​ຊັ້ນ​ຫລື? ບໍ່ແມ່ນ​ເມືອງ​ນີ້​ບໍ ທີ່​ສົ່ງ​ນັກ​ກໍ່ຕັ້ງ​ຖິ່ນຖານ​ຂ້າມ​ທະເລ​ໄປ​ສ້າງ​ເມືອງ​ຂຶ້ນ​ຕ່າງໆ?</verse>
				<verse number="8">ຜູ້ໃດ​ເດ​ເປັນ​ຜູ້​ວາງແຜນ​ນຳ​ສິ່ງ​ທັງໝົດ​ນີ້​ມາ​ສູ່​ເມືອງ​ຕີເຣ ເມືອງ​ແຫ່ງ​ຈອມ​ຈັກກະພັດ​ທີ່​ພວກເຈົ້າ​ຊາຍ​ຜູ້​ເປັນ​ພໍ່ຄ້າ ໄດ້​ຮັບ​ກຽດ​ອັນ​ສູງສຸດ​ເໜືອ​ມະນຸດ​ໃນ​ໂລກ?</verse>
				<verse number="9">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ວາງ​ແຜນການ​ນີ້. ພຣະອົງ​ໄດ້​ວາງ​ແຜນການ​ນັ້ນ ເພື່ອ​ເຮັດ​ໃຫ້​ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ພວກເຂົາ​ສິ້ນສຸດ​ລົງ ແລະ​ເຮັດ​ໃຫ້​ຄົນ​ທີ່​ໄດ້​ຮັບກຽດ​ນັ້ນ​ສະຫງຽມ​ຈຽມຕົວ.</verse>
				<verse number="10">ຈົ່ງ​ໄປ​ເຮັດ​ໄຮ່​ເຮັດ​ນາ​ເຖີດ ພວກເຈົ້າ​ຄົນ​ທີ່​ຢູ່​ໃນ​ເມືອງ​ຂຶ້ນ​ຕ່າງໆ​ຂອງ​ຕາກຊິດ​ເອີຍ ບໍ່ມີ​ຜູ້ໃດ​ທີ່​ຈະ​ປົກປ້ອງ​ເຈົ້າ​ໄວ້​ຕໍ່ໄປ​ອີກ​ແລ້ວ.</verse>
				<verse number="11">ພຣະເຈົ້າຢາເວ​ໄດ້​ຢຽດ​ມື​ຂອງ​ພຣະອົງ​ອອກ​ເທິງ​ທະເລ ແລະ​ໄດ້​ໂຄ່ນລົ້ມ​ຣາຊອານາຈັກ​ຕ່າງໆ. ພຣະອົງ​ໄດ້​ສັ່ງ​ໃຫ້​ສູນ​ການຄ້າ​ຕ່າງໆ​ໃນ​ໂຟນີເຊຍ​ຖືກ​ທຳລາຍ.</verse>
				<verse number="12">ເມືອງ​ຊີໂດນ​ເອີຍ ຄວາມສຸກ​ຂອງ​ເຈົ້າ​ໄດ້​ສິ້ນສຸດລົງ​ສາ​ແລ້ວ ແລະ​ປະຊາຊົນ​ຂອງ​ເຈົ້າ​ກໍໄດ້​ຖືກ​ກົດຂີ່. ເຖິງ​ແມ່ນ​ວ່າ​ພວກເຂົາ​ປົບໜີໄປ​ທີ່​ເມືອງ​ໄຊປຣັດ; ແຕ່​ກໍ​ຈະ​ບໍ່ໄດ້​ຮັບ​ຄວາມ​ປອດໄພ.</verse>
				<verse number="13">ແມ່ນ​ຊາວ​ບາບີໂລນ ແຕ່​ບໍ່ແມ່ນ​ຊາວ​ອັດຊີເຣຍ ທີ່​ໄດ້​ປ່ອຍ​ໃຫ້​ພວກ​ສັດປ່າ​ຢຽບຢໍ່າ​ເມືອງ​ຕີເຣ. ແມ່ນ​ຊາວ​ບາບີໂລນ​ທີ່​ໄດ້​ປິດລ້ອມ​ຫໍຄອຍ​ຕ່າງໆ ຮື້​ປ້ອມ​ທີ່​ປ້ອງກັນ​ເມືອງ​ຕີເຣ ແລະ​ປະປ່ອຍ​ໃຫ້​ເປັນ​ເມືອງ​ຮົກຮ້າງ​ເພພັງ.</verse>
				<verse number="14">ຈົ່ງ​ໂສກເສົ້າ​ຮໍ່າໄຮ​ເຖີດ ບັນດາ​ເຮືອ​ແຫ່ງ​ຕາກຊິດ​ເອີຍ ເມືອງ​ທີ່​ພວກເຈົ້າ​ເພິ່ງພາ​ອາໄສ​ໄດ້​ຖືກ​ທຳລາຍ​ສາ​ແລ້ວ.</verse>
				<verse number="15">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເມືອງ​ຕີເຣ​ຈະ​ຖືກ​ລືມໄລ​ເປັນ​ເວລາ​ເຈັດສິບ​ປີ ຄື​ຊົ່ວຊີວິດ​ຂອງ​ກະສັດ​ຜູ້ໜຶ່ງ. ເມື່ອ​ປີ​ເຫຼົ່ານັ້ນ​ໄດ້​ຜ່ານພົ້ນ​ໄປ​ແລ້ວ ເມືອງ​ຕີເຣ​ຈະ​ເປັນ​ດັ່ງ​ຍິງໂສເພນີ​ທີ່​ຮ້ອງເພງ​ວ່າ:</verse>
				<verse number="16">“ຈົ່ງ​ຈັບ​ກິດຕາ​ຂຶ້ນ​ດີດ​ຍ່າງ​ເລາະ​ໄປ​ທົ່ວເມືອງ ພວກເຈົ້າ​ຍິງໂສເພນີ​ຜູ້​ທີ່​ຖືກ​ລືມໄລ​ໄປ​ສິ້ນ ຈົ່ງ​ພາກັນ​ຮ້ອງລຳ​ທຳເພງ​ກັນ​ອີກ​ໃໝ່ ເພື່ອ​ນຳ​ພວກ​ຜູ້ຊາຍ​ໃຫ້​ກັບຄືນ​ມາ​ອີກ​ແມ.”</verse>
				<verse number="17">ເມື່ອ​ເຈັດສິບ​ປີ​ນັ້ນ​ໝົດ​ໄປ​ແລ້ວ ພຣະເຈົ້າຢາເວ​ຈະ​ໃຫ້​ເມືອງ​ຕີເຣ​ກັບ​ສູ່​ສະພາບ​ເດີມ ແລະ​ເມືອງນີ້​ຈະ​ຮັບຈ້າງ​ເຮັດ​ທຸລະກິດ​ກັບ​ທຸກ​ອານາຈັກ​ໃນ​ໂລກ.</verse>
				<verse number="18">ພວກເຂົາ​ຈະ​ເອົາ​ເງິນ​ທີ່​ຄ້າ​ຂາຍ​ໄດ້​ນັ້ນ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ເມືອງນີ້​ຈະ​ບໍ່​ທ້ອນເງິນ​ນັ້ນ​ໄວ້​ລ້າໆ ແຕ່​ຜູ້​ທີ່​ນະມັດສະການ​ພຣະເຈົ້າຢາເວ​ຈະ​ໃຊ້​ເງິນ​ນັ້ນ​ຊື້​ອາຫານ​ແລະ​ເຄື່ອງນຸ່ງຫົ່ມ​ທີ່​ພວກເຂົາ​ຕ້ອງການ.</verse>
			</chapter>
			<chapter number="24">
				<verse number="1">ພຣະເຈົ້າຢາເວ​ກຳລັງ​ຈະ​ທຳລາຍ​ແຜ່ນດິນ​ໂລກ ແລະ​ປະ​ໄວ້​ໃຫ້​ເປົ່າປ່ຽວ. ພຣະອົງ​ຈະ​ບິດ​ໜ້າດິນ ແລະ​ເຮັດ​ໃຫ້​ປະຊາກອນ​ກະຈັດ​ກະຈາຍ.</verse>
				<verse number="2">ທຸກຄົນ​ຈະ​ໄດ້​ຮັບ​ຊາຕາກຳ​ຢ່າງ​ດຽວກັນ​ເຊັ່ນ: ປະໂຣຫິດ​ແລະ​ປະຊາຊົນ, ທາດຮັບໃຊ້​ແລະ​ນາຍ, ຜູ້ຂາຍ​ແລະ​ຜູ້ຊື້, ຜູ້ຢືມ​ກັບ​ຜູ້​ໃຫ້ຢືມ, ຄົນຮັ່ງມີ​ກັບ​ຄົນ​ຍາກຈົນ.</verse>
				<verse number="3">ແຜ່ນດິນ​ໂລກ​ຈະ​ພິນາດ​ແລະ​ຮົກຮ້າງ​ເພພັງ. ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ຢ່າງໃດ​ກໍ​ຈະ​ເປັນ​ໄປ​ຢ່າງນັ້ນ.</verse>
				<verse number="4">ແຜ່ນດິນ​ໂລກ​ຈະ​ແຫ້ງແລ້ງ ແລະ​ທຸກສິ່ງ​ຈະ​ຫ່ຽວແຫ້ງ​ໄປ; ທົ່ວ​ທັງໂລກ​ຈະ​ອ່ອນ​ລົງ ທັງ​ແຜ່ນດິນ​ໂລກ ແລະ​ຟ້າ​ສະຫວັນ ​ກໍ​ຈະ​ເສື່ອມເສຍ​ໄປ.</verse>
				<verse number="5">ປະຊາກອນ​ໄດ້​ເຮັດ​ໃຫ້​ໂລກນີ້​ເປັນ​ມົນທິນ ໂດຍ​ລະເມີດ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ຝ່າຝືນ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ​ຕະຫລອດໄປ.</verse>
				<verse number="6">ສະນັ້ນ ແຜ່ນດິນ​ໂລກ​ນີ້ ຈຶ່ງ​ຖືກ​ສາບແຊ່ງ ໃຫ້​ສົມກັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ ຄື​ໜ້ອຍຄົນ​ທີ່ສຸດ​ຈະ​ມີ​ຊີວິດ​ຢູ່.</verse>
				<verse number="7">ກົກອະງຸ່ນ​ຈະ​ຫ່ຽວແຫ້ງ​ໄປ ແລະ​ເຫຼົ້າ​ອະງຸ່ນ​ຈະ​ຫາ​ຍາກ​ທີ່ສຸດ. ທຸກໆຄົນ​ທີ່​ເຄີຍ​ມີ​ຄວາມສຸກ ບັດນີ້ ກໍ​ຈະ​ມີ​ແຕ່​ຄວາມທຸກ</verse>
				<verse number="8">ແລະ​ສຽງ​ພິນ ແລະ​ສຽງ​ກອງ​ທີ່​ເຄີຍ​ດັງ​ຢ່າງ​ອອນຊອນ ກໍໄດ້​ຢຸດ​ສະງັກ​ລົງ.</verse>
				<verse number="9">ການ​ຮ້ອງເພງ​ເຮຮາ​ເພາະ​ລິດ​ເຫຼົ້າ​ອະງຸ່ນ​ບໍ່ມີ​ອີກ​ຕໍ່ໄປ; ແລະ​ບໍ່ມີ​ຜູ້ໃດ​ຊົມຊື່ນ​ຍ້ອນ​ໄດ້​ຊີມ​ຣົດ​ເຫຼົ້າ​ອະງຸ່ນ​ອີກ​ຕໍ່ໄປ.</verse>
				<verse number="10">ຢູ່​ໃນ​ເມືອງ​ເກີດ​ສັບສົນ​ວຸ້ນວາຍ​ກັນ​ໄປ​ໝົດ ແລະ​ຊາວ​ເມືອງ​ກໍ​ຢູ່​ໃນ​ເຮືອນ​ອັດ​ປະຕູ​ໃສ່​ໄລ​ໄວ້​ເພື່ອ​ຄວາມ​ປອດໄພ.</verse>
				<verse number="11">ຊາວ​ເມືອງ​ຮ້ອງ​ດ່າ​ຕາມ​ຫົນທາງ​ຍ້ອນ​ບໍ່ມີ​ເຫຼົ້າ​ອະງຸ່ນ​ດື່ມ​ອີກ. ຄວາມສຸກ​ໝົດ​ໄປ​ຈາກ​ດິນແດນ​ຢ່າງ​ບໍ່ມີ​ມື້​ຈະ​ກັບຄືນ​ມາ.</verse>
				<verse number="12">ເມືອງ​ຮົກຮ້າງ​ຫັກພັງ ແລະ​ປະຕູ​ເມືອງ​ກໍ​ເພພັງ​ລົງ.</verse>
				<verse number="13">ສິ່ງ​ນີ້ແຫລະ ຈະ​ເກີດຂຶ້ນ​ກັບ​ທຸກໆ​ຊາດ​ທົ່ວ​ໂລກນີ້. ຈະ​ເປັນ​ດັ່ງ​ຕອນ​ທີ່​ສິ້ນສຸດ​ຂອງ​ລະດູ​ເກັບກ່ຽວ ເມື່ອ​ເຂົາ​ສັ່ນ​ເອົາ​ໝາກກອກເທດ​ໃນ​ທຸກ​ກົກ ແລະ​ເກັບ​ເອົາ​ພົ້ວ​ໝາກອະງຸ່ນ​ໃນ​ທຸກ​ຕົ້ນ.</verse>
				<verse number="14">ຜູ້ໃດ​ທີ່​ມີ​ຊີວິດ​ຢູ່​ຈະ​ຮ້ອງເພງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ. ຜູ້​ທີ່​ຢູ່​ທາງ​ທິດ​ຕາເວັນຕົກ​ກໍ​ຈະ​ບອກ​ວ່າ, ພຣະເຈົ້າຢາເວ​ຍິ່ງໃຫຍ່​ສໍ່າໃດ</verse>
				<verse number="15">ແລະ​ຜູ້​ທີ່​ຢູ່​ທາງທິດ​ຕາເວັນອອກ​ກໍ​ຈະ​ສັນລະເສີນ​ພຣະເຈົ້າຢາເວ. ປະຊາຊົນ​ທີ່​ຢູ່​ຕາມ​ແຄມ​ທະເລ​ຈະ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="16">ແຕ່​ທາງ​ພາກ​ຕ່າງໆ​ຂອງ​ໂລກ​ທີ່​ຢູ່​ໄກ​ສຸດ ພວກເຮົາ​ຈະ​ໄດ້ຍິນ​ສຽງ​ເພງ​ຮ້ອງ​ສັນລະເສີນ​ອິດສະຣາເອນ ຊົນຊາດ​ທີ່​ຊອບທຳ. ສ່ວນ​ຂ້າພະເຈົ້າ​ນັ້ນ​ໝົດຫວັງ​ສາ​ແລ້ວ ຂ້າພະເຈົ້າ​ຈ່ອຍຜອມ​ລົງ​ເລື້ອຍໆ ພວກ​ທີ່​ທໍລະຍົດ​ກໍ​ສືບຕໍ່​ທໍລະຍົດ ແລະ​ພວກເຂົາ​ຍິ່ງ​ທໍລະຍົດ​ຢ່າງ​ຊົ່ວຮ້າຍ​ຫລາຍ​ຂຶ້ນ.</verse>
				<verse number="17">ທຸກຄົນ​ຈົ່ງ​ຟັງ​ຂ້າພະເຈົ້າ​ເທີ້ນ ຄວາມ​ຢ້ານກົວ​ອັນ​ໃຫຍ່, ຫລຸມ ແລະ​ແຮ້ວ​ກຳລັງ​ລໍ​ດັກຈັບ​ພວກເຮົາ​ຢູ່.</verse>
				<verse number="18">ຜູ້ໃດ​ທີ່​ຊອກຫາ​ປົບໜີ​ຈາກ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ນັ້ນ ກໍ​ຈະ​ຕົກລົງ​ໃນ​ຫລຸມ; ແລະ​ຜູ້ໃດ​ທີ່​ປົບໜີ​ຈາກ​ຫລຸມ​ກໍ​ຈະ​ຖືກ​ແຮ້ວ. ຫ່າຝົນ​ຈະ​ຕົກລົງ​ມາ​ຈາກ​ທ້ອງຟ້າ ແລະ​ຮາກຖານ​ຂອງ​ໂລກ​ກໍ​ຈະ​ສັ່ນ​ຄອນແຄນ​ໝົດ.</verse>
				<verse number="19">ໂລກ​ຈະ​ແຕກ​ເປັນ​ປ່ຽງ​ແລະ​ຍະ​ອອກ.</verse>
				<verse number="20">ແຜ່ນດິນ​ໂລກ​ຈະ​ໂຊເຊ​ໄປມາ​ດັ່ງ​ຄົນ​ເມົາ​ເຫຼົ້າ ຫລື​ໂຢກເຢກ​ດັ່ງ​ຕູບ​ໄມ້​ໃນ​ທ່າມກາງ​ພະຍຸຮ້າຍ. ບາບ​ໄດ້​ເຮັດ​ໃຫ້​ໂລກນີ້​ເສື່ອມໂຊມ​ລົງ​ຈົນ​ລົ້ມ​ທະລາຍ ແລະ​ແຜ່ນດິນ​ໂລກ​ກໍ​ຈະ​ຟື້ນ​ຕົວ​ຂຶ້ນ​ມາ​ອີກ​ບໍ່ໄດ້​ຈັກເທື່ອ.</verse>
				<verse number="21">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ຈະ​ລົງໂທດ​ບັນດາ​ອຳນາດ​ເບື້ອງເທິງ ແລະ​ບັນດາ​ນັກປົກຄອງ​ເບື້ອງລຸ່ມ​ທີ່​ເທິງ​ແຜ່ນດິນ​ໂລກ​ນີ້.</verse>
				<verse number="22">ພຣະເຈົ້າ​ຈະ​ນຳ​ບັນດາ​ກະສັດ​ມາ​ຮ່ວມກັນ​ເປັນ​ຝູງ ດັ່ງ​ນຳ​ຊະເລີຍເສິກ​ມາ​ໃນ​ເຫວ. ພຣະອົງ​ຈະ​ຂັງ​ພວກເຂົາ​ໄວ້​ໃນ​ຄຸກ ຈົນຮອດ​ເວລາ​ຕັດສິນ​ລົງໂທດ.</verse>
				<verse number="23">ດວງຈັນ​ຈະ​ມືດມົວ ແລະ​ດວງອາທິດ​ຈະ​ບໍ່​ສ່ອງແສງ. ດ້ວຍວ່າ, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ຂຶ້ນ​ເປັນ​ກະສັດ. ພຣະອົງ​ຈະ​ປົກຄອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ທີ່​ເທິງ​ພູເຂົາ​ຊີໂອນ ແລະ​ພວກ​ຜູ້ນຳ​ປະຊາຊົນ​ຈະ​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ.</verse>
			</chapter>
			<chapter number="25">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ ແລະ​ສັນລະເສີນ​ພຣະນາມ​ພຣະເຈົ້າ. ພຣະອົງ​ນັ້ນ​ໄດ້​ເຮັດ​ສິ່ງ​ອັດສະຈັນ​ນາໆ​ປະການ ພຣະອົງ​ເຮັດ​ຕາມ​ແຜນການ​ທີ່​ຊົງ​ໄດ້​ວາງ​ໄວ້.</verse>
				<verse number="2">ພຣະອົງ​ໄດ້​ປ່ຽນ​ເມືອງ​ຕ່າງໆ​ໃຫ້​ຮົກຮ້າງ​ເພພັງ ແລະ​ທຳລາຍ​ປ້ອມ​ປ້ອງກັນ​ເມືອງ​ຂອງ​ເຂົາເຈົ້າ. ຜາສາດ​ຣາຊວັງ​ທີ່​ເຫຼົ່າ​ສັດຕູ​ໄດ້​ສ້າງ​ຂຶ້ນ​ມາ ກໍໄດ້​ສູນເສຍ​ຕະຫລອດໄປ​ສາ​ແລ້ວ.</verse>
				<verse number="3">ຊົນຊາດ​ທີ່​ມີ​ອຳນາດ​ຈະ​ສັນລະເສີນ​ພຣະອົງ ປະຊາຊາດ​ທີ່​ໂຫດຮ້າຍ​ຈະ​ຢ້ານກົວ​ພຣະອົງ​ດ້ວຍ.</verse>
				<verse number="4">ຄົນ​ຍາກຈົນ​ຂາດ​ທີ່ເພິ່ງ​ໄດ້​ປົບ​ມາ​ຫາ​ພຣະອົງ ແລະ​ໄດ້​ມີ​ຄວາມ​ປອດໄພ​ໃນ​ຄາວ​ເດືອດຮ້ອນ. ພຣະອົງ​ໄດ້​ໃຫ້​ພວກເຂົາ​ມີ​ບ່ອນຊົ້ນ​ຈາກ​ພະຍຸຮ້າຍ ແລະ​ໃຫ້​ເພິ່ງ​ໃນ​ຮົ່ມ​ຈາກ​ແສງ​ແດດ​ຮ້ອນ. ເຫຼົ່າ​ສັດຕູ​ຜູ້​ໂຫດຮ້າຍ​ກໍໄດ້​ມາ​ໂຈມຕີ ດັ່ງ​ກັບ​ພະຍຸຮ້າຍ​ໂຈມຕີ​ຍາມ​ລະດູ​ໜາວ</verse>
				<verse number="5">ດັ່ງ​ຄວາມ​ແຫ້ງແລ້ງ​ເກີດຂຶ້ນ​ໃນ​ດິນແດນ ແຕ່​ແມ່ນ​ພຣະອົງ​ທີ່​ເຮັດ​ໄດ້; ຄື​ເຮັດ​ໃຫ້​ສັດຕູ​ຜູ້​ໂຫດຮ້າຍ​ມິດງຽບ​ໄປ ດັ່ງ​ເມກ​ເຮັດ​ໃຫ້​ຊຸ່ມເຢັນ​ໃນ​ມື້​ທີ່​ມີ​ແດດຮ້ອນ.</verse>
				<verse number="6">ທີ່​ເທິງ​ພູເຂົາ​ຊີໂອນ​ບ່ອນ​ນີ້ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ຕຽມ​ງານກິນລ້ຽງ​ໃຫຍ່​ສຳລັບ​ຊົນຊາດ​ທັງໝົດ​ໃນ​ໂລກ ຄື​ການ​ກິນລ້ຽງ​ໃຫຍ່​ທີ່​ມີ​ອາຫານ​ບໍຣິບູນ​ທີ່ສຸດ ແລະ​ມີ​ເຫຼົ້າ​ອະງຸ່ນ​ທີ່​ດີເລີດ.</verse>
				<verse number="7">ໃນ​ງານກິນລ້ຽງ​ນີ້ ພຣະອົງ​ຈະ​ຍົກຍ້າຍ​ຄວາມ​ທຸກໂສກ ຊຶ່ງ​ເປັນ​ດັ່ງ​ເມກ​ປົກຄຸມ​ເທິງ​ຊາດ​ທັງໝົດ​ນັ້ນ​ໃຫ້​ໜີໄປ​ໃນ​ທັນທີ.</verse>
				<verse number="8">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ທຳລາຍ​ຄວາມຕາຍ​ຕະຫລອດໄປ ພຣະອົງ​ຈະ​ເຊັດ​ນໍ້າຕາ​ໃຫ້​ໝົດ​ທຸກຄົນ​ແລະ​ກຳຈັດ​ຄວາມ​ອັບອາຍ ທີ່​ປະຊາຊົນ​ຂອງ​ພຣະອົງ​ໄດ້​ຮັບ​ຢູ່​ທົ່ວໂລກ. ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="9">ໃນວັນ​ນັ້ນ ພວກເຂົາ​ກໍ​ຈະ​ເວົ້າ​ວ່າ, “ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ສະນັ້ນ ພຣະອົງ​ຈຶ່ງ​ຊ່ວຍ​ເອົາ​ພວກ​ຂ້ານ້ອຍ​ໄວ້. ພຣະອົງ​ແມ່ນ​ພຣະເຈົ້າຢາເວ ອົງທີ່​ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ພວກ​ຂ້ານ້ອຍ​ຊົມຊື່ນ​ຍິນດີ​ແລະ​ມີ​ຄວາມສຸກ​ຫລາຍ ໃນ​ການຊ່ວຍ​ໃຫ້ພົ້ນ​ຂອງ​ພຣະອົງ.”</verse>
				<verse number="10">ພຣະເຈົ້າຢາເວ​ຈະ​ປົກປ້ອງ​ພູເຂົາ​ຊີໂອນ; ແຕ່​ປະຊາຊົນ​ຊາວ​ໂມອາບ​ຈະ​ຖືກ​ຢຽບຢໍ່າ​ລົງ ເໝືອນກັນ​ກັບ​ຄົນ​ຢຽບຢໍ່າ​ເຟືອງ​ເພື່ອ​ເຮັດ​ຝຸ່ນ.</verse>
				<verse number="11">ພວກເຂົາ​ຈະ​ເດ່​ມື​ອອກ​ເໝືອນ​ຄົນ​ທີ່​ພະຍາຍາມ​ລອຍນໍ້າ​ໄປ, ແຕ່​ພຣະອົງ​ຈະ​ເຮັດ​ໃຫ້​ພວກເຂົາ​ອ່ອນແຮງ ແລະ​ມື​ພວກເຂົາ​ຈະ​ຈົມ​ລົງ​ຢ່າງ​ຂາດ​ຜູ້​ຊ່ວຍ.</verse>
				<verse number="12">ພຣະອົງ​ຈະ​ທຳລາຍ​ປ້ອມ​ປ້ອງກັນ​ເມືອງ​ບ່ອນ​ສູງໆ​ໃນ​ດິນແດນ​ໂມອາບ​ລົງ ແລະ​ເຮັດ​ໃຫ້​ມັນ​ຮົກຮ້າງ​ເພພັງ​ຈົນ​ກາຍເປັນ​ຂີ້ຝຸ່ນ.</verse>
			</chapter>
			<chapter number="26">
				<verse number="1">ເມື່ອ​ເຖິງ​ວັນ​ນັ້ນ ປະຊາຊົນ​ຈະ​ຮ້ອງເພງ​ໃນ​ດິນແດນ​ຢູດາຍ​ວ່າ: ເມືອງ​ຂອງ​ພວກເຮົາ​ໜາແໜ້ນ​ແລະ​ເຂັ້ມແຂງ ພຣະເຈົ້າ​ເອງ​ປ້ອງກັນ​ກຳແພງ​ເມືອງ​ໄວ້</verse>
				<verse number="2">ຈົ່ງ​ໄຂ​ປະຕູ​ເມືອງ​ໃຫ້​ຊົນຊາດ​ທີ່​ສັດຊື່​ເຂົ້າ​ມາ ຄື​ຊົນຊາດ​ທີ່​ປະຊາຊົນ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.</verse>
				<verse number="3">ຂໍ​ໂຜດ​ໃຫ້​ມີ​ສັນຕິສຸກ​ເຖີດ ເປັນ​ສັນຕິສຸກ​ອັນ​ຄົບຖ້ວນ​ແກ່​ທຸກຄົນ​ດ້ວຍ ຄື​ຜູ້​ທີ່​ຢຶດໝັ້ນ​ແທ້ຈິງ​ໃນ​ເປົ້າໝາຍ​ຂອງຕົນ ແລະ​ແກ່​ທຸກຄົນ​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.</verse>
				<verse number="4">ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ຕະຫລອດໄປ ເຫດວ່າ​ພຣະເຈົ້າຢາເວ, ພຣະເຈົ້າຢາເວ​ເປັນ​ສີລາ​ຕະຫຼອດ​ໄປ​ເປັນນິດ.</verse>
				<verse number="5">ພຣະອົງ​ໄດ້​ເຮັດ​ໃຫ້​ຄົນ​ຈອງຫອງ​ຖ່ອມຕົວ​ລົງ ແລະ​ທຳລາຍ​ເມືອງ​ອັນ​ເຂັ້ມແຂງ​ຂອງ​ພວກເຂົາ​ຖິ້ມ ຄື​ເມືອງ​ທັງຫລາຍ​ທີ່​ພວກເຂົາ​ໄດ້​ຢູ່​ອາໄສ ແລະ​ທຳລາຍ​ໝຸ່ນ​ທະລາຍ​ໃຫ້​ເປັນ​ຂີ້ຝຸ່ນ.</verse>
				<verse number="6">ບັດນີ້ ພວກ​ທີ່​ຖືກ​ກົດຂີ່​ກໍ​ຢຽບ​ຂີ້ຝຸ່ນ​ດິນ​ນັ້ນ​ໄປ ແລະ​ຢຽບຢໍ່າ​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ເຂົາເຈົ້າ.</verse>
				<verse number="7">ທາງ​ຂອງ​ຄົນ​ຊອບທຳ​ກໍ​ຮາບພຽງ​ດີ ພຣະອົງ​ຊົງ​ສັດຊື່​ກໍຊົງ​ກະທຳ​ໃຫ້​ທາງ​ແຫ່ງ​ຄວາມ​ຊອບທຳ​ຮາບກ້ຽງ.</verse>
				<verse number="8">ຂ້ແດ່​ພຣະເຈົ້າຢາເວ ໃນ​ທາງ​ແຫ່ງ​ການ​ຕັດສິນ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ໂດຍ​ນາມຊື່​ອັນ​ເປັນ​ທີ່​ລະນຶກ​ຂອງ​ພຣະອົງ ແມ່ນ​ຈິດໃຈ​ທີ່​ປາຖະໜາ​ຂອງ​ພວກ​ຂ້ານ້ອຍ.</verse>
				<verse number="9">ໃນ​ຕອນ​ກາງຄືນ ຂ້ານ້ອຍ​ກໍ​ຄິດຫາ​ແຕ່​ພຣະອົງ ປາຖະໜາ​ຫາ​ແຕ່​ພຣະອົງ​ດ້ວຍ​ໝົດ​ຫົວໃຈ. ເມື່ອ​ພຣະອົງ​ຕັດສິນ​ໂລກນີ້​ລວມທັງ​ປະຊາຊາດ​ທັງປວງ ທຸກຄົນ​ຈະ​ໄດ້​ຮຽນຮູ້​ວ່າ​ຄວາມ​ຍຸດຕິທຳ​ຄື​ຫຍັງ​ແທ້.</verse>
				<verse number="10">ເຖິງ​ວ່າ​ພຣະອົງ​ເມດຕາ​ຕໍ່​ຄົນຊົ່ວຮ້າຍ​ກໍຕາມ ພວກເຂົາ​ກໍ​ບໍ່ເຄີຍ​ຮຽນຮູ້​ທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ເຖິງ​ວ່າ​ບ່ອນນີ້​ຈະ​ເປັນ​ດິນແດນ ບ່ອນ​ທີ່​ຄົນ​ຊອບທຳ​ອາໄສ​ຢູ່​ກໍຕາມ; ພວກເຂົາ​ກໍ​ຍັງ​ເຮັດ​ໃນ​ສິ່ງ​ທີ່​ຜິດພາດ​ສະເໝີ​ມາ ພວກເຂົາ​ບໍ່​ຍອມ​ຮັບຮູ້​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ.</verse>
				<verse number="11">ຂ້າແດ່​ພຣະເຈົ້າຢາເວ ເຫຼົ່າ​ສັດຕູ​ບໍ່​ຮູ້​ວ່າ​ພຣະອົງ​ຈະ​ລົງໂທດ​ພວກເຂົາ ໃຫ້​ຖືກ​ອັບອາຍ​ແລະ​ຮັບ​ທຸກ ຈົ່ງ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດ​ທີ່​ພຣະອົງ​ຕຽມໄວ້​ນັ້ນ​ສາ ໃຫ້​ເຫັນ​ວ່າ​ພຣະອົງ​ຮັກ​ປະຊາຊົນ​ຂອງ​ພຣະອົງ.</verse>
				<verse number="12">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ໃຫ້​ພວກ​ຂ້ານ້ອຍ​ນັ້ນ ໄດ້​ຈະເລີນ​ຮຸ່ງເຮືອງ ທຸກສິ່ງ​ທີ່​ພວກ​ຂ້ານ້ອຍ​ກະທຳ ລ້ວນແຕ່​ແມ່ນ​ພຣະປະສົງ​ຂອງ​ພຣະເຈົ້າ.</verse>
				<verse number="13">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ມີ​ຄົນອື່ນ​ປົກຄອງ​ພວກ​ຂ້ານ້ອຍ ແຕ່​ພວກ​ຂ້ານ້ອຍ​ຍອມຮັບ​ນາມຊື່​ຂອງ​ພຣະອົງ​ອົງດຽວ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="14">ບັດນີ້ ພວກເຂົາ​ຕາຍໄປ​ແລ້ວ​ແລະ​ບໍ່ມີ​ຊີວິດ​ຢູ່ ແລະ​ວິນຍານ​ຂອງ​ພວກເຂົາ​ກໍ​ຈະ​ບໍ່​ຟື້ນ​ຄືນ​ມາ​ເລີຍ ເພາະ​ພຣະອົງ​ໄດ້​ລົງໂທດ​ແລະ​ທຳລາຍ​ພວກເຂົາ ແລະ​ບໍ່ມີ​ຜູ້ໃດ​ຈະ​ລະລຶກ​ເຖິງ​ພວກເຂົາ​ອີກ​ຕໍ່ໄປ.</verse>
				<verse number="15">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ເຮັດ​ໃຫ້​ຊົນຊາດ​ຂອງ​ຂ້ານ້ອຍ ມີ​ປະຊາຊົນ​ມາກມາຍ​ເພີ່ມພູນ​ຍິ່ງໆ​ຂຶ້ນ ທັງ​ເຮັດ​ໃຫ້​ເຂດແດນ​ທຸກ​ດ້ານ​ຂະຫຍາຍ​ອອກ​ໄປ ເປັນ​ການ​ນຳ​ກຽດ​ອັນ​ຍິ່ງໃຫຍ່​ມາ​ສູ່​ພຣະອົງ.</verse>
				<verse number="16">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ລົງໂທດ​ຄົນ​ຂອງ​ພຣະອົງ ພວກເຂົາ​ໄດ້​ພາວັນນາ​ອະທິຖານ​ດ້ວຍ​ຈິດໃຈ​ທີ່​ເຈັບປວດ.</verse>
				<verse number="17">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ເຮັດ​ໃຫ້​ຄົນ​ຂອງ​ພຣະອົງ​ຮ້ອງ​ອອກ​ມາ ດັ່ງ​ຜູ້ຍິງ​ຖືພາ​ຮ້ອງ​ຢ່າງ​ເຈັບປວດ​ເມື່ອ​ຄອດ​ລູກ.</verse>
				<verse number="18">ພວກ​ຂ້ານ້ອຍ​ເຈັບປວດ​ເກືອບ​ຈະ​ສິ້ນໃຈ​ຕາຍ ແຕ່​ກໍ​ບໍ່ໄດ້​ໃຫ້​ກຳເນີດ​ຫຍັງ​ອອກ​ມາ​ຊໍ້າ ທັງ​ບໍ່ໄດ້​ນຳ​ໄຊຊະນະ​ມາ​ສູ່​ດິນແດນ​ເລີຍ ພວກ​ຂ້ານ້ອຍ​ບໍ່ໄດ້​ສຳເລັດຜົນ​ຫຍັງ​ທັງນັ້ນ.</verse>
				<verse number="19">ຄົນ​ພວກ​ຂ້ານ້ອຍ​ທີ່​ຕາຍໄປ​ແລ້ວ ກໍ​ຈະ​ມີ​ຊີວິດ​ຢູ່​ ຮ່າງກາຍ​ເຂົາເຈົ້າ​ຈະ​ກັບຄືນ​ມີ​ຊີວິດ​ອີກ​ຄັ້ງ. ທຸກຄົນ​ທີ່​ນອນ​ຫລັບ​ຢູ່​ໃນ​ຂຸມຝັງສົບ ຈະ​ຕື່ນ​ຂຶ້ນ​ຮ້ອງເພງ​ຢ່າງ​ຊົມຊື່ນ​ຍິນດີ​ໃຫຍ່. ນໍ້າ​ຄ້າງ​ໃສເຫລື້ອມ​ເຮັດ​ໃຫ້​ໂລກນີ້​ສົດຊື່ນ​ສັນໃດ ພຣະອົງ​ຈະ​ເຮັດ​ໃຫ້​ຜູ້​ຕາຍໄປ​ແຕ່​ດົນນານ​ຟື້ນ​ຄືນ​ສັນນັ້ນ.</verse>
				<verse number="20">ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ເມືອ​ເຮືອນ​ຂອງ​ພວກເຈົ້າ​ແລະ​ອັດ​ປະຕູ​ໄວ້​ສາ. ຈົ່ງ​ຊ້ອນຕົວ​ພວກເຈົ້າ​ໄວ້​ຊົ່ວ​ໄລຍະ​ໜຶ່ງ ຈົນກວ່າ​ພຣະເຈົ້າ​ເຊົາ​ໂກດຮ້າຍ.</verse>
				<verse number="21">ພຣະເຈົ້າຢາເວ​ກຳລັງ​ມາ​ແຕ່​ບ່ອນ​ທີ່​ພຣະອົງ​ສະຖິດ​ຢູ່ ເພື່ອ​ລົງໂທດ​ປະຊາກອນ​ໃນ​ໂລກນີ້ ເພາະ​ບາບ​ທີ່​ພວກເຂົາ​ໄດ້​ເຮັດ. ຄາດຕະກອນ​ທີ່​ໄດ້​ຂ້າ​ຄົນ​ຢ່າງ​ລັບລີ້​ຈະ​ຖືກ​ເປີດເຜີຍ ແລະ​ພື້ນດິນ​ກໍ​ຈະ​ບໍ່​ເຊື່ອງຊ້ອນ​ຊາກສົບ​ຂອງ​ຜູ້​ທີ່​ໄດ້​ຖືກ​ຂ້າ​ອີກ​ຕໍ່ໄປ.</verse>
			</chapter>
			<chapter number="27">
				<verse number="1">ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ຈະ​ໃຊ້​ດາບ​ອັນ​ມີ​ອຳນາດ ແລະ​ເຖິງ​ແກ່​ຄວາມຕາຍ ລົງໂທດ​ເລວີ​ອາທັນ​ມັງກອນ​ຮ້າຍ​ທີ່​ບິດ ແລະ​ກ້ຽວໄປ​ໂງມາ ແລະ​ຂ້າ​ເງືອກ ທີ່​ອາໄສ​ຢູ່​ໃນ​ທະເລ.</verse>
				<verse number="2">ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ຈະ​ກ່າວ​ເຖິງ​ສວນອະງຸ່ນ​ຂອງ​ພຣະອົງ ທີ່​ໃຫ້​ຄວາມ​ພໍໃຈ​ນັ້ນ​ວ່າ,</verse>
				<verse number="3">“ເຮົາ​ເຝົ້າເບິ່ງ​ແລະ​ຫົດ​ນໍ້າ​ມັນ​ບໍ່ໄດ້​ຂາດ. ເຮົາ​ເຝົ້າ​ຮັກສາ​ທັງເວັນ ແລະ​ທັງຄືນ ເພື່ອ​ບໍ່​ໃຫ້​ຜູ້ໃດ​ມາ​ທຳຮ້າຍ​ມັນ​ໄດ້.</verse>
				<verse number="4">ເຮົາ​ຈະ​ບໍ່​ໂກດຮ້າຍ​ຕໍ່​ສວນອະງຸ່ນ​ຂອງເຮົາ​ອີກ​ຕໍ່ໄປ. ຖ້າ​ກົກ​ໜາມ​ໃຫຍ່ນ້ອຍ​ເກີດຂຶ້ນ​ມາ​ຕໍ່ສູ້ ເຮົາ​ກໍ​ຈະ​ເຜົາ​ໃຫ້​ສິ້ນຊາກ​ໄປ.</verse>
				<verse number="5">ແຕ່​ຖ້າ​ເຫຼົ່າ​ສັດຕູ​ຂອງ​ປະຊາຊົນ​ຂອງເຮົາ ຕ້ອງການ​ໃຫ້​ເຮົາ​ປົກປ້ອງ​ຄຸ້ມຄອງ​ພວກເຂົາ ຈົ່ງ​ໃຫ້​ພວກເຂົາ​ສ້າງ​ສັນຕິພາບ​ກັບ​ເຮົາ​ສາ. ຖືກ​ແລ້ວ ໃຫ້​ພວກເຂົາ​ສ້າງ​ສັນຕິພາບ​ກັບ​ເຮົາ.”</verse>
				<verse number="6">ໃນ​ວັນ​ນັ້ນ ປະຊາຊົນ​ອິດສະຣາເອນ​ຜູ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ ຈະ​ຢັ່ງຮາກ​ລົງ​ດັ່ງ​ຮາກ​ຂອງ​ຕົ້ນໄມ້​ແລະ​ຈະ​ອອກ​ດອກ​ຈູມ​ດອກບານ. ໂລກນີ້​ຈະ​ເຕັມ​ໄປ​ດ້ວຍ​ໝາກຜົນ​ຂອງ​ພວກເຂົາ.</verse>
				<verse number="7">ຊາດ​ອິດສະຣາເອນ​ຈະ​ບໍ່​ຖືກ​ພຣະເຈົ້າຢາເວ​ລົງໂທດ​ໜັກ ເທົ່າ​ກັບ​ບັນດາ​ເຫຼົ່າ​ສັດຕູ​ຂອງຕົນ ແລະ​ຈະ​ບໍ່​ຖືກ​ຂ້າ​ຫລາຍ​ເທົ່າກັບ​ເຫຼົ່າ​ສັດຕູ​ຂອງ​ເຂົາ​ຖືກ​ຂ້າ.</verse>
				<verse number="8">ພຣະເຈົ້າຢາເວ​ລົງໂທດ​ປະຊາຊົນ​ຂອງ​ພຣະອົງ ໂດຍ​ເນລະເທດ​ເຂົາ​ໃຫ້​ໜີໄປ. ພຣະອົງ​ໄດ້​ໃຊ້​ລົມ​ອັນ​ໂຫດຮ້າຍ​ຈາກ​ທິດ​ຕາເວັນອອກ ພັດ​ສົ່ງ​ພວກເຂົາ​ໄປ.</verse>
				<verse number="9">ແຕ່​ບາບ​ຂອງ​ຊາດ​ອິດສະຣາເອນ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ ກໍ​ຕໍ່​ເມື່ອ​ຫີນ​ແທ່ນບູຊາ​ຂອງ​ຜູ້​ທີ່​ບໍ່​ນັບຖື​ພຣະເຈົ້າ​ຖືກ​ທຳລາຍ​ດັ່ງ​ຂີ້​ສໍຂາວ ແລະ​ທັງ​ບໍ່ມີ​ສັນຍາລັກ​ຕ່າງໆ​ຂອງ​ເຈົ້າແມ່​ອາເຊຣາ ຫລື​ແທ່ນ​ເຜົາ​ເຄື່ອງຫອມ​ບູຊາ​ເຫຼືອ​ຢູ່​ເລີຍ.</verse>
				<verse number="10">ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ກໍ​ຮົກຮ້າງ​ເພພັງ ຂາດ​ຄົນ​ຢູ່​ອາໄສ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ເປົ່າແປນ. ມັນ​ກາຍເປັນ​ທົ່ງ​ທີ່​ສັດ​ພັກຜ່ອນ​ແລະ​ເລາະ​ກິນ​ຫຍ້າ.</verse>
				<verse number="11">ງ່າໄມ້​ກໍ​ຫ່ຽວແຫ້ງ​ແລະ​ຫັກ​ລົງ ແລະ​ພວກຜູ້ຍິງ​ກໍ​ໄປ​ເກັບ​ເອົາ​ມາ​ເຮັດ​ຟືນ. ຍ້ອນ​ປະຊາຊົນ​ບໍ່ໄດ້​ເຂົ້າໃຈ​ຫຍັງ ພຣະເຈົ້າ​ອົງ​ເປັນ​ພຣະຜູ້​ສ້າງ​ຂອງ​ພວກເຂົາ​ຈຶ່ງ​ຈະ​ບໍ່​ໃຫ້​ຄວາມ​ເມດຕາປານີ ຫລື​ສະແດງ​ຄວາມ​ອີດູຕົນ​ໃດໆ​ແກ່​ພວກເຂົາ​ເລີຍ.</verse>
				<verse number="12">ໃນ​ວັນ​ນັ້ນ ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ຈົນຮອດ​ຊາຍແດນ​ຂອງ​ປະເທດ​ເອຢິບ ພຣະເຈົ້າຢາເວ​ຈະ​ເຕົ້າໂຮມ​ປະຊາຊົນ​ຂອງ​ພຣະອົງ​ແຕ່ລະຄົນ​ດັ່ງ​ຝັດ​ແກບ​ອອກ​ຈາກ​ເມັດ​ເຂົ້າ.</verse>
				<verse number="13">ເມື່ອ​ວັນ​ນັ້ນ​ມາ​ເຖິງ ສຽງ​ແກ​ຈະ​ດັງ​ຂຶ້ນ ເພື່ອ​ເອີ້ນ​ເອົາ​ພວກ​ອິດສະຣາເອນ​ທັງໝົດ​ທີ່​ໄດ້​ຖືກ​ເນລະເທດ​ໄປ​ນັ້ນ ໃຫ້​ກັບຄືນ​ມາ​ຈາກ​ອັດຊີເຣຍ ແລະ​ປະເທດ​ເອຢິບ. ພວກເຂົາ​ຈະ​ມາ​ນະມັດສະການ​ພຣະເຈົ້າຢາເວ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຄື​ທີ່​ເທິງ​ເນີນພູ​ສັກສິດ​ຂອງ​ພຣະອົງ.</verse>
			</chapter>
			<chapter number="28">
				<verse number="1">ເຄາະກຳ​ເປັນ​ຂອງ​ອານາຈັກ​ອິດສະຣາເອນ​ສາ​ແລ້ວ ຄວາມ​ຮຸ່ງເຮືອງ​ຂອງ​ອານາຈັກ​ກຳລັງ​ຫ່ຽວແຫ້ງ​ລົງ ດັ່ງ​ມົງກຸດ​ດອກໄມ້​ທີ່​ຢູ່​ເທິງ​ຫົວ​ຂອງ​ຜູ້ນຳ​ຂີ້ເມົາ​ທັງຫລາຍ. ຫົວ​ອັນ​ອວດອົ່ງ​ຂອງ​ພວກເຂົາ​ມີ​ກິ່ນ​ຫອມຫວນ​ດີ ແຕ່​ພວກເຂົາ​ພັດ​ນອນ​ເມົາ​ບໍ່ໄດ້​ສະຕິ​ດັ່ງ​ຄົນຕາຍ.</verse>
				<verse number="2">ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ມີ​ຄົນ​ໜຶ່ງ​ທີ່​ເຂັ້ມແຂງ ແລະ​ມີ​ອຳນາດ ຕຽມພ້ອມ​ເພື່ອ​ໂຈມຕີ​ພວກເຂົາ ຄື​ຄົນ​ໜຶ່ງ​ທີ່​ຈະ​ມາ​ດັ່ງ​ພະຍຸ​ໝາກເຫັບ, ດັ່ງ​ຫ່າຝົນ ແລະ​ດັ່ງ​ນໍ້າ​ໄຫລເຊາະ​ຖ້ວມ​ລົ້ນ​ເຕັມ​ໄປ​ທົ່ວ​ດິນແດນ.</verse>
				<verse number="3">ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ບັນດາ​ຜູ້ນຳ​ເຫຼົ່ານັ້ນ ຈະ​ຖືກ​ຢຽບຢໍ່າ​ລົງ​ໃຕ້​ພື້ນ​ຕີນ.</verse>
				<verse number="4">ຄວາມ​ຮຸ່ງເຮືອງ​ອັນ​ຫ່ຽວແຫ້ງ​ຂອງ​ພວກຜູ້ນຳ ທີ່​ອວດອົ່ງ​ຈອງຫອງ​ເຫຼົ່ານັ້ນ​ຈະ​ສູນຫາຍ​ໄປ ດັ່ງ​ໝາກເດື່ອສຸກ​ຮວດ​ທຳອິດ​ໃນ​ລະດູ ເມື່ອ​ມັນ​ສຸກ​ແລ້ວ​ກໍ​ເກັບ​ເອົາ​ມາ​ກິນ​ໄດ້​ທັນທີ.</verse>
				<verse number="5">ເມື່ອ​ວັນ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ເປັນ​ດັ່ງ​ມົງກຸດ​ດອກໄມ້​ອັນ​ສະຫງ່າງາມ ສຳລັບ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ຍັງ​ມີ​ຊີວິດ​ຢູ່.</verse>
				<verse number="6">ພຣະອົງ​ຈະ​ໃຫ້​ຜູ້​ເຮັດ​ໜ້າທີ່​ຕັດສິນ​ຄະດີ ມີ​ຄວາມ​ເຂົ້າໃຈ​ຄວາມ​ຍຸດຕິທຳ ແລະ​ຈະ​ໃຫ້​ຄວາມ​ກ້າຫານ​ແກ່​ຜູ້​ທີ່​ປ້ອງກັນ​ປະຕູ​ເມືອງ​ບໍ່​ໃຫ້​ຖືກ​ໂຈມຕີ.</verse>
				<verse number="7">ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ມືນເມົາ​ເໝືອນກັນ ຈົນ​ຍ່າງ​ໂຊເຊ ພວກເຂົາ​ດື່ມ​ເຫຼົ້າ​ອະງຸ່ນ ແລະ​ດື່ມ​ເຫຼົ້າ​ຫລາຍ ຈົນ​ມືນເມົາ​ເຕະ​ສະດຸດ. ພວກ​ຜູ້ທຳນວາຍ​ເມົາຫຼາຍ ຈົນ​ບໍ່​ເຂົ້າໃຈ​ນິມິດ​ຕ່າງໆ​ທີ່​ພຣະເຈົ້າ​ສົ່ງ​ມາ; ແລະ​ພວກ​ປະໂຣຫິດ​ກໍ​ເມົາໂພດ ຈົນ​ຕັດສິນ​ຄະດີ​ທີ່​ຄົນ​ນຳ​ມາ​ຫາ​ພວກເຂົາ​ບໍ່ໄດ້.</verse>
				<verse number="8">ໂຕະ​ທີ່​ພວກເຂົາ​ນັ່ງ​ເຕັມ​ໄປ​ແຕ່​ຮາກ ແລະ​ບໍ່ມີ​ບ່ອນ​ໃດ​ສະອາດ​ເລີຍ.</verse>
				<verse number="9">ພວກເຂົາ​ຈົ່ມ​ໃຫ້​ຂ້າພະເຈົ້າ​ວ່າ, “ລາວ​ຄິດ​ວ່າ​ລາວ​ກຳລັງ​ສັ່ງສອນ​ຜູ້ໃດ? ຜູ້ໃດ​ເດ​ນໍ​ຕ້ອງການ​ຄຳສັ່ງສອນ​ຂອງ​ລາວ? ຄຳສັ່ງສອນ​ນັ້ນ​ສຳລັບ​ແອນ້ອຍ​ທີ່​ຫາ​ກໍ​ເຊົາ​ກິນ​ນົມ​ຫລາຍກວ່າ.</verse>
				<verse number="10">ລາວ​ກຳລັງ​ພະຍາຍາມ​ຈະ​ສັ່ງສອນ​ພວກເຮົາ​ເທື່ອລະ​ໂຕ ເທື່ອລະ​ແຖວ ແລະ​ເທື່ອລະ​ບົດ.”</verse>
				<verse number="11">ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ​ຂ້າພະເຈົ້າ ແລ້ວ​ພຣະເຈົ້າ​ກໍ​ຈະ​ໃຊ້​ພວກ​ຕ່າງຊາດ ທີ່​ເວົ້າ​ພາສາ​ອື່ນ​ມາ​ສັ່ງສອນ​ບົດຮຽນ​ໃຫ້.</verse>
				<verse number="12">ພຣະອົງ​ໃຫ້​ການ​ພັກຜ່ອນ ແລະ​ການ​ເລົ້າໂລມ​ໃຈ​ແກ່​ພວກເຈົ້າ ແຕ່​ພວກເຈົ້າ​ພັດ​ບໍ່​ຍອມ​ຟັງ​ພຣະອົງ.</verse>
				<verse number="13">ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຈະ​ສັ່ງສອນ​ບົດຮຽນ​ໃຫ້​ເທື່ອລະ​ໂຕ ເທື່ອລະ​ແຖວ ແລະ​ເທື່ອລະ​ບົດ ແລ້ວ​ພວກເຈົ້າ​ກໍ​ຈະ​ສະດຸດ​ລົ້ມລົງ​ທຸກ​ບາດກ້າວ​ທີ່​ພວກເຈົ້າ​ຍ່າງ​ໄປ. ພວກເຈົ້າ​ຈະ​ໄດ້​ຮັບ​ບາດເຈັບ, ຖືກ​ບ້ວງແຮ້ວ ແລະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.</verse>
				<verse number="14">ບັດນີ້ ພວກເຈົ້າ​ຄົນ​ອວດດີ​ເອີຍ ຄື​ຜູ້ປົກຄອງ​ປະຊາຊົນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ; ຈົ່ງ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ​ກຳລັງ​ກ່າວ.</verse>
				<verse number="15">ພວກເຈົ້າ​ເວົ້າ​ອວດ​ວ່າ ພວກເຈົ້າ​ໄດ້​ເຮັດ​ຂໍ້​ສັນຍາ​ກັບ​ຄວາມຕາຍ ແລະ​ບັນລຸ​ຂໍ້​ຕົກລົງ​ໄປ​ສູ່​ແດນ​ມໍຣະນາ. ພວກເຈົ້າ​ແນ່ໃຈ​ວ່າ​ເມື່ອ​ຄວາມ​ຈິບຫາຍ​ມາ ມັນ​ຈະ​ຫວິດ​ໄປ​ຈາກ​ພວກເຈົ້າ​ຍ້ອນ​ພວກເຈົ້າ​ເພິ່ງ​ຄຳເວົ້າ​ຕົວະ ແລະ​ເພິ່ງ​ການ​ຫລອກລວງ​ເພື່ອ​ຮັກສາ​ພວກເຈົ້າ​ໃຫ້​ປອດໄພ.</verse>
				<verse number="16">ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: “ເຮົາ​ກຳລັງ​ວາງ​ຮາກຖານ​ໃນ​ພູເຂົາ​ຊີໂອນ​ຢ່າງ​ໝັ້ນຄົງ​ແລະ​ແຂງແຮງ. ໃນ​ທີ່ນັ້ນ ເຮົາ​ກຳລັງ​ວາງ​ຫີນ​ເສົາ​ເອກ ຊຶ່ງ​ມີ​ຂຽນ​ຖ້ອຍຄຳ​ໃສ່​ເທິງ​ວ່າ ‘ຄວາມເຊື່ອ​ທີ່​ໝັ້ນຄົງ​ກໍ​ອົດທົນ​ດົນນານ.’</verse>
				<verse number="17">ຄວາມ​ຍຸດຕິທຳ​ຈະ​ເປັນ​ເສັ້ນ​ວັດແທກ​ຮາກຖານ ແລະ​ຄວາມສັດຊື່​ຈະ​ເປັນ​ສາຍ​ຢັ່ງ​ຄວາມ​ທຸ່ນທ່ຽງ.” ພະຍຸ​ໝາກເຫັບ​ຈະ​ກວາດ​ເອົາ​ຄຳເວົ້າ​ຕົວະ​ຂອງ​ພວກເຈົ້າ​ໄປ​ຈົນ​ໝົດ ແລະ​ນໍ້າ​ຖ້ວມ​ຈະ​ທຳລາຍ​ຄວາມ​ໝັ້ນຄົງ​ຂອງ​ພວກເຈົ້າ.</verse>
				<verse number="18">ຂໍ້​ສັນຍາ​ທີ່​ພວກເຈົ້າ​ໄດ້​ເຮັດ​ກັບ​ຄວາມຕາຍ​ຈະ​ຖືກ​ທຳລາຍ ແລະ​ຂໍ້​ຕົກລົງ​ທີ່​ພວກເຈົ້າ​ໄດ້​ເຮັດ​ກັບ​ແດນ​ມໍຣະນາ​ກໍ​ຈະ​ຖືກ​ຍົກເລີກ. ເມື່ອ​ຄວາມ​ຈິບຫາຍ​ມາເຖິງ ມັນ​ຈະ​ຢຽບຢໍ່າ​ພວກເຈົ້າ​ລົງ.</verse>
				<verse number="19">ມັນ​ຈະ​ກະທົບ​ພວກເຈົ້າ​ອີກ​ຫລາຍເທື່ອ ຕອນເຊົ້າ​ແລ້ວ​ຕອນເຊົ້າ​ອີກ. ພວກເຈົ້າ​ຈະ​ຕ້ອງ​ອົດທົນ​ເອົາ​ທັງ​ກາງເວັນ​ແລະ​ກາງຄືນ. ຖ້ອຍຄຳ​ໃໝ່ໆ​ຈາກ​ພຣະເຈົ້າ​ແຕ່ລະ​ເທື່ອ ຈະ​ນຳ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ຢ່າງ​ໃໝ່​ມາ​ໃຫ້</verse>
				<verse number="20">ພວກເຈົ້າ​ຈະ​ເປັນ​ດັ່ງ​ຄົນ​ທີ່​ກ່າວ​ໄວ້​ໃນ​ສຸພາສິດ​ວ່າ: ຜູ້​ທີ່​ຊອກ​ຫາ​ນອນ​ໃນ​ຕຽງ​ທີ່​ສັ້ນ​ໂພດ ແຖມ​ຫົ່ມ​ຜ້າ​ທີ່​ສັ້ນ​ບໍ່​ຫຸ້ມ​ຮອດ​ຕົນຕົວ.</verse>
				<verse number="21">ພຣະເຈົ້າຢາເວ​ຈະ​ຕໍ່ສູ້ ດັ່ງ​ທີ່​ພຣະອົງ​ໄດ້​ຕໍ່ສູ້​ທີ່​ພູ​ເປຣາຊີມ ແລະ​ຢູ່​ໃນ​ຮ່ອມພູ​ກີເບໂອນ​ເພື່ອ​ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ຢາກ​ເຮັດ; ການ​ກະທຳ​ຂອງ​ພຣະອົງ​ເບິ່ງ​ແລ້ວ​ເປັນ​ການ​ແປກ​ປະຫລາດ​ແທ້ ພຣະອົງ​ຈະ​ເຮັດ​ພາລະກິດ​ຂອງ​ພຣະອົງ​ໃຫ້​ຄົບຖ້ວນ ຄື​ພາລະກິດ​ທີ່​ລຶກລັບ​ຂອງ​ພຣະອົງ.</verse>
				<verse number="22">ຢ່າ​ສູ່​ຫົວຂວັນ​ຕໍ່​ຄຳເຕືອນ​ທີ່​ຂ້າພະເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ ຖ້າ​ຫົວຂວັນ​ມັນ​ຈະ​ຮ້າຍແຮງ​ຫລາຍ​ຂຶ້ນ​ຈົນ​ພວກເຈົ້າ​ປົບໜີໄປ​ບໍ່ໄດ້. ຂ້າພະເຈົ້າ​ໄດ້ຍິນ​ຄຳ​ຕັດສິນໃຈ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເພື່ອ​ທຳລາຍ​ດິນແດນ​ທັງໝົດ​ແລ້ວ.</verse>
				<verse number="23">ຈົ່ງ​ຫງ່ຽງຫູ​ຟັງ​ສິ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ກ່າວ ຈົ່ງ​ເອົາໃຈໃສ່​ຕໍ່​ສິ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ບອກ.</verse>
				<verse number="24">ບໍ່ມີ​ຊາວນາ​ຄົນໃດ​ທີ່​ສືບຕໍ່​ໄຖ​ນາ ແລະ​ຕຽມ​ດິນ​ສຳລັບ​ຫວ່ານ​ເມັດພືດ​ໄປ​ເລີຍໆ.</verse>
				<verse number="25">ພໍ​ຕຽມ​ດິນ​ແລ້ວໆ ລາວ​ກໍ​ປູກ​ແກ່ນ​ຜັກ​ໃສ່ ເຊັ່ນ: ຜັກຊີ​ແລະ​ຂີ້ໝິ້ນ. ລາວ​ປູກ​ເຂົ້າບາເລ​ແລະ​ເຂົ້າເດືອຍ ເປັນ​ແຖວ ແລະ​ລາວ​ປູກ​ພືດ​ເປັນເມັດ​ແນວ​ອື່ນ​ຕາມ​ແຄມ​ນາ.</verse>
				<verse number="26">ລາວ​ຮູ້​ວຽກ​ຂອງຕົນ​ເພາະ​ພຣະເຈົ້າ​ໄດ້​ບອກສອນ​ລາວ.</verse>
				<verse number="27">ລາວ​ບໍ່ເຄີຍ​ໃຊ້​ໄມ້​ໜັກໆ ທັບ​ເອົາ​ເມັດ​ຜັກຊີ​ແລະ​ຫົວ​ຂີ້ໝິ້ນ​ຈັກເທື່ອ; ແຕ່​ລາວ​ໃຊ້​ໄມ້​ຂະໜາດ​ພໍດີ​ຂຸດ​ເອົາ.</verse>
				<verse number="28">ລາວ​ບໍ່ໄດ້​ບົດ​ເມັດ​ເຂົ້າ​ທີ່​ເຮັດ​ເຂົ້າຈີ່​ເສຍຫາຍ​ໂດຍ​ນວດ​ຢ່າງ​ບໍ່​ຮູ້ຈັກ​ເຊົາ ແລະ​ຮູ້ຈັກ​ສີເຂົ້າ​ໂດຍ​ແລ່ນ​ກົງກວຽນ​ທັບ​ບໍ່​ໃຫ້​ເມັດ​ເຂົ້າ​ແຕກ.</verse>
				<verse number="29">ສະຕິປັນຍາ​ທັງໝົດ​ນີ້​ມາ​ຈາກ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ແຜນການ​ທີ່​ພຣະອົງ​ດຳເນີນ​ນັ້ນ​ສະຫລາດ ແລະ​ສຳເລັດຜົນ​ສະເໝີ.</verse>
			</chapter>
			<chapter number="29">
				<verse number="1">ເຄາະກຳ​ເປັນ​ຂອງ​ນະຄອນ​ເຢຣູຊາເລັມ ຄື​ແທ່ນບູຊາ​ຂອງ​ພຣະເຈົ້າ​ສາ​ແລ້ວ ເຄາະກຳ​ເປັນ​ຂອງ​ເມືອງ​ທີ່​ດາວິດ​ໄດ້​ຕັ້ງຄ້າຍ​ໃສ່​ສາ​ແລ້ວ ປ່ອຍ​ໃຫ້​ງານກິນລ້ຽງ​ແລະ​ເທດສະການ​ຕ່າງໆ ປີ​ໜຶ່ງ​ຫລື​ສອງ​ປີ​ຜ່ານ​ໄປ​ກ່ອນ</verse>
				<verse number="2">ແລ້ວ​ພຣະເຈົ້າ​ຈະ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ນະຄອນ​ທີ່​ເອີ້ນ​ວ່າ, “ແທ່ນບູຊາ​ຂອງ​ພຣະເຈົ້າ.” ໃນ​ທີ່ນັ້ນ​ຈະ​ມີ​ແຕ່​ສຽງ​ຮ້ອງໄຫ້​ຮໍ່າໄຮ ແລະ​ທົ່ວ​ທັງ​ນະຄອນ​ກໍ​ຈະ​ເປັນ​ດັ່ງ​ແທ່ນບູຊາ​ທີ່​ນອງ​ໄປ​ດ້ວຍ​ເລືອດ.</verse>
				<verse number="3">ພຣະເຈົ້າ​ຈະ​ໂຈມຕີ ແລະ​ປິດລ້ອມ​ນະຄອນ​ນີ້​ໄວ້.</verse>
				<verse number="4">ນະຄອນ​ເຢຣູຊາເລັມ​ຈະ​ເປັນ​ດັ່ງ​ວິນຍານ ທີ່​ຍາດແຍ່ງ​ກັນ​ເວົ້າຈາ​ຈາກ​ພື້ນດິນ ສຽງດັງ​ອູດອີດ​ອອກ​ຈາກ​ຂີ້ຝຸ່ນ​ດິນ.</verse>
				<verse number="5">ນະຄອນ​ເຢຣູຊາເລັມ​ເອີຍ ຄົນ​ຕ່າງດ້າວ​ທີ່​ໂຈມຕີ​ເຈົ້າ​ຈະ​ຖືກ​ລົມ​ພັດ​ໄປ​ດັ່ງ​ຂີ້ຝຸ່ນ​ດິນ ແລະ​ກອງທັບ​ອັນ​ໜ້າຢ້ານກົວ​ຂອງ​ພວກເຂົາ​ກໍ​ຈະ​ບິນ​ເຈີດ​ໜີ​ດັ່ງ​ເຟືອງ. ໃນທັນໃດ​ແລະ​ຢ່າງ​ບໍ່​ຄາດຝັນ​ນັ້ນ</verse>
				<verse number="6">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ​ດ້ວຍ​ລົມພະຍຸ ທີ່​ມີ​ສຽງ​ຟ້າຮ້ອງ​ຟ້າແມບ ແລະ​ແຜ່ນດິນ​ໄຫວ. ພຣະອົງ​ຈະ​ສົ່ງ​ລົມ​ພະຍຸ​ຮ້າຍ ແລະ​ແປວໄຟ​ອັນ​ແກ່ກ້າ​ມາ;</verse>
				<verse number="7">ແລ້ວ​ກອງທັບ​ທັງໝົດ​ຂອງ​ຊົນຊາດ​ຕ່າງໆ ທີ່​ກຳລັງ​ໂຈມຕີ​ນະຄອນ​ແຫ່ງ​ແທ່ນບູຊາ​ຂອງ​ພຣະເຈົ້າ ພ້ອມ​ທັງ​ອາວຸດ​ຍຸດທະພັນ​ທຸກຢ່າງ​ຂອງ​ພວກເຂົາ ກໍ​ຈະ​ສູນຫາຍ​ໄປ​ດັ່ງ​ຄວາມຝັນ ດັ່ງ​ພາບ​ທີ່​ຄົນ​ຄິດຂຶ້ນ​ຫາຍໄປ​ໃນ​ຕອນ​ກາງຄືນ.</verse>
				<verse number="8">ຊົນຊາດ​ທັງໝົດ​ທີ່​ເຕົ້າໂຮມ​ກັນ​ເພື່ອ​ໂຈມຕີ​ນະຄອນ​ເຢຣູຊາເລັມ ຈະ​ເປັນ​ດັ່ງ​ຄົນ​ກຳລັງ​ຈະ​ຕາຍ​ເພາະ​ຫິວເຂົ້າ ທີ່​ຝັນ​ວ່າ​ກຳລັງ​ກິນ​ເຂົ້າ ແລະ​ຕື່ນ​ຂຶ້ນ​ມາ​ຫິວໂຫຍ ຫລື​ດັ່ງ​ຄົນ​ກຳລັງ​ຈະ​ຕາຍ​ຍ້ອນ​ກະຫາຍ​ນໍ້າ ທີ່​ຝັນ​ວ່າ​ກຳລັງ​ດື່ມ​ນໍ້າ ແລະ​ຕື່ນ​ຂຶ້ນ​ມາ​ໂດຍ​ຄໍ​ກໍ​ຍັງ​ແຫ້ງ.</verse>
				<verse number="9">ຈົ່ງ​ໂງ່ຈ້າ​ຕໍ່ໄປ​ສາ ຈົ່ງ​ຕາບອດ​ຕໍ່ໄປ​ເຖີດ ຈົ່ງ​ມືນເມົາ​ໂດຍ​ບໍ່ມີ​ເຫຼົ້າ​ອະງຸ່ນ​ດື່ມ​ສາ ໂຊເຊ​ໄປມາ​ໂດຍ​ບໍ່ໄດ້​ດື່ມ​ເຫຼົ້າ​ຈັກ​ຈອກ​ສາ</verse>
				<verse number="10">ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ງ້ວງນອນ ພ້ອມ​ທີ່​ຈະ​ລົ້ມລົງ​ນອນ​ຢ່າງ​ຫລັບ​ສະໜິດ. ພວກ​ຜູ້ທຳນວາຍ​ຄວນ​ຈະ​ເປັນ​ສາຍຕາ​ໃຫ້​ແກ່​ປະຊາຊົນ ແຕ່​ພຣະເຈົ້າ​ໄດ້​ອັດຕາ​ຂອງ​ພວກເຂົາ​ໄວ້​ສາ​ແລ້ວ.</verse>
				<verse number="11">ນິມິດ​ຂອງ​ເຫດການ​ທັງໝົດ​ເຫຼົ່ານີ້​ໄດ້​ກາຍເປັນ​ດັ່ງ​ໜັງສື​ມ້ວນ ທີ່​ຖືກ​ປະທັບຕາ​ໄວ້​ສຳລັບ​ພວກເຈົ້າ. ຖ້າ​ພວກເຈົ້າ​ນຳ​ໜັງສື​ນັ້ນ ໄປ​ຫາ​ຜູ້ໃດ​ທີ່​ຮູ້ຈັກ​ອ່ານ ແລະ​ບອກ​ໃຫ້​ລາວ​ອ່ານ​ສູ່​ຟັງ ຜູ້ນັ້ນ​ກໍ​ຈະ​ເວົ້າ​ວ່າ, ຕົນ​ອ່ານ​ບໍ່ໄດ້ ເພາະ​ໄດ້​ຖືກ​ປະທັບຕາ​ໄວ້​ແລ້ວ.</verse>
				<verse number="12">ຖ້າ​ພວກເຈົ້າ​ນຳ​ໄປ​ຫາ​ຜູ້ໃດ​ທີ່​ບໍ່​ຮູ້ຈັກ​ອ່ານ ແລະ​ບອກ​ໃຫ້​ລາວ​ອ່ານ​ສູ່​ຟັງ ຜູ້ນັ້ນ​ກໍ​ຈະ​ຕອບ​ວ່າ, ຕົນ​ບໍ່​ຮູ້ຈັກ​ອ່ານ.</verse>
				<verse number="13">ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ອ້າງ​ວ່າ​ນະມັດສະການ​ເຮົາ ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ໄຮ້​ຄວາມໝາຍ ແລະ​ຈິດໃຈ​ຂອງ​ພວກເຂົາ​ກໍ​ສຸມ​ຢູ່​ທີ່​ອື່ນ. ຄວາມ​ເຊື່ອຖື​ຂອງ​ພວກເຂົາ​ບໍ່ມີ​ຫຍັງ, ແຕ່​ເປັນ​ກົດເກນ ແລະ​ຮີດຄອງ​ຂອງ​ມະນຸດ ຊຶ່ງ​ພວກເຂົາ​ໄດ້​ທ່ອງ​ຂຶ້ນໃຈ​ເທົ່ານັ້ນ.</verse>
				<verse number="14">ສະນັ້ນ ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ສະດຸ້ງ​ຕື່ນ​ຕົກໃຈ ດ້ວຍ​ການ​ງຶດງໍ້​ແລ້ວ​ງຶດງໍ້​ອີກ​ໂດຍ​ບໍ່ໄດ້​ຄາດຝັນ. ຄົນສະຫລາດ​ຈະ​ກາຍເປັນ​ຄົນໂງ່ ແລະ​ຄວາມ​ຫລັກແຫລມ​ທຸກຢ່າງ​ຂອງ​ພວກເຂົາ​ກໍ​ຈະ​ບໍ່ມີ​ປະໂຫຍດ.”</verse>
				<verse number="15">ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກ​ທີ່​ຊອກ​ປິດບັງ​ແຜນການ​ຂອງ​ພວກຕົນ​ໄວ້​ຈາກ​ພຣະເຈົ້າຢາເວ. ພວກເຂົາ​ເຮັດ​ຕາມ​ແຜນການ​ຂອງຕົນເອງ​ໃນ​ທີ່​ລັບລີ້ ແລະ​ຄິດ​ວ່າ​ບໍ່ມີ​ຜູ້ໃດ​ຮູ້​ເຫັນ​ພວກຕົນ​ກຳລັງ​ເຮັດ​ຢູ່.</verse>
				<verse number="16">ພວກເຂົາ​ປ່ຽນ​ທຸກສິ່ງ​ຈາກ​ໜ້າມື​ເປັນ​ຫລັງ​ມື. ແມ່ນຫຍັງ​ສຳຄັນ​ກວ່າກັນ ຜູ້​ປັ້ນໝໍ້​ຫລື​ດິນດາກ? ສິ່ງ​ທີ່​ມະນຸດ​ໄດ້​ສ້າງ​ຂຶ້ນ​ນັ້ນ​ເວົ້າ​ກັບ​ຜູ້​ສ້າງ​ໄດ້​ບໍ​ວ່າ, “ເຈົ້າ​ບໍ່ໄດ້​ສ້າງ​ຂ້ອຍ​ມາ​ໃດ!” ຫລື​ເວົ້າ​ກັບ​ຜູ້​ສ້າງ​ໄດ້​ບໍ​ວ່າ, “ເຈົ້າ​ບໍ່​ຮູ້​ດອກ​ວ່າ​ເຈົ້າ​ກຳລັງ​ເຮັດ​ຫຍັງ?”</verse>
				<verse number="17">ມີ​ຄຳເວົ້າ​ຕໍ່ໆກັນ​ມາ​ວ່າ ອີກ​ບໍ່ດົນ​ປ່າໄມ້​ຈະ​ກາຍເປັນ​ທົ່ງນາ ແລະ​ທົ່ງນາ​ກໍ​ຈະ​ກາຍເປັນ​ປ່າໄມ້​ຄືນ.</verse>
				<verse number="18">ເມື່ອ​ວັນ​ນັ້ນ​ມາ​ເຖິງ ຄົນ​ຫູ​ໜວກ​ຈະ​ສາມາດ​ໄດ້ຍິນ​ສຽງ​ຂອງ​ຄົນ​ອ່ານ​ໜັງສື​ໄດ້ ແລະ​ຄົນ​ຕາບອດ​ທີ່​ຢູ່​ໃນ​ຄວາມມືດ​ຈະ​ສາມາດ​ເຫັນຮຸ່ງ​ໄດ້.</verse>
				<verse number="19">ຄົນ​ຍາກຈົນ​ແລະ​ຄົນ​ຖ່ອມຕົວ​ຈະ​ພົບ​ຄວາມສຸກ​ອີກເທື່ອໜຶ່ງ ທີ່​ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ມອບ​ໃຫ້.</verse>
				<verse number="20">ມັນ​ຈະ​ເປັນ​ຄາວ​ສຸດທ້າຍ​ຂອງ​ພວກ​ທີ່​ກົດຂີ່​ຄົນອື່ນ ແລະ​ດູໝິ່ນ​ປະໝາດ​ພຣະເຈົ້າ. ຄົນບາບ​ທຸກຄົນ​ຈະ​ຖືກ​ກຳຈັດ​ໃຫ້​ໝົດສິ້ນໄປ.</verse>
				<verse number="21">ພຣະເຈົ້າ​ຈະ​ທຳລາຍ​ພວກ​ທີ່​ໃສ່ຮ້າຍ​ປ້າຍສີ​ຄົນອື່ນ, ພວກ​ທີ່​ປົກປ້ອງ​ຜູ້​ຂ້າຄົນ​ບໍ່​ໃຫ້​ຖືກ​ໂທດ ແລະ​ພວກ​ທີ່​ເວົ້າຕົວະ​ເພື່ອ​ບໍ່​ໃຫ້​ຄົນ​ສັດຊື່​ໄດ້​ຮັບ​ຄວາມ​ຍຸດຕິທຳ.</verse>
				<verse number="22">ສະນັ້ນ ບັດນີ້​ພຣະເຈົ້າຢາເວ​ຜູ້​ໄດ້​ຊົງໄຖ່​ເອົາ​ອັບຣາຮາມ​ຈາກ​ຄວາມ​ເດືອດຮ້ອນ​ກ່າວ​ວ່າ, “ປະຊາຊົນ​ຂອງເຮົາ​ເອີຍ ເຈົ້າ​ຈະ​ບໍ່​ຖືກ​ອັບອາຍ​ຂາຍໜ້າ​ຕໍ່ໄປ ແລະ​ສີໜ້າ​ຂອງ​ພວກເຈົ້າ​ກໍ​ຈະ​ບໍ່​ຫລ່າເຫລືອງ ຍ້ອນ​ຄວາມ​ອັບອາຍ​ຕໍ່ໄປ​ອີກ.</verse>
				<verse number="23">ເມື່ອ​ພວກເຈົ້າ​ເຫັນ​ເດັກນ້ອຍ​ທີ່​ເຮົາ​ຈະ​ມອບ​ໃຫ້​ນັ້ນ ພວກເຈົ້າ​ຈະ​ຮັບຮູ້​ນາມຊື່​ຂອງ​ເຮົາ​ແມ່ນ​ອົງ​ບໍຣິສຸດ​ຂອງ​ຢາໂຄບ ແລະ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ພວກເຈົ້າ​ຈະ​ຍ້ອງຍໍ​ໃຫ້ກຽດ​ເຮົາ​ແລະ​ເກງກົວ​ເຮົາ.</verse>
				<verse number="24">ຄົນໂງ່ຈ້າ​ຈະ​ຮຽນຮູ້​ເພື່ອ​ເຂົ້າໃຈ ແລະ​ຄົນ​ມັກ​ຈົ່ມ​ກໍ​ຈະ​ຍິນດີ​ຮັບ​ຟັງ​ຄຳ​ບອກສອນ.”</verse>
			</chapter>
			<chapter number="30">
				<verse number="1">ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້: “ເຄາະກຳ​ເປັນ​ຂອງ​ຜູ້ປົກຄອງ​ຢູດາຍ​ສາ​ແລ້ວ ເພາະ​ພວກເຂົາ​ກະບົດ​ຕໍ່ສູ້​ເຮົາ. ພວກເຂົາ​ເຮັດ​ຕາມ​ແຜນການ​ຕ່າງໆ​ທີ່​ເຮົາ​ບໍ່ໄດ້​ກຳນົດ​ໃຫ້ ແລະ​ເຊັນ​ສັນຍາ​ຕໍ່ສູ້​ຄວາມປະສົງ​ຂອງເຮົາ ໂດຍ​ເຮັດ​ບາບຊ້ອນບາບ​ກອງ​ໄວ້.</verse>
				<verse number="2">ພວກເຂົາ​ໄປ​ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ປະເທດ​ເອຢິບ ໂດຍ​ບໍ່ໄດ້​ຂໍ​ຄຳ​ປຶກສາ​ນຳ​ເຮົາ. ພວກເຂົາ​ຕ້ອງການ​ໃຫ້​ປະເທດ​ເອຢິບ​ຄຸ້ມຄອງ​ພວກເຂົາ; ສະນັ້ນ ພວກເຂົາ​ຈຶ່ງ​ໄວ້ເນື້ອ​ເຊື່ອໃຈ​ກະສັດ​ແຫ່ງ​ເອຢິບ.</verse>
				<verse number="3">ແຕ່​ກະສັດ​ບໍ່ມີ​ອຳນາດ​ທີ່​ຈະ​ຊ່ວຍເຫລືອ​ພວກເຂົາ​ໄດ້ ແລະ​ການ​ຄຸ້ມຄອງ​ຂອງ​ປະເທດ​ເອຢິບ​ກໍ​ຈະ​ຈົບລົງ​ຢ່າງ​ພິນາດ.</verse>
				<verse number="4">ເຖິງ​ແມ່ນ​ວ່າ​ບັນດາ​ທູດ​ຂອງ​ພວກເຂົາ​ໄດ້​ມາຮອດ ເມືອງ​ໂຊອານ ແລະ​ຮາເນັດ​ໃນ​ເອຢິບ​ແລ້ວ​ກໍຕາມ</verse>
				<verse number="5">ແຕ່​ປະຊາຊົນ​ຊາວ​ຢູດາຍ​ຈະ​ກິນແໜງ​ໃຈ ທີ່​ພວກຕົນ​ໄດ້​ໄວ້ເນື້ອ​ເຊື່ອໃຈ​ຊົນຊາດ​ທີ່​ໄວ້ວາງໃຈ​ບໍ່ໄດ້ ຄື​ຊົນຊາດ​ໜຶ່ງ​ທີ່​ເຮັດ​ໃຫ້​ພວກຕົນ​ຜິດຫວັງ ເມື່ອ​ພວກຕົນ​ຄາດ​ວ່າ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫລືອ.”</verse>
				<verse number="6">ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ກ່ຽວກັບ​ສັດ​ຕ່າງໆ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ທາງ​ພາກໃຕ້: “ບັນດາ​ທູດ​ເດີນທາງ​ຜ່ານ​ປະເທດ​ທີ່​ເປັນ​ອັນຕະລາຍ ຄື​ບ່ອນ​ທີ່​ມີ​ໂຕສິງ, ງູພິດ ແລະ​ມັງກອນ​ທີ່​ເຫາະ​ໄດ້. ພວກເຂົາ​ບັນທຸກ​ຂອງຂວັນ​ລາຄາ​ແພງ ໃສ່​ເທິງ​ຫລັງ​ລໍ ແລະ​ອູດ​ໄປ​ໃຫ້​ຊົນຊາດ​ໜຶ່ງ​ທີ່​ຊ່ວຍເຫລືອ​ຫຍັງ​ບໍ່ໄດ້.</verse>
				<verse number="7">ຄວາມ​ຊ່ວຍເຫລືອ​ທີ່​ເອຢິບ​ໃຫ້​ນັ້ນ​ບໍ່ມີ​ປະໂຫຍດ. ສະນັ້ນ ເຮົາ​ຈຶ່ງ​ໄດ້​ໃສ່​ຊື່​ຫລິ້ນໆ​ໃຫ້​ແກ່​ເອຢິບ​ວ່າ, ‘ມັງກອນ​ບໍ່ມີ​ພິດ.”’</verse>
				<verse number="8">ພຣະເຈົ້າ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ຂຽນ​ລົງ​ໃສ່​ໜັງສື​ມ້ວນ​ໜຶ່ງ​ວ່າ ປະຊາຊົນ​ເປັນ​ຄົນ​ຢ່າງໃດ​ເພື່ອ​ຈະ​ໄດ້​ບັນທຶກ​ໄວ້​ເປັນ​ການ​ຖາວອນ​ວ່າ ພວກເຂົາ​ຊົ່ວຊ້າ​ສໍ່າໃດ.</verse>
				<verse number="9">ພວກເຂົາ​ກະບົດ​ຕໍ່ສູ້​ພຣະເຈົ້າ​ຢູ່​ສະເໝີ, ຕົວະ​ພຣະເຈົ້າ​ຢູ່​ສະເໝີ, ບໍ່​ຍອມ​ເຊື່ອຟັງ​ຄຳສັ່ງສອນ​ຂອງ​ພຣະເຈົ້າຢາເວ​ຢູ່​ສະເໝີ.</verse>
				<verse number="10">ພວກເຂົາ​ບອກ​ພວກ​ຜູ້ທຳນວາຍ​ໃຫ້​ມິດງຽບ. ພວກເຂົາ​ເວົ້າ​ວ່າ, “ຢ່າ​ເວົ້າ​ສິ່ງ​ທີ່​ຖືກຕ້ອງ​ສູ່​ພວກເຮົາ​ຟັງ​ເລີຍ. ຈົ່ງ​ບອກ​ສິ່ງ​ທີ່​ພວກເຮົາ​ຢາກ​ຟັງ. ໃຫ້​ພວກເຮົາ​ຢຶດຖື​ສິ່ງ​ທີ່​ລວງຕາ​ລວງໃຈ​ໄວ້​ສາ.</verse>
				<verse number="11">ອອກ​ໜີໄປ​ໃຫ້​ພົ້ນ​ຈາກ​ທາງ​ຂອງ​ພວກເຮົາ​ສາ ແລະ​ຢ່າ​ມາ​ກີດກັ້ນ​ພວກເຮົາ​ເລີຍ. ພວກເຮົາ​ບໍ່​ຢາກ​ຟັງ ເຖິງ​ເລື່ອງ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.”</verse>
				<verse number="12">ແຕ່​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ພວກເຈົ້າ​ບໍ່​ເອົາໃຈໃສ່​ນຳ​ສິ່ງ​ທີ່​ເຮົາ​ບອກ​ແລະ​ເພິ່ງ​ການ​ໃຊ້ກຳລັງ​ແລະ​ການ​ຫລອກລວງ.</verse>
				<verse number="13">ພວກເຈົ້າ​ເຮັດ​ຜິດ. ພວກເຈົ້າ​ເປັນ​ດັ່ງ​ກຳແພງ​ສູງ​ທີ່​ມີ​ຮອຍ​ແຕກ​ຮອດລຸ່ມ; ບໍ່​ດົນນານ​ດອກ ພວກເຈົ້າ​ກໍ​ຈະ​ພັງ​ທະລາຍ​ລົງ.</verse>
				<verse number="14">ພວກເຈົ້າ​ຈະ​ຖືກ​ຕີ​ໃຫ້​ແຕກ​ດັ່ງ​ໝໍ້ດິນ ຄື​ແຕກ​ໝຸ່ນ​ໝົດ​ຈົນ​ບໍ່ມີ​ປ່ຽງໃດ​ພໍ​ຈະ​ເອົາ​ມາ​ໃສ່​ຖ່ານໄຟ​ຮ້ອນ​ໄດ້ ຫລື​ຕັກ​ເອົາ​ນໍ້າ​ຈາກ​ຖັງ​ໄດ້.”</verse>
				<verse number="15">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ກັບຄືນ​ມາ​ແລະ​ໄວ້ວາງໃຈ​ໃນ​ເຮົາ​ຢ່າງ​ງຽບໆ​ສາ. ແລ້ວ​ພວກເຈົ້າ​ກໍ​ຈະ​ເຂັ້ມແຂງ​ແລະ​ປອດໄພ.” ແຕ່​ພວກເຈົ້າ​ບໍ່​ຍອມ​ປະຕິບັດ​ຕາມ.</verse>
				<verse number="16">ພວກເຈົ້າ​ຊໍ້າພັດ​ວາງແຜນ​ປົບໜີ​ຈາກ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ໂດຍ​ຂີ່​ມ້າ​ໜີໄປ. ພວກເຈົ້າ​ເຮັດ​ຖືກຕ້ອງ​ແລ້ວ ການແລ່ນ​ເປີດໜີ​ແມ່ນ​ສິ່ງ​ທີ່​ພວກເຈົ້າ​ຕ້ອງ​ເຮັດ ພວກເຈົ້າ​ຄິດວ່າ​ມ້າ​ທີ່​ພວກເຈົ້າ​ຂີ່​ນັ້ນ​ແລ່ນ​ໄວ​ພໍ ແຕ່​ຄົນ​ທີ່​ໄລ່ຕາມ​ນັ້ນ​ຈະ​ໄປ​ໄວກວ່າ</verse>
				<verse number="17">ພວກເຈົ້າ​ພັນ​ຄົນ​ຈະ​ແລ່ນ​ໜີ​ເມື່ອ​ເຫັນ​ທະຫານ​ຜູ້ໜຶ່ງ​ຂອງ​ສັດຕູ ແລະ​ທະຫານ​ຫ້າ​ຄົນ​ຂອງ​ສັດຕູ​ກໍ​ພຽງພໍ ທີ່​ຈະ​ເຮັດ​ໃຫ້​ພວກເຈົ້າ​ແລ່ນ​ໜີໄປ​ໝົດ. ໃນ​ກອງທັບ​ຂອງ​ພວກເຈົ້າ​ຈະ​ບໍ່ມີ​ຫຍັງ​ເຫຼືອ​ເລີຍ ນອກຈາກ​ຫລັກ​ທຸງ​ທີ່​ຈອມ​ເນີນພູ​ເທົ່ານັ້ນ.</verse>
				<verse number="18">ເຖິງປານນັ້ນ​ກໍຕາມ ພຣະເຈົ້າຢາເວ​ກໍ​ຍັງ​ລໍຖ້າ ເພື່ອ​ໃຫ້​ຄວາມ​ເມດຕາ​ແກ່​ພວກເຈົ້າ​ຢູ່. ພຣະອົງ​ພ້ອມ​ທີ່​ຈະ​ໃຫ້​ຄວາມ​ເມດຕາ​ສົງສານ​ແກ່​ພວກເຈົ້າ ຍ້ອນ​ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ​ແຫ່ງ​ການ​ຕັດສິນ. ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.</verse>
				<verse number="19">ພວກເຈົ້າ ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈະ​ບໍ່​ຮ້ອງໄຫ້​ຄໍ່າຄວນ​ອີກ​ຕໍ່ໄປ​ແລ້ວ. ອົງພຣະ​ຜູ້​ເປັນເຈົ້າ​ຍັງ​ເມດຕາ​ພວກເຈົ້າ ແລະ​ເມື່ອ​ພວກເຈົ້າ​ຮ້ອງຫາ​ພຣະອົງ​ໃຫ້​ຊ່ວຍເຫລືອ ພຣະອົງ​ຈະ​ຕອບ​ພວກເຈົ້າ.</verse>
				<verse number="20">ເຖິງ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ປະທານ​ເຂົ້າຈີ່​ແຫ່ງ​ຄວາມ​ຍາກ​ລຳບາກ ແລະ​ນໍ້າ​ແຫ່ງ​ຄວາມ​ທຸກໃຈ​ໃຫ້​ແກ່​ພວກເຈົ້າ ເຖິງປານນັ້ນ ພຣະອົງ​ຈະ​ບໍ່​ລີ້ຊ່ອນຕົວ​ຕໍ່ໄປ​ອີກ​ເລີຍ, ແຕ່​ຕາ​ພວກເຈົ້າ​ຈະ​ເຫັນ​ຜູ້​ເປັນ​ຄູ​ຂອງ​ພວກເຈົ້າ.</verse>
				<verse number="21">ຖ້າ​ພວກເຈົ້າ​ຫັນໜີ​ອອກ​ຈາກ​ທາງ​ໄປ​ຂ້າງ​ຂວາ ຫລື​ໄປ​ຂ້າງ​ຊ້າຍ ພວກເຈົ້າ​ກໍ​ຈະ​ໄດ້ຍິນ​ສຽງ​ເວົ້າ​ຕາມຫລັງ​ພວກເຈົ້າ​ວ່າ, “ຫົນທາງ​ຢູ່​ພີ້ ຈົ່ງ​ເດີນ​ໄປ​ແມ.”</verse>
				<verse number="22">ພວກເຈົ້າ​ຈະ​ເອົາ​ຮູບເຄົາຣົບ​ທີ່​ໂອບ​ດ້ວຍ​ເງິນ ແລະ​ຄຳ ໂຍນ​ຖິ້ມ​ອອກ​ໄປ​ດັ່ງ​ຂອງ​ເປິເປື້ອນ​ໂດຍ​ຮ້ອງ​ວ່າ, “ໜີໄປ​ໃຫ້​ພົ້ນ!”</verse>
				<verse number="23">ເມື່ອໃດ​ພວກເຈົ້າ​ປູກຝັງ​ພືດພັນ ພຣະອົງ​ຈະ​ສົ່ງ​ຝົນ​ມາ​ຫລໍ່ລ້ຽງ​ໃຫ້​ໃຫຍ່​ຂຶ້ນ ພ້ອມ​ຈະ​ໃຫ້​ພວກເຈົ້າ​ເກັບກ່ຽວ​ໄດ້​ຢ່າງ​ອຸດົມສົມບູນ ແລະ​ຝູງສັດ​ຂອງ​ພວກເຈົ້າ​ກໍ​ຈະ​ມີ​ຫຍ້າ​ກິນ​ຢ່າງ​ອຸດົມສົມບູນ.</verse>
				<verse number="24">ງົວ ແລະ​ລໍ​ທີ່​ໃຊ້​ໄຖ​ນາ​ຈະ​ມີ​ຫຍ້າແຫ້ງ​ຢ່າງດີ​ກິນ.</verse>
				<verse number="25">ວັນ​ໃດ​ທີ່​ປ້ອມ​ປ້ອງກັນ​ຂອງ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ ຖືກ​ຢຶດ​ໄດ້ ແລະ​ປະຊາຊົນ​ຖືກ​ຂ້າ ວັນ​ນັ້ນ​ແຫຼະ ສາຍ​ນໍ້າ​ກໍ​ຈະ​ໄຫລ​ອອກ​ຈາກ​ພູ​ແລະ​ເນີນພູ​ທຸກໆໜ່ວຍ.</verse>
				<verse number="26">ດວງຈັນ​ຈະ​ສ່ອງແສງ​ເຫລືອງເຫລື້ອມ​ດັ່ງ​ຕາເວັນ ແລະ​ຕາເວັນ​ກໍ​ຈະ​ສ່ອງແສງ​ເຫລືອງເຫລື້ອມ​ກວ່າ​ປົກກະຕິ​ເຖິງ​ເຈັດ​ເທົ່າ ດັ່ງ​ແສງແຈ້ງ​ຂອງ​ເຈັດ​ວັນ​ສ່ອງ​ໃສ່​ວັນ​ດຽວ. ເຫດການ​ນີ້​ຈະ​ເກີດຂຶ້ນ ເມື່ອ​ພຣະເຈົ້າຢາເວ​ໃຊ້​ຜ້າ​ພັນບາດ ແລະ​ປິ່ນປົວ​ແຜ ຊຶ່ງ​ພຣະອົງ​ໄດ້​ເຮັດ​ໃຫ້​ເກີດຂຶ້ນ​ແກ່​ປະຊາຊົນ​ຂອງ​ພຣະອົງ.</verse>
				<verse number="27">ພຣະນາມ​ຂອງ​ພຣະເຈົ້າຢາເວ​ເບິ່ງ​ເຫັນໄດ້​ແຕ່​ໄກ. ໄຟ​ແລະ​ຄວັນ​ຈະ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ພຣະອົງ​ກ່າວ​ຈາ​ແລະ​ຖ້ອຍຄຳ​ນັ້ນ​ກໍ​ລຸກ​ໄໝ້​ຂຶ້ນ​ເປັນ​ໄຟ.</verse>
				<verse number="28">ພຣະອົງ​ເຮັດ​ໃຫ້​ລົມ​ພັດ​ຢູ່​ເບື້ອງໜ້າ​ຂອງ​ພຣະອົງ ດັ່ງ​ກະແສ​ນໍ້າ​ຖ້ວມ​ພັດ​ເອົາ​ທຸກໆສິ່ງ​ໄປ. ມັນ​ກວາດ​ເອົາ​ຊົນຊາດ​ທັງຫລາຍ​ໄປ​ສູ່​ຄວາມ​ຈິບຫາຍ ແລະ​ເຮັດ​ໃຫ້​ແຜນການ​ອັນ​ຊົ່ວຮ້າຍ​ຂອງ​ພວກເຂົາ​ສິ້ນສຸດ​ລົງ.</verse>
				<verse number="29">ແຕ່​ພວກເຈົ້າ​ຜູ້​ທີ່​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ ຈະ​ຊົມຊື່ນ​ຍິນດີ ແລະ​ຮ້ອງເພງ​ດັ່ງ​ໃນ​ຕອນ​ກາງຄືນ​ທີ່​ພວກເຈົ້າ​ກິນລ້ຽງ​ອັນ​ບໍຣິສຸດ. ພວກເຈົ້າ​ຈະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ດັ່ງ​ຄົນ​ທີ່​ຍ່າງ​ໄປ​ກັບ​ສຽງ​ດົນຕຼີ ຄື​ຜູ້​ທີ່​ບັນເລງ​ດ້ວຍ​ສຽງ​ຂຸ່ຍ​ຕາມ​ທາງ​ໄປ​ສູ່​ພູເຂົາ​ຂອງ​ພຣະເຈົ້າຢາເວ ສູ່​ສີລາ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="30">ແລະ​ພຣະເຈົ້າຢາເວ​ຈະ​ໃຫ້​ທຸກຄົນ​ໄດ້ຍິນ​ສຽງ​ອັນ​ຊົງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ມັນ​ຈະ​ມີ​ແປວໄຟ, ພະຍຸຝົນ, ໝາກເຫັບ ແລະ​ຫ່າຝົນ​ຮໍ່າ​ລົງ​ມາ.</verse>
				<verse number="31">ຊາວ​ອັດຊີເຣຍ​ຈະ​ຢ້ານກົວ​ໃຫຍ່ ເມື່ອ​ພວກເຂົາ​ໄດ້ຍິນ​ສຽງ​ຂອງ​ພຣະເຈົ້າຢາເວ ແລະ​ຊີມ​ຣິດ​ແຫ່ງ​ການລົງໂທດ​ຂອງ​ພຣະອົງ.</verse>
				<verse number="32">ພຣະເຈົ້າຢາເວ​ຕີ​ພວກເຂົາ​ຫລາຍເທື່ອ​ຢ່າງໃດ ພຣະອົງ​ກໍ​ຈະ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ສົດຊື່ນ​ຢູ່​ກັບ​ສຽງ​ກອງ ແລະ​ສຽງ​ພິນ​ຢ່າງນັ້ນ. ພຣະເຈົ້າ​ເອງ​ຈະ​ຕໍ່ສູ້​ຊາວ​ອັດຊີເຣຍ.</verse>
				<verse number="33">ພວກເຂົາ​ຈັດຕຽມ​ບ່ອນ​ເຜົາ​ຈັກກະພັດ​ອັດຊີເຣຍ ດ້ວຍ​ກອງ​ໄຟ​ອັນ​ໃຫຍ່​ມາ​ດົນ​ແລ້ວ. ບ່ອນ​ນັ້ນ​ທັງເລິກ​ທັງກວ້າງ​ແລະ​ທັງ​ມີ​ກອງ​ຟືນ​ສູງ. ພຣະເຈົ້າຢາເວ​ຈະ​ຫາຍໃຈ​ເປັນ​ແປວໄຟ ເພື່ອ​ໄໝ້​ເຜົາຜານ​ບ່ອນນັ້ນ.</verse>
			</chapter>
			<chapter number="31">
				<verse number="1">ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກ​ທີ່​ໄປ​ຂໍ​ໃຫ້​ເອຢິບ​ຊ່ວຍເຫລືອ. ພວກເຂົາ​ເພິ່ງພາ​ອາໄສ​ກຳລັງ​ທາງ​ທະຫານ​ອັນ​ເຂັ້ມແຂງ​ຂອງ​ເອຢິບ​ຄື: ຝູງມ້າ, ລົດຮົບ ແລະ​ທະຫານ, ແຕ່​ພວກເຂົາ​ບໍ່ໄດ້​ເພິ່ງພາ​ອາໄສ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຫລື​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ.</verse>
				<verse number="2">ພຣະອົງ​ຮູ້ວ່າ​ພຣະອົງ​ກຳລັງ​ເຮັດ​ຫຍັງ ພຣະອົງ​ສົ່ງ​ໄພພິບັດ​ມາ. ພຣະອົງ​ຂົ່ມຂູ່​ຈະ​ລົງໂທດ​ຄົນຊົ່ວ​ແລະ​ພວກ​ທີ່​ຄຸ້ມຄອງ​ພວກເຂົາ.</verse>
				<verse number="3">ຊາວ​ເອຢິບ​ບໍ່ແມ່ນ​ພຣະເຈົ້າ ພວກເຂົາ​ເປັນ​ພຽງແຕ່​ມະນຸດ​ເທົ່ານັ້ນ. ມ້າ​ຂອງ​ພວກເຂົາ​ບໍ່ໄດ້​ວິເສດ​ຫຍັງ. ເມື່ອ​ພຣະເຈົ້າຢາເວ​ດຳເນີນການ ຊາດ​ທີ່​ເຂັ້ມແຂງ​ກໍ​ຈະ​ແຕກ​ເປັນ​ປ່ຽງ​ນ້ອຍໆ ແລະ​ຊາດ​ອ່ອນແອ​ທີ່​ໄປ​ຂໍ​ໃຫ້​ຊ່ວຍເຫລືອ​ນັ້ນ​ກໍ​ຈະ​ລົ້ມລົງ. ທັງສອງ​ຈະ​ຖືກ​ທຳລາຍ.</verse>
				<verse number="4">ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ຜູ້ລ້ຽງແກະ​ຈະ​ຮ້ອງ​ສຽງດັງ​ປານໃດ​ກໍຕາມ ລາວ​ກໍ​ເຮັດ​ໃຫ້​ໂຕສິງ​ຢ້ານກົວ ແລະ​ແລ່ນ​ໜີ​ຈາກ​ແກະ​ທີ່​ມັນ​ຂ້າ​ນັ້ນ​ບໍ່ໄດ້; ດັ່ງນັ້ນ ກໍ​ບໍ່ມີ​ຫຍັງ​ທີ່​ກີດກັ້ນ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ບໍ່​ໃຫ້​ຄຸ້ມຄອງ​ພູເຂົາ​ຊີໂອນ​ໄດ້.</verse>
				<verse number="5">ນົກ​ບິນ​ເວີ່ນ​ເທິງ​ຮັງ​ຂອງ​ມັນ​ເພື່ອ​ປ້ອງກັນ​ລູກນ້ອຍ​ຂອງມັນ​ໄວ້​ສັນໃດ; ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກໍ​ຈະ​ປົກປັກ​ຮັກສາ​ນະຄອນ​ເຢຣູຊາເລັມ​ໄວ້​ສັນນັ້ນ.”</verse>
				<verse number="6">ພຣະເຈົ້າ​ກ່າວ​ວ່າ, “ປະຊາຊົນ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ໄດ້​ເຮັດ​ບາບ​ຕໍ່ສູ້​ເຮົາ​ແລະ​ຕໍ່ຕ້ານ​ເຮົາ, ແຕ່​ບັດນີ້ ຈົ່ງ​ກັບ​ມາ​ຫາ​ເຮົາ​ເທີ້ນ</verse>
				<verse number="7">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພວກເຈົ້າ​ທຸກຄົນ​ຈະ​ໂຍນ​ຮູບເຄົາຣົບ​ເປັນ​ເງິນ ເປັນ​ຄຳ ອັນ​ພາ​ໃຫ້​ພວກເຈົ້າ​ເຮັດ​ບາບ​ນັ້ນ​ຖິ້ມ.</verse>
				<verse number="8">ອັດຊີເຣຍ​ຈະ​ຖືກ​ທຳລາຍ​ໃນ​ສົງຄາມ ແຕ່​ບໍ່ແມ່ນ​ດ້ວຍ​ອຳນາດ​ຂອງ​ມະນຸດ. ຊາວ​ອັດຊີເຣຍ​ຈະ​ແລ່ນ​ໜີ​ຈາກ​ສະໜາມຮົບ ແລະ​ຊາຍໜຸ່ມ​ຂອງ​ພວກເຂົາ​ຈະ​ຖືກ​ຈັບ​ໄປ​ເປັນ​ທາດຮັບໃຊ້.</verse>
				<verse number="9">ຈັກກະພັດ​ຂອງ​ພວກເຂົາ​ຈະ​ແລ່ນ​ປົບໜີໄປ​ດ້ວຍ​ຄວາມຢ້ານ​ອັນ​ໃຫຍ່ ແລະ​ບັນດາ​ນາຍ​ທະຫານ​ຈະ​ຢ້ານ​ຫລາຍ​ທີ່ສຸດ ຈົນ​ປະຖິ້ມ​ທຸງ​ສູ້ຮົບ​ປົບໜີໄປ.” ພຣະເຈົ້າຢາເວ​ອົງ​ທີ່​ພວກເຈົ້າ​ນະມັດສະການ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ອົງ​ທີ່​ພວກເຈົ້າ​ເຜົາ​ເຄື່ອງບູຊາ​ຖວາຍ​ຢູ່​ໃນ​ທີ່ນັ້ນ​ໄດ້​ກ່າວ​ດັ່ງນີ້ແຫລະ.</verse>
			</chapter>
			<chapter number="32">
				<verse number="1">ວັນ​ໜຶ່ງ​ຈະ​ມາ​ເຖິງ ຄື​ຈະ​ມີ​ກະສັດ​ຄົນ​ໜຶ່ງ​ຜູ້​ທີ່​ປົກຄອງ​ດ້ວຍ​ຄວາມ​ຊອບທຳ ແລະ​ຜູ້​ນຳພາ​ຊາດ​ທີ່​ປົກຄອງ​ດ້ວຍ​ຄວາມ​ຍຸດຕິທຳ.</verse>
				<verse number="2">ແຕ່ລະຄົນ​ໃນ​ພວກເຂົາ​ນັ້ນ ຈະ​ເປັນ​ດັ່ງ​ບ່ອນ​ຊົ້ນ​ຈາກ​ລົມ ແລະ​ບ່ອນ​ຫລົບລີ້​ຈາກ​ພະຍຸ. ພວກເຂົາ​ຈະ​ເປັນ​ດັ່ງ​ສາຍ​ນໍ້າ​ທີ່​ຫລັ່ງໄຫລ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ດັ່ງ​ຮົ່ມເງົາ​ໂງ່ນຫີນ​ໃຫຍ່​ໃນ​ດິນແດນ​ທີ່​ແຫ້ງແລ້ງ.</verse>
				<verse number="3">ພວກເຂົາ​ຈະ​ມືນ​ຕາ​ເບິ່ງ ແລະ​ງ່ຽງຫູ​ຟັງ​ຄຳ​ຮ້ອງທຸກ​ຕ່າງໆ​ຂອງ​ປະຊາຊົນ.</verse>
				<verse number="4">ພວກເຂົາ​ຈະ​ບໍ່​ຂາດ​ຄວາມ​ອົດທົນ​ອີກ​ຕໍ່ໄປ ແຕ່​ພວກເຂົາ​ຈະ​ດຳເນີນການ​ດ້ວຍ​ຄວາມ​ເຂົ້າໃຈ ແລະ​ເວົ້າຈາ​ຢ່າງ​ກົງໄປ​ກົງມາ.</verse>
				<verse number="5">ບໍ່ມີ​ຜູ້ໃດ​ເລີຍ​ທີ່​ຈະ​ຄິດ​ຍົກຍ້ອງ​ຄົນໂງ່ຈ້າ​ຫລື​ຈະ​ເວົ້າ​ວ່າ, ຄົນ​ອັນທະພານ​ມີ​ໃຈ​ສັດຊື່.</verse>
				<verse number="6">ຄົນໂງ່​ກໍ​ເວົ້າ​ຢ່າງ​ໂງ່ໆ ແລະ​ຄິດ​ຫາ​ເຮັດ​ແຕ່​ສິ່ງ​ຊົ່ວໆ. ສິ່ງ​ທີ່​ລາວ​ເຮັດ ແລະ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ ເປັນ​ການ​ໝິ່ນປະໝາດ​ພຣະເຈົ້າຢາເວ​ທັງນັ້ນ ແລະ​ລາວ​ກໍ​ບໍ່ເຄີຍ​ໃຫ້​ອາຫານ​ແກ່​ຄົນ​ທີ່​ອຶດຫິວ ແລະ​ໃຫ້​ນໍ້າ​ດື່ມ​ແກ່​ຄົນ​ທີ່​ກະຫາຍ.</verse>
				<verse number="7">ຄົນໂງ່ຈ້າ​ນັ້ນ​ຊົ່ວຊ້າ ແລະ​ເຮັດ​ແຕ່​ສິ່ງ​ທີ່​ບໍ່​ດີ; ລາວ​ວາງແຜນ​ລ້າງຜານ​ຄົນ​ຍາກຈົນ ໂດຍ​ເວົ້າຕົວະ​ແລະ​ກີດກັ້ນ​ພວກເຂົາ ບໍ່​ໃຫ້​ໄດ້​ຮັບ​ສິດທິ​ທີ່​ພວກເຂົາ​ຄວນ​ໄດ້​ຮັບ.</verse>
				<verse number="8">ແຕ່​ຄົນ​ທີ່​ມີ​ກຽດ​ກະທຳ​ຢ່າງ​ສັດຊື່ ແລະ​ຕັ້ງ​ໝັ້ນຄົງ​ຢູ່​ໃນ​ຄວາມ​ຖືກຕ້ອງ.</verse>
				<verse number="9">ບັນດາ​ຜູ້ຍິງ​ທີ່​ໃຊ້​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ ແລະ​ບໍ່​ວິຕົກ​ກັງວົນ​ກັບ​ສິ່ງໃດ​ເອີຍ ຈົ່ງ​ຟັງ​ສິ່ງ​ທີ່​ຂ້າພະເຈົ້າ​ກ່າວ.</verse>
				<verse number="10">ດຽວນີ້ ພວກເຈົ້າ​ຄົງ​ອີ່ມໜຳ​ສຳລານ​ໃຈ​ແລ້ວ​ນໍ ແຕ່​ປີ​ໜ້າ​ໃນ​ເວລາ​ດຽວກັນ​ນີ້ ພວກເຈົ້າ​ຈະ​ສິ້ນຫວັງ​ເພາະ​ຈະ​ບໍ່ມີ​ໝາກອະງຸ່ນ​ໃຫ້​ພວກເຈົ້າ​ເກັບ.</verse>
				<verse number="11">ພວກເຈົ້າ​ໃຊ້​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ ບໍ່ມີ​ຄວາມ​ວິຕົກ​ກັງວົນ​ຫຍັງ​ເລີຍ; ແຕ່​ບັດນີ້ ຈົ່ງ​ຢ້ານກົວ​ຈົນສັ່ນເຊັ່ນ​ສາ​ເຖີດ ຈົ່ງ​ແກ້​ເຄື່ອງນຸ່ງ​ອອກ ແລະ​ເອົາ​ຜ້າ​ຂາດ​ມັດ​ແອວ​ໄວ້.</verse>
				<verse number="12">ຈົ່ງ​ຕີ​ເອິກ​ຮ້ອງໄຫ້​ຢ່າງ​ຂົມຂື່ນ​ສາ ເພາະ​ທົ່ງນາ​ແລະ​ສວນອະງຸ່ນ​ທີ່​ອຸດົມສົມບູນ​ໄດ້​ຖືກ​ທຳລາຍ​ສາ​ແລ້ວ</verse>
				<verse number="13">ແລະ​ພຸ່ມໜາມ​ນ້ອຍໃຫຍ່​ກຳລັງ​ຈະ​ເກີດຂຶ້ນ​ໃນ​ດິນແດນ​ປະຊາຊົນ​ຂອງເຮົາ. ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ເຖິງ​ເຮືອນ​ທີ່​ເຄີຍ​ຢູ່​ຢ່າງ​ຜາສຸກ ແລະ​ເຖິງ​ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ຊີວິດ​ຊີວາ​ນັ້ນ​ສາ.</verse>
				<verse number="14">ແມ່ນແຕ່​ຣາຊວັງ​ກໍ​ຈະ​ຖືກ​ປະຖິ້ມ ແລະ​ເມືອງຫລວງ​ກໍ​ຈະ​ຮ້າງ​ຫວ່າງເປົ່າ​ຢ່າງ​ໝົດສິ້ນ. ເຮືອນ​ແລະ​ປ້ອມ​ປ້ອງກັນ​ທັງຫລາຍ​ຈະ​ຮົກຮ້າງ​ເພພັງ​ຕະຫລອດໄປ. ລໍ​ປ່າ​ຈະ​ທ່ຽວຫລິ້ນ​ຢູ່​ທີ່ນັ້ນ ແລະ​ຝູງແກະ​ກໍ​ຈະ​ກິນ​ຫຍ້າ​ຢູ່​ທີ່​ນັ້ນ.</verse>
				<verse number="15">ແຕ່​ພຣະເຈົ້າ​ຈະ​ສົ່ງ​ພຣະວິນຍານ​ຂອງ​ພຣະອົງ​ມາ​ໃຫ້​ພວກເຮົາ​ອີກເທື່ອໜຶ່ງ. ດິນ​ທີ່​ປູກຝັງ​ບໍ່ໄດ້​ກໍ​ຈະ​ກາຍເປັນ​ດິນ​ທີ່​ປູກຝັງ​ໄດ້ ແລະ​ທົ່ງນາ​ກໍ​ຈະ​ຜະລິດ​ຜົນລະປູກ​ໄດ້​ຢ່າງ​ອຸດົມສົມບູນ.</verse>
				<verse number="16">ທຸກໆ​ບ່ອນ​ໃນ​ດິນແດນ​ຈະ​ມີ​ແຕ່​ຄວາມ​ຊອບທຳ ແລະ​ຄວາມ​ຍຸດຕິທຳ.</verse>
				<verse number="17">ຄວາມ​ສະຫງົບສຸກ ແລະ​ຄວາມ​ປອດໄພ​ຈະ​ມີ​ຕະຫລອດໄປ ເພາະ​ທຸກຄົນ​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.</verse>
				<verse number="18">ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ບໍ່​ວິຕົກ​ກັງວົນ​ກັບ​ສິ່ງໃດໆ​ຕໍ່ໄປ ແລະ​ບ້ານເຮືອນ​ຂອງ​ພວກເຂົາ​ກໍ​ຈະ​ມີ​ແຕ່​ສັນຕິສຸກ ແລະ​ຄວາມ​ປອດໄພ.</verse>
				<verse number="19">ແຕ່​ໝາກເຫັບ​ຈະ​ຕົກ​ໃນ​ປ່າ ແລະ​ເມືອງ​ກໍ​ຈະ​ເພພັງ​ລົງ.</verse>
				<verse number="20">ທຸກຄົນ​ຈະ​ມີ​ຄວາມສຸກ​ຫລາຍ​ສໍ່າໃດ ໃນ​ເມື່ອ​ຢູ່​ທີ່ນັ້ນ​ມີ​ນໍ້າ​ຢ່າງ​ສົມບູນ​ສຳລັບ​ເຄື່ອງປູກ​ຂອງຝັງ ແລະ​ມີ​ທົ່ງຫຍ້າ​ໃຫ້​ລໍ ແລະ​ຝູງແກະ​ກິນ​ຫຍ້າ​ຢ່າງ​ປອດໄພ.</verse>
			</chapter>
			<chapter number="33">
				<verse number="1">ເຄາະກຳ​ເປັນ​ຂອງ​ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ສາ​ແລ້ວ ພວກເຂົາ​ປຸ້ນ ແລະ​ທໍລະຍົດ ທັງໆ​ທີ່​ບໍ່ມີ​ຜູ້ໃດ​ປຸ້ນ ແລະ​ທໍລະຍົດ​ພວກເຂົາ. ແຕ່​ເວລາ​ຂອງ​ພວກເຂົາ​ທີ່​ປຸ້ນ ແລະ​ທໍລະຍົດ​ນັ້ນ​ຈະ​ສິ້ນສຸດ​ລົງ ແລະ​ພວກເຂົາ​ເອງ​ຈະ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ປຸ້ນ ແລະ​ການ​ທໍລະຍົດ.</verse>
				<verse number="2">ຂ້າແດ່​ພຣະເຈົ້າຢາເວ ໂຜດ​ເມດຕາ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ. ພວກ​ຂ້ານ້ອຍ​ຂໍ​ຝາກ​ຄວາມຫວັງ​ໄວ້​ກັບ​ພຣະອົງ. ຈົ່ງ​ປົກປ້ອງ​ພວກ​ຂ້ານ້ອຍ​ແຕ່ລະວັນ ແລະ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ​ໃນ​ເວລາ​ເດືອດຮ້ອນ​ດ້ວຍ​ເຖີດ.</verse>
				<verse number="3">ເມື່ອ​ພຣະອົງ​ສູ້ຮົບ​ແທນ​ພວກ​ຂ້ານ້ອຍ​ນັ້ນ ຊົນຊາດ​ທັງຫລາຍ​ກໍ​ແລ່ນ​ປົບໜີໄປ​ຈາກ​ສຽງ​ທີ່​ຕໍ່ສູ້​ກັນ​ໃນ​ສະໜາມຮົບ.</verse>
				<verse number="4">ສິ່ງຂອງ​ທີ່​ພວກເຂົາ​ມີຢູ່​ກໍ​ຖືກ​ຮິບໂຮມ​ເອົາ​ໄປ​ໝົດ.</verse>
				<verse number="5">ຜູ້​ຍິ່ງໃຫຍ່​ທີ່ສຸດ​ແມ່ນ​ພຣະເຈົ້າຢາເວ ພຣະອົງ​ປົກຄອງ​ເໜືອ​ສັບພະທຸກສິ່ງ. ພຣະອົງ​ຈະ​ໃຫ້​ນະຄອນ​ເຢຣູຊາເລັມ​ເຕັມ​ດ້ວຍ​ຄວາມ​ຍຸດຕິທຳ​ແລະ​ຄວາມ​ຊອບທຳ</verse>
				<verse number="6">ແລະ​ໃຫ້​ປະເທດຊາດ​ມີ​ຄວາມ​ໝັ້ນຄົງ​ດີ. ພຣະອົງ​ປົກປ້ອງ​ປະຊາຊົນ​ຂອງ​ພຣະອົງ​ຢູ່​ສະເໝີ ແລະ​ໃຫ້​ພວກເຂົາ​ມີ​ສະຕິປັນຍາ ແລະ​ຄວາມ​ຮອບຮູ້. ຊັບສົມບັດ​ອັນ​ຍິ່ງໃຫຍ່​ທີ່ສຸດ​ຂອງ​ພວກເຂົາ ແມ່ນ​ການ​ຢຳເກງ​ພຣະເຈົ້າຢາເວ.</verse>
				<verse number="7">ບັນດາ​ຄົນ​ກ້າຫານ​ກັບ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ. ບັນດາ​ທູດ​ຜູ້​ທີ່​ພະຍາຍາມ​ໃຫ້​ເກີດ​ສັນຕິສຸກ​ກໍ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.</verse>
				<verse number="8">ຫົນທາງຫລວງ​ທຸກ​ສາຍ​ກໍ​ເຕັມ​ໄປ​ດ້ວຍ​ອັນຕະລາຍ ຈົນ​ບໍ່ມີ​ຜູ້ໃດ​ກ້າ​ທຽວ. ຂໍ້​ສັນຍາ​ຕ່າງໆ​ຖືກ​ຝ່າຝືນ ແລະ​ຂໍ້​ຕົກລົງ​ຕ່າງໆ​ຖືກ​ລະເມີດ. ບໍ່ມີ​ຜູ້ໃດ​ນັບຖື​ຊຶ່ງກັນແລະກັນ​ຕໍ່ໄປ.</verse>
				<verse number="9">ດິນແດນ​ຖືກ​ປະຖິ້ມ​ໃຫ້​ຮົກຮ້າງ​ຫວ່າງເປົ່າ. ປ່າໄມ້​ຂອງ​ນະຄອນ​ເລບານອນ​ຫ່ຽວແຫ້ງ​ໄປ ຮ່ອມພູ​ທີ່​ອຸດົມສົມບູນ​ດີ​ໃນ​ຊາໂຣນ​ກໍ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃນ​ຖິ່ນ​ບາຊານ ແລະ​ເທິງ​ພູ​ກາເມນ ໃບໄມ້​ກໍ​ຫລົ່ນ​ລົງ​ຈາກ​ຕົ້ນ​ໝົດ.</verse>
				<verse number="10">ພຣະເຈົ້າຢາເວ​ກ່າວ​ແກ່​ຊົນຊາດ​ທັງຫລາຍ​ວ່າ, “ບັດນີ້​ເຮົາ​ຈະ​ດຳເນີນການ. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ມີ​ຣິດອຳນາດ​ສໍ່າໃດ.</verse>
				<verse number="11">ແຜນການ​ຂອງ​ພວກເຈົ້າ​ບໍ່ໄດ້​ເລື່ອງ ແລະ​ບໍ່ມີ​ປະໂຫຍດ. ວິນຍານ​ຂອງເຮົາ​ເປັນ​ດັ່ງ​ໄຟ ທີ່​ຈະ​ທຳລາຍ​ພວກເຈົ້າ.</verse>
				<verse number="12">ພວກເຈົ້າ​ຈະ​ໝຸ່ນ​ໝົດ​ດັ່ງ​ຫີນ​ທີ່​ຖືກ​ເຜົາ​ເພື່ອ​ຈະ​ເອົາ​ໄປ​ເຮັດ​ປູນຂາວ ດັ່ງ​ໜາມ​ທີ່​ຖືກ​ເຜົາ​ເປັນ​ຂີ້ເຖົ່າ.</verse>
				<verse number="13">ຈົ່ງ​ໃຫ້​ຄົນ​ທີ່​ຢູ່​ໄກ ແລະ​ຢູ່​ໃກ້​ໄດ້ຍິນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ; ແລະ​ຈົ່ງ​ໃຫ້​ຮັບຮູ້​ຣິດເດດ​ຂອງເຮົາ.”</verse>
				<verse number="14">ປະຊາຊົນ​ຂອງ​ພູເຂົາ​ຊີໂອນ​ທີ່​ເຮັດ​ບາບ ກຳລັງ​ຢ້ານກົວ​ຈົນ​ຕົວ​ສັ່ນເຊັນ. ພວກເຂົາ​ເວົ້າ​ວ່າ, “ການຕັດສິນ​ຂອງ​ພຣະເຈົ້າ​ເປັນ​ດັ່ງ​ໄຟ​ທີ່​ໄໝ້​ຢູ່​ຕະຫລອດໄປ. ມີ​ຜູ້ໃດ​ແດ່​ໃນ​ພວກເຮົາ​ທີ່​ມີ​ຊີວິດ​ລອດ​ຢູ່​ໄດ້​ໃນ​ໄຟ​ເຊັ່ນນັ້ນ?”</verse>
				<verse number="15">ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່​ໄດ້ ຖ້າ​ພວກເຈົ້າ​ເວົ້າ ແລະ​ເຮັດ​ໃນ​ສິ່ງ​ທີ່​ຊອບທຳ. ຢ່າ​ໃຊ້​ອຳນາດ​ຂອງ​ພວກເຈົ້າ​ສໍ້ໂກງ​ຄົນ​ຍາກຈົນ ແລະ​ຢ່າ​ຮັບ​ສິນຈ້າງ​ລາງວັນ. ຢ່າ​ຮ່ວມ​ກັບ​ຜູ້​ທີ່​ວາງແຜນ​ຂ້າ​ຄົນ​ຫລື​ກະທຳ​ສິ່ງ​ທີ່​ຊົ່ວຮ້າຍ.</verse>
				<verse number="16">ແລ້ວ​ພວກເຈົ້າ​ກໍ​ຈະ​ປອດໄພ; ພວກເຈົ້າ​ຈະ​ໝັ້ນຄົງ​ດັ່ງ​ຢູ່​ໃນ​ປ້ອມ​ປ້ອງກັນ​ອັນ​ເຂັ້ມແຂງ. ພວກເຈົ້າ​ຈະມີ​ອາຫານ​ກິນ ແລະ​ຈະ​ມີ​ນໍ້າ​ດື່ມ.</verse>
				<verse number="17">ອີກ​ຄັ້ງໜຶ່ງ ພວກເຈົ້າ​ຈະ​ເຫັນ​ກະສັດ​ອົງ​ໜຶ່ງ ປົກຄອງ​ດິນແດນ​ອັນ​ກວ້າງໃຫຍ່​ໄພສານ​ດ້ວຍ​ສະຫງ່າຣາສີ ທີ່​ກະຈາຍ​ອອກ​ໄປ​ທົ່ວ​ທຸກ​ທິດ.</verse>
				<verse number="18">ຄວາມຢ້ານ​ອັນ​ເກົ່າ​ຂອງ​ຄົນ​ເກັບພາສີ​ຊາດ​ຕ່າງດ້າວ ແລະ​ນັກສືບ​ສອດແນມ ກໍ​ຈະ​ເປັນ​ແຕ່​ພຽງ​ການ​ຈົດຈຳ​ເທົ່ານັ້ນ.</verse>
				<verse number="19">ພວກເຈົ້າ​ຈະ​ບໍ່​ເຫັນ​ຄົນຕ່າງດ້າວ​ຜູ້​ອວດດີ ເວົ້າ​ພາສາ​ທີ່​ພວກເຈົ້າ​ບໍ່​ເຂົ້າໃຈ​ອີກ​ຕໍ່ໄປ.</verse>
				<verse number="20">ເບິ່ງ​ທີ່​ພູເຂົາ​ຊີໂອນ​ພຸ້ນດູ ນະຄອນ​ທີ່​ພວກເຮົາ​ສະຫລອງ​ເທດສະການ​ຕ່າງໆ. ເບິ່ງ​ນະຄອນ​ເຢຣູຊາເລັມ​ພຸ້ນດູ ຊ່າງ​ເປັນ​ບ່ອນ​ປອດໄພ​ທີ່​ໜ້າຢູ່​ແທ້ໆ ເປັນ​ດັ່ງ​ຜ້າເຕັນ​ທີ່​ຈະ​ບໍ່​ຖືກ​ຍົກຍ້າຍ​ຈັກເທື່ອ ຊຶ່ງ​ຫລັກສຽບ​ບໍ່ເຄີຍ​ຖອນ​ອອກ ແລະ​ເຊືອກເໜັ່ງ​ກໍ​ບໍ່ເຄີຍ​ຂາດ.</verse>
				<verse number="21">ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຮົາ​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ. ພວກເຮົາ​ຈະ​ໄດ້​ຢູ່​ໃກ້​ແມ່ນໍ້າ​ລຳທານ​ອັນ​ກວ້າງໃຫຍ່ ແຕ່​ເຮືອ​ຂອງ​ເຫຼົ່າ​ສັດຕູ​ຈະ​ບໍ່ໄດ້​ຈອດ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="22">ເຊືອກ​ກາງ​ຜ້າໃບ​ຂອງ​ເຮືອ​ກໍ​ບໍ່ມີ​ປະໂຫຍດ; ຜ້າໃບ​ແລ່ນ​ເຮືອ​ກໍ​ໃຊ້​ການ​ບໍ່ໄດ້ ພວກເຈົ້າ​ຈະ​ຢຶດ​ຊັບສົມບັດ​ອັນ​ມະຫາສານ​ຂອງ​ກອງທັບ​ເຫຼົ່າ​ສັດຕູ​ຈົນ​ໝົດ ແມ່ນແຕ່​ຄົນ​ຂາ​ພິການ​ກໍໄດ້​ຮັບ​ສ່ວນແບ່ງ. ເພາະ​ພຣະເຈົ້າຢາເວ​ເປັນ​ຜູ້ຕັດສິນ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ຜູ້​ໃຫ້​ກົດໝາຍ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ກະສັດ​ຂອງ​ພວກເຮົາ; ພຣະອົງ​ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ.</verse>
				<verse number="23"></verse>
				<verse number="24">ບໍ່ມີ​ຜູ້ໃດ​ທີ່​ຢູ່​ໃນ​ດິນແດນ​ຂອງ​ພວກເຮົາ​ຈະ​ຈົ່ມ​ວ່າ​ຕົນ​ເຈັບໄຂ້​ໄດ້ປ່ວຍ ແລະ​ການບາບ​ທັງໝົດ​ຂອງ​ພວກເຮົາ​ຈະ​ໄດ້​ຮັບ​ອະໄພ.</verse>
			</chapter>
			<chapter number="34">
				<verse number="1">ປະຊາຊົນ​ທຸກ​ຊົນຊາດ​ເອີຍ ຈົ່ງ​ມາ​ເທີ້ນ ຈົ່ງ​ມາ​ເຕົ້າໂຮມ​ກັນ​ແລະ​ຟັງ. ຈົ່ງ​ໃຫ້​ໝົດ​ທັງ​ໂລກ ແລະ​ໝົດ​ທຸກຄົນ​ຢູ່​ໃນ​ໂລກ​ມາ​ທີ່ນີ້​ແລະ​ຟັງ.</verse>
				<verse number="2">ພຣະເຈົ້າຢາເວ​ໂກດຮ້າຍ​ຊົນຊາດ​ທັງໝົດ ແລະ​ກອງທັບ​ທັງຫລາຍ​ຂອງ​ພວກເຂົາ. ພຣະອົງ​ລົງໂທດ​ພວກເຂົາ​ໃຫ້​ໄປ​ສູ່​ຄວາມ​ຈິບຫາຍ.</verse>
				<verse number="3">ຈະ​ບໍ່ມີ​ຜູ້ໃດ​ຝັງ​ຊາກສົບ​ຂອງ​ພວກເຂົາ ແຕ່​ຈະ​ຖືກ​ປະ​ໃຫ້​ເປື່ອຍ​ແລະ​ເນົ່າເໝັນ ຈົນ​ພູເຂົາ​ທັງຫລາຍ​ຈະ​ນອງ​ໄປ​ດ້ວຍ​ເລືອດ.</verse>
				<verse number="4">ດວງອາທິດ, ດວງຈັນ ແລະ​ດວງດາວ​ທັງຫລາຍ​ຈະ​ໝຸ່ນ​ເປັນ​ຂີ້ຝຸ່ນ​ດິນ. ທ້ອງຟ້າ​ຈະ​ດັບສູນ​ໄປ​ດັ່ງ​ໜັງສື​ມ້ວນ​ທີ່​ໄດ້​ມ້ວນ​ໄວ້ ແລະ​ດວງດາວ​ຈະ​ຕົກລົງ​ດັ່ງ​ໃບໄມ້​ທີ່​ຫລົ່ນ​ຈາກ​ເຄືອ​ອະງຸ່ນ​ແລະ​ກົກ​ໝາກເດື່ອ.</verse>
				<verse number="5">ພຣະເຈົ້າຢາເວ​ໄດ້​ຈັດຕຽມ​ດາບ​ຂອງ​ພຣະອົງ​ໄວ້​ໃນ​ຟ້າ​ສະຫວັນ; ບັດນີ້ ພຣະອົງ​ຈະ​ໃຊ້​ດາບ​ນັ້ນ​ຟັນ​ເມືອງ​ເອໂດມ ຄື​ຟັນ​ປະຊາຊົນ​ເຫຼົ່ານັ້ນ​ທີ່​ພຣະອົງ​ລົງໂທດ​ໄປ​ສູ່​ຄວາມ​ຈິບຫາຍ.</verse>
				<verse number="6">ດາບ​ຂອງ​ພຣະອົງ​ຈະ​ເຕັມ​ໄປ​ດ້ວຍ​ເລືອດ​ແລະ​ໄຂມັນ ດັ່ງ​ເລືອດ​ແລະ​ໄຂມັນ​ຂອງ​ແກະ ແລະ​ແບ້​ທີ່​ຄົນ​ໄດ້​ຂ້າ​ເພື່ອ​ຖວາຍບູຊາ. ພຣະເຈົ້າຢາເວ​ຈະ​ຖວາຍ​ເຄື່ອງບູຊາ​ນີ້​ຢູ່​ໃນ​ເມືອງ​ໂບຊະຣາ; ພຣະອົງ​ຈະ​ໃຫ້​ການ​ຂ້າ​ລ້າງຜານ​ນີ້​ເກີດຂຶ້ນ​ໃນ​ດິນແດນ​ເອໂດມ.</verse>
				<verse number="7">ປະຊາຊົນ​ຈະ​ລົ້ມຕາຍ​ດັ່ງ​ງົວປ່າ ແລະ​ງົວເຖິກໜຸ່ມ ແລະ​ແຜ່ນດິນ​ຈະ​ນອງ​ໄປ​ດ້ວຍ​ເລືອດ ແລະ​ເຕັມ​ໄປ​ດ້ວຍ​ໄຂມັນ.</verse>
				<verse number="8">ມາ​ເຖິງ​ຕອນ​ນີ້​ແມ່ນ​ເວລາ​ທີ່​ພຣະເຈົ້າຢາເວ​ຈະ​ຊ່ວຍກູ້​ເອົາ​ພູເຂົາ​ຊີໂອນ ແລະ​ແກ້ແຄ້ນ​ເຫຼົ່າ​ສັດຕູ​ຂອງ​ພູເຂົາ​ຊີໂອນ​ໃຫ້​ໝົດສິ້ນ.</verse>
				<verse number="9">ແມ່ນໍ້າ​ຕ່າງໆ​ຂອງ​ເອໂດມ​ຈະ​ກາຍເປັນ​ນໍ້າມັນ​ດິນ ແລະ​ຂີ້ດິນ​ກໍ​ຈະ​ກາຍເປັນ​ມາດ​ທີ່​ໄໝ້​ເຜົາຜານ​ທົ່ວ​ປະເທດ.</verse>
				<verse number="10">ມັນ​ຈະ​ໄໝ້​ເຜົາຜານ​ທັງເວັນ​ທັງຄືນ ແລະ​ຄວັນ​ຈະ​ພຸ່ງ​ຂຶ້ນ​ຈາກ​ທີ່​ນັ້ນ​ຕະຫລອດໄປ. ດິນແດນ​ຈະ​ຖືກ​ປະ​ເປົ່າລ້າ​ທຸກຍຸກ​ທຸກສະໄໝ ແລະ​ທັງ​ຈະ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປມາ​ຜ່ານ​ທີ່ນັ້ນ​ອີກ​ຈັກເທື່ອ.</verse>
				<verse number="11">ນົກ​ເຄົ້າ​ກັບ​ນົກ​ກາເວົາ​ຈະ​ເປັນ​ເຈົ້າຂອງ​ດິນແດນ​ນັ້ນ. ອົງພຣະ​ຜູ້​ເປັນເຈົ້າ​ຈະ​ເຮັດ​ໃຫ້​ດິນແດນ​ເປັນ​ທີ່​ແຫ້ງແລ້ງ​ອີກ ດັ່ງ​ກ່ອນ​ຄາວ​ການ​ນິຣະມິດ​ສ້າງ.</verse>
				<verse number="12">ໃນ​ໂລກນີ້​ຈະ​ບໍ່ມີ​ກະສັດ​ປົກຄອງ ແລະ​ພວກ​ຜູ້ນຳ​ກໍ​ຈະ​ໝົດສິ້ນໄປ.</verse>
				<verse number="13">ກົກ​ໜາມ​ໃຫຍ່ນ້ອຍ​ຈະ​ປົ່ງ​ຂຶ້ນ​ເຕັມ​ຣາຊວັງ ແລະ​ຕາມ​ກຳແພງ​ເມືອງ ແລະ​ທີ່ນັ້ນ​ຈະ​ເປັນ​ບ່ອນ​ຢູ່​ຂອງ​ໝາປ່າ​ແລະ​ນົກ​ເຄົ້າ.</verse>
				<verse number="14">ໃນ​ທີ່ນັ້ນ​ຈະ​ເປັນ​ບ່ອນ​ທ່ອງທ່ຽວ​ຂອງ​ສັດປ່າ ແລະ​ຝູງ​ຜີປີສາດ​ກໍ​ຈະ​ຮ້ອງ​ໃສ່​ກັນແລະກັນ. ສັດ​ປະຫລາດ ຈະ​ມາຫາ​ທີ່​ພັກເຊົາ​ຢູ່​ໃນ​ບ່ອນນັ້ນ.</verse>
				<verse number="15">ນົກ​ເຄົ້າ​ຈະ​ເຮັດ​ຮັງ​ຟັກ​ໄຂ່​ອອກລູກ ແລະ​ລ້ຽງ​ລູກ​ຂອງຕົນ​ໃນ​ທີ່ນັ້ນ. ແຮ້ງ​ຈະ​ບິນ​ມາ​ເທື່ອລະ​ໂຕ​ເພື່ອ​ເຕົ້າໂຮມ​ກັນ​ຢູ່​ໃນ​ບ່ອນນັ້ນ.</verse>
				<verse number="16">ຈົ່ງ​ຄົ້ນເບິ່ງ​ໃນ​ໜັງສື​ຂອງ​ພຣະເຈົ້າຢາເວ ກ່ຽວກັບ​ສັບພະທຸກສິ່ງ​ທີ່​ມີ​ຊີວິດ​ວ່າ ມີ​ກ່າວ​ໄວ້​ຢ່າງໃດ. ສັດ​ເຫຼົ່ານີ້​ຈະ​ບໍ່​ຂາດ​ໄປ​ຈັກ​ໂຕ​ແລະ​ຈະ​ບໍ່ມີ​ໂຕ​ໃດ​ຂາດຄູ່. ພຣະເຈົ້າຢາເວ​ສັ່ງ​ໄວ້​ເພື່ອ​ໃຫ້​ເປັນ​ດັ່ງນັ້ນ ວິນຍານ​ຂອງ​ພຣະອົງ​ຈະ​ເປັນ​ຜູ້ນຳ​ສັດ​ເຫຼົ່ານີ້​ມາ​ເຕົ້າໂຮມ​ກັນ.</verse>
				<verse number="17">ພຣະອົງ​ທີ່​ຈະ​ເປັນ​ຜູ້​ແບ່ງປັນ​ດິນແດນ​ໃຫ້​ສັດ​ເຫຼົ່ານັ້ນ ແລະ​ແບ່ງສ່ວນ​ໃຫ້. ພວກມັນ​ຈະ​ຢູ່​ໃນ​ດິນແດນ​ທຸກຍຸກ​ທຸກສະໄໝ ແລະ​ດິນແດນ​ນັ້ນ​ກໍ​ຈະ​ເປັນ​ຂອງ​ພວກມັນ​ຕະຫລອດໄປ.</verse>
			</chapter>
			<chapter number="35">
				<verse number="1">ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ຈະ​ຊົມຊື່ນ​ຍິນດີ ດອກໄມ້​ຈະ​ເບັ່ງບານ​ໃນ​ດິນ​ທີ່​ແຫ້ງແລ້ງ.</verse>
				<verse number="2">ຖິ່ນ​ແຫ້ງແລ້ງ​ຈະ​ຂັບຮ້ອງ​ບົດເພງ​ຢ່າງ​ຊື່ນໃຈ ຈະ​ເປັນ​ທີ່​ສວຍງາມ​ວິໄລ​ດັ່ງ​ພູ​ເລບານອນ​ພຸ້ນ. ແລະ​ເປັນ​ດັ່ງ​ທົ່ງຫຍ້າ​ທີ່​ອຸດົມສົມບູນ​ດີ ຂອງ​ພູ​ກາເມນ ແລະ​ທົ່ງ​ຊາໂຣນ​ດ້ວຍ. ທຸກຄົນ​ຈະ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ໃດ ຄື​ຄວາມ​ຍິ່ງໃຫຍ່​ແລະ​ຣິດອຳນາດ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.</verse>
				<verse number="3">ຈົ່ງ​ໃຫ້​ກຳລັງ​ຜູ້​ທີ່​ມື​ອິດເມື່ອຍ​ອ່ອນແຮງ ຊູ​ແຮງ​ຫົວເຂົ່າ​ທີ່​ສັ່ນເຊັນ​ເພາະ​ຄວາມ​ອິດເມື່ອຍ.</verse>
				<verse number="4">ຈົ່ງ​ບອກ​ທຸກຄົນ​ທີ່​ຂາດ​ຄວາມ​ຊູໃຈ​ໃຫ້​ຮູ້​ວ່າ “ຈົ່ງ​ເຂັ້ມແຂງ ແລະ​ຢ່າ​ສູ່ຢ້ານ​ປະການ​ໃດ​ເລີຍ ພຣະເຈົ້າ​ກຳລັງ​ມາ​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ, ພຣະອົງ​ກຳລັງ​ມາ​ແກ້ແຄ້ນ​ສັດຕູ​ຂອງ​ພວກເຈົ້າ.”</verse>
				<verse number="5">ຄົນ​ຕາບອດ​ຈະ​ເຫັນຮຸ່ງ​ເມື່ອ​ເຂົາ​ແນມ​ໄປມາ ຄົນ​ຫູ​ໜວກ​ຈະ​ໄດ້ຍິນ​ເມື່ອ​ເຂົາ​ຟັງ​ຄົນ​ເວົ້າ.</verse>
				<verse number="6">ຄົນ​ຂາ​ພິການ​ຈະ​ກະໂດດ​ເຕັ້ນ​ຟ້ອນລຳ​ທຳເພງ ຜູ້​ປາກ​ບໍ່​ເປັນ​ກໍ​ຈະ​ຊົມຊື່ນ​ຍິນດີ​ດ້ວຍ​ສຽງ​ໂຮຮ້ອງ. ແມ່ນໍ້າ​ສາຍ​ຕ່າງໆ​ຈະ​ໄຫລຫລັ່ງ​ຜ່ານ​ເຂົ້າ​ໄປ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ບ່ອນ​ທີ່​ມີ​ພື້ນດິນ​ແຫ້ງແລ້ງ;</verse>
				<verse number="7">ດິນ​ຊາຍ​ທີ່​ອົບເອົ້າ​ເຜົາໄໝ້​ຈະ​ກາຍເປັນ​ໜອງ ພື້ນທີ່​ອັນ​ແຫ້ງແລ້ງ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ນໍ້າພຸ. ບ່ອນໃດ​ທີ່​ໝາໄນ​ເຄີຍ​ຊົ້ນ ແລະ​ເຄີຍ​ຢູ່​ເຄີຍ​ອາໄສ ຕົ້ນຫຍ້າ​ແລະ​ຕົ້ນອໍ້​ຈະ​ໃຫຍ່​ຂຶ້ນ​ຕາມ​ໜອງ​ນໍ້າ.</verse>
				<verse number="8">ທາງຫລວງ​ສາຍ​ໜຶ່ງ​ຈະ​ຖືກ​ສ້າງ​ຂຶ້ນ​ມາ ທີ່​ມີ​ຊື່​ວ່າ, “ທາງ​ແຫ່ງ​ຄວາມ​ບໍຣິສຸດ” ອັນ​ແທ້ຈິງ. ຈະ​ບໍ່ມີ​ຄົນບາບ​ເດີນ​ໄປ​ໃນ​ທາງ​ນັ້ນ​ເລີຍ ແມ່ນແຕ່​ຄົນໂງ່​ກໍ​ຈະ​ບໍ່​ຫລົງ​ໃນ​ທາງ​ນັ້ນ.</verse>
				<verse number="9">ໂຕສິງ​ທີ່​ຮ້າຍກາດ​ຈະ​ອາໄສ​ຢູ່​ທີ່ນັ້ນ​ບໍ່ໄດ້​ເລີຍ ສັດຮ້າຍ​ທັງຫລາຍ​ຈະ​ບໍ່​ຜ່ານ​ໄປ​ທາງນັ້ນ ພວກ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ໄຖ່​ເອົາ​ມາ ຈະ​ເດີນທາງ​ກັບ​ເມືອ​ບ້ານ​ໂດຍ​ຜ່ານ​ທາງນີ້.</verse>
				<verse number="10">ພວກເຂົາ​ຈະ​ໄປຮອດ​ນະຄອນ​ຊີໂອນ​ຢ່າງ​ເບີກບານ​ໃຈ ທັງ​ຂັບຮ້ອງລຳ​ທຳເພງ​ດ້ວຍ​ຄວາມ​ຍິນດີ​ທັງນັ້ນ. ພວກເຂົາ​ຈະ​ໄດ້​ເປັນ​ສຸກໃຈ​ຢູ່​ຕະຫລອດໄປ ໂດຍ​ບໍ່​ໂສກເສົ້າ​ເຫງົາໃຈ​ແລະ​ຂົມຂື່ນ.</verse>
			</chapter>
			<chapter number="36">
				<verse number="1">ໃນ​ຣາຊການ​ປີ​ທີ​ສິບສີ່​ຂອງ​ເຈົ້າ​ເຮເຊກີຢາ ກະສັດ​ແຫ່ງ​ຢູດາຍ; ເຊັນນາເກຣິບ​ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ບຸກໂຈມຕີ​ບັນດາ​ເມືອງ ທີ່​ມີ​ປ້ອມ​ປ້ອງກັນ​ຂອງ​ຢູດາຍ​ແລະ​ຢຶດ​ເມືອງ​ເຫຼົ່ານັ້ນ​ໄດ້.</verse>
				<verse number="2">ແລ້ວ​ເພິ່ນ​ກໍ​ສັ່ງ​ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່​ຈາກ​ເມືອງ​ລາກິດ ນຳ​ກຳລັງ​ທະຫານ​ຢ່າງ​ຫລວງຫລາຍ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ບັງຄັບ​ໃຫ້​ເຈົ້າ​ເຮເຊກີຢາ​ຍອມ​ຈຳນົນ. ຂ້າຣາຊການ​ຜູ້ນັ້ນ​ໄດ້​ຢຶດ​ຖະໜົນ​ບ່ອນ​ຊັກ​ຜ້າ ໂດຍ​ທາງ​ຄັນຄູ​ຊຶ່ງ​ສົ່ງ​ນໍ້າ​ມາ​ແຕ່​ສະ​ບ່ອນ​ສູງ.</verse>
				<verse number="3">ຊາວ​ຢູດາ​ສາມ​ຄົນ​ໄດ້​ອອກ​ມາ​ພົບ​ພວກເຂົາ ຄື​ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ​ຜູ້​ຮັບຜິດຊອບ​ຣາຊວັງ; ເຊັບນາ​ເລຂາທິການ ແລະ​ໂຢອາ​ລູກຊາຍ​ຂອງ​ອາສັບ​ຜູ້​ບັນທຶກ.</verse>
				<verse number="4">ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່​ອັດຊີເຣຍ​ໄດ້​ບອກ​ຂ້າຣາຊການ​ຊາວ​ຢູດາ​ວ່າ ກະສັດ​ຢາກ​ຈະ​ຮູ້ຈັກ​ວ່າ ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ເຈົ້າ​ເຮເຊກີຢາ ມີ​ຄວາມ​ໝັ້ນໃຈ​ຢ່າງ​ໜັກແໜ້ນ​ແທ້.</verse>
				<verse number="5">ເຂົາ​ຖາມ​ວ່າ, “ທ່ານ​ຄິດ​ວ່າ​ຖ້ອຍຄຳ​ແທນ​ຄວາມ​ຊຳນານ ແລະ​ອຳນາດ​ທາງ​ທະຫານ​ໄດ້​ບໍ? ທ່ານ​ຄິດ​ວ່າ​ສິ່ງນັ້ນ​ຊ່ວຍ​ທ່ານ​ໃຫ້​ກະບົດ​ຕໍ່​ອັດຊີເຣຍ​ໄດ້​ຊັ້ນບໍ?</verse>
				<verse number="6">ທ່ານ​ຫວັງ​ຈະ​ໃຫ້​ເອຢິບ​ຊ່ວຍເຫລືອ, ແຕ່​ຈະ​ເປັນ​ດັ່ງ​ໃຊ້​ໄມ້ອໍ້​ແທນ​ໄມ້ເທົ້າ ມັນ​ຈະ​ຫັກ ແລະ​ແທງ​ມື​ທ່ານ​ລ້າໆ. ຄົນໃດ​ທີ່​ເພິ່ງພາ​ກະສັດ​ປະເທດ​ເອຢິບ​ຈະ​ເປັນ​ດັ່ງນັ້ນແຫລະ.”</verse>
				<verse number="7">ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່​ແຫ່ງ​ອັດຊີເຣຍ​ເວົ້າ​ຕໍ່ໄປ​ວ່າ, “ຫລື​ທ່ານ​ຈະ​ບອກ​ຂ້າພະເຈົ້າ​ວ່າ ທ່ານ​ເພິ່ງພາ​ອາໄສ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ຊັ້ນບໍ? ແມ່ນ​ເຮເຊກີຢາ​ທີ່​ໄດ້​ທຳລາຍ​ບ່ອນ​ສັກສິດ ແລະ​ແທ່ນບູຊາ ເມື່ອ​ເພິ່ນ​ບອກ​ປະຊາຊົນ​ຢູດາ ແລະ​ນະຄອນ​ເຢຣູຊາເລັມ​ໄປ​ນະມັດສະການ ທີ່​ແທ່ນບູຊາ​ແຕ່​ແຫ່ງດຽວ.</verse>
				<verse number="8">ຂ້າພະເຈົ້າ​ຂໍ​ພະນັນ​ກັບ​ທ່ານ​ໃນນາມ​ຂອງ​ຈັກກະພັດ ດັ່ງນີ້: ຂ້າພະເຈົ້າ​ຈະ​ຫາ​ມ້າ​ສອງພັນ​ໂຕ​ມາ​ໃຫ້ ຖ້າ​ທ່ານ​ຫາ​ຄົນ​ຂີ່​ມ້າ​ຕາມ​ຈຳນວນ​ນັ້ນ​ໄດ້.</verse>
				<verse number="9">ທ່ານ​ບໍ່​ເທົ່າທຽມ​ແມ່ນແຕ່​ກັບ​ຂ້າຣາຊການ​ຊັ້ນ​ຜູ້ນ້ອຍ​ຂອງ​ອັດຊີເຣຍ​ຊໍ້າ; ແຕ່​ທ່ານ​ພັດ​ຫວັງ​ໃຫ້​ຊາວ​ເອຢິບ​ສົ່ງ​ລົດຮົບ ແລະ​ທະຫານ​ມ້າ​ມາ​ໃຫ້.</verse>
				<verse number="10">ທ່ານ​ຄິດ​ວ່າ​ຂ້າພະເຈົ້າ​ໂຈມຕີ ແລະ​ທຳລາຍ​ປະເທດ​ຂອງທ່ານ ໂດຍ​ບໍ່ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ຈາກ​ພຣະເຈົ້າຢາເວ​ຂອງທ່ານ​ຊັ້ນບໍ? ພຣະເຈົ້າຢາເວ​ເອງ​ບອກ​ຂ້າພະເຈົ້າ​ໃຫ້​ມາ​ໂຈມຕີ ແລະ​ທຳລາຍ​ປະເທດ​ຂອງທ່ານ.”</verse>
				<verse number="11">ແລ້ວ​ເອລີອາກິມ, ເຊັບນາ ແລະ​ໂຢອາ​ກໍ​ບອກ​ຂ້າຣາຊການ​ຜູ້ນັ້ນ​ວ່າ, “ຢ່າ​ເວົ້າ​ເປັນ​ພາສາ​ເຮັບເຣີ​ເລີຍ. ເວົ້າ​ເປັນ​ພາສາ​ອາຣາມິກ​ກໍໄດ້; ພວກເຮົາ​ເຂົ້າໃຈ​ຢູ່ ເພາະ​ປະຊາຊົນ​ທັງໝົດ​ທີ່​ເທິງ​ກຳແພງ​ເມືອງ​ກຳລັງ​ຟັງ​ຢູ່.”</verse>
				<verse number="12">ເຂົາ​ຈຶ່ງ​ຕອບ​ວ່າ, “ທ່ານ​ຄິດ​ວ່າ​ກະສັດ​ຂອງ​ຂ້າພະເຈົ້າ​ສົ່ງ​ຂ້າພະເຈົ້າ​ມາ​ທີ່ນີ້ ເພື່ອ​ບອກ​ເລື່ອງນີ້​ແກ່​ທ່ານ​ແລະ​ກະສັດ​ຂອງທ່ານ​ເທົ່ານັ້ນ​ບໍ? ບໍ່ແມ່ນ​ດອກ ຂ້າພະເຈົ້າ​ຢາກ​ໃຫ້​ປະຊາຊົນ​ທີ່​ນັ່ງ​ເທິງ​ກຳແພງ​ນັ້ນ​ໄດ້ຍິນ​ນຳ ຄື​ພວກ​ທີ່​ຈະ​ຕ້ອງ​ກິນ​ຂີ້​ແລະ​ກິນ​ຍ່ຽວ​ຂອງ​ຕົນເອງ ແລະ​ທ່ານ​ກໍ​ຈະ​ຕ້ອງ​ກິນ​ເຊັ່ນກັນ.”</verse>
				<verse number="13">ແລ້ວ​ຂ້າຣາຊການ​ຜູ້ນັ້ນ​ກໍໄດ້​ຢືນ​ຂຶ້ນ ແລະ​ຮ້ອງ​ສຽງດັງ​ເປັນ​ພາສາ​ເຮັບເຣີ​ວ່າ, “ຈົ່ງ​ຟັງ​ສິ່ງ​ທີ່​ກະສັດ​ແຫ່ງ​ອັດຊີເຣຍ​ກຳລັງ​ບອກ​ພວກເຈົ້າ.</verse>
				<verse number="14">ເພິ່ນ​ເຕືອນ​ວ່າ​ຢ່າ​ໃຫ້​ເຮເຊກີຢາ​ຫລອກລວງ​ພວກເຈົ້າ​ເລີຍ. ເຮເຊກີຢາ​ຊ່ວຍ​ຫຍັງ​ພວກເຈົ້າ​ບໍ່ໄດ້​ດອກ.</verse>
				<verse number="15">ຢ່າ​ຍອມ​ໃຫ້​ລາວ​ຈູງ​ດັງ​ພວກເຈົ້າ​ເຂົ້າ​ໄປ​ເພິ່ງ​ພຣະເຈົ້າຢາເວ. ຢ່າ​ຄິດ​ວ່າ​ພຣະເຈົ້າຢາເວ​ຈະ​ຊ່ວຍ​ພວກເຈົ້າ​ຢັບຢັ້ງ​ກອງທັບ​ຂອງ​ອັດຊີເຣຍ ບໍ່​ໃຫ້​ຢຶດເອົາ​ເມືອງ​ຂອງ​ພວກເຈົ້າ​ໄດ້.</verse>
				<verse number="16">ຢ່າ​ເຊື່ອຟັງ​ເຮເຊກີຢາ​ເລີຍ ກະສັດ​ແຫ່ງ​ອັດຊີເຣຍ​ສັ່ງ​ພວກເຈົ້າ ໃຫ້​ອອກ​ມາ​ຈາກ​ເມືອງ ແລະ​ຍອມ​ຈຳນົນ​ສາ. ເຈົ້າ​ທຸກຄົນ​ຈະ​ໄດ້​ຮັບ​ອະນຸຍາດ ໃຫ້​ກິນ​ໝາກອະງຸ່ນ​ຢູ່​ໃນ​ສວນອະງຸ່ນ​ຂອງ​ພວກ​ເຈົ້າເອງ ແລະ​ກິນ​ໝາກເດື່ອ​ຈາກ​ຕົ້ນ​ໝາກເດື່ອ​ຂອງ​ພວກເຈົ້າ​ເອງ ແລະ​ດື່ມ​ນໍ້າ​ຈາກ​ສ້າງ​ຂອງ​ພວກເຈົ້າ​ເອງ​ໄດ້</verse>
				<verse number="17">ຈົນກວ່າ​ກະສັດ​ຈັດ​ຖິ່ນຖານ​ໃຫ້​ພວກເຈົ້າ​ໃໝ່ ໃນ​ປະເທດ​ທີ່​ຄື​ກັບ​ປະເທດ​ຂອງ​ພວກເຈົ້າ ບ່ອນ​ທີ່​ມີ​ສວນອະງຸ່ນ​ສຳລັບ​ເຮັດ​ເຫລົ້າແວງ ແລະ​ບ່ອນ​ທີ່​ມີ​ເມັດ​ເຂົ້າ​ສຳລັບ​ເຮັດ​ເຂົ້າຈີ່.</verse>
				<verse number="18">ຢ່າ​ຍອມ​ໃຫ້​ເຮເຊກີຢາ​ເຮັດ​ໃຫ້​ພວກເຈົ້າ​ຕົກໂງ່ ໂດຍ​ຄິດວ່າ ພຣະເຈົ້າຢາເວ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ. ບັນດາ​ພະ​ຂອງ​ຊົນຊາດ​ອື່ນ ຊ່ວຍເຫລືອ​ປະເທດ​ຂອງ​ພວກເຂົາ​ຈາກ​ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ບໍ?</verse>
				<verse number="19">ບັດນີ້ ພວກ​ພະ​ຂອງ​ເມືອງ​ຮາມັດ ແລະ​ອັກປັດ​ໄປ​ໃສ​ໝົດ​ແລ້ວ? ພວກ​ພະ​ຂອງ​ເມືອງ​ເສຟາກວາອິມ​ໄປ​ໃສ​ໝົດ? ມີ​ຜູ້ໃດ​ແດ່​ຊ່ວຍ​ນະຄອນ​ຊາມາເຣຍ​ໄດ້?</verse>
				<verse number="20">ພະ​ທັງຫລາຍ​ຂອງ​ປະເທດ​ເຫຼົ່ານີ້​ຊ່ວຍ​ປະເທດ​ຂອງ​ພວກເຂົາ ຈາກ​ຈັກກະພັດ​ໄດ້​ເມື່ອໃດ? ແລ້ວ​ພວກເຈົ້າ​ຄິດ​ຢ່າງໃດ​ຈຶ່ງ​ວ່າ ພຣະເຈົ້າຢາເວ​ຊ່ວຍ​ນະຄອນ​ເຢຣູຊາເລັມ​ໄດ້.”</verse>
				<verse number="21">ປະຊາຊົນ​ພາກັນ​ມິດງຽບ​ບໍ່​ຕອບ​ຫຍັງ​ຈັກ​ຄຳ ດັ່ງ​ທີ່​ກະສັດ​ເຮເຊກີຢາ​ໄດ້​ສັ່ງ​ພວກເຂົາ​ໄວ້.</verse>
				<verse number="22">ແລ້ວ​ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ​ຜູ້​ຮັບຜິດຊອບ​ຣາຊວັງ, ເຊັບນາ​ເລຂາທິການ ແລະ​ໂຢອາ​ລູກຊາຍ​ຂອງ​ອາສັບ​ຜູ້ບັນທຶກ ກໍ​ຈີກ​ເສື້ອ​ຂອງຕົນ​ດ້ວຍ​ຄວາມທຸກໃຈ ແລະ​ໄປ​ລາຍງານ​ສິ່ງ​ທີ່​ຂ້າຣາຊການ​ແຫ່ງ​ອັດຊີເຣຍ​ໄດ້​ເວົ້າ​ນັ້ນ​ສູ່​ກະສັດ​ຟັງ.</verse>
			</chapter>
			<chapter number="37">
				<verse number="1">ພໍ​ເມື່ອ​ກະສັດ​ເຮເຊກີຢາ​ໄດ້​ຟັງ​ຄຳ​ລາຍງານ​ນັ້ນ ເພິ່ນ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມທຸກໃຈ, ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ແລະ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="2">ເພິ່ນ​ໄດ້​ໃຊ້​ເອລີອາກິມ ຜູ້​ຮັບຜິດຊອບ​ວັງ, ເຊັບນາ​ເລຂາທິການ ແລະ​ພວກ​ປະໂຣຫິດ​ອາວຸໂສ​ໄປ​ຫາ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ. ພວກເຂົາ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ​ເຊັ່ນກັນ.</verse>
				<verse number="3">ພວກເຂົາ​ໄດ້​ນຳ​ຖ້ອຍຄຳ​ໄປ​ບອກ​ເອຊາຢາ​ດັ່ງນີ້: “ມື້ນີ້​ແມ່ນ​ມື້​ທີ່​ພວກເຮົາ​ເປັນທຸກໃຈ​ຫລາຍ; ພວກເຮົາ​ໄດ້​ຮັບ​ໂທດ​ໜັກ ແລະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ. ພວກເຮົາ​ເປັນ​ຄື​ແມ່ຍິງ​ທີ່​ກຳລັງ​ຈະ​ອອກລູກ, ແຕ່​ອ່ອນເພຍ​ເກີນກວ່າ​ທີ່​ຈະ​ເບັ່ງ​ລູກ​ອອກ​ໄດ້.</verse>
				<verse number="4">ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ສົ່ງ​ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່ ມາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່. ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ໄດ້ຍິນ​ຄຳ​ໝິ່ນປະໝາດ​ເຫຼົ່ານີ້ ແລະ​ລົງໂທດ​ພວກ​ທີ່​ເວົ້າ​ຄຳ​ໝິ່ນປະໝາດ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ດ້ວຍ. ສະນັ້ນ ຈົ່ງ​ພາວັນນາ​ອະທິຖານ​ພຣະເຈົ້າ​ສຳລັບ​ປະຊາຊົນ​ຂອງ​ພວກເຮົາ ໃຫ້​ມີ​ຊີວິດ​ລອດ​ຢູ່​ດ້ວຍ​ເຖີດ.”</verse>
				<verse number="5">ເມື່ອ​ເອຊາຢາ​ໄດ້​ຮັບ​ຂໍ້ຄວາມ​ຂອງ​ກະສັດ​ເຮເຊກີຢາ</verse>
				<verse number="6">ເພິ່ນ​ຈຶ່ງ​ສົ່ງ​ຄຳຕອບ​ກັບຄືນ​ໄປ​ດັ່ງນີ້: “ພຣະເຈົ້າຢາເວ ບອກ​ທ່ານ​ດັ່ງນີ້​ວ່າ, ‘ບໍ່​ໃຫ້​ຕົກໃຈ​ຢ້ານກົວ ເພາະ​ຄຳ​ກ່າວອ້າງ​ຂອງ​ຄົນຮັບໃຊ້​ກະສັດ​ອັດຊີເຣຍ​ທີ່​ໄດ້​ປ້ອຍດ່າ​ເຮົາ.</verse>
				<verse number="7">ເຮົາ​ຈະ​ບັນດານ​ໃຫ້​ກະສັດ​ໄດ້ຍິນ​ຂ່າວ​ເລົ່າລື ທີ່​ຈະ​ເຮັດ​ໃຫ້​ລາວ​ກັບຄືນ​ເມືອ​ປະເທດ​ຂອງຕົນເອງ ແລະ​ເຮົາ​ຈະ​ໃຫ້​ລາວ​ຖືກ​ສັງຫານ​ດ້ວຍດາບ​ໃນ​ທີ່ນັ້ນ.”’</verse>
				<verse number="8">ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່​ແຫ່ງ​ອັດຊີເຣຍ​ຮູ້​ວ່າ ກະສັດ​ໄດ້​ຈາກ​ເມືອງ​ລາກິດ​ໄປ​ແລ້ວ ແລະ​ກຳລັງ​ສູ້ຮົບ​ກັບ​ເມືອງ​ລິບນາ​ທີ່​ຢູ່​ໃກ້​ນັ້ນ; ສະນັ້ນ ຂ້າຣາຊການ​ຈຶ່ງ​ໄປ​ທີ່​ນັ້ນ​ເພື່ອ​ປຶກສາ​ຫາລື​ກັບ​ເພິ່ນ.</verse>
				<verse number="9">ພວກ​ອັດຊີເຣຍ​ໄດ້​ຂ່າວ​ວ່າ​ກອງທັບ​ເອຢິບ ນຳ​ໂດຍ​ກະສັດ​ຕີຣາກາ​ແຫ່ງ​ເອທີໂອເປຍ ກຳລັງ​ຍົກທັບ​ມາ​ໂຈມຕີ​ພວກ​ຕົນ. ເມື່ອ​ໄດ້ຍິນ​ເຊັ່ນນີ້ ກະສັດ​ຈຶ່ງ​ສົ່ງ​ຂໍ້ຄວາມ​ສະບັບ​ໜຶ່ງ​ໄປ​ຫາ​ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ ໂດຍ​ບອກ​ວ່າ,</verse>
				<verse number="10">“ພຣະ​ທີ່​ທ່ານ​ໄວ້ວາງໃຈ​ນັ້ນ​ໄດ້​ບອກ​ວ່າ, ທ່ານ​ຈະ​ບໍ່​ຕົກ​ຢູ່​ໃຕ້​ອຳນາດ​ຂອງເຮົາ ແຕ່​ຢ່າ​ໃຫ້​ສິ່ງນັ້ນ​ຫລອກລວງ​ທ່ານ​ເລີຍ.</verse>
				<verse number="11">ທ່ານ​ໄດ້ຍິນ​ແລ້ວ​ສິ່ງ​ທີ່​ກະສັດ​ແຫ່ງ​ອັດຊີເຣຍ ເຮັດ​ກັບ​ທຸກ​ປະເທດ​ທີ່​ເພິ່ນ​ຕັ້ງໃຈ​ຈະ​ທຳລາຍ. ທ່ານ​ຄິດ​ວ່າ​ທ່ານ​ຈະ​ປົບໜີ​ພົ້ນ​ໄດ້​ບໍ?</verse>
				<verse number="12">ພວກ​ບັນພະບຸລຸດ​ຂອງ​ຂ້າພະເຈົ້າ​ໄດ້​ທຳລາຍ​ເມືອງ​ເຫຼົ່ານີ້​ເຊັ່ນ: ໂກຊານ, ຮາຣານ ແລະ​ເຣເຊັບ ທັງ​ໄດ້​ຂ້າ​ປະຊາຊົນ​ຊາວ​ເອເດນ​ທີ່​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເຕລາສາ ແລະ​ບັນດາ​ພະ​ຂອງ​ພວກເຂົາ​ກໍ​ຊ່ວຍ​ພວກເຂົາ​ບໍ່ໄດ້​ເລີຍ.</verse>
				<verse number="13">ກະສັດ​ແຫ່ງ​ນະຄອນ​ຮາມັດ, ອັກປັດ, ເສຟາກວາອິມ, ເຮນາ ແລະ​ອີວາ​ຢູ່​ໃສ​ໝົດ​ແລ້ວ?”</verse>
				<verse number="14">ກະສັດ​ເຮເຊກີຢາ​ໄດ້​ຈັບ​ເອົາ​ຂໍ້ຄວາມ​ຈາກ​ພວກ​ຜູ້​ສົ່ງຂ່າວ​ມາ​ອ່ານ. ແລ້ວ​ເພິ່ນ​ກໍ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ວາງ​ຂໍ້ຄວາມ​ນັ້ນ​ໄວ້​ຊ້ອງໜ້າ​ພຣະເຈົ້າຢາເວ</verse>
				<verse number="15">ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ,</verse>
				<verse number="16">“ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ພຣະອົງ​ນັ່ງ​ທີ່​ເທິງ​ເຄຣຸບ ພຣະອົງ​ເທົ່ານັ້ນ​ເປັນ​ພຣະເຈົ້າ​ທີ່​ປົກຄອງ​ອານາຈັກ​ທັງໝົດ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້. ພຣະອົງ​ເປັນ​ຜູ້​ໄດ້ສ້າງ​ຟ້າ​ສະຫວັນ ແລະ​ແຜ່ນດິນ​ໂລກ.</verse>
				<verse number="17">ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ​ຫງ່ຽງຫູ​ຟັງ​ພວກ​ຂ້ານ້ອຍ ແລະ​ເບິ່ງ​ສິ່ງ​ທີ່​ກຳລັງ​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ​ນັ້ນ​ດ້ວຍ. ຂ້າແດ່​ພຣະເຈົ້າຢາເວ ຂໍ​ໂຜດ​ຟັງ​ແລະ​ເບິ່ງ​ສິ່ງ​ທັງໝົດ​ທີ່​ເຊັນນາເກຣິບ​ກຳລັງ​ເວົ້າ​ໝິ່ນປະໝາດ​ພຣະອົງ ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່.</verse>
				<verse number="18">ຂ້າແດ່​ພຣະເຈົ້າຢາເວ ພວກ​ຂ້ານ້ອຍ​ທຸກຄົນ​ຮູ້​ວ່າ​ກະສັດ​ແຫ່ງ​ອັດຊີເຣຍ ໄດ້​ທຳລາຍ​ຫລາຍ​ຊົນຊາດ, ໄດ້​ເຮັດ​ໃຫ້​ດິນແດນ​ຂອງ​ພວກເຂົາ​ຮົກຮ້າງ​ຫວ່າງເປົ່າ,</verse>
				<verse number="19">ທັງ​ໄດ້​ຈູດ​ບັນດາ​ພະ​ຂອງ​ພວກເຂົາ​ຖິ້ມ​ຊຶ່ງ​ບໍ່ແມ່ນ​ພຣະ​ແທ້, ແຕ່​ເປັນ​ພຽງ​ຮູບ​ໄມ້ ແລະ​ຫີນ​ທີ່​ມື​ມະນຸດ​ໄດ້​ເຮັດ​ຂຶ້ນ​ເທົ່ານັ້ນ.</verse>
				<verse number="20">ແຕ່​ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ຂໍໂຜດ​ຊ່ວຍກູ້​ເອົາ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ພວກ​ອັດຊີເຣຍ​ດ້ວຍ​ເຖີດ ເພື່ອ​ວ່າ​ຊົນຊາດ​ທັງໝົດ​ທີ່​ຢູ່​ໃນ​ໂລກ​ຈະ​ໄດ້​ຮູ້​ວ່າ ພຣະເຈົ້າຢາເວ​ອົງດຽວ​ແຕ່​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ.”</verse>
				<verse number="21">ແລ້ວ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ກໍໄດ້​ສົ່ງ​ຖ້ອຍຄຳ​ໄປ​ບອກ​ກະສັດ​ເຮເຊກີຢາ​ວ່າ: ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ: ເພາະ​ເຈົ້າ​ໄດ້​ພາວັນນາ​ອະທິຖານ​ຫາ​ເຮົາ​ກ່ຽວກັບ​ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ,</verse>
				<verse number="22">ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່ສູ້​ລາວ​ວ່າ, “ລູກສາວ​ພົມມະຈາຣີ​ແຫ່ງ​ຊີໂອນ​ດູຖູກ​ແລະ​ຫົວຂວັນ​ໃສ່​ເຈົ້າ ລູກສາວ​ນະຄອນ​ເຢຣູຊາເລັມ​ກໍ​ຫົວ​ເຍາະເຍີ້ຍ​ເຈົ້າ.</verse>
				<verse number="23">ເຈົ້າ​ຄິດ​ວ່າ​ເຈົ້າ​ເວົ້າ​ໝິ່ນປະໝາດ​ຜູ້ໃດ? ແລະ​ໄດ້​ປ້ອຍດ່າ​ຜູ້ໃດ? ເຈົ້າ​ໄດ້​ຂື້ນສຽງ​ຕໍ່ສູ້​ຜູ້ໃດ? ແລະ​ແຫງນ​ຕາ​ທີ່​ໂອ້ອວດ​ຂອງເຈົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ.</verse>
				<verse number="24">ເຈົ້າ​ໄດ້​ສົ່ງ​ຜູ້ຮັບໃຊ້​ຂອງ​ເຈົ້າ​ມາ​ຄຸຍໂມ້​ໃສ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເຈົ້າ​ໄດ້ກ່າວ​ວ່າ ດ້ວຍ​ລົດຮົບ​ທັງໝົດ​ເຈົ້າ​ໄດ້​ຕີ​ເອົາ​ພູເຂົາ​ໜ່ວຍ​ສູງ​ທີ່ສຸດ​ຂອງ​ເລບານອນ. ເຈົ້າ​ຄຸຍໂມ້​ວ່າ​ເຈົ້າ​ໄດ້​ຕັດ​ຕົ້ນແປກ​ທີ່​ງາມ​ທີ່ສຸດ ແລະ​ຕົ້ນ​ສົນ​ທີ່​ສູງ​ທີ່ສຸດ​ລົງ ແລະ​ທັງ​ໄດ້​ເຂົ້າ​ໄປ​ໃນ​ປ່າ​ເລິກ​ທີ່ສຸດ​ດ້ວຍ.</verse>
				<verse number="25">ເຈົ້າ​ຄຸຍໂມ້​ວ່າ​ເຈົ້າ​ໄດ້​ຂຸດ​ນໍ້າສ້າງ ແລະ​ດື່ມ​ນໍ້າ​ໃນ​ດິນແດນ​ຕ່າງດ້າວ ແລະ​ທັງ​ຄຸຍ​ອີກ​ວ່າ​ທະຫານ​ຂອງ​ເຈົ້າ​ໄດ້​ຢຽບ​ແມ່ນໍ້ານິນ ຈົນ​ແຫ້ງ.</verse>
				<verse number="26">ເຈົ້າ​ຍັງ​ບໍ່ເຄີຍ​ໄດ້ຍິນ​ບໍ​ວ່າ ເຮົາ​ວາງ​ແຜນການ​ທັງໝົດ​ນີ້​ໄວ້​ຕັ້ງນານ​ແລ້ວ? ບັດນີ້ ເຮົາ​ກໍ​ດຳເນີນ​ຕາມ​ແຜນການ​ນັ້ນ. ເຮົາ​ໄດ້​ໃຫ້​ອຳນາດ​ແກ່​ເຈົ້າ​ປ່ຽນ​ນະຄອນ​ທີ່​ມີ​ປ້ອມ​ປ້ອງກັນ ໃຫ້​ເປັນ​ກອງ​ສິ່ງ​ຮົກຮ້າງ​ເພພັງ.</verse>
				<verse number="27">ປະຊາຊົນ​ທີ່​ໄດ້​ອາໄສ​ຢູ່​ໃນ​ທີ່ນັ້ນ​ບໍ່ມີ​ກຳລັງ. ພວກເຂົາ​ຕົກໃຈ​ຈົນ​ສະຫລົບ ດັ່ງ​ຕົ້ນຫຍ້າ​ໃນ​ທົ່ງນາ ຫລື​ຫຍ້າຮົກ​ຊຶ່ງ​ເກີດ​ທີ່​ເທິງ​ຫລັງຄາ ເມື່ອ​ຖືກ​ລົມ​ຮ້ອນ​ທາງທິດ​ຕາເວັນອອກ​ພັດ​ມາ.</verse>
				<verse number="28">ແຕ່​ເຮົາ​ຮູ້​ທຸກສິ່ງ​ກ່ຽວກັບ​ເຈົ້າ ຄື​ສິ່ງ​ທີ່​ເຈົ້າ​ເຮັດ ແລະ​ບ່ອນ​ທີ່​ເຈົ້າ​ໄປ. ເຮົາ​ຮູ້​ວ່າ​ເຈົ້າ​ໂກດແຄ້ນ​ເຮົາ​ສໍ່າໃດ.</verse>
				<verse number="29">ເຮົາ​ໄດ້​ຮັບ​ລາຍງານ​ເຖິງ​ຄວາມ​ໂກດແຄ້ນ ແລະ​ຄວາມ​ຈອງຫອງ​ຂອງ​ເຈົ້າ; ບັດນີ້ ເຮົາ​ຈະ​ເອົາ​ເບັດ​ເກາະ​ດັງ​ເຈົ້າ, ຈະ​ເອົາ​ບັງຫຽນ​ໃສ່​ປາກ​ເຈົ້າ ແລະ​ພາ​ກັບຄືນ​ໄປ​ທາງ​ເກົ່າ​ທີ່​ເຈົ້າ​ມາ.”</verse>
				<verse number="30">ແລ້ວ​ເອຊາຢາ​ກໍໄດ້​ກ່າວ​ແກ່​ກະສັດ​ເຮເຊກີຢາ​ວ່າ, “ນີ້​ແມ່ນ​ໝາຍສຳຄັນ​ຂອງ​ເຫດການ​ທີ່​ຈະ​ເກີດຂຶ້ນ. ໃນ​ປີນີ້​ກັບ​ປີໜ້າ ທ່ານ​ຈະ​ໄດ້​ກິນ​ແຕ່​ເມັດ​ພືດ​ໃນ​ປ່າ​ເທົ່ານັ້ນ, ແຕ່​ໃນ​ປີ​ຕໍ່ໄປ ທ່ານ​ສາມາດ​ປູກຝັງ​ທັງ​ເກັບກ່ຽວ ແລະ​ປູກ​ໝາກອະງຸ່ນ​ກິນ​ໄດ້.</verse>
				<verse number="31">ພວກ​ທີ່​ລອດຊີວິດ​ຢູ່​ໃນ​ຢູດາຍ​ຈະ​ຮຸ່ງເຮືອງ​ຂຶ້ນ ດັ່ງ​ຕົ້ນໄມ້​ທີ່​ຢັ່ງຮາກ​ລົງ​ເລິກ​ໃນ​ພື້ນດິນ ແລະ​ເກີດ​ໝາກ​ໄດ້​ຫລາຍ.</verse>
				<verse number="32">ໃນ​ນະຄອນ​ເຢຣູຊາເລັມ ແລະ​ທີ່​ພູເຂົາ​ຊີໂອນ​ຈະ​ມີ​ປະຊາຊົນ​ທີ່​ລອດຊີວິດ​ຢູ່ ເພາະ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກຳນົດ​ໄວ້​ວ່າ ສິ່ງ​ເຫຼົ່ານັ້ນ​ຈະ​ເກີດຂຶ້ນ​ແທ້.</verse>
				<verse number="33">ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ເຖິງ​ກະສັດ​ແຫ່ງ​ອັດຊີເຣຍ​ນັ້ນ ມີ​ດັ່ງນີ້: ລາວ​ຈະ​ບໍ່ໄດ້​ເຂົ້າ​ມາ​ໃນ​ນະຄອນ​ນີ້ ຫລື​ແມ່ນແຕ່​ຍິງ​ທະນູ​ລູກ​ດຽວ​ເຂົ້າ​ໄປ. ບໍ່ມີ​ທະຫານ​ຄົນໃດ​ທີ່​ຈະ​ຖື​ໂລ້​ເຂົ້າ​ມາ​ໃກ້ ແລະ​ຈະ​ບໍ່ມີ​ຜູ້ໃດ​ສ້າງ​ສິ່ງ​ປິດລ້ອມ​ນະຄອນ.</verse>
				<verse number="34">ລາວ​ຈະ​ກັບຄືນ​ເມືອ​ທາງ​ເກົ່າ​ທີ່​ລາວ​ໄດ້​ມາ ໂດຍ​ບໍ່ໄດ້​ເຂົ້າ​ມາ​ໃນ​ນະຄອນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="35">“ເຮົາ​ຈະ​ປ້ອງກັນ ແລະ​ຮັກສາ​ນະຄອນ​ນີ້​ໄວ້​ເພື່ອ​ເຫັນ​ແກ່​ກຽດ​ຂອງ​ເຮົາເອງ ແລະ​ຍ້ອນ​ຄຳສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ.”</verse>
				<verse number="36">ຕໍ່ມາ ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າຢາເວ​ໄດ້​ເຂົ້າ​ໄປ ທີ່​ຄ້າຍພັກ​ຂອງ​ກອງທັບ​ອັດຊີເຣຍ ແລະ​ຂ້າ​ທະຫານ​ໜຶ່ງຮ້ອຍ​ແປດສິບຫ້າພັນ​ຄົນ. ພໍ​ເຊົ້າ​ຂອງ​ວັນ​ໃໝ່ ພວກເຂົາ​ທັງໝົດ​ກໍ​ນອນ​ຕາຍ​ເດຍລະດາດ​ຢູ່​ທີ່​ນັ້ນ</verse>
				<verse number="37">ແລ້ວ​ເຈົ້າ​ເຊັນນາເກຣິບ ກະສັດ​ແຫ່ງ​ອັດຊີເຣຍ​ກໍ​ລ່າຖອຍ​ກັບຄືນ​ເມືອ​ເມືອງ​ນີເນເວ.</verse>
				<verse number="38">ວັນ​ໜຶ່ງ ໃນ​ຂະນະທີ່​ເພິ່ນ​ກຳລັງ​ຂາບໄຫວ້​ນີຊະໂລກ ພະ​ຂອງຕົນ​ຢູ່​ໃນ​ວິຫານ ອັດຣຳເມເລັກ​ແລະ​ຊາເຣເຊ ລູກຊາຍ​ສອງ​ຄົນ​ຂອງ​ເພິ່ນ ໄດ້​ສັງຫານ​ເພິ່ນ​ດ້ວຍ​ດາບ​ຂອງ​ພວກເຂົາ ແລ້ວ​ກໍ​ປົບໜີໄປ​ໃນ​ດິນແດນ​ອາຣາຣັດ. ເອສາຮັດໂດນ​ລູກຊາຍ​ອີກ​ຄົນ​ໜຶ່ງ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.</verse>
			</chapter>
			<chapter number="38">
				<verse number="1">ໃນ​ສະໄໝ​ນັ້ນ ກະສັດ​ເຮເຊກີຢາ​ໄດ້​ເຈັບປ່ວຍ​ເກືອບ​ຕາຍ. ຜູ້ທຳນວາຍ​ເອຊາຢາ ລູກຊາຍ​ຂອງ​ອາໂມດ​ໄດ້​ໄປ​ຢ້ຽມຢາມ​ເພິ່ນ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ບອກ​ທ່ານ​ວ່າ ຈົ່ງ​ຈັດການ​ກັບ​ການບ້ານ​ການເມືອງ​ໃຫ້​ຮຽບຮ້ອຍ ເພາະ​ທ່ານ​ຕ້ອງ​ຕາຍ​ແລະ​ຈະ​ບໍ່​ຫາຍດີ.”</verse>
				<verse number="2">ເຈົ້າ​ເຮເຊກີຢາ​ປິ່ນໜ້າ​ເຂົ້າ​ຝາ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ,</verse>
				<verse number="3">“ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ລະນຶກເຖິງ​ດ້ວຍວ່າ ຂ້ານ້ອຍ​ໄດ້​ຮັບໃຊ້​ພຣະອົງ​ດ້ວຍ​ຄວາມສັດຊື່ ແລະ​ດ້ວຍ​ຄວາມ​ຈົງຮັກ​ພັກດີ ແລະ​ຂ້ານ້ອຍ​ກໍ​ບຳເພັນ​ຕົນ​ກະທຳ​ແຕ່​ສິ່ງ​ທີ່​ພຣະອົງ​ຕ້ອງການ​ໃຫ້​ຂ້ານ້ອຍ​ກະທຳ.” ແລ້ວ​ເພິ່ນ​ກໍ​ຮ້ອງໄຫ້​ຂຶ້ນ​ຢ່າງ​ຂົມຂື່ນ.</verse>
				<verse number="4">ຕໍ່ມາ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ສັ່ງ​ເອຊາຢາ</verse>
				<verse number="5">ໃຫ້​ກັບຄືນ​ໄປ​ຫາ​ເຈົ້າ​ເຮເຊກີຢາ ແລະ​ບອກ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ດາວິດ​ບັນພະບຸລຸດ​ຂອງ​ເຈົ້າ ໄດ້​ກ່າວ​ດັ່ງນີ້​ວ່າ, ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງເຈົ້າ ແລະ​ໄດ້​ເຫັນ​ນໍ້າຕາ​ຂອງເຈົ້າ; ສະນັ້ນ ເຮົາ​ຈຶ່ງ​ຈະ​ໃຫ້​ເຈົ້າ​ມີ​ຊີວິດ​ຢູ່​ຕື່ມ​ອີກ​ສິບຫ້າ​ປີ.</verse>
				<verse number="6">ເຮົາ​ຈະ​ຊ່ວຍກູ້​ເອົາ​ເຈົ້າ ແລະ​ນະຄອນ​ເຢຣູຊາເລັມ​ຈາກ​ກະສັດ​ແຫ່ງ​ອັດຊີເຣຍ ແລະ​ເຮົາ​ຈະ​ສືບຕໍ່​ປົກປ້ອງ​ນະຄອນ​ນີ້.”</verse>
				<verse number="7">“ອັນນີ້​ແມ່ນ​ໝາຍສຳຄັນ​ຂອງ​ພຣະເຈົ້າຢາເວ​ທີ່​ມີ​ແກ່​ທ່ານ​ເພື່ອ​ພິສູດ​ວ່າ ພຣະເຈົ້າຢາເວ​ຈະ​ດຳເນີນການ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ:</verse>
				<verse number="8">ເທິງ​ຂັ້ນໄດ​ທີ່​ເຈົ້າ​ອາຮາດ​ໄດ້​ສ້າງ ພຣະອົງ​ຈະ​ເຮັດ​ໃຫ້​ເງົາ​ຖອຍ​ຫລັງ​ສິບ​ຂັ້ນ.” ແລະ​ເງົາ​ນັ້ນ​ກໍໄດ້​ຖອຍຫລັງ​ເທິງ​ຂັ້ນໄດ​ນັ້ນ​ສິບ​ຂັ້ນ.</verse>
				<verse number="9">ຫລັງຈາກ​ເຈົ້າ​ເຮເຊກີຢາ​ໄດ້​ຫາຍດີ​ຈາກ​ການ​ເຈັບປ່ວຍ​ຂອງຕົນ​ແລ້ວ ເພິ່ນ​ໄດ້​ແຕ່ງ​ບົດເພງ​ນີ້​ສັນລະເສີນ​ພຣະເຈົ້າ:</verse>
				<verse number="10">“ຂ້ານ້ອຍ​ຄິດວ່າ​ໄວກາງ​ຊີວິດ​ກຳລັງ​ຜ່ານ​ໄປ ເວລາ​ທີ່​ເຫຼືອ​ກໍ​ຖືກ​ມອບ​ໃຫ້​ແດນ​ມໍຣະນາ​ແລ້ວ.</verse>
				<verse number="11">ຂ້ານ້ອຍ​ຄິດວ່າ​ຈະ​ບໍ່ໄດ້​ເຫັນ​ພຣະເຈົ້າ​ໃນ​ໂລກ​ຄົນ​ເປັນ ຫລື​ຈະ​ບໍ່ໄດ້​ເຫັນ​ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່.</verse>
				<verse number="12">ຊີວິດ​ຂ້ານ້ອຍ​ຖືກ​ຕັດຂາດ​ໃຫ້​ສິ້ນສຸດ​ລົງ ດັ່ງ​ຜ້າເຕັນ​ທີ່​ກຳລັງ​ຖືກ​ມ້າງ ດັ່ງ​ຜ້າ​ທີ່​ຖືກ​ຕັດ​ອອກ​ຈາກ​ຫູກ​ເປັນ​ຜືນໆ ຂ້ານ້ອຍ​ຄິດວ່າ​ພຣະອົງ​ໃຫ້​ຈົບ​ຊີວິດ​ສາ​ແລ້ວ.</verse>
				<verse number="13">ທັງ​ຄືນ​ຂ້ານ້ອຍ​ໄດ້​ແຕ່​ຮ້ອງ​ເຈັບປວດ​ເຫລືອຫລາຍ ຄ້າຍ​ດັ່ງ​ໂຕສິງ​ຫັກ​ກະດູກ​ທັງໝົດ​ຂອງ​ຂ້ານ້ອຍ​ຖິ້ມ. ຂ້ານ້ອຍ​ຫວນ​ແຕ່​ຄິດ​ຕະຫລອດ​ມາ​ວ່າ ພຣະເຈົ້າ​ໄດ້​ໃຫ້​ຂ້ານ້ອຍ​ຈົບ​ຊີວິດ​ສາ​ແລ້ວ.</verse>
				<verse number="14">ສຽງ​ຂ້ານ້ອຍ​ດັບ​ມ້ອຍໆ​ຄ່ອຍໆ​ອ່ອນແຮງ​ລົງ ຂ້ານ້ອຍ​ໄດ້​ແຕ່​ຄວນຄາງ​ດັ່ງ​ນົກເຂົາ​ຮໍ່າຮ້ອງ. ຕາ​ຂ້ານ້ອຍ​ອ່ອນແຮງ​ບໍ່​ຢາກ​ເບິ່ງ​ຂຶ້ນ​ສູ່​ສະຫວັນ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ໂຜດ​ຊ່ວຍກູ້​ຈາກ​ຄວາມທຸກ​ນີ້​ດ້ວຍ.</verse>
				<verse number="15">ພຣະອົງ​ໃຫ້​ສິ່ງ​ນີ້​ເກີດຂຶ້ນ ຜູ້ໃດ​ນໍ​ເວົ້າ​ຫຍັງ​ໄດ້​ແດ່? ດັ່ງນັ້ນ ໃຈ​ຂອງ​ຂ້ານ້ອຍ​ຈຶ່ງ​ຂົມຂື່ນ​ນອນ​ບໍ່​ຫລັບ.</verse>
				<verse number="16">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂ້ານ້ອຍ​ຈະ​ມີ​ຊີວິດ​ຢູ່​ແຕ່​ເພື່ອ​ພຣະອົງ ໂຜດ​ຊົງ​ປິ່ນປົວ​ຂ້ານ້ອຍ ແລະ​ໃຫ້​ມີ​ຊີວິດ​ຢູ່​ດ້ວຍ.</verse>
				<verse number="17">ແລ້ວ​ຄວາມ​ຂົມຂື່ນ​ກໍ​ຈະ​ຫັນ​ປ່ຽນ​ເປັນ​ສັນຕິສຸກ ເພາະ​ພຣະອົງ​ເອງ​ຊ່ວຍ​ກູ້​ເອົາ ​ຊີວິດ​ຂ້ານ້ອຍ​ໄວ້; ໂດຍ​ເຮັດ​ໃຫ້​ພົ້ນ​ຈາກ​ອັນຕະລາຍ​ທຸກຢ່າງ ການບາບ​ຂອງ​ຂ້ານ້ອຍ​ກໍໄດ້​ຮັບ​ອະໄພ.</verse>
				<verse number="18">ບໍ່ມີ​ຜູ້ໃດ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ໄດ້​ໃນ​ແດນ​ມໍຣະນາ ຄົນຕາຍ​ວາງໃຈ​ໃນ​ຄວາມສັດຊື່​ຂອງ​ພຣະອົງ​ບໍ່ໄດ້.</verse>
				<verse number="19">ແມ່ນ​ຜູ້​ທີ່​ມີ​ຊີວິດ​ຢູ່​ເທົ່ານັ້ນ​ທີ່​ສັນລະເສີນ​ພຣະອົງ ດັ່ງ​ທີ່​ຂ້ານ້ອຍ​ສັນລະເສີນ​ພຣະອົງ​ຢູ່​ດຽວນີ້. ດັ່ງ​ພໍ່​ແມ່​ບອກສອນ​ພວກ​ລູກໆ​ຂອງຕົນ ເຖິງ​ຄວາມສັດຊື່​ຂອງ​ພຣະອົງ​ໃຫ້​ເຂົາ​ໄດ້​ຮູ້.</verse>
				<verse number="20">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ປິ່ນປົວ​ຂ້ານ້ອຍ​ໃຫ້​ຫາຍດີ ຂ້ານ້ອຍ​ຈະ​ດີດ​ກິດຕາ ແລະ​ສັນລະເສີນ​ພຣະອົງ ທັງ​ຮ້ອງລຳ​ທຳເພງ​ພ້ອມ​ຖວາຍ​ແດ່​ພຣະອົງ ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ຕາບເທົ່າ​ທີ່​ຍັງ​ມີ​ຊີວິດ​ຢູ່.”</verse>
				<verse number="21">ເອຊາຢາ​ໄດ້​ບອກ​ກະສັດ​ໃຫ້​ເອົາ​ແປ້ງ​ທີ່​ເຮັດ​ດ້ວຍ​ໝາກເດື່ອ ໂພະ​ໃສ່​ບ່ອນ​ທີ່​ເພິ່ນ​ເຈັບປວດ ແລະ​ເພິ່ນ​ກໍ​ຈະ​ຫາຍດີ​ເປັນ​ປົກກະຕິ.</verse>
				<verse number="22">ແລ້ວ​ກະສັດ​ເຮເຊກີຢາ​ກໍ​ຖາມ​ວ່າ, “ແມ່ນຫຍັງ​ຈະ​ເປັນ​ໝາຍສຳຄັນ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ເຮົາ​ຈະ​ສາມາດ​ຂຶ້ນໄປ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄດ້?”</verse>
			</chapter>
			<chapter number="39">
				<verse number="1">ໃນ​ເວລາ​ດຽວກັນ​ນັ້ນ ເມໂຣດັກ​ບາລາດານ​ກະສັດ​ແຫ່ງ​ບາບີໂລນ ລູກຊາຍ​ຂອງ​ບາລາດານ​ໄດ້ຍິນ​ວ່າ​ກະສັດ​ເຮເຊກີຢາ​ລົ້ມປ່ວຍ; ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຈົດໝາຍ​ແລະ​ຂອງຂວັນ​ມາ​ໃຫ້.</verse>
				<verse number="2">ກະສັດ​ເຮເຊກີຢາ​ໄດ້​ຕ້ອນຮັບ​ຄະນະທູດ​ເປັນ​ຢ່າງດີ ແລະ​ພາ​ເລາະຊົມ​ບ່ອນ​ຮັກສາ​ຊັບສົມບັດ​ຂອງຕົນ​ເຊັ່ນ: ເງິນ, ຄຳ, ເຄື່ອງເທດ​ກັບ​ເຄື່ອງຫອມ ແລະ​ອາວຸດ​ຍຸດທະພັນ​ທັງໝົດ​ໃນ​ກອງທັບ. ບໍ່ມີ​ບ່ອນໃດ​ໃນ​ຄັງ​ມ້ຽນເຄື່ອງ​ຫລື​ບ່ອນ​ອື່ນໆ​ໃນ​ຣາຊອານາຈັກ ທີ່​ເພິ່ນ​ບໍ່ໄດ້​ພາ​ພວກເຂົາ​ເລາະຊົມ.</verse>
				<verse number="3">ແລ້ວ​ຜູ້ທຳນວາຍ​ເອຊາຢາ​ກໍໄດ້​ມາ​ຫາ​ເຈົ້າ​ເຮເຊກີຢາ ແລະ​ຖາມ​ເພິ່ນ​ວ່າ, “ຄົນ​ເຫຼົ່ານີ້​ມາ​ແຕ່​ໃສ ແລະ​ພວກເຂົາ​ເວົ້າ​ຫຍັງແດ່​ກັບ​ທ່ານ?” ເຈົ້າ​ເຮເຊກີຢາ​ໄດ້​ຕອບ​ວ່າ, “ພວກເຂົາ​ມາ​ແຕ່​ປະເທດ​ໄກ ຄື​ມາ​ຈາກ​ບາບີໂລນ.”</verse>
				<verse number="4">ເອຊາຢາ​ຖາມ​ອີກ​ວ່າ, “ພວກເຂົາ​ໄດ້​ເຫັນ​ຫຍັງ​ແດ່​ໃນ​ວັງ?” ເພິ່ນ​ຕອບ​ວ່າ, “ພວກເຂົາ​ເຫັນ​ໝົດ​ທຸກສິ່ງ ບໍ່ມີ​ບ່ອນໃດ​ໃນ​ຄັງ​ມ້ຽນເຄື່ອງ​ທີ່​ເຮົາ​ບໍ່ໄດ້​ພາ​ພວກເຂົາ​ເລາະຊົມ.”</verse>
				<verse number="5">ແລ້ວ​ເອຊາຢາ​ກໍ​ບອກ​ກະສັດ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ</verse>
				<verse number="6">ເວລາ​ມາ​ເຖິງ​ແລ້ວ​ທີ່​ທຸກໆ​ສິ່ງ​ໃນ​ວັງ​ຂອງທ່ານ ຄື​ທຸກສິ່ງ​ທີ່​ບັນພະບຸລຸດ​ຂອງທ່ານ​ໄດ້​ສະສົມ​ໄວ້​ຈົນຮອດ​ວັນນີ້ ຈະ​ຖືກ​ຂົນ​ໄປ​ບາບີໂລນ. ຈະ​ບໍ່ມີ​ສິ່ງໃດ​ເຫຼືອ​ຢູ່​ເລີຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="7">ພວກ​ທີ່​ເປັນ​ເຊື້ອສາຍ​ແທ້​ຂອງທ່ານ​ບາງຄົນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊາຍ​ຕອນ ເພື່ອ​ຮັບໃຊ້​ຢູ່​ໃນ​ວັງ​ຂອງ​ກະສັດ​ແຫ່ງ​ບາບີໂລນ.”</verse>
				<verse number="8">ກະສັດ​ເຮເຊກີຢາ​ໄດ້​ເຂົ້າໃຈ​ເລື່ອງ​ນີ້​ໂດຍ​ຕີ​ຄວາມໝາຍ​ເອົາ​ວ່າ ໃນ​ຣາຊການ​ຂອງ​ເພິ່ນ​ນັ້ນ​ຈະ​ມີ​ຄວາມ​ສະຫງົບສຸກ ແລະ​ມີ​ຄວາມ​ໝັ້ນຄົງ​ດີ; ສະນັ້ນ ເພິ່ນ​ຈຶ່ງ​ຕອບ​ເອຊາຢາ​ວ່າ, “ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ເຈົ້າ ນຳ​ມາ​ບອກ​ເຮົາ​ນັ້ນ​ດີ​ຫລາຍ.”</verse>
			</chapter>
			<chapter number="40">
				<verse number="1">ພຣະເຈົ້າ​ຂອງ​ພວກເຮົາ​ກ່າວ​ວ່າ, “ຈົ່ງ​ເລົ້າໂລມ​ປະຊາຊົນ​ຂອງເຮົາ ຈົ່ງ​ເລົ້າໂລມ​ໃຈ​ປະຊາຊົນ​ຂອງເຮົາ​ເຖີດ</verse>
				<verse number="2">ຈົ່ງ​ຊູໃຈ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ຈົ່ງ​ບອກ​ວ່າ, ພວກເຂົາ​ທົນທຸກ​ດົນນານ​ພໍ​ແລ້ວ ບັດນີ້​ການບາບ​ຂອງ​ພວກເຂົາ​ທັງຫລາຍ ກໍໄດ້​ຮັບ​ອະໄພ ເສຍ​ແລ້ວ. ພຣະເຈົ້າຢາເວ​ໄດ້​ລົງໂທດ​ລົງທັນ​ພວກເຂົາ ໃຫ້​ສົມ​ກັບ​ບາບກຳ​ທີ່​ພວກເຂົາ​ໄດ້​ກະທຳ​ແລ້ວ.”</verse>
				<verse number="3">ຍັງ​ມີ​ສຽງ​ໜຶ່ງ​ນັ້ນ​ຮ້ອງ​ດັງ​ອອກ​ມາ​ວ່າ “ຈົ່ງ​ຕຽມ​ທາງ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ໃຫ້​ພ້ອມ ຈົ່ງ​ຕຽມ​ຫົນທາງ​ນັ້ນ​ໄວ້​ສຳລັບ​ພຣະເຈົ້າຢາເວ​ເດີ ຈົ່ງ​ແປງ​ທາງ​ໃນ​ທະເລຊາຍ​ສຳລັບ​ພຣະເຈົ້າ​ຂອງ​ພວກເຮົາ</verse>
				<verse number="4">ຈົ່ງ​ຖົມ​ຮ່ອມພູ​ທຸກບ່ອນ​ໃຫ້​ຮາບພຽງ​ກັນ ຈົ່ງ​ຂຸດ​ພູ​ທຸກໜ່ວຍ​ລົງ​ໃຫ້​ຮາບພຽງ​ກັນ​ໄວ້. ເນີນພູ​ທັງຫລາຍ​ຈະ​ກາຍເປັນ​ທົ່ງ​ຮາບພຽງ ທີ່​ແຂງ​ແລະ​ຫຍາບ​ຈະ​ຖືກ​ປ່ຽນ​ໃຫ້​ເປັນ​ດິນ​ອ່ອນ.</verse>
				<verse number="5">ແລ້ວ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ຈະ​ປາກົດ​ແຈ້ງ ທຸກ​ປະຊາຊາດ​ກໍ​ຈະ​ໄດ້​ເຫັນ​ພຣະ​ສະຫງ່າຣາສີ​ນັ້ນ ປາກ​ຂອງ​ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ໄວ້.”</verse>
				<verse number="6">ຍັງ​ມີ​ສຽງ​ໜຶ່ງ​ນັ້ນ​ຮ້ອງ​ດັງ​ອອກ​ມາ​ວ່າ, “ຈົ່ງ​ໄປ​ປະກາດ​ຖ້ອຍຄຳ​ຂອງ​ພຣະອົງ.” ແລ້ວ​ຂ້າພະເຈົ້າ​ກໍໄດ້​ເອີ້ນ​ຖາມ​ຄືນ​ໄປ​ວ່າ, “ແມ່ນ​ຖ້ອຍຄຳ​ຫຍັງ​ທີ່​ຂ້ານ້ອຍ​ຈະ​ຕ້ອງ​ປະກາດ?” ສຽງ​ນັ້ນ​ຈຶ່ງ​ໄດ້​ກ່າວ​ຕໍ່ໄປ​ອີກ​ວ່າ, “ຈົ່ງ​ປະກາດ​ວ່າ​ມະນຸດ​ທຸກຄົນ​ເປັນ​ດັ່ງ​ຕົ້ນຫຍ້າ; ຊາຕາກຳ​ຂອງ​ມະນຸດ​ນັ້ນ​ຈະ​ຢູ່​ບໍ່ໄດ້​ດົນ ເພາະ​ທຸກຄົນ​ເປັນ​ພຽງແຕ່​ດອກໄມ້​ປ່າ.</verse>
				<verse number="7">ຕົ້ນຫຍ້າ​ຫ່ຽວແຫ້ງ​ທັງ​ດອກໄມ້​ກໍ​ຫລ່າເຫລືອງ ເມື່ອ​ພຣະເຈົ້າຢາເວ​ສົ່ງ​ລົມ​ພັດ​ມາ​ໃສ່ ມະນຸດ​ເຮົາ​ບໍ່​ອາດ​ທົນທານ​ໄດ້​ສັນໃດ ຕົ້ນຫຍ້າ​ກໍ​ບໍ່​ອາດ​ທົນທານ​ໄດ້​ສັນນັ້ນ.</verse>
				<verse number="8">ຖືກ​ແລ້ວ ຕົ້ນຫຍ້າ​ຫ່ຽວແຫ້ງ​ດອກໄມ້​ຫລ່າເຫລືອງ ແຕ່​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ກໍ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.”</verse>
				<verse number="9">ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຂຶ້ນ​ໄປ​ເທິງ​ພູສູງ ຈົ່ງ​ພາກັນ​ໄປ​ປະກາດ​ຂ່າວດີ​ຢູ່​ທີ່ນັ້ນ​ເຖີດ ຈົ່ງ​ເປັ່ງ​ສຽງ​ຮ້ອງ​ດັງໆ ຊາວ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ປະກາດ​ຂ່າວດີ ຢ່າ​ຢ້ານກົວ​ສິ່ງ​ໃດໆ​ທັງນັ້ນ. ຈົ່ງ​ບອກ​ເມືອງ​ຕ່າງໆ​ຂອງ​ຊາວ​ຢູດາຍ ວ່າ​ພຣະເຈົ້າ​ຂອງ​ພວກເຂົາ​ກຳລັງ​ສະເດັດ​ມາຮອດ.</verse>
				<verse number="10">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ຈະ​ມາ​ປົກຄອງ​ດ້ວຍ​ຣິດທານຸພາບ​ຍິ່ງໃຫຍ່ ໂດຍ​ນຳ​ຄົນ​ທີ່​ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ມາ​ພ້ອມ.</verse>
				<verse number="11">ພຣະອົງ​ຈະ​ລ້ຽງ​ແກະ​ຂອງ​ພຣະອົງ​ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ ພຣະອົງ​ຈະ​ເຕົ້າໂຮມ​ລູກແກະ​ທຸກ​ໂຕ​ໄວ້ ແລະ​ອູ້ມ​ເຂົາ​ໄວ້​ຢູ່​ໃນ​ອ້ອມກອດ​ຂອງ​ພຣະອົງ ຈະ​ນຳ​ລູກແກະ ແມ່ແກະ​ເຫຼົ່ານັ້ນ​ຢ່າງ​ອ່ອນໂຍນ.</verse>
				<verse number="12">ຜູ້ໃດ​ແທກ​ມະຫາສະໝຸດ​ໄດ້​ດ້ວຍ​ອົ້ງມື​ຕົນ ຫລື​ໃຊ້​ຝາມື​ຕົນ​ແທກ​ລວງຍາວ​ຂອງ​ຟ້າ​ສະຫວັນ​ໄດ້? ຜູ້ໃດ​ເອົາ​ຂີ້ດິນ​ໃນ​ໂລກນີ້​ໄດ້​ໃສ່​ເຄື່ອງ​ຜອງ​ຕວງເບິ່ງ ຫລື​ຊັ່ງ​ພູເຂົາ ແລະ​ເນີນພູ ເພື່ອ​ຢາກ​ຮູ້​ວ່າ​ໜັກ​ເທົ່າໃດ?</verse>
				<verse number="13">ຜູ້ໃດ​ບອກ​ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ວ່າ​ຄວນ​ຈະ​ເຮັດ​ຫຍັງ? ຫລື​ສັ່ງສອນ​ພຣະອົງ ຫລື​ແນະນຳ​ພຣະອົງ​ໄດ້?</verse>
				<verse number="14">ພຣະອົງ​ປຶກສາ​ນຳ​ຜູ້ໃດ​ເພື່ອ​ຢາກ​ຮູ້​ແລະ​ເຂົ້າໃຈ ຫລື​ສຶກສາ​ຮໍ່າຮຽນ​ສິ່ງ​ທັງໝົດ​ໃນ​ໂລກນີ້?</verse>
				<verse number="15">ສຳລັບ​ພຣະອົງ​ແລ້ວ​ຊົນຊາດ​ຕ່າງໆ​ໄຮ້​ຄ່າ​ໝົດ ພວກເຂົາ​ເທົ່າທຽມ​ກັບ​ຢອດນໍ້າ​ຢອດໜຶ່ງ​ເທົ່ານັ້ນ; ພວກເຂົາ​ເປັນ​ພຽງແຕ່​ຂີ້ຝຸ່ນ​ທີ່​ຊັ່ງ​ເທິງ​ຊີງ ໝູ່ເກາະ​ກໍ​ເປັນ​ພຽງແຕ່​ຂີ້ຝຸ່ນ​ດິນ​ສວດ​ຂຶ້ນ.</verse>
				<verse number="16">ແມ່ນແຕ່​ສັດ​ຕ່າງໆ​ທີ່​ຢູ່​ໃນ​ປ່າ​ເລບານອນ ກໍ​ຍັງ​ບໍ່ມີ​ພຽງພໍ​ທີ່​ຈະ​ຖວາຍບູຊາ​ແກ່​ພຣະເຈົ້າ ພ້ອມທັງ​ບັນດາ​ຕົ້ນໄມ້​ທີ່​ຢູ່​ໃນ​ປ່າດົງ​ພົງໄພ ກໍ​ຍັງ​ມີ​ແຕ່​ໜ້ອຍດຽວ​ເພື່ອ​ເຮັດ​ຟືນ​ດັງ​ໄຟ​ໄດ້.</verse>
				<verse number="17">ຕໍ່ໜ້າ​ພຣະອົງ​ຊົນຊາດ​ຕ່າງໆ​ໄຮ້​ຄ່າ​ທັງໝົດ ພວກເຂົາ​ບໍ່ມີ​ປະໂຫຍດ​ຫຍັງ​ຕໍ່​ພຣະອົງ​ຈັກດີ້.</verse>
				<verse number="18">ພຣະເຈົ້າ​ຖືກ​ທຽບ​ໃສ່​ໄດ້​ກັບ​ສິ່ງໃດ? ທ່ານ​ພັນລະນາ​ໄດ້​ບໍ​ວ່າ​ພຣະອົງ​ເປັນ​ອັນໃດ​ແທ້?</verse>
				<verse number="19">ພຣະອົງ​ບໍ່​ເປັນ​ດັ່ງ​ຮູບເຄົາຣົບ​ທີ່​ຖືກ​ສ້າງ​ດ້ວຍ​ມື ທີ່​ຊ່າງ​ໂລຫະ​ເຄືອບ​ຄຳ​ທັງ​ໃຊ້​ເງິນ​ຫລໍ່​ຕີນ​ດ້ວຍ.</verse>
				<verse number="20">ຄົນ​ທີ່​ບໍ່​ສາມາດ​ຫາ​ເງິນ ຫລື​ຄຳ​ມາ​ເຮັດ ກໍ​ເລືອກ​ເອົາ​ໄມ້​ທີ່​ມອດ​ກັດ​ບໍ່ໄດ້​ມາ​ເຮັດ. ລາວ​ຊອກຫາ​ເອົາ​ຊ່າງ​ຜູ້​ທີ່​ຊຳນິ​ຊຳນານ ມາ​ສ້າງ​ເປັນ​ຮູບພະ​ທີ່​ເໜັງຕີງ​ໄປມາ​ບໍ່ໄດ້.</verse>
				<verse number="21">ທ່ານ​ບໍ່​ຮູ້​ບໍ​ສິ່ງ​ທີ່​ຄົນ​ໄດ້​ກໍ່​ຕັ້ງ​ແຕ່​ດົນນານ? ບໍ່ໄດ້ຍິນ​ບໍ​ວ່າ​ໂລກ​ເຮົາ​ໄດ້​ຕັ້ງຕົ້ນ​ຢ່າງໃດ​ແທ້?</verse>
				<verse number="22">ພຣະອົງ​ທີ່​ນັ່ງ​ເທິງ​ບັນລັງ​ຂອງ​ພຣະອົງ ຢູ່​ເໜືອ​ແຜ່ນດິນ​ໂລກ​ເຮົາ ແລະ​ຢູ່​ເທິງ​ທ້ອງຟ້າ; ພຣະອົງ​ໄດ້​ສ້າງ​ໂລກນີ້​ດ້ວຍ​ສີມື​ຂອງ​ພຣະອົງ​ເອງ ພຣະອົງ​ຫລຽວເຫັນ​ມະນຸດ​ຄື​ໂຕ​ຕັກແຕນ​ຢູ່​ເທິງ​ໂລກ. ພຣະອົງ​ກາງ​ຟ້າ​ສະຫວັນ​ດັ່ງ​ກາງ​ຜ້າກັ້ງ​ອອກ​ມາ ດັ່ງ​ຄົນ​ກາງ​ຜ້າເຕັນ​ເພື່ອ​ຈະ​ອາໄສ​ຢູ່.</verse>
				<verse number="23">ພຣະອົງ​ປົດ​ນັກປົກຄອງ​ຈາກ​ອຳນາດ​ຂອງ​ພວກເຂົາ ແລະ​ລົດກຽດ​ພວກເຂົາ​ລົງ​ຈົນ​ບໍ່ມີ​ຄ່າ​ຫຍັງ​ໝົດ.</verse>
				<verse number="24">ຄົນ​ເຫຼົ່ານັ້ນ​ເປັນ​ດັ່ງ​ຕົ້ນໄມ້​ນ້ອຍໆ​ທັງຫລາຍ ທີ່​ຫາ​ກໍ່​ປູກ​ໃໝ່ ແລະ​ຮາກ​ຫາ​ກໍ່​ຢັ່ງລົງ​ດິນ​ເທົ່ານັ້ນ. ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ລົມ​ພັດ​ຜ່ານ​ກາຍມາ ມັນ​ກໍ​ຫ່ຽວແຫ້ງ​ທັນທີ ແລະ​ຖືກ​ພັດ​ໄປ​ດັ່ງ​ເຟືອງເຂົ້າ.</verse>
				<verse number="25">ພຣະເຈົ້າ​ອົງ​ບໍຣິສຸດ​ຖືກ​ທຽບ​ໃສ່​ໄດ້​ກັບ​ສິ່ງໃດ​ນໍ? ມີ​ຜູ້ໃດ​ແດ່​ທີ່​ສຳຄັນ​ເໝືອນ​ດັ່ງ​ພຣະອົງ​ໄດ້?</verse>
				<verse number="26">ຈົ່ງ​ເງີຍ​ໜ້າ​ຂຶ້ນ​ສູ່​ທ້ອງຟ້າ​ເວຫາ​ເບິ່ງດູ ຜູ້ໃດ​ສ້າງ​ໝູ່​ດວງດາວ​ທີ່​ທ່ານ​ເຫັນ​ຢູ່​ນັ້ນ? ຜູ້​ທີ່​ນຳ​ດວງດາວ​ມາ​ໄວ້​ດັ່ງ​ກອງທັບ​ທະຫານ ຮູ້ຈັກ​ຈຳນວນ​ແລະ​ເອີ້ນ​ຊື່​ດາວ​ແຕ່ລະ​ດວງ​ໄດ້ ຣິດອຳນາດ​ຂອງ​ພຣະອົງ​ຍິ່ງໃຫຍ່​ເຫລືອຫລາຍ ຈົນ​ບໍ່ມີ​ດາວ​ດວງໃດ​ຂາດຫາຍ​ໄປ​ຈັກດວງ.</verse>
				<verse number="27">ຊາດ​ອິດສະຣາເອນ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຈົ່ມ ວ່າ​ພຣະເຈົ້າຢາເວ​ບໍ່​ຮູ້ຈັກ​ຄວາມ​ເດືອດຮ້ອນ​ຂອງ​ພວກເຈົ້າ ຫລື​ບໍ່​ເບິ່ງແຍງ​ພວກເຈົ້າ ແລະ​ເຝົ້າ​ຮັກສາ? ເມື່ອ​ຖືກ​ທົນທຸກ​ເພາະ​ຄວາມ​ບໍ່​ຍຸດຕິທຳ​ນັ້ນ?</verse>
				<verse number="28">ພວກເຈົ້າ​ຕັ້ງ​ບໍ່​ຮູ້ ພວກເຈົ້າ​ບໍ່ໄດ້ຍິນ​ບໍ? ພຣະເຈົ້າຢາເວ​ຄື​ພຣະເຈົ້າ​ເປັນ​ຢູ່​ສືບໄປ​ເປັນນິດ; ພຣະອົງ​ເປັນ​ຜູ້​ສ້າງ​ສັບພະທຸກສິ່ງ​ຢູ່​ໃນ​ໂລກ​ເຮົາ ພຣະອົງ​ບໍ່ເຄີຍ​ກ່າວ​ວ່າ​ພຣະອົງ​ອ່ອນແຮງ​ຈັກເທື່ອ ຫລື​ພຣະອົງ​ອິດເມື່ອຍ​ແຕ່​ປະການ​ໃດ​ເລີຍ ບໍ່ມີ​ຜູ້ໃດ​ເຂົ້າໃຈ​ຄວາມຄິດ​ຂອງ​ພຣະອົງ​ໄດ້.</verse>
				<verse number="29">ພຣະອົງ​ເຊີດຊູ​ກຳລັງ​ຜູ້​ທີ່​ອິດເມື່ອຍ​ອ່ອນແຮງ ແລະ​ໃຫ້​ຄວາມ​ເຂັ້ມແຂງ​ແກ່​ຜູ້​ທີ່​ຂາດ​ກຳລັງ.</verse>
				<verse number="30">ແມ່ນແຕ່​ຜູ້​ທີ່​ໜຸ່ມນ້ອຍ​ກໍ​ຍັງ​ອ່ອນແຮງ ຄົນໜຸ່ມ​ລົ້ມລົງ​ເພາະ​ຕົນ​ໝົດແຮງ​ໄດ້.</verse>
				<verse number="31">ແຕ່​ພວກ​ທີ່​ລໍຄອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຈະ​ໄດ້​ຮັບ​ການ​ເສີມກຳລັງ​ເຮື່ອແຮງ​ຂຶ້ນ​ໃໝ່ ພວກເຂົາ​ຈະ​ບິນ​ຂຶ້ນ​ດ້ວຍ​ປິກ​ດັ່ງ​ນົກອິນຊີ​ບິນ​ໄປ; ພວກເຂົາ​ຈະ​ແລ່ນ​ໄດ້​ແລະ​ບໍ່​ອິດເມື່ອຍ​ອ່ອນແຮງ, ພວກເຂົາ​ຈະ​ຍ່າງ​ໄປ ແລະ​ບໍ່​ອ່ອນເພຍ​ລົງ​ອີກ.</verse>
			</chapter>
			<chapter number="41">
				<verse number="1">ພຣະເຈົ້າ​ຊົງ​ກ່າວ​ວ່າ, “ແດນ​ຫ່າງໄກ ຈົ່ງ​ມິດ​ແລະ​ຟັງ ຈົ່ງ​ຕຽມ​ຄະດີ​ຂອງ​ພວກເຈົ້າ​ສະເໜີ​ໃນ​ສານ​ເຖີດ; ພວກເຈົ້າ​ຈະ​ໄດ້​ມີ​ໂອກາດ​ກ່າວ​ແລະ​ປາໄສ ຈົ່ງ​ມາ​ຕັດສິນ​ຊີ້ຂາດ​ວ່າ​ຜູ້ໃດ​ເປັນ​ຜູ້​ຖືກຕ້ອງ.”</verse>
				<verse number="2">“ຜູ້ໃດ​ນຳ​ນັກ​ປາບປາມ​ຜູ້ໜຶ່ງ ມາ​ແຕ່​ທິດ​ຕາເວັນອອກ​ເດ ແລະ​ເຮັດ​ໃຫ້​ລາວ​ມີໄຊ​ໃນ​ທຸກບ່ອນ​ທີ່​ລາວ​ໄປ​ນັ້ນ? ຜູ້ໃດ​ໃຫ້​ລາວ​ໄຊຊະນະ​ກະສັດ ແລະ​ຊົນຊາດ​ທັງຫລາຍ? ດາບ​ຂອງ​ລາວ​ຟັນ​ພວກເຂົາ​ລົງ​ໃຫ້​ເປັນ​ຂີ້ຝຸ່ນ​ດິນ​ທັງສິ້ນ. ລູກທະນູ​ຂອງ​ລາວ​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ ເໝືອນດັ່ງ​ເຟືອງ​ທີ່​ຖືກ​ລົມ​ພັດ​ປິວ​ໄປ​ຈົນ​ໝົດສິ້ນ.</verse>
				<verse number="3">ລາວ​ໄລ່ຕາມ ແລະ​ຍົກທັບ​ກ້າວ​ໄປ​ຢ່າງ​ປອດໄພ ໄປ​ຢ່າງໄວ​ທີ່ສຸດ​ຈົນ​ວ່າ​ຕີນ​ບໍ່​ຢຽບ​ດິນ​ຊໍ້າ</verse>
				<verse number="4">ຜູ້ໃດ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ເຫດການ​ນີ້​ເກີດຂຶ້ນມາ? ຜູ້ໃດ​ໄດ້​ກຳນົດ​ກົດເກນ​ກົງລໍ້​ປະຫວັດສາດ? ເຮົາ​ຄື​ພຣະເຈົ້າຢາເວ​ຢູ່​ທີ່ນັ້ນ​ຕັ້ງແຕ່​ຕົ້ນມາ ແລະ​ຢູ່​ທີ່ນັ້ນ​ຈົນ​ຈົບສິ້ນ.</verse>
				<verse number="5">ປະຊາຊົນ​ຂອງ​ດິນແດນ​ທັງຫລາຍ​ທີ່​ໄກຫ່າງ ຕ່າງ​ກໍໄດ້​ພົບ​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ກະທຳ​ນັ້ນ; ພວກເຂົາ​ເກີດ​ຢ້ານ ແລະ​ສັ່ນເຊັນ​ທັງຕົວ ສະນັ້ນ ທັງໝົດ​ຈຶ່ງ​ເຕົ້າໂຮມ​ກັນ​ມາ​ມີໜ້າ.</verse>
				<verse number="6">ຊ່າງສີມື​ຕ່າງ​ກໍໄດ້​ຊ່ວຍເຫລືອ​ກັນແລະກັນ ທັງ​ໃຫ້​ກຳລັງໃຈ​ຊຶ່ງກັນແລະກັນ​ດ້ວຍ.</verse>
				<verse number="7">ຊ່າງ​ໄມ້​ເວົ້າ​ຕໍ່​ຊ່າງ​ຄຳ​ວ່າ, ‘ເຈົ້າ​ເຮັດ​ໄດ້​ດີ​ຫລາຍ.’ ຜູ້​ທີ່​ຕີ​ຮູບເຄົາຣົບ​ລະອຽດ​ດີ​ກໍ​ຊູໃຈ​ຜູ້​ທີ່​ໃຊ້​ຕະປູ​ຕອກ​ດ້ວຍ. ເຂົາ​ເວົ້າ​ວ່າ, ‘ເຈົ້າ​ຊຸບ​ໂລຫະ​ເຂົ້າ​ກັນ​ໄດ້​ດີ​ຫລາຍ.’ ຕອກ​ຕະປູ​ເຂົ້າ​ຈຳດີ​ເພື່ອ​ຕໍ່​ສ່ວນຕ່າງໆ​ຂອງ​ຮູບເຄົາຣົບ.</verse>
				<verse number="8">ແຕ່​ສຳລັບ​ພວກເຈົ້າ​ນັ້ນ​ແມ່ນ​ຊາດ​ອິດສະຣາເອນ ເປັນ​ພວກ​ທີ່​ອຸທິດຕົວ​ເພື່ອ​ການ​ບົວລະບັດ​ຮັບໃຊ້ ແມ່ນ​ປະຊາຊົນ​ພວກ​ໜຶ່ງ​ທີ່​ເຮົາ​ໄດ້​ເລືອກເອົາ ຄື​ເຊື້ອສາຍ​ອັບຣາຮາມ​ມິດ​ສະຫາຍ​ຂອງເຮົາ​ນັ້ນ.</verse>
				<verse number="9">ເຮົາ​ໄດ້​ນຳ​ພວກເຈົ້າ​ມາ​ຈາກ​ທີ່ສຸດ​ປາຍ​ແຜ່ນດິນ ເຮົາ​ໄດ້​ເອີ້ນ​ພວກເຈົ້າ​ມາ​ຈາກ​ທີ່ສຸດ​ທຸກ​ມຸມໂລກ ແລະ​ກ່າວ​ວ່າ, ‘ພວກເຈົ້າ​ຄື​ຜູ້ຮັບໃຊ້​ຂອງເຮົາ’ ເຮົາ​ບໍ່ເຄີຍ​ປະຖິ້ມ​ແຕ່​ເລືອກເອົາ​ພວກເຈົ້າ​ໄວ້.</verse>
				<verse number="10">ເພາະ​ເຮົາ​ຢູ່​ກັບ​ພວກເຈົ້າ ສະນັ້ນ ຢ່າ​ສູ່ຢ້ານກົວ ຢ່າ​ສູ່ຢ້ານ​ສິ່ງໃດໆ ເຮົາ​ຄື​ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຈະ​ຊ່ວຍເຫຼືອ​ໃຫ້​ພວກເຈົ້າ​ໄດ້​ເຂັ້ມແຂງ ເຮົາ​ຈະ​ປົກປັກ​ຮັກສາ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.</verse>
				<verse number="11">ຜູ້ໃດ​ທີ່​ໂກດຮ້າຍ​ພວກເຈົ້າ​ຈະ​ພ່າຍແພ້​ຢ່າງ​ອັບອາຍ ຜູ້ໃດ​ທີ່​ຕໍ່ສູ້​ພວກເຈົ້າ​ຈະ​ຕ້ອງ​ຕາຍ​ເປັນ​ແນ່</verse>
				<verse number="12">ພວກເຂົາ​ຈະ​ສາບສູນ​ຈາກ​ແຜ່ນດິນ​ໂລກ​ນີ້​ໄປ ທຸກຄົນ​ທີ່​ຕໍ່ສູ້​ເຈົ້າ​ທັງຫລາຍ​ຈະ​ບໍ່ມີ​ຄຸນຄ່າ.</verse>
				<verse number="13">ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃດ ເຮົາ​ເປັນ​ຜູ້​ທີ່​ໃຫ້​ກຳລັງ​ທັງ​ສັ່ງສອນ​ພວກເຈົ້າ, ຢ່າ​ສູ່​ພາກັນ​ຢ້ານກົວ​ແຕ່​ຢ່າງໃດ​ເລີຍ ເຮົາ​ຈະ​ຊ່ວຍເຫຼືອ​ເອົາ​ພວກເຈົ້າ​ໄວ້.”</verse>
				<verse number="14">ພຣະເຈົ້າ​ກ່າວ​ວ່າ, “ອິດສະຣາເອນ​ເອີຍ ຢ່າ​ຢ້ານ. ເຖິງ​ແມ່ນ​ພວກເຈົ້າ​ໜ້ອຍ​ທັງ​ອ່ອນແຮງ​ເຮົາ​ກໍ​ຈະ​ຊ່ວຍ​ເຈົ້າ. ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຄື​ຜູ້​ທີ່​ຊົງໄຖ່​ພວກເຈົ້າ​ໃຫ້​ພົ້ນ.</verse>
				<verse number="15">ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ດັ່ງ​ແປ້ນ​ຟາດ​ເມັດ​ເຂົ້າ​ໃດ ເປັນ​ເຫລັກແຫລມ​ໃໝ່ອ່ຽມ ແລະ​ທັງ​ຄົມ​ດີ​ດ້ວຍ. ເຈົ້າ​ຈະ​ຟາດ ແລະ​ທຳລາຍ​ພູເຂົາ​ໜ່ວຍ​ຕ່າງໆ​ລົງ ເນີນພູ​ຈະ​ໝຸ່ນ​ລະລາຍ​ເປັນ​ຂີ້ຝຸ່ນ​ດິນ​ໄປສິ້ນ.</verse>
				<verse number="16">ເຈົ້າ​ຈະ​ໂຍນ​ມັນ​ຂຶ້ນ​ທີ່​ເທິງ​ອາກາດ​ເວຫາ; ລົມ​ແລະ​ພະຍຸ​ຈະ​ພັດ​ມັນ​ຊະໄປ​ໝົດສິ້ນ. ແຕ່​ເຈົ້າ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ແລະ​ຈະ​ຍົກຍໍ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="17">ເມື່ອ​ປະຊາຊົນ​ຂອງເຮົາ​ຊອກ​ນໍ້າ​ດື່ມ​ເພາະ​ຫິວ ເມື່ອ​ລຳຄໍ​ຂອງ​ພວກເຂົາ​ແຫ້ງ​ກະຫາຍ​ຫິວນໍ້າ​ດື່ມ; ແລ້ວ​ເຮົາ​ຄື​ພຣະເຈົ້າຢາເວ​ຈະ​ຕອບ​ພວກເຂົາ ເຮົາ​ຄື​ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ຈະ​ບໍ່​ປະຖິ້ມ​ພວກເຂົາ​ຈັກເທື່ອ.</verse>
				<verse number="18">ເຮົາ​ຈະ​ໃຫ້​ມີ​ນໍ້າ​ໄຫລ​ຜ່ານ​ໄປ​ສູ່​ພູເຂົາ​ທີ່​ແຫ້ງແລ້ງ ແລະ​ມີ​ນໍ້າພຸ​ຫລັ່ງໄຫລ​ໃນ​ຮ່ອມພູ​ດ້ວຍ. ເຮົາ​ຈະ​ປ່ຽນ​ຖິ່ນ​ແຫ້ງແລ້ງ​ເປັນ​ສະ​ນໍ້າ​ທັງຫລາຍ ປ່ຽນ​ດິນ​ທີ່​ແລ້ງ​ຝົນ​ເປັນ​ບ່ອນ​ທີ່​ມີ​ນໍ້າພຸ​ໄຫລຫລັ່ງ.</verse>
				<verse number="19">ເຮົາ​ຈະ​ໃຫ້​ຕົ້ນແປກ​ເກີດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຕົ້ນ​ກະຖິນເທດ ຕົ້ນໄມ້ຫອມ ຕົ້ນ​ໝາກກອກເທດ. ໃນ​ດິນແດນ​ແຫ້ງແລ້ງ​ປ່າໄມ້​ຈະ​ເກີດ​ມີ​ມາ ຄື​ປ່າ​ຕົ້ນ​ສົນ​ກັບ​ພຸ່ມໄມ້ ແລະ​ຕົ້ນແປກ.</verse>
				<verse number="20">ປະຊາຊົນ​ຈະ​ໄດ້​ເຫັນ​ສິ່ງນີ້ ແລະ​ຈະ​ໄດ້​ຮູ້ຈັກ ວ່າ​ມື​ຂອງ​ພຣະເຈົ້າຢາເວ​ໄດ້​ກະທຳການ​ນີ້. ພວກເຂົາ​ຈະ​ເລີ່ມ​ເຂົ້າໃຈ​ເຖິງ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ອິດສະຣາເອນ ທີ່​ໄດ້​ເຮັດ​ໃຫ້​ສິ່ງ​ທັງໝົດ​ເກີດຂຶ້ນ.”</verse>
				<verse number="21">ພຣະເຈົ້າຢາເວ​ອົງ​ຊົງ​ເປັນ​ກະສັດ ແຫ່ງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້: “ພະ​ຂອງ​ຊົນຊາດ​ຕ່າງໆ ຈົ່ງ​ສະເໜີ​ຄະດີ​ຂອງ​ພວກເຈົ້າ ຈົ່ງ​ນຳ​ຂໍ້​ໂຕ້ແຍ້ງ​ອັນ​ດີທີ່ສຸດ​ຂອງ​ພວກເຈົ້າ​ມາ​ກ່າວ</verse>
				<verse number="22">ຈົ່ງ​ມາ​ທີ່ນີ້ ແລະ​ທຳນວາຍ​ສິ່ງ​ທີ່​ເກີດຂຶ້ນ​ເບິ່ງດູ ເພື່ອ​ຈະ​ໄດ້​ຮູ້ເຫັນ​ວ່າ​ມັນ​ເກີດຂຶ້ນ​ເມື່ອໃດ​ແທ້ ຈົ່ງ​ອະທິບາຍ​ເຫດການ​ໃນ​ອະດີດ​ໃຫ້​ສານ​ຟັງ ບອກ​ວ່າ, ທຸກສິ່ງ​ນັ້ນ​ໝາຍຄວາມວ່າ​ຢ່າງໃດ​ແທ້.</verse>
				<verse number="23">ຈົ່ງ​ບອກ​ວ່າ, ໃນ​ອະນາຄົດ​ຈະ​ມີ​ຫຍັງ​ເກີດຂຶ້ນ​ມາ ແລ້ວ​ພວກເຮົາ​ກໍ​ຈະ​ໄດ້​ຮູ້ວ່າ​ພວກເຈົ້າ​ຄື​ພະເຈົ້າ ຈົ່ງ​ເຮັດ​ສິ່ງດີ​ບາງ​ຢ່າງ​ຫລື​ນຳ​ໄພພິບັດ​ມາ​ເບິ່ງດູ; ຈົ່ງ​ເຮັດ​ໃຫ້​ຢ້ານກົວ​ອົກສັ່ນ​ຂວັນເສຍ​ລອງເບິ່ງ</verse>
				<verse number="24">ພວກເຈົ້າ​ກັບ​ທຸກສິ່ງ​ທີ່​ພວກເຈົ້າ​ເຮັດ​ບໍ່ມີ​ຫຍັງ​ໝົດ ຄົນ​ຂີ້ດຽດ​ທັງນັ້ນ​ທີ່​ນະມັດສະການ​ພວກເຈົ້າ.</verse>
				<verse number="25">ເຮົາ​ໄດ້​ເລືອກ​ຄົນ​ໜຶ່ງ​ຢູ່​ທິດ​ຕາເວັນອອກ​ມາ ຈະ​ໃຫ້​ລາວ​ໂຈມຕີ​ມາ​ແຕ່​ທາງ​ທິດເໜືອ​ພຸ້ນ. ລາວ​ຈະ​ຢຽບຢໍ່າ​ພວກ​ຜູ້ປົກຄອງ​ດັ່ງ​ຢຽບ​ຂີ້ຕົມ ດັ່ງ​ຊ່າງ​ເຮັດ​ໝໍ້ດິນ​ຢຽບຢໍ່າ​ດິນດາກ.</verse>
				<verse number="26">ຜູ້ໃດ​ໃນ​ພວກເຈົ້າ​ທຳນວາຍ​ວ່າ​ສິ່ງນີ້​ຈະ​ເກີດ​ມາ ເພື່ອ​ເຮົາ​ຈະ​ເວົ້າ​ໄດ້​ວ່າ​ພວກເຈົ້າ​ຄື​ຝ່າຍ​ຖືກຕ້ອງ? ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ​ເວົ້າ​ເຖິງ​ເລື່ອງນີ້​ຈັກ​ຄຳໜຶ່ງ​ໄດ້​ເລີຍ ບໍ່ມີ​ຜູ້ໃດ​ໄດ້ຍິນ​ພວກເຈົ້າ​ເວົ້າ​ສິ່ງໃດ​ຈັກດີ້</verse>
				<verse number="27">ເຮົາ​ເປັນ​ຜູ້ຕົ້ນ​ບອກ​ຂ່າວ​ນີ້​ແກ່​ພູເຂົາ​ຊີໂອນ​ວ່າ ເຮົາ​ໃຊ້​ຜູ້ນຳຂ່າວ​ມາ​ບອກ​ນະຄອນ​ເຢຣູຊາເລັມ​ໃຫ້​ຮູ້ ວ່າ ‘ປະຊາຊົນ​ຂອງເຈົ້າ ພວກເຂົາ​ກຳລັງ​ມາ ພວກເຂົາ​ກຳລັງ​ພາກັນ​ກັບຄືນ​ເມືອ​ບ້ານ’</verse>
				<verse number="28">ເມື່ອ​ເຮົາ​ແນມເບິ່ງ​ພວກ​ພະ​ກໍ​ບໍ່​ເຫັນ​ເວົ້າ​ຫຍັງ ບໍ່ມີ​ຜູ້ໃດ​ຕອບ​ຄຳຖາມ​ຂອງເຮົາ​ໄດ້.</verse>
				<verse number="29">ບັນດາ​ພະ​ບໍ່​ມີ​ຄ່າ​ເຫຼົ່ານີ້​ເຮັດ​ຫຍັງ​ບໍ່ໄດ້​ເລີຍ ເປັນ​ຮູບພະ​ທີ່​ອ່ອນແອ ແລະ​ຂາດ​ຣິດອຳນາດ.”</verse>
			</chapter>
			<chapter number="42">
				<verse number="1">ພຣະເຈົ້າ​ກ່າວ​ວ່າ, “ນີ້​ຄື​ຜູ້ຮັບໃຊ້​ທີ່​ເຮົາ​ໃຫ້​ກຳລັງ” “ຜູ້​ທີ່​ເຮົາ​ໄດ້​ເລືອກເອົາ​ແລະ​ພໍໃຈ​ນຳ​ດ້ວຍ. ເຮົາ​ໃຫ້​ລາວ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ຂອງເຮົາ ລາວ​ຈະ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ທຸກ​ຊົນຊາດ.</verse>
				<verse number="2">ລາວ​ຈະ​ບໍ່​ເປັ່ງ​ສຽງ​ຮ້ອງ​ຫລື​ຈະ​ບໍ່​ຍົກ​ສຽງ​ຂອງຕົນ ຫລື​ຈະ​ບໍ່​ເປັ່ງ​ສຽງດັງ​ຕາມ​ຖະໜົນ​ຕ່າງໆ.</verse>
				<verse number="3">ລາວ​ຈະ​ບໍ່​ຫັກ​ຕົ້ນອໍ້​ຊຶ່ງ​ກຳລັງ​ກົ່ງ​ລົງ ທັງ​ຈະ​ບໍ່​ດັບ​ໄຟ​ໃນ​ຕະກຽງ​ທີ່​ກຳລັງ​ຈະ​ມອດ. ແຕ່​ລາວ​ຈະ​ນຳ​ຄວາມ​ຍຸດຕິທຳ ອັນ​ບໍ່​ສິ້ນສຸດ​ມາ​ໃຫ້​ແກ່​ມວນ​ມະນຸດ​ຊາດ.</verse>
				<verse number="4">ລາວ​ຈະ​ບໍ່​ເສຍຫວັງ​ຫລື​ຄວາມ​ກ້າຫານ​ໃດໆ ລາວ​ຈະ​ຕັ້ງ​ຄວາມ​ຍຸດຕິທຳ​ເທິງ​ແຜ່ນດິນ​ໂລກ. ບັນດາ​ປະເທດ​ທີ່​ຢູ່​ຫ່າງໄກ​ທັງຫລາຍ ສົນໃຈ​ລໍຖ້າ​ໃນ​ຄຳ​ສັ່ງສອນ​ຂອງ​ລາວ​ທັງນັ້ນ.”</verse>
				<verse number="5">ພຣະເຈົ້າ, ພຣະເຈົ້າຢາເວ, ຜູ້​ນິຣະມິດ​ສ້າງ​ຟ້າ​ສະຫວັນ ແລະ​ກາງ​ອອກ​ມາ ອອກແບບ​ແຜ່ນດິນ​ໂລກ ແລະ​ທຸກສິ່ງ​ຢູ່​ໃນ​ນັ້ນ; ພຣະອົງ​ໃຫ້​ຊີວິດ​ແລະ​ລົມຫາຍໃຈ​ແກ່​ທຸກຄົນ ພຣະອົງ​ກ່າວ​ດັ່ງນີ້:</verse>
				<verse number="6">“ເຮົາ​ຄື​ພຣະເຈົ້າຢາເວ ເຮົາ​ໄດ້ເອີ້ນ​ເຈົ້າ​ຕາມ​ແຜນການ ອັນ​ສັດຊື່​ຂອງເຮົາ​ທີ່​ໃຫ້​ຄວາມ​ຍຸດຕິທຳ​ແກ່​ໂລກ. ໂດຍ​ທາງ​ເຈົ້າ​ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ທຸກຄົນ ແລະ​ເຮົາ​ຈະ​ໃຫ້​ແສງແຈ້ງ​ແກ່​ຊາວ​ໂລກ.</verse>
				<verse number="7">ເຈົ້າ​ຈະ​ເຮັດ​ໃຫ້​ຄົນ​ຕາບອດ​ໄດ້​ເຫັນຮຸ່ງ ປົດປ່ອຍ​ຄົນ​ໃນ​ຄຸກມືດ​ໃຫ້​ເປັນ​ເສລີ.</verse>
				<verse number="8">ເຮົາ​ແມ່ນ​ພຣະເຈົ້າຢາເວ ນາມນີ້​ແມ່ນ​ນາມຊື່​ຂອງເຮົາ ເຮົາ​ຈະ​ບໍ່​ຍົກ​ສະຫງ່າຣາສີ​ຂອງເຮົາ​ໃຫ້​ແກ່​ຜູ້ອື່ນ; ເຮົາ​ຈະ​ບໍ່​ຍອມ​ໃຫ້​ຄຳ​ຍົກຍໍ​ສັນລະເສີນ ທີ່​ເປັນ​ຂອງເຮົາ​ແຕ່​ເທົ່ານັ້ນ​ໃຫ້​ແກ່​ຮູບເຄົາຣົບ​ທັງຫລາຍ.</verse>
				<verse number="9">ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ໄວ້​ດຽວນີ້​ກາຍ​ເກີດ​ເປັນຈິງ ບັດນີ້ ເຮົາ​ຈະ​ໃຫ້​ຮູ້​ສິ່ງ​ໃໝ່ໆ​ກ່ອນ​ທີ່​ຈະ​ເກີດຂຶ້ນ.”</verse>
				<verse number="10">ຈົ່ງ​ຮ້ອງເພງ​ບົດໃໝ່​ຖວາຍ​ຍ້ອງຍໍ​ສັນລະເສີນ ທົ່ວ​ທັງໂລກ ຈົ່ງ​ຮ້ອງເພງ​ຍ້ອງຍໍ​ພຣະເຈົ້າຢາເວ ຜູ້​ເດີນເຮືອ​ໃນ​ທະເລ​ນັ້ນ ຈົ່ງ​ສັນລະເສີນ​ພຣະອົງ ທຸກສິ່ງ​ທີ່​ມີ​ຊີວິດ​ໃນ​ນັ້ນ ຈົ່ງ​ສັນລະເສີນ​ພຣະເຈົ້າ ບັນດາ​ປະເທດ​ຕ່າງໆ​ທີ່​ຢູ່​ຫ່າງໄກ​ແສນໄກ ແລະ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນເມືອງ​ນັ້ນ ຈົ່ງ​ສັນລະເສີນ​ພຣະເຈົ້າ</verse>
				<verse number="11">ເມືອງ​ທີ່​ຖິ່ນ​ແຫ້ງແລ້ງ ຈົ່ງ​ຍົກຍໍ​ພຣະເຈົ້າ​ເດີ ປະຊາຊົນ​ທີ່​ເມືອງ​ເກດາ ຈົ່ງ​ສັນລະເສີນ​ພຣະເຈົ້າ ຂໍ​ໃຫ້​ຄົນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເສລາ ຮ້ອງ​ຈາກ​ຈອມພູ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ</verse>
				<verse number="12">ຂໍ​ໃຫ້​ຄົນ​ທີ່​ອາໄສ​ຢູ່​ໃນ​ແດນ​ຫ່າງໄກ ຈົ່ງ​ຖວາຍ​ສະຫງ່າຣາສີ​ແກ່​ພຣະເຈົ້າຢາເວ</verse>
				<verse number="13">ພຣະເຈົ້າຢາເວ​ອອກ​ສູ່​ສະໜາມ ດັ່ງ​ນັກຮົບ​ຜູ້ໜຶ່ງ ຕຽມ​ເຂົ້າ​ສູ່​ສົງຄາມ ແລະ​ຫ້າວຫັນ​ເພື່ອ​ສູ້ຮົບ. ພໍ​ພຣະອົງ​ຮ້ອງ​ຕໍ່ສູ້​ກໍ​ມີ​ສຽງ​ສູ້ຮົບ​ໃນ​ສະໜາມ ເປັນ​ສົງຄາມ​ສູ້ຮົບ​ສັດຕູ​ດ້ວຍ​ຣິດທານຸພາບ.</verse>
				<verse number="14">ພຣະເຈົ້າ​ກ່າວ​ວ່າ, “ດົນແລ້ວ​ທີ່​ເຮົາ​ມິດງຽບ ເຮົາ​ບໍ່​ຕອບ​ສິ່ງ​ທີ່​ປະຊາຊົນ​ຂອງເຮົາ​ໄດ້​ຂໍຮ້ອງ. ແຕ່​ບັດນີ້ ເວລາ​ທີ່​ດຳເນີນການ​ກໍໄດ້​ມາເຖິງ​ແລ້ວ ເຮົາ​ຮ້ອງ​ອອກ​ມາ​ດັ່ງ​ຍິງ​ຖືພາ​ກຳລັງ​ຈະ​ຄອດ​ລູກ.</verse>
				<verse number="15">ເຮົາ​ຈະ​ທຳລາຍ​ເນີນພູ​ແລະ​ພູເຂົາ​ທັງຫລາຍ ແລ້ວ​ຫຍ້າ​ກັບ​ຕົ້ນໄມ້​ກໍ​ຈະ​ຫ່ຽວແຫ້ງ​ຕາຍ​ສິ້ນ. ເຮົາ​ຈະ​ປ່ຽນ​ຮ່ອມພູ​ທີ່​ມີ​ນໍ້າ​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຈະ​ໃຫ້​ສະ​ນໍ້າ​ແຫ້ງແລ້ງ​ລົງ​ຈົນ​ບໍ່ມີ​ນໍ້າ.</verse>
				<verse number="16">ປະຊາຊົນ​ຂອງເຮົາ​ຜູ້​ຕາບອດ ເຮົາ​ຈະ​ນຳພາ ໃຫ້​ເດີນ​ໄປ​ຕາມ​ທາງ​ທີ່​ພວກເຂົາ​ບໍ່​ເຄີຍທຽວ​ຈັກເທື່ອ. ເຮົາ​ຈະ​ປ່ຽນ​ມືດ​ໃຫ້​ເປັນ​ແຈ້ງ​ສຳລັບ​ພວກເຂົາ ທີ່​ຫລຸບ​ທີ່​ໂນນ​ໃຫ້​ເປັນ​ທີ່​ຮາບພຽງ​ແລະ​ອ່ອນນຸ້ມ. ສິ່ງ​ເຫຼົ່ານີ້​ແຫລະ ເປັນ​ຄຳສັນຍາ​ຂອງເຮົາ ເຮົາ​ຈະ​ຮັກສາ​ສິ່ງ​ນັ້ນ​ໄວ້​ຢ່າງ​ແນ່ແທ້.</verse>
				<verse number="17">ທຸກຄົນ​ທີ່​ວາງໃຈ​ໃນ​ຮູບເຄົາຣົບ​ທັງ​ຮ້ອງຫາ​ມັນ ກໍ​ຈະ​ຖືກ​ດູໝິ່ນ​ນິນທາ ແລະ​ອັບອາຍ​ຂາຍໜ້າ.”</verse>
				<verse number="18">ພຣະເຈົ້າ​ກ່າວ​ວ່າ, “ຄົນ​ຫູ​ໜວກ​ເອີຍ ຈົ່ງ​ຟັງ ມາ​ເບິ່ງ​ໃກ້ໆ​ພີ້ດູ ພວກເຈົ້າ​ຄົນ​ຕາບອດ</verse>
				<verse number="19">ມີ​ຜູ້ໃດ​ແດ່​ຕາບອດ​ກວ່າ​ຜູ້ຮັບໃຊ້​ຂອງເຮົາ​ບໍ? ຜູ້ໃດ​ແດ່​ຫູ​ໜວກ​ກວ່າ​ຜູ້​ສົ່ງຂ່າວ​ທີ່​ເຮົາ​ໃຊ້​ໄປ​ນັ້ນ? ຜູ້ໃດ​ເປັນ​ຕາບອດ​ເໝືອນດັ່ງ​ທ່ານ​ທີ່​ເຮົາ​ມອບໝາຍ​ນັ້ນ, ແລະ​ຕາບອດ​ເໝືອນດັ່ງ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ.</verse>
				<verse number="20">ເຈົ້າ​ເຄີຍ​ເຫັນ​ມາ​ຫລາຍ​ແລ້ວ ແຕ່​ບໍ່​ຈົດຈຳ ເຈົ້າ​ມີ​ຫູເປີດ ແຕ່​ໄດ້ຍິນ​ອັນໃດ​ແທ້ໆ?”</verse>
				<verse number="21">ເພາະ​ເຫັນ​ແກ່​ຄວາມ​ຊອບທຳ​ຂອງ​ພຣະອົງ ພຣະເຈົ້າຢາເວ​ຊົງ​ພໍພຣະໄທ ທີ່​ຈະ​ເຊີດຊູ​ກົດບັນຍັດ ແລະ​ເຮັດ​ໃຫ້​ກົດບັນຍັດ​ນັ້ນ​ມີ​ກຽດ.</verse>
				<verse number="22">ແຕ່​ບັດນີ້ ປະຊາຊົນ​ຂອງ​ພຣະອົງ​ໄດ້​ຖືກ​ປຸ້ນ ຖືກ​ຂັງ​ທີ່​ຫ້ອງ​ໃຕ້​ດິນ​ລັບໆ​ກັບ​ພວກ​ນັກໂທດ. ພວກເຂົາ​ຖືກ​ປຸ້ນ​ຈົນ​ສິ້ນເນື້ອ​ປະດາຕົວ ແລະ​ບໍ່ມີ​ຜູ້ໃດ​ມາ​ຊ່ວຍກູ້​ເອົາ​ພວກ​ເຂົາເຈົ້າ.</verse>
				<verse number="23">ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ທີ່​ຈະ​ຮັບ​ຟັງ​ເລື່ອງນີ້​ບໍ? ແຕ່ນີ້​ຕໍ່ໄປ ພວກເຈົ້າ​ຈະ​ຟັງ​ຢ່າງ​ເອົາໃຈໃສ່​ຫລື​ບໍ່?</verse>
				<verse number="24">ຜູ້ໃດ​ໃຫ້​ອິດສະຣາເອນ​ເປັນ​ເຫຍື່ອ​ພວກ​ນັກປຸ້ນ​ເດ? ແມ່ນ​ພຣະເຈົ້າຢາເວ​ທີ່​ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ນັ້ນ ພວກເຮົາ​ບໍ່ໄດ້​ດຳເນີນ​ຊີວິດ​ດັ່ງ​ທີ່​ພຣະອົງ​ຕ້ອງການ ຫລື​ເຊື່ອຟັງ​ຄຳສັ່ງສອນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້.</verse>
				<verse number="25">ສະນັ້ນ ພຣະອົງ​ຈຶ່ງ​ໃຫ້​ໄດ້​ຊີມ​ຣິດ​ພຣະ​ໂກດຮ້າຍ ທັງທົນທຸກ​ຍ້ອນ​ສົງຄາມ​ອັນ​ໂຫດຫ້ຽມ. ພຣະ​ໂກດຮ້າຍ​ເປັນ​ດັ່ງ​ໄຟ​ໄໝ້​ຊາດ​ອິດສະຣາເອນ ແຕ່​ພວກເຮົາ​ບໍ່​ຮູ້ເຫັນ​ຖື​ເອົາ​ເປັນ​ບົດຮຽນ​ຈັກດີ້.</verse>
			</chapter>
			<chapter number="43">
				<verse number="1">ບັດນີ້ ພຣະເຈົ້າຢາເວ​ຜູ້​ໄດ້​ສ້າງ​ເຈົ້າ, ໂອ ຢາໂຄບ ອົງ​ໄດ້​ສ້າງ​ເຈົ້າ, ໂອ ອິດສະຣາເອນ ກ່າວ​ດັ່ງນີ້, “ຢ່າ​ຢ້ານກົວ​ເລີຍ ເຮົາ​ໄດ້ໄຖ່​ເຈົ້າ​ໃຫ້​ພົ້ນ​ແລ້ວ ພວກເຈົ້າ​ເປັນ​ຂອງເຮົາ​ຈຶ່ງ​ເອີ້ນ​ພວກເຈົ້າ​ຕາມ​ຊື່.</verse>
				<verse number="2">ເຮົາ​ຈະ​ຢູ່​ນຳ​ເມື່ອ​ຍ່າງ​ຂ້າມ​ບ່ອນ​ນໍ້າເລິກ​ໄປ ຄວາມ​ລຳບາກ​ຂອງ​ພວກເຈົ້າ​ຈະ​ບໍ່​ຖ້ວມ​ພວກເຈົ້າ. ໄຟ​ຈະ​ບໍ່​ໄໝ້​ພວກເຈົ້າ​ເມື່ອ​ຜ່ານຜ່າ​ໄຟ​ໄປ ການ​ທົດລອງ​ທີ່​ລຳບາກ​ຈະ​ທຳຮ້າຍ​ພວກເຈົ້າ​ບໍ່ໄດ້.</verse>
				<verse number="3">ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເດີ ອົງ​ບໍຣິສຸດ​ຂອງ​ອິດສະຣາເອນ​ທີ່​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ. ເຮົາ​ຈະ​ໃຫ້​ປະເທດ​ເອຢິບ​ຍອມ​ປົດປ່ອຍ​ພວກເຈົ້າ​ເປັນ​ເສລີ ຈະ​ໃຫ້​ເອທີໂອເປຍ ແລະ​ເສບາ​ຍອມ​ດ້ວຍ.</verse>
				<verse number="4">ເຮົາ​ຈະ​ໃຫ້​ທຸກ​ຊົນຊາດ​ຍອມ​ຊ່ວຍກູ້​ເອົາ​ຄືກັນ ຄື​ຊ່ວຍ​ເອົາ​ຊີວິດ​ຂອງ​ພວກເຈົ້າ​ໄວ້. ເພາະ​ພວກເຈົ້າ​ມີ​ຄ່າ​ຫລາຍ​ສຳລັບ​ເຮົາ ເພາະ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ຈຶ່ງ​ໃຫ້ກຽດ​ພວກເຈົ້າ.</verse>
				<verse number="5">ສະນັ້ນ ຢ່າ​ສູ່ຢ້ານກົວ​ແຕ່​ຢ່າງໃດ​ເລີຍ ຝ່າຍ​ເຮົາ​ສະຖິດ​ຢູ່​ກັບ​ພວກເຈົ້າ. ແຕ່​ທີ່​ໄກ​ສຸດ​ທາງ​ຕາເວັນອອກ​ແລະ​ຕາເວັນຕົກ ເຮົາ​ຈະ​ນຳ​ຄົນ​ຂອງເຈົ້າ​ກັບຄືນ​ມາ​ບ້ານ.</verse>
				<verse number="6">ເຮົາ​ຈະ​ບອກ​ທິດເໜືອ​ປ່ອຍ​ໃຫ້​ພວກເຂົາ​ໄປ ແລະ​ບອກ​ທິດໃຕ້​ບໍ່​ໃຫ້​ຈ່ອງດຶງ​ພວກເຂົາ​ໄວ້. ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໃຫ້​ຄືນມາ​ແຕ່​ທີ່​ໄກຫ່າງ ຈາກ​ທຸກໆ​ມຸມ​ແຜ່ນດິນ​ໂລກ​ພຸ້ນ​ເດີ.</verse>
				<verse number="7">ຄື​ທຸກຄົນ​ທີ່​ຖືກເອີ້ນ​ຕາມ​ນາມຊື່​ຂອງເຮົາ ແລະ​ທີ່​ເຮົາ​ໄດ້ສ້າງ​ພວກເຂົາ​ເພື່ອ​ເຜີຍ​ສະຫງ່າຣາສີ​ຂອງ​ເຮົາ, ທີ່​ເຮົາ​ໄດ້ສ້າງ​ແລະ​ໄດ້​ກະທຳ​ໄວ້.”</verse>
				<verse number="8">ພຣະເຈົ້າ​ກ່າວ​ວ່າ, “ຈົ່ງ​ໝາຍເກາະ​ປະຊາຊົນ​ຂອງເຮົາ ຈົ່ງ​ເອີ້ນ​ພວກເຂົາ​ໃຫ້​ຂຶ້ນ​ສານ​ເຖີດ ພວກເຂົາ​ມີ​ຕາ ແຕ່​ພວກເຂົາ​ພັດ​ເບິ່ງ​ບໍ່​ເຫັນ​ຫຍັງ​ໝົດ; ພວກເຂົາ​ມີ​ຫູ ແຕ່​ພວກເຂົາ​ພັດ​ຟັງ​ອັນໃດ​ບໍ່ໄດ້ຍິນ.</verse>
				<verse number="9">ຈົ່ງ​ໝາຍເກາະ​ບັນດາ​ຊົນຊາດ​ໃຫ້​ມາ​ສູ້​ຄະດີ​ກັນ ມີ​ພະ​ຕົນໃດ​ໃນ​ພວກເຂົາ ທຳນວາຍ​ອະນາຄົດ​ໄດ້? ມີ​ພະ​ຕົນໃດ​ແດ່ ບອກ​ກ່ອນ​ເຖິງ​ສິ່ງ​ຈະ​ມີ​ມາ? ຂໍ​ໃຫ້​ພະ​ເຫຼົ່ານີ້​ນຳ​ພະຍານ​ຂອງ​ພວກເຂົາ​ມາ​ເບິ່ງ ເພື່ອ​ພິສູດ​ວ່າ​ຝ່າຍ​ຖືກຕ້ອງ​ເປັນ​ຂອງ​ພວກເຂົາ ເພື່ອ​ຢັ້ງຢືນ​ວ່າ​ຄຳ​ທີ່​ພວກເຂົາ​ເວົ້າ​ເປັນຈິງ​ແທ້ໆ.</verse>
				<verse number="10">ພຣະເຈົ້າຢາເວ​ກ່າວ​ວ່າ ເຈົ້າ​ທັງຫລາຍ​ເປັນ​ພະຍານ​ຂອງເຮົາ ເຮົາ​ໄດ້​ເລືອກ​ພວກເຈົ້າ​ໃຫ້​ມາ​ເປັນ​ຜູ້ຮັບໃຊ້ ເພື່ອ​ວ່າ​ຈະ​ໄດ້​ຮູ້ ແລະ​ຈະ​ໄດ້​ເຊື່ອ​ໃນ​ເຮົາ ເຂົ້າໃຈ​ວ່າ​ເຮົາ​ແຕ່​ຜູ້ດຽວ​ຊົງ​ເປັນ​ພຣະເຈົ້າ. ນອກຈາກ​ເຮົາ​ແລ້ວ ບໍ່ມີ​ພະ​ຕົນອື່ນ​ອີກ​ເລີຍ ບໍ່ເຄີຍ​ມີ​ມາ​ແຕ່​ໃດໆ ແລະ​ຈະ​ບໍ່ມີ​ຈັກເທື່ອ.</verse>
				<verse number="11">ເຮົາ​ຜູ້ດຽວ​ເທົ່ານັ້ນ ທີ່​ເປັນ​ພຣະເຈົ້າຢາເວ​ເດີ ເຮົາ​ແຕ່​ຜູ້ດຽວ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໄດ້.</verse>
				<verse number="12">ເຮົາ​ກ່າວ​ລ່ວງໜ້າ​ສິ່ງ​ທີ່​ຕ້ອງ​ເກີດຂຶ້ນ​ມາ ແຕ່​ແລ້ວ​ເຮົາ​ກໍໄດ້​ມາ​ຊ່ວຍເຫລືອ​ພວກເຈົ້າ​ໄວ້. ບັນດາ​ພະ​ຕ່າງຊາດ​ບໍ່ເຄີຍ​ເຮັດ​ຢ່າງນີ້​ເລີຍ ພວກເຈົ້າ​ເປັນ​ພະຍານ​ໃຫ້​ເຮົາ​ໄດ້. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="13">ເຮົາ​ເປັນ​ພຣະເຈົ້າ ເຮົາ​ເປັນ​ຢູ່ສືບໄປ ບໍ່ມີ​ຜູ້ໃດ​ປົບໜີ​ຈາກ​ຣິດອຳນາດ​ຂອງເຮົາ​ໄດ້. ມີ​ຜູ້ໃດ​ແດ່​ທີ່​ປ່ຽນແປງ​ເຫດການ​ຕ່າງໆ​ໄດ້​ນໍ ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ໄປ​ບໍ່ມີ​ຜູ້ໃດ​ປ່ຽນແປງ​ໄດ້.”</verse>
				<verse number="14">ພຣະເຈົ້າຢາເວ​ຜູ້​ຊົງໄຖ່​ເຈົ້າ​ທັງຫລາຍ ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ກ່າວ​ດັ່ງນີ້: “ເພື່ອ​ໄຖ່​ພວກເຈົ້າ ເຮົາ​ຈະ​ໃຊ້​ກອງທັບ​ໜຶ່ງ​ຕໍ່ສູ້​ບາບີໂລນ ເຮົາ​ຈະ​ພັງ​ປະຕູ​ເມືອງ​ໃຫ້​ລົ້ມ​ທະລາຍ​ລົງ​ກ້ຽງ ແລະ​ສຽງ​ຊາວ​ເມືອງ​ທີ່​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ ກໍ​ຈະ​ກັບ​ກາຍເປັນ​ສຽງ​ຮ້ອງໄຫ້​ຄໍ່າຄວນ.</verse>
				<verse number="15">ເຮົາ​ຄື​ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ພວກເຈົ້າ ໄດ້ສ້າງ​ອິດສະຣາເອນ​ແລະ​ເປັນ​ກະສັດ​ຂອງ​ພວກເຈົ້າ.”</verse>
				<verse number="16">ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ນານແລ້ວ​ທີ່​ພຣະອົງ​ໄດ້​ເຮັດ​ທາງ​ຜ່ານ​ທະເລ ຄື​ທາງຍ່າງ​ຜ່ານ​ນໍ້າເລີກ​ເປັນ​ຄອງ​ເປັນ​ຄື້ນ.</verse>
				<verse number="17">ພຣະອົງ​ນຳ​ກອງທັບ​ມີ​ອຳນາດ​ໃຫ້​ຈິບຫາຍ​ໄປ ຄື​ກອງທັບ​ທີ່​ມີ​ຝູງມ້າ​ຫລາຍ ແລະ​ມີ​ລົດຮົບ​ດ້ວຍ. ພວກເຂົາ​ຈົມລົງ​ໃນ​ນໍ້າ​ແລະ​ບືນ​ຕົວ​ຂຶ້ນ​ບໍ່ໄດ້​ເລີຍ ຈົມ​ລົງ​ເລີຍໆ​ດັ່ງ​ແສງ​ໂຄມໄຟ​ຄ່ອຍໆມອດ.</verse>
				<verse number="18">ພຣະເຈົ້າ​ກ່າວ​ວ່າ, “ຢ່າ​ຕິດ​ຢູ່​ກັບ​ເຫດການ​ຜ່ານ​ມາ ຫລື​ຢ່າ​ຈົມ​ຢູ່​ໃນ​ເຫດການ​ທີ່​ເກີດ​ມານານ​ແລ້ວ.</verse>
				<verse number="19">ຈົ່ງ​ເຝົ້າເບິ່ງ​ສິ່ງ​ໃໝ່ໆ​ທີ່​ກຳລັງ​ຈະ​ເກີດ​ມີ​ມາ ບັດນີ້ ພວກເຈົ້າ​ເບິ່ງເຫັນ​ເພາະ​ກຳລັງ​ຈະ​ເກີດຂຶ້ນ. ເຮົາ​ຈະ​ເຮັດ​ທາງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃຫ້​ມີ​ແມ່ນໍ້າ​ຫ້ວຍ​ໄຫລ​ສຳລັບ​ພວກເຈົ້າ​ໃນ​ທີ່ນັ້ນ.</verse>
				<verse number="20">ແມ່ນແຕ່​ຝູງ​ສັດປ່າ​ຕ່າງ​ກໍ​ຈະ​ໃຫ້ກຽດ​ເຮົາ ໝາປ່າ ແລະ​ນົກເຄົ້າ​ກໍ​ຈະ​ສັນລະເສີນ​ເຮົາ​ດ້ວຍ ເມື່ອ​ມີ​ລຳນໍ້າ​ໄຫລ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ໃຫ້​ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກສັນ​ມີ​ນໍ້າກິນ​ນໍ້າ​ໃຊ້.</verse>
				<verse number="21">ພວກເຂົາ​ຄື​ປະຊາຊົນ​ທີ່​ເຮົາ​ເລືອກ​ສຳລັບ​ເຮົາ​ເອງ ແລະ​ພວກເຂົາ​ຈະ​ຮ້ອງເພງ​ຍົກຍໍ​ເຮົາ​ທັງນັ້ນ.”</verse>
				<verse number="22">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ອິດສະຣາເອນ​ເອີຍ ພວກເຈົ້າ​ເບື່ອ​ແລະ​ບໍ່​ນະມັດສະການ​ເຮົາ​ອີກ.</verse>
				<verse number="23">ພວກເຈົ້າ​ບໍ່ໄດ້​ນຳ​ແກະ​ມາ​ຂ້າ​ຖວາຍບູຊາ​ເຮົາ​ເລີຍ ບໍ່ໄດ້​ໃຫ້ກຽດ​ເຮົາ​ດ້ວຍ​ເຄື່ອງບູຊາ​ຂອງ​ພວກເຈົ້າ. ເຮົາ​ບໍ່ໄດ້​ໃຫ້​ພາລະໜັກ​ໂດຍ​ຖາມ​ເອົາ​ເຄື່ອງບູຊາ ຫລື​ໃຫ້​ອິດເມື່ອຍ​ໂດຍ​ຖາມ​ຫາ​ເຄື່ອງຫອມ​ບູຊາ​ອີກ.</verse>
				<verse number="24">ພວກເຈົ້າ​ບໍ່ໄດ້​ຊື້​ເຄື່ອງຫອມ​ບູຊາ​ສຳລັບ​ເຮົາ ຫລື​ເຮັດ​ໃຫ້​ພໍໃຈ​ຍ້ອນ​ໄຂມັນ​ສັດ​ຂອງ​ພວກເຈົ້າ. ແຕ່​ພວກເຈົ້າ​ເຮັດ​ໃຫ້​ເຮົາ​ມີ​ພາລະໜັກ ຍ້ອນ​ບາບ​ທີ່​ພວກເຈົ້າ​ໄດ້​ກະທຳ​ນັ້ນ. ພວກເຈົ້າ​ໄດ້​ເຮັດ​ໃຫ້​ເຮົາ​ເບື່ອໜ່າຍ​ຫລາຍ ຍ້ອນ​ຄວາມຜິດ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.</verse>
				<verse number="25">ແຕ່​ເຮົາ​ຍັງ​ເປັນ​ພຣະເຈົ້າ​ຜູ້​ຍົກ​ບາບ​ໃຫ້​ເດີ ເຮົາ​ເຮັດ​ໄປ​ກໍ​ເພາະ​ເຮົາເປັນ​ຜູ້ເຮົາເປັນ​ນັ້ນ. ເຮົາ​ບໍ່ໄດ້​ຈົດຈຳ​ການບາບ​ຂອງ​ພວກເຈົ້າ​ໃດ ເພື່ອ​ນຳ​ເອົາ​ສິ່ງນັ້ນ​ໄປ​ຕໍ່ສູ້​ພວກເຈົ້າ.</verse>
				<verse number="26">ຈົ່ງ​ໄປ​ສານ​ແລະ​ເອົາ​ຄຳ​ກ່າວຫາ​ໄປ​ນຳ ໃຫ້​ສະເໜີ​ຄະດີ​ເພື່ອ​ພິສູດ​ວ່າ​ເປັນ​ຝ່າຍ​ຖືກ</verse>
				<verse number="27">ບັນພະບຸລຸດ​ພວກເຈົ້າ​ແຕ່ກີ້ ກໍໄດ້​ເຮັດ​ບາບ​ຄືກັນ ພວກຜູ້ນຳ​ເອງ​ກໍ​ເຮັດ​ບາບ​ຕໍ່ສູ້​ເຮົາ​ດ້ວຍ.</verse>
				<verse number="28">ພວກ​ຜູ້ປົກຄອງ​ຕ່າງ​ກໍ​ໝິ່ນປະໝາດ​ເຮົາ ທັງ​ຫຍໍ້ຫຍັນ​ບ່ອນ​ສັກສິດ​ຂອງເຮົາ​ດ້ວຍ. ສະນັ້ນ ເຮົາ​ຈຶ່ງ​ໃຫ້​ອິດສະຣາເອນ​ຖືກ​ທຳລາຍ ປ່ອຍ​ໃຫ້​ປະຊາຊົນ​ຂອງເຮົາ​ຖືກ​ໝິ່ນປະໝາດ.”</verse>
			</chapter>
			<chapter number="44">
				<verse number="1">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ບັດນີ້ ຈົ່ງ​ຟັງ ເຊື້ອສາຍ​ຢາໂຄບ​ຜູ້ຮັບໃຊ້​ຂອງເຮົາ ຊາດ​ອິດສະຣາເອນ​ຄື​ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກໄວ້.</verse>
				<verse number="2">ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ສ້າງ​ເຈົ້າ​ມາ ຕັ້ງແຕ່​ເຈົ້າ​ເກີດ​ມາ​ຜູ້​ທີ່​ຊ່ວຍເຫລືອ​ເຈົ້າ​ໄວ້. ເຈົ້າ​ຢ່າ​ສູ່ຢ້ານ ຜູ້ຮັບໃຊ້​ຂອງເຮົາ​ເອີຍ ເຈົ້າ​ຄື​ປະຊາຊົນ​ທີ່​ເຮົາ​ຮັກ ພວກ​ທີ່​ເຮົາ​ເລືອກໄວ້.</verse>
				<verse number="3">ເຮົາ​ຈະ​ໃຫ້​ນໍ້າ​ແກ່​ດິນແດນ​ທີ່​ຫິວກະຫາຍ ຈະ​ໃຫ້​ມີ​ແມ່ນໍ້າ​ໄຫລ​ເທິງ​ພື້ນດິນ​ທີ່​ແຫ້ງແລ້ງ. ເຮົາ​ຈະ​ເທ​ຣິດອຳນາດ​ເທິງ​ລູກໆ​ທັງຫລາຍ​ຂອງ​ເຈົ້າ ແລະ​ເທ​ພອນ​ເຖິງ​ເຊື້ອສາຍ​ຂອງ​ພວກເຈົ້າ.</verse>
				<verse number="4">ພວກເຂົາ​ຈະ​ໃຫຍ່​ຂຶ້ນ​ດັ່ງ​ຫຍ້າ​ທີ່​ມີ​ນໍ້າ​ລໍ່ລ້ຽງ​ຢ່າງດີ ດັ່ງ​ຕົ້ນໄມ້​ໃກ້​ສາຍ​ທາລາ​ທີ່​ມີ​ນໍ້າ​ໄຫລ​ຢູ່​ບໍ່​ຂາດ.</verse>
				<verse number="5">ຄົນ​ຜູ້ນີ້​ຈະ​ກ່າວ​ວ່າ, ‘ຂ້ອຍ​ເປັນ​ຂອງ​ພຣະເຈົ້າຢາເວ.’ ແລະ​ຜູ້ນັ້ນ​ຈະ​ເອີ້ນຊື່​ຕາມ​ນາມຊື່​ຂອງ​ຢາໂຄບ. ແລະ​ຜູ້ນັ້ນ​ຈະ​ຂຽນໄວ້​ເທິງ​ມື​ຂອງຕົນ​ວ່າ, ‘ຂອງ​ພຣະເຈົ້າຢາເວ.’ ແລະ​ຈະ​ມີ​ຊື່​ຕາມ​ນາມຊື່​ຂອງ​ອິດສະຣາເອນ.”</verse>
				<verse number="6">ພຣະເຈົ້າຢາເວ​ອົງ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ແລະ​ອົງ​ພຣະຜູ້ໄຖ່​ຂອງ​ເຂົາ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ໄວ້​ດັ່ງນີ້: “ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ບໍ່ມີ​ພຣະເຈົ້າ​ອື່ນໃດ ນອກເໜືອ​ຈາກ​ເຮົາ​ແລ້ວ.</verse>
				<verse number="7">ມີ​ຜູ້ໃດ​ອີກ​ແດ່​ເຮັດ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ມາ? ຜູ້ໃດ​ແດ່​ບອກ​ເຖິງ​ສິ່ງ​ທີ່​ເກີດຂຶ້ນ​ລ່ວງໜ້າ​ໄດ້ ຄື​ເຫດການ​ທັງໝົດ​ນັ້ນ​ທີ່​ໄດ້​ເກີດຂຶ້ນ​ມາ ຕັ້ງແຕ່​ປະຖົມມະການ​ເຖິງ​ອະວະສານ​ພຸ້ນ?</verse>
				<verse number="8">ພວກເຈົ້າ​ຢ່າ​ສູ່ຢ້ານ ປະຊາຊົນ​ຂອງເຮົາ​ເອີຍ ພວກເຈົ້າ​ຮູ້​ແຕ່​ດຶກດຳບັນ​ຈົນເຖິງ​ປັດຈຸບັນ​ນີ້ ເຮົາ​ໄດ້​ບອກ​ລ່ວງໜ້າ​ເຖິງ​ທຸກສິ່ງ​ທີ່​ຈະ​ເກີດ​ມາ ພວກເຈົ້າ​ກໍ​ເປັນ​ພະຍານ​ຫຼັກຖານ​ໃຫ້​ເຮົາ​ໄດ້. ນອກຈາກ​ເຮົາ​ແລ້ວ ມີ​ພຣະເຈົ້າ​ອົງ​ໃດ​ແດ່? ຊຶ່ງ​ມີ​ຣິດອຳນາດ​ທີ່​ເຮົາ​ໄດ້ຍິນ​ມາ?”</verse>
				<verse number="9">ທຸກຄົນ​ທີ່​ສ້າງ​ຮູບເຄົາຣົບ​ລ້ວນແຕ່​ບໍ່ມີ​ປະໂຫຍດ ແລະ​ພະ​ທັງຫລາຍ​ທີ່​ພວກເຂົາ​ຕີ​ລາຄາ​ຢ່າງ​ສູງສຸດ​ນັ້ນ​ກໍ​ບໍ່ມີ​ຄຸນຄ່າ. ພວກ​ທີ່​ຂາບໄຫວ້​ພະ​ເຫຼົ່ານີ້​ກໍ​ຕາບອດ​ແລະ​ໂງ່ຈ້າ ຄື​ພວກເຂົາ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ.</verse>
				<verse number="10">ບໍ່​ເປັນ​ການ​ດີ​ດອກ ທີ່​ໃຊ້​ໂລຫະ​ເຮັດ​ຮູບພະ​ໄວ້​ຂາບໄຫວ້​ເປັນ​ພຣະເຈົ້າ</verse>
				<verse number="11">ທຸກໆຄົນ​ທີ່​ຂາບໄຫວ້​ຮູບ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ. ຄົນ​ທີ່​ເຮັດ​ຮູບເຄົາຣົບ​ນັ້ນ​ກໍ​ເປັນ​ພຽງ​ແຕ່​ມະນຸດ ບໍ່​ວິເສດ​ວິໂສ​ຫຍັງ. ຈົ່ງ​ໃຫ້​ພວກເຂົາ​ມາ​ແລະ​ຢືນ​ສູ້​ຄະດີ​ເບິ່ງ ແລະ​ພວກເຂົາ​ກໍ​ຈະ​ຢ້ານກົວ​ຫລາຍ ທັງ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຢ່າງ​ໜັກ​ດ້ວຍ.</verse>
				<verse number="12">ຊ່າງ​ຕີເຫລັກ​ເອົາ​ໂລຫະ​ມາ​ຫລອມ. ແຂນ​ອັນ​ແຂງແຮງ​ຂອງ​ລາວ​ກໍ​ໃຊ້​ຄ້ອນ​ຕີ​ໂລຫະ​ໃຫ້​ເປັນ​ຮູບ. ໃນ​ເວລາ​ທີ່​ເຮັດ​ວຽກ​ຢູ່ນັ້ນ ລາວ​ກໍ​ຫິວເຂົ້າ, ຢາກ​ນໍ້າ ແລະ​ອິດເມື່ອຍ.</verse>
				<verse number="13">ຊ່າງ​ໄມ້​ກໍ​ແທກ​ໄມ້, ລາວ​ໃຊ້​ສໍຂາວ​ຂີດ​ຮູບຮ່າງ ພ້ອມ​ທັງ​ໃຊ້​ສິ່ວ​ຄວັດ​ໄມ້ ແລະ​ເຮັດ​ໃຫ້​ເປັນ​ຮູບ​ມະນຸດ ທີ່​ສວຍງາມ​ຕັ້ງ​ໄວ້​ໃນ​ເຮືອນ.</verse>
				<verse number="14">ລາວ​ອາດ​ຈະ​ຕັດ​ເອົາ​ຕົ້ນແປກ​ມາ​ເຮັດ ຫລື​ໃຊ້​ໄມ້ໂອກ​ຫລື​ໄມ້​ສົນເທດ​ຈາກ​ປ່າ​ມາ​ເຮັດ ຫລື​ລາວ​ອາດ​ຈະ​ປູກ​ຕົ້ນ​ໝາກກໍ່ ແລະ​ລໍຖ້າ​ຝົນ​ຕົກ​ເພື່ອ​ເຮັດ​ໃຫ້​ມັນ​ໃຫຍ່​ຂຶ້ນ.</verse>
				<verse number="15">ມະນຸດ​ໃຊ້​ຕົ້ນໄມ້​ສ່ວນ​ໜຶ່ງ​ເຮັດ​ເປັນ​ເຊື້ອໄຟ ແລະ​ສ່ວນ​ໜຶ່ງ​ເຮັດ​ເປັນ​ຮູບເຄົາຣົບ. ສຳລັບ​ສ່ວນ​ໜຶ່ງ​ນັ້ນ​ໄດ້​ໃຊ້​ເປັນ​ຟືນ​ດັງ​ໄຟ​ຝີງ ໃຫ້​ອົບອຸ່ນ​ແລະ​ອົບ​ເຂົ້າຈີ່; ສຳລັບ​ສ່ວນ​ອື່ນ​ອີກ​ພັດ​ໃຊ້​ເຮັດ​ເປັນ​ພະ​ເພື່ອ​ຂາບໄຫວ້.</verse>
				<verse number="16">ໄມ້​ບາງສ່ວນ​ນັ້ນ​ໃຊ້​ເຮັດ​ຟືນ​ດັງ​ໄຟ​ປິ້ງ​ຊີ້ນ​ກິນ​ອີ່ມໜຳ​ສຳລານ. ພວກເຂົາ​ອົບອຸ່ນ​ຮ່າງກາຍ​ແລະ​ເວົ້າ​ວ່າ, “ຊ່າງ​ອົບອຸ່ນ​ດີ​ແທ້ໆ ໄຟນີ້​ຊ່າງ​ລຸກ​ດີ​ແທ້ນໍ.”</verse>
				<verse number="17">ສ່ວນ​ໄມ້​ທີ່​ເຫຼືອ​ນັ້ນ​ພັດ​ເອົາ​ໄປ​ເຮັດ​ຮູບເຄົາຣົບ ແລ້ວ​ກົ້ມ​ລົງ ແລະ​ຂາບໄຫວ້​ທັງ​ພາວັນນາ​ອະທິຖານ​ຕໍ່​ຮູບເຄົາຣົບ ໂດຍ​ເວົ້າ​ວ່າ, “ພະ​ຂອງຂ້ອຍ ໂຜດ​ຊ່ວຍ​ຂ້ອຍ​ດ້ວຍ​ເຖີດ.”</verse>
				<verse number="18">ບຸກຄົນ​ເຊັ່ນນີ້​ໂງ່ຈ້າ​ເຫຼືອ​ທີ່​ຈະ​ເຂົ້າໃຈ​ວ່າ ພວກຕົນ​ກຳລັງ​ເຮັດ​ຫຍັງ. ພວກເຂົາ​ອັດຕາ ແລະ​ຕັນ​ຄວາມຄິດ​ຂອງ​ຕົນເອງ​ບໍ່​ໃຫ້​ຮູ້​ຄວາມຈິງ.</verse>
				<verse number="19">ຜູ້​ເຮັດ​ຮູບເຄົາຣົບ​ບໍ່ໄດ້​ມີ​ປັນຍາ ຫລື​ຄວາມ​ເຂົ້າໃຈ​ພໍ​ທີ່​ຈະ​ເວົ້າ​ວ່າ, “ໄມ້​ບາງສ່ວນ ຂ້ອຍ​ເອົາ​ເຮັດ​ຟືນ​ດັງ​ໄຟ, ໃຊ້​ເຮັດ​ຖ່ານ​ອົບ​ເຂົ້າຈີ່ ແລະ​ໃຊ້​ປິ້ງ​ຊີ້ນ​ກິນ. ສ່ວນ​ທີ່​ເຫຼືອ​ຂ້ອຍ​ເອົາ​ເຮັດ​ຮູບເຄົາຣົບ. ບັດນີ້ ຂ້ອຍ​ກຳລັງ​ກົ້ມ​ລົງ​ຂາບ​ທ່ອນ​ໄມ້​ທ່ອນ​ໜຶ່ງ.”</verse>
				<verse number="20">ມັນ​ກໍ​ທຳນອງ​ດຽວ ກັບ​ກິນ​ຂີ້ເຖົ່າ​ນັ້ນແຫລະ. ຄວາມ​ຄິດ​ໂງ່​ຂອງ​ລາວ​ໄດ້​ພາ​ໃຫ້​ລາວ​ຫລົງ​ຜິດ​ໄປ​ເກີນກວ່າ​ຈະ​ຊ່ວຍ​ໄດ້. ລາວເອງ​ບໍ່​ຍອມ​ຮັບ​ເລີຍ​ວ່າ ຮູບເຄົາຣົບ​ທີ່​ຕົນ​ຖື​ຢູ່​ນັ້ນ​ບໍ່ແມ່ນ​ພຣະເຈົ້າ.</verse>
				<verse number="21">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຢາໂຄບ​ເອີຍ ຈົ່ງ​ພາກັນ​ຈົດຈຳ​ເລື່ອງນີ້. ອິດສະຣາເອນ​ເອີຍ ພວກເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງເຮົາ ເຮົາ​ໄດ້​ສ້າງ​ເຈົ້າ ເພື່ອ​ເປັນ​ຜູ້ຮັບໃຊ້​ຂອງເຮົາ; ອິດສະຣາເອນ​ເອີຍ ເຮົາ​ຈະ​ບໍ່​ລືມໄລ​ເຈົ້າ​ຈັກເທື່ອ.</verse>
				<verse number="22">ເຮົາ​ປັດ​ການບາບ​ຂອງ​ເຈົ້າ​ດັ່ງ​ເມກ​ຫາຍໄປ ຈົ່ງ​ກັບ​ມາ ເພາະ​ເຮົາ​ຜູ້ດຽວ​ທີ່​ຊ່ວຍ​ເຈົ້າ​ໄດ້.”</verse>
				<verse number="23">ໂອ ຟ້າ​ສະຫວັນຟ້າ​ສະຫວັນ ​ເອີຍ ຈົ່ງ​ໂຮຮ້ອງ​ຍິນດີ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ; ແຜ່ນດິນ​ໂລກ​ບ່ອນ​ເລິກສຸດ​ເອີຍ ຈົ່ງ​ໂຮຮ້ອງ​ສາ​ເຖີດ ພູຜາ​ທຸກໜ່ວຍ​ແລະ​ຕົ້ນໄມ້​ໃນ​ປ່າ​ທັງຫລາຍ ຈົ່ງ​ຊົມຊື່ນ​ຍິນດີ​ດ້ວຍ​ສຽງ​ໂຮຮ້ອງ​ເຖີດ ເຫດວ່າ​ພຣະເຈົ້າຢາເວ​ໄດ້​ຊົງໄຖ່​ຢາໂຄບ ແລະ​ຈະ​ຊົງຮັບ​ກຽດ​ແຫ່ງ​ສະຫງ່າຣາສີ​ໃນ​ອິດສະຣາເອນ.</verse>
				<verse number="24">“ພຣະເຈົ້າຢາເວ ພຣະຜູ້​ໄຖ່​ຂອງເຈົ້າ​ກ່າວວ່າ: ແມ່ນ​ເຮົາ​ທີ່​ເປັນ​ຜູ້​ໄດ້ສ້າງ​ເຈົ້າ ເຮົາ​ຄື​ພຣະເຈົ້າຢາເວ​ທີ່​ສ້າງ​ສັບພະທຸກສິ່ງ​ທັງຫລາຍ ແມ່ນ​ເຮົາ​ແຕ່​ຜູ້ດຽວ​ທີ່​ໄດ້​ກາງ​ຟ້າ​ສະຫວັນ​ອອກ. ເມື່ອ​ເຮົາ​ໄດ້ສ້າງ​ແຜ່ນດິນ​ໂລກ​ຂຶ້ນ​ມາ ບໍ່ມີ​ຜູ້ໃດ​ເລີຍ​ທີ່​ໄດ້​ຊ່ວຍເຫລືອ​ເຮົາ.</verse>
				<verse number="25">ເຮົາ​ໄດ້​ເຮັດ​ໃຫ້​ພວກ​ໝໍດູ​ໝໍມໍ​ໂງ່ຈ້າ​ໝົດ ເຮັດ​ໃຫ້​ຜູ້​ເບິ່ງເລີກ​ເບິ່ງຍາມ​ເຫລືອອົກ​ເຫລືອໃຈ​ດ້ວຍ. ເຮົາ​ຂັດແຍ້ງ ໂຕ້ຕອບ​ຄຳເວົ້າ​ຄົມ​ຂອງ​ຄົນມີ​ປັນຍາ ແລະ​ຊີ້​ໃຫ້​ເຫັນ​ວ່າ​ປັນຍາ​ຂອງ​ພວກເຂົາ​ນັ້ນ​ໂງ່ຈ້າ.</verse>
				<verse number="26">ແຕ່​ເມື່ອ​ຜູ້ຮັບໃຊ້​ຂອງເຮົາ​ເວົ້າ​ລ່ວງໜ້າ​ອອກ​ໄປ ເມື່ອ​ເຮົາ​ສົ່ງ​ຜູ້ນຳຂ່າວ​ມາ​ບອກ​ແຜນການ​ຂອງເຮົາ​ນັ້ນ. ເຮົາ​ກໍໄດ້​ໃຫ້​ຄຳເວົ້າ​ທັງ​ແຜນການ​ກາຍເປັນຈິງ ເຮົາ​ບອກ​ນະຄອນ​ເຢຣູຊາເລັມ​ວ່າ​ປະຊາຊົນ​ຈະ​ຢູ່​ທີ່​ນັ້ນ​ອີກ ບອກ​ຊາວ​ຢູດາ​ວ່າ​ເມືອງ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ໝົດ ທີ່​ຮົກຮ້າງ​ເພພັງ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ທັງນັ້ນ.</verse>
				<verse number="27">ເຮົາ​ສັ່ງ​ພື້ນ​ນໍ້າ​ບ່ອນ​ເລິກສຸດ​ຂອງ​ທ້ອງ​ທະເລ​ວ່າ, ‘ໃຫ້​ນໍ້າ​ແຫ້ງ​ໄປ​ໝົດ​ແລະ​ປະ​ດິນ​ແຫ້ງ​ໄວ້.’</verse>
				<verse number="28">ເຮົາ​ສັ່ງ​ໄຊຣັດ​ວ່າ, ‘ເຈົ້າ​ຄື​ຜູ້​ທີ່​ຈະ​ປົກຄອງ​ໃຫ້​ເຮົາ ເຈົ້າ​ຈະ​ເຮັດ​ແຕ່​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ເຮັດ​ເທົ່ານັ້ນ: ເຈົ້າ​ຈະ​ສັ່ງ​ໃຫ້​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ຮາກຖານ​ພຣະວິຫານ​ກໍ​ຈະ​ຖືກ​ວາງ​ໄວ້​ຄືກັນ.”’</verse>
			</chapter>
			<chapter number="45">
				<verse number="1">ພຣະເຈົ້າຢາເວ​ໄດ້ກ່າວ​ກັບ​ຜູ້​ທີ່​ພຣະອົງ​ຊົງເຈີມ​ໄວ້​ຄື​ໄຊຣັດ​ໃຫ້​ເປັນ​ກະສັດ ຜູ້ຊຶ່ງ​ພຣະອົງ​ໄດ້​ຈັບ​ມື​ຂວາ​ໄວ້​ເພື່ອ​ໃຫ້​ປາບ​ບັນດາ​ຊົນຊາດ​ຕໍ່ໜ້າ​ທ່ານ; ພຣະອົງ​ສົ່ງ​ເພິ່ນ​ມາ​ເພື່ອ​ຖອດ​ຕຳແໜ່ງ​ກະສັດ ຈາກ​ອຳນາດ​ທີ່​ພວກເຂົາ​ມີ​ສຳລັບ​ການ​ປົກຄອງ​ນັ້ນ; ໃຫ້​ເປີດ​ປະຕູ​ຕໍ່ໜ້າ​ທ່ານ ແລະ​ບໍ່ໃຫ້​ປະຕູ​ເມືອງ​ປິດ​ກ່າວ​ດັ່ງນີ້​ວ່າ:</verse>
				<verse number="2">“ເຮົາ​ເອງ​ຈະ​ຕຽມ​ທາງ​ເດີນ​ໃຫ້​ເຈົ້າ​ໃດ ໂດຍ​ເຮັດ​ໃຫ້​ພູ ແລະ​ເນີນພູ​ຮາບພຽງ​ກັນ​ໄວ້. ເຮົາ​ຈະ​ພັງ​ປະຕູ​ທອງສຳຣິດ​ໃຫ້​ໝຸ່ນ​ທະລາຍ ທຸບ​ທ່ອນເຫລັກ​ໄລປະຕູ​ເມືອງ​ໃຫ້​ຫັກ​ໝົດສິ້ນ.</verse>
				<verse number="3">ເຮົາ​ຈະ​ມອບ​ຂຸມຊັບ​ຈາກ​ທີ່​ມືດ​ລັບລີ້​ທັງຫລາຍ ໃຫ້​ເຈົ້າ​ເປັນ​ຜູ້​ຄຸ້ມຄອງ​ຊັບສົມບັດ​ເຫຼົ່ານັ້ນ; ແລ້ວ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ເອີ້ນ​ເອົາ​ເຈົ້າ​ໂດຍ​ນາມຊື່​ຂອງເຈົ້າ.</verse>
				<verse number="4">ເຮົາ​ຕັ້ງ​ເຈົ້າ​ໃຫ້​ຊ່ວຍ​ອິດສະຣາເອນ​ຜູ້ຮັບໃຊ້​ຂອງເຮົາ ຄື​ຊ່ວຍເຫລືອ​ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ. ເຮົາ​ໄດ້​ໃຫ້​ເຈົ້າ​ມີ​ກຽດສັກສີ​ອັນ​ໃຫຍ່ຫລວງ ເຖິງ​ວ່າ​ເຈົ້າ​ບໍ່​ຮູ້ຈັກ​ເຮົາ​ເລີຍ​ກໍຕາມ.</verse>
				<verse number="5">ເຮົາ​ຄື​ພຣະເຈົ້າຢາເວ ບໍ່ມີ​ພຣະເຈົ້າ​ອົງ​ອື່ນໃດ ເຈົ້າ​ບໍ່​ຮູ້​ເຮົາ ແຕ່​ເຮົາ​ກໍ​ຈະ​ໃຫ້​ກຳລັງ​ແກ່​ເຈົ້າ.</verse>
				<verse number="6">ເຮົາ​ເຮັດ​ສິ່ງ​ນີ້​ກໍ​ເພື່ອ​ວ່າ​ທຸກໆ​ຄົນ ຈາກ​ສົ້ນ​ໜຶ່ງ​ຫາ​ອີກ​ສົ້ນ​ໜຶ່ງ​ຂອງ​ແຜ່ນດິນ​ໂລກ ຈະ​ໄດ້​ຮູ້ຈັກ​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ຮູ້​ວ່າ​ໃນ​ໂລກນີ້​ບໍ່ມີ​ພຣະເຈົ້າ​ອົງ​ອື່ນ​ອີກ.</verse>
				<verse number="7">ເຮົາ​ໄດ້ສ້າງ​ຄວາມ​ສະຫວ່າງ​ຂຶ້ນ​ມາ ຄວາມມືດ ເຮົາ​ກໍ​ນິຣະມິດ​ສ້າງ​ຂຶ້ນ​ດ້ວຍ; ເຮົາ​ນຳ​ພອນ ແລະ​ຄວາມພິນາດ​ມາ​ຄືກັນ ເຮົາ​ຄື​ພຣະເຈົ້າຢາເວ​ເຮັດ​ທຸກສິ່ງ​ເຫຼົ່ານີ້.</verse>
				<verse number="8">ເຮົາ​ຈະ​ສົ່ງ​ໄຊຊະນະ​ຈາກ​ຟ້າ​ສະຫວັນ​ມາ​ດັ່ງ​ຫ່າຝົນ ແຜ່ນດິນ​ໂລກ​ຈະ​ເປີດ​ປະຕູ​ຮັບ​ເອົາ​ໄວ້ ເບັ່ງບານ​ດ້ວຍ​ອິດສະຫລະພາບ​ກັບ​ຄວາມ​ຍຸດຕິທຳ ເຮົາ​ຄື​ພຣະເຈົ້າຢາເວ​ເຮັດ​ໃຫ້​ສິ່ງ​ນີ້​ເກີດຂຶ້ນ.”</verse>
				<verse number="9">ໝໍ້ດິນ​ຈະ​ກ້າ​ໂຕ້ແຍ້ງ​ກັບ​ຊ່າງ​ປັ້ນໝໍ້​ໄດ້​ບໍ? ໝໍ້ດິນ​ໜ່ວຍ​ໜຶ່ງ​ກໍ​ເປັນ​ດັ່ງ​ໝໍ້ດິນ​ໜ່ວຍ​ອື່ນໆ ດິນດາກ​ຖາມ​ຊ່າງ​ປັ້ນໝໍ້​ວ່າ​ເຮັດ​ຫຍັງ​ຢູ່​ໄດ້​ບໍ? ໝໍ້ດິນ​ຈົ່ມ​ໃຫ້​ຊ່າງ​ປັ້ນໝໍ້​ວ່າ​ບໍ່ໄດ້​ເລື່ອງ​ໄດ້​ບໍ່?</verse>
				<verse number="10">ມີ​ຜູ້ໃດ​ແດ່​ກ້າ​ເວົ້າ​ໃຫ້​ພໍ່​ແມ່​ຂອງຕົນ​ວ່າ, “ເປັນຫຍັງ​ຈຶ່ງ​ສ້າງ​ລູກ​ໃຫ້​ເປັນ​ເຊັ່ນນີ້?”</verse>
				<verse number="11">ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ແມ່ນ​ຜູ້​ທີ່​ຈັດຕຽມ​ຮູບຮ່າງ​ຂອງ​ອະນາຄົດ​ກ່າວ​ວ່າ, “ເຈົ້າ​ບໍ່​ມີ​ສິດ​ສອບ​ຖາມ​ເຖິງ​ລູກໆ​ຂອງເຮົາ ຫລື​ບອກ​ເຮົາ​ວ່າ​ຄວນ​ຈະ​ເຮັດ​ແນວໃດ​ແດ່</verse>
				<verse number="12">ແມ່ນ​ເຮົາ​ທີ່​ໄດ້​ນິຣະມິດ​ສ້າງ​ໂລກນີ້​ຂຶ້ນ​ມາ ໄດ້​ສ້າງ​ມະນຸດ​ທຸກຄົນ​ໃຫ້​ອາໄສ​ຢູ່​ໃນ​ທີ່ນັ້ນ. ເຮົາ​ໄດ້​ກາງ​ຟ້າ​ສະຫວັນ​ດ້ວຍ​ຣິດອຳນາດ​ຂອງເຮົາ ຄວບຄຸມ​ຕາເວັນ ເດືອນ ແລະ​ດາວ​ດ້ວຍ.</verse>
				<verse number="13">ເຮົາ​ເອງ​ໄດ້​ປຸກປັ່ນ​ໄຊຣັດ​ໃຫ້​ດຳເນີນການ ເພື່ອ​ສຳເລັດ​ເປົ້າໝາຍ ແລະ​ຈັດ​ໃຫ້​ຖືກຕ້ອງ. ເຮົາ​ຈະ​ເຮັດ​ທາງ​ທຸກ​ເສັ້ນ​ທີ່​ລາວ​ເດີນ​ໄປ​ໃຫ້​ຊື່ ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່​ຄື​ເມືອງ​ຂອງເຮົາ ແລະ​ຈະ​ປ່ອຍ​ຄົນ​ຂອງເຮົາ​ທີ່​ຖືກ​ຈັບ​ໃຫ້​ເປັນ​ເສລີ ບໍ່ມີ​ຜູ້ໃດ​ຈ້າງ​ໃຫ້​ເຮັດ ຫລື​ຈອບອອຍ​ລາວ​ດ້ວຍ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ເລື່ອງ​ທັງໝົດ​ເຫຼົ່ານີ້​ໄວ້.</verse>
				<verse number="14">ພຣະເຈົ້າຢາເວ​ກ່າວ​ວ່າ, “ສົມບັດ​ຂອງ​ປະເທດ​ເອຢິບ​ກັບ​ປະເທດ​ເອທີໂອເປຍ​ຈະ​ເປັນ​ຂອງ​ເຈົ້າ ຄົນ​ໃຫຍ່​ສູງ​ແຫ່ງ​ເສບາ​ກໍ​ຈະ​ເປັນ​ທາດຮັບໃຊ້​ເຈົ້າ​ຄືກັນ ພວກເຂົາ​ຈະ​ຍ່າງ​ຕາມ​ເຈົ້າ​ໄປ​ໂດຍ​ຖືກ​ລ່າມໂສ້​ພ້ອມ. ພວກເຂົາ​ຈະ​ກົ້ມຂາບ​ເຈົ້າ ແລະ​ທັງ​ສາລະພາບ​ວ່າ ‘ພຣະເຈົ້າ​ຢູ່​ນຳ​ເຈົ້າ ເປັນ​ພຣະເຈົ້າ​ແຕ່​ອົງດຽວ.</verse>
				<verse number="15">ພຣະເຈົ້າ​ແຫ່ງ​ອິດສະຣາເອນ ພຣະຜູ້ຊ່ວຍ​ຄົນ​ຂອງ​ພຣະອົງ ເປັນ​ພຣະເຈົ້າ​ອົງ​ທີ່​ເຊື່ອງຊ້ອນ​ຕົນເອງ​ໄວ້.</verse>
				<verse number="16">ພວກ​ທີ່​ເຮັດ​ຮູບເຄົາຣົບ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ ພວກເຂົາ​ທຸກຄົນ​ຈະ​ໄດ້​ຮັບ​ການ​ດູໝິ່ນ​ປະໝາດ.</verse>
				<verse number="17">ແຕ່​ພຣະເຈົ້າຢາເວ​ໄດ້​ຊ່ວຍຊູ​ຊາດ​ອິດສະຣາເອນ ແລະ​ຄວາມມີໄຊ​ຂອງ​ພວກເຂົາ​ກໍ​ດຳລົງ​ໄປ​ຕະຫລອດ; ພຣະອົງ​ຈະ​ບໍ່​ໃຫ້​ປະຊາຊົນ​ຂອງ​ພຣະອົງ ໄດ້​ຖືກ​ອັບອາຍ​ຂາຍໜ້າ​ອີກ​ຈັກເທື່ອ.”’</verse>
				<verse number="18">ພຣະເຈົ້າຢາເວ​ໄດ້​ນິຣະມິດ​ສ້າງ​ຈັກກະວານ ແມ່ນ​ພຣະອົງ​ແຕ່​ຜູ້ດຽວ​ທີ່​ເປັນ​ພຣະເຈົ້າ ພຣະອົງ​ໄດ້​ຈັດ​ຮູບຮ່າງ​ສ້າງ​ແຜ່ນດິນ​ໂລກ​ຂຶ້ນ​ມາ ໄດ້​ເຮັດ​ໃຫ້​ໂລກ​ໝັ້ນຄົງ ແລະ​ຢັ້ງຢືນ​ຄົງຢູ່​ໄດ້. ພຣະອົງ​ບໍ່ໄດ້​ເຮັດ​ໃຫ້​ເປັນ​ທີ່​ເປົ່າຮ້າງ​ຫວ່າງຄົນ ແຕ່​ເປັນ​ບ່ອນ​ທີ່​ມະນຸດ​ເຮົາ​ພັກພາ​ອາໄສ​ຢູ່ ພຣະເຈົ້າ​ລັ່ນປາກ​ກ່າວ​ໄຂ​ວາຈາ​ວ່າ, “ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ອື່ນ​ບໍ່ມີ.</verse>
				<verse number="19">ເຮົາ​ບໍ່ໄດ້​ກ່າວ​ໃນ​ບ່ອນ​ທີ່​ລັບລີ້​ເລີຍ ຫລື​ປິດບັງ​ຈຸດ​ມຸ່ງໝາຍ​ຂອງເຮົາ​ໄວ້. ເຮົາ​ບໍ່ໄດ້​ຮ້ອງຂໍ​ໃຫ້​ປະຊາຊົນ​ອິດສະຣາເອນ ຊອກ​ຄົ້ນ​ຫາ​ເຮົາ​ໃນ​ບ່ອນ​ເປົ່າຮ້າງ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ແຕ່​ຄວາມຈິງ ເຮັດ​ໃຫ້​ທຸກຄົນ​ຮູ້ຈັກ​ແຕ່​ສິ່ງ​ທີ່​ຖືກຕ້ອງ.”</verse>
				<verse number="20">ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, “ຈົ່ງ​ພາກັນ​ມາ​ເຖີດ ຊົນຊາດ​ທີ່​ລອດ​ຈາກ​ອານາຈັກ​ລົ້ມ​ທະລາຍ​ນັ້ນ; ສະເໜີ​ພວກເຈົ້າ​ສຳລັບ​ການ​ສອບສວນ​ຄະດີ​ເບິ່ງດູ ຜູ້​ທີ່​ແຫ່​ຂະບວນ​ກັບ​ຮູບເຄົາຣົບ​ໄມ້​ຂອງຕົນ​ນັ້ນ ທັງ​ພາວັນນາ​ອະທິຖານ​ຕໍ່​ບັນດາ​ພະ​ທີ່​ຊ່ວຍ​ຫຍັງ​ບໍ່ໄດ້​ເລີຍ ຄື​ພວກ​ທີ່​ບໍ່​ຮູ້ຈັກ​ເລື່ອງລາວ​ຫຍັງໝົດ.</verse>
				<verse number="21">ຈົ່ງ​ມາ​ສະເໜີ​ຄະດີ​ຂອງ​ພວກເຈົ້າ​ທີ່​ສານ​ເບິ່ງດູ ຈົ່ງ​ໃຫ້​ຈຳເລີຍ​ປຶກສາ​ຊຶ່ງກັນແລະກັນ​ເບິ່ງ. ຜູ້ໃດ​ໄດ້​ກ່າວ​ລ່ວງໜ້າ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ນໍ? ບໍ່ແມ່ນ​ເຮົາ​ບໍ ອົງ​ທີ່​ເປັນ​ພຣະເຈົ້າຢາເວ? ຄື​ພຣະເຈົ້າ​ອົງ​ທີ່​ຊອບທຳ​ແລະ​ພຣະຜູ້ຊ່ວຍ; ນອກຈາກ​ເຮົາ​ບໍ່ມີ​ພຣະເຈົ້າ​ອື່ນໃດ​ອີກ​ແລ້ວ.</verse>
				<verse number="22">ຊາວ​ໂລກ​ທັງ​ໂລກ ຈົ່ງ​ກັບ​ມາ​ຫາ​ເຮົາ ເຮົາ​ເທົ່ານັ້ນ​ຄື​ພຣະເຈົ້າ​ແລະ​ຊ່ວຍ​ໃຫ້​ພົ້ນ​ໄດ້.</verse>
				<verse number="23">ເຮົາ​ໄດ້ສາບານ​ໂດຍເຮົາເອງ​ດ້ວຍ​ຄວາມ​ຊອບທຳ ຖ້ອຍຄຳ​ໄດ້​ອອກ​ໄປ​ຈາກ​ປາກ​ຂອງເຮົາ​ຈະ​ບໍ່​ປ່ຽນແປງ​ຈັກເທື່ອ​ວ່າ, ‘ທຸກ​ຫົວເຂົ່າ​ຈະຕ້ອງ​ຄຸລົງ​ຕໍ່ໜ້າ​ເຮົາ ລີ້ນ​ທຸກ​ລີ້ນ​ຈະ​ສາບານ​ຕໍ່​ເຮົາ.’</verse>
				<verse number="24">ພວກເຂົາ​ຈະ​ກ່າວ​ຕໍ່​ເຮົາ​ວ່າ, ‘ໂດຍ​ພຣະເຈົ້າຢາເວ​ແຕ່​ອົງດຽວ ພົບ​ຄວາມຊອບທຳ​ແລະ​ກຳລັງ,’ ແຕ່​ທຸກຄົນ​ທີ່​ຄຽດແຄ້ນ​ຕໍ່ສູ້​ເຮົາ ກໍ​ຈະ​ມາ​ຫາ​ເຮົາ ແລະ​ຈະ​ຖືກ​ອັບອາຍ​ຂາຍໜ້າ.</verse>
				<verse number="25">ເຊື້ອສາຍ​ອິດສະຣາເອນ​ທັງໝົດ​ຈະ​ຕັ້ງ​ຢູ່​ໃນ​ຄວາມມີໄຊ ແລະ​ຈະ​ຍ້ອງຍໍ​ສັນລະເສີນ​ໃນ​ພຣະເຈົ້າຢາເວ.”</verse>
			</chapter>
			<chapter number="46">
				<verse number="1">“ນີ້​ຄື​ຈຸດຈົບ​ຂອງ​ບັນດາ​ພະ​ທີ່​ນະຄອນ​ບາບີໂລນ ພະ​ເບັນ​ແລະ​ເນໂບ ທີ່​ຄັ້ງ​ໜຶ່ງ ຊາວ​ນະຄອນ​ໄດ້​ຂາບໄຫວ້ ແຕ່​ບັດນີ້ ພະ​ເຫຼົ່ານັ້ນ​ຖືກ​ບັນທຸກ​ໃສ່​ຫລັງ​ລໍ ເປັນ​ພາລະໜັກ​ໃຫ້​ສັດ​ທີ່​ກຳລັງ​ອິດເມື່ອຍ.</verse>
				<verse number="2">ຮູບເຄົາຣົບ​ເຫຼົ່ານັ້ນ​ຊ່ວຍ​ມັນເອງ​ບໍ່ໄດ້​ເລີຍ ຊາວ​ນະຄອນ​ໄດ້​ຮິບໂຮມ ແລະ​ເອົາ​ໜີໄປ​ໄວ້​ທີ່​ອື່ນ. ນີ້ແຫລະ ແມ່ນ​ຈຸດ​ອະວະສານ​ຂອງ​ພວກມັນ ຄື​ຂອງ​ບັນດາ​ພະ​ທີ່​ນະຄອນ​ບາບີໂລນ​ນັ້ນ.</verse>
				<verse number="3">ຈົ່ງ​ຟັງ​ເຮົາ​ເທີ້ນ ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ຄື​ປະຊາຊົນ​ທັງໝົດ​ຂອງເຮົາ​ທີ່​ຍັງ​ມີ​ຊີວິດ​ຢູ່​ນັ້ນ. ເຮົາ​ໄດ້​ເບິ່ງແຍງ​ພວກເຈົ້າ​ແຕ່​ໃດໆ​ມາ ຄື​ຕອນ​ທີ່​ພວກເຈົ້າ​ເກີດ​ມາ​ແຕ່​ທ້ອງ​ແມ່.</verse>
				<verse number="4">ເຮົາ​ເປັນ​ພຣະເຈົ້າ​ຈະ​ດູແລ​ພວກເຈົ້າ​ເອງ ຈົນກວ່າ​ເຖົ້າແກ່​ຊະຣາ​ຜົມ​ເປັນ​ສີເຖົ່າ. ເຮົາ​ໄດ້​ສ້າງ​ພວກເຈົ້າ​ແລະ​ຈະ​ເປັນ​ຜູ້​ດູແລ ເຮົາ​ຈະ​ຊ່ວຍຊູ​ແລະ​ຊ່ວຍກູ້​ເອົາ​ພວກເຈົ້າ.”</verse>
				<verse number="5">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ພວກເຈົ້າ​ຈະ​ປຽບທຽບ​ເຮົາ​ໃສ່​ຜູ້ໃດ? ຫລື​ມີ​ຜູ້ໃດ​ບໍ​ທີ່​ຄ້າຍຄື​ກັນ​ກັບ​ເຮົາ​ນີ້?</verse>
				<verse number="6">ປະຊາຊົນ​ໄຂ​ກະເປົາ ແລະ​ຖອກ​ຄຳ​ອອກ​ມາ ຊັ່ງ​ເບິ່ງ​ນໍ້າໜັກ​ເງິນ​ໃສ່​ຊິງ​ທີ່​ພວກເຂົາ​ມີ​ນັ້ນ. ພວກເຂົາ​ຈ້າງ​ຊ່າງ​ຫລອມ​ຄຳ​ໃຫ້​ເຮັດ​ເປັນ​ຮູບພະ ແລ້ວ​ກໍ​ຂາບໄຫວ້​ຮູບພະ​ທີ່​ໄດ້​ສ້າງ​ຂຶ້ນ​ມາ.</verse>
				<verse number="7">ພວກເຂົາ​ຍົກ​ມັນ​ຂຶ້ນ​ໃສ່​ບ່າ ແລະ​ພາກັນ​ຫາມ​ໄປ ວາງ​ຮູບພະ​ລົງ​ຢູ່​ທີ່ໃດ ມັນ​ກໍ​ຢືນ​ຢູ່​ທີ່ນັ້ນ ມັນ​ເໜັງຕີງ​ຍ້າຍ​ໄປມາ​ບ່ອນໃດ​ບໍ່ໄດ້​ເລີຍ ຖ້າ​ຜູ້ໃດ​ຜູ້ໜຶ່ງ​ພາວັນນາ​ອະທິຖານ​ມັນ​ກໍ​ຕອບ​ຫຍັງ​ບໍ່ໄດ້ ຫລື​ບໍ່​ສາມາດ​ຊ່ວຍ​ຄົນໃດ​ຄົນໜຶ່ງ​ໄດ້​ເລີຍ ໃຫ້​ພົ້ນ​ຈາກ​ໄພພິບັດ​ທີ່​ມາ​ປະເຊີນ​ນັ້ນ.</verse>
				<verse number="8">ຄົນບາບ​ທັງຫລາຍ​ເອີຍ ຈົ່ງ​ຈົດຈຳ​ສິ່ງນີ້ ຈົ່ງ​ພິຈາລະນາ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ມາ​ນັ້ນ.</verse>
				<verse number="9">ຈົ່ງ​ຈົດຈຳ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ແຕ່​ດົນນານ ຈົ່ງ​ຮັບຮູ້​ວ່າ​ເຮົາ​ແຕ່​ຜູ້ດຽວ​ທີ່​ເປັນ​ພຣະເຈົ້າ ແລະ​ຮັບຮູ້​ວ່າ​ນອກຈາກ​ເຮົາ​ແລ້ວ​ບໍ່ມີ​ຜູ້ໃດ ເພາະ​ແມ່ນ​ເຮົາ​ແຕ່​ຜູ້ດຽວ​ທີ່​ເປັນ​ພຣະເຈົ້າ.</verse>
				<verse number="10">ຕັ້ງແຕ່ຕົ້ນ​ເຮົາ​ກ່າວ​ໄວ້​ກ່ອນ​ເຖິງ​ສິ່ງ​ທີ່​ຈະ​ມີ​ມາ ເຮົາ​ໄດ້​ບອກ​ໄວ້​ແຕ່​ດົນນານ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ. ເຮົາ​ບອກ​ວ່າ, ແຜນການ​ຂອງເຮົາ​ບໍ່ເຄີຍ​ຫລົ້ມເຫລວ ເຮົາ​ເຮັດ​ທຸກໆສິ່ງ​ຕາມ​ທີ່​ເຮົາ​ຢາກ​ເຮັດ.</verse>
				<verse number="11">ແຕ່​ທິດ​ຕາເວັນອອກ ເຮົາ​ກຳລັງ​ເອີ້ນ​ເອົາ​ຄົນ​ໜຶ່ງ​ມາ ລາວ​ຈະ​ຊັດ​ຫົວ​ລົງ​ດັ່ງ​ໂຕ​ແຫລວ​ບິນ​ເຈີດ ລາວ​ຈະ​ເຮັດ​ສຳເລັດ​ຕາມ​ທີ່​ເຮົາ​ໄດ້​ວາງແຜນ ເຮົາ​ກ່າວ​ໄວ້​ຢ່າງໃດ​ກໍ​ຈະ​ເກີດຂຶ້ນ​ຢ່າງນັ້ນ.</verse>
				<verse number="12">ຈົ່ງ​ຟັງ ພວກເຈົ້າ​ປະຊາຊົນ​ທີ່​ດື້ດ້ານ​ເອີຍ ຜູ້ໃດ​ຄິດວ່າ​ຄວາມມີໄຊ​ມັນ​ຢູ່​ໄກ​ເກີນ​ຢື້.</verse>
				<verse number="13">ເຮົາ​ພວມ​ນຳ​ມື້​ໄຊຊະນະ​ເຂົ້າ​ມາ​ໃກ້​ທຸກ​ທີ ເປັນ​ໄຊຊະນະ​ທີ່​ບໍ່​ຢູ່​ໄກ​ແຕ່​ຢ່າງໃດ​ຈັກດີ້. ຄວາມມີໄຊ​ຂອງເຮົາ​ຈະ​ບໍ່​ຖືກ​ເຮັດ​ໃຫ້​ຊັກຊ້າ​ໄປ ເຢຣູຊາເລັມ​ແລະ​ອິດສະຣາເອນ ຈະ​ມີ​ຜູ້​ຊ່ວຍ​ທັງ​ໄດ້​ຮັບ​ກຽດ.”</verse>
			</chapter>
			<chapter number="47">
				<verse number="1">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ລົງ​ຈາກ​ບັນລັງ​ເຖີດ ນະຄອນ​ບາບີໂລນ​ເອີຍ ແລະ​ນັ່ງ​ເທິງ​ພື້ນ​ຕາມ​ຂີ້ຝຸ່ນ​ດິນ​ສາ​ເຖີດ ຄັ້ງໜຶ່ງ ເຈົ້າ​ເປັນ​ດັ່ງ​ສາວ​ປອດ​ຜູ້ໜຶ່ງ​ໃດ ເປັນ​ນະຄອນ​ໜຶ່ງ​ທີ່​ບໍ່ມີ​ຜູ້ໃດ​ກ້າ​ໂຈມຕີ​ເອົາ​ໄດ້ ແຕ່​ເຈົ້າ​ຈະ​ບໍ່​ອ່ອນໂຍນ​ແລະ​ໜ້າ​ຈັບໃຈ​ຕໍ່ໄປ ບັດນີ້ ເຈົ້າ​ໄດ້​ຕົກ​ເປັນ​ທາດຮັບໃຊ້​ສາ​ແລ້ວ</verse>
				<verse number="2">ຈົ່ງ​ສີ​ເຂົ້າ​ເປືອກ​ເຖີດ ຈົ່ງ​ໂມ້ແປ້ງ​ສາ ຈົ່ງ​ເອົາ​ຜ້າປົກ​ໂສມໜ້າ​ເຈົ້າ​ອອກ​ສາ​ເຖີດ ຈົ່ງ​ແກ້​ເຄື່ອງ​ງາມ​ລະອຽດ​ຂອງ​ເຈົ້າ​ອອກ​ສາ ຈົ່ງ​ຮື້​ກະໂປ່ງ​ເຈົ້າ​ຂຶ້ນ ແລະ​ຍ່າງ​ຂ້າມ​ຫ້ວຍນໍ້າ</verse>
				<verse number="3">ເພື່ອ​ປະຊາຊົນ​ຈະ​ໄດ້​ເຫັນ​ເຈົ້າ​ເປືອຍກາຍ ພວກເຂົາ​ຈະ​ໄດ້​ເຫັນ​ເຈົ້າ​ຕົກຕໍ່າ​ແລະ​ຂາຍໜ້າ. ເຮົາ​ຈະ​ລົງ​ມື​ແກ້ແຄ້ນ​ໃຫ້​ແກ່​ເຮົາເອງ ແລະ​ຈະ​ບໍ່ມີ​ຜູ້ໃດ​ຂັດຂືນ​ທັງ​ຢັບຢັ້ງ​ເຮົາ​ໄດ້.”</verse>
				<verse number="4">ພຣະຜູ້ໄຖ່​ຂອງ​ພວກເຮົາ​ມີ​ນາມຊື່​ວ່າ​ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ.</verse>
				<verse number="5">ອົງພຣະ​ຜູ້​ເປັນເຈົ້າ​ລັ່ນປາກ​ກ່າວ​ຕໍ່​ນະຄອນ​ບາບີໂລນ​ວ່າ, “ຈົ່ງ​ນັ່ງ​ໃນ​ທີ່​ງຽບ​ສະຫງົບ ແລະ​ໃນ​ທີ່​ມືດ​ສາ​ເຖີດ ເພາະ​ເຈົ້າ​ໄດ້​ສູນເສຍ​ຕໍ່າແໜ່ງ​ຂອງເຈົ້າ​ໄປ ຄື​ຕໍ່າແໜ່ງ​ແຫ່ງ​ຣາຊີນີ​ຂອງ​ບັນດາ​ຊົນຊາດ</verse>
				<verse number="6">ເຮົາ​ໄດ້​ໂກດຮ້າຍ​ໃຫ້​ປະຊາຊົນ​ຂອງເຮົາ ເຮົາ​ໄດ້​ເຮັດ​ຕໍ່​ພວກເຂົາ​ດັ່ງ​ບໍ່ໄດ້​ເປັນ​ຂອງເຮົາ​ອີກ: ເຮົາ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ອຳນາດ​ຂອງເຈົ້າ​ໝົດ ເຈົ້າ​ບໍ່ໄດ້​ເມດຕາປານີ​ພວກເຂົາ​ເລີຍ.</verse>
				<verse number="7">ເຈົ້າ​ຄິດວ່າ​ເຈົ້າ​ຈະ​ໄດ້​ເປັນ​ຣາຊີນີ​ສືບໄປ​ບໍ? ຈຶ່ງ​ບໍ່​ຄິດວ່າ​ເລື່ອງ​ຈະ​ຈົບລົງ​ຢ່າງໃດ​ແທ້? ແມ່ນແຕ່​ຄົນ​ເຖົ້າແກ່​ຊະຣາ​ກໍຕາມ ກໍໄດ້​ເຮັດ​ກັບ​ພວກເຂົາ​ຢ່າງ​ໂຫດຮ້າຍ​ທາລຸນ.</verse>
				<verse number="8">ເຈົ້າ​ຜູ້​ມັກ​ມ່ວນຊື່ນ​ເອີຍ ຈົ່ງ​ຟັງ​ເລື່ອງນີ້​ ເຈົ້າ​ເຄີຍ​ຄິດວ່າ​ຕົນ​ປອດໄພ​ແລະ​ໝັ້ນຄົງ​ແລ້ວ. ເຈົ້າ​ອ້າງຕົນ​ວ່າ​ຍິ່ງໃຫຍ່​ເທົ່າ​ກັບ​ພຣະເຈົ້າ​ບໍ ເວົ້າ​ວ່າ, ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ດຸດດັ່ງ​ຕົນ​ໄດ້. ເຈົ້າ​ຄິດວ່າ​ຈະ​ບໍ່ໄດ້​ເປັນ​ຍິງໝ້າຍ​ຜົວ​ຕາຍ​ປະ​ບໍ ຫລື​ທຸກຮ້ອນ​ໃຈ​ຍ້ອນ​ຕົນ​ສູນເສຍ​ລູກ.</verse>
				<verse number="9">ແຕ່​ພຽງ​ບຶດດຽວ​ເທົ່ານັ້ນ ພຽງແຕ່​ໃນ​ມື້ດຽວ ເຫດການ​ເຫຼົ່ານີ້​ທັງສອງ​ກໍ​ຈະ​ເກີດຂຶ້ນ: ເຖິງ​ວ່າ​ຈະ​ໃຊ້​ເວດມົນ​ຄາຖາ​ທັງໝົດ​ກໍຕາມ ເຈົ້າ​ກໍ​ຈະ​ສູນເສຍ​ຜົວ ແລະ​ລູກ​ຂອງເຈົ້າ.</verse>
				<verse number="10">ເຈົ້າ​ເຊື່ອໝັ້ນ​ໃນ​ຄວາມ​ຊົ່ວຊ້າ​ຂອງເຈົ້າ​ນໍ ເຈົ້າ​ຄິດວ່າ​ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ເບິ່ງ​ເຫັນ​ເຈົ້າ​ໄດ້. ປັນຍາ​ຂອງເຈົ້າ ແລະ​ຄວາມຮູ້​ຂອງ​ເຈົ້າເອງ ໄດ້​ພາ​ໃຫ້​ເຈົ້າ​ເດີນ​ໄປ​ໃນ​ທາງ​ຜິດ​ສາ​ແລ້ວ; ເຈົ້າ​ຈຶ່ງ​ຄິດວ່າ ‘ຂ້ອຍ​ຄື​ພຣະເຈົ້າ​ອົງ​ໜຶ່ງ​ໃດ ແລະ​ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ທີ່​ຄ້າຍຄື​ກັບ​ຂ້ອຍ.’</verse>
				<verse number="11">ໄພພິບັດ​ອັນ​ໃຫຍ່​ນັ້ນ​ມັນ​ຈະ​ມາ​ຖືກ​ເຈົ້າ​ເດີ ບໍ່ມີ​ເວດມົນ​ຄາຖາ​ໃດໆ​ຈະ​ຢັບຢັ້ງ​ມັນ​ໄວ້​ໄດ້. ການ​ຮົກຮ້າງ​ເພພັງ​ຈະ​ມາ​ຖືກ​ເຈົ້າ​ໃນ​ທັນທີ ຄື​ການ​ຮົກຮ້າງ​ເພພັງ​ທີ່​ເຈົ້າ​ບໍ່​ຄາດຝັນ​ມາກ່ອນ</verse>
				<verse number="12">ຈົ່ງ​ສືບຕໍ່​ໃຊ້​ເວດມົນ​ກັບ​ເຄື່ອງແຄ້ວ​ຂອງຄົງ​ສາ ເພາະ​ເຈົ້າ​ໄດ້​ໃຊ້​ມັນ​ມາ​ແຕ່​ສະໄໝ​ຍັງ​ໜຸ່ມ​ພຸ້ນ. ບາງທີ​ມັນ​ອາດ​ຊ່ວຍ​ບາງສິ່ງ​ບາງຢ່າງ​ໄດ້​ກໍ​ມີ ບາງທີ​ໃຊ້​ມັນ​ໃຫ້​ເຫຼົ່າ​ສັດຕູ​ຢ້ານກົວ​ກໍໄດ້.</verse>
				<verse number="13">ສິ້ນ​ອຳນາດ​ແລ້ວ​ເຖິງ​ວ່າ​ໄດ້​ຮັບ​ຄຳແນະນຳ​ກໍດີ ຈົ່ງ​ໃຫ້​ພວກ​ໝໍໂຫນ​ໝໍທວາຍ​ອອກ​ມາ ແລະ​ຊ່ວຍ​ເອົາ​ເຈົ້າ​ໄວ້ ຄື​ບັນດາ​ຄົນ​ທີ່​ສຶກສາ​ເບິ່ງ​ດວງດາວ​ທັງຫລາຍ ທັງ​ເຮັດ​ແຜນທີ່​ຂອງ​ຟ້າ​ສະຫວັນ​ອອກ​ມາ​ເປັນ​ຊັ້ນໆ ແລະ​ບອກ​ເຈົ້າ​ເດືອນ​ແລ້ວ​ເດືອນ​ເຫຼົ່າ​ອີກ​ວ່າ ມີ​ເຫດການ​ຫຍັງ​ແດ່​ຈະ​ເກີດຂຶ້ນ​ກັບ​ເຈົ້າ​ນໍ.</verse>
				<verse number="14">ພວກເຂົາ​ຈະ​ເປັນ​ດັ່ງ​ເຟືອງ​ທ່ອນ​ນ້ອຍໆ​ທັງຫລາຍ ແລະ​ໄຟ​ກໍ​ຈະ​ໄໝ້​ໃຫ້​ວອດວາຍ​ໄປ​ໝົດສິ້ນ ພວກເຂົາ​ຈະ​ຊ່ວຍ​ແມ່ນແຕ່​ພວກເຂົາ​ເອງ​ບໍ່ໄດ້​ເລີຍ ໄຟ​ຈະ​ລຸກ​ແຮງ​ສຳລັບ​ພວກເຂົາ ບໍ່ແມ່ນ​ໄຟ​ໃຫ້​ອົບອຸ່ນ.</verse>
				<verse number="15">ນີ້ແຫລະ ແມ່ນ​ສິ່ງ​ດີ​ທີ່​ພວກເຂົາ​ຈະ​ເຮັດ​ຕໍ່​ເຈົ້າ​ຄື ບັນດາ​ໝໍໂຫນ​ໝໍທວາຍ​ທີ່​ເຈົ້າ​ຂໍ​ຄຳ​ປຶກສາ​ມາ​ຕະຫລອດ ພວກເຂົາ​ຈະ​ປະຖິ້ມ​ເຈົ້າ ແລະ​ໜີໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຫຼືອ​ຢູ່​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ.”</verse>
			</chapter>
			<chapter number="48">
				<verse number="1">ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເລື່ອງນີ້ ພວກ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ເຜົ່າຢູດາ​ນັ້ນ: ພວກເຈົ້າ​ໄດ້​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ ແລະ​ອ້າງ​ວ່າ​ຕົນ​ນະມັດສະການ​ພຣະເຈົ້າ ຄື​ຍ້ອງຍໍ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແຕ່​ບໍ່ໄດ້​ຕັ້ງໃຈ​ເວົ້າ​ແມ່ນແຕ່​ຄຳດຽວ​ຢ່າງນັ້ນ.</verse>
				<verse number="2">ແຕ່​ເຖິງ​ປານນັ້ນ ພວກເຈົ້າ​ກໍ​ຍັງ​ພູມໃຈ​ໃນ​ຕົວເອງ ວ່າ​ເປັນ​ໄພ່ພົນ​ແຫ່ງ​ນະຄອນ​ບໍຣິສຸດ​ຂອງ​ພຣະເຈົ້າ ວ່າ​ຕົນ​ສຸດຂາດ​ນຳ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຄື​ພຣະນາມ​ຂອງ​ພຣະອົງ.</verse>
				<verse number="3">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ຊາດ​ອິດສະຣາເອນ​ວ່າ, “ດົນ​ແລ້ວ​ເດ ທີ່​ເຮົາ​ໄດ້​ກ່າວ​ລ່ວງໜ້າ​ໄວ້ ຄື​ບອກ​ໄວ້​ກ່ອນ​ເຖິງ​ເຫດການ​ທີ່​ຈະ​ເກີດ​ມາ ແລ້ວ​ທັນໃດນັ້ນ​ເອງ ເຮົາ​ກໍ​ໃຫ້​ເກີດຂຶ້ນ​ແທ້.</verse>
				<verse number="4">ເຮົາ​ຮູ້​ວ່າ​ພວກເຈົ້າ​ຕ້ອງ​ກາຍເປັນ​ຄົນ​ດື້ດຶງ ແຂງ​ຄື​ເຫຼັກ ບໍ່​ຍອມ​ອ່ອນຂໍ້​ດັ່ງ​ທອງສຳຣິດ.</verse>
				<verse number="5">ເຮົາ​ຈຶ່ງ​ກ່າວ​ເຖິງ​ອະນາຄົດ​ພວກເຈົ້າ​ໄວ້​ແຕ່​ດົນ ໂດຍ​ປະກາດ​ເຖິງ​ເຫດການ​ກ່ອນ​ຈະ​ເກີດຂຶ້ນ. ເພື່ອ​ບໍ່​ໃຫ້​ພວກເຈົ້າ​ອວດອ້າງ​ໄດ້​ເລີຍ​ວ່າ​ແມ່ນ ຮູບເຄົາຣົບ​ແລະ​ຮູບພະ​ຂອງ​ພວກເຈົ້າ​ໃຫ້​ເກີດຂຶ້ນ.</verse>
				<verse number="6">ທຸກສິ່ງ​ທີ່​ເຮົາ​ບອກ​ໄວ້ ບັດນີ້​ກໍໄດ້​ເກີດຂຶ້ນ​ມາ ພວກເຈົ້າ​ຕ້ອງ​ຮັບ​ສິ່ງ​ທີ່​ເຮົາ​ກ່າວ​ໄວ້​ວ່າ​ຖືກຕ້ອງ. ບັດນີ້ ເຮົາ​ຈະ​ບອກ​ເຖິງ​ສິ່ງ​ໃໝ່ໆ​ທີ່​ຈະ​ເກີດ​ມາ ຄື​ເຫດການ​ທີ່​ເຮົາ​ບໍ່ເຄີຍ​ເປີດເຜີຍ​ມາ​ກ່ອນ.</verse>
				<verse number="7">ເຮົາ​ກຳລັງ​ໃຫ້​ເກີດຂຶ້ນ​ໃນ​ປັດຈຸບັນ​ນີ້​ເອງ ບໍ່ມີ​ເຫດການ​ຄື​ນີ້​ເລີຍ ທີ່​ໄດ້​ເກີດຂຶ້ນ​ໃນ​ອະດີດ. ຖ້າ​ໄດ້​ມີ​ເຊັ່ນນັ້ນ ພວກເຈົ້າ​ຈະ​ຖື​ເປັນ​ຂໍ້​ອ້າງອີງ ວ່າ​ພວກເຈົ້າ​ເອງ​ຮູ້​ເຫັນ​ເຫດການ​ນັ້ນ​ແລ້ວ.</verse>
				<verse number="8">ເຮົາ​ຮູ້ວ່າ​ພວກເຈົ້າ​ບໍ່​ເປັນ​ທີ່​ໄວ້ວາງໃຈ​ໄດ້​ເລີຍ ເປັນ​ຄົນ​ກະບົດ​ຕະຫລອດ​ມາ​ເລື້ອຍໆ. ສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່ໄດ້ຍິນ​ສິ່ງ​ເຫຼົ່ານີ້​ເລີຍ ເປັນຫຍັງ​ຖ້ອຍຄຳ​ຈຶ່ງ​ບໍ່​ຊອດ​ຫູ​ພວກເຈົ້າ.</verse>
				<verse number="9">ເພື່ອ​ປະຊາຊົນ​ຈະ​ໄດ້​ສັນລະເສີນ​ນາມ​ຂອງເຮົາ ເຮົາ​ຈະ​ຢັບຢັ້ງ​ຄວາມ​ໂກດຮ້າຍ​ຂອງເຮົາ​ໄວ້; ເຮົາ​ອົດກັ້ນ​ທັງ​ຜ່ອນຜັນ​ຄວາມ​ໂກດຮ້າຍ​ທີ່​ເຮົາ​ມີ ເພື່ອ​ວ່າ​ເຮົາ​ຈະ​ບໍ່ໄດ້​ທຳລາຍ​ພວກເຈົ້າ.</verse>
				<verse number="10">ເຮົາ​ທົດສອບ​ພວກເຈົ້າ​ໃຫ້​ທົນທຸກ​ໃນ​ແປວໄຟ ດັ່ງ​ຊຸບ​ເງິນ​ໃຫ້​ບໍຣິສຸດ​ໃນ​ເຕົາຫລອມ​ຮ້ອນ.</verse>
				<verse number="11">ສິ່ງ​ທີ່​ເຮົາ​ເຮັດ​ແມ່ນ​ເພື່ອ​ເຫັນ​ແກ່​ເຮົາເອງ ເຮົາ​ຈະ​ບໍ່​ຍອມ​ໃຫ້​ນາມ​ຂອງເຮົາ​ຖືກ​ລົດກຽດ ຫລື​ຍອມ​ໃຫ້​ພະອື່ນ​ໄດ້​ຮ່ວມ​ຮັບ​ສະຫງ່າຣາສີ ທີ່​ເປັນ​ຂອງເຮົາ ຂອງເຮົາ​ແຕ່​ຜູ້ດຽວ​ເທົ່ານັ້ນ.”</verse>
				<verse number="12">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ຟັງ​ເທີ້ນ ຊາດ​ອິດສະຣາເອນ ພວກ​ທີ່​ເຮົາ​ໄດ້​ເອີ້ນ ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ແມ່ນ​ພຣະເຈົ້າ​ແຕ່​ອົງດຽວ​ເທົ່ານັ້ນ</verse>
				<verse number="13">ມື​ເຮົາ​ທີ່​ໄດ້​ສ້າງ​ຮາກຖານ​ແຜ່ນດິນ​ໂລກ ແລະ​ທັງ​ໄດ້​ກາງ​ຟ້າ​ສະຫວັນ​ອອກ​ດ້ວຍ. ເມື່ອ​ເຮົາ​ເອີ້ນ​ພວກມັນ​ມາ​ຫາ, ພວກມັນ​ກໍ​ມາ​ສະເໜີ​ຕົວ​ໃນ​ທັນທີ​ທັນໃດ​ໂລດ.”</verse>
				<verse number="14">“ເຈົ້າ​ທັງໝົດ ຈົ່ງ​ມາ​ເຕົ້າໂຮມ​ກັນ​ແລະ​ຟັງ ບໍ່ມີ​ພະ​ໃດ​ໃນ​ທ່າມກາງ​ບັນດາ​ພະ​ເຫຼົ່ານັ້ນ​ໄດ້​ປະກາດ​ສິ່ງ​ເຫຼົ່ານີ້ ວ່າ​ພຣະເຈົ້າຢາເວ​ຊົງ​ຮັກ​ທ່ານ ພຣະອົງ​ຈະ​ໂຈມຕີ​ນະຄອນ​ບາບີໂລນ ຈະ​ເຮັດ​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ເຮັດ​ທຸກຢ່າງ.</verse>
				<verse number="15">ເຮົາ​ແມ່ນ​ຜູ້​ທີ່​ໄດ້​ກ່າວ​ແລະ​ເອີ້ນ​ເອົາ​ລາວ ເຮົາ​ໄດ້​ນຳ​ລາວ​ໄປ ແລະ​ໃຫ້​ເຮັດ​ສຳເລັດ.</verse>
				<verse number="16">ບັດນີ້ ຈົ່ງ​ຫຍັບ​ເຂົ້າ​ມາ​ໃກ້ ແລະ​ຕັ້ງໃຈ​ຟັງ ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ຢ່າງ​ເປີດເຜີຍ​ຕັ້ງແຕ່​ຕົ້ນ ແລະ​ເຮັດ​ໃຫ້​ຄຳເວົ້າ​ຕ່າງໆ​ຂອງເຮົາ ກາຍເປັນ​ຄວາມຈິງ​ມາ​ຕະຫລອດ.” (ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ໃຫ້​ອຳນາດ​ຂອງ​ພຣະອົງ​ແກ່​ຂ້ານ້ອຍ ແລະ​ໄດ້​ສົ່ງ​ຂ້ານ້ອຍ​ໄປ.)</verse>
				<verse number="17">ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະເຈົ້າຢາເວ​ອົງ​ພຣະ​ຜູ້ໄຖ່​ຂອງ​ເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ເດີ ຢາກ​ສັ່ງສອນ​ຄວາມດີ​ແລະ​ຊີ້​ທາງເດີນ​ໃຫ້​ເຈົ້າ.”</verse>
				<verse number="18">“ຖ້າ​ເຈົ້າ​ໄດ້​ເຮັດ​ແຕ່​ຕາມ​ຄຳສັ່ງ​ຂອງເຮົາ ແລ້ວ​ພອນ​ກໍ​ຈະ​ຫລັ່ງໄຫລ​ດັ່ງ​ສາຍ​ນໍ້າ​ບໍ່​ບົກແຫ້ງ. ແລ້ວ​ໄຊຊະນະ​ກໍ​ຈະ​ເປັນ​ຂອງ​ເຈົ້າ​ໃນທັນທີ ດັ່ງ​ຄື້ນ​ທະເລ​ທີ່​ຖືກ​ລົມ​ພັດ​ມາ​ເທິງ​ຊາຍຫາດ.</verse>
				<verse number="19">ເຊື້ອສາຍ​ເຈົ້າ​ກໍ​ຈະ​ຫລວງຫລາຍ​ດັ່ງ​ເມັດຊາຍ ເຮົາ​ຈະ​ຮັກສາ​ພວກເຂົາ​ບໍ່​ໃຫ້​ຖືກ​ທຳລາຍ​ຈັກເທື່ອ.”</verse>
				<verse number="20">ຈົ່ງ​ອອກ​ໄປ​ຢ່າງ​ອິດສະຫລະ​ຈາກ​ນະຄອນ​ບາບີໂລນ ຈົ່ງ​ປະກາດ​ຂ່າວ​ດີ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ. ຈົ່ງ​ບອກ​ທຸກໆ​ບ່ອນ​ໃຫ້​ຮູ້​ແລະ​ໄດ້ຍິນ​ວ່າ, “ພຣະເຈົ້າຢາເວ​ໄດ້​ໄຖ່​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ.”</verse>
				<verse number="21">ເມື່ອ​ພຣະອົງ​ໄດ້ນຳ​ປະຊາຊົນ​ຂອງ​ພຣະອົງ ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ອົບເອົ້າ ພວກເຂົາ​ກໍ​ບໍ່ໄດ້​ທົນທຸກ​ເນື່ອງ​ຈາກ​ຂາດ​ນໍ້າ​ກິນ ພຣະອົງ​ໃຫ້​ນໍ້າ​ອອກ​ຈາກ​ໂງ່ນຫີນ​ເພື່ອ​ໄດ້​ດື່ມ. ພຣະອົງ​ໄດ້​ເຮັດ​ໃຫ້​ໂງ່ນຫີນ​ຍະ​ອອກ​ຈາກ​ກັນ ແລະ​ນໍ້າ​ກໍ​ຫລັ່ງໄຫລ​ອອກ​ມາ​ຢ່າງ​ເຫລືອລົ້ນ.</verse>
				<verse number="22">ພຣະເຈົ້າຢາເວ​ກ່າວ​ວ່າ, “ຄວາມ​ປອດໄພ ຈະ​ບໍ່ມີ​ສຳລັບ​ພວກ​ຄົນຊົ່ວຮ້າຍ.”</verse>
			</chapter>
			<chapter number="49">
				<verse number="1">ບັນດາ​ຊົນຊາດ​ທີ່​ຢູ່​ຫ່າງໄກ​ເອີຍ ຈົ່ງ​ຟັງ​ເຮົາ​ເທີ້ນ ປະຊາຊົນ​ໃນ​ດິນແດນ​ຫ່າງໄກ​ອອກ​ໄປ​ພຸ້ນ ພຣະເຈົ້າຢາເວ​ເລືອກ​ຂ້ອຍ​ໄວ້​ກ່ອນ​ມື້​ເກີດ​ມາ ແລະ​ໄດ້​ຕັ້ງ​ຊື່​ໃຫ້​ຕັ້ງແຕ່​ຢູ່​ໃນ​ທ້ອງ​ແມ່.</verse>
				<verse number="2">ພຣະອົງ​ໃຫ້​ຖ້ອຍຄຳ​ຂອງຂ້ອຍ​ເປັນ​ຄື​ດາບ​ຄົມໆ ແລະ​ປົກປັກ​ຮັກສາ​ໄວ້​ດ້ວຍ​ມື​ຂອງ​ພຣະເຈົ້າ. ພຣະອົງ​ໄດ້​ເຮັດ​ໃຫ້​ຂ້ອຍ​ເປັນ​ດັ່ງ​ລູກ​ໜ້າທະນູ ທັງ​ແຫລມ​ຄົມ​ພ້ອມ​ທີ່​ຈະ​ໃຊ້​ການ​ໄດ້​ໂລດ.</verse>
				<verse number="3">ພຣະອົງ​ໄດ້​ກ່າວ​ແກ່​ຂ້ອຍ​ວ່າ, “ຊາດ​ອິດສະຣາເອນ​ຄື​ຜູ້ຮັບໃຊ້​ຂອງເຮົາ ເພາະ​ເຈົ້າ​ນີ້ແຫລະ ປະຊາຊົນ​ທັງຫລາຍ ຈຶ່ງ​ຈະ​ຍ້ອງຍໍ​ສັນລະເສີນ​ເຮົາ​ໄດ້.”</verse>
				<verse number="4">ຂ້ານ້ອຍ​ກ່າວ​ວ່າ, “ຂ້ານ້ອຍ​ເຮັດ​ວຽກ ແຕ່​ກໍ​ບໍ່ມີ​ປະໂຫຍດ ຂ້ານ້ອຍ​ໃຊ້​ກຳລັງ ແຕ່​ກໍ​ບໍ່​ສຳເລັດ​ຫຍັງ​ຈັກຢ່າງ. ແຕ່​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ປ້ອງກັນ​ສິດ ພຣະອົງ​ຈະ​ໃຫ້​ບຳເໜັດ​ໃນ​ສິ່ງ​ທີ່​ຂ້ານ້ອຍ​ກະທຳ​ນັ້ນ.</verse>
				<verse number="5">ພຣະເຈົ້າຢາເວ​ແຕ່ງຕັ້ງ​ຂ້ານ້ອຍ​ກ່ອນ​ມື້​ເກີດ​ມາ ແລະ​ໄດ້​ເຮັດ​ໃຫ້​ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ ຄື​ອິດສະຣາເອນ​ທີ່​ແຕກ​ກະຈັດ​ກະຈາຍ ຄືນ​ມາ​ຫາ​ພຣະເຈົ້າ. ພຣະເຈົ້າຢາເວ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ກຽດສັກສີ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເປັນ​ບໍ່​ແຫ່ງ​ກຳລັງ​ຂອງ​ຂ້ານ້ອຍ.”</verse>
				<verse number="6">ພຣະອົງ​ກ່າວ​ວ່າ, “ເຮົາ​ມີ​ພາລະກິດ ທີ່​ຍິ່ງໃຫຍ່​ໃຫ້​ເຈົ້າ​ຜູ້ຮັບໃຊ້​ຂອງເຮົາ​ເຮັດ. ບໍ່ແມ່ນ​ພຽງແຕ່​ໃຫ້​ນຳ​ຄວາມ​ຍິ່ງໃຫຍ່ ຂອງ​ຊົນຊາດ​ອິດສະຣາເອນ​ທີ່​ລອດຕາຍ​ຄືນ​ມາ, ແຕ່​ຈະ​ໃຫ້​ເຈົ້າ​ເປັນ​ແສງ​ສະຫວ່າງ​ແກ່​ບັນດາ​ປະຊາຊາດ​ທັງຫລາຍ ເພື່ອ​ວ່າ​ເຈົ້າ​ຈະ​ນຳ​ຄວາມ​ລອດພົ້ນ​ຂອງເຮົາ​ໄປ​ເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”</verse>
				<verse number="7">ພຣະເຈົ້າຢາເວ​ອົງ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະ​ຜູ້ໄຖ່​ກ່າວ​ແກ່​ຜູ້​ທີ່​ຖືກ​ດູໝິ່ນ​ໜັກ ຄື​ຜູ້​ທີ່​ບັນດາ​ນາໆ​ຊາດ​ພາກັນ​ກຽດຊັງ ທັງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກ​ນັກປົກຄອງ​ວ່າ, “ກະສັດ​ຈະ​ເຫັນ​ເຈົ້າ​ຖືກ​ປ່ອຍຕົວ​ໄປ ພວກເຂົາ​ຈະ​ລຸກຂຶ້ນ​ຢືນ​ສະແດງ​ຄວາມ​ເຄົາຣົບ​ຕໍ່​ເຈົ້າ; ພວກ​ເຈົ້າຊາຍ​ກໍ​ຈະ​ໄດ້​ເຫັນ​ເຫດການ​ນີ້​ຄືກັນ ແລະ​ພວກເຂົາ​ຈະ​ກົ້ມ​ລົງ​ໃຫ້ກຽດ​ແກ່​ເຈົ້າ.” ສິ່ງນີ້​ຈະ​ເກີດຂຶ້ນ​ເພາະ​ພຣະເຈົ້າຢາເວ​ກະທຳການ ພຣະອົງ​ໄດ້​ເລືອກ​ເຈົ້າ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ; ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເປັນ​ອົງ​ບໍຣິສຸດ ຊົງ​ຮັກສາ​ຄຳສັນຍາ​ທີ່​ພຣະອົງ​ໄດ້​ກະທຳ​ໄວ້.</verse>
				<verse number="8">ພຣະເຈົ້າຢາເວ​ກ່າວ​ຕໍ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເມື່ອ​ເຖິງ​ເວລາ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ ເຮົາ​ຈະ​ເຫັນໃຈ​ເຈົ້າ ແລະ​ຕອບ​ຄຳຮ້ອງຂໍ ຈະ​ເຝົ້າ​ເບິ່ງແຍງ​ຮັກສາ ແລະ​ປົກປ້ອງ​ເຈົ້າ​ໄວ້ ໂດຍ​ທາງ​ເຈົ້າ ເຮົາ​ຈະ​ຕັ້ງ​ພັນທະສັນຍາ ກັບ​ຊົນຊາດ​ທັງຫລາຍ​ທີ່​ຢູ່​ໃນ​ໂລກນີ້. ເຮົາ​ຈະ​ນຳ​ເຈົ້າ​ໃຫ້​ຕັ້ງ​ຖິ່ນຖານ​ເທື່ອ​ໃໝ່ ໃນ​ດິນແດນ​ທີ່​ເວລາ​ນີ້​ຮົກຮ້າງ​ຫວ່າງຄົນ.</verse>
				<verse number="9">ເຮົາ​ຈະ​ກ່າວ​ແກ່​ພວກ​ທີ່​ເປັນ​ຊະເລີຍ​ວ່າ, ‘ຈົ່ງ​ພາກັນ​ໄປ​ເປັນ​ອິດສະຫລະ​ເຖີດ’ ແລະ​ກ່າວ​ແກ່​ຜູ້​ທີ່​ຢູ່​ໃນ​ຄວາມມືດ​ວ່າ, ‘ຈົ່ງ​ອອກ​ມາ​ສູ່​ແສງແຈ້ງ​ສາ’ ພວກເຂົາ​ຈະ​ເປັນ​ດັ່ງ​ຝູງແກະ ທີ່​ກິນ​ຫຍ້າ​ຢູ່​ຕາມ​ເນີນພູ​ພຸ້ນ.</verse>
				<verse number="10">ພວກເຂົາ​ຈະ​ບໍ່​ຫິວເຂົ້າ ແລະ​ຢາກ​ນໍ້າ​ອີກ​ຕໍ່ໄປ ຕາເວັນ​ແລະ​ຖິ່ນ​ແຫ້ງແລ້ງ​ກັນດານ​ຈະ​ບໍ່​ທຳຮ້າຍ ດ້ວຍວ່າ, ພວກເຂົາ​ມີ​ຜູ້​ນຳພາ​ທີ່​ຮັກແພງ​ພວກເຂົາ​ຫລາຍ ພຣະອົງ​ຈະ​ນຳພາ​ພວກເຂົາ​ໄປ​ສູ່​ບໍ່​ນໍ້າພຸ.</verse>
				<verse number="11">ເຮົາ​ຈະ​ສ້າງ​ທາງຫລວງ​ຂ້າມ​ພູເຂົາ​ທັງຫລາຍ ຕຽມ​ຫົນທາງ​ເພື່ອ​ປະຊາຊົນ​ຂອງເຮົາ​ທຽວ​ໄດ້.</verse>
				<verse number="12">ພວກເຂົາ​ຈະ​ມາ​ຈາກ​ດິນແດນ​ຫ່າງໄກ ທິດເໜືອ ທິດ​ຕາເວັນຕົກ ອາຊວານ ທິດໃຕ້.”</verse>
				<verse number="13">ໂອ ຟ້າ​ສະຫວັນ​ເອີຍ ຈົ່ງ​ຮ້ອງເພງ​ສັນລະເສີນ! ໂອ ແຜ່ນດິນ​ໂລກ​ເອີຍ ຈົ່ງ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ! ຈົ່ງ​ໃຫ້​ພູເຂົາ​ທຸກໜ່ວຍ​ໂຮຮ້ອງ​ເປັນ​ສຽງ​ເພງ​ດັງໆ ພຣະເຈົ້າຢາເວ​ຈະ​ອອຍໃຈ​ປະຊາຊົນ​ຂອງ​ພຣະອົງ; ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ໄດ້​ທົນທຸກ​ທໍລະມານ ພຣະອົງ​ຈະ​ເມດຕາ​ປະຊາຊົນ​ເຫຼົ່ານັ້ນ.</verse>
				<verse number="14">ແຕ່​ປະຊາຊົນ​ຊາວ​ເຢຣູຊາເລັມ​ນັ້ນ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ປະຖິ້ມ​ແລະ​ລືມໄລ​ພວກເຮົາ.”</verse>
				<verse number="15">ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ໂຕ້ຕອບ​ຄືນ​ໄປ​ວ່າ, “ຍິງ​ຜູ້ໜຶ່ງ​ລືມໄລ​ລູກ​ທີ່​ຕົນ​ຄອດ​ໄດ້​ຫລື​ບໍ່? ເຖິງ​ວ່າ​ແມ່​ຈະ​ລືມໄລ​ລູກ​ຂອງຕົນ​ກໍຕາມ ແຕ່​ເຮົາ​ຈະ​ບໍ່​ລືມໄລ​ພວກເຈົ້າ​ຈັກເທື່ອ.”</verse>
				<verse number="16">ນະຄອນ​ເຢຣູຊາເລັມ ເຮົາ​ລືມໄລ​ເຈົ້າ​ບໍ່ໄດ້​ເລີຍ ເຮົາ​ຂຽນ​ຊື່​ເຈົ້າ​ໃສ່​ຝາມື​ຂອງເຮົາ​ແລ້ວ.</verse>
				<verse number="17">“ຜູ້​ທີ່​ຈະ​ສ້າງ​ເຈົ້າ​ຂຶ້ນ​ໃໝ່​ຈະ​ມາ​ໃນ​ໄວໆ​ນີ້​ເອງ ພວກ​ທີ່​ໄດ້​ກົດຂີ່​ຂົ່ມເຫັງ​ກໍ​ຈະ​ໜີໄປ​ຈາກ​ເຈົ້າ.</verse>
				<verse number="18">ຈົ່ງ​ຫລຽວ​ຮອບໆ ເບິ່ງ​ວ່າ​ມີ​ຫຍັງ​ກຳລັງ​ມີ​ມາ ຄົນ​ຂອງເຈົ້າ​ກຳລັງ​ຮວບຮວມ​ກັນ​ກັບຄືນ​ມາ​ບ້ານ ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ຢ່າງ​ແນ່ນອນ ເຈົ້າ​ຈະ​ພູມໃຈ​ໃນ​ພວກເຂົາ​ດັ່ງ​ເຈົ້າສາວ​ກັບ​ເພັດພອຍ.</verse>
				<verse number="19">ປະເທດ​ຂອງເຈົ້າ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ແຕ່​ບັດນີ້ ຈະ​ແຄບ​ເກີນ​ໄປ​ສຳລັບ​ຜູ້​ທີ່​ກັບ​ມາ​ບ້ານ. ພວກ​ທີ່​ໄດ້​ປະ​ເຈົ້າ​ໄວ້​ໃຫ້​ຮົກຮ້າງ​ເພພັງ ກໍ​ຈະ​ຖືກ​ຍົກຍ້າຍ​ອອກ​ໄປ​ໃຫ້​ຫ່າງໄກ​ຈາກ​ເຈົ້າ.</verse>
				<verse number="20">ຄົນ​ຂອງ​ເຈົ້າ​ທີ່​ເກີດ​ໃນ​ບ່ອນ​ເນລະເທດ​ໄປ ກໍ​ຈະ​ພາກັນ​ເວົ້າ​ກັບ​ເຈົ້າ​ໃນ​ມື້​ໜຶ່ງ​ວ່າ ‘ດິນແດນ​ບ່ອນ​ນີ້​ແຄບ​ຫຼາຍ​ສຳລັບ​ພວກເຮົາ ພວກເຮົາ​ຕ້ອງການ​ບ່ອນ​ຢູ່​ອາໄສ​ໃຫຍ່​ກວ່າ​ນີ້.’</verse>
				<verse number="21">ແລ້ວ​ເຈົ້າ​ກໍ​ຈະ​ເຫັນ​ໂດຍ​ຕົນເອງ​ວ່າ, ‘ຜູ້ໃດ​ເກີດ​ເດັກນ້ອຍ​ເຫຼົ່ານີ້​ໃຫ້​ຂ້ອຍ? ຂ້ອຍ​ໄດ້​ສູນເສຍ​ເດັກນ້ອຍ​ທັງຫລາຍ ແລະ​ກໍ​ບໍ່​ສາມາດ​ມີ​ຕື່ມ​ອີກ. ຂ້ອຍ​ຖືກ​ເນລະເທດ​ແລະ​ຂັບໄລ່​ໃຫ້​ໜີໄປ ແມ່ນ​ຜູ້ໃດ​ນຳ​ເດັກນ້ອຍ​ເຫຼົ່ານີ້​ມາ​ໃຫ້? ຂ້ອຍ​ໄດ້​ຖືກ​ປະປ່ອຍ​ໃຫ້​ຢູ່​ປ່ຽວ​ຕາມ​ລຳພັງ ເດັກນ້ອຍ​ເຫຼົ່ານີ້​ພັດ​ມາ​ແຕ່​ໃສ​ອີກ?”’</verse>
				<verse number="22">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຕໍ່​ປະຊາຊົນ​ຂອງ​ພຣະອົງ​ດັ່ງນີ້, “ເຮົາ​ຈະ​ໃຫ້​ສັນຍານ​ແກ່​ຊົນຊາດ​ທັງຫລາຍ ແລະ​ພວກເຂົາ​ຈະ​ອຸ້ມ​ລູກໆ​ຂອງ​ເຈົ້າ​ກັບ​ມາ​ບ້ານ.</verse>
				<verse number="23">ບັນດາ​ກະສັດ​ຈະ​ເປັນ​ດັ່ງ​ບິດາ​ຂອງເຈົ້າ ບັນດາ​ຣາຊີນີ​ກໍ​ຈະ​ເປັນ​ດັ່ງ​ມານດາ​ຂອງເຈົ້າ. ພວກເຂົາ​ຈະ​ກົ້ມ​ໃຫ້ກຽດ​ເຈົ້າ​ຕໍ່ໜ້າ​ເຈົ້າ ຈະ​ໃຫ້​ຄວາມນັບຖື​ແກ່​ເຈົ້າ​ຢ່າງ​ອ່ອນນ້ອມ. ແລ້ວ​ເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ຜູ້​ທີ່​ລໍຄອຍ​ໃຫ້​ເຮົາ​ຊ່ວຍເຫຼືອ​ຈະ​ບໍ່​ຜິດຫວັງ​ຈັກເທື່ອ.”</verse>
				<verse number="24">ເຈົ້າ​ຢຶດ​ເຄື່ອງ​ທີ່​ທະຫານ​ປຸ້ນ​ມາ​ໜີໄປ​ໄດ້​ບໍ? ຊ່ວຍກູ້​ເອົາ​ຊະເລີຍເສິກ​ຈາກ​ຜູ້​ກົດຂີ່​ໄດ້​ຫລື​ບໍ່?</verse>
				<verse number="25">ພຣະເຈົ້າຢາເວ ໂຕ້ຕອບ​ກ່າວ​ຄືນ​ໄປ​ວ່າ, “ເຫດການ​ດັ່ງ​ທີ່​ໄດ້​ກ່າວ ກຳລັງ​ຈະ​ເກີດຂຶ້ນ. ຊະເລີຍ​ຂອງ​ທະຫານ​ນັ້ນ​ຈະ​ຖືກ​ຈັບ​ເອົາ​ໄປ ເຄື່ອງ​ທີ່​ນັກ​ກົດຂີ່​ໄດ້​ປຸ້ນມາ​ກໍ​ຈະ​ຖືກ​ຢຶດ​ດ້ວຍ. ເຮົາ​ຈະ​ສູ້ຮົບ​ທຸກຄົນ​ທີ່​ຕໍ່ສູ້​ກັບ​ເຈົ້າ ເຮົາ​ຈະ​ຊ່ວຍ​ເອົາ​ລູກຫລານ​ຂອງເຈົ້າ​ໃຫ້ພົ້ນ.</verse>
				<verse number="26">ເຮົາ​ຈະ​ເຮັດ​ໃຫ້​ພວກ​ກົດຂີ່​ເຈົ້າ​ຂ້າ​ກັນ​ເອງ ພວກເຂົາ​ຈະ​ມົວ​ຂ້າຟັນກັນ​ຢ່າງ​ໂມໂຫ​ໃຫຍ່. ແລ້ວ​ທົ່ວໂລກ​ກໍ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ຜູ້​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ແລະ​ພຣະ​ຜູ້ໄຖ່​ຂອງເຈົ້າ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ຈັກ​ວ່າ​ເຮົາ​ແມ່ນ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ.”</verse>
			</chapter>
			<chapter number="50">
				<verse number="1">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ສົ່ງ​ຄົນ​ຂອງເຮົາ​ໜີໄປ​ແທ້​ບໍ? ດັ່ງ​ຊາຍ​ຮ້າງ​ເມຍ​ແລະ​ປະ​ນາງ​ຫລື​ນີ້? ຖ້າດັ່ງນັ້ນ ໜັງສື​ປະຮ້າງ​ນັ້ນ​ຢູ່​ໃສ? ເຮົາ​ໄດ້​ຂາຍ​ເຈົ້າ​ໄປ​ເປັນ​ທາດຮັບໃຊ້​ແທ້​ຫລື​ນີ້? ດັ່ງ​ຄົນ​ຂາຍ​ລູກ​ໄປ​ເປັນ​ທາດຮັບໃຊ້​ຊັ້ນບໍ? ບໍ່ແມ່ນ​ດອກ ທີ່​ຖືກ​ຈັບ​ໄປ​ຍ້ອນ​ການບາບ​ຂອງເຈົ້າ; ການບາບ​ນັ້ນ​ເປັນ​ເຫດ​ໃຫ້​ເຈົ້າ​ຖືກ​ສົ່ງ​ໜີໄປ ທັງນີ້​ກໍ​ຍ້ອນ​ໂທດກຳ​ຂອງເຈົ້າ.</verse>
				<verse number="2">ເປັນຫຍັງ​ປະຊາຊົນ​ຂອງເຮົາ​ຈຶ່ງ​ບໍ່​ຍອມ​ຕອບ​ນໍ ເມື່ອ​ເຮົາ​ມາ​ຊ່ວຍກູ້​ເອົາ​ພວກ​ເຂົາເຈົ້າ. ເມື່ອ​ເຮົາ​ເອີ້ນ​ຫາ ເປັນຫຍັງ​ພວກເຂົາ​ຈຶ່ງ​ບໍ່​ຕອບ​ນໍ? ຫລື​ວ່າ​ເຮົາ​ອ່ອນແອ​ຫຼາຍ​ທີ່​ຈະ​ຊ່ວຍ​ໃຫ້​ພົ້ນ? ເຮົາ​ສັ່ງ​ຄຳດຽວ​ເທົ່ານັ້ນ ນໍ້າ​ໃນ​ທະເລ​ກໍ​ແຫ້ງ​ລົງ ແລະ​ແມ່ນໍ້າ​ນັ້ນ​ກໍ​ກາຍເປັນ​ຖິ່ນ​ແຫ້ງແລ້ງ ແລ້ວ​ຝູງ​ປາ​ໃນ​ແມ່ນໍ້າ​ນັ້ນ​ກໍ​ຈະ​ຕາຍໄປ ຍ້ອນ​ນໍ້າ​ໃນ​ລຳທານ​ບໍ່ມີ​ເສຍ​ແລ້ວ.</verse>
				<verse number="3">ເຮົາ​ໄດ້​ຫົ່ມ​ຟ້າ​ສະຫວັນ ​ໃຫ້​ມືດມົວ​ສະຫລົວໄປ ດັ່ງ​ເປັນການ​ໄວ້ທຸກ​ໃຫ້​ຄົນ​ທີ່​ຕາຍໄປ​ແລ້ວ.”</verse>
				<verse number="4">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ພຣະອົງ​ໄດ້​ສັ່ງສອນ​ສິ່ງ​ທີ່​ຂ້ອຍ​ຈະ​ເວົ້າ ເພື່ອ​ວ່າ​ຂ້ອຍ​ຈະ​ໄດ້​ຊ່ວຍ​ຜູ້​ທີ່​ອ່ອນແຮງ ໃຫ້​ພວກເຂົາ​ເຂັ້ມແຂງ​ແລະ​ມີ​ແຮງ​ຂຶ້ນ​ໃໝ່. ທຸກໆເຊົ້າ ພຣະອົງ​ໄດ້​ໃຫ້​ຂ້ອຍ​ຫິວກະຫາຍ ຟັງ​ສິ່ງ​ທີ່​ພຣະອົງ​ກຳລັງ​ສັ່ງສອນ​ຂ້ອຍ.</verse>
				<verse number="5">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໃຫ້​ຂ້ອຍ​ໄດ້​ມີ​ຄວາມ​ເຂົ້າໃຈ ແລະ​ຂ້ອຍ​ກໍ​ບໍ່ໄດ້​ກະບົດ​ຫລື​ຫັນໜີ​ຈາກ​ພຣະອົງ.</verse>
				<verse number="6">ຂ້ອຍ​ໄດ້​ແບ​ຫລັງ​ໃຫ້​ຜູ້​ທີ່​ຂ້ຽນຕີ​ ຂ້ອຍ​ບໍ່ໄດ້​ຢັບຢັ້ງ​ຄົນ​ທີ່​ດູໝິ່ນ​ນິນທາ​ຂ້ອຍ. ເມື່ອ​ພວກເຂົາ​ກຳ​ໜວດ​ຈັບ​ເຄົາ​ຂ້ອຍ​ດຶງ​ໄປ ກໍ​ປິ່ນໜ້າ​ໂດຍ​ດີ​ໃຫ້​ພວກເຂົາ​ຖົ່ມ​ນໍ້າລາຍ​ໃສ່.</verse>
				<verse number="7">ແຕ່​ຄຳ​ດູໝິ່ນ​ປະໝາດ​ບໍ່ໄດ້​ທຳຮ້າຍ​ຂ້ອຍ​ເລີຍ ເພາະ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຊ່ວຍເຫຼືອ​ຂ້ອຍ​ໄວ້. ຂ້ອຍ​ຫລໍ່ຫລອມ​ຕົນເອງ​ຂຶ້ນ​ເພື່ອ​ທົນທານ​ຕໍ່​ພວກເຂົາ ຂ້ອຍ​ຮູ້ວ່າ​ຕົນເອງ​ຈະ​ບໍ່ໄດ້​ຖືກ​ອັບອາຍ​ຂາຍໜ້າ</verse>
				<verse number="8">ພຣະອົງ​ຜູ້​ຕັ້ງ​ຂ້ອຍ​ໄວ້​ໃນ​ຄວາມຊອບທຳ​ກໍ​ສະຖິດ​ຢູ່​ໃກ້ຊິດ​ຂ້ອຍ​ທຸກ​ເວລາ ແລະ​ຈະ​ພິສູດ​ວ່າ​ຂ້ອຍ​ບໍ່ມີ​ຜິດ​ຫຍັງ. ຜູ້ໃດ​ແດ່​ກ້າ​ນຳ​ເລື່ອງ​ກ່າວ​ຟ້ອງ​ຂ້ອຍ​ໄດ້​ເດ? ຈົ່ງ​ໄປ​ທີ່​ສານ​ຕັດສິນ​ນຳກັນ​ເທາະ ຈົ່ງ​ໃຫ້​ພວກເຂົາ​ນັ້ນ​ນຳ​ຄຳ​ກ່າວຫາ​ມາ​ເບິ່ງດູ ນຳ​ຄະດີ​ຂອງ​ພວກເຂົາ​ຂຶ້ນ​ມາ​ຟ້ອງ​ເບິ່ງ</verse>
				<verse number="9">ຜູ້​ປ້ອງກັນ​ຂ້ອຍ​ຄື​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ແລ້ວ​ຜູ້ໃດ​ແດ່​ພິສູດ​ເອົາ​ຄວາມຜິດ​ກັບ​ຂ້ອຍ​ໄດ້? ພວກ​ທີ່​ກ່າວຫາ​ຂ້ອຍ​ນັ້ນ​ຈະ​ສູນຫາຍ​ໄປ​ໝົດ ພວກເຂົາ​ຈະ​ສະຫລາຍໄປ​ດັ່ງ​ເຄື່ອງນຸ່ງ​ທີ່​ຕົກໂໝະ.</verse>
				<verse number="10">ຂໍ​ໃຫ້​ທຸກຄົນ​ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ເຊື່ອຟັງ​ຄຳສັ່ງສອນ​ຂອງ​ຜູ້ຮັບໃຊ້​ພຣະເຈົ້າ ເຖິງ​ວ່າ​ທາງ​ທີ່​ເດີນ​ໄປ​ນັ້ນ​ມືດມົວ​ກໍ​ຈິງ ແຕ່​ຈົ່ງ​ໄວ້ວາງໃຈ​ໃນ​ພຣະນາມ​ແຫ່ງ​ພຣະເຈົ້າຢາເວ ແລະ​ເພິ່ງ​ພຣະເຈົ້າ​ແຫ່ງຕົນ.</verse>
				<verse number="11">ສ່ວນ​ຜູ້​ທີ່​ວາງແຜນ​ຕໍ່ສູ້​ຄົນອື່ນ​ໃນ​ພວກເຈົ້າ​ທຸກຄົນ ກໍ​ຈະ​ຖືກ​ທຳລາຍ​ຍ້ອນ​ແຜນການ​ຂອງ​ພວກເຈົ້າ​ເອງ. ພຣະອົງ​ເອງ​ຈະ​ເຮັດ​ໃຫ້​ສິ່ງນີ້​ເກີດຂຶ້ນ​ມາ ພວກເຈົ້າ​ຈະ​ທົນ​ທຸກຢ່າງ​ເວດທະນາ​ເຫລືອລົ້ນ.</verse>
			</chapter>
			<chapter number="51">
				<verse number="1">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຜູ້​ທີ່​ຢາກ​ພົ້ນ​ຈົ່ງ​ຟັງ​ເຮົາ ຄື​ພວກ​ທີ່​ສະແຫວງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ​ນັ້ນ. ຈົ່ງ​ຄິດເຖິງ​ໂງ່ນຫີນ​ຈາກ​ບ່ອນ​ທີ່​ພວກເຈົ້າ​ໄດ້​ມາ ບໍ່ຫີນ​ຈາກ​ບ່ອນ​ທີ່​ພວກເຈົ້າ​ໄດ້​ຂຸດ​ນັ້ນ.</verse>
				<verse number="2">ຈົ່ງ​ຄິດເຖິງ​ບັນພະບຸລຸດ​ພວກເຈົ້າ​ຄື​ອັບຣາຮາມ ແລະ​ນາງ​ຊາຣາ​ຜູ້​ທີ່​ສືບ​ເຊື້ອສາຍ​ໃຫ້​ພວກເຈົ້າ. ເມື່ອ​ເຮົາ​ໄດ້​ເອີ້ນ​ອັບຣາຮາມ​ນັ້ນ​ລາວ​ບໍ່ມີ​ລູກ​ເລີຍ ແຕ່​ເຮົາ​ໄດ້​ອວຍພອນ​ລາວ​ໃຫ້​ໄດ້​ມີ​ລູກ; ເຮົາ​ໄດ້​ໃຫ້​ອັບຣາຮາມ​ກາຍເປັນ​ບັນພະບຸລຸດ​ຜູ້ໜຶ່ງ ຜູ້​ທີ່​ສືບ​ເຊື້ອສາຍ​ໃຫ້​ຊົນຊາດ​ທັງຫລາຍ.</verse>
				<verse number="3">ພຣະເຈົ້າຢາເວ​ຈະ​ໃຫ້​ຄວາມ​ເມດຕາ​ຕໍ່​ນະຄອນ​ເຢຣູຊາເລັມ ຕໍ່​ຄົນ​ທັງໝົດ​ທີ່​ຢູ່​ໃນ​ບ່ອນ​ຮົກຮ້າງ​ເພພັງ​ນັ້ນ. ເຖິງ​ວ່າ​ດິນແດນ​ນັ້ນ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເຮົາ​ກໍ​ຈະ​ໃຫ້​ກາຍເປັນ​ສວນ​ເອເດນ​ໄດ້ ຈາກ​ພື້ນດິນ​ແຫ້ງ​ຂາດ​ນໍ້າ​ຫລໍ່ລ້ຽງ​ໃຫ້​ເກີດຜົນ ກໍ​ຈະ​ເປັນ​ດັ່ງ​ສວນ​ຂອງ​ພຣະເຈົ້າຢາເວ. ແລ້ວ​ທີ່ນັ້ນ​ກໍ​ຈະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຫລາຍ ມີ​ທັງ​ສຽງ​ຮ້ອງລຳ​ທຳເພງ​ຍົກຍໍ​ໂມທະນາ​ຂອບພຣະຄຸນ​ດ້ວຍ.</verse>
				<verse number="4">ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ຈະ​ກ່າວ​ດັ່ງ​ຕໍ່ໄປນີ້: ເຮົາ​ໄດ້​ໃຫ້​ຄຳສັ່ງສອນ​ແກ່​ຊົນຊາດ​ທັງຫລາຍ ກົດບັນຍັດ​ຈະ​ນຳ​ພວກເຂົາ​ສູ່​ແສງແຈ້ງ.</verse>
				<verse number="5">ເຮົາ​ຈະ​ມາ​ໃນ​ໄວໆ​ເພື່ອ​ຊ່ວຍ​ເອົາ​ພວກເຂົາ​ໃຫ້ພົ້ນ; ເວລາ​ແຫ່ງ​ໄຊຊະນະ​ຂອງເຮົາ​ກໍ​ມາ​ໃກ້​ແລ້ວ. ຝ່າຍ​ເຮົາເອງ​ນັ້ນ​ຈະ​ປົກຄອງ​ຊົນຊາດ​ທັງຫລາຍ ບັນດາ​ປະເທດ​ທີ່​ຫ່າງໄກ​ຕ່າງ​ກໍ​ລໍ​ຄອຍຖ້າ. ພວກເຂົາ​ທັງໝົດ​ຄອຍຖ້າ​ການ​ມາ​ຂອງເຮົາ ດ້ວຍ​ຄວາມຫວັງ​ໃຫ້​ເຮົາ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ.</verse>
				<verse number="6">ຈົ່ງ​ແນມຂຶ້ນ​ສູ່​ຟ້າ​ສະຫວັນ​ແລະ​ເບິ່ງ​ທີ່​ແຜ່ນດິນ​ໂລກ​ດູ, ຟ້າ​ສະຫວັນ​ຈະ​ສູນຫາຍ​ໄປ​ດັ່ງ​ຄວັນໄຟ​ຟົ້ງ​ຂຶ້ນ; ສ່ວນ​ແຜ່ນດິນ​ໂລກ​ດັ່ງ​ເຄື່ອງນຸ່ງ​ເກົ່າ​ຂາດໄປ ທຸກຄົນ​ໃນ​ໂລກ​ກໍ​ຈະ​ຕາຍໄປ​ສິ້ນ. ແຕ່​ຄວາມຊ່ວຍ​ໃຫ້​ພົ້ນ​ຂອງເຮົາ​ຈະ​ດຳລົງຢູ່​ສືບໆໄປ, ຄວາມ​ຊອບທຳ​ຂອງເຮົາ​ກໍ​ຈະ​ບໍ່​ສິ້ນສຸດ​ເລີຍ.</verse>
				<verse number="7">ພວກ​ທີ່​ຮູ້ຈັກ​ສິ່ງ​ທີ່​ຖືກຕ້ອງ​ເອີຍ ຈົ່ງ​ຟັງ​ເທີ້ນ ພວກ​ທີ່​ມີ​ຄຳສັ່ງສອນ​ຂອງເຮົາ​ຝັງ​ທີ່​ຫົວໃຈ​ນັ້ນ. ຢ່າ​ສູ່​ຢ້ານກົວ​ແຕ່​ປະການ​ໃດ​ເລີຍ ເມື່ອ​ຄົນ​ກ່າວ​ຫຍໍ້ຫຍັນ​ນິນທາ​ພວກເຈົ້າ.</verse>
				<verse number="8">ພວກເຂົາ​ຈະ​ສະຫລາຍ​ໄປ​ດັ່ງ​ເຄື່ອງນຸ່ງ​ທີ່​ຕົກໂໝະ ຊຶ່ງ​ຖືກ​ໂຕ​ມອດ​ກັດ​ຂາດ​ໄປ​ຈົນກ້ຽງ, ແຕ່​ຄວາມຊ່ວຍ​ໃຫ້​ພົ້ນ​ຈະ​ດຳລົງ​ຢູ່​ສືບໆໄປ ຄວາມ​ມີໄຊ​ຂອງເຮົາ​ຈະ​ຍືນຍົງ​ໄປ​ຕະຫລອດ.”</verse>
				<verse number="9">ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ຕື່ນ​ຂຶ້ນ​ຊ່ວຍເຫຼືອ​ພວກ​ຂ້ານ້ອຍ​ແດ່ ຈົ່ງ​ໃຊ້​ຣິດທານຸພາບ​ຊ່ວຍຊູ​ແດ່ທ້ອນ ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ໃນ​ສະໄໝ​ບູຮານ ພຣະອົງ​ໄດ້​ຕັດ​ຣາຮາບ ໃນ​ທະເລ​ຂາດ​ເປັນ​ຕ່ອນໆ.</verse>
				<verse number="10">ແມ່ນ​ພຣະອົງ​ຄືກັນ​ທີ່​ໄດ້​ເຮັດ​ໃຫ້​ທະເລ​ແຫ້ງລົງ ແລະ​ໄດ້​ເຮັດ​ທາງຍ່າງ​ຜ່ານ​ທ້ອງ​ທະເລ​ໄປ​ໄດ້ ເພື່ອ​ວ່າ​ປະຊາຊົນ​ທີ່​ພຣະອົງ​ຊົງໄຖ່ ຈະ​ຍ່າງ​ຂ້າມ​ໄປ​ໃຫ້​ຫວິດ​ໄພ​ອັນຕະລາຍ​ໄດ້.</verse>
				<verse number="11">ພວກ​ທີ່​ພຣະເຈົ້າຢາເວ​ໄດ້​ຊ່ວຍກູ້​ກໍ​ເຖິງ​ນະຄອນ​ເຢຣູຊາເລັມ ເບີກບານ​ໃຈ​ທັງ​ຮ້ອງລຳ​ທຳເພງ​ດ້ວຍ. ພວກເຂົາ​ຈະ​ມີ​ຄວາມສຸກ​ຕະຫລອດໄປ ຈະ​ບໍ່​ໂສກເສົ້າ​ເຫງົາໃຈ​ອີກ​ຈັກເທື່ອ.</verse>
				<verse number="12">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ຜູ້​ທີ່​ເຮັດ​ໃຫ້ ພວກເຈົ້າ​ໄດ້​ກຳລັງ​ເຂັ້ມແຂງ​ຂຶ້ນ​ໃໝ່. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ​ມະນຸດ​ທີ່​ຕາຍເປັນ ພວກ​ທີ່​ບໍ່​ຍືນຍົງ​ລື່ນ​ຕົ້ນຫຍ້າ?</verse>
				<verse number="13">ພວກເຈົ້າ​ລືມໄລ​ພຣະເຈົ້າຢາເວ​ຜູ້​ສ້າງ​ເຈົ້າ​ແລ້ວ​ບໍ? ຜູ້​ໄດ້​ກາງ​ຈັກກະວານ ​ທັງ​ວາງ​ຮາກຖານ​ແຜ່ນດິນ​ໂລກ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໃຊ້​ຊີວິດ​ດ້ວຍ​ຄວາມຢ້ານ​ເປັນ​ປະຈຳ? ໂດຍ​ຢ້ານ​ພວກ​ທີ່​ກົດຂີ່​ພວກເຈົ້າ​ຢ່າງ​ໂຫດຮ້າຍ ຄື​ພວກ​ທີ່​ພ້ອມ​ຈະ​ທຳລາຍ​ພວກເຈົ້າ​ທຸກ​ເວລາ? ຄວາມ​ໂຫດຮ້າຍ​ຂອງ​ພວກເຂົາ​ແຕະຕ້ອງ​ພວກເຈົ້າ​ບໍ່ໄດ້.</verse>
				<verse number="14">ພວກ​ຊະເລີຍເສິກ​ນັ້ນ​ຈະ​ຖືກ​ປ່ອຍ​ໃຫ້​ເປັນ​ເສລີ ພວກເຂົາ​ຈະ​ບໍ່​ສິ້ນ​ຊີວິດ​ຢູ່​ໃນ​ຄຸກມືດ ແຕ່​ພວກເຂົາ​ຈະ​ມີ​ຊີວິດ​ຍືນຍາວ​ກ້າວ​ໄປ​ໄກ​ສະເໝີ ແລະ​ມີ​ເຂົ້າຈີ່​ຕາມ​ທີ່​ພວກເຂົາ​ຕ້ອງການ.</verse>
				<verse number="15">ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເຈົ້າ, ເຮົາ​ປຸກປັ່ນ​ທະເລ​ໃຫ້​ມັນ​ຄຶກຄະນອງ​ຂຶ້ນ ແລະ​ເຮັດ​ໃຫ້​ສຽງ​ຄື້ນ​ດັງ​ກ້ອງສະໜັ່ນ​ຫວັ່ນໄຫວ ນາມ​ເຮົາ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່</verse>
				<verse number="16">ເຮົາ​ໄດ້​ກາງ ຈັກກະວານ ແລະ​ວາງ​ຮາກຖານ​ແຜ່ນດິນ​ໂລກ ເຮົາ​ກ່າວ​ແກ່​ນະຄອນ​ເຢຣູຊາເລັມ​ດັ່ງນີ້: ‘ເຈົ້າ​ເປັນ​ປະຊາຊົນ​ທີ່​ເຮົາ​ປົກປ້ອງ​ຄຸ້ມຄອງ​ໄວ້ ເຮົາ​ມອບ​ຄຳສັ່ງສອນ​ໃຫ້​ເຈົ້າ​ຮັກສາ​ໄວ້.”’</verse>
				<verse number="17">ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ເຖີດ ຈົ່ງ​ຕື່ນ​ຂຶ້ນ​ເອງ ແລະ​ລຸກ​ຂຶ້ນ​ສາ​ເຖີດ ເຈົ້າ​ມົວເມົາ​ດ້ວຍ​ຈອກ​ແຫ່ງ​ການ​ລົງໂທດ​ທັນ ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ເຈົ້າ​ດື່ມ​ຍ້ອນ​ຄວາມ​ໂກດຮ້າຍ; ເຈົ້າ​ໄດ້​ດື່ມ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ຈຶ່ງ​ເຮັດ​ໃຫ້​ເຈົ້າ​ໂຊເຊ​ຍ່າງ​ໄປ​ບໍ່​ທຸ່ນທ່ຽງ.</verse>
				<verse number="18">ຜູ້​ທີ່​ຈະ​ນຳພາ​ເຈົ້າ​ນັ້ນ​ບໍ່ມີ​ຈັກ​ຄົນ​ເລີຍ ບໍ່ມີ​ແມ່ນແຕ່​ຜູ້ດຽວ​ທີ່​ຈະ​ຈູງ​ແຂນ​ເຈົ້າ.</verse>
				<verse number="19">ໄພພິບັດ​ສອງ​ຢ່າງ​ໄດ້​ຕົກ​ຖືກ​ເຈົ້າ​ແລ້ວ ຄື​ດິນແດນ​ເຈົ້າ​ໄດ້​ຖືກ​ເສິກ​ທຳລາຍ​ກ້ຽງ ແລະ​ປະຊາຊົນ​ຂອງເຈົ້າ​ກໍໄດ້​ຕາຍອຶດ​ຕາຍຫິວ ບໍ່ມີ​ຜູ້ໃດ​ຈັກ​ຄົນ​ໃຫ້​ຄວາມ​ເຫັນໃຈ​ແກ່​ເຈົ້າ.</verse>
				<verse number="20">ໃນ​ຖະໜົນ​ທຸກໆ​ສາຍ​ຕາມ​ທຸກ​ຂອບ​ທຸກ​ແຈ ປະຊາຊົນ​ລົ້ມລົງ​ເພາະ​ຄວາມ​ອິດອ່ອນ; ພວກເຂົາ​ເປັນ​ດັ່ງ​ກວາງ​ທີ່​ຖືກ​ຕາໜ່າງ​ນາຍພານ ທີ່​ໄດ້​ຕົກ​ຢູ່​ໃຕ້​ອຳນາດ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="21">ບັດນີ້ ຈົ່ງ​ຟັງ​ເທີ້ນ ນະຄອນ​ເຢຣູຊາເລັມ​ທີ່​ທົນທຸກ ເຈົ້າ​ລຸກ​ຍ່າງ​ໂຊເຊ​ນັ້ນ ເພາະວ່າ​ເຈົ້າ​ມືນເມົາ.</verse>
				<verse number="22">ພຣະເຈົ້າຢາເວ​ຂອງ​ເຈົ້າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງເຈົ້າ ຜູ້​ທີ່​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ກ່າວ​ດັ່ງນີ້: “ເຮົາ​ກຳລັງ​ເອົາ​ຈອກ​ທີ່​ເຮົາ​ໃຫ້​ເຈົ້າ​ດື່ມ​ໜີໄປ ທີ່​ໃຫ້​ເຈົ້າ​ດື່ມ​ລົງ​ໄປ​ຍ້ອນ​ຄວາມ​ໂກດຮ້າຍ. ເຈົ້າ​ຈະ​ບໍ່ໄດ້​ດື່ມ​ຈາກ​ຈອກ​ນັ້ນ​ອີກ​ຕໍ່ໄປ ເຫຼົ້າ​ອະງຸ່ນ​ທີ່​ເຮັດ​ໃຫ້​ເຈົ້າ​ຍ່າງ​ໂຊເຊ​ນັ້ນ.</verse>
				<verse number="23">ເຮົາ​ຈະ​ເອົາ​ໃຫ້​ພວກ​ທີ່​ກົດຂີ່​ເຈົ້າ​ດື່ມ​ແທນ ຄື​ພວກ​ທີ່​ໃຫ້​ເຈົ້າ​ນອນ​ກາງ​ຫົນທາງ​ນັ້ນ ແລະ​ພວກເຂົາ​ກໍໄດ້​ຢຽບຢໍ່າ​ເຈົ້າ​ລົງ ດັ່ງ​ຢຽບ​ຂີ້ຝຸ່ນ​ດິນ​ທີ່​ພື້ນ​ຕີນ​ຂອງ​ເຂົາເຈົ້າ.”</verse>
			</chapter>
			<chapter number="52">
				<verse number="1">ຈົ່ງ​ເຂັ້ມແຂງ​ຍິ່ງໃຫຍ່​ອີກ​ນະຄອນ​ເຢຣູຊາເລັມ​ເອີຍ ພຣະ​ນະຄອນ​ສັກສິດ ຈົ່ງ​ສວມ​ພຣະ​ສະຫງ່າຣາສີ​ເຖີດ ພວກ​ບໍ່​ນັບຖື​ພຣະເຈົ້າ ແລະ​ພວກ​ທີ່​ເປັນ​ມົນທິນ ຈະ​ບໍ່ໄດ້​ເຂົ້າ​ທີ່​ປະຕູ​ເມືອງ​ຂອງເຈົ້າ​ອີກ​ຈັກເທື່ອ.</verse>
				<verse number="2">ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສັ່ນ​ຂີ້ຝຸ່ນ​ເປັນ​ອິດສະຫລະ ຈົ່ງ​ລຸກ​ຈາກ​ຂີ້ຝຸ່ນ​ດິນ ແລະ​ນັ່ງ​ລົງ​ເທິງ​ບັນລັງ​ເຖີດ ພວກ​ລູກສາວ​ຂອງ​ພູເຂົາ​ຊີໂອນ​ຜູ້​ຖືກ​ຈັບ​ເອີຍ ຈົ່ງ​ທຸບ​ໂສ້​ທີ່​ລ່າມ​ເຈົ້າ​ນັ້ນ​ໃຫ້​ມັນ​ຫລຸດ​ອອກ​ໄປ.</verse>
				<verse number="3">ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເມື່ອ​ຕົກ​ເປັນ​ທາດ​ນັ້ນ​ບໍ່ມີ​ຜູ້ໃດ​ທີ່​ໃຊ້​ເງິນ​ຊື້​ເອົາ​ພວກເຈົ້າ​ໄປ; ທຳນອງດຽວກັນ ບໍ່ມີ​ສິ່ງໃດ​ທີ່​ຈະ​ຊື້​ເອົາ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ.</verse>
				<verse number="4">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເມື່ອ​ພວກເຈົ້າ​ໄດ້​ໄປ​ຢູ່​ທີ່​ປະເທດ​ເອຢິບ​ໃນ​ຖານະ​ເປັນ​ຄົນຕ່າງດ້າວ​ນັ້ນ ພວກເຈົ້າ​ໄດ້​ໄປ​ຢູ່​ຕາມໃຈ​ມັກ​ຂອງຕົນເອງ, ແຕ່​ອັດຊີເຣຍ​ໄດ້​ຈັບ​ເອົາ​ພວກເຈົ້າ​ໄປ ໂດຍ​ໃຊ້​ກຳລັງ​ແລະ​ບໍ່ໄດ້​ຈ່າຍ​ຫຍັງ​ໃຫ້​ພວກເຈົ້າ.</verse>
				<verse number="5">ພຣະເຈົ້າຢາເວ​ກ່າວ​ວ່າ, ບັດນີ້ ໃນ​ບາບີໂລນ​ແມ່ນ​ສິ່ງ​ດຽວກັນ​ນັ້ນ ທີ່​ໄດ້​ເກີດຂຶ້ນ​ອີກ ຄື​ພວກເຈົ້າ​ໄດ້​ຖືກ​ຈັບ​ໄປ ແລະ​ບໍ່ໄດ້​ຈ່າຍ​ຫຍັງ​ໃຫ້​ພວກເຈົ້າ. ພຣະເຈົ້າຢາເວ​ກ່າວ​ວ່າ, ຜູ້​ທີ່​ປົກຄອງ​ເໜືອ​ພວກເຈົ້າ​ເວົ້າ​ໂມ້​ທັງ​ໂອ້ອວດ ແລະ​ດູຖູກ​ຫຍໍ້ຫຍັນ​ເຮົາ​ຢູ່​ເປັນ​ປະຈຳ.</verse>
				<verse number="6">ເມື່ອ​ເວລາ​ນັ້ນ​ມາເຖິງ ພວກເຈົ້າ​ຈະ​ຮັບຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າ ແລະ​ແມ່ນ​ເຮົາ​ທີ່​ໄດ້​ກ່າວ​ແກ່​ພວກເຈົ້າ.”</verse>
				<verse number="7">ເປັນ​ຕາຮັກ​ແທ້​ທີ່​ເຫັນ​ຜູ້​ສົ່ງຂ່າວ​ຂ້າມ​ພູເຂົາ​ມາ ໂດຍ​ນຳ​ຂ່າວ​ດີ​ຄື​ຂ່າວ​ແຫ່ງ​ສັນຕິສຸກ​ມາ​ໃຫ້ ລາວ​ປະກາດ​ເລື່ອງ​ໄຊຊະນະ​ແກ່​ພູເຂົາ​ຊີໂອນ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ເປັນ​ເຈົ້າ​ມະຫາຊີວິດ.”</verse>
				<verse number="8">ພວກ​ທີ່​ເຝົ້າຍາມ​ກໍ​ໂຮຮ້ອງ​ດ້ວຍ​ສຽງດັງ​ກ້ອງ ພວກເຂົາ​ຊົມຊື່ນ​ຍິນດີ​ຈຶ່ງ​ພາກັນ​ໂຮຮ້ອງ ພວກເຂົາ​ສາມາດ​ເຫັນ​ໄດ້​ດ້ວຍ​ຕາ​ຂອງ​ພວກເຂົາ​ເອງ ການ​ກັບ​ມາ​ສູ່​ພູເຂົາ​ຊີໂອນ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="9">ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ເປັ່ງ​ສຽງ​ຮ້ອງ​ຍິນດີ ເຈົ້າ​ຜູ້​ທີ່​ເປັນ​ເມືອງ​ເພພັງ​ແລະ​ຮົກຮ້າງ ພຣະເຈົ້າຢາເວ​ຈະ​ຊົງໄຖ່​ເອົາ​ນະຄອນ​ເຢຣູຊາເລັມ ທັງ​ຈະ​ອອຍໃຈ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="10">ພຣະເຈົ້າຢາເວ​ຈະ​ໃຊ້​ຣິດທານຸພາບ​ອັນ​ສັກສິດ ຕໍ່ສາຍຕາ​ປະຊາຊົນ​ຂອງ​ທຸກໆ​ຊົນຊາດ ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນໄພ ໝົດ​ທັງໂລກ​ຈະ​ໄດ້​ເຫັນ​ຄວາມພົ້ນ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ.</verse>
				<verse number="11">ທຸກຄົນ​ທີ່​ແບກຫາບ​ເຄື່ອງໃຊ້​ຂອງ​ພຣະເຈົ້າຢາເວ ຈົ່ງ​ອອກ​ໄປ​ໄວໆ ຈາກ​ນະຄອນ​ບາບີໂລນ​ເຖີດ ຢ່າ​ແຕະຕ້ອງ​ສິ່ງ​ຫວງຫ້າມ​ໃດໆ ຈົ່ງ​ຮັກສາ​ຕົວ​ໃຫ້​ບໍຣິສຸດ ແລະ​ອອກ​ໜີໄປ​ເຖີດ</verse>
				<verse number="12">ເທື່ອ​ນີ້​ບໍ່​ຈຳເປັນ​ຕ້ອງ​ຟ້າວຟັ່ງ​ອອກ​ໄປ ພວກເຈົ້າ​ບໍ່​ຈຳເປັນ​ຕ້ອງ​ປົບໜີໄປ​ດອກ ພຣະເຈົ້າຢາເວ​ຈະ​ນຳໜ້າ​ອອກ​ໄປ ພຣະອົງ​ຈະ​ປົກປັກ​ຮັກສາ​ພວກເຈົ້າ​ຮອບດ້ານ.</verse>
				<verse number="13">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຜູ້ຮັບໃຊ້​ຂອງເຮົາ​ນັ້ນ ຈະ​ເຮັດ​ສຳເລັດ​ໜ້າທີ່​ຊຶ່ງ​ໄດ້​ມອບໝາຍ​ໃຫ້; ເພິ່ນ​ຈະ​ເຮັດ​ພາລະກິດ​ຂອງ​ເພິ່ນ​ໃຫ້​ສຳເລັດຜົນ; ແມ່ນ​ກຽດສັກສີ​ອັນ​ສູງ​ທີ່​ທ່ານ​ຈະ​ໄດ້​ຮັບ.</verse>
				<verse number="14">ເມື່ອ​ປະຊາຊົນ​ໄດ້​ເຫັນ​ທ່ານ​ກໍ​ສະດຸ້ງ​ຕົກໃຈ; ໜ້າ​ຕາ​ທ່ານ​ປ່ຽນ​ໂສມ ທ່າທາງ​ເກືອບ​ບໍ່​ຄື​ມະນຸດ.</verse>
				<verse number="15">ແຕ່​ບັດນີ້​ຫລາຍ​ຊົນຊາດ​ຈະ​ງຶດງໍ້​ອັດສະຈັນໃຈ ພວກ​ກະສັດ​ກໍ​ຈະ​ອັດສະຈັນໃຈ​ຈົນ​ປາກ​ບໍ່ອອກ. ພວກເຂົາ​ຈະ​ຮູ້ເຫັນ​ແລະ​ທັງ​ຈະ​ເຂົ້າໃຈ ບາງ​ສິ່ງ​ທີ່​ພວກເຂົາ​ບໍ່ເຄີຍ​ຮູ້ເຫັນ​ຈັກເທື່ອ.”</verse>
			</chapter>
			<chapter number="53">
				<verse number="1">ປະຊາຊົນ​ຖາມ​ຄືນ​ວ່າ, “ຜູ້ໃດ​ແດ່​ໄດ້​ເຊື່ອ ເລື່ອງ​ທີ່​ພວກເຮົາ​ລາຍງານ​ດຽວນີ້? ຜູ້ໃດ​ແດ່​ໄດ້​ເຫັນ​ຢ່າງ​ປະຈັກຕາ​ຕົນເອງ ສິ່ງ​ທີ່​ພຣະເຈົ້າຢາເວ​ທຳການ​ໃນ​ເລື່ອງນີ້?</verse>
				<verse number="2">ມັນ​ແມ່ນ​ພຣະປະສົງ​ທີ່​ຜູ້ຮັບໃຊ້​ຂອງ​ພຣະອົງ ໃຫຍ່ຂຶ້ນ​ດັ່ງ​ໄມ້​ພັນ​ດີ​ທັງ​ຢັ່ງຮາກ​ໃນ​ດິນ​ແຫ້ງແລ້ງ. ທ່ານ​ບໍ່ມີ​ທ່າທາງ​ຜ່າເຜີຍ ແລະ​ສະຫງ່າງາມ​ໃດໆ ເພື່ອ​ໃຫ້​ພວກເຮົາ​ສັງເກດ​ເຫັນ​ໃນ​ຕົວທ່ານ​ໄດ້. ໃນ​ຕົວທ່ານ​ນັ້ນ​ບໍ່ມີ​ຫຍັງ​ພໍ​ຈະ​ດຶງດູດ​ຈິດໃຈ ພໍ​ຈະ​ດູດດຶງ​ພວກເຮົາ​ເຂົ້າ​ໄປ​ຫາ​ທ່ານ​ໄດ້.</verse>
				<verse number="3">ພວກເຮົາ​ດູໝິ່ນ​ປະໝາດ​ແລະ​ປະຖິ້ມ​ທ່ານ​ໄປ ທ່ານ​ໄດ້​ທົນທຸກ​ນາໆ ແລະ​ທົນ​ຕໍ່​ຄວາມ​ເຈັບປວດ. ບໍ່ມີ​ຜູ້ໃດ​ແມ່ນແຕ່​ຈະ​ຫລຽວແລ​ເບິ່ງ​ທ່ານ​ເລີຍ ຕ່າງ​ກໍ​ເມີນເສີຍ​ດັ່ງ​ເພິ່ນ​ບໍ່ມີ​ຫຍັງ​ຈັກດີ້.</verse>
				<verse number="4">ແທ້ຈິງ​ທ່ານ​ທົນ​ຕໍ່​ຄວາມທຸກ​ທີ່​ເປັນ​ຂອງ​ພວກເຮົາ ແລະ​ທົນ​ຄວາມ​ເຈັບປວດ​ທີ່​ພວກເຮົາ​ສົມຄວນ​ໄດ້​ຮັບ. ຄວາມ​ລຳບາກ​ທີ່​ທ່ານ​ຮັບ​ເອົາ​ນັ້ນ​ພວກເຮົາ​ຄິດ​ຢູ່​ສະເໝີ ວ່າ​ເປັນ​ການລົງໂທດ​ມາ​ຈາກ​ພຣະເຈົ້າ.</verse>
				<verse number="5">ແຕ່​ຍ້ອນ​ການບາບ​ຂອງ​ພວກເຮົາ​ນັ້ນ​ທ່ານ​ຈຶ່ງ​ໄດ້​ຮັບ​ບາດເຈັບ ຖືກ​ຂ້ຽນ​ຖືກ​ຕີ​ຍ້ອນ​ການ​ຊົ່ວຮ້າຍ​ຂອງ​ພວກເຮົາ. ພວກເຮົາ​ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ດີ ຍ້ອນ​ໂທດກຳ​ທີ່​ທ່ານ​ຮັບ ດີ​ປົກກະຕິ​ຍ້ອນ​ການ​ຕົບຕີ​ທີ່​ທ່ານ​ຮັບ​ເອົາ.</verse>
				<verse number="6">ພວກເຮົາ​ທຸກຄົນ​ເປັນ​ດັ່ງ​ແກະ​ທີ່​ໄດ້​ຫຼົງເສຍ​ໄປ ແຕ່ລະຄົນ​ເດີນ​ຕາມ​ທາງ​ຂອງ​ຕົນເອງ​ທັງນັ້ນ. ແຕ່​ພຣະເຈົ້າຢາເວ​ໄດ້​ໃຫ້​ທ່ານ​ຮັບ​ໂທດທັນ ຄື​ໂທດກຳ​ທີ່​ເຮົາ​ທຸກຄົນ​ສົມຄວນ​ໄດ້​ຮັບ.</verse>
				<verse number="7">ທ່ານ​ຖືກ​ທາລຸນ​ໜັກ ແຕ່​ທົນ​ເອົາ​ຢ່າງ​ຖ່ອມໃຈ ທ່ານ​ບໍ່ເຄີຍ​ເອີ່ຍປາກ​ເວົ້າຈາ​ແມ່ນແຕ່​ຄຳດຽວ. ດັ່ງ​ລູກແກະ​ພວມ​ຖືກ​ນຳ​ໄປ​ຂ້າ ດັ່ງ​ແກະ​ທີ່​ຖືກ​ຕັດ​ເອົາ​ຂົນ ຄຳດຽວ​ທ່ານ​ກໍ​ບໍ່ເຄີຍ​ກ່າວອອກ.</verse>
				<verse number="8">ທ່ານ​ຖືກ​ຈັບ​ໄປ​ເພື່ອ​ໃສ່​ໂທດທັນ ທ່ານ​ຖືກ​ນຳ​ອອກ​ໄປ​ເພື່ອ​ປະຫານ​ຊີວິດ ບໍ່ມີ​ຜູ້ໃດ​ຫ່ວງໃຍ​ເຄາະກຳ​ທີ່​ທ່ານ​ຖືກ​ສັງຫານ ຍ້ອນ​ການບາບ​ຂອງ​ປະຊາຊົນ​ພວກເຮົາ​ນັ້ນ.</verse>
				<verse number="9">ທ່ານ​ຖືກ​ວາງ​ໄວ້​ໃນ​ອຸບມຸງ​ກັບ​ຄົນ​ຊົ່ວຊາມ ທ່ານ​ຖືກ​ຝັງ​ໄວ້​ກັບ​ຄົນຮັ່ງມີ​ເປັນດີ​ດ້ວຍ ເຖິງ​ວ່າ​ທ່ານ​ບໍ່ເຄີຍ​ກໍ່​ໂທດກຳ​ໄວ້​ເລີຍ​ກໍຕາມ ທ່ານ​ບໍ່ເຄີຍ​ເວົ້າຕົວະ​ແລະ​ຫລອກລວງ​ຜູ້ໃດ​ຈັກເທື່ອ.”</verse>
				<verse number="10">ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: “ການ​ທີ່​ທ່ານ​ທົນທຸກ​ຄື​ຄວາມປະສົງ​ຂອງເຮົາ ຄວາມຕາຍ​ຂອງທ່ານ​ເປັນ​ເຄື່ອງ​ບູຊາ ເພື່ອ​ນຳ​ເອົາ​ການ​ຍົກໂທດ​ມາ​ໃຫ້. ທ່ານ​ຈຶ່ງ​ໄດ້​ເຫັນ​ເຊື້ອສາຍ​ມີ​ຊີວິດ​ຍາວ​ໄກ ເປົ້າໝາຍ​ຂອງ​ພຣະເຈົ້າຢາເວ​ຈະ​ສຳເລັດ​ທາງ​ທ່ານ.</verse>
				<verse number="11">ຫລັງຈາກ​ມີ​ຊີວິດ​ຢ່າງ​ທົນທຸກ​ທໍລະມານ ທ່ານ​ກໍ​ຈະ​ມີ​ຄວາມສຸກ​ຊົມຊື່ນ​ຍິນດີ​ອີກ; ທ່ານ​ຈະ​ຮູ້ວ່າ​ທ່ານ​ບໍ່ໄດ້​ທົນ​ທຸກຢ່າງ​ໄຮ້​ຜົນ ເປັນ​ຜູ້ຮັບໃຊ້​ອຸທິດຕົນ​ທີ່​ເຮົາ​ພໍໃຈ​ນຳ​ແທ້ໆ. ທ່ານ​ຈະ​ແບກ​ໂທດກຳ​ຂອງ​ຄົນ​ທັງຫລາຍ ເພື່ອ​ເຫັນ​ແກ່​ທ່ານ ເຮົາ​ຈະ​ຍົກໂທດ​ໃຫ້​ພວກເຂົາ.</verse>
				<verse number="12">ສະນັ້ນ ເຮົາ​ຈຶ່ງ​ຈະ​ໃຫ້​ທ່ານ​ໄດ້​ນັ່ງ​ບ່ອນ​ມີ​ກຽດສັກສີ ຄື​ບ່ອນ​ໜຶ່ງ​ທ່າມກາງ​ຜູ້​ຍິ່ງໃຫຍ່​ທີ່​ມີ​ອຳນາດ. ທ່ານ​ຍິນດີ​ມອບ​ຊີວິດ​ຕົນເອງ​ໃຫ້​ຢ່າງ​ເຕັມໃຈ ແລະ​ເຂົ້າສ່ວນ​ໃນ​ຊາຕາກຳ​ຂອງ​ຄົນຊົ່ວຮ້າຍ. ທ່ານ​ໄດ້​ເຂົ້າ​ແທນ​ບ່ອນ​ຄົນບາບ​ທັງຫລາຍ ແລະ​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ​ໃຫ້​ໄດ້​ຮັບ​ການ​ຍົກໂທດ.”</verse>
			</chapter>
			<chapter number="54">
				<verse number="1">ເຢຣູຊາເລັມ​ເອີຍ ເຈົ້າ​ນັ້ນ​ເປັນ​ດັ່ງ​ຍິງ​ເປັນ​ໝັນ ແຕ່​ບັດນີ້ ຈົ່ງ​ຮ້ອງລຳ​ທຳເພງ​ຍິນດີ​ກັນ​ເຖີດ ບັດນີ້ ເຈົ້າ​ຈະ​ມີ​ລູກ​ຕື່ມ​ຢ່າງ​ຫລວງຫລາຍ ລື່ນກວ່າ​ຍິງ​ຜູ້​ທີ່​ຜົວ​ບໍ່ເຄີຍ​ໜີປະ​ຈັກເທື່ອ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="2">ຈົ່ງ​ເຮັດ​ຜ້າເຕັນ​ຂອງ​ເຈົ້າ​ໃຫ້​ກວ້າງຂວາງ, ຕໍ່​ເຊືອກເຕັນ​ໃຫ້​ຍາວ​ທັງ​ສຽບ​ຫລັກ​ລົງ​ໃຫ້​ແໜ້ນ.</verse>
				<verse number="3">ເຈົ້າ​ຈະ​ຂະຫຍາຍ​ເຂດແດນ​ຂອງເຈົ້າ​ໄປ​ທຸກ​ທິດທາງ ຄົນ​ຂອງ​ເຈົ້າ​ຈະ​ໄດ້​ດິນແດນ​ໃກ້ຄຽງ​ຄືນ​ມາ​ອີກ ເປັນ​ດິນແດນ​ທີ່​ຊາດ​ອື່ນ​ໄດ້​ຢຶດ​ໃນ​ປະຈຸບັນ ເມືອງ​ຮົກຮ້າງ​ກໍ​ຈະ​ເຕັມ​ແຕ່​ຄົນ​ອາໄສ​ຢູ່.</verse>
				<verse number="4">ຢ່າ​ສູ່ຢ້ານ ເພາະ​ເຈົ້າ​ຈະ​ບໍ່​ຖືກ​ອັບອາຍ​ອີກ​ເລີຍ ເຈົ້າ​ຈະ​ບໍ່ໄດ້​ເສຍ​ກຽດສັກສີ​ແຕ່​ຢ່າງໃດ. ເຈົ້າ​ຈະ​ລືມ​ຄວາມອາຍ​ໃນ​ໄວສາວ ເຈົ້າ​ຈະ​ບໍ່​ຈົດຈຳ​ຄຳ​ຕ້ອງຕິ​ໃນ​ຄາວ​ເຈົ້າ​ເປັນ​ໝ້າຍ.</verse>
				<verse number="5">ພຣະຜູ້​ສ້າງ​ຂອງເຈົ້າ​ຈະ​ເປັນ​ຄື​ຜົວ​ຂອງເຈົ້າ​ເດີ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ແມ່ນ​ພຣະນາມ​ຂອງ​ພຣະອົງ. ແລະ​ພຣະຜູ້ໄຖ່​ໃຫ້​ພົ້ນ​ຂອງເຈົ້າ​ຄື​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ຊົງ​ປົກຄອງ​ທົ່ວ​ທັງ​ໂລກນີ້.</verse>
				<verse number="6">ອິດສະຣາເອນ​ເອີຍ ເຈົ້າ​ເປັນ​ຄື​ເມຍສາວ​ຜູ້ໜຶ່ງ ທີ່​ຖືກ​ຜົວ​ປະ​ແລະ​ອຸກອັ່ງ​ຄັ່ງໃຈ​ຈົນ​ສຸດຂີດ. ແຕ່​ພຣະເຈົ້າຢາເວ​ເອີ້ນ​ເຈົ້າ​ໃຫ້​ກັບຄືນ​ມາ ຈົ່ງ​ກັບ​ມາ​ຫາ​ພຣະອົງ​ຜູ້​ທີ່​ເວົ້າ​ກັບ​ເຈົ້າ​ວ່າ,</verse>
				<verse number="7">“ເຮົາ​ໄດ້​ປະຮ້າງ​ເຈົ້າ​ພຽງແຕ່​ໄລຍະ​ຊົ່ວຄາວ ເຮົາ​ຈະ​ເອົາ​ເຈົ້າ​ຄືນ​ດ້ວຍ​ຄວາມຮັກ​ອັນ​ສຸດ​ຫົວໃຈ.</verse>
				<verse number="8">ເຮົາ​ປິ່ນໜ້າ​ດ້ວຍ​ຄວາມ​ໂກດຮ້າຍ​ພຽງ​ຊົ່ວຄາວ ເຮົາ​ບໍ່ໄດ້​ແນມເບິ່ງ​ໜ້າ​ເຈົ້າ​ພຽງ​ໄລຍະ​ໜຶ່ງ ແຕ່​ເຮົາ​ຈະ​ສຳແດງ​ຄວາມຮັກ​ຕໍ່​ເຈົ້າ​ສືບໄປ.” ພຣະເຈົ້າຢາເວ​ພຣະຜູ້ໄຖ່​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="9">“ເຮົາ​ໄດ້​ສັນຍາ​ໄວ້​ໃນ​ສະໄໝ​ຂອງ​ໂນອາ​ວ່າ ເຮົາ​ຈະ​ບໍ່​ໃຫ້​ນໍ້າ​ຖ້ວມ​ແຜ່ນດິນ​ໂລກ​ອີກ​ເລີຍ. ບັດນີ້ ເຮົາ​ສັນຍາ​ວ່າ​ຈະ​ບໍ່​ໂກດຮ້າຍ​ເຈົ້າ​ອີກ​ຕໍ່ໄປ ເຮົາ​ຈະ​ບໍ່​ຕິຕຽນ​ຫລື​ຈະ​ບໍ່​ລົງໂທດ​ເຈົ້າ​ອີກ.</verse>
				<verse number="10">ພູ​ໃຫຍ່​ແລະ​ພູນ້ອຍ​ອາດ​ພັງ​ທະລາຍ​ລົງ ແຕ່​ຄວາມຮັກ​ຂອງເຮົາ​ໝັ້ນຄົງ​ບໍ່​ສິ້ນສຸດ​ໄດ້; ເຮົາ​ຈະ​ຮັກສາ​ສັນຍາ​ຄວາມ​ສະຫງົບສຸກ​ໄວ້​ສືບໄປ.” ພຣະເຈົ້າຢາເວ​ຜູ້​ຊົງ​ເມດຕາ​ເຈົ້າ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="11">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ​ດັ່ງນີ້: “ໂອ ເຢຣູຊາເລັມ​ເອີຍ ເຈົ້າ​ທົນທຸກ​ແລ້ວ ນະຄອນ​ຂາດ​ທີ່​ເພິ່ງ​ຫາ​ຜູ້​ເລົ້າໂລມ​ໃຈ​ກໍ​ບໍ່ມີ ດ້ວຍ​ຫີນ​ປະເສີດ​ເຮົາ​ຈະ​ສ້າງ​ຮາກຖານ​ເຈົ້າ​ໃໝ່.</verse>
				<verse number="12">ດ້ວຍ​ທັບທີມ​ອັນແທ້ ເຮົາ​ຈະ​ສ້າງ​ຫໍຄອຍ ດ້ວຍ​ແກ້ວ​ເຈຍລະໄນ​ຈະ​ສ້າງ​ປະຕູ​ເມືອງ​ຂຶ້ນ. ດ້ວຍ​ເພັດນິນ​ຈິນດາ​ຈະ​ສ້າງ​ກຳແພງ​ເມືອງ ໃຫ້​ເປັນ​ປ້ອມລ້ອມ​ກຳແພງ​ປ້ອງກັນ​ເຈົ້າ​ໄວ້.</verse>
				<verse number="13">ສ່ວນ​ປະຊາຊົນ​ຂອງ​ເຈົ້າ​ເຮົາ​ຈະ​ສັ່ງສອນ​ພວກເຂົາ​ໂດຍ​ພຣະເຈົ້າຢາເວ ຈະ​ໃຫ້​ມີ​ສັນຕິສຸກ​ແລະ​ໃຫ້​ຈະເລີນ​ຮຸ່ງເຮືອງ​ດ້ວຍ.</verse>
				<verse number="14">ຄວາມ​ຍຸດຕິທຳ​ແລະ​ຄວາມ​ຖືກຕ້ອງ​ຈະ​ໃຫ້​ເຈົ້າ​ເຂັ້ມແຂງ​ຂຶ້ນ ເຈົ້າ​ຈະ​ພົ້ນ​ຈາກ​ການກົດຂີ່​ແລະ​ຈາກ​ຄວາມຢ້ານ.</verse>
				<verse number="15">ຖ້າ​ຜູ້ໃດ​ໂຈມຕີ​ເຈົ້າ ກໍ​ເຮັດ​ໂດຍ​ທີ່​ເຮົາ​ບໍ່​ເຫັນ​ດີ ຜູ້ໃດ​ຂັດຂວາງ​ຕໍ່ສູ້​ເຈົ້າ ກໍ​ຈະ​ລົ້ມລົງ.</verse>
				<verse number="16">ເຮົາ​ສ້າງ​ຊ່າງ​ຕີເຫລັກ​ເປົ່າ​ໄຟ​ເຮັດ​ອາວຸດ ເຮົາ​ສ້າງ​ທະຫານ​ໃຫ້​ໃຊ້​ອາວຸດ​ຂ້າຟັນກັນ.</verse>
				<verse number="17">ແຕ່​ບໍ່ມີ​ອາວຸດ​ໃດໆ​ທີ່​ທຳຮ້າຍ​ເຈົ້າ​ໄດ້​ເລີຍ ເຈົ້າ​ຈະ​ມີ​ຄຳຕອບ​ແກ່​ທຸກຄົນ​ທີ່​ຟ້ອງ​ເຈົ້າ. ເຮົາ​ຈະ​ປ້ອງກັນ​ຜູ້ຮັບໃຊ້​ຂອງເຮົາ​ໃຫ້​ມີໄຊ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.</verse>
			</chapter>
			<chapter number="55">
				<verse number="1">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ​ດັ່ງນີ້: “ເຊີນ​ທຸກໆ​ຄົນ​ມາ ຈົ່ງ​ເຊີນ​ມາ​ເທີ້ນ ຜູ້​ທີ່​ຫິວນໍ້າ ນໍ້າ​ມີ​ໃຫ້​ດື່ມ​ຢູ່​ທີ່​ນີ້​ເດ ຜູ້​ທີ່​ບໍ່ມີ​ເງິນ ເຊີນ​ມາ ຈົ່ງ​ຊື້​ເຂົ້າ​ກິນ​ເຖີດ ຈົ່ງ​ເຊີນ​ມາ​ຊື້​ເຫຼົ້າ​ອະງຸ່ນ​ແລະ​ນໍ້ານົມ​ດື່ມ ໂດຍ​ບໍ່​ຕ້ອງ​ເສຍຄ່າ​ຫຍັງໝົດ.</verse>
				<verse number="2">ເປັນຫຍັງ​ຈຶ່ງ​ຈ່າຍ​ເງິນ​ຊື້​ສິ່ງຂອງ​ທີ່​ບໍ່​ແມ່ນ​ເຂົ້າຈີ່. ເປັນຫຍັງ​ຈຶ່ງ​ຈ່າຍ​ໄປ​ແຕ່​ພັດ​ຍັງ​ຢາກ​ຢູ່? ຈົ່ງ​ຕັ້ງໃຈ​ຟັງ​ເຮົາ ແລະ​ກິນ​ອາຫານ​ທີ່​ດີ ແລະ​ຈົ່ງ​ປິຕິ​ຍິນດີ​ໃນ​ອາຫານ​ອັນ​ດີ​ເປັນ​ປະໂຫຍດ​ທີ່ສຸດ.</verse>
				<verse number="3">ບັດນີ້ ຈົ່ງ​ມາ​ຟັງ​ເຮົາ​ເທີ້ນ ໄພ່ພົນ​ຂອງເຮົາ​ເອີຍ ເຊີນ​ມາ​ຫາ​ເຮົາ​ແລະ​ພວກເຈົ້າ​ຈະ​ໄດ້​ຊີວິດ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ພວກເຈົ້າ​ສືບໆໄປ ເຮົາ​ຈະ​ໃຫ້​ພອນ​ດັ່ງ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ດາວິດ.</verse>
				<verse number="4">ເຮົາ​ໄດ້​ເຮັດ​ໃຫ້​ເພິ່ນ​ນຳພາ​ແລະ​ສັ່ງການ ບັນດາ​ຊົນຊາດ​ໄດ້​ຮູ້​ຣິດອຳນາດ​ເຮົາ​ທາງ​ເພິ່ນ.</verse>
				<verse number="5">ບັດນີ້ ເຈົ້າ​ຈະ​ເອີ້ນ​ຊົນຊາດ​ຕ່າງດ້າວ​ທັງຫລາຍ ຊຶ່ງ​ໃນ​ເວລາ​ໜຶ່ງ​ພວກເຂົາ​ບໍ່ເຄີຍ​ຮູ້ຈັກ​ເຈົ້າ ແຕ່​ບັດນີ້ ພວກເຂົາ​ຈະ​ແລ່ນ​ມາ​ຫາ​ເຈົ້າ ເພື່ອ​ຂໍ​ຮ່ວມເຂົ້າ​ກັບ​ເຈົ້າ​ໃດ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ແລະ​ເພາະ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ຈະ​ໃຫ້​ເຈົ້າ​ມີ​ສະຫງ່າຣາສີ​ແລະ​ກຽດຕິຍົດ.”</verse>
				<verse number="6">ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ​ໃນ​ຂະນະທີ່​ຈະ​ພົບ​ພຣະອົງ​ໄດ້ ຈົ່ງ​ພາວັນນາ​ອະທິຖານ​ຕໍ່ ພຣະອົງ​ໃນ​ຂະນະທີ່​ພຣະອົງ​ສະຖິດ​ຢູ່​ໃກ້.</verse>
				<verse number="7">ຈົ່ງ​ໃຫ້​ຄົນຊົ່ວຮ້າຍ​ປະ​ວິທີ​ດຳເນີນ​ຊີວິດ​ເດີມ​ຂອງ​ພວກເຂົາ ແລະ​ປ່ຽນ​ແນວທາງ​ທີ່​ພວກເຂົາ​ເຄີຍ​ຄິດ​ນັ້ນ. ຈົ່ງ​ໃຫ້​ພວກເຂົາ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ພຣະອົງ​ເຕັມ​ດ້ວຍ​ຄວາມ​ເມດຕາ​ແລະ​ອະໄພ​ໃຫ້.</verse>
				<verse number="8">ພຣະເຈົ້າຢາເວ​ກ່າວ​ວ່າ, “ຄວາມຄິດ​ເຮົາ​ນັ້ນ ບໍ່​ຄື​ຄວາມຄິດ​ຂອງ​ພວກເຈົ້າ ແລະ​ວິຖີ​ທາງ​ຂອງເຮົາ​ນັ້ນ​ກໍ​ແຕກຕ່າງ​ໃດ ບໍ່​ຄື​ວິຖີ​ທາງ​ຂອງ​ພວກເຈົ້າ.</verse>
				<verse number="9">ຟ້າ​ສະຫວັນ​ສູງກວ່າ​ແຜ່ນດິນ​ໂລກ​ສັນໃດ ວິຖີ​ທາງ​ທັງ​ຄວາມຄິດ​ເຮົາ​ກໍ​ສູງກວ່າ​ສັນນັ້ນ.”</verse>
				<verse number="10">“ຖ້ອຍຄຳ​ຂອງເຮົາ​ເປັນ​ດັ່ງ​ນໍ້າ​ຝົນ ແລະ​ຫິມະ ຊຶ່ງ​ລົງ​ມາ​ຈາກ​ສະຫວັນ​ເບື້ອງເທິງ ແລະ​ຫົດ​ແຜ່ນດິນ​ໂລກ​ໃຫ້​ຊຸ່ມເຢັນ ຊຶ່ງ​ເຮັດ​ໃຫ້​ເຄື່ອງ​ປູກ​ງອກງາມ​ໃຫຍ່ຂຶ້ນ ທັງ​ຈັດຫາ​ໃຫ້​ມີ​ແນວພືດ​ສຳລັບ​ປູກຝັງ ທັງ​ໃຫ້​ມີ​ເຂົ້າຈີ່​ກິນ​ດ້ວຍ.</verse>
				<verse number="11">ສະນັ້ນ ຖ້ອຍຄຳ​ທີ່​ເຮົາ​ກ່າວ​ໄປ​ກໍ​ເຊັ່ນດຽວ​ກັນ ຄື​ຈະ​ບໍ່​ກັບຄືນ​ມາ​ຫາ​ເຮົາ​ໂດຍ​ສູນເປົ່າ ຈະ​ສຳເລັດ​ຕາມ​ທີ່​ເຮົາ​ໄດ້​ວາງ​ແຜນການ ແລະ​ທຸກສິ່ງ​ທີ່​ເຮົາ​ໃຊ້​ໄປ​ເຮັດ​ນັ້ນ ຈະ​ເກີດຜົນ​ຈະເລີນ​ຂຶ້ນ.</verse>
				<verse number="12">ພວກເຈົ້າ​ຈະ​ຈາກ​ນະຄອນ​ບາບີໂລນ​ຢ່າງ​ຊົມຊື່ນ​ຍິນດີ ຈະ​ຖືກ​ນຳ​ອອກ​ໄປ​ຢ່າງ​ສັນຕິສຸກ​ເຫລືອລົ້ນ. ພູເຂົາ​ແລະ​ເນີນພູ​ທຸກໜ່ວຍ​ກໍ​ຈະ​ເປັ່ງ​ສຽງ​ຮ້ອງເພງ ແລະ​ຕົ້ນໄມ້​ກໍ​ຈະ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ​ຍິ່ງ.</verse>
				<verse number="13">ຕົ້ນ​ສົນ​ຈະ​ງອກ​ໃຫຍ່ຂຶ້ນ​ແທນ​ຕົ້ນໜາມ ກົກໄມ້​ຫອມ​ຈະ​ເກີດຂຶ້ນ​ແທນ​ກໍ​ໜາມ. ການນີ້​ຈະ​ເປັນ​ໝາຍສຳຄັນ​ທີ່​ຈະ​ດຳລົງ​ຢູ່​ສືບໄປ ຄື​ເຕືອນ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້ຊົງ​ກະທຳ.”</verse>
			</chapter>
			<chapter number="56">
				<verse number="1">ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ເຮັດ​ໃນ​ສິ່ງ​ທີ່​ຍຸດຕິທຳ​ແລະ​ຖືກຕ້ອງ ເພາະ​ໃນ​ໄວໆ​ນີ້​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.</verse>
				<verse number="2">ເຮົາ​ຈະ​ອວຍພອນ​ພວກ​ທີ່​ຢຶດຖື​ວັນ​ຊະບາໂຕ​ແລະ​ຜູ້​ທີ່​ບໍ່​ລະເມີດ​ກົດ​ຂອງ​ວັນ​ຊະບາໂຕ. ເຮົາ​ຈະ​ອວຍພອນ​ຜູ້​ທີ່​ບໍ່​ເຮັດ​ສິ່ງ​ອັນ​ຊົ່ວຊ້າ​ໃດໆ.”</verse>
				<verse number="3">ເມື່ອ​ຄົນຕ່າງດ້າວ​ຜູ້ໜຶ່ງ​ໄດ້​ເຂົ້າ​ຮ່ວມ​ກັບ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ ລາວ​ຈະ​ບໍ່ໄດ້​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຈະ​ບໍ່​ໃຫ້​ຂ້ອຍ ນະມັດສະການ​ກັບ​ປະຊາຊົນ​ຂອງ​ພຣະອົງ.” ຊາຍ​ກະເທີຍ​ຄົນ​ໜຶ່ງ​ບໍ່​ຕ້ອງ​ຄິດ​ເລີຍ​ວ່າ​ເພາະ​ຕົນ​ມີ​ລູກ​ບໍ່ໄດ້ ຈຶ່ງ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ບໍ່ໄດ້.</verse>
				<verse number="4">ພຣະເຈົ້າຢາເວ​ກ່າວ​ແກ່​ລາວ​ວ່າ, “ຖ້າ​ເຈົ້າ​ໃຫ້ກຽດ​ເຮົາ​ໂດຍ​ຢຶດຖື​ວັນ​ຊະບາໂຕ ແລະ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ພໍໃຈ ຕະຫລອດ​ທັງ​ຮັກສາ​ພັນທະສັນຍາ​ຂອງເຮົາ​ຢ່າງ​ສັດຊື່</verse>
				<verse number="5">ແລ້ວ​ເຮົາ​ກໍ​ຈະ​ຈົດ​ຊື່​ຂອງ​ເຈົ້າ​ໄວ້​ໃນ​ວິຫານ​ຂອງເຮົາ ແລະ​ໃນ​ທ່າມກາງ​ປະຊາຊົນ​ຂອງເຮົາ​ຍາວນານ​ກວ່າ ຖ້າ​ເຈົ້າ​ມີ​ລູກຊາຍ​ແລະ​ລູກສາວ​ຫລາຍ​ຄົນ. ເຮົາ​ຈະ​ບໍ່​ລືມໄລ​ເຈົ້າ​ຈັກເທື່ອ.”</verse>
				<verse number="6">ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ພວກ​ຕ່າງດ້າວ ທີ່​ກາຍເປັນ​ປະຊາຊົນ​ສ່ວນ​ໜຶ່ງ​ຂອງ​ພຣະອົງ ຄື​ຜູ້​ທີ່​ຮັກ​ນາມຊື່​ຂອງ​ພຣະເຈົ້າຢາເວ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ ທີ່​ຢຶດຖື​ວັນ​ຊະບາໂຕ ແລະ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ​ຢ່າງ​ສັດຊື່​ວ່າ,</verse>
				<verse number="7">“ເຮົາ​ຈະ​ນຳ​ພວກເຈົ້າ​ໄປ​ຍັງ​ຊີໂອນ ເນີນພູ​ສັກສິດ​ຂອງເຮົາ ເພື່ອ​ໃຫ້​ພວກເຈົ້າ​ມີ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ເຮືອນ​ຂອງເຮົາ​ສຳລັບ​ພາວັນນາ​ອະທິຖານ ແລະ​ເຮົາ​ຈະ​ຮັບ​ເຄື່ອງບູຊາ​ຊຶ່ງ​ພວກເຈົ້າ​ຖວາຍ​ທີ່​ເທິງ​ແທ່ນ​ຂອງເຮົາ. ພຣະວິຫານ​ຂອງເຮົາ​ຈະ​ເປັນ​ທີ່​ເອີ້ນ​ວ່າ, ‘ວິຫານ​ແຫ່ງ​ການ​ໄຫວ້ວອນ​ສຳລັບ​ທຸກ​ຊົນຊາດ.”’</verse>
				<verse number="8">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ທີ່​ນຳ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ກັບຄືນ​ມາ​ແຕ່​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ໄດ້​ສັນຍາ​ວ່າ ພຣະອົງ​ຍັງ​ຈະ​ນຳ​ປະຊາຊົນ​ອື່ນໆ​ມາ​ຮ່ວມ​ກັບ​ພວກເຂົາ.</verse>
				<verse number="9">ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ບອກ​ຊາດ​ຕ່າງດ້າວ​ທັງຫລາຍ​ໃຫ້​ມາ​ດັ່ງ​ຝູງ​ສັດປ່າ ແລະ​ກັດ​ກິນ​ປະຊາຊົນ​ຂອງ​ພຣະອົງ.</verse>
				<verse number="10">ພຣະອົງ​ກ່າວ​ວ່າ, “ບັນດາ​ຜູ້ນຳ​ທັງໝົດ ຄື​ຜູ້​ທີ່​ຖືກ​ສົ່ງ​ມາ​ຕັກເຕືອນ​ປະຊາຊົນ​ຂອງເຮົາ​ນັ້ນ​ຕາບອດ​ໝົດ ພວກເຂົາ​ບໍ່​ຮູ້ຈັກ​ຫຍັງ. ພວກເຂົາ​ເປັນ​ດັ່ງ​ໝາ​ນອນ​ເຝົ້າ​ທີ່​ບໍ່​ເຫົ່າ ຄື​ມັກ​ເອ່ນ​ຕົວ​ລົງ ແລະ​ເພີ້ຝັນ. ພວກເຂົາ​ມັກ​ນອນ​ຫລາຍ​ແທ້.</verse>
				<verse number="11">ພວກເຂົາ​ເປັນ​ຄື​ໝາ​ທີ່​ກິນ​ແລ້ວ​ບໍ່​ຮູ້ຈັກ​ອີ່ມ. ພວກ​ຜູ້ນຳ​ເຫຼົ່ານີ້​ບໍ່ມີ​ຄວາມ​ເຂົ້າໃຈ. ພວກເຂົາ​ແຕ່ລະຄົນ​ເຮັດ​ໄປ​ຕາມ​ໃຈ​ບັນຊາ ແລະ​ຊອກຫາ​ຜົນປະໂຫຍດ​ສ່ວນຕົວ.</verse>
				<verse number="12">ພວກ​ຂີ້ເຫລົ້າ​ເຫຼົ່ານີ້​ເວົ້າ​ວ່າ, ‘ດື່ມ​ເຫຼົ້າ​ອະງຸ່ນ​ກັນ​ເທາະ ແລະ​ດື່ມ​ເທົ່າທີ່​ພວກເຮົາ​ດື່ມ​ໄດ້ ເພາະ​ມື້ອື່ນ​ຈະ​ດີກວ່າ​ມື້ນີ້.”’</verse>
			</chapter>
			<chapter number="57">
				<verse number="1">ຄົນ​ຊອບທຳ​ຕາຍໄປ​ໂດຍ​ບໍ່ມີ​ຜູ້ໃດ​ເຂົ້າໃຈ​ຫລື​ເອົາໃຈໃສ່​ເລີຍ, ແຕ່​ເມື່ອ​ເຂົາ​ຕາຍໄປ​ນັ້ນ ບໍ່ມີ​ໂພຍໄພ​ອັນໃດ​ຈະ​ທຳຮ້າຍ​ເຂົາ​ໄດ້.</verse>
				<verse number="2">ພວກ​ທີ່​ດຳເນີນ​ຊີວິດ​ໃນ​ຄວາມ​ທ່ຽງທຳ​ຈະ​ພົບ​ສັນຕິສຸກ ແລະ​ການ​ພັກຜ່ອນ​ໃນ​ຄວາມຕາຍ​ຂອງ​ພວກເຂົາ.</verse>
				<verse number="3">ພວກ​ຄົນບາບ​ເອີຍ ຈົ່ງ​ມາ​ນີ້ ຮັບ​ເອົາ​ການ​ພິພາກສາ ພວກເຈົ້າ​ບໍ່​ດີ​ໄປ​ກວ່າ​ພວກ​ໝໍ​ວິຊາ​ອາຄົມ, ຄົນຜິດ​ປະເວນີ ແລະ​ພວກ​ແມ່ຈ້າງນາງເລງ.</verse>
				<verse number="4">ພວກເຈົ້າ​ຫຍໍ້ຫຍັນ​ຜູ້ໃດ​ກັນ​ໜໍ? ຄົນ​ຂີ້ຕົວະ​ເອີຍ</verse>
				<verse number="5">ພວກເຈົ້າ​ຂາບໄຫວ້​ບັນດາ​ພະ​ແຫ່ງ​ຄວາມ​ອຸດົມ​ສົມບູນ ໂດຍ​ສົມສູ່​ກັນ​ທາງເພດ​ຢູ່​ລຸ່ມ​ຕົ້ນໄມ້​ສັກສິດ​ຂອງ​ພວກເຈົ້າ. ພວກເຈົ້າ​ຖວາຍ​ລູກ​ຂອງ​ພວກເຈົ້າ​ເປັນ​ເຄື່ອງບູຊາ​ຢູ່​ໃນ​ຖໍ້າ​ຫີນ​ຂ້າງ​ຫ້ວຍນໍ້າ.</verse>
				<verse number="6">ພວກເຈົ້າ​ເອົາ​ຫີນ​ກ້ຽງ​ຈາກ​ທີ່​ນັ້ນ​ມາ​ເຮັດ​ເປັນ​ຮູບພະ​ເພື່ອ​ຂາບໄຫວ້​ບູຊາ. ພວກເຈົ້າ​ໄດ້​ຖອກ​ເຫຼົ້າ​ອະງຸ່ນ​ແລະ​ນຳ​ພືດຜົນ​ເປັນເມັດ​ຖວາຍ​ເປັນ​ເຄື່ອງບູຊາ​ແກ່​ຮູບພະ​ເຫຼົ່ານີ້. ພວກເຈົ້າ​ຄິດວ່າ​ເຮົາ​ພໍໃຈ​ນຳ​ສິ່ງ​ທັງໝົດ​ເຫຼົ່ານີ້​ຊັ້ນບໍ?</verse>
				<verse number="7">ພວກເຈົ້າ​ໄດ້​ຂຶ້ນ​ໄປ​ທີ່​ເທິງ​ພູ​ໜ່ວຍສູງໆ ເພື່ອ​ຖວາຍບູຊາ​ແລະ​ສົມສູ່ກັນ​ທາງເພດ.</verse>
				<verse number="8">ພວກເຈົ້າ​ໄດ້​ຕັ້ງ​ຮູບ​ລາມົກ​ໄວ້​ຢູ່​ຕໍ່ໜ້າ​ປະຕູ​ເຂົ້າ​ບ້ານ​ຂອງ​ພວກເຈົ້າ. ພວກເຈົ້າ​ປະຖິ້ມ​ເຮົາ, ພວກເຈົ້າ​ແກ້​ເສື້ອຜ້າ​ອອກ, ແລະ​ກ້າວ​ຂຶ້ນ​ເທິງ​ຕຽງ​ໃຫຍ່​ນອນ​ນຳ​ຄູ່ຮັກ​ຂອງ​ພວກເຈົ້າ ຄື​ຜູ້​ທີ່​ພວກເຈົ້າ​ໄດ້​ຈ່າຍ​ເງິນຄຳ​ໃຫ້​ເພື່ອ​ຈະ​ໄດ້​ນອນ​ນຳ. ໃນ​ທີ່ນັ້ນ ພວກເຈົ້າ​ອີ່ມໜຳ​ສຳລານ​ໃຈ​ກັບ​ຕັນຫາ​ຂອງ​ພວກເຈົ້າ.</verse>
				<verse number="9">ພວກເຈົ້າ​ໃສ່​ນໍ້າຫອມ​ແລະ​ທາ​ນວດ​ສະເໜ່​ໄປ​ຂາບໄຫວ້​ພະ​ໂມເລັກ. ເພື່ອ​ຈະ​ໄດ້​ບັນດາ​ພະ​ມາ​ຂາບໄຫວ້ ພວກເຈົ້າ​ໄດ້​ສົ່ງ​ຄະນະທູດ​ໄປ​ສູ່​ແດນໄກ​ໄປ​ຮອດ​ແມ່ນແຕ່​ແດນ​ຂອງ​ຄົນຕາຍ.</verse>
				<verse number="10">ພວກເຈົ້າ​ຊອກຫາ​ບັນດາ​ພະ​ຕົນອື່ນ ຈົນ​ພວກເຈົ້າ​ເອງ​ໝົດເຮື່ອ​ໝົດແຮງ ແຕ່​ພວກເຈົ້າ​ກໍ​ຍັງ​ບໍ່​ຍອມ​ຍົກເລີກ. ພວກເຈົ້າ​ຄິດວ່າ​ບັນດາ​ຮູບ​ລາມົກ​ໃຫ້​ກຳລັງ​ພວກເຈົ້າ​ໄດ້; ສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ຍອມ​ອ່ອນເພຍ.</verse>
				<verse number="11">ອົງພຣະ​ຜູ້​ເປັນເຈົ້າ​ຖາມ​ວ່າ, “ບັນດາ​ພະ​ເຫຼົ່ານີ້ ທີ່​ເຮັດ​ໃຫ້​ພວກເຈົ້າ​ຢ້ານ​ນັ້ນ​ເປັນ​ຜູ້ໃດ ຈຶ່ງ​ເຮັດ​ໃຫ້​ພວກເຈົ້າ​ເວົ້າ​ຕົວະ​ແລະ​ລືມໄລ​ເຮົາ​ໄປ​ຢ່າງ​ໝົດສິ້ນ? ພວກເຈົ້າ​ເຊົາ​ໃຫ້ກຽດ​ເຮົາ​ຍ້ອນ​ເຮົາ​ມິດງຽບ​ຢູ່​ຕັ້ງ​ດົນນານ​ຊັ້ນບໍ?</verse>
				<verse number="12">ພວກເຈົ້າ​ຄິດວ່າ​ສິ່ງ​ທີ່​ພວກເຈົ້າ​ເຮັດ​ນັ້ນ​ຖືກຕ້ອງ; ແຕ່​ເຮົາ​ຈະ​ເປີດເຜີຍ​ຄວາມ​ປະພຶດ​ຂອງ​ພວກເຈົ້າ ແລະ​ຮູບພະ​ເຫຼົ່ານັ້ນ​ຈະ​ຊ່ວຍ​ຫຍັງ​ພວກເຈົ້າ​ບໍ່ໄດ້.</verse>
				<verse number="13">ເມື່ອ​ພວກເຈົ້າ​ຮ້ອງ​ຫາ​ໃຫ້​ຊ່ວຍເຫລືອ ຈົ່ງ​ໃຫ້​ບັນດາ​ຮູບພະ​ຂອງ​ພວກເຈົ້າ​ຊ່ວຍເຫລືອ​ພວກເຈົ້າ​ສາ ລົມພະຍຸ​ພັດ​ມາ​ພຽງ​ເທື່ອດຽວ​ກໍ​ຈະ​ກວາດ​ເອົາ​ບັນດາ​ຮູບພະ​ເຫຼົ່ານີ້​ໄປ​ໝົດ ແຕ່​ພວກ​ທີ່​ໄວ້ວາງໃຈ​ໃນ​ເຮົາ​ຈະ​ອາໄສ​ຢູ່​ໃນ​ດິນແດນ ແລະ​ຈະ​ນະມັດສະການ​ເຮົາ​ຢູ່​ໃນ​ພຣະວິຫານ​ຂອງເຮົາ.”</verse>
				<verse number="14">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ໃຫ້​ປະຊາຊົນ​ຂອງເຮົາ​ກັບ​ມາ​ຫາ​ເຮົາ​ສາ. ຈົ່ງ​ຍົກຍ້າຍ​ສິ່ງ​ທີ່​ກີດຂວາງ​ທຸກຢ່າງ​ຈາກ​ທາງ​ຂອງ​ພວກເຂົາ ຈົ່ງ​ສ້າງ​ຖະໜົນ​ແລະ​ຕຽມ​ຫົນທາງ​ໃຫ້​ພ້ອມ​ເຖີດ.</verse>
				<verse number="15">ເຮົາ​ເປັນ​ພຣະເຈົ້າ​ອົງ​ສູງສຸດ, ອົງ​ບໍຣິສຸດ, ແລະ​ອົງ​ຊົງ​ຊີວິດ​ຢູ່​ຕະຫລອດໄປ. ເຮົາ​ຢູ່​ໃນ​ສະຖານທີ່​ສູງສຸດ​ແລະ​ບໍຣິສຸດ; ແຕ່​ເຮົາ​ຢູ່​ນຳ​ປະຊາຊົນ​ຜູ້​ທີ່​ຖ່ອມໃຈ​ແລະ​ຜູ້​ທີ່​ກັບໃຈໃໝ່ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຟື້ນຟູ​ຈິດວິນຍານ ແລະ​ຄວາມຫວັງ​ຂອງ​ພວກເຂົາ​ຂຶ້ນ​ໃໝ່.</verse>
				<verse number="16">ເຮົາ​ໄດ້​ໃຫ້​ຊີວິດ​ແກ່​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ຈະ​ບໍ່​ສືບຕໍ່​ກ່າວຫາ​ຫລື​ໂກດຮ້າຍ​ພວກເຂົາ​ຕະຫລອດໄປ.</verse>
				<verse number="17">ເຮົາ​ໂກດຮ້າຍ​ພວກເຂົາ ເພາະ​ການບາບ​ແລະ​ຄວາມ​ໂລບມາກ​ຂອງ​ພວກເຂົາ; ສະນັ້ນ ເຮົາ​ຈຶ່ງ​ໄດ້​ລົງໂທດ​ແລະ​ປະຖິ້ມ​ພວກເຂົາ. ແຕ່​ພວກເຂົາ​ຍັງ​ດື້ດ້ານ​ແລະ​ສືບຕໍ່​ເຮັດ​ຕາມ​ວິຖີ​ທາງ​ຂອງຕົນ​ຢູ່.</verse>
				<verse number="18">ເຮົາ​ເຫັນ​ວ່າ​ພວກເຂົາ​ໄດ້​ປະພຶດ​ຕົນ​ຢ່າງໃດ, ແຕ່​ເຮົາ​ກໍ​ຈະ​ປິ່ນປົວ​ພວກເຂົາ​ໃຫ້​ດີ. ເຮົາ​ຈະ​ນຳພາ​ແລະ​ຊ່ວຍເຫລືອ​ພວກເຂົາ ແລະ​ເຮົາ​ຈະ​ເລົ້າໂລມ​ອອຍໃຈ​ຄົນ​ທີ່​ໂສກເສົ້າ​ເສຍໃຈ.</verse>
				<verse number="19">ເຮົາ​ໃຫ້​ສັນຕິສຸກ​ແກ່​ທຸກຄົນ ທັງ​ຜູ້​ທີ່​ຢູ່​ໄກ​ແລະ​ຜູ້​ທີ່​ຢູ່​ໃກ້, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ ເຮົາ​ຈະ​ປິ່ນປົວ​ປະຊາຊົນ​ຂອງເຮົາ​ໃຫ້​ດີ.</verse>
				<verse number="20">ແຕ່​ຄົນຊົ່ວຮ້າຍ​ກໍ​ເປັນ​ດັ່ງ​ທະເລ​ທີ່​ປັ່ນປ່ວນ ຊຶ່ງ​ຄື້ນ​ຂອງ​ມັນ​ບໍ່​ເຊົາ​ພັດ​ຕີ​ຕາຝັ່ງ​ຈັກເທື່ອ ທັງ​ນຳ​ເອົາ​ຂອງ​ເປິເປື້ອນ​ແລະ​ຂີ້ຕົມ​ມາ​ດ້ວຍ.”</verse>
				<verse number="21">ພຣະເຈົ້າ​ຂອງ​ເຮົາ​ກ່າວ​ວ່າ, “ຄົນຊົ່ວຮ້າຍ​ຈະ​ບໍ່ໄດ້​ຮັບ​ສັນຕິສຸກ​ຈັກເທື່ອ.”</verse>
			</chapter>
			<chapter number="58">
				<verse number="1">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ຮ້ອງ​ດັງໆ​ຈົນ​ສຸດ​ສຽງ​ເຖີດ ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ກ່ຽວກັບ​ການບາບ​ຂອງ​ພວກເຂົາ</verse>
				<verse number="2">ພວກເຂົາ​ນະມັດສະການ​ເຮົາ​ທຸກ​ວັນ​ໂດຍ​ອ້າງ​ວ່າ ພວກຕົນ​ຢາກ​ຮູ້​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ພວກເຂົາ​ເຮັດ ແລະ​ຢາກ​ປະຕິບັດ​ຕາມ​ຂໍ້​ກົດບັນຍັດ​ຂອງເຮົາ. ພວກເຂົາ​ບອກ​ວ່າ, ຕ້ອງການ​ກົດບັນຍັດ​ທີ່​ທ່ຽງທຳ ແລະ​ພວກເຂົາ​ກໍ​ມີ​ຄວາມສຸກ​ໃນ​ການ​ນະມັດສະການ​ເຮົາ.”</verse>
				<verse number="3">ປະຊາຊົນ​ຖາມ​ວ່າ, “ເປັນຫຍັງ​ພວກເຮົາ​ຈຶ່ງ​ຕ້ອງ​ຖືສິນ​ອົດອາຫານ ໃນ​ເມື່ອ​ພຣະອົງ​ບໍ່ໄດ້​ສັງເກດ​ເຫັນ? ເປັນຫຍັງ​ພວກເຮົາ​ຈຶ່ງ​ຕ້ອງ​ອົດ​ບໍ່​ກິນ​ເຂົ້າ ໃນ​ເມື່ອ​ພຣະອົງ​ບໍ່ໄດ້​ເອົາໃຈໃສ່?” ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ຄວາມຈິງ​ກໍ​ຄື​ວ່າ​ໃນ​ເວລາ​ທີ່​ພວກເຈົ້າ​ຖືສິນ​ອົດອາຫານ​ນັ້ນ ພວກເຈົ້າ​ເຫັນແກ່ໄດ້ ແລະ​ກົດຂີ່​ຄົນງານ​ຂອງ​ພວກເຈົ້າ.</verse>
				<verse number="4">ການ​ທີ່​ພວກເຈົ້າ​ຖືສິນ​ອົດອາຫານ​ນັ້ນ​ພາ​ໃຫ້​ພວກເຈົ້າ​ຮຸນແຮງ ທັງ​ທະເລາະ​ຜິດຖຽງກັນ ແລະ​ຕໍ່ສູ້​ຊຶ່ງກັນແລະກັນ. ພວກເຈົ້າ​ຄິດວ່າ​ການ​ຖືສິນ​ອົດອາຫານ​ແບບ​ນີ້ ຈະ​ເຮັດ​ໃຫ້​ເຮົາ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຈົ້າ​ຈັ່ງ​ຊັ້ນບໍ?</verse>
				<verse number="5">ເມື່ອ​ຖືສິນ​ອົດອາຫານ​ນັ້ນ ພວກເຈົ້າ​ເຮັດ​ໃຫ້​ພວກ​ເຈົ້າເອງ​ເປັນທຸກ; ພວກເຈົ້າ​ກົ້ມ​ຫົວ​ລົງ​ຕໍ່າໆ​ດັ່ງ​ໃບ​ຫຍ້າ​ອ່ອນໂນ້ມ ແລະ​ປູ​ກະສອບ​ເຂົ້າ​ເທິງ​ຂີ້ເຖົ່າ​ເນີ້ງຕົວ​ລົງນອນ. ອັນນັ້ນ​ບໍ​ທີ່​ພວກເຈົ້າ​ເອີ້ນ​ວ່າ​ຖືສິນ​ອົດອາຫານ? ພວກເຈົ້າ​ຄິດວ່າ​ພຣະເຈົ້າຢາເວ​ຈະ​ພໍໃຈ​ນຳ​ການ​ກະທຳ​ເຊັ່ນນັ້ນ​ບໍ?</verse>
				<verse number="6">ການ​ຖືສິນ​ອົດອາຫານ​ແບບ​ທີ່​ເຮົາ​ຕ້ອງການ​ແມ່ນ​ດັ່ງນີ້: ຄື​ແກ້​ໂສ້​ແຫ່ງ​ການກົດຂີ່ ແລະ​ປົດ​ແອກ​ແຫ່ງ​ຄວາມ​ບໍ່​ຍຸດຕິທຳ ແລະ​ປົດປ່ອຍ​ຄົນ​ທີ່​ຖືກ​ກົດຂີ່​ໃຫ້​ເປັນ​ອິດສະຫລະ.</verse>
				<verse number="7">ຈົ່ງ​ແບ່ງປັນ​ອາຫານ​ໃຫ້​ແກ່​ຜູ້​ທີ່​ອຶດຫິວ ແລະ​ໃຫ້​ທີ່ພັກ​ແກ່​ຜູ້​ທີ່​ຍາກຈົນ​ຂາດ​ບ່ອນ​ພັກພາ​ອາໄສ. ຈົ່ງ​ຫາ​ເຄື່ອງນຸ່ງຫົ່ມ​ໃຫ້​ແກ່​ຜູ້​ທີ່​ບໍ່ມີ ແລະ​ຢ່າ​ລະເລີຍ​ໃນ​ການ​ຊ່ວຍເຫລືອ​ເພື່ອນມະນຸດ.</verse>
				<verse number="8">ແລ້ວ​ຄວາມ​ກະລຸນາ​ຂອງເຮົາ​ກໍ​ຈະ​ສ່ອງແສງ​ດັ່ງ​ຕາເວັນ​ຂຶ້ນ​ໃນ​ຕອນເຊົ້າ ແລະ​ບາດແຜ​ຂອງເຈົ້າ​ກໍ​ຈະ​ຖືກ​ປິ່ນປົວ​ໃຫ້​ຫາຍດີ​ໄວ. ແລະ​ຄວາມຊອບທຳ​ຂອງເຈົ້າ​ຈະ​ນຳໜ້າ​ເຈົ້າ​ໄປ, ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ຈະ​ປົກປັກ​ຮັກສາ​ເຈົ້າ​ຮອບດ້ານ.</verse>
				<verse number="9">ເມື່ອນັ້ນ​ເຈົ້າ​ຈະ​ພາວັນນາ​ອະທິຖານ​ຫາ​ເຮົາ ເຮົາ​ກໍ​ຈະ​ຕອບ​ເຈົ້າ. ເມື່ອ​ເຈົ້າ​ເອີ້ນ​ຫາ​ເຮົາ ເຮົາ​ກໍ​ຈະ​ຂານຕອບ​ເຈົ້າ. ຖ້າ​ເຈົ້າ​ເຊົາ​ກົດຂີ່​ຄົນອື່ນ ເລີກ​ການ​ດູໝິ່ນ​ປະໝາດ​ທຸກປະການ ແລະ​ເຊົາ​ເວົ້າ​ຄຳ​ຊົ່ວຊ້າ​ທຸກຢ່າງ;</verse>
				<verse number="10">ຖ້າ​ເຈົ້າ​ໃຫ້​ອາຫານ​ແກ່​ຜູ້​ທີ່​ອຶດຫິວ ແລະ​ໃຫ້​ຜູ້​ທີ່​ຂັດສົນ​ໄດ້​ມີ​ຄວາມ​ອີ່ມໃຈ ແລ້ວ​ມືດ​ທີ່​ອ້ອມຮອບ​ເຈົ້າ​ນັ້ນ ກໍ​ຈະ​ປ່ຽນ​ເປັນ​ແຈ້ງ​ໃນ​ຕອນ​ກາງເວັນ.</verse>
				<verse number="11">ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ນຳພາ​ເຈົ້າ​ໄປ​ສະເໝີ ແລະ​ຈະ​ໃຫ້​ເຈົ້າ​ໄດ້​ອີ່ມໃຈ​ກັບ​ສິ່ງ​ທີ່ດີ​ທັງຫລາຍ. ເຮົາ​ຈະ​ຮັກສາ​ເຈົ້າ​ໃຫ້​ເຂັ້ມແຂງ​ແລະ​ທັງ​ຈະ​ໃຫ້​ຢູ່ດີ​ກິນດີ​ດ້ວຍ. ເຈົ້າ​ຈະ​ເປັນ​ດັ່ງ​ສວນ​ທີ່​ມີ​ນໍ້າ​ລໍ່ລ້ຽງ​ຢ່າງ​ອຸດົມສົມບູນ ເປັນ​ດັ່ງ​ນໍ້າພຸ​ທີ່​ບໍ່​ແຫ້ງ​ເປັນ​ຈັກເທື່ອ.</verse>
				<verse number="12">ປະຊາຊົນ​ຂອງ​ເຈົ້າ​ຈະ​ສ້າງ​ສິ່ງ​ທີ່​ຮົກຮ້າງ​ເພພັງ​ແຕ່​ດົນນານ​ຂຶ້ນໃໝ່ ຄື​ສ້າງ​ຂຶ້ນ​ໃໝ່​ຢູ່​ໃນ​ບ່ອນ​ທີ່​ມີ​ຮາກຖານ​ເດີມ. ເຈົ້າ​ຈະ​ເປັນ​ທີ່​ຮູ້ຈັກ​ໃນ​ຖານະ​ປະຊາຊົນ ຜູ້​ທີ່​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່ ຜູ້​ທີ່​ສ້າງ​ບ້ານເຮືອນ​ທີ່​ຮົກຮ້າງ​ເພພັງ​ຂຶ້ນ​ໃໝ່.”</verse>
				<verse number="13">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຖ້າ​ເຈົ້າ​ຢຶດຖື​ວັນ​ຊະບາໂຕ ແລະ​ບໍ່​ເຫັນແກ່ຕົວ​ໃນ​ວັນ​ສັກສິດ​ຂອງ​ເຮົາ; ຖ້າ​ເຈົ້າ​ນັບຖື​ແລະ​ໃຫ້ກຽດ​ວັນ​ນັ້ນ​ໂດຍ​ບໍ່​ທ່ອງທ່ຽວ​ໄປມາ, ບໍ່​ເຮັດ​ການ ຫລື​ເວົ້າ​ສິ່ງ​ທີ່​ບໍ່ມີ​ປະໂຫຍດ​ໃນ​ວັນ​ສັກສິດ​ຂອງ​ພຣະເຈົ້າຢາເວ</verse>
				<verse number="14">ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ພົບ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ເນື່ອງ​ຈາກ​ບົວລະບັດ​ຮັບໃຊ້​ເຮົາ. ເຮົາ​ຈະ​ໃຫ້​ເຈົ້າ​ໄດ້​ຮັບກຽດ​ໃນ​ທົ່ວ​ທັງໂລກນີ້ ແລະ​ເຈົ້າ​ກໍ​ຈະ​ມ່ວນຊື່ນ​ເບີກບານ​ໃຈ​ໃນ​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ຢາໂຄບ​ບັນພະບຸລຸດ​ຂອງ​ເຈົ້າ.” ປາກ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.</verse>
			</chapter>
			<chapter number="59">
				<verse number="1">ຢ່າ​ໄດ້​ຄິດວ່າ​ພຣະເຈົ້າຢາເວ​ອ່ອນແອ​ເກີນໄປ ທີ່​ຈະ​ຊ່ວຍຊູ​ພວກເຈົ້າ​ໃຫ້​ພົ້ນ ຫລື​ວ່າ​ພຣະອົງ​ຫູຕຶງ​ໂພດ ທີ່​ຈະ​ໄດ້ຍິນ​ຄຳຮ້ອງຂໍ​ຄວາມ​ຊ່ວຍເຫລືອ</verse>
				<verse number="2">ເພາະ​ການບາບ​ຂອງ​ພວກເຈົ້າ​ເອງ ພຣະອົງ​ຈຶ່ງ​ບໍ່ໄດ້ຍິນ​ພວກເຈົ້າ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ. ເມື່ອ​ພວກເຈົ້າ​ພະຍາຍາມ​ນະມັດສະການ​ພຣະເຈົ້າ ແມ່ນ​ການບາບ​ຂອງ​ພວກເຈົ້າ​ນັ້ນແຫລະ ທີ່​ແຍກ​ພວກເຈົ້າ​ຈາກ​ພຣະອົງ.</verse>
				<verse number="3">ພວກເຈົ້າ​ເຮັດ​ຜິດ​ໃນ​ຖານ​ເວົ້າຕົວະ, ເຮັດ​ຮຸນແຮງ ແລະ​ຂ້າ​ຄົນ.</verse>
				<verse number="4">ພວກເຈົ້າ​ໄປ​ສານ​ແຕ່​ຄວາມ​ຍຸດຕິທຳ​ຈະ​ບໍ່​ຢູ່​ຝ່າຍ​ພວກເຈົ້າ ເພາະ​ພວກເຈົ້າ​ເວົ້າ​ຕົວະ​ເພື່ອ​ເອົາ​ຊະນະ​ຄະດີ. ພວກເຈົ້າ​ໃຊ້​ອຸບາຍ​ເພື່ອ​ທຳຮ້າຍ​ຄົນອື່ນ.</verse>
				<verse number="5">ແຜນ​ປອງຮ້າຍ​ທີ່​ພວກເຈົ້າ​ໄດ້​ວາງ​ໄວ້ນັ້ນ ເຮັດ​ໃຫ້​ເຖິງ​ຕາຍ​ໄດ້​ດັ່ງ​ໄຂ່​ຂອງ​ງູພິດ. ເມື່ອ​ໄຂ່​ແຕກ ໂຕ​ງູ​ຈະ​ອອກ​ມາ​ໂລດ ແຕ່​ແຜນ​ປອງຮ້າຍ​ນັ້ນ ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ດີ​ຫຍັງ​ເລີຍ ເພາະ​ມັນ​ບໍ່ມີ​ປະໂຫຍດ​ດັ່ງ​ເຄື່ອງນຸ່ງ​ທີ່​ເຮັດ​ດ້ວຍ​ໃຍ​ແມງມຸມ</verse>
				<verse number="6"></verse>
				<verse number="7">ພວກເຈົ້າ​ຄິດ​ແຜນການ​ຊົ່ວ​ຢູ່​ສະເໝີ ແລະ​ອົດ​ທີ່​ຈະ​ເຮັດ​ຕາມ​ແຜນການ​ນັ້ນ​ຈົນ​ບໍ່ໄຫວ. ພວກເຈົ້າ​ບໍ່ເຄີຍ​ລັ່ງເລໃຈ​ທີ່​ຈະ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ. ບໍ່​ວ່າ​ໄປ​ທີ່ໃດ​ພວກເຈົ້າ​ກໍ​ຈະ​ສ້າງ​ຄວາມ​ຈິບຫາຍ​ໄວ້​ທີ່ນັ້ນ</verse>
				<verse number="8">ແລະ​ເມື່ອ​ພວກເຈົ້າ​ຢູ່​ທີ່ໃດ ທີ່ນັ້ນ​ຈະ​ບໍ່ມີ​ຄວາມ​ປອດໄພ​ເລີຍ. ທຸກສິ່ງ​ທີ່​ພວກເຈົ້າ​ເຮັດ​ນັ້ນ ລ້ວນແຕ່​ບໍ່​ຍຸດຕິທຳ. ພວກເຈົ້າ​ເດີນ​ຕາມ​ທາງຄົດ ແລະ​ຄົນ​ທີ່​ເດີນ​ໄປ​ຕາມ​ທາງນັ້ນ ບໍ່ມີ​ຜູ້ໃດ​ເລີຍ​ທີ່​ຈະ​ປອດໄພ.</verse>
				<verse number="9">ປະຊາຊົນ​ເວົ້າ​ວ່າ, “ບັດນີ້ ພວກເຮົາ​ຮູ້​ແລ້ວ​ວ່າ ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ບໍ່​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພວກ​ທີ່​ກົດຂີ່​ພວກເຮົາ​ນັ້ນ. ພວກເຮົາ​ຫວັງ​ຈະ​ໃຫ້​ມີ​ແຈ້ງ​ຕາມ​ທາງເດີນ ພັດ​ມີ​ແຕ່​ມືດ​ເທົ່ານັ້ນ</verse>
				<verse number="10">ແລະ​ພວກເຮົາ​ກໍ​ງົມໆ​ທາວໆ​ໄປ​ເໝືອນ​ຄົນ​ຕາບອດ. ພວກເຮົາ​ລົ້ມລົງ​ໃນ​ຕອນທ່ຽງ ຄື​ກັບ​ວ່າ​ເດີນ​ໄປ​ໃນ​ຕອນ​ກາງຄືນ ຄື​ກັບ​ວ່າ​ພວກເຮົາ​ຢູ່​ໃນ​ທີ່​ມືດ​ຂອງ​ແດນ​ມໍຣະນາ.</verse>
				<verse number="11">ພວກເຮົາ​ຢ້ານ​ແລະ​ເປັນທຸກໃຈ​ຫລາຍ. ພວກເຮົາ​ຫວັງ​ທີ່​ຈະ​ເຫັນ​ພຣະເຈົ້າ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ການກົດຂີ່​ແລະ​ການ​ຜິດພາດ ແຕ່​ກໍ​ບໍ່​ເຫັນ​ມີ​ຫຍັງ​ເກີດຂຶ້ນ.</verse>
				<verse number="12">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ການຊົ່ວ​ທີ່​ພວກ​ຂ້ານ້ອຍ​ທັງຫລາຍ​ໄດ້​ເຮັດ​ຕໍ່ສູ້​ພຣະອົງ​ນັ້ນ​ມີ​ຫລາຍ​ແທ້. ການບາບ​ຂອງ​ພວກ​ຂ້ານ້ອຍ​ກ່າວໂທດ​ຕໍ່ສູ້​ພວກ​ຂ້ານ້ອຍ​ແລ້ວ ແລະ​ພວກ​ຂ້ານ້ອຍ​ກໍ​ຮູ້​ດີ.</verse>
				<verse number="13">ພວກ​ຂ້ານ້ອຍ​ທັງຫລາຍ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ, ປະຖິ້ມ​ພຣະອົງ ແລະ​ບໍ່​ຍອມ​ຕິດຕາມ​ພຣະອົງ. ພວກ​ຂ້ານ້ອຍ​ໄດ້​ກົດຂີ່​ຄົນອື່ນ ແລະ​ຫັນໜີ​ໄປ​ຈາກ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ຄວາມຄິດ​ຂອງ​ພວກ​ຂ້ານ້ອຍ​ຜິດພາດ ແລະ​ຄຳເວົ້າ​ຂອງ​ພວກ​ຂ້ານ້ອຍ​ກໍ​ລ້ວນແຕ່​ເປັນ​ຄຳຕົວະ.</verse>
				<verse number="14">ຄວາມ​ຍຸດຕິທຳ​ຖືກ​ຂັບໄລ່​ໃຫ້​ໜີໄປ ແລະ​ຄວາມ​ຖືກຕ້ອງ​ກໍ​ເຂົ້າ​ມາ​ໃກ້​ບໍ່ໄດ້. ຄວາມຈິງ​ເຕະ​ສະດຸດ​ລົ້ມລົງ​ທີ່​ສີ່​ແຍກ​ກາງ​ເມືອງ ແລະ​ຄວາມສັດຊື່​ກໍ​ບໍ່ມີ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="15">ຄວາມ​ຍຸດຕິທຳ​ນັ້ນ ແມ່ນແຕ່​ໜ້ອຍດຽວ​ກໍ​ບໍ່ມີ​ເລີຍ ແລະ​ຄົນ​ທີ່​ຢາກ​ເຊົາ​ເຮັດ​ຊົ່ວ​ກໍ​ເປັນ​ເຫຍື່ອ​ຂອງ​ອາຊະຍາກຳ.” ເມື່ອ​ພຣະເຈົ້າຢາເວ​ຮູ້​ເຫັນ​ເລື່ອງ​ນີ້ ພຣະອົງ​ກໍ​ບໍ່​ພໍໃຈ​ເລີຍ​ທີ່​ບໍ່​ເຫັນ​ຄວາມ​ຍຸດຕິທຳ​ເກີດ​ມີ​ຂຶ້ນ.</verse>
				<verse number="16">ພຣະອົງ​ບໍ່​ພໍໃຈ​ຫລາຍ ທີ່​ເຫັນ​ຄົນ​ຖືກ​ກົດຂີ່​ບໍ່ໄດ້​ຮັບ​ການ​ຊ່ວຍເຫລືອ​ໃນ​ທີ່ນັ້ນ. ດັ່ງນັ້ນ ພຣະອົງ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ​ເອງ​ຊ່ວຍ​ກູ້​ເອົາ​ພວກເຂົາ ເພື່ອ​ຊີງ​ເອົາ​ໄຊຊະນະ.</verse>
				<verse number="17">ພຣະອົງ​ຈະ​ສວມ​ຄວາມ​ຍຸດຕິທຳ​ໄວ້ ດັ່ງ​ສວມ​ເສື້ອ​ຫຸ້ມເກາະ ແລະ​ສວມ​ໄຊຊະນະ​ໄວ້ ດັ່ງ​ໃສ່​ໝວກ​ແຫ່ງ​ຄວາມພົ້ນ. ພຣະອົງ​ຈະ​ປະດັບ​ຕົນເອງ​ດ້ວຍ​ຄວາມ​ປາຖະໜາ​ອັນ​ແຮງກ້າ ເພື່ອ​ເຮັດ​ທຸກສິ່ງ​ໃຫ້​ຖືກຕ້ອງ ທັງ​ລົງໂທດ​ແລະ​ແກ້ແຄ້ນ​ຄວາມຜິດ​ທີ່​ປະຊາຊົນ​ທົນທຸກ.</verse>
				<verse number="18">ພຣະອົງ​ຈະ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ​ຕາມ​ການກະທຳ​ຂອງ​ພວກເຂົາ ແມ່ນແຕ່​ຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ຕ່າງໆ​ທີ່​ຫ່າງໄກ​ກໍຕາມ.</verse>
				<verse number="19">ຕັ້ງແຕ່​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ ທຸກຄົນ​ຈະ​ຢຳເກງ​ພຣະເຈົ້າຢາເວ​ແລະ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ. ພຣະເຈົ້າຢາເວ​ຈະ​ມາ​ດັ່ງ​ນໍ້າ​ຫ້ວຍ​ໄຫລເຊາະ​ແລະ​ດັ່ງ​ລົມພະຍຸ​ກ້າ.</verse>
				<verse number="20">ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເຮົາ​ຈະ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ເພື່ອ​ປ້ອງກັນ​ພວກເຈົ້າ ແລະ​ເພື່ອ​ຊ່ວຍ​ພວກເຈົ້າ​ທຸກຄົນ​ທີ່​ຫັນໜີ​ຈາກ​ການບາບ​ຂອງຕົນ.</verse>
				<verse number="21">ຝ່າຍ​ເຮົາ​ເຮັດ​ພັນທະສັນຍາ​ກັບ​ພວກເຈົ້າ ພຣະເຈົ້າຢາເວ​ກ່າວ​ວ່າ: ເຮົາ​ໄດ້​ມອບ​ພຣະວິນຍານ​ຂອງເຮົາ​ໃຫ້​ພວກເຈົ້າ ແລະ​ມອບ​ຂໍ້​ຄຳສັ່ງສອນ​ຂອງເຮົາ​ໃຫ້​ເປັນ​ຂອງ​ພວກເຈົ້າ​ຕະຫລອດໄປ ແລະ​ຕັ້ງແຕ່​ນີ້​ຕໍ່ໄປ​ພວກເຈົ້າ​ຕ້ອງ​ເຊື່ອຟັງ​ເຮົາ ພ້ອມ​ທັງ​ສັ່ງສອນ​ພວກ​ລູກຫລານ​ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ ໃຫ້​ເຊື່ອຟັງ​ເຮົາ​ທຸກຍຸກ​ທຸກສະໄໝ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ​ແຫລະ.</verse>
			</chapter>
			<chapter number="60">
				<verse number="1">ເຢຣູຊາເລັມ ຈົ່ງ​ລຸກ​ຂຶ້ນ​ສ່ອງແຈ້ງ​ດັ່ງ​ດວງຕາເວັນ ພຣະເຈົ້າຢາເວ​ຈະ​ໃຫ້​ສະຫງ່າຣາສີ​ສ່ອງ​ໃສ່​ເຈົ້າ</verse>
				<verse number="2">ສ່ວນ​ຊົນຊາດ​ອື່ນໆ​ນັ້ນ ມືດ​ຈະ​ປົກຄຸມ​ພວກເຂົາ ແຕ່​ສຳລັບ​ເຈົ້າເອງ​ແສງແຈ້ງ​ຈະ​ສ່ອງ​ໃສ່​ເຈົ້າ; ເປັນ​ແສງແຈ້ງ​ທີ່​ມາ​ຈາກ​ພຣະເຈົ້າຢາເວ ຄື​ພຣະອົງ​ຈະ​ມາ​ຢູ່​ນຳ​ດ້ວຍ​ສະຫງ່າຣາສີ​ນັ້ນ.</verse>
				<verse number="3">ແສງແຈ້ງ​ຂອງ​ເຈົ້າ​ຈະ​ນຳ​ບັນດາ​ຊົນຊາດ​ເຂົ້າ​ມາ ກະສັດ​ຈະ​ເຂົ້າ​ສູ່​ແສງແຈ້ງ​ໃນ​ວັນ​ໃໝ່​ຂອງ​ເຈົ້າ.</verse>
				<verse number="4">ຈົ່ງ​ເບິ່ງ​ຮອບ​ຕົວ​ເຈົ້າ ແລະ​ເຫັນ​ຫຍັງ​ເກີດຂຶ້ນ​ແດ່ ຄື​ປະຊາຊົນ​ຂອງເຈົ້າ​ທັງໝົດ​ໄດ້​ເຕົ້າໂຮມ​ກັນ​ກັບຄືນ​ມາ ພວກ​ລູກຊາຍ​ຂອງເຈົ້າ​ຈະ​ມາ​ຈາກ​ທີ່​ຫ່າງໄກ ພວກ​ລູກສາວ​ຂອງເຈົ້າ​ຈະ​ຖືກ​ອູ້ມ​ມາ​ດັ່ງ​ເດັກນ້ອຍ.</verse>
				<verse number="5">ເຈົ້າ​ຈະ​ເຫັນ​ສິ່ງນີ້ ແລະ​ເຕັມ​ດ້ວຍ​ຄວາມ​ປິຕິ​ຍິນດີ ຈະ​ທັງ​ສັ່ນເຊັນ​ດ້ວຍ​ຄວາມ​ຕື່ນເຕັ້ນ. ຊັບສົມບັດ​ນາໆຊາດ​ຈະ​ຖືກ​ນຳ​ມາ​ຈາກ​ທີ່​ຫ່າງໄກ​ຂອງ​ທະເລ ຊັບສົມບັດ​ຂອງ​ພວກເຂົາ​ຈະ​ມາ​ຫາ​ເຈົ້າ.</verse>
				<verse number="6">ຂະບວນ​ອູດ​ຈະ​ມາ​ຈາກ​ມີດີອານ​ແລະ​ເອຟາ ບັນທຸກ​ຄຳ​ແລະ​ເຄື່ອງຫອມ​ມາ​ຈາກ​ເຊບາ​ພຸ້ນ. ປະຊາຊົນ​ຕ່າງ​ກໍ​ຈະ​ພາກັນ​ປະກາດ​ຄຳ​ສັນລະເສີນ ເຖິງ​ພາລະກິດ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ</verse>
				<verse number="7">ຝູງແກະ​ທັງໝົດ​ຂອງ​ເນບາໂຢດ​ແລະ​ເກດາ ຈະ​ຖືກ​ນຳ​ມາ​ຖວາຍ​ເປັນ​ເຄື່ອງບູຊາ​ແກ່​ເຈົ້າ ແລະ​ຖວາຍ​ທີ່​ເທິງ​ແທ່ນ​ບູຊາ ພຣະອົງ​ຈະ​ເຮັດ​ໃຫ້​ວິຫານ​ຂອງ​ພຣະອົງ​ຮຸ່ງເຮືອງ​ຍິ່ງໆ​ຂຶ້ນ.</verse>
				<verse number="8">ເປັນຫຍັງ​ບັນດາ​ເຮືອ​ຈຶ່ງ​ມາ​ດັ່ງ​ກ້ອນເມກ​ນໍ ດັ່ງ​ຝູງ​ນົກ​ເຂົາ​ບິນ​ຄືນ​ສູ່​ຮັງ​ຢ່າງ​ຟັ່ງຟ້າວ?</verse>
				<verse number="9">ແມ່ນ​ຂະບວນ​ເຮືອ​ໃຫຍ່​ທີ່​ກຳລັງ​ມາ​ຈາກ​ແດນໄກ ກຳລັງ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ບ້ານ. ພວກເຂົາ​ເອົາ​ເງິນ​ແລະ​ຄຳ​ກັບຄືນ​ມາ​ນຳ ເພື່ອ​ຖວາຍ​ເປັນ​ກຽດ​ແກ່​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ສຳລັບ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ທີ່​ເຮັດ​ໃຫ້​ທຸກ​ຊົນຊາດ​ຍົກຍໍ​ປະຊາຊົນ​ຂອງ​ພຣະອົງ.</verse>
				<verse number="10">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ນະຄອນ​ເຢຣູຊາເລັມ​ວ່າ, “ຊາວ​ຕ່າງດ້າວ​ຈະ​ສ້າງ​ກຳແພງ​ເຈົ້າ​ຂຶ້ນ​ໃໝ່ ກະສັດ​ຂອງ​ພວກເຂົາ​ກໍ​ຈະ​ມີ​ສິດ​ຮັບໃຊ້​ເຈົ້າ​ຄືກັນ ທີ່​ເຮົາ​ໄດ້​ລົງໂທດ​ເຈົ້າ​ໄປ​ເພາະ​ຄວາມ​ໂກດຮ້າຍ; ແຕ່​ບັດນີ້ ເຮົາ​ຈະ​ສຳແດງ​ຄວາມ​ເມດຕາ ເຮົາ​ຈະ​ໃຫ້​ຄວາມ​ປານີ​ຂອງເຮົາ​ແກ່​ເຈົ້າ.</verse>
				<verse number="11">ປະຕູ​ເມືອງ​ຂອງ​ເຈົ້າ​ຈະ​ໄຂ​ໄວ້​ທັງເວັນ​ທັງຄືນ ເພື່ອ​ບັນດາ​ກະສັດ​ແຫ່ງ​ປະຊາຊາດ​ຈະ​ນຳ​ຊັບສົມບັດ​ມາ​ໃຫ້​ເຈົ້າ.</verse>
				<verse number="12">ແຕ່​ບັນດາ​ກະສັດ​ແຫ່ງ​ປະຊາຊາດ​ທີ່​ບໍ່​ຍອມ​ຮັບໃຊ້​ເຈົ້າ ກໍ​ຈະ​ພາກັນ​ຖືກ​ທຳລາຍ​ໃຫ້​ພິນາດ.</verse>
				<verse number="13">ໄມ້​ສົນສີດາ ໄມ້ແປກ ທັງ​ແປກເທດ​ໃນ​ປ່າ​ເລບານອນ ຈະ​ຖືກ​ນຳ​ມາ​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ເພື່ອ​ເຮັດ​ໃຫ້​ວິຫານ​ຂອງເຮົາ​ສວຍສົດ​ງົດງາມ ແລະ​ເພື່ອ​ໃຫ້​ພຣະ​ນະຄອນ​ມີ​ສະຫງ່າຣາສີ​ດ້ວຍ.</verse>
				<verse number="14">ພວກ​ລູກຊາຍ​ຂອງ​ຄົນ​ທີ່​ກົດຂີ່​ເຈົ້າ​ກໍ​ຈະ​ມາ ກົ້ມ​ຂາບລົງ​ເພື່ອ​ໃຫ້​ຄວາມນັບຖື​ແກ່​ເຈົ້າ. ຜູ້​ທີ່​ເຄີຍ​ຫຍໍ້ຫຍັນ​ເຈົ້າ​ແຕ່​ເມື່ອກ່ອນ​ເມື່ອຫລັງ ກໍ​ຈະ​ນະມັດສະການ​ເຮົາ​ທີ່​ແທບ​ຕີນ​ເຈົ້າ. ພວກເຂົາ​ຈະ​ເອີ້ນ​ເຈົ້າ​ວ່າ, ‘ນະຄອນ​ຂອງ​ພຣະເຈົ້າຢາເວ’ ‘ຊີໂອນ ເມືອງ​ຂອງ​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ.’</verse>
				<verse number="15">ເຈົ້າ​ຈະ​ບໍ່​ຖືກ​ປະຖິ້ມ ແລະ​ບໍ່​ເປັນ​ທີ່​ກຽດຊັງ​ອີກ​ຕໍ່ໄປ ບໍ່​ເປັນ​ນະຄອນ​ທີ່​ເສົ້າໝອງ​ແລະ​ຮ້າງເປົ່າ​ອີກ. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຍິ່ງໃຫຍ່​ແລະ​ງົດງາມ ເປັນ​ທີ່​ເບີກບານ​ໃຈ​ແລະ​ຍິນດີ​ໄປ​ຕະຫລອດ.</verse>
				<verse number="16">ບັນດາ​ຊົນຊາດ​ທັງ​ກະສັດ​ຈະ​ເອົາໃຈໃສ່​ເຈົ້າ ເໝືອນ​ດັ່ງ​ແມ່​ຜູ້ໜຶ່ງ​ລ້ຽງ​ລູກ​ຂອງຕົນ​ນັ້ນ. ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ​ເປັນຜູ້ຊ່ວຍ​ຂອງເຈົ້າ. ແລະ​ເປັນ​ຜູ້ໄຖ່ໂທດ​ຂອງເຈົ້າ ຄື​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ.</verse>
				<verse number="17">ເຮົາ​ຈະ​ນຳ​ເອົາ​ຄຳ​ມາ​ໃຫ້​ເຈົ້າ ແທນ​ທີ່​ຈະ​ແມ່ນ​ທອງສຳຣິດ ນຳ​ເອົາ​ເງິນ​ມາ​ໃຫ້ ແທນ​ທີ່​ຈະ​ແມ່ນ​ເຫຼັກ ເຮົາ​ຈະ​ນຳ​ເອົາ​ທອງສຳຣິດ ແທນ​ທີ່​ຈະ​ນຳ​ໄມ້​ມາ ນຳ​ເອົາ​ເຫຼັກ ແທນ​ທີ່​ຈະ​ນຳ​ຫີນ​ມາ​ໃຫ້. ພວກ​ຜູ້ປົກຄອງ​ຂອງ​ເຈົ້າ​ຈະ​ບໍ່​ກົດຂີ່​ເຈົ້າ​ອີກ​ຕໍ່ໄປ; ພວກເຂົາ​ຈະ​ປົກຄອງ​ຢ່າງ​ຍຸດຕິທຳ ແລະ​ມີ​ສັນຕິສຸກ​ລົ້ນ.</verse>
				<verse number="18">ສຽງ​ຂອງ​ຄວາມ​ຮຸນແຮງ​ນັ້ນ​ຈະ​ບໍ່ມີ​ຕໍ່ໄປ ຄວາມ​ຈິບຫາຍ​ຈະ​ບໍ່​ມາ​ທຳລາຍ​ປະເທດ​ອີກ. ເຮົາ​ຈະ​ເປັນ​ດັ່ງ​ກຳແພງ​ລ້ອມ​ປົກປ້ອງ​ຄຸ້ມຄອງ ເຈົ້າ​ຈະ​ຍົກຍໍ​ເຮົາ​ເພາະ​ເຮົາ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ.</verse>
				<verse number="19">ຕາເວັນ​ຈະ​ບໍ່​ເປັນ​ແຈ້ງ​ສຳລັບ​ກາງເວັນ​ຕໍ່ໄປ ຫລື​ເດືອນ​ຈະ​ບໍ່​ເປັນ​ແສງ​ແຈ່ມໃສ​ສຳລັບ​ກາງຄືນ​ອີກ; ແຕ່​ພຣະເຈົ້າຢາເວ​ຈະ​ເປັນ​ແສງແຈ້ງ​ສືບໄປ ແລະ​ພຣະເຈົ້າ​ຂອງເຈົ້າ​ຈະ​ເປັນ​ສະຫງ່າຣາສີ​ຂອງເຈົ້າ.</verse>
				<verse number="20">ມື້​ທີ່​ເຈົ້າ​ໂສກເສົ້າ​ເສຍໃຈ​ຈະ​ສິ້ນສຸດ​ໄປ ພຣະເຈົ້າຢາເວ​ຈະ​ເປັນ​ແຈ້ງ​ຂອງເຈົ້າ ຄື​ເປັນ​ຄວາມ​ສະຫວ່າງ​ຂອງເຈົ້າ​ຕະຫລອດໄປ ສ່ອງ​ແສງແຈ້ງ​ກວ່າ​ຕາເວັນ​ແລະ​ເດືອນ​ອີກ.</verse>
				<verse number="21">ປະຊາຊົນ​ຂອງ​ເຈົ້າ​ຈະ​ເຮັດ​ສິ່ງ​ຖືກຕ້ອງ​ທັງໝົດ ແລະ​ໄດ້​ເປັນ​ເຈົ້າຂອງ​ດິນແດນ​ສືບໄປ​ເປັນນິດ. ເຮົາ​ໄດ້​ປູກ​ພວກເຂົາ​ໄວ້​ແລະ​ເຮົາ​ໄດ້​ສ້າງ​ພວກເຂົາ​ຂຶ້ນ​ມາ ເພື່ອ​ເຜີຍ​ຄວາມ​ຍິ່ງໃຫຍ່​ຂອງເຮົາ​ໃຫ້​ໂລກ​ໄດ້​ຮູ້.</verse>
				<verse number="22">ເຖິງ​ວ່າ​ຄອບຄົວ​ເຈົ້າ​ໜ້ອຍ ແລະ​ຕໍ່າຕ້ອຍ​ທີ່ສຸດ ກໍ​ຈະ​ກາຍເປັນ​ໃຫຍ່ໂຕ​ດັ່ງ​ຊົນຊາດ​ມີ​ອຳນາດ. ເຮົາ​ຈະ​ເຮັດ​ໃຫ້​ເລື່ອງນີ້​ເກີດຂຶ້ນ​ໂດຍ​ໄວ ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
			</chapter>
			<chapter number="61">
				<verse number="1">ພຣະວິນຍານ​ຂອງ​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສະຖິດ​ກັບ​ເຮົາ. ເພາະ​ພຣະເຈົ້າຢາເວ​ໄດ້​ຫົດສົງ​ແຕ່ງຕັ້ງ​ເຮົາ​ໄວ້ ເພື່ອ​ນຳ​ເອົາ​ຂ່າວ​ປະເສີດ​ໄປ​ສູ່​ຜູ້​ຍາກຈົນ ເພື່ອ​ປິ່ນປົວ​ຄົນ​ລະທົມ​ໃຈ​ແລະ​ຊອກຊໍ້າ ເພື່ອ​ປະກາດ​ການ​ປົດປ່ອຍ​ແກ່​ຊະເລີຍເສິກ ແລະ​ເສລີພາບ​ແກ່​ຜູ້​ທີ່​ຖືກ​ຂັງ​ຄຸກ.</verse>
				<verse number="2">ພຣະອົງ​ໃຊ້​ເຮົາ​ໄປ​ປະກາດ​ວ່າ​ເວລາ​ໄດ້​ມາເຖິງ ເມື່ອ​ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ ແລະ​ເພື່ອ​ເອົາ​ຊະນະ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ພຣະອົງ​ໄດ້​ໃຊ້​ເຮົາ​ໄປ​ອອຍໃຈ​ຜູ້​ເສົ້າໂສກ</verse>
				<verse number="3">ເພື່ອ​ໃຫ້​ພວກ​ທີ່​ໄວ້ທຸກ​ທີ່​ເທິງ​ພູເຂົາ​ຊີໂອນ ໄດ້​ຊົມຊື່ນ​ຍິນດີ​ແທນ​ທີ່​ຈະ​ໂສກເສົ້າ; ພວກເຂົາ​ຈະ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ​ໃດ ແທນ​ທີ່​ຈະ​ເສົ້າໂສກ​ເສຍໃຈ​ຢູ່​ເລື້ອຍໆ. ພວກເຂົາ​ຈະ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ພຣະເຈົ້າຢາເວ​ໄດ້​ປູກ​ໄວ້​ເອງ ພວກເຂົາ​ທຸກຄົນ​ຈະ​ກະທຳ​ແຕ່​ສິ່ງ​ທີ່​ຖືກຕ້ອງ ແລະ​ພຣະເຈົ້າ​ກໍ​ຈະ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ ສຳລັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ມາ​ນັ້ນ.</verse>
				<verse number="4">ພວກເຂົາ​ຈະ​ກໍ່ສ້າງ​ເມືອງ​ທັງຫລາຍ​ຂຶ້ນ​ໃໝ່ ຄື​ເມືອງ​ທີ່​ຮົກຮ້າງ​ເພພັງ​ແຕ່​ດົນນານ​ນັ້ນ.</verse>
				<verse number="5">ປະຊາຊົນ​ຂອງເຮົາ​ເອີຍ ຄົນ​ຕ່າງດ້າວ​ຈະ​ຮັບໃຊ້​ພວກເຈົ້າ ພວກເຂົາ​ຈະ​ເປັນ​ຜູ້​ລ້ຽງດູ​ຝູງແກະ​ຂອງ​ພວກເຈົ້າ ແລະ​ພວກເຂົາ​ຈະ​ຂຸດຄົ້ນ​ທັງ​ປູກຝັງ​ໃນ​ທີ່ດິນ ດູແລ​ເບິ່ງແຍງ​ສວນອະງຸ່ນ​ໃຫ້​ພວກເຈົ້າ.</verse>
				<verse number="6">ຄົນ​ຈະ​ຮູ້​ວ່າ​ພວກເຈົ້າ​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ ເຂົາ​ຈະ​ກ່າວເຖິງ​ພວກເຈົ້າ​ວ່າ ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ. ພວກເຈົ້າ​ຈະ​ມ່ວນຊື່ນ​ຢູ່​ກັບ​ສົມບັດ​ຊົນຊາດ​ທັງຫລາຍ ແລະ​ຈະ​ພູມໃຈ​ໃນ​ຊັບສິນ​ທີ່​ເປັນ​ຂອງ​ພວກເຈົ້າ.</verse>
				<verse number="7">ຄວາມ​ອັບອາຍ​ຂາຍໜ້າ​ຂອງ​ພວກເຈົ້າ​ກໍ​ສິ້ນສຸດ​ໄປ ແລະ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ ແລະ​ຊັບສົມບັດ​ຂອງ​ພວກເຈົ້າ​ກໍ​ຈະ​ມີ​ເທົ່າຕົວ ພວກເຈົ້າ​ຈະ​ຊົມຊື່ນ​ຍິນດີ​ຢູ່​ຕະຫລອດ.</verse>
				<verse number="8">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຮັກ​ຄວາມ​ຍຸດຕິທຳ ເຮົາ​ກຽດຊັງ​ການກົດຂີ່ ແລະ​ອາຊະຍາກຳ​ດ້ວຍ. ເຮົາ​ຈະ​ໃຫ້​ບຳເໜັດ​ແກ່​ປະຊາຊົນ​ຂອງເຮົາ​ຢ່າງ​ສັດຊື່ ທັງ​ຈະ​ເຮັດ​ສັນຍາ​ອັນ​ຖາວອນ​ກັບ​ພວກເຂົາ.</verse>
				<verse number="9">ພວກເຂົາ​ຈະ​ມີ​ຊື່ສຽງ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ທຸກໆຄົນ​ທີ່​ເຫັນ​ພວກເຂົາ​ກໍ​ຈະ​ຮູ້ຈັກກັນ​ທັງນັ້ນ ວ່າ​ພວກເຂົາ​ນັ້ນ​ແມ່ນ​ປະຊາຊົນ​ຊາດ​ໜຶ່ງ ທີ່​ພຣະເຈົ້າຢາເວ​ໄດ້​ອວຍພອນ​ພວກເຂົາ.”</verse>
				<verse number="10">ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຈິດໃຈ​ຂອງຂ້ານ້ອຍຈະ​ຊື່ນບານ​ໃນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້ເອົາ​ເສື້ອຜ້າແຫ່ງ​ຄວາມພົ້ນ​ມາໃຫ້​ນຸ່ງ ພຣະອົງ​ໄດ້ເອົາ​ເສື້ອ​ແຫ່ງ​ຄວາມຊອບທຳ​ໃຫ້​ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງ​ເຈົ້າບ່າວ​ຕົບແຕ່ງ​ຕົວ​ຄື​ປະໂຣຫິດ ແລະ​ເໝືອນດັ່ງ​ເຈົ້າສາວ​ປະດັບ​ຕົວ​ດ້ວຍ​ເພັດພອຍ.</verse>
				<verse number="11">ສະນັ້ນ ດັ່ງ​ພື້ນດິນ​ເຮັດ​ໃຫ້​ພືດ​ງອກຂຶ້ນ​ມາ ດັ່ງ​ສວນ​ເຮັດ​ໃຫ້​ພືດ​ທີ່​ຫວ່ານ​ລົງ​ງອກ​ຂຶ້ນ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ໄດ້​ຊ່ວຍ​ຄົນ​ຂອງ​ພຣະອົງ ແລະ​ທຸກ​ຊົນຊາດ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ.</verse>
			</chapter>
			<chapter number="62">
				<verse number="1">ນະຄອນ​ເຢຣູຊາເລັມ​ເອີຍ ດ້ວຍ​ຄວາມຮັກ​ທີ່​ມີ​ຕໍ່​ເຈົ້າ ເຮົາ​ຈະ​ບໍ່​ຍອມ​ມິດງຽບ​ໄປ​ຈັກເທື່ອ ຈົນກວ່າ​ນະຄອນ​ນີ້​ຈະ​ໄດ້​ມີໄຊ​ແລະ​ພົ້ນໄພ ຄື​ຄວາມມີໄຊ​ສ່ອງແຈ້ງ​ດັ່ງ​ໂຄມໄຟ​ຍາມ​ຄໍ່າ​ມືດ.</verse>
				<verse number="2">ນະຄອນ​ເຢຣູຊາເລັມ​ເອີຍ ທຸກ​ຊົນຊາດ​ຈະ​ເຫັນ​ເຈົ້າ​ມີໄຊ ກະສັດ​ຂອງ​ທຸກ​ຊົນຊາດ​ຈະ​ເຫັນ​ສະຫງ່າຣາສີ​ຂອງເຈົ້າ. ຄົນ​ຈະ​ເອີ້ນ​ເຈົ້າ​ຕາມ​ຊື່ໃໝ່​ຂອງເຈົ້າ ຄື​ຊື່​ທີ່​ປາກ​ຂອງ​ພຣະເຈົ້າຢາເວ​ຈະ​ໃຫ້​ໄວ້.</verse>
				<verse number="3">ເຈົ້າ​ຈະ​ເປັນ​ດັ່ງ​ມົງກຸດ​ອັນ​ງົດງາມ​ໃນ​ມື​ຂອງ​ພຣະເຈົ້າຢາເວ ແລະ​ເປັນ​ມົງກຸດ​ໃນ​ມື​ຂອງ​ພຣະເຈົ້າ​ຂອງ​ເຈົ້າ,</verse>
				<verse number="4">ຄົນ​ຈະ​ບໍ່​ເອີ້ນ​ເຈົ້າ​ອີກ​ຕໍ່ໄປ​ວ່າ, “ຜູ້​ຖືກ​ປະຖິ້ມ.” ຄົນ​ຈະ​ບໍ່​ເອີ້ນ​ຢ່າງນີ້​ອີກ​ວ່າ, “ເມຍ​ທີ່​ຜົວ​ໜີປະ.” ສຳລັບ​ດິນແດນ​ຂອງເຈົ້າ​ຄົນ​ຈະ​ເວົ້າ​ກັນ​ວ່າ, “ພຣະເຈົ້າ​ພໍໃຈ​ນຳ​ນາງ” ຄື​ຊື່​ໃໝ່​ຂອງເຈົ້າ. ຄົນ​ຈະ​ເອີ້ນ​ວ່າ, “ຜູ້​ແຕ່ງງານ​ທີ່​ມີ​ຄວາມສຸກ”. ສຳລັບ​ກ່າວ​ເຖິງ​ດິນແດນ​ຂອງເຈົ້າ ເພາະ​ພຣະເຈົ້າຢາເວ​ພໍໃຈ​ນຳ​ເຈົ້າ​ໃດ ພຣະອົງ​ຈະ​ເປັນ​ຜົວ​ສຳລັບ​ດິນແດນ​ຂອງເຈົ້າ.</verse>
				<verse number="5">ດັ່ງ​ຊາຍໜຸ່ມ​ທີ່​ໄດ້​ຍິງ​ບໍຣິສຸດ​ເປັນ​ເມຍ​ຂອງຕົນ ພຣະອົງ​ຜູ້​ຫລໍ່ຫລອມ​ເຈົ້າ​ຈະ​ແຕ່ງງານ​ກັບ​ເຈົ້າ. ເຈົ້າບ່າວ​ຊົມຊື່ນ​ຍິນດີ​ນຳ​ເຈົ້າສາວ​ຂອງຕົນ​ສັນໃດ ພຣະເຈົ້າ​ຂອງເຈົ້າ​ກໍ​ຈະ​ຊົມຊື່ນ​ຍິນດີ​ນຳ​ເຈົ້າ​ສັນນັ້ນ.</verse>
				<verse number="6">ນະຄອນ​ເຢຣູຊາເລັມ​ເອີຍ ເທິງ​ກຳແພງ​ເມືອງ​ຂອງ​ເຈົ້າ ເຮົາ​ໄດ້​ວາງ​ຄົນ​ຍາມ​ຫລາຍໆ​ຄົນ​ໄວ້; ພວກເຂົາ​ບໍ່​ຕ້ອງ​ມິດງຽບ​ໃນ​ກາງເວັນ​ຫລື​ກາງຄືນ ພວກເຂົາ​ຕ້ອງ​ບອກ​ພຣະເຈົ້າຢາເວ​ໃຫ້​ຈົດຈຳ​ເລື້ອຍໆ ຄື​ໃຫ້​ລະນຶກເຖິງ​ຄຳສັນຍາ​ຂອງ​ພຣະອົງ ແລະ​ບໍ່​ປ່ອຍ​ໃຫ້​ພຣະອົງ​ລືມໄລ​ຈັກເທື່ອ.</verse>
				<verse number="7">ພວກເຂົາ​ຈະ​ບໍ່​ໃຫ້​ພຣະອົງ​ໄດ້​ພັກຜ່ອນ​ຫລັບນອນ ຈົນກວ່າ​ພຣະອົງ​ໄດ້​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ຈົນກວ່າ​ໄດ້​ເຮັດ​ໃຫ້​ນະຄອນ​ນີ້​ກາຍເປັນ​ພຣະ​ນະຄອນ ຊຶ່ງ​ເປັນ​ທີ່​ຍົກຍໍ​ຂອງ​ຄົນ​ທົ່ວ​ທຸກ​ມຸມໂລກ.</verse>
				<verse number="8">ພຣະເຈົ້າຢາເວ​ໄດ້​ເຮັດ​ສັນຍາ​ໜຶ່ງ​ອັນ​ໜັກແໜ້ນ​ໄວ້ ແລະ​ຈະ​ເຮັດ​ຕາມ​ນັ້ນ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ: “ເຂົ້າ​ຂອງເຈົ້າ​ຈະ​ບໍ່​ເປັນ​ອາຫານ​ແກ່​ສັດຕູ​ອີກ​ຕໍ່ໄປ ຄົນຕ່າງດ້າວ​ຈະ​ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຂອງເຈົ້າ​ອີກ.</verse>
				<verse number="9">ແຕ່​ເຈົ້າ​ຜູ້​ທີ່​ໄດ້​ປູກ​ແລະ​ເກັບກ່ຽວ​ເຂົ້າ​ມາ​ນັ້ນ ກໍ​ຈະ​ໄດ້​ກິນ​ເຂົ້າຈີ່ ແລະ​ສັນລະເສີນ​ພຣະເຈົ້າຢາເວ. ເຈົ້າ​ຜູ້​ທີ່​ໄດ້​ດູແລ​ທັງ​ເກັບ​ໂຮມ​ເອົາ​ໝາກອະງຸ່ນ ຈະ​ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ທີ່​ເດີ່ນ​ພຣະວິຫານ​ນັ້ນ.”</verse>
				<verse number="10">ຊາວ​ເຢຣູຊາເລັມ​ເອີຍ ຈົ່ງ​ອອກ​ໄປ​ຈາກ​ນະຄອນ ແລະ​ສ້າງ​ທາງ​ສຳລັບ​ປະຊາຊົນ​ທີ່​ກຳລັງ​ກັບ​ມາ​ນັ້ນ. ຈົ່ງ​ຕຽມ​ທາງ​ຫລວງ​ໄວ້ ແລະ​ເກັບ​ຫີນ​ອອກ​ໃຫ້​ໝົດ ເຮັດ​ເຄື່ອງໝາຍ​ເພື່ອ​ຊົນຊາດ​ທັງຫລາຍ​ຈະ​ໄດ້​ຮູ້</verse>
				<verse number="11">ພຣະເຈົ້າຢາເວ​ໄດ້​ປະກາດ​ຈົນ​ສຸດປາຍ​ແຜ່ນດິນ​ໂລກ​ທັງໝົດ​ວ່າ, “ຈົ່ງ​ບອກ​ລູກສາວ​ຂອງ​ຊີໂອນ​ວ່າ ຈົ່ງ​ເບິ່ງ​ຄວາມພົ້ນ​ຂອງເຈົ້າ​ກຳລັງ​ມາ ລາງວັນ​ຂອງ​ພຣະອົງ​ກໍຢູ່​ກັບ​ພຣະອົງ ແລະ​ບຳເໜັດ​ຂອງ​ພຣະອົງ​ກໍຢູ່​ກ່ອນໜ້າ​ພຣະອົງ.”</verse>
				<verse number="12">ຄົນ​ຈະ​ເອີ້ນ​ຊື່​ພວກເຂົາ​ວ່າ, “ປະຊາຊົນ​ບໍຣິສຸດ” “ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຊົງໄຖ່​ໄວ້ແລ້ວ.” ເຈົ້າ​ຈະ​ມີ​ຊື່​ວ່າ, “ເມືອງ​ທີ່​ພຣະເຈົ້າ​ຊົງຮັກ” “ນະຄອນ​ທີ່​ພຣະເຈົ້າ​ບໍ່​ຍອມ​ປະຖິ້ມ​ຈັກເທື່ອ.”</verse>
			</chapter>
			<chapter number="63">
				<verse number="1">ແມ່ນ​ຜູ້ໃດ​ນໍ ທີ່​ກຳລັງ​ມາ​ຈາກ​ເມືອງ​ໂບຊະຣາ​ໃນ​ເອໂດມ? ແມ່ນ​ຜູ້ໃດ​ນໍ​ທີ່​ນຸ່ງ​ເຄື່ອງ​ສີແດງ​ສະຫງ່າງາມ ໂດຍ​ຍ່າງ ດ້ວຍ​ທ່າທາງ​ທີ່​ຊົງ​ຣິດອຳນາດ​ແລະ​ຊົງ​ກຳລັງ​ວັງຊາ? “ນີ້​ແມ່ນ​ເຮົາເອງ ກຳລັງ​ຮ້ອງ​ປະກາດ​ດ້ວຍ​ຄວາມຊອບທຳ ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຊ່ວຍ​ໃຫ້​ພົ້ນໄດ້.”</verse>
				<verse number="2">“ເປັນຫຍັງ​ເຄື່ອງນຸ່ງ​ຂອງ​ພຣະອົງ​ຈຶ່ງ​ເປັນ​ສີແດງ​ແທ້ ດັ່ງ​ຄົນ​ໜຶ່ງ​ທີ່​ຢຽບ​ໝາກອະງຸ່ນ​ເຮັດ​ເຫຼົ້າ?”</verse>
				<verse number="3">ອົງພຣະ​ຜູ້​ເປັນເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ຢຽບຢໍ່າ​ບັນດາ​ປະຊາຊາດ​ດັ່ງ​ຢຽບຢໍ່າ​ໝາກອະງຸ່ນ ແລະ​ບໍ່ມີ​ຜູ້ໃດ​ໄດ້​ມາ​ຊ່ວຍ​ເຮົາ​ເລີຍ. ເຮົາ​ໄດ້​ຢຽບຢໍ່າ​ພວກເຂົາ​ລົງ​ດ້ວຍ​ຄວາມ​ໂກດຮ້າຍ ແລະ​ເລືອດ​ຂອງ​ພວກເຂົາ​ໄດ້​ຖືກ​ເສື້ອ​ຂອງເຮົາ​ຈົນ​ເປື້ອນເປິ​ໝົດ.</verse>
				<verse number="4">ເຮົາ​ຕັດສິນໃຈ​ແລ້ວ​ວ່າ ເວລາ​ທີ່​ຈະ​ຊ່ວຍ​ປະຊາຊົນ​ຂອງເຮົາ​ໃຫ້​ພົ້ນ​ນັ້ນ​ມາຮອດ​ແລ້ວ; ທັງ​ເປັນ​ເວລາ​ທີ່​ຈະ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ດ້ວຍ.</verse>
				<verse number="5">ເຮົາ​ແປກໃຈ​ຫລາຍ​ເມື່ອ​ເຮົາ​ແນມເບິ່ງ ແລະ​ບໍ່​ເຫັນ​ຜູ້ໃດ​ຊ່ວຍເຫລືອ​ເຮົາ. ແຕ່​ຄວາມ​ໂກດຮ້າຍ​ເຮັດ​ໃຫ້​ເຮົາ​ແຂງແຮງ ແລະ​ໄດ້​ຮັບ​ໄຊຊະນະ​ໂດຍ​ເຮົາເອງ.</verse>
				<verse number="6">ດ້ວຍ​ຄວາມ​ໂກດຮ້າຍ​ເຮົາ​ໄດ້​ຢຽບຢໍ່າ​ບັນດາ​ປະຊາຊາດ ແລະ​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ. ເຮົາ​ໄດ້​ເທ​ເລືອດ​ອັນ​ເປັນ​ຊີວິດ​ຂອງ​ພວກເຂົາ​ນັ້ນ​ລົງ​ເທິງ​ພື້ນດິນ.”</verse>
				<verse number="7">ເພາະ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ພວກເຮົາ ຂ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ; ຂ້ອຍ​ຈະ​ບອກ​ເຖິງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ ເພາະ​ພຣະອົງ​ໄດ້​ອວຍພອນ​ແກ່​ປະຊາຊົນ​ຢ່າງ​ບໍ່​ອັ້ນ ຄື​ປະຊາຊົນ​ອິດສະຣາເອນ ເພາະ​ຄວາມ​ເມດຕາ ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ.</verse>
				<verse number="8">ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ພວກເຂົາ​ເປັນ​ປະຊາຊົນ​ຂອງເຮົາ; ພວກເຂົາ​ຈະ​ບໍ່​ຫລອກລວງ​ເຮົາ.”</verse>
				<verse number="9">ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ຊ່ວຍເຫລືອ​ພວກເຂົາ ໃຫ້​ພົ້ນ​ຈາກ​ຄວາມ​ທົນທຸກ​ທັງໝົດ. ບໍ່ແມ່ນ​ເທວະດາ​ຕົນໜຶ່ງ​ຕົນໃດ​ທີ່​ໄດ້​ຊ່ວຍເຫລືອ​ພວກເຂົາ ແຕ່​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ເອງ. ເພາະ​ຄວາມຮັກ​ແລະ​ຄວາມ​ເມດຕາ​ຂອງ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ຊ່ວຍກູ້​ເອົາ​ພວກເຂົາ. ໃນ​ອະດີດ​ພຣະອົງ​ໄດ້​ເບິ່ງແຍງ​ພວກເຂົາ​ຕະຫລອດ​ມາ</verse>
				<verse number="10">ແຕ່​ພວກເຂົາ​ໄດ້​ກະບົດ​ຕໍ່​ພຣະອົງ ແລະ​ເຮັດ​ໃຫ້​ພຣະວິນຍານ​ຂອງ​ພຣະອົງ​ເສົ້າໝອງ. ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ໄດ້​ກາຍເປັນ​ສັດຕູ​ຂອງ​ພວກເຂົາ ແລະ​ຕໍ່ສູ້​ພວກເຂົາ.</verse>
				<verse number="11">ແຕ່​ແລ້ວ​ພວກເຂົາ ກໍ​ລະນຶກເຖິງ​ອະດີດ ຄື​ສະໄໝ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລະ​ໄດ້​ຖາມ​ວ່າ, “ດຽວ​ນີ້​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ທີ່​ໄດ້​ຊ່ວຍເຫລືອ​ພວກ​ຜູ້ນຳ​ປະຊາຊົນ​ຂອງ​ພຣະອົງ ຂ້າມ​ທະເລ​ນັ້ນ​ຢູ່​ໃສ? ອົງພຣະ​ຜູ້​ເປັນເຈົ້າ​ອົງ​ທີ່​ໄດ້​ໃຫ້​ພຣະວິນຍານ​ແກ່​ໂມເຊ​ນັ້ນ​ຢູ່​ໃສ?</verse>
				<verse number="12">ອົງພຣະ​ຜູ້​ເປັນເຈົ້າ​ຢູ່​ໃສ? ຄື​ອົງ​ທີ່​ໄດ້​ໃຊ້​ຣິດອຳນາດ​ອັນ​ຍິ່ງໃຫຍ່​ເຮັດ​ການ​ອັດສະຈັນ​ຜ່ານ​ທາງ​ໂມເຊ​ນັ້ນ ໂດຍ​ໄດ້​ແຍກ​ນໍ້າ​ທະເລ​ອອກ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ຜ່ານ​ບ່ອນ​ທີ່​ມີ​ນໍ້າເລິກ​ໄປ ຊຶ່ງ​ເປັນ​ການ​ນຳຊື່ສຽງ​ອັນ​ຕະຫລອດໄປ​ມາ​ສູ່​ພຣະອົງ.” ໂດຍ​ມີ​ອົງພຣະ​ຜູ້​ເປັນເຈົ້າ​ນຳພາ ພວກເຂົາ​ບໍ່ໄດ້​ສະດຸດ​ລົ້ມ, ແຕ່​ເດີນ​ຕໍ່ໄປ​ຢ່າງ​ໝັ້ນຄົງ​ດັ່ງ​ມ້າ.</verse>
				<verse number="13"></verse>
				<verse number="14">ຝູງງົວ​ໄດ້​ຖືກ​ນຳ​ໄປ​ລ້ຽງ​ຢູ່​ໃນ​ຮ່ອມພູ​ທີ່​ມີ​ດິນ​ດີ​ສັນໃດ ພຣະເຈົ້າຢາເວ​ໄດ້​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ພັກຜ່ອນ​ສັນນັ້ນ. ພຣະອົງ​ໄດ້​ນຳພາ​ປະຊາຊົນ​ຂອງ​ພຣະອົງ ແລະ​ນຳ​ກຽດສັກສີ​ມາ​ສູ່​ພຣະອົງເອງ.</verse>
				<verse number="15">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຈາກ​ສະຫວັນ​ບ່ອນ​ທີ່​ພຣະອົງ​ສະຖິດ​ຢູ່​ໃນ​ຄວາມ​ບໍຣິສຸດ ແລະ​ໃນ​ສະຫງ່າຣາສີ​ນັ້ນ ຈົ່ງ​ແນມ​ລົງ​ມາເບິ່ງ​ພວກ​ຂ້ານ້ອຍ​ທັງຫລາຍ​ແດ່ທ້ອນ. ຄວາມ​ຫ່ວງໃຍ​ອັນ​ໃຫຍ່ຫລວງ​ທີ່​ພຣະອົງ​ມີ​ຕໍ່​ພວກ​ຂ້ານ້ອຍ​ນັ້ນ​ຢູ່​ໃສ? ຣິດອຳນາດ​ຂອງ​ພຣະອົງ​ໄປ​ໃສ​ແລ້ວ? ຄວາມຮັກ​ແລະ​ຄວາມ​ເມດຕາ​ຂອງ​ພຣະອົງ​ຢູ່​ໃສ​ແລ້ວ? ຢ່າ​ເມີນເສີຍ​ຕໍ່​ພວກ​ຂ້ານ້ອຍ​ເລີຍ.</verse>
				<verse number="16">ພຣະອົງ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ. ອັບຣາຮາມ​ແລະ​ຢາໂຄບ ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່​ຍອມ​ຮັບຮູ້​ພວກ​ຂ້ານ້ອຍ; ແຕ່​ພຣະອົງ​ຄື​ພຣະເຈົ້າຢາເວ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ ນາມຊື່​ຂອງ​ພຣະອົງ​ແມ່ນ​ພຣະຜູ້ໄຖ່​ຂອງ​ພວກ​ຂ້ານ້ອຍ​ຕະຫລອດ​ມາ.</verse>
				<verse number="17">ຂ້າແດ່​ພຣະເຈົ້າຢາເວ ເປັນຫຍັງ​ພຣະອົງ​ຈຶ່ງ​ໃຫ້​ພວກ​ຂ້ານ້ອຍ​ໜີໄປ​ຈາກ​ພຣະອົງ? ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ພວກ​ຂ້ານ້ອຍ​ດື້ດຶງ​ຈົນ​ຫັນໜີ​ໄປ​ຈາກ​ພຣະອົງ? ເພື່ອ​ເຫັນ​ແກ່​ພວກ​ທີ່​ຮັບໃຊ້​ພຣະອົງ ແລະ​ປະຊາຊົນ​ທີ່​ເປັນ​ພວກ​ຂອງ​ພຣະອົງ ຈົ່ງ​ກັບ​ມາ​ເທີ້ນ.</verse>
				<verse number="18">ພວກ​ຂ້ານ້ອຍ ປະຊາຊົນ​ຜູ້​ບໍຣິສຸດ​ຂອງ​ພຣະອົງ ໄດ້​ຖືກ​ເຫຼົ່າ​ສັດຕູ​ໄລ່​ໃຫ້​ອອກ​ໜີໄປ​ໃນ​ຊົ່ວ​ໄລຍະ​ໜຶ່ງ; ພວກເຂົາ​ໄດ້​ຢຽບຢໍ່າ​ສະຖານທີ່​ອັນ​ສັກສິດ​ຂອງ​ພຣະອົງ.</verse>
				<verse number="19">ພຣະອົງ​ເຮັດ​ຕໍ່​ພວກ​ຂ້ານ້ອຍ ດັ່ງ​ບໍ່ແມ່ນ​ຜູ້ປົກຄອງ​ຂອງ​ພວກ​ຂ້ານ້ອຍ ແລະ​ດັ່ງ​ພວກ​ຂ້ານ້ອຍ​ບໍ່ແມ່ນ​ປະຊາຊົນ​ຂອງ​ພຣະອົງ​ເລີຍ.</verse>
			</chapter>
			<chapter number="64">
				<verse number="1">ເປັນຫຍັງ​ພຣະອົງ​ຈຶ່ງ​ບໍ່​ແຫວກ​ຟ້າ​ສະຫວັນ​ແລະ​ສະເດັດ​ລົງ​ມາ? ພູເຂົາ​ທັງຫລາຍ​ຈະ​ເຫັນ​ພຣະອົງ ແລະ​ຢ້ານກົວ​ຈົນ​ສັ່ນເຊັນ.</verse>
				<verse number="2">ພວກມັນ​ຈະ​ສັ່ນ​ດັ່ງ​ນໍ້າ​ຕົ້ມ​ໃນ​ໝໍ້​ທີ່​ກຳລັງ​ຟົດ. ຈົ່ງ​ສະເດັດ​ມາ ແລະ​ເຜີຍ​ຣິດອຳນາດ​ຂອງ​ພຣະອົງ​ໃຫ້​ເຫຼົ່າ​ສັດຕູ​ເຫັນ ແລະ​ເຮັດ​ໃຫ້​ບັນດາ​ປະຊາຊາດ​ສັ່ນເຊັນ​ຊ້ອງໜ້າ​ພຣະອົງ​ເຖີດ</verse>
				<verse number="3">ມີ​ຄັ້ງໜຶ່ງ ເມື່ອ​ພຣະອົງ​ໄດ້​ສະເດັດ​ມາ ແລະ​ເຮັດ​ສິ່ງ​ທີ່​ໜ້າຢ້ານກົວ​ຫລາຍ ຊຶ່ງ​ພວກ​ຂ້ານ້ອຍ​ບໍ່ໄດ້​ຄາດຫວັງ​ນັ້ນ; ພູເຂົາ​ທັງຫລາຍ​ໄດ້​ເຫັນ​ພຣະອົງ ແລະ​ຢ້ານກົວ​ຈົນ​ສັ່ນເຊັນ.</verse>
				<verse number="4">ບໍ່ມີ​ຜູ້ໃດ​ເຄີຍ​ໄດ້​ເຫັນ ແລະ​ເຄີຍ​ໄດ້ຍິນ​ເຖິງ​ພຣະເຈົ້າ​ດັ່ງ​ພຣະອົງ ຄື​ອົງ​ທີ່​ໄດ້​ເຮັດ​ພາລະກິດ​ເຊັ່ນນີ້​ສຳລັບ​ຄົນ​ທີ່​ມອບ​ຄວາມຫວັງ​ໄວ້​ກັບ​ພຣະອົງ.</verse>
				<verse number="5">ພຣະອົງ​ຕ້ອນຮັບ​ຄົນ​ທີ່​ພົບ​ຄວາມ​ຊົມຊື່ນ​ຍິນດີ​ເພາະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ຄື​ຜູ້​ທີ່​ຈົດຈຳ​ວ່າ​ພຣະອົງ​ຢາກ​ໃຫ້​ພວກເຂົາ​ດຳເນີນ​ຊີວິດ​ຢ່າງໃດ. ພຣະອົງ​ໄດ້​ໂກດຮ້າຍ​ພວກ​ຂ້ານ້ອຍ ແຕ່​ພວກ​ຂ້ານ້ອຍ​ກໍ​ຍັງ​ເຮັດ​ບາບ​ຕໍ່ໄປ; ເຖິງ​ແມ່ນ​ວ່າ ພຣະອົງ​ໄດ້​ໂກດຮ້າຍ​ພວກ​ຂ້ານ້ອຍ​ຫຼາຍ​ກໍຕາມ ພວກ​ຂ້ານ້ອຍ​ກໍ​ຍັງ​ສືບຕໍ່​ເຮັດ​ບາບ​ຕັ້ງແຕ່​ສະໄໝ​ບູຮານ​ມາ.</verse>
				<verse number="6">ພວກ​ຂ້ານ້ອຍ​ທຸກຄົນ​ເປັນ​ຄົນບາບ​ໝົດ; ແມ່ນແຕ່​ການ​ເຮັດ​ທີ່ດີ​ທີ່ສຸດ​ຂອງ​ພວກ​ຂ້ານ້ອຍ​ກໍ​ຍັງ​ເປິເປື້ອນ. ເພາະ​ການບາບ ພວກ​ຂ້ານ້ອຍ​ຈຶ່ງ​ເປັນ​ດັ່ງ​ໃບໄມ້​ຫ່ຽວແຫ້ງ​ແລະ​ຖືກ​ລົມ​ພັດ​ໄປ.</verse>
				<verse number="7">ບໍ່ມີ​ຜູ້ໃດ​ທີ່​ພາວັນນາ​ອະທິຖານ​ຮ້ອງຫາ​ນາມຊື່​ຂອງ​ພຣະອົງ; ບໍ່ມີ​ຜູ້ໃດ​ໄປ​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ. ພຣະອົງ​ໄດ້​ລີ້​ພຣະອົງ​ເອງ​ແລະ​ໄດ້​ປະຖິ້ມ ພວກ​ຂ້ານ້ອຍ ກໍ​ເພາະ​ການບາບ​ຂອງ​ພວກ​ຂ້ານ້ອຍ.</verse>
				<verse number="8">ແຕ່​ພຣະເຈົ້າຢາເວ​ເອີຍ ພຣະອົງ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ. ພວກ​ຂ້ານ້ອຍ​ເປັນ​ດິນ​ໜຽວ​ແລະ​ພຣະອົງ​ເປັນ​ຊ່າງ​ປັ້ນ. ພຣະອົງ​ໄດ້​ສ້າງ​ພວກ​ຂ້ານ້ອຍ​ມາ</verse>
				<verse number="9">ຂ້າແດ່​ພຣະເຈົ້າຢາເວ ຢ່າ​ໄດ້​ໂກດຮ້າຍ​ພວກ​ຂ້ານ້ອຍ​ເກີນໄປ ຫລື​ຈົດຈຳ​ການບາບ​ຂອງ​ພວກ​ຂ້ານ້ອຍ​ຕະຫລອດໄປ​ເລີຍ. ພວກ​ຂ້ານ້ອຍ​ເປັນ​ປະຊາຊົນ​ຂອງ​ພຣະອົງ ຈົ່ງ​ເມດຕາ​ພວກ​ຂ້ານ້ອຍ​ແດ່ທ້ອນ.</verse>
				<verse number="10">ເມືອງ​ອັນ​ສັກສິດ​ຂອງ​ພຣະອົງ​ກໍ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ; ນະຄອນ​ເຢຣູຊາເລັມ​ຮົກຮ້າງ​ເພພັງ</verse>
				<verse number="11">ແລະ​ພຣະວິຫານ​ຂອງ​ພວກ​ຂ້ານ້ອຍ ຄື​ສະຖານທີ່​ອັນ​ສັກສິດ​ແລະ​ສວຍງາມ ບ່ອນ​ທີ່​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ໄດ້​ສັນລະເສີນ​ພຣະອົງ​ນັ້ນ ກໍ​ຖືກ​ໄຟ​ທຳລາຍ. ສະຖານທີ່​ຕ່າງໆ​ທີ່​ພວກ​ຂ້ານ້ອຍ​ຮັກ​ຫວງ ກໍ​ເປັນ​ບ່ອນ​ຮົກຮ້າງ​ເພພັງ​ໄປ​ໝົດ.</verse>
				<verse number="12">ຂ້າແດ່​ພຣະເຈົ້າຢາເວ ສິ່ງ​ທັງໝົດ​ເຫຼົ່ານີ້​ບໍ່ໄດ້​ເຮັດ​ໃຫ້​ພຣະອົງ​ເມດຕາ​ພວກ​ຂ້ານ້ອຍ​ແດ່​ບໍ? ພຣະອົງ​ບໍ່​ດຳເນີນການ​ຫຍັງ ແລະ​ປ່ອຍ​ໃຫ້​ພວກ​ຂ້ານ້ອຍ​ໄດ້​ຮັບ​ທຸກ ເກີນກວ່າ​ທີ່​ພວກ​ຂ້ານ້ອຍ​ຈະ​ທົນ​ໄດ້​ຢູ່​ຢ່າງນີ້​ຕໍ່ໄປ​ບໍ?</verse>
			</chapter>
			<chapter number="65">
				<verse number="1">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ພ້ອມແລ້ວ ທີ່​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ປະຊາຊົນ​ຂອງເຮົາ. ເຮົາ​ພ້ອມແລ້ວ ທີ່​ຈະ​ໃຫ້​ພວກເຂົາ​ໄດ້​ພົບ​ເຮົາ, ແຕ່​ພວກເຂົາ​ບໍ່ໄດ້​ພະຍາຍາມ​ເລີຍ. ຊົນຊາດ​ນີ້​ບໍ່ໄດ້​ພາວັນນາ​ອະທິຖານ​ຫາ​ເຮົາ ເຖິງ​ແມ່ນ​ວ່າ​ເຮົາ​ພ້ອມແລ້ວ​ທີ່​ຈະ​ຕອບ​ພວກເຂົາ​ວ່າ, ‘ເຮົາ​ຢູ່​ທີ່​ນີ້ ເຮົາ​ຈະ​ຊ່ວຍ​ພວກເຈົ້າ.’</verse>
				<verse number="2">ເຮົາ​ຍິນດີ​ຕ້ອນຮັບ​ປະຊາຊົນ​ຂອງເຮົາ​ຢູ່​ສະເໝີ ຄື​ຜູ້​ທີ່​ເຮັດ​ໃນ​ສິ່ງ​ທີ່​ຜິດ ແລະ​ຕາມ​ວິທີ​ທາງ​ຂອງຕົນ​ຢ່າງ​ດື້ດ້ານ.</verse>
				<verse number="3">ພວກເຂົາ​ສືບຕໍ່​ຍົວະ​ເຮົາ​ໃຫ້​ໂກດຮ້າຍ​ຢ່າງ​ໜ້າ​ອັບອາຍ​ຫລາຍ​ທີ່ສຸດ. ພວກເຂົາ​ຖວາຍ​ເຄື່ອງບູຊາ​ແບບ​ຄົນຕ່າງຊາດ​ໃນ​ສວນ​ສັກສິດ ແລະ​ເຜົາ​ເຄື່ອງຫອມ​ບູຊາ​ເທິງ​ແທ່ນ​ຂອງ​ພະ​ຕ່າງຊາດ.</verse>
				<verse number="4">ໃນ​ຕອນ​ກາງຄືນ ພວກເຂົາ​ໄປ​ໃນ​ຖໍ້າ ແລະ​ຂຸມຝັງສົບ ເພື່ອ​ເອີ້ນ​ວິນຍານ​ຂອງ​ຄົນຕາຍ​ມາ​ປຶກສາ. ພວກເຂົາ​ກິນ​ຊີ້ນໝູ ແລະ​ຊົດ​ນໍ້າ​ຕົ້ມ​ຂອງ​ຊີ້ນໝູ ທີ່​ໄດ້​ບູຊາ​ຖວາຍ​ແກ່​ພະ​ຂອງ​ຊາວ​ຕ່າງຊາດ.</verse>
				<verse number="5">ແລ້ວ​ພວກເຂົາ​ກໍ​ເວົ້າ​ກັບ​ຄົນອື່ນ​ວ່າ ‘ຫຍັບໜີ​ຈາກ​ພວກເຮົາ​ເດີ ພວກເຮົາ​ເປັນ​ຜູ້​ບໍຣິສຸດ​ທີ່​ພວກເຈົ້າ​ຈະ​ແຕະຕ້ອງ​ບໍ່ໄດ້’ ເຮົາ​ທົນ​ຕໍ່​ຄົນ​ຢ່າງນັ້ນ​ບໍ່​ໄຫວ​ແລ້ວ; ດັ່ງນັ້ນ ເຮົາ​ຈຶ່ງ​ໂກດຮ້າຍ​ພວກເຂົາ​ດັ່ງ​ໄຟ​ລຸກໄໝ້​ທີ່​ມອດ​ບໍ່​ເປັນ​ຈັກເທື່ອ.</verse>
				<verse number="6">ເຮົາ​ຕັດສິນໃຈ​ລົງໂທດ​ພວກເຂົາ​ແລ້ວ ແລະ​ໂທດກຳ​ຂອງ​ພວກເຂົາ​ນັ້ນ​ກໍ​ບັນທຶກ​ໄວ້​ແລ້ວ. ເຮົາ​ຈະ​ບໍ່​ເບິ່ງ​ຂ້າມ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ</verse>
				<verse number="7">ແຕ່​ເຮົາ​ຈະ​ຕອບແທນ​ການບາບ​ທີ່​ພວກເຂົາ​ໄດ້​ເຮັດ ພ້ອມ​ທັງ​ການບາບ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ. ພວກເຂົາ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ​ພະ​ຂອງ​ຊາວ​ຕ່າງຊາດ​ທີ່​ເນີນພູ ແລະ​ໄດ້​ເວົ້າ​ສິ່ງ​ທີ່​ຊົ່ວຮ້າຍ​ໃສ່​ເຮົາ. ສະນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ ໃຫ້​ສະສົມ​ກັບ​ບາບກຳ​ຂອງ​ພວກເຂົາ​ໃນ​ອະດີດ.”</verse>
				<verse number="8">ພຣະເຈົ້າຢາເວ​ກ່າວ​ວ່າ, “ບໍ່ມີ​ຜູ້ໃດ​ທຳລາຍ​ໝາກອະງຸ່ນ​ທີ່​ດີ, ແຕ່​ພວກເຂົາ​ຈະ​ເອົາ​ໄປ​ເຮັດ​ເຫຼົ້າ. ທຳນອງດຽວກັນ ເຮົາ​ກໍ​ຈະ​ບໍ່​ທຳລາຍ​ປະຊາຊົນ​ທັງໝົດ​ຂອງເຮົາ, ແຕ່​ເຮົາ​ຈະ​ຊ່ວຍ​ພວກ​ທີ່​ບົວລະບັດ​ຮັບໃຊ້​ເຮົາ​ໃຫ້​ພົ້ນ.</verse>
				<verse number="9">ເຮົາ​ຈະ​ອວຍພອນ​ຊາວ​ອິດສະຣາເອນ​ທີ່​ເປັນ​ຄົນ​ໃນ​ເຜົ່າຢູດາ ແລະ​ເຊື້ອສາຍ​ຂອງ​ພວກເຂົາ​ຈະ​ໄດ້​ດິນແດນ​ທີ່​ເທິງ​ພູເຂົາ​ຂອງເຮົາ​ເປັນ​ກຳມະສິດ. ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກເອົາ ຄື​ຜູ້​ທີ່​ບົວລະບັດ​ຮັບໃຊ້​ເຮົາ​ຈະ​ອາໄສ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="10">ພວກເຂົາ​ຈະ​ນະມັດສະການ​ເຮົາ ແລະ​ຈະ​ນຳ​ຝູງແກະ ແລະ​ຝູງງົວ​ຂອງ​ພວກເຂົາ​ໄປ​ລ້ຽງ​ຕາມ​ທົ່ງຫຍ້າ​ຊາໂຣນ ໃນ​ທິດ​ຕາເວັນຕົກ ແລະ​ໃນ​ຮ່ອມ​ພູເຂົາ​ເດືອດຮ້ອນ​ທາງທິດ​ຕາເວັນອອກ.</verse>
				<verse number="11">ແຕ່​ມັນ​ຈະ​ແຕກຕ່າງ​ສຳລັບ​ພວກເຈົ້າ​ທີ່​ປະຖິ້ມ​ພຣະເຈົ້າຢາເວ​ໄປ ຄື​ຄົນ​ທີ່​ເມີນເສີຍ​ຕໍ່​ຊີໂອນ ເນີນພູ​ສັກສິດ​ຂອງເຮົາ ແລະ​ຄົນ​ທີ່​ຂາບໄຫວ້​ພະ​ກາດ ແລະ​ພະ​ເມນີ ພະ​ທີ່​ໃຫ້​ໂຊກລາບ ແລະ​ພະ​ແຫ່ງ​ຊາຕາກຳ.</verse>
				<verse number="12">ຊາຕາກຳ​ຂອງ​ພວກເຈົ້າ​ຄື​ການຕາຍ​ຢ່າງ​ໂຫດຫ້ຽມ ເພາະ​ພວກເຈົ້າ​ບໍ່​ຂານຕອບ​ເມື່ອ​ເຮົາ​ໄດ້​ເອີ້ນ​ຫາ​ພວກເຈົ້າ ຫລື​ຍອມ​ຟັງ​ເມື່ອ​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ. ພວກເຈົ້າ​ເລືອກ​ເອົາ​ການ​ບໍ່​ເຊື່ອຟັງ​ແລະ​ການ​ເຮັດຊົ່ວ.</verse>
				<verse number="13">ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ບອກ​ພວກເຈົ້າ​ວ່າ ພວກ​ທີ່​ນະມັດສະການ​ເຮົາ ແລະ​ເຊື່ອຟັງ​ເຮົາ​ຈະ​ໄດ້​ກິນ ແລະ​ດື່ມ​ຢ່າງ​ອຸດົມສົມບູນ, ແຕ່​ພວກເຈົ້າ​ຈະ​ອຶດເຂົ້າ​ແລະ​ຫິວນໍ້າ. ພວກເຂົາ​ຈະ​ມີ​ຄວາມສຸກ ແຕ່​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ.</verse>
				<verse number="14">ພວກເຂົາ​ຈະ​ຮ້ອງເພງ​ຢ່າງ​ຊົມຊື່ນ​ຍິນດີ ແຕ່​ພວກເຈົ້າ​ຈະ​ຮ້ອງໄຫ້​ຢ່າງ​ລະທົມ​ຂົມຂື່ນ.</verse>
				<verse number="15">ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກເອົາ ຈະ​ໃຊ້​ຊື່​ຂອງ​ພວກເຈົ້າ​ເປັນ​ການ​ສາບແຊ່ງ. ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ປະຫານ​ພວກເຈົ້າ. ແຕ່​ເຮົາ​ຈະ​ໃຫ້​ຊື່​ໃໝ່​ແກ່​ຄົນ​ທີ່​ເຊື່ອຟັງ​ເຮົາ.</verse>
				<verse number="16">ໃນ​ດິນແດນ​ນີ້ ຜູ້ໃດ​ຜູ້ໜຶ່ງ​ທີ່​ຂໍ​ພອນ​ຈະ​ຕ້ອງ​ຂໍ​ໃຫ້​ພຣະເຈົ້າ​ອົງ​ສັດຊື່​ອວຍພອນ. ຜູ້ໃດ​ກໍຕາມ​ທີ່​ສາບານ​ຕ້ອງ​ເຮັດ​ໃນ​ນາມ​ຂອງ​ພຣະເຈົ້າ​ອົງ​ສັດຊື່. ຄວາມ​ເດືອດຮ້ອນ​ໃນ​ອະດີດ​ຈະ​ໝົດໄປ ແລະ​ຖືກ​ລືມໄລ​ໝົດສິ້ນ.”</verse>
				<verse number="17">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ກຳລັງ​ສ້າງ​ຟ້າ​ສະຫວັນ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່. ເຫດການ​ຕ່າງໆ​ໃນ​ອະດີດ​ຈະ​ຖືກ​ລືມໄລ​ໄປ​ຢ່າງ​ໝົດສິ້ນ.</verse>
				<verse number="18">ຈົ່ງ​ຍິນດີ​ແລະ​ເບີກບານ​ໃຈ​ຕະຫລອດໄປ​ໃນ​ສິ່ງ​ທີ່​ເຮົາ​ໄດ້ສ້າງ. ນະຄອນ​ເຢຣູຊາເລັມ​ໃໝ່​ທີ່​ເຮົາ​ນິຣະມິດ​ສ້າງ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ປະຊາຊົນ​ໃນ​ນະຄອນ​ຈະ​ມີ​ແຕ່​ຄວາມສຸກ.</verse>
				<verse number="19">ເຮົາ​ເອງ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ຍ້ອນ​ນະຄອນ​ເຢຣູຊາເລັມ ແລະ​ປະຊາຊົນ​ໃນ​ນະຄອນ​ນີ້. ໃນ​ທີ່ນັ້ນ ຈະ​ບໍ່ມີ​ສຽງ​ຮ້ອງໄຫ້ ບໍ່ມີ​ສຽງ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ.</verse>
				<verse number="20">ພວກ​ແອນ້ອຍ​ຈະ​ບໍ່​ຕາຍ​ຕັ້ງແຕ່​ຕອນ​ເກີດໃໝ່​ອີກ​ຕໍ່ໄປ ແລະ​ປະຊາຊົນ​ທັງໝົດ​ຈະ​ມີ​ອາຍຸ​ໝັ້ນຍືນ​ຫລາຍ. ຄົນ​ທີ່​ມີ​ຊີວິດ​ຮ້ອຍ​ປີ​ກໍ​ນັບ​ວ່າ​ຍັງ​ໜຸ່ມ​ຢູ່. ຄົນ​ຕາຍ​ກ່ອນ​ນັ້ນ ເປັນ​ສັນຍານ​ບອກ​ວ່າ, ຖືກ​ເຮົາ​ລົງໂທດ​ເຂົາ.</verse>
				<verse number="21">ປະຊາຊົນ​ຈະ​ປຸກ​ບ້ານ ແລະ​ພວກເຂົາ​ເອງ​ໄດ້​ຢູ່​ໃນ​ບ້ານ​ນັ້ນ, ແຕ່​ບໍ່ແມ່ນ​ຜູ້​ອື່ນ​ຈະ​ເຂົ້າ​ມາ​ຢູ່​ແທນ. ພວກເຂົາ​ຈະ​ປູກ​ຕົ້ນອະງຸ່ນ ແລະ​ມີ​ເຫຼົ້າ​ອະງຸ່ນ​ດື່ມ ແຕ່​ບໍ່ແມ່ນ​ຜູ້​ອື່ນ​ຈະ​ໄດ້​ດື່ມ. ປະຊາຊົນ​ຂອງເຮົາ​ຈະມີ​ຊີວິດ​ຍືນຍາວ​ດັ່ງ​ຕົ້ນໄມ້. ພວກເຂົາ​ຈະ​ຊົມຊື່ນ​ຍິນດີ​ກັບ​ສິ່ງ​ທີ່​ຫາ​ມາ​ໄດ້​ນັ້ນ​ຢ່າງ​ເຕັມທີ່.</verse>
				<verse number="22"></verse>
				<verse number="23">ພວກເຂົາ​ຈະ​ເຮັດ​ວຽກງານ​ໂດຍ​ບໍ່​ເສຍ​ປະໂຫຍດ ແລະ​ລູກຫລານ​ຈະ​ບໍ່​ປະສົບ​ກັບ​ໄພພິບັດ. ພຣະເຈົ້າຢາເວ​ຈະ​ອວຍພອນ​ພວກເຂົາ​ແລະ​ເຊື້ອສາຍ​ທຸກຍຸກ​ທຸກສະໄໝ.</verse>
				<verse number="24">ແມ່ນແຕ່​ກ່ອນ​ທີ່​ພວກເຂົາ​ພາວັນນາ​ອະທິຖານ​ສຸດ ເຮົາ​ກໍ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ແລ້ວ.</verse>
				<verse number="25">ໝາປ່າ​ແລະ​ລູກແກະ​ຈະ​ກິນ​ຮ່ວມກັນ ສິງ​ຈະ​ກິນ​ເຟືອງ​ເໝືອນ​ງົວ ແລະ​ງູພິດ​ກໍ​ຈະ​ກິນ​ຂີ້ດິນ​ຢ່າງ​ພໍໃຈ. ທີ່​ຊີໂອນ​ເທິງ​ເນີນພູ​ສັກສິດ​ຂອງເຮົາ ຈະ​ບໍ່ມີ​ສິ່ງ​ອັນຕະລາຍ​ຫລື​ຊົ່ວຮ້າຍ​ເລີຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ.</verse>
			</chapter>
			<chapter number="66">
				<verse number="1">ພຣະເຈົ້າຢາເວ​ກ່າວ​ວ່າ, “ສະຫວັນ​ເປັນ​ບັນລັງ​ຂອງເຮົາ ແລະ​ແຜ່ນດິນ​ໂລກ​ເປັນ​ທີ່​ຮອງ​ຕີນ​ຂອງເຮົາ. ແລ້ວ​ພວກເຈົ້າ​ຈະ​ສ້າງ​ຫໍໂຮງ​ຊະນິດ​ໃດ​ສຳລັບ​ເຮົາ ຈະ​ສ້າງ​ວັງ​ຊະນິດ​ໃດ​ໃຫ້​ເຮົາ​ຢູ່?</verse>
				<verse number="2">ທຸກສິ່ງ​ເຫຼົ່ານີ້​ແມ່ນ​ມື​ຂອງເຮົາ​ເອງ​ໄດ້​ສ້າງ​ທັງໝົດ ສິ່ງ​ທັງໝົດ​ເຫຼົ່ານີ້​ຈຶ່ງ​ເກີດ​ຂື້ນ​ມາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ແຕ່​ເຮົາ​ພໍໃຈ​ນຳ​ຜູ້​ທີ່​ຖ່ອມໃຈ ແລະ​ຜູ້​ທີ່​ຍອມ​ກັບໃຈໃໝ່ ແລະ​ຜູ້​ທີ່​ຢຳເກງ​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ​ຈົນ​ຕົວສັ່ນ.</verse>
				<verse number="3">ປະຊາຊົນ​ເຮັດ​ຕາມ​ຄວາມ​ພໍໃຈ​ຂອງ​ພວກເຂົາ. ບໍ່​ວ່າ​ຈະ​ຂ້າ​ງົວເຖິກ​ເປັນ​ເຄື່ອງ​ບູຊາ​ຫລື​ເອົາ​ມະນຸດ​ບູຊາ​ກໍດີ; ບໍ່​ວ່າ​ຈະ​ຂ້າ​ແກະ​ຫລື​ຫັກ​ຄໍ​ໝາ​ມາ​ບູຊາ​ກໍດີ; ບໍ່​ວ່າ​ນຳ​ພືດຜົນ​ເປັນເມັດ​ຫລື​ເອົາ​ເລືອດ​ໝູ​ມາ​ບູຊາ​ກໍດີ; ບໍ່​ວາ​ຈະ​ເຜົາ​ເຄື່ອງຫອມ​ຖວາຍບູຊາ ຫລື​ວອນຂໍ​ຕໍ່​ຮູບເຄົາຣົບ​ກໍດີ ທັງໝົດ​ນັ້ນ​ຄື​ກັນ​ສຳລັບ​ພວກເຂົາ. ພວກເຂົາ​ພໍໃຈ​ກັບ​ວິທີ​ຂາບໄຫວ້​ແບບ​ໜ້າລັງກຽດ​ນີ້.</verse>
				<verse number="4">ສະນັ້ນ ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ຄື​ໄພພິບັດ​ທີ່​ພວກເຂົາ​ຢ້ານກົວ​ນັ້ນ ເພາະ​ບໍ່ມີ​ຜູ້ໃດ​ຂານຕອບ ເມື່ອ​ເຮົາ​ໄດ້​ເອີ້ນ​ຫາ ຫລື​ຟັງ ເມື່ອ​ເຮົາ​ໄດ້​ກ່າວ. ພວກເຂົາ​ເລືອກ​ເອົາ​ການ​ບໍ່​ເຊື່ອຟັງ​ເຮົາ ແລະ​ເລືອກ​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ.”</verse>
				<verse number="5">ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວ ພວກເຈົ້າ​ຜູ້​ທີ່​ຢຳເກງ​ແລະ​ເຊື່ອຟັງ​ພຣະອົງ​ວ່າ: “ເພາະ​ພວກເຈົ້າ​ສັດຊື່​ຕໍ່​ເຮົາ ບາງຄົນ​ໃນ​ພວກເຈົ້າ​ເອງ​ຈະ​ກຽດຊັງ​ເຈົ້າ ແລະ​ຈະ​ບໍ່​ຄົບຫາ​ສະມາຄົມ​ກັບ​ເຈົ້າ. ພວກເຂົາ​ຈະ​ຫຍໍ້ຫຍັນ​ເຈົ້າ ແລະ​ເວົ້າ​ວ່າ, ‘ຂໍ​ໃຫ້​ພຣະເຈົ້າຢາເວ​ສຳແດງ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ສາ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເຫັນ​ເຈົ້າ​ມີ​ຄວາມສຸກ,’ ແຕ່​ພວກເຂົາ​ເອງ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ</verse>
				<verse number="6">ຈົ່ງ​ຟັງ​ແມ ສຽງ​ອຶກກະທຶກ​ຢູ່​ໃນ​ເມືອງ​ພຸ້ນ ສຽງ​ຢູ່​ໃນ​ພຣະວິຫານ​ພຸ້ນ ແມ່ນ​ສຽງ​ພຣະເຈົ້າຢາເວ​ກຳລັງ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ.</verse>
				<verse number="7">ນະຄອນ​ອັນ​ສັກສິດ​ຂອງເຮົາ​ເປັນ​ດັ່ງ​ແມ່​ຜູ້ໜຶ່ງ ທີ່​ເກີດ​ເດັກຊາຍ​ຜູ້ໜຶ່ງ​ຢ່າງ​ກະທັນຫັນ​ໂດຍ​ບໍ່ໄດ້​ເຈັບ​ທ້ອງ​ອອກລູກ.</verse>
				<verse number="8">ມີ​ຜູ້ໃດ​ເຄີຍ​ໄດ້​ເຫັນ​ແລະ​ເຄີຍ​ໄດ້ຍິນ​ເຊັ່ນນີ້​ມາ​ແດ່​ບໍ? ມີ​ຊົນຊາດ​ໃດ​ແດ່​ທີ່​ເກີດຂຶ້ນ​ມາ​ໄດ້​ພຽງ​ມື້​ດຽວ? ພູເຂົາ​ຊີໂອນ​ຈະ​ບໍ່​ຕ້ອງ​ທົນທຸກ​ດົນນານ ກ່ອນ​ຈະ​ເປັນ​ຊົນຊາດ​ໜຶ່ງ.</verse>
				<verse number="9">ເຮົາ​ຈະ​ນຳມາ​ເຖິງ​ການ​ເກີດລູກ ແລະ​ບໍ່​ໃຫ້​ເກີດ​ໄດ້​ບໍ? ພຣະເຈົ້າຢາເວ​ກ່າວ​ວ່າ, ຝ່າຍເຮົາ​ທີ່​ໃຫ້​ເກີດ​ລູກ ຈະ​ປິດ​ທ້ອງ​ບໍ່​ໃຫ້​ເກີດ​ໄດ້​ບໍ?” ພຣະເຈົ້າ​ຂອງ​ພວກເຈົ້າ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="10">ຈົ່ງ​ຍິນດີ​ເຖີດ ຈົ່ງ​ດີໃຈ​ນຳ​ນະຄອນ​ເຢຣູຊາເລັມ ພວກເຈົ້າ​ທຸກຄົນ​ທີ່​ຮັກແພງ​ນະຄອນ​ນີ້ ບັດນີ້ ຈົ່ງ​ຍິນດີ​ເຖີດ ຈົ່ງ​ດີໃຈ​ນຳ​ນະຄອນ​ນີ້​ສາ ພວກເຈົ້າ​ທຸກຄົນ​ທີ່​ໄດ້​ໄວ້ທຸກ​ໃຫ້​ນະຄອນ​ນີ້</verse>
				<verse number="11">ພວກເຈົ້າ​ຈະ​ດີໃຈ​ທີ່​ເຫັນ​ພະ​ນະຄອນ​ຮຸ່ງເຮືອງ ດັ່ງ​ເດັກນ້ອຍ​ຜູ້ໜຶ່ງ​ຢູ່​ໃນ​ອ້ອມເອິກ​ຂອງ​ແມ່.</verse>
				<verse number="12">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ຄວາມຈະເລີນ​ຮຸ່ງເຮືອງ​ທີ່​ຍາວນານ​ມາ​ສູ່​ພວກເຈົ້າ; ຊັບສົມບັດ​ຂອງ​ປະຊາຊາດ​ຕ່າງໆ​ຈະ​ຫລັ່ງໄຫລ​ມາ​ສູ່​ພວກເຈົ້າ ດັ່ງ​ສາຍນໍ້າ​ທີ່​ບົກແຫ້ງ​ບໍ່​ເປັນ​ຈັກເທື່ອ. ພວກເຈົ້າ​ຈະ​ເປັນ​ດັ່ງ​ເດັກນ້ອຍ ຜູ້​ທີ່​ແມ່​ອຸ້ມ​ໃຫ້​ກິນ​ນົມ​ແລະ​ຖະໜຸ​ຖະໜອມ​ດ້ວຍ​ຄວາມຮັກ.</verse>
				<verse number="13">ເຮົາ​ຈະ​ເລົ້າໂລມ​ພວກເຈົ້າ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ດັ່ງ​ແມ່​ຜູ້ໜຶ່ງ​ເລົ້າໂລມ​ລູກ​ຂອງຕົນ.</verse>
				<verse number="14">ເມື່ອ​ພວກເຈົ້າ​ເຫັນ​ເຫດການ​ນີ້​ເກີດຂຶ້ນ ພວກເຈົ້າ​ຈະ​ເບີກບານ​ໃຈ; ແລະ​ສິ່ງນັ້ນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ແລະ​ມີ​ສຸຂະພາບ​ດີ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ຜູ້​ຊ່ວຍເຫຼືອ​ພວກ​ທີ່​ຮັບໃຊ້​ເຮົາ ແລະ​ໂກດຮ້າຍ​ຕໍ່​ເຫຼົ່າ​ສັດຕູ​ຂອງເຮົາ.”</verse>
				<verse number="15">ພຣະເຈົ້າຢາເວ​ຈະ​ສະເດັດ​ມາ​ພ້ອມ​ກັບ​ໄຟ. ພຣະອົງ​ຈະ​ມາ​ເທິງ​ປີກ​ຂອງ​ລົມພະຍຸ​ເພື່ອ​ລົງໂທດ​ພວກ​ທີ່​ພຣະອົງ​ໂກດຮ້າຍ.</verse>
				<verse number="16">ພຣະເຈົ້າຢາເວ​ຈະ​ລົງໂທດ​ປະຊາກອນ​ທຸກຄົນ​ໃນ​ໂລກນີ້​ດ້ວຍ​ໄຟ​ແລະ​ດ້ວຍ​ດາບ ທີ່​ພຣະເຈົ້າຢາເວ​ພົບ​ຄວາມຜິດ​ແລະ​ຫລາຍ​ຄົນ​ຈະ​ຖືກ​ປະຫານ.</verse>
				<verse number="17">ພຣະເຈົ້າຢາເວ​ກ່າວ​ວ່າ, “ຄາວ​ສຸດທ້າຍ​ມາ​ໃກ້​ແລ້ວ ສຳລັບ​ຜູ້​ທີ່​ຊຳລະ​ຕົນເອງ​ເພື່ອ​ຂາບໄຫວ້​ພະ​ຂອງ​ຊາວ​ຕ່າງຊາດ ຄື​ຜູ້​ເຂົ້າຮ່ວມ​ໃນ​ຂະບວນ​ການ​ບູຊາ​ສວນ​ສັກສິດ ແລະ​ຜູ້​ກິນ​ໝູ​ແລະ​ກິນ​ໜູ​ແລະ​ອາຫານ​ຂີ້ດຽດ​ອື່ນໆ​ອີກ.</verse>
				<verse number="18">ເຮົາ​ຮູ້ຈັກ ຄວາມຄິດ​ແລະ​ການກະທຳ​ຂອງ​ພວກເຂົາ. ເຮົາ​ກຳລັງ​ມາ ເພື່ອ​ເຕົ້າໂຮມ​ປະຊາຊົນ​ໃນ​ບັນດາ​ຊົນຊາດ​ທັງໝົດ. ເມື່ອ​ເຕົ້າໂຮມ​ແລ້ວ ພວກເຂົາ​ຈະ​ເຫັນ​ວ່າ​ເຮົາ​ມີ​ຣິດອຳນາດ​ກະທຳ​ສິ່ງໃດ​ໄດ້​ແດ່</verse>
				<verse number="19">ແລະ​ເຮົາ​ຈະ​ຕັ້ງ​ໝາຍສຳຄັນ​ໄວ້​ໃນ​ທ່າມກາງ​ພວກເຂົາ. ເຮົາ​ຈະ​ໄວ້​ຊີວິດ​ບາງຄົນ​ໃນ​ພວກເຂົາ ແລະ​ສົ່ງ​ພວກເຂົາ​ໄປ​ຍັງ​ຊົນຊາດ​ຕ່າງໆ​ແລະ​ສູ່​ດິນແດນ​ທີ່​ຫ່າງໄກ ບ່ອນ​ທີ່​ບໍ່ໄດ້ຍິນ​ເຖິງ​ຊື່ສຽງ ຫລື​ໄດ້​ເຫັນ​ຄວາມ​ຍິ່ງໃຫຍ່​ແລະ​ຣິດອຳນາດ​ຂອງເຮົາ​ເລີຍ​ຄື: ສະເປນ, ລີເບຍ, ແລະ​ລີເດຍ ພ້ອມ​ດ້ວຍ​ນັກຍິງທະນູ​ຜູ້​ທີ່​ຊຳນິ​ຊຳນານ ແລະ​ໄປ​ຍັງ​ຕູບານ​ແລະ​ກຣີກ. ໃນ​ທ່າມກາງ​ຊົນຊາດ​ເຫຼົ່ານີ້ ພວກເຂົາ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງເຮົາ.</verse>
				<verse number="20">ພວກເຂົາ​ຈະ​ນຳ​ພວກ​ພີ່ນ້ອງ​ຮ່ວມຊາດ​ຂອງ​ພວກເຈົ້າ ກັບຄືນ​ມາ​ຈາກ​ຊົນຊາດ​ຕ່າງໆ​ເພື່ອ​ເປັນ​ຂອງຂວັນ​ໃຫ້​ແກ່​ພຣະເຈົ້າຢາເວ. ພວກເຂົາ​ຈະ​ນຳ​ພີ່ນ້ອງ​ຮ່ວມຊາດ​ຂອງ​ພວກເຈົ້າ​ທັງໝົດ ມາ​ສູ່​ເນີນພູ​ສັກສິດ​ຂອງເຮົາ ໃນ​ນະຄອນ​ເຢຣູຊາເລັມ ໂດຍ​ໃຊ້​ມ້າ, ລໍ, ອູດ, ລໍ້ ແລະ​ກວຽນ. ພຣະເຈົ້າຢາເວ​ກ່າວ​ວ່າ, ດັ່ງ​ຊາວ​ອິດສະຣາເອນ​ນຳ​ພືດຜົນ​ເປັນເມັດ​ໃສ່​ພາຊະນະ​ທີ່​ຊຳລະ​ໃຫ້​ໝົດ​ມົນທິນ​ແລ້ວ ມາ​ທີ່​ພຣະວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="21">ເຮົາ​ຈະ​ໃຫ້​ບາງຄົນ​ໃນ​ພວກເຂົາ​ເປັນ​ປະໂຣຫິດ​ແລະ​ເປັນ​ຊາວ​ເລວີ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="22">ພຣະເຈົ້າຢາເວ​ກ່າວ​ວ່າ, “ຟ້າ​ສະຫວັນ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່ ຈະ​ຍືນຍົງ​ຄົງຢູ່​ຕໍ່ໜ້າ​ເຮົາ​ສັນໃດ ເຊື້ອສາຍ​ແລະ​ນາມຊື່​ຂອງ​ພວກເຈົ້າ​ກໍ​ຈະ​ຍືນຍົງ​ຄົງຢູ່​ສັນນັ້ນ.”</verse>
				<verse number="23">ພຣະເຈົ້າຢາເວ​ກ່າວ​ວ່າ, “ໃນ​ທຸກໆ​ວັນ​ຂອງ​ເທດສະການ​ເດືອນ​ຂຶ້ນ​ໃໝ່​ແລະ​ທຸກໆ​ວັນ​ຊະບາໂຕ ປະຊາຊົນ​ທຸກ​ຊາດ​ຈະ​ມາ​ນະມັດສະການ​ຕໍ່ໜ້າ​ເຮົາ.</verse>
				<verse number="24">ເມື່ອ​ອອກ​ໄປ ພວກເຂົາ​ຈະ​ເຫັນ​ຊາກສົບ​ຂອງ​ພວກ​ທີ່​ໄດ້​ກະບົດ​ຕໍ່​ເຮົາ. ຕົວ​ໜອນ​ທີ່​ເຈາະ​ກິນ​ພວກເຂົາ​ນັ້ນ​ຈະ​ຕາຍ​ບໍ່​ເປັນ​ຈັກເທື່ອ ແລະ​ໄຟ​ທີ່​ໄໝ້​ພວກເຂົາ​ນັ້ນ​ຈະ​ມອດ​ບໍ່​ເປັນ​ຈັກເທື່ອ. ເຊື້ອຊາດ​ມະນຸດ​ທັງໝົດ​ທີ່​ໄດ້​ເຫັນ​ພວກເຂົາ​ແລ້ວ​ກໍ​ຈະ​ຮູ້ສຶກ​ເບື່ອໜ່າຍ.”</verse>
			</chapter>
		</book>
		<book number="24">
			<chapter number="1">
				<verse number="1">ພຣະທຳ​ນີ້​ເປັນ​ບົດ​ບັນທຶກ​ຖ້ອຍຄຳ​ທີ່​ເຢເຣມີຢາ​ໄດ້​ກ່າວ. ເຢເຣມີຢາ​ແມ່ນ​ລູກຊາຍ​ຂອງ​ຮິນກີຢາ ປະໂຣຫິດ​ຜູ້ໜຶ່ງ​ໃນ​ຄະນະ​ປະໂຣຫິດ​ແຫ່ງ​ເມືອງ​ອານາທົດ ໃນ​ເຂດແດນ​ຂອງ​ເບັນຢາມິນ.</verse>
				<verse number="2">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເຢເຣມີຢາ​ໃນ​ປີ​ທີ​ສິບສາມ ທີ່​ເຈົ້າ​ໂຢສີຢາ ລູກຊາຍ​ຂອງ​ເຈົ້າ​ອາໂມນ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ.</verse>
				<verse number="3">ຕໍ່ມາ ໄດ້​ກ່າວ​ແກ່​ເຢເຣມີຢາ​ອີກ ເມື່ອ​ເຢໂຮຍອາກິມ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ໄດ້​ຂຶ້ນ​ເປັນ​ກະສັດ. ຫລັງຈາກ​ນັ້ນ ພຣະອົງ​ກໍໄດ້​ກ່າວ​ແກ່​ເຢເຣມີຢາ​ອີກ​ຕັ້ງ​ຫລາຍ​ເທື່ອ ຈົນເຖິງ​ຣາຊການ​ປີ​ທີ​ສິບເອັດ​ຂອງ​ກະສັດ​ເຊເດກີຢາ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ. ໃນ​ເດືອນ​ທີ​ຫ້າ​ຂອງ​ປີ​ນັ້ນ​ເອງ ປະຊາຊົນ​ນະຄອນ​ເຢຣູຊາເລັມ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.</verse>
				<verse number="4">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ,</verse>
				<verse number="5">“ເຮົາ​ເລືອກ​ເຈົ້າ​ໄວ້ ກ່ອນ​ເຮົາ​ໄດ້​ໃຫ້​ຊີວິດ​ແກ່​ເຈົ້າ ແລະ​ກ່ອນ​ເຈົ້າ​ໄດ້​ເກີດ​ມາ ເຮົາ​ໄດ້​ເລືອກ​ເອົາ​ເຈົ້າ​ໄວ້​ແລ້ວ ເພື່ອ​ໃຫ້​ເປັນ​ຜູ້ທຳນວາຍ​ແກ່​ປະຊາຊາດ​ທັງຫລາຍ.”</verse>
				<verse number="6">ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ບໍ່​ຮູ້ຈັກ​ວ່າ​ຈະ​ກ່າວ​ຢ່າງໃດ; ຂ້ານ້ອຍ​ຍັງ​ໜຸ່ມ​ເກີນໄປ​ທີ່​ຈະ​ກ່າວ​ຕໍ່ໜ້າ​ມະຫາຊົນ.”</verse>
				<verse number="7">ແຕ່​ພຣະເຈົ້າຢາເວ​ກໍ​ຍັງ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຢ່າ​ເວົ້າ​ວ່າ, ເຈົ້າ​ຍັງ​ໜຸ່ມ​ເກີນໄປ ແຕ່​ຈົ່ງ​ໄປ​ຫາ​ປະຊາຊົນ​ທີ່​ເຮົາ​ສັ່ງ​ເຈົ້າ​ໃຫ້​ໄປ​ພົບ ແລະ​ບອກ​ພວກເຂົາ​ທຸກໆ​ສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ​ໃຫ້​ກ່າວ.</verse>
				<verse number="8">ຢ່າສູ່​ຢ້ານກົວ​ພວກເຂົາ​ເລີຍ, ເພາະ​ເຮົາ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="9">ແລ້ວ​ພຣະເຈົ້າຢາເວ​ກໍ​ເດ່​ມື​ອອກ​ແຕະ​ທີ່​ປາກ​ຂອງ​ຂ້າພະເຈົ້າ ແລະ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເບິ່ງດູ ເຮົາ​ກຳລັງ​ເອົາ​ຖ້ອຍຄຳ​ຂອງເຮົາ​ໃສ່​ເຂົ້າ​ໄປ​ໃນ​ປາກ​ຂອງ​ເຈົ້າ​ເພື່ອ​ໃຫ້​ເຈົ້າ​ກ່າວ.</verse>
				<verse number="10">ວັນນີ້ ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເໜືອ​ປະຊາຊາດ​ແລະ​ອານາຈັກ​ທັງຫລາຍ ເພື່ອ​ໃຫ້​ຖອນຮາກ​ແລະ​ຮື້​ຖິ້ມ ເພື່ອ​ໃຫ້​ທຳລາຍ​ແລະ​ໂຄ່ນລົ້ມ ເພື່ອ​ໃຫ້​ກໍ່ສ້າງ​ແລະ​ປູກຝັງ.”</verse>
				<verse number="11">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ກ່າວວ່າ, “ເຢເຣມີຢາ​ເອີຍ ເຈົ້າ​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຕອບ​ວ່າ, “ຂ້ານ້ອຍ​ເຫັນ​ງ່າ​ຂອງ​ຕົ້ນ​ໝາກບົກ.”</verse>
				<verse number="12">ພຣະເຈົ້າຢາເວ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ເຈົ້າ​ເວົ້າ​ຖືກ​ແລ້ວ ແລະ​ເຮົາ​ກຳລັງ​ເຝົ້າ​ຄອຍເບິ່ງ ໃຫ້​ຖ້ອຍຄຳ​ຂອງເຮົາ​ກາຍເປັນຈິງ.”</verse>
				<verse number="13">ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍ​ມາເຖິງ​ຂ້າພະເຈົ້າ​ຄັ້ງທີ​ສອງ​ວ່າ, “ເຈົ້າ​ເຫັນ​ຫຍັງ​ອີກ​ແດ່?” ຂ້າພະເຈົ້າ​ຕອບ​ວ່າ, “ຂ້ານ້ອຍ​ເຫັນ​ໝໍ້​ໜ່ວຍ​ໜຶ່ງ​ທີ່​ກຳລັງ​ຟົດ​ຢູ່​ທາງ​ທິດເໜືອ ແລະ​ປາກໝໍ້​ນັ້ນ​ກໍ​ປິ່ນ​ມາ​ທາງ​ພີ້.”</verse>
				<verse number="14">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ການ​ທຳລາຍ​ຈະ​ຟົດເດືອດ​ຂຶ້ນ​ຈາກ​ທິດເໜືອ​ມາ​ສູ່​ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້</verse>
				<verse number="15">ເພາະ​ເຮົາ​ກຳລັງ​ເອີ້ນ​ເອົາ​ທຸກ​ຊົນຊາດ​ທາງ​ທິດເໜືອ​ໃຫ້​ມາ. ພຣະເຈົ້າຢາເວ​ກ່າວວ່າ ບັນດາ​ກະສັດ​ຂອງ​ພວກເຂົາ​ຈະ​ຕັ້ງ​ບັນລັງ​ຂຶ້ນ​ທີ່​ປະຕູ​ຂອງ​ນະຄອນ​ເຢຣູຊາເລັມ ແລະ ອ້ອມ​ກຳແພງ​ເມືອງ ຕະຫລອດ​ທັງ​ອ້ອມ​ເມືອງ​ອື່ນໆ​ຂອງ​ຢູດາຍ​ດ້ວຍ.</verse>
				<verse number="16">ເຮົາ​ຈະ​ລົງໂທດ​ປະຊາຊົນ​ຂອງເຮົາ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ; ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ໂດຍ​ເຜົາ​ເຄື່ອງບູຊາ​ຖວາຍ​ແກ່​ບັນດາ​ພະອື່ນໆ ແລະ​ສ້າງ​ຮູບເຄົາຣົບ​ເພື່ອ​ຂາບໄຫວ້.</verse>
				<verse number="17">ເຢເຣມີຢາ​ເອີຍ ຈົ່ງ​ຕຽມຕົວ​ໄປ​ບອກ​ພວກເຂົາ​ທຸກສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ​ໃຫ້​ກ່າວ. ບັດນີ້​ຢ່າ​ສູ່​ຢ້ານກົວ​ພວກເຂົາ ບໍ່​ດັ່ງນັ້ນ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຢ້ານ​ຫລາຍ​ຂຶ້ນ​ຕື່ມ ເມື່ອ​ເຈົ້າ​ຢູ່​ນຳ​ພວກເຂົາ.</verse>
				<verse number="18">ຈົ່ງ​ຟັງ​ເຖີດ ເຢເຣມີຢາ​ເອີຍ ທຸກຄົນ​ໃນ​ດິນແດນ​ນີ້ ຄື​ບັນດາ​ກະສັດ​ແຫ່ງ​ຢູດາຍ, ພວກ​ຂ້າຣາຊການ, ພວກ​ປະໂຣຫິດ ແລະ​ປະຊາຊົນ​ທົ່ວໄປ, ຈະ​ຕໍ່ສູ້​ເຈົ້າ. ແຕ່​ວັນ​ນີ້​ເຮົາ​ໃຫ້​ກຳລັງ​ແກ່​ເຈົ້າ ເພື່ອ​ເຈົ້າ​ຈະ​ຕ້ານທານ​ພວກເຂົາ​ໄດ້; ເຈົ້າ​ຈະ​ເປັນ​ດັ່ງ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ, ມີ​ເສົາ​ເປັນ​ເຫຼັກ ແລະ​ມີ​ກຳແພງ​ເປັນ​ທອງສຳຣິດ. ພວກເຂົາ​ຈະ​ເອົາ​ຊະນະ​ເຈົ້າ​ບໍ່ໄດ້ ເພາະ​ເຮົາ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="19"></verse>
			</chapter>
			<chapter number="2">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ</verse>
				<verse number="2">ໃຫ້​ໄປ​ປະກາດ​ຂ່າວ​ນີ້​ແກ່​ທຸກໆຄົນ​ໃນ​ນະຄອນ​ເຢຣູຊາເລັມ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ເຮົາ​ຈື່ຈຳ​ຄວາມສັດຊື່​ຂອງເຈົ້າ​ຄາວ​ເປັນ​ສາວ ເຈົ້າ​ຮັກ​ເຮົາ​ຫລາຍ​ສໍ່າໃດ​ເມື່ອ​ແຕ່ງງານ​ກັນ​ໃໝ່ໆ; ເຈົ້າ​ໄດ້​ຕາມ​ເຮົາ​ໄປ​ທົ່ວ​ຖິ່ນ​ແຫ້ງແລ້ງ​ກັນດານ ໂດຍ​ຜ່ານ​ດິນແດນ​ໜຶ່ງ​ທີ່​ບໍ່ມີ​ການ​ເພາະປູກ.</verse>
				<verse number="3">ຊາດ​ອິດສະຣາເອນ, ເຈົ້າ​ເປັນ​ບໍຣິສຸດ​ສຳລັບ​ພຣະເຈົ້າຢາເວ ຄື​ເປັນ​ຜົນຜະລິດ​ລຸ້ນ​ທຳອິດ​ຂອງ​ພຣະອົງ. ເຮົາ​ເຮັດ​ໃຫ້​ຜູ້​ທີ່​ທຳຮ້າຍ​ເຈົ້າ​ໄດ້​ຮັບ​ທຸກ​ແລະ​ໄພພິບັດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="4">ພວກເຈົ້າ ເຊື້ອສາຍ​ຂອງ​ຢາໂຄບ ແລະ ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="5">ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ບັນພະບຸລຸດ​ຂອງ​ພວກເຈົ້າ​ມີ​ຂໍ້​ກ່າວຫາ ພວກເຂົາ​ມີ​ຂໍ້​ກ່າວຫາ​ຫຍັງ​ຕໍ່ສູ້​ເຮົາ​ຢ່າງນີ້​ນໍ ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພວກເຂົາ​ຫັນໜີ​ຈາກ​ເຮົາ​ໄດ້? ພວກເຂົາ​ໄດ້​ຂາບໄຫວ້​ຮູບເຄົາຣົບ​ທີ່​ບໍ່ມີ​ປະໂຫຍດ​ຫຍັງ ແລະ​ພວກເຂົາ​ເອງ​ກໍໄດ້​ກາຍເປັນ​ຄົນ​ບໍ່ມີ​ປະໂຫຍດ.</verse>
				<verse number="6">ພວກເຂົາ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ພຣະເຈົ້າຢາເວ​ແຕ່​ຢ່າງໃດ​ເລີຍ ເຖິງ​ວ່າ​ເຮົາ​ໄດ້​ນຳພາ​ພວກເຂົາ​ອອກ​ຈາກ​ເອຢິບ​ກໍ​ຕາມ ທັງ​ພາ​ພວກເຂົາ​ຍ່າງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ຄື​ດິນແດນ​ເປົ່າປ່ຽວ​ມີ​ປ່າ​ດິນ​ຊາຍ​ດ້ວຍ ເປັນ​ດິນແດນ​ທີ່​ແຫ້ງແລ້ງ ແລະ ມີ​ອັນຕະລາຍ ບໍ່ມີ​ຄົນ​ຢູ່​ອາໄສ​ທັງ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປມາ​ດ້ວຍ.</verse>
				<verse number="7">ເຮົາ​ໄດ້​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ດິນແດນ​ອຸດົມ​ຮັ່ງມີ ເພື່ອ​ໃຫ້​ໄດ້​ຮັບ​ຜົນລະປູກ ແລະ ສິ່ງ​ທີ່ດີ​ອື່ນໆ. ແຕ່​ພວກເຂົາ​ພັດ​ໄດ້​ເຮັດ​ໃຫ້​ດິນແດນ​ຂອງເຮົາ​ຈິບຫາຍ ໂດຍ​ເຮັດ​ໃຫ້​ເປັນ​ມົນທິນ​ບ່ອນ​ທີ່​ເຮົາ​ມອບ​ໃຫ້​ພວກເຂົາ​ນັ້ນ.</verse>
				<verse number="8">ປະໂຣຫິດ​ບໍ່ໄດ້​ຖາມ​ວ່າ, ‘ພຣະເຈົ້າຢາເວ​ຢູ່​ໃສ?’ ພວກ​ທີ່​ຮັກສາ​ກົດບັນຍັດ​ຂອງເຮົາ​ກໍ​ບໍ່ໄດ້​ຮູ້ຈັກ​ເຮົາ​ຊໍ້າ. ພວກ​ຜູ້ປົກຄອງ​ກໍໄດ້​ກະບົດ​ຕໍ່ສູ້​ເຮົາ ຜູ້ທຳນວາຍ​ໄດ້​ກ່າວ​ໃນ​ນາມ​ພະບາອານ ພວກເຂົາ​ພາກັນ​ນ້ອມ​ນະມັດສະການ ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ບໍ່ມີ​ປະໂຫຍດ.</verse>
				<verse number="9">ສະນັ້ນ ເຮົາ​ຈຶ່ງ​ຈະ​ກ່າວ​ຄະດີ​ຕໍ່​ປະຊາຊົນ​ຂອງເຮົາ ເຮົາ​ຈະ​ນຳ​ຂໍ້​ກ່າວຟ້ອງ​ເຊື້ອສາຍ​ຂອງ​ພວກເຈົ້າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="10">ຈົ່ງ​ໄປ​ທາງ​ທິດ​ຕາເວັນຕົກ​ຂອງ​ເກາະ​ໄຊປຣັດ ສົ່ງ​ຜູ້ໜຶ່ງ​ໄປ​ທາງທິດ​ຕາເວັນອອກ​ຂອງ​ເກດາ​ພຸ້ນ. ພວກເຈົ້າ​ຈະ​ເຫັນ​ວ່າ​ບໍ່ມີ​ເຫດການ​ໃດໆ ທີ່​ເຄີຍ​ເກີດຂຶ້ນ​ມາ​ດັ່ງ​ເຫດການ​ເຫຼົ່ານີ້.</verse>
				<verse number="11">ບໍ່ມີ​ຊົນຊາດ​ອື່ນໃດ​ເຄີຍ​ສັບປ່ຽນ​ພຣະ​ຂອງຕົນ ເຖິງ​ວ່າ​ພວກມັນ​ບໍ່ແມ່ນ​ພຣະ​ແທ້​ກໍຕາມ. ແຕ່​ປະຊາຊົນ​ຂອງເຮົາ​ໄດ້​ສັບປ່ຽນ​ເຮົາ​ເດີ ພຣະເຈົ້າ​ຜູ້​ທີ່​ໄດ້​ນຳ​ສະຫງ່າຣາສີ​ມາ​ສູ່​ພວກເຂົາ ກັບ​ບັນດາ​ພະ​ທີ່​ບໍ່​ສາມາດ​ເຮັດ​ຫຍັງ ແລະ​ທີ່​ຊ່ວຍເຫລືອ​ພວກເຂົາ​ຫຍັງ​ບໍ່ໄດ້.</verse>
				<verse number="12">ສະນັ້ນ ເຮົາ​ຈຶ່ງ​ສັ່ງ​ຟ້າ​ສະຫວັນ​ໃຫ້​ດັງ​ກ້ອງ​ຫວັ່ນໄຫວ ເພື່ອ​ເຮັດ​ໃຫ້​ແຕກຕື່ນ​ຕົກໃຈ​ແລະ​ມີ​ການ​ງຶດງໍ້. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="13">ປະຊາຊົນ​ຂອງເຮົາ​ໄດ້​ເຮັດ​ບາບ​ໄວ້​ສອງ​ປະການ ຄື​ພວກເຂົາ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ຜູ້​ເປັນ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ ແລະ​ພວກເຂົາ​ໄດ້​ຂຸດ​ອ່າງນໍ້າ​ໄວ້​ສຳລັບ​ຕົນເອງ ເປັນ​ອ່າງ​ແຕກ​ທີ່​ບັນຈຸ​ນໍ້າ​ໄວ້​ບໍ່ໄດ້.</verse>
				<verse number="14">ຊາດ​ອິດສະຣາເອນ​ບໍ່ໄດ້​ເປັນ​ທາດ ທັງ​ບໍ່ໄດ້​ເກີດ​ມາ​ຈາກ​ທາດ​ແຕ່​ຢ່າງໃດ ຖ້າ​ຢ່າງ​ນັ້ນ​ເປັນຫຍັງ​ເຫຼົ່າ​ສັດຕູ ຈຶ່ງ​ຕາມລ່າ​ຈັບ ແລະ ຕາມ​ຂ້າ?</verse>
				<verse number="15">ພວກເຂົາ​ຮ້ອງ​ແຜດສຽງ​ໃສ່​ລາວ ດັ່ງ​ໂຕສິງ ດິນແດນ​ຂອງ​ລາວ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ແລ້ວ ແລະ​ເມືອງ​ຕ່າງໆ​ກໍ​ຮົກຮ້າງ​ເພພັງ ທັງ​ຖືກ​ປະຖິ້ມ​ໄປ​ຢ່າງ​ສິ້ນເຊີງ​ສາ​ແລ້ວ.</verse>
				<verse number="16">ແມ່ນແລ້ວ ຊາວ​ເມືອງ​ມຳຟິດ​ແລະ​ຕາປັນເຮັດ ຕ່າງ​ກໍໄດ້​ຕີ​ກະໂຫລກ​ຫົວ​ລາວ​ຈົນ​ແຕກ.</verse>
				<verse number="17">ອິດສະຣາເອນ​ເອີຍ ເຈົ້າ​ນຳ​ສິ່ງນີ້​ມາ​ສູ່​ເຈົ້າເອງ ເຈົ້າ​ໄດ້​ປະຖິ້ມ​ເຮົາ​ແລະ​ຫັນໜີ​ໄປ​ຈາກ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ໃນ​ຂະນະທີ່​ພຣະອົງ​ກຳລັງ​ພາ​ເຈົ້າ​ເດີນທາງ​ໄປ​ນັ້ນ.</verse>
				<verse number="18">ເຈົ້າ​ຫວັງ​ຈະ​ໄດ້​ຫຍັງ​ແດ່​ທີ່​ເຈົ້າ​ໄປ​ຫາ​ເອຢິບ ຫວັງ​ຈະ​ໄດ້​ດື່ມ​ນໍ້າ​ໃນ​ແມ່ນໍ້າ​ນິນ​ຫລື​ນີ້? ເຈົ້າ​ຫວັງ​ຈະ​ໄດ້​ຫຍັງ​ທີ່​ໄປ​ຫາ​ອັດຊີເຣຍ ຫວັງ​ຈະ​ໄດ້​ດື່ມ​ນໍ້າ​ໃນ​ແມ່ນໍ້າ​ເອີຟຣັດ​ຫລື​ນີ້?</verse>
				<verse number="19">ເຈົ້າ​ຈະ​ຖືກ​ໂທດ​ຍ້ອນ​ຄວາມຊົ່ວ​ຂອງ​ເຈົ້າເອງ ເຈົ້າ​ຈະ​ຖືກ​ປະນາມ​ຍ້ອນ​ຫັນໜີ​ໄປ​ຈາກ​ເຮົາ​ນັ້ນ. ເຈົ້າ​ຈະ​ຮຽນຮູ້​ສິ່ງ​ຂື່ນຂົມ​ແລະ​ຜິດພາດ​ວ່າ​ເປັນ​ຢ່າງໃດ? ທີ່​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ໂດຍ​ບໍ່ມີ​ຄວາມ​ເຄົາຣົບ ແລະ ຢຳເກງ​ເຮົາ​ອີກ​ຕໍ່ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="20">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຊາດ​ອິດສະຣາເອນ​ເອີຍ ເຫິງນານ​ແລ້ວ ທີ່​ເຈົ້າ​ບໍ່​ຍອມ​ຢູ່​ໃຕ້​ສິດ​ອຳນາດ​ຂອງເຮົາ ບໍ່​ເຊື່ອຟັງ​ເຮົາ​ແລະ​ນະມັດສະການ​ເຮົາ​ດ້ວຍ. ທີ່​ເນີນ​ທີ່ສູງ​ແຕ່ລະ​ໜ່ວຍ ທີ່​ກ້ອງ​ຕົ້ນໄມ້​ແຕ່ລະກົກ ເຈົ້າ​ຂາບໄຫວ້​ພະ​ແຫ່ງ​ຄວາມ​ອຸດົມ​ສົມບູນ​ທັງນັ້ນ.</verse>
				<verse number="21">ເຮົາ​ໄດ້​ປູກ​ເຈົ້າ​ໄວ້​ດັ່ງ​ປູກ​ຕົ້ນອະງຸ່ນ​ພັນ​ດີ ໂດຍ​ເລືອກເຟັ້ນ​ເອົາ​ມາ​ຈາກ​ພັນ​ດີທີ່ສຸດ​ດ້ວຍ. ແຕ່​ເບິ່ງແມ! ເຈົ້າ​ກາຍເປັນຫຍັງ​ໄປ​ແລ້ວ​ຮູ້​ບໍ ເຈົ້າ​ເປັນ​ດັ່ງ​ຕົ້ນອະງຸ່ນ​ເໜົ່າ​ຫາ​ຄຸນຄ່າ​ບໍ່ໄດ້.</verse>
				<verse number="22">ເຖິງ​ແມ່ນ​ເຈົ້າ​ຈະ​ລ້າງ​ດ້ວຍ​ສະບູ​ຟອງ​ແຮງ​ກໍດີ ເຮົາ​ກໍ​ຍັງ​ຈະ​ເຫັນ​ຄວາມຜິດ​ອັນ​ເປິເປື້ອນ​ຂອງເຈົ້າ​ຢູ່​ຕໍ່ໜ້າ​ເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ</verse>
				<verse number="23">ເຈົ້າ​ເວົ້າ​ໄດ້​ຢ່າງໃດ​ວ່າ​ບໍ່ໄດ້​ດູໝິ່ນ​ຕົນເອງ ວ່າ​ເຈົ້າ​ບໍ່ເຄີຍ​ຂາບໄຫວ້​ພະບາອານ​ຈັກເທື່ອ? ເຫັນ​ແລ້ວ​ຫລື​ຍັງ ບາບ​ທີ່​ເຈົ້າ​ໄດ້​ເຮັດ​ໃນ​ຮ່ອມພູ? ເຈົ້າ​ເປັນ​ດັ່ງ​ອູດ​ປ່າ​ທີ່​ກຳລັງ​ໄວ​ຄະນອງ​ແທ້ໆ</verse>
				<verse number="24">ຍ້ອນ​ເຊືອກ​ຂາດ​ຈຶ່ງ​ແລ່ນ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ ບາດ​ຢາກ​ຖືເຊີງ ຜູ້ໃດ​ຈະ​ຫ້າມ​ມັນ​ໄວ້​ໄດ້? ລໍ​ເຖິກ​ທີ່​ຢາກ​ຖືເຊີງ​ນັ້ນ ກໍ​ຫາຊອກ​ງ່າຍ​ເຕັມທີ ມັນ​ຈະ​ພ້ອມ​ຢູ່​ສະເໝີ ເມື່ອ​ລະດູ​ປະສົມພັນ​ມາຮອດ.</verse>
				<verse number="25">ອິດສະຣາເອນ​ເອີຍ ຢ່າ​ໃຫ້​ຕີນ​ເຈົ້າ​ເມື່ອຍລ້າ ຫລື​ຢ່າ​ປ່ອຍ​ໃຫ້​ລຳຄໍ​ເຈົ້າ​ແຫ້ງ​ລ້າໆ ໂດຍ​ແລ່ນ​ຕາມ​ພະອື່ນ ແລະ​ເວົ້າ​ວ່າ, ‘ຂ້ອຍ​ບໍ່​ຄືນ​ເມືອ ເພາະ​ຂ້ອຍ​ຮັກ​ພະ​ຕ່າງຊາດ​ຫລາຍ​ຈຶ່ງ​ຕາມ​ໄປ​ບໍ່​ຂາດ.”’</verse>
				<verse number="26">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຂະໂມຍ​ເມື່ອ​ຖືກ​ຈັບ​ໄດ້ ລາວ​ຈະ​ລະອາຍ​ຫລາຍ​ສັນໃດ; ຊາວ​ອິດສະຣາເອນ​ທຸກຄົນ​ກໍ​ຈະ​ໄດ້​ຖືກ​ອັບອາຍ​ຫລາຍ​ສັນນັ້ນ ເປັນ​ຕົ້ນ: ບັນດາ​ກະສັດ, ພວກ​ຂ້າຣາຊການ ພວກ​ປະໂຣຫິດ ແລະ​ພວກ​ຜູ້ທຳນວາຍ​ຂອງ​ພວກເຈົ້າ.</verse>
				<verse number="27">ພວກເຈົ້າ​ທຸກຄົນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ ຍ້ອນ​ພວກເຈົ້າ​ໄດ້​ເວົ້າ​ວ່າ, ‘ກົກໄມ້​ແມ່ນ​ພໍ່​ຂອງ​ພວກເຈົ້າ ແລະ​ໂງ່ນຫີນ​ແມ່ນ​ແມ່​ຂອງ​ພວກເຈົ້າ.’ ເຫດການ​ນີ້​ຈະ​ເກີດຂຶ້ນ ເພາະ​ພວກເຈົ້າ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ແທນ​ທີ່​ຈະ​ກັບຄືນ​ມາ​ຫາ​ເຮົາ. ແຕ່​ເມື່ອ​ພວກເຈົ້າ​ມີ​ຄວາມ​ເດືອດຮ້ອນ ພວກເຈົ້າ​ຊໍ້າພັດ​ຮ້ອງຂໍ​ເຮົາ​ໃຫ້​ຊ່ວຍເຫລືອ.</verse>
				<verse number="28">ພະ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ສ້າງ​ຂຶ້ນ​ສຳລັບ​ພວກ​ເຈົ້າເອງ​ນັ້ນ​ໄປ​ໃສ​ໝົດ? ເມື່ອ​ພວກເຈົ້າ​ມີ​ຄວາມ​ເດືອດຮ້ອນ​ນັ້ນ ໃຫ້​ພວກເຂົາ​ມາ​ຊ່ວຍຊູ​ພວກເຈົ້າ​ແມ ຖ້າ​ພວກເຂົາ​ຊ່ວຍ​ໄດ້ ຢູດາ​ເອີຍ ພວກເຈົ້າ​ມີ​ພະ​ຕັ້ງ​ຫລວງຫລາຍ​ເທົ່າກັບ​ມີ​ເມືອງ​ຕ່າງໆ.</verse>
				<verse number="29">ພວກເຈົ້າ​ຈົ່ມທຸກ​ຕໍ່​ເຮົາ​ເລື່ອງ​ຫຍັງ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກະບົດ​ຕໍ່​ເຮົາ? ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ</verse>
				<verse number="30">ເຮົາ​ໄດ້​ລົງໂທດ​ພວກເຈົ້າ​ແຕ່​ກໍ​ບໍ່​ໄດ້​ຜົນ​ເລີຍ; ພວກເຈົ້າ​ບໍ່​ຍອມ​ໃຫ້​ເຮົາ​ຕີສອນ. ເໝືອນ​ໂຕສິງ​ທີ່​ຮ້າຍກາດ ພວກເຈົ້າ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພວກ​ເຈົ້າເອງ.</verse>
				<verse number="31">ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກຳລັງ​ກ່າວ​ແມ ເຮົາ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ສຳລັບ​ພວກເຈົ້າ​ບໍ? ເຮົາ​ເປັນ​ດັ່ງ​ດິນແດນ​ທີ່​ມືດມົນ​ສຳລັບ​ພວກເຈົ້າ​ບໍ? ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ວ່າ, ‘ພວກເຈົ້າ​ຈະ​ເຮັດ​ຕາມໃຈ​ຕົນເອງ ແລະ ຕ່າງ​ກໍ​ເວົ້າ​ວ່າ ຈະ​ບໍ່​ກັບຄືນ​ມາ​ຫາ​ເຮົາ​ອີກ​ເລີຍ?’</verse>
				<verse number="32">ຍິງສາວ​ລືມ​ເຄື່ອງເອ້​ຂອງຕົນ​ໄດ້​ບໍ? ຫລື​ເຈົ້າສາວ​ລືມ​ຊຸດ​ແຕ່ງງານ​ຂອງຕົນ​ໄດ້​ບໍ? ແຕ່​ປະຊາຊົນ​ຂອງເຮົາ​ໄດ້​ລືມໄລ​ເຮົາ​ໄປ ຫລາຍຟ້າ​ຫລາຍປີ​ເຫຼືອ​ທີ່​ຈະນັບ​ໄດ້.</verse>
				<verse number="33">ເຈົ້າ​ຮູ້ຈັກ​ຍົວະເຍົ້າ​ໃຫ້​ຄົນ​ມາ​ຫລົງ​ຮັກ​ແທ້ນໍ ແມ່ນແຕ່​ຍິງ​ຊົ່ວຊ້າ​ທີ່ສຸດ ເຈົ້າ​ກໍ​ສິດສອນ​ບົດຮຽນ​ໃຫ້.</verse>
				<verse number="34">ເຄື່ອງນຸ່ງ​ຂອງເຈົ້າ​ເປິເປື້ອນ​ໄປ​ດ້ວຍ​ເລືອດ​ຂອງ​ຄົນ​ຍາກຈົນ ແລະ​ຄົນ​ບໍ່ມີ​ຄວາມຜິດ; ແຕ່​ບໍ່ແມ່ນ​ເລືອດ​ຂອງ​ຄົນ​ຢ່ອງ​ເຂົ້າ​ໄປ​ລັກ​ເຄື່ອງ​ໃນ​ເຮືອນ. ທັງໆ​ທີ່​ເຈົ້າ​ໄດ້​ເຮັດ​ສິ່ງ​ທັງໝົດ​ນີ້​ກໍຕາມ</verse>
				<verse number="35">ເຈົ້າ​ຍັງ​ເວົ້າ​ວ່າ, ‘ຂ້ອຍ​ບໍ່​ຜິດ ແນ່ນອນ ພຣະອົງ​ຈະ​ບໍ່​ໂກດຮ້າຍ​ຂ້ອຍ,’ ແຕ່​ເຮົາ​ຈະ​ລົງໂທດ​ເຈົ້າ ເພາະ​ເຈົ້າ​ໄດ້​ປະຕິເສດ​ວ່າ​ບໍ່ໄດ້​ເຮັດ​ບາບ.</verse>
				<verse number="36">ເຈົ້າ​ໄດ້​ຕີ​ລາຄາ​ເຈົ້າເອງ​ຢ່າງ​ຕໍ່າໆ ໂດຍ​ຫັນໄປ​ຫາ​ບັນດາ​ພະ​ຂອງ​ຊົນຊາດ​ອື່ນໆ. ເອຢິບ​ຈະ​ເຮັດ​ໃຫ້​ເຈົ້າ​ຜິດຫວັງ ດັ່ງ​ອັດຊີເຣຍ​ໄດ້​ເຮັດ​ໃຫ້​ເຈົ້າ​ຜິດຫວັງ​ມາ​ແລ້ວ.</verse>
				<verse number="37">ເຈົ້າ​ຈະ​ອວ່າຍໜ້າ​ໜີ​ຈາກ​ເອຢິບ​ຢ່າງ​ອັບອາຍ​ຈົນ​ແນມເບິ່ງ​ຜູ້ໃດ​ບໍ່ໄດ້. ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ພວກ​ທີ່​ເຈົ້າ​ໄວ້ວາງໃຈ; ເຈົ້າ​ຈະ​ບໍ່ໄດ້​ຫຍັງ​ຈາກ​ພວກເຂົາ​ເລີຍ.”</verse>
			</chapter>
			<chapter number="3">
				<verse number="1">“ຖ້າ​ຊາຍ​ຜູ້ໜຶ່ງ​ປະ​ເມຍ​ຂອງຕົນ ແລະ​ນາງ​ໜີ​ຈາກ​ລາວ​ໄປ​ເປັນ​ເມຍ​ຂອງ​ຊາຍ​ອື່ນ ລາວ​ກໍ​ເອົາ​ນາງ​ກັບຄືນ​ມາ​ບໍ່ໄດ້​ອີກ. ເລື່ອງ​ແບບ​ນີ້​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ​ຢ່າງ​ໝົດສິ້ນ. ແຕ່​ຊາດ​ອິດສະຣາເອນ​ເອີຍ ເຈົ້າ​ມີ​ຄູ່ຮັກ​ຫລາຍ​ຄົນ ແລະ​ບັດນີ້ ພັດ​ຢາກ​ກັບຄືນ​ມາ​ຫາ​ເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="2">ຈົ່ງ​ເງີຍໜ້າ​ເບິ່ງ​ທີ່​ຈອມພູ​ພຸ້ນດູ. ມີ​ບ່ອນໃດ​ແດ່​ທີ່​ເຈົ້າ​ບໍ່ໄດ້​ປະພຶດ​ຢ່າງ​ຍິງ​ແມ່ຈ້າງ? ເຈົ້າ​ຄອງຄອຍ​ຄູ່ຮັກ​ຢູ່​ຕາມ​ແຄມ​ຖະໜົນ​ຫົນທາງ ເໝືອນ​ຊາວ​ອາຣັບ​ຄອຍ​ຖ້າ​ເຫຍື່ອ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ການ​ເປັນ​ແມ່ຈ້າງ​ຂອງ​ເຈົ້າ​ນັ້ນ​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ.</verse>
				<verse number="3">ດ້ວຍເຫດນີ້, ຝົນ​ຈຶ່ງ​ບໍ່​ຕົກ​ຕາມ​ລະດູການ ແລະ ຝົນ​ຍາມ​ລະດູ​ໃບໄມ້ປົ່ງ​ຈຶ່ງ​ຍັງ​ບໍ່​ມາ. ເບິ່ງ​ເຈົ້າ​ຄື​ຍິງ​ແມ່ຈ້າງ​ແທ້ໆ; ເຈົ້າ​ຜູ້​ບໍ່ມີ​ຢ່າງອາຍ​ເອີຍ.</verse>
				<verse number="4">ບັດນີ້ ເຈົ້າ​ພັດ​ເວົ້າ​ຕໍ່​ເຮົາ​ວ່າ, ‘ພຣະອົງ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ ແລະ ພຣະອົງ​ຮັກ​ພວກ​ຂ້ານ້ອຍ​ມາ ແຕ່​ສະໄໝ​ຍັງ​ນ້ອຍ​ພຸ້ນ.</verse>
				<verse number="5">ພຣະອົງ​ຈະ​ບໍ່​ໂກດຮ້າຍ ແລະ ຄຽດຮ້າຍ​ກັບ​ພວກ​ຂ້ານ້ອຍ​ຕະຫລອດໄປ​ດອກ.’ ຊາດ​ອິດສະຣາເອນ​ເອີຍ ເຈົ້າ​ເວົ້າ​ດັ່ງນີ້​ແຕ່​ເຈົ້າ​ຊໍ້າພັດ​ຍັງ​ເຮັດ​ຊົ່ວ​ຢູ່.”</verse>
				<verse number="6">ເມື່ອ​ໂຢສີຢາ​ຂຶ້ນ​ເປັນ​ກະສັດ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຈົ້າ​ບໍ່​ເຫັນ​ຫລື​ວ່າ​ອິດສະຣາເອນ ຍິງ​ທີ່​ບໍ່​ສັດຊື່​ໄດ້​ເຮັດ​ແນວໃດ? ອິດສະຣາເອນ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ແລະ​ຕາມ​ເນີນ​ທີ່ສູງ​ກັບ​ຢູ່​ກ້ອງ​ກົກໄມ້​ໃບຂຽວ​ທຸກໆ​ກົກ ນາງ​ໄດ້​ເຮັດ​ດັ່ງ​ຍິງ​ແມ່ຈ້າງ.</verse>
				<verse number="7">ເຮົາ​ຄິດວ່າ​ຫລັງຈາກ​ທີ່​ນາງ​ໄດ້​ເຮັດ​ສິ່ງ​ທັງໝົດ​ນັ້ນ​ແລ້ວ ນາງ​ກໍ​ຈະ​ກັບຄືນ​ມາ​ຫາ​ເຮົາ​ຢ່າງ​ແນ່ນອນ. ແຕ່​ນາງ​ພັດ​ບໍ່ໄດ້​ກັບຄືນ​ມາ; ແລະ​ຢູດາ ນ້ອງສາວ​ຜູ້​ທີ່​ບໍ່​ສັດຊື່​ຂອງ​ນາງ​ກໍໄດ້​ຮູ້ເຫັນ​ສິ່ງ​ທັງໝົດ​ນີ້​ດ້ວຍ.</verse>
				<verse number="8">ຢູດາ​ໄດ້​ເຫັນ​ເຊັ່ນກັນ​ວ່າ ເຮົາ​ໄດ້​ປະຮ້າງ​ອິດສະຣາເອນ ແລະ ສົ່ງ​ນາງ​ໜີໄປ​ເພາະ​ນາງ​ໄດ້​ຫັນໜີ​ຈາກ​ເຮົາ​ໄປ​ເປັນ​ຍິງ​ແມ່ຈ້າງ. ແຕ່​ຢູດາ ນ້ອງສາວ​ຜູ້​ທີ່​ບໍ່​ສັດຊື່​ຂອງ​ອິດສະຣາເອນ​ບໍ່ໄດ້​ຢ້ານກົວ​ເລີຍ. ນາງ​ເປັນ​ຍິງ​ແມ່ຈ້າງ​ເຊັ່ນດຽວ​ກັນ</verse>
				<verse number="9">ແລະ​ທັງ​ບໍ່​ອັບອາຍ​ຂາຍໜ້າ​ຈັກດີ້. ນາງ​ໄດ້​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ ແລະ ໄດ້​ຫລີ້ນຊູ້​ໂດຍ​ຂາບໄຫວ້​ໂງ່ນຫີນ​ແລະ​ກົກໄມ້.</verse>
				<verse number="10">ເຖິງ​ແມ່ນ​ນາງ​ໄດ້​ເຮັດ​ສິ່ງ​ທັງໝົດ​ນັ້ນ​ແລ້ວ​ກໍດີ; ຢູດາ ນ້ອງສາວ​ຜູ້​ທີ່​ບໍ່​ສັດຊື່​ຂອງ​ອິດສະຣາເອນ​ກໍ​ແກ້ງ​ກັບຄືນ​ມາ​ຫາ​ເຮົາ ພຽງແຕ່​ປາກ​ເທົ່ານັ້ນ; ແຕ່​ນາງ​ບໍ່ໄດ້​ມີ​ຄວາມ​ຈິງໃຈ​ເລີຍ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="11">ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ອິດສະຣາເອນ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ​ກໍດີ ນາງ​ຍັງ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ​ຕົນ​ຍັງ​ດີກວ່າ​ຢູດາ​ທີ່​ບໍ່​ສັດຊື່.”</verse>
				<verse number="12">ພຣະອົງ​ໄດ້​ບອກ​ຂ້າພະເຈົ້າ​ໄປ​ກ່າວ​ຕໍ່​ຊາດ​ອິດສະຣາເອນ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ຊາດ​ອິດສະຣາເອນ​ຜູ້​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເຖີດ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ມີ​ຄວາມ​ເມດຕາປານີ ແລະ​ເຮົາ​ຈະ​ບໍ່​ໂກດຮ້າຍ; ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ບໍ່​ໂກດຮ້າຍ​ເຈົ້າ​ຕະຫລອດໄປ.</verse>
				<verse number="13">ຂໍ​ພຽງແຕ່​ເຈົ້າ​ຍອມ​ຮັບຮູ້​ວ່າ​ເຈົ້າ​ໄດ້​ກະທຳ​ຜິດ ແລະ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເທົ່ານັ້ນ. ຈົ່ງ​ສາລະພາບ​ວ່າ ຢູ່​ກ້ອງ​ຕົ້ນໄມ້​ໃບຂຽວ​ທຸກ​ຕົ້ນ​ເຈົ້າ​ໄດ້​ມອບ​ຄວາມຮັກ​ໃຫ້​ແກ່​ບັນດາ​ພະ​ຕ່າງຊາດ ແລະ​ເຈົ້າ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຕ່າງໆ​ຂອງເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="14">“ປະຊາຊົນ​ຜູ້​ທີ່​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເຖີດ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ ເພາະ​ພວກເຈົ້າ​ເປັນ​ຂອງເຮົາ. ເຮົາ​ຈະ​ເອົາ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ຈາກ​ແຕ່ລະ​ເມືອງ ແລະ​ສອງ​ຄົນ​ຈາກ​ແຕ່ລະ​ຕະກຸນ ແລະ​ເຮົາ​ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ພູເຂົາ​ຊີໂອນ.</verse>
				<verse number="15">ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ພວກ​ຜູ້ປົກຄອງ​ທີ່​ເຊື່ອຟັງ​ເຮົາ ແລະ​ເຂົາ​ຈະ​ປົກຄອງ​ພວກເຈົ້າ​ດ້ວຍ​ສະຕິປັນຍາ ແລະ​ຄວາມ​ເຂົ້າໃຈ.</verse>
				<verse number="16">ຕໍ່ໄປ ເມື່ອ​ພວກເຈົ້າ​ມີ​ຈຳນວນ​ຫລາຍ ແລະ​ຈຳນວນ​ກໍເພີ່ມ​ຂຶ້ນ​ໃນ​ດິນແດນ​ແລ້ວ, ໃນວັນນັ້ນ, ພຣະເຈົ້າຢາເວ​ກ່າວວ່າ ພວກເຂົາ​ຈະ​ບໍ່​ເວົ້າເຖິງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ. ພວກເຂົາ​ຈະ​ບໍ່​ຄິດຮອດ ແລະ​ຈະ​ບໍ່​ເວົ້າເຖິງ​ຫີບ​ນັ້ນ​ອີກ; ພວກເຂົາ​ບໍ່​ຕ້ອງການ​ຫີບ​ນັ້ນ​ອີກ ແລະ​ຈະ​ບໍ່​ເຮັດ​ມັນ​ຂຶ້ນ​ມາ​ອີກ​ດ້ວຍ.</verse>
				<verse number="17">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຄົນ​ຈະ​ເອີ້ນ​ນະຄອນ​ເຢຣູຊາເລັມ​ວ່າ, ‘ບັນລັງ​ຂອງ​ພຣະເຈົ້າຢາເວ’ ແລະ​ທຸກ​ຊົນຊາດ​ຈະ​ມາ​ໂຮມກັນ​ທີ່​ນັ້ນ​ເພື່ອ​ນະມັດສະການ​ຖວາຍກຽດ​ໃນ​ນາມຊື່​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ຈະ​ບໍ່​ເຮັດ​ຕາມ​ຈິດໃຈ​ດື້ດ້ານ​ແລະ​ຊົ່ວຊ້າ​ຂອງ​ພວກເຂົາ​ອີກ​ຕໍ່ໄປ.</verse>
				<verse number="18">ໃນວັນນັ້ນ ເຊື້ອສາຍ​ຂອງ​ຢູດາ​ຈະ​ຮ່ວມ​ກັບ​ເຊື້ອສາຍ​ຂອງ​ອິດສະຣາເອນ ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ທາງ​ທິດເໜືອ​ພ້ອມກັນ ແລະ​ຈະ​ຄືນມາ​ສູ່​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ບັນພະບຸລຸດ​ຂອງ​ພວກເຂົາ ເປັນ​ກຳມະສິດ​ອັນ​ຖາວອນ.”</verse>
				<verse number="19">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ອິດສະຣາເອນ​ເອີຍ ເຮົາ​ຢາກ​ຮັບ​ເຈົ້າ​ເປັນ​ລູກຊາຍ​ຂອງເຮົາ​ແທ້ໆ ແລະ​ມອບ​ດິນແດນ​ໃຫ້​ເປັນ​ບ່ອນ​ທີ່​ມີ​ຄວາມ​ຍິນດີ ຄື​ດິນແດນ​ທີ່​ສວຍງາມ​ທີ່ສຸດ​ໃນ​ທົ່ວ​ທັງ​ໂລກນີ້. ເຮົາ​ຢາກ​ໃຫ້​ເຈົ້າ​ເອີ້ນ​ເຮົາ​ວ່າ ບິດາ ແລະ ບໍ່​ຫັນໜີ​ຈາກ​ເຮົາ​ໄປ​ອີກ​ຈັກເທື່ອ.</verse>
				<verse number="20">ແຕ່​ເຈົ້າ​ຍັງ​ເປັນ​ດັ່ງ​ເມຍ​ທີ່​ຫລິ້ນຊູ້​ແລະ​ບໍ່​ສັດຊື່.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="21">ມີ​ສຽງ​ໜຶ່ງ​ດັງ​ຂຶ້ນ​ເທິງ​ທີ່ສູງ​ທັງຫລາຍ ປະຊາຊົນ​ອິດສະຣາເອນ​ກຳລັງ​ຮ້ອງໄຫ້ ແລະ​ວອນຂໍ ເພາະ​ພວກເຂົາ​ໄດ້​ໃຊ້​ຊີວິດ​ໃນ​ການບາບ​ຂອງ​ພວກເຂົາ ແລະ​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="22">ພວກ​ປະຊາຊົນ​ທີ່​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ ເຮົາ​ຈະ​ປິ່ນປົວ​ພວກເຈົ້າ​ໃຫ້​ດີ​ຈາກ​ການ​ບໍ່​ສັດຊື່. ພວກເຈົ້າ​ກ່າວ​ວ່າ, “ແມ່ນແລ້ວ ພວກ​ຂ້ານ້ອຍ​ກຳລັງ​ມາ​ຫາ​ພຣະອົງ ເພາະ​ພຣະອົງ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.</verse>
				<verse number="23">ພວກ​ຂ້ານ້ອຍ​ບໍ່ໄດ້​ຮັບ​ການ​ຊ່ວຍເຫລືອ​ຫຍັງ​ເລີຍ ຈາກ​ພະ​ຕ່າງຊາດ​ທີ່​ພວກ​ຂ້ານ້ອຍ​ນະມັດສະການ​ທີ່​ເທິງ​ເນີນພູ​ຕ່າງໆ ແລະ​ພູເຂົາ​ທັງຫຼາຍ​ນັ້ນ. ຄວາມພົ້ນ​ຂອງ​ຊາດ​ອິດສະຣາເອນ​ນັ້ນ​ມາ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ແຕ່ເທົ່ານັ້ນ.</verse>
				<verse number="24">ແຕ່​ການ​ຂາບໄຫວ້​ພະບາອານ ພະ​ແຫ່ງ​ຄວາມ​ອັບອາຍ​ເຮັດ​ໃຫ້​ພວກ​ຂ້ານ້ອຍ​ເສຍ​ຝູງແກະ ແລະ​ຝູງງົວ, ພວກ​ລູກຊາຍ​ແລະ​ລູກສາວ, ຄື​ສູນເສຍ​ທຸກສິ່ງ​ທີ່​ບັນພະບຸລຸດ​ໄດ້​ສະສົມ​ໄວ້​ແຕ່​ບູຮານ.</verse>
				<verse number="25">ພວກ​ຂ້ານ້ອຍ​ຄວນ​ນອນ​ລົງ​ດ້ວຍ​ຄວາມ​ລະອາຍ​ໃຈ ແລະ​ໃຫ້​ພວກ​ຂ້ານ້ອຍ​ຮັບ​ເອົາ​ຄວາມ​ອັບອາຍ​ຂາຍໜ້າ​ນີ້​ສາ. ພວກ​ຂ້ານ້ອຍ​ພ້ອມ​ທັງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ຕ່າງ​ກໍໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເລື້ອຍ​ມາ. ພວກ​ຂ້ານ້ອຍ​ບໍ່ເຄີຍ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.”</verse>
			</chapter>
			<chapter number="4">
				<verse number="1">ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາດ​ອິດສະຣາເອນ​ເອີຍ ຖ້າ​ພວກເຈົ້າ​ຢາກ​ຈະ​ກັບຄືນ​ມາ ກໍ​ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເທີ້ນ. ຖ້າ​ພວກເຈົ້າ​ໂຍນ​ຮູບເຄົາຣົບ​ທີ່​ເຮົາ​ກຽດຊັງ​ຖິ້ມ ແລະ​ສັດຊື່​ຕໍ່​ເຮົາ</verse>
				<verse number="2">ການ​ທີ່​ພວກເຈົ້າ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່​ກໍ​ເປັນ​ການ​ຖືກຕ້ອງ​ແລ້ວ ທຸກໆ​ຊົນຊາດ​ກໍ​ຈະ​ຂໍ​ເຮົາ​ອວຍພອນ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ສັນລະເສີນ​ເຮົາ.”</verse>
				<verse number="3">ພຣະເຈົ້າຢາເວ​ກ່າວ​ຕໍ່​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ, “ຈົ່ງ​ໄຖ​ນາ​ເຮື້ອ​ຂອງ​ພວກເຈົ້າ​ສາ; ຢ່າ​ຫວ່ານ​ເມັດ​ເຂົ້າ​ລົງ​ໃນ​ກໍ​ໜາມ.</verse>
				<verse number="4">ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຮັກສາ​ພັນທະສັນຍາ​ທີ່​ພວກເຈົ້າ​ມີ​ກັບ​ເຮົາ ຜູ້​ທີ່​ເປັນ​ພຣະເຈົ້າຢາເວ​ຂອງ​ພວກເຈົ້າ ແລະ​ຈົ່ງ​ອຸທິດຕົວ​ພວກເຈົ້າ​ເອງ​ແກ່​ເຮົາ. ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ ຄວາມ​ໂກດຮ້າຍ​ຂອງເຮົາ​ກໍ​ຈະ​ລຸກໄໝ້​ດັ່ງ​ໄຟ ເພາະ​ສິ່ງ​ຊົ່ວຮ້າຍ​ຕ່າງໆ​ຊຶ່ງ​ພວກເຈົ້າ​ໄດ້​ເຮັດ​ນັ້ນ ໄຟ​ຈະ​ໄໝ້​ເຜົາຜານ​ໃຫຍ່ ແລະ​ຈະ​ບໍ່ມີ​ຜູ້ໃດ​ມອດ​ໄດ້.”</verse>
				<verse number="5">ຈົ່ງ​ເປົ່າແກ​ສັນຍານ​ໄພ​ໄປ​ທົ່ວ​ດິນແດນ​ຢູດາຍ ຈົ່ງ​ຮ້ອງ​ສຽງ​ດັງໆ ອອກ​ມາ​ໃຫ້​ຊັດແຈ້ງ ຈົ່ງ​ບອກ​ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ ໃຫ້​ແລ່ນ​ໄປ​ສູ່​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ໄວ້.</verse>
				<verse number="6">ຈົ່ງ​ໃຫ້​ສັນຍານ​ໄພ​ແກ່​ບ່ອນ​ໃກ້ໆ​ພູເຂົາ​ຊີໂອນ ຈົ່ງ​ແລ່ນ​ໜີ​ໄປ​ໃຫ້​ປອດໄພ ຢ່າ​ຊັກຊ້າ, ເຮົາ​ກຳລັງ​ນຳ​ໄພພິບັດ​ມາ ການທຳລາຍ​ອັນ​ໃຫຍ່​ມາ​ແຕ່​ທິດເໜືອ.</verse>
				<verse number="7">ດັ່ງ​ໂຕສິງ​ກຳລັງ​ອອກ​ມາ​ແຕ່​ບ່ອນ​ລີ້​ຂອງມັນ ຜູ້​ທຳລາຍ​ຊົນຊາດ​ທັງຫລາຍ​ອອກ​ມາ​ສາ​ແລ້ວ. ມັນ​ກຳລັງ​ອອກ​ມາ​ຈາກ​ບ່ອນ​ຫລົບລີ້​ຂອງມັນ ເພື່ອ​ຮຸກຮານ​ຢູດາຍ ແລະ​ທຳລາຍ​ດິນແດນ​ໃຫ້​ກ້ຽງ ເມືອງ​ຂອງ​ຢູດາຍ​ຈະ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ຈະ​ບໍ່ມີ​ຄົນ​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ.</verse>
				<verse number="8">ສະນັ້ນ ຈົ່ງ​ໃສ່​ຜ້າ​ກະສອບເຂົ້າ ແລະ​ໄວ້ທຸກ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ ແລະ​ຄໍ່າຄວນ​ສາ​ເຖີດ ເພາະ​ພຣະເຈົ້າຢາເວ​ໂກດຮ້າຍ​ຮຸນແຮງ​ຫລາຍ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ບໍ່ໄດ້​ຫັນໜີ​ໄປ​ຈາກ​ພວກເຮົາ.</verse>
				<verse number="9">ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ໃນ​ວັນ​ນັ້ນ ບັນດາ​ກະສັດ ແລະ​ພວກ​ຂ້າຣາຊການ​ຈະ​ສູນເສຍ​ຄວາມ​ກ້າຫານ; ພວກ​ປະໂຣຫິດ​ຈະ​ສະທ້ານ​ຕົກໃຈກົວ ແລະ​ພວກ​ຜູ້ທຳນວາຍ​ກໍ​ຈະ​ແປກໃຈ​ຍິ່ງ.”</verse>
				<verse number="10">ແລ້ວ​ຂ້າພະເຈົ້າ​ກໍ​ເວົ້າ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ພຣະອົງ​ຫລອກລວງ​ຊາວ​ນະຄອນ​ເຢຣູຊາເລັມ​ຢ່າງ​ໝົດສິ້ນ​ສາ​ແລ້ວ ພຣະອົງ​ໄດ້​ບອກ​ວ່າ ຈະ​ມີ​ສັນຕິສຸກ ແຕ່​ກັບ​ມີ​ດາບ​ຈີ້​ຢູ່​ທີ່​ຄໍຫອຍ​ຂອງ​ພວກ​ຂ້ານ້ອຍ.”</verse>
				<verse number="11">ເວລາ​ນັ້ນ​ກຳລັງ​ມາເຖິງ ເມື່ອ​ຈະ​ມີ​ຄົນ​ມາ​ບອກ​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ ລົມຮ້ອນ​ຈາກ​ເທິງ​ພູ​ຂອງ​ຖິ່ນ​ແຫ້ງແລ້ງ​ກັນດານ​ກຳລັງ​ພັດ​ມາ​ສູ່​ພວກເຂົາ. ມັນ​ຈະ​ບໍ່ແມ່ນ​ລົມ​ເບົາໆ​ທີ່​ພັດ​ເອົາ​ຂີ້ແກບ​ໄປ</verse>
				<verse number="12">ແຕ່​ແມ່ນ​ລົມ​ທີ່​ພັດ​ມາ​ແຮງກວ່າ​ນັ້ນ​ຕັ້ງ​ຫລາຍເທົ່າ ຕາມ​ຄຳສັ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ເອງ​ທີ່​ກຳລັງ​ກ່າວ​ຕັດສິນ​ປະຊາຊົນ​ຂອງ​ພຣະອົງ.</verse>
				<verse number="13">ຈົ່ງ​ເບິ່ງ​ພຸ້ນ​ດຸ ສັດຕູ​ກຳລັງ​ມາ​ດັ່ງ​ກ້ອນເມກ. ລົດຮົບ​ຂອງ​ພວກເຂົາ​ແລ່ນ​ມາ​ດັ່ງ​ລົມ​ບ້າໝູ ແລະ​ມ້າ​ຂອງ​ພວກເຂົາ​ກໍ​ແລ່ນ​ໄວ​ດັ່ງ​ນົກອິນຊີ. ພວກເຮົາ​ໄດ້​ເສຍໄຊ ຄາວ​ເຄາະກຳ​ມາເຖິງ​ສາ​ແລ້ວ.</verse>
				<verse number="14">ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຊຳລະລ້າງ​ຄວາມ​ຊົ່ວຊ້າ​ອອກ​ຈາກ​ຈິດໃຈ​ຂອງເຈົ້າ​ສາ ເພື່ອ​ວ່າ​ເຈົ້າ​ຈະ​ພົ້ນ​ໄດ້. ເຈົ້າ​ຈະ​ຄິດ​ບາບ​ຢູ່​ຢ່າງນີ້​ອີກ​ໄປ​ດົນນານ​ປານໃດ?</verse>
				<verse number="15">ຄົນ​ທີ່​ນຳ​ຂ່າວ​ມາ​ຈາກ​ເມືອງ​ດານ ແລະ​ຈາກ​ເນີນພູ​ຕ່າງໆ​ຂອງ​ເອຟຣາອິມ​ກໍ​ປະກາດ​ຂ່າວ​ຮ້າຍ.</verse>
				<verse number="16">ພວກເຂົາ​ໄດ້​ມາ​ເຕືອນ​ຊົນຊາດ​ຕ່າງໆ ແລະ​ບອກ​ນະຄອນ​ເຢຣູຊາເລັມ​ວ່າ ເຫຼົ່າ​ສັດຕູ​ກຳລັງ​ມາ​ຈາກ​ດິນແດນ​ໄກ. ສັດຕູ​ເຫຼົ່ານີ້​ຈະ​ຮ້ອງ​ຕໍ່ສູ້​ເມືອງ​ຂອງ​ຢູດາຍ</verse>
				<verse number="17">ແລະ​ປິດລ້ອມ​ນະຄອນ​ເຢຣູຊາເລັມ​ໄວ້​ດັ່ງ​ຄົນ​ກຳລັງ​ເຝົ້າ​ທົ່ງນາ ເພາະ​ປະຊາຊົນ​ໃນ​ດິນແດນ​ໄດ້​ກະບົດ​ຕໍ່ສູ້​ເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="18">ຢູດາ​ເອີຍ ເຈົ້າ​ໄດ້​ນຳ​ເອົາ​ສິ່ງ​ເຫຼົ່ານີ້​ມາ​ສູ່​ເຈົ້າ​ເອງ ໂດຍ​ວິທີ​ດຳເນີນ​ຊີວິດ​ຂອງ​ເຈົ້າ ແລະ​ໂດຍ​ສິ່ງ​ຕ່າງໆ​ທີ່​ເຈົ້າ​ໄດ້​ປະພຶດ. ບາບ​ຂອງເຈົ້າ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ທຸກ​ລຳບາກ​ນີ້; ສະນັ້ນ ມັນ​ຈຶ່ງ​ແທງ​ຈິດໃຈ​ຂອງເຈົ້າ​ໃຫ້​ຊອດ.</verse>
				<verse number="19">ຄວາມ​ເຈັບປວດ ຂ້ານ້ອຍ​ທົນ​ຕໍ່ໄປ​ບໍ່ໄຫວ ຈິດໃຈ​ຂອງ​ຂ້ານ້ອຍ​ເຕັ້ນ​ແຮງ​ກຳລັງ​ຈະ​ແຕກ​ຢູ່​ແລ້ວ ຂ້ານ້ອຍ​ມິດງຽບ​ຢູ່​ບໍ່ໄດ້​ອີກ​ຕໍ່ໄປ ຂ້ານ້ອຍ​ໄດ້ຍິນ​ສຽງ​ແກ​ແລະ​ສຽງ​ຮ້ອງ​ການ​ສູ້ຮົບ.</verse>
				<verse number="20">ໄພພິບັດ​ໜຶ່ງ​ແລ້ວ ໄພພິບັດ​ອື່ນ​ຊໍ້າ​ຕິດຕາມ​ມາ ຈົນ​ໝົດ​ປະເທດ​ຖືກ​ປ່ອຍປະ​ໃຫ້​ຮົກຮ້າງ​ເພພັງ​ສິ້ນ. ຜ້າເຕັນ​ຂອງ​ພວກເຮົາ​ກໍໄດ້​ຖືກ​ທຳລາຍ​ຢ່າງ​ໄວວາ ຜ້າກັ້ງ​ຂອງ​ເຕັນ​ກໍ​ຖືກ​ຈີກ​ໃຫ້​ຂາດ​ເປັນ​ຕ່ອນໆ.</verse>
				<verse number="21">ຂ້ານ້ອຍ​ຈະ​ຕ້ອງ​ເຫັນ​ການ​ສູ້ຮົບ​ຢ່າງນີ້​ດົນ​ປານໃດ? ຍິນ​ສຽງ​ແກ​ດັງ​ກ້ອງ​ຢູ່​ດົນນານ​ປານໃດ​ອີກ?</verse>
				<verse number="22">ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, “ປະຊາຊົນ​ຂອງເຮົາ​ນີ້​ຊ່າງໂງ່ຈ້າ​ຫລາຍ ພວກເຂົາ​ຕ່າງ​ກໍ​ພາກັນ​ບໍ່​ຮູ້ຈັກ​ເຮົາ​ເລີຍ. ພວກເຂົາ​ເປັນ​ດັ່ງ​ເດັກນ້ອຍ​ທີ່​ໂງ່ຈ້າ​ເຕັມທີ ພວກເຂົາ​ບໍ່ມີ​ຄວາມ​ເຂົ້າໃຈ​ສິ່ງໃດໆ. ພວກເຂົາ​ເປັນ​ຜູ້​ຊຳນິ​ຊຳນານ​ເລື່ອງ​ການ​ເຮັດ​ຊົ່ວ ແຕ່​ເລື່ອງ​ການ​ເຮັດ​ດີ ພວກເຂົາ​ພັດ​ບໍ່​ຮູ້ຈັກ​ຊໍ້າ.”</verse>
				<verse number="23">ຂ້ານ້ອຍ​ຈ້ອງ​ຕາ​ເບິ່ງ​ແຜ່ນດິນ​ໂລກ ເຫັນ​ເປັນ​ທີ່​ຮ້າງ​ຫວ່າງເປົ່າ​ທັງໝົດ ແລະ​ແນມເບິ່ງ​ຟ້າ​ສະຫວັນ​ກໍ​ບໍ່​ເຫັນ ແສງ​ສະຫວ່າງ​ໃດໆ​ທັງສິ້ນ.</verse>
				<verse number="24">ຂ້ານ້ອຍ​ແນມເບິ່ງ​ພູເຂົາ​ຕ່າງໆ​ພຸ້ນ ມັນ​ກໍ​ສັ່ນສະເທືອນ ແລະ​ເນີນພູ​ທັງຫລາຍ​ກໍ​ໂຊເຊ​ໄປມາ​ດ້ວຍ.</verse>
				<verse number="25">ຂ້ານ້ອຍ​ເຫັນ​ວ່າ​ໃນ​ທີ່ນັ້ນ​ບໍ່ມີ​ຈັກ​ຄົນ​ເລີຍ ແມ່ນແຕ່​ຝູງນົກ​ກໍໄດ້​ເຈີດ​ບິນ​ໜີໄປ​ຈົນ​ສິ້ນ.</verse>
				<verse number="26">ດິນແດນ​ທີ່​ແຕ່​ກ່ອນ​ເປັນ​ດິນ​ທີ່​ອຸດົມສົມບູນ ກໍ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄປສິ້ນ; ເມືອງ​ທັງຫລາຍ​ກໍ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ເພາະ​ພຣະເຈົ້າຢາເວ​ໂກດຮ້າຍ​ຮຸນແຮງ​ແທ້ໆ. (</verse>
				<verse number="27">ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ແຜ່ນດິນ​ໂລກ​ທັງໝົດ​ຈະ​ກາຍເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ ແຕ່​ພຣະອົງ​ຈະ​ບໍ່​ທຳລາຍ​ແຜ່ນດິນ​ໂລກ​ໃຫ້​ຈົນກ້ຽງ.)</verse>
				<verse number="28">ສະນັ້ນ ແຜ່ນດິນ​ໂລກ​ຈຶ່ງ​ຈະ​ໄວ້ທຸກ​ກັນ ແລະ​ໃນ​ຟ້າ​ສະຫວັນ​ທົ່ວໄປ​ກໍ​ຈະ​ມືດມົວ​ໄປສິ້ນ. ເຮົາ​ກ່າວ​ໄປ​ແລ້ວ​ຈະ​ບໍ່ມີ​ການ​ປ່ຽນໃຈ ເມື່ອ​ເຮົາ​ໄດ້​ຕັດສິນໃຈ​ຈະ​ບໍ່ມີ​ການ​ປ່ຽນແປງ​ອີກ.</verse>
				<verse number="29">ເມື່ອ​ໄດ້ຍິນ​ສຽງ​ທະຫານ​ຂີ່​ມ້າ​ແລະ​ນັກຍິງທະນູ ທຸກໆ​ຄົນ​ກໍ​ຈະ​ພາກັນ​ແລ່ນ​ປົບໜີໄປ​ທັງນັ້ນ. ບາງຄົນ​ກໍ​ຈະ​ແລ່ນ​ໄປ​ສູ່​ປ່າດົງ​ພົງໄພ ບາງຄົນ​ກໍ​ຈະ​ປີນ​ຂຶ້ນ​ຕາມ​ໂງ່ນຫີນ​ດ້ວຍ. ທຸກໆ​ເມືອງ​ກໍ​ຈະ​ຖືກ​ປະ​ໃຫ້​ຮ້າງເປົ່າ​ທັງໝົດ ແລະ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ທີ່​ນັ້ນ​ຕໍ່ໄປ​ອີກ.</verse>
				<verse number="30">ເຖິງ​ຄາວ​ເຄາະກຳ​ສາ​ແລ້ວ ນະຄອນ​ເຢຣູຊາເລັມ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ນຸ່ງ​ເຄື່ອງ​ສີແດງແຈດ​ເຊັ່ນນັ້ນ? ເປັນຫຍັງ​ເຈົ້າ​ຈຶ່ງ​ໃສ່​ເຄື່ອງເອ້ ແຕ້ມຄິ້ວ​ແຕ້ມ​ຕາ? ເຈົ້າ​ຕົບແຕ່ງ​ໃຫ້​ງາມ​ໂດຍ​ບໍ່ມີ​ປະໂຫຍດ ຄູ່ຮັກ​ຂອງເຈົ້າ​ນັ້ນ​ໄດ້​ປະຖິ້ມ​ເຈົ້າ​ໄປ​ແລ້ວ​ເດ ແລະ​ລາວ​ຍັງ​ຢາກ​ຈະ​ຂ້າ​ເຈົ້າ​ຖິ້ມ​ຊໍ້າ.</verse>
				<verse number="31">ຂ້ານ້ອຍ​ໄດ້ຍິນ​ສຽງ​ຮ້ອງ​ດັ່ງ​ຜູ້ຍິງ​ກຳລັງ​ຄອດ​ລູກ ຄວນຄາງ​ເຈັບປວດ​ທີ່ສຸດ​ຄືກັບ​ການ​ເກີດລູກ​ກົກ. ສຽງ​ຮ້ອງ​ເກືອບ​ໃຈ​ຈະ​ຂາດ​ຂອງ​ນະຄອນ​ເຢຣູຊາເລັມ ຊຶ່ງ​ກຳລັງ​ຄວນຄາງ ແລະ​ວອນຂໍ​ໃຫ້​ຊ່ວຍ; ນາງ​ຢຽດ​ມື​ອອກ ແລະ​ເວົ້າ​ອອກ​ມາ​ວ່າ, “ເຄາະກຳ​ຂ້ອຍ​ນໍ ພວກເຂົາ​ກຳລັງ​ຈະ​ມາ​ຂ້າ​ຂ້ອຍ.”</verse>
			</chapter>
			<chapter number="5">
				<verse number="1">ຊາວ​ເຢຣູຊາເລັມ​ເອີຍ ຈົ່ງ​ແລ່ນ​ຜ່ານ​ຫົນທາງ​ເຖີດ ຈົ່ງ​ເບິ່ງ​ອ້ອມໆ​ຂ້າງ ຈົ່ງ​ສັງເກດ​ເບິ່ງເອງ​ເຖີດ ຈົ່ງ​ຄົ້ນເບິ່ງ​ບ່ອນ​ຕ່າງໆ ຕາມ​ຕະຫລາດ​ເບິ່ງດຸ ເຈົ້າ​ພົບ​ຜູ້ໜຶ່ງ​ຜູ້ໃດ​ບໍ​ທີ່​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ແລະ​ສະແຫວງ​ຫາ​ຄວາມຈິງ​ຕໍ່​ພຣະເຈົ້າ? ຖ້າ​ພົບ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຍົກໂທດ​ໃຫ້​ຄົນ​ເມືອງນີ້.</verse>
				<verse number="2">ເຖິງປານນັ້ນ ເຈົ້າ​ກໍ​ຍັງ​ອ້າງວ່າ​ນະມັດສະການ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່. ພວກເຈົ້າ​ບໍ່ໄດ້​ເຮັດ​ຕາມ​ຄຳ​ສາບານ​ທີ່​ພວກເຈົ້າ​ກ່າວ​ນັ້ນ.</verse>
				<verse number="3">ແມ່ນແທ້ ພຣະເຈົ້າຢາເວ​ຊອກຫາ​ຄວາມສັດຊື່ ພຣະອົງ​ຂ້ຽນຕີ​ພວກເຈົ້າ ແຕ່​ກໍ​ບໍ່​ສົນໃຈ​ຮໍ່າຮຽນ; ພຣະອົງ​ໄດ້​ຢຽບຢໍ່າ​ພວກເຈົ້າ ແຕ່​ກໍ​ບໍ່​ຍອມ​ຮໍ່າຮຽນ ພວກເຈົ້າ​ດື້ດ້ານ​ທັງ​ບໍ່​ຍອມ​ຫັນໜີ​ຈາກ​ການບາບ.</verse>
				<verse number="4">ແລ້ວ​ຂ້ານ້ອຍ​ກໍ​ຄິດ​ວ່າ, “ພວກເຂົາ​ຂີ້ທຸກ ແລະ​ໂງ່​ກັນ​ໝົດ ພວກເຂົາ​ພາກັນ​ປະພຶດ​ຕົວ​ຢ່າງ​ໂງ່ຈ້າ​ແທ້ໆ; ພວກເຂົາ​ບໍ່​ຮູ້ຈັກ​ທາງ​ຂອງ​ພຣະເຈົ້າຢາເວ ທັງ​ບໍ່​ຮູ້​ວ່າ​ພຣະເຈົ້າ​ຂອງ​ພວກເຂົາ​ຢາກ​ໃຫ້​ເຮັດ​ຫຍັງ​ຊໍ້າ.</verse>
				<verse number="5">ຂ້ານ້ອຍ​ຈະ​ໄປ​ຫາ​ຄົນ​ທີ່​ມີ​ອຳນາດ ແລະ​ຈະ​ໄປ​ເວົ້າຈາ​ປາໄສ​ກັບ​ພວກເຂົາ​ເບິ່ງ ແນ່ນອນ​ພວກເຂົາ​ຕ້ອງ​ຮູ້ຈັກ​ທາງ​ຂອງ​ພຣະເຈົ້າຢາເວ ແລະ​ຮູ້​ສິ່ງ​ທີ່​ພຣະເຈົ້າ​ຕ້ອງການ​ໃຫ້​ພວກເຂົາ​ເຮັດ.” ແຕ່​ພວກເຂົາ​ບໍ່​ຮັບ​ເອົາ​ຣິດເດດ​ອຳນາດ​ຂອງ​ພຣະອົງ​ຈັກ​ຄົນ ແລະ​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ພຣະອົງ​ອີກ​ດ້ວຍ.</verse>
				<verse number="6">ສະນັ້ນ ຝູງ​ໂຕສິງ​ຈາກ​ປ່າ​ຈະ​ກັດກິນ​ພວກເຂົາ ໝາປ່າ​ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຈະ​ຈີກ​ພວກເຂົາ​ເປັນ​ຕ່ອນ ແລະ​ເສືອດາວ​ຈະ​ດັກສະກັດ​ຢູ່​ຕາມ​ເມືອງ​ຂອງ​ພວກເຂົາ ຖ້າ​ອອກ​ໄປ ພວກເຂົາ​ຈະ​ຖືກ​ພວກມັນ​ຈີກ​ເປັນ​ຕ່ອນໆ; ເພາະ​ການບາບ​ທີ່​ພວກເຂົາ​ກະທຳ​ມີ​ຢ່າງ​ຫລວງຫລາຍ ພວກເຂົາ​ໄດ້​ຫັນໜີ​ຈາກ​ພຣະເຈົ້າ​ເທື່ອແລ້ວ​ເທື່ອອີກ.</verse>
				<verse number="7">ພຣະເຈົ້າຢາເວ​ຖາມ​ວ່າ, “ເປັນຫຍັງ​ເຮົາ​ຈຶ່ງ​ຍົກໂທດ​ໃຫ້​ປະຊາຊົນ​ຂອງ​ເຮົາ​ນໍ? ພວກເຂົາ​ປະຖິ້ມ​ເຮົາ​ໄປ​ຂາບໄຫວ້​ພະ​ທີ່​ບໍ່ແມ່ນ​ພຣະເຈົ້າ. ເຮົາ​ລ້ຽງ​ພວກເຂົາ​ຈົນ​ອີ່ມ ແຕ່​ກໍ​ນອກ​ໃຈ​ເຮົາ ແລະ​ມົ້ວສຸມ​ຢູ່​ກັບ​ພວກ​ຍິງ​ແມ່ຈ້າງ.</verse>
				<verse number="8">ພວກເຂົາ​ເປັນ​ຄື​ມ້າເຖິກ​ທີ່​ເຮົາ​ລ້ຽງ​ດີ​ມີ​ຕັນຫາ​ຫລາຍ ແຕ່ລະຄົນ​ກໍ​ຢາກ​ໄດ້​ເມຍ​ຂອງ​ເພື່ອນບ້ານ.</verse>
				<verse number="9">ເພາະ​ເລື່ອງ​ນີ້ ເຮົາ​ຈະ​ບໍ່ຄວນ​ລົງໂທດ​ພວກເຂົາ​ບໍ? ຊົນຊາດ​ບາບ​ດັ່ງນີ້ ຄວນ​ຈະ​ຖືກ​ແກ້ແຄ້ນ​ຫລື​ບໍ່?</verse>
				<verse number="10">ເຮົາ​ຈະ​ໃຊ້​ສັດຕູ​ມາ​ຕັດ​ຕົ້ນອະງຸ່ນ​ຂອງ​ພວກເຂົາ​ລົງ ແຕ່​ບໍ່ແມ່ນ​ຈະ​ທຳລາຍ​ພວກເຂົາ​ໃຫ້​ໝົດ​ຈົນ​ສິ້ນ. ເຮົາ​ຈະ​ບອກ​ເຫຼົ່າ​ສັດຕູ​ໃຫ້​ລິ​ງ່າ​ຂອງມັນ​ອອກ​ສາ ເພາະ​ງ່າ​ເຫຼົ່ານັ້ນ​ທັງໝົດ​ບໍ່ໄດ້​ເປັນ​ຂອງພຣະເຈົ້າຢາເວ.</verse>
				<verse number="11">ຊາວ​ອິດສະຣາເອນ​ທັງ​ຢູດາ​ໄດ້​ທໍລະຍົດ​ຕໍ່​ເຮົາ​ໝົດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="12">ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຕ່າງ​ກໍ​ປະຕິເສດ​ພຣະອົງ ໂດຍ​ເວົ້າ​ວ່າ, “ພຣະອົງ​ບໍ່ມີ​ຣິດອຳນາດ​ຫຍັງ​ດອກ. ພວກເຮົາ​ຈະ​ບໍ່ມີ​ຄວາມ​ຍາກ​ລຳບາກ; ພວກເຮົາ​ຈະ​ບໍ່ມີ​ເສິກ ແລະ​ຄວາມ​ອຶດຢາກ.”</verse>
				<verse number="13">ພວກເຂົາ​ເວົ້າ​ວ່າ, “ພວກ​ຜູ້ທຳນວາຍ​ບໍ່ມີ​ຫຍັງ​ດອກ ເປັນ​ພຽງແຕ່​ຖົງ​ລົມ​ເທົ່ານັ້ນ. ພວກເຂົາ​ບໍ່ມີ​ຖ້ອຍຄຳ​ຫຍັງ​ທີ່​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.” ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ​ເອີຍ ເພາະ​ປະຊາຊົນ​ເຫຼົ່ານີ້​ໄດ້​ເວົ້າ​ເຊັ່ນນັ້ນ ເຮົາ​ຈະ​ກະທຳ​ໃຫ້​ຖ້ອຍຄຳ​ຂອງເຮົາ​ເປັນ​ດັ່ງ​ໄຟ​ທີ່​ປາກ​ຂອງເຈົ້າ. ປະຊາຊົນ​ຈະ​ເປັນ​ດັ່ງ​ຟືນ ແລະ​ໄຟ​ຈະ​ໄໝ້​ເຜົາຜານ​ພວກເຂົາ​ຖິ້ມ.”</verse>
				<verse number="14"></verse>
				<verse number="15">ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ, “ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ກຳລັງ​ນຳ​ເອົາ​ຊົນຊາດ​ໜຶ່ງ​ຈາກ​ທີ່​ຫ່າງໄກ​ມາ​ໂຈມຕີ​ພວກເຈົ້າ. ເປັນ​ຊົນຊາດ​ທີ່​ເຂັ້ມແຂງ ແລະ​ແຕ່ດຶກດຳ​ບັນ ເປັນ​ຊົນຊາດ​ໜຶ່ງ​ທີ່​ພວກເຈົ້າ​ບໍ່​ຮູ້ຈັກ​ພາສາ.</verse>
				<verse number="16">ບັນດາ​ນັກຍິງ​ໜ້າທະນູ​ຂອງ​ພວກເຂົາ​ເປັນ​ທະຫານ​ທີ່​ເກັ່ງກ້າ ແລະ​ຂ້າ​ຄົນ​ໂດຍ​ບໍ່ມີ​ຄວາມ​ເມດຕາ.</verse>
				<verse number="17">ພວກເຂົາ​ຈະ​ກິນ​ຜົນລະປູກ ແລະ​ອາຫານ​ຂອງ​ພວກເຈົ້າ​ຈົນ​ໝົດກ້ຽງ; ພວກເຂົາ​ຈະ​ຂ້າ​ລູກ​ຊາຍ​ຍິງ​ທັງຫລາຍ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ຂ້າ​ຝູງແກະ​ແລະ​ຝູງງົວ ທັງ​ຈະ​ທຳລາຍ​ຕົ້ນອະງຸ່ນ ແລະ​ກົກ​ໝາກເດື່ອເທດ​ຂອງ​ພວກເຈົ້າ​ດ້ວຍ. ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ຊຶ່ງ​ພວກເຈົ້າ​ໄວ້ວາງໃຈ​ນັ້ນ ກໍ​ຈະ​ຖືກ​ທຳລາຍ​ໂດຍ​ກອງທັບ​ຂອງ​ພວກເຂົາ.”</verse>
				<verse number="18">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຖິງ​ແມ່ນ​ເຮົາ​ຈະ​ລົງໂທດ​ພວກເຈົ້າ ໃນ​ວັນ​ເຫຼົ່ານັ້ນ​ກໍຕາມ; ແຕ່​ເຮົາ​ກໍ​ຈະ​ບໍ່​ທຳລາຍ​ປະຊາຊົນ​ຂອງເຮົາ​ຢ່າງ​ໝົດສິ້ນ.</verse>
				<verse number="19">ເຢເຣມີຢາ​ເອີຍ ເມື່ອ​ພວກເຂົາ​ຖາມ​ວ່າ, ດ້ວຍເຫດໃດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຈຶ່ງ​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ; ຈົ່ງ​ບອກ​ພວກເຂົາ​ວ່າ ເມື່ອ​ພວກເຂົາ​ໄດ້​ຫັນໜີ​ຈາກ​ເຮົາ​ໄປ​ຮັບໃຊ້​ບັນດາ​ພະ​ຕ່າງຊາດ ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ສັນໃດ ພວກເຂົາ​ກໍ​ຈະ​ໄດ້​ຮັບໃຊ້​ຄົນຕ່າງຊາດ​ໃນ​ດິນແດນ​ໜຶ່ງ​ທີ່​ບໍ່​ເປັນ​ຂອງ​ພວກເຂົາ​ເອງ​ສັນນັ້ນ.”</verse>
				<verse number="20">ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ປະກາດ​ຄວາມນີ້​ໃຫ້​ບັນດາ​ເຊື້ອສາຍ​ຂອງ​ຢາໂຄບ ແລະ​ຄົນ​ຂອງ​ຢູດາ​ວ່າ:</verse>
				<verse number="21">ຊົນຊາດ​ທີ່​ໂງ່ຈ້າ ແລະ​ບໍ່ມີ​ຄວາມຄິດ​ເອີຍ ຈົ່ງ​ເອົາໃຈໃສ່ ຜູ້​ທີ່​ມີ​ຕາ ແຕ່​ເບິ່ງ​ບໍ່​ເຫັນ ຜູ້​ທີ່​ມີ​ຫູ ແຕ່​ຟັງ​ບໍ່ໄດ້ຍິນ.</verse>
				<verse number="22">ເຮົາ​ແມ່ນ​ພຣະເຈົ້າຢາເວ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຢຳເກງ​ເຮົາ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຢ້ານກົວ​ຕົວສັ່ນ​ຕໍ່ໜ້າ​ເຮົາ? ເຮົາ​ເປັນ​ຜູ້​ຈັດສັນ​ດິນ​ຊາຍ​ໄວ້​ເປັນ​ເຂດ​ອ້ອມ​ທະເລ ເພື່ອ​ໃຫ້​ເປັນ​ເຄື່ອງ​ກີດກັ້ນ​ອັນ​ຖາວອນ​ບໍ່​ໃຫ້​ນໍ້າ​ທະເລ​ຜ່ານ​ໄປ​ໄດ້. ນໍ້າ​ທະເລ​ອາດ​ໂຍກຂຶ້ນ​ໂຍກລົງ ແຕ່​ກໍ​ເລີຍ​ຂອບເຂດ​ນັ້ນ​ໄປ​ບໍ່ໄດ້; ຄື້ນ​ທະເລ​ອາດ​ດັງ​ກ້ອງສະໜັ່ນ ແຕ່​ກໍ​ຜ່ານ​ໄປ​ບໍ່ໄດ້.</verse>
				<verse number="23">ແຕ່​ສຳລັບ​ປະຊາຊົນ​ດັ່ງ​ພວກເຈົ້າ​ແລ້ວ ພວກເຈົ້າ​ດື້ດຶງ ແລະ​ເປັນ​ກະບົດ ໂດຍ​ຫັນໜີ ແລະ​ປະຖິ້ມ​ເຮົາ​ໄປ.</verse>
				<verse number="24">ພວກເຈົ້າ​ບໍ່ເຄີຍ​ຄິດ​ເລີຍ​ທີ່​ຈະ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ສົ່ງ​ຝົນ​ຍາມ​ລະດູ​ໃບໄມ້​ຫລົ່ນ ແລະ​ຝົນ​ຍາມ​ລະດູ​ໃບໄມ້ປົ່ງ​ມາ​ໃຫ້ ແລະ​ໃຫ້​ພວກເຈົ້າ​ມີ​ລະດູ​ເກັບກ່ຽວ​ປະຈຳ​ປີ​ກໍຕາມ.</verse>
				<verse number="25">ແຕ່​ບາບກຳ​ຂອງ​ພວກເຈົ້າ​ຕ່າງຫາກ​ທີ່​ກີດກັ້ນ​ສິ່ງ​ດີ​ເຫຼົ່ານີ້​ຈາກ​ພວກເຈົ້າ.</verse>
				<verse number="26">ບັນດາ​ຄົນຊົ່ວຊ້າ​ໄດ້​ອາໄສ​ຢູ່​ທ່າມກາງ​ປະຊາຊົນ​ຂອງເຮົາ; ພວກເຂົາ​ນອນ​ຄອຍຖ້າ ດັ່ງ​ຄົນ​ຜູ້ໜຶ່ງ​ວາງ​ຕາໜ່າງ​ໄວ້​ຈັບ​ນົກ ແຕ່​ພວກເຂົາ​ພັດ​ວາງ​ຕາໜ່າງ​ໄວ້​ຈັບ​ຄົນ.</verse>
				<verse number="27">ນາຍພານ​ຈັບ​ນົກ​ໄດ້​ເຕັມ​ກົງ​ຂັງ​ສັນໃດ ພວກເຂົາ​ກໍໄດ້​ເຄື່ອງປຸ້ນ​ມາ​ໄວ້​ເຕັມເຮືອນ​ສັນນັ້ນ. ເພາະ​ສະນັ້ນ ພວກເຂົາ​ຈຶ່ງ​ມີ​ອຳນາດ​ແລະ​ຮັ່ງມີ​ເປັນດີ</verse>
				<verse number="28">ຈຶ່ງ​ຕຸ້ຍພີ​ແລະ​ມີ​ອາຫານ​ກິນ​ຢ່າງ​ອຸດົມສົມບູນ. ການ​ເຮັດ​ຊົ່ວ​ຂອງ​ພວກເຂົາ​ບໍ່ມີ​ຂອບເຂດ. ພວກເຂົາ​ບໍ່​ຍອມ​ໃຫ້​ລູກກຳພ້າ​ມີ​ສິດທິ ຫລື​ບໍ່​ຍອມ​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຜູ້​ທີ່​ຖືກ​ກົດຂີ່.”</verse>
				<verse number="29">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ລົງໂທດ​ພວກເຂົາ​ຕໍ່​ສິ່ງ​ເຫຼົ່ານັ້ນ; ເຮົາ​ຈະ​ແກ້ແຄ້ນ​ຊົນຊາດ​ນີ້.</verse>
				<verse number="30">ເຫດການ​ທີ່​ໜ້າຢ້ານ ແລະ​ຕົກໃຈ​ໄດ້​ເກີດຂຶ້ນ​ໃນ​ດິນແດນ​ນີ້​ແລ້ວ</verse>
				<verse number="31">ຄື​ບັນດາ​ຜູ້ທຳນວາຍ​ກໍ​ເວົ້າ​ແຕ່​ຄຳ​ບໍ່ຈິງ ພວກ​ປະໂຣຫິດ​ກໍ​ປົກຄອງ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ຂອງເຮົາ​ກໍ​ບໍ່ໄດ້​ຄັດຄ້ານ​ຫຍັງ​ເລີຍ. ແຕ່​ພວກເຂົາ​ຈະ​ເຮັດ​ຢ່າງໃດ​ໃນ​ບັ້ນປາຍ?”</verse>
			</chapter>
			<chapter number="6">
				<verse number="1">ປະຊາຊົນ​ເບັນຢາມິນ​ເອີຍ ຈົ່ງ​ແລ່ນ​ປົບໜີ​ເອົາ​ຕົວ​ລອດ​ສາ​ເຖີດ ຈົ່ງ​ປົບໜີ​ຈາກ​ນະຄອນ​ເຢຣູຊາເລັມ​ສາ ຈົ່ງ​ເປົ່າແກ​ຂຶ້ນ​ໃນ​ເມືອງ​ເຕກົວ ແລະ​ຈົ່ງ​ດັງ​ໄຟ​ຂຶ້ນ​ເປັນ​ສັນຍານ​ຢູ່​ໃນ​ເມືອງ​ເບັດ​ຮັກເກເຣັມ. ໄພພິບັດ ແລະ​ການທຳລາຍ​ຈາກ​ທາງ​ເໜືອ​ເກືອບ​ຈະ​ມາຮອດ​ແລ້ວ.</verse>
				<verse number="2">ນະຄອນ​ຊີໂອນ​ເປັນ​ທີ່​ສວຍງາມ​ຫລາຍ ແຕ່​ກໍ​ຈະ​ຖືກ​ທຳລາຍ;</verse>
				<verse number="3">ບັນດາ​ຜູ້ລ້ຽງແກະ​ພ້ອມ​ທັງ​ຝູງແກະ​ຂອງ​ພວກເຂົາ​ຈະ​ມາ​ຕໍ່ສູ້​ລາວ​ຢູ່​ທີ່​ນັ້ນ. ພວກເຂົາ​ຈະ​ຕັ້ງ​ເຕັນ​ອ້ອມຮອບ​ຕົວເມືອງ ແລະ​ແຕ່ລະຄົນ​ຈະ​ຕັ້ງ​ເຕັນ​ຕາມໃຈ​ມັກ​ຂອງຕົນ.</verse>
				<verse number="4">ພວກເຂົາ​ຈະ​ເວົ້າ​ວ່າ, “ຈົ່ງ​ຕຽມ​ໂຈມຕີ​ນະຄອນ​ເຢຣູຊາເລັມ ຈົ່ງ​ຕຽມພ້ອມ ພວກເຮົາ​ຈະ​ໂຈມຕີ​ໃນ​ຕອນທ່ຽງ” ແຕ່​ພວກເຂົາ​ຈະ​ເວົ້າ​ວ່າ, “ມັນ​ຊ້າ​ໄປ​ສາ​ແລ້ວ ຕາເວັນ​ເກືອບ​ຈະ​ຕົກ​ດິນ ແລະ​ຂ້ອນຄໍ່າ​ຫລາຍ​ແລ້ວ.</verse>
				<verse number="5">ພວກເຮົາ​ຈະ​ບຸກໂຈມຕີ​ໃນ​ຕອນ​ກາງຄືນ; ພວກເຮົາ​ຈະ​ທຳລາຍ​ປ້ອມ​ປ້ອງກັນ​ຕົວເມືອງ.”</verse>
				<verse number="6">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສັ່ງ​ໃຫ້​ຕັດ​ກົກໄມ້​ລົງ ແລະ​ຄູນ​ດິນ​ຂຶ້ນ​ອ້ອມ​ນະຄອນ​ເຢຣູຊາເລັມ​ໄວ້. ພຣະອົງ​ກ່າວ​ວ່າ, “ເຮົາ​ຈະ​ລົງໂທດ​ນະຄອນ​ນີ້ ຍ້ອນ​ເປັນ​ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ການກົດຂີ່.</verse>
				<verse number="7">ນໍ້າສ້າງ​ກັກ​ນໍ້າຈືດ​ໄວ້​ສັນໃດ ນະຄອນ​ເຢຣູຊາເລັມ​ກໍ​ກັກ​ຄວາມ​ຊົ່ວຊ້າ​ຂອງຕົນ​ໄວ້​ສັນນັ້ນ. ເຮົາ​ໄດ້ຍິນ​ແຕ່​ການ​ຮຸນແຮງ ແລະ​ການທຳລາຍ​ດັງ​ຂຶ້ນ​ໃນ​ຕົວເມືອງ; ເຮົາ​ເຫັນ​ແຕ່​ຄົນ​ບາດເຈັບ ແລະ​ຄົນ​ທົນທຸກ.</verse>
				<verse number="8">ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໃຫ້​ຄວາມ​ເດືອດຮ້ອນ​ເຫຼົ່ານີ້ ເປັນ​ການເຕືອນ​ພວກເຈົ້າ​ເຖີດ ຫລື​ບໍ່​ດັ່ງນັ້ນ ເຮົາ​ຈະ​ປະຖິ້ມ​ພວກເຈົ້າ​ຕື່ມ​ອີກ; ເຮົາ​ຈະ​ປ່ຽນ​ນະຄອນ​ນີ້​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຊຶ່ງ​ເປັນ​ບ່ອນ​ໜຶ່ງ​ທີ່​ບໍ່ມີ​ຜູ້ໃດ​ຢູ່​ອາໄສ.”</verse>
				<verse number="9">ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້: “ຊາດ​ອິດສະຣາເອນ​ຈະ​ຖືກ​ກວາດລ້າງ​ໃຫ້​ກ້ຽງ ດັ່ງ​ສວນອະງຸ່ນ​ທີ່​ຖືກ​ຄົນ​ເກັບເລັມ​ໃຫ້​ຈົນກ້ຽງ. ດັ່ງນັ້ນ ເຈົ້າ​ຕ້ອງ​ຊ່ວຍກູ້​ເອົາ​ທຸກໆຄົນ ເທົ່າທີ່ຈະ​ຊ່ວຍ​ໄດ້​ໃນ​ເມື່ອ​ຍັງ​ມີ​ເວລາ​ຢູ່.”</verse>
				<verse number="10">ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຜູ້ໃດ​ແດ່​ຈະ​ຟັງ​ຂ້ານ້ອຍ ຖ້າ​ຂ້ານ້ອຍ​ບອກ ແລະ​ເຕືອນ​ພວກເຂົາ? ພວກເຂົາ​ດື້ດ້ານ ແລະ​ບໍ່​ຍອມ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ; ພວກເຂົາ​ຫົວເລາະ​ໃສ່​ສິ່ງ​ທີ່​ພຣະອົງ​ບອກ​ໃຫ້​ຂ້ານ້ອຍ​ກ່າວ.</verse>
				<verse number="11">ຂ້າແດ່​ພຣະເຈົ້າຢາເວ ຄວາມ​ໂກດຮ້າຍ​ທີ່​ພຣະອົງ​ມີ​ຕໍ່​ພວກເຂົາ​ນັ້ນ ກໍ​ລຸກໄໝ້​ຢູ່​ໃນ​ຂ້ານ້ອຍ​ຄືກັນ ແລະ​ຂ້ານ້ອຍ​ກໍ​ທົນ​ຕໍ່ໄປ​ບໍ່ໄດ້​ແລ້ວ.” ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ລະບາຍ​ຄວາມ​ໂກດຮ້າຍ​ຂອງເຮົາ​ອອກ​ໃສ່​ເດັກນ້ອຍ​ທີ່​ທ້ອງ​ຖະໜົນ ແລະ​ໃນ​ທີ່​ປະຊຸມ​ຕ່າງໆ​ຂອງ​ພວກ​ຊາວ​ໜຸ່ມ. ຜົວ​ແລະ​ເມຍ​ຈະ​ຖືກ​ຈັບ​ໄປ ແລະ​ແມ່ນແຕ່​ຄົນ​ຊະຣາ​ກໍ​ຈະ​ບໍ່ໄດ້​ຖືກ​ຍົກເວັ້ນ.</verse>
				<verse number="12">ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ມອບ​ໃຫ້​ຄົນອື່ນ ພ້ອມ​ທັງ​ທົ່ງນາ​ແລະ​ເມຍ​ຂອງ​ພວກເຂົາ​ກໍ​ເຊັ່ນກັນ​ດ້ວຍ. ເຮົາ​ກຳລັງ​ຈະ​ລົງໂທດ​ປະຊາຊົນ​ໃນ​ດິນແດນ​ນີ້.</verse>
				<verse number="13">ຍ້ອນ​ທຸກຄົນ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ ພະຍາຍາມ​ຈະ​ຫາ​ເງິນ​ໃນ​ທາງ​ທີ່​ບໍ່​ສັດຊື່; ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ສໍ້ໂກງ​ປະຊາຊົນ.</verse>
				<verse number="14">ພວກເຂົາ​ປະພຶດ​ຄື​ກັບ​ວ່າ ບາດແຜ​ຂອງ​ປະຊາຊົນ​ເຮົາ​ນັ້ນ​ເປັນ​ພຽງແຕ່​ແປ້ວ​ເທົ່ານັ້ນ. ພວກເຂົາ​ເວົ້າ​ວ່າ, ‘ສະຫງົບສຸກ, ສະຫງົບສຸກ,’ ໃນ​ເມື່ອ​ທຸກສິ່ງ​ບໍ່ໄດ້​ສະຫງົບສຸກ​ເລີຍ.</verse>
				<verse number="15">ພວກເຂົາ​ອັບອາຍ​ຂາຍໜ້າ​ບໍ ທີ່​ໄດ້​ກະທຳ​ສິ່ງ​ອັນ​ໜ້າລັງກຽດ​ເຊັ່ນນີ້? ບໍ່ເລີຍ ພວກເຂົາ​ບໍ່​ອັບອາຍ​ຂາຍໜ້າ​ຫຍັງ​ດອກ; ສີໜ້າ​ຂອງ​ພວກເຂົາ​ຢູ່​ຊື່ໆ​ບໍ່​ແດງ​ຊໍ້າ. ສະນັ້ນ ພວກເຂົາ​ຈຶ່ງ​ຈະ​ລົ້ມລົງ​ດັ່ງ​ຄົນອື່ນ​ທີ່​ໄດ້​ລົ້ມລົງ; ເມື່ອ​ເຮົາ​ລົງໂທດ​ພວກເຂົາ​ກໍ​ແມ່ນ​ຈຸດຈົບ​ສຳລັບ​ພວກເຂົາ​ສາ​ແລ້ວ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="16">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ຢຸດ​ຢູ່​ທີ່​ທາງ​ສີ່​ແຍກ​ແລະ​ແນມ​ເບິ່ງ. ຈົ່ງ​ຖາມ​ຫາ​ຫົນທາງ​ດັ້ງເດີມ​ແລະ​ຫົນທາງ​ອັນ​ດີເລີດ​ນັ້ນ​ວ່າ​ຢູ່​ໃສ. ຈົ່ງ​ເດີນ​ໄປ​ຕາມ​ທາງນັ້ນ​ແລະ​ພວກເຈົ້າ​ກໍ​ຈະ​ພົບ​ຄວາມ​ຢູ່ເຢັນ​ເປັນສຸກ.” ແຕ່​ພວກເຂົາ​ເວົ້າ​ວ່າ, “ບໍ່ ພວກເຮົາ​ຈະ​ບໍ່​ເຮັດ​ດອກ.”</verse>
				<verse number="17">ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ກໍໄດ້​ແຕ່ງຕັ້ງ​ຄົນເຝົ້າຍາມ ເພື່ອ​ໃຫ້​ເປົ່າແກ​ເຕືອນ​ວ່າ, “ຈົ່ງ​ລະວັງ​ສຽງ​ແກ​ສັນຍານ​ໄພ.” ແຕ່​ພວກເຂົາ​ຊໍ້າ​ເວົ້າ​ວ່າ, “ພວກເຮົາ​ຈະ​ບໍ່​ຟັງ.”</verse>
				<verse number="18">ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ວ່າ, “ຊົນຊາດ​ທັງຫລາຍ​ເອີຍ ຈົ່ງ​ຟັງ​ແລະ​ຮຽນຮູ້​ສິ່ງ​ທີ່​ກຳລັງ​ເກີດຂຶ້ນ​ຕໍ່​ປະຊາຊົນ​ຂອງເຮົາ</verse>
				<verse number="19">ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຟັງ​ເທີ້ນ ເຮົາ​ກຳລັງ​ຈະ​ນຳ​ເອົາ​ໄພພິບັດ​ມາ​ສູ່​ປະຊາຊົນ​ເຫຼົ່ານີ້ ຄື​ໄພພິບັດ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ ຍ້ອນ​ພວກເຂົາ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງເຮົາ ແລະ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ.</verse>
				<verse number="20">ມີ​ປະໂຫຍດ​ຫຍັງ​ແກ່​ເຮົາ​ແດ່ ທີ່​ພວກເຂົາ​ໄດ້​ທູບຫອມ​ມາ​ແຕ່​ເມືອງ​ເຊບາ ຫລື​ໄດ້​ເຄື່ອງຫອມ​ມາ​ຈາກ​ທາງ​ໄກ? ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ເຄື່ອງຖວາຍ​ຂອງ​ພວກເຂົາ ຫລື​ຍິນດີ​ກັບ​ເຄື່ອງບູຊາ​ຂອງ​ພວກເຂົາ.</verse>
				<verse number="21">ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຈະ​ເຮັດ​ໃຫ້​ປະຊາຊົນ​ເຫຼົ່ານີ້​ຕຳ​ສະດຸດ​ແລະ​ລົ້ມລົງ. ບັນດາ​ພໍ່​ກັບ​ບັນດາ​ລູກຊາຍ​ຈະ​ຕາຍ ເຊັ່ນດຽວ​ກັນ​ກັບ​ບັນດາ​ໝູ່ເພື່ອນ​ມິດ​ສະຫາຍ ແລະ​ບັນດາ​ເພື່ອນບ້ານ​ດ້ວຍ.”</verse>
				<verse number="22">ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ກຳລັງ​ມາ​ແຕ່​ປະເທດ​ໜຶ່ງ​ທາງ​ທິດເໜືອ; ເປັນ​ຊາດ​ໜຶ່ງ​ຊຶ່ງ​ຢູ່​ຫ່າງໄກ​ທີ່​ມີ​ກຳລັງ​ອຳນາດ​ຕຽມ​ສູ້ຮົບ.</verse>
				<verse number="23">ພວກເຂົາ​ຖື​ໜ້າທະນູ​ກັບ​ດາບ ພວກເຂົາ​ເປັນ​ຄົນ​ຮ້າຍກາດ​ແລະ​ຂາດ​ຄວາມ​ເມດຕາ. ພວກເຂົາ​ຂີ່​ມ້າ​ສຽງດັງ​ກຶກກ້ອງ ດັ່ງ​ສຽງ​ຂອງ​ທະເລ​ຄຶກຄະນອງ. ພວກເຂົາ​ຕຽມພ້ອມ​ເຮັດ​ເສິກ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ.”</verse>
				<verse number="24">ປະຊາຊົນ​ອິດສະຣາເອນ​ເວົ້າ​ວ່າ, “ພໍ​ພວກເຮົາ​ໄດ້ຍິນ​ຂ່າວ​ຂອງ​ເສິກ ມື​ຂອງ​ພວກເຮົາ​ກໍ​ອ່ອນເພຍ​ລົງ; ພວກເຮົາ​ເປັນທຸກໃຈ​ຫລາຍ ແລະ​ເຈັບປວດ​ໜັກ ເໝືອນ​ດັ່ງ​ແມ່ຍິງ​ທີ່​ກຳລັງ​ຈະ​ອອກລູກ.</verse>
				<verse number="25">ພວກເຮົາ​ບໍ່​ກ້າ​ອອກ​ໄປ​ນອກ​ເມືອງ ຫລື​ຍ່າງ​ຕາມ​ຖະໜົນ​ຫົນທາງ ເພາະ​ເຫຼົ່າ​ສັດຕູ​ຖື​ອາວຸດ​ອ້ອມລ້ອມ​ພວກເຮົາ​ຢູ່ ແລະ​ພວກເຮົາ​ກໍ​ຢ້ານກົວ​ພວກເຂົາ​ຫລາຍ.”</verse>
				<verse number="26">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ນຸ່ງ​ເຄື່ອງ​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ແລະ​ກິ້ງເກືອກ​ຢູ່​ໃນ​ຂີ້ເຖົ່າ​ໄຟ​ສາ. ຈົ່ງ​ຮ້ອງໄຫ້​ໄວ້ທຸກ​ດ້ວຍ​ຄວາມ​ຂົມຂື່ນ ເໝືອນ​ລູກຊາຍ​ຄົນດຽວ​ໄດ້​ຕາຍໄປ​ເຖີດ ຍ້ອນ​ຜູ້​ທີ່​ມາ​ທຳລາຍ​ພວກເຈົ້າ​ນັ້ນ​ຈະ​ໂຈມຕີ​ໃນ​ທັນທີ​ທັນໃດ.</verse>
				<verse number="27">ເຢເຣມີຢາ​ເອີຍ ຈົ່ງ​ທົດສອບ​ເບິ່ງ​ປະຊາຊົນ​ຂອງເຮົາ​ດູ ດັ່ງ​ເຈົ້າ​ທົດລອງ​ໂລຫະ ແລະ​ເບິ່ງ​ວ່າ​ມັນ​ເປັນ​ຢ່າງໃດ.</verse>
				<verse number="28">ພວກເຂົາ​ເປັນ​ຄົນ​ກະບົດ​ຢ່າງ​ດື້ດ້ານ ແຂງ​ດັ່ງ​ທອງສຳຣິດ​ແລະ​ເຫລັກກ້າ. ພວກເຂົາ​ທັງໝົດ​ເປັນ​ຄົນ​ສໍ້ໂກງ ແລະ​ທຽວ​ຊອກຫາ​ເວົ້າຂວັນ​ຄົນ.</verse>
				<verse number="29">ເຕົາຫລອມ​ລຸກໄໝ້​ຢ່າງ​ຮ້ອນແຮງ​ແລ້ວ ແຕ່​ຂີ້ໝຽງ​ທີ່​ຕິດ​ຢູ່​ກັບ​ໂລຫະ​ນັ້ນ​ກໍ​ຍັງ​ບໍ່​ຂຸ​ລົງ. ມັນ​ບໍ່ມີ​ປະໂຫຍດ​ຫຍັງ​ທີ່​ຈະ​ຫລໍ່ຫລອມ​ປະຊາຊົນ​ຂອງເຮົາ​ຂຶ້ນ​ໃໝ່ ເພາະ​ພວກ​ຄົນຊົ່ວ​ເຫຼົ່ານັ້ນ​ຍັງ​ບໍ່ໄດ້​ຖືກ​ກຳຈັດ​ໃຫ້​ໝົດສິ້ນໄປ.</verse>
				<verse number="30">ຄົນ​ທັງຫລາຍ​ຈະ​ເອີ້ນ​ພວກເຂົາ​ວ່າ​ເປັນ​ຂອງ​ເສດເຫລືອ; ເພາະ​ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ພວກເຂົາ​ແລ້ວ.”</verse>
			</chapter>
			<chapter number="7">
				<verse number="1">ພຣະເຈົ້າຢາເວ​ໄດ້​ໃຊ້​ຂ້າພະເຈົ້າ​ໄປ​ທີ່​ປະຕູ​ຂອງ​ພຣະວິຫານ ບ່ອນ​ທີ່​ປະຊາຊົນ​ຢູດາ​ໄປ​ນະມັດສະການ.</verse>
				<verse number="2">ພຣະອົງ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ຢືນ​ຢູ່​ທີ່​ປະຕູ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ທີ່ນັ້ນ​ໃຫ້​ປະກາດ​ວ່າ, “ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ພວກເຈົ້າ​ຊາວ​ຢູດາ​ທັງໝົດ​ທີ່​ເຂົ້າ​ມາ​ທາງ​ປະຕູ​ນີ້​ເພື່ອ​ນະມັດສະການ​ພຣະເຈົ້າຢາເວ</verse>
				<verse number="3">ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້​ວ່າ, ຈົ່ງ​ປ່ຽນທາງ​ດຳເນີນ​ຊີວິດ ແລະ​ການກະທຳ​ຂອງ​ພວກເຈົ້າ​ສາ ແລະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ບ່ອນ​ນີ້.</verse>
				<verse number="4">ຢ່າ​ເຊື່ອ​ຄຳຫລອກລວງ​ທີ່​ວ່າ, ‘ພວກເຮົາ​ປອດໄພ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ.’</verse>
				<verse number="5">ຈົ່ງ​ປ່ຽນ​ທາງ​ດຳເນີນ​ຊີວິດ ແລະ​ການ​ກະທຳ​ຂອງ​ພວກເຈົ້າ​ສາ. ຈົ່ງ​ປະຕິບັດ​ຕໍ່​ກັນແລະກັນ​ຢ່າງ​ຍຸດຕິທຳ.</verse>
				<verse number="6">ຈົ່ງ​ເຊົາ​ເອົາລັດ​ເອົາປຽບ​ຄົນຕ່າງດ້າວ, ລູກກຳພ້າ ແລະ​ແມ່ໝ້າຍ. ຈົ່ງ​ເຊົາ​ປະຫັດປະຫານ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ຢູ່​ໃນ​ດິນແດນ​ນີ້. ຈົ່ງ​ເຊົາ​ຂາບໄຫວ້​ພະອື່ນ​ສາ ເພາະ​ການກະທຳ​ເຊັ່ນນັ້ນ​ຈະ​ເປັນ​ການທຳລາຍ​ພວກເຈົ້າ​ເອງ.</verse>
				<verse number="7">ຖ້າ​ພວກເຈົ້າ​ປ່ຽນແປງ ເຮົາ​ກໍ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ດິນແດນ​ນີ້ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ເປັນ​ກຳມະສິດ​ອັນ​ຖາວອນ​ສຳລັບ​ບັນພະບຸລຸດ​ຂອງ​ພວກເຈົ້າ.</verse>
				<verse number="8">ເບິ່ງດູ ພວກເຈົ້າ​ໄວ້ວາງໃຈ​ໃນ​ຄຳຫລອກລວງ​ຕ່າງໆ.</verse>
				<verse number="9">ພວກເຈົ້າ​ລັກ, ຂ້າເຈົ້າ​ເອົາຂອງ, ລ່ວງເກີນ​ຜົວເມຍ​ຄົນອື່ນ, ສາບານ​ດ້ວຍ​ຄວາມ​ບໍ່ຈິງ, ຖວາຍບູຊາ​ແກ່​ພະບາອານ ແລະ​ຂາບໄຫວ້​ພະຕ່າງໆ​ທີ່​ພວກເຈົ້າ​ບໍ່ເຄີຍ​ຮູ້ຈັກ​ມາກ່ອນ.</verse>
				<verse number="10">ເຮົາ​ກຽດຊັງ​ການກະທຳ​ເຫຼົ່ານີ້​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ມາ​ຢືນ​ຢູ່​ຊ້ອງໜ້າ​ເຮົາ​ໃນ​ພຣະວິຫານ​ໂດຍ​ເວົ້າ​ວ່າ, ‘ພວກເຮົາ​ປອດໄພ.’</verse>
				<verse number="11">ວິຫານ​ນີ້​ມີຊື່ ຕາມ​ນາມຊື່​ຂອງເຮົາ, ພວກເຈົ້າ​ເຮັດ​ໃຫ້​ເປັນ​ຖໍ້າ​ຂອງ​ໂຈນ​ຊັ້ນບໍ? ເຮົາ​ເຫັນ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="12">ຈົ່ງ​ໄປ​ທີ່​ເມືອງ​ຊີໂລ ບ່ອນ​ທີ່​ເຮົາ​ໄດ້​ເລືອກ​ໄວ້​ໃຫ້​ເປັນ​ບ່ອນ​ນະມັດສະການ​ເຮົາ​ເທື່ອ​ທຳອິດ ແລະ​ຈົ່ງ​ເບິ່ງ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ນັ້ນ ເພາະ​ບາບ​ຂອງ​ຊາວ​ອິດສະຣາເອນ ປະຊາຊົນ​ຂອງເຮົາ.</verse>
				<verse number="13">ພວກເຈົ້າ​ເອງ​ກໍໄດ້​ເຮັດ​ບາບ​ເຫຼົ່ານີ້​ທັງໝົດ​ຄືກັນ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ. ເຖິງແມ່ນວ່າ​ເຮົາ​ໄດ້​ບອກ​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ​ກໍຕາມ; ແຕ່​ພວກເຈົ້າ​ກໍ​ບໍ່​ຍອມ​ຟັງ​ເຮົາ. ພວກເຈົ້າ​ບໍ່​ຂານຕອບ​ເມື່ອ​ເຮົາ​ເອີ້ນ​ຫາ​ພວກເຈົ້າ.</verse>
				<verse number="14">ສະນັ້ນ ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ​ນັ້ນ ເຮົາ​ກໍ​ຈະ​ເຮັດ​ຕໍ່​ພຣະວິຫານ​ຂອງເຮົາ​ເຊັ່ນກັນ ຄື​ບ່ອນ​ທີ່​ພວກເຈົ້າ​ໄວ້ວາງໃຈ​ນັ້ນ. ໃນ​ບ່ອນ​ນີ້​ເອງ​ທີ່​ເຮົາ​ໄດ້​ຍົກ​ໃຫ້​ບັນພະບຸລຸດ​ຂອງ​ພວກເຈົ້າ​ແລະ​ພວກເຈົ້າ; ແຕ່​ເຮົາ​ຈະ​ເຮັດ​ເໝືອນກັນ​ກັບ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ.</verse>
				<verse number="15">ເຮົາ​ຈະ​ຂັບໄລ່​ພວກເຈົ້າ​ອອກ​ໄປ​ໃຫ້​ຫ່າງ​ຈາກ​ສາຍຕາ​ຂອງເຮົາ ດັ່ງ​ທີ່​ໄດ້​ເຮັດ​ກັບ​ຊາວ​ເອຟຣາອິມ ພີ່ນ້ອງ​ຂອງເຈົ້າ.”</verse>
				<verse number="16">ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ເຢເຣມີຢາ​ເອີຍ ຢ່າ​ພາວັນນາ​ອະທິຖານ​ສຳລັບ​ປະຊາຊົນ​ເຫຼົ່ານີ້​ເລີຍ. ຢ່າ​ຮ້ອງໄຫ້​ຫລື​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ; ຢ່າ​ຂໍຮ້ອງ​ເຮົາ​ເພາະ​ເຮົາ​ຈະ​ບໍ່​ຟັງ​ເຈົ້າ.</verse>
				<verse number="17">ເຈົ້າ​ບໍ່​ເຫັນ​ສິ່ງ​ທີ່​ພວກເຂົາ​ກຳລັງ​ເຮັດ​ໃນ​ເມືອງ​ຂອງ​ຢູດາຍ ແລະ​ທີ່​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ​ບໍ?</verse>
				<verse number="18">ພວກ​ເດັກນ້ອຍ​ຊອກ​ຫາ​ຟືນ​ມາ, ພວກ​ຜູ້ຊາຍ​ດັງ​ໄຟ​ຂຶ້ນ ແລະ​ພວກຜູ້ຍິງ​ນັ້ນ​ນວດ​ແປ້ງ​ເຮັດ​ເຂົ້າໜົມ​ຫວານ​ເພື່ອ​ຖວາຍ​ໃຫ້​ເຈົ້າແມ່ ທີ່​ພວກເຂົາ​ເອີ້ນ​ວ່າ, ເຈົ້າຍິງ​ແຫ່ງ​ສະຫວັນ. ພວກເຂົາ​ເທ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ບັນດາ​ພະອື່ນ ເພື່ອ​ເຮັດ​ໃຫ້​ເຮົາ​ເຈັບຊໍ້າ​ໜຳໃຈ.</verse>
				<verse number="19">ແຕ່​ແມ່ນ​ເຮົາ​ແທ້​ບໍ ທີ່​ພວກເຂົາ​ກຳລັງ​ເຮັດ​ໃຫ້​ເຈັບຊໍ້າ​ໜຳໃຈ? ບໍ່ແມ່ນ​ເຮົາ​ດອກ ແຕ່​ແມ່ນ​ພວກເຂົາ​ເຮັດ​ໃຫ້​ພວກເຂົາ​ເອງ​ເຈັບຊໍ້າ​ໜຳໃຈ ແລະ​ນຳ​ເອົາ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ພວກເຂົາ​ເອງ.</verse>
				<verse number="20">ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ຈະ​ເທ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງເຮົາ​ລົງ​ໃສ່​ພຣະວິຫານ​ນີ້. ເຮົາ​ຈະ​ເທ​ລົງ​ໃສ່​ທັງ​ຄົນ ແລະ​ສັດເດຍລະສານ ຕະຫລອດ​ທັງ​ກົກໄມ້ ແລະ​ເຄື່ອງປູກ​ຂອງຝັງ​ດ້ວຍ. ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ລຸກໄໝ້ ດັ່ງ​ໄຟ​ທີ່​ບໍ່ມີ​ຜູ້ໃດ​ມອດ​ໄດ້.”</verse>
				<verse number="21">ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ດັ່ງນີ້​ວ່າ, “ປະຊາຊົນ​ຂອງເຮົາ​ເອີຍ ເຄື່ອງບູຊາ​ບາງ​ຢ່າງ ພວກເຈົ້າ​ຕ້ອງ​ເຜົາ​ໝົດ​ເທິງ​ແທ່ນບູຊາ ແລະ​ເຄື່ອງບູຊາ​ບາງ​ຢ່າງ ພວກເຈົ້າ​ໄດ້​ຮັບ​ອະນຸຍາດ​ໃຫ້​ກິນ​ໄດ້, ແຕ່​ສິ່ງ​ທີ່​ເຮົາ​ບອກ​ແມ່ນ​ໃຫ້​ພວກເຈົ້າ​ກິນ​ໄດ້​ທັງໝົດ.</verse>
				<verse number="22">ເມື່ອ​ເຮົາ​ໄດ້​ນຳ​ບັນພະບຸລຸດ​ຂອງ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ເຮົາ​ບໍ່ໄດ້​ໃຫ້​ຄຳສັ່ງ​ກ່ຽວກັບ​ເຄື່ອງ​ເຜົາບູຊາ ຫລື​ເຄື່ອງບູຊາ​ຊະນິດ​ໃດໆ​ແກ່​ພວກເຂົາ​ເລີຍ.</verse>
				<verse number="23">ແຕ່​ໄດ້​ສັ່ງ​ພວກເຂົາ​ໃຫ້​ເຊື່ອຟັງ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ. ແລະ​ເຮົາ​ກໍໄດ້​ບອກ​ພວກເຂົາ​ໃຫ້​ດຳເນີນ​ຊີວິດ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ນັ້ນ ເພື່ອ​ພວກເຂົາ​ຈະ​ໄດ້​ຢູ່ເຢັນ​ເປັນສຸກ.</verse>
				<verse number="24">ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຫລື​ເອົາໃຈໃສ່​ເລີຍ. ພວກເຂົາ​ຕ່າງ​ກໍໄດ້​ປະພຶດ​ຕົນ​ໄປ​ຕາມ​ຄວາມ​ດື້ດ້ານ ແລະ​ໃຈ​ຊົ່ວ​ຂອງ​ພວກ​ເຂົາເອງ; ສະນັ້ນ ພວກເຂົາ​ຈຶ່ງ​ຊົ່ວ​ໜັກ​ລົງ​ແທນ​ທີ່​ຈະ​ດີ​ຂຶ້ນ.</verse>
				<verse number="25">ຕັ້ງແຕ່​ມື້​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ອອກ​ຈາກ​ປະເທດ​ເອຢິບ ມາ​ຈົນເຖິງ​ທຸກ​ວັນນີ້; ເຮົາ​ກໍໄດ້​ໃຊ້​ບັນດາ​ຜູ້ທຳນວາຍ ຜູ້ຮັບໃຊ້​ຂອງເຮົາ​ໄປ​ຫາ​ພວກເຈົ້າ​ສະເໝີ.</verse>
				<verse number="26">ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ ຫລື​ເອົາໃຈໃສ່​ເລີຍ, ແຕ່​ພວກເຈົ້າ​ແຮ່ງ​ເປັນ​ຄົນ​ຫົວ​ດື້ດ້ານ ແລະ​ກະບົດ​ຫລາຍກວ່າ​ບັນພະບຸລຸດ​ຂອງ​ພວກເຈົ້າ​ອີກ.</verse>
				<verse number="27">ສະນັ້ນ ເຢເຣມີຢາ​ເອີຍ ເຈົ້າ​ຈະ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ສູ່​ປະຊາຊົນ​ຂອງເຮົາ​ຟັງ ແຕ່​ພວກເຂົາ​ຈະ​ບໍ່​ຟັງ​ເຈົ້າ; ເຈົ້າ​ຈະ​ເອີ້ນ​ຫາ​ພວກເຂົາ ແຕ່​ພວກເຂົາ​ຈະ​ບໍ່​ຂານຕອບ.</verse>
				<verse number="28">ເຈົ້າ​ຈະ​ບອກ​ພວກເຂົາ​ວ່າ ຊົນຊາດ​ຂອງ​ພວກເຂົາ​ບໍ່​ຍອມ​ເຊື່ອຟັງ​ເຮົາ ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຫລື​ບໍ່​ຍອມ​ຖອດຖອນ​ບົດຮຽນ​ຈາກ​ການ​ທີ່​ພວກເຂົາ​ຖືກ​ລົງໂທດ. ຄວາມສັດຊື່​ໄດ້​ສູນຫາຍ​ໄປ​ຈາກ​ພວກເຂົາ​ສາ​ແລ້ວ. ບໍ່ມີ​ຜູ້ໃດ​ເລີຍ​ຢາກ​ເອີ່ຍ​ເຖິງ​ເລື່ອງນີ້​ອີກ​ຕໍ່ໄປ.”</verse>
				<verse number="29">ພຣະເຈົ້າຢາເວ​ກ່າວ​ວ່າ, “ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄວ້ທຸກ​ສາ​ເຖີດ ຈົ່ງ​ແຖ​ຜົມ​ພວກເຈົ້າ​ອອກ ແລະ​ໂຍນ​ມັນ​ຖິ້ມ​ສາ ຈົ່ງ​ຮ້ອງເພງ​ອາໄລ​ອາວອນ​ທີ່​ເທິງ​ຈອມພູ​ພຸ້ນ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໂກດຮ້າຍ​ໃດ ແລະ​ປະຖິ້ມ​ປະຊາຊົນ​ຂອງເຮົາ​ສາ​ແລ້ວ.”</verse>
				<verse number="30">ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຢູດາ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ. ພວກເຂົາ​ໄດ້​ເອົາ​ຮູບພະ​ຂອງ​ພວກເຂົາ​ທີ່​ໜ້າ​ກຽດຊັງ​ນັ້ນ ມາ​ວາງ​ໄວ້​ໃນ​ວິຫານ​ທີ່​ມີ​ຊື່​ຕາມ​ນາມຊື່​ຂອງເຮົາ ແລະ​ເຮັດ​ໃຫ້​ວິຫານ​ນັ້ນ​ເສື່ອມເສຍ​ກຽດ.</verse>
				<verse number="31">ໃນ​ຮ່ອມພູ​ຮິນໂນມ ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ທີ່​ຄົນ​ເອີ້ນ​ວ່າ​ໂຕເຟັດ ເພື່ອ​ວ່າ​ພວກເຂົາ​ຈະ​ເອົາ​ລູກ​ຊາຍ​ຍິງ​ຂອງ​ພວກເຂົາ​ມາ​ເຜົາບູຊາ. ເຮົາ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ເຮັດ​ເຊັ່ນນີ້. ແມ່ນແຕ່​ໃນ​ຄວາມຄິດ​ຂອງເຮົາ​ກໍ​ບໍ່ເຄີຍ​ມີ​ເຊັ່ນນັ້ນ​ເລີຍ.”</verse>
				<verse number="32">ພຣະເຈົ້າຢາເວ​ກ່າວ​ວ່າ, “ດ້ວຍເຫດນີ້ ເວລາ​ຈະ​ຕ້ອງ​ມາເຖິງ​ຢ່າງ​ແນ່ນອນ ແລະ​ເມື່ອນັ້ນ​ຄົນ​ຈະ​ບໍ່​ເອີ້ນ​ໂຕເຟັດ ຫລື​ຮ່ອມພູ​ຮິນໂນມ​ອີກ​ຕໍ່ໄປ ແຕ່​ຄົນ​ຈະ​ພາກັນ​ເອີ້ນ​ວ່າ​ຮ່ອມພູ​ແຫ່ງ​ການ​ຂ້າຟັນກັນ. ພວກເຂົາ​ຈະ​ຝັງ​ຄົນ​ໃນ​ທີ່ນັ້ນ​ຍ້ອນ​ບໍ່ມີ​ບ່ອນ​ຝັງ​ໃນ​ທີ່ອື່ນ.</verse>
				<verse number="33">ຊາກສົບ​ຕ່າງໆ​ຈະ​ກາຍເປັນ​ອາຫານ​ຂອງ​ຝູງນົກ ແລະ​ສັດປ່າ​ທັງຫລາຍ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄລ່​ມັນ​ໜີໄປ​ຈາກ​ທີ່ນັ້ນ.</verse>
				<verse number="34">ດິນແດນ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ໃນ​ເມືອງ​ຂອງ​ຢູດາຍ ແລະ​ໃນ​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ​ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ມິດງຽບ​ສິ້ນສຸດ​ລົງ.”</verse>
			</chapter>
			<chapter number="8">
				<verse number="1">ພຣະເຈົ້າຢາເວ​ກ່າວ​ວ່າ, “ໃນ​ເວລາ​ນັ້ນ ພວກເຂົາ​ຈະ​ເອົາ​ກະດູກ​ຂອງ​ບຸກຄົນ​ສຳຄັນ​ທີ່​ໄດ້​ອາໄສ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເຊັ່ນ: ບັນດາ​ກະສັດ​ກັບ​ບັນດາ​ຂ້າຣາຊການ​ຂອງ​ຢູດາຍ, ບັນດາ​ປະໂຣຫິດ, ພວກ​ຜູ້ທຳນວາຍ ແລະ​ຄົນອື່ນໆ​ອອກ​ມາ​ຈາກ​ຂຸມຝັງສົບ​ຂອງ​ພວກເຂົາ.</verse>
				<verse number="2">ແທນ​ທີ່​ກະດູກ​ເຫຼົ່ານີ້​ຈະ​ຖືກ​ຮິບໂຮມ ແລະ​ຖືກ​ຝັງ​ໄວ້; ແຕ່​ມັນ​ຈະ​ຖືກ​ປະ​ໃຫ້​ເປັນ​ຝຸ່ນ ຢາຍ​ເດຍລະດາດ​ຢູ່​ຕາມ​ໜ້າດິນ. ມັນ​ຈະ​ຖືກ​ປະປ່ອຍ​ໃຫ້​ຕາກ​ແສງ​ຕາເວັນ, ແສງ​ດວງເດືອນ ແລະ​ແສງ​ດວງດາວ​ອື່ນໆ ທີ່​ປະຊາຊົນ​ເຫຼົ່ານີ້​ບູຊາ​ແລະ​ຮັບໃຊ້ ໂດຍ​ຂໍ​ຄຳ​ປຶກສາ​ແລະ​ຂາບໄຫວ້.</verse>
				<verse number="3">ສ່ວນ​ປະຊາຊົນ​ຂອງ​ຊາດ​ອັນ​ຊົ່ວຮ້າຍ​ທີ່​ຍັງເຫລືອ​ຢູ່​ນີ້ ຄື​ພວກ​ທີ່​ອາໄສ​ຢູ່​ໃນ​ບ່ອນ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ກະຈັດ​ກະຈາຍ​ໄປ​ນັ້ນ ຈະ​ຢາກ​ຕາຍ​ຫລາຍກວ່າ​ທີ່​ຢາກ​ຈະ​ມີ​ຊີວິດ​ຢູ່.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="4">ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເມື່ອ​ຜູ້ໜຶ່ງ​ລົ້ມລົງ ຜູ້ນັ້ນ​ຈະ​ບໍ່ມີ​ວັນ​ລຸກຂຶ້ນ​ໄດ້​ບໍ? ຖ້າ​ຜູ້ໜຶ່ງ​ຫລົງທາງ​ໄປ ຜູ້ນັ້ນ​ຈະ​ບໍ່​ກັບຄືນ​ມາ​ອີກ​ບໍ?</verse>
				<verse number="5">ຖ້າດັ່ງນັ້ນ ປະຊາຊົນ​ຂອງເຮົາ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໜີ​ຈາກ​ເຮົາ​ໄປ ໂດຍ​ບໍ່​ກັບຄືນ​ມາ​ຈັກເທື່ອ? ພວກເຈົ້າ​ຢຶດໝັ້ນ​ຢູ່​ກັບ​ບັນດາ​ຮູບເຄົາຣົບ​ຂອງ​ພວກເຈົ້າ ແລະ​ບໍ່​ຍອມ​ກັບ​ມາ​ຫາ​ເຮົາ​ເລີຍ.</verse>
				<verse number="6">ເຮົາ​ໄດ້​ຟັງ​ພວກເຈົ້າ​ຢ່າງ​ຕັ້ງໃຈ ແຕ່​ພວກເຈົ້າ​ບໍ່ໄດ້​ເວົ້າ​ຄວາມຈິງ. ບໍ່ມີ​ຜູ້ໃດ​ເລີຍ​ໃນ​ພວກເຈົ້າ​ເສຍໃຈ​ຕໍ່​ບາບ​ທີ່​ຕົນ​ໄດ້​ເຮັດ; ບໍ່ມີ​ຜູ້ໃດ​ເລີຍ​ຖາມ​ວ່າ, ‘ຂ້ອຍ​ໄດ້​ເຮັດ​ຜິດ​ຫຍັງ?’ ທຸກຄົນ​ຕ່າງ​ກໍ​ເຮັດ​ໄປ​ຕາມ​ທາງ​ຂອງ​ຕົນເອງ ດັ່ງ​ມ້າ​ໂຕໜຶ່ງ​ທີ່​ກຳລັງ​ແລ່ນ​ເຂົ້າ​ສູ່​ສະໜາມຮົບ.</verse>
				<verse number="7">ແມ່ນແຕ່​ນົກ​ຍາງ​ຢູ່​ເທິງ​ຟ້າ​ຍັງ​ຮູ້ຈັກ​ຍາມ​ກັບ​ມາ; ນົກ​ກາງແກ, ນົກ​ແອ່ນ ແລະ​ນົກ​ຂຽນ ກໍ​ຍັງ​ຮູ້ຈັກ​ເວລາ​ຍົກຍ້າຍ​ມາ. ແຕ່​ປະຊາຊົນ​ຂອງເຮົາ ພວກເຈົ້າ​ບໍ່​ຮູ້ຈັກ​ກົດບັນຍັດ​ທັງຫລາຍ​ຂອງເຮົາ​ທີ່​ໃຊ້​ປົກຄອງ​ພວກເຈົ້າ.</verse>
				<verse number="8">ພວກເຈົ້າ​ເວົ້າ​ໄດ້​ຢ່າງໃດ​ວ່າ ພວກເຈົ້າ​ສະຫລາດ ແລະ​ຮູ້ຈັກ​ກົດບັນຍັດ​ຂອງເຮົາ? ເບິ່ງດູ ສະໝຽນ​ທີ່​ບໍ່​ສັດຊື່​ນັ້ນ ພວກເຂົາ​ໄດ້​ປ່ຽນແປງ​ກົດບັນຍັດ​ຂອງເຮົາ.</verse>
				<verse number="9">ນັກປາດ​ຂອງ​ພວກເຈົ້າ​ກໍ​ຖືກ​ອັບອາຍ; ພວກເຂົາ​ສັບສົນ ແລະ​ຖືກ​ບ້ວງແຮ້ວ. ພວກເຂົາ​ປະຖິ້ມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ; ບັດນີ້ ພວກເຂົາ​ມີ​ສະຕິປັນຍາ​ຫຍັງ​ແດ່?</verse>
				<verse number="10">ສະນັ້ນ ເຮົາ​ຈຶ່ງ​ຈະ​ມອບ​ທົ່ງນາ​ຂອງ​ພວກເຂົາ​ໃຫ້​ຄົນ​ໃໝ່​ເປັນ​ເຈົ້າຂອງ ແລະ​ມອບ​ເມຍ​ຂອງ​ພວກເຂົາ​ໃຫ້​ເປັນ​ຂອງ​ຊາຍ​ອື່ນ. ທຸກຄົນ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ​ພະຍາຍາມ​ຫາ​ເງິນ​ໃນ​ທາງ​ບໍ່​ສັດຊື່. ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ສໍ້ໂກງ​ປະຊາຊົນ.</verse>
				<verse number="11">ພວກເຂົາ​ບໍ່​ສົນໃຈ​ຮັກສາ​ບາດແຜ​ປະຊາຊົນ​ຂອງເຮົາ​ເລີຍ. ພວກເຂົາ​ເວົ້າ​ວ່າ, ‘ສະຫງົບສຸກ, ສະຫງົບສຸກ’ ໃນ​ເມື່ອ​ທຸກສິ່ງ​ບໍ່ມີ​ຄວາມ​ສະຫງົບສຸກ​ດັ່ງ​ທີ່​ໄດ້​ເວົ້າ​ນັ້ນ.</verse>
				<verse number="12">ປະຊາຊົນ​ຂອງເຮົາ​ເອີຍ ພວກເຈົ້າ​ບໍ່​ອັບອາຍ​ເພາະ​ສິ່ງ​ອັນ​ໜ້າລັງກຽດ​ນີ້​ບໍ? ບໍ່ ພວກເຈົ້າ​ບໍ່​ອັບອາຍ​ຂາຍໜ້າ​ຫຍັງ​ດອກ; ສີໜ້າ​ຂອງ​ພວກເຈົ້າ​ຊື່ໆ ແລະ​ບໍ່​ແດງ​ເລີຍ ສະນັ້ນ ພວກເຈົ້າ​ຈຶ່ງ​ຈະ​ລົ້ມລົງ​ດັ່ງ​ພວກ​ອື່ນ​ທີ່​ລົ້ມລົງ​ແລ້ວ; ເມື່ອ​ເຮົາ​ລົງໂທດ​ພວກເຈົ້າ ກໍ​ແມ່ນ​ຈຸດຈົບ​ສຳລັບ​ພວກເຈົ້າ​ເທົ່ານັ້ນ​ແລ້ວ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="13">“ເຮົາ​ປາຖະໜາ​ຈະ​ຮວບຮວມ​ເອົາ​ປະຊາຊົນ​ຂອງເຮົາ ດັ່ງ​ຄົນ​ຜູ້ໜຶ່ງ​ຮວບຮວມ​ເອົາ​ຜົນລະປູກ​ຂອງຕົນ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ. ແຕ່​ພວກເຂົາ​ເປັນ​ດັ່ງ​ຕົ້ນອະງຸ່ນ​ທີ່​ບໍ່ມີ​ໝາກ ດັ່ງ​ຕົ້ນ​ເດື່ອ​ທີ່​ບໍ່ມີ​ໝາກ; ແມ່ນແຕ່​ໃບ​ກໍ​ຫ່ຽວແຫ້ງ​ໝົດ. ສະນັ້ນ ເຮົາ​ຈຶ່ງ​ໄດ້​ອະນຸຍາດ​ໃຫ້​ຄົນ​ພາຍນອກ​ຢຶດຄອງ​ດິນແດນ.”</verse>
				<verse number="14">ປະຊາຊົນ​ຂອງ​ພຣະເຈົ້າ​ໄດ້​ຖາມ​ກັນ​ວ່າ, “ເປັນຫຍັງ​ຈຶ່ງ​ເມົາ​ນັ່ງ​ເສີຍ​ຢູ່? ຮິບ​ມາ​ເຖີດ ໃຫ້​ພວກເຮົາ​ແລ່ນ​ໄປ​ສູ່​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ ແລະ​ຕາຍ​ຢູ່​ໃນ​ທີ່ນັ້ນ. ເພາະວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ລົງໂທດ​ພວກເຮົາ​ໃຫ້​ເຖິງ​ຕາຍ​ສາ​ແລ້ວ; ພຣະອົງ​ໄດ້​ໃຫ້​ພວກເຮົາ​ດື່ມ​ຢາ​ເບື່ອ ຍ້ອນ​ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ.</verse>
				<verse number="15">ພວກເຮົາ​ຫວັງ​ໄດ້​ເຫັນ​ຄວາມ​ສະຫງົບສຸກ ແລະ​ຍາມ​ປິ່ນປົວ​ໃຫ້​ດີ ແຕ່​ຄວາມ​ແຕກຕື່ນ​ຕົກໃຈກົວ​ໄດ້​ເຂົ້າ​ມາ​ແທນທີ່; ມັນ​ບໍ່ມີ​ປະໂຫຍດ​ຫຍັງ​ແລ້ວ.</verse>
				<verse number="16">ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ໄດ້​ມາຮອດ​ເມືອງ​ດານ​ແລ້ວ ເພາະ​ພວກເຮົາ​ໄດ້ຍິນ​ສຽງ​ມ້າ​ຂອງ​ພວກເຂົາ​ຫາຍໃຈ. ດິນແດນ​ທັງໝົດ​ກໍ​ສັ່ນສະເທືອນ ເມື່ອ​ມ້າ​ຂອງ​ພວກເຂົາ​ຮ້ອງ. ເຫຼົ່າ​ສັດຕູ​ໄດ້​ມາ​ທຳລາຍ​ດິນແດນ​ຂອງ​ພວກເຮົາ ພ້ອມ​ກັບ​ທຸກສິ່ງ​ໃນ​ດິນແດນ ຄື​ຕະຫລອດ​ທັງ​ເມືອງ ແລະ​ປະຊາຊົນ​ທຸກຄົນ​ດ້ວຍ.”</verse>
				<verse number="17">“ຈົ່ງ​ລະວັງຕົວ​ໃຫ້​ດີ ເຮົາ​ກຳລັງ​ສົ່ງ​ງູ​ມາ​ໃນ​ທ່າມກາງ​ພວກເຈົ້າ ຄື​ງູພິດ​ທີ່​ບໍ່ມີ​ຜູ້ໃດ​ຈັບ​ມັນ​ໄດ້ ແລະ​ມັນ​ຈະ​ຕອດ​ພວກເຈົ້າ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ​ແຫລະ.</verse>
				<verse number="18">ຄວາມທຸກໃຈ​ຂອງ​ຂ້ານ້ອຍ​ປິ່ນປົວ​ບໍ່ໄດ້​ເລີຍ ຂ້ານ້ອຍ​ເຈັບປວດ​ໜັກ​ຢູ່​ພາຍ​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ.</verse>
				<verse number="19">ຈົ່ງ​ຟັງ​ສຽງ​ທີ່​ມາ​ຈາກ​ດິນແດນ​ທີ່​ຫ່າງໄກ ຂ້ານ້ອຍ​ໄດ້ຍິນ​ປະຊາຊົນ​ພາກັນ​ຮ້ອງໄຫ້​ວ່າ, “ພຣະເຈົ້າຢາເວ​ບໍ່ໄດ້​ສະຖິດ​ຢູ່​ໃນ​ຊີໂອນ​ຕໍ່ໄປ​ບໍ? ກະສັດ​ແຫ່ງ​ຊີໂອນ​ບໍ່ໄດ້​ຢູ່​ໃນ​ທີ່ນັ້ນ​ຕໍ່ໄປ​ຫລືນີ້?” ພຣະອົງ​ຄື​ກະສັດ​ຂອງ​ພວກເຂົາ ໂຕ້ຕອບ​ຄືນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ນໍ? ໂດຍ​ພາກັນ​ຂາບໄຫວ້​ບັນດາ​ຮູບເຄົາຣົບ ກົ້ມຂາບ​ພະ​ຕ່າງຊາດ​ທີ່​ບໍ່ມີ​ປະໂຫຍດ​ຫຍັງ?”</verse>
				<verse number="20">“ລະດູຮ້ອນ​ຜ່ານ​ພົ້ນ ລະດູ​ເກັບກ່ຽວ​ກຳລັງ​ຈະ​ໝົດ ພວກເຂົາ​ກ່າວ​ວ່າ ແຕ່​ພວກເຮົາ​ຍັງ​ບໍ່ໄດ້​ຖືກ​ຊ່ວຍ​ໃຫ້​ພົ້ນ.”</verse>
				<verse number="21">ຫົວໃຈ​ຂອງ​ຂ້ານ້ອຍ​ບວມຊໍ້າ​ຍ້ອນ​ປະຊາຊົນ​ຖືກ​ຢຽບຢໍ່າ​ໃດ ຂ້ານ້ອຍ​ໄວ້ທຸກ​ລະທົມ​ໃຈ​ເພາະ​ຖືກ​ກະທຳ​ໃຫ້​ທໍ້ແທ້.</verse>
				<verse number="22">ບໍ່ມີ​ຫວ້ານຢາ​ທີ່​ກີເລອາດ ບໍ່ມີ​ໝໍ​ຜູ້ໃດ​ປິ່ນປົວ​ໄດ້​ບໍ? ຖ້າດັ່ງນັ້ນ ເປັນຫຍັງ​ບາດແຜ​ຂອງ​ປະຊາຊົນ​ຈຶ່ງ​ປິ່ນປົວ​ບໍ່ໄດ້?</verse>
			</chapter>
			<chapter number="9">
				<verse number="1">“ຂ້ານ້ອຍ​ຢາກ​ໃຫ້​ຫົວ​ຂອງ​ຂ້ານ້ອຍ ເປັນ​ບໍ່​ນໍ້າພຸ​ບໍ່​ໜຶ່ງ​ເດ ແລະ​ຕາ​ຂອງ​ຂ້ານ້ອຍ​ກໍ​ຄືກັນ ເປັນ​ນໍ້າພຸ​ແຫ່ງ​ນໍ້າຕາ​ດ້ວຍ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ຮ້ອງໄຫ້​ທັງເວັນ​ທັງຄືນ ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ​ທີ່​ໄດ້​ຖືກ​ສັງຫານ​ຖິ້ມ.</verse>
				<verse number="2">ຂ້ານ້ອຍ​ຢາກ​ມີ​ບ່ອນ​ໜຶ່ງ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ທີ່​ຂ້ານ້ອຍ​ຫລົບ​ໜີ​ຈາກ​ປະຊາຊົນ​ຂອງ​ຂ້ານ້ອຍ​ໄດ້. ພວກເຂົາ​ລ້ວນແລ້ວ​ແຕ່​ເປັນ​ຄົນ​ຫລີ້ນຊູ້​ກັນ​ທັງໝົດ ເປັນ​ປະຊາຊົນ​ອັນ​ແໜ້ນໜາ​ທີ່​ກະບົດ​ຄົດລ້ຽວ.</verse>
				<verse number="3">ພວກເຂົາ​ຕຽມພ້ອມ​ທີ່​ຈະ​ເວົ້າ​ຕົວະ​ຢູ່​ສະເໝີ ຄວາມ​ບໍ່​ສັດຊື່​ແທນ​ຄວາມຈິງ​ປົກຄອງ​ດິນແດນ​ນີ້.” ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຂອງເຮົາ​ເຮັດ​ຊົ່ວ​ແລ້ວ​ເຮັດ​ຊົ່ວ​ອີກ ທັງ​ບໍ່ໄດ້​ຮັບຮູ້​ເຮົາ​ວ່າ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.”</verse>
				<verse number="4">ທຸກຄົນ​ຕ້ອງ​ເຝົ້າ​ຈ້ອງເບິ່ງ​ກັນ​ດ້ວຍ​ຄວາມສົງໄສ ແລະ​ບໍ່ມີ​ຜູ້ໃດ​ໄວ້ວາງໃຈ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ໄດ້; ພວກເຂົາ​ທຸກຄົນ​ຫລອກລວງ ເກັ່ງ​ຄື​ຢາໂຄບ​ຫລອກລວງ ທຸກຄົນ​ຕ່າງ​ກໍ​ປະຫັດປະຫານ​ໝູ່ເພື່ອນ​ຂອງຕົນ​ຖິ້ມ.</verse>
				<verse number="5">ພວກເຂົາ​ລ້ວນແຕ່​ເຮັດ​ໃຫ້​ໝູ່ເພື່ອນ​ຫລົງ​ຜິດ​ໄປ ບໍ່ມີ​ແມ່ນແຕ່​ຄົນດຽວ​ບອກ​ຄວາມຈິງ​ໃຫ້​ກັນ​ຮູ້; ພວກເຂົາ​ໄດ້​ຝຶກແອບ​ລີ້ນ​ຂອງ​ພວກເຂົາ​ໃຫ້​ເວົ້າ​ຕົວະ ພວກເຂົາ​ຈະ​ບໍ່​ຍອມ​ເຊົາ​ການບາບ​ຂອງ​ພວກເຂົາ. ພວກເຂົາ​ກໍ່​ຄວາມ​ຮຸນແຮງ​ຂຶ້ນ ແລະ​ກໍ່​ອີກ​ເທື່ອ​ໃໝ່ ແລະ​ກໍ່​ການ​ຫລອກລວງ​ຂຶ້ນ ແລະ​ກໍ່​ອີກ​ທີ. ພວກເຂົາ​ຕ່າງ​ກໍ​ພາກັນ​ປະຕິເສດ​ທີ່​ຈະ​ຮັບຮູ້​ເຮົາ ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ​ພວກເຂົາ​ປະຖິ້ມ​ພຣະອົງ​ແລ້ວ.</verse>
				<verse number="6"></verse>
				<verse number="7">ເພາະ​ເຫດ​ນີ້​ແຫຼະ ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ຫລອມ​ປະຊາຊົນ​ຂອງເຮົາ ດັ່ງ​ທີ່​ເຮົາ​ຫລອມ​ໂລຫະ ແລະ​ໃຫ້​ພວກເຂົາ​ປະເຊີນ​ກັບ​ການ​ທົດລອງ ມີ​ຫຍັງ​ແດ່​ທີ່​ຊ່ວຍເຫລືອ ເມື່ອ​ພວກເຂົາ​ມັກ​ເຮັດ​ຊົ່ວ?</verse>
				<verse number="8">ລີ້ນ​ພວກເຂົາ​ເປັນ​ດັ່ງ​ລູກທະນູ​ນຳ​ສູ່​ຄວາມຕາຍ ພວກເຂົາ​ເວົ້າຈາ​ປາໄສ​ຕົວະຍົວະ​ຢູ່​ເລື້ອຍໆ. ທຸກຄົນ​ເວົ້າ​ຕໍ່​ເພື່ອນບ້ານ​ຢ່າງ​ສັນ​ເພື່ອນມິດ​ທີ່​ດີ ແຕ່​ຈິດໃຈ​ແທ້ຈິງ ພັດ​ມີ​ອຸບາຍ​ກຳລັງ​ວາງ​ໄວ້.</verse>
				<verse number="9">ຈະ​ບໍ່​ໃຫ້​ເຮົາ​ລົງໂທດ​ພວກເຂົາ​ເພາະ​ສິ່ງນີ້​ບໍ? ຈະ​ບໍ່​ໃຫ້​ເຮົາ​ແກ້ແຄ້ນ​ບໍ ຊົນຊາດ​ທີ່​ເປັນ​ຢ່າງນີ້?” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="10">ຂ້ານ້ອຍ​ກ່າວ​ວ່າ, “ຂ້ານ້ອຍ​ຈະ​ໄວ້ທຸກ​ໃຫ້​ໜ່ວຍ​ພູເຂົາ ແລະ​ຮ້ອງໄຫ້​ຮໍ່າໄຮ​ໃຫ້​ທົ່ງຫຍ້າ​ດ້ວຍ ເພາະ​ມັນ​ໄດ້​ຫ່ຽວແຫ້ງ ແລະ​ຕາຍໄປ​ໝົດ ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປ​ຕາມ​ບ່ອນ​ທີ່​ກ່າວ​ນັ້ນ. ບໍ່ໄດ້ຍິນ​ສຽງ​ຝູງ​ສັດລ້ຽງ​ຮ້ອງ​ຕໍ່ໄປ​ອີກ​ເລີຍ ຝູງນົກ​ແລະ​ສັດປ່າ​ປົບໜີໄປ​ໝົດ​ສາ​ແລ້ວ.”</verse>
				<verse number="11">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ກອງ​ສິ່ງ​ເພພັງ ເປັນ​ບ່ອນ​ໜຶ່ງ​ທີ່​ຝູງ​ໝາປ່າ​ພາກັນ​ອາໄສ​ຢູ່; ເມືອງ​ຢູດາຍ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ບ່ອນ​ໜຶ່ງ​ຊຶ່ງ​ບໍ່ມີ​ຄົນ​ອາໄສ​ຢູ່.”</verse>
				<verse number="12">ຂ້ານ້ອຍ​ໄດ້​ຖາມ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ເປັນຫຍັງ​ດິນແດນ​ນີ້​ຈຶ່ງ​ຖືກ​ທຳລາຍ ແລະ​ແຫ້ງແລ້ງ​ດັ່ງ​ຖິ່ນ​ທຸລະກັນດານ ຈົນ​ວ່າ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ຜ່ານ​ໄປມາ​ເລີຍ? ຜູ້ໃດ​ແດ່​ສະຫລາດ​ພໍ​ທີ່​ຈະ​ເຂົ້າໃຈ​ເລື່ອງນີ້​ໄດ້? ພຣະອົງ​ໄດ້​ອະທິບາຍ​ໃຫ້​ຜູ້ໃດ​ຟັງ​ແດ່ ເພື່ອ​ລາວ​ຈະ​ບອກ​ຄົນອື່ນ​ໃຫ້​ຮູ້​ໄດ້?”</verse>
				<verse number="13">ພຣະເຈົ້າຢາເວ​ຈຶ່ງ​ຕອບ​ວ່າ, “ເຫດການ​ນີ້​ເກີດຂຶ້ນ ຍ້ອນ​ປະຊາຊົນ​ຂອງເຮົາ​ໄດ້​ປະຖິ້ມ​ຄຳສັ່ງສອນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຂົາ. ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ເຮົາ ຫລື​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກເຂົາ.</verse>
				<verse number="14">ແຕ່​ພວກເຂົາ​ຊໍ້າ​ດື້ດ້ານ ແລະ​ຂາບໄຫວ້​ຮູບ​ພະບາອານ ດັ່ງ​ພໍ່​ຂອງ​ພວກເຂົາ​ໄດ້​ສອນ​ໃຫ້​ພວກເຂົາ​ເຮັດ.</verse>
				<verse number="15">ສະນັ້ນ ຈົ່ງ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈະ​ເຮັດ​ດັ່ງນີ້: ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ກິນ​ພືດ​ຂົມ ແລະ​ດື່ມ​ຂອງ​ມີ​ພິດ.</verse>
				<verse number="16">ເຮົາ​ຈະ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ໃນ​ທ່າມກາງ​ບັນດາ​ຊົນຊາດ ຊຶ່ງ​ພວກເຂົາ​ເອງ​ແລະ​ບັນພະບຸລຸດ​ຂອງ​ພວກເຂົາ​ບໍ່ເຄີຍ​ໄດ້ຍິນ​ຊື່​ມາກ່ອນ; ແລະ​ເຮົາ​ຈະ​ສົ່ງ​ກອງທັບ​ທັງຫລາຍ​ມາ​ຕໍ່ສູ້​ພວກເຂົາ ຈົນກວ່າ​ເຮົາ​ໄດ້​ທຳລາຍ​ພວກເຂົາ​ຢ່າງ​ໝົດສິ້ນ.”</verse>
				<verse number="17">ພຣະເຈົ້າຢາເວ​ອົງ​ຊົງ​ຣິດ​ຍິ່ງໃຫຍ່​ກ່າວ​ວ່າ, “ຈົ່ງ​ຄິດ​ເບິ່ງ​ໃຫ້​ດີໆ ສິ່ງ​ທີ່​ກຳລັງ​ເກີດຂຶ້ນ​ມາ​ນັ້ນ ຈົ່ງ​ເອີ້ນ​ພວກ​ທີ່​ໄວ້ທຸກ​ໃຫ້​ພ້ອມ​ພາກັນ​ມາ ຈົ່ງ​ເອີ້ນ​ພວກ​ແມ່ຍິງ​ມາ​ຮ້ອງເພງ​ປົງສົບ​ກັນ​ເຖີດ.”</verse>
				<verse number="18">ແລ້ວ​ປະຊາຊົນ​ກໍໄດ້​ພາກັນ​ເວົ້າ​ວ່າ, “ຈົ່ງ​ບອກ​ພວກເຂົາ​ຟ້າວ​ຮ້ອງເພງ​ປົງສົບ​ໃຫ້​ສາ ຈົນກວ່າ​ເບົ້າຕາ​ພວກເຮົາ​ນັ້ນ​ເຕັມ​ດ້ວຍ​ນໍ້າຕາ ແລະ​ຂົນຕາ​ພວກເຮົາ​ປຽກຊຸ່ມ​ເພາະ​ຮ້ອງໄຫ້.”</verse>
				<verse number="19">ຈົ່ງ​ຟັງ​ສຽງ​ຮ້ອງໄຫ້​ທີ່​ເທິງ​ພູເຂົາ​ຊີໂອນ​ວ່າ, “ພວກເຮົາ​ຖືກ​ອັບອາຍ​ທີ່ສຸດ ໄພພິບັດ​ມາຮອດ ພວກເຮົາ​ຈຳ​ຕ້ອງ​ໜີ​ຈາກ​ດິນແດນ​ຂອງ​ພວກເຮົາ​ໄປ ບ້ານເຮືອນ​ຂອງ​ພວກເຮົາ​ກໍ​ຖືກ​ທຳລາຍ​ລົງ​ກ້ຽງ.”</verse>
				<verse number="20">ຂ້ານ້ອຍ​ກ່າວ​ວ່າ, “ພວກ​ແມ່ຍິງ​ເອີຍ ຈົ່ງ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ຈົ່ງ​ເອົາໃຈໃສ່​ຕໍ່​ຖ້ອຍຄຳ​ທີ່​ພຣະອົງ​ບອກສອນ​ພວກເຈົ້າ. ຈົ່ງ​ສັ່ງສອນ​ລູກສາວ​ພວກເຈົ້າ​ວ່າ​ຄວນ​ໄວ້ທຸກ​ຢ່າງ​ໃດ ຕະຫລອດ​ທັງ​ເພື່ອນໆ​ຂອງ​ພວກເຈົ້າ​ດ້ວຍ.</verse>
				<verse number="21">ທາງ​ປ່ອງຢ້ຽມ​ນັ້ນ​ຄວາມຕາຍ​ໄດ້​ຜ່ານ​ເຂົ້າມາ ເຂົ້າມາ​ເຖິງ​ຣາຊວັງ​ດ້ວຍ; ມັນ​ຟັນ​ພວກ​ເດັກນ້ອຍ​ຕາມ​ທ້ອງ​ຖະໜົນ​ຫົນທາງ ຟັນ​ຊາວ​ໜຸ່ມ​ທັງຫລາຍ​ຕາມ​ທ້ອງ​ຕະຫລາດ.</verse>
				<verse number="22">ຊາກສົບ​ຄົນຕາຍ​ເດຍລະດາດ​ຢູ່​ທຸກບ່ອນ ດັ່ງ​ກອງ​ຝຸ່ນ​ຖືກ​ປະ​ໄວ້​ຕາມ​ທ້ອງ​ທົ່ງນາ​ນັ້ນ ດັ່ງ​ຟ່ອນເຂົ້າ​ຖືກ​ຕັດ​ປະ​ໄວ້​ທາງ​ຫລັງ​ຄົນ​ເກັບກ່ຽວ ຊຶ່ງ​ບໍ່ມີ​ຜູ້ໃດ​ຮິບໂຮມ​ຟ່ອນເຂົ້າ​ເຫຼົ່ານັ້ນ​ໄວ້​ເລີຍ. ສິ່ງ​ນີ້ແຫລະ ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ຂ້ານ້ອຍ​ຟັງ ເພື່ອ​ສັ່ງ​ຂ້ານ້ອຍ​ໄປ​ເວົ້າ​ໃຫ້​ຄົນອື່ນ​ຟັງ​ຕໍ່.”</verse>
				<verse number="23">ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນ​ສະຫລາດ​ບໍ່ຄວນ​ອວດ ເຖິງ​ສະຕິປັນຍາ​ທີ່​ຕົນ​ມີ​ຢູ່​ນັ້ນ; ຄົນ​ແຂງແຮງ​ກໍ​ບໍ່ຄວນ​ອວດ​ເຖິງ​ເຮື່ອແຮງ​ຂອງຕົນ ຄົນຮັ່ງມີ​ກໍ​ບໍ່ຄວນ​ອວດ​ເຖິງ​ຊັບສົມບັດ​ຂອງຕົນ​ດ້ວຍ.</verse>
				<verse number="24">ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຢາກ​ອວດອ້າງ​ອອກ​ມາ ໃຫ້​ອວດ​ວ່າ​ຕົນ​ຮູ້ ແລະ​ເຂົ້າໃຈ​ເຮົາ​ກໍ​ດີກວ່າ ເພາະ​ເຮົາ​ຄື​ພຣະເຈົ້າຢາເວ​ຜູ້​ສຳແດງ​ຄວາມຮັກ​ທີ່​ໝັ້ນຄົງ ເຮົາ​ກະທຳ​ສິ່ງ​ທີ່​ທ່ຽງທຳ ແລະ​ສິ່ງ​ທີ່​ຖືກຕ້ອງ​ເທິງ​ແຜ່ນດິນ​ໂລກ. ແມ່ນ​ສິ່ງ​ເຫຼົ່ານັ້ນ​ແຫລະ ທີ່​ເຮັດ​ໃຫ້​ເຮົາ​ພໍໃຈ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="25">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຈະ​ລົງໂທດ​ປະຊາຊົນ​ເອຢິບ, ຢູດາ, ເອໂດມ, ອໍາໂມນ, ໂມອາບ ແລະ​ປະຊາຊົນ​ທີ່​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກ​ນີ້​ຕັດ​ຜົມ​ຂອງ​ພວກເຂົາ​ສັ້ນໆ. ປະຊາຊົນ​ເຫຼົ່ານີ້​ລ້ວນແຕ່​ໄດ້​ຮັບ​ພິທີຕັດ; ແຕ່​ບໍ່ມີ​ຜູ້ໃດ​ໄດ້​ຮັກສາ​ພັນທະສັນຍາ ທີ່​ພວກເຂົາ​ໄດ້​ເຮັດ​ໄວ້. ບໍ່ມີ​ຜູ້ໃດ​ໃນ​ປະຊາຊົນ​ເຫຼົ່ານີ້ ແລະ​ປະຊາຊົນ​ອິດສະຣາເອນ ໄດ້​ຮັກສາ​ພັນທະສັນຍາ​ຂອງເຮົາ​ເລີຍ.”</verse>
				<verse number="26"></verse>
			</chapter>
			<chapter number="10">
				<verse number="1">ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ມີ​ສຳລັບ​ພວກເຈົ້າ.</verse>
				<verse number="2">ພຣະເຈົ້າຢາເວ​ກ່າວ​ວ່າ, “ຢ່າ​ໃຊ້​ຊີວິດ​ຕາມ​ວິທີ​ຊົນຊາດ​ອື່ນ ຢ່າ​ໃຫ້​ສິ່ງ​ຜິດ​ປົກກະຕິ​ພາ​ໃຈ​ສະທ້ານ​ຢ້ານກົວ ຄື​ສິ່ງ​ທີ່​ເກີດຂຶ້ນ​ເທິງ​ຟ້າ​ສະຫວັນ ແມ່ນ​ວ່າ​ຊົນຊາດ​ອື່ນ​ສະທ້ານ​ຢ້ານກົວ​ກໍຕາມ.</verse>
				<verse number="3">ສາສະໜາ​ຂອງ​ຄົນ​ເຫຼົ່ານີ້​ໄຮ້ປະໂຫຍດ​ໝົດ ພວກເຂົາ​ປໍ້າ​ກົກໄມ້​ໃນ​ປ່າ ຊ່າງ​ກໍ​ແກະສະຫລັກ​ທ່ອນ​ໄມ້</verse>
				<verse number="4">ແລ້ວ​ພວກເຂົາ​ກໍໄດ້​ເອົາ​ເງິນຄຳ​ມາ​ຕົບແຕ່ງ ພວກເຂົາ​ໄດ້​ໃຊ້​ຕະປູ​ຕອກ​ຈັບ​ໄວ້​ເພື່ອ​ບໍ່​ໃຫ້​ລົ້ມລົງ.</verse>
				<verse number="5">ຮູບເຄົາຣົບ​ນີ້ ຄື​ເປັນ​ດັ່ງ​ຫຸ່ນ​ທີ່​ສວນ​ໝາກແຕງໂມ ຊຶ່ງ​ສາມາດ​ເວົ້າຈາ ຫລື​ປາໄສ​ຫຍັງ​ບໍ່ໄດ້; ຄົນ​ຕ້ອງ​ຫາມ​ຍົກຍ້າຍ​ເພາະ​ມັນ​ຍ່າງ​ບໍ່​ເປັນ ຢ່າສູ່​ຢ້ານກົວ​ຮູບເຄົາຣົບ​ເຫຼົ່ານີ້​ເທາະ ເພາະ​ມັນ​ທຳຮ້າຍ​ພວກເຈົ້າ​ບໍ່ໄດ້​ເລີຍ ມັນ​ບໍ່​ເຮັດ​ຫຍັງ​ດີ​ໃຫ້​ແກ່​ພວກເຈົ້າ​ໄດ້​ດ້ວຍ.”</verse>
				<verse number="6">ຂ້າແດ່​ພຣະເຈົ້າຢາເວ ບໍ່ມີ​ພຣະເຈົ້າ​ອື່ນໃດ​ແລ້ວ​ຄື​ພຣະອົງ ພຣະອົງ​ຊົງ​ຍິ່ງໃຫຍ່​ແລະ​ພຣະນາມ​ຂອງ​ພຣະອົງ​ກໍ​ຊົງ​ມີ​ຣິດເດດ​ອຳນາດ​ອັນ​ຍິ່ງໃຫຍ່.</verse>
				<verse number="7">ຜູ້ໃດ​ແດ່​ບໍ່​ຍ້ອງຍໍ​ໃຫ້ກຽດ? ກະສັດ​ທຸກ​ຊົນຊາດ​ເອີຍ ພຣະອົງ​ເປັນ​ຜູ້​ສົມຄວນ​ຈະ​ໄດ້​ຮັບ​ກຽດຕິຍົດ. ທ່າມກາງ​ພວກ​ນັກປາດ​ຂອງ​ຊົນຊາດ​ທັງຫລາຍ ໃນ​ບັນດາ​ກະສັດ​ຂອງ​ພວກເຂົາ​ບໍ່ມີ​ຜູ້ໃດ​ຄື​ພຣະອົງ​ໄດ້.</verse>
				<verse number="8">ພວກເຂົາ​ທັງໝົດ​ນັ້ນ​ໂງ່ຈ້າ ແລະ​ງົມງາຍ ພວກເຂົາ​ຮຽນຮູ້​ຫຍັງ​ແດ່​ຈາກ​ຮູບເຄົາຣົບ​ທີ່​ເປັນ​ໄມ້?</verse>
				<verse number="9">ຮູບເຄົາຣົບ​ພວກເຂົາ​ໂອບ​ດ້ວຍ​ເງິນ​ຈາກ​ຕາກຊິດ ໂອບ​ດ້ວຍ​ຄຳ​ທີ່​ຖືກ​ນຳ​ມາ​ຈາກ​ແດນ​ອູຟາດ ຊຶ່ງ​ລ້ວນແຕ່​ແຕ້ມ​ດ້ວຍ​ສີມື​ຂອງ​ນັກ​ສິນລະປິນ ພວກເຂົາ​ນຸ່ງ​ເຄື່ອງ​ງົດງາມ​ໃຫ້​ຮູບເຄົາຣົບ​ເຫຼົ່ານັ້ນ ເປັນ​ສີແດງແຈດ​ແລະ​ສີມ່ວງ​ຢ່າງດີ ຊຶ່ງ​ຊ່າງ​ຜູ້​ຊຳນິ​ຊຳນານ​ຕໍ່າ​ອອກ​ມາ​ໃຫ້.</verse>
				<verse number="10">ແຕ່​ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ແຫ່ງ​ຄວາມຈິງ ພຣະອົງ​ຊົງ​ເປັນ​ຊີວິດ​ແລະ​ເປັນ​ກະສັດ​ຕະຫລອດໄປ. ເມື່ອ​ພຣະອົງ​ໂກດຮ້າຍ ໂລກນີ້​ກໍ​ສະທ້ານ​ຫວັ່ນໄຫວ ທຸກ​ຊົນຊາດ​ບໍ່​ອາດ​ທົນທານ​ຕໍ່​ຄວາມ​ໂກດຮ້າຍຂອງ​ພຣະອົງ​ໄດ້. (</verse>
				<verse number="11">ພວກເຈົ້າ​ຕ້ອງ​ບອກ​ພວກເຂົາ​ວ່າ ບັນດາ​ພະ​ທີ່​ບໍ່ໄດ້​ສ້າງ​ຟ້າ​ສະຫວັນ ​ແລະ​ແຜ່ນດິນ​ໂລກ​ນັ້ນ ພະ​ເຫຼົ່ານັ້ນ​ຈະ​ຖືກ​ທຳລາຍ​ໝົດ. ພວກເຂົາ​ຈະ​ບໍ່ມີ​ບ່ອນຢູ່​ໃນ​ແຜ່ນດິນ​ໂລກ​ແລະ​ໃຕ້​ຟ້າ​ນີ້​ອີກ​ຕໍ່ໄປ.)</verse>
				<verse number="12">ພຣະເຈົ້າ​ສ້າງ​ແຜ່ນດິນ​ໂລກ​ໂດຍ​ຣິດທານຸພາບ ໂດຍ​ພຣະ​ປັນຍາ​ໄດ້​ສ້າງ​ໂລກ​ແລະ​ກາງ​ຟ້າ​ສະຫວັນ​ອອກ.</verse>
				<verse number="13">ໂດຍ​ພຣະ​ຄຳສັ່ງ ນໍ້າ​ທີ່​ເທິງ​ຟ້າ​ສະຫວັນ ດັງ​ຄຶກຄະນອງ ນຳ​ກ້ອນເມກ​ມາ​ຈາກ​ສົ້ນສຸດ​ຂອງ​ແຜ່ນດິນ​ໂລກ. ພຣະອົງ​ໃຫ້​ຟ້າ​ແມບເຫລື້ອມ​ໃນ​ທ່າມກາງ​ສາຍຝົນ ແລະ​ສົ່ງ​ລົມ​ໃຫ້​ພັດ​ມາ​ຈາກ​ຄັງ​ຂອງ​ພຣະອົງ​ນັ້ນ.</verse>
				<verse number="14">ເມື່ອ​ເບິ່ງ​ສິ່ງ​ນີ້ ຄົນ​ຊ່າງ​ໂງ່ຈ້າ ແລະ​ບໍ່​ເຂົ້າໃຈ; ຄື​ພວກ​ທີ່​ເຮັດ​ຮູບເຄົາຣົບ ກໍ​ງົມງາຍ​ກັນ​ທັງນັ້ນ ເພາະ​ບັນດາ​ພະ​ທີ່​ພວກເຂົາ​ໄດ້​ເຮັດ​ຂຶ້ນ​ມາ ລ້ວນແຕ່​ເປັນ​ພະ​ຈອມປອມ​ແລະ​ບໍ່ມີ​ຊີວິດ.</verse>
				<verse number="15">ມັນ​ບໍ່ມີ​ຄຸນຄ່າ​ແລະ​ຕ້ອງ​ຖືກ​ຫຍໍ້ຫຍັນ ເມື່ອ​ພຣະອົງ​ມາ​ຈັດການ​ມັນ​ຈະ​ຖືກ​ທຳລາຍ.</verse>
				<verse number="16">ພຣະເຈົ້າ​ຂອງ​ຢາໂຄບ ບໍ່​ຄື​ພະ​ເຫຼົ່ານີ້​ເລີຍ ຊົງ​ເປັນ​ຜູ້​ສ້າງ​ສັບພະທຸກສິ່ງ​ໃນ​ຈັກກະວານ​ນີ້. ພຣະອົງ​ໄດ້​ເລືອກ​ອິດສະຣາເອນ​ໃຫ້​ເປັນ​ຂອງ​ພຣະອົງ ນາມຊື່​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.</verse>
				<verse number="17">ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ພວກເຈົ້າ​ຖືກ​ປິດລ້ອມ​ສາ​ແລ້ວ ຈົ່ງ​ເກັບ​ເອົາ​ເຄື່ອງຂອງ​ທີ່​ພວກເຈົ້າ​ມີ​ຢູ່.</verse>
				<verse number="18">ເພາະ​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ, “ເຮົາ​ກຳລັງ​ຈະ​ໂຍນ​ພວກເຈົ້າ​ອອກໄປ​ຈາກ​ດິນແດນ​ນີ້; ເຮົາ​ກຳລັງ​ຈະ​ຢຽບຢໍ່າ​ພວກເຈົ້າ​ລົງ ຈົນ​ບໍ່ມີ​ຜູ້ໃດ​ເຫລືອຢູ່.”</verse>
				<verse number="19">ປະຊາຊົນ​ນະຄອນ​ເຢຣູຊາເລັມ​ໄດ້​ຮ້ອງ​ອອກ​ມາ​ວ່າ, “ພວກເຮົາ​ຖືກ​ທຳຮ້າຍ​ໜັກ​ສໍ່າໃດ​ແລ້ວ ບາດແຜ​ຂອງ​ພວກເຮົາ​ນັ້ນ​ຈະ​ປິ່ນປົວ​ບໍ່​ດີ ເປັນ​ຄວາມ​ທົນທຸກ​ທີ່​ພວກເຮົາ​ຄິດວ່າ​ຕ້ອງ​ທົນ​ສູ້.</verse>
				<verse number="20">ຜ້າເຕັນ​ຂອງ​ພວກເຮົາ​ຖືກ​ທຳລາຍ​ເຊືອກ​ກໍ​ຂາດ​ໝົດ ລູກໆ​ພວກເຮົາ​ຈຳ​ຕ້ອງ​ພາກ​ຈາກ​ພວກເຮົາ​ໄປສິ້ນ; ຈຶ່ງ​ບໍ່ມີ​ຜູ້ໃດ​ຊ່ວຍ​ຍົກ​ຜ້າເຕັນ​ລົ້ມ​ນັ້ນ​ຂຶ້ນ​ມາ ບໍ່ມີ​ຜູ້ໃດ​ເກາະ​ຜ້າກັ້ງ​ຜ້າເຕັນ​ຂຶ້ນ​ຊ່ວຍ.”</verse>
				<verse number="21">ຂ້ານ້ອຍ​ຕອບ​ວ່າ, “ພວກ​ຜູ້ນຳ​ຂອງ​ພວກເຮົາ​ເປັນ​ຄົນ​ໂງ່ຈ້າ​ທີ່ສຸດ ແລະ​ບໍ່ໄດ້​ຮ້ອງຂໍ​ພຣະເຈົ້າຢາເວ​ນຳພາ. ດ້ວຍເຫດນີ້ ພວກເຂົາ​ຈຶ່ງ​ໄດ້​ພາກັນ​ລົ້ມລົງ ປະຊາຊົນ​ຂອງ​ພວກເຮົາ​ຈຶ່ງ​ໄດ້​ແຕກ​ຊະຊາຍ​ໄປສິ້ນ.</verse>
				<verse number="22">ຂ່າວລື​ມາຮອດ​ແລ້ວ ຈົ່ງ​ພາກັນ​ຟັງ​ເອົາ ມີ​ສຽງ​ວຸ້ນວາຍ​ໃຫຍ່​ໃນ​ຊົນຊາດ​ທາງ​ທິດເໜືອ​ພຸ້ນ; ກອງທັບ​ຂອງ​ພວກເຂົາ​ຈະ​ປ່ຽນ​ເມືອງ​ຂອງ​ຢູດາຍ ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ໝາປ່າ​ຢູ່.”</verse>
				<verse number="23">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮູ້​ວ່າ ຊີວິດ​ຂອງ​ມະນຸດ​ບໍ່ໄດ້​ຢູ່​ທີ່​ຕົວເຂົາ ບໍ່ມີ​ຜູ້ໃດ​ຄວບຄຸມ​ຊີວິດ​ຂອງ​ຕົນເອງ​ໄດ້.</verse>
				<verse number="24">ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ສອນ​ປະຊາຊົນ​ຂອງ​ພຣະອົງ ແຕ່​ຢ່າ​ຮຸນແຮງ​ເກີນໄປ​ຕໍ່​ພວກເຂົາ ຫລື​ຢ່າ​ລົງໂທດ​ພວກເຂົາ​ເທາະ ເມື່ອ​ພຣະອົງ​ໂກດຮ້າຍ ອັນ​ນັ້ນ​ກໍ​ເທົ່າ​ຈຸດຈົບ​ຂອງ​ພວກ​ຂ້ານ້ອຍ​ສາ​ແລ້ວ.</verse>
				<verse number="25">ຈົ່ງ​ໃຫ້​ຄວາມ​ໂກດຮ້າຍ​ຫັນໄປ​ສູ່​ຊົນຊາດ​ອື່ນ​ສາ ຄື​ຊົນຊາດ​ທັງຫລາຍ​ທີ່​ບໍ່​ນະມັດສະການ​ພຣະເຈົ້າ ແລະ​ຫັນໄປ​ສູ່​ປະຊາຊົນ​ທີ່​ໄດ້​ປະຖິ້ມ​ພຣະອົງ​ໄປ ພວກເຂົາ​ໄດ້​ສັງຫານ​ປະຊາຊົນ​ຂອງ​ພຣະເຈົ້າ ພວກເຂົາ​ໄດ້​ທຳລາຍ​ພວກ​ຂ້ານ້ອຍ​ໃຫ້​ດັບສູນໄປ ແລະ​ປ່ອຍ​ໃຫ້​ດິນແດນ​ຕ້ອງ​ເພພັງ​ຮົກຮ້າງ.</verse>
			</chapter>
			<chapter number="11">
				<verse number="1">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້ານ້ອຍ​ວ່າ,</verse>
				<verse number="2">“ຈົ່ງ​ຟັງ​ເນື້ອແທ້​ຂອງ​ພັນທະສັນຍາ. ຈົ່ງ​ບອກ​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ</verse>
				<verse number="3">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໄດ້​ສາບແຊ່ງ​ທຸກໆ​ຄົນ​ທີ່​ບໍ່ໄດ້​ປະຕິບັດ​ຕາມ​ພັນທະສັນຍາ​ນີ້.</verse>
				<verse number="4">ມັນ​ແມ່ນ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ສະໄໝ​ທີ່​ເຮົາ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ຄື​ດິນແດນ ຊຶ່ງ​ເປັນ​ດັ່ງ​ເຕົາຫລອມ​ເຫຼັກ​ສຳລັບ​ພວກເຂົາ. ເຮົາ​ໄດ້​ບອກ​ພວກເຂົາ​ໃຫ້​ເຊື່ອຟັງ​ເຮົາ ແລະ​ໃຫ້​ກະທຳ​ທຸກຢ່າງ​ທີ່​ເຮົາ​ໄດ້​ສັ່ງ. ເຮົາ​ໄດ້​ບອກ​ພວກເຂົາ​ວ່າ​ຖ້າ​ພວກເຂົາ​ເຊື່ອຟັງ ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="5">ແລ້ວ​ເຮົາ​ກໍ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ທີ່​ວ່າ ຈະ​ມອບ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ ດັ່ງ​ທີ່​ພວກເຂົາ​ໄດ້​ຮັບ​ແລ້ວ​ໃນ​ທຸກ​ວັນ​ນີ້.” ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຖືກຕ້ອງ​ແລ້ວ.”</verse>
				<verse number="6">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ໄປ​ທີ່​ເມືອງ​ຂອງ​ຢູດາຍ ແລະ​ໄປ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ໃນ​ນະຄອນ​ເຢຣູຊາເລັມ. ຈົ່ງ​ປະກາດ​ຖ້ອຍຄຳ​ຂອງເຮົາ​ຢູ່​ທີ່​ນັ້ນ ແລະ​ບອກ​ປະຊາຊົນ​ໃຫ້​ຟັງ​ເນື້ອແທ້​ຂອງ​ພັນທະສັນຍາ ແລະ​ໃຫ້​ພວກເຂົາ​ປະຕິບັດ​ຕາມ.</verse>
				<verse number="7">ເມື່ອ​ເຮົາ​ໄດ້​ນຳ​ບັນພະບຸລຸດ​ຂອງ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ເຮົາ​ໄດ້​ເຕືອນ​ພວກເຂົາ​ຢ່າງ​ເດັດຂາດ​ໃຫ້​ເຊື່ອຟັງ​ເຮົາ ແລະ​ເຮົາ​ໄດ້​ສືບຕໍ່​ເຕືອນ​ພວກເຂົາ​ຈົນເຖິງ​ທຸກ​ວັນນີ້.</verse>
				<verse number="8">ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ ຫລື​ປະຕິບັດ​ຕາມ​ນັ້ນ​ເລີຍ. ພວກເຂົາ​ທຸກຄົນ​ຊໍ້າ​ໄດ້​ສືບຕໍ່​ດື້ດ້ານ ແລະ​ເຮັດ​ຊົ່ວ​ເໝືອນ​ເດີມ. ເຮົາ​ໄດ້​ສັ່ງ​ພວກເຂົາ​ໃຫ້​ຮັກສາ​ພັນທະສັນຍາ, ແຕ່​ພວກເຂົາ​ພັດ​ປະຕິເສດ. ດັ່ງນັ້ນ ເຮົາ​ຈຶ່ງ​ນຳ​ເອົາ​ໂທດກຳ​ທັງໝົດ​ທີ່​ໄດ້​ກ່າວ​ໄວ້​ໃນ​ພັນທະສັນຍາ​ນັ້ນ​ມາ​ສູ່​ພວກເຂົາ.”</verse>
				<verse number="9">ຕໍ່ມາ ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ກຳລັງ​ກະບົດ​ຕໍ່ສູ້​ເຮົາ.</verse>
				<verse number="10">ພວກເຂົາ​ໄດ້​ກັບຄືນ​ໄປ​ເຮັດ​ບາບ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດ​ນັ້ນ ຄື​ພວກເຂົາ​ບໍ່​ຍອມ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ບອກ, ແຕ່​ພວກເຂົາ​ໄດ້​ຂາບໄຫວ້​ບັນດາ​ພະອື່ນ. ທັງສອງ​ຄື​ອິດສະຣາເອນ​ແລະ​ຢູດາ ຕ່າງ​ກໍ​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ.</verse>
				<verse number="11">ສະນັ້ນ ເຮົາ​ຄື​ພຣະເຈົ້າຢາເວ​ຈຶ່ງ​ເຕືອນ​ພວກເຂົາ​ວ່າ ເຮົາ​ກຳລັງ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ແລະ​ພວກເຂົາ​ຈະ​ຫລົບຫລີກ​ໜີໄປ​ບໍ່ໄດ້. ເມື່ອ​ພວກເຂົາ​ຮ້ອງຂໍ​ເຮົາ​ໃຫ້​ຊ່ວຍເຫລືອ ເຮົາ​ຈະ​ບໍ່​ຟັງ​ສຽງ​ຂອງ​ພວກເຂົາ.</verse>
				<verse number="12">ແລ້ວ​ປະຊາຊົນ​ຢູດາ​ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ກໍ​ຈະ​ໄປ​ຮ້ອງໄຫ້ ເພື່ອ​ຂໍ​ຄວາມ​ຊ່ວຍເຫລືອ​ນຳ​ບັນດາ​ພະ​ທີ່​ພວກເຂົາ​ຖວາຍບູຊາ​ໃຫ້, ແຕ່​ພະ​ເຫຼົ່ານັ້ນ​ຈະ​ບໍ່​ສາມາດ​ຊ່ວຍເຫລືອ​ພວກເຂົາ​ໄດ້​ເລີຍ ເມື່ອ​ໄພພິບັດ​ມາເຖິງ.</verse>
				<verse number="13">ປະຊາຊົນ​ຢູດາ​ມີ​ພະ​ຫລາຍ​ເທົ່າ​ກັບ​ເມືອງ​ທັງຫລາຍ​ທີ່​ຕົນ​ມີ​ຢູ່ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ກໍ​ຕັ້ງ​ແທ່ນ​ຂຶ້ນ​ເພື່ອ​ຖວາຍບູຊາ​ແກ່​ພະບາອານ ຫລາຍ​ເທົ່າ​ກັບ​ມີ​ຖະໜົນ​ຫົນທາງ​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="14">ເຢເຣມີຢາ​ເອີຍ ເຈົ້າ​ຢ່າ​ພາວັນນາ​ອະທິຖານ ຫລື​ຂໍຮ້ອງ​ນຳ​ເຮົາ​ເພື່ອ​ປະຊາຊົນ​ເຫຼົ່ານີ້​ເລີຍ. ເມື່ອ​ພວກເຂົາ​ຕົກທຸກ​ໄດ້ຍາກ ແລະ​ຮ້ອງຂໍ​ເຮົາ​ໃຫ້​ຊ່ວຍເຫລືອ ເຮົາ​ຈະ​ບໍ່​ຟັງ​ສຽງ​ຂອງ​ພວກເຂົາ.”</verse>
				<verse number="15">ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຜູ້​ທີ່​ເຮົາ​ຮັກ​ກຳລັງ​ເຮັດ​ຊົ່ວ. ພວກເຂົາ​ມີ​ສິດ​ຫຍັງ​ຈຶ່ງ​ມາ​ຢູ່​ໃນ​ວິຫານ​ຂອງເຮົາ? ພວກເຂົາ​ຄິດວ່າ​ຈະ​ໜີພົ້ນ​ຈາກ​ຄວາມ​ຈິບຫາຍ​ໄດ້ ດ້ວຍ​ຄຳສັນຍາ​ຕ່າງໆ ແລະ​ດ້ວຍ​ເຜົາ​ສັດ​ຖວາຍບູຊາ​ບໍ? ພວກເຂົາ​ຄິດວ່າ​ຈະ​ໄດ້​ມີ​ຄວາມສຸກ​ກັບ​ສິ່ງນັ້ນ​ຊັ້ນບໍ?</verse>
				<verse number="16">ຄັ້ງໜຶ່ງ ເຮົາ​ໄດ້​ເອີ້ນ​ພວກເຂົາ​ວ່າ ກົກ​ໝາກກອກເທດ​ທີ່​ມີ​ໃບ​ຂຽວງາມ​ດີ ແລະ​ມີ​ໝາກ​ງາມ​ເຕັມ​ກົກ, ແຕ່​ບັດນີ້​ໃນ​ທ່າມກາງ​ສຽງ​ຟ້າຮ້ອງ​ຢ່າງ​ຄຶກຄະນອງ ເຮົາ​ຈະ​ມາ​ເພື່ອ​ຈູດ​ໃບ​ແລະ​ຫັກ​ງ່າ​ຂອງ​ມັນ​ຖິ້ມ.</verse>
				<verse number="17">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ປູກຝັງ​ອິດສະຣາເອນ ແລະ​ຢູດາ, ແຕ່​ບັດນີ້​ເຮົາ​ນາບຂູ່​ພວກເຂົາ​ດ້ວຍ​ຄວາມ​ຈິບຫາຍ. ພວກເຂົາ​ໄດ້​ນຳ​ເອົາ​ຄວາມ​ຈິບຫາຍ​ນີ້​ມາ​ສູ່​ພວກ​ເຂົາເອງ​ຍ້ອນ​ໄດ້​ເຮັດ​ຜິດ; ພວກເຂົາ​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ໂດຍ​ຖວາຍບູຊາ​ແກ່​ພະບາອານ.”</verse>
				<verse number="18">ພຣະເຈົ້າຢາເວ​ໄດ້​ແຈ້ງ​ໃຫ້​ຂ້າພະເຈົ້າ​ຮູ້​ເຖິງ​ແຜນການ​ທີ່​ເຫຼົ່າ​ສັດຕູ​ກຳລັງ​ວາງ​ໄວ້​ຕໍ່ສູ້​ຂ້າພະເຈົ້າ.</verse>
				<verse number="19">ຂ້າພະເຈົ້າ​ເປັນ​ດັ່ງ​ລູກແກະ​ຄຳຮູ້​ໂຕໜຶ່ງ​ທີ່​ຖືກ​ນຳ​ອອກ​ໄປ​ຂ້າ ແລະ​ຂ້າພະເຈົ້າ​ກໍ​ບໍ່​ຮູ້​ເລີຍ​ວ່າ​ພວກເຂົາ​ຄິດ​ແຜນຮ້າຍ​ນັ້ນ ເພື່ອ​ຕໍ່ສູ້​ຂ້າພະເຈົ້າ. ພວກເຂົາ​ເວົ້າ​ວ່າ, “ໃຫ້​ປໍ້າ​ກົກໄມ້​ລົງ​ສາ ໃນ​ຂະນະທີ່​ມັນ​ຍັງ​ແຂງແຮງ​ດີ; ໃຫ້​ຂ້າ​ມັນ​ເສຍ​ເພື່ອ​ຈະ​ບໍ່ມີ​ຜູ້ໃດ​ລະນຶກເຖິງ​ມັນ​ອີກ​ຕໍ່ໄປ.”</verse>
				<verse number="20">ແລ້ວ​ຂ້າພະເຈົ້າ​ກໍ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເອີຍ ພຣະອົງ​ເປັນ​ຜູ້​ພິພາກສາ​ທີ່​ທ່ຽງທຳ; ພຣະອົງ​ທົດສອບ​ເບິ່ງ​ຄວາມ​ນຶກຄິດ​ກັບ​ຄວາມ​ຮູ້ສຶກ​ຂອງ​ຄົນ​ທັງຫລາຍ. ຂ້ານ້ອຍ​ຂໍ​ມອບ​ເລື່ອງ​ຂອງ​ຂ້ານ້ອຍ​ໄວ້​ໃນ​ມື​ຂອງ​ພຣະອົງ. ດັ່ງນັ້ນ ຂໍໂຜດ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ພຣະອົງ​ແກ້ແຄ້ນ​ຄົນ​ເຫຼົ່ານີ້​ດ້ວຍ​ເຖີດ.”</verse>
				<verse number="21">ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ຊາວ​ອານາທົດ​ຕ້ອງການ​ໃຫ້​ຂ້າພະເຈົ້າ​ຖືກ​ຂ້າ ແລະ​ພວກເຂົາ​ກໍ​ບອກ​ວ່າ, ພວກເຂົາ​ຈະ​ຂ້າ​ຂ້າພະເຈົ້າ​ເສຍ ຖ້າ​ຂ້າພະເຈົ້າ​ຍັງ​ສືບຕໍ່​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ຢູ່.</verse>
				<verse number="22">ສະນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈຶ່ງ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ລົງໂທດ​ພວກເຂົາ ຊາຍໜຸ່ມ​ຂອງ​ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ; ລູກ​ຂອງ​ພວກເຂົາ​ຈະ​ອຶດຫິວ​ຕາຍ.</verse>
				<verse number="23">ເຮົາ​ໄດ້​ຕັ້ງ​ເວລາ​ໄວ້​ແລ້ວ ເພື່ອ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ຊາວ​ອານາທົດ ແລະ​ເມື່ອ​ເວລາ​ນັ້ນ​ມາເຖິງ ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ລອດຊີວິດ​ຢູ່​ເລີຍ.”</verse>
			</chapter>
			<chapter number="12">
				<verse number="1">“ຂ້າແດ່​ພຣະເຈົ້າຢາເວ ຖ້າ​ຂ້ານ້ອຍ​ຖົກຖຽງ​ຄະດີ​ກັບ​ພຣະອົງ ພຣະອົງ​ກໍ​ຈະ​ພິສູດ​ວ່າ​ພຣະອົງ​ເປັນ​ຝ່າຍ​ຖືກຕ້ອງ. ແຕ່​ຂ້ານ້ອຍ​ຕ້ອງ​ຖາມ​ພຣະອົງ​ເຖິງ​ຄວາມ​ຍຸດຕິທຳ ເປັນຫຍັງ​ຄົນຊົ່ວ​ຈຶ່ງ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ແທ້? ເປັນຫຍັງ​ຄົນ​ບໍ່​ສັດຊື່ ຄົນ​ຂີ້ສໍ້​ຂີ້ໂກງ ຈຶ່ງ​ໄດ້​ຮັບ​ຜົນ​ສຳເລັດ​ໃນ​ຊີວິດ?</verse>
				<verse number="2">ພຣະອົງ​ປູກ​ພວກເຂົາ​ໄວ້ ແລະ​ພວກເຂົາ​ກໍ​ຢັ່ງຮາກ​ລົງ ພວກເຂົາ​ໃຫຍ່​ຂຶ້ນ​ມາ ແລະ​ເກີດດອກ​ອອກຜົນ​ທັງນັ້ນ. ພວກເຂົາ​ເວົ້າຈາ​ຊົມເຊີຍ​ກ່ຽວກັບ​ພຣະອົງ​ຢູ່​ສະເໝີ ແຕ່​ໃນ​ໃຈ​ຂອງ​ພວກເຂົາ​ພັດ​ບໍ່​ສົນໃຈ​ພຣະອົງ.</verse>
				<verse number="3">ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ຮູ້​ຂ້ານ້ອຍ​ດີ ເຫັນ​ສິ່ງ​ທີ່​ຂ້ານ້ອຍ​ກະທຳ ແລະ​ຮູ້​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ​ດ້ວຍ. ຈົ່ງ​ດຶງ​ຄົນຊົ່ວ​ອອກ​ມາ​ເບິ່ງດູ ດັ່ງ​ດຶງ​ແກະ​ໄປ​ຂ້າ ຈົ່ງ​ເຝົ້າເບິ່ງ​ພວກເຂົາ​ຈົນກວ່າ​ພວກເຂົາ​ຖືກ​ຂ້າ​ຖິ້ມ.</verse>
				<verse number="4">ດິນແດນ​ນັ້ນ​ຈະ​ແຫ້ງແລ້ງ​ຢູ່​ຢ່າງນີ້​ບໍ? ຫຍ້າ​ຕາມ​ທົ່ງນາ​ຈະ​ແຫ້ງ​ຢູ່​ຢ່າງນີ້​ດົນ​ປານໃດ? ຝູງສັດ ຝູງນົກ​ລົ້ມ​ຕາຍ​ຍ້ອນ​ປະຊາຊົນ​ຊົ່ວຊາມ ຄື​ຜູ້​ທີ່​ເວົ້າ​ວ່າ, ‘ພຣະເຈົ້າ​ບໍ່​ເຫັນ​ພວກເຮົາ​ເຮັດ​ດອກ.”’</verse>
				<verse number="5">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຖ້າ​ເຈົ້າ​ເມື່ອຍ​ແລ່ນແຂ່ງ​ກັບ​ຄົນ ເຮັດ​ຈັ່ງໃດ​ເຈົ້າ​ຈະ​ແລ່ນແຂ່ງ​ກັບ​ໂຕ​ມ້າ​ໄດ້? ຖ້າ​ຢືນ​ຢູ່​ໃນ​ເມືອງ​ທີ່​ເປີດແປນ​ບໍ່ໄດ້ ເຈົ້າ​ຈະ​ບຸ​ປ່າ​ທີ່​ລຸ່ມ​ແມ່ນໍ້າ​ຈໍແດນ​ໄດ້​ຈັ່ງໃດ?</verse>
				<verse number="6">ແມ່ນແຕ່​ອ້າຍ​ເອື້ອຍ​ນ້ອງ​ຂອງເຈົ້າ​ກໍ​ຍັງ​ຫັກຫລັງ ພວກເຂົາ​ເຂົ້າ​ຮ່ວມກຸ່ມ​ເພື່ອ​ໂຈມຕີ​ຕໍ່ສູ້​ເຈົ້າ. ເຖິງ​ວ່າ​ພວກເຂົາ​ເວົ້າ​ຢ່າງ​ເພື່ອນມິດ​ກໍຕາມ ຢ່າ​ວາງໃຈເຊື່ອ​ທັງ​ຢ່າ​ເວົ້າ​ຄຳ​ໃດໆ​ກັບ​ພວກເຂົາ​ດ້ວຍ.”</verse>
				<verse number="7">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ປະຖິ້ມ​ຊົນຊາດ​ອິດສະຣາເອນ ເຮົາ​ໄດ້​ໂຍນ​ຊົນຊາດ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ. ເຮົາ​ໄດ້​ມອບ​ປະຊາຊົນ​ທີ່​ເຮົາ​ຮັກແພງ​ຫລາຍ ໄວ້​ໃນ​ເງື້ອມມື​ໃຕ້​ອຳນາດ​ຂອງ​ສັດຕູ​ສາ​ແລ້ວ.</verse>
				<verse number="8">ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກ​ນັ້ນ​ຫັນ​ມາ​ຕໍ່ສູ້​ເຮົາ ເໝືອນ​ດັ່ງ​ໂຕສິງ​ຢູ່​ໃນ​ປ່າດົງ​ພົງໄພ​ນັ້ນ ຕ່າງ​ກໍ​ຮ້ອງ​ແຜດສຽງ​ໃສ່​ເຮົາ ດັ່ງນັ້ນ ເຮົາ​ຈຶ່ງ​ກຽດຊັງ​ພວກເຂົາ.</verse>
				<verse number="9">ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກ​ນັ້ນ​ຄື​ນົກ​ໂຕໜຶ່ງ ຖືກ​ຝູງ​ແຫລວ​ຫຸ້ມລ້ອມ​ໂຈມຕີ​ທຸກ​ດ້ານ​ທຸກ​ແຈ. ຈົ່ງ​ໃຫ້​ຄົນ​ເອີ້ນ​ເອົາ​ສັດປ່າ​ທັງຫລາຍ​ມາ ຮ່ວມ​ສັງສັນ​ໃນ​ງານກິນລ້ຽງ​ເທາະ</verse>
				<verse number="10">ຜູ້​ປົກຄອງ​ຕ່າງດ້າວ​ທຳລາຍ​ສວນອະງຸ່ນ​ຂອງເຮົາ ພວກເຂົາ​ຢຽບຢໍ່າ​ທົ່ງນາ​ຂອງເຮົາ​ລົງ​ສາ​ແລ້ວ; ພວກເຂົາ​ໄດ້​ພາກັນ​ປ່ຽນ​ດິນແດນ​ທີ່​ໜ້າຮັກ​ຂອງເຮົາ ໃຫ້​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ສາ​ແລ້ວ.</verse>
				<verse number="11">ພວກເຂົາ​ເຮັດ​ໃຫ້​ດິນແດນ​ນັ້ນ​ຮົກຮ້າງ​ຫວ່າງເປົ່າ​ໄປ ໃຫ້​ນອນ​ຢຽດ​ຢູ່​ຕໍ່ໜ້າ​ເຮົາ​ຢ່າງ​ໂສກເສົ້າ. ດິນແດນ​ຈຶ່ງ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ບໍ່ມີ​ຜູ້ໃດ​ກັງວົນ​ສົນໃຈ​ນຳ​ມັນ​ອີກ.</verse>
				<verse number="12">ຕາມ​ບ່ອນ​ສູງ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ ພວກ​ທຳລາຍ​ລ້າງຜານ​ໄດ້​ມາ​ປຸ້ນສະດົມ​ຈົນໝົດ. ເຮົາ​ໄດ້​ສົ່ງ​ເສິກ​ມາ​ທຳລາຍ​ດິນແດນ​ທັງໝົດ ຈົນ​ບໍ່ມີ​ຜູ້ໃດ​ຢູ່​ຢ່າງ​ສະຫງົບສຸກ​ໄດ້​ຕາມ​ທີ່​ຕ່າງໆ.</verse>
				<verse number="13">ປະຊາຊົນ​ຂອງເຮົາ​ປູກ​ເຂົ້າ ແຕ່​ກ່ຽວ​ຫຍ້າ​ແທນ ພວກເຂົາ​ໄດ້​ເຮັດ​ວຽກ​ໜັກ ແຕ່​ພັດ​ບໍ່ໄດ້​ຫຍັງ​ຈັກຢ່າງ. ຍ້ອນ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ທີ່​ມີ​ຕໍ່​ພວກເຂົາ ຈຶ່ງ​ໃຫ້​ຜົນລະປູກ​ຂອງ​ພວກເຂົາ​ຕົກເຮ່ຍ​ເສຍໄປ​ສິ້ນ.”</verse>
				<verse number="14">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ມີ​ບາງ​ສິ່ງ​ທີ່​ຈະ​ກ່າວ​ຕໍ່​ປະເທດ ເພື່ອນບ້ານ​ໃກ້ຄຽງ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ ຄື​ປະເທດ​ທີ່​ໄດ້​ທຳລາຍ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ. ເຮົາ​ຈະ​ຖອນຮາກ​ຖອນ​ເຫງົ້າ​ຄົນຊົ່ວ​ເຫຼົ່ານັ້ນ ໃຫ້​ອອກ​ໄປ​ຈາກ​ດິນແດນ​ຂອງ​ພວກເຂົາ​ເໝືອນ​ຫລົກ​ຕົ້ນໄມ້ ແລະ​ເຮົາ​ຈະ​ຊ່ວຍກູ້​ເອົາ​ຢູດາ​ອອກ​ຈາກ​ພວກເຂົາ.</verse>
				<verse number="15">ແຕ່​ຫລັງຈາກ​ເຮົາ​ໄດ້​ກວາດຕ້ອນ​ພວກເຂົາ​ໄປ​ແລ້ວ ເຮົາ​ຈະ​ເມດຕາ​ພວກເຂົາ; ເຮົາ​ຈະ​ນຳ​ແຕ່ລະ​ຊົນຊາດ​ໃຫ້​ກັບຄືນ​ມາ​ສູ່​ດິນແດນ​ທີ່​ເປັນ​ຂອງຕົນເອງ ແລະ​ສູ່​ປະເທດ​ທີ່​ເປັນ​ຂອງ​ພວກເຂົາ.</verse>
				<verse number="16">ຖ້າ​ພວກເຂົາ​ຍອມ​ຮັບ​ເອົາ​ວິທີ​ທາງ​ດຳເນີນ​ຊີວິດ ຂອງ​ປະຊາຊົນ​ຂອງເຮົາ​ດ້ວຍ​ໝົດຈິດ​ໝົດໃຈ ແລະ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ດັ່ງ​ພວກເຂົາ​ໄດ້​ສັ່ງສອນ​ປະຊາຊົນ​ຂອງເຮົາ​ໃຫ້​ສາບານ​ຕໍ່​ພະບາອານ​ນັ້ນ ແລ້ວ​ພວກເຂົາ​ກໍ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຊົນ​ຂອງເຮົາ​ເໝືອນກັນ ແລະ​ພວກເຂົາ​ຈະ​ຈະເລີນ​ຮຸ່ງເຮືອງ​ດ້ວຍ.</verse>
				<verse number="17">ແຕ່​ຖ້າ​ຊົນຊາດ​ໃດ​ບໍ່​ເຊື່ອຟັງ​ເຮົາ ເຮົາ​ກໍ​ຈະ​ຖອນຮາກ​ຖອນ​ເຫງົ້າ​ຂອງ​ພວກເຂົາ​ຖິ້ມ​ຢ່າງ​ໝົດກ້ຽງ ແລະ​ທຳລາຍ​ພວກເຂົາ​ຖິ້ມ​ໝົດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.</verse>
			</chapter>
			<chapter number="13">
				<verse number="1">ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ໄປ​ຊື້​ເສື້ອຊ້ອນ​ບາງ​ຜືນ ທີ່​ເປັນ​ຜ້າປ່ານ​ສຳລັບ​ຂ້າພະເຈົ້າ ແລະ​ໃຫ້​ນຸ່ງ​ເສື້ອ​ນັ້ນ; ແຕ່​ພຣະອົງ​ໄດ້​ບອກ​ຂ້າພະເຈົ້າ​ບໍ່​ໃຫ້​ຈຸ່ມ​ນໍ້າ.</verse>
				<verse number="2">ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຊື້​ເສື້ອ​ມາ​ນຸ່ງ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="3">ຕໍ່ມາ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ເທື່ອ​ທີສອງ​ວ່າ,</verse>
				<verse number="4">“ຈົ່ງ​ໄປ​ທີ່​ແມ່ນໍ້າ​ເອີຟຣັດ ແລະ​ເຊື່ອງ​ເສື້ອ​ໄວ້​ຢູ່​ຮູ​ໃນ​ໂງ່ນຫີນ.”</verse>
				<verse number="5">ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເອົາ​ເສື້ອ​ນັ້ນ​ໄປ​ເຊື່ອງ​ໄວ້​ໃກ້​ແມ່ນໍ້າ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້ສັ່ງ​ຂ້າພະເຈົ້າ.</verse>
				<verse number="6">ຫລາຍ​ວັນ​ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ ໃຫ້​ກັບຄືນ​ໄປ​ທີ່​ແມ່ນໍ້າ​ເອີຟຣັດ​ອີກ ເພື່ອ​ເອົາ​ເສື້ອຊ້ອນ​ເຫຼົ່ານັ້ນ​ມາ.</verse>
				<verse number="7">ຂ້າພະເຈົ້າ​ຈຶ່ງ​ກັບຄືນ​ໄປ ແລະ​ເມື່ອ​ພົບ​ບ່ອນ​ທີ່​ໄດ້​ເຊື່ອງ​ເສື້ອ​ແລ້ວ ຂ້າພະເຈົ້າ​ກໍ​ເຫັນ​ວ່າ​ເສື້ອ​ເຫຼົ່ານັ້ນ​ເປື່ອຍ​ໝົດ​ຈົນ​ໃຊ້​ການ​ຫຍັງ​ບໍ່ໄດ້.</verse>
				<verse number="8">ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ອີກ. ພຣະເຈົ້າຢາເວ​ກ່າວ​ວ່າ,</verse>
				<verse number="9">“ດ້ວຍ​ວິທີ​ນີ້​ແຫຼະ ເຮົາ​ຈະ​ທຳລາຍ​ຄວາມ​ຈອງຫອງ​ຂອງ​ຢູດາ ແລະ​ຄວາມ​ຈອງຫອງ​ອັນໃຫຍ່​ຂອງ​ຊາວ​ນະຄອນ​ເຢຣູຊາເລັມ.</verse>
				<verse number="10">ຄົນຊົ່ວ​ເຫຼົ່ານີ້​ປະຕິເສດ​ບໍ່​ຍອມ​ເຊື່ອຟັງ​ເຮົາ. ພວກເຂົາ​ດື້ດ້ານ ແລະ​ຊົ່ວຊ້າ​ເໝືອນ​ເດີມ; ພວກເຂົາ​ໄດ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ. ສະນັ້ນ ພວກເຂົາ​ຈຶ່ງ​ຈະ​ເປັນ​ດັ່ງ​ເສື້ອຊ້ອນ​ເຫຼົ່ານີ້​ຊຶ່ງ​ບໍ່ມີ​ຫຍັງ​ດີ​ເລີຍ.”</verse>
				<verse number="11">ພຣະເຈົ້າຢາເວ​ກ່າວ​ວ່າ, “ເສື້ອຊ້ອນ​ຮັດ​ກາຍ​ດີ​ສັນໃດ ເຮົາ​ກໍ​ຢາກ​ໃຫ້​ປະຊາຊົນ​ອິດສະຣາເອນ​ແລະ​ຢູດາ​ທັງໝົດ​ເຂົ້າ​ສະໜິດ​ກັບ​ເຮົາ​ດີ​ສັນນັ້ນ. ເຮົາ​ໄດ້​ເຮັດ​ເຊັ່ນນີ້​ເພື່ອ​ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ຄື​ຜູ້​ທີ່​ໃຫ້​ຄຳ​ຍ້ອງຍໍ​ສັນລະເສີນ ແລະ​ນຳ​ກຽດສັກສີ​ມາ​ສູ່​ນາມ​ຂອງເຮົາ; ແຕ່​ພວກເຂົາ​ບໍ່​ເຊື່ອຟັງ​ເຮົາ.”</verse>
				<verse number="12">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ​ເອີຍ ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ໄຫ​ທີ່​ພວກເຂົາ​ເຮັດ​ໄວ້​ນັ້ນ​ແມ່ນ​ສຳລັບ​ໃສ່​ເຫຼົ້າ​ອະງຸ່ນ, ແຕ່​ຖ້າ​ພວກເຂົາ​ຕອບ​ວ່າ, ‘ແມ່ນ​ແລ້ວ ພວກເຮົາ​ຮູ້​ດີ.’</verse>
				<verse number="13">ແລ້ວ​ຈົ່ງ​ບອກ​ພວກເຂົາ​ວ່າ ‘ເຮົາ​ຄື​ພຣະເຈົ້າຢາເວ​ກຳລັງ​ໃຫ້​ປະຊາຊົນ​ໃນ​ດິນແດນ ມີ​ເຫຼົ້າ​ອະງຸ່ນ​ດື່ມ​ຢ່າງ​ຫລວງຫລາຍ​ຈົນ​ມືນເມົາ ເຊັ່ນ: ບັນດາ​ກະສັດ​ທີ່​ເປັນ​ເຊື້ອສາຍ​ຂອງ​ດາວິດ, ພວກ​ປະໂຣຫິດ, ພວກ​ຜູ້ທຳນວາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ທັງໝົດ.’</verse>
				<verse number="14">ແລ້ວ​ເຮົາ​ຈະ​ທຸບ​ພວກເຂົາ​ດັ່ງ​ໄຫ​ເຫຼົ້າ​ທຸບກັນ ບໍ່​ວ່າ​ເຖົ້າ​ຫລື​ໜຸ່ມ​ກໍຕາມ. ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ຈະ​ບໍ່ມີ​ຄວາມ​ເມດຕາ, ຄວາມ​ປານີ ຫລື​ຄວາມ​ສົງສານ​ໃດໆ ເມື່ອ​ເຮົາ​ທຳລາຍ​ພວກເຂົາ.”</verse>
				<verse number="15">ປະຊາຊົນ​ອິດສະຣາເອນ​ເອີຍ ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ ຈົ່ງ​ຖ່ອມຕົວ​ລົງ ແລະ​ເຊື່ອຟັງ​ພຣະອົງ​ສາ​ເຖີດ</verse>
				<verse number="16">ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກ່ອນ​ທີ່​ພຣະອົງ​ນຳ​ຄວາມ​ມືດໜາ​ມາ​ໃຫ້ ຕາມ​ເທິງ​ໜ່ວຍ​ພູເຂົາ​ນັ້ນ​ພວກເຈົ້າ​ຕ່າງ​ກໍ​ຊູນ​ສະດຸດ ກ່ອນ​ແຈ້ງ​ທີ່​ພວກເຈົ້າ​ຫວັງ​ກາຍເປັນ​ມືດ.</verse>
				<verse number="17">ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ​ຂ້າພະເຈົ້າ​ກ່າວ ຂ້າພະເຈົ້າ​ຈະ​ລີ້​ຮ້ອງໄຫ້​ຍ້ອນ​ພວກເຈົ້າ​ຈອງຫອງ. ຂ້າພະເຈົ້າ​ຈະ​ຮ້ອງໄຫ້​ຢ່າງ​ຂົມຂື່ນ​ນໍ້າຕາ​ຫລັ່ງໄຫລ ເພາະ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ສາ​ແລ້ວ.</verse>
				<verse number="18">ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ບອກ​ກະສັດ​ແລະ​ແມ່​ຂອງ​ລາວ​ໃຫ້​ລົງ​ຈາກ​ບັນລັງ​ສາ ເພາະ​ມົງກຸດ​ອັນ​ງົດງາມ​ນັ້ນ​ໄດ້​ຕົກລົງ​ຈາກ​ຫົວ​ຂອງ​ລາວ​ແລ້ວ.</verse>
				<verse number="19">ເມືອງ​ທາງ​ພາກໃຕ້​ຂອງ​ຢູດາຍ​ໄດ້​ຖືກ​ປິດລ້ອມ​ແລ້ວ ບໍ່ມີ​ຜູ້ໃດ​ເລີຍ​ລອດຊີວິດ​ມາ​ໄດ້. ປະຊາຊົນ​ຢູດາ​ລ້ວນແຕ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.”</verse>
				<verse number="20">ນະຄອນ​ເຢຣູຊາເລັມ​ເອີຍ ເບິ່ງ​ພຸ້ນ​ດູ ເຫຼົ່າ​ສັດຕູ​ຂອງ​ເຈົ້າ​ກຳລັງ​ລົງ​ມາ​ແຕ່​ທາງ​ທິດເໜືອ ປະຊາຊົນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ມອບ​ໃຫ້​ເຈົ້າ​ດູແລ​ນັ້ນ​ຢູ່​ໃສ? ຄື​ປະຊາຊົນ​ທີ່​ເຈົ້າ​ພໍໃຈ​ນຳ​ນັ້ນ.</verse>
				<verse number="21">ເຈົ້າ​ຈະ​ເວົ້າ​ຢ່າງໃດ ເມື່ອ​ຄົນ​ທີ່​ເຈົ້າ​ຄິດວ່າ​ເປັນ​ມິດ ຮົບ​ຊະນະ​ເຈົ້າ ແລະ​ປົກຄອງ​ເຈົ້າ? ເຈົ້າ​ຈະ​ເຈັບປວດ​ດັ່ງ​ຜູ້ຍິງ​ກຳລັງ​ຄອດ​ລູກ.</verse>
				<verse number="22">ຖ້າ​ເຈົ້າ​ຖາມ​ວ່າ ເປັນຫຍັງ​ເຫດການ​ທັງໝົດ​ນີ້​ຈຶ່ງ​ເກີດຂຶ້ນ​ແກ່​ເຈົ້າ ເປັນຫຍັງ​ພວກເຂົາ​ຈຶ່ງ​ແກ້​ເສື້ອ​ຂອງ​ເຈົ້າ​ອອກ ແລະ​ຂົ່ມຂືນ​ເຈົ້າ ກໍ​ຍ້ອນ​ບາບ​ຂອງ​ເຈົ້າ​ມີ​ຢ່າງ​ຫລວງຫລາຍ.</verse>
				<verse number="23">ຄົນ​ຜິວ​ດຳ​ປ່ຽນ​ຜິວໜັງ​ຂອງຕົນ​ໄດ້​ບໍ? ຫລື​ເສືອດາວ​ຈະ​ລືບ​ຈຸດ​ຕາມ​ໜັງ​ຂອງ​ມັນ​ໄດ້​ບໍ? ຖ້າ​ໄດ້ ຖ້າດັ່ງນັ້ນ ເຈົ້າ​ຜູ້​ເຄີຍ​ເຮັດ​ແຕ່​ການ​ຊົ່ວ​ກໍ​ຮຽນຮູ້​ເຮັດ​ການ​ດີ​ໄດ້.</verse>
				<verse number="24">ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ເຈົ້າ​ກະຈັດ​ກະຈາຍ​ໄປ ດັ່ງ​ແກບ​ທີ່​ຖືກ​ລົມ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ພັດ​ປິວ​ໄປ.</verse>
				<verse number="25">ພຣະເຈົ້າຢາເວ​ກ່າວ​ວ່າ ອັນນີ້ ຈະ​ແມ່ນ​ຊາຕາກຳ​ຂອງ​ເຈົ້າ ອັນນີ້ ແມ່ນ​ສິ່ງ​ທີ່​ພຣະອົງ​ໄດ້​ຕັດສິນໃຈ​ກະທຳ​ຕໍ່​ເຈົ້າ ກໍ​ຍ້ອນ​ເຈົ້າ​ລືມໄລ​ພຣະອົງ​ໄປ​ແລະ​ໄວ້ວາງໃຈ​ໃນ​ຄວາມຕົວະ.</verse>
				<verse number="26">ພຣະເຈົ້າຢາເວ​ເອງ​ຈະ​ເປັນ​ຜູ້​ແກ້​ເຄື່ອງ​ຂອງເຈົ້າ​ອອກ ແລະ​ເຜີຍແບ​ເຈົ້າ​ໃຫ້​ອັບອາຍ​ຂາຍໜ້າ.</verse>
				<verse number="27">ພຣະອົງ​ໄດ້​ເຫັນ​ເຈົ້າ​ເຮັດ​ສິ່ງ​ຕ່າງໆ​ທີ່​ພຣະອົງ​ກຽດຊັງ. ພຣະອົງ​ໄດ້​ເຫັນ​ເຈົ້າ​ແລ່ນ​ຕາມ​ບັນດາ​ພະ​ຕ່າງຊາດ​ທີ່​ເທິງ​ເນີນພູ​ແລະ​ທີ່​ທົ່ງນາ ດັ່ງ​ຊາຍ​ຜູ້ໜຶ່ງ​ທີ່​ແລ່ນຕາມ​ເມຍ​ຂອງ​ເພື່ອນບ້ານ​ຢ່າງ​ບ້າ​ຕັນຫາ ຫລື​ດັ່ງ​ມ້າ​ຖືເຊີງ​ແລ່ນຕາມ​ມ້າ​ໂຕ​ແມ່ ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ເມື່ອໃດ​ນໍ​ພວກເຈົ້າ​ຈຶ່ງ​ຈະ​ບໍຣິສຸດ?</verse>
			</chapter>
			<chapter number="14">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ກ່ຽວກັບ​ໄພແຫ້ງແລ້ງ​ວ່າ,</verse>
				<verse number="2">“ຢູດາ​ກຳລັງ​ຢູ່​ໃນ​ສະພາບ​ໄວ້ທຸກ ເພາະ​ຄົນ​ໃນ​ເມືອງ​ກຳລັງ​ລົ້ມຕາຍ ປະຊາຊົນ​ໃນ​ເມືອງ​ກໍ​ໂສກເສົ້າ​ນອນ​ຕາມ​ຂີ້ດິນ ແລະ​ນະຄອນ​ເຢຣູຊາເລັມ​ກໍ​ຮ້ອງຂໍ​ໃຫ້​ຊ່ວຍ.</verse>
				<verse number="3">ຄົນຮັ່ງມີ​ສົ່ງ​ຄົນ​ຮັບໃຊ້​ອອກ​ໄປ​ຊອກ​ຕັກ​ນໍ້າ​ມາ​ກິນ ແຕ່​ບໍ່ໄດ້​ພົບ​ນໍ້າ​ເລີຍ ເມື່ອ​ພວກເຂົາ​ໄປ​ຮອດ​ອ່າງນໍ້າ; ພວກເຂົາ​ເລີຍ​ຖື​ໄຫເປົ່າ​ພາກັນ​ກັບຄືນ​ເມືອ ໝົດ​ກຳລັງໃຈ​ທັງ​ສັບສົນ​ຈຶ່ງ​ອັດ​ໜ້າ​ຕົນ​ໄວ້.</verse>
				<verse number="4">ເພາະ​ຝົນ​ບໍ່​ຕົກ​ແລະ​ພື້ນດິນ​ແຫ້ງແລ້ງ​ໄປ ພວກ​ພໍ່ນາ​ກໍ​ເປັນທຸກໃຈ​ຈຶ່ງ​ອັດ​ໜ້າ​ຕົນ​ໄວ້.</verse>
				<verse number="5">ໃນ​ທົ່ງຫຍ້າ ກວາງ​ແມ່​ປະຖິ້ມ​ລູກ​ທີ່​ຫາ​ກໍ​ເກີດ​ມາ ເພາະ​ບໍ່ມີ​ຫຍ້າ​ໃນ​ທີ່ນັ້ນ​ເລີຍ ພໍ​ຈະ​ເປັນ​ອາຫານ​ໄດ້.</verse>
				<verse number="6">ລໍປ່າ​ກໍ​ຢືນ​ຢູ່​ເທິງ​ທີ່ສູງ​ທັງຫລາຍ ຄ່ອຍໆ​ຫາຍໃຈ​ປາ​ເໝືອນ​ດັ່ງ​ຝູງ​ໝາປ່າ; ສາຍຕາ​ພວກ​ມັນ​ກໍ​ມືດມົວ​ໄປ ເພາະ​ບໍ່ມີ​ຫຍ້າ​ກິນ​ເປັນ​ອາຫານ​ສາ​ແລ້ວ.</verse>
				<verse number="7">ປະຊາຊົນ​ຂອງເຮົາ​ນັ້ນ​ຕ່າງ​ກໍ​ຮ້ອງ​ຫາ​ເຮົາ​ວ່າ, ‘ແມ່ນ​ການບາບ​ທີ່​ກ່າວໂທດ​ໃສ່​ພວກ​ຂ້ານ້ອຍ ແຕ່​ໂຜດ​ຊ່ວຍ​ໃຫ້​ພົ້ນ​ດ້ວຍ ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍເຫລືອ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ພວກ​ຂ້ານ້ອຍ​ໄດ້​ຫັນ​ໜີ​ຫລາຍ​ເທື່ອ​ຈາກ​ພຣະອົງ ພວກ​ຂ້ານ້ອຍ​ກະທຳ​ບາບ​ຕໍ່ສູ້​ພຣະອົງ​ສາ​ແລ້ວ.</verse>
				<verse number="8">ຄວາມຫວັງ​ອັນດຽວ​ຂອງ​ອິດສະຣາເອນ​ຄື​ພຣະອົງ ພຣະອົງ​ເປັນ​ຜູ້​ຊ່ວຍ​ພວກ​ຂ້ານ້ອຍ​ໃນ​ເວລາ​ຖືກ​ຂັດສົນ. ເປັນຫຍັງ​ພຣະອົງ​ຈຶ່ງ​ເຮັດ​ຄື​ກັບ​ຄົນຕ່າງດ້າວ​ນໍ ດັ່ງ​ນັກ​ທ່ອງທ່ຽວ​ທີ່​ແວ່ຢາມ​ພຽງ​ຄືນດຽວ​ເທົ່ານັ້ນ?</verse>
				<verse number="9">ເປັນຫຍັງ​ຈຶ່ງ​ເປັນ​ດັ່ງ​ຄົນ​ທີ່​ຫລອນເຮັດ​ຫລອນທຳ ດັ່ງ​ທະຫານ​ທີ່​ຂາດ​ກຳລັງ​ຊ່ວຍເຫລືອ​ຜູ້ໃດ​ບໍ່ໄດ້? ຂ້າແດ່​ພຣະເຈົ້າຢາເວ ແນ່ນອນ​ພຣະອົງ​ສະຖິດ​ຢູ່​ນຳ ພວກ​ຂ້ານ້ອຍ​ເປັນ​ຂອງ​ພຣະອົງ ຢ່າ​ປະຖິ້ມ​ພວກ​ຂ້ານ້ອຍ​ເລີຍ.”’</verse>
				<verse number="10">ພຣະເຈົ້າຢາເວ​ໄດ້​ກ່າວ​ໃສ່​ປະຊາຊົນ​ເຫຼົ່ານີ້​ວ່າ, “ພວກເຂົາ​ມັກ​ແລ່ນ​ໜີໄປ​ຈາກ​ເຮົາ ແລະ​ຈະ​ຄອບຄຸມ​ພວກເຂົາ​ເອງ​ບໍ່ໄດ້. ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ບໍ່​ພໍໃຈ​ນຳ​ພວກເຂົາ ເຮົາ​ຈະ​ຈົດຈຳ​ຄວາມຜິດ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ຈະ​ລົງໂທດ​ພວກເຂົາ​ເພາະ​ບາບກຳ​ທີ່​ພວກເຂົາ​ໄດ້​ກະທຳ.”</verse>
				<verse number="11">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຢ່າ​ສູ່​ພາວັນນາ​ອະທິຖານ​ເພື່ອ​ຄົນ​ເຫຼົ່ານີ້.</verse>
				<verse number="12">ຖ້າ​ພວກເຂົາ​ຖືສິນ​ອົດອາຫານ ເຮົາ​ກໍ​ຈະ​ບໍ່​ຟັງ​ພວກເຂົາ​ຮ້ອງໄຫ້​ຂໍ​ຄວາມ​ຊ່ວຍເຫລືອ; ແລະ​ຖ້າ​ພວກເຂົາ​ເຜົາ​ສັດ​ບູຊາ​ແລະ​ຖວາຍ​ອາຫານ​ແກ່​ເຮົາ ເຮົາ​ກໍ​ຈະ​ບໍ່​ພໍໃຈ​ກັບ​ພວກເຂົາ ແຕ່​ເຮົາ​ຈະ​ຂ້າ​ພວກເຂົາ​ໃນ​ສົງຄາມ ໃນ​ການ​ອຶດຕາຍ ແລະ​ໃນ​ການ​ເຈັບໄຂ້​ໄດ້ປ່ວຍ.”</verse>
				<verse number="13">ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ພຣະອົງ​ຮູ້​ເຖິງ​ເລື່ອງ​ທີ່​ບັນດາ​ຜູ້ທຳນວາຍ​ກຳລັງ​ບອກ​ປະຊາຊົນ​ວ່າ ຈະ​ບໍ່ມີ​ເສິກ​ສົງຄາມ ແລະ​ການ​ອຶດຕາຍ​ດອກ ກໍ​ເພາະ​ພຣະອົງ​ໄດ້​ສັນຍາ​ໄວ້. ດັ່ງນັ້ນ ພວກເຂົາ​ເວົ້າ​ວ່າ, ໃນ​ດິນແດນ​ຂອງ​ພວກເຮົາ​ຈະ​ມີ​ແຕ່​ຄວາມ​ສະຫງົບສຸກ​ເທົ່ານັ້ນ.”</verse>
				<verse number="14">ແຕ່​ພຣະເຈົ້າຢາເວ​ໄດ້​ຕອບ​ຄືນ​ວ່າ, “ພວກ​ຜູ້ທຳນວາຍ​ກຳລັງ​ໃຊ້​ນາມ​ຂອງເຮົາ​ກ່າວ​ຖ້ອຍຄຳ​ບໍ່ຈິງ ເຮົາ​ບໍ່ໄດ້​ໃຊ້​ພວກເຂົາ​ໄປ ແລະ​ບໍ່ໄດ້​ສັ່ງ ຫລື​ເວົ້າ​ແມ່ນແຕ່​ຄຳດຽວ​ກັບ​ພວກເຂົາ. ນິມິດ​ທັງຫລາຍ​ທີ່​ພວກເຂົາ​ເວົ້າເຖິງ​ນັ້ນ​ບໍ່ໄດ້​ມາ​ຈາກ​ເຮົາ ການ​ທຳນວາຍ​ຂອງ​ພວກເຂົາ​ບໍ່ມີ​ປະໂຫຍດ ແລະ​ເປັນ​ສິ່ງ​ທີ່​ພວກເຂົາ​ຄິດຝັນ​ເອົາເອງ.</verse>
				<verse number="15">ເຮົາ​ຄື​ພຣະເຈົ້າຢາເວ​ບອກ​ເຈົ້າ​ໃຫ້​ຮູ້​ເຖິງ​ສິ່ງ​ທີ່​ເຮົາ​ກຳລັງ​ຈະ​ເຮັດ ຕໍ່​ພວກ​ຜູ້ທຳນວາຍ​ເຫຼົ່ານີ້ ແລະ​ເຮົາ​ບໍ່ໄດ້​ໃຊ້​ພວກເຂົາ​ໄປ; ແຕ່​ພວກເຂົາ​ເວົ້າ​ໃນ​ນາມ​ຂອງເຮົາ​ວ່າ ສົງຄາມ ແລະ​ຄວາມ​ອຶດຕາຍ​ຈະ​ບໍ່​ເກີດຂຶ້ນ​ຢູ່​ໃນ​ດິນແດນ​ນີ້; ເຮົາ​ຈະ​ຂ້າ​ພວກເຂົາ​ໃນ​ສົງຄາມ ແລະ​ໃນ​ການ​ອຶດຢາກ.</verse>
				<verse number="16">ປະຊາຊົນ​ຜູ້ໃດ​ທີ່​ຟັງ​ພວກເຂົາ​ເວົ້າ​ໃນ​ສິ່ງ​ເຫຼົ່ານີ້ ກໍ​ຈະ​ຖືກ​ຂ້າ​ໂດຍ​ວິທີ​ດຽວກັນ​ນີ້. ຊາກສົບ​ຂອງ​ພວກເຂົາ​ຈະ​ຖືກ​ໂຍນ​ຖິ້ມ ຕາມ​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ຈະ​ບໍ່ມີ​ຜູ້ໃດ​ຝັງ​ຊາກສົບ​ຂອງ​ພວກເຂົາ. ເຫດການ​ນີ້​ຈະ​ເກີດຂຶ້ນ​ກັບ​ພວກເຂົາ​ທຸກຄົນ ລວມ​ທັງ​ເມຍ, ລູກຊາຍ ແລະ​ລູກສາວ​ຂອງ​ພວກເຂົາ​ດ້ວຍ. ເຮົາ​ຈະ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດກຳ ຍ້ອນ​ພວກເຂົາ​ເອງ​ໄດ້​ເຮັດ​ຊົ່ວ.”</verse>
				<verse number="17">ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ບອກ​ປະຊາຊົນ ເຖິງ​ຄວາມ​ເສຍໃຈ​ຂອງ​ຂ້າພະເຈົ້າ​ວ່າ: “ຂໍ​ໃຫ້​ນໍ້າຕາ​ຂອງ​ຂ້ານ້ອຍ​ໄຫລຫລັ່ງ​ທັງເວັນ​ທັງຄືນ ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ເຊົາ​ຮ້ອງໄຫ້​ຈັກເທື່ອ ເພາະ​ປະຊາຊົນ​ຂອງ​ຂ້ານ້ອຍ​ໄດ້​ຖືກ​ທຳລາຍ​ໜັກ ບາດແຜ​ຂອງ​ພວກເຂົາ​ກໍ​ໜັກໜ່ວງ​ແທ້ໆ.</verse>
				<verse number="18">ເມື່ອ​ຂ້ານ້ອຍ​ອອກ​ໄປ​ຕາມ​ທ້ອງ​ທົ່ງນາ ກໍ​ເຫັນ​ຊາກສົບ​ຄົນຕາຍ​ຢາຍ​ຢູ່​ໃນ​ສະໜາມຮົບ; ເມື່ອ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ນະຄອນ ກໍ​ເຫັນ​ຄົນ​ກຳລັງ​ອຶດ​ຕາຍ​ກັນ​ທັງນັ້ນ. ຜູ້ທຳນວາຍ​ແລະ​ປະໂຣຫິດ​ກໍ​ເຮັດ​ວຽກ​ຂອງ​ພວກເຂົາ ແຕ່​ພວກເຂົາ​ບໍ່​ຮູ້ຈັກ​ສິ່ງ​ທີ່​ພວກຕົນ​ກຳລັງ​ເຮັດ​ຢູ່.”</verse>
				<verse number="19">ພຣະອົງ​ໄດ້​ປະຖິ້ມ​ຢູດາ​ເດັດຂາດ​ແລ້ວ​ບໍ? ພຣະອົງ​ກຽດຊັງ​ປະຊາຊົນ​ໃນ​ນະຄອນ​ຊີໂອນ​ຫລື​ນີ້? ເປັນຫຍັງ​ຈຶ່ງ​ທຳຮ້າຍ​ພວກ​ຂ້ານ້ອຍ​ໜັກ​ຫລາຍ? ຈົນ​ບໍ່​ຮັກສາ​ພວກ​ຂ້ານ້ອຍ​ໃຫ້​ດີ​ໄດ້? ສັນຕິສຸກ​ຄື​ສິ່ງ​ທີ່​ພວກ​ຂ້ານ້ອຍ​ຊອກຫາ ແຕ່​ກໍ​ບໍ່​ເຫັນ​ສິ່ງ​ທີ່​ດີ​ເກີດຂຶ້ນ​ມາ​ຈັກເທື່ອ; ພວກ​ຂ້ານ້ອຍ​ຫວັງ​ຈະ​ໄດ້​ຮັບ​ການ​ຮັກສາ​ໃຫ້​ດີ ແຕ່​ຄວາມ​ຢ້ານກົວ​ໃຫຍ່​ກໍ​ມາ​ແທນທີ່.</verse>
				<verse number="20">ຂ້າແດ່​ພຣະເຈົ້າຢາເວ ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ ຈຶ່ງ​ຮັບຮູ້​ບາບກຳ​ທີ່​ບັນພະບຸລຸດ​ໄດ້​ກະທຳ​ນັ້ນ ຄື​ການບາບ​ທີ່​ພວກ​ຂ້ານ້ອຍ​ໄດ້​ເຮັດ​ມາ ຊຶ່ງ​ເປັນ​ຄວາມຜິດ​ຕໍ່ສູ້​ພຣະອົງ.</verse>
				<verse number="21">ຈົ່ງ​ຈື່ຈຳ​ພຣະສັນຍາ ແລະ​ຢ່າ​ກຽດຊັງ​ພວກ​ຂ້ານ້ອຍ​ເລີຍ ຢ່າ​ນຳ​ຄວາມ​ອັບອາຍ​ມາ​ສູ່​ນະຄອນ​ເຢຣູຊາເລັມ ບ່ອນ​ທີ່​ບັນລັງ​ຂອງ​ພຣະເຈົ້າ​ຕັ້ງ​ຢູ່​ຢ່າງ​ສະຫງ່າຣາສີ ຢ່າ​ຍົກເລີກ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ທ້ອນ</verse>
				<verse number="22">ບໍ່ມີ​ຮູບເຄົາຣົບ​ຂອງ​ຊົນຊາດ​ໃດ​ເຮັດ​ໃຫ້​ຝົນ​ຕົກ​ມາ ຟ້າ​ສະຫວັນ​ກໍ​ເຮັດ​ໃຫ້​ຝົນ​ຫລັ່ງລິນ​ລົງ​ມາ​ບໍ່ໄດ້; ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ເພາະ​ແມ່ນ​ພຣະອົງ​ທີ່​ໄດ້​ກະທຳ​ທຸກສິ່ງ​ເຫຼົ່ານີ້.</verse>
			</chapter>
			<chapter number="15">
				<verse number="1">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ໂມເຊ​ກັບ​ຊາມູເອນ​ຢືນ​ຮ້ອງຂໍ​ນຳ​ເຮົາ​ຢູ່​ທີ່​ນີ້; ເຮົາ​ກໍ​ຈະ​ບໍ່ມີ​ໃຈ​ເມດຕາ​ຕໍ່​ປະຊາຊົນ​ເຫຼົ່ານີ້​ເລີຍ. ຈົ່ງ​ໄລ່​ພວກເຂົາ​ໜີໄປ; ຈົ່ງ​ໃຫ້​ພວກເຂົາ​ໜີ​ພົ້ນ​ໄປ​ຈາກ​ສາຍຕາ​ຂອງເຮົາ​ສາ.</verse>
				<verse number="2">ເມື່ອ​ພວກເຂົາ​ຖາມ​ເຈົ້າ​ວ່າ, ‘ພວກເຮົາ​ຄວນ​ຈະ​ໄປ​ໃສ?’ ຈົ່ງ​ບອກ​ພວກເຂົາ​ວ່າ​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ບາງຄົນ​ຈະ​ຕາຍ​ຍ້ອນ​ເຄາະກຳ​ພະຍາດ​ໂຣຄາ ບ່ອນນັ້ນແຫລະ ທີ່​ພວກເຂົາ​ຈະ​ພາກັນ​ໄປ​ນັ້ນ ຄົນອື່ນ​ອີກ​ຈະ​ຕາຍ​ຍ້ອນ​ເຄາະກຳ​ໃນ​ສົງຄາມ ບ່ອນນັ້ນແຫລະ ທີ່​ພວກເຂົາ​ຈະ​ພາກັນ​ໄປ​ນັ້ນ ບາງຄົນ​ຈະ​ຕາຍ​ຍ້ອນ​ເຄາະກຳ​ການອຶດຢາກ​ນາໆ ບ່ອນນັ້ນແຫລະ ທີ່​ພວກເຂົາ​ຈະ​ພາກັນ​ໄປ​ນັ້ນ ຄົນອື່ນ​ອີກ​ຮັບ​ເຄາະກຳ​ຍ້ອນ​ຖືກ​ຈັບ​ເປັນ​ຊະເລີຍ ບ່ອນນັ້ນແຫລະ ທີ່​ພວກເຂົາ​ຈະ​ພາກັນ​ໄປ​ນັ້ນ.’</verse>
				<verse number="3">ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ຕັດສິນໃຈ​ແລ້ວ​ວ່າ ຈະ​ໃຫ້​ສິ່ງ​ທີ່​ໜ້າຢ້ານ​ສີ່​ປະການ​ນີ້​ເກີດຂຶ້ນ​ກັບ​ພວກເຂົາ​ເຊັ່ນ: ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ເສິກ​ສົງຄາມ; ຝູງ​ໝາ​ຈະ​ລາກ​ຊາກສົບ​ຂອງ​ພວກເຂົາ​ໄປ​ກິນ; ຝູງນົກ​ຈະ​ສັບຕອດ​ກິນ​ຊາກສົບ​ເຫຼົ່ານັ້ນ ແລະ​ອັນ​ທີ່​ເຫຼືອ​ນັ້ນ​ສັດປ່າ​ຈະ​ກິນ​ໃຫ້​ກ້ຽງ.</verse>
				<verse number="4">ເຮົາ​ຈະ​ໃຫ້​ທຸກ​ຊົນຊາດ​ທົ່ວໂລກ​ຕົກໃຈ​ຢ້ານ​ໃນ​ເຫດການ ທີ່​ເກີດຂຶ້ນ​ກັບ​ພວກເຂົາ​ກໍ​ເພາະ​ສິ່ງ​ທີ່​ມານາເຊ​ລູກຊາຍ​ຂອງ​ເຮເຊກີຢາ ໄດ້​ເຮັດ​ໃນ​ນະຄອນ​ເຢຣູຊາເລັມ ເມື່ອ​ລາວ​ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ.”</verse>
				<verse number="5">ພຣະເຈົ້າຢາເວ​ກ່າວ​ວ່າ, “ຜູ້ໃດ​ນໍ ຈະ​ອີດູ​ພວກເຈົ້າ​ຊາວ​ເຢຣູຊາເລັມ​ເອີຍ ຜູ້ໃດ​ນໍ ຈະ​ຮ້ອງໄຫ້ ແລະ​ໂສກເສົ້າ​ນຳ​ພວກເຈົ້າ? ຜູ້ໃດ​ນໍ ຈະ​ໃຊ້​ເວລາ​ຍືດຍາວ ເພື່ອ​ຖາມ​ເຖິງ​ຄວາມສຸກ​ທຸກ​ຂອງ​ພວກເຈົ້າ?</verse>
				<verse number="6">ພວກເຈົ້າ​ເປັນ​ປະຊາຊົນ​ທີ່​ໄດ້​ປະຖິ້ມ​ເຮົາ​ໄປ ພວກເຈົ້າ​ໄດ້​ຫັນ​ຫລັງ​ໃຫ້​ແກ່​ເຮົາ​ສາ​ແລ້ວ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ ສະນັ້ນ ເຮົາ​ຈຶ່ງ​ກ້າວ​ອອກ​ຢຽບ​ພວກເຈົ້າ​ໃຫ້​ໝຸ່ນ​ໝົດ ເພາະ​ເຮົາ​ເມື່ອຍ​ອົດ​ທີ່​ບໍ່​ໂກດຮ້າຍ​ພວກເຈົ້າ​ແລ້ວ.</verse>
				<verse number="7">ຕາມ​ແຕ່ລະ​ຕົວເມືອງ​ທີ່​ຢູ່​ໃນ​ດິນແດນ ເຮົາ​ໃຊ້​ດົ້ງຝັດ​ພວກເຈົ້າ​ໄປ​ດັ່ງ​ຄົນ​ຝັດ​ແກບ​ຖິ້ມ. ເຮົາ​ທຳລາຍ​ພວກເຈົ້າ​ແລ້ວ ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ຂ້າ​ລູກ​ພວກເຈົ້າ​ໝົດ​ຍ້ອນ​ພວກເຈົ້າ​ບໍ່​ເຊົາ​ເຮັດ​ຊົ່ວ.</verse>
				<verse number="8">ໃນ​ດິນແດນ​ມີ​ແມ່ໝ້າຍ​ຫລາຍກວ່າ ທີ່​ແຄມ​ທະເລ​ມີ​ເມັດຊາຍ. ເຮົາ​ຂ້າ​ຊາວ​ໜຸ່ມ ແລະ​ໃຫ້​ແມ່​ທຸກ​ລະທົມ​ໃຈ ໂດຍ​ຕີ​ພວກເຂົາ​ລົງ​ບຶດດຽວ​ໃຫ້​ລະທົມ​ໃຈ​ຢ້ານ.</verse>
				<verse number="9">ແມ່​ທີ່​ເສຍ​ລູກ​ເຈັດ​ຄົນ ກໍ​ສະຫລົບ​ລົ້ມ​ຫາຍໃຈ​ປາ ສຳລັບ​ນາງ ແສງ​ກາງເວັນ​ກໍ​ປ່ຽນ​ເປັນ​ມືດ​ສາ​ແລ້ວ; ນາງ​ຖືກ​ອັບອາຍ​ຂາຍໜ້າ ແລະ​ຂົມຂື່ນ​ຈິດໃຈ ເຮົາ​ຈະ​ປ່ອຍ​ໃຫ້​ສັດຕູ​ຂ້າ​ພວກເຈົ້າ​ຜູ້​ຍັງ​ມີ​ຊີວິດ​ຢູ່.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="10">ຂ້ານ້ອຍ​ນີ້ ຊ່າງ​ເປັນ​ຄົນ​ທີ່​ຂາດ​ຄວາມ​ສຸກໃຈ​ແທ້​ນໍ ເປັນຫຍັງ​ນໍ​ແມ່​ຈຶ່ງ​ເກີດ​ຂ້ານ້ອຍ​ມາ​ຢູ່​ໃນ​ໂລກນີ້? ຂ້ານ້ອຍ​ຈຶ່ງ​ຕ້ອງ​ປາກເວົ້າ​ຜິດຖຽງ ແລະ​ໂຕ້ແຍ້ງ​ກັບ​ທຸກໆ​ຄົນ​ທີ່​ຢູ່​ໃນ​ດິນແດນ​ນີ້. ຂ້ານ້ອຍ​ບໍ່ໄດ້​ໃຫ້​ຜູ້ໃດ​ຢືມ​ເງິນ ຫລື​ຢືມ​ເງິນ​ຈາກ​ຜູ້ໃດ​ເລີຍ, ແຕ່​ປານ​ນັ້ນ​ທຸກຄົນ​ກໍ​ສາບແຊ່ງ​ຂ້ານ້ອຍ.</verse>
				<verse number="11">ຂ້າແດ່​ພຣະເຈົ້າຢາເວ ຂໍ​ໃຫ້​ຄຳສາບແຊ່ງ​ຂອງ​ພວກເຂົາ​ທັງໝົດ​ກາຍເປັນຈິງ ຖ້າ​ຂ້ານ້ອຍ​ບໍ່ໄດ້​ບົວລະບັດ​ຮັບໃຊ້ ພຣະອົງ​ຢ່າງດີ ຖ້າ​ຂ້ານ້ອຍ​ບໍ່ໄດ້​ຮ້ອງຂໍ​ກັບ​ພຣະອົງ​ເພື່ອ​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ ເມື່ອ​ພວກເຂົາ​ເດືອດຮ້ອນ ແລະ​ຕົກ​ຢູ່​ໃນ​ຄວາມ​ລຳບາກ. (</verse>
				<verse number="12">ບໍ່ມີ​ຜູ້ໃດ​ຫັກ​ເຫຼັກ​ໄດ້ ໂດຍ​ສະເພາະ​ຢ່າງຍິ່ງແລ້ວ ແມ່ນ​ເຫຼັກ​ທີ່​ມາ​ຈາກ​ທິດເໜືອ​ຊຶ່ງ​ປະປົນ​ກັບ​ທອງສຳຣິດ.)</verse>
				<verse number="13">ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຮົາ​ຈະ​ສົ່ງ​ເຫຼົ່າ​ສັດຕູ​ມາ​ກວາດເອົາ​ຊັບສົມບັດ​ແລະ​ເງິນຄຳ ທີ່​ປະຊາຊົນ​ຂອງເຮົາ​ໄດ້​ສະສົມ​ໄວ້​ໄປ​ໝົດ ເພື່ອ​ເປັນ​ການ​ລົງໂທດ​ທີ່​ພວກເຂົາ​ໄດ້​ກະທຳ​ບາບ​ໄວ້​ທົ່ວ​ທັງ​ດິນແດນ.</verse>
				<verse number="14">ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ຮັບໃຊ້​ເຫຼົ່າ​ສັດຕູ​ໃນ​ປະເທດ​ໜຶ່ງ ທີ່​ພວກເຂົາ​ບໍ່ເຄີຍ​ຮູ້ຈັກ ເພາະ​ຄວາມ​ໂກດຮ້າຍ​ຂອງເຮົາ​ເປັນ​ດັ່ງ​ໄຟ ຊຶ່ງ​ໄໝ້​ເຜົາຜານ​ຕະຫລອດໄປ.”</verse>
				<verse number="15">ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເຂົ້າໃຈ. ຈົ່ງ​ລະນຶກເຖິງ​ຂ້ານ້ອຍ​ແລະ​ຊ່ວຍ​ຊູ​ຂ້ານ້ອຍ​ດ້ວຍ. ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ແກ້ແຄ້ນ​ພວກ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ເຖີດ. ຢ່າ​ອົດທົນ​ຕໍ່​ພວກເຂົາ​ຜູ້​ທີ່​ຫວັງ​ຢາກ​ຂ້າ​ຂ້ານ້ອຍ​ໃຫ້​ໄດ້. ຈົ່ງ​ລະນຶກ​ວ່າ ການ​ທີ່​ຂ້ານ້ອຍ​ໄດ້​ຮັບ​ການ​ດູໝິ່ນນິນທາ​ນີ້ ກໍ​ເພື່ອ​ເຫັນ​ແກ່​ພຣະອົງ.</verse>
				<verse number="16">ພຣະອົງ​ໄດ້​ກ່າວ​ແກ່​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍໄດ້​ເຊື່ອຟັງ​ພຣະອົງ​ທຸກ​ຖ້ອຍຄຳ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ເປັນ​ຂອງ​ພຣະອົງ; ສະນັ້ນ ຖ້ອຍຄຳ​ຂອງ​ພຣະອົງ​ຈຶ່ງ​ເຮັດ​ໃຫ້​ຈິດໃຈ​ຂອງ​ຂ້ານ້ອຍ ເຕັມ​ລົ້ນ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ແລະ​ຄວາມ​ສຸກໃຈ.</verse>
				<verse number="17">ຂ້ານ້ອຍ​ບໍ່ໄດ້​ໃຊ້​ເວລາ​ກັບ​ຄົນອື່ນ​ໃຫ້​ເສຍ​ໄປ​ລ້າໆ ໂດຍ​ຫົວເລາະ​ແລະ​ສະໜຸກ​ສະໜານ. ໂດຍ​ຍອມ​ເຊື່ອຟັງ​ພຣະ​ຂໍ້ຄຳສັ່ງ ຂ້ານ້ອຍ​ໄດ້​ຢູ່​ຕາມ​ລຳພັງ ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ.</verse>
				<verse number="18">ເປັນຫຍັງ​ຂ້ານ້ອຍ​ຈຶ່ງ​ຕ້ອງ​ທົນທຸກ​ຢູ່​ຢ່າງນີ້? ເປັນຫຍັງ​ບາດແຜ​ຂອງ​ຂ້ານ້ອຍ​ຈຶ່ງ​ບໍ່​ດີ​ຈັກເທື່ອ? ເປັນຫຍັງ​ບາດແຜ​ນັ້ນ​ຈຶ່ງ​ປິ່ນປົວ​ບໍ່​ດີ? ພຣະອົງ​ຕັ້ງໃຈ​ຈະ​ໃຫ້​ຂ້ານ້ອຍ​ຕ້ອງ​ຜິດຫວັງ ດັ່ງ​ນໍ້າ​ຫ້ວຍ​ທີ່​ບົກແຫ້ງ​ລົງ​ໃນ​ລະດູຮ້ອນ​ຊັ້ນບໍ?”</verse>
				<verse number="19">ກ່ຽວກັບ​ຄຳຖາມ​ນີ້​ພຣະເຈົ້າຢາເວ​ຕອບ​ຄືນ​ວ່າ, “ຖ້າ​ເຈົ້າ​ກັບ​ມາ ເຮົາ​ກໍ​ຈະ​ຮັບ​ເອົາ​ເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງເຮົາ​ອີກ. ຖ້າ​ເຈົ້າ​ບໍ່​ເວົ້າ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ ແລະ​ປະກາດ​ແຕ່​ຖ້ອຍຄຳ​ຂອງເຮົາ ເຈົ້າ​ກໍ​ຈະ​ໄດ້​ເປັນ​ຜູ້ທຳນວາຍ​ຂອງເຮົາ​ອີກ. ປະຊາຊົນ​ຈະ​ກັບຄືນ​ມາ​ຫາ​ເຈົ້າ ແລະ​ເຈົ້າ​ບໍ່​ຕ້ອງ​ໄປ​ຫາ​ພວກເຂົາ.</verse>
				<verse number="20">ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ດັ່ງ​ກຳແພງ​ທອງສຳຣິດ ອັນ​ແຂງແກ່ນ​ສຳລັບ​ພວກເຂົາ. ພວກເຂົາ​ຈະ​ຕໍ່ສູ້​ເຈົ້າ ແຕ່​ພວກເຂົາ​ຈະ​ບໍ່​ຊະນະ​ເຈົ້າ​ໄດ້​ຈັກເທື່ອ. ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໃຫ້​ປອດໄພ.</verse>
				<verse number="21">ເຮົາ​ຈະ​ຊ່ວຍກູ້​ເອົາ​ເຈົ້າ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ຄົນຊົ່ວຮ້າຍ ແລະ​ຄົນ​ມັກການ​ຮຸນແຮງ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.</verse>
			</chapter>
			<chapter number="16">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ອີກ​ວ່າ,</verse>
				<verse number="2">“ຢ່າ​ແຕ່ງງານ​ຫລື​ມີ​ລູກ​ໃນ​ບ່ອນ​ຢ່າງນີ້​ເລີຍ.</verse>
				<verse number="3">ພຣະເຈົ້າຢາເວ​ຈະ​ບອກ​ເຈົ້າ​ເຖິງ​ສິ່ງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ຕໍ່​ພວກ​ເດັກນ້ອຍ​ທີ່​ເກີດ​ໃນ​ບ່ອນນີ້ ແລະ​ຕໍ່​ພໍ່​ແມ່​ຂອງ​ພວກເຂົາ.</verse>
				<verse number="4">ພວກເຂົາ​ຈະ​ຕາຍ​ດ້ວຍ​ການ​ເຈັບໄຂ້​ໄດ້ປ່ວຍ​ໜັກ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄວ້ທຸກ​ໃຫ້​ພວກເຂົາ ແລະ​ຝັງ​ພວກເຂົາ​ໄວ້. ຊາກສົບ​ຂອງ​ພວກເຂົາ​ຈະ​ຢຽດຢາຍ​ດັ່ງ​ກອງຝຸ່ນ​ຢູ່​ຕາມ​ເທິງ​ໜ້າດິນ. ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ສົງຄາມ ຫລື​ຕາຍອຶດ​ຕາຍຢາກ ແລະ​ຊາກສົບ​ຂອງ​ພວກເຂົາ​ຈະ​ເປັນ​ອາຫານ​ສຳລັບ​ຝູງນົກ ແລະ​ຝູງ​ສັດປ່າ.”</verse>
				<verse number="5">ເພາະ​ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: “ເຈົ້າ​ບໍ່​ຕ້ອງ​ເຂົ້າ​ໄປ​ໃນ​ເຮືອນ​ທີ່​ກຳລັງ​ໄວ້ທຸກ. ຢ່າ​ໂສກເສົ້າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ. ເຮົາ​ຈະ​ບໍ່​ອວຍພອນ​ປະຊາຊົນ​ຂອງເຮົາ​ໃຫ້​ມີ​ສັນຕິສຸກ ຫລື​ສະແດງ​ຄວາມຮັກ​ແລະ​ເມດຕາ​ແກ່​ພວກເຂົາ​ຕໍ່ໄປ​ອີກ​ແລ້ວ. ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ.</verse>
				<verse number="6">ທັງ​ຄົນຮັ່ງມີ​ແລະ​ຄົນ​ຍາກຈົນ​ຈະ​ຕາຍ​ຢູ່​ໃນ​ດິນແດນ​ນີ້ ແຕ່​ບໍ່ມີ​ຜູ້ໃດ​ຈະ​ຝັງ​ພວກເຂົາ​ໄວ້ ແລະ​ໄວ້ທຸກ​ໃຫ້​ພວກເຂົາ. ບໍ່ມີ​ຜູ້ໃດ​ຈະ​ຂີດ​ຕົວ​ເອງ ຫລື​ແຖ​ຫົວ​ສະແດງ​ຄວາມ​ໂສກເສົ້າ​ຂອງຕົນ.</verse>
				<verse number="7">ບໍ່ມີ​ຜູ້ໃດ​ຈະ​ກິນ​ແລະ​ດື່ມ​ກັບ​ຄົນໜຶ່ງ​ຄົນໃດ​ເພື່ອ​ເລົ້າໂລມ​ໃຈກັນ ເມື່ອ​ຄົນ​ທີ່​ຕົນ​ຮັກ​ຕາຍໄປ. ບໍ່ມີ​ຜູ້ໃດ​ຈະ​ສະແດງ​ຄວາມ​ເຫັນອົກ​ເຫັນໃຈ​ຕໍ່​ກັນແລະກັນ ແມ່ນແຕ່​ຕໍ່​ຜູ້​ທີ່​ສູນເສຍ​ພໍ່​ຫລື​ແມ່​ກໍດີ.</verse>
				<verse number="8">ຢ່າ​ເຂົ້າ​ໄປ​ໃນ​ເຮືອນ​ທີ່​ຄົນ​ກຳລັງ​ກິນລ້ຽງ​ກັນ. ຢ່າ​ນັ່ງ​ລົງ​ກິນ​ແລະ​ດື່ມ​ກັບ​ພວກເຂົາ.</verse>
				<verse number="9">ຈົ່ງ​ຟັງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ: ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ​ເຮຮາ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ສຸດສິ້ນ​ລົງ. ປະຊາຊົນ​ໃນ​ທີ່ນີ້​ຈະ​ມີ​ຊີວິດ​ຢູ່​ຈົນ​ໄດ້​ເຫັນ​ເຫດການ​ນີ້​ເກີດຂຶ້ນ.”</verse>
				<verse number="10">“ເມື່ອ​ເຈົ້າ​ບອກ​ພວກເຂົາ​ສິ່ງ​ທັງໝົດ​ນັ້ນ​ແລ້ວ ພວກເຂົາ​ກໍ​ຈະ​ຖາມ​ເຈົ້າ​ວ່າ, ‘ເປັນຫຍັງ​ພຣະເຈົ້າຢາເວ​ຈຶ່ງ​ລົງໂທດ​ພວກເຂົາ​ໜັກ​ແທ້.’ ພວກເຂົາ​ຈະ​ຖາມ​ວ່າ, ‘ພວກເຮົາ​ມີ​ຄະດີ​ຫຍັງ ແລະ​ໄດ້​ເຮັດ​ບາບ​ຫຍັງ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ແດ່.’</verse>
				<verse number="11">ແລ້ວ​ເຈົ້າ​ຈົ່ງ​ບອກ​ພວກເຂົາ​ວ່າ ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ ‘ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ຫັນໜີ​ຈາກ​ເຮົາ​ໄປ​ຂາບໄຫວ້​ແລະ​ຮັບໃຊ້​ພະອື່ນ. ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ແລະ​ບໍ່ໄດ້​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງເຮົາ.</verse>
				<verse number="12">ແຕ່​ພວກເຈົ້າ​ໄດ້​ເຮັດ​ບາບ​ຫລາຍກວ່າ ບັນພະບຸລຸດ​ຂອງ​ພວກເຈົ້າ​ອີກ. ພວກເຈົ້າ​ທຸກຄົນ​ດື້ດ້ານ​ແລະ​ຊົ່ວຊ້າ ແລະ​ພວກເຈົ້າ​ກໍ​ບໍ່ໄດ້​ເຊື່ອຟັງ​ເຮົາ​ເລີຍ.</verse>
				<verse number="13">ສະນັ້ນ ເຮົາ​ຈຶ່ງ​ຈະ​ໂຍນ​ພວກເຈົ້າ​ອອກ​ຈາກ​ດິນແດນ​ນີ້ ເຂົ້າ​ໄປ​ໃນ​ດິນແດນ​ໜຶ່ງ ທີ່​ທັງ​ພວກເຈົ້າ​ເອງ​ແລະ​ບັນພະບຸລຸດ​ຂອງ​ພວກເຈົ້າ ບໍ່ເຄີຍ​ຮູ້ຈັກ​ມາກ່ອນ. ຢູ່​ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ບັນດາ​ພະອື່ນ​ທັງເວັນ​ທັງຄືນ ແລະ​ເຮົາ​ຈະ​ບໍ່​ເມດຕາ​ພວກເຈົ້າ​ເລີຍ.”’</verse>
				<verse number="14">ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ປະຊາຊົນ​ຈະ​ບໍ່​ກ່າວ​ຕໍ່ໄປ​ອີກ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ຜູ້​ທີ່​ໄດ້​ນຳ​ປະຊາຊົນ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ.’</verse>
				<verse number="15">ແຕ່​ພວກເຂົາ​ຈະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ຜູ້​ໄດ້​ນຳ​ປະຊາຊົນ​ອິດສະຣາເອນ​ອອກ​ມາ​ຈາກ​ດິນແດນ​ທາງ​ທິດເໜືອ ແລະ​ອອກ​ມາ​ຈາກ​ປະເທດ​ຕ່າງໆ ທີ່​ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ.’ ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ເດີມ​ຂອງ​ພວກເຂົາ ຄື​ດິນແດນ​ຊຶ່ງ​ເຮົາ​ໄດ້​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ​ນັ້ນ.”</verse>
				<verse number="16">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ກຳລັງ​ຈະ​ສົ່ງ​ຄົນ​ຈັບປາ​ຫລາຍ​ຄົນ ມາ​ຈັບ​ປະຊາຊົນ​ເຫຼົ່ານີ້. ແລ້ວ​ເຮົາ​ກໍ​ຈະ​ສົ່ງ​ນາຍພານ​ຫລາຍ​ຄົນ ມາ​ໂຫ່​ພວກເຂົາ​ລົງ​ຈາກ​ເທິງ​ພູເຂົາ ແລະ​ເນີນພູ​ທຸກໜ່ວຍ ແລະ​ເຂົ້າ​ໄປ​ໃນ​ຖໍ້າ​ແລະ​ໃນ​ໂງ່ນຫີນ.</verse>
				<verse number="17">ເຮົາ​ເຫັນ​ທຸກໆ​ສິ່ງ​ທີ່​ພວກເຂົາ​ເຮັດ. ບໍ່ມີ​ສິ່ງໃດ​ປິດບັງ​ຈາກ​ເຮົາ​ໄປ​ໄດ້. ບາບ​ຂອງ​ພວກເຂົາ​ຫລົບຫລີກ​ຈາກ​ສາຍຕາ​ຂອງເຮົາ​ບໍ່ໄດ້​ດອກ.</verse>
				<verse number="18">ເຮົາ​ຈະ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດກຳ​ສອງ​ເທົ່າ ສຳລັບ​ການບາບ​ແລະ​ຄວາມ​ຊົ່ວຊ້າ​ທີ່​ພວກເຂົາ​ໄດ້​ເຮັດ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ດິນແດນ​ຂອງເຮົາ​ເປັນ​ມົນທິນ ໂດຍ​ສ້າງ​ຮູບເຄົາຣົບ​ທີ່​ບໍ່ມີ​ຊີວິດ​ແລະ​ໂດຍ​ມີ​ພະປອມ​ເຕັມ​ທົ່ວ​ທັງ​ດິນແດນ.”</verse>
				<verse number="19">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ແມ່ນ​ຜູ້​ທີ່​ປົກປ້ອງ​ຄຸ້ມຄອງ​ຂອງ​ຂ້ານ້ອຍ ແລະ​ໃຫ້​ກຳລັງ​ວັງຊາ​ແກ່​ຂ້ານ້ອຍ; ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃນ​ຍາມ​ເດືອດຮ້ອນ. ຊົນຊາດ​ທັງຫລາຍ​ຈະ​ມາ​ຫາ​ພຣະອົງ​ຈາກ​ສົ້ນສຸດ​ແຜ່ນດິນ​ໂລກ ແລະ​ກ່າວ​ວ່າ, “ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່ມີ​ຫຍັງ​ເລີຍ; ມີ​ແຕ່​ພະປອມ​ເທົ່ານັ້ນ​ຄື​ຮູບເຄົາຣົບ​ທັງຫລາຍ​ທີ່​ບໍ່ມີ​ປະໂຫຍດ.</verse>
				<verse number="20">ຄົນ​ໜຶ່ງ​ເຮັດ​ພະ​ຂອງຕົນ​ໄດ້​ບໍ? ບໍ່ໄດ້​ດອກ; ຖ້າ​ລາວ​ເຮັດ​ໄດ້ ສິ່ງ​ທີ່​ລາວ​ເຮັດ​ນັ້ນ​ກໍ​ບໍ່ແມ່ນ​ພຣະແທ້.”</verse>
				<verse number="21">“ເພາະສະນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຊົນຊາດ​ຕ່າງໆ ຮູ້​ຣິດເດດ ແລະ​ຄວາມ​ຍິ່ງໃຫຍ່​ຂອງເຮົາ​ຄັ້ງດຽວ​ແລ້ວ​ພໍ; ພວກເຂົາ​ຈະ​ຮູ້​ວ່າ​ນາມຊື່​ຂອງເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
			</chapter>
			<chapter number="17">
				<verse number="1">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ຢູດາ​ເອີຍ ບາບ​ຂອງ​ພວກເຈົ້າ​ໄດ້​ຖືກ​ຂຽນ​ໄວ້​ແລ້ວ​ໂດຍ​ໃຊ້​ປາກກາ​ເຫຼັກ​ຂຽນ; ມັນ​ໄດ້​ຖືກ​ຂຽນ​ໄວ້​ຢູ່​ໃນ​ຫົວໃຈ​ຂອງ​ພວກເຈົ້າ ໂດຍ​ໃຊ້​ເພັດ​ຄົມໆ​ແກະສະຫລັກ ແລະ​ຖືກ​ສະຫລັກ​ໄວ້​ທີ່​ແຈ​ຕ່າງໆ​ຂອງ​ແທ່ນບູຊາ​ຂອງ​ພວກເຈົ້າ.</verse>
				<verse number="2">ປະຊາຊົນ​ຂອງເຈົ້າ​ຂາບໄຫວ້​ທີ່​ແທ່ນບູຊາ​ແລະ​ທີ່​ເສົາ​ໄມ້​ສັກສິດ ອັນ​ເປັນ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ, ຕາມ​ກ້ອງ​ກົກໄມ້​ໃບຂຽວ, ຕາມ​ເນີນ​ທີ່ສູງ​ຕ່າງໆ,</verse>
				<verse number="3">ແລະ​ຕາມ​ໜ່ວຍ​ພູ​ໃນ​ຊົນນະບົດ. ເຮົາ​ຈະ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ຢຶດ​ຊັບສົມບັດ​ແລະ​ສິ່ງຂອງ​ທີ່​ພວກເຈົ້າ​ໄດ້​ສະສົມ​ໄວ້​ໄປ​ໝົດ ຍ້ອນ​ການບາບ​ທັງໝົດ​ທີ່​ພວກເຈົ້າ​ໄດ້​ເຮັດ​ໄວ້ ທົ່ວ​ທັງ​ດິນແດນ​ຂອງ​ພວກເຈົ້າ.</verse>
				<verse number="4">ພວກເຈົ້າ​ຈະ​ຕ້ອງ​ປ່ອຍປະ ດິນແດນ​ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ນັ້ນ ແລະ​ເຮົາ​ຈະ​ກະທຳ​ໃຫ້​ພວກເຈົ້າ​ໄປ​ຮັບໃຊ້​ເຫຼົ່າ​ສັດຕູ​ຢູ່​ໃນ​ດິນແດນ​ທີ່​ພວກເຈົ້າ​ບໍ່​ຮູ້​ຫຍັງ​ເລີຍ ຍ້ອນ​ຄວາມ​ໂກດຮ້າຍ​ຂອງເຮົາ​ນັ້ນ​ເປັນ​ດັ່ງ​ໄຟ​ທີ່​ຈະ​ໄໝ້​ເຜົາຜານ​ຕະຫລອດໄປ.”</verse>
				<verse number="5">ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນໃດ​ທີ່​ວາງໃຈ​ໃນ​ມະນຸດ ແລະ​ວາງໃຈ​ໃນ​ກຳລັງ​ຂອງ​ຕົນ ແລະ​ໃຈ​ຂອງຕົນ​ຫັນໜີ​ໄປ​ຈາກ​ພຣະເຈົ້າຢາເວ ຄົນນັ້ນ​ກໍ​ເປັນ​ທີ່​ສາບແຊ່ງ​ແລ້ວ.</verse>
				<verse number="6">ພວກເຂົາ​ເປັນ​ດັ່ງ​ພຸ່ມໄມ້​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ທີ່​ໃຫຍ່​ຂຶ້ນ​ໃນ​ດິນແດນ​ເປົ່າປ່ຽວ​ແລະ​ແຫ້ງແລ້ງ ເທິງ​ພື້ນດິນ​ເຄັມ​ທີ່​ບໍ່ມີ​ຫຍັງ​ເກີດຂຶ້ນ​ມາ ບໍ່ມີ​ສິ່ງດີ​ຫຍັງ​ເກີດຂຶ້ນ​ມາ​ແກ່​ພວກເຂົາ.</verse>
				<verse number="7">ແຕ່​ຜູ້ໃດ​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ແລະ​ຊອກຫາ​ຄວາມ​ປອດໄພ​ໃນ​ພຣະເຈົ້າຢາເວ ຜູ້ນັ້ນ​ຈະ​ໄດ້​ຮັບ​ພຣະພອນ.</verse>
				<verse number="8">ພວກເຂົາ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ເກີດ​ໃກ້​ແຄມ​ລຳທານ ຢັ່ງຮາກ​ລົງ​ດູດ​ນໍ້າ​ຕາມ​ລຳທານ​ນັ້ນ. ພວກເຂົາ​ຈະ​ບໍ່​ຢ້ານ​ເມື່ອ​ອາກາດ​ຮ້ອນ​ພັດ​ຜ່ານ​ມາ ເພາະ​ໃບ​ກໍ​ດົກ ແລະ​ຂຽວ​ຢູ່​ເລື້ອຍໆ; ມັນ​ຈະ​ບໍ່​ເດືອດຮ້ອນ​ເມື່ອ​ບໍ່ມີ​ຝົນ​ຕົກ ຈະ​ສືບຕໍ່​ເກີດດອກ​ອອກຜົນ​ຢູ່​ຢ່າງນັ້ນ.</verse>
				<verse number="9">ບໍ່ມີ​ສິ່ງໃດ​ຫລອກລວງ​ສໍ່າກັບ​ຈິດໃຈ​ຄົນ ຊຶ່ງ​ປິ່ນປົວ​ໃຫ້​ດີ​ແລະ​ເຂົ້າໃຈ​ບໍ່ໄດ້.</verse>
				<verse number="10">ເຮົາ​ຄື​ພຣະເຈົ້າຢາເວ​ຄົ້ນເບິ່ງ​ແນວຄິດ​ຂອງ​ຄົນ ແລະ​ທົດສອບ​ເບິ່ງ​ໃຈ​ມະນຸດ​ທັງຫລາຍ​ດ້ວຍ. ເຮົາ​ເຮັດ​ຕໍ່​ແຕ່ລະຄົນ​ຕາມ​ວິທີ​ທີ່​ພວກເຂົາ​ໃຊ້​ຊີວິດ ຄື​ຕາມ​ສິ່ງ​ທີ່​ພວກເຂົາ​ປະພຶດ​ແລະ​ກະທຳ.”</verse>
				<verse number="11">ຜູ້​ທີ່​ໄດ້​ເງິນຄຳ​ມາ​ໃນ​ທາງ​ບໍ່​ສຸດຈະຫລິດ ກໍ​ເປັນ​ດັ່ງ​ນົກ​ຟັກໄຂ່​ທີ່​ບໍ່​ອອກລູກ ໃນ​ຊີວິດ​ບັ້ນກາງ​ລາວ​ຈະ​ເສຍ​ຄວາມຮັ່ງມີ​ໄປ ໃນ​ຊີວິດ​ບັ້ນປາຍ​ຈະ​ບໍ່ມີ​ຫຍັງ​ແຕ່​ກາຍເປັນ​ບ້າ.</verse>
				<verse number="12">ພຣະວິຫານ​ນັ້ນ ເປັນ​ດັ່ງ​ບັນລັງ​ອັນ​ສະຫງ່າຣາສີ ໂດຍ​ຕັ້ງ​ຢູ່​ເທິງ​ພູເຂົາ​ສູງ​ມາ​ແຕ່​ຕົ້ນເດີມ​ພຸ້ນ.</verse>
				<verse number="13">ພຣະເຈົ້າຢາເວ​ຄື​ຄວາມຫວັງ​ຂອງ​ອິດສະຣາເອນ ທຸກຄົນ​ທີ່​ປະຖິ້ມ​ພຣະອົງ​ຈະ​ໄດ້​ຖືກ​ອັບອາຍ​ຂາຍໜ້າ. ພວກເຂົາ​ຈະ​ດັບສູນໄປ ດັ່ງ​ຊື່​ທີ່​ຖືກ​ບັນທຶກ​ໃນ​ຂີ້ຝຸ່ນ​ດິນ ເພາະ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ​ອົງ​ເປັນ​ນໍ້າພຸ​ແຫ່ງ​ຊີວິດ.</verse>
				<verse number="14">ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ປິ່ນປົວ​ຂ້ານ້ອຍ​ແລະ​ຂ້ານ້ອຍ​ກໍ​ຈະ​ຫາຍ​ດີ; ຈົ່ງ​ຊ່ວຍກູ້​ເອົາ​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍ​ຈະ​ໄດ້ພົ້ນ. ພຣະອົງ​ແມ່ນ​ຜູ້​ທີ່​ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ.</verse>
				<verse number="15">ປະຊາຊົນ​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ, “ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄປ​ໃສ​ແລ້ວ? ໃຫ້​ພຣະອົງ​ເຮັດ​ສຳເລັດ​ດຽວ​ນີ້​ແມ.”</verse>
				<verse number="16">ແຕ່​ຂ້ານ້ອຍ​ບໍ່ໄດ້​ຫາ​ໂອກາດ​ໜີ​ຈາກ​ການ​ເປັນຜູ້ລ້ຽງ​ແກະ​ທີ່​ຕາມ​ພຣະອົງ​ໄປ ຂ້ານ້ອຍ​ບໍ່ເຄີຍ​ປາຖະໜາ​ເຫັນ​ວັນ​ແຫ່ງ​ຄວາມ​ຈິບຫາຍ. ພຣະອົງ​ກໍ​ຮູ້​ເລື່ອງ​ນີ້​ດີ; ພຣະອົງ​ກໍ​ຮູ້​ແລ້ວ​ໃນ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເວົ້າ​ອອກ​ມາ​ຈາກ​ປາກ​ຂອງ​ຂ້ານ້ອຍ ກໍ​ຖືກຕ້ອງ​ຕໍ່ສາຍຕາ​ຂອງ​ພຣະອົງ.</verse>
				<verse number="17">ຢ່າ​ສູ່​ເຮັດ​ໃຫ້​ຂ້ານ້ອຍ​ຕົກໃຈ​ຢ້ານກົວ​ເລີຍ; ພຣະອົງ​ເປັນ​ທີ່​ເພິ່ງ​ອັນ​ປອດໄພ​ຂອງ​ຂ້ານ້ອຍ ເມື່ອ​ຄວາມ​ເດືອດຮ້ອນ​ມາເຖິງ.</verse>
				<verse number="18">ຈົ່ງ​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ຄົນ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ແດ່ທ້ອນ; ແຕ່​ຂໍ​ຊົງ​ໂຜດ​ໄວ້​ຊີວິດ​ຂອງ​ຂ້ານ້ອຍ​ດ້ວຍ​ເທີ້ນ. ຈົ່ງ​ກະທຳ​ໃຫ້​ພວກເຂົາ​ຕົກໃຈ​ຢ້ານ​ຢ່າງໃຫຍ່ ແຕ່​ຢ່າ​ເຮັດ​ໃຫ້​ຂ້ານ້ອຍ​ຢ້ານກົວ​ເລີຍ. ຈົ່ງ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ແລະ​ທຳລາຍ​ພວກເຂົາ​ໃຫ້​ໝຸ່ນ​ທະລາຍ​ດ້ວຍ​ເຖີດ.</verse>
				<verse number="19">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ​ເອີຍ ຈົ່ງ​ໄປ​ປະກາດ​ຖ້ອຍຄຳ​ຂອງເຮົາ​ທີ່​ປະຕູ​ເມືອງ ຊຶ່ງ​ເປັນ​ບ່ອນ​ທີ່​ບັນດາ​ກະສັດ​ແຫ່ງ​ຢູດາຍ​ເຂົ້າ​ແລະ​ອອກ​ເມືອງ; ແລ້ວ​ຈົ່ງ​ໄປ​ທົ່ວ​ທັງ​ປະຕູ​ອື່ນໆ​ຂອງ​ນະຄອນ​ເຢຣູຊາເລັມ​ອີກ.</verse>
				<verse number="20">ຈົ່ງ​ບອກ​ບັນດາ​ກະສັດ ແລະ​ປະຊາຊົນ​ທັງໝົດ​ຂອງ​ຢູດາຍ​ຕະຫລອດ​ກັບ​ທຸກໆຄົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຄື​ຜູ້​ທີ່​ເຂົ້າ​ທາງ​ປະຕູ​ນີ້​ໃຫ້​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ.</verse>
				<verse number="21">ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ, ຈົ່ງ​ລະວັງ​ໃຫ້ດີ ຖ້າ​ພວກເຈົ້າ​ຮັກ​ຊີວິດ​ຂອງ​ພວກເຈົ້າ; ຢ່າ​ແບກຫາມ​ສິ່ງໃດໆ​ຜ່ານ​ປະຕູ​ຂອງ​ນະຄອນ​ເຢຣູຊາເລັມ</verse>
				<verse number="22">ຫລື​ແບກຫາມ​ສິ່ງໃດໆ​ອອກ​ຈາກ​ເຮືອນ​ໃນ​ວັນ​ຊະບາໂຕ. ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ວຽກ​ໃນວັນນີ້ ພວກເຈົ້າ​ຕ້ອງ​ຢຶດຖື​ເປັນ​ວັນ​ສັກສິດ ດັ່ງ​ທີ່​ເຮົາ​ໄດ້​ສັ່ງ​ບັນພະບຸລຸດ​ຂອງ​ພວກເຈົ້າ.</verse>
				<verse number="23">ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ເຮົາ ແລະ​ພວກເຂົາ​ກໍ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ວັນ​ນີ້ ແຕ່​ພວກເຂົາ​ຊໍ້າພັດ​ດື້ດ້ານ, ບໍ່​ຍອມ​ເຊື່ອຟັງ ທັງ​ບໍ່​ຍອມ​ຮຽນຮູ້​ຈາກ​ເຮົາ​ດ້ວຍ.</verse>
				<verse number="24">ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ຕ້ອງ​ເຊື່ອຟັງ​ຂໍ້ຄຳສັ່ງ​ທັງໝົດ​ຂອງເຮົາ. ແລະ​ບໍ່​ຕ້ອງ​ແບກຫາມ​ສິ່ງໃດໆ ຜ່ານ​ເຂົ້າ​ໄປ​ໃນ​ປະຕູ​ຕ່າງໆ​ຂອງ​ນະຄອນ​ນີ້​ໃນ​ວັນ​ຊະບາໂຕ. ພວກເຈົ້າ​ຕ້ອງ​ຢຶດຖື​ວັນ​ຊະບາໂຕ ເປັນ​ວັນ​ສັກສິດ ແລະ​ບໍ່​ຕ້ອງ​ເຮັດ​ວຽກ​ໃດໆ​ໃນວັນນີ້.</verse>
				<verse number="25">ແລ້ວ​ບັນດາ​ກະສັດ​ກັບ​ບັນດາ​ເຈົ້າຊາຍ​ຂອງ​ພວກເຂົາ​ກໍ​ຈະ​ເຂົ້າ​ໄປ​ທີ່​ປະຕູ​ນະຄອນ​ເຢຣູຊາເລັມ ແລະ​ມີ​ອຳນາດ​ແຫ່ງ​ກະສັດ​ເພື່ອ​ປົກຄອງ​ອານາຈັກ​ດັ່ງ​ທີ່​ດາວິດ​ໄດ້​ມີ. ພ້ອມ​ກັບ​ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ພວກເຂົາ​ຈະ​ຂີ່​ລົດຮົບ ແລະ​ມ້າ​ແຫ່​ກັນ​ໄປ ແລະ​ນະຄອນ​ເຢຣູຊາເລັມ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ຄົນ​ສະເໝີ.</verse>
				<verse number="26">ປະຊາຊົນ​ຈະ​ມາ​ຈາກ​ເມືອງ​ຂອງ​ຢູດາຍ ແລະ​ຈາກ​ບ້ານ​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ ພວກເຂົາ​ຈະ​ມາ​ຈາກ​ເຂດແດນ​ຂອງ​ເບັນຢາມິນ, ຈາກ​ທິດ​ຕາເວັນຕົກ​ຂອງຕີນ​ພູ​ຕ່າງໆ, ຈາກ​ເຂດ​ເນີນພູ​ທັງຫລາຍ ແລະ​ຈາກ​ພາກໃຕ້​ຂອງ​ຢູດາຍ. ພວກເຂົາ​ຈະ​ນຳ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ, ພືດຜົນ​ເປັນເມັດ​ແລະ​ເຄື່ອງຫອມ, ຕະຫລອດ​ທັງ​ເຄື່ອງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="27">ແຕ່​ພວກເຈົ້າ​ຕ້ອງ​ເຊື່ອຟັງ​ເຮົາ​ແລະ​ຢຶດຖື​ວັນ​ຊະບາໂຕ​ເປັນ​ວັນ​ສັກສິດ. ແລະ​ບໍ່​ຕ້ອງ​ແບກຫາມ​ສິ່ງໃດໆ ຜ່ານ​ປະຕູ​ຕ່າງໆ​ຂອງ​ນະຄອນ​ເຢຣູຊາເລັມ​ໃນ​ວັນ​ນັ້ນ; ເພາະ​ຖ້າ​ພວກເຈົ້າ​ຂືນ​ເຮັດ ເຮົາ​ຈະ​ຈູດ​ປະຕູ​ຂອງ​ນະຄອນ​ເຢຣູຊາເລັມ​ຖິ້ມ. ໄຟ​ຈະ​ໄໝ້​ເຜົາຜານ​ວັງ​ຕ່າງໆ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ຈະ​ບໍ່ມີ​ຜູ້ໃດ​ມອດ​ໄດ້.”</verse>
			</chapter>
			<chapter number="18">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="2">“ຈົ່ງ​ລົງ​ໄປ​ທີ່​ເຮືອນ​ຂອງ​ຊ່າງ​ປັ້ນໝໍ້ ແລະ​ເຮົາ​ຈະ​ໃຫ້​ຖ້ອຍຄຳ​ຂອງເຮົາ​ແກ່​ເຈົ້າ​ຢູ່​ທີ່​ນັ້ນ.”</verse>
				<verse number="3">ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ລົງ​ໄປ​ທີ່​ນັ້ນ ແລະ​ເຫັນ​ຊ່າງ​ປັ້ນໝໍ້​ກຳລັງ​ຊ່ຽນ​ໝໍ້​ຂອງຕົນ​ຢູ່.</verse>
				<verse number="4">ເມື່ອໃດ​ໝໍ້​ທີ່​ລາວ​ປັ້ນນັ້ນ​ຮູບ​ຊົງ​ບໍ່​ສົມບູນ ລາວ​ກໍ​ໃຊ້​ດິນ​ໜຽວ​ອັນ​ເກົ່າ​ນັ້ນ​ປັ້ນ​ເປັນ​ພາຊະນະ​ຢ່າງອື່ນ​ອີກ.</verse>
				<verse number="5">ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍ​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="6">“ເຮົາ​ບໍ່ມີ​ສິດ​ທີ່​ຈະ​ເຮັດ​ກັບ​ປະຊາຊົນ​ອິດສະຣາເອນ ດັ່ງ​ຊ່າງ​ປັ້ນໝໍ້​ໄດ້​ເຮັດ​ກັບ​ດິນ​ໜຽວ​ນັ້ນ​ບໍ? ພຣະເຈົ້າຢາເວ​ກ່າວ​ວ່າ ດິນ​ໜຽວ​ຢູ່​ໃນ​ມື​ຂອງ​ຊ່າງ​ປັ້ນໝໍ້​ສັນໃດ ພວກເຈົ້າ​ກໍ​ຢູ່​ໃນ​ກຳມື​ຂອງເຮົາ​ສັນນັ້ນ.</verse>
				<verse number="7">ຖ້າ​ເມື່ອໃດ​ເຮົາ​ກ່າວ​ວ່າ​ຈະ​ຖອນ, ຈະ​ທັບ​ໃຫ້​ແຕກ, ຫລື​ຈະ​ທຳລາຍ​ຊົນຊາດ​ໃດ​ຊົນຊາດ​ໜຶ່ງ ຫລື​ອານາຈັກ​ໃດ​ອານາຈັກ​ໜຶ່ງ</verse>
				<verse number="8">ແຕ່​ແລ້ວ​ຊົນຊາດ​ນັ້ນ​ຫັນໜີ​ຈາກ​ການ​ຊົ່ວຮ້າຍ​ຂອງຕົນ ເຮົາ​ກໍ​ຈະ​ບໍ່​ເຮັດ​ສິ່ງ​ທີ່​ເຮົາ​ວ່າ​ຈະ​ເຮັດ​ນັ້ນ.</verse>
				<verse number="9">ອີກ​ຢ່າງໜຶ່ງ ຖ້າ​ເຮົາ​ກ່າວ​ວ່າ​ຈະ​ປູກ ຫລື​ຈະ​ກໍ່ສ້າງ​ຊົນຊາດ​ໜຶ່ງ​ຫລື​ອານາຈັກ​ໜຶ່ງ​ຂຶ້ນ</verse>
				<verse number="10">ແຕ່​ແລ້ວ​ຊົນຊາດ​ນັ້ນ​ບໍ່​ເຊື່ອຟັງ​ເຮົາ​ແລະ​ຍັງ​ເຮັດ​ຊົ່ວ​ຕໍ່ໄປ ເຮົາ​ກໍ​ຈະ​ບໍ່​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ.</verse>
				<verse number="11">ແລ້ວ​ບັດນີ້ ຈົ່ງ​ບອກ​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຮົາ​ກຳລັງ​ວາງແຜນ​ຕໍ່ສູ້​ພວກເຂົາ ແລະ​ກຳລັງ​ຕຽມພ້ອມ​ທີ່​ຈະ​ລົງໂທດ​ພວກເຂົາ. ຈົ່ງ​ບອກ​ພວກເຂົາ​ໃຫ້​ເຊົາ​ດຳເນີນ​ຊີວິດ​ໃນ​ທາງ​ບາບ​ນັ້ນ​ສາ ຄື​ໃຫ້​ປ່ຽນ​ວິທີ​ດຳເນີນ​ຊີວິດ​ແລະ​ສິ່ງ​ທີ່​ພວກເຂົາ​ກຳລັງ​ເຮັດ​ຢູ່​ນັ້ນ.</verse>
				<verse number="12">ພວກເຂົາ​ຈະ​ຕອບ​ວ່າ, ‘ບໍ່​ເປັນຫຍັງ​ພວກເຮົາ​ຕ້ອງ​ເຮັດ​ເຊັ່ນນັ້ນ? ພວກເຮົາ​ທຸກຄົນ​ຈະ​ດື້ດ້ານ​ແລະ​ເຮັດ​ຊົ່ວຊ້າ​ຕາມໃຈ​ຂອງ​ພວກເຮົາ​ຕໍ່ໄປ.”’</verse>
				<verse number="13">ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຖາມ​ທຸກ​ຊົນຊາດ ວ່າ​ເຫດການ​ເຊັ່ນນີ້​ເຄີຍ​ເກີດຂຶ້ນ​ກັບ​ພວກເຂົາ​ຫລື​ບໍ່? ສິ່ງ​ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ພາກັນ​ກະທຳ ເປັນ​ສິ່ງ​ໜ້າຢ້ານກົວ​ຫລາຍ ແລະ​ພີລຶກ​ແທ້ໆ</verse>
				<verse number="14">ພູສູງ​ເລບານອນ​ນັ້ນ​ຂາດ​ຫິມະ​ຈັກເທື່ອ​ບໍ? ກະແສ​ນໍ້າ​ເຢັນໆ​ທີ່​ເທິງ​ພູ​ບົກແຫ້ງ​ຈັກເທື່ອ​ຫລື​ບໍ່?</verse>
				<verse number="15">ແຕ່​ປະຊາຊົນ​ຂອງເຮົາ​ກັບ​ໄດ້​ລືມໄລ​ເຮົາ​ໄປ ພວກເຂົາ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ​ແກ່​ຮູບເຄົາຣົບ. ພວກເຂົາ​ຕ່າງ​ກໍໄດ້​ພາກັນ​ເຕະ​ສະດຸດ ຕາມ​ວິທີ​ທາງ​ທີ່​ພວກເຂົາ​ເດີນ​ໄປ​ນັ້ນ. ພວກເຂົາ​ບໍ່ໄດ້​ເຮັດ​ຕາມ​ທາງ​ເດີມ​ອີກ​ຕໍ່ໄປ ພວກເຂົາ​ແວ່​ໄປ​ຕາມ​ທາງ​ຊອຍ​ທີ່​ບໍ່ໄດ້​ຂີດໝາຍ​ໄວ້​ໃຫ້.</verse>
				<verse number="16">ພວກເຂົາ​ເຮັດ​ໃຫ້​ດິນແດນ​ນີ້​ເປັນ​ຕາ​ຢ້ານກົວ​ຫລາຍ ເປັນ​ດິນແດນ​ທີ່​ຖືກ​ອັບອາຍ​ຂາຍໜ້າ​ຕະຫລອດ. ທຸກຄົນ​ທີ່​ຜ່ານ​ໄປ​ເຫັນ​ບ່ອນ​ນັ້ນ​ຈະ​ສະດຸ້ງ​ຕົກໃຈ ຕ່າງ​ກໍ​ຈະ​ແກວ່ງຫົວ​ດ້ວຍ​ຄວາມ​ປະຫລາດ.</verse>
				<verse number="17">ເຮົາ​ຈະ​ກະຈັດ​ກະຈາຍ​ປະຊາຊົນ​ຂອງເຮົາ​ໄປ ຕໍ່ໜ້າ​ເຫຼົ່າ​ສັດຕູ​ດັ່ງ​ລົມ​ຕາເວັນອອກ​ພັດ. ເຮົາ​ຈະ​ຫັນຫລັງ​ໃຫ້​ແກ່​ພວກເຂົາ​ທຸກໆເຜົ່າ ເຮົາ​ຈະ​ບໍ່​ຊ່ວຍ​ພວກ​ເຂົາ ເມື່ອ​ໄພພິບັດ​ມາ​ເຖິງ.”</verse>
				<verse number="18">ແລ້ວ​ປະຊາຊົນ​ກໍໄດ້​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກຳຈັດ​ເຢເຣມີຢາ​ສາ​ເທາະ ພວກເຮົາ​ມີ​ພວກ​ປະໂຣຫິດ​ໃຫ້​ຄຳແນະນຳ, ມີ​ພວກ​ນັກປາດ​ໃຫ້​ຄຳ​ປຶກສາ ແລະ​ມີ​ພວກ​ຜູ້ທຳນວາຍ ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ສະເໝີ. ໃຫ້​ພວກເຮົາ​ຫາເລື່ອງ​ໃສ່​ລາວ ແລະ​ຢ່າ​ຟັງ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ.”</verse>
				<verse number="19">ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ໂຜດ​ສະດັບ​ຮັບ​ຟັງ​ສິ່ງ​ທີ່​ຂ້ານ້ອຍ​ກຳລັງ​ເວົ້າ ແລະ​ຟັງ​ເລື່ອງ​ທີ່​ເຫຼົ່າ​ສັດຕູ​ກ່າວ​ຮ້າຍ​ໃສ່​ຂ້ານ້ອຍ​ແດ່ທ້ອນ.</verse>
				<verse number="20">ພວກເຂົາ​ຈະ​ເຮັດ​ການຮ້າຍ​ຕອບແທນ​ການດີ​ຊັ້ນບໍ? ດ້ວຍວ່າ, ພວກເຂົາ​ຍັງ​ຂຸດ​ຫລຸມ​ໄວ້​ດັກຈັບ​ຂ້ານ້ອຍ​ຢູ່. ໂຜດ​ລະນຶກເຖິງ​ຂ້ານ້ອຍ​ທີ່​ໄດ້​ມາ​ຫາ​ພຣະອົງ ແລະ​ເວົ້າ​ສຳລັບ​ພວກເຂົາ ເພື່ອ​ພຣະອົງ​ຈະ​ບໍ່ໄດ້​ກະທຳ​ຕໍ່​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ.</verse>
				<verse number="21">ແຕ່​ບັດນີ້ ຈົ່ງ​ໃຫ້​ລູກ​ຂອງ​ພວກເຂົາ​ອຶດຢາກ​ເຖິງ​ແກ່​ຄວາມຕາຍ; ຈົ່ງ​ໃຫ້​ພວກເຂົາ​ຖືກ​ຂ້າ​ໃນ​ສົງຄາມ. ຈົ່ງ​ໃຫ້​ພວກຜູ້ຍິງ​ສູນເສຍ​ຜົວ ແລະ​ລູກ​ຂອງ​ພວກເຂົາ; ຈົ່ງ​ໃຫ້​ພວກ​ຜູ້ຊາຍ​ຕາຍ​ຍ້ອນ​ເຈັບໄຂ້​ໄດ້ປ່ວຍ ແລະ​ພວກ​ຊາຍໜຸ່ມ​ຖືກ​ຂ້າ​ໃນ​ສະໜາມຮົບ.</verse>
				<verse number="22">ຈົ່ງ​ສົ່ງ​ຝູງ​ຄົນ​ເຂົ້າ​ມາ​ປຸ້ນ​ເຮືອນ​ຂອງ​ພວກເຂົາ ຢ່າງ​ພວກເຂົາ​ບໍ່​ຮູ້​ຕົວ; ຈົ່ງ​ເຮັດ​ໃຫ້​ພວກເຂົາ​ຮ້ອງໄຫ້​ດ້ວຍ​ຄວາມ​ຢ້ານກົວ​ແດ່ທ້ອນ. ພວກເຂົາ​ໄດ້​ຂຸດ​ຫລຸມ​ໄວ້​ດັກຈັບ​ຂ້ານ້ອຍ ແລະ​ໄດ້​ເຮັດ​ແຮ້ວ​ດັກຈັບ​ຂ້ານ້ອຍ​ຄືກັນ.</verse>
				<verse number="23">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຮູ້​ແຜນການ​ຂອງ​ພວກເຂົາ​ທັງໝົດ ທີ່​ຈະ​ສັງຫານ​ຂ້ານ້ອຍ. ຂໍ​ຢ່າ​ອະໄພ​ຄວາມຜິດ ແລະ​ຍົກໂທດ​ໃຫ້​ພວກເຂົາ​ເລີຍ. ຈົ່ງ​ເຮັດ​ໃຫ້​ພວກເຂົາ​ລົ້ມລົງ​ຢ່າງ​ພ່າຍແພ້ ແລະ​ຈັດການ​ກັບ​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ​ສາ​ເຖີດ.”</verse>
			</chapter>
			<chapter number="19">
				<verse number="1">ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ໄປ​ຊື້​ເອົາ​ໝໍ້ດິນ​ໜ່ວຍ​ໜຶ່ງ. ພຣະອົງ​ຍັງ​ບອກ​ຂ້າພະເຈົ້າ​ໃຫ້​ເອົາ​ພວກ​ເຖົ້າແກ່​ຂອງ​ປະຊາຊົນ ພ້ອມ​ທັງ​ພວກ​ປະໂຣຫິດ​ຜູ້​ອາວຸໂສ​ບາງຄົນ</verse>
				<verse number="2">ອອກ​ໄປ​ທາງ​ປະຕູ​ເມືອງ​ທີ່​ຊື່​ວ່າ ກອງ​ເສດເຫລືອ​ໝໍ້​ທີ່​ຮ່ອມ​ພູ​ຮິນໂນມ. ໃນ​ທີ່ນັ້ນ ຂ້າພະເຈົ້າ​ຕ້ອງ​ປະກາດ​ພຣະທຳ​ທີ່​ພຣະອົງ​ຈະ​ໄດ້​ມອບ​ໃຫ້​ຂ້າພະເຈົ້າ.</verse>
				<verse number="3">ແລະ​ຈົ່ງ​ກ່າວ​ວ່າ, “ບັນດາ​ກະສັດ​ແຫ່ງ​ຢູດາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ດັ່ງນີ້​ວ່າ, ເຮົາ​ກຳລັງ​ຈະ​ນຳ​ໄພພິບັດ​ດັ່ງກ່າວ​ນັ້ນ​ມາ​ສູ່​ບ່ອນ​ນີ້ ຊຶ່ງ​ທຸກຄົນ​ທີ່​ໄດ້ຍິນ​ແລ້ວ​ກໍ​ຈະ​ງົງ.</verse>
				<verse number="4">ເຮົາ​ຈະ​ເຮັດ​ຢ່າງນີ້​ກໍ​ເພາະວ່າ​ປະຊາຊົນ​ໄດ້​ປະຖິ້ມ​ເຮົາ ແລະ​ເຮັດ​ໃຫ້​ສະຖານທີ່​ນີ້​ເປັນ​ມົນທິນ ໂດຍ​ການ​ເຜົາ​ເຄື່ອງ​ບູຊາ​ຖວາຍ​ແກ່​ພະອື່ນ ຄື​ບັນດາ​ພະ​ທີ່​ພວກເຂົາ​ເອງ​ແລະ​ບັນພະບຸລຸດ​ຂອງ​ພວກເຂົາ ຕະຫລອດ​ທັງ​ກະສັດ​ແຫ່ງ​ຢູດາຍ​ບໍ່ເຄີຍ​ຮູ້ຈັກ​ມາກ່ອນ. ພວກເຂົາ​ໄດ້​ເຮັດ​ໃຫ້​ບ່ອນນີ້​ເປິເປື້ອນ ເຕັມ​ໄປ​ດ້ວຍ​ເລືອດ​ຂອງ​ຄົນ​ບໍ່ມີ​ຄວາມຜິດ</verse>
				<verse number="5">ແລະ​ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ໃຫ້​ພະບາອານ ເພື່ອ​ເຜົາ​ລູກໆ​ຂອງ​ພວກເຂົາ​ໃຫ້​ເປັນ​ເຄື່ອງ​ບູຊາ. ເຮົາ​ບໍ່ເຄີຍ​ສັ່ງ​ພວກເຂົາ​ໃຫ້​ເຮັດ​ເຊັ່ນນີ້; ເລື່ອງ​ດັ່ງນີ້​ບໍ່ເຄີຍ​ມີ​ຢູ່​ໃນ​ຄວາມຄິດ​ຂອງເຮົາ​ເລີຍ.</verse>
				<verse number="6">ພຣະເຈົ້າຢາເວ​ກ່າວວ່າ ສະນັ້ນ ເມື່ອ​ເວລາ​ມາ​ເຖິງ​ບ່ອນ​ນີ້​ຈະ​ບໍ່ມີ​ຜູ້ໃດ​ເອີ້ນ​ວ່າ​ໂຕເຟັດ ຫລື​ຮ່ອມພູ​ຮິນໂນມ​ອີກ​ຕໍ່ໄປ, ແຕ່​ຄົນ​ຈະ​ເອີ້ນ​ບ່ອນ​ນັ້ນ​ວ່າ ຮ່ອມພູ​ແຫ່ງ​ການ​ຂ້າຟັນກັນ.</verse>
				<verse number="7">ເພາະ​ໃນ​ບ່ອນ​ນີ້​ເຮົາ​ຈະ​ທຳລາຍ​ແຜນການ​ທັງປວງ​ຂອງ​ຊາວ​ຢູດາ​ແລະ​ຊາວ​ນະຄອນ​ເຢຣູຊາເລັມ. ເຮົາ​ຈະ​ໃຫ້​ເຫຼົ່າ​ສັດຕູ​ຊະນະ​ພວກເຂົາ ແລະ​ສັງຫານ​ພວກເຂົາ​ໃນ​ສະໜາມຮົບ. ເຮົາ​ຈະ​ໃຫ້​ຝູງນົກ​ແລະ​ຝູງ​ສັດປ່າ​ໄດ້​ກິນ​ຊາກສົບ​ຂອງ​ພວກເຂົາ​ເປັນ​ອາຫານ.</verse>
				<verse number="8">ເຮົາ​ຈະ​ນຳ​ໄພພິບັດ​ອັນ​ໜ້າຢ້ານ​ເຊັ່ນນີ້​ມາ​ສູ່​ນະຄອນ​ນີ້ ຊຶ່ງ​ທຸກຄົນ​ທີ່​ຜ່ານ​ກາຍ​ໄປມາ​ຈະ​ສະທ້ານ​ຢ້ານກົວ​ແລະ​ປະຫລາດ​ໃຈ.</verse>
				<verse number="9">ສັດຕູ​ຈະ​ປິດລ້ອມ​ເມືອງ ແລະ​ພະຍາຍາມ​ຂ້າ​ຊາວ​ເມືອງ​ຖິ້ມ. ການ​ປິດລ້ອມ​ເມືອງ​ຈະ​ເປັນ​ການ​ໜ້າຢ້ານກົວ​ທີ່ສຸດ ຈົນ​ຊາວ​ເມືອງ​ຈະ​ກິນກັນ​ເອງ ແລະ​ກິນ​ແມ່ນແຕ່​ລູກ​ຂອງຕົນເອງ.”</verse>
				<verse number="10">ແລ້ວ​ພຣະອົງ​ກໍ​ບອກ​ຂ້າພະເຈົ້າ ໃຫ້​ທຸບ​ໝໍ້​ຕໍ່ໜ້າ​ພວກ​ທີ່​ມາ​ກັບ​ຂ້າພະເຈົ້າ</verse>
				<verse number="11">ໂດຍ​ໃຫ້​ບອກ​ວ່າ, “ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້: ເຮົາ​ຈະ​ທຸບ​ຕີ​ປະຊາຊົນ​ພ້ອມ​ນະຄອນ​ນີ້​ໃຫ້​ແຕກ ດັ່ງ​ໄດ້​ທຸບ​ໝໍ້ດິນ​ໜ່ວຍ​ນີ້​ທີ່​ຈອດ​ເຂົ້າກັນ​ບໍ່ໄດ້​ອີກ. ປະຊາຊົນ​ຈະ​ຝັງ​ຊາກສົບ​ຂອງ​ຄົນຕາຍ​ໄວ້ ແມ່ນແຕ່​ໃນ​ໂຕເຟັດ​ຍ້ອນ​ໃນ​ທີ່​ອື່ນ​ບໍ່ມີ​ບ່ອນ​ຝັງ.</verse>
				<verse number="12">ພຣະເຈົ້າຢາເວ​ກ່າວ​ວ່າ: ເຮົາ​ສັນຍາ​ວ່າ ເຮົາ​ຈະ​ເຮັດ​ໃຫ້​ນະຄອນ ແລະ​ປະຊາຊົນ​ໃນ​ເມືອງ​ນີ້​ເປັນ​ດັ່ງ​ໂຕເຟັດ.</verse>
				<verse number="13">ເຮືອນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ, ຫໍໂຮງ​ຕ່າງໆ​ຂອງ​ກະສັດ​ແຫ່ງ​ຢູດາຍ ແລະ​ບ້ານເຮືອນ​ຂອງ​ທຸກຄົນ​ທີ່​ເຜົາ​ເຄື່ອງຫອມ​ບູຊາ​ຕາເວັນ, ເດືອນ, ດວງດາວ ແລະ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ໃຫ້​ບັນດາ​ພະອື່ນ ຈະ​ເປັນ​ມົນທິນ​ດັ່ງ​ໂຕເຟັດ.”</verse>
				<verse number="14">ແລ້ວ​ຂ້າພະເຈົ້າ​ກໍ​ອອກ​ໄປ​ຈາກ​ໂຕເຟັດ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ໃຊ້​ຂ້າພະເຈົ້າ​ໄປ​ປະກາດ​ຖ້ອຍຄຳ​ຂອງ​ພຣະອົງ. ຂ້າພະເຈົ້າ​ໄດ້​ໄປ​ຢືນ​ຢູ່​ທີ່​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ</verse>
				<verse number="15">ແລະ​ບອກ​ໃຫ້​ປະຊາຊົນ​ທັງໝົດ​ຮູ້ວ່າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້​ວ່າ, “ເຮົາ​ກຳລັງ​ຈະ​ນຳ​ໂທດກຳ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ ມາ​ສູ່​ນະຄອນ​ນີ້​ແລະ​ເມືອງ​ໃກ້ຄຽງ​ທັງໝົດ​ດ້ວຍ ເພາະ​ພວກເຈົ້າ​ດື້ດ້ານ​ແລະ​ບໍ່​ຍອມ​ຟັງ​ຖ້ອຍຄຳ​ຂອງເຮົາ.”</verse>
			</chapter>
			<chapter number="20">
				<verse number="1">ເມື່ອ​ປະໂຣຫິດ​ປັດຊູ​ລູກຊາຍ​ຂອງ​ອິມເມ ຜູ້​ທີ່​ເປັນ​ຫົວໜ້າ​ເຈົ້າໜ້າທີ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ໄດ້ຍິນ​ຂ້າພະເຈົ້າ​ປະກາດ​ສິ່ງ​ເຫຼົ່ານີ້,</verse>
				<verse number="2">ລາວ​ຈຶ່ງ​ສັ່ງ​ຄົນ​ໃຫ້​ຂ້ຽນຕີ ແລະ​ລ່າມໂສ້​ຂ້າພະເຈົ້າ​ໄວ້ ທີ່​ຂ້າງ​ເທິງ​ໃກ້​ກັບ​ປະຕູ​ເບັນຢາມິນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="3">ເຊົ້າ​ຂອງ​ວັນ​ຕໍ່ມາ ຫລັງຈາກ​ປັດຊູ​ແກ້​ໂສ້​ທີ່​ລາວ​ໄດ້​ໃຊ້​ລ່າມ​ຂ້າພະເຈົ້າ​ແລ້ວ ຂ້າພະເຈົ້າ​ຈຶ່ງ​ກ່າວ​ຕໍ່​ລາວ​ວ່າ, “ພຣະເຈົ້າຢາເວ​ບໍ່ໄດ້​ເອີ້ນ​ຊື່​ເຈົ້າ​ວ່າ ປັດຊູ, ແຕ່​ໄດ້​ເອີ້ນ​ຊື່​ເຈົ້າ​ວ່າ, ‘ຕົກໃຈ​ຢ້ານ​ຢູ່​ທຸກບ່ອນ.’</verse>
				<verse number="4">ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ກັບ​ມິດ​ສະຫາຍ​ຂອງເຈົ້າ​ຕົກໃຈ​ຢ້ານ ແລະ​ເຈົ້າ​ກໍ​ຈະ​ເຫັນ​ພວກເຂົາ​ທັງໝົດ​ຖືກ​ຂ້າ​ດ້ວຍ​ດາບ​ຂອງ​ເຫຼົ່າ​ສັດຕູ. ເຮົາ​ຈະ​ມອບ​ປະຊາຊົນ​ຢູດາ​ທັງໝົດ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ແຫ່ງ​ບາບີໂລນ; ລາວ​ຈະ​ຈັບ​ເອົາ​ບາງຄົນ​ໄປ​ເປັນ​ຊະເລີຍ​ທີ່​ປະເທດ​ຂອງ​ລາວ ຫລື​ສັງຫານ​ບາງຄົນ​ເສຍ.</verse>
				<verse number="5">ເຮົາ​ຈະ​ໃຫ້​ເຫຼົ່າ​ສັດຕູ​ປຸ້ນ​ເອົາ​ຊັບສົມບັດ ແລະ​ຢຶດ​ຂອງ​ມີຄ່າ​ທັງໝົດ​ໃນ​ເມືອງ​ໄປ; ແມ່ນແຕ່​ຊັບສົມບັດ​ອັນ​ມີ​ຄ່າ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ ກໍ​ຈະ​ຖືກ​ຂົນ​ໄປ​ບາບີໂລນ​ໝົດ.</verse>
				<verse number="6">ປັດຊູ​ເອີຍ ສຳລັບ​ເຈົ້າ ແລະ​ຄອບຄົວ​ຂອງ​ເຈົ້າ​ກໍ​ຈະ​ຖືກ​ຈັບ​ໄປ​ທີ່​ນັ້ນ​ເຊັ່ນກັນ. ເຈົ້າ​ຈະ​ຕາຍ​ແລະ​ຖືກ​ຝັງ​ໄວ້​ໃນ​ທີ່ນັ້ນ​ຮ່ວມ​ກັບ​ມິດ​ສະຫາຍ​ທັງໝົດ ທີ່​ເຈົ້າ​ໄດ້​ບອກ​ໃຫ້​ພວກເຂົາ​ເວົ້າ​ຕົວະ​ຫລາຍໆ​ຢ່າງນັ້ນ.”’</verse>
				<verse number="7">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ຫລອກລວງ​ຂ້ານ້ອຍ ຂ້ານ້ອຍ​ຈຶ່ງ​ຖືກ​ຫລອກລວງ​ສາ​ແລ້ວ. ພຣະອົງ​ນັ້ນ​ເຂັ້ມແຂງ​ລື່ນກວ່າ​ຂ້ານ້ອຍ ພຣະອົງ​ຊົງ​ຣິດ​ເໜືອ​ຂ້ານ້ອຍ​ຫລາຍ​ແທ້. ທຸກຄົນ​ຫົວ​ເຍາະເຍີ້ຍ​ນິນທາ​ຂ້ານ້ອຍ ຫົວເລາະ​ໃສ່​ຂ້ານ້ອຍ​ຕະຫລອດ​ວັນ.</verse>
				<verse number="8">ເມື່ອໃດ​ຂ້ານ້ອຍ​ກ່າວ​ອອກ ກໍ​ຮ້ອງໄຫ້​ທຸກ​ເທື່ອ ແລະ​ຮ້ອງ​ວ່າ, “ຮຸນແຮງ ພິນາດ” ທັງ​ຖືກ​ລໍ້​ຫຍໍ້ຫຍັນ​ຕະຫລອດ​ມາ ຂ້າແດ່​ພຣະເຈົ້າຢາເວ ເພາະ​ຂ້ານ້ອຍ​ປະກາດ​ຖ້ອຍຄຳ​ຂອງ​ພຣະອົງ.</verse>
				<verse number="9">ແຕ່​ເມື່ອ​ຂ້ານ້ອຍ​ກ່າວ​ວ່າ, “ຂ້ອຍ​ຈະ​ລືມໄລ​ພຣະອົງ ທັງ​ຈະ​ບໍ່​ກ່າວ​ເຖິງ​ພຣະນາມ​ຂອງ​ພຣະອົງ​ຕໍ່ໄປ​ອີກ.” ແລ້ວ​ຖ້ອຍຄຳ​ຂອງ​ພຣະອົງ​ກໍ​ຮ້ອນຮົນ​ຢູ່​ພາຍໃນ ດັ່ງ​ໄຟ​ລຸກໄໝ້​ເຜົາຜານ​ໃນ​ຈິດໃຈ​ຂ້ານ້ອຍ​ຢູ່. ຂ້ານ້ອຍ​ຈຶ່ງ​ພະຍາຍາມ​ລະງັບ​ມັນ​ໃຫ້​ໄດ້​ຜົນ ແຕ່​ກໍ​ທົນ​ລະງັບ​ມັນ​ຕໍ່ໄປ​ບໍ່ໄດ້.</verse>
				<verse number="10">ຂ້ານ້ອຍ​ໄດ້ຍິນ​ຫລາຍໆ​ຄົນ​ຊີ່ມ​ໃສ່​ກັນ​ວ່າ, “ຄວາມ​ຕົກໃຈ​ຢ້ານກົວ​ມີ​ຢູ່​ທົ່ວ​ທຸກແຫ່ງ ຈົ່ງ​ຮີບ​ລາຍງານ​ສະພາບ​ການ​ໃໝ່​ໃຫ້​ເຈົ້າໜ້າທີ່​ຟັງ.” ແມ່ນແຕ່​ໝູ່ເພື່ອນ​ຜູ້​ໃກ້ຊິດ​ກໍ​ລໍເບິ່ງ​ຂ້ານ້ອຍ​ລົ້ມ. ພວກເຂົາ​ເວົ້າ​ວ່າ, “ບາງທີ​ການ​ທີ່​ພວກເຮົາ​ເວົ້າ​ໂຈມຕີ​ລາວ ອາດ​ເຮັດ​ໃຫ້​ພວກເຮົາ​ຈັບ​ລາວ​ມາ​ແກ້ແຄ້ນ​ກໍໄດ້.”</verse>
				<verse number="11">ແຕ່​ພຣະອົງ​ຄື​ພຣະເຈົ້າຢາເວ ຜູ້​ເຂົ້າຂ້າງ​ຂ້ານ້ອຍ ຜູ້​ເຂັ້ມແຂງ​ແລະ​ຊົງຣິດ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ແລ້ວ ແລະ​ພວກ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ນັ້ນ​ກໍ​ຈະ​ລົ້ມລົງ ພວກເຂົາ​ຈະ​ຖືກ​ອັບອາຍ​ຂາຍໜ້າ​ໄປ​ຕະຫລອດ ເພາະ​ພວກເຂົາ​ເຮັດ​ໃຫ້​ເກີດຜົນ​ສຳເລັດ​ບໍ່ໄດ້​ດອກ ພວກເຂົາ​ຈະ​ຖືກ​ອັບອາຍ​ບໍ່ມີ​ມື້​ລືມໄລ​ໄດ້​ຈັກເທື່ອ.</verse>
				<verse number="12">ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ຍິ່ງໃຫຍ່​ທົດສອບ​ຢ່າງ​ຍຸດຕິທຳ ຮູ້​ສິ່ງ​ທີ່​ຢູ່​ໃນ​ໃຈ​ຄົນ​ແລະ​ແນວຄິດ​ຂອງ​ພວກເຂົາ​ດ້ວຍ. ສະນັ້ນ ຈົ່ງ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ພຣະອົງ​ແກ້ແຄ້ນ​ເຫຼົ່າ​ສັດຕູ ເພາະ​ຂ້ານ້ອຍ​ໄດ້​ມອບ​ເລື່ອງລາວ​ໄວ້​ໃນ​ກຳມື​ຂອງ​ພຣະອົງ.</verse>
				<verse number="13">ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະເຈົ້າຢາເວ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະອົງ​ຊ່ວຍກູ້​ເອົາ​ຜູ້​ຖືກ​ຂົ່ມເຫັງ​ຈາກ​ຄົນ​ຊົ່ວຮ້າຍ.</verse>
				<verse number="14">ໂຜດ​ສາບແຊ່ງ​ມື້​ທີ່​ຂ້ານ້ອຍ​ໄດ້​ເກີດ​ມາ ໂຜດ​ລືມໄລ​ມື້​ທີ່​ມານດາ​ຂອງ​ຂ້ານ້ອຍ​ໃຫ້​ກຳເນີດ</verse>
				<verse number="15">ຈົ່ງ​ສາບແຊ່ງ​ຊາຍ​ທີ່​ນຳ​ຂ່າວ​ມາ​ບອກ​ພໍ່​ຂອງ​ຂ້ານ້ອຍ​ໃຫ້​ດີໃຈ ວ່າ, “ລູກ​ຜູ້ຊາຍ ເຈົ້າ​ໄດ້​ລູກ​ຜູ້ຊາຍ.”</verse>
				<verse number="16">ຂໍ​ໃຫ້​ລາວ​ເປັນ​ດັ່ງ​ເມືອງ​ເຫຼົ່ານັ້ນ​ທັງຫລາຍ ທີ່​ພຣະເຈົ້າຢາເວ​ໄດ້​ທຳລາຍ ໂດຍ​ບໍ່​ປານີ​ຈັກດີ້. ຂໍ​ໃຫ້​ລາວ​ໄດ້ຍິນ​ສຽງ​ຮ້ອງ​ອັນ​ເຈັບປວດ​ໃນ​ຮຸ່ງອາຣຸນ ສຽງ​ສັນຍານ​ສູ້​ເສິກ​ທີ່​ສະໜາມຮົບ​ໃນ​ຕອນທ່ຽງ</verse>
				<verse number="17">ເພາະ​ລາວ​ບໍ່ໄດ້​ສັງຫານ​ຂ້ານ້ອຍ​ກ່ອນ​ເກີດ​ມາ ທ້ອງ​ມານດາ​ກໍ​ຄື​ຫລຸມ​ຝັງ​ຊາກສົບ​ຂ້ານ້ອຍ​ແລ້ວ.</verse>
				<verse number="18">ເປັນຫຍັງ​ເດ​ຂ້ານ້ອຍ​ຈຶ່ງ​ໄດ້​ເກີດ​ມາ​ນໍ? ເພື່ອ​ໃຫ້​ເດືອດຮ້ອນ​ເຂັນໃຈ​ແລະ​ໂສກເສົ້າ​ຫລືນີ້? ແລະ​ເພື່ອ​ໃຫ້​ຂ້ານ້ອຍ​ນີ້​ຈົບ​ຊີວິດ​ລົງ ໂດຍ​ໃຫ້​ຖືກ​ອັບອາຍ​ຂາຍໜ້າ​ຫລືນີ້?</verse>
			</chapter>
			<chapter number="21">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ເຢເຣມີຢາ ເມື່ອ​ເຈົ້າ​ເຊເດກີຢາ​ກະສັດ​ແຫ່ງ​ຢູດາຍ​ໄດ້​ໃຫ້​ປັດຊູ ລູກຊາຍ​ຂອງ​ມັນກີຢາ ແລະ​ປະໂຣຫິດ​ເຊຟານີຢາ​ລູກຊາຍ​ຂອງ​ມາອາເສອີຢາ ມາ​ຫາ​ເພິ່ນ ພວກເຂົາ​ໄດ້ກ່າວ​ວ່າ,</verse>
				<verse number="2">“ກະລຸນາ​ປຶກສາ​ພຣະເຈົ້າຢາເວ​ເພື່ອ​ພວກເຮົາ​ດ້ວຍ ເພາະ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ແລະ​ກອງທັບ​ຂອງເພິ່ນ ກຳລັງ​ປິດລ້ອມ​ເມືອງ​ຂອງ​ພວກເຮົາ​ໄວ້. ບາງທີ​ພຣະເຈົ້າຢາເວ​ອາດ​ຈະ​ເຮັດ​ການ​ອັດສະຈັນ ຢ່າງໃດ​ຢ່າງໜຶ່ງ​ສຳລັບ​ພວກເຮົາ​ກໍໄດ້ ແລະ​ບັງຄັບ​ໃຫ້​ເຈົ້າ​ເນບູ​ກາດເນັດຊາ​ຖອຍ​ໜີໄປ.”</verse>
				<verse number="3">ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ,</verse>
				<verse number="4">“ໃຫ້​ພວກເຈົ້າ​ບອກ​ເຈົ້າ​ເຊເດກີຢາ​ວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ບອກ​ວ່າ: ເຊເດກີຢາ​ເອີຍ ເຮົາ​ຈະ​ເອົາ​ຊະນະ​ກອງທັບ​ຂອງເຈົ້າ ທີ່​ຈະ​ຕໍ່ສູ້​ກັບ​ກອງທັບ​ກະສັດ​ແຫ່ງ​ບາບີໂລນ. ເຮົາ​ຈະ​ກອງ​ອາວຸດ​ຍຸດທະພັນ​ຂອງ​ທະຫານ​ຂອງເຈົ້າ​ທີ່​ກາງ​ເມືອງ.</verse>
				<verse number="5">ເຮົາ​ຈະ​ຕໍ່ສູ້​ເຈົ້າ​ດ້ວຍ​ຣິດອຳນາດ​ທັງໝົດ​ຂອງເຮົາ, ດ້ວຍ​ຄວາມ​ໂກດຮ້າຍ, ດ້ວຍ​ຄວາມ​ໂມໂຫ ແລະ​ດ້ວຍ​ຄວາມ​ໂກດແຄ້ນ​ຂອງເຮົາ.</verse>
				<verse number="6">ເຮົາ​ຈະ​ຂ້າ​ທຸກໆຄົນ​ທີ່​ຢູ່​ໃນ​ເມືອງ​ນີ້; ບໍ່​ວ່າ​ຄົນ​ຫລື​ສັດ​ກໍຕາມ ຈະ​ຕາຍ​ດ້ວຍ​ໂຣກ​ອັນ​ຮ້າຍແຮງ​ເຊັ່ນດຽວ​ກັນ.</verse>
				<verse number="7">ແຕ່​ສຳລັບ​ເຈົ້າ ບັນດາ​ຂ້າຣາຊການ​ຂອງເຈົ້າ ແລະ​ປະຊາຊົນ​ທີ່​ລອດຕາຍ​ຈາກ​ສົງຄາມ, ຈາກ​ການ​ຕາຍອຶດ​ຕາຍຫິວ ແລະ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ​ນັ້ນ ເຮົາ​ຈະ​ໃຫ້​ເນບູ​ກາດເນັດຊາ​ກະສັດ​ແຫ່ງ​ບາບີໂລນ ແລະ​ເຫຼົ່າ​ສັດຕູ​ທີ່​ຢາກ​ຈະ​ຂ້າ​ພວກເຈົ້າ​ນັ້ນ​ຈັບ​ໄປ. ເນບູ​ກາດເນັດຊາ​ຈະ​ຂ້າ​ພວກເຈົ້າ. ລາວ​ຈະ​ບໍ່​ໄວ້​ຊີວິດ​ຜູ້ໃດ​ເລີຍ ຫລື​ເມດຕາປານີ​ຜູ້ໃດ​ທັງສິ້ນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.”</verse>
				<verse number="8">ແລ້ວ​ພຣະອົງ​ກໍ​ບອກ​ຂ້າພະເຈົ້າ​ໃຫ້​ກ່າວ​ຕໍ່​ປະຊາຊົນ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ຈົ່ງ​ຟັງ​ໃຫ້​ດີ ເຮົາ​ຈະ​ໃຫ້​ພວກເຈົ້າ​ເລືອກເອົາ​ລະຫວ່າງ​ທາງ​ນຳ​ໄປ​ສູ່​ຊີວິດ​ແລະ​ທາງ​ນຳ​ໄປ​ສູ່​ຄວາມຕາຍ.</verse>
				<verse number="9">ຜູ້ໃດ​ຜູ້ໜຶ່ງ​ທີ່​ຢູ່​ໃນ​ເມືອງ​ຈະ​ຖືກ​ຂ້າ​ໃນ​ສົງຄາມ ຫລື​ໂດຍ​ການ​ຕາຍອຶດ​ຕາຍຫິວ ຫລື​ໂດຍ​ເຈັບໄຂ້​ໄດ້ປ່ວຍ, ແຕ່​ຜູ້ໃດ​ຜູ້ໜຶ່ງ​ທີ່​ອອກ​ໄປ​ຍອມ​ຈຳນົນ​ຕໍ່​ພວກ​ບາບີໂລນ ທີ່​ກຳລັງ​ໂຈມຕີ​ເມືອງ​ຢູ່​ໃນ​ເວລາ​ນີ້​ຈະ​ບໍ່​ຖືກ​ຂ້າ; ຢ່າງໜ້ອຍ​ລາວ​ຈະ​ຊ່ວຍ​ຊີວິດ​ຕົນ​ໃຫ້​ພົ້ນ​ໄດ້.</verse>
				<verse number="10">ເຮົາ​ຕັ້ງໃຈ​ໄວ້​ແລ້ວ​ວ່າ ເຮົາ​ຈະ​ບໍ່​ຊ່ວຍ​ເມືອງ​ນີ້​ແຕ່​ຈະ​ທຳລາຍ​ມັນ​ຖິ້ມ. ເຮົາ​ຈະ​ມອບ​ເມືອງ​ນີ້​ໃຫ້​ກະສັດ​ແຫ່ງ​ບາບີໂລນ ແລະ​ລາວ​ກໍ​ຈະ​ຈູດ​ມັນ​ຖິ້ມ​ໃຫ້​ໝົດກ້ຽງ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.”</verse>
				<verse number="11">ພຣະເຈົ້າຢາເວ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ມອບ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ແກ່​ຣາຊວົງ​ຢູດາ ຄື​ເຊື້ອສາຍ​ຂອງ​ດາວິດ​ວ່າ, “ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວ, ຈົ່ງ​ໃຫ້​ແຕ່ລະວັນ​ເກີດ​ມີ​ຄວາມ​ຍຸດຕິທຳ, ຈົ່ງ​ປົກປ້ອງ​ຄຸ້ມຄອງ​ຜູ້​ທີ່​ຖືກ​ຕົວະຍົວະ​ຈາກ​ຄົນ​ສໍ້ໂກງ, ຖ້າ​ພວກເຈົ້າ​ບໍ່​ປະຕິບັດ​ຕາມ ຄວາມຊົ່ວ​ທີ່​ພວກເຈົ້າ​ກຳລັງ​ປະພຶດ​ຢູ່​ນີ້ ຈະ​ເຮັດ​ໃຫ້​ຄວາມ​ໂກດຮ້າຍ​ຂອງເຮົາ​ລຸກໄໝ້ ດັ່ງ​ໄຟ​ທີ່​ບໍ່ມີ​ຜູ້ໃດ​ມອດ​ໄດ້.</verse>
				<verse number="12"></verse>
				<verse number="13">ນະຄອນ​ເຢຣູຊາເລັມ​ເອີຍ ເຈົ້າ​ຕັ້ງ​ຢູ່ ສູງ​ເດັ່ນ​ເໜືອ​ຮ່ອມພູ​ທັງຫລາຍ ດັ່ງ​ໂງ່ນຫີນ​ສູງ​ເດັ່ນ​ໃນ​ທ່າມກາງ​ທົ່ງພຽງ, ແຕ່​ເຮົາ​ຈະ​ຕໍ່ສູ້​ເຈົ້າ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຈົ້າ​ເວົ້າ​ວ່າ, ບໍ່ມີ​ຜູ້ໃດ​ໂຈມຕີ​ເຈົ້າ ຫລື​ຕີ​ທີ່​ປ້ອງກັນ​ຂອງ​ເຈົ້າ​ໄດ້.</verse>
				<verse number="14">ແຕ່​ເຮົາ​ຈະ​ລົງໂທດ​ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ. ເຮົາ​ຈະ​ຈູດ​ວັງ​ຂອງ​ເຈົ້າ ແລະ​ໄຟ​ຈະ​ໄໝ້​ເຜົາຜານ​ທຸກສິ່ງ​ທີ່​ຢູ່​ອ້ອມ​ນັ້ນ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.</verse>
			</chapter>
			<chapter number="22">
				<verse number="1">ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ໄປ​ທີ່​ວັງ​ຂອງ​ກະສັດ​ແຫ່ງ​ຢູດາຍ ຄື​ເຊື້ອສາຍ​ຂອງ​ດາວິດ ແລະ​ໃນ​ທີ່ນັ້ນ​ໃຫ້​ບອກ​ກະສັດ, ບັນດາ​ຂ້າຣາຊການ​ຂອງເພິ່ນ ແລະ​ຊາວ​ນະຄອນ​ເຢຣູຊາເລັມ ໃຫ້​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້:</verse>
				<verse number="2"></verse>
				<verse number="3">“ເຮົາ​ຄື​ພຣະເຈົ້າຢາເວ​ສັ່ງ​ພວກເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ທ່ຽງທຳ. ຈົ່ງ​ປົກປ້ອງ​ຜູ້​ທີ່​ຖືກ​ຄົນ​ສໍ້ໂກງ​ຕົວະຍົວະ. ຢ່າ​ກົດຂີ່ ຫລື​ຂົ່ມເຫັງ​ຄົນ​ຕ່າງດ້າວ, ເດັກ​ກຳພ້າ ຫລື​ແມ່ໝ້າຍ ແລະ​ຢ່າ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ໃນ​ບ່ອນ​ນີ້.</verse>
				<verse number="4">ຖ້າ​ພວກເຈົ້າ​ປະຕິບັດ​ຢ່າງ​ແທ້ຈິງ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ແລ້ວ ເຊື້ອສາຍ​ຂອງ​ດາວິດ​ຈະ​ໄດ້​ສືບຕໍ່​ເປັນ​ກະສັດ. ແລ້ວ​ພວກເຂົາ​ພ້ອມ​ຂ້າຣາຊການ ແລະ​ປະຊາຊົນ ກໍ​ຈະ​ສືບຕໍ່​ຂີ່​ລົດຮົບ ແລະ​ມ້າ​ຜ່ານ​ປະຕູ​ຂອງ​ວັງ​ນີ້.</verse>
				<verse number="5">ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ແລ້ວ​ເຮົາ​ກໍ​ສາບານ​ຕໍ່​ພວກເຈົ້າ​ວ່າ ວັງ​ນີ້​ຈະ​ລົ້ມ​ທະລາຍ​ເພພັງ​ລົງ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="6">ພຣະເຈົ້າຢາເວ​ກ່າວ​ເຖິງ​ເຊື້ອສາຍ​ຂອງ​ກະສັດ​ແຫ່ງ​ຢູດາຍ​ວ່າ, “ເຖິງ​ແມ່ນ​ເຮົາ​ເຫັນ​ວ່າ ວັງ​ຂອງ​ກະສັດ​ແຫ່ງ​ຢູດາຍ​ງົດງາມ ເທົ່າກັບ​ດິນແດນ​ກີເລອາດ ແລະ​ພູ​ຂອງ​ເລບານອນ​ກໍຕາມ; ແຕ່​ເຮົາ​ກໍ​ຈະ​ເຮັດ​ໃຫ້​ເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່.</verse>
				<verse number="7">ເຮົາ​ຈະ​ລະດົມ​ຄົນ​ມາ​ເພື່ອ​ທຳລາຍ​ມັນ​ຖິ້ມ. ພວກເຂົາ​ທັງໝົດ​ຈະ​ເອົາ​ຂວານ​ມາ​ນຳ ເພື່ອ​ປໍ້າ​ເສົາ​ໄມ້ແປກ​ອັນ​ສວຍງາມ​ລົງ ແລະ​ໂຍນ​ມັນ​ໃສ່​ໄຟ.</verse>
				<verse number="8">ຫລັງຈາກ​ນັ້ນ ຄົນຕ່າງດ້າວ​ຢ່າງ​ຫລວງຫລາຍ​ກໍ​ຈະ​ຜ່ານ​ໄປມາ ແລະ​ຖາມ​ກັນ​ວ່າ, ‘ເປັນຫຍັງ​ພຣະເຈົ້າຢາເວ ຈຶ່ງ​ເຮັດ​ເຊັ່ນນີ້​ຕໍ່​ນະຄອນ​ໃຫຍ່​ແຫ່ງ​ນີ້.’</verse>
				<verse number="9">ແລ້ວ​ພວກເຂົາ​ຕ່າງ​ກໍ​ຈະ​ຕອບ​ວ່າ, ‘ຍ້ອນ​ພວກເຂົາ​ໄດ້​ປະຖິ້ມ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ແລະ​ໄປ​ຂາບໄຫວ້​ແລະ​ຮັບໃຊ້​ບັນດາ​ພະອື່ນ.”’</verse>
				<verse number="10">ປະຊາຊົນ​ຢູດາ​ເອີຍ ຢ່າ​ຮ້ອງໄຫ້​ໃຫ້​ກະສັດ​ໂຢສີຢາ ຢ່າ​ໄວ້ທຸກ​ໃຫ້​ແກ່​ການຕາຍ​ຂອງເພິ່ນ​ເລີຍ​ເທາະ ແຕ່​ຈົ່ງ​ຮ້ອງໄຫ້ ແລະ​ອາໄລ​ອາວອນ ໃຫ້​ແກ່​ໂຢອາຮາດ​ລູກຊາຍ​ຂອງ​ເພິ່ນ​ນັ້ນ; ພວກເຂົາ​ໄດ້​ຈັບ​ລາວ​ໄປ​ໂດຍ​ບໍ່​ຫັນ​ກັບຄືນ​ມາ ທັງ​ບໍ່ໄດ້​ເຫັນ​ດິນແດນ​ທີ່​ຕົນ​ໄດ້​ເກີດ.</verse>
				<verse number="11">ພຣະເຈົ້າຢາເວ​ກ່າວ​ກ່ຽວກັບ​ເຈົ້າ​ໂຢອາຮາດ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ ຜູ້​ທີ່​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ແທນ​ບິດາ​ຂອງຕົນ​ວ່າ ລາວ​ຕ້ອງ​ຈາກ​ທີ່​ນີ້​ໄປ​ໂດຍ​ບໍ່ມີ​ວັນ​ກັບ​ມາ.</verse>
				<verse number="12">ລາວ​ຈະ​ຕາຍ​ໃນ​ປະເທດ​ທີ່​ພວກເຂົາ​ໄດ້​ຈັບ​ເອົາ​ລາວ​ໄປ​ນັ້ນ ແລະ​ຈະ​ບໍ່​ເຫັນ​ດິນແດນ​ນີ້​ອີກ​ຈັກເທື່ອ.</verse>
				<verse number="13">ເຄາະກຳ​ເປັນ​ຂອງ​ຜູ້​ທີ່​ສ້າງ​ເຮືອນ​ຕົນ​ຢ່າງ​ບໍ່​ຍຸດຕິທຳ ທັງ​ຂະຫຍາຍ​ໃຫ້​ກວ້າງຂວາງ​ຢ່າງ​ບໍ່​ສັດຊື່; ຄື​ຜູ້​ທີ່​ໃຫ້​ຄົນອື່ນ​ເຮັດ​ວຽກ​ໂດຍ​ບໍ່​ໃຫ້​ຄ່າຈ້າງ​ຫຍັງ ທັງ​ບໍ່​ຈ່າຍ​ຄ່າ​ແຮງງານ​ໃຫ້​ພວກເຂົາ​ອີກ​ດ້ວຍ.</verse>
				<verse number="14">ເຄາະກຳ​ເປັນ​ຂອງ​ຜູ້​ທີ່​ເວົ້າຈາ​ອອກ​ມາ​ວ່າ, “ຂ້ອຍ​ຈະ​ສ້າງ​ຕຶກ​ໃຫຍ່​ຫລາຍ​ຊັ້ນ​ສຳລັບ​ຂ້ອຍ.” ສະນັ້ນ ຈຶ່ງ​ເຮັດ​ຫລາຍ​ປ່ອງຢ້ຽມ​ທີ່​ເຮືອນ​ຂອງຕົນ ໃຊ້​ໄມ້ແປກ​ແອ້ມ​ຢ່າງດີ​ແລະ​ທາ​ສີແດງ​ດ້ວຍ.</verse>
				<verse number="15">ຈະ​ເປັນ​ກະສັດ​ເດັ່ນ​ຍ້ອນ​ມີ​ໄມ້ແປກ​ສ້າງ​ເຮືອນ​ບໍ? ຄື​ສ້າງ​ຕຶກ​ຫລັງ​ງາມໆ​ກວ່າ​ກະສັດ​ຄົນອື່ນ​ໄດ້​ສ້າງ? ພໍ່​ຂອງ​ເຈົ້າ​ມີ​ຊີວິດ​ເຕັມ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ຊອບທຳ​ທັງ​ທ່ຽງທຳ​ຈຶ່ງ​ເກີດຜົນ​ດີ​ໃນ​ທຸກສິ່ງ.</verse>
				<verse number="16">ເພິ່ນ​ຕັດສິນ​ຄະດີ​ຄົນ​ທຸກຈົນ​ຢ່າງ​ທ່ຽງທຳ​ດີ ແລະ​ກໍ​ຢູ່ເຢັນ​ເປັນສຸກ​ຕະຫລອດ​ມາ​ເລື້ອຍໆ. ຜູ້​ທີ່​ເປັນ​ເຊັ່ນນີ້​ໝາຍຄວາມວ່າ​ຮູ້ຈັກ​ເຮົາ​ຢ່າງ​ແທ້ຈິງ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="17">“ແຕ່​ເຈົ້າ​ເຫັນ​ແຕ່​ຜົນປະໂຫຍດ​ສ່ວນຕົວ ເຈົ້າ​ກົດຂີ່​ຢ່າງ​ຮຸນແຮງ​ປະຊາຊົນ​ຂອງເຈົ້າ. ເຈົ້າ​ເຂັ່ນຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ຫຍັງ.”</verse>
				<verse number="18">ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ເຖິງ​ເຈົ້າ​ເຢໂຮຍອາກິມ​ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ກະສັດ​ແຫ່ງ​ຢູດາຍ​ວ່າ, “ບໍ່ມີ​ຜູ້ໃດ​ຈະ​ໄວ້ທຸກ​ໃຫ້​ແກ່​ການຕາຍ​ຂອງ​ລາວ ຫລື​ເວົ້າ​ວ່າ, ‘ເພື່ອນ​ເອີຍ ເປັນ​ຕາຢ້ານ​ແທ້ໆ’ ບໍ່ມີ​ຜູ້ໃດ​ຈະ​ຮ້ອງໄຫ້​ໃຫ້​ແກ່​ລາວ​ເລີຍ​ວ່າ ‘ນາຍເຈົ້າເອີຍ ກະສັດ​ຂອງ​ຂ້ານ້ອຍ.’</verse>
				<verse number="19">ພວກເຂົາ​ຈະ​ໃຫ້ກຽດ​ຝັງສົບ​ລາວ​ໄວ້​ດັ່ງ​ຝັງ​ໂຕ​ລາ ໂດຍ​ຈະ​ລາກ​ໂຍນ​ຖິ້ມ​ໄປ​ນອກ​ປະຕູ​ນະຄອນ​ພຸ້ນ.”</verse>
				<verse number="20">ຈົ່ງ​ໄປ​ທີ່​ເລບານອນ ແລະ​ໂຮຮ້ອງ ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄປ​ທີ່​ດິນແດນ​ບາຊານ ແລະ​ຮ້ອງໄຫ້​ສາ​ເຖີດ; ຈົ່ງ​ຄວນຄາງ​ມາ​ຈາກ​ຕັ້ງແຕ່​ພູ​ອາບາຣິມ​ໄປ ເພາະ​ພັນທະມິດ​ຂອງ​ພວກເຈົ້າ​ທັງໝົດ​ພ່າຍແພ້.</verse>
				<verse number="21">ພຣະອົງ​ໄດ້​ກ່າວ​ຕໍ່​ພວກເຈົ້າ ເມື່ອ​ຈະເລີນ​ຮຸ່ງເຮືອງ ແຕ່​ພວກເຈົ້າ​ບໍ່​ເຊື່ອຟັງ​ແລະ​ປະຕິເສດ​ມາ​ຕະຫລອດ. ນີ້​ຄື​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ​ໃນ​ຊີວິດ​ຕະຫລອດ​ມາ ພວກເຈົ້າ​ບໍ່ເຄີຍ​ເຊື່ອຟັງ​ພຣະອົງ.</verse>
				<verse number="22">ພວກ​ຜູ້ນຳ​ຂອງ​ພວກເຈົ້າ​ຈະ​ຖືກ​ລົມ​ພັດ​ໃຫ້​ໜີໄປ ພັນທະມິດ​ຂອງ​ພວກເຈົ້າ​ໄດ້​ຖືກ​ຈັບ​ເປັນ​ຊະເລີຍ​ດ້ວຍ. ນະຄອນ​ກໍ​ເປັນ​ມົນທິນ​ແລະ​ໄດ້​ຖືກ​ອັບອາຍ ເພາະ​ສິ່ງ​ຊົ່ວຊ້າ​ທັງຫລາຍ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.</verse>
				<verse number="23">ພວກເຈົ້າ​ພັກຜ່ອນ​ຢູ່​ທ່າມກາງ​ກົກ​ແປກ​ທັງຫລາຍ ຊຶ່ງ​ໄດ້​ຖືກ​ນຳ​ມາ​ຈາກ​ເລບານອນ​ພຸ້ນ; ແຕ່​ເມື່ອ​ຖືກ​ເຈັບປວດ ພວກເຈົ້າ​ຈະ​ໜ້າສົງສານ​ສໍ່າໃດ ເຈັບປວດ​ໜັກໜ່ວງ​ດັ່ງ​ຜູ້ຍິງ​ກຳລັງ​ຈະ​ຄອດ​ລູກ.</verse>
				<verse number="24">ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ເຈົ້າ​ເຢໂຮຍອາກິນ ລູກຊາຍ​ຂອງ​ກະສັດ​ເຢໂຮຍອາກິມ​ແຫ່ງ​ຢູດາຍ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່​ຢ່າງ​ແນ່ແທ້​ສັນໃດ ເຖິງ​ແມ່ນ​ເຈົ້າ​ເປັນ​ແຫວນ​ສຸບ​ຢູ່​ໃນ​ມື​ຂວາ​ຂອງເຮົາ ເຮົາ​ກໍ​ຈະ​ດຶງ​ເຈົ້າ​ອອກ​ໄປ​ສັນນັ້ນ</verse>
				<verse number="25">ແລະ​ມອບ​ເຈົ້າ​ໃຫ້​ແກ່​ປະຊາຊົນ​ທີ່​ພວກເຈົ້າ​ຢ້ານກົວ ຄື​ພວກ​ທີ່​ຢາກ​ຂ້າ​ພວກເຈົ້າ​ຖິ້ມ. ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ແລະ​ເຫຼົ່າ​ທະຫານ​ຂອງ​ລາວ.</verse>
				<verse number="26">ເຮົາ​ຈະ​ບັງຄັບ​ເຈົ້າ​ກັບ​ແມ່​ຂອງເຈົ້າ​ໃຫ້​ຖືກ​ຈັບ​ໄປ​ຢູ່​ໃນ​ຕ່າງຖິ່ນ. ພວກເຈົ້າ​ຈະ​ໄປ​ຢູ່​ປະເທດ​ໜຶ່ງ​ທີ່​ບໍ່ແມ່ນ​ບ້ານເກີດ​ເມືອງນອນ​ຂອງ​ພວກເຈົ້າ ແລະ​ເຈົ້າ​ທັງສອງ​ຈະ​ຕາຍ​ຢູ່​ທີ່​ນັ້ນ.</verse>
				<verse number="27">ພວກເຈົ້າ​ຢາກ​ຈະ​ເຫັນ​ດິນແດນ​ນີ້​ອີກ ແຕ່​ຈະ​ບໍ່ໄດ້​ກັບຄືນ​ມາ​ອີກ​ຈັກເທື່ອ.”</verse>
				<verse number="28">ຂ້າພະເຈົ້າ​ຖາມ​ວ່າ, “ກະສັດ​ເຢໂຮຍອາກິນ​ຜູ້​ນີ້​ເປັນ​ດັ່ງ​ໝໍ້​ແຕກ ທີ່​ຖືກ​ໂຍນ​ຖິ້ມ ແລະ​ບໍ່ມີ​ຜູ້ໃດ​ຕ້ອງການ​ນັ້ນ​ບໍ? ດ້ວຍເຫດນັ້ນ ລາວ​ເອງ​ແລະ​ລູກ​ຂອງ​ລາວ​ຈຶ່ງ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ໜຶ່ງ ຊຶ່ງ​ພວກເຂົາ​ບໍ່​ຮູ້ຈັກ​ແມ່ນ​ຫລືບໍ່?”</verse>
				<verse number="29">ໂອ ດິນແດນ ດິນແດນ ດິນແດນ​ເອີຍ ຈົ່ງ​ຟັງ​ເອົາ ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ:</verse>
				<verse number="30">“ຊາຍ​ຜູ້​ນີ້​ໄດ້​ຮັບ​ໂທດ​ໂດຍ​ເສຍ​ລູກ​ຂອງຕົນ ຄື​ຜູ້ໜຶ່ງ​ຈະ​ບໍ່​ປະສົບ​ຄວາມ​ສຳເລັດ​ຫຍັງ​ຈັກເທື່ອ. ລາວ​ຈະ​ບໍ່ມີ​ເຊື້ອສາຍ​ເພື່ອ​ສືບຕໍ່​ປົກຄອງ​ໃນ​ຢູດາຍ.”</verse>
			</chapter>
			<chapter number="23">
				<verse number="1">ພຣະເຈົ້າຢາເວ​ກ່າວ​ວ່າ, “ວິບັດ​ແກ່​ພວກ​ຜູ້ລ້ຽງແກະ​ຜູ້​ທີ່​ທຳລາຍ ແລະ​ເຮັດ​ໃຫ້​ກະຈັດ​ກະຈາຍ​ໄປ​ທົ່ວ​ທົ່ງຫຍ້າ​ຂອງເຮົາ.”</verse>
				<verse number="2">ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ທີ່​ມີ​ກ່າວ​ເຖິງ​ບັນດາ​ພວກ​ຜູ້ລ້ຽງແກະ ຄື​ຜູ້​ມີ​ໜ້າທີ່​ລ້ຽງດູ​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ພວກເຈົ້າ​ບໍ່ໄດ້​ລ້ຽງດູ​ປະຊາຊົນ​ຂອງເຮົາ; ພວກເຈົ້າ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ ແລະ​ຂັບໄລ່​ພວກເຂົາ​ໃຫ້​ໜີໄປ ແລະ​ບໍ່ໄດ້​ເອົາໃຈໃສ່​ພວກເຂົາ. ບັດນີ້ ເຮົາ​ຈະ​ລົງໂທດ​ພວກເຈົ້າ​ສຳລັບ​ການ​ຊົ່ວຊ້າ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="3">ເຮົາ​ຈະ​ທ້ອນໂຮມ​ເອົາ​ປະຊາຊົນ​ຂອງເຮົາ​ທີ່​ຍັງເຫລືອ​ຢູ່ ອອກ​ມາ​ຈາກ​ປະເທດ​ທັງຫລາຍ ບ່ອນ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ພວກເຂົາ. ພວກເຂົາ​ຈະ​ມີ​ລູກ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ຫລວງຫລາຍ.</verse>
				<verse number="4">ເຮົາ​ຈະ​ແຕ່ງຕັ້ງ​ໃຫ້​ມີ​ຜູ້​ລ້ຽງດູ​ພວກເຂົາ. ປະຊາຊົນ​ຂອງເຮົາ​ຈະ​ບໍ່​ຢ້ານ ຫລື​ສະທ້ານ​ຕົກໃຈກົວ​ອີກ​ຕໍ່ໄປ ແລະ​ເຮົາ​ກໍ​ຈະ​ບໍ່​ລົງໂທດ​ພວກເຂົາ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="5">ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ເລືອກເອົາ​ຜູ້ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ດາວິດ​ມາ​ເປັນ​ກະສັດ​ຜູ້​ຊອບທຳ. ກະສັດ​ຜູ້​ນີ້​ຈະ​ປົກຄອງ​ຢ່າງ​ສະຫລາດ ແລະ​ຈະ​ເຮັດ​ແຕ່​ສິ່ງ​ທີ່​ຖືກຕ້ອງ ແລະ​ຍຸດຕິທຳ​ຕະຫລອດ​ທົ່ວ​ທັງ​ປະເທດ.</verse>
				<verse number="6">ໃນ​ສະໄໝ​ຂອງ​ເພິ່ນ​ນັ້ນ, ປະຊາຊົນ​ຢູດາ​ຈະ​ປອດໄພ ແລະ​ປະຊາຊົນ​ອິດສະຣາເອນ​ກໍ​ຈະ​ຢູ່ເຢັນ​ເປັນສຸກ. ຄົນ​ຈະ​ເອີ້ນ​ເພິ່ນ​ວ່າ, ‘ພຣະເຈົ້າຢາເວ​ອົງ​ເປັນ​ຄວາມຊອບທຳ​ຂອງ​ພວກ​ຂ້ານ້ອຍ.”’</verse>
				<verse number="7">ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ປະຊາຊົນ​ຈະ​ບໍ່​ສາບານ​ໃນ​ນາມ​ຂອງເຮົາ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ອົງ​ໄດ້​ນຳພາ​ປະຊາຊົນ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ອີກ​ຕໍ່ໄປ.</verse>
				<verse number="8">ແຕ່​ພວກເຂົາ​ກັບ​ຈະ​ສາບານ​ໃນ​ນາມ​ຂອງເຮົາ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ອົງ​ໄດ້​ນຳພາ​ປະຊາຊົນ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ທາງ​ທິດເໜືອ ແລະ​ຈາກ​ປະເທດ​ທັງຫລາຍ ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ. ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ຢູ່​ໃນ​ດິນແດນ​ຂອງ​ພວກ​ເຂົາເອງ.”</verse>
				<verse number="9">ຈິດໃຈ​ຂອງ​ຂ້ານ້ອຍ​ຖືກ​ບີບຄັ້ນ ແລະ​ຂ້ານ້ອຍ​ກຳລັງ​ສັ່ນເຊັນ ຍ້ອນ​ຖ້ອຍຄຳ​ອັນ​ສັກສິດ ຍ້ອນ​ພຣະເຈົ້າຢາເວ ຂ້ານ້ອຍ​ຈຶ່ງ​ເປັນ​ດັ່ງ​ຄົນ​ໜຶ່ງ​ທີ່​ກຳລັງ​ມືນເມົາ ທີ່​ດື່ມ​ເຫຼົ້າ​ອະງຸ່ນ​ຫລາຍໂພດ.</verse>
				<verse number="10">ຄົນ​ທີ່​ບໍ່​ສັດຊື່​ເຕັມ​ຢູ່​ໃນ​ດິນແດນ ໃຊ້​ຊີວິດ​ອັນ​ຊົ່ວຊາມ ແລະ​ໃຊ້​ອຳນາດ​ຜິດໆ​ດ້ວຍ. ເພາະ​ຄຳສາບແຊ່ງ​ມາ​ຖືກ ດິນແດນ​ຈຶ່ງ​ໄວ້ທຸກ ແລະ​ທົ່ງຫຍ້າ​ກໍ​ຫ່ຽວແຫ້ງ​ໝົດ.</verse>
				<verse number="11">“ຜູ້ທຳນວາຍ​ທັງ​ປະໂຣຫິດ​ຖື​ພຣະເຈົ້າ​ຕໍ່າ ເຮົາ​ເຫັນ​ພວກເຂົາ​ກະທຳ​ຊົ່ວ ແມ່ນແຕ່​ໃນ​ພຣະວິຫານ​ນັ້ນ.</verse>
				<verse number="12">ທາງ​ທີ່​ພວກເຂົາ​ທຽວ​ໄປ​ນັ້ນ​ຈະ​ມື່ນ​ແລະ​ມືດມົນ ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເຕະ​ສະດຸດ​ລົ້ມລົງ​ທັງນັ້ນ. ເມື່ອ​ເຮົາ​ນຳ​ການທຳລາຍ ແລະ​ການລົງໂທດ​ມາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="13">ເຮົາ​ໄດ້​ເຫັນ​ບາບ​ຂອງ​ພວກ​ຜູ້ທຳນວາຍ ຄື​ຜູ້ທຳນວາຍ​ທີ່​ຊາມາເຣຍ​ໄດ້​ເຮັດ​ດັ່ງນີ້: ພວກເຂົາ​ກ່າວ​ໃນ​ນາມ​ຂອງ​ພະບາອານ ແລະ​ນຳ​ຄົນ​ຂອງເຮົາ​ໃຫ້​ຫລົງ​ຜິດ​ຍ້ອນ.</verse>
				<verse number="14">ແຕ່​ຜູ້ທຳນວາຍ​ຊາວ​ເຢຣູຊາເລັມ​ເຮັດ​ຊົ່ວ ໂດຍ​ມົວ​ຫລິ້ນຊູ້​ເວົ້າ​ຕົວະຍົວະ​ຜິດ​ຊາຍຍິງ; ພວກເຂົາ​ສົ່ງເສີມ​ປະຊາຊົນ​ໃຫ້​ເຮັດ​ໄປ​ໃນ​ທາງ​ຜິດ ເພື່ອ​ຈະ​ບໍ່​ໃຫ້​ມີ​ຜູ້ໃດ​ຜູ້ໜຶ່ງ​ເຊົາ​ເຮັດ​ຊົ່ວ​ໄດ້. ສຳລັບ​ເຮົາ​ແລ້ວ​ພວກເຂົາ​ຊົ່ວຊ້າ​ກັນ​ທັງໝົດ ເທົ່າ​ກັບ​ຊາວ​ເມືອງ​ໂຊໂດມ​ແລະ​ໂກໂມຣາ​ພຸ້ນ.</verse>
				<verse number="15">ເພາະສະນັ້ນ ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກ່າວ​ເຖິງ​ພວກ​ຜູ້ທຳນວາຍ​ຂອງ​ນະຄອນ​ເຢຣູຊາເລັມ​ວ່າ, “ເຮົາ​ຈະ​ໃຫ້​ພວກເຂົາ​ໄດ້​ກິນ​ພືດ​ຂົມ​ນາໆ​ຊະນິດ ແລະ​ໃຫ້​ນໍ້າ​ເປັນ​ພິດ​ແກ່​ພວກເຂົາ​ໄດ້​ດື່ມ ເພາະ​ພວກ​ຜູ້ທຳນວາຍ​ໃນ​ນະຄອນ​ເຢຣູຊາເລັມ ໄດ້​ແຜ່​ຄວາມ​ບໍ່ຢຳເກງ​ພຣະເຈົ້າ​ໄປ​ທົ່ວ​ປະເທດ.”</verse>
				<verse number="16">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ແກ່​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ, “ຢ່າ​ສູ່ຟັງ​ສິ່ງ​ທີ່​ພວກ​ຜູ້ທຳນວາຍ​ເວົ້າ; ພວກເຂົາ​ໃຫ້​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມຫວັງ​ທີ່​ຈອມປອມ. ພວກເຂົາ​ບອກ​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ປັ້ນແຕ່ງ​ຂຶ້ນມາເອງ ແຕ່​ບໍ່ແມ່ນ​ຈາກ​ປາກ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="17">ສຳລັບ​ປະຊາຊົນ​ຜູ້​ທີ່​ບໍ່​ຍອມ​ຟັງ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ ພວກເຂົາ​ຕ່າງ​ກໍ​ສືບຕໍ່​ບອກ​ວ່າ, ‘ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ຈະ​ຢູ່ເຢັນ​ເປັນສຸກ.’ ພວກເຂົາ​ບອກ​ທຸກຄົນ​ທີ່​ດື້ດ້ານ​ວ່າ, ‘ໄພພິບັດ​ຈະ​ບໍ່​ມາ​ຖືກ​ພວກເຈົ້າ​ຈັກເທື່ອ.”’</verse>
				<verse number="18">ຂ້າພະເຈົ້າ​ໄດ້​ກ່າວ​ວ່າ, “ໃນ​ພວກ​ຜູ້ທຳນວາຍ​ເຫຼົ່ານີ້ ບໍ່ມີ​ຜູ້ໃດ​ທີ່​ເຄີຍ​ໄດ້​ຮູ້ຈັກ​ຄວາມຄິດ​ອັນ​ລຶກລັບ​ຂອງ​ພຣະເຈົ້າຢາເວ. ໃນ​ພວກເຂົາ​ບໍ່ມີ​ຜູ້ໃດ​ເຄີຍ​ໄດ້ຍິນ ຫລື​ໄດ້​ເຂົ້າໃຈ​ໃນ​ຖ້ອຍຄຳ​ຂອງ​ພຣະອົງ ຫລື​ເຄີຍ​ໄດ້​ຟັງ ຫລື​ເຄີຍ​ເອົາໃຈໃສ່​ຕໍ່​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ.</verse>
				<verse number="19">ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ເປັນ​ດັ່ງ​ພະຍຸ​ໃຫຍ່ ຄື​ລົມ​ແຮງ​ທີ່​ຈະ​ພັດ​ກະໜໍ່າ​ຢູ່​ເທິງ​ຫົວ​ຂອງ​ຄົນຊົ່ວຮ້າຍ</verse>
				<verse number="20">ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ຈະ​ບໍ່​ເຊົາ​ພັດ ຈົນກວ່າ​ຜູ້ນັ້ນ​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະອົງ​ຕ້ອງການ​ໃຫ້​ເຮັດ. ຕໍ່ໄປ​ພວກເຈົ້າ​ຈະ​ເຂົ້າໃຈ​ເລື່ອງນີ້​ຢ່າງ​ແຈ່ມແຈ້ງ.”</verse>
				<verse number="21">“ເຮົາ​ບໍ່ໄດ້​ໃຊ້​ຜູ້ທຳນວາຍ​ເຫຼົ່ານີ້​ໄປ ແຕ່​ພວກເຂົາ​ໄປ​ເອງ. ເຮົາ​ບໍ່ໄດ້​ໃຫ້​ຖ້ອຍຄຳ​ຫຍັງ​ແກ່​ພວກເຂົາ​ເລີຍ; ແຕ່​ພວກເຂົາ​ກໍ​ກ່າວ​ໃນ​ນາມ​ຂອງເຮົາ.</verse>
				<verse number="22">ຖ້າ​ພວກເຂົາ​ຮູ້​ຄວາມ​ນຶກຄິດ​ອັນ​ລຶກລັບ​ຂອງເຮົາ​ແລ້ວ ພວກເຂົາ​ກໍ​ຄວນ​ປະກາດ​ຖ້ອຍຄຳ​ຂອງເຮົາ​ໃຫ້​ປະຊາຊົນ​ຂອງເຮົາ​ຟັງ ແລະ​ນຳພາ​ພວກເຂົາ​ໃຫ້​ປະຖິ້ມ​ການ​ດຳລົງ​ຊີວິດ​ອັນ​ບໍ່​ດີ​ແລະ​ຊົ່ວຊ້າ ທີ່​ພວກເຂົາ​ເຮັດ​ຢູ່​ນັ້ນ.”</verse>
				<verse number="23">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າ​ຜູ້​ຢູ່​ທຸກ​ທີ່​ທຸກບ່ອນ ແລະ​ບໍ່ໄດ້​ຢູ່​ແຕ່​ໃນ​ບ່ອນດຽວ.”</verse>
				<verse number="24">ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ບໍ່ມີ​ຜູ້ໃດ​ຫລົບລີ້​ຈາກ​ສາຍຕາ​ຂອງເຮົາ​ໄປ​ໄດ້. ພວກເຈົ້າ​ບໍ່​ຮູ້​ຫລື​ວ່າ ເຮົາ​ຢູ່​ທຸກໆ​ບ່ອນ​ທັງ​ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.</verse>
				<verse number="25">“ເຮົາ​ຮູ້​ສິ່ງ​ທີ່​ຜູ້ທຳນວາຍ​ເຫຼົ່ານັ້ນ​ໄດ້​ເວົ້າ​ຕົວະ​ໃນ​ນາມ​ຂອງເຮົາ; ແລະ​ອ້າງ​ວ່າ​ເຮົາ​ໄດ້​ມອບ​ຖ້ອຍຄຳ​ຂອງເຮົາ​ໃຫ້​ພວກເຂົາ​ທາງ​ຄວາມຝັນ.</verse>
				<verse number="26">ຜູ້ທຳນວາຍ​ເຫຼົ່ານີ້​ຍັງ​ຈະ​ນຳ​ປະຊາຊົນ​ຂອງເຮົາ​ໄປ​ໃນ​ທາງ​ຜິດ ດ້ວຍ​ການຕົວະ​ທີ່​ພວກເຂົາ​ແຕ່ງຂຶ້ນ​ມາ​ນັ້ນ​ອີກ​ດົນ​ປານໃດ?</verse>
				<verse number="27">ພວກເຂົາ​ຄິດວ່າ​ຄວາມຝັນ​ຊຶ່ງ​ພວກເຂົາ​ບອກ​ນັ້ນ ຈະ​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ລືມ​ເຮົາ​ໄປ ດັ່ງ​ທີ່​ພໍ່​ຂອງ​ພວກເຂົາ​ໄດ້​ລືມໄລ​ເຮົາ ແລະ​ຫັນໄປ​ຫາ​ພະບາອານ​ນັ້ນ.</verse>
				<verse number="28">ຜູ້ທຳນວາຍ​ທີ່​ໄດ້​ຝັນ​ກໍ​ຄວນ​ກ່າວ​ວ່າ ເປັນ​ແຕ່​ຄວາມຝັນ​ເທົ່ານັ້ນ; ແຕ່​ຜູ້ທຳນວາຍ​ທີ່​ໄດ້ຍິນ​ຖ້ອຍຄຳ​ຂອງເຮົາ ກໍ​ຕ້ອງ​ປະກາດ​ຖ້ອຍຄຳ​ນັ້ນ​ຢ່າງ​ສັດຊື່. ເຟືອງເຂົ້າ​ຈະ​ປຽບ​ກັບ​ເຂົ້າ​ໄດ້​ບໍ?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.</verse>
				<verse number="29">ພຣະເຈົ້າຢາເວ​ກ່າວ​ວ່າ, “ຖ້ອຍຄຳ​ຂອງເຮົາ​ເປັນ​ດັ່ງ​ໄຟ ແລະ​ຄ້ອນຕີ ຊຶ່ງ​ຕີ​ກ້ອນຫີນ​ໃຫ້​ແຕກ​ເປັນ​ປ່ຽງ​ໄດ້.”</verse>
				<verse number="30">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຕໍ່ສູ້​ຜູ້ທຳນວາຍ​ເຫຼົ່ານັ້ນ ທີ່​ຖື​ເອົາ​ຄຳເວົ້າ​ຂອງ​ກັນແລະກັນ ໄປ​ປະກາດ​ວ່າ​ເປັນ​ຖ້ອຍຄຳ​ຂອງເຮົາ.”</verse>
				<verse number="31">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຕໍ່ສູ້​ຜູ້ທຳນວາຍ​ເຫຼົ່ານັ້ນ ທີ່​ປະກາດ​ຄຳເວົ້າ​ຂອງຕົນເອງ​ວ່າ ເປັນ​ຖ້ອຍຄຳ​ຂອງເຮົາ.”</verse>
				<verse number="32">ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຮັບ​ຟັງ​ສິ່ງ​ທີ່​ເຮົາ​ກ່າວ ເຮົາ​ຕໍ່ສູ້​ຜູ້ທຳນວາຍ​ທັງຫລາຍ​ຜູ້​ທີ່​ເລົ່າ​ຄວາມຝັນ​ຕ່າງໆ​ຂອງຕົນ ຊຶ່ງ​ເຕັມ​ໄປ​ດ້ວຍ​ຄຳ​ຕົວະຍົວະ. ພວກເຂົາ​ເລົ່າ​ຄວາມຝັນ​ນັ້ນ ແລະ​ນຳ​ປະຊາຊົນ​ຂອງເຮົາ​ໃຫ້​ຫລົງ​ຜິດໄປ ດ້ວຍ​ຄຳ​ຕົວະຍົວະ ແລະ​ຄຳ​ໂອ້ອວດ​ຂອງ​ພວກເຂົາ. ເຮົາ​ບໍ່ໄດ້​ໃຊ້ ຫລື​ສັ່ງ​ພວກເຂົາ​ໄປ ແລະ​ພວກເຂົາ​ກໍ​ບໍ່ໄດ້​ຊ່ວຍເຫລືອ​ປະຊາຊົນ​ຫຍັງ​ເລີຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="33">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ​ເອີຍ ເມື່ອ​ຜູ້ໃດ​ໃນ​ປະຊາຊົນ​ຂອງເຮົາ ຫລື​ຜູ້ທຳນວາຍ​ຄົນໃດ ຫລື​ປະໂຣຫິດ​ຄົນໃດ​ຖາມ​ເຈົ້າ​ວ່າ, ‘ພຣະເຈົ້າຢາເວ​ໄດ້​ກ່າວ​ຢ່າງໃດ?’ ໃຫ້​ເຈົ້າ​ຕອບ​ຄົນ​ນັ້ນ​ວ່າ, ‘ເຈົ້າ​ເປັນ​ພາລະໜັກ ໃຫ້​ແກ່​ພຣະເຈົ້າຢາເວ ແລະ​ພຣະອົງ​ກໍ​ຈະ​ກຳຈັດ​ເຈົ້າ​ເສຍ.’</verse>
				<verse number="34">ຖ້າ​ຜູ້ໃດ​ໃນ​ປະຊາຊົນ​ຂອງເຮົາ ຫລື​ຜູ້ທຳນວາຍ​ຄົນໃດ ຫລື​ປະໂຣຫິດ​ຄົນໃດ ໃຊ້​ຄຳເວົ້າ​ທີ່​ວ່າ, ‘ພາລະໜັກ​ຂອງ​ພຣະເຈົ້າຢາເວ.’ ເຮົາ​ຈະ​ລົງໂທດ​ຄົນ​ນັ້ນ​ແລະ​ຄອບຄົວ​ຂອງ​ລາວ​ດ້ວຍ.</verse>
				<verse number="35">ແທນ​ທີ່​ລາວ​ຈະ​ເວົ້າ​ເຊັ່ນນັ້ນ ໃຫ້​ແຕ່ລະຄົນ​ຖາມ​ໝູ່ເພື່ອນ ແລະ​ພີ່ນ້ອງ​ຂອງຕົນ​ວ່າ, ‘ພຣະເຈົ້າຢາເວ​ໃຫ້​ຄຳຕອບ​ຢ່າງໃດ? ພຣະເຈົ້າຢາເວ​ກ່າວ​ວ່າ​ຢ່າງໃດ?’</verse>
				<verse number="36">ສະນັ້ນ ພວກເຂົາ​ບໍ່​ຕ້ອງ​ໃຊ້​ຄຳ​ວ່າ, ‘ພາລະໜັກ​ຂອງ​ພຣະເຈົ້າຢາເວ.’ ເພາະ​ຖ້າ​ຜູ້ໃດ​ໃຊ້​ຄຳເວົ້າ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຖ້ອຍຄຳ​ຂອງເຮົາ​ກາຍເປັນ​ພາລະໜັກ​ແທ້ໆ​ສຳລັບ​ຜູ້ນັ້ນ. ປະຊາຊົນ​ໄດ້​ບິດເບືອນ​ຖ້ອຍຄຳ​ແຫ່ງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່, ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="37">ເຢເຣມີຢາ​ເອີຍ ຈົ່ງ​ຖາມ​ບັນດາ​ຜູ້ທຳນວາຍ​ວ່າ, ‘ພຣະເຈົ້າຢາເວ​ໃຫ້​ຄຳຕອບ​ຫຍັງ​ແກ່​ພວກເຈົ້າ? ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ​ຢ່າງໃດ?’</verse>
				<verse number="38">ຖ້າ​ພວກເຂົາ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ ແລະ​ໃຊ້​ຄຳສັບ​ທີ່​ວ່າ, ‘ພາລະໜັກ ​ຂອງ​ພຣະເຈົ້າຢາເວ.’ ແລ້ວ​ຈົ່ງ​ບອກ​ພວກເຂົາ​ວ່າ</verse>
				<verse number="39">ແນ່ນອນ​ເຮົາ​ຈະ​ຢິບ​ຜູ້​ນັ້ນ​ຂຶ້ນ ແລະ​ໂຍນ​ພວກເຂົາ​ໃຫ້​ໜີໄປ​ໄກ​ຈາກ​ເຮົາ ລວມທັງ​ພວກເຂົາ​ແລະ​ນະຄອນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ແລະ​ບັນພະບຸລຸດ​ຂອງ​ພວກເຂົາ​ດ້ວຍ.</verse>
				<verse number="40">ເຮົາ​ຈະ​ນຳ​ຄວາມ​ອັບອາຍ​ອັນ​ຕະຫລອດໄປ ມາ​ສູ່​ພວກເຂົາ​ໂດຍ​ບໍ່ມີ​ວັນ​ລືມໄລ​ໄດ້​ຈັກເທື່ອ.”</verse>
			</chapter>
			<chapter number="24">
				<verse number="1">ພຣະເຈົ້າຢາເວ​ໄດ້​ສຳແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ໝາກເດື່ອ​ສອງ​ກະຕ່າ ຊຶ່ງ​ວາງ​ໄວ້​ຢູ່​ຕໍ່ໜ້າ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ. (ເລື່ອງ​ນີ້​ໄດ້​ເກີດຂຶ້ນ ຫລັງຈາກ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຈັບ​ເຈົ້າ​ເຢໂຮຍອາກິນ​ລູກຊາຍ​ຂອງ​ເຈົ້າ​ເຢໂຮຍອາກິມ ກະສັດ​ແຫ່ງ​ຢູດາຍ​ຈາກ​ນະຄອນ​ເຢຣູຊາເລັມ ໄປ​ຍັງ​ບາບີໂລນ​ພ້ອມ​ກັບ​ພວກ​ຜູ້ນຳ​ຂອງ​ຢູດາຍ, ພວກ​ຊ່າງສີມື ແລະ​ພວກ​ຄົນງານ​ທີ່​ຊຳນິ​ຊຳນານ.)</verse>
				<verse number="2">ກະຕ່າ​ໜ່ວຍ​ທີ​ໜຶ່ງ​ໄດ້​ບັນຈຸ​ໝາກເດື່ອ​ດີ ຄື​ໝາກ​ທີ່​ໄດ້​ເກັບ​ແຕ່​ຫົວປີ; ກະຕ່າ​ໜ່ວຍ​ທີ​ສອງ​ໄດ້​ບັນຈຸ​ໝາກເດື່ອ​ບໍ່​ດີ ຄື​ກິນ​ບໍ່ໄດ້​ເລີຍ.</verse>
				<verse number="3">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ​ເອີຍ ເຈົ້າ​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຕອບ​ວ່າ, “ເຫັນ​ໝາກເດື່ອ ໜ່ວຍ​ດີ​ກໍ​ດີ​ທີ່ສຸດ ແລະ​ໜ່ວຍ​ບໍ່​ດີ​ກໍ​ບໍ່​ດີ​ຈົນ​ກິນ​ບໍ່ໄດ້.”</verse>
				<verse number="4">ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ,</verse>
				<verse number="5">“ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ພິຈາລະນາ​ເຫັນ​ວ່າ ປະຊາຊົນ​ທີ່​ໄດ້​ຖືກ​ຈັບ​ໄປ​ບາບີໂລນ​ນັ້ນ​ເປັນ​ດັ່ງ​ໝາກເດື່ອ​ທີ່ດີ ແລະ​ເຮົາ​ຈະ​ປະຕິບັດ​ຕໍ່​ພວກເຂົາ​ຢ່າງ​ໃຈ​ເມດຕາ.</verse>
				<verse number="6">ເຮົາ​ຈະ​ເຝົ້າເບິ່ງ​ພວກເຂົາ ແລະ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ນີ້. ເຮົາ​ຈະ​ກໍ່ສ້າງ ແລະ​ຫລໍ່ຫລອມ​ພວກເຂົາ​ຂຶ້ນ ແລະ​ຈະ​ບໍ່​ທຳລາຍ​ພວກເຂົາ​ລົງ; ເຮົາ​ຈະ​ປູກ​ພວກເຂົາ​ໄວ້ ແລະ​ຈະ​ບໍ່​ຫລົກ​ພວກເຂົາ​ຖິ້ມ.</verse>
				<verse number="7">ເຮົາ​ຈະ​ໃຫ້​ພວກເຂົາ​ມີ​ຄວາມ​ປາຖະໜາ​ຢາກ​ຮູ້ຈັກ​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ. ແລ້ວ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ; ເພາະ​ພວກເຂົາ​ຈະ​ກັບຄືນ​ມາ​ຫາ​ເຮົາ​ຢ່າງ​ໝົດຈິດ​ໝົດໃຈ.</verse>
				<verse number="8">ສຳລັບ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ, ບັນດາ​ພວກ​ເຈົ້ານາຍ​ຂອງ​ລາວ ແລະ​ປະຊາຊົນ​ໃນ​ນະຄອນ​ເຢຣູຊາເລັມ​ທີ່​ຍັງເຫລືອ​ຢູ່ ຄື​ຜູ້​ທີ່​ໄດ້​ອາໄສ​ຢູ່​ໃນ​ດິນແດນ ຫລື​ໄດ້​ຍົກຍ້າຍ​ໄປ​ປະເທດ​ເອຢິບ​ນັ້ນ; ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ປະຕິບັດ​ຕໍ່​ພວກເຂົາ ດັ່ງ​ໝາກເດື່ອ​ບໍ່​ດີ​ຈົນ​ກິນ​ບໍ່ໄດ້.</verse>
				<verse number="9">ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ຈົນ​ຊົນຊາດ​ທັງຫລາຍ​ຈະ​ເກີດ​ຢ້ານກົວ​ຫຼາຍ. ປະຊາຊົນ​ຈະ​ຫົວເລາະ​ໃສ່​ພວກເຂົາ, ເວົ້າ​ສຽດສີ​ພວກເຂົາ, ເວົ້າ​ເຍາະເຍີ້ຍ​ພວກເຂົາ ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ ໃນ​ທົ່ວ​ທຸກບ່ອນ​ທີ່​ພວກເຂົາ​ກະຈັດ​ກະຈາຍ​ໄປ.</verse>
				<verse number="10">ເຮົາ​ຈະ​ນຳ​ເສິກ​ສົງຄາມ, ຄວາມ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ​ມາ​ສູ່​ພວກເຂົາ ຈົນ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ເຫລືອຢູ່​ໃນ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຂົາ ແລະ​ບັນພະບຸລຸດ​ຂອງ​ພວກເຂົາ.”</verse>
			</chapter>
			<chapter number="25">
				<verse number="1">ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ເຈົ້າ​ເຢໂຮຍອາກິມ​ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ກະສັດ​ແຫ່ງ​ຢູດາຍ; ຂ້າພະເຈົ້າ​ໄດ້​ຮັບ​ຖ້ອຍຄຳ​ທີ່​ກ່ຽວກັບ​ປະຊາຊົນ​ທັງໝົດ​ຂອງ​ຢູດາຍ. (ເລື່ອງ​ນີ້​ໄດ້​ເກີດຂຶ້ນ​ໃນ​ປີ​ທີ​ໜຶ່ງ ທີ່​ເນບູ​ກາດເນັດຊາ​ໄດ້​ເປັນ​ກະສັດ​ແຫ່ງ​ບາບີໂລນ.)</verse>
				<verse number="2">ຂ້າພະເຈົ້າ​ໄດ້​ກ່າວ​ແກ່​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ທຸກຄົນ​ວ່າ,</verse>
				<verse number="3">“ເປັນ​ເວລາ​ຊາວສາມ​ປີ​ແລ້ວ ຄື​ນັບ​ຕັ້ງແຕ່​ປີ​ທີ​ສິບສາມ​ທີ່​ເຈົ້າ​ໂຢສີຢາ ລູກຊາຍ​ຂອງ​ເຈົ້າ​ອາໂມນ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ມາ​ຈົນເຖິງ​ບັດນີ້ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ບໍ່ເຄີຍ​ປົກປິດ​ຖ້ອຍຄຳ ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ​ຈາກ​ພວກທ່ານ​ເລີຍ. ແຕ່​ພວກທ່ານ​ບໍ່ໄດ້​ເອົາໃຈໃສ່.</verse>
				<verse number="4">ພວກທ່ານ​ບໍ່​ຍອມ​ຟັງ​ຫລື​ສົນໃຈ​ເລີຍ; ເຖິງ​ແມ່ນ​ວ່າ ພຣະເຈົ້າຢາເວ​ໄດ້​ສືບຕໍ່​ສົ່ງ​ພວກ​ຜູ້ທຳນວາຍ ຜູ້ຮັບໃຊ້​ຂອງ​ພຣະອົງ​ມາ​ຫາ​ພວກທ່ານ​ກໍຕາມ.</verse>
				<verse number="5">ພວກເພິ່ນ​ໄດ້​ບອກ​ພວກທ່ານ​ໃຫ້​ປ່ຽນ​ຈາກ​ການ​ດຳເນີນ​ຊີວິດ​ອັນ​ບໍ່​ດີ ແລະ​ຈາກ​ການ​ຊົ່ວຊ້າ​ທັງຫລາຍ​ທີ່​ພວກທ່ານ​ກຳລັງ​ເຮັດ​ຢູ່ ເພື່ອ​ວ່າ​ພວກທ່ານ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ແກ່​ພວກທ່ານ ແລະ​ບັນພະບຸລຸດ​ຂອງ​ພວກທ່ານ ໃຫ້​ເປັນ​ກຳມະສິດ​ອັນ​ຕະຫລອດໄປ.</verse>
				<verse number="6">ພວກເພິ່ນ​ໄດ້​ບອກ​ພວກທ່ານ​ບໍ່​ໃຫ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ; ແລະ​ຢ່າ​ເຮັດ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ​ໂກດຮ້າຍ​ໂດຍ​ຂາບໄຫວ້​ຮູບເຄົາຣົບ​ທັງຫລາຍ ທີ່​ພວກທ່ານ​ໄດ້​ເຮັດ​ຂຶ້ນ​ເອງ. ຖ້າ​ພວກທ່ານ​ເຊື່ອຟັງ​ອົງພຣະ​ຜູ້​ເປັນເຈົ້າ ແລ້ວ​ພຣະອົງ​ກໍ​ຈະ​ບໍ່ໄດ້​ລົງໂທດ​ພວກທ່ານ.</verse>
				<verse number="7">ກົງກັນຂ້າມ ພຣະເຈົ້າຢາເວ​ກ່າວ​ວ່າ ພວກທ່ານ​ປະຕິເສດ​ທີ່​ຈະ​ຍອມ​ຟັງ​ພຣະອົງ, ແຕ່​ພວກທ່ານ​ກັບ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ ໂດຍ​ຂາບໄຫວ້​ຮູບເຄົາຣົບ​ຕ່າງໆ; ສິ່ງນັ້ນ​ແຫລະ ໄດ້​ນຳ​ເອົາ​ການລົງໂທດ​ຂອງ​ພຣະອົງ​ມາ​ສູ່​ພວກທ່ານ​ເອງ.</verse>
				<verse number="8">ເພາະສະນັ້ນ ເພາະ​ພວກທ່ານ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະອົງ​ຈຶ່ງ​ກ່າວ​ວ່າ,</verse>
				<verse number="9">‘ເຮົາ​ຈະ​ເອີ້ນ​ເອົາ​ຊົນຊາດ​ທັງໝົດ​ຈາກ​ທາງ​ທິດເໜືອ​ມາ ພ້ອມ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ຕໍ່ສູ້​ອານາຈັກ​ຢູດາຍ​ພ້ອມ​ກັບ​ພົນລະເມືອງ​ທັງໝົດ ແລະ​ຕໍ່ສູ້​ປະເທດ​ໃກ້ຄຽງ​ທັງໝົດ​ດ້ວຍ. ເຮົາ​ຈະ​ທຳລາຍ​ປະເທດ​ນີ້ ແລະ​ປະເທດ​ໃກ້ຄຽງ​ທັງຫລາຍ​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="10">ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ມິດງຽບ​ໄປ. ພວກເຂົາ​ຈະ​ບໍ່ມີ​ນໍ້າມັນ​ສຳລັບ​ຕະກຽງ ແລະ​ຈະ​ບໍ່ມີ​ເຂົ້າປາອາຫານ​ກິນ​ດ້ວຍ.</verse>
				<verse number="11">ດິນແດນ​ທັງໝົດ​ນີ້​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ; ແລະ​ປະເທດ​ໃກ້ຄຽງ​ຈະ​ຮັບໃຊ້​ກະສັດ​ແຫ່ງ​ບາບີໂລນ​ເປັນ​ເວລາ​ເຈັດສິບ​ປີ.</verse>
				<verse number="12">ຫລັງຈາກ​ນັ້ນ ເຮົາ​ຈະ​ລົງໂທດ​ບາບີໂລນ​ພ້ອມທັງ​ກະສັດ ເພາະ​ບາບ​ຂອງ​ພວກເຂົາ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ທຳລາຍ​ປະເທດ​ນີ້​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ.</verse>
				<verse number="13">ເຮົາ​ຈະ​ລົງໂທດ​ບາບີໂລນ​ດ້ວຍ​ໄພພິບັດ​ທັງໝົດ ທີ່​ເຮົາ​ໄດ້​ຂູ່​ວ່າ​ຈະ​ນຳ​ມາ​ສູ່​ປະເທດ​ທັງຫລາຍ ເມື່ອ​ເຮົາ​ໄດ້​ກ່າວ​ຜ່ານ​ທາງ​ເຢເຣມີຢາ​ນັ້ນ ຄື​ໄພພິບັດ​ທັງໝົດ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສື​ນີ້.</verse>
				<verse number="14">ເຮົາ​ຈະ​ແກ້ແຄ້ນ​ຊາວ​ບາບີໂລນ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ປະເທດ​ທັງຫລາຍ​ແລະ​ບັນດາ​ກະສັດ​ຜູ້​ມີ​ອຳນາດ ຈະ​ເອົາ​ພວກເຂົາ​ໄປ​ເປັນ​ທາດຮັບໃຊ້.”’</verse>
				<verse number="15">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ນີ້​ແມ່ນ​ຈອກ​ເຫຼົ້າ​ອະງຸ່ນ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງເຮົາ. ຈົ່ງ​ເອົາ​ໄປ​ໃຫ້​ປະເທດ​ທັງໝົດ​ທີ່​ເຮົາ​ສົ່ງ​ເຈົ້າ​ໄປ​ນັ້ນ ແລະ​ໃຫ້​ພວກເຂົາ​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ຈອກ​ນີ້.</verse>
				<verse number="16">ເມື່ອ​ພວກເຂົາ​ດື່ມ​ແລ້ວ ພວກເຂົາ​ຈະ​ໂຊເຊ​ແລະ​ເສຍ​ສະຕິໄປ ເພາະ​ເສິກ​ສົງຄາມ​ທີ່​ເຮົາ​ຈະ​ສົ່ງ​ມາ​ຕໍ່ສູ້​ພວກເຂົາ.”</verse>
				<verse number="17">ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຈັບ​ເອົາ​ຈອກ​ຈາກ​ມື​ຂອງ​ພຣະເຈົ້າຢາເວ ມາ​ຍື່ນໃຫ້​ປະເທດ​ທັງໝົດ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ໃຊ້​ໃຫ້​ຂ້າພະເຈົ້າ​ໄປ ແລະ​ໃຫ້​ພວກເຂົາ​ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ຈອກ​ນັ້ນ.</verse>
				<verse number="18">ນະຄອນ​ເຢຣູຊາເລັມ​ແລະ​ເມືອງ​ທັງໝົດ​ຂອງ​ຢູດາຍ ພ້ອມ​ທັງ​ບັນດາ​ກະສັດ​ແລະ​ພວກ​ເຈົ້ານາຍ​ໄດ້​ຖືກ​ບັງຄັບ​ໃຫ້​ດື່ມ ເພື່ອ​ວ່າ​ເມືອງ​ເຫຼົ່ານີ້​ຈະ​ກາຍເປັນ​ເມືອງ​ຮົກຮ້າງ​ຫວ່າງຄົນ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ; ແລະ​ເພື່ອ​ວ່າ​ປະຊາຊົນ​ຈະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ ດັ່ງ​ທີ່​ພວກເຂົາ​ຍັງ​ປະຕິບັດ​ກັນ​ຢູ່.</verse>
				<verse number="19">ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ຜູ້​ທີ່​ຖືກ​ບັງຄັບ​ໃຫ້​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ຈອກ ມີ​ດັ່ງນີ້: ກະສັດ​ຟາໂຣ​ແຫ່ງ​ເອຢິບ, ຂ້າຣາຊການ ແລະ​ພວກ​ເຈົ້ານາຍ​ຂອງເພິ່ນ;</verse>
				<verse number="20">ບັນດາ​ຊາວ​ເອຢິບ ແລະ​ຊາວ​ຕ່າງ​ປະເທດ​ທັງໝົດ ທີ່​ອາໄສ​ຢູ່​ໃນ​ປະເທດ​ເອຢິບ; ບັນດາ​ກະສັດ​ທັງໝົດ​ໃນ​ດິນແດນ​ອູເຊ; ບັນດາ​ກະສັດ​ທັງໝົດ​ຂອງ​ຊາວ​ຟີລິດສະຕິນ: ເມືອງ​ອາຊະເກໂລນ, ກາຊາ, ເອັກໂຣນ ແລະ​ຜູ້​ທີ່​ເຫຼືອ​ຢູ່​ໃນ​ອາຊະໂດດ;</verse>
				<verse number="21">ບັນດາ​ປະຊາຊົນ​ທັງໝົດ​ຂອງ​ເອໂດມ, ໂມອາບ ແລະ​ອຳໂມນ;</verse>
				<verse number="22">ບັນດາ​ກະສັດ​ທັງໝົດ​ຂອງ​ເມືອງ​ຕີເຣ​ແລະ​ຊີໂດນ; ບັນດາ​ກະສັດ​ທັງໝົດ​ຂອງ​ດິນແດນ​ຕ່າງໆ ແຖບ​ທະເລ​ເມດີແຕຣາເນ;</verse>
				<verse number="23">ບັນດາ​ເມືອງ​ຕ່າງໆ ເຊັ່ນ: ເດດານ, ເຕມາ ແລະ​ບູຊະ; ບັນດາ​ປະຊາຊົນ​ທັງໝົດ​ທີ່​ກຽນ​ຜົມ​ສັ້ນໆ;</verse>
				<verse number="24">ບັນດາ​ກະສັດ​ທັງໝົດ​ຂອງ​ດິນແດນ​ອາຣາເບຍ; ບັນດາ​ກະສັດ​ທັງໝົດ​ຂອງ​ເຜົ່າ​ຕ່າງໆ ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ;</verse>
				<verse number="25">ບັນດາ​ກະສັດ​ທັງໝົດ​ຂອງ​ເມືອງ​ສິມຣິ, ເອລາມ ແລະ​ເມເດຍ;</verse>
				<verse number="26">ບັນດາ​ກະສັດ​ທັງໝົດ​ທາງ​ທິດເໜືອ, ໄກແລະໃກ້​ແຕ່ລະ​ເມືອງ​ເປັນ​ລຳດັບ. ທຸກໆ​ຊົນຊາດ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ຕ້ອງ​ໄດ້​ດື່ມ​ຈາກ​ຈອກ​ນີ້. ໃນ​ທີ່ສຸດ​ກະສັດ​ແຫ່ງ​ບາບີໂລນ​ກໍ​ຈະ​ດື່ມ​ຈາກ​ຈອກ​ນີ້​ຄືກັນ.</verse>
				<verse number="27">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ວ່າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ສັ່ງ​ໃຫ້​ພວກເຂົາ​ດື່ມ​ຈາກ​ຈອກ​ນີ້​ຈົນ​ຮາກ​ອອກ​ມາ ຈົນ​ພວກເຂົາ​ລົ້ມລົງ​ແລະ​ລຸກຂຶ້ນ​ບໍ່ໄດ້ ເພາະ​ສົງຄາມ​ທີ່​ເຮົາ​ຈະ​ສົ່ງ​ໄປ​ຕໍ່ສູ້​ພວກເຂົາ​ນັ້ນ.</verse>
				<verse number="28">ຖ້າ​ພວກເຂົາ​ປະຕິເສດ​ຈັບ​ເອົາ​ຈອກ​ຈາກ​ມື​ຂອງ​ເຈົ້າ​ມາ​ດື່ມ ຈົ່ງ​ບອກ​ພວກເຂົາ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຍັງ​ສັ່ງ​ໃຫ້​ພວກເຂົາ​ຕ້ອງ​ດື່ມ​ຈາກ​ຈອກ​ນັ້ນ​ຢູ່.</verse>
				<verse number="29">ແມ່ນແຕ່​ເມືອງ​ທີ່​ເຮົາ​ໄດ້​ເລືອກໄວ້​ເອງ ເຮົາ​ກໍ​ຈະ​ລົງ​ມື​ທຳລາຍ. ສ່ວນ​ພວກເຂົາ​ນັ້ນ​ຄິດວ່າ​ພວກຕົນ​ຈະ​ບໍ່​ຖືກ​ລົງໂທດ​ບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ ພວກເຂົາ​ຈະ​ຖືກ​ລົງໂທດ ເພາະ​ເຮົາ​ຈະ​ສົ່ງ​ເສິກ​ສົງຄາມ ມາ​ສູ່​ປະຊາຊົນ​ທັງໝົດ​ເທິງ​ແຜ່ນດິນ​ໂລກ​ນີ້. ເຮົາ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.”</verse>
				<verse number="30">“ເຢເຣມີຢາ​ເອີຍ ເຈົ້າ​ຕ້ອງ​ປະກາດ​ທຸກໆສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ. ເຈົ້າ​ຕ້ອງ​ບອກ​ປະຊາຊົນ​ເຫຼົ່ານີ້​ອີກ​ວ່າ: ‘ພຣະເຈົ້າຢາເວ​ຈະ​ເປັ່ງສຽງ​ຮ້ອງ​ຈາກ​ສະຫວັນ ຈາກ​ທີ່​ສູງສຸດ​ບ່ອນ​ພຣະອົງ​ຢູ່ ກ້ອງ​ກັງວານ​ໄປ​ທົ່ວ. ພຣະອົງ​ຈະ​ເປັ່ງສຽງ​ຮ້ອງ ຕໍ່ສູ້​ປະຊາຊົນ​ຂອງ​ພຣະອົງ; ພຣະອົງ​ຈະ​ຮ້ອງ ດັ່ງ​ຄົນ​ຢຽບ​ໝາກອະງຸ່ນ​ເຮັດ​ເຫຼົ້າ.</verse>
				<verse number="31">ສຽງ​ທີ່​ໄດ້ຍິນ ຈະ​ດັງ​ສະໜັ່ນ​ຈົນ​ໄປ​ສຸດ​ແຜ່ນດິນ ພຣະເຈົ້າຢາເວ​ມີ​ຄະດີ​ຕໍ່ສູ້​ນາໆ​ປະເທດ. ພຣະອົງ​ຈະ​ນຳ​ຄົນຊົ່ວ​ຂຶ້ນ​ສານ ໃຫ້​ຖືກ​ສັງຫານ​ໝົດ.”’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="32">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ໄພພິບັດ​ກຳລັງ​ມາ​ຈາກ​ຊົນຊາດ​ໜຶ່ງ​ໄປ​ເຖິງ​ອີກ​ຊົນຊາດ​ໜຶ່ງ ແລະ​ພະຍຸ​ໃຫຍ່​ກຳລັງ​ກໍ່ຕົວ​ຂຶ້ນ​ທີ່​ທາງ​ສຸດປາຍ​ແຜ່ນດິນ​ໂລກ.</verse>
				<verse number="33">ໃນ​ວັນ​ນັ້ນ ຊາກສົບ​ທັງຫລາຍ​ຂອງ​ຄົນ​ທີ່​ພຣະເຈົ້າຢາເວ​ໄດ້​ຂ້າ​ຖິ້ມ ຈະ​ກະຈັດ​ກະຈາຍ​ກັນ​ຢູ່ ແຕ່​ສົ້ນໜຶ່ງ​ຫາ​ອີກ​ສົ້ນໜຶ່ງ​ຂອງ​ແຜ່ນດິນ​ໂລກ. ຈະ​ບໍ່ມີ​ຜູ້ໃດ​ເລີຍ​ໄວ້ທຸກ​ໃຫ້​ພວກເຂົາ ແລະ​ທັງ​ຈະ​ບໍ່ມີ​ຜູ້ໃດ​ເອົາ​ຊາກສົບ​ໄປ​ຝັງ​ໄວ້. ມັນ​ຈະ​ກອງ​ກັນ​ຢູ່​ເທິງ​ພື້ນດິນ​ດັ່ງ​ກອງຝຸ່ນ​ກອງ​ປຸຍ.</verse>
				<verse number="34">ບັນດາ​ພວກ​ຜູ້ລ້ຽງແກະ​ເອີຍ ຈົ່ງ​ຮ້ອງໄຫ້​ສາ ພວກເຈົ້າ​ທີ່​ເປັນ​ຜູ້ລ້ຽງແກະ​ຂອງເຮົາ​ເອີຍ ຈົ່ງ​ຮ້ອງໄຫ້​ຄໍ່າຄວນ​ສາ ຈົ່ງ​ໄວ້ທຸກ​ແລະ​ກິ້ງເກືອກ​ຢູ່​ໃນ​ຂີ້ຝຸ່ນ​ດິນ. ເວລາ​ກໍ​ມາ​ເຖິງ​ແລ້ວ ທີ່​ພວກເຈົ້າ​ຕ້ອງ​ຖືກ​ປະຫານໝູ່ ແລະ​ພວກເຈົ້າ​ຈະ​ຖືກ​ຂ້າ​ຖິ້ມ​ດັ່ງ​ຂ້າ​ຝູງ​ແກະເຖິກ.</verse>
				<verse number="35">ພວກເຈົ້າ​ບໍ່​ມີ​ທາງ​ທີ່​ຈະ​ປົບໜີໄປ​ໄດ້​ເລີຍ.</verse>
				<verse number="36">ມີ​ສຽງ​ຮ້ອງ​ຂອງ​ພວກ​ຜູ້ລ້ຽງແກະ ແລະ​ສຽງ​ຄວນຄາງ​ຂອງ​ພວກ​ຜູ້ນຳ​ຂອງ​ຝູງແກະ ຍ້ອນ​ພຣະເຈົ້າຢາເວ​ໄດ້​ທຳລາຍ​ທົ່ງຫຍ້າ​ຂອງ​ພວກເຂົາ​ເສຍ​ແລ້ວ</verse>
				<verse number="37">ແລະ​ຄອກ​ແກະ​ທີ່​ສະຫງົບສຸກ​ກໍ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ເນື່ອງ​ຈາກ​ຄວາມ​ໂກດຮ້າຍ​ອັນ​ແຮງກ້າ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="38">ພຣະອົງ​ໄດ້​ປະຖິ້ມ​ປະຊາຊົນ​ຂອງ​ພຣະອົງ​ສາ​ແລ້ວ ດັ່ງ​ໂຕສິງ​ໜີ​ຈາກ​ບ່ອນ​ທີ່​ມັນ​ຊ້ອນຕົວ​ຢູ່. ການ​ຢ້ານກົວ​ສົງຄາມ​ແລະ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ໄດ້​ປ່ຽນ​ປະເທດ​ນີ້​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
			</chapter>
			<chapter number="26">
				<verse number="1">ຫລັງຈາກ​ເຢໂຮຍອາກິມ​ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ບໍ່​ເຫິງ​ປານໃດ. ພຣະເຈົ້າຢາເວ​ໄດ້​ໃຫ້​ຖ້ອຍຄຳ​ນີ້​ມາ</verse>
				<verse number="2">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຈົ້າ​ຈົ່ງ​ຢືນ​ຢູ່​ໃນ​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ປະກາດ​ຖ້ອຍຄຳ​ທັງໝົດ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໃຫ້​ກ່າວ​ຕໍ່​ປະຊາຊົນ ທີ່​ມາ​ຈາກ​ເມືອງ​ຕ່າງໆ​ຂອງ​ອານາຈັກ​ຢູດາຍ​ເພື່ອ​ນະມັດສະການ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ຢ່າ​ສູ່​ກ່າວ​ໃຫ້​ຂາດ​ໄປ​ຈັກ​ຄຳ.</verse>
				<verse number="3">ບາງທີ​ປະຊາຊົນ​ຈະ​ຟັງ ແລະ​ຍອມເລີກ​ເຮັດ​ໃນ​ທາງຊົ່ວ​ກໍໄດ້. ຖ້າ​ພວກເຂົາ​ເລີກ​ເຮັດ ເຮົາ​ກໍ​ຈະ​ປ່ຽນ​ຄວາມ​ຕັ້ງໃຈ​ກ່ຽວກັບ​ແຜນການ ທີ່​ຈະ​ນຳ​ການທຳລາຍ​ມາ​ສູ່​ພວກເຂົາ ຍ້ອນ​ການ​ເຮັດຊົ່ວ​ທັງໝົດ​ຂອງ​ພວກເຂົາ​ນັ້ນ.”</verse>
				<verse number="4">ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ກ່າວ​ຕໍ່​ປະຊາຊົນ​ວ່າ, “ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້: ພວກເຈົ້າ​ຕ້ອງ​ເຊື່ອຟັງ​ເຮົາ ໂດຍ​ເຮັດ​ຕາມ​ຄຳສັ່ງສອນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ນັ້ນ</verse>
				<verse number="5">ແລະ​ໂດຍ​ເອົາໃຈໃສ່​ຕໍ່​ຖ້ອຍຄຳ​ທັງຫລາຍ​ຂອງ​ຜູ້ທຳນວາຍ ຄື​ຜູ້ຮັບໃຊ້​ຂອງເຮົາ​ທີ່​ເຮົາ​ໄດ້​ສືບຕໍ່​ສົ່ງ​ມາ​ຫາ​ພວກເຈົ້າ. ພວກເຈົ້າ​ບໍ່ເຄີຍ​ເຊື່ອຟັງ​ສິ່ງ​ທີ່​ພວກເຂົາ​ໄດ້​ກ່າວ.</verse>
				<verse number="6">ຖ້າ​ພວກເຈົ້າ​ສືບຕໍ່​ບໍ່​ຍອມ​ເຊື່ອຟັງ ແລ້ວ​ເຮົາ​ກໍ​ຈະ​ເຮັດ​ຕໍ່​ພຣະວິຫານ​ນີ້ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ ແລະ​ທຸກ​ຊົນຊາດ​ທົ່ວ​ທັງໂລກ​ກໍ​ຈະ​ໃຊ້​ຊື່​ຂອງ​ເມືອງ​ນີ້​ເປັນ​ຄຳສາບແຊ່ງ.”</verse>
				<verse number="7">ພວກ​ປະໂຣຫິດ, ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ທັງໝົດ ກໍ​ໄດ້​ຍິນ​ຂ້າພະເຈົ້າ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ</verse>
				<verse number="8">ແລະ​ພໍ​ຂ້າພະເຈົ້າ​ໄດ້​ກ່າວ​ສິ່ງ​ທັງໝົດ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ຂ້າພະເຈົ້າ​ກ່າວ​ຈົບແລ້ວ ພວກເຂົາ​ກໍ​ແລ່ນ​ເຂົ້າ​ມາ​ເພື່ອ​ຫຸ້ມ​ຈັບກຸມ​ຂ້າພະເຈົ້າ​ໄວ້ ແລະ​ຮ້ອງຂຶ້ນ​ວ່າ, “ເຈົ້າ​ຄວນ​ຈະ​ຖືກ​ຂ້າ​ຍ້ອນ​ຄຳເວົ້າ​ຂອງເຈົ້າ</verse>
				<verse number="9">ເປັນຫຍັງ​ເຈົ້າ​ຈຶ່ງ​ໄດ້​ເວົ້າ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ວ່າ ວິຫານ​ຂອງ​ພຣະເຈົ້າຢາເວ​ນີ້​ຈະ​ກາຍເປັນ​ດັ່ງ​ເມືອງ​ຊີໂລ ແລະ​ກ່າວ​ວ່າ​ນະຄອນ​ນີ້​ຈະ​ຖືກ​ທຳລາຍ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ?” ແລ້ວ​ປະຊາຊົນ​ກໍ​ພາກັນ​ລ້ອມ​ຂ້າພະເຈົ້າ​ໄວ້.</verse>
				<verse number="10">ເມື່ອ​ບັນດາ​ພວກ​ເຈົ້ານາຍ​ຂອງ​ຢູດາຍ​ໄດ້ຍິນ​ເຖິງ​ສິ່ງ​ທີ່​ເກີດຂຶ້ນ ພວກເຂົາ​ກໍ​ຟ້າວ​ອອກ​ຈາກ​ວັງ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ໄປ​ນັ່ງ​ທີ່​ທາງເຂົ້າ​ປະຕູ​ໃໝ່​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="11">ແລ້ວ​ພວກ​ປະໂຣຫິດ​ກັບ​ພວກ​ຜູ້ທຳນວາຍ ກໍໄດ້​ກ່າວ​ຕໍ່​ພວກ​ເຈົ້ານາຍ ແລະ​ປະຊາຊົນ​ນັ້ນ​ວ່າ, “ຊາຍ​ຄົນ​ນີ້​ສົມຄວນ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ ເພາະ​ລາວ​ໄດ້​ກ່າວ​ໃສ່ຮ້າຍ​ເມືອງ​ຂອງ​ພວກເຮົາ. ພວກທ່ານ​ກໍ​ໄດ້​ຍິນ​ກັບ​ຫູ​ຂອງ​ພວກທ່ານ​ເອງ​ແລ້ວ.”</verse>
				<verse number="12">ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້​ໃຊ້​ຂ້າພະເຈົ້າ​ມາ ເພື່ອ​ປະກາດ​ທຸກໆສິ່ງ​ທີ່​ພວກທ່ານ​ໄດ້ຍິນ​ຂ້າພະເຈົ້າ​ກ່າວ​ຕໍ່ສູ້​ວິຫານ​ແລະ​ເມືອງ​ນີ້.</verse>
				<verse number="13">ແຕ່​ບັດນີ້ ພວກທ່ານ​ຕ້ອງ​ປ່ຽນທາງ​ດຳເນີນ​ຊີວິດ ແລະ​ຄວາມ​ປະພຶດ ແລະ​ຕ້ອງ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ. ຖ້າ​ພວກທ່ານ​ຍອມ​ເຊື່ອຟັງ ພຣະເຈົ້າຢາເວ​ຈະ​ປ່ຽນ​ຄວາມ​ຕັ້ງໃຈ​ກ່ຽວກັບ​ການທຳລາຍ ຊຶ່ງ​ພຣະອົງ​ໄດ້​ກ່າວ​ວ່າ​ຈະ​ນຳ​ມາ​ສູ່​ພວກທ່ານ.</verse>
				<verse number="14">ສຳລັບ​ຂ້າພະເຈົ້າ​ນັ້ນ​ແມ່ນ​ຢູ່​ໃນ​ກຳມື​ຂອງ​ພວກທ່ານ​ແລ້ວ ຈົ່ງ​ເຮັດ​ກັບ​ຂ້າພະເຈົ້າ​ຕາມ​ທີ່​ພວກທ່ານ​ເຫັນດີ​ແລະ​ຖືກຕ້ອງ​ເທີ້ນ.</verse>
				<verse number="15">ແຕ່​ຈົ່ງ​ແນ່ໃຈ​ໃນ​ເລື່ອງ​ນີ້ ຄື​ຖ້າ​ພວກທ່ານ​ສັງຫານ​ຂ້າພະເຈົ້າ ພວກທ່ານ​ແລະ​ຊາວ​ເມືອງ​ນີ້​ກໍ​ຈະ​ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ​ບໍ່ມີ​ຄວາມຜິດ ເພາະ​ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ໃຊ້​ຂ້າພະເຈົ້າ​ມາ​ເຕືອນ​ພວກທ່ານ​ໃນ​ເລື່ອງນີ້.”</verse>
				<verse number="16">ແລ້ວ​ພວກ​ເຈົ້ານາຍ​ແລະ​ປະຊາຊົນ​ກໍ​ເວົ້າ​ຕໍ່​ບັນດາ​ປະໂຣຫິດ ແລະ​ພວກ​ຜູ້ທຳນວາຍ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ເວົ້າ​ກັບ​ພວກເຮົາ ໃນ​ນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ; ລາວ​ບໍ່​ສົມຄວນ​ຖືກ​ສັງຫານ.”</verse>
				<verse number="17">ຫລັງຈາກ​ນັ້ນ ເຖົ້າແກ່​ບາງຄົນ​ຈຶ່ງ​ຢືນ​ຂຶ້ນ ແລະ​ເວົ້າ​ກັບ​ປະຊາຊົນ​ທີ່​ໄດ້​ມາ​ເຕົ້າໂຮມ​ກັນ​ວ່າ,</verse>
				<verse number="18">“ເມື່ອ​ເຈົ້າ​ເຮເຊກີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ​ນັ້ນ ຜູ້ທຳນວາຍ​ມີກາ​ແຫ່ງ​ໂມເຣເຊັດ​ໄດ້​ບອກ​ປະຊາຊົນ​ທຸກຄົນ​ວ່າ, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້: ‘ພູເຂົາ​ຊີໂອນ​ເອີຍ ເຈົ້າ​ຈະ​ຖືກ​ໄຖ​ດັ່ງ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ເປັນ​ກອງ​ສິ່ງ​ເພພັງ​ຮົກຮ້າງ ສ່ວນ​ເທິງ​ເນີນພູ​ບ່ອນ​ທີ່​ຕັ້ງ​ວິຫານ ກໍ​ຈະ​ກາຍເປັນ​ປ່າດົງ​ພົງໄພ​ຈົນ​ສິ້ນ.’</verse>
				<verse number="19">ກະສັດ​ເຮເຊກີຢາ​ແລະ​ປະຊາຊົນ​ຢູດາ​ບໍ່ໄດ້​ປະຫານ​ຊີວິດ​ມີກາ. ແຕ່​ເຈົ້າ​ເຮເຊກີຢາ​ກັບ​ໄດ້​ຢຳເກງ​ພຣະເຈົ້າຢາເວ ແລະ​ໄດ້​ພະຍາຍາມ​ປະພຶດ​ຕົນ​ໃຫ້​ພຣະອົງ​ພໍໃຈ. ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ປ່ຽນ​ຄວາມ​ຕັ້ງໃຈ​ໂດຍ​ບໍ່ໄດ້​ນຳ​ໄພພິບັດ ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ນັ້ນ​ມາ​ສູ່​ພວກເຂົາ​ແຕ່​ຢ່າງໃດ. ແຕ່​ບັດນີ້ ພວກເຮົາ​ກຳລັງ​ນຳ​ໄພພິບັດ​ອັນ​ໜ້າຢ້ານກົວ​ມາ​ສູ່​ພວກເຮົາ​ເອງ.” (</verse>
				<verse number="20">ມີ​ຊາຍ​ຜູ້ໜຶ່ງ​ອີກ​ທີ່​ຊື່​ວ່າ​ອຸຣິຢາ ລູກຊາຍ​ຂອງ​ເຊມາອີຢາ ຊາວ​ເມືອງ​ກີຣີອາດ​ເຢອາຣີມ ໄດ້​ກ່າວ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ຕໍ່ສູ້​ເມືອງ​ນີ້ ແລະ​ກ່າວ​ຕໍ່ສູ້​ປະເທດ​ຊາດ​ດັ່ງ​ເຢເຣມີຢາ​ໄດ້​ກ່າວ.</verse>
				<verse number="21">ເມື່ອ​ກະສັດ​ເຢໂຮຍອາກິມ​ກັບ​ທະຫານ ພ້ອມ​ຂ້າຣາຊການ​ຂອງ​ເພິ່ນ​ໄດ້ຍິນ​ສິ່ງ​ທີ່​ອຸຣິຢາ​ໄດ້​ກ່າວ​ນັ້ນ ກະສັດ​ກໍໄດ້​ພະຍາຍາມ​ສັງຫານ​ລາວ, ແຕ່​ອຸຣິຢາ​ໄດ້​ຮູ້​ເລື່ອງ​ກ່ອນ; ສະນັ້ນ ລາວ​ຈຶ່ງ​ໜີໄປ​ຢ່າງ​ຕົກໃຈກົວ ແລະ​ໂຕນ​ໄປ​ຢູ່​ປະເທດ​ເອຢິບ.</verse>
				<verse number="22">ແຕ່​ກະສັດ​ເຢໂຮຍອາກິມ​ຍັງ​ໄດ້​ສົ່ງ​ເອນນາທານ​ລູກຊາຍ​ຂອງ​ອັກໂບຣະ ແລະ​ບາງຄົນ​ໄປ​ປະເທດ​ເອຢິບ​ເພື່ອ​ຈັບ​ເອົາ​ອຸຣິຢາ​ກັບຄືນ​ມາ.</verse>
				<verse number="23">ພວກເຂົາ​ໄດ້​ນຳ​ລາວ​ກັບຄືນ​ມາ​ຫາ​ກະສັດ​ເຢໂຮຍອາກິມ ແລ້ວ​ເພິ່ນ​ກໍໄດ້​ປະຫານ​ຊີວິດ​ລາວ​ເສຍ ທັງ​ໄດ້​ໂຍນ​ຊາກສົບ​ຂອງ​ລາວ​ເຂົ້າ​ໄປ​ໃນ​ບ່ອນ​ຝັງສົບ​ຂອງ​ປະຊາຊົນ​ທົ່ວໄປ.)</verse>
				<verse number="24">ແຕ່​ເພາະ​ຂ້າພະເຈົ້າ​ໄດ້​ຮັບ​ການສະໜັບ​ສະໜູນ​ຈາກ​ອາຮິກຳ​ລູກຊາຍ​ຂອງ​ຊາຟານ; ຂ້າພະເຈົ້າ​ຈຶ່ງ​ບໍ່ໄດ້​ຖືກ​ມອບ​ໃຫ້​ປະຊາຊົນ​ປະຫານ​ຊີວິດ.</verse>
			</chapter>
			<chapter number="27">
				<verse number="1">ຕໍ່ມາ​ບໍ່ເຫີງ​ປານໃດ ຫລັງຈາກ​ທີ່​ເຈົ້າ​ເຊເດກີຢາ​ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ ພຣະເຈົ້າຢາເວ​ໄດ້​ໃຫ້​ຖ້ອຍຄຳ​ມາເຖິງ​ຂ້າພະເຈົ້າ.</verse>
				<verse number="2">ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ ໃຫ້​ເອົາ​ທ່ອນ​ໄມ້​ເຮັດ​ແອກ​ສຳລັບ​ຂ້າພະເຈົ້າ​ເອງ ໂດຍ​ໃຊ້​ໜັງ​ເປັນ​ສາຍພາຍ​ໃສ່​ເທິງ​ຄໍ​ຂອງ​ຂ້າພະເຈົ້າ.</verse>
				<verse number="3">ແລ້ວ​ພຣະອົງ​ກໍໄດ້​ບອກ​ຂ້າພະເຈົ້າ​ສົ່ງ​ຂ່າວສານ ໄປ​ເຖິງ​ບັນດາ​ກະສັດ​ແຫ່ງ​ເອໂດມ, ໂມອາບ, ອຳໂມນ, ຕີເຣ ແລະ​ຊີໂດນ; ໂດຍ​ຜ່ານ​ທາງ​ບັນດາ​ຕົວແທນ​ຂອງ​ພວກເຂົາ ທີ່​ໄດ້​ມາ​ນະຄອນ​ເຢຣູຊາເລັມ​ເພື່ອ​ພົບ​ເຈົ້າ​ເຊເດກີຢາ.</verse>
				<verse number="4">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ບອກ​ຂ້າພະເຈົ້າ ໃຫ້​ສັ່ງ​ພວກເຂົາ​ໄປ​ບອກ​ກະສັດ​ຂອງ​ພວກເຂົາ​ວ່າ, ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້:</verse>
				<verse number="5">“ເຮົາ​ໄດ້​ສ້າງ​ໂລກ, ມະນຸດສະໂລກ ແລະ​ສັດ​ທັງປວງ ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້ ດ້ວຍ​ຣິດອຳນາດ​ແລະ​ກຳລັງ​ອັນ​ຍິ່ງໃຫຍ່​ຂອງເຮົາ; ເຮົາ​ຈະ​ມອບ​ຣິດອຳນາດ​ນັ້ນ​ໃຫ້​ແກ່​ຜູ້ໃດ​ຜູ້ໜຶ່ງ​ທີ່​ເຮົາ​ເລືອກເອົາ​ກໍໄດ້.</verse>
				<verse number="6">ເຮົາ​ແມ່ນ​ຜູ້​ທີ່​ໄດ້​ວາງ​ຊົນຊາດ​ເຫຼົ່ານີ້ ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ຄື​ຜູ້ຮັບໃຊ້​ຂອງເຮົາ ແລະ​ເຮົາ​ໄດ້​ເຮັດ​ໃຫ້​ແມ່ນແຕ່​ສັດປ່າ​ນາໆ​ຊະນິດ​ຮັບໃຊ້​ລາວ​ດ້ວຍ.</verse>
				<verse number="7">ຊົນຊາດ​ທັງໝົດ​ຈະ​ຮັບໃຊ້​ລາວ ແລະ​ພວກເຂົາ​ຈະ​ຮັບໃຊ້​ລູກຫລານ​ຂອງ​ລາວ​ດ້ວຍ ຈົນກວ່າ​ເຖິງ​ກຳນົດ​ທີ່​ຊົນຊາດ​ຂອງ​ລາວ​ເອງ​ຫຼົ້ມຈົມ​ໄປ. ແລ້ວ​ຊົນຊາດ​ຂອງ​ລາວ​ກໍ​ຈະ​ຮັບໃຊ້​ຊົນຊາດ​ທັງຫລາຍ ທີ່​ມີ​ອຳນາດ​ແລະ​ບັນດາ​ກະສັດ​ທີ່​ຍິ່ງໃຫຍ່.</verse>
				<verse number="8">ແຕ່​ຖ້າ​ປະເທດ​ຫລື​ອານາຈັກ​ໃດ​ທີ່​ບໍ່​ຍອມ​ຢູ່ໃຕ້​ການປົກຄອງ​ຂອງ​ລາວ ແລ້ວ​ເຮົາ​ກໍ​ຈະ​ລົງໂທດ​ປະເທດ​ນັ້ນ​ໂດຍ​ໃຫ້​ເກີດ​ສົງຄາມ, ເກີດ​ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ. ພຣະເຈົ້າຢາເວ​ກ່າວ​ວ່າ ຈົນເຖິງ​ຂັ້ນ​ເຮົາ​ອະນຸຍາດ​ໃຫ້​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ທຳລາຍ​ປະເທດ​ຢ່າງ​ໝົດສິ້ນ.</verse>
				<verse number="9">ຢ່າ​ສູ່​ຟັງ​ພວກ​ຜູ້ທຳນວາຍ​ຂອງ​ພວກເຈົ້າ ຫລື​ຜູ້ໃດ​ຜູ້ໜຶ່ງ​ທີ່​ອ້າງ​ຕົນເອງ​ວ່າ​ລາວ​ທຳນວາຍ​ອະນາຄົດ​ໄດ້ ບໍ່​ວ່າ​ຈະ​ແມ່ນ​ໂດຍ​ທາງ​ຄວາມຝັນ ຫລື​ໂດຍ​ທາງ​ເອີ້ນ​ວິນຍານ​ຂອງ​ຄົນຕາຍ​ມາ​ສອບຖາມ ຫລື​ໂດຍ​ທາງ​ເວດມົນ​ກໍຕາມ. ພວກເຂົາ​ທັງໝົດ​ບອກ​ພວກເຈົ້າ​ບໍ່​ໃຫ້​ຍອມ​ຮັບໃຊ້​ກະສັດ​ແຫ່ງ​ບາບີໂລນ.</verse>
				<verse number="10">ພວກເຂົາ​ກຳລັງ​ລໍ້ລວງ​ພວກເຈົ້າ ແລະ​ຈະ​ກໍ່ເຫດ​ໃຫ້​ພວກເຈົ້າ​ຖືກ​ຈັບ​ໄປ​ຈາກ​ປະເທດ​ຂອງ​ພວກເຈົ້າ. ເຮົາ​ຈະ​ຂັບໄລ່​ພວກເຈົ້າ​ອອກໄປ ແລະ​ພວກເຈົ້າ​ຈະ​ຖືກ​ທຳລາຍ.</verse>
				<verse number="11">ແຕ່​ຖ້າ​ປະເທດ​ໃດ​ຍອມ​ຢູ່ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ ແລະ​ຮັບໃຊ້​ລາວ ແລ້ວ​ເຮົາ​ກໍ​ຈະ​ປ່ອຍ​ໃຫ້​ປະເທດ​ນັ້ນ​ມີ​ດິນແດນ​ທີ່​ເປັນ​ຂອງຕົນເອງ ເພື່ອ​ເຮັດ​ໄຮ່​ໄຖ​ນາ​ແລະ​ຢູ່​ທີ່​ນັ້ນ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”</verse>
				<verse number="12">ຂ້າພະເຈົ້າ​ໄດ້​ກ່າວ​ຢ່າງ​ດຽວກັນ​ແກ່​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ​ວ່າ, “ຈົ່ງ​ຍອມ​ຢູ່​ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ. ຈົ່ງ​ຮັບໃຊ້​ເພິ່ນ​ແລະ​ປະຊາຊົນ​ຂອງ​ເພິ່ນ​ແລະ​ທ່ານ​ກໍ​ຈະ​ມີ​ຊີວິດ​ຢູ່.</verse>
				<verse number="13">ເປັນຫຍັງ​ທ່ານເອງ​ແລະ​ປະຊາຊົນ​ຂອງທ່ານ​ຈະ​ຕ້ອງ​ຕາຍ​ໃນ​ສົງຄາມ ຫລື​ໃນ​ການ​ຕາຍອຶດ​ຕາຍຫິວ ຫລື​ໃນ​ການ​ເຈັບໄຂ້​ໄດ້ປ່ວຍ? ສິ່ງ​ເຫຼົ່ານັ້ນ​ແຫຼະ ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ​ຈະ​ເກີດຂຶ້ນ​ກັບ​ທຸກ​ຊົນຊາດ ທີ່​ບໍ່​ຍອມ​ຢູ່​ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ.</verse>
				<verse number="14">ຢ່າ​ສູ່​ຟັງ​ພວກ​ຜູ້ທຳນວາຍ ທີ່​ບອກ​ທ່ານ​ບໍ່​ໃຫ້​ຍອມ​ຢູ່​ໃຕ້​ບັງຄັບ​ຂອງ​ເພິ່ນ. ພວກເຂົາ​ກຳລັງ​ລໍ້ລວງ​ທ່ານ.</verse>
				<verse number="15">ພຣະເຈົ້າຢາເວ​ເອງ​ກ່າວ​ວ່າ​ພຣະອົງ​ບໍ່ໄດ້​ໃຊ້​ພວກເຂົາ​ມາ ແລະ​ກ່າວ​ວ່າ​ພວກເຂົາ​ກຳລັງ​ຕົວະ​ທ່ານ​ໂດຍ​ໃຊ້​ນາມ​ຂອງ​ພຣະອົງ. ເພາະສະນັ້ນ ພຣະອົງ​ຈຶ່ງ​ຈະ​ຂັບໄລ່​ທ່ານ​ໃຫ້​ອອກ​ໄປ ແລະ​ທ່ານ​ຈະ​ຖືກ​ຂ້າ ຄື​ທ່ານ​ກັບ​ບັນດາ​ຜູ້ທຳນວາຍ​ທີ່​ກຳລັງ​ເວົ້າ​ຄຳຕົວະ​ເຫຼົ່ານີ້.”</verse>
				<verse number="16">ແລ້ວ​ຂ້າພະເຈົ້າ​ກໍ​ບອກ​ບັນດາ​ປະໂຣຫິດ​ແລະ​ປະຊາຊົນ​ວ່າ, “ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ຢ່າ​ເຊື່ອຟັງ​ພວກ​ຜູ້ທຳນວາຍ​ທີ່​ກ່າວ​ວ່າ ຊັບສົມບັດ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຈະ​ຖືກ​ນຳ​ມາ​ຈາກ​ນະຄອນ​ບາບີໂລນ​ໃນ​ໄວໆ​ນີ້. ພວກເຂົາ​ກຳລັງ​ຕົວະ​ພວກເຈົ້າ.</verse>
				<verse number="17">ຢ່າ​ສູ່​ເຊື່ອຟັງ​ພວກເຂົາ; ຈົ່ງ​ຍອມ​ຢູ່ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ ແລະ​ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່ ເປັນຫຍັງ​ຈຶ່ງ​ຈະ​ເຮັດ​ໃຫ້​ເມືອງ​ນີ້​ກາຍເປັນ​ກອງ​ສິ່ງ​ຮົກຮ້າງ​ເພພັງ?</verse>
				<verse number="18">ຖ້າ​ພວກເຂົາ​ເປັນ​ຜູ້ທຳນວາຍ​ແທ້ ແລະ​ຮູ້ຈັກ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍ​ໃຫ້​ພວກເຂົາ​ຂໍ​ນຳ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ບໍ່​ໃຫ້​ຊັບສົມບັດ​ທີ່​ຍັງເຫລືອ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ໃນ​ຣາຊວັງ​ນັ້ນ ຖືກ​ຂົນ​ໄປ​ບາບີໂລນ​ລອງເບິ່ງດູ.</verse>
				<verse number="19">ເພາະວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຈັບ​ເອົາ​ເຈົ້າ​ເຢໂຮຍອາກິນ ລູກຊາຍ​ຂອງ​ເຢໂຮຍອາກິມ​ພ້ອມ​ທັງ​ພວກ​ເຈົ້ານາຍ​ຂອງ​ຢູດາຍ ແລະ​ຂອງ​ນະຄອນ​ເຢຣູຊາເລັມ​ໄປ​ນັ້ນ ເພິ່ນ​ໄດ້​ປະ​ຕົ້ນ​ເສົາ​ທັງຫລາຍ, ອ່າງ​ທີ່​ເປັນ​ທອງສຳຣິດ, ລົດລໍ້ ແລະ​ສົມບັດ​ອື່ນໆ​ຂອງ​ພຣະວິຫານ​ໄວ້.</verse>
				<verse number="20"></verse>
				<verse number="21">ເພາະ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ດັ່ງນີ້​ວ່າ, ຊັບສົມບັດ​ຕ່າງໆ​ທີ່​ເຫຼືອ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຢູ່​ໃນ​ຣາຊວັງ​ຂອງ​ນະຄອນ​ເຢຣູຊາເລັມ</verse>
				<verse number="22">ສິ່ງ​ເຫຼົ່ານັ້ນ​ຈະ​ຖືກ​ຂົນ​ໄປ​ບາບີໂລນ ແລະ​ຈະ​ຢູ່​ທີ່​ນັ້ນ ຈົນກວ່າ​ເຮົາ​ຫັນ​ມາ​ສົນໃຈ​ມັນ​ອີກ. ແລ້ວ​ເຮົາ​ກໍ​ຈະ​ນຳ​ຊັບສົມບັດ​ເຫຼົ່ານັ້ນ​ຄືນ​ມາ ແລະ​ສ້າງ​ພວກມັນ​ຂຶ້ນ​ໃໝ່​ໃນ​ບ່ອນ​ນີ້. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.”</verse>
			</chapter>
			<chapter number="28">
				<verse number="1">ໃນ​ປີ​ດຽວກັນ​ນັ້ນ ຄື​ໃນ​ເດືອນ​ທີ​ຫ້າ​ຂອງ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ຜູ້ທຳນວາຍ​ຮານານີຢາ​ລູກຊາຍ​ຂອງ​ອັດຊູຣະ ຊາວ​ເມືອງ​ກີເບໂອນ ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ຢູ່​ຊ້ອງໜ້າ​ຂອງ​ພວກ​ປະໂຣຫິດ ແລະ​ປະຊາຊົນ​ໃນ​ທີ່ນັ້ນ ລາວ​ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ,</verse>
				<verse number="2">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໄດ້​ກ່າວ​ດັ່ງນີ້: “ເຮົາ​ໄດ້​ທຳລາຍ​ການ​ຢູ່ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ.</verse>
				<verse number="3">ໃນ​ລະຫວ່າງ​ສອງ​ປີ ເຮົາ​ຈະ​ນຳ​ຊັບສົມບັດ​ທັງໝົດ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ທີ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຢຶດເອົາ​ໄປ​ທີ່​ບາບີໂລນ​ນັ້ນ​ກັບຄືນ​ມາ​ທີ່​ນີ້.</verse>
				<verse number="4">ເຮົາ​ຈະ​ນຳ​ເຢໂຮຍອາກິນ ລູກຊາຍ​ຂອງ​ເຢໂຮຍອາກິມ​ຜູ້​ເປັນ​ກະສັດ​ແຫ່ງ​ຢູດາຍ ທີ່​ໄດ້​ຖືກ​ຈັບ​ໄປ​ບາບີໂລນ​ພ້ອມກັບ​ປະຊາຊົນ​ຢູດາຍ​ນັ້ນ​ກັບຄືນ​ມາ​ຄືກັນ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ທຳລາຍ​ການ​ຢູ່ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ.”</verse>
				<verse number="5">ແລ້ວ​ໂດຍ​ຊ້ອງໜ້າ​ຂອງ​ບັນດາ​ປະໂຣຫິດ​ແລະ​ປະຊາຊົນ​ທັງໝົດ ທີ່​ກຳລັງ​ຢືນ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ນັ້ນ ຂ້າພະເຈົ້າ​ກໍ​ກ່າວ​ຕໍ່​ຮານານີຢາ​ວ່າ,</verse>
				<verse number="6">“ອາແມນ ຂໍ​ໃຫ້​ພຣະເຈົ້າຢາເວ​ເຮັດ​ຕາມ​ທີ່​ເຈົ້າ​ໄດ້​ກ່າວ​ມາ​ນັ້ນ​ເຖີດ ຂ້າພະເຈົ້າ​ຫວັງ​ຢ່າງ​ແນ່ນອນ​ວ່າ ພຣະອົງ​ຈະ​ເຮັດ​ໃຫ້​ຄຳທຳນວາຍ​ຂອງທ່ານ​ກາຍເປັນຈິງ ແລະ​ນຳ​ເອົາ​ຊັບສົມບັດ​ທັງໝົດ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ​ພ້ອມ​ດ້ວຍ​ປະຊາຊົນ​ທັງໝົດ ທີ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ນັ້ນ​ກັບຄືນ​ມາ​ຈາກ​ບາບີໂລນ.</verse>
				<verse number="7">ແຕ່​ຈົ່ງ​ຟັງ​ສິ່ງ​ທີ່​ຂ້າພະເຈົ້າ​ກ່າວ​ຕໍ່​ທ່ານ ແລະ​ຕໍ່​ປະຊາຊົນ.</verse>
				<verse number="8">ພວກ​ຜູ້ທຳນວາຍ​ໄດ້​ກ່າວ​ມາ​ຕັ້ງນານ​ແລ້ວ ກ່ອນ​ສະໄໝ​ຂອງ​ຂ້າພະເຈົ້າ ແລະ​ຂອງທ່ານ ໂດຍ​ໄດ້​ທຳນວາຍ​ວ່າ​ສົງຄາມ, ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ ຈະ​ມາ​ຖືກ​ຫລາຍ​ຊົນຊາດ​ແລະ​ອານາຈັກ​ທີ່​ມີ​ອຳນາດ​ທັງຫລາຍ.</verse>
				<verse number="9">ແຕ່​ຜູ້ທຳນວາຍ​ທີ່​ທຳນວາຍ​ຄວາມ​ສະຫງົບສຸກ​ຈະ​ຖືກ​ຮັບຮູ້​ວ່າ ເປັນ​ຜູ້ທຳນວາຍ​ທີ່​ພຣະເຈົ້າຢາເວ​ໄດ້​ໃຊ້​ມາ​ແທ້ ກໍ​ຕໍ່​ເມື່ອ​ຄຳທຳນວາຍ​ນັ້ນ​ກາຍເປັນຈິງ.”</verse>
				<verse number="10">ແລ້ວ​ຮານານີຢາ​ກໍ​ປົດ​ເອົາ​ແອກ​ອອກ​ຈາກ​ຄໍ​ຂອງ​ຂ້າພະເຈົ້າ ແລ້ວ​ຫັກ​ແອກ​ເປັນ​ທ່ອນໆ</verse>
				<verse number="11">ແລະ​ກ່າວ​ໂດຍ​ຊ້ອງໜ້າ​ປະຊາຊົນ​ທັງໝົດ​ວ່າ, “ພຣະເຈົ້າຢາເວ​ກ່າວ​ວ່າ ພຣະອົງ​ຈະ​ຫັກ​ແອກ​ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ທີ່​ວາງ​ເທິງ​ຄໍ​ຂອງ​ຊົນຊາດ​ທັງຫລາຍ​ນັ້ນ​ຢ່າງນີ້​ແຫຼະ; ແລະ​ພຣະອົງ​ຈະ​ກະທຳ​ການນີ້​ພາຍ​ໃນ​ສອງ​ປີ.” ແລ້ວ​ຂ້າພະເຈົ້າ​ກໍ​ຈາກ​ໄປ.</verse>
				<verse number="12">ຕໍ່ມາ ຫລັງຈາກ​ເຫດການ​ນີ້ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ</verse>
				<verse number="13">ໃຫ້​ໄປ​ກ່າວ​ແກ່​ຮານານີຢາ​ດັ່ງນີ້: “ພຣະເຈົ້າຢາເວ​ກ່າວ​ວ່າ ທ່ານ​ອາດ​ຫັກ​ແອກໄມ້​ໄດ້, ແຕ່​ພຣະອົງ ຈະ​ປ່ຽນ​ມັນ​ເປັນ​ແອກ​ເຫຼັກ.</verse>
				<verse number="14">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກ່າວ​ວ່າ​ພຣະອົງ​ຈະ​ເອົາ​ແອກ​ເຫຼັກ​ວາງ​ເທິງ​ຊົນຊາດ​ເຫຼົ່ານີ້ ແລະ​ພວກເຂົາ​ຈະ​ຮັບໃຊ້​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ. ພຣະອົງ​ຈະ​ເຮັດ​ໃຫ້​ແມ່ນແຕ່​ສັດປ່າ​ຮັບໃຊ້​ເພິ່ນ.”</verse>
				<verse number="15">ແລ້ວ​ຂ້າພະເຈົ້າ​ກໍ​ບອກ​ເລື່ອງ​ນີ້​ແກ່​ຮານານີຢາ ໂດຍ​ກ່າວ​ຕື່ມ​ວ່າ, “ຈົ່ງ​ຟັງ​ໃຫ້​ດີ ຮານານີຢາ ພຣະເຈົ້າຢາເວ​ບໍ່ໄດ້​ໃຊ້​ເຈົ້າ​ມາ ແລະ​ເຈົ້າ​ກຳລັງ​ເຮັດ​ໃຫ້​ຄົນ​ເຫຼົ່ານີ້​ເຊື່ອ​ຄຳ​ຕົວະຍົວະ​ຂອງເຈົ້າ.</verse>
				<verse number="16">ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ​ພຣະອົງ​ຈະ​ກຳຈັດ​ເຈົ້າ. ກ່ອນ​ໝົດ​ປີ​ນີ້ ເຈົ້າ​ຈະ​ຕາຍ​ເພາະ​ເຈົ້າ​ໄດ້​ບອກ​ປະຊາຊົນ​ໃຫ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ.”</verse>
				<verse number="17">ແລ້ວ​ຮານານີຢາ​ກໍ​ຕາຍ​ໃນ​ເດືອນ​ທີ​ເຈັດ​ຂອງ​ປີ​ດຽວກັນ​ນັ້ນ.</verse>
			</chapter>
			<chapter number="29">
				<verse number="1">ຂ້າພະເຈົ້າ​ໄດ້​ຂຽນ​ໜັງສື​ສະບັບ​ໜຶ່ງ​ເຖິງ​ພວກ​ປະໂຣຫິດ, ພວກ​ຜູ້ທຳນວາຍ ແລະ​ເຖິງ​ຄົນອື່ນໆ​ທີ່​ເຈົ້າເນບູ​ກາດເນັດຊາ​ໄດ້​ຈັບ​ພວກເຂົາ ຈາກ​ນະຄອນ​ເຢຣູຊາເລັມ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ.</verse>
				<verse number="2">ຂ້າພະເຈົ້າ​ໄດ້​ຂຽນ​ຈົດໝາຍ​ນີ້ ຫລັງຈາກ​ທີ່​ກະສັດ​ເຢໂຮຍອາກິນ, ມານດາ​ຂອງເພິ່ນ, ບັນດາ​ຂ້າຣາຊການ​ໃນ​ວັງ, ພວກ​ເຈົ້ານາຍ​ຂອງ​ຢູດາຍ ແລະ​ຂອງ​ນະຄອນ​ເຢຣູຊາເລັມ, ພວກ​ຊ່າງສີມື ແລະ​ພວກ​ກຳມະກອນ​ທີ່​ຊຳນິ​ຊຳນານ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.</verse>
				<verse number="3">ຂ້າພະເຈົ້າ​ໄດ້​ມອບ​ຈົດໝາຍ​ນັ້ນ​ໃຫ້​ເອລາຊາ​ລູກຊາຍ​ຂອງ​ຊາຟານ ແລະ​ເກມາຣີຢາ​ລູກຊາຍ​ຂອງ​ຮິນກີຢາ ຄື​ພວກ​ທີ່​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ໄດ້​ສົ່ງ​ໄປ​ພົບ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ. ໜັງສື​ນັ້ນ​ມີ​ເນື້ອຄວາມ​ວ່າ​ດັ່ງນີ້:</verse>
				<verse number="4">“ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກ່າວ​ຕໍ່​ປະຊາຊົນ​ເຫຼົ່ານັ້ນ​ທັງໝົດ ທີ່​ພຣະອົງ​ໄດ້​ອະນຸຍາດ​ໃຫ້​ກະສັດ​ເນບູ​ກາດເນັດຊາ ຈັບ​ພວກເຂົາ​ຈາກ​ນະຄອນ​ເຢຣູຊາເລັມ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ​ວ່າ:</verse>
				<verse number="5">‘ຈົ່ງ​ປຸກ​ເຮືອນ​ແລະ​ເຂົ້າ​ຢູ່​ອາໄສ. ຈົ່ງ​ປູກຝັງ​ໃນ​ສວນ​ແລະ​ກິນ​ຜົນລະປູກ​ທີ່​ເກີດ​ຈາກ​ສວນ​ນັ້ນ.</verse>
				<verse number="6">ຈົ່ງ​ແຕ່ງງານ​ແລະ​ມີ​ລູກ​ຢູ່​ທີ່​ນັ້ນ. ແລ້ວ​ໃຫ້​ລູກ​ຂອງ​ພວກເຈົ້າ​ແຕ່ງງານ​ກັນ ເພື່ອ​ພວກເຂົາ​ຈະ​ມີ​ລູກ​ເຊັ່ນດຽວ​ກັນ. ພວກເຈົ້າ​ຕ້ອງ​ເພີ່ມ​ຈຳນວນ​ຄົນ​ໃຫ້​ຫລາຍຂຶ້ນ ແລະ​ບໍ່​ໃຫ້​ລົດໜ້ອຍ​ຖອຍລົງ.</verse>
				<verse number="7">ຈົ່ງ​ພັດທະນາ​ບ້ານເມືອງ ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຈົ້າ​ໄປ​ອາໄສ​ຢູ່ ໃນ​ຖານະ​ຊະເລີຍເສິກ​ນັ້ນ​ໃຫ້​ດີ. ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເພື່ອ​ພວກເຂົາ ເພາະ​ຖ້າ​ພວກເຂົາ​ຈະເລີນ​ຮຸ່ງເຮືອງ ພວກເຈົ້າ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ​ດ້ວຍ.’</verse>
				<verse number="8">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເຕືອນ​ພວກເຈົ້າ​ວ່າ, ‘ຢ່າ​ຍອມ​ໃຫ້​ພວກ​ຜູ້ທຳນວາຍ​ທີ່​ຢູ່​ທ່າມກາງ​ພວກເຈົ້າ ຫລື​ພວກ​ອື່ນໆ​ທີ່​ອ້າງ​ຕົນ​ວ່າ​ເປັນ​ຜູ້ທຳນວາຍ​ອະນາຄົດ​ລໍ້ລວງ​ພວກເຈົ້າ. ຢ່າ​ໄດ້​ສົນໃຈ​ນຳ​ຄວາມຝັນ​ໃດໆ​ຂອງ​ພວກເຂົາ.</verse>
				<verse number="9">ພວກເຂົາ​ໃຊ້​ນາມ​ຂອງເຮົາ​ເວົ້າ​ຕົວະຍົວະ​ພວກເຈົ້າ ເຮົາ​ບໍ່ໄດ້​ໃຊ້​ພວກເຂົາ​ມາ.’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="10">ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເມື່ອ​ຢູ່​ນະຄອນ​ບາບີໂລນ​ຄົບ​ເຈັດສິບ​ປີ ແລ້ວ​ເຮົາ​ກໍ​ຈະ​ສະແດງ​ຄວາມ​ຫ່ວງໃຍ​ຂອງເຮົາ​ສຳລັບ​ພວກເຈົ້າ ທັງ​ຈະ​ຮັກສາ​ຄຳສັນຍາ​ຂອງເຮົາ​ທີ່​ວ່າ ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ.</verse>
				<verse number="11">ເຮົາ​ຜູ້​ດຽວ​ເທົ່ານັ້ນ​ທີ່​ຮູ້​ແຜນການ​ຂອງເຮົາ​ສຳລັບ​ພວກເຈົ້າ,’ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ຄື​ແຜນການ​ທີ່​ນຳ​ຄວາມຈະເລີນ​ຮຸ່ງເຮືອງ​ມາ​ສູ່​ພວກເຈົ້າ ແລະ​ບໍ່ແມ່ນ​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ພວກເຈົ້າ ແຕ່​ເປັນ​ແຜນການ​ທີ່​ນຳ​ຄວາມຫວັງ​ມາ​ສູ່​ອະນາຄົດ​ຂອງ​ພວກເຈົ້າ.</verse>
				<verse number="12">ແລ້ວ​ພວກເຈົ້າ​ກໍ​ຈະ​ເອີ້ນ​ຫາ​ເຮົາ. ເມື່ອ​ພວກເຈົ້າ​ມາ​ຫາ​ເຮົາ​ແລະ​ພາວັນນາ​ອະທິຖານ​ຫາ​ເຮົາ ເຮົາ​ກໍ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຈົ້າ.</verse>
				<verse number="13">ຖ້າ​ພວກເຈົ້າ​ຊອກ​ຫາ​ເຮົາ​ຢ່າງ​ໝົດຈິດ​ໝົດໃຈ ພວກເຈົ້າ​ກໍ​ຈະ​ພົບ​ເຮົາ</verse>
				<verse number="14">ພວກເຈົ້າ​ຈະ​ພົບ​ເຮົາ​ແທ້ໆ,’ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ແລະ​ເຮົາ​ຈະ​ປົວແປງ​ພວກເຈົ້າ​ຂຶ້ນ​ໃໝ່​ຢູ່​ໃນ​ປະເທດ​ຂອງ​ພວກເຈົ້າ​ເອງ. ເຮົາ​ຈະ​ເຕົ້າໂຮມ​ພວກເຈົ້າ​ຈາກ​ທຸກໆ​ປະເທດ​ແລະ​ຈາກ​ທຸກໆ​ບ່ອນ ຊຶ່ງ​ເຮົາ​ໄດ້​ໃຫ້​ພວກເຈົ້າ​ກະຈັດ​ກະຈາຍ​ໄປ​ນັ້ນ’ ພຣະເຈົ້າຢາເວ​ກ່າວ​ວ່າ ‘ແລະ​ເຮົາ​ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ດິນແດນ ຊຶ່ງ​ເຮົາ​ໄດ້​ສົ່ງ​ພວກເຈົ້າ​ໄປ​ເປັນ​ຊະເລີຍ​ນັ້ນ.’</verse>
				<verse number="15">ພວກເຈົ້າ​ອາດ​ຈະ​ເວົ້າ​ວ່າ ‘ພຣະເຈົ້າຢາເວ​ໄດ້​ໃຫ້​ຜູ້ທຳນວາຍ​ແກ່​ພວກເຮົາ​ທີ່​ບາບີໂລນ​ແລ້ວ.’</verse>
				<verse number="16">ຈົ່ງ​ຟັງ​ພຣະເຈົ້າຢາເວ​ກ່າວ​ກ່ຽວກັບ​ກະສັດ ຜູ້​ທີ່​ປົກຄອງ​ອານາຈັກ ຊຶ່ງ​ເຈົ້າ​ດາວິດ​ໄດ້​ປົກຄອງ​ແລະ​ກ່ຽວກັບ​ປະຊາຊົນ​ຢູ່​ໃນ​ເມືອງ​ນັ້ນ ຄື​ກ່າວ​ຕໍ່​ພີ່ນ້ອງ​ທີ່​ບໍ່ໄດ້​ຖືກ​ຈັບ​ມາ​ເປັນ​ຊະເລີຍ​ພ້ອມ​ກັບ​ພວກເຈົ້າ.</verse>
				<verse number="17">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ‘ເຮົາ​ກຳລັງ​ຈະ​ນຳ​ສົງຄາມ, ການ​ຕາຍອຶດ​ຕາຍຫິວ, ການ​ເຈັບໄຂ້​ໄດ້ປ່ວຍ​ມາ​ສູ່​ພວກເຂົາ ແລະ​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເປັນ​ດັ່ງ​ໝາກເດື່ອ​ເນົ່າ​ຈົນ​ກິນ​ບໍ່ໄດ້.</verse>
				<verse number="18">ເຮົາ​ຈະ​ໃຫ້​ສົງຄາມ, ການ​ຕາຍອຶດ​ຕາຍຫິວ, ແລະ​ການ​ເຈັບໄຂ້​ໄດ້ປ່ວຍ​ໄລ່​ຕາມ​ພວກເຂົາ​ໄປ ແລະ​ຊົນຊາດ​ທັງຫລາຍ​ໃນ​ໂລກ​ຈະ​ຕົກໃຈ​ຢ້ານກົວ​ໃນ​ສິ່ງ​ທີ່​ພວກເຂົາ​ເຫັນ. ໃນ​ທຸກໆ​ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ ປະຊາຊົນ​ຈະ​ສະດຸ້ງ​ຕົກໃຈ​ທັງ​ຢ້ານກົວ​ຫຼາຍ ຕໍ່​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກເຂົາ​ນັ້ນ. ປະຊາຊົນ​ຈະ​ຫົວ​ເຍາະເຍີ້ຍ​ພວກເຂົາ ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ.</verse>
				<verse number="19">ເຫດການ​ນີ້​ຈະ​ເກີດຂຶ້ນ ເພາະ​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ.’ ພຣະເຈົ້າຢາເວ​ກ່າວ​ວ່າ ‘ທີ່​ເຮົາ​ໄດ້ສົ່ງ​ມາ​ສູ່​ພວກເຂົາ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງເຮົາ. ແຕ່​ພວກເຈົ້າ​ບໍ່​ຍອມ​ຟັງ.’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="20">ຝ່າຍ​ພວກເຈົ້າ​ທັງໝົດ​ທີ່​ເຮົາ​ໄດ້​ສົ່ງ​ມາ​ໃຫ້​ເປັນ​ຊະເລີຍ​ໃນ​ບາບີໂລນ​ນັ້ນ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ.</verse>
				<verse number="21">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ກ່ຽວກັບ​ອາຮາບ​ລູກຊາຍ​ຂອງ​ໂກໄລຢາ ແລະ​ເຊເດກີຢາ​ລູກຊາຍ​ຂອງ​ມາອາເສອີຢາ ທີ່​ກຳລັງ​ເວົ້າ​ຕົວະ​ໃນ​ນາມ​ຂອງ​ພຣະອົງ​ວ່າ: ‘ເຮົາ​ຈະ​ໃຫ້​ພວກເຂົາ ຕົກ​ຢູ່​ໃນ​ກຳມື​ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ. ລາວ​ຈະ​ປະຫານ​ຊີວິດ​ພວກເຂົາ​ຕໍ່ໜ້າຕໍ່ຕາ​ພວກເຈົ້າ.</verse>
				<verse number="22">ເມື່ອ​ປະຊາຊົນ​ນະຄອນ​ເຢຣູຊາເລັມ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ ຢາກ​ຈະ​ສາບແຊ່ງ​ຜູ້ໜຶ່ງ​ຜູ້ໃດ; ພວກເຂົາ​ຈະ​ເວົ້າ​ວ່າ ຂໍ​ໃຫ້​ພຣະເຈົ້າຢາເວ​ເຮັດ​ກັບ​ເຈົ້າ ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ກັບ​ເຊເດກີຢາ​ແລະ​ອາຮາບ ທີ່​ກະສັດ​ແຫ່ງ​ບາບີໂລນ​ໄດ້​ປີ້ງ​ພວກເຂົາ​ທັງເປັນ.’</verse>
				<verse number="23">ຊາຕາກຳ​ຂອງ​ພວກເຂົາ​ເປັນ​ເຊັ່ນນີ້ ກໍ​ຍ້ອນ​ພວກເຂົາ​ໄດ້​ເຮັດ​ບາບ​ຢ່າງ​ຮ້າຍແຮງ ຄື​ພວກເຂົາ​ໄດ້​ຫລິ້ນຊູ້​ສູ່ຜົວເມຍ ແລະ​ໄດ້​ເວົ້າຕົວະ​ໃນ​ນາມ​ຂອງ​ເຮົາ ທີ່​ເຮົາ​ບໍ່ໄດ້​ສັ່ງ​ໄວ້​ແກ່​ພວກເຂົາ. ເຮົາ​ຮູ້ເຫັນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ເຮົາ​ກໍ​ເປັນ​ພະຍານ​ຕໍ່ສູ້​ໃນເລື່ອງນີ້. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.”</verse>
				<verse number="24">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ໃຫ້​ຖ້ອຍຄຳ​ແກ່​ຂ້າພະເຈົ້າ ເພື່ອ​ບອກ​ເຊມາອີຢາ ຊາວ​ເນເຮລາມ. ເຊມາອີຢາ​ໄດ້​ສົ່ງ​ຈົດໝາຍ​ໃນ​ນາມ​ຂອງຕົນ ໄປ​ເຖິງ​ປະຊາຊົນ​ນະຄອນ​ເຢຣູຊາເລັມ​ທັງໝົດ ແລະ​ໄດ້​ສົ່ງ​ໄປ​ຫາ​ປະໂຣຫິດ​ເຊຟານີຢາ​ລູກຊາຍ​ຂອງ​ມາອາເສອີຢາ ພ້ອມ​ທັງ​ພວກ​ປະໂຣຫິດ​ຄົນອື່ນໆ​ດ້ວຍ. ໃນ​ຈົດໝາຍ​ທີ່​ເຊມາອີຢາ​ໄດ້​ຂຽນ​ໄປ​ເຖິງ​ເຊຟານີຢາ​ນັ້ນ ມີ​ເນື້ອຄວາມ​ດັ່ງນີ້:</verse>
				<verse number="25"></verse>
				<verse number="26">“ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ທ່ານ​ເປັນ​ປະໂຣຫິດ​ແທນ​ເຢໂຮຍອາດາ; ບັດນີ້ ທ່ານ​ກໍ​ເປັນ​ຫົວໜ້າ​ຂອງ​ພວກ​ເຈົ້າໜ້າທີ່ ປະຈຳ​ວິຫານ​ຂອງ​ພຣະເຈົ້າຢາເວ. ແມ່ນ​ໜ້າທີ່​ຂອງທ່ານ​ທີ່​ຈະ​ຈັດການ​ລ່າມໂສ້​ຄົນ​ເສຍ​ສະຕິ​ທຸກໆຄົນ ທີ່​ແກ້ງ​ເຮັດ​ເປັນ​ຜູ້ທຳນວາຍ.</verse>
				<verse number="27">ເປັນຫຍັງ​ທ່ານ​ຈຶ່ງ​ບໍ່​ເຮັດ​ເຊັ່ນນັ້ນ​ກັບ​ເຢເຣມີຢາ ຊາວ​ອານາທົດ ຜູ້​ທີ່​ໄດ້​ກ່າວ​ຕໍ່​ປະຊາຊົນ​ໃນ​ຖານະ​ຜູ້ທຳນວາຍ?</verse>
				<verse number="28">ລາວ​ຕ້ອງ​ຖືກ​ບັງຄັບ​ໃຫ້​ເຊົາ​ເວົ້າ ເພາະ​ລາວ​ໄດ້​ເອົາ​ຖ້ອຍຄຳ​ມາ​ໃຫ້​ປະຊາຊົນ​ຢູ່​ໃນ​ບາບີໂລນ​ວ່າ, ພວກເຂົາ​ຈະ​ຕ້ອງ​ເປັນ​ຊະເລີຍເສິກ​ຢູ່​ໃນ​ທີ່ນັ້ນ​ອີກ​ເປັນ​ເວລາ​ດົນນານ ແລະ​ຈະ​ຕ້ອງ​ປຸກ​ບ້ານ​ປຸກ​ເຮືອນ​ຢູ່​ອາໄສ, ເຮັດ​ສວນ​ປູກຝັງ ແລະ​ກິນ​ຜົນລະປູກ ຈາກ​ເຫື່ອແຮງ​ຂອງ​ພວກເຂົາ.”</verse>
				<verse number="29">ເຊຟານີຢາ​ໄດ້​ອ່ານ​ຈົດໝາຍ​ນັ້ນ​ໃຫ້​ຂ້າພະເຈົ້າ​ຟັງ</verse>
				<verse number="30">ແລະ​ຕໍ່ມາ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ</verse>
				<verse number="31">ໃຫ້​ສົ່ງ​ຖ້ອຍຄຳ​ນີ້​ໄປ​ເຖິງ​ພວກ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ໃນ​ບາບີໂລນ​ທັງໝົດ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ, ‘ເຮົາ​ຈະ​ລົງໂທດ​ເຊມາອີຢາ​ຊາວ​ເນເຮລາມ ແລະ​ເຊື້ອສາຍ​ຂອງ​ລາວ​ທຸກຄົນ. ເຮົາ​ບໍ່ໄດ້​ໃຊ້​ລາວ​ກ່າວ, ແຕ່​ລາວ​ໄດ້​ຊັກຊວນ​ພວກເຈົ້າ​ໃຫ້​ວາງໃຈເຊື່ອ​ໃນ​ຄວາມຕົວະ,</verse>
				<verse number="32">ນີ້ແມ່ນ​ພຣະເຈົ້າຢາເວ​ກ່າວ​ຄື: ເຮົາ​ຈະ​ລົງໂທດ​ເຊມາອີຢາ​ຊາວ​ເນເຮລາມ​ກັບ​ເຊື້ອສາຍ​ຂອງລາວ ລາວ​ຈະ​ບໍ່​ມີ​ເຊື້ອສາຍ​ຈັກ​ຄົນດຽວ​ອາໄສ​ຢູ່​ໃນ​ທ່າມກາງ​ພວກເຈົ້າ. ລາວ​ຈະ​ບໍ່ມີ​ຊີວິດ​ຢູ່​ໄດ້​ເຫັນ​ສິ່ງ​ດີ​ທັງຫລາຍ ຊຶ່ງ​ເຮົາ​ຈະ​ເຮັດ​ສຳລັບ​ປະຊາຊົນ​ຂອງເຮົາ, ເພາະ​ລາວ​ໄດ້​ສອນ​ພວກເຂົາ​ໃຫ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ.’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.”</verse>
			</chapter>
			<chapter number="30">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ໄດ້​ມາເຖິງ​ເຢເຣມີຢາ.</verse>
				<verse number="2">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວວ່າ, “ຈົ່ງ​ຂຽນ​ຖ້ອຍຄຳ​ທັງໝົດ ທີ່​ເຮົາ​ໄດ້​ບອກ​ແກ່​ເຈົ້າ​ນັ້ນ​ໄວ້​ໃນ​ໜັງສື​ເຫຼັ້ມໜຶ່ງ.</verse>
				<verse number="3">ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ເພາະ​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ປົວແປງ​ປະຊາຊົນ​ຂອງເຮົາ​ຂຶ້ນໃໝ່ ຄື​ປະຊາຊົນ​ອິດສະຣາເອນ​ແລະ​ຢູດາ. ເຮົາ​ຈະ​ນຳ​ພວກເຂົາ​ຄືນ​ມາ​ສູ່​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ກຳມະສິດ​ດິນແດນ​ນັ້ນ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="4">ນີ້​ແມ່ນ​ຖ້ອຍຄຳ​ທັງຫຼາຍ​ທີ່​ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ ແລະ​ຢູດາ​ວ່າ,</verse>
				<verse number="5">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້ຍິນ​ສຽງ​ຮ້ອງ​ແຕກຕື່ນ​ຕົກໃຈ ເປັນ​ສຽງ​ຮ້ອງ​ຕົກໃຈກົວ​ແລະ​ບໍ່ມີ​ຄວາມ​ສະຫງົບສຸກ.</verse>
				<verse number="6">ບັດນີ້ ຈົ່ງ​ຢຸດ​ຟັງ​ແລະ​ຄິດ​ເບິ່ງ​ວ່າ ຊາຍ​ຜູ້ໜຶ່ງ​ນັ້ນ​ກຳເນີດ​ລູກ​ໄດ້​ບໍ? ເປັນຫຍັງ​ເຮົາ​ຈຶ່ງ​ເຫັນ​ຊາຍ​ທຸກຄົນ​ອູ້ມທ້ອງ​ຕົນ ໜ້າຕາ​ທຸກຄົນ​ຊີດ​ຂາວ​ດັ່ງ​ຜູ້ຍິງ​ຄອດ​ລູກ?</verse>
				<verse number="7">ວັນ​ອັນ​ໜ້າຢ້ານກົວ​ໃຫຍ່​ນັ້ນ ກຳລັງ​ຈະ​ມາ​ເຖິງ ບໍ່ມີ​ວັນໃດ​ເລີຍ​ຈະ​ປຽບປານ​ວັນນັ້ນ​ໄດ້ ເພາະ​ເປັນ​ເວລາ​ທີ່​ປະຊາຊົນ​ຂອງເຮົາ​ທຸກໃຈ​ຫລາຍ ແຕ່​ພວກເຂົາ​ຈະ​ລອດ​ປອດໄພ​ທັງ​ຈະ​ມີ​ຊີວິດ​ຢູ່ໄດ້.”</verse>
				<verse number="8">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເມື່ອ​ວັນນັ້ນ​ມາເຖິງ ເຮົາ​ຈະ​ຫັກ​ແອກ​ຊຶ່ງ​ວາງ​ເທິງ​ຄໍ​ຂອງ​ພວກເຂົາ ແລະ​ທັງ​ຈະ​ປົດ​ໂສ້​ທີ່​ລ່າມ​ພວກເຂົາ​ອອກ ແລະ​ພວກເຂົາ​ກໍ​ຈະ​ບໍ່​ເປັນ​ທາດຮັບໃຊ້​ຂອງ​ຄົນຕ່າງດ້າວ​ອີກ​ຕໍ່ໄປ.</verse>
				<verse number="9">ແຕ່​ພວກເຂົາ​ກັບ​ຈະ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຮັບໃຊ້​ເຊື້ອສາຍ​ຂອງ​ດາວິດ ຜູ້​ທີ່​ເຮົາ​ຈະ​ມອບ​ອຳນາດ​ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ.”</verse>
				<verse number="10">“ປະຊາຊົນ​ຂອງເຮົາ​ເອີຍ ພວກເຈົ້າ​ຢ່າ​ຢ້ານ​ເລີຍ ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ແຕກຕື່ນ​ເທາະ ພຣະເຈົ້າຢາເວ​ກ່າວ​ວ່າ: ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ​ມາ​ຈາກ​ແດນ​ຫ່າງໄກ ຈາກ​ດິນແດນ​ພວກເຈົ້າ​ຕົກ​ໄປ​ເປັນ​ຊະເລີຍ​ນັ້ນ. ພວກເຈົ້າ​ຈະ​ກັບຄືນ​ມາ​ບ້ານ ທັງ​ມີ​ຊີວິດ​ຢ່າງ​ສັນຕິສຸກ ຈະ​ປອດໄພ​ແລະ​ຈະ​ບໍ່ມີ​ຜູ້ໃດ​ເຮັດ​ໃຫ້​ພວກເຈົ້າ​ຢ້ານ.</verse>
				<verse number="11">ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ສະຖິດ​ຢູ່​ກັບ​ພວກເຈົ້າ ເພື່ອ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນໄພ ແລະ​ທຳລາຍ​ທຸກ​ຊົນຊາດ ໃນ​ບ່ອນ​ທີ່​ພວກເຈົ້າ​ແຕກ​ກະຈັດ​ກະຈາຍ​ໄປ​ນັ້ນ ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ພວກເຈົ້າ​ແຕ່​ປະການ​ໃດ ເຮົາ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ​ໂດຍ​ບໍ່​ຖືກ​ໂທດ​ກໍ​ບໍ່ໄດ້; ແຕ່​ເມື່ອ​ລົງໂທດ ເຮົາ​ກໍ​ຈະ​ເຮັດ​ຢ່າງ​ທ່ຽງທຳ.”</verse>
				<verse number="12">ພຣະເຈົ້າຢາເວ​ກ່າວ​ວ່າ, “ບາດແຜ​ຂອງ​ພວກເຈົ້າ​ຈະ​ປົວ​ບໍ່​ດີ ບ່ອນ​ເຈັບປວດ​ຂອງ​ພວກເຈົ້າ​ກໍ​ເຮັດ​ໃຫ້​ຫາຍດີ​ບໍ່ໄດ້.</verse>
				<verse number="13">ບໍ່ມີ​ຜູ້ໃດ​ບົວລະບັດ​ພວກເຈົ້າ​ເລີຍ ບາດແຜ​ປົວ​ບໍ່​ດີ​ແລະ​ຫວ້ານຢາ​ກໍ​ບໍ່ມີ​ດ້ວຍ.</verse>
				<verse number="14">ຄົນ​ຮັກແພງ​ຕ່າງ​ກໍໄດ້​ລືມໄລ​ພວກເຈົ້າ​ໄປ ພວກເຂົາ​ບໍ່​ສົນໃຈ​ກັບ​ພວກເຈົ້າ​ຕໍ່ໄປ​ອີກ. ເຮົາ​ໄດ້​ໂຈມຕີ​ພວກເຈົ້າ​ເໝືອນ​ດັ່ງ​ສັດຕູ​ໂຈມຕີ ໂທດກຳ​ທີ່​ພວກເຈົ້າ​ໄດ້​ຮັບ​ກໍ​ຮຸນແຮງ​ແທ້ ເພາະ​ການບາບ​ຂອງ​ພວກເຈົ້າ​ມີ​ຫລວງຫລາຍ ແລະ​ຄວາມ​ຊົ່ວຊາມ​ກໍ​ມີ​ຫລາຍໂພດ.</verse>
				<verse number="15">ຢ່າ​ຈົ່ມທຸກ​ຕື່ມ​ເຖິງ​ຄວາມ​ເຈັບປວດ​ອີກ​ເລີຍ ຢາ​ປິ່ນປົວ​ສຳລັບ​ພວກເຈົ້າ​ບໍ່ມີ​ສາ​ແລ້ວ. ເຮົາ​ລົງໂທດ​ພວກເຈົ້າ​ຍ້ອນ​ການບາບ​ມີ​ຫລາຍ ແລະ​ຄວາມ​ຊົ່ວຊ້າ​ກໍ​ມີ​ຫລາຍໂພດ.</verse>
				<verse number="16">ແຕ່​ບັດນີ້ ທຸກຄົນ​ທີ່​ກືນ​ພວກເຈົ້າ​ຈະ​ຖືກ​ກືນຄືນ ແລະ​ເຫຼົ່າ​ສັດຕູ​ຈະ​ຖືກ​ຈັບ​ເປັນ​ຊະເລີຍ​ໝົດສິ້ນ. ທຸກຄົນ​ທີ່​ກົດຂີ່​ພວກເຈົ້າ​ຈະ​ຖືກ​ກົດຂີ່​ຄືນ ທຸກຄົນ​ທີ່​ປຸ້ນ​ພວກເຈົ້າ​ຈະ​ຖືກ​ປຸ້ນຄືນ.</verse>
				<verse number="17">ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ໃຫ້​ພວກເຈົ້າ​ຫາຍ​ດີ ແລະ​ປິ່ນປົວ​ບາດແຜ ເຖິງ​ແມ່ນ​ເຫຼົ່າ​ສັດຕູ​ເວົ້າ​ກໍຕາມ​ວ່າ, ‘ພູເຂົາ​ຊີໂອນ​ຖືກ​ປະຖິ້ມ ແລະ​ບໍ່ມີ​ຜູ້ໃດ​ສົນໃຈ.”’</verse>
				<verse number="18">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ສ້າງ​ປະຊາຊົນ​ເຮົາ​ຂຶ້ນ​ໃໝ່ ໃນ​ດິນແດນ​ຂອງ​ເຂົາ ແລະ​ຈະ​ເມດຕາ​ຕໍ່​ທຸກໆ​ບ້ານ ເຮົາ​ຈະ​ກໍ່ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນໃໝ່ ຜາສາດ​ຣາຊວັງ​ກໍ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ຄືກັນ.</verse>
				<verse number="19">ປະຊາຊົນ​ໃນ​ທີ່ນັ້ນ​ຈະ​ຮ້ອງເພງ​ສັນລະເສີນ ຕ່າງ​ກໍ​ຈະ​ຊົມຊື່ນ​ຍິນດີ​ໂດຍ​ພາກັນ​ໂຮຮ້ອງ. ເຮົາ​ຈະ​ອວຍພອນ​ພວກເຂົາ​ໃຫ້​ມີ​ຄົນ​ເພີ່ມຂຶ້ນ​ຫລາຍ ພອນ​ຂອງເຮົາ​ຈະ​ນຳ​ກຽດສັກສີ​ມາ​ສູ່​ພວກ​ເຂົາເຈົ້າ.</verse>
				<verse number="20">ເຮົາ​ຈະ​ໃຫ້​ອຳນາດ​ດັ່ງເດີມ​ໃໝ່​ແກ່​ຊົນຊາດ​ນີ້​ເດີ ເຮົາ​ຈະ​ລົງໂທດ​ແກ່​ທຸກຄົນ​ທີ່​ກົດຂີ່​ພວກເຂົາ.</verse>
				<verse number="21">ພວກ​ເຈົ້ານາຍ​ຂອງ​ພວກເຂົາ ຈະ​ມາ​ຈາກ​ຊົນຊາດ​ຂອງ​ພວກເຂົາ​ເອງ ກະສັດ​ຂອງ​ພວກເຂົາ ຈະ​ມາ​ຈາກ​ຊົນຊາດ​ຂອງ​ພວກເຂົາ​ເອງ​ດ້ວຍ. ລາວ​ຈະ​ຫຍັບ​ເຂົ້າ​ໃກ້ ເມື່ອ​ເຮົາ​ໄດ້​ເຊີນ​ລາວ ຜູ້​ທີ່​ບໍ່​ຖືກ​ເຊີນ ມີ​ຜູ້ໃດ​ແດ່​ກ້າ​ຫຍັບ​ມາ​ເຂົ້າ​ໃກ້? ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="22">ພວກເຂົາ​ຈະ​ເປັນ​ຂອງເຮົາ ເຮົາ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”</verse>
				<verse number="23">ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ນັ້ນ ເປັນ​ດັ່ງ​ລົມພະຍຸ ຄື​ລົມ​ອັນ​ໂຫດຮ້າຍ​ທີ່​ຈະ​ພັດປິວ​ວົນວຽນ​ຢູ່​ເທິງ​ຫົວ​ຂອງ​ຄົນຊົ່ວຊ້າ​ທັງຫລາຍ. ຄວາມ​ໂກດຮ້າຍ​ນີ້​ຈະ​ບໍ່​ສິ້ນສຸດ ຈົນກວ່າ​ພຣະເຈົ້າຢາເວ​ໄດ້​ເຮັດ​ສິ່ງ​ທີ່​ພຣະອົງ​ປະສົງ​ຢາກ​ເຮັດ​ໃຫ້​ສຳເລັດ. ໃນເວລາ​ສຸດທ້າຍ ເຈົ້າ​ທັງຫລາຍ​ຈະ​ເຂົ້າໃຈ​ຢ່າງ​ແຈ່ມແຈ້ງ.</verse>
				<verse number="24"></verse>
			</chapter>
			<chapter number="31">
				<verse number="1">ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ເປັນ​ພຣະເຈົ້າ​ແຫ່ງ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.</verse>
				<verse number="2">ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເຮົາ​ໄດ້​ເມດຕາ​ປະຊາຊົນ​ເຫຼົ່ານັ້ນ​ທີ່​ໄດ້​ປົບໜີ​ຈາກ​ຄວາມຕາຍ. ເມື່ອ​ຊາວ​ອິດສະຣາເອນ​ຢາກ​ຈະ​ພັກຜ່ອນ</verse>
				<verse number="3">ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ພວກເຂົາ ຈາກ​ແດນ​ໄກ. ຊາດ​ອິດສະຣາເອນ​ເອີຍ ເຮົາ​ຮັກ​ແພງ​ເຈົ້າ​ສະເໝີ​ມາ. ດັ່ງນັ້ນ ເຮົາ​ຈຶ່ງ​ສືບຕໍ່​ໃຫ້​ຄວາມຮັກ​ອັນ​ໝັ້ນຄົງ​ແກ່​ເຈົ້າ.</verse>
				<verse number="4">ເຮົາ​ຈະ​ປົວແປງ​ແລະ​ກໍ່ສ້າງ​ເຈົ້າ​ຂຶ້ນ​ໃໝ່​ອີກເທື່ອໜຶ່ງ. ພວກເຈົ້າ​ຈະ​ຕີ​ກອງ ແລະ​ຟ້ອນລຳ​ຢ່າງ​ຊື່ນບານ​ອີກເທື່ອໜຶ່ງ.</verse>
				<verse number="5">ພວກເຈົ້າ​ຈະ​ໄດ້​ປູກ​ຕົ້ນອະງຸ່ນ​ທີ່​ເທິງ​ພູເຂົາ​ຊາມາເຣຍ​ອີກເທື່ອໜຶ່ງ ແລະ​ພວກ​ທີ່​ປູກ​ຕົ້ນ​ອະງຸ່ນ​ກໍ​ຈະ​ໄດ້​ກິນ​ຜົນ​ຈາກ​ສວນອະງຸ່ນ​ນັ້ນ.</verse>
				<verse number="6">ຖືກ​ແລ້ວ ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຄົນເຝົ້າຍາມ​ຈະ​ເປັ່ງ​ສຽງ​ຮ້ອງ​ອອກ​ໄປ​ຈາກ​ເຂດ​ເນີນພູ​ເອຟຣາອິມ​ວ່າ, ‘ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຊີໂອນ​ເພື່ອ​ເຝົ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.”’</verse>
				<verse number="7">ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ຈົ່ງ​ຮ້ອງເພງ​ຢ່າງ​ຊົມຊື່ນ​ໃຫ້​ອິດສະຣາເອນ ຊົນຊາດ​ໜຶ່ງ​ທີ່​ຍິ່ງໃຫຍ່​ກວ່າ​ທຸກ​ຊົນຊາດ. ຈົ່ງ​ຮ້ອງເພງ​ຂອງ​ພວກເຈົ້າ​ສັນລະເສີນ​ວ່າ, ‘ພຣະເຈົ້າຢາເວ​ໄດ້​ຊ່ວຍກູ້​ເອົາ​ປະຊາຊົນ​ຂອງ​ພຣະອົງ; ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ທຸກໆ​ຄົນ ຄື​ປະຊາຊົນ​ທີ່​ຍັງເຫລືອ​ຢູ່​ນັ້ນ.’</verse>
				<verse number="8">ເຮົາ​ຈະ​ນຳ​ເອົາ​ພວກເຂົາ​ມາ​ຈາກ​ທິດເໜືອ ເຕົ້າໂຮມ​ເອົາ​ພວກເຂົາ​ມາ​ຈາກ​ທີ່ສຸດ​ແຜ່ນດິນ​ໂລກ ຄົນ​ຕາບອດ​ແລະ​ເສຍຂາ​ກໍ​ຈະ​ຄືນ​ມາ​ກັບ​ພວກເຂົາ ທັງ​ຜູ້ຍິງ​ຖືພາ​ແລະ​ຜູ້​ທີ່​ຫາ​ກໍ​ອອກລູກ​ດ້ວຍ. ພວກເຂົາ​ຈະ​ກັບຄືນ​ມາ ດັ່ງ​ຝູງຊົນ​ອັນ​ໃຫຍ່ຫລວງ ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ທີ່​ຍິ່ງໃຫຍ່.</verse>
				<verse number="9">ປະຊາຊົນ​ຈະ​ກັບ​ມາ​ດ້ວຍ​ນໍ້າຕາ​ຫລັ່ງໄຫລ ໂດຍ​ພາວັນນາ​ອະທິຖານ​ຕໍ່​ເຮົາ​ໃຫ້​ນຳ​ພວກເຂົາ​ຄືນ​ເມືອ​ບ້ານ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ສູ່​ຫ້ວຍນໍ້າ​ທີ່​ຫລັ່ງໄຫລ ຕາມ​ທາງພຽງ​ທີ່​ພວກເຂົາ​ຈະ​ບໍ່​ຕໍາ​ສະດຸດ​ໄດ້. ເຮົາ​ເປັນ​ດັ່ງ​ພໍ່​ຜູ້ໜຶ່ງ​ຂອງ​ຊາດ​ອິດສະຣາເອນ ເອຟຣາອິມ​ກໍ​ເປັນ​ລູກຊາຍກົກ​ຂອງເຮົາ​ດ້ວຍ.”</verse>
				<verse number="10">ພຣະເຈົ້າຢາເວ​ກ່າວ​ວ່າ, “ຊົນຊາດ​ທັງຫລາຍ​ເອີຍ ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ປະກາດ​ຖ້ອຍຄຳ​ຂອງເຮົາ​ທີ່​ແຄມຝັ່ງ​ໄກຫ່າງ. ເຮົາ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ກະຈັດ​ກະຈາຍ​ໄປ ແຕ່​ເຮົາ​ຈະ​ເຕົ້າໂຮມ​ພວກເຂົາ ແລະ​ດູແລ​ພວກເຂົາ​ໃໝ່​ອີກ ຄົນລ້ຽງແກະ​ເຝົ້າເບິ່ງ​ຝູງແກະ​ຂອງຕົນ​ສັນໃດ ເຮົາ​ກໍ​ຈະ​ເຝົ້າ​ເບິ່ງແຍງ​ປະຊາຊົນ​ຂອງເຮົາ​ສັນນັ້ນ.</verse>
				<verse number="11">ພຣະເຈົ້າຢາເວ​ໄດ້​ຊ່ວຍ​ໃຫ້​ຊາດ​ອິດສະຣາເອນ​ເປັນ​ເສລີ ຊ່ວຍ​ໃຫ້​ພົ້ນໄພ​ຈາກ​ຊົນຊາດ​ໜຶ່ງ​ທີ່​ມີ​ອຳນາດ.</verse>
				<verse number="12">ພວກເຂົາ​ຈະ​ມາ​ຂັບຮ້ອງ​ຍິນດີ​ທີ່​ເທິງ​ພູເຂົາ​ຊີໂອນ ແລະ​ຈະ​ເບີກບານ​ໃຈ​ກັບ​ສິ່ງ​ດີ​ທີ່​ພຣະເຈົ້າຢາເວ​ມອບ​ໃຫ້ ຄື​ພືດຜົນ​ເປັນເມັດ​ແດ່​ແລະ​ເຫຼົ້າ​ອະງຸ່ນ ນໍ້າມັນ​ໝາກກອກເທດ​ທັງ​ຝູງແກະ​ແລະ​ງົວ​ດ້ວຍ. ພວກເຂົາ​ຈະ​ເປັນ​ດັ່ງ​ສວນ​ທີ່​ມີ​ນໍ້າ​ຫົດ​ລ້ຽງ​ຢ່າງດີ ມີ​ທຸກສິ່ງ​ທີ່​ຕ້ອງການ.</verse>
				<verse number="13">ແລ້ວ​ແມ່ຍິງ​ກໍ​ຈະ​ຟ້ອນ​ຢ່າງ​ມີ​ຄວາມ​ສຸກໃຈ ຜູ້ຊາຍ​ບໍ່​ວ່າ​ເຖົ້າ​ຫລື​ໜຸ່ມ​ກໍດີ​ຈະ​ຍິນດີ​ດ້ວຍ. ເຮົາ​ຈະ​ເລົ້າໂລມ​ໃຈ​ຜູ້​ໄວ້ທຸກ ໃຫ້​ປີຕິຍິນດີ ຄວາມ​ໂສກເສົ້າ​ເສຍໃຈ ເປັນ​ຄວາມ​ຊົມຊື່ນ.</verse>
				<verse number="14">ເຮົາ​ຈະ​ໃຫ້​ພວກ​ປະໂຣຫິດ​ເຕັມ​ດ້ວຍ​ສິ່ງ​ທີ່​ດີ ທັງ​ອາຫານ​ການກິນ​ຢ່າງ​ອຸດົມສົມບູນ​ດ້ວຍ ແລະ​ຈະ​ໃຫ້​ປະຊາຊົນ​ມີ​ທຸກສິ່ງ​ທີ່​ຕ້ອງການ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="15">ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ມີ​ສຽງ​ໜຶ່ງ​ໃນ​ຣາມາ ສຽງ​ຮ້ອງໄຫ້​ຄວນຄາງ​ຢ່າງ​ລະທົມ​ຂົມຂື່ນ ນາງ​ຣາເຊັນ​ກຳລັງ​ຮ້ອງໄຫ້​ໃຫ້​ລູກໆ​ຂອງຕົນ ທີ່​ໄດ້​ເສຍໄປ ຈຶ່ງ​ບໍ່​ຟັງ​ຄຳ​ປອບໃຈ​ໃດໆ​ທັງນັ້ນ.”</verse>
				<verse number="16">ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ຈົ່ງ​ເຊົາ​ຮ້ອງໄຫ້​ແລະ​ເຊັດ​ນໍ້າຕາ​ຂອງເຈົ້າ​ສາ ທຸກສິ່ງ​ທີ່​ເຈົ້າ​ໄດ້​ກະທຳ​ເພື່ອ​ລູກ​ຂອງເຈົ້າ​ນັ້ນ ຈະ​ເສຍລ້າໆ​ໂດຍ​ບໍ່ໄດ້​ຮັບ​ບຳເໜັດ​ກໍ​ບໍ່​ຫ່ອນ​ເປັນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ພວກເຂົາ​ຈະ​ກັບ​ມາ​ຈາກ​ດິນແດນ​ສັດຕູ​ຂອງ​ພວກເຂົາ.</verse>
				<verse number="17">ພຣະເຈົ້າຢາເວ​ກ່າວ​ວ່າ, ຄວາມຫວັງ​ຂ້າງໜ້າ​ຂອງເຈົ້າ ຄື​ລູກໆ​ຂອງເຈົ້າ​ຈະ​ກັບ​ມາ.”</verse>
				<verse number="18">“ເຮົາ​ໄດ້ຍິນ​ປະຊາຊົນ​ອິດສະຣາເອນ​ເວົ້າ ດ້ວຍ​ຄວາມ​ໂສກເສົ້າ​ເສຍໃຈ​ດັ່ງນີ້: ‘ພວກ​ຂ້ານ້ອຍ​ດື້ດ້ານ ແລະ​ຈອງຫອງ ດັ່ງ​ສັດ​ໂຕໜຶ່ງ ແຕ່​ຂໍໂຜດ​ໄດ້​ສັ່ງສອນ​ໃຫ້​ເຊື່ອຟັງ​ພຣະອົງ​ແດ່ ຂໍໂຜດ​ໃຫ້​ໄດ້​ກັບຄືນ​ມາ​ຫາ​ພຣະອົງ​ແດ່ທ້ອນ; ພວກ​ຂ້ານ້ອຍ​ພ້ອມ​ແລ້ວ​ຈະ​ກັບຄືນ​ມາ​ຫາ​ພຣະອົງ ເພາະ​ພຣະອົງ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.</verse>
				<verse number="19">ແມ່ນແທ້ ພວກ​ຂ້ານ້ອຍ​ໄດ້​ຫັນໜີ​ຈາກ​ພຣະອົງ ແຕ່​ບັດນີ້ ຂໍ​ກັບຄືນ​ມາ​ຫາ​ພຣະອົງ​ອີກ. ຫລັງຈາກ​ທີ່​ພຣະອົງ​ໄດ້​ລົງໂທດ​ພວກ​ຂ້ານ້ອຍ ຈຶ່ງ​ຕີ​ເອິກ​ຕົນເອງ​ຢ່າງ​ເສຍໃຈ​ແທ້ໆ. ພວກ​ຂ້ານ້ອຍ​ຖືກ​ອັບອາຍ​ຂາຍໜ້າ​ເຕັມທີ ເພາະ​ໄດ້​ກະທຳ​ບາບ​ແຕ່​ຄາວ​ຍັງ​ໜຸ່ມ​ພຸ້ນ.’</verse>
				<verse number="20">ອິດສະຣາເອນ​ເອີຍ ເຈົ້າ​ຄື​ລູກ​ທີ່​ຮັກ​ຂອງເຮົາ ເປັນ​ເດັກນ້ອຍ​ທີ່​ເຮົາ​ຮັກແພງ​ຫລາຍ​ແທ້ໆ. ເມື່ອ​ເຮົາ​ເອີ່ຍ​ເຖິງ​ເຈົ້າ​ຄື​ເອີ່ຍ​ເຖິງ​ຊື່​ເຈົ້າ​ຍາມໃດ ເຮົາ​ກໍ​ມີ​ຄວາມຮັກ​ແລະ​ຄິດເຖິງ​ເຈົ້າ​ຍາມນັ້ນ; ຈິດໃຈ​ເຮົາ​ຄິດເຖິງ​ແຕ່​ເຈົ້າ​ຢູ່​ສະເໝີ​ມາ ເຮົາ​ບັງຄັບ​ເຮົາເອງ​ບໍ່​ໃຫ້​ເມດຕາ​ເຈົ້າ​ບໍ່ໄດ້.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="21">“ຈົ່ງ​ເຮັດ​ປ້າຍ​ແລະ​ໝາຍ​ໄວ້​ຕາມ​ຫົນທາງ ຈົ່ງ​ຊອກຫາ​ຖະໜົນ​ທີ່​ເຈົ້າ​ໄດ້​ປະ​ໄປ​ນັ້ນ. ຈົ່ງ​ກັບ​ມາ​ເຖີດ ປະຊາຊົນ​ອິດສະຣາເອນ​ເອີຍ ກັບຄືນ​ມາ​ສູ່​ບ້ານ​ເມືອງ​ທີ່​ພວກເຈົ້າ​ໄດ້​ຈາກ​ໄປ​ນັ້ນ.</verse>
				<verse number="22">ພວກເຈົ້າ​ຍັງ​ຈະ​ລັ່ງເລ​ໃຈ​ຢູ່​ອີກ​ດົນ​ປານໃດ​ນໍ? ຜູ້ຍິງ​ທີ່​ບໍ່​ສັດຊື່​ເອີຍ ເວລາ​ຕັດສິນໃຈ​ມາຮອດ​ແລ້ວ. ພຣະເຈົ້າຢາເວ​ໄດ້​ສ້າງ​ບາງ​ສິ່ງ​ໃໝ່ໆ​ໃຫ້​ແຕກຕ່າງ​ອອກ​ໄປ ຄື​ແມ່ຍິງ​ສາມາດ​ປ້ອງກັນ​ຜູ້ຊາຍ​ໄດ້.”</verse>
				<verse number="23">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ເມື່ອ​ເຮົາ​ປົວແປງ​ປະຊາຊົນ​ຂອງເຮົາ​ໃນ​ດິນແດນ​ຂອງ​ພວກເຂົາ​ໃຫ້​ດີ​ຄື​ເກົ່າ​ແລ້ວ ພວກເຂົາ​ຈະ​ເວົ້າ​ໃນ​ດິນແດນ​ຂອງ​ຢູດາຍ​ແລະ​ຂອງ​ພວກເຂົາ​ເອງ​ອີກເທື່ອໜຶ່ງ​ວ່າ, ‘ຂໍ​ພຣະເຈົ້າຢາເວ​ອວຍພອນ​ເຈົ້າ ເນີນພູ​ສັກສິດ ນະຄອນ​ເຢຣູຊາເລັມ​ບ່ອນ​ສັກສິດ​ທີ່​ພຣະອົງ​ສະຖິດ​ຢູ່.’</verse>
				<verse number="24">ປະຊາຊົນ​ຈະ​ອາໄສ​ຢູ່​ໃນ​ອານາຈັກ​ຢູດາຍ​ແລະ​ໃນ​ເມືອງ​ທັງໝົດ ແລະ​ທີ່ນັ້ນ​ຈະ​ມີ​ພວກ​ພໍ່ນາ​ພ້ອມ​ທັງ​ພວກ​ລ້ຽງແກະ​ກັບ​ຝູງແກະ​ຂອງ​ພວກເຂົາ.</verse>
				<verse number="25">ເຮົາ​ຈະ​ເຮັດ​ໃຫ້​ຜູ້​ທີ່​ອິດເມື່ອຍ​ມີ​ແຮງ​ຂຶ້ນໃໝ່ ແລະ​ໃຫ້​ຜູ້​ທີ່​ອ່ອນແຮງ​ຍ້ອນ​ອຶດຫິວ​ໄດ້​ມີ​ອາຫານ​ການກິນ​ພຽງພໍ.</verse>
				<verse number="26">ເມື່ອນັ້ນ​ປະຊາຊົນ​ຈະ​ເວົ້າ​ວ່າ, ‘ຂ້ອຍ​ເຂົ້າ​ໄປ​ນອນ​ແລະ​ຕື່ນ​ຂຶ້ນ​ມາ ດ້ວຍ​ຈິດໃຈ​ຊົມຊື່ນ​ແລະ​ເບີກບານ.’</verse>
				<verse number="27">ພຣະເຈົ້າຢາເວ​ກ່າວ​ວ່າ ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ອິດສະຣາເອນ​ແລະ​ຢູດາຍ ເຕັມ​ໄປ​ດ້ວຍ​ຜູ້ຄົນ​ແລະ​ຝູງສັດ.</verse>
				<verse number="28">ເຮົາ​ໄດ້​ຄອຍເຝົ້າ​ເພື່ອ​ຖອນຮາກ, ຫລົກ​ຖິ້ມ, ໂຄ່ນລົ້ມ, ທຳລາຍ, ແລະ​ຮື້​ພວກເຂົາ​ຖິ້ມ​ສັນໃດ ເຮົາ​ກໍ​ຈະ​ເບິ່ງແຍງ​ເພື່ອ​ປູກ​ແລະ​ກໍ່ສ້າງ​ພວກເຂົາ​ຂຶ້ນ​ສັນນັ້ນ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="29">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ປະຊາຊົນ​ຈະ​ບໍ່​ເວົ້າ​ຕໍ່ໄປ​ວ່າ, ‘ພໍ່​ແມ່​ກິນ​ໝາກອະງຸ່ນ​ສົ້ມ ແຕ່​ລູກ​ຊໍ້າພັດ​ເຂັດ​ແຂ້ວ​ນຳ.’</verse>
				<verse number="30">ແຕ່​ຄົນ​ເຫຼົ່ານັ້ນ ທຸກຄົນ​ທີ່​ກິນ​ໝາກອະງຸ່ນ​ສົ້ມ​ຈະ​ຕ້ອງ​ເຂັດ​ແຂ້ວ; ພວກເຂົາ​ທຸກຄົນ​ຈະ​ຕາຍ​ຍ້ອນ​ບາບ​ຂອງ​ພວກເຂົາ​ເອງ.”</verse>
				<verse number="31">ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ເຮັດ​ພັນທະສັນຍາ​ໃໝ່​ກັບ​ປະຊາຊົນ​ອິດສະຣາເອນ​ແລະ​ກັບ​ປະຊາຊົນ​ຢູດາ.</verse>
				<verse number="32">ພັນທະສັນຍາ​ນີ້​ຈະ​ບໍ່​ຄື​ພັນທະສັນຍາ​ເກົ່າ ທີ່​ເຮົາ​ໄດ້​ເຮັດ​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ເມື່ອ​ເຮົາ​ໄດ້​ຈູງ​ແຂນ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ. ເຖິງ​ແມ່ນ​ວ່າ​ເຮົາ​ເປັນ​ດັ່ງ​ຜົວ​ຂອງ​ພວກເຂົາ​ກໍຕາມ ພວກເຂົາ​ກໍ​ບໍ່ໄດ້​ຮັກສາ​ພັນທະສັນຍາ​ນັ້ນ​ເລີຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="33">ພຣະເຈົ້າຢາເວ​ກ່າວ​ວ່າ, ພັນທະສັນຍາ​ໃໝ່​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ອິດສະຣາເອນ ຈະ​ເປັນ​ດັ່ງນີ້: ເຮົາ​ຈະ​ຕັ້ງ​ກົດບັນຍັດ​ຂອງເຮົາ​ໄວ້​ພາຍໃນ​ພວກເຂົາ ແລະ​ຂຽນ​ກົດບັນຍັດ​ນັ້ນ​ໄວ້​ທີ່​ຫົວໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.</verse>
				<verse number="34">ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ສັ່ງສອນ​ເພື່ອນ​ຮ່ວມ​ຊາດ​ຂອງຕົນ​ໃຫ້​ຮູ້ຈັກ​ພຣະເຈົ້າຢາເວ ເພາະ​ທຸກຄົນ​ຈະ​ຮູ້ຈັກ​ເຮົາ ແຕ່​ຜູ້ນ້ອຍ​ທີ່ສຸດ​ຈົນເຖິງ​ຜູ້ໃຫຍ່​ທີ່ສຸດ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ອະໄພ​ການບາບ​ຂອງ​ພວກເຂົາ ແລະ​ເຮົາ​ຈະ​ບໍ່​ຈົດຈຳ​ຄວາມຜິດ​ຂອງ​ພວກເຂົາ​ອີກ​ຕໍ່ໄປ.”</verse>
				<verse number="35">ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ອົງ​ໃຫ້​ຕາເວັນ​ສ່ອງແສງ​ໃນ​ກາງເວັນ ໃຫ້​ເດືອນ​ດາວ​ສ່ອງແສງ​ໃນ​ກາງຄືນ​ດ້ວຍ. ພຣະອົງ​ເຮັດ​ໃຫ້​ທະເລ​ຄຶກຄະນອງ​ມີ​ຟອງ​ໃຫຍ່​ຂຶ້ນ ພຣະນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.</verse>
				<verse number="36">ພຣະເຈົ້າຢາເວ​ກ່າວ​ວ່າ ຕາບໃດ​ໂລກນີ້​ຍັງ​ຄົງ​ຢູ່​ຕໍ່ໄປ ຕາບນັ້ນ​ອິດສະຣາເອນ​ກໍ​ຈະ​ດຳລົງ​ຢູ່​ຕໍ່ໜ້າ​ເຮົາ​ເປັນ​ຊາດ​ຕະຫຼອດໄປ.</verse>
				<verse number="37">ພຣະເຈົ້າຢາເວ​ກ່າວ​ວ່າ, “ຖ້າ​ວັນ​ໜຶ່ງ ຈັກກະວານ​ຖືກ​ວັດແທກ​ໄດ້​ໃຫ້​ເຫັນ ແລະ​ຮາກຖານ​ແຜ່ນດິນ​ໂລກ​ຖືກ​ຄົ້ນຄວ້າ​ໄດ້ ເມື່ອນັ້ນ​ເຮົາ​ຈະ​ປະຖິ້ມ​ຍ້ອນ​ພວກເຂົາ​ຊົ່ວຊ້າ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="38">ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາເຖິງ ເຢຣູຊາເລັມ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ເປັນ​ນະຄອນ​ສຳລັບ​ພຣະເຈົ້າຢາເວ ຄື​ຕັ້ງແຕ່​ຫໍຄອຍ​ຮານາເນນ​ທາງ​ທິດ​ຕາເວັນຕົກ​ຈົນເຖິງ​ປະຕູແຈ.</verse>
				<verse number="39">ເສັ້ນໝາຍ​ຂອງ​ເຂດແດນ​ຈະ​ຍາວ​ໄປ​ເຖິງ​ເນີນພູ​ຄາເຣັບ ແລ້ວ​ລ້ຽວ​ໄປ​ເຖິງ​ໂກອາ.</verse>
				<verse number="40">ຢູ່​ທົ່ວ​ຮ່ອມພູ​ບ່ອນ​ຝັງ​ຊາກສົບ​ແລະ​ບ່ອນ​ຖິ້ມ​ຂີ້ເຫຍື້ອ ແລະ​ທົ່ງນາ​ທັງໝົດ​ຕາມ​ລຳນໍ້າ​ກິດໂຣນ ຈົນເຖິງ​ປະຕູ​ຄອກມ້າ​ທີ່​ທາງທິດ​ຕາເວັນອອກ ຈະ​ເປັນ​ບ່ອນ​ສັກສິດ​ສຳລັບ​ພຣະເຈົ້າຢາເວ. ເມືອງນີ້​ຈະ​ບໍ່​ຖືກ​ຖອນຮາກ​ຫລື​ທຳລາຍ​ອີກ​ຕໍ່ໄປ.”</verse>
			</chapter>
			<chapter number="32">
				<verse number="1">ໃນ​ຣາຊການ​ປີ​ທີ​ສິບ​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ອັນ​ກົງ​ກັບ​ຣາຊການ​ປີ​ທີ​ສິບແປດ​ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ.</verse>
				<verse number="2">ໃນ​ເວລາ​ນັ້ນ ກອງທັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ​ກຳລັງ​ໂຈມຕີ​ນະຄອນ​ເຢຣູຊາເລັມ; ສ່ວນ​ຂ້າພະເຈົ້າ​ນັ້ນ​ຖືກ​ກັກ​ຂັງ​ໄວ້​ຢູ່​ໃນ​ບໍລິເວນ​ຂອງ​ຣາຊວັງ.</verse>
				<verse number="3">ກະສັດ​ເຊເດກີຢາ​ໄດ້​ຂັງ​ຂ້າພະເຈົ້າ​ໄວ້​ຢູ່​ໃນ​ທີ່ນັ້ນ ແລະ​ກ່າວຫາ​ຂ້າພະເຈົ້າ​ວ່າ, “ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ທຳນວາຍ​ວ່າ​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ‘ເຮົາ​ກຳລັງ​ໃຫ້​ກະສັດ​ແຫ່ງ​ບາບີໂລນ​ຢຶດເອົາ​ນະຄອນ​ນີ້</verse>
				<verse number="4">ແລະ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ​ກໍ​ຈະ​ປົບໜີໄປ​ບໍ່ໄດ້. ລາວ​ຈະ​ຖືກ​ຈັບ​ສົ່ງ​ໄປ​ໃຫ້​ກະສັດ​ແຫ່ງ​ບາບີໂລນ; ລາວ​ຈະ​ໄດ້​ເຫັນ​ກະສັດ​ແຫ່ງ​ບາບີໂລນ​ໜ້າຕໍ່ໜ້າ ທັງ​ຈະ​ເວົ້າ​ກັບ​ລາວ​ຕົວຕໍ່ຕົວ.</verse>
				<verse number="5">ເຊເດກີຢາ​ຈະ​ຖືກ​ຈັບ​ໄປ​ບາບີໂລນ ແລະ​ລາວ​ຈະ​ຢູ່​ທີ່​ນັ້ນ ຈົນກວ່າ​ເຮົາ​ຈະ​ຈັດການ​ກັບ​ລາວ.’ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເຖິງ​ແມ່ນ​ວ່າ​ລາວ​ຈະ​ສູ້ຮົບ​ຊາວ​ບາບີໂລນ ແຕ່​ກໍ​ຈະ​ບໍ່​ສຳເລັດ​ຜົນ.”’</verse>
				<verse number="6">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ:</verse>
				<verse number="7">ຮານາເມນ​ລູກຊາຍ​ຂອງ​ຊານລູມ​ລູງ​ຂອງ​ຂ້າພະເຈົ້າ ຈະ​ມາ​ຂໍ​ໃຫ້​ຂ້າພະເຈົ້າ​ຊື້​ນາ​ຂອງ​ລາວ ທີ່​ອານາທົດ​ຢູ່​ໃນ​ເຂດແດນ​ຂອງ​ເບັນຢາມິນ ຍ້ອນ​ຂ້າພະເຈົ້າ​ເປັນ​ພີ່ນ້ອງ​ທີ່​ໃກ້ຊິດ ແລະ​ມີ​ສິດ​ຊື້​ນາ​ນັ້ນ​ສຳລັບ​ຂ້າພະເຈົ້າ​ເອງ.</verse>
				<verse number="8">ແລ້ວ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ ຮານາເມນ​ກໍ​ມາ​ຫາ​ຂ້າພະເຈົ້າ​ທີ່​ບໍລິເວນ​ຣາຊວັງ ແລະ​ຂໍ​ໃຫ້​ຂ້າພະເຈົ້າ​ຊື້​ນາ​ຂອງ​ລາວ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຮູ້​ໄດ້​ວ່າ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ແທ້.</verse>
				<verse number="9">ຂ້າພະເຈົ້າ​ໄດ້​ຊື້​ນາ​ຈາກ​ຮານາເມນ ແລະ​ຊັ່ງ​ເງິນ​ຈຳນວນ​ສິບເຈັດ​ຫລຽນ​ຈ່າຍ​ໃຫ້​ລາວ.</verse>
				<verse number="10">ຂ້າພະເຈົ້າ​ໄດ້​ເຊັນ​ຊື່ ແລະ​ປະທັບຕາ​ໜັງສື​ໃບຕາດິນ ໂດຍ​ມີ​ພະຍານ​ຮູ້ເຫັນ​ນຳ​ດ້ວຍ​ແລະ​ຊັ່ງ​ເງິນ​ຈ່າຍ​ໃຫ້.</verse>
				<verse number="11">ແລ້ວ​ຂ້າພະເຈົ້າ​ກໍ​ເອົາ​ໃບ​ຊື້ຂາຍ​ຕາດິນ​ສອງ​ສະບັບ​ນັ້ນ ຄື​ສະບັບ​ທີ່​ໄດ້​ປະທັບຕາ​ໂດຍ​ມີ​ສັນຍາ ແລະ​ເງື່ອນໄຂ​ຕ່າງໆ ແລະ​ສະບັບ​ທີ່​ບໍ່ໄດ້​ປະທັບຕາ</verse>
				<verse number="12">ແລະ​ໄປ​ໃຫ້​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ ແລະ​ຫລານຊາຍ​ຂອງ​ມາຮະເຊຢາ. ຂ້າພະເຈົ້າ​ໄດ້​ມອບ​ໃບຕາດິນ​ນັ້ນ​ໃຫ້​ລາວ ໂດຍ​ຊ້ອງໜ້າ​ຮານາເມນ​ແລະ​ພວກ​ພະຍານ ທີ່​ໄດ້​ເຊັນ​ໜັງສື​ຊື້ຂາຍ​ລວມ​ທັງ​ຄົນ​ທີ່​ໄດ້​ນັ່ງ​ຢູ່​ໃນ​ບໍລິເວນ​ນັ້ນ.</verse>
				<verse number="13">ຢູ່​ຊ້ອງໜ້າ​ພວກເຂົາ​ທັງໝົດ ຂ້າພະເຈົ້າ​ໄດ້​ກ່າວ​ແກ່​ບາຣຸກ​ວ່າ,</verse>
				<verse number="14">“ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໄດ້​ສັ່ງ​ເຈົ້າ​ໃຫ້​ຮັບ​ເອົາ​ໜັງສື​ຊື້ຂາຍ​ເຫຼົ່ານີ້ ຄື​ໜັງສື​ທັງ​ສະບັບ​ທີ່​ປະທັບຕາ​ແລະ​ບໍ່​ປະທັບຕາ ແລະ​ໃຫ້​ເອົາ​ໄປ​ໄວ້​ໃນ​ໄຫ​ເພື່ອ​ເກັບ​ຮັກສາ​ໄວ້​ໃນ​ພາຍ​ຄັ້ງໜ້າ.</verse>
				<verse number="15">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ວ່າ ເຮືອນ, ທົ່ງໄຮ່​ທົ່ງນາ ແລະ​ສວນ​ໝາກອະງຸ່ນ ຈະ​ໄດ້​ມີ​ການ​ຊື້ຂາຍກັນ​ອີກ​ໃນ​ດິນແດນ​ນີ້.”</verse>
				<verse number="16">ຫລັງຈາກ​ຂ້າພະເຈົ້າ​ໄດ້​ມອບ​ໜັງສື​ຊື້ຂາຍ​ໃຫ້​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ແລ້ວ ຂ້າພະເຈົ້າ​ກໍໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ,</verse>
				<verse number="17">“ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ພຣະອົງ​ໄດ້​ສ້າງ​ຈັກກະວານ ແລະ​ແຜ່ນດິນ​ໂລກ ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ; ບໍ່ມີ​ສິ່ງໃດ​ເລີຍ​ຍາກ​ສຳລັບ​ພຣະອົງ.</verse>
				<verse number="18">ພຣະອົງ​ໄດ້​ສະແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຕໍ່​ຫລາຍ​ພັນ​ເຊັ່ນຄົນ ແຕ່​ພຣະອົງ​ກໍ​ລົງໂທດ​ປະຊາຊົນ​ສຳລັບ​ການບາບ​ຂອງ​ພໍ່​ແມ່​ຂອງ​ພວກເຂົາ​ດ້ວຍ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ແລະ​ຊົງ​ຣິດເດດ; ຜູ້​ມີ​ນາມຊື່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.</verse>
				<verse number="19">ພຣະອົງ​ວາງແຜນ​ໄດ້​ດີເລີດ ແລະ​ເຮັດ​ສິ່ງ​ຕ່າງໆ​ດ້ວຍ​ຣິດອຳນາດ. ພຣະອົງ​ເຫັນ​ທຸກໆສິ່ງ​ທີ່​ມະນຸດ​ເຮັດ ແລະ​ພຣະອົງ​ໃຫ້​ບຳເໜັດ​ຕາມ​ການກະທຳ​ຂອງ​ພວກເຂົາ.</verse>
				<verse number="20">ດົນນານ​ມາ​ແລ້ວ ພຣະອົງ​ໄດ້​ເຮັດ​ສິ່ງ​ທີ່​ໜ້າງຶດງໍ້​ອັດສະຈັນ​ຢູ່​ໃນ​ປະເທດ​ເອຢິບ ແລະ​ພຣະອົງ​ໄດ້​ສືບຕໍ່​ເຮັດ​ຈົນເຖິງ​ວັນນີ້ ແລະ​ໃນ​ຊົນຊາດ​ອິດສະຣາເອນ ແລະ​ຊົນຊາດ​ອື່ນ​ດ້ວຍ ເພື່ອ​ວ່າ​ທຸກໆ​ບ່ອນ​ຈະ​ໄດ້​ຮູ້ຈັກ​ພຣະອົງ.</verse>
				<verse number="21">ໂດຍ​ການ​ອັດສະຈັນ ແລະ​ສິ່ງ​ທີ່​ໜ້າງຶດງໍ້​ຕ່າງໆ ທີ່​ເຫຼົ່າ​ສັດຕູ​ຂອງ​ພວກ​ຂ້ານ້ອຍ​ຢ້ານກົວ​ນັ້ນ ພຣະອົງ​ໄດ້​ໃຊ້​ຣິດທານຸພາບ​ນຳ​ປະຊາຊົນ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ.</verse>
				<verse number="22">ພຣະອົງ​ໄດ້​ມອບ​ດິນແດນ​ທີ່​ອຸດົມສົມບູນ ແລະ​ຮັ່ງມີ​ບ່ອນ​ນີ້​ໃຫ້​ພວກເຂົາ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ.</verse>
				<verse number="23">ແຕ່​ພໍ​ພວກເຂົາ​ໄດ້​ເຂົ້າ​ຄອບຄອງ​ດິນແດນ​ນີ້​ແລ້ວ ກໍ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຫລື​ດຳເນີນ​ຊີວິດ​ຕາມ​ຄຳສັ່ງສອນ​ຂອງ​ພຣະອົງ; ພວກເຂົາ​ບໍ່ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ໄດ້​ສັ່ງ​ໃຫ້​ເຮັດ. ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ນຳ​ໄພພິບັດ​ນີ້​ມາ​ສູ່​ພວກເຂົາ.</verse>
				<verse number="24">ຊາວ​ບາບີໂລນ​ໄດ້​ສ້າງ​ເຄື່ອງ​ປິດລ້ອມ​ເພື່ອ​ຢຶດເອົາ​ເມືອງ ແລະ​ກໍ​ຈະ​ໂຈມຕີ​ເມືອງ. ເສິກ​ສົງຄາມ, ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ ຈະ​ເຮັດ​ໃຫ້​ເມືອງ​ນີ້​ຕົກ​ຢູ່​ໃນ​ກຳມື​ຂອງ​ພວກເຂົາ. ພຣະອົງ​ເຫັນ​ໄດ້​ວ່າ​ເຫດການ​ທັງໝົດ​ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ​ຈະ​ກາຍເປັນຈິງ.</verse>
				<verse number="25">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ແຕ່​ເຖິງປານນັ້ນ​ກໍຕາມ ພຣະອົງ​ແມ່ນ​ຜູ້​ທີ່​ໄດ້​ສັ່ງ​ໃຫ້​ຂ້ານ້ອຍ​ຊື້​ນາ​ທົ່ງນີ້​ຊ້ອງໜ້າ​ພະຍານ​ທັງຫລາຍ ເຖິງ​ແມ່ນ​ວ່າ​ເມືອງ​ນີ້​ກຳລັງ​ຈະ​ຖືກ​ຊາວ​ບາບີໂລນ​ເຂົ້າ​ຢຶດ​ແລ້ວ​ກໍຕາມ.”</verse>
				<verse number="26">ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="27">“ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຊື້ອ​ຊາດ​ມະນຸດ​ທັງປວງ. ບໍ່ມີ​ຫຍັງ​ຍາກ​ເກີນ​ໄປ​ສຳລັບ​ເຮົາ.</verse>
				<verse number="28">ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, ເຮົາ​ກຳລັງ​ຈະ​ມອບ​ເມືອງ​ນີ້ ໃຫ້​ຢູ່​ໃນ​ກຳມື​ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ກັບ​ກອງທັບ​ຂອງ​ລາວ.</verse>
				<verse number="29">ພວກເຂົາ​ຈະ​ຢຶດ​ເມືອງ​ແລະ​ຈູດ​ເຜົາ​ເມືອງ​ຖິ້ມ. ພວກເຂົາ​ຈະ​ຈູດ​ເມືອງ ພ້ອມ​ກັບ​ເຮືອນ​ຂອງ​ປະຊາຊົນ​ຜູ້​ທີ່​ເຮັດ​ໃຫ້​ເຮົາ​ໂກດຮ້າຍ ໂດຍ​ເຜົາ​ເຄື່ອງຫອມ​ໃຫ້​ພະບາອານ​ທີ່​ເທິງ​ຫລັງຄາ ແລະ​ໂດຍ​ເທ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ບັນດາ​ພະອື່ນ.</verse>
				<verse number="30">ຕັ້ງແຕ່​ເລີ່ມຕົ້ນ​ປະຫວັດສາດ​ຂອງ​ພວກເຂົາ​ມາ ປະຊາຊົນ​ອິດສະຣາເອນ ແລະ​ປະຊາຊົນ​ຢູດາ​ບໍ່ໄດ້​ເຮັດ​ໃຫ້​ເຮົາ​ພໍໃຈ​ນຳ​ເລີຍ; ມີ​ແຕ່​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ເທົ່ານັ້ນ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ. ພຣະເຈົ້າຢາເວ​ກ່າວ​ວ່າ,</verse>
				<verse number="31">ປະຊາຊົນ​ໃນ​ເມືອງ​ນີ້​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ ແລະ​ໂມໂຫ ມາ​ແຕ່​ມື້​ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ມາ. ເຮົາ​ໄດ້​ຕັດສິນໃຈ​ທຳລາຍ​ມັນ​ສາ​ແລ້ວ</verse>
				<verse number="32">ຍ້ອນ​ຄວາມຊົ່ວ​ທັງໝົດ​ທີ່​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ໄດ້​ກະທຳ​ຮ່ວມ​ກັບ​ບັນດາ​ກະສັດ ແລະ​ພວກ​ເຈົ້ານາຍ ພວກ​ປະໂຣຫິດ ແລະ​ພວກ​ຜູ້ທຳນວາຍ.</verse>
				<verse number="33">ພວກເຂົາ​ໄດ້​ຫັນຫລັງ​ໃຫ້​ເຮົາ ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ສືບຕໍ່​ສັ່ງສອນ​ພວກເຂົາ​ສໍ່າໃດ​ກໍດີ; ແຕ່​ພວກເຂົາ​ກໍ​ບໍ່​ຍອມ​ຟັງ​ແລະ​ຮຽນຮູ້​ເລີຍ.</verse>
				<verse number="34">ພວກເຂົາ​ເອົາ​ແມ່ນແຕ່​ຮູບເຄົາຣົບ​ອັນ​ໜ້າລັງກຽດ​ມາ​ວາງ​ໄວ້​ໃນ​ພຣະວິຫານ ທີ່​ໄດ້​ຖືກ​ສ້າງ​ໄວ້​ເພື່ອ​ນະມັດສະການ​ເຮົາ ໂດຍ​ໄດ້​ເຮັດ​ໃຫ້​ພຣະວິຫານ​ນັ້ນ​ເປັນ​ມົນທິນ.</verse>
				<verse number="35">ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ໃຫ້​ພະບາອານ​ໃນ​ຮ່ອມພູ​ຮິນໂນມ ເພື່ອ​ຖວາຍບູຊາ​ລູກຊາຍ​ແລະ​ລູກສາວ​ຂອງ​ພວກເຂົາ​ໃຫ້​ພະ​ໂມເລັກ. ເຮົາ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ເຮັດ​ສິ່ງນີ້ ແລະ​ແມ່ນແຕ່​ໃນ​ຄວາມ​ນຶກຄິດ​ຂອງເຮົາ​ກໍ​ບໍ່ມີ​ສິ່ງນີ້​ເລີຍ. ການກະທຳ​ອັນ​ໜ້າລັງກຽດ​ຂອງ​ພວກເຂົາ​ນີ້​ຈະ​ພາ​ໃຫ້​ຊາວ​ຢູດາ​ເຮັດ​ບາບ.”</verse>
				<verse number="36">ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ​ເອີຍ ປະຊາຊົນ​ກຳລັງ​ເວົ້າ​ວ່າ ສົງຄາມ, ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ ຈະ​ເຮັດ​ໃຫ້​ເມືອງ​ນີ້​ຕົກ​ຢູ່​ໃນ​ກຳມື​ຂອງ​ກະສັດ​ແຫ່ງ​ບາບີໂລນ. ບັດນີ້ ຈົ່ງ​ຟັງ​ສິ່ງ​ອື່ນ​ອີກ​ທີ່​ເຮົາ​ຈະ​ຕ້ອງ​ກ່າວ.</verse>
				<verse number="37">ເຮົາ​ຈະ​ເຕົ້າໂຮມ​ປະຊາຊົນ​ຈາກ​ທຸກ​ປະເທດ ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ ເພາະ​ຄວາມ​ໂກດຮ້າຍ​ແລະ​ໂມໂຫ​ຂອງເຮົາ ແລະ​ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ບ່ອນ​ນີ້​ອີກ ແລະ​ເຮົາ​ຈະ​ໃຫ້​ພວກເຂົາ​ຢູ່​ທີ່​ນີ້​ຢ່າງ​ປອດໄພ.</verse>
				<verse number="38">ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="39">ເຮົາ​ຈະ​ໃຫ້​ພວກເຂົາ​ມີ​ຈຸດມຸ່ງໝາຍ​ຢ່າງດຽວ​ໃນ​ຊີວິດ ຄື​ຍ້ອງຍໍ​ໃຫ້ກຽດ​ເຮົາ​ຕະຫລອດໄປ​ເພື່ອ​ປະໂຫຍດ​ຂອງ​ພວກເຂົາ​ເອງ ແລະ​ເຊື້ອສາຍ​ຂອງ​ພວກເຂົາ.</verse>
				<verse number="40">ເຮົາ​ຈະ​ເຮັດ​ພັນທະສັນຍາ​ອັນ​ຖາວອນ​ກັບ​ພວກເຂົາ. ເຮົາ​ຈະ​ບໍ່​ຢຸດຢັ້ງ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ​ສຳລັບ​ພວກເຂົາ ແລະ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ພວກເຂົາ​ຢຳເກງ​ເຮົາ​ດ້ວຍ​ໝົດຈິດ​ໝົດໃຈ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ຫັນໜີ​ໄປ​ຈາກ​ເຮົາ.</verse>
				<verse number="41">ເຮົາ​ຈະ​ເຮັດ​ດີ​ຕໍ່​ພວກເຂົາ​ດ້ວຍ​ຄວາມ​ເຕັມໃຈ ແລະ​ເຮົາ​ກໍ​ຈະ​ໃຫ້​ພວກເຂົາ​ຢູ່​ໃນ​ດິນແດນ​ນີ້​ຕະຫລອດໄປ.</verse>
				<verse number="42">ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ໄດ້​ນຳ​ໄພພິບັດ​ນີ້​ມາ​ສູ່​ປະຊາຊົນ​ເຫຼົ່ານີ້​ສັນໃດ ເຮົາ​ກໍ​ຈະ​ນຳ​ສິ່ງ​ທີ່​ດີ​ຕາມ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ມາ​ສູ່​ພວກເຂົາ​ສັນນັ້ນ.</verse>
				<verse number="43">ປະຊາຊົນ​ຈະ​ເວົ້າ​ວ່າ ‘ດິນແດນ​ນີ້​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ທີ່​ບໍ່ມີ​ທັງ​ຄົນ​ແລະ​ສັດ​ອາໄສ​ຢູ່ ແລະ​ຈະ​ຖືກ​ມອບ​ໃຫ້​ແກ່​ຊາວ​ບາບີໂລນ. ແຕ່​ທົ່ງນາ​ຈະ​ມີ​ການ​ຊື້ຂາຍ​ກັນ​ອີກເທື່ອໜຶ່ງ.’</verse>
				<verse number="44">ປະຊາຊົນ​ຈະ​ຊື້​ທົ່ງນາ​ເຫຼົ່ານັ້ນ ແລະ​ຈະ​ເຊັນ​ຊື່​ທັງ​ປະທັບຕາ​ໃນ​ໃບຕາດິນ ແລະ​ມີ​ຫຼັກຖານ​ພະຍານ​ດ້ວຍ. ເຫດການ​ນີ້​ຈະ​ເກີດຂຶ້ນ​ໃນ​ເຂດແດນ​ຂອງ​ເບັນຢາມິນ, ໃນ​ໝູ່ບ້ານ​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ, ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ໃນ​ເມືອງ​ຕ່າງໆ​ຕາມ​ເຂດ​ເນີນພູ, ທີ່​ຕີນ​ພູ​ຕ່າງໆ ແລະ​ທາງ​ພາກໃຕ້​ຂອງ​ຢູດາຍ. ເຮົາ​ຈະ​ປົວແປງ​ປະຊາຊົນ​ຂອງເຮົາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ຂຶ້ນໃໝ່.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.</verse>
			</chapter>
			<chapter number="33">
				<verse number="1">ໃນ​ຂະນະທີ່​ຂ້າພະເຈົ້າ​ຢູ່​ໃນ​ຄຸກ​ຂອງ​ບໍລິເວນ​ຣາຊວັງ​ນັ້ນ ພຣະເຈົ້າຢາເວ​ໄດ້​ບອກ​ຖ້ອຍຄຳ​ຂອງ​ພຣະອົງ​ໃຫ້​ແກ່​ຂ້າພະເຈົ້າ​ອີກ​ວ່າ,</verse>
				<verse number="2">“ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ສ້າງ​ແຜ່ນດິນ​ໂລກ ແລະ​ພຣະເຈົ້າຢາເວ​ປະກອບ​ໃຫ້​ເປັນ​ຮູບຮ່າງ ຜູ້​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້:</verse>
				<verse number="3">‘ຈົ່ງ​ຮ້ອງ​ຫາ​ເຮົາ ແລະ​ເຮົາ​ຈະ​ຕອບ​ເຈົ້າ; ເຮົາ​ຈະ​ບອກ​ໃຫ້​ເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ໜ້າງຶດງໍ້​ແລະ​ການ​ອັດສະຈັນ​ຕ່າງໆ​ທີ່​ເຈົ້າ​ບໍ່​ຮູ້.’</verse>
				<verse number="4">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ ເຮືອນ​ທັງຫລາຍ​ຂອງ​ນະຄອນ​ເຢຣູຊາເລັມ​ກັບ​ຣາຊວັງ​ຂອງ​ຢູດາຍ​ຈະ​ຖືກ​ທຳລາຍ​ເນື່ອງ​ຈາກ​ຖືກ​ປິດລ້ອມ​ແລະ​ຖືກ​ໂຈມຕີ.</verse>
				<verse number="5">ບາງຄົນ​ຈະ​ຕໍ່ສູ້​ພວກ​ບາບີໂລນ ຄື​ພວກ​ທີ່​ຈະ​ປະ​ຊາກສົບ​ໄວ້​ເຕັມ​ເຮືອນ​ທັງຫລາຍ ເປັນ​ຊາກສົບ​ຂອງ​ພວກ​ທີ່​ເຮົາ​ກຳລັງ​ຈະ​ທຳລາຍ​ດ້ວຍ​ຄວາມ​ໂກດຮ້າຍ ແລະ​ໂມໂຫ​ຂອງເຮົາ. ເຮົາ​ໄດ້​ຫັນໜ້າ​ໜີ​ຈາກ​ເມືອງ​ນີ້​ເພາະ​ຄວາມ​ຊົ່ວຊ້າ ຊຶ່ງ​ຊາວ​ເມືອງ​ນີ້​ໄດ້​ກະທຳ.</verse>
				<verse number="6">ແຕ່​ເຮົາ​ຈະ​ປິ່ນປົວ​ເມືອງ​ນີ້ ແລະ​ປະຊາຊົນ​ຂອງເຮົາ ແລະ​ປົວແປງ​ສຸຂະພາບ​ຂອງ​ພວກເຂົາ​ຂຶ້ນໃໝ່. ເຮົາ​ຈະ​ໃຫ້​ພວກເຂົາ​ສະຫງົບສຸກ​ແລະ​ປອດໄພ​ຢ່າງ​ຫລວງຫລາຍ.</verse>
				<verse number="7">ເຮົາ​ຈະ​ເຮັດ​ໃຫ້​ອານາຈັກ​ຢູດາຍ​ກັບ​ອິດສະຣາເອນ​ຈະເລີນ​ຮຸ່ງເຮືອງ ແລະ​ເຮົາ​ຈະ​ສ້າງ​ພວກເຂົາ​ຂຶ້ນໃໝ່​ໃຫ້​ເປັນ​ດັ່ງ​ແຕ່​ກ່ອນ.</verse>
				<verse number="8">ເຮົາ​ຈະ​ຫລໍ່ຫລອມ​ພວກເຂົາ​ໃຫ້​ພົ້ນ​ຈາກ​ການບາບ ທີ່​ພວກເຂົາ​ໄດ້​ກະທຳ​ຕໍ່ສູ້​ເຮົາ​ນັ້ນ ແລະ​ເຮົາ​ຈະ​ຍົກ​ບາບກຳ​ເຫຼົ່ານັ້ນ ແລະ​ການ​ກະບົດ​ຂອງ​ພວກເຂົາ.</verse>
				<verse number="9">ນະຄອນ​ເຢຣູຊາເລັມ​ຈະ​ເປັນ​ບໍ່​ແຫ່ງ​ຄວາມ​ຊົມຊື່ນ​ຍິນດີ, ກຽດສັກສີ ແລະ​ຄວາມ​ພາກພູມ​ໃຈ​ໃຫ້​ແກ່​ເຮົາ ແລະ​ທຸກໆ​ຊົນຊາດ​ໃນ​ໂລກ​ຈະ​ຢ້ານກົວ​ແລະ​ສັ່ນເຊັນ ເມື່ອ​ພວກເຂົາ​ໄດ້ຍິນ​ເຖິງ​ສິ່ງ​ດີ​ທັງຫລາຍ ຊຶ່ງ​ເຮົາ​ເຮັດ​ໃຫ້​ແກ່​ຊາວ​ນະຄອນ​ເຢຣູຊາເລັມ ແລະ​ທັງ​ໄດ້ຍິນ​ເຖິງ​ຄວາມຈະເລີນ​ຮຸ່ງເຮືອງ​ທີ່​ເຮົາ​ໄດ້​ນຳ​ມາ​ສູ່​ນະຄອນ​ນີ້.”</verse>
				<verse number="10">ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ປະຊາຊົນ​ກຳລັງ​ເວົ້າ​ວ່າ ບ່ອນ​ນີ້​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ; ໃນ​ທີ່ນັ້ນ​ບໍ່ມີ​ແມ່ນແຕ່​ຄົນ ແລະ​ສັດ​ອາໄສ​ຢູ່. ເຂົາ​ເວົ້າ​ຖືກ​ແລ້ວ; ເມືອງ​ຂອງ​ຢູດາຍ​ກັບ​ຕາມ​ທ້ອງ​ຖະໜົນ​ຂອງ​ນະຄອນ​ເຢຣູຊາເລັມ​ກໍ​ຫວ່າງເປົ່າ; ບໍ່ມີ​ຄົນ​ຫລື​ສັດ​ອາໄສ​ຢູ່​ເລີຍ, ແຕ່​ໃນ​ບ່ອນ​ເຫຼົ່ານີ້ ພວກເຈົ້າ​ຈະ​ໄດ້ຍິນ​ອີກ​ເທື່ອ​ໃໝ່</verse>
				<verse number="11">ສຽງ​ແຫ່ງ​ການ​ໂຮຮ້ອງ​ຍິນດີ ແລະ​ຊົມຊື່ນ ແລະ​ສຽງ​ແຫ່ງ​ຄວາມ​ສຸກໃຈ​ຂອງ​ພິທີ​ແຕ່ງງານ. ພວກເຈົ້າ​ຈະ​ໄດ້ຍິນ​ປະຊາຊົນ​ຮ້ອງເພງ ເມື່ອ​ພວກເຂົາ​ນຳ​ເຄື່ອງ​ຖວາຍ​ມາ​ໂມທະນາ​ຂອບພຣະຄຸນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ພວກເຂົາ​ຈະ​ເວົ້າ​ວ່າ, ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ເພາະ​ພຣະເຈົ້າຢາເວ​ຊົງ​ຄຸນຄວາມດີ ຄວາມຮັກ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ. ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ນີ້​ຈະເລີນ​ຮຸ່ງເຮືອງ​ດັ່ງ​ຄາວ​ແຕ່​ກ່ອນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.</verse>
				<verse number="12">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ຢູ່​ໃນ​ດິນແດນ​ທີ່​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ເປັນ​ບ່ອນ​ທີ່​ບໍ່ມີ​ຄົນ ຫລື​ສັດ​ອາໄສ​ຢູ່​ນີ້; ດິນແດນ​ນັ້ນ​ຈະ​ມີ​ທົ່ງຫຍ້າ ຊຶ່ງ​ຄົນລ້ຽງແກະ​ເບິ່ງແຍງ​ຝູງແກະ​ຂອງ​ພວກເຂົາ.</verse>
				<verse number="13">ຕາມ​ເມືອງ​ຕ່າງໆ​ແລະ​ຕາມ​ເຂດ​ເນີນພູ, ຕາມ​ຕີນ​ພູ​ຕ່າງໆ ແລະ​ທາງ​ພາກໃຕ້​ຂອງ​ຢູດາຍ, ໃນ​ເຂດແດນ​ຂອງ​ເບັນຢາມິນ, ໃນ​ໝູ່ບ້ານ​ຢູ່​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ ແລະ​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ, ພວກ​ລ້ຽງແກະ​ຈະ​ນັບເບິ່ງ​ຝູງແກະ​ຂອງ​ພວກເຂົາ​ອີກ​ເທື່ອໜຶ່ງ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.</verse>
				<verse number="14">ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ໃຫ້​ຄຳສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ປະຊາຊົນ​ອິດສະຣາເອນ ແລະ​ຢູດາ​ເປັນ​ຜົນ​ສຳເລັດ.</verse>
				<verse number="15">ໃນ​ເວລາ​ນັ້ນ ເຮົາ​ຈະ​ເລືອກ​ເອົາ​ຜູ້​ຊອບທຳ​ຄົນ​ໜຶ່ງ ຈາກ​ເຊື້ອສາຍ​ຂອງ​ດາວິດ​ໃຫ້​ເປັນ​ກະສັດ. ກະສັດ​ຜູ້​ນີ້​ຈະ​ເຮັດ​ແຕ່​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸດຕິທຳ​ທົ່ວ​ທັງ​ດິນແດນ.</verse>
				<verse number="16">ປະຊາຊົນ​ຢູດາ​ກັບ​ເຢຣູຊາເລັມ​ຈະ​ຖືກ​ຊ່ວຍກູ້​ເອົາ ແລະ​ໃຊ້​ຊີວິດ​ຢູ່​ຢ່າງ​ປອດໄພ. ຄົນ​ຈະ​ເອີ້ນ​ເມືອງ​ນີ້​ວ່າ ‘ພຣະເຈົ້າຢາເວ​ອົງ​ເປັນ​ຄວາມຊອບທຳ​ຂອງ​ພວກ​ຂ້ານ້ອຍ.’</verse>
				<verse number="17">ເພາະ​ພຣະເຈົ້າຢາເວ​ສັນຍາ​ວ່າ, ຈະ​ມີ​ຄົນ​ໜຶ່ງ​ຈາກ​ເຊື້ອສາຍ​ຂອງ​ດາວິດ ໄດ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ຢູ່​ເລື້ອຍໄປ.</verse>
				<verse number="18">ແລະ​ຈະ​ມີ​ປະໂຣຫິດ​ຈາກ​ເຜົ່າເລວີ​ໄດ້​ຮັບໃຊ້​ເຮົາ​ຢູ່​ເລື້ອຍໄປ ເພື່ອ​ຖວາຍ​ເຄື່ອງ​ເຜົາບູຊາ, ພືດຜົນ​ເປັນເມັດ ແລະ​ຖວາຍ​ເຄື່ອງບູຊາ​ຕ່າງໆ.”</verse>
				<verse number="19">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວ​ວ່າ,</verse>
				<verse number="20">“ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: ເຮົາ​ໄດ້​ເຮັດ​ພັນທະສັນຍາ​ຢ່າງ​ໜຶ່ງ​ໄວ້​ກັບ​ມື້​ເວັນ​ແລະ​ກັບ​ມື້ຄືນ ເພື່ອ​ວ່າ​ສິ່ງນັ້ນ​ຈະ​ມາ​ຖືກຕ້ອງ​ຕາມ​ເວລາ​ສະເໝີ; ແລະ​ພັນທະສັນຍາ​ນັ້ນ​ຈະ​ບໍ່​ຖືກ​ລົບລ້າງ​ຈັກເທື່ອ.</verse>
				<verse number="21">ໃນທຳນອງ​ດຽວກັນ ເຮົາ​ໄດ້​ເຮັດ​ພັນທະສັນຍາ​ຢ່າງ​ໜຶ່ງ​ໄວ້​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ວ່າ ລາວ​ຈະ​ມີ​ເຊື້ອສາຍ​ຂຶ້ນ​ເປັນ​ກະສັດ​ຕະຫລອດໄປ; ເຮົາ​ໄດ້​ເຮັດ​ພັນທະສັນຍາ​ຢ່າງ​ໜຶ່ງ​ໄວ້​ກັບ​ພວກ​ປະໂຣຫິດ​ຈາກ​ເຜົ່າເລວີ​ວ່າ ພວກເຂົາ​ຈະ​ຮັບໃຊ້​ເຮົາ​ສະເໝີໄປ ແລະ​ພັນທະສັນຍາ​ນີ້​ຈະ​ບໍ່​ຖືກ​ລົບລ້າງ​ຈັກເທື່ອ.</verse>
				<verse number="22">ເຮົາ​ຈະ​ຕື່ມ​ຈຳນວນ​ໃຫ້​ເຊື້ອສາຍ​ຂອງ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ ແລະ​ຕື່ມ​ຈຳນວນ​ປະໂຣຫິດ​ຈາກ​ເຜົ່າເລວີ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ມີ​ຢ່າງ​ຫລວງຫລາຍ ເໝືອນ​ດັ່ງ​ດວງດາວ​ໃນ​ທ້ອງຟ້າ ຫລື​ເມັດ​ດິນ​ຊາຍ​ທີ່​ແຄມ​ທະເລ.”</verse>
				<verse number="23">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວ​ວ່າ,</verse>
				<verse number="24">“ພວກເຈົ້າ​ບໍ່ໄດ້​ສັງເກດ​ເບິ່ງ​ບໍ​ສິ່ງ​ທີ່​ຄົນ​ກຳລັງ​ເວົ້າ​ກັນ​ວ່າ ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ອິດສະຣາເອນ ແລະ​ຢູດາ ສອງ​ຄອບຄົວ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ? ສະນັ້ນ ພວກເຂົາ​ຈຶ່ງ​ໝິ່ນປະໝາດ​ຄົນ​ຂອງເຮົາ ແລະ​ບໍ່ໄດ້​ຖື​ວ່າ​ພວກເຂົາ​ເປັນ​ຊົນຊາດ​ໜຶ່ງ​ອີກ​ຕໍ່ໄປ.</verse>
				<verse number="25">ແຕ່​ພຣະເຈົ້າຢາເວ​ໄດ້​ເຮັດ​ພັນທະສັນຍາ​ໄວ້​ທັງ​ກາງເວັນ​ແລະ​ກາງຄືນ ແລະ​ເຮົາ​ໄດ້​ຕັ້ງ​ກົດ​ຕ່າງໆ​ຄວບຄຸມ​ສະຫວັນ ແລະ​ແຜ່ນດິນ​ໂລກ.</verse>
				<verse number="26">ເຮົາ​ໄດ້​ເຮັດ​ສິ່ງ​ນີ້​ໄວ້​ຢ່າງ​ແນ່ນອນ​ສັນໃດ ເຮົາ​ກໍ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ໄວ້​ຢ່າງ​ແນ່ນອນ​ສັນນັ້ນ ກັບ​ເຊື້ອສາຍ​ຂອງ​ຢາໂຄບ ແລະ​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ເລືອກ​ເອົາ​ເຊື້ອສາຍ​ຂອງ​ດາວິດ​ຜູ້ໜຶ່ງ​ໄວ້ ເພື່ອ​ໃຫ້​ປົກຄອງ​ເຊື້ອສາຍ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ເຮົາ​ຈະ​ເມດຕາ​ປະຊາຊົນ​ຂອງເຮົາ ແລະ​ຈະ​ເຮັດ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ອີກ.”</verse>
			</chapter>
			<chapter number="34">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ກັບ​ກອງທັບ​ຂອງ​ເພິ່ນ ໂດຍ​ໄດ້​ຮັບ​ການສະໜັບ​ສະໜູນ​ຈາກ​ກຳລັງ​ທະຫານ​ຂອງ​ຊົນຊາດ​ທັງໝົດ​ທີ່​ຂຶ້ນ​ກັບ​ເພິ່ນ ກຳລັງ​ໂຈມຕີ​ນະຄອນ​ເຢຣູຊາເລັມ ແລະ​ເມືອງ​ທັງຫລາຍ​ທີ່​ໃກ້ຄຽງ.</verse>
				<verse number="2">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ສັ່ງ​ຂ້າພະເຈົ້າ ໃຫ້​ໄປ​ບອກ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ​ວ່າ, “ເຮົາ​ຄື​ພຣະເຈົ້າຢາເວ ເຮົາ​ຈະ​ມອບ​ເມືອງ​ນີ້​ໃຫ້​ແກ່​ກະສັດ​ແຫ່ງ​ບາບີໂລນ ແລະ​ລາວ​ຈະ​ຈູດ​ເຜົາ​ເມືອງ​ຖິ້ມ.</verse>
				<verse number="3">ເຈົ້າ​ຈະ​ປົບໜີ​ໄປ​ບໍ່ໄດ້; ເຈົ້າ​ຈະ​ຖືກ​ຈັບ​ໄປ​ມອບ​ໃຫ້​ລາວ. ເຈົ້າ​ຈະ​ເຫັນ​ລາວ​ໜ້າຕໍ່ໜ້າ​ແລະ​ກ່າວ​ກັບ​ລາວ​ຕົວຕໍ່ຕົວ; ແລ້ວ​ເຈົ້າ​ກໍ​ຈະ​ຖືກ​ນຳ​ໄປ​ທີ່​ບາບີໂລນ.</verse>
				<verse number="4">ເຊເດກີຢາ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ​ກ່ຽວກັບ​ເຈົ້າ. ເຈົ້າ​ຈະ​ບໍ່​ຖືກ​ຂ້າ​ໃນ​ສະໜາມຮົບ.</verse>
				<verse number="5">ເຈົ້າ​ຈະ​ຕາຍ​ຢ່າງ​ສັນຕິສຸກ; ປະຊາຊົນ​ເຜົາ​ເຄື່ອງຫອມ​ເມື່ອ​ພວກເຂົາ​ຝັງສົບ​ບັນພະບຸລຸດ​ຂອງ​ເຈົ້າ ຜູ້​ທີ່​ເປັນ​ກະສັດ​ກ່ອນ​ເຈົ້າ​ສັນໃດ; ພວກເຂົາ​ກໍ​ຈະ​ເຜົາ​ເຄື່ອງຫອມ​ໃຫ້​ເຈົ້າ​ສັນນັ້ນ. ພວກເຂົາ​ຈະ​ໄວ້ທຸກ​ໃຫ້​ເຈົ້າ ແລະ​ເວົ້າ​ວ່າ, ‘ໂອ່ຍ ເຈົ້ານາຍ​ເອີຍ!’ ເພາະ​ເຮົາ​ໄດ້​ກ່າວ​ຖ້ອຍຄຳ​ນີ້​ແລ້ວ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.</verse>
				<verse number="6">ແລ້ວ​ຂ້າພະເຈົ້າ​ກໍ​ບອກ​ຖ້ອຍຄຳ​ນີ້ ໃຫ້​ແກ່​ກະສັດ​ເຊເດກີຢາ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ</verse>
				<verse number="7">ໃນ​ຂະນະທີ່​ກອງທັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ​ກຳລັງ​ໂຈມຕີ​ເມືອງ​ຢູ່. ກອງທັບ​ນັ້ນ​ໄດ້​ໂຈມຕີ​ເມືອງ​ລາກິດ ແລະ​ອາເຊກາ ຊຶ່ງ​ເປັນ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ເຫຼືອ​ຢູ່​ໃນ​ຢູດາຍ.</verse>
				<verse number="8">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ເຢເຣມີຢາ ຫຼັງຈາກ​ກະສັດ​ເຊເດກີຢາ​ກັບ​ຊາວ​ນະຄອນ​ເຢຣູຊາເລັມ​ໄດ້​ເຮັດ​ຂໍ້​ຕົກລົງ​ຢ່າງໜຶ່ງ ທີ່​ຈະ​ປົດປ່ອຍ​ພວກ​ທາດຮັບໃຊ້​ຊາວ​ເຮັບເຣີ​ທັງ​ຊາຍ​ແລະ​ຍິງ</verse>
				<verse number="9">ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ເອົາ​ພີ່ນ້ອງ​ອິດສະຣາເອນ​ນຳ​ກັນ​ເປັນ​ທາດຮັບໃຊ້.</verse>
				<verse number="10">ປະຊາຊົນ​ທັງໝົດ​ແລະ​ພວກ​ເຈົ້ານາຍ​ຂອງ​ພວກເຂົາ​ໄດ້​ຕົກລົງ​ກັນ ປົດປ່ອຍ​ທາດຮັບໃຊ້​ຂອງ​ພວກຕົນ ແລະ​ຈະ​ບໍ່​ເອົາ​ພວກເຂົາ​ເປັນ​ທາດຮັບໃຊ້​ອີກ. ພວກເຂົາ​ຕ່າງ​ກໍໄດ້​ປົດປ່ອຍ​ທາດຮັບໃຊ້​ນັ້ນ​ໄປ</verse>
				<verse number="11">ແຕ່​ຕໍ່ມາ ພວກເຂົາ​ໄດ້​ປ່ຽນໃຈ ແລະ​ເອົາ​ຄົນ​ເຫຼົ່ານັ້ນ​ຄືນ​ມາ ແລະ​ບັງຄັບ​ພວກເຂົາ​ໃຫ້​ເປັນ​ທາດຮັບໃຊ້​ອີກ.</verse>
				<verse number="12">ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ເຢເຣມີຢາ​ມາຈາກ​ພຣະເຈົ້າຢາເວ​ແຫ່ງ​ຊາດ​ອິດສະຣາເອນ ໄດ້​ກ່າວ​ແກ່​ເຢເຣມີຢາ​ດ້ວຍ​ຖ້ອຍຄຳ​ດັ່ງນີ້​ວ່າ,</verse>
				<verse number="13">“ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ກ່າວ​ວ່າ: ເຮົາ​ໄດ້​ເຮັດ​ພັນທະສັນຍາ​ຢ່າງໜຶ່ງ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ ເມື່ອ​ເຮົາ​ໄດ້ນຳ​ພວກເຂົາ​ອອກ​ມາ​ຈາກ​ດິນແດນ​ເອຢິບ ແລະ​ໄດ້​ປົດປ່ອຍ​ພວກເຂົາ​ອອກ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້. ເຮົາ​ໄດ້​ບອກ​ພວກເຂົາ​ວ່າ</verse>
				<verse number="14">‘ທຸກໆ​ເຈັດ​ປີ​ໃດ ພວກເຈົ້າ​ຕ້ອງ​ປົດປ່ອຍ​ທາດຮັບໃຊ້​ຊາວ​ເຮັບເຣີ ຜູ້​ທີ່​ໄດ້​ຮັບໃຊ້​ພວກເຈົ້າ​ມາ​ໄດ້​ຫົກ​ປີ​ແລ້ວ.’ ແຕ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ເຮົາ ຫລື​ຟັງ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ເລີຍ.</verse>
				<verse number="15">ກ່ອນ​ນັ້ນ​ເມື່ອ​ບໍ່​ເທົ່າໃດ​ວັນ ພວກເຈົ້າ​ໄດ້​ປ່ຽນໃຈ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ພໍໃຈ ຄື​ພວກເຈົ້າ​ທັງໝົດ​ໄດ້​ຕົກລົງ​ກັນ​ປົດປ່ອຍ​ພີ່ນ້ອງ​ຊາວ​ອິດສະຣາເອນ ແລະ​ເຮັດ​ພັນທະສັນຍາ​ຢ່າງໜຶ່ງ​ຊ້ອງໜ້າ​ເຮົາ ຢູ່​ໃນ​ວິຫານ​ທີ່​ຖຶກເອີ້ນ​ຕາມ​ນາມຊື່​ຂອງ​ເຮົາ.</verse>
				<verse number="16">ແຕ່​ແລ້ວ​ພວກເຈົ້າ​ກໍໄດ້​ປ່ຽນໃຈ​ກັບ​ມາ​ລົບຫລູ່​ກຽດຕິຍົດ​ຂອງເຮົາ​ອີກ. ພວກເຈົ້າ​ທັງໝົດ​ໄດ້​ເອົາ​ທາດຮັບໃຊ້​ທີ່​ໄດ້​ຖືກ​ປົດປ່ອຍ​ໄປ​ຕາມ​ຄວາມ​ປາຖະໜາ​ຂອງ​ພວກເຂົາ​ນັ້ນ​ກັບ​ມາ ແລະ​ບັງຄັບ​ໃຫ້​ພວກເຂົາ​ເປັນ​ທາດຮັບໃຊ້​ອີກ.</verse>
				<verse number="17">ເພາະສະນັ້ນ ບັດນີ້​ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ເຮົາ; ພວກເຈົ້າ​ບໍ່​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ໄດ້​ຮັບ​ອິດສະຫລະ​ພາບ. ດີ​ແລ້ວ ບັດນີ້​ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ມີ​ອິດສະຫລະ​ພາບ, ພຣະເຈົ້າຢາເວ​ກ່າວ​ວ່າ ຄື​ອິດສະຫລະ​ພາບ​ທີ່​ຈະ​ຕາຍ​ໂດຍ​ສົງຄາມ, ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ການ​ຕາຍອຶດ​ຕາຍຫິວ. ເຮົາ​ຈະ​ເຮັດ​ໃຫ້​ທຸກໆ​ຊົນຊາດ​ໃນ​ໂລກນີ້​ຢ້ານກົວ​ຫຼາຍ ຕໍ່​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ກັບ​ພວກເຂົາ.</verse>
				<verse number="18">ບັນດາ​ເຈົ້ານາຍ​ຂອງ​ອານາຈັກ​ຢູດາຍ ແລະ​ຂອງ​ນະຄອນ​ເຢຣູຊາເລັມ, ຮ່ວມ​ກັບ​ບັນດາ​ເຈົ້ານາຍ​ໃນ​ຣາຊວັງ, ພວກ​ປະໂຣຫິດ ແລະ​ບັນດາ​ຜູ້ນຳ​ທັງໝົດ​ໄດ້​ເຮັດ​ພັນທະສັນຍາ​ກັບ​ເຮົາ ໂດຍ​ຍ່າງ​ຜ່ານ​ງົວເຖິກ​ໂຕໜຶ່ງ​ທີ່​ພວກເຂົາ​ໄດ້​ຕັດ​ເປັນ​ສອງ​ຕ່ອນ. ແຕ່​ພວກເຂົາ​ໄດ້​ຝ່າຝືນ ແລະ​ບໍ່​ຮັກສາ​ພັນທະສັນຍາ​ນັ້ນ. ສະນັ້ນ ເຮົາ​ຈຶ່ງ​ຈະ​ເຮັດ​ຕໍ່​ປະຊາຊົນ​ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ງົວເຖິກ​ນັ້ນ.</verse>
				<verse number="19"></verse>
				<verse number="20">ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ເຫຼົ່າ​ສັດຕູ​ຜູ້​ທີ່​ຢາກ​ສັງຫານ​ພວກເຂົາ ແລະ​ຊາກສົບ​ຂອງ​ພວກເຂົາ​ຈະ​ຖືກ​ຝູງນົກ​ເຈາະ​ແລະ​ຖືກ​ສັດປ່າ​ກັດກິນ.</verse>
				<verse number="21">ເຮົາ​ຈະ​ມອບ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ແລະ​ພວກ​ຂ້າຣາຊການ​ຂອງ​ລາວ​ໃຫ້​ຄົນ​ທີ່​ຢາກ​ຂ້າ​ພວກເຂົາ​ດ້ວຍ. ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ກອງທັບ​ຂອງ​ບາບີໂລນ ທີ່​ຢຸດ​ໂຈມຕີ​ພວກເຈົ້າ​ນັ້ນ.</verse>
				<verse number="22">ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ຈະ​ສັ່ງ​ພວກເຂົາ ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ເມືອງ​ນີ້​ໂລດ. ພວກເຂົາ​ຈະ​ໂຈມຕີ​ເມືອງ​ທັງ​ຢຶດ ແລະ​ຈູດ​ເມືອງ​ຖິ້ມ. ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຂອງ​ຢູດາຍ​ເປັນ​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່ ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ.”</verse>
			</chapter>
			<chapter number="35">
				<verse number="1">ເມື່ອ​ເຈົ້າ​ເຢໂຮຍອາກິມ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວ​ວ່າ,</verse>
				<verse number="2">“ຈົ່ງ​ໄປ​ຫາ​ສະມາຊິກ​ຂອງ​ຕະກຸນ​ເຣກາບ​ແລະ​ກ່າວ​ກັບ​ພວກເຂົາ. ແລ້ວ​ຈົ່ງ​ນຳ​ພວກເຂົາ​ມາ​ທີ່​ຫ້ອງ​ໜຶ່ງ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ເອົາ​ເຫຼົ້າ​ອະງຸ່ນ​ໃຫ້​ພວກເຂົາ​ດື່ມ.”</verse>
				<verse number="3">ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ນຳ​ເອົາ​ຕະກຸນ​ເຣກາບ​ທັງໝົດ​ມາ ເຊັ່ນ: ຢາຊານີຢາ (ລູກຊາຍ​ຂອງ​ເຢເຣມີຢາ​ຄົນອື່ນ ຜູ້​ເປັນ​ລູກ​ຂອງ​ຮາບາຊີນີຢາ) ພ້ອມ​ດ້ວຍ​ອ້າຍ​ເອື້ອຍ​ນ້ອງ​ແລະ​ລູກຊາຍ​ທັງໝົດ</verse>
				<verse number="4">ແລະ​ນຳ​ພວກເຂົາ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ. ຂ້າພະເຈົ້າ​ໄດ້​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ຫ້ອງ​ພວກ​ລູກຊາຍ​ຂອງ​ຮານານ ລູກຊາຍ​ຂອງ​ອິກດາລີຢາ​ຄົນ​ຂອງ​ພຣະເຈົ້າ. ຫ້ອງ​ນີ້​ຢູ່​ເທິງ​ຫ້ອງ​ຂອງ​ມາອາເສອີຢາ​ລູກຊາຍ​ຂອງ​ຊານລູມ ເຈົ້າໜ້າທີ່​ຄົນ​ສຳຄັນ​ຜູ້ໜຶ່ງ​ໃນ​ພຣະວິຫານ ແລະ​ໃກ້​ກັບ​ຫ້ອງ​ຂອງ​ເຈົ້າໜ້າທີ່​ຄົນອື່ນໆ.</verse>
				<verse number="5">ແລ້ວ​ຂ້າພະເຈົ້າ​ກໍໄດ້​ວາງ​ຈອກ​ແລະ​ຖ້ວຍ​ທີ່​ມີ​ເຫຼົ້າ​ອະງຸ່ນ​ເຕັມ​ຢູ່ ໄວ້​ຕໍ່ໜ້າ​ຊາວ​ເຣກາບ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ເຊີນ​ດື່ມ​ເຫຼົ້າ​ອະງຸ່ນ​ເຖີດ.”</verse>
				<verse number="6">ແຕ່​ພວກເຂົາ​ໄດ້​ຕອບ​ວ່າ, “ພວກເຮົາ​ບໍ່​ດື່ມ​ເຫຼົ້າ​ອະງຸ່ນ; ເພາະ​ໂຢນາດາບ ລູກຊາຍ​ຂອງ​ເຣກາບ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ບອກ​ພວກເຮົາ​ວ່າ, ‘ພວກເຈົ້າ​ຢ່າ​ດື່ມ​ເຫຼົ້າ​ອະງຸ່ນ​ຊະນິດ​ໃດໆ​ຈັກເທື່ອ ຄື​ພວກເຈົ້າ​ເອງ ແລະ​ລູກຫລານ​ຂອງ​ພວກເຈົ້າ​ດ້ວຍ.</verse>
				<verse number="7">ພວກເຈົ້າ​ຢ່າ​ສ້າງ​ເຮືອນ ຫລື​ເຮັດ​ໄຮ່​ເຮັດ​ນາ ຫລື​ເຮັດ​ສວນອະງຸ່ນ ຫລື​ຊື້​ສິ່ງ​ເຫຼົ່ານີ້, ແຕ່​ພວກເຈົ້າ​ຈະ​ອາໄສ​ຢູ່​ໃນ​ຜ້າເຕັນ​ເລື້ອຍໄປ ເພື່ອ​ພວກເຈົ້າ​ຈະ​ໄດ້​ຢູ່​ຢ່າງ​ຍາວນານ​ໃນ​ດິນແດນ​ນີ້​ດັ່ງ​ຊາວ​ຕ່າງດ້າວ.’</verse>
				<verse number="8">ພວກເຮົາ​ເຊື່ອຟັງ​ຄຳແນະນຳ​ທັງໝົດ​ທີ່​ໂຢນາດາບ​ລູກຊາຍ​ຂອງ​ເຣກາບ​ໄດ້​ມອບ​ໃຫ້. ພວກເຮົາ​ຕະຫລອດ​ທັງ​ເມຍ, ລູກຊາຍ ແລະ​ລູກສາວ​ບໍ່ເຄີຍ​ດື່ມ​ເຫຼົ້າ​ອະງຸ່ນ​ຈັກເທື່ອ.</verse>
				<verse number="9">ພວກເຮົາ​ບໍ່ໄດ້​ປຸກ​ເຮືອນ​ຢູ່​ແຕ່​ຢູ່​ໃນ​ຜ້າເຕັນ ແລະ​ພວກເຮົາ​ກໍ​ບໍ່ມີ​ສວນອະງຸ່ນ, ທົ່ງໄຮ່​ທົ່ງນາ ຫລື​ພືດຜົນ​ເປັນເມັດ​ເລີຍ. ພວກເຮົາ​ໄດ້​ຢຶດຖື​ຢ່າງ​ຄົບຖ້ວນ​ທຸກໆສິ່ງ​ທີ່​ໂຢນາດາບ ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ສັ່ງ​ໄວ້.</verse>
				<verse number="10"></verse>
				<verse number="11">ແຕ່​ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຮຸກຮານ​ປະເທດ ພວກເຮົາ​ໄດ້​ຕັດສິນໃຈ​ມາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຫລົບ​ໜີ​ຈາກ​ກອງທັບ​ຂອງ​ຊາວ​ບາບີໂລນ ແລະ​ຊາວ​ຊີເຣຍ. ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ມາ​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.”</verse>
				<verse number="12">ແລ້ວ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກໍ​ບອກ​ຂ້າພະເຈົ້າ ໃຫ້​ໄປ​ກ່າວ​ແກ່​ປະຊາຊົນ​ຢູດາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ,</verse>
				<verse number="13">“ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຖາມ​ວ່າ, ‘ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຍອມ​ຟັງ​ເຮົາ ແລະ​ເຊື່ອຟັງ​ຖ້ອຍຄຳ​ທັງຫລາຍ​ຂອງເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ,</verse>
				<verse number="14">ເຊື້ອສາຍ​ຂອງ​ໂຢນາດາບ​ລູກຊາຍ​ຂອງ​ເຣກາບ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ລາວ ໂດຍ​ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ ແລະ​ຈົນເຖິງ​ທຸກ​ວັນນີ້ ກໍ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ດື່ມ​ເລີຍ. ແຕ່​ເຮົາ​ໄດ້​ສືບຕໍ່​ກ່າວ​ແກ່​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ບໍ່ໄດ້​ເຊື່ອຟັງ​ເຮົາ.</verse>
				<verse number="15">ເຮົາ​ໄດ້​ສືບຕໍ່​ສົ່ງ​ຜູ້ທຳນວາຍ​ທຸກຄົນ ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ​ພວກເຈົ້າ ແລະ​ບອກ​ພວກເຈົ້າ​ໃຫ້​ຫັນໜີ​ຈາກ​ວິທີ​ດຳເນີນ​ຊີວິດ​ອັນ​ຊົ່ວຊ້າ ແລະ​ມາ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ພວກເຂົາ​ໄດ້​ເຕືອນ​ພວກເຈົ້າ​ບໍ່​ໃຫ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ ແລະ​ບັນພະບຸລຸດ​ຂອງ​ພວກເຈົ້າ​ນັ້ນ. ແຕ່​ພວກເຈົ້າ​ບໍ່​ຟັງ​ເຮົາ​ກ່າວ​ຫລື​ເອົາໃຈໃສ່​ຕໍ່​ເຮົາ.</verse>
				<verse number="16">ເຊື້ອສາຍ​ຂອງ​ໂຢນາດາບ​ລູກຊາຍ​ຂອງ​ເຣກາບ​ໄດ້​ເຊື່ອຟັງ​ຄຳສັ່ງ ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ມອບ​ໃຫ້, ແຕ່​ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ເຮົາ.’</verse>
				<verse number="17">ສະນັ້ນ ບັດນີ້​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ນຳ​ເອົາ​ການທຳລາຍ​ທັງໝົດ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ນັ້ນ ມາ​ສູ່​ປະຊາຊົນ​ຢູດາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ. ເຮົາ​ຈະ​ເຮັດ​ເຊັ່ນນີ້​ເພາະ​ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ ເມື່ອ​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ ແລະ​ພວກເຈົ້າ​ບໍ່ໄດ້​ຂານຕອບ​ເມື່ອ​ເຮົາ​ໄດ້​ເອີ້ນ​ຫາ​ພວກເຈົ້າ.”’</verse>
				<verse number="18">ແລ້ວ​ຂ້າພະເຈົ້າ​ກໍ​ບອກ​ຄົນ​ໃນ​ຕະກຸນ​ເຣກາບ​ນັ້ນ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ວ່າ, ‘ຍ້ອນ​ພວກເຈົ້າ​ໄດ້​ເຊື່ອຟັງ​ຄຳສັ່ງ​ທີ່​ໂຢນາດາບ​ບັນພະບຸລຸດ​ຂອງ​ພວກເຈົ້າ ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ນັ້ນ; ພວກເຈົ້າ​ຈຶ່ງ​ເຮັດ​ຕາມ​ຄຳແນະນຳ​ທຸກຢ່າງ​ຂອງ​ລາວ ແລະ​ພວກເຈົ້າ​ໄດ້​ເຮັດ​ທຸກໆ​ສິ່ງ​ທີ່​ລາວ​ໄດ້​ສັ່ງ​ພວກເຈົ້າ.’</verse>
				<verse number="19">ສະນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ສັນຍາ​ວ່າ, ‘ໂຢນາດາບ​ລູກຊາຍ​ເຣກາບ​ຈະ​ມີ​ເຊື້ອສາຍ​ເປັນ​ເພດ​ຊາຍ ບົວລະບັດ​ຮັບໃຊ້​ເຮົາ​ຕະຫລອດໄປ.”’</verse>
			</chapter>
			<chapter number="36">
				<verse number="1">ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ເຈົ້າ​ເຢໂຮຍອາກິມ​ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ ກະສັດ​ແຫ່ງ​ຢູດາຍ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວ​ວ່າ,</verse>
				<verse number="2">“ຈົ່ງ​ເອົາ​ເຈ້ຍ​ມ້ວນ​ໜຶ່ງ​ມາ​ຂຽນ​ຖ້ອຍຄຳ​ທັງໝົດ​ທີ່​ເຮົາ​ໄດ້​ບອກ​ເຈົ້າ ເຖິງ​ອິດສະຣາເອນ ແລະ​ຢູດາ​ລວມ​ທັງ​ຊົນຊາດ​ທັງໝົດ. ຈົ່ງ​ຂຽນ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ເຈົ້າ ຕັ້ງແຕ່​ຄາວ​ທີ່​ເຮົາ​ໄດ້​ກ່າວ​ແກ່​ເຈົ້າ​ເທື່ອ​ທຳອິດ ເມື່ອ​ເຈົ້າ​ໂຢສີຢາ​ເປັນ​ກະສັດ​ຈົນເຖິງ​ທຸກ​ວັນນີ້.</verse>
				<verse number="3">ບາງທີ ເມື່ອ​ປະຊາຊົນ​ຢູດາ​ໄດ້ຍິນ​ເລື່ອງ​ການທຳລາຍ ທີ່​ເຮົາ​ຕັ້ງໃຈ​ຈະ​ນຳ​ມາ​ສູ່​ພວກເຂົາ​ນັ້ນ ພວກເຂົາ​ອາດ​ຈະ​ຫັນ​ຈາກ​ທາງ​ຊົ່ວຮ້າຍ​ກໍໄດ້. ແລ້ວ​ເຮົາ​ກໍ​ຈະ​ຍົກໂທດ​ຄວາມ​ຊົ່ວຮ້າຍ ແລະ​ການບາບ​ທີ່​ພວກເຂົາ​ໄດ້​ເຮັດ.”</verse>
				<verse number="4">ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເອີ້ນ​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ເຂົ້າ​ມາ​ຫາ; ແລະ​ໃຫ້​ຂຽນ​ທຸກໆ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ. ແລ້ວ​ບາຣຸກ​ກໍໄດ້​ຂຽນ​ຖ້ອຍຄຳ​ທັງໝົດ​ລົງ​ໃນ​ເຈ້ຍ​ມ້ວນ​ນັ້ນ.</verse>
				<verse number="5">ຕໍ່ມາ ຂ້າພະເຈົ້າ​ໄດ້​ແນະນຳ​ບາຣຸກ​ດັ່ງນີ້: “ຂ້ອຍ​ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ໄປ​ວິຫານ​ຂອງ​ພຣະເຈົ້າຢາເວ​ອີກ.</verse>
				<verse number="6">ແຕ່​ເມື່ອ​ປະຊາຊົນ​ຖືສິນ​ອົດອາຫານ ຂ້ອຍ​ຢາກ​ໃຫ້​ເຈົ້າ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ. ເຈົ້າ​ຕ້ອງ​ອ່ານ​ໜັງສື​ມ້ວນ​ນີ້​ດ້ວຍ​ສຽງ​ອັນ​ດັງ ເພື່ອ​ພວກເຂົາ​ຈະ​ໄດ້ຍິນ​ທຸກໆ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້ອຍ ແລະ​ຂ້ອຍ​ກໍໄດ້​ບອກ​ໃຫ້​ເຈົ້າ​ຂຽນ​ຕາມ​ນັ້ນ. ຈົ່ງ​ອ່ານ​ໜັງສື​ນີ້​ໃນ​ບ່ອນ​ທີ່​ທຸກໆ​ຄົນ​ໄດ້ຍິນ​ເຈົ້າ ລວມທັງ​ປະຊາຊົນ​ຢູດາ​ທີ່​ມາ​ຈາກ​ເມືອງ​ຕ່າງໆ.</verse>
				<verse number="7">ບາງທີ​ພວກເຂົາ​ຈະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ຫັນໜີ​ຈາກ​ທາງຊົ່ວ​ກໍໄດ້ ເພາະ​ພຣະເຈົ້າຢາເວ​ໄດ້​ນາບຂູ່​ປະຊາຊົນ​ເຫຼົ່ານີ້ ດ້ວຍ​ຄວາມ​ໂກດຮ້າຍ​ແລະ​ໂມໂຫ​ຢ່າງ​ຮຸນແຮງ.”</verse>
				<verse number="8">ສະນັ້ນ ບາຣຸກ​ຈຶ່ງ​ໄດ້​ອ່ານ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຖືກຕ້ອງ​ຕາມ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ໃຫ້​ລາວ​ເຮັດ​ທຸກປະການ.</verse>
				<verse number="9">ໃນ​ເດືອນ​ທີ​ເກົ້າ​ຂອງ​ຣາຊການ​ປີ​ທີ​ຫ້າ ຂອງ​ກະສັດ​ເຢໂຮຍອາກິມ​ລູກຊາຍ​ຂອງ​ໂຢສີຢາ​ແຫ່ງ​ຢູດາຍ​ນັ້ນ ປະຊາຊົນ​ໄດ້​ຖືສິນ​ອົດອາຫານ​ຕໍ່ໜ້າ​ພຣະເຈົ້າຢາເວ. ປະຊາຊົນ​ທັງໝົດ​ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ປະຊາຊົນ​ທັງໝົດ​ທີ່​ມາ​ຈາກ​ເມືອງ​ຂອງ​ຢູດາຍ​ກໍໄດ້​ຖືສິນ​ອົດອາຫານ.</verse>
				<verse number="10">ແລ້ວ​ບາຣຸກ​ກໍໄດ້​ອ່ານ​ທຸກ​ຖ້ອຍຄຳ​ທີ່​ຂ້າພະເຈົ້າ​ໄດ້​ກ່າວ​ນັ້ນ ໃນ​ຂະນະທີ່​ທຸກຄົນ​ກຳລັງ​ຟັງ​ຢູ່. ລາວ​ໄດ້​ອ່ານ​ໜັງສື​ມ້ວນ​ນີ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຈາກ​ຫ້ອງ​ຂອງ​ເກມາຣິຢາ​ລູກຊາຍ​ຂອງ​ຊາຟານ ເລຂາທິການ​ປະຈຳ​ຣາຊວັງ. ສ່ວນ​ຫ້ອງ​ຂອງ​ເກມາຣິຢາ​ນັ້ນ​ຢູ່​ທີ່​ເດີ່ນ​ທາງ​ເທິງ ໃກ້​ທາງ​ເຂົ້າ​ປະຕູ​ໃໝ່​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="11">ເມື່ອ​ມີກາອີຢາ​ລູກຊາຍ​ຂອງ​ເກມາຣິຢາ ແລະ​ຫລານຊາຍ​ຂອງ​ຊາຟານ ໄດ້ຍິນ​ບາຣຸກ​ອ່ານ​ຖ້ອຍຄຳ​ທັງໝົດ​ຂອງ​ພຣະເຈົ້າຢາເວ​ຈາກ​ໜັງສື​ມ້ວນ.</verse>
				<verse number="12">ລາວ​ຈຶ່ງ​ໄປ​ຣາຊວັງ​ທີ່​ຫ້ອງ​ເລຂາທິການ​ປະຈຳ​ວັງ ບ່ອນ​ທີ່​ຂ້າຣາຊການ​ທັງໝົດ​ກຳລັງ​ປະຊຸມ​ກັນ​ຢູ່. ເອລີຊາມາ ຜູ້​ທີ່​ເປັນ​ເລຂາທິການ, ເດລາອີຢາ ລູກຊາຍ​ຂອງ​ເຊມາອີຢາ, ເອນນາທານ​ລູກຊາຍ​ຂອງ​ອັກໂບ, ເກມາຣິຢາ ລູກຊາຍ​ຂອງ​ຊາຟານ, ເຊເດກີຢາ​ລູກຊາຍ​ຂອງ​ຮານານີຢາ ແລະ​ບັນດາ​ເຈົ້ານາຍ​ອື່ນໆ​ກໍ​ຢູ່​ທີ່​ນັ້ນ​ດ້ວຍ.</verse>
				<verse number="13">ມີກາອີຢາ​ໄດ້​ບອກ​ຖ້ອຍຄຳ​ທັງໝົດ​ທີ່​ຕົນ​ໄດ້ຍິນ​ບາຣຸກ ອ່ານ​ສູ່​ປະຊາຊົນ​ຟັງ​ນັ້ນ​ສູ່​ພວກເຂົາ​ຟັງ.</verse>
				<verse number="14">ແລ້ວ​ບັນດາ​ເຈົ້ານາຍ​ກໍ​ໃຊ້​ເຢຮູດີ (ລູກຊາຍ​ຂອງ​ເນທານີຢາ ແລະ​ຫລານຊາຍ​ຂອງ​ເຊເລມີຢາ ແລະ​ເຫຼັນ​ຂອງ​ກູຊີ) ໃຫ້​ໄປ​ບອກ​ບາຣຸກ​ນຳ​ໜັງສື​ມ້ວນ​ມາ ຄື​ໜັງສື​ທີ່​ລາວ​ໄດ້​ອ່ານ​ສູ່​ປະຊາຊົນ​ຟັງ​ຢູ່​ນັ້ນ. ບາຣຸກ​ຈຶ່ງ​ນຳ​ໜັງສື​ມ້ວນ​ມາ.</verse>
				<verse number="15">ພວກເຂົາ​ເວົ້າ​ຕໍ່​ລາວ​ວ່າ, “ເຊີນ​ນັ່ງ​ລົງ​ແລະ​ອ່ານ​ໜັງສື​ມ້ວນ​ໃຫ້​ພວກເຮົາ​ຟັງ​ເບິ່ງດູ.” ບາຣຸກ​ຈຶ່ງ​ອ່ານ​ສູ່​ຟັງ.</verse>
				<verse number="16">ຫລັງຈາກ​ອ່ານ​ຈົບ​ແລ້ວ ພວກເຂົາ​ຕ່າງ​ກໍ​ຫລຽວເບິ່ງ​ໜ້າ​ກັນ​ດ້ວຍ​ຄວາມ​ຢ້ານກົວ ແລະ​ເວົ້າ​ກັບ​ບາຣຸກ​ວ່າ, “ພວກເຮົາ​ຕ້ອງ​ລາຍງານ​ເລື່ອງ​ນີ້​ສູ່​ກະສັດ​ຟັງ.”</verse>
				<verse number="17">ແລ້ວ​ພວກເຂົາ​ກໍ​ຖາມ​ລາວ​ວ່າ, “ເຈົ້າ​ຂຽນ​ຖ້ອຍຄຳ​ທັງໝົດ​ນີ້​ໄດ້​ຢ່າງໃດ? ເຢເຣມີຢາ​ບອກ​ຄຳເວົ້າ​ໃຫ້​ເຈົ້າ​ຂຽນ​ແມ່ນ​ບໍ?”</verse>
				<verse number="18">ບາຣຸກ​ຈຶ່ງ​ຕອບ​ວ່າ, “ເຢເຣມີຢາ​ໄດ້​ບອກ​ທຸກໆ​ຖ້ອຍຄຳ​ໃຫ້​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍໄດ້​ໃຊ້​ນໍ້າ​ມຶກ​ຂຽນ​ລົງ​ໃນ​ເຈ້ຍ​ມ້ວນ​ນີ້.”</verse>
				<verse number="19">ແລ້ວ​ພວກເຂົາ​ກໍ​ບອກ​ລາວ​ວ່າ, “ເຈົ້າ​ກັບ​ເຢເຣມີຢາ​ຕ້ອງ​ປົບໜີໄປ​ລີ້​ສາ. ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຮູ້​ບ່ອນ​ທີ່​ພວກເຈົ້າ​ລີ້.”</verse>
				<verse number="20">ຫຼັງຈາກ​ພວກເຂົາ​ໄດ້​ມ້ຽນ​ໜັງສື​ມ້ວນ​ນັ້ນ​ໄວ້​ໃນ​ຫ້ອງ​ຂອງ​ເອລີຊາມາ ຜູ້​ເປັນ​ເລຂາທິການ​ຂອງ​ກະສັດ ແລ້ວ​ພວກເຂົາ​ກໍ​ໄປ​ທີ່​ພຣະ​ຣາຊສຳນັກ ບ່ອນ​ທີ່​ພວກເຂົາ​ລາຍງານ​ທຸກໆ​ສິ່ງ​ສູ່​ກະສັດ​ຟັງ.</verse>
				<verse number="21">ແລ້ວ​ກະສັດ​ກໍໄດ້​ໃຊ້​ເຢຮູດີ​ໄປ​ເອົາ​ໜັງສື​ມ້ວນ​ນັ້ນ​ມາ. ລາວ​ຈຶ່ງ​ໄປ​ເອົາ​ໜັງສື​ມ້ວນ​ນັ້ນ​ມາ​ຈາກ​ຫ້ອງ​ຂອງ​ເອລີຊາມາ ແລະ​ອ່ານ​ໃຫ້​ກະສັດ​ຟັງ​ພ້ອມ​ທັງ​ຂ້າຣາຊການ​ທັງໝົດ ທີ່​ຢືນ​ອ້ອມ​ເພິ່ນ​ຢູ່​ນັ້ນ.</verse>
				<verse number="22">ກະສັດ​ກຳລັງ​ນັ່ງ​ຝີງ​ໄຟ​ຢູ່​ໃນ​ວັງລະດູ​ໜາວ​ຂອງຕົນ ເພາະ​ແມ່ນ​ລະດູໜາວ.</verse>
				<verse number="23">ພໍ​ເຢຮູດີ​ອ່ານ​ສຸດ​ສາມ​ສີ່​ຕອນ​ເທົ່ານັ້ນ ກະສັດ​ກໍ​ໃຊ້​ມີດ​ນ້ອຍ​ຕັດ​ຕອນ​ນັ້ນ​ຖິ້ມ​ໃສ່​ໄຟ. ເພິ່ນ​ສືບຕໍ່​ເຮັດ​ເຊັ່ນນີ້​ຈົນ​ໜັງສື​ມ້ວນ​ນັ້ນ​ຖືກ​ຈູດ​ທັງໝົດ.</verse>
				<verse number="24">ແຕ່​ບໍ່​ເຫັນ​ກະສັດ​ຫລື​ຂ້າຣາຊການ​ຂອງ​ເພິ່ນ​ຜູ້ໜຶ່ງ​ຜູ້ໃດ ທີ່​ໄດ້ຍິນ​ຖ້ອຍຄຳ​ທັງໝົດ​ນັ້ນ​ແລ້ວ​ເກີດ​ຢ້ານກົວ ຫລື​ສະແດງ​ຄວາມ​ເສຍໃຈ​ແຕ່​ຢ່າງໃດ.</verse>
				<verse number="25">ເຖິງ​ແມ່ນ​ວ່າ​ເອນນາທານ, ເດລາອີຢາ ແລະ​ເກມາຣີຢາ ໄດ້​ຮ້ອງ​ຂໍ​ກະສັດ​ບໍ່​ໃຫ້​ຈູດ​ໜັງສື​ມ້ວນ​ນັ້ນ​ກໍຕາມ ເພິ່ນ​ກໍ​ບໍ່​ຍອມ​ຟັງ.</verse>
				<verse number="26">ແລ້ວ​ເພິ່ນ​ກໍ​ສັ່ງ​ເຈົ້າຊາຍ​ເຢຣາເມເອນ, ເສຣາອີຢາ​ລູກຊາຍ​ຂອງ​ອາຊະຣິເອນ ແລະ​ເຊເລມີຢາ​ລູກຊາຍ​ຂອງ​ອັບເດເອນ, ໃຫ້​ໄປ​ຈັບ​ຂ້າພະເຈົ້າ ແລະ​ບາຣຸກ ເລຂາທິການ​ຂອງ​ຂ້າພະເຈົ້າ. ແຕ່​ພຣະເຈົ້າຢາເວ​ໄດ້​ເຊື່ອງ​ພວກເຮົາ​ໄວ້.</verse>
				<verse number="27">ຫລັງຈາກ​ທີ່​ກະສັດ​ເຢໂຮຍອາກິມ​ໄດ້​ຈູດ​ໜັງສື​ມ້ວນ ທີ່​ຂ້າພະເຈົ້າ​ໄດ້​ບອກ​ຖ້ອຍຄຳ​ໃຫ້​ບາຣຸກ​ຂຽນ​ນັ້ນ​ແລ້ວ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="28">“ໃຫ້​ເອົາ​ເຈ້ຍ​ມ້ວນ​ອື່ນ​ມາ​ຂຽນ​ຖ້ອຍຄຳ ທີ່​ມີ​ຢູ່​ໃນ​ໜັງສື​ມ້ວນ​ສະບັບ​ທຳອິດ​ທີ່​ເຢໂຮຍອາກິມ​ກະສັດ​ແຫ່ງ​ຢູດາຍ​ໄດ້ຈູດ​ນັ້ນ​ໃສ່.</verse>
				<verse number="29">ຈົ່ງ​ບອກ​ເຢໂຮຍອາກິມ​ກະສັດ​ແຫ່ງ​ຢູດາ​ວ່າ, ‘ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ, ເຈົ້າ​ໄດ້​ຈູດ​ໜັງສື​ມ້ວນ ແລະ​ຖາມ​ວ່າ ເປັນຫຍັງ​ເຈົ້າ​ຈຶ່ງ​ຂຽນ​ວ່າ​ກະສັດ​ແຫ່ງ​ບາບີໂລນ​ຈະ​ມາ​ທຳລາຍ​ດິນແດນ​ນີ້​ພ້ອມ​ທັງ​ຂ້າ​ປະຊາຊົນ​ແລະ​ຝູງສັດ​ດ້ວຍ.’</verse>
				<verse number="30">ສະນັ້ນ ບັດນີ້ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ແກ່​ເຢໂຮຍອາກິມ​ວ່າ ເຈົ້າ​ຈະ​ບໍ່ມີ​ເຊື້ອສາຍ​ຄົນໃດ​ຂອງເຈົ້າ​ໄດ້​ປົກຄອງ​ຣາຊອານາຈັກ​ຂອງ​ດາວິດ​ຈັກເທື່ອ. ຊາກສົບ​ຂອງ​ເຈົ້າ​ຈະ​ຖືກ​ໂຍນ​ອອກ​ໄປ ແລະ​ປະ​ໃຫ້​ຕາກ​ແດດ​ຍາມ​ກາງເວັນ ແລະ​ຕາກ​ໝອກ​ຍາມ​ກາງຄືນ.</verse>
				<verse number="31">ເຮົາ​ຈະ​ລົງໂທດ​ເຈົ້າ, ເຊື້ອສາຍ​ຂອງ​ເຈົ້າ ແລະ​ບັນດາ​ຂ້າຣາຊການ​ຂອງ​ເຈົ້າ ຍ້ອນ​ການບາບ​ທີ່​ພວກເຈົ້າ​ທັງໝົດ​ໄດ້​ເຮັດ. ເຈົ້າເອງ​ລວມ​ທັງ​ຊາວ​ນະຄອນ​ເຢຣູຊາເລັມ​ແລະ​ຢູດາ ບໍ່ໄດ້​ເອົາໃຈໃສ່​ຕໍ່​ຄຳ​ຕັກເຕືອນ​ຂອງເຮົາ; ສະນັ້ນ ເຮົາ​ຈຶ່ງ​ຈະ​ນຳ​ໄພພິບັດ​ຊຶ່ງ​ເຮົາ​ໄດ້​ຂູ່​ໄວ້​ນັ້ນ​ມາ​ສູ່​ພວກເຈົ້າ​ທຸກຄົນ.”</verse>
				<verse number="32">ແລ້ວ​ຂ້າພະເຈົ້າ​ກໍ​ເອົາ​ເຈ້ຍ​ມ້ວນ​ໜຶ່ງ​ອີກ​ມອບ​ໃຫ້​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ ເລຂາທິການ​ຂອງ​ຂ້າພະເຈົ້າ ຂຽນ​ທຸກ​ຖ້ອຍຄຳ​ຕາມ​ຄຳ​ບອກ​ຂອງ​ຂ້າພະເຈົ້າ. ລາວ​ໄດ້​ຂຽນ​ຖ້ອຍຄຳ​ທັງໝົດ​ທີ່​ມີ​ຢູ່​ໃນ​ໜັງສື​ມ້ວນ​ສະບັບ​ທຳອິດ ແລະ​ຍັງ​ຕື່ມ​ຂໍ້ຄວາມ​ອີກ​ຫລາຍ​ຢ່າງ ທີ່​ຄືກັນ​ກັບ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ໃຫ້​ລາວ​ຂຽນ.</verse>
			</chapter>
			<chapter number="37">
				<verse number="1">ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເຊເດກີຢາ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ໃຫ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ແທນ​ເຈົ້າ​ເຢໂຮຍອາກິນ​ລູກຊາຍ​ຂອງ​ເຢໂຮຍອາກິມ.</verse>
				<verse number="2">ແຕ່​ເຈົ້າ​ເຊເດກີຢາ​ແລະ​ບັນດາ​ຂ້າຣາຊການ​ຂອງ​ເພິ່ນ ແລະ​ປະຊາຊົນ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ຂ້າພະເຈົ້າ​ນັ້ນ.</verse>
				<verse number="3">ກະສັດ​ເຊເດກີຢາ​ໄດ້​ໃຊ້​ເຢຮູການ​ລູກຊາຍ​ຂອງ​ເຊເລມີຢາ ແລະ​ປະໂຣຫິດ​ເຊຟານີຢາ​ລູກຊາຍ​ຂອງ​ມາອາເສອີຢາ ມາ​ຂໍ​ໃຫ້​ຂ້າພະເຈົ້າ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ປະເທດ​ຊາດ​ຂອງ​ພວກເຮົາ.</verse>
				<verse number="4">ໃນ​ຂະນະນັ້ນ ຂ້າພະເຈົ້າ​ບໍ່​ທັນ​ໄດ້​ຖືກ​ຄຸກ​ເທື່ອ ແລະ​ຍັງ​ເຄື່ອນໄຫວ​ໄປມາ​ໃນ​ທ່າມກາງ​ປະຊາຊົນ​ໄດ້.</verse>
				<verse number="5">ກອງທັບ​ພວກ​ບາບີໂລນ​ຍັງ​ປິດລ້ອມ​ນະຄອນ​ເຢຣູຊາເລັມ​ໄວ້​ຢູ່; ແຕ່​ເມື່ອ​ພວກເຂົາ​ໄດ້ຍິນ​ວ່າ​ກອງທັບ​ຊາວ​ເອຢິບ​ໄດ້​ຂ້າມ​ຊາຍແດນ​ມາ​ແລ້ວ ພວກເຂົາ​ຈຶ່ງ​ລ່າຖອຍ​ໜີໄປ.</verse>
				<verse number="6">ເຫດສະນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຜູ້ທຳນວາຍ​ເຢເຣມີຢາ​ວ່າ,</verse>
				<verse number="7">“ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ​ດັ່ງນີ້: ໃຫ້​ຕອບ​ເຊເດກີຢາ​ວ່າ, ‘ກອງທັບ​ເອຢິບ​ກຳລັງ​ເຄື່ອນ​ເຂົ້າ​ມາ​ຊ່ວຍ​ເຈົ້າ; ແຕ່​ພວກເຂົາ​ຈະ​ກັບຄືນ​ເມືອ​ປະເທດ.</verse>
				<verse number="8">ແລ້ວ​ກອງທັບ​ບາບີໂລນ​ກໍ​ຈະ​ກັບຄືນ​ມາ​ໂຈມຕີ​ເມືອງນີ້ ທັງ​ຢຶດ​ເມືອງ​ແລະ​ຈູດ​ເມືອງ​ຖິ້ມ.’</verse>
				<verse number="9">ພຣະເຈົ້າຢາເວ​ເຕືອນ​ເຈົ້າ​ບໍ່​ໃຫ້​ຫລອກລວງ​ຕົນເອງ ໂດຍ​ຄິດວ່າ, ‘ພວກ​ບາບີໂລນ​ຈະ​ບໍ່​ກັບຄືນ​ມາ,’ ແຕ່​ພວກເຂົາ​ຈະ​ກັບຄືນ​ມາ.</verse>
				<verse number="10">ເຖິງ​ແມ່ນ​ວ່າ​ເຈົ້າ​ຈະ​ເອົາ​ຊະນະ​ກອງທັບ​ບາບີໂລນ​ທັງໝົດ​ໄດ້ ຈົນ​ຍັງເຫລືອ​ແຕ່​ຜູ້​ທີ່​ບາດເຈັບ​ນອນ​ຢູ່​ໃນ​ຜ້າເຕັນ​ກໍຕາມ; ແຕ່​ຄົນ​ເຫຼົ່ານັ້ນ​ກໍ​ຍັງ​ຈະ​ລຸກຂຶ້ນ​ມາ​ຈູດ​ເມືອງ​ນີ້​ຖິ້ມ.”</verse>
				<verse number="11">ກອງທັບ​ບາບີໂລນ​ໄດ້​ຖອຍ​ອອກ​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ຍ້ອນ​ກອງທັບ​ເອຢິບ​ໄດ້​ເຄື່ອນ​ເຂົ້າ​ມາ​ໃກ້.</verse>
				<verse number="12">ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ອອກ​ຈາກ​ນະຄອນ​ເຢຣູຊາເລັມ ໄປ​ສູ່​ເຂດແດນ​ຂອງ​ເບັນຢາມິນ ເພື່ອ​ຮັບ​ເອົາ​ສ່ວນແບ່ງ​ຊັບສົມບັດ​ຂອງ​ຄອບຄົວ ມາ​ເປັນ​ກຳມະສິດ​ຂອງ​ຂ້າພະເຈົ້າ.</verse>
				<verse number="13">ແຕ່​ເມື່ອ​ຂ້າພະເຈົ້າ​ມາຮອດ​ປະຕູ​ເບັນຢາມິນ ກໍ​ມີ​ນາຍ​ທະຫານ​ຮັບຜິດຊອບ​ການ​ເຝົ້າຍາມ​ຄົນ​ໜຶ່ງ​ຊື່​ວ່າ​ອີຣີຢາ​ລູກຊາຍ​ຂອງ​ເຊເລມີຢາ ແລະ​ຫລານຊາຍ​ຂອງ​ຮານານີຢາ ຢັບຢັ້ງ​ຂ້າພະເຈົ້າ​ໄວ້ ແລະ​ກ່າວ​ວ່າ, “ເຈົ້າ​ກຳລັງ​ຈະ​ໜີໄປ​ຫາ​ພວກ​ບາບີໂລນ.”</verse>
				<verse number="14">ຂ້າພະເຈົ້າ​ຕອບ​ວ່າ, “ບໍ່ແມ່ນ ຂ້ອຍ​ບໍ່ໄດ້​ໜີ.” ແຕ່​ອີຣີຢາ​ບໍ່​ຍອມ​ຟັງ​ຂ້າພະເຈົ້າ. ລາວ​ໄດ້​ຈັບ​ຂ້າພະເຈົ້າ​ໄປ​ຫາ​ບັນດາ​ຂ້າຣາຊການ.</verse>
				<verse number="15">ພວກເຂົາ​ຈຶ່ງ​ຄຽດແຄ້ນ​ໃຫຍ່​ພ້ອມ​ທັງ​ຂ້ຽນຕີ​ຂ້າພະເຈົ້າ ແລະ​ກັກຂັງ​ຂ້າພະເຈົ້າ​ໄວ້​ໃນ​ເຮືອນ​ຂອງ​ໂຢນາທານ ເລຂາທິການ​ຂອງ​ກະສັດ ຊຶ່ງ​ບ່ອນ​ນີ້​ໄດ້​ຖືກ​ດັດແປງ​ໃຫ້​ເປັນ​ຄຸກ.</verse>
				<verse number="16">ຂ້າພະເຈົ້າ​ໄດ້​ຖືກ​ຄຸມຂັງ​ໄວ້​ໃນ​ຫ້ອງ​ໃຕ້​ດິນ ແລະ​ຢູ່​ໃນ​ທີ່ນັ້ນ​ເປັນ​ເວລາ​ເຫິງນານ.</verse>
				<verse number="17">ຕໍ່ມາ ກະສັດ​ເຊເດກີຢາ​ໄດ້​ໃຊ້​ຄົນ​ໄປ​ນຳ​ເອົາ​ຂ້າພະເຈົ້າ​ອອກ​ມາ ແລະ​ຢູ່​ທີ່​ຣາຊວັງ​ນັ້ນ ເພິ່ນ​ຖາມ​ຂ້າພະເຈົ້າ​ເປັນ​ທາງ​ລັບ​ວ່າ, “ມີ​ຖ້ອຍຄຳ​ຫຍັງ​ແດ່​ຈາກ​ພຣະເຈົ້າຢາເວ?” ຂ້າພະເຈົ້າ​ຕອບ​ວ່າ, “ມີ​ຢູ່​ທ່ານເອີຍ” ແລະ​ຂ້າພະເຈົ້າ​ກໍ​ກ່າວ​ຕື່ມ​ວ່າ, “ທ່ານ​ຈະ​ຖືກ​ມອບ​ໃຫ້​ກະສັດ​ແຫ່ງ​ບາບີໂລນ.”</verse>
				<verse number="18">ແລ້ວ​ຂ້າພະເຈົ້າ​ກໍ​ຖາມ​ວ່າ, “ຂ້ານ້ອຍ​ໄດ້​ເຮັດ​ຜິດ​ຫຍັງ​ແດ່​ຕໍ່​ທ່ານ ຫລື​ຕໍ່​ພວກ​ຂ້າຣາຊການ​ຂອງທ່ານ ຫລື​ຕໍ່​ປະຊາຊົນ​ໃນ​ເມືອງນີ້ ຈຶ່ງ​ຂັງ​ຂ້ານ້ອຍ​ໄວ້​ໃນ​ຄຸກ?</verse>
				<verse number="19">ພວກ​ຜູ້ທຳນວາຍ​ທີ່​ເຕືອນ​ທ່ານ​ວ່າ ກະສັດ​ແຫ່ງ​ບາບີໂລນ​ຈະ​ບໍ່​ມາ​ໂຈມຕີ​ທ່ານ ຫລື​ອານາຈັກ​ນີ້ ພາກັນ​ໄປ​ໃສ​ໝົດ​ແລ້ວ?</verse>
				<verse number="20">ຂ້າແດ່​ພະຣາຊາ ບັດນີ້​ຂໍ​ທ່ານ​ຟັງ ແລະ​ເຮັດ​ຕາມ​ຂ້ານ້ອຍ​ຂໍຮ້ອງ​ດ້ວຍ. ຢ່າ​ສົ່ງ​ຂ້ານ້ອຍ​ກັບຄືນ​ໄປ​ຄຸກ​ທີ່​ຢູ່​ເຮືອນ​ຂອງ​ໂຢນາທານ​ເລີຍ. ຖ້າ​ທ່ານ​ຂືນ​ສົ່ງ​ໄປ ຂ້ານ້ອຍ​ຈະ​ຕ້ອງ​ຕາຍ​ຢູ່​ທີ່​ນັ້ນ​ເປັນແນ່.”</verse>
				<verse number="21">ສະນັ້ນ ກະສັດ​ເຊເດກີຢາ​ຈຶ່ງ​ມີ​ຄຳສັ່ງ ໃຫ້​ຂັງ​ຂ້າພະເຈົ້າ​ໄວ້​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ. ຂ້າພະເຈົ້າ​ໄດ້​ຢູ່​ທີ່ນັ້ນ ແຕ່ລະວັນ ຂ້າພະເຈົ້າ​ໄດ້​ຮັບ​ເຂົ້າຈີ່​ກ້ອນ​ໜຶ່ງ​ຈາກ​ໂຮງ​ເຮັດ​ເຂົ້າຈີ່​ຈົນ​ເຂົ້າຈີ່​ໃນ​ເມືອງ​ໝົດ.</verse>
			</chapter>
			<chapter number="38">
				<verse number="1">ເຊຟາຕີຢາ​ລູກຊາຍ​ຂອງ​ມັດທານ, ເກດາລີຢາ​ລູກຊາຍ​ຂອງ​ປັດຊູ, ເຢຮູການ​ລູກຊາຍ​ຂອງ​ເຊເລມີຢາ ແລະ​ປັດຊູ​ລູກຊາຍ​ຂອງ​ມັນກີຢາ ໄດ້ຍິນ​ຂ້າພະເຈົ້າ​ບອກ​ປະຊາຊົນ​ວ່າ,</verse>
				<verse number="2">“ພຣະເຈົ້າຢາເວ​ກ່າວ​ວ່າ, ‘ຜູ້ໃດ​ກໍຕາມ​ທີ່​ຢູ່​ໃນ​ເມືອງ ຈະ​ຕ້ອງ​ຕາຍ​ຍ້ອນ​ສົງຄາມ ຫລື​ຍ້ອນ​ການ​ຕາຍອຶດ​ຕາຍຫິວ ຫລື​ຍ້ອນ​ເຈັບໄຂ້​ໄດ້ປ່ວຍ. ແຕ່​ພວກ​ທີ່​ອອກ​ໄປ​ຍອມ​ຈຳນົນ​ຕໍ່​ພວກ​ບາບີໂລນ​ຈະ​ບໍ່​ຖືກ​ຂ້າ; ຢ່າງໜ້ອຍ​ພວກເຂົາ​ຈະ​ປົບໜີ​ໄດ້​ແລະ​ມີ​ຊີວິດ​ຢູ່.”’</verse>
				<verse number="3">ຂ້າພະເຈົ້າ​ບອກ​ເຂົາ​ເຊັ່ນດຽວ​ກັນ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ເຮົາ​ຈະ​ມອບ​ເມືອງ​ນີ້​ໃຫ້​ແກ່​ກອງທັບ​ບາບີໂລນ ແລະ​ພວກເຂົາ​ຈະ​ຢຶດ​ເມືອງ​ນີ້.”’</verse>
				<verse number="4">ແລ້ວ​ບັນດາ​ຂ້າຣາຊການ​ກໍ​ໄປ​ຫາ​ກະສັດ ແລະ​ເວົ້າ​ວ່າ, “ຄົນ​ຜູ້​ນີ້​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ລາວ​ໄດ້​ເຮັດ​ໃຫ້​ພວກ​ທະຫານ​ຢູ່​ໃນ​ເມືອງ​ເສຍກຳລັງໃຈ ໂດຍ​ເວົ້າ​ເຊັ່ນນີ້; ລາວ​ຈະ​ເຮັດ​ຢ່າງ​ດຽວກັນ​ອີກ​ຕໍ່​ທຸກຄົນ​ທີ່​ເຫຼືອ​ຢູ່​ໃນ​ເມືອງ​ນີ້. ລາວ​ບໍ່ໄດ້​ພະຍາຍາມ​ຊ່ວຍເຫລືອ​ປະຊາຊົນ​ເລີຍ; ລາວ​ມີ​ແຕ່​ຫາ​ຄວາມທຸກ​ມາ​ໃຫ້​ພວກເຂົາ.”</verse>
				<verse number="5">ກະສັດ​ເຊເດກີຢາ​ຕອບ​ວ່າ, “ດີແລ້ວ ຖ້າດັ່ງນັ້ນ ຈົ່ງ​ເຮັດ​ຕໍ່​ລາວ​ຕາມ​ທີ່​ພວກເຈົ້າ​ຕ້ອງການ; ເຮົາ​ຫ້າມ​ພວກເຈົ້າ​ບໍ່ໄດ້​ດອກ.”</verse>
				<verse number="6">ສະນັ້ນ ພວກເຂົາ​ຈຶ່ງ​ຈັບ​ຂ້າພະເຈົ້າ​ໄປ ແລະ​ໃຊ້​ເຊືອກ​ຢ່ອນ​ຂ້າພະເຈົ້າ​ລົງ​ໃນ​ສ້າງ​ຂອງ​ເຈົ້າຊາຍ​ມານກີຢາ ຊຶ່ງ​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ​ນັ້ນ​ເອງ. ຢູ່​ໃນ​ສ້າງ​ໜ່ວຍ​ນີ້​ບໍ່ມີ​ນໍ້າ ແລະ​ມີ​ແຕ່​ຂີ້ຕົມ ແລະ​ຂ້າພະເຈົ້າ​ກໍ​ຈົມລົງ​ໃນ​ຂີ້ຕົມ​ນັ້ນ.</verse>
				<verse number="7">ແຕ່​ເອເບັດ-ເມເຫລັກ ຊາວ​ເອທີໂອເປຍ ຊາຍ​ຕອນ​ທີ່​ເຮັດ​ວຽກ​ໃນ​ວັງ​ຂອງ​ກະສັດ ໄດ້ຍິນ​ວ່າ​ພວກເຂົາ​ໄດ້​ຈັບ​ຂ້າພະເຈົ້າ​ຢ່ອນ​ລົງ​ໃນ​ນໍ້າສ້າງ. ໃນ​ເວລາ​ນັ້ນ ກະສັດ​ກຳລັງ​ຢູ່​ທີ່​ເດີ່ນ​ຂອງ​ປະຕູ​ເບັນຢາມິນ.</verse>
				<verse number="8">ສະນັ້ນ ເອເບັດ-ເມເຫລັກ​ຈຶ່ງ​ໄປ​ທີ່​ນັ້ນ ແລະ​ກ່າວ​ແກ່​ກະສັດ​ວ່າ,</verse>
				<verse number="9">“ຂ້າແດ່​ພະຣາຊາ ຄົນ​ເຫຼົ່ານີ້​ໄດ້​ເຮັດ​ຜິດ​ໄປ​ແລ້ວ. ພວກເຂົາ​ໄດ້​ຢ່ອນ​ເຢເຣມີຢາ​ລົງ​ໃນ​ນໍ້າສ້າງ ເພິ່ນ​ຈະ​ຕ້ອງ​ອຶດ​ຕາຍ​ໃນ​ທີ່ນັ້ນ ໃນ​ເມື່ອ​ເມືອງ​ນີ້​ບໍ່ມີ​ອາຫານ​ເຫລືອຢູ່​ອີກ​ເລີຍ.”</verse>
				<verse number="10">ແລ້ວ​ກະສັດ​ກໍ​ສັ່ງ​ເອເບັດ-ເມເຫລັກ​ຊາວ​ເອທີໂອເປຍ​ໃຫ້​ນຳ​ສາມ​ຄົນ​ໄປ​ດຶງ​ເອົາ​ຂ້າພະເຈົ້າ ຂຶ້ນ​ມາ​ຈາກ​ນໍ້າສ້າງ​ກ່ອນ​ທີ່​ຂ້າພະເຈົ້າ​ຈະ​ສິ້ນໃຈ​ຕາຍ.</verse>
				<verse number="11">ດັ່ງນັ້ນ ເອເບັດ​ເມເຫລັກ​ຈຶ່ງ​ໄດ້​ພາ​ຄົນ​ເຫຼົ່ານັ້ນ ໄປ​ທີ່​ຫ້ອງ​ມ້ຽນເຄື່ອງ​ຂອງ​ຣາຊວັງ ເພື່ອ​ເອົາ​ເສື້ອຜ້າ​ທີ່​ຂາດ​ແລະ​ເກົ່າ ມັດ​ໃສ່​ເຊືອກ​ຢ່ອນ​ລົງ​ມາ​ໃຫ້​ຂ້າພະເຈົ້າ.</verse>
				<verse number="12">ລາວ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ເອົາ​ຜ້າ​ຂາດ​ຮອງ​ຂີ້ແຮ້​ຂ້າພະເຈົ້າ​ໄວ້ ເພື່ອ​ວ່າ​ເຊືອກ​ຈະ​ບໍ່​ບາດ​ຕົວ​ຂ້າພະເຈົ້າ. ຂ້າພະເຈົ້າ​ຈຶ່ງ​ເຮັດ​ຕາມ​ທີ່​ລາວ​ໄດ້​ບອກ</verse>
				<verse number="13">ແລະ​ພວກເຂົາ​ກໍ​ດຶງ​ເອົາ​ຂ້າພະເຈົ້າ​ຂຶ້ນ​ມາ​ຈາກ​ນໍ້າສ້າງ. ຫລັງຈາກ​ນັ້ນ ຂ້າພະເຈົ້າ​ກໍໄດ້​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ​ອີກ​ຕໍ່ໄປ.</verse>
				<verse number="14">ໃນ​ໂອກາດ​ອື່ນ​ອີກ ກະສັດ​ເຊເດກີຢາ​ໄດ້​ນຳ​ຂ້າພະເຈົ້າ​ມາ​ພົບ​ເພິ່ນ ທີ່​ທາງ​ປະຕູເຂົ້າ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ປ່ອງ​ທີ​ສາມ; ເພິ່ນ​ເວົ້າ​ວ່າ, “ເຮົາ​ຈະ​ຂໍ​ຖາມ​ເຈົ້າ​ຈັກ​ຂໍ້​ໜຶ່ງ ແລະ​ເຮົາ​ຢາກ​ໃຫ້​ເຈົ້າ​ເວົ້າ​ຄວາມຈິງ​ທັງໝົດ​ສູ່​ເຮົາ​ຟັງ.”</verse>
				<verse number="15">ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຖ້າ​ຂ້ານ້ອຍ​ເວົ້າ​ຄວາມຈິງ ທ່ານ​ກໍ​ຈະ​ລົງໂທດ​ຂ້ານ້ອຍ​ໃຫ້​ເຖິງ​ຕາຍ; ຖ້າ​ຂ້ານ້ອຍ​ໃຫ້​ຄຳແນະນຳ​ແກ່​ທ່ານ, ທ່ານ​ພັດ​ບໍ່​ເອົາໃຈໃສ່.”</verse>
				<verse number="16">ດັ່ງນັ້ນ ກະສັດ​ເຊເດກີຢາ​ຈຶ່ງ​ສັນຍາ​ກັບ​ຂ້າພະເຈົ້າ​ເປັນ​ທາງ​ລັບ​ວ່າ, “ເຮົາ​ຂໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ຄື​ພຣະເຈົ້າ​ອົງ​ໃຫ້​ຊີວິດ​ແກ່​ພວກເຮົາ​ວ່າ ເຮົາ​ຈະ​ບໍ່​ລົງໂທດ​ເຈົ້າ​ໃຫ້​ເຖິງ​ຕາຍ ຫລື​ຈະ​ບໍ່​ມອບ​ເຈົ້າ​ໄວ້​ໃນ​ກຳມື​ຂອງ​ຄົນ​ທີ່​ຢາກ​ຈະ​ຂ້າ​ເຈົ້າ.”</verse>
				<verse number="17">ແລ້ວ​ຂ້າພະເຈົ້າ​ກໍ​ບອກ​ກະສັດ​ເຊເດກີຢາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ຖ້າ​ທ່ານ​ຍອມ​ຈຳນົນ​ຕໍ່​ນາຍ​ທະຫານ​ຂອງ​ກະສັດ​ແຫ່ງ​ບາບີໂລນ ຊີວິດ​ຂອງທ່ານ​ຈະ​ປອດໄພ ແລະ​ເມືອງ​ນີ້​ຈະ​ບໍ່​ຖືກ​ຈູດເຜົາ​ໃຫ້​ພິນາດໄປ. ທ່ານເອງ ແລະ​ຄອບຄົວ​ຂອງທ່ານ​ຈະ​ມີ​ຊີວິດ​ຢູ່.</verse>
				<verse number="18">ແຕ່​ຖ້າ​ທ່ານ​ບໍ່​ຍອມ​ຈຳນົນ ເມືອງ​ນີ້​ກໍ​ຈະ​ຖືກ​ຊາວ​ບາບີໂລນ​ຢຶດ ພ້ອມ​ທັງ​ຈູດ​ໃຫ້​ພັງ​ພິນາດ​ໄປ ແລະ​ທ່ານ​ຈະ​ປົບໜີ​ຈາກ​ພວກເຂົາ​ໄປ​ບໍ່ໄດ້.”’</verse>
				<verse number="19">ແຕ່​ກະສັດ​ຕອບ​ວ່າ, “ເຮົາ​ຢ້ານ​ຄົນ​ຢູ່​ໃນ​ຊາດ​ຂອງ​ພວກເຮົາ​ເອງ ຄື​ພວກ​ທີ່​ໄດ້​ແຕກ​ໜີໄປ​ຫາ​ຊາວ​ບາບີໂລນ. ເຮົາ​ອາດ​ຈະ​ຖືກ​ມອບ​ໃຫ້​ພວກເຂົາ ແລະ​ຖືກ​ພວກເຂົາ​ທໍລະມານ​ກໍໄດ້.”</verse>
				<verse number="20">ຂ້າພະເຈົ້າ​ຕອບ​ວ່າ, “ທ່ານ​ຈະ​ບໍ່​ຖືກ​ມອບ​ໃຫ້​ພວກເຂົາ. ຂ້ານ້ອຍ​ຮ້ອງຂໍ​ທ່ານ​ໃຫ້​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລ້ວ​ທຸກສິ່ງ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ທ່ານ ແລະ​ຊີວິດ​ຂອງທ່ານ​ກໍ​ຈະ​ປອດໄພ.</verse>
				<verse number="21">ແຕ່​ຖ້າ​ທ່ານ​ບໍ່​ຍອມ​ຈຳນົນ ພຣະເຈົ້າຢາເວ​ໄດ້​ໃຫ້​ຂ້ານ້ອຍ​ເຫັນ​ທາງ​ນິມິດ ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ທ່ານ</verse>
				<verse number="22">ຄື​ພວກຜູ້ຍິງ​ທັງໝົດ​ທີ່​ເຫຼືອ​ຢູ່​ໃນ​ຣາຊວັງ​ຂອງ​ກະສັດ​ແຫ່ງ​ຢູດາຍ ຈະ​ຖືກ​ນຳ​ຕົວ​ອອກ​ໄປ​ມອບ​ໃຫ້​ພວກ​ນາຍ​ທະຫານ​ຂອງ​ກະສັດ​ແຫ່ງ​ບາບີໂລນ. ແລ້ວ​ພວກເຂົາ​ກໍ​ຈະ​ພາກັນ​ຮ້ອງເພງ​ໃສ່​ທ່ານ ໃນ​ຂະນະທີ່​ໄປ​ນັ້ນ​ວ່າ: ‘ເພື່ອນ​ສະໜິດ​ຂອງ​ກະສັດ​ໄດ້​ຫລອກລວງ​ເພິ່ນ ພວກເຂົາ​ບັງຄັບ​ເພິ່ນ​ໃຫ້​ກະທຳ​ຕາມ​ຄວາມຄິດ​ຂອງ​ພວກເຂົາ. ບັດນີ້​ຕີນ​ເພິ່ນ​ກໍໄດ້​ຈົມ​ຢູ່​ໃນ​ຂີ້ຕົມ ເພື່ອນ​ເພິ່ນ​ປົບໜີ​ຈາກ​ເພິ່ນ​ໄປ​ໝົດສິ້ນ.”’</verse>
				<verse number="23">ແລ້ວ​ຂ້າພະເຈົ້າ​ກໍໄດ້​ກ່າວ​ຕື່ມ​ວ່າ, “ນາງ​ສະໜົມ​ທັງໝົດ​ພ້ອມ​ດ້ວຍ​ລູກໆ​ຂອງທ່ານ ຈະ​ຖືກ​ນຳ​ໄປ​ມອບ​ໃຫ້​ຊາວ​ບາບີໂລນ; ທ່ານເອງ​ຈະ​ປົບໜີໄປ​ຈາກ​ພວກເຂົາ​ບໍ່ໄດ້. ສ່ວນ​ທ່ານເອງ​ກໍ​ຈະ​ຖືກ​ກະສັດ​ແຫ່ງ​ບາບີໂລນ​ຈັບ​ໄປ​ເປັນ​ຊະເລີຍເສິກ ແລະ​ເມືອງ​ນີ້​ທັງໝົດ​ຈະ​ຖືກ​ຈູດເຜົາ​ໃຫ້​ພັງ​ພິນາດ​ຈົນກ້ຽງ.”</verse>
				<verse number="24">ກະສັດ​ເຊເດກີຢາ​ຕອບ​ວ່າ, “ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຮູ້​ເລື່ອງ​ທີ່​ເວົ້າ​ມາ​ນີ້ ແລະ​ຊີວິດ​ຂອງເຈົ້າ​ກໍ​ຈະ​ບໍ່​ເປັນ​ອັນຕະລາຍ.</verse>
				<verse number="25">ແຕ່​ຖ້າ​ພວກ​ຂ້າຣາຊການ​ໄດ້ຍິນ​ວ່າ​ເຮົາ​ໄດ້​ເວົ້າ​ກັບ​ເຈົ້າ; ພວກເຂົາ​ກໍ​ຈະ​ມາ​ຖາມ​ເລື່ອງ​ທີ່​ພວກເຮົາ​ເວົ້າ​ກັນ​ນັ້ນ. ພວກເຂົາ​ຈະ​ສັນຍາ​ວ່າ​ຈະ​ບໍ່​ຂ້າ​ເຈົ້າ ຖ້າ​ເຈົ້າ​ບອກ​ທຸກໆ​ສິ່ງ​ແກ່​ພວກເຂົາ.</verse>
				<verse number="26">ຈົ່ງ​ບອກ​ພວກເຂົາ​ພຽງແຕ່​ວ່າ ເຈົ້າ​ຂໍຮ້ອງ​ເຮົາ​ບໍ່​ໃຫ້​ສົ່ງ​ເຈົ້າ​ກັບຄືນ​ໄປ​ຕາຍ​ທີ່​ຄຸກ​ເທົ່ານັ້ນ.”</verse>
				<verse number="27">ແລ້ວ​ຂ້າຣາຊການ​ທັງໝົດ​ກໍໄດ້​ມາ​ຖາມ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍໄດ້​ບອກ​ພວກເຂົາ​ຕາມ​ທີ່​ກະສັດ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ເວົ້າ. ແລ້ວ​ພວກເຂົາ​ກໍ​ບໍ່ໄດ້​ຊັກຖາມ​ຫຍັງ​ອີກ​ຕໍ່ໄປ ເພາະ​ເລື່ອງ​ທີ່​ສົນທະນາກັນ​ນັ້ນ​ບໍ່ມີ​ຜູ້ໃດ​ໄດ້ຍິນ​ເລີຍ.</verse>
				<verse number="28">ຂ້າພະເຈົ້າ​ຖືກ​ຄວບຄຸມ​ຕົວ​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ ຈົນເຖິງ​ມື້​ທີ່​ນະຄອນ​ເຢຣູຊາເລັມ​ແຕກ.</verse>
			</chapter>
			<chapter number="39">
				<verse number="1">ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຍົກ​ກອງທັບ​ທັງໝົດ​ຂອງຕົນ ມາ​ໂຈມຕີ​ນະຄອນ​ເຢຣູຊາເລັມ​ໃນ​ເດືອນ​ທີ​ສິບ​ຂອງ​ປີ​ທີ​ເກົ້າ ໃນ​ຣາຊການ​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ.</verse>
				<verse number="2">ຢູ່​ຕໍ່ມາ ໃນ​ວັນ​ທີ​ເກົ້າ​ຂອງ​ເດືອນ​ທີ​ສີ່​ໃນ​ຣາຊການ​ປີ​ທີ​ສິບເອັດ​ຂອງ​ກະສັດ​ເຊເດກີຢາ ນະຄອນ​ເຢຣູຊາເລັມ​ກໍ​ແຕກ. (</verse>
				<verse number="3">ເມື່ອ​ນະຄອນ​ເຢຣູຊາເລັມ​ຖືກ​ຢຶດ​ໄດ້​ແລ້ວ ບັນດາ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງ​ກະສັດ​ແຫ່ງ​ບາບີໂລນ ຄື​ເນການ-ຊາເຣເຊ, ຊາມກາເນໂບ, ຊາຣະເຊກິມ ແລະ​ເນການ-ຊາເຣເຊ ຄົນອື່ນ​ກໍໄດ້​ເຂົ້າ​ມາ​ຕັ້ງ​ກອງ​ບັນຊາການ​ທີ່​ປະຕູ​ໃຫຍ່​ທາງ​ເຂົ້າ​ເມືອງ.)</verse>
				<verse number="4">ເມື່ອ​ກະສັດ​ເຊເດກີຢາ ແລະ​ທະຫານ​ທັງໝົດ​ຂອງ​ເພິ່ນ ໄດ້​ເຫັນ​ເຫດການ​ເຊັ່ນນັ້ນ ຈຶ່ງ​ພະຍາຍາມ​ປົບໜີ​ອອກ​ຈາກ​ເມືອງ​ໃນ​ເວລາ​ກາງຄືນ. ພວກເຂົາ​ໜີໄປ​ທາງ​ສວນ​ຂອງ​ກະສັດ ໂດຍ​ທາງ​ປະຕູ​ລະຫວ່າງ​ກຳແພງ​ເມືອງ​ທັງສອງ ແລະ​ປົບໜີໄປ​ທາງ​ຮ່ອມພູ​ຈໍແດນ.</verse>
				<verse number="5">ແຕ່​ກອງທັບ​ພວກ​ບາບີໂລນ​ໄດ້​ໄລ່ຕາມ​ພວກເຂົາ​ໄປ ແລະ​ຈັບ​ກະສັດ​ເຊເດກີຢາ​ໄດ້​ໃນ​ທົ່ງພຽງ​ໃກ້​ກັບ​ເມືອງ​ເຢຣິໂກ. ແລ້ວ​ພວກເຂົາ​ກໍ​ນຳ​ເພິ່ນ​ໄປ​ມອບ​ໃຫ້​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ທີ່​ເມືອງ​ຣິບລາ​ໃນ​ເຂດແດນ​ຮາມັດ; ຢູ່​ທີ່​ນັ້ນ ກະສັດ​ເນບູ​ກາດເນັດຊາ​ໄດ້​ພິພາກສາ​ລົງໂທດ​ເພິ່ນ.</verse>
				<verse number="6">ກະສັດ​ເນບູ​ກາດເນັດຊາ​ໄດ້​ປະຫານ​ຊີວິດ​ພວກ​ລູກຊາຍ​ຂອງ​ເຈົ້າ​ເຊເດກີຢາ ຢູ່​ທີ່​ເມືອງ​ຣິບລາ​ຕໍ່ໜ້າ​ຂອງ​ເຈົ້າ​ເຊເດກີຢາ​ເອງ ແລະ​ເພິ່ນ​ກໍໄດ້​ປະຫານ​ບັນດາ​ຂ້າຣາຊການ​ແຫ່ງ​ຢູດາຍ​ເຊັ່ນກັນ.</verse>
				<verse number="7">ຫລັງຈາກ​ນັ້ນ​ແລ້ວ ເພິ່ນ​ກໍໄດ້​ຄວັດ​ໜ່ວຍ​ຕາ​ເຈົ້າ​ເຊເດກີຢາ​ອອກ ແລະ​ເອົາ​ໂສ້​ລ່າມ​ເພິ່ນ​ໄວ້​ເພື່ອ​ຈະ​ນຳ​ໄປ​ບາບີໂລນ.</verse>
				<verse number="8">ໃນຂະນະ​ດຽວກັນ​ນັ້ນ ພວກ​ບາບີໂລນ​ກໍໄດ້​ຈູດ​ຣາຊວັງ​ແລະ​ເຮືອນ​ຂອງ​ປະຊາຊົນ ພ້ອມ​ທັງ​ກຳແພງ​ນະຄອນ​ເຢຣູຊາເລັມ​ລົງ​ໃຫ້​ພິນາດ.</verse>
				<verse number="9">ໃນທີ່ສຸດ ເນບູຊາຣາດານ ຜູ້​ບັນຊາການ​ທະຫານ ກໍ​ຈັບ​ປະຊາຊົນ​ທີ່​ເຫຼືອ​ຢູ່​ໃນ​ເມືອງ​ລວມທັງ​ຄົນ​ທີ່​ໜີ​ເຂົ້າ​ມາ​ມອບ​ຕົວ​ຕໍ່​ເພິ່ນ ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ.</verse>
				<verse number="10">ລາວ​ປະ​ໄວ້​ແຕ່​ຄົນ​ຍາກຈົນ​ຈຳນວນ​ບໍ່​ເທົ່າໃດ​ຄົນ ຄື​ຜູ້​ທີ່​ບໍ່ມີ​ຊັບສົມບັດ​ຫຍັງ​ໃນ​ອານາຈັກ ແລະ​ລາວ​ໄດ້​ມອບ​ສວນອະງຸ່ນ ແລະ​ໄຮ່​ນາ​ໃຫ້​ພວກເຂົາ​ເຮັດ.</verse>
				<verse number="11">ແຕ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ສົ່ງ​ເນບູຊາຣາດານ ຜູ້​ບັນຊາການ​ທະຫານ​ໃຫ້​ຈັດການ​ດັ່ງນີ້:</verse>
				<verse number="12">“ຈົ່ງ​ແຕ່ງ​ຄົນ​ໄປ​ຊອກ​ຫາ​ເຢເຣມີຢາ ແລະ​ເບິ່ງແຍງ​ລາວ​ໃຫ້​ດີ. ຢ່າ​ທຳຮ້າຍ​ລາວ ແຕ່​ຈົ່ງ​ຊ່ວຍເຫລືອ​ລາວ​ຕາມ​ທີ່​ລາວ​ຕ້ອງການ.”</verse>
				<verse number="13">ດັ່ງນັ້ນ ເນບູຊາຣາດານ​ພ້ອມ​ດ້ວຍ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ສອງ​ຄົນ ຄື​ເນບູຊັດບານ ແລະ​ເນການ-ຊາເຣເຊ ພ້ອມ​ກັບ​ເຈົ້ານາຍ​ຄົນອື່ນໆ​ອີກ​ຂອງ​ກະສັດ​ແຫ່ງ​ບາບີໂລນ</verse>
				<verse number="14">ຈຶ່ງ​ໄດ້​ນຳ​ຂ້າພະເຈົ້າ​ມາ​ຈາກ​ເດີ່ນ​ຂອງ​ຣາຊວັງ. ພວກເຂົາ​ໄດ້​ມອບ​ຂ້າພະເຈົ້າ​ໄວ້​ຢູ່​ໃຕ້​ຄວາມ​ເບິ່ງແຍງ​ຂອງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ແລະ​ຫລານຊາຍ​ຂອງ​ຊາຟານ ແລະ​ໃຫ້​ນຳ​ຂ້າພະເຈົ້າ​ເມືອ​ເຖິງ​ເຮືອນ​ຂອງ​ຂ້າພະເຈົ້າ​ຢ່າງ​ປອດໄພ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ຢູ່​ນຳ​ປະຊາຊົນ​ໃນ​ທີ່ນັ້ນ.</verse>
				<verse number="15">ໃນ​ຂະນະທີ່​ຂ້າພະເຈົ້າ​ໄດ້​ຖືກ​ຄວບຄຸມ​ຕົວ​ຢູ່​ທີ່​ເດີ່ນ​ຂອງ​ຣາຊວັງ​ນີ້ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="16">“ໃຫ້​ບອກ​ເອເບັດ​ເມເຫລັກ ຊາວ​ເອທີໂອເປຍ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ວ່າ ເຮົາ​ຈະ​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ເມືອງ​ນີ້​ຕາມ​ທີ່​ເຮົາ​ໄດ້​ກ່າວ​ໄວ້ ແຕ່​ບໍ່ແມ່ນ​ຄວາມຈະເລີນ​ຮຸ່ງເຮືອງ. ເມື່ອ​ເຫດການ​ນີ້​ເກີດຂຶ້ນ ເຈົ້າ​ຈະ​ຢູ່​ທີ່​ນັ້ນ​ເພື່ອ​ເບິ່ງ​ເຫດການ​ນັ້ນ.</verse>
				<verse number="17">ພຣະເຈົ້າຢາເວ​ກ່າວ​ວ່າ, ແຕ່​ເຮົາ​ຈະ​ປົກປ້ອງ​ຄຸ້ມຄອງ​ເຈົ້າ ແລະ​ເຈົ້າ​ຈະ​ບໍ່​ຖືກ​ມອບ​ໃຫ້​ແກ່​ຄົນ​ທີ່​ເຈົ້າ​ຢ້ານກົວ.</verse>
				<verse number="18">ເຮົາ​ຈະ​ຮັກສາ​ເຈົ້າ​ໃຫ້​ປອດໄພ ແລະ​ເຈົ້າ​ກໍ​ຈະ​ບໍ່​ຖືກ​ຂ້າ. ເຈົ້າ​ຈະ​ປົບໜີ​ເອົາ​ຊີວິດ​ລອດ ເພາະ​ເຈົ້າ​ໄວ້ວາງໃຈ​ໃນ​ເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.”’</verse>
			</chapter>
			<chapter number="40">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ ຫລັງຈາກ​ເນບູຊາຣາດານ ຜູ້​ບັນຊາການ​ທະຫານ​ໄດ້​ປ່ອຍ​ຂ້າພະເຈົ້າ​ແລ້ວ​ທີ່​ເມືອງ​ຣາມາ. ຂ້າພະເຈົ້າ​ໄດ້​ຖືກ​ນຳ​ຕົວ​ໄປ​ທີ່​ນັ້ນ ໂດຍ​ຖືກ​ລ່າມໂສ້​ໄປ​ພ້ອມ​ກັບ​ປະຊາຊົນ​ຄົນອື່ນໆ​ຈາກ​ນະຄອນ​ເຢຣູຊາເລັມ ແລະ​ຢູດາຍ ຄື​ພວກ​ທີ່​ໄດ້​ຖືກ​ຈັບ​ເປັນ​ຊະເລີຍເສິກ​ໄປ​ສູ່​ບາບີໂລນ.</verse>
				<verse number="2">ຜູ້​ບັນຊາການ​ທະຫານ​ໄດ້​ພາ​ຂ້າພະເຈົ້າ​ແວະ​ອອກ​ມາ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ໄດ້​ຂູ່​ວ່າ ຈະ​ກະທຳ​ໃຫ້​ດິນແດນ​ນີ້​ຈິບຫາຍ</verse>
				<verse number="3">ແລະ​ບັດນີ້ ພຣະເຈົ້າຢາເວ​ກໍໄດ້​ກະທຳ​ດັ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ນັ້ນ. ເຫດການ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ນີ້ ກໍ​ເພາະ​ປະຊາຊົນ​ຂອງ​ເຈົ້າ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ເຊື່ອຟັງ​ພຣະອົງ.</verse>
				<verse number="4">ບັດນີ້ ຂ້ອຍ​ຈະ​ແກ້​ໂສ້​ທີ່​ລ່າມ​ເຈົ້າ​ອອກ ແລະ​ປົດປ່ອຍ​ເຈົ້າ​ໃຫ້​ເປັນ​ອິດສະຫລະ. ຖ້າ​ເຈົ້າ​ຢາກ​ໄປ​ບາບີໂລນ​ນຳ​ຂ້ອຍ ເຈົ້າ​ກໍ​ໄປ​ໄດ້ ແລະ​ຂ້ອຍ​ຈະ​ເບິ່ງແຍງ​ເຈົ້າ. ແຕ່​ຖ້າ​ເຈົ້າ​ບໍ່​ຢາກ​ໄປ ກໍ​ບໍ່​ຈຳເປັນ​ຕ້ອງ​ໄປ. ເຈົ້າ​ເລືອກ​ໄປ​ທີ່ໃດ​ກໍໄດ້​ໃນ​ທົ່ວ​ດິນແດນ​ນີ້ ແລະ​ເຈົ້າ​ໄປ​ທີ່ໃດ​ກໍໄດ້​ຕາມ​ທີ່​ເຈົ້າ​ຕ້ອງການ.”</verse>
				<verse number="5">ເມື່ອ​ຂ້າພະເຈົ້າ​ບໍ່​ຕອບ ເນບູຊາຣາດານ​ກໍ​ເວົ້າ​ຂຶ້ນ​ວ່າ, “ຈົ່ງ​ກັບຄືນ​ເມືອ​ຫາ​ເກດາລີຢາ ລູກຊາຍ​ຂອງ​ອາຮີກຳ ແລະ​ຫລານຊາຍ​ຂອງ​ຊາຟານ ຜູ້​ທີ່​ກະສັດ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ລາວ ໃຫ້​ເປັນ​ຜູ້​ສຳເລັດ​ຣາຊການ​ຂອງ​ເມືອງ​ຂອງ​ຢູດາຍ​ແທນ​ເພິ່ນ. ເຈົ້າ​ອາດ​ຢູ່​ກັບ​ລາວ ແລະ​ອາໄສ​ຢູ່​ທ່າມກາງ​ປະຊາຊົນ​ກໍໄດ້ ຫລື​ເຈົ້າ​ຈະ​ໄປ​ທີ່ໃດ​ກໍໄດ້ ຕາມ​ທີ່​ເຈົ້າ​ຄິດ​ເຫັນ​ວ່າ​ເໝາະສົມ.” ແລ້ວ​ເພິ່ນ​ກໍ​ມອບ​ຂອງຂວັນ ແລະ​ອາຫານ​ບາງສ່ວນ​ໃຫ້​ຂ້າພະເຈົ້າ​ເອົາ​ໄປ​ນຳ ແລະ​ປ່ອຍ​ໃຫ້​ຂ້າພະເຈົ້າ​ໄປ​ຕາມ​ທາງ​ຂອງ​ຂ້າພະເຈົ້າ.</verse>
				<verse number="6">ຂ້າພະເຈົ້າ​ໄດ້​ໄປ​ຢູ່​ກັບ​ເກດາລີຢາ​ໃນ​ເມືອງ​ມີຊະປາ ແລະ​ອາໄສ​ຢູ່​ໃນ​ທ່າມກາງ​ປະຊາຊົນ​ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ​ນັ້ນ.</verse>
				<verse number="7">ຍັງ​ມີ​ນາຍ​ທະຫານ​ແລະ​ທະຫານ​ບາງຄົນ​ທີ່​ບໍ່​ຍອມ​ຈຳນົນ. ພວກເຂົາ​ໄດ້ຍິນ​ວ່າ​ກະສັດ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເກດາລີຢາ ໃຫ້​ເປັນ​ຜູ້​ສຳເລັດ​ຣາຊການ​ປະເທດ ແລະ​ໃຫ້​ເພິ່ນ​ກຳກັບ​ພວກ​ທີ່​ບໍ່ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ ຄື​ປະຊາຊົນ​ທັງໝົດ​ຜູ້​ຍາກຈົນ​ທີ່ສຸດ​ຢູ່​ໃນ​ອານາຈັກ.</verse>
				<verse number="8">ສະນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ, ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ, ເສຣາອີຢາ​ລູກຊາຍ​ຂອງ​ຕັນຮູເມັດ, ບັນດາ​ລູກຊາຍ​ຂອງ​ເອຟາອີ​ຈາກ​ເມືອງ​ເນໂຕຟາ ແລະ​ຢາອາຊານີຢາ ຈາກ​ເມືອງ​ມາອາກາ ຈຶ່ງ​ໄດ້​ນຳ​ຄົນ​ຂອງ​ພວກ​ຕົນ​ໄປ​ຫາ​ເກດາລີຢາ​ທີ່​ເມືອງ​ມີຊະປາ.</verse>
				<verse number="9">ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ແລະ​ຫລານຊາຍ​ຂອງ​ຊາຟານ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, “ຂ້ອຍ​ຂໍ​ຮັບ​ຮອງ​ວ່າ ພວກເຈົ້າ​ບໍ່​ຈຳເປັນ​ຕ້ອງ​ຢ້ານ​ທີ່​ຈະ​ຍອມ​ຈຳນົນ​ຕໍ່​ຊາວ​ບາບີໂລນ. ຈົ່ງ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ດິນແດນ​ນີ້​ຮັບໃຊ້​ກະສັດ​ແຫ່ງ​ບາບີໂລນ ແລະ​ທຸກສິ່ງ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ພວກເຈົ້າ.</verse>
				<verse number="10">ຂ້ອຍເອງ​ຈະ​ຢູ່​ທີ່​ເມືອງ​ມີຊະປາ​ນີ້​ເປັນ​ຜູ້​ຕາງໜ້າ​ຂອງ​ພວກເຈົ້າ ເມື່ອ​ພວກ​ບາບີໂລນ​ມາ​ທີ່ນີ້, ແຕ່​ພວກເຈົ້າ​ຮວບຮວມ ແລະ​ສະສົມ​ເຫຼົ້າ​ອະງຸ່ນ, ຜົນລະໄມ້ ແລະ​ນໍ້າມັນ​ໝາກກອກເທດ ແລະ​ອາໄສ​ຢູ່​ໃນ​ໝູ່ບ້ານ​ທີ່​ພວກເຈົ້າ​ຄຸ້ມຄອງ​ນັ້ນ​ໄດ້.”</verse>
				<verse number="11">ໃນຂະນະ​ດຽວກັນ​ນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ທີ່​ໄດ້​ອາໄສ​ຢູ່​ໃນ​ໂມອາບ, ອຳໂມນ, ເອໂດມ ແລະ​ດິນແດນ​ອື່ນ​ອີກ​ໄດ້ຍິນ​ວ່າ ກະສັດ​ແຫ່ງ​ບາບີໂລນ​ໄດ້​ອະນຸຍາດ​ໃຫ້​ຊາວ​ອິດສະຣາເອນ​ບາງຄົນ​ອາໄສ​ຢູ່​ໃນ​ຢູດາຍ​ໄດ້ ແລະ​ເພິ່ນ​ແຕ່ງຕັ້ງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ແລະ​ຫລານຊາຍ​ຂອງ​ຊາຟານ​ໃຫ້​ເປັນ​ຜູ້​ສຳເລັດ​ຣາຊການ​ຂອງ​ພວກເຂົາ.</verse>
				<verse number="12">ສະນັ້ນ ພວກເຂົາ​ຈຶ່ງ​ອອກ​ໜີ​ຈາກ​ບ່ອນ​ຕ່າງໆ ທີ່​ພວກຕົນ​ໄດ້​ກະຈັດ​ກະຈາຍ​ໄປ​ນັ້ນ ແລະ​ກັບຄືນ​ມາ​ຢູດາຍ. ພວກເຂົາ​ໄດ້​ມາ​ຫາ​ເກດາລີຢາ​ທີ່​ເມືອງ​ມີຊະປາ; ໃນ​ທີ່ນັ້ນ ພວກເຂົາ​ໄດ້​ຮວບຮວມ​ເຫຼົ້າ​ອະງຸ່ນ ແລະ​ຜົນລະໄມ້​ໄວ້​ເປັນ​ຈຳນວນ​ຫລວງຫລາຍ.</verse>
				<verse number="13">ຫລັງຈາກ​ນີ້ ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ບັນດາ​ຜູ້ນຳ​ຝ່າຍ​ທະຫານ​ທີ່​ບໍ່​ຍອມ​ຈຳນົນ ໄດ້​ມາ​ຫາ​ເກດາລີຢາ​ທີ່​ເມືອງ​ມີຊະປາ</verse>
				<verse number="14">ແລະ​ກ່າວ​ແກ່​ເພິ່ນ​ວ່າ, “ທ່ານ​ບໍ່​ຮູ້​ຫລື​ວ່າ ກະສັດ​ບາອາລີ​ແຫ່ງ​ອຳໂມນ​ໄດ້​ໃຊ້​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ມາ​ລອບ​ສັງຫານ​ທ່ານ?” ແຕ່​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ບໍ່​ເຊື່ອ​ພວກເຂົາ.</verse>
				<verse number="15">ແລ້ວ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ​ກໍ​ເວົ້າ​ຕໍ່​ເພິ່ນ​ເປັນ​ທາງ​ລັບ​ທີ່​ມີຊະປາ​ວ່າ, “ຈົ່ງ​ໃຫ້​ຂ້ານ້ອຍ​ໄປ​ສັງຫານ​ອິດຊະມາເອນ​ສາ ແລະ​ຈະ​ບໍ່ມີ​ຄົນ​ຮູ້ວ່າ​ແມ່ນ​ຜູ້ໃດ​ເປັນ​ຄົນ​ຂ້າ. ເປັນຫຍັງ​ຈຶ່ງ​ຈະ​ປ່ອຍ​ໃຫ້​ລາວ​ມາ​ລອບ​ສັງຫານ​ທ່ານ? ການກະທຳ​ເຊັ່ນນັ້ນ​ກໍ​ຈະ​ເປັນ​ເຫດ​ໃຫ້​ຊາວຢິວ​ທັງໝົດ ທີ່​ມາ​ເຕົ້າໂຮມ​ກັນ​ຢູ່​ນຳ​ທ່ານ​ນັ້ນ​ຕ້ອງ​ຖືກ​ກະຈັດ​ກະຈາຍ​ໄປ ຊຶ່ງ​ຈະ​ນຳ​ຄວາມ​ຈິບຫາຍ​ຢ່າງ​ໃຫຍ່ຫລວງ ມາ​ສູ່​ປະຊາຊົນ​ທຸກໆຄົນ​ທີ່​ຍັງເຫລືອ​ຢູ່​ໃນ​ຢູດາຍ.”</verse>
				<verse number="16">ແຕ່​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ໄດ້​ຕອບ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ​ວ່າ, “ຢ່າ​ເຮັດ​ເລີຍ ສິ່ງ​ທີ່​ເຈົ້າ​ກຳລັງ​ເວົ້າ​ກ່ຽວກັບ​ອິດຊະມາເອນ​ນັ້ນ ບໍ່​ເປັນ​ຄວາມຈິງ​ດອກ.”</verse>
			</chapter>
			<chapter number="41">
				<verse number="1">ໃນ​ເດືອນ​ທີ​ເຈັດ​ຂອງ​ປີ​ນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ ແລະ​ຫລານຊາຍ​ຂອງ​ເອລີຊາມາ ເຊື້ອວົງ​ຄົນ​ໜຶ່ງ ແລະ​ນາຍ​ທະຫານ​ຄົນ​ໜຶ່ງ​ຂອງ​ກະສັດ ໄດ້​ໄປ​ທີ່​ເມືອງ​ມີຊະປາ​ພ້ອມ​ກັບ​ທະຫານ​ສິບ​ຄົນ ເພື່ອ​ພົບ​ຜູ້​ສຳເລັດ​ຣາຊການ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ. ໃນ​ຂະນະທີ່​ພວກເຂົາ​ທຸກຄົນ​ກຳລັງ​ຮ່ວມ​ພາເຂົ້າ​ຢູ່​ນັ້ນ</verse>
				<verse number="2">ອິດຊະມາເອນ​ແລະ​ທະຫານ​ສິບ​ຄົນ​ທີ່​ມາ​ນຳ​ຕົນ ກໍ​ຊັກ​ດາບ​ອອກ ແລະ​ຂ້າ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ຫຼານຊາຍ​ຂອງ​ຊາຟານ.</verse>
				<verse number="3">ອິດຊະມາເອນ​ຍັງ​ໄດ້​ຂ້າ​ຊາວ​ອິດສະຣາເອນ​ທຸກຄົນ​ທີ່​ຢູ່​ກັບ​ເກດາລີຢາ​ໃນ​ເມືອງ​ມີຊະປາ ແລະ​ພວກ​ທະຫານ​ຊາວ​ບາບີໂລນ​ທີ່​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="4">ວັນ​ຕໍ່ມາ ກ່ອນ​ທີ່​ຈະ​ມີ​ຜູ້ໃດ​ຜູ້ໜຶ່ງ​ຮູ້​ວ່າ​ເກດາລີຢາ​ໄດ້​ຖືກ​ລອບ​ສັງຫານ</verse>
				<verse number="5">ກໍ​ມີ​ແປດສິບ​ຄົນ​ມາ​ຈາກ​ເມືອງ​ຊີເຄມ, ຊີໂລ ແລະ​ຊາມາເຣຍ. ພວກເຂົາ​ທຸກຄົນ​ແຖ​ໜວດ, ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ ແລະ​ປາດ​ເນື້ອ​ຕົວ​ຕົນເອງ. ພວກເຂົາ​ນຳ​ພືດຜົນ​ເປັນເມັດ ແລະ​ເຄື່ອງຫອມ​ມາ​ເພື່ອ​ຈະ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="6">ສະນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ຈຶ່ງ​ອອກ​ຈາກ​ເມືອງ​ມີຊະປາ​ໄປ​ພົບ​ພວກເຂົາ ທັງ​ຮ້ອງໄຫ້​ດ້ວຍ. ເມື່ອ​ມາ​ເຖິງ​ພວກເຂົາ​ແລ້ວ ລາວ​ຈຶ່ງ​ເວົ້າ​ວ່າ, “ເຊີນ​ເຂົ້າ​ມາ​ເບິ່ງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ.”</verse>
				<verse number="7">ພໍ​ເມື່ອ​ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ແລ້ວ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ແລະ​ຄົນ​ຂອງຕົນ​ກໍ​ຂ້າ​ພວກເຂົາ​ຖິ້ມ ແລະ​ໂຍນ​ຊາກສົບ​ຂອງ​ພວກເຂົາ​ລົງ​ໃນ​ນໍ້າສ້າງ.</verse>
				<verse number="8">ແຕ່​ມີ​ຊາຍ​ສິບ​ຄົນ​ໃນ​ໝວດ​ນັ້ນ​ໄດ້​ເວົ້າ​ຕໍ່​ອິດຊະມາເອນ​ວ່າ, “ຢ່າ​ສູ່​ຂ້າ​ພວກ​ຂ້ານ້ອຍ​ທ້ອນ ພວກ​ຂ້ານ້ອຍ​ມີ​ເຂົ້າບາເລ, ເຂົ້າເດືອຍ, ນໍ້າມັນ​ໝາກກອກເທດ ແລະ​ນໍ້າເຜິ້ງ​ຊຶ່ງ​ພວກ​ຂ້ານ້ອຍ​ໄດ້​ເຊື່ອງ​ໄວ້​ຢູ່​ໃນ​ນາ.” ສະນັ້ນ ລາວ​ຈຶ່ງ​ໄວ້​ຊີວິດ​ຄົນ​ເຫຼົ່ານີ້.</verse>
				<verse number="9">ນໍ້າສ້າງ​ທີ່​ອິດຊະມາເອນ​ໂຍນ​ຊາກສົບ​ຂອງ​ຄົນ​ທີ່​ລາວ​ໄດ້​ຂ້າ​ລົງ​ໄປ​ໃນ​ນັ້ນ ເປັນ​ນໍ້າສ້າງ​ໃຫຍ່ ທີ່​ກະສັດ​ອາສາ​ໄດ້​ຂຸດ​ຄາວ​ທີ່​ເພິ່ນ​ໄດ້​ຖືກ​ກະສັດ​ບາອາຊາ​ແຫ່ງ​ອິດສະຣາເອນ​ໂຈມຕີ. ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ຈຶ່ງ​ໃຊ້​ດິນ​ຖົມ​ນໍ້າສ້າງ​ນີ້​ພ້ອມ​ກັບ​ຊາກສົບ​ເຫຼົ່ານີ້.</verse>
				<verse number="10">ຕໍ່ມາ ລາວ​ໄດ້​ເອົາ​ພວກ​ລູກສາວ​ຂອງ​ກະສັດ​ກັບ​ປະຊາຊົນ​ທັງໝົດ ທີ່​ເຫຼືອ​ຢູ່​ໃນ​ເມືອງ​ມີຊະປາ ຊຶ່ງ​ເນບູຊາຣາດານ​ຜູ້​ບັນຊາການ​ທະຫານ ໄດ້​ມອບ​ໃຫ້​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ເປັນ​ຜູ້ເບິ່ງແຍງ ໄປ​ເປັນ​ຊະເລີຍເສິກ. ອິດຊະມາເອນ​ໄດ້​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍ ແລະ​ອອກ​ເດີນທາງ​ມຸ່ງໜ້າ​ໄປ​ສູ່​ເຂດແດນ​ອຳໂມນ.</verse>
				<verse number="11">ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ຜູ້ນຳ​ຝ່າຍ​ທະຫານ​ທັງໝົດ​ໄດ້ຍິນ​ເຖິງ​ອາດຊະຍາກຳ ທີ່​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ໄດ້​ກໍ່​ຂຶ້ນ.</verse>
				<verse number="12">ສະນັ້ນ ພວກເຂົາ​ຈຶ່ງ​ຕາມ​ລາວ​ໄປ​ພ້ອມ​ກັບ​ຄົນ​ຂອງ​ພວກ​ຕົນ ແລະ​ໄປ​ທັນ​ລາວ​ໃກ້​ສະ​ນໍ້າ​ໃຫຍ່​ທີ່​ເມືອງ​ກີເບໂອນ.</verse>
				<verse number="13">ເມື່ອ​ພວກ​ຊະເລີຍ​ຂອງ​ອິດຊະມາເອນ​ເຫັນ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ບັນດາ​ຜູ້ນຳ​ຝ່າຍ​ທະຫານ​ມາ​ກັບ​ລາວ ພວກເຂົາ​ຕ່າງ​ກໍ​ດີໃຈ</verse>
				<verse number="14">ແລະ​ປະຊາຊົນ​ທັງໝົດ​ທີ່​ອິດຊະມາເອນ​ໄດ້ຈັບ​ໄປ​ຈາກ​ເມືອງ​ມີຊະປາ​ກໍໄດ້​ຕ່າວຄືນ​ແລະ​ຫັນກັບ​ໄປ​ນຳ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ.</verse>
				<verse number="15">ສ່ວນ​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ແລະ​ຄົນ​ຂອງຕົນ​ແປດ​ຄົນ​ນັ້ນ ຕ່າງ​ກໍ​ປົບໜີ​ຈາກ​ໂຢຮານານ​ໄປ​ສູ່​ດິນແດນ​ອຳໂມນ.</verse>
				<verse number="16">ແລ້ວ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ​ແລະ​ບັນດາ​ຜູ້ນຳ​ຝ່າຍ​ທະຫານ​ທີ່​ມາ​ກັບ​ຕົນ ກໍ​ກຳກັບ​ເອົາ​ປະຊາຊົນ ທີ່​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ໄດ້​ຈັບ​ເອົາ​ມາ​ແຕ່​ເມືອງ​ມີຊະປາ​ໄປ​ເປັນ​ຊະເລີຍ ຫລັງຈາກ​ທີ່​ໄດ້​ລອບ​ສັງຫານ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ແລ້ວ ຄື​ພວກ​ທະຫານ, ພວກຜູ້ຍິງ, ພວກ​ເດັກນ້ອຍ ແລະ​ພວກ​ຊາຍ​ກະເທີຍ.</verse>
				<verse number="17">ພວກເຂົາ​ຢ້ານກົວ​ຊາວ​ບາບີໂລນ ຍ້ອນ​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ໄດ້​ລອບ​ສັງຫານ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ຜູ້​ທີ່​ກະສັດ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ສຳເລັດ​ຣາຊການ​ດິນແດນ​ແທນ​ເພິ່ນ. ສະນັ້ນ ພວກເຂົາ​ຈຶ່ງ​ມຸ່ງໜ້າ​ໄປ​ສູ່​ປະເທດ​ເອຢິບ ເພື່ອ​ປົບໜີ​ຈາກ​ພວກ​ບາບີໂລນ. ເມື່ອ​ກຳລັງ​ເດີນທາງ​ໄປ​ນັ້ນ ພວກເຂົາ​ໄດ້​ຢຸດ​ຢູ່​ທີ່​ເມືອງ​ກິມຮາມ​ໃກ້​ກັບ​ເມືອງ​ເບັດເລເຮັມ.</verse>
				<verse number="18"></verse>
			</chapter>
			<chapter number="42">
				<verse number="1">ແລ້ວ​ບັນດາ​ຜູ້ນຳ​ຝ່າຍ​ທະຫານ​ທັງໝົດ​ຮ່ວມ​ກັບ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ອາຊາຣີຢາ ລູກຊາຍ​ຂອງ​ໂຮຊາອີຢາ ກໍໄດ້​ພາ​ປະຊາຊົນ​ທຸກ​ຊົນຊັ້ນ​ມາ​ຫາ​ຂ້າພະເຈົ້າ</verse>
				<verse number="2">ແລະ​ເວົ້າ​ວ່າ, “ກະລຸນາ​ເຮັດ​ຕາມ​ທີ່​ພວກເຮົາ​ຂໍຮ້ອງ​ເຖີດ ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ໃຫ້​ພວກເຮົາ​ດ້ວຍ. ຈົ່ງ​ພາວັນນາ​ອະທິຖານ​ສຳລັບ​ພວກເຮົາ​ທຸກຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່. ຄັ້ງ​ໜຶ່ງ​ນັ້ນ ພວກເຮົາ​ເຄີຍ​ມີ​ຫລາຍ​ຄົນ, ແຕ່​ບັດນີ້​ພວກເຮົາ​ເຫຼືອ​ຢູ່​ພຽງ​ໜ້ອຍຄົນ​ເທົ່ານັ້ນ ດັ່ງ​ທີ່​ທ່ານ​ໄດ້​ເຫັນ​ນີ້ແຫລະ.</verse>
				<verse number="3">ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ເພື່ອ​ວ່າ​ພຣະອົງ​ຈະ​ສຳແດງ​ໃຫ້​ພວກເຮົາ​ເຫັນ​ວ່າ ຄວນ​ຈະ​ໄປ​ທາງ​ໃດ ແລະ​ຄວນ​ຈະ​ເຮັດ​ສິ່ງໃດ.”</verse>
				<verse number="4">ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຖ້າດັ່ງນັ້ນ ກໍດີ​ແລ້ວ; ຂ້ອຍ​ຈະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຕາມ​ທີ່​ພວກເຈົ້າ​ໄດ້​ຂໍຮ້ອງ​ມາ, ແລະ​ເມື່ອ​ພຣະເຈົ້າຢາເວ​ກ່າວ​ສິ່ງໃດ​ສິ່ງໜຶ່ງ​ແລ້ວ ຂ້ອຍ​ຈະ​ບອກ​ພວກເຈົ້າ. ຂ້ອຍ​ຈະ​ບໍ່​ປິດບັງ​ສິ່ງໃດໆ​ຕໍ່​ພວກເຈົ້າ​ເລີຍ.”</verse>
				<verse number="5">ແລ້ວ​ພວກເຂົາ​ກໍ​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ເປັນ​ພະຍານ​ຢ່າງ​ແທ້ຈິງ ແລະ​ຢ່າງ​ສັດຊື່​ຕໍ່​ພວກເຮົາ ຖ້າ​ພວກເຮົາ​ບໍ່​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ທັງໝົດ ທີ່ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ມອບ​ໃຫ້.</verse>
				<verse number="6">ເຖິງ​ແມ່ນ​ວ່າ​ຂໍ້ຄຳສັ່ງ​ນັ້ນ​ຈະ​ພໍໃຈ​ພວກເຮົາ ຫລື​ບໍ່​ກໍຕາມ ພວກເຮົາ​ກໍ​ຈະ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຄື​ອົງ​ທີ່​ພວກເຮົາ​ກຳລັງ​ຂໍຮ້ອງ​ທ່ານ​ໃຫ້​ພາວັນນາ​ອະທິຖານ​ຫາ​ນັ້ນ. ທຸກສິ່ງ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ພວກເຮົາ ຖ້າ​ພວກເຮົາ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.”</verse>
				<verse number="7">ສິບ​ວັນ​ຕໍ່ມາ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ;</verse>
				<verse number="8">ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເອີ້ນ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ບັນດາ​ຜູ້ນຳ​ຝ່າຍ​ທະຫານ​ທຸກໆ​ຄົນ​ທີ່​ມາ​ນຳ​ລາວ​ນັ້ນ ພ້ອມທັງ​ປະຊາຊົນ​ອື່ນໆ​ອີກ​ທັງໝົດ​ມາ​ໂຮມກັນ.</verse>
				<verse number="9">ຂ້າພະເຈົ້າ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ອົງ​ທີ່​ພວກເຈົ້າ​ຮ້ອງຂໍ​ໃຫ້​ຂ້ອຍ​ພາວັນນາ​ອະທິຖານ​ເພື່ອ​ນັ້ນ​ໄດ້​ກ່າວ​ວ່າ,</verse>
				<verse number="10">‘ຖ້າ​ພວກເຈົ້າ​ຢາກ​ອາໄສ​ຢູ່​ໃນ​ດິນແດນ​ນີ້​ຕໍ່ໄປ​ແລ້ວ ເຮົາ​ກໍ​ຈະ​ສ້າງ​ພວກເຈົ້າ​ຂຶ້ນ ແລະ​ບໍ່ແມ່ນ​ທຳລາຍ​ພວກເຈົ້າ​ລົງ; ເຮົາ​ຈະ​ປູກ​ພວກເຈົ້າ ແລະ​ຈະ​ບໍ່​ຫລົກ​ພວກເຈົ້າ​ຖິ້ມ. ການທຳລາຍ​ທີ່​ເຮົາ​ນຳ​ມາ​ສູ່​ພວກເຈົ້າ​ນັ້ນ ໄດ້​ເຮັດ​ໃຫ້​ເຮົາ​ມີ​ຄວາມທຸກໃຈ​ຫລາຍ.</verse>
				<verse number="11">ຢ່າ​ຢ້ານກົວ​ກະສັດ​ແຫ່ງ​ບາບີໂລນ​ຜູ້​ທີ່​ເຈົ້າ​ຢ້ານກົວ​ຢູ່ນັ້ນ ພຣະເຈົ້າຢາເວ​ກ່າວ​ວ່າ ຢ່າ​ຢ້ານກົວ​ເລີຍ ເພາະ​ເຮົາ​ສະຖິດ​ຢູ່​ກັບ​ພວກເຈົ້າ ແລະ​ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ​ອອກ​ຈາກ​ອຳນາດ​ຂອງ​ລາວ.</verse>
				<verse number="12">ເພາະ​ເຮົາ​ມີ​ຄວາມ​ເມດຕາ ເຮົາ​ຈະ​ເຮັດ​ໃຫ້​ລາວ​ມີ​ຄວາມ​ເມດຕາ​ພວກເຈົ້າ ແລະ​ປ່ອຍ​ໃຫ້​ພວກເຈົ້າ​ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ພວກເຈົ້າ.’</verse>
				<verse number="13">ແຕ່​ພວກເຈົ້າ​ຜູ້​ທີ່​ເຫຼືອ​ຢູ່​ໃນ​ດິນແດນ​ຢູດາຍ​ນີ້ ຈະ​ຕ້ອງ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຈະ​ຕ້ອງ​ຍອມ​ຮັບ​ວ່າ​ຈະ​ບໍ່​ໜີໄປ​ຈາກ​ດິນແດນ​ນີ້. ພວກເຈົ້າ​ຈະ​ບໍ່​ຕ້ອງ​ເວົ້າ​ວ່າ, ‘ບໍ່ ພວກເຮົາ​ຈະ​ໄປ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຮົາ​ຈະ​ບໍ່​ຕ້ອງ​ປະເຊີນ​ໜ້າ​ກັບ​ສົງຄາມ ຫລື​ໄດ້ຍິນ​ສຽງ​ເອີ້ນ​ໃຫ້​ເຂົ້າ​ໄປ​ເຮັດ​ເສິກ ຫລື​ຕ້ອງ​ອຶດຢາກ​ອີກ​ຕໍ່ໄປ.’ ຖ້າ​ພວກເຈົ້າ​ເວົ້າ​ເຊັ່ນນີ້ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຄື​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ຖ້າ​ພວກເຈົ້າ​ຕັ້ງໃຈ​ທີ່​ຈະ​ໄປ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ</verse>
				<verse number="14"></verse>
				<verse number="15"></verse>
				<verse number="16">ແລ້ວ​ເສິກ​ທີ່​ພວກເຈົ້າ​ຢ້ານ​ນີ້ ກໍ​ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ​ຄືກັນ​ຢູ່​ໃນ​ປະເທດ​ເອຢິບ ແລະ​ການ​ຕາຍອຶດ​ຕາຍຫິວ​ທີ່​ພວກເຈົ້າ​ຢ້ານກົວ​ນັ້ນ ຈະ​ຕາມ​ພວກເຈົ້າ​ໄປ ແລະ​ພວກເຈົ້າ​ຈະ​ຕາຍ​ຢູ່​ໃນ​ປະເທດ​ເອຢິບ.</verse>
				<verse number="17">ປະຊາຊົນ​ທຸກຄົນ​ທີ່​ຕັ້ງໃຈ​ໄປ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ຈະ​ຕາຍ​ໃນ​ສົງຄາມ ຫລື​ເພາະ​ການ​ຕາຍອຶດ​ຕາຍຫິວ ຫລື​ເພາະ​ການ​ເຈັບໄຂ້​ໄດ້ປ່ວຍ. ບໍ່ມີ​ຜູ້ໃດ​ທີ່​ຈະ​ລອດຊີວິດ​ໄດ້ ບໍ່ມີ​ຜູ້ໃດ​ທີ່​ຈະ​ປົບໜີ​ຈາກ​ໄພພິບັດ ທີ່​ເຮົາ​ກຳລັງ​ນຳ​ມາ​ສູ່​ພວກເຂົາ​ໄດ້.’</verse>
				<verse number="18">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ເຮົາ​ໂກດຮ້າຍ​ແລະ​ໂກດ​ເຄືອງ​ຊາວ​ນະຄອນ​ເຢຣູຊາເລັມ​ສັນໃດ ເຮົາ​ກໍ​ຈະ​ໂກດ​ເຄືອງ​ພວກເຈົ້າ​ສັນນັ້ນ ຖ້າ​ພວກເຈົ້າ​ໄປ​ປະເທດ​ເອຢິບ. ພວກເຈົ້າ​ຕ່າງ​ກໍ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ; ປະຊາຊົນ​ຈະ​ເຍາະເຍີ້ຍ​ພວກເຈົ້າ ແລະ​ໃຊ້​ຊື່​ຂອງ​ພວກເຈົ້າ​ເປັນ​ຄຳສາບແຊ່ງ. ພວກເຈົ້າ​ຈະ​ບໍ່​ເຫັນ​ບ່ອນ​ນີ້​ອີກ​ຕໍ່ໄປ​ຈັກເທື່ອ.’</verse>
				<verse number="19">ໂອ ຊາວ​ຢູດາ​ທີ່​ຍັງເຫຼືອ​ຢູ່​ເອີຍ ພຣະເຈົ້າຢາເວ​ໄດ້​ບອກ​ພວກເຈົ້າ​ວ່າ, ‘ຢ່າ​ສູ່​ໄປ​ປະເທດ​ເອຢິບ.’ ຈົ່ງ​ຮູ້ແນ່​ວ່າ ຂ້ອຍ​ໄດ້​ເຕືອນ​ພວກເຈົ້າ​ໃນວັນນີ້</verse>
				<verse number="20">ເພາະ​ພວກເຈົ້າ​ກຳລັງ​ເຮັດ​ຜິດພາດ​ຢ່າງ​ຮ້າຍແຮງ. ພວກເຈົ້າ​ໄດ້​ຂໍຮ້ອງ​ຂ້ອຍ​ໃຫ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ສຳລັບ​ພວກເຈົ້າ​ວ່າ, ‘ຂໍ​ທ່ານ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ສັ່ງ​ສິ່ງໃດ ທ່ານ​ຈົ່ງ​ບອກ​ພວກເຮົາ ແລະ​ພວກເຮົາ​ກໍ​ຈະ​ເຮັດ​ຕາມ​ທຸກສິ່ງ​ທີ່​ພຣະອົງ​ສັ່ງ.’</verse>
				<verse number="21">ບັດນີ້ ຂ້ອຍ​ໄດ້​ບອກ​ພວກເຈົ້າ​ແລ້ວ, ແຕ່​ພວກເຈົ້າ​ບໍ່​ເຊື່ອຟັງ​ທຸກໆ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ໃຊ້​ຂ້ອຍ​ມາ​ບອກ​ພວກເຈົ້າ.</verse>
				<verse number="22">ສະນັ້ນ ຈົ່ງ​ຈົດຈຳ​ສິ່ງ​ນີ້​ໄວ້ ຄື​ພວກເຈົ້າ​ຈະ​ຕາຍ​ໃນ​ສົງຄາມ ຫລື​ເພາະ​ການ​ຕາຍອຶດ​ຕາຍຫິວ ຫລື​ເພາະ​ການ​ເຈັບໄຂ້​ໄດ້ປ່ວຍ​ຢູ່​ໃນ​ດິນແດນ ບ່ອນ​ທີ່​ພວກເຈົ້າ​ຢາກ​ໄປ​ອາໄສ​ຢູ່​ນັ້ນ.”</verse>
			</chapter>
			<chapter number="43">
				<verse number="1">ເມື່ອ​ເຢເຣມີຢາ​ກ່າວ​ຕໍ່​ປະຊາຊົນ​ເຖິງ​ຖ້ອຍຄຳ​ທັງໝົດ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ໄດ້​ໃຊ້​ເພິ່ນ​ໃຫ້​ບອກ​ພວກເຂົາ​ຈົບ​ແລ້ວ.</verse>
				<verse number="2">ອາຊາຣີຢາ​ລູກຊາຍ​ຂອງ​ໂຮຊາອີຢາ ແລະ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ພ້ອມ​ດ້ວຍ​ຄົນ​ອວດດີ​ອື່ນໆ​ທັງໝົດ​ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ, “ເຈົ້າ​ເວົ້າ​ບໍ່​ຈິງ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ບໍ່ໄດ້​ໃຊ້​ເຈົ້າ​ມາ​ບອກ​ພວກເຮົາ​ບໍ່​ໃຫ້​ໄປ​ອາໄສ​ຢູ່​ທີ່​ປະເທດ​ເອຢິບ.</verse>
				<verse number="3">ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ໄດ້​ຍຸແຫຍ່​ເຈົ້າ​ໃຫ້​ຕໍ່ສູ້​ພວກເຮົາ ເພື່ອ​ວ່າ​ຊາວ​ບາບີໂລນ​ຈະ​ໄດ້​ມີ​ອຳນາດ​ເໜືອ​ພວກເຮົາ ແລະ​ຂ້າ​ພວກເຮົາ ຫລື​ຈັບ​ພວກເຮົາ​ທັງໝົດ​ໄປ​ບາບີໂລນ​ຄືກັນ.”</verse>
				<verse number="4">ສະນັ້ນ ຈຶ່ງ​ບໍ່ມີ​ຜູ້ໃດ​ເລີຍ​ທີ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ເພື່ອ​ອາໄສ​ຢູ່​ໃນ​ດິນແດນ​ຢູດາຍ ບໍ່​ວ່າ​ແຕ່​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ຫລື​ຜູ້ນຳ​ຝ່າຍ​ທະຫານ​ຜູ້ໃດ​ຜູ້ໜຶ່ງ ຫລື​ປະຊາຊົນ​ຄົນໃດ​ຄົນໜຶ່ງ.</verse>
				<verse number="5">ແລ້ວ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ຜູ້ນຳ​ຝ່າຍ​ທະຫານ​ທັງໝົດ​ກໍໄດ້​ພາ​ທຸກໆ​ຄົນ ທີ່​ເຫຼືອ​ຢູ່​ໃນ​ດິນແດນ​ຢູດາຍ​ໜີໄປ​ປະເທດ​ເອຢິບ ພ້ອມ​ດ້ວຍ​ປະຊາຊົນ​ທັງໝົດ​ທີ່​ໄດ້​ກັບ​ມາ​ແຕ່​ປະເທດ​ຕ່າງໆ ທີ່​ພວກເຂົາ​ໄດ້​ຖືກ​ກະຈັດ​ກະຈາຍ​ໄປ​ນັ້ນ​ມີ​ດັ່ງນີ້:</verse>
				<verse number="6">ພວກ​ຜູ້ຊາຍ, ພວກ​ແມ່ຍິງ, ພວກ​ເດັກນ້ອຍ ແລະ​ພວກ​ລູກສາວ​ຂອງ​ກະສັດ. ພວກເຂົາ​ໄດ້​ເອົາ​ທຸກໆຄົນ​ທີ່​ເນບູຊາຣາດານ ຜູ້​ບັນຊາການ​ທະຫານ ໄດ້​ປະ​ໄວ້​ໃຫ້​ຢູ່​ໃຕ້​ການ​ດູແລ​ເບິ່ງແຍງ​ຂອງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ຫລານຊາຍ​ຂອງ​ຊາຟານ​ນັ້ນ​ໜີໄປ ລວມທັງ​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ແລະ​ຂ້າພະເຈົ້າ​ດ້ວຍ.</verse>
				<verse number="7">ພວກເຂົາ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ຕ່າງ​ກໍ​ມຸ່ງໜ້າ​ເຂົ້າ​ໄປ​ສູ່​ປະເທດ​ເອຢິບ ຈົນເຖິງ​ເມືອງ​ຕາປັນເຮັດ.</verse>
				<verse number="8">ໃນ​ທີ່ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ໃນ​ເມືອງ​ຕາປັນເຮັດ​ວ່າ,</verse>
				<verse number="9">“ຈົ່ງ​ເອົາ​ຫີນ​ໃຫຍ່​ບາງ​ກ້ອນ​ມາ​ຝັງ​ໄວ້ ຢູ່​ຕໍ່ໜ້າ​ທາງ​ເຂົ້າ​ສູ່​ພະຣາຊວັງ​ຂອງ​ຟາໂຣ ແລະ​ໃຫ້​ພວກ​ອິດສະຣາເອນ​ບາງຄົນ​ຮູ້​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ.</verse>
				<verse number="10">ແລ້ວ​ໃຫ້​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ ເຮົາ​ຈະ​ນຳພາ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ຜູ້ຮັບໃຊ້​ຂອງເຮົາ​ມາ​ບ່ອນ​ນີ້ ແລະ​ລາວ ຈະ​ຕັ້ງ​ບັນລັງ​ຂອງ​ລາວ​ເທິງ​ກ້ອນຫີນ​ເຫຼົ່ານີ້ ຊຶ່ງ​ເຈົ້າ ໄດ້​ຝັງ​ໄວ້ ແລະ​ຈະ​ກາງ​ເຕັນ​ແຫ່ງ​ກະສັດ​ເທິງ​ກ້ອນຫີນ​ນັ້ນ.</verse>
				<verse number="11">ເນບູ​ກາດເນັດຊາ​ຈະ​ມາ​ເອົາ​ຊະນະ​ເອຢິບ. ປະຊາຊົນ​ເຫຼົ່ານັ້ນ​ທີ່​ຮັບ​ເຄາະກຳ​ໃຫ້​ຕາຍ​ຍ້ອນ​ການ​ເຈັບໄຂ້​ໄດ້ປ່ວຍ ກໍ​ຈະ​ຕາຍ​ຍ້ອນ​ການ​ເຈັບໄຂ້​ໄດ້ປ່ວຍ; ພວກ​ທີ່​ຮັບ​ເຄາະກຳ​ໃຫ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ ກໍ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ; ແລະ​ພວກ​ທີ່​ຮັບ​ເຄາະກຳ​ໃຫ້​ຖືກ​ຂ້າ​ໃນ​ສົງຄາມ ກໍ​ຈະ​ຖືກ​ຂ້າ​ໃນ​ສົງຄາມ.</verse>
				<verse number="12">ເຮົາ​ຈະ​ໃຊ້​ໄຟ​ຈູດ​ວິຫານ​ຂອງ​ບັນດາ​ພະ​ແຫ່ງ​ຊາວ​ເອຢິບ ແລະ​ກະສັດ​ແຫ່ງ​ບາບີໂລນ​ຈະ​ຈູດ​ບັນດາ​ພະ​ຂອງ​ພວກເຂົາ ຫລື​ບໍ່​ດັ່ງນັ້ນ ຈະ​ຂົນ​ເອົາ​ໄປ​ນຳ. ຄົນລ້ຽງແກະ​ເກັບ​ເຫົາ​ອອກ​ຈາກ​ເຄື່ອງນຸ່ງ​ຂອງຕົນ​ໃຫ້​ສະອາດ​ສັນໃດ ກະສັດ​ແຫ່ງ​ບາບີໂລນ​ກໍ​ຈະ​ເກັບ​ເອົາ​ດິນແດນ​ຂອງ​ເອຢິບ​ໃຫ້​ສະອາດ​ສັນນັ້ນ ແລ້ວ​ລາວ​ກໍ​ຈະ​ຈາກ​ໄປ​ຢ່າງ​ມີໄຊ.</verse>
				<verse number="13">ລາວ​ຈະ​ທຳລາຍ​ອານຸ​ສາວະລີ​ຕ່າງໆ ຊຶ່ງ​ເປັນ​ເສົາ​ຫີນ​ສັກສິດ​ທີ່​ເຮລີໂອໂປລີ​ໃນ​ປະເທດ​ເອຢິບ ແລະ​ຈະ​ຈູດ​ວິຫານ​ຂອງ​ບັນດາ​ພະ​ຊາວ​ເອຢິບ​ດ້ວຍ.”’</verse>
			</chapter>
			<chapter number="44">
				<verse number="1">ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ກ່ຽວກັບ​ຊາວ​ອິດສະຣາເອນ​ທັງໝົດ ທີ່​ກຳລັງ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ ຄື​ໃນ​ເມືອງ​ມິກໂດນ, ຕາປັນເຮັດ, ມຳຟິດ ແລະ​ໃນ​ທາງ​ພາກໃຕ້​ຂອງ​ປະເທດ.</verse>
				<verse number="2">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ວ່າ, “ພວກເຈົ້າ​ເອງ​ໄດ້​ເຫັນ​ການທຳລາຍ​ທີ່​ເຮົາ​ໄດ້​ນຳ​ມາ​ສູ່​ນະຄອນ​ເຢຣູຊາເລັມ ແລະ​ສູ່​ທຸກ​ເມືອງ​ຂອງ​ຢູດາຍ. ຈົນເຖິງ​ດຽວ​ນີ້ ເມືອງ​ເຫຼົ່ານັ້ນ​ກໍ​ຍັງ​ຮົກຮ້າງ​ເພພັງ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ</verse>
				<verse number="3">ເພາະ​ປະຊາຊົນ​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ​ໄດ້​ເຮັດ​ຊົ່ວ ແລະ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ. ພວກເຂົາ​ໄດ້​ຖວາຍບູຊາ​ແກ່​ບັນດາ​ພະອື່ນ ແລະ​ໄດ້​ຮັບໃຊ້​ບັນດາ​ພະ​ທີ່​ພວກເຂົາ​ເອງ ແລະ​ບັນພະບຸລຸດ​ຂອງ​ພວກເຂົາ​ບໍ່ເຄີຍ​ຂາບໄຫວ້.</verse>
				<verse number="4">ເຮົາ​ໄດ້​ສືບຕໍ່​ສົ່ງ​ພວກ​ຜູ້ທຳນວາຍ ຄື​ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ​ພວກເຈົ້າ ເພື່ອ​ບອກ​ພວກເຈົ້າ​ບໍ່​ໃຫ້​ເຮັດ​ສິ່ງ​ທີ່​ໜ້າກຽດຊັງ​ທີ່​ເຮົາ​ບໍ່​ມັກ​ນັ້ນ.</verse>
				<verse number="5">ແຕ່​ພວກເຈົ້າ​ບໍ່ໄດ້​ຍອມ​ຟັງ ຫລື​ເອົາໃຈໃສ່​ເລີຍ. ພວກເຈົ້າ​ບໍ່​ຍອມ​ເລີກ​ຄວາມ​ປະພຶດ​ອັນ​ຊົ່ວຊ້າ​ສຳລັບ​ຖວາຍບູຊາ​ໃຫ້​ບັນດາ​ພະອື່ນ.</verse>
				<verse number="6">ດັ່ງນັ້ນ ເຮົາ​ຈຶ່ງ​ເທ​ຄວາມ​ໂກດຮ້າຍ ແລະ​ຄວາມ​ໂກດເຄືອງ​ຂອງເຮົາ ໃສ່​ເມືອງ​ຂອງ​ຢູດາຍ ແລະ​ໃສ່​ຕາມ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ເຮົາ​ກໍ​ຈູດ​ເມືອງ​ເຫຼົ່ານີ້​ຖິ້ມ​ໝົດ. ເມືອງ​ເຫຼົ່ານັ້ນ​ໄດ້​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ ດັ່ງ​ທີ່​ເປັນ​ຢູ່​ໃນ​ທຸກ​ວັນ​ນີ້.</verse>
				<verse number="7">ສະນັ້ນ ບັດນີ້ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ຖາມ​ວ່າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກະທຳ​ສິ່ງ​ອັນ​ຊົ່ວຊ້າ​ເຫຼົ່ານີ້​ໃສ່​ພວກເຈົ້າ​ເອງ. ພວກເຈົ້າ​ຢາກ​ນຳ​ການທຳລາຍ​ມາ​ສູ່​ພວກ​ຜູ້ຊາຍ, ພວກ​ແມ່ຍິງ, ພວກ​ເດັກນ້ອຍ, ເພື່ອ​ບໍ່​ໃຫ້​ປະຊາຊົນ​ຂອງ​ພວກເຈົ້າ​ຜູ້ໃດ​ຜູ້ໜຶ່ງ​ເຫຼືອ​ຢູ່​ບໍ?</verse>
				<verse number="8">ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ ໂດຍ​ຂາບໄຫວ້​ຮູບເຄົາຣົບ ແລະ​ຖວາຍບູຊາ​ແກ່​ບັນດາ​ພະອື່ນ​ໃນ​ປະເທດ​ເອຢິບ ຄື​ບ່ອນ​ທີ່​ພວກເຈົ້າ​ໄດ້​ມາ​ພັກ​ອາໄສ​ຢູ່​ນີ້? ພວກເຈົ້າ​ຢາກ​ເຮັດ​ສິ່ງ​ນີ້​ເພື່ອ​ທຳລາຍ​ພວກ​ເຈົ້າເອງ​ບໍ? ເພື່ອ​ທຸກ​ຊົນຊາດ​ໃນ​ໂລກ​ຈະ​ຫົວ​ເຍາະເຍີ້ຍ​ພວກເຈົ້າ ແລະ​ໃຊ້​ຊື່​ຂອງ​ພວກເຈົ້າ​ເປັນ​ຄຳສາບແຊ່ງ​ບໍ?</verse>
				<verse number="9">ພວກເຈົ້າ​ໄດ້​ລືມໄລ​ສິ່ງ​ທີ່​ຊົ່ວຊ້າ​ທັງໝົດ​ຊຶ່ງ​ບັນພະບຸລຸດ​ຂອງ​ພວກເຈົ້າ, ບັນດາ​ກະສັດ​ແຫ່ງ​ຢູດາຍ​ກັບ​ພັນລະຍາ​ຂອງ​ພວກເຂົາ​ຕະຫລອດ​ທັງ​ພວກ​ເຈົ້າເອງ ແລະ​ເມຍ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໃນ​ເມືອງ​ຂອງ​ຢູດາຍ ແລະ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ໃນ​ນະຄອນ​ເຢຣູຊາເລັມ​ແລ້ວ​ບໍ?</verse>
				<verse number="10">ແຕ່​ມາ​ເຖິງ​ວັນ​ນີ້ ພວກເຈົ້າ​ກໍ​ບໍ່​ຍອມ​ຖ່ອມຕົວ​ລົງ​ເລີຍ. ພວກເຈົ້າ​ບໍ່ໄດ້​ໃຫ້ກຽດ​ເຮົາ ຫລື​ດຳເນີນ​ຊີວິດ​ຕາມ​ກົດບັນຍັດ​ຕ່າງໆ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ ແລະ​ບັນພະບຸລຸດ​ຂອງ​ພວກເຈົ້າ​ນັ້ນ.</verse>
				<verse number="11">ເພາະສະນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ຈະ​ຫັນ​ມາ​ຕໍ່ສູ້​ພວກເຈົ້າ ແລະ​ທຳລາຍ​ດິນແດນ​ຢູດາຍ​ທັງໝົດ.</verse>
				<verse number="12">ສຳລັບ​ປະຊາຊົນ​ຢູດາ​ທີ່​ຍັງເຫລືອ​ແລະ​ຕັ້ງໃຈ​ໄປ​ຢູ່​ໃນ​ເອຢິບ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ຖືກ​ທຳລາຍ​ໄປ​ຢ່າງ​ໝົດສິ້ນ. ພວກເຂົາ​ທັງໝົດ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ​ຈະ​ຕາຍ​ໃນ​ເອຢິບ ຄື​ຕາຍ​ໃນ​ສົງຄາມ​ຫລື​ຕາຍ​ຍ້ອນ​ການ​ອຶກຢາກ. ພວກເຂົາ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ; ຄົນ​ທັງຫລາຍ​ຈະ​ຫົວ​ເຢາະເຢີ້ຍ​ພວກເຂົາ​ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ.</verse>
				<verse number="13">ເຮົາ​ຈະ​ລົງໂທດ​ພວກ​ທີ່​ອາໄສ​ຢູ່​ໃນ​ປະເທດ​ເອຢິບ ດັ່ງ​ທີ່​ເຮົາ​ໄດ້​ລົງໂທດ​ນະຄອນ​ເຢຣູຊາເລັມ​ດ້ວຍ​ສົງຄາມ, ດ້ວຍ​ການ​ຕາຍອຶດ​ຕາຍຫິວ, ແລະ​ດ້ວຍ​ການ​ເຈັບໄຂ້​ໄດ້ປ່ວຍ.</verse>
				<verse number="14">ຈະ​ບໍ່ມີ​ປະຊາຊົນ​ຢູດາ​ຜູ້ໃດ​ທີ່​ຍັງເຫລືອ​ຢູ່​ນັ້ນ ແລະ​ໄດ້​ມາ​ອາໄສ​ຢູ່​ໃນ​ເອຢິບ​ຈະ​ປົບໜີ​ຫລື​ລອດຊີວິດ​ໄປ​ໄດ້. ບໍ່ມີ​ຈັກ​ຄົນ​ໃນ​ພວກເຂົາ​ຈະ​ໄດ້​ກັບຄືນ​ໄປ​ສູ່​ດິນແດນ​ຢູດາຍ​ອີກ ຄື​ບ່ອນ​ທີ່​ພວກເຂົາ​ຢາກ​ຈະ​ຢູ່​ນັ້ນ. ບໍ່ມີ​ຈັກ​ຄົນ​ຈະ​ໄດ້​ກັບຄືນ​ເມືອ ນອກຈາກ​ຊາວ​ອົບພະຍົບ​ພຽງແຕ່​ໜ້ອຍຄົນ​ເທົ່ານັ້ນ.”</verse>
				<verse number="15">ແລ້ວ​ພວກ​ຜູ້ຊາຍ​ທີ່​ຮູ້ຈັກ​ວ່າ ເມຍ​ຂອງ​ພວກ​ຕົນ​ໄດ້​ຖວາຍບູຊາ​ໃຫ້​ບັນດາ​ພະອື່ນ ແລະ​ພວກຜູ້ຍິງ​ທັງໝົດ​ທີ່​ກຳລັງ​ຢືນ​ຢູ່​ທີ່​ນັ້ນ​ລວມທັງ​ຊາວ​ອິດສະຣາເອນ ທີ່​ໄດ້​ອາໄສ​ຢູ່​ທາງ​ພາກໃຕ້​ຂອງ​ເອຢິບ ຄື​ທັງໝົດ​ໂຮມ​ເປັນ​ຊຸມນຸມຊົນ​ໝູ່ໃຫຍ່ ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ,</verse>
				<verse number="16">“ພວກເຮົາ​ບໍ່​ຍອມ​ຟັງ​ສິ່ງ​ທີ່​ທ່ານ​ໄດ້​ບອກ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ດອກ.</verse>
				<verse number="17">ພວກເຮົາ​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ພວກເຮົາ​ເວົ້າ​ວ່າ​ຈະ​ເຮັດ. ພວກເຮົາ​ຈະ​ຖວາຍບູຊາ​ແກ່​ເຈົ້າແມ່​ແຫ່ງ​ສະຫວັນ​ຂອງ​ພວກເຮົາ ແລະ​ພວກເຮົາ​ຈະ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ນາງ ດັ່ງ​ທີ່​ພວກເຮົາ​ແລະ​ບັນພະບຸລຸດ​ຂອງ​ພວກເຮົາ, ບັນດາ​ກະສັດ​ແລະ​ພວກ​ເຈົ້ານາຍ​ຂອງ​ພວກເຮົາ, ເຄີຍ​ໄດ້​ເຮັດ​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ທີ່​ນະຄອນ​ເຢຣູຊາເລັມ​ນັ້ນ. ແລ້ວ​ພວກເຮົາ​ກໍ​ເຄີຍ​ມີ​ອາຫານ​ການກິນ​ຢ່າງ​ຫລວງຫລາຍ ພວກເຮົາ​ເຄີຍ​ຈະເລີນ​ຮຸ່ງເຮືອງ ແລະ​ທັງ​ບໍ່ໄດ້​ມີ​ຄວາມ​ເດືອດຮ້ອນ​ຫຍັງ​ເລີຍ.</verse>
				<verse number="18">ແຕ່​ເມື່ອໃດ​ພວກເຮົາ​ເຊົາ​ຖວາຍບູຊາ​ແກ່​ເຈົ້າແມ່​ແຫ່ງ​ສະຫວັນ ແລະ​ເຊົາ​ຖອກ​ເຫຼົ້າ​ອະງຸ່ນ​ແກ່​ນາງ; ພວກເຮົາ​ກໍ​ບໍ່ມີ​ຫຍັງ​ເລີຍ ແລະ​ປະຊາຊົນ​ຂອງ​ພວກເຮົາ​ໄດ້​ຕາຍ​ໃນ​ສົງຄາມ ແລະ​ຍ້ອນ​ການອຶດຢາກ.”</verse>
				<verse number="19">ຝ່າຍ​ພວກຜູ້ຍິງ​ກໍ​ເວົ້າ​ສອຍ​ຂຶ້ນ​ວ່າ, “ເວລາ​ພວກເຮົາ​ໄດ້​ເຮັດ​ເຂົ້າໜົມ​ຫວານ​ເປັນ​ຮູບ​ເຈົ້າແມ່​ແຫ່ງ​ສະຫວັນ ຖວາຍບູຊາ​ແກ່​ນາງ ແລະ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ນາງ​ນັ້ນ ຜົວ​ຂອງ​ພວກເຮົາ​ກໍ​ເຫັນດີ​ເຫັນພ້ອມ​ໃນ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ດ້ວຍ.”</verse>
				<verse number="20">ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ແກ່​ພວກ​ຜູ້ຊາຍ ແລະ​ພວກຜູ້ຍິງ​ທີ່​ໄດ້​ຕອບ​ຂ້າພະເຈົ້າ​ໃນ​ທຳນອງນີ້​ວ່າ,</verse>
				<verse number="21">“ສຳລັບ​ເຄື່ອງ​ຖວາຍບູຊາ​ຕ່າງໆ​ທີ່​ພວກເຈົ້າ ແລະ​ບັນພະບຸລຸດ​ຂອງ​ພວກເຈົ້າ, ບັນດາ​ກະສັດ​ແລະ​ພວກ​ເຈົ້ານາຍ​ຂອງ​ພວກເຈົ້າ ແລະ​ປະຊາຊົນ​ໃນ​ດິນແດນ​ໄດ້​ຖວາຍ​ໃນ​ເມືອງ​ຂອງ​ຢູດາຍ ແລະ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ​ນັ້ນ; ພວກເຈົ້າ​ຄິດ​ວ່າ ພຣະເຈົ້າຢາເວ​ບໍ່​ຮູ້​ກ່ຽວກັບ​ສິ່ງ​ເຫຼົ່ານັ້ນ​ບໍ? ພຣະອົງ​ລືມໄລ​ສິ່ງ​ເຫຼົ່ານັ້ນ​ຊັ້ນບໍ?</verse>
				<verse number="22">ທຸກ​ວັນ​ນີ້ ດິນແດນ​ຂອງ​ພວກເຈົ້າ​ເປັນ​ບ່ອນ​ຮົກຮ້າງ​ເພພັງ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ​ໃນ​ທີ່ນັ້ນ. ສິ່ງ​ນັ້ນ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ ແລະ​ປະຊາຊົນ​ໃຊ້​ຊື່​ນັ້ນ​ເປັນ​ຄຳສາບແຊ່ງ ຍ້ອນ​ພຣະເຈົ້າຢາເວ​ທົນ​ເບິ່ງ​ຄວາມຊົ່ວ ແລະ​ຄວາມ​ປະພຶດ​ອັນ​ຊົ່ວຊ້າ​ຂອງ​ພວກເຈົ້າ​ບໍ່ໄດ້​ອີກ​ຕໍ່ໄປ.</verse>
				<verse number="23">ໄພພິບັດ​ທີ່​ຕົກ​ມາ​ຖືກ​ພວກເຈົ້າ​ໃນ​ເວລາ​ນີ້ ກໍ​ຍ້ອນ​ພວກເຈົ້າ​ໄດ້​ຖວາຍບູຊາ​ແກ່​ບັນດາ​ພະອື່ນ ແລະ​ທັງ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ດ້ວຍ ໂດຍ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ທັງໝົດ​ຂອງ​ພຣະອົງ.”</verse>
				<verse number="24">ຂ້າພະເຈົ້າ​ໄດ້​ບອກ​ປະຊາຊົນ​ທຸກຄົນ ໂດຍ​ສະເພາະ​ແລ້ວ​ແມ່ນ​ບັນດາ​ພວກ​ແມ່ຍິງ ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຢູດາ​ທີ່​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ: ພວກເຈົ້າ ແລະ​ເມຍ​ຂອງ​ພວກເຈົ້າ​ໄດ້​ເຮັດ​ພັນທະສັນຍາ​ອັນ​ໜັກແໜ້ນ ຕໍ່​ເຈົ້າແມ່​ແຫ່ງ​ສະຫວັນ. ພວກເຈົ້າ​ໄດ້​ສັນຍາ​ວ່າ ຈະ​ຖວາຍບູຊາ​ແລະ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ນາງ ແລະ​ຕ້ອງ​ສືບຕໍ່​ຮັກສາ​ຄຳສັນຍາ​ທັງຫລາຍ​ຂອງ​ພວກເຈົ້າ. ຖ້າດັ່ງນັ້ນ​ກໍດີ​ຫລາຍ​ແລ້ວ ຈົ່ງ​ຮັກສາ​ພັນທະສັນຍາ​ຂອງ​ພວກເຈົ້າ​ສາ ຈົ່ງ​ເຮັດ​ຕາມ​ທີ່​ພວກເຈົ້າ​ໄດ້​ບະບົນ​ໄວ້​ສາ</verse>
				<verse number="25"></verse>
				<verse number="26">ແຕ່​ບັດນີ້ ຊາວ​ຢູດາ​ທັງຫລາຍ​ທີ່​ຢູ່​ປະເທດ​ເອຢິບ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວເຖີດ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເຮົາ​ໄດ້​ສາບານ​ດ້ວຍ​ນາມຊື່​ອັນ​ຍິ່ງໃຫຍ່​ຂອງເຮົາ​ຕໍ່​ຊາວ​ອິດສະຣາເອນ​ທຸກໆຄົນ​ທີ່​ຢູ່​ໃນ​ປະເທດ​ເອຢິບ​ວ່າ ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ພວກເຈົ້າ​ຄົນໃດ​ຄົນໜຶ່ງ​ເອີ່ຍ​ຊື່​ຂອງເຮົາ​ເດັດຂາດ​ໂດຍ​ບະບົນ​ວ່າ “ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່.”</verse>
				<verse number="27">ເຮົາ​ຈະ​ເຝົ້າ​ເບິ່ງ​ບໍ່​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ ແຕ່​ພວກເຈົ້າ​ຈະ​ຕ້ອງ​ຖືກ​ທຳລາຍ. ພວກເຈົ້າ​ທັງໝົດ​ຈະ​ຕ້ອງ​ຕາຍ​ໃນ​ສົງຄາມ ຫລື​ເພາະ​ການ​ເຈັບໄຂ້​ໄດ້ປ່ວຍ ຈົນ​ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ​ເຫລືອຢູ່.</verse>
				<verse number="28">ແຕ່​ມີ​ໜ້ອຍຄົນ​ເທົ່ານັ້ນ​ໃນ​ພວກເຈົ້າ ທີ່​ຈະ​ໜີ​ພົ້ນ​ຈາກ​ຄວາມຕາຍ ແລະ​ກັບຄືນ​ຈາກ​ເອຢິບ​ມາ​ສູ່​ດິນແດນ​ຢູດາຍ. ແລ້ວ​ພວກ​ທີ່​ລອດຊີວິດ​ມາ​ນັ້ນ​ກໍ​ຈະ​ຮູ້​ວ່າ ຄຳເວົ້າ​ຂອງ​ຜູ້ໃດ​ກາຍເປັນຈິງ ຂອງເຮົາ​ຫລື​ຂອງ​ພວກເຂົາ​ແທ້.’</verse>
				<verse number="29">ພຣະເຈົ້າຢາເວ​ກ່າວວ່າ, ‘ນີ້​ຈະ​ເປັນ​ໝາຍສຳຄັນ​ແກ່​ພວກເຈົ້າ ຄື​ເຮົາ​ຈະ​ລົງໂທດ​ພວກເຈົ້າ​ໃນ​ບ່ອນ​ນີ້ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ​ຖ້ອຍຄຳ​ທັງຫລາຍ​ຂອງເຮົາ​ທີ່​ວ່າ ຈະ​ນຳ​ການທຳລາຍ​ມາ​ສູ່​ພວກເຈົ້າ​ນັ້ນ​ຈະ​ກາຍເປັນຈິງ.’</verse>
				<verse number="30">ພຣະເຈົ້າຢາເວ​ກ່າວວ່າ, ‘ເຮົາ​ຈະ​ມອບ​ກະສັດ​ຟາໂຣ​ໂຮຟະຣາ​ແຫ່ງ​ເອຢິບ ໃຫ້​ແກ່​ສັດຕູ​ຜູ້​ທີ່​ຢາກ​ສັງຫານ​ລາວ​ນັ້ນ ດັ່ງ​ທີ່​ເຮົາ​ໄດ້​ມອບ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ໃຫ້​ແກ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ຄື​ສັດຕູ​ຜູ້​ທີ່​ຢາກ​ສັງຫານ​ລາວ.”’</verse>
			</chapter>
			<chapter number="45">
				<verse number="1">ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຢໂຮຍອາກິມ​ແຫ່ງ​ຢູດາຍ ລູກຊາຍ​ເຈົ້າ​ໂຢສີຢາ ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ໄດ້​ຈົດ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ໃຫ້​ລາວ​ຂຽນ​ໄວ້.</verse>
				<verse number="2">ແລ້ວ​ຂ້າພະເຈົ້າ​ກໍໄດ້​ບອກ​ລາວ​ວ່າ, “ບາຣຸກ​ເອີຍ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້​ວ່າ,</verse>
				<verse number="3">ເຈົ້າ​ກຳລັງ​ເວົ້າ​ວ່າ, ‘ຂ້ອຍ​ຍອມ​ແພ້ ຂ້ອຍ​ເດືອດຮ້ອນ​ຢູ່​ແລ້ວ ແລະ​ພຣະເຈົ້າຢາເວ​ຍັງ​ຕື່ມ​ຄວາມທຸກໃຈ​ໃຫ້​ຂ້ອຍ​ອີກ. ຂ້ອຍ​ອິດອ່ອນ​ເພາະ​ການ​ຮ້ອງໄຫ້​ຄວນຄາງ ແລະ​ຂ້ອຍ​ກໍ​ບໍ່ໄດ້​ພົບ​ການ​ພັກຜ່ອນ​ໃດໆ​ເລີຍ.’</verse>
				<verse number="4">ແຕ່​ພຣະເຈົ້າຢາເວ​ກ່າວ​ຕໍ່​ເຈົ້າ​ວ່າ, ‘ເຮົາ​ກຳລັງ​ດຶງ​ສິ່ງ​ທີ່​ເຮົາ​ໄດ້​ສ້າງ​ຂຶ້ນ​ນັ້ນ​ລົງ ແລະ​ຫລົກ​ສິ່ງ​ທີ່​ເຮົາ​ໄດ້​ປູກ​ໄວ້​ນັ້ນ​ຖິ້ມ. ເຮົາ​ຈະ​ກະທຳ​ສິ່ງ​ນີ້​ແຫຼະ ແກ່​ແຜ່ນດິນ​ໂລກ​ທັງໝົດ.</verse>
				<verse number="5">ເຈົ້າ​ກຳລັງ​ຊອກຫາ​ຜົນປະໂຫຍດ​ໃສ່​ຕົວ​ເຈົ້າ​ບໍ? ຢ່າ​ເຮັດ​ເລີຍ. ເຮົາ​ກຳລັງ​ນຳ​ໄພພິບັດ​ມາ​ສູ່​ມະນຸດສະໂລກ​ທັງໝົດ, ພຣະເຈົ້າຢາເວ​ກ່າວ​ວ່າ ແຕ່​ຢ່າງໜ້ອຍ​ບໍ່​ວ່າ​ເຈົ້າ​ຈະ​ໄປ​ທີ່​ໃດ ເຈົ້າ​ກໍ​ຈະ​ໜີ​ເອົາ​ຊີວິດ​ໃຫ້​ພົ້ນ​ໄດ້.”’</verse>
			</chapter>
			<chapter number="46">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ​ກ່ຽວກັບ​ຊົນຊາດ​ທັງຫລາຍ</verse>
				<verse number="2">ໂດຍ​ເລີ່ມ​ຈາກ​ເອຢິບ​ກ່ອນ. ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ​ເຖິງ​ກອງທັບ​ຂອງ​ກະສັດ​ເນໂກ​ແຫ່ງ​ເອຢິບ ທີ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ເອົາ​ຊະນະ ທີ່​ກາກເກມິດ​ໃກ້​ກັບ​ແມ່ນໍ້າ​ເອີຟຣັດ​ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ເຈົ້າ​ເຢໂຮຍອາກິມ​ລູກຊາຍ​ຂອງ​ໂຢສີຢາ ກະສັດ​ແຫ່ງ​ຢູດາຍ:</verse>
				<verse number="3">“ພວກ​ນາຍ​ທະຫານ​ແຫ່ງ​ເອຢິບ​ໄດ້​ຮ້ອງ​ຂຶ້ນ​ວ່າ, ‘ຕຽມ​ໂລ້​ໃຫ້​ພ້ອມ​ແລະ​ເດີນ​ເຂົ້າ​ສູ່​ສະໜາມ</verse>
				<verse number="4">ມັດ​ອານ​ໃສ່​ຫລັງ​ມ້າ​ແລະ​ກະໂດດ​ຂຶ້ນ​ຂີ່​ໄປ ເຂົ້າ​ປະຈຳ​ທີ່​ທັງ​ສຸບ​ໝວກເຫລັກ​ໃສ່​ຫົວ​ພວກເຈົ້າ ຝົນ​ຫອກ​ຂອງ​ພວກເຈົ້າ​ໃຫ້​ແຫລມຄົມ ໃສ່​ເຄື່ອງ​ຫຸ້ມເກາະ​ປ້ອງກັນ​ຕົວ​ໃຫ້​ດີ​ໄວ້.’</verse>
				<verse number="5">ແຕ່​ມີ​ຫຍັງ​ເກີດຂຶ້ນ​ຈຶ່ງ​ເຫັນ​ພວກເຂົາ​ຕົກໃຈກົວ ທະຫານ​ຂອງ​ພວກເຂົາ​ຖືກ​ຕີ​ໃຫ້​ລ່າຖອຍ​ສາ​ແລ້ວ. ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມຢ້ານ​ຈຶ່ງ​ແລ່ນ​ປົບໜີໄປ ແລ່ນ​ໜີ​ຢ່າງ​ສຸດ​ກຳລັງ​ທັງ​ບໍ່​ຫລຽວ​ຄືນ​ຫລັງ​ອີກ.</verse>
				<verse number="6">ຄົນ​ແລ່ນ​ໄວ​ສຸດຂີດ​ກໍ​ໜີໄປ​ບໍ່ໄດ້​ເລີຍ ທະຫານ​ທັງໝົດ​ປົບໜີ​ເອົາ​ຕົວລອດ​ບໍ່ໄດ້. ຢູ່​ທາງ​ທິດເໜືອ​ຕາມ​ຝັ່ງ​ແມ່ນໍ້າ​ເອີຟຣັດ ພວກເຂົາ​ຕ່າງ​ກໍ​ເຕະ​ສະດຸດ​ລົ້ມລົງ​ທັງນັ້ນ.</verse>
				<verse number="7">ຜູ້ນີ້​ຄື​ຜູ້ໃດ​ທີ່​ໂຜ່​ຫົວ​ຂຶ້ນ​ດັ່ງ​ແມ່ນໍ້ານິນ? ດັ່ງ​ແມ່ນໍ້າ​ທີ່​ກຳລັງ​ໄຫລລົ້ນ​ຖ້ວມ​ຕາຝັ່ງ.</verse>
				<verse number="8">ແມ່ນ​ເອຢິບ​ເອງ​ທີ່​ມາກຂຶ້ນ​ດັ່ງ​ນໍ້ານິນ ດັ່ງ​ແມ່ນໍ້າ​ທີ່​ກຳລັງ​ໄຫລລົ້ນ​ຖ້ວມ​ຕາຝັ່ງ. ເອຢິບ​ເວົ້າ​ວ່າ, ‘ເຮົາ​ຈະ​ໂຜ່​ຫົວ​ຂຶ້ນ​ຄອງ​ໂລກາ ຈະ​ທຳລາຍ​ເມືອງ​ກັບ​ຄົນ​ທີ່​ອາໄສ​ຢູ່​ທີ່ນັ້ນ.</verse>
				<verse number="9">ຈົ່ງ​ສັ່ງ​ຝູງມ້າ​ໃຫ້​ແລ່ນ​ແກ່​ລົດຮົບ​ອອກ​ມາ ຈົ່ງ​ໃຫ້​ພວກ​ທະຫານ​ຖື​ໂລ້​ຍ່າງ​ອອກ​ມາ​ພ້ອມ ຄື​ພວກ​ທີ່​ມາ​ແຕ່​ປະເທດ​ເອທີໂອເປຍ​ແລະ​ປະເທດ​ລີເບຍ ນັກຍິງ​ໜ້າທະນູ​ທີ່​ຊຳນານ​ຈາກ​ປະເທດ​ລີເດຍ​ດ້ວຍ.”’</verse>
				<verse number="10">ນີ້​ຄື​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ວັນ​ນີ້​ຄື​ວັນ​ທີ່​ພຣະອົງ​ຈະ​ແກ້ແຄ້ນ​ຄືນ​ສາ​ແລ້ວ ວັນ​ນີ້​ພຣະອົງ​ຈະ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ ດາບ​ຂອງ​ພຣະອົງ​ຈະ​ກິນ​ພວກເຂົາ​ໃຫ້​ຈົນ​ອີ່ມ ແລະ​ດື່ມ​ເລືອດ​ພວກເຂົາ​ໃຫ້​ອີ່ມໜຳ​ສຳລານ ວັນ​ນີ້​ຄື​ການ​ຖວາຍບູຊາ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຄື​ຖວາຍ​ເຫຍື່ອ​ໃຫ້​ເປັນ​ເຄື່ອງ​ບູຊາ​ແກ່​ພຣະອົງ ຖວາຍ​ຢູ່​ທິດເໜືອ​ຕາມ​ຝັ່ງ​ແມ່ນໍ້າ​ເອີຟຣັດ.</verse>
				<verse number="11">ຈົ່ງ​ໄປ​ທີ່​ກີເລອາດ ປະຊາຊົນ​ເອຢິບ​ເອີຍ ຈົ່ງ​ໄປ​ຊອກ​ຫາ​ຫວ້ານຢາ​ກັນ​ເຖີດ ຫວ້ານຢາ​ຂອງ​ພວກເຈົ້າ​ໃຊ້​ການ​ບໍ່ໄດ້​ເລີຍ ເພາະ​ປິ່ນປົວ​ພວກເຈົ້າ​ໃຫ້​ດີ​ບໍ່ໄດ້.</verse>
				<verse number="12">ຊົນຊາດ​ຕ່າງ​ກໍ​ໄດ້​ຍິນ​ວ່າ​ພວກເຈົ້າ​ອັບອາຍ ທຸກຄົນ​ຕ່າງ​ກໍ​ໄດ້​ຍິນ​ສຽງ​ພວກເຈົ້າ​ຮ້ອງໄຫ້. ທະຫານ​ຜູ້ໜຶ່ງ​ເຕັ້ນ​ໃສ່​ຜູ້​ອື່ນ​ທີ່​ເປັນ​ໝູ່​ຂອງຕົນ ແລະ​ທັງສອງ​ຕ່າງ​ກໍ​ລົ້ມລົງ​ດິນ​ທັງນັ້ນ.</verse>
				<verse number="13">ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ມາ​ໂຈມຕີ​ປະເທດ​ເອຢິບ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ,</verse>
				<verse number="14">“ຈົ່ງ​ປະກາດ​ຂ່າວ​ນີ້​ໃນ​ເມືອງ​ຂອງ​ເອຢິບ ໃນ​ມິກໂດນ, ມຳຟິດ ແລະ​ຕາປັນເຮັດ​ວ່າ, ‘ຈົ່ງ​ຕຽມພ້ອມ​ເພື່ອ​ປ້ອງກັນ​ພວກ​ເຈົ້າເອງ​ສາ ພວກເຈົ້າ​ທັງໝົດ​ຈະ​ຖືກ​ສົງຄາມ​ກຳຈັດ​ໃຫ້​ພິນາດ</verse>
				<verse number="15">ເປັນຫຍັງ​ພະ​ອາປິດ​ທີ່​ມີ​ອຳນາດ​ຈຶ່ງ​ລົ້ມລົງ? ພຣະເຈົ້າຢາເວ​ຕີ​ລາວ​ໃຫ້​ລົ້ມລົງ​ສາ​ແລ້ວ.’</verse>
				<verse number="16">ບັນດາ​ທະຫານ​ຂອງ​ພວກເຈົ້າ​ໄດ້​ສະດຸດ​ລົ້ມລົງ ແຕ່ລະຄົນ​ກໍ​ເວົ້າ​ໃຫ້​ກັນແລະກັນ​ວ່າ, ‘ໄວໆ​ເຖີດ ຈົ່ງ​ກັບ​ໄປ​ຫາ​ປະຊາຊົນ​ຂອງ​ພວກເຮົາ ປົບໜີ​ຈາກ​ຄົມດາບ​ສັດຕູ​ຂອງ​ພວກເຮົາ​ເຖີດ.’</verse>
				<verse number="17">ຈົ່ງ​ໃສ່​ຊື່​ໃໝ່​ໃຫ້​ກະສັດ​ແຫ່ງ​ເອຢິບ​ສາ​ວ່າ, ‘ຄົນ​ເວົ້າ​ຂີ້ສະຫາວ ໃຊ້​ການ​ຫຍັງ​ບໍ່ໄດ້.’</verse>
				<verse number="18">ອົງ​ຜູ້​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ເປັນ​ອົງ​ກະສັດ​ແລະ​ເປັນ​ອົງ​ຊົງ​ພຮະຊົນຢູ່​ແທ້ຈິງ. ຫໍ​ທີ່​ພູ​ຕາໂບ​ສູງ​ກວ່າ​ພູ​ທັງຫລາຍ​ສັນໃດ ພູ​ກາເມນ​ກໍ​ຕັ້ງ​ຢູ່​ສູງ​ເໜືອ​ນໍ້າ​ທະເລ​ສັນນັ້ນ; ຜູ້​ທີ່​ຈະ​ໂຈມຕີ​ພວກເຈົ້າ​ກໍ​ຢ່າງນັ້ນ​ແຫລະ ຄື​ຊົງ​ມີ​ພະລັງ​ອັນ​ເຂັ້ມແຂງ.</verse>
				<verse number="19">ຈົ່ງ​ຕຽມຕົວ​ສາ​ເຖີດ ປະຊາຊົນ​ເອຢິບ​ເອີຍ ຈົ່ງ​ຕຽມຕົວ​ໃຫ້​ພວກເຂົາ​ຈັບ​ໄປ​ເປັນ​ຊະເລີຍ​ສາ​ເຖີດ ມຳຟິດ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ຮົກຮ້າງ​ເພພັງ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່.</verse>
				<verse number="20">ເອຢິບ​ເປັນ​ດັ່ງ​ງົວແມ່​ໂຕໜຶ່ງ​ທີ່​ສະຫງ່າງາມ ທີ່​ຖືກ​ແມງວັນ​ມີໄລ​ຈາກ​ທິດເໜືອ​ກັດ​ຕອດ.</verse>
				<verse number="21">ແມ່ນແຕ່​ຄົນ​ທີ່​ຮັບຈ້າງ​ໃຫ້​ເປັນ​ທະຫານ ກໍ​ເປັນ​ດັ່ງ​ລູກ​ງົວ​ທີ່​ຊ່ວຍ​ຫຍັງ​ບໍ່ໄດ້. ພວກເຂົາ​ບໍ່ໄດ້​ຢືນ​ຢູ່​ຕັດ​ຊີວິດ​ຕົນ​ໃສ່​ເພື່ອ​ສູ້ຮົບ ພວກເຂົາ​ຕ່າງ​ກໍ​ອ່ວາຍໜ້າ​ແລ່ນ​ໜີໄປ​ທັງໝົດ. ວັນ​ຫາຍຍະນະ​ຂອງ​ພວກເຂົາ​ມາຮອດ​ແລ້ວ, ແມ່ນ​ເວລາ​ແຫ່ງ​ການລົງໂທດ​ພວກເຂົາ​ແລ້ວ.</verse>
				<verse number="22">ເອຢິບ​ແລ່ນ​ໜີ​ສຽງດັງ​ຊິດໆ​ດັ່ງ​ງູ​ລິເລືອໄປ ເມື່ອ​ກອງທັບ​ສັດຕູ​ຫຍັບ​ເຂົ້າ​ມາ​ໃກ້. ພວກເຂົາ​ໂຈມຕີ​ມັນ​ດ້ວຍ​ໃຊ້​ຂວານ​ສັບ ດັ່ງ​ຄົນ​ກຳລັງ​ໃຊ້​ຂວານ​ປໍ້າ​ຕົ້ນໄມ້</verse>
				<verse number="23">ແລະ​ກຳລັງ​ທຳລາຍ​ປ່າ​ອັນ​ຕຶບໜາ ພຣະເຈົ້າຢາເວ​ກ່າວ​ວ່າ, ພວກເຂົາ​ມີ​ຫລາຍ​ກາຍນັບ​ດັ່ງ​ຝູງຕັກແຕນ​ເຕັ້ນ.</verse>
				<verse number="24">ປະຊາຊົນ​ເອຢິບ​ຕ່າງ​ກໍ​ກົ້ມ​ໜ້າ​ລົງ ເພາະ​ຕ່າງ​ກໍໄດ້​ຖືກ​ອັບອາຍ​ຂາຍໜ້າ; ພວກເຂົາ​ໄດ້​ພ່າຍແພ້​ປະຊາຊົນ​ທາງ​ທິດເໜືອ.”</verse>
				<verse number="25">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກ່າວ​ວ່າ, “ເຮົາ​ຈະ​ລົງໂທດ​ອາໂມນ ພະ​ຂອງ​ເມືອງ​ເທເບ​ພ້ອມ​ກັບ​ເອຢິບ​ຕະຫລອດ​ທັງ​ພວກ​ພະ ແລະ​ບັນດາ​ກະສັດ​ດ້ວຍ. ເຮົາ​ກຳລັງ​ຈະ​ເອົາ​ກະສັດ​ເອຢິບ ແລະ​ໝົດ​ທຸກຄົນ​ທີ່​ໄວ້ວາງໃຈ​ໃນ​ລາວ,</verse>
				<verse number="26">ໄປ​ມອບ​ໃຫ້​ແກ່​ຄົນ​ທີ່​ຕ້ອງການ​ຢາກ​ຂ້າ​ພວກເຂົາ​ນັ້ນ ຄື​ມອບ​ໃຫ້​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ແລະ​ກອງທັບ​ຂອງ​ລາວ. ແຕ່​ຕໍ່ມາ ປະຊາຊົນ​ຈະ​ໄດ້​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ອີກ ດັ່ງ​ພວກເຂົາ​ໄດ້​ເປັນມາ​ໃນ​ອະດີດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="27">“ປະຊາຊົນ​ຂອງເຮົາ​ເອີຍ ຢ່າ​ຢ້ານກົວ​ເລີຍ ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ຕົກໃຈ​ຢ້ານ​ເທາະ ເຮົາ​ຈະ​ຊ່ວຍ​ເອົາ​ພວກເຈົ້າ​ຈາກ​ດິນແດນ​ທີ່​ຫ່າງໄກ ຈາກ​ດິນແດນ​ທີ່​ພວກເຈົ້າ​ຕົກ​ເປັນ​ຊະເລີຍ​ນັ້ນ. ພວກເຈົ້າ​ຈະ​ກັບ​ມາ​ສູ່​ບ້ານ ແລະ​ຢູ່​ຢ່າງ​ສັນຕິສຸກ ຈະ​ຢູ່​ຢ່າງ​ປອດໄພ ແລະ​ບໍ່ມີ​ຜູ້ໃດ​ເຮັດ​ໃຫ້​ຢ້ານ​ອີກ.”</verse>
				<verse number="28">ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ຢາໂຄບ​ຜູ້​ຮັບໃຊ້​ຂອງ​ເຮົາ​ເອີຍ ຢ່າ​ຢ້ານກົວ​ເລີຍ ເພາະ​ເຮົາ​ສະຖິດ​ຢູ່​ກັບ​ເຈົ້າ ເຮົາ​ຈະ​ທຳລາຍ​ຊົນຊາດ​ທັງຫລາຍ​ໃຫ້​ດັບກ້ຽງ ຄື​ບ່ອນ​ທີ່​ເຮົາ​ໄດ້​ກະຈັດ​ກະຈາຍ​ພວກເຈົ້າ​ໄປ​ຢູ່​ອາໄສ ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ພວກເຈົ້າ​ທັງໝົດ​ດອກ. ເຮົາ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ​ລ້າໆ​ກໍ​ບໍ່​ຫ່ອນ​ເປັນ ໂດຍ​ບໍ່ໄດ້​ຮັບ​ໂທດກຳ​ທີ່​ພວກເຈົ້າ​ໄດ້​ກະທຳ​ນັ້ນ. ແຕ່​ເມື່ອ​ລົງໂທດ​ພວກເຈົ້າ ເຮົາ​ຈະ​ເຮັດ​ຢ່າງ​ຍຸດຕິທຳ.”</verse>
			</chapter>
			<chapter number="47">
				<verse number="1">ກ່ອນ​ກະສັດ​ແຫ່ງ​ເອຢິບ​ໄດ້​ໂຈມຕີ​ເມືອງ​ກາຊາ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່ຽວກັບ​ຟີລິດສະຕິນ.</verse>
				<verse number="2">ພຣະເຈົ້າຢາເວ​ກ່າວ​ວ່າ, “ເບິ່ງແມ! ນໍ້າ​ກຳລັງ​ນອງ​ຢູ່​ທາງ​ທິດເໜືອ ແລະ​ຈະ​ໄຫລ​ແຮງ​ດັ່ງ​ນໍ້າ​ຫ້ວຍ​ຖ້ວມລົ້ນ​ຕາຝັ່ງ. ນໍ້າ​ນັ້ນ​ຈະ​ຖ້ວມ​ທຸກໆສິ່ງ​ທົ່ວ​ທັງ​ດິນແດນ ລວມ​ທັງ​ເມືອງ​ກັບ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ. ປະຊາຊົນ​ຈະ​ໂຮຮ້ອງ​ຂໍ​ໃຫ້​ຊ່ວຍເຫລືອ ທຸກຄົນ​ໃນ​ແຜ່ນດິນ​ຈະ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.</verse>
				<verse number="3">ພວກເຂົາ​ຈະ​ໄດ້ຍິນ​ສຽງ​ຕີນ​ມ້າ​ແລ່ນ​ກະທືບ​ພື້ນດິນ ສຽງ​ລົດຮົບ​ຈະ​ກະທົບ​ດິນ ແລະ​ລໍ້ລົດ​ກໍ​ຈະ​ດັງ​ກ້ອງ. ພໍ່​ບໍ່ໄດ້​ຫລຽວຫລັງ​ເບິ່ງ​ລູກໆ​ຂອງຕົນ ມື​ຂອງ​ພວກເຂົາ​ຈະ​ຈັບ​ຂ້າງ​ພໍ່​ຕົນ​ຢ່າງ​ອ່ອນເພຍ​ເປ້ຍຫລ່ອຍ.</verse>
				<verse number="4">ເຖິງ​ເວລາ​ແລ້ວ ທີ່​ຈະ​ທຳລາຍ​ຟີລິດສະຕິນ ຕັດ​ທຸກການ​ຊ່ວຍເຫລືອ​ແຕ່​ຕີເຣ ແລະ​ຊີໂດນ​ຖິ້ມ ພຣະເຈົ້າຢາເວ​ຈະ​ທຳລາຍ​ພວກ​ຟີລິດສະຕິນ ຄື​ຄົນ​ທີ່​ມາ​ຈາກ​ເກາະ​ກະເຣເຕ​ນັ້ນ.</verse>
				<verse number="5">ຄວາມ​ເສົ້າໂສກ​ໜັກ​ໄດ້​ມາ​ສູ່​ປະຊາຊົນ​ກາຊາ ປະຊາຊົນ​ອາຊະເກໂລນ​ກໍ​ພາກັນ​ມິດງຽບ. ພວກເຈົ້າ​ຜູ້​ລອດຕາຍ​ຈາກ​ພວກ​ຄົນ​ຮ່າງໃຫຍ່ ຕ່າງ​ກໍ​ຈະ​ໄວ້ທຸກ​ດົນນານ​ປານໃດ?</verse>
				<verse number="6">ພວກເຈົ້າ​ຜູ້​ຮ້ອງ​ວ່າ, ‘ດາບ​ຂອງ​ພຣະເຈົ້າຢາເວ​ເອີຍ ຈະ​ສືບຕໍ່​ຂ້າຟັນ​ເຫິງນານ​ປານໃດ​ແທ້? ຈົ່ງ​ສອດ​ດາບ​ນັ້ນ​ເຂົ້າ​ໄວ້​ໃນ​ຝັກ​ຂອງ​ມັນ​ສາ ແລະ​ໃຫ້​ມັນ​ພັກຜ່ອນ​ນອນ​ຢູ່​ໃນ​ຝັກ​ນັ້ນ.’</verse>
				<verse number="7">ແຕ່​ຈະ​ໃຫ້​ພັກຜ່ອນ​ໄດ້​ຢ່າງໃດ ໃນ​ເມື່ອ​ພຣະເຈົ້າຢາເວ​ໄດ້​ມອບໝາຍ​ວຽກ​ໃຫ້​ມັນ​ເຮັດ? ພຣະອົງ​ໄດ້​ສັ່ງ​ມັນ​ໃຫ້​ໂຈມຕີ​ເມືອງ​ອາຊະເກໂລນ ທັງ​ປະຊາຊົນ​ທີ່​ອາໄສ​ຢູ່​ຕາມ​ແຄມ​ທະເລ​ນັ້ນ.”</verse>
			</chapter>
			<chapter number="48">
				<verse number="1">ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ເຖິງ​ດິນແດນ​ໂມອາບ​ວ່າ, “ຊາວ​ເມືອງ​ເນໂບ​ຊ່າງ​ໜ້າສົງສານ​ແທ້ເດ ເມືອງ​ຂອງ​ພວກເຂົາ​ຖືກ​ທຳລາຍ​ຈິບຫາຍ​ສາ​ແລ້ວ ເມືອງ​ກີຣິອາດທາອິມ​ກໍ​ຖືກ​ຢຶດ​ໄດ້​ແລ້ວ​ຄືກັນ ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ແໜ້ນໜາ​ກໍ​ຖືກ​ທັບມ້າງ. ຊາວ​ເມືອງ​ທຸກຄົນ​ຕ່າງ​ກໍ​ຕົກໃຈ​ຢ້ານກົວ ແລະ​ພວກເຂົາ​ກໍ​ຖືກ​ອັບອາຍ​ຂາຍໜ້າ;</verse>
				<verse number="2">ຄວາມ​ຍິ່ງໃຫຍ່​ຂອງ​ໂມອາບ​ສິ້ນສຸດ​ລົງ​ແລ້ວ​ເດ ເຫຼົ່າ​ສັດຕູ​ຢຶດ​ເມືອງ​ເຮັດຊະໂບນ​ໄດ້​ແລ້ວ ແລະ​ວາງ​ອຸບາຍ​ທຳລາຍ​ເມືອງ​ເຮັດຊະໂບນ ແລະ​ຊົນຊາດ​ໂມອາບ​ໃຫ້​ໝົດສິ້ນ. ເມືອງ​ມັດເມນ​ກໍ​ຈະ​ກາຍເປັນ​ເມືອງ​ມິດງຽບ​ໄປ ເພາະ​ກອງທັບ​ທັງຫລາຍ​ຍົກ​ໄປ​ຕໍ່ສູ້​ເມືອງ​ນີ້.</verse>
				<verse number="3">ຊາວ​ເມືອງ​ໂຮໂຣນາອິມ​ຕ່າງ​ກໍ​ຮ້ອງ​ອອກ​ມາ​ວ່າ, ‘ຈິບຫາຍ ຈິບຫາຍ​ກັນ​ໃຫຍ່​ແລ້ວ.’</verse>
				<verse number="4">ໂມອາບ​ກໍໄດ້​ຖືກ​ທຳລາຍ​ລົງ​ໝົດ​ໃດ ຈົ່ງ​ຟັງ​ເດັກນ້ອຍ​ກຳລັງ​ຮ້ອງໄຫ້​ຢູ່​ຍົ່ວໆ.</verse>
				<verse number="5">ໄດ້ຍິນ​ບໍ​ສຽງ​ຮ້ອງໄຫ້​ສະອຶກ​ສະອື້ນ​ຂອງ​ພວກເຂົາ ຕາມ​ຫົນທາງ​ຂຶ້ນ​ໄປ​ສູ່​ເມືອງ​ລູຮິດ​ພຸ້ນ ເປັນ​ສຽງ​ຮ້ອງໄຫ້​ຍ້ອນ​ໂສກເສົ້າ​ເສຍໃຈ ຕາມ​ຫົນທາງ​ລົງ​ສູ່​ເມືອງ​ໂຮໂຣນາອິມ​ພຸ້ນ.</verse>
				<verse number="6">ພວກເຂົາ​ເວົ້າ​ວ່າ, ຈົ່ງ​ຮິບ​ແລ່ນ​ໜີ​ເອົາ​ຊີວິດ​ລອດ ຈົ່ງ​ແລ່ນ​ໜີ​ດັ່ງ​ລໍປ່າ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ.</verse>
				<verse number="7">ໂມອາບ ເຈົ້າ​ວາງໃຈ​ໃນ​ກຳລັງ​ກັບ​ຊັບສົມບັດ​ນໍ ແຕ່​ບັດນີ້​ເຈົ້າ​ພັດ​ຈະ​ຖືກ​ຕີ​ໃຫ້​ພ່າຍແພ້; ພະ​ເຄໂມດ​ຂອງ​ເຈົ້າ​ຈະ​ຖືກ​ກວາດ​ໄປ​ເປັນ​ຊະເລີຍ ລວມທັງ​ເຈົ້າຊາຍ ແລະ​ປະໂຣຫິດ​ດ້ວຍ.</verse>
				<verse number="8">ບໍ່ມີ​ແມ່ນແຕ່​ເມືອງ​ໜຶ່ງ​ຈະ​ຫວິດ​ອັນຕະລາຍ ບໍ່ມີ​ເມືອງໃດ​ຈະ​ພົ້ນ​ຖືກ​ທຳລາຍ​ໄດ້. ຮ່ອມພູ ແລະ​ທົ່ງພຽງ​ຈະ​ຖືກ​ຮົກຮ້າງ​ຫວ່າງເປົ່າ ຕາມທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້.</verse>
				<verse number="9">ຈົ່ງ​ຕຽມ​ອຸບມຸງ​ຝັງສົບ​ໄວ້​ສຳລັບ​ໂມອາບ​ສາ ເພາະ​ຈະ​ຖືກ​ທຳລາຍ​ໃນ​ເວລາ​ໄວໆ​ນີ້. ເມືອງ​ກໍ​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ແລະ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່ນັ້ນ​ອີກ.” (</verse>
				<verse number="10">ຈົ່ງ​ສາບແຊ່ງ​ຜູ້​ທີ່​ບໍ່​ເຮັດ​ວຽກງານ​ຂອງ​ພຣະເຈົ້າຢາເວ​ດ້ວຍ​ໝົດ​ຈິດ​ໝົດໃຈ ຈົ່ງ​ສາບແຊ່ງ​ຜູ້​ທີ່​ບໍ່​ໃຊ້​ດາບ​ຂອງຕົນ​ເພື່ອ​ຟັນ​ແລະ​ເຂັ່ນຂ້າ).</verse>
				<verse number="11">ພຣະເຈົ້າຢາເວ​ກ່າວ​ວ່າ, “ໂມອາບ​ເຄີຍ​ຢູ່​ຢ່າງ​ປອດໄພ ແລະ​ບໍ່ເຄີຍ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຈັກເທື່ອ. ໂມອາບ​ເປັນ​ດັ່ງ​ເຫຼົ້າ​ອະງຸ່ນ​ທີ່​ຖືກ​ປະໄວ້​ບໍ່ມີ​ຜູ້ໃດ​ລົບກວນ ແລະ​ບໍ່ເຄີຍ​ຖືກ​ຖອກ​ຈາກ​ໄຫ​ໜຶ່ງ​ໃສ່​ອີກ​ໄຫ​ໜຶ່ງ​ຈັກເທື່ອ. ຣົດຊາດ​ບໍ່ເຄີຍ​ເສື່ອມເສຍ ແລະ​ຊີມ​ຣົດ​ເທື່ອໃດ​ກໍດີ​ເທື່ອນັ້ນ.</verse>
				<verse number="12">ສະນັ້ນ ບັດນີ້ ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ສົ່ງ​ຄົນ​ໄປ​ເທ​ໂມອາບ​ອອກ​ດັ່ງ​ເທ​ເຫຼົ້າ​ອະງຸ່ນ. ພວກເຂົາ​ຈະ​ເທ​ເຫຼົ້າ​ອະງຸ່ນ​ອອກ​ຈົນ​ໄຫເປົ່າ ແລະ​ທັງ​ທັບ​ໃຫ້​ແຕກ​ເປັນ​ປ່ຽງໆ.</verse>
				<verse number="13">ແລ້ວ​ຊາວ​ໂມອາບ​ກໍ​ຈະ​ຮັບ​ຄວາມ​ອັບອາຍ​ຕໍ່​ພະ​ເຄໂມດ​ຂອງ​ພວກເຂົາ ດັ່ງ​ທີ່​ພວກ​ອິດສະຣາເອນ​ໄດ້​ຮັບ​ຄວາມ​ອັບອາຍ​ຕໍ່​ພະ​ເບັດເອນ​ທີ່​ພວກເຂົາ​ໄດ້​ໄວ້ວາງໃຈ​ນັ້ນ.</verse>
				<verse number="14">ຊາຍ​ໂມອາບ ເປັນຫຍັງ​ຈຶ່ງ​ວ່າ​ເປັນ​ຊ່ຽວຊານ​ການ​ລົບ ເປັນ​ຜູ້​ອົງອາດ​ກ້າຫານ​ທີ່​ຜ່ານ​ເສິກ​ມາ​ແລ້ວ?</verse>
				<verse number="15">ໂມອາບ​ແລະ​ເມືອງ​ໄດ້​ຖືກ​ທຳລາຍ​ຈົນ​ໝົດ ຊາຍໜຸ່ມ​ຜູ້​ເກັ່ງກ້າ​ທີ່ສຸດ​ກໍ​ຖືກ​ຂ້າ​ຖິ້ມ.” ອົງ​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ທັງ​ເປັນ​ກະສັດ​ໄດ້​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="16">“ວິບັດ​ຂອງ​ໂມອາບ​ໄດ້​ເຂົ້າ​ມາ​ໃກ້​ທຸກ​ທີ ດິນແດນ​ຈະ​ຖືກ​ຮົກຮ້າງ​ເພພັງ​ໃນ​ໄວໆ​ນີ້.</verse>
				<verse number="17">ພວກເຈົ້າ​ທີ່​ຢູ່​ແຖບ​ນີ້​ເອີຍ ຈົ່ງ​ໄວ້ທຸກ​ໃຫ້​ຊົນຊາດ​ນັ້ນ ຄື​ທຸກໆຄົນ​ທີ່​ຮູ້​ຊື່ສຽງ​ຂອງ​ດິນແດນ​ນັ້ນ. ຈົ່ງ​ເວົ້າ​ວ່າ, ‘ການປົກຄອງ​ເດັ່ນ​ຖືກ​ທັບມ້າງ​ລົງ ຄວາມ​ຍິ່ງໃຫຍ່​ແລະ​ໂດ່ງດັງ​ບໍ່ມີ​ຕໍ່ໄປ​ແລ້ວ.’</verse>
				<verse number="18">ພວກເຈົ້າ​ຜູ້​ທີ່​ອາໄສ​ຢູ່​ໃນ​ເມືອງ​ດີໂບນ​ເອີຍ ລົງ​ຈາກ​ຕຳແໜ່ງ​ສູງ​ຂອງ​ພວກເຈົ້າ​ສາ​ເທາະ ແລະ​ລົງ​ມາ​ນັ່ງ​ໃນ​ຂີ້ຝຸ່ນ​ເທິງ​ພື້ນດິນ​ສາ ຜູ້​ທຳລາຍ​ໄດ້​ມາ ແລະ​ປ້ອມ​ຖືກ​ເພພັງ​ແລ້ວ.</verse>
				<verse number="19">ພວກເຈົ້າ​ຜູ້​ທີ່​ອາໄສ​ຢູ່​ໃນ​ເມືອງ​ອາໂຣເອ​ເອີຍ ຈົ່ງ​ຢືນ​ລໍ​ຢູ່​ຕາມ​ແຄມ​ຖະໜົນ​ຫົນທາງ​ເຖີດ ຈົ່ງ​ສອບຖາມ​ພວກ​ທີ່​ກຳລັງ​ແລ່ນ​ປົບໜີໄປ ຈົ່ງ​ສືບຖາມ​ນຳ​ພວກເຂົາ​ວ່າ​ມີ​ຫຍັງ​ໄດ້​ເກີດຂຶ້ນ.</verse>
				<verse number="20">ພວກເຂົາ​ຈະ​ຕອບ​ວ່າ, ‘ໂມອາບ​ແຕກ​ແລ້ວ​ເດ ເປັນ​ໜ້າອັບອາຍ​ຫລາຍ ແລະ​ທຸກໃຈ​ແທ້ໆ. ຈົ່ງ​ໄປ​ປະກາດ​ຕາມ​ແຄມ​ແມ່ນໍ້າ​ອາກໂນນ​ວ່າ ດິນແດນ​ໂມອາບ​ໄດ້​ເຖິງ​ທີ່​ປະລາໄຊ​ແລ້ວ.’</verse>
				<verse number="21">ການຕັດສິນ​ໄດ້​ມາຮອດ​ເມືອງ​ຕ່າງໆ​ຕາມ​ພູພຽງ​ແລ້ວ ດັ່ງນີ້: ໂຮໂລນ, ຢາຊາ, ເມຟາອາດ,</verse>
				<verse number="22">ດີໂບນ, ເນໂບ, ເບັດດິບລາທາອິມ,</verse>
				<verse number="23">ກີຣິອາດທາອິມ, ເບັດຄາມູນ, ເບັດເມໂອນ,</verse>
				<verse number="24">ເກຣິໂອດ ແລະ​ໂບຊະຣາ. ການ​ຕັດສິນ​ໄດ້​ແຜ່​ໄປ​ເຖິງ​ທຸກ​ເມືອງ​ຂອງ​ໂມອາບ​ບໍ່​ວ່າ​ໃກ້​ຫລື​ໄກ.</verse>
				<verse number="25">ໂມອາບ​ຖືກ​ຍໍ່າຍີ່​ໃຫ້​ໝຸ່ນ; ອຳນາດ​ກໍ​ຖືກ​ທຳລາຍ​ສາ​ແລ້ວ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="26">ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ເຮັດ​ໃຫ້​ໂມອາບ​ມືນເມົາ​ເພາະ​ໄດ້​ກະບົດ​ຕໍ່​ເຮົາ. ໂມອາບ​ຈະ​ເກືອກກົ້ວ​ຢູ່​ໃນ​ຮາກ​ຂອງຕົນເອງ ແລະ​ປະຊາຊົນ​ຈະ​ຫົວ​ເຍາະເຍີ້ຍ.</verse>
				<verse number="27">ໂມອາບ​ເອີຍ ຈື່​ບໍ​ວ່າ​ເຈົ້າ​ໄດ້​ຫົວຂວັນ​ໃສ່​ປະຊາຊົນ​ອິດສະຣາເອນ​ຢ່າງໃດ? ເຈົ້າ​ເຮັດ​ຕໍ່​ພວກເຂົາ​ເໝືອນກັບ​ວ່າ​ພວກເຂົາ​ຖືກ​ຈັບ​ໄດ້​ໃນ​ພວກ​ນັກປຸ້ນ.</verse>
				<verse number="28">ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ໂມອາບ​ເອີຍ ຈົ່ງ​ໜີ​ອອກ​ຈາກ​ເມືອງ​ຂອງ​ພວກເຈົ້າ​ເຖີດ ຈົ່ງ​ໄປ​ອາໄສ​ຢູ່​ຕາມ​ໜ້າຜາສາ ຈົ່ງ​ເຮັດ​ຄື​ນົກ​ກາງແກ​ທີ່​ເຮັດ​ຮັງ​ຂອງຕົນ​ຢູ່​ກາງ​ພູ​ບ່ອນ​ທີ່​ມີ​ເງີບຜາ.</verse>
				<verse number="29">ໂມອາບ​ຈອງຫອງ​ຫລາຍ ເຮົາ​ໄດ້ຍິນ​ວ່າ​ປະຊາຊົນ​ກໍ​ອວດດີ, ຂີ້ສະຫາວ ແລະ​ຄຸຍໂມ້​ສໍ່າໃດ; ພວກເຂົາ​ຄິດ​ເຫັນ​ແຕ່​ຜົນປະໂຫຍດ​ຕົນເອງ​ສໍ່າໃດ.</verse>
				<verse number="30">ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຮູ້ຈັກ​ເຖິງ​ຄວາມ​ອວດດີ​ຂອງ​ພວກເຂົາ. ພວກເຂົາ​ຄຸຍໂມ້​ໄປ​ບໍ່​ຮອດ​ໃສ ແລະ​ສິ່ງ​ທີ່​ພວກເຂົາ​ເຮັດ​ນັ້ນ​ກໍ​ບໍ່​ຍືນຍົງ​ດອກ.</verse>
				<verse number="31">ເພາະສະນັ້ນ ເຮົາ​ຈຶ່ງ​ຮ້ອງໄຫ້​ສຳລັບ​ທຸກຄົນ​ໃນ​ໂມອາບ ແລະ​ສຳລັບ​ປະຊາຊົນ​ກີຣະເຮເຣັດ.</verse>
				<verse number="32">ເຮົາ​ຈະ​ຮ້ອງໄຫ້​ໃຫ້​ປະຊາຊົນ​ສິບມາ ຫລາຍກວ່າ​ປະຊາຊົນ​ຢາເຊ​ອີກ. ເມືອງ​ສິບມາ​ເອີຍ ເຈົ້າ​ເປັນ​ດັ່ງ​ຕົ້ນອະງຸ່ນ​ຊຶ່ງ​ງ່າ​ໄປ​ຈຸ​ຮອດ​ທະເລຕາຍ ແລະ​ໄປ​ໄກ​ຈົນຮອດ​ເມືອງ​ຢາເຊ, ແຕ່​ບັດນີ້​ໝາກໄມ້​ລະດູ​ຮ້ອນ ແລະ​ໝາກອະງຸ່ນ​ຂອງ​ພວກເຈົ້າ​ຖືກ​ທຳລາຍ​ສາ​ແລ້ວ.</verse>
				<verse number="33">ຄວາມສຸກ ແລະ​ຄວາມ​ຊົມຊື່ນ​ຍິນດີ​ໄດ້​ຖືກ​ນຳ​ເອົາ​ໜີໄປ​ຈາກ​ທີ່ດິນ​ອັນ​ອຸດົມສົມບູນ​ຂອງ​ໂມອາບ. ເຮົາ​ໄດ້​ເຮັດ​ໃຫ້​ນໍ້າ​ອະງຸ່ນ​ເຊົາ​ໄຫລ​ຈາກ​ທີ່​ບີບ​ໝາກອະງຸ່ນ; ບໍ່ມີ​ຄົນ​ເຮັດ​ເຫຼົ້າ​ອະງຸ່ນ​ອີກ​ແລ້ວ ແລະ​ບໍ່ມີ​ສຽງ​ໂຮຮ້ອງ​ຊົມຊື່ນ​ຍິນດີ.</verse>
				<verse number="34">ປະຊາຊົນ​ແຫ່ງ​ເມືອງ​ເຮັດຊະໂບນ ແລະ​ເອເລອາເລ​ຮ້ອງ​ອອກ​ມາ ແລະ​ສຽງ​ຮ້ອງ​ຂອງ​ພວກເຂົາ​ກໍ​ໄດ້​ຍິນ​ເຖິງ​ເມືອງ​ຢາຮາດ; ແລະ​ປະຊາຊົນ​ເມືອງ​ໂຊອາ​ກໍ​ໄດ້​ຍິນ ແລະ​ສຽງ​ນັ້ນ​ໄດ້ຍິນ​ໄປ​ຮອດ​ເມືອງ​ໂຮໂຣນາອິມ ແລະ​ເອັກລາດ-ເຊລີຊີຢາ. ແມ່ນແຕ່​ຫ້ວຍນໍ້າ​ນິມຣິມ​ກໍ​ບົກ​ລົງ.</verse>
				<verse number="35">ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ໃຫ້​ປະຊາຊົນ​ໂມອາບ​ເຊົາ​ເຜົາ​ຖວາຍບູຊາ ໃນ​ບ່ອນ​ນະມັດສະການ​ຕ່າງໆ​ຂອງ​ພວກເຂົາ ແລະ​ເຊົາ​ຖວາຍ​ເຄື່ອງ​ບູຊາ​ຕ່າງໆ​ແກ່​ພະ​ຂອງ​ພວກເຂົາ.</verse>
				<verse number="36">ສະນັ້ນ ຈິດໃຈ​ຂອງເຮົາ​ຈຶ່ງ​ໄວ້ທຸກ​ໃຫ້​ແກ່​ໂມອາບ ແລະ​ໄວ້ທຸກ​ໃຫ້​ປະຊາຊົນ​ເມືອງ​ກີຣະເຮເຣັດ​ດັ່ງ​ຜູ້​ທີ່​ເປົ່າ​ຂຸ່ຍ​ໃນ​ງານ​ສົບ ຍ້ອນ​ພວກເຂົາ​ໄດ້​ສູນເສຍ​ທຸກໆສິ່ງ​ທີ່​ພວກຕົນ​ມີ​ນັ້ນ.</verse>
				<verse number="37">ພວກເຂົາ​ທຸກຄົນ​ໄດ້​ແຖ​ຫົວ ແລະ​ຕັດ​ໜວດ. ພວກເຂົາ​ທຸກຄົນ​ໄດ້​ປາດ​ມື​ຂອງຕົນເອງ ແລະ​ໄດ້​ນຸ່ງ​ຜ້າ​ກະສອບເຂົ້າ.</verse>
				<verse number="38">ເທິງ​ດາດຟ້າ​ເຮືອນ​ຂອງ​ຊາວ​ໂມອາບ​ທຸກ​ຫລັງ ແລະ​ຕາມ​ທີ່​ສາທາ​ລະນະ​ທັງໝົດ ບໍ່ມີ​ຫຍັງ​ເລີຍ​ນອກຈາກ​ການ​ໄວ້ທຸກ​ເທົ່ານັ້ນ ຍ້ອນ​ເຮົາ​ໄດ້​ຕີ​ໂມອາບ​ໃຫ້​ແຕກ​ດັ່ງ​ຕີ​ໝໍ້​ທີ່​ບໍ່ມີ​ຜູ້ໃດ​ຕ້ອງການ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="39">ໂມອາບ​ໄດ້​ຖືກ​ຕີ​ໃຫ້​ກະຈັດ​ກະຈາຍ​ໄປ​ສາ​ແລ້ວ ຈົ່ງ​ຮ້ອງໄຫ້ ໂມອາບ​ໄດ້​ຖືກ​ອັບອາຍ​ສາ​ແລ້ວ. ເປັນ​ເມືອງ​ທີ່​ຮົກຮ້າງ​ເພພັງ ແລະ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ກໍ​ຫົວ​ເຍາະເຍີ້ຍ.</verse>
				<verse number="40">ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ​ຈະ​ມີ​ຊົນຊາດ​ໜຶ່ງ​ບິນ​ລົງ​ມາ ເທິງ​ໂມອາບ​ດັ່ງ​ນົກອິນຊີ​ພື​ປີກ​ອອກ​ກວມ</verse>
				<verse number="41">ແລະ​ເມືອງ​ຕະຫລອດ​ທັງ​ປ້ອມ​ປ້ອງກັນເມືອງ​ຈະ​ຖືກ​ຢຶດເອົາ​ໝົດ. ໃນ​ມື້​ນັ້ນ ພວກ​ທະຫານ​ຂອງ​ໂມອາບ​ກໍ​ຈະ​ຕົກ​ສະທ້ານ​ຢ້ານກົວ​ດັ່ງ​ຜູ້ຍິງ​ຄອດ​ລູກ.</verse>
				<verse number="42">ໂມອາບ​ຈະ​ຖືກ​ທຳລາຍ​ແລະ​ຈະ​ບໍ່​ເປັນ​ຊົນຊາດ​ໜຶ່ງ​ອີກ​ຕໍ່ໄປ ຍ້ອນ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ.</verse>
				<verse number="43">ພຣະເຈົ້າຢາເວ​ກ່າວ​ວ່າ, ຄວາມ​ຢ້ານກົວ​ອັນ​ໃຫຍ່, ຫລຸມ ແລະ​ບ້ວງແຮ້ວ ກຳລັງ​ລໍຄອຍ​ປະຊາຊົນ​ໂມອາບ​ຢູ່.</verse>
				<verse number="44">ຜູ້ໃດ​ກໍຕາມ​ທີ່​ພະຍາຍາມ​ປົບໜີ​ຈາກ​ການ​ຢ້ານກົວ​ອັນ​ໃຫຍ່​ນັ້ນ ຈະ​ຕົກລົງ​ໃນ​ຫລຸມ ແລະ​ຜູ້ໃດ​ກໍຕາມ​ທີ່​ປິນ​ຂຶ້ນ​ຈາກ​ຫລຸມ​ໄດ້​ກໍ​ຈະ​ຖືກ​ບ້ວງແຮ້ວ, ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຈັດ​ເວລາ​ໄວ້​ສຳລັບ​ໂມອາບ​ໃຫ້​ຖືກ​ທຳລາຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="45">ພວກ​ອົບພະຍົບ​ຫລົບໄພ​ທີ່​ໝົດ​ຊ່ອງທາງ ພະຍາຍາມ​ຫາ​ທີ່​ປົກປ້ອງ​ຄຸ້ມຄອງ​ຢູ່​ໃນ​ເຮັດຊະໂບນ ຄື​ນະຄອນ​ຊຶ່ງ​ຄັ້ງ​ໜຶ່ງ​ກະສັດ​ສີໂຫນ​ໄດ້​ປົກຄອງ ແຕ່​ເມືອງ​ນີ້​ກໍ​ຖືກ​ເຜົາຜານ. ໄຟ​ໄດ້​ໄໝ້​ເຂດແດນ ແລະ​ພູ​ສູງ​ຂອງ​ປະຊາຊົນ​ໂມອາບ​ຜູ້​ມັກ​ສົງຄາມ.</verse>
				<verse number="46">ສົງສານ​ປະຊາຊົນ​ໂມອາບ​ເດ ປະຊາຊົນ​ຜູ້​ຂາບໄຫວ້​ພະ​ເຄໂມດ​ໄດ້​ຖືກ​ທຳລາຍ​ແລ້ວ ແລະ​ລູກ​ຊາຍ​ຍິງ​ຂອງ​ພວກເຂົາ​ກໍໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ​ສາ​ແລ້ວ.</verse>
				<verse number="47">ແຕ່​ໃນ​ເວລາ​ຂ້າງໜ້າ ຈະ​ເຮັດ​ໃຫ້​ໂມອາບ​ຈະເລີນ​ຮຸ່ງເຮືອງ​ຂຶ້ນໃໝ່. ສິ່ງ​ທັງໝົດ​ນີ້​ແມ່ນ​ເຫດການ​ທີ່​ພຣະເຈົ້າຢາເວ​ກ່າວ​ວ່າ ຈະ​ເກີດຂຶ້ນ​ກັບ​ໂມອາບ.</verse>
			</chapter>
			<chapter number="49">
				<verse number="1">ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ດິນແດນ​ອຳໂມນ​ວ່າ, “ຊາຍ​ຊາວ​ອິດສະຣາເອນ​ໄປ​ໃສ​ໝົດ​ແລ້ວ? ບໍ່ມີ​ຜູ້ໃດ​ປ້ອງກັນ​ດິນແດນ​ບໍ? ເປັນຫຍັງ​ພວກເຂົາ​ຈຶ່ງ​ປ່ອຍ​ໃຫ້​ປະຊາຊົນ​ທີ່​ຂາບໄຫວ້​ພະ​ມິນກົມ ເອົາ​ເຂດແດນ​ຂອງ​ເຜົ່າກາດ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ບ່ອນ​ນັ້ນ?</verse>
				<verse number="2">ແຕ່​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ກ່າວ່າ, ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ທີ່​ຢູ່​ໃນ​ເມືອງ​ເອກຣັບບາ ໄດ້ຍິນ​ສຽງ​ຂອງ​ການ​ສູ້ຮົບ ແລະ​ເມືອງ​ນີ້​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ແລະ​ໝູ່ບ້ານ​ຕ່າງໆ​ກໍ​ຈະ​ຖືກ​ເຜົາຜານ​ຈົນກ້ຽງ. ແລ້ວ​ຊາດ​ອິດສະຣາເອນ​ກໍ​ຈະ​ໄດ້​ດິນແດນ​ຂອງຕົນ ຈາກ​ພວກ​ທີ່​ຢຶດເອົາ​ໄປ​ນັ້ນ​ກັບຄືນ​ມາ.</verse>
				<verse number="3">ປະຊາຊົນ​ເຮັດຊະໂບນ​ເອີຍ ຈົ່ງ​ຮ້ອງໄຫ້​ສາ ເມືອງ​ອາອີ​ໄດ້​ຖືກ​ທຳລາຍ​ແລ້ວ ຜູ້ຍິງ​ຊາວ​ເມືອງ​ຣັບບາ​ເອີຍ ຈົ່ງ​ໄວ້ທຸກ​ເຖີດ ຈົ່ງ​ນຸ່ງ​ຜ້າ​ກະສອບເຂົ້າ​ແລະ​ໄວ້ທຸກ​ສາ. ຈົ່ງ​ແລ່ນ​ສັບສົນ​ອົນລະວົນ​ສາ. ພະ​ມິນກົມ​ຂອງ​ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ພ້ອມ​ກັບ​ພວກ​ປະໂຣຫິດ​ແລະ​ບັນດາ​ເຈົ້ານາຍ.</verse>
				<verse number="4">ເປັນຫຍັງ​ປະຊາຊົນ​ທີ່​ບໍ່​ສັດຊື່​ດັ່ງ​ພວກເຈົ້າ​ຈຶ່ງ​ເວົ້າ​ຄຸຍ? ກຳລັງ​ຂອງ​ພວກເຈົ້າ​ນັ້ນ​ໝົດ​ສາ​ແລ້ວ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໝັ້ນໃຈ​ໃນ​ກຳລັງ​ຂອງ​ພວກເຈົ້າ ແລະ​ເວົ້າ​ວ່າ, ‘ບໍ່ມີ​ຜູ້ໃດ​ກ້າ​ໂຈມຕີ​ພວກເຮົາ​ດອກ?”’</verse>
				<verse number="5">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ນຳ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ມາ​ສູ່​ພວກເຈົ້າ​ຮອບດ້ານ. ພວກເຈົ້າ​ທັງໝົດ​ຈະ​ແລ່ນ​ປົບໜີໄປ, ແຕ່ລະຄົນ​ຈະ​ແລ່ນ​ເອົາ​ຊີວິດ​ລອດ ແລະ​ຈະ​ບໍ່ມີ​ຜູ້ໃດ​ຈະ​ນຳ​ທະຫານ​ຂອງ​ພວກເຈົ້າ​ທີ່​ແຕກ​ໄປ​ນັ້ນ ມາ​ເຕົ້າໂຮມ​ກັນ​ໄດ້​ອີກ.</verse>
				<verse number="6">ແຕ່​ພາຍລຸນ​ມາ ເຮົາ​ຈະ​ເຮັດ​ໃຫ້​ອຳໂມນ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="7">ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ເຖິງ​ເອໂດມ​ວ່າ, “ປະຊາຊົນ​ເມືອງ​ເຕມານ​ໝົດ​ປັນຍາ​ແລ້ວ​ບໍ? ບັນດາ​ທີ່ປຶກສາ​ຂອງ​ພວກເຂົາ​ບໍ່ໄດ້​ບອກ​ວ່າ ຄວນ​ເຮັດ​ຢ່າງໃດ​ບໍ? ສະຕິປັນຍາ​ຂອງ​ພວກເຂົາ​ໄປ​ໃສ​ໝົດແລ້ວ?</verse>
				<verse number="8">ປະຊາຊົນ​ເດດານ ຈົ່ງ​ອ່ວາຍໜ້າ​ແລ່ນ​ໜີໄປ​ສາ ຈົ່ງ​ລີ້ແມ ເຮົາ​ກຳລັງ​ຈະ​ທຳລາຍ​ເຊື້ອສາຍ​ຂອງ​ເອຊາວ ເພາະ​ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຈະ​ຕ້ອງ​ລົງໂທດ​ພວກເຂົາ.</verse>
				<verse number="9">ເມື່ອ​ຄົນ​ເກັບ​ໝາກອະງຸ່ນ​ປະ​ໝາກອະງຸ່ນ​ບາງ​ໜ່ວຍ​ໄວ້​ຕາມ​ເຄືອ; ແລະ​ເມື່ອ​ພວກ​ນັກປຸ້ນ​ມາ​ໃນ​ຕອນ​ກາງຄືນ ພວກເຂົາ​ຈະ​ປຸ້ນ​ເອົາ​ແຕ່​ສິ່ງ​ທີ່​ຕ້ອງການ​ເທົ່ານັ້ນ​ໄປ.</verse>
				<verse number="10">ແຕ່​ເຮົາ ໄດ້​ປຸ້ນ​ເອົາ​ນຳ​ເຊື້ອສາຍ​ຂອງ​ເອຊາວ​ຈົນ​ໝົດກ້ຽງ ພ້ອມທັງ​ໄດ້​ເປີດເຜີຍ​ບ່ອນ​ທີ່​ພວກເຂົາ​ຫລົບລີ້ ເພື່ອ​ວ່າ​ພວກເຂົາ​ຈະ​ຫລົບລີ້​ບໍ່ໄດ້​ອີກ​ຕໍ່ໄປ. ປະຊາຊົນ​ເອໂດມ​ທັງໝົດ​ຖືກ​ທຳລາຍ​ແລ້ວ. ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ໃນ​ພວກເຂົາ​ເຫຼືອ​ຢູ່​ເລີຍ.</verse>
				<verse number="11">ຈົ່ງ​ປະ​ພວກ​ເດັກ​ກຳພ້າ​ໄວ້​ກັບ​ເຮົາ​ສາ ແລະ​ເຮົາ​ຈະ​ເບິ່ງແຍງ​ພວກເຂົາ​ເອງ. ບັນດາ​ແມ່ໝ້າຍ​ຂອງ​ພວກເຈົ້າ​ເພິ່ງພາ​ອາໄສ​ເຮົາ​ໄດ້.”</verse>
				<verse number="12">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຖິງ​ແມ່ນ​ວ່າ​ຄົນ​ທີ່​ບໍ່​ສົມຄວນ​ໄດ້​ຖືກ​ລົງໂທດ​ກໍ​ຕ້ອງ​ດື່ມ​ຈາກ​ຈອກ​ແຫ່ງ​ການຕັດສິນ; ພວກເຈົ້າ​ຄິດວ່າ​ຈະ​ໄປ​ໂດຍ​ບໍ່​ຖືກ​ລົງໂທດ​ຊັ້ນບໍ? ບໍ່ແມ່ນ​ດອກ ພວກເຈົ້າ​ຕ້ອງ​ດື່ມ​ຈາກ​ຈອກ​ນັ້ນ</verse>
				<verse number="13">ເຮົາ​ເອງ​ໄດ້​ສັນຍາ​ໄວ້​ວ່າ ນະຄອນ​ໂບຊະຣາ​ຈະ​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າຢ້ານກົວ​ຍິ່ງ ແລະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ; ປະຊາຊົນ​ຈະ​ຫົວ​ເຍາະເຍີ້ຍ​ແລະ​ໃຊ້​ຊື່​ນັ້ນ​ເປັນ​ຄຳສາບແຊ່ງ. ໝູ່ບ້ານ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ຈະ​ເປັນ​ທີ່​ຮົກຮ້າງ​ເພພັງ​ຕະຫລອດໄປ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="14">ຂ້າພະເຈົ້າ​ກ່າວ​ວ່າ, “ເອໂດມ​ເອີຍ ຂ້ອຍ​ໄດ້​ຮັບ​ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ. ພຣະອົງ​ໄດ້​ສົ່ງ​ຖ້ອຍຄຳ​ມາ​ບອກ​ຊົນຊາດ​ທັງຫລາຍ ເພື່ອ​ຮວບຮວມ​ກອງທັບ​ຂອງ​ພວກເຂົາ​ໃຫ້​ຕຽມພ້ອມ​ໂຈມຕີ​ເຈົ້າ.</verse>
				<verse number="15">ພຣະອົງ​ຈະ​ໃຫ້​ເຈົ້າ​ອ່ອນ​ກຳລັງ ແລະ​ບໍ່ມີ​ຜູ້ໃດ​ຈະ​ໃຫ້​ຄວາມນັບຖື​ແກ່​ເຈົ້າ.</verse>
				<verse number="16">ການ​ອວດດີ​ຂອງ​ເຈົ້າ​ນັ້ນ​ໄດ້​ຫລອກລວງ​ເຈົ້າເອງ. ບໍ່ມີ​ຜູ້ໃດ​ຢ້ານກົວ​ເຈົ້າ​ດັ່ງ​ທີ່​ເຈົ້າ​ໄດ້​ຄິດໄວ້. ເຖິງ​ແມ່ນ​ວ່າ​ເຈົ້າ​ຕັ້ງ​ຢູ່​ເທິງ​ຫີນ​ຜາ​ສູງ ຄື​ຢູ່​ເທິງ​ຈອມພູ​ກໍຕາມ; ແຕ່​ເຖິງ​ແມ່ນ​ວ່າ​ເຈົ້າ​ບິນ​ສູງ​ດັ່ງ​ນົກອິນຊີ​ກໍດີ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຈະ​ດຶງ​ເຈົ້າ​ລົງ​ມາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="17">ພຣະເຈົ້າຢາເວ​ກ່າວ​ວ່າ, “ການທຳລາຍ​ທີ່​ຈະ​ມາ​ຖືກ​ເອໂດມ​ນັ້ນ ຈະ​ຮ້າຍແຮງ​ຫລາຍ​ຈົນ​ທຸກໆຄົນ​ທີ່​ຜ່ານ​ໄປ​ຈະ​ຕື່ນ​ຕົກໃຈ​ແລະ​ຢ້ານກົວ​ຍິ່ງ.</verse>
				<verse number="18">ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ເມືອງ​ໂຊໂດມ ແລະ​ໂກໂມຣາ ກໍ​ຈະ​ເກີດຂຶ້ນ​ຄືກັນ​ກັບ​ເມືອງ​ເອໂດມ ເມື່ອ​ພວກເຂົາ​ແລະ​ເມືອງ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ຖືກ​ທຳລາຍ. ຈະ​ບໍ່ມີ​ຜູ້ໃດ​ຢູ່​ທີ່​ນັ້ນ​ອີກ​ຕໍ່ໄປ.”</verse>
				<verse number="19">“ສິງ​ອອກ​ຈາກ​ປ່າຕຶບ​ມາ​ສູ່​ແຄມ​ແມ່ນໍ້າ​ຈໍແດນ​ທີ່​ມີ​ຫຍ້າຂຽວ​ສັນໃດ; ເຮົາ​ກໍ​ຈະ​ມາ​ເຮັດ​ໃຫ້​ຊາວ​ເອໂດມ ແລ່ນ​ໜີ​ຈາກ​ດິນແດນ​ຂອງ​ພວກເຂົາ​ຢ່າງ​ກະທັນຫັນ​ສັນນັ້ນ. ແລ້ວ​ຜູ້ນຳ​ທີ່​ເຮົາ​ເລືອກເອົາ​ກໍ​ຈະ​ປົກຄອງ​ດິນແດນ. ຜູ້ໃດ​ແດ່​ທຽບເທົ່າ​ກັບ​ເຮົາ​ໄດ້? ຜູ້ໃດ​ແດ່​ກ້າ​ທ້າທາຍ​ເຮົາ​ໄດ້? ນັກ​ປົກຄອງ​ຜູ້ໃດ​ແດ່​ຕ້ານທານ​ເຮົາ​ໄດ້?</verse>
				<verse number="20">ສະນັ້ນ ຈົ່ງ​ຟັງ​ແຜນການ​ທີ່​ພຣະເຈົ້າຢາເວ​ກະທຳ​ຕໍ່ສູ້​ປະຊາຊົນ​ເອໂດມ ແລະ​ສິ່ງ​ທີ່​ພຣະອົງ​ຕັ້ງໃຈ​ກະທຳ​ຕໍ່​ຊາວ​ເຕມານ. ແມ່ນແຕ່​ລູກ​ຂອງ​ພວກເຂົາ​ກໍ​ຈະ​ຖືກ​ລາກ​ໄປ ແລະ​ທຸກຄົນ​ຈະ​ຢ້ານກົວ​ໃຫຍ່.</verse>
				<verse number="21">ເມື່ອ​ເອໂດມ​ແຕກ ຈະ​ມີ​ສຽງດັງ​ຈົນ​ແຜ່ນດິນ​ໂລກ​ຫວັ່ນໄຫວ ແລະ​ສຽງ​ແຕກຕື່ນ​ກໍ​ຈະ​ໄດ້ຍິນ​ໄປ​ຮອດ​ອ່າວ​ອາກາບາ.</verse>
				<verse number="22">ສັດຕູ​ຈະ​ໂຈມຕີ​ດັ່ງ​ນົກອິນຊີ ຄື​ບິນ​ລົງ​ມາ​ເທິງ​ໂບຊະຣາ ໂດຍ​ພື​ປີກ​ອອກ​ກວມ. ໃນ​ວັນ​ນັ້ນ ທະຫານ​ເອໂດມ​ຈະ​ຕົກ​ສະທ້ານ​ຢ້ານກົວ​ດັ່ງ​ຜູ້ຍິງ​ຄອດ​ລູກ.”</verse>
				<verse number="23">ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ນະຄອນ​ດາມັສກັດ​ວ່າ, “ປະຊາຊົນ​ໃນ​ເມືອງ​ຮາມັດ​ແລະ​ອັກປັດ ຕ່າງ​ກໍ​ກະວົນ​ກະວາຍ ແລະ​ເດືອດຮ້ອນ​ຍ້ອນ​ພວກເຂົາ​ໄດ້ຍິນ​ຂ່າວ​ບໍ່​ດີ. ຄວາມ​ວິຕົກ​ກັງວົນ​ທັບຖ້ວມ​ພວກເຂົາ​ດັ່ງ​ນໍ້າ​ທະເລ​ໄຫລຊັດ​ຈົນ​ພວກເຂົາ​ຢູ່​ບໍ່​ເປັນ​ສຸກ.</verse>
				<verse number="24">ປະຊາຊົນ​ດາມັສກັດ​ອ່ອນ​ກຳລັງ ແລະ​ປົບໜີໄປ​ດ້ວຍ​ຄວາມ​ຢ້ານກົວ​ຫລາຍ. ພວກເຂົາ​ເຈັບປວດ ແລະ​ທົນທຸກ​ທໍລະມານ​ດັ່ງ​ຜູ້ຍິງ​ຄອດ​ລູກ.</verse>
				<verse number="25">ນະຄອນ​ໂດ່ງດັງ​ທີ່​ເຄີຍ​ມີ​ຄວາມສຸກ ໄດ້​ຮົກຮ້າງ​ຫວ່າງເປົ່າ​ໄປ​ໝົດ.</verse>
				<verse number="26">ໃນ​ວັນ​ນັ້ນ ຊາຍໜຸ່ມ​ຈະ​ຖືກ​ຂ້າ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ໃນ​ເມືອງ ແລະ​ທະຫານ​ກໍ​ຈະ​ຖືກ​ທຳລາຍ​ກ້ຽງ.” ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="27">“ເຮົາ​ຈະ​ຈູດ​ໄຟ​ເຜົາ​ກຳແພງ​ທັງຫລາຍ​ຂອງ​ນະຄອນ​ດາມັສກັດ ແລະ​ກໍ​ຈະ​ຈູດ​ວັງ​ທັງຫລາຍ​ຂອງ​ກະສັດ​ເບັນຮາດາດ.”</verse>
				<verse number="28">ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ເຜົ່າ​ເກດາ ແລະ​ທ້ອງຖິ່ນ​ຕ່າງໆ​ຊຶ່ງ​ຖືກ​ຄວບຄຸມ​ໂດຍ​ເມືອງ​ຮາໂຊ ຊຶ່ງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ຕີ​ໄດ້​ວ່າ, “ຈົ່ງ​ໂຈມຕີ​ປະຊາຊົນ​ເກດາ ແລະ​ທຳລາຍ​ເຜົ່າ​ທາງທິດ​ຕາເວັນອອກ</verse>
				<verse number="29">ຈົ່ງ​ຢຶດເອົາ​ຜ້າເຕັນ​ກັບ​ຝູງສັດ​ຂອງ​ພວກເຂົາ ຄື​ຜ້າກັ້ງ​ຂອງ​ເຕັນ ແລະ​ທຸກສິ່ງ​ທີ່​ຢູ່​ໃນ​ເຕັນ​ນັ້ນ. ຈົ່ງ​ຢຶດ​ຝູງ​ອູດ​ຂອງ​ພວກເຂົາ ແລະ​ບອກ​ປະຊາຊົນ​ວ່າ, ‘ຄວາມຢ້ານ​ອັນ​ໃຫຍ່​ໄດ້​ມາ​ອ້ອມຮອບ​ພວກເຈົ້າ​ແລ້ວ.”’</verse>
				<verse number="30">ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຮາໂຊ​ເອີຍ ຈົ່ງ​ແລ່ນ​ປົບໜີໄປ​ໄກແສນໄກ ແລະ​ຫລົບລີ້​ຢູ່​ສາ. ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ວາງແຜນ​ຮ້າຍ​ຕໍ່ສູ້​ພວກເຈົ້າ ແລະ​ລາວ​ເວົ້າ​ວ່າ,</verse>
				<verse number="31">‘ຮີບມາ ພວກເຮົາ​ຈະ​ໂຈມຕີ​ຄົນ​ເຫຼົ່ານັ້ນ​ທີ່​ຄິດວ່າ ຕົນ​ປອດໄພ​ແລະ​ໝັ້ນຄົງ ເມືອງ​ຂອງ​ພວກເຂົາ​ບໍ່ມີ​ປະຕູ​ຫລື​ມີໄລ ທັງ​ເປັນ​ເມືອງ​ທີ່​ບໍ່ມີ​ໜ່ວຍ​ປ້ອງກັນ​ຊໍ້າ.”’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="32">ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຢຶດ​ຝູງ​ອູດ ແລະ​ຝູງງົວ​ຂອງ​ພວກເຂົາ​ໄປ​ໃຫ້​ໝົດ ເຮົາ​ຈະ​ກະຈັດ​ກະຈາຍ​ຄົນ​ທີ່​ຕັດ​ຜົມ​ສັ້ນ​ໄປ​ທຸກທິດ​ທຸກທາງ ແລະ​ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ​ຮອບດ້ານ.</verse>
				<verse number="33">ເມືອງ​ຮາໂຊ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຕະຫລອດໄປ ຄື​ເປັນ​ບ່ອນ​ທີ່​ໝາປ່າ​ອາໄສ​ຢູ່​ເທົ່ານັ້ນ. ຈະ​ບໍ່ມີ​ຜູ້ໃດ​ຢູ່​ທີ່​ນັ້ນ​ອີກ.”</verse>
				<verse number="34">ຫລັງຈາກ​ທີ່​ເຈົ້າ​ເຊເດກີຢາ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ແລ້ວ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່ຽວກັບ​ດິນແດນ​ເອລາມ.</verse>
				<verse number="35">ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້: “ເຮົາ​ຈະ​ຂ້າ​ນັກຍິງທະນູ​ທັງໝົດ ທີ່​ໄດ້​ເຮັດ​ໃຫ້​ເອລາມ​ມີ​ອຳນາດ.</verse>
				<verse number="36">ເຮົາ​ຈະ​ເຮັດ​ໃຫ້​ລົມ​ພັດ​ມາ​ຈາກ​ທຸກ​ທິດ​ເພື່ອ​ຕໍ່ສູ້​ເອລາມ ແລະ​ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ໃນ​ດິນແດນ​ນັ້ນ ກະຈັດ​ກະຈາຍ​ໄປ​ທົ່ວ​ທຸກບ່ອນ ຈົນ​ມີ​ຜູ້​ລີ້ໄພ​ຢູ່​ໃນ​ທຸກໆ​ປະເທດ.</verse>
				<verse number="37">ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ເອລາມ​ຢ້ານກົວ​ເຫຼົ່າ​ສັດຕູ ຄື​ຜູ້​ທີ່​ຢາກ​ຂ້າ​ພວກເຂົາ. ເຮົາ​ຈະ​ທຳລາຍ​ປະຊາຊົນ​ເອລາມ​ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ໃຫຍ່​ຂອງເຮົາ ພຣະເຈົ້າຢາເວ​ກ່າວ​ວ່າ ແລະ​ເຮົາ​ຈະ​ສົ່ງ​ກອງທັບ​ທັງຫລາຍ​ມາ​ຕໍ່ສູ້​ຈົນກວ່າ​ເຮົາ​ໄດ້​ກຳຈັດ​ພວກເຂົາ​ໃຫ້​ໝົດໄປ.</verse>
				<verse number="38">ເຮົາ​ຈະ​ທຳລາຍ​ບັນດາ​ກະສັດ​ພ້ອມ​ທັງ​ພວກ​ເຈົ້ານາຍ​ຂອງ​ພວກເຂົາ ແລະ​ຈະ​ຕັ້ງ​ບັນລັງ​ຂອງເຮົາ​ຢູ່​ໃນ​ທີ່ນັ້ນ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="39">ແຕ່​ພາຍລຸນ​ມາ ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ເອລາມ​ຈະເລີນ​ຮຸ່ງເຮືອງ​ຂຶ້ນໃໝ່.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
			</chapter>
			<chapter number="50">
				<verse number="1">ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ ກ່ຽວກັບ​ນະຄອນ​ບາບີໂລນ​ແລະ​ຊາວ​ນະຄອນ​ວ່າ,</verse>
				<verse number="2">“ຈົ່ງ​ປະກາດ​ຂ່າວ​ໃຫ້​ຊົນຊາດ​ທັງຫລາຍ ຈົ່ງ​ຖະແຫລງ​ຂ່າວ​ນັ້ນ​ສາ​ເຖີດ ຈົ່ງ​ແຈ້ງ​ຂ່າວ​ນັ້ນ​ແລະ​ໃຫ້​ບອກ​ເປັນ​ສັນຍານ ຢ່າ​ຮັກສາ​ຂ່າວ​ໄວ້​ເປັນຄວາມລັບ ນະຄອນ​ບາບີໂລນ​ຫຼົ້ມຈົມ​ແລ້ວ, ພະ​ມັກດຸກ​ຂອງ​ນະຄອນ​ບາບີໂລນ​ແຕກ​ກະຈັດ​ກະຈາຍ​ແລ້ວ, ບັນດາ​ຮູບເຄົາຣົບ​ຕ່າງ​ກໍໄດ້​ຖືກ​ອັບອາຍ; ຮູບ​ພະ​ໜ້າກຽດຊັງ​ຖືກ​ທຳລາຍ​ຈົນ​ໝຸ່ນ.</verse>
				<verse number="3">ມີ​ຊົນຊາດ​ໜຶ່ງ​ຈາກ​ທາງ​ທິດເໜືອ​ໄດ້​ມາ​ໂຈມຕີ​ບາບີໂລນ ແລະ​ຈະ​ເຮັດ​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ມະນຸດ​ແລະ​ຝູງສັດ​ຈະ​ແລ່ນ​ໜີໄປ ແລະ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່ນັ້ນ​ເລີຍ.”</verse>
				<verse number="4">ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ທັງ​ອິດສະຣາເອນ ແລະ​ຢູດາ​ຈະ​ຮ້ອງໄຫ້ ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="5">ພວກເຂົາ​ຈະ​ຖາມ​ຫາ​ຫົນທາງ​ໄປ​ສູ່​ພູເຂົາ​ຊີໂອນ ແລະ​ຈະ​ເດີນ​ໄປ​ຕາມ​ຫົນທາງ​ນັ້ນ. ພວກເຂົາ​ຈະ​ເຮັດ​ພັນທະສັນຍາ​ອັນ​ຕະຫລອດໄປ​ກັບ​ພຣະເຈົ້າຢາເວ ແລະ​ພວກເຂົາ​ຈະ​ບໍ່​ຝ່າຝືນ​ພັນທະສັນຍາ​ນັ້ນ​ຈັກເທື່ອ.</verse>
				<verse number="6">ປະຊາຊົນ​ຂອງເຮົາ​ເປັນ​ດັ່ງ​ຝູງແກະ​ທີ່​ຜູ້ລ້ຽງ​ໄດ້​ປະປ່ອຍ​ໃຫ້​ເສຍໄປ​ຕາມ​ພູ. ພວກເຂົາ​ເປັນ​ດັ່ງ​ແກະ​ທີ່​ເລາະໄປ​ເລາະມາ​ຈາກ​ພູ​ໜ່ວຍ​ນີ້​ຫາ​ພູ​ໜ່ວຍ​ອື່ນ ແລະ​ພວກເຂົາ​ກໍ​ລືມ​ວ່າ​ບ້ານ​ຂອງ​ພວກເຂົາ​ນັ້ນ​ຢູ່​ໃສ.</verse>
				<verse number="7">ພວກເຂົາ​ຖືກ​ທຳລາຍ​ຈາກ​ທຸກໆຄົນ​ທີ່​ໄດ້​ພົບ​ເຫັນ​ພວກເຂົາ. ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ເວົ້າ​ວ່າ, ‘ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ບໍ່​ຜິດ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ອົງ​ເປັນ​ທີ່ຢູ່​ອັນ​ແທ້ຈິງ; ຕໍ່ສູ້​ພຣະເຈົ້າຢາເວ ອົງ​ເປັນ​ຄວາມຫວັງ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.’</verse>
				<verse number="8">ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ແລ່ນ​ໜີ​ຈາກ​ບາບີໂລນ​ສາ ຈົ່ງ​ໜີ​ອອກ​ມາ​ຈາກ​ປະເທດ​ສາ ຈົ່ງ​ໜີໄປ​ເປັນ​ຜູ້​ທຳອິດ​ເຖີດ</verse>
				<verse number="9">ເຮົາ​ຈະ​ປຸກປັ່ນ​ໝວດ​ໜຶ່ງ​ໃນ​ບັນດາ​ຊົນຊາດ​ທີ່​ເຂັ້ມແຂງ​ທາງ​ທິດເໜືອ​ໃຫ້​ມາ​ໂຈມຕີ​ບາບີໂລນ. ພວກເຂົາ​ຈະ​ລຽນແຖວກັນ​ເຮັດ​ເສິກ ແລະ​ຕີ​ເອົາ​ປະເທດ​ນີ້. ພວກເຂົາ​ເປັນ​ນັກໂຫ່ເນື້ອ​ທີ່​ຊຳນິ​ຊຳນານ ໂດຍ​ຍິງ​ລູກທະນູ​ບໍ່​ຜິດພາດ​ເປົ້າໝາຍ​ຈັກເທື່ອ.</verse>
				<verse number="10">ບາບີໂລນ​ຈະ​ຖືກ​ປຸ້ນ ແລະ​ພວກ​ທີ່​ປຸ້ນ​ນັ້ນ​ຈະ​ຢຶດເອົາ​ທຸກໆ​ສິ່ງ​ທີ່​ພວກເຂົາ​ຕ້ອງການ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="11">ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ແຫ່ງ​ບາບີໂລນ​ເອີຍ ພວກເຈົ້າ​ໄດ້​ປຸ້ນສະດົມ​ຊົນຊາດ​ຂອງເຮົາ. ພວກເຈົ້າ​ມີ​ຄວາມສຸກ ແລະ​ມ່ວນຊື່ນ​ເບີກບານ ດັ່ງ​ງົວແມ່​ທີ່​ກຳລັງ​ຢຽບ​ເຂົ້າ​ຫລື​ດັ່ງ​ມ້າ​ທີ່​ກຳລັງ​ຮ້ອງ</verse>
				<verse number="12">ແຕ່​ເມືອງ​ອັນ​ໃຫຍ່ໂຕ​ຂອງ​ພວກເຈົ້າ​ນັ້ນ​ຈະ​ຖືກ​ລົດກຽດ ແລະ​ຖືກ​ອັບອາຍ​ຂາຍໜ້າ. ບາບີໂລນ​ຈະ​ເປັນ​ຊົນຊາດ​ໜຶ່ງ ທີ່​ມີ​ຄວາມ​ສຳຄັນ​ໜ້ອຍ​ທີ່ສຸດ​ໃນ​ບັນດາ​ຊົນຊາດ​ທັງໝົດ ຄື​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ເຫືອດແຫ້ງ​ແລະ​ຂາດນໍ້າ.</verse>
				<verse number="13">ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ໃນ​ນະຄອນ​ບາບີໂລນ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່; ມັນ​ຈະ​ຖືກ​ປະປ່ອຍ​ໃຫ້​ເປັນ​ທີ່​ຮົກຮ້າງ​ເພພັງ ແລະ​ທຸກຄົນ​ທີ່​ໄດ້​ຜ່ານ​ໄປມາ​ທີ່​ນັ້ນ ຈະ​ສະດຸ້ງ​ຕົກໃຈ​ແລະ​ໜ້າງຶດງໍ້.</verse>
				<verse number="14">ພວກ​ນັກຍິງທະນູ​ເອີຍ ຈົ່ງ​ລຽນແຖວ​ເຂົ້າ​ເຮັດ​ເສິກ​ຕໍ່ສູ້​ນະຄອນ​ບາບີໂລນ​ແລະ​ອ້ອມ​ໄວ້. ຈົ່ງ​ຍິງ​ລູກທະນູ​ທັງໝົດ​ຂອງ​ພວກເຈົ້າ​ສຸມໃສ່​ນະຄອນ​ບາບີໂລນ​ຍ້ອນ​ເມືອງ​ນີ້​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ.</verse>
				<verse number="15">ຈົ່ງ​ເປັ່ງສຽງ​ສູ້ຮົບ​ອ້ອມ​ເມືອງ​ເຖີດ ບັດນີ້​ນະຄອນ​ບາບີໂລນ​ໄດ້​ຍອມ​ຈຳນົນ​ແລ້ວ. ກຳແພງ​ເມືອງ​ຖືກ​ພັງ​ລົງ. ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ແກ້ແຄ້ນ​ຊາວ​ບາບີໂລນ. ສະນັ້ນ ຈົ່ງ​ແກ້ແຄ້ນ ແລະ​ເຮັດ​ຕໍ່​ພວກເຂົາ​ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ກັບ​ຄົນອື່ນ​ນັ້ນ​ສາ.</verse>
				<verse number="16">ຢ່າ​ໃຫ້​ມີ​ການ​ເພາະປູກ ຫລື​ການ​ເກັບກ່ຽວ​ໃນ​ປະເທດ​ນີ້. ຊາວ​ຕ່າງດ້າວ​ທຸກໆຄົນ​ທີ່​ກຳລັງ​ອາໄສ​ຢູ່​ໃນ​ທີ່ນັ້ນ​ຈະ​ຢ້ານ​ກອງທັບ​ໂຈມຕີ ແລະ​ຈະ​ກັບຄືນ​ເມືອ​ບ້ານເກີດ​ເມືອງນອນ​ຂອງ​ໃຜ​ລາວ.”</verse>
				<verse number="17">“ປະຊາຊົນ​ອິດສະຣາເອນ​ປຽບ​ດັ່ງ​ຝູງແກະ ທີ່​ຖືກ​ໂຕສິງ​ໄລ່​ໃຫ້​ກະຈັດ​ກະຈາຍ​ໄປ. ທຳອິດ ພວກເຂົາ​ຖືກ​ຈັກກະພັດ​ອັດຊີເຣຍ​ໂຈມຕີ; ຕໍ່ມາ ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຫັກ​ກະດູກ​ພວກເຂົາ.”</verse>
				<verse number="18">ດ້ວຍເຫດນີ້ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ລົງໂທດ​ກະສັດ​ເນບູ​ກາດເນັດຊາ ແລະ​ດິນແດນ​ຂອງ​ລາວ​ດັ່ງ​ທີ່​ເຮົາ​ໄດ້​ລົງໂທດ​ກະສັດ​ແຫ່ງ​ອັດຊີເຣຍ.</verse>
				<verse number="19">ເຮົາ​ຈະ​ປົວແປງ​ປະຊາຊົນ​ອິດສະຣາເອນ​ຂຶ້ນໃໝ່​ໃນ​ດິນແດນ​ຂອງ​ພວກເຂົາ. ພວກເຂົາ​ຈະ​ມີ​ອາຫານ​ການກິນ​ເກີດຂຶ້ນ​ທີ່​ເທິງ​ພູ​ກາເມນ ແລະ​ໃນ​ຂົງເຂດ​ບາຊານ ແລະ​ພວກເຂົາ​ຈະ​ກິນ​ຜົນລະປູກ​ທີ່​ເກີດຂຶ້ນ​ໃນ​ເຂດແດນ​ຂອງ​ເອຟຣາອິມ​ກັບ​ກີເລອາດ ຕາມ​ຄວາມ​ຕ້ອງການ.</verse>
				<verse number="20">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຈະ​ບໍ່​ພົບ​ການບາບ​ໃນ​ອິດສະຣາເອນ ແລະ​ຄວາມຜິດ​ໃນ​ຢູດາ ເພາະ​ເຮົາ​ຈະ​ຍົກໂທດ​ໃຫ້​ປະຊາຊົນ​ທີ່​ເຮົາ​ໄດ້​ໄວ້​ຊີວິດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="21">“ຈົ່ງ​ໂຈມຕີ​ປະຊາຊົນ​ໃນ​ຂົງເຂດ ມາຣາທາອິມ ແລະ​ເປໂກດ. ຈົ່ງ​ຂ້າ ແລະ​ທຳລາຍ​ພວກເຂົາ. ຈົ່ງ​ເຮັດ​ທຸກສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="22">“ສຽງ​ສູ້ຮົບ​ໄດ້​ດັງ​ຂຶ້ນ​ໃນ​ດິນແດນ ແລະ​ການທຳລາຍ​ກໍ​ໜັກໜ່ວງ​ຫລາຍ.</verse>
				<verse number="23">ບາບີໂລນ​ໄດ້​ໃຊ້​ຄ້ອນຕີ​ໂລກ​ທັງໝົດ​ແຕກ​ເປັນ​ປ່ຽງ​ສັນໃດ; ບັດນີ້ ຄ້ອນຕີ​ນັ້ນ​ກໍໄດ້​ແຕກ​ເປັນ​ປ່ຽງ​ສັນນັ້ນ ບັນດາ​ຊົນຊາດ​ທັງໝົດ​ສະດຸ້ງ​ຕົກໃຈ ຕໍ່​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ໃນ​ປະເທດ​ນັ້ນ.</verse>
				<verse number="24">ບາບີໂລນ​ເອີຍ ເຈົ້າ​ໄດ້​ຖືກ​ແຮ້ວ​ດັກຈັບ ຊຶ່ງ​ເຮົາ​ໄດ້​ວາງ​ໃສ່​ເຈົ້າ​ແລ້ວ ເຖິງ​ແມ່ນ​ເຈົ້າ​ບໍ່​ຮູ້​ກໍຕາມ ເພາະ​ເຈົ້າ​ໄດ້​ສູ້ຮົບ​ພຣະເຈົ້າຢາເວ.</verse>
				<verse number="25">ພຣະເຈົ້າຢາເວ​ໄດ້​ໄຂ​ສາງ​ອາວຸດ​ຂອງພຣະອົງ​ອອກ ແລະ​ດ້ວຍ​ຄວາມ​ໂກດຮ້າຍ​ພຣະອົງ​ໄດ້​ເອົາ​ອາວຸດ​ນັ້ນ​ອອກ​ມາ ເພາະ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ມີ​ພາລະກິດ​ທີ່​ຈະ​ເຮັດ​ໃນ​ບາບີໂລນ.</verse>
				<verse number="26">ຈົ່ງ​ໂຈມຕີ​ປະເທດ​ນີ້​ຮອບດ້ານ​ທັງ​ເປີດ​ສາງ​ທີ່​ໄດ້​ສະສົມ​ເຂົ້າ​ໄວ້ ຈົ່ງ​ກອງ​ເຄື່ອງ​ທີ່​ປຸ້ນ​ມາ​ນັ້ນ​ດັ່ງ​ທີ່​ໄດ້​ກອງ​ເຂົ້າ​ໄວ້ ຈົ່ງ​ທຳລາຍ​ປະເທດ​ຖິ້ມ ຢ່າ​ປະປ່ອຍ​ຫຍັງ​ໄວ້​ເລີຍ</verse>
				<verse number="27">ຈົ່ງ​ຂ້າ​ທະຫານ​ທັງໝົດ​ສາ ຈົ່ງ​ສັງຫານ​ພວກເຂົາ​ໃຫ້​ກ້ຽງ ເຄາະກຳ​ເປັນ​ຂອງ​ປະຊາຊົນ​ແຫ່ງ​ບາບີໂລນ​ສາ​ແລ້ວ ເວລາ​ທີ່​ພວກເຂົາ​ໄດ້​ຖືກ​ລົງໂທດ​ກໍ​ມາ​ເຖິງ​ແລ້ວ.” (</verse>
				<verse number="28">ພວກ​ອົບພະຍົບ​ປົບໜີ​ຈາກ​ບາບີໂລນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ແລະ​ພວກເຂົາ​ບອກ​ວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແກ້ແຄ້ນ​ຊາວ​ບາບີໂລນ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ພຣະວິຫານ​ຂອງ​ພຣະອົງ.)</verse>
				<verse number="29">“ຈົ່ງ​ບອກ​ພວກ​ນັກຍິງທະນູ​ໃຫ້​ໂຈມຕີ​ນະຄອນ​ບາບີໂລນ. ຈົ່ງ​ສົ່ງ​ທຸກຄົນ​ທີ່​ຮູ້ຈັກ​ຍິງ​ໜ້າທະນູ​ອອກ​ໄປ. ຈົ່ງ​ອ້ອມ​ເມືອງ​ໄວ້ ແລະ​ຢ່າ​ໃຫ້​ຜູ້ໃດ​ປົບໜີໄປ​ໄດ້. ຈົ່ງ​ແກ້ແຄ້ນ​ໃຫ້​ສົມ​ກັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ລົງ​ໄປ ຍ້ອນ​ເມືອງ​ນັ້ນ​ໄດ້​ອວດດີ​ກັບ​ພຣະເຈົ້າຢາເວ ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="30">ສະນັ້ນ ພວກ​ຊາວ​ໜຸ່ມ​ໃນ​ເມືອງ​ນີ້​ຈຶ່ງ​ຈະ​ຖືກ​ຂ້າ​ຕາມ​ທ້ອງ​ຖະໜົນ​ຫົນທາງ ພວກ​ທະຫານ​ທັງໝົດ​ກໍ​ຈະ​ຖືກ​ທຳລາຍ​ໃນ​ມື້​ນັ້ນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="31">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ບາບີໂລນ​ເອີຍ ເຈົ້າ​ນັ້ນ​ຈອງຫອງ​ຫລາຍ; ສະນັ້ນ ເຮົາ​ຈຶ່ງ​ຕໍ່ສູ້​ເຈົ້າ ເວລາ​ທີ່​ເຮົາ​ຈະ​ລົງໂທດ​ເຈົ້າ​ມາ​ເຖິງ​ແລ້ວ.</verse>
				<verse number="32">ຊົນຊາດ​ທີ່​ຈອງຫອງ​ຂອງ​ເຈົ້າ​ນັ້ນ​ຈະ​ຕຳ​ສະດຸດ ແລະ​ລົ້ມລົງ ທັງ​ຈະ​ບໍ່ມີ​ຜູ້ໃດ​ຊ່ວຍ​ຍົກ​ພວກເຈົ້າ​ຂຶ້ນ. ເຮົາ​ຈະ​ຈູດ​ໄຟ​ເຜົາ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ; ແລະ​ທຸກໆສິ່ງ​ທີ່​ອ້ອມ​ເມືອງ​ນັ້ນ​ຈະ​ຖືກ​ທຳລາຍ​ໝົດ.”</verse>
				<verse number="33">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ປະຊາຊົນ​ອິດສະຣາເອນ ແລະ​ຢູດາ​ໄດ້​ຖືກ​ກົດຂີ່. ຄົນ​ທັງໝົດ​ທີ່​ໄດ້​ຈັບ​ພວກເຂົາ​ໄປ​ນັ້ນ ກຳລັງ​ເຝົ້າເບິ່ງ​ພວກເຂົາ​ຢ່າງ​ໃກ້ຊິດ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ພວກເຂົາ​ໜີໄປ.</verse>
				<verse number="34">ແຕ່​ພຣະຜູ້ໄຖ່​ຂອງ​ພວກເຂົາ​ນັ້ນ​ເຂັ້ມແຂງ​ຫລາຍ ແລະ​ນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ພຣະອົງ​ຈະ​ຍົກ​ຄະດີ​ຂອງ​ພວກເຂົາ​ຂຶ້ນ​ພິຈາລະນາ ທັງ​ຈະ​ນຳ​ສັນຕິສຸກ​ມາ​ສູ່​ແຜ່ນດິນ​ໂລກ; ແຕ່​ປະຊາຊົນ​ແຫ່ງ​ບາບີໂລນ​ຈະ​ເດືອດຮ້ອນ.”</verse>
				<verse number="35">ພຣະເຈົ້າຢາເວ​ກ່າວ​ວ່າ, “ບາບີໂລນ​ຕາຍ ປະຊາຊົນ​ຕາຍ ນັກປົກຄອງ ແລະ​ນັກປາດ​ດ້ວຍ.</verse>
				<verse number="36">ໃຫ້​ຄວາມຕາຍ​ມາ​ສູ່​ຜູ້ທຳນວາຍ​ຂີ້ຕົວະ ພວກເຂົາ​ຊ່າງ​ພາກັນ​ໂງ່ຈ້າ​ແທ້ໆ ຈົ່ງ​ໃຫ້​ຄວາມຕາຍ​ມາ​ສູ່​ທະຫານ​ທຸກຄົນ​ສາ ພວກເຂົາ​ຊ່າງ​ຢ້ານກົວ​ຫລາຍ​ແທ້ໆ</verse>
				<verse number="37">ຈົ່ງ​ທຳລາຍ​ຝູງມ້າ ແລະ​ລົດຮົບ​ປະເທດ​ນີ້​ສາ ຈົ່ງ​ໃຫ້​ຄວາມຕາຍ​ມາ​ສູ່​ພວກ​ທະຫານ​ຮັບຈ້າງ. ພວກເຂົາ​ຊ່າງ​ອິດອ່ອນ​ເມື່ອຍຫລາຍ​ແທ້ໆ​ນໍ ຈົ່ງ​ທຳລາຍ​ຂຸມຊັບ​ໂດຍ​ໃຫ້​ຖືກ​ປຸ້ນ​ເອົາ​ຈົນກ້ຽງ.</verse>
				<verse number="38">ໃຫ້​ຄວາມ​ແຫ້ງແລ້ງ​ມາ​ສູ່​ດິນແດນ​ນີ້​ສາ ໃຫ້​ແມ່ນໍ້າ​ໃນ​ປະເທດ​ນີ້​ບົກແຫ້ງ​ໝົດ. ບາບີໂລນ​ມີ​ຮູບເຄົາຣົບ​ໜ້າຢ້ານ​ຫລວງຫລາຍ ຊຶ່ງ​ເຮັດ​ໃຫ້​ຄົນ​ຫລົງໄຫລ​ພາກັນ​ເປັນ​ບ້າ​ຍ້ອນ.</verse>
				<verse number="39">ເພາະສະນັ້ນ ນະຄອນ​ບາບີໂລນ​ຈຶ່ງ​ຈະ​ຖືກ​ຜີສາດ ແລະ​ວິນຍານ​ຊົ່ວ​ຫລອກຫລອນ ແລະ​ດ້ວຍ​ຝູງນົກ​ກະຈອກເທດ​ທີ່​ເປັນ​ມົນທິນ. ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່ນັ້ນ​ອີກ​ຕໍ່ໄປ.</verse>
				<verse number="40">ເຫດການ​ນີ້​ຈະ​ເກີດຂຶ້ນ​ແກ່​ນະຄອນ​ບາບີໂລນ ດັ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ເມືອງ​ໂຊໂດມ ແລະ​ໂກໂມຣາ ເມື່ອ​ເຮົາ​ໄດ້​ທຳລາຍ​ສອງ​ເມືອງ​ນີ້ ແລະ​ເມືອງ​ທີ່​ອ້ອມແອ້ມ​ນັ້ນ. ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ທີ່​ນັ້ນ​ອີກ​ຕໍ່ໄປ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="41">“ປະຊາຊົນ​ກຳລັງ​ມາ​ແຕ່​ປະເທດ​ທາງ​ທິດເໜືອ ຄື​ຊົນຊາດ​ໜຶ່ງ​ທີ່​ຢູ່​ຫ່າງໄກ ແລະ​ຍິ່ງໃຫຍ່​ດ້ວຍ; ກະສັດ​ທັງຫລາຍ​ຕ່າງ​ກໍໄດ້​ຕຽມຕົວ ເພື່ອ​ຈະ​ເຮັດ​ເສິກ​ທັງ​ນັ້ນ.</verse>
				<verse number="42">ພວກເຂົາ​ຢຶດ​ໜ້າທະນູ ແລະ​ດາບ​ໄດ້​ຫລວງຫລາຍ ພວກເຂົາ​ໂຫດຮ້າຍ​ຫລາຍ​ໄຮ້​ຄວາມ​ເມດຕາ​ທັງນັ້ນ. ພວກເຂົາ​ຮ້ອງ​ສຽງດັງ​ກ້ອງ​ດັ່ງ​ຄື້ນ​ທະເລ ເມື່ອ​ພວກເຂົາ​ຂີ່​ມ້າ​ຂອງຕົນ​ແລ່ນ​ຫອບໄປ​ນັ້ນ. ພວກເຂົາ​ຕ່າງ​ກໍ​ຕຽມພ້ອມ​ເຂົ້າ​ສູ່​ສະໜາມ ຕຽມ​ເຮັດ​ສົງຄາມ​ຕໍ່ສູ້​ບາບີໂລນ​ທັງນັ້ນ.</verse>
				<verse number="43">ເມື່ອ​ກະສັດ​ບາບີໂລນ​ໄດ້ຍິນ​ຂ່າວ​ທີ່​ຄົນ​ນຳ​ມາ ມື​ຂອງເພິ່ນ​ກໍ​ອ່ອນເພຍ​ເປ້ຍຫລ່ອຍ​ລົງ​ໂລດ. ເພິ່ນ​ຈຶ່ງ​ຂົມຂື່ນ​ແລະ​ເປັນທຸກ​ໃນ​ຈິດໃຈ ເຈັບປວດ​ຢ່າງໜັກ​ດັ່ງ​ຍິງ​ກຳລັງ​ຈະ​ຄອດ​ລູກ.</verse>
				<verse number="44">ສິງ​ກຳລັງ​ອອກ​ມາ​ຈາກ​ປ່າຕຶບ​ຂອງ​ແຄມ​ແມ່ນໍ້າ​ຈໍແດນ ສູ່​ທົ່ງຫຍ້າ​ຂຽວ​ສັນໃດ; ເຮົາ​ກໍ​ກຳລັງ​ອອກ​ມາ​ເຮັດ​ໃຫ້​ຊາວ​ບາບີໂລນ ແລ່ນ​ໜີ​ຈາກ​ເມືອງ​ຂອງ​ພວກເຂົາ​ຢ່າງ​ກະທັນຫັນ​ສັນນັ້ນ. ແລ້ວ​ພວກ​ເຈົ້ານາຍ​ທີ່​ເຮົາ​ເລືອກໄວ້​ກໍ​ຈະ​ປົກຄອງ​ປະເທດ. ຜູ້ໃດ​ປຽບທຽບ​ກັບ​ເຮົາ​ໄດ້​ແດ່? ຜູ້ໃດ​ທ້າທາຍ​ກັບ​ເຮົາ​ໄດ້​ແດ່? ມີ​ຜູ້ປົກຄອງ​ຄົນໃດ​ຕ້ານທານ​ເຮົາ​ໄດ້?</verse>
				<verse number="45">ສະນັ້ນ ຈົ່ງ​ຟັງ​ແຜນການ​ທີ່​ພຣະເຈົ້າຢາເວ​ໄດ້​ຕຽມໄວ້​ເພື່ອ​ຕໍ່ສູ້​ນະຄອນ​ບາບີໂລນ ແລະ​ສິ່ງ​ທີ່​ເຮົາ​ຕັ້ງໃຈ​ເຮັດ​ຕໍ່​ປະຊາຊົນ​ຂອງ​ເມືອງ​ນີ້. ແມ່ນແຕ່​ບັນດາ​ລູກ​ຂອງ​ພວກເຂົາ​ກໍ​ຈະ​ຖືກ​ລາກ​ໄປ ແລະ​ທຸກຄົນ​ຈະ​ເກີດ​ຢ້ານກົວ​ໃຫຍ່.</verse>
				<verse number="46">ເມື່ອ​ນະຄອນ​ບາບີໂລນ​ຫຼົ້ມຈົມ​ນັ້ນ​ຈະ​ມີ​ສຽງດັງ​ຂຶ້ນ ຈົນ​ແຜ່ນດິນ​ໂລກ​ທັງໝົດ​ສັ່ນສະເທືອນ ແລະ​ສຽງ​ແຕກຕື່ນ​ກໍ​ຈະ​ໄດ້ຍິນ​ໄປ​ຮອດ​ຊົນຊາດ​ທັງຫລາຍ.”</verse>
			</chapter>
			<chapter number="51">
				<verse number="1">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ກຳລັງ​ສົ່ງ​ລົມ​ທີ່​ທຳລາຍ ມາ​ຕໍ່ສູ້​ບາບີໂລນ​ແລະ​ປະຊາຊົນ​ໃນ​ປະເທດ.</verse>
				<verse number="2">ເຮົາ​ຈະ​ສົ່ງ​ຊາວ​ຕ່າງດ້າວ​ທັງຫລາຍ​ມາ​ທຳລາຍ​ບາບີໂລນ ດັ່ງ​ລົມ​ທີ່​ພັດ​ເຟືອງ​ປິວ​ໄປ. ເມື່ອ​ມື້​ທຳລາຍ​ມາ​ເຖິງ ພວກເຂົາ​ຈະ​ໂຈມຕີ​ຈາກ​ທຸກ​ດ້ານ ທັງ​ຈະ​ປະ​ໃຫ້​ດິນແດນ​ນັ້ນ​ຮ້າງເປົ່າ.</verse>
				<verse number="3">ຢ່າ​ປ່ອຍ​ໃຫ້​ພວກ​ທະຫານ​ໃນ​ເມືອງ​ມີ​ເວລາ​ຍິງ​ລູກທະນູ ຫລື​ສຸບ​ເຄື່ອງ​ເຫຼັກ​ຂອງ​ພວກເຂົາ. ຢ່າ​ໄວ້​ຊີວິດ​ພວກ​ຊາຍໜຸ່ມ​ເລີຍ ຈົ່ງ​ທຳລາຍ​ໝົດ​ກອງທັບ​ສາ</verse>
				<verse number="4">ພວກເຂົາ​ຈະ​ບາດເຈັບ ແລະ​ຕາຍ​ຕາມ​ທ້ອງ​ຖະໜົນ​ໃນ​ເມືອງ.</verse>
				<verse number="5">ພຣະເຈົ້າ​ຂອງ​ພວກເຂົາ ອົງພຣະ​ຜູ້​ເປັນເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ບໍ່ໄດ້​ປະຖິ້ມ​ອິດສະຣາເອນ​ແລະ​ຢູດາ ເຖິງ​ແມ່ນ​ວ່າ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ກໍຕາມ.</verse>
				<verse number="6">ຈົ່ງ​ແລ່ນ​ໜີ​ຈາກ​ບາບີໂລນ​ສາ ຈົ່ງ​ແລ່ນ​ເອົາ​ຊີວິດ​ລອດ​ເຖີດ ຢ່າ​ໃຫ້​ຖືກ​ຂ້າ​ຍ້ອນ​ບາບ​ຂອງ​ບາບີໂລນ. ບັດນີ້ ພຣະເຈົ້າຢາເວ​ກຳລັງ​ແກ້ແຄ້ນ​ແລະ​ລົງໂທດ​ສິ່ງ​ທີ່​ບາບີໂລນ​ສົມຄວນ​ໄດ້​ຮັບ.</verse>
				<verse number="7">ບາບີໂລນ​ເປັນ​ດັ່ງ​ຈອກຄຳ​ໃນ​ກຳມື​ຂອງ​ພຣະເຈົ້າຢາເວ ໂດຍ​ເຮັດ​ໃຫ້​ທັງໂລກ​ຕ້ອງ​ມືນເມົາ. ບັນດາ​ຊົນຊາດ​ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ຈອກ​ນັ້ນ ແລ້ວ​ກໍ​ໝົດ​ສະຕິ​ໄປ.</verse>
				<verse number="8">ບາບີໂລນ​ແຕກ​ຢ່າງ​ກະທັນຫັນ ແລະ​ເມືອງ​ກໍ​ຖືກ​ທຳລາຍ​ດ້ວຍ ຈົ່ງ​ໄວ້ທຸກ​ໃຫ້​ສາ ຈົ່ງ​ຊອກ​ຫາ​ຢາ​ມາ​ໃສ່​ບາດ ແລະ​ບາງທີ​ອາດ​ດີ​ກໍ​ເປັນ​ໄດ້.</verse>
				<verse number="9">ຊາວ​ຕ່າງດ້າວ​ທັງຫລາຍ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ​ໄດ້​ເວົ້າ​ວ່າ, ‘ພວກເຮົາ​ພະຍາຍາມ​ຊ່ວຍ​ບາບີໂລນ ແຕ່​ຊ້າ​ເກີນ​ໄປ​ສາ​ແລ້ວ. ບັດນີ້ ປ່ອຍ​ສາເທາະ ແລະ​ກັບຄືນ​ເມືອ​ບ້ານເກີດ​ເມືອງນອນ​ສາ. ພຣະເຈົ້າ​ລົງໂທດ​ບາບີໂລນ​ດ້ວຍ​ຣິດທານຸພາບ​ທັງໝົດ​ຂອງ​ພຣະອົງ ແລະ​ທຳລາຍ​ປະເທດ​ຢ່າງ​ໝົດສິ້ນ.”’</verse>
				<verse number="10">ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ໂຮຮ້ອງ​ຂຶ້ນ​ວ່າ, ‘ພຣະເຈົ້າຢາເວ​ໄດ້​ສຳແດງ​ໃຫ້​ເຫັນ​ວ່າ ພວກເຮົາ​ເປັນ​ຝ່າຍ​ຖືກຕ້ອງ. ຈົ່ງ​ໄປ​ບອກ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ເຮັດ​ສູ່​ຊາວ​ນະຄອນ​ເຢຣູຊາເລັມ​ຟັງ.”’</verse>
				<verse number="11">ພຣະເຈົ້າຢາເວ​ໄດ້​ກຸກກວນ​ພວກ​ກະສັດ​ແຫ່ງ​ເມເດຍ ເພາະ​ພຣະອົງ​ຕັ້ງໃຈ​ຈະ​ທຳລາຍ​ບາບີໂລນ. ດ້ວຍ​ວິທີ​ນີ້ແຫຼະ ພຣະເຈົ້າຢາເວ​ຈະ​ໄດ້​ແກ້ແຄ້ນ​ຄືນ​ຍ້ອນ​ພຣະວິຫານ​ຂອງ​ພຣະອົງ​ຖືກ​ທຳລາຍ. ບັນດາ​ນາຍ​ທະຫານ​ທີ່​ບັນຊາການ​ໂຈມຕີ​ສັ່ງ​ວ່າ, “ຝົນ​ລູກສອນ​ໃຫ້​ແຫລມ ຈົ່ງ​ຕຽມ​ໂລ້​ໄວ້​ໃຫ້​ພ້ອມ</verse>
				<verse number="12">ຈົ່ງ​ໃຫ້​ສັນຍານ​ບຸກໂຈມຕີ​ກຳແພງ​ຂອງ​ນະຄອນ​ບາບີໂລນ. ຈົ່ງ​ຈັດການ​ເວນຍາມ​ໃຫ້​ເຂັ້ມແຂງ ໃຫ້​ວາງ​ຄົນ​ຍາມ​ປະຈຳ​ທີ່ ຈົ່ງ​ຕັ້ງ​ຄົນ​ດັກສະກັດ​ໄວ້.” ພຣະເຈົ້າຢາເວ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ​ວ່າ ຈະ​ຕ້ອງ​ເຮັດ​ກັບ​ປະຊາຊົນ​ຂອງ​ບາບີໂລນ.</verse>
				<verse number="13">ປະເທດ​ນີ້​ມີ​ແມ່ນໍ້າ​ຫລາຍ​ສາຍ ທັງ​ມີ​ຊັບສົມບັດ​ຢ່າງ​ຫລວງຫລາຍ, ແຕ່​ເຖິງ​ຄາວ​ສຸດທ້າຍ​ແລ້ວ ແລະ​ຊີວິດ​ຂອງ​ມັນ​ກໍ​ຖືກ​ຕັດ​ສາ​ແລ້ວ.</verse>
				<verse number="14">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສາບານ ໂດຍ​ພຣະອົງ​ເອງ​ວ່າ ພຣະອົງ​ຈະ​ນຳ​ຫລາຍ​ຄົນ​ດັ່ງ​ຝູງຕັກແຕນ​ມາ​ໂຈມຕີ​ບາບີໂລນ ແລະ​ພວກເຂົາ​ຈະ​ໂຮຮ້ອງ​ຢ່າງ​ມີໄຊ.</verse>
				<verse number="15">ພຣະອົງ​ໄດ້​ສ້າງ​ແຜ່ນດິນ​ໂລກ ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ; ໂດຍ​ສະຕິປັນຍາ​ຂອງ​ພຣະອົງ ພຣະອົງ​ໄດ້​ສ້າງ​ໂລກນີ້​ແລະ​ກາງ​ຟ້າ​ສະຫວັນ.</verse>
				<verse number="16">ໂດຍ​ພຣະ​ຄຳສັ່ງ ນໍ້າ​ທີ່​ເທິງ​ຟ້າ​ສະຫວັນ ດັງ​ຄຶກຄະນອງ ພຣະອົງ​ນຳ​ເມກ​ມາ​ຈາກ​ສົ້ນສຸດ​ແຜ່ນດິນ​ໂລກ. ພຣະອົງ​ໃຫ້​ມີ​ຟ້າ​ແມບເຫລື້ອມ​ທ່າມກາງ​ສາຍຝົນ ແລະ​ສົ່ງ​ລົມ​ໃຫ້​ພັດ​ມາ​ແຕ່​ຄັງ​ຂອງ​ພຣະອົງ​ນັ້ນ.</verse>
				<verse number="17">ເມື່ອ​ແນມ​ເບິ່ງ​ສິ່ງ​ນີ້ ຄົນ​ຄື​ວ່າ​ໂງ່​ແລະ​ບໍ່​ເຂົ້າໃຈ ພວກ​ທີ່​ເຮັດ​ຮູບເຄົາຣົບ​ກໍ​ເປັນ​ຄົນ​ງົມງາຍ​ທັງນັ້ນ ເພາະ​ບັນດາ​ພະ​ທີ່​ພວກເຂົາ​ເຮັດ​ຂຶ້ນ​ມາ​ທັງໝົດ ກໍ​ລ້ວນແຕ່​ເປັນ​ພະ​ຈອມປອມ​ແລະ​ໄຮ້​ຊີວິດ.</verse>
				<verse number="18">ເປັນ​ພະ​ທີ່​ໄຮ້ປະໂຫຍດ ແລະ​ຕ້ອງ​ຖືກ​ຫຍໍ້ຫຍັນ ຈະ​ຖືກ​ທຳລາຍ​ໝົດ​ເມື່ອ​ເວລາ​ລົງໂທດ​ມາຮອດ.</verse>
				<verse number="19">ພຣະເຈົ້າ​ຂອງ​ຢາໂຄບ​ບໍ່​ເປັນ​ຄື​ພະ​ເຫຼົ່ານີ້​ເລີຍ ສ້າງ​ທຸກສິ່ງ​ທັງ​ເລືອກສັນ​ຊາດ​ອິດສະຣາເອນ​ໄວ້ ເພື່ອ​ໃຫ້​ເປັນ​ປະຊາຊົນ​ທີ່​ພຣະອົງ​ໄດ້​ໝາຍເອົາ ພຣະນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.</verse>
				<verse number="20">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ບາບີໂລນ ເຈົ້າ​ຄື​ຄ້ອນຕີ​ຂອງເຮົາ ເປັນ​ທັງ​ອາວຸດ​ທີ່​ໃຊ້​ໄວ້​ເຮັດ​ເສິກ​ຂອງເຮົາ​ດ້ວຍ. ເຮົາ​ໄດ້​ໃຊ້​ເຈົ້າ​ໃຫ້​ຢຽບຢໍ່າ​ຊົນຊາດ​ທັງຫລາຍ ແລະ​ທັງ​ໃຫ້​ທຳລາຍ​ອານາຈັກ​ທັງຫລາຍ​ຖິ້ມ.</verse>
				<verse number="21">ເພື່ອ​ຕີ​ຝູງມ້າ​ແລະ​ຄົນ​ຂີ່​ໃຫ້​ແຕກ​ຊະຊາຍ​ໄປ ເພື່ອ​ຕີ​ລົດຮົບ​ພ້ອມ​ຄົນຂັບ​ໃຫ້​ແຕກ​ໜີໄປ​ສິ້ນ</verse>
				<verse number="22">ເພື່ອ​ຂ້າ​ຜູ້ຊາຍ​ຖິ້ມ​ແລະ​ແມ່ຍິງ​ກໍ​ຄືກັນ ຄົນ​ແກ່ຊະຣາ​ແລະ​ໜຸ່ມ ເດັກຊາຍ​ເດັກຍິງ​ດ້ວຍ</verse>
				<verse number="23">ຂ້າ​ພວກ​ຄົນລ້ຽງແກະ​ກັບ​ຝູງແກະ​ຂອງ​ພວກເຂົາ ຂ້າ​ພໍ່ນາ​ແລະ​ມ້າ​ທີ່​ແກ່​ໄຖ​ຂອງ​ພວກ​ເຂົາເຈົ້າ ຢຽບຢໍ່າ​ບັນດາ​ນັກປົກຄອງ​ໃຫ້​ໝຸ່ນ​ທະລາຍ ແລະ​ພວກ​ຂ້າຣາຊການ​ຊັ້ນສູງ​ດ້ວຍ.”</verse>
				<verse number="24">ພຣະເຈົ້າຢາເວ​ກ່າວ​ວ່າ, “ພວກເຈົ້າ​ຈະ​ເຫັນ​ເຮົາ​ແກ້ແຄ້ນ​ບາບີໂລນ ກັບ​ປະຊາຊົນ​ຂອງ​ປະເທດ​ນີ້​ສຳລັບ​ຄວາມ​ຊົ່ວຊ້າ​ທັງໝົດ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ນະຄອນ​ເຢຣູຊາເລັມ.”</verse>
				<verse number="25">ພຣະເຈົ້າຢາເວ​ກ່າວ​ວ່າ, “ບາບີໂລນ​ເອີຍ ເຈົ້າ​ເປັນ​ດັ່ງ​ພູ​ໜ່ວຍ​ໜຶ່ງ​ທີ່​ທຳລາຍ​ທົ່ວ​ທັງໂລກ, ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ ເຮົາ​ຈະ​ຢຶດ​ເຈົ້າ​ໄວ້, ກວາດ​ເຈົ້າ​ລົງ​ກ້ຽງ​ໃຫ້​ພຽງ​ດິນ ແລະ​ປະ​ເຈົ້າ​ໃຫ້​ເປັນ​ຂີ້ເຖົ່າ.</verse>
				<verse number="26">ບໍ່ມີ​ຫີນ​ກ້ອນ​ໃດໆ​ຈາກ​ບ່ອນ​ຮົກຮ້າງ​ເພພັງ​ຂອງເຈົ້າ ຈະ​ຖືກ​ນຳ​ມາ​ໃຊ້​ໃນ​ການ​ກໍ່ສ້າງ​ໄດ້​ອີກ. ເຈົ້າ​ຈະ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ຕະຫລອດໄປ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="27">“ຈົ່ງ​ໃຫ້​ສັນຍານ​ໂຈມຕີ ຈົ່ງ​ເປົ່າແກ​ຂຶ້ນ​ເພື່ອ​ຊົນຊາດ​ຕ່າງໆ​ຈະ​ໄດ້ຍິນ ຈົ່ງ​ໃຫ້​ຊົນຊາດ​ທັງຫລາຍ​ຕຽມ​ເຮັດ​ເສິກ​ຕໍ່ສູ້​ບາບີໂລນ ຈົ່ງ​ບອກ​ໃຫ້​ອານາຈັກ​ອາຣາຣັດ, ມິນນີ ແລະ​ອັດຊະເກນາດ ຕຽມ​ໂຈມຕີ. ຈົ່ງ​ແຕ່ງຕັ້ງ​ນາຍ​ທະຫານ​ຜູ້ໜຶ່ງ​ໃຫ້​ນຳພາ​ການ​ໂຈມຕີ. ຈົ່ງ​ນຳ​ຝູງມ້າ​ມາ​ໃຫ້​ຫລາຍ​ດັ່ງ​ຝູງຕັກແຕນ.</verse>
				<verse number="28">ຈົ່ງ​ໃຫ້​ຊົນຊາດ​ທັງຫລາຍ​ຕຽມ​ເຮັດ​ເສິກ​ຕໍ່ສູ້​ບາບີໂລນ. ຈົ່ງ​ນຳ​ບັນດາ​ກະສັດ​ແຫ່ງ​ເມເດຍ ບັນດາ​ພວກ​ເຈົ້ານາຍ​ແລະ​ພວກ​ຂ້າຣາຊການ ຕະຫລອດ​ທັງ​ກອງທັບ​ທັງໝົດ​ທີ່​ລາວ​ໄດ້​ຄວບຄຸມ​ນັ້ນ​ມາ.</verse>
				<verse number="29">ແຜ່ນດິນ​ໂລກ​ສັ່ນສະເທືອນ ເພາະ​ພຣະເຈົ້າຢາເວ​ກຳລັງ​ດຳເນີນ​ແຜນການ​ຂອງ​ພຣະອົງ ເພື່ອ​ເຮັດ​ໃຫ້​ບາບີໂລນ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຄື​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່.</verse>
				<verse number="30">ພວກ​ທະຫານ​ບາບີໂລນ​ຕ່າງ​ກໍ​ຢຸດ​ສູ້ຮົບ ແລະ​ພັກ​ຢູ່​ໃນ​ປ້ອມ​ປ້ອງກັນ​ຂອງ​ພວກເຂົາ. ພວກເຂົາ​ສູນເສຍ​ຄວາມ​ກ້າຫານ ແລະ​ກາຍເປັນ​ດັ່ງ​ຜູ້ຍິງ​ໄປ​ສາ​ແລ້ວ. ປະຕູ​ເມືອງ​ຖືກ​ທຳລາຍ​ໃຫ້​ພັງ​ທະລາຍ​ລົງ​ແລະ​ເຮືອນ​ກໍ​ຖືກ​ເຜົາຜານ.</verse>
				<verse number="31">ບັນດາ​ຜູ້​ສົ່ງ​ຂ່າວ​ປ່ຽນຜຽນກັນ ແລ່ນ​ໄປ​ບອກ​ກະສັດ​ແຫ່ງ​ບາບີໂລນ​ວ່າ ເມືອງ​ຂອງ​ເພິ່ນ​ໄດ້​ຖືກ​ທຳລາຍ​ໃຫ້​ພັງ​ທະລາຍ​ລົງ​ຮອບດ້ານ.</verse>
				<verse number="32">ສັດຕູ​ໄດ້​ຢຶດ​ທາງ​ຂ້າມ​ແມ່ນໍ້າ ແລະ​ໄດ້​ຈູດ​ປ້ອມ​ປ້ອງກັນ​ທັງຫລາຍ. ພວກ​ທະຫານ​ຊາວ​ບາບີໂລນ​ຕ່າງ​ກໍ​ເກີດ​ຕື່ນ​ຕົກໃຈ.”</verse>
				<verse number="33">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ໃນ​ບໍ່​ຊ້າ ສັດຕູ​ກໍ​ຈະ​ຟັນ​ແລະ​ຢຽບຢໍ່າ​ພວກເຂົາ​ລົງ ດັ່ງ​ຢຽບ​ເມັດ​ເຂົ້າ​ຢູ່​ທີ່​ລານ​ຟາດເຂົ້າ.”</verse>
				<verse number="34">“ກະສັດ​ແຫ່ງ​ບາບີໂລນ​ກືນກິນ​ນະຄອນ​ເຢຣູຊາເລັມ ໄດ້​ເຮັດ​ໃຫ້​ນະຄອນ​ຮ້າງເປົ່າ​ດັ່ງ​ໄຫ​ບໍ່ມີ​ຫຍັງ​ຈັກດີ້; ດັ່ງ​ຜີປີສາດ​ໂຕໜຶ່ງ​ກືນກິນ​ນະຄອນ​ເຢຣູຊາເລັມ ເພິ່ນ​ຢຶດ​ສິ່ງ​ທີ່​ຕ້ອງການ​ແລະ​ໂຍນ​ຂອງເຫລືອ​ຖິ້ມ.</verse>
				<verse number="35">ໃຫ້​ບາບີໂລນ​ຮັບຜິດຊອບ ທີ່​ຮຸນແຮງ​ຕໍ່​ພວກເຮົາ ຈົ່ງ​ໃຫ້​ປະຊາຊົນ​ແຫ່ງ​ພູເຂົາ​ຊີໂອນ​ເວົ້າຈາ​ດັ່ງນັ້ນ.” ຈົ່ງ​ໃຫ້​ປະຊາຊົນ​ນະຄອນ​ເຢຣູຊາເລັມ​ເວົ້າ​ວ່າ, “ທີ່​ພວກເຮົາ​ທົນທຸກ​ນັ້ນ ໃຫ້​ບາບີໂລນ​ຮັບ​ເອົາ.”</verse>
				<verse number="36">ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ດັ່ງນີ້​ວ່າ, “ເຮົາ​ຈະ​ພິຈາລະນາ​ຄະດີ​ຂອງ​ເຈົ້າ ແລະ​ຈະ​ເຮັດ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ເຈົ້າ ຊົດໃຊ້​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ເຈົ້າ. ເຮົາ​ຈະ​ເຮັດ​ໃຫ້​ບໍ່ນໍ້າ​ຂອງ​ບາບີໂລນ​ບົກລົງ ແລະ​ຈະ​ເຮັດ​ໃຫ້​ແມ່ນໍ້າ​ທັງຫລາຍ​ແຫ້ງ.</verse>
				<verse number="37">ປະເທດ​ນັ້ນ​ຈະ​ກາຍເປັນ​ກອງ​ສິ່ງ​ຮົກຮ້າງ​ເພພັງ ຄື​ບ່ອນ​ທີ່​ສັດປ່າ​ທັງຫລາຍ​ອາໄສ​ຢູ່. ມັນ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າຢ້ານກົວ​ຫລາຍ; ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ທີ່​ນັ້ນ​ແລະ​ທຸກຄົນ​ທີ່​ເຫັນ​ກໍ​ຈະ​ຢ້ານກົວ​ໃຫຍ່.</verse>
				<verse number="38">ຊາວ​ບາບີໂລນ​ລ້ວນແຕ່​ເປັນ​ດັ່ງ​ໂຕສິງ​ທີ່​ຮ້ອງ​ຄຳຣາມ ແລະ​ຄວນຄາງ​ດັ່ງ​ສິງໜຸ່ມ.</verse>
				<verse number="39">ພວກເຂົາ​ນັ້ນ​ໂລບມາກ​ໂລພາ​ບໍ? ເຮົາ​ຈະ​ຕຽມ​ງານກິນລ້ຽງ​ສຳລັບ​ພວກເຂົາ ແລະ​ໃຫ້​ພວກເຂົາ​ດື່ມ​ແລະ​ສຸກໃຈ. ພວກເຂົາ​ຈະ​ເຂົ້າ​ໄປ​ນອນ​ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈັກເທື່ອ.</verse>
				<verse number="40">ເຮົາ​ຈະ​ນຳ​ພວກເຂົາ​ໄປ​ຂ້າ​ດັ່ງ​ປາດ​ຄໍ​ແກະໜຸ່ມ, ແບ້ ແລະ​ແກະເຖິກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="41">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ກ່ຽວກັບ​ນະຄອນ​ບາບີໂລນ​ວ່າ, “ເມືອງ​ທີ່​ທົ່ວ​ທັງໂລກ​ເຄີຍ​ຊົມເຊີຍ​ນັ້ນ​ຖືກ​ຢຶດ​ສາ​ແລ້ວ ນະຄອນ​ບາບີໂລນ​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າຢ້ານກົວ​ຕໍ່​ບັນດາ​ຊົນຊາດ​ສາ​ແລ້ວ</verse>
				<verse number="42">ທະເລ​ໄຫລ​ຖ້ວມ​ນະຄອນ​ບາບີໂລນ ແລະ​ຄື້ນ​ທະເລ​ກໍ​ຄຶກຄະນອງ​ຖ້ວມ​ເມືອງ.</verse>
				<verse number="43">ເມືອງ​ທັງຫລາຍ​ໄດ້​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າຢ້ານກົວ ແລະ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ຂາດນໍ້າ ຄື​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່ ຫລື​ທ່ອງທ່ຽວ​ໄປມາ.</verse>
				<verse number="44">ເຮົາ​ຈະ​ລົງໂທດ​ເບນ ຄື​ພະ​ແຫ່ງ​ບາບີໂລນ ແລະ​ເຮັດ​ໃຫ້​ມັນ​ຍອມ​ຄືນ​ສົມບັດ​ຕ່າງໆ​ທີ່​ໄດ້​ລັກ​ໄປ​ນັ້ນ; ຊົນຊາດ​ທັງຫລາຍ​ຈະ​ບໍ່​ນະມັດສະການ​ມັນ​ອີກ​ຕໍ່ໄປ. ກຳແພງ​ຂອງ​ນະຄອນ​ບາບີໂລນ​ໄດ້​ພັງ​ທະລາຍ​ລົງ​ສາ​ແລ້ວ.</verse>
				<verse number="45">ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ແລ່ນ​ໜີໄປ​ຈາກ​ທີ່​ນັ້ນ​ສາ ຈົ່ງ​ແລ່ນ​ໜີ​ເອົາ​ຊີວິດ​ລອດ​ຈາກ​ຄວາມ​ຮ້າຍກາດ​ອັນ​ໂຫດຫ້ຽມ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="46">ຢ່າ​ສູ່​ເສຍ​ຄວາມ​ກ້າຫານ ແລະ​ຢ່າສູ່ຢ້ານ​ຍ້ອນ​ເລື່ອງ​ເລົ່າລື​ທີ່​ແຜ່​ໄປ​ນັ້ນ ຄື​ເລື່ອງ​ເລົ່າລື​ຂອງ​ຄວາມ​ຮຸນແຮງ​ທີ່​ເກີດຂຶ້ນ​ແຕ່ລະປີ​ໃນ​ດິນແດນ ແລະ​ເລື່ອງ​ຂອງ​ກະສັດ​ຜູ້ໜຶ່ງ​ທີ່​ກຳລັງ​ສູ້ຮົບ​ກັບ​ກະສັດ​ຜູ້​ອື່ນ​ອີກ.</verse>
				<verse number="47">ສະນັ້ນ ເມື່ອ​ເວລາ​ນັ້ນ​ມາຮອດ ເຮົາ​ຈະ​ຈັດການ​ກັບ​ຮູບເຄົາຣົບ​ຕ່າງໆ​ຂອງ​ບາບີໂລນ. ທົ່ວ​ປະເທດ​ຈະ​ໄດ້​ຖືກ​ອັບອາຍ​ຂາຍໜ້າ ແລະ​ປະຊາຊົນ​ທັງໝົດ​ຢູ່​ໃນ​ປະເທດ​ຈະ​ຖືກ​ຂ້າ.</verse>
				<verse number="48">ຈັກກະວານ ແລະ​ແຜ່ນດິນ​ໂລກ ແລະ​ທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ ຈະ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ ເມື່ອ​ບາບີໂລນ​ຖືກ​ຕີ​ແຕກ​ໂດຍ​ຜູ້ທຳລາຍ​ທີ່​ມາ​ຈາກ​ທາງ​ທິດເໜືອ​ຕໍ່ສູ້​ປະເທດ.</verse>
				<verse number="49">ບາບີໂລນ​ໄດ້​ເປັນ​ເຫດ​ໃຫ້​ຄົນ​ທົ່ວໂລກ​ພົບ​ກັບ​ຄວາມຕາຍ; ບັດນີ້ ບາບີໂລນ​ຈະ​ຫລົ້ມຈົ້ມ ເພາະ​ໄດ້​ເປັນ​ຕົ້ນເຫດ​ໃຫ້​ຊາວ​ອິດສະຣາເອນ​ຫລາຍ​ຄົນ ພົບ​ກັບ​ຄວາມຕາຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="50">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ທີ່​ບາບີໂລນ​ວ່າ, “ພວກເຈົ້າ​ລອດ​ຈາກ​ຕາຍ​ແລ້ວ ຢ່າ​ລໍຖ້າ​ເລີຍ ແມ່ນ​ວ່າ​ພວກເຈົ້າ​ໄກ​ຈາກ​ບ້ານເກີດ​ເມືອງນອນ​ກໍຕາມ ຈົ່ງ​ຄິດເຖິງ​ພຣະເຈົ້າຢາເວ​ຂອງ​ພວກເຈົ້າ ແລະ​ຈົ່ງ​ລະນຶກເຖິງ​ນະຄອນ​ເຢຣູຊາເລັມ.</verse>
				<verse number="51">ພວກເຈົ້າ​ເວົ້າ​ວ່າ, ‘ພວກເຮົາ​ໄດ້​ຖືກ​ຫຍໍ້ຫຍັນ​ທັງ​ໄດ້​ຖືກ​ອັບອາຍ​ຂາຍໜ້າ ພວກເຮົາ​ຮູ້ສຶກ​ໝົດຫວັງ​ຢ່າງ​ສິ້ນເຊີງ ເພາະ​ພວກ​ຕ່າງດ້າວ​ໄດ້​ຢຶດ​ສະຖານທີ່​ສັກສິດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.’</verse>
				<verse number="52">ເພາະສະນັ້ນ ເຮົາ​ຈຶ່ງ​ກ່າວ​ວ່າ​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ຈະ​ຈັດການ​ກັບ​ບັນດາ​ຮູບເຄົາຣົບ​ໃນ​ນະຄອນ​ບາບີໂລນ ແລະ​ຄົນ​ທີ່​ໄດ້​ຮັບ​ບາດເຈັບ​ກໍ​ຈະ​ໂອ່ຍຄາງ​ຢູ່​ທົ່ວ​ທັງປະເທດ.</verse>
				<verse number="53">ເຖິງ​ແມ່ນ​ວ່າ ນະຄອນ​ບາບີໂລນ​ປີນ​ຂຶ້ນ​ໄປ​ສູ່​ທ້ອງຟ້າ​ໄດ້ ແລະ​ສ້າງ​ປ້ອມ​ປ້ອງກັນ​ຢູ່​ທີ່ນັ້ນ​ໄດ້ ເຮົາ​ກໍ​ຍັງ​ຈະ​ສົ່ງ​ຄົນ​ໄປ​ທຳລາຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="54">ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຟັງ​ສຽງ​ຮ້ອງໄຫ້​ໃນ​ນະຄອນ​ບາບີໂລນ ເປັນ​ສຽງ​ໄວ້ທຸກ​ເພາະ​ດິນແດນ​ພັງ​ພິນາດ.</verse>
				<verse number="55">ເຮົາ​ກຳລັງ​ຈະ​ທຳລາຍ​ນະຄອນ​ບາບີໂລນ ແລະ​ເຮັດ​ໃຫ້​ດິນແດນ​ມິດງຽບ​ໄປ​ຕະຫລອດ. ກອງທັບ​ລຸລັ່ງ​ຖັ່ງເທ​ດັ່ງ​ຄື້ນ​ທະເລ​ໄຫລ​ເຂົ້າ​ມາ ບຸກໂຈມຕີ​ເມືອງ​ສຽງດັງ​ກ້ອງສະໜັ່ນ.</verse>
				<verse number="56">ພວກເຂົາ​ພາກັນ​ມາ​ເພື່ອ​ທຳລາຍ​ນະຄອນ​ບາບີໂລນ ທະຫານ​ຖືກ​ຈັບກຸມ​ໝົດ ໜ້າທະນູ​ກໍ​ຖືກ​ຫັກ​ຖິ້ມ. ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ອົງ​ທີ່​ລົງໂທດ​ຄວາມຊົ່ວ​ຂອງ​ພວກເຂົາ ຈະ​ເຮັດ​ຕໍ່​ນະຄອນ​ບາບີໂລນ​ຕາມ​ມັນ​ສົມຄວນ​ໄດ້​ຮັບ.</verse>
				<verse number="57">ເຮົາ​ຈະ​ເຮັດ​ໃຫ້​ພວກ​ຜູ້​ປົກຄອງ​ມືນເມົາ ຄື​ນັກປາດ, ພວກ​ເຈົ້ານາຍ ແລະ​ທະຫານ​ດ້ວຍ. ພວກເຂົາ​ຈະ​ໄປ​ນອນ​ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈັກເທື່ອ.” ກະສັດ​ຜູ້​ມີ​ນາມວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="58">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ກຳແພງ​ເມືອງ​ທີ່​ນະຄອນ​ບາບີໂລນ​ສ້າງ​ໃຫ້​ເຂັ້ມແຂງ ຈະ​ຖືກ​ຮື້​ໃຫ້​ພັງ​ທະລາຍ​ກາຍເປັນ​ຂີ້ດິນ​ໄປສິ້ນ. ການງານ​ທີ່​ທຸກ​ຊົນຊາດ​ໄດ້​ເຮັດ​ບໍ່ມີ​ຫຍັງ​ໝົດ ຄວາມ​ພະຍາຍາມ​ຂອງ​ພວກເຂົາ​ກໍ​ຖືກ​ໄຟ​ເຜົາໄໝ້.”</verse>
				<verse number="59">ຜູ້ຮັບໃຊ້​ສ່ວນຕົວ​ຂອງ​ກະສັດ​ເຊເດກີຢາ​ແມ່ນ​ເສຣາອີຢາ​ລູກຊາຍ​ຂອງ​ເນຣິຢາ​ແລະ​ຫລານຊາຍ​ຂອງ​ມາຮະເຊຢາ. ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ເສຣາອີຢາ​ໄດ້​ໄປ​ທີ່​ບາບີໂລນ​ກັບ​ເພິ່ນ ແລະ​ຂ້າພະເຈົ້າ​ກໍໄດ້​ໃຫ້​ຄຳແນະນຳ​ລາວ​ບາງ​ຢ່າງ.</verse>
				<verse number="60">ຂ້າພະເຈົ້າ​ໄດ້​ຂຽນ​ເລື່ອງລາວ​ຂອງ​ຄວາມພິນາດ​ທັງໝົດ ທີ່​ຈະ​ເກີດຂຶ້ນ​ກັບ​ບາບີໂລນ​ແລະ​ເລື່ອງລາວ​ອື່ນໆ​ທັງໝົດ ຊຶ່ງ​ມີ​ກ່າວ​ກ່ຽວກັບ​ບາບີໂລນ​ໄວ້​ໃນ​ປຶ້ມ.</verse>
				<verse number="61">ຂ້າພະເຈົ້າ​ໄດ້​ບອກ​ເສຣາອີຢາ​ວ່າ, “ເມື່ອ​ເຈົ້າ​ໄປ​ເຖິງ​ນະຄອນ​ບາບີໂລນ​ແລ້ວ ຈົ່ງ​ແນ່ໃຈ​ວ່າ​ເຈົ້າ​ໄດ້​ອ່ານ​ສິ່ງ​ທີ່​ຖືກ​ຂຽນ​ໄວ້​ໃນ​ປຶ້ມ​ນີ້​ສູ່​ປະຊາຊົນ​ຟັງ​ດ້ວຍ​ສຽງດັງ.</verse>
				<verse number="62">ແລ້ວ​ຈົ່ງ​ພາວັນນາ​ອະທິຖານ​ວ່າ, ‘ຂ້າແດ່​ພຣະເຈົ້າຢາເວ ແມ່ນ​ພຣະອົງ​ທີ່​ໄດ້​ກ່າວ​ວ່າ ຈະ​ທຳລາຍ​ບ່ອນ​ນີ້​ເພື່ອ​ວ່າ​ໃນ​ທີ່ນັ້ນ​ຈະ​ບໍ່ມີ​ສິ່ງ​ທີ່​ມີ​ຊີວິດ ບໍ່​ວ່າ​ຄົນ​ຫລື​ສັດ ແລະ​ມັນ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຕະຫລອດໄປ.’</verse>
				<verse number="63">ເສຣາອີຢາ​ເອີຍ ເມື່ອ​ເຈົ້າ​ອ່ານ​ພຣະທຳ​ນີ້​ສູ່​ປະຊາຊົນ​ຟັງ​ຈົບ​ແລ້ວ ເຈົ້າ​ຈົ່ງ​ມັດ​ມັນ​ໃສ່​ກັບ​ຫີນ​ກ້ອນ​ໜຶ່ງ ແລະ​ຖິ້ມ​ມັນ​ລົງ​ໃນ​ແມ່ນໍ້າ​ເອີຟຣັດ</verse>
				<verse number="64">ແລະ​ກ່າວ​ວ່າ, ‘ບາບີໂລນ​ຈະ​ເປັນ​ດັ່ງນີ້ແຫຼະ ຄື​ມັນ​ຈະ​ຈົມລົງ​ແລະ​ຈະ​ບໍ່​ຟູຂຶ້ນ​ມາ​ອີກ​ຈັກເທື່ອ ຍ້ອນ​ຄວາມພິນາດ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ຈະ​ນຳ​ມາ​ເທິງ​ປະເທດ​ນີ້.”’ ຄຳເວົ້າ​ຂອງ​ເຢເຣມີຢາ​ຈົບລົງ​ພຽງ​ເທົ່ານີ້.</verse>
			</chapter>
			<chapter number="52">
				<verse number="1">ເຈົ້າ​ເຊເດກີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ ເມື່ອ​ເພິ່ນ​ມີ​ອາຍຸ​ຊາວເອັດ​ປີ ແລະ​ໄດ້​ປົກຄອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ຮາມູຕານ. ນາງ​ເປັນ​ລູກສາວ​ຂອງ​ເຢເຣມີຢາ​ຊາວ​ເມືອງ​ລິບນາ.</verse>
				<verse number="2">ກະສັດ​ເຊເດກີຢາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ດັ່ງ​ທີ່​ກະສັດ​ເຢໂຮຍອາກິມ​ໄດ້​ເຮັດ.</verse>
				<verse number="3">ພຣະເຈົ້າຢາເວ​ໂກດຮ້າຍ​ຕໍ່​ຊາວ​ເຢຣູຊາເລັມ ແລະ​ຢູດາ ຈົນ​ພຣະອົງ​ໄດ້​ເນລະເທດ​ພວກເຂົາ​ໜີໄປ​ໃຫ້​ພົ້ນ​ຈາກ​ສາຍຕາ​ຂອງ​ພຣະອົງ. ເຈົ້າ​ເຊເດກີຢາ​ໄດ້​ກະບົດ​ຕໍ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ</verse>
				<verse number="4">ດັ່ງນັ້ນ ເຈົ້າ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ຈຶ່ງ​ໄດ້​ຍົກທັບ​ຂອງຕົນ ມາ​ໂຈມຕີ​ນະຄອນ​ເຢຣູຊາເລັມ​ໃນ​ເດືອນ​ທີ​ສິບ ແຫ່ງ​ຣາຊການ​ປີ​ທີ​ເກົ້າ​ຂອງ​ເຈົ້າ​ເຊເດກີຢາ. ເພິ່ນ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ນອກ​ເມືອງ ພ້ອມ​ທັງ​ໄດ້​ສ້າງ​ຂຸມ​ກຳບັງ​ອ້ອມ​ເມືອງ</verse>
				<verse number="5">ແລະ​ປິດລ້ອມ​ເມືອງ​ໄວ້ ຈົນເຖິງ​ຣາຊການ​ປີ​ທີ​ສິບເອັດ​ຂອງ​ເຈົ້າ​ເຊເດກີຢາ.</verse>
				<verse number="6">ໃນ​ວັນ​ທີ​ເກົ້າ​ຂອງ​ເດືອນ​ທີ​ສີ່​ໃນ​ປີ​ດຽວກັນ​ນັ້ນ ເມື່ອ​ເກີດ​ການ​ອຶດອາຫານ​ຢ່າງໜັກ ຈົນ​ບໍ່ມີ​ຫຍັງ​ເຫຼືອ​ໃຫ້​ປະຊາຊົນ​ກິນ​ເລີຍ</verse>
				<verse number="7">ກຳແພງ​ເມືອງ​ຈຶ່ງ​ໄດ້​ຖືກ​ພັງ​ທະລາຍ. ເຖິງ​ແມ່ນ​ວ່າ​ຊາວ​ບາບີໂລນ​ໄດ້​ປິດລ້ອມ​ເມືອງ​ໄວ້​ກໍຕາມ; ແຕ່​ທະຫານ​ທັງໝົດ​ກໍ​ຍັງ​ໜີໄປ​ໃນ​ຕອນ​ກາງຄືນ. ພວກເຂົາ​ໄດ້​ປົບໜີ​ທາງ​ສວນ​ຂອງ​ກະສັດ ໂດຍ​ຜ່ານ​ທາງ​ປະຕູ​ລະຫວ່າງ​ກຳແພງ​ເມືອງ​ທັງສອງ ແລະ​ມຸ່ງໜ້າ​ໄປ​ສູ່​ຮ່ອມພູ​ຂອງ​ແມ່ນໍ້າ​ຈໍແດນ.</verse>
				<verse number="8">ແຕ່​ກອງທັບ​ບາບີໂລນ​ໄດ້​ໄລ່ຕາມ​ໄປ​ທັນ​ກະສັດ​ເຊເດກີຢາ ແລະ​ຈັບ​ເພິ່ນ​ໄດ້​ຢູ່​ທີ່​ທົ່ງພຽງ​ໃກ້​ເມືອງ​ເຢຣິໂກ ແລະ​ທະຫານ​ກໍ​ແຕກ​ໜີ​ປະ​ເພິ່ນ​ໄປ​ໝົດ.</verse>
				<verse number="9">ເຈົ້າ​ເຊເດກີຢາ​ໄດ້​ຖືກ​ຈັບ​ໄປ​ຫາ​ກະສັດ​ເນບູ​ກາດເນັດຊາ​ທີ່​ເມືອງ​ຣິບລາ​ໃນ​ເຂດແດນ​ຮາມັດ; ໃນ​ທີ່ນັ້ນ ເຈົ້າເນບູ​ກາດເນັດຊາ​ໄດ້​ພິພາກສາ​ລົງໂທດ​ເພິ່ນ.</verse>
				<verse number="10">ກະສັດ​ແຫ່ງ​ບາບີໂລນ​ໄດ້​ຕັດສິນ ໃຫ້​ປະຫານ​ພວກ​ລູກຊາຍ​ຂອງ​ເຈົ້າ​ເຊເດກີຢາ ທີ່​ເມືອງ​ຣິບລາ​ຕໍ່ໜ້າຕໍ່ຕາ​ຂອງ​ເຈົ້າ​ເຊເດກີຢາ ທັງ​ໄດ້​ໃຫ້​ປະຫານ​ພວກ​ຂ້າຣາຊການ​ຂອງ​ຢູດາຍ​ດ້ວຍ.</verse>
				<verse number="11">ຫລັງຈາກ​ນັ້ນ ເພິ່ນ​ໄດ້​ຄວັດ​ແກ່ນຕາ​ຂອງ​ເຈົ້າ​ເຊເດກີຢາ ພ້ອມ​ທັງ​ລ່າມໂສ້​ແລະ​ນຳ​ເພິ່ນ​ໄປ​ທີ່​ນະຄອນ​ບາບີໂລນ. ເຈົ້າ​ເຊເດກີຢາ​ໄດ້​ຖືກ​ຄຸກ​ຢູ່​ໃນ​ນະຄອນ​ບາບີໂລນ​ຈົນເຖິງ​ເພິ່ນ​ຕາຍ.</verse>
				<verse number="12">ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ທີ​ຫ້າ ແຫ່ງ​ຣາຊການ​ປີ​ທີ​ສິບເກົ້າ ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ; ເນບູຊາຣາດານ​ທີ່ປຶກສາ​ຂອງ​ກະສັດ​ທັງ​ເປັນ​ຜູ້​ບັນຊາການ​ກອງທັບ​ໄດ້​ເຂົ້າ​ມາ​ນະຄອນ​ເຢຣູຊາເລັມ.</verse>
				<verse number="13">ລາວ​ໄດ້​ຈູດ​ວິຫານ​ຂອງ​ພຣະເຈົ້າຢາເວ, ຣາຊວັງ ແລະ​ເຮືອນ​ຂອງ​ບຸກຄົນ​ສຳຄັນ​ທັງໝົດ​ໃນ​ນະຄອນ​ເຢຣູຊາເລັມ;</verse>
				<verse number="14">ພວກ​ທະຫານ​ຊາວ​ບາບີໂລນ​ທັງໝົດ​ທີ່​ຢູ່​ກັບ​ຜູ້​ບັງຄັບ​ບັນຊາ​ຮັກສາ​ພະອົງ​ກໍໄດ້​ພັງ​ກຳແພງ​ເມືອງ​ລົງ.</verse>
				<verse number="15">ແລ້ວ​ເນບູຊາຣາດານ​ກໍ​ຈັບ​ເອົາ​ປະຊາຊົນ​ທີ່​ເຫຼືອ​ຢູ່​ໃນ​ເມືອງ​ໄປ​ທີ່​ບາບີໂລນ ຄື​ບັນດາ​ຊ່າງສີມື​ທີ່​ຍັງເຫລືອ​ຢູ່ ຕະຫລອດ​ທັງ​ພວກ​ທີ່​ໄດ້​ແຕກ​ໜີ​ມາ​ຫາ​ລາວ​ນັ້ນ.</verse>
				<verse number="16">ແຕ່​ເນບູຊາຣາດານ​ໄດ້​ປະ​ໄວ້​ໃນ​ຢູດາຍ ມີ​ປະຊາຊົນ​ທີ່​ຍາກຈົນ​ທີ່ສຸດ​ບາງສ່ວນ ຄື​ຄົນ​ທີ່​ບໍ່ມີ​ຊັບສົມບັດ​ໃດໆ ແລະ​ລາວ​ໃຫ້​ພວກເຂົາ​ເຮັດ​ວຽກ​ໃນ​ສວນອະງຸ່ນ​ແລະ​ໃນ​ນາ.</verse>
				<verse number="17">ຊາວ​ບາບີໂລນ​ໄດ້​ທັບ​ເສົາ ແລະ​ລົດລໍ້​ເປັນ​ທອງສຳຣິດ ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ເປັນ​ປ່ຽງໆ ພ້ອມ​ທັງ​ຂັນ​ໃຫຍ່​ເປັນ​ທອງສຳຣິດ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ພວກເຂົາ​ໄດ້​ຂົນ​ເອົາ​ໄປ​ນະຄອນ​ບາບີໂລນ.</verse>
				<verse number="18">ພວກເຂົາ​ຍັງ​ໄດ້​ຂົນ​ເອົາ​ຊ້ວນ ແລະ​ກ່ອງ​ໃສ່ຂີ້ເຖົ່າ​ທີ່​ໃຊ້​ສຳລັບ​ທຳ​ຄວາມ​ສະອາດ​ທີ່​ແທ່ນບູຊາ, ເຄື່ອງໃຊ້​ໃນ​ການ​ບົວລະບັດ​ຕະກຽງ, ອ່າງ​ໃສ່​ເລືອດ​ຈາກ​ເຄື່ອງ​ຖວາຍບູຊາ, ອ່າງ​ສຳລັບ​ໃຊ້​ເຜົາ​ເຄື່ອງຫອມ ແລະ​ເຄື່ອງ​ທອງສຳຣິດ​ອື່ນໆ​ທັງໝົດ ຊຶ່ງ​ໃຊ້​ສຳລັບ​ພິທີ​ຕ່າງໆ​ຢູ່​ໃນ​ພຣະວິຫານ​ໄປ​ດ້ວຍ.</verse>
				<verse number="19">ພວກເຂົາ​ໄດ້​ຂົນ​ເອົາ​ທຸກສິ່ງ​ທີ່​ເຮັດ​ດ້ວຍ​ຄຳ ຫລື​ເງິນ​ໄປ ດັ່ງນີ້: ຖ້ວຍນ້ອຍ, ກະຖັງ​ໃສ່​ຖ່ານໄຟ, ອ່າງ​ໃສ່​ເລືອດ​ຈາກ​ເຄື່ອງ​ຖວາຍບູຊາ, ກ່ອງ​ໃສ່ຂີ້ເຖົ່າ, ຫລັກຕັ້ງຕະກຽງ, ອ່າງ​ສຳລັບ​ໃຊ້​ເຜົາ​ເຄື່ອງຫອມ ແລະ​ຖ້ວຍ​ສຳລັບ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍບູຊາ.</verse>
				<verse number="20">ເຄື່ອງ​ທອງສຳຣິດ​ຕ່າງໆ ຊຶ່ງ​ກະສັດ​ໂຊໂລໂມນ​ໄດ້​ເຮັດ​ສຳລັບ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ດັ່ງນີ້: ເສົາ​ສອງ​ຕົ້ນ, ລົດລໍ້, ຂັນ​ໃຫຍ່ ແລະ​ຮູບປັ້ນ​ຂອງ​ງົວເຖິກ​ສິບສອງ​ໂຕ​ທີ່​ໃຊ້​ຄໍ້າຂັນ​ນັ້ນ ສິ່ງ​ເຫຼົ່ານີ້​ໜັກ​ຈົນ​ສັ່ງ​ບໍ່ໄດ້.</verse>
				<verse number="21">ເສົາ​ສອງ​ຕົ້ນ​ຢ່າງ​ດຽວກັນ ຄື​ແຕ່ລະ​ເສົາ​ສູງ​ແປດ​ແມັດ ແລະ​ລວງ​ກົມ​ຫ້າ​ແມັດ​ສາມສິບ​ເຊັນ. ຂ້າງ​ໃນ​ໂຄ່ງ ແລະ​ເນື້ອ​ໂລຫະ​ໜາ​ເຈັດສິບຫ້າ​ມີລີແມັດ. ເທິງ​ຍອດ​ຂອງ​ເສົາ​ແຕ່ລະຕົ້ນ​ມີ​ຫົວ​ເປັນ​ທອງສຳຣິດ ສູງ​ສອງ​ແມັດ​ຊາວ​ເຊັນ ແລະ​ອ້ອມຮອບ​ເສົາ​ນັ້ນ ລ້ວນແຕ່​ເປັນ​ຕາໜ່າງ​ທອງສຳຣິດ ແລະ​ປະດັບ​ປະດາ​ດ້ວຍ​ຮູບ​ໝາກພີລາ​ທີ່​ເປັນ​ທອງສຳຣິດ​ເຊັ່ນກັນ.</verse>
				<verse number="22"></verse>
				<verse number="23">ເສົາ​ຕົ້ນ​ໜຶ່ງ​ນັ້ນ​ມີ​ຮູບ​ໝາກພີລາ​ຮ້ອຍ​ໜ່ວຍ ແລະ​ເກົ້າສິບຫົກ​ໜ່ວຍ​ເບິ່ງ​ເຫັນ​ແຕ່​ລຸ່ມ​ໄດ້.</verse>
				<verse number="24">ນອກຈາກນີ້ ເນບູຊາຣາດານ ຜູ້​ບັນຊາການ​ທະຫານ ຍັງ​ໄດ້​ຈັບ​ເອົາ​ຄົນ​ໄປ​ເປັນ​ຊະເລີຍ ດັ່ງນີ້: ມະຫາ​ປະໂຣຫິດ​ເສຣາອີຢາ, ປະໂຣຫິດ​ຮອງ​ເຊຟານີຢາ ແລະ​ເຈົ້າໜ້າທີ່​ສຳຄັນ​ສາມ​ຄົນ​ອີກ​ໃນ​ພຣະວິຫານ.</verse>
				<verse number="25">ຈາກ​ໃນ​ຕົວເມືອງ​ລາວ​ໄດ້​ຈັບ​ຜູ້​ບັນຊາການ​ທະຫານ, ທີ່ປຶກສາ​ສ່ວນຕົວ​ຂອງ​ກະສັດ​ທີ່​ຢູ່​ໃນ​ເມືອງ​ນີ້​ເຈັດ​ຄົນ, ຮອງ​ຜູ້​ບັນຊາການ​ຮັບຜິດຊອບ​ໃນ​ການ​ເກນ​ທະຫານ ແລະ​ບຸກຄົນ​ສຳຄັນ​ອື່ນໆ​ອີກ​ຫົກສິບ​ຄົນ.</verse>
				<verse number="26">ເນບູຊາຣາດານ​ໄດ້​ຈັບ​ພວກເຂົາ​ໄປ​ຫາ​ກະສັດ​ແຫ່ງ​ບາບີໂລນ</verse>
				<verse number="27">ຢູ່​ທີ່​ເມືອງ​ຣິບລາ​ໃນ​ເຂດແດນ​ຮາມັດ. ກະສັດ​ໄດ້​ຂ້ຽນ​ແລະ​ປະຫານ​ຊີວິດ​ພວກເຂົາ​ໃນ​ທີ່ນັ້ນ. ສະນັ້ນ ປະຊາຊົນ​ຢູດາ​ຈຶ່ງ​ຖືກ​ກວາດ​ຈາກ​ດິນແດນ​ຂອງ​ພວກຕົນ ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.</verse>
				<verse number="28">ຕໍ່ໄປນີ້​ແມ່ນ​ບັນທຶກ​ຈຳນວນ​ປະຊາຊົນ​ທີ່​ເຈົ້າເນບູ​ກາດເນັດຊາ​ໄດ້​ຈັບ​ໄປ​ເປັນ​ຊະເລີຍ ມີ​ດັ່ງນີ້: ໃນ​ຣາຊການ​ປີ​ທີ​ເຈັດ​ທີ່​ເພິ່ນ​ຂຶ້ນ​ເປັນ​ກະສັດ​ມີ ສາມພັນ​ຊາວສາມ​ຄົນ;</verse>
				<verse number="29">ໃນ​ຣາຊການ​ປີ​ທີ​ສິບແປດ​ຂອງ​ເພິ່ນ​ມີ ແປດຮ້ອຍ​ສາມສິບສອງ​ຄົນ ຈາກ​ນະຄອນ​ເຢຣູຊາເລັມ;</verse>
				<verse number="30">ແລະ​ໃນ​ຣາຊການ​ປີ​ທີ​ຊາວສາມ​ຂອງ​ເພິ່ນ ເນບູຊາຣາດານ​ກໍ​ຈັບ​ເອົາ​ໄປ​ມີ ເຈັດຮ້ອຍ​ສີ່ສິບຫ້າ​ຄົນ. ລວມ​ທັງໝົດ​ມີ ສີ່ພັນ​ຫົກຮ້ອຍ​ຄົນ ທີ່​ໄດ້​ຖືກ​ຈັບ​ໄປ.</verse>
				<verse number="31">ໃນ​ປີ​ທີ່​ເຈົ້າ​ເອວິນເມໂຣດັກ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ບາບີໂລນ ເພິ່ນ​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ເຈົ້າ​ເຢໂຮຍອາກິນ​ແຫ່ງ​ຢູດາຍ ໂດຍ​ໄດ້​ປ່ອຍ​ເພິ່ນ​ອອກ​ຈາກ​ຄຸກ. ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ວັນ​ທີ​ຊາວຫ້າ ກົງ​ກັບ​ເດືອນ​ທີ​ສິບສອງ​ຂອງ​ປີ​ສາມສິບເຈັດ ຫລັງຈາກ​ທີ່​ກະສັດ​ເຢໂຮຍອາກິນ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.</verse>
				<verse number="32">ເອວິນເມໂຣດັກ​ໄດ້​ປະຕິບັດ​ຕໍ່​ເພິ່ນ​ດ້ວຍ​ຄວາມ​ເມດຕາ ແລະ​ໄດ້​ມອບ​ຕຳແໜ່ງ​ສູງ ແລະ​ມີ​ກຽດ​ກວ່າ​ກະສັດ​ຄົນອື່ນໆ​ທີ່​ຖືກ​ຈັບ​ມາ​ເປັນ​ຊະເລີຍ​ໃນ​ບາບີໂລນ​ພ້ອມກັນ.</verse>
				<verse number="33">ສະນັ້ນ ເຢໂຮຍອາກິນ​ຈຶ່ງ​ໄດ້​ຮັບ​ອະນຸຍາດ​ໃຫ້​ປ່ຽນ​ເຄື່ອງ​ນັກໂທດ ທັງ​ໄດ້​ຖືກ​ສັບຊ້ອນ​ໃຫ້​ຮ່ວມ​ຮັບປະທານ​ອາຫານ​ກັບ​ກະສັດ​ຕະຫລອດ​ຊີວິດ​ຂອງ​ເພິ່ນ.</verse>
				<verse number="34">ແຕ່ລະ​ວັນ ຈົນ​ຊົ່ວຊີວິດ​ຂອງເພິ່ນ ເພິ່ນ​ໄດ້​ຮັບ​ສິ່ງ​ທີ່​ເພິ່ນ​ຕ້ອງການ​ເປັນ​ປະຈຳ​ຈາກ​ກະສັດ​ແຫ່ງ​ບາບີໂລນ.</verse>
			</chapter>
		</book>
		<book number="25">
			<chapter number="1">
				<verse number="1">ນະຄອນ​ເຢຣູຊາເລັມ​ເອີຍ ບັດນີ້​ນອນ​ຢຽດ​ຢູ່​ດຽວດາຍ ຄັ້ງໜຶ່ງ ເປັນ​ນະຄອນ​ທີ່​ມີ​ປະຊາຊົນ​ໜາແໜ້ນ ແລະ​ຄັ້ງ​ໜຶ່ງ​ນັ້ນ ກໍໄດ້​ຮັບ​ກຽດ​ຈາກ​ຊາວ​ໂລກາ ແຕ່​ມາບັດນີ້ ເຈົ້າ​ພັດ​ເປັນ​ດັ່ງ​ແມ່ໝ້າຍ; ເຈົ້າ​ເປັນ​ເຈົ້າຍິງ​ໃນ​ທ່າມກາງ​ເມືອງ​ທັງຫລາຍ ແຕ່​ບັດນີ້ ຖືກ​ລົດກຽດ​ລົງ​ຕົກ​ເປັນ​ທາດ​ສາ​ແລ້ວ.</verse>
				<verse number="2">ນາງ​ຈຶ່ງ​ຮ້ອງໄຫ້​ຕະຫລອດ​ທັງຄືນ ນໍ້າຕາ​ຫລັ່ງໄຫລ​ຖ້ວມ​ລົງ​ອາບ​ແກ້ມ. ເພື່ອນຝູງ​ໃນ​ອະດີດ​ກໍ​ບໍ່​ເຫຼືອ​ເພື່ອ​ປອບໃຈ ບັດນີ້ ພັນທະມິດ​ຕ່າງ​ກໍ​ຫັກ​ຫລັງ​ຕໍ່ສູ້​ນາງ​ແລ້ວ.</verse>
				<verse number="3">ຊາວ​ຢູດາ​ຕົກ​ເປັນ​ທາດ​ຂາດ​ຜູ້​ຊ່ວຍເຫລືອ ທັງ​ຖືກ​ບັງຄັບ​ໃຫ້​ໜີ​ຫ່າງໄກ​ຈາກ​ເມືອງ​ບ້ານ. ພວກເຂົາ​ອາໄສ​ຢູ່​ໃນ​ແດນ​ອື່ນ​ບໍ່ມີ​ບ່ອນ​ເປັນ​ຂອງຕົນເອງ ຖືກ​ອ້ອມ​ດ້ວຍ​ສັດຕູ ບໍ່ມີ​ທາງ​ທີ່​ຈະ​ປົບໜີໄປ​ໄດ້.</verse>
				<verse number="4">ບັດນີ້ ຈຶ່ງ​ບໍ່ມີ​ຜູ້ໃດ​ມາ​ເຝົ້າ​ທີ່​ພຣະວິຫານ ເພື່ອ​ນະມັດສະການ​ໃນ​ວັນ​ສັກສິດ​ຕ່າງໆ. ຍິງ​ສາວ​ເຄີຍ​ຮ້ອງເພງ​ຢູ່​ທີ່​ນັ້ນ​ກໍ​ທົນທຸກ​ຄືກັນ ບັນດາ​ປະໂຣຫິດ​ມີ​ແຕ່​ຮ້ອງ​ຄວນຄາງ​ທັງສິ້ນ. ປະຕູ​ທາງ​ເຂົ້າ​ນະຄອນ​ກໍ​ຫວ່າງເປົ່າ ພູເຂົາ​ຊີໂອນ​ກໍ​ໂສກເສົ້າ​ເຈັບປວດ​ໃນ​ຊີວີ.</verse>
				<verse number="5">ພວກ​ສັດຕູ​ໄດ້​ເປັນ​ນາຍ​ເໜືອ​ນາງ ພວກເຂົາ​ໄດ້​ຢຶດເອົາ​ນາງ​ໃຫ້​ຢູ່​ໃຕ້​ອຳນາດ ຍ້ອນ​ນາງ​ເຮັດ​ບາບ ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ນາງ​ທົນທຸກ ລູກໆ​ຂອງ​ນາງ​ນັ້ນ​ຕ່າງ​ກໍ​ຖືກ​ຈັບ​ໄປ.</verse>
				<verse number="6">ເປັນ​ພຽງແຕ່​ອະດີດ​ທີ່​ນະຄອນ​ເຢຣູຊາເລັມ​ຮຸ່ງເຮືອງ ພວກ​ເຈົ້ານາຍ​ຂອງ​ນາງ​ກໍ​ອ່ອນແຮງ​ດັ່ງ​ກວາງ​ທີ່​ອຶດຢາກ ຊຶ່ງ​ກຳລັງ​ທີ່​ຕົນ​ມີ​ຢູ່​ນັ້ນ​ກຳລັງ​ຈະ​ໝົດ​ໄປ ໃນ​ຂະນະທີ່​ປົບໜີ​ຈາກ​ນາຍພານ​ຕາມລ່າ.</verse>
				<verse number="7">ບັດນີ້ ເມື່ອ​ຕົກ​ຢູ່​ໃນ​ສະພາບ​ຮົກຮ້າງ​ເພພັງ ນະຄອນ​ເຢຣູຊາເລັມ​ກໍ​ຄິດເຖິງ​ສິ່ງ​ຮຸ່ງເຮືອງ​ໃນ​ອະດີດ. ເມື່ອ​ນາງ​ຢູ່​ໃນ​ກຳມື​ຂອງ​ສັດຕູ​ນັ້ນ​ກໍ​ບໍ່ມີ​ຜູ້ໃດ​ຊ່ວຍເຫຼືອ​ນາງ, ຜູ້​ທີ່​ຊະນະ​ເພາະ​ຕົນ​ຫຼົ້ມຈົມ​ກໍ​ຫົວຂວັນ​ໃສ່​ຊໍ້າ.</verse>
				<verse number="8">ກຽດສັກສີ​ທີ່​ເຄີຍ​ມີ​ນັ້ນ​ກໍ​ສູນສິ້ນ​ໝົດໄປ ນາງ​ເປືອຍຕົວ​ແລະ​ຖືກ​ຄົນ​ດູໝິ່ນ​ປະໝາດ. ນາງ​ຄໍ່າຄວນ​ແລະ​ລີ້ໜ້າ​ດ້ວຍ​ຄວາມ​ອັບອາຍ ນະຄອນ​ເຢຣູຊາເລັມ​ເປັນ​ມົນທິນ​ດ້ວຍ​ຕົນ​ເຮັດ​ບາບ.</verse>
				<verse number="9">ມົນທິນ​ຂອງ​ນາງ​ນັ້ນ​ເບິ່ງ​ເຫັນ​ໄດ້​ງ່າຍດາຍ ແຕ່​ນາງ​ບໍ່​ຫ່ວງໃຍ​ນຳ​ຊາຕາກຳ​ຂອງຕົນ​ຈັກດີ້. ນາງ​ລົ້ມ​ແຮງໂພດ​ຈົນ​ບໍ່ມີ​ຜູ້ໃດ​ສາມາດ​ປອບໃຈ ຂ້າແດ່​ພຣະເຈົ້າຢາເວ ໂຜດ​ເມດຕາ ເພາະ​ສັດຕູ​ຂອງນາງ​ໄດ້​ຊະນະ.</verse>
				<verse number="10">ພວກ​ສັດຕູ​ເຂົ້າ​ມາ​ປຸ້ນ​ມາ​ລັກ​ເອົາ ຊັບສົມບັດ​ທັງໝົດ​ທີ່​ນາງ​ມີ​ຢູ່​ນັ້ນ. ນາງ​ໄດ້​ເຫັນ​ພວກ​ສັດຕູ​ເຂົ້າ​ໄປ​ໃນ​ພຣະວິຫານ ທີ່​ພຣະເຈົ້າ​ຫ້າມປາມ​ບໍ່​ໃຫ້​ຄົນຕ່າງຊາດ​ເຂົ້າ.</verse>
				<verse number="11">ປະຊາຊົນ​ຄໍ່າຄວນ​ຂະນະທີ່​ຊອກ​ຫາ​ເຂົ້າຈີ່​ກິນ ພວກເຂົາ​ແລກປ່ຽນ​ຊັບສິນ​ກັບ​ອາຫານ ເພື່ອ​ໃຫ້​ມີ​ຊີວິດ​ຢູ່. ຊາວ​ເມືອງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຫລຽວເບິ່ງ​ດ້ວຍ! ເບິ່ງ​ວ່າ​ຍາກຈົນ​ເທົ່າ​ໃດ.”</verse>
				<verse number="12">ນາງ​ຮ້ອງ​ໃສ່​ທຸກຄົນ​ຜ່ານ​ໄປ​ວ່າ, “ເບິ່ງ​ຂ້ອຍ​ແດ່ ບໍ່ມີ​ຜູ້ໃດ​ທີ່​ເຈັບປວດ​ເໝືອນ​ດັ່ງ​ຂ້ອຍ ເປັນ​ຄວາມ​ເຈັບປວດ​ທີ່​ພຣະເຈົ້າຢາເວ​ໄດ້​ນຳ​ມາ ໃຫ້​ຂ້ອຍ​ໄດ້​ຮັບ​ຄາວ​ທີ່​ພຣະອົງ​ໂກດຮ້າຍ.</verse>
				<verse number="13">ພຣະອົງ​ໄດ້​ສົ່ງ​ໄຟ​ຈາກ​ເບື້ອງ​ເທິງ​ລົງ​ມາ ເປັນ​ໄຟ​ທີ່​ລຸກໄໝ້​ຢູ່​ພາຍ​ໃນ​ຈິດໃຈ​ຂ້ອຍ. ພຣະອົງ​ໄດ້​ຫ້າງແຮ້ວ​ໃສ່​ຂ້ອຍ ແລະ​ເຮັດ​ໃຫ້​ລົ້ມລົງ​ກັບ​ພື້ນດິນ ປະຖິ້ມ​ຂ້ອຍ​ໃຫ້​ເຈັບປວດ​ຢູ່​ຢ່າງນັ້ນ.</verse>
				<verse number="14">ພຣະອົງ​ບັນທຶກ​ທຸກ​ການບາບ​ທີ່​ຂ້ອຍ​ໄດ້​ເຮັດ​ມາ ແລ້ວ​ກໍ​ມັດ​ທັງໝົດ​ລວມເຂົ້າ​ໃສ່​ກັນ​ໄວ້; ພຣະອົງ​ຫ້ອຍ​ບາບ​ເຫຼົ່ານັ້ນ​ໃສ່​ໄວ້​ເທິງ​ຄໍ ຂ້ອຍ​ຈຶ່ງ​ອ່ອນເພຍ​ເພາະ​ບາບກຳ​ນັ້ນ​ໜັກຫຼາຍ. ພຣະເຈົ້າຢາເວ​ມອບ​ຂ້ອຍ​ໃຫ້​ເຫຼົ່າ​ສັດຕູ ແລະ​ຂ້ອຍ​ກໍ​ບໍ່ມີ​ຜູ້ໃດ​ຊ່ວຍ​ຂ້ອຍ​ຕໍ່ສູ້​ພວກເຂົາ​ໄດ້.</verse>
				<verse number="15">ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຫົວເຍີ້ຍ​ທະຫານ​ຂອງຂ້ອຍ​ທັງໝົດ ສົ່ງ​ກອງທັບ​ມາ​ທຳລາຍ​ພວກ​ຊາຍໜຸ່ມ​ຂອງຂ້ອຍ. ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຢຽບຢໍ່າ​ປະຊາຊົນ​ຂອງຂ້ອຍ​ລົງ ດັ່ງ​ໝາກອະງຸ່ນ​ຢູ່​ໃນ​ໂຮງ​ບີບ​ເຫຼົ້າ​ອະງຸ່ນ​ນັ້ນ.</verse>
				<verse number="16">ເຫດສະນັ້ນ ຂ້ອຍ​ຈຶ່ງ​ຮ້ອງໄຫ້​ອອກ​ມາ ຈົນ​ເບົ້າຕາ​ທັງສອງ​ນອງ​ດ້ວຍ​ນໍ້າຕາ​ທັງສິ້ນ. ບໍ່ມີ​ຜູ້ໃດ​ອອຍໃຈ​ຂ້ອຍ​ໄດ້ ບໍ່ມີ​ຜູ້ໃດ​ໃຫ້​ກຳລັງໃຈ ສັດຕູ​ໄດ້​ຊະນະ​ຂ້ອຍ ປະຊາຊົນ​ບໍ່​ເຫຼືອ​ຫຍັງ​ຈັກຢ່າງ.</verse>
				<verse number="17">ຂ້ອຍ​ເດ່​ມື​ອອກ​ເພື່ອ​ວິ້ງວອນ​ໃຫ້​ຄົນ​ຊ່ວຍເຫລືອ ແຕ່​ກໍ​ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ຂ້ອຍ​ໄດ້. ພຣະເຈົ້າຢາເວ​ໄດ້​ເອີ້ນ​ໃຫ້​ສັດຕູ​ມາ​ຕໍ່ສູ້​ຂ້ອຍ​ທຸກ​ທິດທາງ ພວກເຂົາ​ເຮັດ​ຕໍ່​ຂ້ອຍ​ດັ່ງ​ເຮັດ​ກັບ​ສິ່ງ​ທີ່​ເປິເປື້ອນ.</verse>
				<verse number="18">ແຕ່​ພຣະເຈົ້າຢາເວ​ຊົງ​ຊອບທຳ ເພາະ​ຂ້ອຍ​ບໍ່ໄດ້​ເຊື່ອຟັງ​ພຣະອົງ​ຈຶ່ງ​ເປັນ​ຢູ່​ຢ່າງນີ້. ຈົ່ງ​ຟັງ​ຂ້ອຍ​ເທີ້ນ ປະຊາຊົນ​ທົ່ວ​ທຸກບ່ອນ​ເອີຍ ຈົ່ງ​ຫລຽວ​ເບິ່ງດູ​ຄວາມ​ເຈັບປວດ​ຂອງຂ້ອຍ. ຊາຍໜຸ່ມ​ແລະ​ຍິງສາວ​ທີ່​ຂ້ອຍ​ມີ​ຢູ່​ທັງໝົດ ກໍ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທັງສິ້ນ.</verse>
				<verse number="19">ຂ້ອຍ​ໄດ້​ເອີ້ນ​ຫາ​ໝູ່ເພື່ອນ​ທີ່​ເຄີຍ​ຮັກແພງ​ກັນ ແຕ່​ພວກເຂົາ​ບໍ່​ຍອມ​ໃຫ້​ຄວາມ​ຊ່ວຍເຫລືອ​ແກ່​ຂ້ອຍ. ພວກ​ປະໂຣຫິດ​ແລະ​ຜູ້ນຳ​ກໍ​ລົ້ມຕາຍ​ຢູ່​ໃນ​ເມືອງ ຂະນະທີ່​ພວກເຂົາ​ຊອກ​ຫາ​ອາຫານ​ກິນ​ໃຫ້​ມີ​ຊີວິດ​ຢູ່.</verse>
				<verse number="20">ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເບິ່ງ​ຂ້ານ້ອຍ​ດ້ວຍ ເຈັບປວດ​ແລະ​ທຸກໃຈ​ເຫຼືອ​ທີ່​ຈະ​ກ່າວ ຫົວໃຈ​ຂ້ານ້ອຍ​ເຈັບປວດ​ເພາະ​ມີ​ບາບໜາ ຄົນ​ຂ້າ​ກັນ​ຕາມ​ຖະໜົນ ມີ​ຄົນ​ຕາຍ​ທີ່​ເຮືອນ​ດ້ວຍ.</verse>
				<verse number="21">ໂຜດ​ຟັງ ຄຳ​ຄໍ່າຄວນ​ດ້ວຍ​ເພາະ​ຂາດ​ຜູ້​ອອຍໃຈ ສັດຕູ​ຕ່າງ​ກໍ​ດີໃຈ​ທີ່​ພຣະອົງ​ນຳ​ໄພພິບັດ​ມາ​ຖືກ​ຂ້ານ້ອຍ. ຂໍໂຜດ​ນຳ ເອົາ​ວັນ​ທີ່​ພຣະອົງ​ສັນຍາ​ນັ້ນ​ມາ​ສາ ແລະ​ໂຜດ​ໃຫ້​ພວກ​ສັດຕູ​ຖືກ​ທໍລະມານ​ດ້ວຍ​ເຖີດ.</verse>
				<verse number="22">ໂຜດ​ປະນາມ​ຄວາມ​ຊົ່ວຮ້າຍ​ຂອງ​ພວກເຂົາ​ແດ່ ໂຜດ​ລົງໂທດ​ພວກເຂົາ​ດັ່ງ​ທີ່​ໄດ້​ລົງໂທດ​ຂ້ານ້ອຍ​ນັ້ນ ຍ້ອນ​ການບາບ​ທີ່​ຂ້ານ້ອຍ​ໄດ້​ກະທຳ​ມາ ຈຶ່ງ​ທຸກຮ້ອນ​ຫລາຍ​ທັງ​ຄໍ່າຄວນ​ຢ່າງ​ເຈັບປວດ.”</verse>
			</chapter>
			<chapter number="2">
				<verse number="1">ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໂກດຮ້າຍ ຈຶ່ງ​ໃຫ້​ຄວາມມືດ​ຫຸ້ມຫໍ່​ພູເຂົາ​ຊີໂອນ ຄວາມ​ງົດງາມ​ດັ່ງ​ສະຫວັນ​ຂອງ​ພູເຂົາ​ຊີໂອນ ພຣະອົງ​ໄດ້​ປ່ຽນ​ໃຫ້​ເປັນ​ບ່ອນ​ຮົກຮ້າງ. ໃນ​ວັນ​ທີ່​ພຣະອົງ​ໂກດຮ້າຍ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ ພຣະອົງ​ປະຖິ້ມ​ແມ່ນແຕ່​ພຣະວິຫານ​ໃນ​ວັນ​ນັ້ນ.</verse>
				<verse number="2">ໃນ​ທຸກໆ​ໝູ່ບ້ານ​ຂອງ​ອານາຈັກ​ຢູດາຍ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ທຳລາຍ​ຢ່າງ​ບໍ່​ເມດຕາ​ຈັກດີ້ ທັງ​ປ້ອມລ້ອມ​ກຳແພງ​ດ້ວຍ​ທີ່​ປ້ອງກັນ​ດິນແດນ ໃຫ້​ອານາຈັກ​ກັບ​ຜູ້ປົກຄອງ​ຖືກ​ອັບອາຍ​ຂາຍໜ້າ.</verse>
				<verse number="3">ດ້ວຍ​ໃຈ​ກີ້ວໂກດ​ຊົງ​ທັບມ້າງ​ກຳລັງ​ອິດສະຣາເອນ ເມື່ອ​ສັດຕູ​ມາ​ໂຈມຕີ​ພຣະອົງ​ກໍ​ບໍ່​ຍອມ​ຊ່ວຍ. ພຣະອົງ​ໄດ້​ຕໍ່ສູ້​ພວກເຮົາ​ດ້ວຍ​ຄວາມ​ໂມໂຫ ດັ່ງ​ໄຟ​ເຜົາຜານ ພຣະອົງ​ໄດ້​ທຳລາຍ​ທຸກສິ່ງ​ຖິ້ມ.</verse>
				<verse number="4">ດັ່ງ​ເປັນ​ສັດຕູ​ຜູ້ໜຶ່ງ​ພຣະອົງ​ແນ​ລູກທະນູ​ໃສ່​ພວກເຮົາ ຜູ້​ທີ່​ພວກເຮົາ​ພໍໃຈ​ແລະ​ຍິນດີ​ນຳ ພຣະອົງ​ກໍ​ຂ້າ​ຖິ້ມ​ໝົດ. ຢູ່​ໃນ​ພຣະວິຫານ​ຂອງ​ພຣະອົງ​ທີ່​ນະຄອນ​ເຢຣູຊາເລັມ ກໍ​ເທ​ຄວາມ​ກີ້ວໂກດ​ລົງ​ໃສ່​ດັ່ງ​ໄຟ​ທີ່​ເຜົາໄໝ້.</verse>
				<verse number="5">ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ທຳລາຍ​ຊາດ​ອິດສະຣາເອນ ດັ່ງ​ເປັນ​ສັດຕູ​ຜູ້ໜຶ່ງ ພຣະອົງ​ໄດ້​ປ່ອຍ​ໃຫ້​ປ້ອມ​ປ້ອງກັນ​ເມືອງ ແລະ​ຣາຊວັງ​ຮົກຮ້າງ​ເພພັງ​ສິ້ນ. ພຣະອົງ​ໄດ້​ນຳ​ຄວາມ​ໂສກເສົ້າ​ມາ​ສູ່​ຢູດາຍ ຄວາມທຸກໃຈ​ບໍ່​ສຸດເປັນ​ມາ​ສູ່​ປະຊາຊົນ​ດ້ວຍ.</verse>
				<verse number="6">ພຣະອົງ​ໄດ້​ທຳລາຍ​ຫໍເຕັນ​ສັກສິດ​ໃຫ້​ໝຸ່ນ​ທະລາຍ ຄື​ເປັນດັ່ງ​ສວນ​ຮ້າງ ພຣະອົງ​ໄດ້​ທຳລາຍ​ສະຖານທີ່​ນະມັດສະການ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຊີໂອນ​ລືມ​ເທດສະການ​ສັກສິດ​ແລະ​ວັນຊະບາໂຕ. ພຣະອົງ​ຊົງ​ເຄ່ຍ​ກະສັດ​ແລະ​ປະໂຣຫິດ​ຖິ້ມ ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ.</verse>
				<verse number="7">ອົງພຣະ​ຜູ້​ເປັນເຈົ້າ​ບໍ່​ຍອມ​ຮັບ​ແທ່ນບູຊາ​ຂອງ​ພຣະອົງ ແລະ​ໄດ້​ປະຖິ້ມ​ພຣະວິຫານ​ຂອງ​ພຣະອົງ​ດ້ວຍ; ພຣະອົງ​ໃຫ້​ສັດຕູ​ທຳລາຍ​ກຳແພງ​ພຣະວິຫານ ພວກເຂົາ​ໂຮຮ້ອງ​ຍິນດີ​ເພາະ​ໄດ້​ໄຊຊະນະ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຄື​ໃນ​ຄັ້ງ​ໜຶ່ງ​ນັ້ນ ເປັນ​ບ່ອນ​ທີ່​ພວກເຮົາ ພາກັນ​ນະມັດສະການ​ຢ່າງ​ຊົມຊື່ນ​ຍິນດີ​ລົ້ນ.</verse>
				<verse number="8">ພຣະເຈົ້າຢາເວ​ໄດ້​ກຳນົດ​ໄວ້​ຢ່າງ​ແນ່ນອນ​ວ່າ ກຳແພງ​ທີ່​ຕັ້ງ​ພູເຂົາ​ຊີໂອນ​ຕ້ອງ​ຖືກ​ທຳລາຍ​ກ້ຽງ; ພຣະອົງ​ວັດແທກ​ໃຫ້​ແນ່ໃຈ​ວ່າ​ມັນ​ຖືກ​ທຳລາຍ​ໝົດ ບັດນີ້ ຫໍຄອຍ​ແລະ​ກຳແພງ​ກໍ​ຫັກ​ເພພັງ​ລົງກ້ຽງ.</verse>
				<verse number="9">ປະຕູ​ກຳແພງ​ກໍ​ລົ້ມ ແລະ​ພັງ​ລົງ​ເປັນ​ເສດ​ຫີນ ກົງເຫລັກ​ກໍ​ຫັກ​ຕົກລົງ​ເປັນ​ຊິ້ນໆ. ບັດນີ້ ກະສັດ​ແລະ​ຂຸນນາງ​ກໍ​ຖືກ​ຈັບ​ເປັນ​ຊະເລີຍ ການ​ສັ່ງສອນ​ກົດບັນຍັດ​ກໍ​ບໍ່ມີ​ຕໍ່ໄປ​ອີກ​ແລ້ວ ສ່ວນ​ພວກ​ຜູ້ທຳນວາຍ​ກໍ​ບໍ່ໄດ້​ຮັບ​ນິມິດ​ຈາກ​ພຣະເຈົ້າຢາເວ</verse>
				<verse number="10">ບັນດາ​ຄົນ​ເຖົ້າແກ່​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຕ່າງ​ກໍ​ພາກັນ​ນັ່ງ​ກັບ​ພື້ນດິນ​ຢ່າງ​ມິດງຽບ ໂດຍ​ນຸ່ງ​ຜ້າ​ກະສອບເຂົ້າ ແລະ​ເອົາ​ຂີ້ດິນ​ໂຮຍ​ໃສ່​ຫົວ ສ່ວນ​ພວກ​ຍິງສາວ​ກໍ​ພາກັນ​ກົ້ມ​ຫົວ​ລົງ​ກັບ​ພື້ນ.</verse>
				<verse number="11">ຂ້ອຍ​ຮ້ອງໄຫ້​ຈົນ​ຕາຕູບ​ຕາໂປ​ຢ່າງ​ອິດອ່ອນ ຂ້ອຍ​ເຈັບປວດ​ຍ້ອນ ເພາະ​ເມື່ອຍອ່ອນ​ໃນ​ຈິດໃຈ. ຂ້ອຍ​ອິດອ່ອນ​ຍ້ອນ​ເສົ້າໂສກ​ທີ່​ປະຊາຊົນ​ຖືກ​ທຳລາຍ ພວກ​ເດັກນ້ອຍ​ກໍ​ລົ້ມລົງ​ຕາມ​ທາງ​ດ້ວຍ.</verse>
				<verse number="12">ພວກເຂົາ​ພາກັນ​ຮ້ອງ​ຖາມ​ແມ່​ຂອງຕົນ​ວ່າ, “ມີ​ອາຫານ​ຢູ່​ທີ່​ໃດ​ແດ່​ພໍ​ລູກ​ໄດ້​ກິນ.” ຕາມ​ຫົນທາງ​ພວກເຂົາ​ລົ້ມ​ດັ່ງ​ຄົນ​ໄດ້​ຮັບ​ບາດເຈັບ ຄ່ອຍໆ​ສິ້ນໃຈ​ຕາຍ​ໃນ​ອ້ອມແຂນ​ຂອງ​ແມ່.</verse>
				<verse number="13">ຂ້ອຍ​ຈະ​ເວົ້າ​ຫຍັງ​ໄດ້​ແດ່? ໂອ ເຢຣູຊາເລັມ​ເອີຍ ຈະ​ອອຍໃຈ​ເຈົ້າ​ຢ່າງໃດ? ຜູ້ໃດ​ແດ່​ທົນ​ທຸກຢ່າງ​ນີ້? ໄພພິບັດ​ທີ່​ເຈົ້າ​ໄດ້​ຮັບ​ບໍ່ມີ​ຂອບເຂດ​ດັ່ງ​ມະຫາສະໝຸດ ບໍ່ມີ​ຫວັງ​ໃດໆ​ທີ່​ຈະ​ປິ່ນປົວ​ເຈົ້າ​ໄດ້​ສາ​ແລ້ວ.</verse>
				<verse number="14">ຜູ້ທຳນວາຍ​ຂອງ​ພວກເຈົ້າ​ບໍ່ມີ​ຫຍັງ​ກ່າວ​ຈາ ນອກຈາກ​ກ່າວ​ຄຳ​ຫລອກລວງ​ເທົ່ານັ້ນ; ພວກເຂົາ​ເທດສະໜາ​ຫລອກລວງ​ບອກ​ວ່າ, ການບາບ​ເຈົ້າ​ບໍ່ມີ ພວກເຂົາ​ໃຫ້​ເຈົ້າ​ຄິດວ່າ​ບໍ່​ຈຳເປັນ​ຕ້ອງ​ກັບໃຈໃໝ່.</verse>
				<verse number="15">ຄົນ​ຜ່ານ​ນະຄອນ​ໄປ ຕ່າງ​ກໍ​ເບິ່ງ​ເຈົ້າ​ຢ່າງ​ຫຍໍ້ຫຍັນ ພວກເຂົາ​ເບະ​ສົບ​ຫົວຂວັນ​ທີ່​ນະຄອນ​ເພພັງ​ຮົກຮ້າງ. ພວກເຂົາ​ກ່າວ​ວ່າ, “ນີ້​ບໍ່​ທີ່​ວ່າ​ເປັນ​ເມືອງ​ທີ່​ສວຍງາມ? ນະຄອນ​ທະນົງໃຈ​ທົ່ວ​ທັງໂລກ?”</verse>
				<verse number="16">ສັດຕູ​ດູຖູກ​ເຈົ້າ ແລະ​ຈ້ອງຕາ​ເບິ່ງ​ຢ່າງ​ກຽດຊັງ ພວກເຂົາ​ເບະ​ສົບ​ເວົ້າ​ຫຍໍ້ຫຍັນ​ໃສ່​ເຈົ້າ​ດັ່ງນີ້: “ພວກເຮົາ​ໄດ້​ທຳລາຍ​ມັນ​ລົງ​ແລ້ວ​ເດ ນີ້​ຄື​ວັນ​ທີ່​ພວກເຮົາ​ລໍຄອຍ​ຢາກ​ເຫັນ​ແຕ່​ດົນ​ແລ້ວ.”</verse>
				<verse number="17">ພຣະເຈົ້າຢາເວ​ໄດ້​ກະທຳ​ການ​ຕາມ​ທີ່​ພຣະອົງ​ວາງແຜນ​ໄວ້​ແລ້ວ. ຖ້ອຍຄຳ​ຕັ້ງແຕ່​ດົນນານ​ຂອງ​ພຣະອົງ, ພຣະອົງ​ໄດ້​ເຮັດ​ໃຫ້​ສຳເລັດ​ແລ້ວ ຄື​ທຳລາຍ​ຢ່າງ​ບໍ່ມີ​ຄວາມ​ເມດຕາ​ຕາມ​ທີ່​ພຣະອົງ​ໄດ້​ບອກ. ພຣະອົງ​ໃຫ້​ເຫຼົ່າ​ສັດຕູ​ໄດ້​ໄຊຊະນະ​ພວກເຮົາ ແລະ​ໃຫ້​ພວກເຂົາ​ດີໃຈ​ທີ່​ໄດ້​ເຫັນ​ພວກເຮົາ​ຫລົ້ມ​ສະຫລາຍ.</verse>
				<verse number="18">ໂອ ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສົ່ງ​ສຽງ​ຮ້ອງ​ຫາ​ອົງພຣະ​ຜູ້​ເປັນເຈົ້າ​ເຖີດ ຈົ່ງ​ໃຫ້​ກຳແພງ​ເມືອງ​ຮ້ອງ​ຫາ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ໃຫ້​ນໍ້າຕາ​ຂອງເຈົ້າ​ໄຫລ​ດັ່ງ​ສາຍ​ນໍ້າ​ທັງເວັນ​ທັງຄືນ ເຈົ້າ​ເອງ​ກໍ​ຊຸດໂຊມ​ລົງ​ເພາະ​ໂສກເສົ້າ​ຮ້ອງໄຫ້.</verse>
				<verse number="19">ຕະຫລອດ​ທັງ​ຄືນ​ນັ້ນ​ໃຫ້​ເຈົ້າ​ລຸກຂຶ້ນ​ມາ ລຸກ​ແລ້ວ​ລຸກອີກ ຄໍ່າຄວນ​ຫາ​ອົງພຣະ​ຜູ້​ເປັນເຈົ້າ; ຈົ່ງ​ເປີດໃຈ​ເຈົ້າ​ອອກ​ຂໍ​ໃຫ້​ເມດຕາ​ລູກ​ເຈົ້າ​ທັງຫລາຍ ຜູ້​ທີ່​ອຶດຫິວ​ຕາຍ​ຕາມ​ແຈ​ຫົນທາງ​ທຸກ​ເສັ້ນ.</verse>
				<verse number="20">ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ ເບິ່ງ​ພວກ​ທີ່​ພຣະອົງ​ກຳລັງ​ເຮັດ​ໃຫ້​ທໍລະມານ​ຢູ່​ນັ້ນ ສົມຄວນ​ບໍ​ທີ່​ພວກຜູ້ຍິງ​ພາກັນ​ກິນ​ລູກ​ທີ່​ພວກຕົນ​ຮັກ​ຫລາຍ ສົມຄວນ​ບໍ​ທີ່​ພວກ​ປະໂຣຫິດ​ທັງ​ຜູ້ທຳນວາຍ​ຈະ​ຖືກ​ຂ້າ​ທີ່​ພຣະວິຫານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="21">ບໍ່​ວ່າ​ຄົນໜຸ່ມ​ຫລື​ຄົນ​ເຖົ້າ​ກໍ​ລົ້ມ​ລົງ​ຕາມ​ຫົນທາງ ຊາຍໜຸ່ມ​ຍິງສາວ​ກໍ​ຖືກ​ສັດຕູ​ຂ້າ​ດ້ວຍ​ດາບ. ໃນ​ວັນ​ທີ່​ພຣະອົງ​ໂກດຮ້າຍ ພຣະອົງ​ໄດ້​ຂ້າ​ພວກເຂົາ ເປັນ​ການ​ຂ້າໝູ່​ໂດຍ​ບໍ່​ເມດຕາ​ສົງສານ.</verse>
				<verse number="22">ພຣະອົງ​ໄດ້​ເຊີນ​ໃຫ້​ເຫຼົ່າ​ສັດຕູ​ມາ​ງານລ້ຽງ ຄື​ນຳ​ເອົາ​ຄວາມຢ້ານ​ໃຫຍ່​ອ້ອມ​ຂ້ານ້ອຍ​ໄວ້ ໃນ​ວັນ​ທີ່​ພຣະເຈົ້າຢາເວ​ໂກດຮ້າຍ​ນັ້ນ​ບໍ່ມີ​ຜູ້ໃດ​ໜີໄປ​ໄດ້​ເລີຍ ພວກເຂົາ​ໄດ້​ຂ້າ​ລູກໆ​ທີ່​ຂ້ານ້ອຍ​ຮັກ​ລ້ຽງດູ​ມານັ້ນ.</verse>
			</chapter>
			<chapter number="3">
				<verse number="1">ຂ້ອຍ​ຄື​ຜູ້ໜຶ່ງ​ທີ່​ຮູ້​ວ່າ​ຖືກ​ລຳບາກ​ເປັນ​ຢ່າງໃດ ຖືກ​ລຳບາກ​ເພາະ​ພຣະເຈົ້າ​ໄດ້​ລົງໂທດ.</verse>
				<verse number="2">ພຣະອົງ​ໄດ້​ຊຸກ​ຂ້ອຍ​ໃຫ້​ອອກໜ້າ​ຍ່າງ​ໄປ ໃນ​ມືດ​ແຕ່​ບໍ່ແມ່ນ​ໃນແຈ້ງ</verse>
				<verse number="3">ແລະ​ໄດ້​ຕົບຕີ​ຂ້ອຍ​ຫລາຍເທື່ອ​ຫລາຍທີ ໂດຍ​ບໍ່ມີ​ຄວາມ​ເມດຕາປານີ​ຕໍ່​ຂ້ອຍ.</verse>
				<verse number="4">ພຣະອົງ​ໄດ້​ໃຫ້​ເນື້ອໜັງ​ຂອງຂ້ອຍ​ເຖົ້າແກ່​ຂື້ນ ກະດູກ​ທັງຫລາຍ​ຂອງ​ຂ້ອຍ ພຣະອົງ​ໄດ້​ຫັກ​ແຕກ​ໄປ.</verse>
				<verse number="5">ພຣະອົງ​ໄດ້​ຂັງ​ຂ້ອຍ​ໄວ້​ໃນ ບ່ອນ​ທີ່​ມີ​ຄວາມ​ລຳບາກ​ໜັກ​ແລະ​ຄວາມ​ເຈັບປວດ.</verse>
				<verse number="6">ພຣະອົງ​ໄດ້​ບັງຄັບ​ຂ້ອຍ​ໃຫ້​ອາໄສ​ຢູ່​ໃນ​ບ່ອນ​ມືດ​ມິດ ເໝືອນ​ຢ່າງ​ຄົນ​ທັງຫລາຍ​ທີ່​ໄດ້​ຕາຍ​ແຕ່​ດົນ​ແລ້ວ.</verse>
				<verse number="7">ພຣະອົງ​ໄດ້​ເອົາ​ໂສ້​ລ່າມ​ຂ້ອຍ​ໄວ້​ເປັນ​ຢ່າງດີ ເປັນ​ນັກໂທດ​ທີ່​ບໍ່ມີ​ຫວັງ​ປົບໜີໄປ​ໄດ້.</verse>
				<verse number="8">ຂ້ອຍ​ຮ້ອງຫາ​ຜູ້​ຊ່ວຍເຫລືອ​ສຽງ​ດັງໆ ແຕ່​ພຣະເຈົ້າ​ບໍ່​ຟັງ​ສຽງ​ຮ້ອງ​ຂອງຂ້ອຍ;</verse>
				<verse number="9">ເມື່ອ​ຂ້ອຍ​ຍ່າງຍ້າຍ​ກໍ​ຍ່າງ​ໂຊເຊ​ໄປ ຫັນໄປ​ທາງ​ໃດ​ກໍ​ມີ​ແຕ່​ກຳແພງ​ຫີນ​ຕັນ​ໄວ້.</verse>
				<verse number="10">ພຣະອົງ​ໄດ້​ຄອຍຖ້າ​ຈັບ​ຂ້ອຍ​ດັ່ງ​ໂຕໝີ ແລະ​ລີ້​ໂດດ​ຄຸບ​ໃສ່​ໂດຍ​ໄວ​ເໝືອນ​ສິງ​ໂຕໜຶ່ງ.</verse>
				<verse number="11">ພຣະອົງ​ຕາມໄລ່​ຂ້ອຍ​ໃຫ້​ອອກ​ຈາກ​ຫົນທາງ ຈີກ​ເນື້ອ​ເປັນ​ຕ່ອນໆ​ແລ້ວ​ກໍ​ປະຖິ້ມ​ຂ້ອຍ​ໄວ້.</verse>
				<verse number="12">ພຣະອົງ​ກົ່ງໜ້າ​ທະນູ​ແລະ​ຍິງ​ລູກທະນູ​ຂອງ​ພຣະອົງ ໃສ່​ຂ້ອຍ​ແລະ​ເຮັດ​ໃຫ້​ຂ້ອຍ​ເປັນ​ເປົ້າ​ລູກທະນູ​ນັ້ນ.</verse>
				<verse number="13">ພຣະອົງ​ຍິງ​ໃສ່​ຖືກ​ໜ້າເອິກ​ຊອດ​ຫົວໃຈ ດ້ວຍ​ລູກທະນູ​ຊຶ່ງ​ພຣະອົງ​ມີ​ໃນ​ບັ້ງ</verse>
				<verse number="14">ຄົນ​ທັງຫລາຍ​ຫົວຂວັນ​ຂ້ອຍ​ຕະຫລອດ​ທັງວັນ ຂ້ອຍ​ຈຶ່ງ​ເປັນ​ຕົວຕະຫລົກ​ໃຫ້​ພວກເຂົາ​ເວົ້າ​ເຍາະເຍີ້ຍ.</verse>
				<verse number="15">ພຣະອົງ​ໃຫ້​ຈິດໃຈ​ຂ້ອຍ​ເຕັມ​ແຕ່​ຄວາມ​ຂົມຂື່ນ ໃຫ້​ໂສກເສົ້າ​ຫງອຍເຫງົາ​ຕະຫລອດ​ເວລາ.</verse>
				<verse number="16">ພຣະອົງ​ໄດ້​ເອົາ​ໜ້າ​ຂ້ອຍ​ຖູ​ໃສ່​ພື້ນດິນ ແລະ​ໃຊ້​ກ້ອນຫີນ​ທຸບ​ແຂ້ວ​ຂ້ອຍ.</verse>
				<verse number="17">ຈິດໃຈ​ຂ້ອຍ​ຂາດ​ສັນຕິສຸກ​ຈົນ​ຫລົງ​ລືມ​ໄປ​ວ່າ ຄວາມສຸກ​ນັ້ນ​ເປັນ​ຢ່າງໃດ​ແທ້.</verse>
				<verse number="18">ຂ້ອຍ​ບໍ່​ຄິດ​ວ່າ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ​ດົນນານ ຄວາມຫວັງ​ໃນ​ພຣະເຈົ້າຢາເວ​ບໍ່ມີ​ສາ​ແລ້ວ.</verse>
				<verse number="19">ເມື່ອ​ຄິດເຖິງ​ຄວາມ​ເຈັບປວດ​ທັງ​ຂາດ​ທີ່ພັກ​ອາໄສ ຈິດໃຈ​ຂ້ອຍ​ກໍ​ເຕັມ​ດ້ວຍ​ຢາພິດ​ອັນ​ຂົມຂື່ນ;</verse>
				<verse number="20">ຂ້ອຍ​ຄິດເຖິງ​ເລື່ອງນີ້​ຢ່າງ​ບໍ່​ສິ້ນສຸດ​ເປັນ ແລະ​ຈິດວິນຍານ​ຂ້ອຍ​ກໍ​ໝອງເສົ້າ.</verse>
				<verse number="21">ແຕ່​ວ່າ​ຂ້ອຍ​ນັ້ນ​ຍັງ​ມີ​ຄວາມຫວັງ ເມື່ອ​ຂ້ອຍ​ຄິດເຖິງ​ວ່າ​ຍັງ​ມີ​ຢູ່​ສິ່ງ​ໜຶ່ງ:</verse>
				<verse number="22">ຄວາມຮັກ​ຂອງ​ພຣະເຈົ້າຢາເວ​ອັນ​ບໍ່​ສິ້ນສຸດ​ເປັນ ແລະ​ພຣະເມດຕາ​ກໍ​ຍັງ​ດຳລົງ​ຄົງ​ຢູ່</verse>
				<verse number="23">ຊຶ່ງ​ທຸກໆເຊົ້າ​ກໍ​ສົດຊື່ນ​ເບີກບານ ແລະ​ແນ່ນອນ​ເໝືອນ​ດັ່ງ​ຕາເວັນ​ຂຶ້ນ.</verse>
				<verse number="24">ພຣະເຈົ້າຢາເວ​ເປັນ​ທຸກໆ​ສິ່ງ​ທີ່​ຂ້ອຍ​ມີ ສະນັ້ນ ຂ້ອຍ​ຈຶ່ງ​ຝາກ​ຄວາມຫວັງ​ໄວ້​ໃນ​ພຣະເຈົ້າ.</verse>
				<verse number="25">ພຣະເຈົ້າຢາເວ​ດີ​ຕໍ່​ທຸກໆຄົນ ຄື​ຕໍ່​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະອົງ​ນັ້ນ.</verse>
				<verse number="26">ສະນັ້ນ ຈຶ່ງ​ເປັນ​ສິ່ງ​ດີເລີດ​ທີ່​ຄອຍຖ້າ​ຢ່າງ​ອົດທົນ ຄື​ຄອງຄອຍ​ພຣະເຈົ້າຢາເວ​ມາ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ</verse>
				<verse number="27">ເປັນ​ການ​ດີເລີດ​ທີ່​ຮຽນຮູ້​ເອົາ​ຄວາມ​ອົດທົນ ໃນ​ເວລາ​ທີ່​ພວກເຮົາ​ຍັງ​ໜຸ່ມແໜ້ນ​ຢູ່.</verse>
				<verse number="28">ເມື່ອ​ພວກເຮົາ​ໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ ກໍ​ຄວນ​ນັ່ງ​ຢູ່​ຄົນດຽວ​ອົດທົນ​ຢ່າງ​ມິດງຽບ;</verse>
				<verse number="29">ພວກເຮົາ​ຄວນ​ກົ້ມຂາບ​ນອບນ້ອມ​ຍອມ​ຟັງ ເພາະ​ຍັງ​ຫວັງ​ວ່າ​ຜູ້ໜຶ່ງ​ຈະ​ມາ​ຊ່ວຍ.</verse>
				<verse number="30">ເຖິງ​ວ່າ​ພວກເຮົາ​ຖືກ​ຂ້ຽນ​ແລະ​ຫຍໍ້ຫຍັນ​ກໍຕາມ ກໍ​ຄວນ​ຍອມຮັບ​ເອົາ​ທຸກໆສິ່ງ​ນັ້ນ.</verse>
				<verse number="31">ອົງພຣະ​ຜູ້​ເປັນເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ ແລະ​ຈະ​ບໍ່​ປະຖິ້ມ​ພວກເຮົາ​ໄປ​ຕະຫລອດ.</verse>
				<verse number="32">ພຣະອົງ​ອາດ​ເຮັດ​ໃຫ້​ພວກເຮົາ​ໂສກເສົ້າ​ເສຍໃຈ ແຕ່​ຄວາມຮັກ​ຂອງ​ພຣະອົງ​ກໍ​ໝັ້ນຄົງ​ແນ່ແທ້.</verse>
				<verse number="33">ພຣະອົງ​ບໍ່​ພໍໃຈ​ທີ່​ໄດ້​ເຮັດ​ໃຫ້​ພວກເຮົາ​ເສຍໃຈ ຫລື​ໃຫ້​ພວກເຮົາ​ໄດ້​ເຈັບປວດ​ແລະ​ໂສກເສົ້າ.</verse>
				<verse number="34">ເມື່ອ​ຈິດວິນຍານ​ຂອງ​ພວກເຮົາ​ເຈັບປວດ ເພາະ​ຖືກ​ຢຽບຢໍ່າ​ຢູ່​ໃນ​ຄຸກ​ມືດ;</verse>
				<verse number="35">ເມື່ອ​ຄົນອື່ນ​ບໍ່​ຍອມ​ຮັບ​ເອົາ​ສິດ ທີ່​ພຣະອົງ​ໂຜດ​ປະທານ​ໃຫ້​ພວກເຮົາ​ນັ້ນ.</verse>
				<verse number="36">ເມື່ອ​ຄວາມ​ຍຸດຕິທຳ​ຖືກ​ໃຊ້​ໃນ​ທາງ​ຜິດ​ທີ່​ສານ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ກໍ​ຮູ້.</verse>
				<verse number="37">ບໍ່ມີ​ຜູ້ໃດ​ເຮັດ​ສິ່ງໜຶ່ງ​ສິ່ງໃດ​ໄດ້​ເລີຍ ຖ້າ​ອົງພຣະ​ຜູ້​ເປັນເຈົ້າ​ເອງ​ບໍ່​ປະສົງ​ໃຫ້​ເຮັດ.</verse>
				<verse number="38">ບໍ່​ວ່າ​ດີ​ຫລື​ຊົ່ວ​ກໍ​ບໍ່​ຫ່ອນ​ເກີດຂຶ້ນ​ມາ ຖ້າ​ພຣະອົງ​ບໍ່​ອະນຸຍາດ​ໃຫ້​ເກີດຂຶ້ນ.</verse>
				<verse number="39">ເມື່ອ​ຖືກ​ລົງໂທດ​ຍ້ອນ​ບາບ​ທີ່​ພວກເຮົາ​ໄດ້​ກະທຳ ເປັນຫຍັງ​ພວກເຮົາ​ຈຶ່ງ​ມັກ​ຈົ່ມຮ້າຍ?</verse>
				<verse number="40">ຂໍ​ໃຫ້​ພວກເຮົາ​ສຳຫລວດ​ທາງ​ຊີວິດ​ຂອງ​ພວກເຮົາ ແລະ​ຫັນ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ.</verse>
				<verse number="41">ຂໍ​ໃຫ້​ພວກເຮົາ​ເປີດ​ຈິດໃຈ​ອອກ ແລະ​ພາວັນນາ​ອະທິຖານ ຫາ​ພຣະເຈົ້າ​ທີ່​ສະຫວັນ​ວ່າ,</verse>
				<verse number="42">“ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ແລະ​ເປັນ​ກະບົດ ແຕ່​ພຣະອົງ​ບໍ່ໄດ້​ຍົກໂທດ​ໃຫ້.</verse>
				<verse number="43">ພຣະອົງ​ໄດ້​ຕາມ​ສັງຫານ​ຂ້ານ້ອຍ​ທັງຫລາຍ ພຣະເມດຕາ​ກໍ​ຖືກ​ສັບຊ້ອນ​ໂດຍ​ພຣະ​ໂກດຮ້າຍ</verse>
				<verse number="44">ຄຳ​ພາວັນນາ​ອະທິຖານ​ຂອງ​ພວກ​ຂ້ານ້ອຍ​ຂຶ້ນ​ໄປ​ບໍ່​ເຖິງ ຍ້ອນ​ຄວາມຮ້າຍ​ຂອງ​ພຣະອົງ​ຕຶບໜາ​ດັ່ງ​ກ້ອນເມກ.</verse>
				<verse number="45">ພຣະອົງ​ເຮັດ​ໃຫ້​ພວກ​ຂ້ານ້ອຍ​ເປັນ​ສິ່ງ​ເສດເຫລືອ ຂີ້ເຫຍື້ອ​ຖືກ​ຖິ້ມ​ໄປ​ໃນ​ທ່າມກາງ​ຊົນຊາດ​ອື່ນໆ.</verse>
				<verse number="46">ພວກ​ຂ້ານ້ອຍ​ຖືກ​ໝິ່ນປະໝາດ​ນິນທາ ຈາກ​ເຫຼົ່າ​ສັດຕູ​ທີ່​ຕໍ່ສູ້​ພວກ​ຂ້ານ້ອຍ​ນັ້ນ.</verse>
				<verse number="47">ພວກ​ຂ້ານ້ອຍ​ໄດ້​ຖືກ​ພິນາດ​ແລະ​ຈິບຫາຍ ໃຊ້​ຊີວິດ​ຢູ່​ໃນ​ບ່ອນ​ອັນຕະລາຍ​ແລະ​ຢ້ານ.</verse>
				<verse number="48">ນໍ້າຕາ​ຂ້ານ້ອຍ​ໄຫລຫລັ່ງ​ດັ່ງ​ສາຍ​ທາລາ ເພາະ​ປະຊາຊົນ​ຂອງ​ຂ້ານ້ອຍ​ຖືກ​ທຳລາຍ.</verse>
				<verse number="49">ນໍ້າຕາ​ຂ້ານ້ອຍ​ໄຫລຫລັ່ງ​ບໍ່​ຂາດສາຍ ແລະ​ກໍ​ປະຕິເສດ​ການ​ປອບໃຈ​ໃດໆ​ທັງສິ້ນ.</verse>
				<verse number="50">ຈົນກວ່າ​ພຣະເຈົ້າຢາເວ​ຫລຽວເບິ່ງ​ມາ​ຈາກ​ສະຫວັນ ແລະ​ເຫັນ​ພວກ​ຂ້ານ້ອຍ​ຖືກ​ການ​ລຳບາກ.</verse>
				<verse number="51">ຈິດໃຈ​ຂ້ານ້ອຍ​ເປັນທຸກ​ໜັກໜາ ເມື່ອ​ເຫັນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ຜູ້ຍິງ​ຂອງ​ເມືອງ​ນັ້ນ.</verse>
				<verse number="52">ຂ້ານ້ອຍ​ເປັນ​ດັ່ງ​ນົກ​ທີ່​ຖືກ​ແຮ້ວ​ຂອງ​ສັດຕູ ຜູ້​ທີ່​ບໍ່ມີ​ເຫດຜົນ​ກຽດຊັງ​ຂ້ານ້ອຍ​ໄດ້.</verse>
				<verse number="53">ພວກເຂົາ​ໂຢນ​ຂ້ານ້ອຍ​ລົງ​ໃນ​ຂຸມ​ທັງເປັນ ແລະ​ເອົາ​ຫີນ​ອັດ​ປາກ​ຂອງ​ຫລຸມ​ນັ້ນ​ໄວ້.</verse>
				<verse number="54">ນໍ້າ​ເລີ່ມ​ໄຫລ​ຖ້ວມ​ຂ້ານ້ອຍ​ຂຶ້ນໄປ ຄິດວ່າ​ຄວາມຕາຍ​ໃກ້​ເຂົ້າ​ມາ​ສາ​ແລ້ວ.</verse>
				<verse number="55">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ ຄໍ່າຄວນ​ຮ້ອງຂໍ​ຈາກ​ພື້ນ​ຫລຸມ​ເລິກ</verse>
				<verse number="56">ເມື່ອ​ຂ້ານ້ອຍ​ຮ້ອງ​ຂໍ​ນັ້ນ​ພຣະອົງ​ກໍ​ໄດ້​ຍິນ ຍິນ​ສຽງ​ຮ້ອງ​ທູນຂໍ​ຂອງ​ຂ້ານ້ອຍ​ແລ້ວ.”</verse>
				<verse number="57">ພຣະອົງ​ໄດ້​ຕອບ​ແລະ​ບອກ​ຂ້ານ້ອຍ​ມາ​ວ່າ, “ຢ່າ​ຢ້ານກົວ​ເລີຍ.</verse>
				<verse number="58">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ໄດ້​ມາ​ຊ່ວຍກູ້ ແລະ​ມາ​ໄຖ່​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ໄວ້.</verse>
				<verse number="59">ຈົ່ງ​ຕັດສິນ​ຂ້ານ້ອຍ​ດ້ວຍ​ຄວາມ​ເມດຕາ​ສາ ພຣະເຈົ້າຢາເວ​ຮູ້​ເຖິງ​ຄວາມຜິດ​ທີ່​ມີ​ຕໍ່ສູ້​ຂ້ານ້ອຍ​ນັ້ນ.</verse>
				<verse number="60">ພຣະອົງ​ຮູ້​ວ່າ​ສັດຕູ​ກຽດຊັງ​ຂ້ານ້ອຍ​ສໍ່າໃດ ແລະ​ວາງ​ອຸບາຍ​ຕໍ່ສູ້​ຂ້ານ້ອຍ​ຢ່າງໃດ​ດ້ວຍ.</verse>
				<verse number="61">ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້ຍິນ​ຄຳເວົ້າ​ປະໝາດ ພຣະອົງ​ຮູ້ຈັກ​ອຸບາຍ​ທັງໝົດ​ຂອງ​ພວກ​ເຂົາເຈົ້າ.</verse>
				<verse number="62">ພວກເຂົາ​ເວົ້າ​ເລື່ອງ​ຂ້ານ້ອຍ​ຕະຫລອດ​ທັງວັນ ແລະ​ຮ່ວມກັນ​ວາງແຜນ​ຕໍ່ສູ້​ຂ້ານ້ອຍ​ຢູ່.</verse>
				<verse number="63">ບໍ່​ວ່າ​ລຸກ​ຫລື​ນັ່ງ​ຕັ້ງແຕ່​ເຊົ້າ​ຈົນເຖິງ​ແລງ ພວກເຂົາ​ແກ້ງ​ຫຍໍ້ຫຍັນ​ຂ້ານ້ອຍ​ຢູ່​ຕະຫລອດ.</verse>
				<verse number="64">ຂ້າແດ່​ພຣະເຈົ້າຢາເວ ໂຜດ​ລົງໂທດ​ພວກເຂົາ​ເທາະ ເພາະ​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ​ນັ້ນ.</verse>
				<verse number="65">ຈົ່ງ​ສາບແຊ່ງ​ພວກເຂົາ​ໃຫ້​ມີ​ຈິດໃຈ​ປຶກໜາ ແລະ​ເຮັດ​ໃຫ້​ພວກເຂົາ​ຜິດຫວັງ​ຢູ່​ຕະຫລອດ.</verse>
				<verse number="66">ຈົ່ງ​ຕາມລ່າ​ຕາມ​ກວາດລ້າງ​ພວກເຂົາ​ສາ ໃຫ້​ຈິບຫາຍ​ໄປ​ຈາກ​ກ້ອງ​ຟ້າ​ສະຫວັນ​ຂອງ​ພຣະເຈົ້າຢາເວ.”</verse>
			</chapter>
			<chapter number="4">
				<verse number="1">ຄຳ​ທີ່​ເຫຼື້ອມໃສ​ແວວວັບ​ໄດ້​ຖືກ​ມົວໝອງ​ໄປ ຫີນ​ຂອງ​ພຣະວິຫານ​ກໍ​ແຕກ​ກະຈາຍ​ໄປ​ເຕັມ​ຫົນທາງ.</verse>
				<verse number="2">ພວກ​ຊາຍໜຸ່ມ​ທີ່​ເມືອງ​ຊີໂອນ​ນັ້ນ ປະເສີດ​ເລີດລໍ້າ​ດັ່ງ​ຄຳ​ແກ່​ພວກເຮົາ ແຕ່​ບັດນີ້ ພວກເຂົາ​ກໍ​ນັບ​ເປັນ​ເໝືອນ ໝໍ້​ດິນ​ທຳມະດາ​ເທົ່ານັ້ນ.</verse>
				<verse number="3">ແມ່ນແຕ່​ແມ່​ໝາປ່າ​ກໍ​ຍັງ​ລ້ຽງ​ລູກ​ມັນ ແຕ່​ຄົນ​ຂອງຂ້ອຍ​ໂຫດຮ້າຍ​ຕໍ່​ລູກ​ດັ່ງ​ນົກ​ກະຈອກເທດ.</verse>
				<verse number="4">ພວກເຂົາ​ປ່ອຍ​ໃຫ້​ລູກນ້ອຍ​ອຶດເຂົ້າ​ຫິວນໍ້າ​ຈົນຕາຍ ເດັກນ້ອຍ​ຂໍທານ​ແຕ່​ບໍ່ມີ​ຜູ້ໃດ​ເອົາ​ອາຫານ​ໃຫ້.</verse>
				<verse number="5">ຄົນ​ທີ່​ເຄີຍ​ກິນ​ອາຫານ​ອັນ​ດີ​ນັ້ນ ກໍ​ຕາຍຫິວ​ຢູ່​ຕາມ​ຖະໜົນ​ຫົນທາງ ຄົນ​ທີ່​ໃຫຍ່ຂຶ້ນ​ມາ​ຢ່າງ​ຟຸມເຟືອຍ ກໍ​ຄົ້ນ​ກິນ​ອາຫານ​ໃນ​ກອງ​ຂີ້ເຫຍື້ອ.</verse>
				<verse number="6">ຄົນ​ຂ້ອຍ​ຖືກ​ລົງໂທດ​ໜັກກວ່າ​ຊາວ​ເມືອງ​ໂຊໂດມ ຄື​ຜູ້​ທີ່​ລົ້ມຕາຍ​ກະທັນຫັນ​ໂດຍ​ສີ​ມື​ພຣະເຈົ້າ.</verse>
				<verse number="7">ພວກ​ເຈົ້າຊາຍ ທີ່​ບໍຣິສຸດ​ຜຸດຜ່ອງ​ດັ່ງ​ຫິມະ​ຂາວ ມີ​ແຮງ​ແລະ​ເຂັ້ມແຂງ ສຸຂະພາບ​ດີເດັ່ນ.</verse>
				<verse number="8">ບັດນີ້ ພວກເຂົາ​ນອນ​ຢຽດ​ຢູ່​ຕາມ​ຖະໜົນ​ບໍ່ມີ​ຜູ້​ຮູ້ຈັກ ໜ້າຕາ​ຂອງ​ພວກເຂົາ​ກໍ່າດຳ​ຢູ່ໃນ​ຄວາມຕາຍ; ສ່ວນ​ເນື້ອໜັງ​ຂອງ​ພວກເຂົາ​ກໍ​ຫ່ຽວແຫ້ງ​ສໍ່າ​ກັບ​ຟືນ ຈ່ອຍຜອມ​ຫລາຍ​ຈົນ​ເຫັນ​ໜັງ​ຕິດ​ກະດູກ.</verse>
				<verse number="9">ພວກ​ທີ່​ຕາຍ​ໃນ​ການ​ສູ້ຮົບ​ກໍດີກວ່າ​ຕາຍ​ທີຫລັງ ທີ່​ຄ່ອຍໆ​ຫິວຕາຍ​ຂາດ​ອາຫານ​ກິນ​ໃຫ້​ມີ​ຊີວິດ​ຢູ່.</verse>
				<verse number="10">ໄພພິບັດ​ທີ່​ມາ​ເຖິງ​ຄົນ​ຂອງຂ້ອຍ ມີ​ແຕ່​ສິ່ງ​ຢ້ານກົວ ແມ່​ຜູ້​ທີ່​ຮັກ​ລູກ​ຮັກ​ຜົວ ກໍ​ຕົ້ມ​ລູກ​ຂອງ​ຕົນເອງ​ກິນ​ໄດ້.</verse>
				<verse number="11">ພຣະເຈົ້າຢາເວ​ໄດ້​ປ່ອຍ​ໃຫ້​ຄວາມ​ໂກດຮ້າຍ ຂອງ​ພຣະອົງ​ອອກ​ມາ​ຢ່າງ​ເຕັມ​ກຳລັງ ໂດຍ​ໄດ້​ດັງ​ໄຟ​ຈູດ​ພູເຂົາ​ຊີໂອນ ຈົນ​ເມືອງ​ໄໝ້​ເຜົາຜານ​ຈຸ​ພື້ນ.</verse>
				<verse number="12">ແມ່ນແຕ່​ຜູ້ປົກຄອງ​ຄົນຕ່າງຊາດ​ທັງ​ຄົນອື່ນໆ​ກໍດີ ກໍ​ບໍ່​ເຊື່ອ​ວ່າ​ມີ​ນັກຮຸກຮານ​ບຸ​ປະຕູ​ນະຄອນ​ເຢຣູຊາເລັມ​ໄດ້.</verse>
				<verse number="13">ແຕ່​ເຫດການ​ນີ້​ໄດ້​ເກີດຂຶ້ນ​ແລ້ວ ເພາະ​ບາບ​ຂອງ​ຜູ້ທຳນວາຍ​ໃນ​ນະຄອນ ແລະ​ບັນດາ​ປະໂຣຫິດ​ກໍ​ມີ​ຄວາມຜິດ ໃນ​ຖານ​ເຮັດ​ໃຫ້​ຄົນ​ບໍ່​ຜິດ​ຕ້ອງ​ຕາຍ​ຍ້ອນ.</verse>
				<verse number="14">ພວກ​ຜູ້ຄົນ​ຍ່າງ​ເຕະ​ຝຸ່ນ​ຕາມ​ທາງ​ໃນ​ນະຄອນ ດັ່ງ​ຄົນ​ຕາບອດ​ຍ່າງ​ໄປມາ​ລ້າໆ ຊຶ່ງ​ມີ​ຮອຍ​ເລືອດ​ຕິດ​ຢູ່​ຕາມ​ເຄື່ອງນຸ່ງ ຈົນ​ບໍ່ມີ​ຜູ້ໃດ​ກ້າ​ຈັບບາຍ​ພວກເຂົາ.</verse>
				<verse number="15">ປະຊາຊົນ​ຮ້ອງ​ໃສ່​ພວກເຂົາ​ວ່າ, “ໜີໄປ​ສາ ພວກເຈົ້າ​ເປັນ​ມົນທິນ ຢ່າ​ສູ່​ແຕະຕ້ອງ​ຂ້ອຍ.” ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ຊັດເຊ​ພະເນຈອນ​ໄປ ຈາກ​ປະເທດ​ນີ້​ສູ່​ທີ່​ອື່ນໄກ​ຂາດ​ການ​ຕ້ອນຮັບ.</verse>
				<verse number="16">ພຣະເຈົ້າຢາເວ​ບໍ່ໄດ້​ເປັນຫ່ວງ​ພວກເຂົາ​ອີກ​ຕໍ່ໄປ ພຣະອົງ​ເອງ​ເປັນ​ຜູ້​ໃຫ້​ພວກເຂົາ​ແຕກ​ກະຈັດ​ກະຈາຍ. ພຣະອົງ​ບໍ່ໄດ້​ເຫັນແກ່ໜ້າ​ພວກ​ປະໂຣຫິດ ທັງ​ບໍ່​ໃຫ້​ຄວາມນັບຖື​ຕໍ່​ພວກ​ຜູ້ປົກຄອງ​ຂອງ​ພວກເຂົາ​ດ້ວຍ.</verse>
				<verse number="17">ພວກເຮົາ​ຫລຽວເບິ່ງ​ຈົນ​ອິດເມື່ອຍ ແຕ່​ບໍ່​ເຫັນ​ຄວາມ​ຊ່ວຍເຫລືອ​ໃດໆ ພວກເຮົາ​ຄອງຄອຍ​ຖ້າ​ຄວາມ​ຊ່ວຍຊູ ຈາກ​ປະເທດ​ທີ່​ບໍ່ມີ​ຫຍັງ​ຊ່ວຍ​ໄດ້.</verse>
				<verse number="18">ສັດຕູ​ກຳລັງ​ຈອບ​ເບິ່ງ​ບາດ​ຍ່າງ​ພວກເຮົາ, ພວກເຮົາ​ຍ່າງ​ໄປມາ​ແມ່ນແຕ່​ຕາມ​ຫົນທາງ​ກໍ​ບໍ່ໄດ້. ວັນ​ຂອງ​ພວກເຮົາ​ນັ້ນ​ມັນ​ກໍ​ສັ້ນ​ເຂົ້າ​ທຸກທີ, ວາລະ​ສຸດທ້າຍ​ຂອງ​ພວກເຮົາ​ມາເຖິງ​ສາ​ແລ້ວ.</verse>
				<verse number="19">ພວກເຂົາ​ໄດ້​ໄລ່​ຕິດຕາມ​ພວກເຮົາ​ວ່ອງໄວ​ດັ່ງ​ນົກອິນຊີ​ໃນ​ທ້ອງຟ້າ, ພວກມັນ​ບິນ​ລົງ​ມາ​ສະກົດຮອຍ​ຕາມ​ພວກເຮົາ​ຢູ່. ພວກມັນ​ໄລ່​ຕິດ​ຕາມ​ເທິງ​ພູ​ທັງຫຼາຍ​ເພື່ອ​ຄອຍ​ຈັບ​ເອົາ​ພວກເຮົາ ຢ່າງ​ບໍ່​ຮູ້ຕົວ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ.</verse>
				<verse number="20">ພວກເຂົາ​ຈັບ​ເອົາ​ຜູ້​ທີ່​ຊີ້ຂາດ​ຊີວິດ​ຂອງ​ພວກເຮົາ ຄື​ກະສັດ​ຜູ້​ທີ່​ພຣະເຈົ້າຢາເວ​ເອງ​ໄດ້​ຊົງ​ເຈີມໄວ້​ນັ້ນ ຄື​ຜູ້​ທີ່​ພວກເຮົາ​ໄດ້​ໄວ້ວາງໃຈ​ໃນ​ຕົວ​ເພິ່ນ ເພື່ອ​ປົກປ້ອງ​ພວກເຮົາ​ຈາກ​ພວກ​ຮຸກຮານ.</verse>
				<verse number="21">ຊາວ​ເອໂດມ​ແລະ​ອູເຊ ຈົ່ງ​ຫົວ​ເຍາະເຍີ້ຍ​ຕໍ່ໄປ ຈົ່ງ​ພາກັນ​ດີໃຈ​ໃນ​ຍາມ​ທີ່​ພວກເຈົ້າ​ດີໃຈ​ໄດ້. ໄພພິບັດ​ຂອງ​ພວກເຈົ້າ​ກໍ​ກຳລັງ​ມາເຖິງ​ຄືກັນ ພວກເຈົ້າ​ຈະ​ເປືອຍຕົວ​ຍ່າງ​ໂຊເຊ​ອັບອາຍ​ຄືກັນ​ດອກ.</verse>
				<verse number="22">ພູເຂົາ​ຊີໂອນ​ໄດ້​ຊົດໃຊ້​ຄ່າ​ບາບ​ທີ່​ຕົນ​ໄດ້​ກະທຳ ພຣະເຈົ້າ​ຈະ​ບໍ່​ໃຫ້​ພວກເຮົາ​ເປັນ​ຊະເລີຍ​ຕໍ່ໄປ​ອີກ; ແຕ່​ພຣະອົງ​ຈະ​ລົງໂທດ​ເຈົ້າ ເອໂດມ​ເອີຍ ພຣະອົງ​ຈະ​ເປີດເຜີຍ​ການກະທຳ​ຜິດ​ຂອງເຈົ້າ.</verse>
			</chapter>
			<chapter number="5">
				<verse number="1">ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຈົດຈຳ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ ໂຜດ​ຫລຽວເບິ່ງ​ສາ​ວ່າ​ຖືກ​ເສື່ອມເສຍ​ຢ່າງໃດ​ແລ້ວ.</verse>
				<verse number="2">ຊັບສິນ​ຂອງ​ພວກ​ຂ້ານ້ອຍ​ກໍ​ຢູ່​ໃນ​ກຳມື​ຂອງ​ຄົນ​ແປກໜ້າ​ໝົດ ຄົນຕ່າງຊາດ​ອາໄສ​ຢູ່​ໃນ​ເຮືອນ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ.</verse>
				<verse number="3">ພໍ່​ຂອງ​ພວກ​ຂ້ານ້ອຍ​ໄດ້​ຖືກ​ສັດຕູ​ສັງຫານ ບັດນີ້ ແມ່​ຂອງ​ພວກ​ຂ້ານ້ອຍ​ຕ່າງ​ກໍ​ເປັນ​ໝ້າຍ.</verse>
				<verse number="4">ພວກ​ຂ້ານ້ອຍ​ຕ້ອງ​ຈ່າຍ​ຄ່າ​ນໍ້າ​ທີ່​ພວກ​ຂ້ານ້ອຍ​ດື່ມ ແລະ​ຕ້ອງ​ຊື້​ຟືນ​ທີ່​ເອົາ​ມາ​ດັງ​ໄຟ​ນັ້ນ.</verse>
				<verse number="5">ຖືກ​ໄລ່​ໄປ​ດັ່ງ​ລໍ​ຫລື​ອູດ​ທີ່​ແບກ​ຂອງ​ໜັກ ອິດເມື່ອຍ​ອ່ອນແຮງ​ແຕ່​ກໍ​ບໍ່ໄດ້​ພັກຜ່ອນ.</verse>
				<verse number="6">ເພື່ອ​ຢາກ​ມີ​ອາຫານ​ລ້ຽງ​ຊີບ​ໃຫ້​ມີ​ຊີວິດ​ຢູ່​ຕໍ່ໄປ ຕ້ອງ​ໄປ​ຂໍທານ​ນຳ​ເອຢິບ​ແລະ​ອັດຊີເຣຍ​ພຸ້ນ.</verse>
				<verse number="7">ບັນພະບຸລຸດ​ໄດ້​ເຮັດ​ບາບ ແຕ່​ບັດນີ້​ເພິ່ນ​ຕາຍໄປ ພວກ​ຂ້ານ້ອຍ​ທົນທຸກ​ຍ້ອນ​ການບາບ​ຂອງ​ພວກເພິ່ນ.</verse>
				<verse number="8">ພວກ​ຂ້ານ້ອຍ​ຖືກ​ປົກຄອງ​ໂດຍ​ຄົນຊົ່ວ ຄື​ພວກ​ທີ່​ບໍ່​ດີກວ່າ​ທາດຮັບໃຊ້​ທັງຫລາຍ ແລະ​ບໍ່ມີ​ຜູ້ໃດ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ໄພ ຈາກ​ອຳນາດ​ຂອງ​ພວກເຂົາ​ໄດ້.</verse>
				<verse number="9">ພວກ​ຂ້າ​ຄົນ​ກໍ​ທ່ອງທ່ຽວ​ໄປມາ​ຕາມ​ຊົນນະບົດ; ພວກ​ຂ້ານ້ອຍ​ສ່ຽງ​ຊີວິດ​ຫາ​ອາຫານ​ມາ​ລ້ຽງ​ທ້ອງ.</verse>
				<verse number="10">ຄວາມ​ອຶດຫິວ​ເຮັດ​ໃຫ້​ເຈັບໄຂ້​ຮ້ອນ​ທົ່ວ​ທັງຕົວ ຈົນ​ໜັງ​ແດງ​ດັ່ງ​ເຕົາ​ອົບ​ທີ່​ກຳລັງ​ຮ້ອນ.</verse>
				<verse number="11">ເມຍ​ພວກ​ຂ້ານ້ອຍ​ຖືກ​ຂົ່ມຂືນ​ທີ່​ພູເຂົາ​ຊີໂອນ ທັງ​ພວກ​ຜູ້ສາວ​ທີ່​ຢູ່​ຕາມ​ບ້ານ​ຂອງ​ຢູດາຍ​ດ້ວຍ.</verse>
				<verse number="12">ພວກ​ເຈົ້ານາຍ​ທັງຫລາຍ​ກໍໄດ້​ຖືກ​ພວກເຂົາ​ຈັບ​ໄປ​ແຂວນ​ຄໍ ແມ່ນແຕ່​ຜູ້ເຖົ້າ​ຜູ້ແກ່​ກໍ​ບໍ່ມີ​ຄົນ​ນັບຖື​ດ້ວຍ.</verse>
				<verse number="13">ຊາຍໜຸ່ມ​ຕົກ​ເປັນ​ທາດຮັບໃຊ້ ແລະ​ໂມ້​ແປ້ງ​ໃຫ້​ພວກເຂົາ ເດັກຊາຍ​ຍ່າງ​ໂຊເຊ​ຍ້ອນ​ແບກ​ມັດ​ຟືນ​ໜັກໜ່ວງ.</verse>
				<verse number="14">ພວກ​ເຖົ້າແກ່​ກໍ​ບໍ່ໄດ້​ນັ່ງ​ທີ່​ປະຕູ​ເມືອງ​ຕໍ່ໄປ ພວກ​ຄົນ​ໜຸ່ມ​ກໍ​ບໍ່ໄດ້​ຫລິ້ນ​ດົນຕຼີ​ອີກ​ດ້ວຍ.</verse>
				<verse number="15">ການ​ຟ້ອນລຳ​ຂອງ​ພວກ​ຂ້ານ້ອຍ ໄດ້​ກາຍ​ມາ​ເປັນ​ການ​ຮ້ອງໄຫ້​ໂສກເສົ້າ.</verse>
				<verse number="16">ບໍ່ມີ​ສິ່ງໃດ​ເຫລືອໄວ້​ໃຫ້​ອວດອ້າງ​ໄດ້​ເລີຍ ພວກ​ຂ້ານ້ອຍ​ເຄີຍ​ສ້າງ​ບາບ ຈຶ່ງ​ນຳ​ສະໜອງ​ບັດນີ້.</verse>
				<verse number="17">ຈິດໃຈ​ພວກ​ຂ້ານ້ອຍ​ຈຶ່ງ​ອິດອ່ອນ​ຍ້ອນ ສິ່ງ​ເຫຼົ່ານີ້​ທັງໝົດ​ທີ່​ໄດ້​ເກີດ​ມາ ສາຍ​ຕາ​ພວກ​ຂ້ານ້ອຍ​ຈຶ່ງ​ມົວລົງ ເບິ່ງ​ຫຍັງ​ເກືອບ​ເຫັນ​ບໍ່ໄດ້.</verse>
				<verse number="18">ກໍ​ຍ້ອນ​ພູເຂົາ​ຊີໂອນ​ຕັ້ງ​ຢູ່​ເປົ່າປ່ຽວ​ວ່າງຄົນ ແລະ​ເປັນ​ບ່ອນ​ພັກເຊົາ​ຂອງ​ພວກ​ໝາປ່າ.</verse>
				<verse number="19">ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ເປັນ​ກະສັດ​ສືບໄປ ພຣະອົງ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ.</verse>
				<verse number="20">ເຫດໃດ​ຈຶ່ງ​ໄດ້​ປະຖິ້ມ​ພວກ​ຂ້ານ້ອຍ​ຢ່າງ​ດົນນານ? ພຣະອົງ​ຈະ​ບໍ່​ຈົດຈຳພວກ​ຂ້ານ້ອຍ​ເລີຍ​ບໍ?</verse>
				<verse number="21">ຂ້າແດ່​ພຣະເຈົ້າຢາເວ ໂຜດ​ນຳ​ພວກ​ຂ້ານ້ອຍ​ດ້ວຍ ໃຫ້​ກັບ​ມາ​ຫາ​ພຣະອົງ​ອີກ​ແດ່ ແລະ​ໂຜດ​ປົວແປງ​ຖານະ​ເກົ່າ​ນັ້ນ ໃຫ້​ຄືນ​ສູ່​ສະພາບ​ເດີມ​ແດ່ທ້ອນ.</verse>
				<verse number="22">ຫລື​ພຣະອົງ​ໄດ້​ປະຖິ້ມ​ພວກ​ຂ້ານ້ອຍ​ສືບໄປ​ຊັ້ນບໍ່? ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ບໍ່ມີ​ຂອບເຂດ​ເລີຍບໍ?</verse>
			</chapter>
		</book>
		<book number="26">
			<chapter number="1">
				<verse number="1">ເມື່ອ​ວັນ​ທີ​ຫ້າ​ຂອງ​ເດືອນ​ທີ​ສີ່ ໃນ​ປີ​ທີ​ສາມສິບ; ຂ້າພະເຈົ້າ​ຄື​ປະໂຣຫິດ​ເອເຊກຽນ​ລູກຊາຍ​ຂອງ​ບູຊີ ໄດ້​ຢູ່​ກັບ​ພວກ​ຢິວ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ແຄມ​ແມ່ນໍ້າ​ເກບາກ​ໃນ​ບາບີໂລນ. ຟ້າ​ສະຫວັນ​ໄດ້ຖືກ​ໄຂ​ອອກ ແລະ​ຂ້າພະເຈົ້າ​ກໍໄດ້​ເຫັນ​ນິມິດ​ຂອງ​ພຣະເຈົ້າ.</verse>
				<verse number="2">ແມ່ນ​ປີ​ທີ​ຫ້າ ນັບ​ແຕ່​ກະສັດ​ເຢໂຮຍອາກິນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.</verse>
				<verse number="3">ທີ່​ແຄມ​ແມ່ນໍ້າ​ເກບາກ​ໃນ​ບາບີໂລນ​ນັ້ນ ຂ້າພະເຈົ້າ​ໄດ້ຍິນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ ແລະ​ຣິດເດດ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ຄວບຄຸມ​ຂ້າພະເຈົ້າ.</verse>
				<verse number="4">ແລ້ວ​ຂ້າພະເຈົ້າ​ກໍ​ເງີຍ​ໜ້າ​ຂຶ້ນ ແລະ​ເຫັນ​ລົມພະຍຸ​ກຳລັງ​ພັດ​ມາ​ແຕ່​ທາງ​ທິດເໜືອ. ຟ້າ​ແມບເຫລື້ອມ​ສາດ​ແສງ​ອອກ​ມາ​ຈາກ​ເມກ​ກ້ອນ​ໃຫຍ່ ແລະ​ທ້ອງຟ້າ​ກໍ​ລຸກ​ຂຶ້ນ​ເປັນ​ໄຟ​ອ້ອມຮອບ. ບ່ອນ​ທີ່​ມີ​ແສງ​ຟ້າ​ແມບເຫລື້ອມ​ນັ້ນ ມີ​ສິ່ງ​ໜຶ່ງ​ສ່ອງ​ແສງ​ເໝືອນ​ທອງສຳຣິດ.</verse>
				<verse number="5">ໃນ​ໃຈກາງ​ຂອງ​ພະຍຸ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ຮູບຮ່າງ​ຂອງ​ສິ່ງທີ່ມີ​ຊີວິດ​ສີ່​ຕົນ ເບິ່ງ​ເໝືອນ​ຮູບຮ່າງ​ຂອງ​ມະນຸດ</verse>
				<verse number="6">ແຕ່ລະ​ຕົນ​ນັ້ນ ມີ​ສີ່​ໜ້າ​ແລະ​ສີ່​ປີກ.</verse>
				<verse number="7">ຂາ​ພວກມັນ​ຊື່​ຕົງ​ແລະ​ຕີນ​ພວກມັນ​ເບິ່ງ​ແລ້ວ​ຄື​ເລັບ​ງົວເຖິກ ມີ​ມື​ສ່ອງ​ແສງ​ດັ່ງ​ທອງສຳຣິດ.</verse>
				<verse number="8">ນອກຈາກ​ໜ້າ​ສີ່​ໜ້າ​ແລະ​ປີກ​ສີ່​ປີກ​ແລ້ວ ແຕ່ລະ​ຕົນ​ນັ້ນ​ຍັງ​ມີ​ສີ່​ມື​ດັ່ງ​ມື​ຂອງ​ມະນຸດ ຄື​ມື​ແຕ່ລະ​ເບື້ອງ​ຢູ່​ລຸ່ມ​ປີກ.</verse>
				<verse number="9">ປີກ​ສອງ​ປີກ​ຂອງ​ແຕ່ລະ​ຕົນ ພື​ອອກ​ໄປ​ຈຸ​ກັບ​ປີກ​ຂອງ​ກັນແລະກັນ​ເປັນ​ຮູບ​ສີ່​ຫລ່ຽມ. ເມື່ອ​ພວກມັນ​ເຄື່ອນຍ້າຍ ພວກມັນ​ກໍ​ຈະ​ໄປ​ເປັນ​ໝູ່​ໂດຍ​ບໍ່​ຫັນ​ຕົນຕົວ.</verse>
				<verse number="10">ແຕ່ລະຕົນ​ນັ້ນ​ມີ​ໜ້າ​ສີ່​ໜ້າ​ບໍ່​ຄື​ກັນ​ເຊັ່ນ: ຢູ່​ເບື້ອງ​ໜ້າ​ເປັນ​ໜ້າ​ຂອງ​ມະນຸດ, ຢູ່​ເບື້ອງຂວາ​ເປັນ​ໜ້າ​ຂອງ​ສິງ ຢູ່​ເບື້ອງຊ້າຍ​ເປັນ​ໜ້າ​ຂອງ​ງົວເຖິກ ແລະ​ຢູ່​ເບື້ອງຫລັງ​ເປັນ​ໜ້າ​ຂອງ​ນົກອິນຊີ.</verse>
				<verse number="11">ປີກ​ສອງ​ປີກ ຂອງ​ແຕ່ລະຕົນ​ພື​ອອກ​ໄປ​ຈຸ​ກັບ​ປາຍ​ປີກ​ຂອງ​ຕົນ​ອື່ນ ແລະ​ສອງ​ປີກ​ອື່ນ​ອີກ​ກໍ​ປົກຫຸ້ມ​ຕົນຕົວ​ໄວ້.</verse>
				<verse number="12">ແຕ່ລະຕົນ​ໄດ້​ຫັນໜ້າ​ໄປ​ສູ່​ທິດ​ທັງ​ສີ່. ສະນັ້ນ ພວກມັນ​ຈຶ່ງ​ໄປ​ເປັນ​ໝູ່​ສູ່​ບ່ອນ​ທີ່​ພວກມັນ​ຢາກ​ໄປ​ໄດ້ ໂດຍ​ບໍ່​ຕ້ອງ​ຫັນ​ຕົນຕົວ.</verse>
				<verse number="13">ໃນ​ຫວ່າງ​ກາງ ພວກມັນ ມີ​ສິ່ງ​ໜຶ່ງ​ເບິ່ງ​ຄ້າຍ​ຄື​ໂຄມໄຟ ເຄື່ອນໄຫວ​ຢູ່​ຕະຫລອດ​ເວລາ. ຄັນ​ໄຟ​ລຸກ​ພຸ່ງ​ຂຶ້ນ​ເມື່ອໃດ ຟ້າ​ກໍ​ແມບເຫລື້ອມ​ຂຶ້ນ​ເມື່ອນັ້ນ.</verse>
				<verse number="14">ພວກມັນ​ກະໂດດ​ໄປມາ​ເອງ​ດ້ວຍ​ຄວາມໄວ​ສຸດຂີດ ເໝືອນ​ດັ່ງ​ຟ້າ​ຜ່າ.</verse>
				<verse number="15">ໃນ​ຂະນະທີ່​ຂ້າພະເຈົ້າ​ຫລຽວເບິ່ງ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ນັ້ນ ຂ້າພະເຈົ້າ​ກໍ​ເຫັນ​ກົງ​ລໍ້​ສີ່​ອັນ ຈຸ​ພື້ນດິນ​ຢູ່​ຂ້າງ​ແຕ່ລະຕົນ​ຂອງ​ພວກມັນ.</verse>
				<verse number="16">ລໍ້​ທັງ​ສີ່​ນັ້ນ​ຄືກັນ​ໝົດ ແຕ່ລະອັນ​ສ່ອງ​ແສງ​ເໝືອນ​ດັ່ງ​ເພັດພອຍ ແລະ​ແຕ່ລະ​ລໍ້​ກໍ​ມີ​ລໍ້​ອີກ​ອັນ​ໜຶ່ງ​ຕັດ​ຜ່ານ​ທາງ​ກາງ</verse>
				<verse number="17">ເພື່ອ​ວ່າ​ລໍ້​ເຫຼົ່ານັ້ນ​ຈະ​ເຄື່ອນຍ້າຍ​ໄປມາ​ໄດ້​ໃນ​ທິດ​ທັງ​ສີ່.</verse>
				<verse number="18">ຂອບ​ວົງລໍ້​ມີ​ຕາ​ເຕັມ​ໄປ​ໝົດ.</verse>
				<verse number="19">ສິ່ງທີ່ມີ​ຊີວິດ​ນັ້ນ​ຍ້າຍ​ໄປ​ເມື່ອໃດ ລໍ້​ກໍ​ຍ້າຍ​ໄປ​ນຳ​ເມື່ອນັ້ນ ແລະ​ຖ້າ​ສິ່ງທີ່ມີ​ຊີວິດ​ນັ້ນ​ເຫາະຂຶ້ນ​ຈາກ​ແຜ່ນດິນ​ໄປ​ຍາມໃດ ລໍ້​ກໍ​ເຫາະຂຶ້ນ​ນຳ​ຍາມນັ້ນ.</verse>
				<verse number="20">ເມື່ອ​ສິ່ງທີ່ມີ​ຊີວິດ​ນັ້ນ​ໄປ​ບ່ອນໃດ​ທີ່​ມັນ​ຕ້ອງການ ລໍ້​ກໍ​ໄປ​ນຳ​ບ່ອນນັ້ນ​ໂລດ ເພາະ​ມັນ​ເປັນ​ຜູ້​ຄວບຄຸມ​ລໍ້.</verse>
				<verse number="21">ສະນັ້ນ ທຸກ​ເທື່ອ​ທີ່​ສິ່ງທີ່ມີ​ຊີວິດ​ນັ້ນ​ເຄື່ອນຍ້າຍ​ໄປ​ຫລື​ຢຸດ​ຢູ່ ຫລື​ເຫາະຂຶ້ນ​ໃນ​ອາກາດ ລໍ້​ນັ້ນ​ກໍ​ເຄື່ອນຍ້າຍ​ໄປ​ນຳ​ທັນທີ.</verse>
				<verse number="22">ຢູ່​ເທິງ​ຫົວ​ສິ່ງທີ່ມີ​ຊີວິດ​ນັ້ນ​ມີ​ສິ່ງ​ໜຶ່ງ ເບິ່ງ​ເໝືອນ​ວົງ​ໂຄ້ງ​ທີ່​ເຮັດ​ດ້ວຍ​ແກ້ວ​ຜະລຶກ​ສີ​ສົດໃສ.</verse>
				<verse number="23">ຢູ່​ລຸ່ມ​ວົງໂຄ້ງ​ນັ້ນ​ມີ​ສິ່ງທີ່ມີ​ຊີວິດ​ຢືນ​ຢູ່ ແຕ່ລະຕົນ​ພື​ປີກ​ສອງ​ປີກ​ອອກ​ໄປ​ຈຸ​ກັບ​ປາຍ​ປີກ​ຂອງ​ຕົນ​ອື່ນ ແລະ​ອີກ​ສອງ​ປີກ​ອື່ນ​ໄດ້​ປົກຫຸ້ມ​ຕົວ​ມັນ​ເອງ​ໄວ້.</verse>
				<verse number="24">ເມື່ອ​ສິ່ງທີ່ມີ​ຊີວິດ​ເຫຼົ່ານັ້ນ​ບິນ​ໄປ ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ປີກ​ດັງ​ເໝືອນ​ສຽງ​ຄື້ນ​ຂອງ​ທະເລ, ເໝືອນ​ສຽງ​ຂອງ​ກອງທັບ​ໃຫຍ່ ເໝືອນ​ສຽງ​ຂອງ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ເມື່ອ​ເຊົາ​ບິນ ພວກມັນ​ກໍ​ຫຸບ​ປີກ​ເຂົ້າ​ໄວ້​</verse>
				<verse number="25">ແຕ່​ຍັງ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ວົງ​ໂຄ້ງ​ຢູ່​ເໜືອ​ຫົວ​ຂອງ​ພວກມັນ.</verse>
				<verse number="26">ຢູ່​ເທິງ​ວົງ​ໂຄ້ງ​ນັ້ນ​ມີ​ສິ່ງ​ໜຶ່ງ ເບິ່ງ​ເໝືອນ​ບັນລັງ​ທີ່​ເຮັດ​ດ້ວຍ​ແກ້ວ​ມໍຣະກົດ ແລະ​ມີ​ຮູບຮ່າງ​ໜຶ່ງ​ເບິ່ງ​ເໝືອນ​ມະນຸດ​ທີ່​ກຳລັງ​ນັ່ງ​ເທິງ​ບັນລັງ​ນັ້ນ.</verse>
				<verse number="27">ຂ້າພະເຈົ້າ​ໄດ້​ເຫັນ​ຮູບຮ່າງ​ນັ້ນ​ເຫລື້ອມ​ຍິບຍັບ​ເໝືອນ​ທອງສຳຣິດ​ຢູ່​ໃນ​ໄຟ. ມັນ​ສ່ອງແສງ​ເຫລືອງ​ເຫລື້ອມ​ທົ່ວໄປ</verse>
				<verse number="28">ຊຶ່ງ​ຢູ່​ໃນ​ນັ້ນ​ມີ​ສີສັນ​ຕ່າງໆ​ຂອງ​ຮຸ້ງກິນນໍ້າ. ອັນນີ້ ແມ່ນ​ສະຫງ່າຣາສີ​ທີ່​ສຳແດງ​ໃຫ້​ຮູ້​ວ່າ ພຣະເຈົ້າຢາເວ​ສະຖິດ​ຢູ່​ໃນ​ທີ່ນັ້ນ. ເມື່ອ​ຂ້າພະເຈົ້າ​ໄດ້​ເຫັນ​ດັ່ງນີ້​ແລ້ວ​ຈຶ່ງ​ໝູບ​ໜ້າ​ລົງ​ກັບ​ພື້ນດິນ ແລ້ວ​ຂ້າພະເຈົ້າ​ກໍ​ໄດ້ຍິນ​ສຽງ​ໜຶ່ງ​ກ່າວຈາ.</verse>
			</chapter>
			<chapter number="2">
				<verse number="1">ພຣະອົງ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ລຸກ​ຂຶ້ນ ເຮົາ​ຕ້ອງການ​ເວົ້າ​ກັບ​ເຈົ້າ.”</verse>
				<verse number="2">ໃນ​ຂະນະທີ່​ສຽງ​ນັ້ນ​ກຳລັງ​ກ່າວ​ຢູ່ ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ລົງ​ມາ​ສະຖິດ ແລະ​ຍົກ​ຂ້າພະເຈົ້າ​ຂຶ້ນ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ພຣະອົງ​ກ່າວ​ຕໍ່ໄປ​ວ່າ,</verse>
				<verse number="3">“ມະນຸດ​ເອີຍ ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ຫາ​ປະຊາຊົນ​ອິດສະຣາເອນ. ພວກເຂົາ​ກະບົດ​ຕໍ່ສູ້​ເຮົາ ແລະ​ຍັງ​ສືບຕໍ່​ກະບົດ​ຢູ່​ດັ່ງ​ບັນພະບຸລຸດ​ຂອງ​ພວກເຂົາ.</verse>
				<verse number="4">ພວກເຂົາ​ດື້ດ້ານ​ແລະ​ບໍ່​ນັບຖື​ເຮົາ; ສະນັ້ນ ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້.’</verse>
				<verse number="5">ເຖິງ​ແມ່ນ​ວ່າ​ຄົນ​ກະບົດ​ເຫຼົ່ານັ້ນ​ຈະ​ຟັງ​ເຈົ້າ​ຫລື​ບໍ່​ກໍຕາມ ພວກເຂົາ​ກໍ​ຈະ​ຮູ້​ວ່າ​ຍັງ​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໃນ​ທ່າມກາງ​ພວກເຂົາ.</verse>
				<verse number="6">ແຕ່​ມະນຸດ​ເອີຍ ເຈົ້າ​ບໍ່​ຕ້ອງ​ຢ້ານ​ພວກເຂົາ ຫລື​ຢ້ານ​ສິ່ງ​ທີ່​ພວກເຂົາ​ເວົ້າ​ນັ້ນ​ເລີຍ. ພວກເຂົາ​ຈະ​ທ້າທາຍ ແລະ​ດູຖູກ​ຢຽບຫຍາມ​ເຈົ້າ ດັ່ງ​ກັບ​ວ່າ​ເຈົ້າ​ຢູ່​ທ່າມກາງ​ແມງງອດ. ເຖິງ​ປານນັ້ນ​ກໍຕາມ ຢ່າສູ່ຢ້ານ​ຄົນ​ກະບົດ​ເຫຼົ່ານັ້ນ ຫລື​ຢ້ານ​ສິ່ງ​ທີ່​ພວກເຂົາ​ເວົ້າ​ເລີຍ.</verse>
				<verse number="7">ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຟັງ​ເຈົ້າ​ຫລື​ບໍ່​ກໍຕາມ ເຈົ້າ​ຈະ​ຕ້ອງ​ບອກ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ໃຫ້​ກ່າວ. ຈົ່ງ​ຈຳ​ໄວ້​ວ່າ​ພວກເຂົາ​ກະບົດ​ຕໍ່ສູ້​ເຮົາ.</verse>
				<verse number="8">ມະນຸດ​ເອີຍ ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ. ຢ່າ​ເປັນ​ຄົນ​ກະບົດ​ເໝືອນດັ່ງ​ພວກເຂົາ. ຈົ່ງ​ອ້າ​ປາກ ແລະ​ກິນ​ສິ່ງ​ທີ່​ເຮົາ​ຈະ​ໃຫ້​ເຈົ້າ.”</verse>
				<verse number="9">ແລ້ວ​ຂ້າພະເຈົ້າ​ກໍ​ເຫັນ​ມື​ເບື້ອງໜຶ່ງ ຖື​ໜັງສື​ມ້ວນ​ເດ່​ອອກ​ມາ​ທາງ​ຂ້າພະເຈົ້າ.</verse>
				<verse number="10">ມື​ນັ້ນ​ພື​ໜັງສື​ມ້ວນ​ອອກ ແລະ​ຂ້າພະເຈົ້າ​ກໍໄດ້​ເຫັນ​ຄຳ​ຂຽນ​ໄວ້​ທັງສອງ​ໜ້າ ເປັນ​ບົດ​ຮ້ອງໄຫ້​ອາໄລ​ອາວອນ ແລະ​ຄໍ່າຄວນ.</verse>
			</chapter>
			<chapter number="3">
				<verse number="1">ແລ້ວ​ພຣະອົງ​ກໍ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ກິນ​ໜັງສື​ມ້ວນ​ນີ້ ແລະ​ໄປ​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ເຖີດ.”</verse>
				<verse number="2">ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ອ້າ​ປາກ ແລະ​ພຣະອົງ​ກໍ​ປ້ອນ​ໜັງສື​ມ້ວນ​ໃສ່​ປາກ​ຂ້າພະເຈົ້າ.</verse>
				<verse number="3">ພຣະອົງ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ກິນ​ໜັງສື​ມ້ວນ​ທີ່​ເຮົາ​ໃຫ້​ເຈົ້າ​ຈົນ​ອີ່ມ​ເຖີດ.” ຂ້າພະເຈົ້າ​ກິນ​ໜັງສື​ມ້ວນ​ນັ້ນ ແລະ​ມີ​ຣົດ​ຫວານ​ເໝືອນດັ່ງ​ນໍ້າເຜິ້ງ.</verse>
				<verse number="4">ແລ້ວ​ພຣະອົງ​ບອກ​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ໄປ​ຫາ​ປະຊາຊົນ​ອິດສະຣາເອນ ແລະ​ກ່າວ​ແກ່​ພວກເຂົາ​ເຖິງ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ໃຫ້​ກ່າວ.</verse>
				<verse number="5">ເຮົາ​ບໍ່ໄດ້​ສົ່ງ​ເຈົ້າ​ໄປ​ຫາ​ຊົນຊາດ​ທີ່​ເວົ້າ​ພາສາ​ຕ່າງ​ປະເທດ​ທີ່ຍາກ ແຕ່​ໄປ​ຫາ​ຊາວ​ອິດສະຣາເອນ.</verse>
				<verse number="6">ຖ້າ​ເຮົາ​ສົ່ງ​ເຈົ້າ​ໄປ​ຫາ​ປະເທດ​ທີ່​ມີ​ປະຊາຊົນ​ຫລາຍ ທັງ​ເວົ້າ​ພາສາ​ຍາກ​ທີ່​ເຈົ້າ​ບໍ່​ເຂົ້າໃຈ ພວກເຂົາ​ກໍ​ຈະ​ຟັງ​ເຈົ້າ​ເປັນແນ່.</verse>
				<verse number="7">ແຕ່​ຈະ​ບໍ່ມີ​ປະຊາຊົນ​ອິດສະຣາເອນ​ຄົນ​ໃດ​ມີ​ນໍ້າໃຈ​ຢາກ​ຟັງ​ເຈົ້າ; ແມ່ນແຕ່​ເຮົາ ພວກເຂົາ​ກໍ​ຍັງ​ບໍ່​ຟັງ. ພວກເຂົາ​ທັງໝົດ​ດື້ດ້ານ ແລະ​ໃຈ​ແຂງ.</verse>
				<verse number="8">ບັດນີ້​ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຄົນ​ດື້ດ້ານ ແລະ​ໃຈ​ແຂງ​ດັ່ງ​ພວກເຂົາ.</verse>
				<verse number="9">ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ໜັກແໜ້ນ​ດັ່ງ​ຫີນ ແຂງແກ່ນ​ດັ່ງ​ເພັດ; ສະນັ້ນ ເຈົ້າ​ຢ່າ​ສູ່​ຢ້ານ​ຄົນ​ກະບົດ​ເຫຼົ່ານີ້​ເລີຍ.”</verse>
				<verse number="10">ພຣະອົງ​ໄດ້​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ຈົດຈຳ​ແລະ​ເອົາໃຈໃສ່​ຢ່າງ​ແທ້ຈິງ​ໃນ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ.</verse>
				<verse number="11">ຈົ່ງ​ໄປ​ຫາ​ເພື່ອນ​ຮ່ວມ​ຊາດ​ຂອງ​ເຈົ້າ​ທີ່​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ແລະ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້.’ ບໍ່​ວ່າ​ພວກເຂົາ​ຈະ​ຟັງ​ເຈົ້າ​ຫລື​ບໍ່​ກໍຕາມ.”</verse>
				<verse number="12">ຕໍ່ມາ ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ດັງ​ກ້ອງ​ຂຶ້ນ​ທາງຫລັງ​ຂອງ​ຂ້າພະເຈົ້າ​ວ່າ, “ຈົ່ງ​ສັນລະເສີນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ທີ່​ເທິງ​ຟ້າສະຫວັນ.”</verse>
				<verse number="13">ຂ້າພະເຈົ້າ​ໄດ້ຍິນ​ສຽງ​ປີກ​ຂອງ​ສິ່ງທີ່ມີ​ຊີວິດ​ດັງ​ກະທົບ​ກັນ​ໃນ​ອາກາດ ແລະ​ສຽງ​ຂອງ​ລໍ້​ກໍ​ດັງ​ກ້ອງ​ເໝືອນດັ່ງ​ແຜ່ນດິນ​ໄຫວ.</verse>
				<verse number="14">ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ສູ່​ຂ້າພະເຈົ້າ​ເຕັມ​ກຳລັງ ແລະ​ຂະນະທີ່​ພຣະວິນຍານ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ​ນັ້ນ ຂ້າພະເຈົ້າ​ກໍ​ຮູ້ສຶກ​ວ່າ​ຂົມຂື່ນ ແລະ​ຄຽດແຄ້ນ​ຫລາຍ.</verse>
				<verse number="15">ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄປ​ທີ່​ເທນ-ອາບີບ ທີ່​ແຄມ​ແມ່ນໍ້າ​ເກບາກ ບ່ອນ​ທີ່​ພວກ​ຊະເລີຍ​ອາໄສ​ຢູ່​ນັ້ນ ແລະ​ພັກ​ຢູ່​ທີ່​ນັ້ນ​ຢ່າງ​ຕົກ​ຕະລຶງ​ເປັນ​ເວລາ​ເຈັດ​ວັນ.</verse>
				<verse number="16">ພໍ​ຄົບ​ເຈັດ​ວັນ​ແລ້ວ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="17">“ມະນຸດ​ເອີຍ ເຮົາ​ຈະ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ເຝົ້າຍາມ​ຊົນຊາດ​ອິດສະຣາເອນ. ເຈົ້າ​ຈະ​ຖ່າຍທອດ​ຄຳ​ຕັກເຕືອນ​ທີ່​ເຮົາ​ໃຫ້​ເຈົ້າ​ສູ່​ພວກເຂົາ​ຟັງ.</verse>
				<verse number="18">ຖ້າ​ເຮົາ​ປະກາດ​ວ່າ​ຄົນຊົ່ວ​ຜູ້ໜຶ່ງ​ຈະ​ຕ້ອງ​ຕາຍ, ແຕ່​ເຈົ້າ​ບໍ່​ໄດ້​ຕັກເຕືອນ​ລາວ​ໃຫ້​ປ່ຽນ​ຈາກ​ທາງ​ຊົ່ວ​ຂອງ​ລາວ​ເພື່ອ​ຈະ​ໄດ້​ຊີວິດ, ລາວ​ກໍ​ຈະ​ຕາຍໄປ​ຍ້ອນ​ບາບກຳ​ຂອງ​ລາວ ແລະ​ເຮົາ​ຈະ​ຖື​ວ່າ​ເຈົ້າ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການຕາຍ​ຂອງ​ຄົນ​ນັ້ນ.</verse>
				<verse number="19">ຖ້າ​ເຈົ້າ​ຕັກເຕືອນ​ຄົນຊົ່ວ​ແລ້ວ ແລະ​ລາວ​ບໍ່​ເຊົາ​ເຮັດ​ບາບ ລາວ​ກໍ​ຈະ​ຕາຍ​ຍ້ອນ​ການບາບ​ຂອງ​ລາວເອງ, ແຕ່​ເຈົ້າ​ຈະ​ຊ່ວຍ​ຊີວິດ​ຂອງ​ເຈົ້າ​ໄວ້​ໄດ້.</verse>
				<verse number="20">ຖ້າ​ຄົນ​ດີ​ມີ​ສິນທຳ​ຜູ້ໜຶ່ງ​ເລີ່ມ​ເຮັດ​ຊົ່ວ ແລະ​ເຮົາ​ໄດ້​ໃຫ້​ລາວ​ຕົກ​ໃນ​ສະພາບ​ອັນຕະລາຍ ລາວ​ກໍ​ຈະ​ຕາຍ​ຍ້ອນ​ການ​ເຮັດ​ບາບ​ນັ້ນ ຖ້າ​ເຈົ້າ​ບໍ່​ຕັກເຕືອນ​ລາວ; ເຮົາ​ຈະ​ບໍ່​ລະນຶກ​ເຖິງ​ຄຸນງາມ​ຄວາມດີ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ ແລະ​ເຮົາ​ຈະ​ຖື​ວ່າ​ເຈົ້າ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການຕາຍ​ຂອງ​ຄົນ​ນັ້ນ.</verse>
				<verse number="21">ຖ້າ​ເຈົ້າ​ຕັກເຕືອນ​ຄົນ​ດີ​ມີ​ສິນທຳ​ຜູ້ໜຶ່ງ​ບໍ່​ໃຫ້​ເຮັດ​ບາບ ແລະ​ລາວ​ເຊື່ອຟັງ​ເຈົ້າ​ໂດຍ​ບໍ່​ເຮັດ​ບາບ​ນັ້ນ ລາວ​ຈະ​ມີ​ຊີວິດ​ຢູ່ ແລະ​ເຈົ້າ​ກໍ​ໄດ້​ຊ່ວຍ​ຊີວິດ​ຂອງ​ເຈົ້າ​ໄວ້.”</verse>
				<verse number="22">ແລ້ວ​ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ກໍ​ມາ​ຄວບຄຸມ​ຂ້າພະເຈົ້າ​ອີກ. ພຣະອົງ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ລຸກຂຶ້ນ ແລະ​ອອກ​ໄປ​ທີ່​ຮ່ອມພູ. ເຮົາ​ຈະ​ກ່າວ​ແກ່​ເຈົ້າ​ຢູ່​ທີ່ນັ້ນ.”</verse>
				<verse number="23">ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ອອກ​ໄປ​ທີ່​ຮ່ອມພູ ແລະ​ຢູ່​ໃນ​ທີ່ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ທີ່​ແຄມ​ແມ່ນໍ້າ​ເກບາກ. ຂ້າພະເຈົ້າ​ໝູບ​ໜ້າ​ລົງ​ກັບ​ພື້ນດິນ</verse>
				<verse number="24">ແຕ່​ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ລົງ​ມາ​ສະຖິດ​ຂ້າພະເຈົ້າ ແລະ​ເຮັດ​ໃຫ້​ຂ້າພະເຈົ້າ​ຢືນ​ຂຶ້ນ. ພຣະອົງ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ກັບ​ເມືອ ແລະ​ລີ້​ຢູ່​ໃນ​ເຮືອນ​ສາ.</verse>
				<verse number="25">ເຈົ້າ​ຈະ​ຖືກ​ມັດ​ດ້ວຍ​ເຊືອກ ແລະ​ເຈົ້າ​ຈະ​ອອກ​ໄປ​ຂ້າງ​ນອກ​ບໍ່ໄດ້.</verse>
				<verse number="26">ເຮົາ​ຈະ​ເຮັດ​ໃຫ້​ລີ້ນ​ຂອງ​ເຈົ້າ​ແຂງ ເພື່ອ​ວ່າ​ເຈົ້າ​ຈະ​ບໍ່​ສາມາດ​ຕັກເຕືອນ​ຄົນ​ກະບົດ​ເຫຼົ່ານີ້​ໄດ້.</verse>
				<verse number="27">ຄັນ​ເມື່ອ​ເຮົາ​ກ່າວ​ແກ່​ເຈົ້າ​ອີກ ເຮົາ​ຈຶ່ງ​ຈະ​ໃຫ້​ເຈົ້າ​ສາມາດ​ເວົ້າ​ໄດ້​ອີກ. ເຈົ້າ​ຈະ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້.’ ບາງຄົນ​ໃນ​ພວກເຂົາ​ຈະ​ຟັງ​ແຕ່​ບາງຄົນ​ຈະ​ເມີນເສີຍ​ຕໍ່​ເຈົ້າ ເພາະ​ພວກເຂົາ​ເປັນ​ຊົນຊາດ​ຂອງ​ຄົນ​ກະບົດ.”</verse>
			</chapter>
			<chapter number="4">
				<verse number="1">ພຣະເຈົ້າ​ໄດ້​ກ່າວ​ວ່າ, “ມະນຸດ​ເອີຍ ຈົ່ງ​ເອົາ​ດິນຈີ່​ກ້ອນ​ໜຶ່ງ​ມາ​ວາງ​ໄວ້​ຢູ່​ຕໍ່ໜ້າ​ເຈົ້າ ແລະ​ແກະ​ຮູບ​ເມືອງ​ໜຶ່ງ​ທີ່​ສະແດງ​ເຖິງ​ນະຄອນ​ເຢຣູຊາເລັມ​ໃສ່​ເທິງ​ດິນຈີ່​ກ້ອນ​ນັ້ນ.</verse>
				<verse number="2">ແລ້ວ​ເພື່ອ​ສະແດງ​ວ່າ​ນະຄອນ​ເຢຣູຊາເລັມ​ຖືກ​ປິດລ້ອມ ໃຫ້​ຂຸດ​ຮ່ອງ, ປ້ານ​ດິນ​ເຮັດ​ຄັນຄູ, ເຮັດ​ຄ້າຍ ແລະ​ເຮັດ​ອາວຸດ​ຍິງ​ຕໍ່ສູ້​ເພື່ອ​ປິດລ້ອມ​ເມືອງ​ໄວ້.</verse>
				<verse number="3">ຈົ່ງ​ເອົາ​ເຫຼັກ​ແຜ່ນ​ໜຶ່ງ​ມາ​ຕັ້ງ​ເປັນ​ກຳແພງ​ກັ້ນ​ລະຫວ່າງ​ເຈົ້າ​ກັບ​ເມືອງ​ໄວ້. ຈົ່ງ​ປິ່ນ​ໜ້າ​ໃສ່​ເມືອງ. ເມືອງ​ຖືກ​ປິດລ້ອມ ແລະ​ແມ່ນ​ເຈົ້າ​ເອງ​ທີ່​ເປັນ​ຜູ້​ປິດລ້ອມ​ເມືອງ. ອັນ​ນີ້​ຈະ​ເປັນ​ໝາຍສຳຄັນ​ເພື່ອ​ເຕືອນ​ຊົນຊາດ​ອິດສະຣາເອນ.</verse>
				<verse number="4">ແລ້ວ​ເຈົ້າ​ຈົ່ງ​ນອນ​ຕະແຄງ​ຂ້າງ​ຊ້າຍ ແລະ​ເຮົາ ກໍ​ຈະ​ວາງ​ຄວາມຜິດ​ຂອງ​ຊົນຊາດ​ອິດສະຣາເອນ​ໄວ້​ເທິງ​ເຈົ້າ. ເຈົ້າ​ຈະ​ທົນທຸກ​ຢູ່​ທີ່​ນັ້ນ ສາມຮ້ອຍ​ເກົ້າສິບ​ວັນ ເພາະ​ຄວາມຜິດ​ຂອງ​ພວກເຂົາ. ເຮົາ​ລົງໂທດ​ເຈົ້າ​ໜຶ່ງ​ວັນ​ສຳລັບ​ໂທດ​ຂອງ​ພວກເຂົາ​ໜຶ່ງ​ປີ.</verse>
				<verse number="5"></verse>
				<verse number="6">ເມື່ອ​ໝົດ​ໂທດ​ນັ້ນ​ແລ້ວ ຈົ່ງ​ປິ່ນ​ເບື້ອງ​ນອນ​ຕະແຄງ​ຂ້າງ​ຂວາ ແລະ​ທົນທຸກ​ສຳລັບ​ຄວາມຜິດ​ຂອງ​ຢູດາຍ​ອີກ​ເປັນ​ເວລາ​ສີ່ສິບ​ວັນ ຄື​ວັນ​ໜຶ່ງ​ຕໍ່​ປີ​ໜຶ່ງ​ສຳລັບ​ໂທດ​ຂອງ​ພວກເຂົາ.</verse>
				<verse number="7">ຈົ່ງ​ຈ້ອງຕາ​ເບິ່ງ​ນະຄອນ​ເຢຣູຊາເລັມ​ຖືກ​ປິດລ້ອມ. ຈົ່ງ​ຍົກ​ກຳປັ້ນ​ໃສ່​ເມືອງ​ນີ້ ແລະ​ປະກາດ​ພຣະທຳ​ຕໍ່ສູ້​ມັນ.</verse>
				<verse number="8">ເຮົາ​ຈະ​ມັດ​ເຈົ້າ​ໄວ້​ໃຫ້​ແໜ້ນ​ເພື່ອ​ວ່າ​ເຈົ້າ​ຈະ​ປິ່ນ​ໄປມາ​ບໍ່ໄດ້ ຈົນກວ່າ​ການ​ປິດລ້ອມ​ນັ້ນ​ສິ້ນສຸດ​ລົງ.</verse>
				<verse number="9">ບັດນີ້ ເຈົ້າ​ຈົ່ງ​ເອົາ​ສິ່ງ​ເຫຼົ່ານີ້​ມາ: ເຂົ້າບາເລ, ເຂົ້າເດືອຍ, ໝາກຖົ່ວຂຽວ, ໝາກຖົ່ວແດງ, ເຂົ້າຟາງ ແລະ​ເຂົ້າບາເລ​ແຂງ. ຈົ່ງ​ປັ້ນ​ສິ່ງ​ທັງໝົດ​ເຂົ້າ​ກັນ ແລະ​ເຮັດ​ເຂົ້າຈີ່. ເຈົ້າ​ຈະ​ກິນ​ເຂົ້າຈີ່​ນີ້​ແຫຼະ ຕະຫລອດ​ສາມຮ້ອຍ​ເກົ້າສິບ​ວັນ ທີ່​ເຈົ້າ​ນອນ​ຕະແຄງ​ຂ້າງ​ຊ້າຍ.</verse>
				<verse number="10">ເຈົ້າ​ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້​ກິນ​ເຂົ້າຈີ່ ສອງຮ້ອຍ​ສາມສິບ​ກຼາມ​ຕໍ່ມື້ ແລະ​ໃຫ້​ກຸ້ມ​ຈົນຮອດ​ມື້ໜ້າ.</verse>
				<verse number="11">ເຈົ້າ​ຍັງ​ຈະ​ໄດ້​ດື່ມ​ນໍ້າ​ໃນ​ອັດຕາ​ຈຳກັດ ຄື​ສອງ​ຈອກ​ຕໍ່​ມື້.</verse>
				<verse number="12">ເຈົ້າ​ຈະ​ຕ້ອງ​ດັງ​ໄຟ ໂດຍ​ໃຊ້​ອາຈົມ​ຂອງ​ມະນຸດ​ທີ່​ແຫ້ງ​ແລ້ວ​ປີ້ງ​ເຂົ້າຈີ່ ແລະ​ກິນ​ໃນ​ບ່ອນ​ທີ່​ທຸກຄົນ​ເຫັນ​ເຈົ້າ​ໄດ້.”</verse>
				<verse number="13">ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ກ່າວ​ວ່າ, “ປະຊາຊົນ​ອິດສະຣາເອນ​ຈະ​ໄດ້​ກິນ​ອາຫານ​ທີ່​ເປັນ​ມົນທິນ ເມື່ອ​ເຮົາ​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ຢູ່​ຕ່າງ​ປະເທດ.”</verse>
				<verse number="14">ແຕ່​ຂ້າພະເຈົ້າ​ໄດ້​ຕອບ​ວ່າ, “ຢ່າ​ເລີຍ ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ບໍ່ເຄີຍ​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ​ຈັກເທື່ອ. ຕັ້ງແຕ່​ສະໄໝ​ເປັນ​ເດັກນ້ອຍ ຂ້ານ້ອຍ​ບໍ່ເຄີຍ​ກິນ​ຊີ້ນ​ສັດ​ໃດໆ​ເລີຍ​ທີ່​ຕາຍ​ຢ່າງ​ທຳມະດາ ຫລື​ຖືກ​ສັດປ່າ​ກັດ​ຕາຍ. ຂ້ານ້ອຍ​ບໍ່ເຄີຍ​ກິນ​ອາຫານ​ໃດໆ​ທີ່​ຖື​ວ່າ​ເປັນ​ມົນທິນ.”</verse>
				<verse number="15">ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ດີແລ້ວ ຖ້າດັ່ງນັ້ນ ເຮົາ​ຈະ​ໃຫ້​ເຈົ້າ​ໃຊ້​ຂີ້​ງົວ​ແທນ ແລະ​ໃຫ້​ເຈົ້າ​ເອົາ​ຂີ້​ງົວ​ນັ້ນ​ເຜົາ​ເປັນ​ຖ່ານ​ປີ້ງ​ເຂົ້າຈີ່.”</verse>
				<verse number="16">ແລ້ວ​ພຣະອົງ​ກໍ​ກ່າວ​ຕື່ມ​ວ່າ, “ມະນຸດ​ເອີຍ ເຮົາ​ຈະ​ຕັດ​ສະບຽງ​ອາຫານ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ລົງ. ປະຊາຊົນ​ໃນ​ທີ່ນັ້ນ​ຈະ​ທຸກ​ທໍລະມານ​ໃຈ ແລະ​ອຸກອັ່ງ ເມື່ອ​ພວກເຂົາ​ຕວງ​ອັດຕາ​ອາຫານ​ທີ່​ພວກເຂົາ​ກິນ ແລະ​ນໍ້າ​ທີ່​ພວກເຂົາ​ດື່ມ.</verse>
				<verse number="17">ເຂົ້າຈີ່​ແລະ​ນໍ້າ​ຂອງ​ພວກເຂົາ​ຈະ​ໝົດ​ໄປ ພວກເຂົາ​ຈະ​ສິ້ນຫວັງ ແລະ​ພວກເຂົາ​ຈະ​ຊຸດໂຊມ​ລົງ​ເພາະ​ການບາບ​ຂອງ​ພວກເຂົາ​ນັ້ນ.”</verse>
			</chapter>
			<chapter number="5">
				<verse number="1">ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ມະນຸດ​ເອີຍ ຈົ່ງ​ໃຊ້​ດາບ​ຄົມໆ​ແຖ​ໜວດ​ກັບ​ຕັດ​ຜົມ​ຂອງ​ເຈົ້າ ແລ້ວ​ຈົ່ງ​ຊັ່ງ​ຜົມ​ຂອງ​ເຈົ້າ​ໃສ່​ຊິງ ແລະ​ແບ່ງ​ມັນ​ອອກ​ເປັນ​ສາມ​ສ່ວນ.</verse>
				<verse number="2">ຈົ່ງ​ເຜົາ​ສ່ວນ​ທີ​ໜຶ່ງ​ໃນ​ເມືອງ ເມື່ອ​ການ​ປິດລ້ອມ​ໄດ້​ສິ້ນສຸດ​ລົງ​ແລ້ວ. ຈົ່ງ​ໃຊ້​ດາບ​ຂອງ​ເຈົ້າ​ຟັນ​ສ່ວນ​ໜຶ່ງ​ອີກ ເມື່ອ​ເຈົ້າ​ຍ່າງ​ອ້ອມ​ໄປມາ​ທີ່​ນອກເມືອງ. ສ່ວນ​ທີ່​ເຫຼືອ​ນັ້ນ ຈົ່ງ​ຫວ່ານ​ຂຶ້ນ​ໃຫ້​ລົມ​ພັດ​ກະຈັດ​ກະຈາຍ​ໄປ ແລະ​ເຮົາ​ຈະ​ໃຊ້​ດາບ​ຂອງເຮົາ​ໄລ່​ຕາມ​ຟັນ.</verse>
				<verse number="3">ຈົ່ງ​ຮັກສາ​ເສັ້ນ​ຜົມ​ບາງເລັກນ້ອຍ ແລະ​ຫໍ່​ໄວ້​ໃນ​ຖົງ​ເສື້ອ​ຂອງເຈົ້າ.</verse>
				<verse number="4">ແລ້ວ​ຈົ່ງ​ເອົາ​ຜົມ​ບາງ​ເສັ້ນ​ໃນ​ນັ້ນ​ອອກ​ມາ​ອີກ ແລະ​ຈູດ​ໄຟ​ເຜົາ. ໄຟ​ນັ້ນ​ຈະ​ໄໝ້​ລາມ​ໄປ​ທົ່ວ​ທັງ​ຊົນຊາດ​ອິດສະຣາເອນ.”</verse>
				<verse number="5">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ຈົ່ງ​ເບິ່ງ​ນະຄອນ​ເຢຣູຊາເລັມ​ພຸ້ນ​ແມ. ເຮົາ​ໄດ້​ວາງ​ນາງ​ໄວ້​ທີ່​ສູນກາງ​ຂອງ​ໂລກ ໂດຍ​ມີ​ບັນດາ​ປະເທດ​ອື່ນ​ທັງໝົດ​ຢູ່​ອ້ອມຮອບ.</verse>
				<verse number="6">ແຕ່​ນະຄອນ​ເຢຣູຊາເລັມ​ໄດ້​ກະບົດ​ຕໍ່​ຂໍ້ຄຳສັ່ງ​ຂອງເຮົາ ແລະ​ສະແດງ​ວ່າ​ນາງ​ຊົ່ວຊ້າ​ກວ່າ​ບັນດາ​ປະເທດ​ອື່ນໆ ແລະ​ບໍ່​ເຊື່ອຟັງ​ກວ່າ​ບັນດາ​ປະເທດ​ທີ່​ຢູ່​ອ້ອມຮອບ​ນາງ​ນັ້ນ. ນະຄອນ​ເຢຣູຊາເລັມ​ປະຖິ້ມ​ຂໍ້ຄຳສັ່ງ​ຂອງ​ເຮົາ ແລະ​ທັງ​ບໍ່​ຍອມ​ນັບຖື​ກົດບັນຍັດ​ຕ່າງໆ​ຂອງເຮົາ​ດ້ວຍ.</verse>
				<verse number="7">ນະຄອນ​ເຢຣູຊາເລັມ​ເອີຍ ບັດນີ້ ຈົ່ງ​ຟັງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ. ໂດຍ​ບໍ່​ຟັງ​ກົດບັນຍັດ​ຕ່າງໆ​ຂອງເຮົາ ຫລື​ຮັກສາ​ຂໍ້ຄຳສັ່ງ​ທັງຫລາຍ​ຂອງເຮົາ​ນັ້ນ ເຈົ້າ​ໄດ້​ກໍ່​ຄວາມ​ເດືອດຮ້ອນ​ຫລາຍກວ່າ​ບັນດາ​ປະເທດ​ທີ່​ຢູ່​ອ້ອມຮອບ​ເຈົ້າ. ເຈົ້າ​ໄດ້​ເຮັດ​ຕາມ​ປະເພນີ​ຕ່າງໆ​ຂອງ​ບັນດາ​ຊົນຊາດ​ອື່ນໆ.</verse>
				<verse number="8">ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ກ່າວ​ວ່າ, ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ. ເຮົາ​ຈະ​ຕັດສິນ​ລົງໂທດ​ເຈົ້າ ໃນ​ບ່ອນ​ທີ່​ບັນດາ​ຊົນຊາດ​ທັງໝົດ​ເຫັນ​ເຈົ້າ​ໄດ້.</verse>
				<verse number="9">ຍ້ອນ​ເຮົາ​ກຽດຊັງ​ສິ່ງ​ທັງໝົດ​ທີ່​ເຈົ້າ​ເຮັດ​ນັ້ນ ເຮົາ​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ​ຢ່າງ​ທີ່​ເຮົາ​ບໍ່ເຄີຍ​ເຮັດ​ມາ​ກ່ອນ ແລະ​ການ​ລົງໂທດ​ຢ່າງ​ນີ້​ກໍ​ຈະ​ບໍ່ມີ​ອີກ​ຈັກເທື່ອ.</verse>
				<verse number="10">ຜົນ​ກໍ​ຄື ພວກ​ຜູ້​ເປັນ​ພໍ່​ແມ່​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ກິນ​ລູກ​ຂອງ​ຕົນເອງ ແລະ​ພວກ​ລູກໆ​ກໍ​ຈະ​ກິນ​ພໍ່​ແມ່​ຂອງ​ຕົນເອງ. ເຮົາ​ຈະ​ລົງໂທດ​ເຈົ້າ; ສ່ວນ​ພວກ​ທີ່​ຍັງເຫລືອ​ມີ​ຊີວິດ​ຢູ່​ນັ້ນ ເຮົາ​ຈະ​ກະຈັດ​ກະຈາຍ​ພວກເຂົາ​ໄປ​ທົ່ວ​ທຸກ​ທິດ.”</verse>
				<verse number="11">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເພາະ​ສະນັ້ນ ໃນ​ເມື່ອ​ເຮົາ​ມີ​ຊີວິດ​ຢູ່ ຍ້ອນ​ເຈົ້າ​ໄດ້​ເຮັດ​ໃຫ້​ວິຫານ​ຂອງເຮົາ​ເປັນ​ມົນທິນ ດ້ວຍ​ການ​ເຮັດ​ຊົ່ວ​ທຸກຢ່າງ​ອັນ​ໜ້າກຽດຊັງ; ສະນັ້ນ ເຮົາ​ຈະ​ຕັດ​ເຈົ້າ​ອອກ ໂດຍ​ປາສະຈາກ​ຄວາມ​ເມດຕາ​ກະລຸນາ.</verse>
				<verse number="12">ສ່ວນ​ໜຶ່ງ​ຂອງ​ປະຊາຊົນ​ຂອງ​ເຈົ້າ​ນັ້ນ​ຈະ​ຕາຍ​ຍ້ອນ​ການ​ເຈັບໄຂ້​ໄດ້ປ່ວຍ ຕະຫລອດ​ທັງ​ການ​ອຶດຢາກ​ຢູ່​ໃນເມືອງ; ສ່ວນ​ໜຶ່ງ​ນັ້ນ​ຈະ​ຖືກ​ຄົມ​ດາບ​ຢູ່​ນອກເມືອງ ແລະ​ສ່ວນ​ສຸດທ້າຍ​ນັ້ນ​ເຮົາ​ຈະ​ໃຫ້​ກະຈັດ​ກະຈາຍ​ໄປ​ຕາມ​ລົມ ແລະ​ທັງ​ຈະ​ໃຊ້​ດາບ​ໄລ່​ຕິດຕາມ​ພວກເຂົາ​ໄປ​ດ້ວຍ.</verse>
				<verse number="13">ເຈົ້າ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ ແລະ​ໂມໂຫ​ຂອງເຮົາ ຈົນກວ່າ​ເຮົາ​ຈະ​ພໍໃຈ. ເມື່ອ​ສິ່ງ​ທັງໝົດ​ນີ້​ເກີດຂຶ້ນ ເຈົ້າ​ຈະ​ມີ​ຄວາມ​ແນ່ໃຈ​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ເຈົ້າ​ຢ່າງ​ຮຸນແຮງ​ຈົນ​ສຸດຂີດ ຍ້ອນ​ຄວາມ​ບໍ່​ສັດຊື່​ຂອງ​ເຈົ້າ.</verse>
				<verse number="14">ຄົນ​ໃນ​ປະເທດ​ຕ່າງໆ​ທີ່​ຢູ່​ອ້ອມຮອບ​ເຈົ້າ ແລະ​ທຸກຄົນ​ທີ່​ຜ່ານ​ໄປ​ກໍ​ຈະ​ເຫັນ​ວ່າ ເຮົາ​ໄດ້​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ຮົກຮ້າງ ແລະ​ໄຮ້​ກຽດ.</verse>
				<verse number="15">ເມື່ອ​ເຮົາ​ໃຈຮ້າຍ ແລະ​ໂກດເຄືອງ ແລະ​ລົງໂທດ​ເຈົ້າ​ນັ້ນ ບັນດາ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມຮອບ​ເຈົ້າ​ຈະ​ສະທ້ານ​ຢ້ານກົວ. ພວກເຂົາ​ຈະ​ແນມເບິ່ງ​ເຈົ້າ​ດ້ວຍ​ຄວາມ​ກຽດຊັງ ແລະ​ຈະ​ຫຍໍ້ຫຍັນ​ເຈົ້າ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="16">ເຮົາ​ຈະ​ຕັດ​ສະບຽງ​ອາຫານ​ຂອງ​ເຈົ້າ ແລະ​ປະ​ໃຫ້​ເຈົ້າ​ອຶດ​ຕາຍ. ເຈົ້າ ຈະ​ເຈັບປວດ​ດ້ວຍ​ຄວາມ​ອຶດຫິວ ດັ່ງ​ຖືກ​ລູກທະນູ​ອັນ​ແຫລມຄົມ​ທຳລາຍ.</verse>
				<verse number="17">ເຮົາ​ຈະ​ສົ່ງ​ການ​ອຶດຢາກ ແລະ​ຝູງ​ສັດປ່າ​ມາ​ຂ້າ​ລູກ​ຂອງ​ເຈົ້າ ພ້ອມ​ທັງ​ຈະ​ສົ່ງ​ການ​ເຈັບໄຂ້​ໄດ້ປ່ວຍ, ການ​ຮຸນແຮງ ແລະ​ສົງຄາມ​ມາ​ຂ້າ​ເຈົ້າ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”</verse>
			</chapter>
			<chapter number="6">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="2">“ມະນຸດ​ເອີຍ ຈົ່ງ​ແນມ​ໄປ​ທີ່​ພູເຂົາ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ ແລະ​ບອກ​ຖ້ອຍຄຳ​ຂອງ​ເຮົາ​ແກ່​ພູເຂົາ​ເຫຼົ່ານັ້ນ.</verse>
				<verse number="3">ຈົ່ງ​ບອກ​ພູເຂົາ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ​ໃຫ້​ຟັງ​ຖ້ອຍຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ບອກ​ພູເຂົາ​ແລະ​ເນີນພູ​ທັງຫລາຍ, ຫ້ວຍ​ກັບ​ຮ່ອມພູ​ທັງຫລາຍ​ວ່າ ເຮົາ​ຈະ​ໃຊ້​ດາບ​ທຳລາຍ​ບ່ອນ​ຕ່າງໆ​ທີ່​ປະຊາຊົນ​ຂາບໄຫວ້​ຮູບເຄົາຣົບ.</verse>
				<verse number="4">ແທ່ນບູຊາ​ທັງຫລາຍ​ຈະ​ຖືກ​ຮື້​ຖິ້ມ ແລະ​ແທ່ນເຜົາ​ເຄື່ອງຫອມ​ກໍ​ຈະ​ຖືກ​ທຳລາຍ. ປະຊາຊົນ​ທັງໝົດ​ໃນ​ທີ່ນັ້ນ​ຈະ​ຖືກ​ຂ້າ​ຕໍ່ໜ້າ​ຮູບເຄົາຣົບ​ຂອງ​ພວກເຂົາ.</verse>
				<verse number="5">ເຮົາ​ຈະ​ເຮັດ​ໃຫ້​ຊາກສົບ​ຂອງ​ປະຊາຊົນ​ອິດສະຣາເອນ​ກະຈັດ​ກະຈາຍ​ໄປ; ເຮົາ​ຈະ​ເຮັດ​ໃຫ້​ກະດູກ​ທັງໝົດ​ຂອງ​ພວກເຂົາ​ກະຈັດ​ກະຈາຍ​ຢູ່​ອ້ອມ​ແທ່ນບູຊາ.</verse>
				<verse number="6">ເມືອງ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ​ຈະ​ຖືກ​ທຳລາຍ ເພື່ອ​ວ່າ​ແທ່ນບູຊາ​ກັບ​ຮູບເຄົາຣົບ​ຕ່າງໆ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ​ໝົດ​ເປັນ​ຊີ້ນໆ, ແທ່ນເຜົາ​ເຄື່ອງຫອມ​ຂອງ​ພວກເຂົາ​ຈະ​ຖືກ​ຕີ​ໃຫ້​ແຕກ​ເປັນ​ປ່ຽງໆ ແລະ​ທຸກໆສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ​ກໍ​ຈະ​ສູນຫາຍ​ໄປ.</verse>
				<verse number="7">ປະຊາຊົນ​ຈະ​ຖືກ​ຂ້າ​ໃນ​ທຸກທີ່​ທຸກບ່ອນ ແລະ​ພວກ​ທີ່​ຍັງເຫລືອ​ມີ​ຊີວິດ​ຢູ່​ຈະ​ຮັບຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="8">ເຮົາ​ຈະ​ປ່ອຍ​ໃຫ້​ບາງຄົນ​ຫລົບ​ໜີ​ຈາກ​ການ​ຖືກ​ສັງຫານໝູ່ ແລະ​ຖືກ​ກະຈັດ​ກະຈາຍ​ໄປ​ໃນ​ທ່າມກາງ​ຊົນຊາດ​ຕ່າງໆ</verse>
				<verse number="9">ບ່ອນ​ທີ່​ພວກເຂົາ​ຈະ​ໃຊ້​ຊີວິດ​ຢູ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ໃນ​ທີ່ນັ້ນ ພວກເຂົາ​ຈະ​ລະນຶກເຖິງ​ເຮົາ ແລະ​ຮູ້​ວ່າ​ເຮົາ​ລົງໂທດ​ພວກເຂົາ​ໃຫ້​ໄດ້​ຮັບ​ການ​ອັບອາຍ​ຂາຍໜ້າ ກໍ​ເພາະ​ຈິດໃຈ​ທີ່​ຂາດ​ຄວາມເຊື່ອ​ຈຶ່ງ​ພາ​ໃຫ້​ຫ່າງເຫີນ​ຈາກ​ເຮົາ​ໄປ ແລະ​ພວກເຂົາ​ຮັກ​ຮູບເຄົາຣົບ​ຫລາຍກວ່າ​ຮັກ​ເຮົາ. ພວກເຂົາ​ຈະ​ກຽດຊັງ​ຕົນເອງ ເພາະ​ຄວາມ​ຊົ່ວຊ້າ ແລະ​ສິ່ງ​ເສື່ອມເສຍ​ທັງຫລາຍ​ທີ່​ພວກເຂົາ​ໄດ້​ເຮັດ.</verse>
				<verse number="10">ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ການ​ຕັກເຕືອນ​ຂອງເຮົາ​ນັ້ນ​ກໍ​ບໍ່ໄດ້​ເປັນ​ການ​ຂົ່ມຂູ່​ລ້າໆ.”</verse>
				<verse number="11">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ຈົ່ງ​ຕົບ​ມື​ສາ ຈົ່ງ​ທືບ​ຕີນ​ເຖີດ ຈົ່ງ​ຮ້ອງ​ຢ່າງ​ໂສກເສົ້າ​ເສຍໃຈ​ເພາະ​ຄວາມຊົ່ວ​ທັງໝົດ ຄື​ສິ່ງ​ອັນ​ໜ້າກຽດຊັງ​ຕ່າງໆ​ທີ່​ຊາວ​ອິດສະຣາເອນ​ໄດ້​ເຮັດ. ພວກເຂົາ​ຈະ​ຕາຍ​ໃນ​ເສິກ​ສົງຄາມ ຫລື​ໃນ​ການອຶດຢາກ ຫລື​ຍ້ອນ​ການ​ເຈັບໄຂ້​ໄດ້ປ່ວຍ.</verse>
				<verse number="12">ພວກ​ທີ່​ຢູ່​ຫ່າງໄກ​ຈະ​ເຈັບໄຂ້ ແລະ​ຕາຍ; ພວກ​ທີ່​ຢູ່​ອ້ອມແອ້ມ​ຈະ​ຖືກ​ຂ້າ​ໃນ​ສົງຄາມ; ພວກ​ທີ່​ລອດ​ມາ​ໄດ້​ກໍ​ຈະ​ອຶດ​ຕາຍ. ພວກເຂົາ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ​ຢ່າງ​ສຸດຂີດ.</verse>
				<verse number="13">ຊາກສົບ​ທັງຫລາຍ​ຈະ​ກະຈັດ​ກະຈາຍ ປະປົນ​ຢູ່​ກັບ​ຮູບເຄົາຣົບ​ຕ່າງໆ​ອ້ອມ​ແທ່ນບູຊາ ມັນ​ຈະ​ຖືກ​ກະຈັດ​ກະຈາຍ​ໄປ​ທົ່ວ​ເນີນພູ​ສູງ, ຢູ່​ເທິງ​ຈອມພູ​ທຸກໆໜ່ວຍ, ຢູ່​ກ້ອງ​ຕົ້ນໄມ້​ໃບຂຽວ ແລະ​ຕົ້ນໂອກ​ທຸກ​ຕົ້ນ ຄື​ຢູ່​ໃນ​ທຸກ​ບ່ອນ​ທີ່​ພວກເຂົາ​ໄດ້​ເຜົາ​ເຄື່ອງ​ບູຊາ​ຖວາຍ​ແກ່​ຮູບເຄົາຣົບ​ຂອງ​ພວກເຂົາ. ແລ້ວ​ທຸກຄົນ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="14">ເຮົາ​ຈະ​ໃຊ້​ຣິດອຳນາດ​ຂອງເຮົາ​ທຳລາຍ​ປະເທດ​ຂອງ​ພວກເຂົາ. ເຮົາ​ຈະ​ເຮັດ​ໃຫ້​ເປັນ​ດິນແດນ​ເປົ່າຫວ່າງ, ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ທາງ​ພາກໃຕ້ ຈົນຮອດ​ເມືອງ​ຣິບລາ​ທາງ​ທິດເໜືອ ໂດຍ​ຈະ​ບໍ່​ປະ​ທີ່ໃດ​ໃຫ້​ຊາວ​ອິດສະຣາເອນ​ອາໄສ​ຢູ່. ແລ້ວ​ທຸກຄົນ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
			</chapter>
			<chapter number="7">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="2">“ມະນຸດ​ເອີຍ ອັນນີ້ ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ແກ່​ດິນແດນ​ຂອງ​ຊາດ​ອິດສະຣາເອນ​ຄື: ຕໍ່ໄປນີ້​ແມ່ນ​ຈຸດຈົບ​ຂອງ​ດິນແດນ​ທັງໝົດ.</verse>
				<verse number="3">ຊາດ​ອິດສະຣາເອນ​ເອີຍ ຈຸດຈົບ​ໄດ້​ມາເຖິງ​ແລ້ວ. ເຈົ້າ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ ເພາະ​ເຮົາ​ຈະ​ຕັດສິນ​ລົງໂທດ​ເຈົ້າ​ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ. ເຮົາ​ຈະ​ຕອບແທນ​ສິ່ງ​ອັນ​ໜ້າກຽດຊັງ​ທັງໝົດ​ທີ່​ເຈົ້າ​ໄດ້​ປະພຶດ.</verse>
				<verse number="4">ເຮົາ​ຈະ​ບໍ່​ໄວ້​ຊີວິດ​ຂອງ​ເຈົ້າ ຫລື​ສະແດງ​ຄວາມ​ເມດຕາ​ໃດໆ​ຕໍ່​ເຈົ້າ. ເຮົາ​ຈະ​ລົງໂທດ​ເຈົ້າ ເພາະ​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ ເພື່ອ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
				<verse number="5">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: “ໄພພິບັດ​ຈະ​ມາເຖິງ​ເຈົ້າ​ບໍ່​ຂາດສາຍ.</verse>
				<verse number="6">ເຖິງ​ຈຸດຈົບ​ສາ​ແລ້ວ. ອັນ​ນີ້​ແມ່ນ​ຄາວ​ສຸດທ້າຍ. ໝົດສິ້ນກັນ​ສາ​ແລ້ວ.</verse>
				<verse number="7">ຈຸດຈົບ​ກຳລັງ​ມາເຖິງ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້. ເວລາ​ນັ້ນ​ມາ​ໃກ້​ແລ້ວ ເມື່ອ​ການ​ສະຫລອງ​ທີ່​ພູ​ແຫ່ງ​ຮູບປັ້ນ​ຈະ​ບໍ່ມີ​ອີກ​ຕໍ່ໄປ ມີ​ແຕ່​ຄວາມ​ສັບສົນ​ວຸ້ນວາຍ​ເທົ່ານັ້ນ.</verse>
				<verse number="8">ແຕ່​ໃນ​ໄວໆ​ນີ້ ເຈົ້າ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ທັງໝົດ​ຂອງເຮົາ. ເຮົາ​ຈະ​ຕັດສິນ​ລົງໂທດ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ ແລະ​ເຮົາ​ຈະ​ຕອບແທນ​ສິ່ງ​ອັນ​ໜ້າກຽດຊັງ​ທັງໝົດ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ.</verse>
				<verse number="9">ເຮົາ​ຈະ​ບໍ່​ໄວ້​ຊີວິດ​ເຈົ້າ ຫລື​ສະແດງ​ຄວາມ​ເມດຕາ​ໃດໆ​ຕໍ່​ເຈົ້າ. ເຮົາ​ຈະ​ທຳລາຍ​ເຈົ້າ​ໃນ​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ ເພື່ອ​ເຈົ້າ​ຈະ​ໄດ້​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ຜູ້​ທີ່​ລົງໂທດ.</verse>
				<verse number="10">ວັນ​ແຫ່ງ​ໄພພິບັດ​ກຳລັງ​ມາ​ເຖິງ​ຊາດ​ອິດສະຣາເອນ. ຄວາມ​ຮຸນແຮງ​ຈະ​ເພີ່ມ​ຂຶ້ນ. ຄວາມ​ຈອງຫອງ​ກໍ​ສູງ​ຂຶ້ນ​ສຸດ​ຍອດ​ແລ້ວ.</verse>
				<verse number="11">ຄວາມ​ຮຸນແຮງ​ຂະຫຍາຍ​ຕົວ​ເປັນ​ອາວຸດ​ຂອງ​ຄວາມ​ຊົ່ວຮ້າຍ. ບໍ່ມີ​ສິ່ງໃດ​ທີ່​ເປັນ​ຂອງ​ພວກເຂົາ​ຈະ​ເຫຼືອ​ຢູ່​ເຊັ່ນ: ຊັບສົມບັດ, ຄວາມ​ສະຫງ່າງາມ ຫລື​ສະຫງ່າຣາສີ.</verse>
				<verse number="12">ເວລາ​ນັ້ນ​ກຳລັງ​ມາ. ເວລາ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ການ​ຊື້ຂາຍ​ຈະ​ບໍ່ມີ​ປະໂຫຍດ​ຫຍັງ​ໝົດ ເພາະ​ການລົງໂທດ​ຈະ​ຕົກ​ຖືກ​ທຸກໆຄົນ​ຄືກັນ.</verse>
				<verse number="13">ບໍ່ມີ​ຄົນ​ຄ້າຂາຍ​ຜູ້ໃດ​ທີ່​ຈະ​ມີ​ຊີວິດ​ຢູ່​ນານ​ພໍ ເພື່ອ​ເອົາ​ສິ່ງ​ທີ່​ຕົນ​ໄດ້​ສູນເສຍ​ໄປ​ນັ້ນ​ກັບຄືນ​ມາ ເພາະ​ຄວາມ​ໂກດຮ້າຍ​ຕົກ​ຖືກ​ທຸກໆຄົນ. ຄົນໃດ​ທີ່​ຊົ່ວຊ້າ ຄົນ​ນັ້ນ​ກໍ​ມີ​ຊີວິດ​ຢູ່​ບໍ່ໄດ້.</verse>
				<verse number="14">ເມື່ອ​ສຽງ​ແກ​ດັງ​ຂຶ້ນ​ທຸກຄົນ​ຕ່າງ​ກໍ​ຕຽມພ້ອມ, ແຕ່​ບໍ່ມີ​ຜູ້ໃດ​ເຂົ້າ​ເຮັດ​ເສິກ ເພາະ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ຈະ​ຕົກ​ຖືກ​ທຸກໆຄົນ​ຄືກັນ.</verse>
				<verse number="15">ການ​ສູ້ຮົບ​ກຳລັງ​ເກີດຂຶ້ນ​ຢູ່​ຕາມ​ທ້ອງ​ຖະໜົນ​ຫົນທາງ ຕະຫລອດ​ທັງ​ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ການອຶດຢາກ​ກໍ​ມີ​ຢູ່​ຕາມ​ເຮືອນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ອອກ​ໄປ​ຢູ່​ຕາມ​ບ້ານນອກ​ຈະ​ຕາຍ​ໃນ​ການ​ສູ້ຮົບ; ຜູ້ໃດ​ຜູ້ໜຶ່ງ​ທີ່​ຢູ່​ໃນເມືອງ ຈະ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ເຈັບໄຂ້​ໄດ້ປ່ວຍ​ແລະ​ການອຶດຢາກ.</verse>
				<verse number="16">ບາງຄົນ​ຈະ​ປົບໜີໄປ​ເທິງ​ພູ​ຕ່າງໆ ດັ່ງ​ຝູງ​ນົກເຂົາ​ທີ່​ສະທ້ານ​ຢ້ານກົວ​ມາ​ແຕ່​ຮ່ອມພູ​ທັງຫລາຍ. ພວກເຂົາ​ທັງໝົດ​ຈະ​ຄວນຄາງ​ເພາະ​ການບາບ​ທີ່​ພວກເຂົາ​ໄດ້​ເຮັດ.</verse>
				<verse number="17">ມື​ທຸກຄົນ​ຈະ​ອ່ອນເພຍ​ເປ້ຍລ່ອຍ ແລະ​ຫົວເຂົ່າ​ກໍ​ຈະ​ສັ່ນເຊັນ.</verse>
				<verse number="18">ພວກເຂົາ​ຈະ​ນຸ່ງ​ຜ້າ​ກະສອບເຂົ້າ​ແລະ​ຈະ​ສັ່ນເຊັນ​ທັງຕົວ​ດ້ວຍ​ຄວາມຢ້ານ. ພວກເຂົາ​ຈະ​ແຖ​ຫົວ​ຕົນເອງ ແລະ​ລ້ວນແຕ່​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ.</verse>
				<verse number="19">ພວກເຂົາ​ຈະ​ໂຍນ​ເງິນ​ແລະ​ຄຳ​ຂອງຕົນ​ຖິ້ມ ຕາມ​ທ້ອງ​ຖະໜົນ​ຫົນທາງ​ດັ່ງ​ຖິ້ມ​ຂີ້ເຫຍື້ອ ຍ້ອນ​ວ່າ​ທັງ​ເງິນ​ແລະ​ຄຳ​ຊ່ວຍ​ພວກເຂົາ​ບໍ່ໄດ້​ອີກ​ແລ້ວ ເມື່ອ​ພຣະເຈົ້າຢາເວ​ຖອກເທ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ພວກເຂົາ​ໃຊ້​ມັນ​ໃຫ້​ຕອບ​ສະໜອງ​ຄວາມ​ຕ້ອງການ​ບໍ່ໄດ້ ຫລື​ໃຫ້​ກະເພາະ​ອີ່ມ​ຍ້ອນ​ເງິນຄຳ​ບໍ່ໄດ້. ເງິນ​ແລະ​ຄຳ​ພາ​ໃຫ້​ພວກເຂົາ​ເຮັດ​ບາບ.</verse>
				<verse number="20">ຄັ້ງໜຶ່ງ ພວກເຂົາ​ເຄີຍ​ອວດອົ່ງ​ທະນົງ​ຕົວ​ໃນ​ເຄື່ອງເອ້​ອັນ​ສວຍງາມ​ຂອງ​ພວກເຂົາ; ແຕ່​ພວກເຂົາ​ກໍໄດ້​ໃຊ້​ມັນ​ເຮັດ​ຮູບເຄົາຣົບ​ຕ່າງໆ​ອັນ​ໜ້າກຽດຊັງ. ສະນັ້ນ ເຮົາ​ຈຶ່ງ​ເຮັດ​ໃຫ້​ຊັບສົມບັດ​ນັ້ນ ຊຸກດັນ​ໃຫ້​ພວກເຂົາ​ເກີດ​ເບື່ອໜ່າຍ.</verse>
				<verse number="21">ເຮົາ​ຈະ​ປ່ອຍ​ໃຫ້​ພວກ​ຄົນຕ່າງດ້າວ​ມາ​ປຸ້ນ​ພວກເຂົາ ພວກ​ຝ່າຝືນ​ກົດໝາຍ​ຈະ​ຢຶດເອົາ​ຊັບສົມບັດ​ທັງໝົດ​ຂອງ​ພວກເຂົາ​ໄປ ແລະ​ເຮັດ​ໃຫ້​ເປັນ​ມົນທິນ.</verse>
				<verse number="22">ເຮົາ​ຈະ​ບໍ່​ເຂົ້າ​ໄປ​ຫຍຸ້ງກ່ຽວ ເມື່ອ​ຊັບສົມບັດ​ໃນ​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ແລະ​ເມື່ອ​ບັນດາ​ນັກປຸ້ນ​ບຸກ​ເຂົ້າ​ໄປ​ທຳລາຍ​ພຣະວິຫານ​ນັ້ນ.</verse>
				<verse number="23">ທຸກໆສິ່ງ​ເກີດ​ອົນລະຫົນ​ວຸ້ນວາຍ ຄື​ດິນແດນ​ເຕັມ​ໄປ​ດ້ວຍ​ຄາດຕະກອນ ແລະ​ໃນ​ຕົວເມືອງ​ຕ່າງໆ​ກໍ​ລ້ວນແຕ່​ໃຊ້​ການ​ຮຸນແຮງ.</verse>
				<verse number="24">ເຮົາ​ຈະ​ນຳ​ຊາດ​ຕ່າງໆ​ທີ່​ໂຫດຮ້າຍ​ທີ່ສຸດ​ມາ​ທີ່​ນີ້ ແລະ​ຈະ​ປ່ອຍ​ໃຫ້​ພວກເຂົາ​ຢຶດເອົາ​ເຮືອນ​ຂອງ​ພວກເຈົ້າ. ຄົນ​ແຂງແຮງ​ທີ່ສຸດ​ໃນ​ພວກເຈົ້າ​ຈະ​ສູນເສຍ​ຄວາມ​ໝັ້ນໃຈ ເມື່ອ​ເຮົາ​ໄດ້​ນຳ​ເອົາ​ຊົນຊາດ​ທັງຫລາຍ​ມາ​ເຮັດ​ໃຫ້​ບ່ອນຕ່າງໆ​ທີ່​ພວກເຈົ້າ​ນະມັດສະການ​ນີ້​ເປັນ​ມົນທິນ.</verse>
				<verse number="25">ຄວາມ​ສິ້ນຫວັງ​ກຳລັງ​ມາເຖິງ. ພວກເຈົ້າ​ຈະ​ຊອກ​ຫາ​ສັນຕິສຸກ ແຕ່​ຈະ​ບໍ່​ພົບ​ຈັກເທື່ອ.</verse>
				<verse number="26">ໄພພິບັດ​ຈະ​ມາ​ເຖິງ​ພວກເຈົ້າ​ບໍ່​ຂາດສາຍ ແລະ​ຂ່າວ​ຮ້າຍ​ກໍ​ຈະ​ມາ​ເຖິງ​ພວກເຈົ້າ​ດັ່ງ​ສາຍນໍ້າ. ພວກເຈົ້າ​ຈະ​ຮ້ອງຂໍ​ໃຫ້​ບັນດາ​ຜູ້ທຳນວາຍ​ບອກ​ເຖິງ​ເຫດການ​ທີ່​ຈະ​ເກີດຂຶ້ນ​ລ່ວງໜ້າ​ສູ່​ພວກເຈົ້າ​ຟັງ. ບັນດາ​ປະໂຣຫິດ​ຈະ​ບໍ່ມີ​ຫຍັງ​ສັ່ງສອນ​ປະຊາຊົນ ແລະ​ບັນດາ​ເຖົ້າແກ່​ກໍ​ຈະ​ບໍ່​ໃຫ້​ຄຳແນະນຳ​ຫຍັງ.</verse>
				<verse number="27">ກະສັດ​ຈະ​ໄວ້ທຸກ ເຈົ້າຊາຍ​ຈະ​ໝົດ​ຄວາມຫວັງ ແລະ​ປະຊາຊົນ​ກໍ​ຈະ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ. ເຮົາ​ຈະ​ລົງໂທດ​ພວກເຈົ້າ​ໃຫ້​ສົມກັບ​ສິ່ງ​ທັງໝົດ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ​ຈະ​ຕັດສິນ​ພວກເຈົ້າ​ຢ່າງ​ດຽວກັນ​ກັບ​ທີ່​ພວກເຈົ້າ​ໄດ້​ຕັດສິນ​ຄົນອື່ນ. ສິ່ງ​ນີ້ແຫລະ ຈະ​ສະແດງ​ໃຫ້​ພວກເຈົ້າ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
			</chapter>
			<chapter number="8">
				<verse number="1">ໃນ​ວັນ​ທີ​ຫ້າ​ຂອງ​ເດືອນ​ທີ​ຫົກ ອັນ​ກົງ​ກັບ​ປີ​ທີ​ຫົກ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ບັນດາ​ຜູ້ປົກຄອງ​ຂອງ​ພວກ​ຊະເລີຍ​ໃນ​ຕ່າງຖິ່ນ​ຈາກ​ຢູດາຍ ກຳລັງ​ນັ່ງ​ຢູ່​ໃນ​ເຮືອນ​ຂອງ​ຂ້າພະເຈົ້າ​ກັບ​ຂ້າພະເຈົ້າ. ໃນ​ທັນໃດນັ້ນ ຣິດອຳນາດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກໍ​ມາ​ຄວບຄຸມ​ຂ້າພະເຈົ້າ.</verse>
				<verse number="2">ຂ້າພະເຈົ້າ​ຈຶ່ງ​ເງີຍໜ້າ​ຂຶ້ນ​ເບິ່ງ ແລະ​ເຫັນ​ນິມິດ​ເປັນ​ໄຟ​ທີ່​ເໝືອນ​ຮ່າງ​ຂອງ​ມະນຸດ. ແຕ່​ແອວ​ລົງ​ໄປ​ຮ່າງກາຍ​ນັ້ນ​ເບິ່ງ​ເໝືອນ​ໄຟ ແລະ​ແຕ່​ແອວ​ຂຶ້ນ​ໄປ​ຮ່າງກາຍ​ນັ້ນ​ໃສ​ເຫລື້ອມ ເປັນ​ເງົາ​ເໝືອນ​ທອງສຳຣິດ.</verse>
				<verse number="3">ທ່ານ​ໄດ້​ເດ່​ສ່ວນ​ທີ່​ເບິ່ງ​ຄື​ມື​ນັ້ນ​ອອກ​ມາ​ຈັບ​ຜົມ​ຂ້າພະເຈົ້າ. ແລ້ວ​ໃນ​ນິມິດ​ນີ້ ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ຍົກ​ຂ້າພະເຈົ້າ​ຂຶ້ນ​ສູ່​ອາກາດ ແລະ​ນຳ​ຂ້າພະເຈົ້າ​ໄປ​ທີ່​ນະຄອນ​ເຢຣູຊາເລັມ. ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ເຂົ້າ​ໄປ​ຂ້າງ​ໃນ​ເດີ່ນ​ປະຕູ​ທາງ​ທິດເໜືອ​ຂອງ​ພຣະວິຫານ ບ່ອນ​ທີ່​ມີ​ຮູບເຄົາຣົບ​ຂອງ​ຄວາມ​ຫວງແຫນ ຊຶ່ງ​ກະທຳ​ໃຫ້​ເກີດ​ຄວາມ​ຫວງແຫນ.</verse>
				<verse number="4">ໃນ​ທີ່ນັ້ນ ຂ້າພະເຈົ້າ​ກໍ​ໄດ້ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ທີ່​ແຄມ​ແມ່ນໍ້າ​ເກບາກ.</verse>
				<verse number="5">ພຣະເຈົ້າ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ແນມ​ເບິ່ງ​ໄປ​ທາງ​ທິດເໜືອ.” ຂ້າພະເຈົ້າ​ຈຶ່ງ​ແນມເບິ່ງ ແລະ​ໃນ​ທີ່ນັ້ນ​ໃກ້​ກັບ​ແທ່ນບູຊາ​ທີ່​ຂ້າງ​ທາງຍ່າງ ຂ້າພະເຈົ້າ​ໄດ້​ເຫັນ​ຮູບເຄົາຣົບ​ທີ່​ເຮັດ​ໃຫ້​ພຣະເຈົ້າ​ກິ້ວໂກດ.</verse>
				<verse number="6">ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ເຈົ້າ​ເຫັນ​ບໍ​ວ່າ​ມີ​ຫຍັງ​ແດ່​ເກີດຂຶ້ນ? ຈົ່ງ​ເບິ່ງ​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ປະຊາຊົນ​ອິດສະຣາເອນ​ກຳລັງ​ເຮັດ​ຢູ່​ໃນ​ທີ່​ນີ້ ໂດຍ​ຂັບໄລ່​ເຮົາ​ໃຫ້​ໄປ​ໄກແສນໄກ​ຈາກ​ບ່ອນ​ສັກສິດ​ຂອງເຮົາ. ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ໜ້າອັບອາຍ​ຫລາຍກວ່າ​ນີ້.”</verse>
				<verse number="7">ແລ້ວ​ພຣະອົງ​ກໍໄດ້​ນຳ​ຂ້າພະເຈົ້າ​ໄປ​ທີ່​ທາງເຂົ້າ​ຂ້າງ​ນອກ​ເດີ່ນ ແລະ​ຊີ້​ໃຫ້​ຂ້າພະເຈົ້າ​ເຫັນ​ຮູ​ທີ່​ກຳແພງ.</verse>
				<verse number="8">ພຣະອົງ​ກ່າວ​ວ່າ, “ມະນຸດ​ເອີຍ ເຈາະ​ກຳແພງ​ບ່ອນ​ນີ້​ໄປ.” ຂ້າພະເຈົ້າ​ກໍ​ເຈາະ​ກຳແພງ​ເຂົ້າ​ໄປ ແລະ​ໄດ້​ພົບ​ປະຕູ​ບານ​ໜຶ່ງ.</verse>
				<verse number="9">ພຣະອົງ​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ເຂົ້າ​ໄປ ແລະ​ເບິ່ງ​ສິ່ງ​ຊົ່ວຊ້າ​ອັນ​ໜ້າກຽດຊັງ​ທີ່​ພວກເຂົາ​ກຳລັງ​ເຮັດ​ຢູ່​ໃນ​ທີ່ນັ້ນ.”</verse>
				<verse number="10">ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ເຂົ້າ​ໄປ​ເບິ່ງ. ກຳແພງ​ທັງໝົດ​ກໍ​ເຕັມ​ໄປ​ແຕ່​ຮູບ​ແຕ້ມ​ຂອງ​ຝູງ​ງູ ແລະ​ສັດ​ຕ່າງໆ​ທີ່​ເປັນ​ມົນທິນ ແລະ​ຮູບ​ສິ່ງຂອງ​ອື່ນໆ​ອີກ​ທີ່​ຊາວ​ອິດສະຣາເອນ​ກຳລັງ​ຂາບໄຫວ້​ຢູ່.</verse>
				<verse number="11">ບັນດາ​ຜູ້ນຳ​ຊາວ​ອິດສະຣາເອນ​ເຈັດສິບ​ຄົນ​ກໍ​ຢູ່​ທີ່​ນັ້ນ ແລະ​ຢາອາຊານີຢາ​ລູກຊາຍ​ຂອງ​ຊາຟານ​ກໍ​ຮ່ວມ​ຢູ່​ດ້ວຍ, ແຕ່ລະຄົນ​ກຳລັງ​ຖື​ຖາດ​ເຜົາບູຊາ​ເຄື່ອງຫອມ​ທີ່​ກຳລັງ​ລຸກໄໝ້​ຢູ່ ແລະ​ຄວັນ​ກໍ​ກຳລັງ​ຟົ້ງ​ຂຶ້ນ.</verse>
				<verse number="12">ພຣະອົງ​ຈຶ່ງ​ຖາມ​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ເຈົ້າ​ເຫັນ​ບໍ ສິ່ງ​ທີ່​ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ກຳລັງ​ເຮັດ​ຢູ່​ຢ່າງ​ລັບລີ້​ນັ້ນ? ແຕ່ລະຄົນ​ກໍ​ມີ​ບ່ອນ​ຂາບໄຫວ້​ຮູບເຄົາຣົບ​ຂອງຕົນ. ການ​ແກ້ຕົວ​ຂອງ​ພວກເຂົາ​ຄື: ‘ພຣະເຈົ້າຢາເວ​ບໍ່​ເຫັນ​ພວກເຮົາ​ດອກ ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ປະເທດ​ຂອງເຮົາ​ສາ​ແລ້ວ.”’</verse>
				<verse number="13">ແລ້ວ​ພຣະອົງ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຈົ້າ​ຈະ​ໄດ້​ເຫັນ​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່​ໜ້າກຽດຊັງ​ຫລາຍກວ່າ​ນີ້​ອີກ.”</verse>
				<verse number="14">ສະນັ້ນ ພຣະອົງ​ຈຶ່ງ​ນຳ​ຂ້າພະເຈົ້າ​ໄປ​ທີ່​ປະຕູ​ທາງ​ທິດເໜືອ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຊີ້​ໃຫ້​ຂ້າພະເຈົ້າ​ເຫັນ​ພວກຜູ້ຍິງ​ກຳລັງ​ຮ້ອງໄຫ້​ເຖິງ​ພະ​ຕາມມຸດ ທີ່​ໄດ້​ຕາຍໄປ.</verse>
				<verse number="15">ຕໍ່ມາ ພຣະອົງ​ກໍ​ຖາມ​ວ່າ, “ມະນຸດ​ເອີຍ ເຈົ້າ​ເຫັນ​ສິ່ງນັ້ນ​ບໍ? ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ໜ້າກຽດຊັງ​ຫລາຍກວ່າ​ນີ້​ອີກ.”</verse>
				<verse number="16">ສະນັ້ນ ພຣະອົງ​ຈຶ່ງ​ນຳ​ຂ້າພະເຈົ້າ​ເຂົ້າໄປ​ເດີ່ນ​ຂ້າງ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ໃກ້​ທາງເຂົ້າ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ຄື​ລະຫວ່າງ​ແທ່ນບູຊາ ແລະ​ໜ້າ​ປະຕູ​ໃນ​ທີ່ນັ້ນ​ມີ​ພວກ​ຜູ້ຊາຍ​ຢູ່​ປະມານ​ຊາວຫ້າ​ຄົນ. ພວກເຂົາ​ໄດ້​ຫັນຫລັງ​ໃສ່​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ກຳລັງ​ຂາບລົງ​ໄປ​ທາງທິດ​ຕາເວັນອອກ​ເພື່ອ​ຂາບໄຫວ້​ຕາເວັນ​ທີ່​ກຳລັງ​ຂຶ້ນ.</verse>
				<verse number="17">ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ເຈົ້າ​ເຫັນ​ສິ່ງນັ້ນ​ບໍ? ປະຊາຊົນ​ຢູດາຍ​ເຫຼົ່ານີ້​ບໍ່ແມ່ນ​ແຕ່ພໍໃຈ​ເຮັດ​ໃນ​ສິ່ງ​ທີ່​ໜ້າກຽດຊັງ ແລະ​ເຮັດ​ໃຫ້​ຄວາມ​ຮຸນແຮງ​ລຸກລາມ​ໄປ​ທົ່ວ​ທັງ​ປະເທດ​ເທົ່ານັ້ນ. ເບິ່ງແມ, ພວກເຂົາ​ຍັງ​ຕ້ອງ​ມາ​ເຮັດ​ສິ່ງ​ເຫຼົ່ານັ້ນ​ໃນ​ວິຫານ​ນີ້ ແລະ​ຍົວະ​ໃຫ້​ເຮົາ​ໂກດຮ້າຍ​ຕື່ມ​ອີກ. ເບິ່ງດຸ, ພວກເຂົາ​ດູໝິ່ນ​ປະໝາດ​ເຮົາ​ສໍ່າໃດ ທັງ​ເຮັດ​ໃຫ້​ເຮົາ​ຂັດເຄືອງ​ໃຈ​ຫລາຍ​ທີ່ສຸດ.</verse>
				<verse number="18">ພວກເຂົາ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ. ເຮົາ​ຈະ​ບໍ່​ໄວ້​ຊີວິດ ຫລື​ສະແດງ​ຄວາມ​ເມດຕາ​ໃດໆ​ຕໍ່​ພວກເຂົາ. ເຖິງ​ແມ່ນ​ພວກເຂົາ​ຈະ​ຮ້ອງ​ພາວັນນາ​ອະທິຖານ​ຕໍ່​ເຮົາ ຈົນ​ສຸດ​ສຽງ​ກໍຕາມ ແຕ່​ເຮົາ​ຈະ​ບໍ່​ຟັງ​ພວກເຂົາ.”</verse>
			</chapter>
			<chapter number="9">
				<verse number="1">ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ພຣະອົງ​ຮ້ອງ​ຂຶ້ນ​ວ່າ, “ຈົ່ງ​ມາ​ພີ້ ພວກເຈົ້າ​ຜູ້​ທີ່​ຈະ​ມາ​ລົງໂທດ​ນະຄອນ ຈົ່ງ​ຖື​ເອົາ​ອາວຸດ​ຂອງ​ພວກເຈົ້າ​ມາ​ນຳ.”</verse>
				<verse number="2">ໃນ​ທັນໃດນັ້ນ ຊາຍ​ຫົກ​ຄົນ​ໄດ້​ອອກ​ມາ​ແຕ່​ປະຕູ​ຂ້າງ​ນອກ ທາງ​ທິດເໜືອ​ຂອງ​ພຣະວິຫານ​ແຕ່ລະຄົນ​ຖື​ອາວຸດ​ຄົບມື. ໃນ​ພວກເຂົາ​ນັ້ນ​ມີ​ຊາຍ​ຜູ້ໜຶ່ງ​ມາ​ນຳ ຊຶ່ງ​ນຸ່ງ​ເຄື່ອງ​ຜ້າປ່ານ​ເນື້ອລະອຽດ​ດີ ແລະ​ຖື​ເຄື່ອງຂຽນ​ຢ່າງໜຶ່ງ​ມາ​ດ້ວຍ. ພວກເຂົາ​ທັງໝົດ​ມາ​ຢືນ​ຢູ່​ໃກ້​ກັບ​ແທ່ນບູຊາ​ທີ່​ເປັນ​ທອງສຳຣິດ.</verse>
				<verse number="3">ແລ້ວ​ສະຫງ່າຣາສີ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ກໍໄດ້​ພຸ່ງ​ຂຶ້ນ​ຈາກ​ເຄຣຸບ ໃນ​ບ່ອນ​ທີ່​ເຄີຍ​ຕັ້ງ​ຢູ່​ນັ້ນ ແລະ​ເຄື່ອນຍ້າຍ​ໄປ​ທາງ​ປະຕູເຂົ້າ​ຂອງ​ພຣະວິຫານ. ພຣະເຈົ້າຢາເວ​ເອີ້ນ​ໃສ່​ຊາຍ​ຜູ້​ນຸ່ງເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ນັ້ນ​ວ່າ,</verse>
				<verse number="4">“ຈົ່ງ​ໄປ​ທົ່ວ​ນະຄອນ​ເຢຣູຊາເລັມ ແລະ​ເຮັດ​ເຄື່ອງໝາຍ​ໃສ່​ໜ້າຜາກ​ທຸກຄົນ​ທີ່​ທຸກໃຈ​ແລະ​ເດືອດຮ້ອນ ເພາະ​ສິ່ງ​ອັນ​ໜ້າກຽດຊັງ​ທັງໝົດ​ທີ່​ຄົນ​ໃນ​ເມືອງ​ນີ້​ໄດ້​ເຮັດຂຶ້ນ.”</verse>
				<verse number="5">ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ພຣະອົງ​ກ່າວ​ແກ່​ຊາຍ​ຄົນອື່ນ​ວ່າ, “ຈົ່ງ​ຕາມ​ລາວ​ໄປ​ທົ່ວ​ເມືອງ ແລະ​ຂ້າ​ພົນລະເມືອງ​ຖິ້ມ. ຢ່າ​ໄວ້​ຊີວິດ​ຜູ້ໃດ; ຢ່າ​ສູ່​ເມດຕາ​ຜູ້ໃດ.</verse>
				<verse number="6">ຈົ່ງ​ຂ້າ​ຄົນ​ເຖົ້າ, ຊາຍໜຸ່ມ, ຍິງ​ໜຸ່ມ, ບັນດາ​ແມ່ ແລະ​ພວກ​ເດັກນ້ອຍ. ແຕ່​ຢ່າ​ແຕະຕ້ອງ​ຜູ້ໃດ​ທີ່​ມີ​ເຄື່ອງໝາຍ​ທີ່​ໜ້າຜາກ. ຈົ່ງ​ເລີ່ມ​ແຕ່​ພຣະວິຫານ​ຂອງເຮົາ​ໄປ.” ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ເລີ່ມ​ສັງຫານ​ບັນດາ​ຜູ້ປົກຄອງ​ທີ່​ກຳລັງ​ຢືນ​ຢູ່​ໃນ​ພຣະວິຫານ.</verse>
				<verse number="7">ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ເຮັດ​ໃຫ້​ພຣະວິຫານ​ເປັນ​ມົນທິນ. ໃຫ້​ເດີ່ນ​ພຣະວິຫານ​ເຕັມ​ໄປ​ແຕ່​ຊາກສົບ. ລົງມື​ຈັດການ​ໄດ້.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ລົງມື​ຂ້າ​ປະຊາຊົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ.</verse>
				<verse number="8">ຂະນະທີ່​ການ​ສັງຫານໝູ່​ກຳລັງ​ດຳເນີນ​ໄປ​ນັ້ນ ຂ້າພະເຈົ້າ​ຢູ່​ທີ່​ນັ້ນ​ແຕ່ຜູ້ດຽວ. ຂ້າພະເຈົ້າ​ໄດ້​ໝູບ​ໜ້າ​ລົງ​ກັບ​ພື້ນດິນ ແລະ​ຮ້ອງ​ຂຶ້ນ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ພຣະອົງ​ໂກດຮ້າຍ​ນະຄອນ​ເຢຣູຊາເລັມ ຈົນ​ພຣະອົງ​ຈະ​ຂ້າ​ທຸກໆຄົນ​ທີ່​ຍັງເຫລືອ​ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ?”</verse>
				<verse number="9">ແລ້ວ​ພຣະອົງ​ກໍ​ຕອບ​ວ່າ, “ປະຊາຊົນ​ອິດສະຣາເອນ ແລະ​ຢູດາ​ໄດ້​ເຮັດ​ຜິດ ເພາະ​ການບາບ​ອັນ​ຮ້າຍແຮງ. ພວກເຂົາ​ໄດ້​ຂ້າ​ຄົນ​ທົ່ວ​ທັງ​ດິນແດນ ແລະ​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ເຕັມ​ໄປ​ດ້ວຍ​ຄາດຕະກອນ. ພວກເຂົາ​ເວົ້າ​ວ່າ ‘ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ປະເທດ​ຂອງ​ພວກເຮົາ ພຣະເຈົ້າຢາເວ​ບໍ່​ຮູ້​ເຫັນ​ສິ່ງໃດ.’</verse>
				<verse number="10">ແຕ່​ເຮົາ​ຈະ​ບໍ່​ເມດຕາ​ພວກເຂົາ; ເຮົາ​ຈະ​ເຮັດ​ຕໍ່​ພວກເຂົາ​ຕາມ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ຄົນອື່ນໆ.”</verse>
				<verse number="11">ແລ້ວ​ຊາຍ​ຜູ້​ນຸ່ງເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ນັ້ນ ກໍໄດ້​ກັບຄືນ​ມາ​ລາຍງານ​ວ່າ, “ຂ້ານ້ອຍ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ​ແລ້ວ.”</verse>
			</chapter>
			<chapter number="10">
				<verse number="1">ຂ້າພະເຈົ້າ​ໄດ້​ແນມ​ເບິ່ງ​ວົງໂຄ້ງ​ທີ່​ເທິງ​ຫົວ​ເຄຣຸບ​ນັ້ນ ມີ​ສິ່ງ​ໜຶ່ງ​ທີ່​ເບິ່ງ​ເໝືອນ​ບັນລັງ​ທີ່​ເຮັດ​ດ້ວຍ​ແກ້ວ​ມໍຣະກົດ.</verse>
				<verse number="2">ພຣະອົງ​ໄດ້​ກ່າວ​ແກ່​ຊາຍ​ຜູ້​ນຸ່ງເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ນັ້ນ​ວ່າ, “ຈົ່ງ​ເຂົ້າ​ໄປ​ລະຫວ່າງ​ລໍ້​ທີ່​ຢູ່​ລຸ່ມ​ເຄຣຸບ ແລະ​ກອບ​ເອົາ​ຖ່ານໄຟ​ທີ່​ລຸກ​ຢູ່​ໃຫ້​ເຕັມ​ກຳມື. ແລ້ວ​ຈົ່ງ​ໂຮຍ​ຖ່ານໄຟ​ນັ້ນ​ໄປ​ທົ່ວ​ເທິງ​ນະຄອນ.” ຂ້າພະເຈົ້າ​ເຝົ້າເບິ່ງ​ຊາຍ​ຄົນ​ນັ້ນ​ເຂົ້າ​ໄປ.</verse>
				<verse number="3">ເຄຣຸບ​ນັ້ນ​ກຳລັງ​ຢືນ​ຢູ່​ທາງດ້ານ​ໃຕ້​ຂອງ​ພຣະວິຫານ ເມື່ອ​ຄົນ​ນັ້ນ​ເຂົ້າ​ໄປ ແລະ​ເມກ​ໄດ້​ປົກຄຸມ​ເຕັມ​ທີ່​ເດີ່ນ​ຂ້າງ​ໃນ.</verse>
				<verse number="4">ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ສາດ​ຂຶ້ນ​ຈາກ​ເຄຣຸບ​ນັ້ນ ແລະ​ເຄື່ອນຍ້າຍ​ໄປ​ສູ່​ທາງ​ເຂົ້າ​ຂອງ​ພຣະວິຫານ. ແລ້ວ​ເມກ​ກໍໄດ້​ປົກຄຸມ​ພຣະວິຫານ ແລະ​ເດີ່ນ​ພຣະວິຫານ​ກໍ​ແຈ້ງ​ສະຫວ່າງ​ສະໄຫວ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="5">ສຽງ​ປີກ​ຂອງ​ເຄຣຸບ​ທີ່​ກະທົບ​ກັນ​ໄດ້ຍິນ​ໄປຮອດ​ເດີ່ນ​ຂ້າງ​ນອກ. ສຽງ​ນັ້ນ​ດັງ​ກ້ອງສະໜັ່ນ​ເໝືອນ​ສຽງ​ຂອງ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.</verse>
				<verse number="6">ເມື່ອ​ພຣະອົງ​ໄດ້​ສັ່ງ​ຊາຍ​ຜູ້​ນຸ່ງເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າປ່ານ ໃຫ້​ກອບ​ເອົາ​ຖ່ານໄຟ​ຢູ່​ໃນ​ລະຫວ່າງ​ລໍ້​ທີ່​ລຸ່ມ​ເຄຣຸບ ຊາຍ​ຄົນ​ນັ້ນ​ກໍ​ເຂົ້າ​ໄປ​ຢືນ​ຢູ່​ທີ່​ຂ້າງ​ລໍ້​ອັນ​ໜຶ່ງ.</verse>
				<verse number="7">ເຄຣຸບ​ຕົນໜຶ່ງ​ໃນ​ຈຳນວນ​ເຄຣຸບ​ເຫຼົ່ານັ້ນ​ໄດ້​ເດ່​ມື​ອອກ​ໄປ​ສູ່​ໄຟ ທີ່​ຢູ່​ໃນ​ທ່າມກາງ​ເຄຣຸບ​ເຫຼົ່ານັ້ນ​ແລະ​ກອບ​ເອົາ​ຖ່ານໄຟ​ບາງສ່ວນ ແລ້ວ​ນຳ​ເອົາ​ໄປ​ໃສ່​ມື​ຂອງ​ຊາຍ​ຜູ້​ນຸ່ງເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າປ່ານ. ຊາຍ​ຄົນ​ນີ້​ຮັບ​ເອົາ​ຖ່ານໄຟ​ແລະ​ຈາກ​ໄປ.</verse>
				<verse number="8">ແລ້ວ​ຂ້າພະເຈົ້າ​ກໍ​ເຫັນ​ວ່າ ຢູ່​ລຸ່ມ​ປີກ​ຂອງ​ເຄຣຸບ​ແຕ່ລະຕົນ​ເບິ່ງ​ຄ້າຍ​ຄື​ມື​ມະນຸດ.</verse>
				<verse number="9">ຂ້າພະເຈົ້າ​ໄດ້​ເຫັນ​ອີກ​ວ່າ ມີ​ລໍ້​ສີ່​ອັນ ຄື​ກັນ​ໝົດ​ແລະ​ລໍ້​ອັນ​ໜຶ່ງ​ຢູ່​ຂ້າງ​ເຄຣຸບ​ຕົນໜຶ່ງ. ລໍ້​ນັ້ນ​ສ່ອງແສງໃສ​ດັ່ງ​ແກ້ວ​ປະເສີດ ແລະ​ແຕ່ລະ​ລໍ້​ກໍ​ມີ​ລໍ້​ອີກ​ອັນ​ໜຶ່ງ​ຕັດ​ຜ່ານ​ທາງ​ກາງ.</verse>
				<verse number="10"></verse>
				<verse number="11">ເມື່ອ​ເຄຣຸບ​ເຫຼົ່ານັ້ນ​ເຄື່ອນຍ້າຍ​ໄປ​ກໍ​ໄປ​ໄດ້​ທຸກ​ທິດທາງ ໂດຍ​ບໍ່​ຕ້ອງ​ຫັນ​ຕົນຕົວ. ເຄຣຸບ​ທັງໝົດ​ນັ້ນ​ໄດ້​ເຄື່ອນຍ້າຍ​ໄປ​ພ້ອມກັນ ໃນ​ທິດທາງ​ທີ່​ພວກຕົນ​ຢາກ​ໄປ​ໂດຍ​ບໍ່​ຕ້ອງ​ຫັນ​ຕົນຕົວ.</verse>
				<verse number="12">ຕົນຕົວ​ຂອງ​ເຄຣຸບ​ຕະຫລອດ​ທັງ​ຫລັງ, ມື, ປີກ​ແລະ​ລໍ້ ລ້ວນແຕ່​ມີ​ຕາ​ເຕັມ​ໄປ​ໝົດ.</verse>
				<verse number="13">ລໍ້​ເຫຼົ່ານັ້ນ​ຄື​ກັນ​ກັບ​ລໍ້​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ໃນ​ນິມິດ​ຄັ້ງ​ທີ​ໜຶ່ງ.</verse>
				<verse number="14">ເຄຣຸບ​ແຕ່ລະຕົນ​ມີ​ສີ່​ໜ້າ. ໜ້າ​ເບື້ອງ​ທີ​ໜຶ່ງ​ເປັນ​ໜ້າ​ງົວເຖິກ, ໜ້າ​ເບື້ອງ​ທີ​ສອງ​ເປັນ​ໜ້າ​ຄົນ, ໜ້າ​ເບື້ອງ​ທີ​ສາມ​ເປັນ​ໜ້າ​ສິງ ແລະ​ໜ້າ​ເບື້ອງ​ທີ​ສີ່​ເປັນ​ໜ້າ​ນົກອິນຊີ. (</verse>
				<verse number="15">ແມ່ນ​ເຄຣຸບ​ພວກດຽວ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ທີ່​ແຄມ​ແມ່ນໍ້າ​ເກບາກ.)</verse>
				<verse number="16">ເມື່ອ​ເຄຣຸບ​ເຫຼົ່ານັ້ນ​ເຫາະຂຶ້ນ​ສູ່​ອາກາດ​ແລະ​ເຄື່ອນຍ້າຍ​ໄປ ລໍ້​ທັງຫລາຍ​ນັ້ນ​ກໍ​ເຄື່ອນ​ໄປ​ນຳ. ເມື່ອໃດ​ພື​ປີກ​ບິນ​ໄປ ລໍ້​ກໍ​ໄປ​ນຳ​ເມື່ອນັ້ນ.</verse>
				<verse number="17">ເມື່ອ​ເຄຣຸບ​ເຫຼົ່ານັ້ນ​ຢຸດ ລໍ້​ນັ້ນ​ກໍ​ຢຸດ​ນຳ ແລະ​ເມື່ອ​ເຄຣຸບ​ເຫຼົ່ານັ້ນ​ບິນ​ໄປ ລໍ້​ນັ້ນ​ກໍ​ບິນ​ໄປ​ນຳ​ເພາະ​ເຄຣຸບ​ຄວບຄຸມ​ລໍ້​ເຫຼົ່ານັ້ນ.</verse>
				<verse number="18">ແລ້ວ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ຈາກ​ທາງ​ເຂົ້າ​ຂອງ​ພຣະວິຫານ ແລະ​ເຄື່ອນຍ້າຍ​ໄປ​ຢູ່​ເໜືອ​ເຄຣຸບ​ເຫຼົ່ານັ້ນ.</verse>
				<verse number="19">ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ເຝົ້າເບິ່ງ​ຢູ່ ເຄຣຸບ​ໄດ້​ພື​ປີກ​ຂອງ​ພວກຕົນ​ອອກ​ແລະ​ບິນ​ຂຶ້ນ​ໄປ​ຈາກ​ພື້ນດິນ​ແລະ​ລໍ້​ນັ້ນ​ໄດ້​ເຫາະຂຶ້ນ​ໄປ​ນຳ. ແລະ​ໄດ້​ຢຸດ​ຢູ່​ທີ່​ປະຕູ​ເຂົ້າ​ທາງດ້ານ​ຕາເວັນອອກ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ກໍໄດ້​ຫຸ້ມຫໍ່​ພວກເພິ່ນ​ໄວ້.</verse>
				<verse number="20">ຂ້າພະເຈົ້າ​ຈຶ່ງ​ຮູ້ວ່າ​ແມ່ນ​ສິ່ງທີ່ມີ​ຊີວິດ​ພວກ​ດຽວກັນ​ກັບ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ ຢູ່​ທາງ​ລຸ່ມ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ທີ່​ແຄມ​ແມ່ນໍ້າ​ເກບາກ ແລະ​ຂ້າພະເຈົ້າ​ຈຶ່ງ​ເຂົ້າໃຈ​ວ່າ​ແມ່ນ​ເຄຣຸບ.</verse>
				<verse number="21">ສິ່ງທີ່ມີ​ຊີວິດ​ແຕ່ລະຕົນ​ມີ​ໜ້າ​ສີ່​ໜ້າ, ສີ່​ປີກ ແລະ​ຢູ່​ໃຕ້​ຂອງ​ແຕ່ລະປີກ​ເບິ່ງ​ຄ້າຍ​ຄື​ມື​ຂອງ​ມະນຸດ.</verse>
				<verse number="22">ໜ້າ​ຂອງ​ພວກເພິ່ນ​ແຕ່ລະຕົນ​ເບິ່ງ​ເໝືອນ​ໜ້າ​ຕ່າງໆ ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ທີ່​ແຄມ​ແມ່ນໍ້າ​ເກບາກ​ຢ່າງ​ບໍ່ມີ​ຜິດ​ເລີຍ. ແຕ່ລະຕົນ​ມຸ່ງໜ້າ​ໄປ​ຢ່າງ​ຊື່ຕົງ.</verse>
			</chapter>
			<chapter number="11">
				<verse number="1">ແລ້ວ​ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ຍົກ​ຂ້າພະເຈົ້າ​ຂຶ້ນ ທັງ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ທີ່​ປະຕູ​ທາງທິດ​ຕາເວັນອອກ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ. ໃກ້​ປະຕູ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ຊາຍ​ຊາວຫ້າ​ຄົນ ໂດຍ​ມີ​ຢາອາຊານີຢາ​ລູກຊາຍ​ຂອງ​ອັດຊູຣະ ແລະ​ເປລາຕີຢາ​ລູກຊາຍ​ຂອງ​ເບນາອີຢາ ຮ່ວມ​ຢູ່​ດ້ວຍ.</verse>
				<verse number="2">ພຣະເຈົ້າ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຄົນ​ເຫຼົ່ານີ້​ວາງ​ແຜນການ​ຊົ່ວຮ້າຍ ແລະ​ໃຫ້​ຄຳແນະນຳ​ແນວ​ບໍ່​ດີ​ໃນ​ເມືອງ​ນີ້.</verse>
				<verse number="3">ພວກເຂົາ​ເວົ້າ​ວ່າ, ‘ພວກເຮົາ​ຈະ​ປຸກ​ເຮືອນ​ຂຶ້ນ​ອີກ ໃນ​ໄວໆ​ນີ້. ເມືອງ​ນີ້​ເປັນ​ດັ່ງ​ໝໍ້​ຄົວກິນ​ແລະ​ພວກເຮົາ​ກໍ​ເປັນ​ດັ່ງ​ຊີ້ນ​ໃນ​ໝໍ້.’</verse>
				<verse number="4">ເພາະສະນັ້ນ ບັດນີ້​ມະນຸດ​ເອີຍ ຈົ່ງ​ກ່າວໂທດ​ພວກເຂົາ​ສາ.”</verse>
				<verse number="5">ແລ້ວ​ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ກໍ​ເຂົ້າ​ຄວບຄຸມ​ຂ້າພະເຈົ້າ ແລະ​ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ ໃຫ້​ກ່າວ​ຖ້ອຍຄຳ​ນີ້​ສູ່​ປະຊາຊົນ​ຟັງ​ວ່າ: “ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ຮູ້​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ເວົ້າ ແລະ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ວາງ​ແຜນການ.</verse>
				<verse number="6">ພວກເຈົ້າ​ໄດ້​ຂ້າ​ປະຊາຊົນ​ຢ່າງ​ຫລວງຫລາຍ​ໃນ​ເມືອງ​ນີ້ ຈົນ​ວ່າ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ເຕັມ​ໄປ​ດ້ວຍ​ຊາກສົບ.</verse>
				<verse number="7">ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ແກ່​ພວກເຈົ້າ​ວ່າ: ເມືອງ​ນີ້​ເປັນ​ໝໍ້​ຄົວກິນ​ຖືກຕ້ອງ​ແລ້ວ ແຕ່​ຊີ້ນ​ຢູ່​ໃສ? ກໍ​ແມ່ນ​ຊາກສົບ​ຂອງ​ຄົນ​ທີ່​ພວກເຈົ້າ​ໄດ້​ຂ້າ​ນັ້ນ​ເອງ ພວກເຈົ້າ​ຈະ​ບໍ່ໄດ້​ຢູ່​ທີ່​ນີ້ ເຮົາ​ຈະ​ໂຍນ​ພວກເຈົ້າ​ອອກ​ໄປ​ຈາກ​ເມືອງ​ນີ້</verse>
				<verse number="8">ພວກເຈົ້າ​ຢ້ານ​ດາບ​ບໍ? ເຮົາ​ຈະ​ນຳ​ນັກຟັນດາບ​ມາ​ໂຈມຕີ​ພວກເຈົ້າ, ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="9">ເຮົາ​ຈະ​ໄລ່​ພວກເຈົ້າ​ອອກ​ໄປ​ຈາກ​ເມືອງ​ນີ້ ແລະ​ຈະ​ມອບ​ພວກເຈົ້າ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ຊາວ​ຕ່າງດ້າວ. ເຮົາ​ຈະ​ລົງໂທດ​ພວກເຈົ້າ​ໃຫ້​ເຖິງ​ຕາຍ</verse>
				<verse number="10">ແລະ​ພວກເຈົ້າ​ກໍ​ຈະ​ຖືກ​ຂ້າ​ໃນ​ສົງຄາມ​ທີ່​ປະເທດ​ຂອງ​ພວກເຈົ້າ​ເອງ. ແລ້ວ​ທຸກຄົນ​ກໍ​ຈະ​ໄດ້​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="11">ເມືອງ​ນີ້​ຈະ​ບໍ່​ປ້ອງກັນ​ພວກເຈົ້າ​ໄວ້ ດັ່ງ​ໝໍ້​ປ້ອງກັນ​ຊີ້ນ​ທີ່​ຢູ່​ໃນ​ໝໍ້​ນັ້ນ​ເລີຍ. ເຮົາ​ຈະ​ລົງໂທດ​ພວກເຈົ້າ ບໍ່​ວ່າ​ພວກເຈົ້າ​ຈະ​ຢູ່​ບ່ອນໃດ​ກໍຕາມ​ໃນ​ດິນແດນ​ອິດສະຣາເອນ.</verse>
				<verse number="12">ພວກເຈົ້າ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ທັງ​ຈະ​ຮູ້​ວ່າ ໃນ​ຂະນະທີ່​ພວກເຈົ້າ​ຢຶດຖື​ກົດໝາຍ​ຕ່າງໆ​ຂອງ​ຊົນຊາດ​ໃກ້ຄຽງ​ນັ້ນ ພວກເຈົ້າ​ໄດ້​ລະເມີດ​ກົດບັນຍັດ​ທັງຫລາຍ​ຂອງເຮົາ ແລະ​ບໍ່​ຍອມ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ.”</verse>
				<verse number="13">ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ປະກາດ​ພຣະທຳ​ຢູ່​ນັ້ນ ເປລາຕີຢາ​ກໍ​ລົ້ມລົງ​ສິ້ນໃຈ​ຕາຍ. ຂ້າພະເຈົ້າ​ຈຶ່ງ​ໝູບ​ໜ້າ​ລົງ​ກັບ​ພື້ນດິນ​ແລະ​ຮ້ອງ​ຂຶ້ນ​ວ່າ, “ຂໍ​ນຳ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ! ພຣະອົງ​ຈະ​ຂ້າ​ທຸກໆຄົນ​ທີ່​ຍັງເຫລືອ​ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ?”</verse>
				<verse number="14">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="15">“ມະນຸດ​ເອີຍ ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ກຳລັງ​ເວົ້າ​ເຖິງ​ເຈົ້າ ແລະ​ເຖິງ​ພີ່ນ້ອງ​ຊາວ​ອິດສະຣາເອນ​ທີ່​ຕົກ​ເປັນ​ຊະເລີຍ​ຢູ່​ຕ່າງຖິ່ນ. ພວກເຂົາ​ເວົ້າ​ວ່າ, ‘ພວກ​ທີ່​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ນັ້ນ ຢູ່​ໄກ​ຫຼາຍ​ຈຶ່ງ​ນະມັດສະການ​ພຣະເຈົ້າຢາເວ​ບໍ່ໄດ້. ພຣະອົງ​ໄດ້​ມອບ​ດິນແດນ​ນີ້​ໃຫ້​ພວກເຮົາ​ເປັນ​ກຳມະສິດ.’</verse>
				<verse number="16">ບັດນີ້ ຈົ່ງ​ບອກ​ພີ່ນ້ອງ​ຂອງ​ພວກເຈົ້າ​ຜູ້​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເຮົາ​ເປັນ​ຜູ້​ສົ່ງ​ພວກເຂົາ​ໄປ​ຢູ່​ໃນ​ທ່າມກາງ​ຊົນຊາດ​ທີ່​ຫ່າງໄກ ແລະ​ໄດ້​ກະຈັດ​ກະຈາຍ​ພວກເຂົາ​ໄປ​ໃນ​ປະເທດ​ຕ່າງໆ. ເຖິງ​ຢ່າງໃດ​ກໍຕາມ ເຮົາ​ຈະ​ຢູ່​ນຳ​ພວກເຂົາ​ຊົ່ວ​ໄລຍະ​ໜຶ່ງ​ໃນ​ດິນແດນ​ບ່ອນ​ທີ່​ພວກເຂົາ​ໄປ​ຢູ່​ນັ້ນ.’</verse>
				<verse number="17">ສະນັ້ນ ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ດັ່ງນີ້: ເຮົາ​ຈະ​ເຕົ້າໂຮມ​ພວກເຂົາ​ໃຫ້​ອອກ​ຈາກ​ປະເທດ​ຕ່າງໆ ທີ່​ເຮົາ​ໄດ້​ກະຈັດ​ກະຈາຍ​ພວກເຂົາ​ໄປ​ນັ້ນ; ແລະ​ເຮົາ​ຈະ​ມອບ​ດິນແດນ​ອິດສະຣາເອນ​ຄືນ​ໃຫ້​ແກ່​ພວກເຂົາ.’</verse>
				<verse number="18">ເມື່ອ​ພວກເຂົາ​ກັບຄືນ​ມາ ພວກເຂົາ​ຈະ​ກຳຈັດ​ຮູບເຄົາຣົບ​ອັນ​ເປິເປື້ອນ ແລະ​ໜ້າກຽດຊັງ​ທັງໝົດ​ທີ່​ພວກເຂົາ​ພົບເຫັນ​ນັ້ນ​ໃຫ້​ສິ້ນໄປ.</verse>
				<verse number="19">ເຮົາ​ຈະ​ໃຫ້​ພວກເຂົາ​ມີ​ຄວາມຄິດ​ແລະ​ຈິດໃຈ​ໃໝ່. ເຮົາ​ຈະ​ເອົາ​ຈິດໃຈ​ດື້ດ້ານ​ທີ່​ແຂງ​ດັ່ງ​ຫີນ​ນັ້ນ​ໜີໄປ ແລະ​ຈະ​ເອົາ​ຈິດໃຈ​ເປັນ​ເນື້ອໜັງ​ທີ່​ເຊື່ອຟັງ​ໃຫ້​ພວກເຂົາ.</verse>
				<verse number="20">ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ຮັກສາ​ກົດບັນຍັດ​ທັງຫລາຍ​ຂອງເຮົາ ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ທັງໝົດ​ຂອງເຮົາ​ຢ່າງ​ສັດຊື່. ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງເຮົາ​ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="21">ແຕ່​ເຮົາ​ຈະ​ລົງໂທດ​ປະຊາຊົນ​ຜູ້​ມັກ​ຂາບໄຫວ້​ຮູບເຄົາຣົບ​ຕ່າງໆ ອັນ​ເປິເປື້ອນ​ແລະ​ໜ້າກຽດຊັງ. ເຮົາ​ຈະ​ລົງໂທດ​ພວກເຂົາ​ສຳລັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="22">ແລ້ວ​ເຄຣຸບ​ເຫຼົ່ານັ້ນ​ໄດ້​ເລີ່ມ​ບິນ​ຂຶ້ນ​ໄປ ແລະ​ລໍ້​ທັງຫລາຍ​ກໍ​ໄປ​ນຳ​ດ້ວຍ. ສະຫງ່າຣາສີ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ໄດ້​ປົກຄຸມ​ພວກເພິ່ນ.</verse>
				<verse number="23">ແລ້ວ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ຈາກ​ນະຄອນ​ໄປ ແລະ​ເຄື່ອນຍ້າຍ​ໄປ​ສູ່​ພູເຂົາ​ທາງທິດ​ຕາເວັນອອກ.</verse>
				<verse number="24">ໃນ​ນິມິດ​ນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ ແລະ​ນຳ​ຂ້າພະເຈົ້າ​ກັບຄືນ​ມາ​ສູ່​ບ່ອນ​ທີ່​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ທີ່​ບາບີໂລນ ແລ້ວ​ນິມິດ​ກໍ​ຫາຍ​ໄປ</verse>
				<verse number="25">ແລະ​ຂ້າພະເຈົ້າ​ກໍໄດ້​ບອກ​ທຸກໆສິ່ງ ທີ່​ພຣະເຈົ້າຢາເວ​ໄດ້​ສຳແດງ​ຕໍ່​ຂ້າພະເຈົ້າ​ນັ້ນ ສູ່​ພວກ​ທີ່​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຟັງ.</verse>
			</chapter>
			<chapter number="12">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="2">“ມະນຸດ​ເອີຍ ເຈົ້າ​ກຳລັງ​ຢູ່​ທ່າມກາງ​ປະຊາຊົນ​ທີ່​ກະບົດ. ພວກເຂົາ​ມີ​ຕາ ແຕ່​ພວກເຂົາ​ເບິ່ງ​ບໍ່​ເຫັນ​ຫຍັງ ພວກເຂົາ​ມີ​ຫູ ແຕ່​ພວກເຂົາ​ຟັງ​ບໍ່ໄດ້ຍິນ​ຫຍັງ ເພາະ​ພວກເຂົາ​ເປັນ​ຄົນ​ກະບົດ.”</verse>
				<verse number="3">“ມະນຸດ​ເອີຍ ບັດນີ້ ຈົ່ງ​ຈັດແຈ່ງ​ຫໍ່​ເອົາ​ເຂົ້າຂອງ​ເໝືອນ​ອົບພະຍົບ​ຄົນ​ໜຶ່ງ ແລະ​ເລີ່ມ​ອອກ​ເດີນທາງ​ກ່ອນ​ຕາເວັນ​ຕົກ​ດິນ. ຈົ່ງ​ໃຫ້​ທຸກຄົນ​ເຫັນ​ເຈົ້າ​ໜີໄປ​ບ່ອນ​ອື່ນ. ບາງທີ​ຄົນ​ກະບົດ​ເຫຼົ່ານັ້ນ​ຈະ​ສັງເກດ​ເຫັນ​ເຈົ້າ​ກໍໄດ້.</verse>
				<verse number="4">ໃນ​ຂະນະທີ່​ຍັງ​ເວັນ​ຢູ່ ຈົ່ງ​ຫໍ່​ເອົາ​ເຂົ້າຂອງ​ສຳລັບ​ໜີໄປ​ຕ່າງຖິ່ນ ເພື່ອ​ວ່າ​ພວກເຂົາ​ຈະ​ເຫັນ​ເຈົ້າ​ໄດ້, ແຕ່​ແລ້ວ​ໃຫ້​ພວກເຂົາ​ເຝົ້າເບິ່ງ​ເຈົ້າ​ໃນ​ຕອນແລງ ເໝືອນ​ກັບ​ວ່າ​ເຈົ້າ​ກຳລັງ​ຖືກ​ກວາດໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.</verse>
				<verse number="5">ໃນ​ຂະນະທີ່​ພວກເຂົາ​ກຳລັງ​ເຝົ້າເບິ່ງ​ຢູ່​ນັ້ນ ຈົ່ງ​ເຈາະ​ຝາເຮືອນ​ຂອງເຈົ້າ​ໃຫ້​ເປັນ​ຮູ ແລະ​ຫໍ່​ເອົາ​ພົກ​ເຄື່ອງຂອງ​ອອກ​ໄປ​ທາງ​ຮູ​ນີ້.</verse>
				<verse number="6">ຈົ່ງ​ໃຫ້​ພວກເຂົາ​ເບິ່ງ​ເຈົ້າ​ຍົກ​ພົກ​ໃສ່​ບ່າ ແລະ​ອອກ​ໄປ​ໃນ​ຕອນມືດ ໂດຍ​ເອົາ​ຜ້າ​ບັງ​ຕາ​ໄວ້​ເພື່ອ​ເຈົ້າ​ຈະ​ບໍ່​ສາມາດ​ເຫັນ​ໄດ້​ວ່າ ເຈົ້າ​ກຳລັງ​ຈະ​ເດີນທາງ​ໄປ​ໃສ. ສິ່ງ​ທີ່​ເຈົ້າ​ເຮັດ​ນັ້ນ​ຈະ​ເປັນ​ໝາຍສຳຄັນ​ໃຫ້​ແກ່​ຊົນຊາດ​ອິດສະຣາເອນ.”</verse>
				<verse number="7">ຂ້າພະເຈົ້າ​ໄດ້​ເຮັດ​ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ບອກ. ໃນ​ວັນ​ນັ້ນ ຂ້າພະເຈົ້າ​ໄດ້​ພົກ​ເອົາ​ເຄື່ອງຂອງ​ດັ່ງ​ອົບພະຍົບ​ຜູ້ໜຶ່ງ ແລະ​ໃນ​ຕອນແລງ​ໃນ​ຂະນະທີ່​ມືດ​ຢູ່​ນັ້ນ ຂ້າພະເຈົ້າ​ໄດ້​ເຈາະ​ຝາເຮືອນ​ດ້ວຍ​ມື​ເປົ່າ ແລະ​ອອກ​ໄປ. ຂະນະທີ່​ທຸກຄົນ​ເຝົ້າເບິ່ງ​ຢູ່​ນັ້ນ ຂ້າພະເຈົ້າ​ກໍ​ຍົກ​ພົກ​ຂຶ້ນ​ໃສ່​ບ່າ​ແລະ​ຈາກ​ໄປ.</verse>
				<verse number="8">ເຊົ້າ​ມື້​ໃໝ່​ມາ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="9">“ບັດນີ້​ມະນຸດ​ເອີຍ ເມື່ອ​ພວກ​ອິດສະຣາເອນ​ຜູ້​ທີ່​ກະບົດ​ເຫຼົ່ານັ້ນ​ຖາມ​ເຈົ້າ​ວ່າ, ‘ເຈົ້າ​ກຳລັງ​ເຮັດ​ຫຍັງ?’</verse>
				<verse number="10">ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ຖ້ອຍຄຳ​ນີ້​ແມ່ນ​ສຳລັບ​ເຈົ້າຊາຍ​ທີ່​ກຳລັງ​ປົກຄອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ສຳລັບ​ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ທີ່ນັ້ນ.’</verse>
				<verse number="11">ຈົ່ງ​ບອກ​ພວກເຂົາ​ວ່າ, ‘ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ນັ້ນ​ຈະ​ເປັນ​ໝາຍສຳຄັນ​ຂອງ​ເຫດການ​ທີ່​ຈະ​ເກີດຂຶ້ນ​ກັບ​ພວກເຂົາ ຄື​ພວກເຂົາ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.’</verse>
				<verse number="12">ເຈົ້າຊາຍ​ທີ່​ປົກຄອງ​ພວກເຂົາ​ນັ້ນ​ຈະ​ແບກ​ພົກ​ເຄື່ອງຂອງ​ໃສ່​ບ່າ​ຂອງຕົນ ແລະ​ປົບໜີໄປ​ໃນ​ກາງຄືນ​ໂດຍ​ຜ່ານ​ທາງ​ຮູ​ທີ່​ພວກເຂົາ​ໄດ້​ເຈາະ​ເອງ​ທີ່​ກຳແພງ​ເມືອງ. ພວກເຂົາ​ຈະ​ເອົາ​ຜ້າ​ບັງ​ໜ້າ​ຕົນເອງ​ໄວ້ ແລະ​ຈະ​ບໍ່​ເຫັນ​ວ່າ​ຕົນ​ກຳລັງ​ໄປ​ໃສ.</verse>
				<verse number="13">ແຕ່​ເຮົາ​ຈະ​ກາງ​ຕາໜ່າງ​ດັກຈັບ​ເອົາ​ລາວ. ແລ້ວ​ເຮົາ​ຈະ​ນຳ​ລາວ​ໄປ​ສູ່​ນະຄອນ​ບາບີໂລນ ຄື​ບ່ອນ​ທີ່​ລາວ​ຈະ​ຕາຍ​ໂດຍ​ບໍ່ໄດ້​ເຫັນ​ນະຄອນ​ນີ້.</verse>
				<verse number="14">ເຮົາ​ຈະ​ກະຈັດ​ກະຈາຍ​ພວກ​ບໍລິວານ​ທັງໝົດ​ໃນ​ສຳນັກ​ຂອງ​ລາວ ຕະຫລອດ​ທັງ​ບັນດາ​ທີ່ປຶກສາ ແລະ​ພວກ​ຜູ້​ປ້ອງກັນ​ຕົວ​ຂອງ​ລາວ​ໄປ​ທຸກທິດ​ທຸກທາງ ແລະ​ຄົນ​ກໍ​ຈະ​ຊອກ​ຫາ​ເພື່ອ​ສັງຫານ​ພວກເຂົາ.</verse>
				<verse number="15">ເມື່ອ​ເຮົາ​ກະຈັດ​ກະຈາຍ​ພວກເຂົາ​ໄປ​ໃນ​ທ່າມກາງ​ຊົນຊາດ​ອື່ນໆ ແລະ​ໃນ​ຕ່າງ​ປະເທດ​ນັ້ນ ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="16">ເຮົາ​ຈະ​ໃຫ້​ມີ​ໜ້ອຍຄົນ​ໃນ​ພວກເຂົາ​ລອດຕາຍ​ຈາກ​ເສິກ​ສົງຄາມ, ຈາກ​ການ​ຕາຍອຶດ​ຕາຍຢາກ ແລະ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ ເພື່ອ​ວ່າ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ​ນັ້ນ ພວກເຂົາ​ຈະ​ສຳນຶກ​ເຖິງ​ການກະທຳ​ອັນ​ໜ້າກຽດຊັງ​ຕ່າງໆ​ຂອງ​ພວກເຂົາ ແລະ​ທັງ​ຈະ​ຮັບ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
				<verse number="17">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="18">“ມະນຸດ​ເອີຍ ຈົ່ງ​ສັ່ນເຊັນ​ເມື່ອ​ເຈົ້າ​ກິນ​ເຂົ້າ ແລະ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ​ເມື່ອ​ເຈົ້າ​ດື່ມ​ນໍ້າ.</verse>
				<verse number="19">ຈົ່ງ​ບອກ​ຊົນຊາດ​ທັງໝົດ​ວ່າ, ‘ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ທີ່​ກ່າວ​ແກ່​ປະຊາຊົນ​ເຢຣູຊາເລັມ​ຜູ້​ທີ່​ຍັງ​ອາໄສ​ຢູ່​ໃນ​ດິນແດນ​ຂອງຕົນ ຄື​ພວກເຂົາ​ຈະ​ສັ່ນເຊັນ​ເມື່ອ​ພວກເຂົາ​ກິນ​ເຂົ້າ ແລະ​ຈະ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ​ເມື່ອ​ພວກເຂົາ​ດື່ມ​ນໍ້າ. ດິນແດນ​ຂອງ​ພວກເຂົາ​ຈະ​ຖືກ​ຢຶດເອົາ​ເຂົ້າຂອງ​ໄປ​ໝົດ ເພາະ​ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ​ບໍ່ໄດ້​ນັບຖື​ກົດໝາຍ.</verse>
				<verse number="20">ບັດນີ້ ເມືອງ​ຕ່າງໆ​ທີ່​ເຕັມ​ໄປ​ດ້ວຍ​ປະຊາຊົນ​ຈະ​ຖືກ​ທຳລາຍ​ຖິ້ມ ແລະ​ປະເທດ​ກໍ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”’</verse>
				<verse number="21">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="22">“ມະນຸດ​ເອີຍ ເປັນຫຍັງ​ປະຊາຊົນ​ອິດສະຣາເອນ​ຈຶ່ງ​ເວົ້າ​ສຸພາສິດ​ນີ້ ຊໍ້າແລ້ວຊໍ້າ​ອີກ​ວ່າ, ‘ເວລາ​ຜ່ານ​ໄປ ຄຳທຳນວາຍ​ບໍ່​ເຫັນ​ກາຍເປັນຈິງ​ຈັກເທື່ອ?’</verse>
				<verse number="23">ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເຮົາ​ຈະ​ເຮັດ​ໃຫ້​ສຸພາສິດ​ນີ້​ສຸດສິ້ນ​ໄປ. ຈະ​ບໍ່ມີ​ຜູ້ໃດ​ເວົ້າ​ຊໍ້າໄປ​ຊໍ້າ​ມາ​ອີກ​ຕໍ່ໄປ​ໃນ​ຊາດ​ອິດສະຣາເອນ.’ ຈົ່ງ​ກ່າວ​ແກ່​ພວກເຂົາ​ວ່າ, ‘ເວລາ​ມາເຖິງ​ແລ້ວ ແລະ​ຄຳທຳນວາຍ​ກໍ​ກຳລັງ​ກາຍເປັນຈິງ.</verse>
				<verse number="24">ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ​ຈະ​ບໍ່ມີ​ນິມິດ​ປອມ ຫລື​ຄຳທຳນວາຍ​ທີ່​ນຳ​ໄປ​ສູ່​ທາງ​ຜິດ.</verse>
				<verse number="25">ແຕ່​ພຣະເຈົ້າຢາເວ​ຈະ​ກ່າວ​ແກ່​ພວກເຂົາ​ວ່າ ເຮົາ​ຈະ​ກ່າວ​ແລະ​ສິ່ງ​ທີ່​ເຮົາ​ກ່າວ​ກໍ​ຈະ​ເກີດຂຶ້ນ. ມັນ​ຈະ​ບໍ່​ຊັກຊ້າ​ອີກ​ຕໍ່ໄປ. ຄົນ​ກະບົດ​ເອີຍ ໃນ​ຄາວ​ທີ່​ພວກເຈົ້າ​ຍັງ​ມີ​ຊີວິດ​ຢູ່ນີ້ ເຮົາ​ຈະ​ເຮັດ​ຕາມ​ຖ້ອຍຄຳ​ທີ່​ເຮົາ​ໄດ້​ເຕືອນ​ພວກເຈົ້າ​ແລ້ວ.’ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”</verse>
				<verse number="26">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="27">“ມະນຸດ​ເອີຍ ຊາວ​ອິດສະຣາເອນ​ກ່າວ​ວ່າ, ‘ນິມິດ​ກັບ​ການ​ທຳນວາຍ​ຕ່າງໆ​ຂອງ​ເຈົ້າ ແມ່ນ​ເວົ້າ​ເຖິງ​ອະນາຄົດ​ອັນ​ຫ່າງໄກ.’</verse>
				<verse number="28">ສະນັ້ນ ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ມັນ​ຈະ​ບໍ່​ຊັກຊ້າ​ອີກ​ຕໍ່ໄປ. ຖ້ອຍຄຳ​ທີ່​ເຮົາ​ໄດ້​ເວົ້າ​ນັ້ນ​ຈະ​ເກີດຂຶ້ນ.’ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”</verse>
			</chapter>
			<chapter number="13">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="2">“ມະນຸດ​ເອີຍ ຈົ່ງ​ປະນາມ​ພວກ​ຜູ້ທຳນວາຍ​ຂອງ​ຊາດ​ອິດສະຣາເອນ ຜູ້​ທີ່​ທຳນວາຍ​ໄປ​ຕາມ​ຄວາມຄິດ​ຂອງ​ຕົນເອງ. ຈົ່ງ​ບອກ​ພວກເຂົາ​ວ່າ, ‘ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ</verse>
				<verse number="3">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເຄາະກຳ​ເປັນ​ຂອງ​ບັນດາ​ຜູ້ທຳນວາຍ​ໂງ່ຈ້າ​ເຫຼົ່ານີ້​ສາ​ແລ້ວ ພວກເຂົາ​ກຳນົດ​ການ​ດົນໃຈ​ເອົາ​ເອງ ແລະ​ຄິດ​ແຕ່ງ​ການ​ນິມິດ​ຂອງ​ພວກເຂົາ​ຂຶ້ນເອງ.</verse>
				<verse number="4">ປະຊາຊົນ​ອິດສະຣາເອນ​ເອີຍ ພວກ​ຜູ້ທຳນວາຍ​ຂອງ​ພວກເຈົ້າ​ບໍ່ມີ​ປະໂຫຍດ​ຫຍັງ ເປັນ​ດັ່ງ​ໝາຈອກ​ທີ່​ອາໄສ​ຢູ່​ໃນ​ທ່າມກາງ​ສິ່ງ​ຮົກຮ້າງ​ເພພັງ​ໃນ​ເມືອງ​ໜຶ່ງ.</verse>
				<verse number="5">ພວກເຂົາ​ບໍ່ໄດ້​ເຝົ້າເບິ່ງ​ບ່ອນ​ທີ່​ກຳແພງ​ຫລຸ ແລະ​ບໍ່ໄດ້​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່; ສະນັ້ນ ຊາດ​ອິດສະຣາເອນ ຈຶ່ງ​ບໍ່​ສາມາດ​ປ້ອງກັນ ເມື່ອ​ເສິກ​ມາເຖິງ​ໃນ​ວັນ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="6">ນິມິດ​ຂອງ​ພວກເຂົາ​ຈອມປອມ ແລະ​ຄຳທຳນວາຍ​ຂອງ​ພວກເຂົາ​ກໍ​ບໍ່ຈິງ. ພວກເຂົາ​ອ້າງ​ວ່າ​ພວກເຂົາ​ກຳລັງ​ເວົ້າ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ໃຊ້​ພວກເຂົາ​ໃຫ້​ເວົ້າ. ແຕ່​ປານນັ້ນ ພວກເຂົາ​ກໍ​ຍັງ​ຫວັງ​ໃຫ້​ຄຳເວົ້າ​ຂອງ​ພວກເຂົາ​ກາຍເປັນຈິງ.</verse>
				<verse number="7">ເຮົາ​ບອກ​ພວກເຂົາ​ດັ່ງນີ້: ນິມິດ​ຕ່າງໆ​ທີ່​ພວກເຈົ້າ​ເຫັນ​ນັ້ນ ແມ່ນ​ນິມິດ​ທີ່​ຈອມປອມ ແລະ​ຄຳ​ທີ່​ພວກເຈົ້າ​ທຳນວາຍ​ນັ້ນ​ກໍ​ບໍ່ຈິງ. ພວກເຈົ້າ​ເວົ້າ​ວ່າ ສິ່ງ​ນັ້ນ​ເປັນ​ຄຳເວົ້າ​ຂອງເຮົາ ແຕ່​ເຮົາ​ບໍ່ເຄີຍ​ໄດ້​ກ່າວ​ແກ່​ພວກເຈົ້າ​ເລີຍ.’</verse>
				<verse number="8">ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, ‘ຄຳເວົ້າ​ຂອງ​ພວກເຈົ້າ​ຈອມປອມ ແລະ​ນິມິດ​ຕ່າງໆ​ຂອງ​ພວກເຈົ້າ​ກໍ​ບໍ່ຈິງ. ເຮົາ​ຕໍ່ສູ້​ພວກເຈົ້າ, ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="9">ເຮົາ​ໃກ້​ຈະ​ລົງໂທດ​ພວກເຈົ້າ ຄື​ພວກ​ຜູ້ທຳນວາຍ​ທີ່​ມີ​ນິມິດ​ຈອມປອມ ແລະ​ເວົ້າ​ຄຳທຳນວາຍ​ທີ່​ນຳ​ໄປ​ສູ່​ທາງ​ຜິດ. ພວກເຈົ້າ​ຈະ​ບໍ່ໄດ້​ຢູ່​ໃນ​ທີ່ນັ້ນ ເມື່ອ​ປະຊາຊົນ​ຂອງເຮົາ​ມາ​ປະຊຸມກັນ; ຊື່​ພວກເຈົ້າ​ຈະ​ບໍ່ໄດ້​ລວມເຂົ້າ ໃນ​ບັນຊີ​ລາຍຊື່​ຂອງ​ພົນລະເມືອງ​ຂອງ​ຊາດ​ອິດສະຣາເອນ; ພວກເຈົ້າ​ຈະ​ບໍ່ໄດ້​ກັບຄືນ​ເມືອ​ສູ່​ດິນແດນ​ຂອງ​ພວກເຈົ້າ​ອີກ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ.</verse>
				<verse number="10">ເພາະ​ພວກເຂົາ​ໄດ້​ນຳ​ປະຊາຊົນ​ຂອງເຮົາ​ໄປ​ໃນ​ທາງ​ຜິດ ໂດຍ​ກ່າວ​ວ່າ, “ສະຫງົບສຸກ.” ເມື່ອ​ທຸກສິ່ງ​ບໍ່​ໄດ້​ສະຫງົບສຸກ ປະຊາຊົນ​ຂອງເຮົາ​ໄດ້​ເອົາ​ຫີນ​ມາ​ວາງ​ຢອງ​ເປັນ​ກຳແພງ ແລະ​ຕໍ່ມາ​ພວກ​ຜູ້ທຳນວາຍ​ກໍ​ເອົາ​ປູນຂາວ​ທາ​ໂອບ.</verse>
				<verse number="11">ຈົ່ງ​ບອກ​ພວກ​ຜູ້ທຳນວາຍ​ວ່າ ກຳແພງ​ຂອງ​ພວກເຂົາ​ຈະ​ລົ້ມ​ທະລາຍ​ລົງ. ເຮົາ​ຈະ​ສົ່ງ​ຝົນ​ເທ​ລົງ​ມາ. ໝາກເຫັບ​ຈະ​ຕົກ​ເທິງ​ກຳແພງ​ນັ້ນ ແລະ​ລົມພະຍຸ​ກໍ​ຈະ​ພັດ​ໃສ່.</verse>
				<verse number="12">ກຳແພງ​ຈະ​ລົ້ມ​ທະລາຍ​ລົງ ແລະ​ທຸກຄົນ​ກໍ​ຈະ​ຖາມ​ພວກເຈົ້າ​ວ່າ, “ການ​ທີ່​ໃຊ້​ປູນຂາວ​ທາ​ໂອບ​ນັ້ນ​ດີ​ຫຍັງ​ແດ່?”</verse>
				<verse number="13">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ດ້ວຍ​ຄວາມ​ໂກດຮ້າຍ ເຮົາ​ຈະ​ສົ່ງ​ລົມພະຍຸ, ຫ່າຝົນ ແລະ​ໝາກເຫັບ​ມາ​ທຳລາຍ​ກຳແພງ.</verse>
				<verse number="14">ເຮົາ​ຕັ້ງໃຈ​ທີ່​ຈະ​ພັງ​ກຳແພງ ຊຶ່ງ​ພວກເຂົາ​ໄດ້​ໃຊ້​ປູນຂາວ​ທາ​ໂອບ​ນັ້ນ ໃຫ້​ແຕກ​ເປັນ​ປ່ຽງໆ ແລະ​ໃຫ້​ເຫຼືອ​ໄວ້​ແຕ່​ຮາກຖານ. ມັນ​ຈະ​ລົ້ມ​ທະລາຍ​ລົງ​ທັບ​ພວກເຈົ້າ​ຕາຍ​ໝົດ. ແລ້ວ​ທຸກໆ​ຄົນ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="15">ກຳແພງ​ແລະ​ພວກ​ທີ່​ໃຊ້​ປູນຂາວ​ທາ​ໂອບ​ກຳແພງ​ນັ້ນ ກໍ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ. ແລ້ວ​ເຮົາ​ກໍ​ຈະ​ບອກ​ພວກເຈົ້າ​ວ່າ​ກຳແພງ​ຖືກ​ທຳລາຍ​ໄປ​ສັນໃດ ພວກ​ທີ່​ໃຊ້​ປູນຂາວ​ທາ​ໂອບ​ກໍ​ຈະ​ຖືກ​ທຳລາຍ​ໄປ​ສັນນັ້ນ</verse>
				<verse number="16">ຄື​ບັນດາ​ຜູ້ທຳນວາຍ​ທີ່​ຮັບຮອງ​ວ່າ​ນະຄອນ​ເຢຣູຊາເລັມ​ສະຫງົບສຸກ ທັງໆ​ທີ່​ບໍ່ໄດ້​ເປັນ​ໄປ​ດັ່ງນັ້ນ.’ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”</verse>
				<verse number="17">“ມະນຸດ​ເອີຍ ບັດນີ້​ຈົ່ງ​ແນມ​ເບິ່ງ​ພວກ​ແມ່ຍິງ ໃນ​ທ່າມກາງ​ປະຊາຊົນ​ຂອງ​ເຈົ້າ​ທີ່​ທຳນວາຍ​ໄປ​ຕາມ​ຄວາມຄິດ​ຂອງ​ຕົນເອງ. ຈົ່ງ​ປະນາມ​ພວກເຂົາ</verse>
				<verse number="18">ແລະ​ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເຄາະກຳ​ເປັນ​ຂອງ​ພວກຜູ້ຍິງ​ສາ​ແລ້ວ ພວກເຈົ້າ​ໄດ້​ຫຍິບ​ຜ້າຍັນ​ມັດ​ແຂນ​ໃຫ້​ທຸກໆຄົນ ແລະ​ເຮັດ​ຜ້າຍັນ​ພັນ​ຄໍ​ເພື່ອ​ໃຊ້​ຄຽນ​ຫົວ​ໃຫ້​ທຸກໆຄົນ ທັງ​ນີ້​ກໍ​ເພື່ອ​ພວກເຂົາ​ຈະ​ມີ​ອຳນາດ​ເໜືອ​ຊີວິດ​ຂອງ​ຄົນອື່ນ. ພວກເຈົ້າ​ຢາກ​ຈະ​ມີ​ອຳນາດ​ແຫ່ງ​ຊີວິດ ແລະ​ຄວາມຕາຍ​ເໜືອ​ປະຊາຊົນ​ຂອງເຮົາ ແລະ​ຈະ​ໃຊ້​ສິ່ງນັ້ນ​ເພື່ອ​ຜົນປະໂຫຍດ​ຂອງ​ພວກ​ເຈົ້າເອງ.</verse>
				<verse number="19">ພວກເຈົ້າ​ລຶບ​ກຽດ​ຂອງເຮົາ​ຕໍ່ໜ້າ​ປະຊາຊົນ​ຂອງເຮົາ ເພື່ອ​ຈະ​ໄດ້​ເຂົ້າເດືອຍ​ບາງ​ກຳ ແລະ​ເຂົ້າຈີ່​ບາງ​ກ້ອນ. ພວກເຈົ້າ​ຂ້າ​ປະຊາຊົນ​ທີ່​ບໍ່​ສົມຄວນ​ຈະ​ຕາຍ​ເລີຍ ແລະ​ພວກເຈົ້າ​ປ່ອຍ​ປະຊາຊົນ​ທີ່​ບໍ່​ສົມຄວນ​ຈະ​ມີ​ຊີວິດ​ໃຫ້​ມີ​ຊີວິດ​ຢູ່. ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ເວົ້າ​ຕົວະ​ຕໍ່​ປະຊາຊົນ​ຂອງເຮົາ ແລະ​ພວກເຂົາ​ກໍ​ເຊື່ອ​ພວກເຈົ້າ.’</verse>
				<verse number="20">ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ກຽດຊັງ​ຜ້າຍັນ​ຜູກ​ຂໍ້ມື​ທີ່​ພວກເຈົ້າ​ໃຊ້​ເພື່ອ​ຄວບຄຸມ​ຊີວິດ​ຂອງ​ຄົນອື່ນ. ເຮົາ​ຈະ​ຕັດ​ມັນ​ອອກ​ຈາກ​ແຂນ​ພວກເຈົ້າ ແລະ​ປົດປ່ອຍ​ປະຊາຊົນ​ທີ່​ຢູ່​ໃຕ້​ການ​ຄວບຄຸມ​ຂອງ​ພວກເຈົ້າ ໃຫ້​ເປັນ​ອິດສະຫລະ.</verse>
				<verse number="21">ເຮົາ​ຈະ​ຈີກ​ຜ້າຍັນ​ທີ່​ໃຊ້​ຄຽນ​ຫົວ​ຂອງ​ພວກເຈົ້າ​ອອກ ແລະ​ປ່ອຍ​ໃຫ້​ປະຊາຊົນ​ຂອງເຮົາ​ຫລຸດພົ້ນ​ຈາກ​ອຳນາດ​ທີ່​ພວກເຈົ້າ​ມີ​ນັ້ນ​ຕະຫລອດໄປ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="22">ດ້ວຍ​ການຕົວະ​ຂອງ​ພວກເຈົ້າ​ນັ້ນ ພວກເຈົ້າ​ເຮັດ​ໃຫ້​ຄົນ​ຊອບທຳ​ໝົດ​ກຳລັງໃຈ ຄື​ຄົນ​ທີ່​ເຮົາ​ບໍ່​ຕ້ອງການ​ທຳຮ້າຍ. ພວກເຈົ້າ​ປ້ອງກັນ​ຄົນຊົ່ວ​ໄວ້​ບໍ່​ໃຫ້​ພວກເຂົາ​ປະຖິ້ມ​ຄວາມຊົ່ວ ແລະ​ຊ່ວຍ​ເອົາ​ຊີວິດ​ຂອງ​ພວກເຂົາ​ໄວ້.</verse>
				<verse number="23">ເພາະສະນັ້ນ ບັດນີ້​ນິມິດ​ອັນ​ຈອມປອມ ແລະ​ຄຳທຳນວາຍ​ທີ່​ນຳ​ໄປ​ສູ່​ທາງ​ຜິດ​ທັງຫລາຍ​ນັ້ນ​ສິ້ນສຸດ​ສາ​ແລ້ວ. ເຮົາ​ກຳລັງ​ຊ່ວຍ​ເອົາ​ປະຊາຊົນ​ຂອງເຮົາ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”’</verse>
			</chapter>
			<chapter number="14">
				<verse number="1">ຕໍ່ມາ ພວກ​ຜູ້ປົກຄອງ​ບາງຄົນ​ຂອງ​ຊາວ​ອິດສະຣາເອນ​ກໍໄດ້​ມາ​ປຶກສາ​ກັບ​ຂ້າພະເຈົ້າ ເຖິງ​ຄວາມປະສົງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="2">ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="3">“ມະນຸດ​ເອີຍ ຄົນ​ເຫຼົ່ານີ້​ໄດ້​ມອບ​ຈິດໃຈ​ຂອງ​ພວກເຂົາ​ໃຫ້​ແກ່​ຮູບເຄົາຣົບ ແລະ​ປ່ອຍ​ຮູບເຄົາຣົບ​ໃຫ້​ນຳ​ພວກເຂົາ​ໄປ​ສູ່​ການກະທຳ​ບາບ. ເຈົ້າ​ຄິດ​ວ່າ​ເຮົາ​ຈະ​ຕອບ​ພວກເຂົາ​ບໍ?</verse>
				<verse number="4">ບັດນີ້ ຈົ່ງ​ກ່າວ​ແກ່​ພວກເຂົາ​ແລະ​ບອກ​ພວກເຂົາ​ວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້​ວ່າ: ຊາວ​ອິດສະຣາເອນ​ທຸກໆຄົນ​ທີ່​ໄດ້​ມອບ​ຈິດໃຈ​ຂອງຕົນ​ໃຫ້​ແກ່​ຮູບເຄົາຣົບ ແລະ​ປ່ອຍ​ຮູບເຄົາຣົບ​ໃຫ້​ນຳ​ຕົນ​ໄປ​ສູ່​ການບາບ ແລ້ວ​ຊໍ້າ​ມາ​ປຶກສາ​ຫາລື​ນຳ​ຜູ້ທຳນວາຍ​ຜູ້ໜຶ່ງ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ຄຳຕອບ​ຈາກ​ເຮົາ ຄື​ພຣະເຈົ້າຢາເວ​ຈະ​ຕອບ​ຕາມທີ່​ບັນດາ​ຮູບເຄົາຣົບ​ຂອງ​ພວກເຂົາ​ຄວນ​ຈະ​ໄດ້​ຮັບ</verse>
				<verse number="5">ຮູບເຄົາຣົບ​ທັງໝົດ​ເຫຼົ່ານັ້ນ​ໄດ້​ເຮັດ​ໃຫ້​ຊາວ​ອິດສະຣາເອນ ຫັນໜີ​ໄປ​ຈາກ​ເຮົາ; ແຕ່​ໂດຍ​ຄຳຕອບ​ຂອງເຮົາ​ນີ້ ເຮົາ​ຫວັງ​ວ່າ​ຈະ​ໄດ້​ພວກເຂົາ​ກັບຄືນ​ມາ​ສັດຊື່​ຕໍ່​ເຮົາ.</verse>
				<verse number="6">ເພາະສະນັ້ນ ‘ຈົ່ງ​ບອກ​ຊາວ​ອິດສະຣາເອນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຄື: ຈົ່ງ​ກັບຄືນ​ມາ​ສາ ແລະ​ປະຖິ້ມ​ຮູບເຄົາຣົບ​ອັນ​ໜ້າກຽດຊັງ​ຂອງ​ພວກເຈົ້າ​ນັ້ນ​ເຖີດ.</verse>
				<verse number="7">ເມື່ອ​ຊາວ​ອິດສະຣາເອນ ຫລື​ຊາວ​ຕ່າງດ້າວ​ຄົນໜຶ່ງ​ຄົນໃດ​ທີ່​ອາໄສ​ຢູ່​ໃນ​ຊຸມນຸມ​ປະຊາຊົນ​ອິດສະຣາເອນ ຫັນໜີ​ຈາກ​ເຮົາ​ໄປ​ຂາບໄຫວ້​ຮູບເຄົາຣົບ; ແລະ​ຕໍ່ມາ​ໄປ​ປຶກສາ​ຫາລື​ນຳ​ຜູ້ທຳນວາຍ​ຜູ້ໜຶ່ງ ເມື່ອນັ້ນ​ເຮົາ​ຄື​ພຣະເຈົ້າຢາເວ​ຈະ​ໃຫ້​ຄຳຕອບ​ຂອງເຮົາ​ແກ່​ພວກເຂົາ​ເອງ.</verse>
				<verse number="8">ເຮົາ​ຈະ​ຕໍ່ສູ້​ພວກເຂົາ. ເຮົາ​ຈະ​ເຮັດ​ໃຫ້​ເປັນ​ໝາຍສຳຄັນ ແລະ​ເປັນ​ສຸພາສິດ. ເຮົາ​ຈະ​ຕັດ​ພວກເຂົາ​ອອກ​ຈາກ​ຊຸມນຸມ​ປະຊາຊົນ​ຂອງເຮົາ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="9">ຖ້າ​ຜູ້ທຳນວາຍ​ຜູ້ໜຶ່ງ​ຫລອກລວງ​ຄົນໜຶ່ງ​ຄົນໃດ ໂດຍ​ໃຫ້​ຄຳຕອບ​ຢ່າງ​ຜິດພາດ​ວ່າ ເປັນ​ເພາະ​ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ຫລອກລວງ​ລາວ. ເຮົາ​ຈະ​ຢຽດ​ມື​ຂອງເຮົາ​ອອກ​ຕໍ່ສູ້​ລາວ ແລະ​ເຮົາ​ຈະ​ທຳລາຍ​ລາວ​ອອກ​ຈາກ​ທ່າມກາງ​ປະຊາຊົນ​ອິດສະຣາເອນ.</verse>
				<verse number="10">ທັງ​ຜູ້ທຳນວາຍ ແລະ​ຜູ້​ທີ່​ໄປ​ປຶກສາ​ຫາລື​ນຳ​ລາວ​ນັ້ນ ຈະ​ໄດ້​ຮັບ​ໂທດ​ຢ່າງ​ດຽວກັນ.</verse>
				<verse number="11">ເຮົາ​ຈະ​ເຮັດ​ເຊັ່ນນີ້​ເພື່ອ​ປ້ອງກັນ​ບໍ່​ໃຫ້​ຊາວ​ອິດສະຣາເອນ​ໜີໄປ​ຈາກ​ເຮົາ ແລະ​ເປັນ​ມົນທິນ​ໂດຍ​ການ​ເຮັດ​ບາບ​ຂອງ​ພວກເຂົາ. ພວກເຂົາ​ຕ້ອງ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.’ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”</verse>
				<verse number="12">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="13">“ມະນຸດ​ເອີຍ ຖ້າ​ປະເທດ​ໜຶ່ງ​ເຮັດ​ບາບ ແລະ​ບໍ່​ສັດຊື່​ຕໍ່​ເຮົາ ເຮົາ​ຈະ​ຢຽດ​ມື​ອອກ​ໄປ​ທຳລາຍ​ສະບຽງ​ອາຫານ​ຂອງ​ປະເທດ​ນັ້ນ. ເຮົາ​ຈະ​ສົ່ງ​ການອຶດຢາກ​ໄປ​ຂ້າ​ມະນຸດ​ຕະຫລອດ​ສັດ​ທັງຫລາຍ​ດ້ວຍ.</verse>
				<verse number="14">ເຖິງ​ແມ່ນ​ວ່າ​ສາມ​ຄົນ​ນີ້ ຄື​ໂນອາ, ດາເນນ, ແລະ​ໂຢບ​ອາໄສ​ຢູ່​ທີ່​ນັ້ນ​ກໍຕາມ; ຄຸນງາມ​ຄວາມດີ​ຂອງ​ພວກເຂົາ​ກໍ​ຊ່ວຍ​ໄດ້​ແຕ່​ຊີວິດ​ຂອງ​ພວກເຂົາ​ເອງ​ເທົ່ານັ້ນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="15">“ຫລື​ເຮົາ​ອາດ​ສົ່ງ​ສັດປ່າ​ໄປ​ທຳລາຍ​ປະຊາຊົນ ໂດຍ​ກະທຳ​ໃຫ້​ດິນແດນ​ເຕັມ​ແຕ່​ອັນຕະລາຍ ຈົນ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປມາ​ໄດ້</verse>
				<verse number="16">ເຖິງ​ແມ່ນ​ວ່າ​ສາມ​ຄົນ​ນີ້​ໄດ້​ອາໄສ​ຢູ່​ທີ່​ນັ້ນ​ກໍຕາມ; ແຕ່​ເຮົາ​ຄື​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ; ພວກເຂົາ​ກໍ​ບໍ່​ສາມາດ​ຊ່ວຍ​ແມ່ນແຕ່​ລູກ​ຂອງ​ພວກເຂົາ​ໄດ້​ສັນນັ້ນ. ພວກເຂົາ​ສາມາດ​ຊ່ວຍ​ຊີວິດ​ຂອງ​ພວກເຂົາ​ເອງ​ໄດ້​ເທົ່ານັ້ນ ແລະ​ດິນແດນ​ກໍ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="17">ຫລື​ເຮົາ​ອາດ​ນຳ​ສົງຄາມ​ມາ​ສູ່​ປະເທດ​ນັ້ນ ທັງ​ນຳ​ອາວຸດ​ອັນ​ຮ້າຍແຮງ​ທີ່ສຸດ​ມາ​ທຳລາຍ​ຊີວິດ​ມະນຸດ ຕະຫລອດ​ທັງ​ສັດ​ທັງຫລາຍ​ໃຫ້​ພິນາດ​ໄປ​ໝົດ</verse>
				<verse number="18">ແລະ​ເຖິງ​ແມ່ນ​ວ່າ​ສາມ​ຄົນ​ນີ້​ອາໄສ​ຢູ່​ໃນ​ທີ່ນັ້ນ​ກໍຕາມ, ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ​ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ພວກເຂົາ​ກໍ​ບໍ່​ສາມາດ​ຊ່ວຍ​ລູກ​ຂອງ​ພວກເຂົາ​ເອງ​ໄດ້​ສັນນັ້ນ; ຊ່ວຍ​ໄດ້​ແຕ່​ພວກເຂົາ​ເອງ​ເທົ່ານັ້ນ.</verse>
				<verse number="19">ຖ້າ​ເຮົາ​ສົ່ງ​ໂຣກ​ລະບາດ​ມາ​ສູ່​ປະເທດ​ນັ້ນ ແລະ​ດ້ວຍ​ຄວາມ​ໂກດຮ້າຍ​ເຮົາ​ໄດ້​ເຮັດ​ໃຫ້​ຫລາຍ​ຊີວິດ​ສູນເສຍ ໂດຍ​ຂ້າ​ມະນຸດ​ຕະຫລອດ​ສັດ​ທັງຫລາຍ</verse>
				<verse number="20">ເຖິງ​ແມ່ນ​ວ່າ​ໂນອາ, ດານີເອນ ແລະ​ໂຢບ​ໄດ້​ອາໄສ​ຢູ່​ທີ່​ນັ້ນ​ກໍຕາມ; ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ​ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ພວກເຂົາ​ກໍ​ບໍ່​ສາມາດ​ຊ່ວຍ​ແມ່ນແຕ່​ຊີວິດ​ລູກ​ຂອງ​ພວກເຂົາ​ເອງ​ໄດ້​ສັນນັ້ນ. ຄຸນງາມ​ຄວາມດີ​ຂອງ​ພວກເຂົາ​ຈະ​ຊ່ວຍ​ຊີວິດ​ຂອງ​ພວກເຂົາ​ເອງ​ເທົ່ານັ້ນ​ໄດ້.”</verse>
				<verse number="21">“ເຫດວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເຮົາ​ຈະ​ສົ່ງ​ການລົງໂທດ​ອັນ​ຮ້າຍແຮງ​ທີ່ສຸດ​ສີ່​ຢ່າງ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ເຊັ່ນ: ສົງຄາມ, ການອຶດຢາກ, ເຫຼົ່າ​ສັດປ່າ​ທັງຫລາຍ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ ເພື່ອ​ທຳລາຍ​ມະນຸດ​ກັບ​ຝູງສັດ​ທັງຫລາຍ.</verse>
				<verse number="22">ຖ້າ​ຜູ້ໃດ​ຜູ້ໜຶ່ງ​ລອດຊີວິດ​ແລະ​ຊ່ວຍ​ລູກ​ຂອງຕົນ​ໄດ້ ຈົ່ງ​ເບິ່ງ​ພວກເຂົາ​ໃຫ້​ດີໆ ເມື່ອ​ພວກເຂົາ​ມາ​ຫາ​ພວກເຈົ້າ. ຈົ່ງ​ເບິ່ງວ່າ​ພວກເຂົາ​ຊົ່ວຮ້າຍ​ສໍ່າໃດ ແລະ​ຈົ່ງ​ໝັ້ນໃຈ​ວ່າ ການລົງໂທດ​ທີ່​ເຮົາ​ກຳລັງ​ນຳ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ນັ້ນ ເປັນ​ການ​ຍຸດຕິທຳ;</verse>
				<verse number="23">ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ ທຸກສິ່ງ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ​ມີ​ເຫດຜົນ​ດີ​ທັງໝົດ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”</verse>
			</chapter>
			<chapter number="15">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="2">“ມະນຸດ​ເອີຍ ເຄືອ​ອະງຸ່ນ​ຈະ​ປຽບທຽບ​ກັບ​ຕົ້ນໄມ້​ໄດ້​ຢ່າງໃດ? ກິ່ງ​ຂອງ​ເຄືອ​ອະງຸ່ນ​ຈະ​ປຽບທຽບ​ກັບ​ງ່າ​ໄມ້​ໃນ​ປ່າ​ໄດ້​ຫລື?</verse>
				<verse number="3">ເຈົ້າ​ໃຊ້​ເຄືອ​ອະງຸ່ນ​ເຮັດ​ສິ່ງໜຶ່ງ​ສິ່ງໃດ​ໄດ້​ບໍ? ເຈົ້າ​ຈະ​ເອົາ​ມັນ​ມາ​ເຮັດ​ຂໍ​ເພື່ອ​ໃຊ້​ແຂວນ​ໄດ້​ບໍ?</verse>
				<verse number="4">ມັນ​ດີ​ສຳລັບ​ໃຊ້​ສຸມໄຟ​ເທົ່ານັ້ນ. ເມື່ອ​ສົ້ນ​ທັງສອງ​ຂ້າງ​ໄໝ້​ໝົດ​ແລ້ວ​ທາງ​ກາງ​ກໍ​ເປັນ​ຖ່ານ ເຈົ້າ​ເອົາ​ມັນ​ໄປ​ໃຊ້​ການ​ຫຍັງ​ໄດ້​ແດ່?</verse>
				<verse number="5">ມັນ​ໃຊ້​ປະໂຫຍດ​ຫຍັງ​ບໍ່ໄດ້​ແມ່ນແຕ່​ກ່ອນ​ໄຟ​ໄໝ້. ບັດນີ້​ໄຟ​ໄດ້​ໄໝ້​ມັນ​ເປັນ​ຖ່ານ​ສາ​ແລ້ວ ມັນ​ຍິ່ງ​ໃຊ້​ການ​ຫຍັງ​ບໍ່ໄດ້.”</verse>
				<verse number="6">“ແຕ່​ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຄືອ​ອະງຸ່ນ​ຖືກ​ນຳ​ຈາກ​ປ່າ​ມາ​ເຜົາ​ໄຟ​ສັນໃດ ເຮົາ​ກໍ​ຈະ​ນຳ​ປະຊາຊົນ​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ນັ້ນ​ມາ</verse>
				<verse number="7">ແລະ​ລົງໂທດ​ພວກເຂົາ​ສັນນັ້ນ. ພວກເຂົາ​ປົບໜີ​ຈາກ​ໄຟ ແຕ່​ບັດນີ້​ໄຟ​ຈະ​ໄໝ້​ພວກເຂົາ. ເມື່ອ​ເຮົາ​ລົງໂທດ​ພວກເຂົາ ພວກເຈົ້າ​ຈຶ່ງ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="8">ພວກເຂົາ​ບໍ່ໄດ້​ສັດຊື່​ຕໍ່​ເຮົາ; ສະນັ້ນ ເຮົາ​ຈະ​ເຮັດ​ໃຫ້​ປະເທດ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
			</chapter>
			<chapter number="16">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="2">“ມະນຸດ​ເອີຍ ຈົ່ງ​ຊີ້​ໃຫ້​ນະຄອນ​ເຢຣູຊາເລັມ​ເຫັນ​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ນາງ​ໄດ້​ເຮັດ.</verse>
				<verse number="3">ຈົ່ງ​ບອກ​ນະຄອນ​ເຢຣູຊາເລັມ ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຕໍ່​ນາງ: ເຈົ້າ​ໄດ້​ເກີດ​ໃນ​ດິນແດນ​ການາອານ. ພໍ່​ຂອງ​ເຈົ້າ​ເປັນ​ຊາວ​ອາໂມ ແລະ​ແມ່​ຂອງ​ເຈົ້າ​ເປັນ​ຊາວ​ຮິດຕີ.</verse>
				<verse number="4">ເມື່ອ​ເຈົ້າ​ໄດ້​ເກີດ​ມາ ບໍ່ມີ​ຜູ້ໃດ​ຕັດ​ສາຍແຮ່​ຂອງເຈົ້າ ຫລື​ລ້າງ​ເຈົ້າ ຫລື​ຖູ​ເຈົ້າ​ດ້ວຍ​ເກືອ ຫລື​ຫໍ່​ເຈົ້າ​ໄວ້​ໃນ​ຜ້າ​ອ້ອມ.</verse>
				<verse number="5">ບໍ່ມີ​ຜູ້ໃດ​ເມດຕາ​ເຈົ້າ ພໍ​ທີ່​ຈະ​ເຮັດ​ສິ່ງ​ເຫຼົ່ານີ້​ໃຫ້​ແກ່​ເຈົ້າ. ເມື່ອ​ເຈົ້າ​ເກີດ​ມາ ບໍ່ມີ​ຜູ້ໃດ​ຮັກ​ເຈົ້າ. ເຈົ້າ​ຖືກ​ເຂົາ​ຖິ້ມ​ໄວ້​ທີ່​ກາງ​ທົ່ງນາ.</verse>
				<verse number="6">ແລ້ວ​ເຮົາ​ໄດ້​ຍ່າງ​ກາຍໄປ ແລະ​ເຫັນ​ເຈົ້າ​ນອນ​ແຊ່​ຢູ່​ໃນ​ກອງ​ເລືອດ​ເຈົ້າເອງ. ເຈົ້າ​ເຕັມ​ໄປ​ດ້ວຍ​ເລືອດ​ແຕ່​ເຮົາ​ບໍ່​ຢາກ​ປ່ອຍ​ໃຫ້​ເຈົ້າ​ຕາຍ.</verse>
				<verse number="7">ເຮົາ​ໄດ້​ລ້ຽງ​ເຈົ້າ​ໃຫ້​ໃຫຍ່​ຂຶ້ນ​ເໝືອນ​ຕົ້ນ​ພືດ​ທີ່​ແຂງແຮງ​ດີ. ເຈົ້າ​ມີ​ສຸຂະພາບ​ດີ ແລະ​ສູງ​ແລະ​ຈົນ​ໃຫຍ່​ເປັນ​ສາວ. ໜ້າເອິກ​ຂອງເຈົ້າ​ຮູບ​ຊົງ​ງາມດີ ແລະ​ຜົມ​ຂອງ​ເຈົ້າ​ກໍ​ປົ່ງ​ງາມ ແຕ່​ເຈົ້າ​ພັດ​ເປືອຍຕົວ.</verse>
				<verse number="8">ແລ້ວ​ເຮົາ​ກໍໄດ້​ຍ່າງ​ກາຍໄປ​ອີກ ເຮົາ​ໄດ້​ເຫັນ​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ເຈົ້າ​ຈະ​ມີ​ຄວາມຮັກ. ເຮົາ​ໄດ້​ເອົາ​ເສື້ອຄຸມ​ຂອງເຮົາ​ປົກ​ຮ່າງ​ທີ່​ເປືອຍກາຍ​ນັ້ນ ແລະ​ສັນຍາ​ວ່າ​ຈະ​ຮັກ​ເຈົ້າ. ແມ່ນແທ້ ເຮົາ​ໄດ້​ເຮັດ​ພັນທະສັນຍາ​ແຕ່ງງານ​ກັບ​ເຈົ້າ ແລະ​ເຈົ້າ​ກໍ​ເປັນ​ຂອງເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="9">ແລ້ວ​ເຮົາ​ໄດ້​ເອົາ​ນໍ້າ​ມາ​ລ້າງ​ເລືອດ​ອອກ​ຈາກ​ຕົວ​ເຈົ້າ. ເຮົາ​ໄດ້​ເອົາ​ນໍ້າມັນ​ໝາກກອກເທດ​ທາ​ເຈົ້າ.</verse>
				<verse number="10">ເຮົາ​ໄດ້​ນຸ່ງ​ເຄື່ອງ​ທີ່​ປັກແສ່ວ​ຢ່າງດີ​ໃຫ້​ເຈົ້າ ແລະ​ສຸບ​ເກີບ​ທີ່​ເຮັດ​ດ້ວຍ​ໜັງ​ຢ່າງດີ​ທີ່ສຸດ​ໃຫ້​ເຈົ້າ ມັດ​ຜ້າ​ຄຽນ​ຫົວ​ທີ່​ເປັນ​ປ່ານ ແລະ​ໃສ່​ເສື້ອຄຸມ​ທີ່​ເປັນ​ໄໝ​ໃຫ້​ເຈົ້າ.</verse>
				<verse number="11">ເຮົາ​ໄດ້​ເອົາ​ເຄື່ອງເອ້​ໃສ່​ໃຫ້​ເຈົ້າ ຄື​ປອກແຂນ ແລະ​ສາຍຄໍ.</verse>
				<verse number="12">ເຮົາ​ໄດ້​ເອົາ​ແຫວນ​ເກາະ​ດັງ​ກັບ​ໃສ່​ຕ້າງຫູ​ໃຫ້​ເຈົ້າ ແລະ​ສວມ​ມົງກຸດ​ໃສ່​ຫົວ​ໃຫ້​ເຈົ້າ.</verse>
				<verse number="13">ເຈົ້າ​ມີ​ເຄື່ອງເອ້​ເປັນ​ຄຳ​ແລະ​ເປັນເງິນ ແລະ​ເຈົ້າ​ໄດ້​ນຸ່ງ​ຜ້າ​ປ່ານ​ເນື້ອລະອຽດ ແລະ​ຜ້າ​ໄໝ​ທີ່​ປັກແສ່ວ​ຢູ່​ສະເໝີ. ເຈົ້າ​ໄດ້​ກິນ​ເຂົ້າຈີ່​ທີ່​ເຮັດ​ດ້ວຍ​ແປ້ງ​ຢ່າງດີ​ທີ່ສຸດ ມີ​ນໍ້າເຜິ້ງ​ແລະ​ນໍ້າມັນ​ໝາກກອກເທດ​ກິນ. ຄວາມງາມ​ຂອງເຈົ້າ​ບາດຕາ​ບາດໃຈ ແລະ​ເຈົ້າ​ກໍ​ກາຍເປັນ​ຣາຊີນີ.</verse>
				<verse number="14">ເຈົ້າ​ມີ​ຊື່ສຽງ​ໂດ່ງດັງ​ໃນ​ທຸກໆ​ຊົນຊາດ ຍ້ອນ​ຄວາມງາມ​ອັນ​ບໍ່ມີ​ທີ່​ຕິ​ຂອງ​ເຈົ້າ ເພາະ​ເຮົາ​ເປັນ​ຜູ້​ໄດ້​ເຮັດ​ໃຫ້​ເຈົ້າ​ໜ້າຮັກ​ຫລາຍ​ທີ່ສຸດ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="15">ແຕ່​ເຈົ້າ​ໄດ້​ສວຍໃຊ້​ຄວາມງາມ​ກັບ​ຊື່ສຽງ​ຂອງ​ເຈົ້າ​ນັ້ນ ຫາ​ຜົນປະໂຫຍດ​ໂດຍ​ນອນ​ກັບ​ທຸກຄົນ​ທີ່​ໄດ້​ຜ່ານ​ມາ.</verse>
				<verse number="16">ເຈົ້າ​ໄດ້​ໃຊ້​ເຄື່ອງນຸ່ງ​ບາງ​ຢ່າງ​ຂອງເຈົ້າ ຕົບແຕ່ງ​ບ່ອນ​ຂາບໄຫວ້​ທັງຫລາຍ​ຂອງ​ເຈົ້າ ແລະ​ເຈົ້າ​ໄດ້​ມອບ​ຕົວ​ເຈົ້າ​ໃຫ້​ແກ່​ທຸກຄົນ​ດັ່ງ​ຍິງ​ແມ່ຈ້າງ.</verse>
				<verse number="17">ເຈົ້າ​ໄດ້​ເອົາ​ເຄື່ອງເອ້​ທີ່​ເປັນ​ເງິນ​ແລະ​ຄຳ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ​ໃຊ້​ເຮັດ​ຮູບ​ຂອງ​ຜູ້ຊາຍ ແລະ​ເຈົ້າ​ໄດ້​ຫລີ້ນຊູ້​ກັບ​ມັນ.</verse>
				<verse number="18">ເຈົ້າ​ຍັງ​ໄດ້​ເອົາ​ເຄື່ອງ​ປັກແສ່ວ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ໄປ​ວາງ​ໄວ້​ເທິງ​ຮູບ​ນັ້ນ ແລະ​ຖວາຍ​ນໍ້າມັນ​ໝາກກອກເທດ​ກັບ​ເຄື່ອງຫອມ​ທີ່​ເຮົາ​ມອບ​ໃຫ້​ເຈົ້າ​ແກ່​ມັນ.</verse>
				<verse number="19">ເຮົາ​ໄດ້​ໃຫ້​ອາຫານ​ແກ່​ເຈົ້າ​ເຊັ່ນ: ແປ້ງເຂົ້າ​ຢ່າງດີ​ທີ່ສຸດ, ນໍ້າມັນ​ໝາກກອກເທດ ແລະ​ນໍ້າເຜິ້ງ, ແຕ່​ເຈົ້າ​ໄດ້​ຖວາຍ​ສິ່ງ​ເຫຼົ່ານີ້​ແກ່​ບັນດາ​ຮູບເຄົາຣົບ​ເພື່ອ​ໃຫ້​ມັນ​ເຂົ້າຂ້າງ​ເຈົ້າ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="20">ແລ້ວ​ເຈົ້າ​ກໍ​ເອົາ​ບັນດາ​ລູກຊາຍ​ແລະ​ລູກສາວ​ທີ່​ເກີດ​ໃຫ້​ເຮົາ​ນັ້ນ ໄປ​ຖວາຍ​ແກ່​ບັນດາ​ຮູບເຄົາຣົບ​ເພື່ອ​ເປັນ​ເຄື່ອງບູຊາ. ການ​ທີ່​ເຈົ້າ​ບໍ່​ສັດຊື່​ຕໍ່​ເຮົາ​ນັ້ນ​ຍັງ​ບໍ່​ເປັນ​ການ​ພຽງພໍ​ບໍ?</verse>
				<verse number="21">ເຈົ້າ​ຕ້ອງ​ເອົາ​ລູກ​ຂອງເຮົາ​ໄປ​ຖວາຍ​ແກ່​ບັນດາ​ຮູບເຄົາຣົບ​ອີກ​ຫລື?</verse>
				<verse number="22">ຕະຫລອດ​ຊີວິດ​ການ​ເປັນ​ແມ່ຈ້າງ​ອັນ​ໜ້າກຽດຊັງ​ຂອງ​ເຈົ້າ​ນັ້ນ ເຈົ້າ​ບໍ່ເຄີຍ​ຄິດເຖິງ​ຊີວິດ​ແຕ່​ຄາວ​ຍັງ​ໜຸ່ມ​ຂອງ​ເຈົ້າ​ເລີຍ ຄື​ເມື່ອ​ຄາວ​ເຈົ້າ​ນອນ​ເປືອຍກາຍ​ແຊ່​ເລືອດ​ຂອງເຈົ້າ​ເອງ​ຢູ່​ນັ້ນ.</verse>
				<verse number="23">ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກໍ​ກ່າວ​ວ່າ ວິບັດ​ເປັນ​ຂອງເຈົ້າ​ສາ​ແລ້ວ ຊ່າງ​ເຄາະກຳ​ແທ້ໆ ເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຊ້າ​ເຫຼົ່ານັ້ນ​ທັງໝົດ</verse>
				<verse number="24">ແລະ​ຕໍ່ມາ ເຈົ້າ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ບັນດາ​ຮູບເຄົາຣົບ ແລະ​ບ່ອນ​ຝຶກຫັດ​ເປັນ​ຍິງໂສເພນີ​ໄວ້​ຕາມ​ແຈ​ຖະໜົນ​ຫົນທາງ.</verse>
				<verse number="25">ເຈົ້າ​ໄດ້​ເອົາ​ຄວາມງາມ​ຂອງເຈົ້າ​ໄປ​ເກືອກກົ້ວ​ກັບ​ຂີ້ຕົມ. ເຈົ້າ​ໄດ້​ມອບ​ເຈົ້າເອງ​ໃຫ້​ແກ່​ທຸກໆຄົນ​ທີ່​ຜ່ານ​ໄປມາ ແລະ​ເຈົ້າ​ກໍໄດ້​ປະພຶດ​ຕົນ​ເປັນ​ແມ່ຈ້າງ​ຫລາຍຂຶ້ນ​ທຸກໆ​ວັນ.</verse>
				<verse number="26">ເຈົ້າ​ຍອມ​ໃຫ້​ຊາວ​ເອຢິບ​ນອນ​ນຳ​ເຈົ້າ ຄື​ເພື່ອນບ້ານ​ຂອງເຈົ້າ​ທີ່​ມີ​ຕັນຫາ​ຫລາຍ ແລະ​ເຈົ້າ​ໄດ້​ໃຊ້​ຄວາມເປັນ​ໂສເພນີ​ຂອງເຈົ້າ​ນັ້ນ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ.</verse>
				<verse number="27">ບັດນີ້ ເຮົາ​ໄດ້​ຍົກ​ມື​ຂຶ້ນ​ເພື່ອ​ຈະ​ລົງໂທດ​ເຈົ້າ ແລະ​ນຳ​ຄວາມພອນ​ຂອງເຮົາ​ທີ່​ເປັນ​ສ່ວນແບ່ງ​ຂອງ​ເຈົ້າ​ນັ້ນ​ໜີໄປ. ເຮົາ​ໄດ້​ມອບ​ເຈົ້າ​ໃຫ້​ພວກ​ຟີລິດສະຕິນ​ຜູ້​ທີ່​ກຽດຊັງ​ເຈົ້າ ແລະ​ຜູ້​ທີ່​ເບື່ອໜ່າຍ​ການກະທຳ​ອັນ​ບໍ່ມີ​ສິນທຳ​ຂອງເຈົ້າ.</verse>
				<verse number="28">ຍ້ອນ​ຄົນອື່ນໆ​ບໍ່​ສາມາດ​ເຮັດ​ໃຫ້​ເຈົ້າ​ອີ່ມໜຳ​ສຳລານ​ໃຈ​ໄດ້ ເຈົ້າ​ຈຶ່ງ​ໄດ້​ແລ່ນ​ໄປ​ຕາມ​ຊາວ​ອັດຊີເຣຍ. ເຈົ້າ​ເປັນ​ແມ່ຈ້າງ​ຂອງ​ພວກເຂົາ; ແຕ່​ເຈົ້າ​ຍັງ​ບໍ່​ອີ່ມໜຳ​ສຳລານ​ໃຈ​ເຊັ່ນກັນ.</verse>
				<verse number="29">ເຈົ້າ​ຍັງ​ໄດ້​ເປັນ​ແມ່ຈ້າງ​ໃຫ້​ແກ່​ຊາວ​ບາບີໂລນ​ອີກ ຄື​ຊົນຊາດ​ແຫ່ງ​ນັກທຸລະກິດ; ແຕ່​ພວກເຂົາ​ກໍ​ບໍ່ໄດ້​ເຮັດ​ໃຫ້​ເຈົ້າ​ອີ່ມໜຳ​ສຳລານ​ໃຈ​ເຊັ່ນກັນ.</verse>
				<verse number="30">ອັນ​ນີ້​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ. ເຈົ້າ​ໄດ້​ເຮັດ​ສິ່ງ​ທັງໝົດ​ເຫຼົ່ານັ້ນ ດັ່ງ​ແມ່ຈ້າງ​ທີ່​ບໍ່ມີ​ຢ່າງ​ອາຍ.</verse>
				<verse number="31">ຕາມ​ຖະໜົນ​ທຸກ​ສາຍ​ເຈົ້າ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ຮູບເຄົາຣົບ. ແຕ່​ເຈົ້າ​ພັດ​ບໍ່ໄດ້​ເງິນ​ດັ່ງ​ຍິງ​ແມ່ຈ້າງ​ທົ່ວໆ​ໄປ​ໄດ້.</verse>
				<verse number="32">ເຈົ້າ​ເປັນ​ດັ່ງ​ຍິງ​ຜູ້ໜຶ່ງ​ທີ່​ຫລີ້ນຊູ້​ກັບ​ຊາຍ​ແປກໜ້າ​ອື່ນໆ ແທນ​ທີ່​ຈະ​ຮັກ​ຜົວ​ຂອງຕົນ.</verse>
				<verse number="33">ຍິງໂສເພນີ​ໄດ້​ຮັບ​ເງິນ ແຕ່​ເຈົ້າ​ນັ້ນ​ພັດ​ໃຫ້​ຂອງຂວັນ​ແກ່​ທຸກຄົນ​ທີ່​ເຈົ້າ​ຮັກ ແລະ​ໃຫ້​ສິນບົນ​ແກ່​ພວກເຂົາ ໃຫ້​ພວກເຂົາ​ມາ​ຈາກ​ທຸກບ່ອນ​ເພື່ອ​ນອນ​ນຳ​ເຈົ້າ.</verse>
				<verse number="34">ເຈົ້າ​ເປັນ​ແມ່ຈ້າງ​ແບບ​ພິເສດ; ບໍ່ມີ​ຜູ້ໃດ​ບັງຄັບ​ເຈົ້າ​ໃຫ້​ເປັນ. ເຈົ້າ​ບໍ່ໄດ້​ຮັບ​ເງິນ, ແຕ່​ເຈົ້າ​ພັດ​ຈ່າຍ​ເງິນ​ໃຫ້​ພວກເຂົາ ແມ່ນແລ້ວ ເຈົ້າ​ເຮັດ​ແບບ​ກົງກັນຂ້າມ​ແທ້ໆ.</verse>
				<verse number="35">ບັດນີ້ ນະຄອນ​ເຢຣູຊາເລັມ ຍິງໂສເພນີ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກຳລັງ​ກ່າວ.</verse>
				<verse number="36">ນີ້ແຫລະ ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: ເຈົ້າ​ແກ້​ເຄື່ອງນຸ່ງ​ອອກ​ເໝືອນ​ແມ່ຈ້າງ ເຈົ້າ​ມອບ​ຕົວ​ໃຫ້​ແກ່​ບັນດາ​ຄູ່ຮັກ​ຂອງເຈົ້າ ແລະ​ໃຫ້​ແກ່​ຮູບເຄົາຣົບ​ອັນ​ໜ້າກຽດຊັງ​ທັງໝົດ​ຂອງເຈົ້າ ແລະ​ເຈົ້າ​ໄດ້​ຂ້າ​ລູກ​ເຈົ້າ​ເອງ ເປັນ​ເຄື່ອງບູຊາ​ຖວາຍ​ແກ່​ບັນດາ​ຮູບເຄົາຣົບ.</verse>
				<verse number="37">ຍ້ອນ​ການກະທຳ​ເຊັ່ນນີ້ແຫລະ ເຮົາ​ຈະ​ນຳ​ພວກ​ຄົນຮັກ​ແຕ່​ກ່ອນ​ຂອງ​ເຈົ້າ​ທັງໝົດ​ມາ​ໂຮມກັນ ຄື​ທັງ​ຜູ້​ທີ່​ເຈົ້າ​ຮັກ ແລະ​ຜູ້​ທີ່​ເຈົ້າ​ກຽດຊັງ. ເຮົາ​ຈະ​ນຳ​ພວກເຂົາ​ມາ​ໂຮມກັນ​ເປັນ​ວົງມົນ​ອ້ອມ​ເຈົ້າ​ໄວ້ ແລ້ວ​ເຮົາ​ກໍ​ຈະ​ແກ້​ເຄື່ອງນຸ່ງ​ຂອງເຈົ້າ​ອອກ ແລະ​ໃຫ້​ພວກເຂົາ​ເຫັນ​ເຈົ້າ​ເປືອຍກາຍ.</verse>
				<verse number="38">ເຮົາ​ຈະ​ກ່າວໂທດ​ເຈົ້າ​ໃນ​ຖານ​ຫລີ້ນຊູ້ ແລະ​ຂ້າ​ຄົນ ແລະ​ດ້ວຍ​ຄວາມ​ໂກດຮ້າຍ​ທັງ​ໂມໂຫ​ນັ້ນ ເຮົາ​ຈະ​ລົງໂທດ​ເຈົ້າ​ໃຫ້​ເຖິງ​ຕາຍ.</verse>
				<verse number="39">ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ຮື້​ລົງ​ໝົດ ສະຖານທີ່​ຊຶ່ງ​ເຈົ້າ​ໄດ້​ເຮັດ​ເປັນ​ບ່ອນ​ຫລີ້ນຊູ້ ແລະ​ຂາບໄຫວ້​ບັນດາ​ຮູບເຄົາຣົບ. ພວກເຂົາ​ຈະ​ເອົາ​ເຄື່ອງນຸ່ງ​ແລະ​ເຄື່ອງເອ້​ຂອງເຈົ້າ​ໄປ​ໝົດ ແລະ​ປ່ອຍ​ໃຫ້​ເຈົ້າ​ເປືອຍກາຍ.</verse>
				<verse number="40">ພວກເຂົາ​ຈະ​ປຸກປັ່ນ​ປວງຊົນ​ໃຫ້​ແກວ່ງ​ກ້ອນຫີນ​ໃສ່​ເຈົ້າ ແລະ​ພວກເຂົາ​ຈະ​ໃຊ້​ດາບ​ຕັດ​ເຈົ້າ​ເປັນ​ຕ່ອນໆ.</verse>
				<verse number="41">ພວກເຂົາ​ຈະ​ຈູດ​ເຮືອນ​ຂອງເຈົ້າ​ຖິ້ມ ແລະ​ປ່ອຍ​ໃຫ້​ພວກຜູ້ຍິງ​ເຫັນ​ໂທດກຳ​ຂອງ​ເຈົ້າ. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເຊົາ​ເປັນ​ຍິງໂສເພນີ ແລະ​ເຊົາ​ໃຫ້​ຂອງຂວັນ​ແກ່​ທຸກຄົນ​ທີ່​ເຈົ້າ​ຮັກ.</verse>
				<verse number="42">ແລ້ວ​ເຮົາ​ກໍ​ຈະ​ສະຫງົບ​ອາຣົມ ແລະ​ເຊົາ​ໂກດຮ້າຍ​ເຈົ້າ. ເຮົາ​ຈະ​ບໍ່​ໂກດຮ້າຍ​ຫລື​ຫວງແຫນ​ເຈົ້າ​ອີກ​ຕໍ່ໄປ.</verse>
				<verse number="43">ເຈົ້າ​ລືມໄລ​ໄປ​ວ່າ​ເຮົາ​ໄດ້​ປະຕິບັດ​ຕໍ່​ເຈົ້າ​ຢ່າງໃດ ເມື່ອ​ເຈົ້າ​ຍັງ​ໜຸ່ມນ້ອຍ​ຢູ່​ນັ້ນ ແລະ​ເຈົ້າ​ຍັງ​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ດ້ວຍ​ສິ່ງ​ທັງໝົດ​ທີ່​ເຈົ້າ​ໄດ້​ເຮັດ. ສະນັ້ນ ເຮົາ​ຈຶ່ງ​ເຮັດ​ໃຫ້​ເຈົ້າ​ທົດແທນ​ທຸກສິ່ງ​ທີ່​ເຈົ້າ​ໄດ້​ເຮັດ. ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ຜິດ​ສິນທຳ​ທາງເພດ ຕື່ມ​ເຂົ້າ​ກັບ​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ເຈົ້າ​ໄດ້​ເຮັດ? ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="44">ນະຄອນ​ເຢຣູຊາເລັມ​ເອີຍ ເມື່ອ​ເວົ້າ​ເຖິງ​ເຈົ້າ ຄົນ​ຈະ​ໃຊ້​ສຸພາສິດ​ນີ້: ‘ແມ່​ເປັນ​ແບບໃດ ລູກສາວ​ກໍ​ເປັນ​ແບບນັ້ນ.’</verse>
				<verse number="45">ເຈົ້າ​ແມ່ນ​ລູກສາວ​ຂອງ​ແມ່​ແທ້ຈິງ. ນາງ​ກຽດຊັງ​ຜົວ ແລະ​ລູກ​ຂອງຕົນ. ເຈົ້າ​ກໍ​ເປັນ​ດັ່ງ​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ຜູ້​ທີ່​ກຽດຊັງ​ຜົວ​ກັບ​ລູກ​ຂອງ​ຕົນເອງ. ເຈົ້າ​ແລະ​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ມີ​ແມ່​ເປັນ​ຊາວ​ຮິດຕີ ແລະ​ມີ​ພໍ່​ເປັນ​ຊາວ​ອາໂມ.</verse>
				<verse number="46">ເອື້ອຍ​ກົກ​ຂອງ​ເຈົ້າ​ແມ່ນ​ຊາມາເຣຍ​ຄື​ຢູ່​ທາງ​ທິດເໜືອ ໄດ້​ມີ​ໝູ່ບ້ານ​ຂອງ​ຕົນເອງ. ສ່ວນ​ນ້ອງສາວ​ຂອງເຈົ້າ​ແມ່ນ​ໂຊໂດມ​ຄື​ຢູ່​ທາງ​ທິດໃຕ້ ກໍ​ມີ​ໝູ່ບ້ານ​ຂອງຕົນເອງ.</verse>
				<verse number="47">ເຈົ້າ​ພໍໃຈ​ເຮັດ​ຕາມ​ບາດຍ່າງ​ຂອງ​ພວກເຂົາ ແລະ​ລອກແບບ​ອັນ​ໜ້າກຽດຊັງ​ທີ່​ພວກເຂົາ​ໄດ້​ເຮັດ ອີກ​ບໍ່​ເທົ່າໃດ​ເຈົ້າ​ກໍ​ເຮັດ​ຊົ່ວ ລື່ນກວ່າ​ຄວາມຊົ່ວ​ທຸກຢ່າງ​ທີ່​ພວກເຂົາ​ໄດ້​ເຮັດ​ຊໍ້າ.</verse>
				<verse number="48">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ; ໂຊໂດມ ນ້ອງສາວ​ຂອງເຈົ້າ​ກັບ​ໝູ່ບ້ານ​ຂອງ​ນາງ​ກໍ​ຈະ​ບໍ່​ເຮັດ​ຊົ່ວ ດັ່ງ​ທີ່​ເຈົ້າ​ແລະ​ໝູ່ບ້ານ​ຂອງເຈົ້າ​ໄດ້​ເຮັດ​ຈັກເທື່ອ​ສັນນັ້ນ.</verse>
				<verse number="49">ນາງ​ກັບ​ພວກ​ນ້ອງສາວ​ຂອງ​ນາງ​ຕ່າງ​ກໍ​ອວດຕົວ ຍ້ອນ​ພວກເຂົາ​ມີຢູ່​ມີກິນ​ຢ່າງ​ຫລວງຫລາຍ​ແລະ​ສະໜຸກ​ສຸກ​ສະບາຍ​ທັງ​ຢູ່​ຢ່າງ​ສະຫງົບສຸກ ແຕ່​ພວກເຂົາ​ບໍ່ໄດ້​ເບິ່ງແຍງ​ຄົນ​ຍາກຈົນ​ແລະ​ຄົນ​ຂັດສົນ.</verse>
				<verse number="50">ພວກເຂົາ​ອວດອົ່ງ​ທະນົງ​ຕົວ ແລະ​ດື້ດຶງ ຕະຫລອດ​ທັງ​ໄດ້​ເຮັດ​ສິ່ງ​ທີ່​ເຮົາ​ກຽດຊັງ; ສະນັ້ນ ເຮົາ​ຈຶ່ງ​ໄດ້​ທຳລາຍ​ພວກເຂົາ​ດັ່ງ​ທີ່​ພວກເຈົ້າ​ໄດ້​ຮູ້​ນັ້ນ.</verse>
				<verse number="51">ຊາມາເຣຍ​ບໍ່ໄດ້​ເຮັດ​ບາບ​ຮອດ​ເຄິ່ງ​ໜຶ່ງ​ທີ່​ເຈົ້າ​ໄດ້​ເຮັດ. ເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ໜ້າກຽດຊັງ​ຫລາຍກວ່າ​ນາງ​ໄດ້​ເຮັດ. ເມື່ອ​ປຽບທຽບ​ໃສ່​ກັນ​ແລ້ວ ການກະທຳ​ອັນ​ໜ້າກຽດຊັງ​ຂອງເຈົ້າ​ນັ້ນ​ເຮັດ​ໃຫ້​ນ້ອງສາວ​ຂອງ​ເຈົ້າ​ເບິ່ງ​ຄື​ບໍຣິສຸດ.</verse>
				<verse number="52">ບັດນີ້ ເຈົ້າ​ຈະ​ຕ້ອງ​ທົນ​ຕໍ່​ຄວາມ​ອັບອາຍ​ຂອງເຈົ້າ. ບາບກຳ​ຂອງເຈົ້າ​ມີ​ຫລາຍກວ່າ​ບາບກຳ​ຂອງ​ເອື້ອຍ​ນ້ອງ​ຂອງ​ເຈົ້າ. ເມື່ອ​ມາ​ທຽບ​ໃສ່​ກັນ​ແລ້ວ​ພວກເຂົາ​ເບິ່ງ​ຄື​ບໍຣິສຸດ. ບັດນີ້ ຈົ່ງ​ໜ້າ​ແດງ ແລະ​ຮັບ​ເອົາ​ຄວາມ​ອັບອາຍ​ຂອງ​ເຈົ້າ​ສາ ເພາະ​ເຈົ້າ​ເຮັດ​ໃຫ້​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ເບິ່ງ​ຄື​ບໍຣິສຸດ.</verse>
				<verse number="53">ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ອີກ ຄື​ເມືອງ​ໂຊໂດມ​ກັບ​ໝູ່ບ້ານ​ຕ່າງໆ ແລະ​ເມືອງ​ຊາມາເຣຍ​ກັບ​ໝູ່ບ້ານ​ຕ່າງໆ. ແມ່ນ​ແທ້ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຈະເລີນ​ຮຸ່ງເຮືອງ​ເຊັ່ນດຽວ​ກັນ.</verse>
				<verse number="54">ເຈົ້າ​ຈະ​ອັບອາຍ​ໃນ​ຈິດໃຈ ແລະ​ຄວາມ​ອັບອາຍ​ຂອງເຈົ້າ​ນັ້ນ​ຈະ​ສະແດງ​ໃຫ້​ເຫັນ​ວ່າ ເອື້ອຍ​ນ້ອງ​ຂອງ​ເຈົ້າ​ດີ​ສໍ່າໃດ.</verse>
				<verse number="55">ພວກເຂົາ​ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ອີກ ແລະ​ເຈົ້າ​ພ້ອມ​ກັບ​ໝູ່ບ້ານ​ຂອງເຈົ້າ​ກໍ​ຈະ​ໄດ້​ຮັບ​ການ​ປົວແປງ​ຂຶ້ນໃໝ່​ຄືກັນ.</verse>
				<verse number="56">ໃນ​ຄາວ​ທີ່​ເຈົ້າ​ອວດອົ່ງ​ທະນົງ​ຕົວ ແລະ​ກ່ອນ​ຄວາມຊົ່ວ​ທີ່​ເຈົ້າ​ໄດ້​ເຮັດ​ຖືກ​ເປີດເຜີຍ​ນັ້ນ</verse>
				<verse number="57">ເຈົ້າ​ບໍ່ໄດ້​ເວົ້າ​ເຍາະເຍີ້ຍ​ໃຫ້​ໂຊໂດມ​ບໍ? ບັດນີ້ ເຈົ້າ​ກໍ​ເປັນ​ດັ່ງ​ໂຊໂດມ​ນັ້ນ​ແຫຼະ ຄື​ໄດ້​ຮັບ​ການ​ເຍາະເຍີ້ຍ​ຈາກ​ຊາວ​ເອໂດມ, ຊາວ​ຟີລິດສະຕິນ ແລະ​ພວກ​ເພື່ອນບ້ານ​ອື່ນໆ​ທີ່​ກຽດຊັງ​ເຈົ້າ.</verse>
				<verse number="58">ເຈົ້າ​ຕ້ອງ​ໄດ້​ຮັບ​ຜົນ​ກຳ​ຂອງ​ຄວາມ​ຕໍ່າຊ້າ​ຂອງ​ເຈົ້າ ຄື​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ເຈົ້າ​ໄດ້​ເຮັດ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="59">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ຈະ​ເຮັດ​ກັບ​ເຈົ້າ​ຕາມ​ທີ່​ເຈົ້າ​ສົມຄວນ​ໄດ້​ຮັບ ເພາະ​ເຈົ້າ​ໄດ້​ເມີນເສີຍ​ຕໍ່​ຄຳສັນຍາ​ຕ່າງໆ​ຂອງ​ເຈົ້າ ແລະ​ໄດ້​ຝ່າຝືນ​ພັນທະສັນຍາ​ດ້ວຍ.</verse>
				<verse number="60">ແຕ່​ເຮົາ​ຈະ​ເຮັດ​ຕາມ​ພັນທະສັນຍາ ທີ່​ເຮົາ​ໄດ້​ມີ​ໄວ້​ກັບ​ເຈົ້າ​ເມື່ອ​ຄາວ​ເຈົ້າ​ຍັງ​ໜຸ່ມນ້ອຍ ແລະ​ເຮົາ​ຈະ​ເຮັດ​ພັນທະສັນຍາ​ອັນ​ຍືນຍົງ​ຕະຫລອດໄປ​ກັບ​ເຈົ້າ.</verse>
				<verse number="61">ເຈົ້າ​ຈະ​ລະນຶກ​ໄດ້​ວ່າ​ເຈົ້າ​ໄດ້​ເຮັດ​ຫຍັງ​ແດ່ ແລະ​ເຈົ້າ​ກໍ​ຈະ​ລະອາຍ​ໃຈ ເມື່ອ​ເຈົ້າ​ໄດ້​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ຄືນ​ມາ. ເຮົາ​ຈະ​ໃຫ້​ພວກເຂົາ​ເປັນ​ດັ່ງ​ລູກສາວ​ຂອງເຈົ້າ ເຖິງ​ແມ່ນ​ວ່າ​ບໍ່​ຢູ່​ໃນ​ສ່ວນ​ພັນທະສັນຍາ​ຂອງເຮົາ​ກັບ​ເຈົ້າ​ກໍຕາມ.</verse>
				<verse number="62">ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ເຈົ້າ​ໃໝ່ ແລະ​ເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="63">ເຮົາ​ຈະ​ຍົກ​ຄວາມຜິດ​ທຸກຢ່າງ​ທີ່​ເຈົ້າ​ໄດ້​ເຮັດ, ແຕ່​ເຈົ້າ​ຈະ​ຈົດຈຳ​ມັນ​ໄວ້ ແລະ​ລະອາຍ​ໃຈ ຈົນ​ບໍ່​ກ້າ​ອ້າ​ປາກ​ເວົ້າ​ເຖິງ​ມັນ​ເລີຍ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”</verse>
			</chapter>
			<chapter number="17">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="2">“ມະນຸດ​ເອີຍ ຈົ່ງ​ບອກ​ຄຳ​ປຽບທຽບ​ເລື່ອງ​ໜຶ່ງ</verse>
				<verse number="3">ໃຫ້​ຊາວ​ອິດສະຣາເອນ​ຟັງ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ແກ່​ພວກເຂົາ​ດັ່ງນີ້: ຍັງ​ມີ​ນົກອິນຊີ​ໃຫຍ່​ໂຕໜຶ່ງ ຊຶ່ງ​ມີ​ຂົນ​ງາມ ແລະ​ປີກ​ກໍ​ໃຫຍ່​ທັງ​ພື​ອອກ​ໄດ້​ກວ້າງ​ດ້ວຍ. ມັນ​ໄດ້​ບິນ​ໄປ​ທີ່​ພູເຂົາ​ເລບານອນ ແລະ​ຫັກ​ເອົາ​ຍອດ​ຂອງ​ໄມ້​ແປກ​ຕົ້ນ​ໜຶ່ງ</verse>
				<verse number="4">ຊຶ່ງ​ມັນ​ຖື​ໄປ​ສູ່​ດິນແດນ​ທີ່​ມີ​ການ​ຄ້າຂາຍ ແລະ​ວາງ​ມັນ​ໄວ້​ໃນ​ເມືອງ​ໜຶ່ງ​ຂອງ​ພວກ​ພໍ່ຄ້າ.</verse>
				<verse number="5">ແລ້ວ​ມັນ​ກໍ​ເອົາ​ເບ້ຍ​ໄມ້​ຕົ້ນ​ໜຶ່ງ​ຈາກ​ດິນແດນ​ອິດສະຣາເອນ​ໄປ​ປູກ​ໃນ​ນາ ທີ່​ມີ​ດິນ​ດີ​ທົ່ງ​ໜຶ່ງ ຄື​ໃນ​ບ່ອນ​ທີ່​ມີ​ນໍ້າ​ຢູ່​ສະເໝີ​ເພື່ອ​ໃຫ້​ມັນ​ໃຫຍ່​ຂຶ້ນ.</verse>
				<verse number="6">ເບ້ຍ​ໄມ້​ຕົ້ນ​ນັ້ນ​ໄດ້​ແຕກໜໍ່​ເລືອ​ລາມ​ໄປ​ເປັນ​ເຄືອ​ອະງຸ່ນ. ງ່າ​ຕ່າງໆ​ໄດ້​ໃຫຍ່​ຂຶ້ນ ແລະ​ເດ່​ໄປ​ທາງ​ນົກອິນຊີ ແລະ​ຮາກ​ຕ່າງໆ​ກໍ​ຢັ່ງລົງ​ເລິກ​ໃນ​ດິນ. ເຄືອ​ອະງຸ່ນ​ນັ້ນ​ແຕກໜໍ່​ແໜ່ງ​ອອກ​ເປັນ​ງ່າ ແລະ​ມີ​ໃບ​ເຕັມ​ກົກ.</verse>
				<verse number="7">ແຕ່​ໄດ້​ມີ​ນົກອິນຊີ​ໃຫຍ່​ອີກ​ໂຕໜຶ່ງ​ທີ່​ມີ​ປີກ​ໃຫຍ່ ແລະ​ຂົນ​ໜາ. ດັ່ງນັ້ນ ເຄືອ​ອະງຸ່ນ​ຈຶ່ງ​ຢັ່ງ​ຮາກ​ທັງຫລາຍ​ຂອງຕົນ​ລົງ ພ້ອມ​ທັງ​ປິ່ນ​ໃບ​ທັງໝົດ​ໄປ​ຫາ​ນົກອິນຊີ​ໂຕ​ນີ້ ໂດຍ​ຫວັງ​ວ່າ​ມັນ​ຈະ​ໃຫ້​ນໍ້າ​ຫລາຍກວ່າ ທີ່​ມີ​ຢູ່​ໃນ​ສວນ​ບ່ອນ​ທີ່​ຕົນ​ໄດ້​ເຕີບໃຫຍ່​ຂຶ້ນ​ມາ​ນັ້ນ.</verse>
				<verse number="8">ແຕ່​ເຄືອ​ອະງຸ່ນ​ໄດ້​ຖືກ​ປູກ​ໄວ້​ໃນ​ບ່ອນ​ທີ່​ມີ​ດິນ​ດີ​ແລ້ວ ໃນ​ນາ​ທີ່​ມີ​ນໍ້າ​ຊຸ່ມຊື່ນ​ຢູ່​ສະເໝີ ເພື່ອ​ວ່າ​ມັນ​ຈະ​ໄດ້​ປົ່ງ​ໃບ​ທັງ​ມີ​ໝາກ​ຫລາຍ ແລະ​ເປັນ​ເຄືອ​ອະງຸ່ນ​ທີ່​ສວຍງາມ​ເຄືອ​ໜຶ່ງ.’</verse>
				<verse number="9">ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ຖາມ​ວ່າ, ‘ເຄືອ​ອະງຸ່ນ​ນັ້ນ​ຈະ​ມີ​ຊີວິດ​ຢູ່ ແລະ​ໃຫຍ່​ຂຶ້ນ​ໄດ້​ບໍ? ນົກອິນຊີ​ໂຕ​ທີ​ໜຶ່ງ​ຈະ​ບໍ່​ຫລົກ​ມັນ​ອອກ, ດຶງ​ໝາກ​ມັນ​ຖິ້ມ ແລະ​ຫັກ​ງ່າ​ປ່ອຍ​ໃຫ້​ມັນ​ຫ່ຽວແຫ້ງ​ບໍ? ຄົງ​ບໍ່​ຕ້ອງການ​ໃຊ້​ກຳລັງ​ຫລາຍ ຫລື​ໃຫ້​ຊົນຊາດ​ທີ່​ມີ​ອຳນາດ​ມາ​ຫລົກ​ຖິ້ມ​ດອກ.</verse>
				<verse number="10">ແມ່ນ​ຢູ່ ມັນ​ໄດ້​ຖືກ​ປູກ​ໄວ້ ແຕ່​ມັນ​ຈະ​ມີ​ຊີວິດ ແລະ​ໃຫຍ່​ຂຶ້ນ​ໄດ້​ບໍ? ມັນ​ຈະ​ບໍ່​ຫ່ຽວແຫ້ງ​ລົງ ເມື່ອ​ຖືກ​ລົມ​ທາງທິດ​ຕາເວັນອອກ​ພັດ​ໃສ່​ບໍ? ມັນ​ຈະ​ບໍ່​ຫ່ຽວແຫ້ງ​ໃນ​ບ່ອນ​ທີ່​ມັນ​ກຳລັງ​ໃຫຍ່​ຂຶ້ນ​ມາ​ນັ້ນ​ບໍ?”’</verse>
				<verse number="11">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="12">“ຈົ່ງ​ຖາມ​ຄົນ​ກະບົດ​ເຫຼົ່ານັ້ນ​ເບິ່ງດູ​ວ່າ, ‘ພວກເຈົ້າ​ຮູ້​ຄວາມໝາຍ​ຂອງ​ຄຳ​ປຽບທຽບ​ນັ້ນ​ຫລື​ບໍ?’ ຈົ່ງ​ບອກ​ພວກເຂົາ​ວ່າ, ‘ກະສັດ​ແຫ່ງ​ບາບີໂລນ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ຈັບ​ກະສັດ​ພ້ອມ​ທັງ​ບັນດາ​ຂ້າຣາຊການ​ຂອງ​ກະສັດ​ກັບຄືນ​ໄປ​ສູ່​ບາບີໂລນ​ກັບ​ຕົນ.</verse>
				<verse number="13">ລາວ​ໄດ້​ເອົາ​ຄົນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ກະສັດ​ເຮັດ​ຄຳໝັ້ນ​ສັນຍາ​ກັບ​ຜູ້ນັ້ນ ແລະ​ໃຫ້​ສາບານ​ວ່າ​ຈະ​ສັດຊື່​ຕໍ່​ລາວ. ລາວ​ໄດ້​ຈັບ​ເອົາ​ຄົນ​ສຳຄັນ​ໄປ​ເປັນ​ຕົວປະກັນ</verse>
				<verse number="14">ເພື່ອ​ບໍ່​ໃຫ້​ປະຊາຊົນ​ໃນ​ຊາດ​ນີ້​ລຸກຂຶ້ນ​ໄດ້ ແລະ​ເພື່ອ​ໃຫ້​ແນ່ໃຈ​ວ່າ​ຄຳໝັ້ນ​ສັນຍາ​ນັ້ນ​ໄດ້​ຮັບ​ການ​ຢຶດຖື.</verse>
				<verse number="15">ແຕ່​ກະສັດ​ແຫ່ງ​ຢູດາຍ​ໄດ້​ກໍ່​ການ​ກະບົດ ແລະ​ສົ່ງ​ຄະນະ​ຜູ້​ຕາງໜ້າ​ຂອງຕົນ​ໄປ​ປະເທດ​ເອຢິບ ເພື່ອ​ຫາ​ຝູງມ້າ ແລະ​ກອງທັບ​ອັນ​ມີ​ທະຫານ​ຫລວງຫລາຍ​ມາ. ລາວ​ຈະ​ເຮັດ​ຫລ້ອນໜ້າທີ່​ຫລື? ລາວ​ຈະ​ໄປ​ລອດ​ບໍ? ລາວ​ຝ່າຝືນ​ຄຳໝັ້ນ​ສັນຍາ​ໂດຍ​ບໍ່​ຮັບ​ໂທດ​ໄດ້​ບໍ?</verse>
				<verse number="16">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ກະສັດ​ຜູ້​ນີ້​ກໍ​ຈະ​ຕາຍ​ໃນ​ບາບີໂລນ​ສັນນັ້ນ; ເພາະ​ລາວ​ໄດ້​ລະເມີດ​ຄຳ​ສາບານ ແລະ​ຄຳໝັ້ນ​ສັນຍາ ທີ່​ໄດ້​ເຮັດ​ໄວ້​ກັບ​ກະສັດ​ແຫ່ງ​ບາບີໂລນ ຜູ້​ທີ່​ໄດ້​ຕັ້ງ​ລາວ​ຂຶ້ນ​ນັ່ງ​ບັນລັງ​ນັ້ນ.</verse>
				<verse number="17">ເຖິງ​ແມ່ນ​ວ່າ​ກອງທັບ​ອັນ​ເຂັ້ມແຂງ​ຂອງ​ກະສັດ​ແຫ່ງ​ເອຢິບ ກໍ​ຈະ​ບໍ່​ສາມາດ​ສູ້ຮົບ​ຊ່ວຍ​ລາວ​ໄດ້ ໃນ​ເມື່ອ​ຊາວ​ບາບີໂລນ​ໄດ້​ສ້າງ​ຄັນຄູ​ປ້ອງກັນ ແລະ​ຂຸດ​ຫລຸມ​ໄວ້​ເພື່ອ​ຈະ​ຂ້າ​ຫລາຍ​ຄົນ.</verse>
				<verse number="18">ລາວ​ໄດ້​ລະເມີດ​ຄຳ​ສາບານ​ຂອງຕົນ ຕະຫລອດ​ທັງ​ໄດ້​ລະເມີດ​ຄຳໝັ້ນ​ສັນຍາ ທີ່​ຕົນ​ໄດ້​ເຮັດ​ໄວ້​ນັ້ນ. ລາວ​ໄດ້​ຝ່າຝືນ​ສິ່ງ​ທັງໝົດ​ເຫຼົ່ານີ້​ທີ່​ລາວ​ໄດ້​ເຮັດ​ໄວ້. ສະນັ້ນ ບັດນີ້ ລາວ​ບໍ່​ຫ່ອນ​ຈະ​ປົບໜີໄປ​ໄດ້.</verse>
				<verse number="19">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ກໍ​ຈະ​ລົງໂທດ​ລາວ​ທີ່​ໄດ້​ລະເມີດ​ຄຳໝັ້ນ​ສັນຍາ​ສັນນັ້ນ ຄື​ຄຳໝັ້ນ​ສັນຍາ​ຂອງເຮົາ​ທີ່​ລາວ​ໄດ້​ສາບານ​ໄວ້​ວ່າ​ຈະ​ຢຶດຖື.</verse>
				<verse number="20">ເຮົາ​ຈະ​ຫວ່ານ​ຕາໜ່າງ​ຂອງ​ພວກ​ນັກໂຫ່ເນື້ອ​ຈັບ​ເອົາ​ລາວ. ເຮົາ​ຈະ​ນຳ​ລາວ​ໄປ​ສູ່​ບາບີໂລນ ແລະ​ລົງໂທດ​ລາວ​ຢູ່​ທີ່​ນັ້ນ ເພາະ​ລາວ​ບໍ່ໄດ້​ສັດຊື່​ຕໍ່​ເຮົາ.</verse>
				<verse number="21">ພວກ​ທະຫານ​ທີ່​ເກັ່ງກ້າ​ຂອງ​ລາວ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ຜູ້​ທີ່​ລອດຕາຍ​ມາ​ໄດ້​ຈະ​ຖືກ​ກະຈັດ​ກະຈາຍ​ໄປ​ທົ່ວ​ທຸກ​ທິດທາງ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="22">ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: ເຮົາ​ຈະ​ຈັບ​ເອົາ​ຍອດ​ຕົ້ນແປກ​ສູງ ແລະ​ຫັກ​ເອົາ​ຍອດ​ທີ່​ກຳລັງ​ແຕກໜໍ່; ເຮົາ​ຈະ​ເພາະປູກ​ມັນ​ໄວ້​ບ່ອນ​ໜຶ່ງ​ທີ່​ເທິງ​ພູເຂົາ​ສູງ ຄື​ທີ່​ເທິງ​ພູເຂົາ​ສູງສຸດ​ຂອງ​ຊາດ​ອິດສະຣາເອນ​ນັ້ນ. ໃບ​ມັນ​ຈະ​ດົກໜາ​ທັງ​ຈະ​ແຕກ​ໜໍ່​ແນວ ກາຍເປັນ​ໄມ້ແປກ​ແຂງແຮງ​ສວຍງາມ​ຕົ້ນ​ໜຶ່ງ. ຝູງນົກ​ນາໆ​ຊະນິດ​ຕ່າງ​ກໍ​ຈະ​ມາ​ພັກພາ​ອາໄສ ພົບ​ເຮືອນຮັງ​ຂອງຕົນ​ຢູ່​ຕາມ​ຮົ່ມ​ຕົ້ນໄມ້​ນັ້ນ.</verse>
				<verse number="23"></verse>
				<verse number="24">ຕົ້ນໄມ້​ທຸກ​ຕົ້ນ​ທີ່​ນັ້ນ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ. ເຮົາ​ໄດ້​ຕັດ​ຕົ້ນ​ສູງ​ລົງ ແລະ​ເຮັດ​ໃຫ້​ຕົ້ນ​ຕໍ່າ​ສູງ​ຂຶ້ນ. ເຮົາ​ເຮັດ​ໃຫ້​ຕົ້ນໄມ້​ໃບຂຽວ​ຫ່ຽວແຫ້ງ​ຕາຍໄປ ເຮັດ​ໃຫ້​ຕົ້ນໄມ້​ຫ່ຽວແຫ້ງ​ໄປ​ມີ​ໃບຂຽວ​ຂຶ້ນໃໝ່. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ. ເຮົາ​ຈະ​ເຮັດ​ຕາມ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ​ທຸກປະການ.”’</verse>
			</chapter>
			<chapter number="18">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ</verse>
				<verse number="2">ວ່າ, “ສຸພາສິດ​ທີ່​ຄົນ​ມັກ​ເວົ້າ​ກັນ​ໃນ​ດິນແດນ​ແຫ່ງ​ຊາດ​ອິດສະຣາເອນ​ນີ້ ມີ​ຄວາມໝາຍ​ວ່າ​ຢ່າງໃດ? ‘ພໍ່​ແມ່​ກິນ​ໝາກອະງຸ່ນ​ສົ້ມ ແຕ່​ລູກ​ຊໍ້າພັດ​ເຂັດແຂ້ວ​ນຳ.”’</verse>
				<verse number="3">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຈົ້າ​ຈະ​ບໍ່ໄດ້​ເວົ້າ​ຊໍ້າ​ສຸພາສິດ​ນີ້​ໃນ​ຊາດ​ອິດສະຣາເອນ​ອີກ​ຕໍ່ໄປ.</verse>
				<verse number="4">ຊີວິດ​ແຕ່ລະ​ບຸກຄົນ​ຂຶ້ນ​ຢູ່​ກັບ​ເຮົາ ຄື​ຊີວິດ​ຜູ້​ເປັນ​ພໍ່​ແມ່ ກໍ​ເໝືອນກັນ​ກັບ​ຊີວິດ​ຂອງ​ຜູ້​ເປັນ​ລູກ. ບຸກຄົນ​ໃດ​ທີ່​ເຮັດ​ບາບ ບຸກຄົນ​ນັ້ນ​ແຫຼະ​ທີ່​ສົມຄວນ​ຈະ​ຕ້ອງ​ຕາຍ.</verse>
				<verse number="5">ຖ້າ​ວ່າ​ມີ​ຄົນ​ດີ​ທີ່​ສັດຊື່ ແລະ​ຊອບທຳ​ແທ້ໆ​ຈັກ​ຄົນ​ໜຶ່ງ.</verse>
				<verse number="6">ລາວ​ບໍ່ໄດ້​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຂອງ​ຊາວ​ອິດສະຣາເອນ ຫລື​ບໍ່​ກິນ​ເຄື່ອງ​ທີ່​ໄດ້​ບູຊາ​ໃນ​ບ່ອນ​ສັກສິດ​ທີ່​ໄດ້​ຫວງຫ້າມ. ລາວ​ບໍ່ໄດ້​ລໍ້ລວງ​ຫລີ້ນ​ເມຍ​ຂອງ​ຄົນອື່ນ ຫລື​ສົມສູ່​ກັບ​ຍິງ​ທີ່​ກຳລັງ​ເປັນ​ປະຈຳເດືອນ.</verse>
				<verse number="7">ລາວ​ບໍ່​ສໍ້ໂກງ​ຫລື​ບໍ່​ປຸ້ນ​ເຈົ້າ​ເອົາ​ຂອງ​ຜູ້ໃດ. ລາວ​ຄືນ​ຂອງ​ທີ່​ລູກໜີ້​ເອົາ​ມາ​ຈຳ​ນຳ; ລາວ​ລ້ຽງ​ຄົນ​ທີ່​ອຶດຫິວ ແລະ​ໃຫ້​ເຄື່ອງນຸ່ງຫົ່ມ​ແກ່​ຄົນ​ທີ່​ຂາດເຂີນ.</verse>
				<verse number="8">ລາວ​ໃຫ້​ຄົນ​ຢືມ​ເງິນ​ໂດຍ​ບໍ່​ຄິດ​ດອກເບ້ຍ. ລາວ​ບໍ່​ຍອມ​ປະພຶດ​ຕົນ​ຢ່າງ​ບໍ່​ເປັນທຳ, ແຕ່​ກັບ​ໃຫ້​ຄວາມ​ເປັນທຳ​ແກ່​ຜູ້​ທີ່​ເປັນຄວາມ.</verse>
				<verse number="9">ຄົນ​ເຊັ່ນນີ້ ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ແລະ​ຢຶດຖື​ບັນດາ​ກົດບັນຍັດ​ຂອງເຮົາ​ຢ່າງ​ເອົາໃຈໃສ່. ລາວ​ເປັນ​ຄົນ​ຊອບທຳ​ແລະ​ຈະ​ມີ​ຊີວິດ​ຢູ່.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="10">“ແລ້ວ​ຖ້າ​ວ່າ​ຊາຍ​ຜູ້​ນີ້​ມີ​ລູກຊາຍ​ຄົນ​ໜຶ່ງ ທີ່​ມັກ​ປຸ້ນ ແລະ​ຂ້າເຈົ້າ​ເອົາຂອງ ຄື​ຜູ້​ທີ່​ເຮັດ​ສິ່ງ​ທັງໝົດ​ເຫຼົ່ານີ້</verse>
				<verse number="11">ທີ່​ພໍ່​ຂອງຕົນ​ບໍ່ເຄີຍ​ເຮັດ​ມາກ່ອນ. ລາວ​ກິນ​ເຄື່ອງບູຊາ​ໃນ​ບ່ອນ​ສັກສິດ​ທີ່​ໄດ້​ຫວງຫ້າມ ແລະ​ລໍ້ລວງ​ຫລີ້ນ​ເມຍ​ຂອງ​ຄົນອື່ນ.</verse>
				<verse number="12">ລາວ​ສໍ້ໂກງ​ຄົນ​ຍາກຈົນ, ລາວ​ປຸ້ນ​ເຈົ້າ​ເອົາ​ຂອງ ແລະ​ບໍ່​ຄືນ​ຂອງ​ທີ່​ລູກໜີ້​ເອົາ​ມາ​ຈຳ​ນຳ. ລາວ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ອັນ​ໜ້າກຽດຊັງ​ຢູ່​ໃນ​ບ່ອນ​ສັກສິດ​ຂອງ​ຄົນຕ່າງຊາດ</verse>
				<verse number="13">ແລະ​ໃຫ້​ຄົນ​ຢືມ​ເງິນ​ໂດຍ​ຄິດ​ດອກເບ້ຍ. ລາວ​ຈະ​ມີ​ຊີວິດ​ຢູ່​ບໍ? ບໍ່ແມ່ນ​ດອກ ລາວ​ຈະ​ບໍ່ມີ​ຊີວິດ​ຢູ່. ລາວ​ເຮັດ​ແຕ່​ສິ່ງ​ທີ່​ໜ້າກຽດຊັງ; ສະນັ້ນ ລາວ​ຈະ​ຕ້ອງ​ຕາຍ. ລາວ​ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ການຕາຍ​ເອົາ​ເອງ.</verse>
				<verse number="14">ບັດນີ້ ຖ້າ​ວ່າ​ຊາຍ​ຜູ້​ທີ​ສອງ​ນີ້​ມີ​ລູກຊາຍ​ຢູ່​ຄົນ​ໜຶ່ງ. ລູກຊາຍ​ຜູ້​ນີ້​ເຫັນ​ບາບ​ທັງໝົດ​ທີ່​ພໍ່​ຂອງຕົນ​ໄດ້​ເຮັດ ແຕ່​ລາວ​ບໍ່ໄດ້​ເຮັດ​ຕາມ​ແບບຢ່າງ​ຂອງ​ພໍ່.</verse>
				<verse number="15">ລາວ​ບໍ່ໄດ້​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຂອງ​ຊາວ​ອິດສະຣາເອນ ຫລື​ກິນ​ເຄື່ອງບູຊາ​ໃນ​ບ່ອນ​ສັກສິດ​ທີ່​ໄດ້​ຫວງຫ້າມ. ລາວ​ບໍ່ໄດ້​ລໍ້ລວງ​ຫລີ້ນ​ເມຍ​ຂອງ​ຄົນອື່ນ</verse>
				<verse number="16">ຫລື​ຂົ່ມເຫັງ ຫລື​ປຸ້ນ​ເຈົ້າ​ເອົາ​ຂອງ​ຜູ້ໃດ. ລາວ​ສົ່ງ​ຄືນ​ຂອງ​ທີ່​ລູກໜີ້​ເອົາ​ມາ​ຈຳ​ນຳ. ລາວ​ລ້ຽງ​ຄົນ​ທີ່​ອຶດຫິວ ແລະ​ໃຫ້​ເຄື່ອງນຸ່ງຫົ່ມ​ແກ່​ຄົນ​ທີ່​ຂັດສົນ.</verse>
				<verse number="17">ລາວ​ບໍ່​ຍອມ​ເຮັດ​ຊົ່ວ ແລະ​ໃຫ້​ຄົນ​ຢືມ​ເງິນ​ໂດຍ​ບໍ່​ຄິດ​ດອກເບ້ຍ. ລາວ​ຢຶດຖື​ບັນດາ​ກົດບັນຍັດ​ຂອງເຮົາ ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ. ລາວ​ຈະ​ບໍ່​ຕາຍ​ເພາະ​ບາບ​ຂອງ​ພໍ່​ລາວ ແຕ່​ລາວ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ.</verse>
				<verse number="18">ພໍ່​ຂອງ​ລາວ​ຕ່າງຫາກ​ທີ່​ໄດ້​ສໍ້ໂກງ ແລະ​ໄດ້​ປຸ້ນ​ເຈົ້າ​ເອົາ​ຂອງ ແລະ​ເຮັດ​ຊົ່ວ​ໃຫ້​ແກ່​ທຸກຄົນ. ສະນັ້ນ ລາວ​ຈຶ່ງ​ຕາຍ​ເພາະ​ບາບ​ທີ່​ຕົນ​ໄດ້​ເຮັດ​ນັ້ນ.</verse>
				<verse number="19">ແຕ່​ຖ້າ​ເຈົ້າ​ຖາມ​ວ່າ, ‘ເປັນຫຍັງ​ລູກຊາຍ​ຈຶ່ງ​ບໍ່ໄດ້​ຮັບ​ໂທດກຳ ເພາະ​ບາບ​ຂອງ​ຜູ້​ເປັນ​ພໍ່?’ ຄຳຕອບ​ກໍ​ຄື​ລູກຊາຍ​ໄດ້​ເຮັດ​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ. ລາວ​ໄດ້​ຮັກສາ​ກົດບັນຍັດ​ຂອງເຮົາ ແລະ​ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ​ຢ່າງ​ລະມັດ​ລະວັງ; ສະນັ້ນ ລາວ​ຈຶ່ງ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ.</verse>
				<verse number="20">ຜູ້​ທີ່​ເຮັດ​ບາບ​ຄື​ຜູ້​ທີ່​ຈະ​ຕ້ອງ​ຕາຍ. ລູກຊາຍ​ບໍ່​ຕ້ອງ​ຮັບ​ໂທດກຳ​ເພາະ​ພໍ່​ຂອງຕົນ​ໄດ້​ເຮັດ​ບາບ; ຫລື​ພໍ່​ບໍ່​ຕ້ອງ​ຮັບ​ໂທດກຳ​ເພາະ​ລູກ​ຂອງຕົນ​ໄດ້​ເຮັດ​ບາບ. ຄົນ​ຊອບທຳ​ຈະ​ໄດ້​ຮັບ​ບຳເໜັດ​ສຳລັບ​ການດີ​ທີ່​ຕົນ​ໄດ້​ເຮັດ ແລະ​ຄົນຊົ່ວ​ກໍ​ຈະ​ໄດ້​ຮັບ​ໂທດກຳ​ສຳລັບ​ການຊົ່ວ​ທີ່​ຕົນ​ໄດ້​ເຮັດ.</verse>
				<verse number="21">ຖ້າ​ຄົນຊົ່ວ​ຜູ້ໜຶ່ງ​ເຊົາ​ເຮັດ​ບາບ ແລະ​ຖ້າ​ລາວ​ຢຶດຖື​ບັນດາ​ກົດບັນຍັດ​ຂອງເຮົາ ຄື​ເຮັດ​ໃນ​ສິ່ງ​ທີ່​ດີ ແລະ​ຖືກຕ້ອງ ລາວ​ກໍ​ຈະ​ບໍ່​ຕາຍ; ແຕ່​ລາວ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ.</verse>
				<verse number="22">ບາບ​ທັງໝົດ​ຂອງ​ລາວ​ຈະ​ໄດ້​ຮັບ​ການອະໄພ ແລະ​ລາວ​ຈະ​ມີ​ຊີວິດ​ຢູ່ ເພາະ​ລາວ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.”</verse>
				<verse number="23">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຖາມ​ວ່າ, “ເຈົ້າ​ຄິດ​ວ່າ​ເຮົາ​ດີໃຈ​ບໍ​ທີ່​ເຫັນ​ຄົນ​ບາບ​ຜູ້ໜຶ່ງ​ຕາຍໄປ? ບໍ່ແມ່ນ​ດອກ ເຮົາ​ຈະ​ດີໃຈ​ຫລາຍກວ່າ ທີ່​ເຫັນ​ຄົນ​ບາບ​ຜູ້ໜຶ່ງ​ກັບໃຈ​ແລະ​ມີ​ຊີວິດ​ຢູ່.</verse>
				<verse number="24">ແຕ່​ຖ້າ​ຄົນ​ຊອບທຳ​ຜູ້ໜຶ່ງ​ເຊົາ​ເຮັດ​ການ​ດີ ແລະ​ເລີ່ມ​ເຮັດ​ແຕ່​ການຊົ່ວ ຄື​ເຮັດ​ແຕ່​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ຄົນຊົ່ວ​ເຮັດ ລາວ​ຈະ​ມີ​ຊີວິດ​ຢູ່​ບໍ? ບໍ່ແມ່ນ​ດອກ ການດີ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ ຈະ​ບໍ່ມີ​ຜູ້ໃດ​ລະນຶກເຖິງ​ເລີຍ. ລາວ​ຈະ​ຕາຍ ເພາະ​ຄວາມ​ບໍ່​ສັດຊື່​ແລະ​ການບາບ​ທີ່​ລາວ​ໄດ້​ເຮັດ.</verse>
				<verse number="25">ແຕ່​ເຈົ້າ​ເວົ້າ​ວ່າ, ‘ສິ່ງ​ທີ່​ພຣະເຈົ້າຢາເວ​ເຮັດ​ນັ້ນ ແມ່ນ​ບໍ່​ຖືກຕ້ອງ.’ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເຮົາ​ເທີ້ນ ພວກເຈົ້າ​ຄິດວ່າ​ວິທີການ​ທີ່​ເຮົາ​ເຮັດ​ບໍ່​ຖືກຕ້ອງ​ບໍ? ວິທີການ​ຂອງ​ພວກເຈົ້າ​ນັ້ນ​ແຫຼະ​ບໍ່​ຖືກຕ້ອງ.</verse>
				<verse number="26">ເມື່ອ​ຄົນ​ຊອບທຳ​ຜູ້ໜຶ່ງ​ເຊົາ​ເຮັດ​ດີ ແລະ​ເລີ່ມ​ເຮັດ​ຊົ່ວ​ແລ້ວ​ຕາຍໄປ ລາວ​ຕາຍ​ເພາະ​ຄວາມຊົ່ວ​ທີ່​ລາວ​ໄດ້​ເຮັດ​ນັ້ນ.</verse>
				<verse number="27">ເມື່ອ​ຄົນຊົ່ວ​ຜູ້ໜຶ່ງ​ເຊົາ​ເຮັດ​ບາບ​ແລະ​ເຮັດ​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ ລາວ​ກໍ​ຊ່ວຍ​ຊີວິດ​ຂອງຕົນ​ໃຫ້​ພົ້ນ.</verse>
				<verse number="28">ລາວ​ສຳນຶກ​ໄດ້​ເຖິງ​ສິ່ງ​ທີ່​ຕົນ​ກຳລັງ​ເຮັດ ແລະ​ລາວ​ກໍ​ເຊົາ​ເຮັດ​ບາບ; ສະນັ້ນ ລາວ​ຈຶ່ງ​ຈະ​ບໍ່​ຕາຍ​ແຕ່​ຈະ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ.</verse>
				<verse number="29">ແຕ່​ພວກເຈົ້າ ຊາວ​ອິດສະຣາເອນ​ພັດ​ເວົ້າ​ວ່າ, ‘ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ເຮັດ​ນັ້ນ​ບໍ່​ຖືກຕ້ອງ.’ ພວກເຈົ້າ​ຄິດ​ວ່າ​ວິທີທາງ​ຂອງເຮົາ​ບໍ່​ຖືກຕ້ອງ​ບໍ? ວິທີທາງ​ຂອງ​ພວກເຈົ້າ​ນັ້ນ​ແຫຼະ​ບໍ່​ຖືກຕ້ອງ.</verse>
				<verse number="30">ແຕ່​ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ກຳລັງ​ບອກ​ຊາວ​ອິດສະຣາເອນ​ວ່າ, ເຮົາ​ຈະ​ຕັດສິນ​ພວກເຈົ້າ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຈົ້າ. ຈົ່ງ​ຫັນໜີ​ຈາກ​ການ​ຊົ່ວຊ້າ​ທັງໝົດ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ນັ້ນ​ສາ ແລະ​ຢ່າ​ປ່ອຍ​ໃຫ້​ການບາບ​ທີ່​ພວກເຈົ້າ​ເຮັດ​ຢູ່​ນັ້ນ​ທຳລາຍ​ພວກເຈົ້າ.</verse>
				<verse number="31">ຈົ່ງ​ເລີກ​ເຮັດ​ການຊົ່ວ​ທັງໝົດ​ທີ່​ພວກເຈົ້າ​ກຳລັງ​ດຳເນີນ​ຢູ່​ນັ້ນ​ສາ ແລະ​ຈົ່ງ​ຕັ້ງ​ຄວາມຄິດ​ໃໝ່​ແລະ​ເອົາ​ຈິດໃຈ​ໃໝ່. ເປັນຫຍັງ​ຊາວ​ອິດສະຣາເອນ ພວກເຈົ້າ​ຈຶ່ງ​ຢາກ​ຕາຍ?</verse>
				<verse number="32">ເຮົາ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຕາຍ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ຈົ່ງ​ປະຖິ້ມ​ການບາບ​ທັງຫລາຍ​ຂອງ​ພວກເຈົ້າ​ສາ ແລະ​ມີ​ຊີວິດ​ຢູ່​ເຖີດ.”</verse>
			</chapter>
			<chapter number="19">
				<verse number="1">ພຣະເຈົ້າ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ຮ້ອງເພງ​ແຫ່ງ​ຄວາມທຸກໃຈ​ນີ້ ເຖິງ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ​ສອງ​ຄົນ​ວ່າ:</verse>
				<verse number="2">ມານດາ​ເຈົ້າ​ເປັນ​ດັ່ງ​ສິງແມ່​ທີ່​ໜ້າເບິ່ງ​ຫລາຍ ນາງ​ລ້ຽງ​ລູກ​ຂອງ​ຕົນ​ທ່າມກາງ​ສິງເຖິກ​ຮ້າຍກາດ.</verse>
				<verse number="3">ນາງ​ລ້ຽງ​ສິງນ້ອຍ​ໂຕໜຶ່ງ​ທັງ​ສອນ​ໃຫ້​ລ່າເນື້ອ​ເປັນ ຈຶ່ງ​ກາຍເປັນ​ສັດ​ກັດກິນ​ມະນຸດ​ໂຕໜຶ່ງ.</verse>
				<verse number="4">ຊົນຊາດ​ທັງຫລາຍ​ໄດ້ຍິນ​ຈຶ່ງ​ດັກ​ໃຫ້​ຕົກ​ຂຸມ ພວກເຂົາ​ໃຊ້​ຂໍເກາະ​ລາກ​ມັນ​ໄປ​ສູ່​ເອຢິບ​ພຸ້ນ.</verse>
				<verse number="5">ສິງແມ່​ຈຶ່ງ​ລໍຖ້າ​ຢ່າງ​ບາກບັ່ນ​ອົດທົນ ແລ້ວ​ກໍ​ເຫັນ​ວ່າ​ຕົນ​ບໍ່​ມີ​ຫວັງ​ຫຍັງ​ສາ​ແລ້ວ. ສະນັ້ນ ນາງ​ຈຶ່ງ​ລ້ຽງ​ລູກ​ໂຕ​ອື່ນ​ຂຶ້ນ​ມາ​ແທນ ແລະ​ກໍ​ໃຫຍ່​ຂຶ້ນ​ມາ​ເປັນ​ສິງໂຕ​ຮ້າຍກາດ.</verse>
				<verse number="6">ມັນ​ໄດ້​ໃຊ້​ຊີວິດ​ຢູ່​ໃນ​ທ່າມກາງ​ຝູງ​ສິງໂຕ ແລະ​ໃຫຍ່ໂຕ​ຂຶ້ນ​ມາ​ເປັນ​ສິງໂຕ​ຮ້າຍກາດ. ມັນ​ໄດ້​ຮຽນ​ຮູ້ຈັກ​ຈີກ​ເນື້ອ​ກິນ​ຄືກັນ ຈຶ່ງ​ກາຍເປັນ​ສັດ​ກັດ​ກິນ​ມະນຸດ​ໂຕໜຶ່ງ</verse>
				<verse number="7">ມັນ​ໄດ້​ທຳລາຍ​ປ້ອມ ແລະ​ເມືອງ​ຂອງ​ພວກເຂົາ ຄົນ​ໃນ​ທີ່ນັ້ນ​ສະທ້ານ​ຢ້ານກົວ​ເມື່ອ​ມັນ​ຮ້ອງ​ຂຶ້ນ.</verse>
				<verse number="8">ຊົນຊາດ​ທັງຫລາຍ​ໄດ້​ມາ​ແຕ່​ທຸກ​ທິດທາງ ລວມ​ເປັນ​ພັນທະມິດ​ເພື່ອ​ຕໍ່ສູ້​ກັບ​ສິງ​ໂຕ​ນັ້ນ; ພວກເຂົາ​ໄດ້​ດັກສະກັດ​ມັນ​ແລະ​ປິດລ້ອມ​ໄວ້​ທຸກ​ທາງ ເພື່ອ​ເຮັດ​ໃຫ້​ມັນ​ຕົກ​ໃນ​ຕາໜ່າງ​ທີ່​ວາງ​ໄວ້.</verse>
				<verse number="9">ພວກເຂົາ​ໄດ້​ຈັບ​ມັນ​ແລ້ວ​ຂັງ​ໃສ່​ໄວ້​ຢູ່​ໃນ​ກົງ ແລະ​ນຳ​ໄປ​ຫາ​ກະສັດ​ແຫ່ງ​ບາບີໂລນ​ພຸ້ນ. ພວກເຂົາ​ຈັບ​ມັນ​ຍັດ​ໃສ່​ຄຸກ​ເພາະ​ບໍ່​ຢາກ​ໄດ້ຍິນ​ສຽງ​ຂອງ​ມັນ ຮ້ອງຄາງ​ຢູ່​ຕາມ​ເທິງ​ພູ​ຂອງ​ອິດສະຣາເອນ​ນັ້ນ.</verse>
				<verse number="10">ສ່ວນ​ແມ່​ຂອງ​ເຈົ້າ​ນັ້ນ​ເປັນ​ດັ່ງ​ເຄືອໝາກອະງຸ່ນ ທີ່​ຖືກ​ປູກ​ໄວ້​ໃກ້​ແຄມ​ລຳທານ​ແຫ່ງ​ໜຶ່ງ. ຍ້ອນ​ໃນ​ທີ່ນັ້ນ​ມີ​ນໍ້າ​ຊຸ່ມຊື່ນ​ຢ່າງ​ຫລວງຫລາຍ ເຄືອ​ອະງຸ່ນ​ຈຶ່ງ​ມີ​ໃບ​ດົກໜາ​ເຕັມ​ແຕ່​ໝາກ.</verse>
				<verse number="11">ເຄືອ​ອະງຸ່ນ​ນັ້ນ​ຈຶ່ງ​ໄດ້​ມີ​ກິ່ງ​ແຂງແຮງ​ດີ ແລະ​ໃຫຍ່​ຂຶ້ນ​ມາ​ເປັນ​ຄ້ອນເທົ້າ​ແຫ່ງ​ຣາຊາເຈົ້າ. ເຄືອ​ອະງຸ່ນ​ໃຫຍ່​ສູງ​ຂຶ້ນ​ພໍ​ຈະ​ຈຸ​ເມກ​ເທິງ​ເວຫາ ທຸກຄົນ​ໄດ້​ເຫັນ​ມັນ​ມີ​ກິ່ງ​ແຂງແຮງ​ສູງ​ສໍ່າໃດ​ແທ້</verse>
				<verse number="12">ແຕ່​ມື​ຜູ້​ໂກດຮ້າຍ​ໄດ້​ຫລົກ​ຮາກ​ມັນ​ຖິ້ມ​ເສຍ ທັງ​ໄດ້​ໂຍນ​ມັນ​ຖິ້ມ​ລົງ​ສູ່​ພື້ນດິນ​ດ້ວຍ. ລົມ​ທິດ​ຕາເວັນອອກ​ເຮັດ​ໃຫ້​ໝາກ​ຫ່ຽວແຫ້ງ​ໄປ ກິ່ງ​ກໍ​ຫ່ຽວແຫ້ງ​ຕາຍ​ຖືກ​ເຜົາ​ໄຟ​ຖິ້ມ​ຈົນກ້ຽງ.</verse>
				<verse number="13">ບັດນີ້ ຖືກ​ນຳ​ໄປ​ປູກ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ໃນ​ດິນ​ແຫ້ມ​ທີ່​ແຂງ​ແລະ​ດິນແດນ​ທີ່​ຂາດ​ນໍ້າ.</verse>
				<verse number="14">ໄຟ​ໄດ້​ໄໝ້​ເຄືອໃຫຍ່​ຂອງ​ເຄືອ​ອະງຸ່ນ ຈຶ່ງ​ໄໝ້​ລຸກ​ລາມ​ໄປ​ເຖິງ​ງ່າ​ແລະ​ໝາກ​ດ້ວຍ ງ່າ​ຕ່າງໆ​ຂອງ​ມັນ​ນັ້ນ​ຈະ​ບໍ່​ເຂັ້ມແຂງ​ຕໍ່ໄປ ມັນ​ຈະ​ບໍ່ໄດ້​ເປັນ​ຄ້ອນເທົ້າ​ແຫ່ງ​ຣາຊາ​ອີກ​ແລ້ວ. ນີ້ແຫລະ ຄື​ບົດເພງ​ລະບາຍ​ຄວາມທຸກໃຈ; ຄົນ​ຈະ​ຮ້ອງເພງ​ນີ້​ຫລົບໄປ​ຫລົບມາ.</verse>
			</chapter>
			<chapter number="20">
				<verse number="1">ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ທີ​ຫ້າ ອັນ​ກົງ​ກັບ​ປີ​ທີ​ເຈັດ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ ບັນດາ​ຜູ້ປົກຄອງ​ບາງຄົນ​ຂອງ​ຊຸມນຸມ​ປະຊາຊົນ​ອິດສະຣາເອນ​ໄດ້​ມາ​ປຶກສາ​ກັບ​ຂ້າພະເຈົ້າ ເຖິງ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ມາ​ນັ່ງ​ລົງ​ຕໍ່ໜ້າ​ຂ້າພະເຈົ້າ.</verse>
				<verse number="2">ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="3">“ມະນຸດ​ເອີຍ ຈົ່ງ​ກ່າວ​ແກ່​ຄົນ​ເຫຼົ່ານີ້​ແລະ​ບອກ​ພວກເຂົາ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ຖາມ​ວ່າ: ພວກເຈົ້າ​ມາ​ຖາມ​ເຖິງ​ຄວາມປະສົງ​ຂອງເຮົາ​ແມ່ນ​ບໍ? ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຈະ​ບໍ່​ອະນຸຍາດ​ໃຫ້​ພວກເຈົ້າ​ຖາມ​ເຮົາ​ເຖິງ​ສິ່ງ​ໃດໆ​ໝົດ​ສັນນັ້ນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="4">ມະນຸດ​ເອີຍ ເຈົ້າ​ພ້ອມ​ແລ້ວ​ຫລື ທີ່​ຈະ​ຕັດສິນ​ລົງໂທດ​ພວກເຂົາ? ຖ້າດັ່ງນັ້ນ ລົງໂທດ​ພວກເຂົາ​ສາ. ຈົ່ງ​ເຕືອນ​ພວກເຂົາ​ໃຫ້​ລະນຶກເຖິງ ສິ່ງ​ອັນ​ໜ້າກຽດຊັງ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດ.</verse>
				<verse number="5">ຈົ່ງ​ບອກ​ພວກເຂົາ​ເຖິງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ. ເມື່ອ​ເຮົາ​ໄດ້​ເລືອກເອົາ​ຊາດ​ອິດສະຣາເອນ​ນັ້ນ ເຮົາ​ໄດ້​ເຮັດ​ຄຳສັນຍາ​ກັບ​ພວກເຂົາ. ເຮົາ​ໄດ້​ປາກົດ​ເຮົາ​ເອງ​ຕໍ່​ພວກເຂົາ​ໃນ​ເອຢິບ​ແລະ​ໄດ້​ບອກ​ພວກເຂົາ​ວ່າ: ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ.’</verse>
				<verse number="6">ໃນ​ເວລາ​ນັ້ນ ເຮົາ​ໄດ້​ສັນຍາ​ກັບ​ພວກເຂົາ​ວ່າ​ເຮົາ​ຈະ​ເອົາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ນຳ​ພວກເຂົາ​ໄປ​ສູ່​ດິນແດນ​ໜຶ່ງ​ທີ່​ເຮົາ​ໄດ້​ເລືອກໄວ້​ໃຫ້​ພວກເຂົາ ເປັນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ທັງ​ເປັນ​ດິນແດນ​ດີທີ່ສຸດ​ໃນ​ດິນແດນ​ທັງໝົດ​ດ້ວຍ.</verse>
				<verse number="7">ເຮົາ​ບອກ​ພວກເຂົາ​ໃຫ້​ໂຍນ​ຮູບເຄົາຣົບ​ອັນ​ໜ້າກຽດຊັງ ຊຶ່ງ​ພວກເຂົາ​ຮັກ​ນັ້ນ​ຖິ້ມ ແລະ​ຢ່າ​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ​ກັບ​ພະປອມ​ຂອງ​ເອຢິບ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="8">ແຕ່​ພວກເຂົາ​ໄດ້​ທ້າທາຍ​ເຮົາ​ແລະ​ບໍ່​ຍອມ​ເຊື່ອຟັງ​ເຮົາ. ພວກເຂົາ​ບໍ່ໄດ້​ໂຍນ​ບັນດາ​ຮູບເຄົາຣົບ​ອັນ​ໜ້າກຽດຊັງ​ຂອງ​ພວກເຂົາ​ຖິ້ມ ຫລື​ບໍ່ໄດ້​ຍອມ​ປະຖິ້ມ​ພະຕ່າງໆ​ຂອງ​ຊາວ​ເອຢິບ. ເຮົາ​ຈຶ່ງ​ພ້ອມ​ແລ້ວ​ທີ່​ຈະ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ ອັນ​ເຕັມ​ຂະໜາດ​ຂອງເຮົາ​ໃນ​ເອຢິບ.</verse>
				<verse number="9">ແຕ່​ເຮົາ​ບໍ່ໄດ້​ເຮັດ ເພາະ​ການ​ເຮັດ​ເຊັ່ນນັ້ນ ອາດ​ລົດກຽດ​ໃຫ້​ແກ່​ນາມ​ຂອງເຮົາ ໃນ​ເມື່ອ​ເຮົາ​ໄດ້​ປະກາດ​ຕໍ່​ຊາດ​ອິດສະຣາເອນ​ໃນ​ທ່າມກາງ​ປະຊາຊົນ ທີ່​ພວກເຂົາ​ໄດ້​ອາໄສ​ຢູ່​ນັ້ນ​ວ່າ ເຮົາ​ຈະ​ນຳ​ພວກເຂົາ​ອອກ​ໄປ​ຈາກ​ປະເທດ​ເອຢິບ.</verse>
				<verse number="10">ດັ່ງນັ້ນ ເຮົາ​ຈຶ່ງ​ໄດ້​ນຳ​ພວກເຂົາ​ອອກ​ຈາກ​ປະເທດ​ເອຢິບ ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="11">ເຮົາ​ໄດ້​ມອບ​ຂໍ້ຄຳສັ່ງ​ຂອງເຮົາ​ໃຫ້​ແກ່​ພວກເຂົາ ແລະ​ໄດ້​ສັ່ງສອນ​ພວກເຂົາ​ເຖິງ​ບັນດາ​ກົດບັນຍັດ​ຂອງເຮົາ ຊຶ່ງ​ນຳ​ຊີວິດ​ມາ​ສູ່​ທຸກໆຄົນ​ທີ່​ປະຕິບັດ​ຕາມ.</verse>
				<verse number="12">ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ຮັກສາ​ວັນ​ຊະບາໂຕ ເປັນ​ໝາຍສຳຄັນ​ແຫ່ງ​ການ​ຕົກລົງ​ລະຫວ່າງ​ສອງ​ຝ່າຍ ກໍ​ເພື່ອ​ຕັກເຕືອນ​ພວກເຂົາ​ໃຫ້​ລະນຶກເຖິງ​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ທີ່​ເຮັດ​ໃຫ້​ພວກເຂົາ​ບໍຣິສຸດ.</verse>
				<verse number="13">ແຕ່​ປະຊາຊົນ​ອິດສະຣາເອນ​ຊໍ້າພັດ​ທ້າທາຍ​ເຮົາ​ແມ່ນແຕ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກເຂົາ​ໄດ້​ຝ່າຝືນ​ບັນດາ​ກົດບັນຍັດ​ຂອງເຮົາ ແລະ​ປະຖິ້ມ​ຂໍ້ຄຳສັ່ງ​ຂອງເຮົາ ຊຶ່ງ​ນຳ​ຊີວິດ​ມາ​ສູ່​ທຸກໆຄົນ​ທີ່​ປະຕິບັດ​ຕາມ. ພວກເຂົາ​ໄດ້​ເຮັດ​ໃຫ້​ວັນ​ຊະບາໂຕ​ເປັນ​ມົນທິນ. ສະນັ້ນ ເຮົາ​ຈຶ່ງ​ພ້ອມ​ແລ້ວ ທີ່​ຈະ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະໜາດ​ຂອງເຮົາ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ແລະ​ທຳລາຍ​ພວກເຂົາ​ຖິ້ມ.</verse>
				<verse number="14">ແຕ່​ເຮົາ​ບໍ່ໄດ້​ກະທຳ ເພາະ​ມັນ​ອາດ​ລົດກຽດ​ໃຫ້​ແກ່​ນາມ​ຂອງເຮົາ ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ​ທີ່​ໄດ້​ເຫັນ​ເຮົາ ນຳພາ​ຊາດ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ.</verse>
				<verse number="15">ສະນັ້ນ ເຮົາ​ຈຶ່ງ​ໄດ້​ສັນຍາ​ໄວ້​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ວ່າ ເຮົາ​ຈະ​ບໍ່​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ຄື​ດິນແດນ​ໜຶ່ງ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ​ແລະ​ດີເລີດ.</verse>
				<verse number="16">ເຮົາ​ໄດ້​ເຮັດ​ຄຳສັນຍາ​ໄວ້​ກໍ​ເພາະ​ພວກເຂົາ​ໄດ້​ປະຖິ້ມ​ຂໍ້ຄຳສັ່ງ​ຂອງເຮົາ, ໄດ້​ຝ່າຝືນ​ບັນດາ​ກົດບັນຍັດ​ຂອງເຮົາ ແລະ​ໄດ້​ເຮັດ​ໃຫ້​ວັນ​ຊະບາໂຕ​ເປັນ​ມົນທິນ ຄື​ພວກເຂົາ​ມັກ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຂອງ​ພວກເຂົາ​ຫລາຍກວ່າ.</verse>
				<verse number="17">ແຕ່​ແລ້ວ​ເຮົາ​ກໍ​ເມດຕາ​ພວກເຂົາ. ເຮົາ​ໄດ້​ຕັດສິນໃຈ​ບໍ່​ປະຫານ​ພວກເຂົາ​ໃນ​ທີ່ນັ້ນ ຄື​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="18">ແຕ່​ເຮົາ​ກັບ​ໄດ້​ເຕືອນ​ພວກ​ຊາວໜຸ່ມ​ໃນ​ທ່າມກາງ​ພວກເຂົາ​ວ່າ: ຢ່າ​ຢຶດຖື​ບັນດາ​ກົດບັນຍັດ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ​ຂຶ້ນ; ຢ່າ​ເຮັດ​ຕາມ​ປະເພນີ​ຂອງ​ເຂົາ ຫລື​ຢ່າ​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ ເພາະ​ບັນດາ​ຮູບເຄົາຣົບ​ຂອງ​ພວກເຂົາ.</verse>
				<verse number="19">ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຈົ່ງ​ເຊື່ອຟັງ​ບັນດາ​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ຂອງເຮົາ.</verse>
				<verse number="20">ຈົ່ງ​ເຮັດ​ໃຫ້​ວັນ​ຊະບາໂຕ​ເປັນ​ວັນ​ສັກສິດ ເພື່ອ​ວ່າ​ວັນ​ນັ້ນ​ຈະ​ເປັນ​ໝາຍສຳຄັນ​ແຫ່ງ​ພັນທະສັນຍາ​ທີ່​ສອງ​ຝ່າຍ​ໄດ້​ເຮັດ​ຕໍ່ກັນ ແລະ​ວັນ​ນັ້ນ​ຈະ​ເຕືອນ​ພວກເຈົ້າ​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="21">ແຕ່​ຄົນ​ລຸ້ນນີ້​ໄດ້​ທ້າທາຍ​ເຮົາ​ຄືກັນ. ພວກເຂົາ​ໄດ້​ຝ່າຝືນ​ບັນດາ​ກົດບັນຍັດ​ຂອງເຮົາ ແລະ​ບໍ່ໄດ້​ຢຶດຖື​ຂໍ້ຄຳສັ່ງ​ຂອງເຮົາ ຊຶ່ງ​ໃຫ້​ຊີວິດ​ແກ່​ທຸກໆຄົນ​ທີ່​ປະຕິບັດ​ຕາມ. ພວກເຂົາ​ໄດ້​ເຮັດ​ໃຫ້​ວັນ​ຊະບາໂຕ​ເປັນ​ມົນທິນ. ສະນັ້ນ ເຮົາ​ຈຶ່ງ​ພ້ອມແລ້ວ​ທີ່​ຈະ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະໜາດ​ຂອງເຮົາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ແລະ​ສັງຫານ​ພວກເຂົາ​ທັງໝົດ​ຖິ້ມ.</verse>
				<verse number="22">ແຕ່​ເຮົາ​ບໍ່ໄດ້​ເຮັດ ເພາະ​ການ​ເຮັດ​ເຊັ່ນນັ້ນ​ອາດ​ເປັນ​ການ​ລົດກຽດ​ໃຫ້​ແກ່​ນາມ​ຂອງເຮົາ ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ທີ່​ໄດ້​ເຫັນ​ເຮົາ​ນຳ​ຊາດ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ.</verse>
				<verse number="23">ສະນັ້ນ ເຮົາ​ຈຶ່ງ​ໄດ້​ເຮັດ​ຄຳສັນຍາ​ຢ່າງ​ອື່ນ​ອີກ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ເຮົາ​ໄດ້​ສາບານ​ວ່າ​ເຮົາ​ຈະ​ກະຈັດ​ກະຈາຍ​ພວກເຂົາ​ໄປ​ທົ່ວ​ໂລກ.</verse>
				<verse number="24">ເຮົາ​ໄດ້​ເຮັດ​ເຊັ່ນນີ້ ກໍ​ເພາະ​ພວກເຂົາ​ໄດ້​ປະຖິ້ມ​ຂໍ້ຄຳສັ່ງ​ຂອງເຮົາ, ໄດ້​ຝ່າຝືນ​ບັນດາ​ກົດບັນຍັດ​ຂອງເຮົາ, ໄດ້​ເຮັດ​ໃຫ້​ວັນ​ຊະບາໂຕ​ເປັນ​ມົນທິນ ແລະ​ໄດ້​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຢ່າງ​ດຽວ​ກັບ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ຮັບໃຊ້​ມາ​ນັ້ນ.</verse>
				<verse number="25">ແລ້ວ​ເຮົາ​ກໍໄດ້​ໃຫ້​ບັນດາ​ກົດບັນຍັດ​ທີ່​ບໍ່​ດີ ແລະ​ຂໍ້ຄຳສັ່ງ​ທີ່​ບໍ່​ໃຫ້​ຊີວິດ​ແກ່​ພວກເຂົາ.</verse>
				<verse number="26">ເຮົາ​ໄດ້​ປ່ອຍ​ໃຫ້​ພວກເຂົາ​ເປັນ​ມົນທິນ​ກັບ​ເຄື່ອງຖວາຍ​ຕ່າງໆ​ຂອງ​ພວກເຂົາ​ເອງ; ແລະ​ເຮົາ​ໄດ້​ປ່ອຍ​ໃຫ້​ພວກເຂົາ​ຖວາຍບູຊາ​ລູກຊາຍກົກ​ຂອງ​ພວກເຂົາ. ອັນນີ້​ແມ່ນ​ເພື່ອ​ລົງໂທດ​ພວກເຂົາ ແລະ​ສະແດງ​ໃຫ້​ພວກເຂົາ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="27">ບັດນີ້​ມະນຸດ​ເອີຍ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ແກ່​ພວກເຂົາ. ນີ້​ເປັນ​ວິທີ​ໜຶ່ງ​ອີກ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ດູຖູກ​ເຮົາ ຍ້ອນ​ການ​ບໍ່​ສັດຊື່​ຂອງ​ພວກເຂົາ.</verse>
				<verse number="28">ເຮົາ​ໄດ້​ນຳ​ພວກເຂົາ​ໄປ​ສູ່​ດິນແດນ ຊຶ່ງ​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້. ເມື່ອ​ພວກເຂົາ​ໄດ້​ເຫັນ​ເນີນພູ​ສູງ ແລະ​ຕົ້ນໄມ້​ໃບຂຽວ ພວກເຂົາ​ໄດ້​ຖວາຍ​ເຄື່ອງບູຊາ​ແກ່​ສິ່ງ​ເຫຼົ່ານັ້ນ. ພວກເຂົາ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ດ້ວຍ​ເຄື່ອງບູຊາ​ຕ່າງໆ​ທີ່​ພວກເຂົາ​ໄດ້​ເຜົາ ແລະ​ດ້ວຍ​ເຫຼົ້າ​ອະງຸ່ນ​ທີ່​ພວກເຂົາ​ໄດ້​ເທ​ລົງ​ເປັນ​ເຄື່ອງບູຊາ.</verse>
				<verse number="29">ເຮົາ​ໄດ້​ຖາມ​ພວກເຂົາ​ວ່າ: ສະຖານທີ່​ສູງ​ເຫຼົ່ານີ້​ທີ່​ພວກເຈົ້າ​ໄປ​ນັ້ນ​ແມ່ນ​ຫຍັງ? ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ເອີ້ນ​ບ່ອນ​ນັ້ນ​ວ່າ ‘ສະຖານທີ່​ສູງ’ ຕະຫລອດ​ມາ.</verse>
				<verse number="30">ບັດນີ້ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ: ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ບາບ​ຢ່າງ​ດຽວກັນ​ກັບ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ ໂດຍ​ແລ່ນ​ໄປ​ຕາມ​ບັນດາ​ຮູບເຄົາຣົບ​ຂອງ​ພວກເຂົາ?</verse>
				<verse number="31">ແມ່ນແຕ່​ທຸກ​ວັນ​ນີ້ ພວກເຈົ້າ​ກໍ​ຍັງ​ໄດ້​ຖວາຍ​ເຄື່ອງ​ບູຊາ​ແບບ​ດຽວ​ກັນ ແລະ​ພວກເຈົ້າ​ເອງ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ມົນທິນ ໂດຍ​ຖວາຍ​ລູກ​ຂອງ​ພວກເຈົ້າ​ເຜົາ​ໄຟ​ໃຫ້​ແກ່​ພວກ​ມັນ. ແຕ່​ບັດນີ້ ພວກເຈົ້າ​ຊາວ​ອິດສະຣາເອນ​ຍັງ​ຖາມ​ວ່າ ຄວາມປະສົງ​ຂອງເຮົາ​ແມ່ນ​ຫຍັງ? ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຈະ​ບໍ່​ໃຫ້​ພວກເຈົ້າ​ຖາມ​ເຮົາ​ສິ່ງໃດໆ​ສັນນັ້ນ.</verse>
				<verse number="32">ພວກເຈົ້າ​ຕັ້ງໃຈ​ໂດຍ​ຕົນເອງ​ທີ່​ຢາກ​ຈະ​ເປັນ​ດັ່ງ​ຊົນຊາດ​ອື່ນໆ ຄື​ດັ່ງ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ປະເທດ​ອື່ນ​ທີ່​ຂາບໄຫວ້​ຕົ້ນໄມ້ ແລະ​ໂງ່ນຫີນ, ແຕ່​ຈະ​ເປັນ​ເຊັ່ນນັ້ນ​ບໍ່ໄດ້​ຈັກເທື່ອ.”</verse>
				<verse number="33">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ, “ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຂໍ​ເຕືອນ​ວ່າ ເມື່ອ​ເຮົາ​ໂກດຮ້າຍ​ພວກເຈົ້າ ເຮົາ​ຈະ​ປົກຄອງ​ພວກເຈົ້າ​ດ້ວຍ​ມື​ອັນ​ເຂັ້ມແຂງ ແລະ​ດ້ວຍ​ຣິດອຳນາດ​ທຸກຢ່າງ​ຂອງເຮົາ​ສັນນັ້ນ.</verse>
				<verse number="34">ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ເຫັນ​ຣິດອຳນາດ ແລະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ ເມື່ອ​ເຮົາ​ໂຮມ​ພວກເຈົ້າ​ເຂົ້າກັນ ແລະ​ນຳ​ກັບຄືນ​ມາ​ຈາກ​ປະເທດ​ທັງຫລາຍ ທີ່​ເຮົາ​ໄດ້​ກະຈັດ​ກະຈາຍ​ພວກເຈົ້າ​ໄປ​ນັ້ນ.</verse>
				<verse number="35">ເຮົາ​ຈະ​ນຳ​ພວກເຈົ້າ​ໄປ​ໃນ ຖິ່ນ​ແຫ້ງແລ້ງ​ກັນດານ​ຂອງ​ຊົນຊາດ​ທັງຫລາຍ ແລະ​ໃນ​ບ່ອນ​ນັ້ນ​ເຮົາ​ຈະ​ກ່າວໂທດ​ພວກເຈົ້າ​ຕໍ່ໜ້າຕໍ່ຕາ.</verse>
				<verse number="36">ບັດນີ້ ເຮົາ​ຈະ​ກ່າວໂທດ​ພວກເຈົ້າ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ບັນພະບຸລຸດ​ຂອງ​ພວກເຈົ້າ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="37">“ເຮົາ​ຈະ​ຄວບຄຸມ​ພວກເຈົ້າ​ຢ່າງ​ເຂັ້ມງວດ ແລະ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເຊື່ອຟັງ​ພັນທະສັນຍາ​ຂອງເຮົາ.</verse>
				<verse number="38">ເຮົາ​ຈະ​ນຳ​ຄົນ​ທີ່​ກະບົດ ແລະ​ເຮັດ​ບາບ​ໃນ​ທ່າມກາງ​ພວກເຈົ້າ​ໜີໄປ. ເຮົາ​ຈະ​ນຳ​ພວກເຂົາ​ອອກ​ໄປ​ຈາກ​ດິນແດນ​ຕ່າງໆ​ທີ່​ພວກເຂົາ​ກຳລັງ​ຢູ່​ດຽວ​ນີ້; ແຕ່​ເຮົາ​ຈະ​ບໍ່​ໃຫ້​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ອິດສະຣາເອນ​ອີກ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
				<verse number="39">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ບັດນີ້ ຊາວ​ອິດສະຣາເອນ​ທັງໝົດ​ເອີຍ ຈົ່ງ​ປະພຶດ​ຕົນ​ໃຫ້​ເໝາະສົມ​ສາ ຈົ່ງ​ຮັບໃຊ້​ບັນດາ​ຮູບເຄົາຣົບ​ຂອງ​ພວກເຈົ້າ​ຕໍ່ໄປ ແຕ່​ເຮົາ​ຂໍ​ເຕືອນ​ພວກເຈົ້າ​ວ່າ ຫລັງຈາກ​ນີ້​ແລ້ວ​ພວກເຈົ້າ​ຈະ​ຕ້ອງ​ເຊື່ອຟັງ​ເຮົາ ແລະ​ເຊົາ​ລົບຫລູ່​ນາມ​ອັນ​ສັກສິດ​ຂອງເຮົາ ໂດຍ​ຢຸດ​ຖວາຍບູຊາ​ແກ່​ບັນດາ​ຮູບເຄົາຣົບ​ຂອງ​ພວກເຈົ້າ.</verse>
				<verse number="40">ໃນ​ດິນແດນ​ນັ້ນ ຄື​ທີ່​ເທິງ​ພູເຂົາ​ສັກສິດ​ຂອງເຮົາ ທີ່​ເທິງ​ພູເຂົາ​ສູງ​ຂອງ​ຊາດ​ອິດສະຣາເອນ ຊາວ​ອິດສະຣາເອນ​ທຸກ​ທົ່ວໜ້າ​ຕ່າງ​ກໍ​ຈະ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ. ເຮົາ​ຈະ​ພໍໃຈ​ກັບ​ພວກເຈົ້າ​ແລະ​ຫວັງວ່າ ຈະ​ໃຫ້​ພວກເຈົ້າ​ນຳ​ເຄື່ອງບູຊາ​ມາ​ຖວາຍ​ແກ່​ເຮົາ ຄື​ເຄື່ອງ​ອັນ​ດີທີ່ສຸດ​ແລະ​ເຄື່ອງ​ອັນ​ສັກສິດ​ຂອງ​ພວກເຈົ້າ.</verse>
				<verse number="41">ຫລັງຈາກ​ເຮົາ​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ທັງຫລາຍ ທີ່​ພວກເຈົ້າ​ຖືກ​ກະຈັດ​ກະຈາຍ​ໄປ​ນັ້ນ ແລະ​ໂຮມ​ພວກເຈົ້າ​ເຂົ້າກັນ​ແລ້ວ; ເຮົາ​ຈະ​ຮັບ​ເຄື່ອງ​ຖວາຍບູຊາ​ຕ່າງໆ​ທີ່​ພວກເຈົ້າ​ນຳ​ມາ​ເຜົາ ແລະ​ຊົນຊາດ​ທັງຫລາຍ​ຈະ​ເຫັນ​ວ່າ​ເຮົາ​ບໍຣິສຸດ.</verse>
				<verse number="42">ເມື່ອ​ເຮົາ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ອິດສະຣາເອນ ຄື​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ​ນັ້ນ ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="43">ແລ້ວ​ພວກເຈົ້າ​ກໍ​ຈະ​ລະນຶກເຖິງ​ສິ່ງ​ອັນ​ໜ້າລະອາຍ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ​ການ​ທີ່​ພວກເຈົ້າ​ໄດ້​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ. ພວກເຈົ້າ​ຈະ​ກຽດຊັງ​ພວກ​ເຈົ້າເອງ​ຍ້ອນ​ສິ່ງ​ຊົ່ວຊ້າ​ທີ່​ພວກເຈົ້າ​ໄດ້​ເຮັດ.</verse>
				<verse number="44">ເມື່ອ​ເຮົາ​ລົງມື​ປ້ອງກັນ​ກຽດ​ຂອງເຮົາ ພວກເຈົ້າ​ຊາວ​ອິດສະຣາເອນ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ຍ້ອນ​ເຮົາ​ບໍ່ໄດ້​ຈັດການ​ກັບ​ພວກເຈົ້າ​ໃຫ້​ສົມ​ກັບ​ການ​ຊົ່ວຮ້າຍ​ຕ່າງໆ ທີ່​ພວກເຈົ້າ​ໄດ້​ເຮັດ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="45">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="46">“ມະນຸດ​ເອີຍ ເບິ່ງ​ໄປ​ທາງໃຕ້​ພຸ້ນ​ແມ.</verse>
				<verse number="47">ຈົ່ງ​ບອກ​ປ່າ​ທາງ​ທິດໃຕ້​ໃຫ້​ຟັງ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ: ເບິ່ງແມ! ເຮົາ​ກຳລັງ​ກໍ່​ໄຟ​ຂຶ້ນ ແລະ​ມັນ​ຈະ​ໄໝ້​ຕົ້ນໄມ້​ທຸກ​ຕົ້ນ​ໃນ​ປ່າ ບໍ່​ວ່າ​ຕົ້ນ​ເປັນ​ຫລື​ຕົ້ນຕາຍ. ບໍ່ມີ​ສິ່ງໃດ​ຈະ​ສາມາດ​ມອດ​ມັນ​ໄດ້. ມັນ​ຈະ​ລຸກ​ລາມ​ແຕ່​ທິດໃຕ້​ຂຶ້ນ​ໄປ​ຫາ​ທິດເໜືອ ແລະ​ທຸກຄົນ​ຈະ​ຮູ້ສຶກ​ເຖິງ​ຄວາມຮ້ອນ​ຂອງ​ໄຟ​ນີ້.</verse>
				<verse number="48">ພວກເຂົາ​ທຸກຄົນ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ຜູ້​ກໍ່ໄຟ​ຂຶ້ນ​ແລະ​ບໍ່ມີ​ຜູ້ໃດ​ມອດ​ມັນ​ໄດ້.”</verse>
				<verse number="49">ແຕ່​ຂ້າພະເຈົ້າ​ໄດ້​ຂັດຄ້ານ​ຂຶ້ນ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຢ່າ​ສູ່​ບັງຄັບ​ໃຫ້​ຂ້ານ້ອຍ​ຕ້ອງ​ເຮັດ​ສິ່ງ​ນີ້​ເລີຍ ຜູ້ໃດ​ກໍ​ພາກັນ​ຈົ່ມ​ວ່າ ຂ້ານ້ອຍ​ມັກ​ເວົ້າ​ເປັນ​ຄຳ​ປິດສະໜາ​ສະເໝີ.”</verse>
			</chapter>
			<chapter number="21">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="2">“ມະນຸດ​ເອີຍ ຈົ່ງ​ປະນາມ​ນະຄອນ​ເຢຣູຊາເລັມ. ຈົ່ງ​ປະນາມ​ສະຖານທີ່​ຕ່າງໆ​ທີ່​ປະຊາຊົນ​ຂາບໄຫວ້. ຈົ່ງ​ເຕືອນ​ດິນແດນ​ອິດສະຣາເອນ​ວ່າ</verse>
				<verse number="3">ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ເຮົາ​ເປັນ​ສັດຕູ​ຂອງ​ພວກເຈົ້າ. ເຮົາ​ຈະ​ຊັກ​ດາບ​ຂອງເຮົາ​ອອກ​ແລະ​ສັງຫານ​ພວກເຈົ້າ​ທຸກຄົນ ບໍ່​ວ່າ​ຄົນດີ ຫລື​ຄົນຊົ່ວ​ໂດຍ​ບໍ່​ເລືອກ​ໜ້າ.</verse>
				<verse number="4">ເຮົາ​ຈະ​ໃຊ້​ດາບ​ຂອງເຮົາ​ຕໍ່ສູ້​ທຸກຄົນ​ຈາກ​ທິດເໜືອ​ເຖິງ​ທິດໃຕ້.</verse>
				<verse number="5">ທຸກຄົນ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ຊັກ​ດາບ​ອອກ ແລະ​ຈະ​ບໍ່​ເອົາ​ເຂົ້າ​ຝັກ​ອີກ.’</verse>
				<verse number="6">ມະນຸດ​ເອີຍ ຈົ່ງ​ຄໍ່າຄວນ​ເໝືອນ​ຄົນ​ທີ່​ກຳລັງ​ອົກຫັກ​ດ້ວຍ​ຄວາມ​ສິ້ນຫວັງ​ສາ. ຈົ່ງ​ຄໍ່າຄວນ​ດ້ວຍ​ຄວາມທຸກໃຈ​ໃນ​ບ່ອນ​ທີ່​ທຸກຄົນ​ສາມາດ​ເຫັນ​ເຈົ້າ​ໄດ້.</verse>
				<verse number="7">ເມື່ອ​ພວກເຂົາ​ຖາມ​ເຈົ້າ​ວ່າ, ‘ເປັນຫຍັງ​ເຈົ້າ​ຈຶ່ງ​ຄໍ່າຄວນ?’ ຈົ່ງ​ບອກ​ພວກເຂົາ​ວ່າ, ‘ເນື່ອງ​ຈາກ​ຂ່າວ​ຮ້າຍ​ທີ່​ກຳລັງ​ມາ. ເມື່ອ​ມັນ​ມາຮອດ ຈິດໃຈ​ຂອງ​ພວກເຂົາ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານກົວ, ມື​ຂອງ​ພວກເຂົາ​ຈະ​ອ່ອນເພຍ​ລົງ, ຄວາມ​ກ້າຫານ​ຂອງ​ພວກເຂົາ​ຈະ​ໝົດ​ໄປ ແລະ​ຫົວເຂົ່າ​ຂອງ​ພວກເຂົາ​ກໍ​ຈະ​ສັ່ນເຊັນ.’ ເວລາ​ມາຮອດ​ແລ້ວ; ມັນ​ຈະ​ຢູ່​ທີ່​ນີ້.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="8">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="9">“ມະນຸດ​ເອີຍ ຈົ່ງ​ທຳນວາຍ​ເຖີດ. ຈົ່ງ​ບອກ​ປະຊາຊົນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ດັ່ງນີ້: ມີ​ດາບ​ດວງ​ໜຶ່ງ ມີ​ດາບ​ດວງ​ໜຶ່ງ​ເດີ ຊຶ່ງ​ຖືກ​ຝົນ​ແລ້ວ​ແລະ​ຂັດ​ໃຫ້​ເຫລື້ອມ​ດີ​ດ້ວຍ.</verse>
				<verse number="10">ເປັນ​ດາບ​ທີ່​ຝົນ​ແລ້ວ​ເພື່ອ​ເອົາ​ໄວ້​ສັງຫານ ເປັນ​ດາບ​ຖືກ​ຂັດ​ໃຫ້​ເຫລື້ອມໃສ​ດັ່ງ​ແສງຟ້າແມບ. ໃນ​ທີ່ນັ້ນ​ຈະ​ບໍ່ມີ​ສຽງ​ຊົມຊື່ນ​ຍິນດີ​ຫຍັງ​ເລີຍ ຍ້ອນ​ຄົນ​ບໍ່​ໃສ່ໃຈ​ຕໍ່​ຄຳເຕືອນ​ແລະ​ການ​ລົງໂທດ.</verse>
				<verse number="11">ດາບ​ຖືກ​ຂັດ​ໃຫ້​ເຫລື້ອມ​ຕຽມ​ລົງ​ມື​ທຳງານ ຖືກ​ຝົນ​ໃຫ້​ຄົມ​ແວວວັບ​ຢູ່​ໃນ​ມື​ນັກສັງຫານ​ແລ້ວ.</verse>
				<verse number="12">ມະນຸດ​ເອີຍ ເຈົ້າ​ຈົ່ງ​ຮ້ອງ​ຢ່າງ​ເຈັບປວດ​ສາເຖີດ ດາບ​ດວງ​ນີ້​ຖືກ​ໝາຍ​ໄວ້​ເພື່ອ​ຄົນ​ຂອງເຮົາ​ແລ້ວ ເພື່ອ​ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ທຸກຄົນ ພວກເຂົາ​ຈະ​ຕ້ອງ​ຖືກ​ສັງຫານ​ໃຫ້​ຈົນ​ໝົດສິ້ນ ພ້ອມ​ກັບ​ປະຊາຊົນ​ທຸກຄົນ​ຂອງເຮົາ​ທີ່​ເຫຼືອ​ຢູ່ ຈົ່ງ​ຕີອົກ​ເຈົ້າ​ຢ່າງ​ສິ້ນຫວັງ​ສາ</verse>
				<verse number="13">ເຮົາ​ກຳລັງ​ທົດສອບ​ເບິ່ງ​ປະຊາຊົນ​ຂອງເຮົາ ແລະ​ຖ້າ​ພວກເຂົາ​ບໍ່​ກັບໃຈ​ທຸກສິ່ງ​ເຫຼົ່ານີ້​ກໍ​ຈະ​ເກີດຂຶ້ນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="14">ບັດນີ້ ມະນຸດ​ເອີຍ ຈົ່ງ​ທຳນວາຍ​ເຖີດ. ຈົ່ງ​ຕົບ​ມື​ແລະ​ດາບ​ຈະ​ຟັນແລ້ວ​ຟັນອີກ. ມັນ​ແມ່ນ​ດາບ​ດວງ​ໜຶ່ງ​ທີ່​ຂ້າ ຄື​ດາບ​ດວງ​ໜຶ່ງ​ທີ່​ໜ້າຢ້ານກົວ​ຫລາຍ ທັງ​ໃຊ້​ສັງຫານໝູ່.</verse>
				<verse number="15">ມັນ​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ສູນເສຍ​ຄວາມ​ກ້າຫານ​ແລະ​ເຕະ​ສະດຸດ. ເຮົາ​ກຳລັງ​ນາບຂູ່​ເມືອງ​ຂອງ​ພວກເຂົາ​ດ້ວຍ​ດາບ​ດວງ​ໜຶ່ງ ເຫລື້ອມ​ດັ່ງ​ແສງຟ້າແມບ ແລະ​ຕຽມພ້ອມ​ທີ່​ຈະ​ສັງຫານ.</verse>
				<verse number="16">ດາບ​ດວງ​ຄົມ​ເອີຍ ຈົ່ງ​ຟັນ​ໄປ​ທາງຂວາ​ແລະ​ທາງຊ້າຍ ຟັນ​ທຸກ​ບ່ອນ​ທີ່​ເຈົ້າ​ຫັນ​ໄປ.</verse>
				<verse number="17">ເຮົາ​ຈະ​ຕົບ​ມື​ຂອງເຮົາ​ຄືກັນ​ແລະ​ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ໝົດ​ໄປ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”</verse>
				<verse number="18">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="19">“ມະນຸດ​ເອີຍ ຈົ່ງ​ໝາຍ​ຖະໜົນ​ສອງ​ສາຍ​ໄວ້​ໃນ​ເສັ້ນ​ທາງ​ທີ່​ກະສັດ​ແຫ່ງ​ບາບີໂລນ​ໄດ້​ມາ​ດ້ວຍ​ດາບ​ຂອງ​ລາວ. ທາງ​ສອງ​ສາຍ​ນັ້ນ​ໃຫ້​ອອກ​ມາ​ຈາກ​ປະເທດ​ດຽວກັນ. ຈົ່ງ​ເຮັດ​ປ້າຍ​ໄວ້​ທີ່​ທາງ​ແຍກ.</verse>
				<verse number="20">ທາງ​ສາຍ​ທີ​ໜຶ່ງ​ຊີ້​ໃຫ້​ກະສັດ​ມາ​ທາງ​ຣັບບາ ເມືອງ​ຂອງ​ຊາວ​ອຳໂມນ; ແລະ​ຖະໜົນ​ສາຍ​ອື່ນ​ອີກ​ໃຫ້​ມາ​ທາງ​ດິນແດນ​ຢູດາຍ ຄື​ມາ​ສູ່​ນະຄອນ​ເຢຣູຊາເລັມ​ເມືອງ​ທີ່​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ.</verse>
				<verse number="21">ກະສັດ​ແຫ່ງ​ບາບີໂລນ​ກໍ​ຢືນ​ຢູ່​ຂ້າງ​ປ້າຍ​ທີ່​ທາງ​ແຍກ​ນັ້ນ. ເພື່ອ​ຢາກ​ຮູ້​ວ່າ​ຈະ​ໄປ​ທາງ​ໃດ ເພິ່ນ​ຈຶ່ງ​ສັ່ນ​ລູກສອນ ແລະ​ປຶກສາ​ນຳ​ບັນດາ​ຮູບເຄົາຣົບ​ຂອງຕົນ; ເພິ່ນ​ກວດເບິ່ງ​ຕັບ​ຂອງ​ສັດ​ທີ່​ຂ້າ​ຖວາຍບູຊາ.</verse>
				<verse number="22">ແຕ່​ແລ້ວ​ມື​ຂວາ​ຂອງ​ເພິ່ນ​ກໍ​ຈັບ​ຖືກ​ລູກສອນ​ທີ່​ໝາຍ​ວ່າ, ‘ເຢຣູຊາເລັມ’ ມັນ​ໄດ້​ບອກ​ເພິ່ນ​ໃຫ້​ໄປ​ຕັ້ງ​ເຄື່ອງ​ທະລຸ​ກຳແພງ, ໂຮຮ້ອງ​ເຮັດ​ເສິກ, ຕັ້ງ​ເຄື່ອງ​ທະລຸ​ຕໍ່ສູ້​ປະຕູ​ເມືອງ, ຄູນ​ຄັນຄູ​ຂຶ້ນ ແລະ​ຂຸດ​ຮ່ອງ​ປ້ອງກັນ​ໄພ.</verse>
				<verse number="23">ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ​ບໍ່​ເຊື່ອ​ເລື່ອງ​ນີ້ ຍ້ອນ​ພັນທະສັນຍາ​ທີ່​ພວກເຂົາ​ໄດ້​ເຮັດ​ໄວ້. ແຕ່​ການ​ທຳນວາຍ​ນີ້​ແມ່ນ​ເພື່ອ​ເຕືອນ​ພວກເຂົາ​ໃຫ້​ລະນຶກເຖິງ​ການບາບ​ຂອງ​ພວກເຂົາ​ແລະ​ໃຫ້​ຮູ້​ວ່າ ພວກເຂົາ​ຈະ​ຖືກ​ຈັບ​ໄປ.</verse>
				<verse number="24">ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ກ່າວ​ວ່າ ການບາບ​ຂອງ​ພວກເຈົ້າ​ໄດ້​ຖືກ​ເປີດເຜີຍ​ແລ້ວ. ຜູ້ໃດ​ກໍ​ຮູ້​ວ່າ​ພວກເຈົ້າ​ຜິດ​ສໍ່າໃດ. ການກະທຳ​ຂອງ​ພວກເຈົ້າ​ຊີ້​ໃຫ້​ເຫັນ​ແຕ່​ການບາບ​ທັງສິ້ນ. ພວກເຈົ້າ​ຢູ່​ໃນ​ຖານະ​ທີ່​ຖືກ​ກ່າວໂທດ ແລະ​ເຮົາ​ຈະ​ມອບ​ພວກເຈົ້າ​ໃຫ້​ແກ່​ເຫຼົ່າ​ສັດຕູ.</verse>
				<verse number="25">ເຈົ້າ​ຄົນ​ອະທຳ ຜູ້ປົກຄອງ​ຊາດ​ອິດສະຣາເອນ​ທີ່​ຂາດ​ສິນທຳ​ເອີຍ ວັນ​ຂອງ​ເຈົ້າ​ກຳລັງ​ມາຮອດ ຄື​ວັນ​ແຫ່ງ​ການລົງໂທດ​ຄັ້ງ​ສຸດທ້າຍ.</verse>
				<verse number="26">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ຈົ່ງ​ປົດ​ມົງກຸດ​ແລະ​ຜ້າ​ຄຽນ​ຫົວ​ຂອງ​ເຈົ້າ​ອອກ​ສາ. ບໍ່ມີ​ອັນໃດ​ຈະ​ເປັນ​ໄປ​ຄື​ເກົ່າ​ອີກ​ແລ້ວ. ຈົ່ງ​ຍົກ​ຄົນທຸກ​ລຳບາກ​ໃຫ້​ຂຶ້ນ​ກຳ​ອຳນາດ​ສາ ຈົ່ງ​ປົດ​ພວກ​ທີ່​ກຳລັງ​ປົກຄອງ​ລົງ.</verse>
				<verse number="27">ຈິບຫາຍ ຈິບຫາຍ​ສາ​ແລ້ວ ແມ່ນແລ້ວ ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຈິບຫາຍ​ໝົດ. ແຕ່​ເຫດການ​ນີ້​ຈະ​ບໍ່​ເກີດຂຶ້ນ ຈົນກວ່າ​ຜູ້ໜຶ່ງ​ທີ່​ເຮົາ​ໄດ້​ເລືອກໄວ້​ໃຫ້​ລົງໂທດ​ເມືອງ​ນີ້​ມາ. ເຮົາ​ຈະ​ມອບ​ເມືອງ​ນີ້​ໃຫ້​ແກ່​ລາວ.”</verse>
				<verse number="28">“ມະນຸດ​ເອີຍ ຈົ່ງ​ທຳນວຍ​ແລະ​ກ່າວ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ຕໍ່​ຊາວ​ອຳໂມນ ຄື​ພວກ​ທີ່​ດູຖູກ​ຊາວ​ອິດສະຣາເອນ​ວ່າ: ‘ດາບ​ດວງ​ໜຶ່ງ​ພ້ອມ​ແລ້ວ​ທີ່​ຈະ​ທຳລາຍ ຂັດ​ເຫລື້ອມ​ໃຫ້​ສັງຫານ​ເປັນ​ແສງ​ດັ່ງ​ຟ້າແມບ.</verse>
				<verse number="29">ນິມິດ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ເຫັນ​ນັ້ນ​ຈອມປອມ ແລະ​ຄຳທຳນວາຍ​ທີ່​ພວກເຈົ້າ​ເວົ້າ​ກໍ​ບໍ່ຈິງ. ພວກເຈົ້າ​ຊົ່ວຊ້າ​ແລະ​ອະທຳ ແລະ​ວັນ​ຂອງ​ພວກເຈົ້າ​ກຳລັງ​ມາ ຄື​ວັນ​ແຫ່ງ​ການລົງໂທດ​ຄັ້ງ​ສຸດທ້າຍ​ຂອງ​ພວກເຈົ້າ. ດາບ​ກຳລັງ​ຈະ​ຟັນ​ຄໍ​ພວກເຈົ້າ​ຢູ່​ແລ້ວ.</verse>
				<verse number="30">ເອົາ​ດາບ​ຂອງ​ພວກເຈົ້າ​ມ້ຽນ​ສາ ເຮົາ​ຈະ​ຕັດສິນ​ພວກເຈົ້າ​ໃນ​ບ່ອນ​ທີ່​ພວກເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ ຄື​ໃນ​ດິນແດນ​ທີ່​ພວກເຈົ້າ​ໄດ້​ເກີດ​ມາ​ນັ້ນ.</verse>
				<verse number="31">ພວກເຈົ້າ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ ເມື່ອ​ເຮົາ​ໂມໂຫ​ດັ່ງ​ໄຟ​ເຜົາຜານ. ເຮົາ​ຈະ​ມອບ​ພວກເຈົ້າ​ໃຫ້​ແກ່​ຄົນ​ທີ່​ໂຫດຫ້ຽມ ຄື​ຜູ້ຊ່ຽວຊານ​ໃນ​ການທຳລາຍ.</verse>
				<verse number="32">ພວກເຈົ້າ​ຈະ​ຖືກ​ທຳລາຍ​ດ້ວຍ​ໄຟ. ເລືອດ​ຈະ​ນອງ​ແຜ່ນດິນ​ແລະ​ຈະ​ບໍ່ມີ​ຜູ້ໃດ​ຈົດຈຳ​ພວກເຈົ້າ​ອີກ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”’</verse>
			</chapter>
			<chapter number="22">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="2">“ມະນຸດ​ເອີຍ ເຈົ້າ​ຕຽມພ້ອມ​ແລ້ວ​ບໍ​ທີ່​ຈະ​ຕັດສິນ​ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ຄາດຕະກຳ? ຈົ່ງ​ບອກ​ໃຫ້​ເມືອງ​ນີ້​ຟັງ​ຢ່າງ​ແຈ່ມແຈ້ງ​ເຖິງ​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ນາງ​ໄດ້​ເຮັດ.</verse>
				<verse number="3">ຈົ່ງ​ບອກ​ເມືອງ​ນີ້​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ຍ້ອນ​ເຈົ້າ​ໄດ້​ຂ້າ​ຄົນ​ຂອງ​ເຈົ້າ​ເອງ​ຢ່າງ​ຫລວງຫລາຍ ແລະ​ໄດ້​ປະພຶດ​ຕົນ​ເປັນ​ມົນທິນ ໂດຍ​ຂາບໄຫວ້​ບັນດາ​ຮູບເຄົາຣົບ ເວລາ​ຂອງ​ເຈົ້າ​ກຳລັງ​ມາ​ເຖິງ.</verse>
				<verse number="4">ເຈົ້າ​ມີ​ຄວາມຜິດ​ຍ້ອນ​ການ​ຄາດຕະກຳ​ເຫຼົ່ານັ້ນ ແລະ​ການ​ເປັນ​ມົນທິນ​ຍ້ອນ​ບັນດາ​ຮູບເຄົາຣົບ​ທີ່​ເຈົ້າ​ໄດ້​ເຮັດ​ຂຶ້ນ​ເອງ; ດັ່ງນັ້ນ ມື້​ຂອງ​ເຈົ້າ​ຈຶ່ງ​ກຳລັງ​ມາ ເວລາ​ຂອງ​ເຈົ້າ​ໝົດ​ສາ​ແລ້ວ ເພາະສະນັ້ນ ເຮົາ​ຈຶ່ງ​ໄດ້​ໃຫ້​ຊົນຊາດ​ທັງຫລາຍ​ດູຖູກ​ເຈົ້າ ແລະ​ໃຫ້​ທຸກ​ປະເທດ​ເວົ້າ​ເຍາະເຍີ້ຍ​ເຈົ້າ.</verse>
				<verse number="5">ປະເທດ​ຕ່າງໆ​ທັງ​ໃກ້​ແລະ​ໄກ​ເວົ້າ​ເຍາະເຍີ້ຍ​ເຈົ້າ ຍ້ອນ​ເຈົ້າ​ບໍ່​ປະຕິບັດ​ຕາມ​ກົດໝາຍ.</verse>
				<verse number="6">ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ຕ່າງ​ກໍ​ເພິ່ງ​ໃນ​ກຳລັງ​ຂອງ​ຕົນເອງ ແລະ​ກໍ່​ການຄາດຕະກຳ.</verse>
				<verse number="7">ໃນ​ເມືອງ​ບໍ່ມີ​ຜູ້ໃດ​ທີ່​ນັບຖື​ພໍ່​ແມ່​ຂອງຕົນ. ເຈົ້າ​ສໍ້ໂກງ​ຄົນຕ່າງດ້າວ ແລະ​ເອົາລັດ​ເອົາປຽບ​ພວກ​ແມ່ໝ້າຍ ແລະ​ເດັກ​ກຳພ້າ.</verse>
				<verse number="8">ເຈົ້າ​ບໍ່ໄດ້​ເຄົາຣົບ​ສະຖານທີ່​ສັກສິດ​ຂອງເຮົາ ແລະ​ເຈົ້າ​ບໍ່ໄດ້​ຢຶດຖື​ວັນ​ຊະບາໂຕ​ທັງຫລາຍ​ຂອງເຮົາ.</verse>
				<verse number="9">ບາງຄົນ​ໃສ່​ຮ້າຍ​ຄົນອື່ນ​ເພື່ອ​ໃຫ້​ຖືກ​ປະຫານ. ບາງຄົນ​ກິນ​ເຄື່ອງ​ທີ່​ໄດ້​ຖວາຍບູຊາ​ໃຫ້​ບັນດາ​ຮູບເຄົາຣົບ​ແລ້ວ. ບາງຄົນ​ກໍ​ມີ​ແຕ່​ພໍໃຈ​ຢູ່​ກັບ​ຣາຄະ​ຕັນຫາ.</verse>
				<verse number="10">ບາງຄົນ​ນອນ​ນຳ​ເມຍ​ຂອງ​ພໍ່​ຕົນ. ບາງຄົນ​ຂົ່ມເຫັງ​ພວກ​ແມ່ຍິງ​ໃຫ້​ສົມສູ່​ກັບ​ຕົນ​ໃນ​ເວລາ​ນາງ​ເປັນ​ປະຈຳເດືອນ.</verse>
				<verse number="11">ບາງຄົນ​ກໍ​ຫລີ້ນຊູ້​ສູ່​ຜົວ​ເມຍ​ເຂົາ ແລະ​ຄົນອື່ນໆ​ອີກ​ກໍ​ລໍ້ລວງ​ຫລີ້ນ​ລູກໃພ້ ຫລື​ລູກສາວ​ຕ່າງ​ແມ່​ຂອງຕົນ.</verse>
				<verse number="12">ບາງຄົນ​ຮັບຈ້າງ​ຂ້າ​ຄົນ. ບາງຄົນ​ໃຫ້​ກູ້ຢືມ​ເອົາ​ກຳໄລ​ນຳ​ພີ່ນ້ອງ​ຮ່ວມ​ຊາດ​ຊາວ​ອິດສະຣາເອນ ແລະ​ສ້າງຮັ່ງ​ຄູນມີ​ໂດຍ​ເອົາລັດ​ເອົາປຽບ​ພວກເຂົາ. ພວກເຂົາ​ໄດ້​ລືມໄລ​ເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="13">ເຮົາ​ຈະ​ຍົກ​ກຳປັ້ນ​ຕີ​ພວກ​ທີ່​ກໍ່​ການ​ປຸ້ນສະດົມ​ກັບ​ກໍ່​ການຄາດຕະກຳ.</verse>
				<verse number="14">ເຈົ້າ​ຄິດ​ວ່າ​ເຈົ້າ​ຍັງ​ຈະ​ມີ​ຄວາມ​ກ້າຫານ​ເຫຼືອ​ຢູ່ ຫລື​ມີ​ກຳລັງ​ພໍ​ທີ່​ຈະ​ຍົກ​ມື​ເຈົ້າ​ຂຶ້ນ​ບໍ ເມື່ອ​ເຮົາ​ຈັດການ​ກັບ​ເຈົ້າ​ແລ້ວ? ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ ແລະ​ເຮົາ​ຈະ​ກະທຳ.</verse>
				<verse number="15">ເຮົາ​ຈະ​ກະຈັດ​ກະຈາຍ​ປະຊາຊົນ​ຂອງເຈົ້າ​ໄປ​ທົ່ວ​ທຸກໆ​ປະເທດ​ແລະ​ທຸກໆ​ຊາດ; ເຮົາ​ຈະ​ດັບສູນ​ການກະທຳ​ອັນ​ຊົ່ວຮ້າຍ​ທັງໝົດ​ຂອງເຈົ້າ.</verse>
				<verse number="16">ສະນັ້ນ ຊົນຊາດ​ອື່ນ​ຈະ​ລຶບກຽດ​ເຈົ້າ; ແລະ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”’</verse>
				<verse number="17">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="18">“ມະນຸດ​ເອີຍ ສຳລັບ​ເຮົາ​ແລ້ວ ຊາວ​ອິດສະຣາເອນ​ແມ່ນ​ໃຊ້​ການ​ບໍ່ໄດ້. ພວກເຂົາ​ເປັນ​ດັ່ງ​ຂອງ​ຖິ້ມແລ້ວ ເສດ​ໂລຫະ​ເຊັ່ນ: ທອງແດງ, ຂີ້ກົ່ວ, ເຫຼັກ ແລະ​ຊືນ ຄື​ສິ່ງ​ເສດເຫລືອ​ຂອງ​ເງິນ ຫລັງຈາກ​ຖືກ​ຫລອມ​ໃນ​ເຕົາ​ໃຫ້​ບໍຣິສຸດ.</verse>
				<verse number="19">ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ພວກເຂົາ​ໃຊ້​ການ​ບໍ່ໄດ້​ເໝືອນ​ສິ່ງ​ເຫຼົ່ານັ້ນ​ແຫຼະ. ເຮົາ​ຈະ​ນຳ​ພວກເຂົາ​ທັງໝົດ​ໄປ​ເຕົ້າໂຮມ​ກັນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ</verse>
				<verse number="20">ຕາມ​ວິທີ​ດຽວກັນ​ກັບ​ແຮ່​ເງິນ, ທອງແດງ, ເຫຼັກ, ຊືນ ແລະ​ກົ່ວ ຖືກ​ນຳ​ເຂົ້າ​ໄປ​ໃນ​ເຕົາ​ຫລອມ. ຄວາມ​ໂກດຮ້າຍ​ແລະ​ຄວາມ​ໂມໂຫ​ຂອງເຮົາ​ຈະ​ຫລອມ​ພວກເຂົາ ເໝືອນ​ໄຟ​ຫລອມ​ແຮ່​ຂອງ​ໂລຫະ.</verse>
				<verse number="21">ແມ່ນແລ້ວ ເຮົາ​ຈະ​ເຕົ້າໂຮມ​ພວກເຂົາ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລ້ວ​ຈູດ​ໄຟ​ຫລອມ​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງເຮົາ.</verse>
				<verse number="22">ພວກເຂົາ​ຈະ​ຖືກ​ຫລອມ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຕາມ​ວິທີ​ທີ່​ເງິນ​ຖືກ​ຫລອມ​ໃນ​ເຕົາໄຟ; ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ ພວກເຂົາ​ກຳລັງ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ຄື​ພຣະເຈົ້າຢາເວ.”</verse>
				<verse number="23">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="24">“ມະນຸດ​ເອີຍ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ວ່າ ດິນແດນ​ຂອງ​ພວກເຂົາ​ເປັນ​ຄື​ດິນແດນ​ທີ່​ບໍ່​ຮັບ​ນໍ້າ​ຝົນ; ສະນັ້ນ ເຮົາ​ຈຶ່ງ​ລົງໂທດ​ດິນແດນ​ນີ້​ດ້ວຍ​ຄວາມ​ໂກດຮ້າຍ.</verse>
				<verse number="25">ບັນດາ​ຜູ້ນຳ ເປັນ​ດັ່ງ​ໂຕສິງ​ທີ່​ຮ້ອງ​ຄຳຣາມ​ເທິງ​ສັດ​ທີ່​ມັນ​ໄດ້​ຂ້າ. ພວກເຂົາ​ຂ້າ​ປະຊາຊົນ​ຢຶດເອົາ​ເງິນຄຳ ແລະ​ຊັບສົມບັດ​ທັງໝົດ​ທີ່​ພວກເຂົາ​ສາມາດ​ເອົາ​ໄດ້ ແລະ​ເຮັດ​ໃຫ້​ຍິງ​ຫລາຍ​ຄົນ​ເປັນ​ໝ້າຍ​ເພາະ​ການ​ຄາດຕະກຳ​ທີ່​ພວກເຂົາ​ໄດ້​ກໍ່​ຂຶ້ນ.</verse>
				<verse number="26">ບັນດາ​ປະໂຣຫິດ​ຝ່າຝືນ​ກົດບັນຍັດ​ຂອງເຮົາ ແລະ​ບໍ່​ໃຫ້​ຄວາມນັບຖື​ແກ່​ສິ່ງ​ບໍຣິສຸດ. ພວກເຂົາ​ບໍ່​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ສິ່ງ​ບໍຣິສຸດ ແລະ​ສິ່ງ​ບໍ່​ບໍຣິສຸດ. ພວກເຂົາ​ບໍ່​ສັ່ງສອນ​ໃຫ້​ຮູ້​ເຖິງ​ຄວາມ​ແຕກຕ່າງ ລະຫວ່າງ​ສິ່ງ​ທີ່​ບໍ່​ເປັນ​ມົນທິນ​ແລະ​ສິ່ງ​ທີ່​ເປັນ​ມົນທິນ ແລະ​ພວກເຂົາ​ກໍ​ບໍ່​ເອົາໃຈໃສ່​ຕໍ່​ວັນ​ຊະບາໂຕ​ດ້ວຍ. ຜົນ​ກໍ​ຄື​ປະຊາຊົນ​ອິດສະຣາເອນ​ບໍ່ໄດ້​ນັບຖື​ເຮົາ.</verse>
				<verse number="27">ບັນດາ​ເຈົ້ານາຍ​ຂອງ​ອິດສະຣາເອນ​ເປັນ​ດັ່ງ​ໝາປ່າ​ທີ່​ກຳລັງ​ຈີກ​ສັດ ຊຶ່ງ​ພວກ​ຕົນ​ໄດ້​ຂ້າ​ນັ້ນ​ເປັນ​ຕ່ອນໆ. ພວກເຂົາ​ກໍ່​ການ​ຄາດຕະກຳ​ເພື່ອ​ສ້າງຮັ່ງ​ຄູນມີ​ໃຫ້​ແກ່​ຕົນ.</verse>
				<verse number="28">ພວກ​ຜູ້ທຳນວາຍ​ໄດ້​ເຊື່ອງ​ບາບ​ເຫຼົ່ານີ້​ໄວ້ ເໝືອນ​ຄົນ​ໜຶ່ງ​ທີ່​ໃຊ້​ປູນຂາວ​ໂອບ​ບ່ອນ​ທີ່​ກຳແພງ​ແຕກ. ພວກເຂົາ​ເຫັນ​ນິມິດ​ແລະ​ການ​ທຳນວາຍ​ອັນ​ຈອມປອມ. ພວກເຂົາ​ອ້າງ​ວ່າ ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້’ ໃນ​ເມື່ອ​ພຣະເຈົ້າຢາເວ​ບໍ່ໄດ້​ກ່າວ​ຫຍັງ​ເລີຍ.</verse>
				<verse number="29">ຄົນ​ຮັ່ງມີ​ສໍ້ໂກງ​ແລະ​ປຸ້ນຈີ້. ພວກເຂົາ​ຂົ່ມເຫັງ​ຄົນ​ຍາກຈົນ​ແລະ​ຕ່າງ​ກໍ​ເອົາລັດ​ເອົາປຽບ​ຄົນ​ຕ່າງດ້າວ.</verse>
				<verse number="30">ເຮົາ​ໄດ້​ຊອກ​ຫາ​ບາງຄົນ​ທີ່​ສາມາດ​ກໍ່​ກຳແພງ​ຂຶ້ນ ຄື​ຜູ້​ທີ່​ສາມາດ​ຢືນ​ຢູ່​ໃນ​ບ່ອນ​ກຳແພງ​ເພພັງ ແລະ​ປ້ອງກັນ​ດິນແດນ ເມື່ອ​ຄວາມ​ໂກດຮ້າຍ​ຂອງເຮົາ​ມາ​ທຳລາຍ​ເມືອງ ແຕ່​ເຮົາ​ກໍ​ຫາ​ບໍ່ໄດ້.</verse>
				<verse number="31">ສະນັ້ນ ເຮົາ​ຈຶ່ງ​ຈະ​ປ່ອຍ​ໃຫ້​ຄວາມ​ໂກດຮ້າຍ​ຂອງເຮົາ​ດັ່ງ​ໄຟ​ທີ່​ເຜົາຜານ ອອກ​ໄປ​ທຳລາຍ​ພວກເຂົາ ເພາະ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ.</verse>
			</chapter>
			<chapter number="23">
				<verse number="1">ຖ້ອຍຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="2">“ມະນຸດ​ເອີຍ ໃນ​ຄັ້ງ​ໜຶ່ງ​ນັ້ນ​ມີ​ເອື້ອຍ​ນ້ອງ​ຢູ່​ສອງ​ຄົນ.</verse>
				<verse number="3">ເມື່ອ​ພວກເຂົາ​ຍັງ​ເປັນ​ສາວ​ຢູ່​ໃນ​ເອຢິບ​ນັ້ນ ພວກເຂົາ​ໄດ້​ເສຍຕົວ​ຈົນ​ກາຍເປັນ​ຍິງໂສເພນີ.</verse>
				<verse number="4">ເອື້ອຍ​ກົກ​ຊື່​ວ່າ ໂອໂຮລາ (ນາງ​ເປັນ​ຕົວແທນ​ໃຫ້​ຊາມາເຣຍ) ແລະ​ນ້ອງສາວ​ຊື່​ວ່າ​ໂອໂຮລີບາ (ນາງ​ເປັນ​ຕົວແທນ​ໃຫ້​ນະຄອນ​ເຢຣູຊາເລັມ). ເຮົາ​ໄດ້​ແຕ່ງງານ​ກັບ​ພວກເຂົາ​ທັງສອງ ແລະ​ພວກເຂົາ​ກໍໄດ້​ເກີດ​ລູກ​ໃຫ້​ແກ່​ເຮົາ.</verse>
				<verse number="5">ເຖິງ​ແມ່ນ​ວ່າ ໂອໂຮລາ​ເປັນ​ຂອງເຮົາ​ກໍຕາມ ແຕ່​ນາງ​ຍັງ​ໄດ້​ສືບຕໍ່​ເປັນ​ຍິງໂສເພນີ ບ້າ​ຕັນຫາ ໄຝ່​ຫາ​ແຕ່​ບັນດາ​ຄູ່ຮັກ​ຂອງ​ນາງ​ທີ່​ມາ​ຈາກ​ປະເທດ​ອັດຊີເຣຍ.</verse>
				<verse number="6">ພວກເຂົາ​ນຸ່ງ​ເຄື່ອງແບບ​ສີມ່ວງ ເປັນ​ພວກ​ເຈົ້ານາຍ​ຂຸນນາງ ແລະ​ນາຍ​ທະຫານ​ຊັ້ນ​ຜູ້ໃຫຍ່; ພວກເຂົາ​ລ້ວນແຕ່​ເປັນ​ຊາຍໜຸ່ມ​ທີ່​ໜຸ່ມແໜ້ນ​ຮູບຮ່າງ​ງາມ​ຂີ່​ມ້າ.</verse>
				<verse number="7">ນາງ​ຫຼິ້ນຊູ້​ກັບ​ຄົນ​ເຫຼົ່ານີ້ ຊຶ່ງ​ເປັນ​ບຸກຄົນ​ທີ່​ຄັດເລືອກ​ແລ້ວ​ຂອງ​ອັດຊີເຣຍ​ທຸກຄົນ ແລະ​ນາງ​ກໍໄດ້​ເຮັດ​ໃຫ້​ນາງ​ເປັນ​ມົນທິນ ໂດຍ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຂອງ​ຊາວ​ອັດຊີເຣຍ.</verse>
				<verse number="8">ນາງ​ຍັງ​ບໍ່​ເລີກ​ການ​ຫຼິ້ນຊູ້​ທີ່​ນາງ​ເຄີຍ​ເປັນ​ມາ​ແລ້ວ​ໃນ​ປະເທດ​ເອຢິບ ບ່ອນ​ທີ່​ນາງ​ໄດ້​ເສຍຕົວ​ນັ້ນ. ນັບ​ຕັ້ງແຕ່​ນາງ​ໄດ້​ເປັນ​ສາວ ຜູ້ຊາຍ​ໄດ້​ຫລັບ​ນອນ​ນຳ​ນາງ​ທັງ​ເຮັດ​ກັບ​ນາງ​ດັ່ງ​ຍິງໂສເພນີ​ຜູ້ໜຶ່ງ.</verse>
				<verse number="9">ສະນັ້ນ ເຮົາ​ຈຶ່ງ​ມອບ​ນາງ​ໃຫ້​ແກ່​ຄູ່ຮັກ​ຂອງ​ນາງ ຄື​ຊາວ​ອັດຊີເຣຍ ທີ່​ນາງ​ຕ້ອງການ​ຫລາຍ​ທີ່ສຸດ​ນັ້ນ.</verse>
				<verse number="10">ພວກເຂົາ​ໄດ້​ແກ້​ເຄື່ອງນຸ່ງ​ຂອງ​ນາງ​ອອກ, ຈັບ​ເອົາ​ລູກ​ຊາຍ​ຍິງ​ຂອງ​ນາງ​ໄປ ແລະ​ໃຊ້​ດາບ​ຂ້າ​ນາງ​ຖິ້ມ. ພວກຜູ້ຍິງ​ທົ່ວໄປ​ຊຸບຊິບ​ກັນ​ເຖິງ​ຊາຕາກຳ​ຂອງ​ນາງ.</verse>
				<verse number="11">ເຖິງ​ແມ່ນ​ວ່າ ໂອໂຮລີບາ ຜູ້​ເປັນ​ນ້ອງສາວ​ໄດ້​ເຫັນ​ເຫດການ​ນີ້​ແລ້ວ ນາງ​ກໍ​ຍິ່ງ​ຊົ່ວຊ້າ​ແລະ​ຫຼິ້ນຊູ້​ຫລາຍກວ່າ​ເອື້ອຍ​ຂອງນາງ​ອີກ.</verse>
				<verse number="12">ນາງ​ກໍ​ເໝືອນກັນ ນາງ​ເປັນ​ບ້າ​ຕັນຫາ​ນຳ​ພວກ​ເຈົ້ານາຍ​ຂຸນນາງ​ຊາວ​ອັດຊີເຣຍ ແລະ​ພວກ​ນາຍ​ທະຫານ ຄື​ພວກ​ທີ່​ໃສ່​ເຄື່ອງແບບ​ອັນ​ສະຫງ່າງາມ ແລະ​ນຳ​ບັນດາ​ນາຍ​ທະຫານ​ມ້າ ຕະຫລອດ​ທັງ​ຊາຍໜຸ່ມ​ທີ່​ມີ​ຮູບຮ່າງ​ສະຫງ່າ​ງາມ​ທຸກຄົນ.</verse>
				<verse number="13">ເຮົາ​ໄດ້​ເຫັນ​ວ່າ​ນາງ​ບໍ່ມີ​ສິນທຳ​ໝົດສິ້ນ ແລະ​ນ້ອງສາວ​ຂອງ​ນາງ​ກໍ​ຊົ່ວຊ້າ​ພໍໆກັນ​ກັບ​ເອື້ອຍ.</verse>
				<verse number="14">ແຕ່​ນາງ​ໄດ້​ເຮັດ​ຜິດ​ສິນທຳ​ເລິກລົງ​ໄປ​ທຸກ​ເທື່ອ. ນາງ​ຫລົງ​ໄຫລ​ໄປ​ນຳ​ຮູບ​ຊົງ​ຂອງ​ບັນດາ​ຂ້າຣາຊການ​ຊັ້ນສູງ​ຊາວ​ບາບີໂລນ ທີ່​ໄດ້​ແກະສະຫລັກ​ໄວ້​ຕາມ​ຝາ​ແລະ​ທາ​ສີແດງ​ແຈດ</verse>
				<verse number="15">ທັງ​ມີ​ສາຍ​ຮັດ​ແອວ​ແລະ​ຜ້າ​ຄຽນ​ຫົວ​ແບບ​ແປກໆ​ດ້ວຍ.</verse>
				<verse number="16">ພໍ​ແຕ່​ໄດ້​ເຫັນ​ພວກເຂົາ ນາງ​ກໍ​ເຕັມ​ໄປ​ດ້ວຍ​ຕັນຫາ ແລະ​ໄດ້​ສົ່ງ​ພວກ​ນຳຂ່າວ​ໄປ​ຫາ​ພວກເຂົາ​ໃນ​ບາບີໂລນ.</verse>
				<verse number="17">ຊາວ​ບາບີໂລນ​ໄດ້​ອອກ​ມາ​ສົມສູ່​ກັບ​ນາງ. ພວກເຂົາ​ໄດ້​ໃຊ້​ນາງ​ແລະ​ເຮັດ​ໃຫ້​ນາງ​ເປັນ​ມົນທິນ ຈົນ​ໃນທີ່ສຸດ ນາງ​ຈຶ່ງ​ເກີດ​ເບື່ອໜ່າຍ​ພວກເຂົາ.</verse>
				<verse number="18">ນາງ​ເປືອຍກາຍ​ໃນ​ທີ່​ສາທາ​ລະນະ ໃຫ້​ທຸກຄົນ​ຮູ້​ວ່າ​ນາງ​ເປັນ​ຍິງໂສເພນີ. ເຮົາ​ກຽດຊັງ​ນາງ​ເຊັ່ນດຽວ​ກັບ​ເອື້ອຍ​ຂອງ​ນາງ.</verse>
				<verse number="19">ນາງ​ໄດ້​ກາຍເປັນ​ຍິງໂສເພນີ​ຫລາຍກວ່າ​ແຕ່​ກ່ອນ ໂດຍ​ປະພຶດ​ຕົນ​ດັ່ງ​ສະໄໝ​ຍັງ​ເປັນ​ສາວ​ຢູ່ ຄື​ເມື່ອ​ຄາວ​ທີ່​ນາງ​ໄດ້​ເປັນ​ຍິງໂສເພນີ​ຢູ່​ໃນ​ປະເທດ​ເອຢິບ​ນັ້ນ.</verse>
				<verse number="20">ນາງ​ຢາກ​ສົມສູ່​ກັບ​ຜູ້ຊາຍ​ທີ່​ມີ​ຣາຄະ​ຕັນຫາ​ຫລາຍ ຄື​ຜູ້ຊາຍ​ທີ່​ມີ​ຣາຄະ​ຕັນຫາ​ດັ່ງ​ລໍ​ແລະ​ມ້າເຖິກ.” (</verse>
				<verse number="21">ນາງ​ໂອໂຮລີບາ​ເອີຍ ເຈົ້າ​ຢາກ​ເຮັດ​ຜິດ​ສິນທຳ​ຊໍ້າແລ້ວ​ຊໍ້າອີກ ດັ່ງ​ຄາວ​ທີ່​ເຈົ້າ​ເປັນ​ສາວ​ໃນ​ປະເທດ​ເອຢິບ​ບ່ອນ​ທີ່​ພວກ​ຜູ້ຊາຍ​ຄັ້ນ​ນົມ​ເຈົ້າ ຈົນ​ເຈົ້າ​ສູນເສຍ​ຄວາມ​ເປັນສາວ.)</verse>
				<verse number="22">ບັດນີ້​ໂອໂຮລີບາ​ເອີຍ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເຈົ້າ​ໄດ້​ເບື່ອໜ່າຍ​ຕໍ່​ຄູ່ຮັກ​ເຫຼົ່ານີ້​ຂອງ​ເຈົ້າ ແຕ່​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ໂກດຮ້າຍ​ເຈົ້າ ແລະ​ນຳ​ພວກເຂົາ​ໄປ​ປິດລ້ອມ​ເຈົ້າ​ໄວ້.</verse>
				<verse number="23">ເຮົາ​ຈະ​ນຳ​ຊາວ​ບາບີໂລນ​ແລະ​ຊາວ​ກັນດາ​ທັງໝົດ​ມາ ຄື​ບັນດາ​ຜູ້ຊາຍ​ຈາກ​ເມືອງ​ເປໂກດ, ໂຊອາ, ໂກອາ ແລະ​ອັດຊີເຣຍ​ທັງໝົດ. ເຮົາ​ຈະ​ເຕົ້າໂຮມ​ພວກ​ເຈົ້ານາຍ​ຂຸນນາງ​ທີ່​ໜຸ່ມແໜ້ນ ແລະ​ຮູບຮ່າງ​ສະຫງ່າງາມ​ມາ ພ້ອມ​ພວກ​ນາຍ​ທະຫານ, ບັນດາ​ຂ້າຣາຊການ​ຜູ້​ສຳຄັນ ແລະ​ນາຍ​ທະຫານ​ມ້າ​ຊັ້ນ​ຜູ້ໃຫຍ່​ທັງໝົດ.</verse>
				<verse number="24">ພວກເຂົາ​ຈະ​ໂຈມຕີ​ເຈົ້າ​ຈາກ​ທາງ​ທິດເໜືອ ໂດຍ​ນຳ​ກອງທັບ​ໃຫຍ່ ພ້ອມ​ທັງ​ລົດຮົບ​ກັບ​ກອງກວຽນ​ສະບຽງ​ອາຫານ​ມາ​ດ້ວຍ. ທະຫານ​ເຫຼົ່ານີ້​ມີ​ທັງ​ໂລ້​ແລະ​ໝວກ​ເຫຼັກ​ປ້ອງກັນ ພວກເຂົາ​ຈະ​ປິດລ້ອມ​ເຈົ້າ​ໄວ້. ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ພວກເຂົາ ແລະ​ພວກເຂົາ​ຈະ​ຕັດສິນ​ເຈົ້າ​ຕາມ​ກົດໝາຍ​ຂອງ​ພວກເຂົາ​ເອງ.</verse>
				<verse number="25">ຍ້ອນ​ເຮົາ​ໂກດຮ້າຍ​ເຈົ້າ ເຮົາ​ຈະ​ປ່ອຍ​ໃຫ້​ພວກເຂົາ​ຈັດການ​ກັບ​ເຈົ້າ​ຕາມ​ຄວາມ​ໂກດຮ້າຍ​ຂອງ​ພວກເຂົາ. ພວກເຂົາ​ຈະ​ຕັດ​ດັງ​ແລະ​ຫູ​ເຈົ້າ​ຖິ້ມ ແລະ​ສັງຫານ​ພວກ​ລູກ​ຂອງເຈົ້າ. ແມ່ນແລ້ວ ພວກເຂົາ​ຈະ​ເອົາ​ບັນດາ​ລູກ​ຊາຍ​ຍິງ​ຂອງ​ເຈົ້າ​ໄປ​ຈາກ​ເຈົ້າ ແລະ​ເຜົາ​ພວກເຂົາ​ທັງເປັນ.</verse>
				<verse number="26">ພວກເຂົາ​ຈະ​ຈີກ​ເຄື່ອງນຸ່ງ ແລະ​ຢຶດ​ເຄື່ອງ​ເພັດພອຍ​ຂອງ​ເຈົ້າ​ໄປ.</verse>
				<verse number="27">ເຮົາ​ຈະ​ເຮັດ​ໃຫ້​ຣາຄະ​ຕັນຫາ​ກັບ​ການ​ຊົ່ວຊ້າ​ຕ່າງໆ​ທີ່​ເຈົ້າ​ໄດ້​ເຮັດ ແຕ່​ຄາວ​ເຈົ້າ​ຢູ່​ປະເທດ​ເອຢິບ​ນັ້ນ​ສິ້ນສຸດ​ໄປ. ເຈົ້າ​ຈະ​ບໍ່ໄດ້​ແນມເບິ່ງ​ຮູບເຄົາຣົບ ຫລື​ຄິດເຖິງ​ປະເທດ​ເອຢິບ​ອີກ​ຕໍ່ໄປ.”</verse>
				<verse number="28">ອັນ​ນີ້​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: “ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ຜູ້​ທີ່​ເຈົ້າ​ກຽດຊັງ​ແລະ​ລັງກຽດ.</verse>
				<verse number="29">ຍ້ອນ​ພວກເຂົາ​ກຽດຊັງ​ເຈົ້າ ພວກເຂົາ​ຈະ​ເອົາ​ທຸກສິ່ງ​ທີ່​ເຈົ້າ​ຫາ​ມາ​ໄດ້​ນັ້ນ​ໄປ ແລະ​ປ່ອຍ​ໃຫ້​ເຈົ້າ​ເປືອຍກາຍ​ຢູ່​ດັ່ງ​ຍິງໂສເພນີ.</verse>
				<verse number="30">ຣາຄະ​ຕັນຫາ​ແລະ​ການ​ເປັນ​ຍິງໂສເພນີ​ຂອງ​ເຈົ້າ​ນັ້ນ ໄດ້​ນຳ​ສິ່ງ​ເຫຼົ່ານີ້​ມາ​ສູ່​ເຈົ້າ. ເຈົ້າ​ເຄີຍ​ເປັນ​ຍິງໂສເພນີ​ໃຫ້​ຊົນຊາດ​ທັງຫລາຍ ແລະ​ເຈົ້າເອງ​ປະພຶດ​ໃຫ້​ເປັນ​ມົນທິນ​ເພາະ​ຮູບເຄົາຣົບ​ຂອງ​ພວກເຂົາ.</verse>
				<verse number="31">ເຈົ້າ​ໄດ້​ກະທຳ​ຕາມ​ແບບຢ່າງ​ຂອງ​ເອື້ອຍ​ເຈົ້າ; ເພາະສະນັ້ນ ເຮົາ​ຈຶ່ງ​ຈະ​ມອບ​ຈອກ​ແຫ່ງ​ການລົງໂທດ​ຢ່າງ​ດຽວກັນ​ນັ້ນ​ໃຫ້​ເຈົ້າ​ໄດ້​ດື່ມ.”</verse>
				<verse number="32">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເຈົ້າ​ຈະ​ດື່ມ​ຈາກ​ຈອກ​ຂອງ​ເອື້ອຍ​ເຈົ້າ​ຄືກັນ​ໃດ ເປັນ​ຈອກ​ໃຫຍ່​ທັງ​ກົ້ນ​ເລິກ​ແລະ​ໂກນ​ດ້ວຍ. ທຸກໆຄົນ​ຈະ​ດູຖູກ​ແລະ​ເຍາະເຍີ້ຍ​ເຈົ້າ​ເດີ ເພາະ​ຈອກ​ນັ້ນ​ເຕັມ​ຈົນ​ວ່າ​ມັນ​ລົ້ນ​ອອກ.</verse>
				<verse number="33">ມັນ​ຈະ​ເຮັດ​ໃຫ້​ເຈົ້າ​ທຸກໂສກ​ແລະ​ມືນເມົາ ເປັນ​ຈອກ​ຄວາມ​ຢ້ານກົວ​ແລະ​ການ​ຈິບຫາຍ​ດ້ວຍ ແລະ​ຈອກ​ນັ້ນ​ເປັນ​ຈອກ​ຂອງ​ຊາມາເຣຍ ຄື​ຜູ້​ທີ່​ເປັນ​ເອື້ອຍ​ເຈົ້າເອງ​ນັ້ນ.</verse>
				<verse number="34">ເຈົ້າ​ຈະ​ດື່ມ​ຈາກ​ຈອກ​ຈົນກ້ຽງ​ບໍ່​ເຫຼືອ​ຫຍັງ ແລະ​ປ່ຽງ​ແຕກ​ຈະ​ເຮັດ​ໃຫ້​ນົມ​ເຈົ້າ​ເປັນ​ບາດ. ເພາະ​ເຮົາ​ໄດ້ກ່າວ​ໄວ້​ແລ້ວ, ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ກ່າວ​ດັ່ງນີ້ແຫຼະ.”</verse>
				<verse number="35">ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເພາະ​ເຈົ້າ​ໄດ້​ລືມໄລ​ເຮົາ​ແລະ​ຫັນຫລັງ​ໃຫ້​ເຮົາ ເຈົ້າ​ຈະ​ທົນທຸກ​ຍ້ອນ​ຣາຄະ​ຕັນຫາ​ແລະ​ການ​ເປັນ​ແມ່ຈ້າງ​ຂອງເຈົ້າ.”</verse>
				<verse number="36">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ເຈົ້າ​ພ້ອມ​ທີ່​ຈະ​ຕັດສິນ​ໂອໂຮລາ ແລະ​ໂອໂຮລີບາ​ແລ້ວ​ຫລື? ຈົ່ງ​ກ່າວໂທດ​ພວກເຂົາ​ຍ້ອນ​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.</verse>
				<verse number="37">ພວກເຂົາ​ໄດ້​ຫລີ້ນຊູ້​ແລະ​ໄດ້​ຂ້າ​ຄົນ ຄື​ຫລີ້ນຊູ້​ກັບ​ບັນດາ​ຮູບເຄົາຣົບ ແລະ​ຂ້າ​ລູກຊາຍ​ທັງຫລາຍ​ທີ່​ພວກເຂົາ​ໄດ້​ເກີດ​ໃຫ້​ເຮົາ. ພວກເຂົາ​ໄດ້​ເຜົາບູຊາ​ບັນດາ​ລູກຊາຍ​ຂອງເຮົາ​ໃຫ້​ບັນດາ​ຮູບເຄົາຣົບ.</verse>
				<verse number="38">ບໍ່​ແລ້ວ​ເທົ່ານັ້ນ ພວກເຂົາ​ຍັງ​ໄດ້​ເຮັດ​ໃຫ້​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ທັງ​ໄດ້​ຝ່າຝືນ​ວັນ​ຊະບາໂຕ ຊຶ່ງ​ເຮົາ​ໄດ້​ຕັ້ງ​ໄວ້​ດ້ວຍ.</verse>
				<verse number="39">ໃນ​ມື້​ດຽວກັນ​ທີ່​ພວກເຂົາ​ໄດ້​ຂ້າ​ພວກ​ລູກ​ຂອງເຮົາ​ບູຊາ​ໃຫ້​ແກ່​ບັນດາ​ຮູບເຄົາຣົບ​ນັ້ນ ພວກເຂົາ​ໄດ້​ເຂົ້າ​ມາ​ໃນ​ພຣະວິຫານ​ຂອງເຮົາ ແລະ​ເຮັດ​ໃຫ້​ພຣະວິຫານ​ເປັນ​ມົນທິນ.</verse>
				<verse number="40">ຊໍ້າແລ້ວ​ຊໍ້າອີກ ພວກເຂົາ​ໄດ້​ສົ່ງ​ບັນດາ​ຜູ້ນຳຂ່າວ​ໄປ​ເຊີນ​ຜູ້ຊາຍ​ມາ​ຈາກ​ແດນ​ໄກແສນໄກ ແລະ​ພວກເຂົາ​ກໍ​ມາ. ສອງ​ເອື້ອຍ​ນ້ອງ​ຈະ​ອາບນໍ້າ, ທາ​ຂົນ​ຕາ ແລະ​ໃສ່​ເຄື່ອງເອ້.</verse>
				<verse number="41">ພວກເຂົາ​ເຄີຍ​ນັ່ງ​ຕັ່ງອີ້​ນວມ​ອັນ​ສວຍງາມ ແລະ​ເທິງ​ໂຕະ​ຕໍ່ໜ້າ​ພວກເຂົາ​ກໍ​ມີ​ແຕ່​ສິ່ງ​ທີ່​ດີໆ ລວມທັງ​ເຄື່ອງຫອມ​ແລະ​ນໍ້າມັນ​ໝາກກອກເທດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຂົາ.</verse>
				<verse number="42">ສຽງ​ຜູ້ຄົນ​ທີ່​ປ່ອຍຕົວ​ກໍ​ດັງ​ຢູ່​ກັບ​ພວກເຂົາ ເປັນ​ສຽງ​ຂອງ​ຊາຍ​ໝວດ​ໜຶ່ງ​ທີ່​ຖືກ​ນຳ​ມາ​ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກເຂົາ​ໄດ້​ໃສ່​ປອກແຂນ​ໃຫ້​ພວກຜູ້ຍິງ ແລະ​ສວມ​ມົງກຸດ​ໃສ່​ຫົວ​ຂອງ​ພວກເຂົາ.</verse>
				<verse number="43">ແລະ​ເຮົາ​ກໍ​ຄິດ​ໃນໃຈ​ວ່າ​ພວກເຂົາ​ກຳລັງ​ສວຍ​ໃຊ້​ຍິງ​ທີ່​ມັກ​ຫລີ້ນຊູ້​ໃຫ້​ເປັນ​ແມ່ຈ້າງ.</verse>
				<verse number="44">ພວກເຂົາ​ໄດ້​ກັບຄືນ​ມາ​ຫາ​ແມ່ຈ້າງ​ເຫຼົ່ານີ້​ເທື່ອແລ້ວ​ເທື່ອອີກ. ພວກເຂົາ​ໄດ້​ກັບຄືນ​ມາ​ຫາ​ໂອໂຮລາ ແລະ ໂອໂຮລີບາ ຍິງ​ບໍ່ມີ​ສິນທຳ​ເຫຼົ່ານັ້ນ.</verse>
				<verse number="45">ບັນດາ​ຄົນ​ຊອບທຳ​ຈະ​ກ່າວໂທດ​ພວກເຂົາ ຖານ​ຫລີ້ນຊູ້​ແລະ​ຖານ​ເປັນ​ຄາດຕະກອນ​ຍ້ອນ​ພວກເຂົາ​ຫລີ້ນຊູ້ ແລະ​ມື​ພວກເຂົາ​ກໍ​ເປິເປື້ອນ​ໄປ​ດ້ວຍ​ເລືອດ.”</verse>
				<verse number="46">ນີ້​ແຫຼະ​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: “ຈົ່ງ​ນຳ​ປະຊາຊົນ​ມາ​ເຮັດ​ໃຫ້​ພວກເຂົາ​ສະທ້ານ​ຢ້ານກົວ​ແລະ​ປຸ້ນ​ພວກເຂົາ​ສາ.</verse>
				<verse number="47">ຈົ່ງ​ໃຫ້​ປະຊາຊົນ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ພວກເຂົາ​ແລະ​ໃຊ້​ດາບ​ຟັນ​ພວກເຂົາ, ຂ້າ​ບັນດາ​ລູກ​ຊາຍ​ຍິງ​ຂອງ​ພວກເຂົາ ແລະ​ຈູດ​ເຮືອນ​ຂອງ​ພວກເຂົາ​ຖິ້ມ.</verse>
				<verse number="48">ເຮົາ​ຈະ​ເຮັດ​ໃຫ້​ການ​ຜິດ​ສິນທຳ​ນີ້​ສິ້ນສຸດ​ຢູ່​ໃນ​ທົ່ວ​ດິນແດນ; ເປັນ​ການເຕືອນ​ຜູ້ຍິງ​ທຸກຄົນ​ບໍ່​ໃຫ້​ຫລີ້ນຊູ້ ແລະ​ບໍ່​ປະຕິບັດ​ດັ່ງທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.</verse>
				<verse number="49">ສ່ວນ​ສອງ​ເອື້ອຍ​ນ້ອງ​ພວກເຈົ້າ ເຮົາ​ຈະ​ລົງໂທດ​ເນື່ອງ​ຈາກ​ພວກເຈົ້າ​ໄດ້​ເຮັດ​ຜິດ​ສິນທຳ ແລະ​ເຮັດ​ບາບ​ໂດຍ​ຂາບໄຫວ້​ບັນດາ​ຮູບເຄົາຣົບ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ ເຮົາ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ.”</verse>
			</chapter>
			<chapter number="24">
				<verse number="1">ມື້​ທີ​ສິບ​ຂອງ​ເດືອນ​ທີ​ສິບ​ໃນ​ປີ​ທີ​ເກົ້າ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="2">“ມະນຸດ​ເອີຍ ຈົ່ງ​ຂຽນ​ວັນ​ທີ​ຂອງ​ວັນ​ນີ້​ໄວ້ ເພາະ​ແມ່ນ​ມື້​ທີ່​ກະສັດ​ແຫ່ງ​ບາບີໂລນ ເລີ່ມຕົ້ນ​ປິດລ້ອມ​ນະຄອນ​ເຢຣູຊາເລັມ.</verse>
				<verse number="3">ຈົ່ງ​ບອກ​ເລື່ອງ​ປຽບທຽບ​ນີ້​ແກ່​ປະຊາຊົນ​ຂອງເຮົາ​ຜູ້​ມັກ​ກະບົດ​ວ່າ, ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຕໍ່​ພວກເຂົາ​ດັ່ງນີ້: ຈົ່ງ​ຕັ້ງ​ໝໍ້ຂາງ​ໃສ່​ທີ່​ເທິງ​ເຕົາ​ໄຟ ແລະ​ຖອກ​ນໍ້າ​ລົງ​ໃສ່​ເຕັມ​ໝໍ້ຂາງ​ນັ້ນ.</verse>
				<verse number="4">ຈົ່ງ​ເອົາ​ຊີ້ນ​ດີທີ່ສຸດ​ໃສ່​ລົງ​ໃນ​ໝໍ້ຂາງ ຊີ້ນ​ຂາໂຕ້ ຊີ້ນ​ສັນຂາ ເລືອກ​ກະດູກ​ແນວ​ດີໆ​ດ້ວຍ.</verse>
				<verse number="5">ຈົ່ງ​ໃຊ້​ຕ່ອນ​ຊີ້ນ​ຂອງ​ແກະ​ໂຕ​ດີທີ່ສຸດ ແລະ​ກອງ​ຟືນ ໃສ່​ລຸ່ມ​ໝໍ້ຂາງ​ນັ້ນ. ຈົ່ງ​ປະ​ໃຫ້​ນໍ້າ​ຟົດ​ເດືອດ​ຂຶ້ນ​ມາ ຕົ້ມ​ກະດູກ​ແລະ​ຕ່ອນ​ຊີ້ນ​ດ້ວຍ.”</verse>
				<verse number="6">ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ວິບັດ​ເປັນ​ຂອງ​ເມືອງ​ແຫ່ງ​ພວກ​ຄາດຕະກອນ​ສາ​ແລ້ວ ມັນ​ເປັນ​ດັ່ງ​ໝໍ້ຂາງ​ຂີ້ໝ້ຽງ​ທີ່​ລ້າງ​ໃຫ້​ສະອາດ​ບໍ່ໄດ້. ພວກເຂົາ​ໄດ້​ຢິບ​ເອົາ​ຊີ້ນ​ອອກ​ເທື່ອແລ້ວ​ເທື່ອອີກ ຈົນ​ມັນ​ບໍ່ມີ​ເຫຼືອ​ຢູ່​ເລີຍ.</verse>
				<verse number="7">ໃນ​ເມືອງ​ກໍ​ມີ​ແຕ່​ຄາດຕະກຳ; ສ່ວນ​ເລືອດ​ນັ້ນ ພວກເຂົາ​ກໍ​ບໍ່ໄດ້​ປ່ອຍ​ໃຫ້​ໄຫລ​ລົງ​ໃສ່​ພື້ນດິນ ຊຶ່ງ​ຂີ້ຝຸ່ນ​ດິນ​ສາມາດ​ຈະ​ປິດບັງ​ມັນ​ໄດ້; ແຕ່​ຊໍ້າພັດ​ປ່ອຍ​ໃຫ້​ມັນ​ຢົດ​ລົງ​ເທິງ​ຫີນດານ.</verse>
				<verse number="8">ເຮົາ​ໄດ້​ປະ​ເລືອດ​ໄວ້​ຢູ່​ທີ່​ນັ້ນ ຊຶ່ງ​ເປັນ​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ຈະ​ເຊື່ອງ​ໄວ້​ໄດ້ ຄື​ບ່ອນ​ທີ່​ມັນ​ຮ້ອງຂໍ​ແກ້ແຄ້ນ​ຄືນ​ຢ່າງ​ຮ້າຍກາດ.”</verse>
				<verse number="9">ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ວິບັດ​ເປັນ​ຂອງ​ເມືອງ​ແຫ່ງ​ພວກ​ຄາດຕະກອນ​ສາ​ແລ້ວ ເຮົາ​ເອງ​ຈະ​ກອງ​ຟືນ​ຂຶ້ນ.</verse>
				<verse number="10">ເອົາ​ຟືນ​ມາ​ຕື່ມ ເປົ່າ​ໄຟ​ຂຶ້ນ ເອົາ​ຊີ້ນ​ມາ​ຕົ້ມ ຕົ້ມ​ໃຫ້​ເປື່ອຍ ຈົນ​ນໍ້າ​ຕົ້ມ​ແຫ້ງ</verse>
				<verse number="11">ບັດນີ້ ຈົ່ງ​ຕັ້ງ​ໝໍ້ຂາງ​ທອງສຳຣິດ​ໃສ່​ເທິງ​ຖ່ານໄຟ ແລະ​ໃຫ້​ໝໍ້ຂາງ​ຮ້ອນ​ຈົນ​ມັນ​ແດງ. ແລ້ວ​ໝໍ້​ນັ້ນ​ກໍ​ຈະ​ສະອາດ​ອີກ ຫລັງຈາກ​ທີ່​ຂີ້ໝ້ຽງ​ໄດ້​ໄໝ້​ໝົດ​ແລ້ວ</verse>
				<verse number="12">ເຖິງ​ແມ່ນ​ວ່າ​ຂີ້ໝ້ຽງ​ຈະ​ບໍ່​ສູນຫາຍ​ໄປ​ໃນ​ໄຟ​ໝົດ​ກໍດີ.</verse>
				<verse number="13">ນະຄອນ​ເຢຣູຊາເລັມ​ເອີຍ ການກະທຳ​ອັນ​ຜິດ​ສິນທຳ​ຕ່າງໆ​ຂອງເຈົ້າ​ນັ້ນ ໄດ້​ເຮັດ​ໃຫ້​ເຈົ້າ​ເປັນ​ມົນທິນ. ແມ່ນ​ວ່າ​ເຮົາ​ພະຍາຍາມ​ຊຳລະ​ເຈົ້າ​ໃຫ້​ບໍຣິສຸດ​ກໍດີ ເຈົ້າ​ກໍ​ຍັງ​ມີ​ມົນທິນ​ຢູ່. ເຈົ້າ​ຈະ​ບໍ່​ສະອາດ​ແທ້ ຈົນກວ່າ​ເຈົ້າ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະໜາດ​ຂອງເຮົາ.</verse>
				<verse number="14">ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ. ເວລາ​ທີ່​ເຮົາ​ຈະ​ລົງມື​ດຳເນີນການ​ນັ້ນ​ມາ​ເຖິງ​ແລ້ວ. ເຮົາ​ຈະ​ບໍ່​ເມີນເສີຍ​ຕໍ່​ບາບ​ນາໆ​ປະການ​ຂອງເຈົ້າ ຫລື​ສະແດງ​ຄວາມ​ເມດຕາ​ຕໍ່​ເຈົ້າ. ເຈົ້າ​ຈະ​ຖືກ​ລົງໂທດ​ເພາະ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="15">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="16">“ມະນຸດ​ເອີຍ ພຽງແຕ່​ອືດ​ລົມຫາຍໃຈ​ດຽວ​ເທົ່ານັ້ນ ເຮົາ​ກໍ​ຈະ​ພັດ​ຄົນ​ທີ່​ເຈົ້າ​ຮັກ​ທີ່ສຸດ​ໃຫ້​ໜີໄປ. ເຈົ້າ​ບໍ່​ຕ້ອງ​ຈົ່ມ ຫລື​ຮ້ອງໄຫ້​ຮໍ່າໄຮ ຫລື​ຫລັ່ງ​ນໍ້າຕາ​ນຳ​ດອກ.</verse>
				<verse number="17">ຢ່າ​ໃຫ້​ຜູ້ໃດ​ໄດ້ຍິນ​ສຽງ​ເຈົ້າ​ສະອຶກ​ສະອື້ນ. ຢ່າ​ໄວ້ທຸກ​ໂດຍ​ໄປມາ​ບໍ່ມີ​ຜ້າປົກ​ຫົວ ຫລື​ຍ່າງ​ຕີນ​ເປົ່າ. ຢ່າ​ປົກ​ໜ້າ ຫລື​ກິນ​ອາຫານ​ທີ່​ຄົນ​ໄວ້ທຸກ​ກິນ.”</verse>
				<verse number="18">ແຕ່​ເຊົ້າໆ​ຂອງ​ວັນ​ນັ້ນ ຂ້າພະເຈົ້າ​ກຳລັງ​ໂອ້ລົມ​ຢູ່​ກັບ​ຄົນ. ໃນ​ແລງ​ຂອງ​ວັນ​ນັ້ນ​ເມຍ​ຂອງ​ຂ້າພະເຈົ້າ​ກໍ​ຕາຍ ແລະ​ໃນ​ວັນ​ຕໍ່ມາ ຂ້າພະເຈົ້າ​ກໍ​ເຮັດ​ຕາມ​ທີ່​ພຣະເຈົ້າ​ໄດ້​ບອກ.</verse>
				<verse number="19">ປະຊາຊົນ​ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເຊັ່ນນີ້?”</verse>
				<verse number="20">ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ໃຫ້​ກ່າວ</verse>
				<verse number="21">ແກ່​ພວກເຈົ້າ​ຊາວ​ອິດສະຣາເອນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ‘ເຮົາ​ຈະ​ເຮັດ​ໃຫ້​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ຍ້ອນ​ພວກເຈົ້າ​ພາກພູມ​ໃຈ​ເຖິງ​ຄວາມ​ໝັ້ນຄົງ​ຂອງ​ພຣະວິຫານ. ພວກເຈົ້າ​ມັກ​ຈະ​ແນມເບິ່ງ​ພຣະວິຫານ​ນັ້ນ ແລະ​ມັກ​ຈະ​ເຂົ້າ​ໄປ​ໃນ​ທີ່ນັ້ນ; ພວກ​ລູກ​ຊາຍ​ຍິງ​ຂອງ​ພວກເຈົ້າ​ທີ່​ເຫຼືອ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈະ​ຖືກ​ຂ້າ​ໃນ​ສົງຄາມ.</verse>
				<verse number="22">ແລ້ວ​ພວກເຈົ້າ​ກໍ​ຈະ​ເຮັດ​ຕາມ​ທີ່​ຂ້ອຍ​ໄດ້​ເຮັດ. ພວກເຈົ້າ​ຈະ​ບໍ່​ປົກ​ໜ້າ ຫລື​ບໍ່​ກິນ​ຂອງ​ທີ່​ຄົນ​ໄວ້ທຸກ​ກິນ.</verse>
				<verse number="23">ພວກເຈົ້າ​ຈະ​ບໍ່​ໄປມາ​ໂດຍ​ບໍ່ມີ​ຜ້າປົກ​ຫົວ ແລະ​ຈະ​ບໍ່​ຍ່າງ​ຕີນ​ເປົ່າ ຫລື​ໄວ້ທຸກ ຫລື​ຮ້ອງໄຫ້. ພວກເຈົ້າ​ຈະ​ຈ່ອຍຜອມ​ຍ້ອນ​ການບາບ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ຄໍ່າຄວນ​ຕໍ່​ກັນແລະກັນ.</verse>
				<verse number="24">ແລ້ວ​ເອເຊກຽນ​ກໍ​ຈະ​ເປັນ​ໝາຍສຳຄັນ​ໃຫ້​ແກ່​ພວກເຈົ້າ; ພວກເຈົ້າ​ຈະ​ເຮັດ​ຕາມ​ທຸກສິ່ງ​ທີ່​ລາວ​ໄດ້​ເຮັດ. ເມື່ອ​ເຫດການ​ນີ້​ເກີດຂຶ້ນ ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ.”’</verse>
				<verse number="25">“ບັດນີ້​ມະນຸດ​ເອີຍ ເຮົາ​ຈະ​ເອົາ​ພຣະວິຫານ​ອັນ​ໝັ້ນຄົງ​ແຂງແຮງ ທີ່​ພວກເຂົາ​ພາກພູມ​ໃຈ​ແລະ​ຍິນດີ​ນຳ​ນັ້ນ​ໜີໄປ​ຈາກ​ພວກເຂົາ ຄື​ພຣະວິຫານ​ທີ່​ພວກເຂົາ​ມັກ​ແນມເບິ່ງ​ແລະ​ມັກ​ໄປ​ຢ້ຽມຢາມ. ເຮົາ​ຈະ​ເອົາ​ລູກ​ຊາຍ​ຍິງ​ຂອງ​ພວກເຂົາ​ໜີໄປ​ດ້ວຍ.</verse>
				<verse number="26">ໃນ​ມື້​ທີ່​ເຮົາ​ລົງ​ມາ​ດຳເນີນການ​ນັ້ນ ຄົນ​ໜຶ່ງ​ທີ່​ປົບໜີ​ຈາກ​ການທຳລາຍ​ໄດ້ ຈະ​ມາ​ບອກ​ເລື່ອງ​ນີ້​ສູ່​ເຈົ້າ​ຟັງ.</verse>
				<verse number="27">ໃນ​ວັນ​ດຽວກັນ​ນັ້ນ​ເອງ ເຈົ້າ​ຈະ​ໄດ້​ຣິດ​ແຫ່ງ​ການ​ປາກເວົ້າ​ຊຶ່ງ​ເຈົ້າ​ໄດ້​ເສຍໄປ​ນັ້ນ​ຄືນ​ມາ ແລະ​ເຈົ້າ​ຈະ​ເວົ້າ​ກັບ​ພວກເຂົາ​ດ້ວຍ​ວິທີ​ດັ່ງ​ກ່າວ​ນີ້ ເຈົ້າ​ຈະ​ເປັນ​ໝາຍສຳຄັນ​ໃຫ້​ແກ່​ປະຊາຊົນ ແລະ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
			</chapter>
			<chapter number="25">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="2">“ມະນຸດ​ເອີຍ ຈົ່ງ​ກ່າວ​ປະນາມ​ຊາວ​ອຳໂມນ.</verse>
				<verse number="3">ຈົ່ງ​ບອກ​ພວກເຂົາ​ວ່າ, ‘ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ເທີ້ນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ພວກເຈົ້າ​ໄດ້​ມີ​ຄວາມ​ປິຕິ​ຍິນດີ​ທີ່​ເຫັນ​ວິຫານ​ຂອງເຮົາ​ເປັນ​ມົນທິນ​ທີ່​ເຫັນ​ດິນແດນ​ຂອງ​ຊາດ​ອິດສະຣາເອນ​ຖືກ​ລ້າງຜານ ແລະ​ທີ່​ເຫັນ​ປະຊາຊົນ​ຢູດາ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.</verse>
				<verse number="4">ຍ້ອນ​ພວກເຈົ້າ​ໄດ້​ມີ​ຄວາມ​ປິຕິ​ຍິນດີ ເຮົາ​ຈຶ່ງ​ຈະ​ປ່ອຍ​ໃຫ້​ເຜົ່າ​ຕ່າງໆ ທາງທິດ​ຕາເວັນອອກ​ຂອງ​ຖິ່ນ​ແຫ້ງແລ້ງ​ກັນດານ ຕີ​ຊະນະ​ພວກເຈົ້າ. ພວກເຂົາ​ຈະ​ຕັ້ງ​ຄ້າຍ​ໃສ່​ໃນ​ດິນແດນ​ຂອງ​ພວກເຈົ້າ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ທີ່​ນັ້ນ. ພວກເຂົາ​ຈະ​ກິນ​ໝາກໄມ້ ແລະ​ດື່ມ​ນໍ້ານົມ​ທີ່​ຄວນ​ເປັນ​ຂອງ​ພວກເຈົ້າ.</verse>
				<verse number="5">ເຮົາ​ຈະ​ປ່ຽນ​ເມືອງ​ຣັບບາ​ໃຫ້​ກາຍເປັນ​ບ່ອນ​ຮັກສາ​ຝູງ​ອູດ ແລະ​ທົ່ວ​ດິນແດນ​ອຳໂມນ​ໃຫ້​ກາຍເປັນ​ບ່ອນ​ຮັກສາ​ຝູງແກະ ກໍ​ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="6">ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: ພວກເຈົ້າ​ໄດ້​ຕົບ​ມື​ແລະ​ເຕັ້ນ​ຢ່າງ​ປິຕິ​ຍິນດີ. ພວກເຈົ້າ​ໄດ້​ດູຖູກ​ດິນແດນ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="7">ເພາະ​ພວກເຈົ້າ​ໄດ້​ເຮັດ​ເຊັ່ນນັ້ນ ເຮົາ​ຈະ​ມອບ​ພວກເຈົ້າ​ໃຫ້​ແກ່​ຊົນຊາດ​ອື່ນ ທີ່​ຈະ​ມາ​ລັກ​ແລະ​ປຸ້ນ​ພວກເຈົ້າ. ເຮົາ​ຈະ​ທຳລາຍ​ພວກເຈົ້າ​ໃຫ້​ຈົນກ້ຽງ ເພື່ອ​ພວກເຈົ້າ​ຈະ​ບໍ່ໄດ້​ເປັນ​ຊົນຊາດ​ໜຶ່ງ​ອີກ​ຕໍ່ໄປ ຫລື​ມີ​ດິນແດນ​ເປັນ​ຂອງ​ຕົນເອງ. ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”’</verse>
				<verse number="8">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ເພາະ​ດິນແດນ​ໂມອາບ ໄດ້​ກ່າວ​ວ່າ, ຢູດາຍ​ເປັນ​ດັ່ງ​ຊົນຊາດ​ອື່ນໆ​ທັງໝົດ</verse>
				<verse number="9">ເຮົາ​ຈະ​ປະ​ໃຫ້​ເມືອງ​ທັງຫລາຍ​ທີ່​ປ້ອງກັນ​ຊາຍແດນ​ຂອງ​ໂມອາບ ຖືກ​ໂຈມຕີ​ລວມທັງ​ເມືອງ​ທີ່​ສວຍງາມ​ດ້ວຍ ເຊັ່ນ: ເບັດ​ເຢຊີໂມດ, ບາອານ​ເມໂອນ ແລະ​ກີຣິອາດທາອິມ.</verse>
				<verse number="10">ເຮົາ​ຈະ​ປ່ອຍ​ໃຫ້​ເຜົ່າ​ທາງທິດ​ຕາເວັນອອກ​ຂອງ​ຖິ່ນ​ແຫ້ງແລ້ງ​ກັນດານ ຕີ​ຊະນະ​ໂມອາບ, ພ້ອມ​ດ້ວຍ​ອຳໂມນ, ເພື່ອ​ວ່າ​ໂມອາບ ຈະ​ບໍ່​ເປັນ​ປະເທດ​ໜຶ່ງ​ອີກ​ຕໍ່ໄປ.</verse>
				<verse number="11">ເຮົາ​ຈະ​ລົງໂທດ​ໂມອາບ ແລະ​ພວກເຂົາ​ກໍ​ຈະ​ໄດ້​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
				<verse number="12">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ປະຊາຊົນ​ເອໂດມ​ໄດ້​ທຳ​ການ​ແກ້ແຄ້ນ​ຢູດາຍ​ຢ່າງ​ໂຫດຫ້ຽມ ແລະ​ການ​ແກ້ແຄ້ນ​ນີ້​ໄດ້​ນຳ​ຄວາມຜິດ​ມາ​ໃຫ້​ເອໂດມ ເປັນ​ເວລາ​ອັນ​ຢຶດເຍື້ອ​ຍາວນານ.</verse>
				<verse number="13">ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ປະກາດ​ວ່າ ເຮົາ​ຈະ​ລົງໂທດ​ເອໂດມ ແລະ​ຂ້າ​ທຸກຄົນ​ແລະ​ສັດ​ທຸກ​ໂຕ​ຢູ່​ໃນ​ທີ່ນັ້ນ. ຕັ້ງແຕ່​ເມືອງ​ເຕມານ ຫາ​ເມືອງ​ເດດານ ເຮົາ​ຈະ​ເຮັດ​ໃຫ້​ເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ ແລະ​ປະຊາຊົນ​ກໍ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ.</verse>
				<verse number="14">ຊາດ​ອິດສະຣາເອນ​ປະຊາຊົນ​ຂອງເຮົາ ຈະ​ແກ້ແຄ້ນ​ດິນແດນ​ເອໂດມ​ໃຫ້​ເຮົາ; ແລະ​ພວກເຂົາ​ຈະ​ເຮັດ​ໃຫ້​ເອໂດມ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ຫ້ຽມໂຫດ​ຂອງເຮົາ. ເອໂດມ​ຈະ​ຮູ້ວ່າ​ການ​ຕົກ​ເປັນ​ເປົ້າ​ແຫ່ງ​ການ​ແກ້ແຄ້ນ​ຂອງເຮົາ​ນັ້ນ ໝາຍຄວາມວ່າ​ຢ່າງໃດ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="15">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ຊາວ​ຟີລິດສະຕິນ​ໄດ້​ແກ້ແຄ້ນ​ຢ່າງ​ໂຫດຫ້ຽມ​ເຫຼົ່າ​ສັດຕູ​ແຕ່​ກ່ອນກີ້​ຂອງຕົນ ແລະ​ໄດ້​ທຳລາຍ​ພວກເຂົາ​ດ້ວຍ​ຄວາມ​ກຽດຊັງ.</verse>
				<verse number="16">ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ກຳລັງ​ປະກາດ​ວ່າ​ເຮົາ​ຈະ​ໂຈມຕີ​ຊາວ​ຟີລິດສະຕິນ ແລະ​ກວາດລ້າງ​ພວກ​ເກເຣັດ​ໃຫ້​ໝົດໄປ. ເຮົາ​ຈະ​ທຳລາຍ​ທຸກຄົນ​ທີ່​ເຫຼືອ​ຢູ່​ໃນ​ທົ່ງພຽງ​ຟີລິດສະຕິນ.</verse>
				<verse number="17">ເຮົາ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ໜັກ ແລະ​ຈະ​ແກ້ແຄ້ນ​ພວກເຂົາ​ຢ່າງ​ເຕັມທີ່. ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
			</chapter>
			<chapter number="26">
				<verse number="1">ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ ອັນ​ກົງ​ກັບ​ປີ​ທີ​ສິບເອັດ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="2">“ມະນຸດ​ເອີຍ ນີ້​ແມ່ນ​ສິ່ງ​ທີ່​ປະຊາຊົນ​ໃນ​ເມືອງ​ຕີເຣ​ກຳລັງ​ໂຮຮ້ອງ. ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, ‘ນະຄອນ​ເຢຣູຊາເລັມ​ພັງ​ທະລາຍ​ແລ້ວ ອຳນາດ​ຂອງ​ນະຄອນ​ເຢຣູຊາເລັມ​ສິ້ນສຸດ​ລົງ​ແລ້ວ ຄູ່ແຂ່ງ​ຂອງ​ພວກເຮົາ​ບໍ່ມີ​ຕໍ່ໄປ​ອີກ​ແລ້ວ.’</verse>
				<verse number="3">ບັດນີ້​ແມ່ນ​ສິ່ງ​ນີ້​ແຫຼະ ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ: ນະຄອນ​ຕີເຣ​ເອີຍ ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ. ເຮົາ​ຈະ​ນຳ​ຊົນຊາດ​ທັງຫລາຍ​ມາ​ໂຈມຕີ​ເຈົ້າ ແລະ​ພວກເຂົາ​ຈະ​ມາ​ເໝືອນ​ຄື້ນ​ທະເລ.</verse>
				<verse number="4">ພວກເຂົາ​ຈະ​ທຳລາຍ​ກຳແພງ​ເມືອງ​ຂອງເຈົ້າ​ແລະ​ທັງ​ຮື້​ຫໍຄອຍ​ທັງຫລາຍ​ລົງ. ແລ້ວ​ເຮົາ​ກໍ​ຈະ​ກວາດ​ຂີ້ຝຸ່ນ​ດິນ​ໄປ ໃຫ້​ຍັງເຫລືອ​ແຕ່​ດານຫີນ.</verse>
				<verse number="5">ພວກຫາປາ​ຈະ​ຕາກ​ມອງ​ຂອງ​ພວກເຂົາ​ເທິງ​ນັ້ນ ອັນ​ເປັນ​ບ່ອນ​ທີ່​ຕັ້ງ​ຢູ່​ກາງ​ທະເລ. ເຮົາ​ໄດ້​ບອກ​ໄວ້​ແລ້ວ, ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ. ຊົນຊາດ​ຕ່າງໆ​ຈະ​ປຸ້ນຈີ້​ເມືອງ​ຕີເຣ</verse>
				<verse number="6">ແລະ​ພວກເຂົາ​ຈະ​ໃຊ້​ດາບ​ຂ້າ​ພວກ​ທີ່​ອາໄສ​ຢູ່ ຕາມ​ເມືອງ​ຕ່າງໆ​ໃນ​ແຜ່ນດິນ​ໃຫຍ່​ນັ້ນ. ແລ້ວ​ຕີເຣ​ກໍ​ຈະ​ໄດ້​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
				<verse number="7">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ກຳລັງ​ນຳ​ເອົາ​ກະສັດ​ຜູ້​ຍິ່ງໃຫຍ່​ທີ່ສຸດ ຄື​ເຈົ້າ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ມາ​ໂຈມຕີ​ດິນແດນ​ຕີເຣ. ລາວ​ຈະ​ມາ​ຈາກ​ທິດເໜືອ​ພ້ອມ​ທັງ​ກອງທັບ​ອັນ​ໃຫຍ່ໂຕ ໂດຍ​ມີ​ທັງ​ມ້າ​ກັບ​ລົດຮົບ​ແລະ​ທະຫານ​ມ້າ.</verse>
				<verse number="8">ພວກ​ທີ່​ອາໄສ​ຢູ່​ເມືອງ​ຕ່າງໆ​ໃນ​ແຜ່ນດິນ​ໃຫຍ່​ນັ້ນ​ຈະ​ຖືກ​ຂ້າ​ໃນ​ເວລາ​ສູ້ຮົບ​ກັນ. ສັດຕູ​ຈະ​ຂຸດ​ຮ່ອງ​ປ້ອງກັນ​ຕົວ​ແລະ​ສ້າງ​ຄັນຄູ ຕະຫລອດ​ທັງ​ສ້າງ​ກຳແພງ​ອັນ​ແໜ້ນໜາ ເພື່ອ​ປ້ອງກັນ​ໃນ​ການ​ຕໍ່ສູ້​ເຈົ້າ.</verse>
				<verse number="9">ພວກເຂົາ​ຈະ​ໃຊ້​ເຄື່ອງ​ທະລຸ​ແລະ​ພັງ​ກຳແພງ​ເມືອງ​ລົງ ແລະ​ຮື້​ຫໍຄອຍ​ທັງຫລາຍ​ດ້ວຍ​ທ່ອນເຫລັກ.</verse>
				<verse number="10">ຂີ້ຝຸ່ນ​ດິນ​ທີ່​ຟົ້ງ​ຂຶ້ນ​ຍ້ອນ​ມ້າ​ຂອງ​ພວກເຂົາ​ແລ່ນ​ນັ້ນ​ຈະ​ປົກຄຸມ​ເຈົ້າ. ສຽງ​ຕີນ​ມ້າ​ແກ່​ກວຽນ​ແລະ​ແກ່​ລົດຮົບ ຈະ​ເຮັດ​ໃຫ້​ກຳແພງ​ເມືອງ​ຂອງ​ເຈົ້າ​ສັ່ນສະເທືອນ ເມື່ອ​ພວກເຂົາ​ຜ່ານ​ປະຕູ​ເມືອງ​ທີ່​ຮົກຮ້າງ​ເພພັງ​ໄປ.</verse>
				<verse number="11">ທະຫານ​ມ້າ​ຈະ​ບຸກ​ໄປ​ຕາມ​ທ້ອງ​ຖະໜົນ​ໂດຍ​ໃຊ້​ດາບ​ຂ້າ​ປະຊາຊົນ​ຂອງເຈົ້າ. ເສົາ​ຫີນ​ອັນ​ແຂງແກ່ນ​ຂອງ​ເຈົ້າ​ຈະ​ຖືກ​ຖອນ​ຖິ້ມ.</verse>
				<verse number="12">ເຫຼົ່າ​ສັດຕູ​ຈະ​ຢຶດເອົາ​ຊັບສົມບັດ​ແລະ​ສິນຄ້າ​ຂອງ​ເຈົ້າ​ໄປ. ພວກເຂົາ​ຈະ​ຮື້​ກຳແພງ​ແລະ​ທຳລາຍ​ເຮືອນ​ອັນ​ສວຍງາມ​ຂອງ​ເຈົ້າ. ພວກເຂົາ​ຈະ​ເອົາ​ກ້ອນຫີນ​ກັບ​ທ່ອນ​ໄມ້​ແລະ​ເສດ​ດິນຈີ່ ຖິ້ມ​ລົງ​ໃນ​ທະເລ.</verse>
				<verse number="13">ເຮົາ​ຈະ​ໃຫ້​ສຽງ​ເພງ​ສຸດສິ້ນ​ລົງ ແລະ​ຈະ​ໃຫ້​ສຽງ​ພິນ​ມິດງຽບ​ຫາຍໄປ.</verse>
				<verse number="14">ເຮົາ​ຈະ​ປະ​ໄວ້​ແຕ່​ດານຫີນ​ທີ່​ຊາວ​ຫາປາ​ໃຊ້​ຕາກ​ມອງ​ຂອງ​ພວກເຂົາ. ເມືອງ​ຕີເຣ​ນີ້​ຈະ​ບໍ່ໄດ້​ຖືກ​ສ້າງ​ຂຶ້ນ​ອີກ​ຈັກເທື່ອ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້​ແລ້ວ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="15">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ມີ​ຖ້ອຍຄຳ​ທີ່​ຈະ​ຕ້ອງ​ກ່າວ​ແກ່​ເມືອງ​ຕີເຣ​ວ່າ, “ເມື່ອ​ເຈົ້າ​ຖືກ​ພວກເຂົາ​ຕີ​ຊະນະ​ແລ້ວ ປະຊາຊົນ​ທີ່​ອາໄສ​ຢູ່​ຕາມ​ແຄມ​ທະເລ​ຈະ​ສະທ້ານ​ຢ້ານກົວ ເມື່ອ​ໄດ້ຍິນ​ສຽງ​ຮ້ອງ​ຄວນຄາງ​ຂອງ​ພວກ​ທີ່​ຖືກ​ຂ້າ.</verse>
				<verse number="16">ບັນດາ​ກະສັດ​ທັງໝົດ​ຜູ້​ທີ່​ເປັນ​ເຈົ້າຖິ່ນ​ຂອງ​ທ້ອງ​ທະເລ​ຈະ​ລົງ​ຈາກ​ບັນລັງ​ຂອງຕົນ. ພວກເຂົາ​ຈະ​ຖືກ​ບັງຄັບ​ໃຫ້​ແກ້​ເຄື່ອງ​ຊັ້ນນອກ ແລະ​ເຄື່ອງນຸ່ງ​ທີ່​ປັກແສ່ວ​ຂອງຕົນ​ອອກ ແລະ​ປະ​ໃຫ້​ນັ່ງ​ສັ່ນເຊັນ​ຕາມ​ພື້ນດິນ. ພວກເຂົາ​ຈະ​ສະທ້ານ​ຢ້ານກົວ​ຫລາຍ​ທີ່ສຸດ​ຍ້ອນ​ຊາຕາກຳ​ຂອງ​ເຈົ້າ ຈົນ​ພວກເຂົາ​ບໍ່​ສາມາດ​ຢຸດ​ສັ່ນເຊັນ​ໄດ້.</verse>
				<verse number="17">ແລ້ວ​ພວກເຂົາ​ກໍ​ຈະ​ຮ້ອງເພງ​ອາໄລ​ອາວອນ​ນີ້​ເຖິງ​ເຈົ້າ​ວ່າ: ນະຄອນ​ມີ​ຊື່ສຽງ​ນັ້ນ​ຖືກ​ທຳລາຍ​ລົງ​ແລ້ວ​ເດ ເຮືອ​ຂອງ​ຕີເຣ​ກໍ​ຖືກ​ກວາດ​ໄປ​ກ້ຽງ ຄົນ​ໃນ​ເມືອງ​ນີ້​ເຄີຍ​ມີ​ອຳນາດ​ທາງ​ທະເລ ຜູ້​ທີ່​ຢູ່​ຕາມ​ແຄມ​ຝັ່ງ​ກໍ​ສະທ້ານ​ຢ້ານກົວ​ທັງນັ້ນ.</verse>
				<verse number="18">ບັດນີ້ ເຖິງ​ວັນ​ທີ່​ຕີເຣ​ຖືກ​ທຳລາຍ​ໃຫ້​ໝຸ່ນ​ທະລາຍ ເກາະດອນ​ກໍ​ຫວັ່ນໄຫວ​ທັງ​ຄົນ​ກໍ​ສະດຸ້ງ​ຕົກໃຈ​ດ້ວຍ.”</verse>
				<verse number="19">ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກໍ​ກ່າວ​ວ່າ: “ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ກາຍເປັນ​ດັ່ງ​ເມືອງ​ທີ່​ເປົ່າຫວ່າງ​ແລະ​ຮົກຮ້າງ​ເພພັງ​ທີ່​ບໍ່ມີ​ຜູ້ໃດ​ຢູ່​ອາໄສ. ເຮົາ​ຈະ​ໃຫ້​ນໍ້າ​ຈາກ​ມະຫາສະໝຸດ​ເລິກ​ໄຫລ​ມາ​ຖ້ວມ​ເຈົ້າ.</verse>
				<verse number="20">ເຮົາ​ຈະ​ສົ່ງ​ເຈົ້າ​ລົງ​ໄປ​ຮ່ວມ​ກັບ​ຄົນ​ທີ່​ໄດ້​ອາໄສ​ຢູ່​ໃນ​ແດນ​ມໍຣະນາ​ແຕ່​ກ່ອນກີ້. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຢູ່​ຮ່ວມ​ກັບ​ພວກ​ຄົນຕາຍ​ໃນ​ໂລກ​ໃຕ້​ດິນ​ທີ່​ເປັນ​ບ່ອນ​ຮົກຮ້າງ​ເພພັງ​ຕະຫລອດໄປ. ໃນທີ່ສຸດ ເຈົ້າ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່ ແລະ​ບໍ່ມີ​ວັນ​ທີ່​ຈະ​ກັບຄືນ​ໄປ​ບ່ອນ​ຂອງ​ເຈົ້າ ໃນ​ດິນແດນ​ຂອງ​ຄົນ​ເປັນ.</verse>
				<verse number="21">ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຕົວຢ່າງ​ອັນ​ໜ້າຢ້ານກົວ​ຫລາຍ ແລະ​ນັ້ນ​ແຫຼະ​ແມ່ນ​ຈຸດຈົບ​ຂອງ​ເຈົ້າ. ຄົນ​ທັງຫລາຍ​ຈະ​ສະແຫວງ​ຫາ​ເຈົ້າ, ແຕ່​ເຈົ້າ​ຈະ​ບໍ່ໄດ້​ພົບ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
			</chapter>
			<chapter number="27">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="2">“ມະນຸດ​ເອີຍ ຈົ່ງ​ຮ້ອງເພງ​ອາໄລ​ອາວອນ​ໃຫ້​ຕີເຣ</verse>
				<verse number="3">ຊຶ່ງ​ເປັນ​ນະຄອນ​ທີ່​ຕັ້ງ​ຢູ່​ແຄມ​ທະເລ ແລະ​ພວກ​ພໍ່ຄ້າ​ກັບ​ປະຊາຊົນ​ທີ່​ອາໄສ​ຢູ່​ຕາມ​ຝັ່ງ​ທະເລ​ທຸກ​ແຫ່ງ. ຈົ່ງ​ບອກ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຕໍ່​ເມືອງ​ຕີເຣ​ວ່າ: ‘ນະຄອນ​ຕີເຣ​ເອີຍ ເຈົ້າ​ນັ້ນ​ອວດອົ່ງ​ທະນົງ​ຕົວ ເຖິງ​ຄວາມງາມ​ອັນ​ສົມບູນແບບ​ຂອງເຈົ້າ.’</verse>
				<verse number="4">ເຮືອນ​ເຈົ້າ​ຄື​ທ້ອງ​ທະເລ​ອັນ​ກວ້າງໃຫຍ່ ຜູ້​ສ້າງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ເປັນ​ດັ່ງ​ເຮືອ​ລຳງາມ;</verse>
				<verse number="5">ພວກເຂົາ​ໄດ້​ໄມ້ແປກເທດ​ມາ​ຈາກ​ພູເຂົາ​ເຮີໂມນ​ເປັນ​ລຳ ແລະ​ໄມ້ແປກ​ຈາກ​ເລບານອນ​ເຮັດ​ເສົາ​ຄໍ້າ​ເຈົ້າ.</verse>
				<verse number="6">ພວກເຂົາ​ໄດ້​ຕົ້ນກໍ່​ມາ​ຈາກ​ບາຊານ​ເຮັດ​ໄມ້​ພາຍ ໄດ້​ໄມ້​ສົນ​ຈາກ​ໄຊປຣັດ​ເຮັດ​ຂົວ​ເຮືອ​ຂັດ​ງາ​ຊ້າງ.</verse>
				<verse number="7">ຜ້າໃບ​ຂອງ​ເຈົ້າ​ເຮັດ​ດ້ວຍ​ຜ້າປ່ານ​ຈາກ​ປະເທດ​ເອຢິບ ຜ້າ​ແສ່ວ​ເປັນ​ສີແດງເຂັ້ມ​ເບິ່ງ​ເຫັນ​ແຕ່​ໄກ​ໄດ້. ຜ້າ​ເຫຼົ່ານີ້​ໄດ້​ເຮັດ​ມາ​ຈາກ​ເກາະ​ໄຊປຣັດ ຜ້າປ່ານ​ສີມ່ວງ​ຊັ້ນດີ​ເປັນ​ສິນຄ້າ​ຂອງ​ເຈົ້າ.</verse>
				<verse number="8">ສ່ວນ​ຄົນ​ພາຍ​ເຮືອ​ມາ​ຈາກ​ຊີໂດນ​ແລະ​ອັກວັດ ລູກ​ເຮືອ​ຄື​ຊາວ​ຕີເຣ​ທີ່​ຊຳນານ​ເດີນ​ເຮືອ​ທັງນັ້ນ.</verse>
				<verse number="9">ພວກ​ສ້າງ​ເຮືອ​ນັ້ນ​ໄດ້​ມາ​ຈາກ​ເມືອງ​ບິບໂລ ເປັນ​ຜູ້​ທີ່​ໄດ້​ຮັບ​ການ​ຝຶກຫັດ​ຢ່າງດີ​ທັງນັ້ນ. ພວກ​ລູກ​ເຮືອ​ທີ່​ແລ່ນ​ເຮືອ​ໃນ​ທະເລ​ທຸກ​ລຳ ຕ່າງ​ກໍໄດ້​ເຮັດ​ທຸລະກິດ​ໃນ​ຫ້າງຮ້ານ​ຂອງເຈົ້າ.</verse>
				<verse number="10">ພວກ​ທະຫານ​ຈາກ​ປະເທດ​ເປີເຊຍ, ລີເດຍ ແລະ​ລີເບຍ​ໄດ້​ຮັບໃຊ້​ໃນ​ກອງທັບ​ຂອງ​ເຈົ້າ. ພວກເຂົາ​ໄດ້​ຫ້ອຍ​ໂລ້​ແລະ​ໝວກ​ເຫຼັກ​ຂອງ​ພວກເຂົາ​ໄວ້​ໃນ​ໂຮງ​ທະຫານ​ຂອງ​ເຈົ້າ. ພວກເຂົາ​ເປັນ​ທະຫານ​ທີ່​ໄດ້​ນຳ​ກຽດ​ແລະ​ຊື່ສຽງ​ມາ​ໃຫ້​ເຈົ້າ.</verse>
				<verse number="11">ພວກ​ທະຫານ​ຈາກ​ເມືອງ​ອັກວັດ​ໄດ້​ເຝົ້າຍາມ​ກຳແພງ​ຂອງ​ເຈົ້າ ແລະ​ທະຫານ​ຈາກ​ເມືອງ​ກາມາດ​ໄດ້​ເຝົ້າຍາມ​ຫໍຄອຍ​ຂອງ​ເຈົ້າ. ພວກເຂົາ​ໄດ້​ຫ້ອຍ​ໂລ້​ຂອງ​ພວກເຂົາ​ໄວ້​ເທິງ​ກຳແພງ​ຂອງ​ເຈົ້າ. ພວກເຂົາ​ເປັນ​ຄົນ​ທີ່​ເຮັດ​ໃຫ້​ເຈົ້າ​ສວຍງາມ.</verse>
				<verse number="12">ເຈົ້າ​ໄດ້​ເຮັດ​ທຸລະກິດ​ກັບ​ຕາກຊິດ​ແລະ​ໄດ້​ເອົາ​ເງິນ, ເຫຼັກ, ກົ່ວ ແລະ​ຊືນ ຈ່າຍ​ເປັນ​ຄ່າ​ສິນຄ້າ​ອັນ​ຫລວງຫລາຍ​ຂອງ​ເຈົ້າ.</verse>
				<verse number="13">ເຈົ້າ​ໄດ້​ເຮັດ​ທຸລະກິດ​ໃນ​ກຣີກ, ຕູບານ ແລະ​ເມເຊັກ ທັງ​ໄດ້​ເອົາ​ສິນຄ້າ​ຂອງ​ເຈົ້າ​ປ່ຽນ​ເອົາ​ພວກ​ທາດຮັບໃຊ້​ແລະ​ເຄື່ອງ​ທອງສຳຣິດ.</verse>
				<verse number="14">ເຈົ້າ​ໄດ້​ຂາຍ​ສິນຄ້າ​ເພື່ອ​ຊື້​ເອົາ​ຝູງມ້າ​ສຳລັບ​ເຮັດ​ວຽກ, ຝູງມ້າ​ສຳລັບ​ເຮັດ​ເສິກ ແລະ​ຝູງ​ລໍ​ຈາກ​ເມືອງ​ເບັດ​ໂຕກາມາ.</verse>
				<verse number="15">ປະຊາຊົນ​ໂຣເດັດ ໄດ້​ຄ້າຂາຍ​ກັບ​ເຈົ້າ; ປະຊາຊົນ​ໃນ​ດິນແດນ​ຝັ່ງ​ທະເລ​ຫລາຍ​ແຫ່ງ​ໄດ້​ເອົາ​ງາ​ຊ້າງ ແລະ​ໄມ້​ຍູງ​ແລກປ່ຽນ​ເອົາ​ສິນຄ້າ​ຂອງເຈົ້າ.</verse>
				<verse number="16">ປະຊາຊົນ​ຊີເຣຍ​ໄດ້​ຊື້​ສິນຄ້າ ແລະ​ຜະລິດຕະພັນ​ຫລາຍ​ຢ່າງ​ຂອງເຈົ້າ. ພວກເຂົາ​ໄດ້​ມອບ​ແກ້ວ​ມໍຣະກົດ, ຜ້າ​ສີມ່ວງ, ຜ້າ​ປັກແສ່ວ, ຜ້າປ່ານ​ເນື້ອລະອຽດ​ດີ, ຫີນງອກ ແລະ​ທັບທີມ​ໃຫ້​ເປັນ​ຄ່າ​ໃຊ້​ຈ່າຍ​ພາຊະນະ​ຕ່າງໆ​ຂອງເຈົ້າ.</verse>
				<verse number="17">ດິນແດນ​ຢູດາຍ​ແລະ​ອິດສະຣາເອນ​ໄດ້​ເອົາ​ເຂົ້າບາເລ, ນໍ້າເຜິ້ງ, ນໍ້າມັນ​ໝາກກອກເທດ ແລະ​ເຄື່ອງເທດ​ໃຫ້​ເປັນ​ຄ່າ​ໃຊ້​ຈ່າຍ​ສິນຄ້າ​ຂອງເຈົ້າ.</verse>
				<verse number="18">ປະຊາຊົນ​ດາມັສກັດ​ໄດ້​ຊື້​ສິນຄ້າ​ແລະ​ຜະລິດຕະພັນ​ຂອງ​ເຈົ້າ ໂດຍ​ໄດ້​ເອົາ​ເຫຼົ້າ​ອະງຸ່ນ​ມາ​ແຕ່​ເມືອງ​ເຮນໂບນ ແລະ​ຂົນແກະ​ມາ​ແຕ່​ເມືອງ​ສາຮາ ໃຫ້​ເປັນ​ຄ່າ​ໃຊ້​ຈ່າຍ. ພວກເຂົາ​ໄດ້​ແລກປ່ຽນ​ເຫຼັກ​ທີ່​ຊຸບ​ແລ້ວ​ແລະ​ເຄື່ອງເທດ​ຕ່າງໆ ກັບ​ສິນຄ້າ​ຂອງເຈົ້າ.</verse>
				<verse number="19"></verse>
				<verse number="20">ປະຊາຊົນ​ເດດານ​ໄດ້​ແລກປ່ຽນ​ຜ້າປົກ​ອານມ້າ​ກັບ​ສິນຄ້າ​ຂອງເຈົ້າ.</verse>
				<verse number="21">ຊາວ​ອາຣັບ​ແລະ​ພວກ​ຜູ້ປົກຄອງ​ດິນແດນ​ເກດາ ກໍ​ເອົາ​ຝູງ​ລູກແກະ, ຝູງແກະ ແລະ​ຝູງແບ້​ຈ່າຍ​ເປັນ​ຄ່າ​ສິນຄ້າ​ຂອງເຈົ້າ.</verse>
				<verse number="22">ພວກ​ພໍ່ຄ້າ​ແຫ່ງ​ເມືອງ​ເຊບາ​ກັບ​ເມືອງ​ຣາອາມາ ກໍ​ແລກປ່ຽນ​ເພັດພອຍ, ຄຳ ແລະ​ເຄື່ອງເທດ​ກັບ​ສິນຄ້າ​ຂອງເຈົ້າ.</verse>
				<verse number="23">ພວກ​ພໍ່ຄ້າ​ໃນ​ເມືອງ​ຮາຣານ, ການເນ ແລະ​ເອເດນ, ຕະຫລອດ​ທັງ​ພວກ​ພໍ່ຄ້າ​ໃນ​ເມືອງ​ເຊບາ, ອັດຊູຣະ ແລະ​ກິນມາດ; ພວກເຂົາ​ທັງໝົດ​ລ້ວນແຕ່​ໄດ້​ຄ້າຂາຍ​ກັບ​ເຈົ້າ.</verse>
				<verse number="24">ພວກເຂົາ​ໄດ້​ຂາຍ​ເຄື່ອງນຸ່ງ​ອັນ​ຟູມເຟືອຍ, ຜ້າ​ສີມ່ວງ ແລະ​ຜ້າ​ປັກແສ່ວ, ພົມ​ສີ​ສົດໃສ ແລະ​ເຊືອກ​ທີ່​ໝັ້ນ​ທົນທານ​ດີ.</verse>
				<verse number="25">ຂະບວນ​ເຮືອ​ສິນຄ້າ​ຂະໜາດ​ໃຫຍ່​ທີ່ສຸດ​ແຫ່ງ​ຕາກຊິດ​ໄດ້​ມາ​ຂົນ​ສິນຄ້າ​ຂອງເຈົ້າ. ເຈົ້າ​ເປັນ​ດັ່ງ​ເຮືອ​ລຳ​ໜຶ່ງ​ນອນ​ຢູ່​ເທິງ​ທ້ອງ​ທະເລ ເປັນ​ເຮືອ​ໃຫຍ່​ດີ​ທີ່​ບັນທຸກ​ສິນຄ້າ​ຂະໜາດ​ໃຫຍ່.</verse>
				<verse number="26">ເມື່ອ​ຄົນ​ພາຍ​ເຮືອ​ນຳ​ເຈົ້າ​ອອກ​ສູ່​ທ້ອງ​ທະເລ ລົມ​ທິດ​ຕາເວັນອອກ​ພັດ​ເຈົ້າ​ໄກ​ຝັ່ງ​ຈົນ​ເຮືອ​ແຕກ.</verse>
				<verse number="27">ສິນຄ້າ​ທັງໝົດ​ຂອງເຈົ້າ​ທີ່​ເປັນ​ຊັບສົມບັດ ແລະ​ລູກ​ເຮືອ​ທັງໝົດ​ທີ່​ຢູ່​ໃນ​ເຮືອ​ຂອງເຈົ້າ ພວກ​ກໍ່ສ້າງ​ເຮືອ​ພ້ອມ​ສິນຄ້າ​ຂອງ​ເຈົ້າ​ທັງໝົດ ຕະຫລອດ​ທັງ​ທະຫານ​ທຸກຄົນ​ທີ່​ຢູ່​ໃນ​ເຮືອ​ນັ້ນ ທັງໝົດ​ລ້ວນແຕ່​ໄດ້​ສູນເສຍ​ທີ່​ທ້ອງ​ທະເລ ເມື່ອ​ເຮືອ​ເຈົ້າ​ຖືກ​ຕີ​ແຕກ​ເພພັງ​ໄປ​ສິ້ນ.</verse>
				<verse number="28">ສຽງ​ຮ້ອງ​ລູກ​ເຮືອ​ຜູ້​ທີ່​ກຳລັງ​ຈະ​ຈົມນໍ້າ​ຕາຍ ກໍ​ໄດ້​ຍິນ​ກ້ອງ​ໄປ​ເຖິງ​ແຄມ​ຝັ່ງ​ທະເລ​ພຸ້ນ.</verse>
				<verse number="29">ບັດນີ້ ຄົນ​ໃນ​ເຮືອ​ທຸກ​ລຳ​ໄດ້​ຖິ້ມ​ໜ້າທີ່​ຂອງຕົນ ແລະ​ລູກ​ເຮືອ​ທຸກຄົນ​ຕ່າງ​ກໍ​ໜີ​ຂຶ້ນ​ຝັ່ງ.</verse>
				<verse number="30">ພວກເຂົາ​ລ້ວນແຕ່​ໄວ້ທຸກ​ໃຫ້​ເຈົ້າ​ຢ່າງ​ຂົມຂື່ນ ໂດຍ​ໂຮຍ​ຂີ້ຝຸ່ນ​ໃສ່​ຫົວ​ທັງ​ກິ້ງເກືອກ​ຕົວ​ໃນ​ຂີ້ເຖົ່າ.</verse>
				<verse number="31">ເພາະ​ຍ້ອນ​ເຈົ້າ ພວກເຂົາ​ຈຶ່ງ​ພາກັນ​ແຖ​ຫົວ ຕ່າງ​ກໍ​ນຸ່ງ​ຖື​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ. ພວກເຂົາ​ຮ້ອງໄຫ້​ທັງ​ມີ​ຈິດໃຈ​ເປັນທຸກ​ໃຫຍ່ ຈົ່ງ​ພາກັນ​ຄໍ່າຄວນ​ດ້ວຍ​ໃຈ​ທຸກລະທົມ.</verse>
				<verse number="32">ພວກເຂົາ​ຮ້ອງເພງ​ປົງສົບ​ໃຫ້​ຢ່າງ​ອາໄລ​ອາວອນ​ວ່າ, ‘ຜູ້ໃດ​ແດ່​ປຽບ​ໄດ້​ດຸດ​ດັ່ງ​ເມືອງ​ຕີເຣ? ບັດນີ້ ເມືອງ​ນັ້ນ​ໄດ້​ມິດງຽບ​ໄປ​ແລ້ວ​ເດ ຢູ່​ໃນ​ທ່າມກາງ​ທ້ອງ​ທະເລ​ສາ​ແລ້ວ</verse>
				<verse number="33">ເມື່ອ​ສິນຄ້າ​ເຈົ້າ​ໄດ້​ໄປ​ເທິງ​ທະເລ ໄດ້​ໃຫ້​ຄວາມ​ຈຳເປັນ​ຂອງ​ທຸກ​ປະເທດ​ໃຫ້​ອີ່ມ​ເຕັມ. ບັນດາ​ກະສັດ​ຕ່າງ​ກໍໄດ້​ສ້າງຮັ່ງ​ຄູນມີ ຍ້ອນ​ຄວາມ​ມັ່ງຄັ່ງ​ສົມບູນ​ແຫ່ງ​ສິນຄ້າ​ຂອງເຈົ້າ.</verse>
				<verse number="34">ບັດນີ້ ເຈົ້າ​ຖືກ​ຕີ​ໃຫ້​ແຕກ​ຈົມ​ຢູ່​ໃນ​ພື້ນ​ທະເລ ຢູ່​ໃນ​ພື້ນ​ທ້ອງ​ຂອງ​ມະຫາສະໝຸດ​ເລິກ. ສິນຄ້າ​ແລະ​ທຸກຄົນ​ທີ່​ໄດ້​ເຮັດ​ວຽກ​ໃຫ້​ເຈົ້າ​ທັງໝົດ ຕ່າງ​ກໍໄດ້​ສູນຫາຍ​ໃນ​ທ້ອງ​ທະເລ​ກັບ​ເຈົ້າ.</verse>
				<verse number="35">ທຸກຄົນ​ທີ່​ຢູ່​ຕາມ​ຝັ່ງ​ທະເລ​ກໍ​ສະດຸ້ງ​ຕົກໃຈ​ໃນ​ຊາຕາກຳ​ຂອງເຈົ້າ. ແມ່ນແຕ່​ກະສັດ​ຂອງ​ພວກເຂົາ ຕ່າງ​ກໍ​ສະທ້ານ​ຢ້ານກົວ​ຈົນ​ເບິ່ງ​ສີໜ້າ​ກໍ​ຮູ້.</verse>
				<verse number="36">ເຈົ້າ​ຈາກ​ໄປ​ແລ້ວ​ແລະ​ຈາກ​ໄປ​ເລີຍ ພວກ​ພໍ່ຄ້າ​ທົ່ວ​ໂລກ​ກໍ​ສະທ້ານ​ຢ້ານກົວ ຢ້ານ​ວ່າ​ພວກ​ຕົນ​ຈະ​ຮັບ​ສ່ວນ​ໃນ​ຊາຕາກຳ​ຂອງເຈົ້າ.”’</verse>
			</chapter>
			<chapter number="28">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="2">“ມະນຸດ​ເອີຍ ຈົ່ງ​ບອກ​ຜູ້ປົກຄອງ​ນະຄອນ​ຕີເຣ ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຕໍ່​ລາວ​ວ່າ, ‘ເພາະ​ເຈົ້າ​ອວດຕົວ​ຂຶ້ນ ເຈົ້າ​ຈຶ່ງ​ອ້າງ​ຕົນເອງ​ວ່າ​ເປັນ​ພະ. ເຈົ້າ​ກ່າວ​ວ່າ​ເຈົ້າ​ເປັນ​ດັ່ງ​ພະ​ຕົນ​ໜຶ່ງ​ທີ່​ນັ່ງ​ເທິງ​ບັນລັງ ຊຶ່ງ​ມີ​ທະເລ​ທັງຫລາຍ​ອ້ອມ​ລ້ອມ​ເຈົ້າ​ໄວ້. ເຈົ້າ​ທຳ​ຕົນ​ເປັນ​ພະ​ບໍ່ໄດ້​ດອກ ເພາະ​ເຈົ້າ​ເປັນ​ມະນຸດ​ແຕ່​ບໍ່ແມ່ນ​ພະ.</verse>
				<verse number="3">ເຈົ້າ​ຄິດວ່າ​ເຈົ້າ​ສະຫລາດ​ກວ່າ​ດາເນນ ຈົນ​ບໍ່ມີ​ຄວາມລັບ​ໃດໆ​ປິດບັງ​ເຈົ້າ​ໄວ້​ໄດ້.</verse>
				<verse number="4">ສະຕິປັນຍາ​ກັບ​ຄວາມ​ຊຳນິ​ຊຳນານ​ຂອງ​ເຈົ້າ​ນັ້ນ​ໄດ້​ເຮັດ​ໃຫ້​ເຈົ້າ​ຮັ່ງມີ ດ້ວຍ​ຊັບສົມບັດ​ທີ່​ເປັນ​ຄຳ​ແລະ​ເງິນ.</verse>
				<verse number="5">ເຈົ້າ​ໄດ້​ເຮັດ​ທຸລະກິດ​ຢ່າງ​ຫລັກແຫລມ​ແລະ​ສືບຕໍ່​ໄດ້​ກຳໄລ. ເຈົ້າ​ຊ່າງ​ອວດອົ່ງ​ທະນົງ​ຕົວ​ກັບ​ຊັບສົມບັດ​ຂອງ​ເຈົ້າ​ແທ້ໆ​ນໍ.</verse>
				<verse number="6">ບັດນີ້​ຕໍ່ໄປນີ້ ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: ຍ້ອນ​ເຈົ້າ​ຄິດວ່າ​ເຈົ້າ​ສະຫລາດ​ເໝືອນ​ພະ​ຕົນ​ໜຶ່ງ</verse>
				<verse number="7">ເຮົາ​ຈະ​ນຳ​ເຫຼົ່າ​ສັດຕູ​ຜູ້​ຫ້ຽມໂຫດ​ມາ​ໂຈມຕີ​ເຈົ້າ. ພວກເຂົາ​ຈະ​ທຳລາຍ​ສິ່ງ​ອັນ​ສວຍງາມ​ທັງໝົດ​ທີ່​ເຈົ້າ​ໄດ້​ມາ ໂດຍ​ຄວາມ​ຊຳນິ​ຊຳນານ​ແລະ​ສະຕິປັນຍາ​ຂອງ​ເຈົ້າ​ນັ້ນ.</verse>
				<verse number="8">ພວກເຂົາ​ຈະ​ສັງຫານ​ເຈົ້າ​ແລະ​ໂຍນ​ເຈົ້າ​ລົງ​ໄປ​ສູ່​ຂຸມ​ທີ່​ພື້ນ​ທະເລ.</verse>
				<verse number="9">ເມື່ອ​ພວກເຂົາ​ມາ​ສັງຫານ​ເຈົ້າ​ນັ້ນ ເຈົ້າ​ຍັງ​ຈະ​ອ້າງ​ເຈົ້າ​ເອງ​ວ່າ, ເຈົ້າ​ເປັນ​ພຣະ​ຕົນ​ໜຶ່ງ​ຢູ່​ບໍ? ເມື່ອ​ປະເຊີນ​ໜ້າ​ກັບ​ຜູ້​ມາ​ສັງຫານ​ເຈົ້າ​ນັ້ນ ເຈົ້າ​ຈະ​ເປັນ​ມະນຸດ​ແລະ​ບໍ່ແມ່ນ​ພຣະ​ຫຍັງ​ເລີຍ.</verse>
				<verse number="10">ເຈົ້າ​ຈະ​ຕາຍ​ດັ່ງ​ໝາ​ໂຕໜຶ່ງ​ໃນ​ເງື້ອມມື​ຂອງ​ຄົນ​ຕ່າງດ້າວ ຜູ້​ທີ່​ບໍ່​ນັບຖື​ພຣະເຈົ້າ. ເຮົາ​ໄດ້​ບອກ​ໄວ້​ແລ້ວ.”’ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="11">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="12">“ມະນຸດ​ເອີຍ ຈົ່ງ​ຄໍ່າຄວນ​ເຖິງ​ຊາຕາກຳ​ທີ່​ກຳລັງ​ລໍຄອຍ​ກະສັດ​ແຫ່ງ​ຕີເຣ​ຢູ່. ຈົ່ງ​ບອກ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ຕໍ່​ລາວ​ວ່າ, ‘ຄັ້ງ​ໜຶ່ງ ເຈົ້າ​ເຄີຍ​ເປັນ​ແບບຢ່າງ​ເຖິງ​ຄວາມ​ຄົບຖ້ວນ​ບໍຣິບູນ. ເຈົ້າ​ເປັນ​ຄົນ​ສະຫລາດ​ຫລັກແຫລມ ແລະ​ຮູບຮ່າງ​ກໍ​ສະຫງ່າງາມ​ແທ້ໆ</verse>
				<verse number="13">ເຈົ້າ​ເຄີຍ​ໄດ້​ຢູ່​ໃນ​ເອເດນ​ສວນ​ຂອງ​ພຣະເຈົ້າ ທັງ​ປະດັບ​ກາຍ​ດ້ວຍ​ເພັດພອຍ​ນາໆ​ຊະນິດ​ເຊັ່ນ: ທັບທີມ​ແລະ​ເພັດນິນຈິນດາ; ພອຍເຫລືອງ, ນິນ, ມະນີໂຊດ ແລະ​ໂມລາ; ນິນສີຄາມ, ມໍຣະກົດ ແລະ​ໂກເມນ. ເຈົ້າ​ມີ​ເຄື່ອງເອ້​ເປັນ​ຄຳ​ຢ່າງ​ຫລວງຫລາຍ. ສິ່ງ​ເຫຼົ່ານີ້​ໄດ້​ເຮັດ​ໄວ້​ສຳລັບ​ເຈົ້າ ຕັ້ງແຕ່​ມື້​ທີ່ ເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ.</verse>
				<verse number="14">ເຮົາ​ໄດ້​ຕັ້ງ​ເທວະດາ​ຕົນ​ໜຶ່ງ​ທີ່​ໜ້າຢ້ານກົວ​ຍິ່ງ​ໄວ້​ໃນ​ທີ່ນັ້ນ ເພື່ອ​ໃຫ້​ເຝົ້າ​ປົກປ້ອງ​ຄຸ້ມຄອງ​ເຈົ້າ. ເຈົ້າ​ໄດ້​ອາໄສ​ຢູ່​ເທິງ​ພູ​ສັກສິດ​ຂອງເຮົາ ແລະ​ຍ່າງ​ໄປມາ​ທ່າມກາງ​ເພັດພອຍ​ຕ່າງໆ​ທີ່​ເຫລືອງເຫລື້ອມ​ແວວວາວ.</verse>
				<verse number="15">ການ​ປະພຶດ​ຂອງເຈົ້າ​ຄົບຖ້ວນ​ບໍຣິບູນ​ທຸກຢ່າງ ແຕ່​ມື້​ທີ່​ເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ ຈົນກວ່າ​ການ​ຊົ່ວຊ້າ​ໄດ້​ປາກົດ​ໃນ​ຕົວ​ເຈົ້າ.</verse>
				<verse number="16">ເຈົ້າ​ໄດ້​ຫຍຸ້ງຢູ່​ນຳ​ແຕ່​ການ​ຊື້ຂາຍ ແລະ​ມັນ​ໄດ້​ນຳ​ເຈົ້າ​ໄປ​ສູ່​ການ​ຮຸນແຮງ​ແລະ​ການກະທຳ​ບາບ. ສະນັ້ນ ເຮົາ​ຈຶ່ງ​ບັງຄັບ​ເຈົ້າ​ໃຫ້​ໜີໄປ​ຈາກ​ພູເຂົາ​ຂອງ​ພຣະເຈົ້າ ແລະ​ປົດ​ເຈົ້າ​ລົງ​ສູ່​ຖັນແຖວ​ທຳມະດາ​ຂອງ​ມະນຸດ​ທີ່​ຕາຍເປັນ ແລະ​ຂັບໄລ່​ເຈົ້າ​ໃຫ້​ໜີ​ຈາກ​ເພັດພອຍ​ຕ່າງໆ​ອັນ​ເຫລືອງເຫລື້ອມ​ແວວວາວ​ນັ້ນ.</verse>
				<verse number="17">ເຈົ້າ​ອວດອົ່ງ​ທະນົງ​ຕົວ​ເພາະ​ຮູບຮ່າງ​ອັນ​ສະຫງ່າງາມ​ຂອງເຈົ້າ ແລະ​ຊື່ສຽງ​ຂອງ​ເຈົ້າ​ກໍໄດ້​ພາ​ໃຫ້​ເຈົ້າ​ປະພຶດ​ຕົນ​ດັ່ງ​ຄົນໂງ່ຈ້າ. ຍ້ອນ​ເລື່ອງ​ນີ້ ເຮົາ​ຈຶ່ງ​ໂຍນ​ເຈົ້າ​ລົງ​ໄປ​ສູ່​ພື້ນດິນ ແລະ​ປ່ອຍປະ​ເຈົ້າ​ໃຫ້​ເປັນ​ສິ່ງ​ເຕືອນໃຈ​ແກ່​ກະສັດ​ຄົນອື່ນໆ.</verse>
				<verse number="18">ເຈົ້າ​ໄດ້​ທຳມາ​ຄ້າຂາຍ​ຢ່າງ​ຊົ່ວຊ້າ ຈົນ​ບ່ອນ​ນະມັດສະການ​ຂອງເຈົ້າ​ໄດ້​ຮັບ​ການ​ເສື່ອມເສຍ​ໝົດ. ສະນັ້ນ ເຮົາ​ຈຶ່ງ​ຈູດ​ໄຟ​ເຜົາ​ຕົວເມືອງ​ຈົນ​ໄໝ້​ໝົດກ້ຽງ​ເປັນ​ຂີ້ເຖົ່າ. ບັດນີ້ ທຸກຄົນ​ທີ່​ແນມເບິ່ງ​ເຈົ້າ​ກໍ​ຈະ​ເຫັນ​ເຈົ້າ​ເປັນ​ຂີ້ເຖົ່າ​ໄປ.</verse>
				<verse number="19">ເຈົ້າ​ໄດ້​ຈາກ​ໄປ​ສາ​ແລ້ວ ແລະ​ຈາກ​ໄປ​ເລີຍ ແລະ​ຊົນຊາດ​ທັງໝົດ​ທີ່​ໄດ້​ຮູ້ຈັກ​ເຈົ້າ​ຕ່າງ​ກໍ​ສະທ້ານ​ຢ້ານກົວ​ໃຫຍ່ ເພາະ​ຢ້ານ​ວ່າ​ພວກ​ຕົນ​ຈະ​ໄດ້​ຮັບ​ສ່ວນ​ໃນ​ຊາຕາກຳ​ຂອງເຈົ້າ.”’</verse>
				<verse number="20">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="21">“ມະນຸດ​ເອີຍ ຈົ່ງ​ປະນາມ​ເມືອງ​ຊີໂດນ.</verse>
				<verse number="22">ຈົ່ງ​ບອກ​ປະຊາຊົນ​ໃນ​ທີ່ນັ້ນ ເຖິງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ກ່າວ​ກ່ຽວກັບ​ພວກເຂົາ​ວ່າ, ‘ເມືອງ​ຊີໂດນ​ເອີຍ ເຮົາ​ເປັນ​ສັດຕູ​ຂອງເຈົ້າ; ປະຊາຊົນ​ຈະ​ສັນລະເສີນ​ເຮົາ ຍ້ອນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເຈົ້າ. ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ເມື່ອ​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ ເຮົາ​ບໍຣິສຸດ​ສໍ່າໃດ​ໂດຍ​ລົງໂທດ​ຊາວ​ເມືອງ​ຂອງເຈົ້າ.</verse>
				<verse number="23">ເຮົາ​ຈະ​ສົ່ງ​ການ​ເຈັບໄຂ້​ໄດ້ປ່ວຍ​ມາ​ສູ່​ເຈົ້າ ແລະ​ເຮັດ​ໃຫ້​ເລືອດ​ໄຫລ​ນອງ​ຕາມ​ທ້ອງ​ຖະໜົນ​ຫົນທາງ. ເຈົ້າ​ຈະ​ຖືກ​ໂຈມຕີ​ທຸກ​ດ້ານ​ແລະ​ປະຊາຊົນ​ຈະ​ຖືກ​ຂ້າ. ແລ້ວ​ເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="24">ບໍ່ມີ​ຊາດ​ໃກ້ຄຽງ​ຊາດ​ໃດ​ທີ່​ໄດ້​ດູຖູກ​ຊາດ​ອິດສະຣາເອນ​ນັ້ນ ຈະ​ເປັນ​ສ້ຽນໜາມ ເໝືອນ​ໜາມ​ຍອກອົກ​ຂອງ​ຊາດ​ອິດສະຣາເອນ​ອີກ​ຕໍ່ໄປ. ແລ້ວ​ພວກເຂົາ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ.’</verse>
				<verse number="25">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ‘ເຮົາ​ຈະ​ນຳ​ປະຊາຊົນ​ອິດສະຣາເອນ ກັບຄືນ​ມາ​ຈາກ​ຊົນຊາດ​ຕ່າງໆ​ທີ່​ພວກເຂົາ​ໄດ້​ຖືກ​ກະຈັດ​ກະຈາຍ​ໄປ​ນັ້ນ ແລະ​ຊົນຊາດ​ທັງປວງ​ຈະ​ຮູ້ວ່າ​ເຮົາ​ບໍຣິສຸດ. ປະຊາຊົນ​ອິດສະຣາເອນ​ຈະ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ຕົນເອງ ຄື​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ຢາໂຄບ ຜູ້ຮັບໃຊ້​ຂອງເຮົາ.</verse>
				<verse number="26">ພວກເຂົາ​ຈະ​ຢູ່​ທີ່ນັ້ນ​ຢ່າງ​ປອດໄພ. ພວກເຂົາ​ຈະ​ປຸກ​ບ້ານ​ເຮືອນ​ແລະ​ເຮັດ​ສວນອະງຸ່ນ. ເຮົາ​ຈະ​ລົງໂທດ​ບັນດາ​ປະເທດ​ໃກ້ຄຽງ​ທີ່​ໄດ້​ດູຖູກ​ພວກເຂົາ ແລະ​ຊາດ​ອິດສະຣາເອນ​ຈະ​ປອດໄພ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.”’</verse>
			</chapter>
			<chapter number="29">
				<verse number="1">ໃນ​ວັນ​ທີ​ສິບສອງ​ຂອງ​ເດືອນ​ທີ​ສິບ ອັນ​ກົງ​ກັບ​ປີ​ທີ​ສິບ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="2">“ມະນຸດ​ເອີຍ ຈົ່ງ​ປະນາມ​ກະສັດ​ເອຢິບ. ຈົ່ງ​ບອກ​ວ່າ ລາວ​ເອງ​ແລະ​ປະເທດ​ຂອງ​ລາວ​ຈະ​ຖືກ​ລົງໂທດ​ຢ່າງໃດ.</verse>
				<verse number="3">ຈົ່ງ​ບອກ​ວ່າ ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ແກ່​ກະສັດ​ແຫ່ງ​ເອຢິບ​ວ່າ, ‘ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ, ເຈົ້າ​ເປັນ​ແຂ້​ຕົວ​ຮ້າຍກາດ​ທີ່​ກຳລັງ​ນອນ​ຢູ່​ໃນ​ນໍ້າ. ເຈົ້າ​ກ່າວ​ວ່າ​ນໍ້ານິນ​ເປັນ​ຂອງເຈົ້າ​ແລະ​ເຈົ້າ​ສ້າງ​ມັນ​ຂຶ້ນ​ມາ.</verse>
				<verse number="4">ເຮົາ​ກຳລັງ​ຈະ​ເອົາ​ເບັດ​ເກາະ​ຄາງ​ຂອງເຈົ້າ ແລະ​ເຮັດ​ໃຫ້​ປາ​ໃນ​ແມ່ນໍ້າ​ນັ້ນ​ຕິດຕົວ​ຂອງເຈົ້າ.</verse>
				<verse number="5">ເຮົາ​ຈະ​ລາກ​ເຈົ້າ​ພ້ອມ​ກັບ​ປາ​ທັງໝົດ​ຂຶ້ນ​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ. ຮ່າງ​ຂອງ​ເຈົ້າ​ຈະ​ຕົກລົງ​ກັບ​ພື້ນດິນ​ແລະ​ຖືກ​ປະ​ໄວ້​ໂດຍ​ບໍ່ມີ​ຜູ້ໃດ​ຝັງ. ເຮົາ​ຈະ​ເອົາ​ຮ່າງ​ນັ້ນ​ໃຫ້​ຝູງນົກ​ແລະ​ຝູງ​ສັດປ່າ​ກິນ​ເປັນ​ອາຫານ.</verse>
				<verse number="6">ແລ້ວ​ປະຊາຊົນ​ເອຢິບ​ທັງໝົດ​ກໍ​ຈະ​ຮູ້ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ. ຊາວ​ອິດສະຣາເອນ​ເພິ່ງພາ​ອາໄສ​ເຈົ້າ​ຄື​ຊາວ​ເອຢິບ ເພື່ອ​ໃຫ້​ການ​ສະໜັບ​ສະໜູນ, ແຕ່​ເຈົ້າ​ບໍ່ໄດ້​ດີ​ໄປ​ກວ່າ​ໄມ້ຄ້ອນເທົ້າ​ອັນ​ໜຶ່ງ.</verse>
				<verse number="7">ເມື່ອ​ພວກເຂົາ​ມາ​ອາໄສ​ເຈົ້າ, ເຈົ້າ​ກໍ​ຫັກ​ບ່າ​ໄຫລ່ ແລະ​ແທງ​ຂີ້ແຮ້​ພວກເຂົາ ແລະ​ເຮັດ​ໃຫ້​ຫລັງ​ຂອງ​ພວກເຂົາ​ກົ່ງ​ລົງ.</verse>
				<verse number="8">ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ກ່າວ​ຕໍ່​ເຈົ້າ​ວ່າ ເຮົາ​ຈະ​ສົ່ງ​ຄົນ​ຖື​ດາບ​ມາ​ໂຈມຕີ​ເຈົ້າ ແລະ​ພວກເຂົາ​ຈະ​ຂ້າ​ປະຊາຊົນ​ແລະ​ຝູງສັດ​ຂອງເຈົ້າ.</verse>
				<verse number="9">ປະເທດ​ເອຢິບ​ຈະ​ກາຍເປັນ​ທີ່​ຮົກຮ້າງ​ຫວ່າງເປົ່າ. ແລ້ວ​ເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ. ຍ້ອນ​ເຈົ້າ​ໄດ້​ກ່າວ​ວ່າ​ນໍ້ານິນ​ເປັນ​ຂອງ​ເຈົ້າ​ແລະ​ເຈົ້າ​ໄດ້​ສ້າງ​ມັນ​ຂຶ້ນ​ມາ</verse>
				<verse number="10">ເຮົາ​ຈຶ່ງ​ເປັນ​ສັດຕູ​ຂອງ​ເຈົ້າ​ແລະ​ເປັນ​ສັດຕູ​ແມ່ນໍ້ານິນ​ຂອງ​ເຈົ້າ​ດ້ວຍ. ເຮົາ​ຈະ​ເຮັດ​ໃຫ້​ປະເທດ​ເອຢິບ​ທັງໝົດ​ເປັນ​ທີ່​ຮົກຮ້າງ​ຫວ່າງເປົ່າ ຄື​ຕັ້ງແຕ່​ເມືອງ​ມິກໂດນ​ທາງ​ທິດເໜືອ ເຖິງ​ເມືອງ​ອາຊວານ​ທາງ​ທິດໃຕ້ ຈົນ​ໄປຮອດ​ຊາຍແດນ​ຂອງ​ເອທີໂອເປຍ.</verse>
				<verse number="11">ບໍ່ມີ​ຄົນ​ຫລື​ສັດ​ໃດໆ​ເລີຍ​ຈະ​ຍ່າງ​ຜ່ານ​ເຂດ​ນັ້ນ. ຕະຫລອດ​ສີ່ສິບ​ປີ​ຈະ​ບໍ່ມີ​ຫຍັງ​ອາໄສ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="12">ເຮົາ​ຈະ​ເຮັດ​ໃຫ້​ເອຢິບ​ເປັນ​ປະເທດ​ທີ່​ຮ້າງເປົ່າ​ທີ່ສຸດ​ຢູ່​ໃນ​ໂລກ. ຕະຫລອດ​ສີ່ສິບ​ປີ​ເມືອງ​ຕ່າງໆ​ຂອງ​ເອຢິບ​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ​ຄື​ເພພັງ​ຫລາຍ​ທີ່ສຸດ​ກວ່າ​ເມືອງ​ອື່ນໆ. ເຮົາ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ເປັນ​ອົບພະຍົບ. ພວກເຂົາ​ຈະ​ໜີໄປ​ຢູ່​ທຸກໆ​ປະເທດ ແລະ​ອາໄສ​ຢູ່​ທ່າມກາງ​ປະຊາຊົນ​ຊາດ​ອື່ນໆ.’</verse>
				<verse number="13">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ‘ຫລັງຈາກ​ສີ່ສິບ​ປີ​ແລ້ວ ເຮົາ​ຈະ​ນຳ​ຊາວ​ເອຢິບ​ກັບຄືນ​ມາ​ຈາກ​ຊົນຊາດ​ຕ່າງໆ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ</verse>
				<verse number="14">ແລະ​ເຮົາ​ຈະ​ອະນຸຍາດ​ໃຫ້​ພວກເຂົາ​ອາໄສ​ຢູ່​ໃນ​ພາກໃຕ້​ຂອງ​ປະເທດ​ເອຢິບ ຄື​ເມືອງ​ດັ້ງເດີມ​ຂອງ​ພວກເຂົາ. ໃນ​ທີ່ນັ້ນ ພວກເຂົາ​ຈະ​ເປັນ​ອານາຈັກ​ທີ່​ອ່ອນແຮງ​ຫລາຍ</verse>
				<verse number="15">ຄື​ອ່ອນແອ​ທີ່ສຸດ​ໃນ​ບັນດາ​ອານາຈັກ​ທັງໝົດ ແລະ​ພວກເຂົາ​ຈະ​ບໍ່ໄດ້​ປົກຄອງ​ຊົນຊາດ​ອື່ນ​ອີກ​ຕໍ່ໄປ. ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ມີ​ຄວາມ​ສຳຄັນ​ໜ້ອຍ​ທີ່ສຸດ ຈົນ​ບໍ່​ສາມາດ​ຊັກຈູງ​ຊາດ​ໃດ​ໃຫ້​ເຮັດ​ຕາມ​ຄວາມປະສົງ​ຂອງຕົນ​ໄດ້.</verse>
				<verse number="16">ຊາດ​ອິດສະຣາເອນ​ຈະ​ບໍ່​ຂຶ້ນ​ຕໍ່​ພວກເຂົາ​ເພື່ອ​ໃຫ້​ຊ່ວຍເຫລືອ​ອີກ​ຕໍ່ໄປ. ຊາຕາກຳ​ຂອງ​ເອຢິບ​ຈະ​ເຕືອນ​ຊາດ​ອິດສະຣາເອນ​ໃຫ້​ສຳນຶກ​ເຖິງ​ວ່າ, ຕົນ​ໄດ້​ຜິດພາດ​ສໍ່າໃດ​ທີ່​ເພິ່ງພາ​ອາໄສ​ພວກເຂົາ. ແລ້ວ​ຊາດ​ອິດສະຣາເອນ​ກໍ​ຈະ​ຮູ້ວ່າ ເຮົາ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ.”’</verse>
				<verse number="17">ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ໜຶ່ງ ອັນ​ກົງ​ກັບ​ປີ​ທີ​ຊາວເຈັດ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,</verse>
				<verse number="18">“ມະນຸດ​ເອີຍ ເຈົ້າເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ບຸກໂຈມຕີ​ເມືອງ​ຕີເຣ​ແລ້ວ. ລາວ​ໄດ້​ເຮັດ​ໃຫ້​ທະຫານ​ຂອງຕົນ​ແບກຫາບ​ພາລະໜັກ ຈົນ​ຫົວ​ເຂົາ​ລ້ານ​ແລະ​ບ່າ​ເຂົາ​ດ້ານ; ແຕ່​ກະສັດ​ຕະຫລອດ​ທັງ​ກອງທັບ​ຂອງຕົນ​ບໍ່ໄດ້​ຫຍັງ​ເລີຍ ຈາກ​ຄວາມ​ລຳບາກ​ນາໆ​ປະການ​ຂອງ​ເຂົາ.</verse>
				<verse number="19">ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ກ່າວ​ວ່າ ເຮົາ​ກຳລັງ​ມອບ​ດິນແດນ​ຂອງ​ເອຢິບ​ໃຫ້​ແກ່​ກະສັດ​ເນບູ​ກາດເນັດຊາ. ລາວ​ຈະ​ລັກ​ແລະ​ປຸ້ນ​ປະເທດ​ທັງ​ຈະ​ຂົນ​ເອົາ​ຊັບສົມບັດ​ທຸກຢ່າງ ໄປ​ເປັນ​ຄ່າຈ້າງ​ແກ່​ກອງທັບ​ຂອງຕົນ.</verse>
				<verse number="20">ເຮົາ​ກຳລັງ​ມອບ​ເອຢິບ​ໃຫ້​ເປັນ​ຄ່າຈ້າງ​ແຫ່ງ​ການ​ຮັບໃຊ້​ຂອງ​ລາວ ຍ້ອນ​ກອງທັບ​ຂອງ​ລາວ​ໄດ້​ເຮັດ​ວຽກ​ເພື່ອ​ເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="21">ເມື່ອ​ເຫດການ​ເຫຼົ່ານີ້​ເກີດຂຶ້ນ ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ຊາດ​ອິດສະຣາເອນ​ເຂັ້ມແຂງ ແລະ​ນຳ​ເຈົ້າ​ຄື​ເອເຊກຽນ​ກ່າວ​ອອກ​ໄປ​ໃນ​ບ່ອນ​ທີ່​ທຸກຄົນ​ໄດ້ຍິນ​ເຈົ້າ ເພື່ອ​ວ່າ​ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
			</chapter>
			<chapter number="30">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="2">“ມະນຸດ​ເອີຍ ຈົ່ງ​ທຳນວາຍ ແລະ​ປະກາດ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຈົ້າ​ຈົ່ງ​ໂຮຮ້ອງ​ຂຶ້ນ​ດ້ວຍ​ຖ້ອຍຄຳ​ເຫຼົ່ານີ້​ສາ ວ່າ​ມື້​ຢ້ານກົວ​ອັນ​ໃຫຍ່ຫລວງ​ກຳລັງ​ມາຮອດ</verse>
				<verse number="3">ມາ​ໃກ້​ແລ້ວ​ຄື​ມື້​ທີ່​ພຣະເຈົ້າຢາເວ​ຈະ​ກະທຳການ ມື້​ໜຶ່ງ​ທີ່​ມີ​ເມກໝອກ​ໜາ ແລະ​ນາໆຊາດ​ເດືອດຮ້ອນ.</verse>
				<verse number="4">ເສິກ​ສົງຄາມ​ຈະ​ເກີດຂຶ້ນ​ໃນ​ປະເທດ​ເອຢິບ ແລະ​ເອທີໂອເປຍ​ກໍ​ຈະ​ເກີດ​ລຳບາກ​ໃຫຍ່. ມີ​ຫລາຍ​ຄົນ​ຈະ​ຖືກ​ຂ້າ​ຢູ່​ໃນ​ປະເທດ​ເອຢິບ ຖືກ​ປຸ້ນຈີ້ ແລະ​ປະ​ໃຫ້​ຮົກຮ້າງ​ຫວ່າງເປົ່າ.</verse>
				<verse number="5">ສົງຄາມ​ນັ້ນ​ຈະ​ຂ້າ​ທະຫານ​ຮັບຈ້າງ​ຈາກ​ເອທີໂອເປຍ, ລີເບຍ, ລີເດຍ, ອາຣາເບຍ, ກຸບ ແລະ​ແມ່ນແຕ່​ທະຫານ​ທີ່​ມາ​ຈາກ​ປະຊາຊົນ​ຂອງເຮົາ​ເອງ​ດ້ວຍ.”</verse>
				<verse number="6">ພຣະເຈົ້າຢາເວ​ຊົງ​ກ່າວ​ວ່າ, “ຈາກ​ເມືອງ​ມິກໂດນ​ທາງ​ທິດເໜືອ ເຖິງ​ເມືອງ​ອາຊວານ​ທາງ​ທິດໃຕ້ ທະຫານ​ໜ່ວຍ​ປ້ອງກັນ​ທັງໝົດ​ຂອງ​ປະເທດ​ເອຢິບ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ. ກອງທັບ​ອັນ​ອວດອົ່ງ​ທະນົງ​ຕົວ​ຂອງ​ປະເທດ​ເອຢິບ​ຈະ​ຖືກ​ທຳລາຍ​ກ້ຽງ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="7">ດິນແດນ​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ຫວ່າງເປົ່າ​ທີ່ສຸດ​ໃນ​ໂລກ ແລະ​ເມືອງ​ຕ່າງໆ​ກໍ​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ​ລົງ.</verse>
				<verse number="8">ເມື່ອ​ເຮົາ​ໄດ້​ຈູດ​ໄຟ​ເຜົາ​ປະເທດ​ເອຢິບ ແລະ​ໜ່ວຍ​ປ້ອງກັນ​ຂອງ​ປະເທດ​ຖືກ​ທຳລາຍ​ໝົດ​ສິ້ນ​ແລ້ວ ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="9">ເມື່ອ​ວັນ​ນັ້ນ​ມາ​ເຖິງ ແລະ​ເມື່ອ​ປະເທດ​ເອຢິບ​ຖືກ​ທຳລາຍ​ແລ້ວ ເຮົາ​ຈະ​ສົ່ງ​ຄະນະ​ຜູ້ນຳຂ່າວ​ລົງ​ເຮືອ​ໄປ​ປຸກປັ່ນ​ປະຊາຊົນ​ເອທີໂອເປຍ ໃຫ້​ມີ​ຄວາມ​ປອດໄພ​ອັນ​ຈອມປອມ ແລະ​ພວກເຂົາ​ກໍ​ຈະ​ສະທ້ານ​ຢ້ານກົວ​ໃຫຍ່. ວັນ​ນັ້ນ​ໃກ້​ເຂົ້າ​ມາ​ສາ​ແລ້ວ.”</verse>
				<verse number="10">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ໃຊ້​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ມາ​ເຮັດ​ໃຫ້​ຊັບສົມບັດ​ຂອງ​ເອຢິບ​ສູນສິ້ນ​ໄປ.</verse>
				<verse number="11">ລາວ​ຕະຫລອດ​ທັງ​ກອງທັບ​ອັນ​ໂຫດຫ້ຽມ​ຂອງ​ລາວ ຈະ​ທຳລາຍ​ລ້າງຜານ​ດິນແດນ. ພວກເຂົາ​ຈະ​ໃຊ້​ດາບ​ບຸກໂຈມຕີ​ປະເທດ​ເອຢິບ ແລະ​ດິນແດນ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຊາກສົບ.</verse>
				<verse number="12">ເຮົາ​ຈະ​ເຮັດ​ໃຫ້​ແມ່ນໍ້ານິນ​ແຫ້ງ ແລະ​ຈະ​ມອບ​ເອຢິບ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ຄົນຊົ່ວຮ້າຍ. ຊາວ​ຕ່າງດ້າວ​ຈະ​ທຳລາຍ​ລ້າງຜານ​ທັງໝົດ​ປະເທດ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”</verse>
				<verse number="13">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ທຳລາຍ​ບັນດາ​ຮູບເຄົາຣົບ ແລະ​ພຣະປອມ​ທັງຫລາຍ​ທີ່​ເມືອງ​ມຳຟິດ ບໍ່ມີ​ຜູ້ໃດ​ຈະ​ຂຶ້ນ​ປົກຄອງ​ເອຢິບ ແລະ​ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ທັງໝົດ​ສະທ້ານ​ຢ້ານກົວ.</verse>
				<verse number="14">ເຮົາ​ຈະ​ເຮັດ​ໃຫ້​ເອຢິບ​ທາງ​ພາກໃຕ້​ຮົກຮ້າງ​ຫວ່າງເປົ່າ ທັງ​ຈະ​ຈູດ​ໄຟ​ເຜົາ​ເມືອງ​ໂຊອານ​ທາງ​ທິດເໜືອ​ດ້ວຍ. ເຮົາ​ຈະ​ລົງໂທດ​ເມືອງເອກ​ຂອງ​ເທເບ.</verse>
				<verse number="15">ເຮົາ​ຈະ​ປ່ອຍ​ໃຫ້​ເປລູສີອຳ ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ອັນ​ໃຫຍ່ໂຕ​ຂອງ​ປະເທດ​ເອຢິບ ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ໃຫຍ່​ຂອງເຮົາ. ເຮົາ​ຈະ​ທຳລາຍ​ຊັບສົມບັດ​ຂອງ​ເມືອງ​ເທເບ.</verse>
				<verse number="16">ເຮົາ​ຈະ​ຈູດ​ໄຟ​ເຜົາ​ເອຢິບ​ແລະ​ເມືອງ​ເປລູສີອຳ​ກໍ​ຈະ​ແຄ້ນໃຈ ກຳແພງ​ເມືອງ​ເທເບ​ຈະ​ພັງ​ທະລາຍ ແລະ​ນໍ້າ​ກໍ​ຈະ​ໄຫລ​ຖ້ວມ​ເມືອງ.</verse>
				<verse number="17">ຊາວ​ໜຸ່ມ​ໃນ​ເມືອງ​ເຮລີໂອໂປລີ​ກັບ​ເມືອງ​ບູບາຊະຕີ ​ຈະ​ຕາຍ​ໃນ​ສົງຄາມ ແລະ​ປະຊາຊົນ​ອື່ນໆ​ກໍ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.</verse>
				<verse number="18">ຄວາມມືດ​ຈະ​ເຂົ້າ​ປົກຄຸມ​ເມືອງ​ຕາປັນເຮັດ ເມື່ອ​ເຮົາ​ທັບມ້າງ​ອຳນາດ​ຂອງ​ປະເທດ​ເອຢິບ ແລະ​ເຮັດ​ໃຫ້​ກຳລັງ​ທີ່​ເອຢິບ​ໄດ້​ອວດອ້າງ​ຢ່າງ​ໜັກໜາ​ນັ້ນ​ສິ້ນສູນ​ໄປ. ເມກໝອກ​ຈະ​ປົກຄຸມ​ປະເທດ​ເອຢິບ ແລະ​ປະຊາຊົນ​ຕາມ​ເມືອງ​ທັງຫລາຍ​ກໍ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.</verse>
				<verse number="19">ເມື່ອ​ເຮົາ​ລົງໂທດ​ເອຢິບ​ດັ່ງນີ້​ແລ້ວ ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
				<verse number="20">ໃນ​ວັນ​ທີ​ເຈັດ​ຂອງ​ເດືອນ​ທີ​ໜຶ່ງ ອັນ​ກົງ​ກັບ​ປີ​ທີ​ສິບເອັດ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="21">“ມະນຸດ​ເອີຍ ເຮົາ​ໄດ້​ເຮັດ​ໃຫ້​ແຂນ​ກະສັດ​ແຫ່ງ​ເອຢິບ​ຫັກ. ບໍ່ມີ​ຜູ້ໃດ​ເອົາ​ຜ້າ​ພັນ​ແຂນ​ໃຫ້​ຫລື​ເຮັດ​ຫ່ວງ​ຫ້ອຍ​ຄໍ​ໃຫ້ ເພື່ອ​ວ່າ​ແຂນ​ນັ້ນ​ຈະ​ດີ​ແລະ​ແຂງແຮງ​ແລະ​ຈັບ​ດາບ​ໄດ້​ອີກ.</verse>
				<verse number="22">ບັດນີ້ ຕໍ່ໄປ​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: ເຮົາ​ເປັນ​ສັດຕູ​ຂອງ​ກະສັດ​ແຫ່ງ​ເອຢິບ. ເຮົາ​ກຳລັງ​ຈະ​ຫັກ​ແຂນ​ທັງສອງ​ຂອງ​ລາວ ຄື​ແຂນ​ທີ່​ຍັງ​ດີ​ແລະ​ແຂນ​ທີ່​ໄດ້​ຫັກ​ແລ້ວ​ນັ້ນ​ດ້ວຍ ແລະ​ດາບ​ກໍ​ຈະ​ຕົກລົງ​ຈາກ​ມື​ລາວ.</verse>
				<verse number="23">ເຮົາ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ກະຈັດ​ກະຈາຍ​ໄປ​ໃນ​ທ່າມກາງ​ບັນດາ​ປະຊາຊາດ ແລະ​ກະຈາຍ​ພວກເຂົາ​ໄປ​ຕາມ​ປະເທດ​ຕ່າງໆ.</verse>
				<verse number="24">ແລ້ວ​ເຮົາ​ຈະ​ເຮັດ​ໃຫ້​ແຂນ​ກະສັດ​ແຫ່ງ​ບາບີໂລນ​ແຂງແຮງ ແລະ​ເອົາ​ດາບ​ຂອງເຮົາ​ໃຫ້​ລາວ​ຖື. ແຕ່​ເຮົາ​ຈະ​ເຮັດ​ໃຫ້​ແຂນ​ກະສັດ​ແຫ່ງ​ເອຢິບ​ຫັກ ແລະ​ລາວ​ຈະ​ຄວນຄາງ​ດ້ວຍ​ຄວາມ​ເຈັບປວດ​ຢ່າງໜັກ ແລະ​ຕາຍ​ຕໍ່ໜ້າ​ສັດຕູ​ຂອງ​ລາວ.</verse>
				<verse number="25">ເຮົາ​ຈະ​ເຮັດ​ໃຫ້​ລາວ​ອ່ອນແຮງ ແລະ​ໃຫ້​ກະສັດ​ແຫ່ງ​ບາບີໂລນ​ເຂັ້ມແຂງ. ເມື່ອ​ເຮົາ​ມອບ​ດາບ​ຂອງເຮົາ​ໃຫ້​ລາວ​ແລະ​ລາວ​ຊີ້​ດາບ​ນັ້ນ​ໄປ​ສູ່​ປະເທດ​ເອຢິບ ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="26">ເຮົາ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ກະຈັດ​ກະຈາຍ​ໄປ​ໃນ​ທ່າມກາງ​ບັນດາ​ປະຊາຊາດ ແລະ​ກະຈາຍ​ພວກເຂົາ​ໄປ​ຕາມ​ປະເທດ​ຕ່າງໆ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
			</chapter>
			<chapter number="31">
				<verse number="1">ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສາມ ອັນ​ກົງ​ກັບ​ປີ​ທີ​ສິບເອັດ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ຖ້ອຍຄຳ​ຊອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="2">“ມະນຸດ​ເອີຍ ຈົ່ງ​ບອກ​ກະສັດ​ແຫ່ງ​ເອຢິບ​ແລະ​ປະຊາຊົນ​ທັງໝົດ​ຂອງ​ລາວ​ວ່າ ເຈົ້າ​ນັ້ນ​ມີ​ອຳນາດ​ສໍ່າໃດ​ກັນ​ນໍ ເຮົາ​ຈະ​ປຽບ​ເຈົ້າ​ໃສ່​ຫຍັງ​ຈຶ່ງ​ຈະ​ເໝາະ​ໄດ້?</verse>
				<verse number="3">ເຈົ້າ​ນັ້ນ​ເປັນ​ດັ່ງ ຕົ້ນແປກ​ທີ່​ເລບານອນ ມີ​ງ່າ​ໃບ​ດົກງາມ​ເປັນ​ຕົ້ນໄມ້​ສູງ​ຈົນ​ວ່າ​ຈຸ​ເມກ.</verse>
				<verse number="4">ບ່ອນ​ນັ້ນ​ມີ​ນໍ້າ​ທີ່​ເຮັດ​ໃຫ້​ມັນ​ເຕີບໃຫຍ່​ຂຶ້ນ​ມາ ມີ​ລຳນໍ້າ​ຕ່າງໆ​ທີ່​ພື້ນດິນ​ຄອຍ​ລໍ່ລ້ຽງ. ມັນ​ໃຫ້​ຄວາມ​ຊຸ່ມຊື່ນ​ບ່ອນ​ທີ່​ຕົ້ນໄມ້​ໃຫຍ່​ຂຶ້ນ​ມາ ແລະ​ລໍ່ລ້ຽງ​ຕົ້ນໄມ້​ທຸກ​ຕົ້ນ​ໃນ​ປ່າ.</verse>
				<verse number="5">ມັນ​ສູງ​ກວ່າ​ຕົ້ນໄມ້​ອື່ນໆ ເພາະ​ມີ​ນໍ້າ​ລໍ່ລ້ຽງ​ຢ່າງດີ ຕົ້ນໄມ້​ນັ້ນ​ຕ່າງ​ກໍ​ມີ​ງ່າ​ທັງ​ໃຫຍ່​ແລະ​ຍາວ​ດ້ວຍ;</verse>
				<verse number="6">ນົກ​ທຸກ​ຊະນິດ​ຕ່າງ​ກໍໄດ້​ເຮັດ​ເຮືອນຮັງ ໃສ່​ເທິງ​ງ່າ​ທັງຫລາຍ​ຂອງ​ຕົ້ນໄມ້​ນັ້ນ; ສັດປ່າ​ທັງຫລາຍ​ໄດ້​ເກີດ​ລູກ​ໃນ​ທີ່​ກຳບັງ​ຂອງ​ມັນ ຊົນຊາດ​ໃນ​ໂລກ​ພັກຜ່ອນ​ຢູ່​ໃຕ້​ຮົ່ມ​ຂອງ​ມັນ​ດ້ວຍ.</verse>
				<verse number="7">ມັນ​ແມ່ນ​ຕົ້ນໄມ້​ທີ່​ສວຍສົດ​ງົດງາມ​ຫລາຍ ລຳຕົ້ນ​ສູງ​ດີ​ແລະ​ງ່າ​ທັງຫລາຍ​ກໍ​ຍາວ​ດ້ວຍ. ຮາກ​ທັງຫລາຍ​ຕ່າງ​ກໍ​ຢັ່ງລົງ​ເລິກ​ສູ່​ພື້ນດິນ ບ່ອນ​ທີ່​ມີ​ລຳທານ​ໄຫລລິນ​ບໍ່​ຂາດ.</verse>
				<verse number="8">ໃນ​ສວນ​ຂອງ​ພຣະເຈົ້າ​ບໍ່ມີ​ຕົ້ນແປກ​ໃດ​ຈະ​ປຽບ​ທັນ ບໍ່ມີ​ຕົ້ນ​ແປກເທດ​ໃດ ເຄີຍ​ມີ​ງ່າ​ຍາວ​ເຊັ່ນນີ້ ແລະ​ບໍ່ມີ​ກົກໂພ​ໃດ ທີ່​ມີ​ກິ່ງກ້ານ​ເຊັ່ນນີ້​ເລີຍ ແມ່ນແຕ່​ຕົ້ນໄມ້​ໃນ​ສວນ​ຂອງ​ພຣະເຈົ້າ​ກໍ​ບໍ່​ງາມ​ເທົ່າ.</verse>
				<verse number="9">ເຮົາ​ໄດ້​ເຮັດ​ໃຫ້​ມັນ​ງາມ​ຂຶ້ນ​ທັງ​ມີ​ງ່າ​ແພ່​ໄປ ຕົ້ນໄມ້​ທຸກຕົ້ນ​ໃນ​ເອເດນ​ສວນ​ຂອງ​ພຣະເຈົ້າ​ກໍ​ອິດສາ​ມັນ.</verse>
				<verse number="10">ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ບອກ​ເຈົ້າ ເຖິງ​ສິ່ງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ກັບ​ຕົ້ນໄມ້​ທີ່​ສູງ​ຈົນ​ຈຸເມກ​ນັ້ນ. ມັນ​ສູງ​ຫລາຍ​ເທົ່າໃດ ມັນ​ກໍ​ອວດອົ່ງ​ທະນົງ​ຕົວ​ຫລາຍ​ເທົ່ານັ້ນ;</verse>
				<verse number="11">ສະນັ້ນ ເຮົາ​ຈຶ່ງ​ໄດ້​ປະຖິ້ມ​ມັນ ແລະ​ປ່ອຍ​ໃຫ້​ຜູ້ປົກຄອງ​ຊາວ​ຕ່າງດ້າວ​ເອົາ​ມັນ​ໄປ. ຜູ້ປົກຄອງ​ຈະ​ໃຫ້​ຕົ້ນໄມ້​ນັ້ນ​ໄດ້​ຮັບ​ຕາມ​ຄວາມ​ຊົ່ວຊ້າ​ທີ່​ມັນ​ໄດ້​ເຮັດ.</verse>
				<verse number="12">ຊາວ​ຕ່າງດ້າວ​ຜູ້​ທີ່​ໂຫດຫ້ຽມ​ຈະ​ປໍ້າ​ມັນ​ລົງ ແລະ​ປະ​ມັນ​ໄວ້. ງ່າ​ແລະ​ກິ່ງກ້ານ​ຕ່າງໆ​ຂອງ​ມັນ​ຈະ​ຕົກລົງ​ໃສ່​ພູ​ທຸກໜ່ວຍ ແລະ​ຮ່ອມພູ​ທຸກບ່ອນ​ໃນ​ປະເທດ. ບັນດາ​ຊົນຊາດ​ທັງໝົດ​ທີ່​ອາໄສ​ຮົ່ມ​ຂອງ​ມັນ​ນັ້ນ​ຈະ​ໜີໄປ​ໝົດ.</verse>
				<verse number="13">ຝູງນົກ​ຈະ​ມາ​ງອຍ​ຢູ່​ເທິງ​ຕົ້ນໄມ້​ທີ່​ຕາຍ​ນັ້ນ ແລະ​ຝູງ​ສັດປ່າ​ກໍ​ຈະ​ຢຽບ​ງ່າ​ຂອງ​ມັນ​ໄປ.</verse>
				<verse number="14">ເພາະສະນັ້ນ ແຕ່​ນີ້​ໄປ​ຈະ​ບໍ່ມີ​ຕົ້ນໄມ້​ໃດໆ ບໍ່​ວ່າ​ຈະ​ມີ​ນໍ້າ​ລໍ່ລ້ຽງ​ດີ​ປານໃດ​ກໍຕາມ ມີ​ຍອດ​ຢຽດ​ສູງ​ຈົນ​ຈຸເມກ ຫລື​ຈະ​ໃຫຍ່ ແລະ​ສູງ​ຂຶ້ນ​ເຊັ່ນນີ້​ອີກ. ພວກມັນ​ທັງໝົດ​ຈະ​ຕາຍ​ເພາະ​ເຄາະກຳ​ຢ່າງ​ມະນຸດ​ທຳມະດາ ຄື​ໄດ້​ຮັບ​ເຄາະກຳ​ເພື່ອ​ຈະ​ລົງ​ໄປ​ຮ່ວມ​ກັບ​ພວກ​ທີ່​ຢູ່​ແດນ​ມໍຣະນາ.</verse>
				<verse number="15">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ໃນ​ມື້​ທີ່​ຕົ້ນໄມ້​ນັ້ນ​ໄດ້​ລົງ​ໄປ​ສູ່​ແດນ​ມໍຣະນາ ເຮົາ​ຈະ​ເຮັດ​ໃຫ້​ລຳນໍ້າ​ຕ່າງໆ​ໃຕ້​ພື້ນດິນ ປົກຄຸມ​ມັນ​ເພື່ອ​ເປັນ​ການ​ໄວ້ທຸກ​ໃຫ້. ເຮົາ​ຈະ​ໃຫ້​ແມ່ນໍ້າ​ທັງຫລາຍ​ຢຸດ​ໄຫລ ແລະ​ລຳນໍ້າ​ຫລາຍ​ສາຍ​ກໍ​ຈະ​ບໍ່​ຫລັ່ງໄຫລ​ອອກ. ເພາະ​ຕົ້ນໄມ້​ນັ້ນ​ໄດ້​ຕາຍ​ສາ​ແລ້ວ; ສະນັ້ນ ເຮົາ​ຈຶ່ງ​ຈະ​ນຳ​ເອົາ​ຄວາມມືດ​ມາ​ທີ່​ເທິງ​ພູເຂົາ​ຂອງ​ເລບານອນ ແລະ​ເຮັດ​ໃຫ້​ຕົ້ນໄມ້​ທັງໝົດ​ໃນ​ປ່າ​ຫ່ຽວແຫ້ງ​ໄປ.</verse>
				<verse number="16">ເມື່ອ​ເຮົາ​ສົ່ງ​ມັນ​ລົງ​ໄປ​ສູ່​ແດນ​ມໍຣະນາ​ນັ້ນ ສຽງ​ແຫ່ງ​ການ​ລົ້ມລົງ​ຂອງ​ມັນ​ຈະ​ເຮັດ​ໃຫ້​ຫລາຍ​ຊາດ​ສັ່ນສະເທືອນ. ຕົ້ນໄມ້​ທຸກ​ຕົ້ນ​ໃນ​ສວນ​ເອເດນ​ແລະ​ຕົ້ນໄມ້​ທີ່​ຖືກ​ເລືອກ​ຢ່າງດີ​ທີ່ສຸດ ຄື​ຕົ້ນໄມ້​ທີ່​ມີ​ນໍ້າ​ລໍ່ລ້ຽງ​ຢ່າງດີ​ຂອງ​ເລບານອນ ກໍ​ຈະ​ພໍໃຈ​ໃນ​ການ​ລົ້ມລົງ​ຂອງ​ມັນ.</verse>
				<verse number="17">ພວກມັນ​ຈະ​ລົງ​ໄປ​ສູ່​ແດນ​ມໍຣະນາ​ຮ່ວມ​ກັບ​ພວກ​ທີ່​ໄດ້​ລົ້ມລົງ. ແລ້ວ​ທຸກຄົນ​ທີ່​ອາໄສ​ຢູ່​ໃຕ້​ຮົ່ມ​ກໍ​ຈະ​ຖືກ​ກະຈັດ​ກະຈາຍ​ໄປ ໃນ​ທ່າມກາງ​ຊົນຊາດ​ຕ່າງໆ.</verse>
				<verse number="18">ຕົ້ນໄມ້​ນັ້ນ​ແມ່ນ​ກະສັດ​ແຫ່ງ​ເອຢິບ​ແລະ​ປະຊາຊົນ​ທັງໝົດ​ຂອງ​ລາວ. ບໍ່ມີ​ຕົ້ນໄມ້​ກົກໃດ​ໃນ​ສວນ​ເອເດນ​ຈະ​ສູງ ແລະ​ປະທັບ​ໃຈ​ເທົ່າກັບ​ມັນ. ແຕ່​ບັດນີ້ ມັນ​ຈະ​ລົງ​ໄປ​ສູ່​ແດນ​ມໍຣະນາ​ດັ່ງ​ຕົ້ນໄມ້​ຕ່າງໆ​ໃນ​ສວນ​ເອເດນ​ຮ່ວມ​ກັບ​ພວກ​ທີ່​ບໍ່​ນັບຖື​ພຣະເຈົ້າ ແລະ​ພວກ​ທີ່​ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນັ້ນແຫຼະ.</verse>
			</chapter>
			<chapter number="32">
				<verse number="1">ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສິບສອງ ອັນ​ກົງ​ກັບ​ປີ​ທີ​ສິບສອງ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="2">“ມະນຸດ​ເອີຍ ຈົ່ງ​ຕັກເຕືອນ​ກະສັດ​ແຫ່ງ​ເອຢິບ​ຢ່າງ​ໜັກແໜ້ນ. ຈົ່ງ​ມອບ​ຖ້ອຍຄຳ​ຂອງເຮົາ​ນີ້​ໃຫ້​ລາວ​ວ່າ, ‘ເຈົ້າ​ປະພຶດ​ຕົນ​ດັ່ງ​ສິງ​ໂຕໜຶ່ງ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ. ແຕ່​ເຈົ້າ​ກໍ​ເປັນ​ດັ່ງ​ແຂ້​ທີ່​ກຳລັງ​ຟາດ​ຫາງ​ໃສ່​ແມ່ນໍ້າ. ເຈົ້າ​ໃຊ້​ຕີນ​ກວນ​ນໍ້າ​ໃຫ້​ຂຸ່ນ ແລະ​ເຮັດ​ໃຫ້​ແມ່ນໍ້າ​ຕ່າງໆ​ເປິເປື້ອນ.</verse>
				<verse number="3">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເມື່ອ​ຫລາຍ​ຊົນຊາດ​ມາ​ເຕົ້າໂຮມ​ກັນ ເຮົາ​ຈະ​ໃຊ້​ຕາໜ່າງ​ຈັບ​ເຈົ້າ​ໄວ້​ແລະ​ໃຫ້​ພວກເຂົາ​ລາກ​ເຈົ້າ​ຂຶ້ນ​ມາ​ເທິງ​ຫາດ.</verse>
				<verse number="4">ເຮົາ​ຈະ​ໂຍນ​ເຈົ້າ​ລົງ​ເທິງ​ພື້ນດິນ ແລະ​ນຳ​ຝູງນົກ​ກັບ​ຝູງສັດ​ທັງໝົດ​ໃນ​ໂລກ​ມາ​ກັດ​ກິນ​ເຈົ້າ.</verse>
				<verse number="5">ເຮົາ​ຈະ​ໃຫ້​ຊາກສົບ​ອັນ​ເປື່ອຍເນົ່າ​ຂອງ​ເຈົ້າ​ປົກຄຸມ​ພູ​ກັບ​ຮ່ອມພູ​ທັງຫລາຍ.</verse>
				<verse number="6">ເຮົາ​ຈະ​ເທ​ເລືອດ​ຂອງ​ເຈົ້າ​ອອກ​ໃຫ້​ແຜ່​ໄປ​ຖ້ວມ​ພູ​ແລະ​ໃຫ້​ລົ້ນ​ລຳນໍ້າ.</verse>
				<verse number="7">ເມື່ອ​ເຮົາ​ທຳລາຍ​ເຈົ້າ​ນັ້ນ ເຮົາ​ຈະ​ອັດ​ຟ້າ​ສະຫວັນ​ໄວ້​ແລະ​ໃຫ້​ດວງດາວ​ມືດມົວໄປ. ຕາເວັນ​ຈະ​ລີ້​ຢູ່​ຫລັງ​ກ້ອນເມກ​ແລະ​ດວງຈັນ​ຈະ​ບໍ່​ສ່ອງແສງ.</verse>
				<verse number="8">ເຮົາ​ຈະ​ໃຫ້​ແສງ​ທັງໝົດ​ໃນ​ຟ້າ​ສະຫວັນ​ດັບ​ໄປ ແລະ​ໃຫ້​ປະເທດ​ຂອງ​ເຈົ້າ​ມືດມົນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="9">ຫລາຍ​ຊົນຊາດ​ຈະ​ເດືອດຮ້ອນ ເມື່ອ​ເຮົາ​ແຜ່​ຂ່າວ​ການທຳລາຍ​ເຈົ້າ ໄປ​ທົ່ວ​ບັນດາ​ປະເທດ​ທີ່​ເຈົ້າ​ບໍ່ເຄີຍ​ໄດ້ຍິນ.</verse>
				<verse number="10">ສິ່ງ​ທີ່​ເຮົາ​ກະທຳ​ກັບ​ເຈົ້າ​ນັ້ນ ຈະ​ເຮັດ​ໃຫ້​ຫລາຍ​ຊົນຊາດ​ສະດຸ້ງ​ຕົກໃຈ. ເມື່ອ​ເຮົາ​ແກວ່ງ​ດາບ​ຂອງເຮົາ​ກວາດ​ໄປມາ ກະສັດ​ທັງຫລາຍ​ຈະ​ຢ້ານກົວ​ຈົນ​ຕົວ​ສັ່ນ. ໃນ​ມື້​ທີ່​ເຈົ້າ​ລົ້ມລົງ​ນັ້ນ ພວກເຂົາ​ຈະ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ​ເພາະ​ຫ່ວງ​ຊີວິດ​ຕົນເອງ.</verse>
				<verse number="11">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ເຈົ້າ​ຈະ​ປະເຊີນ​ກັບ​ດາບ​ຂອງ​ກະສັດ​ແຫ່ງ​ບາບີໂລນ.</verse>
				<verse number="12">ເຮົາ​ຈະ​ປ່ອຍ​ໃຫ້​ທະຫານ​ຈາກ​ຊາດ​ຕ່າງໆ​ທີ່​ໂຫດຫ້ຽມ ຊັກ​ດາບ​ຂອງ​ພວກເຂົາ​ອອກ​ມາ​ຂ້າ​ປະຊາຊົນ​ຂອງເຈົ້າ. ປະຊາຊົນ​ທັງໝົດ​ແລະ​ທຸກສິ່ງ​ທີ່​ເຈົ້າ​ພູມໃຈ​ນຳ​ນັ້ນ​ຈະ​ຖືກ​ທຳລາຍ.</verse>
				<verse number="13">ເຮົາ​ຈະ​ຂ້າ​ຝູງງົວ​ຂອງເຈົ້າ​ຕາມ​ບ່ອນ​ທີ່​ມີ​ນໍ້າ​ທຸກ​ແຫ່ງ. ຈະ​ບໍ່ມີ​ຄົນ​ຫລື​ສັດ​ໃດໆ​ກວນ​ນໍ້າ​ໃຫ້​ຂຸ່ນ​ອີກ​ຕໍ່ໄປ.</verse>
				<verse number="14">ເຮົາ​ຈະ​ເຮັດ​ໃຫ້​ນໍ້າ​ຂອງເຈົ້າ​ນອນ​ລົງ​ຈົນ​ໄສ ແລະ​ໃຫ້​ແມ່ນໍ້າ​ທັງຫລາຍ​ໄຫລ​ຢ່າງ​ສະຫງົບ​ງຽບ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="15">ເມື່ອ​ເຮົາ​ໄດ້​ກະທຳ​ໃຫ້​ປະເທດ​ເອຢິບ​ເປັນ​ດິນແດນ​ຮົກຮ້າງ​ຫວ່າງເປົ່າ ແລະ​ທຳລາຍ​ທຸກຄົນ​ທີ່​ຢູ່​ໃນ​ທີ່ນັ້ນ​ແລ້ວ ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="16">ຄຳ​ຕັກເຕືອນ​ອັນ​ໜັກແໜ້ນ​ນີ້​ຈະ​ກາຍເປັນ​ເພງ​ອາໄລ​ອາວອນ. ພວກຜູ້ຍິງ​ຂອງ​ຊົນຊາດ​ທັງຫລາຍ​ຕ່າງ​ກໍ​ຈະ​ຮ້ອງເພງ​ນີ້ ໄວ້ທຸກ​ໃຫ້​ແກ່​ປະເທດ​ເອຢິບ​ແລະ​ປະຊາຊົນ​ທັງໝົດ​ໃນ​ປະເທດ.’ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”</verse>
				<verse number="17">ໃນ​ວັນ​ທີ​ສິບຫ້າ​ຂອງ​ເດືອນ​ທີ​ໜຶ່ງ ອັນ​ກົງ​ກັບ​ປີ​ທີ​ສິບສອງ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="18">“ມະນຸດ​ເອີຍ ຈົ່ງ​ໄວ້ທຸກ​ໃຫ້​ປະຊາຊົນ​ທັງໝົດ​ຂອງ​ປະເທດ​ເອຢິບ. ຈົ່ງ​ສົ່ງ​ພວກເຂົາ​ລົງ​ໄປ​ກັບ​ຊົນຊາດ​ອື່ນໆ​ທີ່​ມີ​ອຳນາດ​ສູ່​ແດນ​ມໍຣະນາ.</verse>
				<verse number="19">ຈົ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, ‘ເຈົ້າ​ຄິດວ່າ​ເຈົ້າ​ນັ້ນ​ງາມ​ຫລາຍ​ຊັ້ນບໍ? ງາມ​ລື່ນກວ່າ​ຄົນອື່ນໆ​ຫລືນີ້? ເຈົ້າ​ຈະ​ລົງ​ໄປ​ຍັງ​ແດນ​ມໍຣະນາ ນອນ​ຢູ່​ຫັ້ນ​ໃນ​ທ່າມກາງ​ຄົນ​ບໍ່​ນັບຖື​ພຣະເຈົ້າ.’</verse>
				<verse number="20">ປະຊາຊົນ​ເອຢິບ​ຈະ​ລົ້ມ​ລົງ​ນຳ​ພວກ​ທີ່​ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ. ດາບ​ມີ​ຕຽມພ້ອມ​ໄວ້​ແລ້ວ​ເພື່ອ​ຈະ​ຂ້າ​ພວກເຂົາ​ຖິ້ມ​ໝົດ.</verse>
				<verse number="21">ບັນດາ​ວິລະບູລຸດ​ຜູ້​ຍິ່ງໃຫຍ່ ແລະ​ພວກ​ທີ່​ໄດ້​ສູ້ຮົບ​ໃຫ້​ຝ່າຍ​ເອຢິບ ຍິນດີ​ຕ້ອນຮັບ​ຊາວ​ເອຢິບ​ລົງ​ໄປ​ສູ່​ແດນ​ມໍຣະນາ. ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, ‘ພວກ​ບໍ່​ນັບຖື​ພຣະເຈົ້າ​ທີ່​ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ​ລົງ​ມາ​ທີ່​ນີ້​ແລ້ວ ແລະ​ພວກເຂົາ​ກໍ​ນອນ​ຕາຍ​ຢູ່​ທີ່​ນີ້.’</verse>
				<verse number="22">ອັດຊີເຣຍ​ຢູ່​ໃນ​ທີ່ນັ້ນ ພ້ອມ​ທັງ​ມີ​ຂຸມຝັງສົບ​ຂອງ​ບັນດາ​ທະຫານ​ຂອງຕົນ​ອ້ອມຮອບ​ຢູ່. ພວກເຂົາ​ລ້ວນແຕ່​ຖືກ​ຂ້າ​ໃນ​ສະໜາມຮົບ</verse>
				<verse number="23">ແລະ​ຂຸມຝັງສົບ​ຂອງ​ພວກເຂົາ​ແມ່ນ​ຢູ່​ບ່ອນ​ເລິກ​ທີ່ສຸດ​ຂອງ​ແດນ​ມໍຣະນາ. ບັນດາ​ທະຫານ​ຂອງຕົນ​ກໍ​ລົ້ມ​ຕາຍ​ໃນ​ສະໜາມຮົບ ແລະ​ຂຸມຝັງສົບ​ຂອງ​ພວກເຂົາ​ກໍ​ອ້ອມຮອບ​ຂຸມຝັງສົບ​ຂອງ​ອັດຊີເຣຍ. ຄັ້ງໜຶ່ງ ພວກເຂົາ​ເປັນ​ທີ່​ສະທ້ານ​ຢ້ານກົວ​ຂອງ​ໂລກ​ຄົນ​ເປັນ.</verse>
				<verse number="24">ເອລາມ​ກໍ​ຢູ່​ທີ່​ນັ້ນ ພ້ອມ​ທັງ​ມີ​ຂຸມຝັງສົບ​ພວກ​ທະຫານ​ຂອງຕົນ​ອ້ອມຮອບ​ຢູ່. ພວກເຂົາ​ລ້ວນແຕ່​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ພວກເຂົາ​ໄດ້​ລົງ​ໄປ​ສູ່​ແດນ​ມໍຣະນາ​ໂດຍ​ບໍ່ໄດ້​ຮັບ​ພິທີຕັດ. ເມື່ອ​ຍັງ​ມີ​ຊີວິດ​ຢູ່ ພວກເຂົາ​ເຄີຍ​ກະຈາຍ​ຄວາມ​ຢ້ານກົວ​ອັນ​ໃຫຍ່; ແຕ່​ບັດນີ້ ພວກເຂົາ​ກໍ​ຕາຍ​ແລະ​ຖືກ​ຫຍໍ້ຫຍັນ.</verse>
				<verse number="25">ຊາວ​ເອລາມ​ນອນ​ຕາຍ​ຢູ່​ທ່າມກາງ​ພວກ​ທີ່​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ຂຸມຝັງສົບ​ຂອງ​ບັນດາ​ທະຫານ​ຂອງຕົນ​ກໍ​ອ້ອມຮອບ​ຕົນ​ຢູ່. ພວກເຂົາ​ລ້ວນແຕ່​ບໍ່ໄດ້​ຮັບ​ພິທີຕັດ ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ. ເວລາ​ຍັງ​ມີ​ຊີວິດ​ຢູ່​ນັ້ນ ພວກເຂົາ​ໄດ້​ແຜ່​ຄວາມ​ຢ້ານກົວ​ອັນ​ໃຫຍ່; ແຕ່​ບັດນີ້​ພວກເຂົາ​ກໍ​ນອນ​ຕາຍ​ແລະ​ຖືກ​ຫຍໍ້ຫຍັນ ໂດຍ​ຮ່ວມ​ຊາຕາກຳ​ກັບ​ພວກ​ທີ່​ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ.</verse>
				<verse number="26">ເມເຊັກ​ກັບ​ຕູບານ​ກໍ​ຢູ່​ທີ່​ນັ້ນ ພ້ອມທັງ​ມີ​ຂຸມຝັງສົບ​ຂອງ​ບັນດາ​ທະຫານ​ຂອງ​ພວກເຂົາ​ອ້ອມຮອບ​ຢູ່. ພວກເຂົາ​ລ້ວນແຕ່​ບໍ່ໄດ້​ຮັບ​ພິທີຕັດ ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ. ຄັ້ງໜຶ່ງ ພວກເຂົາ​ໄດ້​ເປັນ​ທີ່​ສະທ້ານ​ຢ້ານກົວ​ຂອງ​ໂລກ​ຄົນ​ເປັນ.</verse>
				<verse number="27">ພວກເຂົາ​ບໍ່ໄດ້​ຖືກ​ຝັງ​ຢ່າງ​ມີ​ກຽດ​ດັ່ງ​ບັນດາ​ວິລະບູລຸດ​ຂອງ​ພວກເຂົາ​ໃນ​ສະໄໝ​ກ່ອນກີ້ ຜູ້​ທີ່​ໄດ້​ລົງ​ໄປ​ສູ່​ແດນ​ມໍຣະນາ​ໂດຍ​ມີ​ອາວຸດ​ຕິດຕົວ​ຄົບຊຸດ ຄື​ດາບ​ຂອງ​ພວກເຂົາ​ຖືກ​ວາງ​ໄວ້​ທີ່​ກ້ອງ​ຫົວ ແລະ​ໂລ້​ຂອງ​ພວກເຂົາ ກໍ​ຖືກ​ວາງ​ໄວ້​ທີ່​ເທິງ​ຮ່າງກາຍ. ຄັ້ງໜຶ່ງ ວິລະບູລຸດ​ເຫຼົ່ານີ້​ໄດ້​ມີ​ອຳນາດ ພໍ​ທີ່​ຈະ​ເຮັດ​ໃຫ້​ໂລກ​ຄົນ​ເປັນ​ສະທ້ານ​ຢ້ານກົວ​ໄດ້.</verse>
				<verse number="28">ສະນັ້ນ ຊາວ​ເອຢິບ​ຈຶ່ງ​ຈະ​ນອນ​ຢູ່​ໃນ​ທ່າມກາງ​ພວກ​ທີ່​ບໍ່ໄດ້​ຮັບ​ພິທີຕັດ ຄື​ພວກ​ທີ່​ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ.</verse>
				<verse number="29">ເອໂດມ​ກໍ​ຢູ່​ທີ່​ນັ້ນ ພ້ອມ​ທັງ​ບັນດາ​ກະສັດ​ກັບ​ພວກ​ຜູ້ປົກຄອງ​ຂອງຕົນ. ພວກເຂົາ​ເຄີຍ​ເປັນ​ທະຫານ​ທີ່​ມີ​ອຳນາດ; ແຕ່​ບັດນີ້ ພວກເຂົາ​ນອນ​ຢູ່​ໃນ​ແດນ​ມໍຣະນາ​ກັບ​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ ຄື​ພວກ​ທີ່​ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ.</verse>
				<verse number="30">ບັນດາ​ກະສັດ​ທັງໝົດ​ທາງ​ທິດເໜືອ​ກໍ​ຢູ່​ທີ່​ນັ້ນ​ເຊັ່ນດຽວ​ກັນ​ກັບ​ຊາວ​ຊີໂດນ. ຄັ້ງໜຶ່ງ ອຳນາດ​ຂອງ​ພວກເຂົາ​ໄດ້​ກະຈາຍ​ຄວາມ​ຢ້ານກົວ​ອັນ​ໃຫຍ່; ແຕ່​ບັດນີ້ ພວກເຂົາ​ລົງ​ໄປ​ຢ່າງ​ອັບອາຍ​ຂາຍໜ້າ​ກັບ​ພວກ​ທີ່​ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ໄດ້​ນອນ​ພັກຜ່ອນ​ໂດຍ​ບໍ່ໄດ້​ຮັບ​ພິທີຕັດ. ພວກເຂົາ​ແບ່ງ​ຄວາມ​ອັບອາຍ​ຂາຍໜ້າ​ກັບ​ພວກ​ທີ່​ລົງ​ໄປ​ສູ່​ແດນ​ມໍຣະນາ​ນັ້ນ.</verse>
				<verse number="31">ກະສັດ​ແຫ່ງ​ເອຢິບ​ຈະ​ເຫັນ​ຄົນ​ເຫຼົ່ານີ້​ທີ່​ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ ແລ້ວ​ລາວ​ກໍ​ຈະ​ໄດ້​ຮັບ​ຄວາມ​ບັນເທົາໃຈ​ພ້ອມ​ກັບ​ກອງທັບ​ຂອງ​ລາວ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="32">ເຮົາ​ໄດ້​ບັນດານ​ໃຫ້​ກະສັດ​ແຫ່ງ​ເອຢິບ ເປັນ​ທີ່​ສະທ້ານ​ຢ້ານກົວ​ຂອງ​ຜູ້​ທີ່​ມີ​ຊີວິດ​ຢູ່ ແຕ່​ລາວ​ພ້ອມທັງ​ທະຫານ​ຂອງ​ລາວ​ຈະ​ຖືກ​ຂ້າ ແລະ​ນອນ​ພັກຜ່ອນ​ກັບ​ຄົນ​ທັງປວງ​ທີ່​ບໍ່ໄດ້​ຮັບ​ພິທີຕັດ ຄື​ຜູ້​ທີ່​ໄດ້​ຖືກ​ຂ້າ​ຢູ່​ໃນ​ສະໜາມຮົບ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
			</chapter>
			<chapter number="33">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="2">“ມະນຸດ​ເອີຍ ຈົ່ງ​ບອກ​ປະຊາຊົນ​ສິ່ງ​ທີ່​ຈະ​ເກີດຂຶ້ນ ເມື່ອ​ເຮົາ​ນຳ​ສົງຄາມ​ມາ​ສູ່​ປະເທດ​ໜຶ່ງ. ປະຊາຊົນ​ໃນ​ປະເທດ​ນັ້ນ​ກໍ​ແຕ່ງຕັ້ງ​ຄົນ​ໜຶ່ງ​ໃນ​ພວກເຂົາ​ໃຫ້​ເປັນ​ຄົນເຝົ້າຍາມ.</verse>
				<verse number="3">ເມື່ອ​ຄົນເຝົ້າຍາມ​ເຫັນ​ສັດຕູ​ມາ​ໃກ້ ລາວ​ຈະ​ເປົ່າແກ​ປຸກ​ເຕືອນ​ທຸກໆ​ຄົນ.</verse>
				<verse number="4">ຖ້າ​ຄົນ​ໜຶ່ງ​ໄດ້ຍິນ​ສຽງ​ແກ ແຕ່​ບໍ່​ເອົາໃຈໃສ່​ຕໍ່​ສຽງ​ປຸກ​ເຕືອນ ສັດຕູ​ກໍ​ຈະ​ມາ​ຂ້າ​ຄົນ​ນັ້ນ​ເສຍ ແລ້ວ​ລາວ​ກໍ​ຈະ​ຖືກ​ປະນາມ​ເພາະ​ການຕາຍ​ນັ້ນ.</verse>
				<verse number="5">ຄວາມຜິດ​ເປັນ​ຂອງ​ຜູ້​ທີ່​ຕາຍ​ນັ້ນ​ເອງ ເພາະ​ລາວ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ສຽງ​ປຸກ​ເຕືອນ. ຖ້າ​ເອົາໃຈໃສ່​ລາວ​ກໍ​ຈະ​ປົບໜີໄປ​ໄດ້.</verse>
				<verse number="6">ແຕ່​ຖ້າ​ຄົນເຝົ້າຍາມ​ເຫັນ​ສັດຕູ​ກຳລັງ​ມາ ແລະ​ບໍ່​ເປົ່າແກ​ປຸກ​ເຕືອນ ສັດຕູ​ກໍ​ຈະ​ມາ​ຂ້າ​ຄົນບາບ​ທັງຫລາຍ​ຖິ້ມ; ແລ້ວ​ເຮົາ​ກໍ​ຈະ​ຖື​ວ່າ ການຕາຍ​ນັ້ນ​ເປັນ​ຄວາມຜິດ​ຂອງ​ຜູ້ເຝົ້າຍາມ.</verse>
				<verse number="7">ບັດນີ້​ມະນຸດ​ເອີຍ ເຮົາ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ເຝົ້າຍາມ​ຊົນຊາດ​ອິດສະຣາເອນ. ເຈົ້າ​ຕ້ອງ​ນຳ​ຄຳ​ຕັກເຕືອນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ​ໄປ​ບອກ​ພວກເຂົາ.</verse>
				<verse number="8">ຖ້າ​ເຮົາ​ປະກາດ​ວ່າ​ຄົນຊົ່ວ​ຜູ້ໜຶ່ງ​ກຳລັງ​ຈະ​ຕາຍ ແຕ່​ເຈົ້າ​ບໍ່ໄດ້​ຕັກເຕືອນ​ລາວ​ໃຫ້​ປ່ຽນ​ທິດທາງ​ເພື່ອ​ຊ່ວຍ​ຊີວິດ​ຂອງຕົນ​ໄວ້; ແລ້ວ​ລາວ​ກໍ​ຈະ​ຕາຍ​ເສຍ​ທັງໆ​ທີ່​ຍັງ​ເປັນ​ຄົນ​ບາບ​ຢູ່; ເຮົາ​ຈະ​ຖື​ວ່າ​ການຕາຍ​ຂອງ​ຄົນ​ນັ້ນ ເປັນ​ຄວາມ​ຮັບຜິດຊອບ​ຂອງເຈົ້າ.</verse>
				<verse number="9">ຖ້າ​ເຈົ້າ​ຕັກເຕືອນ​ຄົນຊົ່ວ​ຜູ້ໜຶ່ງ ແລະ​ລາວ​ບໍ່​ເຊົາ​ເຮັດ​ບາບ ລາວ​ກໍ​ຈະ​ຕາຍ​ທັງໆ​ທີ່​ລາວ​ຍັງ​ເປັນ​ຄົນບາບ​ຢູ່, ແຕ່​ເຈົ້າ​ເອງ​ຈະ​ລອດຊີວິດ.”</verse>
				<verse number="10">“ມະນຸດ​ເອີຍ ຈົ່ງ​ກ່າວ​ຢໍ້າ​ສິ່ງ​ທີ່​ຊາວ​ອິດສະຣາເອນ​ກຳລັງ​ເວົ້າ, ‘ຜົນ​ບາບກຳ​ແລະ​ການກະທຳ​ຜິດ​ຂອງ​ພວກເຮົາ​ກໍ​ຢູ່​ເທິງ​ພວກເຮົາ. ພວກເຮົາ​ກຳລັງ​ເສື່ອມເສຍ​ໄປ. ເຮັດ​ແນວໃດ​ພວກເຮົາ​ຈຶ່ງ​ຈະ​ມີ​ຊີວິດ​ຢູ່​ໄດ້?’</verse>
				<verse number="11">ຈົ່ງ​ບອກ​ເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້ ເຮົາ​ຈະ​ບໍ່​ດີໃຈ​ເມື່ອ​ເຫັນ​ຄົນບາບ​ຜູ້ໜຶ່ງ​ຕາຍໄປ. ເຮົາ​ຈະ​ດີໃຈ​ຫລາຍກວ່າ​ເມື່ອ​ເຫັນ​ລາວ​ເຊົາ​ເຮັດ​ບາບ​ແລະ​ມີ​ຊີວິດ​ຢູ່. ຊາດ​ອິດສະຣາເອນ​ເອີຍ ຈົ່ງ​ເຊົາ​ເຮັດ​ການ​ຊົ່ວຮ້າຍ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່​ນັ້ນ​ສາ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ຕາຍ?’</verse>
				<verse number="12">ບັດນີ້​ມະນຸດ​ເອີຍ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ວ່າ, ‘ເມື່ອ​ຄົນດີ​ຜູ້ໜຶ່ງ​ເຮັດ​ບາບ ການດີ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ​ຈະ​ບໍ່​ຊ່ວຍ​ລາວ​ເລີຍ. ຖ້າ​ຄົນຊົ່ວ​ຜູ້ໜຶ່ງ​ເຊົາ​ເຮັດ​ຊົ່ວ ລາວ​ຈະ​ບໍ່ໄດ້​ຖືກ​ລົງໂທດ; ຖ້າ​ຄົນດີ​ຜູ້ໜຶ່ງ​ເລີ່ມ​ເຮັດ​ບາບ ຊີວິດ​ຂອງ​ລາວ​ຈະ​ບໍ່​ຖືກ​ຍົກເວັ້ນ.’</verse>
				<verse number="13">ເຮົາ​ອາດ​ສັນຍາ​ວ່າ​ຈະ​ໃຫ້​ຊີວິດ​ແກ່​ຄົນດີ​ຜູ້ໜຶ່ງ; ແຕ່​ຖ້າ​ລາວ​ເລີ່ມ​ຄິດວ່າ ການກະທຳ​ດີ​ຂອງ​ລາວ​ທີ່​ຜ່ານ​ມາ​ນັ້ນ​ພຽງພໍ​ແລ້ວ ແລະ​ເລີ່ມ​ເຮັດ​ບາບ ເຮົາ​ຈະ​ບໍ່​ລະນຶກເຖິງ​ການດີ​ໃດໆ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ. ລາວ​ຈະ​ຕ້ອງ​ຕາຍ​ເພາະ​ການບາບ​ຂອງ​ລາວ.</verse>
				<verse number="14">ເຮົາ​ອາດ​ຈະ​ຕັກເຕືອນ​ຄົນຊົ່ວ​ຜູ້ໜຶ່ງ​ວ່າ​ລາວ​ຈະ​ຕ້ອງ​ຕາຍ; ແຕ່​ຖ້າ​ລາວ​ເຊົາ​ເຮັດ​ບາບ​ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ແລະ​ດີງາມ</verse>
				<verse number="15">ຖ້າ​ລາວ​ຄືນ​ຂອງ​ຈຳນຳ​ໃຫ້​ແກ່​ລູກໜີ້ ຫລື​ສົ່ງ​ຂອງ​ທີ່​ຕົນ​ໄດ້​ລັກ​ມາ​ນັ້ນ; ຖ້າ​ລາວ​ເຊົາ​ເຮັດ​ບາບ​ແລະ​ປະພຶດ​ຕາມ​ກົດບັນຍັດ​ທັງຫລາຍ​ທີ່​ໃຫ້​ຊີວິດ ລາວ​ກໍ​ຈະ​ບໍ່​ຕາຍ ແຕ່​ຈະ​ມີ​ຊີວິດ.</verse>
				<verse number="16">ເຮົາ​ຈະ​ອະໄພ​ການບາບ​ທີ່​ລາວ​ໄດ້​ເຮັດ​ນັ້ນ ແລະ​ລາວ​ຈະ​ມີ​ຊີວິດ ເພາະ​ລາວ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ດີງາມ.</verse>
				<verse number="17">ແລ້ວ​ປະຊາຊົນ​ຂອງ​ພວກເຈົ້າ​ກໍ​ເວົ້າ​ວ່າ, ‘ທາງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ​ບໍ່​ຖືກຕ້ອງ’ ແຕ່​ແມ່ນ​ຄວາມປະພືດ​ຂອງ​ພວກເຂົາ​ນັ້ນ​ແຫຼະ​ທີ່​ບໍ່​ຖືກຕ້ອງ.</verse>
				<verse number="18">ເມື່ອ​ຄົນ​ຊອບທຳ​ຜູ້ໜຶ່ງ​ເຊົາ​ເຮັດ​ດີ​ແລະ​ເລີ່ມ​ເຮັດ​ຊົ່ວ ລາວ​ກໍ​ຈະ​ຕາຍ​ສຳລັບ​ການ​ນັ້ນ.</verse>
				<verse number="19">ເມື່ອ​ຄົນຊົ່ວ​ຜູ້ໜຶ່ງ​ເຊົາ​ເຮັດ​ຊົ່ວ ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ດີງາມ ລາວ​ກໍໄດ້​ຊ່ວຍ​ຊີວິດ​ລາວ.</verse>
				<verse number="20">ພວກເຈົ້າ​ເວົ້າ​ວ່າ, ‘ທາງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ​ບໍ່​ຖືກຕ້ອງ’ ແຕ່​ຊາດ​ອິດສະຣາເອນ​ເອີຍ ເຮົາ​ຈະ​ຕັດສິນ​ພວກເຈົ້າ​ຕາມ​ທີ່​ພວກເຈົ້າ​ກະທຳ.”</verse>
				<verse number="21">ໃນ​ວັນ​ທີ​ຫ້າ​ຂອງ​ເດືອນ​ທີ​ສິບ ອັນ​ກົງ​ກັບ​ປີ​ທີ​ສິບສອງ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ໄດ້​ປົບໜີ​ຈາກ​ນະຄອນ​ເຢຣູຊາເລັມ​ມາ​ບອກ​ຂ້າພະເຈົ້າ​ວ່າ, “ນະຄອນ​ເຢຣູຊາເລັມ​ແຕກ​ແລ້ວ.”</verse>
				<verse number="22">ໃນ​ຕອນຄໍ່າ​ກ່ອນ​ຊາຍ​ຄົນ​ນັ້ນ​ມາ​ເຖິງ ຂ້າພະເຈົ້າ​ຕົກ​ຢູ່​ພາຍໃຕ້​ອຳນາດ​ຂອງ​ພຣະເຈົ້າຢາເວ. ເມື່ອ​ຊາຍ​ຄົນ​ນັ້ນ​ມາຮອດ​ໃນ​ຕອນເຊົ້າ ພຣະອົງ​ຈຶ່ງ​ໄດ້​ໃຫ້​ຂ້າພະເຈົ້າ​ມີ​ຣິດ​ປາກເວົ້າ​ໄດ້​ອີກ.</verse>
				<verse number="23">ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="24">“ມະນຸດ​ເອີຍ ປະຊາຊົນ​ທີ່​ກຳລັງ​ອາໄສ​ຢູ່​ໃນ​ບັນດາ​ເມືອງ​ຮົກຮ້າງ​ເພພັງ ຂອງ​ດິນແດນ​ອິດສະຣາເອນ​ກຳລັງ​ເວົ້າ​ວ່າ, ‘ອັບຣາຮາມ​ພຽງ​ຄົນດຽວ ກໍ​ຍັງ​ໄດ້ຮັບ​ດິນແດນ. ພວກເຮົາ​ມີ​ຕັ້ງ​ຫລວງຫລາຍ ສະນັ້ນ ແນ່ນອນ​ດິນແດນ​ຈຶ່ງ​ເປັນ​ຂອງ​ພວກເຮົາ.’</verse>
				<verse number="25">ຈົ່ງ​ບອກ​ພວກເຂົາ​ເຖິງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ: ‘ພວກເຈົ້າ​ກິນ​ຊີ້ນ​ທີ່​ຍັງ​ມີ​ເລືອດ​ຢູ່. ພວກເຈົ້າ​ຂາບໄຫວ້​ບັນດາ​ຮູບເຄົາຣົບ. ພວກເຈົ້າ​ຂ້າ​ຄົນ. ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພວກເຈົ້າ​ຄິດວ່າ ດິນແດນ​ນັ້ນ​ເປັນ​ຂອງ​ພວກເຈົ້າ?</verse>
				<verse number="26">ພວກເຈົ້າ​ເພິ່ງ​ດາບ​ຂອງຕົນ. ການກະທຳ​ຂອງ​ພວກເຈົ້າ​ເປັນ​ທີ່​ໜ້າກຽດຊັງ. ທຸກຄົນ​ຫລີ້ນຊູ້​ສູ່ຜົວເມຍ​ເຂົາ. ແມ່ນຫຍັງ​ເຮັດ​ໃຫ້​ພວກເຈົ້າ​ຄິດວ່າ ດິນແດນ​ເປັນ​ຂອງ​ພວກເຈົ້າ?’</verse>
				<verse number="27">ຈົ່ງ​ບອກ​ພວກເຂົາ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ‘ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ຢ່າງ​ແນ່ແທ້ ປະຊາຊົນ​ທີ່​ກຳລັງ​ອາໄສ​ຢູ່​ໃນ​ເມືອງ​ທີ່​ຮົກຮ້າງ​ເພພັງ​ຈະ​ຖືກ​ຂ້າ. ພວກ​ທີ່​ຢູ່​ນອກ​ເມືອງ​ຈະ​ຖືກ​ສັດປ່າ​ກິນ. ພວກ​ທີ່​ລີ້​ຢູ່​ຕາມ​ພູ​ແລະ​ໃນ​ຖໍ້າ ຈະ​ຕາຍ​ຍ້ອນ​ການ​ເຈັບໄຂ້​ໄດ້ປ່ວຍ.</verse>
				<verse number="28">ເຮົາ​ຈະ​ເຮັດ​ໃຫ້​ປະເທດ​ຮົກຮ້າງ​ຫວ່າງເປົ່າ ແລະ​ອຳນາດ​ທີ່​ພວກເຂົາ​ແສນ​ພູມໃຈ​ນັ້ນ​ກໍ​ຈະ​ໝົດສິ້ນໄປ. ພູ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ​ຈະ​ເປັນ​ປ່າຮົກ ຈົນ​ບໍ່ມີ​ຜູ້ໃດ​ກ້າ​ທ່ອງທ່ຽວ​ຜ່ານ​ໄປ.</verse>
				<verse number="29">ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ເມື່ອ​ເຮົາ​ລົງໂທດ​ປະຊາຊົນ​ຍ້ອນ​ການບາບ​ຂອງ​ພວກເຂົາ ແລະ​ເຮັດ​ໃຫ້​ປະເທດ​ຮົກຮ້າງ​ຫວ່າງເປົ່າ.”’</verse>
				<verse number="30">“ມະນຸດ​ເອີຍ ປະຊາຊົນ​ຂອງ​ເຈົ້າ​ກຳລັງ​ເວົ້າ​ເຖິງ​ເຈົ້າ ເມື່ອ​ພວກເຂົາ​ມາ​ພົບ​ກັນ​ຕາມ​ກຳແພງ​ເມືອງ ຫລື​ທີ່​ປະຕູ​ເຮືອນ​ຂອງ​ພວກເຂົາ. ພວກເຂົາ​ເວົ້າ​ຕໍ່​ກັນແລະກັນ​ວ່າ, ‘ຈົ່ງ​ໄປ​ຟັງ​ຖ້ອຍຄຳ​ທີ່​ມາ​ຈາກ​ພຣະເຈົ້າຢາເວ​ດຽວ​ນີ້​ເຖີດ.’</verse>
				<verse number="31">ສະນັ້ນ ປະຊາຊົນ​ຂອງເຮົາ​ຈຶ່ງ​ຫລັ່ງໄຫລ​ກັນ​ມາ​ຟັງ​ສິ່ງ​ທີ່​ເຈົ້າ​ຕ້ອງ​ກ່າວ, ແຕ່​ພວກເຂົາ​ບໍ່ໄດ້​ເຮັດ​ຕາມ. ພວກເຂົາ​ຖື​ຄຳເວົ້າ​ຂອງເຈົ້າ​ນັ້ນ​ເປັນ​ດັ່ງ​ບົດເພງ​ງ່າຍໆ ແລະ​ພວກເຂົາ​ຍັງ​ສືບຕໍ່​ໂລບມາກ​ໂລພາ.</verse>
				<verse number="32">ສຳລັບ​ພວກເຂົາ​ແລ້ວ ເຈົ້າ​ນັ້ນ​ເປັນ​ດັ່ງ​ນັກຮ້ອງ​ແລະ​ນັກດົນຕຼີ ທີ່​ຮ້ອງເພງ​ຮັກ ຫລື​ດີດພິນ. ພວກເຂົາ​ຟັງ​ຄຳເວົ້າ​ຂອງເຈົ້າ​ທຸກ​ຄຳ; ແຕ່​ພວກເຂົາ​ບໍ່ໄດ້​ປະຕິບັດ​ຕາມ​ແມ່ນແຕ່​ຄຳດຽວ.</verse>
				<verse number="33">ແຕ່​ເມື່ອ​ທຸກ​ຖ້ອຍຄຳ​ຂອງເຈົ້າ​ກາຍເປັນຈິງ ຄື​ມັນ​ຈະ​ກາຍເປັນຈິງ​ແທ້ ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ມີ​ຜູ້ທຳນວາຍ​ຜູ້ໜຶ່ງ​ຢູ່​ໃນ​ທ່າມກາງ​ພວກເຂົາ.”</verse>
			</chapter>
			<chapter number="34">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="2">“ມະນຸດ​ເອີຍ ຈົ່ງ​ປະນາມ​ບັນດາ​ພວກ​ຜູ້ລ້ຽງແກະ​ຂອງ​ຊາດ​ອິດສະຣາເອນ. ຈົ່ງ​ປະກາດ​ສູ່​ພວກເຂົາ​ຟັງ ແລະ​ບອກ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ແກ່​ພວກເຂົາ​ດັ່ງນີ້: ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ຜູ້ລ້ຽງແກະ​ຂອງ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ດູແລ​ຕົນເອງ​ແຕ່​ບໍ່ໄດ້​ດູແລ​ຝູງແກະ​ເລີຍ.</verse>
				<verse number="3">ພວກເຈົ້າ​ດື່ມ​ນໍ້ານົມ, ນຸ່ງຫົ່ມ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຂົນແກະ ແລະ​ຂ້າ​ແກະ​ໂຕ​ດີທີ່ສຸດ​ກິນ, ແຕ່​ພວກເຈົ້າ​ບໍ່ເຄີຍ​ລ້ຽງ​ຝູງແກະ​ເລີຍ.</verse>
				<verse number="4">ພວກເຈົ້າ​ບໍ່ໄດ້​ດູແລ​ແກະ​ໂຕ​ທີ່​ຈ່ອຍຜອມ, ບໍ່ໄດ້​ປິ່ນປົວ​ໂຕ​ທີ່​ເຈັບໂຊ, ບໍ່ໄດ້​ພັນ​ບາດແຜ​ໃຫ້​ໂຕ​ທີ່​ຖືກ​ທຳຮ້າຍ, ບໍ່ໄດ້​ນຳ​ໂຕ​ທີ່​ຫລົງ​ຝູງ​ກັບຄືນ​ມາ, ຫລື​ບໍ່ໄດ້​ຊອກຫາ​ໂຕ​ທີ່​ຫລົງເສຍ​ໄປ. ແຕ່​ພວກເຈົ້າ​ພັດ​ເຮັດ​ກັບ​ພວກເຂົາ​ຢ່າງ​ໂຫດຮ້າຍ​ທາລຸນ.</verse>
				<verse number="5">ຍ້ອນ​ຝູງແກະ​ບໍ່ມີ​ຜູ້ລ້ຽງ ແກະ​ຈຶ່ງ​ໄດ້​ກະຈັດ​ກະຈາຍ​ໄປ ແລະ​ຝູງ​ສັດປ່າ​ກໍ​ມາ​ກັດ​ກິນ​ເສຍ.</verse>
				<verse number="6">ສະນັ້ນ ແກະ​ຂອງເຮົາ​ຈຶ່ງ​ຊັດເຊ​ພະເນຈອນ​ໄປ ຕາມ​ເນີນພູ​ແລະ​ຕາມ​ເທິງ​ພູເຂົາ​ຕ່າງໆ. ຝູງແກະ​ໄດ້​ກະຈັດ​ກະຈາຍ​ໄປ​ທົ່ວໂລກ ແລະ​ບໍ່ມີ​ຜູ້ໃດ​ຊອກ​ຄົ້ນຫາ​ຫລື​ສະແຫວງ​ຫາ​ເລີຍ.</verse>
				<verse number="7">ເພາະສະນັ້ນ ພວກເຈົ້າ​ຜູ້ລ້ຽງແກະ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ​ເທີ້ນ</verse>
				<verse number="8">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່​ຢ່າງ​ແນ່ແທ້​ສັນໃດ ພວກເຈົ້າ​ຄວນ​ເຊື່ອຟັງ​ເຮົາ​ສັນນັ້ນ. ແກະ​ຂອງເຮົາ​ໄດ້​ຖືກ​ສັດປ່າ​ກັດ​ກິນ​ເພາະ​ບໍ່ມີ​ຜູ້ລ້ຽງ. ບັນດາ​ຜູ້ລ້ຽງ​ຂອງເຮົາ​ບໍ່ໄດ້​ພະຍາຍາມ​ຊອກຫາ​ແກະ. ພວກເຂົາ​ລ້ຽງດູ​ຕົນເອງ​ແຕ່​ບໍ່ໄດ້​ລ້ຽງດູ​ແກະ.</verse>
				<verse number="9">ດັ່ງນັ້ນ ພວກເຈົ້າ​ຜູ້ລ້ຽງແກະ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ເທີ້ນ.</verse>
				<verse number="10">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ປະກາດ​ວ່າ, ເຮົາ​ເປັນ​ສັດຕູ​ຂອງ​ພວກເຈົ້າ. ເຮົາ​ຈະ​ເອົາ​ຝູງແກະ​ຂອງເຮົາ​ໜີໄປ​ຈາກ​ພວກເຈົ້າ ແລະ​ຈະ​ບໍ່​ຍອມ​ໃຫ້​ພວກເຈົ້າ​ເປັນ​ຜູ້ລ້ຽງ​ພວກເຂົາ​ອີກ​ຈັກເທື່ອ; ເຮົາ​ຈະ​ບໍ່​ໃຫ້​ພວກເຈົ້າ​ລ້ຽງ​ພວກເຈົ້າ​ເອງ​ອີກ​ຕໍ່ໄປ. ເຮົາ​ຈະ​ຊ່ວຍກູ້​ເອົາ​ແກະ​ຂອງເຮົາ​ໜີໄປ​ຈາກ​ພວກເຈົ້າ ແລະ​ບໍ່​ໃຫ້​ພວກເຈົ້າ​ກິນ​ພວກເຂົາ​ອີກ.</verse>
				<verse number="11">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ເຮົາ​ຈະ​ຊອກຫາ​ແລະ​ເບິ່ງແຍງ​ລ້ຽງດູ​ແກະ​ຂອງເຮົາ​ເອງ</verse>
				<verse number="12">ດັ່ງ​ຜູ້ລ້ຽງ​ເອົາໃຈໃສ່​ເຕົ້າໂຮມ​ແກະ​ທີ່​ໄດ້​ແຕກຝູງ​ໄປ​ນັ້ນ ມາ​ໂຮມເຂົ້າ​ກັນ​ອີກ​ສັນໃດ; ເຮົາ​ກໍ​ຈະ​ນຳ​ເອົາ​ແກະ​ທີ່​ໄດ້​ແຕກຝູງ​ໄປ ໃນ​ຍາມ​ອັນຕະລາຍ​ແລະ​ໃນ​ຍາມ​ອັນ​ມືດມົນ​ກັບຄືນ​ມາ​ຈາກ​ທຸກບ່ອນ​ສັນນັ້ນ.</verse>
				<verse number="13">ເຮົາ​ຈະ​ນຳ​ເອົາ​ພວກເຂົາ​ອອກ​ມາ​ຈາກ​ຕ່າງ​ປະເທດ, ເຕົ້າໂຮມ​ເຂົ້າກັນ ແລະ​ນຳ​ກັບຄືນ​ໄປ​ສູ່​ດິນແດນ​ຂອງ​ພວກ​ເຂົາເອງ. ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ໜ່ວຍ​ພູ​ແລະ​ລຳນໍ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ຈະ​ລ້ຽງດູ​ພວກເຂົາ​ຢູ່​ຕາມ​ທົ່ງຫຍ້າ​ອັນ​ຂຽວສົດ.</verse>
				<verse number="14">ເຮົາ​ຈະ​ປ່ອຍ​ໃຫ້​ພວກເຂົາ​ກິນ​ຫຍ້າ​ຕາມ​ຮ່ອມພູ​ທັງຫລາຍ ແລະ​ຕາມ​ທົ່ງຫຍ້າ​ຂຽວສົດ​ຕ່າງໆ​ໃນ​ດິນແດນ​ອິດສະຣາເອນ.</verse>
				<verse number="15">ເຮົາ​ຈະ​ເປັນ​ຜູ້ລ້ຽງແກະ​ຂອງ​ເຮົາເອງ ແລະ​ເຮົາ​ຈະ​ຊອກຫາ​ບ່ອນ​ໃຫ້​ພວກເຂົາ​ພັກຜ່ອນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="16">ເຮົາ​ຈະ​ຊອກຫາ​ແກະ​ໂຕ​ທີ່​ຫລົງເສຍ​ໄປ, ຈະ​ນຳ​ແກະ​ໂຕ​ທີ່​ຊັດເຊ​ພະເນຈອນ​ໄປ​ນັ້ນ​ກັບຄືນ​ມາ, ຈະ​ພັນ​ບາດແຜ​ໂຕ​ທີ່​ໄດ້​ຖືກ​ທຳຮ້າຍ ແລະ​ຈະ​ປິ່ນປົວ​ໂຕ​ທີ່​ເຈັບໂຊ, ແຕ່​ໂຕ​ໃດ​ທີ່​ຕຸ້ຍພີ​ດີ ແລະ​ແຂງແຮງ ເຮົາ​ຈະ​ທຳລາຍ ເພາະ​ເຮົາ​ເປັນ​ຜູ້ລ້ຽງ​ທີ່​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.</verse>
				<verse number="17">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ຝູງແກະ​ຂອງເຮົາ​ເອີຍ ບັດນີ້ ເຮົາ​ຈະ​ຕັດສິນ​ພວກເຈົ້າ​ແຕ່ລະຄົນ ແລະ​ຈະ​ແຍກ​ໂຕ​ດີ ແລະ​ໂຕ​ບໍ່​ດີ​ອອກ​ຈາກ​ກັນ ແຍກ​ໂຕ​ແກະ​ອອກ​ຈາກ​ຝູງແບ້.</verse>
				<verse number="18">ມີ​ບາງ​ໂຕ​ໃນ​ພວກເຈົ້າ​ຈະ​ບໍ່​ພໍໃຈ​ກິນ​ຫຍ້າ​ຢ່າງດີ​ທີ່ສຸດ; ພວກເຈົ້າ​ຢຽບຢໍ່າ​ຫຍ້າ​ທີ່​ຕົນ​ບໍ່​ກິນ ພວກເຈົ້າ​ດື່ມ​ນໍ້າໄສ ແລ້ວ​ກໍ​ກວນ​ນໍ້າ​ທີ່​ຍັງເຫລືອ​ໃຫ້​ຂຸ່ນ</verse>
				<verse number="19">ແກະ​ໂຕ​ອື່ນ​ຂອງເຮົາ​ຕ້ອງ​ກິນ​ຫຍ້າ​ທີ່​ພວກເຈົ້າ​ຢຽບຢໍ່າ ແລະ​ດື່ມ​ນໍ້າ​ທີ່​ພວກເຈົ້າ​ເຮັດ​ໃຫ້​ຂຸ່ນ.</verse>
				<verse number="20">ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, ເຮົາ​ຈະ​ຕັດສິນ​ພວກເຈົ້າ ຄື​ລະຫວ່າງ​ແກະ​ໂຕ​ແຂງແຮງ ແລະ​ໂຕ​ອ່ອນແຮງ.</verse>
				<verse number="21">ພວກເຈົ້າ​ໄດ້​ຊົນ​ແກະ​ໂຕ​ທີ່​ເຈັບໂຊ​ອອກ​ໄປ ແລະ​ໄລ່​ພວກເຂົາ​ໃຫ້​ອອກ​ໄປ​ຈາກ​ຝູງ.</verse>
				<verse number="22">ແຕ່​ເຮົາ​ຈະ​ຊ່ວຍກູ້​ເອົາ​ແກະ​ຂອງເຮົາ ແລະ​ຈະ​ບໍ່​ໃຫ້​ພວກເຂົາ​ຖືກ​ຂົ່ມເຫັງ​ອີກ​ຕໍ່ໄປ. ເຮົາ​ຈະ​ຕັດສິນ​ແກະ​ແຕ່ລະໂຕ​ຂອງເຮົາ ແລະ​ແຍກ​ໂຕດີ​ອອກ​ຈາກ​ໂຕ​ບໍ່​ດີ.</verse>
				<verse number="23">ເຮົາ​ຈະ​ມອບ​ກະສັດ​ຜູ້ໜຶ່ງ​ໃຫ້​ພວກເຂົາ ຄື​ດາວິດ​ຜູ້​ເປັນ​ຜູ້ຮັບໃຊ້​ຂອງເຮົາ ໃຫ້​ເປັນ​ຜູ້ລ້ຽງ​ແຕ່ຜູ້ດຽວ​ຂອງ​ພວກເຂົາ ແລະ​ລາວ​ຈະ​ເປັນ​ຜູ້ລ້ຽງ​ຂອງ​ພວກເຂົາ.</verse>
				<verse number="24">ເຮົາ​ຄື​ພຣະເຈົ້າຢາເວ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ກະສັດ​ດາວິດ​ຜູ້​ເປັນ​ຜູ້ຮັບໃຊ້​ຂອງເຮົາ​ຈະ​ເປັນ​ຜູ້ປົກຄອງ​ຂອງ​ພວກເຂົາ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="25">ເຮົາ​ຈະ​ເຮັດ​ພັນທະສັນຍາ​ປະກັນ​ຄວາມ​ປອດໄພ​ໃຫ້​ແກ່​ພວກເຂົາ. ເຮົາ​ຈະ​ກຳຈັດ​ສັດຮ້າຍ​ທັງໝົດ​ອອກ​ໄປ​ຈາກ​ດິນແດນ ເພື່ອ​ແກະ​ຂອງເຮົາ​ຈະ​ໄດ້​ຢູ່​ຢ່າງ​ປອດໄພ​ຕາມ​ທົ່ງນາ​ຫລື​ໃນ​ປ່າ.</verse>
				<verse number="26">ເຮົາ​ຈະ​ອວຍພອນ​ພວກເຂົາ​ແລະ​ອະນຸຍາດ​ໃຫ້​ພວກເຂົາ ຢູ່​ອ້ອມຮອບ​ເນີນພູ​ສັກສິດ​ຂອງເຮົາ. ໃນ​ທີ່ນັ້ນ ເຮົາ​ຈະ​ອວຍພອນ​ໃຫ້​ມີ​ນໍ້າ​ຝົນ​ຕາມ​ທີ່​ພວກເຂົາ​ຕ້ອງການ.</verse>
				<verse number="27">ຕົ້ນໄມ້​ຈະ​ເກີດ​ໝາກ, ທົ່ງນາ​ຈະ​ໃຫ້​ຜົນລະປູກ ແລະ​ທຸກຄົນ​ຈະ​ຢູ່​ຢ່າງ​ປອດໄພ​ໃນ​ດິນແດນ​ຂອງຕົນ. ເມື່ອ​ເຮົາ​ໄດ້​ປົດ​ໂສ້​ກັບ​ປົດປ່ອຍ​ປະຊາຊົນ​ຂອງເຮົາ​ອອກ​ຈາກ​ການ​ເປັນ​ທາດ​ແລ້ວ ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="28">ຊາດ​ອື່ນໆ​ທັງຫລາຍ​ຈະ​ບໍ່​ມາ​ປຸ້ນຈີ້​ພວກເຂົາ​ອີກ​ຕໍ່ໄປ ແລະ​ສັດປ່າ​ທັງຫລາຍ​ຈະ​ບໍ່​ກັດ​ກິນ​ພວກເຂົາ​ອີກ. ພວກເຂົາ​ຈະ​ຢູ່​ຢ່າງ​ປອດໄພ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຮັດ​ໃຫ້​ພວກເຂົາ​ສະທ້ານ​ຢ້ານກົວ.</verse>
				<verse number="29">ເຮົາ​ຈະ​ມອບ​ທົ່ງນາ​ອັນ​ອຸດົມສົມບູນ​ທັງຫລາຍ​ໃຫ້​ພວກເຂົາ ແລະ​ຈະ​ໃຫ້​ການອຶດຢາກ​ໃນ​ດິນແດນ​ສິ້ນສຸດໄປ. ຊົນຊາດ​ອື່ນໆ​ຈະ​ບໍ່​ດູໝິ່ນ​ປະໝາດ​ພວກເຂົາ​ອີກ​ຕໍ່ໄປ.</verse>
				<verse number="30">ທຸກຄົນ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ສະຖິດ​ກັບ​ພວກເຂົາ ແລະ​ພວກເຂົາ​ຄື​ຄອບຄົວ​ຊາດ​ອິດສະຣາເອນ​ເປັນ​ປະຊາຊົນ​ຂອງເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="31">ພວກເຈົ້າ​ຜູ້​ເປັນ​ຝູງແກະ​ຂອງເຮົາ​ເອີຍ ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
			</chapter>
			<chapter number="35">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="2">“ມະນຸດ​ເອີຍ ຈົ່ງ​ປະນາມ​ພູເຂົາ​ເອໂດມ ແລະ​ທຳນວາຍ​ຕໍ່ສູ້​ມັນ.</verse>
				<verse number="3">ຈົ່ງ​ບອກ​ປະຊາຊົນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: ພູເຂົາ​ຕ່າງໆ​ແຫ່ງ​ເອໂດມ​ເອີຍ ເຮົາ​ເປັນ​ສັດຕູ​ຂອງເຈົ້າ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ດິນແດນ​ເປົ່າປ່ຽວ​ຮົກຮ້າງ.</verse>
				<verse number="4">ເຮົາ​ຈະ​ປະປ່ອຍ​ໃຫ້​ເມືອງ​ຂອງ​ເຈົ້າ​ທັງຫລາຍ ກາຍເປັນ​ດິນແດນ​ທີ່​ເພພັງ​ແລະ​ຮ້າງເປົ່າ ແລະ​ດິນແດນ​ຂອງເຈົ້າ​ຈະ​ງຽບເຫງົາ​ເປົ່າປ່ຽວ ແລ້ວ​ເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="5">ເຈົ້າ​ເປັນ​ສັດຕູ​ສະເໝີ​ມາ​ຂອງ​ຊາດ​ອິດສະຣາເອນ ແລະ​ປ່ອຍ​ໃຫ້​ປະຊາຊົນ​ໃນ​ຊາດ​ນັ້ນ​ຖືກ​ຂ້າ​ໃນ​ຄາວ​ເກີດ​ໄພພິບັດ ຄື​ເວລາ​ທີ່​ພວກເຂົາ​ໄດ້​ຖືກ​ລົງໂທດ​ຄັ້ງ​ສຸດທ້າຍ​ເພາະ​ການບາບ​ຂອງ​ພວກເຂົາ.</verse>
				<verse number="6">ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ; ຄວາມຕາຍ​ແມ່ນ​ຊາຕາກຳ​ທີ່​ພວກເຈົ້າ​ປົບໜີໄປ​ບໍ່ໄດ້​ສັນນັ້ນ. ພວກເຈົ້າ​ມີ​ຄວາມຜິດ ໃນ​ຖານ​ຂ້າ​ຄົນ ແລະ​ການ​ຄາດຕະກຳ​ກໍ​ຈະ​ຕາມ​ສະໜອງ​ພວກເຈົ້າ.</verse>
				<verse number="7">ເຮົາ​ຈະ​ເຮັດ​ໃຫ້​ເນີນພູ​ຂອງ​ເອໂດມ​ຮ້າງເປົ່າ​ງຽບເຫງົາ ແລະ​ເຮົາ​ຈະ​ຂ້າ​ທຸກຄົນ​ທີ່​ທ່ອງທ່ຽວ​ຜ່ານ​ໄປມາ​ທາງ​ນັ້ນ.</verse>
				<verse number="8">ເຮົາ​ຈະ​ເຮັດ​ໃຫ້​ບັນດາ​ພູ​ຕ່າງໆ​ເຕັມ​ໄປ​ດ້ວຍ​ຊາກສົບ ຄື​ຜູ້​ທີ່​ຖືກ​ຂ້າ​ໃນ​ສະໜາມຮົບ​ກອງ​ເຕັງ​ກັນ​ເຕັມ​ເນີນພູ​ຕ່າງໆ​ແລະ​ຮ່ອມພູ.</verse>
				<verse number="9">ເຮົາ​ຈະ​ປະ​ໃຫ້​ເຈົ້າ​ເປົ່າປ່ຽວ​ຕະຫລອດໄປ ແລະ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ເຈົ້າ​ອີກ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="10">ເຈົ້າ​ໄດ້​ກ່າວ​ວ່າ​ຢູດາຍ​ແລະ​ອິດສະຣາເອນ​ເປັນ​ຂອງເຈົ້າ ຕະຫລອດ​ທັງ​ດິນແດນ​ຂອງ​ສອງ​ຊົນຊາດ​ນີ້ ແລະ​ຍັງ​ເວົ້າ​ວ່າ ເຈົ້າ​ເປັນ​ກຳມະສິດ​ເໜືອ​ພວກເຂົາ; ເຖິງ​ແມ່ນ​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ເປັນ​ພຣະເຈົ້າ​ຂອງ​ພວກເຂົາ​ກໍຕາມ.</verse>
				<verse number="11">ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ກ່າວ​ວ່າ ເຮົາ​ຊົງ​ພຣະຊົນຢູ່​ຢ່າງ​ແນ່ແທ້​ສັນໃດ; ເຮົາ​ຈະ​ຕອບຄືນ​ເຈົ້າ ຕໍ່​ສິ່ງ​ທີ່​ເຈົ້າ​ໄດ້​ໂກດຮ້າຍ, ອິດສາ​ບັງບຽດ ແລະ​ກຽດຊັງ​ປະຊາຊົນ​ຂອງເຮົາ​ສັນນັ້ນ. ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ກຳລັງ​ລົງໂທດ​ເຈົ້າ ກໍ​ເພາະ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ພວກເຂົາ​ນັ້ນ.</verse>
				<verse number="12">ແລ້ວ​ເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ​ໄດ້ຍິນ​ເຈົ້າ​ເວົ້າ​ຫຍໍ້ຫຍັນ ໃສ່​ພູ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ​ວ່າ ມັນ​ຮ້າງເປົ່າ​ທັງ​ຕົກ​ເປັນ​ຂອງ​ເຈົ້າ ເພື່ອ​ໃຫ້​ເຈົ້າ​ທຳລາຍ​ຖິ້ມ.</verse>
				<verse number="13">ເຮົາ​ໄດ້ຍິນ​ຄຳເວົ້າ​ໂອ້ອວດ​ອັນ​ປ່າເຖື່ອນ​ທີ່​ເຈົ້າ​ໄດ້​ກ່າວ​ຕໍ່ສູ້​ເຮົາ.</verse>
				<verse number="14">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຮ້າງເປົ່າ ຈົນ​ວ່າ​ທົ່ວ​ໂລກ​ຈະ​ຍິນດີ​ໃນ​ການ​ລົ້ມລົງ​ຂອງເຈົ້າ</verse>
				<verse number="15">ເໝືອນກັນ​ກັບ​ເຈົ້າ​ໄດ້​ຍິນດີ ເມື່ອ​ຊາດ​ອິດສະຣາເອນ​ຄື​ກຳມະສິດ​ຂອງເຮົາ​ໄດ້​ຖືກ​ໄພພິບັດ. ພູ​ຂອງ​ເສອີ​ຄື​ດິນແດນ​ທັງໝົດ​ຂອງ​ເອໂດມ​ຈະ​ຮ້າງເປົ່າ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
			</chapter>
			<chapter number="36">
				<verse number="1">ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ວ່າ, “ມະນຸດ​ເອີຍ ເຈົ້າ​ຈົ່ງ​ກ່າວ​ແກ່​ພູ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ ແລະ​ບອກ​ໃຫ້​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ</verse>
				<verse number="2">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້​ວ່າ: ເຫຼົ່າ​ສັດຕູ​ໄດ້​ສົມນໍ້າໜ້າ​ຊາດ​ອິດສະຣາເອນ​ໂດຍ​ເວົ້າ​ວ່າ, ‘ບັດນີ້ ທີ່ສູງ​ອັນເກົ່າແກ່​ຕ່າງໆ​ນັ້ນ​ເປັນ​ຂອງ​ພວກເຮົາ​ສາ​ແລ້ວ.’</verse>
				<verse number="3">ແລ້ວ​ເຈົ້າ​ຈົ່ງ​ປະກາດ ແລະ​ບອກ​ໃນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ. ເມື່ອ​ຊົນຊາດ​ໃກ້ຄຽງ​ທັງຫລາຍ​ໄດ້​ຢຶດ ແລະ​ປຸ້ນຈີ້​ພູ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ​ນັ້ນ ທຸກຄົນ​ໄດ້​ຫົວ​ເຍາະເຍີ້ຍ​ຊາດ​ອິດສະຣາເອນ.</verse>
				<verse number="4">ດັ່ງນັ້ນ ພູ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ເຖີດ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ: ພູເຂົາ​ຕ່າງໆ ແລະ​ເນີນພູ​ຕ່າງໆ, ຫ້ວຍນໍ້າ​ແລະ​ຮ່ອມພູ​ທັງຫຼາຍ ບ່ອນ​ທີ່​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເປົ່າປ່ຽວ ແລະ​ເມືອງ​ຮົກຮ້າງ​ຫວ່າງເປົ່າ​ທີ່​ຖືກ​ປຸ້ນ ແລະ​ຖືກ​ຫຍໍ້ຫຍັນ​ຈາກ​ທຸກ​ຊົນຊາດ​ທີ່​ຢູ່​ອ້ອມແອ້ມ.</verse>
				<verse number="5">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ອອກ​ໄປ ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮ້ອນແຮງ​ຕໍ່ສູ້​ຊົນຊາດ​ທີ່​ຢູ່​ອ້ອມແອ້ມ ແລະ​ສະເພາະ​ຢ່າງຍິ່ງ​ແລ້ວ​ຕໍ່ສູ້​ເອໂດມ. ດ້ວຍ​ຄວາມ​ຍິນດີ ແລະ​ການ​ຫຍໍ້ຫຍັນ ພວກເຂົາ​ໄດ້​ຢຶດຄອງ​ດິນແດນ​ແລະ​ໄດ້​ຄອບຄອງ​ທົ່ງຫຍ້າ​ໃນ​ດິນແດນ​ນັ້ນ.</verse>
				<verse number="6">ສະນັ້ນ ເຈົ້າ​ຈົ່ງ​ທຳນວາຍ​ແກ່​ດິນແດນ​ອິດສະຣາເອນ; ຈົ່ງ​ບອກ​ພູເຂົາ​ຕ່າງໆ, ເນີນພູ​ຕ່າງໆ, ຫ້ວຍນໍ້າ ແລະ​ຮ່ອມພູ​ທັງຫຼາຍ ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຫວງແຫນ ຍ້ອນ​ວິທີ​ທີ່​ຊົນຊາດ​ທັງຫລາຍ​ໄດ້​ດູໝິ່ນ​ປະໝາດ ແລະ​ເຮັດ​ໃຫ້​ພວກເຂົາ​ອັບອາຍ​ຂາຍໜ້າ.</verse>
				<verse number="7">ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ສັນຍາ​ຢ່າງ​ໜັກແໜ້ນ​ວ່າ ຊົນຊາດ​ທີ່​ອ້ອມແອ້ມ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ.</verse>
				<verse number="8">ແຕ່​ຕາມ​ເທິງ​ພູ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ ຕົ້ນໄມ້​ທັງຫລາຍ​ຈະ​ມີ​ໃບ​ອີກ ແລະ​ຈະ​ເກີດ​ໝາກ​ໃຫ້​ພວກເຈົ້າ ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ເອີຍ. ພວກເຈົ້າ​ຈະ​ໄດ້​ກັບຄືນ​ມາ​ສູ່​ເຮືອນ​ໃນ​ບໍ່​ຊ້າ​ນີ້.</verse>
				<verse number="9">ເຮົາ​ຢູ່​ຝ່າຍ​ເຈົ້າ​ແລະ​ເຮົາ​ຈະ​ເຮັດ​ໃຫ້​ແນ່ໃຈ​ວ່າ ດິນແດນ​ຂອງ​ພວກເຈົ້າ​ຈະ​ມີ​ການ​ຄາດ​ໄຖ ແລະ​ການ​ປູກຝັງ​ອີກ.</verse>
				<verse number="10">ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ຂອງເຈົ້າ​ເພີ່ມ​ຂຶ້ນ. ເຈົ້າ​ຈະ​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ ແລະ​ສ້າງ​ທຸກສິ່ງ​ທີ່​ໄດ້​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ​ນັ້ນ​ຂຶ້ນໃໝ່.</verse>
				<verse number="11">ເຮົາ​ຈະ​ໃຫ້​ປະຊາຊົນ ແລະ​ຝູງສັດ​ເພີ່ມ​ຂຶ້ນ​ຈຳນວນ​ຫລວງຫລາຍ. ພວກເຈົ້າ​ຈະ​ມີ​ຄົນ​ຫລາຍກວ່າ​ແຕ່​ກ່ອນ ແລະ​ພວກເຈົ້າ​ກໍ​ຈະ​ມີ​ລູກ​ຫລາຍ​ຄົນ. ເຮົາ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ທີ່​ນັ້ນ ດັ່ງ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຢູ່​ມາ​ກ່ອນ ແລະ​ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ຫລາຍກວ່າ​ເກົ່າ​ອີກ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="12">ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ເອີຍ ເຮົາ​ຈະ​ນຳ​ພວກເຈົ້າ​ກັບ​ມາ​ສູ່​ດິນແດນ​ອີກ. ດິນແດນ​ນີ້​ຈະ​ເປັນ​ຂອງ​ພວກເຈົ້າ​ເອງ ແລະ​ຈະ​ບໍ່​ປ່ອຍ​ໃຫ້​ລູກ​ຂອງ​ພວກເຈົ້າ​ອຶດ​ຕາຍ​ອີກ​ຈັກເທື່ອ.</verse>
				<verse number="13">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ມັນ​ເປັນ​ຄວາມຈິງ​ທີ່​ປະຊາຊົນ​ເອີ້ນ​ດິນແດນ​ນັ້ນ​ເປັນ​ມະນຸດ​ກິນ​ຄົນ ແລະ​ພວກເຂົາ​ເວົ້າ​ວ່າ, ມັນ​ປຸ້ນ​ກິນ​ຊາດ​ທີ່​ເປັນ​ຂອງ​ລູກ​ພວກຕົນ.</verse>
				<verse number="14">ແຕ່​ຕໍ່​ນີ້​ໄປ ດິນແດນ​ຈະ​ບໍ່​ກິນ​ພົນລະເມືອງ​ຂອງຕົນ​ອີກ​ຕໍ່ໄປ ຄື​ຜູ້​ທີ່​ປຸ້ນ​ເອົາ​ບັນດາ​ເດັກນ້ອຍ​ໄປ​ຈາກ​ຊາດ​ຂອງຕົນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="15">ດິນແດນ​ຈະ​ບໍ່​ຟັງ​ສຽງ​ຊົນຊາດ​ທັງຫລາຍ​ທີ່​ຫຍໍ້ຫຍັນ ຫລື​ເຫັນ​ປະຊາຊົນ​ທັງປວງ​ຫົວ​ເຍາະເຍີ້ຍ​ໃສ່​ຕົນ​ອີກ​ຕໍ່ໄປ. ດິນແດນ​ຈະ​ບໍ່​ສັງຫານ​ພວກ​ເດັກນ້ອຍ​ຂອງຕົນ​ອີກ​ຕໍ່ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="16">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="17">“ມະນຸດ​ເອີຍ ເມື່ອ​ຊາວ​ອິດສະຣາເອນ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ແລ້ວ ຄວາມ​ປະພຶດ ແລະ​ການກະທຳ​ຂອງ​ພວກເຂົາ​ກໍ​ຍັງ​ເປັນ​ມົນທິນ​ຢູ່. ສຳລັບ​ເຮົາ​ແລ້ວ ຄວາມ​ປະພຶດ​ຂອງ​ພວກເຂົາ​ຍັງ​ເປັນ​ມົນທິນ ເໝືອນ​ຜູ້ຍິງ​ເປັນ​ປະຈຳເດືອນ.</verse>
				<verse number="18">ພວກເຂົາ​ໄດ້​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ ໂດຍ​ການ​ຄາດຕະກຳ​ຕ່າງໆ ຊຶ່ງ​ພວກເຂົາ​ໄດ້​ກໍ່​ຂຶ້ນ ແລະ​ໂດຍ​ການຂາບໄຫວ້​ຮູບເຄົາຣົບ​ອັນ​ໜ້າກຽດຊັງ. ສະນັ້ນ ເຮົາ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ.</verse>
				<verse number="19">ເຮົາ​ໄດ້​ກ່າວໂທດ​ພວກເຂົາ ເຖິງ​ການ​ດຳເນີນ​ຊີວິດ ແລະ​ຄວາມ​ປະພຶດ​ຂອງ​ພວກເຂົາ ແລະ​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ ໃນ​ທ່າມກາງ​ຊາວ​ຕ່າງຊາດ​ທັງຫລາຍ.</verse>
				<verse number="20">ເມື່ອ​ພວກເຂົາ​ໄດ້​ໄປ​ຢູ່​ທີ່ໃດ ພວກເຂົາ​ກໍໄດ້​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ນາມ​ອັນ​ບໍຣິສຸດ​ຂອງເຮົາ​ທີ່ນັ້ນ ຍ້ອນ​ຄົນ​ໄດ້​ເວົ້າ​ວ່າ, ‘ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ເຫຼົ່ານີ້​ຕ້ອງ​ປົບໜີ​ແຕ່​ດິນແດນ ທີ່​ພຣະເຈົ້າ​ຂອງ​ພວກເຂົາ​ເອງ​ໄດ້​ມອບ​ໃຫ້.’</verse>
				<verse number="21">ການ​ເວົ້າ​ເຊັ່ນນີ້​ໄດ້​ເຮັດ​ໃຫ້​ເຮົາ​ເປັນຫ່ວງ​ນຳ​ນາມ​ອັນ​ບໍຣິສຸດ​ຂອງເຮົາ ເນື່ອງ​ຈາກ​ວ່າ​ຊາວ​ອິດສະຣາເອນ​ໄດ້​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ນາມ​ຂອງເຮົາ ໃນ​ທຸກບ່ອນ​ທີ່​ພວກເຂົາ​ໄດ້​ໄປ.</verse>
				<verse number="22">ເພາະສະນັ້ນ ເຈົ້າ​ຈົ່ງ​ມອບ​ຖ້ອຍຄຳ​ໃຫ້​ຊາວ​ອິດສະຣາເອນ​ວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້​ວ່າ, ‘ຊາວ​ອິດສະຣາເອນ​ເອີຍ ສິ່ງ​ທີ່​ເຮົາ​ກຳລັງ​ຈະ​ເຮັດ​ນີ້​ບໍ່ແມ່ນ​ເຫັນ​ແກ່​ພວກເຈົ້າ; ແຕ່​ເພື່ອ​ເຫັນ​ແກ່​ນາມ​ອັນ​ບໍຣິສຸດ​ຂອງເຮົາ ຊຶ່ງ​ພວກເຈົ້າ​ໄດ້​ດູຖູກ​ໃນ​ທຸກ​ປະເທດ​ທີ່​ພວກເຈົ້າ​ໄດ້​ໄປ​ນັ້ນ.</verse>
				<verse number="23">ເມື່ອ​ເຮົາ​ສຳແດງ​ໃຫ້​ຊົນຊາດ​ທັງຫລາຍ ເຫັນ​ຄວາມ​ສັກສິດ​ຂອງ​ນາມ​ອັນ​ຍິ່ງໃຫຍ່​ຂອງເຮົາ​ແລ້ວ ຄື​ນາມ​ທີ່​ພວກເຈົ້າ​ໄດ້​ດູຖູກ​ໃນ​ທ່າມກາງ​ພວກເຂົາ; ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ດັ່ງນີ້ແຫຼະ. ເຮົາ​ຈະ​ໃຊ້​ພວກເຈົ້າ​ເພື່ອ​ສະແດງ​ຕໍ່ໜ້າ​ຊົນຊາດ​ທັງຫລາຍ​ຮູ້ວ່າ​ເຮົາ​ບໍຣິສຸດ.</verse>
				<verse number="24">ເຮົາ​ຈະ​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ທຸກໆ​ຊົນຊາດ ແລະ​ທຸກໆ​ປະເທດ ເພື່ອ​ນຳພາ​ພວກເຈົ້າ​ມາ​ສູ່​ດິນແດນ​ຂອງ​ພວກເຈົ້າ​ເອງ.</verse>
				<verse number="25">ເຮົາ​ຈະ​ເອົາ​ນໍ້າ​ສະອາດ​ຫົດສົງ​ພວກເຈົ້າ​ໃຫ້​ພົ້ນ​ມົນທິນ​ທັງໝົດ ອັນ​ເນື່ອງ​ມາ​ຈາກ​ການຂາບໄຫວ້​ຮູບເຄົາຣົບ.</verse>
				<verse number="26">ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຄວາມຄິດ ແລະ​ຈິດໃຈ​ໃໝ່. ເຮົາ​ຈະ​ເອົາ​ຈິດໃຈ​ດື້ດ້ານ​ທີ່​ແຂງ​ດັ່ງ​ຫີນ​ໜີໄປ ແລະ​ຈະ​ເອົາ​ຈິດໃຈ​ເປັນ​ເນື້ອໜັງ​ທີ່​ເຊື່ອຟັງ​ໃຫ້​ພວກເຈົ້າ.</verse>
				<verse number="27">ເຮົາ​ຈະ​ເອົາ​ຈິດວິນຍານ​ຂອງເຮົາ​ໃສ່​ໃຫ້​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ປະຕິບັດ​ຕາມ​ກົດບັນຍັດ​ຕ່າງໆ ພ້ອມທັງ​ຂໍ້ຄຳສັ່ງ​ທັງໝົດ​ຂອງເຮົາ ທີ່​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ນັ້ນ.</verse>
				<verse number="28">ແລ້ວ​ພວກເຈົ້າ​ກໍ​ຈະ​ອາໄສ​ຢູ່​ໃນ​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="29">ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ມົນທິນ​ທັງໝົດ​ຂອງ​ພວກເຈົ້າ. ເຮົາ​ຈະ​ສັ່ງ​ໃຫ້​ມີ​ເຂົ້າ​ຢ່າງ​ອຸດົມສົມບູນ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່ໄດ້​ອຶດຢາກ​ອີກ​ຈັກເທື່ອ.</verse>
				<verse number="30">ເຮົາ​ຈະ​ເຮັດ​ໃຫ້​ຕົ້ນໄມ້ ແລະ​ທົ່ງນາ​ຂອງ​ພວກເຈົ້າ​ເກີດຜົນ​ຫລາຍ ເພື່ອ​ວ່າ​ການອຶດຢາກ​ຈະ​ບໍ່​ເກີດຂຶ້ນ​ອີກ​ຕໍ່ໄປ ອັນ​ເປັນ​ການ​ອັບອາຍ​ຂາຍໜ້າ​ໃຫ້​ແກ່​ພວກເຈົ້າ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ.</verse>
				<verse number="31">ພວກເຈົ້າ​ຈະ​ຈົດຈຳ​ຄວາມ​ປະພຶດ​ຊົ່ວ ແລະ​ການ​ເຮັດ​ຜິດ​ຕ່າງໆ ທີ່​ພວກເຈົ້າ​ໄດ້​ກະທຳ ແລະ​ພວກເຈົ້າ​ຈະ​ເບື່ອໜ່າຍ​ຕົນເອງ ເພາະ​ການບາບ​ແລະ​ການ​ອະທຳ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.</verse>
				<verse number="32">ຊາດ​ອິດສະຣາເອນ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້ວ່າ​ເຮົາ​ບໍ່ໄດ້​ເຮັດ​ສິ່ງ​ທັງໝົດ​ນີ້ ເພາະ​ເຫັນ​ແກ່​ພວກເຈົ້າ. ເຮົາ​ຢາກ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ຍ້ອນ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່.’ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="33">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ‘ເມື່ອ​ເຮົາ​ຊຳລະ​ພວກເຈົ້າ​ໃຫ້​ສະອາດ​ຈາກ​ທຸກ​ການບາບ​ຂອງ​ພວກເຈົ້າ​ແລ້ວ ເຮົາ​ກໍ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ຕາມ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ​ອີກ ແລະ​ອະນຸຍາດ​ໃຫ້​ພວກເຈົ້າ​ສ້າງ​ສິ່ງ​ທີ່​ຮົກຮ້າງ​ເພພັງ​ນັ້ນ​ຂຶ້ນ​ໃໝ່.</verse>
				<verse number="34">ສ່ວນ​ທົ່ງນາ​ຂອງ​ພວກເຈົ້າ​ທີ່​ທຸກຄົນ​ເຄີຍ​ຍ່າງ​ຜ່ານ​ໄປມາ ແລະ​ເຫັນ​ມັນ​ຮົກ​ເຕັມ​ໄປ​ດ້ວຍ​ຫຍ້າ ແລະ​ເປັນ​ປ່າ​ນັ້ນ ເຮົາ​ຈະ​ໃຫ້​ພວກເຈົ້າ​ປູກຝັງ​ໃສ່​ທີ່​ນັ້ນ​ອີກ.</verse>
				<verse number="35">ທຸກໆຄົນ​ຈະ​ເວົ້າ​ເຖິງ​ດິນແດນ​ນີ້ ຊຶ່ງ​ຄັ້ງໜຶ່ງ ເຄີຍ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ; ແຕ່​ບັດນີ້ ກາຍເປັນ​ດັ່ງ​ສວນ​ເອເດນ; ສ່ວນ​ເມືອງ​ຕ່າງໆ​ທີ່​ໄດ້​ຖືກ​ພັງ​ທະລາຍ, ຖືກ​ປຸ້ນຈີ້ ແລະ​ຖືກ​ປ່ອຍປະ​ໃຫ້​ຮົກຮ້າງ​ເພພັງ​ນັ້ນ ບັດນີ້ ກໍ​ມີ​ຄົນ​ຢູ່​ອາໄສ​ແລະ​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ.</verse>
				<verse number="36">ແລ້ວ​ຊົນຊາດ​ໃກ້ຄຽງ​ທັງຫລາຍ​ທີ່​ລອດຊີວິດ​ມາ​ໄດ້ ກໍ​ຈະ​ໄດ້​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ຜູ້​ທີ່​ສ້າງ​ເມືອງ​ຮົກຮ້າງ​ເພພັງ​ນັ້ນ​ຂຶ້ນ​ໃໝ່ ແລະ​ປູກ​ພືດ​ໃສ່​ທົ່ງນາ​ອັນ​ຮົກຮ້າງ​ເຫຼົ່ານີ້. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ​ເຮົາ​ຈະ​ເຮັດ​ສິ່ງ​ນີ້ ແລະ​ເຮົາ​ຈະ​ເຮັດ​ແທ້.’</verse>
				<verse number="37">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ‘ອີກ​ຄັ້ງ​ໜຶ່ງ ເຮົາ​ຈະ​ໃຫ້​ຊາວ​ອິດສະຣາເອນ ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ເຮົາ; ແລະ​ເຮົາ​ຈະ​ໃຫ້​ພວກເຂົາ​ເພີ່ມ​ຂຶ້ນ​ເປັນ​ຈຳນວນພົນ​ອັນ​ຫລວງຫລາຍ ດັ່ງ​ຝູງແກະ.</verse>
				<verse number="38">ເມືອງ​ຕ່າງໆ​ທີ່​ຮົກຮ້າງ​ເພພັງ​ໃນ​ປັດຈຸບັນ​ນີ້ ກໍ​ຈະ​ມີ​ຄົນ​ຢູ່​ເຕັມ​ດັ່ງ​ນະຄອນ​ເຢຣູຊາເລັມ ຊຶ່ງ​ຄັ້ງໜຶ່ງ ມີ​ແກະ​ຢ່າງ​ຫລວງຫລາຍ ເພື່ອ​ໃຊ້​ຖວາຍ​ເປັນ​ເຄື່ອງ​ບູຊາ​ໃນ​ຍາມ​ເທດສະການ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”’</verse>
			</chapter>
			<chapter number="37">
				<verse number="1">ຂ້າພະເຈົ້າ​ໄດ້​ຕົກ​ຢູ່​ພາຍໃຕ້​ຣິດເດດ​ຂອງ​ພຣະເຈົ້າຢາເວ ແລະ​ວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ນຳ​ຂ້າພະເຈົ້າ​ລົງ​ໄປ​ໃນ​ຮ່ອມພູ​ແຫ່ງ​ໜຶ່ງ ຊຶ່ງ​ມີ​ກະດູກ​ເຕັມ​ໄປ​ໝົດ.</verse>
				<verse number="2">ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ທົ່ວ​ບໍລິເວນ​ຮ່ອມພູ ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ວ່າ​ຢູ່​ໃນ​ທີ່ນັ້ນ​ມີ​ກະດູກ​ຢ່າງ​ຫລວງຫລາຍ ເປັນ​ກະດູກ​ຫລ້ອນ​ທີ່​ແຫ້ງ​ຫຼາຍ.</verse>
				<verse number="3">ພຣະອົງ​ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ກະດູກ​ເຫຼົ່ານີ້​ຄືນ​ມີ​ຊີວິດ​ໄດ້​ອີກ​ບໍ?” ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ພຣະອົງ​ເທົ່ານັ້ນ​ທີ່​ຕອບ​ຄຳຖາມ​ນີ້​ໄດ້.”</verse>
				<verse number="4">ພຣະອົງ​ໄດ້​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ປະກາດ​ພຣະທຳ​ໃຫ້​ກະດູກ​ແຫ້ງ​ທັງຫລາຍ​ນີ້ ແລະ​ກ່າວ​ຕໍ່​ພວກເຂົາ​ວ່າ: ໂອ ກະດູກ​ແຫ້ງ​ທັງຫຼາຍ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="5">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ແກ່​ພວກ​ກະດູກ​ນີ້​ວ່າ, ‘ເຮົາ​ຈະ​ເອົາ​ລົມຫາຍໃຈ​ເຂົ້າ​ໄປ​ໃນ​ພວກເຈົ້າ ແລະ​ນຳ​ພວກເຈົ້າ​ໃຫ້​ຄືນ​ມີ​ຊີວິດ​ອີກ.</verse>
				<verse number="6">ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ເສັ້ນເອັນ​ກັບ​ກ້ອນຊີ້ນ ແລະ​ມີ​ໜັງ​ຫຸ້ມຫໍ່​ພວກເຈົ້າ​ໄວ້. ເຮົາ​ຈະ​ເອົາ​ລົມຫາຍໃຈ​ເຂົ້າ​ໄປ​ໃນ​ພວກເຈົ້າ ແລະ​ນຳ​ພວກເຈົ້າ​ໃຫ້​ຄືນ​ມີ​ຊີວິດ​ອີກ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”’</verse>
				<verse number="7">ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ປະກາດ​ພຣະທຳ​ຕາມ​ຄຳສັ່ງ​ນັ້ນ. ໃນ​ຂະນະທີ່​ກຳລັງ​ກ່າວ​ຢູ່​ນັ້ນ ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ກຸກກິກ ແລະ​ກະດູກ​ທັງຫລາຍ​ກໍ​ເລີ່ມ​ເຊື່ອມ​ເຂົ້າກັນ.</verse>
				<verse number="8">ໃນ​ຂະນະທີ່​ຂ້າພະເຈົ້າ​ໄດ້​ເຝົ້າເບິ່ງ​ຢູ່ນັ້ນ ເສັ້ນເອັນ​ແລະ​ກ້ອນຊີ້ນ​ກໍ​ຕິດ​ເຂົ້າ​ກັບ​ກະດູກ ແລະ​ມີ​ໜັງ​ຫຸ້ມ​ໄວ້. ແຕ່​ຮ່າງກາຍ​ຍັງ​ບໍ່ທັນ​ມີ​ລົມຫາຍໃຈ​ເທື່ອ.</verse>
				<verse number="9">ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ປະກາດ​ພຣະທຳ​ຕໍ່​ລົມ. ຈົ່ງ​ບອກ​ລົມ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ສັ່ງ​ວ່າ ຈົ່ງ​ມາ​ຈາກ​ທິດ​ທັງສີ່ ແລະ​ຈົ່ງ​ພັດ​ເຂົ້າ​ໄປ​ເປັນ​ລົມຫາຍໃຈ​ຢູ່​ໃນ​ຄົນ​ທີ່​ຖືກຂ້າ​ເຫຼົ່ານີ້ ເພື່ອ​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່.”’</verse>
				<verse number="10">ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ປະກາດ​ພຣະທຳ​ຕາມ​ທີ່​ພຣະອົງ​ໄດ້​ບອກ. ລົມຫາຍໃຈ​ໄດ້​ເຂົ້າ​ໄປ​ໃນ​ພວກເຂົາ ແລະ​ພວກເຂົາ​ໄດ້​ມີ​ຊີວິດ​ຢູ່ ແລະ​ໄດ້​ພ້ອມກັນ​ຢືນ​ຂຶ້ນ. ພວກເຂົາ​ມີ​ຫລວງຫລາຍ​ທີ່ສຸດ ຈົນ​ລວມກັນ​ເປັນ​ກອງທັບ​ໜຶ່ງ​ໄດ້.</verse>
				<verse number="11">ແລ້ວ​ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ປະຊາຊົນ​ອິດສະຣາເອນ​ກໍ​ເປັນ​ດັ່ງ​ກະດູກ​ເຫຼົ່ານີ້​ແຫຼະ. ພວກເຂົາ​ເວົ້າ​ວ່າ, ຕົນເອງ​ແຫ້ງແລ້ງ, ໄຮ້​ຄວາມຫວັງ ແລະ​ບໍ່ມີ​ອະນາຄົດ.</verse>
				<verse number="12">ສະນັ້ນ ເຈົ້າ​ຈົ່ງ​ປະກາດ​ພຣະທຳ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ​ຂອງເຮົາ ແລະ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ເຮົາ​ກຳລັງ​ໄຂ​ຂຸມຝັງສົບ​ຂອງ​ພວກເຂົາ​ອອກ. ເຮົາ​ກຳລັງ​ຈະ​ເອົາ​ພວກເຂົາ​ອອກ​ມາ ແລະ​ນຳ​ກັບຄືນ​ໄປ​ສູ່​ດິນແດນ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="13">ເມື່ອ​ເຮົາ​ໄຂ​ຂຸມ​ບ່ອນ​ທີ່​ປະຊາຊົນ​ຂອງເຮົາ​ຖືກ​ຝັງ​ໄວ້​ນັ້ນ ແລະ​ນຳ​ພວກເຂົາ​ອອກ​ມາ​ແລ້ວ ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="14">ເຮົາ​ຈະ​ເປົ່າ​ລົມຫາຍໃຈ​ເຂົ້າ​ໄປ​ໃນ​ພວກເຂົາ ເພື່ອ​ຈະ​ນຳ​ພວກເຂົາ​ໃຫ້​ຄືນ​ມີ​ຊີວິດ​ອີກ ແລະ​ເຮົາ​ຈະ​ໃຫ້​ພວກເຂົາ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ຕົນເອງ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ. ເຮົາ​ຈະ​ເຮັດ​ຕາມ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ນັ້ນ​ແທ້ໆ.’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.”</verse>
				<verse number="15">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວ​ວ່າ,</verse>
				<verse number="16">“ມະນຸດ​ເອີຍ ຈົ່ງ​ເອົາ​ໄມ້​ທ່ອນ​ໜຶ່ງ​ມາ ແລະ​ຂຽນ​ໃສ່​ນັ້ນ​ວ່າ, ‘ອານາຈັກ​ຢູດາຍ.’ ແລ້ວ​ເອົາ​ໄມ້​ອີກ​ທ່ອນ​ໜຶ່ງ​ມາ ແລະ​ຂຽນ​ໃສ່​ນັ້ນ​ວ່າ, ‘ອານາຈັກ​ອິດສະຣາເອນ.’</verse>
				<verse number="17">ແລ້ວ​ຈົ່ງ​ກຳ​ໄມ້​ທັງສອງ​ທ່ອນ​ນັ້ນ​ຕໍ່​ໃສ່​ກັນ​ໃຫ້​ເບິ່ງ​ເປັນ​ຄື​ໄມ້ທ່ອນດຽວ.</verse>
				<verse number="18">ເມື່ອ​ປະຊາຊົນ​ຂອງ​ເຈົ້າ​ຖາມ ໃຫ້​ເຈົ້າ​ບອກ​ຄວາມໝາຍ​ໃຫ້​ພວກເຂົາ​ໄດ້​ຮູ້.</verse>
				<verse number="19">ໃຫ້​ເຈົ້າ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ເອົາ​ໄມ້​ທ່ອນ ທີ່​ແທນ​ອິດສະຣາເອນ​ໃສ່​ເຂົ້າ​ກັບ​ໄມ້​ທ່ອນ​ທີ່​ແທນ​ຢູດາຍ. ເຮົາ​ຈະ​ລວມ​ມັນ​ເຂົ້າກັນ ແລະ​ຖື​ມັນ​ໄວ້​ໃນ​ກຳມື​ຂອງເຮົາ​ໃຫ້​ເປັນ​ໄມ້ທ່ອນດຽວ.’</verse>
				<verse number="20">ຈົ່ງ​ຖື​ໄມ້​ສອງ​ທ່ອນ​ນີ້​ໄວ້​ແລະ​ໃຫ້​ປະຊາຊົນ​ເຫັນ.</verse>
				<verse number="21">ແລ້ວ​ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ເຮົາ​ຈະ​ເອົາ​ປະຊາຊົນ​ຂອງເຮົາ​ອອກ​ມາ​ຈາກ​ຊົນຊາດ​ທັງຫລາຍ ບ່ອນ​ທີ່​ພວກເຂົາ​ໄດ້​ຖືກ​ຈັບ​ໄປ, ຈະ​ທ້ອນໂຮມ​ພວກເຂົາ​ເຂົ້າກັນ ແລະ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ຂອງ​ພວກເຂົາ​ເອງ.</verse>
				<verse number="22">ເຮົາ​ຈະ​ທ້ອນໂຮມ​ພວກເຂົາ​ໃຫ້​ເປັນ​ຊາດ​ໜຶ່ງ​ໃນ​ດິນແດນ​ນີ້ ຄື​ຕາມ​ເທິງ​ພູເຂົາ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ. ພວກເຂົາ​ຈະ​ມີ​ກະສັດ​ຜູ້​ດຽວ​ປົກຄອງ ແລະ​ພວກເຂົາ​ຈະ​ບໍ່​ຖືກ​ແບ່ງ​ໃຫ້​ເປັນ​ສອງ​ຊົນຊາດ ຫລື​ແຍກ​ອອກ​ເປັນ​ສອງ​ອານາຈັກ​ອີກ​ຕໍ່ໄປ.</verse>
				<verse number="23">ພວກເຂົາ​ຈະ​ບໍ່​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ ໂດຍ​ຂາບໄຫວ້​ຮູບເຄົາຣົບ​ອັນ​ໜ້າກຽດຊັງ ຫລື​ປະພຶດ​ຕົນເອງ​ໃຫ້​ເສື່ອມເສຍ​ຍ້ອນ​ການບາບ​ອີກ. ເຮົາ​ຈະ​ໃຫ້​ພວກເຂົາ​ພົ້ນ​ຈາກ​ການ​ເຮັດຊົ່ວ ແລະ​ການ​ທໍລະຍົດ​ທຸກຢ່າງ​ທີ່​ຕໍ່ສູ້​ເຮົາ. ເຮົາ​ຈະ​ຊຳລະ​ພວກເຂົາ​ໃຫ້​ບໍຣິສຸດ; ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="24">ຜູ້ຮັບໃຊ້​ຂອງເຮົາ​ດັ່ງ​ດາວິດ​ຈະ​ເປັນ​ກະສັດ​ຂອງ​ພວກເຂົາ. ພວກເຂົາ​ທັງໝົດ​ຈະ​ຖືກ​ລວມ​ເຂົ້າກັນ​ຢູ່​ພາຍໃຕ້​ຜູ້ປົກຄອງ​ຄົນດຽວ ແລະ​ຈະ​ເຮັດ​ຕາມ​ກົດບັນຍັດ​ຕ່າງໆ​ຂອງເຮົາ​ຢ່າງ​ສັດຊື່.</verse>
				<verse number="25">ພວກເຂົາ​ຈະ​ອາໄສ​ຢູ່​ໃນ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ຢາໂຄບ​ຜູ້ຮັບໃຊ້​ຂອງເຮົາ ຄື​ດິນແດນ​ບ່ອນ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ໄດ້​ອາໄສ​ຢູ່. ພວກເຂົາ​ຈະ​ອາໄສ​ຢູ່​ທີ່​ນັ້ນ​ຕະຫລອດໄປ ແລະ​ລູກ​ຂອງ​ພວກເຂົາ​ຕະຫລອດ​ທັງ​ເຊື້ອສາຍ​ທຸກຄົນ​ກໍ​ຈະ​ອາໄສ​ຢູ່​ທີ່​ນັ້ນ​ດ້ວຍ. ຜູ້ຮັບໃຊ້​ຂອງເຮົາ​ດັ່ງ​ດາວິດ​ຈະ​ເປັນ​ກະສັດ​ປົກຄອງ​ພວກເຂົາ​ຕະຫລອດໄປ.</verse>
				<verse number="26">ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ຢ່າງ​ໜຶ່ງ​ກັບ​ພວກເຂົາ ທີ່​ຮັບ​ຮອງ​ຄວາມ​ປອດໄພ​ຕະຫລອດໄປ. ເຮົາ​ຈະ​ໃຫ້​ພວກເຂົາ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ ແລະ​ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງ​ພວກເຂົາ​ເພີ່ມ​ຂຶ້ນ; ເຮົາ​ຈະ​ຕັ້ງ​ພຣະວິຫານ​ຂອງເຮົາ​ຢູ່​ທ່າມກາງ​ພວກເຂົາ​ຕະຫລອດໄປ.</verse>
				<verse number="27">ເຮົາ​ຈະ​ຢູ່​ໃນ​ທີ່ນັ້ນ​ກັບ​ພວກເຂົາ; ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.</verse>
				<verse number="28">ແລ້ວ​ຕໍ່ໄປ​ຊົນຊາດ​ທັງໝົດ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ຜູ້​ໄດ້​ເຮັດ​ໃຫ້​ຊາດ​ອິດສະຣາເອນ​ເປັນ​ປະຊາຊົນ​ບໍຣິສຸດ, ເມື່ອ​ພຣະວິຫານ​ຂອງເຮົາ​ຕັ້ງຢູ່​ໃນ​ທ່າມກາງ​ພວກເຂົາ​ໃນ​ທີ່ນັ້ນ​ຕະຫລອດໄປ.”’</verse>
			</chapter>
			<chapter number="38">
				<verse number="1">ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,</verse>
				<verse number="2">“ມະນຸດ​ເອີຍ ຈົ່ງ​ປະນາມ​ເຈົ້າໂກກ ນາຍ​ຜູ້ປົກຄອງ​ຊົນຊາດ​ເມເຊັກ​ແລະ​ຕູບານ ຢູ່​ໃນ​ດິນແດນ​ຂອງ​ມາໂກກ.</verse>
				<verse number="3">ຈົ່ງ​ທຳນວາຍ​ຕໍ່ສູ້​ລາວ ແລະ​ກ່າວ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້​ວ່າ: ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ.</verse>
				<verse number="4">ເຮົາ​ຈະ​ປິ່ນ​ເຈົ້າ​ກັບຄືນ​ແລະ​ເອົາ​ເບັດ​ເກາະ​ທີ່​ຄາງກະໄຕ ແລະ​ລາກ​ເຈົ້າ​ໃຫ້​ໜີໄປ​ພ້ອມ​ກັບ​ກອງທັບ. ກອງທັບ​ຂອງ​ເຈົ້າ​ປະກອບ​ດ້ວຍ​ຝູງ​ມ້າ​ແລະ​ທະຫານ​ມ້າ​ທີ່​ສວມ​ເຄື່ອງແບບ; ພວກເຂົາ​ມີ​ຈຳນວນ​ຫລວງຫລາຍ ແລະ​ທະຫານ​ແຕ່ລະຄົນ​ກໍ​ຖື​ໂລ້​ແລະ​ດາບ.</verse>
				<verse number="5">ຊາຍ​ສະກັນ​ຈາກ​ເປີເຊຍ, ເອທີໂອເປຍ ແລະ​ລີເບຍ​ກໍ​ມາ​ກັບ​ເຈົ້າ ແລະ​ທຸກຄົນ​ກໍ​ຖື​ໂລ້​ແລະ​ໝວກເຫລັກ​ທັງນັ້ນ.</verse>
				<verse number="6">ນັກຮົບ​ທຸກຄົນ​ຈາກ​ດິນແດນ​ໂກເມ​ແລະ​ເບັດ​ໂຕກາມາ​ທາງ​ທິດເໜືອ ກໍ​ມາ​ກັບ​ເຈົ້າ​ຕະຫລອດ​ທັງ​ຊົນຊາດ​ອື່ນໆ​ດ້ວຍ.</verse>
				<verse number="7">ຈົ່ງ​ຕຽມຕົວ ແລະ​ຕຽມ​ກອງທັບ​ໃຫ້​ພ້ອມ​ເຮັດ​ຕາມ​ຄຳສັ່ງ​ຂອງເຈົ້າ.</verse>
				<verse number="8">ຫລັງຈາກ​ນັ້ນ​ມາ​ຫລາຍ​ປີ ເຮົາ​ຈະ​ສັ່ງ​ໃຫ້​ເຈົ້າ​ຮຸກຮານ​ປະເທດ​ໜຶ່ງ ຊຶ່ງ​ປະຊາຊົນ​ໄດ້​ຖືກ​ນຳ​ຄືນ​ມາ​ແຕ່​ປະເທດ​ຕ່າງໆ ແລະ​ໃຊ້​ຊີວິດ​ຢູ່​ໂດຍ​ບໍ່​ຢ້ານກົວ​ສົງຄາມ. ເຈົ້າ​ຈະ​ຮຸກຮານ​ພູ​ຕ່າງໆ​ຂອງ​ອິດສະຣາເອນ ທີ່​ໄດ້​ຖືກ​ປະຖິ້ມ​ໃຫ້​ຮົກຮ້າງ​ຫວ່າງເປົ່າ​ມານານ​ແລ້ວ; ແຕ່​ບັດນີ້ ເປັນ​ບ່ອນ​ທີ່​ປະຊາຊົນ​ທຸກຄົນ​ອາໄສ​ຢູ່​ຢ່າງ​ປອດໄພ.</verse>
				<verse number="9">ເຈົ້າ​ກັບ​ກອງທັບ​ຂອງເຈົ້າ​ຕະຫລອດ​ທັງ​ບັນດາ​ຊົນຊາດ​ທີ່​ໄດ້​ມາ​ກັບ​ເຈົ້າ​ນັ້ນ ຈະ​ໂຈມຕີ​ດັ່ງ​ພະຍຸຮ້າຍ ແລະ​ຄວບຄຸມ​ດິນແດນ​ດັ່ງ​ກ້ອນເມກ.”’</verse>
				<verse number="10">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຈົ້າ​ຈະ​ເລີ່ມ​ຄິດ​ແຜນການ​ອັນ​ຊົ່ວຮ້າຍ.</verse>
				<verse number="11">ເຈົ້າ​ຈະ​ຕັດສິນໃຈ​ຮຸກຮານ​ປະເທດ​ທີ່​ຂາດ​ບ່ອນ​ເພິ່ງ ຊຶ່ງ​ປະຊາຊົນ​ຢູ່​ຢ່າງ​ສັນຕິສຸກ​ແລະ​ປອດໄພ​ໃນ​ເມືອງ ທີ່​ບໍ່ມີ​ກຳແພງ​ອ້ອມ​ແລະ​ຂາດ​ການ​ປ້ອງກັນ.</verse>
				<verse number="12">ເຈົ້າ​ຈະ​ປຸ້ນຈີ້​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ ຊຶ່ງ​ຄັ້ງ​ໜຶ່ງ ເຄີຍ​ຮົກຮ້າງ​ເພພັງ. ພວກເຂົາ​ໄດ້​ມາ​ຈາກ​ຊົນຊາດ​ຕ່າງໆ​ເພື່ອ​ເຕົ້າໂຮມ​ກັນ; ບັດນີ້ ປະຊາຊົນ​ເຫຼົ່ານັ້ນ​ໄດ້​ມີ​ຝູງສັດ​ແລະ​ຊັບສົມບັດ ແລະ​ທັງ​ຕັ້ງ​ຢູ່​ທີ່​ສີ່​ແຍກ​ຂອງ​ໂລກ​ດ້ວຍ.</verse>
				<verse number="13">ປະຊາຊົນ​ເຊບາ ແລະ​ຊາວ​ເດດານ ຕະຫລອດ​ທັງ​ພວກ​ພໍ່ຄ້າ​ຈາກ​ເມືອງ​ຕ່າງໆ​ຂອງ​ສະເປນ ຈະ​ຖາມ​ເຈົ້າ​ວ່າ, ‘ເຈົ້າ​ໄດ້​ທ້ອນໂຮມ​ທະຫານ​ໄວ້​ເພື່ອ​ປຸ້ນຈີ້​ບໍ? ເຈົ້າ​ຕັ້ງໃຈ​ຈະ​ເອົາ​ເງິນ​ແລະ​ຄຳ, ຝູງງົວ​ກັບ​ຊັບສິນ ແລະ​ຍົກທັບ​ໜີໄປ​ພ້ອມ​ກັບ​ສິ່ງ​ທີ່​ເຈົ້າ​ປຸ້ນຈີ້​ໄດ້​ນັ້ນ​ບໍ?”’</verse>
				<verse number="14">ສະນັ້ນ ມະນຸດ​ເອີຍ ຈົ່ງ​ທຳນວາຍ​ແລະ​ບອກ​ເຈົ້າ​ໂກກ ວ່າ​ດັ່ງນີ້: “ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ໃນ​ຂະນະທີ່​ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ຢູ່​ຢ່າງ​ປອດໄພ ເຈົ້າ​ຈະ​ຍົກ​ອອກ​ມາ</verse>
				<verse number="15">ຈາກ​ທີ່​ຂອງ​ເຈົ້າ​ທາງ​ທິດເໜືອ​ສຸດ ໂດຍ​ນຳ​ກອງທັບ​ອັນ​ໃຫຍ່​ໂຕ ທັງ​ມີ​ອຳນາດ​ຈາກ​ຫລາຍ​ປະເທດ ຊຶ່ງ​ລ້ວນແຕ່​ເປັນ​ທະຫານ​ມ້າ​ທັງນັ້ນ.</verse>
				<verse number="16">ເຈົ້າ​ຈະ​ໂຈມຕີ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ ເໝືອນ​ດັ່ງ​ກ້ອນເມກ​ໄຫລ​ຂ້າມ​ດິນແດນ​ໄປ. ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ໃຊ້​ເຈົ້າ​ໃຫ້​ຮຸກຮານ​ດິນແດນ​ຂອງເຮົາ ເພື່ອ​ສະແດງ​ໃຫ້​ຊົນຊາດ​ທັງຫລາຍ​ຮູ້ວ່າ​ເຮົາ​ເປັນ​ຜູ້ໃດ ທັງໝົດ​ນັ້ນ​ແມ່ນ​ເພື່ອ​ສະແດງ​ຄວາມ​ບໍຣິສຸດ​ຂອງເຮົາ ໂດຍ​ສິ່ງ​ທີ່​ເຮົາ​ເຮັດ​ຜ່ານ​ທາງ​ເຈົ້າ.</verse>
				<verse number="17">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຈົ້າ​ແມ່ນ​ຜູ້​ທີ່​ເຮົາ​ໄດ້​ກ່າວ​ເຖິງ​ແຕ່​ດົນນານ​ມາ​ແລ້ວ ເມື່ອ​ເຮົາ​ໄດ້​ປະກາດ​ຜ່ານ​ທາງ​ບັນດາ​ຜູ້ຮັບໃຊ້​ຂອງເຮົາ ຄື​ຜູ້ທຳນວາຍ​ຂອງ​ອິດສະຣາເອນ ວ່າ​ໃນ​ມື້​ທີ່​ຈະ​ມາ​ເຖິງ​ນັ້ນ ເຮົາ​ຈະ​ນຳ​ຜູ້ໃດ​ຜູ້ໜຶ່ງ​ມາ​ໂຈມຕີ​ຊາດ​ອິດສະຣາເອນ.”</verse>
				<verse number="18">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ໃນ​ມື້​ທີ່​ໂກກ​ຮຸກຮານ​ອິດສະຣາເອນ​ນັ້ນ ເຮົາ​ຈະ​ໂກດເຄືອງໃຈ​ຫລາຍ.</verse>
				<verse number="19">ເຮົາ​ຂໍ​ປະກາດ​ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ວ່າ ໃນ​ມື້​ນັ້ນ​ຈະ​ເກີດ​ແຜ່ນດິນ​ໄຫວ​ຢ່າງໜັກ​ໃນ​ດິນແດນ​ອິດສະຣາເອນ.</verse>
				<verse number="20">ປາ​ແລະ​ນົກ​ທຸກ​ໂຕ​ຕະຫລອດ​ທັງ​ສັດ​ໃຫຍ່​ນ້ອຍ ແລະ​ມະນຸດ​ທຸກຄົນ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້​ຈະ​ຢ້ານ​ເຮົາ​ຈົນ​ຕົວ​ສັ່ນເຊັນ. ພູເຂົາ​ທັງຫລາຍ​ຈະ​ເຈື່ອນ​ລົງ, ໜ້າຜາ​ຈະ​ແຕກ​ເປັນ​ເສດເລັກ​ເສດນ້ອຍ ແລະ​ກຳແພງ​ທຸກໆ​ແຫ່ງ​ຈະ​ພັງ​ທະລາຍ​ລົງ.</verse>
				<verse number="21">ເຮົາ​ຈະ​ເຮັດ​ໃຫ້​ໂກກ​ສະທ້ານ​ຢ້ານກົວ​ດ້ວຍ​ໄພພິບັດ​ນາໆ​ປະການ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ. ທະຫານ​ຂອງ​ລາວ​ຈະ​ໃຊ້​ດາບ​ຫັນ​ມາ​ຕໍ່ສູ້​ຊຶ່ງກັນແລະກັນ.</verse>
				<verse number="22">ເຮົາ​ຈະ​ລົງໂທດ​ລາວ​ດ້ວຍ​ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ຈະ​ໃຫ້​ເລືອດ​ນອງ​ແຜ່ນດິນ. ພະຍຸຝົນ​ແລະ​ໝາກເຫັບ​ພ້ອມ​ທັງ​ໄຟ​ກັບ​ມາດ ຈະ​ຕົກລົງ​ຖືກ​ລາວ ແລະ​ກອງທັບ​ຕະຫລອດ​ຊົນຊາດ​ທັງຫລາຍ​ທີ່​ຢູ່​ຝ່າຍ​ລາວ​ດ້ວຍ.</verse>
				<verse number="23">ດັ່ງນັ້ນ ເຮົາ​ຈະ​ສຳແດງ​ໃຫ້​ຊົນຊາດ​ທັງໝົດ​ເຫັນ​ວ່າ ເຮົາ​ຍິ່ງໃຫຍ່ ແລະ​ບໍຣິສຸດ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”</verse>
			</chapter>
			<chapter number="39">
				<verse number="1">“ເພາະສະນັ້ນ ມະນຸດ​ເອີຍ ຈົ່ງ​ທຳນວາຍ​ຕໍ່ສູ້​ໂກກ ນາຍ​ຜູ້ປົກຄອງ​ຊົນຊາດ​ເມເຊັກ ແລະ​ຕູບານ ແລະ​ບອກ​ລາວ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ວ່າ ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ.</verse>
				<verse number="2">ເຮົາ​ຈະ​ປິ່ນ​ເຈົ້າ​ໄປ​ສູ່​ທິດທາງ​ໃໝ່ ແລະ​ຈະ​ນຳ​ເຈົ້າ​ອອກ​ຈາກ​ທິດເໜືອ​ສຸດ ມາ​ສູ່​ພູເຂົາ​ທັງຫລາຍ​ຂອງ​ອິດສະຣາເອນ.</verse>
				<verse number="3">ແລ້ວ​ເຮົາ​ກໍ​ຈະ​ຕີ​ຄັນ​ທະນູ​ຂອງ​ເຈົ້າ​ໃຫ້​ຫລຸດ​ອອກ​ຈາກ​ມື​ຊ້າຍ ແລະ​ຈະ​ຕີ​ລູກທະນູ​ຂອງ​ລາວ​ໃຫ້​ຫລຸດ​ອອກ​ຈາກ​ມື​ຂວາ.</verse>
				<verse number="4">ເຈົ້າ​ກັບ​ກອງທັບ​ພ້ອມ​ທັງ​ພັນທະມິດ​ຂອງເຈົ້າ ຈະ​ລົ້ມລົງ​ຕາຍ​ເທິງ​ພູເຂົາ​ຕ່າງໆ​ຂອງ​ອິດສະຣາເອນ ແລະ​ເຮົາ​ຈະ​ປະ​ຊາກສົບ​ຂອງ​ເຈົ້າ ໃຫ້​ເປັນ​ອາຫານ​ຂອງ​ຝູງນົກ​ກັບ​ສັດປ່າ​ທັງຫລາຍ.</verse>
				<verse number="5">ເຈົ້າ​ຈະ​ລົ້ມລົງ​ຕາຍ​ຕາມ​ທົ່ງນາ. ເຮົາ​ໄດ້​ກ່າວ​ໄວ້​ແລ້ວ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="6">ເຮົາ​ຈະ​ກໍ່​ໄຟ​ຂຶ້ນ​ໃນ​ດິນແດນ​ມາໂກກ ແລະ​ຕາມ​ຝັ່ງ​ທະເລ​ທັງຫລາຍ ບ່ອນ​ທີ່​ປະຊາຊົນ​ຢູ່​ຢ່າງ​ສຸກ​ສະບາຍ ແລະ​ທຸກຄົນ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="7">ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ອິດສະຣາເອນ​ຂອງເຮົາ ຮູ້ຈັກ​ຢ່າງ​ຄັກແນ່​ວ່າ​ນາມ​ຂອງເຮົາ​ບໍຣິສູດ ແລະ​ຈະ​ບໍ່​ໃຫ້​ເຮົາ​ຕ້ອງ​ເສຍ​ຊື່ສຽງ​ອີກ​ຕໍ່ໄປ. ແລ້ວ​ຊົນຊາດ​ທັງຫລາຍ​ກໍ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ອົງ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.”’</verse>
				<verse number="8">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ມື້​ທີ່​ເຮົາ​ໄດ້​ກ່າວ​ເຖິງ​ນັ້ນ​ຈະ​ມາ​ເຖິງ​ຢ່າງ​ແນ່ນອນ.</verse>
				<verse number="9">ປະຊາຊົນ​ທີ່​ອາໄສ​ຢູ່​ຕາມ​ເມືອງ​ຕ່າງໆ​ຂອງ​ອິດສະຣາເອນ ຈະ​ອອກ​ໄປ​ຮວບຮວມ​ເອົາ​ອາວຸດ​ມາ​ເຮັດ​ຟືນ​ດັງ. ພວກເຂົາ​ຈະ​ເອົາ​ໂລ້, ໜ້າທະນູ, ລູກທະນູ, ຫອກ ແລະ​ໄມ້ຄ້ອນ​ມາ​ດັງ​ໄຟ ແລະ​ມີ​ພຽງພໍ​ໄວ້​ດັງ​ເຖິງ​ເຈັດ​ປີ.</verse>
				<verse number="10">ພວກເຂົາ​ບໍ່​ຈຳເປັນ​ຕ້ອງ​ໄປ​ຫາຊອກ​ຟືນ​ຕາມ​ທົ່ງນາ ຫລື​ຕັດ​ຕົ້ນໄມ້​ໃນ​ປ່າ ເພາະ​ພວກເຂົາ​ຈະ​ມີ​ອາວຸດ​ທີ່​ບໍ່​ໃຊ້​ແລ້ວ​ນັ້ນ​ໄວ້​ດັງ​ໄຟ. ພວກເຂົາ​ຈະ​ປຸ້ນຈີ້​ພວກ​ທີ່​ໄດ້​ປຸ້ນຈີ້​ພວກເຂົາ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="11">“ໃນ​ວັນ​ນັ້ນ ເຮົາ​ຈະ​ໃຫ້​ທີ່ດິນ​ຝັງສົບ​ບ່ອນ​ໜຶ່ງ​ໃນ​ອິດສະຣາເອນ​ແກ່​ໂກກ ໃນ​ຮ່ອມພູ​ຂອງ​ພວກ​ຜູ້​ເດີນທາງ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ທະເລຕາຍ. ໂກກ​ກັບ​ກອງທັບ​ທັງໝົດ​ຂອງຕົນ​ຈະ​ຖືກ​ຝັງ​ຢູ່​ທີ່​ນັ້ນ ແລະ​ຮ່ອມພູ​ນັ້ນ​ຈະ​ມີ​ຊື່​ວ່າ, ‘ຮ່ອມພູ​ກອງທັບ​ໂກກ.’</verse>
				<verse number="12">ຊາວ​ອິດສະຣາເອນ​ຈະ​ໃຊ້​ເວລາ​ເຖິງ​ເຈັດ​ເດືອນ ເພື່ອ​ຝັງ​ຊາກສົບ​ທັງໝົດ​ນັ້ນ ແລະ​ເຮັດ​ໃຫ້​ດິນແດນ​ສະອາດ​ອີກ.</verse>
				<verse number="13">ທຸກຄົນ​ໃນ​ດິນແດນ​ຈະ​ຊ່ວຍກັນ​ຝັງ​ຊາກສົບ ແລະ​ໃນ​ວັນ​ນັ້ນ ພວກເຂົາ​ຈະ​ໄດ້​ຮັບ​ກຽດ​ເມື່ອ​ເຮົາ​ສຳແດງ​ສະຫງ່າຣາສີ​ຂອງເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="14">ຫລັງຈາກ​ສິ້ນສຸດ​ເຈັດ​ເດືອນ​ແລ້ວ ພວກເຂົາ​ກໍ​ຈະ​ເລືອກເອົາ​ຄົນ ໃຫ້​ເດີນທາງ​ຜ່ານ​ໄປ​ໃນ​ດິນແດນ ເພື່ອ​ຈະ​ຊອກຫາ ແລະ​ຝັງ​ຊາກສົບ​ເຫຼົ່ານັ້ນ ທີ່​ຍັງເຫລືອ​ຢູ່​ຕາມ​ໜ້າດິນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຮັດ​ໃຫ້​ດິນແດນ​ສະອາດ.</verse>
				<verse number="15">ໃນ​ຂະນະທີ່​ພວກເຂົາ​ຂຶ້ນ​ແລະ​ລົງ​ພູ ໄປ​ທົ່ວ​ດິນແດນ​ນັ້ນ ທຸກ​ເທື່ອ​ທີ່​ພວກເຂົາ​ໄດ້​ພົບ​ກະດູກ​ຂອງ​ຄົນ ພວກເຂົາ​ຈະ​ປັກຫລັກ​ເປັນ​ເຄື່ອງໝາຍ​ໄວ້​ຢູ່​ໃກ້ໆ ເພື່ອ​ວ່າ​ພວກ​ທີ່​ຂຸດ​ຂຸມ​ຝັງ​ຈະ​ໄດ້​ມາ​ນຳ​ເອົາ​ກະດູກ​ນັ້ນ ໄປ​ຝັງ​ໄວ້​ໃນ​ຮ່ອມພູ​ຂອງ​ກອງທັບ​ໂກກ.</verse>
				<verse number="16">(ໃນ​ທີ່ນັ້ນ​ມີ​ເມືອງ​ໜຶ່ງ​ໃກ້ຄຽງ​ທີ່​ໃສ່​ຊື່​ເມືອງ​ຕາມ​ຊື່​ກອງທັບ​ນີ້.) ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ເຮັດ​ໃຫ້​ດິນແດນ​ສະອາດ​ອີກ.”</verse>
				<verse number="17">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ເອີ້ນ​ເອົາ​ຝູງນົກ​ແລະ​ຝູງສັດ​ທັງໝົດ​ຈາກ​ທີ່​ອ້ອມແອ້ມ​ນີ້ ມາ​ກິນ​ເຄື່ອງ​ບູຊາ​ທີ່​ເຮົາ​ກຳລັງ​ຈັດຕຽມ​ໄວ້​ສຳລັບ​ພວກ​ມັນ. ນີ້​ແມ່ນ​ງານກິນລ້ຽງ​ອັນ​ໃຫຍ່ໂຕ ທີ່​ເທິງ​ພູ​ຕ່າງໆ​ຂອງ​ອິດສະຣາເອນ ຄື​ບ່ອນ​ທີ່​ພວກມັນ​ກິນ​ຊີ້ນ ແລະ​ດື່ມ​ເລືອດ​ໄດ້.</verse>
				<verse number="18">ຈົ່ງ​ໃຫ້​ພວກມັນ​ກິນ​ຊາກສົບ​ຂອງ​ບັນດາ​ທະຫານ ແລະ​ດື່ມ​ເລືອດ​ຂອງ​ບັນດາ​ຜູ້ປົກຄອງ​ແຜ່ນດິນ​ໂລກ ຄື​ທັງໝົດ​ຈະ​ຖືກ​ຂ້າ​ເໝືອນ​ແກະເຖິກ ຫລື​ລູກແກະ ຫລື​ແບ້ ຫລື​ງົວເຖິກ​ໂຕ​ທີ່​ຕຸ້ຍພີ​ດີ.</verse>
				<verse number="19">ເມື່ອ​ເຮົາ​ຂ້າ​ຄົນ​ເຫຼົ່ານີ້​ເປັນ​ເຄື່ອງ​ບູຊາ​ນັ້ນ ຈົ່ງ​ໃຫ້​ຝູງນົກ​ກັບ​ຝູງສັດ​ທັງໝົດ​ກິນ​ໄຂມັນ​ເທົ່າທີ່​ພວກມັນ​ກິນ​ໄດ້ ແລະ​ດື່ມ​ເລືອດ​ໄດ້​ຈົນ​ເມົາ.</verse>
				<verse number="20">ທີ່​ໂຕະ​ຂອງເຮົາ ພວກມັນ​ຈະ​ກິນ​ຊີ້ນ​ຂອງ​ຝູງມ້າ ແລະ​ບັນດາ​ທະຫານ​ມ້າ ຕະຫລອດ​ທັງ​ເຫຼົ່າ​ທະຫານ​ແລະ​ນັກຮົບ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="21">“ເຮົາ​ຈະ​ໃຫ້​ຊົນຊາດ​ທັງຫລາຍ​ໄດ້​ເຫັນ​ສະຫງ່າຣາສີ​ຂອງເຮົາ ແລະ​ທັງ​ຈະ​ໃຫ້​ພວກເຂົາ​ໄດ້​ເຫັນ​ເຮົາ​ໃຊ້​ຣິດອຳນາດ ເຮັດ​ຕາມ​ການ​ຕັດສິນໃຈ​ອັນ​ຊອບທຳ​ຂອງເຮົາ.</verse>
				<verse number="22">ຕັ້ງແຕ່​ນີ້​ເປັນ​ຕົ້ນ​ໄປ ຊາວ​ອິດສະຣາເອນ​ກໍ​ຈະ​ຮູ້ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="23">ແລ້ວ​ຊົນຊາດ​ທັງຫລາຍ​ກໍ​ຈະ​ຮູ້ວ່າ ການ​ທີ່​ຊາວ​ອິດສະຣາເອນ​ໄດ້​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ນັ້ນ ກໍ​ຍ້ອນ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ເຮົາ. ເຮົາ​ໄດ້​ຫັນໜີ​ຈາກ​ພວກເຂົາ ແລະ​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ເອົາ​ຊະນະ​ພວກເຂົາ ແລະ​ຂ້າ​ພວກເຂົາ​ຖິ້ມ​ໃນ​ສະໜາມຮົບ.</verse>
				<verse number="24">ເຮົາ​ໃຫ້​ພວກເຂົາ​ໄດ້​ຮັບ​ສິ່ງ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ ເພາະ​ຄວາມ​ບໍ່ສະອາດ ແລະ​ການ​ຊົ່ວຊ້າ​ຂອງ​ພວກເຂົາ; ສະນັ້ນ ເຮົາ​ຈຶ່ງ​ຫັນໜີ​ຈາກ​ພວກເຂົາ.”</verse>
				<verse number="25">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ແຕ່​ບັດນີ້ ເຮົາ​ຈະ​ເມດຕາ​ເຊື້ອສາຍ​ຂອງ​ຢາໂຄບ ຄື​ປະຊາຊົນ​ອິດສະຣາເອນ ແລະ​ເຮັດ​ໃຫ້​ພວກເຂົາ​ຮຸ່ງເຮືອງ​ຂຶ້ນ​ໃໝ່. ເຮົາ​ຈະ​ຫວງແຫນ​ນາມ​ອັນ​ບໍຣິສຸດ​ຂອງເຮົາ.</verse>
				<verse number="26">ພວກເຂົາ​ຈະ​ຢູ່​ຢ່າງ​ປອດໄພ​ໃນ​ດິນແດນ​ຂອງ​ຕົນເອງ​ອີກເທື່ອໜຶ່ງ ໂດຍ​ບໍ່ມີ​ຜູ້ໃດ​ນາບ​ຂູ່​ພວກເຂົາ​ອີກ ພວກເຂົາ​ກໍ​ຈະ​ສາມາດ​ລືມ​ການ​ທີ່​ພວກເຂົາ​ຖືກ​ອັບອາຍ​ຂາຍໜ້າ ເພາະ​ການ​ທໍລະຍົດ​ຕໍ່​ເຮົາ​ນັ້ນ.</verse>
				<verse number="27">ເພື່ອ​ສຳແດງ​ໃຫ້​ຊົນຊາດ​ທັງຫລາຍ​ເຫັນ​ວ່າ​ເຮົາ​ບໍຣິສຸດ ເຮົາ​ຈະ​ນຳ​ປະຊາຊົນ​ຂອງເຮົາ​ກັບຄືນ​ມາ​ຈາກ​ທຸກ​ປະເທດ ບ່ອນ​ທີ່​ພວກ​ສັດຕູ​ຂອງ​ພວກເຂົາ​ຢູ່.</verse>
				<verse number="28">ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ. ພວກເຂົາ​ຈະ​ຮູ້​ສິ່ງ​ນີ້​ເພາະ​ເຮົາ​ໄດ້​ສົ່ງ​ພວກເຂົາ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ; ບັດນີ້ ເຮົາ​ໄດ້​ເຕົ້າໂຮມ​ພວກເຂົາ ແລະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ຂອງ​ພວກເຂົາ​ເອງ ໂດຍ​ບໍ່ໄດ້​ປະ​ແມ່ນແຕ່​ຜູ້ໜຶ່ງ​ໄວ້​ທາງ​ຫລັງ.</verse>
				<verse number="29">ເຮົາ​ຈະ​ເທ​ພຣະວິນຍານ​ຂອງເຮົາ​ລົງ​ມາ​ເທິງ​ປະຊາຊົນ​ອິດສະຣາເອນ ແລະ​ເຮົາ​ກໍ​ຈະ​ບໍ່​ຫັນ​ໜີໄປ​ຈາກ​ພວກເຂົາ​ຈັກເທື່ອ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
			</chapter>
			<chapter number="40">
				<verse number="1">ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ຂຶ້ນ​ປີໃໝ່ ຊຶ່ງ​ເປັນ​ປີທີ​ຊາວຫ້າ ຫລັງຈາກ​ທີ່​ພວກເຮົາ​ໄດ້​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ອັນ​ກົງ​ກັບ​ປີ​ທີ​ຊາວສີ່​ຫລັງຈາກ​ທີ່​ນະຄອນ​ເຢຣູຊາເລັມ​ຖືກ​ຢຶດ​ໄດ້. ໃນ​ມື້​ນັ້ນ ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ເຂົ້າ​ຄວບຄຸມ​ຂ້າພະເຈົ້າ ແລະ​ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ໄປ.</verse>
				<verse number="2">ໃນ​ນິມິດ​ນັ້ນ ພຣະເຈົ້າ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ທີ່​ດິນແດນ​ອິດສະຣາເອນ ແລະ​ວາງ​ຂ້າພະເຈົ້າ​ໄວ້​ເທິງ​ພູສູງ​ແຫ່ງ​ໜຶ່ງ. ຂ້າພະເຈົ້າ​ໄດ້​ເຫັນ​ອາຄານ​ຈຸ້ມ​ໜຶ່ງ ຢູ່​ເບື້ອງ​ໜ້າ​ຂ້າພະເຈົ້າ ຊຶ່ງ​ເປັນ​ດັ່ງ​ເມືອງ​ໜຶ່ງ.</verse>
				<verse number="3">ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ເຂົ້າ​ໄປ​ໃກ້ໆ ແລະ​ຂ້າພະເຈົ້າ​ກໍໄດ້​ເຫັນ​ຊາຍ​ຜູ້ໜຶ່ງ​ເຫລືອງເຫລື້ອມ​ດັ່ງ​ທອງສຳຣິດ. ເພິ່ນ​ຢືນ​ຢູ່​ທາງ​ປະຕູເຂົ້າ ຖື​ເຊືອກ​ແທກ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ແລະ​ມີ​ໄມ້ແທກ.</verse>
				<verse number="4">ຊາຍ​ຜູ້ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ເຝົ້າເບິ່ງ​ເຖີດ. ຈົ່ງ​ຕັ້ງໃຈ​ຟັງ​ແລະ​ເອົາໃຈໃສ່​ຕໍ່​ທຸກໆສິ່ງ​ທີ່​ເຮົາ​ສຳແດງ​ໃຫ້​ເຈົ້າ​ເຫັນ; ດ້ວຍເຫດນີ້​ແຫຼະ ເຈົ້າ​ຈຶ່ງ​ຖືກ​ນຳ​ມາ​ທີ່​ນີ້. ເຈົ້າ​ຈະ​ຕ້ອງ​ໄປ​ບອກ​ປະຊາຊົນ​ອິດສະຣາເອນ​ໃຫ້​ຮູ້​ທຸກໆ​ສິ່ງ​ທີ່​ເຈົ້າ​ເຫັນ​ນີ້.”</verse>
				<verse number="5">ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ນັ້ນ​ແມ່ນ​ພຣະວິຫານ ແລະ​ມີ​ກຳແພງ​ອ້ອມຮອບ. ຊາຍ​ຜູ້ນັ້ນ​ໄດ້​ໃຊ້​ໄມ້ແທກ ຊຶ່ງ​ຍາວ​ສາມ​ແມັດ ແລະ​ແທກ​ກຳແພງ. ກຳແພງ​ນັ້ນ​ສູງ​ສາມ​ແມັດ ແລະ​ໜາ​ສາມ​ແມັດ.</verse>
				<verse number="6">ແລ້ວ​ເພິ່ນ​ກໍ​ໄປ​ທີ່​ປະຕູ​ທາງ​ດ້ານ​ທິດ​ຕາເວັນອອກ. ເພິ່ນ​ຍ່າງ​ຂຶ້ນ​ຂັ້ນໄດ​ໄປ ແລະ​ທີ່​ເທິງ​ຈອມ​ນັ້ນ​ເພິ່ນ​ແທກ​ທາງ​ເຂົ້າ; ທາງ​ເຂົ້າ​ນັ້ນ​ເລິກ​ໄດ້​ສາມ​ແມັດ.</verse>
				<verse number="7">ເລີຍ​ປະຕູ​ໄປ​ແມ່ນ​ທາງຍ່າງ ຊຶ່ງ​ມີ​ຫ້ອງ​ເຝົ້າຍາມ​ສາມ​ຫ້ອງ​ຢູ່​ແຕ່ລະ​ດ້ານ. ແຕ່ລະ​ຫ້ອງ​ມີ​ສາມ​ແມັດ​ທຸກ​ຂ້າງ ແລະ​ກຳແພງ​ຂັ້ນ​ລະຫວ່າງ​ຫ້ອງ​ນັ້ນ​ໜາ​ສອງ​ແມັດ​ເຄິ່ງ. ເລີຍ​ຫ້ອງ​ເຝົ້າຍາມ​ໄປ​ແມ່ນ​ທາງຍ່າງ​ຍາວ​ສາມ​ແມັດ ທີ່​ນຳ​ໄປ​ສູ່​ຫ້ອງ​ໂຖງ ຊຶ່ງ​ກົງ​ກັບ​ພຣະວິຫານ. ເພິ່ນ​ແທກ​ຫ້ອງ​ນີ້ ແລະ​ເຫັນ​ວ່າ​ເລິກ​ສີ່​ແມັດ. ສຸດ​ຫ້ອງ​ນີ້​ແມ່ນ​ທາງຍ່າງ ຊຶ່ງ​ໃກ້​ກັບ​ພຣະວິຫານ​ທີ່ສຸດ ແລະ​ກຳແພງ​ຕ່າງໆ​ທີ່​ຢູ່​ໄກ​ສຸດ​ໜາ​ໄດ້​ໜຶ່ງ​ແມັດ. (ຫ້ອງ​ເຝົ້າຍາມ​ເຫຼົ່ານີ້​ແຕ່ລະ​ຂ້າງ​ທາງຍ່າງ​ມີ​ຂະໜາດ​ເທົ່າກັນ ແລະ​ກຳແພງ​ລະຫວ່າງ​ແຕ່ລະ​ຫ້ອງ​ກໍ​ມີ​ຄວາມໜາ​ເທົ່າກັນ.)</verse>
				<verse number="8"></verse>
				<verse number="9"></verse>
				<verse number="10"></verse>
				<verse number="11">ຕໍ່ມາ ຊາຍ​ຜູ້ນັ້ນ​ໄດ້​ແທກ​ຄວາມກວ້າງ​ຂອງ​ທາງຍ່າງ​ທາງ​ປະຕູເຂົ້າ. ມັນ​ແທກ​ໄດ້​ຫົກ​ແມັດ​ເຄິ່ງ ແລະ​ລະຫວ່າງ​ປະຕູ​ທີ່​ໄຂ​ຢູ່​ນັ້ນ​ແທກ​ໄດ້​ຫ້າ​ແມັດ.</verse>
				<verse number="12">ຕໍ່ໜ້າ​ຂອງ​ແຕ່ລະ​ຫ້ອງ​ເຝົ້າຍາມ​ມີ​ກຳແພງ​ຕໍ່າໆ ສູງ​ຫ້າສິບ​ເຊັນ ແລະ​ໜາ​ຫ້າສິບ​ເຊັນ​ຄືກັນ. (ຫ້ອງ​ເຝົ້າຍາມ​ນັ້ນ​ມີ​ສາມ​ແມັດ​ທຸກ​ດ້ານ.)</verse>
				<verse number="13">ແລ້ວ​ເພິ່ນ​ກໍ​ແທກ​ໄລຍະ​ທາງ​ຈາກ​ຫລັງ​ກຳແພງ​ຫ້ອງ​ໜຶ່ງ ເຖິງ​ຫລັງ​ກຳແພງ​ຫ້ອງ​ທາງຍ່າງ​ຂ້າມ ແລະ​ແທກ​ໄດ້​ສິບສອງ​ແມັດ​ເຄິ່ງ.</verse>
				<verse number="14">ຄື​ຫ້ອງ​ທີ່​ໄກ​ສຸດ​ນຳ​ອອກ​ໄປ​ສູ່​ເດີ່ນ. ເພິ່ນ​ແທກ​ຫ້ອງ​ນັ້ນ ແລະ​ທາງ​ກວ້າງ​ແທກ​ໄດ້​ສິບ​ແມັດ.</verse>
				<verse number="15">ລວງ​ຍາວ​ທັງໝົດ​ຂອງ​ທາງຍ່າງ ຕັ້ງແຕ່​ກຳແພງ​ນອກ​ຂອງ​ປະຕູ​ເຂົ້າ​ຈົນ​ໄປ​ເຖິງ​ສົ້ນສຸດ​ຂອງ​ຫ້ອງ​ສຸດທ້າຍ ແທກ​ໄດ້​ຊາວຫ້າ​ແມັດ.</verse>
				<verse number="16">ທີ່​ກຳແພງ​ຂ້າງ​ນອກ​ຂອງ​ທຸກໆ​ຫ້ອງ ແລະ​ກຳແພງ​ຂ້າງ​ໃນ ລະຫວ່າງ​ແຕ່ລະ​ຫ້ອງ​ມີ​ປ່ອງນ້ອຍ. ຕາມ​ກຳແພງ​ຂ້າງ​ໃນ​ທີ່​ກົງ​ກັບ​ທາງຍ່າງ​ນັ້ນ ໄດ້​ຖືກ​ແກະສະຫລັກ​ເປັນ​ຮູບ​ຕົ້ນ​ຕານ.</verse>
				<verse number="17">ຊາຍ​ຄົນ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ຜ່ານ​ປະຕູ​ໄປ​ສູ່​ເດີ່ນ. ໃນ​ທີ່ນັ້ນ ມີ​ສາມສິບ​ຫ້ອງ​ທີ່​ໄດ້​ສ້າງ​ຕິດ​ກັບ​ກຳແພງ​ດ້ານນອກ ແລະ​ເບື້ອງ​ໜ້າ​ຂອງ​ຫ້ອງ​ເຫຼົ່ານີ້​ມີ​ພື້ນ​ທີ່​ປູ​ດ້ວຍ​ຫີນ</verse>
				<verse number="18">ຊຶ່ງ​ຍາວ​ອອກ​ໄປ​ອ້ອມ​ເດີ່ນ. ເດີ່ນ​ທາງ​ດ້ານນອກ​ນີ້​ຢູ່​ຕາມ​ບ່ອນ​ທີ່​ມີ​ລະດັບ​ຕໍ່າ​ກວ່າ​ເດີ່ນ​ຂ້າງ​ໃນ.</verse>
				<verse number="19">ຢູ່​ທີ່​ນັ້ນ ມີ​ປະຕູ​ໃນ​ບ່ອນ​ທີ່​ມີ​ລະດັບ​ສູງ ຊຶ່ງ​ນຳ​ໄປ​ສູ່​ເດີ່ນ​ທາງ​ດ້ານໃນ. ຊາຍ​ຜູ້ນັ້ນ​ໄດ້​ແທກ​ໄລຍະ​ທາງ​ລະຫວ່າງ​ປະຕູ​ທັງສອງ ຈຶ່ງ​ແທກ​ໄດ້​ຫ້າສິບ​ແມັດ.</verse>
				<verse number="20">ແລ້ວ​ຊາຍ​ຜູ້ນັ້ນ​ກໍໄດ້​ແທກ​ປະຕູ​ທາງ​ດ້ານ​ເໜືອ ຊຶ່ງ​ນຳ​ເຂົ້າ​ໄປ​ສູ່​ເດີ່ນ​ທາງ​ດ້ານນອກ.</verse>
				<verse number="21">ຫ້ອງ​ເຝົ້າຍາມ​ສາມ​ຫ້ອງ​ທີ່​ຢູ່​ແຕ່ລະ​ຟາກ​ຂອງ​ທາງຍ່າງ​ນັ້ນ ກຳແພງ​ທີ່​ຂັ້ນ​ລະຫວ່າງ​ຫ້ອງ​ກັບ​ຫ້ອງໂຖງ ທັງໝົດ​ແທກ​ໄດ້​ຂະໜາດ​ດຽວກັນ​ກັບ​ທາງ​ໄປ​ສູ່​ປະຕູ​ດ້ານ​ຕາເວັນອອກ. ຄວາມຍາວ​ທັງໝົດ​ຂອງ​ປະຕູ​ແທກ​ໄດ້​ຊາວຫ້າ​ແມັດ ແລະ​ທາງກວ້າງ​ທັງໝົດ​ແທກ​ໄດ້​ສິບສອງ​ແມັດ​ເຄິ່ງ.</verse>
				<verse number="22">ຫ້ອງໂຖງ, ປ່ອງຢ້ຽມ ແລະ​ຮູບ​ແກະສະຫລັກ​ຂອງ​ຕົ້ນ​ຕານ ລ້ວນແຕ່​ຄື​ກັນ​ກັບ​ທາງ​ປະຕູ​ດ້ານ​ທິດ​ຕາເວັນອອກ. ໃນ​ທີ່​ນີ້​ມີ​ຂັ້ນໄດ​ເຈັດ​ຂັ້ນ​ທີ່​ນຳ​ໄປ​ສູ່​ປະຕູ ແລະ​ສົ້ນສຸດ​ຂອງ​ຫ້ອງໂຖງ​ນັ້ນ​ກົງ​ກັນ​ກັບ​ເດີ່ນ.</verse>
				<verse number="23">ຈາກ​ປະຕູ​ທາງ​ດ້ານ​ເໜືອ​ນີ້ ຂ້າມ​ເດີ່ນ​ໄປ​ແມ່ນ​ປະຕູ​ອື່ນໆ​ອີກ​ທີ່​ນຳ​ໄປ​ສູ່​ເດີ່ນ​ຂ້າງ​ໃນ ຄື​ກັບ​ທາງທິດ​ຕາເວັນອອກ​ທຸກຢ່າງ. ຊາຍ​ຄົນ​ນັ້ນ​ໄດ້​ແທກ​ໄລຍະ​ທາງ ລະຫວ່າງ​ສອງ​ປະຕູ​ນັ້ນ​ຈຶ່ງ​ມີ​ຢູ່​ຫ້າສິບ​ແມັດ.</verse>
				<verse number="24">ຕໍ່ມາ ຊາຍ​ຄົນ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ທາງດ້ານ​ໃຕ້ ແລະ​ໃນ​ທີ່ນັ້ນ​ຂ້າພະເຈົ້າ​ໄດ້​ເຫັນ​ປະຕູ​ອື່ນ​ອີກ. ເພິ່ນ​ໄດ້​ແທກ​ປະຕູ​ນັ້ນ ແລະ​ມີ​ຂະໜາດ​ດຽວກັນ​ກັບ​ປະຕູ​ອື່ນໆ.</verse>
				<verse number="25">ໃນ​ຫ້ອງ​ຕ່າງໆ​ຕາມ​ທາງ​ໄປ​ສູ່​ປະຕູ​ມີ​ປ່ອງຢ້ຽມ​ດັ່ງ​ບ່ອນ​ອື່ນໆ. ລວງຍາວ​ທັງໝົດ​ຂອງ​ປະຕູ​ນີ້​ມີ​ຊາວຫ້າ​ແມັດ ແລະ​ລວງກວ້າງ​ມີ​ສິບສອງ​ແມັດ​ເຄິ່ງ.</verse>
				<verse number="26">ມີ​ຂັ້ນໄດ​ເຈັດ​ຂັ້ນ​ທີ່​ນຳ​ຂຶ້ນ​ໄປ​ສູ່​ທີ່​ນັ້ນ ແລະ​ສົ້ນສຸດ​ຂອງ​ຫ້ອງໂຖງ​ກໍ​ນຳ​ອອກ​ໄປ​ສູ່​ເດີ່ນ. ທີ່​ນັ້ນ​ມີ​ຮູບ​ຕົ້ນ​ຕານ ທີ່​ໄດ້​ຖືກ​ແກະສະຫລັກ​ໄວ້​ຕາມ​ກຳແພງ​ທາງ​ດ້ານໃນ ຊຶ່ງ​ກົງ​ກັນ​ກັບ​ທາງຍ່າງ.</verse>
				<verse number="27">ໃນ​ທີ່​ນີ້​ກໍ​ຄືກັນ ມີ​ປະຕູ​ທີ່​ນຳ​ອອກ​ໄປ​ສູ່​ເດີ່ນ​ທາງ​ດ້ານໃນ. ຊາຍ​ຄົນ​ນັ້ນ​ໄດ້​ແທກ​ໄລຍະ​ທາງ​ໄປ​ເຖິງ​ປະຕູ​ທີ​ສອງ​ນີ້​ມີ​ຢູ່​ຫ້າສິບ​ແມັດ.</verse>
				<verse number="28">ຊາຍ​ຄົນ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ຜ່ານ​ໄປ​ທາງ​ປະຕູ​ດ້ານ​ໃຕ້​ສູ່​ເດີ່ນ​ດ້ານໃນ. ເພິ່ນ​ໄດ້​ແທກ​ປະຕູ ແລະ​ມີ​ຂະໜາດ​ດຽວກັນ​ກັບ​ປະຕູ​ຕ່າງໆ ໃນ​ກຳແພງ​ທາງ​ດ້ານນອກ.</verse>
				<verse number="29">ຫ້ອງ​ເຝົ້າຍາມ, ຫ້ອງໂຖງ ແລະ​ກຳແພງ​ທາງ​ດ້ານໃນ​ກໍ​ມີ​ຂະໜາດ​ດຽວກັນ​ກັບ​ທີ່​ທາງ​ປະຕູ​ດ້ານ​ອື່ນ. ຕາມ​ຫ້ອງ​ຕ່າງໆ​ຂອງ​ປະຕູ​ນີ້​ມີ​ປ່ອງຢ້ຽມ​ຄືກັນ. ລວງຍາວ​ທັງໝົດ​ມີ​ຊາວຫ້າ​ແມັດ ແລະ​ລວງກວ້າງ​ມີ​ສິບສອງ​ແມັດ​ເຄິ່ງ.</verse>
				<verse number="30"></verse>
				<verse number="31">ສ່ວນ​ຫ້ອງໂຖງ​ນັ້ນ​ແມ່ນ​ຢູ່​ກົງ​ກັນ​ກັບ​ເດີ່ນ​ອື່ນໆ ແລະ​ຮູບ​ຕົ້ນ​ຕານ​ກໍໄດ້​ຖືກ​ແກະສະຫລັກ​ໄວ້​ຕາມ​ຝາ​ລຽບ​ຕາມ​ທາງຍ່າງ. ມີ​ຂັ້ນໄດ​ແປດ​ຂັ້ນ​ທີ່​ນຳ​ຂຶ້ນ​ໄປ​ສູ່​ປະຕູ​ນີ້.</verse>
				<verse number="32">ຊາຍ​ຄົນ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ຜ່ານ​ໄປ​ທີ່​ປະຕູ​ທາງທິດ​ຕາເວັນອອກ ສູ່​ເດີ່ນ​ດ້ານໃນ. ເພິ່ນ​ໄດ້​ແທກ​ປະຕູ ແລະ​ມີ​ຂະໜາດ​ດຽວກັນ​ກັບ​ປະຕູ​ອື່ນໆ.</verse>
				<verse number="33">ຫ້ອງ​ເຝົ້າຍາມ, ຫ້ອງໂຖງ ແລະ​ກຳແພງ​ທາງ​ດ້ານໃນ ມີ​ຂະໜາດ​ດຽວກັນ​ກັບ​ທີ່​ທາງ​ປະຕູ​ດ້ານ​ອື່ນ. ມີ​ປ່ອງຢ້ຽມ​ອ້ອມຮອບ ແລະ​ໃນ​ຫ້ອງໂຖງ​ກໍ​ຄືກັນ. ລວງຍາວ​ທັງໝົດ​ມີ​ຊາວຫ້າ​ແມັດ ແລະ​ລວງກວ້າງ​ທັງໝົດ​ມີ​ສິບສອງ​ແມັດ​ເຄິ່ງ.</verse>
				<verse number="34">ຫ້ອງໂຖງ​ຢູ່​ກົງ​ກັນ​ກັບ​ເດີ່ນ​ທາງ​ດ້ານນອກ. ຮູບ​ຕົ້ນ​ຕານ​ໄດ້​ຖືກ​ແກະສະຫລັກ​ໄວ້​ຕາມ​ຝາ​ລຽບ​ຕາມ​ທາງຍ່າງ. ມີ​ຂັ້ນໄດ​ແປດ​ຂັ້ນ​ທີ່​ນຳ​ຂຶ້ນ​ໄປ​ສູ່​ປະຕູ​ນີ້.</verse>
				<verse number="35">ແລ້ວ​ຊາຍ​ຄົນ​ນັ້ນ​ກໍ​ນຳ​ຂ້າພະເຈົ້າ​ໄປ​ທີ່​ປະຕູ​ດ້ານ​ເໜືອ. ເພິ່ນ​ໄດ້​ແທກ​ປະຕູ​ນັ້ນ ແລະ​ມີ​ຂະໜາດ​ດຽວກັນ​ກັບ​ປະຕູ​ດ້ານ​ອື່ນໆ.</verse>
				<verse number="36">ເຊັ່ນດຽວ​ກັນ ດ້ານ​ນີ້​ມີ​ຫ້ອງ​ເຝົ້າຍາມ​ຄືກັນ ຊຶ່ງ​ຖືກ​ຕົບແຕ່ງ​ທີ່​ຝາ​ທາງ​ດ້ານໃນ, ມີ​ຫ້ອງໂຖງ ແລະ​ມີ​ປ່ອງຢ້ຽມ​ອ້ອມ ຄື​ລວງຍາວ​ທັງໝົດ​ມີ​ຊາວຫ້າ​ແມັດ ແລະ​ລວງກວ້າງ​ມີ​ສິບສອງ​ແມັດ​ເຄິ່ງ.</verse>
				<verse number="37">ຫ້ອງໂຖງ ຢູ່​ກົງ​ກັນ​ກັບ​ເດີ່ນ​ທາງ​ດ້ານນອກ. ຮູບ​ຕົ້ນ​ຕານ​ໄດ້​ຖືກ​ແກະສະຫລັກ​ໄວ້​ຕາມ​ຝາ​ລຽບ​ຕາມ​ທາງຍ່າງ. ມີ​ຂັ້ນໄດ​ແປດ​ຂັ້ນ​ທີ່​ນຳ​ຂຶ້ນ​ໄປ​ສູ່​ປະຕູ​ນີ້.</verse>
				<verse number="38">ທີ່​ເດີ່ນ​ດ້ານນອກ​ນັ້ນ ແມ່ນ​ຫ້ອງ​ທີ່​ຕໍ່ໄປ​ສູ່​ປະຕູ​ດ້ານໃນ​ທາງ​ດ້ານ​ເໜືອ. ປະຕູ​ນີ້​ໄຂ​ໄປ​ສູ່​ຫ້ອງໂຖງ​ຊຶ່ງ​ຢູ່​ກົງ​ກັນ​ກັບ​ເດີ່ນ ແລະ​ໃນ​ທີ່ນັ້ນ ພວກເຂົາ​ໄດ້​ລ້າງ​ຊາກ​ສັດ​ທີ່​ຈະ​ເຜົາ​ເປັນ​ເຄື່ອງ​ບູຊາ.</verse>
				<verse number="39">ໃນ​ຫ້ອງ​ໂຖງ​ນີ້​ມີ​ໂຕະ​ສີ່​ໜ່ວຍ ຄື​ຂ້າງລະ​ສອງ​ໜ່ວຍ. ແມ່ນ​ເທິງ​ໂຕະ​ເຫຼົ່ານີ້ ທີ່​ພວກເຂົາ​ໄດ້​ຂ້າ​ສັດ​ຕ່າງໆ​ເພື່ອ​ເປັນ​ເຄື່ອງ​ເຜົາ​ຖວາຍບູຊາ ບໍ່​ວ່າ​ເຜົາ​ສັດ​ທັງ​ໂຕ​ຖວາຍບູຊາ ຫລື​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ ຫລື​ຖວາຍບູຊາ​ເພື່ອ​ຊົດໃຊ້​ແທນຄືນ.</verse>
				<verse number="40">ດ້ານນອກ​ຫ້ອງ​ນີ້​ມີ​ໂຕະ​ສີ່​ໜ່ວຍ​ຄ້າຍ​ຄືກັນ ຄື​ສອງ​ໜ່ວຍ​ຕັ້ງ​ຢູ່​ທາງ​ຟາກ​ໜຶ່ງ​ຂອງ​ປະຕູ​ເຂົ້າ​ດ້ານ​ເໜືອ ແລະ​ສອງ​ໜ່ວຍ​ຕັ້ງ​ຢູ່​ອີກ​ຟາກ​ໜຶ່ງ.</verse>
				<verse number="41">ທັງໝົດ​ລວມ​ກັນ​ມີ​ໂຕະ​ແປດ​ໜ່ວຍ​ທີ່​ໃຊ້​ຂ້າ​ສັດ​ເພື່ອ​ຖວາຍບູຊາ ຄື​ສີ່​ໜ່ວຍ​ຢູ່​ໃນ​ຫ້ອງ ແລະ​ອີກ​ສີ່​ໜ່ວຍ​ຢູ່​ທີ່​ເດີ່ນ.</verse>
				<verse number="42">ໂຕະ​ສີ່​ໜ່ວຍ​ທາງ​ດ້ານນອກ​ຕໍ່​ອອກ​ໄປ ຊຶ່ງ​ໃຊ້​ຈັດແຈງ​ເຜົາ​ສັດ​ທັງ​ໂຕ​ເພື່ອ​ຖວາຍບູຊາ​ນັ້ນ ແມ່ນ​ໃຊ້​ຫີນ​ທີ່​ສະກັດ​ແລ້ວ​ເຮັດ. ໂຕະ​ເຫຼົ່ານັ້ນ​ສູງ​ຫ້າສິບ​ເຊັນ ພື້ນ​ຂອງ​ໂຕະ​ເປັນ​ຮູບ​ສີ່​ຫລ່ຽມ​ມົນທົນ ຍາວ​ຂ້າງລະ​ເຈັດສິບຫ້າ​ເຊັນ. ເຄື່ອງມື​ທັງໝົດ​ທີ່​ໃຊ້​ໃນ​ການ​ຂ້າ​ສັດ​ຖວາຍບູຊາ ປະ​ໄວ້​ທີ່​ເທິງ​ໂຕະ​ເຫຼົ່ານີ້.</verse>
				<verse number="43">ວົງຮອບ​ຂອງ​ຂອບ​ໂຕະ​ນັ້ນ​ໄດ້​ເຮັດ​ເປັນ​ຊັ້ນ​ກວ້າງ​ເຈັດ​ເຊັນ​ເຄິ່ງ. ຊີ້ນ​ສັດ​ທີ່​ຈະ​ຖວາຍບູຊາ​ນັ້ນ ພວກເຂົາ​ໄດ້​ວາງ​ໄວ້​ທີ່​ເທິງ​ໂຕະ.</verse>
				<verse number="44">ແລ້ວ​ເພິ່ນ​ກໍ​ນຳ​ຂ້າພະເຈົ້າ​ເຂົ້າ​ໄປ​ໃນ​ເດີ່ນ​ດ້ານໃນ. ໃນ​ເດີ່ນ​ດ້ານໃນ​ນີ້​ມີ​ສອງ​ຫ້ອງ​ທີ່​ໄຂ​ໄວ້ ຫ້ອງ​ໜຶ່ງ​ຢູ່​ກົງ​ກັບ​ດ້ານ​ໃຕ້​ຢູ່​ໃກ້ໆ​ກັບ​ປະຕູ​ທາງ​ທິດເໜືອ ແລະ​ມີ​ຫ້ອງ​ອື່ນ​ອີກ ຊຶ່ງ​ຢູ່​ກົງ​ກັບ​ດ້ານ​ເໜືອ​ໃກ້ໆ​ກັບ​ປະຕູ​ທາງດ້ານ​ໃຕ້.</verse>
				<verse number="45">ຊາຍ​ຄົນ​ນັ້ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຫ້ອງ​ທີ່​ຢູ່​ກົງ​ກັບ​ທາງ​ທິດໃຕ້​ນັ້ນ ແມ່ນ​ໄວ້​ໃຫ້​ບັນດາ​ປະໂຣຫິດ​ທີ່​ໄດ້​ຮັບໃຊ້​ໃນ​ພຣະວິຫານ</verse>
				<verse number="46">ແລະ​ຫ້ອງ​ທີ່​ຢູ່​ກົງ​ກັບ​ທິດເໜືອ​ແມ່ນ​ໄວ້​ໃຫ້​ພວກ​ປະໂຣຫິດ ທີ່​ໄດ້​ຮັບໃຊ້​ທີ່​ແທ່ນບູຊາ. ພວກ​ປະໂຣຫິດ​ລ້ວນແຕ່​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ຊາດົກ; ມີ​ແຕ່​ພວກເຂົາ​ເທົ່ານັ້ນ ຄື​ສະມາຊິກ​ຂອງ​ເຜົ່າເລວີ ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ໃກ້​ພຣະເຈົ້າຢາເວ​ເພື່ອ​ຮັບໃຊ້​ພຣະອົງ.”</verse>
				<verse number="47">ຊາຍ​ຄົນ​ນັ້ນ​ໄດ້​ແທກ​ເດີ່ນ​ທາງ​ດ້ານໃນ ຊຶ່ງ​ເປັນ​ຮູບ​ສີ່​ຫລ່ຽມ​ມົນທົນ ແຕ່ລະ​ຂ້າງ​ມີ​ຫ້າສິບ​ແມັດ. ສ່ວນ​ພຣະວິຫານ​ນັ້ນ​ຢູ່​ທາງ​ດ້ານ​ຕາເວັນຕົກ ແລະ​ຢູ່​ຕໍ່ໜ້າ​ຂອງ​ພຣະວິຫານ​ມີ​ແທ່ນບູຊາ​ແທ່ນ​ໜຶ່ງ.</verse>
				<verse number="48">ແລ້ວ​ເພິ່ນ​ກໍ​ນຳ​ຂ້າພະເຈົ້າ​ເຂົ້າ​ໄປ​ສູ່​ຫ້ອງ ຊຶ່ງ​ເປັນ​ທາງ​ເຂົ້າ​ຂອງ​ພຣະວິຫານ. ເພິ່ນ​ແທກ​ທາງ​ເຂົ້າ​ພຣະວິຫານ​ໄດ້​ດັ່ງນີ້: ເລິກ​ສອງ​ແມັດ​ເຄິ່ງ​ແລະ​ກວ້າງ​ເຈັດ​ແມັດ ມີ​ຝາ​ໜາ​ແມັດ​ເຄິ່ງ​ທັງສອງ​ດ້ານ.</verse>
				<verse number="49">ມີ​ຂັ້ນໄດ​ນຳ​ຂຶ້ນ​ໄປ​ສູ່​ຫ້ອງ​ປະຕູ​ເຂົ້າ ຊຶ່ງ​ກວ້າງ​ສິບ​ແມັດ ແລະ​ເລິກ​ຫົກ​ແມັດ. ທີ່​ທາງ​ເຂົ້າ​ມີ​ເສົາ​ສອງ​ຕົ້ນ​ຊຶ່ງ​ຕັ້ງ​ຢູ່​ຂ້າງລະ​ເສົາ.</verse>
			</chapter>
			<chapter number="41">
				<verse number="1">ຕໍ່ມາ ຊາຍ​ຄົນ​ນັ້ນ​ໄດ້​ນຳພາ​ຂ້າພະເຈົ້າ​ເຂົ້າ​ໄປ​ສູ່​ຫ້ອງກາງ ຄື​ບ່ອນ​ສັກສິດ. ເພິ່ນ​ໄດ້​ແທກ​ທາງຍ່າງ​ຊຶ່ງ​ນຳ​ເຂົ້າ​ໄປ​ຫາ​ຫ້ອງກາງ​ມີ​ດັ່ງນີ້: ເລິກ​ສາມ​ແມັດ</verse>
				<verse number="2">ແລະ​ກວ້າງ​ຫ້າ​ແມັດ ແລະ​ມີ​ຝາ​ໜາ​ສອງ​ແມັດ​ເຄິ່ງ​ທັງສອງ​ດ້ານ. ເພິ່ນ​ແທກ​ຫ້ອງ​ນັ້ນ​ໄດ້​ດັ່ງນີ້: ທາງຍາວ​ຊາວ​ແມັດ​ແລະ​ທາງກວ້າງ​ສິບ​ແມັດ.</verse>
				<verse number="3">ແລ້ວ​ເພິ່ນ​ກໍ​ໄປ​ທີ່​ຫ້ອງ​ສຸດທ້າຍ​ດ້ານໃນ. ເພິ່ນ​ແທກ​ທາງຍ່າງ​ໄປ​ສູ່​ຫ້ອງ​ນັ້ນ​ໄດ້​ດັ່ງນີ້: ເລິກ​ໜຶ່ງ​ແມັດ ແລະ​ກວ້າງ​ສາມ​ແມັດ ແລະ​ມີ​ຝາ​ໜາ​ແຕ່ລະ​ດ້ານ​ສາມ​ແມັດ​ເຄິ່ງ.</verse>
				<verse number="4">ເພິ່ນ​ໄດ້​ແທກ​ຫ້ອງ​ນັ້ນ ຊຶ່ງ​ເປັນ​ຮູບ​ສີ່​ຫລ່ຽມ​ມົນທົນ ຍາວ​ຂ້າງລະ​ສິບ​ແມັດ. ຫ້ອງ​ນີ້​ຢູ່​ຟາກ​ໜຶ່ງ​ອີກ​ຂອງ​ຫ້ອງກາງ. ແລ້ວ​ເພິ່ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຫ້ອງ​ນີ້​ເປັນ​ບ່ອນ​ສັກສິດ​ທີ່ສຸດ.”</verse>
				<verse number="5">ຊາຍ​ຄົນ​ນັ້ນ​ໄດ້​ແທກ​ຄວາມໜາ​ຂອງ​ຝາ​ດ້ານໃນ​ຕົວ​ຕຶກ​ຂອງ​ພຣະວິຫານ ແລະ​ແທກ​ໄດ້​ສາມ​ແມັດ. ຕິດ​ກັບ​ຝາ​ນີ້​ຄື​ອ້ອມຮອບ​ພຣະວິຫານ ມີ​ຫ້ອງເລັກ​ຫ້ອງນ້ອຍ​ຕ່າງໆ ກວ້າງ​ສອງ​ແມັດ.</verse>
				<verse number="6">ຫ້ອງ​ເຫຼົ່ານີ້​ມີ​ຢູ່​ສາມ​ຊັ້ນ ຊັ້ນ​ໜຶ່ງ​ມີ​ສາມສິບ​ຫ້ອງ. ກຳແພງ​ຊັ້ນນອກ​ຂອງ​ພຣະວິຫານ​ແຕ່ລະຊັ້ນ ຍິ່ງ​ສູງ​ຂຶ້ນ​ກໍ​ຍິ່ງ​ບາງ ເພື່ອ​ວ່າ​ຫ້ອງ​ຕ່າງໆ​ນັ້ນ​ຈະ​ຕັ້ງ​ຢູ່​ກັບ​ຝາ​ໂດຍ​ບໍ່​ອີງ​ກຳແພງ.</verse>
				<verse number="7">ສະນັ້ນ ກຳແພງ​ຂອງ​ພຣະວິຫານ ເມື່ອ​ເບິ່ງ​ແຕ່​ຂ້າງ​ນອກ​ແລ້ວ ເຫັນ​ວ່າ​ມີ​ຄວາມໜາ​ສະເໝີກັນ​ແຕ່​ລຸ່ມ​ເຖິງ​ຈອມ. ຕິດ​ກັບ​ກຳແພງ​ຊັ້ນນອກ​ຂອງ​ພຣະວິຫານ ຄື​ທາງ​ນອກ​ຂອງ​ຫ້ອງ​ຕ່າງໆ ມີ​ຂັ້ນໄດ​ກວ້າງ​ສອງ​ອັນ​ຖືກ​ສ້າງ​ຂຶ້ນ ເພື່ອ​ຍ່າງ​ຂຶ້ນ​ຈາກ​ຊັ້ນລຸ່ມ​ຫາ​ຊັ້ນກາງ ແລະ​ສູ່​ຊັ້ນ​ເທິງ​ໄດ້.</verse>
				<verse number="8">ຝາ​ດ້ານນອກ​ຂອງ​ຫ້ອງ​ເຫຼົ່ານີ້​ໜາ​ສອງ​ແມັດ​ເຄິ່ງ; ມີ​ປະຕູ​ອັນ​ໜຶ່ງ​ນຳ​ເຂົ້າ​ໄປ​ສູ່​ຫ້ອງ​ຕ່າງໆ​ທາງ​ດ້ານ​ເໜືອ​ພຣະວິຫານ ແລະ​ມີ​ປະຕູ​ອັນ​ໜຶ່ງ​ນຳ​ເຂົ້າ​ໄປ​ສູ່​ຫ້ອງ​ຕ່າງໆ​ທາງດ້ານ​ໃຕ້. ຂ້າພະເຈົ້າ​ຍັງ​ເຫັນ​ວ່າ ມີ​ລະບຽງ​ກວ້າງ​ສອງ​ແມັດ​ເຄິ່ງ​ອ້ອມຮອບ​ພຣະວິຫານ ແລະ​ລະບຽງ​ນັ້ນ​ສູງ​ສາມ​ແມັດ ຈາກ​ລະດັບ​ພື້ນດິນ​ຂອງ​ຫ້ອງ​ຕ່າງໆ​ທີ່​ຕິດ​ກັບ​ຝາ. ລະຫວ່າງ​ລະບຽງ​ກັບ​ອາຄານ​ມີ​ບ່ອນ​ຫວ່າງ​ກວ້າງ​ສິບ​ແມັດ ລຽບ​ຕາມ​ແຄມ​ຂອງ​ພຣະວິຫານ ຊຶ່ງ​ໃຊ້​ເປັນ​ບ່ອນ​ຢູ່​ຂອງ​ພວກ​ປະໂຣຫິດ.</verse>
				<verse number="9"></verse>
				<verse number="10"></verse>
				<verse number="11"></verse>
				<verse number="12">ທີ່​ສົ້ນ​ສຸດ​ຂອງ​ບ່ອນ​ຫວ່າງ​ທາງ​ດ້ານ​ຕາເວັນຕົກ​ຂອງ​ພຣະວິຫານ​ນັ້ນ ມີ​ອາຄານ​ຫລັງ​ໜຶ່ງ ຍາວ​ສີ່ສິບຫ້າ​ແມັດ ແລະ​ກວ້າງ​ສາມສິບຫ້າ​ແມັດ; ຝາ​ທັງໝົດ​ທີ່​ອ້ອມຮອບ​ນັ້ນ​ໜາ​ສອງ​ແມັດ​ເຄິ່ງ.</verse>
				<verse number="13">ຊາຍ​ຄົນ​ນັ້ນ​ໄດ້​ແທກ​ດ້ານນອກ​ຂອງ​ພຣະວິຫານ ຈຶ່ງ​ມີ​ລວງຍາວ​ຫ້າສິບ​ແມັດ ແລະ​ຈາກ​ດ້ານຫລັງ​ຂອງ​ພຣະວິຫານ​ຂ້າມ​ບ່ອນ​ຫວ່າງເປົ່າ ໄປ​ຫາ​ສົ້ນສຸດ​ຂອງ​ອາຄານ​ທາງ​ທິດ​ຕາເວັນຕົກ ແທກ​ໄດ້​ຫ້າສິບ​ແມັດ​ເຊັ່ນດຽວ​ກັນ.</verse>
				<verse number="14">ໄລຍະ​ທາງ​ທີ່​ແທກ​ຂ້າມ​ດ້ານ​ໜ້າ​ຂອງ​ພຣະວິຫານ ລວມ​ທັງ​ບ່ອນ​ຫວ່າງເປົ່າ​ທັງສອງ​ດ້ານ​ນັ້ນ ມີ​ຫ້າສິບ​ແມັດ​ເຊັ່ນດຽວ​ກັນ.</verse>
				<verse number="15">ເພິ່ນ​ແທກ​ລວງຍາວ​ຂອງ​ອາຄານ​ໄປ​ທາງ​ທິດ​ຕາເວັນຕົກ ລວມທັງ​ທາງຍ່າງ​ທີ່​ຍາວ​ເລີຍ​ໄປ​ສູ່​ສອງ​ດ້ານ​ນັ້ນ ມີ​ຫ້າສິບ​ແມັດ​ເຊັ່ນດຽວ​ກັນ. ຫ້ອງ​ທາງເຂົ້າ​ຂອງ​ພຣະວິຫານ, ຫ້ອງ​ສັກສິດ ແລະ​ຫ້ອງ​ສັກສິດ​ທີ່ສຸດ</verse>
				<verse number="16">ໄດ້​ປູ​ດ້ວຍ​ໄມ້ ແຕ່​ພື້ນ​ຈົນ​ຮອດ​ປ່ອງຢ້ຽມ. ປ່ອງຢ້ຽມ​ເຫຼົ່ານີ້​ມີ​ຜ້າກັ້ງ​ອັດ​ໄວ້.</verse>
				<verse number="17">ສ່ວນ​ຝາ​ດ້ານໃນ​ຂອງ​ພຣະວິຫານ ຊຶ່ງ​ສູງ​ຂຶ້ນ​ໄປ​ຈົນຮອດ​ຂອບ​ປະຕູ​ຂ້າງ​ເທິງ​ນັ້ນ​ໄດ້​ຖືກ​ແກະສະຫລັກ</verse>
				<verse number="18">ເປັນ​ຮູບ​ຕົ້ນ​ຕານ​ກັບ​ເຄຣຸບ​ໃສ່. ຕົ້ນ​ຕານ​ແລະ​ເຄຣຸບ​ໄດ້​ຖືກ​ສະຫລັບ​ຕໍ່ເນື່ອງ​ກັນ​ໄປ​ຈົນ​ອ້ອມ​ຫ້ອງ. ສັດ​ແຕ່ລະໂຕ​ມີ​ສອງ​ໜ້າ</verse>
				<verse number="19">ຄື​ໜ້າ​ຄົນ​ໄດ້​ປິ່ນ​ໄປ​ທາງ​ຕົ້ນ​ຕານ​ທາງ​ດ້ານ​ໜຶ່ງ ແລະ​ໜ້າ​ສິງ​ໄດ້​ປິ່ນ​ໄປ​ທາງ​ຕົ້ນ​ຕານ​ອີກ​ດ້ານ​ໜຶ່ງ ແລະ​ເປັນ​ເຊັ່ນນີ້​ໄປ​ຕະຫລອດ​ຈົນ​ສຸດຝາ</verse>
				<verse number="20">ຕັ້ງແຕ່​ພື້ນ​ຈົນ​ຈຸ​ຂອບ​ເທິງ​ຂອງ​ປະຕູ​ທັງຫລາຍ.</verse>
				<verse number="21">ສ່ວນ​ເສົາ​ປະຕູ​ຂອງ​ບ່ອນ​ສັກສິດ​ນັ້ນ ເປັນ​ຮູບ​ສີ່​ຫລ່ຽມ​ມົນທົນ. ຕໍ່ໜ້າ​ທາງເຂົ້າ​ຂອງ​ບ່ອນ​ສັກສິດ​ທີ່ສຸດ​ນັ້ນ​ມີ​ສິ່ງ​ໜຶ່ງ​ເບິ່ງ​ເໝືອນ</verse>
				<verse number="22">ແທ່ນບູຊາ​ແທ່ນ​ໜຶ່ງ​ທີ່​ເຮັດ​ດ້ວຍ​ໄມ້ ສູງ​ໜຶ່ງ​ແມັດ​ເຄິ່ງ​ແລະ​ກວ້າງ​ໜຶ່ງ​ແມັດ. ເສົາ​ທີ່​ແຈ, ພື້ນຖານ, ກັບ​ຂອບ​ຂອງ​ແທ່ນ ລ້ວນແຕ່​ເຮັດ​ດ້ວຍ​ໄມ້​ທັງນັ້ນ. ຊາຍ​ຜູ້ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ນີ້​ແຫຼະ​ແມ່ນ​ໂຕະ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ.”</verse>
				<verse number="23">ປາຍ​ທາງຍ່າງ​ໄປ​ສູ່​ບ່ອນ​ສັກສິດ​ນັ້ນ​ມີ​ປະຕູ​ອັນ​ໜຶ່ງ ແລະ​ປາຍ​ທາງຍ່າງ​ໄປ​ສູ່​ບ່ອນ​ສັກສິດ​ທີ່ສຸດ​ກໍ​ມີ​ປະຕູ​ອັນ​ໜຶ່ງ​ຄືກັນ.</verse>
				<verse number="24">ເປັນ​ບານປະຕູ​ຄູ່​ທີ່​ເປີດ​ໄປມາ​ໄດ້​ທາງກາງ.</verse>
				<verse number="25">ທີ່​ປະຕູ​ຂອງ​ຫ້ອງ​ສັກສິດ​ນັ້ນ​ມີ​ຮູບ​ຕົ້ນ​ຕານ ແລະ​ຮູບ​ເຄຣຸບ​ທີ່​ແກະສະຫລັກ​ຢ່າງດີ ເໝືອນກັນ​ກັບ​ທີ່​ຝາ​ຂອງ​ພຣະວິຫານ. ທາງຍ່າງ​ໄປ​ສູ່​ຫ້ອງ​ທາງ​ເຂົ້າ​ນັ້ນ​ແມ່ນ​ໄດ້​ປູ​ດ້ວຍ​ໄມ້.</verse>
				<verse number="26">ທາງ​ດ້ານ​ຂ້າງ​ຂອງ​ຫ້ອງ​ນີ້​ມີ​ປ່ອງຢ້ຽມ ແລະ​ຕາມ​ຝາ​ກໍໄດ້​ຕົບແຕ່ງ​ດ້ວຍ​ຮູບ​ຕົ້ນ​ຕານ.</verse>
			</chapter>
			<chapter number="42">
				<verse number="1">ແລ້ວ​ຊາຍ​ຄົນ​ນີ້​ກໍໄດ້​ນຳ​ຂ້າພະເຈົ້າ​ເຂົ້າ​ໄປ​ສູ່​ເດີ່ນ​ທາງນອກ ແລະ​ພາ​ຂ້າພະເຈົ້າ​ໄປ​ທີ່​ອາຄານ​ຫລັງ​ໜຶ່ງ​ທາງ​ດ້ານ​ເໜືອ​ຂອງ​ພຣະວິຫານ ຊຶ່ງ​ຢູ່​ບໍ່​ໄກ​ຈາກ​ອາຄານ​ເບື້ອງ​ສົ້ນສຸດ ທາງ​ທິດ​ຕາເວັນຕົກ​ຂອງ​ພຣະວິຫານ​ພໍເທົ່າໃດ.</verse>
				<verse number="2">ອາຄານ​ຫລັງ​ນີ້​ຍາວ​ຫ້າສິບ​ແມັດ ແລະ​ກວ້າງ​ຊາວຫ້າ​ແມັດ.</verse>
				<verse number="3">ທາງ​ດ້ານ​ໜຶ່ງ​ນັ້ນ​ຢູ່​ກົງ​ກັບ​ບ່ອນ​ເປົ່າຫວ່າງ​ຂອງ​ພຣະວິຫານ ກວ້າງ​ສິບ​ແມັດ; ແລະ​ອີກ​ດ້ານ​ໜຶ່ງ​ຢູ່​ຊື່​ກັບ​ພື້ນ​ປູ​ດ້ວຍ​ຫີນ​ທີ່​ເດີ່ນ​ຂ້າງ​ນອກ. ອາຄານ​ນີ້​ມີ​ສາມ​ຊັ້ນ ແຕ່ລະຊັ້ນ​ຢອງກັນ​ຂຶ້ນ.</verse>
				<verse number="4">ທາງ​ດ້ານ​ເໜືອ​ຂອງ​ອາຄານ​ຫລັງ​ນີ້​ມີ​ທາງຍ່າງ ກວ້າງ​ຫ້າ​ແມັດ ແລະ​ຍາວ​ຫ້າສິບ​ແມັດ ໂດຍ​ມີ​ທາງ​ເຂົ້າ​ທາງ​ດ້ານ​ໜຶ່ງ​ອີກ.</verse>
				<verse number="5">ຫ້ອງ​ຕ່າງໆ​ທີ່​ຢູ່​ຊັ້ນ​ເທິງ​ຂອງ​ອາຄານ ແຄບ​ກວ່າ​ຫ້ອງ​ທີ່​ຢູ່​ຊັ້ນ​ກາງ ແລະ​ຫ້ອງ​ທີ່​ຢູ່​ຊັ້ນ​ລຸ່ມ ຍ້ອນ​ສ້າງ​ຢອງກັນ​ຂຶ້ນ​ໄປ.</verse>
				<verse number="6">ຫ້ອງ​ຕ່າງໆ​ທັງ​ສາມ​ຊັ້ນ​ນັ້ນ​ຢູ່​ເທິງ​ລະບຽງ ແລະ​ບໍ່ມີ​ເສົາ​ຄໍ້າ​ດັ່ງ​ອາຄານ​ຕ່າງໆ​ຢູ່​ໃນ​ເດີ່ນ.</verse>
				<verse number="7">ທີ່​ຊັ້ນ​ລຸ່ມ​ຝາ​ຊັ້ນນອກ​ຂອງ​ອາຄານ​ຍາວ​ຊາວຫ້າ​ແມັດ</verse>
				<verse number="8">ຊຶ່ງ​ແມ່ນ​ເຄິ່ງ​ໜຶ່ງ​ຂອງ​ລວງຍາວ; ອີກ​ຊາວຫ້າ​ແມັດ​ທີ່​ເຫຼືອ​ນັ້ນ​ໄດ້​ຖືກ​ສ້າງ​ໃຫ້​ເປັນ​ຫລາຍໆ​ຫ້ອງ. ທີ່​ຊັ້ນ​ເທິງ​ມີ​ຫ້ອງ​ຕ່າງໆ ຢູ່​ຕະຫລອດ​ລວງ​ຍາວ​ຂອງ​ອາຄານ.</verse>
				<verse number="9">ຢູ່​ລຸ່ມ​ຫ້ອງ​ເຫຼົ່ານີ້ ທີ່​ສົ້ນ​ສຸດ​ທາງດ້ານ​ຕາເວັນອອກ​ຂອງ​ອາຄານ ຄື​ບ່ອນ​ເລີ່ມຕົ້ນ​ຂອງ​ກຳແພງ​ນັ້ນ</verse>
				<verse number="10">ມີ​ປະຕູ​ໄຂ​ອອກ​ໄປ​ສູ່​ເດີ່ນ​ດ້ານນອກ. ທາງດ້ານ​ໃຕ້​ຂອງ​ພຣະວິຫານ​ມີ​ຕຶກ​ຫລັງ​ໜຶ່ງ​ຄ້າຍ​ຄືກັນ ຢູ່​ບໍ່​ໄກ​ຈາກ​ອາຄານ​ທາງ​ດ້ານ​ຕາເວັນຕົກ​ສຸດ​ຂອງ​ພຣະວິຫານ.</verse>
				<verse number="11">ຢູ່​ຕໍ່ໜ້າ​ຫ້ອງ​ຕ່າງໆ​ນັ້ນ​ມີ​ທາງຍ່າງ​ເໝືອນກັນ​ກັບ​ທາງ​ດ້ານ​ເໜືອ. ມັນ​ມີ​ຂະໜາດ​ເທົ່າກັນ, ມີ​ແບບ​ຄືກັນ ແລະ​ທັງ​ມີ​ປະຕູ​ເຂົ້າ​ຢ່າງ​ດຽວກັນ.</verse>
				<verse number="12">ມີ​ປະຕູ​ອັນ​ໜຶ່ງ​ຢູ່​ທາງ​ລຸ່ມ​ຫ້ອງ​ຕ່າງໆ ເທິງ​ດ້ານ​ໃຕ້​ຂອງ​ຕົວ​ອາຄານ ທີ່​ທາງ​ສົ້ນ​ສຸດ​ຂອງ​ດ້ານ​ທິດ​ຕາເວັນອອກ ບ່ອນ​ທີ່​ເລີ່ມຕົ້ນ​ມີ​ກຳແພງ.</verse>
				<verse number="13">ຊາຍ​ຄົນ​ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ອາຄານ​ທັງສອງ​ຫລັງ​ນີ້​ສັກສິດ. ບັນດາ​ປະໂຣຫິດ​ທີ່​ເຂົ້າ​ໄປ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ​ບໍຣິສຸດ​ຢູ່​ໃນ​ຕຶກ​ເຫຼົ່ານັ້ນ. ເພາະ​ຫ້ອງ​ຕ່າງໆ​ນັ້ນ​ສັກສິດ ບັນດາ​ປະໂຣຫິດ​ຈະ​ວາງ​ເຄື່ອງ​ຖວາຍ​ອັນ​ສັກສິດ​ທີ່ສຸດ​ໄວ້​ໃນ​ທີ່ນັ້ນ ເຊັ່ນ: ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ​ກັບ​ເຄື່ອງ​ຖວາຍ​ສຳລັບ​ລຶບລ້າງ​ບາບ ຫລື​ເຄື່ອງ​ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ.</verse>
				<verse number="14">ເມື່ອ​ພວກ​ປະໂຣຫິດ​ທີ່​ເຂົ້າ​ມາ​ໃນ​ພຣະວິຫານ ແລະ​ຢາກ​ໄປ​ທີ່​ເດີ່ນ​ຂ້າງ​ນອກ; ພວກເຂົາ​ຕ້ອງ​ແກ້​ເຄື່ອງນຸ່ງ​ອັນ​ສັກສິດ​ທີ່​ພວກ​ຕົນ​ນຸ່ງ​ໃນ​ຂະນະທີ່​ຮັບໃຊ້​ຢູ່​ນັ້ນ​ອອກ​ໄວ້​ໃນ​ຫ້ອງ​ເຫຼົ່ານີ້. ພວກເຂົາ​ຕ້ອງ​ໃສ່​ເຄື່ອງ​ອື່ນ​ກ່ອນ ຈຶ່ງ​ຈະ​ອອກ​ໄປ​ບ່ອນ​ທີ່​ປະຊາຊົນ​ມາ​ເຕົ້າໂຮມ​ກັນ​ໄດ້.”</verse>
				<verse number="15">ເມື່ອ​ຊາຍ​ຄົນ​ນັ້ນ​ໄດ້​ວັດແທກ​ເນື້ອທີ່​ຂ້າງ​ໃນ​ຂອງ​ພຣະວິຫານ​ແລ້ວໆ ເພິ່ນ​ໄດ້​ນຳ​ຂ້າພະເຈົ້າ​ຜ່ານ​ອອກ​ໄປ​ທາງ​ປະຕູ​ດ້ານ​ທິດ​ຕາເວັນອອກ ແລະ​ຕໍ່ມາ​ໄດ້​ວັດແທກ​ເນື້ອທີ່​ທາງ​ຂ້າງ​ນອກ.</verse>
				<verse number="16">ເພິ່ນ​ໄດ້​ເອົາ​ໄມ້ແທກ​ມາ​ວັດແທກ​ດ້ານ​ຕາເວັນອອກ ແລະ​ຮູ້ວ່າ​ໄດ້​ສອງຮ້ອຍ​ຫ້າສິບ​ແມັດ.</verse>
				<verse number="17">ແລ້ວ​ເພິ່ນ​ກໍໄດ້​ແທກ​ດ້ານ​ເໜືອ, ດ້ານ​ໃຕ້ ແລະ​ດ້ານ​ຕາເວັນຕົກ ແລະ​ໄດ້​ຮູ້ວ່າ​ແຕ່ລະ​ດ້ານ​ເທົ່າກັນ​ໝົດ ຄື​ສອງຮ້ອຍ​ຫ້າສິບ​ແມັດ.</verse>
				<verse number="18"></verse>
				<verse number="19"></verse>
				<verse number="20">ເພິ່ນ​ໄດ້​ແທກ​ກຳແພງ​ທີ່​ໄດ້​ອ້ອມຮອບ​ທັງ​ສີ່​ດ້ານ. ກຳແພງ​ນີ້​ເປັນ​ສີ່​ຫລ່ຽມ​ມົນທົນ ຂ້າງລະ​ສອງຮ້ອຍ​ຫ້າສິບ​ແມັດ ແລະ​ໄດ້​ໃຊ້​ສຳລັບ​ແຍກ​ສິ່ງ​ບໍຣິສຸດ​ຈາກ​ສິ່ງ​ທຳມະດາ.</verse>
			</chapter>
			<chapter number="43">
				<verse number="1">ຊາຍ​ຄົນ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ທີ່​ປະຕູ​ທີ່​ຢູ່​ກົງ​ກັບ​ທິດ​ຕາເວັນອອກ</verse>
				<verse number="2">ແລະ​ໃນ​ທີ່ນັ້ນ ສະຫງ່າຣາສີ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ກໍ​ປາກົດ​ໃຫ້​ຂ້າພະເຈົ້າ​ເຫັນ​ທາງທິດ​ຕາເວັນອອກ. ສຽງ​ຂອງ​ພຣະເຈົ້າ​ດັງ​ກ້ອງ​ເໝືອນ​ສຽງ​ນໍ້າ​ທະເລ ແລະ​ແຜ່ນດິນ​ໂລກ​ກໍ​ສະຫວ່າງ​ສະໄຫວ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະອົງ.</verse>
				<verse number="3">ນິມິດ​ນີ້​ຄືກັນ​ກັບ​ຄາວ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ ເມື່ອ​ພຣະເຈົ້າ​ໄດ້​ສະເດັດ​ມາ​ເພື່ອ​ທຳລາຍ​ນະຄອນ​ເຢຣູຊາເລັມ ແລະ​ຄາວ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ທີ່​ແຄມ​ແມ່ນໍ້າ​ເກບາກ. ແລ້ວ​ຂ້າພະເຈົ້າ​ກໍ​ກົ້ມ​ຂາບລົງ​ກັບ​ພື້ນດິນ.</verse>
				<verse number="4">ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ໄດ້​ຜ່ານ​ໄປ​ທາງ​ປະຕູ​ດ້ານ​ຕາເວັນອອກ ແລະ​ເຂົ້າ​ໄປ​ສູ່​ພຣະວິຫານ.</verse>
				<verse number="5">ພຣະວິນຍານ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ ແລະ​ນຳ​ຂ້າພະເຈົ້າ​ເຂົ້າ​ໄປ​ສູ່​ເດີ່ນ​ທາງ​ໃນ​ບ່ອນ​ທີ່​ຂ້າພະເຈົ້າ​ເຫັນ​ໄດ້​ວ່າ ພຣະວິຫານ​ນັ້ນ​ເຕັມ​ໄປ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="6">ຊາຍ​ຜູ້ນັ້ນ​ຢືນ​ຢູ່​ໃກ້ໆ​ຂ້າພະເຈົ້າ​ໃນ​ບ່ອນ​ນັ້ນ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ພຣະອົງ​ກ່າວ​ແກ່​ຂ້າພະເຈົ້າ​ອອກ​ມາ​ຈາກ​ພຣະວິຫານ​ວ່າ,</verse>
				<verse number="7">“ມະນຸດ​ເອີຍ ນີ້ແຫລະ​ແມ່ນ​ບັນລັງ​ຂອງເຮົາ. ເຮົາ​ຈະ​ຢູ່​ທີ່​ນີ້​ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ ແລະ​ປົກຄອງ​ພວກເຂົາ​ຕະຫລອດໄປ. ປະຊາຊົນ​ອິດສະຣາເອນ​ຕະຫລອດ​ທັງ​ບັນດາ​ກະສັດ​ຂອງ​ພວກເຂົາ ຈະ​ຕ້ອງ​ບໍ່​ເຮັດ​ໃຫ້​ນາມ​ອັນ​ບໍຣິສຸດ​ຂອງເຮົາ​ເປັນ​ທີ່​ອັບອາຍ​ຂາຍໜ້າ​ອີກ​ຕໍ່ໄປ ໂດຍ​ຂາບໄຫວ້​ພະອື່ນ ຫລື​ໂດຍ​ຝັງສົບ​ຂອງ ກະສັດ​ຂອງ​ພວກເຂົາ​ທີ່​ໄດ້​ຕາຍໄປ​ແລ້ວ​ໃນ​ທີ່​ນີ້​ອີກ.</verse>
				<verse number="8">ກະສັດ​ທັງຫລາຍ​ສ້າງ​ຂອບ​ປະຕູ ແລະ​ເສົາ​ປະຕູ​ວັງ​ຂອງ​ພວກເຂົາ ໃສ່​ຕໍ່ໜ້າ​ຂອບ​ປະຕູ​ກັບ​ເສົາ​ປະຕູ​ຂອງ​ພຣະວິຫານ​ຂອງເຮົາ ເພື່ອ​ວ່າ​ຈະ​ໃຫ້​ມີ​ແຕ່​ຝາ​ເທົ່ານັ້ນ​ຂັ້ນ​ລະຫວ່າງ​ວິຫານ​ຂອງເຮົາ​ແລະ​ເຮືອນ​ຂອງ​ພວກເຂົາ. ພວກເຂົາ​ໄດ້​ເຮັດ​ໃຫ້​ນາມ​ຂອງເຮົາ​ເປັນ​ທີ່​ອັບອາຍ​ຂາຍໜ້າ ໂດຍ​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ພວກເຂົາ​ໄດ້​ເຮັດ; ສະນັ້ນ ເຮົາ​ຈຶ່ງ​ໂກດຮ້າຍ ແລະ​ທຳລາຍ​ພວກເຂົາ.</verse>
				<verse number="9">ບັດນີ້ ພວກເຂົາ​ຕ້ອງ​ເຊົາ​ຂາບໄຫວ້​ພະອື່ນໆ ແລະ​ຍົກຍ້າຍ​ຊາກສົບ​ຂອງ​ບັນດາ​ກະສັດ​ຂອງ​ພວກເຂົາ ອອກ​ໄປ ຖ້າ​ພວກເຂົາ​ເຮັດ ເຮົາ​ຈະ​ຢູ່​ໃນ​ທ່າມກາງ​ພວກເຂົາ​ຕະຫລອດໄປ.”</verse>
				<verse number="10">“ມະນຸດ​ເອີຍ ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ໃຫ້​ຮູ້​ເຖິງ​ເລື່ອງ​ພຣະວິຫານ ແລະ​ໃຫ້​ພວກເຂົາ​ສຶກສາ​ແຜນຜັງ​ຂອງ​ພຣະວິຫານ​ນັ້ນ. ໃຫ້​ພວກເຂົາ​ລະອາຍ​ໃຈ​ໃນ​ບາບ​ທີ່​ພວກເຂົາ​ໄດ້​ເຮັດ.</verse>
				<verse number="11">ແລ້ວ​ຖ້າ​ພວກເຂົາ​ລະອາຍ​ໃຈ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ ຈົ່ງ​ອະທິບາຍ​ແຜນຜັງ​ຂອງ​ພຣະວິຫານ​ສູ່​ພວກເຂົາ​ຟັງ​ເຊັ່ນ: ແບບແຜນ, ທາງເຂົ້າ​ແລະ​ທາງອອກ, ຮູບຮ່າງ​ຂອງ​ພຣະວິຫານ, ການ​ຈັດແຈງ​ທຸກໆສິ່ງ, ຕະຫລອດ​ທັງ​ຂໍ້​ບັງຄັບ ແລະ​ກົດລະບຽບ​ຕ່າງໆ​ດ້ວຍ. ຈົ່ງ​ຂຽນ​ທັງໝົດ​ນີ້​ໃຫ້​ພວກເຂົາ ເພື່ອ​ພວກເຂົາ​ຈະ​ເຫັນ​ໄດ້​ວ່າ​ຄວນ​ຈັດແຈງ​ທຸກໆສິ່ງ​ຢ່າງໃດ ແລະ​ຈະ​ປະຕິບັດ​ຕາມ​ກົດ​ຂໍ້​ບັງຄັບ​ທັງໝົດ​ໄດ້​ຢ່າງໃດ.</verse>
				<verse number="12">ອັນ​ນີ້​ແມ່ນ​ກົດ​ຂອງ​ພຣະວິຫານ ຄື​ບໍລິເວນ​ທັງໝົດ​ຂອງ​ພຣະວິຫານ ທີ່​ບໍລິເວນ​ອ້ອມຮອບ​ເທິງ​ຈອມພູ​ທັງໝົດ ເປັນ​ບ່ອນ​ສັກສິດ​ທີ່ສຸດ.”</verse>
				<verse number="13">ຕໍ່ໄປນີ້​ເປັນ​ການ​ວັດແທກ​ແທ່ນບູຊາ ໂດຍ​ໃຊ້​ໜ່ວຍ​ວັດແທກ​ຢ່າງ​ດຽວ​ກັບ​ໜ່ວຍ​ວັດແທກ​ຂອງ​ພຣະວິຫານ. ອ້ອມຮອບ​ຖານ​ຂອງ​ແທ່ນບູຊາ​ນັ້ນ​ເປັນ​ຮາງ ເລິກ​ເຄິ່ງ​ແມັດ​ແລະ​ກວ້າງ​ເຄິ່ງ​ແມັດ ໂດຍ​ມີ​ຂອບ​ນອກ​ສູງ​ຊາວຫ້າ​ເຊັນ.</verse>
				<verse number="14">ສ່ວນ​ທີ່​ຕໍ່າ​ສຸດ​ຂອງ​ແທ່ນ​ຄື​ແຕ່​ຈອມ​ຫາ​ຖານ​ສູງ​ໜຶ່ງ​ແມັດ. ຕອນ​ຕໍ່ໄປ​ເລິກ​ເຂົ້າ​ຈາກ​ຂອບ​ອ້ອມຮອບ​ແທ່ນ​ນັ້ນ​ເຄິ່ງ​ແມັດ ແລະ​ສູງ​ສອງ​ແມັດ. ຕອນ​ຕໍ່ໄປ​ນັ້ນ​ອີກ​ເລິກ​ເຂົ້າ​ຈາກ​ຂອບ​ອ້ອມຮອບ​ແທ່ນ​ນັ້ນ ເຄິ່ງ​ແມັດ​ທັງໝົດ.</verse>
				<verse number="15">ຕອນ​ເທິງ​ນີ້​ທີ່​ເປັນ​ບ່ອນ​ເຜົາ​ເຄື່ອງ​ບູຊາ ສູງ​ສອງ​ແມັດ​ເຊັ່ນກັນ. ຈອມ​ທີ່​ແຈ​ທັງ​ສີ່​ນັ້ນ ສູງ​ກວ່າ​ບ່ອນ​ຕ່າງໆ.</verse>
				<verse number="16">ຈອມ​ຂອງ​ແທ່ນ​ເປັນ​ຮູບ​ສີ່​ຫລ່ຽມ​ມົນທົນ ຊຶ່ງ​ແຕ່ລະ​ຂ້າງ​ມີ​ຫົກ​ແມັດ.</verse>
				<verse number="17">ສ່ວນ​ທາງກາງ​ນັ້ນ​ເປັນ​ຮູບ​ສີ່​ຫລ່ຽມ​ມົນທົນ​ຄືກັນ ຊຶ່ງ​ແຕ່ລະ​ຂ້າງ​ມີ​ເຈັດ​ແມັດ ພ້ອມ​ກັບ​ມີ​ຂອບ​ນອກ​ອີກ ສູງ​ຊາວຫ້າ​ເຊັນ. (ຮາງ​ນັ້ນ​ກວ້າງ​ສິບຫ້າ​ເຊັນ.) ຂັ້ນໄດ​ຂຶ້ນ​ໄປ​ສູ່​ແທ່ນບູຊາ​ນັ້ນ​ຕັ້ງ​ຢູ່​ທາງດ້ານ​ຕາເວັນອອກ.</verse>
				<verse number="18">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ. ເມື່ອ​ແທ່ນບູຊາ​ໄດ້​ຖືກ​ສ້າງ​ຂຶ້ນ​ແລ້ວ ໃຫ້​ເຈົ້າ​ຖວາຍ​ແທ່ນ​ນັ້ນ​ໂດຍ​ເຜົາ​ເຄື່ອງ​ບູຊາ​ໃສ່​ເທິງ​ແທ່ນ ແລະ​ຊິດ​ເລືອດ​ຂອງ​ສັດ​ທີ່​ເຈົ້າ​ໄດ້​ຂ້າ​ຖວາຍບູຊາ​ໃສ່​ດ້ວຍ.</verse>
				<verse number="19">ບັນດາ​ປະໂຣຫິດ​ເຫຼົ່ານັ້ນ​ທີ່​ເປັນ​ຄົນ​ຂອງ​ເຜົ່າເລວີ ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ຊາດົກ ແມ່ນ​ພວກ​ດຽວ​ເທົ່ານັ້ນ​ທີ່​ຈະ​ເຂົ້າ​ມາ​ຮັບໃຊ້​ຊ້ອງໜ້າ​ເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ. ເຈົ້າ​ຈະ​ຕ້ອງ​ຫາ​ງົວເຖິກໜຸ່ມ ມາ​ເປັນ​ເຄື່ອງ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ.</verse>
				<verse number="20">ເຈົ້າ​ຕ້ອງ​ເອົາ​ເລືອດ​ບາງສ່ວນ​ທາ​ທີ່​ຈອມ​ຕ່າງໆ​ຂອງ​ແທ່ນບູຊາ​ທຸກ​ແຈ​ທີ່​ແຈ​ສ່ວນ​ກາງ​ຂອງ​ແທ່ນບູຊາ ແລະ​ອ້ອມຮອບ​ທີ່​ຂອບ​ທັງໝົດ​ຂອງ​ແທ່ນ​ດ້ວຍ. ດ້ວຍ​ວິທີ​ນີ້ ເຈົ້າ​ຈະ​ຊຳລະ​ແທ່ນ​ໃຫ້​ບໍຣິສຸດ ແລ້ວ​ຈົ່ງ​ອຸທິດ​ຖວາຍ​ແທ່ນ​ນັ້ນ.</verse>
				<verse number="21">ໃຫ້​ເຈົ້າ​ເອົາ​ງົວເຖິກ​ທີ່​ໄດ້​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ໄປ​ເຜົາ​ໃນ​ບ່ອນ​ທີ່​ໄດ້​ຈັດ​ໄວ້​ໃຫ້ ທີ່​ທາງນອກ​ຂອງ​ພຣະວິຫານ.</verse>
				<verse number="22">ມື້​ຕໍ່ມາ ໃຫ້​ເຈົ້າ​ເອົາ​ແບ້ເຖິກ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ມາ​ຖວາຍ​ເປັນ​ເຄື່ອງ​ບູຊາ​ລຶບລ້າງ​ບາບ. ຈົ່ງ​ຊຳລະ​ແທ່ນບູຊາ​ດ້ວຍ​ເລືອດ​ຂອງ​ມັນ ຕາມ​ວິທີ​ດຽວກັນ​ກັບ​ທີ່​ເຈົ້າ​ໄດ້​ເຮັດ​ກັບ​ງົວເຖິກ.</verse>
				<verse number="23">ເມື່ອ​ເຈົ້າ​ເຮັດ​ເສັດສິ້ນ​ແລ້ວ ຈົ່ງ​ນຳ​ເອົາ​ງົວເຖິກໜຸ່ມ​ກັບ​ແກະເຖິກ​ໜຸ່ມ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="24">ສັດ​ທັງສອງ​ນັ້ນ​ຕ້ອງ​ໃຫ້​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ. ບັນດາ​ປະໂຣຫິດ​ຈະ​ໂຮຍ​ເກືອ​ໃສ່​ມັນ ແລະ​ເຜົາ​ເປັນ​ເຄື່ອງ​ບູຊາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ.</verse>
				<verse number="25">ແຕ່ລະວັນ​ເປັນ​ເວລາ​ເຈັດ​ວັນ ເຈົ້າ​ຕ້ອງ​ຖວາຍ​ແບ້​ໂຕໜຶ່ງ, ງົວເຖິກ​ໂຕໜຶ່ງ ແລະ​ແກະເຖິກ​ໂຕໜຶ່ງ ເປັນ​ເຄື່ອງ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ. ສັດ​ທັງໝົດ​ນີ້​ຕ້ອງ​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.</verse>
				<verse number="26">ຕະຫລອດ​ເຈັດ​ວັນ​ນັ້ນ ປະໂຣຫິດ​ຕ້ອງ​ອຸທິດ​ຖວາຍ​ແທ່ນບູຊາ ແລະ​ຈັດແຈງ​ແທ່ນ​ໄວ້​ເພື່ອ​ໃຫ້​ໃຊ້​ການ​ໄດ້.</verse>
				<verse number="27">ເມື່ອ​ອາທິດ​ໜຶ່ງ​ຜ່ານ​ໄປ​ແລ້ວ ໃຫ້​ບັນດາ​ປະໂຣຫິດ​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ຂອງ​ປະຊາຊົນ​ໃສ່​ເທິງ​ແທ່ນ​ນັ້ນ​ໄດ້. ແລ້ວ​ເຮົາ​ກໍ​ຈະ​ພໍໃຈ​ກັບ​ພວກເຈົ້າ​ທຸກຄົນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
			</chapter>
			<chapter number="44">
				<verse number="1">ຊາຍ​ຄົນ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ທີ່​ປະຕູ​ດ້ານນອກ ທາງທິດ​ຕາເວັນອອກ​ຂອງ​ພື້ນ​ທີ່​ພຣະວິຫານ. ປະຕູ​ນັ້ນ​ຖືກ​ອັດ​ໄວ້</verse>
				<verse number="2">ແລະ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ປະຕູ​ນີ້​ຈະ​ຖືກ​ອັດ​ໄວ້​ຢ່າງນີ້ ແລະ​ຈະ​ບໍ່​ຖືກ​ໄຂ​ອອກ​ຈັກເທື່ອ. ບໍ່ມີ​ມະນຸດ​ຄົນໃດ​ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້​ໃຊ້​ປະຕູ​ນີ້ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໄດ້​ຜ່ານ​ເຂົ້າ​ໄປ​ທາງ​ປະຕູ​ນີ້. ປະຕູ​ນີ້​ຈະ​ຕ້ອງ​ຖືກ​ອັດ​ໄວ້​ໃຫ້​ແຈບ​ດີ.</verse>
				<verse number="3">ແຕ່​ເຈົ້າຊາຍ​ທີ່​ປົກຄອງ​ອາດ​ເຂົ້າ​ໄປ​ທາງ​ປະຕູ​ນີ້​ໄດ້ ເພື່ອ​ກິນ​ອາຫານ​ອັນ​ສັກສິດ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ. ລາວ​ຈະ​ເຂົ້າ ແລະ​ຈະ​ອອກ​ຜ່ານ​ປະຕູ​ນີ້​ໄປ​ສູ່​ຫ້ອງໂຖງ​ທີ່​ສົ້ນສຸດ.”</verse>
				<verse number="4">ແລ້ວ​ຊາຍ​ຄົນ​ນັ້ນ​ກໍ​ນຳ​ຂ້າພະເຈົ້າ​ຜ່ານ​ປະຕູ​ດ້ານ​ເໜືອ ເຂົ້າ​ໄປ​ສູ່​ດ້ານ​ໜ້າ​ຂອງ​ພຣະວິຫານ. ເມື່ອ​ຂ້າພະເຈົ້າ​ຫລຽວ​ເບິ່ງ ຈຶ່ງ​ເຫັນ​ວິຫານ​ຂອງ​ພຣະເຈົ້າຢາເວ​ເຕັມ​ໄປ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ. ຂ້າພະເຈົ້າ​ໄດ້​ໝູບ​ໜ້າ​ລົງ​ກັບ​ພື້ນດິນ</verse>
				<verse number="5">ແລະ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ເອົາໃຈໃສ່​ກັບ​ທຸກສິ່ງ​ທີ່​ເຈົ້າ​ໄດ້​ເຫັນ​ແລະ​ໄດ້ຍິນ. ເຮົາ​ກຳລັງ​ຈະ​ບອກ​ເຈົ້າ​ໃຫ້​ຮູ້​ຂໍ້​ບັງຄັບ​ກັບ​ກົດລະບຽບ​ທັງໝົດ​ຂອງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ. ຈົ່ງ​ຈົດຈຳ​ໃຫ້​ດີ​ວ່າ ຄົນ​ຢ່າງໃດ​ທີ່​ຄວນ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ ແລະ​ອອກ​ໄປ​ຈາກ​ພຣະວິຫານ​ໄດ້ ແລະ​ຄົນ​ຢ່າງໃດ​ທີ່​ບໍ່ຄວນ​ໄດ້​ຮັບ​ອະນຸຍາດ.</verse>
				<verse number="6">ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ຄື​ຄົນ​ກະບົດ​ເຫຼົ່ານັ້ນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ບໍ່​ໂຍະຍານ​ອີກ​ຕໍ່ໄປ​ສຳລັບ​ສິ່ງ​ທີ່​ໜ້າກຽດຊັງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.</verse>
				<verse number="7">ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ໂດຍ​ຍອມ​ໃຫ້​ຊາວ​ຕ່າງດ້າວ​ຜູ້​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ຄື​ປະຊາຊົນ​ທີ່​ບໍ່​ເຊື່ອຟັງ​ເຮົາ​ນັ້ນ ເຂົ້າ​ໄປ​ໃນ​ພຣະວິຫານ​ເມື່ອ​ພວກເຂົາ​ກຳລັງ​ຖວາຍ​ໄຂມັນ ແລະ​ເລືອດ​ໃຫ້​ແກ່​ເຮົາ. ສະນັ້ນ ປະຊາຊົນ​ຂອງເຮົາ​ຈຶ່ງ​ໄດ້​ຝ່າຝືນ​ພັນທະສັນຍາ​ຂອງເຮົາ ໂດຍ​ໄດ້​ເຮັດ​ສິ່ງ​ທີ່​ໜ້າກຽດຊັງ​ທັງໝົດ​ເຫຼົ່ານັ້ນ.</verse>
				<verse number="8">ພວກເຂົາ​ບໍ່ໄດ້​ຮັບຜິດຊອບ​ພິທີ​ອັນ​ສັກສິດ​ຢູ່​ໃນ​ວິຫານ​ຂອງເຮົາ; ແຕ່​ກັບ​ໄດ້​ມອບ​ໃຫ້​ຊາວ​ຕ່າງຊາດ​ເປັນ​ຜູ້​ຮັບຜິດຊອບ.</verse>
				<verse number="9">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ປະກາດ​ວ່າ ບໍ່ມີ​ຄົນຕ່າງຊາດ​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ຜູ້ໜຶ່ງ​ຜູ້ໃດ ຄື​ຜູ້​ທີ່​ບໍ່​ເຊື່ອຟັງ​ເຮົາ​ຈະ​ໄດ້​ເຂົ້າ​ໄປ​ໃນ​ພຣະວິຫານ​ຂອງເຮົາ ແມ່ນແຕ່​ຊາວ​ຕ່າງຊາດ​ທີ່​ອາໄສ​ຢູ່​ທ່າມກາງ​ປະຊາຊົນ​ອິດສະຣາເອນ​ກໍຕາມ ພວກເຂົາ​ຈະ​ເຂົ້າ​ໄປ​ບໍ່ໄດ້​ເດັດຂາດ.”</verse>
				<verse number="10">“ແຕ່​ເຮົາ​ຈະ​ລົງໂທດ​ຊາວ​ເລວີ​ເຫຼົ່ານັ້ນ ຄື​ຜູ້​ຮ່ວມ​ກັບ​ຊາວ​ອິດສະຣາເອນ​ຄົນອື່ນໆ ປະຖິ້ມ​ເຮົາ​ແລະ​ໄປ​ຂາບໄຫວ້​ບັນດາ​ຮູບເຄົາຣົບ.</verse>
				<verse number="11">ພວກເຂົາ​ຈະ​ຮັບໃຊ້​ເຮົາ​ຢູ່​ໃນ​ພຣະວິຫານ​ໄດ້ ໂດຍ​ຮັບຜິດຊອບ​ເຝົ້າຍາມ​ປະຕູ ແລະ​ໂດຍ​ເຮັດ​ວຽກ​ຢ່າງອື່ນ​ໃນ​ພຣະວິຫານ. ພວກເຂົາ​ຈະ​ຂ້າ​ສັດ​ທີ່​ປະຊາຊົນ​ຖວາຍ​ເປັນ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ​ອື່ນໆ ແລະ​ມີ​ໜ້າທີ່​ຮັບໃຊ້​ປະຊາຊົນ.</verse>
				<verse number="12">ແຕ່​ຍ້ອນ​ພວກເຂົາ​ໄດ້​ພາ​ປະຊາຊົນ​ອິດສະຣາເອນ​ຂາບໄຫວ້​ບັນດາ​ຮູບເຄົາຣົບ ແລະ​ທັງ​ນຳ​ປະຊາຊົນ​ໄປ​ເຮັດ​ບາບ​ໂດຍ​ວິທີ​ນີ້; ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ສາບານ​ຢ່າງ​ໜັກແໜ້ນ​ວ່າ ພວກເຂົາ​ຕ້ອງ​ຖືກ​ລົງໂທດ.</verse>
				<verse number="13">ພວກເຂົາ​ຈະ​ບໍ່ໄດ້​ເປັນ​ປະໂຣຫິດ​ຮັບໃຊ້​ເຮົາ ຫລື​ເຂົ້າ​ໄປ​ໃກ້​ສິ່ງໃດໆ​ທີ່​ສັກສິດ​ສຳລັບ​ເຮົາ ຫລື​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ. ນີ້ແຫລະ ຄື​ໂທດ​ທີ່​ພວກເຂົາ​ໄດ້​ຮັບ ເພາະ​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.</verse>
				<verse number="14">ເຮົາ​ໄດ້​ມອບ​ວຽກ​ອັນ​ຕໍ່າ​ທີ່ສຸດ​ໃນ​ພຣະວິຫານ​ໃຫ້​ພວກເຂົາ​ເຮັດ.”</verse>
				<verse number="15">“ແຕ່​ພວກ​ປະໂຣຫິດ​ຊາວ​ເລວີ​ຜູ້​ທີ່​ສືບ​ເຊື້ອສາຍ​ຈາກ​ຊາດົກ ໄດ້​ສືບຕໍ່​ຮັບໃຊ້​ເຮົາ​ໃນ​ພຣະວິຫານ​ຢ່າງ​ສັດຊື່ ໃນ​ເມື່ອ​ປະຊາຊົນ​ອື່ນໆ​ໄດ້​ຫັນໜ້າ​ໜີໄປ​ຈາກ​ເຮົາ. ສະນັ້ນ ຕໍ່ໄປນີ້​ແມ່ນ​ພວກເຂົາ​ເທົ່ານັ້ນ ທີ່​ຈະ​ໄດ້​ເຂົ້າ​ມາ​ຊ້ອງໜ້າ​ເຮົາ ເພື່ອ​ຖວາຍ​ໄຂມັນ ແລະ​ເລືອດ​ເປັນ​ເຄື່ອງ​ບູຊາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="16">ແມ່ນ​ພວກເຂົາ​ເທົ່ານັ້ນ ທີ່​ຈະ​ໄດ້​ເຂົ້າ​ໄປ​ໃນ​ພຣະວິຫານ​ຂອງເຮົາ, ຮັບໃຊ້​ທີ່​ແທ່ນບູຊາ​ຂອງເຮົາ ແລະ​ນຳພາ​ການ​ນະມັດສະການ​ໃນ​ພຣະວິຫານ.</verse>
				<verse number="17">ເມື່ອ​ພວກເຂົາ​ເຂົ້າ​ປະຕູ​ໄປ​ທີ່​ເດີ່ນ​ດ້ານໃນ​ຂອງ​ພຣະວິຫານ ພວກເຂົາ​ຕ້ອງ​ນຸ່ງ​ເຄື່ອງ​ຜ້າປ່ານ​ຢ່າງດີ. ຢ່າ​ໃຫ້​ພວກເຂົາ​ນຸ່ງ​ເຄື່ອງ​ໃດໆ​ທີ່​ເຮັດ​ດ້ວຍ​ຂົນແກະ ເວລາ​ພວກເຂົາ​ເຂົ້າ​ມາ​ປະຈຳ​ໜ້າທີ່​ຢູ່​ໃນ​ເດີ່ນ​ດ້ານໃນ ຫລື​ຢູ່​ໃນ​ພຣະວິຫານ.</verse>
				<verse number="18">ເພື່ອ​ເຫື່ອ​ຂອງ​ພວກເຂົາ​ຈະ​ບໍ່​ໄຫລ​ອອກ ໃຫ້​ພວກເຂົາ​ໃສ່​ຜ້າ​ຄຽນ​ຫົວ ແລະ​ນຸ່ງ​ສົ້ງ​ທີ່​ເຮັດ​ດ້ວຍ​ຜ້າປ່ານ ແຕ່​ບໍ່​ໃຫ້​ໃສ່​ສາຍແອວ.</verse>
				<verse number="19">ກ່ອນ​ພວກເຂົາ​ຈະ​ໄປ​ທີ່​ເດີ່ນ​ດ້ານນອກ ບ່ອນ​ທີ່​ປະຊາຊົນ​ປະຊຸມກັນ​ຢູ່​ນັ້ນ ພວກເຂົາ​ຕ້ອງ​ແກ້​ເຄື່ອງ​ປະຈຳ​ໜ້າທີ່​ໃນ​ພຣະວິຫານ​ອອກ​ໄວ້​ໃນ​ຫ້ອງ​ສັກສິດ. ໃຫ້​ພວກເຂົາ​ນຸ່ງ​ເຄື່ອງ​ຢ່າງ​ອື່ນ ເພື່ອ​ປ້ອງກັນ​ບໍ່​ໃຫ້​ປະຊາຊົນ​ໄດ້​ຮັບ​ອັນຕະລາຍ ຍ້ອນ​ເຄື່ອງນຸ່ງ​ອັນ​ສັກສິດ.</verse>
				<verse number="20">ບັນດາ​ປະໂຣຫິດ​ຕ້ອງ​ບໍ່​ແຖ​ຫົວ ຫລື​ປ່ອຍ​ຜົມ​ຕົນ​ໃຫ້​ຍາວ. ພວກເຂົາ​ຕ້ອງ​ຮັກສາ​ຜົມ​ໄວ້​ໃຫ້​ຍາວ​ພໍດີ​ພໍງາມ.</verse>
				<verse number="21">ບັນດາ​ປະໂຣຫິດ​ບໍ່​ຕ້ອງ​ດື່ມ​ເຫຼົ້າ​ອະງຸ່ນ​ຊະນິດ​ໃດໆ ກ່ອນ​ເຂົ້າ​ໄປ​ທີ່​ເດີ່ນ​ດ້ານໃນ.</verse>
				<verse number="22">ປະໂຣຫິດ​ຈະ​ແຕ່ງງານ​ກັບ​ແມ່ຮ້າງ​ບໍ່ໄດ້; ລາວ​ຈະ​ຕ້ອງ​ແຕ່ງງານ​ກັບ​ຍິງສາວ​ອິດສະຣາເອນ​ຜູ້​ບໍຣິສຸດ​ເທົ່ານັ້ນ ຫລື​ແຕ່ງງານ​ກັບ​ເມຍ​ໝ້າຍ​ຂອງ​ປະໂຣຫິດ​ຄົນອື່ນ.</verse>
				<verse number="23">ບັນດາ​ປະໂຣຫິດ​ຕ້ອງ​ສອນ​ປະຊາຊົນ​ຂອງເຮົາ​ໃຫ້​ຮູ້ວ່າ ສິ່ງໃດ​ບໍຣິສຸດ ແລະ​ສິ່ງໃດ​ບໍ່​ບໍຣິສຸດ ແລະ​ສິ່ງ​ທີ່​ເປັນ​ມົນທິນ​ກັບ​ສິ່ງ​ທີ່​ບໍ່​ເປັນ​ມົນທິນ.</verse>
				<verse number="24">ເມື່ອ​ມີ​ການ​ຖົກຖຽງ​ກັນ​ເກີດຂຶ້ນ ບັນດາ​ປະໂຣຫິດ​ຕ້ອງ​ຕັດສິນ​ຄະດີ​ນັ້ນ​ຕາມ​ກົດບັນຍັດ​ຕ່າງໆ​ຂອງເຮົາ. ພວກເຂົາ​ຕ້ອງ​ຮັກສາ​ເທດສະການ​ຕ່າງໆ​ທາງ​ສາສະໜາ ຕາມ​ກົດ​ແລະ​ຂໍ້​ລະບຽບ​ຕ່າງໆ​ຂອງເຮົາ ແລະ​ທັງ​ໃຫ້​ພວກເຂົາ​ຮັກສາ​ວັນ​ຊະບາໂຕ​ເປັນ​ວັນ​ບໍຣິສຸດ​ອີກ​ດ້ວຍ.</verse>
				<verse number="25">ປະໂຣຫິດ​ຈະ​ຕ້ອງ​ບໍ່​ເປັນ​ມົນທິນ​ຍ້ອນ​ແຕະຕ້ອງ​ຊາກສົບ ນອກຈາກ​ວ່າ​ຜູ້​ຕາຍ​ນັ້ນ​ຈະ​ເປັນ​ພໍ່​ແມ່, ລູກ​ຫລື​ອ້າຍ​ນ້ອງ ຫລື​ເອື້ອຍ​ນ້ອງ​ທີ່​ຍັງ​ບໍ່​ທັນ​ໄດ້​ແຕ່ງງານ​ເທື່ອ.</verse>
				<verse number="26">ຫລັງຈາກ​ຊຳລະຕົນ​ໃຫ້​ໝົດ​ມົນທິນ​ແລ້ວ ລາວ​ຕ້ອງ​ລໍຖ້າ​ຈົນເຖິງ​ເຈັດ​ວັນ​ສາ​ກ່ອນ</verse>
				<verse number="27">ແລ້ວ​ຈຶ່ງ​ສາມາດ​ເຂົ້າ​ໄປ​ທີ່​ເດີ່ນ​ດ້ານໃນ​ຂອງ​ພຣະວິຫານ​ໄດ້ ແລະ​ຖວາຍ​ເຄື່ອງ​ບູຊາ​ສຳລັບ​ພິທີ​ຊຳລະຕົນເອງ ເພື່ອ​ວ່າ​ລາວ​ຈະ​ຮັບໃຊ້​ຢູ່​ໃນ​ພຣະວິຫານ​ອີກ​ຕໍ່ໄປ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="28">ການ​ເປັນ​ປະໂຣຫິດ​ຂອງ​ພວກເຂົາ​ນັ້ນ​ແມ່ນ​ສ່ວນ​ແບ່ງ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ປະຊາຊົນ​ອິດສະຣາເອນ​ສືບຕໍ່​ກັນ​ໄປ​ຕະຫລອດ​ທຸກ​ເຊັ່ນຄົນ. ພວກເຂົາ​ຈະ​ບໍ່ມີ​ຊັບສົມບັດ​ໃດໆ​ໃນ​ຊາດ​ອິດສະຣາເອນ; ເພາະ​ເຮົາ​ຈະ​ເປັນ​ທຸກສິ່ງ​ທີ່​ພວກເຂົາ​ຈຳເປັນ.</verse>
				<verse number="29">ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ, ເຄື່ອງ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ເຄື່ອງ​ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ​ຈະ​ເປັນ​ອາຫານ​ຂອງ​ພວກ​ປະໂຣຫິດ ແລະ​ໃຫ້​ພວກເຂົາ​ຮັບ​ເອົາ​ທຸກໆສິ່ງ​ໃນ​ຊາດ​ອິດສະຣາເອນ ທີ່​ໄດ້​ແຍກ​ໄວ້​ຕ່າງຫາກ​ສຳລັບ​ເຮົາ.</verse>
				<verse number="30">ພວກ​ປະໂຣຫິດ​ຈະ​ໄດ້​ຮັບ​ພືດຜົນ​ດີທີ່ສຸດ​ໃນ​ລະດູ​ເກັບກ່ຽວ​ຄັ້ງ​ທຳອິດ ແລະ​ສິ່ງ​ອື່ນໆ​ທຸກຢ່າງ​ທີ່​ໄດ້​ຖວາຍ​ແກ່​ເຮົາ. ທຸກ​ເທື່ອ​ທີ່​ປະຊາຊົນ​ເຮັດ​ເຂົ້າຈີ່ ພວກເຂົາ​ຕ້ອງ​ເອົາ​ເຂົ້າຈີ່​ກ້ອນ​ທຳອິດ​ໃຫ້​ປະໂຣຫິດ​ເປັນ​ເຄື່ອງ​ຖວາຍ ແລະ​ພຣະພອນ​ຂອງເຮົາ​ກໍ​ຈະ​ດຳລົງ​ຢູ່​ໃນ​ຄອບຄົວ​ຂອງ​ພວກ​ເຂົາເຈົ້າ.</verse>
				<verse number="31">ພວກ​ປະໂຣຫິດ​ບໍ່​ຕ້ອງ​ກິນ​ນົກ ຫລື​ສັດ​ໃດໆ​ທີ່​ຕາຍ​ເອງ ຫລື​ຖືກ​ສັດ​ອື່ນ​ກັດ​ຕາຍ.”</verse>
			</chapter>
			<chapter number="45">
				<verse number="1">ເມື່ອ​ທີ່ດິນ​ໄດ້​ຖືກ​ແບ່ງ​ໃຫ້​ເປັນ​ສ່ວນ​ຂອງ​ແຕ່ລະເຜົ່າ​ແລ້ວ ຈົ່ງ​ຖວາຍ​ທີ່ດິນ​ຕອນ​ໜຶ່ງ​ໃຫ້​ເປັນ​ສ່ວນ​ຂອງ​ພຣະເຈົ້າຢາເວ. ທີ່ດິນ​ຕອນ​ນີ້​ໃຫ້​ຍາວ​ສິບສອງ​ກິໂລແມັດ​ເຄິ່ງ ແລະ​ໃຫ້​ກວ້າງ​ສິບ​ກິໂລແມັດ. ທີ່ດິນ​ຕອນ​ນີ້​ທັງໝົດ​ຈະ​ສັກສິດ.</verse>
				<verse number="2">ໃນ​ບໍລິເວນ​ນີ້ ໃຫ້​ມີ​ພື້ນ​ທີ່​ເປັນ​ຮູບ​ສີ່​ຫລ່ຽມ​ມົນທົນ​ສຳລັບ​ພຣະວິຫານ ແຕ່ລະ​ຂ້າງ​ໃຫ້​ມີ ສອງຮ້ອຍ​ຫ້າສິບ​ແມັດ ອ້ອມຮອບ​ດ້ວຍ​ທີ່​ເປົ່າຫວ່າງ​ກວ້າງ​ຊາວຫ້າ​ແມັດ.</verse>
				<verse number="3">ເຄິ່ງ​ໜຶ່ງ​ຂອງ​ບໍລິເວນ​ນີ້​ໃຫ້​ເປັນ​ດິນ​ຕອນ​ໜຶ່ງ​ຍາວ​ສິບສອງ​ກິໂລແມັດ​ເຄິ່ງ ແລະ​ກວ້າງ​ຫ້າ​ກິໂລແມັດ ໂດຍ​ໃຫ້​ແທກ​ອອກ​ໄວ້​ເປັນ​ບ່ອນ​ປຸກ​ສ້າງ​ພຣະວິຫານ ຄື​ບ່ອນ​ສັກສິດ​ທີ່ສຸດ.</verse>
				<verse number="4">ບ່ອນ​ນີ້​ຈະ​ເປັນ​ສ່ວນ​ສັກສິດ​ຂອງ​ປະເທດ ແຍກ​ໄວ້​ສຳລັບ​ພວກ​ປະໂຣຫິດ​ຜູ້​ທີ່​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ​ໃນ​ພຣະວິຫານ​ນີ້. ທີ່​ບໍລິເວນ​ນີ້​ຈະ​ມີ​ເຮືອນ​ຂອງ​ພວກເຂົາ ແລະ​ມີ​ດິນ​ຕອນ​ທີ່​ຖືກ​ຈັດ​ໄວ້​ສຳລັບ​ພຣະວິຫານ.</verse>
				<verse number="5">ອີກ​ສ່ວນ​ໜຶ່ງ​ຂອງ​ບໍລິເວນ​ນີ້ ຈົ່ງ​ຈັດ​ໄວ້​ໃຫ້​ເປັນ​ກຳມະສິດ​ຂອງ​ພວກ​ເລວີ ຜູ້​ທີ່​ເຮັດ​ວຽກ​ໃນ​ພຣະວິຫານ. ໃນ​ທີ່ນັ້ນ​ຈະ​ເປັນ​ໝູ່ບ້ານ​ຕ່າງໆ​ໃຫ້​ພວກເຂົາ​ຢູ່.</verse>
				<verse number="6">ຖັດ​ຈາກ​ບໍລິເວນ​ອັນ​ສັກສິດ​ນີ້ ໃຫ້​ມີ​ທີ່ດິນ​ຕອນ​ໜຶ່ງ​ອີກ ຍາວ​ສິບສອງ​ກິໂລແມັດ​ເຄິ່ງ ແລະ​ກວ້າງ​ສອງ​ກິໂລແມັດ​ເຄິ່ງ. ດິນ​ຕອນ​ນີ້​ໃຫ້​ຈັດ​ໄວ້​ເປັນ​ເມືອງ​ໜຶ່ງ ທີ່​ປະຊາຊົນ​ອິດສະຣາເອນ​ຢູ່​ອາໄສ.</verse>
				<verse number="7">ໃຫ້​ຈັດ​ດິນແດນ​ສ່ວນ​ໜຶ່ງ​ໄວ້​ໃຫ້​ເຈົ້າຊາຍ​ຜູ້ປົກຄອງ​ຢູ່​ເຊັ່ນກັນ. ແຕ່​ຊາຍແດນ​ທາງ​ທິດ​ຕາເວັນຕົກ​ຂອງ​ບ່ອນ​ສັກສິດ ຈະ​ເລີຍ​ໄປ​ທາງ​ທິດ​ຕາເວັນຕົກ​ຈົນເຖິງ​ທະເລ​ເມດີແຕຣາເນ; ແລະ​ຈາກ​ຊາຍແດນ​ທາງທິດ​ຕາເວັນອອກ ຈະ​ເລີຍ​ໄປ​ເຖິງ​ຊາຍແດນ​ທາງທິດ​ຕາເວັນອອກ​ຂອງ​ປະເທດ​ດ້ວຍ. ເພື່ອ​ວ່າ​ລວງຍາວ​ຂອງ​ດິນແດນ​ຈະ​ເທົ່າກັນ​ກັບ​ພື້ນທີ່​ໜຶ່ງ​ຂອງ​ພື້ນທີ່​ຕ່າງໆ ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ແຕ່ລະເຜົ່າ​ໃນ​ບັນດາ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="8">ພື້ນທີ່​ນີ້​ຈະ​ເປັນ​ສ່ວນ​ຂອງ​ເຈົ້າຊາຍ​ຜູ້​ຈະ​ປົກຄອງ​ໄດ້​ຮັບ​ຢູ່​ໃນ​ດິນແດນ​ອິດສະຣາເອນ ເພື່ອ​ວ່າ​ເພິ່ນ​ຈະ​ບໍ່​ຂົ່ມເຫັງ​ປະຊາຊົນ​ອີກ​ຕໍ່ໄປ, ແຕ່​ຈະ​ໃຫ້​ດິນແດນ​ສ່ວນ​ທີ່​ເຫຼືອ​ຂອງ​ປະເທດ​ນັ້ນ ເປັນ​ຂອງ​ປະຊາຊົນ​ອິດສະຣາເອນ​ເຜົ່າ​ຕ່າງໆ.</verse>
				<verse number="9">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ພວກ​ຜູ້ປົກຄອງ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ໄດ້​ເຮັດ​ບາບ​ມາ​ດົນນານ​ແລ້ວ ຈົ່ງ​ເຊົາ​ເຮັດ​ການ​ຮຸນແຮງ ແລະ​ການກົດຂີ່​ຂອງ​ພວກເຈົ້າ​ນັ້ນ​ສາ. ຈົ່ງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸດຕິທຳ. ຈົ່ງ​ເຊົາ​ຂັບໄລ່​ປະຊາຊົນ​ຂອງເຮົາ ໃຫ້​ໜີ​ຈາກ​ດິນແດນ​ທີ່​ເປັນ​ກຳມະສິດ​ຂອງ​ພວກເຂົາ​ສາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="10">ທຸກຄົນ​ຈະ​ຕ້ອງ​ໃຊ້​ອັດຕາ​ຊັ່ງ ແລະ​ແທກ​ຢ່າງ​ສັດຊື່:</verse>
				<verse number="11">ເອຟາ​ທີ່​ໃຊ້​ຕວງ​ຂອງ​ແຫ້ງ​ໃຫ້​ເທົ່າ​ກັບ​ບາດ​ສຳລັບ​ຕວງ​ຂອງ​ເປັນ​ນໍ້າ. ໜ່ວຍ​ທີ່​ເປັນ​ມາດຕະຖານ​ຄື: ໂຮເມ. ຜົນ​ຂອງ​ໜ່ວຍ​ວັດແທກ​ມີ​ດັ່ງນີ້: ໂຮເມ ເທົ່າກັບ 10 ເອຟາ ເທົ່າກັບ 10 ບາດ.</verse>
				<verse number="12">ໜ່ວຍ​ອັດຕາ​ຊັ່ງ​ຂອງ​ພວກເຈົ້າ​ໃຫ້​ມີ​ດັ່ງນີ້: 20 ເກຣາ ເທົ່າ​ກັບ 1 ເຊເກນ 60 ເຊເກນ ເທົ່າ​ກັບ 1 ມີນາ</verse>
				<verse number="13">ຕໍ່ໄປນີ້​ແມ່ນ​ອັດຕາ​ທີ່​ພວກເຈົ້າ​ຕ້ອງ​ຖວາຍບູຊາ ມີ​ດັ່ງນີ້: ເຂົ້າບາເລ: 1 ສ່ວນ 60 ຂອງ​ຜົນລະປູກ​ຂອງ​ພວກເຈົ້າ ເຂົ້າເດືອຍ: 1 ສ່ວນ 60 ຂອງ​ຜົນລະປູກ​ຂອງ​ພວກເຈົ້າ ນໍ້າມັນ​ໝາກກອກເທດ: 1 ສ່ວນ 100 ຂອງ​ຜົນຜະລິດ​ຂອງ​ພວກເຈົ້າ (ສ່ວນ​ອັດຕາ​ຊັ່ງຕວງ​ນັ້ນ​ໃຫ້​ໃຊ້ ບາດ: 10 ບາດ​ເທົ່າ​ກັບ 1 ໂຮເມ ແລະ 1 ໂຮເມ ເທົ່າກັນ​ກັບ 1 ໂກເຣ.) ແກະ 1 ໃນ 200 ໂຕ ຈາກ​ຝູງ​ທີ່​ທົ່ງຫຍ້າ​ຂອງ​ຊາດ​ອິດສະຣາເອນ. ພວກເຈົ້າ​ຕ້ອງ​ນຳ​ພືດຜົນ​ເປັນເມັດ​ມາ​ຖວາຍ, ນຳ​ສັດ​ທັງຫລາຍ​ມາ​ເຜົາ​ຖວາຍ​ທັງ​ໂຕ ແລະ​ນຳ​ສັດ​ທັງຫລາຍ​ມາ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ສຳລັບ​ການບາບ​ຂອງ​ພວກເຈົ້າ​ຈະ​ໄດ້​ຮັບ​ການອະໄພ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="14"></verse>
				<verse number="15"></verse>
				<verse number="16">ປະຊາຊົນ​ທຸກໆຄົນ​ໃນ​ດິນແດນ​ຈະ​ຕ້ອງ​ນຳ ເຄື່ອງ​ຖວາຍ​ເຫຼົ່ານີ້ ໄປ​ໃຫ້​ເຈົ້າຊາຍ​ຜູ້ປົກຄອງ​ຊາດ​ອິດສະຣາເອນ.</verse>
				<verse number="17">ມັນ​ແມ່ນ​ໜ້າທີ່​ຂອງ​ລາວ​ທີ່​ຈະ​ຈັດຫາ​ສັດ​ມາ​ເຜົາ​ຖວາຍບູຊາ ເອົາ​ພືດຜົນ​ເປັນເມັດ ແລະ​ເຫຼົ້າ​ອະງຸ່ນ​ມາ​ຖວາຍ​ສຳລັບ​ຊົນຊາດ​ອິດສະຣາເອນ​ທັງໝົດ ຍາມ​ເທດສະການ​ເດືອນ​ຂຶ້ນ​ໃໝ່, ໃນ​ວັນ​ຊະບາໂຕ ແລະ​ໃນ​ເທດສະການ​ອື່ນໆ. ລາວ​ຕ້ອງ​ຈັດຫາ​ເຄື່ອງ​ບູຊາ​ເພື່ອ​ຖວາຍ​ລຶບລ້າງ​ບາບ, ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ, ເຄື່ອງ​ຖວາຍບູຊາ​ເຜົາ​ທັງໝົດ ແລະ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ມາ​ຖວາຍ​ເພື່ອ​ເປັນ​ການ​ຍົກ​ບາບ​ແກ່​ປະຊາຊົນ​ອິດສະຣາເອນ.”</verse>
				<verse number="18">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ໜຶ່ງ ເຈົ້າ​ຈະ​ຕ້ອງ​ຖວາຍບູຊາ​ງົວເຖິກ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ ເພື່ອ​ຊຳລະ​ພຣະວິຫານ​ໃຫ້​ໝົດ​ມົນທິນ.</verse>
				<verse number="19">ປະໂຣຫິດ​ຈະ​ເອົາ​ເລືອດ​ສັດ​ບາງສ່ວນ​ທີ່​ເປັນ​ເຄື່ອງ​ຖວາຍບູຊາ​ລຶບລ້າງ​ບາບ ໄປ​ທາ​ໃສ່​ຂອບ​ປະຕູ​ຂອງ​ພຣະວິຫານ, ໃສ່​ເທິງ​ແຈ​ທັງ​ສີ່​ຂອງ​ແທ່ນບູຊາ ແລະ​ໃສ່​ເທິງ​ເສົາ​ຂອງ​ປະຕູ​ທີ່​ເຂົ້າ​ໄປ​ສູ່​ເດີ່ນ​ດ້ານໃນ.</verse>
				<verse number="20">ໃນ​ວັນ​ທີ​ເຈັດ​ຂອງ​ເດືອນ ໃຫ້​ເຈົ້າ​ເຮັດ​ຢ່າງ​ດຽວກັນ​ໃນ​ນາມ​ຂອງ​ຜູ້​ທີ່​ເຮັດ​ບາບ ໂດຍ​ບໍ່ໄດ້​ຕັ້ງໃຈ ຫລື​ໂດຍ​ການ​ຮູ້ເທົ່າ​ບໍ່​ເຖິງການ. ໂດຍ​ວິທີ​ນີ້​ເຈົ້າ​ກໍ​ຈະ​ຮັກສາ​ພຣະວິຫານ​ໃຫ້​ສັກສິດ.</verse>
				<verse number="21">ໃນ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ ເຈົ້າ​ຈະ​ຕ້ອງ​ເລີ່ມ​ການ​ສະຫລອງ​ປັດສະຄາ. ໃຫ້​ທຸກຄົນ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ.</verse>
				<verse number="22">ໃນ​ວັນ​ທີ​ໜຶ່ງ​ຂອງ​ເທດສະການ​ນັ້ນ ເຈົ້າ​ຊາຍ​ຜູ້ປົກຄອງ​ຈະ​ຕ້ອງ​ຖວາຍ​ງົວເຖິກ​ໂຕໜຶ່ງ ເປັນ​ເຄື່ອງ​ບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງຕົນ ແລະ​ຂອງ​ປະຊາຊົນ​ທຸກໆຄົນ.</verse>
				<verse number="23">ແຕ່ລະວັນ​ໃນ​ເຈັດ​ວັນ​ຂອງ​ເທດສະການ​ນັ້ນ ລາວ​ຈະ​ຕ້ອງ​ຖວາຍບູຊາ​ງົວເຖິກ​ເຈັດ​ໂຕ ກັບ​ແກະເຖິກ​ເຈັດ​ໂຕ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ ໂດຍ​ໃຫ້​ເຜົາ​ທັງໝົດ​ຖວາຍ​ແກ່​ພຣະເຈົ້າຢາເວ, ແຕ່ລະວັນ​ລາວ​ຈະ​ຕ້ອງ​ຖວາຍ​ແບ້ເຖິກ​ໂຕໜຶ່ງ ເປັນ​ເຄື່ອງ​ບູຊາ​ລຶບລ້າງ​ບາບ.</verse>
				<verse number="24">ສຳລັບ​ງົວເຖິກ​ແລະ​ແກະເຖິກ​ແຕ່ລະໂຕ​ທີ່​ນຳ​ມາ​ຖວາຍ​ນັ້ນ ໃຫ້​ຖວາຍ​ພືດຜົນ​ເປັນເມັດ​ສິບເຈັດ​ລິດ​ເຄິ່ງ ກັບ​ນໍ້າມັນ​ໝາກກອກເທດ​ສາມ​ລິດ​ພ້ອມ.</verse>
				<verse number="25">ສຳລັບ​ເທດສະການ​ປຸກຕູບຢູ່ ຊຶ່ງ​ເລີ່ມ​ຕັ້ງແຕ່​ວັນ​ທີ​ສິບຫ້າ​ຂອງ​ເດືອນ​ທີ​ເຈັດ; ເຈົ້າ​ຊາຍ​ກໍ​ຈະ​ຖວາຍ​ແຕ່ລະວັນ​ໃນ​ເຈັດ​ວັນ​ນັ້ນ​ຢ່າງ​ດຽວກັນ ຄື​ເຄື່ອງ​ຖວາຍບູຊາ​ລຶບລ້າງ​ບາບ ແລະ​ເຄື່ອງ​ຖວາຍບູຊາ​ພືດຜົນ​ເປັນເມັດ​ກັບ​ນໍ້າມັນ​ໝາກກອກເທດ.”</verse>
			</chapter>
			<chapter number="46">
				<verse number="1">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ປະຕູ​ໃຫຍ່​ທີ່​ນຳ​ໄປ​ສູ່​ເດີ່ນ​ດ້ານໃນ​ທາງທິດ​ຕາເວັນອອກ​ນັ້ນ ຕ້ອງ​ອັດ​ໄວ້​ຕະຫລອດ​ວັນ ເຮັດ​ວຽກ​ໃນ​ຫົກ​ວັນ ແຕ່​ໃຫ້​ໄຂ​ໃນ​ວັນ​ທີ​ເຈັດ ແລະ​ວັນ​ເດືອນ​ຂຶ້ນ​ໃໝ່.</verse>
				<verse number="2">ເຈົ້າຊາຍ​ຜູ້ປົກຄອງ​ຈະ​ໄປ​ຈາກ​ເດີ່ນ​ດ້ານນອກ ສູ່​ຫ້ອງ​ໂຖງ​ທາງ​ປະຕູ​ໃຫຍ່ ແລະ​ຢືນ​ຢູ່​ໃກ້​ເສົາ​ຂອງ​ປະຕູ​ເຂົ້າ ໃນ​ຂະນະທີ່​ພວກ​ປະໂຣຫິດ​ເຜົາ​ສັດ​ຂອງຕົນ​ຖວາຍບູຊາ​ທັງ​ໂຕ ແລະ​ຖວາຍ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ເພິ່ນ​ຈະ​ຕ້ອງ​ນະມັດສະການ​ທີ່​ປະຕູ​ໃຫຍ່ ແລ້ວ​ກໍ​ກັບ​ອອກ​ໄປ. ພວກເຂົາ​ຈະ​ບໍ່​ອັດ​ປະຕູ​ໃຫຍ່​ນັ້ນ​ຈົນກວ່າ​ຈະ​ເຖິງ​ຕອນແລງ.</verse>
				<verse number="3">ແຕ່ລະ​ວັນ​ຊະບາໂຕ​ກັບ​ແຕ່ລະວັນ​ສະຫລອງ​ເດືອນ​ຂຶ້ນ​ໃໝ່ ປະຊາຊົນ​ທັງໝົດ​ຈະ​ຕ້ອງ​ກົ້ມຂາບ​ນ້ອມ​ນະມັດສະການ​ພຣະເຈົ້າຢາເວ ຕໍ່ໜ້າ​ປະຕູ​ໃຫຍ່​ຄືກັນ.</verse>
				<verse number="4">ໃນ​ວັນ​ຊະບາໂຕ ເຈົ້າຊາຍ​ຈະ​ຕ້ອງ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ດັ່ງນີ້: ລູກແກະເຖິກ​ຫົກ​ໂຕ ແລະ​ແກະເຖິກ​ໂຕໜຶ່ງ ທັງໝົດ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.</verse>
				<verse number="5">ພ້ອມ​ແກະເຖິກ​ໂຕ​ນີ້ ໃຫ້​ເພິ່ນ​ນຳ​ເອົາ​ພືດຜົນ​ເປັນເມັດ​ມາ​ຖວາຍ​ສິບເຈັດ​ລິດ​ເຄິ່ງ; ແລະ​ພ້ອມ​ລູກແກະເຖິກ​ແຕ່ລະໂຕ ໃຫ້​ນຳ​ສິ່ງ​ທີ່​ເຈົ້າຊາຍ​ເຫັນ​ສົມຄວນ​ມາ​ຖວາຍ​ກໍໄດ້. ສຳລັບ​ແປ້ງ​ສິບເຈັດ​ລິດ​ເຄິ່ງ​ນັ້ນ ໃຫ້​ຖວາຍ​ນໍ້າມັນ​ໝາກກອກເທດ​ສາມ​ລິດ​ພ້ອມ.</verse>
				<verse number="6">ໃນ​ວັນ​ສະຫລອງ​ເດືອນ​ຂຶ້ນ​ໃໝ່ ເພິ່ນ​ຈະ​ຕ້ອງ​ຖວາຍ​ງົວເຖິກໜຸ່ມ​ໜຶ່ງ​ໂຕ, ລູກແກະເຖິກ​ຫົກ​ໂຕ, ແກະເຖິກ​ໜຶ່ງ​ໂຕ ທັງໝົດ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.</verse>
				<verse number="7">ພ້ອມ​ງົວເຖິກ​ແລະ​ແກະເຖິກ​ແຕ່ລະໂຕ​ນັ້ນ ໃຫ້​ນຳ​ເອົາ​ພືດຜົນ​ເປັນເມັດ​ມາ​ຖວາຍ​ສິບເຈັດ​ລິດ​ເຄິ່ງ ແລະ​ພ້ອມ​ລູກແກະເຖິກ​ແຕ່ລະໂຕ​ນັ້ນ ໃຫ້​ນຳ​ສິ່ງ​ທີ່​ເຈົ້າຊາຍ​ເຫັນ​ສົມຄວນ​ມາ​ຖວາຍ​ກໍໄດ້. ໃຫ້​ຖວາຍ​ນໍ້າມັນ​ໝາກກອກເທດ​ສາມ​ລິດ ພ້ອມ​ກັບ​ພືດຜົນ​ເປັນເມັດ​ສິບເຈັດ​ລິດ​ເຄິ່ງ.</verse>
				<verse number="8">ເຈົ້າຊາຍ​ຈະ​ຕ້ອງ​ອອກ​ຈາກ​ຫ້ອງໂຖງ ທາງ​ປະຕູ​ໃຫຍ່​ບ່ອນເກົ່າ​ທີ່​ຕົນ​ໄດ້​ເຂົ້າ​ມາ.</verse>
				<verse number="9">ເມື່ອ​ປະຊາຊົນ​ຂອງ​ດິນແດນ​ເຂົ້າ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ ບໍ່​ວ່າ​ງານສະຫລອງ​ໃດໆ​ກໍດີ ຜູ້​ທີ່​ເຂົ້າ​ມາ​ທາງ​ປະຕູ​ດ້ານ​ເໜືອ​ໃຫ້​ອອກ​ໄປ​ທາງ​ປະຕູ​ດ້ານ​ໃຕ້ ຫລັງຈາກ​ທີ່​ນະມັດສະການ​ແລ້ວ ແລະ​ຜູ້​ທີ່​ເຂົ້າ​ມາ​ທາງ​ປະຕູ​ດ້ານ​ໃຕ້​ໃຫ້​ອອກ​ໄປ​ທາງ​ປະຕູ​ດ້ານ​ເໜືອ. ບໍ່​ໃຫ້​ຜູ້ໃດ​ກັບ​ອອກ​ໄປ​ທາງ​ປະຕູເກົ່າ​ທີ່​ຕົນ​ໄດ້​ເຂົ້າ​ມາ, ແຕ່​ໃຫ້​ອອກ​ໄປ​ທາງ​ປະຕູ​ກົງກັນຂ້າມ.</verse>
				<verse number="10">ເຈົ້າຊາຍ​ຈະ​ຕ້ອງ​ເຂົ້າມາ​ໃນ​ເມື່ອ​ປະຊາຊົນ​ເຂົ້າມາ ແລະ​ອອກໄປ​ໃນ​ເມື່ອ​ປະຊາຊົນ​ອອກໄປ.</verse>
				<verse number="11">ໃນ​ວັນ​ກິນລ້ຽງ​ຫລື​ວັນ​ສະຫລອງ​ຕ່າງໆ ໃຫ້​ຖວາຍ​ພືດຜົນ​ເປັນເມັດ​ສິບເຈັດ​ລິດ​ເຄິ່ງ ພ້ອມ​ກັບ​ງົວເຖິກ ຫລື​ແກະເຖິກ​ໂຕໜຶ່ງ ແລະ​ພ້ອມ​ກັບ​ລູກແກະ​ແຕ່ລະໂຕ​ນັ້ນ ສຸດແລ້ວແຕ່​ຜູ້​ຢາກ​ຖວາຍ. ໃຫ້​ຖວາຍ​ນໍ້າມັນ​ໝາກກອກເທດ​ສາມ​ລິດ ພ້ອມ​ກັບ​ພືດຜົນ​ເປັນເມັດ​ສິບເຈັດ​ລິດ​ເຄິ່ງ.</verse>
				<verse number="12">ເມື່ອ​ເຈົ້າຊາຍ​ຜູ້ປົກຄອງ​ຢາກ​ຈະ​ຖວາຍ​ເຄື່ອງ​ບູຊາ ຕາມໃຈ​ສະໝັກ​ຂອງຕົນ​ແກ່​ພຣະເຈົ້າຢາເວ ບໍ່ວ່າ​ຈະ​ນຳ​ສັດ​ມາ​ເຜົາ​ທັງໂຕ​ຖວາຍບູຊາ ຫລື​ຖວາຍ​ເຄື່ອງ​ເພື່ອ​ຄວາມ​ສາມັກຄີທຳ​ກໍຕາມ; ໃຫ້​ໄຂ​ປະຕູ​ໃຫຍ່​ທາງດ້ານ​ຕາເວັນອອກ​ໄປ​ສູ່​ເດີ່ນ​ໃນ​ໃຫ້​ເພິ່ນ. ເພິ່ນ​ຈະ​ຕ້ອງ​ຖວາຍ​ເຄື່ອງ​ຕາມ​ແບບຢ່າງ​ອັນ​ດຽວກັນ​ກັບ​ທີ່​ເພິ່ນ​ຖວາຍ​ໃນ​ວັນ​ຊະບາໂຕ; ຫລັງຈາກ​ເສັດສິ້ນ​ແລ້ວ ປະຕູ​ກໍ​ຈະ​ຖືກ​ອັດ​ໄວ້ ຫລັງຈາກ​ທີ່​ເພິ່ນ​ກັບຄືນ​ອອກ​ໄປ.”</verse>
				<verse number="13">“ທຸກໆເຊົ້າ​ໃຫ້​ນຳ​ລູກແກະ​ອາຍຸ​ໜຶ່ງ​ປີ ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ມາ​ເຜົາ​ທັງ​ໂຕ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ. ເຄື່ອງ​ບູຊາ​ເຊັ່ນນີ້​ຈະ​ຕ້ອງ​ຖວາຍ​ທຸກ​ວັນ.</verse>
				<verse number="14">ເຊັ່ນດຽວ​ກັນ​ໃຫ້​ຖວາຍ​ແປ້ງເຂົ້າ​ສາມ​ກິໂລກຼາມ ພ້ອມ​ກັບ​ນໍ້າມັນ​ໝາກກອກເທດ​ໜຶ່ງ​ລິດ​ປົນ​ໃສ່​ກັບ​ແປ້ງ. ກົດ​ສຳລັບ​ການ​ຖວາຍ​ແກ່​ພຣະເຈົ້າຢາເວ​ດັ່ງນີ້ ໃຫ້​ປະຕິບັດ​ກັນ​ຢ່າງ​ເຂັ້ມງວດ​ສືບໆໄປ.</verse>
				<verse number="15">ສ່ວນ​ລູກແກະ, ແປ້ງເຂົ້າ ແລະ​ນໍ້າມັນ​ໝາກກອກເທດ​ນີ້ ຕ້ອງ​ນຳ​ມາ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ທຸກໆເຊົ້າ​ຕະຫລອດໄປ.”</verse>
				<verse number="16">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ຖ້າ​ເຈົ້າຊາຍ​ຜູ້ປົກຄອງ​ມອບ​ທີ່ດິນ ຊຶ່ງ​ເປັນ​ກຳມະສິດ​ຂອງຕົນ​ໃຫ້​ລູກຊາຍ​ຜູ້ໃດ​ຜູ້ໜຶ່ງ​ເປັນ​ຂອງຂວັນ ທີ່ດິນ​ນັ້ນ​ກໍ​ຈະ​ເປັນ​ຊັບສົມບັດ​ສ່ວນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ລູກຊາຍ​ຜູ້ນັ້ນ.</verse>
				<verse number="17">ແຕ່​ຖ້າ​ເຈົ້າຊາຍ​ຜູ້ປົກຄອງ​ມອບ​ທີ່ດິນ​ຂອງຕົນ​ສ່ວນ​ໃດ​ສ່ວນ​ໜຶ່ງ ໃຫ້​ຜູ້ໃດ​ຜູ້ໜຶ່ງ​ທີ່​ຮັບໃຊ້​ໃນ​ຣາຊການ​ຂອງຕົນ ທີ່ດິນ​ນັ້ນ​ກໍ​ຈະ​ກາຍເປັນ​ຊັບສົມບັດ​ຂອງ​ເຈົ້າຊາຍ​ຄືນ​ອີກ ເມື່ອ​ເຖິງ​ປີ​ແຫ່ງ​ການ​ປົດປ່ອຍ ທີ່ດິນ​ນັ້ນ​ຈະ​ເປັນ​ຂອງ​ເພິ່ນ ແລະ​ເພິ່ນ​ກັບ​ບັນດາ​ລູກຊາຍ​ຂອງ​ເພິ່ນ​ເທົ່ານັ້ນ ສາມາດ​ເປັນ​ກຳມະສິດ​ທີ່ດິນ​ໄດ້​ຢ່າງ​ຖາວອນ.</verse>
				<verse number="18">ເຈົ້າຊາຍ​ຜູ້ປົກຄອງ​ຈະ​ຕ້ອງ​ບໍ່​ຢຶດເອົາ​ຊັບສົມບັດ​ຢ່າງ​ໃດໆ​ຂອງ​ປະຊາຊົນ. ທີ່ດິນ​ທຸກ​ຕອນ​ຊຶ່ງ​ເພິ່ນ​ມອບ​ໃຫ້​ພວກ​ລູກຊາຍ ຈະ​ຕ້ອງ​ໄດ້​ມາ​ແຕ່​ດິນແດນ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເພິ່ນ ເພື່ອ​ວ່າ​ເພິ່ນ​ຈະ​ບໍ່​ກົດຂີ່ ແລະ​ຢຶດ​ທີ່ດິນ​ຂອງ​ປະຊາຊົນ​ຂອງເຮົາ​ສ່ວນ​ໜຶ່ງ​ສ່ວນ​ໃດ.”</verse>
				<verse number="19">ແລ້ວ​ຊາຍ​ຄົນ​ນັ້ນ​ກໍໄດ້​ນຳ​ຂ້າພະເຈົ້າ ໄປ​ທີ່​ທາງ​ເຂົ້າ​ຫ້ອງ​ຕ່າງໆ​ຊຶ່ງ​ຢູ່​ຊື່​ກັບ​ທິດເໜືອ ໃກ້​ກັບ​ປະຕູ​ໃຫຍ່​ທາງດ້ານ​ໃຕ້​ຂອງ​ເດີ່ນ​ດ້ານໃນ. ຫ້ອງ​ສັກສິດ​ເຫຼົ່ານີ້​ແມ່ນ​ສຳລັບ​ພວກ​ປະໂຣຫິດ. ເພິ່ນ​ໄດ້​ຊີ້​ໄປ​ທາງ​ບ່ອນ​ໜຶ່ງ​ທາງ​ດ້ານ​ຕາເວັນຕົກ​ຂອງ​ຫ້ອງ​ຕ່າງໆ</verse>
				<verse number="20">ແລະ​ໄດ້​ກ່າວ​ວ່າ, “ນີ້​ແມ່ນ​ບ່ອນ​ໃຫ້​ພວກ​ປະໂຣຫິດ​ຕົ້ມ​ຊີ້ນ ທີ່​ໄດ້​ຖວາຍ​ເປັນ​ເຄື່ອງ​ບູຊາ​ເພື່ອ​ລຶບລ້າງ​ບາບ ຫລື​ເຄື່ອງ​ຖວາຍ​ໃນ​ການ​ຊົດໃຊ້​ຄືນ ແລະ​ປີ້ງ​ເຄື່ອງ​ຖວາຍ​ທີ່​ເຮັດ​ຈາກ​ແປ້ງເຂົ້າ ເພື່ອ​ວ່າ​ບໍ່​ໃຫ້​ສິ່ງ​ສັກສິດ​ໃດໆ​ຖືກ​ນຳ​ອອກ​ໄປ​ທີ່​ເດີ່ນ​ຂ້າງ​ນອກ ຊຶ່ງ​ປະຊາຊົນ​ອາດ​ຈະ​ໄດ້​ຮັບ​ອັນຕະລາຍ.”</verse>
				<verse number="21">ແລ້ວ​ເພິ່ນ​ກໍໄດ້​ນຳ​ຂ້າພະເຈົ້າ​ໄປ​ສູ່​ເດີ່ນ​ດ້ານນອກ ແລະ​ຊີ້​ໃຫ້​ຂ້າພະເຈົ້າ​ເຫັນ​ວ່າ​ໃນ​ແຕ່ລະແຈ​ທັງ​ສີ່​ນັ້ນ ມີ​ເດີ່ນ​ນ້ອຍ​ຍາວ​ຊາວ​ແມັດ ແລະ​ກວ້າງ​ສິບຫ້າ​ແມັດ.</verse>
				<verse number="22"></verse>
				<verse number="23">ແຕ່ລະ​ດ້ານ​ມີ​ກຳແພງ​ຫີນ​ອ້ອມຮອບ ແລະ​ມີ​ເຕົາໄຟ​ສ້າງ​ເລີຍ​ຕິດ​ກັບ​ກຳແພງ.</verse>
				<verse number="24">ຊາຍ​ຄົນ​ນັ້ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ເຮືອນຄົວ​ເຫຼົ່ານີ້​ແມ່ນ​ບ່ອນ​ທີ່​ຄົນ​ຮັບໃຊ້​ໃນ​ພຣະວິຫານ ຕົ້ມ​ເຄື່ອງ​ຖວາຍບູຊາ​ທີ່​ປະຊາຊົນ​ນຳ​ມາ.”</verse>
			</chapter>
			<chapter number="47">
				<verse number="1">ຊາຍ​ຜູ້ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ກັບຄືນ​ມາ​ທີ່​ປະຕູ​ເຂົ້າ​ພຣະວິຫານ. ມີ​ນໍ້າ​ໄຫລ​ອອກ​ມາ​ຈາກ​ລຸ່ມ​ທາງ​ປະຕູເຂົ້າ​ໄປ​ສູ່​ທາງທິດ​ຕາເວັນອອກ ສູ່​ທິດ​ທີ່​ຢູ່​ກົງ​ກັບ​ພຣະວິຫານ. ລຳນໍ້າ​ນັ້ນ​ໄດ້​ໄຫລ​ລົງ​ຈາກ​ເບື້ອງ​ລຸ່ມ​ຂອງ​ພຣະວິຫານ​ດ້ານ​ໃຕ້ ແລະ​ຜ່ານ​ດ້ານ​ໃຕ້​ຂອງ​ແທ່ນບູຊາ​ໄປ.</verse>
				<verse number="2">ແລ້ວ​ຊາຍ​ຄົນ​ນັ້ນ​ກໍໄດ້​ນຳ​ຂ້າພະເຈົ້າ​ອອກ​ຈາກ​ບໍລິເວນ​ພຣະວິຫານ ໂດຍ​ທາງ​ປະຕູ​ດ້ານ​ເໜືອ ແລະ​ນຳ​ຂ້າພະເຈົ້າ​ອ້ອມ​ໄປ​ສູ່​ປະຕູ​ທີ່​ຢູ່​ກົງ​ກັບ​ທິດ​ຕາເວັນອອກ. ມີ​ຫ້ວຍນ້ອຍ​ຫ້ວຍໜຶ່ງ​ໄຫລ​ອອກ​ຈາກ​ທີ່​ດ້ານ​ໃຕ້​ຂອງ​ປະຕູ​ເຂົ້າ.</verse>
				<verse number="3">ຊາຍ​ຄົນ​ນັ້ນ​ໄດ້​ໃຊ້​ເຊືອກ​ວັດແທກ​ສາຍນໍ້າ​ໄປ​ທາງທິດ​ຕາເວັນອອກ ຈຶ່ງ​ເຫັນ​ວ່າ​ມີ​ຢູ່​ຫ້າຮ້ອຍ​ແມັດ ແລະ​ບອກ​ໃຫ້​ຂ້າພະເຈົ້າ​ຂ້າມ​ຫ້ວຍ​ນໍ້າ​ໄປ​ໃນ​ທີ່ນັ້ນ. ນໍ້າ​ເລິກ​ພຽງແຕ່​ຂໍ້ຕີນ.</verse>
				<verse number="4">ແລ້ວ​ເພິ່ນ​ກໍໄດ້​ແທກ​ອີກ​ຫ້າຮ້ອຍ​ແມັດ ແລະ​ນໍ້າ​ກໍ​ເລິກ​ພຽງ​ຫົວເຂົ່າ. ເພິ່ນ​ແທກ​ຫ້າຮ້ອຍ​ແມັດ​ລົງ​ໄປ​ອີກ ນໍ້າ​ເລິກ​ພຽງ​ແອວ.</verse>
				<verse number="5">ເພິ່ນ​ໄດ້​ແທກ​ຕື່ມ​ອີກ​ຫ້າຮ້ອຍ​ແມັດ ໃນ​ທີ່ນັ້ນ​ນໍ້າ​ເລິກ​ທີ່ສຸດ ຈົນ​ຂ້າພະເຈົ້າ​ລຸຍ​ໄປ​ບໍ່ໄດ້. ນໍ້າ​ເລິກ​ຫຼາຍ​ທີ່​ຈະ​ຂ້າມ​ໄປ ນອກຈາກ​ລອຍ​ເອົາ​ເທົ່ານັ້ນ.</verse>
				<verse number="6">ເພິ່ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ສັງເກດ​ສິ່ງ​ທັງໝົດ​ນີ້​ຢ່າງ​ເອົາໃຈໃສ່.” ແລ້ວ​ຊາຍ​ຄົນ​ນັ້ນ​ກໍໄດ້​ນຳ​ຂ້າພະເຈົ້າ​ກັບຄືນ​ໄປ​ທີ່​ແຄມ​ຫ້ວຍນໍ້າ,</verse>
				<verse number="7">ແລະ​ເມື່ອ​ຂ້າພະເຈົ້າ​ໄປຮອດ​ບ່ອນ​ນັ້ນ​ແລ້ວ ຂ້າພະເຈົ້າ​ກໍ​ເຫັນ​ວ່າ​ທີ່​ແຄມ​ຫ້ວຍນໍ້າ​ແຕ່ລະ​ຟາກ​ນັ້ນ ມີ​ຕົ້ນໄມ້​ຢ່າງ​ຫລວງຫລາຍ.</verse>
				<verse number="8">ເພິ່ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ນໍ້າ​ນີ້​ໄຫລ​ຜ່ານ​ດິນແດນ​ໄປ​ທາງທິດ​ຕາເວັນອອກ ແລະ​ໄຫລ​ລົງ​ໄປ​ສູ່​ຮ່ອມພູ​ຈໍແດນ​ແລະ​ໄປ​ສູ່​ທະເລຕາຍ. ເມື່ອ​ໄຫລ​ລົງ​ໄປ​ໃນ​ທະເລຕາຍ ນໍ້າ​ນີ້​ກໍ​ເຮັດ​ໃຫ້​ນໍ້າເຄັມ​ໃນ​ທະເລ​ກາຍເປັນ​ນໍ້າຈືດ.</verse>
				<verse number="9">ບ່ອນໃດ​ທີ່​ລຳນໍ້າ​ນີ້​ໄຫລ​ໄປ ບ່ອນ​ນັ້ນ​ກໍ​ຈະ​ມີ​ສັດ​ແລະ​ປາ​ທຸກໆ​ຊະນິດ. ລຳນໍ້າ​ນີ້​ຈະ​ເຮັດ​ໃຫ້​ນໍ້າ​ໃນ​ທະເລຕາຍ​ນັ້ນ​ຈືດ ແລະ​ເມື່ອ​ມັນ​ໄຫລ​ໄປ​ທີ່​ໃດ ກໍ​ຈະ​ນຳ​ຊີວິດ​ໄປ​ສູ່​ທີ່​ນັ້ນ.</verse>
				<verse number="10">ຕັ້ງແຕ່​ນໍ້າພຸ​ເອນ-ເກດີ​ໄປ ຈົນເຖິງ​ນໍ້າພຸ​ເອເນັກລາອີມ ຈະ​ມີ​ຊາວ​ຫາປາ​ຕາມ​ແຄມ​ຝັ່ງ​ທະເລ ແລະ​ພວກເຂົາ​ຈະ​ກາງ​ມອງ​ຂອງ​ພວກເຂົາ​ຕາກ​ໄວ້​ໃນ​ທີ່ນັ້ນ. ທີ່​ນັ້ນ​ຈະ​ມີ​ປາ​ຫລາຍ​ຊະນິດ ດັ່ງ​ທີ່​ມີ​ຢູ່​ໃນ​ທະເລ​ເມດີແຕຣາເນ.</verse>
				<verse number="11">ສ່ວນ​ນໍ້າ​ໃນ​ບຶງ ແລະ​ນໍ້າ​ໃນ​ໜອງ​ຕາມ​ແຄມ​ຝັ່ງ​ທະເລ​ຈະ​ບໍ່​ຈືດ ແຕ່​ຈະ​ກາຍເປັນ​ບໍ່​ເກືອ.</verse>
				<verse number="12">ແຕ່ລະ​ຟາກ​ຂອງ​ລຳນໍ້າ​ນັ້ນ​ຈະ​ມີ​ຕົ້ນໄມ້​ທຸກ​ຊະນິດ ເກີດຂຶ້ນ​ເພື່ອ​ເປັນ​ອາຫານ. ໃບ​ຂອງ​ຕົ້ນໄມ້​ເຫຼົ່ານີ້​ຈະ​ບໍ່​ຫ່ຽວແຫ້ງ​ຈັກເທື່ອ ແລະ​ຕົ້ນໄມ້​ນັ້ນ​ຈະ​ບໍ່​ຢຸດ​ເກີດ​ໝາກ​ຈັກເທື່ອ. ຕົ້ນໄມ້​ເຫຼົ່ານີ້​ຈະ​ໃຫ້​ໝາກໄມ້​ສົດ​ແຕ່ລະ​ເດືອນ ເພາະ​ໄດ້​ຮັບ​ນໍ້າ​ລໍ່ລ້ຽງ ທີ່​ໄຫລ​ມາ​ຈາກ​ພຣະວິຫານ. ຕົ້ນໄມ້​ຕ່າງໆ​ຈະ​ໃຫ້​ໝາກໄມ້​ເປັນ​ອາຫານ ແລະ​ໃບ​ຂອງ​ມັນ​ກໍ​ຈະ​ຖືກ​ນຳ​ມາ​ເພື່ອ​ໃຊ້​ໃນ​ການ​ປິ່ນປົວ​ຄົນ.”</verse>
				<verse number="13">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ຕໍ່ໄປນີ້​ແມ່ນ​ອານາເຂດ​ຂອງ​ດິນແດນ​ທີ່​ຈະ​ຕ້ອງ​ແບ່ງປັນ​ກັນ​ໃນ​ທ່າມກາງ​ສິບສອງ​ເຜົ່າ ລວມ​ທັງ​ເຜົ່າ​ຂອງ​ໂຢເຊັບ ທີ່​ຈະ​ຕ້ອງ​ໄດ້​ຮັບ​ສອງ​ສ່ວນ.</verse>
				<verse number="14">ເຮົາ​ໄດ້​ສັນຍາ​ຕໍ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ຢ່າງ​ໜັກແໜ້ນ​ວ່າ ເຮົາ​ຈະ​ໃຫ້​ພວກເຂົາ​ເປັນ​ກຳມະສິດ​ດິນແດນ​ນີ້; ບັດນີ້ ຈົ່ງ​ແບ່ງປັນ​ໃນ​ທ່າມກາງ​ພວກເຈົ້າ​ໃຫ້​ເທົ່າກັນ​ເຖີດ.</verse>
				<verse number="15">ເຂດແດນ​ທາງ​ທິດເໜືອ ນັບ​ໄປ​ແຕ່​ດ້ານ​ຕາເວັນອອກ​ຂອງ​ທະເລ​ເມດີແຕຣາເນ ຈົນເຖິງ​ເມືອງ​ເຮດໂລນ, ຊ່ອງ​ແຄບ​ຮາມັດ​ເຖິງ​ເຊດາດ,</verse>
				<verse number="16">ເມືອງ​ຕ່າງໆ​ຂອງ​ເບໂຣທາ ແລະ​ຊິບຣາອິມ (ເມືອງ​ເຫຼົ່ານັ້ນ​ໄດ້​ຕັ້ງ​ຢູ່​ລະຫວ່າງ​ເຂດແດນ​ຂອງ​ອານາຈັກ​ດາມັສກັດ ແລະ​ອານາຈັກ​ຮາມັດ) ແລະ​ເມືອງ​ຕີໂກນ (ໄດ້​ຕັ້ງ​ຢູ່​ຕາມ​ຊາຍແດນ​ຂອງ​ອານາຈັກ​ແຫ່ງ​ຮາອູຣານ.)</verse>
				<verse number="17">ສະນັ້ນ ເຂດແດນ​ທາງ​ທິດເໜືອ ຈຶ່ງ​ນັບ​ໄປ​ຈາກ​ດ້ານ​ຕາເວັນອອກ​ຂອງ​ທະເລ​ເມດີແຕຣາເນ​ຈົນເຖິງ​ເມືອງ​ຮາຊາ​ເອໂນນ ລວມທັງ​ຊາຍແດນ​ຂອງ​ຂົງເຂດ​ດາມັສກັດ ແລະ​ຮາມັດ​ໄປ​ທາງ​ທິດເໜືອ.</verse>
				<verse number="18">ຊາຍແດນ​ທາງທິດ​ຕາເວັນອອກ​ນັບ​ແຕ່​ດ້ານ​ໃຕ້ ຈາກ​ຈຸດ​ລະຫວ່າງ​ເຂດແດນ​ດາມັສກັດ ແລະ​ຮາອູຣານ ພ້ອມດ້ວຍ​ແມ່ນໍ້າ​ຈໍແດນ​ລວມເປັນ​ຊາຍແດນ ລະຫວ່າງ​ດິນແດນ​ອິດສະຣາເອນ​ດ້ານ​ຕາເວັນຕົກ ແລະ​ເມືອງ​ກີເລອາດ​ດ້ານ​ຕາເວັນອອກ​ໄປ​ເຖິງ​ເມືອງ​ຕາມາ ທີ່​ທະເລຕາຍ.</verse>
				<verse number="19">ຊາຍແດນ​ດ້ານ​ໃຕ້ ນັບ​ຈາກ​ທິດ​ຕາເວັນອອກ​ສ່ຽງໃຕ້​ຂອງ​ຕາມາ ເຖິງ​ນໍ້າພຸ​ກາເດັດ​ເມຣີບາ ແມ່ນ​ໄປ​ທາງ​ທິດ​ຕາເວັນຕົກ​ສ່ຽງເໜືອ ລຽບຕາມ​ຊາຍແດນ​ປະເທດ​ເອຢິບ​ຈົນເຖິງ​ທະເລ​ເມດີແຕຣາເນ.</verse>
				<verse number="20">ຊາຍແດນ​ທາງ​ທິດ​ຕາເວັນຕົກ​ປະກອບ​ດ້ວຍ ທະເລ​ເມດີແຕຣາເນ​ໄປ​ສູ່​ພາກ​ເໜືອ ເຖິງ​ຈຸດ​ໜຶ່ງ​ຢູ່​ທາງ​ຕາເວັນ​ຕົກ​ຂອງ​ຊ່ອງແຄບ​ຮາມັດ.</verse>
				<verse number="21">ຈົ່ງ​ແບ່ງປັນ​ດິນແດນ​ນີ້​ໃນ​ທ່າມກາງ​ບັນດາ​ເຜົ່າ​ຂອງ​ພວກເຈົ້າ;</verse>
				<verse number="22">ມັນ​ເປັນ​ກຳມະສິດ​ອັນ​ຖາວອນ​ຂອງ​ພວກເຈົ້າ. ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ ແລະ​ຜູ້​ທີ່​ມີ​ລູກ​ເກີດ​ໃນ​ທີ່​ນີ້ ກໍ​ມີ​ສ່ວນ​ໃນ​ດິນແດນ​ນີ້​ຄືກັນ​ເມື່ອ​ເຈົ້າ​ແບ່ງປັນ​ດິນແດນ. ໃຫ້​ຖື​ພວກເຂົາ​ເປັນ​ພົນລະເມືອງ​ອິດສະຣາເອນ​ຢ່າງ​ເຕັມ​ສ່ວນ ແລະ​ໃຫ້​ພວກເຂົາ​ໃຊ້​ສະຫລາກ​ເອົາ​ສ່ວນ​ດິນແດນ​ກັບ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="23">ຊາວ​ຕ່າງດ້າວ​ແຕ່ລະຄົນ​ທີ່​ອາໄສ​ຢູ່​ນຳ ຈະ​ໄດ້​ຮັບ​ສ່ວນແບ່ງ​ຂອງຕົນ​ກັບ​ປະຊາຊົນ​ໃນ​ເຜົ່າ​ທີ່​ຕົນ​ຢູ່ນຳ​ນັ້ນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
			</chapter>
			<chapter number="48">
				<verse number="1">ຊາຍແດນ​ທາງ​ດ້ານ​ເໜືອ​ຂອງ​ດິນແດນ ແມ່ນ​ນັບ​ແຕ່​ທິດ​ຕາເວັນອອກ ຈາກ​ທະເລ​ເມດີແຕຣາເນ ເຖິງ​ເມືອງ​ເຮດໂລນ, ຊ່ອງແຄບ​ຮາມັດ, ເມືອງ​ຮາຊາ​ເອໂນນ ແລະ​ຊາຍແດນ​ລະຫວ່າງ​ອານາຈັກ​ດາມັສກັດ​ແລະ​ຮາມັດ. ຈົ່ງ​ໃຫ້​ແຕ່ລະເຜົ່າ​ໄດ້​ຮັບ​ສ່ວນ​ໜຶ່ງ​ຂອງ​ດິນແດນ ທີ່​ຕໍ່​ອອກ​ໄປ​ແຕ່​ຊາຍແດນ​ທາງທິດ​ຕາເວັນອອກ ຫາ​ທິດ​ຕາເວັນຕົກ ເຖິງ​ທະເລ​ເມດີແຕຣາເນ ຕາມ​ລຳດັບ​ແຕ່​ເໜືອ​ສູ່​ໃຕ້​ມີ​ດັ່ງນີ້: ດານ ອາເຊ ເນັບທາລີ ມານາເຊ ເອຟຣາອິມ ຣູເບັນ ຢູດາ</verse>
				<verse number="2"></verse>
				<verse number="3"></verse>
				<verse number="4"></verse>
				<verse number="5"></verse>
				<verse number="6"></verse>
				<verse number="7"></verse>
				<verse number="8">ສ່ວນ​ຕໍ່ໄປ​ຂອງ​ດິນແດນ​ນັ້ນ ຈົ່ງ​ແຍກ​ໄວ້​ເພື່ອ​ໃຊ້​ເປັນ​ພິເສດ. ດິນແດນ​ນັ້ນ​ໃຫ້​ກວ້າງ​ສິບສອງ​ກິໂລແມັດ​ເຄິ່ງ ແຕ່​ທິດໃຕ້​ຫາ​ທິດເໜືອ ແລະ​ມີ​ລວງຍາວ​ເທົ່າ​ກັບ​ສ່ວນ​ທັງຫລາຍ ຊຶ່ງ​ໄດ້​ມອບ​ໃຫ້​ເຜົ່າ​ຕ່າງໆ ແຕ່​ທິດ​ຕາເວັນອອກ​ຫາ​ທິດ​ຕາເວັນຕົກ. ພຣະວິຫານ​ຈະ​ຖືກ​ຕັ້ງ​ຂຶ້ນ​ພາຍ​ໃນ​ສ່ວນ​ນີ້.</verse>
				<verse number="9">ໃນ​ໃຈກາງ​ຂອງ​ສ່ວນ​ນີ້ ບໍລິເວນ​ພິເສດ​ຍາວ​ສິບສອງ​ກິໂລແມັດ​ເຄິ່ງ ແລະ​ກວ້າງ​ສິບ​ກິໂລແມັດ ຈະ​ຕ້ອງ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="10">ພວກ​ປະໂຣຫິດ​ຈະ​ໄດ້​ຮັບ​ບໍລິເວນ​ອັນ​ສັກສິດ​ສ່ວນ​ນີ້. ແຕ່​ດ້ານ​ຕາເວັນອອກ​ຫາ​ດ້ານ​ຕາເວັນຕົກ ສ່ວນ​ຂອງ​ພວກເຂົາ​ມີ​ຢູ່​ສິບສອງ​ກິໂລແມັດ​ເຄິ່ງ ແລະ​ແຕ່​ດ້ານ​ເໜືອ​ຫາ​ດ້ານ​ໃຕ້​ມີ​ຢູ່​ຫ້າ​ກິໂລແມັດ. ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ຈະ​ຕ້ອງ​ຖືກ​ຕັ້ງ​ຂຶ້ນ​ຢູ່​ໃນ​ໃຈກາງ​ຂອງ​ບໍລິເວນ​ນີ້.</verse>
				<verse number="11">ບໍລິເວນ​ອັນ​ສັກສິດ​ນີ້ ໃຫ້​ເປັນ​ຂອງ​ພວກ​ປະໂຣຫິດ​ທີ່​ເປັນ​ເຊື້ອສາຍ​ຂອງ​ຊາດົກ. ພວກເຂົາ​ໄດ້​ບົວລະບັດ​ຮັບໃຊ້​ເຮົາ​ຢ່າງ​ສັດຊື່ ແລະ​ບໍ່ໄດ້​ຮ່ວມ​ເຮັດ​ຜິດ​ກັບ​ຊາວ​ອິດສະຣາເອນ​ອື່ນໆ ດັ່ງ​ສະມາຊິກ​ຄົນອື່ນໆ​ໃນ​ເຜົ່າເລວີ​ໄດ້​ເຮັດ.</verse>
				<verse number="12">ສະນັ້ນ ພວກເຂົາ​ຈຶ່ງ​ຈະ​ໄດ້​ຮັບ​ບໍລິເວນ​ໜຶ່ງ​ເປັນ​ພິເສດ ຢູ່​ໃກ້​ກັບ​ບໍລິເວນ​ທີ່​ເປັນ​ຂອງ​ພວກ​ເລວີ ແລະ​ຈະ​ເປັນ​ບໍລິເວນ​ທີ່​ສັກສິດ​ທີ່ສຸດ.</verse>
				<verse number="13">ພວກ​ເລວີ​ຈະ​ໄດ້​ຮັບ​ບໍລິເວນ​ພິເສດ​ຄືກັນ ຢູ່​ທາງ​ຕອນ​ໃຕ້​ຂອງ​ພວກ​ປະໂຣຫິດ. ດິນແດນ​ນັ້ນ​ໃຫ້​ຍາວ​ສິບສອງ​ກິໂລແມັດ​ເຄິ່ງ ແຕ່​ດ້ານ​ຕາເວັນອອກ​ຫາ​ດ້ານ​ຕາເວັນຕົກ ແລະ​ໃຫ້​ກວ້າງ​ຫ້າ​ກິໂລແມັດ​ຈາກ​ດ້ານ​ເໜືອ​ຫາ​ດ້ານ​ໃຕ້.</verse>
				<verse number="14">ບໍລິເວນ​ທີ່​ໄດ້​ຖືກ​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ​ແລ້ວ ແມ່ນ​ສ່ວນ​ທີ່​ສັກສິດ​ໃນ​ດິນແດນ​ທັງໝົດ; ບໍ່​ໃຫ້​ຂາຍ ຫລື​ແລກປ່ຽນ, ຫລື​ປ່ຽນ​ກຳມະສິດ​ໃຫ້​ຜູ້ໜຶ່ງ​ຜູ້ໃດ​ເປັນ​ເດັດຂາດ.</verse>
				<verse number="15">ບໍລິເວນ​ສ່ວນ​ພິເສດ​ທີ່​ຍັງເຫລືອ​ຢູ່ ຍາວ​ສິບສອງ​ກິໂລແມັດ​ເຄິ່ງ ກວ້າງ​ສອງ​ກິໂລແມັດ​ເຄິ່ງ​ນັ້ນ ບໍ່​ສັກສິດ, ແຕ່​ຕ້ອງ​ໃຫ້​ໃຊ້​ທົ່ວໄປ​ສຳລັບ​ປະຊາຊົນ. ພວກເຂົາ​ອາດ​ຈະ​ຢູ່​ແລະ​ໃຊ້​ດິນແດນ​ທີ່​ນັ້ນ​ກໍໄດ້. ຕົວເມືອງ​ຈະ​ຕ້ອງ​ຕັ້ງ​ຢູ່​ໃຈກາງ​ຂອງ​ບໍລິເວນ​ນີ້</verse>
				<verse number="16">ແລະ​ຈະ​ຕ້ອງ​ເປັນ​ຮູບ​ສີ່​ຫລ່ຽມ​ມົນທົນ​ໂດຍ​ແຕ່ລະ​ຂ້າງ​ມີ​ຂະໜາດ ສອງພັນ​ສອງຮ້ອຍ​ຫ້າສິບ ແມັດ.</verse>
				<verse number="17">ອ້ອມ​ເມືອງ​ແຕ່ລະ​ດ້ານ​ນັ້ນ​ໃຫ້​ມີ​ບ່ອນ​ເປົ່າຫວ່າງ​ແທກ​ໄດ້ ໜຶ່ງຮ້ອຍ​ຊາວຫ້າ ແມັດ ທາງຂວາງ.</verse>
				<verse number="18">ຫລັງຈາກ​ສ້າງ​ເມືອງ​ແລ້ວ ໃນ​ບໍລິເວນ​ດິນ​ທີ່​ຍັງເຫລືອ​ທາງດ້ານ​ໃຕ້​ຂອງ​ບໍລິເວນ​ສັກສິດ ທີ່​ຍາວ​ຫ້າ​ກິໂລແມັດ ແລະ​ກວ້າງ​ສອງ​ກິໂລແມັດ​ເຄິ່ງ​ທາງດ້ານ​ຕາເວັນອອກ ແລະ​ທາງ​ດ້ານ​ຕາເວັນຕົກ​ເທົ່າກັນ​ນັ້ນ ໃຫ້​ໃຊ້​ເປັນ​ດິນ​ປູກຝັງ​ຂອງ​ປະຊາຊົນ​ທີ່​ຢູ່​ໃນ​ເມືອງ.</verse>
				<verse number="19">ຜູ້ໃດ​ຜູ້ໜຶ່ງ​ທີ່​ຢູ່​ໃນ​ເມືອງ​ບໍ່​ວ່າ​ມາ​ຈາກ​ເຜົ່າໃດ​ກໍດີ ໃຫ້​ປູກຝັງ​ກິນ​ໃນ​ທີ່ດິນ​ນັ້ນ​ໄດ້.</verse>
				<verse number="20">ດັ່ງນັ້ນ ບໍລິເວນ​ທັງໝົດ​ໃນ​ໃຈກາງ​ຂອງ​ທີ່ດິນ​ສ່ວນ​ນີ້ ຊຶ່ງ​ໄດ້​ຖືກ​ແຍກ​ໄວ້​ຈຶ່ງ​ເປັນ​ຮູບ​ສີ່​ຫລ່ຽມ​ມົນທົນ ແລະ​ແຕ່ລະ​ຂ້າງ​ແທກ​ໄດ້​ສິບສອງ​ກິໂລແມັດ​ເຄິ່ງ ລວມ​ບໍລິເວນ​ທີ່​ຈະ​ເປັນ​ຕົວເມືອງ.</verse>
				<verse number="21">ທາງດ້ານ​ຕາເວັນອອກ​ແລະ​ດ້ານ​ຕາເວັນຕົກ​ຂອງ​ບໍລິເວນ​ນີ້ ທີ່​ພຣະວິຫານ​ຕັ້ງ​ຢູ່​ນັ້ນ ມີ​ທີ່ດິນ​ຂອງ​ພວກ​ປະໂຣຫິດ, ທີ່ດິນ​ຂອງ​ພວກ​ເລວີ, ຕົວເມືອງ, ທີ່ດິນ​ຊຶ່ງ​ເຫຼືອ​ໄວ້​ໃຫ້​ເປັນ​ກຳມະສິດ​ຂອງ​ເຈົ້າຊາຍ​ຜູ້ປົກຄອງ. ດິນແດນ​ນີ້​ຂະຫຍາຍ​ອອກ​ໄປ​ສູ່​ທາງທິດ​ຕາເວັນອອກ ຈຶ່ງ​ຮອດ​ຊາຍແດນ​ທາງ​ຕາເວັນອອກ ແລະ​ທາງ​ຕາເວັນຕົກ​ຮອດ​ທະເລ​ເມດີແຕຣາເນ ແລະ​ໄປ​ສຸດ​ທາງເໜືອ ຊຶ່ງ​ເປັນ​ສ່ວນ​ຂອງ​ເຜົ່າຢູດາ ແລະ​ໄປ​ສຸດ​ທາງໃຕ້ ຊຶ່ງ​ເປັນ​ສ່ວນ​ຂອງ​ເຜົ່າ​ເບັນຢາມິນ.</verse>
				<verse number="22"></verse>
				<verse number="23">ທາງໃຕ້​ຂອງ​ສ່ວນ​ພິເສດ ແຕ່ລະເຜົ່າ​ຊຶ່ງ​ຍັງເຫລືອ​ຢູ່​ນັ້ນ ຈະ​ຕ້ອງ​ໄດ້​ຮັບ​ສ່ວນ​ໜຶ່ງ​ຂອງ​ດິນແດນ ໂດຍ​ນັບ​ຈາກ​ຊາຍແດນ​ທາງດ້ານ​ຕາເວັນອອກ ຈົນເຖິງ​ທະເລ​ເມດີແຕຣາເນ​ທາງ​ດ້ານ​ຕາເວັນຕົກ ຕາມ​ລະດັບ​ແຕ່​ທິດເໜືອ​ສູ່​ທິດໃຕ້​ດັ່ງນີ້: ເບັນຢາມິນ ຊີເມໂອນ ອິດຊາຄາ ເຊບູໂລນ ກາດ</verse>
				<verse number="24"></verse>
				<verse number="25"></verse>
				<verse number="26"></verse>
				<verse number="27"></verse>
				<verse number="28">ທາງດ້ານ​ໃຕ້​ຂອງ​ສ່ວນ​ທີ່​ໄດ້​ມອບ​ໃຫ້​ແກ່​ເຜົ່າກາດ​ນັ້ນ ຊາຍແດນ​ນັບ​ຈາກ​ທິດ​ຕາເວັນຕົກ​ສ່ຽງໃຕ້ ມີ​ດັ່ງນີ້: ຕັ້ງແຕ່​ຕາມາ​ເຖິງ​ບໍ່ນໍ້າ​ກາເດັດ ແລະ​ທາງ​ດ້ານທິດ​ຕາເວັນຕົກ​ສ່ຽງເໜືອ ຕາມ​ຊາຍແດນ​ຂອງ​ເອຢິບ​ເລີຍ​ເຖິງ​ທະເລ​ເມດີແຕຣາເນ.</verse>
				<verse number="29">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ດິນແດນ​ທີ່​ໄດ້​ຖືກ​ແບ່ງປັນ​ເປັນ​ສ່ວນ​ໃຫ້​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ເປັນ​ກຳມະສິດ​ນັ້ນ​ແມ່ນ​ຕ້ອງ​ດຳເນີນ​ດ້ວຍ​ວິທີ​ນີ້​ແຫຼະ.”</verse>
				<verse number="30">ນະຄອນ​ເຢຣູຊາເລັມ​ມີ​ປະຕູ​ເຂົ້າ​ສິບສອງ​ປ່ອງ. ກຳແພງ​ແຕ່ລະ​ດ້ານ​ໃນ​ສີ່​ດ້ານ​ນັ້ນ​ແທກ​ໄດ້​ສອງພັນ​ສອງຮ້ອຍ​ຫ້າສິບ​ແມັດ ແລະ​ມີ​ປະຕູ​ສາມ​ປ່ອງ​ໃນ​ກຳແພງ​ດ້ານ​ໜຶ່ງ ແຕ່ລະ​ປະຕູ​ໃສ່​ຊື່​ຂອງ​ເຜົ່າ​ໜຶ່ງ. ປະຕູ​ຂອງ​ກຳແພງ​ດ້ານ​ເໜືອ​ໃສ່​ຊື່: ຣູເບັນ, ຢູດາ ແລະ​ເລວີ; ປະຕູ​ຂອງ​ກຳແພງ​ດ້ານ​ຕາເວັນອອກ​ໃສ່​ຊື່: ໂຢເຊັບ, ເບັນຢາມິນ ແລະ​ດານ; ປະຕູ​ຂອງ​ກຳແພງ​ດ້ານ​ໃຕ້​ໃສ່​ຊື່: ຊີເມໂອນ, ອິດຊາຄາ ແລະ​ເຊບູໂລນ; ແລະ​ປະຕູ​ຂອງ​ກຳແພງ​ດ້ານ​ຕາເວັນຕົກ​ໃສ່​ຊື່: ກາດ, ອາເຊ ແລະ​ເນັບທາລີ.</verse>
				<verse number="31"></verse>
				<verse number="32"></verse>
				<verse number="33"></verse>
				<verse number="34"></verse>
				<verse number="35">ລວງຍາວ​ທັງໝົດ​ຂອງ​ກຳແພງ​ທັງ​ສີ່​ດ້ານ​ຂອງ​ນະຄອນ ມີ​ເກົ້າພັນ​ແມັດ. ຕັ້ງແຕ່​ນີ້​ຕໍ່ໄປ​ຊື່​ຂອງ​ນະຄອນ​ນີ້​ແມ່ນ, “ພຣະເຈົ້າຢາເວ​ສະຖິດ​ຢູ່​ທີ່ນີ້.”</verse>
			</chapter>
		</book>
		<book number="27">
			<chapter number="1">
				<verse number="1">ໃນ​ປີ​ທີ​ສາມ ທີ່​ເຈົ້າ​ເຢໂຮຍອາກິມ​ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ໂຈມຕີ​ນະຄອນ​ເຢຣູຊາເລັມ ແລະ​ອ້ອມ​ເມືອງ​ໄວ້.</verse>
				<verse number="2">ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ກະສັດ​ເນບູ​ກາດເນັດຊາ​ຈັບ​ກະສັດ​ເຢໂຮຍອາກິມ ແລະ​ຢຶດເອົາ​ເຄຶ່ອງໃຊ້​ບາງ​ຢ່າງ​ໃນ​ວິຫານ​ຂອງ​ພຣະເຈົ້າ​ໄປ. ເພິ່ນ​ໄດ້​ຈັບ​ເອົາ​ຊະເລີຍ​ບາງຄົນ​ກັບຄືນ​ໄປ​ທີ່​ວິຫານ​ພະ​ຂອງ​ເພິ່ນ​ໃນ​ບາບີໂລນ ແລະ​ເອົາ​ຊັບສົມບັດ​ທີ່​ຢຶດ​ໄດ້​ນັ້ນ​ໄປ​ເກັບໄວ້​ໃນ​ຄັງ​ພະ​ຂອງຕົນ​ທີ່​ວິຫານ.</verse>
				<verse number="3">ກະສັດ​ໄດ້​ສັ່ງ​ອັດຊະເປນັດ ຜູ້​ເປັນ​ຫົວໜ້າ​ບັນດາ​ຂ້າຣາຊການ​ຂອງຕົນ ໃຫ້​ເລືອກເຟັ້ນ​ເອົາ​ຊາຍໜຸ່ມ​ຈາກ​ພວກ​ອິດສະຣາເອນ​ພັດຖິ່ນ​ບາງຄົນ ທີ່​ເປັນ​ເຊື້ອສາຍ​ໃນ​ຄອບຄົວ​ຂອງ​ກະສັດ ແລະ​ໃນ​ຄອບຄົວ​ຂອງ​ເຈົ້ານາຍ​ຂຸນນາງ.</verse>
				<verse number="4">ຄົນ​ເຫຼົ່ານີ້​ຈະ​ຕ້ອງ​ເປັນ​ຜູ້​ສະຫງ່າງາມ, ມີ​ຄວາມ​ສະຫລຽວ​ສະຫລາດ, ໄດ້​ຮັບ​ການ​ຝຶກຫັດ​ເປັນ​ຢ່າງດີ, ມີ​ປັນຍາ​ສ້ຽມແຫລມ ແລະ​ມີ​ສຸຂະພາບ​ສົມບູນ​ດີ, ເພື່ອ​ວ່າ​ພວກເຂົາ​ຈະ​ມີ​ຄຸນສົມບັດ​ເຂົ້າ​ຮັບໃຊ້​ໃນ​ຣາຊສຳນັກ. ອັດຊະເປນັດ​ຈະ​ເປັນ​ຜູ້​ທີ່​ສອນ​ພວກເຂົາ​ໃຫ້​ອ່ານ​ແລະ​ຂຽນ​ພາສາ​ບາບີໂລນ.</verse>
				<verse number="5">ກະສັດ​ຍັງ​ໄດ້​ອອກ​ຄຳສັ່ງ​ໃຫ້​ນຳ​ເອົາ​ອາຫານ ແລະ​ເຫຼົ້າ​ອະງຸ່ນ​ຢ່າງ​ດຽວ​ໃນ​ວັງ ມາ​ໃຫ້​ພວກເຂົາ​ກິນ​ແລະ​ດື່ມ​ທຸກ​ວັນ. ຫລັງຈາກ​ການ​ຝຶກແອບ​ເປັນ​ເວລາ​ສາມ​ປີ​ແລ້ວ ພວກເຂົາ​ຈະ​ຕ້ອງ​ໄປ​ປາກົດ​ຕົວ​ຕໍ່ໜ້າ​ກະສັດ.</verse>
				<verse number="6">ໃນ​ບັນດາ​ຜູ້​ທີ່​ຖືກ​ຄັດເລືອກ​ເອົາ​ເຫຼົ່ານີ້ ມີ​ຊາວ​ຢູດາຍ​ລວມ​ຢູ່​ດ້ວຍ ດັ່ງນີ້: ດານີເອນ, ຮານານີຢາ, ມີຊາເອນ ແລະ​ອາຊາຣີຢາ.</verse>
				<verse number="7">ຫົວໜ້າ​ຂ້າຣາຊການ​ໄດ້​ໃສ່​ຊື່​ໃໝ່​ໃຫ້​ພວກເຂົາ​ດັ່ງນີ້: ເບັນເຕຊັດຊາເຣ, ຊັດຣາກ, ເມຊາກ ແລະ​ອາເບັດເນໂກ.</verse>
				<verse number="8">ດານີເອນ​ໄດ້​ຕັດສິນໃຈ​ວ່າ​ຈະ​ບໍ່​ໃຫ້​ຕົນເອງ​ເປັນ​ມົນທິນ ຍ້ອນ​ກິນ​ອາຫານ​ແລະ​ເຫຼົ້າ​ອະງຸ່ນ​ຈາກ​ຣາຊສຳນັກ; ດັ່ງນັ້ນ ລາວ​ຈຶ່ງ​ຂໍຮ້ອງ​ໃຫ້​ອັດຊະເປນັດ​ຊ່ວຍເຫລືອ​ຕົນ</verse>
				<verse number="9">ແລະ​ພຣະເຈົ້າ​ກໍ​ເຮັດ​ໃຫ້​ອັດຊະເປນັດ​ມີ​ໃຈ​ເມດຕາ​ຕໍ່​ດານີເອນ.</verse>
				<verse number="10">ແຕ່​ອັດຊະເປນັດ​ຢ້ານກົວ​ກະສັດ; ດັ່ງນັ້ນ ລາວ​ຈຶ່ງ​ບອກ​ດານີເອນ​ວ່າ, “ກະສັດ​ເປັນ​ຜູ້​ສັ່ງ​ໃນ​ເລື່ອງ​ອາຫານ​ແລະ​ເຄື່ອງດື່ມ​ຂອງ​ພວກເຈົ້າ ຖ້າ​ພວກເຈົ້າ​ບໍ່​ຈົບງາມ​ດັ່ງ​ຊາຍ​ອື່ນ​ແລ້ວ ເພິ່ນ​ອາດ​ຂ້າ​ຂ້ອຍ​ກໍໄດ້.”</verse>
				<verse number="11">ດັ່ງນັ້ນ ດານີເອນ​ຈຶ່ງ​ໄປ​ຫາ​ຄົນ​ຍາມ ທີ່​ອັດຊະເປນັດ​ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຄວບຄຸມ​ຕົນ​ພ້ອມກັບ​ຮານານີຢາ, ມີຊາເອນ ແລະ​ອາຊາຣີຢາ.</verse>
				<verse number="12">ດານີເອນ​ໄດ້​ກ່າວ​ວ່າ, “ໃຫ້​ເອົາ​ແຕ່​ຜັກ​ກັບ​ນໍ້າ​ລ້າໆ ມາ​ໃຫ້​ພວກຂ້ອຍ​ກິນ​ລອງ​ເບິ່ງ​ຈັກ​ສິບ​ວັນ.</verse>
				<verse number="13">ແລ້ວ​ໃຫ້​ເຈົ້າ​ທຽບ​ສີ​ໜ້າ​ຂອງ​ພວກຂ້ອຍ​ໃສ່​ກັບ​ຊາຍໜຸ່ມ​ອື່ນໆ​ທີ່​ກິນ​ອາຫານ​ຂອງ​ກະສັດ ແລະ​ໃຫ້​ຕັດສິນໃຈ​ເອົາ​ຕາມ​ທີ່​ເຈົ້າ​ເຫັນ​ນັ້ນ.”</verse>
				<verse number="14">ຄົນ​ຍາມ​ໄດ້​ຕົກລົງ​ໃຫ້​ພວກເພິ່ນ​ລອງ​ກິນ​ເບິ່ງ​ສິບ​ວັນ.</verse>
				<verse number="15">ເມື່ອ​ໝົດ​ກຳນົດ​ແລ້ວ​ກໍ​ເຫັນ​ວ່າ, ພວກເພິ່ນ​ມີ​ສຸຂະພາບ​ດີ​ແລະ​ແຂງແຮງ​ກວ່າ​ພວກ​ທີ່​ກິນ​ອາຫານ​ຂອງ​ກະສັດ.</verse>
				<verse number="16">ສະນັ້ນ ນັບ​ຕັ້ງແຕ່​ນັ້ນ​ມາ ຄົນ​ຍາມ​ຈຶ່ງ​ໃຫ້​ພວກເພິ່ນ​ສືບຕໍ່​ກິນ​ແຕ່​ຜັກ​ກັບ​ນໍ້າ​ລ້າໆ ແທນ​ທີ່​ຈະ​ກິນ​ອາຫານ​ທີ່​ກະສັດ​ເອົາ​ໃຫ້.</verse>
				<verse number="17">ພຣະເຈົ້າ​ໄດ້​ໃຫ້​ພວກ​ຊາຍໜຸ່ມ​ສີ່​ຄົນ​ນີ້ ມີ​ຄວາມຮູ້​ແລະ​ຄວາມ​ຊຳນິ​ຊຳນານ​ໃນ​ດ້ານ​ວັນນະຄະດີ​ແລະ​ມີ​ສະຕິປັນຍາ​ເປັນ​ຢ່າງດີ. ນອກຈາກນີ້ ພຣະອົງ​ຍັງ​ໄດ້​ໂຜດ​ໃຫ້​ດານີເອນ ຊຳນານ​ໃນ​ການ​ແປ​ນິມິດ​ແລະ​ແກ້​ຄວາມຝັນ​ຕ່າງໆ​ອີກ​ດ້ວຍ.</verse>
				<verse number="18">ເມື່ອ​ຄົບ​ສາມ​ປີ​ທີ່​ກະສັດ​ກຳນົດ​ໃຫ້ ອັດຊະເປນັດ​ກໍ​ນຳ​ເອົາ​ຊາຍໜຸ່ມ​ທັງໝົດ ເຂົ້າ​ໄປ​ຫາ​ກະສັດ​ເນບູ​ກາດເນັດຊາ.</verse>
				<verse number="19">ກະສັດ​ໄດ້​ສົນທະນາ​ກັບ​ພວກເຂົາ​ທຸກຄົນ ແລະ​ເຫັນ​ວ່າ​ດານີເອນ, ຮານານີຢາ, ມີຊາເອນ ແລະ​ອາຊາຣີຢາ​ເປັນ​ທີ່​ຖືກໃຈ​ກະສັດ​ກວ່າ​ຄົນອື່ນໆ. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ໄດ້​ເຂົ້າ​ຮັບໃຊ້​ເປັນ​ສະມາຊິກ​ໃນ​ຣາຊສຳນັກ.</verse>
				<verse number="20">ບໍ່​ວ່າ​ບັນຫາ​ຫລື​ຄຳຖາມ​ໃດໆ​ທີ່​ກະສັດ​ຍົກ​ຂຶ້ນມາ ສີ່​ຄົນ​ນີ້​ກໍ​ຮູ້​ດີກວ່າ​ພວກ​ໝໍມໍ​ໃນ​ອານາຈັກ​ຂອງ​ເພິ່ນ​ເຖິງ​ສິບ​ເທົ່າ.</verse>
				<verse number="21">ດານີເອນ​ໄດ້​ຮັບໃຊ້​ໃນ​ຣາຊການ​ເລື້ອຍ​ມາ ຈົນເຖິງ​ສະໄໝ​ຂອງ​ເຈົ້າໄຊຣັດ ກະສັດ​ແຫ່ງ​ເປີເຊຍ ຕີ​ເອົາ​ບາບີໂລນ​ໄດ້.</verse>
			</chapter>
			<chapter number="2">
				<verse number="1">ເມື່ອ​ເຈົ້າເນບູ​ກາດເນັດຊາ​ເປັນ​ກະສັດ​ໄດ້​ສອງ​ປີ​ແລ້ວ ເພິ່ນ​ກໍ​ຝັນ​ຢ່າງ​ໜຶ່ງ. ຄວາມຝັນ​ນີ້​ເຮັດ​ໃຫ້​ເພິ່ນ​ເປັນທຸກໃຈ​ຈົນ​ນອນ​ບໍ່​ຫລັບ.</verse>
				<verse number="2">ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ພວກ​ໝໍມໍ, ໝໍມົນ, ໝໍ​ວິຊາອາຄົມ ແລະ​ໝໍ​ຜີ​ມາ​ແກ້​ຄວາມຝັນ​ນັ້ນ​ໃຫ້​ແກ່​ເພິ່ນ. ເມື່ອ​ພວກເຂົາ​ເຂົ້າ​ມາ​ຢືນ​ຢູ່​ຕໍ່ໜ້າ​ກະສັດ​ແລ້ວ</verse>
				<verse number="3">ເພິ່ນ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ເປັນທຸກໃຈ​ຫລາຍ​ຍ້ອນ​ຝັນ​ບໍ່​ດີ. ເຮົາ​ຢາກ​ຮູ້​ວ່າ​ຄວາມຝັນ​ນັ້ນ​ໝາຍເຖິງ​ຫຍັງ?”</verse>
				<verse number="4">ພວກເຂົາ​ໄດ້​ຕອບ​ກະສັດ​ເປັນ​ພາສາ​ອາຣາມິກ​ວ່າ, “ຂໍ​ໃຫ້​ພະຣາຊາ​ຂອງ​ພວກ​ຂ້ານ້ອຍ ຈົ່ງ​ໝັ້ນຍືນ​ຕະຫລອດໄປ​ເທີ້ນ ຂໍ​ເລົ່າ​ຄວາມຝັນ​ໃຫ້​ພວກ​ຂ້ານ້ອຍ​ຟັງ​ເບິ່ງດູ ແລະ​ພວກ​ຂ້ານ້ອຍ​ກໍ​ຈະ​ແກ້​ຄວາມຝັນ​ນັ້ນ​ໃຫ້.”</verse>
				<verse number="5">ກະສັດ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ຕັດສິນໃຈ​ແລ້ວ​ວ່າ ຖ້າ​ພວກເຈົ້າ​ບອກ​ຄວາມຝັນ​ແລະ​ແກ້​ຄວາມຝັນ​ໃຫ້​ເຮົາ​ບໍ່ໄດ້ ເຮົາ​ຈະ​ຕ້ອງ​ຕັດ​ພວກເຈົ້າ​ເປັນ​ຕ່ອນໆ ແລະ​ທຳລາຍ​ເຮືອນ​ຂອງ​ພວກເຈົ້າ​ຖິ້ມ​ໃຫ້​ເປັນ​ກອງສິ່ງ​ຮົກຮ້າງ​ເພພັງ.</verse>
				<verse number="6">ແຕ່​ຖ້າ​ພວກເຈົ້າ​ບອກ​ແລະ​ແກ້​ຄວາມຝັນ​ໃຫ້​ເຮົາ​ໄດ້ ເຮົາ​ຈະ​ໃຫ້​ບຳເໜັດ​ແລະ​ກຽດຕິຍົດ​ອັນ​ຍິ່ງໃຫຍ່​ແກ່​ພວກເຈົ້າ. ດັ່ງນັ້ນ ຈົ່ງ​ບອກ​ຄວາມຝັນ​ແລະ​ແກ້​ຄວາມຝັນ​ໃຫ້​ເຮົາ​ໃນ​ບັດນີ້.”</verse>
				<verse number="7">ພວກເຂົາ​ໄດ້​ຕອບ​ກະສັດ​ອີກ​ວ່າ, “ຖ້າ​ພະຣາຊາ​ເລົ່າ​ຄວາມຝັນ​ໃຫ້​ພວກ​ຂ້ານ້ອຍ​ຮູ້ ພວກ​ຂ້ານ້ອຍ​ກໍ​ຈະ​ແກ້​ຄວາມຝັນ​ນັ້ນ​ໄດ້.”</verse>
				<verse number="8">ພໍ​ໄດ້ຍິນ​ດັ່ງນັ້ນ ກະສັດ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ເຮົາ​ຄິດ​ແລ້ວ​ວ່າ ພວກເຈົ້າ​ກຳລັງ​ຫາ​ທາງ​ຖ່ວງ​ເວລາ​ໄວ້ ຍ້ອນ​ຮູ້​ວ່າ​ເຮົາ​ໄດ້​ຕັດສິນໃຈ</verse>
				<verse number="9">ທີ່​ຈະ​ລົງໂທດ​ພວກເຈົ້າ​ຢ່າງ​ດຽວກັນ ຖ້າ​ບໍ່​ບອກ​ຄວາມຝັນ​ໃຫ້​ເຮົາ​ຮູ້ຈັກ. ພວກເຈົ້າ​ຕົກລົງ​ກັນ​ຕົວະ​ເຮົາ ໂດຍ​ຫວັງວ່າ​ສິ່ງ​ຕ່າງໆ​ຈະ​ປ່ຽນ​ໄປ​ຕາມ​ກາລະ​ເວລາ. ຈົ່ງ​ເລົ່າ​ຄວາມຝັນ​ໃຫ້​ເຮົາ​ຮູ້​ສາ ແລ້ວ​ເຮົາ​ກໍ​ຈະ​ຮູ້ວ່າ​ພວກເຈົ້າ​ແກ້​ຄວາມຝັນ​ນັ້ນ​ໄດ້.”</verse>
				<verse number="10">ພວກ​ການເດອານ​ໄດ້​ຕອບ​ຄືນ​ວ່າ, “ບໍ່ມີ​ຜູ້ໃດ​ດອກ ໃນ​ໂລກນີ້ ທີ່​ສາມາດ​ບອກ​ສິ່ງ​ທີ່​ພະຣາຊາ​ຢາກ​ຮູ້​ນັ້ນ​ໄດ້. ບໍ່ມີ​ກະສັດ​ອົງໃດ ແມ່ນແຕ່​ຜູ້ໃຫຍ່ ແລະ​ຜູ້​ມີ​ອຳນາດ​ທີ່ສຸດ ເຄີຍ​ໄດ້​ຖາມ​ເຊັ່ນນີ້​ກັບ​ພວກ​ໝໍມໍ, ໝໍມົນ ແລະ​ໝໍຜີ.</verse>
				<verse number="11">ສິ່ງ​ທີ່​ທ່ານ​ກຳລັງ​ຖາມ​ນັ້ນ ຍາກ​ເກີນກວ່າ​ທີ່​ໃຜໆ​ສາມາດ​ໃຫ້​ຄຳຕອບ​ແກ່​ທ່ານ​ໄດ້ ນອກຈາກ​ເທບພະເຈົ້າ​ຜູ້​ທີ່​ບໍ່ໄດ້​ຢູ່​ໃນ​ທ່າມກາງ​ມະນຸດ​ເຮົາ.”</verse>
				<verse number="12">ຍ້ອນ​ຄຳເວົ້າ​ນັ້ນ​ກະສັດ​ຈຶ່ງ​ຮ້າຍ​ໃຫຍ່ ແລະ​ສັ່ງ​ໃຫ້​ປະຫານ​ຊີວິດ​ພວກ​ທີ່ປຶກສາ ປະຈຳ​ກະສັດ​ໃນ​ນະຄອນ​ບາບີໂລນ.</verse>
				<verse number="13">ດັ່ງນັ້ນ ຈຶ່ງ​ມີ​ຄຳສັ່ງ​ປະກາດ​ອອກ​ໄປ​ໃຫ້​ຂ້າ​ພວກເຂົາ ພ້ອມ​ທັງ​ດານີເອນ ແລະ​ໝູ່​ຂອງ​ລາວ​ດ້ວຍ.</verse>
				<verse number="14">ຕໍ່ມາ ດານີເອນ​ໄດ້​ໄປ​ຫາ​ອາຣີໂອກ ຜູ້​ບັນຊາການ​ທະຫານ​ຍາມ​ປະຈຳ​ກະສັດ ຄື​ຜູ້​ທີ່​ຮັບ​ສັ່ງ​ໃຫ້​ດຳເນີນການ​ປະຫານ. ດານີເອນ​ໄດ້​ໃຊ້​ຄຳເວົ້າ​ຢ່າງ​ລະມັດ​ລະວັງ</verse>
				<verse number="15">ໂດຍ​ຖາມ​ອາຣີໂອກ​ວ່າ, “ເປັນຫຍັງ​ກະສັດ​ຈຶ່ງ​ອອກ​ຄຳສັ່ງ​ຮຸນແຮງ​ຢ່າງນີ້.” ສະນັ້ນ ອາຣີໂອກ​ຈຶ່ງ​ໄດ້​ບອກ​ດານີເອນ​ໃຫ້​ຮູ້​ຕາມ​ເຫດການ​ທີ່​ໄດ້​ເກີດຂຶ້ນ.</verse>
				<verse number="16">ດານີເອນ​ຈຶ່ງ​ເຂົ້າ​ໄປ​ພົບ​ກະສັດ​ໃນທັນທີ ແລະ​ໄດ້​ຮັບ​ອະນຸຍາດ​ເລື່ອນ​ກຳນົດ​ເວລາ​ປະຫານ ເພື່ອ​ວ່າ​ລາວ​ຈະ​ແກ້​ຄວາມຝັນ​ໃຫ້​ເພິ່ນ.</verse>
				<verse number="17">ແລ້ວ​ດານີເອນ​ກໍ​ກັບຄືນ​ເມືອ​ເຮືອນ​ຂອງຕົນ ແລະ​ບອກ​ເລື່ອງ​ທີ່​ເກີດຂຶ້ນ​ນັ້ນ ໃຫ້​ຮານານີຢາ, ມີຊາເອນ ແລະ​ອາຊາຣີຢາ ເພື່ອນ​ຂອງຕົນ​ຮູ້​ນຳ.</verse>
				<verse number="18">ລາວ​ບອກ​ພວກ​ໝູ່​ໃຫ້​ພາວັນນາ​ອະທິຖານ ຂໍ​ຄວາມ​ເມດຕາ​ຈາກ​ພຣະເຈົ້າ​ທີ່​ຢູ່​ເທິງ​ສະຫວັນ ແລະ​ຂໍ​ໃຫ້​ພຣະອົງ​ອະທິບາຍ​ເລື່ອງ​ເລິກລັບ​ນີ້​ໃຫ້​ແກ່​ພວກຕົນ ເພື່ອ​ວ່າ​ພວກຕົນ​ຈະ​ບໍ່​ຖືກ​ຂ້າ​ຮ່ວມ​ກັບ​ພວກ​ທີ່ປຶກສາ​ຄົນອື່ນໆ​ໃນ​ນະຄອນ​ບາບີໂລນ.</verse>
				<verse number="19">ແລ້ວ​ໃນ​ຄືນນັ້ນ ພຣະເຈົ້າ​ກໍໄດ້​ເຜີຍ​ເລື່ອງ​ເລິກລັບ​ໃຫ້​ດານີເອນ​ຮູ້​ທາງ​ນິມິດ ແລະ​ລາວ​ຈຶ່ງ​ສັນລະເສີນ​ພຣະເຈົ້າ​ແຫ່ງ​ສະຫວັນ​ວ່າ,</verse>
				<verse number="20">“ພຣະອົງ​ຊົງ​ພຣະ​ປັນຍາ ແລະ​ຊົງ​ເດຊານຸພາບ ຂໍ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າ​ຕະຫລອດໄປ​ເປັນນິດ</verse>
				<verse number="21">ພຣະອົງ​ບັງຄັບ​ເວລາ​ແລະ​ລະດູການ ພຣະອົງ​ແຕ່ງຕັ້ງ​ກະສັດ​ແລະ​ປົດ​ກະສັດ​ລົງ; ແມ່ນ​ພຣະອົງ​ທີ່​ເປັນ​ຜູ້​ໂຜດ​ປະທານ ປັນຍາ​ແລະ​ຄວາມ​ເຂົ້າໃຈ​ໃຫ້​ແກ່​ມະນຸດ.</verse>
				<verse number="22">ພຣະອົງ​ເປີດເຜີຍ​ສິ່ງ​ເລິກລັບ​ທັງຫລາຍ ຮູ້​ທຸກຢ່າງ​ທຸກ​ແນວ​ທີ່​ຖືກ​ປິດບັງ​ໄວ້ ແມ່ນແຕ່​ສິ່ງ​ນີ້​ຖືກ​ປິດບັງ​ໄວ້​ໃນ​ທີ່ມືດ​ກໍຕາມ ແສງ​ແຈ້ງໃສ​ກໍ​ອ້ອມຮອບ​ພຣະອົງ​ໄວ້ທຸກ​ດ້ານ.</verse>
				<verse number="23">ຂ້າແດ່​ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ສັນລະເສີນ​ແລະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ. ພຣະອົງ​ໄດ້​ປະທານ​ໃຫ້​ຂ້ານ້ອຍ​ມີ​ປັນຍາ ພ້ອມທັງ​ໃຫ້​ກຳລັງ​ແກ່​ຂ້ານ້ອຍ​ດ້ວຍ; ພຣະອົງ​ຕອບ​ສິ່ງ​ທີ່​ຂ້ານ້ອຍ​ພາວັນນາ​ອະທິຖານ​ຂໍ ບອກ​ຄຳຕອບ​ແກ່​ພວກ​ຂ້ານ້ອຍ​ໃຫ້​ກະສັດ​ໄດ້​ຮູ້.”</verse>
				<verse number="24">ສະນັ້ນ ດານີເອນ​ຈຶ່ງ​ເຂົ້າ​ໄປ​ຫາ​ອາຣີໂອກ ຜູ້​ທີ່​ກະສັດ​ໄດ້​ສັ່ງ​ໃຫ້​ຂ້າ​ພວກ​ທີ່ປຶກສາ​ປະຈຳ​ກະສັດ. ລາວ​ເວົ້າ​ວ່າ, “ຂໍ​ຢ່າ​ໄດ້​ຂ້າ​ພວກ​ທີ່ປຶກສາ​ທ້ອນ. ຂໍ​ໃຫ້​ເຈົ້າ​ພາ​ຂ້ອຍ​ເຂົ້າ​ໄປ​ພົບ​ກະສັດ ແລະ​ຂ້ອຍ​ຈະ​ບອກ​ຄວາມຝັນ​ໃຫ້​ເພິ່ນ​ຮູ້.”</verse>
				<verse number="25">ແລ້ວ​ອາຣີໂອກ​ກໍ​ຟ້າວ​ນຳ​ຕົວ​ດານີເອນ​ເຂົ້າ​ໄປ​ພົບ​ກະສັດ​ເນບູ​ກາດເນັດຊາ ແລະ​ບອກ​ເພິ່ນ​ວ່າ, “ຂ້ານ້ອຍ​ພົບ​ຜູ້ໜຶ່ງ​ໃນ​ໝູ່​ພວກ​ຊາວຢິວ​ພັດຖິ່ນ ທີ່​ແກ້​ຄວາມຝັນ​ໃຫ້​ແກ່​ພະຣາຊາ​ໄດ້.”</verse>
				<verse number="26">ກະສັດ​ກ່າວ​ແກ່​ດານີເອນ (ຜູ້​ມີ​ຊື່​ອີກ​ວ່າ​ເບັນເຕຊັດຊາເຣ) ວ່າ, “ເຈົ້າ​ບອກ​ຄວາມຝັນ ແລະ​ແກ້​ຄວາມຝັນ​ຂອງເຮົາ​ໄດ້​ບໍ?”</verse>
				<verse number="27">ດານີເອນ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ບໍ່ມີ​ໝໍຜີ, ໝໍມົນ, ໝໍມໍ, ຫລື​ໝໍໂຫນ​ຜູ້ໃດ​ດອກ ທີ່​ບອກ​ຄວາມ​ເລິກລັບ​ນີ້​ໄດ້.</verse>
				<verse number="28">ແຕ່​ມີ​ພຣະເຈົ້າ​ອົງ​ໜຶ່ງ ເທິງ​ສະຫວັນ ທີ່​ເປີດເຜີຍ​ຄວາມ​ເລິກລັບ​ທັງຫລາຍ. ພຣະອົງ​ໄດ້​ບອກ​ພະຣາຊາ​ຂອງ​ຂ້ານ້ອຍ​ໃຫ້​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. ບັດນີ້ ຂ້ານ້ອຍ​ຈະ​ບອກ​ຄວາມຝັນ ແລະ​ນິມິດ​ທີ່​ທ່ານ​ມີ​ຂະນະທີ່​ທ່ານ​ໄດ້​ນອນ​ຫລັບ​ຢູ່ນັ້ນ.</verse>
				<verse number="29">ໃນ​ຂະນະທີ່​ພະຣາຊາ​ກຳລັງ​ນອນ​ຫລັບ​ຢູ່ນັ້ນ ທ່ານ​ໄດ້​ຝັນ​ເຖິງ​ເລື່ອງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ; ພຣະເຈົ້າ​ຜູ້​ເປີດເຜີຍ​ຄວາມ​ເລິກລັບ ໄດ້​ສຳແດງ​ໃຫ້​ທ່ານ​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ.</verse>
				<verse number="30">ເລື່ອງ​ເລິກລັບ​ນີ້​ຖືກ​ເປີດເຜີຍ​ໃຫ້​ຂ້ານ້ອຍ​ຮູ້ ບໍ່ແມ່ນ​ຍ້ອນ​ຂ້ານ້ອຍ​ເປັນ​ຄົນສະຫລາດ​ກວ່າ​ຄົນອື່ນ​ດອກ, ແຕ່​ເພື່ອ​ໃຫ້​ພະຣາຊາ​ຮູ້​ຄວາມໝາຍ​ຂອງ​ຄວາມຝັນ​ນັ້ນ ແລະ​ເຂົ້າໃຈ​ສິ່ງ​ທີ່​ລົບກວນ​ຈິດໃຈ​ທ່ານ.</verse>
				<verse number="31">ຂ້າແດ່​ພະຣາຊາ ໃນ​ນິມິດ​ຂອງທ່ານ​ນັ້ນ ທ່ານ​ໄດ້​ເຫັນ​ຮູບປັ້ນ​ຂະໜາດ​ໃຫຍ່​ຢືນ​ຢູ່​ຕໍ່ໜ້າ​ທ່ານ; ຮູບ​ນີ້​ສ່ອງແສງ​ໃສເຫຼື້ອມ ແລະ​ເບິ່ງ​ເປັນ​ຕາໜ້າຢ້ານ.</verse>
				<verse number="32">ຫົວ​ຮູບ​ນີ້​ເປັນ​ຄຳ​ຢ່າງດີ​ທີ່ສຸດ ເອິກ​ແລະ​ແຂນ​ເປັນ​ເງິນ; ແອວ​ແລະ​ກະໂພກ​ເປັນ​ທອງສຳຣິດ</verse>
				<verse number="33">ຂາ​ເປັນ​ເຫຼັກ, ຕີນ​ສ່ວນ​ໜຶ່ງ​ເປັນ​ເຫຼັກ ແລະ​ອີກ​ສ່ວນ​ໜຶ່ງ​ເປັນ​ດິນ​ໜຽວ.</verse>
				<verse number="34">ຂະນະທີ່​ທ່ານ​ຫລຽວເບິ່ງ​ຢູ່​ນັ້ນ ມີ​ຫີນ​ໃຫຍ່​ກ້ອນ​ໜຶ່ງ​ແຕກ​ອອກ​ມາ​ເອງ​ຈາກ​ໜ້າຜາ​ໂດຍ​ບໍ່ມີ​ຜູ້ໃດ​ເຮັດ; ຫີນ​ນີ້​ໄດ້​ກະທົບ​ໃສ່​ຕີນ​ເຫຼັກ​ແລະ​ດິນ​ໜຽວ​ຂອງ​ຮູບ​ນັ້ນ ຈົນ​ແຕກ​ໝຸ່ນ​ໄປ.</verse>
				<verse number="35">ແລ້ວ​ໃນ​ທັນໃດນັ້ນ ສ່ວນ​ທີ່​ເປັນ​ເຫຼັກ, ເປັນ​ດິນ​ໜຽວ, ເປັນ​ທອງສຳຣິດ, ເປັນ​ເງິນ​ແລະ​ເປັນ​ຄຳ ກໍໄດ້​ແຕກ​ຄື​ແກບ​ທີ່​ລານ​ໃນ​ລະດູ​ຟາດ​ເຂົ້າ. ລົມ​ໄດ້​ພັດ​ເອົາ​ສິ່ງ​ທັງໝົດ​ນັ້ນ​ໄປ​ໄກ ໂດຍ​ບໍ່ມີ​ຮ່ອງຮອຍ​ໃຫ້​ພົບເຫັນ​ອີກ​ເລີຍ. ແຕ່​ກ້ອນຫີນ​ນັ້ນ​ໄດ້​ໃຫຍ່​ຂຶ້ນ​ກາຍເປັນ​ພູເຂົາ​ເຕັມ​ໝົດ​ແຜ່ນດິນ​ໂລກ.</verse>
				<verse number="36">ຄວາມຝັນ​ເປັນ​ດັ່ງນີ້ແຫຼະ ບັດນີ້​ຂ້ານ້ອຍ​ຂໍ​ແກ້​ຄວາມຝັນ​ໃຫ້​ພະຣາຊາ​ຮູ້.</verse>
				<verse number="37">ຂ້າແດ່​ພະຣາຊາ ທ່ານ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່​ກວ່າ​ກະສັດ​ທັງຫລາຍ. ພຣະເຈົ້າ​ແຫ່ງ​ສະຫວັນ​ໄດ້​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ຈັກກະພັດ, ມີ​ອຳນາດ​ໃຫຍ່ໂຕ, ມີ​ກຳລັງ​ວັງຊາ​ແລະ​ມີ​ກຽດຕິຍົດ.</verse>
				<verse number="38">ພຣະເຈົ້າ​ໄດ້​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ຜູ້ປົກຄອງ​ຄົນ​ຕະຫລອດ​ທັງ​ສັດ ແລະ​ນົກ​ທັງປວງ​ທີ່​ອາໄສ​ຢູ່​ໃນ​ໂລກ. ຫົວ​ຄຳ​ນັ້ນ​ແມ່ນ​ທ່ານເອງ.</verse>
				<verse number="39">ຕໍ່​ຈາກ​ທ່ານ​ໄປ​ຈະ​ມີ​ອານາຈັກ​ໜຶ່ງ​ອີກ ເປັນ​ອານາຈັກ​ທີ່​ນ້ອຍກວ່າ​ຂອງທ່ານ ແລະ​ຫລັງຈາກ​ນັ້ນ ແມ່ນ​ອານາຈັກ​ທີ​ສາມ ເປັນ​ອານາຈັກ​ທອງສຳຣິດ ຊຶ່ງ​ຈະ​ມີ​ອຳນາດ​ແຜ່​ອອກ​ໄປ​ທົ່ວໂລກ.</verse>
				<verse number="40">ແລ້ວ​ຈະ​ມີ​ອານາຈັກ​ທີ​ສີ່ ເປັນ​ອານາຈັກ​ທີ່​ມີ​ອຳນາດ ແລະ​ແຂງ​ດັ່ງ​ເຫຼັກ ຊຶ່ງ​ສາມາດ​ຕີ​ສິ່ງ​ທັງຫລາຍ​ໃຫ້​ຫັກ ແລະ​ແຕກໝຸ່ນ​ໄດ້. ເຫຼັກ​ນີ້​ຕີ​ສິ່ງ​ທັງຫລາຍ​ໃຫ້​ຫັກ ແລະ​ແຕກໝຸ່ນ​ໄດ້​ສັນໃດ ອານາຈັກ​ນີ້​ກໍ​ຈະ​ຕີ​ອານາຈັກ​ທັງຫລາຍ​ທີ່​ເກີດຂຶ້ນ​ມາ​ກ່ອນ ໃຫ້​ແຕກ​ໝຸ່ນ​ທະລາຍ​ໄປ​ໄດ້​ສັນນັ້ນ.</verse>
				<verse number="41">ທ່ານ​ຍັງ​ເຫັນ​ອີກ​ວ່າ ຕີນ​ແລະ​ນີ້ວ​ຕີນ​ສ່ວນ​ໜຶ່ງ​ເປັນ​ດິນ​ໜຽວ ແລະ​ອີກ​ສ່ວນ​ໜຶ່ງ​ເປັນ​ເຫຼັກ. ນີ້​ໝາຍຄວາມວ່າ​ຈະ​ເປັນ​ອານາຈັກ​ທີ່​ແຕກແຍກ. ມັນ​ຈະ​ມີ​ຄວາມແຂງ​ຂອງ​ເຫຼັກ​ປົນ​ຢູ່ ເພາະ​ມີ​ເຫຼັກ​ປະສົມ​ຢູ່​ກັບ​ດິນ​ໜຽວ.</verse>
				<verse number="42">ນີ້ວຕີນ​ສ່ວນ​ໜຶ່ງ​ເປັນ​ເຫຼັກ ແລະ​ສ່ວນ​ໜຶ່ງ​ອີກ​ເປັນ​ດິນ​ໜຽວ​ນັ້ນ ໝາຍຄວາມວ່າ​ອານາຈັກ​ຈະ​ມີ​ບາງສ່ວນ​ທີ່​ແຂງແຮງ ແລະ​ບາງສ່ວນ​ທີ່​ອ່ອນແອ.</verse>
				<verse number="43">ທ່ານ​ຍັງ​ເຫັນ​ເຫຼັກ​ປະສົມ​ດິນ​ໜຽວ. ນີ້​ໝາຍຄວາມວ່າ​ພວກ​ຜູ້ປົກຄອງ​ອານາຈັກ​ນັ້ນ ຈະ​ຫາ​ທາງ​ລວບລວມ​ຄອບຄົວ​ທັງໝົດ​ຂອງ​ພວກເຂົາ​ເຂົ້າ​ກັນ​ດ້ວຍ​ການ​ແຕ່ງງານ; ແຕ່​ພວກເຂົາ​ບໍ່​ສາມາດ​ເຮັດ​ໄດ້ ເໝືອນກັນ​ກັບ​ເຫຼັກ​ບໍ່​ສາມາດ​ປະສົມ​ກັບ​ດິນ​ໜຽວ​ໄດ້.</verse>
				<verse number="44">ໃນ​ສະໄໝ​ທີ່​ກະສັດ​ເຫຼົ່ານັ້ນ​ປົກຄອງ ພຣະເຈົ້າ​ແຫ່ງ​ສະຫວັນ​ຈະ​ຕັ້ງ​ອານາຈັກ​ໜຶ່ງ​ຂຶ້ນ ຊຶ່ງ​ຈະ​ບໍ່​ສູນຫາຍ​ໄປ​ຈັກເທື່ອ. ອານາຈັກ​ນີ້​ຈະ​ບໍ່​ຖືກ​ຕີ​ໃຫ້​ພ່າຍແພ້​ຈັກເທື່ອ, ແຕ່​ຈະ​ທຳລາຍ​ອານາຈັກ​ອື່ນໆ​ໃຫ້​ໝົດສິ້ນ​ໄປ ແລ້ວ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ຕະຫລອດໄປ​ເປັນນິດ.</verse>
				<verse number="45">ການ​ທີ່​ທ່ານ​ເຫັນ​ຫີນ​ໃຫຍ່​ກ້ອນ​ໜຶ່ງ ແຕກ​ອອກ​ມາ​ເອງ​ຈາກ​ໜ້າຜາ​ໂດຍ​ບໍ່ມີ​ຜູ້ໃດ​ເຮັດ​ນັ້ນ ກ້ອນຫີນ​ນັ້ນ​ໄດ້​ກະທົບ​ໃສ່​ກັບ​ຮູບ​ເຫຼັກ, ຮູບ​ທອງສຳຣິດ, ຮູບ​ດິນ, ຮູບ​ເງິນ​ແລະ​ຄຳ. ອັນ​ນີ້​ແມ່ນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ກຳລັງ​ບອກ​ໃຫ້​ພະຣາຊາ​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. ຂ້ານ້ອຍ​ໄດ້​ບອກ​ທ່ານ​ຖືກຕ້ອງ​ຕາມ​ທີ່​ທ່ານ​ໄດ້​ຝັນ ແລະ​ແກ້​ຄວາມຝັນ​ນັ້ນ​ແກ່​ທ່ານ​ຕາມ​ຄວາມຈິງ.”</verse>
				<verse number="46">ແລ້ວ​ກະສັດ​ເນບູ​ກາດເນັດຊາ​ກໍ​ຂາບລົງ ທັງ​ສັ່ງ​ໃຫ້​ນຳ​ເອົາ​ເຄື່ອງ​ບູຊາ ແລະ​ເຄື່ອງ​ຖວາຍ​ມາ​ມອບ​ໃຫ້​ແກ່​ດານີເອນ.</verse>
				<verse number="47">ກະສັດ​ກ່າວ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ເໜືອ​ພະ​ທັງປວງ ແລະ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ເໜືອ​ກະສັດ​ທັງຫລາຍ ແລະ​ເປັນ​ຜູ້​ເປີດເຜີຍ​ຄວາມ​ເລິກລັບ​ຕ່າງໆ. ເຮົາ​ຮູ້​ສິ່ງ​ນີ້​ກໍ​ເພາະວ່າ​ເຈົ້າ​ອະທິບາຍ​ຄວາມ​ເລິກລັບ​ນີ້​ໄດ້.”</verse>
				<verse number="48">ແລ້ວ​ກະສັດ​ກໍໄດ້​ມອບ​ຕຳແໜ່ງ​ສູງ​ໃຫ້​ດານີເອນ​ຕຳແໜ່ງ​ໜຶ່ງ ທັງ​ມອບ​ຂອງຂວັນ​ທີ່​ສະຫງ່າງາມ​ຫລາຍ​ຢ່າງ​ໃຫ້​ແກ່​ລາວ ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້ປົກຄອງ​ແຂວງ​ບາບີໂລນ ແລະ​ເປັນ​ຫົວໜ້າ​ພວກ​ທີ່ປຶກສາ​ທັງໝົດ​ປະຈຳ​ກະສັດ.</verse>
				<verse number="49">ຕາມ​ຄຳ​ຮ້ອງຂໍ​ຂອງ​ດານີເອນ ກະສັດ​ໄດ້​ແຕ່ງຕັ້ງ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ​ໃຫ້​ຮັບ​ຣາຊການ​ຢູ່​ໃນ​ແຂວງ​ບາບີໂລນ, ແຕ່​ດານີເອນ​ຍັງ​ໄດ້​ຮັບ​ຕຳແໜ່ງ​ຢູ່​ໃນ​ຣາຊສຳນັກ​ຕໍ່ໄປ.</verse>
			</chapter>
			<chapter number="3">
				<verse number="1">ຕໍ່ມາ ກະສັດ​ເນບູ​ກາດເນັດຊາ​ໄດ້​ສັ່ງ​ໃຫ້​ສ້າງ​ຮູບປັ້ນ​ເປັນ​ຄຳ​ຮູບ​ໜຶ່ງ ສູງ​ຊາວເຈັດ​ແມັດ ແລະ​ກວ້າງ​ເກືອບ​ສາມ​ແມັດ ແລະ​ເພິ່ນ​ຕັ້ງ​ຮູບ​ນີ້​ໄວ້​ທີ່​ທົ່ງພຽງ​ດູຣາ ໃນ​ແຂວງ​ບາບີໂລນ.</verse>
				<verse number="2">ແລ້ວ​ກະສັດ​ກໍໄດ້​ສັ່ງ​ບັນດາ​ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່ ໃນ​ແຂວງ​ທັງໝົດ​ຂອງເພິ່ນ​ໃຫ້​ມາ​ໂຮມກັນ​ດັ່ງນີ້: ເຈົ້າແຂວງ, ຮອງ​ເຈົ້າແຂວງ, ຜູ້ປົກຄອງ​ກຳແພງ​ນະຄອນ, ນາຍຄັງ, ຜູ້​ພິພາກສາ, ຕຸລາການ ແລະ​ບັນດາ​ຂ້າຣາຊການ​ຄົນອື່ນໆ. ບັນດາ​ຂ້າຣາຊການ​ເຫຼົ່ານີ້​ຕ້ອງ​ມາ​ໃນ​ງານ​ສະຫລອງ​ຮູບປັ້ນ​ເປັນ​ຄຳ ທີ່​ກະສັດ​ເນບູ​ກາດເນັດຊາ​ໄດ້​ຕັ້ງ​ຂຶ້ນ​ນັ້ນ.</verse>
				<verse number="3">ເມື່ອ​ບັນດາ​ຂ້າຣາຊການ​ທັງໝົດ​ໄດ້​ມາ​ພ້ອມ​ກັນ​ສະຫລອງ ແລະ​ຢືນ​ຢູ່​ຕໍ່ໜ້າ​ຮູບປັ້ນ​ເປັນ​ຄຳ​ນັ້ນ​ແລ້ວ</verse>
				<verse number="4">ໂຄສົກ​ຜູ້ໜຶ່ງ​ໄດ້​ປະກາດ​ດ້ວຍ​ສຽງດັງ​ວ່າ, “ປະຊາຊົນ​ຈາກ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ</verse>
				<verse number="5">ພວກທ່ານ​ຈະ​ໄດ້ຍິນ​ສຽງ​ແກ, ສຽງ​ປີ່, ສຽງ​ພິນໃຫຍ່, ສຽງ​ກະຈັບປີ່ ແລະ​ສຽງ​ພິນນ້ອຍ; ແລ້ວ​ສຽງ​ເຄື່ອງ​ດົນຕຼີ​ອື່ນໆ​ກໍ​ຈະ​ດັງ​ປະສານກັນ​ໄປ. ພໍ​ສຽງ​ດົນຕຼີ​ດັງ​ຂຶ້ນ ໃຫ້​ພວກທ່ານ​ກົ້ມ​ຂາບໄຫວ້​ຮູບປັ້ນ​ເປັນ​ຄຳ ທີ່​ກະສັດ​ເນບູ​ກາດເນັດຊາ​ໄດ້​ຕັ້ງ​ຂຶ້ນ.</verse>
				<verse number="6">ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່​ກົ້ມ​ລົງ​ຂາບ ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ທີ່​ກຳລັງ​ລຸກ​ໄໝ້​ຢູ່​ທັນທີ.”</verse>
				<verse number="7">ເພາະສະນັ້ນ ພໍ​ສຽງ​ດົນຕຼີ​ດັງ​ຂຶ້ນ ປະຊາຊົນ​ຈາກ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ ກໍໄດ້​ຂາບໄຫວ້​ຮູບປັ້ນ​ເປັນ​ຄຳ ທີ່​ກະສັດ​ເນບູ​ກາດເນັດຊາ​ໄດ້​ຕັ້ງ​ຂຶ້ນ.</verse>
				<verse number="8">ມີ​ຊາວ​ບາບີໂລນ​ບາງຄົນ​ໄດ້​ສວຍ​ໂອກາດ​ນີ້​ກ່າວ​ຟ້ອງ​ຊາວຢິວ.</verse>
				<verse number="9">ພວກເຂົາ​ບອກ​ກະສັດ​ເນບູ​ກາດເນັດຊາ​ວ່າ, “ຂໍ​ໃຫ້​ພະຣາຊາ​ຈົ່ງ​ໝັ້ນຍືນ</verse>
				<verse number="10">ພະຣາຊາ​ໄດ້​ອອກ​ຄຳສັ່ງ​ວ່າ ພໍ​ສຽງ​ດົນຕຼີ​ເລີ່ມ​ດັງ​ຂຶ້ນ ທຸກໆ​ຄົນ​ຈະ​ຕ້ອງ​ກົ້ມ​ລົງ ແລະ​ຂາບໄຫວ້​ຮູບປັ້ນ​ເປັນ​ຄຳ</verse>
				<verse number="11">ແລະ​ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່​ກົ້ມ​ລົງ ແລະ​ຂາບໄຫວ້​ຮູບປັ້ນ​ເປັນ​ຄຳ​ນັ້ນ ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ.</verse>
				<verse number="12">ແຕ່​ມີ​ຊາວຢິວ​ບາງຄົນ ທີ່​ທ່ານ​ໄດ້​ແຕ່ງຕັ້ງ​ໃຫ້​ຮັບ​ຣາຊການ​ໃນ​ແຂວງ​ບາບີໂລນ ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພະຣາຊາ; ພວກ​ນັ້ນ​ແມ່ນ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ. ພວກເຂົາ​ບໍ່​ຂາບໄຫວ້​ພະ​ຂອງທ່ານ ຫລື​ກົ້ມຂາບ​ຕໍ່​ຮູບພະ​ທີ່​ທ່ານ​ໄດ້​ຕັ້ງ​ຂຶ້ນ​ນັ້ນ.”</verse>
				<verse number="13">ດ້ວຍເຫດນີ້ ກະສັດ​ຈຶ່ງ​ໂກດຮ້າຍ​ຫຼາຍ ແລະ​ສັ່ງ​ໃຫ້​ນຳ​ເອົາ​ຊາຍ​ສາມ​ຄົນ​ນັ້ນ​ເຂົ້າ​ມາ​ຫາ​ຕົນ.</verse>
				<verse number="14">ເພິ່ນ​ໄດ້​ຖາມ​ພວກເຂົາ​ວ່າ, “ຊັດຣາກ, ເມຊາກ ແລະ​ອາເບັດເນໂກ ເປັນ​ຄວາມຈິງ​ຫລື​ບໍ່ ທີ່​ພວກເຈົ້າ​ບໍ່​ຍອມ​ຂາບໄຫວ້​ພະ​ຂອງເຮົາ ແລະ​ບໍ່​ກົ້ມຂາບ​ຮູບປັ້ນ​ເປັນ​ຄຳ​ທີ່​ເຮົາ​ໄດ້​ຕັ້ງ​ຂຶ້ນ?</verse>
				<verse number="15">ແຕ່​ບັດນີ້ ພໍ​ພວກເຈົ້າ​ໄດ້ຍິນ​ສຽງ​ແກ, ສຽງ​ປີ່, ສຽງ​ພິນໃຫຍ່, ສຽງ​ກະຈັບປີ່, ສຽງ​ພິນນ້ອຍ ແລະ​ສຽງດົນຕຼີ​ອື່ນໆ​ດັງ​ຂຶ້ນ ໃຫ້​ພາກັນ​ກົ້ມ​ລົງ ແລະ​ຂາບໄຫວ້​ຮູບປັ້ນ​ນັ້ນ. ຖ້າ​ພວກເຈົ້າ​ບໍ່​ຂາບໄຫວ້ ພວກເຈົ້າ​ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ເຕົາໄຟ​ອັນ​ຮ້ອນ​ທັນທີ. ພວກເຈົ້າ​ຄິດວ່າ ຈະ​ມີ​ພະ​ອົງໃດ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໄດ້​ຊັ້ນບໍ?”</verse>
				<verse number="16">ຊັດຣາກ, ເມຊາກ, ອາເບັດເນໂກ​ໄດ້​ຕອບ​ວ່າ, “ຂ້າແດ່​ພະຣາຊາ ພວກ​ຂ້ານ້ອຍ​ຈະ​ບໍ່​ຂໍ​ກ່າວ​ປ້ອງກັນ​ຕົວ​ເລີຍ.</verse>
				<verse number="17">ຖ້າ​ພຣະເຈົ້າ​ອົງ​ທີ່​ພວກ​ຂ້ານ້ອຍ​ຮັບໃຊ້​ຢູ່​ສາມາດ​ຊ່ວຍ​ພວກ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ເຕົາໄຟ ແລະ​ຈາກ​ອຳນາດ​ຂອງທ່ານ​ໄດ້ ແລ້ວ​ພຣະອົງ​ກໍ​ຈະ​ຊ່ວຍ.</verse>
				<verse number="18">ແຕ່​ເຖິງ​ແມ່ນ​ວ່າ​ພຣະອົງ​ບໍ່​ຊ່ວຍ ກໍ​ຂໍ​ໃຫ້​ທ່ານ​ຮູ້​ໄວ້​ວ່າ​ພວກ​ຂ້ານ້ອຍ​ຈະ​ບໍ່​ຂາບໄຫວ້​ພະ​ຂອງທ່ານ ແລະ​ຈະ​ບໍ່​ກົ້ມ​ຂາບ​ຕໍ່​ຮູບປັ້ນ​ເປັນ​ຄຳ ທີ່​ທ່ານ​ໄດ້​ສ້າງ​ຂຶ້ນ​ນັ້ນ​ຢ່າງ​ເດັດຂາດ.”</verse>
				<verse number="19">ແລ້ວ​ເຈົ້າ​ເນບູ​ກາດເນັດຊາ​ກໍ​ໂກດຮ້າຍ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ​ຢ່າງ​ສຸດຂີດ​ຈົນ​ໜ້າດຳ​ຕາແດງ. ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ຄົນ​ຂອງຕົນ ໄປ​ດັງ​ໄຟ​ໃນ​ເຕົາ​ໃຫ້​ຮ້ອນ​ຂຶ້ນ​ກວ່າເກົ່າ​ເຖິງ​ເຈັດ​ເທົ່າ.</verse>
				<verse number="20">ເພິ່ນ​ໄດ້​ສັ່ງ​ຄົນ​ຜູ້​ເຂັ້ມແຂງ​ທີ່ສຸດ​ໃນ​ກອງທັບ​ຂອງຕົນ​ຜູກ​ຊາຍ​ທັງ​ສາມ​ຄົນ​ນີ້ ແລະ​ໂຍນ​ພວກເຂົາ​ໃສ່​ເຕົາ​ໄຟ​ຮ້ອນ​ທີ່​ກຳລັງ​ລຸກໄໝ້​ຢູ່.</verse>
				<verse number="21">ດັ່ງນັ້ນ ພວກເຂົາ​ຈຶ່ງ​ມັດ​ຊາຍ​ທັງ​ສາມ​ພ້ອມ​ທັງ​ເຄື່ອງນຸ່ງ ຄື​ມີ​ເສື້ອ​ຊັ້ນນອກ ແລະ​ຊັ້ນໃນ, ໝວກ ແລະ​ເຄື່ອງຂອງ​ອື່ນໆ ແລ້ວ​ໂຍນ​ພວກເຂົາ​ເຂົ້າ​ໄປ​ໃນ​ເຕົາໄຟ​ອັນ​ຮ້ອນກ້າ.</verse>
				<verse number="22">ບັດນີ້ ຍ້ອນ​ຄຳສັ່ງ​ອັນ​ໜັກແໜ້ນ​ຂອງ​ກະສັດ​ນັ້ນ ເຕົາໄຟ​ຈຶ່ງ​ລຸກໄໝ້​ຮ້ອນ​ທີ່ສຸດ ຈົນ​ວ່າ​ພວກ​ຄົນ​ທີ່​ໂຍນ​ພວກເຂົາ​ເຂົ້າ​ໄປ​ໃນ​ເຕົາໄຟ ຖືກ​ໄຟ​ໄໝ້​ຕາຍ.</verse>
				<verse number="23">ສ່ວນ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ ກໍ​ຕົກລົງ​ໃນ​ເຕົາໄຟ​ໂດຍ​ທີ່​ຍັງ​ຖືກ​ມັດ​ຢູ່.</verse>
				<verse number="24">ເຈົ້າ​ເນບູ​ກາດເນັດຊາ​ໄດ້​ລຸກ​ຢືນ​ຂຶ້ນ​ໃນທັນທີ ດ້ວຍ​ຄວາມ​ປະຫລາດ​ໃຈ. ເພິ່ນ​ຖາມ​ພວກ​ຂ້າຣາຊການ​ຂອງຕົນ​ວ່າ, “ພວກເຮົາ​ໄດ້​ມັດ​ຊາຍ​ທັງ​ສາມ​ນັ້ນ ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ​ອັນ​ຮ້ອນກ້າ​ແລ້ວ ບໍ່ແມ່ນ​ບໍ?” ພວກເຂົາ​ຈຶ່ງ​ຕອບ​ເພິ່ນ​ວ່າ, “ແມ່ນແລ້ວ ພະຣາຊາ.”</verse>
				<verse number="25">ເພິ່ນ​ຖາມ​ວ່າ, “ຖ້າດັ່ງນັ້ນ ເປັນຫຍັງ​ເຮົາ​ຈຶ່ງ​ເຫັນ​ຊາຍ​ສີ່​ຄົນ​ກຳລັງ​ຍ່າງ​ຢູ່​ໃນ​ໄຟ​ນັ້ນ? ພວກເຂົາ​ບໍ່ໄດ້​ຖືກ​ມັດ ແລະ​ບໍ່​ເຫັນ​ຮ່ອງຮອຍ​ວ່າ​ຖືກ​ເຈັບ​ເພາະ​ຖືກ​ໄຟ​ໄໝ້​ເລີຍ ແລະ​ອີກ​ຜູ້ໜຶ່ງ​ໃນ​ສີ່​ຄົນ​ນີ້​ກໍ​ເບິ່ງ​ຄ້າຍຄື​ພຣະ​ອົງ​ໜຶ່ງ.”</verse>
				<verse number="26">ສະນັ້ນ ເຈົ້າ​ເນບູ​ກາດເນັດຊາ​ຈຶ່ງ​ຂຶ້ນ​ໄປ​ເທິງ​ປາກ​ເຕົາໄຟ ທີ່​ກຳລັງ​ລຸກໄໝ້​ຢູ່​ນັ້ນ ແລະ​ເອີ້ນ​ໃສ່​ວ່າ, “ຊັດຣາກ, ເມຊາກ ແລະ​ອາເບັດເນໂກ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ເອີຍ ຈົ່ງ​ພາກັນ​ອອກ​ມາ​ສາ.” ແລ້ວ​ພວກເຂົາ​ກໍ​ອອກ​ມາ​ທັນທີ.</verse>
				<verse number="27">ຝ່າຍ​ບັນດາ​ພວກ​ຜູ້ປົກຄອງ, ເຈົ້າແຂວງ, ຮອງ​ເຈົ້າແຂວງ ແລະ​ພວກ​ຂ້າຣາຊການ​ຂອງ​ກະສັດ​ຄົນອື່ນໆ ຕ່າງ​ກໍ​ເບິ່ງ​ຊາຍ​ສາມ​ຄົນ​ນີ້; ພວກເຂົາ​ບໍ່ໄດ້​ຮັບ​ບາດເຈັບ​ຍ້ອນ​ໄຟ​ນັ້ນ​ເລີຍ. ຜົມ​ກໍ​ບໍ່​ຖືກ​ໄຟ​ໄໝ້, ເຄື່ອງນຸ່ງ​ກໍ​ບໍ່​ຖືກ​ໄຟ​ໄໝ້ ແລະ​ໃນ​ຕົວ​ຂອງ​ພວກເຂົາ​ກໍ​ບໍ່ມີ​ກິ່ນ​ຄວັນໄຟ​ເລີຍ.</verse>
				<verse number="28">ກະສັດ​ເນບູ​ກາດເນັດຊາ​ໄດ້​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າ​ຂອງ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ ພຣະອົງ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ​ລົງ​ມາ​ຊ່ວຍກູ້​ເອົາ​ຊາຍ​ເຫຼົ່ານີ້​ທີ່​ຮັບໃຊ້ ແລະ​ໄວ້ວາງໃຈ​ໃນ​ພຣະອົງ. ພວກເຂົາ​ບໍ່​ຍອມ​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ ແລະ​ໄດ້​ສ່ຽງ​ຊີວິດ​ຂອງ​ພວກຕົນ ແທນທີ່​ຈະ​ກົ້ມ​ລົງ ແລະ​ຂາບໄຫວ້​ພະ​ອື່ນ ນອກຈາກ​ພຣະເຈົ້າ​ຂອງ​ຕົນເອງ.</verse>
				<verse number="29">ບັດນີ້ ເຮົາ​ຂໍ​ອອກ​ຄຳສັ່ງ​ວ່າ ຖ້າ​ຄົນໃດ​ຄົນໜຶ່ງ​ໃນ​ປະເທດ​ໃດ​ປະເທດ​ໜຶ່ງ, ໃນ​ເຊື້ອຊາດ ຫລື​ໃນ​ພາສາ​ໃດ ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ຂອງ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ; ຄົນນັ້ນ​ກໍ​ຈະ​ຖືກ​ຕັດ​ເປັນ​ຕ່ອນໆ ແລະ​ເຮືອນ​ຂອງ​ລາວ​ກໍ​ຈະ​ຖືກ​ທຳລາຍ​ໃຫ້​ເປັນ​ກອງສິ່ງ​ຮົກຮ້າງ​ເພພັງ. ບໍ່ມີ​ພະ​ອື່ນ​ໃດ​ທີ່​ສາມາດ​ຊ່ວຍກູ້​ເອົາ​ໄດ້​ຢ່າງ​ນີ້.”</verse>
				<verse number="30">ແລ້ວ​ກະສັດ​ກໍໄດ້​ເລື່ອນຊັ້ນ​ແກ່​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ ໃຫ້​ມີ​ຕຳແໜ່ງ​ສູງ​ໃນ​ແຂວງ​ບາບີໂລນ.</verse>
			</chapter>
			<chapter number="4">
				<verse number="1">ກະສັດ​ເນບູ​ກາດເນັດຊາ​ໄດ້​ສົ່ງ​ເອກະສານ​ໄປ​ເຖິງ​ປະຊາຊົນ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ທົ່ວໂລກ ໂດຍ​ມີ​ເນື້ອຄວາມ​ດັ່ງ​ຕໍ່ໄປນີ້: “ຂໍ​ອວຍພອນ​ບັນດາ​ທ່ານ ຈົ່ງ​ປະສົບ​ແຕ່​ສັນຕິສຸກ ເປັນ​ສັນຕິສຸກ​ເຕັມ​ລົ້ນ​ແລະ​ຄົບຖ້ວນ</verse>
				<verse number="2">ຈົ່ງ​ຟັງ​ເລື່ອງ​ປະຫລາດ​ອັດສະຈັນໃຈ​ສຳລັບ​ເຮົາ ທີ່​ພຣະເຈົ້າ​ອົງ​ສູງສຸດ​ໄດ້​ໂຜດ​ສຳແດງ​ໃຫ້​ເຮົາ​ຮູ້.</verse>
				<verse number="3">ພຣະເຈົ້າ​ໄດ້​ສຳແດງ​ໃຫ້​ພວກເຮົາ​ຮູ້ເຫັນ ສິ່ງ​ທີ່​ຍິ່ງໃຫຍ່​ແລະ​ປະຫລາດ​ທີ່ສຸດ ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ​ໃຫຍ່ຍິ່ງ ພຣະອົງ​ຈະ​ເປັນ​ກະສັດ​ປົກຄອງ​ຕະຫລອດໄປ.</verse>
				<verse number="4">ເຮົາ​ຢູ່​ຢ່າງ​ສະຫງົບສຸກ​ໃນ​ວັງ​ຂອງເຮົາ ທັງ​ມີ​ຄວາມສຸກ​ດ້ວຍ​ຊັບສົມບັດ​ອັນ​ຫລວງຫລາຍ.</verse>
				<verse number="5">ແຕ່​ເຮົາ​ໄດ້​ຝັນ​ຢ່າງ​ຕື່ນ​ຕົກໃຈ ແລະ​ເຫັນ​ນິມິດ​ອັນ​ໜ້າຢ້ານ ໃນ​ຂະນະທີ່​ເຮົາ​ນອນ​ຫລັບ​ຢູ່.</verse>
				<verse number="6">ເຮົາ​ຈຶ່ງ​ສັ່ງ​ພວກ​ທີ່ປຶກສາ​ທັງໝົດ​ປະຈຳ​ກະສັດ​ໃນ​ນະຄອນ​ບາບີໂລນ ໃຫ້​ມາ​ຫາ​ເຮົາ​ເພື່ອ​ແກ້​ຄວາມຝັນ.</verse>
				<verse number="7">ແລ້ວ​ພວກ​ໝໍ​ທັງໝົດ​ຄື: ໝໍມໍ, ໝໍມົນ, ໝໍຜີ ແລະ​ໝໍໂຫນ ກໍໄດ້​ເຂົ້າ​ມາ​ພົບ​ເຮົາ; ເຮົາ​ໄດ້​ເລົ່າ​ຄວາມຝັນ​ໃຫ້​ພວກເຂົາ​ຮູ້, ແຕ່​ພວກເຂົາ​ບໍ່​ສາມາດ​ແກ້​ໄດ້.</verse>
				<verse number="8">ຕໍ່ມາ ດານີເອນ​ໄດ້​ເຂົ້າ​ມາ​ພົບ. (ດານີເອນ​ມີ​ຊື່​ໜຶ່ງ​ອີກ​ວ່າ​ເບັນເຕຊັດຊາເຣ ຕາມ​ຊື່​ພະ​ຂອງເຮົາ.) ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ລາວ; ສະນັ້ນ ເຮົາ​ຈຶ່ງ​ບອກ​ຄວາມຝັນ​ໃຫ້​ລາວ​ຮູ້. ເຮົາ​ໄດ້​ກ່າວ​ຕໍ່​ລາວ​ວ່າ:</verse>
				<verse number="9">ເບັນເຕຊັດຊາເຣ ຫົວໜ້າ​ພວກ​ໝໍມໍ​ເອີຍ ເຮົາ​ຮູ້​ວ່າ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ເຈົ້າ ແລະ​ຮູ້​ວ່າ​ເຈົ້າ​ເຂົ້າໃຈ​ຄວາມ​ເລິກລັບ​ທັງປວງ​ໄດ້. ນີ້​ຄື ຄວາມຝັນ​ຂອງເຮົາ. ຈົ່ງ​ບອກ​ເຮົາ​ແດ່​ວ່າ​ໝາຍເຖິງ​ຫຍັງ?</verse>
				<verse number="10">ໃນ​ຂະນະທີ່​ເຮົາ​ກຳລັງ​ນອນ​ຫລັບ​ຢູ່​ນັ້ນ ເຮົາ​ໄດ້​ເຫັນ​ນິມິດ​ອັນ​ໜຶ່ງ​ເປັນ​ຕົ້ນໄມ້​ສູງ ຕັ້ງ​ຢູ່​ໃຈກາງ​ແຜ່ນດິນ​ໂລກ.</verse>
				<verse number="11">ຕົ້ນໄມ້​ນີ້​ໃຫຍ່​ສູງ​ຈົນ​ຈຸ​ທ້ອງຟ້າ ແລະ​ທຸກຄົນ​ທົ່ວໂລກ​ກໍ​ສາມາດ​ເຫັນ​ມັນ​ໄດ້.</verse>
				<verse number="12">ໃບ​ຂອງ​ມັນ​ງາມ ແລະ​ມີ​ໝາກ​ຢ່ອນ​ລົງ​ເຕັມ​ຕົ້ນ ພໍ​ໃຫ້​ຄົນ​ທົ່ວໂລກ​ກິນ​ໄດ້. ສັດປ່າ​ທັງຫລາຍ​ໄດ້​ພັກຜ່ອນ​ຢູ່​ໃຕ້​ຮົ່ມ​ຂອງ​ມັນ ຝູງນົກ​ກໍ​ເຮັດ​ຮັງ​ໃສ່​ງ່າ​ຂອງ​ມັນ ແລະ​ທຸກສິ່ງ​ທີ່​ມີ​ຊີວິດ​ຕ່າງ​ກໍ​ກິນ​ໝາກ​ຂອງ​ມັນ.</verse>
				<verse number="13">ໃນ​ຂະນະທີ່​ເຮົາ​ກຳລັງ​ຄິດເຖິງ​ນິມິດ​ຢູ່​ນັ້ນ ເຮົາ​ກໍ​ເຫັນ​ເທວະດາ​ຜູ້​ອາລັກຂາ​ຕົນ​ໜຶ່ງ ລົງ​ມາ​ຈາກ​ສະຫວັນ.</verse>
				<verse number="14">ເທວະດາ​ຕົນ​ນີ້​ໄດ້​ປະກາດ​ດ້ວຍ​ສຽງດັງ​ວ່າ, ‘ຈົ່ງ​ບັກ​ຕົ້ນໄມ້ ແລະ​ຮານ​ງ່າ​ຂອງ​ມັນ​ຖິ້ມ; ລິ​ໃບ​ຂອງມັນ ແລະ​ເຮັດ​ໃຫ້​ໝາກ​ຂອງມັນ​ຟົ້ງ​ກະຈັດ​ກະຈາຍ​ໄປ ຈົ່ງ​ໄລ່​ຝູງ​ສັດປ່າ​ໃຫ້​ໜີ​ອອກ​ຈາກ​ຮົ່ມ​ຂອງມັນ ແລະ​ຝູງນົກ​ໃຫ້​ໜີ​ຈາກ​ງ່າ​ຂອງມັນ.</verse>
				<verse number="15">ແຕ່​ໃຫ້​ປະ​ຕໍ​ຂອງມັນ​ໄວ້​ຕາມ​ພື້ນດິນ ໂດຍ​ໃຊ້​ປອກ​ເຫຼັກ ແລະ​ປອກ​ທອງສຳຣິດ​ສຸບ​ອ້ອມ​ມັນ​ໄວ້​ໃນ​ທົ່ງຫຍ້າ​ກາງ​ທົ່ງນາ. ບັດນີ້​ຈົ່ງ​ປ່ອຍ​ໃຫ້​ນໍ້າໝອກ​ຕົກລົງ​ມາ​ຖືກ​ຊາຍ​ຜູ້ນີ້ ໃຫ້​ລາວ​ກິນ​ຫຍ້າ​ຢູ່​ທ່າມກາງ​ສັດປ່າ​ນັ້ນ.</verse>
				<verse number="16">ພາຍ​ໃນ​ເຈັດ​ປີ​ລາວ​ຈະ​ບໍ່ມີ​ຈິດໃຈ​ມະນຸດ​ເຫຼືອ​ຢູ່, ແຕ່​ຈະ​ມີ​ຈິດໃຈ​ສັດ.</verse>
				<verse number="17">ນີ້​ແຫຼະ​ຄື​ຄຳ​ຕັດສິນ​ຂອງ​ຝູງ​ເທວະດາ​ຜູ້​ອາລັກຂາ​ນັ້ນ. ສະນັ້ນ ຈົ່ງ​ໃຫ້​ຄົນ​ທັງປວງ​ທຸກທີ່​ທຸກບ່ອນ​ຮູ້​ວ່າ ພຣະເຈົ້າ​ອົງ​ສູງສຸດ​ມີ​ອຳນາດ​ເໜືອ​ອານາຈັກ​ຂອງ​ມະນຸດ ແລະ​ໃຫ້​ຮູ້ວ່າ​ພຣະອົງ​ສາມາດ​ມອບ​ອານາຈັກ​ເຫຼົ່ານີ້​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຕາມ​ທີ່​ພຣະອົງ​ເລືອກ​ເອົາ​ກໍໄດ້ ເຖິງແມ່ນ​ວ່າ​ເປັນ​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ກໍຕາມ.”’</verse>
				<verse number="18">ກະສັດ​ເນບູ​ກາດເນັດຊາ​ໄດ້​ກ່າວ​ຕໍ່ໄປ​ວ່າ, “ຄວາມຝັນ​ຂອງເຮົາ​ເປັນ​ດັ່ງນີ້ແຫຼະ ເບັນເຕຊັດຊາເຣ​ເອີຍ ບັດນີ້​ຈົ່ງ​ແກ້​ຄວາມຝັນ​ນີ້​ໃຫ້​ເຮົາ​ແດ່. ບໍ່ມີ​ທີ່ປຶກສາ​ປະຈຳ​ວັງ​ຂອງເຮົາ​ຄົນໃດ​ແກ້​ໄດ້, ແຕ່​ເຈົ້າ​ແກ້​ໄດ້ ເພາະ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ເຈົ້າ.”</verse>
				<verse number="19">ແລ້ວ​ດານີເອນ (ຜູ້​ມີ​ຊື່​ໜຶ່ງ​ອີກ​ວ່າ​ເບັນເຕຊັດຊາເຣ) ກໍ​ອຸກໃຈ​ຈົນ​ເວົ້າ​ຢ່າງໃດ​ບໍ່ໄດ້. ກະສັດ​ໄດ້​ກ່າວ​ຕໍ່​ລາວ​ວ່າ, “ເບັນເຕຊັດຊາເຣ​ເອີຍ ຢ່າ​ໃຫ້​ຄວາມຝັນ ແລະ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ນັ້ນ ເຮັດ​ໃຫ້​ເຈົ້າ​ຕົກໃຈ​ເລີຍ.” ເບັນເຕຊັດຊາເຣ​ໄດ້​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຂ້ານ້ອຍ​ຢາກ​ໃຫ້​ຄວາມຝັນ ແລະ​ຄຳ​ແກ້​ຄວາມຝັນ​ນັ້ນ​ຕົກ​ຖືກ​ພວກ​ສັດຕູ​ຂອງທ່ານ ແທນ​ທີ່​ຈະ​ຕົກ​ຖືກ​ທ່ານເອງ.</verse>
				<verse number="20">ມີ​ຕົ້ນໄມ້​ສູງ​ຈຸ​ຟ້າ​ຈົນ​ທຸກຄົນ​ທົ່ວ​ໂລກ​ເຫັນ​ໄດ້.</verse>
				<verse number="21">ສ່ວນ​ໃບ​ກໍ​ງາມ ແລະ​ໝາກ​ກໍ​ມີ​ພຽງພໍ​ໃຫ້​ຄົນ​ທົ່ວໂລກ​ກິນ. ສັດປ່າ​ທັງຫລາຍ​ໄດ້​ພັກຜ່ອນ​ຢູ່​ໃຕ້​ຮົ່ມ ແລະ​ຝູງນົກ​ກໍ​ເຮັດ​ຮັງ​ໃສ່​ງ່າ.</verse>
				<verse number="22">ຂ້າແດ່​ພະຣາຊາ ຕົ້ນໄມ້​ນັ້ນ​ແມ່ນ​ທ່ານເອງ ຄື​ຜູ້​ທີ່​ຍິ່ງໃຫຍ່​ແລະ​ເຂັ້ມແຂງ. ຄວາມ​ຍິ່ງໃຫຍ່​ຂອງທ່ານ​ສູງ​ຈຸ​ຟ້າ ແລະ​ອຳນາດ​ຂອງທ່ານ​ກໍ​ແຜ່​ອອກ​ໄປ​ທົ່ວໂລກ.</verse>
				<verse number="23">ໃນ​ຂະນະທີ່​ພະຣາຊາ​ກຳລັງ​ເຝົ້າເບິ່ງ​ຢູ່​ນັ້ນ ມີ​ເທວະດາ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ​ແລະ​ໄດ້​ກ່າວ​ວ່າ, ‘ຈົ່ງ​ບັກ​ກົກ​ໄມ້​ນີ້ ແລະ​ທຳລາຍ​ມັນ​ຖິ້ມ​ສາ ໃຫ້​ປະ​ແຕ່​ຕໍ​ໄວ້​ຕາມ​ພື້ນດິນ. ແລ້ວ​ໃຫ້​ເອົາ​ປອກເຫລັກ ແລະ​ປອກ​ທອງສຳຣິດ​ສຸບ​ອ້ອມ​ມັນ​ໄວ້ ແລະ​ປະ​ໄວ້​ໃນ​ທົ່ງຫຍ້າ​ກາງ​ທົ່ງນາ​ທີ່​ນັ້ນ. ປ່ອຍ​ໃຫ້​ນໍ້າໝອກ​ຕົກລົງ​ມາ​ຖືກ​ຊາຍ​ຜູ້​ນີ້ ແລະ​ປ່ອຍ​ໃຫ້​ລາວ​ກິນ​ຫຍ້າ​ຢູ່​ທ່າມກາງ​ຝູງສັດ ເປັນ​ເວລາ​ເຈັດ​ປີ.’</verse>
				<verse number="24">ຂ້າແດ່​ພະຣາຊາ ອັນນີ້ ແມ່ນ​ຄວາມໝາຍ​ຄວາມຝັນ​ຂອງທ່ານ ແລະ ແມ່ນ​ສິ່ງ​ນີ້ແຫລະ ທີ່​ພຣະເຈົ້າ​ອົງ​ສູງສຸດ​ໄດ້​ປະກາດ​ວ່າ ຈະ​ເກີດຂຶ້ນ​ກັບ​ທ່ານ.</verse>
				<verse number="25">ທ່ານ​ຈະ​ຖືກ​ຂັບໄລ່​ອອກ​ຈາກ​ສັງຄົມ​ມະນຸດ ແລະ​ຈະ​ອາໄສ​ຢູ່​ກັບ​ພວກ​ສັດປ່າ. ທ່ານ​ຈະ​ກິນ​ຫຍ້າ​ເໝືອນ​ງົວ ແລະ​ນອນ​ຢູ່​ໃນ​ກາງແຈ້ງ ບ່ອນ​ທີ່​ມີ​ໝອກ​ຕົກລົງ​ໃສ່​ທ່ານ​ເປັນ​ເວລາ​ເຈັດ​ປີ. ຈົນກວ່າ​ທ່ານ​ກໍ​ຈະ​ຍອມຮັບ​ວ່າ ພຣະເຈົ້າ​ອົງ​ສູງສຸດ​ຄວບຄຸມ​ອານາຈັກ​ຕ່າງໆ​ຂອງ​ມະນຸດ; ແລະ​ພຣະອົງ​ເອົາ​ອານາຈັກ​ເຫຼົ່ານີ້​ໃຫ້​ແກ່​ຜູ້ໃດ​ຜູ້ໜຶ່ງ​ກໍໄດ້ ຕາມ​ທີ່​ພຣະອົງ​ເລືອກເອົາ.</verse>
				<verse number="26">ການ​ທີ່​ຝູງ​ເທວະດາ​ໄດ້​ສັ່ງ​ໃຫ້​ປະ​ຕໍ​ຂອງ​ຕົ້ນໄມ້​ໄວ້​ຢູ່​ໃນ​ດິນ​ນັ້ນ ໝາຍຄວາມວ່າ​ທ່ານ​ຈະ​ໄດ້​ເປັນ​ກະສັດ​ອີກ​ເມື່ອ​ທ່ານ​ຍອມຮັບ​ວ່າ ພຣະເຈົ້າ​ເປັນ​ຜູ້ປົກຄອງ​ໂລກນີ້​ທັງໝົດ.</verse>
				<verse number="27">ເພາະສະນັ້ນ ພະຣາຊາ​ເອີຍ ຈົ່ງ​ເຮັດ​ຕາມ​ຄຳແນະນຳ​ຂອງ​ຂ້ານ້ອຍ​ເຖີດ. ຈົ່ງ​ເລີກ​ເຮັດ​ບາບ​ສາ ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ; ຈົ່ງ​ເມດຕາ​ສົງສານ​ຄົນ​ຍາກຈົນ. ແລ້ວ​ທ່ານ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ​ສືບ​ຕໍ່ໄປ.”</verse>
				<verse number="28">ແລ້ວ​ສິ່ງ​ເຫຼົ່ານີ້​ທັງໝົດ​ກໍ​ບັງເກີດ​ຂຶ້ນ​ກັບ​ກະສັດ​ເນບູ​ກາດເນັດຊາ</verse>
				<verse number="29">ຫລັງຈາກ​ສິບສອງ​ເດືອນ​ຕໍ່ມາ ໃນ​ຂະນະທີ່​ເພິ່ນ​ກຳລັງ​ຍ່າງ​ຢູ່​ເທິງ​ຫລັງຄາ​ວັງ​ທີ່​ນະຄອນ​ບາບີໂລນ</verse>
				<verse number="30">ເພິ່ນ​ໄດ້​ກ່າວ​ວ່າ, “ເບິ່ງດູ ນະຄອນ​ບາບີໂລນ​ນີ້​ເປັນ​ເມືອງ​ໃຫຍ່​ຫລາຍ ເຮົາ​ໄດ້​ສ້າງ​ໃຫ້​ເປັນ​ເມືອງ​ຫລວງ​ຂອງເຮົາ ເພື່ອ​ສະແດງ​ເຖິງ​ອຳນາດ ແລະ​ຄວາມ​ຍິ່ງໃຫຍ່ ກຽດຕິຍົດ ແລະ​ສະຫງ່າຣາສີ​ຂອງເຮົາ.”</verse>
				<verse number="31">ກະສັດ​ຍັງ​ກ່າວ​ບໍ່​ທັນ​ຂາດຄຳ ກໍ​ມີ​ສຽງ​ໜຶ່ງ​ກ່າວ​ລົງ​ມາ​ຈາກ​ສະຫວັນ​ວ່າ, “ກະສັດ​ເນບູ​ກາດເນັດຊາ​ເອີຍ ຈົ່ງ​ຟັງ​ຄຳ​ທີ່​ເຮົາ​ກ່າວ ບັດນີ້ ອຳນາດ​ແຫ່ງ​ກະສັດ​ຂອງ​ເຈົ້າ​ຖືກ​ປົດ​ໄປ​ຈາກ​ເຈົ້າ​ແລ້ວ.</verse>
				<verse number="32">ເຈົ້າ​ຈະ​ຖືກ​ຂັບໄລ່​ອອກ​ໄປ​ຈາກ​ສັງຄົມ​ມະນຸດ ແລະ​ຈະ​ອາໄສ​ຢູ່​ກັບ​ພວກ​ສັດປ່າ ເຈົ້າ​ຈະ​ກິນ​ຫຍ້າ​ເໝືອນ​ງົວ​ເປັນ​ເວລາ​ເຈັດ​ປີ. ຈົນກວ່າ​ເຈົ້າ​ຈະ​ຍອມຮັບ​ວ່າ​ພຣະເຈົ້າ​ອົງ​ສູງສຸດ​ມີ​ອຳນາດ​ເໜືອ​ອານາຈັກ​ທັງຫລາຍ​ຂອງ​ມະນຸດ ແລະ​ຮູ້​ວ່າ​ພຣະອົງ​ມອບ​ອານາຈັກ​ເຫຼົ່ານີ້​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ກໍໄດ້ ຕາມ​ທີ່​ພຣະອົງ​ເລືອກ​ເອົາ.”</verse>
				<verse number="33">ພຣະທຳ​ນີ້​ໄດ້​ກາຍເປັນຈິງ​ໃນທັນທີ ເຈົ້າເນບູ​ກາດເນັດຊາ​ຖືກ​ຂັບໄລ່​ອອກໄປ​ຈາກ​ສັງຄົມ​ມະນຸດ ແລະ​ກິນ​ຫຍ້າ​ເໝືອນ​ງົວ. ນໍ້າໝອກ​ຕົກ​ຖືກ​ຕົນ​ຕົວ​ເພິ່ນ, ຂົນ​ເພິ່ນ​ຍາວ​ເໝືອນ​ຂົນ​ນົກອິນຊີ ແລະ​ເລັບ​ເພິ່ນ​ກໍ​ຍາວ​ເໝືອນ​ເລັບ​ນົກ.</verse>
				<verse number="34">ເມື່ອ​ກຳນົດ​ເຈັດ​ປີ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ ກະສັດ​ຈຶ່ງ​ກ່າວ​ວ່າ, “ເຮົາ​ໄດ້​ເງີຍໜ້າ​ຂຶ້ນ​ສູ່​ທ້ອງຟ້າ ແລ້ວ​ຈິດໃຈ​ຂອງເຮົາ​ກໍ​ກາຍເປັນ​ປົກກະຕິ ເຮົາ​ຈຶ່ງ​ສັນລະເສີນ​ພຣະເຈົ້າ​ອົງ​ສູງສຸດ ທັງ​ຖວາຍ​ກຽດຕິຍົດ ແລະ​ສະຫງ່າຣາສີ​ແກ່​ພຣະອົງ​ຜູ້​ຊົງ​ເປັນ​ຢູ່​ຕະຫລອດໄປ. ພຣະເຈົ້າ​ຈະ​ປົກຄອງ​ຕະຫລອດໄປ ອານາຈັກ​ຂອງ​ພຣະອົງ​ຈະ​ດຳລົງ​ຢູ່​ເປັນນິດ.</verse>
				<verse number="35">ພຣະອົງ​ຖື​ວ່າ​ຄົນ​ໃນ​ໂລກນີ້​ບໍ່ມີ​ຫຍັງ​ໝົດ ຕ່າງ​ກໍ​ບໍ່ມີ​ຄຸນຄ່າ​ບໍ່ມີ​ຫຍັງ​ທັງນັ້ນ; ມະນຸດ​ໃນໂລກ ແລະ​ເທວະດາ​ເທິງ​ສະຫວັນ ກໍ​ຢູ່​ໃຕ້​ການປົກຄອງ​ຂອງ​ພຣະອົງ​ທັງນັ້ນ. ບໍ່ມີ​ຜູ້ໃດ​ສາມາດ​ຂັດຂວາງ​ພຣະປະສົງ ຫລື​ສອບຖາມ​ເຖິງ​ສິ່ງ​ທີ່​ພຣະອົງ​ຊົງ​ກະທຳ.</verse>
				<verse number="36">ເມື່ອ​ຈິດໃຈ​ເຮົາ​ເປັນ​ປົກກະຕິ​ແລ້ວ ກຽດຕິຍົດ​ແລະ​ສະຫງ່າຣາສີ​ຂອງເຮົາ ທັງ​ຄວາມ​ຍິ່ງໃຫຍ່​ຂອງ​ອານາຈັກ​ຂອງເຮົາ​ກໍໄດ້​ຖືກ​ມອບ​ຄືນ​ໃຫ້​ເຮົາ. ບັນດາ​ຂ້າຣາຊການ ແລະ​ພວກ​ເຈົ້ານາຍ​ຂອງເຮົາ​ຖືກ​ມອບ​ຄືນ​ໃຫ້​ແກ່​ເຮົາ​ອີກ ຊຶ່ງ​ເປັນ​ກຽດ​ອັນ​ຍິ່ງໃຫຍ່​ກວ່າ​ຄາວ​ກ່ອນ.</verse>
				<verse number="37">ບັດນີ້ ເຮົາ​ຄື​ເນບູ​ກາດເນັດຊາ ຂໍ​ສັນລະເສີນ​ແລະ​ຖວາຍ​ກຽດຕິຍົດ ແລະ​ສະຫງ່າຣາສີ ແດ່​ກະສັດ​ແຫ່ງ​ສະຫວັນ. ທຸກສິ່ງ​ທີ່​ພຣະອົງ​ເຮັດ​ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ແລະ​ພຣະອົງ​ເຮັດ​ໃຫ້​ຄົນ​ຈອງຫອງ​ຖ່ອມຕົວ​ລົງ​ໄດ້.”</verse>
			</chapter>
			<chapter number="5">
				<verse number="1">ໃນ​ຄືນ​ໜຶ່ງ ກະສັດ​ເບັນຊັດຊາເຣ​ໄດ້​ເຊີນ​ເອົາ​ເຈົ້ານາຍ​ໜຶ່ງພັນ​ຄົນ ມາ​ໃນ​ງານກິນລ້ຽງ​ອັນ​ໃຫຍ່ໂຕ ແລະ​ເພິ່ນ​ກໍ​ຮ່ວມ​ດື່ມ​ເຫຼົ້າ​ອະງຸ່ນ​ກັບ​ພວກ​ເຫຼົ່ານີ້.</verse>
				<verse number="2">ໃນ​ຂະນະທີ່​ພວກເຂົາ​ກຳລັງ​ດື່ມ​ເຫຼົ້າ​ອະງຸ່ນ​ຢູ່​ນັ້ນ ເຈົ້າ​ເບັນຊັດຊາເຣ​ກໍ​ສັ່ງ​ໃຫ້​ຄົນ​ເອົາ​ຈອກ ແລະ​ຖ້ວຍ​ທີ່​ເຮັດ​ດ້ວຍ​ເງິນ ແລະ​ດ້ວຍ​ຄຳ​ມາ​ໃຫ້; ແມ່ນ​ສິ່ງ​ເຫຼົ່ານີ້ ທີ່​ເຈົ້າ​ເນບູ​ກາດເນັດຊາ​ຜູ້​ເປັນ​ບິດາ ໄດ້​ເອົາ​ມາ​ຈາກ​ພຣະວິຫານ​ໃນ​ນະຄອນ​ເຢຣູຊາເລັມ. ກະສັດ​ໄດ້​ໃຫ້​ຄົນ​ໄປ​ເອົາ​ຈອກ ແລະ​ຖ້ວຍ​ເຫຼົ່ານັ້ນ​ມາ ກໍ​ເພື່ອ​ວ່າ​ເພິ່ນເອງ​ພ້ອມ​ທັງ​ພວກ​ມະເຫສີ, ພວກ​ນາງ​ສະໜົມ ແລະ​ພວກ​ເຈົ້ານາຍ ຈະ​ໃຊ້​ພາຊະນະ​ເຫຼົ່ານີ້​ດື່ມ​ເຫຼົ້າ​ອະງຸ່ນ.</verse>
				<verse number="3">ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້ນຳ​ເອົາ​ຈອກຄຳ​ແລະ​ຖ້ວຍ​ຄຳ​ທີ່​ໄດ້​ເອົາ​ມາ​ຈາກ​ພຣະວິຫານ, ວິຫານ​ຂອງ​ພຣະເຈົ້າ​ໃນ​ນະຄອນ​ເຢຣູຊາເລັມ​ມາ​ໃຫ້​ເພິ່ນ​ໃນທັນທີ ແລະ​ທຸກຄົນ​ຕ່າງ​ກໍ​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ພາຊະນະ​ເຫຼົ່ານີ້</verse>
				<verse number="4">ແລະ​ສັນລະເສີນ​ບັນດາ​ຮູບພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳຣິດ, ດ້ວຍ​ເຫຼັກ, ດ້ວຍ​ໄມ້ ແລະ​ດ້ວຍ​ຫີນ.</verse>
				<verse number="5">ໃນ​ທັນໃດນັ້ນ ກໍໄດ້​ມີ​ມື​ມະນຸດ​ປາກົດ​ໃຫ້​ເຫັນ ແລະ​ເລີ່ມ​ຂຽນ​ໃສ່​ຝາ​ຂອງ​ຣາຊວັງ ບ່ອນ​ທີ່​ຕະກຽງ​ສ່ອງ​ແສງ​ໃສ​ແຈ້ງ​ທີ່ສຸດ. ກະສັດ​ເຫັນ​ໃນ​ຂະນະທີ່​ມື​ນັ້ນ​ກຳລັງ​ຂຽນ​ຢູ່.</verse>
				<verse number="6">ເພິ່ນ​ຈຶ່ງ​ໜ້າຊີດ ແລະ​ຢ້ານຫລາຍ​ຈົນ​ຂາ​ສັ່ນ.</verse>
				<verse number="7">ເພິ່ນ​ຮ້ອງ​ບອກ​ໃຫ້​ຄົນ​ນຳ​ເອົາ​ໝໍມົນ, ໝໍ​ວິຊາອາຄົມ ແລະ​ໝໍໂຫນ​ເຂົ້າ​ມາ. ເມື່ອ​ພວກເຂົາ​ມາຮອດ ກະສັດ​ກ່າວ​ຕໍ່​ພວກເຂົາ​ວ່າ, “ຜູ້ໃດ​ຜູ້ໜຶ່ງ​ທີ່​ອ່ານ ແລະ​ແປ​ຄວາມໝາຍ​ທີ່​ຂຽນ​ນີ້​ໄດ້ ຈະ​ໄດ້​ນຸ່ງ​ເສື້ອຄຸມ​ສີມ່ວງ​ຂອງ​ກະສັດ ແລະ​ຈະ​ໄດ້​ຄ້ອງ​ຄໍ​ສາຍສ້ອຍ​ຄຳ​ກຽດຕິຍົດ ທັງ​ຈະ​ໄດ້​ເປັນ​ຜູ້​ທີ່​ມີ​ອຳນາດ​ຄົນ​ທີ​ສາມ​ໃນ​ອານາຈັກ.”</verse>
				<verse number="8">ບັນດາ​ທີ່ປຶກສາ​ປະຈຳ​ກະສັດ​ໄດ້​ກ້າວ​ອອກ​ມາ​ຂ້າງໜ້າ, ແຕ່​ບໍ່ມີ​ຜູ້ໃດ​ອ່ານ​ຄຳ​ຂຽນ ຫລື​ບອກ​ຄວາມໝາຍ​ແກ່​ກະສັດ​ໄດ້.</verse>
				<verse number="9">ຍ້ອນ​ຄວາມ​ກັງວົນ​ນີ້ ກະສັດ​ເບັນຊັດຊາເຣ​ແຮ່ງ​ໜ້າຊີດ​ເຂົ້າ​ອີກ; ສ່ວນ​ພວກ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງເພິ່ນ​ກໍ​ບໍ່​ຮູ້​ວ່າ​ຈະ​ພາກັນ​ເຮັດ​ຢ່າງໃດ.</verse>
				<verse number="10">ເມື່ອ​ຣາຊີນີ​ຜູ້​ເປັນ​ມານດາ​ໄດ້ຍິນ​ສຽງ​ຮ້ອງ​ຂອງ​ກະສັດ ແລະ​ພວກ​ເຈົ້ານາຍ, ນາງ​ຈຶ່ງ​ເຂົ້າ​ໄປ​ໃນ​ຫ້ອງ​ກິນລ້ຽງ​ໃຫຍ່ ແລະ​ເວົ້າ​ວ່າ, “ຂໍ​ໃຫ້​ພະຣາຊາ​ຈົ່ງ​ໝັ້ນຍືນ ຂໍ​ຢ່າ​ກັງວົນ​ແລະ​ໜ້າຊີດ​ໄປ​ເລີຍ.</verse>
				<verse number="11">ຢູ່​ໃນ​ອານາຈັກ​ຂອງ​ລູກ​ນີ້​ຍັງ​ມີ​ຊາຍ​ຄົນ​ໜຶ່ງ ທີ່​ມີ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ. ເມື່ອ​ຄາວ​ພໍ່​ຂອງລູກ​ເປັນ​ກະສັດ ຊາຍ​ຄົນ​ນີ້​ໄດ້​ສະແດງ​ຄວາມ​ສະຫລາດ, ຄວາມ​ຮອບຮູ້ ແລະ​ສະຕິປັນຍາ​ເໝືອນ​ສະຕິປັນຍາ​ຂອງ​ພວກ​ພຣະ. ກະສັດ​ເນບູ​ກາດເນັດຊາ​ຜູ້​ເປັນ​ບິດາ​ຂອງ​ລູກ ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຫົວໜ້າ​ພວກ​ໝໍມໍ, ໝໍດູ, ໝໍ​ວິຊາອາຄົມ ແລະ​ໝໍໂຫນ.</verse>
				<verse number="12">ລາວ​ມີ​ຄວາມ​ສາມາດ​ຜິດ​ທຳມະດາ, ເປັນ​ຄົນສະຫລາດ ແລະ​ຊຳນິ​ຊຳນານ​ໃນ​ການ​ແກ້​ຄວາມຝັນ, ແກ້​ບັນຫາ ແລະ​ແກ້​ຄວາມ​ເລິກລັບ​ທັງຫລາຍ​ໄດ້; ສະນັ້ນ ຈົ່ງ​ໃຊ້​ຄົນ​ໄປ​ເອີ້ນ​ດານີເອນ​ຊາຍ​ຄົນ​ນີ້​ເຂົ້າ​ມາ (ຜູ້​ທີ່​ກະສັດ​ໃສ່​ຊື່​ໃຫ້​ໃໝ່​ວ່າ​ເບັນເຕຊັດຊາເຣ) ແລະ​ລາວ​ຈະ​ບອກ​ຄວາມໝາຍ​ທັງໝົດ​ນີ້​ໃຫ້​ແກ່​ລູກ.”</verse>
				<verse number="13">ດານີເອນ​ຖືກ​ນຳ​ຕົວ​ເຂົ້າ​ມາ​ຫາ​ກະສັດ​ໃນທັນທີ ແລະ​ກະສັດ​ກໍ​ກ່າວ​ແກ່​ລາວ​ວ່າ, “ເຈົ້າ​ແມ່ນ​ດານີເອນ ຊາວຢິວ​ພັດຖິ່ນ​ທີ່​ພໍ່​ຂອງເຮົາ ຜູ້​ເປັນ​ກະສັດ​ໄດ້​ນຳ​ມາ​ຈາກ​ຢູດາຍ?</verse>
				<verse number="14">ເຮົາ​ໄດ້ຍິນ​ວ່າ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ເຈົ້າ ແລະ​ເຈົ້າ​ເປັນ​ຜູ້​ຊຳນິ​ຊຳນານ ທັງ​ມີ​ຄວາມ​ຮອບຮູ້​ແລະ​ມີ​ສະຕິປັນຍາ.</verse>
				<verse number="15">ເຮົາ​ໄດ້​ເອີ້ນ​ເອົາ​ພວກ​ທີ່ປຶກສາ ແລະ​ພວກ​ໝໍມົນ​ເຂົ້າ​ມາ​ອ່ານ ແລະ​ແປ​ຄວາມໝາຍ​ຂອງ​ຄຳ​ຂຽນ​ນີ້, ແຕ່​ພວກເຂົາ​ຄົ້ນຄວ້າ​ຕີ​ຄວາມໝາຍ​ບໍ່ໄດ້.</verse>
				<verse number="16">ບັດນີ້ ເຮົາ​ໄດ້ຍິນ​ວ່າ​ເຈົ້າ​ຄົ້ນຄວ້າ​ຕີ​ຄວາມໝາຍ ແລະ​ອະທິບາຍ​ຄວາມ​ເລິກລັບ​ໄດ້. ຖ້າ​ເຈົ້າ​ອ່ານ​ແລະ​ບອກ​ຄວາມໝາຍ​ຂອງ​ຄຳ​ຂຽນ​ນີ້​ໃຫ້​ເຮົາ​ຮູ້​ໄດ້ ເຈົ້າ​ກໍ​ຈະ​ໄດ້​ນຸ່ງ​ເສື້ອຄຸມ​ສີມ່ວງ​ຂອງ​ກະສັດ ແລະ​ຈະ​ໄດ້​ຄ້ອງ​ຄໍ​ສາຍສ້ອຍ​ຄຳ​ກຽດຕິຍົດ ທັງ​ຈະ​ເປັນ​ຜູ້​ມີ​ອຳນາດ​ຄົນ​ທີ​ສາມ​ໃນ​ອານາຈັກ.”</verse>
				<verse number="17">ດານີເອນ​ຕອບ​ກະສັດ​ວ່າ, “ຂໍ​ທ່ານ​ຈົ່ງ​ເກັບ​ຂອງຂວັນ​ນັ້ນ​ໄວ້​ເອງ​ສາ​ເຖີດ. ຂ້ານ້ອຍ​ຈະ​ອ່ານ​ຄຳ​ທີ່​ຂຽນ​ນັ້ນ​ໃຫ້​ທ່ານ ແລະ​ຈະ​ບອກ​ຄວາມໝາຍ​ໃຫ້​ທ່ານ​ຮູ້.</verse>
				<verse number="18">ພຣະເຈົ້າ​ອົງ​ສູງສຸດ​ໄດ້​ແຕ່ງຕັ້ງ​ເຈົ້າ​ເນບູ​ກາດເນັດຊາ​ບິດາ​ຂອງທ່ານ ໃຫ້​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່ ທັງ​ໃຫ້​ເພິ່ນ​ມີ​ກຽດຕິຍົດ ແລະ​ສະຫງ່າຣາສີ.</verse>
				<verse number="19">ເພິ່ນ​ເປັນ​ຜູ້​ຍິ່ງໃຫຍ່​ຈົນ​ປະຊາຊົນ​ໃນ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ຢ້ານກົວ​ຕົວ​ສັ່ນ​ຕໍ່ໜ້າ​ເພິ່ນ. ຖ້າ​ເພິ່ນ​ປະສົງ​ຈະ​ຂ້າ​ຄົນ​ໜຶ່ງ ຫລື​ຈະ​ໃຫ້​ຄົນ​ໜຶ່ງ​ມີ​ຊີວິດ​ຢູ່ ເພິ່ນ​ກໍ​ເຮັດ​ໄປ​ໂລດ. ເພິ່ນ​ໃຫ້ກຽດ ແລະ​ຖອນ​ກຽດ​ຄົນໃດ​ກໍໄດ້​ຕາມ​ທີ່​ເພິ່ນ​ຕ້ອງການ.</verse>
				<verse number="20">ແຕ່​ຍ້ອນ​ເພິ່ນ​ມີ​ໃຈ​ຈອງຫອງ, ໃຈ​ແຂງ​ກະດ້າງ ແລະ​ໂຫດຮ້າຍ ເພິ່ນ​ຈຶ່ງ​ຖືກ​ປົດ​ຈາກ​ບັນລັງ ແລະ​ເສຍ​ຕຳແໜ່ງ​ອັນ​ມີ​ກຽດ​ຂອງຕົນ.</verse>
				<verse number="21">ເພິ່ນ​ຖືກ​ຂັບໄລ່​ອອກ​ຈາກ​ສັງຄົມ​ມະນຸດ ແລະ​ມີ​ຈິດໃຈ​ເໝືອນ​ສັດ. ເພິ່ນ​ອາໄສ​ຢູ່​ທ່າມກາງ​ຝູງ​ລໍປ່າ, ກິນ​ຫຍ້າ​ເໝືອນ​ງົວ ແລະ​ນອນ​ຢູ່​ກາງແຈ້ງ ໂດຍ​ບໍ່ມີ​ຫຍັງ​ກັ້ນກາງ​ເພິ່ນ​ຈາກ​ນໍ້າໝອກ, ແຕ່​ໃນທີ່ສຸດ ເພິ່ນ​ກໍ​ຍອມ​ຮັບ​ວ່າ ພຣະເຈົ້າ​ອົງ​ສູງສຸດ​ຄວບຄຸມ​ອານາຈັກ​ຕ່າງໆ​ຂອງ​ມະນຸດ ແລະ​ເອົາ​ອານາຈັກ​ເຫຼົ່ານີ້​ໃຫ້​ແກ່​ຜູ້ໃດ​ຜູ້ໜຶ່ງ​ກໍໄດ້ ຕາມ​ທີ່​ພຣະອົງ​ເລືອກເອົາ.</verse>
				<verse number="22">ແຕ່​ທ່ານ​ເອງ​ຜູ້​ເປັນ​ລູກຊາຍ​ຂອງ​ເພິ່ນ ເຖິງ​ແມ່ນ​ວ່າ​ທ່ານ​ໄດ້​ຮູ້​ເລື່ອງ​ນີ້​ແລ້ວ​ກໍຕາມ ທ່ານ​ກໍ​ຍັງ​ບໍ່ໄດ້​ຖ່ອມຕົວ.</verse>
				<verse number="23">ທ່ານ​ດູໝິ່ນ​ປະໝາດ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ສະຫວັນ ໂດຍ​ນຳ​ເອົາ​ຈອກ ແລະ​ຖ້ວຍ​ຈາກ​ພຣະວິຫານ​ຂອງ​ພຣະອົງ​ມາ​ທີ່​ນີ້. ທ່ານ​ເອງ, ພວກ​ມະເຫສີ, ພວກ​ນາງ​ສະໜົມ ແລະ​ພວກ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງທ່ານ ໄດ້​ພາກັນ​ໃຊ້​ພາຊະນະ​ເຫຼົ່ານີ້ ແລະ​ສັນລະເສີນ​ບັນດາ​ພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳຣິດ, ດ້ວຍ​ເຫຼັກ, ດ້ວຍ​ໄມ້ ແລະ​ດ້ວຍ​ຫີນ; ພະ​ເຫຼົ່ານີ້​ຮູ້​ແລະ​ເຫັນ​ບໍ່ໄດ້ ແລະ​ກໍ​ບໍ່ໄດ້ຍິນ​ຫຍັງ ທັງ​ບໍ່​ຮູ້ຈັກ​ຫຍັງ​ເລີຍ, ແຕ່​ທ່ານ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະເຈົ້າ ອົງ​ຊົງ​ໃຫ້​ຊີວິດ​ຫລື​ເອົາ​ຊີວິດ​ຂອງທ່ານ​ໄປ ແລະ​ເປັນ​ອົງ​ຊົງ​ຄວບຄຸມ​ທຸກສິ່ງ​ທີ່​ທ່ານ​ເຮັດ​ນັ້ນ.</verse>
				<verse number="24">ດ້ວຍເຫດນີ້ ພຣະອົງ​ຈຶ່ງ​ໄດ້​ສົ່ງ​ມື​ມາ​ຂຽນ​ຂໍ້ຄວາມ​ເຫຼົ່ານີ້.</verse>
				<verse number="25">ຂໍ້ຄວາມ​ທີ່​ໄດ້​ມີ​ຂຽນ​ນັ້ນ ມີ​ດັ່ງນີ້: ‘ຈຳນວນ​ຈຳນວນ, ນໍ້າໜັກ, ແບ່ງແຍກ.’</verse>
				<verse number="26">ສິ່ງນັ້ນ​ມີ​ຄວາມໝາຍ​ດັ່ງນີ້: ຈຳນວນ​ຄື​ພຣະເຈົ້າ​ໄດ້​ນັບ​ຈຳນວນ​ມື້ ແຫ່ງ​ອານາຈັກ​ຂອງທ່ານ​ໄວ້ ແລະ​ນຳ​ມັນ​ໄປ​ສູ່​ຈຸດຈົບ;</verse>
				<verse number="27">ນໍ້າໜັກ​ຄື​ພຣະເຈົ້າ​ຊັ່ງ​ທ່ານ​ດ້ວຍ​ຊິງ ແລະ​ເຫັນ​ວ່າ​ເບົາ​ໂພດ;</verse>
				<verse number="28">ແບ່ງແຍກ​ຄື​ອານາຈັກ​ຂອງທ່ານ​ຈະ​ຖືກ​ແບ່ງ​ໃຫ້​ຊາວ​ເມເດຍ​ກັບ​ຊາວ​ເປີເຊຍ.”</verse>
				<verse number="29">ແລ້ວ​ເຈົ້າ​ເບັນຊັດຊາເຣ​ກໍ​ສັ່ງ​ໃຫ້​ຄົນ​ຮັບໃຊ້​ນຳ​ເອົາ​ເສື້ອຄຸມ​ສີມ່ວງ​ຂອງ​ກະສັດ ມາ​ນຸ່ງ​ໃຫ້​ດານີເອນ​ໃນທັນທີ ແລະ​ຄ້ອງ​ຄໍ​ສາຍ​ສ້ອຍ​ກຽດຕິຍົດ​ໃຫ້​ລາວ. ເພິ່ນ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ມີ​ອຳນາດ​ຄົນ​ທີ​ສາມ​ໃນ​ອານາຈັກ.</verse>
				<verse number="30">ໃນ​ຄືນ​ນັ້ນເອງ​ເຈົ້າ​ເບັນຊັດຊາເຣ ກະສັດ​ແຫ່ງ​ບາບີໂລນ ໄດ້​ຖືກ​ລອບ​ສັງຫານ;</verse>
				<verse number="31">ດາຣິອຸດ​ຄົນ​ເມເດຍ​ຜູ້​ມີ​ອາຍຸ​ປະມານ​ຫົກສິບສອງ​ປີ ໄດ້​ຢຶດ​ອຳນາດ​ປົກຄອງ​ອານາຈັກ.</verse>
			</chapter>
			<chapter number="6">
				<verse number="1">ເຈົ້າດາຣິອຸດ​ໄດ້​ຕັດສິນໃຈ​ແຕ່ງຕັ້ງ​ເຈົ້າແຂວງ ໜຶ່ງຮ້ອຍ​ຊາວ​ຄົນ ໃຫ້​ປົກຄອງ​ທົ່ວ​ອານາຈັກ​ຂອງ​ເພິ່ນ.</verse>
				<verse number="2">ນອກຈາກນີ້​ແລ້ວ ເພິ່ນ​ຍັງ​ເລືອກເອົາ​ດານີເອນ​ກັບ​ສອງ​ຄົນອື່ນ​ອີກ ໃຫ້​ເປັນ​ຜູ້​ກວດກາ​ຣາຊການ​ແຜ່ນດິນ ເພື່ອ​ດູແລ​ແລະ​ຮັກສາ​ຜົນປະໂຫຍດ​ຂອງ​ກະສັດ.</verse>
				<verse number="3">ຕໍ່ມາ​ບໍ່​ເຫິງ ດານີເອນ​ກໍໄດ້​ສະແດງ​ໃຫ້​ເຫັນ​ວ່າ ຕົນ​ເຮັດ​ວຽກ​ດີກວ່າ​ຜູ້​ກວດກາ​ຣາຊການ ແລະ​ເຈົ້າແຂວງ​ຄົນອື່ນໆ. ຍ້ອນ​ດານີເອນ​ເປັນ​ຄົນ​ເດັ່ນ​ນີ້​ເອງ ກະສັດ​ຈຶ່ງ​ພິຈາລະນາ​ແຕ່ງຕັ້ງ​ເພິ່ນ​ເປັນ​ຜູ້​ຮັບຜິດຊອບ​ທົ່ວ​ທັງ​ອານາຈັກ.</verse>
				<verse number="4">ແລ້ວ​ຜູ້​ກວດກາ ແລະ​ເຈົ້າແຂວງ​ຄົນອື່ນໆ ກໍ​ພະຍາຍາມ​ຊອກ​ຈັບ​ຜິດ​ດານີເອນ​ໃນ​ການ​ບໍລິຫານ​ອານາຈັກ; ແຕ່​ພວກເຂົາ​ຈັບ​ຜິດ​ບໍ່ໄດ້ ເພາະ​ດານີເອນ​ເປັນ​ຄົນ​ສັດຊື່​ທີ່ສຸດ​ແລະ​ບໍ່ໄດ້​ເຮັດ​ໃນ​ສິ່ງ​ທີ່​ຜິດ ຫລື​ໃນ​ສິ່ງ​ທີ່​ເສື່ອມເສຍ​ໃດໆ​ເລີຍ.</verse>
				<verse number="5">ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ກັນແລະກັນ​ວ່າ, “ພວກເຮົາ​ຈະ​ຫາ​ເລື່ອງ​ມາ​ຟ້ອງ​ດານີເອນ​ບໍ່ໄດ້​ດອກ ນອກຈາກ​ຫາເລື່ອງ​ຕໍ່ສູ້​ກົດບັນຍັດ​ຂອງ​ພຣະເຈົ້າ​ຂອງລາວ​ແຕ່​ເທົ່ານັ້ນ.”</verse>
				<verse number="6">ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຂົ້າ​ໄປ​ຫາ​ກະສັດ​ແລະ​ກ່າວ​ວ່າ, “ຂ້າແດ່​ພະຣາຊາ​ດາຣິອຸດ ຂໍ​ໃຫ້​ພະຣາຊາ​ຈົ່ງ​ໝັ້ນຍືນ​ຕະຫລອດໄປ​ເຖີດ</verse>
				<verse number="7">ພວກ​ຂ້ານ້ອຍ​ທັງໝົດ​ຜູ້​ບໍລິຫານ​ອານາຈັກ​ຂອງທ່ານ ຄື​ຜູ້​ກວດກາ​ຣາຊການ​ແຜ່ນດິນ, ເຈົ້າແຂວງ, ຮອງ​ເຈົ້າແຂວງ ແລະ​ພວກ​ຂ້າຣາຊການ​ຄົນອື່ນໆ​ໄດ້​ຕົກລົງ​ກັນ​ເຫັນດີ​ວ່າ ພະຣາຊາ​ສົມຄວນ​ຈະ​ອອກ​ຄຳສັ່ງ​ຢ່າງ​ໜຶ່ງ ແລະ​ໃຫ້​ທຸກຄົນ​ເຮັດ​ຕາມ​ຢ່າງ​ເຂັ້ມງວດ. ໃຫ້​ອອກ​ຄຳສັ່ງ​ວ່າ​ໃນ​ສາມສິບ​ວັນ​ນີ້ ຢ່າ​ໃຫ້​ຜູ້ໃດ​ພາວັນນາ​ອະທິຖານ​ຂໍ​ສິ່ງໃດ​ຈາກ​ພຣະ ຫລື​ຄົນ​ໃດໆ​ທັງ​ສິ້ນ ເວັ້ນໄວ້​ແຕ່​ຂໍ​ຈາກ​ພະຣາຊາ​ເທົ່ານັ້ນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ຝ່າຝືນ​ຄຳສັ່ງ​ນີ້​ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ຖໍ້າ​ສິງ.</verse>
				<verse number="8">ສະນັ້ນ ຂໍ​ໃຫ້​ພະຣາຊາ​ອອກ​ຄຳສັ່ງ​ນີ້​ແລະ​ເຊັນ​ຊື່​ລົງ​ໃນ​ໜັງສື​ໝາຍສຳຄັນ ເພື່ອ​ຈະ​ໄດ້​ນຳ​ອອກ​ໄປ​ໃຊ້​ບັງຄັບ​ເປັນ​ກົດໝາຍ​ຂອງ​ເມເດຍ​ແລະ​ເປີເຊຍ ຊຶ່ງ​ເປັນ​ກົດໝາຍ​ທີ່​ປ່ຽນແປງ​ບໍ່ໄດ້.”</verse>
				<verse number="9">ດ້ວຍເຫດນີ້ ກະສັດ​ດາຣິອຸດ​ຈຶ່ງ​ເຊັນ​ຊື່​ລົງ​ໃນ​ໜັງສື​ຄຳສັ່ງ​ນັ້ນ.</verse>
				<verse number="10">ເມື່ອ​ດານີເອນ​ຮູ້ວ່າ​ໜັງສື​ຄຳສັ່ງ​ໄດ້​ເຊັນ​ລົງ​ໄປ​ແລ້ວ ເພິ່ນ​ກໍ​ກັບຄືນ​ເມືອ​ເຮືອນ​ຂອງຕົນ. ໃນ​ຫ້ອງ​ຊັ້ນ​ເທິງ​ຂອງ​ເຮືອນ​ນັ້ນ ມີ​ປ່ອງຢ້ຽມ​ຢູ່​ສາມ​ປ່ອງ​ປິ່ນໜ້າ​ໃສ່​ນະຄອນ​ເຢຣູຊາເລັມ. ຢູ່​ທີ່​ນັ້ນ​ດັ່ງ​ທີ່​ເຄີຍ​ປະຕິບັດ​ມາ ດານີເອນ​ໄດ້​ຄຸເຂົ່າ​ລົງ​ຕໍ່ໜ້າ​ປ່ອງຢ້ຽມ​ທີ່​ໄຂ​ໄວ້, ພາວັນນາ​ອະທິຖານ ແລະ​ໂມທະນາ​ຂອບ​ພຣະຄຸນ​ຕໍ່​ພຣະເຈົ້າ​ຂອງເພິ່ນ ວັນ​ລະ​ສາມ​ເທື່ອ ດັ່ງ​ທີ່​ເພິ່ນ​ເຄີຍ​ປະຕິບັດ​ມາ​ແຕ່ກ່ອນ.</verse>
				<verse number="11">ເມື່ອ​ພວກ​ສັດຕູ​ຂອງ​ດານີເອນ​ໄດ້​ສັງເກດ​ເຫັນ​ລາວ​ພາວັນນາ​ອະທິຖານ ແລະ​ວິງວອນ​ຂໍ​ຕໍ່ໜ້າ​ພຣະເຈົ້າ​ຂອງເພິ່ນ.</verse>
				<verse number="12">ພວກເຂົາ​ທັງໝົດ​ຈຶ່ງ​ໄປ​ຫາ​ກະສັດ ແລະ​ຟ້ອງ​ດານີເອນ​ວ່າ, “ຂ້າແດ່​ພະຣາຊາ ທ່ານ​ໄດ້​ເຊັນ​ຊື່​ລົງ​ໃນ​ໜັງສື​ຄຳສັ່ງ​ແລ້ວ​ວ່າ​ໃນ​ລະຫວ່າງ​ສາມສິບ​ວັນ​ຕໍ່ໄປ ຖ້າ​ບຸກຄົນ​ໜຶ່ງ​ຄົນໃດ ພາວັນນາ​ອະທິຖານ​ຂໍ​ສິ່ງໜຶ່ງ​ສິ່ງໃດ​ຈາກ​ພຣະ ຫລື​ຄົນ​ໃດໆ​ເວັ້ນໄວ້​ແຕ່​ຂໍ​ຈາກ​ທ່ານ ບຸກຄົນ​ນັ້ນ​ກໍ​ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ຖໍ້າ​ສິງ.” ກະສັດ​ຈຶ່ງ​ຕອບ​ວ່າ, “ແມ່ນແລ້ວ ເປັນ​ຄຳສັ່ງ​ທີ່​ເດັດຂາດ ເປັນ​ກົດໝາຍ​ຂອງ​ເມເດຍ ແລະ​ເປີເຊຍ​ຊຶ່ງ​ຖືກ​ປ່ຽນແປງ​ບໍ່ໄດ້.”</verse>
				<verse number="13">ແລ້ວ​ພວກເຂົາ​ກໍ​ເວົ້າ​ຕໍ່​ກະສັດ​ວ່າ, “ດານີເອນ​ຜູ້​ເປັນ​ຊະເລີຍ​ຄົນ​ໜຶ່ງ​ຈາກ​ຢູດາຍ ລາວ​ບໍ່ໄດ້​ເຄົາຣົບ​ນັບຖື​ພະຣາຊາ ຫລື​ເຊື່ອຟັງ​ຄຳສັ່ງ​ທີ່​ທ່ານ​ໄດ້​ປະກາດ​ອອກ​ໄປ​ນັ້ນ. ລາວ​ໄດ້​ພາວັນນາ​ອະທິຖານ​ເປັນ​ປະຈຳ ວັນລະ​ສາມ​ເທື່ອ.”</verse>
				<verse number="14">ເມື່ອ​ກະສັດ​ໄດ້ຍິນ​ດັ່ງນີ້ ເພິ່ນ​ກໍ​ເປັນທຸກໃຈ ແລະ​ຄິດຫາ​ຊ່ອງທາງ​ຊ່ວຍເຫລືອ​ດານີເອນ. ເພິ່ນ​ຄິດຫາ​ຊ່ອງທາງ​ຢູ່​ຈົນ​ຕາເວັນ​ຕົກ​ດິນ.</verse>
				<verse number="15">ແລ້ວ​ຊາຍ​ເຫຼົ່ານັ້ນ​ກໍ​ກັບ​ມາ​ຫາ​ກະສັດ ແລະ​ເວົ້າ​ຕໍ່​ເພິ່ນ​ວ່າ, “ພະຣາຊາ​ກໍ​ຮູ້​ຢູ່​ວ່າ​ຕາມ​ກົດໝາຍ​ຂອງ​ເມເດຍ ແລະ​ເປີເຊຍ​ນັ້ນ ບໍ່ມີ​ຄຳສັ່ງ​ໃດໆ​ທີ່​ພະຣາຊາ​ປະກາດ​ອອກ​ໄປ​ແລ້ວ​ຖືກ​ປ່ຽນແປງ​ໄດ້.”</verse>
				<verse number="16">ດັ່ງນັ້ນ ກະສັດ​ຈຶ່ງ​ອອກ​ຄຳສັ່ງ​ໃຫ້​ໂຍນ​ດານີເອນ​ເຂົ້າ​ໄປ​ໃນ​ຖໍ້າ​ສິງ. ເພິ່ນ​ກ່າວ​ຕໍ່​ດານີເອນ​ວ່າ, “ຂໍ​ພຣະເຈົ້າ​ຂອງເຈົ້າ ຜູ້​ທີ່​ເຈົ້າ​ບົວລະບັດ​ຮັບໃຊ້​ດ້ວຍ​ຄວາມ​ຈົງຮັກ​ພັກດີ​ນັ້ນ ຊ່ວຍກູ້​ເອົາ​ເຈົ້າ​ເຖີດ.”</verse>
				<verse number="17">ພວກເຂົາ​ເອົາ​ກ້ອນຫີນ​ມາ​ອັດ​ປາກ​ຖໍ້າ​ໄວ້ ແລະ​ກະສັດ​ກໍ​ປະທັບ​ກາ​ຂອງເພິ່ນ ແລະ​ກາ​ຂອງ​ພວກ​ເຈົ້ານາຍ​ຊັ້ນສູງ​ໃສ່​ເທິງ​ກ້ອນຫີນ ເພື່ອ​ບໍ່​ໃຫ້​ຜູ້ໃດ​ຊ່ວຍກູ້​ເອົາ​ດານີເອນ​ໄດ້.</verse>
				<verse number="18">ແລ້ວ​ກະສັດ​ກໍ​ກັບຄືນ​ເມືອ​ວັງ​ຂອງຕົນ ແລະ​ນອນ​ບໍ່​ຫລັບ​ທັງຄືນ ທັງ​ບໍ່ໄດ້​ກິນ​ອາຫານ​ຫລື​ບໍ່​ໃຫ້​ມີ​ການ​ມ່ວນຊື່ນ​ລື້ນເລີງ​ໃດໆ.</verse>
				<verse number="19">ກະສັດ​ຕື່ນ​ແຕ່​ເດິກໆ ແລະ​ຟ້າວ​ໄປ​ທີ່​ຖໍ້າ​ສິງ.</verse>
				<verse number="20">ເມື່ອ​ເພິ່ນ​ໄປ​ເຖິງ​ທີ່​ນັ້ນ​ແລ້ວ ເພິ່ນ​ຈຶ່ງ​ເອີ້ນ​ຫາ​ດານີເອນ​ດ້ວຍ​ຄວາມ​ກະວົນ​ກະວາຍ​ໃຈ​ວ່າ, “ດານີເອນ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່ ພຣະເຈົ້າ​ອົງ​ທີ່​ເຈົ້າ​ຮັບໃຊ້​ດ້ວຍ​ຄວາມ​ຈົງຮັກ​ພັກດີ​ນັ້ນ ສາມາດ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ສິງ​ໄດ້​ບໍ່?”</verse>
				<verse number="21">ດານີເອນ​ຕອບ​ວ່າ, “ຂໍ​ໃຫ້​ພະຣາຊາ​ຈົ່ງ​ໝັ້ນຍືນ​ຕະຫລອດໄປ​ເຖີດ</verse>
				<verse number="22">ພຣະເຈົ້າ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ​ມາ​ອັດ​ປາກ​ສິງ​ໄວ້ ເພື່ອ​ບໍ່​ໃຫ້​ມັນ​ທຳຮ້າຍ​ຂ້ານ້ອຍ. ຂ້າແດ່​ພະຣາຊາ ພຣະເຈົ້າ​ໄດ້​ເຮັດ​ດັ່ງນີ້​ຍ້ອນ​ພຣະອົງ​ຮູ້ວ່າ ຂ້ານ້ອຍ​ບໍ່ມີ​ຄວາມຜິດ​ຫຍັງ​ແລະ​ຂ້ານ້ອຍ​ກໍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ຕໍ່​ທ່ານ.”</verse>
				<verse number="23">ກະສັດ​ມີ​ຄວາມ​ຊົມຊື່ນ​ຍິນດີ​ທີ່ສຸດ ຈຶ່ງ​ສັ່ງ​ໃຫ້​ດຶງ​ດານີເອນ​ຂຶ້ນ​ມາ​ຈາກ​ຖໍ້າ. ສະນັ້ນ ພວກເຂົາ​ຈຶ່ງ​ດຶງ​ເອົາ​ດານີເອນ​ຂຶ້ນ​ມາ ແລະ​ເຫັນ​ວ່າ​ເພິ່ນ​ບໍ່ໄດ້​ຖືກ​ທຳຮ້າຍ​ແຕ່​ຢ່າງໃດ ເພາະ​ເພິ່ນ​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຂອງເພິ່ນ.</verse>
				<verse number="24">ແລ້ວ​ກະສັດ​ກໍ​ອອກ​ຄຳສັ່ງ​ໃຫ້​ຈັບ​ຊາຍ​ທັງໝົດ​ທີ່​ຟ້ອງ​ດານີເອນ ແລະ​ໃຫ້​ໂຍນ​ພວກເຂົາ​ທັງ​ເມຍ​ແລະ​ລູກໆ​ລົງ​ໄປ​ໃນ​ຖໍ້າ​ສິງ. ຝູງ​ສິງ​ໄດ້​ໂດດ​ຄຸບ​ກິນ​ພວກເຂົາ ແລະ​ຫັກ​ກະດູກ​ທຸກຄົນ​ກ່ອນ​ທີ່​ພວກເຂົາ​ຕົກລົງ​ເຖິງ​ພື້ນ​ຖໍ້າ.</verse>
				<verse number="25">ແລ້ວ​ກະສັດ​ດາຣິອຸດ​ກໍໄດ້​ຂຽນ​ຂໍ້ຄວາມ​ສົ່ງ​ໄປ​ເຖິງ​ປະຊາຊົນ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ໃນ​ແຜ່ນດິນ​ໂລກ​ວ່າ: “ຂໍ​ຄວາມສຸກ​ສຳລານ ຈົ່ງ​ມີ​ແກ່​ທ່ານ​ທັງຫລາຍ​ເທີ້ນ</verse>
				<verse number="26">ເຮົາ​ຂໍ​ສັ່ງ​ໃຫ້​ທຸກຄົນ​ທົ່ວ​ອານາຈັກ​ຂອງເຮົາ ຈົ່ງ​ເຄົາຣົບ​ຢຳເກງ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ດານີເອນ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ແລະ​ພຣະອົງ​ປົກຄອງ​ຕະຫລອດໄປ; ອານາຈັກ​ຂອງ​ພຣະອົງ​ຈະ​ບໍ່​ຖືກ​ທຳລາຍ​ເລີຍ ຣິດອຳນາດ​ຂອງ​ພຣະອົງ​ຈະ​ບໍ່​ສູນສິ້ນໄປ​ຈັກເທື່ອ.</verse>
				<verse number="27">ພຣະອົງ​ເປັນ​ພຣະ​ຜູ້ຊ່ວຍ ແລະ​ກອບກູ້​ເອົາ​ຊີວິດ​ເຮົາ ພຣະອົງ​ກະທຳ​ສິ່ງ​ໜ້າງຶດງໍ້​ແລະ​ການ​ອັດສະຈັນ​ທັງສິ້ນ ໃນ​ສະຫວັນ​ແລະ​ໃນ​ແຜ່ນດິນ​ໂລກ​ກໍດີ ພຣະອົງ​ຊ່ວຍ​ດານີເອນ​ໃຫ້​ພົ້ນ​ຈາກ​ຝູງ​ສິງ​ໄດ້.”</verse>
				<verse number="28">ຕໍ່ມາ ດານີເອນ​ໄດ້​ຮັບ​ຕຳແໜ່ງ​ອັນ​ສຳຄັນ​ຫລາຍ ໃນ​ຣາຊການ​ຂອງ​ກະສັດ​ດາຣິອຸດ ແລະ​ໃນ​ຣາຊການ​ຂອງ​ກະສັດ​ໄຊຣັດ​ຄົນ​ເປີເຊຍ.</verse>
			</chapter>
			<chapter number="7">
				<verse number="1">ໃນ​ປີ​ທຳອິດ​ແຫ່ງ​ຣາຊການ​ຂອງ​ເຈົ້າ​ເບັນຊັດຊາເຣ ກະສັດ​ແຫ່ງ​ບາບີໂລນ ຂ້າພະເຈົ້າ​ໄດ້​ຝັນ ແລະ​ເຫັນ​ນິມິດ​ໃນ​ເວລາ​ກາງຄືນ. ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ບັນທຶກ​ຄວາມຝັນ​ນັ້ນ​ໄວ້ ແລະ​ຕໍ່ໄປນີ້​ແມ່ນ​ບັນທຶກ​ຂອງ​ຄວາມຝັນ</verse>
				<verse number="2">ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ໃນ​ຄືນ​ນັ້ນ: ໄດ້​ມີ​ລົມ​ພັດ​ມາ​ຈາກ​ທຸກ​ທິດ ຕີ​ໜ້າ​ນໍ້າ​ມະຫາສະໝຸດ​ໃຫ້​ເປັນ​ຟອງ.</verse>
				<verse number="3">ແລ້ວ​ກໍ​ມີ​ສັດ​ໃຫຍ່​ສີ່​ໂຕ​ຂຶ້ນ​ມາ​ຈາກ​ມະຫາສະໝຸດ​ນັ້ນ ສັດ​ແຕ່ລະ​ໂຕ​ມີ​ຮູບຮ່າງ​ແຕກຕ່າງ​ກັນ.</verse>
				<verse number="4">ໂຕ​ທຳອິດ​ເບິ່ງ​ຄ້າຍ​ຄື​ສິງ ແຕ່​ມີ​ປີກ​ເໝືອນ​ນົກອິນຊີ. ໃນ​ຂະນະທີ່​ຂ້າພະເຈົ້າ​ຫລຽວ​ເບິ່ງ​ຢູ່​ນັ້ນ ປີກ​ຂອງ​ມັນ​ກໍ​ຖືກ​ຫລົກ​ອອກ. ສັດ​ໂຕ​ນັ້ນ​ຖືກ​ຍົກ​ຂຶ້ນ ແລະ​ໃຫ້​ຢືນ​ຢູ່​ເໝືອນ​ຄົນ. ແລ້ວ​ມັນ​ກໍໄດ້​ຮັບ​ຈິດໃຈ​ດັ່ງ​ມະນຸດ.</verse>
				<verse number="5">ສັດ​ໂຕ​ທີ​ສອງ​ເບິ່ງ​ຄ້າຍ​ຄື​ໝີ ທີ່​ກຳລັງ​ຢືນ​ຢູ່​ດ້ວຍ​ຂາ​ຫລັງ​ຂອງ​ມັນ. ປາກ​ມັນ​ຄາບ​ກະດູກ​ສາມ​ຊີກ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ບອກ​ມັນ​ວ່າ, “ຈົ່ງ​ກິນ​ຊີ້ນ​ຕໍ່ໄປ​ໃຫ້​ຫລາຍໆ.”</verse>
				<verse number="6">ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ຫລຽວເບິ່ງ​ຢູ່​ນັ້ນ ກໍ​ມີ​ສັດ​ອີກ​ໂຕໜຶ່ງ​ປາກົດ​ຂຶ້ນ​ມາ. ສັດ​ໂຕ​ນີ້​ເບິ່ງ​ຄ້າຍ​ຄື​ເສືອດາວ ແຕ່​ເທິງ​ຫລັງ​ມີ​ສີ່​ປີກ​ເໝືອນ​ປີກ​ນົກ ແລະ​ມີ​ສີ່​ຫົວ. ມັນ​ໄດ້​ຮັບ​ສິດ​ອຳນາດ​ແຫ່ງ​ການ​ເປັນໃຫຍ່.</verse>
				<verse number="7">ໃນ​ຂະນະທີ່ ຂ້າພະເຈົ້າ​ກຳລັງ​ເຝົ້າເບິ່ງ​ຢູ່​ນັ້ນ ກໍ​ມີ​ສັດ​ໂຕ​ທີ​ສີ່​ປາກົດ​ຂຶ້ນ​ມາ. ມັນ​ມີ​ອຳນາດ​ຫລາຍ​ທັງ​ເປັນ​ຕາຢ້ານ ແລະ​ຮ້າຍກາດ. ດ້ວຍ​ແຂ້ວ​ເຫຼັກ​ຂະໜາດ​ໃຫຍ່​ນັ້ນ ມັນ​ໄດ້​ຫຍໍ້າ​ກິນ​ສິ່ງ​ທີ່​ເປັນ​ເຫຍື່ອ​ຂອງ​ມັນ ແລະ​ທັງ​ຢຽບຢໍ່າ​ຖິ້ມ. ມັນ​ມີ​ສິບ​ເຂົາ​ແລະ​ບໍ່​ເໝືອນ​ກັບ​ສັດ​ອື່ນໆ.</verse>
				<verse number="8">ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ຈ້ອງເບິ່ງ​ເຂົາ​ເຫຼົ່ານັ້ນ ຂ້າພະເຈົ້າ​ກໍ​ເຫັນ​ເຂົາ​ນ້ອຍໆ​ອັນ​ໜຶ່ງ​ປົ່ງ​ອອກ​ມາ​ຈາກ​ເຂົາ​ທັງໝົດ ແລະ​ເຮັດ​ໃຫ້​ເຂົາ​ສາມ​ອັນ​ໃນ​ນັ້ນ​ຫລ່ອນ​ອອກ. ເຂົາ​ນ້ອຍ​ນີ້​ມີ​ຕາ​ເໝືອນ​ມະນຸດ ແລະ​ມີ​ປາກ​ເວົ້າ​ຄູຍໂມ້​ໂອ້ອວດ​ຢ່າງ​ຈອງຫອງ.</verse>
				<verse number="9">ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ເບິ່ງ​ຢູ່​ນັ້ນ ກໍ​ມີ​ບັນລັງ​ຫລາຍ​ອັນ​ໄດ້​ຖືກ​ນຳ​ມາ​ຕັ້ງ​ໄວ້. ເພິ່ນ​ຜູ້​ມີ​ຊີວິດ​ຢູ່​ຕະຫລອດໄປ ໄດ້​ນັ່ງ​ຢູ່​ເທິງ​ບັນລັງ​ອັນ​ໜຶ່ງ​ໃນ​ຈຳນວນ​ບັນລັງ​ເຫຼົ່ານີ້. ເຄື່ອງນຸ່ງ​ຂອງເພິ່ນ​ຂາວ​ເໝືອນ​ຫິມະ ຜົມ​ຂອງເພິ່ນ​ເໝືອນ​ຂົນແກະ​ບໍຣິສຸດ​ຜຸດຜ່ອງ. ບັນລັງ​ຂອງເພິ່ນ​ທີ່​ຢູ່​ເທິງ​ລໍ້​ກໍ​ເປັນ​ໄຟ​ລຸກ​ໄໝ້​ຢູ່​</verse>
				<verse number="10">ແລະ​ມີ​ແປວໄຟ​ຟົ້ງ​ອອກ​ຈາກ​ທີ່​ນັ້ນ. ມີ​ຫລາຍ​ພັນ​ຄົນ​ບົວລະບັດ​ຮັບໃຊ້​ເພິ່ນ​ຢູ່​ທີ່​ນັ້ນ ແລະ​ມີ​ຫລາຍ​ລ້ານ​ຄົນ​ຢືນ​ຢູ່​ຊ້ອງໜ້າ​ເພິ່ນ. ສານ​ເລີ່ມ​ການ​ພິພາກສາ ແລະ​ໜັງສື​ຕ່າງໆ​ກໍ​ຖືກ​ເປີດ​ອອກ.</verse>
				<verse number="11">ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ເບິ່ງ​ຢູ່​ນັ້ນ ກໍ​ໄດ້​ຍິນ​ສຽງ​ຂອງ​ເຂົາ​ນ້ອຍ​ເວົ້າ​ຄຸຍໂມ້ ແລະ​ໂອ້ອວດ​ຂຶ້ນ. ເມື່ອ​ຂ້າພະເຈົ້າ​ເຝົ້າເບິ່ງ​ຢູ່ ສັດ​ໂຕ​ທີ​ສີ່​ໄດ້​ຖືກ​ຂ້າ ແລະ​ຊາກສົບ​ຂອງ​ມັນ​ກໍ​ຖືກ​ໂຍນ​ໃສ່​ໄຟ ເພື່ອ​ທຳລາຍ​ຖິ້ມ.</verse>
				<verse number="12">ສ່ວນ​ສັດ​ໂຕ​ອື່ນໆ​ກໍ​ຖືກ​ປົດ​ອອກ​ຈາກ​ອຳນາດ; ແຕ່​ພວກ​ມັນ​ໄດ້​ຮັບ​ອະນຸຍາດ​ໃຫ້​ມີ​ຊີວິດ​ຢູ່​ຕໍ່ໄປ.</verse>
				<verse number="13">ໃນ​ເວລາ​ກາງຄືນ​ລະຫວ່າງ​ເກີດ​ນິມິດ​ນີ້ ຂ້າພະເຈົ້າ​ໄດ້​ເຫັນ​ຜູ້ໜຶ່ງ​ມີ​ຮູບຮ່າງ​ເໝືອນ​ມະນຸດ. ເພິ່ນ​ຫຍັບ​ເຂົ້າ​ມາ​ໃກ້​ຂ້າພະເຈົ້າ ເພິ່ນ​ມາ​ເທິງ​ເມກ​ໃນ​ສະຫວັນ ແລະ​ເພິ່ນ​ໄດ້​ໄປ​ຫາ​ຜູ້​ມີ​ຊີວິດ​ຢູ່​ຕະຫລອດໄປ ແລະ​ເຂົ້າ​ເຝົ້າ​ເພິ່ນ.</verse>
				<verse number="14">ເພິ່ນ​ໄດ້​ຮັບ​ສິດ​ອຳນາດ, ກຽດຕິຍົດ ແລະ​ອຳນາດ​ແຫ່ງ​ການ​ເປັນໃຫຍ່ ຈົນ​ວ່າ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ໄດ້​ຮັບໃຊ້​ເພິ່ນ. ສິດ​ອຳນາດ​ຂອງ​ເພິ່ນ​ຈະ​ດຳລົງ​ຢູ່​ຕະຫລອດໄປ ແລະ​ອານາຈັກ​ຂອງ​ເພິ່ນ​ກໍ​ຈະ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.</verse>
				<verse number="15">ນິມິດ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ນັ້ນ​ເຮັດ​ໃຫ້​ຂ້າພະເຈົ້າ​ຕື່ນ​ຕົກໃຈ ແລະ​ຂ້າພະເຈົ້າ​ກໍ​ເປັນທຸກໃຈ​ທີ່ສຸດ.</verse>
				<verse number="16">ຂ້າພະເຈົ້າ​ຈຶ່ງ​ຂຶ້ນ​ໄປ​ຫາ​ທ່ານ​ຜູ້ໜຶ່ງ​ທີ່​ຢືນ​ຢູ່​ທີ່​ນັ້ນ ແລະ​ຂໍຮ້ອງ​ເພິ່ນ​ໃຫ້​ອະທິບາຍ​ເລື່ອງ​ທັງໝົດ​ນີ້. ສະນັ້ນ ເພິ່ນ​ຈຶ່ງ​ບອກ​ຄວາມໝາຍ​ແກ່​ຂ້າພະເຈົ້າ.</verse>
				<verse number="17">ເພິ່ນ​ບອກ​ວ່າ, “ສັດ​ໃຫຍ່​ສີ່​ໂຕ​ເຫຼົ່ານີ້ ແມ່ນ​ອານາຈັກ​ທັງ​ສີ່ ທີ່​ຈະ​ເກີດຂຶ້ນ​ໃນ​ແຜ່ນດິນ​ໂລກ.</verse>
				<verse number="18">ປະຊາຊົນ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ຈະ​ໄດ້​ຮັບ​ອຳນາດ​ແຫ່ງ​ກະສັດ ແລະ​ຈະ​ຮັກສາ​ອຳນາດ​ນັ້ນ​ໄວ້​ໄດ້​ຕະຫລອດໄປ.”</verse>
				<verse number="19">ແລ້ວ​ຂ້າພະເຈົ້າ​ກໍ​ສົນໃຈ​ຢາກ​ຮູ້​ເລື່ອງ​ຕື່ມ​ກ່ຽວກັບ​ສັດ​ໂຕ​ທີ​ສີ່ ຊຶ່ງ​ບໍ່​ເໝືອນ​ກັບ​ສັດ​ໂຕ​ອື່ນໆ ມັນ​ເປັນ​ສັດ​ທີ່​ໜ້າຢ້ານ​ທີ່ສຸດ ຊຶ່ງ​ມີ​ເລັບ​ທອງສຳຣິດ ແລະ​ມີ​ແຂ້ວ​ເຫຼັກ. ມັນ​ຫຍໍ້າ​ກິນ​ແລະ​ຢຽບຢໍ່າ​ທຳລາຍ​ເຫຍື່ອ​ຂອງ​ມັນ.</verse>
				<verse number="20">ຂ້າພະເຈົ້າ​ຢາກ​ຮູ້​ກ່ຽວກັບ​ສິບ​ເຂົາ​ທີ່​ຢູ່​ເທິງ​ຫົວ​ຂອງ​ມັນ ແລະ​ເຂົາ​ອັນ​ໜຶ່ງ​ທີ່​ປົ່ງ​ຊ້ອນ​ອອກ​ມາ​ຕາມ​ຫລັງ ຊຶ່ງ​ເຮັດ​ໃຫ້​ສາມ​ເຂົາ​ຫລ່ອນ​ອອກ​ນັ້ນ. ເຂົາ​ອັນ​ນີ້​ມີ​ຕາ ແລະ​ມີ​ປາກ​ເວົ້າ​ຄູຍ​ໂອ້ອວດ​ຢ່າງ​ຈອງຫອງ. ມັນ​ເປັນ​ໜ້າເກງກົວ​ຫລາຍກວ່າ​ເຂົາ​ອື່ນໆ.</verse>
				<verse number="21">ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ຫລຽວເບິ່ງ​ຢູ່​ນັ້ນ ເຂົາ​ອັນ​ນັ້ນ​ກໍໄດ້​ຮົບເສິກ​ກັບ​ປະຊາຊົນ​ຂອງ​ພຣະເຈົ້າ ແລະ​ໄດ້​ຮັບ​ໄຊຊະນະ.</verse>
				<verse number="22">ແລ້ວ​ອົງ​ຊົງ​ພຣະຊົນຢູ່​ຕະຫລອດໄປ ກໍ​ໄດ້ມາ​ປະກາດ​ຕັດສິນ​ເຂົ້າ​ຂ້າງ ປະຊາຊົນ​ຂອງ​ພຣະເຈົ້າ​ອົງ​ສູງສຸດ. ເວລາ​ຂອງ​ປະຊາຊົນ​ຂອງ​ພຣະເຈົ້າ ທີ່​ຕ້ອງ​ຮັບ​ອຳນາດ​ແຫ່ງ​ກະສັດ​ໄດ້​ມາ​ເຖິງ​ແລ້ວ.</verse>
				<verse number="23">ຕໍ່ໄປນີ້ ແມ່ນ​ການ​ແກ້​ຄວາມຝັນ​ທີ່​ຂ້າພະເຈົ້າ​ໄດ້​ຮັບ ດັ່ງນີ້: ສັດ​ໂຕ​ທີ​ສີ່​ແມ່ນ​ຈັກກະພົບ​ທີ​ສີ່​ທີ່​ຈະ​ເກີດຂຶ້ນ​ເທິງ​ແຜ່ນດິນ​ໂລກ ແລະ​ຈະ​ແຕກຕ່າງ​ຈາກ​ຈັກກະພົບ​ອື່ນໆ​ທັງປວງ. ມັນ​ຈະ​ຢຽບຢໍ່າ​ທຳລາຍ​ແຜ່ນດິນ​ໂລກ​ທັງໝົດ​ໃຫ້​ໝຸ່ນ.</verse>
				<verse number="24">ສິບ​ເຂົາ​ນັ້ນ​ແມ່ນ​ກະສັດ​ສິບ​ຄົນ​ທີ່​ຈະ​ປົກຄອງ​ຈັກກະພົບ​ນັ້ນ. ແລ້ວ​ຈະ​ມີ​ກະສັດ​ອີກ​ອົງ​ໜຶ່ງ​ປາກົດ​ຕົວ​ຂຶ້ນ; ກະສັດ​ຄົນ​ນີ້​ຈະ​ແຕກຕ່າງ​ຈາກ​ກະສັດ​ຄົນ​ກ່ອນ​ຫລາຍ ແລະ​ເພິ່ນ​ຈະ​ໂຄ່ນລົ້ມ​ກະສັດ​ສາມ​ຄົນ​ນັ້ນ​ເສຍ.</verse>
				<verse number="25">ເພິ່ນ​ຈະ​ເວົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ສູງສຸດ ແລະ​ຈະ​ຂົ່ມເຫັງ​ປະຊາຊົນ​ຂອງ​ພຣະເຈົ້າ. ເພິ່ນ​ຈະ​ພະຍາຍາມ​ປ່ຽນແປງ​ກົດໝາຍ ແລະ​ວັນ​ສະຫລອງ​ຕ່າງໆ​ທາງ​ສາສະໜາ ແລະ​ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ເປັນ​ເວລາ​ສາມ​ປີ​ເຄິ່ງ.</verse>
				<verse number="26">ແລ້ວ​ສານ​ແຫ່ງ​ສະຫວັນ​ກໍ​ຈະ​ພິພາກສາ​ເພິ່ນ, ຈະ​ຖອນ​ອຳນາດ​ຂອງ​ເພິ່ນ ແລະ​ຈະ​ທຳລາຍ​ເພິ່ນ​ຈົນ​ໝົດສິ້ນ.</verse>
				<verse number="27">ອຳນາດ​ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ອານາຈັກ​ທັງໝົດ​ໃນ​ແຜ່ນດິນ​ໂລກ​ນັ້ນ ຈະ​ຖືກ​ມອບ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະເຈົ້າ​ອົງ​ສູງສຸດ. ອຳນາດ​ແຫ່ງ​ກະສັດ​ຂອງ​ພວກເຂົາ​ຈະ​ບໍ່​ສິ້ນສຸດ​ໄປ ແລະ​ບັນດາ​ຜູ້ປົກຄອງ​ທັງໝົດ​ທີ່​ເທິງ​ແຜ່ນດິນ​ໂລກ​ຈະ​ຮັບໃຊ້​ແລະ​ເຊື່ອຟັງ​ພວກເຂົາ.</verse>
				<verse number="28">ນີ້​ແມ່ນ​ບົດ​ສຸດທ້າຍ​ຂອງ​ເລື່ອງ. ຂ້າພະເຈົ້າ​ຕົກໃຈ​ຢ້ານກົວ​ຈົນ​ໜ້າຊີດ​ໄປ ແຕ່​ຂ້າພະເຈົ້າ​ກໍ​ຍັງ​ຈື່ຈຳ​ເລື່ອງລາວ​ທັງໝົດ​ນີ້​ໄວ້​ໄດ້.</verse>
			</chapter>
			<chapter number="8">
				<verse number="1">ໃນ​ປີ​ທີ​ສາມ​ທີ່​ເບັນຊັດຊາເຣ​ເປັນ​ກະສັດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ເປັນ​ເທື່ອ​ທີ​ສອງ.</verse>
				<verse number="2">ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ເຫັນ​ໃນທັນໃດ​ວ່າ​ຕົນເອງ​ຢູ່​ໃນ​ເມືອງ​ຊູຊາ ເປັນ​ເມືອງ​ທີ່​ມີ​ກຳແພງ​ອ້ອມຮອບ​ໃນ​ແຂວງ​ເອລາມ. ຂ້າພະເຈົ້າ​ກຳລັງ​ຢືນ​ຢູ່​ໃກ້​ແມ່ນໍ້າ​ອູລາຍ</verse>
				<verse number="3">ແລະ​ຂ້າພະເຈົ້າ​ໄດ້​ເງີຍໜ້າ​ຂຶ້ນ ແລະ​ໄດ້ເຫັນ​ແກະເຖິກ​ໂຕໜຶ່ງ​ທີ່​ມີ​ເຂົາ​ສອງ​ເຂົາ ເຂົາ​ທັງສອງ​ສູງ; ແຕ່​ເຂົາໜຶ່ງ​ສູງກວ່າ​ອີກ​ເຂົາໜຶ່ງ ແລະ​ເຂົາ​ທີ່​ສູງ​ນັ້ນ​ປົ່ງ​ມາ​ຕາມຫຼັງ.</verse>
				<verse number="4">ຂ້າພະເຈົ້າ​ເຫັນ​ແກະ​ນັ້ນ​ຊິດ​ເຂົາ​ໄປ​ທາງ​ທິດ​ຕາເວັນຕົກ, ທາງທິດເໜືອ ແລະ​ທາງທິດໃຕ້. ບໍ່ມີ​ສັດ​ໂຕ​ໃດ​ທີ່​ຕ້ານທານ ຫລື​ໜີໄປ​ພົ້ນ​ຈາກ​ອຳນາດ​ຂອງ​ມັນ​ໄດ້. ມັນ​ເຮັດ​ຕາມໃຈ​ແລະ​ມັກໃຫຍ່​ໃຝ່ສູງ.</verse>
				<verse number="5">ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ຄິດເຖິງ​ສິ່ງ​ທີ່​ໄດ້​ເຫັນ​ຢູ່​ນັ້ນ ກໍ​ມີ​ແບ້​ໂຕໜຶ່ງ​ແລ່ນ​ໄວ​ທີ່ສຸດ​ຈົນ​ຕີນ​ຫວິດ​ດິນ ມາ​ຈາກ​ທິດ​ຕາເວັນຕົກ. ມັນ​ມີ​ເຂົາ​ສຳຄັນ​ເຂົາ​ໜຶ່ງ​ຢູ່​ລະຫວ່າງ​ຕາ​ສອງ​ເບື້ອງ.</verse>
				<verse number="6">ມັນ​ມາ​ຫາ​ແກະ​ໂຕ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ຢືນ​ຢູ່​ແຄມ​ແມ່ນໍ້າ​ນັ້ນ ແລະ​ແລ່ນ​ເຂົ້າ​ຊົນ​ແກະ​ໂຕ​ນັ້ນ​ຈົນ​ໝົດແຮງ​ຂອງມັນ.</verse>
				<verse number="7">ສ່ວນ​ຂ້າພະເຈົ້າ​ກໍ​ຊອມເບິ່ງ​ມັນ​ຊົນ​ແກະ​ໂຕ​ນີ້​ຢູ່. ແບ້​ໂຫດຮ້າຍ​ຫລາຍ ແລະ​ທຸ້ມ​ແຮງ​ທັງໝົດ​ຊົນ​ແກະ ຈົນ​ເຂົາ​ທັງສອງ​ຂອງ​ແກະ​ຫັກ​ໄປ. ຝ່າຍ​ແກະ​ບໍ່ມີ​ແຮງ​ຕ້ານທານ​ມັນ​ໄດ້. ມັນ​ຖືກ​ແບ້​ຊິດ​ລົ້ມລົງ​ດິນ ແລະ​ຖືກ​ຢຽບຢໍ່າ ແລະ​ບໍ່ມີ​ຜູ້ໃດ​ຊ່ວຍ​ແກະ​ໃຫ້​ພົ້ນ​ໄດ້.</verse>
				<verse number="8">ຝ່າຍ​ແບ້​ກໍ​ຍິ່ງ​ມີ​ຄວາມ​ເຍີ້ຍິ່ງ​ຈອງຫອງ​ຫລາຍ​ຂຶ້ນ ແລ້ວ​ໃນ​ເວລາ​ທີ່​ມັນ​ມີ​ອຳນາດ​ແຂງ​ຫລາຍ​ນັ້ນ ເຂົາ​ຂອງ​ມັນ​ໄດ້​ຫັກ​ອອກ, ແຕ່​ມີ​ສີ່​ເຂົາ​ທີ່​ສຳຄັນ​ໄດ້​ປົ່ງ​ອອກ​ມາ​ແທນ ແຕ່ລະ​ເຂົາ​ກໍ​ຊີ້​ໄປ​ທິດທາງ​ຕ່າງກັນ.</verse>
				<verse number="9">ແລ້ວ​ກໍ​ມີ​ເຂົານ້ອຍ​ອັນ​ໜຶ່ງ​ປົ່ງ​ອອກ​ມາ​ຈາກ​ເຂົາ​ອັນ​ໜຶ່ງ​ໃນ​ສີ່​ເຂົາ​ນີ້ ມັນ​ໄດ້​ສະແດງ​ອຳນາດ​ຂອງມັນ​ໄປ​ທາງ​ທິດໃຕ້​ແລະ​ທິດ​ຕາເວັນອອກ ແລະ​ໄປ​ສູ່​ດິນແດນ​ແຫ່ງ​ພຣະສັນຍາ.</verse>
				<verse number="10">ມັນ​ແຂງແຮງ​ພໍ​ທີ່​ຈະ​ໂຈມຕີ​ກອງທັບ​ແຫ່ງ​ຟ້າສະຫວັນ ຄື​ຕາເວັນ, ເດືອນ, ດວງດາວ​ຕ່າງໆ​ນັ້ນ​ເອງ; ແລະ​ມັນ​ໄດ້​ໂຍນ​ດວງດາວ​ບາງ​ກຸ່ມ​ເຫຼົ່ານັ້ນ ລົງ​ມາ​ສູ່​ດິນ​ແລ້ວ​ຢຽບ​ຖິ້ມ.</verse>
				<verse number="11">ມັນ​ໂຈມຕີ​ແມ່ນແຕ່​ກອງທັບ​ແຫ່ງ​ຟ້າສະຫວັນ ໂດຍ​ຫ້າມປາມ​ບໍ່​ໃຫ້​ຜູ້ໃດ​ນຳ​ເຄື່ອງ​ເຜົາບູຊາ​ປະຈຳວັນ​ມາ​ຖວາຍ​ແກ່​ກອງທັບ ແລະ​ທັງ​ທຳລາຍ​ມ້າງເພ​ພຣະວິຫານ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="12">ປະຊາຊົນ​ໄດ້​ເຮັດ​ບາບ​ແທນ​ການ​ເຜົາບູຊາ​ປະຈຳວັນ ແລະ​ປະຖິ້ມ​ຄວາມຈິງ​ແຫ່ງ​ສາສະໜາ. ເຂົາ​ອັນ​ນີ້​ໄດ້​ກະທຳ​ທຸກສິ່ງ​ເປັນ​ຜົນ​ສຳເລັດ.</verse>
				<verse number="13">ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ເທວະດາ​ສອງ​ຕົນ​ຖາມ​ກັນ​ວ່າ, “ສິ່ງ​ທີ່​ເກີດຂຶ້ນ​ໃນ​ນິມິດ​ນີ້​ຈະ​ສືບ​ຕໍ່ໄປ​ອີກ​ດົນນານ​ປານໃດ? ການບາບ​ອັນ​ຊົ່ວຮ້າຍ​ແທນ​ການເຜົາ​ເຄື່ອງບູຊາ​ປະຈຳວັນ ຈະ​ມີ​ຢູ່​ດົນ​ປານໃດ? ກອງທັບ​ແຫ່ງ​ສະຫວັນ​ແລະ​ພຣະວິຫານ ຈະ​ຖືກ​ຢຽບຢໍ່າ​ທຳລາຍ​ຢູ່​ດົນນານ​ປານໃດ?”</verse>
				<verse number="14">ຂ້າພະເຈົ້າ​ໄດ້ຍິນ​ເທວະດາ​ອີກ​ຕົນ​ໜຶ່ງ​ຕອບ​ວ່າ, “ເຫດການ​ນີ້​ຈະ​ດຳເນີນ​ຕໍ່ໄປ​ເປັນ​ເວລາ 1.150 ວັນ ໃນ​ລະຫວ່າງ​ນີ້​ຈະ​ບໍ່ມີ​ການຖວາຍ​ເຄື່ອງບູຊາ​ຍາມ​ແລງ ແລະ​ຍາມ​ເຊົ້າ. ແລ້ວ​ພຣະວິຫານ​ກໍ​ຈະ​ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່.”</verse>
				<verse number="15">ຂ້າພະເຈົ້າ​ພະຍາຍາມ​ເຂົ້າໃຈ​ຄວາມໝາຍ​ຂອງ​ນິມິດ ແລະ​ທັນໃດນັ້ນ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ຢືນ​ຢູ່​ຕໍ່ໜ້າ​ຂ້າພະເຈົ້າ.</verse>
				<verse number="16">ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ຮ້ອງ​ມາ​ແຕ່​ທາງ​ແມ່ນໍ້າ​ອູລາຍ​ວ່າ, “ຄັບຣີເອນ​ເອີຍ ຈົ່ງ​ອະທິບາຍ​ຄວາມໝາຍ​ຂອງ​ສິ່ງ​ທີ່​ລາວ​ໄດ້​ເຫັນ​ນັ້ນ ໃຫ້​ລາວ​ຮູ້​ແດ່.”</verse>
				<verse number="17">ຄັບຣີເອນ​ຈຶ່ງ​ມາ​ຢືນ​ຢູ່​ທີ່​ຂ້າງ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ຕົກໃຈ​ຫລາຍ​ຈົນ​ລົ້ມລົງ​ກັບ​ພື້ນດິນ. ຄັບຣີເອນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ເຂົ້າໃຈ​ຄວາມໝາຍ​ເຖີດ. ນິມິດ​ນັ້ນ​ເປັນ​ຈຸດ​ຊີ້ບອກ​ການ​ສິ້ນສຸດ​ຂອງ​ໂລກ.”</verse>
				<verse number="18">ໃນ​ຂະນະທີ່​ຄັບຣີເອນ​ກຳລັງ​ເວົ້າ​ຢູ່​ນັ້ນ ຂ້າພະເຈົ້າ​ກໍ​ໝົດ​ສະຕິໄປ ແລະ​ສະຫລົບ​ລົ້ມລົງ​ກັບ​ບ່ອນ, ແຕ່​ເພິ່ນ​ໄດ້​ໂຊມ​ຂ້າພະເຈົ້າ​ລຸກຢືນຂຶ້ນ</verse>
				<verse number="19">ແລະ​ກ່າວ​ວ່າ, “ເຮົາ​ກຳລັງ​ຈະ​ສະແດງ​ຜົນ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ໃຫ້​ເຈົ້າ​ເຫັນວ່າ​ເປັນ​ຢ່າງໃດ. ນິມິດ​ນັ້ນ​ແມ່ນ​ກ່ຽວກັບ​ເລື່ອງ​ເວລາ​ແຫ່ງ​ການ​ສິ້ນສຸດ.</verse>
				<verse number="20">ສ່ວນ​ແກະ​ທີ່​ມີ​ສອງ​ເຂົາ ຊຶ່ງ​ເຈົ້າ​ເຫັນ​ນັ້ນ ໝາຍເຖິງ​ອານາຈັກ​ເມເດຍ ແລະ​ເປີເຊຍ.</verse>
				<verse number="21">ສ່ວນ​ແບ້​ນັ້ນ​ໝາຍ​ເຖິງ​ອານາຈັກ​ກຣີກ ແລະ​ເຂົາ​ສຳຄັນ​ຢູ່​ລະຫວ່າງ​ຕາ​ຂອງ​ມັນ​ນັ້ນ ໝາຍ​ເຖິງ​ກະສັດ​ຄົນ​ທຳອິດ.</verse>
				<verse number="22">ເຂົາ​ທີ່​ປົ່ງ​ອອກ​ມາ​ແທນ​ເຂົາ​ທຳອິດ​ທີ່​ຫັກ​ອອກ​ນັ້ນ ໝາຍ​ເຖິງ​ອານາຈັກ​ທັງ​ສີ່​ທີ່​ຈະ​ເກີດຂຶ້ນ​ຈາກ​ຊົນຊາດ​ນັ້ນ ແຕ່​ຈະ​ບໍ່​ເຂັ້ມແຂງ​ດັ່ງ​ອານາຈັກ​ທຳອິດ.</verse>
				<verse number="23">ເມື່ອ​ອານາຈັກ​ເຫຼົ່ານີ້​ໃກ້​ຈະ​ສິ້ນສຸດ​ລົງ ຄວາມ​ຊົ່ວຮ້າຍ​ຈະ​ມີ​ຫລາຍ​ທີ່ສຸດ ຈົນ​ຖືກ​ລົງໂທດ ແລ້ວ​ກໍ​ຈະ​ມີ​ກະສັດ​ຫົວດື້, ໂຫດຮ້າຍ ແລະ​ສໍ້ໂກງ​ຄົນ​ໜຶ່ງ​ປາກົດ​ຂຶ້ນ​ມາ.</verse>
				<verse number="24">ກະສັດ​ອົງ​ນີ້​ຈະ​ເຂັ້ມແຂງ​ຂຶ້ນ ແຕ່​ບໍ່ແມ່ນ​ດ້ວຍ​ອຳນາດ​ຂອງ​ຕົນເອງ. ລາວ​ຈະ​ເຮັດ​ໃຫ້​ທຸກສິ່ງ​ເກີດ​ຄວາມພິນາດ​ຢ່າງ​ໜ້າຢ້ານກົວ ແລະ​ເຮັດ​ໃຫ້​ທຸກສິ່ງ​ສຳເລັດຜົນ. ລາວ​ຈະ​ທຳລາຍ​ຄົນ​ທີ່​ມີ​ອຳນາດ​ແລະ​ປະຊາຊົນ​ຂອງ​ພຣະເຈົ້າ.</verse>
				<verse number="25">ຍ້ອນ​ລາວ​ມີ​ຄວາມ​ສະຫລາດ​ແກມໂກງ ລາວ​ຈຶ່ງ​ສໍ້ໂກງ​ຄົນອື່ນ. ລາວ​ຈະ​ອວດຕົວ​ຂຶ້ນ ແລະ​ທຳລາຍ​ປະຊາຊົນ​ຢ່າງ​ຫລວງຫລາຍ ໂດຍ​ບໍ່​ເຕືອນ​ໃຫ້​ຮູ້. ລາວ​ຈະ​ທ້າທາຍ​ແມ່ນແຕ່​ຈອມກະສັດ​ຜູ້​ຍິ່ງໃຫຍ່, ແຕ່​ລາວ​ຈະ​ຖືກ​ທຳລາຍ​ດ້ວຍ​ອຳນາດ​ທີ່​ບໍ່ໄດ້​ມາ​ຈາກ​ມະນຸດ.</verse>
				<verse number="26">ນິມິດ​ແຫ່ງ​ການ​ຖວາຍບູຊາ​ທັງ​ເຊົ້າ​ແລະ​ແລງ ທີ່​ໄດ້​ອະທິບາຍ​ແກ່​ເຈົ້າ​ນີ້​ເປັນ​ຄວາມຈິງ. ແຕ່​ບັດນີ້ ຂໍ​ໃຫ້​ເຈົ້າ​ຮັກສາ​ນິມິດ​ນີ້​ໄວ້​ເປັນຄວາມລັບ ເພາະ​ເວລາ​ທີ່​ຈະ​ເປັນ​ຄວາມຈິງ​ຂຶ້ນ​ມາ​ນັ້ນ​ກໍ​ຍັງ​ດົນນານ​ຢູ່.”</verse>
				<verse number="27">ໃນ​ເວລາ​ນັ້ນ ຂ້າພະເຈົ້າ​ກຸ້ມໃຈ​ຫລາຍ ແລະ​ເຈັບປ່ວຍ​ຢູ່​ເປັນ​ເວລາ​ຫລາຍ​ວັນ. ເມື່ອ​ໄຄ​ແດ່​ແລ້ວ ຂ້າພະເຈົ້າ​ກໍ​ລຸກ​ໄປ​ປະຕິບັດ​ພາລະກິດ ທີ່​ກະສັດ​ໄດ້​ມອບໝາຍ​ໃຫ້, ແຕ່​ຂ້າພະເຈົ້າ​ຍັງ​ງຶດງໍ້ ແລະ​ບໍ່​ເຂົ້າໃຈ​ໃນ​ນິມິດ​ນັ້ນ.</verse>
			</chapter>
			<chapter number="9">
				<verse number="1">ດາຣິອຸດ​ຄົນ​ເມເດຍ​ລູກຊາຍ​ຂອງ​ເຊເຊັດ ໄດ້​ປົກຄອງ​ອານາຈັກ​ບາບີໂລນ​ໃນ​ປີ​ທຳອິດ.</verse>
				<verse number="2">ຂ້າພະເຈົ້າ​ໄດ້​ເຂົ້າໃຈ​ຈຳນວນ​ປີ​ໃນ​ໜັງສື​ຕ່າງໆ​ທີ່​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ກັບ​ຜູ້ທຳນວາຍ​ເຢເຣມີຢາ​ວ່າ ນະຄອນ​ເຢຣູຊາເລັມ​ຕ້ອງ​ຕົກ​ໃນ​ສະພາບ​ຮົກຮ້າງ​ເພພັງ​ເປັນ​ເວລາ​ເຈັດສິບ​ປີ.</verse>
				<verse number="3">ຂ້າພະເຈົ້າ​ຕັ້ງໜ້າ​ພາວັນນາ​ອະທິຖານ​ຂໍ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ, ຖືສິນ​ອົດອາຫານ, ນຸ່ງ​ເສື້ອ​ຜ້າ​ກະສອບເຂົ້າ ແລະ​ນັ່ງ​ໃນ​ຂີ້ເຖົ່າ​ໄຟ.</verse>
				<verse number="4">ຂ້າພະເຈົ້າ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ ແລະ​ສາລະພາບ​ການບາບ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ຍິ່ງໃຫຍ່​ສູງສຸດ ແລະ​ພຣະເຈົ້າ​ທີ່​ໜ້າ​ຢຳເກງ​ຢ້ານກົວ. ພຣະອົງ​ເຮັດ​ຕາມ​ພັນທະສັນຍາ​ຂອງ​ພຣະອົງ ແລະ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຕໍ່​ຜູ້​ທີ່​ຮັກ​ພຣະອົງ ແລະ​ຕໍ່​ຜູ້​ທີ່​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="5">ພວກ​ຂ້ານ້ອຍ​ເຮັດ​ບາບ, ເຮັດ​ຊົ່ວ ແລະ​ເຮັດ​ຜິດ. ພວກ​ຂ້ານ້ອຍ​ບໍ່ໄດ້​ເຮັດ​ຕາມ​ທີ່​ພຣະອົງ​ສັ່ງ​ໃຫ້​ເຮັດ ແລະ​ໄດ້​ປະຕິເສດ​ສິ່ງ​ຖືກຕ້ອງ​ທີ່​ພຣະອົງ​ສຳແດງ​ໃຫ້​ເຫັນ.</verse>
				<verse number="6">ພວກ​ຂ້ານ້ອຍ​ບໍ່ໄດ້​ຍອມ​ຟັງ​ຜູ້ທຳນວາຍ ຄື​ຜູ້ຮັບໃຊ້​ຂອງ​ພຣະອົງ​ຜູ້​ທີ່​ເວົ້າ​ໃນ​ນາມ​ຂອງ​ພຣະອົງ​ຕໍ່​ບັນດາ​ກະສັດ​ບັນດາ​ຜູ້ປົກຄອງ ບັນດາ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ແລະ​ຊົນຊາດ​ທັງໝົດ​ຂອງ​ພວກ​ຂ້ານ້ອຍ.</verse>
				<verse number="7">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ກະທຳ​ໃນ​ສິ່ງ​ທີ່​ຍຸດຕິທຳ​ສະເໝີ; ແຕ່​ພວກ​ຂ້ານ້ອຍ​ໄດ້​ນຳ​ເອົາ​ແຕ່​ຄວາມ​ເສື່ອມເສຍ ມາ​ສູ່​ພວກ​ຂ້ານ້ອຍ​ເອງ​ຢູ່​ເລື້ອຍ. ດັ່ງ​ໃນ​ກໍລະນີ​ທີ່​ພວກ​ຂ້ານ້ອຍ​ທັງໝົດ​ຄື​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ, ໃນ​ນະຄອນ​ເຢຣູຊາເລັມ, ຕະຫລອດ​ທັງ​ຊາວ​ອິດສະຣາເອນ ທີ່​ພຣະອົງ​ໄດ້​ໃຫ້​ກະຈັດ​ກະຈາຍ​ໄປ​ໃນ​ປະເທດ​ໃກ້​ແລະ​ໄກ ຍ້ອນ​ພວກເຂົາ​ບໍ່​ສັດຊື່​ຕໍ່​ພຣະອົງ.</verse>
				<verse number="8">ຂ້າແດ່​ພຣະເຈົ້າຢາເວ ບັນດາ​ກະສັດ, ພວກ​ຜູ້ປົກຄອງ ແລະ​ພວກ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ໄດ້​ເຮັດ​ໃນ​ສິ່ງ​ທີ່​ໜ້າອັບອາຍ ແລະ​ເຮັດ​ບາບ​ຕໍ່ສູ້​ພຣະອົງ.</verse>
				<verse number="9">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ອົງ​ຊົງ​ເມດຕາ​ແລະ​ໃຫ້​ອະໄພ​ແກ່​ພວກ​ຂ້ານ້ອຍ ເຖິງ​ແມ່ນ​ວ່າ​ພວກ​ຂ້ານ້ອຍ​ໄດ້​ກະບົດ​ຕໍ່ສູ້​ພຣະອົງ​ກໍຕາມ.</verse>
				<verse number="10">ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ເມື່ອ​ພຣະອົງ​ບອກ​ໃຫ້​ພວກ​ຂ້ານ້ອຍ ເຮັດ​ຕາມ​ກົດລະບຽບ​ຕ່າງໆ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ຜ່ານ​ທາງ​ຜູ້ທຳນວາຍ ຜູ້ຮັບໃຊ້​ຂອງ​ພຣະອົງ​ນັ້ນ ພວກ​ຂ້ານ້ອຍ​ບໍ່ໄດ້​ຍອມ​ຟັງ​ພຣະອົງ.</verse>
				<verse number="11">ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ເຮັດ​ຜິດ​ຕໍ່​ກົດລະບຽບ​ຕ່າງໆ​ຂອງ​ພຣະອົງ ແລະ​ບໍ່​ຍອມ​ຟັງ​ສິ່ງ​ທີ່​ພຣະອົງ​ໄດ້​ບອກ. ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ; ເພາະສະນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ຖືກ​ນຳ​ມາ​ສູ່​ການ​ສາບແຊ່ງ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ.</verse>
				<verse number="12">ພຣະອົງ​ໄດ້​ເຮັດ​ຕໍ່​ພວກ​ຂ້ານ້ອຍ ແລະ​ພວກ​ຜູ້ປົກຄອງ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ພຣະອົງ​ລົງໂທດ​ນະຄອນ​ເຢຣູຊາເລັມ​ຮ້າຍແຮງ ກວ່າ​ເມືອງ​ໃດໆ​ໃນ​ແຜ່ນດິນ​ໂລກ</verse>
				<verse number="13">ໂດຍ​ລົງໂທດ​ພວກ​ຂ້ານ້ອຍ​ທຸກຢ່າງ ຕາມ​ທີ່​ໄດ້​ມີ​ກ່າວ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ແຕ່​ຈົນ​ບັດນີ້ ພວກ​ຂ້ານ້ອຍ​ກໍ​ຍັງ​ບໍ່ໄດ້​ພະຍາຍາມ​ເຮັດ​ໃຫ້​ພຣະອົງ​ພໍໃຈ ໂດຍ​ຫັນໜີ​ຈາກ​ບາບ ຫລື​ໂດຍ​ປະພຶດ​ຕາມ​ຄວາມຈິງ​ຂອງ​ພຣະອົງ.</verse>
				<verse number="14">ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ຕຽມ​ທີ່​ຈະ​ລົງໂທດ​ພວກ​ຂ້ານ້ອຍ ແລະ​ພຣະອົງ​ກໍໄດ້​ປະຕິບັດ​ຕາມນັ້ນ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ ແລະ​ພວກ​ຂ້ານ້ອຍ​ກໍ​ບໍ່ໄດ້​ຍອມ​ຟັງ​ພຣະອົງ.</verse>
				<verse number="15">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະອົງ​ໄດ້​ສຳແດງ​ຣິດອຳນາດ​ຂອງ​ພຣະອົງ​ໃຫ້​ເຫັນ ໂດຍ​ນຳ​ເອົາ​ປະຊາຊົນ​ຂອງ​ພຣະອົງ​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກ​ຂ້ານ້ອຍ​ຍັງ​ຈົດຈຳ​ຣິດອຳນາດ​ຂອງ​ພຣະອົງ​ຢູ່. ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ແລະ​ເຮັດ​ຜິດ.</verse>
				<verse number="16">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ໄດ້​ປ້ອງກັນ​ພວກ​ຂ້ານ້ອຍ​ໃນ​ອະດີດ; ສະນັ້ນ ຂໍ​ຢ່າ​ໂກດຮ້າຍ​ນະຄອນ​ເຢຣູຊາເລັມ​ອີກ​ຕໍ່ໄປ​ທ້ອນ. ນະຄອນ​ເຢຣູຊາເລັມ​ເປັນ​ເມືອງ​ຂອງ​ພຣະອົງ ແລະ​ເປັນ​ພູເຂົາ​ສັກສິດ​ຂອງ​ພຣະອົງ. ປະເທດ​ເພື່ອນບ້ານ​ທັງໝົດ ຕ່າງ​ກໍໄດ້​ດູຖູກ​ຢຽດຫຍາມ​ນະຄອນ​ເຢຣູຊາເລັມ​ແລະ​ປະຊາຊົນ​ຂອງ​ພຣະອົງ ຍ້ອນ​ບາບ​ຂອງ​ພວກ​ຂ້ານ້ອຍ​ແລະ​ການ​ເຮັດ​ຊົ່ວ​ຂອງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ.</verse>
				<verse number="17">ຂ້າແດ່​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ບັດນີ້ ຂໍໂຜດ​ຟັງ​ຄຳ​ພາວັນນາ​ອະທິຖານ​ຂໍ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລະຄຳ​ທູນຂໍ​ຂອງເຂົາ​ແດ່ທ້ອນ. ເພາະ​ເຫັນແກ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ໃຫ້​ພຣະພັກ​ຂອງ​ພຣະອົງ​ສ່ອງແສງ​ເໜືອ​ພຣະວິຫານ​ຂອງ​ພຣະອົງ​ທີ່​ຮົກຮ້າງ​ແລ້ວ​ນັ້ນ.</verse>
				<verse number="18">ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ຟັງ​ພວກ​ຂ້ານ້ອຍ ໂຜດ​ຫລຽວ​ເບິ່ງ​ພວກ​ຂ້ານ້ອຍ ແລະ​ໂຜດ​ເບິ່ງ​ຄວາມ​ຍາກ​ລຳບາກ​ທີ່​ພວກ​ຂ້ານ້ອຍ​ກຳລັງ​ປະເຊີນ​ຢູ່ ພ້ອມທັງ​ຄວາມ​ທົນທຸກ​ໃນ​ເມືອງ​ທີ່​ຮັບ​ເອົາ​ນາມ​ພຣະອົງ​ດ້ວຍ. ພວກ​ຂ້ານ້ອຍ​ກຳລັງ​ພາວັນນາ​ອະທິຖານ​ຫາ​ພຣະອົງ ບໍ່ແມ່ນ​ຍ້ອນ​ພວກ​ຂ້ານ້ອຍ​ກະທຳ​ໃນ​ສິ່ງ​ທີ່​ຖືກຕ້ອງ ແຕ່​ຍ້ອນ​ພຣະອົງ​ມີ​ຄວາມ​ເມດຕາ.</verse>
				<verse number="19">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ໂຜດ​ຟັງ​ສຽງ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ! ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ໂຜດ​ຍົກໂທດ​ໃຫ້​ພວກ​ຂ້ານ້ອຍ​ແດ່ທ້ອນ! ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ໂຜດ​ຮັບ​ຟັງ​ພວກ​ຂ້ານ້ອຍ! ແລະ​ຮີບ​ກະທຳການ​ເຖີດ ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ໂຜດ​ຢ່າ​ຊັກຊ້າ​ຢູ່​ເລີຍ ເພາະວ່າ​ເມືອງ​ແລະ​ປະຊາຊົນ​ເຫຼົ່ານີ້​ເປັນ​ທີ່​ເອີ້ນ​ຕາມ​ນາມຊື່​ຂອງ​ພຣະອົງ.”</verse>
				<verse number="20">ຂ້າພະເຈົ້າ​ໄດ້​ສືບຕໍ່​ກ່າວ ແລະ​ພາວັນນາ​ອະທິຖານ ໂດຍ​ສາລະພາບ​ບາບ​ຂອງ​ຂ້າພະເຈົ້າ ແລະ​ບາບ​ຂອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ຂ້າພະເຈົ້າ ແລະ​ຂໍຮ້ອງ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ ສຳລັບ​ພູເຂົາ​ອັນ​ສັກສິດ​ຂອງ​ພຣະເຈົ້າ​ຂອງ​ຂ້າພະເຈົ້າ.</verse>
				<verse number="21">ເມື່ອ​ຂ້າພະເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ນັ້ນ ກໍ​ມີ​ເທວະດາ​ຄັບຣີເອນ ຕົນ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ໃນ​ນິມິດ​ເທື່ອ​ທຳອິດ​ນັ້ນ ເຫາະ​ລົງ​ມາ​ສູ່​ບ່ອນ​ຂ້າພະເຈົ້າ​ຢູ່. ພໍດີ​ເປັນ​ເວລາ​ຖວາຍ​ເຄື່ອງ​ບູຊາ​ໃນ​ຕອນຄໍ່າ.</verse>
				<verse number="22">ເພິ່ນ​ໄດ້​ອະທິບາຍ​ວ່າ, “ດານີເອນ​ເອີຍ ເຮົາ​ມາ​ທີ່​ນີ້​ເພື່ອ​ຊ່ວຍ​ເຈົ້າ ໃຫ້​ເຂົ້າໃຈ​ຖ້ອຍຄຳ​ຂອງ​ຜູ້ທຳນວາຍ.</verse>
				<verse number="23">ເມື່ອ​ເຈົ້າ​ເລີ່ມຕົ້ນ​ຮ້ອງຂໍ​ຕໍ່​ພຣະເຈົ້າ ພຣະອົງ​ກໍ​ຕອບ​ເຈົ້າ. ພຣະອົງ​ຮັກ​ເຈົ້າ; ດັ່ງນັ້ນ ເຮົາ​ຈຶ່ງ​ມາ​ອະທິບາຍ​ຄຳຕອບ​ໃຫ້​ເຈົ້າ​ຮູ້. ບັດນີ້ ເຮົາ​ຈະ​ອະທິບາຍ​ນິມິດ​ນັ້ນ ຈົ່ງ​ຕັ້ງໃຈ​ຟັງ​ໃຫ້​ດີ.</verse>
				<verse number="24">ເຈັດ​ເທື່ອ​ເຈັດສິບ​ປີ​ນັ້ນ​ແມ່ນ​ໄລຍະ​ເວລາ ທີ່​ພຣະເຈົ້າ​ໄດ້​ກຳນົດ​ໃຫ້​ປະຊາຊົນ​ແລະ​ເມືອງ​ອັນ​ສັກສິດ​ຂອງ​ເຈົ້າ ເລີກ​ເຮັດ​ບາບ​ແລະ​ເລີກ​ເຮັດ​ຊົ່ວ. ບາບ​ຈະ​ໄດ້​ຮັບ​ການອະໄພ ແລະ​ຄວາມ​ຍຸດຕິທຳ​ອັນ​ຖາວອນ​ຈະ​ປາກົດ​ມີ​ມາ ເພື່ອ​ວ່າ​ນິມິດ ແລະ​ຖ້ອຍຄຳ​ຂອງ​ຜູ້ທຳນວາຍ​ຈະ​ກາຍເປັນຈິງ ແລະ​ເພື່ອ​ພຣະວິຫານ​ອັນ​ສັກສິດ ຈະ​ໄດ້​ຖືກ​ຢຶດ​ຖວາຍ​ຄືນ​ໃໝ່​ໃຫ້​ແກ່​ພຣະເຈົ້າ.</verse>
				<verse number="25">ອັນ​ນີ້​ແມ່ນ​ສິ່ງ​ທີ່​ເຈົ້າ​ຕ້ອງ​ຮູ້​ແລະ​ເຂົ້າໃຈ: ນັບ​ຕັ້ງແຕ່​ເວລາ​ອອກ​ຄຳສັ່ງ​ໃຫ້​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ຈົນເຖິງ​ພຣະເຈົ້າ​ເລືອກເອົາ​ຜູ້ນຳ​ຂຶ້ນ​ມາ ເຈັດ​ອາທິດ​ແລະ​ຫົກສິບສອງ​ອາທິດ ນະຄອນ​ເຢຣູຊາເລັມ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ຢ່າງ​ເຂັ້ມແຂງ​ພ້ອມ​ດ້ວຍ​ຖະໜົນ​ຫົນທາງ ແລະ​ປ້ອມ​ປ້ອງກັນ​ເມືອງ, ແຕ່​ມັນ​ຈະ​ເປັນ​ເວລາ​ແຫ່ງ​ຄວາມ​ລຳບາກ.</verse>
				<verse number="26">ໃນ​ບັ້ນປາຍ​ຂອງ​ເວລາ​ນັ້ນ ຜູ້ນຳ​ທີ່​ພຣະເຈົ້າ​ໄດ້​ເລືອກໄວ້ ຈະ​ຖືກ​ຂ້າ​ຢ່າງ​ບໍ່​ຍຸດຕິທຳ. ເມືອງ​ແລະ​ພຣະວິຫານ​ກໍ​ຈະ​ຖືກ​ກອງທັບ​ຂອງ​ພວກ​ເຈົ້ານາຍ​ທີ່​ມີ​ອຳນາດ​ຍິ່ງໃຫຍ່​ຄົນ​ໜຶ່ງ​ບຸກຮຸກ​ທຳລາຍ. ຄາວ​ສິ້ນສຸດ​ນີ້​ຈະ​ມາ​ເໝືອນ​ນໍ້າ​ໄຫລ​ຖ້ວມ ໂດຍ​ນຳ​ເອົາ​ເສິກ​ສົງຄາມ ແລະ​ການທຳລາຍ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ນັ້ນ​ມາ.</verse>
				<verse number="27">ຜູ້ປົກຄອງ​ຄົນ​ນັ້ນ​ຈະ​ມີ​ຂໍ້​ຕົກລົງ​ຢ່າງ​ໜັກແໜ້ນ ກັບ​ຄົນ​ຈຳນວນ​ຫລາຍ​ເປັນ​ເວລາ​ເຈັດ​ປີ; ພໍ​ເມື່ອ​ສາມ​ປີ​ເຄິ່ງ​ຜ່ານ​ໄປ ລາວ​ຈະ​ສັ່ງ​ເລີກ​ບໍ່​ໃຫ້​ມີ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ. ເທິງ​ທີ່​ສູງສຸດ​ຂອງ​ພຣະວິຫານ​ນັ້ນ ຈະ​ມີ​ສິ່ງ​ແປກ​ປະຫລາດ​ອັນ​ໜ້າຢ້ານ ຕັ້ງ​ຢູ່ ແລະ​ມັນ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ​ຈົນເຖິງ​ເວລາ​ທີ່​ພຣະເຈົ້າ ເຮັດ​ໃຫ້​ຜູ້​ທີ່​ຕັ້ງ​ມັນ​ໄວ້​ນັ້ນ​ໄດ້​ພົບ​ຈຸດຈົບ.”</verse>
			</chapter>
			<chapter number="10">
				<verse number="1">ໃນ​ປີ​ທີ​ສາມ ທີ່​ເຈົ້າ​ໄຊຣັດ​ເປັນ​ກະສັດ​ແຫ່ງ​ເປີເຊຍ​ນັ້ນ ດານີເອນ​ໄດ້​ຮັບ​ຖ້ອຍຄຳ​ຈາກ​ພຣະເຈົ້າ​ທາງ​ນິມິດ (ດານີເອນ​ມີ​ຊື່​ໜຶ່ງ​ອີກ​ວ່າ​ເບັນເຕຊັດຊາເຣ). ຖ້ອຍຄຳ​ນັ້ນ​ເປັນ​ຄວາມຈິງ ແຕ່​ເຂົ້າໃຈ​ຍາກ​ທີ່ສຸດ. ຖ້ອຍຄຳ​ນີ້​ໄດ້​ຖືກ​ອະທິບາຍ​ໃຫ້​ລາວ​ຮູ້​ທາງ​ນິມິດ.</verse>
				<verse number="2">ໃນ​ເວລາ​ນັ້ນ ຂ້າພະເຈົ້າ​ໄວ້ທຸກ​ຢູ່​ເປັນ​ເວລາ​ສາມ​ອາທິດ.</verse>
				<verse number="3">ຂ້າພະເຈົ້າ​ບໍ່ໄດ້​ກິນ​ອາຫານ​ແຊບ ຫລື​ຊີ້ນ​ໃດໆ ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ ຫລື​ບໍ່ໄດ້​ຫວີຜົມ​ຈົນກວ່າ​ສາມ​ອາທິດ​ໄດ້​ຜ່ານ​ພົ້ນ​ໄປ.</verse>
				<verse number="4">ໃນ​ວັນ​ທີ​ຊາວສີ່​ຂອງ​ເດືອນ​ທຳອິດ​ໃນ​ປີ​ນັ້ນ ຂ້າພະເຈົ້າ​ໄດ້​ຢືນ​ຢູ່​ແຄມ​ແມ່ນໍ້າ​ຕິກຣິດ.</verse>
				<verse number="5">ຂ້າພະເຈົ້າ​ເງີຍໜ້າ​ຂຶ້ນ​ເຫັນ​ຊາຍ​ຜູ້ໜຶ່ງ​ທີ່​ນຸ່ງ​ເຄື່ອງ​ອັນ​ສະຫງ່າງາມ ແລະ​ຂັດ​ສາຍ​ແອວ​ຄຳ​ຈາກ​ອູຟາດ.</verse>
				<verse number="6">ຕົນຕົວ​ຂອງເພິ່ນ​ສ່ອງແສງ​ເປັນ​ປະກາຍ​ເໝືອນ​ເພັດ. ໜ້າ​ຂອງ​ເພິ່ນ​ເປັນ​ແສງ​ເໝືອນ​ໄຟ. ແຂນ​ຂາ​ເຫລື້ອມ​ເປັນ​ເງົາ​ເໝືອນ​ທອງສຳຣິດ​ທີ່​ຂັດ​ສີ​ແລ້ວ ແລະ​ສຽງ​ຮ້ອງ​ຂອງ​ເພິ່ນ​ດັງ​ເໝືອນ​ສຽງ​ຮ້ອງ​ຂອງ​ປະຊາຊົນ​ຈຳນວນ​ຫລາຍ.</verse>
				<verse number="7">ຂ້າພະເຈົ້າ​ຜູ້ດຽວ​ເທົ່ານັ້ນ​ທີ່​ໄດ້​ເຫັນ​ນິມິດ​ນີ້. ຄົນ​ທັງຫລາຍ​ທີ່​ຢູ່​ກັບ​ຂ້າພະເຈົ້າ​ບໍ່ໄດ້​ເຫັນ​ຫຍັງ​ເລີຍ; ແຕ່​ພວກເຂົາ​ຢ້ານກົວ​ແລະ​ແລ່ນ​ໜີໄປ​ລີ້.</verse>
				<verse number="8">ມີ​ແຕ່​ຂ້າພະເຈົ້າ​ຜູ້ດຽວ​ເທົ່ານັ້ນ​ທີ່​ຢູ່​ເບິ່ງ​ນິມິດ​ອັນ​ແປກ​ປະຫລາດ​ນີ້. ຂ້າພະເຈົ້າ​ບໍ່ມີ​ເຫື່ອແຮງ​ເຫຼືອ​ຢູ່​ເລີຍ ແລະ​ສີໜ້າ​ກໍ​ປ່ຽນແປງ​ໄປ​ຈົນ​ບໍ່ມີ​ຜູ້ໃດ​ຈື່​ຂ້າພະເຈົ້າ​ໄດ້.</verse>
				<verse number="9">ເມື່ອ​ຂ້າພະເຈົ້າ​ໄດ້ຍິນ​ສຽງ​ນີ້ ຂ້າພະເຈົ້າ​ກໍ​ໝົດ​ສະຕິ​ລົ້ມລົງ​ກັບ​ພື້ນດິນ ແລະ​ໝູບ​ໜ້າ​ຢູ່​ທີ່​ນັ້ນ.</verse>
				<verse number="10">ແລ້ວ​ມີ​ມື​ໜຶ່ງ​ໂຊມ​ຂ້າພະເຈົ້າ​ໃຫ້​ລຸກ ໂດຍ​ຊູ​ຫົວເຂົ່າ ແລະ​ມື​ຂອງ​ຂ້າພະເຈົ້າ​ຂຶ້ນ ແຕ່​ຕົວ​ກໍ​ຍັງ​ສັ່ນ​ຢູ່.</verse>
				<verse number="11">ເພິ່ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ດານີເອນ​ເອີຍ ພຣະເຈົ້າ​ຮັກ​ເຈົ້າ. ຈົ່ງ​ລຸກ​ຂຶ້ນ ແລະ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ເຮົາ​ຈະ​ກ່າວ. ພຣະເຈົ້າ​ໄດ້​ໃຊ້​ເຮົາ​ມາ​ຫາ​ເຈົ້າ.” ເມື່ອ​ເພິ່ນ​ກ່າວ​ດັ່ງນີ້​ແລ້ວ ຂ້າພະເຈົ້າ​ກໍ​ລຸກ​ຢືນ​ຂຶ້ນ​ແຕ່​ຕົວ​ກໍ​ຍັງ​ສັ່ນ​ຢູ່.</verse>
				<verse number="12">ຕໍ່ມາ ເພິ່ນ​ໄດ້​ກ່າວ​ຕໍ່ໄປ​ວ່າ, “ດານີເອນ​ເອີຍ ຢ່າສູ່​ຢ້ານກົວ​ເລີຍ. ມື້​ທຳອິດ​ທີ່​ເຈົ້າ​ຕັດສິນໃຈ​ຖ່ອມຕົວ​ລົງ​ພາວັນນາ​ອະທິຖານ ແລະ​ຂໍ​ຄວາມ​ເຂົ້າໃຈ​ຕໍ່ໜ້າ​ພຣະເຈົ້າ​ຂອງເຈົ້າ ພຣະອົງ​ໄດ້​ຮັບ​ຟັງ​ຄຳ​ພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ. ເຮົາ​ມາ​ກໍ​ເພື່ອ​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ເຈົ້າ.</verse>
				<verse number="13">ເທວະດາ​ຕົນ​ທີ່​ພິທັກ​ຮັກສາ​ອານາຈັກ​ເປີເຊຍ ໄດ້​ຂັດຂວາງ​ເຮົາ​ໄວ້​ເປັນ​ເວລາ​ຊາວເອັດ​ວັນ. ແລ້ວ​ມີຄາເອນ ເທວະດາ​ຊັ້ນ​ຫົວໜ້າ​ຕົນ​ໜຶ່ງ​ໄດ້​ມາ​ຊ່ວຍ​ເຮົາ ເພາະ​ເຮົາ​ຖືກ​ຢັບຢັ້ງ​ໄວ້​ຢູ່​ໃນ​ອານາຈັກ​ເປີເຊຍ.</verse>
				<verse number="14">ເຮົາ​ມາ​ເພື່ອ​ເຮັດ​ໃຫ້​ເຈົ້າ​ເຂົ້າໃຈ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ປະຊາຊົນ​ຂອງເຈົ້າ​ໃນ​ອະນາຄົດ. ອັນ​ນີ້​ແມ່ນ​ນິມິດ​ກ່ຽວກັບ​ອະນາຄົດ.”</verse>
				<verse number="15">ເມື່ອ​ເພິ່ນ​ກ່າວ​ດັ່ງນີ້​ແລ້ວ ຂ້າພະເຈົ້າ​ກໍ​ກົ້ມ​ໜ້າ​ລົງ​ໂດຍ​ບໍ່​ເວົ້າ​ຫຍັງ.</verse>
				<verse number="16">ແລ້ວ​ເທວະດາ​ຕົນ​ໜຶ່ງ​ທີ່​ມີ​ຮູບຮ່າງ​ເໝືອນ​ມະນຸດ​ກໍ​ເດ່​ມື​ອອກ​ມາ​ບາຍ​ຮິມສົບ​ຂອງ​ຂ້າພະເຈົ້າ. ຂ້າພະເຈົ້າ​ຈຶ່ງ​ເວົ້າ​ກັບ​ເພິ່ນ​ທີ່​ຢືນ​ຢູ່​ຂ້າງ​ໜ້າ​ວ່າ, “ນາຍ​ເອີຍ ນິມິດ​ນີ້​ເຮັດ​ໃຫ້​ຂ້ານ້ອຍ​ອ່ອນແຮງ​ຫລາຍ ຈົນ​ຂ້ານ້ອຍ​ບໍ່​ເຊົາ​ສັ່ນເຊັນ.</verse>
				<verse number="17">ຂ້ານ້ອຍ​ເປັນ​ດັ່ງ​ຂ້າທາດ​ຄົນ​ໜຶ່ງ ທີ່​ຢືນ​ຢູ່​ຕໍ່ໜ້າ​ນາຍ​ຂອງຕົນ. ຂ້ານ້ອຍ​ຈະ​ເວົ້າ​ກັບ​ທ່ານ​ໄດ້​ຢ່າງໃດ? ຂ້ານ້ອຍ​ບໍ່ມີ​ແຮງ​ຫລື​ມີ​ລົມຫາຍໃຈ​ເຫຼືອ​ຢູ່​ເລີຍ.”</verse>
				<verse number="18">ແລ້ວ​ເພິ່ນ​ກໍ​ຈັບບາຍ​ຂ້າພະເຈົ້າ​ອີກເທື່ອໜຶ່ງ ຂ້າພະເຈົ້າ​ຈຶ່ງ​ຮູ້ສຶກ​ມີ​ແຮງ​ຂຶ້ນ.</verse>
				<verse number="19">ເພິ່ນ​ກ່າວ​ວ່າ, “ພຣະເຈົ້າ​ຮັກ​ເຈົ້າ. ດັ່ງນັ້ນ ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ເຈົ້າ​ອຸກໃຈ​ຫລື​ຢ້ານກົວ​ເລີຍ.” ເມື່ອ​ເພິ່ນ​ໄດ້​ກ່າວ​ດັ່ງນີ້​ແລ້ວ ຂ້າພະເຈົ້າ​ກໍ​ຮູ້ສຶກ​ມີ​ແຮງ​ຂຶ້ນ ແລະ​ເວົ້າ​ວ່າ, “ນາຍ​ເອີຍ ຈົ່ງ​ບອກ​ສິ່ງ​ທີ່​ທ່ານ​ຈະ​ຕ້ອງ​ກ່າວ​ນັ້ນ​ສູ່​ຂ້ານ້ອຍ​ຟັງ​ແດ່. ທ່ານ​ໄດ້​ເຮັດ​ໃຫ້​ຂ້ານ້ອຍ​ມີ​ແຮງ​ຂຶ້ນ​ແດ່​ແລ້ວ.”</verse>
				<verse number="20">ແລ້ວ​ເພິ່ນ​ກໍ​ກ່າວ​ວ່າ, “ເຈົ້າ​ບໍ່​ຮູ້​ບໍ​ວ່າ​ເປັນຫຍັງ​ເຮົາ​ຈຶ່ງ​ມາ​ຫາ​ເຈົ້າ? ເຮົາ​ມາ​ວັນ​ນີ້​ເພື່ອ​ເປີດເຜີຍ​ໃຫ້​ເຈົ້າ​ຮູ້​ໃນ​ສິ່ງ​ທີ່​ມີ​ຂຽນ​ໄວ້​ໃນ​ໜັງສື​ແຫ່ງ​ຄວາມຈິງ. ບັດນີ້ ເຮົາ​ຈະ​ຕ້ອງ​ຄືນ​ໄປ​ຕໍ່ສູ້​ກັບ​ເທວະດາ​ຕົນ​ທີ່​ພິທັກ​ຮັກສາ​ປະເທດ​ເປີເຊຍ. ຫລັງຈາກ​ນັ້ນ​ແລ້ວ ເທວະດາ​ຕົນ​ທີ່​ພິທັກ​ຮັກສາ​ປະເທດ​ກຣີກ ກໍ​ຈະ​ມາ​ປາກົດ. ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ເຮົາ​ນອກຈາກ​ມີຄາເອນ ເທວະດາ​ຕົນ​ທີ່​ພິທັກ​ຮັກສາ ປະເທດ​ອິດສະຣາເອນ.</verse>
				<verse number="21"></verse>
			</chapter>
			<chapter number="11">
				<verse number="1">ໃນ​ຕົ້ນປີ​ທີໜຶ່ງ​ຂອງ​ຣາຊການ​ຂອງ​ດາຣີອຸດ​ຄົນ​ມີເດຍ ເຮົາ​ໄດ້​ຢືນຢັດ ແລະ​ສະໜັບ​ສະໜູນ​ປ້ອງກັນ​ເພິ່ນ.</verse>
				<verse number="2">ສິ່ງ​ທີ່​ເຮົາ​ຈະ​ບອກ​ຕໍ່ໄປນີ້​ເປັນ​ຄວາມຈິງ.” ເທວະດາ​ໄດ້​ກ່າວ​ວ່າ, “ມີ​ກະສັດ​ອີກ​ສາມ​ຄົນ​ທີ່​ຈະ​ປົກຄອງ​ປະເທດ​ເປີເຊຍ​ຕິດຕາມ​ດ້ວຍ​ຄົນ​ທີ​ສີ່; ຜູ້​ນີ້​ຈະ​ຮັ່ງມີ​ກວ່າ​ຄົນອື່ນໆ​ທັງໝົດ. ໃນ​ເວລາ​ທີ່​ລາວ​ເຂັ້ມແຂງ ແລະ​ມີ​ຊັບສົມບັດ​ຢ່າງ​ຫລວງຫລາຍ​ຢູ່​ນັ້ນ ລາວ​ຈະ​ທ້າທາຍ​ກັບ​ອານາຈັກ​ກຣີກ.</verse>
				<verse number="3">ແລ້ວ​ກໍ​ຈະ​ມີ​ກະສັດ​ຜູ້​ກ້າຫານ​ຄົນ​ໜຶ່ງ. ເພິ່ນ​ຈະ​ປົກຄອງ​ທົ່ວ​ຈັກກະພົບ​ໜຶ່ງ​ທີ່​ໃຫຍ່ ແລະ​ຈະ​ເຮັດ​ທຸກສິ່ງ​ຕາມ​ໃຈ​ປາຖະໜາ.</verse>
				<verse number="4">ແຕ່​ໃນ​ເວລາ​ທີ່​ເພິ່ນ​ມີ​ອຳນາດ​ຍິ່ງໃຫຍ່​ນັ້ນ ອານາຈັກ​ຂອງ​ເພິ່ນ​ຈະ​ແຕກແຍກ ແລະ​ຈະ​ຖືກ​ແບ່ງ​ອອກ​ເປັນ​ສີ່​ສ່ວນ. ບັນດາ​ກະສັດ​ທີ່​ບໍ່ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ເພິ່ນ​ຈະ​ປົກຄອງ​ແທນ​ເພິ່ນ, ແຕ່​ພວກ​ນີ້​ຈະ​ບໍ່ມີ​ອຳນາດ​ດັ່ງ​ທີ່​ເພິ່ນ​ໄດ້​ມີ.</verse>
				<verse number="5">ກະສັດ​ແຫ່ງ​ເອຢິບ​ຈະ​ເຂັ້ມແຂງ​ຂຶ້ນ, ແຕ່​ເຖິງ​ຢ່າງ​ໃດ​ກໍດີ ຈະ​ມີ​ນາຍ​ທະຫານ​ຂອງ​ເພິ່ນ​ຜູ້ໜຶ່ງ​ເຂັ້ມແຂງ​ກວ່າ​ເພິ່ນ ແລະ​ຈະ​ປົກຄອງ​ອານາຈັກ​ໜຶ່ງ​ທີ່​ຍິ່ງໃຫຍ່​ກວ່າ.</verse>
				<verse number="6">ຫລັງຈາກ​ນັ້ນ​ມາ​ຫລາຍ​ປີ ກະສັດ​ແຫ່ງ​ເອຢິບ​ຈະ​ໃຫ້​ລູກສາວ​ຂອງຕົນ ແຕ່ງງານ​ກັບ​ກະສັດ​ແຫ່ງ​ຊີເຣຍ​ເພື່ອ​ເປັນ​ພັນທະມິດ​ກັນ. ແຕ່​ພັນທະມິດ​ຈະ​ຢູ່​ບໍ່ໄດ້​ເຫິງ​ເພາະ​ນາງ​ພ້ອມ​ທັງ​ຜົວ, ທັງ​ລູກ, ແລະ​ພວກ​ຄົນ​ຮັບໃຊ້​ທີ່​ໄປ​ກັບ​ນາງ​ນັ້ນ​ຈະ​ຖືກ​ຂ້າ​ໝົດ.</verse>
				<verse number="7">ອີກ​ບໍ່​ດົນ ຄົນ​ໜຶ່ງ​ໃນ​ພີ່ນ້ອງ​ຂອງ​ນາງ​ກໍ​ຈະ​ກາຍເປັນ​ກະສັດ. ລາວ​ຈະ​ໂຈມຕີ​ກອງທັບ​ຊີເຣຍ, ເຂົ້າ​ໄປ​ຢຶດເອົາ​ປ້ອມ ແລະ​ມີໄຊ​ເໜືອ​ພວກເຂົາ.</verse>
				<verse number="8">ລາວ​ຈະ​ເອົາ​ຮູບເຄົາຣົບ​ຂອງ​ພວກເຂົາ ພ້ອມ​ດ້ວຍ​ສິ່ງຂອງ​ທີ່​ເຮັດ​ດ້ວຍ​ເງິນ​ດ້ວຍ​ຄຳ ແລະ​ຂົນ​ທັງໝົດ​ໄປ​ປະເທດ​ເອຢິບ. ຫລັງຈາກ​ນັ້ນ​ຈະ​ມີ​ຄວາມ​ສະຫງົບສຸກ​ຢູ່​ຫລາຍ​ປີ</verse>
				<verse number="9">ແລ້ວ​ກະສັດ​ແຫ່ງ​ຊີເຣຍ​ກໍ​ຈະ​ຍົກທັບ​ເຂົ້າ​ໂຈມຕີ​ປະເທດ​ເອຢິບ, ແຕ່​ຈະ​ຖືກ​ກອງທັບ​ເອຢິບ​ຕີ​ໂຕ້ຕອບ​ຈົນ​ພ່າຍແພ້​ໄປ.</verse>
				<verse number="10">ບັນດາ​ລູກຊາຍ​ຂອງ​ກະສັດ​ແຫ່ງ​ຊີເຣຍ​ຈະ​ຕຽມ​ສູ້ຮົບ ແລະ​ຈະ​ລວບລວມ​ກອງທັບ​ໄວ້​ເປັນ​ຈຳນວນ​ຫລວງຫລາຍ. ຄົນ​ໜຶ່ງ​ໃນ​ພວກເຂົາ​ຈະ​ຕີ​ຊະນະ​ຢ່າງ​ໄວວາ​ດັ່ງ​ນໍ້າ​ໄຫລ​ຖ້ວມ ແລະ​ໂຈມຕີ​ເອົາ​ປ້ອມ​ແຫ່ງ​ໜຶ່ງ​ຂອງ​ສັດຕູ.</verse>
				<verse number="11">ກະສັດ​ແຫ່ງ​ເອຢິບ​ຈະ​ເຂົ້າ​ສູ່​ສົງຄາມ ຕໍ່ຕ້ານ​ກະສັດ​ແຫ່ງ​ຊີເຣຍ​ດ້ວຍ​ຄວາມ​ຄຽດແຄ້ນ ແລະ​ຈະ​ຢຶດເອົາ​ກອງທັບ​ອັນ​ໃຫຍ່ໂຕ​ຂອງ​ລາວ​ໄດ້.</verse>
				<verse number="12">ເພິ່ນ​ຈະ​ພາກພູມ​ໃຈ​ໃນ​ຄວາມມີໄຊ ແລະ​ໃນ​ການ​ສັງຫານ​ທະຫານ ເປັນ​ຈຳນວນ​ຫລວງຫລາຍ, ແຕ່​ເພິ່ນ​ຈະ​ບໍ່ມີ​ໄຊ​ເລື້ອຍ​ໄປ.</verse>
				<verse number="13">ຝ່າຍ​ກະສັດ​ແຫ່ງ​ຊີເຣຍ​ຈະ​ກັບຄືນ​ໄປ ເພື່ອ​ລວບລວມ​ພົນຮົບ​ໃຫ້​ໄດ້​ຫລາຍກວ່າ​ແຕ່​ກ່ອນ. ເມື່ອ​ເວລາ​ອັນ​ເໝາະສົມ​ມາ​ເຖິງ​ແລ້ວ ລາວ​ພ້ອມ​ທັງ​ກອງທັບ​ອັນ​ໃຫຍ່ໂຕ​ທີ່​ມີ​ອາວຸດ​ຢ່າງດີ​ຈະ​ກັບຄືນ​ມາ​ອີກ.</verse>
				<verse number="14">ແລ້ວ​ຈະ​ມີ​ຫລາຍ​ຄົນ​ລຸກຂຶ້ນ​ຕໍ່ສູ້​ກະສັດ​ແຫ່ງ​ເອຢິບ. ດານີເອນ​ເອີຍ ຄົນ​ທີ່​ແຂງແຮງ​ບາງຄົນ​ຈາກ​ຊົນຊາດ​ຂອງເຈົ້າ​ຈະ​ກະບົດ​ຍ້ອນ​ນິມິດ​ທີ່​ພວກເຂົາ​ໄດ້​ເຫັນ; ແຕ່​ພວກເຂົາ​ຈະ​ຖືກ​ປາບ​ໃຫ້​ພ່າຍແພ້​ໄປ.</verse>
				<verse number="15">ສະນັ້ນ ກະສັດ​ແຫ່ງ​ຊີເຣຍ​ຈະ​ປິດລ້ອມ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ ແລ້ວ​ຢຶດເອົາ​ເມືອງ​ນັ້ນ. ພວກ​ທະຫານ​ເອຢິບ​ຈະ​ເຊົາ​ຕໍ່ສູ້ ແມ່ນແຕ່​ທະຫານ​ທີ່​ເກັ່ງກ້າ​ທີ່ສຸດ​ກໍ​ບໍ່​ແຂງແຮງ​ພໍ.</verse>
				<verse number="16">ຊາວ​ຊີເຣຍ​ຜູ້​ບຸກຮຸກ​ຈະ​ເຮັດ​ທຸກຢ່າງ​ຕາມ​ຄວາມ​ພໍໃຈ ໂດຍ​ບໍ່​ມີ​ການ​ຕໍ່ຕ້ານ. ລາວ​ຈະ​ຢູ່​ໃນ​ດິນແດນ​ແຫ່ງ​ພຣະສັນຍາ ແລະ​ຈະ​ມີ​ອຳນາດ​ສົມບູນ​ໃນ​ດິນແດນ​ນັ້ນ.</verse>
				<verse number="17">ກະສັດ​ແຫ່ງ​ຊີເຣຍ​ຈະ​ວາງແຜນ​ຮຸກຮານ ໂດຍ​ໃຊ້​ກອງທັບ​ທັງໝົດ​ຂອງຕົນ. ສະນັ້ນ ເພື່ອ​ທຳລາຍ​ອານາຈັກ​ທີ່​ເປັນ​ສັດຕູ ລາວ​ຈຶ່ງ​ສ້າງ​ພັນທະມິດ​ກັບ​ກະສັດ​ແຫ່ງ​ເອຢິບ ໂດຍ​ມອບ​ລູກສາວ​ຂອງຕົນ ໃຫ້​ແຕ່ງງານ​ກັບ​ກະສັດ​ຜູ້​ນີ້; ແຕ່​ແຜນການ​ນີ້​ຈະ​ບໍ່​ສຳເລັດ.</verse>
				<verse number="18">ຫລັງຈາກ​ນັ້ນ ເພິ່ນ​ຈະ​ໂຈມຕີ​ຊົນຊາດ​ທັງຫລາຍ​ຕາມ​ແຄມ​ທະເລ ແລະ​ຢຶດເອົາ​ດິນແດນ​ໄດ້​ຢ່າງ​ຫລວງຫລາຍ. ແຕ່​ຈະ​ມີ​ແມ່ທັບ​ຊາວ​ຕ່າງ​ປະເທດ​ຄົນ​ໜຶ່ງ​ປາບ​ເພິ່ນ​ລົງ ແລະ​ກຳຈັດ​ຄວາມ​ທະເຍີ​ທະຍານ​ຂອງ​ເພິ່ນ​ໃຫ້​ໝົດສິ້ນ​ໄປ;</verse>
				<verse number="19">ກະສັດ​ແຫ່ງ​ຊີເຣຍ​ຈະ​ກັບຄືນ​ໄປ ເພື່ອ​ໂຈມຕີ​ປ້ອມ​ໃນ​ປະເທດ​ຂອງຕົນ; ແຕ່​ຈະ​ພ່າຍແພ້​ແລະ​ກໍ​ຈະ​ເປັນ​ເວລາ​ສຸດທ້າຍ​ຂອງເພິ່ນ.</verse>
				<verse number="20">ຕໍ່​ຈາກ​ເພິ່ນ​ມາ ຈະ​ມີ​ກະສັດ​ອີກ​ອົງ​ໜຶ່ງ ກະສັດ​ອົງ​ນີ້​ຈະ​ສົ່ງ​ນາຍ​ທະຫານ​ອອກ​ໄປ​ຂົ່ມເຫັງ​ປະຊາຊົນ​ໃຫ້​ເສຍສ່ວຍ ເພື່ອ​ເພີ່ມ​ລາຍໄດ້​ໃຫ້​ອານາຈັກ​ຂອງຕົນ. ອີກ​ບໍ່​ດົນ​ກະສັດ​ອົງ​ນີ້​ກໍ​ຈະ​ຕາຍ; ແຕ່​ບໍ່ແມ່ນ​ຕາຍ​ຍ້ອນ​ໂທດ​ປະຫານ​ຫລື​ຍ້ອນ​ສົງຄາມ.”</verse>
				<verse number="21">ເທວະດາ​ໄດ້​ອະທິບາຍ​ຕໍ່ໄປ​ວ່າ, “ກະສັດ​ແຫ່ງ​ຊີເຣຍ​ຜູ້​ຕໍ່ໄປ ຈະ​ເປັນ​ຄົນຊົ່ວຮ້າຍ ຜູ້​ບໍ່ມີ​ສິດ​ທີ່​ຈະ​ເປັນ​ກະສັດ, ແຕ່​ລາວ​ຈະ​ຂຶ້ນ​ເປັນ​ກະສັດ​ຢ່າງ​ບໍ່ມີ​ຜູ້ໃດ​ຄາດຄິດ ໂດຍ​ໃຊ້​ກົນອຸບາຍ​ຢຶດຄອງ​ອຳນາດ.</verse>
				<verse number="22">ຜູ້ໃດ​ຜູ້ໜຶ່ງ​ທີ່​ຕໍ່ຕ້ານ​ລາວ ຈະ​ຖືກ​ກວາດລ້າງ ແລະ​ຖືກ​ກຳຈັດ ແມ່ນແຕ່​ມະຫາ​ປະໂຣຫິດ​ຂອງ​ພຣະເຈົ້າ​ກໍຕາມ.</verse>
				<verse number="23">ລາວ​ຈະ​ລໍ້ລວງ​ເອົາ​ຊົນຊາດ​ອື່ນໆ​ມາ​ເປັນ​ພັນທະມິດ; ເຖິງ​ແມ່ນ​ວ່າ ລາວ​ໄດ້​ປົກຄອງ​ຊົນຊາດ​ນ້ອຍໆ​ເທົ່ານັ້ນ​ກໍຕາມ, ແຕ່​ລາວ​ຈະ​ເຂັ້ມແຂງ​ຂຶ້ນ​ເລື້ອຍໆ.</verse>
				<verse number="24">ລາວ​ຈະ​ບຸກຮຸກ​ເຂດ​ແຂວງ​ທີ່​ອຸດົມສົມບູນ​ຢ່າງ​ບໍ່​ເຕືອນ ແລະ​ຈະ​ເຮັດ​ໃນ​ສິ່ງ​ທີ່​ເຊື້ອສາຍ​ຂອງຕົນ​ບໍ່ເຄີຍ​ເຮັດ​ມາ​ກ່ອນ. ແລ້ວ​ລາວ​ກໍ​ຈະ​ແບ່ງປັນ​ຊັບ​ສິ່ງຂອງ​ທີ່​ຢຶດ​ມາ​ໄດ້​ໃນ​ສົງຄາມ​ໃຫ້​ພັກພວກ​ຂອງຕົນ. ລາວ​ຈະ​ວາງແຜນ​ໂຈມຕີ​ປ້ອມ​ຕ່າງໆ ແຕ່​ຈະ​ເຮັດ​ຕໍ່ໄປ​ບໍ່ໄດ້​ນານ.</verse>
				<verse number="25">ລາວ​ຈະ​ຍົກ​ກອງ​ທະຫານ​ຈຳນວນ​ຫລາຍ ໄປ​ໂຈມຕີ​ກະສັດ​ແຫ່ງ​ເອຢິບ​ຢ່າງ​ກ້າຫານ; ຝ່າຍ​ກະສັດ​ແຫ່ງ​ເອຢິບ​ກໍ​ຈະ​ຕຽມ​ສູ້ຮົບ​ຄືນ ຄື​ສູ້ຮົບ​ກອງທັບ​ໃຫຍ່​ທີ່​ມີ​ອຳນາດ​ທີ່ສຸດ, ແຕ່​ລາວ​ຈະ​ເຮັດ​ໄປ​ບໍ່​ສຳເລັດ​ຍ້ອນ​ຖືກ​ຫລອກລວງ.</verse>
				<verse number="26">ຄະນະ​ທີ່ປຶກສາ​ຄົນ​ໃກ້​ສິດ​ຂອງ​ລາວ ຈະ​ທຳລາຍ​ລາວ. ພວກ​ທະຫານ​ຫລາຍ​ຄົນ​ຂອງ​ລາວ​ຈະ​ຖືກ​ຂ້າ ກອງທັບ​ຈະ​ຖືກ​ກຳຈັດ​ໃຫ້​ໝົດສິ້ນ​ໄປ.</verse>
				<verse number="27">ແລ້ວ​ກະສັດ​ທັງສອງ​ຄົນ​ນີ້​ກໍ​ຈະ​ນັ່ງ​ກິນ​ເຂົ້າ​ຮ່ວມ​ໂຕະ​ດຽວກັນ; ແຕ່​ພຶດຕິການ​ຂອງ​ທັງສອງ​ຈະ​ເປັນ​ໄປ​ໃນ​ທາງ​ຊົ່ວຊ້າ ພວກເຂົາ​ຈະ​ເວົ້າ​ຕົວະ​ຕໍ່​ກັນແລະກັນ. ຕ່າງ​ຝ່າຍ​ຕ່າງ​ກໍ​ຈະ​ບໍ່ໄດ້​ອັນໃດ​ຕາມ​ທີ່​ຫວັງ​ໄວ້ ເພາະວ່າ​ເວລາ​ອັນ​ເໝາະສົມ​ຍັງ​ບໍ່​ມາ​ເຖິງ.</verse>
				<verse number="28">ກະສັດ​ແຫ່ງ​ຊີເຣຍ​ຈະ​ກັບຄືນ​ເມືອ​ບ້ານເມືອງ​ຂອງຕົນ ພ້ອມ​ດ້ວຍ​ສິ່ງຂອງ​ທີ່​ຕົນ​ຢຶດ​ໄດ້​ທັງໝົດ ຕັ້ງໃຈ​ທີ່​ຈະ​ທຳລາຍ​ພັນທະສັນຍາ​ແຫ່ງ​ໄພ່ພົນ​ຂອງ​ພຣະເຈົ້າ. ລາວ​ຈະ​ເຮັດ​ຕາມໃຈ ແລ້ວ​ຄືນ​ໄປ​ສູ່​ດິນແດນ​ຂອງຕົນ.</verse>
				<verse number="29">ພາຍລຸນ​ມາ ລາວ​ຈະ​ບຸກຮຸກ​ເອຢິບ​ອີກ ຄາວ​ນີ້​ທຸກສິ່ງ​ກໍ​ຈະ​ບໍ່​ເປັນ​ດັ່ງ​ແຕ່​ກ່ອນ.</verse>
				<verse number="30">ຊາວ​ໂຣມ​ຈະ​ມາ​ທາງ​ເຮືອ ແລະ​ຂັດຂວາງ​ລາວ​ໄວ້ ແລະ​ລາວ​ຈະ​ຢ້ານກົວ. ແລ້ວ​ລາວ​ກໍ​ຈະ​ກັບຄືນ​ໄປ​ດ້ວຍ​ຄວາມ​ຄຽດແຄ້ນ ແລະ​ຈະ​ວາງແຜນ​ທຳລາຍ​ພັນທະສັນຍາ​ແຫ່ງ​ໄພ່ພົນ​ຂອງ​ພຣະເຈົ້າ. ລາວ​ຈະ​ເຮັດ​ຕາມ​ຄຳແນະນຳ​ຂອງ​ພວກ​ທີ່​ປະຖິ້ມ​ພັນທະສັນຍາ.</verse>
				<verse number="31">ທະຫານ​ບາງຄົນ​ຂອງ​ລາວ​ຈະ​ເຮັດ​ໃຫ້​ພຣະວິຫານ​ເສຍ​ຄວາມ​ສັກສິດ. ພວກເຂົາ​ຈະ​ໃຫ້​ເລີກ​ການ​ເຜົາບູຊາ​ປະຈຳວັນ ແລະ​ຕັ້ງ​ສິ່ງ​ແປກ​ປະຫລາດ​ອັນ​ໜ້າຢ້ານ​ຂຶ້ນ.</verse>
				<verse number="32">ຝ່າຍ​ກະສັດ​ຈະ​ໃຊ້​ກົນອຸບາຍ ເອົາ​ຊະນະ​ຄົນອື່ນໆ​ທີ່​ປະຖິ້ມ​ພັນທະສັນຍາ​ຂອງຕົນ​ແລ້ວ, ແຕ່​ພວກ​ທີ່​ບົວລະບັດ​ພຣະເຈົ້າ​ກໍ​ຈະ​ຕໍ່ສູ້​ຄືນ.</verse>
				<verse number="33">ພວກ​ຜູ້ນຳ​ທີ່​ມີ​ປັນຍາ​ຈະ​ແບ່ງປັນ​ຄວາມຮູ້ ໃຫ້​ແກ່​ຄົນອື່ນ​ຫລາຍ​ຄົນ, ແຕ່​ໃນ​ຊົ່ວ​ເວລາ​ໜຶ່ງ ພວກເຂົາ​ບາງຄົນ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ຖືກ​ເຜົາ​ໃຫ້​ຕາຍ ບາງຄົນ​ກໍ​ຈະ​ຖືກ​ປຸ້ນ ແລະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.</verse>
				<verse number="34">ໃນ​ຂະນະທີ່​ມີ​ການ​ຂ້າຟັນກັນ​ຢູ່​ນັ້ນ ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ໜ້ອຍດຽວ ຍ້ອນ​ຫລາຍ​ຄົນ​ທີ່​ມາ​ຊ່ວຍເຫລືອ​ພວກເຂົາ​ນັ້ນ ຈະ​ເຮັດ​ໄປ​ເພື່ອ​ເຫັນ​ແກ່​ປະໂຫຍດ​ສ່ວນຕົວ.</verse>
				<verse number="35">ຜູ້ນຳ​ທີ່​ມີ​ປັນຍາ​ເຫຼົ່ານີ້​ບາງຄົນ​ຈະ​ຖືກ​ຂ້າ, ແຕ່​ຜົນ​ທີ່​ຕາມ​ມາ​ນັ້ນ ກໍ​ເພື່ອ​ປະຊາຊົນ​ຈະ​ໄດ້​ຖືກ​ຊຳລະ​ລ້າງ​ໃຫ້​ບໍຣິສຸດ. ການ​ນີ້​ຈະ​ມີ​ສືບ​ຕໍ່ໄປ ຈົນເຖິງ​ເວລາ​ແຫ່ງ​ການ​ສິ້ນສຸດ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ໄວ້.</verse>
				<verse number="36">ກະສັດ​ແຫ່ງ​ຊີເຣຍ​ຈະ​ເຮັດ​ຕາມໃຈ​ມັກ. ລາວ​ຈະ​ໂອ້ອວດ​ວ່າ​ຕົນ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ພະ​ໃດໆ ແລະ​ອວດ​ວ່າ​ຕົນ​ສູງສຸດ​ກວ່າ​ພຣະເຈົ້າ​ອົງ​ສູງສຸດ. ລາວ​ຈະ​ສາມາດ​ເຮັດ​ໄປ​ດັ່ງນີ້ ຈົນ​ເວລາ​ທີ່​ພຣະເຈົ້າ​ລົງໂທດ​ລາວ​ມາ​ເຖິງ. ພຣະເຈົ້າ​ຈະ​ເຮັດ​ຢ່າງນີ້​ແທ້ ຕາມ​ທີ່​ພຣະອົງ​ໄດ້​ວາງແຜນ​ໄວ້.</verse>
				<verse number="37">ກະສັດ​ແຫ່ງ​ຊີເຣຍ​ຈະ​ບໍ່​ສົນໃຈ​ນຳ​ພະ ທີ່​ພວກ​ບັນພະບຸລຸດ​ຂອງຕົນ​ເຄີຍ​ຮັບໃຊ້​ມາ ແລະ​ພະ​ທີ່​ພວກຜູ້ຍິງ​ຮັກ​ແລະ​ນັບຖື​ນັ້ນ. ແທ້ຈິງ​ແລ້ວ ລາວ​ຈະ​ບໍ່​ສົນໃຈ​ນຳ​ພະ​ໃດໆ​ເລີຍ ເພາະ​ລາວ​ຄິດວ່າ​ຕົນ​ຍິ່ງໃຫຍ່​ກວ່າ​ພະ​ເຫຼົ່ານັ້ນ.</verse>
				<verse number="38">ແຕ່​ແທນທີ່​ລາວ​ຈະ​ໃຫ້ກຽດ​ພຣະ​ທີ່​ຄຸ້ມຄອງ​ປ້ອມ​ປ້ອງກັນ​ເມືອງ. ລາວ​ຈະ​ຖວາຍ​ເງິນ, ຄຳ, ເພັດພອຍ ແລະ​ສິ່ງຂອງ​ມີຄ່າ​ອື່ນໆ​ໃຫ້​ແກ່​ພະ​ຕົນ​ໜຶ່ງ ທີ່​ບັນພະບຸລຸດ​ຂອງຕົນ​ບໍ່ເຄີຍ​ຂາບໄຫວ້​ມາ​ກ່ອນ.</verse>
				<verse number="39">ເພື່ອ​ຮັກສາ​ປ້ອມ​ປ້ອງກັນ​ເມືອງ​ຂອງຕົນ​ໄວ້ ລາວ​ຈະ​ສວຍໃຊ້​ພວກ​ທີ່​ຂາບໄຫວ້​ພະ​ຕ່າງຊາດ. ລາວ​ຈະ​ໃຫ້ກຽດ​ຢ່າງ​ສູງ​ແກ່​ພວກ​ທີ່​ຍອມ​ຮັບ​ເອົາ​ຕົນ​ເປັນ​ຜູ້ປົກຄອງ ທັງ​ຈະ​ມອບ​ຕຳແໜ່ງ​ອັນ​ສູງ​ທາງ​ຣາຊການ​ໃຫ້ ແລະ​ມອບ​ທີ່ດິນ​ໃຫ້​ເປັນ​ຂອງຂວັນ​ແກ່​ພວກເຂົາ.</verse>
				<verse number="40">ເມື່ອ​ເວລາ​ກຳນົດ​ຂອງ​ກະສັດ​ແຫ່ງ​ຊີເຣຍ​ໃກ້​ຈະ​ໝົດ​ແລ້ວ ກະສັດ​ແຫ່ງ​ເອຢິບ​ຈະ​ໂຈມຕີ​ລາວ. ແຕ່​ລາວ​ຈະ​ໃຊ້​ກຳລັງ​ອຳນາດ​ທັງໝົດ​ຕໍ່ສູ້​ຄືນ ຄື​ໃຊ້​ລົດຮົບ, ຝູງ​ມ້າ​ຮົບ ແລະ​ເຮືອ​ເປັນ​ຈຳນວນ​ຫລາຍ. ລາວ​ຈະ​ບຸກໂຈມຕີ​ຫລາຍ​ປະເທດ​ເໝືອນ​ນໍ້າ​ໄຫລ​ຖ້ວມ.</verse>
				<verse number="41">ລາວ​ຈະ​ບຸກຮຸກ​ໂຈມຕີ ແມ່ນແຕ່​ດິນແດນ​ແຫ່ງ​ພຣະສັນຍາ ແລະ​ຂ້າ​ຄົນ​ຕາຍ​ເປັນ​ໝື່ນໆ, ແຕ່​ສ່ວນ​ປະເທດ​ເອໂດມ, ໂມອາບ ແລະ​ສິ່ງ​ທີ່​ຍັງເຫລືອ​ຢູ່​ໃນ​ອຳໂມນ​ຈະ​ຫລົບຫລີກ​ໄປ​ໄດ້.</verse>
				<verse number="42">ລາວ​ບຸກໂຈມຕີ​ຫລາຍ​ປະເທດ ແມ່ນແຕ່​ເອຢິບ​ລາວ​ກໍ​ຈະ​ບໍ່​ຈົ່ງ.</verse>
				<verse number="43">ລາວ​ຈະ​ຂົນ​ເອົາ​ເຄື່ອງ​ເງິນ​ເຄື່ອງ​ຄຳ ແລະ​ຊັບສົມບັດ​ອັນ​ມີຄ່າ​ອື່ນໆ​ຂອງ​ເອຢິບ​ໄປ. ລາວ​ຈະ​ມີໄຊ​ເໜືອ​ປະເທດ​ລີເບຍ​ແລະ​ປະເທດ​ເອທີໂອເປຍ.</verse>
				<verse number="44">ແລ້ວ​ຂ່າວ​ທີ່​ມາ​ຈາກ​ທິດ​ຕາເວັນອອກ​ແລະ​ຈາກ​ທິດເໜືອ ຈະ​ເຮັດ​ໃຫ້​ລາວ​ຕົກໃຈ​ແລະ​ລາວ​ຈະ​ສູ້ຮົບ​ຢ່າງ​ໂຫດຫ້ຽມ ໂດຍ​ຂ້າ​ຄົນ​ຢ່າງ​ຫລວງຫລາຍ.</verse>
				<verse number="45">ລາວ​ຈະ​ກາງ​ເຕັນ​ຫລວງ​ຂະໜາດ​ໃຫຍ່​ໄວ້ ລະຫວ່າງ​ທະເລ​ກັບ​ພູເຂົາ​ບໍຣິສຸດ​ທີ່​ງົດງາມ. ແຕ່​ລາວ​ຈະ​ຕາຍໄປ​ໂດຍ​ບໍ່ມີ​ຜູ້ໃດ​ໃນ​ທີ່ນັ້ນ​ຊ່ວຍ​ລາວ​ໄດ້.”</verse>
			</chapter>
			<chapter number="12">
				<verse number="1">“ໃນ​ເວລາ​ນັ້ນ ມີຄາເອນ​ເທວະດາ​ຕົນ​ໃຫຍ່ ຜູ້​ທີ່​ຮັກສາ​ປະຊາຊົນ​ຂອງ​ພຣະອົງ​ຈະ​ມາ​ປາກົດ. ແລ້ວ​ກໍ​ຈະ​ມີ​ການ​ລຳບາກ​ໜັກ​ເກີດຂື້ນ​ຢ່າງ​ບໍ່ເຄີຍ​ມີ​ມາ​ນັບ​ຕັ້ງແຕ່​ມີ​ຊົນຊາດ​ທັງຫລາຍ. ເມື່ອ​ເຖິງ​ເວລາ​ນັ້ນ ປະຊາຊົນ​ທັງປວງ​ຂອງ​ເຈົ້າ​ທີ່​ມີ​ຊື່​ໃນ​ໜັງສື​ຂອງ​ພຣະເຈົ້າ​ຈະ​ໄດ້​ພົ້ນ.</verse>
				<verse number="2">ຫລາຍ​ຄົນ​ໃນ​ພວກ​ເຫຼົ່ານີ້​ທີ່​ຕາຍໄປ​ແລ້ວ ຈະ​ມີ​ຊີວິດ​ອີກ ຄື​ບາງຄົນ​ຈະ​ມີ​ຄວາມ​ພໍອົກພໍໃຈ​ກັບ​ຊີວິດ​ອັນ​ຕະຫລອດໄປ​ເປັນນິດ; ບາງຄົນ​ຈະ​ທົນ​ທຸກຢ່າງ​ອັບອາຍ​ຕະຫລອດໄປ.</verse>
				<verse number="3">ພວກ​ຜູ້​ທີ່​ມີ​ປັນຍາ​ຈະ​ຮຸ່ງເຮືອງ​ເໝືອນ​ດວງດາວ​ສະຫວ່າງ​ສະໄຫວ​ທີ່​ເທິງ​ທ້ອງຟ້າ. ຜູ້​ທີ່​ສັ່ງສອນ​ຄົນ​ທັງຫລາຍ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ກໍ​ຈະ​ຮຸ່ງເຮືອງ​ຕະຫລອດໄປ​ເໝືອນ​ດວງດາວ.</verse>
				<verse number="4">ແຕ່​ເຈົ້າ​ດານີເອນ​ເອີຍ ໃຫ້​ເຈົ້າ​ຮຳ​ໜັງສື​ມ້ວນ​ນັ້ນ ແລະ​ຕີຕາ​ປະທັບ​ໃສ່​ໄວ້ ຈົນ​ເວລາ​ແຫ່ງ​ການ​ສິ້ນສຸດ​ຂອງ​ໂລກ​ມາເຖິງ. ໃນ​ເວລາ​ນັ້ນ ຄົນ​ຈຳນວນ​ຫລວງຫລາຍ​ຈະ​ແລ່ນ​ໄປ​ແລ່ນ​ມາ ແລະ​ຄວາມ​ຮູ້​ຈະ​ເພີ່ມ​ທະວີ​ຂື້ນ.”</verse>
				<verse number="5">ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສອງ​ຄົນ​ຢືນ​ຢູ່​ແຄມ​ແມ່ນໍ້າ ຄົນລະ​ເບື້ອງ.</verse>
				<verse number="6">ຄົນ​ໜຶ່ງ​ໃນ​ສອງ​ຄົນ​ນີ້ ໄດ້​ຖາມ​ຜູ້ຊາຍ​ທີ່​ນຸ່ງຫົ່ມ​ຜ້າປ່ານ ຜູ້​ທີ່​ຢືນ​ຢູ່​ເໜືອ​ນໍ້າ​ຂຶ້ນ​ໄປ​ນັ້ນ​ວ່າ, “ຍັງ​ອີກ​ດົນ​ປານໃດ ສິ່ງ​ອັດສະຈັນ​ເຫຼົ່ານີ້​ຈະ​ໝົດສິ້ນໄປ?”</verse>
				<verse number="7">ຊາຍ​ທີ່​ນຸ່ງຫົ່ມ​ຜ້າປ່ານ ຜູ້​ທີ່​ຢືນ​ຢູ່​ເໜືອ​ນໍ້າ​ໄດ້​ຍົກ​ມື​ຂວາ​ແລະ​ມື​ຊ້າຍ​ຂອງ​ເພິ່ນ​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ຂ້າພະເຈົ້າ​ໄດ້ຍິນ​ເພິ່ນ​ສາບານ​ໂດຍ​ອົງ​ຊົງ​ດຳລົງ​ຢູ່​ຕະຫຼອດໄປ​ເປັນນິດ​ວ່າ, “ຈະ​ເປັນ​ເວລາ​ສາມ​ປີ​ເຄິ່ງ. ເມື່ອ​ການ​ປະຫັດ​ປະຫານ​ໄພ່ພົນ​ຂອງ​ພຣະເຈົ້າ​ສິ້ນສຸດ​ລົງ​ແລ້ວ ສິ່ງ​ທັງໝົດ​ເຫຼົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ.”</verse>
				<verse number="8">ຂ້າພະເຈົ້າ​ໄດ້ຍິນ​ສິ່ງ​ທີ່​ເພິ່ນ​ກ່າວ ແຕ່​ບໍ່​ເຂົ້າໃຈ. ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, “ນາຍ​ເອີຍ ສິ່ງ​ນີ້​ຈະ​ສິ້ນສຸດ​ລົງ​ໄດ້​ຢ່າງໃດ?”</verse>
				<verse number="9">ເພິ່ນ​ຕອບ​ວ່າ, “ດານີເອນ​ເອີຍ ເຈົ້າ​ຕ້ອງ​ໄປ​ດຽວນີ້ ເພາະ​ຄຳເວົ້າ​ເຫຼົ່ານີ້ ຈະ​ຖືກ​ປົກປິດ​ໄວ້​ເປັນຄວາມລັບ ຈົນ​ເວລາ​ແຫ່ງ​ການ​ສິ້ນສຸດ​ນັ້ນ​ໄດ້​ມາເຖິງ.</verse>
				<verse number="10">ຫລາຍ​ຄົນ​ຈະ​ຖືກ​ຊຳລະ​ໃຫ້​ບໍຣິສຸດ. ພວກ​ທີ່​ຊົ່ວຊ້າ​ທັງຫລາຍ​ຈະ​ບໍ່​ເຂົ້າໃຈ ແຕ່​ພວກເຂົາ​ຈະ​ເປັນ​ຄົນຊົ່ວ​ຢູ່​ຕໍ່ໄປ; ມີ​ແຕ່​ພວກ​ມີ​ປັນຍາ​ເທົ່ານັ້ນ ທີ່​ຈະ​ເຂົ້າໃຈ.</verse>
				<verse number="11">ຕັ້ງແຕ່​ການຖວາຍ​ເຄື່ອງ​ເຜົາບູຊາ​ປະຈຳວັນ​ຖືກ​ຍົກເລີກ​ໄປ ໝາຍຄວາມວ່າ ແຕ່​ເວລາ​ຕັ້ງ​ສິ່ງ​ແປກ​ປະຫລາດ​ອັນ​ໜ້າຢ້ານ​ຂຶ້ນ ໜຶ່ງພັນ​ສອງຮ້ອຍ​ເກົ້າສິບ​ວັນ ຈະ​ຜ່ານ​ພົ້ນ​ໄປ.</verse>
				<verse number="12">ຜູ້​ທີ່​ຍັງ​ຕັ້ງ​ໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ​ເປັນ​ເວລາ​ໜຶ່ງພັນ​ສາມຮ້ອຍ​ສາມສິບຫ້າ​ວັນ ກໍ​ເປັນ​ສຸກ.</verse>
				<verse number="13">ດານີເອນ​ເອີຍ ເຈົ້າ​ຈົ່ງ​ສັດຊື່​ຕໍ່ໄປ​ຈົນເຖິງ​ທີ່ສຸດ. ແລ້ວ​ເຈົ້າ​ກໍ​ຈະ​ຕາຍໄປ; ແຕ່​ເຈົ້າ​ຈະ​ລຸກ​ຂຶ້ນ​ມາ​ເພື່ອ​ຮັບ​ເອົາ​ບຳເໜັດ​ຂອງເຈົ້າ​ໃນ​ເວລາ​ສິ້ນສຸດ​ໂລກ.”</verse>
			</chapter>
		</book>
		<book number="28">
			<chapter number="1">
				<verse number="1">ນີ້​ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ແກ່​ໂຮເສອາ ລູກຊາຍ​ຂອງ​ເບເອຣີ ເວລາ​ທີ່​ອຸດຊີຢາ, ໂຢທາມ, ອາຮາດ ແລະ​ເຮເຊກີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ; ແລະ​ເວລາ​ທີ່​ເຢໂຣໂບອາມ​ລູກຊາຍ​ຂອງ​ເຢໂຮອາດ ເປັນ​ກະສັດ​ແຫ່ງ​ອິດສະຣາເອນ.</verse>
				<verse number="2">ເມື່ອ​ພຣະເຈົ້າຢາເວ​ກ່າວ​ຕໍ່​ຊາດ​ອິດສະຣາເອນ ຄັ້ງ​ທຳອິດ​ຜ່ານ​ທາງ​ໂຮເສອາ​ນັ້ນ. ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, “ຈົ່ງ​ໄປ​ແຕ່ງງານ ແຕ່​ເມຍ​ຂອງ​ເຈົ້າ​ຈະ​ບໍ່​ສັດຊື່ ແລະ​ລູກໆ​ຂອງ​ເຈົ້າ​ກໍ​ຈະ​ເປັນ​ດັ່ງ​ແມ່. ລັກສະນະ​ດຽວກັນ​ນີ້​ແຫຼະ ປະຊາຊົນ​ຂອງເຮົາ​ໄດ້​ໜີປະ​ເຮົາ​ແລະ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ.”</verse>
				<verse number="3">ດັ່ງນັ້ນ ລາວ​ຈຶ່ງ​ໄດ້​ແຕ່ງງານ​ກັບ​ຍິງ​ຄົນ​ໜຶ່ງ​ຊື່​ວ່າ​ໂກເມ ລູກສາວ​ຂອງ​ດິບລາອິມ. ເມື່ອ​ນາງ​ໄດ້​ລູກຊາຍ​ຄົນ​ທຳອິດ</verse>
				<verse number="4">ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຕັ້ງຊື່​ໃຫ້​ລາວ​ວ່າ, ‘ຢິດຊະເຣນ’ ເພາະ​ຍັງ​ອີກ​ບໍ່ດົນ​ເຮົາ​ຈະ​ລົງໂທດ​ກະສັດ​ແຫ່ງ​ອິດສະຣາເອນ​ເນື່ອງ​ຈາກ​ວ່າ​ເຢຮູ ບັນພະບຸລຸດ​ຂອງ​ລາວ​ໄດ້​ຂ້າ​ຫລາຍ​ຄົນ​ທີ່​ຢິດຊະເຣນ. ເຮົາ​ຈະ​ເຮັດ​ໃຫ້​ເຊື້ອວົງ​ຂອງ​ເຢຮູ ສິ້ນສຸດລົງ.</verse>
				<verse number="5">ໃນ​ເວລາ​ນັ້ນ ເຮົາ​ຈະ​ທຳລາຍ​ອຳນາດ​ທາງ​ທະຫານ​ຂອງ​ຊາດ​ອິດສະຣາເອນ ທີ່​ຮ່ອມພູ​ຢິດຊະເຣນ.”</verse>
				<verse number="6">ຕໍ່ມາ ນາງ​ໂກເມ​ໄດ້​ຖືພາ​ອີກ; ຄາວ​ນີ້​ນາງ​ໄດ້​ລູກ​ເປັນ​ແມ່ຍິງ. ພຣະເຈົ້າຢາເວ​ຈຶ່ງ​ໄດ້​ກ່າວ​ແກ່​ໂຮເສອາ​ວ່າ, “ຈົ່ງ​ຕັ້ງຊື່​ໃຫ້​ນາງ​ວ່າ, ‘ຂາດ​ຮັກ’ ເພາະ​ເຮົາ​ຈະ​ບໍ່​ສະແດງ​ຄວາມຮັກ ຫລື​ອະໄພ​ໃຫ້​ປະຊາຊົນ​ອິດສະຣາເອນ​ອີກ​ຕໍ່ໄປ.</verse>
				<verse number="7">ແຕ່​ເຮົາ​ຈະ​ສະແດງ​ຄວາມຮັກ​ຕໍ່​ປະຊາຊົນ​ຢູດາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ເຮົາ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ; ແຕ່​ບໍ່ແມ່ນ​ດ້ວຍ​ເສິກ​ສົງຄາມ ຄື​ດ້ວຍ​ດາບ ຫລື​ໜ້າທະນູ​ແລະ​ລູກສອນ ຫລື​ດ້ວຍ​ມ້າ ແລະ​ເຫຼົ່າ​ທະຫານ​ມ້າ.”</verse>
				<verse number="8">ຫລັງຈາກ​ນາງ​ໂກເມ​ໃຫ້​ລູກສາວ​ຢ່າ​ນົມ​ແລ້ວ ນາງ​ກໍ​ຖືພາ​ອີກ ແລະ​ໄດ້​ລູກຊາຍ​ຕື່ມ​ຜູ້ໜຶ່ງ.</verse>
				<verse number="9">ພຣະເຈົ້າຢາເວ​ຈຶ່ງ​ໄດ້ກ່າວ​ວ່າ, “ຈົ່ງ​ຕັ້ງຊື່​ໃຫ້​ລາວ​ວ່າ, ‘ບໍ່ແມ່ນ​ປະຊາຊົນ​ຂອງເຮົາ’ ເພາະ​ປະຊາຊົນ​ອິດສະຣາເອນ​ບໍ່ແມ່ນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ບໍ່ແມ່ນ​ພຣະເຈົ້າ​ຂອງ​ພວກເຂົາ.”</verse>
				<verse number="10">ປະຊາຊົນ​ອິດສະຣາເອນ​ຈະ​ມີ​ຫລາຍ​ດັ່ງ​ເມັດ​ຊາຍ​ໃນ​ແຄມ​ທະເລ ຊຶ່ງ​ເກີນ​ທີ່​ຈະ​ນັບ ຫລື​ຕັກຕວງ​ໄດ້. ບັດນີ້ ພຣະເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່ແມ່ນ​ປະຊາຊົນ​ຂອງເຮົາ” ແຕ່​ໃນ​ວັນ​ໜຶ່ງ ພຣະອົງ​ຈະ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່.”</verse>
				<verse number="11">ປະຊາຊົນ​ຢູດາ​ແລະ​ອິດສະຣາເອນ​ຈະ​ຮ່ວມ​ເຂົ້າ​ກັນ​ອີກ. ພວກເຂົາ​ຈະ​ເລືອກເອົາ​ຜູ້ນຳ​ຄົນດຽວ​ສຳລັບ​ພວກຕົນ ພວກເຂົາ​ຈະ​ຮຸ່ງເຮືອງ​ແລະ​ອຸດົມສົມບູນ​ອີກເທື່ອໜຶ່ງ. ແມ່ນແລ້ວ ວັນ​ຂອງ​ຢິດຊະເຣນ ຈະ​ເປັນ​ວັນ​ຍິ່ງໃຫຍ່!</verse>
			</chapter>
			<chapter number="2">
				<verse number="1">ສະນັ້ນ ຈົ່ງ​ເອີ້ນ​ໝູ່ເພື່ອນ​ຂອງ​ເຈົ້າ​ວ່າ, “ປະຊາຊົນ​ຂອງ​ພຣະເຈົ້າ” ແລະ “ຜູ້​ໄດ້​ຮັບ​ຄວາມຮັກ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.”</verse>
				<verse number="2">ລູກ​ເອີຍ ຈົ່ງ​ຮ້ອງຂໍ​ຕໍ່​ແມ່​ຂອງເຈົ້າ ເຖິງ​ແມ່ນ​ວ່າ​ນາງ​ບໍ່ແມ່ນ​ເມຍ​ຂອງເຮົາ​ອີກ​ຕໍ່ໄປ​ກໍຕາມ ແລະ​ເຮົາ​ກໍ​ບໍ່ແມ່ນ​ຜົວ​ຂອງ​ນາງ​ອີກ​ກໍດີ. ຈົ່ງ​ຮ້ອງຂໍ​ໃຫ້​ນາງ​ເຊົາ​ຫລີ້ນຊູ້​ແລະ​ເຊົາ​ເປັນ​ໂສເພນີ.</verse>
				<verse number="3">ຖ້າ​ນາງ​ບໍ່​ເຊົາ ເຮົາ​ຈະ​ເປືອຍກາຍ​ນາງ​ໃຫ້​ເປັນ​ດັ່ງ​ມື້​ທີ່​ນາງ​ໄດ້​ເກີດ​ມາ. ເຮົາ​ຈະ​ເຮັດ​ໃຫ້​ນາງ​ເປັນ​ດັ່ງ​ດິນ​ທີ່​ແຫ້ງແລ້ງ​ແລະ​ທຸລະກັນດານ ນາງ​ຈະ​ຕາຍ​ເພາະ​ຫິວນໍ້າ.</verse>
				<verse number="4">ເຮົາ​ຈະ​ບໍ່​ສົງສານ​ລູກ​ຂອງ​ນາງ; ເພາະ​ພວກເຂົາ​ເປັນ​ລູກ​ຂອງ​ໂສເພນີ.</verse>
				<verse number="5">ນາງ​ເອງ​ໄດ້​ເວົ້າ​ວ່າ, “ຂ້ອຍ​ຈະ​ໄປ​ຫາ​ຄົນ​ຮັກ​ຂອງຂ້ອຍ ເພາະ​ພວກເຂົາ​ໄດ້​ນຳ​ເອົາ​ສິ່ງ​ເຫຼົ່ານີ້​ມາ​ໃຫ້​ຂ້ອຍ ເຊັ່ນ: ອາຫານ​ແລະ​ນໍ້າ, ເຄື່ອງ​ຂົນແກະ, ຜ້າເນື້ອລະອຽດ, ນໍ້າມັນ​ໝາກກອກເທດ ແລະ​ເຫຼົ້າ​ອະງຸ່ນ.”</verse>
				<verse number="6">ສະນັ້ນ ເຮົາ​ຈຶ່ງ​ຈະ​ກີດກັ້ນ​ນາງ​ດ້ວຍ​ພຸ່ມໜາມ ແລະ​ຈະ​ສ້າງ​ກຳແພງ​ຕັນ​ທາງ​ຂອງ​ນາງ​ໄວ້.</verse>
				<verse number="7">ນາງ​ຈະ​ແລ່ນ​ຕິດຕາມ​ຄົນຮັກ​ໄປ ແຕ່​ກໍ​ຈະ​ບໍ່ທັນ​ພວກເຂົາ; ນາງ​ຈະ​ຊອກ​ຫາ​ພວກເຂົາ ແຕ່​ຈະ​ບໍ່​ພົບ. ແລ້ວ​ນາງ​ກໍ​ຈະ​ເວົ້າ​ວ່າ, “ຂ້ອຍ​ຈະ​ກັບຄືນ​ໄປ​ຫາ​ຜົວ​ເກົ່າ​ຂອງຂ້ອຍ ເພາະ​ແຕ່​ກ່ອນ​ຂ້ອຍ​ເຄີຍ​ສະໜຸກ​ສະບາຍ​ກວ່າ​ດຽວນີ້.”</verse>
				<verse number="8">ນາງ​ບໍ່​ຮູ້​ເລີຍ​ວ່າ ເຮົາ​ເປັນ​ຜູ້​ເອົາ​ເຂົ້າ​ສາລີ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ແລະ​ເງິນຄຳ​ທັງໝົດ ຊຶ່ງ​ນາງ​ໃຊ້​ຂາບໄຫວ້​ພະບາອານ​ນັ້ນ​ໃຫ້​ແກ່​ນາງ.</verse>
				<verse number="9">ດັ່ງນັ້ນ ໃນ​ເວລາ​ເກັບກ່ຽວ ເຮົາ​ຈຶ່ງ​ຈະ​ເອົາ ເຂົ້າ​ສາລີ​ແລະ​ເຫຼົ້າ​ອະງຸ່ນ​ທີ່​ເຮົາ​ໃຫ້​ແກ່​ນາງ​ນັ້ນ​ຄືນ​ມາ ທັງ​ຈະ​ເອົາ​ຂົນແກະ​ແລະ​ຜ້າເນື້ອລະອຽດ ທີ່​ເຮົາ​ໃຫ້​ນາງ​ນຸ່ງ​ນັ້ນ​ຄືນ​ມາ​ດ້ວຍ.</verse>
				<verse number="10">ແລ້ວ​ເຮົາ​ກໍ​ຈະ​ແກ້​ເຄື່ອງນຸ່ງ​ຂອງ​ນາງ​ອອກ​ຕໍ່ໜ້າ​ຄົນຮັກ​ຂອງ​ນາງ ແລະ​ຈະ​ບໍ່ມີ​ຜູ້ໃດ​ຊ່ວຍ​ນາງ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງເຮົາ​ໄດ້.</verse>
				<verse number="11">ເຮົາ​ຈະ​ເຮັດ​ໃຫ້​ຄວາມ​ມ່ວນຊື່ນ​ທັງໝົດ​ສິ້ນສຸດ​ລົງ ເຊັ່ນ: ບຸນ​ປະຈຳເດືອນ, ປະຈຳ​ອາທິດ ແລະ​ການ​ຊຸມນຸມ​ໃນ​ເທດສະການ​ຕ່າງໆ.</verse>
				<verse number="12">ເຮົາ​ຈະ​ທຳລາຍ​ເຄືອ​ອະງຸ່ນ​ແລະ​ກົກ​ໝາກເດື່ອເທດ​ຂອງ​ນາງ ຊຶ່ງ​ນາງ​ເວົ້າ​ວ່າ, ແມ່ນ​ຄົນຮັກ​ທີ່​ເອົາ​ໃຫ້​ນາງ ເພາະ​ນາງ​ຮັບໃຊ້​ບໍລິການ​ພວກເຂົາ. ເຮົາ​ຈະ​ເຮັດ​ໃຫ້​ສວນ​ໝາກອະງຸ່ນ ແລະ​ສວນ​ໝາກໄມ້​ທັງຫລາຍ​ຂອງ​ນາງ ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ; ຝູງ​ສັດປ່າ​ຈະ​ທຳລາຍ​ສິ່ງ​ເຫຼົ່ານັ້ນ​ຖິ້ມ.</verse>
				<verse number="13">ເຮົາ​ຈະ​ລົງໂທດ​ນາງ​ສຳລັບ​ເວລາ​ທີ່​ນາງ​ໄດ້​ລືມໄລ​ເຮົາ ຄື​ເມື່ອ​ນາງ​ເຜົາ​ເຄື່ອງຫອມ​ບູຊາ​ໃຫ້​ແກ່​ພະບາອານ ແລະ​ໃສ່​ເຄື່ອງ​ເພັດພອຍ​ໜີ​ຕາມ​ຄົນຮັກ​ໄປ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="14">ເພາະສະນັ້ນ ເຮົາ​ຈະ​ພາ​ນາງ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ​ອີກ ແລະ​ໃນ​ທີ່ນັ້ນ ເຮົາ​ຈະ​ເວົ້າ​ເກ່ຍກ່ອມ​ນາງ​ຄືນ​ດ້ວຍ​ຖ້ອຍຄຳ​ແຫ່ງ​ຄວາມຮັກ.</verse>
				<verse number="15">ເຮົາ​ຈະ​ຄືນ​ສວນອະງຸ່ນ​ໃຫ້​ແກ່​ນາງ ແລະ​ຈະ​ເຮັດ​ໃຫ້​ຮ່ອມພູ​ລຳບາກ​ເປັນ​ປະຕູ​ແຫ່ງ​ຄວາມຫວັງ. ນາງ​ຈະ​ຕອບ​ສະໜອງ​ເຮົາ​ຢູ່​ທີ່​ນັ້ນ ດັ່ງ​ນາງ​ໄດ້​ເຄີຍ​ເຮັດ​ມາ​ໃນ​ຄາວ​ຍັງ​ໜຸ່ມ ຄື​ເມື່ອ​ຄາວ​ໜີ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ.</verse>
				<verse number="16">ແລ້ວ​ນາງ​ກໍ​ຈະ​ເອີ້ນ​ເຮົາ​ອີກ​ຄັ້ງ​ໜຶ່ງ​ວ່າ​ເປັນ​ຜົວ​ຂອງ​ນາງ ນາງ​ຈະ​ບໍ່​ເອີ້ນ​ເຮົາ​ຕໍ່ໄປ​ວ່າ​ພະບາອານ​ຂອງ​ນາງ.</verse>
				<verse number="17">ເຮົາ​ຈະ​ບໍ່​ໃຫ້​ນາງ​ເອີ່ຍ​ເຖິງ​ຊື່​ພະບາອານ​ອີກ​ຈັກເທື່ອ.</verse>
				<verse number="18">ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ສັດປ່າ​ແລະ​ຝູງນົກ​ທັງປວງ ເພື່ອ​ວ່າ​ພວກມັນ​ຈະ​ບໍ່​ທຳຮ້າຍ​ປະຊາຊົນ​ຂອງເຮົາ. ເຮົາ​ຈະ​ເອົາ​ອາວຸດ​ແຫ່ງ​ການ​ຮົບເສິກ​ໜີໄປ​ຈາກ​ດິນແດນ ຄື​ດາບ​ແລະ​ລູກທະນູ ແລະ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ມີ​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ ແລະ​ປອດໄພ.</verse>
				<verse number="19">ຊາດ​ອິດສະຣາເອນ​ເອີຍ ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ເມຍ​ຂອງເຮົາ ເຮົາ​ຈະ​ຈິງໃຈ​ແລະ​ສັດຊື່​ຕໍ່​ເຈົ້າ; ເຮົາ​ຈະ​ໃຫ້​ຄວາມຮັກ​ໝັ້ນຄົງ​ແກ່​ເຈົ້າ ແລະ​ຄວາມ​ເມດຕາ​ແກ່​ເຈົ້າ​ສະເໝີ ແລະ​ຈະ​ໃຫ້​ເຈົ້າ​ເປັນ​ຂອງເຮົາ ຕະຫລອດໄປ​ເປັນນິດ.</verse>
				<verse number="20">ເຮົາ​ຈະ​ຮັກສາ​ຄຳສັນຍາ​ວ່າ​ເຈົ້າ​ເປັນ​ຂອງເຮົາ ແລ້ວ​ເຈົ້າ​ກໍ​ຈະ​ຮັບຮູ້​ພຣະເຈົ້າຢາເວ.</verse>
				<verse number="21">ໃນ​ເວລາ​ນັ້ນ​ເຮົາ​ຈະ​ຕອບ​ຄຳ​ພາວັນນາ​ອະທິຖານ ທີ່​ອິດສະຣາເອນ ປະຊາຊົນ​ຂອງເຮົາ​ທູນຂໍ​ນັ້ນ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="22">ເຮົາ​ຈະ​ເທ​ຝົນ​ແກ່​ແຜ່ນດິນ​ໂລກ ແລະ​ໃຫ້​ເກີດ​ມີ​ເຂົ້າ​ສາລີ ໝາກອະງຸ່ນ ໝາກກອກເທດ.</verse>
				<verse number="23">ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ດິນແດນ ແລະ​ໃຫ້​ອຸດົມສົມບູນ​ຍິ່ງໆ​ຂຶ້ນ. ເຮົາ​ຈະ​ໃຫ້​ຄວາມຮັກ​ຕໍ່​ຜູ້​ທີ່​ຖືກ​ເອີ້ນ​ວ່າ, “ຂາດ​ຮັກ” ແລະ​ຜູ້​ທີ່​ຖືກ​ເອີ້ນ​ວ່າ, “ບໍ່ແມ່ນ​ປະຊາຊົນ​ຂອງເຮົາ” ດ້ວຍ. ເຮົາ​ຈະ​ກ່າວ​ວ່າ, “ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ.” ພວກເຂົາ​ຈະ​ຕອບ​ວ່າ, “ພຣະອົງ​ຊົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.”</verse>
			</chapter>
			<chapter number="3">
				<verse number="1">ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ໄປ ແລະ​ສະແດງ​ຄວາມຮັກ​ກັບ​ຍິງ​ຄົນ​ໜຶ່ງ​ອີກ ທີ່​ມີ​ຄົນຮັກ​ແລ້ວ ແຕ່​ໄປ​ຫລີ້ນຊູ້. ໃຫ້​ເຈົ້າ​ຮັກ​ນາງ​ດັ່ງ​ພຣະເຈົ້າຢາເວ​ຮັກ​ປະຊາຊົນ​ອິດສະຣາເອນ ເຖິງ​ແມ່ນ​ວ່າ​ພວກເຂົາ​ຫັນ​ໄປ​ຫາ​ພະອື່ນ ແລະ​ນິຍົມກັນ​ຖວາຍ​ໝາກອະງຸ່ນ​ແຫ້ງ ແກ່​ຮູບເຄົາຣົບ​ທັງຫລາຍ​ກໍຕາມ.”</verse>
				<verse number="2">ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຈ່າຍ​ເງິນ​ສິບຫ້າ​ຫລຽນ​ກັບ​ເຂົ້າເດືອຍ 150 ກິໂລກຼາມ ເພື່ອ​ຊື້​ເອົາ​ນາງ​ຄືນ​ມາ.</verse>
				<verse number="3">ຂ້າພະເຈົ້າ​ບອກ​ນາງ​ວ່າ ນາງ​ຕ້ອງ​ຄອຍຖ້າ​ຂ້າພະເຈົ້າ​ເປັນ​ເວລາ​ນານ ໂດຍ​ບໍ່​ຕ້ອງ​ເປັນ​ໂສເພນີ​ຫລື​ຫລີ້ນຊູ້ ແລະ​ໃນ​ລະຫວ່າງ​ນີ້​ຂ້າພະເຈົ້າ​ຈະ​ຄອຍຖ້າ​ນາງ.</verse>
				<verse number="4">ໃນ​ລັກສະນະ​ດຽວ​ນີ້​ແຫຼະ ປະຊາຊົນ​ອິດສະຣາເອນ​ຈະ​ຢູ່​ຢ່າງ​ບໍ່ມີ​ກະສັດ ຫລື​ຜູ້ນຳ​ເປັນ​ເວລາ​ນານ ແລະ​ຈະ​ບໍ່ມີ​ເຄື່ອງ​ເຜົາບູຊາ ຫລື​ຫີນ​ສັກສິດ ບໍ່ມີ​ຮູບເຄົາຣົບ​ຫລື​ເທວະຮູບ ເພື່ອ​ບອກ​ເຖິງ​ເລື່ອງ​ອະນາຄົດ.</verse>
				<verse number="5">ແຕ່​ຫລັງຈາກ​ນັ້ນ ປະຊາຊົນ​ອິດສະຣາເອນ​ຈະ​ກັບຄືນ​ມາ ແລະ​ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ອີກເທື່ອໜຶ່ງ ແລະ​ຈະ​ກັບຄືນ​ໄປ​ຫາ​ເຊື້ອສາຍ​ຂອງ​ດາວິດ​ກະສັດ​ຂອງ​ພວກເຂົາ. ໃນ​ເວລາ​ນັ້ນ ພວກເຂົາ​ຈະ​ຢຳເກງ​ພຣະເຈົ້າຢາເວ ແລະ​ຈະ​ໄດ້​ຮັບ​ສິ່ງ​ດີ​ທີ່​ພຣະອົງ​ຈະ​ໂຜດ​ໃຫ້.</verse>
			</chapter>
			<chapter number="4">
				<verse number="1">ພຣະເຈົ້າຢາເວ​ມີ​ຄະດີ​ກ່າວ​ຟ້ອງ​ຕໍ່ສູ້​ປະຊາຊົນ ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້. ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ: “ຄວາມ​ສັດຊື່​ຫລື​ຄວາມຮັກ​ບໍ່ມີ​ຢູ່​ໃນ​ດິນແດນ​ນີ້ ແລະ​ບໍ່​ມີ​ຄວາມ​ຮັບຮູ້​ພຣະເຈົ້າ.</verse>
				<verse number="2">ພວກເຂົາ​ເຮັດ​ຄຳສັນຍາ​ແລະ​ລະເມີດ​ຄຳສັນຍາ​ນັ້ນ. ພວກເຂົາ​ຂີ້ຕົວະ, ເປັນ​ຄາດຕະກອນ, ຂີ້ລັກ ແລະ​ຫລີ້ນຊູ້​ສູ່ຜົວເມຍ​ຄົນອື່ນ. ອາຊະຍາກຳ​ມີ​ເພີ່ມ​ຂຶ້ນ ແລະ​ການ​ຂ້າຟັນກັນ​ກໍ​ມີ​ຢູ່​ທຸກ​ມື້​ທຸກ​ເວັນ.</verse>
				<verse number="3">ສະນັ້ນ ດິນແດນ​ຈະ​ແຫ້ງແລ້ງ ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ນັ້ນ​ຈະ​ຕາຍໄປ​ໝົດ. ສັດ​ແລະ​ນົກ​ທັງປວງ​ແມ່ນແຕ່​ປາ​ກໍ​ຈະ​ຕາຍ​ດ້ວຍ.”</verse>
				<verse number="4">“ຢ່າ​ໃຫ້​ຜູ້ໃດ​ກ່າວໂທດ ຫລື​ຕິຕຽນ​ປະຊາຊົນ ເພາະ​ຄຳຈົ່ມ​ຂອງເຮົາ​ແມ່ນ​ຕໍ່ສູ້​ພວກເຈົ້າ ຜູ້​ເປັນ​ປະໂຣຫິດ.</verse>
				<verse number="5">ພວກເຈົ້າ​ເຮັດ​ຜິດ​ທັງ​ກາງເວັນ​ແລະ​ກາງຄືນ ພວກ​ຜູ້ທຳນວາຍ​ກໍ​ບໍ່​ດີ​ລື່ນ​ໄປ​ກວ່າ​ພວກເຈົ້າ. ເຮົາ​ກຳລັງ​ຈະ​ທຳລາຍ​ແມ່​ຂອງ​ພວກເຈົ້າ.</verse>
				<verse number="6">ປະຊາຊົນ​ຂອງເຮົາ​ໄດ້​ຖືກ​ທຳລາຍ ເພາະ​ພວກເຂົາ​ຂາດ​ຄວາມ​ຮູ້. ພວກເຈົ້າ​ຜູ້​ເປັນ​ປະໂຣຫິດ​ບໍ່​ຍອມ​ຮັບຮູ້​ເຮົາ ແລະ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງເຮົາ; ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ຍອມ​ຮັບຮູ້​ພວກເຈົ້າ ແລະ​ບໍ່​ຍອມ​ຮັບຮູ້​ລູກຊາຍ​ຂອງ​ພວກເຈົ້າ​ວ່າ ເປັນ​ປະໂຣຫິດ​ຂອງເຮົາ.</verse>
				<verse number="7">ພວກເຈົ້າ​ຜູ້​ເປັນ​ປະໂຣຫິດ​ມີ​ຈຳນວນ​ຫລາຍ​ຂຶ້ນ​ເທົ່າໃດ ພວກເຈົ້າ​ກໍ​ຍິ່ງ​ເຮັດ​ບາບ​ຕໍ່ສູ້​ເຮົາ​ຫລາຍ​ຂຶ້ນ​ເທົ່ານັ້ນ ເຮົາ​ຈະ​ໃຫ້​ກຽດຕິຍົດ​ຂອງ​ພວກເຈົ້າ​ກາຍເປັນ​ຄວາມ​ອັບອາຍ.</verse>
				<verse number="8">ພວກເຈົ້າ​ຮັ່ງມີ​ຂຶ້ນ ຍ້ອນ​ປະຊາຊົນ​ຂອງເຮົາ​ເຮັດ​ບາບ; ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ຢາກ​ໃຫ້​ປະຊາຊົນ​ຂອງເຮົາ ເຮັດ​ບາບ​ຫລາຍ​ຂຶ້ນ​ຕື່ມ.</verse>
				<verse number="9">ພວກເຈົ້າ​ຈະ​ໄດ້​ຮັບ​ໂທດ​ຢ່າງ​ທໍລະມານ ເໝືອນກັນ​ກັບ​ປະຊາຊົນ. ເຮົາ​ຈະ​ລົງໂທດ​ພວກເຈົ້າ ແລະ​ເຮັດ​ໃຫ້​ໃຊ້​ໜີ້ກຳ​ແຫ່ງ​ການຊົ່ວ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.</verse>
				<verse number="10">ພວກເຈົ້າ​ຈະ​ກິນ​ສ່ວນແບ່ງ​ເຄື່ອງ​ບູຊາ​ທີ່​ເປັນ​ຂອງ​ພວກເຈົ້າ; ແຕ່​ກໍ​ຍັງ​ຈະ​ຫິວ​ຢູ່. ພວກເຈົ້າ​ຈະ​ຂາບໄຫວ້​ບັນດາ​ພະ​ທີ່​ໃຫ້​ເກີດ​ຄວາມ​ອຸດົມ​ສົມບູນ; ແຕ່​ກໍ​ຍັງ​ບໍ່ມີ​ລູກ ເພາະ​ພວກເຈົ້າ​ໜີ​ຈາກ​ພຣະເຈົ້າຢາເວ​ໄປ​ບົວລະບັດ​ຮັບໃຊ້​ພະອື່ນ.”</verse>
				<verse number="11">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຫຼົ້າ​ອະງຸ່ນ​ທັງ​ເກົ່າ​ແລະ​ໃໝ່ ກຳລັງ​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ເສຍ​ຄົນ.</verse>
				<verse number="12">ພວກເຂົາ​ຂໍຮ້ອງ​ໃຫ້​ສິ່ງ​ທີ່​ເຮັດ​ດ້ວຍ​ໄມ້ ເປີດເຜີຍ​ເລື່ອງ​ຕ່າງໆ​ໃຫ້​ພວກຕົນ​ຮູ້ ທ່ອນ​ໄມ້​ບອກ​ພວກເຂົາ ຕາມ​ທີ່​ພວກເຂົາ​ຢາກ​ຮູ້ ພວກເຂົາ​ໄດ້​ປະຖິ້ມ​ເຮົາ. ດັ່ງ​ຍິງ​ຜູ້ໜຶ່ງ​ທີ່​ກາຍເປັນ​ໂສເພນີ ພວກເຂົາ​ຖວາຍ​ຕົນເອງ​ແກ່​ພະອື່ນ.</verse>
				<verse number="13">ພວກເຂົາ​ຖວາຍ​ເຄື່ອງ​ເຜົາບູຊາ​ທີ່​ສະຖານ​ສັກສິດ​ຢູ່​ເທິງ​ຈອມພູ ແລະ​ເຜົາ​ເຄື່ອງຫອມ​ບູຊາ​ຢູ່​ເທິງ​ເນີນພູ​ແລະ​ຢູ່​ໃຕ້​ຕົ້ນໄມ້​ສູງ ຄື​ຕົ້ນໄມ້​ທີ່​ແຜ່​ງ່າ​ອອກ​ເພາະ​ມັນ​ມີ​ຮົ່ມ​ເຢັນ​ດີ. ຜົນ​ທີ່​ຕາມ​ມາ​ກໍ​ຄື​ວ່າ ພວກ​ລູກສາວ​ຂອງ​ພວກເຈົ້າ​ພາກັນ​ເປັນ​ໂສເພນີ ແລະ​ພວກ​ລູກໃພ້​ຂອງ​ພວກເຈົ້າ​ກໍ​ພາກັນ​ຫລີ້ນຊູ້.</verse>
				<verse number="14">ແຕ່​ເຖິງ​ຢ່າງ​ໃດ​ກໍຕາມ ເຮົາ​ຈະ​ບໍ່​ລົງໂທດ​ພວກເຂົາ​ເພາະ​ເຮັດ​ດັ່ງນັ້ນ ຍ້ອນ​ພວກເຈົ້າ​ເອງ​ກໍ​ໄປ​ກັບ​ໂສເພນີ​ປະຈຳ​ວິຫານ ແລະ​ເຜົາ​ເຄື່ອງ​ບູຊາ​ຖວາຍ​ແກ່​ພະ​ຕ່າງຊາດ​ຮ່ວມ​ກັບ​ພວກເຂົາ. ດັ່ງ​ສຸພາສິດ​ກ່າວ​ວ່າ ຄົນ​ທີ່​ຂາດ​ປັນຍາ​ກໍ​ຈະ​ເຖິງ​ແກ່​ຄວາມພິນາດ.</verse>
				<verse number="15">ເຖິງ​ແມ່ນ​ວ່າ ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ບໍ່​ສັດຊື່​ຕໍ່​ເຮົາ​ກໍຕາມ ກໍ​ຢ່າ​ໃຫ້​ປະຊາຊົນ​ຢູດາ​ເຮັດ​ຜິດ​ໃນ​ລັກສະນະ​ດຽວກັນ. ຢ່າ​ໄປ​ຂາບໄຫວ້​ໃນ​ເມືອງ​ກິນການ ຫລື​ເບັດອາເວນ ຫລື​ສັນຍາ​ຢູ່​ທີ່​ນັ້ນ​ວ່າ ‘ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່.’</verse>
				<verse number="16">ປະຊາຊົນ​ອິດສະຣາເອນ​ນັ້ນ​ດື້ດຶງ​ດັ່ງ​ລໍ. ພຣະເຈົ້າຢາເວ​ຈະ​ລ້ຽງ​ພວກເຂົາ​ດັ່ງ​ແກະ​ທີ່​ຢູ່​ໃນ​ທົ່ງຫຍ້າ​ໄດ້​ຢ່າງໃດ?</verse>
				<verse number="17">ປະຊາຊົນ​ອິດສະຣາເອນ​ຢູ່​ໃຕ້​ອຳນາດ​ຂອງ​ຮູບເຄົາຣົບ​ທັງຫລາຍ. ຈົ່ງ​ປ່ອຍ​ໃຫ້​ພວກເຂົາ​ໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ.</verse>
				<verse number="18">ຫລັງຈາກ​ດື່ມ​ເຫຼົ້າ​ອະງຸ່ນ​ຢ່າງ​ໜັກ​ແລ້ວ ພວກເຂົາ​ກໍ​ຍິນດີ​ໄປ​ກັບ​ພວກ​ໂສເພນີ ແລະ​ມັກ​ເຮັດ​ໃຫ້​ເສຍ​ຊື່ສຽງ​ຫລາຍກວ່າ​ໄດ້​ຊື່ສຽງ.</verse>
				<verse number="19">ພວກເຂົາ​ຈະ​ຖືກ​ກວາດໄປ​ດັ່ງ​ລົມພະຍຸ​ພັດ ແລະ​ພວກເຂົາ​ກໍ​ຈະ​ອັບອາຍ​ໃນ​ການ​ຖວາຍບູຊາ​ຕ່າງໆ​ແກ່​ພະ​ຕ່າງຊາດ.”</verse>
			</chapter>
			<chapter number="5">
				<verse number="1">“ພວກເຈົ້າ​ຜູ້​ເປັນ​ປະໂຣຫິດ ຈົ່ງ​ຟັງ​ເລື່ອງ​ນີ້ ປະຊາຊົນ​ອິດສະຣາເອນ ຈົ່ງ​ລະມັດ​ລະວັງ​ເດີ ພວກເຈົ້າ​ຜູ້​ເປັນ​ເຊື້ອວົງ​ຂອງ​ກະສັດ ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ຄວນ​ຈະ​ຕັດສິນ​ຢ່າງ​ຍຸດຕິທຳ ບໍ່​ດັ່ງນັ້ນ​ແລ້ວ ການຕັດສິນ​ກໍ​ຈະ​ຕົກ​ຖືກ​ພວກເຈົ້າ. ພວກເຈົ້າ​ໄດ້​ກາຍເປັນ​ດັ່ງ​ແຮ້ວ​ທີ່​ເມືອງ​ມີຊະປາ ເປັນ​ດັ່ງ​ຕະຂ່າຍ​ທີ່​ກາງ​ຢູ່​ເທິງ​ພູ​ຕາໂບ</verse>
				<verse number="2">ແລະ​ເປັນ​ດັ່ງ​ຂຸມ​ເລິກ​ທີ່​ເມືອງ​ຊິດຕິມ ແລະ​ເຮົາ​ຈະ​ລົງໂທດ​ພວກເຈົ້າ​ທັງໝົດ.</verse>
				<verse number="3">ເຮົາ​ຮູ້ວ່າ​ອິດສະຣາເອນ​ເປັນ​ຢ່າງໃດ ນາງ​ຈະ​ຫລົບລີ້​ຈາກ​ເຮົາ​ບໍ່ໄດ້. ນາງ​ບໍ່​ສັດຊື່​ຕໍ່​ເຮົາ ແລະ​ປະຊາຊົນ​ຂອງ​ນາງ​ກໍ​ບໍ່​ຄູ່ຄວນ​ທີ່​ຈະ​ນະມັດສະການ​ເຮົາ.”</verse>
				<verse number="4">ຄວາມຊົ່ວ​ທີ່​ປະຊາຊົນ​ປະພຶດ​ນັ້ນ​ໄດ້​ກີດກັ້ນ​ພວກເຂົາ ບໍ່​ໃຫ້​ກັບຄືນ​ມາ​ຫາ​ພຣະເຈົ້າ​ຂອງຕົນ. ການ​ຂາບໄຫວ້​ຮູບເຄົາຣົບ​ມີ​ອຳນາດ​ຈ່ອງດຶງ​ພວກເຂົາ​ໄວ້ ແລະ​ພວກເຂົາ​ກໍ​ບໍ່​ຍອມ​ຮັບຮູ້​ພຣະເຈົ້າຢາເວ.</verse>
				<verse number="5">ຄວາມ​ຈອງຫອງ​ຂອງ​ປະຊາຊົນ​ອິດສະຣາເອນ​ກໍ​ຮ້ອງຟ້ອງ​ຕໍ່ສູ້​ພວກເຂົາ. ພວກເຂົາ​ຕຳ​ສະດຸດ​ລົ້ມ​ຍ້ອນ​ການບາບ​ຂອງ​ພວກເຂົາ​ເອງ ແລະ​ຝ່າຍ​ປະຊາຊົນ​ຢູດາ​ກໍ​ລົ້ມລົງ​ຄືກັນ.</verse>
				<verse number="6">ພວກເຂົາ​ນຳ​ເອົາ​ຝູງແກະ ແລະ​ຝູງງົວ​ໄປ​ເຜົາບູຊາ​ແກ່​ພຣະເຈົ້າຢາເວ; ແຕ່​ບໍ່ໄດ້​ປະໂຫຍດ​ຫຍັງ​ເລີຍ. ພວກເຂົາ​ພົບ​ພຣະອົງ​ບໍ່ໄດ້ ເພາະ​ພຣະອົງ​ໄດ້​ໜີ​ຈາກ​ພວກເຂົາ​ໄປ​ສາ​ແລ້ວ.</verse>
				<verse number="7">ພວກເຂົາ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ; ລູກ​ຂອງ​ພວກເຂົາ​ກໍ​ບໍ່​ເປັນ​ຂອງ​ພຣະອົງ. ດັ່ງນັ້ນ ພວກເຂົາ​ພ້ອມ​ທັງ​ດິນແດນ​ຈຶ່ງ​ຈະ​ຖືກ​ທຳລາຍ​ໃນ​ໄວໆ​ນີ້.</verse>
				<verse number="8">ຊາວ​ເບັນຢາມິນ​ເອີຍ ຈົ່ງ​ອອກ​ສູ່​ສະໜາມຮົບ​ເທີ້ນ ຈົ່ງ​ເປົ່າແກ​ເຕືອນ​ເພື່ອ​ເຮັດ​ເສິກ​ທີ່​ເມືອງ​ກີເບອາ ຈົ່ງ​ສົ່ງ​ສຽງ​ສັນຍານ​ໄພ​ທີ່​ເມືອງ​ຣາມາ ຈົ່ງ​ສົ່ງ​ສຽງ​ໂຮຮ້ອງ​ສູ້ຮົບ​ທີ່​ເບັດອາເວນ. ຊາວ​ເບັນຢາມິນ​ເອີຍ ຈົ່ງ​ເຂົ້າ​ສູ່​ສະໜາມຮົບ​ເຖີດ</verse>
				<verse number="9">ວັນ​ແຫ່ງ​ການ​ພິພາກສາ​ເອຟຣາອິມ​ຈະ​ມາເຖິງ ແລະ​ຊາດ​ອິດສະຣາເອນ​ກໍ​ຈະ​ຖືກ​ທຳລາຍ; ປະຊາຊົນ​ອິດສະຣາເອນ​ເອີຍ ເຫດການ​ນີ້​ຈະ​ເກີດຂຶ້ນ​ຢ່າງ​ແນ່ນອນ.</verse>
				<verse number="10">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ໂກດຮ້າຍ​ເພາະ​ພວກ​ຜູ້ນຳ​ຊາວ​ຢູດາ​ໄດ້​ບຸກຮຸກ​ອິດສະຣາເອນ ແລະ​ລັກ​ເອົາ​ດິນແດນ​ໄປ​ຈາກ​ນາງ. ສະນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ເໝືອນ​ນໍ້າ​ທີ່​ໄຫລ​ຖ້ວມ.</verse>
				<verse number="11">ເອຟຣາອິມ​ກຳລັງ​ຖືກ​ກົດຂີ່ ນາງ​ຈຶ່ງ​ເສຍ​ດິນແດນ​ທີ່​ເປັນ​ສິດ​ຂອງຕົນ ເພາະ​ນາງ​ດື້ດັນ​ໄປ​ຂໍ​ຄວາມ​ຊ່ວຍເຫລືອ​ນຳ​ຜູ້​ອື່ນ ທີ່​ບໍ່ມີ​ຫຍັງ​ຊ່ວຍເຫລືອ​ນາງ​ໄດ້.</verse>
				<verse number="12">ເພາະສະນັ້ນ ເຮົາ​ຈຶ່ງ​ຈະ​ນຳ​ເອົາ​ການ​ທຳລາຍ​ມາ​ສູ່​ເອຟຣາອິມ ແລະ​ໄພພິບັດ​ມາ​ສູ່​ຢູດາຍ.</verse>
				<verse number="13">ເມື່ອໃດ​ເອຟຣາອິມ​ເຫັນ​ວ່າ​ຕົນ​ເຈັບໄຂ້ ແລະ​ຢູດາຍ​ເຫັນ​ວ່າ​ຕົນ​ມີ​ບາດແຜ ເມື່ອນັ້ນ​ເອຟຣາອິມ​ກໍ​ໄປ​ຫາ​ອັດຊີເຣຍ ເພື່ອ​ຂໍ​ໃຫ້​ກະສັດ​ຜູ້​ຍິ່ງໃຫຍ່​ຊ່ວຍເຫລືອ, ແຕ່​ລາວ​ບໍ່​ສາມາດ​ຮັກສາ​ພວກເຂົາ ຫລື​ປິ່ນປົວ​ບາດແຜ​ຂອງ​ພວກເຂົາ​ໃຫ້​ດີ​ໄດ້.</verse>
				<verse number="14">ເຮົາ​ຈະ​ໂດດ​ໃສ່​ປະຊາຊົນ​ເອຟຣາອິມ ແລະ​ຢູດາ​ເໝືອນ​ສິງ​ຄຸບ​ກິນ​ພວກເຂົາ. ເຮົາ​ຈະ​ຈີກ​ພວກເຂົາ​ອອກ​ເປັນ​ຕ່ອນໆ ແລະ​ປະຖິ້ມ​ໄວ້. ເມື່ອ​ເຮົາ​ລາກ​ພວກເຂົາ​ໄປ​ແລ້ວ ຈະ​ບໍ່ມີ​ຜູ້ໃດ​ສາມາດ​ຊ່ວຍເຫລືອ​ພວກເຂົາ​ໄດ້.</verse>
				<verse number="15">ເຮົາ​ຈະ​ປະຖິ້ມ​ປະຊາຊົນ​ຂອງເຮົາ​ຍ້ອນ​ການບາບ​ຂອງ​ພວກເຂົາ ຈົນກວ່າ​ພວກເຂົາ​ໄດ້​ທົນທຸກ​ທໍລະມານ​ພຽງພໍ ແລະ​ມາ​ຊອກ​ສະແຫວງ​ຫາ​ເຮົາ. ແລ້ວ​ບາງທີ​ຍ້ອນ​ຄວາມທຸກ​ທໍລະມານ​ນັ້ນ ພວກເຂົາ​ຈະ​ພະຍາຍາມ​ຊອກ​ຫາ​ເຮົາ​ກໍໄດ້.”</verse>
			</chapter>
			<chapter number="6">
				<verse number="1">ປະຊາຊົນ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກັບຄືນ​ໄປ​ຫາ​ພຣະເຈົ້າຢາເວ​ເທາະ ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ເຈັບປວດ ແຕ່​ພຣະອົງ​ຈະ​ຮັກສາ​ພວກເຮົາ​ໃຫ້​ດີ​ຢ່າງ​ແນ່ນອນ; ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ມີ​ບາດແຜ ແຕ່​ພຣະອົງ​ຈະ​ພັນ​ບາດແຜ​ໃຫ້.</verse>
				<verse number="2">ພາຍ​ໃນ​ສອງ​ຫາ​ສາມ​ວັນ ພຣະອົງ​ຈະ​ໃຫ້​ພວກເຮົາ​ຄ່ອຍໆ​ດີ​ຂຶ້ນ ແລ້ວ​ພວກເຮົາ​ກໍ​ຈະ​ມີ​ຊີວິດ​ຢູ່​ຊ້ອງໜ້າ​ພຣະອົງ.</verse>
				<verse number="3">ຈົ່ງ​ໃຫ້​ພວກເຮົາ​ພະຍາຍາມ​ຮູ້ຈັກ​ພຣະເຈົ້າຢາເວ. ພຣະອົງ​ຈະ​ມາ​ຫາ​ພວກເຮົາ​ຢ່າງ​ແນ່ນອນ​ຕອນ​ຮຸ່ງເຊົ້າ ແລະ​ແນ່ແທ້ ດັ່ງ​ຝົນ​ລະດູ​ໃບໄມ້​ປົ່ງ ທີ່​ຕົກລົງ​ໃສ່​ຜືນ​ແຜ່ນດິນ​ໂລກ.”</verse>
				<verse number="4">“ເອຟຣາອິມ ແລະ​ຢູດາ​ເອີຍ ເຮົາ​ຈະ​ເຮັດ​ແນວໃດ​ກັບ​ພວກເຈົ້າ? ຄວາມຮັກ​ທີ່​ພວກເຈົ້າ​ມີ​ຕໍ່​ເຮົາ​ນັ້ນ ກໍ​ຈືດຈາງ​ເຫືອດຫາຍ​ໄປ​ຢ່າງ​ໄວວາ ເໝືອນ​ນໍ້າໝອກ​ໃນ​ຕອນເຊົ້າ.</verse>
				<verse number="5">ເພາະສະນັ້ນ ເຮົາ​ຈຶ່ງ​ໃຊ້​ຜູ້ທຳນວາຍ​ຂອງເຮົາ​ນຳ​ເອົາ​ການ​ພິພາກສາ ແລະ​ການທຳລາຍ​ມາ​ສູ່​ພວກເຈົ້າ. ສິ່ງ​ທີ່​ເຮົາ​ຕ້ອງການ​ຈາກ​ພວກເຈົ້າ​ນັ້ນ ກໍ​ເຂົ້າໃຈ​ແລະ​ເຫັນ​ໄດ້​ງ່າຍ​ຄື:</verse>
				<verse number="6">ເຮົາ​ຕ້ອງການ​ໃຫ້​ພວກເຈົ້າ​ຮັກ​ເຮົາ​ຢ່າງ​ຈິງໃຈ ບໍ່ແມ່ນ​ນຳ​ສັດ​ມາ​ຖວາຍບູຊາ. ເຮົາ​ຢາກ​ໃຫ້​ປະຊາຊົນ​ຂອງເຮົາ​ຮັບຮູ້​ພຣະເຈົ້າ ຫລາຍກວ່າ​ທີ່​ຈະ​ເຜົາ​ສັດ​ຖວາຍບູຊາ.</verse>
				<verse number="7">ແຕ່​ພໍ​ເມື່ອ​ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ອາດາມ ພວກເຂົາ​ກໍໄດ້​ລະເມີດ​ພັນທະສັນຍາ ທີ່​ເຮົາ​ໄດ້​ມີ​ໄວ້​ກັບ​ພວກເຂົາ​ນັ້ນ.</verse>
				<verse number="8">ກີເລອາດ​ເປັນ​ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ຄົນຊົ່ວ ແລະ​ອາຊະຍາກອນ.</verse>
				<verse number="9">ພວກ​ປະໂຣຫິດ​ເປັນ​ດັ່ງ​ກຸ່ມ​ໂຈນ​ທີ່​ຄອຍ​ດັກ​ທຳຮ້າຍ​ຄົນ. ແມ່ນແຕ່​ຕາມ​ຖະໜົນ​ຫົນທາງ​ໄປ​ສູ່​ສະຖານທີ່​ຊີເຄມ ກໍ​ມີ​ການ​ຂ້າຟັນ​ລັນແທງ​ກັນ. ພວກເຂົາ​ໄດ້​ເຮັດ​ຊົ່ວ​ໂດຍ​ເຈດຕະນາ​ແທ້ໆ</verse>
				<verse number="10">ເຮົາ​ໄດ້​ເຫັນ​ສິ່ງ​ອັນ​ໜ້າຢ້ານ​ຫລາຍ​ໃນ​ຊາດ​ອິດສະຣາເອນ ຄື​ປະຊາຊົນ​ຂອງເຮົາ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ມົນທິນ ໂດຍ​ການ​ຂາບໄຫວ້​ຮູບເຄົາຣົບ.</verse>
				<verse number="11">ສຳລັບ​ພວກເຈົ້າ​ທີ່​ເປັນ​ຊາວ​ຢູດາ​ນັ້ນ ເຮົາ​ໄດ້​ກຳນົດ​ເວລາ​ເພື່ອ​ລົງໂທດ​ພວກເຈົ້າ​ໄວ້​ແລ້ວ​ຄືກັນ ສຳລັບ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່​ນັ້ນ.”</verse>
			</chapter>
			<chapter number="7">
				<verse number="1">“ເມື່ອໃດ​ເຮົາ​ຢາກ​ປິ່ນປົວ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງເຮົາ​ໃຫ້​ດີ ແລະ​ເຮັດ​ໃຫ້​ພວກເຂົາ​ມັ່ງຄັ່ງ​ສົມບູນ​ອີກ; ເມື່ອນັ້ນ​ເຮົາ​ກໍ​ເຫັນ​ແຕ່​ການ​ໂຫດຮ້າຍ ແລະ​ກິດຈະການ​ຊົ່ວ​ຂອງ​ພວກເຂົາ. ພວກເຂົາ​ສໍ້ໂກງ​ກັນແລະກັນ; ງັດແງະ​ເຂົ້າ​ໄປ​ໃນ​ເຮືອນ​ລັກ​ເອົາ​ສິ່ງຂອງ ແລະ​ປຸ້ນຈີ້​ຄົນ​ຕາມ​ຖະໜົນ​ຫົນທາງ.</verse>
				<verse number="2">ພວກເຂົາ​ບໍ່ເຄີຍ​ຄິດ​ວ່າ ເຮົາ​ຈະ​ຈົດຈຳ​ກິດຈະການ​ຊົ່ວ​ທັງໝົດ​ຂອງ​ພວກເຂົາ; ແຕ່​ການບາບ​ຂອງ​ພວກເຂົາ​ໄດ້​ອ້ອມ​ພວກເຂົາ​ໄວ້ ແລະ​ເຮົາ​ຈະ​ບໍ່​ລະເວັ້ນ​ເບິ່ງ​ການບາບ​ນັ້ນ.”</verse>
				<verse number="3">“ປະຊາຊົນ​ຫລອກລວງ​ກະສັດ​ແລະ​ຂ້າຣາຊການ​ຂອງ​ເພິ່ນ ໂດຍ​ອຸບາຍ​ຊົ່ວ​ຂອງ​ພວກເຂົາ.</verse>
				<verse number="4">ພວກເຂົາ​ທັງໝົດ​ເປັນ​ຄົນ​ທໍລະຍົດ​ແລະ​ບໍ່​ສັດຊື່. ຄວາມ​ກຽດຊັງ​ຂອງ​ພວກເຂົາ​ຄ່ອຍ​ລຸກ​ໄໝ້​ດັ່ງ​ໄຟ​ຢູ່​ໃນ​ເຕົາອົບ ຊຶ່ງ​ຄົນ​ເຮັດ​ເຂົ້າຈີ່​ບໍ່​ຕ້ອງ​ຈຸ​ໄຟ​ຕື່ມ ຈົນ​ແປ້ງນວດ​ພ້ອມແລ້ວ​ທີ່​ຈະ​ຖືກ​ນຳ​ໄປ​ອົບ.</verse>
				<verse number="5">ໃນ​ງານສະຫລອງ​ສຳລັບ​ກະສັດ​ນັ້ນ ພວກເຂົາ​ໄດ້​ເອົາ​ເຫຼົ້າ​ອະງຸ່ນ​ໃຫ້​ກະສັດ​ກັບ​ພວກ​ຂ້າຣາຊການ​ຂອງ​ເພິ່ນ​ດື່ມ ຈົນ​ມືນເມົາ​ແລະ​ເສຍ​ສະຕິ​ໄປ.</verse>
				<verse number="6">ແມ່ນແລ້ວ ພວກເຂົາ​ຮ້ອນແຮງ ດ້ວຍ​ອຸບາຍ​ຂອງ​ພວກເຂົາ​ດັ່ງ​ເຕົາອົບ​ຮ້ອນ. ຄວາມຮ້າຍ​ໄດ້​ລຸກ​ໄໝ້​ຢູ່​ໃນ​ໃຈ​ຂອງ​ພວກເຂົາ​ຕະຫລອດ​ຄືນ ແລະ​ໃນ​ຕອນເຊົ້າ​ກໍ​ລຸກວາບ​ຂຶ້ນ​ເປັນ​ແປວໄຟ.</verse>
				<verse number="7">ພວກເຂົາ​ໄດ້​ຂ້າ​ພວກ​ຜູ້ປົກຄອງ​ຂອງຕົນ ດ້ວຍ​ຄວາມ​ຮ້ອນຈັດ​ແຫ່ງ​ການ​ໂກດຮ້າຍ. ບັນດາ​ກະສັດ​ຂອງ​ພວກເຂົາ​ຖືກ​ລອບ​ສັງຫານ​ຕໍ່ເນື່ອງ​ກັນ; ແຕ່​ບໍ່ມີ​ຜູ້ໃດ​ພາວັນນາ​ອະທິຖານ​ຂໍ​ໃຫ້​ເຮົາ​ຊ່ວຍເຫລືອ.”</verse>
				<verse number="8">“ປະຊາຊົນ​ເອຟຣາອິມ​ເປັນ​ດັ່ງ​ເຂົ້າຈີ່​ທີ່​ບໍ່​ສຸກ. ພວກເຂົາ​ເພິ່ງ​ຊົນຊາດ​ອື່ນໆ​ທີ່​ຢູ່​ອ້ອມຮອບ​ພວກຕົນ​ນັ້ນ</verse>
				<verse number="9">ແລະ​ບໍ່​ຄິດວ່າ​ການ​ເພິ່ງ​ຊາວ​ຕ່າງຊາດ​ນັ້ນ ໄດ້​ປຸ້ນ​ເອົາ​ເຫື່ອແຮງ​ຂອງ​ພວກ​ຕົນ​ໄປ. ວັນ​ຂອງ​ພວກເຂົາ​ກໍ​ຖືກ​ນັບ​ໄວ້​ແລ້ວ​ແຕ່​ພວກເຂົາ​ບໍ່​ຮູ້ຈັກ.</verse>
				<verse number="10">ຄວາມ​ຈອງຫອງ​ຂອງ​ປະຊາຊົນ​ອິດສະຣາເອນ​ຟ້ອງຮ້ອງ​ພວກເຂົາ. ເຖິງ​ແມ່ນ​ວ່າ​ມີ​ເຫດ​ຫລາຍ​ປະການ​ໄດ້​ເກີດຂຶ້ນ​ກໍຕາມ ພວກເຂົາ​ກໍ​ບໍ່ໄດ້​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຫລື​ສະແຫວງຫາ​ພຣະອົງ.</verse>
				<verse number="11">ຊາດ​ອິດສະຣາເອນ​ວົນວຽນ​ໄປມາ​ດັ່ງ​ນົກ​ກາງແກ​ທີ່​ໂງ່ງ່າວ; ປະຊາຊົນ​ຂອງຕົນ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ປະເທດ​ເອຢິບ​ກ່ອນ ແລ້ວ​ກໍ​ແລ່ນ​ໄປ​ຫາ​ອັດຊີເຣຍ</verse>
				<verse number="12">ແຕ່​ເຮົາ​ຈະ​ກາງ​ຕາໜ່າງ​ອອກ​ເພື່ອ​ຄຸບ​ເອົາ​ພວກເຂົາ ດັ່ງ​ຄຸບ​ເອົາ​ນົກ​ທີ່​ບິນ​ໃນ​ອາກາດ. ເຮົາ​ຈະ​ລົງໂທດ​ພວກເຂົາ​ຍ້ອນ​ການ​ຊົ່ວຮ້າຍ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.</verse>
				<verse number="13">ເຄາະກຳ​ມາ​ເຖິງ​ພວກເຂົາ​ແລ້ວ ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ໄປ ແລະ​ກະບົດ​ຕໍ່ສູ້​ເຮົາ. ພວກເຂົາ​ຈະ​ຖືກ​ທຳລາຍ. ເຮົາ​ຢາກ​ໄຖ່​ພວກເຂົາ​ໃຫ້​ພົ້ນ ແຕ່​ພວກເຂົາ​ກ່າວ​ຄຳຕົວະ​ຕໍ່ສູ້​ເຮົາ​.</verse>
				<verse number="14">ພວກເຂົາ​ບໍ່ໄດ້​ພາວັນນາ​ອະທິຖານ​ຫາ​ເຮົາ​ດ້ວຍ​ຄວາມ​ຈິງໃຈ; ແຕ່​ໄດ້​ນອນ​ລົງ​ແລະ​ຮ້ອງໄຫ້​ຄໍ່າຄວນ​ດັ່ງ​ຄົນ​ບໍ່​ນັບຖື​ພຣະເຈົ້າ. ເມື່ອ​ພາວັນນາ​ອະທິຖານ​ຂໍ​ເຂົ້າ​ສາລີ​ແລະ​ເຫຼົ້າ​ອະງຸ່ນ​ນັ້ນ ພວກເຂົາ​ກໍ​ປາດເນື້ອ​ເຖືອໜັງ​ຕົນເອງ ຄື​ກັບ​ຄົນ​ບໍ່​ນັບຖື. ພວກເຂົາ​ເປັນ​ກະບົດ​ຕໍ່​ເຮົາ.</verse>
				<verse number="15">ເຖິງ​ແມ່ນ​ວ່າ ເຮົາ​ເອງ​ເປັນ​ຜູ້​ລ້ຽງ​ພວກເຂົາ​ຂຶ້ນ​ມາ​ໃຫ້​ແຂງແຮງ​ກໍຕາມ ແຕ່​ພວກເຂົາ​ກໍ​ຍັງ​ວາງແຜນ​ກະບົດ​ຕໍ່ສູ້​ເຮົາ​ຢູ່.</verse>
				<verse number="16">ພວກເຂົາ​ສືບຕໍ່​ຫັນໜີ​ຈາກ​ເຮົາ​ໄປ​ຫາ​ພະອື່ນ​ທີ່​ບໍ່ມີ​ຣິດອຳນາດ. ພວກເຂົາ​ເປັນ​ຜູ້​ທີ່​ວາງໃຈ​ບໍ່ໄດ້​ເລີຍ​ເໝືອນ​ໜ້າທະນູ​ຄົດ. ເພາະ​ພວກ​ຜູ້ນຳ​ຂອງ​ພວກເຂົາ​ເວົ້າ​ອວດ​ຢ່າງ​ຈອງຫອງ ພວກເຂົາ​ຈະ​ຕາຍ​ຢ່າງ​ທາລຸນ ແລະ​ຊາວ​ເອຢິບ​ກໍ​ຈະ​ຫົວຂວັນ​ພວກເຂົາ.”</verse>
			</chapter>
			<chapter number="8">
				<verse number="1">“ຈົ່ງ​ເປົ່າແກ​ສັນຍານ​ເຕືອນໄພ ພວກ​ສັດຕູ​ເໝືອນ​ນົກອິນຊີ​ກຳລັງ​ຢູ່​ເໜືອ​ວິຫານ​ຂອງ​ພຣະເຈົ້າຢາເວ; ປະຊາຊົນ​ຂອງເຮົາ​ໄດ້​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ໃຫ້​ໄວ້​ກັບ​ພວກເຂົາ ແລະ​ທັງ​ໄດ້​ກະບົດ​ຕໍ່ສູ້​ກົດບັນຍັດ​ຂອງເຮົາ.</verse>
				<verse number="2">ເຖິງ​ແມ່ນ​ພວກເຂົາ​ເອີ້ນ​ເຮົາ​ວ່າ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ອ້າງ​ວ່າ​ພວກເຂົາ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ຮູ້ຈັກ​ເຮົາ​ກໍຕາມ</verse>
				<verse number="3">ພວກເຂົາ​ກໍໄດ້​ປະຖິ້ມ​ສິ່ງ​ດີງາມ. ດ້ວຍເຫດນີ້ ສັດຕູ​ຈຶ່ງ​ຈະ​ໄລ່​ຕິດຕາມ​ພວກເຂົາ.</verse>
				<verse number="4">ປະຊາຊົນ​ຂອງເຮົາ​ໄດ້​ເລືອກເອົາ​ກະສັດ ແຕ່​ພວກເຂົາ​ເຮັດ​ໄປ​ໂດຍ​ຕົນເອງ. ພວກເຂົາ​ແຕ່ງຕັ້ງ​ເອົາ​ພວກ​ຜູ້ນຳ​ໂດຍ​ທີ່​ເຮົາ​ບໍ່​ເຫັນດີ​ນຳ. ພວກເຂົາ​ເອົາ​ເງິນ​ແລະ​ຄຳ​ຂອງ​ພວກເຂົາ​ສ້າງ​ຮູບເຄົາຣົບ ທີ່​ຈະ​ເປັນ​ເຫດ​ໃຫ້​ພວກເຂົາ​ຖືກ​ທຳລາຍ.</verse>
				<verse number="5">ເຮົາ​ກຽດຊັງ​ຮູບ​ງົວ​ຄຳ​ທີ່​ຊາວ​ເມືອງ​ຊາມາເຣຍ​ຂາບໄຫວ້. ເຮົາ​ຄຽດແຄ້ນ​ພວກເຂົາ. ຍັງ​ເຫິງ​ປານໃດ​ນໍ ພວກເຂົາ​ຈຶ່ງ​ຈະ​ປະຖິ້ມ​ການ​ຂາບໄຫວ້​ຮູບເຄົາຣົບ​ນີ້?</verse>
				<verse number="6">ນາຍຊ່າງ​ຊາວ​ອິດສະຣາເອນ​ໄດ້​ສ້າງ​ຮູບເຄົາຣົບ ຮູບ​ນັ້ນ​ບໍ່ແມ່ນ​ພຣະເຈົ້າ ງົວ​ຄຳ​ທີ່​ຊາວ​ຊາມາເຣຍ​ຂາບໄຫວ້​ຈະ​ຖືກ​ທຳລາຍ​ໃຫ້​ໝຸ່ນ​ທະລາຍ​ໄປ.</verse>
				<verse number="7">ເມື່ອ​ພວກເຂົາ​ຫວ່ານ​ລົມ ພວກເຂົາ​ກໍ​ຈະ​ໄດ້​ເກັບກ່ຽວ​ລົມພະຍຸ ກົກ​ເຂົ້າ​ທີ່​ບໍ່​ເກີດ​ຮວງ ໃຫ້​ແປ້ງ​ຫລື​ເຂົ້າຈີ່​ກໍ​ບໍ່​ຫ່ອນ​ເປັນ, ແຕ່​ຖ້າ​ວ່າ​ມັນ​ສຸກ ຊາວ​ຕ່າງ​ປະເທດ​ກໍ​ຈະ​ກິນ​ໝົດ​ເສຍ.</verse>
				<verse number="8">ຊາວ​ອິດສະຣາເອນ​ເປັນ​ດັ່ງ​ຊົນຊາດ​ອື່ນໆ ແລະ​ບໍ່ມີ​ປະໂຫຍດ​ດັ່ງ​ໄຫ​ແຕກ.</verse>
				<verse number="9">ດື້ດ້ານ​ດັ່ງ​ລໍປ່າ ປະຊາຊົນ​ອິດສະຣາເອນ​ປະພຶດ​ຕາມ​ທາງ​ຂອງ​ຕົນເອງ. ພວກເຂົາ​ໄປ​ຂໍຄວາມ​ຊ່ວຍເຫລືອ​ຈາກ​ອັດຊີເຣຍ ແລະ​ຈ້າງ​ໃຫ້​ຊາດ​ອື່ນ​ມາ​ຄຸ້ມຄອງ​ພວກຕົນ.</verse>
				<verse number="10">ບັດນີ້ ເຮົາ​ຈະ​ລວບລວມ​ເອົາ​ພວກເຂົາ​ມາ​ລົງໂທດ. ອີກ​ບໍ່​ດົນ ພວກເຂົາ​ຈະ​ຊັກດີ້ນ​ດ້ວຍ​ຄວາມ​ເຈັບປວດ ເມື່ອ​ຖືກ​ກະສັດ​ແຫ່ງ​ອັດຊີເຣຍ​ກົດຂີ່.</verse>
				<verse number="11">ຊາວ​ອິດສະຣາເອນ​ມີ​ແທ່ນບູຊາ ສຳລັບ​ຊຳລະລ້າງ​ບາບ​ຕື່ມ​ຂຶ້ນ​ເທົ່າໃດ ສະຖານທີ່​ເຮັດ​ບາບ​ຈະ​ມີ​ຕື່ມ​ຂຶ້ນ​ຫລາຍ​ເທົ່ານັ້ນ.</verse>
				<verse number="12">ເຮົາ​ໄດ້​ຂຽນ​ຄຳສັ່ງສອນ​ຫລາຍ​ຂໍ້​ໄວ້ ຈົນ​ນັບ​ບໍ່ຖ້ວນ​ສຳລັບ​ປະຊາຊົນ; ແຕ່​ພວກເຂົາ​ບໍ່​ຍອມ​ຮັບ​ໂດຍ​ຖື​ວ່າ​ຄຳສັ່ງສອນ​ນັ້ນ​ເປັນ​ຂອງ​ແປກ ແລະ​ຂອງ​ຕ່າງຊາດ.</verse>
				<verse number="13">ພວກເຂົາ​ເຜົາ​ຖວາຍບູຊາ​ແກ່​ເຮົາ ແລະ​ກິນ​ຊີ້ນ​ທີ່​ໄດ້​ບູຊາ​ນັ້ນ. ແຕ່​ພຣະເຈົ້າຢາເວ​ບໍ່​ພໍໃຈ​ກັບ​ພວກເຂົາ; ມາບັດນີ້ ເຮົາ​ຈະ​ຈົດຈຳ​ການບາບ​ຂອງ​ພວກເຂົາ ແລະ​ລົງໂທດ​ພວກເຂົາ​ຍ້ອນ​ການບາບ​ນັ້ນ; ເຮົາ​ຈະ​ສົ່ງ​ພວກເຂົາ​ກັບຄືນ​ໄປ​ປະເທດ​ເອຢິບ.</verse>
				<verse number="14">ປະຊາຊົນ​ອິດສະຣາເອນ​ໄດ້​ສ້າງ​ວັງ​ໄວ້​ຫລາຍ​ແຫ່ງ, ແຕ່​ພວກເຂົາ​ລືມ​ຜູ້​ທີ່​ສ້າງ​ພວກເຂົາ. ປະຊາຊົນ​ຢູດາ​ສ້າງ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ໄວ້​ຫລາຍ​ແຫ່ງ; ແຕ່​ເຮົາ​ກໍ​ຈະ​ສົ່ງ​ໄຟ​ມາ​ເຜົາຜານ​ເມືອງ ແລະ​ທຳລາຍ​ວັງ​ຂອງ​ພວກເຂົາ​ຖິ້ມ.”</verse>
			</chapter>
			<chapter number="9">
				<verse number="1">ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ເຊົາ​ສະເຫລີມ​ສະຫລອງ​ເທດສະການ​ຕ່າງໆ ດັ່ງ​ຄົນຕ່າງຊາດ​ນັ້ນ​ສາ. ພວກເຈົ້າ​ໄດ້​ໜີ​ຈາກ​ພຣະເຈົ້າ​ຂອງຕົນ ແລະ​ບໍ່​ສັດຊື່​ຕໍ່​ພຣະອົງ. ທົ່ວ​ທັງ​ປະເທດ ພວກເຈົ້າ​ໄດ້​ຂາຍ​ຕົວ​ເອງ​ໃຫ້​ພະບາອານ​ເໝືອນ​ຍິງໂສເພນີ ແລະ​ພວກເຈົ້າ​ກໍ​ມັກ​ເຂົ້າ​ສາລີ ທີ່​ພະບາອານ​ຈ່າຍ​ໃຫ້​ເປັນ​ຄ່າຈ້າງ.</verse>
				<verse number="2">ແຕ່​ອີກ​ບໍ່​ດົນ ພວກເຈົ້າ​ຈະ​ບໍ່ມີ​ເຂົ້າ​ສາລີ​ກັບ​ນໍ້າມັນ​ໝາກກອກເທດ ກິນ​ພຽງພໍ​ແລະ​ຈະ​ບໍ່ມີ​ເຫຼົ້າ​ອະງຸ່ນ​ດື່ມ.</verse>
				<verse number="3">ປະຊາຊົນ​ອິດສະຣາເອນ​ຈະ​ບໍ່ໄດ້​ຢູ່​ໃນ​ດິນແດນ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ, ແຕ່​ພວກເຂົາ​ຈະ​ຕ້ອງ​ກັບຄືນ​ໄປ​ປະເທດ​ເອຢິບ ແລະ​ກິນ​ອາຫານ​ທີ່​ຫວງຫ້າມ​ໃນ​ອັດຊີເຣຍ.</verse>
				<verse number="4">ຢູ່​ໃນ​ດິນແດນ​ຕ່າງ​ປະເທດ​ເຫຼົ່ານັ້ນ ພວກເຂົາ​ຈະ​ບໍ່​ສາມາດ​ເຮັດ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ພຣະເຈົ້າຢາເວ ຫລື​ນຳ​ເຄື່ອງ​ເຜົາບູຊາ​ໄປ​ຖວາຍ​ແກ່​ພຣະອົງ​ໄດ້. ອາຫານ​ຂອງ​ພວກເຂົາ​ຈະ​ເຮັດ​ໃຫ້​ທຸກຄົນ​ທີ່​ກິນ​ເປັນ​ມົນທິນ ຄື​ອາຫານ​ທີ່​ກິນ​ໃນ​ພິທີສົບ. ອາຫານ​ນີ້​ຈະ​ກິນ​ແກ້​ຄວາມຫິວ​ຂອງ​ພວກເຂົາ​ເທົ່ານັ້ນ; ແລະ​ຈະ​ຖືກ​ນຳ​ໄປ​ຖວາຍ​ເປັນ​ເຄື່ອງ​ບູຊາ​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ບໍ່ໄດ້.</verse>
				<verse number="5">ເມື່ອ​ວັນ​ເທດສະການ​ກິນລ້ຽງ​ຖວາຍ​ກຽດ​ແດ່​ພຣະເຈົ້າຢາເວ​ມາເຖິງ ພວກເຂົາ​ຈະ​ເຮັດ​ແນວໃດ?</verse>
				<verse number="6">ເມື່ອ​ໄພພິບັດ​ມາເຖິງ ແລະ​ປະຊາຊົນ​ຖືກ​ກະຈັດ​ກະຈາຍ​ໄປ ຊາວ​ເອຢິບ​ຈະ​ທ້ອນໂຮມ​ເອົາ​ພວກເຂົາ ຄື​ໂຮມ​ເອົາ​ໄປ​ຝັງ​ໄວ້​ຢູ່​ໃນ​ເມືອງ​ມຳຟິດ ຊັບສົມບັດ​ທີ່​ເປັນ​ເຄື່ອງ​ເງິນ ແລະ​ບ່ອນ​ທີ່​ຕັ້ງ​ບ້ານເຮືອນ​ຂອງ​ພວກເຂົາ ກໍ​ຈະ​ມີ​ຫຍ້າ​ແລະ​ພຸ່ມໜາມ​ເກີດຂຶ້ນ.</verse>
				<verse number="7">ເວລາ​ແຫ່ງ​ການລົງໂທດ​ໄດ້​ມາ​ເຖິງ​ແລ້ວ ຄື​ເວລາ​ທີ່​ປະຊາຊົນ​ຈະ​ໄດ້​ຮັບ​ໃນ​ສິ່ງ​ທີ່​ສົມຄວນ​ໄດ້​ຮັບ. ເມື່ອ​ສິ່ງ​ນັ້ນ​ເກີດຂຶ້ນ ຊາດ​ອິດສະຣາເອນ​ຈຶ່ງ​ຈະ​ຮູ້ຈັກ. ພວກເຈົ້າ​ເວົ້າ​ວ່າ, “ຜູ້ທຳນວາຍ​ຄົນ​ນີ້​ໂງ່. ຄົນ​ທີ່​ມີ​ພຣະເຈົ້າ​ດົນໃຈ​ກໍ​ເປັນ​ຄົນ​ບໍ່​ເຕັມ.” ພວກເຈົ້າ​ກຽດຊັງ​ເຮົາ​ຫລາຍ​ທີ່ສຸດ ເພາະ​ບາບ​ຂອງ​ພວກເຈົ້າ​ໜາ​ຫລາຍ.</verse>
				<verse number="8">ພຣະເຈົ້າ​ໄດ້​ສົ່ງ​ຂ້າພະເຈົ້າ​ມາ​ໃນ​ຖານະ​ເປັນ​ຜູ້ທຳນວາຍ ເພື່ອ​ເຕືອນ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ. ແຕ່​ບ່ອນໃດ​ກໍດີ​ທີ່​ຂ້າພະເຈົ້າ​ໄປ ພວກເຈົ້າ​ຊອກຫາ​ດັກຈັບ​ຂ້າພະເຈົ້າ​ດັ່ງ​ດັກຈັບ​ນົກ. ແມ່ນແຕ່​ຢູ່​ໃນ​ດິນແດນ​ຂອງ​ພຣະເຈົ້າ​ເອງ ປະຊາຊົນ​ກໍ​ເປັນ​ສັດຕູ​ກັບ​ຜູ້ທຳນວາຍ.</verse>
				<verse number="9">ພວກເຂົາ​ເຮັດ​ຊົ່ວຮ້າຍ​ຫລາຍ​ຈົນ​ບໍ່ມີ​ທາງ​ຊ່ວຍ ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ທີ່​ກີເບອາ. ພຣະເຈົ້າ​ຈະ​ຈົດຈຳ​ບາບ​ຂອງ​ພວກເຂົາ ແລະ​ລົງໂທດ​ພວກເຂົາ​ໃຫ້​ສົມໃຈ.</verse>
				<verse number="10">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເມື່ອ​ເຮົາ​ພົບເຫັນ​ຊາດ​ອິດສະຣາເອນ​ເທື່ອ​ທຳອິດ ກໍ​ເໝືອນ​ໄດ້​ພົບ​ໝາກອະງຸ່ນ​ທີ່​ກຳລັງ​ເກີດຂຶ້ນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ເມື່ອ​ເຮົາ​ໄດ້​ເຫັນ​ບັນພະບຸລຸດ​ຂອງ​ພວກເຈົ້າ​ເທື່ອ​ທຳອິດ ກໍ​ເໝືອນ​ໄດ້​ເຫັນ​ໝາກ​ເດື່ອເທດ​ສຸກ​ໃນ​ຕົ້ນ​ລະດູການ. ແຕ່​ເມື່ອ​ພວກເຂົາ​ໄດ້ມາ​ເຖິງ​ພູ​ເປອໍ​ແລ້ວ ພວກເຂົາ​ກໍໄດ້​ເລີ່ມ​ຂາບໄຫວ້​ພະບາອານ ແລະ​ບໍ່ດົນ​ພວກເຂົາ​ກໍ​ເປັນ​ໜ້າກຽດຊັງ ດັ່ງ​ບັນດາ​ຮູບພະ​ທີ່​ພວກເຂົາ​ຮັກ​ນັ້ນ.</verse>
				<verse number="11">ຄວາມ​ຍິ່ງໃຫຍ່​ຂອງ​ຊາດ​ອິດສະຣາເອນ​ຈະ​ບິນ​ໜີ​ເໝືອນ​ນົກ ແລະ​ຈະ​ບໍ່ມີ​ເດັກນ້ອຍ​ເກີດ​ມາ​ໃຫ້​ພວກເຂົາ​ອີກ ຈະ​ບໍ່ມີ​ຜູ້ຍິງ​ຖືພາ​ແລະ​ຈະ​ບໍ່ມີ​ຜູ້ຍິງ​ຕັ້ງທ້ອງ.</verse>
				<verse number="12">ແຕ່​ຖ້າ​ວ່າ​ພວກເຂົາ​ລ້ຽງດູ​ລູກ​ໄວ້ ເຮົາ​ຈະ​ເອົາ​ລູກ​ນັ້ນ​ໜີໄປ​ເສຍ ແລະ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້ໃດ​ມີ​ຊີວິດ​ຢູ່. ເມື່ອ​ເຮົາ​ປະຖິ້ມ​ປະຊາຊົນ​ເຫຼົ່ານີ້ ສິ່ງ​ທີ່​ໜ້າຢ້ານກົວ​ຈະ​ເກີດຂຶ້ນ​ກັບ​ພວກເຂົາ.”</verse>
				<verse number="13">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ເຫັນ​ພວກ​ເດັກນ້ອຍ​ຖືກ​ຕາມລ່າ ແລະ​ຖືກ​ຂ້າ​ຖິ້ມ.</verse>
				<verse number="14">ຂ້ານ້ອຍ​ຈະ​ຮ້ອງຂໍ​ໃຫ້​ພຣະອົງ​ເຮັດ​ຢ່າງໃດ​ກັບ​ປະຊາຊົນ​ພວກ​ນີ້? ຂໍ​ພຣະອົງ​ເຮັດ​ໃຫ້​ພວກຜູ້ຍິງ​ເປັນ​ໝັນ​ສາ ຂໍ​ເຮັດ​ໃຫ້​ແອນ້ອຍ​ຂອງ​ພວກເຂົາ ກິນ​ນົມ​ຂອງ​ພວກເຂົາ​ບໍ່ໄດ້.</verse>
				<verse number="15">ພຣະເຈົ້າຢາເວ​ກ່າວ​ວ່າ, “ຄວາມ​ຊົ່ວຊ້າ​ທຸກຢ່າງ​ຂອງ​ພວກເຂົາ​ເລີ່ມຕົ້ນ​ທີ່​ເມືອງ​ກິນການ. ແມ່ນ​ບ່ອນ​ນັ້ນ​ແຫຼະ ທີ່​ເຮົາ​ເລີ່ມຕົ້ນ​ກຽດຊັງ​ພວກເຂົາ. ຍ້ອນ​ຄວາມ​ບາບ​ທີ່​ພວກເຂົາ​ເຮັດ​ນັ້ນ ເຮົາ​ຈະ​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໄປ​ຈາກ​ດິນແດນ​ຂອງເຮົາ. ເຮົາ​ຈະ​ບໍ່​ຮັກ​ພວກເຂົາ​ອີກ​ຕໍ່ໄປ; ຜູ້ນຳ​ທັງໝົດ​ຂອງ​ພວກເຂົາ​ໄດ້​ກະບົດ​ຕໍ່ສູ້​ເຮົາ.</verse>
				<verse number="16">ປະຊາຊົນ​ອິດສະຣາເອນ​ເປັນ​ດັ່ງ​ຮາກ​ຂອງ​ພືດ​ທີ່​ຕາຍ ແລະ​ບໍ່​ເກີດ​ໝາກ. ພວກເຂົາ​ຈະ​ບໍ່ມີ​ລູກ, ແຕ່​ຖ້າ​ມີ ເຮົາ​ກໍ​ຈະ​ຂ້າ​ລູກ​ທີ່​ພວກເຂົາ​ຮັກ​ນັ້ນ​ເສຍ.”</verse>
				<verse number="17">ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ຈະ​ປະຖິ້ມ​ປະຊາຊົນ​ຂອງ​ພຣະອົງ ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ພຣະອົງ. ພວກເຂົາ​ຈະ​ເປັນ​ຄົນ​ພະເນຈອນ​ຢູ່​ທ່າມກາງ​ບັນດາ​ປະຊາຊາດ.</verse>
			</chapter>
			<chapter number="10">
				<verse number="1">ປະຊາຊົນ​ອິດສະຣາເອນ​ເປັນ​ດັ່ງ​ເຄືອ​ອະງຸ່ນ​ທີ່​ມີ​ໝາກ​ດົກ. ພວກເຂົາ​ຮັ່ງມີ​ຫລາຍ​ຂຶ້ນ​ເທົ່າໃດ ພວກເຂົາ​ກໍ​ກໍ່ສ້າງ​ແທ່ນບູຊາ​ຫລາຍ​ຂຶ້ນ​ເທົ່ານັ້ນ. ດິນແດນ​ຂອງ​ພວກເຂົາ​ຜະລິດ​ຜົນ​ດີ​ຂຶ້ນ​ເທົ່າໃດ ພວກເຂົາ​ກໍ​ກໍ່ສ້າງ​ເສົາ​ສັກສິດ​ສຳລັບ​ຂາບໄຫວ້​ໃຫ້​ງາມ​ຂຶ້ນ​ເທົ່ານັ້ນ.</verse>
				<verse number="2">ບັດນີ້ ຄົນ​ທີ່​ມີ​ຈິດໃຈ​ລໍ້ລວງ​ກໍ​ຕ້ອງ​ທົນທຸກ​ຍ້ອນ​ບາບ​ຂອງຕົນ. ພຣະເຈົ້າຢາເວ​ຈະ​ມ້າງ​ແທ່ນບູຊາ ແລະ​ທຳລາຍ​ເສົາ​ສັກສິດ​ຂອງ​ພວກເຂົາ​ຖິ້ມ.</verse>
				<verse number="3">ອີກ​ບໍ່​ເຫິງ ປະຊາຊົນ​ເຫຼົ່ານີ້​ຈະ​ເວົ້າ​ວ່າ, “ພວກເຮົາ​ບໍ່ມີ​ກະສັດ ເພາະ​ພວກເຮົາ​ບໍ່​ຢຳເກງ​ພຣະເຈົ້າຢາເວ. ແຕ່​ກະສັດ​ເຮັດ​ຫຍັງ​ຊ່ວຍ​ພວກເຮົາ​ໄດ້​ແດ່?”</verse>
				<verse number="4">ພວກເຂົາ​ອອກ​ສຽງ​ເປັນ​ຄຳ​ເປົ່າລ້າ ທັງ​ໃຫ້​ຄຳສັນຍາ​ບໍ່ຈິງ​ແລະ​ເຮັດ​ຂໍ້​ຕົກລົງ​ອັນ​ບໍ່ມີ​ປະໂຫຍດ. ຄວາມ​ຍຸດຕິທຳ​ກາຍເປັນ​ຄວາມ​ອະຍຸດຕິທຳ ຊຶ່ງ​ງອກ​ຂຶ້ນ​ມາ​ເໝືອນ​ຫຍ້າ​ພິດ​ຢູ່​ໃນ​ທົ່ງນາ​ທີ່​ໄຖ​ແລ້ວ.</verse>
				<verse number="5">ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ຊາມາເຣຍ ຈະ​ຢ້ານກົວ​ແລະ​ເປັນທຸກ ຍ້ອນ​ສູນເສຍ​ຮູບ​ງົວເຖິກ​ຄຳ ທີ່​ເມືອງ​ເບັດອາເວນ. ພວກເຂົາ​ກັບ​ປະໂຣຫິດ​ຄື​ຜູ້ຮັບໃຊ້​ຮູບເຄົາຣົບ​ນັ້ນ ຈະ​ຮ້ອງໄຫ້​ໄວ້ທຸກ​ນຳ​ຮູບເຄົາຣົບ​ນີ້. ພວກເຂົາ​ຈະ​ຄວນຄາງ ຍ້ອນ​ມີ​ຜູ້​ລອກ​ເອົາ​ຄຳ​ອັນ​ສວຍງາມ​ທີ່​ໂອບ​ຮູບ​ນັ້ນ​ໄປ.</verse>
				<verse number="6">ຮູບ​ນັ້ນ​ຈະ​ຖືກ​ນຳ​ໄປ​ອັດຊີເຣຍ ເພື່ອ​ເປັນ​ເຄື່ອງ​ບັນນາການ​ແກ່​ຈັກກະພັດ​ຜູ້​ຍິ່ງໃຫຍ່. ເອຟຣາອິມ​ກໍ​ຈະ​ຖືກ​ອັບອາຍ; ຊາດ​ອິດສະຣາເອນ​ຈະ​ໄດ້​ຮັບ​ຄວາມ​ເສື່ອມເສຍ ແລະ​ອັບອາຍ​ຂາຍໜ້າ ຍ້ອນ​ຮູບເຄົາຣົບ​ນັ້ນ.</verse>
				<verse number="7">ກະສັດ​ຂອງ​ພວກເຂົາ​ຈະ​ຖືກ​ນຳ​ຕົວ​ໄປ ເໝືອນ​ເສດ​ໄມ້​ທີ່​ໄຫລ​ນໍ້າ.</verse>
				<verse number="8">ຮ້ານ​ເທວະຮູບ​ຢູ່​ເທິງ​ພູ​ອາເວນ ບ່ອນ​ທີ່​ພວກ​ອິດສະຣາເອນ​ຂາບໄຫວ້​ຮູບເຄົາຣົບ​ຈະ​ຖືກ​ທຳລາຍ​ຖິ້ມ. ກໍ​ໜາມ​ແລະ​ຕົ້ນຫຍ້າ​ຈະ​ປົ່ງ​ຂຶ້ນ​ປົກ​ຫຸ້ມ​ແທ່ນບູຊາ​ຂອງ​ພວກເຂົາ. ປະຊາຊົນ​ຈະ​ຮ້ອງ​ໃສ່​ພູເຂົາ​ທັງຫລາຍ​ວ່າ, “ຈົ່ງ​ບັງ​ພວກເຮົາ​ໄວ້​ແດ່” ແລະ​ເວົ້າ​ຕໍ່​ພູນ້ອຍ​ວ່າ, “ຈົ່ງ​ກວມ​ພວກເຮົາ​ໄວ້​ສາ.”</verse>
				<verse number="9">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ອິດສະຣາເອນ​ບໍ່ໄດ້​ຢຸດ​ເຮັດ​ບາບ​ຕໍ່ສູ້​ເຮົາ ຕັ້ງແຕ່​ຄາວ​ທີ່​ພວກເຂົາ​ໄດ້​ເຮັດ​ບາບ​ທີ່​ເມືອງ​ກີເບອາ. ດັ່ງນັ້ນ ສົງຄາມ​ຈຶ່ງ​ຕາມ​ທັນ​ພວກເຂົາ​ທີ່​ກີເບອາ.</verse>
				<verse number="10">ເຮົາ​ຈະ​ໂຈມຕີ ແລະ​ລົງໂທດ​ຄົນ​ບາບ​ເຫຼົ່ານີ້. ຊົນຊາດ​ທັງຫລາຍ​ຈະ​ຮວມກັນ​ຕໍ່ສູ້​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ຖືກ​ລົງໂທດ​ຍ້ອນ​ການບາບ​ຂອງ​ພວກເຂົາ.</verse>
				<verse number="11">ຄັ້ງໜຶ່ງ ຊາດ​ອິດສະຣາເອນ​ເປັນ​ດັ່ງ​ງົວ​ນ້ອຍ​ທີ່​ໄດ້​ຮັບ​ການ​ຝຶກແອບ​ດີແລ້ວ ພ້ອມ​ທີ່​ຈະ​ຢຽບ​ເຂົ້າ​ດ້ວຍ​ຄວາມ​ເຕັມໃຈ. ແຕ່​ເຮົາ​ໄດ້​ຕັດສິນໃຈ​ໃສ່​ແອກ ທີ່​ຄໍ​ອັນ​ສວຍງາມ​ຂອງມັນ ເພື່ອ​ໃຫ້​ມັນ​ເຮັດ​ວຽກ​ໜັກໜ່ວງ​ກວ່າເກົ່າ. ເຮົາ​ເຮັດ​ໃຫ້​ຢູດາ​ແກ່​ໄຖ ແລະ​ເຮັດ​ໃຫ້​ອິດສະຣາເອນ​ແກ່​ຄາດ.</verse>
				<verse number="12">ເຮົາ​ກ່າວ​ວ່າ, ‘ຈົ່ງ​ໄຖ​ດິນ​ຕອນ​ໃໝ່​ສຳລັບ​ເຈົ້າເອງ ຈົ່ງ​ຫວ່ານ​ຄວາມ​ຊອບທຳ ແລະ​ເກັບກ່ຽວ​ເອົາ​ພຣະພອນ​ຈາກ​ການ​ອຸທິດຕົວ​ຂອງເຈົ້າ​ທີ່​ມີ​ຕໍ່​ເຮົາ. ເຖິງ​ເວລາ​ແລ້ວ​ທີ່​ເຈົ້າ​ຈະ​ສະແຫວງຫາ​ພຣະເຈົ້າຢາເວ ແລ້ວ​ເຮົາ​ກໍ​ຈະ​ມາ ແລະ​ຖອກ​ເທ​ພອນ​ເທິງ​ເຈົ້າ.’</verse>
				<verse number="13">ແຕ່​ແທນທີ່​ຈະ​ເປັນ​ດັ່ງນັ້ນ ພວກເຈົ້າ​ພັດ​ໄດ້​ປູກ​ຄວາມຊົ່ວ ແລະ​ເກັບກ່ຽວ​ຜົນ​ກຳ​ຊົ່ວ. ພວກເຈົ້າ​ໄດ້​ກິນ​ຜົນ​ແຫ່ງ​ການຕົວະ​ຂອງ​ພວກເຈົ້າ. ເພາະ​ພວກເຈົ້າ​ໄດ້​ໄວ້ວາງໃຈ​ໃນ​ລົດຮົບ ແລະ​ໃນ​ທະຫານ​ຈຳນວນ​ຫລວງຫລາຍ​ຂອງ​ພວກເຈົ້າ​ນັ້ນ</verse>
				<verse number="14">ສົງຄາມ​ຈຶ່ງ​ຈະ​ເກີດຂຶ້ນ​ກັບ​ປະຊາຊົນ​ຂອງ​ພວກເຈົ້າ ແລະ​ປ້ອມ​ທັງໝົດ​ຂອງ​ພວກເຈົ້າ​ກໍ​ຈະ​ຖືກ​ທຳລາຍ​ລົງ. ມັນ​ຈະ​ເປັນ​ດັ່ງ​ວັນ​ທີ່​ກະສັດ​ຊັນມານ ໄດ້​ທຳລາຍ​ເມືອງ​ເບັດ​ອາກເບັນ​ໃນ​ສະໜາມຮົບ ຈົນ​ບັນດາ​ຜູ້​ເປັນ​ແມ່​ແລະ​ລູກໆ​ຖືກ​ຢຽບ​ຕາຍ​ໝົດກ້ຽງ.</verse>
				<verse number="15">ຊາວ​ເບັດເອນ​ເອີຍ ສິ່ງ​ນີ້​ແຫຼະ ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ ກໍ​ຍ້ອນ​ການ​ຊົ່ວ​ຮ້າຍແຮງ​ທີ່​ພວກເຈົ້າ​ໄດ້​ເຮັດ. ພໍ​ສົງຄາມ​ເລີ່ມຂຶ້ນ ກະສັດ​ແຫ່ງ​ອິດສະຣາເອນ​ກໍ​ຈະ​ຕາຍໄປ.”</verse>
			</chapter>
			<chapter number="11">
				<verse number="1">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຄາວ​ທີ່​ຊາດ​ອິດສະຣາເອນ​ຍັງ​ເປັນ ເດັກນ້ອຍ​ຢູ່​ນັ້ນ ເຮົາ​ຮັກ​ລາວ​ແລະ​ເອີ້ນ​ລາວ​ໃຫ້​ອອກ ມາ​ຈາກ​ປະເທດ​ເອຢິບ​ໃນ​ຖານະ​ເປັນ​ລູກຊາຍ.</verse>
				<verse number="2">ແຕ່​ເຮົາ​ໄດ້​ເອີ້ນ​ເອົາ​ລາວ​ຫລາຍ​ເທົ່າໃດ ລາວ​ກໍ​ຍິ່ງ​ຫັນໜີ​ຈາກ​ເຮົາ ໄປ​ຫລາຍ​ເທົ່ານັ້ນ. ປະຊາຊົນ​ຂອງເຮົາ​ໄດ້​ຖວາຍ​ສັດ​ບູຊາ​ແກ່​ພະບາອານ ແລະ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ​ຖວາຍ​ແກ່​ຮູບເຄົາຣົບ.</verse>
				<verse number="3">ແຕ່​ແມ່ນ​ເຮົາ​ນີ້​ແຫຼະ ທີ່​ເປັນ​ຜູ້​ໄດ້​ສັ່ງສອນ ໃຫ້​ຊາດ​ອິດສະຣາເອນ​ຍ່າງ​ໄປມາ​ໄດ້. ເຮົາ​ໄດ້​ອູ້ມ​ປະຊາຊົນ​ຂອງເຮົາ​ໄວ້​ໃນ​ອ້ອມ​ແຂນ ແຕ່​ພວກເຂົາ​ບໍ່​ຮັບຮູ້​ເຮົາ​ວ່າ​ເປັນ​ຜູ້ດູແລ​ພວກ​ເຂົາເຈົ້າ.</verse>
				<verse number="4">ເຮົາ​ໄດ້​ໃຊ້​ທັງ​ຄວາມຮັກ ແລະ​ຄວາມ​ອ່ອນຫວານ ເປັນ​ເຄື່ອງຊັກຈູງ​ໃຈ​ໃຫ້​ພວກເຂົາ​ກັບ​ມາ​ຫາ​ເຮົາ​ອີກ. ເຮົາ​ໄດ້​ໂຊມ​ພວກເຂົາ​ລຸກ​ຂຶ້ນ​ທັງ​ແນບ​ໃສ່​ແກ້ມ​ເຮົາ ແລະ​ກົ້ມ​ລົງ​ລ້ຽງ​ດູແລ​ພວກເຂົາ​ໄວ້.</verse>
				<verse number="5">ແຕ່​ພວກເຂົາ​ບໍ່​ຍອມ​ກັບຄືນ​ມາ​ຫາ​ເຮົາ; ສະນັ້ນ ພວກເຂົາ​ຈຶ່ງ​ຕ້ອງ​ກັບຄືນ​ໄປ​ປະເທດ​ເອຢິບ ແລະ​ກະສັດ​ແຫ່ງ​ອັດຊີເຣຍ​ຈະ​ປົກຄອງ​ພວກເຂົາ.</verse>
				<verse number="6">ສົງຄາມ​ຈະ​ທຳລາຍ​ເມືອງ​ຂອງ​ພວກເຂົາ ແລະ​ທຳລາຍ​ປະຕູ​ເມືອງ​ໃຫ້​ເພພັງ​ໄປ. ມັນ​ຈະ​ທຳລາຍ​ປະຊາຊົນ​ຂອງເຮົາ ເພາະ​ພວກເຂົາ​ເຮັດ​ຕາມ​ທີ່​ພວກເຂົາ​ເຫັນຊອບ.</verse>
				<verse number="7">ພວກເຂົາ​ຂືນ​ໜີໄປ​ຈາກ​ເຮົາ. ພວກເຂົາ​ຈະ​ຮ້ອງໄຫ້​ຍ້ອນ​ແບກ​ແອກ ແລະ​ຈະ​ບໍ່ມີ​ຜູ້ໃດ​ປົດ​ແອກ​ອອກ​ໃຫ້​ພວກເຂົາ​ໄດ້.</verse>
				<verse number="8">ເອຟຣາອິມ​ເອີຍ ເຮົາ​ຈະ​ເຊົາ​ກ່ຽວຂ້ອງ​ກັບ​ເຈົ້າ​ໄດ້​ຢ່າງໃດ? ຊາດ​ອິດສະຣາເອນ​ເອີຍ ເຮົາ​ຈະ​ປະຖິ້ມ​ເຈົ້າ​ໄປ​ໄດ້​ຢ່າງໃດ? ເຮົາ​ຈະ​ທຳລາຍ​ເຈົ້າ​ດັ່ງ​ທຳລາຍ​ອັດມາ​ກໍ​ບໍ່ໄດ້ ຫລື​ເຮັດ​ຕໍ່​ເຈົ້າ​ດັ່ງ​ທີ່​ເຮັດ​ຕໍ່​ເຊບົວອິມ​ນັ້ນ? ຈິດໃຈ​ເຮົາ​ບໍ່​ຍອມ​ໃຫ້​ເຮົາ​ເຮັດ​ດັ່ງນັ້ນ​ເລີຍ ຄວາມຮັກ​ທີ່​ເຮົາ​ມີ​ກໍ​ແຮງ​ທີ່ສຸດ​ສຳລັບ​ເຈົ້າ.</verse>
				<verse number="9">ເຮົາ​ຈະ​ບໍ່​ລົງໂທດ​ເຈົ້າ​ຢ່າງ​ຄຽດແຄ້ນ​ໜັກ​ດອກ ເຮົາ​ຈະ​ບໍ່​ທຳລາຍ​ເອຟຣາອິມ​ຕໍ່ໄປ​ອີກ. ເພາະ​ເຮົາ​ເປັນ​ພຣະເຈົ້າ​ແລະ​ບໍ່ແມ່ນ​ມະນຸດ ເຮົາ​ຜູ້​ບໍຣິສຸດ​ຢູ່​ນຳ​ເຈົ້າ​ຈະ​ມາ​ຫາ​ແລະ​ອີດູ​ເຈົ້າ.</verse>
				<verse number="10">ພວກເຂົາ​ຈະ​ຕິດຕາມ​ພຣະເຈົ້າຢາເວ​ໄປ ເມື່ອ​ເຮົາ​ຮ້ອງ​ຄຳຣາມ​ເໝືອນ​ສິງ ໃສ່​ສັດຕູ​ຂອງ​ພວກເຂົາ. ພວກເຂົາ​ຈະ​ຟ້າວ​ມາ​ຫາ​ເຮົາ​ຈາກ​ທິດ​ຕາເວັນຕົກ.</verse>
				<verse number="11">ພວກເຂົາ​ຈະ​ມາ​ຈາກ​ປະເທດ​ເອຢິບ​ຢ່າງ​ວ່ອງໄວ​ເໝືອນ​ນົກ ແລະ​ມາ​ຈາກ​ອັດຊີເຣຍ​ເໝືອນ​ນົກເຂົາ. ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ບ້ານເຮືອນ​ຂອງ​ພວກເຂົາ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="12">ປະຊາຊົນ​ເອຟຣາອິມ​ອ້ອມຮອບ​ເຮົາ​ໄວ້ ດ້ວຍ​ການຕົວະ​ແລະ​ການ​ຫລອກລວງ ແລະ​ປະຊາຊົນ​ຢູດາ​ກໍ​ຍັງ​ເປັນ​ກະບົດ​ຕໍ່ສູ້​ເຮົາ​ຢູ່ ຄື​ຕໍ່ສູ້​ພຣະເຈົ້າ​ອົງ​ສັດຊື່​ແລະ​ບໍຣິສຸດ.</verse>
			</chapter>
			<chapter number="12">
				<verse number="1">ທຸກສິ່ງ​ທີ່​ປະຊາຊົນ​ເອຟຣາອິມ​ໄດ້​ປະພຶດ ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ​ນັ້ນ ລ້ວນແຕ່​ບໍ່ມີ​ປະໂຫຍດ ແລະ​ສູນເສຍ​ໄປ​ທັງນັ້ນ. ການ​ຫັກຫລັງ​ແລະ​ການກະທຳ​ອັນ​ຮຸນແຮງ ມີ​ເພີ່ມຂຶ້ນ​ໃນ​ທ່າມກາງ​ພວກເຂົາ. ພວກເຂົາ​ເຮັດ​ຂໍ້​ຕົກລົງ​ກັບ​ອັດຊີເຣຍ ແລະ​ເຮັດ​ທຸລະກິດ​ກັບ​ປະເທດ​ເອຢິບ.</verse>
				<verse number="2">ພຣະເຈົ້າຢາເວ​ມີ​ຄຳ​ກ່າວ​ຟ້ອງ​ປະຊາຊົນ​ຢູດາ; ພຣະອົງ​ຍັງ​ຈະ​ລົງໂທດ​ຊາດ​ອິດສະຣາເອນ ຍ້ອນ​ວິທີ​ປະພຶດ​ຂອງ​ປະຊາຊົນ. ພຣະອົງ​ຈະ​ໃຫ້​ຜົນ​ກຳ​ນຳ​ສະໜອງ​ພວກເຂົາ.</verse>
				<verse number="3">ຢາໂຄບ ບັນພະບຸລຸດ​ຂອງ​ພວກເຂົາ ໄດ້​ຕໍ່ສູ້​ກັບ​ເອຊາວ​ອ້າຍ​ແຝດ​ຂອງຕົນ ໃນ​ຂະນະທີ່​ທັງສອງ​ຍັງ​ຢູ່​ໃນ​ທ້ອງ​ແມ່; ເມື່ອ​ຢາໂຄບ​ໃຫຍ່​ຂຶ້ນ​ມາ ລາວ​ກໍໄດ້​ຕໍ່ສູ້​ພຣະເຈົ້າ</verse>
				<verse number="4">ຄື​ລາວ​ໄດ້​ຕໍ່ສູ້​ກັບ​ເທວະດາ​ຈົນ​ຊະນະ. ລາວ​ໄດ້​ຮ້ອງໄຫ້​ແລະ​ຂໍ​ພອນ. ທີ່​ເບັດເອນ ພຣະເຈົ້າ​ໄດ້​ລົງ​ມາ​ຫາ​ຢາໂຄບ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ ແລະ​ຢູ່​ທີ່​ນັ້ນ​ພຣະອົງ​ໄດ້​ກ່າວ​ແກ່​ລາວ.</verse>
				<verse number="5">ນີ້​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າຢາເວ​ແມ່ນ​ນາມ​ຂອງ​ພຣະອົງ.</verse>
				<verse number="6">ດ້ວຍເຫດນີ້ ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ກັບຄືນ​ໄປ​ຫາ​ພຣະອົງ​ເທີ້ນ. ຈົ່ງ​ສັດຊື່​ແລະ​ທ່ຽງທຳ ແລະ​ຈົ່ງ​ຄອຍຖ້າ​ພຣະເຈົ້າ​ຂອງ​ພວກເຈົ້າ ດຳເນີນການ​ດ້ວຍ​ຄວາມ​ອົດທົນ.</verse>
				<verse number="7">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ເອຟຣາອິມ​ບໍ່​ສັດຊື່​ດັ່ງ​ຊາວ​ການາອານ; ພວກເຂົາ​ມັກ​ໃຊ້​ຕາຊັ່ງ​ຕາຊິງ​ສໍ້ໂກງ​ລູກຄ້າ​ຂອງຕົນ.</verse>
				<verse number="8">ພວກເຂົາ​ເວົ້າ​ວ່າ, ‘ພວກເຮົາ​ຮັ່ງມີ ພວກເຮົາ​ມີ​ຊັບສົມບັດ​ຫລາຍ. ບໍ່ມີ​ຜູ້ໃດ​ຟ້ອງຮ້ອງ​ພວກເຮົາ​ວ່າ ຮັ່ງມີ​ຍ້ອນ​ຄວາມ​ບໍ່​ສັດຊື່​ໄດ້​ດອກ.’</verse>
				<verse number="9">ແຕ່​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ພຣະອົງ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ຜ້າເຕັນ​ອີກ​ດັ່ງ​ພວກເຈົ້າ​ເຄີຍ​ອາໄສ​ຢູ່ ຄາວ​ທີ່​ເຮົາ​ມາ​ຫາ​ພວກເຈົ້າ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ.</verse>
				<verse number="10">ເຮົາ​ໄດ້​ກ່າວ​ແກ່​ພວກ​ຜູ້ທຳນວາຍ ແລະ​ໃຫ້​ພວກເຂົາ​ເຫັນ​ນິມິດ​ຫລາຍຢ່າງ ແລະ​ເຮົາ​ໄດ້​ເຕືອນ​ປະຊາຊົນ​ຂອງເຮົາ ຜ່ານ​ທາງ​ຜູ້ທຳນວາຍ​ເຫຼົ່ານັ້ນ.</verse>
				<verse number="11">ແຕ່​ການ​ຂາບໄຫວ້​ຮູບເຄົາຣົບ​ໃນ​ກີເລອາດ​ຍັງ​ມີ​ຢູ່ ແລະ​ພວກ​ທີ່​ຂາບໄຫວ້​ຮູບເຄົາຣົບ​ເຫຼົ່ານັ້ນ​ກໍ​ຈະ​ຕາຍ. ການ​ເຜົາບູຊາ​ງົວເຖິກ​ໃນ​ກິນການ​ຍັງ​ມີ​ຢູ່ ແລະ​ແທ່ນບູຊາ​ທັງຫລາຍ​ຢູ່​ໃນ​ທີ່ນັ້ນ​ກໍ​ຈະ​ກາຍເປັນ​ກອງ​ຫີນ​ຢູ່​ກາງ​ທົ່ງນາ.”</verse>
				<verse number="12">ຢາໂຄບ ບັນພະບຸລຸດ​ຂອງ​ພວກເຮົາ​ຕ້ອງ​ໜີໄປ​ເມໂຊໂປຕາເມຍ ບ່ອນ​ທີ່​ລາວ​ໄດ້​ເຮັດ​ວຽກ​ໃຫ້​ຊາຍ​ຄົນ​ໜຶ່ງ ຄື​ລ້ຽງ​ແກະ​ໃຫ້​ເຂົາ​ເພື່ອ​ຈະ​ໄດ້​ເມຍ.</verse>
				<verse number="13">ພຣະເຈົ້າຢາເວ​ໄດ້​ໃຊ້​ຜູ້ທຳນວາຍ​ຄົນ​ໜຶ່ງ ມາ​ຊ່ວຍກູ້​ເອົາ​ຊາວ​ອິດສະຣາເອນ​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ ແລະ​ເພື່ອ​ດູແລ​ພວກເຂົາ.</verse>
				<verse number="14">ແຕ່​ເອຟຣາອິມ​ໄດ້​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ​ຢ່າງ​ຂົມຂື່ນ; ພວກເຂົາ​ສົມຄວນ​ຕາຍ ຍ້ອນ​ການ​ປະພຶດ​ຊົ່ວ​ນັ້ນ. ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ພວກເຂົາ ທີ່​ໄດ້​ເຮັດ​ໃຫ້​ພຣະອົງ​ຕ້ອງ​ອັບອາຍ​ຂາຍໜ້າ.</verse>
			</chapter>
			<chapter number="13">
				<verse number="1">ໃນ​ອະດີດ ເມື່ອ​ເຜົ່າ​ເອຟຣາອິມ​ເວົ້າ​ວ່າ ເຜົ່າ​ອື່ນໆ​ກໍ​ຢ້ານຢຳ; ພວກເຂົາ​ໃຫ້​ຄວາມ​ເຄົາຣົບ​ນັບຖື​ແກ່​ເອຟຣາອິມ. ແຕ່​ປະຊາຊົນ​ໄດ້​ເຮັດ​ບາບ​ຍ້ອນ​ຂາບໄຫວ້​ພະບາອານ ແລະ​ຍ້ອນ​ການ​ປະພຶດ​ເຊັ່ນນີ້ ພວກເຂົາ​ຈະ​ຕາຍ.</verse>
				<verse number="2">ພວກເຂົາ​ຍັງ​ສືບຕໍ່​ເຮັດ​ບາບ ໂດຍ​ຫລໍ່​ຮູບ​ດ້ວຍ​ໂລຫະ​ໄວ້​ຂາບໄຫວ້ ຄື​ຫລໍ່​ຮູບເຄົາຣົບ​ເປັນ​ເງິນ ອອກ​ແບບ​ຕາມ​ຄວາມຄິດ​ຂອງ​ມະນຸດ ແລະ​ເຮັດ​ຂຶ້ນ​ດ້ວຍ​ສີມື​ຂອງ​ມະນຸດ. ແລ້ວ​ພວກເຂົາ​ກໍ​ເວົ້າ​ວ່າ, “ຈົ່ງ​ຖວາຍ​ເຄື່ອງ​ເຜົາບູຊາ​ແກ່​ຮູບ​ເຫຼົ່ານີ້.” ຄົນ​ຈະ​ຈູບ​ຮູບ​ນັ້ນ​ໄດ້​ບໍ? ເພາະ​ມັນ​ເປັນ​ຮູບ​ງົວເຖິກ.</verse>
				<verse number="3">ເພາະສະນັ້ນ ປະຊາຊົນ​ເຫຼົ່ານີ້​ຈຶ່ງ​ຈະ​ດັບສູນ​ໄປ ດັ່ງ​ນໍ້າໝອກ​ແລະ​ນໍ້າ​ຄ້າງ​ໃນ​ຕອນເຊົ້າ ພວກເຂົາ​ຈະ​ເປັນ​ດັ່ງ​ແກບ​ທີ່​ລົມ​ພັດ​ຈາກ​ລານ​ຟາດເຂົ້າ ແລະ​ດັ່ງ​ຄວັນໄຟ​ຈາກ​ທໍ່​ເຕົາໄຟ.</verse>
				<verse number="4">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ແຕ່​ເຮົາ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເຈົ້າ​ບໍ່ມີ​ພຣະເຈົ້າ​ອົງອື່ນ​ນອກຈາກ​ເຮົາ. ເຮົາ​ເປັນ​ພຣະຜູ້​ຊ່ວຍ​ໃຫ້​ພົ້ນ​ອົງດຽວ​ຂອງ​ພວກເຈົ້າ.</verse>
				<verse number="5">ເຮົາ​ໄດ້​ລ້ຽງ​ພວກເຈົ້າ​ໃນ​ບ່ອນ​ແຫ້ງແລ້ງ ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="6">ແຕ່​ເມື່ອ​ພວກເຈົ້າ​ໄດ້​ເຂົ້າ​ໄປ​ຢູ່​ໃນ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ ພວກເຈົ້າ​ໄດ້​ກິນ​ອີ່ມໜຳ​ສຳລານ ແລ້ວ​ພວກເຈົ້າ​ກໍ​ຈອງຫອງ ແລະ​ລືມໄລ​ເຮົາ.</verse>
				<verse number="7">ສະນັ້ນ ເຮົາ​ຈຶ່ງ​ຈະ​ໂດດ​ກັດ​ພວກເຈົ້າ​ເໝືອນ​ສິງ. ເຮົາ​ຈະ​ເປັນ​ດັ່ງ​ເສືອດາວ​ທີ່​ນອນ​ຄອຍ​ຢູ່​ຕາມ​ທາງ​ຂອງ​ພວກເຈົ້າ.</verse>
				<verse number="8">ເຮົາ​ຈະ​ຄຸບ​ກັດ​ພວກເຈົ້າ​ເໝືອນ​ໝີ​ທີ່​ສູນເສຍ​ລູກ​ຂອງ​ມັນ; ເຮົາ​ຈະ​ຈີກ​ພວກເຈົ້າ​ອອກ. ເຮົາ​ຈະ​ເປັນ​ດັ່ງ​ສິງ​ທີ່​ຈີກ​ພວກເຈົ້າ​ກິນ​ຄາ​ບ່ອນ ແລະ​ຈະ​ເປັນ​ດັ່ງ​ສັດປ່າ​ທີ່​ຈີກ​ພວກເຈົ້າ​ອອກ​ເປັນ​ຕ່ອນໆ.</verse>
				<verse number="9">ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ຈະ​ທຳລາຍ​ພວກເຈົ້າ. ແລ້ວ​ຜູ້ໃດ​ແດ່​ຈະ​ຊ່ວຍ​ພວກເຈົ້າ​ໄດ້?</verse>
				<verse number="10">ພວກເຈົ້າ​ໄດ້​ຮ້ອງຂໍ​ເອົາ​ກະສັດ​ແລະ​ບັນດາ​ຜູ້ນຳ; ແຕ່​ພວກເຂົາ​ຈະ​ຊ່ວຍ​ປະເທດ​ໃຫ້​ພົ້ນໄພ​ໄດ້​ຢ່າງໃດ?</verse>
				<verse number="11">ດ້ວຍ​ຄວາມ​ໂກດຮ້າຍ ເຮົາ​ໄດ້​ໃຫ້​ພວກເຈົ້າ​ມີ​ກະສັດ ແລະ​ດ້ວຍ​ຄວາມ​ກິ້ວໂກດ ເຮົາ​ໄດ້​ເອົາ​ພວກເຂົາ​ໜີໄປ.</verse>
				<verse number="12">ຄວາມບາບ​ແລະ​ຄວາມຜິດ​ຂອງ​ເອຟຣາອິມ​ໄດ້​ບັນທຶກ​ໄວ້​ແລ້ວ ແລະ​ບັນທຶກ​ນີ້​ກໍໄດ້​ເກັບ​ໄວ້​ຢ່າງ​ປອດໄພ​ດີ.</verse>
				<verse number="13">ຊາວ​ອິດສະຣາເອນ​ມີ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຢູ່, ແຕ່​ພວກເຂົາ​ປະ​ໂອກາດ​ນັ້ນ​ໄປ ເພາະ​ຄວາມ​ໂງ່ຈ້າ​ດັ່ງ​ເດັກນ້ອຍ​ທີ່​ກຳລັງ​ຈະ​ເກີດ ແຕ່​ບໍ່​ຍອມ​ອອກ​ມາ​ຈາກ​ທ້ອງ​ແມ່.</verse>
				<verse number="14">ເຮົາ​ຈະ​ບໍ່​ຊ່ວຍ​ປະຊາຊົນ​ນີ້​ໃຫ້​ພົ້ນ​ຈາກ​ພິພົບ​ຄົນຕາຍ ຫລື​ຊ່ວຍກູ້​ເອົາ​ພວກເຂົາ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ຄວາມຕາຍ. ໂອ ຄວາມຕາຍ​ເອີຍ ຈົ່ງ​ມາ​ພ້ອມ ກັບ​ໄພພິບັດ​ຂອງ​ເຈົ້າ. ເຮົາ​ຈະ​ບໍ່​ສົງສານ​ປະຊາຊົນ​ນີ້​ຕໍ່ໄປ​ອີກ​ແລ້ວ.</verse>
				<verse number="15">ເຖິງ​ແມ່ນ​ຊາດ​ອິດສະຣາເອນ​ອອກ​ດອກ ຮຸ່ງເຮືອງ​ຂຶ້ນ​ດັ່ງ​ຕົ້ນຫຍ້າ ເຮົາ​ກໍ​ຈະ​ສົ່ງ​ລົມ​ຮ້ອນ​ຈາກ​ທິດ​ຕາເວັນອອກ ພັດ​ມາ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ; ລົມ​ນີ້​ຈະ​ເຮັດ​ໃຫ້​ນໍ້າພຸ​ແລະ​ນໍ້າສ້າງ​ຂອງ​ພວກເຂົາ​ແຫ້ງ​ລົງ. ມັນ​ຈະ​ພັດ​ເອົາ​ທຸກສິ່ງ​ທີ່​ມີຄ່າ​ໄປ.</verse>
				<verse number="16">ຊາມາເຣຍ​ຕ້ອງ​ຮັບ​ໂທດ ຍ້ອນ​ເປັນ​ກະບົດ​ຕໍ່ສູ້​ເຮົາ. ຊາວ​ຊາມາເຣຍ​ຈະ​ຕາຍ​ໃນ​ສົງຄາມ; ພວກ​ແອນ້ອຍ​ຈະ​ຖືກ​ໂຍນ​ລົງ​ດິນ ແລະ​ພວກ​ແມ່ມານ​ກໍ​ຈະ​ຖືກ​ຂ້າ​ດ້ວຍ​ການ​ແຫກ​ທ້ອງ.”</verse>
			</chapter>
			<chapter number="14">
				<verse number="1">ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສາ. ບາບ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຊູນ​ສະດຸດ​ແລະ​ລົ້ມລົງ.</verse>
				<verse number="2">ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ​ສາ ແລະ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ດັ່ງນີ້: “ຂໍໂຜດ​ອະໄພ​ການບາບ​ທຸກຢ່າງ​ຂອງ​ພວກ​ຂ້ານ້ອຍ ແລະ​ຮັບ​ເອົາ​ຄຳພາວັນນາ​ອະທິຖານ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ສັນລະເສີນ​ພຣະອົງ​ຕາມ​ທີ່​ໄດ້​ສັນຍາ​ໄວ້.</verse>
				<verse number="3">ອັດຊີເຣຍ​ບໍ່ເຄີຍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ ມ້າ​ເສິກ​ໃຫ້​ຄວາມ​ຄຸ້ມຄອງ​ແກ່​ພວກ​ຂ້ານ້ອຍ​ກໍ​ບໍ່ໄດ້. ພວກ​ຂ້ານ້ອຍ​ຈະ​ບໍ່​ກ່າວ​ຕໍ່​ຮູບເຄົາຣົບ​ຂອງ​ພວກ​ຂ້ານ້ອຍ​ອີກ​ວ່າ ພວກມັນ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ຂ້າແດ່​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຂໍໂຜດ​ສຳແດງ​ຄວາມ​ເມດຕາ​ຕໍ່​ພວກ​ຂ້ານ້ອຍ ທີ່​ຂາດ​ຜູ້​ເພິ່ງພາ​ອາໄສ​ດ້ວຍ​ເຖີດ.”</verse>
				<verse number="4">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ປະຊາຊົນ​ຂອງເຮົາ​ຄືນ​ມາ ເຮົາ​ຈະ​ຮັກ​ພວກເຂົາ​ດ້ວຍ​ສຸດໃຈ​ແລະ​ເຊົາ​ໂກດຮ້າຍ.</verse>
				<verse number="5">ເຮົາ​ຈະ​ເຮັດ​ຕໍ່​ຊາດ​ອິດສະຣາເອນ​ດັ່ງ​ສາຍ​ຝົນ ທີ່​ຕົກ​ລິນ​ມາ​ໃນ​ດິນແດນ​ທີ່​ແຫ້ງແລ້ງ. ພວກເຂົາ​ຈະ​ເບີກບານ​ເໝືອນ​ໝູ່​ມວນ​ມາລີ ຢັ່ງຮາກ​ໝັ້ນຄົງ​ດັ່ງ​ຕົ້ນໄມ້​ທີ່​ເລບານອນ​ນັ້ນ.</verse>
				<verse number="6">ພວກເຂົາ​ຈະ​ມີ​ຊີວິດ​ຈະເລີນ​ແບບ​ໃໝ່​ຂຶ້ນ​ມາ ຈະ​ສວຍງາມ​ດັ່ງ​ກົກ​ໝາກກອກເທດ. ພວກເຂົາ​ຈະ​ມີ​ກິ່ນ​ຫອມຫວນ​ຊວນໃຈ ດັ່ງ​ຕົ້ນ​ສົນສີດາ​ໃນ​ເລບານອນ​ພຸ້ນ.</verse>
				<verse number="7">ໃນ​ອີກເທື່ອໜຶ່ງ ພວກເຂົາ​ຈະ​ມີ​ຊີວິດ​ຢູ່​ໃດ ຄື​ມີ​ຊີວິດ​ຢູ່​ໃຕ້ການ​ຄຸ້ມຄອງ​ຂອງເຮົາ​ນັ້ນ. ພວກເຂົາ​ຈະ​ປູກ​ເຂົ້າ ແລະ​ຮັບ​ຜົນ​ຫລາຍ​ດັ່ງ​ສວນອະງຸ່ນ ພວກເຂົາ​ຈະ​ມີ​ຊື່ສຽງ​ດັ່ງ​ເຫຼົ້າ​ອະງຸ່ນ​ທີ່​ເລບານອນ​ນັ້ນ.</verse>
				<verse number="8">ເອຟຣາອິມ​ເອີຍ ເຮົາ​ຈະ​ບໍ່​ກ່ຽວກັບ​ຮູບເຄົາຣົບ​ຕໍ່ໄປ; ເຮົາ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ແລະ​ດູແລ​ພວກ​ເຂົາ; ເຮົາ​ຈະ​ເປັນ​ທີ່ເພິ່ງ​ໃຫ້​ພວກເຂົາ ດັ່ງ​ຕົ້ນໄມ້​ໃບ​ຂຽວສົດ ເຮົາ​ເປັນ​ບໍ່ເກີດ​ແຫ່ງ​ພຣະພອນ​ຂອງ​ພວກເຂົາ​ທັງສິ້ນ.”</verse>
				<verse number="9">ຂໍ​ໃຫ້​ພວກ​ທີ່​ມີ​ປັນຍາ ຈົ່ງ​ເຂົ້າໃຈ​ເອົາ​ສິ່ງ​ທີ່​ມີ​ຂຽນ​ໄວ້​ນີ້; ຂໍ​ໃຫ້​ພວກເຂົາ​ຈຳ​ໃສ່ໃຈ​ໄວ້. ທາງ​ຂອງ​ພຣະເຈົ້າຢາເວ​ຖືກຕ້ອງ ແລະ​ບັນດາ​ຜູ້​ຊອບທຳ​ຍ່ອມ​ດຳເນີນ​ຕາມ​ທາງນີ້, ແຕ່​ບັນດາ​ຄົນບາບ​ຈະ​ຕຳ​ສະດຸດ ແລະ​ລົ້ມລົງ​ເພາະ​ລະເລີຍ​ທາງນີ້.</verse>
			</chapter>
		</book>
		<book number="29">
			<chapter number="1">
				<verse number="1">ຕໍ່ໄປນີ້ ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ກ່າວ​ແກ່​ໂຢເອນ​ລູກຊາຍ​ຂອງ​ເປທູເອນ.</verse>
				<verse number="2">ຈົ່ງ​ຕັ້ງໃຈ​ຟັງ​ເຖີດ ພວກເຈົ້າ​ຜູ້​ເຖົ້າແກ່​ທັງຫລາຍ ທຸກໆຄົນ​ໃນ​ຢູດາຍ​ເອີຍ ຈົ່ງ​ຟັງ​ເທີ້ນ ສິ່ງ​ເຊັ່ນນີ້ ເຄີຍ​ເກີດຂຶ້ນ​ໃນ​ສະໄໝ​ພວກເຈົ້າ​ຫລື​ບໍ່? ຫລື​ໃນ​ສະໄໝ​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່?</verse>
				<verse number="3">ຈົ່ງ​ເລົ່າ​ເລື່ອງລາວ​ໃຫ້​ລູກໆ​ຂອງ​ພວກເຈົ້າ​ຟັງ​ເດີ ເພື່ອ​ວ່າ​ພວກເຂົາ​ຈະ​ບອກສອນ​ລູກໆ​ຂອງ​ພວກເຂົາ​ຕໍ່ໆ​ໄປ ແລະ​ພໍ​ເມື່ອ​ມາເຖິງ​ຜຽນ​ຂອງ​ພວກເຂົາ ພວກເຂົາ​ກໍ​ຈະ​ເລົ່າ​ໃຫ້​ຄົນຊົ່ວ​ອາຍຸ​ຕໍ່ໄປ​ຮູ້.</verse>
				<verse number="4">ຕັກແຕນ​ເປັນ​ໝູ່ໆ​ກັດ​ກິນ​ຜົນລະປູກ​ທັງຫລາຍ ສິ່ງ​ເຫຼືອ​ຈາກ​ຕັກແຕນ​ໝູ່​ໜຶ່ງ​ກໍ​ມີ​ໝູ່​ອື່ນ​ກິນ​ອີກ.</verse>
				<verse number="5">ພວກ​ຂີ້ເຫລົ້າ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ຮ້ອງ​ຄໍ່າຄວນ​ເຖີດ ນັກດື່ມ​ເຫຼົ້າ​ອະງຸ່ນ​ເອີຍ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ເຖີດ ເພາະ​ພົ້ວ​ໝາກອະງຸ່ນ​ທີ່​ຫວັງ​ເຮັດ​ເຫຼົ້າ​ໃໝ່ ກໍໄດ້​ຖືກ​ທຳລາຍ​ໄປ​ໝົດກ້ຽງ​ແລ້ວ​ເດ</verse>
				<verse number="6">ກອງທັບ​ຕັກແຕນ​ໄດ້​ໂຈມຕີ​ດິນແດນ​ເຮົາ ມັນ​ສູ້ຊົນ​ທົນຫລາຍ​ແລະ​ທັງ​ນັບ​ບໍ່ຖ້ວນ; ມັນ​ເປັນ​ນັກຮາວີ​ທີ່​ທຳລາຍ ແຂ້ວ​ຄື​ແຂ້ວ​ໂຕສິງ ຫລື​ດັ່ງ​ແຂ້ວ​ຄົມໆ ຂອງ​ໂຕ​ສິງແມ່.</verse>
				<verse number="7">ມັນ​ໄດ້​ທຳລາຍ​ເຄືອ​ພົ້ວ​ອະງຸ່ນ​ຂອງ​ພວກເຮົາ ແລະ​ກັດ​ກິນ​ກົກ​ໝາກເດື່ອເທດ​ພວກເຮົາ​ດ້ວຍ. ມັນ​ໄດ້​ກັດ​ໄດ້​ແຫ້ນ​ເປືອກໄມ້​ອອກ​ໝົດ ຈົນ​ກິ່ງກ້ານ​ເປັນ​ສີຂາວ​ຫລ້ອນ.</verse>
				<verse number="8">ຈົ່ງ​ຮ້ອງໄຫ້​ດັ່ງ​ຍິງສາວ​ໄວ້ທຸກ​ໃຫ້​ຄົນຕາຍ ຄື​ຜູ້ບ່າວ​ທີ່​ນາງ​ຈະ​ແຕ່ງງານ​ນຳ​ນັ້ນ.</verse>
				<verse number="9">ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ບໍ່ມີ​ເຂົ້າ​ເຫຼົ້າ​ອະງຸ່ນ​ຖວາຍ​ເລີຍ ປະໂຣຫິດ​ໄວ້ທຸກ ບໍ່ມີ​ເຄື່ອງ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="10">ທົ່ງໄຮ່​ທົ່ງນາ​ກໍ​ຖືກ​ທຳລາຍ​ຈົນ​ໝົດ ທີ່ດິນ​ກໍ​ຈົມ​ຢູ່​ໃນ​ຄວາມ​ງຽບເຫງົາ​ທັງສິ້ນ. ບໍ່ມີ​ຮວງເຂົ້າ​ແລະ​ບໍ່ມີ​ພົ້ວ​ໝາກອະງຸ່ນ ໝາກກອກເທດ​ກໍ​ບໍ່ມີ​ຢູ່​ຕົ້ນ ພໍ​ເຮັດ​ນໍ້າມັນ​ໄດ້.</verse>
				<verse number="11">ພໍ່ນາ​ທັງຫລາຍ​ເອີຍ ຈົ່ງ​ໂສກເສົ້າ​ກັນ​ເຖີດ ຜູ້ເຝົ້າ​ສວນອະງຸ່ນ​ເອີຍ ຈົ່ງ​ຮ້ອງໄຫ້​ສາ​ເຖີດ ເພາະ​ເຂົ້າບາເລ​ແລະ​ເຂົ້າເດືອຍ​ກໍດີ ແລະ​ຜົນລະປູກ​ທັງໝົດ​ກໍ​ຖືກ​ທຳລາຍ​ກ້ຽງ.</verse>
				<verse number="12">ເຄືອ​ອະງຸ່ນ​ແລະ​ກົກ​ໝາກເດື່ອ​ກໍ​ຮ່ວງໂຮຍ ຕົ້ນ​ໝາກພີລາ ກົກ​ຕານ​ແລະ​ຕົ້ນໝາກຈອງ​ດ້ວຍ. ຄື​ຕົ້ນ​ໝາກໄມ້​ທຸກໆ​ຕົ້ນ​ກໍ​ຫ່ຽວແຫ້ງ​ຕາຍໄປ ຄວາມ​ຊົມຊື່ນ​ຂອງ​ປະຊາຊົນ​ກໍ​ສູນຫາຍ​ໄປສິ້ນ.</verse>
				<verse number="13">ພວກເຈົ້າ​ປະໂຣຫິດ ຈົ່ງ​ນຸ່ງ​ຜ້າ​ກະສອບ​ເຂົ້າ​ແລະ​ຮ້ອງໄຫ້​ສາ​ເຖີດ ຜູ້ຮັບໃຊ້​ທີ່​ແທ່ນບູຊາ​ເອີຍ ຈົ່ງ​ຮ້ອງໄຫ້​ຄໍ່າຄວນ, ພວກເຈົ້າ​ຜູ້ຮັບໃຊ້​ພຣະເຈົ້າ​ຂອງ​ເຮົາ​ທີ່​ວິຫານ ຈົ່ງ​ມາ​ນອນ​ໃນ​ຜ້າ​ກະສອບ​ເຂົ້າ​ທັງຄືນ, ເພາະ​ບໍ່ມີ​ເຂົ້າ, ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ.</verse>
				<verse number="14">ຈົ່ງ​ອອກ​ຄຳສັ່ງ​ໃຫ້​ປະຊາຊົນ​ອົດອາຫານ ຈົ່ງ​ເອີ້ນ​ກັນ​ມາ​ປະຊຸມ​ເປັນການ​ນັດ​ພິເສດ ຈົ່ງ​ເຕົ້າໂຮມ​ພວກ​ຜູ້ປົກຄອງ​ທັງ​ຊາວ​ຢູດາ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພາກັນ​ຮ້ອງໄຫ້​ຫາ​ພຣະເຈົ້າຢາເວ.</verse>
				<verse number="15">ວັນ​ຂອງ​ພຣະເຈົ້າຢາເວ​ຫຍັບ​ເຂົ້າ​ມາ​ໃກ້​ທຸກ​ທີ ຄື​ວັນ​ທີ່​ອົງ​ຊົງຣິດ​ຍິ່ງໃຫຍ່​ຈະ​ນຳ​ການທຳລາຍ​ມາ​ໃຫ້ ເປັນ​ການທຳລາຍ​ໃຫຍ່​ທີ່​ໜ້າຢ້ານກົວ​ຫລາຍ ວັນນັ້ນ ຈະ​ໜ້າຢ້ານກົວ​ແທ້ໆ.</verse>
				<verse number="16">ພວກເຮົາ​ໝົດ​ທີ່​ເພິ່ງ ເມື່ອ​ເບິ່ງ​ພືດຜົນ​ຖືກ​ທຳລາຍ ຄວາມ​ມ່ວນຊື່ນ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ກໍ​ຫັບຫາຍ​ໄປສິ້ນ.</verse>
				<verse number="17">ເມັດພືດ​ຕາຍ​ໃນ​ດິນ​ແຫ້ງ ບໍ່ມີ​ເຂົ້າ​ໃນ​ສາງ ເລົ້າເຂົ້າ​ຖືກ​ມ້າງລົງ​ໃຫ້​ເພພັງ​ໝົດສິ້ນ.</verse>
				<verse number="18">ຍ້ອນ​ບໍ່ມີ​ຫຍ້າ ຝູງ​ສັດ​ລ້ຽງ​ກໍ​ສັບສົນ​ວຸ້ນວາຍ ຝູງແກະ​ທັງຫລາຍ​ຕ່າງ​ກໍ​ທົນທຸກ​ດ້ວຍ.</verse>
				<verse number="19">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ພຣະອົງ ທົ່ງຫຍ້າ​ຕົ້ນໄມ້​ແຫ້ງ​ຕາຍ ແລະ​ຖືກ​ໄຟ​ໄໝ້.</verse>
				<verse number="20">ແມ່ນແຕ່​ຝູງ​ສັດປ່າ​ຍັງ​ຮ້ອງຫາ​ໃຫ້​ຊ່ວຍເຫລືອ ເພາະ​ນໍ້າ​ໃນ​ຫ້ວຍຮ່ອງ​ເຫືອດແຫ້ງ​ລົງ​ໝົດສິ້ນ.</verse>
			</chapter>
			<chapter number="2">
				<verse number="1">ຈົ່ງ​ເປົ່າແກ​ຂຶ້ນ​ເຕືອນໄພ ທີ່​ເທິງ​ພູເຂົາ​ຊີໂອນ​ສາ ພູເຂົາ​ສັກສິດ​ຂອງ​ພຣະເຈົ້າ​ເອີຍ ຈົ່ງ​ສັ່ນ​ສະທ້ານ​ເຖີດ ປະຊາຊົນ​ຢູດາ​ເອີຍ ເຖິງ​ວັນ​ຂອງ​ພຣະເຈົ້າຢາເວ​ແລ້ວ ວັນນັ້ນ​ກຳລັງ​ຫຍັບ​ເຂົ້າມາ​ໃກ້​ແລ້ວ.</verse>
				<verse number="2">ວັນນັ້ນ​ຈະ​ມືດຄື້ມ ແລະ​ມືດມົວ​ຫລາຍ ເປັນ​ວັນ​ທີ່​ມີ​ເມກຕຶບ ແລະ​ມືດໜາ​ແທ້ໆ. ຝູງຕັກແຕນ​ບຸກໜ້າ​ເປັນ​ກອງທັບ​ອັນ​ໃຫຍ່ ດັ່ງ​ມືດ​ກຳລັງ​ແຜ່​ອອກ​ໄປ​ທົ່ວ​ໜ່ວຍ​ພູເຂົາ. ບໍ່ເຄີຍ​ມີ​ຜູ້ໃດ​ເຫັນ​ສິ່ງ​ນີ້​ມາ​ແຕ່​ກ່ອນ​ເລີຍ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ເຊັ່ນນີ້​ຕໍ່ໄປ​ອີກ.</verse>
				<verse number="3">ມັນ​ກິນ​ເຄື່ອງປູກ​ກ້ຽງ ດັ່ງ​ໄຟ​ໄໝ້​ເຜົາຜານ ດິນແດນ​ເບື້ອງ​ໜ້າ ມັນ​ເປັນ​ດັ່ງ​ສວນ​ເອເດນ​ພຸ້ນ ແຕ່​ເບື້ອງຫລັງ​ນັ້ນ ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ທີ່​ບໍ່ມີ​ຫຍັງ​ຈະ​ໜີພົ້ນ​ຈາກ​ມັນ​ໄປ​ໄດ້.</verse>
				<verse number="4">ຕ່າງ​ຄົນ​ກໍ​ເວົ້າ​ວ່າ ມັນ​ເປັນ​ຝູງ​ກອງທັບ​ມ້າ​ເສິກ ພາກັນ​ແລ່ນ​ໄປ​ໄວ​ດັ່ງ​ຝູງມ້າ​ຮົບ.</verse>
				<verse number="5">ເມື່ອ​ມັນ​ກະໂດດ​ເຕັ້ນ​ຢູ່​ເທິງ​ຈອມ​ພູເຂົາ​ທັງຫລາຍ ກໍ​ມີ​ສຽງດັງ​ເໝືອນ​ສຽງ​ລົດຮົບ; ດັງ​ປັອກແປັກ​ຄື​ສຽງ​ໄຟ​ໄໝ້​ຫຍ້າແຫ້ງ​ຕາມ​ທົ່ງນາ ມາ​ເປັນ​ຖັນແຖວ​ຄື​ກອງທັບ​ໃຫຍ່​ເຂົ້າ​ສູ່​ສະໜາມຮົບ.</verse>
				<verse number="6">ເມື່ອ​ມັນ​ເຂົ້າມາ​ໃກ້ໆ ທຸກຄົນ​ຕ່າງ​ກໍ​ຢ້ານກົວ ຈົນ​ໜ້າ​ແຕ່ລະຄົນ​ຊີດຂາວ​ໄປ.</verse>
				<verse number="7">ມັນ​ໂຈມຕີ​ເກັ່ງ ດັ່ງ​ນັກຮົບ​ໂຈມຕີ ມັນ​ປີນ​ກຳແພງ​ດັ່ງ​ທະຫານ​ປີນ​ຂຶ້ນ. ທັງໝົດ​ຕ່າງ​ກໍ​ກ້າວເດີນ​ໄປ​ເປັນ​ຖັນແຖວ ເດີນ​ໄປ​ຊື່ກົງ​ບໍ່​ຫັນປ່ຽນ​ໄປ​ທິດອື່ນ</verse>
				<verse number="8">ຫລື​ບໍ່​ກັກກັ້ນ​ທາງເດີນ​ຂອງ​ກັນແລະກັນ ໄຕ່​ບຸກ​ຜ່ານ​ແນວ​ປ້ອງກັນ​ໂດຍ​ບໍ່ມີ​ຜູ້ໃດ​ຢຸດຢັ້ງ​ໄດ້.</verse>
				<verse number="9">ມັນ​ຟ້າວ​ບຸກ​ເຂົ້າ ແລະ​ກະຈາຍ​ໄປ​ທົ່ວເມືອງ ແລ້ວ​ຕ່າງ​ກໍ​ແລ່ນ​ຂ້າມ​ກຳແພງ​ໄປ; ມັນ​ປີນ​ຂຶ້ນໄປ​ສູ່​ເທິງ​ເຮືອນ​ທັງຫຼາຍ ແລະ​ລອດປ່ອງ​ເຂົ້າ​ໄປ​ດັ່ງ​ຂະໂມຍ​ງັດແງະ.</verse>
				<verse number="10">ແຜ່ນດິນ​ໂລກ​ແລະ​ຟ້າ​ສະຫວັນ​ກໍ​ສັ່ນສະເທືອນ ເມື່ອ​ມັນ​ພາກັນ​ບຸກໜ້າ​ເຂົ້າ​ໄປ​ນັ້ນ; ດວງອາທິດ​ແລະ​ດວງຈັນ​ກໍ​ຄ່ອຍ​ມືດດຳໄປ ດວງດາວ​ບໍ່​ສ່ອງແສງ​ຕໍ່ໄປ​ອີກ.</verse>
				<verse number="11">ພຣະເຈົ້າຢາເວ​ຮ້ອງ​ສັ່ງ​ກອງທັບ​ຂອງ​ພຣະອົງ ກອງທັບ​ທີ່​ເຊື່ອຟັງ ມີ​ຈຳນວນ​ຫລາຍ​ແລະ​ມີຣິດ. ວັນ​ຂອງ​ພຣະເຈົ້າຢາເວ​ໜ້າຢ້ານກົວ​ທີ່ສຸດ ແມ່ນ​ຜູ້ໃດ​ແດ່​ເດ​ຈະ​ລອດຊີວິດ​ໄປ​ໄດ້?</verse>
				<verse number="12">ພຣະເຈົ້າຢາເວ​ກ່າວ​ວ່າ, “ແຕ່​ມາ​ດຽວ​ນີ້ ຈົ່ງ​ກັບໃຈໃໝ່​ຢ່າງ​ແທ້ຈິງ​ສາ​ເຖີດ ແລະ​ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ຢ່າງ​ເຕັມໃຈ ດ້ວຍ​ການ​ອົດອາຫານ​ແລະ​ຮ້ອງໄຫ້​ໄວ້ທຸກ.</verse>
				<verse number="13">ໃຫ້​ໃຈ​ປວດລ້າວ​ສໍ່​ໃຫ້​ເຫັນ​ເຈົ້າ​ເສົ້າ​ເສຍໃຈ ຈີກ​ເຄື່ອງນຸ່ງ​ຂອງຕົນ​ບໍ່​ເປັນ​ການ​ພຽງພໍ​ດອກ.” ຈົ່ງ​ກັບ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ສາ ພຣະອົງ​ຊົງ​ຄຸນຄວາມດີ​ແລະ​ເມດຕາ​ເຕັມ​ລົ້ນ; ພຣະອົງ​ອົດທົນ​ແລະ​ເຮັດ​ທຸກຢ່າງ​ຕາມ​ພຣະສັນຍາ ພ້ອມ​ສະເໝີ​ທີ່​ຈະ​ໃຫ້​ອະໄພ​ແລະ​ຍົກໂທດ​ໃຫ້.</verse>
				<verse number="14">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ອາດ​ປ່ຽນໃຈ ແລະ​ອວຍພອນ​ໃຫ້​ມີ​ພືດຜົນ​ຢ່າງ​ສົມບູນ​ກໍໄດ້. ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຖວາຍບູຊາ​ແກ່​ພຣະອົງ ຄື​ຖວາຍ​ເຂົ້າ​ແລະ​ເຫຼົ້າ​ອະງຸ່ນ​ດ້ວຍ.</verse>
				<verse number="15">ຈົ່ງ​ເປົ່າແກ​ຂຶ້ນ​ຢູ່​ທີ່​ເທິງ​ພູເຂົາ​ຊີໂອນ ຈົ່ງ​ສັ່ງ​ໃຫ້​ອົດອາຫານ​ແລະ​ເອີ້ນ​ປະຊຸມກັນ​ເຖີດ</verse>
				<verse number="16">ຈົ່ງ​ບອກ​ປະຊາຊົນ​ໃຫ້​ເຂົ້າ​ມາ​ເຕົ້າໂຮມ​ກັນ ຕຽມ​ພວກເຂົາ​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ອັນ​ສັກສິດ​ນີ້; ຈົ່ງ​ນຳ​ພວກ​ເຖົ້າແກ່ ແລະ​ເຕົ້າໂຮມ​ເດັກນ້ອຍ​ຄືກັນ ແມ່ນແຕ່​ຜູ້​ທີ່​ຫາກໍ່​ແຕ່ງງານ​ກໍ​ໃຫ້​ອອກ​ມາ​ດ້ວຍ.</verse>
				<verse number="17">ປະໂຣຫິດ​ຜູ້ຮັບໃຊ້​ພຣະເຈົ້າຢາເວ​ກໍ​ໃຫ້​ມາ​ຄືກັນ ລະຫວ່າງ​ແທ່ນບູຊາ​ແລະ​ທາງ​ເຂົ້າ​ພຣະວິຫານ​ນັ້ນ ຕ້ອງ​ພາກັນ​ຮ້ອງໄຫ້​ແລະ​ພາວັນນາ​ອະທິຖານ​ຄືກັນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ໂຜດ​ສົງສານ​ປະຊາຊົນ​ດ້ວຍ. ຂໍ​ຢ່າ​ໃຫ້​ຊົນຊາດ​ອື່ນ​ດູໝິ່ນ​ພວກ​ຂ້ານ້ອຍ​ເລີຍ ຫຍໍ້ຫຍັນ​ວ່າ​ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ໃສ​ແລ້ວ?”</verse>
				<verse number="18">ແລ້ວ​ພຣະເຈົ້າຢາເວ​ກໍ​ໃຫ້​ຄວາມ​ເປັນຫ່ວງ​ແກ່​ດິນແດນ ຂອງ​ພຣະອົງ​ແລະ​ອີດູ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="19">ພຣະເຈົ້າຢາເວ​ຕອບ​ພວກເຂົາ​ວ່າ, “ບັດນີ້ ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ ເຂົ້າ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ ແລະ​ພວກເຈົ້າ​ຈະ​ກິນ​ຢ່າງ​ອີ່ມໜຳ​ສຳລານ ຊົນຊາດ​ອື່ນ​ຈະ​ບໍ່​ຫຍໍ້ຫຍັນ​ພວກເຈົ້າ​ຕໍ່ໄປ​ອີກ.</verse>
				<verse number="20">ເຮົາ​ຈະ​ໄລ່​ກອງທັບ​ຕັກແຕນ​ມາ​ແຕ່​ເໜືອ​ໜີໄປ ຍ້າຍ​ມັນ​ບາງ​ຝູງ​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ພຸ້ນ. ສ່ວນ​ກອງໜ້າ​ຂອງມັນ​ນັ້ນ ຈະ​ຖືກ​ໄລ່​ໄປ​ສູ່​ທະເລຕາຍ ຝ່າຍ​ກອງຫລັງ​ຈະ​ໄປ​ຕົກ​ທະເລ​ເມດີແຕຣາເນ​ພຸ້ນ. ຊາກສົບ​ຂອງມັນ​ຈະ​ເໝັນເນົ່າ​ທົ່ວໄປ ເຮົາ​ຈະ​ທຳລາຍ​ຍ້ອນ​ທຸກສິ່ງ​ທີ່​ມັນ​ໄດ້​ກະທຳ​ແກ່​ເຈົ້າ.</verse>
				<verse number="21">ທົ່ງນາ​ເອີຍ ຢ່າສູ່ຢ້ານ​ແຕ່​ປະການ​ໃດ ແຕ່​ຈົ່ງ​ຊົມຊື່ນ​ຍິນດີ ເພາະ​ພຣະເຈົ້າຢາເວ​ໄດ້​ຊົງ​ກະທຳການ​ອັນໃຫຍ່​ສຳລັບ​ເຈົ້າ.</verse>
				<verse number="22">ຝູງສັດ​ເອີຍ ຢ່າ​ສູ່​ຢ້ານ​ແຕ່​ປະການ​ໃດ​ເລີຍ ທີ່​ທົ່ງ​ລ້ຽງ​ສັດ​ຕ່າງໆ ກໍ​ມີ​ຫຍ້າຂຽວ​ສົດ​ແລ້ວ; ຕົ້ນໄມ້​ຕ່າງໆ ກໍ​ເກີດໝາກ​ເກີດຜົນ ໝາກເດື່ອ​ແລະ​ໝາກອະງຸ່ນ​ກໍ​ມີ​ເຕັມ​ຢູ່.</verse>
				<verse number="23">ຊາວ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ ຈົ່ງ​ຊົມຊື່ນ​ຍິນດີ​ສຳລັບ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ກະທຳ​ນັ້ນ ສຳລັບ​ພວກເຈົ້າ​ພຣະອົງ​ເທ​ຝົນ ລົງ​ຕາມ​ທີ່​ພວກເຈົ້າ​ຕ້ອງການ ໃຫ້​ຝົນ​ຕົ້ນລະດູ​ແລະ​ປາຍ​ລະດູ​ຄື​ແຕ່​ກ່ອນ.</verse>
				<verse number="24">ໃນ​ລານ​ຟາດເຂົ້າ​ຈະ​ມີ​ເຂົ້າ​ຢ່າງ​ຫລວງຫລາຍ ອ່າງ​ບີບ​ກໍ​ມີ​ແຕ່​ນໍ້າ​ອະງຸ່ນ​ກັບ​ນໍ້າມັນ​ໝາກກອກເທດ.</verse>
				<verse number="25">ຜົນລະປູກ​ທີ່​ພວກເຈົ້າ​ເສຍ​ໃນ​ປີ​ທີ່​ຝູງຕັກແຕນ​ກິນ ເຮົາ​ຈະ​ທົດແທນ​ໃຫ້​ຄືນ​ສິ່ງ​ທີ່​ໄດ້​ເສຍໄປ​ນັ້ນ. ແມ່ນ​ເຮົາ​ເອງ​ທີ່​ໄດ້​ສົ່ງ​ກອງທັບ​ຕັກແຕນ​ນີ້​ມາ ເພື່ອ​ວ່າ​ໃຫ້​ມັນ​ໄດ້​ຕໍ່ສູ້​ພວກເຈົ້າ.</verse>
				<verse number="26">ບັດນີ້ ພວກເຈົ້າ​ຈະ​ມີ​ອາຫານ​ກິນ​ຢ່າງ​ອີ່ມໜຳ​ສຳລານ ຈົ່ງ​ພາກັນ​ຍົກຍໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ເຮັດ​ສິ່ງ​ໜ້າງຶດງໍ້​ຕ່າງໆ​ໃຫ້​ພວກເຈົ້າ​ເຫັນ ປະຊາຊົນ​ຂອງເຮົາ​ຈະ​ບໍ່​ຖືກ​ດູໝິ່ນ​ອີກ​ຈັກເທື່ອ.</verse>
				<verse number="27">ອິດສະຣາເອນ​ເອີຍ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ສະຖິດ​ຢູ່​ນຳ ແລະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ບໍ່ມີ​ພຣະເຈົ້າ​ອື່ນ​ໃດ​ອີກ​ມີ​ແຕ່​ເຮົາ​ເທົ່ານັ້ນ ປະຊາຊົນ​ຂອງເຮົາ​ຈະ​ບໍ່​ຖືກ​ດູໝິ່ນ​ອີກ​ຈັກເທື່ອ.</verse>
				<verse number="28">ແລ້ວ​ເຮົາ​ຈະ​ເທ​ວິນຍານ​ຂອງເຮົາ​ແກ່​ຄົນ​ທັງປວງ ລູກ​ຊາຍ​ຍິງ​ພວກເຈົ້າ​ຈະ​ປະກາດ​ພຣະທຳ​ຂອງເຮົາ​ໄດ້; ສ່ວນ​ຜູ້ເຖົ້າ​ຈະ​ຝັນ​ເຫັນ​ສິ່ງ​ຕ່າງໆນາໆ ແລະ​ຊາຍໜຸ່ມ​ຍິງສາວ​ກໍ​ຈະ​ເຫັນ​ນິມິດ​ຕ່າງໆ.</verse>
				<verse number="29">ເວລາ​ນັ້ນ​ເຮົາ​ຈະ​ເທ​ວິນຍານ ຂອງເຮົາ​ໃສ່​ພວກ​ຜູ້ຮັບໃຊ້​ຂອງເຮົາ ທັງ​ຊາຍ​ແລະ​ຍິງ​ດ້ວຍ.</verse>
				<verse number="30">ເຮົາ​ຈະ​ເຮັດ​ການ​ອັດສະຈັນ​ທັງຫລາຍ ໃນ​ຈັກກະວານ​ແລະ​ທີ່​ເທິງ​ແຜ່ນດິນ​ໂລກ; ຈະ​ມີ​ເລືອດ, ມີ​ໄຟ ແລະ​ມີ​ຄວັນ​ເປັນ​ເສົາເມກ.</verse>
				<verse number="31">ກ່ອນ​ວັນ​ອັນ​ຍິ່ງໃຫຍ່​ໜ້າຢ້ານ​ຂອງ​ພຣະເຈົ້າຢາເວ​ມາ​ເຖິງ ອາທິດ​ຈະ​ມືດມົວ​ທັງ​ເດືອນ​ຈະ​ເປັນ​ສີແດງ​ດັ່ງ​ເລືອດ.</verse>
				<verse number="32">ແຕ່​ທຸກຄົນ​ທີ່​ຂໍຮ້ອງ​ອອກ​ນາມຊື່​ຂອງ​ພຣະເຈົ້າຢາເວ​ໃຫ້​ຊ່ວຍຊູ ກໍ​ຈະ​ພົ້ນໄພ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້: ‘ເທິງ​ພູເຂົາ​ຊີໂອນ ແລະ​ໃນ​ນະຄອນ​ເຢຣູຊາເລັມ​ບາງຄົນ​ຈະ​ປົບໜີໄປ ພວກ​ທີ່​ພຣະເຈົ້າຢາເວ​ເລືອກເຟັ້ນ​ໄວ້ ຈະ​ມີ​ຊີວິດ​ຢູ່​ລອດ.”’</verse>
			</chapter>
			<chapter number="3">
				<verse number="1">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເວລາ​ນັ້ນ​ເຮົາ​ຈະ​ເຮັດ​ໃຫ້ ຢູດາ​ແລະ​ເຢຣູຊາເລັມ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່.</verse>
				<verse number="2">ເຮົາ​ຈະ​ນຳ​ທຸກ​ຊົນຊາດ​ໃຫ້​ມາ​ເຕົ້າໂຮມ​ກັນ ແລະ​ນຳ​ພວກເຂົາ​ໄປ​ສູ່​ຮ່ອມພູ​ແຫ່ງ​ການຕັດສິນ​ນັ້ນ. ແລ້ວ​ໃນ​ທີ່ນັ້ນ​ເຮົາ​ກໍ​ຈະ​ຕັດສິນ​ພວກເຂົາ ຕາມ​ທີ່​ພວກເຂົາ​ທັງໝົດ​ໄດ້​ເຮັດ​ຕໍ່​ປະຊາຊົນ​ຂອງເຮົາ​ນັ້ນ. ພວກເຂົາ​ໄດ້​ໃຫ້​ຊາວ​ອິດສະຣາເອນ​ແຕກຊະ​ໄປ​ແດນ​ອື່ນ​ໄກ ແບ່ງແຍກ​ອິດສະຣາເອນ ດິນແດນ​ຂອງເຮົາ​ດ້ວຍ.</verse>
				<verse number="3">ພວກເຂົາ​ໃຊ້​ສະຫລາກ​ຊີ້ຂາດ​ຊາຕາກຳ​ຂອງ​ປະຊາຊົນ ຄື​ປະຊາຊົນ​ຂອງເຮົາ​ຜູ້​ທີ່​ພວກເຂົາ​ໄດ້​ຈັບ​ໄປ​ນັ້ນ. ພວກເຂົາ​ໄດ້​ຂາຍ​ເດັກຊາຍ​ຍິງ​ທັງຫລາຍ​ໃຫ້​ເປັນ​ທາດ. ເອົາ​ເງິນ​ໄປ​ຈ່າຍ​ໂສເພນີ​ແລະ​ຊື້​ເຫຼົ້າ​ອະງຸ່ນ​ດື່ມ.</verse>
				<verse number="4">ເມືອງ​ຕີເຣ, ເມືອງ​ຊີໂດນ ແລະ​ທົ່ວ​ທັງ​ປະເທດ​ຟີລິດສະຕິນ​ເອີຍ ພວກເຈົ້າ​ຢາກ​ຈະ​ເຮັດ​ຫຍັງ​ກັບ​ເຮົາ? ພວກເຈົ້າ​ພະຍາຍາມ​ແກ້ແຄ້ນ​ເຮົາ​ຊັ້ນບໍ? ຖ້າ​ພວກເຈົ້າ​ຄິດ​ແກ້ແຄ້ນ​ເຮົາ ເຮົາ​ກໍ​ຈະ​ຕອບໂຕ້​ຄືນ​ໃນທັນທີ.</verse>
				<verse number="5">ພວກເຈົ້າ​ໄດ້​ຂົນ​ເອົາ​ເງິນ​ແລະ​ຄຳ ຕະຫລອດ​ທັງ​ຂອງ​ມີຄ່າ​ຂອງເຮົາ ໄປ​ໄວ້ໃນ​ບັນດາ​ວິຫານ​ຂອງ​ພວກເຈົ້າ.</verse>
				<verse number="6">ພວກເຈົ້າ​ໄດ້​ນຳ​ເອົາ​ປະຊາຊົນ​ຢູດາ​ແລະ​ເຢຣູຊາເລັມ ໄປ​ຈາກ​ປະເທດ​ຂອງ​ພວກເຂົາ ເພື່ອ​ຂາຍ​ໃຫ້​ແກ່​ຊາວ​ກຣີກ.</verse>
				<verse number="7">ບັດນີ້ ເຮົາ​ຈະ​ນຳ​ພວກເຂົາ​ອອກ​ມາ​ຈາກ​ບ່ອນ​ທີ່​ພວກເຈົ້າ​ໄດ້​ຂາຍ​ພວກເຂົາ​ໄປ​ນັ້ນ. ເຮົາ​ຈະ​ເຮັດ​ຕໍ່​ພວກເຈົ້າ ດັ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ​ຕໍ່​ພວກເຂົາ.</verse>
				<verse number="8">ເຮົາ​ຈະ​ຂາຍ​ລູກ​ຊາຍ​ຍິງ​ຂອງ​ພວກເຈົ້າ​ໃຫ້​ຊາວ​ຢູດາ ແລ້ວ​ຊາວ​ຢູດາ​ກໍ​ຈະ​ຂາຍ​ພວກເຂົາ​ຕໍ່ ໃຫ້​ຊາວ​ຊາເບອານ​ໃນ​ດິນແດນ​ທີ່​ຫ່າງໄກ. ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="9">ຈົ່ງ​ປະກາດ​ຂໍ້ຄວາມ​ນີ້​ໃຫ້​ນາໆຊາດ​ຮູ້ຈັກ​ວ່າ, ‘ຈົ່ງ​ຈັດຕຽມ​ລົງມື​ເຮັດ​ເສິກ​ເຖີດ ຈົ່ງ​ລະດົມ​ພົນ​ໄວ້​ໃຫ້​ມີ​ພຽງພໍ ຈົ່ງ​ລວບລວມ​ທະຫານ​ແລະ​ຍົກທັບ​ອອກ​ໄປ​ເຖີດ</verse>
				<verse number="10">ຈົ່ງ​ຕີ​ໝາກ​ສົບໄຖ​ເປັນ​ດາບ ແລະ​ກ່ຽວ​ເປັນ​ຫອກ​ສາ ແມ່ນແຕ່​ຄົນ​ອ່ອນແອ​ກໍ​ຕ້ອງ​ລຸກຂຶ້ນ​ຕໍ່ສູ້.</verse>
				<verse number="11">ທຸກ​ຊົນຊາດ​ທີ່​ຢູ່​ອ້ອມແອ້ມ​ຈົ່ງ​ຟ້າວ​ມາ​ໄວໆ ຈົ່ງ​ໃຫ້​ເຕົ້າໂຮມ​ກັນ​ຢູ່​ໃນ​ຮ່ອມພູ​ນັ້ນ.”’ ຂ້າແດ່​ພຣະເຈົ້າຢາເວ ໂຜດ​ສົ່ງ​ກອງທັບ​ມາ​ສາ ຄື​ກອງທັບ​ຂອງ​ພຣະອົງ​ມາ​ບຸກໂຈມຕີ​ພວກເຂົາ​ເຖີດ.</verse>
				<verse number="12">“ບັນດາ​ຊົນຊາດ​ຕ້ອງ​ຕຽມ​ມາ​ສູ່​ຮ່ອມພູ​ຕັດສິນ ບ່ອນ​ທີ່​ເຮົາ​ຈະ​ນັ່ງ​ຕັດສິນ​ທຸກ​ຊົນຊາດ​ອ້ອມແອ້ມ.</verse>
				<verse number="13">ຈົ່ງ​ກ່ຽວ​ພວກເຂົາ​ດັ່ງ​ກ່ຽວ​ເຂົ້າ​ໃນ​ລະດູ​ມັນ​ສຸກ ຈົ່ງ​ບີບ​ພວກເຂົາ​ດັ່ງ​ບີບ​ໝາກອະງຸ່ນ​ເຖີດ ໃນ​ເຄື່ອງ​ບີບ​ອະງຸ່ນ​ທີ່​ເຕັມ​ລົ້ນ​ຈົນ​ໄຫລ​ອອກ​ມາ ເພາະວ່າ​ພວກເຂົາ​ຕ່າງ​ກໍ​ຊົ່ວຊ້າ​ຫລາຍ​ແທ້ໆ.”</verse>
				<verse number="14">ມີ​ຫລາຍ​ພັນ​ຄົນ​ທີ່​ມີ​ໜ້າ​ຢູ່​ໃນ​ຮ່ອມພູ​ຕັດສິນ ວັນ​ຂອງ​ພຣະເຈົ້າຢາເວ​ຈະ​ມາ​ໄວໆ​ນີ້ແຫຼະ.</verse>
				<verse number="15">ສ່ວນ​ດວງອາທິດ ແລະ​ດວງເດືອນ​ກໍ​ຈະ​ມືດມົວໄປ ດາວ​ທັງຫລາຍ​ຈະ​ບໍ່​ສ່ອງແສງ​ຕໍ່ໄປ​ອີກ.</verse>
				<verse number="16">ພຣະເຈົ້າຢາເວ​ເປັ່ງ​ສຽງ​ຮ້ອງ​ຈາກ​ພູເຂົາ​ຊີໂອນ ສຽງ​ພຣະອົງ​ດັງ​ສະໜັ່ນ​ຈາກ​ນະຄອນ​ເຢຣູຊາເລັມ​ພຸ້ນ; ຈັກກະວານ ແລະ​ແຜ່ນດິນ​ໂລກ​ກໍ​ສັ່ນ​ສະທ້ານ​ຫວັ່ນໄຫວ ແຕ່​ພຣະເຈົ້າຢາເວ​ຈະ​ປ້ອງກັນ​ປະຊາຊົນ​ຂອງ​ພຣະອົງ​ໄວ້.</verse>
				<verse number="17">ແລ້ວ​ພວກເຈົ້າ​ກໍຈະ​ຮູ້ຈັກ ວ່າ ເຮົາ​ນີ້ແຫຼະ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຢູ່​ເທິງ​ຊີໂອນ ເນີນພູ​ສັກສິດ​ຂອງເຮົາ​ນັ້ນ; ສ່ວນ​ເຢຣູຊາເລັມ​ນັ້ນ​ຈະ​ເປັນ​ນະຄອນ​ທີ່​ສັກສິດ ຊາວ​ຕ່າງດ້າວ​ຈະ​ບໍ່​ຊະນະ​ນະຄອນ​ນີ້​ໄດ້​ຈັກເທື່ອ.</verse>
				<verse number="18">ໃນ​ເວລາ​ນັ້ນ​ເທິງ​ພູ​ນີ້​ຈະ​ມີ​ແຕ່​ເຄືອໝາກອະງຸ່ນ ຈະ​ມີ​ສັດ​ລ້ຽງ​ທັງຫລາຍ​ຢູ່​ຕາມ​ເນີນພູ​ທຸກໆ​ໜ່ວຍ; ນໍ້າ​ຈະ​ມີ​ເຕັມ​ຢູ່​ທຸກ​ຫ້ວຍຮ່ອງ​ໃນ​ຢູດາ ນໍ້າບໍ່​ຈະ​ໄຫລ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ ຫົດ​ຮ່ອມພູ​ຊິດຕິມ.</verse>
				<verse number="19">ປະເທດ​ເອຢິບ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເອໂດມ​ຈະ​ຖືກ​ທຳລາຍ​ໃຫ້​ຮາບກ້ຽງ ເພາະວ່າ​ພວກເຂົາ​ໄດ້​ໂຈມຕີ​ດິນແດນ​ຢູດາຍ ແລະ​ຂ້າ​ປະຊາຊົນ​ຜູ້​ບໍ່ມີ​ຄວາມຜິດ​ໃນ​ທີ່ນັ້ນ.</verse>
				<verse number="20">ເຮົາ​ຈະ​ແກ້ແຄ້ນ ແທນ​ຜູ້​ທີ່​ຖືກ​ສັງຫານ ເຮົາ​ຈະ​ບໍ່​ເມດຕາປານີ​ຜູ້​ທີ່​ເຮັດ​ຜິດ. ແຕ່​ຢູດາ​ແລະ​ເຢຣູຊາເລັມ​ຈະ​ຢູ່​ໃນ​ທີ່ນັ້ນ​ສືບໄປ ພຣະເຈົ້າຢາເວ​ສະຖິດ​ຢູ່​ເທິງ​ພູເຂົາ​ຊີໂອນ​ພຸ້ນ.</verse>
				<verse number="21"></verse>
			</chapter>
		</book>
		<book number="30">
			<chapter number="1">
				<verse number="1">ຕໍ່ໄປນີ້​ແມ່ນ​ຄຳເວົ້າ​ຂອງ​ອາໂມດ ຄົນລ້ຽງແກະ​ຜູ້ໜຶ່ງ​ໃນ​ເມືອງ​ເຕກົວ. ກ່ອນ​ແຜ່ນດິນ​ໄຫວ​ສອງ​ປີ ເມື່ອ​ອຸດຊີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ ແລະ​ເຢໂຣໂບອາມ ລູກຊາຍ​ຂອງ​ເຢໂຮອາດ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ; ພຣະເຈົ້າ​ໄດ້​ເປີດເຜີຍ​ເລື່ອງລາວ​ເຫຼົ່ານີ້​ທັງໝົດ ກ່ຽວກັບ​ຊາດ​ອິດສະຣາເອນ​ໃຫ້​ແກ່​ອາໂມດ.</verse>
				<verse number="2">ອາໂມດ​ໄດ້​ກ່າວ​ວ່າ, “ພຣະເຈົ້າຢາເວ​ສົ່ງ​ສຽງ​ກຶກກ້ອງ​ມາ​ຈາກ​ພູເຂົາ​ຊີໂອນ ຈາກ​ນະຄອນ​ເຢຣູຊາເລັມ​ສຽງ​ພຣະອົງ​ດັງ​ກ້ອງສະໜັ່ນ ສະນັ້ນ ທົ່ງຫຍ້າ​ຈຶ່ງ​ຫ່ຽວແຫ້ງ​ໄປ​ໝົດ ຫຍ້າຂຽວ​ເທິງ​ຈອມພູ​ກາເມນ​ລ່າເຫລືອງ​ໄປສິ້ນ.”</verse>
				<verse number="3">ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ດາມັສກັດ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ໂດຍ​ສະເພາະ​ແລ້ວ ພວກເຂົາ​ໄດ້​ປະຕິບັດ​ຢ່າງ​ໂຫດຮ້າຍ​ຕໍ່​ຊາວ​ກີເລອາດ.</verse>
				<verse number="4">ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ວັງ​ທີ່​ກະສັດ​ຮາຊາເອນ​ໄດ້​ສ້າງ​ຂຶ້ນ ແລະ​ຈະ​ຈູດ​ປ້ອມ​ປ້ອງກັນ​ເມືອງ​ຂອງ​ກະສັດ​ເບັນຮາດາດ.</verse>
				<verse number="5">ເຮົາ​ຈະ​ທຳລາຍ​ເມືອງ​ດາມັສກັດ​ໃຫ້​ແຕກ​ໝຸ່ນ​ທະລາຍ ແລະ​ຈະ​ຂັບໄລ່​ຄົນ​ທີ່​ຢູ່​ໃນ​ຮ່ອມພູ​ອາເວນ​ອອກ​ໜີໄປ ແລະ​ຜູ້ປົກຄອງ​ເບັດເອເດນ​ດ້ວຍ. ປະຊາຊົນ​ຊາວ​ຊີເຣຍ​ຈະ​ຖືກ​ກວາດໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ກີຣະ.”</verse>
				<verse number="6">ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ກາຊາ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ນຳ​ຄົນ​ທັງ​ຊາດ​ໄປ​ຂາຍ​ເປັນ​ທາດຮັບໃຊ້​ໃຫ້​ຊາວ​ເອໂດມ.</verse>
				<verse number="7">ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ກຳແພງ​ເມືອງ​ກາຊາ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ນີ້.</verse>
				<verse number="8">ເຮົາ​ຈະ​ຂັບໄລ່​ຜູ້ປົກຄອງ​ເມືອງ​ອາຊະໂດດ ແລະ​ເມືອງ​ອາຊະເກໂລນ​ໃຫ້​ອອກ​ໜີໄປ; ເຮົາ​ຈະ​ລົງໂທດ​ຊາວ​ເມືອງ​ເອັກໂຣນ ແລະ​ຊາວ​ຟີລິດສະຕິນ​ທັງໝົດ​ທີ່​ຍັງເຫລືອ​ຢູ່​ກໍ​ຈະ​ຕາຍ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="9">ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ຕີເຣ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ຈັບ​ເອົາ​ຄົນ​ທັງ​ຊາດ​ໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ເອໂດມ ແລະ​ບໍ່ໄດ້​ຖື​ຮັກສາ​ສັນຍາ​ມິດຕະພາບ​ທີ່​ພວກເຂົາ​ໄດ້​ເຮັດ​ໄວ້.</verse>
				<verse number="10">ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ກຳແພງ​ເມືອງ​ຕີເຣ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ນີ້.”</verse>
				<verse number="11">ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ເອໂດມ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ຕາມລ່າ​ຊາວ​ອິດສະຣາເອນ ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກຕົນ ໂດຍ​ບໍ່ມີ​ໃຈ​ເມດຕາ​ຕໍ່​ພວກເຂົາ​ເລີຍ. ຄວາມ​ໂກດຮ້າຍ​ຂອງ​ພວກເຂົາ​ບໍ່ມີ​ຂອບເຂດ​ຈຳກັດ ແລະ​ພວກເຂົາ​ບໍ່ເຄີຍ​ປະ​ຄວາມ​ໂກດຮ້າຍ​ນັ້ນ​ໃຫ້​ສູນສິ້ນ​ໄປ​ຈັກເທື່ອ.</verse>
				<verse number="12">ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ເມືອງ​ເຕມານ ແລະ​ຈະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ໂບຊະຣາ.”</verse>
				<verse number="13">ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ອຳໂມນ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ເຮັດ​ເສິກ​ຢຶດເອົາ​ອານາເຂດ​ຂອງ​ຄົນອື່ນ​ຕື່ມ ແລ້ວ​ພວກເຂົາ​ກໍ​ຍັງ​ໄດ້​ແຫກ​ທ້ອງ​ພວກ​ແມ່ມານ​ໃນ​ເມືອງ​ກີເລອາດ.</verse>
				<verse number="14">ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ກຳແພງ​ເມືອງ​ຣັບບາ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ນີ້. ໃນ​ວັນ​ສູ້ຮົບ​ນັ້ນ​ຈະ​ມີ​ສຽງ​ໂຮ່ຮ້ອງ​ກ້ອງສະໜັ່ນ ແລະ​ການ​ຕໍ່ສູ້​ກໍ​ຈະ​ດຸເດືອດ​ດັ່ງ​ລົມພະຍຸ.</verse>
				<verse number="15">ກະສັດ​ຂອງ​ພວກເຂົາ​ແລະ​ພວກ​ນາຍ​ທະຫານ​ທັງໝົດ ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
			</chapter>
			<chapter number="2">
				<verse number="1">ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ໂມອາບ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ເຜົາ​ກະດູກ​ຂອງ​ກະສັດ​ແຫ່ງ​ເອໂດມ ຈົນ​ເປັນ​ຂີ້ເຖົ່າ​ຢ່າງ​ບໍ່​ໃຫ້​ການ​ນັບຖື.</verse>
				<verse number="2">ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ດິນແດນ​ໂມອາບ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ເກຣິໂອດ. ປະຊາຊົນ​ຊາວ​ໂມອາບ​ຈະ​ຕາຍ​ຍ້ອນ​ສຽງ​ອຶກກະທຶກ​ຂອງ​ການ​ສູ້ຮົບ ໃນ​ຂະນະທີ່​ພວກ​ທະຫານ​ກຳລັງ​ຮ້ອງໂຮ ແລະ​ສຽງ​ແກ​ກຳລັງ​ດັງ​ກ້ອງສະໜັ່ນ​ຫວັ່ນໄຫວ​ຢູ່​ນັ້ນ.</verse>
				<verse number="3">ເຮົາ​ຈະ​ຂ້າ​ຜູ້ປົກຄອງ​ແຫ່ງ​ໂມອາບ​ພ້ອມທັງ​ຜູ້ນຳ​ທຸກໆຄົນ​ດ້ວຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="4">ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ຢູດາ​ໄດ້​ເຮັດ​ບາບ​ເພີ່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ປະຕິເສດ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ຖື​ຮັກສາ​ຂໍ້ຄຳສັ່ງ​ຂອງ​ພຣະອົງ. ພວກເຂົາ​ເດີນທາງ​ຜິດ ໂດຍ​ຕິດຕາມ​ພະ​ຈອມປອມ​ທີ່​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ເຄີຍ​ນັບຖື​ມາ​ນັ້ນ.</verse>
				<verse number="5">ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ຢູດາ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ນະຄອນ​ເຢຣູຊາເລັມ.”</verse>
				<verse number="6">ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ອິດສະຣາເອນ​ໄດ້​ເຮັດ​ບາບ​ເພີ່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ຂາຍ​ຄົນ​ສັດຊື່​ໃຫ້​ເປັນ​ທາດຮັບໃຊ້​ຍ້ອນ​ພວກເຂົາ​ບໍ່ມີ​ເງິນ​ຈ່າຍ​ໜີ້ ແລະ​ຍັງ​ຂາຍ​ຄົນ​ຍາກຈົນ​ຍ້ອນ​ບໍ່ມີ​ເງິນ​ຈ່າຍ​ຄ່າ​ເກີບ​ພຽງ​ຄູ່ດຽວ.</verse>
				<verse number="7">ພວກເຂົາ​ຢຽບ​ຢໍ່າ ຜູ້​ທີ່​ອ່ອນແອ​ແລະ​ຜູ້​ຂາດ​ທີ່ເພິ່ງ ແລະ​ປະຕິເສດ​ຄຳຮ້ອງຂໍ​ຂອງ​ຄົນ​ຍາກຈົນ. ລູກຊາຍ​ກັບ​ພໍ່​ໄດ້​ນອນ​ນຳ​ສາວ​ທາດຮັບໃຊ້​ຜູ້​ດຽວກັນ; ດັ່ງນັ້ນ ຈຶ່ງ​ເປັນ​ການ​ດູໝິ່ນ​ປະໝາດ​ນາມ​ອັນ​ບໍຣິສຸດ​ຂອງເຮົາ.</verse>
				<verse number="8">ໃນ​ສະຖານທີ່​ນະມັດສະການ​ທຸກບ່ອນ ພວກເຂົາ​ໃຊ້​ເສື້ອຜ້າ​ທີ່​ຄົນ​ຍາກຈົນ​ເອົາ​ມາ​ຈຳນຳ​ນັ້ນ​ປູ​ນອນ. ພວກເຂົາ​ດື່ມ​ເຫຼົ້າ​ອະງຸ່ນ​ທີ່​ຢຶດ​ມາ​ຈາກ​ລູກໜີ້​ໃນ​ວິຫານ​ພຣະເຈົ້າ​ຂອງ​ພວກເຂົາ.”</verse>
				<verse number="9">“ເຖິງ​ຢ່າງ​ໃດ​ກໍຕາມ ປະຊາຊົນ​ຂອງເຮົາ​ເອີຍ ເພາະ​ເຫັນ​ແກ່​ພວກເຈົ້າ ເຮົາ​ໄດ້​ທຳລາຍ​ຊາວ​ອາໂມ​ຈົນກ້ຽງ ຄື​ຄົນ​ສູງ​ດັ່ງ​ຕົ້ນແປກ​ແລະ​ແຂງແຮງ​ດັ່ງ​ຕົ້ນໂອກ.</verse>
				<verse number="10">ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ ໂດຍ​ພາ​ພວກເຈົ້າ​ຜ່ານ​ໄປມາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເປັນ​ເວລາ​ສີ່ສິບ​ປີ; ແລະ​ເຮົາ​ໄດ້​ມອບ​ດິນແດນ​ຂອງ​ຊາວ​ອາໂມ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຈົ້າ.</verse>
				<verse number="11">ເຮົາ​ໄດ້​ເລືອກ​ເອົາ​ລູກຊາຍ​ຂອງ​ພວກເຈົ້າ​ບາງຄົນ​ໃຫ້​ເປັນ​ຜູ້ທຳນວາຍ ແລະ​ໃຫ້​ຊາຍໜຸ່ມ​ບາງຄົນ​ໃນ​ພວກເຈົ້າ​ເປັນ​ຄົນ​ນາຊີຣີ. ຊາວ​ອິດສະຣາເອນ​ເອີຍ ສິ່ງນີ້​ເປັນ​ຄວາມຈິງ​ຫລື​ບໍ່? ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="12">ແຕ່​ພວກເຈົ້າ​ບັງຄັບ​ຄົນ​ນາຊີຣີ​ດື່ມ​ເຫຼົ້າ​ອະງຸ່ນ; ແລະ​ຫ້າມປາມ​ພວກ​ຜູ້ທຳນວາຍ​ບໍ່​ໃຫ້​ປະກາດ​ຖ້ອຍຄຳ​ຂອງເຮົາ.</verse>
				<verse number="13">ມາບັດນີ້ ເຮົາ​ຈະ​ຢຽບຢໍ່າ​ພວກເຈົ້າ​ລົງ​ດິນ ດັ່ງ​ກວຽນ​ບັນຈຸ​ເຂົ້າ​ເຕັມ​ກວຽນ​ຢຽບ​ດິນ.</verse>
				<verse number="14">ຜູ້​ທີ່​ວ່ອງໄວ​ທີ່ສຸດ​ກໍ​ບໍ່​ສາມາດ​ແລ່ນ​ໜີ​ພົ້ນ​ໄປ​ໄດ້; ຜູ້​ທີ່​ແຂງແຮງ​ກໍ​ຈະ​ສູນເສຍ​ກຳລັງ ແລະ​ພວກ​ນາຍ​ທະຫານ​ກໍ​ບໍ່​ສາມາດ​ຊ່ວຍ​ຊີວິດ​ຂອງຕົນ​ໃຫ້​ພົ້ນ​ໄດ້.</verse>
				<verse number="15">ສ່ວນ​ນັກຍິງທະນູ​ກໍ​ຈະ​ຕ້ານທານ​ບໍ່ໄດ້, ນັກແລ່ນ​ໄວ​ຈະ​ໜີໄປ​ບໍ່​ພົ້ນ ແລະ​ນັກ​ຂີ່​ມ້າ​ກໍ​ຫອບ​ມ້າ​ຂອງຕົນ​ເອົາ​ຊີວິດ​ໜີໄປ​ບໍ່​ພົ້ນ.</verse>
				<verse number="16">ໃນ​ວັນ​ນັ້ນ ແມ່ນແຕ່​ທະຫານ​ຜູ້​ອົງອາດ​ກ້າຫານ​ກໍ​ຈະ​ຕ້ອງ​ປະ​ອາວຸດ ແລະ​ແລ່ນ​ໜີໄປ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
			</chapter>
			<chapter number="3">
				<verse number="1">ປະຊາຊົນ​ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ພວກເຈົ້າ ຄື​ຄົນ​ທັງ​ຊາດ​ທີ່​ພຣະອົງ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ວ່າ,</verse>
				<verse number="2">“ຈາກ​ຊົນຊາດ​ທັງໝົດ​ໃນ​ໂລກນີ້ ແມ່ນ​ພວກເຈົ້າ​ເທົ່ານັ້ນ​ທີ່​ເຮົາ​ໄດ້​ຮູ້ຈັກ​ດີ ແລະ​ເອົາໃຈໃສ່. ສະນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຈົ້າ ຍ້ອນ​ການບາບ​ອັນ​ຮ້າຍແຮງ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.”</verse>
				<verse number="3">ຊາຍ​ສອງ​ຄົນ​ເລີ່ມ​ອອກ​ເດີນທາງ​ໄປ​ດ້ວຍກັນ ໂດຍ​ບໍ່​ຕົກລົງ​ກັນ​ກ່ອນ​ຈະ​ເປັນ​ໄປ​ໄດ້​ບໍ?</verse>
				<verse number="4">ຖ້າ​ສິງ​ບໍ່​ພົບ​ເຫຍື່ອ​ມັນ​ຈະ​ຮ້ອງ​ຄຳຣາມ​ຢູ່​ໃນ​ປ່າ​ບໍ? ຖ້າ​ສິງໜຸ່ມ​ບໍ່​ຄຸບ​ຫຍັງ​ໄດ້​ມັນ​ຈະ​ຮ້ອງຄາງ​ຢູ່​ໃນ​ຖໍ້າ​ຫລື?</verse>
				<verse number="5">ຖ້າ​ບໍ່ມີ​ເຫຍື່ອ​ລໍ້ ນົກ​ຈະ​ຖືກ​ກັບດັກ​ໄດ້​ຊັ້ນບໍ? ກັບດັກ​ຈະ​ລັ່ນ​ບໍ ຖ້າ​ບໍ່ມີ​ສິ່ງໃດ​ເຂົ້າ​ໄປ​ໃນ​ນັ້ນ?</verse>
				<verse number="6">ສຽງ​ແກ​ບຸກໂຈມຕີ​ດັງ​ຂຶ້ນ ໂດຍ​ບໍ່​ໃຫ້​ຊາວ​ເມືອງ​ແຕກຕື່ນ​ໄດ້​ຊັ້ນບໍ? ເປັນ​ໄດ້​ບໍ​ທີ່​ເມືອງ​ໜຶ່ງ​ຖືກ​ໄພພິບັດ ໂດຍ​ທີ່​ພຣະເຈົ້າຢາເວ​ບໍ່​ໃຫ້​ເກີດຂຶ້ນ?</verse>
				<verse number="7">ຕາມຈິງ​ແລ້ວ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ບໍ່ໄດ້​ເຮັດ​ສິ່ງໃດ ໂດຍ​ບໍ່​ບອກ​ແຈ້ງ​ໃຫ້​ຮູ້​ລ່ວງໜ້າ ເຖິງ​ແຜນການ​ຂອງ​ພຣະອົງ​ແກ່​ຜູ້ທຳນວາຍ​ຄື​ຜູ້ຮັບໃຊ້​ຂອງ​ພຣະອົງ.</verse>
				<verse number="8">ເມື່ອ​ໄດ້ຍິນ​ໂຕສິງ​ຮ້ອງ​ແຜດສຽງ​ຄຳຣາມ ຜູ້ໃດ​ເດ​ຈະ​ລະງັບ​ຄວາມ​ຢ້ານກົວ​ໄວ້​ໄດ້? ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຈາ ຜູ້ໃດ​ແດ່​ຈະ​ກ້າ​ປະຕິເສດ​ຖ້ອຍຄຳ​ຂອງ​ພຣະອົງ​ໄດ້?</verse>
				<verse number="9">ຈົ່ງ​ແຈ້ງ​ໃຫ້​ພວກ​ທີ່​ຢູ່​ໃນ​ວັງ​ແຫ່ງ​ເອຢິບ ແລະ​ແຫ່ງ​ອາຊະໂດດ​ວ່າ, “ຈົ່ງ​ທ້ອນໂຮມກັນ​ຢູ່​ເທິງ​ພູເຂົາ​ຕ່າງໆ​ອ້ອມແອ້ມ​ຊາມາເຣຍ ແລະ​ເບິ່ງ​ເຫດການ​ວຸ້ນວາຍ​ໃຫຍ່​ແລະ​ອາຊະຍາກຳ​ທີ່​ໄດ້​ຖືກ​ກໍ່​ຂຶ້ນ​ຢູ່​ໃນ​ທີ່ນັ້ນ.”</verse>
				<verse number="10">ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ມີ​ເຄື່ອງຂອງ​ເຕັມ​ຫໍໂຮງ​ທີ່​ໄດ້​ມາ​ຈາກ​ອາຊະຍາກຳ ແລະ​ການ​ປຸ້ນຈີ້. ພວກເຂົາ​ບໍ່​ຮູ້ຈັກ​ປະພຶດ​ຕົນ​ຢ່າງ​ສັດຊື່.</verse>
				<verse number="11">ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ກ່າວ​ວ່າ ສັດຕູ​ຈະ​ປິດລ້ອມ​ດິນແດນ​ຂອງ​ພວກເຂົາ, ຈະ​ທຳລາຍ​ກຳແພງ​ເມືອງ​ຂອງ​ພວກເຂົາ ແລະ​ຈະ​ປຸ້ນ​ເອົາ​ເຄື່ອງຂອງ​ໃນ​ຫໍໂຮງ​ຂອງ​ພວກເຂົາ​ໄປ.”</verse>
				<verse number="12">ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນລ້ຽງແກະ​ຍາດ​ຂາ​ສອງ​ເບື້ອງ ແລະ​ຫູ​ເບື້ອງ​ໜຶ່ງ​ຂອງ​ລູກແກະ​ທີ່​ຖືກ​ສິງ​ກັດ​ໄດ້​ສັນໃດ; ຊາວ​ອິດສະຣາເອນ​ທີ່​ອາໄສ​ຢູ່​ໃນ​ຊາມາເຣຍ ຄື​ຜູ້​ທີ່​ເວລາ​ນີ້​ນອນ​ຢຽດ​ຢູ່​ເທິງ​ເບາະ​ອັນ​ຫລູຫລາ ກໍ​ຈະ​ລອດຊີວິດ​ໄດ້ ພຽງແຕ່​ໜ້ອຍຄົນ​ສັນນັ້ນ.</verse>
				<verse number="13">ບັດນີ້ ຈົ່ງ​ຟັງ​ແລະ​ເຕືອນ​ເຊື້ອສາຍ​ຂອງ​ຢາໂຄບ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ, ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ,</verse>
				<verse number="14">“ໃນ​ວັນ​ທີ່​ເຮົາ​ລົງໂທດ​ຊາວ​ອິດສະຣາເອນ ຍ້ອນ​ການບາບ​ຂອງ​ພວກເຂົາ​ນັ້ນ ເຮົາ​ຈະ​ທຳລາຍ​ແທ່ນບູຊາ​ທີ່​ເມືອງ​ເບັດເອນ. ແຈ​ທັງ​ສີ່​ຂອງ​ແທ່ນບູຊາ​ແຕ່ລະ​ແທ່ນ​ຈະ​ແຕກ ແລະ​ຕົກລົງ​ດິນ.</verse>
				<verse number="15">ເຮົາ​ຈະ​ທຳລາຍ​ຫໍພັກ​ໃນ​ລະດູໜາວ ແລະ​ຫໍພັກ​ໃນ​ລະດູຮ້ອນ. ຫໍ​ທີ່​ຕົບແຕ່ງ​ດ້ວຍ​ງາ​ຊ້າງ​ຈະ​ຮົກຮ້າງ​ເພພັງ; ຫໍໂຮງ​ທຸກ​ຫລັງ​ຈະ​ຖືກ​ທຳລາຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
			</chapter>
			<chapter number="4">
				<verse number="1">ພວກເຈົ້າ ຍິງ​ຊາວ​ຊາມາເຣຍ​ເອີຍ ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ອ້ວນພີ​ເໝືອນ​ດັ່ງ​ງົວແມ່​ທີ່​ລ້ຽງ​ໄວ້​ຢ່າງດີ​ໃນ​ບາຊານ ພວກເຈົ້າ​ປະຕິບັດ​ບໍ່​ຖືກຕ້ອງ​ຕໍ່​ຜູ້​ຂັດສົນ ພວກເຈົ້າ​ກົດຂີ່​ຄົນ​ຍາກຈົນ ແລະ​ຂໍຮ້ອງ​ຜົວ​ໃຫ້​ຂົນ​ເອົາ​ເຫຼົ້າ​ມາ​ໃຫ້​ພວກເຈົ້າ​ດື່ມ​ຢູ່​ບໍ່​ຂາດ</verse>
				<verse number="2">ເພາະ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ສາບານ​ດ້ວຍ​ຄວາມ​ບໍຣິສຸດ​ຂອງ​ພຣະອົງ​ວ່າ, “ວັນ​ທັງຫລາຍ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ຄື​ເມື່ອ​ສັດຕູ​ຈະ​ເອົາ​ຂໍເກາະ​ແກ່​ລາກ​ພວກເຈົ້າ​ໄປ; ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ຈະ​ເປັນ​ດັ່ງ​ປາ​ຖືກ​ເບັດ.</verse>
				<verse number="3">ພວກເຈົ້າ​ຈະ​ຖືກ​ແກ່​ລາກ​ອອກ​ໄປ​ທາງ​ກຳແພງ​ແຕກ​ບ່ອນ​ໃກ້​ທີ່ສຸດ ແລະ​ຈະ​ຖືກ​ໂຍນ​ຖິ້ມ​ອອກ​ໄປ​ເສຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="4">“ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ໄປ​ໃນ​ສະຖານທີ່​ສັກສິດ​ທີ່​ເມືອງ​ເບັດເອນ ແລະ​ເຮັດ​ບາບ​ໃຫ້​ຫລາຍ​ຂຶ້ນ​ໃນ​ທີ່ນັ້ນ​ສາ ຈົ່ງ​ໄປ​ເຮັດ​ບາບ​ດ້ວຍ​ສຸດ​ກຳລັງ​ທີ່​ເມືອງ​ກິນການ​ເຖີດ ຈົ່ງ​ໄປ​ສາ​ແລະ​ນຳ​ສັດ​ໄປ​ຖວາຍ​ເຊົ້າແລ້ວ​ເຊົ້າ​ອີກ ແລະ​ໃນ​ທຸກ​ສາມ​ວັນ​ໃດ ໃຫ້​ນຳ​ໜຶ່ງສ່ວນສິບ​ໄປ​ຖວາຍ​ດ້ວຍ.</verse>
				<verse number="5">ຈົ່ງ​ໄປ​ຖວາຍ​ເຂົ້າຈີ່​ເປັນ​ການ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ໃຫ້​ເວົ້າ​ຄຸຍໂມ້​ເຖິງ​ສິ່ງ​ທີ່​ພວກເຈົ້າ​ນຳ​ໄປ​ຖວາຍ​ຕື່ມ​ນັ້ນ​ສາ ນີ້​ແຫຼະ ຄື​ສິ່ງ​ທີ່​ພວກເຈົ້າ​ມັກ​ເຮັດ​ທີ່ສຸດ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="6">“ແມ່ນ​ເຮົາ​ທີ່​ນຳ​ເອົາ​ຄວາມ​ອຶດຢາກ​ມາ​ສູ່​ເມືອງ​ທັງຫລາຍ​ຂອງ​ພວກເຈົ້າ; ແຕ່​ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ຍອມ​ກັບຄືນ​ມາ​ຫາ​ເຮົາ.” ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="7">“ເຮົາ​ບໍ່​ໃຫ້​ຝົນ​ຕົກ​ຕາມ​ທີ່​ເຄື່ອງປູກ​ຂອງຝັງ​ຂອງ​ພວກເຈົ້າ​ຕ້ອງການ​ທີ່ສຸດ. ເຮົາ​ໃຫ້​ຝົນ​ຕົກ​ໃສ່​ເມືອງ​ໜຶ່ງ, ແຕ່​ບໍ່​ໃຫ້​ຕົກ​ໃສ່​ອີກ​ເມືອງ​ໜຶ່ງ. ຝົນ​ຕົກລົງ​ໃສ່​ທົ່ງນາ​ແຫ່ງ​ໜຶ່ງ ແຕ່​ທົ່ງນາ​ແຫ່ງ​ອື່ນ​ພັດ​ແຫ້ງແລ້ງ.</verse>
				<verse number="8">ປະຊາຊົນ​ໃນ​ຫລາຍໆ​ເມືອງ ຕ່າງ​ກໍ​ອ່ອນແຮງ​ເພາະ​ຫິວນໍ້າ; ສະນັ້ນ ພວກເຂົາ​ຈຶ່ງ​ໄປ​ໃນ​ເມືອງ​ໜຶ່ງ ບ່ອນ​ທີ່​ພວກເຂົາ​ຄິດວ່າ​ຈະ​ພົບ​ນໍ້າ​ກິນ ແຕ່​ບໍ່ມີ​ພຽງພໍ​ຈະ​ດື່ມ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="9">“ເຮົາ​ໄດ້​ສົ່ງ​ລົມຮ້ອນ ມາ​ເຮັດ​ໃຫ້​ເຄື່ອງປູກ​ຂອງ​ພວກເຈົ້າ​ຫ່ຽວແຫ້ງ​ໄປ. ຝູງຕັກແຕນ​ໄດ້​ກິນ​ເຄື່ອງປູກ​ໃນ​ສວນ​ຜັກ ແລະ​ສວນອະງຸ່ນ​ຂອງ​ພວກເຈົ້າ​ໝົດ​ພ້ອມ​ທັງ​ຕົ້ນ​ໝາກເດື່ອ ແລະ​ຕົ້ນ​ໝາກກອກ​ດ້ວຍ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="10">“ເຮົາ​ໄດ້​ໃຫ້​ພວກເຈົ້າ​ເກີດ​ພະຍາດ​ລະບາດ ດັ່ງ​ເຮົາ​ໄດ້​ເຮັດ​ໃຫ້​ເກີດຂຶ້ນ​ແກ່​ເອຢິບ​ນັ້ນ. ເຮົາ​ໄດ້​ຂ້າ​ຊາຍໜຸ່ມ​ທັງຫລາຍ​ຂອງ​ພວກເຈົ້າ​ທີ່​ສະໜາມຮົບ ແລະ​ເອົາ​ມ້າ​ເສິກ​ຂອງ​ພວກເຈົ້າ​ໜີໄປ. ເຮົາ​ໄດ້​ໃຫ້​ພວກເຈົ້າ​ດົມ​ກິ່ນ​ເໝັນ​ຊາກສົບ​ຄົນ​ຕາຍ​ຕາມ​ຄ້າຍພັກ​ຕ່າງໆ​ຂອງ​ພວກເຈົ້າ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="11">“ເຮົາ​ໄດ້​ທຳລາຍ​ບາງຄົນ​ໃນ​ພວກເຈົ້າ ດັ່ງ​ໄດ້​ທຳລາຍ​ເມືອງ​ໂຊໂດມ ແລະ​ໂກໂມຣາ. ພວກ​ທີ່​ລອດຊີວິດ​ມາ​ໄດ້​ກໍ​ເປັນ​ດັ່ງ​ທ່ອນ​ໄມ້​ກຳລັງ​ໄໝ້​ທີ່​ຖືກ​ດຶງ​ອອກ​ມາ​ຈາກ​ໄຟ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="12">“ເພາະສະນັ້ນ ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ຈະ​ລົງໂທດ​ພວກເຈົ້າ. ເພາະ​ເຮົາ​ຈະ​ເຮັດ​ດັ່ງນີ້​ຕໍ່​ເຈົ້າ; ສະນັ້ນ ຈົ່ງ​ຕຽມພ້ອມ​ປະເຊີນ​ກັບ​ພຣະເຈົ້າ​ຂອງເຈົ້າ​ສາ.”</verse>
				<verse number="13">ພຣະອົງ​ໄດ້​ສ້າງ​ໜ່ວຍ​ພູ​ທັງຫລາຍ ແລະ​ໄດ້​ບັນດານ​ໃຫ້​ລົມ​ພັດ​ມາ​ດ້ວຍ. ພຣະອົງ​ໄດ້​ໃຫ້​ມະນຸດ​ຮູ້​ຄວາມຄິດ​ຂອງ​ພຣະອົງ ພຣະອົງ​ປ່ຽນແປງ​ກາງເວັນ​ໃຫ້​ເປັນ​ກາງຄືນ​ໄດ້. ພຣະອົງ​ດຳເນີນການ​ຢູ່​ເໜືອ​ແຜ່ນດິນ​ໂລກ​ເຮົາ ພຣະນາມ​ຂອງ​ພຣະອົງ​ຄື ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່.</verse>
			</chapter>
			<chapter number="5">
				<verse number="1">ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເພງ​ໄວ້​ອາໄລ​ທີ່​ເຮົາ​ຮ້ອງ​ສູ່​ພວກເຈົ້າ​ຟັງ​ດັ່ງ​ຕໍ່ໄປນີ້:</verse>
				<verse number="2">ອິດສະຣາເອນ ສາວ​ບໍຣິສຸດ​ໄດ້​ລົ້ມລົງ​ແລ້ວເດ ນາງ​ຈະ​ລຸກ​ຂຶ້ນ​ມາ​ບໍ່ໄດ້​ອີກ​ຈັກເທື່ອ ນາງ​ຖືກ​ປະປ່ອຍ​ໃຫ້​ນອນ​ຢຽດຢູ່​ກັບ​ພື້ນດິນ ແລະ​ບໍ່ມີ​ຜູ້ໃດ​ຈະ​ຊ່ວຍເຫຼືອ​ນາງ​ໃຫ້​ລຸກ​ຂຶ້ນ.</verse>
				<verse number="3">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເມືອງ​ໜຶ່ງ​ໃນ​ຊາດ​ອິດສະຣາເອນ​ໄດ້​ສົ່ງ​ທະຫານ​ພັນ​ຄົນ​ອອກ​ໄປ, ແຕ່​ມີ​ຮ້ອຍ​ຄົນ​ເທົ່ານັ້ນ​ທີ່​ກັບຄືນ​ມາ; ແລະ​ເມືອງ​ໜຶ່ງ​ອີກ​ກໍ​ສົ່ງ​ທະຫານ​ຮ້ອຍ​ຄົນ​ອອກ​ໄປ, ແຕ່​ມີ​ພຽງ​ສິບ​ຄົນ​ເທົ່ານັ້ນ​ທີ່​ກັບຄືນ​ມາ.”</verse>
				<verse number="4">ພຣະເຈົ້າຢາເວ​ກ່າວ​ຕໍ່​ປະຊາຊົນ​ອິດສະຣາເອນ​ວ່າ, “ຈົ່ງ​ມາ​ຫາ​ເຮົາ ແລະ​ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່.</verse>
				<verse number="5">ຢ່າ​ສູ່​ໄປ​ນະມັດສະການ​ທີ່​ເມືອງ​ເບເອນເຊບາ. ຢ່າ​ສູ່​ພະຍາຍາມ​ໄປ​ຊອກຫາ​ເຮົາ​ທີ່​ເບັດເອນ ເພາະວ່າ​ເບັດເອນ​ຈະ​ບໍ່ມີ​ຫຍັງ​ໝົດ. ຢ່າ​ສູ່​ໄປ​ເມືອງ​ກິນການ ເພາະ​ຊາວ​ເມືອງ​ຈະ​ໄດ້​ຮັບ​ເຄາະກຳ ຄື​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.”</verse>
				<verse number="6">ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ ແລະ​ພວກເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່. ຖ້າ​ບໍ່​ຍອມ ພຣະອົງ​ກໍ​ຈະ​ກຳຈັດ​ປະຊາຊົນ​ອິດສະຣາເອນ​ດັ່ງ​ໄຟ​ທີ່​ເຜົາຜານ. ໄຟ​ນັ້ນ​ຈະ​ລຸກ​ໄໝ້​ຊາວ​ເບັດເອນ ແລະ​ບໍ່ມີ​ຜູ້ໃດ​ຈະ​ມອດ​ມັນ​ໄດ້.</verse>
				<verse number="7">ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ຜູ້​ທີ່​ບິດເບືອນ​ຄວາມ​ຍຸດຕິທຳ​ແລະ​ສໍ້ໂກງ​ຄົນ ເພື່ອ​ບໍ່​ໃຫ້​ໄດ້​ຮັບ​ສິດທິ​ຂອງຕົນ.</verse>
				<verse number="8">ພຣະອົງ ອົງ​ໄດ້​ສ້າງ​ດວງດາວ​ທັງຫລາຍ ຄື​ດາວ​ໄກ່ນ້ອຍ ແລະ​ດາວ​ໄຖ​ດ້ວຍ. ພຣະອົງ​ເຮັດ​ໃຫ້​ມືດ​ກາຍເປັນ​ສະຫວ່າງ ແລະ​ໃຫ້​ກາງເວັນ​ນັ້ນ​ກາຍເປັນ​ກາງຄືນ. ພຣະອົງ​ເອີ້ນ​ນໍ້າ​ທະເລ​ແລະ​ເທ​ໃສ່​ພິພົບ ພຣະອົງ​ຊົງ​ນາມ​ວ່າ ພຣະເຈົ້າຢາເວ.</verse>
				<verse number="9">ພຣະອົງ​ນຳ​ກຳລັງ​ການທຳລາຍ​ມາ​ສູ່​ຜູ້​ມີ​ກຳລັງ ແລະ​ສະພາບ​ຮົກຮ້າງ​ເພພັງ​ມາ​ສູ່​ເມືອງ​ມີ​ທີ່​ໝັ້ນ.</verse>
				<verse number="10">ພວກເຈົ້າ​ກຽດຊັງ​ຜູ້​ທີ່​ກ່າວຕຳໜິ​ໃນ​ຄວາມ​ຍຸຕິທຳ ແລະ​ດູຖູກ​ລາວ​ຜູ້​ທີ່​ເວົ້າ​ຄວາມຈິງ.</verse>
				<verse number="11">ພວກເຈົ້າ​ຂົ່ມເຫັງ​ຄົນ​ຍາກຈົນ ແລະ​ລັກ​ເອົາ​ເຂົ້າຂອງ​ຂອງ​ພວກເຂົາ. ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ຈະ​ບໍ່ໄດ້​ຢູ່​ໃນ​ເຮືອນ​ຫລັງ​ງາມໆ​ທີ່​ພວກເຈົ້າ​ສ້າງ​ຂຶ້ນ​ມາ​ດ້ວຍ​ຫີນ ຫລື​ຈະ​ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ສວນ​ອັນ​ສວຍງາມ​ທີ່​ພວກເຈົ້າ​ໄດ້​ເຮັດ​ໄວ້.</verse>
				<verse number="12">ເຮົາ​ຮູ້​ວ່າ​ການບາບ​ຂອງ​ພວກເຈົ້າ​ຮ້າຍແຮງ​ສໍ່າໃດ ແລະ​ພວກເຈົ້າ​ໄດ້​ກໍ່​ອາຊະຍາກຳ​ໄວ້​ຫລາຍ​ເທົ່າໃດ. ພວກເຈົ້າ​ບຽດບຽນ​ຄົນດີ, ຮັບ​ເງິນ​ສິນບົນ, ແລະ​ບໍ່​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຄົນ​ຍາກຈົນ​ໃນ​ສານ.</verse>
				<verse number="13">ເພາະສະນັ້ນ ການ​ມິດງຽບ​ຢູ່​ໃນ​ຄາວ​ແຫ່ງ​ຄວາມ​ຊົ່ວຮ້າຍ​ນີ້ ຈຶ່ງ​ເປັນ​ການ​ສະຫລາດ​ທີ່​ຄວນ​ເຮັດ.</verse>
				<verse number="14">ເມື່ອ​ພວກເຈົ້າ​ມີ​ຊີວິດ​ຢູ່ ຈົ່ງ​ຕັ້ງ​ເປົ້າໝາຍ​ເຮັດ​ແຕ່​ສິ່ງ​ທີ່​ດີ ບໍ່ແມ່ນ​ເຮັດ​ສິ່ງທີ່​ຊົ່ວຮ້າຍ; ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ກໍ​ຈະ​ສະຖິດ​ຢູ່​ກັບ​ພວກເຈົ້າ​ຢ່າງ​ແທ້ຈິງ ດັ່ງ​ທີ່​ພວກເຈົ້າ​ເວົ້າ​ອ້າງ​ເຖິງ​ພຣະອົງ​ນັ້ນ.</verse>
				<verse number="15">ຈົ່ງ​ກຽດຊັງ​ຄວາມຊົ່ວ ຈົ່ງ​ຮັກ​ແຕ່​ຄວາມດີ ແລະ​ໃຫ້ການ​ຢ່າງ​ສັດຊື່​ໃນ​ສານ. ບາງທີ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ອາດ​ຈະ​ເມດຕາ​ປະຊາຊົນ​ໂຢເຊັບ ທີ່​ຍັງ​ລອດຊີວິດ​ຢູ່​ໃນ​ປະເທດ​ຊາດ​ນີ້​ກໍໄດ້.</verse>
				<verse number="16">ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ວ່າ, “ຕາມ​ຖະໜົນ​ຫົນທາງ​ໃນ​ເມືອງ​ຈະ​ມີ​ແຕ່​ການ​ຮ້ອງໄຫ້ ແລະ​ການຄວນຄາງ​ດ້ວຍ​ຄວາມ​ທຸກ​ລຳບາກ. ພວກເຂົາ​ຈະ​ເອີ້ນ​ພວກ​ຊາວນາ​ມາ​ຮ່ວມ​ຮ້ອງໄຫ້​ໄວ້ທຸກ ແລະ​ຜູ້​ທີ່​ຖືກ​ຈ້າງ​ມາ​ໃຫ້​ໄວ້ທຸກ​ນັ້ນ.</verse>
				<verse number="17">ການ​ຮ້ອງໄຫ້​ຄວນຄາງ​ຈະ​ມີ​ຢູ່​ໃນ​ສວນອະງຸ່ນ​ທຸກແຫ່ງ. ສິ່ງ​ເຫຼົ່ານີ້​ທັງໝົດ​ຈະ​ເກີດຂຶ້ນ ເພາະວ່າ​ເຮົາ​ຈະ​ມາ​ລົງໂທດ​ພວກເຈົ້າ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="18">ຄວາມ​ທຸກ​ລຳບາກ​ໃຫຍ່​ເປັນ​ຂອງ​ຜູ້​ທີ່​ຄອຍຖ້າ​ວັນ​ຂອງ​ພຣະເຈົ້າຢາເວ, ວັນ​ຂອງ​ພຣະເຈົ້າຢາເວ​ຈະ​ມີ​ຫຍັງ​ດີ​ແດ່​ສຳລັບ​ພວກເຈົ້າ? ເພາະວ່າ​ສຳລັບ​ພວກເຈົ້າ​ແລ້ວ ວັນ​ນັ້ນ​ຈະ​ເປັນ​ວັນ​ແຫ່ງ​ຄວາມ​ມືດມົນ ແລະ​ບໍ່ແມ່ນ​ວັນ​ແຫ່ງ​ຄວາມ​ສະຫວ່າງ.</verse>
				<verse number="19">ວັນ​ນັ້ນ​ຈະ​ເປັນ​ດັ່ງ​ຊາຍ​ຄົນ​ໜຶ່ງ​ທີ່​ແລ່ນ​ປົບໜີ​ຈາກ​ສິງ ແລ້ວ​ໄປ​ພົບ​ໝີ ຫລື​ດັ່ງ​ຊາຍ​ຄົນ​ໜຶ່ງ​ທີ່​ກັບຄືນ​ເມືອ​ເຮືອນ ແລ້ວ​ເອົາ​ມື​ຂົ່ມ​ໃສ່​ຝາ​ແລະ​ຖືກ​ງູ​ຕອດ.</verse>
				<verse number="20">ເປັນ​ວັນ​ທີ່​ພຣະເຈົ້າຢາເວ​ຈະ​ໃຫ້​ເກີດ​ມືດມົນ ແຕ່​ບໍ່ແມ່ນ​ແສງແຈ້ງ​ບໍ່​ແມ່ນ​ບໍ? ມັນ​ເປັນ​ວັນ​ແຫ່ງ​ຄວາມ​ໂສກເສົ້າ ໂດຍ​ບໍ່ມີ​ຄວາມ​ສະຫວ່າງ​ໃດໆ​ບໍ່​ແມ່ນ​ບໍ?</verse>
				<verse number="21">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ກຽດຊັງ​ເທດສະການ​ທາງ​ສາສະໜາ​ຂອງ​ພວກເຈົ້າ; ເຮົາ​ບໍ່​ຢາກ​ເຫັນ​ເລີຍ</verse>
				<verse number="22">ເມື່ອ​ພວກເຈົ້າ​ນຳ​ເຄື່ອງ​ເຜົາບູຊາ ແລະ​ຜົນລະປູກ​ມາ​ຖວາຍບູຊາ​ແກ່​ເຮົາ ເຮົາ​ຈະ​ບໍ່​ຮັບ​ເອົາ; ເຮົາ​ຈະ​ບໍ່​ຮັບ​ເອົາ​ສັດ​ທີ່​ພວກເຈົ້າ​ໄດ້​ລ້ຽງ​ໄວ້​ໃຫ້​ຕູ້ຍພີ ແລະ​ນຳ​ມາ​ຖວາຍບູຊາ​ໂມທະນາ​ຂອບພຣະຄຸນ​ແກ່​ເຮົາ.</verse>
				<verse number="23">ຈົ່ງ​ເຊົາ​ຮ້ອງເພງ​ອັນ​ອຶກກະທຶກ​ຂອງ​ພວກເຈົ້າ​ນັ້ນ​ສາ ເຮົາ​ບໍ່​ຢາກ​ຟັງ​ສຽງ​ດົນຕຼີ​ຂອງ​ພວກເຈົ້າ.</verse>
				<verse number="24">ແຕ່​ຈົ່ງ​ໃຫ້​ຄວາມ​ຍຸດຕິທຳ​ໄຫລ​ມາ​ດັ່ງ​ສາຍນໍ້າ ແລະ​ໃຫ້​ຄວາມ​ຊອບທຳ​ໄຫລ​ມາ​ດັ່ງ​ຫ້ວຍນໍ້າ​ທີ່​ບໍ່ມີ​ວັນ​ເຫືອດແຫ້ງ​ໄດ້.</verse>
				<verse number="25">ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ບໍ່ໄດ້​ຂໍ​ພວກເຈົ້າ​ຖວາຍ​ເຄື່ອງ​ບູຊາ​ແກ່​ເຮົາ ຕະຫລອດ​ສີ່ສິບ​ປີ​ທີ່​ເຮົາ​ນຳພາ​ພວກເຈົ້າ ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ.</verse>
				<verse number="26">ແຕ່​ບັດນີ້​ຍ້ອນ​ພວກເຈົ້າ​ໄດ້​ຂາບໄຫວ້​ຮູບເຄົາຣົບ ຄື​ຮູບ​ສັກກູດ ທີ່​ເປັນ​ພະ​ແຫ່ງ​ກະສັດ​ຂອງ​ພວກເຈົ້າ ແລະ​ຮູບ​ໄກວັນ ທີ່​ເປັນ​ພະ​ແຫ່ງ​ດວງດາວ​ຂອງ​ພວກເຈົ້າ ພວກເຈົ້າ​ຈະ​ຕ້ອງ​ອູ້ມຫອບ​ເອົາ​ພະ​ເຫຼົ່ານີ້​ໄປ</verse>
				<verse number="27">ເມື່ອ​ເຮົາ​ໃຫ້​ພວກເຈົ້າ​ຖືກ​ຈັບ​ເປັນ​ຊະເລີຍ​ໃນ​ດິນແດນ​ໜຶ່ງ​ທີ່​ກາຍ​ນະຄອນ​ດາມັສກັດ​ໄປ.” ພຣະເຈົ້າຢາເວ​ອົງ​ທີ່​ມີ​ນາມ​ວ່າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.</verse>
			</chapter>
			<chapter number="6">
				<verse number="1">ຄວາມ​ທຸກ​ລຳບາກ​ໃຫຍ່​ຈະ​ເກີດ​ມີ​ແກ່​ພວກເຈົ້າ ຜູ້​ທີ່​ໃຊ້​ຊີວິດ​ຢູ່​ຢ່າງ​ສະໜຸກ​ສະບາຍ​ໃນ​ນະຄອນ​ຊີໂອນ ແລະ​ຜູ້​ທີ່​ຢູ່​ຢ່າງ​ປອດໄພ​ໃນ​ນະຄອນ​ຊາມາເຣຍ ຄື​ບັນດາ​ເຈົ້ານາຍ​ຜູ້​ໃຫຍ່​ແຫ່ງ​ຊົນຊາດ​ອິດສະຣາເອນ ຜູ້​ທີ່​ປະຊາຊົນ​ໄປ​ຂໍ​ຄວາມ​ຊ່ວຍເຫລືອ​ນຳ​ນັ້ນ</verse>
				<verse number="2">ຈົ່ງ​ໄປ​ເບິ່ງ​ສິ່ງ​ທີ່​ເກີດຂຶ້ນ​ຢູ່​ໃນ​ເມືອງ​ການເນ. ແລ້ວ​ຈົ່ງ​ໄປ​ທີ່​ເມືອງ​ໃຫຍ່​ຮາມັດ ແລະ​ລົງ​ໄປ​ທີ່​ເມືອງກາດ ເມືອງ​ຂອງ​ພວກ​ຟີລິດສະຕິນ. ເມືອງ​ເຫຼົ່ານີ້​ດີກວ່າ​ອານາຈັກ​ຢູດາຍ ແລະ​ອິດສະຣາເອນ​ຫລື? ແລະ​ເຂດແດນ​ຂອງ​ເມືອງ​ເຫຼົ່ານີ້​ໃຫຍ່ກວ່າ​ຂອງ​ພວກເຈົ້າ​ບໍ?</verse>
				<verse number="3">ພວກເຈົ້າ​ບໍ່​ຍອມ​ຮັບ​ວ່າ​ວັນ​ແຫ່ງ​ຄວາມພິນາດ​ກຳລັງ​ມາເຖິງ ແລະ​ສິ່ງ​ທີ່​ພວກເຈົ້າ​ເຮັດ​ຢູ່​ນັ້ນ ກໍ​ພຽງແຕ່​ນຳ​ເອົາ​ວັນ​ນັ້ນ​ໃຫ້​ໃກ້​ເຂົ້າ​ມາ​ເທົ່ານັ້ນ.</verse>
				<verse number="4">ຄວາມ​ທຸກ​ລຳບາກ​ໃຫຍ່ ຈະ​ເກີດ​ມີ​ແກ່​ພວກເຈົ້າ ຜູ້​ທີ່​ນອນ​ຢຽດຢູ່​ເທິງ​ເກົ້າອີ້​ນວມ​ຢ່າງ​ສຸກ​ສະບາຍ ກິນ​ຊີ້ນ​ງົວໜຸ່ມ ແລະ​ຊີ້ນ​ແກະໜຸ່ມ​ໃນ​ງານກິນລ້ຽງ.</verse>
				<verse number="5">ພວກເຈົ້າ​ມັກ​ແຕ່ງ​ເພງ​ດັ່ງ​ດາວິດ​ໄດ້​ແຕ່ງ ແລະ​ມັກ​ດີດ​ກິດຕາ​ບັນເລງ​ເພງ​ນັ້ນ​ໄປ​ພ້ອມ.</verse>
				<verse number="6">ພວກເຈົ້າ​ໃຊ້​ຈອກ​ໃຫຍ່​ດື່ມ​ເຫຼົ້າ​ອະງຸ່ນ ແລະ​ທາ​ນໍ້າຫອມ​ຢ່າງດີ; ແຕ່​ພວກເຈົ້າ​ບໍ່ໄດ້​ໄວ້ທຸກ​ໃຫ້​ແກ່​ອານາຈັກ​ອິດສະຣາເອນ ທີ່​ຢູ່​ໃນ​ສະພາບ​ຮົກຮ້າງ​ເພພັງ.</verse>
				<verse number="7">ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ຈະ​ເປັນ​ພວກ​ທຳອິດ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ງານລ້ຽງ​ສະຫລອງ ແລະ​ງານກິນລ້ຽງ​ຢ່າງ​ຟຸມເຟືອຍ​ຈະ​ບໍ່ມີ​ອີກ​ຕໍ່ໄປ.</verse>
				<verse number="8">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສາບານ​ໂດຍ​ພຣະອົງ​ເອງ​ວ່າ: ເຮົາ​ກຽດຊັງ​ຄວາມ​ຈອງຫອງ​ຂອງ​ປະຊາຊົນ​ອິດສະຣາເອນ ແລະ​ປະນາມ​ຫໍໂຮງ​ອັນ​ຫລູຫລາ​ຂອງ​ພວກເຂົາ. ເຮົາ​ຈະ​ມອບ​ເມືອງຫລວງ​ຂອງ​ພວກເຂົາ ແລະ​ທຸກສິ່ງ​ໃນ​ເມືອງ​ນີ້​ໄວ້​ໃນ​ກຳມື​ຂອງ​ສັດຕູ.”</verse>
				<verse number="9">ຖ້າ​ໃນ​ຄອບຄົວ​ໜຶ່ງ​ເຫຼືອ​ຢູ່​ສິບ​ຄົນ ພວກເຂົາ​ກໍ​ຈະ​ຕ້ອງ​ຕາຍ​ໝົດ.</verse>
				<verse number="10">ເວລາ​ພີ່ນ້ອງ​ຂອງ​ຜູ້ຕາຍ ຄື​ຜູ້​ກຳກັບ​ການ​ສົ່ງສະການ​ຈະ​ນຳ​ເອົາ​ສົບ​ອອກ​ໄປ​ຈາກ​ເຮືອນ ລາວ​ຈະ​ເອີ້ນ​ໃສ່​ຜູ້​ທີ່​ເຫຼືອ​ຢູ່​ໃນ​ເຮືອນ​ນັ້ນ​ວ່າ, “ມີ​ຜູ້ໃດ​ຢູ່​ນຳ​ເຈົ້າ​ອີກ​ບໍ?” ສຽງ​ໜຶ່ງ​ຈະ​ຕອບ​ວ່າ, “ບໍ່ມີ.” ແລ້ວ​ພີ່ນ້ອງ​ຂອງ​ຄົນຕາຍ​ນັ້ນ​ກໍ​ຈະ​ເວົ້າ​ອີກ​ວ່າ, “ຢ່າສູ່ປາກ ພວກເຮົາ​ຕ້ອງ​ລະວັງ ຢ່າ​ສູ່​ໃຫ້​ຜູ້ໃດ​ເວົ້າ​ເຖິງ​ນາມ​ຂອງ​ພຣະເຈົ້າຢາເວ.”</verse>
				<verse number="11">ເມື່ອ​ພຣະເຈົ້າຢາເວ​ອອກ​ຄຳສັ່ງ​ແລ້ວ ເຮືອນ​ໃຫຍ່​ນ້ອຍ​ທັງຫລາຍ​ຈະ​ຖືກ​ເພພັງ​ລົງ​ເປັນ​ທ່ອນໆ.</verse>
				<verse number="12">ຝູງມ້າ​ແລ່ນ​ຂຶ້ນ​ໜ້າຜາ​ບໍ? ຄົນ​ເອົາ​ງົວ​ໄປ​ໄຖ​ນໍ້າ​ທະເລ​ບໍ? ແຕ່​ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ປ່ຽນ​ຄວາມ​ຍຸດຕິທຳ​ມາ​ເປັນ​ຢາເບື່ອ ແລະ​ເຮັດ​ໃຫ້​ສິ່ງ​ທີ່​ຖືກຕ້ອງ​ກາຍເປັນ​ສິ່ງ​ທີ່​ຜິດ.</verse>
				<verse number="13">ພວກເຈົ້າ​ອວດ​ເຖິງ​ການ​ຢຶດເອົາ​ເມືອງ​ໂລເດບາ. ພວກເຈົ້າ​ຄຸຍໂມ້​ວ່າ ພວກເຮົາ​ມີ​ກຳລັງ​ພໍ​ທີ່​ຈະ​ຢຶດເອົາ​ເມືອງ​ການາອິມ.</verse>
				<verse number="14">ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ກຳລັງ​ຈະ​ສົ່ງ​ກອງທັບ​ຕ່າງຊາດ​ມາ​ຢຶດເອົາ​ປະເທດ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ກົດຂີ່​ພວກເຈົ້າ ຕັ້ງແຕ່​ຊ່ອງແຄບ​ຮາມັດ​ທາງ​ທິດເໜືອ ຈົນເຖິງ​ຮ່ອມພູ​ອາຣາບາ​ທາງ​ທິດໃຕ້.”</verse>
			</chapter>
			<chapter number="7">
				<verse number="1">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ໃຫ້​ຂ້າພະເຈົ້າ​ເຫັນ​ນິມິດ​ຢ່າງ​ໜຶ່ງ. ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ພຣະອົງ​ບັນດານ​ໃຫ້​ມີ​ຝູງຕັກແຕນ​ເກີດ​ຂື້ນມາ (ຫລັງຈາກ​ໄດ້​ຕັດ​ຫຍ້າ​ຊຶ່ງ​ເປັນ​ສ່ວນ​ຂອງ​ກະສັດ ແລ້ວ​ຫຍ້າ​ກໍ​ເລີ່ມ​ປົ່ງ​ຂຶ້ນ​ໃໝ່).</verse>
				<verse number="2">ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ຝູງຕັກແຕນ​ກິນ​ທຸກຢ່າງ ທີ່​ມີ​ສີຂຽວ​ທັງໝົດ​ຢູ່​ໃນ​ດິນແດນ. ຂ້າພະເຈົ້າ​ຈຶ່ງ​ກ່າວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂໍໂຜດ​ຍົກໂທດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ແດ່ທ້ອນ ພວກ​ນີ້​ຈະ​ລອດຊີວິດ​ໄດ້​ຢ່າງໃດ? ເພາະ​ພວກເຂົາ​ເປັນ​ພຽງແຕ່​ຄົນ​ກຸ່ມ​ນ້ອຍ​ແລະ​ອ່ອນແອ​ຫລາຍ.”</verse>
				<verse number="3">ພຣະເຈົ້າຢາເວ​ໄດ້​ປ່ຽນໃຈ ແລະ​ກ່າວ​ວ່າ, “ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ​ນັ້ນ​ຈະ​ບໍ່​ເກີດຂຶ້ນ.” ພຣະເຈົ້າຢາເວ​ໄດ້ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="4">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ໃຫ້​ຂ້າພະເຈົ້າ​ເຫັນ​ນິມິດ​ອີກ​ຢ່າງ​ໜຶ່ງ. ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈັດຕຽມ​ການລົງໂທດ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ໄຟ. ໄຟ​ໄດ້​ລຸກ​ໄໝ້​ມະຫາສະໝຸດ​ຢູ່​ໃຕ້​ພື້ນ​ແຜ່ນດິນ​ໂລກ ແລະ​ເລີ່ມ​ໄໝ້​ດິນແດນ.</verse>
				<verse number="5">ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂໍ​ຢຸດ​ສາ​ກ່ອນ ປະຊາຊົນ​ຂອງ​ພຣະອົງ​ຈະ​ລອດຊີວິດ​ໄດ້​ຢ່າງໃດ? ເພາະ​ພວກເຂົາ​ເປັນ​ພຽງແຕ່​ຄົນ​ກຸ່ມ​ນ້ອຍ​ແລະ​ອ່ອນແອ​ຫລາຍ.”</verse>
				<verse number="6">ພຣະເຈົ້າຢາເວ​ໄດ້​ປ່ຽນໃຈ ແລະ​ກ່າວ​ວ່າ, “ສິ່ງ​ນີ້​ຍັງ​ຈະ​ບໍ່​ເກີດຂຶ້ນ​ມາ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="7">ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ຂ້າພະເຈົ້າ​ເຫັນ​ນິມິດ​ອີກ​ຢ່າງ​ໜຶ່ງ. ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ພຣະອົງ​ຢືນ​ຢູ່​ຂ້າງ​ກຳແພງ​ທີ່​ໄດ້​ສ້າງ​ຂຶ້ນ​ດ້ວຍ​ໃຊ້​ສາຍເນັ່ງ ແລະ​ພຣະອົງ​ຖື​ສາຍ​ລູກດິ່ງ​ນັ້ນ​ໄວ້.</verse>
				<verse number="8">ແລ້ວ​ພຣະເຈົ້າຢາເວ​ກໍ​ຖາມ​ຂ້າພະເຈົ້າ​ວ່າ, “ອາໂມດ​ເອີຍ ເຈົ້າ​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຕອບ​ວ່າ, “ເຫັນ​ສາຍ​ລູກດິ່ງ.” ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ກໍ​ກ່າວ​ວ່າ, “ຈົ່ງ​ເບິ່ງ​ນີ້​ແມ. ເຮົາ​ກຳລັງ​ໃຊ້​ສາຍ​ລູກດິ່ງ​ນີ້​ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ. ເຮົາ​ຈະ​ບໍ່​ປ່ຽນໃຈ​ໃນ​ການ​ລົງໂທດ​ພວກເຂົາ.</verse>
				<verse number="9">ບ່ອນ​ສູງ​ທັງຫລາຍ​ຂອງ​ອີຊາກ​ຈະ​ຖືກ​ທຳລາຍ​ລົງ. ບ່ອນ​ສັກສິດ​ຂອງ​ຊາວ​ອິດສະຣາເອນ​ຈະ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ. ເຮົາ​ຈະ​ໃຫ້​ເຊື້ອວົງ​ຂອງ​ກະສັດ​ເຢໂຣໂບອາມ​ດັບ​ສິ້ນ​ໄປ.”</verse>
				<verse number="10">ແລ້ວ​ອາມາຊີຢາ ປະໂຣຫິດ​ແຫ່ງ​ເມືອງ​ເບັດເອນ ກໍ​ລາຍງານ​ໃຫ້​ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ​ວ່າ, “ອາໂມດ​ກຳລັງ​ວາງແຜນ​ຄົບຄິດ​ກັບ​ພວກ​ປະຊາຊົນ ກະບົດ​ຕໍ່ສູ້​ທ່ານ. ຄຳ​ເວົ້າ​ຂອງ​ລາວ​ຈະ​ທຳລາຍ​ປະເທດ.</verse>
				<verse number="11">ລາວ​ເວົ້າ​ດັ່ງນີ້: ‘ເຢໂຣໂບອາມ​ຈະ​ຕ້ອງ​ຕາຍ​ຢູ່​ໃນ​ສະໜາມຮົບ ແລະ​ປະຊາຊົນ​ອິດສະຣາເອນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ໄກ​ຈາກ​ດິນແດນ​ຂອງ​ພວກເຂົາ.”’</verse>
				<verse number="12">ແລ້ວ​ອາມາຊີຢາ​ກໍ​ກ່າວ​ຕໍ່​ອາໂມດ​ວ່າ, “ທ່ານ​ຜູ້ທຳນວາຍ​ເອີຍ ພໍ​ແລ້ວ ຈົ່ງ​ກັບຄືນ​ເມືອ​ຢູດາຍ ຫາ​ລ້ຽງຊີບ​ດ້ວຍ​ການ​ທຳນວາຍ​ຢູ່​ໃນ​ທີ່ນັ້ນ​ສາ.</verse>
				<verse number="13">ຢ່າ​ສູ່​ທຳນວາຍ​ຢູ່​ໃນ​ເມືອງ​ເບັດເອນ​ນີ້​ຕໍ່ໄປ. ບ່ອນ​ນີ້​ເປັນ​ສະຖານທີ່​ກະສັດ​ນະມັດສະການ​ຄື ເປັນ​ພຣະວິຫານ​ແຫ່ງ​ອານາຈັກ.”</verse>
				<verse number="14">ອາໂມດ​ຈຶ່ງ​ຕອບ​ວ່າ, “ຂ້ອຍ​ບໍ່ແມ່ນ​ຜູ້ທຳນວາຍ​ທີ່​ທຳນວາຍ​ຮັບຈ້າງ. ຂ້ອຍ​ເປັນ​ຄົນ​ລ້ຽງ​ສັດ ແລະ​ເປັນ​ຜູ້​ຮັກສາ​ຕົ້ນ​ໝາກເດື່ອເທດ.</verse>
				<verse number="15">ແຕ່​ພຣະເຈົ້າຢາເວ​ໄດ້​ໃຫ້​ຂ້ອຍ​ເຊົາ​ລ້ຽງ​ແກະ ຊຶ່ງ​ເປັນ​ອາຊີບ​ຂອງຂ້ອຍ ແລະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ຂ້ອຍ​ມາ​ທຳນວາຍ​ຕໍ່​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ.</verse>
				<verse number="16">ບັດນີ້ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ​ເທີ້ນ. ເຈົ້າ​ໄດ້​ບອກ​ໃຫ້​ຂ້ອຍ​ເຊົາ​ທຳນວາຍ ແລະ​ເຊົາ​ກ່າວ​ຕໍ່ສູ້​ປະຊາຊົນ​ອິດສະຣາເອນ.</verse>
				<verse number="17">ເພາະສະນັ້ນ ອາມາຊີຢາ​ເອີຍ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ຕໍ່​ເຈົ້າ​ວ່າ, ‘ເມຍ​ຂອງເຈົ້າ​ຈະ​ກາຍເປັນ​ໂສເພນີ​ຢູ່​ໃນ​ເມືອງ​ນີ້ ລູກ​ຊາຍ​ຍິງ​ຂອງ​ເຈົ້າ​ຈະ​ຖືກ​ຂ້າ​ໃນ​ສົງຄາມ. ດິນແດນ​ຂອງເຈົ້າ​ຈະ​ຖືກ​ແບ່ງ​ໃຫ້​ຄົນອື່ນ ແລ້ວ​ເຈົ້າເອງ​ກໍ​ຈະ​ຕາຍ​ຢູ່​ໃນ​ດິນແດນ​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ. ສ່ວນ​ປະຊາຊົນ​ອິດສະຣາເອນ​ນັ້ນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.”’</verse>
			</chapter>
			<chapter number="8">
				<verse number="1">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ໃຫ້​ຂ້າພະເຈົ້າ​ເຫັນ​ນິມິດ​ຢ່າງ​ອື່ນ​ອີກ. ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ກະຕ່າ​ໝາກໄມ້​ກະຕ່າ​ໜຶ່ງ.</verse>
				<verse number="2">ພຣະອົງ​ຖາມ​ວ່າ, “ອາໂມດ ເຈົ້າ​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຕອບ​ວ່າ, “ເຫັນ​ກະຕ່າ​ໝາກໄມ້​ລະດູຮ້ອນ.” ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຍຸກ​ສຸດທ້າຍ ໄດ້​ມາຮອດ​ແລ້ວ​ສຳລັບ​ຊາດ​ອິດສະຣາເອນ ປະຊາຊົນ​ຂອງເຮົາ. ເຮົາ​ຈະ​ບໍ່​ປ່ຽນໃຈ​ໃນ​ການ​ລົງໂທດ​ພວກເຂົາ.</verse>
				<verse number="3">ພຣະເຈົ້າຢາເວ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ ໃນ​ວັນ​ນັ້ນ ສຽງ​ຮ້ອງເພງ​ໃນ​ວັງ​ຈະ​ກາຍເປັນ​ສຽງ​ຄໍ່າຄວນ. ຊາກສົບ​ຂອງ​ຄົນ​ຕາຍ​ຈະ​ມີ​ຢູ່​ທຸກ​ບ່ອນ. ພວກເຂົາ​ຈະ​ຖືກ​ໂຍນ​ຖິ້ມ​ອອກ​ໄປ​ຢູ່​ໃນ​ຄວາມງຽບ.”</verse>
				<verse number="4">ຈົ່ງ​ຟັງ​ເລື່ອງ​ນີ້​ເຖີດ ພວກ​ທີ່​ຢຽບຢໍ່າ​ຄົນ​ຂັດສົນ​ແລະ​ພະຍາຍາມ​ທຳລາຍ​ຄົນ​ຍາກຈົນ​ຢູ່​ໃນ​ປະເທດ. ພວກເຈົ້າ​ເວົ້າ​ກັບ​ຕົນເອງ​ວ່າ, “ພວກເຮົາ​ລໍຖ້າ​ຢາກ​ໃຫ້​ວັນ​ເດືອນ​ຂຶ້ນ​ໃໝ່​ເຫຼົ່ານີ້​ຜ່ານ​ພົ້ນ​ໄປ​ເກືອບ​ບໍ່ໄຫວ ເພາະ​ພວກເຮົາ​ຢາກ​ຂາຍ​ເຂົ້າ​ສາລີ.</verse>
				<verse number="5">ຍັງ​ດົນ​ປານໃດ​ວັນ​ຊະບາໂຕ​ຈະ​ໝົດ​ໄປ ເພື່ອ​ວ່າ​ພວກເຮົາ​ຈະ​ເລີ່ມ​ຂາຍ​ເຂົ້າ​ສາລີ​ໄດ້? ແລ້ວ​ພວກເຮົາ​ກໍ​ຈະ​ຄິດຄ່າ​ເກີນກວ່າ​ລາຄາ, ໃຊ້​ເຄື່ອງ​ຜອງ​ບໍ່​ຖືກຕ້ອງ ແລະ​ດັດແປງ​ຊິງ​ເພື່ອ​ສໍ້ໂກງ​ລູກຄ້າ​ຂອງ​ພວກເຮົາ.</verse>
				<verse number="6">ພວກເຮົາ​ສາມາດ​ຂາຍ​ເຂົ້າ​ບໍ່​ດີ​ໃນ​ລາຄາ​ແພງ. ພວກເຮົາ​ຈະ​ຊອກຫາ​ຊື້​ເອົາ​ຄົນ​ຍາກຈົນ ມາ​ເປັນ​ທາດຮັບໃຊ້​ໃນ​ລາຄາ​ເທົ່າ​ກັບ​ເກີບ​ພຽງ​ຄູ່ດຽວ.”</verse>
				<verse number="7">ພຣະເຈົ້າຢາເວ​ໄດ້​ສາບານ​ໄວ້​ໂດຍ​ກຽດສັກສີ​ຂອງ​ຢາໂຄບ​ວ່າ, “ເຮົາ​ຈະ​ບໍ່​ລືມ​ການກະທຳ​ອັນ​ຊົ່ວຊ້າ​ຂອງ​ພວກເຂົາ.</verse>
				<verse number="8">ສະນັ້ນ ແຜ່ນດິນ​ໂລກ​ຈະ​ຫວັ່ນໄຫວ ທຸກຄົນ​ໃນ​ດິນແດນ​ນີ້​ຈະ​ຕ້ອງ​ໂສກເສົ້າ​ເສຍໃຈ. ທົ່ວ​ທັງ​ປະເທດ​ຈະ​ສັ່ນສະເທືອນ​ຟົ້ງ​ຂຶ້ນ ແລະ​ເຈື່ອນ​ລົງ​ເໝືອນກັນ​ກັບ​ແມ່ນໍ້ານິນ.</verse>
				<verse number="9">ໃນ​ວັນນັ້ນ ເຮົາ​ຈະ​ໃຫ້​ຕາເວັນຕົກ​ໃນ​ຍາມ​ທ່ຽງ ແລະ​ແຜ່ນດິນ​ໂລກ​ຈະ​ມືດມົນ​ໃນ​ຍາມ​ກາງເວັນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="10">ເຮົາ​ຈະ​ໃຫ້​ເທດສະການ​ຕ່າງໆ​ກາຍເປັນ​ງານ​ແຫ່​ສົບ ແລະ​ຈະ​ປ່ຽນ​ເພງ​ສະໜຸກ​ສະໜານ​ໃຫ້​ເປັນ​ສຽງ​ຮ້ອງໄຫ້​ທີ່​ໂສກເສົ້າ​ເສຍໃຈ. ເຮົາ​ຈະ​ໃຫ້​ພວກເຈົ້າ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ໄວ້ທຸກ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ດັ່ງ​ພໍ່​ແມ່​ທີ່​ຮ້ອງໄຫ້​ໄວ້ທຸກ​ນຳ​ລູກຊາຍ​ໂທນ​ທີ່​ຕາຍໄປ. ໃນ​ວັນ​ນັ້ນ​ຈະ​ມີ​ແຕ່​ຄວາມ​ຂົມຂື່ນ​ຈົນເຖິງ​ທີ່ສຸດ.</verse>
				<verse number="11">ເວລາ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ເຮົາ​ຈະ​ໃຫ້​ການອຶດຢາກ​ເກີດຂຶ້ນ​ໃນ​ແຜ່ນດິນ. ປະຊາຊົນ​ຈະ​ຫິວເຂົ້າ​ແຕ່​ບໍ່ແມ່ນ​ຫິວ​ເຂົ້າຈີ່; ພວກເຂົາ​ຈະ​ຄໍ​ແຫ້ງ​ແຕ່​ບໍ່ແມ່ນ​ກະຫາຍ​ນໍ້າ; ພວກເຂົາ​ຈະ​ຫິວກະຫາຍ​ຖ້ອຍຄຳ​ທັງຫຼາຍ​ຂອງ​ພຣະເຈົ້າຢາເວ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="12">ປະຊາຊົນ​ຈະ​ທ່ອງທ່ຽວ​ໄປມາ ແຕ່​ທະເລຕາຍ​ຈົນເຖິງ​ທະເລ​ເມດີແຕຣາເນ ແລ້ວ​ແຕ່​ທາງ​ເໜືອ​ໄປ​ສູ່​ທາງ​ຕາເວັນອອກ. ພວກເຂົາ​ຈະ​ຊອກຫາ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ຈາກ​ທຸກທີ່​ທຸກບ່ອນ ແຕ່​ພວກເຂົາ​ຈະ​ບໍ່​ພົບ.</verse>
				<verse number="13">ໃນ​ວັນນັ້ນ ແມ່ນແຕ່​ພວກ​ຜູ້ສາວ ແລະ​ພວກ​ຜູ້ບ່າວ​ທີ່​ມີ​ສຸຂະພາບ​ດີ ກໍ​ຈະ​ລົ້ມ​ສະຫລົບ​ລົງ​ຍ້ອນ​ກະຫາຍ​ນໍ້າ.</verse>
				<verse number="14">ສ່ວນ​ຜູ້​ທີ່​ສາບານ​ໂດຍ​ຮູບເຄົາຣົບ​ແຫ່ງ​ຊາມາເຣຍ ທີ່​ວ່າ ‘ໃນນາມ​ພະ​ຂອງ​ເມືອງ​ດານ’ ຫລື ‘ໃນນາມ​ພະ​ຂອງ​ເມືອງ​ເບເອນເຊບາ’ ພວກເຂົາ​ກໍ​ຈະ​ລົ້ມລົງ​ແລະ​ຈະ​ລຸກຂຶ້ນ​ບໍ່ໄດ້​ອີກ​ຈັກເທື່ອ.”</verse>
			</chapter>
			<chapter number="9">
				<verse number="1">ຂ້າພະເຈົ້າ​ໄດ້​ເຫັນ​ພຣະເຈົ້າຢາເວ​ຢືນ​ຢູ່​ຂ້າງ​ແທ່ນບູຊາ. ພຣະອົງ​ໄດ້​ສັ່ງ​ວ່າ, “ຈົ່ງ​ທຸບຕີ​ຍອດ​ເສົາ​ວິຫານ​ໃຫ້​ແຮງໆ ຈົນ​ພື້ນ​ຂອງ​ມັນ​ສະເທືອນ​ຫວັ່ນໄຫວ. ຈົ່ງ​ຫັກ​ເສົາ​ລົງ​ເປັນ​ທ່ອນໆ​ທັບ​ຫົວ​ປະຊາຊົນ. ສ່ວນ​ຄົນ​ທີ່​ຍັງເຫລືອ​ນັ້ນ ເຮົາ​ຈະ​ຂ້າ​ພວກເຂົາ​ໃນ​ສະໜາມຮົບ. ເຮົາ​ຈະ​ບໍ່​ໃຫ້​ຜູ້ໃດ​ແລ່ນ​ປົບໜີໄປ​ໄດ້​ແມ່ນແຕ່​ຜູ້ດຽວ.</verse>
				<verse number="2">ເຖິງ​ແມ່ນ​ວ່າ ພວກເຂົາ​ຈະ​ຂຸດ​ຊ່ອງທາງ​ໄປ​ສູ່​ພິພົບ​ຄົນຕາຍ ເຮົາ​ກໍ​ຈະ​ໄລ່​ຈັບ​ພວກເຂົາ​ໃຫ້​ທັນ. ຖ້າ​ພວກເຂົາ​ປີນຂຶ້ນ​ເມືອ​ສະຫວັນ ເຮົາ​ກໍ​ຈະ​ດຶງ​ພວກເຂົາ​ລົງ​ມາ.</verse>
				<verse number="3">ຖ້າ​ພວກເຂົາ​ລີ້​ຢູ່​ເທິງ​ຍອດພູ​ກາເມນ ເຮົາ​ກໍ​ຈະ​ຄົ້ນຫາ ແລະ​ຈັບ​ພວກເຂົາ​ມາ. ຖ້າ​ພວກເຂົາ​ລີ້​ຢູ່​ພື້ນ​ທະເລ ເຮົາ​ກໍ​ຈະ​ສັ່ງ​ມັງກອນ​ທະເລ ກັດ​ກິນ​ພວກເຂົາ​ເສຍ.</verse>
				<verse number="4">ຖ້າ​ພວກເຂົາ​ຖືກ​ສັດຕູ​ຈັບ​ໄປ ເຮົາ​ກໍ​ຈະ​ສັ່ງ​ໃຫ້​ສັດຕູ​ຂ້າ​ພວກເຂົາ​ຖິ້ມ. ເຮົາ​ໄດ້​ຕັດສິນໃຈ​ທຳລາຍ​ພວກເຂົາ ແລະ​ບໍ່ແມ່ນ​ຊ່ວຍເຫລືອ​ພວກເຂົາ.”</verse>
				<verse number="5">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະອົງ​ແຕະຕ້ອງ​ແຜ່ນດິນ ໂລກ​ເຮົາ​ກໍ​ຫວັ່ນໄຫວ​ໂລດ ທຸກໆຄົນ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ​ກໍ​ໂສກເສົ້າ​ເສຍໃຈ ທົ່ວ​ທັງໂລກ​ຟົ້ງ​ຂຶ້ນ​ໂຍບລົງ​ດັ່ງ​ແມ່ນໍ້ານິນ​ໃນ​ເອຢິບ​ນັ້ນ.</verse>
				<verse number="6">ພຣະອົງ​ສ້າງ​ພຣະຣາຊວັງ​ທີ່​ເທິງ​ຟ້າ​ສະຫວັນ ແລະ​ໃຫ້​ວົງໂຄ້ງ​ທ້ອງຟ້າ​ປົກຄຸມ​ເທິງ​ແຜ່ນດິນ​ໂລກ. ພຣະອົງ​ເອົາ​ນໍ້າ​ຂຶ້ນ​ມາ​ຈາກ​ທ້ອງ​ທະເລ ແລະ​ເທ​ນໍ້າ​ທະເລ​ລົງ​ໃສ່​ແຜ່ນດິນ​ໂລກ. ນາມ​ຂອງ​ພຣະອົງ​ແມ່ນ​ພຣະເຈົ້າຢາເວ.</verse>
				<verse number="7">ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ຄິດເຖິງ​ພວກເຈົ້າ​ດັ່ງ​ຄິດເຖິງ​ຊາວ​ເອທີໂອເປຍ. ເຮົາ​ໄດ້​ພາ​ພວກ​ຟີລິດສະຕິນ​ອອກ​ຈາກ​ເກາະ​ກະເຣເຕ ແລະ​ພາ​ພວກ​ຊີເຣຍ​ອອກ​ມາ​ຈາກ​ເມືອງ​ກີຣະ ດັ່ງ​ທີ່​ເຮົາ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.</verse>
				<verse number="8">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ສັງເກດ​ເບິ່ງ​ອານາຈັກ​ທີ່​ເຕັມ​ໄປ​ດ້ວຍ​ການບາບ ແລະ​ເຮົາ​ຈະ​ທຳລາຍ​ມັນ​ໃຫ້​ໝົດໄປ​ຈາກ​ຜືນ​ແຜ່ນດິນ​ໂລກ​ນີ້. ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ຄອບຄົວ​ທັງໝົດ​ຂອງ​ຢາໂຄບ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="9">ເຮົາ​ຈະ​ອອກ​ຄຳສັ່ງ ແລະ​ຈະ​ຝັດຮ່ອນ​ພວກ​ອິດສະຣາເອນ ດັ່ງ​ຝັດຮ່ອນ​ເຂົ້າ​ຢູ່​ໃນ​ກະດົ້ງ. ເຮົາ​ຈະ​ຝັດຮ່ອນ​ພວກເຂົາ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ເພື່ອ​ເອົາ​ຜູ້​ທີ່​ບໍ່ມີ​ຄຸນຄ່າ​ທຸກຄົນ​ອອກ​ໄປ.</verse>
				<verse number="10">ຄົນບາບ​ທີ່​ຢູ່​ທ່າມກາງ​ປະຊາຊົນ​ຂອງເຮົາ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ຄື​ຜູ້​ທີ່​ເວົ້າ​ວ່າ, ‘ພຣະເຈົ້າ​ຈະ​ບໍ່​ໃຫ້​ໄພ​ອັນຕະລາຍ​ຢ່າງໃດ​ມາ​ໃກ້​ພວກເຮົາ​ດອກ.”’</verse>
				<verse number="11">“ວັນ​ໜຶ່ງ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ເຮົາ​ຈະ​ສ້າງ​ຫໍເຕັນ​ຂອງ​ດາວິດ​ຂຶ້ນ​ໃໝ່ ຄື​ເປັນ​ດັ່ງ​ເຮືອນ​ຫລັງ​ໜຶ່ງ​ທີ່​ຮົກຮ້າງ​ເພພັງ​ນັ້ນ. ເຮົາ​ຈະ​ສ້ອມແປງ​ກຳແພງ​ອີກ​ໃໝ່ ໃຫ້​ເປັນ​ດັ່ງ​ທີ່​ເຄີຍ​ເປັນ​ມາ​ແຕ່​ດົນນານ​ແລ້ວ.</verse>
				<verse number="12">ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ຈະ​ໄດ້​ຢຶດຄອງ​ອີກເທື່ອໜຶ່ງ ພວກ​ທີ່​ຍັງເຫລືອ​ຢູ່​ໃນ​ເອໂດມ ແລະ​ຊົນຊາດ​ອື່ນໆ​ທີ່​ເປັນ​ຝ່າຍ​ເຮົາ​ມາ​ກ່ອນ.” ພຣະເຈົ້າຢາເວ​ຜູ້​ເຮັດ​ໃຫ້​ສິ່ງ​ນີ້​ບັງເກີດ​ຂຶ້ນ​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="13">ພຣະເຈົ້າຢາເວ​ກ່າວ​ວ່າ, “ວັນ​ນັ້ນ​ກຳລັງ​ມາ​ເຖິງ ເມື່ອ​ຕົ້ນ​ເຂົ້າ​ຈະ​ໃຫຍ່​ໄວ​ກ່ອນ​ເວລາ​ພໍ​ກ່ຽວ ແລະ​ໝາກອະງຸ່ນ​ກໍ​ໃຫຍ່​ໄວ​ກ່ອນ​ເວລາ​ບີບ​ອະງຸ່ນ ນໍ້າ​ອະງຸ່ນ​ຈະ​ຍ້ອຍ​ລົງ​ຈາກ​ພູເຂົາ ແລະ​ໄຫລ​ສູ່​ພູນ້ອຍ.</verse>
				<verse number="14">ເຮົາ​ຈະ​ນຳ​ປະຊາຊົນ​ຂອງເຮົາ​ຄືນ​ສູ່​ດິນ​ເດີມ​ຂອງ​ພວກເຂົາ ສ້າງ​ເມືອງ​ເພພັງ​ຂຶ້ນ​ໃໝ່ ແລະ​ອາໄສ​ຢູ່​ທີ່​ນັ້ນ; ພວກເຂົາ​ຈະ​ເຮັດ​ສວນອະງຸ່ນ​ອີກ ແລະ​ດື່ມ​ເຫຼົ້າ​ອະງຸ່ນ ພວກເຂົາ​ຈະ​ເຮັດ​ສວນ​ຜັກ​ແລະ​ກິນ​ເຄື່ອງ​ປູກຝັງ​ນັ້ນ.</verse>
				<verse number="15">ເຮົາ​ຈະ​ປູກ​ປະຊາຊົນ​ຂອງເຮົາ​ໄວ້​ຢູ່​ໃນ​ດິນແດນ ບ່ອນ​ທີ່​ເຮົາ​ມອບ​ໃຫ້​ແກ່​ພວກເຂົາ ແລະ​ພວກເຂົາ​ຈະ​ບໍ່​ຖືກ​ຫລົກ​ອອກ​ໜີໄປ​ເລີຍ.” ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກ່າວ​ດັ່ງນີ້ແຫຼະ.</verse>
			</chapter>
		</book>
		<book number="31">
			<chapter number="1">
				<verse number="1">ຕໍ່ໄປນີ້​ແມ່ນ​ຄຳທຳນວາຍ​ຂອງ​ໂອບາດີຢາ ຄື​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ເຖິງ​ຊົນຊາດ​ເອໂດມ. ແລະ​ສົ່ງ​ຜູ້ນຳຂ່າວ​ໄປ​ຍັງ​ຊົນຊາດ​ທັງຫລາຍ ພວກເຮົາ​ກໍ​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະອົງ​ດັ່ງນີ້: ພວກເຂົາ​ກ່າວ​ແກ່​ກັນແລະກັນ​ວ່າ, “ຈົ່ງ​ຕຽມພ້ອມ ໃຫ້​ພວກເຮົາ​ໄປ​ເຮັດ​ເສິກ​ຕໍ່ສູ້​ເອໂດມ​ເທາະ.”</verse>
				<verse number="2">“ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ອ່ອນ​ກຳລັງ ທຸກໆ​ຄົນ​ຈະ​ດູໝິ່ນ​ປະໝາດ​ເຈົ້າ.</verse>
				<verse number="3">ຄວາມ​ອວດອົ່ງ​ຂອງເຈົ້າ​ໄດ້​ລໍ້ລວງ​ເຈົ້າ​ເອງ ເມືອງເອກ​ມີ​ປ້ອມ​ກຳແພງ​ສ້າງ​ດ້ວຍ​ຫີນດານ; ເຮືອນ​ຂອງເຈົ້າ​ກໍ​ຖືກ​ສ້າງ​ທີ່​ເທິງ​ພູເຂົາ​ສູງ​ທັງຫລາຍ ສະນັ້ນ ເຈົ້າ​ຈຶ່ງ​ຄິດວ່າ, ‘ໃຜ​ຈະ​ດຶງ​ຂ້ອຍ​ລົງ​ໄດ້?’</verse>
				<verse number="4">ເຖິງ​ວ່າ​ເຈົ້າ​ນັ້ນ​ສ້າງ​ເຮືອນ​ຂອງເຈົ້າ​ຂຶ້ນມາ ສູງ​ເທົ່າ​ກັບ​ຮັງ​ຂອງ​ນົກອິນຊີ​ກໍຕາມ ເພື່ອ​ໃຫ້​ປາກົດ​ເຫັນ​ຄື​ວ່າ​ຢູ່​ທ່າມກາງ​ດວງດາວ ເຖິງ​ຢ່າງ​ນັ້ນ​ກໍຕາມ ເຮົາ​ຈະ​ດືງ​ເຈົ້າ​ລົງ​ໃຫ້​ໄດ້.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="5">“ເມື່ອ​ພວກ​ຂີ້ລັກ​ມາ​ໃນ​ຕອນ​ກາງຄືນ ພວກເຂົາ​ກໍ​ລັກ​ເອົາ​ສິ່ງ​ທີ່​ພວກເຂົາ​ຕ້ອງການ​ເທົ່ານັ້ນ. ເມື່ອ​ເກັບ​ໝາກອະງຸ່ນ​ຄົນ​ກໍ​ປະ​ໄວ້​ພຽງ​ໜ້ອຍດຽວ ແຕ່​ສັດຕູ​ຂອງ​ເຈົ້າ ໄດ້​ກຳຈັດ​ເຈົ້າ​ໃຫ້​ໝົດກ້ຽງ.</verse>
				<verse number="6">ພວກເຈົ້າ​ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ເອຊາວ​ເອີຍ ຊັບສົມບັດ​ຂອງ​ພວກເຈົ້າ​ຖືກ​ປຸ້ນ​ໄປ​ເສຍ​ແລ້ວ.</verse>
				<verse number="7">ພັນທະມິດ​ຂອງ​ພວກເຈົ້າ​ໄດ້​ຫລອກລວງ​ພວກເຈົ້າ​ສາ​ແລ້ວ; ພວກເຂົາ​ໄດ້​ໄລ່​ໃຫ້​ໜີ​ຈາກ​ດິນແດນ​ຂອງ​ພວກເຈົ້າ​ເອງ​ແລ້ວ. ປະຊາຊົນ​ທີ່​ເຄີຍ​ຢູ່​ຢ່າງ​ສະຫງົບສຸກ​ກັບ​ພວກເຈົ້າ ມາບັດນີ້ ພວກເຂົາ​ກໍໄດ້​ຕີ​ຊະນະ​ພວກເຈົ້າ​ສາ​ແລ້ວ. ພວກ​ເພື່ອນ​ເຫຼົ່ານັ້ນ​ທີ່​ໄດ້​ກິນ​ເຂົ້າ​ຮ່ວມກັນ ຕ່າງ​ກໍໄດ້​ຫ້າງແຮ້ວ​ດັກຈັບ​ພວກເຈົ້າ; ພວກເຂົາ​ຕ່າງ​ກໍໄດ້​ເວົ້າ​ກ່ຽວກັບ​ເຈົ້າ​ວ່າ, ‘ຄວາມ​ຫລັກແຫລມ​ທີ່​ລາວ​ມີ​ນັ້ນ​ໄປ​ໃສ​ໝົດ?’</verse>
				<verse number="8">ພຣະເຈົ້າຢາເວ​ກ່າວ​ວ່າ ໃນ​ມື້​ນັ້ນ ເຮົາ​ຈະ​ລົງໂທດ​ທັນ​ຄົນ​ຫລັກແຫລມ ໃນ​ເອໂດມ​ໃຫ້​ໝົດສິ້ນ​ຕາມ​ເທິງ​ພູ​ຂອງ​ພວກເຂົາ ແລະ​ກຳຈັດ​ສະຕິປັນຍາ​ທັງໝົດ​ຂອງ​ພວກເຂົາ.</verse>
				<verse number="9">ພວກ​ນັກຮົບ​ຂອງ​ເຕມານ​ຈະ​ສະທ້ານ​ຢ້ານກົວ ແລະ​ທະຫານ​ທຸກຄົນ​ໃນ​ເອໂດມ​ຈະ​ຖືກ​ຂ້າ​ກ້ຽງ.</verse>
				<verse number="10">ຍ້ອນ​ວ່າ​ພວກເຈົ້າ​ໄດ້​ລັກ​ແລະ​ສັງຫານ ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນເອງ ຄື​ເຊື້ອສາຍ​ຂອງ​ຢາໂຄບ. ພວກເຈົ້າ​ຈຶ່ງ​ຈະ​ຖືກ​ທຳລາຍ​ເຊັ່ນກັນ ຈະ​ຖືກ​ລົດກຽດ​ສັກສີ​ໃຫ້​ສູນສິ້ນ​ຕະຫລອດໄປ.</verse>
				<verse number="11">ພວກເຈົ້າ​ຢືນຢູ່​ຊື່ໆ​ໃນ​ມື້​ທີ່​ສັດຕູ​ພັງ​ປະຕູ​ເມືອງ​ຂອງ​ພວກເຂົາ ຕ່າງ​ກໍ​ຊົ່ວ​ກັນ​ໝົດ​ເທົ່າກັບ​ຄົນຕ່າງຊາດ​ເຫຼົ່ານັ້ນ ທີ່​ໄດ້​ຂົນ​ຊັບສົມບັດ​ໜີໄປ​ຈາກ​ນະຄອນ​ເຢຣູຊາເລັມ ແລະ​ໄດ້​ແບ່ງປັນ​ໃນ​ທ່າມກາງ​ພວກ​ເຂົາເຈົ້າ.</verse>
				<verse number="12">ພວກເຈົ້າ​ບໍ່ຄວນ​ສົມນໍ້າໜ້າ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນເອງ ຄື​ຊາວ​ຢູດາ​ທັງໝົດ​ທີ່​ໄດ້​ຮັບ​ເຄາະກຳ​ນັ້ນ. ພວກເຈົ້າ​ບໍ່ຄວນ​ຊົມຊື່ນ​ໃນ​ມື້​ທີ່​ພວກເຂົາ​ຫຼົ້ມຈົມ ພວກເຈົ້າ​ບໍ່ຄວນ​ຫຍໍ້ຫຍັນ​ເມື່ອ​ພວກເຂົາ​ຖືກ​ລຳບາກ.</verse>
				<verse number="13">ພວກເຈົ້າ​ບໍ່ຄວນ​ເຂົ້າ​ໄປ​ໃນ​ເມືອງ​ຄົນ​ຂອງເຮົາ ເພື່ອ​ສົມນໍ້າໜ້າ​ຄວາມ​ທົນທຸກ​ຂອງ​ພວກ​ເຂົາເຈົ້າ ແລະ​ພາກັນ​ຢຶດເອົາ​ຄວາມຮັ່ງມີ​ຂອງ​ພວກເຂົາ​ໄປ ໃນ​ມື້​ທີ່​ພວກເຂົາ​ໄດ້​ຮັບ​ຄວາມ​ພິນາດ.</verse>
				<verse number="14">ພວກເຈົ້າ​ບໍ່ຄວນ​ຢືນຢູ່​ທີ່​ສີ່​ແຍກ​ຖະໜົນ​ຫົນທາງ ເພື່ອ​ຈັບກຸມ​ເອົາ​ຜູ້​ທີ່​ພະຍາຍາມ​ປົບໜີໄປ​ນັ້ນ. ພວກເຈົ້າ​ບໍ່ຄວນ​ຈັບ​ພວກເຂົາ​ສົ່ງ​ໄປ​ໃຫ້​ພວກ​ສັດຕູ ໃນ​ມື້​ທີ່​ພວກເຂົາ​ໄດ້​ຮັບ​ຄວາມ​ທົນທຸກ.</verse>
				<verse number="15">ວັນ​ຂອງ​ພຣະເຈົ້າຢາເວ​ກໍ​ຫຍັບເຂົ້າ​ມາ​ໃກ້​ແລ້ວ ທີ່​ຈະ​ຕັດສິນ​ໝົດ​ທຸກ​ຊົນຊາດ. ເອໂດມ​ເອີຍ ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ແກ່​ພວກເຂົາ​ສັນໃດ ກໍ​ຈະ​ຖືກ​ເຮັດ​ໃຫ້​ຄືນ​ແກ່​ເຈົ້າ​ສັນນັ້ນ. ເຈົ້າ​ໄດ້​ໃຫ້​ແກ່​ພວກເຂົາ​ສິ່ງໃດ ພວກເຂົາ​ກໍ​ຈະ​ໃຫ້​ຄືນ​ແກ່​ເຈົ້າ​ສິ່ງນັ້ນ.</verse>
				<verse number="16">ປະຊາຊົນ​ຂອງ​ເຮົາ​ໄດ້​ດື່ມ ທີ່​ເນີນພູ​ສັກສິດ​ຂອງເຮົາ ຈາກ​ຈອກ​ແຫ່ງ​ການ​ລົງໂທດ​ອັນ​ຂົມຂື່ນ. ແຕ່​ໝົດ​ທຸກ​ຊົນຊາດ​ທີ່​ຢູ່​ອ້ອມແອ້ມ​ພວກເຂົາ​ຄືກັນ ກໍ​ຈະ​ໄດ້​ດື່ມ​ຈອກ​ອັນ​ຂົມຂື່ນ​ນັ້ນ​ໜັກກວ່າ; ພວກເຂົາ​ຈະ​ພາກັນ​ດື່ມ​ຈາກ​ຈອກ​ນັ້ນ​ຈົນ​ໝົດ ແລະ​ຕ່າງ​ກໍ​ຈະ​ສະຫລາຍໄປ​ຈົນ​ໝົດສິ້ນ.</verse>
				<verse number="17">ແຕ່​ບາງຄົນ​ເຫຼືອ​ຢູ່​ທີ່​ພູເຂົາ​ຊີໂອນ​ຈະ​ໄດ້​ພົ້ນໄພ ທີ່​ນັ້ນ​ຈະ​ໄດ້​ເປັນ​ສະຖານທີ່​ສັກສິດ​ທີ່ສຸດ​ແທ້ໆ. ປະຊາຊົນ​ຂອງ​ຢາໂຄບ​ຈະ​ໄດ້​ເປັນ​ກຳມະສິດ ດິນແດນ​ທີ່​ເປັນ​ຂອງ​ພວກເຂົາ​ຕາມ​ສິດທິ​ທີ່​ພວກເຂົາ​ມີຢູ່.</verse>
				<verse number="18">ຄົນ​ຂອງ​ຢາໂຄບ​ແລະ​ໂຢເຊັບ​ຈະ​ເປັນ​ດັ່ງ​ໄຟ ຈະ​ທຳລາຍ​ຄົນ​ຂອງ​ເອຊາວ​ດັ່ງ​ໄຟ​ໄໝ້​ເຟືອງ​ແຫ້ງ. ເຊື້ອສາຍ​ເອຊາວ​ຈະ​ບໍ່ມີ​ຜູ້ໃດ​ໄດ້​ລອດຊີວິດ​ຢູ່.” ພຣະເຈົ້າຢາເວ​ໄດ້ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="19">ຄົນ​ຈາກ​ພາກໃຕ້​ຢູດາຍ​ຈະ​ເຂົ້າ​ຄອບຄອງ​ເອໂດມ ຄົນ​ຈາກ​ຕີນ​ພູ​ພາກ​ຕາເວັນຕົກ​ຈະ​ຢຶດ​ຟີລິດສະຕິນ​ໄດ້ ຊາວ​ອິດສະຣາເອນ​ຈະ​ໄດ້​ເປັນ​ກຳມະສິດ​ດິນແດນ ຂອງ​ເອຟຣາອິມ​ແລະ​ຊາມາເຣຍ​ດ້ວຍ; ປະຊາຊົນ​ຊາວ​ເບັນຢາມິນ​ກໍ​ເຊັ່ນກັນ ຈະ​ຢຶດຄອງ​ເຂດແດນ​ກີເລອາດ.</verse>
				<verse number="20">ຈາກ​ທິດເໜືອ​ກອງທັບ​ຂອງ​ພວກ​ທີ່​ຖືກ​ຈັບ​ໄປ ຈະ​ຕ່າວ​ກັບຄືນ​ມາ​ສູ່​ດິນແດນ​ອີກ; ພວກເຂົາ​ຈະ​ຕີ​ຊະນະ​ໂຟນີເຊຍ ແລະ​ພາກເໜືອ​ສຸດ​ຂອງ​ຊາເຣຟັດ​ດ້ວຍ. ພວກ​ທີ່​ໄດ້​ຖືກ​ຈັບ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ ຄື​ພວກ​ທີ່​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຊາກດິດ​ນັ້ນ ພວກເຂົາ​ຈະ​ໂຈມຕີ​ເມືອງເລັກ​ເມືອງນ້ອຍ​ທັງຫລາຍ ທີ່​ຢູ່​ໃນ​ດິນແດນ​ຢູດາຍ​ທາງ​ເຂດ​ພາກໃຕ້​ຄື​ເນເກັບ.</verse>
				<verse number="21">ພວກ​ຜູ້ຊາຍ​ທີ່​ມີ​ໄຊຊະນະ​ຂອງ​ເຢຣູຊາເລັມ ພວກເຂົາ​ຈະ​ໂຈມຕີ​ເອົາ​ເອໂດມ​ໄດ້ ແລະ​ທັງ​ຈະ​ປົກຄອງ​ພວກເຂົາ​ຄືກັນ ແລະ​ອານາຈັກ​ຈະ​ເປັນ​ຂອງ​ພຣະເຈົ້າຢາເວ.</verse>
			</chapter>
		</book>
		<book number="32">
			<chapter number="1">
				<verse number="1">ມື້ໜຶ່ງ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ໂຢນາ​ລູກຊາຍ​ຂອງ​ອາມິດໄຕ</verse>
				<verse number="2">ວ່າ, “ຈົ່ງ​ໄປ​ທີ່​ນີເນເວ​ເມືອງ​ໃຫຍ່ ແລະ​ກ່າວ​ຕໍ່ສູ້​ເມືອງ​ນີ້ ເຮົາ​ຮູ້​ວ່າ​ປະຊາຊົນ​ໃນ​ເມືອງ​ນີ້​ປະພຶດ​ຊົ່ວຊ້າ​ສໍ່າໃດ.”</verse>
				<verse number="3">ແຕ່​ໂຢນາ​ກັບ​ໄປ​ທາງ​ຕາກຊິດ ເພື່ອ​ຫລົບ​ໜີ​ຈາກ​ພຣະເຈົ້າຢາເວ. ເພິ່ນ​ໄດ້​ໄປ​ທີ່​ເມືອງ​ຢົບປາ ທີ່​ນັ້ນ​ເພິ່ນ​ໄດ້​ພົບ​ເຮືອ​ລຳ​ໜຶ່ງ ກຳລັງ​ຈະ​ໄປ​ຕາກຊິດ. ເພິ່ນ​ຈຶ່ງ​ຈ່າຍ​ຄ່າ​ໂດຍສານ ແລະ​ລົງ​ເຮືອ​ກັບ​ພວກ​ລູກເຮືອ, ແລ້ວ​ກໍ​ອອກ​ເດີນທາງ​ໄປ​ສູ່​ຕາກຊິດ ເພື່ອ​ຫລົບ​ໜີ​ຈາກ​ພຣະເຈົ້າຢາເວ.</verse>
				<verse number="4">ແຕ່​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ເກີດ​ລົມພະຍຸ​ໃຫຍ່​ພັດ​ຜ່ານ​ທະເລ​ມາ ແລະ​ພັດ​ແຮງ​ທີ່ສຸດ​ຈົນ​ເຮືອ​ຢູ່​ໃນ​ອັນຕະລາຍ​ເກືອບ​ຈະ​ແຕກ.</verse>
				<verse number="5">ບັນດາ​ລູກ​ເຮືອ​ຈຶ່ງ​ເກີດ​ສະທ້ານ​ຢ້ານກົວ​ຫລາຍ ແລະ​ຕ່າງ​ກໍ​ຮ້ອງຂໍ​ພຣະ​ຂອງຕົນ​ໃຫ້​ຊ່ວຍເຫລືອ. ຕໍ່ມາ ເພື່ອ​ເຮັດ​ໃຫ້​ເຮືອ​ຫລຸດຜ່ອນ​ຈາກ​ອັນຕະລາຍ ພວກເຂົາ​ຈຶ່ງ​ໂຍນ​ສິນຄ້າ​ທີ່​ໄດ້​ບັນທຸກ​ມາ​ນັ້ນ ຖິ້ມ​ລົງ​ໃນ​ທະເລ. ໃນຂະນະ​ດຽວກັນ​ນັ້ນ ໂຢນາ​ກໍ​ລົງ​ໄປ​ນອນ​ຫລັບ​ສະໜິດ​ຢູ່​ໃນ​ທ້ອງເຮືອ.</verse>
				<verse number="6">ນາຍເຮືອ​ໄດ້​ພົບ​ເພິ່ນ​ທີ່​ນັ້ນ ແລະ​ເວົ້າ​ຕໍ່​ເພິ່ນ​ວ່າ, “ເຈົ້າ​ມົວ​ນອນ​ຫລັບ​ຢູ່​ເຮັດ​ຫຍັງ? ຈົ່ງ​ລຸກ​ຂຶ້ນ ແລະ​ຮ້ອງ​ຫາ​ພຣະ​ຂອງ​ເຈົ້າ​ໃຫ້​ຊ່ວຍເຫລືອ. ບາງທີ​ເພິ່ນ​ອາດ​ຈະ​ເຫັນໃຈ​ພວກເຮົາ ແລະ​ໃຫ້​ພວກເຮົາ​ລອດຕາຍ​ກໍໄດ້.”</verse>
				<verse number="7">ພວກ​ລູກເຮືອ​ໄດ້​ເວົ້າ​ຕໍ່​ກັນແລະກັນ​ວ່າ, “ໃຫ້​ພວກເຮົາ​ໃຊ້​ສະຫລາກ ແລະ​ຫາ​ຕົວ​ຜູ້​ທີ່​ເຮັດ​ໃຫ້​ພວກເຮົາ​ຕ້ອງ​ຕົກ​ຢູ່​ໃນ​ອັນຕະລາຍ​ເຊັ່ນນີ້.” ພວກເຂົາ​ຈຶ່ງ​ໃຊ້​ສະຫລາກ ແລະ​ສະຫລາກ​ນັ້ນ​ກໍ​ຕົກ​ຖືກ​ຊື່​ໂຢນາ.</verse>
				<verse number="8">ສະນັ້ນ ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ເພິ່ນ​ວ່າ, “ບັດນີ້ ຈົ່ງ​ບອກ​ໃຫ້​ພວກເຮົາ​ຮູ້​ສາ ເຈົ້າ​ເປັນ​ຜູ້​ເຮັດ​ຜິດ​ໃນ​ເລື່ອງ​ນີ້​ບໍ? ເຈົ້າ​ມາ​ເຮັດ​ຫຍັງ​ຢູ່​ໃນ​ທີ່​ນີ້? ເຈົ້າ​ມາ​ຈາກ​ປະເທດ​ໃດ? ເຈົ້າ​ເປັນ​ຄົນ​ສັນຊາດ​ໃດ?”</verse>
				<verse number="9">ໂຢນາ​ຕອບ​ວ່າ, “ຂ້ອຍ​ເປັນ​ຄົນ​ເຮັບເຣີ ຂ້ອຍ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ ຜູ້​ໄດ້​ສ້າງ​ນໍ້າ​ທະເລ​ແລະ​ແຜ່ນດິນ​ໂລກ.”</verse>
				<verse number="10">ໂຢນາ​ໄດ້​ເວົ້າ​ສູ່​ພວກເຂົາ​ຟັງ​ຕໍ່ໄປ​ວ່າ ຕົນ​ໄດ້​ປົບໜີ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ. ແລ້ວ​ພວກ​ລູກເຮືອ​ຕ່າງ​ກໍ​ເກີດ​ສະທ້ານ​ຢ້ານກົວ ແລະ​ເວົ້າ​ຕໍ່​ເພິ່ນ​ວ່າ, “ແມ່ນ​ຄວາມຜິດ​ທີ່​ຮ້າຍແຮງ​ຫລາຍ​ແທ້ໆ.”</verse>
				<verse number="11">ສ່ວນ​ລົມພະຍຸ​ກໍ​ຍິ່ງ​ພັດ​ແຮງ​ຂຶ້ນ​ເລື້ອຍໆ. ດັ່ງນັ້ນ ພວກ​ລູກເຮືອ​ຈຶ່ງ​ຖາມ​ເພິ່ນ​ວ່າ, “ເຮົາ​ຄວນ​ຈະ​ເຮັດ​ແນວໃດ​ກັບ​ເຈົ້າ ເພື່ອ​ລົມພະຍຸ​ຈະ​ສະຫງົບ​ລົງ?”</verse>
				<verse number="12">ໂຢນາ​ຈຶ່ງ​ຕອບ​ວ່າ, “ຈົ່ງ​ໂຍນ​ຂ້ອຍ​ລົງ​ໃນ​ທະເລ ແລະ​ລົມພະຍຸ​ກໍ​ຈະ​ສະຫງົບ​ລົງ. ຂ້ອຍ​ຮູ້​ວ່າ​ລົມພະຍຸ​ອັນ​ຮ້າຍແຮງ​ນີ້​ໄດ້​ເກີດຂຶ້ນ ເພາະ​ຂ້ອຍ​ເຮັດ​ຜິດ.”</verse>
				<verse number="13">ແຕ່​ບັນດາ​ລູກ​ເຮືອ​ຊໍ້າ​ພະຍາຍາມ​ແລ່ນ​ເຮືອ​ເຂົ້າ​ຕາຝັ່ງ ແລະ​ຕ່າງ​ກໍ​ພາຍ​ເຮືອ​ຈົນ​ສຸດ​ກຳລັງ​ຂອງຕົນ, ແຕ່​ກໍ​ບໍ່​ສຳເລັດ ເພາະ​ລົມພະຍຸ​ຍິ່ງ​ພັດແຮງ​ຂຶ້ນ​ເລື້ອຍໆ.</verse>
				<verse number="14">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຮ້ອງ​ໄຫວ້ວອນ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຢ່າ​ໃຫ້​ພວກ​ຂ້ານ້ອຍ​ຕ້ອງ​ຕາຍ​ຍ້ອນ​ຂ້າ​ຄົນ​ຜູ້​ນີ້ ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເອງ​ເປັນ​ຜູ້​ຮັບຜິດຊອບ​ສິ່ງ​ທັງໝົດ​ນີ້ ເພາະ​ແມ່ນ​ພຣະອົງ​ທີ່​ໃຫ້​ເຫດການ​ນີ້​ເກີດຂຶ້ນ.”</verse>
				<verse number="15">ແລ້ວ​ພວກເຂົາ​ກໍ​ຈັບ​ໂຢນາ​ໂຍນ​ລົງ​ທະເລ ແລະ​ລົມພະຍຸ​ຈຶ່ງ​ສະຫງົບ​ລົງ​ທັນທີ.</verse>
				<verse number="16">ເຫດການ​ເຊັ່ນນີ້​ໄດ້​ເຮັດ​ໃຫ້​ບັນດາ​ລູກເຮືອ ຢ້ານຢຳ​ພຣະເຈົ້າຢາເວ​ຫລາຍ​ທີ່ສຸດ ຈົນ​ພວກເຂົາ​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າຢາເວ ແລະ​ສາບານ​ວ່າ​ຈະ​ຮັບໃຊ້​ພຣະອົງ.</verse>
				<verse number="17">ພຣະເຈົ້າຢາເວ​ໄດ້​ສັ່ງ​ປາໃຫຍ່​ໂຕໜຶ່ງ​ໃຫ້​ມາ​ກືນກິນ​ໂຢນາ ແລະ​ເພິ່ນ​ກໍ​ຢູ່​ໃນ​ທ້ອງ​ປາ​ເປັນ​ເວລາ​ສາມວັນ​ສາມຄືນ.</verse>
			</chapter>
			<chapter number="2">
				<verse number="1">ໃນ​ຂະນະທີ່​ໂຢນາ​ຢູ່​ໃນ​ທ້ອງ​ປາ​ນັ້ນ ເພິ່ນ​ກໍໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເພິ່ນ​ວ່າ,</verse>
				<verse number="2">“ໃນ​ຄວາມທຸກໃຈ​ຢ່າງນີ້ ຂ້ານ້ອຍ​ຈຶ່ງ​ຮ້ອງຫາ​ພຣະເຈົ້າຢາເວ ພຣະອົງ​ໄດ້​ໃຫ້​ຄຳຕອບ​ແກ່​ຂ້ານ້ອຍ​ແລ້ວ. ແຕ່​ບ່ອນເລິກ​ຂອງ​ພິພົບ​ຄົນຕາຍ ຂ້ານ້ອຍ​ຮ້ອງຂໍ ໃຫ້​ຊ່ວຍ​ແລະ​ພຣະອົງ​ກໍ​ໄດ້​ຍິນ​ສຽງ​ຂອງ​ຂ້ານ້ອຍ​ແລ້ວ.</verse>
				<verse number="3">ພຣະອົງ​ໄດ້​ໂຍນ​ຂ້ານ້ອຍ​ລົງ​ໄປ​ໃນ​ບ່ອນເລິກ ສູ່​ພື້ນ​ທ້ອງ​ຂອງ​ທະເລ​ເລິກ​ນັ້ນເອງ ບ່ອນ​ທີ່​ກະແສ​ນໍ້າ​ອ້ອມ​ຂ້ານ້ອຍ​ໄວ້​ທຸກ​ແຈ ແລະ​ຄື້ນ​ແຮງ​ໜັກ​ກໍໄດ້​ມ້ວນ​ຂ້ານ້ອຍ​ໄວ້.</verse>
				<verse number="4">ຂ້ານ້ອຍ​ຄິດ​ວ່າ​ຖືກ​ກຳຈັດ​ຈາກ​ພຣະອົງ​ໄປ ແລະ​ຄົງ​ບໍ່ໄດ້​ເຫັນ​ພຣະວິຫານ​ອັນ​ສັກສິດ​ຕໍ່ໄປ​ແລ້ວ.</verse>
				<verse number="5">ນໍ້າ​ໄດ້​ຖ້ວມ​ຂ້ານ້ອຍ​ເຕັມທົນ​ຫາຍໃຈ​ຝືດ​ຫລາຍ ຈົນ​ນໍ້າ​ທະເລ​ໄດ້​ຫຸ້ມຫໍ່​ຕົວ​ຂ້ານ້ອຍ​ໄວ້​ຢ່າງ​ໝົດສິ້ນ ແລະ​ເທົາ​ທັງ​ຫລາຍ​ໃນ​ທ້ອງ​ທະເລ​ອັນ​ກວ້າງໃຫຍ່ ກໍ​ພັນອ້ອມ​ຫົວ​ຂ້ານ້ອຍ​ໄວ້​ໝົດ.</verse>
				<verse number="6">ຂ້ານ້ອຍ​ລົງ​ໄປ​ສູ່​ຮາກຖານ​ຕີນ​ພູ​ທັງຫລາຍ ໃນ​ດິນແດນ​ບ່ອນ​ທີ່​ມີ​ປະຕູ​ລົງໄລ​ໄວ້​ຕະຫລອດ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ມີ​ແຕ່​ພຣະອົງ​ທີ່​ໃຫ້​ຄືນ​ມີ​ຊີວິດ​ແຕ່​ບ່ອນເລິກ​ໄດ້.</verse>
				<verse number="7">ເມື່ອ​ຊີວິດ​ຂ້ານ້ອຍ​ກຳລັງ​ເລື່ອນລອຍ​ຫາຍໄປ ຂ້ານ້ອຍ​ກໍ​ຄິດຫາ​ພຣະເຈົ້າຢາເວ; ແລ້ວ​ຂ້ານ້ອຍ​ກໍໄດ້​ພາວັນນາ​ອະທິຖານ​ຫາ​ພຣະອົງ ໃນ​ພຣະວິຫານ​ອັນ​ສັກສິດ​ກໍ​ຊົງ​ໄດ້ຍິນ​ຂ້ານ້ອຍ.</verse>
				<verse number="8">ພວກ​ທີ່​ຂາບໄຫວ້​ຮູບເຄົາຣົບ​ອັນ​ບໍ່ມີ​ປະໂຫຍດ​ຫຍັງ ກໍໄດ້​ປະຖິ້ມ​ຄວາມສັດຊື່​ຕໍ່​ພຣະອົງ​ສາ​ແລ້ວ.</verse>
				<verse number="9">ແຕ່​ຂ້ານ້ອຍ​ຈະ​ຮ້ອງເພງ​ໂມທະນາ​ຂອບພຣະຄຸນ ແລະ​ຈະ​ຖວາຍ​ເຄື່ອງບູຊາ​ແກ່​ພຣະອົງ ແລະ​ເຮັດ​ຕາມ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ສັນຍາ ຄວາມພົ້ນ​ມີມາ​ໂດຍ​ທາງ​ພຣະເຈົ້າຢາເວ.”</verse>
				<verse number="10">ແລ້ວ​ພຣະເຈົ້າຢາເວ​ກໍ​ສັ່ງ​ໃຫ້​ປາໃຫຍ່​ໂຕ​ນັ້ນ ຂຶ້ນ​ມາ​ຄາຍ​ໂຢນາ​ໄວ້​ເທິງ​ດິນ​ແຫ້ງ ແລະ​ມັນ​ກໍໄດ້​ເຮັດ​ຕາມ.</verse>
			</chapter>
			<chapter number="3">
				<verse number="1">ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍ​ໄດ້​ມາເຖິງ​ໂຢນາ​ຄັ້ງ​ທີສອງ</verse>
				<verse number="2">ວ່າ, “ຈົ່ງ​ໄປ​ທີ່​ນີເນເວ​ເມືອງ​ໃຫຍ່ ແລະ​ປະກາດ​ຖ້ອຍຄຳ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ​ແກ່​ປະຊາຊົນ.”</verse>
				<verse number="3">ດັ່ງນັ້ນ ໂຢນາ​ຈຶ່ງ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ໄດ້​ໄປ​ນີເນເວ ເມືອງ​ໃຫຍ່​ທີ່ສຸດ ຊຶ່ງ​ຕ້ອງ​ໃຊ້​ເວລາ​ຍ່າງ​ເຖິງ​ສາມ​ວັນ ຈຶ່ງ​ຈະ​ພົ້ນ​ຕົວເມືອງ.</verse>
				<verse number="4">ໂຢນາ​ໄດ້​ຕັ້ງຕົ້ນ​ຍ່າງ​ເຂົ້າ​ໄປ​ໃນເມືອງ ແລະ​ຫລັງຈາກ​ຍ່າງ​ໄດ້​ສາມ​ວັນ​ເຕັມ ເພິ່ນ​ຈຶ່ງ​ປະກາດ​ວ່າ, “ໃນ​ສີ່ສິບ​ວັນ ເມືອງ​ນີເນເວ​ຈະ​ຖືກ​ທຳລາຍ.”</verse>
				<verse number="5">ປະຊາຊົນ​ໃນ​ເມືອງ​ນີເນເວ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ. ສະນັ້ນ ພວກເຂົາ​ຈຶ່ງ​ຕັດສິນໃຈ​ໃຫ້​ທຸກຄົນ ບໍ່​ວ່າ​ຄົນ​ຊັ້ນສູງ​ຫລື​ຄົນ​ຊັ້ນຕໍ່າ ຕ້ອງ​ອົດອາຫານ ແລະ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ເພື່ອ​ສະແດງ​ວ່າ​ພວກເຂົາ​ສຳນຶກ​ຜິດ​ແລ້ວ.</verse>
				<verse number="6">ເມື່ອ​ກະສັດ​ນີເນເວ​ໄດ້ຍິນ​ເຖິງ​ເລື່ອງ​ນີ້ ເພິ່ນ​ຈຶ່ງ​ລຸກຂຶ້ນ​ຈາກ​ບັນລັງ​ແກ້​ເຄື່ອງ​ກະສັດ​ອອກ ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ​ແລະ​ນັ່ງ​ເທິງ​ຂີ້ເຖົ່າ.</verse>
				<verse number="7">ເພິ່ນ​ໄດ້​ປະກາດ​ໃຫ້​ປະຊາຊົນ​ຢູ່​ໃນ​ເມືອງ​ນີເນເວ​ຮູ້​ທົ່ວເຖິງກັນ​ວ່າ, “ຕໍ່ໄປນີ້ ແມ່ນ​ຄຳສັ່ງ​ຈາກ​ກະສັດ​ແລະ​ບັນດາ​ຂ້າຣາຊການ​ຂອງເພິ່ນ: ຢ່າ​ໃຫ້​ຜູ້ໃດ​ກິນ​ຫຍັງ​ເລີຍ; ຊາວ​ເມືອງ​ທຸກຄົນ ຝູງງົວ ແລະ​ຝູງແກະ​ທຸກ​ໂຕ ຫ້າມ​ກິນ​ຫລື​ດື່ມ​ສິ່ງໃດໆ​ທັງນັ້ນ.</verse>
				<verse number="8">ປະຊາຊົນ​ທຸກຄົນ ແລະ​ສັດ​ທຸກ​ໂຕ ຕ້ອງ​ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ. ທຸກຄົນ​ຕ້ອງ​ຕັ້ງໃຈ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ ແລະ​ຕ້ອງ​ເລີກ​ປະພຶດ​ການຊົ່ວ​ແລະ​ເຊົາ​ເຮັດ​ການ​ໂຫດຮ້າຍ​ຂອງຕົນ​ສາ.</verse>
				<verse number="9">ບາງທີ​ພຣະເຈົ້າ​ອາດ​ຈະ​ປ່ຽນໃຈ; ບາງທີ​ພຣະອົງ​ອາດ​ຈະ​ເຊົາ​ໂກດຮ້າຍ; ແລະ​ພວກເຮົາ​ຈະ​ບໍ່​ຕາຍ.”</verse>
				<verse number="10">ເມື່ອ​ພຣະເຈົ້າ​ເຫັນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ; ພຣະອົງ​ເຫັນ​ວ່າ​ພວກເຂົາ​ເຊົາ​ປະພຶດ​ຊົ່ວ. ສະນັ້ນ ພຣະອົງ​ຈຶ່ງ​ປ່ຽນໃຈ​ແລະ​ບໍ່​ລົງໂທດ​ພວກເຂົາ ຕາມ​ທີ່​ພຣະອົງ​ໄດ້​ກ່າວຂູ່​ໄວ້.</verse>
			</chapter>
			<chapter number="4">
				<verse number="1">ໂຢນາ​ຄຽດ​ແລະ​ບໍ່​ພໍໃຈ​ຫລາຍ​ທີ່ສຸດ​ໃນ​ເລື່ອງ​ນີ້.</verse>
				<verse number="2">ດັ່ງນັ້ນ ເພິ່ນ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ໄດ້​ເວົ້າ​ກັບ​ພຣະອົງ​ແລ້ວ ກ່ອນ​ຈາກ​ເຮືອນ​ມາ​ບໍ່ແມ່ນ​ຫລື​ວ່າ ພຣະອົງ​ຈະ​ຕ້ອງ​ກະທຳ​ເຊັ່ນນີ້? ສະນັ້ນ ຂ້ານ້ອຍ​ຈຶ່ງ​ພະຍາຍາມ​ສຸດຂີດ ທີ່​ຈະ​ໜີໄປ​ຕາກຊິດ ເພາະ​ຂ້ານ້ອຍ​ຮູ້​ວ່າ ພຣະອົງ​ເປັນ​ພຣະເຈົ້າ​ທີ່​ມີ​ຄວາມຮັກ​ແລະ​ມີ​ຄວາມ​ເມດຕາ ອົດທົນ​ສະເໝີ, ໃຈດີ​ສະເໝີ, ພ້ອມ​ທີ່​ຈະ​ປ່ຽນໃຈ​ສະເໝີ​ແລະ​ບໍ່​ລົງໂທດ.</verse>
				<verse number="3">ແຕ່​ບັດນີ້ ພຣະເຈົ້າຢາເວ​ເອີຍ ຈົ່ງ​ປ່ອຍ​ໃຫ້​ຂ້ານ້ອຍ​ຕາຍ​ເສຍ. ຂ້ານ້ອຍ​ຕາຍໄປ​ກໍດີກວ່າ​ທີ່​ຈະ​ມີ​ຊີວິດ​ຢູ່.”</verse>
				<verse number="4">ແຕ່​ພຣະເຈົ້າຢາເວ​ຕອບ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ຈະ​ໂກດຮ້າຍ?”</verse>
				<verse number="5">ໂຢນາ​ໄດ້​ອອກ​ໄປ​ຈາກ​ເມືອງ​ທາງທິດ​ຕາເວັນອອກ ແລະ​ນັ່ງ​ລົງ. ເພິ່ນ​ເຮັດ​ບ່ອນຊົ້ນ​ສຳລັບ​ເພິ່ນເອງ ແລະ​ນັ່ງ​ຢູ່​ໃຕ້​ຮົ່ມ​ຂອງ​ບ່ອນຊົ້ນ​ນັ້ນ ໂດຍ​ລໍຖ້າ​ເບິ່ງ​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ກັບ​ເມືອງ​ນີເນເວ.</verse>
				<verse number="6">ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ກໍໄດ້​ບັນດານ ໃຫ້​ຕົ້ນໄມ້​ເກີດຂຶ້ນ​ສູງກວ່າ​ໂຢນາ ໃຫ້​ເພິ່ນ​ໄດ້​ຊົ້ນ​ຮົ່ມ ເພື່ອ​ເພິ່ນ​ຈະ​ໄດ້​ຢູ່​ສະບາຍ​ຫລາຍ​ຂຶ້ນ. ໂຢນາ​ດີໃຈ​ຫລາຍ​ທີ່ສຸດ​ນຳ​ຕົ້ນໄມ້​ນັ້ນ.</verse>
				<verse number="7">ແຕ່​ໃນ​ຕອນເຊົ້າ​ຂອງ​ມື້​ຕໍ່ມາ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ ດ້ວງ​ໂຕໜຶ່ງ​ໄດ້​ກັດ​ກິນ​ຕົ້ນໄມ້​ນັ້ນ ແລະ​ມັນ​ກໍໄດ້​ຫ່ຽວແຫ້ງ​ຕາຍໄປ.</verse>
				<verse number="8">ຫລັງຈາກ​ຕາເວັນ​ໄດ້​ຂຶ້ນ​ແລ້ວ ພຣະເຈົ້າ​ກໍ​ບັນດານ​ໃຫ້​ລົມຮ້ອນ​ພັດ​ມາ​ແຕ່​ທາງທິດ​ຕາເວັນອອກ ແລະ​ໂຢນາ​ເກືອບ​ສະຫລົບ​ໄປ ຍ້ອນ​ຄວາມຮ້ອນ​ຂອງ​ແສງ​ແດດ​ເຜົາ. ສະນັ້ນ ເພິ່ນ​ຈຶ່ງ​ຄິດ​ຢາກ​ຕາຍ. ເພິ່ນ​ເວົ້າ​ວ່າ, “ຂ້ານ້ອຍ​ຕາຍໄປ​ກໍດີກວ່າ​ທີ່​ຈະ​ມີ​ຊີວິດ​ຢູ່.”</verse>
				<verse number="9">ແຕ່​ພຣະເຈົ້າ​ໄດ້ກ່າວ​ຕໍ່​ໂຢນາ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ຈະ​ໂກດຮ້າຍ​ໃຫ້​ຕົ້ນໄມ້​ນີ້?” ໂຢນາ​ຕອບ​ພຣະເຈົ້າ​ວ່າ, “ຂ້ານ້ອຍ​ມີ​ສິດ​ທຸກຢ່າງ​ທີ່​ຈະ​ໂກດຮ້າຍ ໂກດຮ້າຍ​ຈົນ​ຂ້ານ້ອຍ​ຕາຍໄປ.”</verse>
				<verse number="10">ແຕ່​ພຣະເຈົ້າຢາເວ​ໄດ້ກ່າວ​ວ່າ, “ຕົ້ນໄມ້​ນີ້​ໃຫຍ່​ຂຶ້ນ​ພຽງ​ຄືນດຽວ​ເທົ່ານັ້ນ ແລະ​ໄດ້​ຫ່ຽວແຫ້ງ​ຕາຍໄປ​ໃນ​ມື້​ຕໍ່ມາ; ເຈົ້າ​ບໍ່ໄດ້​ເຮັດ​ຫຍັງ​ເພື່ອ​ມັນ ແລະ​ບໍ່ໄດ້​ເຮັດ​ໃຫ້​ມັນ​ໃຫຍ່​ຂຶ້ນ, ແຕ່​ເຈົ້າ​ພັດ​ຮູ້ສຶກ​ເສຍດາຍ​ມັນ.</verse>
				<verse number="11">ແລ້ວ​ເຮົາ​ກໍ​ສົມຄວນ​ມີ​ຄວາມ​ເມດຕາ​ຕໍ່​ນີເນເວ​ເມືອງ​ໃຫຍ່​ນີ້ ຫລາຍກວ່າ​ມັນ​ເທົ່າໃດ. ຈົ່ງ​ພິຈາລະນາ​ເບິ່ງ​ໃຫ້​ດີ ເມືອງ​ນີ້​ມີ​ເດັກນ້ອຍ​ທີ່​ບໍ່​ຮູ້​ດຽງສາ​ຫຼາຍກວ່າ​ແສນສອງໝື່ນ​ຄົນ ແລະ​ມີ​ສັດ​ລ້ຽງ​ເປັນ​ຈຳນວນ​ຫລວງຫລາຍ​ອີກ​ດ້ວຍ.”</verse>
			</chapter>
		</book>
		<book number="33">
			<chapter number="1">
				<verse number="1">ພຣະທຳ​ເລື່ອງນີ້​ບັນຈຸ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ສົ່ງ​ເຖິງ​ມີກາ ຊາວ​ເມືອງ​ໂມເຣເຊັດ ຢູ່​ໃນ​ສະໄໝ​ຂອງ​ເຈົ້າ​ໂຢທາມ ອາຮາດ ແລະ​ເຮເຊກີຢາ ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ. ພຣະອົງ​ໄດ້​ສຳແດງ​ໃຫ້​ມີກາ​ຮູ້​ສິ່ງ​ທັງໝົດ​ເຫຼົ່ານີ້ ກ່ຽວກັບ​ນະຄອນ​ຊາມາເຣຍ​ແລະ​ນະຄອນ​ເຢຣູຊາເລັມ.</verse>
				<verse number="2">ຈົ່ງ​ຟັງ​ເລື່ອງ​ນີ້​ບັນດາ​ທຸກ​ຊົນຊາດ​ເອີຍ ຈົ່ງ​ຟັງ​ເລື່ອງ​ນີ້​ທຸກຄົນ ທັງ​ທຸກສິ່ງ​ທີ່​ແຜ່ນດິນ​ໂລກ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ​ໃດ ອົງພຣະ​ຜູ້​ເປັນເຈົ້າ​ຈາກ​ພຣະວິຫານ​ທີ່​ບໍຣິສຸດ​ຂອງ​ພຣະອົງ.</verse>
				<verse number="3">ພຣະເຈົ້າຢາເວ​ກຳລັງ​ມາ​ແຕ່​ບ່ອນ​ສະຖິດ​ຂອງ​ພຣະອົງ ພຣະອົງ​ຈະ​ສະເດັດ​ມາ​ຍ່າງ​ເທິງ​ບ່ອນສູງ​ທັງຫລາຍ​ຂອງ​ແຜ່ນດິນ​ໂລກ.</verse>
				<verse number="4">ແລ້ວ​ພູ​ທັງຫລາຍ​ກໍ​ຈະ​ລະລາຍ​ສິ້ນ​ຢູ່​ໃຕ້​ຕີນ​ຂອງ​ພຣະອົງ ດັ່ງ​ຂີ້ເຜິ້ງ​ລະລາຍ​ເມື່ອ​ມັນ​ຖືກ​ໄຟ​ຮ້ອນ. ພູເຂົາ​ທັງຫລາຍ​ນັ້ນ​ຈະ​ເຈື່ອນ​ລົງ​ສູ່​ຮ່ອມພູ​ທັງຫລາຍ ດັ່ງ​ນໍ້າ​ໄຫລລົງ​ມາ​ແຕ່​ເນີນພູ​ແຫ່ງ​ໜຶ່ງ.</verse>
				<verse number="5">ເຫດການ​ທັງປວງ​ນີ້​ຈະ​ເກີດຂຶ້ນ​ເພາະ​ປະຊາຊົນ​ອິດສະຣາເອນ​ໄດ້​ເຮັດ​ບາບ ແລະ​ກະບົດ​ຕໍ່​ພຣະເຈົ້າ. ເປັນ​ຄວາມຜິດ​ຂອງ​ຜູ້ໃດ​ທີ່​ຊາດ​ອິດສະຣາເອນ​ເປັນ​ກະບົດ? ເປັນ​ຄວາມຜິດ​ຂອງ​ນະຄອນ​ຊາມາເຣຍ​ບໍ່ແມ່ນບໍ? ຜູ້ໃດ​ເຮັດ​ຜິດ​ຖານ​ຂາບໄຫວ້​ຮູບເຄົາຣົບ​ໃນ​ຊາດ​ຢູດາ? ແມ່ນ​ນະຄອນ​ເຢຣູຊາເລັມ​ບໍ່ແມ່ນບໍ?</verse>
				<verse number="6">ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ກະທຳ​ໃຫ້​ຊາມາເຣຍ ເປັນ​ກອງສິ່ງ​ຮົກຮ້າງ​ເພພັງ​ຢູ່​ໃນ​ທົ່ງນາ ຄື​ເປັນ​ບ່ອນ​ໜຶ່ງ​ສຳລັບ​ປູກ​ຕົ້ນອະງຸ່ນ. ເຮົາ​ຈະ​ເທ​ກ້ອນຫີນ​ທີ່​ໃຊ້​ສ້າງ​ເມືອງ​ນັ້ນ​ລົງ​ໃນ​ຮ່ອມພູ ແລະ​ເຮົາ​ຈະ​ເຮັດ​ໃຫ້​ຮາກຖານ​ຂອງ​ເມືອງ​ພົ້ນ​ໜ້າດິນ​ຂຶ້ນມາ​ໃຫ້​ເຫັນ.</verse>
				<verse number="7">ບັນດາ​ຮູບເຄົາຣົບ​ອັນ​ມີຄ່າ​ຈະ​ຖືກ​ທັບ​ໃຫ້​ໝຸ່ນ​ທະລາຍ ທຸກສິ່ງ​ທີ່​ຖືກ​ຖວາຍ​ແກ່​ບັນດາ​ໂສເພນີ ຈະ​ຖືກ​ທຳລາຍ​ດ້ວຍ​ໄຟ ແລະ​ຮູບເຄົາຣົບ​ທັງໝົດ​ໃນ​ເມືອງ​ນີ້​ຈະ​ຖືກ​ກອງ​ປະໄວ້​ຢ່າງ​ເປັນ​ຕາຢ້ານ. ນະຄອນ​ຊາມາເຣຍ​ໄດ້​ຮັບ​ສິ່ງ​ເຫຼົ່ານີ້​ມາ​ຈາກ​ພິທີ​ຕ່າງໆ ສຳລັບ​ໃຫ້​ເກີດ​ມີ​ຄວາມ​ອຸດົມ​ສົມບູນ ມາບັດນີ້ ເຫຼົ່າ​ສັດຕູ​ຈະ​ມາ​ຈັບ​ພວກເຂົາ​ໄປ​ເພື່ອ​ໃຫ້​ຂາບໄຫວ້​ໃນ​ແຫ່ງ​ອື່ນ.”</verse>
				<verse number="8">ແລ້ວ​ມີກາ​ກໍໄດ້​ກ່າວ​ວ່າ, “ຍ້ອນ​ເຫດການ​ເຫຼົ່ານີ້​ແຫຼະ ຂ້ອຍ​ຈຶ່ງ​ໂສກເສົ້າ​ແລະ​ຄໍ່າຄວນ. ເພື່ອ​ສະແດງ​ເຖິງ​ຄວາມທຸກໃຈ, ຂ້ອຍ​ຈະ​ຍ່າງ​ໄປ​ຕີນ​ເປົ່າ​ແລະ​ເປືອຍຕົວ. ຂ້ອຍ​ຈະ​ຫອນ​ເໝືອນ​ດັ່ງ​ໝາປ່າ ແລະ​ອືດຄາງ​ເໝືອນ​ດັ່ງ​ນົກ​ກະຈອກເທດ.</verse>
				<verse number="9">ບາດແຜ​ຂອງ​ນະຄອນ​ຊາມາເຣຍ​ຮັກສາ​ໃຫ້​ດີ​ບໍ່ໄດ້ ແລະ​ໄດ້​ລາມ​ມາເຖິງ​ຢູດາ ໄພພິບັດ​ໄດ້​ມາຮອດ​ປະຕູ​ເມືອງ​ຂອງ​ນະຄອນ​ເຢຣູຊາເລັມ ຄື​ບ່ອນ​ທີ່​ປະຊາຊົນ​ຂອງຂ້ອຍ​ອາໄສ​ຢູ່.”</verse>
				<verse number="10">ຢ່າ​ບອກ​ເລື່ອງ​ການ​ພ່າຍແພ້​ຂອງ​ພວກເຮົາ​ໃຫ້​ຊາວ​ກາດ​ຜູ້​ເປັນ​ສັດຕູ​ຮູ້ ຢ່າ​ສູ່​ໃຫ້​ພວກເຂົາ​ເຫັນ​ພວກເຈົ້າ​ຮ້ອງໄຫ້. ຊາວ​ເມືອງ​ເບັດ-ເລອາຟະຣາ​ເອີຍ ຈົ່ງ​ກິ້ງເກືອກ​ຢູ່​ໃນ​ຂີ້ຝຸ່ນ​ດິນ ລະບາຍ​ຄວາມ​ສິ້ນຫວັງ​ຂອງ​ພວກເຈົ້າ​ສາ</verse>
				<verse number="11">ພວກເຈົ້າ​ຊາວ​ເມືອງ​ຊາເຟຍ​ເອີຍ ຈົ່ງ​ໜີໄປ​ຢູ່​ຕ່າງຖິ່ນ​ຢ່າງ​ເປືອຍຕົວ ແລະ​ອັບອາຍ​ຂາຍໜ້າ​ສາ. ຄົນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຊາອານານ ບໍ່​ກ້າ​ອອກ​ມາ​ຈາກ​ເມືອງ​ຂອງຕົນ. ເມື່ອໃດ​ພວກເຈົ້າ​ໄດ້ຍິນ​ປະຊາຊົນ​ໃນ​ເມືອງ​ເບັດ​ເອເຊນ​ຮ້ອງໄຫ້​ຮໍ່າໄຮ ເຈົ້າ​ຈົ່ງ​ຮູ້​ວ່າ​ໃນ​ທີ່ນັ້ນ​ບໍ່ມີ​ບ່ອນ​ລີ້ໄພ​ສາ​ແລ້ວ.</verse>
				<verse number="12">ຊາວ​ເມືອງ​ມາໂຣດ ຕ່າງ​ກໍ​ລໍຖ້າ​ການ​ບັນເທົາທຸກ​ດ້ວຍ​ໃຈ​ກະວົນ​ກະວາຍ ຍ້ອນ​ພຣະເຈົ້າຢາເວ​ໄດ້​ນຳ​ໄພພິບັດ​ເຂົ້າ​ມາ​ໃກ້​ນະຄອນ​ເຢຣູຊາເລັມ​ສາ​ແລ້ວ.</verse>
				<verse number="13">ພວກເຈົ້າ​ທີ່​ຢູ່​ໃນ​ເມືອງ​ລາກິດ ຈົ່ງ​ເອົາ​ມ້າ​ໃສ່​ລົດຮົບ​ຂອງ​ພວກເຈົ້າ​ຕຽມໄວ້. ພວກເຈົ້າ​ໄດ້​ເຮັດ​ບາບ​ຕາມ​ພວກ​ອິດສະຣາເອນ; ສະນັ້ນ ມັນ​ຈຶ່ງ​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ມີ​ບາບ.</verse>
				<verse number="14">ແຕ່​ບັດນີ້ ປະຊາຊົນ​ຢູດາ​ເອີຍ ຈົ່ງ​ສັ່ງລາ​ເມືອງ​ໂມເຣເຊັດກາດ​ສາ​ເຖີດ. ບັນດາ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ​ຈະ​ບໍ່ໄດ້​ຮັບ​ການ​ຊ່ວຍເຫລືອ​ຈາກ​ເມືອງ​ອັກຊິບ.</verse>
				<verse number="15">ປະຊາຊົນ​ຊາວ​ເມືອງ​ມາເຣຊາ​ເອີຍ ເຮົາ​ຈະ​ມອບ​ພວກເຈົ້າ​ໃຫ້​ແກ່​ສັດຕູ ຄື​ຜູ້​ທີ່​ກຳລັງ​ຈະ​ຢຶດເອົາ​ເມືອງ​ຂອງ​ພວກເຈົ້າ. ບັນດາ​ເຈົ້ານາຍ​ທີ່​ມີ​ກຽດ​ຂອງ​ຊາດ​ອິດສະຣາເອນ ຈະ​ປົບໜີໄປ​ລີ້​ຢູ່​ໃນ​ຖໍ້າ​ເມືອງ​ອາດຸນລຳ.</verse>
				<verse number="16">ປະຊາຊົນ​ຢູດາ​ເອີຍ ຈົ່ງ​ແຖ​ຫົວ​ພວກເຈົ້າ​ເພື່ອ​ໄວ້ທຸກ​ໃຫ້​ແກ່​ລູກຫລານ​ທີ່​ພວກເຈົ້າ​ຮັກ​ນັ້ນ​ສາ. ຈົ່ງ​ແຖ​ຫົວ​ພວກເຈົ້າ​ໃຫ້​ໂຫລ້ນ​ເໝືອນ​ຫົວແຮ້ງ​ສາ ກໍ​ເພາະວ່າ​ລູກຫລານ​ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.</verse>
			</chapter>
			<chapter number="2">
				<verse number="1">ຜູ້​ທີ່​ນອນ​ຄິດ​ວາງແຜນ​ເຮັດ​ຊົ່ວ ຈະ​ໄດ້​ຮັບ​ໄພພິບັດ​ຫລາຍ​ສໍ່າໃດ​ນໍ ເມື່ອ​ຮຸ່ງເຊົ້າ​ມາ ພໍ​ໄດ້​ໂອກາດ ພວກເຂົາ​ກໍ​ເຮັດ​ຊົ່ວ​ຕາມ​ທີ່​ໄດ້​ວາງແຜນ​ໄວ້​ນັ້ນ.</verse>
				<verse number="2">ເມື່ອ​ພວກເຂົາ​ຕ້ອງການ​ໄຮ່​ນາ ພວກເຂົາ​ກໍ​ຢຶດເອົາ​ໂລດ ເມື່ອ​ພວກເຂົາ​ຕ້ອງການ​ບ້ານເຮືອນ ພວກເຂົາ​ກໍ​ຢຶດເອົາ​ໂລດ. ບໍ່ມີ​ຄອບຄົວ​ຂອງ​ຄົນໃດ ຫລື​ຊັບສົມບັດ​ຂອງ​ຜູ້ໃດ​ຈະ​ປອດໄພ.</verse>
				<verse number="3">ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, “ເຮົາ​ກຳລັງ​ວາງແຜນ​ນຳ​ໄພພິບັດ​ມາ​ສູ່​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ຫລົບຫລີກ​ໄປ​ບໍ່ໄດ້. ພວກເຈົ້າ​ກຳລັງ​ນຳ​ຄວາມ​ເດືອດຮ້ອນ​ມາ​ສູ່​ພວກ​ເຈົ້າເອງ ແລະ​ຕໍ່ໄປ ພວກເຈົ້າ​ຈະ​ບໍ່ໄດ້​ຍ່າງ​ຢ່າງ​ອວດອົ່ງ​ທະນົງ​ຕົວ​ອີກ​ຕໍ່ໄປ.</verse>
				<verse number="4">ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຄົນ​ຈະ​ເອົາ​ເລື່ອງ​ຂອງ​ພວກເຈົ້າ​ຂຶ້ນ​ມາ​ກ່າວ​ເປັນ​ຕົວຢ່າງ​ໃນ​ຄາວ​ຖືກ​ໄພພິບັດ ແລະ​ພວກເຂົາ​ກໍ​ຈະ​ຮ້ອງເພງ ເຖິງ​ປະສົບການ​ອັນ​ຂົມຂື່ນ​ນັ້ນ​ວ່າ: ‘ພວກເຮົາ​ໄດ້​ຖືກ​ທຳລາຍ​ໃຫ້​ພັງ​ພິນາດ​ໄປ​ຈົນ​ໝົດ ພຣະເຈົ້າຢາເວ​ໄດ້​ຢຶດ​ດິນແດນ​ຂອງ​ພວກເຮົາ​ໄປ​ແລ້ວ ແລະ​ໄດ້​ມອບ​ດິນແດນ​ນັ້ນ​ໃຫ້​ແກ່​ຄົນອື່ນ​ເສຍ ຄື​ບັນດາ​ສັດຕູ​ທີ່​ໄດ້​ຈັບ​ເອົາ​ພວກເຮົາ​ໄປ​ນັ້ນ.”’</verse>
				<verse number="5">ເພາະສະນັ້ນ ເມື່ອ​ເວລາ​ມາ​ເຖິງ​ສຳລັບ​ດິນແດນ​ທີ່​ຈະ​ຖືກ​ມອບ​ຄືນ ໃຫ້​ແກ່​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຈະ​ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ໃນ​ພວກເຈົ້າ​ໄດ້​ຮັບ​ສ່ວນແບ່ງ.</verse>
				<verse number="6">ປະຊາຊົນ​ກ່າວ​ໃສ່​ຂ້າພະເຈົ້າ ແລະ​ເວົ້າ​ວ່າ, “ຢ່າ​ສູ່​ເທດສະໜາ​ໃຫ້​ພວກເຮົາ​ຟັງ​ເລີຍ. ຢ່າ​ສູ່​ສັ່ງສອນ​ພວກເຮົາ​ເຖິງ​ເລື່ອງ​ເຫຼົ່ານັ້ນ. ພຣະເຈົ້າ​ຈະ​ບໍ່​ເຮັດ​ໃຫ້​ພວກເຮົາ​ອັບອາຍ​ຂາຍໜ້າ​ດອກ.</verse>
				<verse number="7">ເຈົ້າ​ຄິດ​ວ່າ​ປະຊາຊົນ​ອິດສະຣາເອນ​ຖືກ​ສາບແຊ່ງ​ຊັ້ນບໍ? ພຣະເຈົ້າຢາເວ​ໝົດ​ຄວາມ​ອົດທົນ​ແລ້ວ​ຫລື? ພຣະອົງ​ຈະ​ເຮັດ​ສິ່ງ​ເຫຼົ່ານັ້ນ​ແທ້​ບໍ? ພຣະອົງ​ຈະ​ບໍ່​ກ່າວ​ຕໍ່​ຜູ້​ທີ່​ເຮັດ​ຖືກຕ້ອງ ຢ່າງ​ເມດຕາປານີ​ດອກ​ຫລື?”</verse>
				<verse number="8">ອົງພຣະ​ຜູ້​ເປັນເຈົ້າ​ຕອບ​ຄືນ​ວ່າ, “ພວກເຈົ້າ​ໂຈມຕີ​ປະຊາຊົນ​ຂອງເຮົາ ຄື​ກັບ​ວ່າ​ພວກເຂົາ​ເປັນ​ສັດຕູ. ພວກ​ຜູ້ຊາຍ​ທີ່​ກັບ​ມາ​ແຕ່​ສະໜາມຮົບ ກໍ​ຄິດ​ວ່າ​ທີ່​ເຮືອນ​ຕົນ​ປອດໄພ​ແລ້ວ, ແຕ່​ພວກເຈົ້າ​ຊໍ້າພັດ​ລໍຄອຍ​ຢູ່​ທີ່​ນັ້ນ ເພື່ອ​ລັກ​ເອົາ​ແມ່ນແຕ່​ເສື້ອ​ຊັ້ນນອກ​ຂອງ​ພວກເຂົາ​ໄປ.</verse>
				<verse number="9">ພວກເຈົ້າ​ໄດ້​ຂັບໄລ່​ຜູ້ຍິງ​ທີ່​ເປັນ​ປະຊາຊົນ​ຂອງເຮົາ​ໃຫ້​ອອກ​ຈາກ​ເຮືອນ​ອັນ​ຜາສຸກ​ຂອງ​ພວກເຂົາ ແລະ​ພວກເຈົ້າ​ໄດ້​ເອົາ​ກຽດສັກສີ​ໜີໄປ​ຕະຫລອດ ຄື​ກຽດສັກສີ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກ​ລູກ​ຂອງ​ພວກເຂົາ​ນັ້ນ.</verse>
				<verse number="10">ຈົ່ງ​ລຸກ​ຂຶ້ນ ແລະ​ໜີໄປ​ສາ; ຢູ່​ໃນ​ທີ່​ນີ້ ບໍ່ມີ​ບ່ອນ​ປອດໄພ​ອີກ​ແລ້ວ. ການບາບ​ຂອງ​ພວກເຈົ້າ​ໄດ້​ນຳ​ເຄາະກຳ​ມາ​ສູ່​ບ່ອນ​ນີ້​ໃຫ້​ພິນາດໄປ.</verse>
				<verse number="11">ປະຊາຊົນ​ເຫຼົ່ານີ້ ຕ້ອງການ​ຜູ້ທຳນວາຍ​ທີ່​ທ່ຽວ​ໄປມາ​ເວົ້າ​ຕົວະ ແລະ​ຫລອກລວງ​ໂດຍ​ເວົ້າ​ວ່າ, ‘ຂ້ອຍ​ຂໍ​ທຳນວາຍ​ວ່າ ເຫຼົ້າ​ອະງຸ່ນ​ແລະ​ສຸຣາ​ຈະ​ຫລັ່ງໄຫລ​ມາ​ສຳລັບ​ພວກເຈົ້າ.’</verse>
				<verse number="12">ແຕ່​ເຮົາ​ຈະ​ນຳ​ພວກເຈົ້າ​ມາ​ເຕົ້າໂຮມ​ກັນ ຄື​ພວກເຈົ້າ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ທີ່​ຍັງເຫລືອ​ຢູ່. ເຮົາ​ຈະ​ນຳ​ພວກເຈົ້າ​ເຂົ້າ​ມາ​ເຕົ້າໂຮມ​ກັນ ເໝືອນ​ດັ່ງ​ຝູງແກະ​ກັບຄືນ​ມາ​ສູ່​ຄອກ. ດິນແດນ​ຂອງ​ພວກເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ຄົນ​ອີກເທື່ອໜຶ່ງ ເໝືອນ​ຝູງແກະ​ຢູ່​ໃນ​ທົ່ງຫຍ້າ.”</verse>
				<verse number="13">ພຣະເຈົ້າ​ຈະ​ໄຂ​ຫົນທາງ​ໃຫ້​ພວກເຂົາ ແລະ​ນຳ​ພວກເຂົາ​ອອກ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ພວກເຂົາ​ຈະ​ທະລຸ​ອອກ​ໄປ​ທາງ​ປະຕູເຂົ້າ​ເມືອງ ແລະ​ຈະ​ປົບໜີໄປ​ຢ່າງ​ອິດສະຫລະ. ພຣະເຈົ້າຢາເວ​ເອງ ຜູ້​ເປັນ​ກະສັດ​ຂອງ​ພວກເຂົາ​ຈະ​ນຳພາ​ພວກເຂົາ​ອອກ​ໄປ.</verse>
			</chapter>
			<chapter number="3">
				<verse number="1">ຈົ່ງ​ຟັງ​ເດີ ບັນດາ​ຜູ້ປົກຄອງ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ຄວນ​ຈະ​ຫ່ວງໃຍ​ເຖິງ​ຄວາມ​ຍຸດຕິທຳ</verse>
				<verse number="2">ແຕ່​ພວກເຈົ້າ​ຊໍ້າພັດ​ກຽດຊັງ​ຄວາມດີ ແລະ​ຮັກ​ຄວາມຊົ່ວ. ພວກເຈົ້າ​ຂູດເນື້ອເຖືອໜັງ​ປະຊາຊົນ​ຂອງເຮົາ​ທັງເປັນ.</verse>
				<verse number="3">ພວກເຈົ້າ​ກືນກິນ​ປະຊາຊົນ​ຂອງເຮົາ. ພວກເຈົ້າ​ລອກ​ໜັງ​ຂອງ​ພວກເຂົາ​ອອກ​ຫັກ​ກະດູກ​ຂອງ​ພວກເຂົາ ແລະ​ຕັດ​ເປັນ​ຕ່ອນໆ​ເໝືອນ​ຊີ້ນ​ຢູ່​ໃນ​ໝໍ້.</verse>
				<verse number="4">ເມື່ອ​ເວລາ​ມາ​ເຖິງ ພວກເຈົ້າ​ຈະ​ຮ້ອງ​ຫາ​ພຣະເຈົ້າຢາເວ; ແຕ່​ພຣະອົງ​ຈະ​ບໍ່​ຕອບ​ພວກເຈົ້າ. ພຣະອົງ​ຈະ​ບໍ່​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຈົ້າ ກໍ​ເພາະ​ພວກເຈົ້າ​ໄດ້​ປະພຶດ​ຊົ່ວ.</verse>
				<verse number="5">ພຣະເຈົ້າຢາເວ​ກ່າວ​ຕໍ່​ບັນດາ​ຜູ້ທຳນວາຍ​ເຫຼົ່ານີ້​ວ່າ, “ປະຊາຊົນ​ຂອງເຮົາ​ໄດ້​ຖືກ​ພວກ​ຜູ້ທຳນວາຍ​ຫລອກລວງ ຄື​ພວກເຂົາ​ສັນຍາ​ແກ່​ຄົນ​ທີ່​ຈ່າຍ​ເງິນ​ແກ່​ຕົນ​ໃຫ້​ມີ​ສັນຕິພາບ ແຕ່​ນາບຂູ່​ຜູ້​ທີ່​ບໍ່​ຈ່າຍ​ເງິນ​ແກ່​ຕົນ​ໃຫ້​ພົບພໍ້​ໄພ​ສົງຄາມ.</verse>
				<verse number="6">ເພາະສະນັ້ນ ພວກ​ຜູ້ທຳນວາຍ​ເອີຍ ມື້​ຂອງ​ພວກເຈົ້າ​ນັ້ນ​ເກືອບ​ຈະ​ໝົດໄປ​ແລ້ວ ຕາເວັນ​ກຳລັງ​ຕົກລົງ​ເທິງ​ພວກເຈົ້າ. ເພາະ​ພວກເຈົ້າ​ໄດ້​ນຳ​ປະຊາຊົນ​ຂອງເຮົາ​ໄປ​ໃນ​ທາງ​ຜິດ ພວກເຈົ້າ​ຈະ​ບໍ່ມີ​ນິມິດ​ໃນ​ການ​ທຳນວາຍ​ອີກ​ຕໍ່ໄປ ແລະ​ພວກເຈົ້າ​ຈະ​ກ່າວ​ຫຍັງ​ລ່ວງໜ້າ​ບໍ່ໄດ້​ອີກ.</verse>
				<verse number="7">ຜູ້ໃດ​ທີ່​ກ່າວ​ລ່ວງໜ້າ​ເຖິງ​ອະນາຄົດ ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ເພາະ​ຄວາມ​ຫລົ້ມເຫລວ​ຂອງຕົນ. ທຸກຄົນ​ໃນ​ພວກເຂົາ​ຈະ​ເສຍກຽດ ເພາະ​ພຣະເຈົ້າ​ບໍ່​ຕອບ​ພວກເຂົາ.”</verse>
				<verse number="8">ແຕ່​ສຳລັບ​ຂ້າພະເຈົ້າ​ແລ້ວ ພຣະເຈົ້າຢາເວ​ໃຫ້​ຂ້າພະເຈົ້າ​ເຕັມ​ໄປ​ດ້ວຍ​ພຣະວິນຍານ ຕະຫລອດ​ທັງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ພຣະອົງ​ໃຫ້​ຂ້າພະເຈົ້າ​ມີ​ຄວາມ​ເຂົ້າໃຈ​ໃນ​ຄວາມ​ຍຸດຕິທຳ ແລະ​ມີ​ຄວາມ​ກ້າຫານ​ເພື່ອ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ແມ່ນ​ຫຍັງ​ຄື​ການບາບ​ຂອງ​ພວກເຂົາ.</verse>
				<verse number="9">ຈົ່ງ​ຟັງ​ຂ້າພະເຈົ້າ​ເທີ້ນ ບັນດາ​ຜູ້ນຳ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ທີ່​ກຽດຊັງ​ຄວາມ​ຍຸດຕິທຳ​ແລະ​ປ່ຽນ​ຖືກ​ໃຫ້​ເປັນ​ຜິດ.</verse>
				<verse number="10">ພວກເຈົ້າ​ກຳລັງ​ສ້າງ​ນະຄອນ​ເຢຣູຊາເລັມ ນະຄອນ​ຂອງ​ພຣະເຈົ້າ ຢູ່​ເທິງ​ພື້ນຖານ​ແຫ່ງ​ຄາດຕະກຳ​ແລະ​ຄວາມ​ອະຍຸດຕິທຳ.</verse>
				<verse number="11">ພວກ​ຜູ້ປົກຄອງ​ເມືອງ ກໍ​ປົກຄອງ​ດ້ວຍ​ເຫັນ​ແກ່​ສິນບົນ ພວກ​ປະໂຣຫິດ​ກໍ​ແປ​ກົດບັນຍັດ​ດ້ວຍ​ເຫັນ​ແກ່​ຄ່າຈ້າງ​ລາງວັນ ພວກ​ຜູ້ທຳນວາຍ​ກໍ​ບອກ​ນິມິດ​ຂອງຕົນ​ດ້ວຍ​ເຫັນ​ແກ່​ເງິນ ແລະ​ພວກເຂົາ​ທຸກຄົນ​ຕ່າງ​ກໍ​ອ້າງ​ວ່າ ພຣະເຈົ້າຢາເວ​ຢູ່​ກັບ​ພວກຕົນ ພວກເຂົາ​ເວົ້າ​ວ່າ, “ເຫດຮ້າຍ​ໃດໆ​ຈະ​ບໍ່​ມາ​ຖືກ​ພວກເຮົາ​ດອກ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຮົາ.”</verse>
				<verse number="12">ເພາະສະນັ້ນ ຍ້ອນ​ພວກເຈົ້າ ພູເຂົາ​ຊີໂອນ​ຈະ​ຖືກ​ໄຖ​ເໝືອນ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ກາຍເປັນ​ກອງສິ່ງ​ຮົກຮ້າງ​ເພພັງ ແລະ​ເນີນພູ​ບ່ອນ​ທີ່ຕັ້ງ​ພຣະວິຫານ​ກໍ​ຈະ​ກາຍເປັນ​ປ່າ.</verse>
			</chapter>
			<chapter number="4">
				<verse number="1">ໃນ​ຍຸກ​ຈະ​ມາ​ເຖິງ​ພູ​ໜ່ວຍ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ຕັ້ງ​ຢູ່​ອາໄສ ຈະ​ສູງກວ່າ​ພູ​ໜ່ວຍ​ໃດໆ ທີ່​ຕັ້ງ​ຢູ່​ທີ່​ນັ້ນ. ພູ​ໜ່ວຍ​ນັ້ນ ຈະ​ຢູ່​ສູງກວ່າ​ບັນດາ​ພູເຂົາ​ທັງປວງ ຫລາຍໆ​ຊົນຊາດ​ຈະ​ຫລັ່ງໄຫລ​ມາ​ສູ່​ພູ​ໜ່ວຍ​ນີ້.</verse>
				<verse number="2">ປະຊາຊົນ​ຂອງ​ພວກເຂົາ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າຢາເວ ສູ່​ວິຫານ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ນັ້ນ. ເພາະ​ພຣະອົງ​ຈະ​ສັ່ງສອນ​ສິ່ງ​ທີ່​ຢາກ​ໃຫ້​ພວກເຮົາ​ເຮັດ​ຕາມ ພວກເຮົາ​ຈະ​ຍ່າງ​ຕາມ​ທາງ​ທີ່​ພຣະອົງ​ໄດ້​ເລືອກໄວ້. ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ມາ​ແຕ່​ນະຄອນ​ເຢຣູຊາເລັມ ຈາກ​ພູເຂົາ​ຊີໂອນ​ທີ່​ຊົງ​ກ່າວ​ຕໍ່​ປະຊາຊົນ​ຂອງ​ພຣະເຈົ້າ.”</verse>
				<verse number="3">ພຣະອົງ​ຈະ​ໄກ່ເກ່ຍ​ນາໆຊາດ​ທີ່​ຜິດຖຽງກັນ ທ່າມກາງ​ມະຫາ​ອຳນາດ​ທີ່​ຢູ່ໄກ​ແລະ​ຢູ່ໃກ້. ພວກເຂົາ​ຈະ​ຕີ​ດາບ​ເປັນ​ໝາກ​ສົບໄຖ ແລະ​ຕີ​ຫອກ​ເປັນ​ມີດຕັດ​ກິ່ງໄມ້. ຊົນຊາດ​ທັງຫລາຍ​ຈະ​ບໍ່​ເຮັດ​ເສິກ​ກັນ​ອີກ​ຕໍ່ໄປ ທັງ​ຈະ​ບໍ່​ຕຽມ​ເຮັດ​ເສິກ​ກັນ​ອີກ​ຈັກເທື່ອ.</verse>
				<verse number="4">ທຸກໆ​ຄົນ​ຈະ​ຢູ່​ນຳກັນ​ຢ່າງ​ສະຫງົບສຸກ ທ່າມກາງ​ສວນອະງຸ່ນ​ແລະ​ຕົ້ນ​ໝາກເດື່ອ ແລະ​ບໍ່ມີ​ຜູ້ໃດ​ຈະ​ເຮັດ​ໃຫ້​ພວກເຂົາ​ຢ້ານກົວ​ເລີຍ ປາກ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="5">ແຕ່ລະ​ຊົນຊາດ​ຕ່າງ​ກໍ​ຂາບໄຫວ້​ແລະ​ເຊື່ອຟັງ​ນາມ​ພະ​ຂອງຕົນ, ແຕ່​ພວກເຮົາ​ຈະ​ນະມັດສະການ​ແລະ​ເຊື່ອຟັງ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຕະຫລອດໄປ​ເປັນນິດ.</verse>
				<verse number="6">ພຣະເຈົ້າຢາເວ​ກ່າວ​ວ່າ, “ເວລາ​ນັ້ນ​ກຳລັງ​ມາ​ເຖິງ ເມື່ອ​ເຮົາ​ຈະ​ເຕົ້າໂຮມ​ປະຊາຊົນ​ທີ່​ເຮົາ​ໄດ້​ລົງໂທດ ຄື​ພວກ​ທີ່​ໄດ້​ທົນທຸກ​ທໍລະມານ ເພາະ​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.</verse>
				<verse number="7">ພວກເຂົາ​ເປັນ​ຄົນ​ຂາ​ພິການ ແລະ​ຢູ່​ຫ່າງໄກ​ຈາກ​ເຮືອນ, ແຕ່​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເລີ່ມຕົ້ນ​ໃໝ່​ຈາກ​ພວກ​ທີ່​ຍັງເຫລືອ​ຢູ່ ແລະ​ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ທີ່​ຍິ່ງໃຫຍ່. ພຣະເຈົ້າຢາເວ​ຈະ​ປົກຄອງ​ພວກເຂົາ​ທີ່​ພູເຂົາ​ຊີໂອນ ແຕ່​ເວລາ​ນັ້ນ​ຈົນ​ຕະຫລອດໄປ​ເປັນນິດ.”</verse>
				<verse number="8">ນະຄອນ​ເຢຣູຊາເລັມ​ເອີຍ ເຈົ້າ​ເປັນ​ບ່ອນ​ທີ່​ພຣະເຈົ້າ​ເຝົ້າເບິ່ງ​ປະຊາຊົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ​ທີ່​ເຝົ້າເບິ່ງ​ຝູງແກະ​ຂອງຕົນ​ຢູ່​ເທິງ​ຫໍຄອຍ; ເຈົ້າ​ຈະ​ເປັນ​ເມືອງເອກ​ແຫ່ງ​ຣາຊອານາຈັກ​ອີກເທື່ອໜຶ່ງ ທີ່​ເຈົ້າ​ໄດ້​ເຄີຍ​ເປັນ​ມາ​ແລ້ວ.</verse>
				<verse number="9">ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງ​ສຽງ​ແຮງ​ແທ້? ເປັນຫຍັງ​ເຈົ້າ​ຈຶ່ງ​ເຈັບປວດ​ເໝືອນ​ຍິງ​ທີ່​ກຳລັງ​ອອກລູກ? ບໍ່ແມ່ນ​ເຈົ້າ​ບໍ່ມີ​ກະສັດ​ປົກຄອງ​ບໍ? ບັນດາ​ທີ່ປຶກສາ​ຂອງ​ພວກເຈົ້າ​ເດ ຕາຍ​ໝົດ​ແລ້ວ​ບໍ?</verse>
				<verse number="10">ປະຊາຊົນ​ເຢຣູຊາເລັມ​ເອີຍ ຈົ່ງ​ບິດຕົວ​ຮ້ອງ​ຄວນຄາງ ດັ່ງ​ຍິງ​ທີ່​ກຳລັງ​ອອກລູກ​ສາ ເພາະວ່າ​ບັດນີ້​ພວກເຈົ້າ​ຈະ​ຕ້ອງ​ໜີ​ຈາກ​ເມືອງ​ນີ້​ໄປ​ອາໄສ​ຢູ່​ໃນ​ທົ່ງນາ. ພວກເຈົ້າ​ຈະ​ຕ້ອງ​ໄປ​ທີ່​ນະຄອນ​ບາບີໂລນ, ແຕ່​ຢູ່​ໃນ​ທີ່ນັ້ນ ພຣະເຈົ້າຢາເວ​ຈະ​ຊົງໄຖ່​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ພວກ​ສັດຕູ​ຂອງເຈົ້າ.</verse>
				<verse number="11">ມີ​ຫລາຍ​ຊົນຊາດ​ໄດ້​ເຕົ້າໂຮມ​ກັນ​ເພື່ອ​ໂຈມຕີ​ພວກເຈົ້າ ເຂົາ​ເວົ້າ​ວ່າ, “ນະຄອນ​ເຢຣູຊາເລັມ​ຕ້ອງ​ຖືກ​ທຳລາຍ ພວກເຮົາ​ຈະ​ໄດ້​ເຫັນ​ເມືອງ​ນີ້​ຮົກຮ້າງ​ເພພັງ.”</verse>
				<verse number="12">ແຕ່​ຊົນຊາດ​ເຫຼົ່ານີ້​ບໍ່​ຮູ້ຈັກ​ຄວາມຄິດ​ຂອງ​ພຣະເຈົ້າຢາເວ ພວກເຂົາ​ສຳນຶກ​ບໍ່ໄດ້​ເລີຍ​ວ່າ ພຣະອົງ​ໄດ້​ວາງແຜນ​ທ້ອນໂຮມ ເພື່ອ​ເອົາ​ພວກເຂົາ​ມາ​ລົງໂທດ ເຊັ່ນດຽວ​ກັບ​ໂຮມ​ເອົາ​ມັດ​ເຂົ້າ​ມາ​ຟາດ​ໃນ​ລານ.</verse>
				<verse number="13">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄປ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ສາ ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ແຂງແຮງ​ເໝືອນ​ດັ່ງ​ງົວ​ກະທິງ ທີ່​ມີ​ເຂົາ​ເປັນ​ເຫຼັກ​ແລະ​ມີ​ກີບຕີນ​ເປັນ​ທອງສຳຣິດ. ພວກເຈົ້າ​ຈະ​ຢຽບຢໍ່າ​ທຳລາຍ​ຫລາຍ​ຊົນຊາດ​ໃຫ້​ໝຸ່ນ​ທະລາຍ​ໄປ ເຮົາ​ຈະ​ມອບ​ສິ່ງ​ທີ່​ໄດ້​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ຊັບສົມບັດ​ຂອງ​ພວກເຂົາ​ໄດ້​ມາ​ຈາກ​ການ​ໃຊ້​ກຳລັງ​ຢຶດເອົາ​ນັ້ນ ເຮົາ​ຈະ​ເອົາ​ມາ​ອຸທິດ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ​ທັງໝົດ.”</verse>
			</chapter>
			<chapter number="5">
				<verse number="1">ປະຊາຊົນ​ເຢຣູຊາເລັມ​ເອີຍ ຈົ່ງ​ຮວບຮວມ​ກຳລັງ​ຂອງ​ພວກເຈົ້າ​ສາ ພວກເຮົາ​ຖືກ​ປິດລ້ອມ​ແລ້ວ ພວກເຂົາ​ກຳລັງ​ໂຈມຕີ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="2">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເບັດເລເຮັມ​ເອຟຣາທາ​ເອີຍ ເຈົ້າ​ເປັນ​ເມືອງ​ໜຶ່ງ​ທີ່​ນ້ອຍ​ທີ່ສຸດ ໃນ​ເມືອງ​ທັງຫລາຍ​ຂອງ​ຢູດາຍ ແຕ່​ເຮົາ​ຈະ​ໃຫ້​ມີ​ຜູ້ປົກຄອງ​ຄົນ​ໜຶ່ງ ອອກ​ມາ​ຈາກ​ເຈົ້າ​ສຳລັບ​ຊາດ​ອິດສະຣາເອນ ຊຶ່ງ​ໜໍ່ແນວ​ເຊື້ອສາຍ​ສືບມາ​ຈາກ​ສະໄໝ​ເດີມ.”</verse>
				<verse number="3">ສະນັ້ນ ເພິ່ນ​ຈຶ່ງ​ມອບ​ພວກເຂົາ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ຈົນເຖິງ​ເວລາ​ຍິງສາວ​ທີ່​ໃຫ້​ກຳເນີດ​ມີ​ລູກຊາຍ​ຂອງຕົນ. ແລ້ວ​ບັນດາ​ພວກ​ພີ່ນ້ອງ​ທີ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ນັ້ນ ກໍ​ຈະ​ມາ​ທ້ອນໂຮມກັນ​ກັບ​ປະຊາຊົນ​ຂອງ​ພວກເຂົາ​ເອງ.</verse>
				<verse number="4">ເວລາ​ຜູ້ນັ້ນ​ມາ ເພິ່ນ​ຈະ​ປົກຄອງ​ປະຊາຊົນ​ຂອງ​ເພິ່ນ​ດ້ວຍ​ກຳລັງ ຊຶ່ງ​ມາ​ຈາກ​ພຣະເຈົ້າຢາເວ ແລະ​ດ້ວຍ​ສະຫງ່າຣາສີ​ແຫ່ງ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງຕົນ. ປະຊາຊົນ​ຂອງ​ພຣະອົງ​ຈະ​ຢູ່​ຢ່າງ​ປອດໄພ ເພາະ​ປະຊາຊົນ​ໝົດ​ທັງໂລກ​ຈະ​ຮັບຮູ້​ຄວາມ​ຍິ່ງໃຫຍ່​ຂອງເພິ່ນ</verse>
				<verse number="5">ແລະ​ເພິ່ນ​ຈະ​ນຳ​ສັນຕິສຸກ​ມາ​ໃຫ້. ເມື່ອ​ພວກ​ອັດຊີເຣຍ​ຮຸກຮານ​ປະເທດ​ຂອງ​ພວກເຮົາ ແລະ​ທຳລາຍ​ບ່ອນ​ປ້ອງກັນ​ຂອງ​ພວກເຮົາ​ນັ້ນ ພວກເຮົາ​ຈະ​ສົ່ງ​ພວກ​ຜູ້ນຳ​ທີ່​ເຂັ້ມແຂງ​ທີ່ສຸດ​ອອກ​ໄປ​ສູ້ຮົບ​ພວກເຂົາ.</verse>
				<verse number="6">ພວກເຂົາ​ຈະ​ຕີ​ຊະນະ​ອັດຊີເຣຍ ຄື​ດິນແດນ​ຂອງ​ນິມໂຣດ​ດ້ວຍ​ກຳລັງ​ອາວຸດ; ແລະ​ເຂົາ ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພວກ​ອັດຊີເຣຍ ເມື່ອ​ພວກເຂົາ​ຮຸກຮານ​ດິນແດນ​ຂອງ​ພວກເຮົາ.</verse>
				<verse number="7">ປະຊາຊົນ​ອິດສະຣາເອນ​ຜູ້​ທີ່​ລອດຊີວິດ​ມາ​ໄດ້ ກໍ​ຈະ​ເປັນ​ດັ່ງ​ນໍ້າ​ຄ້າງ​ອັນ​ສົດຊື່ນ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ສົ່ງ​ລົງ​ມາ​ສຳລັບ​ຫລາຍ​ຊົນຊາດ ເໝືອນ​ຫ່າຝົນ​ທີ່​ຕົກ​ເທິງ​ພືດພັນ​ທີ່​ຫາກໍ່​ປົ່ງ​ໃໝ່. ພວກເຂົາ​ຈະ​ອາໄສ​ພຣະເຈົ້າ ແຕ່​ບໍ່ແມ່ນ​ອາໄສ​ມະນຸດ.</verse>
				<verse number="8">ພວກເຂົາ​ທີ່​ຖືກ​ປະໄວ້​ຢູ່​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ກໍ​ຈະ​ເປັນ​ດັ່ງ​ສິງ​ໂຕໜຶ່ງ ທີ່​ກຳລັງ​ຊອກຫາ​ອາຫານ​ໃນ​ປ່າ​ຫລື​ຕາມ​ທົ່ງຫຍ້າ: ມັນ​ເຂົ້າ​ໄປ​ຄຸບ​ເອົາ​ແກະ​ຢູ່​ໃນ​ຝູງ ແລະ​ຈີກ​ເປັນ​ຕ່ອນໆ ແລະ​ຄວາມຫວັງ​ໃດໆ​ທີ່​ຈະ​ຊ່ວຍກູ້​ເອົາ​ກໍ​ບໍ່ມີ.</verse>
				<verse number="9">ຊາດ​ອິດສະຣາເອນ​ຈະ​ຕີ​ຊະນະ​ເຫຼົ່າ​ສັດຕູ​ຂອງຕົນ ແລະ​ຈະ​ທຳລາຍ​ພວກເຂົາ​ໃຫ້​ດັບກ້ຽງ.</verse>
				<verse number="10">ພຣະເຈົ້າຢາເວ​ກ່າວ​ວ່າ, “ໃນ​ເວລາ​ນັ້ນ ເຮົາ​ຈະ​ເອົາ​ມ້າ​ທັງຫລາຍ​ຂອງ​ພວກເຈົ້າ​ໜີໄປ ແລະ​ທັງ​ຈະ​ທຳລາຍ​ລົດຮົບ​ຂອງ​ພວກເຈົ້າ​ດ້ວຍ.</verse>
				<verse number="11">ເຮົາ​ຈະ​ທຳລາຍ​ເມືອງ​ທັງຫລາຍ​ໃນ​ດິນແດນ​ຂອງ​ພວກເຈົ້າ ແລະ​ທັບມ້າງ​ຄ້າຍ​ປ້ອງກັນ​ທັງໝົດ​ຂອງ​ພວກເຈົ້າ.</verse>
				<verse number="12">ເຮົາ​ຈະ​ທຳລາຍ​ເຄື່ອງແຄ້ວ​ຂອງຄົງ​ອັນ​ວິເສດ ທີ່​ພວກເຈົ້າ​ໃຊ້​ນັ້ນ ແລະ​ຈະ​ບໍ່​ໃຫ້​ມີ​ໝໍມໍ​ອີກ​ຕໍ່ໄປ.</verse>
				<verse number="13">ເຮົາ​ຈະ​ທຳລາຍ​ບັນດາ​ຮູບເຄົາຣົບ ແລະ​ເສົາຫີນ​ສັກສິດ​ທັງຫລາຍ; ພວກເຈົ້າ​ຈະ​ບໍ່ໄດ້​ຂາບໄຫວ້​ສິ່ງ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ເຮັດ​ຂຶ້ນມາ​ນັ້ນ​ອີກ​ຕໍ່ໄປ.</verse>
				<verse number="14">ເຮົາ​ຈະ​ຖອນ​ຮູບ​ຕ່າງໆ​ຂອງ​ເຈົ້າແມ່​ອາເຊຣາ ໃນ​ດິນແດນ​ຂອງ​ພວກເຈົ້າ​ຖິ້ມ ແລະ​ຈະ​ທຳລາຍ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ​ອີກ​ດ້ວຍ.</verse>
				<verse number="15">ແລະ​ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ໃຫຍ່​ຂອງເຮົາ ເຮົາ​ຈະ​ແກ້ແຄ້ນ​ຊົນຊາດ​ທັງຫລາຍ​ທີ່​ບໍ່​ເຊື່ອຟັງ​ເຮົາ.”</verse>
			</chapter>
			<chapter number="6">
				<verse number="1">ຈົ່ງ​ຟັງ​ພຣະເຈົ້າຢາເວ​ສູ້​ຄວາມ​ກັບ​ຊາດ​ອິດສະຣາເອນ. ຈົ່ງ​ລຸກຂຶ້ນ​ເຖີດ​ແລະ​ສະເໜີ​ຄະດີ​ຂອງ​ພຣະອົງ; ໃຫ້​ພູ​ແລະ​ເນີນພູ​ທັງຫລາຍ​ຟັງ​ພຣະອົງ​ກ່າວ.</verse>
				<verse number="2">ພູເຂົາ​ທັງຫລາຍ​ເອີຍ ເຈົ້າ​ຊຶ່ງ​ເປັນ​ຮາກຖານ​ອັນ​ຕະຫລອດໄປ​ຂອງ​ແຜ່ນດິນ​ໂລກ​ນີ້ ຈົ່ງ​ຟັງ​ຄະດີ​ຂອງ​ພຣະເຈົ້າຢາເວ​ເຖີດ ພຣະເຈົ້າຢາເວ​ມີ​ຄະດີ​ຕໍ່ສູ້​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ກຳລັງ​ກ່າວໂທດ​ຕໍ່ສູ້​ປະຊາຊົນ​ອິດສະຣາເອນ.</verse>
				<verse number="3">“ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ໄດ້​ກະທຳ​ຫຍັງ​ແດ່​ໃຫ້​ແກ່​ພວກເຈົ້າ? ເຮົາ​ໄດ້​ວາງ​ພາລະໜັກ​ອັນໃດ​ແດ່​ໃຫ້​ແກ່​ພວກເຈົ້າ? ຈົ່ງ​ຕອບ​ເຮົາ​ມາເບິ່ງ.</verse>
				<verse number="4">ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ; ເຮົາ​ໄດ້​ກອບກູ້​ເອົາ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້ ເຮົາ​ໄດ້​ໃຊ້​ໂມເຊ, ອາໂຣນ ແລະ​ມີຣີອາມ ໃຫ້​ນຳພາ​ພວກເຈົ້າ.</verse>
				<verse number="5">ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ກະສັດ​ບາຫລາກ ແຫ່ງ​ໂມອາບ ໄດ້​ວາງແຜນ​ຕໍ່ສູ້​ພວກເຈົ້າ ແລະ​ບາລາອາມ ລູກຊາຍ​ຂອງ​ເບອໍ​ໄດ້​ຕອບ​ເພິ່ນ​ວ່າ​ຢ່າງໃດ. ຈົ່ງ​ລະນຶກເຖິງ​ເຫດການ​ຕ່າງໆ​ທີ່​ໄດ້​ເກີດຂຶ້ນ​ຕາມ​ທາງ ແຕ່​ຄ້າຍພັກ​ທີ່​ຊິດຕິມ ຫາ​ກິນການ. ຈົ່ງ​ລະນຶກເຖິງ​ສິ່ງ​ເຫຼົ່ານີ້ ແລະ​ພວກເຈົ້າ​ກໍ​ຈະ​ສຳນຶກ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ.”</verse>
				<verse number="6">ເມື່ອ​ຂ້າພະເຈົ້າ​ມາ​ນະມັດສະການ​ພຣະເຈົ້າຢາເວ ແລະ​ກົ້ມຂາບ​ຕໍ່ໜ້າ​ພຣະເຈົ້າ​ແຫ່ງ​ຟ້າສະຫວັນ ຂ້າພະເຈົ້າ​ຈະ​ເອົາ​ຫຍັງ​ມາ​ຖວາຍ​ແກ່​ພຣະອົງ? ຂ້າພະເຈົ້າ​ຈະ​ນຳ​ເອົາ​ລູກ​ງົວ​ໂຕ​ຕຸ້ຍພີ​ດີທີ່ສຸດ ມາ​ເຜົາ​ເປັນ​ເຄື່ອງ​ບູຊາ​ຖວາຍ​ແກ່​ພຣະອົງ​ບໍ?</verse>
				<verse number="7">ພຣະເຈົ້າຢາເວ​ຈະ​ພໍໃຈ​ບໍ ຖ້າ​ຂ້າພະເຈົ້າ​ນຳ​ແກະ​ພັນ​ໂຕ ຫລື​ນໍ້າມັນ​ໝາກກອກເທດ​ອັນ​ບໍ່​ໝົດ​ເປັນ​ຈັກເທື່ອ ມາ​ຖວາຍ​ແກ່​ພຣະອົງ? ຂ້າພະເຈົ້າ​ຄວນ​ຈະ​ຖວາຍ​ລູກກົກ​ແກ່​ພຣະອົງ ເພື່ອ​ເປັນ​ຄ່າ​ໄຖ່​ການບາບ​ຂອງ​ຂ້າພະເຈົ້າ​ບໍ?</verse>
				<verse number="8">ບໍ່ແມ່ນ​ດອກ ພຣະເຈົ້າຢາເວ​ໄດ້​ບອກ​ພວກເຮົາ​ວ່າ ແມ່ນ​ຫຍັງ​ເປັນ​ສິ່ງ​ທີ່​ດີ. ສິ່ງ​ທີ່​ພຣະອົງ​ຕ້ອງການ​ຈາກ​ພວກເຮົາ​ນັ້ນ​ແມ່ນ​ດັ່ງນີ້: ເຮັດ​ສິ່ງ​ທີ່​ຖືກຕ້ອງ, ສະແດງ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ໃຊ້​ຊີວິດ​ໃນ​ຄວາມ​ສາມັກຄີທຳ​ກັບ​ພຣະເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມ​ຖ່ອມໃຈ.</verse>
				<verse number="9">ການ​ຢຳເກງ​ພຣະເຈົ້າຢາເວ​ເປັນ​ການ​ສະຫລາດ. ພຣະອົງ​ຮ້ອງ​ໃສ່​ເມືອງ​ນັ້ນ​ວ່າ, “ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ປະຊາຊົນ​ທີ່​ປະຊຸມກັນ​ຢູ່​ໃນ​ເມືອງ</verse>
				<verse number="10">ໃນ​ເຮືອນ​ຂອງ​ຄົນຊົ່ວ ມີ​ຊັບສົມບັດ​ຫລາຍ​ຢ່າງ ຊຶ່ງ​ພວກເຂົາ​ໄດ້​ມາ​ໃນ​ທາງ​ບໍ່​ສັດຊື່. ພວກເຂົາ​ໃຊ້​ຕາຊິງ​ປອມ ເປັນ​ສິ່ງ​ທີ່​ເຮົາ​ກຽດຊັງ.</verse>
				<verse number="11">ເຮົາ​ຈະ​ຍົກໂທດ​ໃຫ້​ແກ່​ຜູ້​ໃຊ້​ຕາຊັ່ງ​ແລະ​ຕາຊິງ​ປອມ​ໄດ້​ບໍ?</verse>
				<verse number="12">ພວກເຈົ້າ​ຄົນຮັ່ງມີ​ຫາ​ຜົນປະໂຫຍດ​ນຳ​ຄົນ​ຍາກຈົນ ແລະ​ພວກເຈົ້າ​ທຸກຄົນ​ລ້ວນແຕ່​ເປັນ​ຄົນ​ຂີ້ຕົວະ.</verse>
				<verse number="13">ສະນັ້ນ ເຮົາ​ຈຶ່ງ​ໄດ້​ລົງມື ເຮັດ​ໃຫ້​ພວກເຈົ້າ​ເຖິງ​ຄວາມພິນາດ​ແລະ​ຄວາມ​ຈິບຫາຍ ຍ້ອນ​ພວກເຈົ້າ​ເຮັດ​ບາບ.</verse>
				<verse number="14">ພວກເຈົ້າ​ຈະ​ກິນ​ແຕ່​ຈະ​ບໍ່​ຮູ້​ອີ່ມ ຕາມ​ຄວາມຈິງ​ແລ້ວ​ພວກເຈົ້າ​ຍັງ​ຈະ​ຫິວ​ຢູ່​ເລື້ອຍໆ. ພວກເຈົ້າ​ຈະ​ໄດ້​ສິ່ງຂອງ​ຫລາຍ​ຢ່າງ​ມາ ແຕ່​ພວກເຈົ້າ​ຈະ​ທ້ອນໂຮມ​ໄວ້​ບໍ່ໄດ້; ທຸກສິ່ງ​ທີ່​ພວກເຈົ້າ​ຈະ​ສະສົມ​ໄວ້ ເຮົາ​ຈະ​ທຳລາຍ​ສິ່ງນັ້ນ​ດ້ວຍ​ໄພ​ສົງຄາມ.</verse>
				<verse number="15">ພວກເຈົ້າ​ຈະ​ຫວ່ານ​ເມັດພືດ ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ເກັບກ່ຽວ. ພວກເຈົ້າ​ຈະ​ບີບ​ເອົາ​ນໍ້າມັນ​ຈາກ​ໝາກກອກເທດ​ແຕ່​ຈະ​ບໍ່ໄດ້​ໃຊ້​ມັນ. ພວກເຈົ້າ​ຈະ​ເຮັດ​ເຫຼົ້າ​ອະງຸ່ນ​ແຕ່​ຈະ​ບໍ່ໄດ້​ດື່ມ​ມັນ.</verse>
				<verse number="16">ເຫດການ​ນີ້​ຈະ​ເກີດຂຶ້ນ​ເພາະ​ພວກເຈົ້າ​ໄດ້​ເຮັດ​ຊົ່ວ ຕາມ​ກະສັດ​ອົມຣີ ແລະ​ກະສັດ​ອາຮາບ​ລູກຊາຍ​ຂອງ​ເພິ່ນ. ພວກເຈົ້າ​ໄດ້​ສືບຕໍ່​ເຮັດ​ຕາມ​ກົດເກນ​ຕ່າງໆ​ຂອງ​ພວກເຂົາ; ເພາະສະນັ້ນ ເຮົາ​ຈຶ່ງ​ຈະ​ນຳ​ພວກເຈົ້າ​ໄປສູ່​ຄວາມ​ຈິບຫາຍ ແລະ​ທຸກຄົນ​ຈະ​ດູຖູກ​ພວກເຈົ້າ. ປະຊາຊົນ ທຸກ​ບ່ອນ​ຈະ​ເຮັດ​ຕໍ່​ພວກເຈົ້າ​ດ້ວຍ​ຄວາມ​ຫຍໍ້ຫຍັນ.”</verse>
			</chapter>
			<chapter number="7">
				<verse number="1">ໝົດຫວັງ​ສາ​ແລ້ວ ຂ້າພະເຈົ້າ​ເປັນ​ດັ່ງ​ຄົນ​ອຶດຫິວ​ຜູ້ໜຶ່ງ ທີ່​ຫາ​ໝາກໄມ້​ລະດູ​ຮ້ອນ​ກິນ ແຕ່​ບໍ່​ພົບ ແລະ​ໝາກອະງຸ່ນ​ໃນ​ສວນ​ກໍ​ບໍ່ມີ​ເລີຍ. ໝາກອະງຸ່ນ​ແລະ​ໝາກເດື່ອ​ໄດ້​ຖືກ​ເກັບ​ໄປ​ໝົດ​ສາ​ແລ້ວ.</verse>
				<verse number="2">ຢູ່​ໃນ​ດິນແດນ​ບໍ່ມີ​ຄົນ​ສຸດຈະຣິດ​ເຫຼືອ​ຢູ່​ເລີຍ ບໍ່ມີ​ຈັກ​ຄົນດຽວ ທີ່​ສັດຊື່​ຕໍ່​ພຣະເຈົ້າ. ທຸກຄົນ​ຕ່າງ​ກໍ​ຫາ​ໂອກາດ ເພື່ອ​ຂ້າຟັນ​ລັນແທງ​ຊຶ່ງກັນແລະກັນ ທຸກຄົນ​ຕ່າງ​ກໍ​ຕາມລ່າ​ພີ່ນ້ອງ​ຮ່ວມຊາດ​ຂອງ​ຕົນເອງ.</verse>
				<verse number="3">ພວກເຂົາ​ລ້ວນແຕ່​ເປັນ​ນັກ​ຊ່ຽວຊານ​ໃນ​ການ​ເຮັດຊົ່ວ. ບັນດາ​ເຈົ້າໜ້າທີ່ ແລະ​ຜູ້​ຕັດສິນ​ຄວາມ​ກໍ​ຖາມ​ຫາ​ສິນບົນ. ຄົນ​ທີ່​ມີ​ອິດທິພົນ​ກໍ​ເອີ່ຍ​ເຖິງ​ສິ່ງ​ທີ່​ຕົນ​ຕ້ອງການ; ສະນັ້ນ ພວກເຂົາ​ຈຶ່ງ​ວາງ​ອຸບາຍ​ໃສ່​ກັນແລະກັນ.</verse>
				<verse number="4">ແມ່ນແຕ່​ຄົນດີ​ແລະ​ຄົນ​ສຸດຈະຣິດ​ກວ່າໝູ່​ໃນ​ພວກເຂົາ ກໍ​ເປັນ​ດັ່ງ​ກໍ​ໜາມ. ວັນ​ແຫ່ງ​ການລົງໂທດ​ຂອງ​ພວກເຈົ້າ​ມາເຖິງ​ແລ້ວ ຊຶ່ງ​ປະກາດ​ໂດຍ​ຜູ້ເຝົ້າຍາມ​ຄື​ຜູ້ທຳນວາຍ. ບັດນີ້ ພວກເຂົາ​ກຳລັງ​ສັບສົນ​ວຸ້ນວາຍ.</verse>
				<verse number="5">ຢ່າ​ເຊື່ອ​ເພື່ອນບ້ານ​ຫລື​ໄວ້ໃຈ​ເພື່ອນມິດ​ຂອງຕົນ. ຈົ່ງ​ລະວັງ​ໃນ​ສິ່ງ​ທີ່​ພວກເຈົ້າ​ເວົ້າ ແມ່ນແຕ່​ກັບ​ເມຍ​ຂອງ​ພວກເຈົ້າ​ກໍດີ.</verse>
				<verse number="6">ໃນ​ຍາມ​ນີ້​ແຫຼະ ລູກຊາຍ​ຈະ​ດູຖູກ​ພໍ່​ຂອງຕົນ​ວ່າ​ໂງ່ຈ້າ; ລູກສາວ​ກໍ​ຈະ​ຕໍ່ສູ້​ແມ່​ຂອງຕົນ ແລະ​ລູກໃພ້​ຈະ​ຕໍ່ສູ້​ແມ່ຍ່າ​ຂອງຕົນ; ແມ່ນແຕ່​ສະມາຊິກ​ຢູ່​ໃນ​ຄອບຄົວ​ດຽວກັນ​ກໍ​ຈະ​ກາຍເປັນ​ສັດຕູ​ກັນ.</verse>
				<verse number="7">ແຕ່​ຂ້າພະເຈົ້າ​ຈະ​ເຝົ້າ​ຄອງຄອຍ​ຫາ​ພຣະເຈົ້າຢາເວ; ຂ້າພະເຈົ້າ​ຈະ​ລໍຖ້າ​ພຣະເຈົ້າ ຜູ້​ຈະ​ຊ່ວຍ​ຂ້າພະເຈົ້າ​ໃຫ້​ພົ້ນ ດ້ວຍ​ຄວາມ​ເຊື່ອໝັ້ນ​ຕາຍໃຈ. ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ຈະ​ຟັງ​ຂ້າພະເຈົ້າ.</verse>
				<verse number="8">ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ບໍ່ມີ​ເຫດຜົນ​ຫຍັງ​ທີ່​ຈະ​ເຍາະເຍີ້ຍ​ພວກເຮົາ. ພວກເຮົາ​ລົ້ມລົງ​ແຕ່​ຈະ​ລຸກຂຶ້ນ​ໃໝ່. ເວລາ​ນີ້​ພວກເຮົາ​ຢູ່​ໃນ​ຄວາມມືດ ແຕ່​ພຣະເຈົ້າຢາເວ​ຈະ​ໃຫ້​ຄວາມ​ສະຫວ່າງ​ແກ່​ພວກເຮົາ.</verse>
				<verse number="9">ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ; ດັ່ງນັ້ນ ບັດນີ້ ພວກເຮົາ​ຈຶ່ງ​ຕ້ອງ​ຍອມ​ອົດທົນ​ຕໍ່​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ຊົ່ວ​ໄລຍະ​ໜຶ່ງ, ແຕ່​ໃນ​ທີ່ສຸດ ພຣະອົງ​ຈະ​ປ້ອງກັນ​ພວກເຮົາ​ໄວ້ ແລະ​ເຮັດ​ໃຫ້​ຜູ້​ທີ່​ກ່າວ​ຜິດ​ຕໍ່​ພວກເຮົາ​ນັ້ນ​ພ່າຍແພ້​ຄະດີ​ໄປ. ພຣະອົງ​ຈະ​ນຳ​ພວກເຮົາ​ມາ​ສູ່​ແສງ​ສະຫວ່າງ ແລະ​ພວກເຮົາ​ກໍ​ຈະ​ມີ​ຊີວິດ​ຢູ່ ຈົນ​ເຫັນ​ພຣະອົງ​ຊ່ວຍຊູ​ພວກເຮົາ​ໃຫ້​ພົ້ນ.</verse>
				<verse number="10">ແລ້ວ​ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ກໍ​ຈະ​ເຫັນ​ສິ່ງນີ້ ແລະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ຄື​ເຫຼົ່າ​ສັດຕູ​ຜູ້​ດຽວກັນ​ທີ່​ເວົ້າ​ທັບຖົມ​ພວກເຮົາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ນັ້ນ​ຢູ່​ໃສ?” ພວກເຮົາ​ຈະ​ເຫັນ​ພວກເຂົາ​ພ່າຍແພ້​ຖືກ​ຢຽບຢໍ່າ​ລົງ ເໝືອນ​ດັ່ງ​ຢຽບ​ຂີ້ຕົມ​ຕາມ​ຖະໜົນ​ຫົນທາງ.</verse>
				<verse number="11">ປະຊາຊົນ​ເຢຣູຊາເລັມ​ເອີຍ ເວລາ​ທີ່​ຈະ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່​ກຳລັງ​ມາຮອດ. ໃນ​ເວລາ​ນັ້ນ ເຂດແດນ​ຂອງ​ພວກເຈົ້າ​ຈະ​ຂະຫຍາຍ​ອອກ​ໄປ.</verse>
				<verse number="12">ປະຊາຊົນ​ຂອງ​ພວກເຈົ້າ​ຈະ​ກັບຄືນ​ມາ​ຫາ​ເຈົ້າ​ຈາກ​ທຸກຫົນ​ທຸກແຫ່ງ ຄື​ຈາກ​ອັດຊີເຣຍ​ທາງທິດ​ຕາເວັນອອກ, ຈາກ​ປະເທດ​ເອຢິບ​ທາງ​ທິດໃຕ້, ຈາກ​ຂົງເຂດ​ຂອງ​ແມ່ນໍ້າ​ເອີຟຣັດ, ຈາກ​ທະເລ ແລະ​ພູເຂົາ​ຕ່າງໆ​ທີ່​ຫ່າງໄກ.</verse>
				<verse number="13">ແຕ່​ແຜ່ນດິນ​ໂລກ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຍ້ອນ​ຄວາມຊົ່ວ​ຂອງ​ຄົນ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="14">ໂຜດ​ໃຊ້​ຄ້ອນເທົ້າ​ຂອງ​ພຣະອົງ​ລ້ຽງ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ເຖີດ ຄື​ປະຊາຊົນ​ທີ່​ເປັນ​ຂອງ​ພຣະອົງ​ພວກດຽວ​ໃນ​ປ່າ. ໃນ​ອ້ອມແອ້ມ​ພວກເຂົາ​ນັ້ນ​ມີ​ດິນ​ດີ. ໂຜດ​ປ່ອຍ​ໃຫ້​ພວກເຂົາ​ໄປ ແລະ​ລ້ຽງ​ພວກເຂົາ​ໃນ​ທົ່ງຫຍ້າ​ຂອງ​ເມືອງ​ບາຊານ ແລະ​ກີເລອາດ ດັ່ງ​ໃນ​ຄາວກ່ອນ​ແຕ່​ດົນນານ​ມາ​ແລ້ວ.</verse>
				<verse number="15">ໂຜດ​ເຮັດ​ການ​ອັດສະຈັນ​ສຳລັບ​ພວກ​ຂ້ານ້ອຍ​ທັງຫລາຍ​ດ້ວຍ​ເຖີດ ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຄາວ​ທີ່​ພຣະອົງ​ໄດ້​ນຳພາ​ພວກ​ຂ້ານ້ອຍ​ທັງຫລາຍ ອອກ​ມາ​ຈາກ​ປະເທດ​ເອຢິບ.</verse>
				<verse number="16">ແລ້ວ​ຊົນຊາດ​ທັງຫລາຍ​ກໍ​ຈະ​ເຫັນ​ເຫດການ​ນີ້ ແລະ​ຈະ​ອັບອາຍ​ຂາຍໜ້າ ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ມີ​ກຳລັງ​ອັນ​ຫລວງຫລາຍ​ກໍຕາມ ດ້ວຍ​ການ​ຕົກ​ຕະລຶງ ພວກເຂົາ​ຈະ​ງັບ​ປາກ​ແລະ​ອັດ​ຫູ​ໄວ້.</verse>
				<verse number="17">ພວກເຂົາ​ຈະ​ລິເລືອ​ໄປ​ຕາມ​ຂີ້ຝຸ່ນ​ດິນ​ເໝືອນ​ດັ່ງ​ງູ; ພວກເຂົາ​ຈະ​ອອກ​ມາ​ຈາກ​ປ້ອມ​ປ້ອງກັນ​ທັງ​ຢ້ານກົວ​ຈົນ​ສັ່ນເຊັນ. ພວກເຂົາ​ຈະ​ກັບ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມ​ຢຳເກງ.</verse>
				<verse number="18">ບໍ່ມີ​ພະ​ຕົນໃດ​ເໝືອນ​ພຣະອົງ; ພຣະອົງ​ຍົກ​ການບາບ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ລອດຊີວິດ​ມາ​ໄດ້. ພຣະອົງ​ຈະ​ບໍ່​ໂກດຮ້າຍ​ຕະຫລອດໄປ, ແຕ່​ພຣະອົງ​ຍິນດີ ໂດຍ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ພວກ​ຂ້ານ້ອຍ.</verse>
				<verse number="19">ພຣະອົງ​ຍັງ​ຈະ​ເມດຕາ​ພວກ​ຂ້ານ້ອຍ​ອີກເທື່ອໜຶ່ງ. ພຣະອົງ​ຈະ​ຢຽບຢໍ່າ​ການບາບ​ຕ່າງໆ​ຂອງ​ພວກ​ຂ້ານ້ອຍ​ລົງ​ໃຕ້​ຕີນ​ຂອງ​ພຣະອົງ ແລະ​ໂຍນ​ລົງ​ໄປ​ໃນ​ພື້ນ​ທະເລ​ເລິກ</verse>
				<verse number="20">ພຣະອົງ​ຈະ​ສຳແດງ​ຄວາມສັດຊື່ ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ປະຊາຊົນ​ຂອງ​ພຣະອົງ ຄື​ຕໍ່​ເຊື້ອສາຍ​ຂອງ​ອັບຣາຮາມ​ແລະ​ຢາໂຄບ ດັ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ ແຕ່​ດົນນານ​ມາແລ້ວ.</verse>
			</chapter>
		</book>
		<book number="34">
			<chapter number="1">
				<verse number="1">ຕໍ່ໄປນີ້​ແມ່ນ​ນິມິດ​ທີ່​ນາຮູມ ຊາວ​ແອນໂກດ ໄດ້​ເຫັນ​ກ່ຽວກັບ​ນະຄອນ​ນີເນເວ.</verse>
				<verse number="2">ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ ອົງ​ຫວງແຫນ ແລະ​ຕອບແທນ; ພຣະເຈົ້າຢາເວ​ຕອບແທນ ແລະ​ເຕັມດ້ວຍ​ຄວາມ​ໂກດຮ້າຍ ພຣະເຈົ້າຢາເວ​ລົງໂທດ​ພວກ​ທີ່​ຕໍ່ຕ້ານ​ພຣະອົງ; ແລະ​ແກ້ແຄ້ນ​ພວກເຂົາ​ເພາະ​ພຣະອົງ​ໂກດຮ້າຍ.</verse>
				<verse number="3">ພຣະເຈົ້າຢາເວ​ບໍ່​ຮ້າຍ​ງ່າຍ ແຕ່​ຊົງຣິດ​ເຫລືອຫລາຍ ພຣະອົງ​ບໍ່ເຄີຍ​ປ່ອຍ​ຄົນຜິດ​ໜີໄປ​ຢ່າງ​ບໍ່ໄດ້​ຮັບ​ໂທດ. ບ່ອນ​ທີ່​ພຣະເຈົ້າຢາເວ​ຍ່າງຍ້າຍ​ລົມພະຍຸ​ກໍ​ໂຜ່​ຂຶ້ນ​ມາ ເມກໝອກ​ເປັນ​ຂີ້ຝຸ່ນ​ດິນ​ມີ​ຄວັນ​ທີ່​ຕີນ​ພຣະອົງ</verse>
				<verse number="4">ພຣະອົງ​ສັ່ງ​ທະເລ​ກວ້າງ ແລະ​ກໍ​ເຫືອດແຫ້ງ​ລົງ ທັງ​ເຮັດ​ໃຫ້​ແມ່ນໍ້າ​ທັງຫລາຍ​ບົກແຫ້ງ​ໝົດສິ້ນ. ທົ່ງ​ບາຊານ​ກໍ​ແຫ້ງແລ້ງ ພູ​ກາເມນ​ກໍ​ເຫລືອງຫລ່າ ມວນ​ມາລາ​ໃນ​ເລບານອນ​ກໍ​ຫ່ຽວແຫ້ງ​ຕາຍໄປ.</verse>
				<verse number="5">ຊ້ອງໜ້າ​ພຣະອົງ ພູເຂົາ​ທັງຫລາຍ​ກໍ​ຫວັ່ນໄຫວ ທັງ​ເນີນພູ​ຕ່າງໆ​ກໍ​ເຈື່ອນ​ລົງ​ໝົດ​ຕໍ່ໜ້າ​ພຣະອົງ; ເມື່ອ​ພຣະອົງ​ປາກົດ​ມາ ແຜ່ນດິນ​ໂລກ​ກໍ​ຫວັ່ນໄຫວ ໂລກ​ທັງ​ຄົນ​ໃນ​ໂລກ ກໍ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ.</verse>
				<verse number="6">ເມື່ອ​ພຣະອົງ​ໂກດຮ້າຍ​ແມ່ນ​ຜູ້ໃດ​ແດ່​ລອດຊີວິດ​ເດ? ແມ່ນ​ຜູ້ໃດ​ລອດຊີວິດ​ນໍ​ເມື່ອ​ພຣະອົງ​ກິ້ວໂກດ? ພຣະອົງ​ເທ​ຄວາມ​ໂກດຮ້າຍ​ເປັນ​ໄຟ​ທີ່​ເຜົາຜານ ໂງ່ນຫີນ​ກໍ​ໝຸ່ນ​ເປັນ​ຝຸ່ນ​ດິນ​ຢູ່​ຊ້ອງໜ້າ​ພຣະອົງ.</verse>
				<verse number="7">ພຣະເຈົ້າຢາເວ​ດີເລີດ ແລະ​ແສນ​ປະເສີດ​ຫລາຍ ພຣະອົງ​ປົກປ້ອງ​ຄຸ້ມຄອງ​ປະຊາຊົນ​ຂອງ​ພຣະເຈົ້າ ຄື​ຄຸ້ມຄອງ​ພວກ​ເຂົາເຈົ້າ​ໃນ​ຄາວ​ລຳບາກ​ມາເຖິງ ທັງ​ຫ່ວງໃຍ​ພວກ​ທີ່​ຕ່າວຄືນ​ມາຫາ​ພຣະອົງ.</verse>
				<verse number="8">ດັ່ງ​ນໍ້າ​ມາກ​ທີ່​ໄຫລ​ແຮງ ພຣະອົງ​ທຳລາຍ​ສັດຕູ ຂອງ​ພຣະອົງ​ໃຫ້​ດັບສູນສິ້ນ; ພວກ​ແຂງຂໍ້​ຕໍ່​ພຣະອົງ​ນັ້ນ​ກໍ​ຕົກ​ຖືກ​ຄວາມຕາຍ ທັງ​ຖືກ​ສົ່ງ​ລົງ​ໄປ​ສູ່​ແດນ​ມໍຣະນາ​ພຸ້ນ.</verse>
				<verse number="9">ພວກເຈົ້າ​ວາງແຜນ​ຮ້າຍ​ຕໍ່ສູ້​ພຣະເຈົ້າຢາເວ​ຢູ່​ບໍ? ພຣະອົງ​ຈະ​ທຳລາຍ​ຖິ້ມ​ໝົດ​ໂດຍ​ຄັດຄ້ານ​ອີກ​ບໍ່ໄດ້.</verse>
				<verse number="10">ພວກເຈົ້າ ນັກ​ດື່ມ​ເຫຼົ້າ​ຈະ​ຖືກ​ເຜົາຜານ​ໝົດ ເໝືອນ​ໄຟ​ໄໝ້​ກໍ​ໜາມ ແລະ​ຫຍ້າແຫ້ງ.</verse>
				<verse number="11">ນີເນເວ​ເອີຍ ຈາກ​ເຈົ້າ​ນັ້ນ​ໄດ້​ມີ​ຄົນ​ໜຶ່ງ ທີ່​ເຕັມ​ໄປ​ດ້ວຍ​ແຜນການ​ອັນ​ຊົ່ວຮ້າຍ ຄື​ຜູ້​ທີ່​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ.</verse>
				<verse number="12">ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ, “ເຖິງ​ແມ່ນ​ວ່າ​ຊາວ​ອັດຊີເຣຍ​ແຂງແຮງ ແລະ​ມີ​ຈຳນວນ​ຫລວງຫລາຍ​ກໍຕາມ ພວກເຂົາ​ກໍ​ຈະ​ຖືກ​ທຳລາຍ​ແລະ​ຈະ​ດັບສູນໄປ. ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ໄດ້​ເຮັດ​ໃຫ້​ເຈົ້າ​ທົນທຸກ​ທໍລະມານ ແຕ່​ເຮົາ​ຈະ​ບໍ່​ເຮັດ​ຕໍ່ໄປ​ອີກ.</verse>
				<verse number="13">ບັດນີ້ ເຮົາ​ຈະ​ປົດ​ອຳນາດ​ຂອງ​ອັດຊີເຣຍ​ອອກ​ຈາກ​ເຈົ້າ ແລະ​ຈະ​ຫັກ​ໂສ້​ທີ່​ລ່າມ​ເຈົ້າ​ໄວ້​ນັ້ນ​ອອກ.”</verse>
				<verse number="14">ພຣະເຈົ້າຢາເວ​ໄດ້​ສັ່ງການ​ຕໍ່​ເຈົ້າ​ຊາວ​ອັດຊີເຣຍ​ດັ່ງນີ້: “ພວກເຈົ້າ​ຈະ​ບໍ່ມີ​ເຊື້ອສາຍ​ສືບຕໍ່​ໃຫ້​ຕະກຸນ​ຂອງ​ພວກເຈົ້າ. ເຮົາ​ຈະ​ທຳລາຍ​ຮູບເຄົາຣົບ​ທີ່​ວິຫານ​ຂອງ​ບັນດາ​ພະ​ຂອງ​ພວກເຈົ້າ. ເຮົາ​ກຳລັງ​ຕຽມ​ຂຸມຝັງສົບ​ໄວ້​ສຳລັບ​ພວກເຈົ້າ. ພວກເຈົ້າ​ບໍ່​ສົມຄວນ​ທີ່​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ.”</verse>
				<verse number="15">ເບິ່ງດູ ຜູ້​ສົ່ງຂ່າວ​ກຳລັງ​ນຳ​ຂ່າວດີ​ຂ້າມ​ພູເຂົາ​ທັງຫລາຍ​ມາ ພວກເຂົາ​ກຳລັງ​ເດີນທາງ​ມາ ເພື່ອ​ປະກາດ​ສັນຕິສຸກ ປະຊາຊົນ​ຢູດາ​ເອີຍ ຈົ່ງ​ສະເຫລີມ​ສະຫລອງ​ເທດສະການ​ຕ່າງໆ​ຂອງ​ພວກເຈົ້າ​ສາ ແລະ​ຈົ່ງ​ຖວາຍ​ສິ່ງ​ທີ່​ພວກເຈົ້າ​ໄດ້​ສັນຍາ​ໄວ້​ຢ່າງ​ໜັກແໜ້ນ​ກັບ​ພຣະເຈົ້າ. ຄົນຊົ່ວຮ້າຍ​ຈະ​ບໍ່​ບຸກລຸກ​ດິນແດນ​ຂອງ​ພວກເຈົ້າ​ອີກ​ຈັກເທື່ອ. ພວກເຂົາ​ໄດ້​ຖືກ​ທຳລາຍ​ຢ່າງ​ໝົດກ້ຽງ​ສາ​ແລ້ວ.</verse>
			</chapter>
			<chapter number="2">
				<verse number="1">ນະຄອນ​ນີເນເວ​ເອີຍ ເຈົ້າ​ຖືກ​ໂຈມຕີ​ສາ​ແລ້ວ ອຳນາດ​ທີ່​ຈະ​ທຳລາຍ​ເຈົ້າ​ໃຫ້​ໝຸ່ນ​ມາເຖິງ​ສາ​ແລ້ວ. ຈົ່ງ​ເຝົ້າຍາມ​ກຳແພງ ຈົ່ງ​ເຝົ້າຍາມ​ຫົນທາງ ຈົ່ງ​ພາກັນ​ລະດົມພົນ​ທີ່​ພວກເຈົ້າ​ມີ​ນັ້ນ​ໄວ້. (</verse>
				<verse number="2">ເພາະວ່າ​ພຣະເຈົ້າຢາເວ​ຈະ​ເອົາ​ຍົດສັກ​ຂອງ​ຢາໂຄບ​ເໝືອນ​ຢ່າງ​ຍົດສັກ​ຂອງ​ອິດສະຣາເອນ​ກັບ​ຄືນ​ມາ​ສູ່​ສະພາບ​ເດີມ ເຫດ​ວ່າ​ພວກ​ຜູ້ທຳລາຍ​ໄດ້​ປຸ້ນ​ພວກເຂົາ​ແລະ​ໄດ້​ທຳລາຍ​ກິ່ງ​ອະງຸ່ນ​ທັງຫລາຍ​ຂອງ​ພວກເຂົາ.)</verse>
				<verse number="3">ກອງທັບ​ສັດຕູ​ມີ​ທະຫານ​ຖື​ໂລ້ ແລະ​ນຸ່ງ​ເຄື່ອງ​ສີແດງ ພວກເຂົາ​ກຳລັງ​ຈັດ​ຕຽມຕົວ​ເຂົ້າ​ສູ່​ສະໜາມຮົບ ລົດຮົບ​ຂອງ​ພວກເຂົາ​ເປັນ​ແສງ​ເໝືອນ​ໄຟ ຝູງມ້າ ຂອງ​ພວກເຂົາ​ກໍ​ຍ່າງ​ໄປມາ​ຢ່າງ​ໂອ້ອວດ.</verse>
				<verse number="4">ລົດຮົບ​ແລ່ນ​ຕາມ​ທາງ​ກະທົບກະແທກ​ຢ່າງ​ແຮງ ໂດຍ​ແລ່ນ​ຟ້າວຟັ່ງ​ໄປມາ​ໃນ​ກາງ​ເມືອງ​ທີ່​ສີ່​ແຍກ. ພວກມັນ​ສົ່ງ​ແສງ​ເຍືອງ​ໄປ​ດັ່ງ​ກະບອງ ສ່ອງ​ແສງ​ເຕັ້ນ​ໄປ​ດັ່ງ​ແສງ​ຟ້າ​ແມບເຫລື້ອມ.</verse>
				<verse number="5">ກະສັດ​ແຫ່ງ​ນີເນເວ​ເອີ້ນ​ນາຍ​ທະຫານ​ຂອງ​ຕົນ​ອອກ​ມາ ແຕ່​ພວກເຂົາ​ຕ່າງ​ກໍ​ເຕະ​ສະດຸດ​ເມື່ອ​ມຸ້ງໜ້າ​ໄປ​ນັ້ນ. ພວກ​ທີ່​ບຸກລຸກ​ກໍ​ຟ້າວຟັ່ງ​ໄປ​ທີ່​ກຳແພງ​ເມືອງ ແລະ​ພາກັນ​ຕັ້ງ​ທ່າ​ຕຽມ​ໂດຍ​ໃຊ້​ໂລ້​ກຳບັງ​ໄວ້.</verse>
				<verse number="6">ທັນໃດ​ປະຕູ​ທີ່​ໃກ້​ແມ່ນໍ້າ​ກໍ​ຖືກ​ທະລຸ​ອອກ​ມາ ທີ່​ຣາຊວັງ​ກໍ​ເຕັມໄປ​ແຕ່​ຄວາມ​ຢ້ານໃຫຍ່.</verse>
				<verse number="7">ຣາຊີນີ​ຖືກ​ຈັບ​ໄດ້​ສາວໃຊ້​ຮ້ອງໄຫ້​ດັ່ງ​ນົກເຂົາ ແລະ​ຕ່າງ​ກໍ​ຕີ​ເອິກ​ດ້ວຍ​ຈິດໃຈ​ເສົ້າໂສກ</verse>
				<verse number="8">ດັ່ງ​ເຂື່ອນ​ແຕກ​ນໍ້າ​ໄຫລ​ທັ່ງ​ອອກ​ເປັນ​ສາຍ​ທາລາ ປະຊາຊົນ​ກໍ​ຟ້າວຟັ່ງ​ອອກ​ມາ​ແຕ່​ນີເນເວ ທັງນັ້ນ ສຽງ​ຮ້ອງ​ດັງ​ອອກ​ມາ​ວ່າ, “ຢຸດ ຢຸດ​ສາກ່ອນ.” ແຕ່​ຜູ້​ທີ່​ປົບໜີໄປ​ບໍ່ມີ​ຜູ້ໃດ​ຫັນ​ຄືນ​ມາ​ຕອບ.</verse>
				<verse number="9">ຈົ່ງ​ປຸ້ນ​ເອົາ​ເງິນ​ເຖີດ ຈົ່ງ​ປຸ້ນ​ເອົາ​ຄຳ​ໄປ ເພາະ​ຊັບສົມບັດ​ກໍ​ມີ​ເຕັມ​ທົ່ວໄປ​ໃນ​ເມືອງ​ນີ້.</verse>
				<verse number="10">ນີເນເວ​ເອີຍ ເຈົ້າ​ຖືກ​ທຳລາຍ​ສາ​ແລ້ວ ເປັນ​ເມືອງ​ຮ້າງວ່າງຄົນ​ແລະ​ເປັນ​ຖິ່ນ​ເປົ່າປ່ຽວ ທຸກຄົນ​ຕ່າງ​ກໍ​ຢ້ານ​ຈົນ​ອົກສັ່ນ​ຂວັນເສຍ ຈົນ​ຫົວເຂົ່າ​ທຸກຄົນ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ ແລະ​ທຸກຄົນ​ຕ່າງ​ກໍ​ໝົດເຫື່ອໝົດແຮງ ຈົນ​ສີໜ້າ​ມ້ານ​ຫລ່າເຫລືອງ​ໄປ​ທັງນັ້ນ.</verse>
				<verse number="11">ບັດນີ້ ນະຄອນ​ນີ້​ໄປ​ໃສ​ແລ້ວ​ນໍ? ກໍ​ເປັນ​ຖໍ້າ​ບ່ອນ​ທີ່​ຝູງ​ສິງ​ມາ​ອາໄສ​ຢູ່ ເປັນ​ຖໍ້າ​ບ່ອນ​ທີ່​ຝູງ​ສິງໜຸ່ມ​ໄດ້​ມີ​ເຫຍື່ອ​ກິນ ສິງຜູ້​ທັງ​ສິງແມ່​ໄດ້​ອາໄສ​ຢ່າງ​ປອດໄພ​ກັບ​ລູກໆ.</verse>
				<verse number="12">ສິງ​ໄດ້​ຂ້າ​ເຫຍື່ອ​ຂອງ​ມັນ​ກິນ​ເປັນ​ອາຫານ ແລ້ວ​ກໍ​ຈີກ​ເຫຍື່ອ​ທີ່​ໄດ້​ມາ​ເປັນ​ຕ່ອນໆ; ແລ້ວ​ກໍ​ປັນ​ໃຫ້​ສິງແມ່ ແລະ​ລູກໆ​ຂອງມັນ​ກິນ ຈົນ​ຖໍ້າ​ເຕັມ​ໄປ​ດ້ວຍ​ຊີ້ນ​ສັດ​ທີ່​ມັນ​ຂ້າ​ມາ​ໄດ້.</verse>
				<verse number="13">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ ເຮົາ​ຈະ​ຈູດ​ລົດຮົບ​ຂອງ​ເຈົ້າ​ຖິ້ມ​ໝົດ. ພວກ​ທະຫານ​ຂອງເຈົ້າ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ເຮົາ​ຈະ​ເອົາ​ທຸກສິ່ງ​ທີ່​ເຈົ້າ​ໄດ້​ມາ​ຈາກ​ຄົນອື່ນ​ນັ້ນ​ຄືນໄປ. ສຽງ​ຮ້ອງຂໍ​ຂອງ​ຜູ້​ສົ່ງຂ່າວ​ຂອງ​ເຈົ້າ​ຈະ​ບໍ່ໄດ້ຍິນ​ອີກ​ຕໍ່ໄປ.”</verse>
			</chapter>
			<chapter number="3">
				<verse number="1">ຮັບ​ເຄາະກຳ​ສາ​ແລ້ວ ເມືອງ​ທີ່​ຂີ້ຕົວະ ເມືອງ​ແຫ່ງ​ອາຊະຍາກອນ ເມືອງ​ທີ່​ເຕັມ​ແຕ່​ເຄື່ອງປຸ້ນ</verse>
				<verse number="2">ຈົ່ງ​ຟັງ​ສຽງ​ໄມ້ແສ້ ສຽງ​ລໍ້ລົດ​ໝູນ​ໄປ ສຽງ​ມ້າແລ່ນ​ຫອບໄວໆ ແລະ​ສຽງ​ລົດຮົບ​ກະທົບກະແທກ</verse>
				<verse number="3">ທະຫານ​ມ້າ​ປະທະ​ກັນ​ດ້ວຍ​ດາບ​ແວບວັບ​ເປັນ​ແສງ ສ່ວນ​ຫອກ​ທີ່​ໃຊ້​ແທງ​ກໍ​ເປັນ​ແສງ​ຟົ້ງ​ໄປ​ຂ້າງໜ້າ ຊາກສົບ​ຂອງ​ຄົນຕາຍ​ນັບ​ບໍ່ໄດ້ ທັບກັນ​ຂຶ້ນ​ເປັນ​ກອງ ຄົນ​ຕ້ອງ​ຍ່າງ​ໂຊເຊ​ລົ້ມ​ທັບ​ເທິງ​ກອງ​ຊາກສົບ​ນັ້ນ</verse>
				<verse number="4">ນີເນເວ ຍິງ​ແພດສະຫຍາ​ຖືກ​ລົງໂທດ​ແລ້ວ​ເດ ນາງ​ຜູ້​ມີ​ສະເໜ່​ລໍ້ລວງ​ຄົນ​ທັງຫລາຍ​ໃຫ້​ຕາຍ​ຍ້ອນ; ນາງ​ເຮັດ​ໃຫ້​ຊາດ​ຕ່າງໆ​ຫລົງໄຫລ​ໄປ​ນຳ ແລະ​ເຮັດ​ໃຫ້​ຄົນ​ກາຍເປັນ​ທາດຮັບໃຊ້​ທັງ​ປະເທດ.</verse>
				<verse number="5">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ນີເນເວ​ເອີຍ ເຮົາ​ຈະ​ລົງໂທດ​ເຈົ້າ ເຮົາ​ຈະ​ແກ້​ເສື້ອຜ້າ​ເຈົ້າ ແລະ​ແບ​ກາຍ​ເຈົ້າ​ຄືກັນ ໃຫ້​ຊາດ​ຕ່າງໆ​ເຫັນ​ຂອງ​ລັບ ໜ້າອັບອາຍ​ຂອງເຈົ້າ.</verse>
				<verse number="6">ເຮົາ​ຈະ​ເຮັດ​ຕໍ່​ເຈົ້າ ຢ່າງ​ດູຖູກ​ຫຍໍ້ຫຍັນ ໃຫ້​ສິ່ງ​ເປິເປຶ້ອນ​ປະດັບ​ທີ່​ເທິງ​ກາຍ​ຂອງເຈົ້າ ຄົນ​ທັງຫລາຍ​ຕ່າງ​ກໍ​ຈ້ອງເບິ່ງ​ເຈົ້າ​ດ້ວຍ​ສາຍຕາ ອັນ​ຂະຍະ​ຂະແຫຍງ​ຈົນ​ຂົນຕົວລຸກ.</verse>
				<verse number="7">ທຸກຄົນ​ທີ່​ເຫັນ​ເຈົ້າ​ກໍ​ຈະ​ປົບໜີໄປ ຄົນ​ຈະ​ເວົ້າ​ວ່າ, ‘ນີເນເວ​ເມືອງ​ເພພັງ​ຮົກຮ້າງ ແມ່ນ​ຜູ້ໃດ​ເດນໍ ທີ່​ຈະ​ເຫັນອົກ​ເຫັນໃຈ​ນີເນເວ? ແມ່ນ​ຜູ້ໃດ​ເດນໍ ທີ່​ຢາກ​ຈະ​ປອບໃຈ​ເຈົ້າ?”’</verse>
				<verse number="8">ນີເນເວ​ເອີຍ ເຈົ້າ​ດີກວ່າ​ເທເບ​ເມືອງເອກ​ຂອງ​ເອຢິບ​ຊັ້ນບໍ່? ເມືອງ​ນີ້​ມີ​ແມ່ນໍ້າ​ສອງ​ສາຍ ເປັນ​ຄື​ກຳແພງ​ປ້ອງກັນ​ເມືອງ​ໄວ້ ຄື​ແມ່ນໍ້າ​ນິນ​ເປັນ​ບ່ອນ​ປ້ອງກັນ​ຂອງມັນ.</verse>
				<verse number="9">ເທເບ​ໄດ້​ປົກຄອງ​ຊູດານ​ກັບ​ເອຢິບ ແລະ​ການປົກຄອງ​ຂອງ​ນາງ​ກໍ​ບໍ່ມີ​ຂອບເຂດ​ຈຳກັດ; ຝ່າຍ​ລີເບຍ​ກໍ​ເປັນ​ພັນທະມິດ​ຂອງ​ເມືອງ​ເທເບ.</verse>
				<verse number="10">ແຕ່​ປະຊາຊົນ​ເມືອງ​ເທເບ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ບັນດາ​ລູກໆ​ຂອງ​ພວກເຂົາ​ໄດ້​ຖືກ​ຕີ​ຈົນຕາຍ​ຢູ່​ຕາມ​ທຸກ​ແຈ​ຂອງ​ຖະໜົນ​ຫົນທາງ. ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ໄດ້​ຖືກ​ລ່າມໂສ້​ຄຸມ​ໄປ ແລະ​ຖືກ​ແບ່ງປັນ​ໃຫ້​ພວກ​ທີ່​ຈັບ​ພວກເຂົາ​ໄປ​ນັ້ນ.</verse>
				<verse number="11">ນີເນເວ​ເອີຍ ເຈົ້າ​ເອງ​ກໍ​ຈະ​ຕົກ​ຢູ່​ໃນ​ຄວາມ​ມືດມົວ​ເຊັ່ນດຽວ​ກັນ ເຈົ້າເອງ​ຈະ​ພະຍາຍາມ​ປົບໜີ​ຈາກ​ພວກ​ສັດຕູ​ຄືກັນ.</verse>
				<verse number="12">ປ້ອມ​ປ້ອງກັນ​ເມືອງ​ທັງຫລາຍ​ຂອງເຈົ້າ​ເປັນ​ດັ່ງ​ຕົ້ນ​ເດື່ອ​ທີ່​ມີ​ໝາກເດື່ອສຸກ; ເມື່ອ​ສັ່ນ​ຕົ້ນ​ຂອງມັນ ໝາກ​ກໍ​ຈະ​ຕົກ​ໃສ່​ປາກ​ຂອງ​ພວກເຈົ້າ​ໂລດ</verse>
				<verse number="13">ບັນດາ​ທະຫານ​ຂອງ​ພວກເຈົ້າ​ເປັນ​ດັ່ງ​ແມ່ຍິງ ແລະ​ປະເທດ​ຂອງ​ເຈົ້າ​ກໍ​ຢືນ​ຢູ່​ຕໍ່ໜ້າ​ສັດຕູ ຢ່າງ​ບໍ່ມີ​ໜ່ວຍ​ປ້ອງກັນ. ໄຟ​ຈະ​ທຳລາຍ​ທ່ອນເຫລັກ​ທີ່​ໃຊ້​ກາດ​ປະຕູ​ເມືອງ​ຂອງເຈົ້າ.</verse>
				<verse number="14">ຈົ່ງ​ຕັກ​ນໍ້າ​ໄວ້​ໃຊ້​ໃນ​ເວລາ​ເມືອງ​ຖືກ​ປິດລ້ອມ​ເຖີດ ແລະ​ເສີມສ້າງ​ປ້ອມ​ປ້ອງກັນ​ເມືອງ​ໃຫ້​ເຂັ້ມແຂງ ຈົ່ງ​ຢຽບ​ດິນ​ໜຽວ​ເພື່ອ​ເຮັດ​ກ້ອນ​ດິນຈີ່ ແລະ​ຈົ່ງ​ຈັດຕຽມ​ເຕົາ​ເຜົາ​ດິນຈີ່​ໃຫ້​ພ້ອມ,</verse>
				<verse number="15">ບໍ່​ວ່າ​ຈະ​ເຮັດ​ຫຍັງ​ກໍຕາມ ເຈົ້າ​ຈະ​ຕ້ອງ​ຖືກ​ເຜົາ​ໃຫ້​ຕາຍ ຫລື​ຖືກ​ຂ້າ​ໃນ​ສະໜາມຮົບ. ເຈົ້າ​ຈະ​ຖືກ​ກວາດໄປ​ຈົນກ້ຽງ ດັ່ງ​ເຄື່ອງປູກ​ທີ່​ຝູງຕັກແຕນ​ກັດກິນ. ເຈົ້າ​ໄດ້​ເພີ່ມພູນ​ທະວີ​ຂຶ້ນ​ດັ່ງ​ຝູງຕັກແຕນ,</verse>
				<verse number="16">ເຈົ້າ​ໄດ້​ຜະລິດ​ພໍ່ຄ້າ​ຫລາຍກວ່າ​ດາວ​ໃນ​ທ້ອງຟ້າ ແຕ່​ບັດນີ້ ພວກເຂົາ​ກໍ​ສູນຫາຍ​ໄປ​ໝົດ​ສາແລ້ວ ເໝືອນ​ຕັກແຕນ​ທີ່​ພື​ປີກ​ອອກ​ແລ້ວ​ບິນ​ໜີໄປ.</verse>
				<verse number="17">ບັນດາ​ຂ້າຣາຊການ​ຂອງ​ເຈົ້າ​ນັ້ນ ພວກເຂົາ​ເປັນ​ດັ່ງ​ຝູງຕັກແຕນ​ທີ່​ຈັບ​ຕາມ​ກຳແພງ​ໃນ​ຍາມ​ໜາວ. ເມື່ອ​ຕາເວັນອອກ​ມາ ພວກມັນ​ຕ່າງ​ກໍ​ບິນ​ໜີໄປ​ໝົດ ແລະ​ບໍ່ມີ​ຜູ້ໃດ​ຮູ້ວ່າ​ພວກມັນ​ໜີ​ໄປ​ໃສ.</verse>
				<verse number="18">ກະສັດ​ແຫ່ງ​ອັດຊີເຣຍ ຜູ້​ສຳເລັດ​ຣາຊການ​ຂອງເຈົ້າ​ນັ້ນ​ຕາຍ​ສາ​ແລ້ວ ແລະ​ພວກ​ລ້ຽງແກະ​ຂອງເຈົ້າ​ກໍ​ນອນ​ຫລັບ​ໄປ​ເລີຍ ປະຊາຊົນ​ຂອງເຈົ້າ​ຖືກ​ກະຈັດ​ກະຈາຍ​ຢູ່​ຕາມ​ເທິງ​ພູ ແລະ​ບໍ່ມີ​ຜູ້ໃດ​ນຳ​ພວກເຂົາ​ກັບຄືນ​ມາ​ອີກ.</verse>
				<verse number="19">ບໍ່ມີ​ຫວ້ານຢາ​ຫຍັງ​ໃສ່​ບາດແຜ​ຂອງເຈົ້າ ແລະ​ບາດແຜ​ຂອງເຈົ້າ​ກໍ​ບໍ່​ສາມາດ​ປິ່ນປົວ​ໃຫ້​ດີ​ໄດ້. ທຸກຄົນ​ທີ່​ຮູ້ວ່າ​ເຈົ້າ​ຖືກ​ທຳລາຍ ຕ່າງ​ກໍ​ຕົບ​ມື​ດ້ວຍ​ຄວາມ​ຍິນດີ. ມີ​ຜູ້ໃດ​ເດນໍ ທີ່​ບໍ່ໄດ້​ຮັບ​ຄວາມ​ທົນທຸກ ຍ້ອນ​ຄວາມ​ໂຫດຫ້ຽມ​ອັນ​ບໍ່ມີ​ທີ່​ສິ້ນສຸດ​ຂອງເຈົ້າ?</verse>
			</chapter>
		</book>
		<book number="35">
			<chapter number="1">
				<verse number="1">ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ທີ່​ໄດ້​ເປີດເຜີຍ​ແກ່​ຜູ້ທຳນວາຍ​ຮາບາກຸກ.</verse>
				<verse number="2">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຕ້ອງ​ຮ້ອງ​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ​ດົນ​ປານໃດ ກ່ອນ​ພຣະອົງ​ຈະ​ສະດັບ​ຮັບ​ຟັງ​ຂ້ານ້ອຍ ກ່ອນ​ທີ່​ພຣະອົງ​ຈະ​ຊ່ວຍຊູ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ການ​ທາລຸນ?</verse>
				<verse number="3">ເປັນຫຍັງ​ພຣະອົງ​ຈຶ່ງ​ເຮັດ​ໃຫ້​ຂ້ານ້ອຍ​ເຫັນ​ຄວາມ​ເດືອດຮ້ອນ​ເຊັ່ນນີ້? ພຣະອົງ​ທົນ​ເບິ່ງ​ການກະທຳ​ອັນ​ຊົ່ວຊ້າ​ເຊັ່ນນີ້​ໄດ້​ຢ່າງໃດ? ການທຳລາຍ ແລະ​ການ​ທາລຸນ​ອ້ອມຮອບ​ຂ້ານ້ອຍ​ຢູ່ ທັງ​ການ​ສູ້ຮົບ​ຕະຫລອດ​ການ​ວິວາດກັນ​ກໍ​ມີ​ຢູ່​ທຸກແຫ່ງ​ທຸກຫົນ.</verse>
				<verse number="4">ກົດບັນຍັດ​ຖືກ​ຫຍໍ້ຫຍັນ ແລະ​ຄວາມ​ຍຸດຕິທຳ​ກໍ​ບໍ່ມີ​ເລີຍ. ຄົນ​ອະທຳ​ເອົາປຽບ​ຄົນ​ຊອບທຳ; ເພາະເຫດນັ້ນ ຄວາມ​ຍຸດຕິທຳ​ຈຶ່ງ​ຖືກ​ບິດເບືອນ.</verse>
				<verse number="5">ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ກໍ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ຄອຍ​ເຝົ້າເບິ່ງ​ຊົນຊາດ​ທັງຫລາຍ​ທີ່​ຢູ່​ອ້ອມຮອບ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ປະຫລາດ​ໃຈ​ໃນ​ສິ່ງ​ທີ່​ພວກເຈົ້າ​ເຫັນ. ເຮົາ​ກຳລັງ​ຈະ​ເຮັດ​ໃນ​ສິ່ງ​ທີ່​ພວກເຈົ້າ​ຈະ​ບໍ່​ເຊື່ອ ເມື່ອ​ພວກເຈົ້າ​ໄດ້ຍິນ​ກ່ຽວກັບ​ເລື່ອງ​ນັ້ນ.</verse>
				<verse number="6">ເຮົາ​ກຳລັງ​ນຳ​ພວກ​ບາບີໂລນ ຄື​ຄົນ​ທີ່​ໂຫດຮ້າຍ ແລະ​ໃຈ​ໂຫດຫ້ຽມ​ມາ​ຄອງ​ອຳນາດ. ພວກເຂົາ​ກຳລັງ​ຍົກທັບ​ອອກ​ໄປ​ຢຶດ ແລະ​ຄອບຄອງ​ປະເທດ​ທັງຫລາຍ​ທົ່ວໂລກ.</verse>
				<verse number="7">ພວກເຂົາ​ສ້າງ​ຄວາມ​ຢ້ານກົວ​ແລະ​ຄວາມ​ສັບສົນ​ວຸ້ນວາຍ​ຂຶ້ນ ໂດຍ​ເປັນ​ຜູ້​ອອກ​ກົດໝາຍ​ແລະ​ໃຊ້​ກົດໝາຍ​ເອງ.</verse>
				<verse number="8">ມ້າ​ຂອງ​ພວກເຂົາ​ຊຶ່ງ​ກຳລັງ​ອຶດຫິວ​ເຫຍື່ອ​ກໍ​ແລ່ນ​ໄວກວ່າ​ເສືອດາວ ທັງ​ຮ້າຍກາດ​ກວ່າ​ໝາໄນ. ທະຫານ​ຂອງ​ພວກເຂົາ​ຂີ່​ມ້າ​ຫອບ​ມາ​ແຕ່​ດິນແດນ​ໄກ; ກີບ​ຕີນ​ມ້າ​ຂອງ​ພວກເຂົາ​ກະທືບ​ພື້ນດິນ. ພວກມັນ​ເຈີດ​ລົງ​ກິນ​ເຫຍື່ອ​ເໝືອນ​ດັ່ງ​ນົກອິນຊີ.</verse>
				<verse number="9">ກອງທັບ​ຂອງ​ພວກເຂົາ​ບຸກໜ້າ​ເຂົ້າ​ມາ​ຄອບຄອງ​ຢ່າງ​ຮ້າຍກາດ ແລະ​ທຸກຄົນ​ຕ່າງ​ກໍ​ສະທ້ານ​ຢ້ານກົວ​ເມື່ອ​ພວກເຂົາ​ເຂົ້າ​ມາ​ໃກ້. ຊະເລີຍ​ທີ່​ພວກເຂົາ​ຈັບ​ໄດ້​ນັ້ນ​ມີ​ຈຳນວນ​ຫລວງຫລາຍ​ເໝືອນ​ດັ່ງ​ເມັດ​ດິນ​ຊາຍ.</verse>
				<verse number="10">ພວກເຂົາ​ດູຖູກ​ຫຍໍ້ຫຍັນ​ບັນດາ​ກະສັດ ແລະ​ຫົວ​ເຍາະເຍີ້ຍ​ໃສ່​ບັນດາ​ຂ້າຣາຊການ​ຊັ້ນສູງ. ບໍ່ມີ​ປ້ອມ​ປ້ອງກັນ​ບ່ອນໃດ​ທີ່​ຕ້ານທານ​ຕໍ່​ການ​ບຸກລຸກ​ຂອງ​ພວກເຂົາ​ໄດ້. ພວກເຂົາ​ໃຊ້​ຍຸດທະວິທີ​ຍາດ​ຢຶດເອົາ​ປ້ອມ ໂດຍ​ກອງ​ດິນ​ຂຶ້ນ​ໃຫ້​ສູງ​ເທົ່າກັບ​ປ້ອມ ແລະ​ເຂົ້າ​ຢຶດເອົາ.</verse>
				<verse number="11">ແລ້ວ​ພວກເຂົາ​ກໍ​ກວາດເອົາ​ສິ່ງຂອງ​ເໝືອນ​ດັ່ງ​ລົມ​ພັດ​ກວາດເອົາ​ໄປ ຄົນ​ພວກ​ນີ້​ນັບຖື​ອຳນາດ​ຂອງ​ຕົນເອງ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.”</verse>
				<verse number="12">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ຕັ້ງແຕ່​ໃດໆ​ມາ. ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ, ເປັນ​ອົງ​ບໍຣິສຸດ ແລະ​ອົງ​ເປັນ​ຢູ່​ສືບໄປ​ເປັນນິດ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ ແລະ​ພຣະ​ຜູ້​ປົກປ້ອງ​ຄຸ້ມຄອງ​ຂອງ​ຂ້ານ້ອຍ; ພຣະອົງ​ໄດ້​ເລືອກເອົາ​ພວກ​ບາບີໂລນ ແລະ​ໄດ້​ເຮັດ​ໃຫ້​ພວກເຂົາ​ແຂງແຮງ ເພື່ອ​ວ່າ​ພວກເຂົາ​ຈະ​ລົງໂທດ​ພວກ​ຂ້ານ້ອຍ​ໄດ້.</verse>
				<verse number="13">ແຕ່​ພຣະອົງ​ທົນ​ເບິ່ງ​ຄົນ​ເລ້ຫລ່ຽມ​ຫລອກລວງ ຄື​ຄົນຊົ່ວຊ້າ​ເຫຼົ່ານີ້​ໄດ້​ຢ່າງໃດ? ຕາ​ຂອງ​ພຣະອົງ​ແສນ​ບໍຣິສຸດ​ຍິ່ງ ເກີນກວ່າ​ທີ່​ຈະ​ເບິ່ງ​ຄວາມ​ຊົ່ວຊ້າ​ໄດ້ ແລະ​ພຣະອົງ​ກໍ​ບໍ່​ອາດ​ທົນ​ຕໍ່​ພາບ​ຂອງ​ປະຊາຊົນ​ທີ່​ເຮັດ​ຜິດ​ໄດ້. ດ້ວຍເຫດໃດ ພຣະອົງ​ຈຶ່ງ​ມິດງຽບ​ຢູ່ ໃນ​ເມື່ອ​ພວກເຂົາ​ທຳລາຍ​ປະຊາຊົນ ຜູ້​ທີ່​ຊອບທຳ​ກວ່າ​ພວກເຂົາ?</verse>
				<verse number="14">ດ້ວຍເຫດໃດ ພຣະອົງ​ຈຶ່ງ​ເຮັດ​ກັບ​ຄົນ​ທີ່​ບໍ່ມີ​ຜູ້​ຊີ້ນຳ ດັ່ງ​ເຮັດ​ກັບ​ປາ ແລະ​ກັບ​ຝູງ​ແມງໄມ້?</verse>
				<verse number="15">ພວກ​ບາບີໂລນ​ຈັບ​ເອົາ​ປະຊາຊົນ​ໂດຍ​ໃຊ້​ຂໍເກາະ​ເອົາ ດັ່ງ​ພວກເຂົາ​ຕຶກ​ເບັດ​ເອົາ​ປາ. ພວກເຂົາ​ຕ່າງ​ກໍ​ໃຊ້​ມອງ​ກວາດເອົາ​ປະຊາຊົນ ດ້ວຍ​ສຽງ​ໂຮຮ້ອງ​ຍິນດີ​ເພາະ​ຈັບ​ໄດ້</verse>
				<verse number="16">ພວກເຂົາ​ຂາບໄຫວ້​ແລະ​ຖວາຍ​ເຄື່ອງ​ບູຊາ​ໃຫ້​ແມ່ນແຕ່​ມອງ​ຂອງ​ພວກເຂົາ ເພາະວ່າ​ມອງ​ນັ້ນ​ເຮັດ​ໃຫ້​ພວກເຂົາ​ໃຊ້​ຊີວິດ​ຢູ່​ຢ່າງ​ຟຸມເຟືອຍ ແລະ​ມີ​ອາຫານ​ການກິນ​ຢ່າງດີໆ.</verse>
				<verse number="17">ພວກເຂົາ​ຈະ​ໃຊ້​ດາບ​ທຳຮ້າຍ​ຊົນຊາດ​ຕ່າງໆ ສືບໄປ​ຢ່າງ​ບໍ່ມີ​ຄວາມ​ເມດຕາ​ບໍ?</verse>
			</chapter>
			<chapter number="2">
				<verse number="1">ຂ້ອຍ​ຈະ​ປີນ​ຂຶ້ນ​ໄປ​ເທິງ​ຫໍຄອຍ​ຂອງຂ້ອຍ ແລະ​ຊອມເບິ່ງ​ວ່າ ພຣະອົງ​ຈະ​ບອກ​ຫຍັງ​ໃຫ້​ແກ່​ຂ້ອຍ​ຮູ້​ແດ່ ແລະ​ແມ່ນ​ຄຳຕອບ​ຢ່າງໃດ​ທີ່​ພຣະອົງ ຈະ​ໃຫ້​ກ່ຽວກັບ​ຄຳ​ຮ້ອງທຸກ​ຂອງຂ້ອຍ.</verse>
				<verse number="2">ພຣະເຈົ້າຢາເວ​ໄດ້​ໃຫ້​ຄຳຕອບ​ນີ້​ແກ່​ຂ້ອຍ: “ຈົ່ງ​ຂຽນ​ຢ່າງ​ແຈ່ມແຈ້ງ ເລື່ອງ​ທີ່​ເຮົາ​ບອກ​ເຈົ້າ​ທາງ​ນິມິດ​ນີ້​ໃສ່​ແຜ່ນ​ປ້າຍ ເພື່ອ​ໃຫ້​ຄົນ​ອ່ານ​ອອກ​ໄດ້​ງ່າຍ.</verse>
				<verse number="3">ຈົ່ງ​ຂຽນ​ນິມິດ​ນີ້​ໄວ້ ດ້ວຍວ່າ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ນັ້ນ ຍັງ​ບໍ່​ເຖິງ​ເວລາ​ທີ່​ຈະ​ເກີດຂຶ້ນ​ເປັນ​ຄວາມຈິງ​ເທື່ອ. ແຕ່​ກຳນົດ​ນັ້ນ​ກໍ​ຈະ​ມາ​ເຖິງ​ໃນ​ໄວໆ​ນີ້ ແລະ​ສິ່ງ​ທີ່​ເຮົາ​ສຳແດງ​ຕໍ່​ເຈົ້າ​ນັ້ນ​ຈະ​ກາຍເປັນ​ຄວາມຈິງ. ເບິ່ງ​ຄື​ວ່າ​ມັນ​ມາຮອດ​ຊ້າ​ແທ້ ແຕ່​ຈົ່ງ​ລໍຄອຍ​ເບິ່ງ; ມັນ​ຈະ​ມາຮອດ​ຕາມ​ເວລາ​ທີ່​ເຮົາ​ໄດ້​ກຳນົດ​ໄວ້​ແທ້ ແລະ​ມັນ​ຈະ​ບໍ່​ຊັກຊ້າ.</verse>
				<verse number="4">ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງເຮົາ: ‘ຄົນ​ທີ່​ເຮັດ​ຊົ່ວ​ຈະ​ບໍ່​ລອດຊີວິດ​ຢູ່​ໄດ້​ເລີຍ. ແຕ່​ຄົນ​ທີ່​ຊອບທຳ​ຈະ​ມີ​ຊີວິດ​ຢູ່ ດ້ວຍວ່າ​ພວກເຂົາ​ສັດຊື່​ຕໍ່​ພຣະເຈົ້າ.”’</verse>
				<verse number="5">ຄວາມຮັ່ງມີ​ເປັນ​ສິ່ງ​ຫລອກລວງ. ຄົນ​ໂລພາ​ກໍ​ຈອງຫອງ ແລະ​ຢູ່​ບໍ່​ເປັນສຸກ​ດັ່ງ​ມັດຈຸຣາດ​ທີ່​ບໍ່​ຮູ້ຈັກ​ອີ່ມ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຂົ້າ​ຄອບຄອງ​ຊົນຊາດ​ທັງຫລາຍ​ເພື່ອ​ພວກເຂົາ​ເອງ.</verse>
				<verse number="6">ປະຊາຊົນ​ທີ່​ຖືກ​ຄອບຄອງ​ນັ້ນ ພວກເຂົາ​ຈະ​ປ້ອຍດ່າ​ແລະ​ດູຖູກ​ຢຽບຫຍາມ​ພວກ​ທີ່​ຄອບຄອງ​ພວກຕົນ ແລະ​ສະແດງ​ທ່າທີ​ຫຍໍ້ຫຍັນ​ໃສ່​ພວກເຂົາ​ໂດຍ​ຈະ​ເວົ້າ​ວ່າ, “ພວກສູ​ໄດ້​ເອົາ​ຂອງ​ຜູ້ອື່ນ​ມາ​ເປັນ​ຂອງຕົນ ແຕ່​ເຄາະກຳ​ຈະ​ເປັນ​ຂອງ​ພວກສູ ພວກສູ​ຈະ​ສ້າງຮັ່ງ​ຄູນມີ​ອີກ​ດົນນານ​ປານໃດ ໂດຍ​ບັງຄັບ​ລູກໜີ້​ໃຫ້​ຊຳລະ​ໜີ້ສິນ​ໝົດ?”</verse>
				<verse number="7">ແຕ່​ກ່ອນ​ພວກເຈົ້າ​ຈະ​ຮູ້ສຶກຕົວ ພວກເຈົ້າ​ຜູ້​ຄອບຄອງ​ຄົນອື່ນ​ກໍ​ຈະ​ເປັນ​ໜີ້​ເສຍເອງ ແລະ​ຖືກ​ບັງຄັບ​ໃຫ້​ຈ່າຍ​ດອກເບ້ຍ​ຄືນ. ເຫຼົ່າ​ສັດຕູ​ຈະ​ບຸກລຸກ​ເຂົ້າ​ມາ ແລະ​ເຮັດ​ໃຫ້​ພວກເຈົ້າ​ສະທ້ານ​ຢ້ານກົວ. ພວກເຂົາ​ຈະ​ປຸ້ນຈີ້​ພວກເຈົ້າ.</verse>
				<verse number="8">ພວກເຈົ້າ​ໄດ້​ປຸ້ນຈີ້​ປະຊາຊົນ​ຫລາຍໆ​ຊົນຊາດ; ແຕ່​ບັດນີ້ ຜູ້​ທີ່​ລອດຕາຍ​ມາ​ໄດ້​ນັ້ນ ຈະ​ປຸ້ນຈີ້​ພວກເຈົ້າ​ຄືນ ຍ້ອນ​ການນອງເລືອດ​ທີ່​ພວກເຈົ້າ​ໄດ້​ສ້າງ​ໄວ້ ແລະ​ຍ້ອນ​ການ​ໂຫດຮ້າຍ​ທາລຸນ​ທີ່​ພວກເຈົ້າ​ໄດ້​ເຮັດ​ຕໍ່​ປະຊາຊົນ​ໃນ​ໂລກ ແລະ​ຕາມ​ຕົວເມືອງ​ຕ່າງໆ.</verse>
				<verse number="9">ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຜູ້​ທີ່​ໄດ້​ເຮັດ​ໃຫ້​ຄອບຄົວ​ຂອງ​ພວກ​ຕົນ​ຮັ່ງມີ​ເປັນດີ ດ້ວຍ​ສິ່ງ​ທີ່​ພວກເຈົ້າ​ຢຶດ​ມາ​ໄດ້​ດ້ວຍ​ການ​ຂ້າ​ທາລຸນ​ຄົນອື່ນ ແລະ​ດ້ວຍ​ການ​ພະຍາຍາມ​ເຮັດ​ໃຫ້​ຄອບຄົວ​ຂອງຕົນເອງ​ຢູ່​ຢ່າງ​ປອດໄພ​ຈາກ​ການ​ທຳຮ້າຍ ແລະ​ຈາກ​ອັນຕະລາຍ</verse>
				<verse number="10">ແຕ່​ເລ້ກົນ​ຂອງ​ພວກເຈົ້າ​ນັ້ນ ໄດ້​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ຄອບຄົວ; ການ​ທີ່​ພວກເຈົ້າ​ໄດ້​ທຳລາຍ​ຊົນຊາດ​ຕ່າງໆ ກໍ​ເທົ່າກັບ​ການ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ພວກເຈົ້າ​ເອງ​ເທົ່ານັ້ນ.</verse>
				<verse number="11">ແມ່ນແຕ່​ກ້ອນຫີນ​ຕາມ​ກຳແພງ​ກໍ​ຈະ​ຮ້ອງ​ຕໍ່ສູ້​ພວກເຈົ້າ ແລະ​ໄມ້ກອນ​ຂອງເຮືອນ​ກໍ​ຈະ​ສົ່ງ​ສຽງ​ກ້ອງ​ດັງ​ສະໜັ່ນ​ອອກ​ມາ.</verse>
				<verse number="12">ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຜູ້​ທີ່​ໄດ້​ວາງ​ຮາກຖານ​ຂອງ​ເມືອງ​ດ້ວຍ​ອາຊະຍາກຳ ແລະ​ສ້າງ​ເມືອງ​ຂຶ້ນ​ມາ​ດ້ວຍ​ຄາດຕະກຳ.</verse>
				<verse number="13">ບັນດາ​ຊົນຊາດ​ທີ່​ພວກເຈົ້າ​ໄດ້​ເຂົ້າ​ຄອບຄອງ​ນັ້ນ ເຮັດ​ວຽກ​ອິດອ່ອນ​ໝົດ​ກຳລັງ​ໂດຍ​ບໍ່ມີ​ປະໂຫຍດ ແລະ​ສິ່ງ​ທັງໝົດ​ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ມາ​ນັ້ນ​ກໍ​ຖືກ​ໄຟ​ເຜົາຜານ​ກ້ຽງ. ອົງພຣະ​ຜູ້​ເປັນເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກະທຳການ​ນີ້.</verse>
				<verse number="14">ທະເລ​ມີ​ນໍ້າ​ເຕັມ​ຢູ່​ສັນໃດ ແຜ່ນດິນ​ໂລກ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮອບຮູ້ ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ສັນນັ້ນ.</verse>
				<verse number="15">ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຜູ້​ທີ່​ໄດ້​ດູຖູກ ແລະ​ເຮັດ​ໃຫ້​ເພື່ອນບ້ານ​ຂອງ​ພວກເຈົ້າ​ເສື່ອມເສຍ ຍ້ອນ​ຄວາມ​ໂກດຮ້າຍ​ຂອງ​ພວກເຈົ້າ; ພວກເຈົ້າ​ເຮັດ​ໃຫ້​ພວກເຂົາ​ຍ່າງ​ໂຊເຊ​ເໝືອນ​ຄົນ​ເມົາ​ເຫຼົ້າ.</verse>
				<verse number="16">ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ແທນທີ່​ຈະ​ໄດ້​ຮັບ​ກຽດຕິຍົດ. ພວກເຈົ້າ​ເອງ​ຈະ​ດື່ມ​ເຫຼົ້າ ແລະ​ຈະ​ຍ່າງ​ໂຊເຊ. ພຣະເຈົ້າຢາເວ​ເອງ​ຈະ​ມອບ​ຈອກ​ແຫ່ງ​ການລົງໂທດ​ນີ້​ໃຫ້​ພວກເຈົ້າ​ດື່ມ ແລະ​ກຽດຕິຍົດ​ຂອງ​ພວກເຈົ້າ​ກໍ​ຈະ​ເສື່ອມເສຍ​ໄປ.</verse>
				<verse number="17">ພວກເຈົ້າ​ໄດ້​ປໍ້າ​ຕົ້ນໄມ້​ໃນ​ປ່າ​ເລບານອນ​ລົງ​ສັນໃດ ບັດນີ້ ພວກເຈົ້າ​ກໍ​ຈະ​ຖືກ​ປໍ້າ​ລົງ​ສັນນັ້ນ. ພວກເຈົ້າ​ໄດ້​ຂ້າ​ສັດ​ໃນ​ປ່າ​ສັນໃດ; ບັດນີ້ ສັດ​ທັງຫລາຍ​ກໍ​ຈະ​ເຮັດ​ໃຫ້​ພວກເຈົ້າ​ສະທ້ານ​ຢ້ານກົວ​ສັນນັ້ນ. ເຫດການ​ນີ້​ຈະ​ເກີດຂຶ້ນ ຍ້ອນ​ການນອງເລືອດ​ທີ່​ພວກເຈົ້າ​ໄດ້​ສ້າງ​ໄວ້ ແລະ​ຍ້ອນ​ການ​ໂຫດຮ້າຍ​ທາລຸນ​ທີ່​ພວກເຈົ້າ​ໄດ້​ເຮັດ​ຕໍ່​ປະຊາຊົນ​ໃນ​ໂລກ ແລະ​ຕາມ​ຕົວເມືອງ​ຕ່າງໆ.</verse>
				<verse number="18">ຮູບເຄົາຣົບ​ໃຫ້​ຜົນປະໂຫຍດ​ຫຍັງ​ແດ່? ມັນ​ເປັນ​ພຽງແຕ່​ຮູບ​ທີ່​ມະນຸດ​ໄດ້​ສ້າງ​ຂຶ້ນ​ເທົ່ານັ້ນ ແລະ​ມັນ​ກໍ​ບໍ່​ບອກ​ຫຍັງ​ໃຫ້​ພວກເຈົ້າ​ຮູ້​ໄດ້ ເວັ້ນແຕ່​ຄຳຕົວະ​ເທົ່ານັ້ນ. ມີ​ດີ​ຫຍັງ​ແດ່​ທີ່​ຜູ້​ສ້າງ​ຮູບເຄົາຣົບ​ນັ້ນ​ປົງໃຈ​ໃນ​ມັນ ຄື​ຮູບ​ພະ​ທີ່​ປາກ​ບໍ່ໄດ້</verse>
				<verse number="19">ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ເວົ້າ​ກັບ​ຮູບ​ໄມ້​ວ່າ, “ລຸກ​ຂຶ້ນ​ແມ” ຫລື​ເວົ້າ​ຕໍ່​ກ້ອນຫີນ​ວ່າ, “ຢືນ​ຂຶ້ນ​ແມ” ຮູບເຄົາຣົບ​ສະແດງ​ນິມິດ​ຢ່າງໃດ​ຢ່າງໜຶ່ງ​ໃຫ້​ພວກເຈົ້າ​ຮູ້​ໄດ້​ບໍ? ມັນ​ອາດ​ຈະ​ໂອບ​ດ້ວຍ​ເງິນ​ແລະ​ຄຳ ແຕ່​ມັນ​ບໍ່ມີ​ຊີວິດ​ຈິດໃຈ​ເລີຍ.</verse>
				<verse number="20">ແຕ່​ພຣະເຈົ້າຢາເວ​ສະຖິດ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ; ຈົ່ງ​ໃຫ້​ມະນຸດ​ທຸກໆຄົນ​ຢູ່​ທີ່​ເທິງ​ແຜ່ນດິນ​ໂລກ​ນີ້ ມິດງຽບ​ຢູ່​ຊ້ອງໜ້າ​ພຣະອົງ​ເທີ້ນ.</verse>
			</chapter>
			<chapter number="3">
				<verse number="1">ຕໍ່ໄປນີ້​ແມ່ນ​ຄຳ​ພາວັນນາ​ອະທິຖານ​ຂອງ​ຜູ້ທຳນວາຍ​ຮາບາກຸກ:</verse>
				<verse number="2">ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ໄດ້ຍິນ​ເຖິງ​ສິ່ງ​ທີ່​ຊົງ​ໄດ້​ກະທຳ, ຂ້ານ້ອຍ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຢຳເກງ​ຍິ່ງ. ບັດນີ້ ໂຜດ​ຮື້ຟື້ນ​ໃໝ່​ໃນ​ສະໄໝ​ພວກ​ຂ້ານ້ອຍ​ແດ່​ນາ ກິດຈະການ​ອັນ​ຍິ່ງໃຫຍ່​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ນັ້ນ ເຖິງ​ວ່າ​ເມື່ອ​ພຣະອົງ​ລົງໂທດ​ໂກດຮ້າຍ​ກໍຕາມ ໂຜດ​ເມດຕາ​ສົງສານ​ພວກ​ຂ້ານ້ອຍ​ແດ່ທ້ອນ.</verse>
				<verse number="3">ພຣະເຈົ້າ​ກຳລັງ​ກັບ​ມາ​ຈາກ​ເມືອງ​ເຕມານ​ອີກ​ໃດ ອົງ​ບໍຣິສຸດ​ກຳລັງ​ກັບ​ມາ​ຈາກ​ພູເຂົາ​ປາຣານ​ພຸ້ນ. ສະຫງ່າຣາສີ​ຂອງ​ພຣະອົງ​ປົກຄຸມ​ທົ່ວ​ເທິງ​ຟ້າ​ສະຫວັນ, ທີ່​ແຜ່ນດິນ​ໂລກ​ກໍ​ເຕັມ​ດ້ວຍ​ຄຳ​ສັນລະເສີນ​ຂອງ​ພຣະອົງ.</verse>
				<verse number="4">ພຣະອົງ​ສະເດັດ​ມາ​ພ້ອມ​ແສງ​ສະຫວ່າງ​ສະໄຫວ ອັນ​ເປັນ​ແສງ​ທີ່​ສຸກໃສ​ຂອງ​ຟ້າ​ແມບເຫລື້ອມ; ແສງສຸກໃສ​ແມບມາບ​ສ່ອງ​ມາ​ຈາກ​ມື​ຂອງ​ພຣະອົງ ບ່ອນ​ທີ່​ຣິດອຳນາດ​ໄດ້​ເຊື່ອງຊ້ອນ​ໄວ້​ທີ່​ນັ້ນ.</verse>
				<verse number="5">ພຣະອົງ​ໃຫ້​ໂຣຄາ​ພະຍາດ​ເກີດຂຶ້ນ​ຊ້ອງໜ້າ​ພຣະອົງ ສັ່ງ​ຄວາມຕາຍ​ໃຫ້​ເກີດ​ມີ​ມາ​ຕາມ​ທີຫລັງ.</verse>
				<verse number="6">ເມື່ອ​ພຣະອົງ​ຢຸດ​ນິ້ງ ໂລກ​ກໍ​ເກີດ​ສະທ້ານ​ຫວັ່ນໄຫວ ພຽງ​ພຣະອົງ​ສົ່ງ​ສາຍຕາ ນາໆຊາດ​ກໍ​ສັ່ນເຊັນ​ຢ້ານ; ພູ​ທັງຫລາຍ​ທີ່​ຕັ້ງໝັ້ນຄົງ​ຢູ່​ກໍ​ແຕກ​ສະຫລາຍ​ໄປ ເນີນພູ​ຕ່າງໆ​ທີ່​ຕັ້ງ​ຢູ່​ຕະຫລອດໄປ​ຕ່າງ​ກໍ​ຍຸບ​ລົງ​ທັງນັ້ນ ຄື​ເນີນພູ​ຕ່າງໆ​ບ່ອນ​ທີ່​ພຣະອົງ​ໄດ້​ຍ່າງ​ໄປມາ ແຕ່​ຄາວ​ສະໄໝ​ດຶກດຳບັນ.</verse>
				<verse number="7">ຂ້ານ້ອຍ​ເຫັນ​ຊາວ​ກູຊານ​ພາກັນ​ຢ້ານກົວ ແລະ​ຊາວ​ມີດີອານ​ກໍ​ພາກັນ​ສັ່ນເຊັນ​ດ້ວຍ.</verse>
				<verse number="8">ຂ້າແດ່​ພຣະເຈົ້າຢາເວ ຄົງ​ແມ່ນ​ແມ່ນໍ້າ​ຕ່າງໆ​ນັ້ນ​ບໍ ທີ່​ໄດ້​ເຮັດ​ໃຫ້​ພຣະອົງ​ຕ້ອງ​ລົງໂທດ​ໂກດຮ້າຍ? ແມ່ນ​ນໍ້າ​ທະເລ​ທີ່​ໄດ້​ເຮັດ​ໃຫ້​ພຣະອົງ​ກີ້ວໂກດ​ບໍ? ພຣະອົງ​ຜ່ານ​ໄປມາ​ເທິງ​ກ້ອນເມກ​ທັງຫລາຍ​ນັ້ນ ກ້ອນເມກ​ໃນ​ພະຍຸຮ້າຍ​ຄື​ລົດມ້າ​ຂອງ​ພຣະອົງ ຂະນະທີ່​ນຳ​ໄຊຊະນະ​ມາ​ສູ່​ປະຊາຊົນ​ຂອງ​ພຣະເຈົ້າ.</verse>
				<verse number="9">ພຣະອົງ​ຕຽມພ້ອມ​ທີ່​ຈະ​ໃຊ້​ໜ້າທະນູ​ຂອງ​ພຣະອົງ ຕຽມພ້ອມ​ທີ່​ຈະ​ຍິງ​ລູກສອນ​ທີ່​ພຣະອົງ​ມີ​ຢູ່​ນັ້ນ. ຟ້າ​ແມບເຫລື້ອມ​ຂອງ​ພຣະເຈົ້າ​ໄດ້​ປາກົດ​ໃຫ້​ເຫັນ ແສງ​ຟ້າ​ຜ່າ​ຂອງ​ພຣະອົງ​ໄດ້​ແຍກ​ແຜ່ນດິນ​ໂລກ.</verse>
				<verse number="10">ເມື່ອ​ໜ່ວຍ​ພູ​ໄດ້​ເຫັນ​ພຣະອົງ​ກໍ​ສະທ້ານ​ຫວັ່ນໄຫວ ນໍ້າ​ຝົນ​ກໍໄດ້​ທັ່ງເທ​ລົງ​ມາ​ຈາກ​ທ້ອງຟ້າ ນໍ້າ​ທີ່​ຢູ່​ໃຕ້​ພື້ນ​ພິພົບ​ໄດ້​ຊັດຂຶ້ນ​ຢ່າງ​ສະໜັ່ນ​ຫວັ່ນໄຫວ ຟອງ​ກໍ​ຟົ້ງ​ຂຶ້ນ​ສູງ​ຈົນ​ເຕັມ​ຂະໜາດ.</verse>
				<verse number="11">ຕໍ່​ແສງ​ແມບມາບ​ຂອງ​ລູກທະນູ​ທີ່​ຟົ້ງ​ໄປ​ຢ່າງໄວ ຕໍ່​ແສງ​ເຫລື້ອມໃສ​ຂອງ​ຫອກ​ທີ່​ຟົ້ງ​ຜ່ານ​ໄປ​ນັ້ນ ດວງຕາເວັນ​ກໍ​ຍັງ​ໄດ້​ຢູ່​ກັບ​ບ່ອນ​ຂອງມັນ ແລະ​ດວງເດືອນ​ກໍ​ຍັງ​ບໍ່ໄດ້​ເຄື່ອນຍ້າຍ.</verse>
				<verse number="12">ພຣະອົງ​ໄດ້​ຍ່າງ​ຜ່ານ​ໂລກ ໂກດຮ້າຍ​ໃນ​ຈິດໃຈ ຢຽບຢໍ່າ​ທຳລາຍ​ບັນດາ​ຊົນຊາດ​ຢ່າງ​ກີ້ວໂກດ.</verse>
				<verse number="13">ພຣະອົງ​ໄດ້​ກ້າວ​ອອກ​ຊ່ວຍຊູ​ປະຊາຊົນ​ຂອງ​ພຣະອົງ ຄື​ຊ່ວຍ​ເອົາ​ກະສັດ​ຜູ້​ທີ່​ພຣະອົງ​ໄດ້​ເລືອກໄວ້. ພຣະອົງ​ໄດ້​ທຳລາຍ​ເຮືອນ​ຂອງ​ຜູ້ນຳ​ຄົນຊົ່ວ​ໃຫ້​ແຫລກ​ມຸ່ນ​ໄປ ແລະ​ທຳລາຍ​ພວກ​ທີ່​ຕິດຕາມ​ໃຫ້​ດັບສູນ​ຈົນກ້ຽງ.</verse>
				<verse number="14">ລູກທະນູ​ພຣະອົງ​ທະລຸ​ຜູ້​ບັນຊາການ​ທັບ​ຂອງ​ພວກເຂົາ ເມື່ອ​ມັນ​ຖືກ​ຍິງ​ມາ​ເໝືອນ​ລົມພະຍຸ​ກ້າ ແລະ​ເຮັດ​ໃຫ້​ແຕກ​ກະຈັດ​ກະຈາຍ​ໄປ ດັ່ງ​ນັກ​ກົດຂີ່​ກືນກິນ​ຄົນ​ຍາກຈົນ​ຢ່າງ​ປິດລັບ.</verse>
				<verse number="15">ພຣະອົງ​ໄດ້​ຢຽບຢໍ່າ​ທະເລ​ດ້ວຍ​ຝູງມ້າ​ຂອງ​ພຣະອົງ ແລະ​ນໍ້າ​ໃນ​ທະເລ​ກໍ​ຟົດເດືອດ​ເປັນ​ຟອງ​ອັນໃຫຍ່.</verse>
				<verse number="16">ເມື່ອ​ໄດ້ຍິນ​ສິ່ງ​ທັງໝົດ​ນີ້​ກໍ​ຕົວສັ່ນ​ເສຍຂວັນ ຮິມສົບ​ຂ້ານ້ອຍ​ກໍ​ສັ່ນເຊັນ​ເຕັມແຕ່​ຄວາມຢ້ານ. ຕົນຕົວ​ຂ້ານ້ອຍ​ນັ້ນ​ກໍ​ອ່ອນເພຍ​ເປ້ຍລ່ອຍ ແລະ​ຕີນ​ກໍ​ຄ່ອຍ​ມຶນ​ຂຶ້ນ​ຈົນ​ຄອນແຄນ​ໄປ​ໝົດ. ຂ້ານ້ອຍ​ຈະ​ລໍຖ້າ​ວັນ​ເວລາ​ມາ​ເຖິງ​ດ້ວຍ​ໃຈ​ຈົດຈໍ່ ເມື່ອ​ພຣະອົງ​ຈະ​ລົງໂທດ​ຄົນ​ທີ່​ໂຈມຕີ​ພວກເຮົາ.</verse>
				<verse number="17">ເຖິງ​ແມ່ນ​ວ່າ​ຕົ້ນ​ໝາກເດື່ອ​ນັ້ນ​ບໍ່ມີ​ໝາກ​ກໍດີ ຕົ້ນອະງຸ່ນ​ບໍ່​ເກີດຜົນ​ຕາມ​ເຄືອ​ກໍຕາມ. ເຖິງ​ແມ່ນ​ວ່າ​ຕົ້ນ​ໝາກກອກເທດ​ບໍ່​ເກີດຜົນ​ກໍດີ ທົ່ງໄຮ່​ທົ່ງນາ​ບໍ່​ຜະລິດ​ຜົນ​ຫຍັງ​ກໍຕາມ. ເຖິງ​ແມ່ນ​ວ່າ​ຝູງແກະ​ນັ້ນ​ລົ້ມ​ຕາຍໄປ​ຈົນ​ໝົດ​ກໍດີ ຄອກ​ງົວ​ທັງຫລາຍ​ເປົ່າແປນ​ກໍຕາມ.</verse>
				<verse number="18">ແຕ່​ຂ້ານ້ອຍ​ກໍ​ຍັງ​ຈະ​ສືບຕໍ່​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຕື່ນເຕັ້ນ​ຍິນດີ​ໃນ​ພຣະເຈົ້າ​ພຣະຜູ້ຊ່ວຍ​ໃຫ້ພົ້ນ​ຂອງ​ຂ້ານ້ອຍ.</verse>
				<verse number="19">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ ຊົງ​ເປັນ​ກຳລັງ​ຂອງ​ຂ້ານ້ອຍ. ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ແລ່ນ​ທຸ່ນທ່ຽງ​ເໝືອນ​ດັ່ງ​ກວາງ ແລະ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ ຢູ່​ທີ່​ເທິງ​ພູ​ທັງຫລາຍ​ນັ້ນ.</verse>
			</chapter>
		</book>
		<book number="36">
			<chapter number="1">
				<verse number="1">ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ມອບ​ໃຫ້​ແກ່​ເຊຟານີຢາ ໃນ​ສະໄໝ​ຂອງ​ໂຢສີຢາ​ລູກຊາຍ​ຂອງ​ອາໂມນ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ. (ເຊຟານີຢາ​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ກະສັດ​ເຮເຊກີຢາ ທາງ​ອາມາຣີຢາ, ເກດາລີຢາ ແລະ​ກູຊີ.)</verse>
				<verse number="2">ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ເຮົາ​ກຳລັງ​ຈະ​ທຳລາຍ​ທຸກໆສິ່ງ​ທີ່​ເທິງ​ແຜ່ນດິນ​ໂລກ</verse>
				<verse number="3">ຄື​ມະນຸດ​ທຸກຄົນ​ແລະ​ສັດ​ທຸກ​ໂຕ, ຝູງນົກ ແລະ​ຝູງ​ປາ. ເຮົາ​ຈະ​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ຄົນຊົ່ວຮ້າຍ. ເຮົາ​ຈະ​ທຳລາຍ​ມະນຸດສະໂລກ​ທັງໝົດ ແລະ​ຈະ​ບໍ່ມີ​ຜູ້ໃດ​ລອດຊີວິດ​ເຫຼືອ​ຢູ່​ເລີຍ. ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="4">ເຮົາ​ຈະ​ລົງໂທດ​ປະຊາຊົນ​ທັງໝົດ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ຂອງ​ຢູດາຍ. ໃນ​ທີ່ນັ້ນ ເຮົາ​ຈະ​ທຳລາຍ​ຮ່ອງຮອຍ​ເສດເຫລືອ​ແຫ່ງ​ການ​ຂາບໄຫວ້​ພະບາອານ ແລະ​ຈະ​ບໍ່ມີ​ຜູ້ໃດ​ລະນຶກເຖິງ​ມັນ ແມ່ນແຕ່​ພວກ​ປະໂຣຫິດ​ທີ່​ຮັບໃຊ້​ພະບາອານ​ກໍຕາມ.</verse>
				<verse number="5">ເຮົາ​ຈະ​ທຳລາຍ​ທຸກຄົນ ທີ່​ຂຶ້ນ​ໄປ​ເທິງ​ຫລັງຄາ​ເຮືອນ​ເພື່ອ​ຂາບໄຫວ້​ດວງອາທິດ, ດວງເດືອນ ແລະ​ດວງດາວ​ຕ່າງໆ. ເຮົາ​ຍັງ​ຈະ​ທຳລາຍ​ພວກ​ທີ່​ນະມັດສະການ ແລະ​ສາບານ​ທີ່​ຈະ​ສັດຊື່​ຕໍ່​ພຣະເຈົ້າຢາເວ, ແຕ່​ແລ້ວ​ພັດ​ສາບານ​ໃນ​ນາມ​ຂອງ​ພະ​ມິນກົມ.</verse>
				<verse number="6">ເຮົາ​ຈະ​ທຳລາຍ​ພວກ​ທີ່​ໄດ້​ຫັນ​ໜີໄປ​ຈາກ​ເຮົາ ແລະ​ບໍ່​ຕິດຕາມ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ ຄື​ພວກ​ທີ່​ບໍ່​ມາ​ຫາ​ພຣະເຈົ້າຢາເວ ຫລື​ບໍ່​ມາ​ຂໍ​ໃຫ້​ເຮົາ​ນຳພາ​ພວກເຂົາ.”</verse>
				<verse number="7">ຈົ່ງ​ມິດງຽບ​ຢູ່​ຊ້ອງໜ້າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ເພາະ​ວັນ​ຂອງ​ພຣະເຈົ້າຢາເວ​ຫຍັບເຂົ້າ​ມາ​ໃກ້​ແລ້ວ. ດັ່ງນັ້ນ ພຣະເຈົ້າຢາເວ​ກຳລັງ​ຕຽມ​ທີ່​ຈະ​ຖວາຍບູຊາ​ຂອງ​ພຣະອົງ ແລະ​ໄດ້​ຊົງ​ກະທຳ​ຜູ້​ໄດ້ຮັບເຊີນ​ຂອງ ພຣະອົງ​ໃຫ້​ບໍຣິສຸດ.</verse>
				<verse number="8">“ແລະ​ໃນ​ວັນ​ຖວາຍບູຊາ​ຂອງ​ພຣະເຈົ້າຢາເວ​ນັ້ນ ເຮົາ​ຈະ​ລົງໂທດ​ບັນດາ​ຂ້າຣາຊການ, ບັນດາ​ລູກຊາຍ​ຂອງ​ກະສັດ ແລະ​ທຸກຄົນ​ທີ່​ປະຕິບັດ​ຕາມ​ຂະໜົບທຳນຽມ​ຕ່າງໆ​ຂອງ​ຊາວ​ຕ່າງດ້າວ.</verse>
				<verse number="9">ໃນວັນນັ້ນ ເຮົາ​ຈະ​ລົງໂທດ​ທຸກຄົນ​ທີ່​ຂາບໄຫວ້ ຄ້າຍຄື​ກັບ​ພວກ​ທີ່​ບໍ່​ນັບຖື​ພຣະເຈົ້າ, ພວກ​ທີ່​ຂີ້ລັກ ແລະ​ພວກ​ທີ່​ຂ້າເຈົ້າ​ເອົາຂອງ ເພື່ອ​ນຳ​ໄປ​ສ້າງຮັ່ງ​ຄູນມີ​ໃຫ້​ແກ່​ເຮືອນ​ເຈົ້ານາຍ​ຂອງຕົນ.”</verse>
				<verse number="10">ພຣະເຈົ້າຢາເວ​ກ່າວ​ວ່າ, “ໃນ​ວັນນັ້ນ ພວກເຈົ້າ​ຈະ​ໄດ້ຍິນ​ສຽງ​ຮ້ອງໄຫ້​ທີ່​ປະຕູ​ປາ​ໃນ​ນະຄອນ​ເຢຣູຊາເລັມ. ພວກເຈົ້າ​ຈະ​ໄດ້ຍິນ​ສຽງ​ຮ້ອງໄຫ້​ໃນ​ເຂດ​ສ້າງ​ໃໝ່​ຂອງ​ຕົວເມືອງ ແລະ​ສຽງ​ແຕກ​ຕູ້ມຕ້າມ ຢູ່​ຕາມ​ເນີນພູ​ທັງຫລາຍ.</verse>
				<verse number="11">ເມື່ອ​ໄດ້ຍິນ​ສຽງ​ເຫຼົ່ານີ້​ແລ້ວ ພວກ​ທີ່​ຢູ່​ທາງ​ເຂດ​ລຸ່ມ​ຂອງ​ຕົວເມືອງ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ເພາະວ່າ​ບັນດາ​ພໍ່ຄ້າ​ທຸກຄົນ​ຈະ​ຕາຍ​ໝົດ.</verse>
				<verse number="12">ໃນ​ເວລາ​ນັ້ນ ເຮົາ​ຈະ​ຖື​ໂຄມໄຟ​ອັນ​ໜຶ່ງ ເຍືອງ​ຄົ້ນຫາ​ນະຄອນ​ເຢຣູຊາເລັມ. ເຮົາ​ຈະ​ລົງໂທດ​ປະຊາຊົນ​ທີ່​ສ້າງ​ຄວາມ​ອີ່ມອົກອີ່ມໃຈ ແລະ​ເຊື່ອໝັ້ນ​ໃນ​ຕົນເອງ ຄື​ຜູ້​ທີ່​ເວົ້າ​ໃນ​ຈິດໃຈ​ວ່າ, ‘ບໍ່​ວ່າ​ຮ້າຍ​ຫລື​ດີ ພຣະເຈົ້າຢາເວ​ເຮັດ​ຫຍັງ​ບໍ່ໄດ້​ດອກ.’</verse>
				<verse number="13">ຊັບສົມບັດ​ຂອງ​ພວກເຂົາ​ຈະ​ຖືກ​ປຸ້ນ ແລະ​ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ. ພວກເຂົາ​ຈະ​ບໍ່ໄດ້​ຢູ່​ໃນ​ເຮືອນ​ທີ່​ພວກເຂົາ​ກໍ່ສ້າງ​ເອງ ຫລື​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ສວນ​ທີ່​ພວກເຂົາ​ປູກ​ເອງ.”</verse>
				<verse number="14">ວັນ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ​ຫຍັບເຂົ້າ​ມາ​ໃກ້​ແລ້ວ ຄື​ຫຍັບເຂົ້າ​ມາ​ໃກ້​ທີ່ສຸດ ແລະ​ມາ​ໄວ​ທີ່ສຸດ ໃນ​ວັນ​ຂອງ​ພຣະເຈົ້າຢາເວ​ຈະ​ເປັນ​ວັນ​ທີ່​ຂົມຂື່ນ ແມ່ນແຕ່ ບັນດາ​ທະຫານ​ທີ່​ເກັ່ງກ້າ​ທີ່ສຸດ ກໍ​ຈະ​ຮ້ອງ​ອອກ​ມາ​ດ້ວຍ​ຄວາມ​ໝົດຫວັງ.</verse>
				<verse number="15">ມັນ​ຈະ​ເປັນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍ​ໃຫຍ່ ວັນ​ແຫ່ງ​ຄວາມ​ເດືອດຮ້ອນ ແລະ​ເປັນທຸກໃຈ​ຫລາຍ ມື້​ແຫ່ງ​ການ​ຮົກຮ້າງ​ເພພັງ​ແລະ​ຈິບຫາຍ ມື້​ແຫ່ງ​ຄວາມ​ມືດຕຶບ​ແລະ​ໝົ່ນໝອງ ມື້​ແຫ່ງ​ເມກໝອກ​ດຳ</verse>
				<verse number="16">ມື້​ທີ່​ເຕັມ​ໄປ​ດ້ວຍ​ສຽງ​ແກ​ລະດົມພົນ​ເຮັດ​ເສິກ ແລະ​ສຽງ​ຂອງ​ພວກ​ທະຫານ​ໂຮຮ້ອງ​ໃນ​ສະໜາມຮົບ ເພື່ອ​ບຸກໂຈມຕີ​ເມືອງ​ທັງຫລາຍ ທີ່​ມີ​ປ້ອມ​ປ້ອງກັນ ແລະ​ມີ​ຫໍຄອຍ​ສູງ.</verse>
				<verse number="17">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ໄພພິບັດ​ດັ່ງ​ກ່າວ​ນັ້ນ ມາ​ສູ່​ມະນຸດສະໂລກ ຊຶ່ງ​ທຸກຄົນ​ຈະ​ງົມທາວ​ໄປມາ​ດັ່ງ​ຄົນ​ຕາບອດ ເພາະວ່າ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ຂອງ​ພຣະເຈົ້າຢາເວ; ເລືອດ​ຂອງ​ພວກເຂົາ​ຈະ​ຖືກ​ຖອກ​ຖິ້ມ​ດັ່ງ​ຖອກ​ນໍ້າ ແລະ​ຊາກສົບ​ຂອງ​ຄົນຕາຍ​ຈະ​ແບ​ເນົ່າເໝັນ​ຢູ່​ຕາມ​ພື້ນດິນ.”</verse>
				<verse number="18">ໃນ​ມື້​ນັ້ນ ເມື່ອ​ພຣະເຈົ້າຢາເວ​ລະບາຍ​ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະອົງ ແມ່ນແຕ່​ເງິນ​ແລະ​ຄຳ​ທັງໝົດ​ທີ່​ພວກເຂົາ​ມີ​ຢູ່ ກໍ​ຈະ​ຊ່ວຍ​ຫຍັງ​ພວກເຂົາ​ບໍ່ໄດ້. ແຜ່ນດິນ​ໂລກ​ທັງໝົດ​ຈະ​ຖືກ​ທຳລາຍ ດ້ວຍ​ໄຟ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ເຖິງ​ທີ່​ສິ້ນສຸດ ຄື​ການ​ສິ້ນສຸດ​ຢ່າງ​ກະທັນຫັນ​ແກ່​ທຸກໆ​ຄົນ ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້.</verse>
			</chapter>
			<chapter number="2">
				<verse number="1">ຊົນຊາດ​ທີ່​ບໍ່ມີ​ຢ່າງອາຍ​ເອີຍ ຈົ່ງ​ຮູ້ສຶກ​ຕື່ນຕົວ​ສາ​ເຖີດ ກ່ອນ​ພວກເຈົ້າ​ຈະ​ຖືກ​ພັດ​ໃຫ້​ປິວ​ໄປ ເໝືອນ​ດັ່ງ​ແກບ​ຖືກ​ລົມ​ພັດ</verse>
				<verse number="2">ກ່ອນ​ຄວາມ​ໂກດຮ້າຍ​ເປັນ​ໄຟ​ເຜົາຜານ​ຂອງ​ພຣະເຈົ້າຢາເວ ຈະ​ມາ​ເຖິງ​ພວກເຈົ້າ ຄື​ກ່ອນ​ວັນ​ທີ່​ພຣະອົງ​ຈະ​ລະບາຍ​ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະເຈົ້າຢາເວ.</verse>
				<verse number="3">ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ​ສາ​ເຖີດ ພວກເຈົ້າ​ທຸກຄົນ​ທີ່​ເປັນ​ປະຊາຊົນ ຜູ້​ຖ່ອມໃຈ​ໃນ​ດິນແດນ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ. ຈົ່ງ​ຊອກຫາ​ຄວາມ​ຊອບທຳ ແລະ​ຈົ່ງ​ຊອກຫາ​ຄວາມ​ຖ່ອມໃຈ​ລົງ. ບາງທີ​ພວກເຈົ້າ​ອາດ​ຈະ​ຫລົບ​ໜີ​ຈາກ​ການລົງໂທດ​ກໍໄດ້ ໃນ​ວັນ​ທີ່​ພຣະເຈົ້າຢາເວ​ລະບາຍ​ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະອົງ​ນັ້ນ.</verse>
				<verse number="4">ຈະ​ບໍ່ມີ​ຜູ້ໃດ​ເຫຼືອ​ຢູ່​ໃນ​ເມືອງ​ກາຊາ. ອາຊະເກໂລນ​ຈະ​ກາຍເປັນ​ເມືອງ​ຮົກຮ້າງ. ປະຊາຊົນ​ຂອງ​ເມືອງ​ອາຊະໂດດ​ຈະ​ຖືກ​ຂັບໄລ່​ໃຫ້​ອອກ​ໄປ​ໃນ​ເຄິ່ງ​ມື້ ແລະ​ຊາວ​ເອັກໂຣນ​ຈະ​ຖືກ​ຂັບໄລ່​ໃຫ້​ອອກ​ໄປ​ຈາກ​ເມືອງ​ຂອງ​ພວກເຂົາ.</verse>
				<verse number="5">ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຊາວ​ເກເຣັດ​ເອີຍ ຄື​ປະຊາຊົນ​ທີ່​ຢູ່​ຕາມ​ແຄມ​ຝັ່ງ​ທະເລ. ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ໂທດ​ພວກເຈົ້າ ໂອ ການາອານ​ດິນແດນ​ແຫ່ງ​ຊາວ​ຟີລິດສະຕິນ​ເອີຍ ພຣະອົງ​ຈະ​ທຳລາຍ​ພວກເຈົ້າ ແລະ​ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ​ລອດຊີວິດ.</verse>
				<verse number="6">ດິນແດນ​ຂອງ​ພວກເຈົ້າ​ຕາມ​ຊາຍ​ທະເລ​ຈະ​ກາຍເປັນ​ທົ່ງ​ເປີດແປນ ທີ່​ມີ​ທັງ​ຕູບ​ຂອງ​ພວກ​ລ້ຽງແກະ​ແລະ​ຄອກ​ແກະ​ໃນ​ທີ່ນັ້ນ.</verse>
				<verse number="7">ຊາວ​ຢູດາ​ຜູ້​ທີ່​ລອດຊີວິດ​ຈະ​ຄຸ້ມຄອງ​ດິນແດນ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ລ້ຽງ​ຝູງແກະ​ຢູ່​ທີ່​ນັ້ນ ແລະ​ນອນ​ຢູ່​ຕາມ​ເຮືອນ ໃນ​ເມືອງ​ອາຊະເກໂລນ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຈະ​ສະຖິດ​ຢູ່​ນຳ​ພວກເຂົາ ແລະ​ຈະ​ເຮັດ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນອີກ.</verse>
				<verse number="8">“ເຮົາ​ໄດ້ຍິນ​ປະຊາຊົນ​ຊາວ​ໂມອາບ​ແລະ​ອຳໂມນ ດູໝິ່ນ​ປະໝາດ ແລະ​ເຍາະເຍີ້ຍ​ປະຊາຊົນ​ຂອງເຮົາ ແລະ​ຄຸຍໂມ້​ວ່າ ພວກຕົນ​ໄດ້​ຢຶດເອົາ​ດິນແດນ​ຂອງ​ພວກເຂົາ​ແລ້ວ.</verse>
				<verse number="9">ເພາະສະນັ້ນ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຂໍ​ສາບານ​ວ່າ ໂມອາບ​ແລະ​ອຳໂມນ​ຈະ​ຖືກ​ທຳລາຍ​ສັນນັ້ນ ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ. ເມືອງ​ເຫຼົ່ານີ້​ຈະ​ກາຍເປັນ​ບໍ່ເກືອ ແລະ​ຮົກຮ້າງ​ເພພັງ​ຕະຫລອດໄປ ຊຶ່ງ​ຈະ​ມີ​ແຕ່​ຫຍ້າ​ເກີດຂຶ້ນ​ທົ່ວ​ໄປ. ປະຊາຊົນ​ຂອງເຮົາ​ຜູ້​ທີ່​ລອດຊີວິດ​ຈະ​ປຸ້ນສະດົມ​ເມືອງ​ຕ່າງໆ ແລະ​ຢຶດເອົາ​ດິນແດນ​ຂອງ​ພວກເຂົາ.”</verse>
				<verse number="10">ດ້ວຍ​ວິທີ​ນີ້​ແຫຼະ ປະຊາຊົນ​ໂມອາບ​ແລະ​ອຳໂມນ​ຈະ​ໄດ້​ຮັບ​ໂທດ ຍ້ອນ​ຄວາມ​ອວດດີ​ແລະ​ຄວາມ​ຈອງຫອງ​ຂອງ​ພວກເຂົາ ແລະ​ຍ້ອນ​ການ​ດູໝິ່ນ​ປະໝາດ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.</verse>
				<verse number="11">ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຂົາ​ສະທ້ານ​ຢ້ານກົວ. ພຣະອົງ​ຈະ​ທຳລາຍ​ບັນດາ​ພະ​ໃນ​ແຜ່ນດິນ​ໂລກ ລົງ​ສູ່​ການ​ບໍ່ມີ​ປະໂຫຍດ ແລະ​ຕໍ່ໄປ ທຸກໆ​ຊົນຊາດ​ກໍ​ຈະ​ນະມັດສະການ​ພຣະອົງ​ໃນ​ດິນແດນ​ຂອງ​ຕົນເອງ.</verse>
				<verse number="12">ພຣະອົງ​ຍັງ​ຈະ​ສັງຫານ​ປະຊາຊົນ​ຊາວ​ເອທິໂອເປຍ ​ຄືກັນ.</verse>
				<verse number="13">ພຣະອົງ​ຈະ​ໃຊ້​ອຳນາດ​ຂອງ​ພຣະອົງ​ເພື່ອ​ທຳລາຍ​ເມືອງ​ທາງ​ທິດເໜືອ​ຄື​ອັດຊີເຣຍ. ພຣະອົງ​ຈະ​ເຮັດ​ໃຫ້​ນີເນເວ​ເປັນ​ເມືອງ​ຮົກຮ້າງ​ເພພັງ ຄື​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ແຫ້ງແລ້ງ.</verse>
				<verse number="14">ມັນ​ຈະ​ກາຍເປັນ​ບ່ອນ​ຢູ່​ຂອງ​ຝູງແກະ, ຝູງ​ສັດ​ລ້ຽງ ແລະ​ສັດ​ນາໆ​ຊະນິດ. ນົກ​ເຄົ້າ​ຈະ​ຢູ່​ໃນ​ທີ່ນັ້ນ​ທ່າມກາງ​ສິ່ງ​ຮົກຮ້າງ​ເພພັງ ແລະ​ສົ່ງ​ສຽງ​ຮ້ອງ​ຈາກ​ປ່ອງຢ້ຽມ. ນົກ​ກາ​ທັງຫລາຍ​ຈະ​ຮ້ອງ​ຢູ່​ຕາມ​ຂັ້ນໄດ​ທາງ​ປະຕູເຂົ້າ​ເຮືອນ. ຂື່​ຂາງ​ໄມ້ແປກ​ທີ່​ໃຊ້​ໃນ​ການ​ກໍ່ສ້າງ​ເຮືອນ​ຈະ​ເພພັງ​ລົງ.</verse>
				<verse number="15">ເຫດການ​ເຊັ່ນນີ້​ຈະ​ເກີດຂຶ້ນ​ກັບ​ເມືອງ​ທີ່​ອວດດີ​ອວດເກັ່ງ​ເຖິງ​ກຳລັງ​ຂອງ​ຕົນເອງ ແລະ​ທັງ​ຄິດວ່າ​ຕົນ​ປອດໄພ​ແລ້ວ. ຊາວ​ເມືອງ​ຄິດວ່າ ເມືອງ​ຂອງ​ພວກຕົນ​ນັ້ນ​ຍິ່ງໃຫຍ່​ທີ່ສຸດ​ໃນ​ໂລກ. ມັນ​ຈະ​ກາຍເປັນ​ເມືອງ​ທີ່​ເປົ່າປ່ຽວ ຄື​ຈະ​ເປັນ​ບ່ອນ​ທີ່​ສັດປ່າ​ທັງຫລາຍ​ພັກຜ່ອນ. ທຸກໆຄົນ​ທີ່​ຍ່າງ​ກາຍ​ໄປມາ​ກໍ​ຈະ​ຢ້ານກົວ​ຈົນ​ຂົນ​ລຸກ.</verse>
			</chapter>
			<chapter number="3">
				<verse number="1">ເຄາະກຳ​ເປັນ​ຂອງ​ນະຄອນ​ເຢຣູຊາເລັມ​ສາ​ແລ້ວ ຄື​ເປັນ​ເມືອງ​ທີ່​ເສື່ອມເສຍ ແລະ​ເປັນ​ກະບົດ ທີ່​ກົດຂີ່​ຂົ່ມເຫັງ​ປະຊາຊົນ​ຂອງ​ຕົນເອງ.</verse>
				<verse number="2">ເມືອງ​ນີ້​ບໍ່​ຍອມ​ຮັບ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ ຫລື​ບໍ່​ຍອມ​ຮັບ​ເອົາ​ການ​ແອບສອນ​ຂອງ​ພຣະອົງ. ເປັນ​ເມືອງ​ທີ່​ບໍ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຫລື​ບໍ່​ຍອມ​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ.</verse>
				<verse number="3">ບັນດາ​ຂ້າຣາຊການ​ໃນ​ເມືອງນີ້​ເປັນ​ດັ່ງ​ຝູງ​ສິງ​ທີ່​ຮ້ອງ​ຄຳຣາມ; ບັນດາ​ຜູ້​ຕັດສິນ​ຄວາມ​ກໍ​ເປັນ​ດັ່ງ​ໝາປ່າ​ທີ່​ອຶດຫິວ​ໃນ​ຕອນ​ກາງຄືນ ໂລພາ​ໂພດ​ຈົນ​ບໍ່​ຍອມ​ປະ​ກະດູກ​ໃຫ້​ເຖິງ​ຕອນເຊົ້າ.</verse>
				<verse number="4">ບັນດາ​ຜູ້ທຳນວາຍ​ຂາດ​ຄວາມ​ຮັບຜິດຊອບ​ແລະ​ສໍ້ໂກງ; ບັນດາ​ປະໂຣຫິດ​ຕ່າງ​ກໍ​ເຮັດ​ໃຫ້​ສິ່ງ​ສັກສິດ​ເປັນ​ມົນທິນ ແລະ​ບິດເບືອນ​ກົດບັນຍັດ​ຂອງ​ພຣະເຈົ້າ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຂົາ​ເອງ.</verse>
				<verse number="5">ແຕ່​ພຣະເຈົ້າຢາເວ​ຍັງ​ສະຖິດ​ຢູ່​ໃນ​ເມືອງນີ້ ພຣະອົງ​ເຮັດ​ຖືກຕ້ອງ ແລະ​ບໍ່​ເຮັດ​ຜິດ​ຈັກເທື່ອ. ທຸກໆເຊົ້າ​ພຣະອົງ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ປະຊາຊົນ​ຂອງ​ພຣະອົງ​ບໍ່ໄດ້​ຂາດ. ແຕ່​ເຖິງ​ປານ​ນັ້ນ ຄົນ​ອະທຳ​ໃນ​ທີ່ນັ້ນ​ກໍ​ຍັງ​ສືບຕໍ່​ເຮັດ​ຜິດ ແລະ​ບໍ່​ລະອາຍ​ໃຈ.</verse>
				<verse number="6">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ໄດ້​ລຶບລ້າງ​ຊົນຊາດ​ທັງໝົດ​ໃຫ້​ສິ້ນສູນ​ແລ້ວ; ເຮົາ​ໄດ້​ທຳລາຍ​ເມືອງ​ທັງຫລາຍ​ຂອງ​ພວກເຂົາ ແລະ​ໄດ້​ປະປ່ອຍ​ໃຫ້​ກຳແພງ​ເມືອງ​ກັບ​ຫໍຄອຍ​ຕ່າງໆ ຮົກຮ້າງ​ເພພັງ. ເມືອງ​ຕ່າງໆ​ໄດ້​ກາຍເປັນ​ເມືອງ​ຮ້າງ; ຕາມ​ທ້ອງ​ຖະໜົນ​ຫົນທາງ​ຕ່າງໆ​ກໍ​ຫວ່າງເປົ່າ ບໍ່ມີ​ແມ່ນແຕ່​ຄົນດຽວ​ເລີຍ​ເຫຼືອ​ຢູ່.</verse>
				<verse number="7">ແລ້ວ​ເຮົາ​ກໍ​ຄິດວ່າ ປະຊາຊົນ​ຂອງເຮົາ​ຈະ​ມີ​ຄວາມ​ຢຳເກງ​ເຮົາ ແລະ​ຮັບ​ເອົາ​ການ​ແອບສອນ​ຂອງເຮົາ ຊຶ່ງ​ພວກເຂົາ​ຈະ​ບໍ່​ລືມໄລ​ຈັກເທື່ອ. ແຕ່​ບໍ່​ພໍ​ເທົ່າໃດ ພວກເຂົາ​ກໍ​ແຮ່ງ​ປະພຶດ​ຊົ່ວຊ້າ​ຫລາຍ​ຍິ່ງ​ຂຶ້ນ.”</verse>
				<verse number="8">ພຣະເຈົ້າຢາເວ​ກ່າວ​ວ່າ, “ຄອຍຖ້າ​ເບິ່ງ ຄອຍຖ້າ​ວັນ​ທີ່​ເຮົາ​ລຸກຂຶ້ນ​ກ່າວໂທດ​ຊົນຊາດ​ທັງຫລາຍ. ເຮົາ​ໄດ້​ຕັດສິນໃຈ​ເຕົ້າໂຮມ​ບັນດາ​ຊົນຊາດ ແລະ​ອານາຈັກ​ທັງຫລາຍ​ແລ້ວ ເພື່ອ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ. ທົ່ວ​ແຜ່ນດິນ​ໂລກ​ຈະ​ຖືກ​ໄຟ​ແຫ່ງ​ຄວາມ​ກີ້ວໂກດ​ຂອງເຮົາ​ທຳລາຍ.</verse>
				<verse number="9">ແລ້ວ​ເຮົາ​ກໍ​ຈະ​ປ່ຽນ​ສົບປາກ​ຂອງ​ບັນດາ​ຊົນຊາດ​ຕ່າງໆ​ໃຫ້​ເປັນ​ບໍຣິສຸດ ແລະ​ພວກເຂົາ​ທຸກຄົນ​ຈະ​ຮ້ອງ​ອອກ​ນາມຊື່​ຂອງ​ພຣະເຈົ້າຢາເວ ແລະ​ຮັບໃຊ້​ພຣະອົງ​ດ້ວຍ​ໃຈ​ອັນ​ດຽວກັນ.</verse>
				<verse number="10">ແມ່ນແຕ່​ຈາກ​ທີ່​ຫ່າງ​ໄກ​ສຸດ​ຂອງ​ເອທິໂອເປຍ ຄື​ປະຊາຊົນ​ທີ່​ເຮົາ​ໄດ້​ກະຈັດ​ກະຈາຍ​ໄປ​ນັ້ນ ພວກເຂົາ​ກໍ​ຈະ​ນຳ​ເຄື່ອງ​ມາ​ຖວາຍ​ແກ່​ເຮົາ.</verse>
				<verse number="11">ໃນ​ວັນ​ນັ້ນ ພວກເຈົ້າ​ທີ່​ເປັນ​ປະຊາຊົນ​ຂອງເຮົາ ຈະ​ບໍ່ໄດ້​ອັບອາຍ​ຂາຍໜ້າ​ອີກ​ຕໍ່ໄປ ຍ້ອນ​ໄດ້​ກະບົດ​ຕໍ່ສູ້​ເຮົາ. ເຮົາ​ຈະ​ກຳຈັດ​ທຸກຄົນ ທີ່​ອວດດີ​ແລະ​ຈອງຫອງ​ໃຫ້​ໝົດສິ້ນ​ໄປ ແລະ​ພວກເຈົ້າ​ຈະ​ບໍ່​ກະບົດ​ຕໍ່ສູ້​ເຮົາ​ອີກ​ຕໍ່ໄປ ທີ່​ເທິງ​ເນີນພູ​ສັກສິດ​ຂອງເຮົາ.</verse>
				<verse number="12">ເຮົາ​ຈະ​ປ່ອຍ​ປະຊາຊົນ​ໃຫ້​ຢູ່​ໃນ​ທີ່ນັ້ນ ຄື​ຜູ້​ຕໍ່າຕ້ອຍ​ແລະ​ຖ່ອມໃຈ​ລົງ ພວກເຂົາ​ຈະ​ສະແຫວງຫາ​ທີ່ລີ້ໄພ​ໃນ​ພຣະນາມ​ແຫ່ງ​ພຣະເຈົ້າຢາເວ.</verse>
				<verse number="13">ປະຊາຊົນ​ອິດສະຣາເອນ​ຜູ້​ທີ່​ລອດຊີວິດ ຈະ​ບໍ່​ເຮັດ​ຜິດ​ຕໍ່​ຜູ້ໃດ, ຈະ​ບໍ່​ເວົ້າຕົວະ, ທັງ​ຈະ​ບໍ່​ຊອກຫາ​ຫລອກລວງ​ຜູ້ໃດ​ດ້ວຍ. ພວກເຂົາ​ຈະ​ຈະເລີນ​ຮຸ່ງເຮືອງ​ແລະ​ໝັ້ນຄົງ ຄື​ບໍ່​ຢ້ານກົວ​ຜູ້ໃດ.”</verse>
				<verse number="14">ໂອ ລູກ​ສາວ​ຊີໂອນ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ຮ້ອງລຳ​ທຳເພງ​ເຖີດ ໂອ ຊາດ​ອິດສະຣາເອນ​ເອີຍ ຈົ່ງ​ຮ້ອງ​ດັງໆ ໂອ ລູກ​ສາວ​ເຢຣູຊາເລັມ​ເອີຍ ຈົ່ງ​ຍິນດີ​ດ້ວຍ​ສຸດ​ຫົວໃຈ​ຂອງເຈົ້າ​ເຖີດ.</verse>
				<verse number="15">ພຣະເຈົ້າຢາເວ​ໄດ້​ເຊົາ​ລົງໂທດ​ພວກເຈົ້າ​ແລ້ວໃດ ພຣະອົງ​ກຳຈັດ​ສັດຕູ​ທັງໝົດ​ຂອງ​ພວກເຈົ້າ​ແລ້ວ. ກະສັດ​ແຫ່ງ​ອິດສະຣາເອນ​ຄື​ພຣະເຈົ້າຢາເວ​ສະຖິດຢູ່​ທ່າມກາງ​ພວກເຈົ້າ ບັດນີ້ ບໍ່ມີ​ສິ່ງໃດ​ທີ່​ພວກເຈົ້າ​ຈະ​ຕ້ອງ​ຢ້ານກົວ​ອີກ.</verse>
				<verse number="16">ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ເວົ້າ​ຕໍ່​ນະຄອນ​ເຢຣູຊາເລັມ​ວ່າ, “ນະຄອນ​ຊີໂອນ ຢ່າ​ຢ້ານ, ຢ່າ​ເສຍ​ກຳລັງໃຈ​ເທາະ</verse>
				<verse number="17">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຊົງ​ສະຖິດ​ຢູ່​ກັບ​ພວກເຈົ້າ ພວກເຈົ້າ​ໄດ້​ມີໄຊ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ ພຣະອົງ​ຈະ​ເປັນ​ສຸກໃຈ​ຍ້ອນ​ພວກເຈົ້າ​ທັງຫລາຍ ໃນ​ຄວາມຮັກ​ນັ້ນ​ຈະ​ຊົງ​ໃຫ້​ຊີວິດ​ໃໝ່​ແກ່​ພວກເຈົ້າ. ພຣະອົງ​ຈະ​ຂັບຮ້ອງ​ດີໃຈ​ເໜືອ​ພວກເຈົ້າ​ທັງຫລາຍ</verse>
				<verse number="18">ຄື​ກັບ​ປະຊາຊົນ​ທີ່​ເບີກບານ​ໃຈ​ໃນ​ງານກິນລ້ຽງ.” “ເຮົາ​ຈະ​ເຮັດ​ໃຫ້​ເຄາະກຳ​ຂອງ​ພວກເຈົ້າ ໝົດສິ້ນ​ສູນໄປ ແລະ​ເຮັດ​ໃຫ້​ຄວາມ​ອັບອາຍ​ຂາຍໜ້າ ຂອງ​ພວກເຈົ້າ​ສູນຫາຍ​ໄປສິ້ນ.</verse>
				<verse number="19">ເວລາ​ນັ້ນ​ກຳລັງ​ມາ ເຮົາ​ຈະ​ລົງໂທດ​ພວກເຂົາ ຄື​ຜູ້​ທີ່​ກົດຂີ່​ພວກເຈົ້າ; ເຮົາ​ຈະ​ຊ່ວຍ​ກອບກູ້​ເອົາ​ຜູ້ຄົນ​ພິການ​ທັງຫລາຍ ແລະ​ນຳ​ເອົາ​ພວກ​ຊະເລີຍ​ໃຫ້​ກັບຄືນ​ມາ​ບ້ານ. ເຮົາ​ຈະ​ປ່ຽນ​ຄວາມ​ອັບອາຍ​ມາ​ເປັນ​ກຽດ​ແກ່​ພວກເຂົາ ແລະ​ທັງ​ໂລກ​ຈະ​ຍ້ອງຍໍ​ສັນລະເສີນ​ພວກເຂົາ.</verse>
				<verse number="20">ເວລາ​ນັ້ນ​ກຳລັງ​ມາ ເຮົາ​ຈະ​ນຳ​ພວກເຈົ້າ​ທີ່​ຖືກ​ແຕກ​ກະຈັດ​ກະຈາຍ​ໄປ ກັບຄືນ​ມາ​ບ້ານ. ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ມີ​ຊື່ສຽງ​ໂດ່ງດັງ​ທົ່ວ​ພິພົບ ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ອີກເທື່ອໜຶ່ງ​ໃດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
			</chapter>
		</book>
		<book number="37">
			<chapter number="1">
				<verse number="1">ໃນ​ປີ​ທີ​ສອງ ທີ່​ດາຣິອຸດ​ໄດ້​ຂຶ້ນ​ເປັນ​ຈັກກະພັດ​ແຫ່ງ​ເປີເຊຍ ອັນ​ກົງ​ກັບ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ຫົກ; ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ໂດຍ​ທາງ​ຜູ້ທຳນວາຍ​ຮັກກາຍ. ຖ້ອຍຄຳ​ນີ້​ແມ່ນ​ສຳລັບ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ທີ່​ເປັນ​ຜູ້​ປົກຄອງ​ຊາດ​ຢູດາຍ ແລະ​ສຳລັບ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ຜູ້​ເປັນ​ມະຫາ​ປະໂຣຫິດ.</verse>
				<verse number="2">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ຮັກກາຍ​ວ່າ, “ປະຊາຊົນ​ເຫຼົ່ານີ້​ເວົ້າ​ວ່າ, ‘ຍັງ​ບໍ່​ເຖິງ​ເວລາ​ເທື່ອ ທີ່​ຈະ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່.”’</verse>
				<verse number="3">ແລ້ວ​ພຣະເຈົ້າຢາເວ​ກໍ​ມອບ​ຖ້ອຍຄຳ​ນີ້​ໃຫ້​ແກ່​ປະຊາຊົນ ໂດຍ​ຜ່ານ​ທາງ​ຜູ້ທຳນວາຍ​ຮັກກາຍ​ວ່າ:</verse>
				<verse number="4">“ປະຊາຊົນ​ຂອງເຮົາ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢູ່​ໃນ​ເຮືອນ​ທີ່​ກໍ່ສ້າງ​ຢ່າງດີ ໃນ​ເມື່ອ​ວິຫານ​ຂອງເຮົາ​ຍັງ​ຮົກຮ້າງ​ເພພັງ​ຢູ່?</verse>
				<verse number="5">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ: ພວກເຈົ້າ​ບໍ່​ເຫັນ​ຫລື​ວ່າ ແມ່ນ​ຫຍັງ​ກຳລັງ​ເກີດຂຶ້ນ​ກັບ​ພວກເຈົ້າ?</verse>
				<verse number="6">ພວກເຈົ້າ​ຫວ່ານ​ເມັດພືດ​ຢ່າງ​ຫລວງຫລາຍ ແຕ່​ເກັບກ່ຽວ​ໄດ້​ໜ້ອຍດຽວ. ພວກເຈົ້າ​ມີ​ອາຫານ ແຕ່​ກໍ​ກິນ​ບໍ່​ພໍ​ອີ່ມ. ພວກເຈົ້າ​ມີ​ເຫຼົ້າ​ອະງຸ່ນ ແຕ່​ກໍ​ດື່ມ​ບໍ່​ພໍ​ເມົາ ພວກເຈົ້າ​ມີ​ເຄື່ອງນຸ່ງຫົ່ມ ແຕ່​ກໍ​ອົບອຸ່ນ​ບໍ່​ພຽງພໍ. ຄົນ​ເຮັດ​ວຽກ​ໜັກ​ກໍ​ລ້ຽງ​ຊີບ​ຕົນ​ບໍ່​ພໍ​ກຸ້ມ.</verse>
				<verse number="7">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ: ພວກເຈົ້າ​ເຫັນ​ບໍ່​ວ່າ ເປັນຫຍັງ​ເຫດການ​ເຊັ່ນນີ້​ຈຶ່ງ​ເກີດຂຶ້ນ?</verse>
				<verse number="8">ບັດນີ້ ຈົ່ງ​ຂຶ້ນ​ໄປ​ທີ່​ເນີນພູ​ຕ່າງໆ ຫາ​ຊອກ​ໄມ້​ມາ​ສ້າງ​ວິຫານ​ຂຶ້ນ​ໃໝ່; ແລ້ວ​ເຮົາ​ກໍ​ຈະ​ພໍໃຈ​ນຳ​ແລະ​ພວກເຈົ້າ​ຈະ​ໄດ້​ນະມັດສະການ​ເຮົາ ສົມ​ກັບ​ທີ່​ເຮົາ​ຄວນ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="9">ພວກເຈົ້າ​ຫວັງ​ເກັບກ່ຽວ​ໄດ້​ຫລາຍ ແຕ່​ພັດ​ໄດ້​ໜ້ອຍ. ເມື່ອ​ພວກເຈົ້າ​ນຳ​ຜົນລະປູກ​ມາ​ບ້ານ ເຮົາ​ຊໍ້າພັດ​ໃຫ້​ມັນ​ປິວ​ໜີໄປ. ເປັນຫຍັງ​ເຮົາ​ຈຶ່ງ​ໄດ້​ເຮັດ​ເຊັ່ນນັ້ນ? ພຣະເຈົ້າຢາເວ​ກ່າວ​ວ່າ: ເພາະວ່າ​ວິຫານ​ຂອງເຮົາ​ຍັງ​ຮົກຮ້າງ​ເພພັງ​ຢູ່ ໃນ​ຂະນະທີ່​ພວກເຈົ້າ​ແຕ່ລະຄົນ​ຫຍຸ້ງ​ຢູ່​ກັບ​ເຮັດວຽກ​ເຮັດງານ​ເພື່ອ​ບ້ານເຮືອນ​ຂອງ​ຕົນເອງ.</verse>
				<verse number="10">ເຫດສະນັ້ນ ຝົນ​ຈຶ່ງ​ບໍ່​ຕົກ​ແລະ​ບໍ່ມີ​ຫຍັງ​ງອກຂຶ້ນ​ໄດ້.</verse>
				<verse number="11">ເຮົາ​ໄດ້​ນຳ​ໄພ​ແຫ້ງແລ້ງ​ມາ​ສູ່​ດິນແດນ​ຄື: ເນີນພູ​ຕ່າງໆ, ທົ່ງນາ, ສວນອະງຸ່ນ, ສວນ​ໝາກກອກເທດ ຕະຫລອດ​ທັງ​ເຄື່ອງປູກ​ຂອງຝັງ​ທຸກໆ​ຊະນິດ ທີ່​ໄດ້​ເກີດຂຶ້ນ​ຕາມ​ພື້ນດິນ; ສູ່​ມະນຸດ​ແລະ​ສັດ​ທັງຫລາຍ ແລະ​ທຸກສິ່ງ​ທີ່​ພວກເຈົ້າ​ພະຍາຍາມ​ປູກ​ຂຶ້ນ.”</verse>
				<verse number="12">ແລ້ວ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ, ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ມະຫາ​ປະໂຣຫິດ ແລະ​ປະຊາຊົນ​ທັງໝົດ ຜູ້​ທີ່​ໄດ້​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ໃນ​ບາບີໂລນ ກໍ​ເຮັດ​ຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຕົນ​ໄດ້​ບອກ. ພວກເຂົາ​ຢ້ານກົວ​ພຣະເຈົ້າຢາເວ​ຈຶ່ງ​ເຊື່ອຟັງ​ຜູ້ທຳນວາຍ​ຮັກກາຍ ຜູ້ນຳ​ຂ່າວ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ສົ່ງ​ມາ​ເຖິງ​ເພິ່ນ.</verse>
				<verse number="13">ແລ້ວ​ຮັກກາຍ​ຜູ້ນຳ​ຂ່າວ​ຂອງ​ພຣະເຈົ້າຢາເວ​ກໍ​ບອກ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ແກ່​ປະຊາຊົນ​ວ່າ, “ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ ນີ້​ຄື​ຄຳສັນຍາ​ຂອງເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="14">ພຣະເຈົ້າຢາເວ​ໄດ້​ບັນດົນ​ໃຈ​ທຸກຄົນ​ໃຫ້​ຊ່ວຍ​ກັນ​ສ້າງ​ພຣະວິຫານ: ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ຜູ້ປົກຄອງ​ຢູດາຍ; ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ມະຫາ​ປະໂຣຫິດ, ຕະຫລອດ​ທັງ​ປະຊາຊົນ​ທຸກຄົນ ທີ່​ໄດ້​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ພວກເຂົາ​ໄດ້​ເລີ່ມ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ພວກເຂົາ</verse>
				<verse number="15">ໃນ​ວັນ​ທີ​ຊາວສີ່​ເດືອນ​ຫົກ ກົງ​ກັບ​ຣາຊການ​ປີ​ທີ​ສອງ​ຂອງ​ກະສັດ​ດາຣິອຸດ.</verse>
			</chapter>
			<chapter number="2">
				<verse number="1">ໃນ​ວັນ​ທີ​ຊາວເອັດ ເດືອນ​ເຈັດ ປີ​ດຽວກັນ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ໂດຍ​ທາງ​ຜູ້ທຳນວາຍ​ຮັກກາຍ.</verse>
				<verse number="2">ພຣະອົງ​ໄດ້​ບອກ​ຮັກກາຍ​ໃຫ້​ກ່າວ​ຕໍ່​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ​ຜູ້ປົກຄອງ​ຢູດາຍ ຕໍ່​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ​ຜູ້​ເປັນ​ມະຫາ​ປະໂຣຫິດ ແລະ​ຕໍ່​ປະຊາຊົນ​ທີ່​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ວ່າ,</verse>
				<verse number="3">“ໃນ​ທ່າມກາງ​ພວກເຈົ້າ​ມີ​ຜູ້ໃດ​ແດ່ ທີ່​ຍັງ​ລະນຶກ​ຄິດເຖິງ​ຄວາມ​ສະຫງ່າງາມ ຄັ້ງ​ທຳອິດ​ຂອງ​ພຣະວິຫານ​ໄດ້? ມາບັດນີ້ ພວກເຈົ້າ​ເບິ່ງ​ເຫັນ​ເປັນ​ຈັ່ງໃດ? ບໍ່​ເຫັນ​ມີ​ຄຸນຄ່າ​ຫຍັງ​ເລີຍ​ແມ່ນ​ບໍ.</verse>
				<verse number="4">ແຕ່​ບັດນີ້ ເຊຣຸບບາເບນ​ເອີຍ ຈົ່ງ​ເຂັ້ມແຂງ​ເຖີດ ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ​ຜູ້​ເປັນ​ມະຫາ​ປະໂຣຫິດ​ເອີຍ ພຣະເຈົ້າຢາເວ​ກ່າວ​ວ່າ, ຈົ່ງ​ເຂັ້ມແຂງ​ເຖີດ, ປະຊາຊົນ​ທັງໝົດ​ຂອງ​ດິນແດນ​ເອີຍ ຈົ່ງ​ເຂັ້ມແຂງ​ເຖີດ. ຈົ່ງ​ເຮັດ​ວຽກ​ຕໍ່ໄປ​ເພາະ​ເຮົາ​ຢູ່​ກັບ​ພວກເຈົ້າ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="5">ເມື່ອ​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ເຮົາ​ກໍໄດ້​ສັນຍາ​ວ່າ​ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ສະເໝີ. ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ. ດັ່ງນັ້ນ ຢ່າສູ່​ຢ້ານກົວ​ເລີຍ.</verse>
				<verse number="6">ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້: ອີກ​ບໍ່ດົນ ເຮົາ​ຈະ​ສັ່ນ​ຈັກກະວານ​ກັບ​ແຜ່ນດິນ​ໂລກ ດິນແດນ​ກັບ​ນໍ້າ​ທະເລ.</verse>
				<verse number="7">ເຮົາ​ຈະ​ໂຄ່ນລົ້ມ​ທຸກ​ຊົນຊາດ ແລະ​ຊັບສົມບັດ​ຂອງ​ພວກເຂົາ​ຈະ​ຖືກ​ນຳ​ມາ ແລະ​ເຮົາ​ຈະ​ໃຫ້​ວິຫານ​ນີ້​ເຕັມ​ໄປ​ດ້ວຍ​ສະຫງ່າຣາສີ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="8">ເງິນ​ແລະ​ຄຳ​ທັງໝົດ​ຢູ່​ໃນ​ໂລກນີ້​ເປັນ​ຂອງເຮົາ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="9">ພຣະວິຫານ​ຫລັງ​ໃໝ່​ນີ້​ຈະ​ສະຫງ່າງາມ​ກວ່າ​ຫລັງເກົ່າ; ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້: ໃນ​ທີ່ນັ້ນ ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ຈະເລີນ​ຮຸ່ງເຮືອງ​ແລະ​ມີ​ສັນຕິສຸກ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.</verse>
				<verse number="10">ໃນ​ວັນ​ທີ​ຊາວສີ່ ເດືອນ​ທີ​ເກົ້າ ອັນ​ກົງ​ກັບ​ປີ​ທີ​ສອງ ທີ່​ດາຣິອຸດ​ໄດ້​ຂຶ້ນ​ເປັນ​ຈັກກະພັດ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ໂດຍ​ທາງ​ຜູ້ທຳນວາຍ​ຮັກກາຍ.</verse>
				<verse number="11">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້: “ຈົ່ງ​ຖາມ​ບັນດາ​ປະໂຣຫິດ​ໃຫ້​ຕັດສິນໃຈ​ເຖິງ​ບັນຫາ​ນີ້:</verse>
				<verse number="12">ຖ້າ​ວ່າ​ມີ​ຜູ້ໃດ​ຜູ້ໜຶ່ງ​ເອົາ​ຊີ້ນ​ຕ່ອນ​ໜຶ່ງ​ຈາກ​ແທ່ນບູຊາ ທີ່​ໄດ້​ຖວາຍບູຊາ​ແລ້ວ​ຍັດ​ໃສ່​ພັບ​ເສື້ອ​ໄປ. ແລ້ວ​ຖ້າ​ລາວ​ປ່ອຍ​ໃຫ້​ເສື້ອ​ຂອງ​ລາວ​ນັ້ນ​ແຕະຕ້ອງ​ເຂົ້າຈີ່, ອາຫານ​ທີ່​ໄດ້​ຄົວ​ແລ້ວ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ຫລື​ອາຫານ​ທຸກຢ່າງ, ມັນ​ຈະ​ເຮັດ​ໃຫ້​ອາຫານ​ນັ້ນ​ເປັນ​ເຄື່ອງ​ຖວາຍບູຊາ​ໄດ້​ບໍ?” ເມື່ອ​ພວກ​ປະໂຣຫິດ​ໄດ້​ຟັງ​ຄຳ​ຖາມ​ນີ້​ແລ້ວ ພວກເຂົາ​ຈຶ່ງ​ຕອບ​ວ່າ, “ບໍ່ໄດ້.”</verse>
				<verse number="13">ແລ້ວ​ຮັກກາຍ​ກໍ​ໄດ້ຖາມ​ວ່າ, “ຖ້າ​ວ່າ​ຄົນ​ຜູ້ໜຶ່ງ​ເປັນ​ມົນທິນ ຍ້ອນ​ໄດ້​ແຕະຕ້ອງ​ຊາກສົບ​ຄົນຕາຍ. ຖ້າ​ລາວ​ໄດ້​ແຕະຕ້ອງ​ອາຫານ​ເຫຼົ່ານີ້​ຢ່າງໜຶ່ງ​ຢ່າງໃດ ມັນ​ຈະ​ເຮັດ​ໃຫ້​ອາຫານ​ເຫຼົ່ານີ້​ເປັນ​ມົນທິນ​ຄືກັນ​ບໍ?” ພວກ​ປະໂຣຫິດ​ຈຶ່ງ​ຕອບ​ວ່າ, “ເປັນ​ມົນທິນ.”</verse>
				<verse number="14">ແລ້ວ​ຮັກກາຍ​ກໍ​ໄດ້ກ່າວ​ວ່າ, “ພຣະເຈົ້າຢາເວ​ກ່າວ​ວ່າ ໃນ​ສາຍ​ຕາ​ຂອງ​ເຮົາ ຊົນຊາດ​ນີ້​ເປັນ​ຢ່າງນັ້ນ​ແລະ​ປະຊາຊົນ​ຊາດ​ນີ້​ກໍ​ເປັນ​ຢ່າງນັ້ນ ທຸກສິ່ງ​ທີ່​ພວກເຂົາ​ກະທຳ​ກໍ​ເປັນ​ຢ່າງນັ້ນ​ດ້ວຍ; ດັ່ງນັ້ນ ທຸກສິ່ງ​ທີ່​ພວກເຂົາ​ໄດ້​ຖວາຍ​ທີ່​ເທິງ​ແທ່ນບູຊາ​ຈຶ່ງ​ເປັນ​ມົນທິນ.”</verse>
				<verse number="15">ພຣະເຈົ້າຢາເວ​ກ່າວ​ວ່າ, “ພວກເຈົ້າ​ບໍ່​ເຫັນ​ບໍ​ວ່າ ແມ່ນຫຍັງ​ໄດ້​ເກີດຂຶ້ນ​ກັບ​ພວກເຈົ້າ? ກ່ອນ​ທີ່​ພວກເຈົ້າ​ໄດ້​ລົງມື​ສ້າງ​ພຣະວິຫານ​ຂຶ້ນ​ໃໝ່</verse>
				<verse number="16">ພວກເຈົ້າ​ຕ່າງ​ກໍ​ໄປ​ທີ່​ກອງ​ເຂົ້າ ໂດຍ​ຫວັງ​ວ່າ​ຈະ​ໄດ້​ສອງຮ້ອຍ​ກິໂລກຼາມ; ແຕ່​ໃນ​ທີ່ນັ້ນ​ມີ​ເຂົ້າ​ພຽງ​ໜຶ່ງຮ້ອຍ​ກິໂລກຼາມ​ເທົ່ານັ້ນ. ພວກເຈົ້າ​ຄວນ​ຈະ​ໄດ້​ເຫຼົ້າ​ອະງຸ່ນ​ຈາກ​ຖັງ​ໜຶ່ງຮ້ອຍ​ລິດ ແຕ່​ພວກເຈົ້າ​ໄດ້​ພຽງ​ຫ້າສິບ​ລິດ​ເທົ່ານັ້ນ.</verse>
				<verse number="17">ເຮົາ​ໄດ້​ບັນດານ​ໃຫ້​ເກີດ​ລົມພະຍຸ​ແລະ​ໝາກເຫັບ ມາ​ທຳລາຍ​ທຸກສິ່ງ​ທີ່​ພວກເຈົ້າ​ໄດ້​ປູກ, ແຕ່​ພວກເຈົ້າ​ກໍ​ຍັງ​ບໍ່ໄດ້​ກັບໃຈໃໝ່. ພຣະເຈົ້າຢາເວ​ກ່າວ​ວ່າ</verse>
				<verse number="18">ມື້ນີ້ ແມ່ນ​ວັນ​ທີ​ຊາວສີ່ ເດືອນ​ເກົ້າ ຄື​ມື້​ທີ່​ວາງ​ຮາກຖານ​ຂອງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ສຳເລັດ​ລົງ. ຈົ່ງ​ເບິ່ງ​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ແຕ່​ນີ້​ຕໍ່ໄປ.</verse>
				<verse number="19">ເຖິງ​ແມ່ນ​ວ່າ​ຈະ​ບໍ່ມີ​ເຂົ້າ​ກິນ​ເຫຼືອ​ຢູ່, ຕົ້ນ​ໝາກອະງຸ່ນ, ຕົ້ນ​ໝາກເດື່ອ, ຕົ້ນ​ໝາກພີລາ ແລະ​ຕົ້ນ​ໝາກກອກເທດ ຍັງ​ບໍ່​ເກີດຜົນ​ກໍຕາມ, ແຕ່​ບັດນີ້​ຕໍ່ໄປ ເຮົາ​ຈະ​ອວຍພອນ​ພວກເຈົ້າ.”</verse>
				<verse number="20">ໃນ​ມື້​ດຽວກັນ​ນັ້ນ ຄື​ໃນ​ວັນ​ທີ​ຊາວສີ່​ຂອງ​ເດືອນ ພຣະເຈົ້າຢາເວ​ໄດ້​ບອກ​ຖ້ອຍຄຳ​ຄັ້ງ​ທີ​ສອງ​ໃຫ້​ຮັກກາຍ</verse>
				<verse number="21">ເພື່ອ​ໃຫ້​ບອກ​ເຊຣຸບບາເບນ ຜູ້ປົກຄອງ​ຢູດາຍ​ວ່າ, “ເຮົາ​ກຳລັງ​ຈະ​ສັ່ນ​ຈັກກະວານ​ກັບ​ແຜ່ນດິນ​ໂລກ</verse>
				<verse number="22">ແລະ​ໂຄ່ນລົ້ມ​ຣາຊອານາຈັກ​ຕ່າງໆ ແລະ​ເຮັດ​ໃຫ້​ອຳນາດ​ຂອງ​ພວກເຂົາ​ສິ້ນສຸດ​ໄປ. ເຮົາ​ຈະ​ຂວໍ້າ​ລົດຮົບ​ແລະ​ຄົນຂັບ​ທັງຫລາຍ​ຂອງ​ພວກເຂົາ​ຖິ້ມ ຝູງມ້າ​ຂອງ​ພວກເຂົາ​ຈະ​ຕາຍ​ແລະ​ຄົນ​ຂີ່​ມ້າ​ຈະ​ຂ້າຟັນ​ກັນແລະກັນ.”</verse>
				<verse number="23">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ວ່າ, “ໃນ​ວັນ​ນັ້ນ ເຮົາ​ຈະ​ເອົາ​ເຈົ້າ ເຊຣຸບບາເບນ​ລູກ​ຊາຍ​ຂອງ​ເຊອານຕີເອນ​ຜູ້​ເປັນ​ຄົນ​ຮັບໃຊ້​ຂອງເຮົາ ແລະ​ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ໃຫ້​ເຈົ້າ​ຂຶ້ນ​ເປັນ​ຜູ້ປົກຄອງ​ໃນ​ນາມ​ຂອງ​ເຮົາ. ເຈົ້າ​ແມ່ນ​ຜູ້​ທີ່​ເຮົາ​ໄດ້​ເລືອກໄວ້.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.</verse>
			</chapter>
		</book>
		<book number="38">
			<chapter number="1">
				<verse number="1">ໃນ​ເດືອນ​ແປດ ຂອງ​ຣາຊການ​ປີ​ທີ​ສອງ ຂອງ​ເຈົ້າ​ດາຣິອຸດ​ຈັກກະພັດ​ແຫ່ງ​ເປີເຊຍ ພຣະເຈົ້າຢາເວ​ໄດ້​ມອບ​ຖ້ອຍຄຳ​ດັ່ງ​ຕໍ່ໄປນີ້ ໃຫ້​ຜູ້ທຳນວາຍ​ເຊກາຣີຢາ​ລູກຊາຍ​ຂອງ​ເບເຣກີຢາ​ແລະ​ຫລານຊາຍ​ຂອງ​ອິດໂດ​ວ່າ,</verse>
				<verse number="2">“ພຣະເຈົ້າຢາເວ ໂກດຮ້າຍ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເຫຼືອ​ຫລາຍ.</verse>
				<verse number="3">ແລະ​ບອກ​ພວກເຂົາ​ວ່າ, ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ‘ຈົ່ງ​ກັບຄືນ​ມາ​ຫາ​ເຮົາ,’ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວວ່າ ‘ແລະ​ເຮົາ​ຈະ​ກັບຄືນ​ໄປ​ຫາ​ພວກເຈົ້າ.’ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="4">‘ຢ່າ​ສູ່​ເປັນ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ນານ​ມາ​ແລ້ວ​ບັນດາ​ຜູ້ທຳນວາຍ​ໄດ້​ບອກ​ວ່າ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ບອກ​ພວກເຈົ້າ​ບໍ່​ໃຫ້​ດຳເນີນ​ຊີວິດ​ໃນ​ທາງ​ຊົ່ວຊ້າ​ແລະ​ໃນ​ທາງ​ບາບ​ຕໍ່ໄປ.’ ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຫລື​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ບອກ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="5">ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ແລະ​ຜູ້ທຳນວາຍ​ເຫຼົ່ານັ້ນ ບໍ່ໄດ້​ມີ​ຊີວິດ​ຢູ່​ຕໍ່ໄປ​ແລ້ວ.</verse>
				<verse number="6">ແຕ່​ໂດຍ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຄື​ຄົນ​ຮັບໃຊ້​ຂອງເຮົາ ເຮົາ​ໄດ້​ມອບ​ຖ້ອຍຄຳ​ແລະ​ຄຳ​ຕັກເຕືອນ​ຕ່າງໆ ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ; ແຕ່​ພວກເຂົາ​ບໍ່ໄດ້​ເອົາໃຈໃສ່ ຈຶ່ງ​ໄດ້​ຮັບ​ໂທດກຳ ແລ້ວ​ພວກເຂົາ​ກໍໄດ້​ກັບໃຈໃໝ່​ແລະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ລົງໂທດ​ພວກເຮົາ ສົມກັບ​ທີ່​ພວກເຮົາ​ສົມຄວນ​ໄດ້​ຮັບ ຕາມ​ທີ່​ພຣະອົງ​ໄດ້​ຕັດສິນໃຈ​ເຮັດ​ເຊັ່ນນັ້ນ.”’</verse>
				<verse number="7">ໃນ​ປີ​ທີ​ສອງ ທີ່​ເຈົ້າ​ດາຣິອຸດ​ເປັນ​ຈັກກະພັດ ອັນ​ກົງ​ກັບ​ວັນ​ທີ​ຊາວສີ່ ເດືອນ​ສິບເອັດ (ເດືອນ​ເຊບັດ) ພຣະເຈົ້າຢາເວ​ໄດ້​ມອບ​ຖ້ອຍຄຳ​ໃຫ້​ຂ້າພະເຈົ້າ ໃນ​ນິມິດ​ຕອນ​ກາງຄືນ.</verse>
				<verse number="8">ຂ້າພະເຈົ້າ​ໄດ້​ເຫັນ​ຜູ້​ໜຶ່ງ​ຂີ່​ມ້າ​ສີແດງ​ໂຕໜຶ່ງ. ຜູ້​ນັ້ນ​ໄດ້​ຢຸດ​ຢູ່​ທ່າມກາງ​ຕົ້ນໄມ້​ຫອມ ໃນ​ຮ່ອມພູ​ແຫ່ງ​ໜຶ່ງ ແລະ​ທາງ​ເບື້ອງ​ຫລັງ​ຂອງ​ຜູ້​ນັ້ນ​ມີ​ມ້າ​ໂຕ​ອື່ນ​ອີກ ເປັນ​ມ້າ​ສີແດງ, ສີດ່າງ ແລະ​ສີຂາວ.</verse>
				<verse number="9">ຂ້າພະເຈົ້າ​ໄດ້​ຖາມ​ວ່າ, “ທ່ານເອີຍ ມ້າ​ເຫຼົ່ານັ້ນ​ໝາຍເຖິງ​ຫຍັງ?” ເທວະດາ​ທີ່​ກ່າວ​ກັບ​ຂ້າພະເຈົ້າ​ໄດ້​ຕອບ​ຂ້າພະເຈົ້າ​ວ່າ, “ເຮົາ​ຈະ​ສະແດງ​ໃຫ້​ເຈົ້າ​ເຫັນ​ວ່າ​ໝາຍເຖິງ​ຫຍັງ?”</verse>
				<verse number="10">ດັ່ງນັ້ນ ຊາຍ​ທີ່​ຢືນ​ຢູ່​ທ່າມກາງ​ຕົ້ນໄມ້​ຫອມ​ຈຶ່ງ​ຕອບ​ວ່າ, “ພຣະເຈົ້າຢາເວ​ໄດ້​ໃຊ້​ພວກມັນ​ໄປ​ກວດກາ​ເບິ່ງ​ແຜ່ນດິນ​ໂລກ.”</verse>
				<verse number="11">ພວກເຂົາ​ໄດ້​ມາ​ລາຍງານ​ຕໍ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ວ່າ, “ພວກເຮົາ​ໄດ້​ໄປ​ທົ່ວ​ໂລກ​ແລະ​ໄດ້​ພົບ​ວ່າ ໂລກ​ທັງໝົດ​ມີ​ແຕ່​ຄວາມ​ສິ້ນຫວັງ​ແລະ​ຄວາມ​ງຽບເຫງົາ.”</verse>
				<verse number="12">ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ກ່າວ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເອີຍ ພຣະອົງ​ໄດ້​ໂກດຮ້າຍ​ນະຄອນ​ເຢຣູຊາເລັມ ແລະ​ເມືອງ​ຂອງ​ຢູດາຍ​ເຖິງ​ເຈັດສິບ​ປີ​ແລ້ວ. ຈະ​ຍັງ​ອີກ​ດົນນານ​ປານໃດ ກ່ອນ​ທີ່​ພຣະອົງ​ຈະ​ໂຜດ​ເມດຕາ​ພວກເຂົາ?”</verse>
				<verse number="13">ພຣະເຈົ້າຢາເວ​ໄດ້​ຕອບ​ເທວະດາ​ຕົນ​ທີ່​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ດ້ວຍ​ຖ້ອຍຄຳ​ເລົ້າໂລມ​ໃຈ</verse>
				<verse number="14">ແລະ​ເທວະດາ​ຕົນ​ທີ່​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ກໍໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ປະກາດ​ວ່າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ວ່າ, ‘ເຮົາ​ມີ​ຄວາມຮັກ​ແລະ​ຄວາມ​ຫ່ວງໃຍ​ອັນ​ເລິກເຊິ່ງ ຕໍ່​ນະຄອນ​ເຢຣູຊາເລັມ ແລະ​ຕໍ່​ຊີໂອນ</verse>
				<verse number="15">ແລະ​ເຮົາ​ກໍ​ໂກດຮ້າຍ​ຢ່າງ​ເຫລືອຫລາຍ​ຕໍ່​ຊົນຊາດ​ຕ່າງໆ ທີ່​ມ່ວນຊື່ນ​ຢູ່​ກັບ​ຄວາມ​ມິດງຽບ​ແລະ​ຄວາມ​ສະຫງົບສຸກ. ດ້ວຍວ່າ, ໃນ​ເມື່ອ​ເຮົາ​ຖອນ​ເອົາ​ຄວາມ​ໂກດຮ້າຍ​ຂອງເຮົາ ທີ່​ມີ​ຕໍ່​ປະຊາຊົນ​ຂອງເຮົາ​ຄືນ​ນັ້ນ ຊົນຊາດ​ເຫຼົ່ານັ້ນ​ກໍໄດ້​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ທົນທຸກ​ຍິ່ງ​ຂຶ້ນ.’</verse>
				<verse number="16">ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ກັບ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ອີກ ເພື່ອ​ສຳແດງ​ຄວາມ​ເມດຕາ​ຕໍ່​ນະຄອນ​ນີ້. ວິຫານ​ຂອງເຮົາ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່ ແລະ​ນະຄອນ​ກໍ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ດ້ວຍ.’ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.</verse>
				<verse number="17">ຈົ່ງ​ປະກາດ​ອີກ​ວ່າ: ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ‘ເມືອງ​ທັງຫລາຍ​ຂອງເຮົາ​ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່ ແລະ​ພຣະເຈົ້າຢາເວ​ຈະ​ປອບໃຈ​ຊີໂອນ ແລະ​ຈະ​ເລືອກ​ເອົາ​ນະຄອນ​ເຢຣູຊາເລັມ​ອີກເທື່ອໜຶ່ງ.”’</verse>
				<verse number="18">ໃນ​ນິມິດ​ຢ່າງ​ອື່ນ​ອີກ ຂ້າພະເຈົ້າ​ໄດ້​ເຫັນ​ເຂົາ​ສີ່​ເຂົາ.</verse>
				<verse number="19">ຂ້າພະເຈົ້າ​ຈຶ່ງ​ຖາມ​ເທວະດາ​ຕົນ​ທີ່​ກຳລັງ​ກ່າວ​ແກ່​ຂ້າພະເຈົ້າ​ຢູ່​ນັ້ນ​ວ່າ, “ເຂົາ​ເຫຼົ່ານັ້ນ​ໝາຍເຖິງ​ຫຍັງ?” ເພິ່ນ​ຕອບ​ວ່າ, “ເຂົາ​ເຫຼົ່ານັ້ນ​ໝາຍເຖິງ​ບັນດາ​ອຳນາດ​ແຫ່ງ​ໂລກນີ້ ທີ່​ໄດ້​ເຮັດ​ໃຫ້​ປະຊາຊົນ​ຢູດາ, ອິດສະຣາເອນ ແລະ​ເຢຣູຊາເລັມ ກະຈັດ​ກະຈາຍ​ໄປ.”</verse>
				<verse number="20">ແລ້ວ​ພຣະເຈົ້າຢາເວ​ກໍ​ສຳແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ຊ່າງ​ຕີ​ເຫຼັກ​ສີ່​ຄົນ.</verse>
				<verse number="21">ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, “ຄົນ​ເຫຼົ່ານັ້ນ​ມາ​ເຮັດ​ຫຍັງ?” ເພິ່ນ​ຕອບ​ວ່າ, “ອັນນີ້​ແມ່ນ​ເຂົາ​ທີ່​ເຮັດ​ໃຫ້​ຢູດາ​ພັດພາກ​ຈາກກັນ​ຈົນ​ບໍ່​ມີ​ຜູ້ໃດ​ເງີຍໜ້າ​ໄດ້ ແຕ່​ພວກ​ຊ່າງນີ້​ມາ​ເພື່ອ​ເຮັດ​ໃຫ້​ຊົນຊາດ​ຕ່າງໆ​ສະທ້ານ​ຢ້ານກົວ ແລະ​ໂຄ່ນລົ້ມ​ຊົນຊາດ​ທັງຫລາຍ​ທີ່​ຢຽບຢໍ່າ​ທຳລາຍ​ດິນແດນ​ຢູດາຍ​ໃຫ້​ໝຸ່ນ ແລະ​ເຮັດ​ໃຫ້​ພົນລະເມືອງ​ກະຈັດ​ກະຈາຍ​ໄປ.”</verse>
			</chapter>
			<chapter number="2">
				<verse number="1">ໃນ​ນິມິດ​ຢ່າງ​ອື່ນ​ອີກ ຂ້າພະເຈົ້າ​ໄດ້​ເຫັນ​ຊາຍ​ຄົນ​ໜຶ່ງ​ຖື​ເຊືອກແທກ​ໃນ​ມື.</verse>
				<verse number="2">ຂ້າພະເຈົ້າ​ຖາມ​ວ່າ, “ທ່ານ​ກຳລັງ​ຈະ​ໄປ​ໃສ?” ຊາຍ​ຄົນ​ນັ້ນ​ຕອບ​ວ່າ, “ໄປ​ແທກ​ນະຄອນ​ເຢຣູຊາເລັມ​ວ່າ​ຍາວ​ແລະ​ກວ້າງ​ເທົ່າໃດ.”</verse>
				<verse number="3">ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ເທວະດາ​ຕົນ​ທີ່​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ນັ້ນ ກ້າວ​ຍ່າງ​ອອກ​ໄປ​ແລະ​ມີ​ເທວະດາ​ຕົນ​ອື່ນ​ອີກ ເຂົ້າ​ມາ​ພົບ​ເທວະດາ​ຕົນ​ນີ້.</verse>
				<verse number="4">ເທວະດາ​ຕົນ​ທຳອິດ​ໄດ້​ກ່າວ​ຕໍ່​ເທວະດາ​ຕົນ​ອື່ນ​ວ່າ, “ຈົ່ງ​ແລ່ນ​ໄປ​ບອກ​ຊາຍໜຸ່ມ​ທີ່​ຖື​ເຊືອກແທກ​ນັ້ນ​ວ່າ ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ມີ​ຄົນ​ກັບ​ສັດ​ຢ່າງ​ຫລວງຫລາຍ ຈົນ​ຈະ​ກໍ່​ກຳແພງ​ເມືອງ​ຂຶ້ນ​ບໍ່ໄດ້.</verse>
				<verse number="5">ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ ພຣະອົງ​ເອງ​ຈະ​ເປັນ​ກຳແພງ​ໄຟ​ອ້ອມ​ເພື່ອ​ປົກປ້ອງ​ນະຄອນ​ນີ້​ໄວ້ ແລະ​ພຣະອົງ​ຈະ​ສະຖິດ​ຢູ່​ໃນ​ທີ່ນັ້ນ ດ້ວຍ​ສະຫງ່າຣາສີ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="6">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ກະຈັດ​ກະຈາຍ​ພວກເຈົ້າ​ໄປ​ທົ່ວ​ທຸກ​ທິດ​ທຸກ​ທາງ. ແຕ່​ບັດນີ້ ພວກເຈົ້າ​ຜູ້​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ເອີຍ ຈົ່ງ​ປົບໜີ​ຈາກ​ບາບີໂລນ ແລະ​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ເຖີດ. ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫລະ</verse>
				<verse number="7"></verse>
				<verse number="8">ຜູ້ໃດ​ຜູ້ໜຶ່ງ​ທີ່​ຕົບຕີ​ພວກເຈົ້າ ກໍ​ສໍ່າກັບ​ຕົບຕີ​ແກ້ວ​ຕາ​ຂອງເຮົາ.” ດັ່ງນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈຶ່ງ​ໄດ້​ໃຊ້​ຂ້າພະເຈົ້າ​ພ້ອມ​ນຳ​ຖ້ອຍຄຳ​ນີ້​ໄປ​ບອກ​ຊົນຊາດ​ຕ່າງໆ ທີ່​ໄດ້​ປຸ້ນຈີ້​ປະຊາຊົນ​ຂອງ​ພຣະອົງ​ວ່າ,</verse>
				<verse number="9">“ພຣະອົງ​ເອງ​ຈະ​ຕໍ່ສູ້​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ຖືກ​ປຸ້ນຈີ້​ໂດຍ​ປະຊາຊົນ ທີ່​ຄັ້ງໜຶ່ງ​ເຄີຍ​ເປັນ​ຂ້ອຍໃຊ້​ຂອງ​ພວກເຈົ້າ. ເມື່ອ​ເຫດການ​ນີ້​ເກີດຂຶ້ນ ທຸກຄົນ​ຈະ​ຮູ້ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ໃຊ້​ຂ້າພະເຈົ້າ​ມາ.”</verse>
				<verse number="10">ພຣະເຈົ້າຢາເວ​ກ່າວ​ວ່າ, “ໂອ ລູກສາວ​ຊີໂອນ​ເອີຍ ຈົ່ງ​ຮ້ອງເພງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ເຖີດ ເຮົາ​ກຳລັງ​ມາ​ຢູ່​ທ່າມກາງ​ພວກເຈົ້າ.”</verse>
				<verse number="11">ໃນ​ເວລາ​ນັ້ນ​ຈະ​ມີ​ຫລາຍ​ຊົນຊາດ​ມາ​ຫາ​ພຣະເຈົ້າຢາເວ ແລະ​ກາຍເປັນ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ຈະ​ຢູ່​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ໄດ້​ໃຊ້​ຂ້າພະເຈົ້າ​ມາ​ຫາ​ພວກເຈົ້າ.</verse>
				<verse number="12">ອີກເທື່ອໜຶ່ງ ຢູດາຍ​ຈະ​ເປັນ​ສ່ວນ​ມໍຣະດົກ​ຂອງ​ພຣະເຈົ້າຢາເວ​ໃນ​ດິນແດນ​ອັນ​ສັກສິດ​ຂອງ​ພຣະອົງ ແລະ​ນະຄອນ​ເຢຣູຊາເລັມ​ກໍ​ຈະ​ເປັນ​ນະຄອນ​ທີ່​ພຣະອົງ​ຮັກ​ຫຼາຍ​ທີ່ສຸດ.</verse>
				<verse number="13">ທຸກໆຄົນ​ຈົ່ງ​ງຽບສະຫງົບ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ເພາະ​ພຣະອົງ​ກຳລັງ​ມາ​ແຕ່​ສະຖານທີ່​ຢູ່​ອັນ​ບໍຣິສຸດ​ຂອງ​ພຣະອົງ.</verse>
			</chapter>
			<chapter number="3">
				<verse number="1">ໃນ​ນິມິດ​ຢ່າງ​ອື່ນ​ອີກ ພຣະອົງ​ໄດ້​ສຳແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ມະຫາ​ປະໂຣຫິດ​ເຢຊູອາ ເພິ່ນ​ກຳລັງ​ຢືນ​ຢູ່​ຕໍ່ໜ້າ​ເທວະດາ​ຂອງ​ພຣະເຈົ້າຢາເວ. ໃນ​ທີ່ນັ້ນ ຢູ່​ຂ້າງ​ຂອງ​ເຢຊູອາ​ກໍ​ມີ​ມານຊາຕານ ຢືນ​ຢູ່​ດ້ວຍ​ພ້ອມ​ທີ່​ຈະ​ກ່າວຟ້ອງ​ເພິ່ນ.</verse>
				<verse number="2">ພຣະເຈົ້າຢາເວ​ຕົນ​ນັ້ນ ໄດ້​ກ່າວ​ວ່າ, “ມານຊາຕານ​ເອີຍ ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ເຈົ້າ​ເຖີດ ຂໍ​ໃຫ້​ພຣະເຈົ້າຢາເວ​ອົງ​ຊົງ​ຮັກ​ນະຄອນ​ເຢຣູຊາເລັມ​ລົງໂທດ​ເຈົ້າ. ຊາຍ​ຄົນ​ນີ້​ເປັນ​ດັ່ງ​ດົ້ນຟືນ​ທີ່​ມີ​ໄຟ​ລຸກ​ໄໝ້​ຢູ່.”</verse>
				<verse number="3">ເຢຊູອາ​ກໍ​ຢືນ​ຢູ່​ຕໍ່ໜ້າ​ເທວະດາ​ໃນ​ທີ່ນັ້ນ ໂດຍ​ນຸ່ງ​ເສື້ອຜ້າ​ອັນ​ເປິເປື້ອນ.</verse>
				<verse number="4">ເທວະດາ​ຕົນ​ນັ້ນ​ໄດ້​ກ່າວ​ຕໍ່​ລູກ​ທັງຫລາຍ​ຂອງ​ພຣະເຈົ້າ​ຜູ້​ທີ່​ຄອຍ​ຮັບໃຊ້​ທ່ານ​ຢູ່​ນັ້ນ​ວ່າ, “ຈົ່ງ​ແກ້​ເສື້ອ​ອັນ​ເປິເປື້ອນ​ຂອງ​ຊາຍ​ຄົນ​ນີ້​ອອກ​ສາ.” ແລ້ວ​ເພິ່ນ​ກໍ​ກ່າວ​ແກ່​ເຢຊູອາ​ວ່າ, “ເຮົາ​ໄດ້​ຍົກ​ບາບ​ໃຫ້​ເຈົ້າ​ແລ້ວ ແລະ​ເຮົາ​ຈະ​ເອົາ​ເສື້ອໃໝ່​ໃຫ້​ເຈົ້າ​ນຸ່ງ.”</verse>
				<verse number="5">ເທວະດາ​ຕົນ​ນັ້ນ​ໄດ້​ສັ່ງ​ໃຫ້​ພວກ​ທີ່​ຄອຍ​ຮັບໃຊ້​ເພິ່ນ​ນັ້ນ​ສຸບ ຜ້າ​ພັນ​ຫົວ​ອັນ​ສະອາດ​ໃສ່​ຫົວ​ຂອງ​ເຢຊູອາ. ພວກເຂົາ​ກໍໄດ້​ປະຕິບັດ​ຕາມ​ແລະ​ຍັງ​ໄດ້​ເອົາ​ເຄື່ອງ​ໃໝ່​ນຸ່ງ​ໃຫ້​ເພິ່ນ ໃນ​ຂະນະທີ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ຢືນ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="6">ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ບອກ​ເຢຊູອາ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້: ຖ້າ​ເຈົ້າ​ເຮັດ​ຕາມ​ກົດບັນຍັດ​ທັງຫລາຍ​ຂອງເຮົາ ແລະ​ປະຕິບັດ​ໜ້າທີ່​ຕາມ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ສືບຕໍ່​ຮັບຜິດຊອບ​ວິຫານ​ຂອງເຮົາ ຕະຫລອດ​ທັງ​ເດີ່ນ​ຂອງ​ພຣະວິຫານ​ດ້ວຍ, ແລະ​ເຮົາ​ຈະ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຈົ້າ ດັ່ງ​ທີ່​ເຮົາ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກ​ທີ່​ຢູ່​ຊ້ອງໜ້າ​ເຮົາ​ນີ້.</verse>
				<verse number="7"></verse>
				<verse number="8">ເຢຊູອາ​ຜູ້​ເປັນ​ມະຫາ​ປະໂຣຫິດ​ເອີຍ ບັດນີ້​ຈົ່ງ​ຟັງ​ເຖີດ ພວກເຈົ້າ​ຜູ້​ທີ່​ເປັນ​ປະໂຣຫິດ​ຮ່ວມ​ກັບ​ເພິ່ນ​ກໍ​ຈົ່ງ​ຟັງ​ດ້ວຍ. ພວກເຈົ້າ​ເປັນ​ສິ່ງ​ສະແດງ​ທີ່​ດີ​ໃນ​ອະນາຄົດ ເຮົາ​ຈະ​ໃຫ້​ຜູ້ຮັບໃຊ້​ຂອງເຮົາ​ມາ​ປາກົດ ຄື​ຜູ້​ທີ່​ມີ​ຊື່​ວ່າ ກິ່ງ</verse>
				<verse number="9">ເຮົາ​ກຳລັງ​ວາງ​ຫີນ​ກ້ອນ​ໜຶ່ງ ທີ່​ມີ​ເຈັດ​ຫລ່ຽມ​ຢູ່​ຕໍ່ໜ້າ​ເຢຊູອາ. ເຮົາ​ຈະ​ສະຫລັກ​ຕົວໜັງສື​ໄວ້​ເທິງ​ນັ້ນ ແລະ​ເຮົາ​ຈະ​ຍົກ​ເອົາ​ບາບ​ຂອງ​ດິນແດນ​ນີ້​ໄປ​ໃນ​ວັນ​ດຽວ​ເທົ່ານັ້ນ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.</verse>
				<verse number="10">ເມື່ອ​ວັນ​ນັ້ນ​ມາເຖິງ ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ຈະ​ເຊີນ​ເອົາ​ເພື່ອນບ້ານ​ຂອງຕົນ​ມາ​ຮ່ວມ​ຊົມຊື່ນ​ຍິນດີ​ນຳ ເພາະ​ມີ​ຄວາມ​ສະຫງົບສຸກ​ແລະ​ຄວາມ​ປອດໄພ ຢູ່​ໃນ​ສວນອະງຸ່ນ​ແລະ​ຢູ່​ໃຕ້​ຕົ້ນ​ໝາກເດື່ອເທດ​ທັງຫລາຍ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.”</verse>
			</chapter>
			<chapter number="4">
				<verse number="1">ເທວະດາ​ຕົນ​ທີ່​ມີ​ໜ້າທີ່​ກ່າວ​ແກ່​ຂ້າພະເຈົ້າ​ນັ້ນ ໄດ້​ກັບຄືນ​ມາ​ຫາ​ຂ້າພະເຈົ້າ​ອີກ ແລະ​ປຸກ​ຂ້າພະເຈົ້າ​ໃຫ້​ຕື່ນ​ຂຶ້ນ ດັ່ງ​ກັບ​ວ່າ​ຂ້າພະເຈົ້າ​ໄດ້​ນອນ​ຫລັບ​ໄປ.</verse>
				<verse number="2">ເພິ່ນ​ຖາມ​ຂ້າພະເຈົ້າ​ວ່າ, “ເຈົ້າ​ໄດ້​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ເຫັນ​ຕີນ​ຮອງ​ຕະກຽງ​ທີ່​ເປັນ​ຄຳ ເທິງ​ຈອມ​ນັ້ນ​ມີ​ອ່າງ​ໜ່ວຍ​ໜຶ່ງ​ສຳລັບ​ໃສ່​ນໍ້າມັນ. ທີ່​ເທິງ​ຕີນ​ຮອງ​ຕະກຽງ​ນັ້ນ​ມີ​ຕະກຽງ​ເຈັດ​ໜ່ວຍ ແລະ​ແຕ່ລະ​ໜ່ວຍ​ມີ​ໄສ້​ເຈັດ​ອັນ.</verse>
				<verse number="3">ທີ່​ແຕ່ລະ​ຂ້າງ​ຂອງ​ຕີນ​ຮອງ​ຕະກຽງ​ນັ້ນ​ມີ​ຕົ້ນ​ໝາກກອກເທດ​ສອງ​ຕົ້ນ ຂ້າງລະ​ຕົ້ນ.”</verse>
				<verse number="4">ແລ້ວ​ຂ້າພະເຈົ້າ​ກໍ​ຖາມ​ເທວະດາ​ຕົນ​ທີ່​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ທ່ານເອີຍ ສິ່ງ​ເຫຼົ່ານີ້​ໝາຍເຖິງ​ຫຍັງ?”</verse>
				<verse number="5">ເທວະດາ​ຕົນ​ທີ່​ກ່າວ​ກັບ​ຂ້າພະເຈົ້າ​ຖາມ​ຂ້າພະເຈົ້າ​ຄືນ​ວ່າ, “ເຈົ້າ​ບໍ່​ຮູ້ຈັກ​ບໍ?” ຂ້າພະເຈົ້າ​ຕອບ​ວ່າ, “ທ່ານເອີຍ ຂ້ານ້ອຍ​ບໍ່​ຮູ້ຈັກ.” ເທວະດາ​ຕົນ​ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຕະກຽງ​ທັງ​ເຈັດ​ໜ່ວຍ​ນັ້ນ​ແມ່ນ​ຕາ​ທັງ​ເຈັດ​ຂອງ​ພຣະເຈົ້າຢາເວ ຊຶ່ງ​ສອດ​ສ່ອງ​ເບິ່ງ​ທົ່ວ​ທັງ​ໂລກນີ້.”</verse>
				<verse number="6">ເທວະດາ​ຕົນ​ນັ້ນ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ມອບ​ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ​ແກ່​ເຊຣຸບບາເບນ. ຖ້ອຍຄຳ​ນັ້ນ​ມີ​ດັ່ງນີ້: “ເຈົ້າ​ຈະ​ພົບ​ຄວາມ​ສຳເລັດ ບໍ່ແມ່ນ​ໂດຍ​ກຳລັງ​ທາງ​ທະຫານ ຫລື​ໂດຍ​ກຳລັງ​ຂອງ​ເຈົ້າເອງ ແຕ່​ໂດຍ​ພຣະວິນຍານ​ຂອງເຮົາ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.</verse>
				<verse number="7">ອຸບປະສັກ​ໃຫຍ່​ທໍ່​ພູຜາ ກໍ​ຈະ​ເຫືອດຫາຍ​ໄປ​ຕໍ່ໜ້າ​ເຈົ້າ. ເຈົ້າ​ຈະ​ສ້າງ​ວິຫານ​ຂອງເຮົາ​ຂຶ້ນ​ໃໝ່ ແລະ​ເມື່ອ​ເຈົ້າ​ວາງ​ຫີນ​ກ້ອນ​ສຸດທ້າຍ​ລົງ​ໃນ​ບ່ອນ​ນັ້ນ​ແລ້ວ ປະຊາຊົນ​ກໍ​ຈະ​ຮ້ອງ​ຂຶ້ນ​ວ່າ, ‘ງາມແທ້ ງາມແທ້!”’</verse>
				<verse number="8">ຂ້າພະເຈົ້າ​ຍັງ​ໄດ້​ຮັບ​ຖ້ອຍຄຳ​ຢ່າງ​ອື່ນ​ອີກ​ຈາກ​ພຣະເຈົ້າຢາເວ.</verse>
				<verse number="9">ກ່າວ​ວ່າ, “ເຊຣຸບບາເບນ​ໄດ້​ວາງ​ຮາກຖານ​ຂອງ​ພຣະວິຫານ​ແລ້ວ ແລະ​ລາວ​ຈະ​ສ້າງ​ຕຶກ​ໃຫ້​ສຳເລັດ. ເມື່ອ​ເຫດການ​ນີ້​ເກີດຂຶ້ນ ປະຊາຊົນ​ຂອງເຮົາ​ຈະ​ຮູ້ວ່າ​ແມ່ນ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ທີ່​ໄດ້​ໃຊ້​ເຈົ້າ​ໄປ​ຫາ​ພວກເຂົາ. ພວກເຂົາ​ຜິດຫວັງ​ກໍ​ເພາະວ່າ​ວຽກງານ​ບໍ່​ກ້າວໜ້າ. ແຕ່​ພວກເຂົາ​ຈະ​ເຫັນ​ເຊຣຸບບາເບນ​ສືບຕໍ່​ສ້າງ​ພຣະວິຫານ ແລະ​ພວກເຂົາ​ກໍ​ຈະ​ຊົມຊື່ນ​ຍິນດີ.”</verse>
				<verse number="10"></verse>
				<verse number="11">ແລ້ວ​ຂ້າພະເຈົ້າ​ກໍໄດ້​ຖາມ​ເພິ່ນ​ວ່າ, “ຕົ້ນ​ໝາກກອກເທດ​ສອງ​ຕົ້ນ​ທີ່​ຢູ່​ແຕ່ລະ​ຂ້າງ​ນັ້ນ ໝາຍເຖິງ​ຫຍັງ?</verse>
				<verse number="12">ສ່ວນ​ກິ່ງ​ໝາກກອກເທດ​ສອງ​ກິ່ງ ຊຶ່ງ​ຢູ່​ທີ່​ຂ້າງ​ຂອງ​ທໍ່​ຄຳ ສຳລັບ​ຖອກ​ນໍ້າມັນ​ໝາກກອກເທດ​ນັ້ນ ໝາຍ​ເຖິງ​ຫຍັງ?”</verse>
				<verse number="13">ເພິ່ນ​ຖາມ​ຂ້າພະເຈົ້າ​ຄືນ​ວ່າ, “ເຈົ້າ​ບໍ່​ຮູ້ຈັກ​ບໍ?” ຂ້າພະເຈົ້າ​ຕອບ​ວ່າ, “ທ່ານເອີຍ ຂ້ານ້ອຍ​ບໍ່​ຮູ້ຈັກ.”</verse>
				<verse number="14">ແລ້ວ​ເພິ່ນ​ກໍໄດ້​ກ່າວ​ວ່າ, “ສິ່ງ​ເຫຼົ່ານັ້ນ​ໝາຍ​ເຖິງ​ຊາຍ​ສອງ​ຄົນ ທີ່​ພຣະເຈົ້າ​ໄດ້​ເລືອກເອົາ​ແລະ​ຫົດສົງ​ແຕ່ງຕັ້ງ​ໃຫ້​ຮັບໃຊ້ ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ​ທັງໝົດ.”</verse>
			</chapter>
			<chapter number="5">
				<verse number="1">ຂ້າພະເຈົ້າ​ໄດ້​ຫລຽວເບິ່ງ​ອີກ ແລະ​ໃນ​ເທື່ອ​ນີ້​ຂ້າພະເຈົ້າ​ເຫັນ​ໜັງສື​ມ້ວນ ປິວໄປ​ໃນ​ອາກາດ.</verse>
				<verse number="2">ເທວະດາ​ຕົນ​ນັ້ນ​ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ເຈົ້າ​ໄດ້​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ເຫັນ​ໜັງສື​ມ້ວນ​ກຳລັງ​ປິວໄປ​ໃນ​ອາກາດ; ໜັງສື​ນີ້​ຍາວ​ເກົ້າ​ແມັດ​ແລະ​ກວ້າງ​ແມັດ​ເຄິ່ງ.”</verse>
				<verse number="3">ແລ້ວ​ເທວະດາ​ຕົນ​ນັ້ນ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ໃນ​ໜັງສື​ມ້ວນ​ນັ້ນ​ມີ​ຄຳສາບແຊ່ງ​ຖືກ​ຂຽນ​ໄວ້ ທີ່​ຈະ​ອອກ​ໄປ​ເຖິງ​ທົ່ວ​ທັງ​ດິນແດນ. ທີ່​ສົ້ນ​ໜຶ່ງ​ຂອງ​ໜັງສື​ນັ້ນ​ກ່າວ​ວ່າ ຄົນ​ຂີ້ລັກ​ທຸກໆຄົນ​ຈະ​ຖືກ​ກວາດອອກ​ໄປ​ຈາກ​ດິນແດນ ແລະ​ທີ່​ສົ້ນ​ໜຶ່ງ​ອີກ​ກ່າວ​ວ່າ ທຸກໆຄົນ​ທີ່​ເວົ້າຕົວະ​ພາຍໃຕ້​ຄຳ​ສາບານ ຈະ​ຖືກ​ກວາດລ້າງ​ອອກ​ໄປ​ຈາກ​ດິນແດນ​ເຊັ່ນກັນ.</verse>
				<verse number="4">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ພຣະອົງ​ຈະ​ສົ່ງ​ຄຳສາບແຊ່ງ​ນີ້​ອອກ​ໄປ ແລະ​ມັນ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຄົນ​ຂີ້ລັກ​ທຸກຄົນ ຕະຫລອດ​ທັງ​ເຮືອນ​ຂອງ​ຜູ້​ເວົ້າຕົວະ​ພາຍໃຕ້​ຄຳ​ສາບານ​ທຸກຄົນ. ມັນ​ຈະ​ຢູ່​ໃນ​ເຮືອນ​ຂອງ​ພວກເຂົາ​ຈົນກວ່າ​ບ້ານ​ເຮືອນ​ຖືກ​ຮົກຮ້າງ​ເພພັງ.”</verse>
				<verse number="5">ເທວະດາ​ຕົນ​ນັ້ນ​ໄດ້​ປາກົດ​ຕໍ່​ຂ້າພະເຈົ້າ​ອີກ ແລະ​ກ່າວ​ວ່າ, “ເບິ່ງແມ! ສິ່ງ​ໜຶ່ງ​ອີກ​ກຳລັງ​ມາ.”</verse>
				<verse number="6">ຂ້າພະເຈົ້າ​ຖາມ​ວ່າ, “ສິ່ງ​ນັ້ນ​ແມ່ນ​ຫຍັງ?” ເທວະດາ​ຕົນ​ນັ້ນ​ຕອບ​ວ່າ, “ແມ່ນ​ກະຕ່າ​ໜ່ວຍ​ໜຶ່ງ​ແລະ​ມັນ​ໝາຍເຖິງ​ບາບ ຂອງ​ດິນແດນ​ນີ້​ທັງໝົດ.”</verse>
				<verse number="7">ກະຕ່າ​ນັ້ນ​ມີ​ຝາອັດ​ທີ່​ເຮັດ​ດ້ວຍ​ຕະກົ່ວ ເມື່ອ​ຂ້າພະເຈົ້າ​ເບິ່ງ​ລົງ​ໃນ​ທີ່ນັ້ນ ຝາ​ມັນ​ກໍ​ໄຂ​ອອກ​ແລະ​ມີ​ຍິງ​ຜູ້ໜຶ່ງ​ນັ່ງ​ຢູ່​ໃນ​ກະຕ່າ​ນັ້ນ.</verse>
				<verse number="8">ເທວະດາ​ຕົນ​ນັ້ນ​ໄດ້​ກ່າວ​ວ່າ, “ຍິງ​ຜູ້​ນີ້​ເປັນ​ຕົວແທນ​ຂອງ​ຄວາມ​ຊົ່ວຮ້າຍ.” ແລ້ວ​ເທວະຕົນ​ນັ້ນ​ກໍ​ຂົ່ມ​ຫົວ​ນາງ​ລົງ​ແລະ​ອັດ​ກະຕ່າ​ໄວ້​ຄືນ.</verse>
				<verse number="9">ຂ້າພະເຈົ້າ​ຈຶ່ງ​ເງີຍໜ້າ​ຂຶ້ນ ແລະ​ເຫັນ​ຍິງ​ສອງ​ຄົນ​ບິນ​ມາ​ທາງ​ຂ້າພະເຈົ້າ ດ້ວຍ​ປີກ​ອັນ​ມີ​ກຳລັງ​ຫລາຍ​ເໝືອນ​ດັ່ງ​ນົກ​ຍາງ. ຍິງ​ທັງສອງ​ໄດ້​ຍົກ​ກະຕ່າ​ນັ້ນ​ຂຶ້ນ​ແລະ​ບິນ​ໜີໄປ.</verse>
				<verse number="10">ຂ້າພະເຈົ້າ​ຈຶ່ງ​ຖາມ​ເທວະດາ​ຕົນ​ນັ້ນ​ວ່າ, “ພວກ​ນາງ​ຈະ​ເອົາ​ກະຕ່າ​ນັ້ນ​ໄປ​ໃສ?”</verse>
				<verse number="11">ເທວະດາ​ຕົນ​ນັ້ນ​ຕອບ​ວ່າ, “ໄປ​ບາບີໂລນ ບ່ອນ​ທີ່​ພວກ​ນາງ​ຈະ​ສ້າງ​ວິຫານ​ສຳລັບ​ກະຕ່າ​ນັ້ນ. ເມື່ອ​ສ້າງ​ວິຫານ​ສຳເລັດ​ແລ້ວ ກະຕ່າ​ນັ້ນ​ຈະ​ຖືກ​ປະ​ໄວ້​ທີ່​ນັ້ນ​ໃຫ້​ຄົນ​ຂາບໄຫວ້.”</verse>
			</chapter>
			<chapter number="6">
				<verse number="1">ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ຢ່າງ​ອື່ນ​ອີກ. ເທື່ອ​ນີ້​ຂ້າພະເຈົ້າ​ໄດ້​ເຫັນ​ລົດຮົບ​ສີ່​ຄັນ ກຳລັງ​ອອກ​ມາ​ຈາກ​ພູເຂົາ​ສອງ​ໜ່ວຍ​ທີ່​ເປັນ​ທອງສຳຣິດ.</verse>
				<verse number="2">ລົດຮົບ​ຄັນ​ທີ​ໜຶ່ງ​ມີ​ມ້າ​ສີແດງ, ລົດຮົບ​ຄັນ​ທີ​ສອງ​ມີ​ມ້າ​ສີ​ດຳ​</verse>
				<verse number="3">ລົດຮົບ​ຄັນ​ທີ​ສາມ​ມີ​ມ້າ​ສີ​ຂາວ ແລະ​ລົດຮົບ​ຄັນ​ທີ​ສີ່​ມີ​ມ້າ​ສີ​ດ່າງ.</verse>
				<verse number="4">ແລ້ວ​ຂ້າພະເຈົ້າ​ກໍ​ຖາມ​ເທວະດາ​ຕົນ​ນັ້ນ​ວ່າ, “ທ່ານເອີຍ ລົດຮົບ​ເຫຼົ່ານີ້​ໝາຍເຖິງ​ຫຍັງ?”</verse>
				<verse number="5">ເທວະດາ​ຕົນ​ນັ້ນ​ໄດ້​ຕອບ​ວ່າ, “ລົດຮົບ​ເຫຼົ່ານີ້ ໝາຍເຖິງ​ລົມ​ທັງ​ສີ່​ທິດ ທີ່​ຫາ​ກໍ​ມາ​ແຕ່​ເຂົ້າ​ເຝົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ​ແຫ່ງ​ແຜ່ນດິນ​ໂລກ​ນີ້​ທັງໝົດ.”</verse>
				<verse number="6">ລົດຮົບ​ຄັນ​ທີ່​ມີ​ມ້າ​ສີ​ດຳ​ນັ້ນ ກຳລັງ​ໄປ​ທາງ​ທິດເໜືອ​ສູ່​ບາບີໂລນ, ມ້າ​ສີ​ຂາວ​ນັ້ນ​ກຳລັງ​ໄປ​ທາງ​ທິດ​ຕາເວັນຕົກ ແລະ​ມ້າ​ສີ​ດ່າງ​ກຳລັງ​ໄປ​ສູ່​ປະເທດ​ທາງ​ທິດໃຕ້.</verse>
				<verse number="7">ເມື່ອ​ມ້າ​ໂຕ​ສີແດງ​ໄດ້​ກ້າວ​ອອກ​ໄປ ພວກມັນ​ກໍ​ຮ້ອນໃຈ​ທີ່​ຈະ​ກວດກາ​ເບິ່ງ​ແຜ່ນດິນ​ໂລກ. ເທວະດາ​ຕົນ​ນັ້ນ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ໄປ​ກວດກາ​ເບິ່ງ​ແຜ່ນດິນ​ໂລກ​ສາ” ແລະ​ມ້າ​ເຫຼົ່ານັ້ນ​ກໍ​ອອກ​ໄປ.</verse>
				<verse number="8">ແລ້ວ​ເທວະດາ​ຕົນ​ນັ້ນ​ກໍ​ຮ້ອງ​ບອກ​ຂ້າພະເຈົ້າ​ວ່າ, “ມ້າ​ທີ່​ໄປ​ທາງ​ທິດເໜືອ​ສູ່​ບາບີໂລນ​ນັ້ນ ໄດ້​ເຮັດ​ໃຫ້​ຄວາມ​ໂກດຮ້າຍ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ງຽບລົງ.”</verse>
				<verse number="9">ພຣະເຈົ້າຢາເວ​ໄດ້​ມອບ​ຖ້ອຍຄຳ​ເຫຼົ່ານີ້​ໃຫ້​ແກ່​ຂ້າພະເຈົ້າ.</verse>
				<verse number="10">ພຣະອົງ​ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ຂອງຂວັນ​ທີ່​ເຮນດາອີ, ໂຕບີຢາ ແລະ​ເຢດາອີຢາ ຖວາຍ​ໃນ​ນາມ​ຂອງ​ພວກ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ຈົ່ງ​ໄປ​ທີ່​ເຮືອນ​ຂອງ​ໂຢຊີຢາ​ລູກຊາຍ​ຂອງ​ເຊຟານີຢາ​ໃນ​ມື້ນີ້​ໂລດ. ຄົນ​ເຫຼົ່ານີ້​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ທີ່​ບາບີໂລນ.</verse>
				<verse number="11">ຈົ່ງ​ເອົາ​ເງິນ​ແລະ​ຄຳ​ທີ່​ພວກເຂົາ​ໄດ້​ມອບ​ໃຫ້​ນັ້ນ​ເຮັດ​ມົງກຸດ ແລະ​ສຸບ​ມົງກຸດ​ນີ້​ໃສ່​ຫົວ​ຂອງ​ມະຫາ​ປະໂຣຫິດ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ.</verse>
				<verse number="12">ຈົ່ງ​ບອກ​ລາວ​ວ່າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ‘ຄົນ​ຊື່​ວ່າ​ກິ່ງ ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃນ​ບ່ອນ​ທີ່​ຕົນ​ຢູ່​ອາໄສ ແລະ​ລາວ​ຈະ​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່.</verse>
				<verse number="13">ລາວ​ຈະ​ເປັນ​ຜູ້​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຈະ​ໄດ້​ຮັບ​ກຽດ​ສົມກັບ​ເປັນ​ກະສັດ ແລະ​ລາວ​ຈະ​ປົກຄອງ​ປະຊາຊົນ​ຂອງຕົນ. ຈະ​ມີ​ປະໂຣຫິດ​ຄົນ​ໜຶ່ງ​ຢືນ​ຢູ່​ທີ່​ຂ້າງ​ບັນລັງ​ຂອງ​ລາວ ແລະ​ພວກເຂົາ​ຈະ​ປົກຄອງ​ຮ່ວມກັນ​ຢ່າງ​ສັນຕິສຸກ ແລະ​ມີ​ຄວາມ​ເຂົ້າໃຈ​ຊຶ່ງກັນແລະກັນ.’</verse>
				<verse number="14">ມົງກຸດ​ນັ້ນ​ຈະ​ເປັນ​ທີ່​ລະລຶກ​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ໃຫ້​ແກ່​ເຮນດາອີ, ໂຕບີຢາ, ເຢດາອີຢາ ແລະ​ໂຢສີຢາ ລູກຊາຍ​ຂອງ​ເຊຟານີຢາ.”</verse>
				<verse number="15">ຜູ້​ທີ່​ຢູ່​ຫ່າງໄກ​ກໍ​ຈະ​ມາ​ຊ່ວຍ​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່. ແລະ​ເມື່ອ​ສ້າງ​ຂຶ້ນ​ໃໝ່​ແລ້ວ ພວກເຈົ້າ​ຈະ​ຮູ້ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ໃຊ້​ຂ້າພະເຈົ້າ​ມາ​ຫາ​ພວກເຈົ້າ. ເຫດການ​ທັງໝົດ​ນີ້​ຈະ​ເກີດຂຶ້ນ​ແທ້ ຖ້າ​ພວກເຈົ້າ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢ່າງ​ຄົບຖ້ວນ.</verse>
			</chapter>
			<chapter number="7">
				<verse number="1">ໃນ​ຣາຊການ​ປີ​ທີ​ສີ່ ທີ່​ເຈົ້າດາຣິອຸດ​ເປັນ​ຈັກກະພັດ ອັນ​ກົງ​ກັບ​ມື້​ທີ​ສີ່ ເດືອນ​ເກົ້າ (ເດືອນ​ກີຊະເລວ) ພຣະເຈົ້າຢາເວ​ໄດ້​ມອບ​ຖ້ອຍຄຳ​ໃຫ້​ແກ່​ຂ້າພະເຈົ້າ.</verse>
				<verse number="2">ປະຊາຊົນ​ແຫ່ງ​ເມືອງ​ເບັດເອນ​ໄດ້​ໃຊ້​ຊາເຣເຊ​ແລະ​ເຣເກມ​ເມເຫລັກ ພ້ອມ​ດ້ວຍ​ຄົນ​ຂອງຕົນ ມາ​ທີ່​ວິຫານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ເພື່ອ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ</verse>
				<verse number="3">ແລະ​ເພື່ອ​ຖາມ​ບັນດາ​ປະໂຣຫິດ​ຕະຫລອດ​ທັງ​ຜູ້ທຳນວາຍ​ວ່າ: “ພວກ​ຂ້ານ້ອຍ​ທັງຫລາຍ​ຈະ​ຕ້ອງ​ສືບຕໍ່​ໄວ້ທຸກ​ແລະ​ຖືສິນ​ອົດອາຫານ ເພາະ​ວິຫານ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຖືກ​ທຳລາຍ​ໃນ​ເດືອນ​ທີ​ຫ້າ ຕາມ​ທີ່​ພວກ​ຂ້ານ້ອຍ​ເຄີຍ​ປະຕິບັດ​ມາ​ເປັນ​ເວລາ​ຫລາຍ​ປີ​ນັ້ນ​ບໍ?”</verse>
				<verse number="4">ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ທີ່​ໄດ້​ມອບ​ໃຫ້​ແກ່​ຂ້າພະເຈົ້າ.</verse>
				<verse number="5">ຊົງ​ກ່າວ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ໃນ​ດິນແດນ​ນີ້​ແລະ​ພວກ​ປະໂຣຫິດ​ວ່າ, ‘ເມື່ອ​ພວກເຈົ້າ​ໄວ້ທຸກ ແລະ​ຖືສິນ​ອົດອາຫານ​ໃນ​ເດືອນ​ທີ​ຫ້າ ແລະ​ໃນ​ເດືອນ​ທີ​ເຈັດ ຕະຫລອດ​ເຈັດສິບ​ປີ​ນັ້ນ ບໍ່ໄດ້​ເປັນ​ການ​ໃຫ້ກຽດ​ເຮົາ​ເລີຍ.</verse>
				<verse number="6">ເມື່ອ​ພວກເຈົ້າ​ກິນ​ແລະ​ດື່ມ​ນັ້ນ ກໍ​ເພື່ອ​ໃຫ້​ອີ່ມໜຳ​ສຳລານ​ໃຈ​ຂອງ​ພວກເຈົ້າ​ເທົ່ານັ້ນ.”’</verse>
				<verse number="7">ອັນນີ້ ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ ທາງ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ; ຄື​ສະໄໝ​ທີ່​ນະຄອນ​ເຢຣູຊາເລັມ​ໄດ້​ຈະເລີນ​ຮຸ່ງເຮືອງ​ແລະ​ເຕັມ​ໄປ​ດ້ວຍ​ຜູ້​ຄົນ ແລະ​ໃນ​ສະໄໝ​ທີ່​ຫລາຍ​ຄົນ​ໄດ້​ອາໄສ​ຢູ່ ບໍ່ແມ່ນແຕ່​ໃນ​ເມືອງ​ທີ່​ອ້ອມແອ້ມ​ເທົ່ານັ້ນ ແຕ່​ໃນ​ຂົງເຂດ​ທາງໃຕ້​ແລະ​ຕາມ​ຕີນ​ພູ​ທາງ​ພາກ​ຕາເວັນຕົກ​ດ້ວຍ.</verse>
				<verse number="8">ພຣະເຈົ້າຢາເວ​ໄດ້​ມອບ​ຖ້ອຍຄຳ​ນີ້​ໃຫ້​ແກ່​ເຊກາຣີຢາ​ວ່າ:</verse>
				<verse number="9">ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ດົນນານ​ມາ​ແລ້ວ ເຮົາ​ໄດ້​ມອບ​ຂໍ້ຄຳສັ່ງ​ເຫຼົ່ານີ້​ໃຫ້​ແກ່​ປະຊາຊົນ​ຂອງເຮົາ ດັ່ງນີ້: ‘ພວກເຈົ້າ​ຕ້ອງ​ໃຫ້​ຄວາມ​ຍຸດຕິທຳ​ເກີດ​ມີ​ຂຶ້ນ ແລະ​ຕ້ອງ​ສະແດງ​ຄວາມ​ເມດຕາປານີ​ຕໍ່​ກັນແລະກັນ.</verse>
				<verse number="10">ຢ່າ​ຂົ່ມເຫັງ​ແມ່ໝ້າຍ, ລູກກຳພ້າ, ຄົນຕ່າງດ້າວ ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ ຫລື​ຄົນອື່ນໆ​ທີ່​ຢູ່​ໃນ​ຄວາມ​ຂັດສົນ. ແລະ​ຢ່າ​ວາງ​ແຜນການ​ປະຫັດ​ປະຫານ​ຊຶ່ງກັນແລະກັນ.’</verse>
				<verse number="11">ແຕ່​ປະຊາຊົນ​ຂອງເຮົາ​ດື້ດ້ານ​ບໍ່​ເຊື່ອຟັງ. ພວກເຂົາ​ຫັນ​ຫລັງ​ໃສ່​ເຮົາ ແລະ​ປິດ​ຫູ​ຂອງ​ພວກເຂົາ​ໄວ້</verse>
				<verse number="12">ແລະ​ຈິດໃຈ​ຂອງ​ພວກເຂົາ​ກໍ​ແຂງ​ດັ່ງ​ຫີນ ຈຶ່ງ​ບໍ່​ຟັງ​ກົດບັນຍັດ ແລະ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສົ່ງ​ໄປ​ໂດຍ​ພຣະວິນຍານ​ຂອງ​ພຣະອົງ​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ແຕ່ກ່ອນ. ເພາະສະນັ້ນ ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈຶ່ງ​ໄດ້​ມາເຖິງ​ພວກເຂົາ.</verse>
				<verse number="13">ຍ້ອນ​ພວກເຂົາ​ບໍ່​ເຊື່ອຟັງ​ເມື່ອ​ເຮົາ​ກ່າວ, ເຮົາ​ຈຶ່ງ​ບໍ່​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.</verse>
				<verse number="14">ແລະ​ເຮົາ​ໄດ້​ກວາດ​ພວກເຂົາ​ເໝືອນ​ລົມພະຍຸ​ພັດ ໃຫ້​ໜີໄປ​ອາໄສ​ຢູ່​ໃນ​ຕ່າງ​ປະເທດ. ດັ່ງນັ້ນ ດິນແດນ​ທີ່​ອຸດົມ​ຮັ່ງມີ​ນີ້​ຈຶ່ງ​ຖືກ​ປະປ່ອຍ​ໃຫ້​ເປົ່າປ່ຽວ​ເປັນ​ຕາ​ໜ້າຢ້ານກົວ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ.”</verse>
			</chapter>
			<chapter number="8">
				<verse number="1">ແລ້ວ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກໍໄດ້​ມອບ​ຖ້ອຍຄຳ​ນີ້​ໃຫ້​ແກ່​ເຊກາຣີຢາ​ວ່າ:</verse>
				<verse number="2">“ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ເຮົາ​ປາຖະໜາ​ຈະ​ຊ່ວຍຊູ​ນະຄອນ​ເຢຣູຊາເລັມ ເພາະ​ຄວາມຮັກ​ອັນ​ເລິກເຊິ່ງ​ທີ່​ເຮົາ​ມີ​ຕໍ່​ປະຊາຊົນ​ຂອງເຮົາ ຄື​ຄວາມຮັກ​ທີ່​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ຕໍ່​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ.</verse>
				<verse number="3">ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ກັບຄືນ​ມາ​ຢູ່​ຊີໂອນ, ແລະ​ສະຖິດ​ໃນ​ທ່າມກາງ​ນະຄອນ​ເຢຣູຊາເລັມ ນະຄອນ​ເຢຣູຊາເລັມ​ຈະ​ມີ​ຊື່​ວ່າ​ນະຄອນ​ແຫ່ງ​ຄວາມສັດຊື່. ແລະ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ເປັນ​ທີ່​ເອີ້ນ​ວ່າ​ພູເຂົາ​ສັກສິດ.</verse>
				<verse number="4">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ຊາຍ​ເຖົ້າ​ຍິງ​ແກ່​ທີ່​ຊະຣາ​ຫລາຍ​ຈົນ​ໃຊ້​ໄມ້ເທົ້າ​ຍ່າງ​ໄປມາ ພວກເຂົາ​ຈະ​ໄດ້​ນັ່ງ​ຢູ່​ຕາມ​ເດີ່ນ​ຂອງ​ນະຄອນ​ອີກເທື່ອໜຶ່ງ.</verse>
				<verse number="5">ແລະ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ກໍ​ຈະ​ມີ​ເດັກນ້ອຍ​ຊາຍຍິງ​ຫລິ້ນ​ຢູ່​ເຕັມ.</verse>
				<verse number="6">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ເລື່ອງ​ນີ້​ເບິ່ງ​ຄື​ເປັນ​ໄປ​ບໍ່ໄດ້​ສຳລັບ​ປະຊາຊົນ​ອິດສະຣາເອນ ທີ່​ລອດຊີວິດ​ຢູ່​ໃນ​ເວລາ​ນີ້ ແຕ່​ສຳລັບ​ເຮົາ​ແລ້ວ ທຸກຢ່າງ​ກໍ​ເປັນໄປ​ໄດ້. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="7">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ເຮົາ​ຈະ​ຊ່ວຍ​ເອົາ​ປະຊາຊົນ​ຂອງເຮົາ​ໃຫ້​ພົ້ນ​ຈາກ​ດິນແດນ​ທີ່​ພວກເຂົາ​ໄດ້​ຖືກ​ຈັບ​ໄປ​ນັ້ນ</verse>
				<verse number="8">ແລະ​ເຮົາ​ຈະ​ນຳ​ພວກເຂົາ​ມາ​ຈາກ​ທິດ​ຕາເວັນອອກ​ແລະ​ທິດ​ຕາເວັນຕົກ ເພື່ອ​ໃຫ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງເຮົາ​ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ໂດຍ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄວາມສັດຊື່​ແລະ​ຊອບທຳ.</verse>
				<verse number="9">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ຈົ່ງ​ກ້າຫານ​ເຖີດ ບັດນີ້ ພວກເຈົ້າ​ໄດ້ຍິນ​ຄຳເວົ້າ​ຢ່າງ​ດຽວກັນ​ກັບ ທີ່​ພວກ​ຜູ້ທຳນວາຍ​ໄດ້​ກ່າວ​ໃນ​ສະໄໝ​ວາງ​ຮາກຖານ ເມື່ອ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຂຶ້ນ​ໃໝ່​ນັ້ນ.</verse>
				<verse number="10">ກ່ອນ​ເວລາ​ນັ້ນ ບໍ່ມີ​ຜູ້ໃດ​ສາມາດ​ຈ້າງ​ຄ່າ​ແຮງງານ​ຂອງ​ຄົນ​ກັບ​ສັດ ແລະ​ບໍ່ມີ​ຜູ້ໃດ​ຢູ່​ຢ່າງ​ປອດໄພ​ຈາກ​ເຫຼົ່າ​ສັດຕູ​ຂອງຕົນ​ໄດ້. ເຮົາ​ໄດ້​ບັນດານ​ໃຫ້​ຄົນ​ທັງຫລາຍ​ຕໍ່ສູ້​ຊຶ່ງ​ກັນແລະກັນ.</verse>
				<verse number="11">ແຕ່​ບັດນີ້ ເຮົາ​ຈະ​ເຮັດ​ກັບ​ພວກ​ທີ່​ລອດຊີວິດ​ຂອງ​ຊົນຊາດ​ນີ້​ແຕກຕ່າງ​ອອກ​ໄປ. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="12">ພວກເຂົາ​ຈະ​ປູກ​ພືດພັນ​ຂອງຕົນ​ຢ່າງ​ສະຫງົບສຸກ. ຕົ້ນອະງຸ່ນ​ຂອງ​ພວກເຂົາ​ຈະ​ເກີດ​ໝາກ​ຫລາຍ ແຜ່ນດິນ​ຈະ​ຜະລິດ​ຜົນລະປູກ​ໄດ້​ດີ ແລະ​ຝົນ​ກໍ​ຈະ​ຕົກລົງ​ມາ​ຢ່າງ​ບໍຣິບູນ. ເຮົາ​ຈະ​ໃຫ້​ພຣະພອນ​ທັງໝົດ​ເຫຼົ່ານີ້​ແກ່​ປະຊາຊົນ ທີ່​ລອດຊີວິດ​ຢູ່​ໃນ​ຊາດ​ຂອງເຮົາ​ນັ້ນ.</verse>
				<verse number="13">ປະຊາຊົນ​ຢູດາ​ແລະ​ອິດສະຣາເອນ​ເອີຍ ໃນ​ອະດີດ​ນັ້ນ ຊາວ​ຕ່າງດ້າວ​ໄດ້​ສາບແຊ່ງ​ກັນແລະກັນ​ວ່າ, ‘ໃຫ້​ໄພພິບັດ​ທີ່​ຕົກ​ຖືກ​ຢູດາ​ແລະ​ອິດສະຣາເອນ​ນັ້ນ ຕົກ​ຖືກ​ພວກເຈົ້າ​ເຊັ່ນກັນ’ ແຕ່​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນໄພ; ແລ້ວ​ບັນດາ​ຄົນຕ່າງດ້າວ​ເຫຼົ່ານັ້ນ​ກໍ​ຈະ​ເວົ້າ​ຕໍ່​ກັນແລະກັນ​ວ່າ, ‘ຂໍ​ໃຫ້​ພຣະພອນ​ທີ່​ໄດ້​ມາ​ສູ່​ຢູດາ​ແລະ​ອິດສະຣາເອນ​ນັ້ນ ມາ​ສູ່​ພວກເຈົ້າ​ເຊັ່ນກັນ.’ ສະນັ້ນ ຈົ່ງ​ກ້າຫານ​ແລະ​ຢ່າ​ຢ້ານກົວ​ເລີຍ.”</verse>
				<verse number="14">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເມື່ອ​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ນັ້ນ ເຮົາ​ໄດ້​ຕັ້ງໃຈ​ລົງໂທດ​ພວກເຂົາ​ແລະ​ເຮົາ​ບໍ່ໄດ້​ປ່ຽນໃຈ ແຕ່​ໄດ້​ເຮັດ​ຕາມ​ທີ່​ເຮົາ​ໄດ້​ຕັ້ງໃຈ​ໄວ້.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ,</verse>
				<verse number="15">“ແຕ່​ບັດນີ້ ເຮົາ​ກຳລັງ​ຕັ້ງໃຈ​ຈະ​ອວຍພອນ​ປະຊາຊົນ​ເຢຣູຊາເລັມ​ແລະ​ຢູດາ. ດັ່ງນັ້ນ ຢ່າສູ່​ຢ້ານກົວ.</verse>
				<verse number="16">ສິ່ງ​ເຫຼົ່ານີ້​ແຫຼະ ທີ່​ພວກເຈົ້າ​ຕ້ອງ​ເຮັດ​ຄື: ຈົ່ງ​ກ່າວ​ຄວາມຈິງ​ຕໍ່​ກັນແລະກັນ. ຈົ່ງ​ໃຫ້​ສານ​ຂອງ​ພວກເຈົ້າ​ຕັດສິນ​ຄວາມ​ຢ່າງ​ຍຸດຕິທຳ​ອັນ​ແທ້ຈິງ ຄື​ຄວາມ​ຍຸດຕິທຳ​ທີ່​ຈະ​ນຳ​ໄປ​ສູ່​ຄວາມ​ສະຫງົບສຸກ.</verse>
				<verse number="17">ຢ່າ​ສູ່​ວາງແຜນ​ຄິດ​ຄວາມຊົ່ວ​ໃນໃຈ​ຕໍ່​ກັນແລະກັນ. ຢ່າ​ສູ່​ສາບານ​ໂດຍ​ເປັນ​ພະຍານ​ບໍ່ຈິງ. ເຮົາ​ກຽດຊັງ​ການ​ເວົ້າຕົວະ, ການ​ອະຍຸດຕິທຳ ແລະ​ການ​ໂຫດຮ້າຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="18">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ມອບ​ຖ້ອຍຄຳ​ໃຫ້​ແກ່​ເຊກາຣີຢາ ດັ່ງ​ຕໍ່ໄປນີ້:</verse>
				<verse number="19">“ການ​ຖືສິນ​ອົດອາຫານ​ໃນ​ເດືອນ​ທີ​ສີ່, ທີ​ຫ້າ, ທີ​ເຈັດ ແລະ​ທີ​ສິບ​ນັ້ນ ຈະ​ເປັນ​ມື້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ສຳລັບ​ປະຊາຊົນ​ຢູດາ. ພວກເຈົ້າ​ຕ້ອງ​ຮັກ​ຄວາມຈິງ​ແລະ​ຄວາມ​ສະຫງົບສຸກ.”</verse>
				<verse number="20">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ປະຊາຊົນ​ຈາກ​ຫລາຍ​ເມືອງ ຈະ​ມາ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="21">ຄົນ​ທີ່​ມາ​ຈາກ​ເມືອງ​ໜຶ່ງ​ຈະ​ເວົ້າ​ຕໍ່​ຄົນ​ທີ່​ມາ​ຈາກ​ເມືອງ​ອື່ນ​ວ່າ, ‘ຈົ່ງ​ພາກັນ​ໄປ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ສະແຫວງຫາ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ໄປ​ກັບ​ພວກເຮົາ​ເທີ້ນ.’</verse>
				<verse number="22">ປະຊາຊົນ​ຢ່າງ​ຫລວງຫລາຍ ແລະ​ຫລາຍ​ຊົນຊາດ​ທີ່​ມີ​ອຳນາດ​ຈະ​ມາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ສະແຫວງຫາ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແລະ​ເພື່ອ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ.</verse>
				<verse number="23">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ໃນ​ເວລາ​ນັ້ນ ຄົນ​ຕ່າງດ້າວ​ສິບ​ຄົນ​ຈະ​ມາ​ຫາ​ຄົນ​ຢິວ​ຜູ້ໜຶ່ງ ແລະ​ຈະ​ເວົ້າ​ວ່າ, ‘ພວກເຮົາ​ຢາກ​ຈະ​ໄປ​ກັບ​ເຈົ້າ ເພາະ​ພວກເຮົາ​ໄດ້ຍິນ​ວ່າ​ພຣະເຈົ້າ​ຢູ່​ກັບ​ເຈົ້າ.”’</verse>
			</chapter>
			<chapter number="9">
				<verse number="1">ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ: ພຣະອົງ​ໄດ້​ວາງ​ກົດ​ລົງໂທດ​ດິນແດນ​ຮັດຣັກ​ແລະ​ນະຄອນ​ດາມັສກັດ. ບໍ່ແມ່ນແຕ່​ເຜົ່າ​ທັງຫລາຍ​ໃນ​ຊາດ​ອິດສະຣາເອນ ທີ່​ເປັນ​ຂອງ​ພຣະເຈົ້າຢາເວ​ເທົ່ານັ້ນ; ແຕ່​ເມືອງເອກ​ຂອງ​ຊີເຣຍ​ກໍ​ເປັນ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="2">ເມືອງ​ຮາມັດ​ທີ່​ຢູ່​ຊາຍແດນ​ຂອງ​ຮັດຣັກ​ກໍ​ເປັນ​ຂອງ​ພຣະອົງ​ດ້ວຍ ເໝືອນກັນ​ກັບ​ເມືອງ​ຕີເຣ​ແລະ​ຊີໂດນ ຕະຫລອດ​ທັງ​ພວກ​ຊ່າງສີມື​ທຸກຄົນ​ທີ່​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ.</verse>
				<verse number="3">ຕີເຣ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ຕົນເອງ ແລະ​ສະສົມ​ເງິນຄຳ​ໄວ້​ຢ່າງ​ຫລວງຫລາຍ ຈົນ​ເປັນ​ຂອງ​ທຳມະດາ​ດັ່ງ​ຂີ້ຝຸ່ນ​ດິນ</verse>
				<verse number="4">ແຕ່​ດຽວນີ້ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ເອົາ​ສິ່ງ​ທັງໝົດ​ທີ່​ເມືອງ​ນີ້​ມີ​ຢູ່​ນັ້ນ​ໜີໄປ. ພຣະອົງ​ຈະ​ໂຍນ​ຊັບສົມບັດ​ຂອງ​ເມືອງ​ນີ້​ລົງ​ໄປ​ໃນ​ທະເລ ແລະ​ເມືອງ​ຈະ​ຖືກ​ເຜົາຜານ​ຈົນກ້ຽງ.</verse>
				<verse number="5">ເມືອງ​ອາຊະເກໂລນ​ຈະ​ເຫັນ​ເຫດການ​ນີ້ ແລະ​ຈະ​ເກີດ​ຢ້ານກົວ. ເມືອງ​ກາຊາ​ຈະ​ເຫັນ​ເຫດການ​ນີ້ ແລະ​ຈະ​ເຈັບປວດ​ຢ່າງ​ທົນທຸກ​ທໍລະມານ​ໜັກ. ເມືອງ​ເອັກໂຣນ​ກໍ​ເຊັ່ນດຽວ​ກັນ ຄວາມຫວັງ​ຂອງຕົນ​ຈະ​ແຕກ​ສະຫລາຍ​ໄປ. ເມືອງ​ກາຊາ​ຈະ​ສູນເສຍ​ກະສັດ ແລະ​ເມືອງ​ອາຊະເກໂລນ​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ.</verse>
				<verse number="6">ປະຊາຊົນ​ຫລາຍ​ເຊື້ອຊາດ​ທີ່​ປະປົນ​ກັນ ຈະ​ອາໄສ​ຢູ່​ໃນ​ເມືອງ​ອາຊະໂດດ ແລະ​ເຮົາ​ຈະ​ເຮັດ​ໃຫ້​ຊາວ​ຟີລິດສະຕິນ ຄົນ​ຈອງຫອງ​ເຫຼົ່ານັ້ນ​ຖ່ອມຕົວ​ລົງ.</verse>
				<verse number="7">ພວກເຂົາ​ຈະ​ບໍ່​ກິນ​ຊີ້ນ​ມີ​ເລືອດ​ອີກ​ຕໍ່ໄປ ຫລື​ອາຫານ​ໃດໆ​ທີ່​ຕ້ອງ​ຫ້າມ. ພວກ​ທີ່​ລອດຊີວິດ​ທຸກຄົນ​ຈະ​ເປັນ​ປະຊາຊົນ​ສ່ວນ​ໜຶ່ງ​ຂອງເຮົາ ແລະ​ຈະ​ເປັນ​ດັ່ງ​ຕະກຸນ​ໜຶ່ງ​ໃນ​ເຜົ່າ​ຢູດາ. ເອັກໂຣນ​ຈະ​ກາຍເປັນ​ປະຊາຊົນ​ສ່ວນ​ໜຶ່ງ​ຂອງເຮົາ ດັ່ງ​ທີ່​ຊາວ​ເຢບຸດ</verse>
				<verse number="8">ເຮົາ​ຈະ​ເຝົ້າ​ຮັກສາ​ດິນແດນ​ຂອງເຮົາ ແລະ​ຈະ​ບໍ່​ໃຫ້​ກອງທັບ​ໃດ​ຜ່ານ​ເຂົ້າ​ມາ​ໄດ້. ເຮົາ​ຈະ​ບໍ່​ຍອມ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ມາ​ກົດຂີ່​ຂົ່ມເຫັງ​ປະຊາຊົນ​ຂອງເຮົາ​ຕື່ມ​ອີກ ເພາະ​ເຮົາ​ໄດ້​ເຫັນ​ປະຊາຊົນ​ຂອງເຮົາ​ທົນທຸກ​ພຽງພໍ​ແລ້ວ.</verse>
				<verse number="9">ຈົ່ງ​ຍິນດີ​ເຖີດ ປະຊາຊົນ​ຂອງ​ພູເຂົາ​ຊີໂອນ​ເອີຍ ປະຊາຊົນ​ນະຄອນ​ເຢຣູຊາເລັມ ຈົ່ງ​ໂຮຮ້ອງ​ຍິນດີ​ເຖີດ ຈົ່ງ​ເບິ່ງດູ​ວ່າ​ກະສັດ​ຂອງ​ພວກເຈົ້າ​ກຳລັງ​ມາ​ຫາ ເພິ່ນ​ມາ​ຢ່າງ​ຜູ້​ມີໄຊ​ແລະ​ຢ່າງ​ຜູ້​ຍຸດຕິທຳ​ດ້ວຍ ແຕ່​ພັດ​ຖ່ອມຕົວ​ລົງ​ມາ​ນັ່ງ​ທີ່​ເທິງ​ຫລັງ​ລໍ ຂີ່​ລໍນ້ອຍ​ໂຕ​ທີ່​ເກີດ​ມາ​ຈາກ​ລໍແມ່.</verse>
				<verse number="10">ເຮົາ​ຈະ​ຍ້າຍ​ລົດຮົບ​ອອກ​ຈາກ​ເອຟຣາອີມ ແລະ​ນຳ​ຝູງ​ມ້າ​ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ​ດ້ວຍ; ໜ້າທະນູ​ທີ່​ໄດ້​ໃຊ້​ໃນ​ສະໜາມຮົບ​ຈະ​ຖືກ​ທຳລາຍ ພຣະອົງ​ຈະ​ສ້າງ​ສັນຕິສຸກ​ໃນ​ທ່າມກາງ​ຊົນຊາດ; ເພິ່ນ​ຈະ​ປົກຄອງ​ຈາກ​ທະເລ​ນີ້​ເຖິງ​ທະເລ​ນັ້ນ ແຕ່​ແມ່ນໍ້າ​ເອີຟຣັດ​ເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.</verse>
				<verse number="11">ເພາະ​ພັນທະສັນຍາ​ທີ່​ເຮົາ​ມີ​ໄວ້​ກັບ​ພວກເຈົ້າ ທີ່​ຖືກ​ປະທັບຕາ​ໂດຍ​ເລືອດ​ສຳລັບ​ຖວາຍບູຊາ​ນັ້ນ ເຮົາ​ຈະ​ປົດປ່ອຍ​ປະຊາຊົນ​ຂອງ​ພວກເຈົ້າ​ໃຫ້​ເປັນ​ເສລີ ເປັນ​ອິດສະຫລະ​ຈາກ​ທີ່​ຄຸມຂັງ​ໃນ​ຫລຸມເລີກ​ທີ່​ບໍ່ມີ​ນໍ້າ.</verse>
				<verse number="12">ບັດນີ້ ຈົ່ງ​ກັບ​ມາ​ດ້ວຍ​ຄວາມຫວັງ​ເຖີດ ພວກ​ທີ່​ເປັນ​ຊະເລີຍ​ເອີຍ ໃຫ້​ກັບ​ມາ​ສູ່​ບ່ອນ​ທີ່​ປອດໄພ​ສຳລັບ​ພວກເຈົ້າ. ບັດນີ້ ເຮົາ​ບອກ​ພວກເຈົ້າ​ວ່າ​ຈະ​ໄດ້​ຮັບ​ສອງ​ເທື່ອ​ເທົ່າຕົວ ພອນ​ສຳລັບ​ສິ່ງ​ທັງໝົດ​ທີ່​ພວກເຈົ້າ​ໄດ້​ທົນທຸກ​ນັ້ນ.</verse>
				<verse number="13">ເຮົາ​ຈະ​ໃຊ້​ຢູດາ​ໃຫ້​ເປັນ​ດັ່ງ​ໜ້າທະນູ ແລະ​ອິດສະຣາເອນ​ໃຫ້​ເປັນ​ດັ່ງ​ລູກທະນູ​ດ້ວຍ. ເຮົາ​ຈະ​ໃຊ້​ຄົນ​ໃນ​ເມືອງ​ຊີໂອນ​ເປັນ​ດັ່ງ​ດາບ​ດວງ​ໜຶ່ງ ເພື່ອ​ຈະ​ຕໍ່ສູ້​ພວກ​ທີ່​ມາ​ຈາກ​ປະເທດ​ກຣີກ.</verse>
				<verse number="14">ເມື່ອ​ພຣະເຈົ້າຢາເວ​ຈະ​ປາກົດ​ຢູ່​ເທິງ​ປະຊາຊົນ​ຂອງຕົນ ພຣະອົງ​ຈະ​ຍິງ​ລູກທະນູ​ດັ່ງ​ສາຍ​ຟ້າ​ແມບເຫລື້ອມ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ເປົ່າແກ​ປຸກ ພຣະອົງ​ຈະ​ຍົກທັບ​ມາ​ໃນ​ພະຍຸ​ຈາກ​ທິດໃຕ້.</verse>
				<verse number="15">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ປົກປ້ອງ ປະຊາຊົນ​ຂອງ​ພຣະອົງ ພວກເຂົາ​ຈະ​ທຳລາຍ​ສັດຕູ​ໃຫ້​ກ້ຽງ. ພວກເຂົາ​ຈະ​ຮ້ອງໂຮ​ໃນ​ສະໜາມຮົບ​ດັ່ງ​ຄົນ​ມືນເມົາ ແລະ​ຈະ​ເຮັດ​ໃຫ້​ສັດຕູ​ເລືອດ​ໄຫລຫລັ່ງ​ຍ້ອຍ; ມັນ​ຈະ​ໄຫລຫລັ່ງ​ຍ້ອຍ​ດັ່ງ​ເລືອດ​ທີ່​ຈະ​ນຳ​ໄປ​ຖວາຍ ຖອກ​ໃສ່​ແທ່ນບູຊາ ຈາກ​ຖ້ວຍ​ໃບ​ໜຶ່ງ.</verse>
				<verse number="16">ເມື່ອ​ວັນ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ຈະ​ຊ່ວຍ​ພວກເຂົາ ໃຫ້​ພົ້ນ​ອັນຕະລາຍ​ດັ່ງ​ຝູງແກະ​ທີ່​ມີ​ຜູ້ລ້ຽງ. ພວກເຂົາ​ຈະ​ສ່ອງໄສ​ແຈ້ງ​ຢູ່​ໃນ​ດິນແດນ​ຂອງ​ພຣະອົງ ດັ່ງ​ເພັດພອຍ​ຢູ່​ໃນ​ມົງກຸດ​ນັ້ນ.</verse>
				<verse number="17">ດິນແດນ​ນັ້ນ​ຈະ​ງາມ​ແລະ​ອຸດົມສົມບູນ​ຍິ່ງ ຄົນໜຸ່ມ​ຈະ​ເຂັ້ມແຂງ​ດ້ວຍ​ເຂົ້າ​ແລະ​ເຫຼົ້າ​ອະງຸ່ນ.</verse>
			</chapter>
			<chapter number="10">
				<verse number="1">ຈົ່ງ​ຂໍ​ຝົນ​ປາຍ​ລະດູ​ຈາກ​ພຣະເຈົ້າຢາເວ. ແມ່ນ​ພຣະເຈົ້າຢາເວ​ທີ່​ສົ່ງ​ພະຍຸ​ຝົນ​ກັບ​ຫ່າຝົນ​ລົງ​ມາ​ໃຫ້​ແກ່​ປະຊາຊົນ, ທັງ​ໃຫ້​ທົ່ງ​ໄຮ່​ທົ່ງນາ​ຂຽວ​ງາມ​ສຳລັບ​ທຸກຄົນ.</verse>
				<verse number="2">ປະຊາຊົນ​ປຶກສາ​ກັບ​ບັນດາ​ຮູບເຄົາຣົບ ແລະ​ໝໍດູ​ໝໍມໍ ແຕ່​ພວກມັນ​ໃຫ້​ຄຳຕອບ​ທີ່​ຕົວະ ແລະ​ຫລອກລວງ. ບາງຄົນ​ກໍ​ແກ້​ຄວາມຝັນ ແຕ່​ເປັນ​ຄຳຫລອກລວງ​ພວກເຈົ້າ​ເທົ່ານັ້ນ; ຄຳ​ເລົ້າໂລມ​ທີ່​ພວກມັນ​ໃຫ້​ພວກເຈົ້າ​ນັ້ນ​ບໍ່ມີ​ປະໂຫຍດ. ເພາະສະນັ້ນ ປະຊາຊົນ​ຈຶ່ງ​ຊັດເຊ​ພະເນຈອນ​ໄປ​ດັ່ງ​ຝູງແກະ. ພວກເຂົາ​ຕົກ​ຢູ່​ໃນ​ຄວາມ​ເດືອດຮ້ອນ​ຍ້ອນ​ບໍ່ມີ​ຜູ້​ນຳພາ.</verse>
				<verse number="3">ເຮົາ​ໂກດຮ້າຍ​ຊາວ​ຕ່າງດ້າວ​ເຫຼົ່ານັ້ນ ຄື​ຜູ້​ທີ່​ປົກຄອງ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກຳລັງ​ຈະ​ລົງໂທດ​ພວກເຂົາ. ປະຊາຊົນ​ຢູດາ​ເປັນ​ຂອງເຮົາ ແລະ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ເບິ່ງແຍງ​ພວກເຂົາ. ພວກເຂົາ​ຈະ​ເປັນ​ມ້າ​ເສິກ​ທີ່​ແຂງແຮງ​ຂອງເຮົາ.</verse>
				<verse number="4">ຈາກ​ທ່າມກາງ​ພວກເຂົາ​ນັ້ນ​ຈະ​ມີ​ບັນດາ​ຜູ້ປົກຄອງ, ບັນດາ​ຜູ້ນຳ ແລະ​ບັນດາ​ຜູ້​ບັນຊາການ​ທະຫານ​ປົກຄອງ​ປະຊາຊົນ​ຂອງເຮົາ.</verse>
				<verse number="5">ປະຊາຊົນ​ຢູດາ​ຈະ​ມີ​ໄຊຊະນະ​ດັ່ງ​ທະຫານ​ທີ່​ຢຽບຢໍ່າ​ເຫຼົ່າ​ສັດຕູ​ລົງ​ໃນ​ຂີ້ຕົມ ຕາມ​ທ້ອງ​ຖະໜົນ​ຫົນທາງ. ພວກເຂົາ​ຈະ​ຕໍ່ສູ້​ເຫຼົ່າ​ສັດຕູ ເພາະ​ພຣະເຈົ້າຢາເວ​ຢູ່​ກັບ​ພວກເຂົາ ແລະ​ພວກເຂົາ​ຈະ​ເອົາ​ຊະນະ​ແມ່ນແຕ່​ກອງ​ທະຫານ​ມ້າ​ຂອງ​ເຫຼົ່າ​ສັດຕູ​ດ້ວຍ.</verse>
				<verse number="6">ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ຢູດາ​ເຂັ້ມແຂງ ເຮົາ​ຈະ​ຊ່ວຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ພົ້ນ. ເຮົາ​ຈະ​ມີ​ຄວາມ​ເມດຕາ​ແກ່​ພວກເຂົາ ແລະ​ນຳ​ພວກເຂົາ​ທຸກຄົນ​ກັບ​ມາ​ບ້ານ. ພວກເຂົາ​ຈະ​ເປັນ​ຄື​ກັບ​ວ່າ​ເຮົາ​ບໍ່ເຄີຍ​ປະຖິ້ມ​ພວກເຂົາ​ເລີຍ ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ; ເຮົາ​ຈະ​ຕອບ​ຄຳ​ພາວັນນາ​ອະທິຖານ ທຸກໆ​ປະການ​ຂອງ​ພວກ​ເຂົາເຈົ້າ.</verse>
				<verse number="7">ປະຊາຊົນ​ອິດສະຣາເອນ​ຈະ​ເຂັ້ມແຂງ​ດັ່ງ​ນັກຮົບ ສົດຊື່ນ​ດັ່ງ​ຄົນ​ທີ່​ກຳລັງ​ໄດ້​ດື່ມ​ເຫຼົ້າ​ອະງຸ່ນ. ເຊື້ອສາຍ​ຂອງ​ພວກ​ເຂົາ​ຈະ​ຈົດຈຳ​ໄຊຊະນະ​ນີ້ ແລະ​ຈະ​ປິຕິ​ຍິນດີ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ.</verse>
				<verse number="8">ເຮົາ​ຈະ​ເອີ້ນ​ເອົາ​ປະຊາຊົນ​ຂອງເຮົາ ແລະ​ທ້ອນໂຮມ​ພວກເຂົາ​ເຂົ້າ​ມາ​ຫາ​ກັນ​ໄວ້. ເຮົາ​ຈະ​ໄຖ່​ເອົາ​ພວກເຂົາ ເຮັດ​ໃຫ້​ພວກເຂົາ​ມີ​ຈຳນວນ​ຫລາຍ​ຄື​ດັ່ງ​ແຕ່​ກ່ອນ.</verse>
				<verse number="9">ເຖິງ​ແມ່ນ​ເຮົາ​ໄດ້​ກະຈັດ​ກະຈາຍ​ພວກເຂົາ​ໄປ​ກໍຕາມ ໃນ​ທ່າມກາງ​ບັນດາ​ຊົນຊາດ​ທັງຫລາຍ​ນັ້ນ ແຕ່​ຈາກ​ທີ່​ຫ່າງໄກ​ພຸ້ນ​ພວກເຂົາ​ຍັງ​ຈະ​ລະນຶກ​ຄິດເຖິງ ແລະ​ຈົດຈຳ​ເຮົາ​ໄດ້​ຢູ່. ພວກເຂົາ​ຈະ​ລອດຊີວິດ​ມາ​ໄດ້​ພ້ອມ​ດ້ວຍ​ລູກໆ​ຂອງ​ພວກເຂົາ ແລະ​ຕ່າງ​ກໍ​ຈະ​ຫັນຕ່າວ​ຄືນມາ​ບ້ານ.</verse>
				<verse number="10">ຈາກ​ປະເທດ​ເອຢິບ ແລະ​ອັດຊີເຣຍ​ເຮົາ​ຈະ​ນຳ​ພວກເຂົາ​ກັບ​ມາ ແລະ​ໃຫ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ປະເທດ​ຂອງ​ພວກ​ເຂົາ. ເຮົາ​ຍັງ​ຈະ​ໃຫ້​ຕັ້ງ​ທີ່​ຢູ່​ໃນ​ກີເລອາດ ແລະ​ເລບານອນ ດິນແດນ​ທັງໝົດ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ປະຊາຊົນ​ທັງນັ້ນ.</verse>
				<verse number="11">ເມື່ອ​ພວກເຂົາ​ຜ່ານ​ທະເລ​ທີ່​ໃຫ້​ຄວາມ​ເດືອດຮ້ອນ​ໃຈ ພຣະອົງ​ຈະ​ຕີ​ຄື້ນ​ໃຫ້​ສະຫງັດ​ງຽບ ສ່ວນ​ທ້ອງ​ນໍ້າ​ເລິກ​ຂອງ​ແມ່ນໍ້ານິນ ກໍ​ຈະ​ບົກລົງ ແລະ​ເຫືອດແຫ້ງ​ໄປ​ຈົນກ້ຽງ. ອັດຊີເຣຍ​ຜູ້​ທີ່​ຈອງຫອງ​ຈະ​ອ່ອນນ້ອມ​ຖ່ອມຕົວ ແລະ​ປະເທດ​ເອຢິບ​ຜູ້​ທີ່​ມີ​ກຳລັງ​ກໍ​ຈະ​ສູນເສຍ​ອຳນາດ.</verse>
				<verse number="12">ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເຂັ້ມແຂງ​ໃນ​ພຣະເຈົ້າຢາເວ ພວກເຂົາ​ຈະ​ເຊື່ອຟັງ ແລະ​ນະມັດສະການ​ ເຮົາ​ດ້ວຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
			</chapter>
			<chapter number="11">
				<verse number="1">ຈົ່ງ​ໄຂ​ປະຕູ​ເມືອງ​ຂອງ​ເຈົ້າ​ອອກ ເລບານອນ​ເອີຍ ເພື່ອ​ວ່າ​ໄຟ​ຈະ​ໄດ້​ໄໝ້​ບັນດາ​ຕົ້ນແປກ​ຂອງເຈົ້າ</verse>
				<verse number="2">ຈົ່ງ​ຮ້ອງໄຫ້​ແລະ​ໄວ້ທຸກ​ເຖີດ ຕົ້ນ​ແປກເທດ​ເອີຍ ເພາະ​ຕົ້ນແປກ​ທັງຫລາຍ​ໄດ້​ລົ້ມລົງ​ເສຍ​ແລ້ວ; ຄື​ຕົ້ນໄມ້​ຕ່າງໆ​ທີ່​ມີ​ກຽດ​ເຫຼົ່ານັ້ນ​ນາ ຕ່າງ​ກໍ​ຖືກ​ທຳລາຍ​ລົງ​ຢ່າງ​ໝົດສິ້ນ​ເສຍແລ້ວ ຈົ່ງ​ຮ້ອງໄຫ້​ໄວ້ທຸກ​ເຖີດ ຕົ້ນ​ໂອກ​ແຫ່ງ​ບາຊານ​ເອີຍ ເພາະ​ປ່າ​ທີ່​ເຕັມ​ໄປ​ດ້ວຍ​ໄມ້​ກໍ​ຖືກ​ປໍ້າ​ລົງ​ເສຍ​ແລ້ວ</verse>
				<verse number="3">ບັນດາ​ນັກ​ປົກຄອງ​ຄວນຄາງ​ຢ່າງ​ທຸກ​ລະທົມ​ໃຈ ເພາະ​ກຽດສັກສີ​ຂອງ​ພວກເຂົາ​ສູນສິ້ນ​ໄປ​ເສຍແລ້ວ ຈົ່ງ​ຟັງ​ສຽງ​ຄຳຣາມ​ຮ້ອງ​ຂອງ​ຝູງ​ສິງໜຸ່ມ ປ່າ​ທີ່​ມັນ​ຢູ່​ຕາມ​ແມ່ນໍ້າ​ຈໍແດນ​ໄດ້​ຖືກ​ທຳລາຍ​ລົງ.</verse>
				<verse number="4">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ໄດ້​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ເຮັດ​ເປັນ​ຄື​ຄົນລ້ຽງແກະ ຊຶ່ງ​ຝູງແກະ​ກຳລັງ​ຈະ​ຖືກ​ນຳ​ໄປ​ຂ້າ.</verse>
				<verse number="5">ບັນດາ​ເຈົ້າຂອງ​ໄດ້​ຂ້າ​ແກະ​ເຫຼົ່ານັ້ນ ແລະ​ໜີໄປ​ໂດຍ​ບໍ່ໄດ້​ຮັບ​ໂທດ. ພວກເຂົາ​ຂາຍ​ຊີ້ນ ແລະ​ເວົ້າ​ວ່າ, ‘ສັນລະເສີນ​ພຣະເຈົ້າຢາເວ ພວກເຮົາ​ຕ່າງ​ກໍ​ຮັ່ງມີ’ ແມ່ນແຕ່​ຜູ້ລ້ຽງແກະ​ເອງ​ກໍ​ຍັງ​ບໍ່​ເມດຕາ​ສົງສານ​ຝູງແກະ​ນັ້ນ.” (</verse>
				<verse number="6">ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ເມດຕາ​ຜູ້ໃດ​ເລີຍ​ໃນ​ແຜ່ນດິນ​ໂລກ​ນີ້. ເຮົາເອງ​ຈະ​ເປັນ​ຜູ້​ມອບ​ປະຊາຊົນ​ທຸກຄົນ ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ຜູ້ປົກຄອງ​ພວກເຂົາ. ນັກ​ປົກຄອງ​ເຫຼົ່ານີ້​ຈະ​ລ້າງຜານ​ແຜ່ນດິນ​ໂລກ ແລະ​ເຮົາ​ຈະ​ບໍ່​ຊ່ວຍ​ຜູ້ໃດ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກເຂົາ​ເລີຍ.”)</verse>
				<verse number="7">ຜູ້ຊື້​ກັບ​ຜູ້ຂາຍ​ແກະ​ເຫຼົ່ານັ້ນ ໄດ້​ຈ້າງ​ຂ້າພະເຈົ້າ​ໃຫ້​ເປັນ​ຄົນລ້ຽງແກະ ຊຶ່ງ​ກຳລັງ​ຈະ​ຖືກ​ນຳ​ໄປ​ຂ້າ. ຂ້າພະເຈົ້າ​ໄດ້​ຈັບ​ເອົາ​ໄມ້​ສອງ​ທ່ອນ: ທ່ອນ​ໜຶ່ງ​ເອີ້ນ​ວ່າ, “ພຣະຄຸນ” ແລະ​ທ່ອນ​ໜຶ່ງ​ອີກ​ເອີ້ນ​ວ່າ, “ນໍ້າໜຶ່ງໃຈດຽວ.” ແລະ​ຂ້າພະເຈົ້າ​ໄດ້​ເປັນ​ຜູ້​ເບິ່ງແຍງ​ຝູງແກະ.</verse>
				<verse number="8">ຂ້າພະເຈົ້າ​ໝົດ​ຄວາມ​ອົດທົນ​ກັບ​ຄົນລ້ຽງແກະ​ອື່ນ​ສາມ​ຄົນ ທີ່​ກຽດຊັງ​ຂ້າພະເຈົ້າ; ພຽງ​ເດືອນ​ດຽວ​ເທົ່ານັ້ນ ຂ້າພະເຈົ້າ​ກໍໄດ້​ກຳຈັດ​ພວກເຂົາ​ທັງໝົດ.</verse>
				<verse number="9">ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ຕໍ່​ຝູງແກະ​ວ່າ, “ຂ້າພະເຈົ້າ​ຈະ​ບໍ່​ເປັນ​ຜູ້ລ້ຽງ​ຂອງ​ພວກເຈົ້າ​ອີກ​ຕໍ່ໄປ. ພວກ​ທີ່​ຕາຍ​ກໍ​ໃຫ້​ຕາຍໄປ. ພວກ​ທີ່​ຖືກ​ທຳລາຍ​ກໍ​ໃຫ້​ຖືກ​ທຳລາຍ​ໄປ. ພວກ​ທີ່​ຍັງເຫລືອ​ຢູ່​ກໍ​ຈະ​ທຳລາຍ​ກັນ​ເອງ.”</verse>
				<verse number="10">ແລ້ວ​ຂ້າພະເຈົ້າ​ກໍ​ຈັບ​ເອົາ​ໄມ້​ທ່ອນ​ໜຶ່ງ​ທີ່​ເອີ້ນ​ວ່າ, “ພຣະຄຸນ” ນັ້ນ​ມາ​ຫັກ​ຖິ້ມ​ເພື່ອ​ຍົກເລີກ​ພັນທະສັນຍາ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເຮັດ​ໄວ້​ກັບ​ບັນດາ​ຊົນຊາດ.</verse>
				<verse number="11">ສະນັ້ນ ພັນທະສັນຍາ​ຈຶ່ງ​ໄດ້​ຖືກ​ຍົກເລີກ​ໃນ​ມື້​ນັ້ນ. ຄົນ​ເຫຼົ່ານັ້ນ​ທີ່​ໄດ້​ຊື້​ແລະ​ຂາຍ​ແກະ ຕ່າງ​ກໍ​ຈ້ອງເບິ່ງ​ຂ້າພະເຈົ້າ​ແລະ​ພວກເຂົາ​ກໍໄດ້​ຮູ້​ວ່າ ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ​ທາງ​ຖ້ອຍຄຳ​ທີ່​ຂ້າພະເຈົ້າ​ກ່າວ​ນັ້ນ.</verse>
				<verse number="12">ຂ້າພະເຈົ້າ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ຖ້າ​ພວກທ່ານ​ເຫັນ​ວ່າ​ເປັນ​ການດີ ຈົ່ງ​ໃຫ້​ຄ່າຈ້າງ​ແກ່​ຂ້າພະເຈົ້າ​ເຖີດ, ແຕ່​ຖ້າ​ບໍ່​ເຫັນ​ເປັນ​ການດີ​ກໍຊ່າງເຖາະ.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ເງິນ​ສາມສິບ​ຫລຽນ​ໃຫ້​ເປັນ​ຄ່າຈ້າງ​ແກ່​ຂ້າພະເຈົ້າ.</verse>
				<verse number="13">ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ເອົາ​ເງິນ​ເຫຼົ່ານີ້ ໄປ​ໄວ້​ໃນ​ຄັງ​ຂອງ​ພຣະວິຫານ.” ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ເອົາ​ເງິນ​ສາມສິບ​ຫລຽນ ຊຶ່ງ​ພວກເຂົາ​ຄິດວ່າ​ເປັນ​ຄ່າຈ້າງ​ທີ່​ງາມ​ສຳລັບ​ຂ້າພະເຈົ້າ​ນັ້ນ​ໄປ​ໄວ້​ໃນ​ຄັງ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="14">ແລ້ວ​ຂ້າພະເຈົ້າ​ກໍໄດ້​ຫັກ​ໄມ້​ທ່ອນ​ທີ​ສອງ​ທີ່​ມື​ຊື່​ວ່າ, “ນໍ້າໜຶ່ງໃຈດຽວ” ຄວາມເປັນ​ນໍ້າໜຶ່ງໃຈ​ດຽວກັນ​ຂອງ​ຢູດາ​ແລະ​ຂອງ​ອິດສະຣາເອນ​ກໍ​ຫັກ​ສະບັ້ນ​ລົງ.</verse>
				<verse number="15">ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ບັດນີ້ ຈົ່ງ​ເຮັດ​ເປັນ​ຄື​ຄົນລ້ຽງແກະ​ທີ່​ບໍ່ມີ​ຄ່າ.</verse>
				<verse number="16">ເຮົາ​ໄດ້​ໃຫ້​ຄົນລ້ຽງແກະ​ຜູ້ໜຶ່ງ​ເບິ່ງແຍງ​ຝູງແກະ​ຂອງເຮົາ ແຕ່​ລາວ​ບໍ່ໄດ້​ຊ່ວຍ​ແກະ​ທີ່​ກຳລັງ​ຈະ​ຈິບຫາຍ​ໄປ; ລາວ​ບໍ່ໄດ້​ຊອກຫາ​ໂຕ​ທີ່​ເສຍໄປ ຫລື​ປິ່ນປົວ​ໂຕ​ທີ່​ຖືກ​ບາດເຈັບ ຫລື​ລ້ຽງດູ​ໂຕ​ທີ່​ລອດຊີວິດ​ຢູ່, ແຕ່​ລາວ​ກັບ​ກິນ​ຊີ້ນ​ຂອງ​ແກະ​ໂຕ​ທີ່​ຕຸ້ຍພີ ແລະ​ຈີກ​ກີບ​ຕິນ​ຂອງ​ມັນ​ອອກ​ເສຍ.</verse>
				<verse number="17">ເຄາະກຳ​ເປັນ​ຂອງ​ຄົນລ້ຽງແກະ​ທີ່​ບໍ່​ມີ​ຄ່າ​ເສຍ​ແລ້ວ ລາວ​ໄດ້​ປະຖິ້ມ​ຝູງແກະ​ຂອງ​ລາວ. ເສິກ​ສົງຄາມ​ຈະ​ທຳລາຍ​ອຳນາດ​ຂອງ​ລາວ​ລົງ. ແຂນ​ຂອງ​ລາວ​ຈະ​ລີບ​ເຂົ້າ​ແລະ​ຕາ​ກໍ້າ​ຂວາ​ຂອງ​ລາວ​ກໍ​ຈະ​ບອດ​ດ້ວຍ.”</verse>
			</chapter>
			<chapter number="12">
				<verse number="1">ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ທີ່​ມາ​ຈາກ​ພຣະເຈົ້າຢາເວ ເຖິງ​ຊາດ​ອິດສະຣາເອນ: ພຣະເຈົ້າຢາເວ​ອົງ​ໄດ້​ກາງ​ຈັກກະວານ​ອອກ ໄດ້​ນິຣະມິດ​ສ້າງ​ແຜ່ນດິນ​ໂລກ ແລະ​ໄດ້​ໃຫ້​ຊີວິດ​ແກ່​ມວນ​ມະນຸດ. ພຣະອົງ​ກ່າວ​ວ່າ,</verse>
				<verse number="2">“ເຮົາ​ຈະ​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ດັ່ງ​ຈອກ​ເຫຼົ້າ​ອະງຸ່ນ; ບັນດາ​ຊົນຊາດ​ທີ່​ຢູ່​ອ້ອມຮອບ​ນະຄອນ​ເຢຣູຊາເລັມ​ນີ້ ຈະ​ດື່ມ​ຈົນ​ເມົາ​ແລະ​ຍ່າງ​ໂຊເຊ. ເມື່ອ​ພວກເຂົາ​ປິດລ້ອມ​ນະຄອນ​ເຢຣູຊາເລັມ​ນັ້ນ ເມືອງ​ຕ່າງໆ​ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ​ຢູດາ ກໍ​ຈະ​ຖືກ​ປິດລ້ອມ​ເຊັ່ນດຽວ​ກັນ.</verse>
				<verse number="3">ແຕ່​ເມື່ອ​ເວລາ​ນັ້ນ​ມາເຖິງ ເຮົາ​ຈະ​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ດັ່ງ​ຫີນ​ໜັກ​ກ້ອນ​ໜຶ່ງ ຊົນຊາດ​ໃດ​ທີ່​ພະຍາຍາມ​ຍົກ​ຫີນ​ກ້ອນ​ນີ້​ຂຶ້ນ​ກໍ​ຈະ​ໄດ້​ຮັບ​ບາດເຈັບ. ຊົນຊາດ​ທັງໝົດ​ຢູ່​ໃນ​ໂລກນີ້ ຈະ​ໂຮມ​ກຳລັງ​ກັນ​ໂຈມຕີ​ນະຄອນ​ນີ້.</verse>
				<verse number="4">ພຣະເຈົ້າຢາເວ​ກ່າວ​ວ່າ ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ມ້າ​ຂອງ​ພວກເຂົາ​ທຸກ​ໂຕ​ສະທ້ານ​ຢ້ານກົວ ແລະ​ທັງ​ຈະ​ເຮັດ​ໃຫ້​ຄົນ​ຂີ່​ມ້າ​ທຸກຄົນ​ເປັນ​ບ້າ. ເຮົາ​ຈະ​ເຝົ້າ​ເບິ່ງແຍງ​ປະຊາຊົນ​ຢູດາ ແຕ່​ເຮົາ​ຈະ​ເຮັດ​ໃຫ້​ບັນດາ​ມ້າ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ຕາບອດ.</verse>
				<verse number="5">ແລ້ວ​ຕະກຸນ​ຕ່າງໆ​ຂອງ​ເຜົ່າຢູດາ​ກໍ​ຈະ​ເວົ້າ​ຕໍ່​ກັນແລະກັນ​ວ່າ ‘ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ພວກເຂົາ​ໃຫ້​ກຳລັງ​ແກ່​ພວກເຂົາ​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.’</verse>
				<verse number="6">ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຕະກຸນ​ຕ່າງໆ​ໃນ​ເຜົ່າຢູດາ ເປັນ​ດັ່ງ​ກອງ​ໄຟ​ຢູ່​ໃນ​ປ່າ​ແລະ​ຢູ່​ຕາມ​ທົ່ງນາ​ທີ່​ມີ​ເຂົ້າ​ສຸກ​ເຕັມ​ຢູ່ ເພາະ​ພວກເຂົາ​ຈະ​ທຳລາຍ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ສ່ວນ​ປະຊາຊົນ​ເຢຣູຊາເລັມ​ນັ້ນ​ຈະ​ຢູ່​ໃນ​ນະຄອນ​ຢ່າງ​ປອດໄພ.</verse>
				<verse number="7">ພຣະເຈົ້າຢາເວ​ຈະ​ໃຫ້​ກອງທັບ​ຂອງ​ຢູດາ​ໄຊຊະນະ​ກ່ອນ ເພື່ອ​ວ່າ​ກຽດ​ທີ່​ເຊື້ອສາຍ​ຂອງ​ກະສັດ​ດາວິດ ແລະ​ປະຊາຊົນ​ເຢຣູຊາເລັມ​ທີ່​ຈະ​ໄດ້​ຮັບ​ນັ້ນ ຈະ​ບໍ່​ເໜືອກວ່າ​ປະຊາຊົນ​ສ່ວນ​ອື່ນໆ​ຂອງ​ຢູດາ.</verse>
				<verse number="8">ໃນ​ເວລາ​ນັ້ນ ພຣະເຈົ້າຢາເວ​ຈະ​ປົກປ້ອງ​ຜູ້​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ແມ່ນແຕ່​ຜູ້​ອ່ອນແຮງ​ທີ່ສຸດ​ກໍ​ຈະ​ເຂັ້ມແຂງ​ຄື​ກະສັດ​ດາວິດ. ເຊື້ອສາຍ​ຂອງ​ກະສັດ​ດາວິດ​ຈະ​ນຳພາ​ພວກເຂົາ​ດັ່ງ​ເທວະດາ​ຂອງ​ພຣະເຈົ້າຢາເວ ຄື​ເປັນ​ດັ່ງ​ພຣະເຈົ້າ​ເອງ.</verse>
				<verse number="9">ໃນ​ເວລາ​ນັ້ນ ເຮົາ​ຈະ​ທຳລາຍ​ທຸກ​ຊົນຊາດ​ທີ່​ພະຍາຍາມ​ໂຈມຕີ​ນະຄອນ​ເຢຣູຊາເລັມ.</verse>
				<verse number="10">ເຮົາ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ກະສັດ​ດາວິດ ແລະ​ຊາວ​ເຢຣູຊາເລັມ​ຄົນອື່ນໆ ເຕັມ​ໄປ​ດ້ວຍ​ຈິດໃຈ​ເມດຕາ ແລະ​ຮັກ​ການພາວັນນາ​ອະທິຖານ. ພວກເຂົາ​ຈະ​ແນມເບິ່ງ​ຜູ້​ທີ່​ພວກເຂົາ​ແທງ​ຈົນຕາຍ ແລະ​ພວກເຂົາ​ຈະ​ໄວ້ທຸກ​ໃຫ້​ເພິ່ນ​ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍ​ໂທນ​ຂອງຕົນ. ພວກເຂົາ​ຈະ​ໄວ້​ທຸກຢ່າງ​ຂົມຂື່ນ ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍກົກ​ຂອງຕົນ.</verse>
				<verse number="11">ໃນ​ເວລາ​ນັ້ນ ການ​ໄວ້ທຸກ​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ໜັກ​ຫລາຍ ເທົ່າ​ກັບ​ການ​ໄວ້ທຸກ​ໃຫ້​ແກ່​ຮາດັດຣິມໂມນ ຢູ່​ໃນ​ທົ່ງພຽງ​ຂອງ​ເມກິດໂດ.</verse>
				<verse number="12">ແຕ່ລະ​ຄອບຄົວ​ໃນ​ດິນແດນ​ນັ້ນ​ຈະ​ພາກັນ​ໄວ້ທຸກ​ໂດຍ​ຕົນເອງ​ຄື: ຄອບຄົວ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ດາວິດ​ຕ່າງຫາກ ແລະ​ບັນດາ​ເມຍ​ຂອງ​ພວກເຂົາ​ກໍ​ຕ່າງຫາກ, ຄອບຄົວ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ນາທານ​ຕ່າງຫາກ ແລະ​ບັນດາ​ເມຍ​ຂອງ​ພວກເຂົາ​ກໍ​ຕ່າງຫາກ,</verse>
				<verse number="13">ຄອບຄົວ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ເລວີ​ຕ່າງຫາກ ແລະ​ບັນດາ​ເມຍ​ຂອງ​ພວກເຂົາ​ກໍ​ຕ່າງຫາກ, ຄອບຄົວ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຊີເມອີ​ຕ່າງຫາກ ແລະ​ບັນດາ​ເມຍ​ຂອງ​ພວກເຂົາ​ກໍ​ຕ່າງຫາກ,</verse>
				<verse number="14">ແລະ​ບັນດາ​ຄອບຄົວ​ທັງໝົດ​ທີ່​ເຫຼືອຢູ່​ກໍ​ໄວ້ທຸກ​ຕ່າງຫາກ ແລະ​ບັນດາ​ເມຍ​ຂອງ​ພວກເຂົາ​ກໍ​ໄວ້ທຸກ​ຢູ່​ຕ່າງຫາກ.</verse>
			</chapter>
			<chapter number="13">
				<verse number="1">ເມື່ອ​ເວລາ​ນັ້ນ​ມາ​ເຖິງ​ຈະ​ມີ​ນໍ້າ​ບໍ່​ໜຶ່ງ​ໄຫລ​ອອກ​ມາ ເພື່ອ​ຊຳລະ​ບາບ​ຂອງ​ເຊື້ອສາຍ​ຂອງ​ກະສັດ​ດາວິດ ແລະ​ຂອງ​ປະຊາຊົນ​ເຢຣູຊາເລັມ ເພາະ​ພວກເຂົາ​ຂາບໄຫວ້​ບັນດາ​ຮູບເຄົາຣົບ.</verse>
				<verse number="2">ພຣະເຈົ້າຢາເວ​ກ່າວ​ວ່າ, ໃນ​ເວລາ​ນັ້ນ ເຮົາ​ຈະ​ກຳຈັດ​ບັນດາ​ຮູບເຄົາຣົບ​ໃຫ້​ໝົດ​ໄປ​ຈາກ​ດິນແດນ ແລະ​ຈະ​ບໍ່ມີ​ຜູ້ໃດ​ຈົດຈຳພວກ​ມັນ​ໄດ້​ອີກ​ເລີຍ. ເຮົາ​ຈະ​ກຳຈັດ​ທຸກໆຄົນ​ທີ່​ອ້າງ​ຕົວເອງ​ວ່າ​ເປັນ​ຜູ້ທຳນວາຍ ແລະ​ຈະ​ທຳລາຍ​ຄວາມ​ປາຖະໜາ​ທີ່​ຈະ​ຂາບໄຫວ້​ບັນດາ​ຮູບ​ນັ້ນ.</verse>
				<verse number="3">ແລ້ວ​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຍັງ​ທຳນວາຍ​ຕໍ່ໄປ ພໍ່​ແລະ​ແມ່​ຂອງ​ຜູ້ນັ້ນ​ກໍ​ຈະ​ບອກ​ວ່າ, ລາວ​ຈະ​ຖືກ​ປະຫານ​ຊີວິດ​ຍ້ອນ​ລາວ​ເວົ້າ​ຕົວະ​ໃນນາມ​ຂອງ​ພຣະເຈົ້າຢາເວ; ເມື່ອ​ລາວ​ທຳນວາຍ​ນັ້ນ ພໍ່​ແມ່​ຂອງ​ລາວ​ຈະ​ຕົບຕີ​ລາວ​ຈົນ​ຕາຍ.</verse>
				<verse number="4">ເມື່ອ​ເວລາ​ມາ​ເຖິງ ຈະ​ບໍ່ມີ​ຜູ້ທຳນວາຍ​ຄົນໃດ​ອວດອ້າງ​ຈອງຫອງ​ວ່າ ຕົນ​ໄດ້​ເຫັນ​ນິມິດ ຫລື​ສະແດງ​ຕົນ​ເປັນ​ຜູ້ທຳນວາຍ ຫລື​ນຸ່ງ​ເສື້ອຄຸມ​ຂອງ​ຜູ້ທຳນວາຍ​ຫາ​ຫລອກລວງ​ປະຊາຊົນ.</verse>
				<verse number="5">ແຕ່​ລາວ​ຈະ​ເວົ້າ​ວ່າ, ‘ຂ້ອຍ​ບໍ່ແມ່ນ​ຜູ້ທຳນວາຍ ຂ້ອຍ​ເປັນ​ພໍ່ນາ​ເພາະ​ຂ້ອຍ​ເຮັດ​ນາ​ມາ​ຕະຫລອດ​ຊີວິດ.’</verse>
				<verse number="6">ຖ້າ​ມີ​ຄົນ​ຖາມ​ວ່າ, ‘ບາດແຜ​ຫຍັງ​ທີ່​ໜ້າເອິກ​ຂອງເຈົ້າ?’ ລາວ​ກໍ​ຈະ​ຕອບ​ວ່າ, ‘ຂ້ອຍ​ໄດ້​ຮັບ​ບາດເຈັບ​ທີ່​ເຮືອນ​ຂອງ​ໝູ່ຂ້ອຍ.”’</verse>
				<verse number="7">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ດາບ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ແລະ​ໂຈມຕີ​ຄົນລ້ຽງແກະ ທີ່​ເຮັດ​ວຽກ​ໃຫ້​ເຮົາ ຈົ່ງ​ຂ້າ​ລາວ​ເສຍ ແລະ​ຝູງແກະ​ຂອງເຮົາ​ກໍ​ຈະ​ກະຈັດ​ກະຈາຍ​ໄປ. ເຮົາ​ຈະ​ໂຈມຕີ​ປະຊາຊົນ​ຂອງເຮົາ.”</verse>
				<verse number="8">ພຣະເຈົ້າຢາເວ​ກ່າວ​ວ່າ, “ແລະ​ສອງ​ສ່ວນ​ສາມ​ຂອງ​ປະຊາຊົນ​ທົ່ວ​ປະເທດ​ຈະ​ຕາຍໄປ.</verse>
				<verse number="9">ແລ້ວ​ເຮົາ​ກໍ​ຈະ​ທົດສອບ​ເບິ່ງ​ປະຊາຊົນ​ສ່ວນ​ທີ​ສາມ ທີ່​ລອດຊີວິດ​ຢູ່​ນັ້ນ ແລະ​ເຮົາ​ຈະ​ຫລໍ່ຫລອມ​ພວກເຂົາ​ໃຫ້​ບໍຣິສຸດ ດັ່ງ​ເງິນ​ທີ່​ຖືກ​ຫລໍ່ຫລອມ​ດ້ວຍ​ໄຟ. ເຮົາ​ຈະ​ທົດສອບ​ເບິ່ງ​ພວກເຂົາ ດັ່ງ​ມະນຸດ​ທົດສອບ​ເບິ່ງ​ຄຳ. ພວກເຂົາ​ຈະ​ພາວັນນາ​ອະທິຖານ​ໃນ​ນາມຊື່​ຂອງເຮົາ ແລະ​ເຮົາ​ຈະ​ຕອບ​ພວກເຂົາ. ເຮົາ​ຈະ​ບອກ​ວ່າ, ‘ພວກເຂົາ​ເປັນ​ປະຊາຊົນ​ຂອງເຮົາ.’ ແລະ​ພວກເຂົາ​ກໍ​ຈະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ ເປັນ​ພຣະເຈົ້າ​ຂອງ​ພວກເຮົາ.”’</verse>
			</chapter>
			<chapter number="14">
				<verse number="1">ວັນ​ທີ່​ພຣະເຈົ້າຢາເວ​ຈະ​ນັ່ງ​ຕັດສິນ​ມາ​ໃກ້​ແລ້ວ. ນະຄອນ​ເຢຣູຊາເລັມ​ຈະ​ຖືກ​ປຸ້ນ ແລະ​ພວກເຂົາ​ຈະ​ແບ່ງປັນ​ຂອງ​ທີ່​ປຸ້ນ​ມາ​ໄດ້​ນັ້ນ​ຕໍ່ໜ້າ​ພວກເຈົ້າ.</verse>
				<verse number="2">ແລະ​ເຮົາ​ຈະ​ນຳ​ຊົນຊາດ​ທັງໝົດ​ມາ​ເຕົ້າໂຮມ​ກັນ ເພື່ອ​ເຮັດ​ເສິກ​ຕໍ່ສູ້​ກັບ​ນະຄອນ​ເຢຣູຊາເລັມ. ນະຄອນ​ຈະ​ຖືກ​ຢຶດ, ເຮືອນ​ຈະ​ຖືກ​ປຸ້ນ ແລະ​ພວກ​ແມ່ຍິງ​ກໍ​ຈະ​ຖືກ​ຂົ່ມຂືນ. ປະຊາຊົນ​ເຄິ່ງ​ນະຄອນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ແຕ່​ປະຊາຊົນ​ເຄິ່ງ​ໜຶ່ງ​ຈະ​ມີ​ເຫຼືອ​ຢູ່​ໃນ​ນະຄອນ.</verse>
				<verse number="3">ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ອອກ​ໄປ​ຕໍ່ສູ້​ກັບ​ຊົນຊາດ​ເຫຼົ່ານັ້ນ ດັ່ງ​ທີ່​ພຣະອົງ​ໄດ້​ຕໍ່ສູ້​ມາ​ແລ້ວ​ໃນ​ອະດີດ.</verse>
				<verse number="4">ໃນ​ເວລາ​ນັ້ນ ພຣະອົງ​ຈະ​ຢືນ​ຢູ່​ທີ່​ເທິງ​ພູເຂົາ​ໝາກກອກເທດ ທີ່​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ. ແລ້ວ​ພູເຂົາ​ໝາກກອກເທດ​ກໍ​ຈະ​ຍະ​ອອກ ເປັນ​ສອງ​ສ່ວນ​ຈາກ​ທິດ​ຕາເວັນອອກ​ຫາ​ທິດ​ຕາເວັນຕົກ ໂດຍ​ມີ​ຮ່ອມພູ​ອັນ​ກວ້າງຂວາງ​ຢູ່​ຫວ່າງກາງ. ພູເຂົາ​ເຄິ່ງ​ໜຶ່ງ​ຈະ​ເຄື່ອນ​ໄປ​ທາງ​ທິດເໜືອ ແລະ​ອີກ​ເຄິ່ງ​ໜຶ່ງ​ຈະ​ເຄື່ອນ​ໄປ​ທາງ​ທິດໃຕ້.</verse>
				<verse number="5">ພວກເຈົ້າ​ຈະ​ປົບໜີໄປ​ທາງ​ຮ່ອມພູ​ນີ້ ຊຶ່ງ​ແຍກ​ພູເຂົາ​ເປັນ​ສອງ​ໜ່ວຍ. ພວກເຈົ້າ​ຈະ​ໜີໄປ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ໜີ ຄາວ​ແຜ່ນດິນ​ໄຫວ​ໃນ​ສະໄໝ​ຂອງ​ກະສັດ​ອຸດຊີຢາ​ແຫ່ງ​ຢູດາຍ​ນັ້ນ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ ຈະ​ມາ​ພ້ອມ​ດ້ວຍ​ຝູງ​ເທວະດາ​ທັງໝົດ​ຂອງ​ພຣະອົງ.</verse>
				<verse number="6">ເມື່ອ​ວັນ​ນັ້ນ​ມາ​ເຖິງ ຈະ​ບໍ່ມີ​ໜາວ​ຫລື​ມີ​ນໍ້າ​ກ້າມ</verse>
				<verse number="7">ທັງ​ຈະ​ບໍ່ມີ​ມືດ​ອີກ​ດ້ວຍ. ຈະ​ມີ​ແຕ່​ແສງ​ສະຫວ່າງ​ແມ່ນແຕ່​ຕອນ​ກາງຄືນ​ກໍດີ. ມີ​ແຕ່​ພຣະເຈົ້າຢາເວ​ເທົ່ານັ້ນ​ທີ່​ຮູ້ຈັກ ເມື່ອ​ເຫດການ​ນີ້​ຈະ​ເກີດຂຶ້ນ.</verse>
				<verse number="8">ເມື່ອ​ວັນ​ນັ້ນ​ມາ​ເຖິງ ນໍ້າພຸ​ຈະ​ໄຫລ​ອອກ​ມາ​ຈາກ​ນະຄອນ​ເຢຣູຊາເລັມ. ເຄິ່ງ​ໜຶ່ງ​ຂອງ​ນໍ້າ​ນັ້ນ​ຈະ​ໄຫລ​ໄປ​ສູ່​ທະເລຕາຍ ແລະ​ອີກ​ເຄິ່ງ​ໜຶ່ງ​ຈະ​ໄຫລ​ໄປ​ສູ່​ທະເລ​ເມດີແຕຣາເນ. ມັນ​ຈະ​ໄຫລ​ຢູ່​ຕະຫລອດ​ປີ ທັງ​ໃນ​ລະດູແລ້ງ​ແລະ​ລະດູ​ຝົນ.</verse>
				<verse number="9">ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ເປັນ​ກະສັດ ປົກຄອງ​ແຜ່ນດິນ​ໂລກ​ນີ້​ທັງໝົດ; ໃນວັນນັ້ນ ຈະ​ມີ​ພຣະເຈົ້າຢາເວ​ແຕ່​ອົງດຽວ ແລະ​ມີ​ນາມຊື່​ຂອງ​ພຣະອົງ​ແຕ່​ນາມດຽວ​ເທົ່ານັ້ນ.</verse>
				<verse number="10">ຂົງເຂດ​ທັງໝົດ ແຕ່​ເກບາ​ທາງ​ທິດເໜືອ​ຫາ​ຣິມໂມນ​ທາງ​ທິດໃຕ້ ຈະ​ເປັນ​ບ່ອນ​ຮາບພຽງ. ນະຄອນ​ເຢຣູຊາເລັມ​ຈະ​ສູງ​ເດັ່ນ​ໃນ​ດິນແດນ​ທີ່​ອ້ອມຮອບ​ນັ້ນ; ນະຄອນ​ນີ້​ຈະ​ມີ​ອານາເຂດ​ຢຽດ​ອອກ​ໄປ ແຕ່​ປະຕູ​ເບັນຢາມິນ​ຈົນຮອດ​ປະຕູ​ແຈ ບ່ອນ​ທີ່​ປະຕູ​ເມືອງ​ແຕ່ກ່ອນ​ຕັ້ງ​ຢູ່ ແລະ​ຈາກ​ຫໍຄອຍ​ຮານາເນນ ເຖິງ​ບ່ອນ​ບີບ​ເຫຼົ້າ​ອະງຸ່ນ​ຂອງ​ກະສັດ.</verse>
				<verse number="11">ປະຊາຊົນ​ຈະ​ຢູ່​ໃນ​ທີ່ນັ້ນ​ຢ່າງ​ປອດໄພ ຄື​ບໍ່​ຖືກ​ຄຸກຄາມ​ໂດຍ​ໄພພິບັດ​ອີກ​ຕໍ່ໄປ.</verse>
				<verse number="12">ພຣະເຈົ້າຢາເວ​ຈະ​ນຳ​ໂຣກ​ລະບາດ​ມາ​ສູ່​ຊົນຊາດ​ທັງໝົດ ຊຶ່ງ​ໄດ້​ເຮັດ​ເສິກ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ. ເນື້ອໜັງ​ຂອງ​ພວກເຂົາ​ຈະ​ເປື່ອຍເນົ່າ ເມື່ອ​ຍັງ​ມີ​ຊີວິດ​ຢູ່; ຕາ​ແລະ​ລີ້ນ​ຂອງ​ພວກເຂົາ​ຈະ​ເປື່ອຍເນົ່າ​ເຊັ່ນກັນ​ດ້ວຍ.</verse>
				<verse number="13">ໃນ​ວັນນັ້ນ ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຂົາ​ສັບສົນ​ວຸ້ນວາຍ​ໃຫຍ່ ແລະ​ຢ້ານກົວ ຈົນ​ວ່າ​ຈະ​ໂຈມຕີ​ແລະ​ຈັບກຸມ​ຄົນ​ທີ່​ຢູ່​ໃກ້ຄຽງ​ຕົນ.</verse>
				<verse number="14">ພວກ​ຜູ້ຊາຍ​ຊາວ​ຢູດາ​ຈະ​ຕໍ່ສູ້​ເພື່ອ​ປ້ອງກັນ​ນະຄອນ​ເຢຣູຊາເລັມ. ພວກເຂົາ​ຈະ​ປຸ້ນ​ເອົາ​ຊັບສົມບັດ​ຂອງ​ບັນດາ​ຊົນຊາດ​ທັງໝົດ​ເຊັ່ນ: ຄຳ, ເງິນ, ທັງ​ເຄື່ອງນຸ່ງຫົ່ມ​ເປັນ​ຈຳນວນ​ຫລວງຫລາຍ.</verse>
				<verse number="15">ໂຣກ​ລະບາດ​ອັນ​ຮ້າຍແຮງ​ຍັງ​ຈະ​ຕົກ​ຖືກ​ຝູງມ້າ, ລາ, ອູດ ແລະ​ລໍ ຄື​ຕົກ​ຖືກ​ສັດ​ທັງໝົດ​ທີ່​ຢູ່​ໃນ​ຄ້າຍພັກ​ຂອງ​ເຫຼົ່າ​ສັດຕູ.</verse>
				<verse number="16">ແລ້ວ​ພວກ​ທີ່​ລອດຊີວິດ​ມາ​ໄດ້​ຈາກ​ຊົນຊາດ​ຕ່າງໆ ທີ່​ໄດ້​ໂຈມຕີ​ນະຄອນ​ເຢຣູຊາເລັມ​ນັ້ນ ກໍ​ຈະ​ໄປ​ທີ່​ນັ້ນ​ທຸກໆ​ປີ ເພື່ອ​ນະມັດສະການ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຄື​ອົງ​ຊົງ​ເປັນ​ກະສັດ ແລະ​ເພື່ອ​ສະເຫລີມ​ສະຫລອງ​ເທດສະການ​ປຸກຕູບຢູ່.</verse>
				<verse number="17">ຖ້າ​ຊົນຊາດ​ໃດ​ບໍ່​ຍອມ​ໄປ​ນະມັດສະການ​ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຄື​ອົງ​ຊົງ​ເປັນ​ກະສັດ​ແລ້ວ ຝົນ​ກໍ​ຈະ​ບໍ່​ຕົກລົງ​ມາ​ສູ່​ດິນແດນ​ຂອງ​ພວກເຂົາ.</verse>
				<verse number="18">ຖ້າ​ຊາວ​ເອຢິບ​ບໍ່​ຍອມ​ສະເຫລີມ​ສະຫລອງ​ເທດສະການ​ປຸກຕູບຢູ່ ພວກເຂົາ​ກໍ​ຈະ​ຖືກ​ທຳລາຍ​ດ້ວຍ​ໂຣກ​ລະບາດ ຊຶ່ງ​ພຣະເຈົ້າຢາເວ​ສົ່ງ​ມາ​ສູ່​ທຸກ​ຊົນຊາດ ທີ່​ບໍ່​ຍອມ​ໄປ​ທີ່​ນັ້ນ​ຄືກັນ.</verse>
				<verse number="19">ອັນນີ້​ຈະ​ເປັນ​ການລົງໂທດ ທີ່​ປະເທດ​ເອຢິບ​ແລະ​ຊົນຊາດ​ອື່ນໆ​ທັງໝົດ​ຈະ​ໄດ້​ຮັບ ຖ້າ​ພວກເຂົາ​ບໍ່​ໄປ​ສະເຫລີມ​ສະຫລອງ​ເທດສະການ​ປຸກຕູບຢູ່.</verse>
				<verse number="20">ໃນ​ວັນນັ້ນ ແມ່ນແຕ່​ໝາກກະດິງ​ທີ່​ມັດ​ຄໍ​ມ້າ​ກໍ​ຈະ​ຂຽນ​ຖ້ອຍຄຳ​ວ່າ, “ບໍຣິສຸດ​ແດ່​ພຣະເຈົ້າຢາເວ.” ໝໍ້​ຄົວກິນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ກໍ​ຈະ​ບໍຣິສຸດ ດັ່ງ​ຖ້ວຍ​ທີ່​ວາງ​ໄວ້​ຕໍ່ໜ້າ​ແທ່ນບູຊາ.</verse>
				<verse number="21">ໝໍ້​ຄົວກິນ​ທຸກໆໜ່ວຍ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ໃນ​ຢູດາຍ​ຈະ​ຖືກ​ແຍກ​ໄວ້​ຕ່າງຫາກ ເພື່ອ​ໃຊ້​ນະມັດສະການ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ປະຊາຊົນ​ທີ່​ຖວາຍບູຊາ​ຈະ​ໃຊ້​ສິ່ງຂອງ​ເຫຼົ່ານີ້ ສຳລັບ​ຕົ້ມ​ຊີ້ນ​ທີ່​ໄດ້​ມາ​ຈາກ​ເຄື່ອງບູຊາ. ເມື່ອ​ເວລາ​ນັ້ນ​ມາເຖິງ ຈະ​ບໍ່ມີ​ພໍ່ຄ້າ​ຄົນໃດ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ອົງ ຊົງຣິດ​ອຳນາດ​ຍິ່ງໃຫຍ່, ໃນວັນນັ້ນ.</verse>
			</chapter>
		</book>
		<book number="39">
			<chapter number="1">
				<verse number="1">ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ມາລາກີ ບອກ​ປະຊາຊົນ​ອິດສະຣາເອນ.</verse>
				<verse number="2">ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເຮົາ​ຮັກ​ພວກເຈົ້າ​ຕະຫລອດ​ມາ.” ແຕ່​ພວກເຂົາ​ຕອບ​ວ່າ, “ພຣະອົງ​ໄດ້​ສຳແດງ​ຄວາມຮັກ​ຂອງ​ພຣະອົງ ຕໍ່​ພວກ​ຂ້ານ້ອຍ​ຢ່າງໃດ?” ພຣະເຈົ້າຢາເວ​ຕອບ​ວ່າ, “ເອຊາວ​ແລະ​ຢາໂຄບ​ເປັນ​ອ້າຍ​ນ້ອງ​ກັນ ແຕ່​ເຮົາ​ຮັກ​ຢາໂຄບ​ແລະ​ເຊື້ອສາຍ​ຂອງ​ລາວ</verse>
				<verse number="3">ແລະ​ເຮົາ​ຊັງ​ເອຊາວ​ແລະ​ເຊື້ອສາຍ​ຂອງ​ລາວ. ເຮົາ​ໄດ້​ເຮັດ​ໃຫ້​ເຂດ​ເນີນພູ​ຂອງ​ເອຊາວ​ຖືກ​ທຳລາຍ​ລ້າງຜານ ແລະ​ປະ​ໃຫ້​ເປັນ​ຖິ່ນ​ອາໄສ​ຂອງ​ສັດປ່າ.”</verse>
				<verse number="4">ຖ້າ​ເຊື້ອສາຍ​ຂອງ​ເອຊາວ ຊາວ​ເອໂດມ ເວົ້າ​ວ່າ, “ຕົວເມືອງ​ຕ່າງໆ​ຂອງ​ພວກເຮົາ​ໄດ້​ຖືກ​ທຳລາຍ ແຕ່​ພວກເຮົາ​ຈະ​ສ້າງ​ເມືອງ​ເຫຼົ່ານັ້ນ​ຂຶ້ນ​ໃໝ່.” ແລ້ວ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກໍ​ຈະ​ຕອບ​ຄືນ​ວ່າ, “ປ່ອຍ​ໃຫ້​ພວກເຂົາ​ສ້າງ​ຂຶ້ນ​ໃໝ່ ແລະ​ເຮົາ​ຈະ​ທຳລາຍ​ລົງ​ອີກ. ປະຊາຊົນ​ຈະ​ເອີ້ນ​ມັນ​ວ່າ, ‘ເມືອງ​ເຄາະຮ້າຍ’ ແລະ ‘ຊົນຊາດ​ທີ່​ພຣະເຈົ້າຢາເວ​ໂກດຮ້າຍ​ຕະຫລອດໄປ.”’</verse>
				<verse number="5">ປະຊາຊົນ​ອິດສະຣາເອນ​ກຳລັງ​ຈະ​ໄດ້​ເຫັນ​ສິ່ງ​ນີ້​ດ້ວຍ​ຕາ​ຂອງ​ຕົນເອງ ແລະ​ພວກເຂົາ​ຈະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຍິ່ງໃຫຍ່ ແມ່ນແຕ່​ນອກເຂດ​ດິນແດນ​ຂອງ​ຊາດ​ອິດສະຣາເອນ.”</verse>
				<verse number="6">ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ພວກ​ປະໂຣຫິດ​ວ່າ, “ລູກ​ຍ່ອມ​ໃຫ້ກຽດ​ພໍ່​ແມ່​ຂອງຕົນ ແລະ​ຄົນ​ຮັບໃຊ້​ຍ່ອມ​ນັບຖື​ນາຍ​ຂອງຕົນ. ເຮົາ​ເປັນ​ພໍ່​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ໃຫ້ກຽດ​ເຮົາ? ເຮົາ​ເປັນ​ເຈົ້ານາຍ​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ນັບຖື​ເຮົາ? ພວກເຈົ້າ​ດູຖູກ​ເຮົາ ແລະ​ຍິ່ງ​ໄປ​ກວ່າ​ນີ້​ອີກ ພວກເຈົ້າ​ຍັງ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໝິ່ນປະໝາດ​ພຣະນາມ​ຂອງ​ພຣະອົງ​ຢ່າງໃດ?’</verse>
				<verse number="7">ກໍ​ຢ່າງນີ້​ແຫລະ ຄື​ໂດຍ​ນຳ​ເອົາ​ອາຫານ​ທີ່​ເປັນ​ມົນທິນ​ມາ​ທີ່​ແທ່ນບູຊາ​ຂອງເຮົາ. ແລ້ວ​ພວກເຈົ້າ​ກໍ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໄດ້​ຂາດ​ການ​ນັບຖື​ພຣະອົງ​ຢ່າງໃດ​ແດ່?’ ເຮົາ​ຈະ​ບອກ​ໃຫ້​ພວກເຈົ້າ​ຮູ້​ກໍໄດ້ ຄື​ໂດຍ​ສະແດງ​ການ​ຫຍໍ້ຫຍັນ​ຕໍ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ.</verse>
				<verse number="8">ເມື່ອ​ພວກເຈົ້າ​ນຳ​ສັດ​ຕາບອດ ຫລື​ສັດ​ເຈັບໂຊ ຫລື​ສັດ​ຂາ​ພິການ ມາ​ຖວາຍ​ແກ່​ເຮົາ ພວກເຈົ້າ​ຄິດວ່າ​ເປັນ​ການ​ຖືກຕ້ອງ​ແລ້ວ​ບໍ? ຈົ່ງ​ລອງ​ນຳ​ສັດ​ເຊັ່ນນັ້ນ​ໄປ​ໃຫ້​ຜູ້ປົກຄອງ​ຂອງ​ພວກເຈົ້າ​ເບິ່ງດູ ເພິ່ນ​ຈະ​ພໍໃຈ​ນຳ​ພວກເຈົ້າ​ບໍ? ຫລື​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມດີ​ຄວາມຊອບ​ຫຍັງ​ແດ່​ຈາກ​ເພິ່ນ?” ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.</verse>
				<verse number="9">“ບັດນີ້​ບັນດາ​ປະໂຣຫິດ​ເອີຍ ລອງ​ພາວັນນາ​ອະທິຖານ​ຂໍ​ຕໍ່​ພຣະເຈົ້າ ໃຫ້​ກະລຸນາ​ພວກເຮົາ​ເບິ່ງດູ. ພຣະອົງ​ຈະ​ບໍ່​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ​ດອກ ແລະ​ຄົງ​ຈະ​ເປັນ​ເພາະ​ຄວາມຜິດ​ຂອງ​ພວກເຈົ້າ.” ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.</verse>
				<verse number="10">“ເຮົາ​ຢາກ​ໃຫ້​ມີ​ຜູ້ໜຶ່ງ​ໃນ​ພວກເຈົ້າ​ອັດ​ປະຕູ​ພຣະວິຫານ​ໄວ້ ເພື່ອ​ປ້ອງກັນ​ບໍ່​ໃຫ້​ພວກເຈົ້າ​ເຂົ້າ​ໄປ​ໄຕ້​ໄຟ​ຢ່າງ​ບໍ່ມີ​ປະໂຫຍດ ທີ່​ເທິງ​ແທ່ນບູຊາ​ຂອງເຮົາ. ເຮົາ​ບໍ່​ພໍໃຈ​ນຳ​ພວກເຈົ້າ,” ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ແລະ​ເຮົາ​ຈະ​ບໍ່​ຮັບ​ເຄື່ອງບູຊາ​ຂອງ​ພວກເຈົ້າ​ທີ່​ນຳ​ມາ​ຖວາຍ​ແກ່​ເຮົາ.</verse>
				<verse number="11">ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ​ທົ່ວໂລກ ຈາກ​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ. ໃນ​ທຸກທີ່​ທຸກບ່ອນ​ມີ​ຄົນ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ນາມຊື່​ຂອງ​ເຮົາ ແລະ​ໄດ້ນຳ​ເຄື່ອງບູຊາ​ທີ່​ບໍຣິສຸດ​ມາຖວາຍ​ແກ່​ນາມຊື່​ຂອງ​ເຮົາ. ເພາະ​ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="12">“ແຕ່​ພວກເຈົ້າ​ນັ້ນ​ໝິ່ນປະໝາດ​ເຮົາ ເມື່ອ​ພວກເຈົ້າ​ເວົ້າ​ວ່າ, ‘ແທ່ນບູຊາ​ຂອງເຮົາ​ໜ້າລັງກຽດ’ ແລະ​ເວລາ​ທີ່​ພວກເຈົ້າ​ຖວາຍ​ອາຫານ​ເປັນ​ມົນທິນ​ທີ່​ເທິງ​ແທ່ນ​ນັ້ນ.</verse>
				<verse number="13">ພວກເຈົ້າ​ເວົ້າ​ວ່າ, ‘ຊ່າງ​ອິດເມື່ອຍ​ຕໍ່​ການຖວາຍ​ນີ້​ແທ້ນໍ’ ແລະ​ພວກເຈົ້າ​ກໍ​ງຶກດັງ​ຂຶ້ນ​ປະໝາດ​ເຮົາ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ. “ແລະ​ເມື່ອ​ຖວາຍບູຊາ ພວກເຈົ້າ​ນຳ​ສັດ​ທີ່​ລັກ​ມາ ຫລື​ສັດ​ທີ່​ຂາ​ພິການ ຫລື​ສັດ​ທີ່​ເຈັບໂຊ​ມາ​ຖວາຍ. ພວກເຈົ້າ​ຄິດວ່າ​ເຮົາ​ຈະ​ຮັບ​ເອົາ​ສິ່ງນັ້ນ​ຫລື?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.</verse>
				<verse number="14">“ຂໍ​ໃຫ້​ຄຳສາບແຊ່ງ​ຕົກ​ຖືກ​ຄົນ​ຂີ້ໂກງ ຜູ້​ຖວາຍ​ສັດ​ທີ່​ໜ້າຂີ້ດຽດ​ແກ່​ເຮົາ ເມື່ອ​ຢູ່​ໃນ​ຝູງ​ມີ​ສັດ​ໂຕດີ​ທີ່​ຕົນ​ໄດ້​ສັນຍາ​ວ່າ​ຈະ​ຖວາຍ​ໃຫ້​ແກ່​ອົງພຣະ​ຜູ້​ເປັນເຈົ້າ ດ້ວຍວ່າ, ເຮົາ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່ ແລະ​ນາມຊື່​ຂອງເຮົາ​ເປັນ​ທີ່​ຢຳເກງ​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.</verse>
			</chapter>
			<chapter number="2">
				<verse number="1">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ບັນດາ​ປະໂຣຫິດ​ວ່າ, “ຄຳສັ່ງ​ນີ້​ແມ່ນ​ສຳລັບ​ພວກເຈົ້າ:</verse>
				<verse number="2">ພວກເຈົ້າ​ຕ້ອງ​ຍ້ອງຍໍ​ໃຫ້ກຽດ​ເຮົາ​ໃນ​ສິ່ງ​ທີ່​ພວກເຈົ້າ​ກະທຳ. ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ​ໃນ​ສິ່ງ​ທີ່​ເຮົາ​ກ່າວ ເຮົາ​ຈະ​ນຳ​ຄຳສາບແຊ່ງ​ມາ​ສູ່​ພວກເຈົ້າ. ເຮົາ​ຈະ​ນຳ​ຄຳສາບແຊ່ງ​ມາ​ສູ່​ສິ່ງ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ຮັບ​ໃນ​ຖານະ​ເປັນ​ປະໂຣຫິດ. ຕາມ​ຄວາມ​ເປັນຈິງ ເຮົາ​ໄດ້​ນຳ​ຄຳສາບແຊ່ງ​ນັ້ນ​ມາ​ແລ້ວ ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຢຶດຖື​ຂໍ້ຄຳສັ່ງ​ຂອງເຮົາ​ຢ່າງ​ແທ້ຈິງ.</verse>
				<verse number="3">ເຮົາ​ຈະ​ລົງໂທດ​ລູກ​ຂອງ​ພວກເຈົ້າ ແລະ​ເອົາ​ໜ້າ​ພວກເຈົ້າ​ຖູ​ໃສ່​ຂີ້​ສັດ​ທີ່​ພວກເຈົ້າ​ນຳ​ມາ​ຖວາຍບູຊາ​ນັ້ນ ແລ້ວ​ພວກເຈົ້າ​ກໍ​ຈະ​ຖືກ​ໂຍນ​ອອກ​ໄປ​ພ້ອມ​ກັບ​ຂີ້​ສັດ​ນັ້ນ.</verse>
				<verse number="4">ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ໄດ້​ໃຫ້​ຄຳສັ່ງ​ນີ້​ແກ່​ພວກເຈົ້າ ເພື່ອ​ວ່າ​ພັນທະສັນຍາ​ຂອງເຮົາ​ຊຶ່ງ​ໄດ້​ເຮັດ​ໄວ້​ກັບ​ພວກ​ປະໂຣຫິດ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ເລວີ​ນັ້ນ ຈະ​ດຳລົງ​ຄົງ​ຢູ່​ຕໍ່ໄປ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫລະ.</verse>
				<verse number="5">“ໃນ​ພັນທະສັນຍາ​ຂອງເຮົາ​ນັ້ນ ເຮົາ​ໄດ້​ສັນຍາ​ວ່າ​ຈະ​ໃຫ້​ຊີວິດ​ແລະ​ສັນຕິສຸກ​ແກ່​ພວກເຂົາ; ອັນ​ນີ້​ຄື​ສິ່ງ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຄົາຣົບ​ນັບຖື​ເຮົາ. ໃນ​ຄາວ​ນັ້ນ ພວກເຂົາ​ໄດ້​ເຄົາຣົບ​ນັບຖື​ແລະ​ຢຳເກງ​ຈົນຕົວສັ່ນ​ຕໍ່​ນາມຊື່​ຂອງເຮົາ.</verse>
				<verse number="6">ພວກເຂົາ​ໄດ້​ສອນ​ສິ່ງ​ທີ່​ຖືກຕ້ອງ​ແລະ​ບໍ່ໄດ້​ສອນ​ສິ່ງ​ທີ່​ຜິດ. ພວກເຂົາ​ໄດ້​ດຳເນີນ​ຊີວິດ​ທີ່​ຮວມເຂົ້າ​ກັບ​ເຮົາ​ຢ່າງ​ສະໜິດ; ພວກເຂົາ​ບໍ່ໄດ້​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ເທົ່ານັ້ນ, ແຕ່​ພວກເຂົາ​ຍັງ​ໄດ້​ຊ່ວຍ​ຄົນອື່ນໆ ຕັ້ງ​ຫລວງຫລາຍ​ໃຫ້​ເຊົາ​ເຮັດ​ຊົ່ວ.</verse>
				<verse number="7">ແມ່ນ​ໜ້າທີ່​ຂອງ​ປະໂຣຫິດ​ທີ່​ຈະ​ສັ່ງສອນ​ຄົນອື່ນ​ໃຫ້​ຮູ້ຈັກ​ພຣະເຈົ້າ. ປະຊາຊົນ​ຄວນ​ໄປ​ຫາ​ພວກເຂົາ ເພື່ອ​ຮຽນຮູ້​ຄວາມປະສົງ​ຂອງເຮົາ ເພາະ​ພວກເຂົາ​ເປັນ​ຜູ້​ແຈ້ງຂ່າວ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.</verse>
				<verse number="8">ແຕ່​ມາບັດນີ້ ບັນດາ​ປະໂຣຫິດ​ເອີຍ ພວກເຈົ້າ​ໄດ້​ຫັນໜ້າ​ໜີ​ຈາກ​ທາງ​ອັນ​ຊອບທຳ. ຄຳສັ່ງສອນ​ຂອງ​ພວກເຈົ້າ​ໄດ້​ພາ​ໃຫ້​ຫລາຍ​ຄົນ​ເຮັດ​ຜິດ. ພວກເຈົ້າ​ໄດ້​ລະເມີດ​ພັນທະສັນຍາ ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫລະ.</verse>
				<verse number="9">“ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ເຮັດ​ໃຫ້​ປະຊາຊົນ​ອິດສະຣາເອນ​ໝິ່ນປະໝາດ​ພວກເຈົ້າ​ຄືນ ຍ້ອນ​ພວກເຈົ້າ​ບໍ່ໄດ້​ປະຕິບັດ​ຕາມ​ຄວາມປະສົງ​ຂອງເຮົາ ແລະ​ເມື່ອ​ພວກເຈົ້າ​ສັ່ງສອນ​ປະຊາຊົນ​ຂອງເຮົາ ພວກເຈົ້າ​ກໍ​ບໍ່ໄດ້​ປະຕິບັດ​ຕໍ່​ທຸກຄົນ​ໃຫ້​ສະເໝີ​ພາບ​ກັນ.”</verse>
				<verse number="10">ພວກເຮົາ​ທຸກຄົນ​ມີ​ພຣະບິດາ​ອົງ​ດຽວກັນ​ບໍ່ແມ່ນ​ບໍ? ບໍ່ແມ່ນ​ພຣະເຈົ້າ​ອົງ​ດຽວກັນ​ບໍ ທີ່​ສ້າງ​ພວກເຮົາ​ທຸກຄົນ? ດ້ວຍເຫດໃດ​ພວກເຮົາ​ຈຶ່ງ​ລະເມີດ​ຄຳສັນຍາ ທີ່​ພວກເຮົາ​ມີ​ຕໍ່​ກັນແລະກັນ; ດ້ວຍເຫດໃດ​ພວກເຮົາ​ຈຶ່ງ​ໝິ່ນປະໝາດ​ພັນທະສັນຍາ ທີ່​ພຣະເຈົ້າ​ໄດ້​ເຮັດ​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ?</verse>
				<verse number="11">ປະຊາຊົນ​ຢູດາ​ໄດ້​ລະເມີດ​ພັນທະສັນຍາ​ທີ່​ມີ​ຕໍ່​ພຣະເຈົ້າ ແລະ​ໄດ້​ເຮັດ​ສິ່ງ​ອັນ​ໜ້າກຽດຊັງ​ໃນ​ນະຄອນ​ເຢຣູຊາເລັມ​ແລະ​ໃນ​ທົ່ວ​ປະເທດ. ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະວິຫານ​ທີ່​ພຣະເຈົ້າຢາເວ​ຮັກ​ນັ້ນ​ເປັນ​ມົນທິນ. ພວກ​ຜູ້ຊາຍ​ໄດ້​ແຕ່ງງານ​ກັບ​ພວກ​ແມ່ຍິງ ທີ່​ນັບຖື​ພະ​ຂອງ​ຊາວ​ຕ່າງຊາດ.</verse>
				<verse number="12">ຂໍ​ໃຫ້​ພຣະເຈົ້າຢາເວ​ທຳລາຍ​ລ້າງຜານ​ຜູ້​ທີ່​ກະທຳ​ເຊັ່ນນັ້ນ ໃຫ້​ໝົດ​ໄປ​ຈາກ​ຊຸມຊົນ​ອິດສະຣາເອນ ແລະ​ຢ່າ​ສູ່​ອະນຸຍາດ​ໃຫ້​ພວກເຂົາ​ເຂົ້າຮ່ວມ​ໃນ​ການຖວາຍບູຊາ ທີ່​ຊົນຊາດ​ຂອງ​ພວກເຮົາ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.</verse>
				<verse number="13">ມີ​ອີກ​ສິ່ງ​ໜຶ່ງ​ທີ່​ພວກເຈົ້າ​ຍັງ​ເຮັດ​ຢູ່. ພວກເຈົ້າ​ຮ້ອງໄຫ້​ແລະ​ຄວນຄາງ​ໃສ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ຍ້ອນ​ພຣະອົງ​ບໍ່​ຮັບ​ເຄື່ອງ​ຖວາຍບູຊາ ຊຶ່ງ​ພວກເຈົ້າ​ນຳ​ມາ​ນັ້ນ​ອີກ​ຕໍ່ໄປ.</verse>
				<verse number="14">ພວກເຈົ້າ​ຖາມ​ວ່າ, “ເປັນຫຍັງ​ພຣະອົງ​ຈຶ່ງ​ບໍ່​ຍອມ​ຮັບ​ເອົາ?” ກໍ​ເພາະ​ພຣະເຈົ້າຢາເວ​ຮູ້ວ່າ​ພວກເຈົ້າ​ໄດ້​ລະເມີດ​ຄຳສັນຍາ ທີ່​ໄດ້​ເຮັດ​ໄວ້​ກັບ​ເມຍ​ຂອງຕົນ​ສະໄໝ​ແຕ່ງງານ​ກັນ​ແຕ່​ຍັງ​ໜຸ່ມ​ຢູ່​ນັ້ນ. ນາງ​ເປັນ​ຄູ່ຄອງ​ຂອງເຈົ້າ ແລະ​ເຈົ້າ​ໄດ້​ລະເມີດ​ຄຳສັນຍາ​ທີ່​ມີ​ໄວ້​ກັບ​ນາງ ເຖິງ​ແມ່ນ​ວ່າ ເຈົ້າ​ໄດ້​ສັນຍາ​ຢູ່​ຊ້ອງໜ້າ​ພຣະເຈົ້າ​ວ່າ ຈະ​ສັດຊື່​ຕໍ່​ນາງ​ກໍດີ.</verse>
				<verse number="15">ພຣະເຈົ້າ​ບໍ່ໄດ້​ເຮັດ​ໃຫ້​ເຈົ້າ​ມີ​ເນື້ອກາຍ ແລະ​ມີ​ຈິດໃຈ​ເປັນ​ອັນໜຶ່ງ​ອັນ​ດຽວກັນ​ກັບ​ນາງ​ບໍ? ຄວາມປະສົງ​ຂອງ​ພຣະອົງ​ກ່ຽວກັບ​ເລື່ອງ​ນີ້​ແມ່ນ​ຫຍັງ? ກໍ​ເພື່ອ​ຢາກ​ໃຫ້​ພວກເຈົ້າ​ນັ້ນ​ມີ​ລູກ ທີ່​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ຢ່າງ​ແທ້ຈິງ. ດັ່ງນັ້ນ ຈົ່ງ​ໃຫ້​ແນ່ໃຈ​ວ່າ​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກເຈົ້າ ບໍ່ໄດ້​ລະເມີດ​ຄຳສັນຍາ​ທີ່​ມີ​ຕໍ່​ເມຍ​ຂອງຕົນ.</verse>
				<verse number="16">ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ເຮົາ​ກຽດຊັງ​ການ​ຢ່າຮ້າງ. ເຮົາ​ກຽດຊັງ​ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກເຈົ້າ ເຮັດ​ຮຸນແຮງ​ເຊັ່ນນັ້ນ​ຕໍ່​ເມຍ​ຂອງຕົນ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ ຈົ່ງ​ແນ່ໃຈ​ວ່າ ພວກເຈົ້າ​ບໍ່ໄດ້​ລະເມີດ​ຄຳສັນຍາ​ທີ່​ວ່າ​ຈະ​ສັດຊື່​ຕໍ່​ເມຍ​ຂອງຕົນ.</verse>
				<verse number="17">ພວກເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ເບື່ອໜ່າຍ​ຄຳເວົ້າ​ຂອງ​ພວກເຈົ້າ. ແຕ່​ພວກເຈົ້າ​ຊໍ້າ​ຖາມ​ວ່າ, “ພວກເຮົາ​ໄດ້​ເຮັດ​ໃຫ້​ພຣະອົງ​ເບື່ອໜ່າຍ​ຢ່າງໃດ?” ກໍ​ໂດຍ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຖື​ວ່າ ທຸກຄົນ​ທີ່​ເຮັດ​ຊົ່ວ​ລ້ວນແຕ່​ເປັນ​ຄົນດີ ພຣະອົງ​ກໍ​ເຫັນດີ​ນຳ​ພວກເຂົາ.” ຫລື​ໂດຍ​ຖາມ​ວ່າ, “ພຣະເຈົ້າ​ອົງ​ຊົງ​ຕັດສິນ​ນັ້ນ​ຢູ່ໃສ?”</verse>
			</chapter>
			<chapter number="3">
				<verse number="1">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕອບ​ວ່າ, “ເຮົາ​ຈະ​ໃຊ້​ຜູ້​ແຈ້ງຂ່າວ​ຂອງເຮົາ​ໄປ​ຕຽມ​ທາງ​ໄວ້​ສຳລັບ​ເຮົາ. ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ທີ່​ພວກເຈົ້າ​ກຳລັງ​ຊອກຫາ​ນັ້ນ ກໍ​ຈະ​ມາ​ທີ່​ພຣະວິຫານ​ໃນທັນໃດ. ຜູ້​ແຈ້ງຂ່າວ​ທີ່​ພວກເຈົ້າ​ຢາກ​ເຫັນ​ນັ້ນ​ຈະ​ມາ ແລະ​ປະກາດ​ພັນທະສັນຍາ​ຂອງເຮົາ.”</verse>
				<verse number="2">ແຕ່​ຜູ້ໃດ​ແດ່​ຈະ​ສາມາດ​ທົນ​ຕໍ່​ວັນ​ທີ່​ພຣະອົງ​ສະເດັດ​ມາ​ນັ້ນ​ໄດ້? ຜູ້ໃດ​ແດ່​ຈະ​ສາມາດ​ມີ​ຊີວິດ​ລອດ​ຢູ່​ໄດ້​ເມື່ອ​ພຣະອົງ​ມາ​ປາກົດ? ພຣະອົງ​ຈະ​ເປັນ​ດັ່ງ​ສະບູ​ທີ່​ມີ​ກຳລັງ​ແຮງ ແລະ​ເປັນ​ດັ່ງ​ໄຟ​ທີ່​ຫລອມ​ໂລຫະ.</verse>
				<verse number="3">ພຣະອົງ​ຈະ​ມາ​ຕັດສິນ​ເໝືອນ​ດັ່ງ​ຄົນ​ທີ່​ຫລອມ​ເງິນ ແລະ​ຊຳລະ​ມັນ​ໃຫ້​ບໍຣິສຸດ. ຊ່າງ​ໂລຫະ​ຫລອມ​ເງິນ​ແລະ​ຄຳ​ສັນໃດ ຜູ້​ແຈ້ງຂ່າວ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຈະ​ຊຳລະ​ບັນດາ​ປະໂຣຫິດ​ໃຫ້​ບໍຣິສຸດ​ສັນນັ້ນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນຳ​ເຄື່ອງ​ບູຊາ​ຊະນິດ​ທີ່​ຖືກຕ້ອງ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.</verse>
				<verse number="4">ແລ້ວ​ເຄື່ອງ​ຖວາຍບູຊາ​ທີ່​ປະຊາຊົນ​ຢູດາ​ແລະ​ເຢຣູຊາເລັມ ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ນັ້ນ​ກໍ​ຈະ​ເປັນ​ທີ່​ພໍໃຈ​ພຣະອົງ ດັ່ງ​ເຄື່ອງ​ບູຊາ​ຂອງ​ພວກເຂົາ​ທີ່​ເຄີຍ​ເປັນ​ມາ​ແຕ່​ຄາວກ່ອນ.</verse>
				<verse number="5">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ປາກົດ​ຢູ່​ທ່າມກາງ​ພວກເຈົ້າ​ເພື່ອ​ຕັດສິນ ແລະ​ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກ​ທີ່​ລົງມື​ຝຶກ​ເວດມົນ​ຄາຖາ, ຕໍ່ສູ້​ພວກ​ທີ່​ຫລິ້ນຊູ້​ສູ່ຜົວເມຍ, ຕໍ່ສູ້​ພວກ​ທີ່​ເປັນ​ພະຍານ​ບໍ່ຈິງ, ຕໍ່ສູ້​ພວກ​ທີ່​ສໍ້ໂກງ​ຄ່າ​ແຮງງານ​ຂອງ​ລູກຈ້າງ, ຕໍ່ສູ້​ພວກ​ທີ່​ເອົາປຽບ​ແມ່ໝ້າຍ, ເດັກ​ກຳພ້າ ແລະ​ຄົນຕ່າງດ້າວ ຄື​ຕໍ່ສູ້​ທຸກຄົນ​ທີ່​ບໍ່​ຢຳເກງ​ເຮົາ.”</verse>
				<verse number="6">“ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ບໍ່​ປ່ຽນແປງ. ສ່ວນ​ພວກເຈົ້າ​ເຊື້ອສາຍ​ຂອງ​ຢາໂຄບ ຍັງ​ບໍ່​ສູນສິ້ນ​ໄປ​ໝົດ​ເທື່ອ​ນໍ.</verse>
				<verse number="7">ພວກເຈົ້າ​ໄດ້​ຫັນໜີ​ຈາກ​ກົດບັນຍັດ​ທັງຫລາຍ​ຂອງເຮົາ ແລະ​ບໍ່ໄດ້​ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ ເໝືອນ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ. ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເຖີດ ແລະ​ເຮົາ​ຈະ​ກັບຄືນ​ໄປ​ຫາ​ພວກເຈົ້າ. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ. ແຕ່​ພວກເຈົ້າ​ຊໍ້າພັດ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ກັບຄືນ​ໄປ​ຫາ​ພຣະອົງ​ໄດ້?’</verse>
				<verse number="8">ເຮົາ​ຂໍ​ຖາມ​ພວກເຈົ້າ​ວ່າ​ເປັນ​ການ​ຖືກຕ້ອງ​ບໍ​ທີ່​ມະນຸດ​ສໍ້ໂກງ​ພຣະເຈົ້າ? ແນ່ນອນ​ບໍ່​ເປັນ​ການ​ຖືກຕ້ອງ, ແຕ່​ພວກເຈົ້າ​ຕ່າງ​ກໍ​ສໍ້ໂກງ​ເຮົາ. ພວກເຈົ້າ​ຖາມ​ວ່າ, ‘ສໍ້ໂກງ​ຢ່າງໃດ?’ ກໍ​ສໍ້ໂກງ​ໃນ​ເລື່ອງ​ໜຶ່ງສ່ວນສິບ ແລະ​ເຄື່ອງຖວາຍ​ຕ່າງໆ​ນັ້ນ​ແຫຼະ.</verse>
				<verse number="9">ຄຳສາບແຊ່ງ​ຈະ​ຕົກ​ຖືກ​ພວກເຈົ້າ​ທັງໝົດ ກໍ​ເພາະວ່າ​ຄົນ​ທັງຊາດ​ສໍ້ໂກງ​ເຮົາ.</verse>
				<verse number="10">ຈົ່ງ​ນຳ​ໜຶ່ງສ່ວນສິບ​ເຕັມ​ຈຳນວນ​ມາ​ທີ່​ວິຫານ​ຂອງເຮົາ ເພື່ອ​ວ່າ​ໃນ​ທີ່ນັ້ນ​ຈະ​ມີ​ອາຫານ​ຢ່າງ​ເຕັມ​ບໍຣິບູນ. ຈົ່ງ​ລອງ​ເຮັດ​ຢ່າງນັ້ນ​ກັບ​ເຮົາ​ເບິ່ງ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ແລະ​ພວກເຈົ້າ​ຈະ​ເຫັນ​ວ່າ ເຮົາ​ຈະ​ໄຂ​ປະຕູ​ສະຫວັນ ແລະ​ຖອກເທ​ພຣະພອນ​ນາໆ​ຊະນິດ ຈົນ​ບໍ່ມີ​ຫ້ອງ​ໃສ່​ໄວ້​ໃນ​ເຮືອນ​ຂອງ​ພວກເຈົ້າ.</verse>
				<verse number="11">ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ຝູງ​ແມງໄມ້​ມາ​ທຳລາຍ​ຜົນລະປູກ​ຂອງ​ພວກເຈົ້າ ແລະ​ຕົ້ນອະງຸ່ນ​ຂອງ​ພວກເຈົ້າ​ກໍ​ຈະ​ມີ​ໝາກ​ຫລາຍ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.</verse>
				<verse number="12">“ແລ້ວ​ປະຊາຊົນ​ທຸກ​ຊາດ​ກໍ​ຈະ​ເອີ້ນ​ພວກເຈົ້າ​ວ່າ, ‘ຜູ້​ມີ​ຄວາມສຸກ’ ເພາະ​ດິນແດນ​ຂອງ​ພວກເຈົ້າ​ຈະ​ເປັນ​ທີ່​ຢູ່​ອາໄສ​ຢ່າງ​ຜາສຸກ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.</verse>
				<verse number="13">ພຣະເຈົ້າຢາເວ​ກ່າວ​ວ່າ, “ພວກເຈົ້າ​ໄດ້​ເວົ້າ​ໃສ່​ຮ້າຍ​ເຮົາ ແຕ່​ພວກເຈົ້າ​ຊໍ້າ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໄດ້​ເວົ້າ​ໃສ່​ຮ້າຍ​ຫຍັງ​ແດ່​ແກ່​ພຣະອົງ?’</verse>
				<verse number="14">ພວກເຈົ້າ​ໄດ້​ເວົ້າ​ວ່າ, ‘ຮັບໃຊ້​ພຣະເຈົ້າ​ນັ້ນ​ໄຮ້ປະໂຫຍດ. ມີ​ປະໂຫຍດ​ຫຍັງ​ທີ່​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະອົງ​ບອກ ຫລື​ພະຍາຍາມ​ສະແດງ​ຕໍ່ໜ້າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ວ່າ ພວກເຮົາ​ເສຍໃຈ​ຕໍ່​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ມາ?</verse>
				<verse number="15">ຕາມ​ທີ່​ພວກເຮົາ​ເຫັນ​ແລ້ວ ຄົນ​ຈອງຫອງ​ແມ່ນ​ຄົນ​ພວກ​ໜຶ່ງ​ທີ່​ມີ​ຄວາມສຸກ. ຄົນຊົ່ວ​ບໍ່ແມ່ນ​ຮັ່ງມີ​ເທົ່ານັ້ນ ແຕ່​ພວກເຂົາ​ຍັງ​ທົດລອງ​ພຣະເຈົ້າ​ດ້ວຍ​ການ​ເຮັດ​ຊົ່ວ ແລະ​ພວກເຂົາ​ກໍ​ບໍ່ໄດ້​ຮັບ​ໂທດ​ຫຍັງ​ເລີຍ.”’</verse>
				<verse number="16">ແລ້ວ​ຄົນ​ຢຳເກງ​ພຣະເຈົ້າຢາເວ​ກໍໄດ້​ເວົ້າ​ຕໍ່​ກັນແລະກັນ; ພຣະເຈົ້າຢາເວ​ກໍ​ໄດ້ຍິນ ແລະ​ໄດ້​ຟັງ​ສິ່ງ​ທີ່​ພວກເຂົາ​ໄດ້​ເວົ້າ​ນັ້ນ. ຊ້ອງໜ້າ​ຂອງ​ພຣະອົງ ມີ​ໜັງສື​ເຫຼັ້ມ​ໜຶ່ງ​ຊຶ່ງ​ບັນທຶກ​ຊື່​ຄົນ​ທີ່​ຢຳເກງ​ພຣະເຈົ້າຢາເວ ແລະ​ເຄົາຣົບ​ນັບຖື​ພຣະນາມ​ຂອງ​ພຣະອົງ.</verse>
				<verse number="17">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງເຮົາ. ໃນ​ມື້​ທີ່​ເຮົາ​ດຳເນີນການ​ນັ້ນ ພວກເຂົາ​ຈະ​ເປັນ​ກຳມະສິດ​ຂອງເຮົາ​ແທ້ໆ. ເຮົາ​ຈະ​ເມດຕາ​ພວກເຂົາ​ດັ່ງ​ພໍ່​ເມດຕາ​ລູກ​ຜູ້​ທີ່​ຮັບໃຊ້​ຕົນ.</verse>
				<verse number="18">ອີກເທື່ອໜຶ່ງ ປະຊາຊົນ​ຂອງເຮົາ​ຈະ​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ສິ່ງ​ທີ່​ເກີດຂຶ້ນ​ຕໍ່​ຄົນ​ຊອບທຳ​ແລະ​ຄົນ​ອະທຳ ແລະ​ລະຫວ່າງ​ສິ່ງ​ທີ່​ເກີດຂຶ້ນ​ຕໍ່​ຜູ້​ທີ່​ຮັບໃຊ້​ພຣະເຈົ້າ ແລະ​ຕໍ່​ຜູ້​ທີ່​ບໍ່​ຮັບໃຊ້​ພຣະອົງ.”</verse>
			</chapter>
			<chapter number="4">
				<verse number="1">ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ວັນ​ນັ້ນ​ກຳລັງ​ມາ​ເຖິງ ຄື​ມື້​ທີ່​ຄົນ​ຈອງຫອງ​ແລະ​ຄົນຊົ່ວ​ທຸກຄົນ​ຈະ​ຖືກ​ໄຟ​ເຜົາ​ດັ່ງ​ເຟືອງ. ໃນ​ວັນ​ນັ້ນ ພວກເຂົາ​ຈະ​ຖືກ​ໄຟ​ເຜົາ ແລະ​ຈະ​ບໍ່ມີ​ຫຍັງ​ເຫຼືອ​ຢູ່​ເລີຍ.</verse>
				<verse number="2">ແຕ່​ສຳລັບ​ພວກ​ທີ່​ຢຳເກງ​ນາມ​ຂອງເຮົາ ເຮົາ​ຈະ​ນຳ​ຄວາມພົ້ນ​ມາ​ໃຫ້​ພວກເຂົາ ດ້ວຍ​ອານຸພາບ​ອັນ​ຮຸ່ງເຮືອງ​ຂອງເຮົາ ດັ່ງ​ດວງຕາເວັນ​ຂຶ້ນ ແລະ​ຈະ​ນຳ​ເອົາ​ການ​ປິ່ນປົວ​ມາ​ສູ່​ພວກເຂົາ ດັ່ງ​ແສງ​ດວງອາທິດ. ພວກເຈົ້າ​ຈະ​ເປັນ​ອິດສະຫລະ​ເສລີ​ແລະ​ມີ​ຄວາມສຸກ ດັ່ງ​ລູກ​ງົວ​ທີ່​ອອກ​ມາ​ຈາກ​ຄອກ.</verse>
				<verse number="3">ໃນ​ມື້​ທີ່​ເຮົາ​ດຳເນີນການ​ນັ້ນ ພວກເຈົ້າ​ຈະ​ຊະນະ​ຄົນຊົ່ວຊ້າ​ອະທຳ ແລະ​ພວກເຂົາ​ຈະ​ເປັນ​ດັ່ງ​ຂີ້ຝຸ່ນ​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ພວກເຈົ້າ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.</verse>
				<verse number="4">“ຈົ່ງ​ຈົດຈຳ​ກົດບັນຍັດ​ຕ່າງໆ​ຂອງ​ໂມເຊ​ຄົນ​ຮັບໃຊ້​ຂອງເຮົາ ຄື​ກົດບັນຍັດ​ທັງຫລາຍ​ແລະ​ຂໍ້ຄຳສັ່ງ​ຕ່າງໆ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ລາວ​ທີ່​ເທິງ​ພູເຂົາ​ຊີນາຍ ເພື່ອ​ໃຫ້​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ປະຕິບັດ​ຕາມ.</verse>
				<verse number="5">ແຕ່​ກ່ອນ​ວັນ​ຍິ່ງໃຫຍ່​ແລະ​ວັນ​ອັນ​ໜ້າຢ້ານ​ຂອງ​ພຣະເຈົ້າຢາເວ​ຈະ​ມາເຖິງ ເຮົາ​ຈະ​ໃຊ້​ເອລີຢາ​ຜູ້ທຳນວາຍ​ຂອງເຮົາ​ມາ.</verse>
				<verse number="6">ລາວ​ຈະ​ນຳ​ພໍ່​ກັບ​ລູກ​ມາ​ພົບ​ກັນ​ອີກ; ບໍ່​ດັ່ງນັ້ນ ເຮົາ​ຈະ​ມາ ແລະ​ທຳລາຍ​ປະເທດ​ຂອງ​ພວກເຈົ້າ.”</verse>
			</chapter>
		</book>
	</testament>
	<testament name="New">
		<book number="40">
			<chapter number="1">
				<verse number="1">ຕໍ່​ໄປ​ນີ້ ແມ່ນ​ລາຍຊື່​ບັນພະບູລຸດ​ຂອງ​ພຣະເຢຊູ​ຄຣິດເຈົ້າ ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ດາວິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອັບຣາຮາມ. ແຕ່​ອັບຣາຮາມ​ເຖິງ​ກະສັດ​ດາວິດ​ມີ​ບັນພະບູລຸດ​ດັ່ງ​ລາຍຊື່​ຕໍ່​ລົງ​ໄປ​ນີ້: ອັບຣາຮາມ, ອີຊາກ, ຢາໂຄບ, ຢູດາ ແລະ ອ້າຍນ້ອງ​ຂອງ​ຕົນ, ຕໍ່ມາ ແມ່ນ​ເປເຣັດ ແລະ ເຊຣາ (ແມ່​ຂອງ​ພວກ​ເຂົາ​ຊື່​ວ່າ​ຕາມາ), ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ (ແມ່​ຂອງ​ລາວ​ຊື່​ວ່າ​ຣາຮາບ), ໂອເບັດ (ແມ່​ຂອງ​ລາວ​ຊື່​ວ່າ ຣຸດ), ເຢຊີ ແລະ ກະສັດ​ດາວິດ. ແຕ່​ດາວິດ​ເຖິງ​ສະໄໝ​ທີ່​ປະຊາຊົນ​ອິດສະຣາເອນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ນະຄອນ​ບາບີໂລນ ມີ​ບັນພະບູລຸດ​ດັ່ງ​ລາຍຊື່​ຕໍ່​ລົງ​ໄປ​ນີ້: ດາວິດ, ໂຊໂລໂມນ (ແມ່​ຂອງ​ລາວ​ເຄີຍ​ເປັນ​ເມຍ​ຂອງ​ອູຣີຢາ), ເຣໂຫໂບອາມ, ອາບີຢາ, ອາສາ, ເຢໂຮຊາຟັດ, ເຢໂຮຣາມ, ອຸດຊີຢາ, ໂຢທາມ, ອາຮາດ, ເຮເສກີຢາ, ມານາເຊ, ອາໂມນ, ໂຢສີຢາ ແລະ ເຢໂຮຍອາກິນ​ກັບ​ພວກ​ອ້າຍ​ນ້ອງ​ຂອງ​ຕົນ.</verse>
				<verse number="2">ແຕ່​ສະໄໝ​ຫລັງ​ຈາກ​ການ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ໃນ​ນະຄອນ​ບາບີໂລນ ຈົນ​ເຖິງ​ເວລາ​ພຣະເຢຊູເຈົ້າ​ເກີດ ມີ​ບັນ​ພະບູລຸດ​ດັ່ງ​ລາຍຊື່​ຕໍ່ລົງ​ໄປນີ້: ເຢໂຮຍອາກິນ, ເຊອານຕີເອນ, ເຊຣຸບບາເບນ, ອາບີອຸດ, ເອລີອາກິມ, ອາເຊີ, ຊາດົກ, ອາກີມ, ເອລີອຸດ, ເອເລອາຊາ, ມັດທານ, ຢາໂຄບ ແລະ ໂຢເຊັບ ຜູ້​ທີ່​ແຕ່ງງານ​ກັບ​ມາຣີ​ແມ່​ຂອງ​ພຣະເຢຊູເຈົ້າ​ຜູ້​ທີ່​ມີ​ຊື່​ວ່າ, “ພຣະຄຣິດ.”</verse>
				<verse number="3">ດັ່ງນັ້ນ ແຕ່​ອັບຣາຮາມ​ລົງ​ມາ​ເຖິງ​ດາວິດ ຈຶ່ງ​ເປັນ​ເວລາ​ສິບສີ່​ຊົ່ວ​ຄົນ ແລະ​ນັບແຕ່​ດາວິດ​ເຖິງ​ຄາວ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ໃນ​ນະຄອນ​ບາບີໂລນ​ເປັນ​ເວລາ​ສິບສີ່​ຊົ່ວ​ຄົນ ແລະ​ແຕ່​ຄາວ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ໃນ​ນະຄອນ​ບາບີໂລນ ເຖິງ​ເວລາ​ພຣະຄຣິດ​ເກີດ​ເປັນ​ເວລາ​ສິບສີ່​ຊົ່ວ​ຄົນ.</verse>
				<verse number="4">ເລື່ອງ​ລາວ​ການ​ເກີດ​ຂອງ​ພຣະເຢຊູ​ຄຣິດເຈົ້າ​ເປັນ​ດັ່ງນີ້: ມາຣີ​ແມ່​ຂອງ​ພຣະອົງ​ເປັນ​ຄູ່ໝັ້ນ​ຂອງ​ໂຢເຊັບ, ກ່ອນ​ທີ່​ທັງສອງ​ໄດ້​ຢູ່ກິນ​ຮ່ວມ​ກັນ ນາງ​ໄດ້​ຕັ້ງທ້ອງ​ແລ້ວ ດ້ວຍ​ຣິດເດດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ.</verse>
				<verse number="5">ຝ່າຍ​ໂຢເຊັບ​ຄູ່ໝັ້ນ​ຂອງ​ມາຣີ​ເປັນ​ຄົນ​ດີ​ມີ​ສິນທຳ ລາວ​ບໍ່​ຢາກ​ໃຫ້​ນາງ​ຕ້ອງ​ອັບອາຍ​ຂາຍໜ້າ​ຕໍ່​ໜ້າ​ມະຫາຊົນ​ໃນ​ເລື່ອງ​ນີ້. ດັ່ງນັ້ນ ລາວ​ຈຶ່ງ​ຕັດສິນໃຈ​ວ່າ​ຈະ​ຖອນ​ໝັ້ນ​ເສຍ​ຢ່າງ​ລັບໆ.</verse>
				<verse number="6">ແຕ່​ໃນ​ຂະນະ​ທີ່​ໂຢເຊັບ​ຄິດເຖິງ​ເລື່ອງ​ນີ້​ຢູ່ ກໍ​ມີ​ເທວະດາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຕົນ​ໜຶ່ງ​ໄດ້​ປາກົດ​ຕໍ່​ລາວ​ໃນ​ຄວາມ​ຝັນ ແລະ​ກ່າວ​ວ່າ, “ໂຢເຊັບ ລູກ​ດາວິດ​ເອີຍ ຢ່າ​ສູ່​ຢ້ານ​ທີ່​ຈະ​ຮັບ​ເອົາ​ມາຣີ​ມາ​ເປັນ​ເມຍ​ຂອງ​ເຈົ້າ ການ​ທີ່​ມາຣີ​ຕັ້ງ​ທ້ອງ​ນັ້ນ​ກໍ​ມີ​ໂດຍ​ຣິດເດດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ.</verse>
				<verse number="7">ນາງ​ຈະ​ເກີດ​ລູກຊາຍ​ຜູ້​ໜຶ່ງ ແລະ​ເຈົ້າ​ຈົ່ງ​ໃສ່​ຊື່​ໃຫ້​ເດັກ​ນີ້​ວ່າ ເຢຊູ​ ເພາະ​ເພິ່ນ​ຈະ​ໂຜດ​ຊ່ວຍ​ປະຊາຊົນ​ຂອງ​ຕົນ ໃຫ້​ລອດ​ພົ້ນ​ຈາກ​ບາບກຳ​ຂອງ​ພວກເຂົາ.”</verse>
				<verse number="8">ເລື່ອງ​ທັງ​ໝົດ​ທີ່​ໄດ້​ເກີດຂຶ້ນ​ນີ້ ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ທາງ​ຜູ້ທຳນວາຍ​ວ່າ,</verse>
				<verse number="9">“ຍິງ​ພົມມະຈາຣີ​ຜູ້​ໜຶ່ງ​ຈະ​ຖື​ພາ ແລະ​ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ ເຂົາ​ຈະ​ເອີ້ນ​ຊື່​ລູກ​ນັ້ນ​ວ່າ, ເອມານູເອນ.” (ໝາຍຄວາມ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຮົາ​ທັງຫລາຍ.”)</verse>
				<verse number="10">ສະນັ້ນ ເມື່ອ​ໂຢເຊັບ​ຕື່ນ​ຂຶ້ນ ລາວ​ຈຶ່ງ​ປະຕິບັດ​ຕາມ​ທີ່​ເທວະດາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ ຄື​ຮັບ​ເອົາ​ມາຣີ​ເປັນ​ເມຍ​ຂອງ​ຕົນ.</verse>
				<verse number="11">ແຕ່​ໂຢເຊັບ​ບໍ່​ໄດ້​ສົມສູ່​ກັບ​ນາງ ຈົນ​ກວ່າ​ນາງ​ໄດ້​ເກີດ​ລູກຊາຍ ແລ້ວ​ໂຢເຊັບ​ຈຶ່ງ​ໃສ່​ຊື່​ເດັກ​ທີ່​ເກີດ​ມາ​ນັ້ນ​ວ່າ, ເຢຊູ.</verse>
			</chapter>
			<chapter number="2">
				<verse number="1">ພຣະເຢຊູເຈົ້າ​ໄດ້​ເກີດ​ທີ່​ເມືອງ​ເບັດເລເຮັມ ແຂວງ​ຢູດາຍ​ໃນ​ສະໄໝ​ທີ່​ເຮໂຣດ​ເປັນ​ກະສັດ. ເບິ່ງແມ! ມີ​ພວກ​ໂຫຣາຈານ​ໄດ້​ມາ​ຈາກ​ທິດ​ຕາເວັນອອກ​ໄປ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="2">ແລະ​ຖາມ​ວ່າ, “ເດັກ​ທີ່​ຫາ​ກໍ​ເກີດ​ມາ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ນັ້ນ​ຢູ່​ໃສ? ພວກເຮົາ​ໄດ້​ເຫັນ​ດາວ​ຂອງ​ເພິ່ນ​ປາກົດ​ຂຶ້ນ​ທາງທິດ​ຕາເວັນອອກ ແລະ​ພວກເຮົາ​ໄດ້​ມາ​ເພື່ອ​ຂາບໄຫວ້​ນະມັດສະການ​ເພິ່ນ.”</verse>
				<verse number="3">ເມື່ອ​ກະສັດ​ເຮໂຣດ​ໄດ້ຍິນ​ເຊັ່ນ​ນີ້​ແລ້ວ, ກໍ​ກັງວົນ​ໃຈ​ຫລາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ທຸກຄົນ​ກໍ​ເໝືອນກັນ​ດ້ວຍ.</verse>
				<verse number="4">ເພິ່ນ​ໄດ້​ເອີ້ນ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ​ທັງໝົດ​ມາ​ເຕົ້າໂຮມ​ກັນ ແລ້ວ​ເພິ່ນ​ກໍ​ຖາມ​ພວກເຂົາ​ວ່າ, “ພຣະຄຣິດ​ນັ້ນ ຈະ​ບັງເກີດ​ຢູ່​ທີ່​ໃດ?”</verse>
				<verse number="5">ພວກເຂົາ​ຕອບ​ວ່າ, “ຢູ່​ໃນ​ເມືອງ​ເບັດເລເຮັມ​ແຂວງ​ຢູດາຍ ເພາະ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້​ດັ່ງນີ້​ວ່າ,</verse>
				<verse number="6">‘ເບັດເລເຮັມ​ໃນ​ດິນແດນ​ຢູດາຍ​ເອີຍ, ເຈົ້າ​ກໍ​ບໍ່ແມ່ນ​ຜູ້​ເລັກນ້ອຍ​ທີ່ສຸດ ໃນ​ບັນດາ​ເມືອງ​ໃຫຍ່ໆ​ຂອງ​ຢູດາຍ ເພາະ​ຜູ້ນຳ​ຄົນ​ໜຶ່ງ​ຈະ​ມາ​ຈາກ​ເຈົ້າ ຜູ້​ທີ່​ຈະ​ມາ​ປົກຄອງ​ປະຊາຊົນ​ຂອງເຮົາ ຄື ຊາວ​ອິດສະຣາເອນ.”’</verse>
				<verse number="7">ດັ່ງນັ້ນ ເຮໂຣດ​ຈຶ່ງ​ເອີ້ນ​ພວກ​ໂຫຣາຈານ​ເຂົ້າ​ມາ​ທາງ​ລັບ ແລະ​ສືບຖາມ​ເອົາ​ຄວາມ​ນຳ​ພວກເຂົາ​ເຖິງ​ເວລາ​ອັນ​ແນ່ນອນ​ທີ່​ດາວ​ນັ້ນ​ໄດ້​ປາກົດ​ຂຶ້ນ.</verse>
				<verse number="8">ແລ້ວ​ເພິ່ນ​ກໍ​ໃຊ້​ພວກ​ໂຫຣາຈານ​ໄປ​ທີ່​ເມືອງ​ເບັດເລເຮັມ ແລະ​ສັ່ງ​ພວກເຂົາ​ວ່າ, “ຈົ່ງ​ໄປ​ຊອກ​ຫາ​ກຸມມານ​ນັ້ນ​ຢ່າງ​ຄັກແນ່ ເມື່ອ​ພວກເຈົ້າ​ພົບ​ແລ້ວ​ຈົ່ງ​ບອກ​ໃຫ້​ເຮົາ​ຮູ້, ເພື່ອ​ເຮົາ​ຈະ​ໄປ​ຂາບໄຫວ້​ນະມັດສະການ​ເພິ່ນ​ເໝືອນກັນ.”</verse>
				<verse number="9">ເມື່ອ​ພວກ​ໂຫຣາຈານ​ໄດ້ຍິນ​ຄຳສັ່ງ​ດັ່ງນີ້ ກໍ​ພາກັນ​ອອກ​ໄປ. ເບິ່ງແມ! ດາວ​ທີ່​ພວກເຂົາ​ໄດ້​ເຫັນ​ເມື່ອ​ປາກົດ​ຂຶ້ນ​ນັ້ນ ກໍໄດ້​ນຳ​ໜ້າ​ພວກເຂົາ​ໄປ ຈົນ​ມາ​ຢຸດ​ຢູ່​ຊື່​ສະຖານທີ່​ກຸມມານ​ຢູ່​ນັ້ນ.</verse>
				<verse number="10">ເມື່ອ​ພວກ​ໂຫຣາຈານ​ໄດ້​ເຫັນ​ດາວ​ນັ້ນ​ແລ້ວ ກໍ​ມີ​ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່,</verse>
				<verse number="11">ເມື່ອ​ພວກເຂົາ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ ກໍໄດ້​ເຫັນ​ກຸມມານ ແລະ ມາຣີ​ແມ່​ຂອງ​ເພິ່ນ, ແລ້ວ​ພວກເຂົາ​ຈຶ່ງ​ກົ້ມ​ລົງ​ຂາບໄຫວ້​ນະມັດສະການ​ກຸມມານ​ນັ້ນ ແລ້ວ​ກໍ​ໄຂ​ຫີບ​ເອົາ​ຊັບ​ຂອງ​ພວກເຂົາ​ອອກ​ມາ​ຖວາຍ​ແກ່​ກຸມມານ​ມີ​ດັ່ງນີ້: ຄຳ, ກຳຍານ ແລະ ຢາງ​ໄມ້​ຫອມ.</verse>
				<verse number="12">ຕໍ່ມາ ພຣະເຈົ້າ​ໄດ້​ເຕືອນ​ພວກເຂົາ​ທາງ​ຄວາມຝັນ ບໍ່​ໃຫ້​ກັບຄືນ​ໄປ​ຫາ​ເຮໂຣດ. ສະນັ້ນ ພວກເຂົາ​ຈຶ່ງ​ກັບຄືນ​ເມືອ​ບ້ານ​ເມືອງ​ຂອງ​ຕົນເອງ​ຕາມ​ທາງ​ອື່ນ.</verse>
				<verse number="13">ເມື່ອ​ໂຫຣາຈານ​ຈາກ​ໄປ​ແລ້ວ ມີ​ເທວະດາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຕົນ​ໜຶ່ງ​ໄດ້​ປາກົດ​ໃຫ້​ໂຢເຊັບ​ເຫັນ​ທາງ​ຄວາມຝັນ ແລ້ວ​ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ໃຫ້​ພາ​ກຸມມານ​ກັບ​ແມ່​ຂອງ​ເພິ່ນ​ໜີໄປ​ປະເທດ​ເອຢິບ ຈົ່ງ​ຢູ່​ໃນ​ທີ່ນັ້ນ ຈົນກວ່າ​ເຮົາ​ບອກ​ເຈົ້າ​ໃຫ້​ກັບຄືນ​ມາ ເພາະ​ເຮໂຣດ​ກຳລັງ​ຊອກ​ຫາ​ກຸມມານ​ເພື່ອ​ຈະ​ຂ້າ​ເພິ່ນ​ເສຍ.”</verse>
				<verse number="14">ໂຢເຊັບ​ຈຶ່ງ​ລຸກ​ຂຶ້ນ​ພາ​ກຸມມານ​ກັບ​ແມ່​ຂອງ​ເພິ່ນ​ໜີໄປ​ປະເທດ​ເອຢິບ​ໃນ​ຕອນ​ກາງຄືນ</verse>
				<verse number="15">ແລະ ໄດ້​ອາໄສ​ຢູ່​ໃນ​ທີ່ນັ້ນ ຈົນ​ເຮໂຣດ​ຕາຍ ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້ ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ໄວ້​ທາງ​ຜູ້ທຳນວາຍ​ວ່າ, “ເຮົາ​ໄດ້​ເອີ້ນ​ເອົາ​ລູກ​ຂອງເຮົາ​ໃຫ້​ອອກ​ມາ​ຈາກ​ປະເທດ​ເອຢິບ.”</verse>
				<verse number="16">ເມື່ອ​ເຮໂຣດ​ໄດ້​ຮູ້​ວ່າ ພວກ​ໂຫຣາຈານ​ຫລອກລວງ​ຕົນ ເພິ່ນ​ກໍ​ໃຈຮ້າຍ​ຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ໃຊ້​ຄົນ​ໄປ​ຂ້າ​ເດັກນ້ອຍ​ຜູ້ຊາຍ​ທຸກຄົນ​ໃນ​ເມືອງ​ເບັດເລເຮັມ ແລະ​ໃນ​ເຂດ​ໃກ້ຄຽງ​ຕັ້ງແຕ່​ອາຍຸ​ສອງ​ປີ​ລົງ​ມາ ຕາມ​ເວລາ​ທີ່​ເພິ່ນ​ໄດ້​ພົບ​ກັບ​ພວກ​ໂຫຣາຈານ​ນັ້ນ.</verse>
				<verse number="17">ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ເຢເຣມີຢາ​ໄດ້​ກ່າວ​ໄວ້​ວ່າ,</verse>
				<verse number="18">“ໄດ້ຍິນ​ສຽງດັງ​ຂຶ້ນ​ຢູ່​ໃນ​ບ້ານ​ຣາມາ ເປັນ​ສຽງ​ຮ້ອງ​ໄຫ້ ແລະ​ໂອ່ຍ​ຄວນຄາງ. ນາງ​ຣາເຊັນ​ກຳລັງ​ຮ້ອງ​ໄຫ້ ນຳ​ລູກໆ​ຂອງຕົນ ນາງ​ບໍ່​ຟັງ​ຄຳ​ປອບ​ໃຈ ເພາະ​ລູກ​ເຂົາ​ຕາຍ​ແລ້ວ.”</verse>
				<verse number="19">ຫລັງຈາກ​ເຮໂຣດ​ໄດ້​ຕາຍໄປ​ແລ້ວ ເທວະດາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຕົນ​ໜຶ່ງ ກໍໄດ້​ປາກົດ​ແກ່​ໂຢເຊັບ​ທາງ​ຄວາມຝັນ​ໃນ​ປະເທດ​ເອຢິບ.</verse>
				<verse number="20">ເທວະດາ​ຕົນ​ນີ້​ໄດ້​ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ພາ​ກຸມມານ​ແລະ​ແມ່​ຂອງ​ເພິ່ນ​ກັບຄືນ​ໄປ​ດິນແດນ​ອິດສະຣາເອນ ເພາະ​ຜູ້​ທີ່​ຕ້ອງການ​ຂ້າ​ກຸມມານ​ນັ້ນ​ຕາຍ​ແລ້ວ.”</verse>
				<verse number="21">ດັ່ງນັ້ນ ໂຢເຊັບ​ຈຶ່ງ​ລຸກ​ຂຶ້ນ ແລ້ວ​ພາ​ກຸມມານ​ພ້ອມ​ແມ່​ຂອງ​ເພິ່ນ​ກັບຄືນ​ສູ່​ດິນແດນ​ອິດສະຣາເອນ.</verse>
				<verse number="22">ແຕ່​ເມື່ອ​ໄດ້ຍິນ​ວ່າ ອາກເຄລາວ​ໄດ້​ຂຶ້ນ​ປົກຄອງ​ເປັນ​ກະສັດ​ແຫ່ງ​ຢູດາຍ​ແທນ​ເຮໂຣດ​ຜູ້​ເປັນ​ບິດາ, ໂຢເຊັບ​ກໍ​ຢ້ານ​ບໍ່​ກ້າ​ໄປ​ຢູ່​ທີ່​ນັ້ນ. ຫລັງຈາກ​ໄດ້​ຮັບ​ຄຳ​ເຕືອນ​ທາງ​ຄວາມຝັນ ໂຢເຊັບ​ຈຶ່ງ​ໄປ​ທີ່​ແຂວງ​ຄາລີເລ</verse>
				<verse number="23">ແລະ​ໄປ​ອາໄສ​ຢູ່​ເມືອງ​ໜຶ່ງ​ຊື່​ວ່າ ນາຊາເຣັດ ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້ ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ວ່າ, “ທ່ານ​ຈະ​ຖືກ​ເອີ້ນ​ວ່າ ໄທ​ນາຊາເຣັດ.”</verse>
			</chapter>
			<chapter number="3">
				<verse number="1">ໃນ​ເວລາ​ນັ້ນ ໂຢຮັນ​ບັບຕິສະໂຕ​ໄດ້​ຕັ້ງຕົ້ນ​ເທດສະໜາ​ປ່າວ​ປະກາດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ແຂວງ​ຢູດາຍ​ວ່າ,</verse>
				<verse number="2">“ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເຊົາ​ເຮັດ​ບາບ​ສາ ເພາະວ່າ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”</verse>
				<verse number="3">ແມ່ນ​ໂຢຮັນ​ຄົນ​ນີ້​ແຫຼະ ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ເຖິງ​ວ່າ, “ແມ່ນ​ສຽງ​ຂອງ​ຄົນ​ໜຶ່ງ​ທີ່​ຮ້ອງ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ວ່າ, ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ເຮັດ​ຫົນທາງ​ຂອງ​ພຣະອົງ​ໃຫ້​ຊື່​ໄປ.”’</verse>
				<verse number="4">ເຄື່ອງນຸ່ງ​ຂອງ​ໂຢຮັນ​ແມ່ນ​ເຮັດ​ດ້ວຍ​ຂົນ​ອູດ ແລະ ເພິ່ນ​ໃຊ້​ສາຍ​ໜັງ​ຮັດ​ແອວ ສ່ວນ​ອາຫານ​ຂອງ​ເພິ່ນ​ແມ່ນ​ຕັກແຕນ​ແລະ​ນໍ້າເຜິ້ງ​ປ່າ</verse>
				<verse number="5">ປະຊາຊົນ​ຈາກ​ນະຄອນ​ເຢຣູຊາເລັມ ຈາກ​ທົ່ວ​ທັງ​ແຂວງ​ຢູດາຍ ແລະ ຄົນ​ທັງປວງ​ທີ່​ຢູ່​ແຄມ​ແມ່ນໍ້າ​ຈໍແດນ​ກໍ​ອອກ​ມາ​ຫາ​ໂຢຮັນ.</verse>
				<verse number="6">ພວກເຂົາ​ໄດ້​ສາລະພາບ​ບາບກຳ​ຂອງຕົນ ແລະ ໂຢຮັນ​ກໍ​ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ແມ່ນໍ້າ​ຈໍແດນ.</verse>
				<verse number="7">ພໍ​ໂຢຮັນ​ເຫັນ​ພວກ​ຟາຣີຊາຍ​ແລະ​ພວກ​ຊາດູກາຍ​ຢ່າງ​ຫລວງຫລາຍ​ມາ​ຫາ​ຕົນ ເພື່ອ​ຮັບ​ບັບຕິສະມາ ເພິ່ນ​ຈຶ່ງ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ພວກ​ຊາດ​ງູ​ຮ້າຍ​ເອີຍ ຜູ້ໃດ​ໄດ້​ບອກ​ພວກເຈົ້າ​ໃຫ້​ປົບໜີ​ຈາກ​ການ​ຕັດສິນ​ຂອງ​ພຣະເຈົ້າ ທີ່​ໃກ້​ຈະ​ມາ​ເຖິງ​ນັ້ນ?</verse>
				<verse number="8">ເຫດສະນັ້ນ ຈົ່ງ​ປະຕິບັດ​ໃຫ້​ໄດ້​ຜົນ​ສົມ​ກັບ​ວ່າ ພວກເຈົ້າ​ໄດ້​ຖິ້ມໃຈເກົ່າ​ເອົາໃຈໃໝ່</verse>
				<verse number="9">ແລະ ຢ່າ​ຄິດ​ໃນ​ໃຈ​ວ່າ ພວກເຮົາ​ມີ​ອັບຣາຮາມ​ເປັນ​ພໍ່​ເຄົ້າ​ຂອງ​ພວກເຮົາ. ຂ້າພະເຈົ້າ​ບອກ​ພວກເຈົ້າ​ວ່າ, ພຣະເຈົ້າ​ຊົງ​ຣິດ​ສາມາດ​ບັນດານ​ໃຫ້​ກ້ອນຫີນ​ເຫຼົ່ານີ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ກໍໄດ້</verse>
				<verse number="10">ບັດນີ້ ຂວານ​ກໍ​ມີ​ຢູ່​ແລ້ວ ທີ່​ວາງ​ໄວ້​ພ້ອມ​ຈະ​ຕັດ​ຕົ້ນໄມ້​ໃຫ້​ຄຸງ​ເຫງົ້າ. ສະນັ້ນ ໄມ້​ທຸກ​ຕົ້ນ​ທີ່​ບໍ່​ເກີດຜົນ​ດີ​ຈະ​ຖືກ​ຕັດ ແລະ​ຖືກ​ໂຍນ​ຖິ້ມ​ໃສ່​ໄຟ​ເສຍ.</verse>
				<verse number="11">ຂ້າພະເຈົ້າ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ ໝາຍເຖິງ​ການ​ຖິ້ມໃຈເກົ່າ​ເອົາໃຈໃໝ່​ກໍ​ແມ່ນ, ແຕ່​ຜູ້​ທີ່​ຈະ​ມາ​ພາຍຫລັງ​ຂ້າພະເຈົ້າ​ກໍ​ມີ​ຣິດ​ກວ່າ​ຂ້າພະເຈົ້າ​ອີກ ຊຶ່ງ​ຂ້າພະເຈົ້າ​ບໍ່​ສົມຄວນ​ຈະ​ຈັບ​ແມ່ນແຕ່​ເກີບ​ເພິ່ນ, ເພິ່ນ​ຈະ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ​ແລະ​ດ້ວຍ​ໄຟ</verse>
				<verse number="12">ມື​ຂອງ​ເພິ່ນ​ຖື​ກະດົ້ງ​ຝັດ​ເຂົ້າ ເພິ່ນ​ຈະ​ເຮັດ​ລານເຂົ້າ​ໃຫ້​ກ້ຽງ​ດີ ແລະ​ຮວບຮວມ​ເອົາ​ເຂົ້າ​ເມັດ​ດີ​ຂອງ​ເພິ່ນ​ໄວ້​ໃນ​ເລົ້າ​ຂອງຕົນ ສ່ວນ​ເມັດ​ລີບ​ນັ້ນ ເພິ່ນ​ຈະ​ເອົາ​ໄຟ​ເຜົາ​ໃຫ້​ໄໝ້​ຢູ່​ຕະຫລອດໄປ.”</verse>
				<verse number="13">ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈາກ​ແຂວງ​ຄາລີເລ ມາ​ຫາ​ໂຢຮັນ​ທີ່​ແມ່ນໍ້າ​ຈໍແດນ ເພື່ອ​ຮັບ​ບັບຕິສະມາ​ຈາກ​ເພິ່ນ.</verse>
				<verse number="14">ແຕ່​ໂຢຮັນ​ໄດ້​ຄັດຄ້ານ​ພຣະເຢຊູເຈົ້າ ແລະ​ເວົ້າ​ກັບ​ພຣະອົງ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ຮັບ​ບັບຕິສະມາ​ຈາກ​ທ່ານ ແລ້ວ​ທ່ານ​ຊໍ້າ​ພັດ​ມາ​ຫາ​ຂ້ານ້ອຍ​ບໍ?”</verse>
				<verse number="15">ແຕ່​ພຣະເຢຊູເຈົ້າ​ຊົງ​ຕອບ​ລາວ​ວ່າ, “ບັດນີ້ ຈົ່ງ​ຍອມ​ໃຫ້​ເປັນ​ໄປ​ຢ່າງ​ນີ້​ສາ ເພາະ​ສົມຄວນ​ທີ່​ເຮົາ​ຈະ​ເຮັດ​ຢ່າງ​ນີ້​ໃຫ້​ສຳເລັດ​ຕາມ​ຄວາມ​ຊອບທຳ​ທຸກຢ່າງ​ທີ່​ພຣະເຈົ້າ​ປະສົງ.” ດັ່ງນັ້ນ ໂຢຮັນ​ຈຶ່ງ​ຍອມ.</verse>
				<verse number="16">ເມື່ອ​ພຣະເຢຊູເຈົ້າ​ຮັບ​ບັບຕິສະມາ​ແລ້ວ ພຣະອົງ​ກໍ​ຂຶ້ນ​ຈາກ​ນໍ້າ ໃນ​ທັນໃດນັ້ນ ຟ້າ​ສະຫວັນ​ກໍ​ໄຂ​ອອກ ແລະ ພຣະອົງ​ໄດ້​ເຫັນ​ພຣະວິນຍານ​ຂອງ​ພຣະເຈົ້າ​ເໝືອນ​ດັ່ງ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ.</verse>
				<verse number="17">ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ທ້ອງຟ້າ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງເຮົາ​ເອງ ເຮົາ​ພໍໃຈ​ນຳ​ເພິ່ນ​ຫລາຍ.”</verse>
			</chapter>
			<chapter number="4">
				<verse number="1">ຕໍ່ມາ ພຣະວິນຍານ​ໄດ້​ນຳ​ພຣະເຢຊູເຈົ້າ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ໃຫ້​ມານຮ້າຍ​ທົດລອງ.</verse>
				<verse number="2">ຫລັງຈາກ​ອົດ​ອາຫານ​ໄດ້​ສີ່ສິບ​ວັນ​ສີ່ສິບ​ຄືນ​ແລ້ວ ພຣະເຢຊູເຈົ້າ​ກໍ​ຢາກ​ອາຫານ.</verse>
				<verse number="3">ແລ້ວ​ຜູ້ລໍ້ລວງ​ກໍ​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ສັ່ງ​ກ້ອນຫີນ​ເຫຼົ່ານີ້​ໃຫ້​ເປັນ​ອາຫານ​ແມ.”</verse>
				<verse number="4">ຝ່າຍ​ພຣະອົງ​ກໍ​ຊົງ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ ‘ມະນຸດ​ຈະ​ບໍ່​ລ້ຽງ​ຊີວິດ​ດ້ວຍ​ອາຫານ​ສິ່ງ​ດຽວ, ແຕ່​ລ້ຽງ​ດ້ວຍ​ພຣະຄຳ​ທຸກ​ຂໍ້​ທີ່​ອອກ​ມາ​ຈາກ​ພຣະໂອດ​ຂອງ​ພຣະເຈົ້າ’.”</verse>
				<verse number="5">ແລ້ວ​ມານຮ້າຍ​ໄດ້​ນຳ​ພຣະເຢຊູເຈົ້າ​ໄປ​ທີ່​ນະຄອນ​ສັກສິດ ແລະ​ໃຫ້​ພຣະອົງ​ຢືນ​ຢູ່​ເທິງ​ຍອດ​ພຣະວິຫານ</verse>
				<verse number="6">ແລ້ວ​ເວົ້າ​ຕໍ່​ພຣະອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ໂດດ​ລົງ​ເບິ່ງດູ ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະເຈົ້າ​ຈະ​ສັ່ງ​ຝູງ​ເທວະດາ​ ເຖິງ​ເລື່ອງ​ທ່ານ ຝູງ​ເທວະດາ​ຈະ​ໃຊ້​ມື​ຂອງ​ເພິ່ນ​ ອູ້ມ​ທ່ານ​ໄວ້ ແມ່ນແຕ່​ຕີນ​ຂອງທ່ານ​ຈະ​ບໍ່ໄດ້ ຖືກ​ກ້ອນຫີນ.”’</verse>
				<verse number="7">ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ອີກ​ວ່າ, ‘ຢ່າ​ທົດລອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ.”’</verse>
				<verse number="8">ອີກເທື່ອໜຶ່ງ ມານຮ້າຍ​ກໍ​ພາ​ພຣະເຢຊູເຈົ້າ​ຂຶ້ນ​ໄປ​ເທິງ​ຍອດ​ພູ​ທີ່​ສູງສຸດ​ແຫ່ງ​ໜຶ່ງ ແລະ​ສຳແດງ​ບັນດາ​ອານາຈັກ​ແຫ່ງ​ໂລກນີ້​ກັບ​ຄວາມ​ຍິ່ງໃຫຍ່​ທັງໝົດ​ໃຫ້​ພຣະອົງ​ເຫັນ.</verse>
				<verse number="9">ແລ້ວ​ມັນ​ເວົ້າ​ວ່າ, “ຖ້າ​ທ່ານ​ກົ້ມ​ຂາບ​ນະມັດສະການ​ເຮົາ, ເຮົາ​ຈະ​ມອບ​ສິ່ງ​ທັງໝົດ​ນີ້​ໃຫ້​ທ່ານ.”</verse>
				<verse number="10">ແຕ່​ພຣະເຢຊູເຈົ້າ​ຕອບ​ມັນ​ວ່າ, “ຈົ່ງ​ໜີໄປ໋ ອ້າຍ​ຊາຕານ! ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ຂາບໄຫວ້​ນະມັດສະການ​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ປະຕິບັດ​ແຕ່​ພຣະອົງ​ຜູ້​ດຽວ.”’</verse>
				<verse number="11">ແລ້ວ​ມານຮ້າຍ​ກໍໄດ້​ໜີໄປ​ຈາກ​ພຣະເຢຊູເຈົ້າ ແລະ ມີ​ຝູງ​ເທວະດາ​ມາ​ບົວລະບັດ​ຮັບໃຊ້​ພຣະອົງ.</verse>
				<verse number="12">ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ຂ່າວ​ວ່າ​ໂຢຮັນ​ຖືກ​ຈັບ​ຂັງ​ຄຸກ​ແລ້ວ, ພຣະອົງ​ກໍໄດ້​ກັບໄປ​ແຂວງ​ຄາລີເລ.</verse>
				<verse number="13">ພຣະອົງ​ຍ້າຍ​ຈາກ​ເມືອງ​ນາຊາເຣັດ​ໄປ​ຢູ່​ກາເປນາອູມ ເມືອງ​ໜຶ່ງ​ທີ່​ແຄມ​ທະເລສາບ​ໃນ​ຂົງເຂດ​ເຊບູໂລນ ແລະ ເນັບທາລີ.</verse>
				<verse number="14">ເຫດການ​ໄດ້​ເກີດຂຶ້ນ​ເຊັ່ນ​ນີ້ ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ,</verse>
				<verse number="15">“ດິນແດນ​ເຊບູໂລນ ແລະ​ດິນແດນ​ເນັບທາລີ ຕາມ​ທາງ​ໄປ​ສູ່​ທະເລ ທາງ​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ ທີ່​ແຂວງ​ຄາລີເລ​ແຫ່ງ​ບັນດາ​ປະຊາຊາດ</verse>
				<verse number="16">ປະຊາຊົນ​ຜູ້​ທີ່​ໃຊ້​ຊີວິດ​ຢູ່​ໃນ​ຄວາມ​ມືດໜາ ໄດ້​ເຫັນ​ແສງ​ແຈ້ງ​ອັນ​ຍິ່ງໃຫຍ່. ສຳລັບ​ພວກ​ທີ່​ຢູ່​ໃນ​ເງົາ​ແຫ່ງ​ຄວາມຕາຍ ແສງ​ແຈ້ງ​ໃສ​ໄດ້​ສ່ອງ​ໃສ່​ເຂົາເຈົ້າ.”</verse>
				<verse number="17">ຕັ້ງແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ເລີ່ມຕົ້ນ​ປ່າວ​ປະກາດ​ວ່າ, “ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເພາະວ່າ​ຣາຊອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ.”</verse>
				<verse number="18">ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ໄປ​ຕາມ​ແຄມ​ທະເລສາບ​ຄາລີເລ​ນັ້ນ ພຣະອົງ​ກໍ​ເຫັນ​ສອງ​ອ້າຍ​ນ້ອງ​ທີ່​ເປັນ​ຄົນ​ຫາ​ປາ ຜູ້ໜຶ່ງ​ຊື່​ວ່າ​ຊີໂມນ (ຍັງ​ມີ​ຊື່​ອີກ​ວ່າ ເປໂຕ) ແລະ​ນ້ອງ​ຂອງ​ເພິ່ນ​ຊື່​ວ່າ ອັນເດອາ, ພວກເພິ່ນ​ກຳລັງ​ຖິ້ມ​ມອງ​ຫາ​ປາ​ລົງ​ໃນ​ທະເລສາບ.</verse>
				<verse number="19">ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ ແລະ​ເຮົາ​ຈະ​ສອນ​ພວກເຈົ້າ​ໃຫ້​ເປັນ​ຜູ້​ຫາ​ຄົນ.”</verse>
				<verse number="20">ໃນ​ທັນໃດນັ້ນ ພວກເພິ່ນ​ກໍ​ປະ​ມອງ​ໄວ້​ແລະ​ຕິດຕາມ​ໄປ​ກັບ​ພຣະອົງ.</verse>
				<verse number="21">ພຣະເຢຊູເຈົ້າ​ໄດ້​ຍ່າງ​ຕໍ່ໄປ ແລະ​ເຫັນ​ສອງ​ອ້າຍ​ນ້ອງ​ຄື ຢາໂກໂບ​ກັບ​ໂຢຮັນ ລູກຊາຍ​ຂອງ​ເຊເບດາຍ ກຳລັງ​ຝູງ​ມອງ​ຊ່ວຍ​ພໍ່​ຂອງຕົນ​ຢູ່​ໃນ​ເຮືອ. ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ເອົາ​ພວກເພິ່ນ,</verse>
				<verse number="22">ທັນໃດນັ້ນ ທ່ານ​ທັງສອງ​ກໍ​ປະ​ເຮືອ​ກັບ​ຄອບ​ລາ​ພໍ່​ຂອງ​ພວກເພິ່ນ​ແລະ​ຕາມ​ພຣະອົງ​ໄປ.</verse>
				<verse number="23">ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຄົນ​ຕາມ​ທຳມະສາລາ ແລະ​ປະກາດ​ຂ່າວປະເສີດ​ຂອງ​ຣາຊອານາຈັກ​ສະຫວັນ ຕະຫລອດ​ທັງ​ຊົງ​ໂຜດ​ຮັກສາ​ຄົນ​ທີ່​ມີ​ພະຍາດໂຣຄາ​ແລະ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ​ໃຫ້​ຫາຍ​ດີ.</verse>
				<verse number="24">ຊື່ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ທັງ​ປະເທດ​ຊີເຣຍ ແລະ​ພວກເຂົາ​ຈຶ່ງ​ໄດ້​ນຳ​ຄົນ​ທີ່​ເຈັບໄຂ້​ໄດ້ປ່ວຍ​ຕ່າງໆ​ກັບ​ຄົນ​ຈິດໃຈ​ບໍ່​ປົກກະຕິ, ຄົນ​ຜີມານຮ້າຍ​ເຂົ້າ​ສິງ, ຄົນ​ບ້າໝູ ແລະ​ຄົນ​ເປັນ​ເປ້ຍ​ມາ​ຫາ​ພຣະອົງ ພຣະອົງ​ກໍ​ຊົງ​ໂຜດ​ຮັກສາ​ພວກເຂົາ​ໃຫ້​ຫາຍ​ດີ​ທຸກຄົນ.</verse>
				<verse number="25">ປະຊາຊົນ​ຢ່າງ​ໜາແໜ້ນ​ຈາກ​ແຂວງ​ຄາລີເລ​ກັບ​ເດກາໂປລີ ຈາກ​ນະຄອນ​ເຢຣູຊາເລັມ, ແຂວງ​ຢູດາຍ ແລະ​ດິນແດນ​ທາງ​ຟາກ​ເບື້ອງ​ນັ້ນ​ຂອງ​ແມ່ນໍ້າ​ຈໍແດນ ຕ່າງ​ກໍໄດ້​ຕິດຕາມ​ພຣະອົງ​ໄປ.</verse>
			</chapter>
			<chapter number="5">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ເຫັນ​ປະຊາຊົນ​ຢ່າງ​ຫລວງຫລາຍ​ເຊັ່ນ​ນີ້, ພຣະອົງ​ຈຶ່ງ​ຂຶ້ນ​ໄປ​ເທິງ​ໂນນ​ພູ​ແຫ່ງ​ໜຶ່ງ ແລະ​ນັ່ງ​ລົງ​ທີ່​ນັ້ນ ແລ້ວ​ພວກ​ສາວົກ​ຂອງ​ພຣະອົງ​ກໍ​ມາ​ເຕົ້າໂຮມ​ກັນ​ອ້ອມ​ພຣະອົງ.</verse>
				<verse number="2">ພຣະອົງ​ໄດ້​ຊົງ​ຕັ້ງຕົ້ນ​ສັ່ງສອນ​ພວກເຂົາ​ວ່າ,</verse>
				<verse number="3">“ຜູ້ໃດ​ຍາກຈົນ​ຝ່າຍ​ຈິດວິນຍານ​ກໍ​ເປັນ​ສຸກ, ເພາະວ່າ​ອານາຈັກ​ສະຫວັນ ເປັນ​ຂອງ​ຜູ້ນັ້ນ</verse>
				<verse number="4">ຜູ້ໃດ​ໂສກເສົ້າ​ກໍ​ເປັນ​ສຸກ, ເພາະວ່າ​ຜູ້ນັ້ນ​ຈະ​ໄດ້​ຮັບ ການ​ຊົງ​ເລົ້າໂລມ</verse>
				<verse number="5">ຜູ້ໃດ​ມີ​ໃຈ​ອ່ອນຫວານ​ກໍ​ເປັນ​ສຸກ, ເພາະວ່າ​ຜູ້ນັ້ນ​ຈະ​ໄດ້​ຮັບ​ແຜ່ນດິນ​ໂລກ​ເປັນ​ມໍຣະດົກ.</verse>
				<verse number="6">ຜູ້ໃດ​ອຶດຫິວ​ຄວາມ​ຊອບທຳ​ກໍ​ເປັນ​ສຸກ, ເພາະວ່າ​ພຣະເຈົ້າ​ຈະ​ຊົງ​ໃຫ້​ອີ່ມ​ບໍລິບູນ</verse>
				<verse number="7">ຜູ້ໃດ​ມີ​ໃຈ​ກະລຸນາ​ກໍ​ເປັນ​ສຸກ, ເພາະວ່າ​ຜູ້ນັ້ນ​ຈະ​ໄດ້​ຮັບ ພຣະ​ກະລຸນາ​ຕອບ</verse>
				<verse number="8">ຜູ້ໃດ​ມີ​ໃຈ​ບໍຣິສຸດ​ກໍ​ເປັນ​ສຸກ, ເພາະວ່າ​ຜູ້ນັ້ນ​ຈະ​ໄດ້​ເຫັນ​ພຣະເຈົ້າ</verse>
				<verse number="9">ຜູ້ໃດ​ສ້າງ​ຄວາມ​ສະຫງົບສຸກ​ກໍ​ເປັນ​ສຸກ, ເພາະວ່າ​ພຣະເຈົ້າ​ຈະ​ຊົງ​ເອີ້ນ​ຜູ້​ນັ້ນ​ວ່າ ເປັນ​ບຸດ</verse>
				<verse number="10">ຜູ້ໃດ​ຖືກ​ຂົ່ມເຫັງ​ເພາະ​ເຫັນ​ແກ່​ ຄວາມ​ຊອບທຳ​ກໍ​ເປັນ​ສຸກ, ເພາະວ່າ​ອານາຈັກ​ສະຫວັນ ເປັນ​ຂອງ​ຜູ້​ນັ້ນ.”</verse>
				<verse number="11">“ເມື່ອ​ຄົນ​ກ່າວ​ນິນທາ​ແລະ​ຂົ່ມເຫັງ​ເຈົ້າ​ທັງຫລາຍ ແລະ​ເວົ້າ​ຄວາມຊົ່ວ​ອັນ​ບໍ່​ຈິງ​ທຸກຢ່າງ​ຕໍ່ສູ້​ເຈົ້າ​ທັງຫລາຍ ເພາະ​ເຫັນ​ແກ່​ເຮົາ ພວກເຈົ້າ​ກໍ​ເປັນ​ສຸກ.</verse>
				<verse number="12">ຈົ່ງ​ເປັນ​ສຸກ​ແລະ​ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ ເພາະ​ພວກເຈົ້າ​ມີ​ບຳເໜັດ​ອັນ​ຍິ່ງໃຫຍ່​ໃນ​ສະຫວັນ​ແລ້ວ ບັນດາ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ​ກໍ​ຖືກ​ຂົ່ມເຫັງ​ຢ່າງ​ດຽວກັນ​ນີ້​ແຫຼະ.”</verse>
				<verse number="13">“ເຈົ້າ​ທັງຫລາຍ​ເປັນ​ເກືອ​ສຳລັບ​ມວນ​ມະນຸດ​ໂລກ, ແຕ່​ຖ້າ​ເກືອ​ໝົດ​ຣົດ​ເຄັມ​ແລ້ວ​ຈະ​ເຮັດ​ໃຫ້​ເຄັມ​ຄືນ​ໄດ້​ອີກ​ຢ່າງ​ໃດ? ມັນ​ບໍ່ມີ​ຄ່າ​ເສຍ​ແລ້ວ. ດັ່ງນັ້ນ ຈຶ່ງ​ມີ​ແຕ່​ໂຍນ​ຖິ້ມ​ໃຫ້​ຄົນ​ຢຽບ​ຢໍ່າ​ເທົ່ານັ້ນ.”</verse>
				<verse number="14">“ພວກເຈົ້າ​ເປັນ​ແສງ​ສະຫວ່າງ​ສຳລັບ​ໂລກນີ້. ເມືອງ​ຊຶ່ງ​ຕັ້ງ​ຢູ່​ເທິງ​ໂນນ​ພູ​ກໍ​ເປັນ​ທີ່​ບັງ​ໄວ້​ບໍ່ໄດ້.</verse>
				<verse number="15">ບໍ່​ຫ່ອນ​ມີ​ຜູ້ໃດ​ເມື່ອ​ໄຕ້​ໂຄມໄຟ​ແລ້ວ​ຈະ​ເອົາ​ເຂົ້າ​ໄວ້​ໃນ​ກະບຸງ, ແຕ່​ເຄີຍ​ຕັ້ງ​ໄວ້​ເທິງ​ທີ່​ສູງ​ເພື່ອ​ໃຫ້​ສ່ອງ​ແຈ້ງ​ໃສ່​ທຸກໆ​ຄົນ​ທີ່​ຢູ່​ໃນ​ເຮືອນ​ນັ້ນ.</verse>
				<verse number="16">ໃນທຳນອງ​ດຽວກັນ​ນີ້​ແຫຼະ ຈົ່ງ​ໃຫ້​ແສງ​ສະຫວ່າງ​ທີ່​ຢູ່​ໃນ​ພວກເຈົ້າ​ນັ້ນ​ສ່ອງ​ແຈ້ງ​ຕໍ່ໜ້າ​ຄົນ​ທັງຫລາຍ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ຄຸນງາມ​ຄວາມດີ​ທີ່​ພວກເຈົ້າ​ເຮັດ ແລະ​ພວກເຂົາ​ຈະ​ສັນລະເສີນ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ທີ່​ສະຖິດ​ຢູ່​ໃນ​ສະຫວັນ.”</verse>
				<verse number="17">“ຢ່າ​ຄິດ​ວ່າ​ເຮົາ​ມາ​ເພື່ອ​ລຶບລ້າງ​ກົດບັນຍັດ ຫລື​ຜູ້ທຳນວາຍ ເຮົາ​ບໍ່ໄດ້​ມາ​ລຶບລ້າງ ແຕ່​ມາ​ເຮັດ​ໃຫ້​ສຳເລັດ​ຄົບຖ້ວນ.</verse>
				<verse number="18">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຕາບໃດ​ທີ່​ຟ້າ​ແລະ​ດິນ​ຍັງ​ຕັ້ງ​ຢູ່ ແມ່ນແຕ່​ເມັດ ຫລື​ຂໍ້​ປີກ​ຍ່ອຍ​ອັນ​ເລັກນ້ອຍ​ທີ່ສຸດ​ຂອງ​ກົດບັນຍັດ​ຈະ​ບໍ່​ຖືກ​ລຶບລ້າງ​ໄປ ຈົນກວ່າ​ທຸກສິ່ງ​ຈະ​ເກີດຂຶ້ນ​ຄົບຖ້ວນ.</verse>
				<verse number="19">ດັ່ງນັ້ນ ຜູ້ໃດ​ປະຕິເສດ​ກົດບັນຍັດ​ຂໍ້​ເລັກນ້ອຍ​ທີ່ສຸດ ແລະ​ທັງ​ສັ່ງສອນ​ຄົນອື່ນ​ໃຫ້​ປະຕິເສດ, ຜູ້ນັ້ນ​ຈະ​ເປັນ​ຜູ້​ນ້ອຍ​ໃນ​ອານາຈັກ​ສະຫວັນ, ແຕ່​ຜູ້ໃດ​ທີ່​ປະຕິບັດ​ຕາມ​ກົດບັນຍັດ ແລະ​ສັ່ງສອນ​ຄົນອື່ນ​ໃຫ້​ປະຕິບັດ​ຕາມ ຜູ້ນັ້ນ​ຈະ​ເປັນ​ຜູ້​ໃຫຍ່​ໃນ​ອານາຈັກ​ສະຫວັນ.</verse>
				<verse number="20">ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, ຖ້າ​ການ​ປະຕິບັດ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າ​ຂອງ​ພວກເຈົ້າ ບໍ່​ລື່ນ​ກວ່າ​ການ​ປະຕິບັດ​ຂອງ​ພວກ​ທຳມະຈານ ແລະ​ພວກ​ຟາຣີຊາຍ​ແລ້ວ ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້.”</verse>
				<verse number="21">“ເຈົ້າ​ທັງຫລາຍ​ເຄີຍ​ໄດ້ຍິນ​ຄຳ​ທີ່​ກ່າວ​ໄວ້​ແກ່​ຄົນ​ບູຮານ​ວ່າ, ‘ຢ່າ​ຂ້າ​ຄົນ ຖ້າ​ຜູ້ໃດ​ທີ່​ຂ້າ​ຄົນ​ຈະ​ຕ້ອງ​ຖືກ​ນຳ​ຂຶ້ນ​ສານ​ເພື່ອ​ຕັດສິນ​ລົງໂທດ.’</verse>
				<verse number="22">ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຜູ້ໃດ​ທີ່​ໂກດຮ້າຍ​ເຄືອງໃຈ ຕໍ່​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ ຈະ​ຖືກ​ນຳ​ຂຶ້ນ​ສານ​ເພື່ອ​ຕັດສິນ​ລົງໂທດ ຜູ້ໃດ​ທີ່​ເອີ້ນ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ວ່າ, ‘ຄົນໂງ່ຈ້າ’ ຈະ​ຖືກ​ນຳ​ຂຶ້ນ​ສານສູງ​ເພື່ອ​ຕັດສິນ​ລົງໂທດ ແລະ​ຜູ້ໃດ​ທີ່​ເອີ້ນ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ວ່າ, ‘ຄົນບ້າ’ ຜູ້ນັ້ນ​ຈະ​ຕົກ​ບຶງ​ໄຟ​ນະຣົກ.</verse>
				<verse number="23">ດັ່ງນັ້ນ ເມື່ອ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ມາ​ຖວາຍ​ທີ່​ເທິງ​ແທ່ນບູຊາ ແລະ​ທີ່​ນັ້ນ ເຈົ້າ​ຄິດ​ໄດ້​ວ່າ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ມີ​ຂໍ້​ຂຸ້ນເຄືອງ​ໃຈ​ກັບ​ເຈົ້າ​ເພາະ​ເລື່ອງໃດ​ເລື່ອງໜຶ່ງ,</verse>
				<verse number="24">ຈົ່ງ​ວາງ​ເຄື່ອງຖວາຍ​ຂອງ​ເຈົ້າ​ໄວ້​ຕໍ່ໜ້າ​ແທ່ນບູຊາ ແລ້ວ​ກັບ​ໄປ​ຄືນ​ດີ​ກັບ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ສາ​ກ່ອນ ຈຶ່ງ​ກັບຄືນ​ມາ​ຖວາຍ​ເຄື່ອງ​ບູຊາ​ຂອງ​ເຈົ້າ.”</verse>
				<verse number="25">“ຈົ່ງ​ຮີບ​ປອງດອງ​ກັບ​ຄູ່ໂຈດ​ຂອງຕົນ ໃນ​ຂະນະທີ່​ຍັງ​ຢູ່​ກາງ​ທາງ​ນຳ​ກັນ ຢ້ານ​ວ່າ​ໂຈດ​ນັ້ນ​ຈະ​ມອບ​ເຈົ້າ​ໄວ້​ກັບ​ຕຸລາການ ແລະ​ຕຸລາການ​ຈະ​ມອບ​ເຈົ້າ​ໄວ້​ກັບ​ເຈົ້າໜ້າທີ່ ແລ້ວ​ເຈົ້າ​ຈະ​ໄດ້​ຖືກ​ຂັງ​ໄວ້​ໃນ​ຄຸກ.</verse>
				<verse number="26">ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ເຈົ້າ​ຈະ​ອອກ​ຈາກ​ຄຸກ​ບໍ່ໄດ້ ຈົນກວ່າ​ເຈົ້າ​ໄດ້​ຈ່າຍ​ໜີ້​ຄົບ​ທຸກ​ອັດ.”</verse>
				<verse number="27">“ເຈົ້າ​ທັງຫລາຍ​ເຄີຍ​ໄດ້ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ, ‘ຢ່າ​ຫລິ້ນຊູ້​ສູ່ຜົວເມຍ​ທ່ານ.’</verse>
				<verse number="28">ແຕ່​ຝ່າຍ​ເຮົາ ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ແນມ​ເບິ່ງ​ແມ່ຍິງ​ດ້ວຍ​ໃຈ​ຄິດ​ຢາກ​ລ່ວງເກີນ​ຍິງ​ນັ້ນ ຜູ້ນັ້ນ​ໄດ້​ຫລິ້ນຊູ້​ໃນ​ໃຈ​ກັບ​ຍິງ​ນັ້ນ​ແລ້ວ.</verse>
				<verse number="29">ຖ້າ​ຕາ​ເບື້ອງ​ຂວາ​ຂອງ​ເຈົ້າ​ເປັນ​ຕົ້ນເຫດ​ພາ​ໃຫ້​ເຈົ້າ​ເຮັດ​ບາບ ຈົ່ງ​ຄວັດ​ອອກ​ແລະ​ໂຍນ​ມັນ​ຖິ້ມ​ໃຫ້​ໄກ​ຈາກ​ເຈົ້າ​ເສຍ ທີ່​ເສຍ​ອະໄວຍະວະ​ສ່ວນ​ໜຶ່ງ​ໃນ​ຮ່າງກາຍ ກໍດີກວ່າ​ທັງໝົດ​ຕົນຕົວ​ຕ້ອງ​ຖືກ​ໂຍນ​ຖິ້ມ​ລົງ​ໃນ​ໝໍ້​ນະຣົກ.</verse>
				<verse number="30">ຖ້າ​ມື​ເບື້ອງ​ຂວາ​ຂອງ​ເຈົ້າ​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ເຈົ້າ​ເຮັດ​ບາບ ຈົ່ງ​ຕັດ​ອອກ​ແລະ​ໂຍນ​ມັນ​ຖິ້ມ​ໃຫ້​ໄກ​ຈາກ​ເຈົ້າ​ເສຍ ເສຍ​ອະໄວຍະວະ​ສ່ວນ​ໜຶ່ງ​ໃນ​ຮ່າງກາຍ ກໍດີກວ່າ​ທັງໝົດ​ຕົນຕົວ​ຕ້ອງ​ຕົກ​ໃນ​ໝໍ້​ນະຣົກ.”</verse>
				<verse number="31">“ຍັງ​ມີ​ຄຳ​ກ່າວ​ໄວ້​ວ່າ, ‘ຖ້າ​ຜູ້ໃດ​ທີ່​ປະ​ຮ້າງ​ເມຍ​ຂອງຕົນ ໃຫ້​ລາວ​ເຮັດ​ໜັງສື​ຢ່າຮ້າງ​ໃຫ້​ນາງ.’</verse>
				<verse number="32">ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຖ້າ​ຜູ້ໃດ​ປະຮ້າງ​ເມຍ​ຂອງຕົນ​ດ້ວຍ​ເຫດຜົນ​ອື່ນ​ໃດ ນອກຈາກ​ການ​ຫລິ້ນຊູ້​ກັບ​ຊາຍ​ອື່ນ. ກໍ​ເທົ່າ​ກັບ​ວ່າ​ຜູ້ນັ້ນ​ເຮັດ​ໃຫ້​ນາງ​ຫລິ້ນຊູ້ ເມື່ອ​ນາງ​ແຕ່ງງານ​ໃໝ່ ແລະ​ຜູ້​ທີ່​ແຕ່ງງານ​ກັບ​ນາງ​ນັ້ນ ກໍ​ມີ​ຄວາມຜິດ​ໃນ​ຖານ​ຫລິ້ນຊູ້​ເໝືອນກັນ.”</verse>
				<verse number="33">“ອັນ​ໜຶ່ງ​ອີກ ເຈົ້າ​ທັງຫລາຍ​ໄດ້ຍິນ​ຄຳ​ທີ່​ກ່າວ​ແກ່​ຄົນ​ໃນ​ສະໄໝ​ບູຮານ​ວ່າ, ‘ຢ່າ​ເຮັດ​ຜິດ​ຕໍ່​ຄຳ​ສາບານ, ແຕ່​ຈົ່ງ​ປະຕິບັດ​ຕາມ​ທີ່​ຕົນ​ໄດ້​ສາບານ​ໄວ້​ກັບ​ອົງພຣະ​ຜູ້​ເປັນເຈົ້າ.’</verse>
				<verse number="34">ແຕ່​ບັດນີ້ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຢ່າ​ສາບານ​ເລີຍ, ຢ່າ​ສາບານ​ໂດຍ​ອ້າງ​ເຖິງ​ສະຫວັນ ເພາະ​ສະຫວັນ​ແມ່ນ​ບັນລັງ​ຂອງ​ພຣະເຈົ້າ</verse>
				<verse number="35">ຫລື​ໂດຍ​ອ້າງ​ເຖິງ​ແຜ່ນດິນ​ໂລກ ເພາະ​ແຜ່ນດິນ​ໂລກ​ແມ່ນ​ບ່ອນ​ຮອງ​ຕີນ​ຂອງ​ພຣະອົງ ຫລື​ໂດຍ​ອ້າງ​ເຖິງ​ນະຄອນ​ເຢຣູຊາເລັມ ເພາະ​ນະຄອນ​ເຢຣູຊາເລັມ​ແມ່ນ​ນະຄອນ​ຂອງ​ກະສັດ​ຜູ້​ຍິ່ງໃຫຍ່.</verse>
				<verse number="36">ຢ່າ​ສາບານ​ໂດຍ​ອ້າງ​ໃສ່​ແມ່ນແຕ່​ຫົວ​ຂອງ​ເຈົ້າ​ເອງ ເພາະ​ເຈົ້າ​ເອງ​ຈະ​ເຮັດ​ໃຫ້​ຜົມ​ຂາວ​ຫລື​ດຳ​ແມ່ນແຕ່​ເສັ້ນ​ດຽວ​ກໍ​ບໍ່ໄດ້.</verse>
				<verse number="37">ແຕ່​ຈົ່ງ​ໃຫ້​ຖ້ອຍຄຳ​ຂອງ​ເຈົ້າ​ເປັນ​ດັ່ງນີ້, ‘ແມ່ນ’ ກໍ​ວ່າ ‘ແມ່ນ’ ຫລື ‘ບໍ່ແມ່ນ’ ກໍ​ວ່າ ‘ບໍ່ແມ່ນ’ ສ່ວນ​ຄຳເວົ້າ​ທີ່​ເກີນ​ກວ່າ​ນີ້​ແມ່ນ​ມາ​ຈາກ​ມານຊົ່ວຮ້າຍ.”</verse>
				<verse number="38">“ເຈົ້າ​ທັງຫລາຍ​ກໍ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ, ‘ຕາ​ແທນ​ຕາ ແຂ້ວ​ແທນ​ແຂ້ວ’</verse>
				<verse number="39">ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຢ່າ​ແກ້ແຄ້ນ​ຜູ້​ທີ່​ເຮັດ​ຜິດ​ຕໍ່​ພວກເຈົ້າ ຖ້າ​ຜູ້ໃດ​ຕົບ​ແກ້ມ​ເບື້ອງ​ຂວາ​ຂອງ​ເຈົ້າ ຈົ່ງ​ປິ່ນ​ໃຫ້​ເຂົາ​ຕົບ​ແກ້ມ​ເບື້ອງ​ຊ້າຍ​ດ້ວຍ.</verse>
				<verse number="40">ຖ້າ​ມີ​ຜູ້ໃດ​ຟ້ອງ​ເອົາ​ເສື້ອ​ຊັ້ນ​ໃນ​ຂອງ​ເຈົ້າ ຈົ່ງ​ໃຫ້​ເຂົາ​ເອົາ​ເສື້ອ​ຊັ້ນນອກ​ດ້ວຍ.</verse>
				<verse number="41">ຖ້າ​ຜູ້ໃດ​ຈະ​ເກນ​ເຈົ້າ​ໃຫ້​ແບກ​ໄປ​ໜຶ່ງ​ຫລັກ ຈົ່ງ​ແບກ​ໄປ​ເຖິງ​ສອງ​ຫລັກ.</verse>
				<verse number="42">ເມື່ອ​ຜູ້ໃດ​ຂໍ​ສິ່ງໃດ​ນຳ​ເຈົ້າ ຈົ່ງ​ໃຫ້​ເຂົາ ຢ່າ​ປິ່ນ​ຫລັງ​ໃສ່​ຜູ້​ທີ່​ຂໍ​ຢືມ​ນຳ​ເຈົ້າ ຈົ່ງ​ໃຫ້​ເຂົາ​ຢືມ.”</verse>
				<verse number="43">“ເຈົ້າ​ທັງຫລາຍ​ໄດ້ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ, ‘ຈົ່ງ​ຮັກ​ເພື່ອນບ້ານ​ແລະ​ຊັງ​ສັດຕູ.’</verse>
				<verse number="44">ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ​ເຈົ້າ ແລະ​ພາວັນນາ​ອະທິຖານ​ເພື່ອ​ຜູ້​ທີ່​ຂົ່ມເຫັງ​ເຈົ້າ,</verse>
				<verse number="45">ເພື່ອ​ວ່າ​ເຈົ້າ​ທັງຫລາຍ​ຈະ​ກາຍເປັນ​ບຸດ​ແຫ່ງ​ພຣະບິດາເຈົ້າ ຜູ້​ຊົງ​ສະຖິດ​ໃນ​ສະຫວັນ ເພາະ​ພຣະອົງ​ບັນດານ​ໃຫ້​ແສງ​ຕາເວັນ​ຂອງ​ພຣະອົງ​ສ່ອງ​ໃສ່​ທັງ​ຄົນຊົ່ວ​ແລະ​ຄົນ​ດີ​ເໝືອນກັນ ແລະ​ໃຫ້​ຝົນ​ຕົກ​ໃສ່​ທັງ​ຄົນ​ທີ່​ຊອບທຳ​ແລະ​ບໍ່​ຊອບທຳ.</verse>
				<verse number="46">ຖ້າ​ເຈົ້າ​ທັງຫລາຍ​ຮັກ​ຄົນ​ທີ່​ຮັກ​ພວກເຈົ້າ​ແຕ່​ເທົ່ານັ້ນ ພວກເຈົ້າ​ຈະ​ໄດ້​ຮັບ​ບຳເໜັດ​ຫຍັງ​ຈາກ​ພຣະເຈົ້າ? ແມ່ນແຕ່​ຄົນເກັບພາສີ​ກໍ​ຍັງ​ເຮັດ​ຢ່າງ​ນັ້ນ​ບໍ່ແມ່ນ​ບໍ?</verse>
				<verse number="47">ຖ້າ​ເຈົ້າ​ຄຳນັບ​ພີ່ນ້ອງ​ຂອງຕົນ​ເທົ່ານັ້ນ ພວກເຈົ້າ​ໄດ້​ເຮັດ​ຫຍັງ​ດີ​ລື່ນ​ຄົນອື່ນ​ແດ່? ແມ່ນແຕ່​ຄົນ​ບໍ່​ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ​ເໝືອນກັນ.</verse>
				<verse number="48">ດ້ວຍເຫດນັ້ນ ເຈົ້າ​ທັງຫລາຍ​ຕ້ອງ​ເປັນ​ຄົນ​ດີທີ່ສຸດ ເໝືອນ​ຢ່າງ​ພຣະບິດາ​ຂອງ​ເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ເປັນ​ຜູ້​ດີທີ່ສຸດ.”</verse>
			</chapter>
			<chapter number="6">
				<verse number="1">“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ຖືສິນ​ກິນທານ​ຕໍ່ໜ້າ​ປະຊາຊົນ​ເພື່ອ​ເປັນ​ການ​ອວດ​ຄົນ ເພາະ​ຖ້າ​ເຮັດ​ຢ່າງ​ນັ້ນ ພວກເຈົ້າ​ຈະ​ບໍ່ໄດ້​ບຳເໜັດ​ຫຍັງ​ຈາກ​ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ.</verse>
				<verse number="2">ດັ່ງນັ້ນ ເມື່ອ​ເຈົ້າ​ໃຫ້​ທານ​ຢ່າ​ສູ່​ເປົ່າແກ​ໄປ​ກ່ອນ​ໜ້າ​ເຈົ້າ ເໝືອນ​ດັ່ງ​ຄົນ​ໜ້າຊື່​ໃຈຄົດ​ມັກ​ເຮັດ​ໃນ​ທຳມະສາລາ​ແລະ​ຕາມ​ຖະໜົນ​ຫົນທາງ ເພື່ອ​ໃຫ້​ຄົນ​ຊົມເຊີຍ ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຂົາ​ໄດ້​ຮັບ​ບຳເໜັດ​ແລ້ວ.</verse>
				<verse number="3">ຝ່າຍ​ພວກເຈົ້າ, ເມື່ອ​ໃຫ້ທານ ຢ່າ​ໃຫ້​ມື​ຊ້າຍ​ຮູ້​ການ​ທີ່​ມື​ຂວາ​ກຳລັງ​ເຮັດ​ນັ້ນ.</verse>
				<verse number="4">ເພື່ອ​ການ​ໃຫ້ທານ​ຂອງ​ພວກເຈົ້າ​ຈະ​ເປັນ​ທາງ​ລັບ ຝ່າຍ​ພຣະບິດາ​ຂອງ​ເຈົ້າ​ຜູ້​ທີ່​ຮູ້​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ​ໃນ​ທີ່​ລັບລີ້ ກໍ​ຈະ​ໃຫ້​ບຳເໜັດ​ແກ່​ເຈົ້າ.”</verse>
				<verse number="5">“ເມື່ອ​ເຈົ້າ​ທັງຫລາຍ​ພາວັນນາ​ອະທິຖານ ຢ່າ​ເຮັດ​ເໝືອນ​ຄົນ​ໜ້າຊື່​ໃຈຄົດ ພວກເຂົາ​ມັກ​ຢືນ​ພາວັນນາ​ອະທິຖານ​ໃນ​ທຳມະສາລາ ແລະ​ຕາມ​ແຈ​ຖະໜົນ​ຫົນທາງ ເພື່ອ​ໃຫ້​ຄົນ​ເຫັນ​ພວກເຂົາ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຂົາ​ໄດ້​ຮັບ​ບຳເໜັດ​ແລ້ວ.</verse>
				<verse number="6">ແຕ່​ສຳລັບ​ເຈົ້າ ເມື່ອ​ພາວັນນາ​ອະທິຖານ ຈົ່ງ​ເຂົ້າ​ໄປ​ໃນ​ຫ້ອງ​ຂອງ​ເຈົ້າ ອັດ​ປະຕູ​ໄວ້ ແລ້ວ​ຈຶ່ງ​ພາວັນນາ​ອະທິຖານ​ຫາ​ພຣະບິດາ​ຂອງ​ເຈົ້າ​ຜູ້​ຢູ່​ໃນ​ທີ່​ລັບລີ້ ແລະ​ພຣະບິດາ​ຂອງ​ເຈົ້າ​ຜູ້​ເຫັນ​ໃນ​ທີ່​ລັບລີ້​ຈະ​ໃຫ້​ບຳເໜັດ​ແກ່​ເຈົ້າ.”</verse>
				<verse number="7">“ແຕ່​ເມື່ອ​ເຈົ້າ​ພາວັນນາ​ອະທິຖານ ຢ່າ​ເວົ້າ​ຊໍ້າ​ຄຳ​ເກົ່າ​ເໝືອນ​ຄົນ​ບໍ່​ນັບຖື​ພຣະເຈົ້າ ເພາະ​ພວກເຂົາ​ຄິດ​ວ່າ​ພຣະເຈົ້າ​ຈະ​ໄດ້ຍິນ​ຖ້າ​ເວົ້າ​ຊໍ້າ​ຫລາຍ​ເທື່ອ.</verse>
				<verse number="8">ດັ່ງນັ້ນ ຢ່າ​ເຮັດ​ເໝືອນ​ພວກເຂົາ ເພາະ​ພຣະບິດາ​ຂອງ​ພວກເຈົ້າ​ຮູ້​ສິ່ງ​ທີ່​ເຈົ້າ​ຕ້ອງການ ກ່ອນ​ພວກເຈົ້າ​ພາວັນນາ​ອະທິຖານ​ຂໍ.</verse>
				<verse number="9">ດ້ວຍເຫດນັ້ນ ພວກເຈົ້າ​ຄວນ​ພາວັນນາ​ອະທິຖານ​ດັ່ງນີ້: ‘ຂ້າແດ່​ພຣະບິດາເຈົ້າ ຂອງ​ພວກ​ຂ້ານ້ອຍ​ທັງຫລາຍ ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ ຂໍ​ໃຫ້​ພຣະນາມ​ຂອງ​ພຣະອົງ​ ຊົງ​ເປັນ​ທີ່​ເຄົາຣົບ​ບູຊາ</verse>
				<verse number="10">ຂໍ​ໃຫ້​ພຣະ​ຣາຊອານາຈັກ ຂອງ​ພຣະອົງ​ມາ​ຕັ້ງ​ຢູ່ ຂໍ​ໃຫ້​ເປັນ​ໄປ​ຕາມ​ນໍ້າພຣະໄທ ຂອງ​ພຣະອົງ ໃນ​ສະຫວັນ​ເປັນ​ຢ່າງ​ໃດ ຂໍ​ໃຫ້​ເປັນ​ໄປ​ຢ່າງ​ນັ້ນ​ທີ່​ແຜ່ນດິນ​ໂລກ.</verse>
				<verse number="11">ຂໍ​ຊົງ​ໂຜດ​ປະທານ​ເຂົ້າຈີ່​ປະຈຳ​ວັນ ໃຫ້​ແກ່​ຂ້ານ້ອຍ​ທັງຫລາຍ ໃນ​ກາລະ​ວັນ​ນີ້</verse>
				<verse number="12">ຂໍ​ຊົງ​ໂຜດ​ຍົກໂທດ​ໃຫ້​ຂ້ານ້ອຍ ເໝືອນ​ຂ້ານ້ອຍ​ຍົກໂທດ ໃຫ້​ແກ່​ຜູ້​ທີ່​ເຮັດ​ຜິດ​ຕໍ່​ຂ້ານ້ອຍ​ນັ້ນ</verse>
				<verse number="13">ແລະ​ຂໍ​ຢ່າ​ພາ​ຂ້ານ້ອຍ​ເຂົ້າ​ໄປ​ ໃນ​ການ​ທົດລອງ ແຕ່​ຂໍ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ [ເຫດ​ວ່າ ຣາຊອານາຈັກ ຣິດອຳນາດ ແລະ ພຣະຣັດສະໝີ​ກໍ​ເປັນ​ຂອງ​ພຣະອົງ​ສືບໆໄປ​ເປັນນິດ ອາແມນ’]</verse>
				<verse number="14">ຖ້າ​ເຈົ້າ​ຍົກໂທດ​ຄວາມຜິດ​ຂອງ​ຄົນອື່ນ​ທີ່​ໄດ້​ເຮັດ​ຕໍ່​ເຈົ້າ ພຣະບິດາ​ຂອງ​ເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ ກໍ​ຈະ​ຍົກ​ຄວາມຜິດ​ຂອງ​ເຈົ້າ​ເໝືອນກັນ.</verse>
				<verse number="15">ແຕ່​ຖ້າ​ເຈົ້າ​ບໍ່​ຍົກໂທດ​ໃຫ້​ຄົນອື່ນ, ພຣະບິດາ​ຂອງ​ເຈົ້າ​ທັງຫລາຍ​ກໍ​ຈະ​ບໍ່​ຍົກ​ຄວາມຜິດ​ຂອງ​ເຈົ້າ​ເໝືອນກັນ.”</verse>
				<verse number="16">“ເມື່ອ​ເຈົ້າ​ທັງຫລາຍ​ຖືສິນ​ອົດອາຫານ ຢ່າ​ເຮັດ​ສີ​ໜ້າ​ເສົ້າໝອງ​ເໝືອນ​ດັ່ງ​ຄົນ​ໜ້າຊື່​ໃຈຄົດ. ດ້ວຍວ່າ, ເຂົາ​ເຮັດ​ສີ​ໜ້າ​ເສົ້າໝອງ ເພື່ອ​ໃຫ້​ຄົນ​ທັງຫລາຍ​ເຫັນ​ວ່າ​ພວກ​ຕົນ​ຖືສິນ​ອົດອາຫານ. ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ພວກເຂົາ​ໄດ້​ຮັບ​ບຳເໜັດ​ແລ້ວ.</verse>
				<verse number="17">ເມື່ອ​ເຈົ້າ​ຖືສິນ​ອົດອາຫານ​ນັ້ນ ຈົ່ງ​ລ້າງ​ໜ້າ​ແລະ​ຫວີຜົມ,</verse>
				<verse number="18">ເພື່ອ​ບໍ່​ໃຫ້​ຄົນອື່ນ​ຮູ້​ໄດ້​ວ່າ ເຈົ້າ​ກຳລັງ​ຖືສິນ​ອົດອາຫານ ມີ​ແຕ່​ພຣະບິດາ​ຂອງ​ເຈົ້າ​ຜູ້​ທີ່​ຢູ່​ໃນ​ທີ່​ລັບລີ້​ຮູ້ຈັກ ຝ່າຍ​ພຣະບິດາ​ຂອງ​ເຈົ້າ​ຜູ້​ທີ່​ເຫັນ​ໃນ​ທີ່​ລັບລີ້ ກໍ​ຈະ​ໃຫ້​ບຳເໜັດ​ແກ່​ເຈົ້າ.”</verse>
				<verse number="19">“ຢ່າ​ທ້ອນໂຮມ​ຊັບສົມບັດ​ໄວ້​ສຳລັບ​ຕົນເອງ​ໃນ​ແຜ່ນດິນ​ໂລກ​ນີ້ ຊຶ່ງ​ເປັນ​ບ່ອນ​ມອດ​ແລະ​ຂີ້ໝ້ຽງ​ກັດ​ກິນ​ໄດ້ ແລະ ໂຈນ​ເຈາະ​ລັກ​ເອົາ​ໄດ້.</verse>
				<verse number="20">ແຕ່​ຈົ່ງ​ທ້ອນໂຮມ​ຊັບສົມບັດ​ສຳລັບ​ຕົນ​ໄວ້​ໃນ​ສະຫວັນ ບ່ອນ​ທີ່​ມອດ​ແລະ​ຂີ້ໝ້ຽງ​ກັດ​ກິນ​ບໍ່ໄດ້ ແລະ ໂຈນ​ເຈາະ​ລັກ​ເອົາ​ບໍ່ໄດ້.</verse>
				<verse number="21">ເພາະ​ຊັບສົມບັດ​ຂອງ​ເຈົ້າ​ຢູ່​ທີ່ໃດ ໃຈ​ຂອງ​ເຈົ້າ​ກໍ​ຢູ່​ທີ່ນັ້ນ.”</verse>
				<verse number="22">“ຕາ​ເປັນ​ໂຄມໄຟ​ຂອງ​ຮ່າງກາຍ ຖ້າ​ຕາ​ຂອງ​ເຈົ້າ​ແຈ້ງ​ເປັນ​ປົກກະຕິ ຮ່າງກາຍ​ທຸກ​ສ່ວນ​ກໍ​ແຈ້ງ​ດີ,</verse>
				<verse number="23">ແຕ່​ຖ້າ​ຕາ​ຂອງ​ເຈົ້າ​ບໍ່​ດີ ຮ່າງກາຍ​ທຸກ​ສ່ວນ​ກໍ​ຈະ​ຢູ່​ໃນ​ຄວາມມືດ. ດັ່ງນັ້ນ ຖ້າ​ຄວາມ​ສະຫວ່າງ​ໃນ​ຕົວ​ຂອງ​ເຈົ້າ​ມືດ​ໄປ ຄວາມມືດ​ນັ້ນ​ກໍ​ຈະ​ໜາ​ເທົ່າ​ໃດ​ໜໍ.”</verse>
				<verse number="24">“ບໍ່​ຫ່ອນ​ມີ​ຜູ້ໃດ​ເປັນ​ຂ້າ​ສອງ​ເຈົ້າ ບ່າວ​ສອງ​ນາຍ​ໄດ້​ຄື: ເຂົາ​ຈະ​ຊັງ​ນາຍ​ຜູ້​ນີ້ ແລະ​ໄປ​ຮັກ​ນາຍ​ຜູ້​ນັ້ນ ເຂົາ​ຈະ​ສັດຊື່​ຕໍ່​ນາຍ​ຜູ້​ນີ້ ແລະ​ໝິ່ນປະໝາດ​ນາຍ​ຜູ້​ນັ້ນ ພວກເຈົ້າ​ຮັບໃຊ້​ພຣະເຈົ້າ ແລະ​ເງິນຄຳ​ພ້ອມ​ກັນ​ກໍ​ບໍ່ໄດ້.”</verse>
				<verse number="25">“ດັ່ງນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ ບໍ່​ໃຫ້​ກະວົນ​ກະວາຍ​ເຖິງ​ເລື່ອງ​ອາຫານ​ສຳລັບ​ຊີວິດ​ຕົນ​ວ່າ, ຈະ​ກິນ​ຫຍັງ ຈະ​ດື່ມ​ຫຍັງ ຫລື​ເຖິງ​ເລື່ອງ​ເຄື່ອງນຸ່ງຫົ່ມ​ສຳລັບ​ຮ່າງກາຍ ຊີວິດ​ສຳຄັນ​ກວ່າ​ອາຫານ ແລະ​ຮ່າງກາຍ​ກໍ​ສຳຄັນ​ກວ່າ​ເຄື່ອງນຸ່ງຫົ່ມ​ບໍ່ແມ່ນ​ບໍ?</verse>
				<verse number="26">ຈົ່ງ​ເບິ່ງ​ຝູງ​ນົກ​ໃນ​ທ້ອງຟ້າ ມັນ​ບໍ່ໄດ້​ຫວ່ານ ບໍ່ໄດ້​ເກັບກ່ຽວ ແລະ​ບໍ່ໄດ້​ທ້ອນໂຮມ​ໄວ້​ໃນ​ເລົ້າ ແຕ່​ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ກໍ​ຍັງ​ລ້ຽງ​ນົກ​ນັ້ນ ພວກເຈົ້າ​ມີຄ່າ​ຫລາຍກວ່າ​ຝູງ​ນົກ​ນັ້ນ​ບໍ່ແມ່ນ​ບໍ?</verse>
				<verse number="27">ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ທີ່​ກະວົນ​ກະວາຍ ແລ້ວ​ຕໍ່​ອາຍຸ​ໃຫ້​ມີ​ຊີວິດ​ຍືນຍາວ​ໄດ້​ອີກ​ຈັກ​ໜ້ອຍໜຶ່ງ?”</verse>
				<verse number="28">“ເປັນ​ດ້ວຍເຫດໃດ ຈຶ່ງ​ກະວົນ​ກະວາຍ​ເຖິງ​ເລື່ອງ​ເຄື່ອງນຸ່ງຫົ່ມ? ຈົ່ງ​ເບິ່ງ​ດອກໄມ້​ປ່າ​ນັ້ນ​ແມ ມັນ​ໃຫຍ່​ຂຶ້ນ​ມາ​ໄດ້​ຢ່າງ​ໃດ ມັນ​ບໍ່ໄດ້​ເຮັດ​ວຽກ ບໍ່ໄດ້​ຕໍ່າ​ຜ້າ​ເຮັດ​ເຄື່ອງ​ນຸ່ງ​ສຳລັບ​ມັນ​ເອງ.</verse>
				<verse number="29">ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ ແມ່ນແຕ່​ກະສັດ​ໂຊໂລໂມນ ຜູ້​ທີ່​ຮັ່ງມີ​ດ້ວຍ​ຊັບສົມບັດ​ທີ່​ຕົນ​ມີ​ຢູ່​ທັງໝົດ ກໍ​ຍັງ​ບໍ່ມີ​ເຄື່ອງນຸ່ງ​ງາມ​ເທົ່າ​ກັບ​ດອກໄມ້​ເຫຼົ່ານີ້​ດອກ​ໜຶ່ງ.</verse>
				<verse number="30">ແມ່ນ​ພຣະເຈົ້າ​ທີ່​ເປັນ​ຜູ້​ຕົບແຕ່ງ​ດອກໄມ້​ປ່າ​ຢູ່​ຕາມ​ທົ່ງຫຍ້າ ຊຶ່ງ​ເປັນ​ຢູ່​ໃນ​ມື້ນີ້ ແລະ​ມື້ອື່ນ​ກໍ​ຈະ​ຖືກ​ຕັດ​ຖິ້ມ​ເຜົາ​ໄຟ​ເສຍ ພຣະເຈົ້າ​ຈະ​ບໍ່​ຕົບແຕ່ງ​ພວກເຈົ້າ​ຫລາຍກວ່າ​ດອກໄມ້​ນັ້ນ​ບໍ? ໂອ ຜູ້​ມີ​ຄວາມເຊື່ອ​ຫນ້ອຍ​ເອີຍ.”</verse>
				<verse number="31">“ດັ່ງນັ້ນ ຢ່າ​ກະວົນ​ກະວາຍ​ເລີຍ​ວ່າ, ‘ຈະ​ກິນ​ຫຍັງ? ຈະ​ດື່ມ​ຫຍັງ? ແລະ​ຈະ​ນຸ່ງ​ຫົ່ມ​ຫຍັງ?’</verse>
				<verse number="32">ສິ່ງ​ທັງໝົດ​ເຫຼົ່ານີ້​ແຫຼະ ທີ່​ຄົນ​ບໍ່​ນັບຖື​ພຣະເຈົ້າ​ຊອກ​ຫາ ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ຮູ້​ວ່າ ພວກເຈົ້າ​ຕ້ອງການ​ສິ່ງ​ເຫຼົ່ານີ້​ແລ້ວ.</verse>
				<verse number="33">ແຕ່​ກ່ອນ​ອື່ນ​ໝົດ ເຈົ້າ​ທັງຫລາຍ​ຈົ່ງ​ສະແຫວງ​ຫາ​ຣາຊອານາຈັກ​ຂອງ​ພຣະເຈົ້າ ແລະ​ຄວາມ​ຊອບທຳ​ຂອງ​ພຣະອົງ ແລ້ວ​ພຣະອົງ​ຈະ​ຊົງ​ເພີ່ມເຕີມ​ສິ່ງ​ທັງປວງ​ເຫຼົ່ານີ້​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="34">ເຫດສະນັ້ນ ຢ່າ​ກະວົນ​ກະວາຍ​ເຖິງ​ມື້ອື່ນ ເພາະ​ມື້ອື່ນ​ຈະ​ມີ​ເລື່ອງ​ກະວົນ​ກະວາຍ​ໃນໂຕ​ມັນເອງ ຄວາມທຸກ​ໃນ​ວັນໃດ​ກໍ​ພໍ​ແລ້ວ​ສຳລັບ​ວັນນັ້ນ.”</verse>
			</chapter>
			<chapter number="7">
				<verse number="1">“ຢ່າ​ຕັດສິນ​ຄົນອື່ນ ເພື່ອ​ວ່າ​ພຣະເຈົ້າ​ຈະ​ບໍ່​ຕັດສິນ​ເຈົ້າ.</verse>
				<verse number="2">ດ້ວຍວ່າ, ເຈົ້າ​ຈະ​ຕັດສິນ​ຄົນອື່ນ​ຢ່າງ​ໃດ ພຣະເຈົ້າ​ກໍ​ຈະ​ຕັດສິນ​ເຈົ້າ​ຢ່າງ​ນັ້ນ ແລະ​ເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງ​ຜອງ​ອັນ​ໃດ ພຣະເຈົ້າ​ກໍ​ຈະ​ຕວງ​ໃຫ້​ເຈົ້າ​ດ້ວຍ​ເຄື່ອງ​ຜອງ​ອັນ​ນັ້ນ.</verse>
				<verse number="3">ເປັນຫຍັງ​ເຈົ້າ​ຈຶ່ງ​ຫລຽວ​ເຫັນ​ຂີ້ເຫຍື້ອ​ຢູ່​ໃນ​ຕາ​ຂອງ​ພີ່ນ້ອງ​ຂອງ​ເຈົ້າ ແຕ່​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ເຈົ້າ​ເອງ​ແລ້ວ​ເຈົ້າ​ບໍ່​ເຫັນ?</verse>
				<verse number="4">ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ເວົ້າ​ຕໍ່​ພີ່ນ້ອງ​ຂອງ​ເຈົ້າ​ວ່າ, ‘ຂໍ​ອະນຸຍາດ​ໃຫ້​ຂ້ອຍ​ເອົາ​ຂີ້ເຫຍື້ອ​ອອກ​ຈາກ​ຕາ​ຂອງ​ເຈົ້າ​ແດ່’ ໃນ​ເມື່ອ​ໄມ້​ທັງ​ທ່ອນ​ຍັງ​ຢູ່​ໃນ​ຕາ​ຂອງ​ເຈົ້າ?</verse>
				<verse number="5">ໂອ​ຄົນ​ໜ້າຊື່​ໃຈຄົດ​ເອີຍ ຈົ່ງ​ເອົາ​ໄມ້​ທັງ​ທ່ອນ​ອອກ​ຈາກ​ຕາ​ຂອງ​ເຈົ້າ​ເອງ​ສາ​ກ່ອນ ແລ້ວ​ເຈົ້າ​ກໍ​ຈະ​ສາມາດ​ເຫັນ​ໄດ້​ແຈ້ງ ເພື່ອ​ເອົາ​ຂີ້ເຫຍື້ອ​ອອກ​ຈາກ​ຕາ​ພີ່ນ້ອງ​ຂອງ​ເຈົ້າ.”</verse>
				<verse number="6">“ຢ່າ​ເອົາ​ສິ່ງ​ທີ່​ບໍຣິສຸດ​ໂຍນ​ໃຫ້​ໝາ ຢ້ານ​ວ່າ​ມັນ​ຈະ​ຫັນ​ຄືນ​ມາ​ສວບ​ກັດ​ເຈົ້າ ຢ່າ​ໂຍນ​ໄຂ່ມຸກ​ໃສ່​ຕໍ່ໜ້າ​ໝູ ຢ້ານ​ວ່າ​ມັນ​ຈະ​ຢຽບ​ຢໍ່າ​ຖິ້ມ​ເທົ່ານັ້ນ.”</verse>
				<verse number="7">“ຈົ່ງ​ໝັ່ນ​ຂໍ​ແລ້ວ​ເຈົ້າ​ຈະ​ໄດ້​ຮັບ, ຈົ່ງ​ໝັ່ນ​ຊອກ​ຫາ​ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ພົບ ຈົ່ງ​ໝັ່ນ​ເຄາະ​ແລ້ວ​ຈະ​ຊົງ​ໄຂ​ໃຫ້​ເຈົ້າ.</verse>
				<verse number="8">ດ້ວຍວ່າ, ທຸກຄົນ​ທີ່​ຂໍ​ກໍ​ຈະ​ໄດ້​ຮັບ, ທຸກຄົນ​ທີ່​ຊອກ​ຫາ​ກໍ​ຈະ​ໄດ້​ພົບ ແລະ​ທຸກຄົນ​ທີ່​ເຄາະ​ກໍ​ຈະ​ມີ​ຜູ້​ໄຂ​ໃຫ້.</verse>
				<verse number="9">ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ເມື່ອ​ລູກ​ຂໍ​ເຂົ້າ​ປັ້ນ​ໜຶ່ງ ຈະ​ເອົາ​ກ້ອນຫີນ​ໃຫ້​ແກ່​ລູກ​ຂອງຕົນ?</verse>
				<verse number="10">ຫລື​ຖ້າ​ລູກ​ຂໍ​ປາ ລາວ​ກໍ​ຈະ​ບໍ່​ເອົາ​ງູ​ໃຫ້​ຕີ້?</verse>
				<verse number="11">ດ້ວຍເຫດນັ້ນ ພວກເຈົ້າ​ທີ່​ເປັນ​ຄົນຊົ່ວ​ກໍ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງຕົນ ຫລາຍກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ຈະ​ເອົາ​ຂອງ​ດີ​ໃຫ້​ແກ່​ຜູ້​ທີ່​ຂໍ​ຈາກ​ພຣະອົງ.”</verse>
				<verse number="12">“ເຈົ້າ​ຢາກ​ໃຫ້​ຄົນອື່ນ​ເຮັດ​ຕໍ່​ເຈົ້າ​ຢ່າງ​ໃດ ກໍ​ຈົ່ງ​ເຮັດ​ຕໍ່​ເພິ່ນ​ຢ່າງ​ນັ້ນ​ເໝືອນກັນ ອັນ​ນີ້​ແມ່ນ​ກົດບັນຍັດ ແລະ ຄຳສັ່ງສອນ​ຂອງ​ພວກ​ຜູ້ທຳນວາຍ.”</verse>
				<verse number="13">“ຈົ່ງ​ເຂົ້າ​ໄປ​ທາງ​ປະຕູ​ຄັບ​ແຄບ ເພາະ​ປະຕູ​ເຂົ້າ​ໄປ​ນະຣົກ​ກໍ​ກວ້າງ ແລະ​ທາງ​ທີ່​ນຳ​ໄປ​ສູ່​ທີ່​ນັ້ນ​ກໍ​ງ່າຍ ແລະ​ຄົນ​ທີ່​ເດີນ​ໄປ​ຕາມ​ທາງ​ນັ້ນ​ກໍ​ມີ​ຫລວງຫລາຍ.</verse>
				<verse number="14">ແຕ່​ປະຕູ​ທີ່​ນຳ​ໄປ​ສູ່​ຊີວິດ​ກໍ​ຄັບ​ແຄບ ແລະ​ທາງ​ທີ່​ນຳ​ໄປ​ສູ່​ທີ່​ນັ້ນ​ກໍ​ຍາກ ແລະ​ຄົນ​ທີ່​ພົບ​ທາງ​ນັ້ນ​ກໍ​ມີ​ໜ້ອຍ.”</verse>
				<verse number="15">“ຈົ່ງ​ລະວັງ​ຜູ້​ປະກາດ​ພຣະຄຳ​ປອມ​ເຂົ້າ​ມາ​ຫາ​ພວກເຈົ້າ ເບິ່ງ​ພາຍ​ນອກ​ເຂົາ​ອ່ອນໂຍນ​ຄື​ໂຕ​ແກະ, ແຕ່​ພາຍ​ໃນ​ແລ້ວ​ເຂົາ​ໂຫດຮ້າຍ​ຄື​ໝາໄນ.</verse>
				<verse number="16">ພວກເຈົ້າ​ຈະ​ຮູ້ຈັກ​ຄົນ​ເຫຼົ່ານີ້​ດ້ວຍ​ການ​ກະທຳ​ຂອງ​ເຂົາ ມີ​ຜູ້ໃດ​ເກັບ​ໝາກອະງຸ່ນ​ຈາກ​ເຄືອ​ມີ​ໜາມ? ມີ​ຜູ້ໃດ​ເກັບ​ໝາກ​ເດື່ອເທດ​ຈາກ​ຕົ້ນ​ມີ​ໜາມ?</verse>
				<verse number="17">ດັ່ງນັ້ນ ຕົ້ນໄມ້​ດີ​ຍ່ອມ​ເກີດ​ໝາກ​ດີ, ແຕ່​ຕົ້ນໄມ້​ບໍ່​ດີ​ຍ່ອມ​ເກີດ​ໝາກ​ບໍ່​ດີ.</verse>
				<verse number="18">ຕົ້ນໄມ້​ດີ​ເກີດຜົນ​ບໍ່​ດີ​ກໍ​ບໍ່​ຫ່ອນ​ເປັນ ແລະ​ຕົ້ນໄມ້​ບໍ່​ດີ​ເກີດຜົນ​ດີ​ກໍ​ບໍ່​ຫ່ອນ​ໄດ້.</verse>
				<verse number="19">ຕົ້ນໄມ້​ທຸກ​ຕົ້ນ​ທີ່​ເກີດຜົນ​ບໍ່​ດີ​ຍ່ອມ​ຖືກ​ຕັດ​ລົງ ແລະ​ຖືກ​ໂຍນ​ຖິ້ມ​ໃສ່​ໄຟ​ເສຍ.</verse>
				<verse number="20">ດ້ວຍເຫດນັ້ນ ພວກເຈົ້າ​ຈະ​ຮູ້ຈັກ​ຜູ້​ປະກາດ​ພຣະຄຳ​ປອມ​ດ້ວຍ​ຜົນ​ຂອງ​ພວກເຂົາ.”</verse>
				<verse number="21">“ບໍ່ແມ່ນ​ວ່າ​ທຸກຄົນ​ທີ່​ເອີ້ນ​ເຮົາ​ວ່າ, ‘ພຣະອົງເຈົ້າ ພຣະອົງເຈົ້າ’ ແລ້ວ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ໄດ້ ເຂົ້າ​ໄດ້​ແຕ່​ຜູ້​ທີ່​ປະຕິບັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະບິດາ​ຂອງເຮົາ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ.</verse>
				<verse number="22">ເມື່ອ​ວັນ​ພິພາກສາ​ມາ​ເຖິງ ຫລາຍ​ຄົນ​ຈະ​ເວົ້າ​ກັບ​ເຮົາ​ວ່າ, ‘ພຣະອົງເຈົ້າ, ພຣະອົງເຈົ້າ ພວກ​ຂ້ານ້ອຍ​ໄດ້​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ໃນ​ນາມ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ໄດ້​ຂັບໄລ່​ຜີມານຮ້າຍ​ອອກ ແລະ​ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ປະການ​ໃນ​ນາມ​ຂອງ​ພຣະອົງ​ບໍ່ແມ່ນ​ບໍ’</verse>
				<verse number="23">ເມື່ອນັ້ນ ເຮົາ​ກໍ​ຈະ​ປະກາດ​ຕໍ່​ພວກເຂົາ​ວ່າ, ‘ເຮົາ​ບໍ່ເຄີຍ​ຮູ້ຈັກ​ພວກເຈົ້າ ຈົ່ງ​ຖອຍ​ໜີໄປ​ຈາກ​ເຮົາ​ເສຍ ພວກເຈົ້າ​ຄົນ​ທີ່​ເຮັດ​ການ​ຊົ່ວຮ້າຍ​ເອີຍ.”’</verse>
				<verse number="24">“ດ້ວຍເຫດນັ້ນ ຜູ້ໃດ​ທີ່​ໄດ້ຍິນ​ຖ້ອຍຄຳ​ເຫຼົ່ານີ້​ຂອງເຮົາ​ແລ້ວ​ແລະ​ປະຕິບັດ​ຕາມ ຄົນ​ເຫຼົ່ານັ້ນ​ກໍ​ເປັນ​ເໝືອນ​ຄົນ​ສະຫລາດ​ທີ່​ປຸກ​ເຮືອນ​ຂອງຕົນ​ຢູ່​ເທິງ​ດານ​ຫີນ.</verse>
				<verse number="25">ຝົນ​ທັ່ງ​ເທ​ລົງ​ມາ ນໍ້າ​ກໍ​ນອງ​ຖ້ວມ​ລົ້ນ​ຫ້ວຍ​ຮ່ອງ ແລະ​ລົມ​ກໍ​ພັດ​ປະ​ທະ​ເຮືອນ​ຢ່າງ​ແຮງ, ແຕ່​ເຮືອນ​ນັ້ນ​ກໍ​ບໍ່​ເຈື່ອນ​ເພພັງ​ລົງ ເພາະ​ມັນ​ຖືກ​ສ້າງ​ຂຶ້ນ​ຢູ່​ເທິງ​ດານ​ຫີນ.”</verse>
				<verse number="26">“ແຕ່​ຜູ້ໃດ​ທີ່​ໄດ້ຍິນ​ຖ້ອຍຄຳ​ເຫຼົ່ານີ້​ຂອງເຮົາ​ແລ້ວ ແລະ​ບໍ່​ປະຕິບັດ​ຕາມ ຄົນ​ນັ້ນ​ກໍ​ເປັນ​ດັ່ງ​ຄົນ​ໂງ່​ທີ່​ປຸກ​ເຮືອນ​ຂອງຕົນ​ຢູ່​ເທິງ​ຫາດ​ຊາຍ.</verse>
				<verse number="27">ຝົນ​ທັ່ງ​ເທ​ລົງ​ມາ ນໍ້າ​ນອງ​ຖ້ວມ​ລົ້ນ​ຫ້ວຍ​ຮ່ອງ ແລະ​ລົມ​ກໍ​ພັດ​ປະ​ທະ​ເຮືອນ​ຢ່າງ​ແຮງ ແລະ​ເຮືອນ​ນັ້ນ​ກໍໄດ້​ເຈື່ອນ​ເພພັງ​ລົງ ແລະ​ການ​ເພພັງ​ຂອງ​ມັນ​ກໍ​ເປັນ​ການ​ໃຫຍ່​ຫລວງ.”</verse>
				<verse number="28">ເມື່ອ​ພຣະເຢຊູເຈົ້າ​ໄດ້​ຊົງ​ກ່າວ​ຄຳ​ເຫຼົ່ານີ້​ຈົບ​ແລ້ວ ປະຊາຊົນ​ກໍ​ປະຫລາດ​ໃຈ​ຫລາຍ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ.</verse>
				<verse number="29">ພຣະອົງ​ບໍ່ໄດ້​ເປັນ​ເໝືອນ​ດັ່ງ​ພວກ​ທຳມະຈານ, ແຕ່​ພຣະອົງ​ໄດ້​ສັ່ງສອນ​ດ້ວຍ​ຣິດອຳນາດ.</verse>
			</chapter>
			<chapter number="8">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ລົງ​ມາ​ຈາກ​ພູ​ແລ້ວ ປະຊາຊົນ​ຢ່າງ​ຫລວງຫລາຍ​ກໍ​ຕິດຕາມ​ພຣະອົງ​ໄປ.</verse>
				<verse number="2">ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ຂີ້ທູດ​ໄດ້​ມາ​ຫາ​ພຣະອົງ​ໂດຍ​ກົ້ມ​ຂາບລົງ ແລະ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຖ້າ​ພຣະອົງ​ພໍໃຈ​ຊົງ​ໂຜດ​ຂ້ານ້ອຍ ພຣະອົງ​ກໍ​ໂຜດ​ໃຫ້​ຂ້ານ້ອຍ​ດີ​ສະອາດ​ໄດ້.”</verse>
				<verse number="3">ພຣະເຢຊູເຈົ້າ​ໄດ້​ເດ່​ມື​ອອກ​ໄປ​ແຕະຕ້ອງ​ຄົນ​ນັ້ນ ແລະ​ກ່າວ​ວ່າ, “ເຮົາ​ພໍໃຈ​ໃຫ້​ເຈົ້າ​ດີ ຈົ່ງ​ດີ​ສະອາດ​ສາ” ໃນ​ທັນໃດນັ້ນ ຊາຍ​ຜູ້​ນັ້ນ​ກໍດີ​ພະຍາດ.</verse>
				<verse number="4">ແລ້ວ​ພຣະເຢຊູເຈົ້າ​ກໍ​ຊົງ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຟັງ​ໃຫ້​ດີ ຢ່າ​ເວົ້າ​ເລື່ອງ​ນີ້​ສູ່​ຜູ້ໃດ​ຟັງ ແຕ່​ຈົ່ງ​ໄປ​ຫາ​ປະໂຣຫິດ​ເພື່ອ​ໃຫ້​ເພິ່ນ​ກວດເບິ່ງ​ເຈົ້າ ແລ້ວ​ເພື່ອ​ເປັນ​ຫຼັກຖານ​ໃຫ້​ທຸກຄົນ​ເຫັນ​ວ່າ​ເຈົ້າ​ດີ​ສະອາດ ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້.”</verse>
				<verse number="5">ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ສະເດັດ​ເຂົ້າ​ໄປ​ໃນ​ເມືອງ​ກາເປນາອູມ ກໍ​ມີ​ນາຍ​ທະຫານ​ຜູ້ໜຶ່ງ​ເຂົ້າ​ມາ​ຫາ​ພຣະອົງ​ເພື່ອ​ຂໍຮ້ອງ​ໃຫ້​ຊ່ວຍເຫລືອ.</verse>
				<verse number="6">ໂດຍ​ກ່າວ​ວ່າ, “ພຣະອົງເຈົ້າ​ເອີຍ ຂ້ອຍໃຊ້​ຂອງ​ຂ້ານ້ອຍ​ນອນ​ປ່ວຍ​ຢູ່​ທີ່​ເຮືອນ ເຂົາ​ເປັນ​ເປ້ຍ​ແລະ​ທົນ​ທຸກຢ່າງ​ເວດທະນາ​ຫລາຍ.”</verse>
				<verse number="7">ພຣະເຢຊູເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ໄປ​ຮັກສາ​ລາວ​ໃຫ້​ຫາຍ​ດີ.”</verse>
				<verse number="8">ແຕ່​ນາຍ​ທະຫານ​ຜູ້ນັ້ນ​ຕອບ​ວ່າ, “ບໍ່ໄດ້​ດອກ ພຣະອົງເຈົ້າເອີຍ, ຂ້ານ້ອຍ​ບໍ່​ສົມຄວນ​ທີ່​ຈະ​ໃຫ້​ພຣະອົງ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຂ້ານ້ອຍ ຂໍ​ພຽງແຕ່​ກ່າວ​ຖ້ອຍຄຳ​ດຽວ​ເທົ່ານັ້ນ ຂ້ອຍໃຊ້​ຂອງ​ຂ້ານ້ອຍ​ກໍ​ຈະ​ດີ​ພະຍາດ.</verse>
				<verse number="9">ຂ້ານ້ອຍ​ເອງ​ຢູ່​ໃຕ້​ບັງຄັບ​ບັນຊາ​ຂອງ​ຜູ້​ເປັນ​ນາຍ ແລະ​ຂ້ານ້ອຍ​ກໍ​ມີ​ທະຫານ​ຢູ່​ໃຕ້​ບັງຄັບ​ບັນຊາ​ຂອງ​ຂ້ານ້ອຍ​ດ້ວຍ ຂ້ານ້ອຍ​ສັ່ງ​ວ່າ, ‘ໄປ’ ເຂົາ​ກໍ​ໄປ, ຂ້ານ້ອຍ​ສັ່ງ​ວ່າ ‘ມາ’ ເຂົາ​ກໍ​ມາ ແລະ​ຂ້ານ້ອຍ​ສັ່ງ​ຄົນ​ໃຊ້​ວ່າ ‘ເຮັດ​ອັນ​ນີ້’ ເຂົາ​ກໍ​ເຮັດ.”</verse>
				<verse number="10">ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ດັ່ງນີ້​ພຣະອົງ​ກໍ​ແປກໃຈ ແລະ​ເວົ້າ​ກັບ​ປະຊາຊົນ​ທີ່​ຕິດຕາມ​ພຣະອົງ​ມາ​ນັ້ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຢູ່​ໃນ​ພວກ​ອິດສະຣາເອນ​ເຮົາ​ຍັງ​ບໍ່ໄດ້​ພົບ​ຜູ້ໃດ​ທີ່​ມີ​ຄວາມເຊື່ອ​ໃຫຍ່​ເຊັ່ນ​ນີ້.</verse>
				<verse number="11">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຫລາຍ​ຄົນ​ຈະ​ມາ​ຈາກ​ທິດ​ຕາເວັນອອກ​ກັບ​ທິດ​ຕາເວັນຕົກ ແລະ​ນັ່ງ​ຮ່ວມ​ໂຕະ​ກັບ​ອັບຣາຮາມ, ອີຊາກ ແລະ ຢາໂຄບ ທີ່​ງານກິນລ້ຽງ​ໃນ​ອານາຈັກ​ສະຫວັນ.</verse>
				<verse number="12">ສ່ວນ​ພວກ​ທີ່​ຄວນ​ຈະ​ໄດ້​ຢູ່​ໃນ​ອານາຈັກ​ນັ້ນ ຈະ​ຖືກ​ໂຍນ​ຖິ້ມ​ອອກ​ຂ້າງ​ນອກ​ຢູ່​ໃນ​ຄວາມມືດ. ໃນ​ທີ່ນັ້ນ ພວກເຂົາ​ຈະ​ຮ້ອງໄຫ້ ແລະ​ຂົບ​ແຂ້ວ​ຄ້ຽວຟັນ”</verse>
				<verse number="13">ແລ້ວ​ພຣະເຢຊູເຈົ້າ​ກໍ​ເວົ້າ​ກັບ​ນາຍ​ທະຫານ​ວ່າ, “ເມືອ​ເຮືອນ​ສາ ເຈົ້າ​ເຊື່ອ​ຢ່າງ​ໃດ​ກໍ​ຈະ​ເປັນ​ຢ່າງ​ນັ້ນ​ສຳລັບ​ເຈົ້າ.” ຝ່າຍ​ຂ້ອຍໃຊ້​ຂອງ​ນາຍ​ທະຫານ​ກໍດີ​ເປັນ​ປົກກະຕິ​ໃນ​ເວລາ​ນັ້ນ​ເອງ.</verse>
				<verse number="14">ພຣະເຢຊູເຈົ້າ​ໄປ​ເຮືອນ​ຂອງ​ເປໂຕ ພຣະອົງ​ໄດ້​ເຫັນ​ແມ່ເຖົ້າ​ຂອງ​ເປໂຕ​ນອນ​ຢູ່​ເພາະ​ເປັນ​ໄຂ້.</verse>
				<verse number="15">ພຣະອົງ​ຈັບ​ມື​ຂອງ​ນາງ​ແລະ​ໄຂ້​ກໍ​ຫາຍ ແລ້ວ​ນາງ​ກໍ​ລຸກ​ຂຶ້ນ​ບົວລະບັດ​ຮັບໃຊ້​ພຣະອົງ.</verse>
				<verse number="16">ເມື່ອ​ເຖິງ​ຍາມ​ຄໍ່າ, ປະຊາຊົນ​ກໍ​ພາ​ບັນດາ​ຄົນ​ທີ່​ມີ​ຜີມານຮ້າຍ​ສິງ​ຢູ່​ມາ​ຫາ​ພຣະເຢຊູເຈົ້າ ພຣະເຢຊູເຈົ້າ​ໄດ້​ຂັບໄລ່​ຜີມານຮ້າຍ​ເຫຼົ່ານັ້ນ​ອອກ​ດ້ວຍ​ຄຳສັ່ງ​ຂອງ​ພຣະອົງ ແລະ​ຊົງ​ໂຜດ​ຜູ້​ເຈັບໄຂ້​ໄດ້ປ່ວຍ​ທຸກຄົນ​ໃຫ້​ຫາຍ​ດີ.</verse>
				<verse number="17">ພຣະອົງ​ເຮັດ​ເຊັ່ນ​ນີ້ ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, “ພຣະອົງ​ໄດ້​ຮັບ​ເອົາ​ຄວາມ​ເຈັບໄຂ້ ແລະ​ຮັບ​ແບກ​ພະຍາດ​ໂຣຄາ​ຂອງ​ພວກເຮົາ​ໄປ.”</verse>
				<verse number="18">ເມື່ອ​ພຣະເຢຊູເຈົ້າ​ສັງເກດ​ເຫັນ​ປະຊາຊົນ​ອ້ອມ​ພຣະອົງ​ຢູ່ ພຣະອົງ​ຈຶ່ງ​ສັ່ງ​ໃຫ້​ຂ້າມ​ໄປ​ທະເລສາບ​ຟາກ​ພຸ້ນ.</verse>
				<verse number="19">ມີ​ທຳມະຈານ​ຜູ້ໜຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ເວົ້າ​ວ່າ, “ອາຈານ​ເຈົ້າ​ເອີຍ, ທ່ານ​ໄປ​ທີ່​ໃດ​ຂ້ານ້ອຍ​ກໍ​ຈະ​ໄປ​ທີ່​ນັ້ນ​ກັບ​ທ່ານ.”</verse>
				<verse number="20">ພຣະເຢຊູເຈົ້າ​ຊົງ​ຕອບ​ເຂົາ​ວ່າ, “ໝາ​ຈິກຈອກ​ຍັງ​ມີ​ໂຜ້ງ​ນອນ ແລະ ນົກ​ກໍ​ຍັງ​ມີ​ຮັງ​ຢູ່ ສ່ວນ​ບຸດ​ມະນຸດ​ແລ້ວ​ບໍ່ມີ​ບ່ອນ​ຈະ​ວາງ​ຫົວ​ນອນ.”</verse>
				<verse number="21">ມີ​ຊາຍ​ຄົນອື່ນ​ອີກ​ທີ່​ເປັນ​ສາວົກ​ຜູ້ໜຶ່ງ​ຂອງ​ພຣະເຢຊູເຈົ້າ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ, ໃຫ້​ຂ້ານ້ອຍ​ກັບ​ເມືອ​ເຮືອນ​ຝັງສົບ​ພໍ່​ຂອງ​ຂ້ານ້ອຍ​ກ່ອນ.”</verse>
				<verse number="22">ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ ແລະ​ປ່ອຍ​ໃຫ້​ຄົນ​ຕາຍ​ຝັງ​ກັນ​ເອງ​ເທາະ.”</verse>
				<verse number="23">ພຣະເຢຊູເຈົ້າ​ໄດ້​ລົງ​ເຮືອ​ລຳ​ໜຶ່ງ ແລະ​ພວກ​ສາວົກ​ກໍ​ໄປ​ກັບ​ພຣະອົງ.</verse>
				<verse number="24">ໃນ​ທັນໃດນັ້ນ ກໍ​ເກີດ​ລົມພະຍຸ​ໃຫຍ່​ພັດ​ທະເລສາບ​ຢ່າງ​ແຮງ ຈົນ​ເຮືອ​ເກືອບ​ຫລົ້ມ ເພາະ​ນໍ້າ​ຊັດ​ເຂົ້າ​ເຮືອ ສ່ວນ​ພຣະເຢຊູເຈົ້າ​ນັ້ນ​ຊົງ​ນອນ​ຫລັບ​ຢູ່.</verse>
				<verse number="25">ພວກ​ສາວົກ​ຈຶ່ງ​ໄປ​ປຸກ​ພຣະອົງ ພວກເພິ່ນ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ ພວກ​ຂ້ານ້ອຍ​ກຳລັງ​ຈະ​ຕາຍ​ຢູ່​ແລ້ວ.”</verse>
				<verse number="26">ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ? ໂອ ຄົນ​ທີ່​ມີ​ຄວາມເຊື່ອ​ຫນ້ອຍ​ເອີຍ” ແລ້ວ​ພຣະອົງ​ກໍ​ລຸກ​ຢືນ​ຂຶ້ນ​ສັ່ງ​ລົມ ແລະ​ຟອງ​ນໍ້າ​ໃຫ້​ຢຸດ ລົມ​ແລະ​ຟອງ​ນໍ້າ​ຈຶ່ງ​ງຽບ​ສະຫງົບ​ລົງ.</verse>
				<verse number="27">ຄົນ​ເຫຼົ່ານັ້ນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ເວົ້າ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ? ແມ່ນແຕ່​ລົມ​ແລະ​ຟອງ​ນໍ້າ​ທະເລ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ!”</verse>
				<verse number="28">ເມື່ອ​ພຣະເຢຊູເຈົ້າ​ຂ້າມ​ຟາກ​ມາ​ຮອດ​ເຂດແດນ​ຄາດາຣາ ກໍ​ມີ​ຊາຍ​ສອງ​ຄົນ​ອອກ​ຈາກ​ປ່າຊ້າ​ມາ​ພົບ​ພຣະອົງ, ສອງ​ຄົນ​ນີ້​ມີ​ຜີມານຮ້າຍ​ສິງ​ແລະ​ໂຫດຮ້າຍ​ຫລາຍ ຈົນ​ບໍ່ມີ​ຜູ້ໃດ​ກ້າ​ຜ່ານ​ໄປມາ​ຕາມ​ທາງ​ນັ້ນ.</verse>
				<verse number="29">ໃນ​ທັນໃດນັ້ນ ມັນ​ກໍ​ແຜດ​ສຽງ​ວ່າ, “ໂອ ບຸດ​ພຣະເຈົ້າ​ເອີຍ ທ່ານ​ຕ້ອງການ​ຫຍັງ​ຈາກ​ພວກ​ຂ້ານ້ອຍ? ທ່ານ​ຈະ​ມາ​ລົງໂທດ​ພວກ​ຂ້ານ້ອຍ​ກ່ອນ​ເຖິງ​ເວລາ​ຊັ້ນບໍ?”</verse>
				<verse number="30">ບໍ່​ໄກ​ຈາກ​ທີ່​ນັ້ນ​ພໍ​ເທົ່າ​ໃດ ມີ​ຝູງ​ໝູ​ກຳລັງ​ຫາ​ກິນ​ຢູ່.</verse>
				<verse number="31">ດັ່ງນັ້ນ ຜີມານຮ້າຍ​ຈຶ່ງ​ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ​ວ່າ, “ຖ້າ​ທ່ານ​ຂັບໄລ່​ພວກ​ຂ້ານ້ອຍ​ອອກ​ໄປ ຂໍ​ໃຫ້​ພວກ​ຂ້ານ້ອຍ​ໄປ​ຢູ່​ໃນ​ຝູງ​ໝູ​ນັ້ນ​ທ້ອນ.”</verse>
				<verse number="32">ພຣະອົງ​ໄດ້​ບອກ​ພວກ​ມັນ​ວ່າ, “ໄປ​ໄດ້” ດັ່ງນັ້ນ ພວກມັນ​ຈຶ່ງ​ອອກ​ໄປ​ແລະ​ໄດ້​ເຂົ້າ​ໄປ​ສິງ​ໃນ​ຝູງ​ໝູ ໃນ​ທັນໃດນັ້ນ ໝູ​ທັງ​ຝູງ​ກໍ​ຟ້າວ​ແລ່ນ​ລົງ​ຕາລິ່ງຊັນ ແລະ​ໂຕນລົງ​ທະເລສາບ​ຈົມ​ນໍ້າ​ຕາຍ​ໝົດ.</verse>
				<verse number="33">ພວກ​ຄົນ​ລ້ຽງ​ໝູ​ໄດ້​ປົບໜີ ແລະ​ແລ່ນ​ເຂົ້າ​ໄປ​ໃນ​ເມືອງ ພວກເຂົາ​ໄດ້​ເລົ່າ​ເຫດການ​ທັງໝົດ​ກັບ​ເລື່ອງ​ທີ່​ໄດ້​ເກີດຂຶ້ນ​ແກ່​ຊາຍ​ຜີມານຮ້າຍ​ສິງ​ນັ້ນ.</verse>
				<verse number="34">ດັ່ງນັ້ນ ຊາວ​ເມືອງ​ທຸກຄົນ​ຈຶ່ງ​ອອກ​ມາ​ພົບ​ພຣະເຢຊູເຈົ້າ ເມື່ອ​ພວກເຂົາ​ໄດ້​ເຫັນ​ພຣະອົງ​ແລ້ວ ພວກເຂົາ​ໄດ້​ຂໍຮ້ອງ​ພຣະອົງ​ໃຫ້​ອອກ​ໄປ​ຈາກ​ເຂດແດນ​ຂອງ​ພວກເຂົາ.</verse>
			</chapter>
			<chapter number="9">
				<verse number="1">ແລ້ວ​ພຣະເຢຊູເຈົ້າ​ກໍ​ໄດ້​ລົງ​ເຮືອ​ຂ້າມ​ທະເລສາບ​ກັບຄືນ​ໄປ​ທີ່​ເມືອງ​ຂອງ​ພຣະອົງ</verse>
				<verse number="2">ບ່ອນ​ນັ້ນ ພວກເຂົາ​ໄດ້​ຫາມ​ຄົນເປ້ຍ​ຜູ້ໜຶ່ງ ນອນ​ຢູ່​ເທິງ​ບ່ອນ​ນອນ​ມາ​ຫາ​ພຣະອົງ, ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຄວາມເຊື່ອ​ຂອງ​ຄົນ​ເຫຼົ່ານັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ຄົນເປ້ຍ​ນັ້ນ​ວ່າ, “ລູກເອີຍ, ຈົ່ງ​ຊື່ນ​ໃຈ​ເຖີດ ບາບກຳ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ.”</verse>
				<verse number="3">ແລ້ວ​ທຳມະຈານ​ບາງຄົນ​ກໍ​ຄິດ​ໃນ​ໃຈ ແລ້ວ​ເວົ້າ​ກັນ​ວ່າ, “ຄົນ​ນີ້​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ.”</verse>
				<verse number="4">ພຣະເຢຊູເຈົ້າ​ໄດ້​ຮູ້​ຄວາມ​ຄິດ​ຂອງ​ພວກເຂົາ ພຣະອົງ​ຈຶ່ງ​ໄດ້​ກ່າວ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ບໍ່​ດີ​ເຊັ່ນ​ນີ້?</verse>
				<verse number="5">ອັນ​ໃດ​ງ່າຍ​ກວ່າ​ກັນ ທີ່​ຈະ​ເວົ້າ​ວ່າ, ‘ບາບກຳ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ’ ຫລື​ຈະ​ເວົ້າ​ວ່າ ‘ຈົ່ງ​ລຸກ​ຂຶ້ນ​ແລະ​ຍ່າງ​ໄປ?’</verse>
				<verse number="6">ແຕ່​ເຮົາ​ຢາກ​ຈະ​ໃຫ້​ພວກເຈົ້າ​ຮູ້​ວ່າ ບຸດ​ມະນຸດ​ມີ​ສິດ​ອຳນາດ​ເທິງ​ແຜ່ນດິນ​ໂລກ​ນີ້ ທີ່​ຈະ​ອະໄພ​ບາບກຳ​ໃຫ້​ມະນຸດ​ໄດ້.” ດັ່ງນັ້ນ ພຣະອົງ​ຈຶ່ງ​ເວົ້າ​ກັບ​ຄົນເປ້ຍ​ນັ້ນ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ຍົກ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ ແລະ​ເມືອ​ເຮືອນ​ສາ.”</verse>
				<verse number="7">ຄົນເປ້ຍ​ໄດ້​ລຸກ​ຂຶ້ນ ແລະ​ເມືອ​ເຮືອນ​ຂອງຕົນ.</verse>
				<verse number="8">ເມື່ອ​ປະຊາຊົນ​ໄດ້​ເຫັນ​ເຫດການ​ນີ້​ພວກເຂົາ​ຈຶ່ງ​ຢ້ານ ແລະ​ພາກັນ​ສັນລະເສີນ​ພຣະເຈົ້າ​ທີ່​ໃຫ້​ສິດ​ອຳນາດ​ຢ່າງ​ນີ້​ແກ່​ມະນຸດ.</verse>
				<verse number="9">ເມື່ອ​ພຣະເຢຊູເຈົ້າ​ຈາກ​ທີ່​ນັ້ນ ແລະ​ຍ່າງ​ຜ່ານ​ໄປ​ເຫັນ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ມັດທາຍ ກຳລັງ​ນັ່ງ​ຢູ່​ທີ່​ດ່ານ​ພາສີ ພຣະອົງ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.” ຝ່າຍ​ມັດທາຍ​ກໍ​ລຸກ​ຂຶ້ນ ແລະ​ຕິດຕາມ​ພຣະອົງ​ໄປ.</verse>
				<verse number="10">ຂະນະທີ່​ພຣະເຢຊູເຈົ້າ​ຮ່ວມ​ຮັບປະທານ​ອາຫານ​ຄໍ່າ ທີ່​ເຮືອນ​ຂອງ​ມັດທາຍ ມີ​ຄົນເກັບພາສີ​ກັບ​ຄົນ​ນອກ​ສິນທຳ​ຫລາຍ​ຄົນ​ໄດ້​ມາ​ຮ່ວມ​ຮັບປະທານ​ນຳ​ພຣະເຢຊູເຈົ້າ ແລະ​ພວກ​ສາວົກ​ຂອງ​ພຣະອົງ.</verse>
				<verse number="11">ເມື່ອ​ພວກ​ຟາຣີຊາຍ​ໄດ້​ເຫັນ​ເຊັ່ນ​ນີ້ ຈຶ່ງ​ຖາມ​ພວກ​ສາວົກ​ຂອງ​ພຣະເຢຊູເຈົ້າ​ວ່າ, “ເປັນຫຍັງ​ອາຈານ​ຂອງ​ພວກເຈົ້າ​ຈຶ່ງ​ຮ່ວມ​ພາເຂົ້າ​ກັບ​ຄົນເກັບພາສີ ແລະ​ຄົນບາບ​ທັງຫລາຍ?”</verse>
				<verse number="12">ພຣະເຢຊູເຈົ້າ​ໄດ້ຍິນ​ຄຳ​ຖາມ​ຂອງ​ພວກເຂົາ ຈຶ່ງ​ຕອບ​ວ່າ, “ຄົນ​ທີ່​ມີ​ສຸຂະພາບ​ດີ​ບໍ່​ຕ້ອງການ​ໝໍ ມີ​ແຕ່​ຄົນ​ເຈັບ​ປ່ວຍ​ເທົ່ານັ້ນ​ທີ່​ຕ້ອງການ​ໝໍ.</verse>
				<verse number="13">ຈົ່ງ​ໄປ​ຄົ້ນ​ເບິ່ງ​ເລື່ອງ​ນີ້​ໝາຍ​ເຖິງ​ຫຍັງ ຕາມ​ທີ່​ພຣະຄຳພີ​ມີ​ກ່າວ​ວ່າ, ‘ເຮົາ​ປະສົງ​ຄວາມ​ເມດຕາ ແຕ່​ບໍ່ແມ່ນ​ເຄື່ອງ​ບູຊາ.’ ເຮົາ​ບໍ່ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນ​ສິນທຳ, ແຕ່​ມາ​ເອີ້ນ​ເອົາ​ຄົນ​ບາບ​ທັງຫລາຍ.”</verse>
				<verse number="14">ຕໍ່ມາ ມີ​ພວກ​ສິດ​ຂອງ​ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຖາມ​ວ່າ, “ດ້ວຍເຫດໃດ ພວກ​ຂ້ານ້ອຍ​ກັບ​ພວກ​ຟາຣີຊາຍ​ຈຶ່ງ​ຖືສິນ​ອົດອາຫານ​ຢູ່​ເລື້ອຍ ສ່ວນ​ພວກ​ສາວົກ​ຂອງທ່ານ​ພັດ​ບໍ່​ຖື?”</verse>
				<verse number="15">ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ເພື່ອນ​ຂອງ​ເຈົ້າບ່າວ​ຕ້ອງ​ໂສກເສົ້າ ໃນ​ເມື່ອ​ເຈົ້າບ່າວ​ຍັງ​ຢູ່​ກັບ​ພວກເຂົາ​ຊັ້ນບໍ? ຄົງ​ເປັນ​ໄປ​ບໍ່ໄດ້ ແຕ່​ວັນ​ນັ້ນ​ຈະ​ມາ​ເຖິງ ຄື​ເມື່ອ​ເຈົ້າບ່າວ​ຈະ​ຕ້ອງ​ພາກ​ຈາກ​ພວກເຂົາ​ໄປ ເມື່ອນັ້ນ​ແຫຼະ ພວກເຂົາ​ຈຶ່ງ​ຈະ​ຖືສິນ​ອົດອາຫານ.”</verse>
				<verse number="16">“ບໍ່ມີ​ຜູ້ໃດ​ດອກ​ທີ່​ຫຍິບ​ຕາບ​ເສື້ອຄຸມ​ເກົ່າ​ດ້ວຍ​ຜ້າ​ໃໝ່, ດ້ວຍວ່າ​ຜ້າ​ໃໝ່​ຈະ​ຫົດ ແລະ​ເຮັດ​ໃຫ້​ເສື້ອຄຸມ​ເກົ່າ​ຂາດ​ເປັນ​ຮູ​ໃຫຍ່​ຕື່ມ​ອີກ.</verse>
				<verse number="17">ບໍ່ມີ​ຜູ້ໃດ​ດອກ​ທີ່​ຖອກ​ເຫຼົ້າ​ອະງຸ່ນ ໃໝ່​ໃສ່​ຖົງ​ໜັງ​ເກົ່າ. ດ້ວຍວ່າ, ຖົງ​ໜັງ​ນັ້ນ​ຈະ​ແຕກ ເຫຼົ້າ​ອະງຸ່ນ​ຈະ​ໄຫລ​ອອກ ແລະ​ທັງ​ຖົງ​ໜັງ​ກໍ​ຈະ​ເສຍ​ໄປ, ແຕ່​ຕ້ອງ​ໃຊ້​ຖົງ​ໜັງ​ໃໝ່​ໃສ່​ເຫຼົ້າ​ອະງຸ່ນ​ໃໝ່ ແລະ​ທັງສອງ​ຢ່າງ​ກໍ​ຈະ​ຢູ່​ໃນ​ສະພາບ​ດີ.”</verse>
				<verse number="18">ໃນ​ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ຢູ່​ນັ້ນ, ກໍ​ມີ​ເຈົ້ານາຍ​ຢິວ​ຄົນ​ໜຶ່ງ​ມາ​ຂາບລົງ​ຕໍ່ໜ້າ​ພຣະອົງ ແລະ​ເວົ້າ​ວ່າ, “ລູກສາວ​ຂອງ​ຂ້ານ້ອຍ​ຫາ​ກໍ​ສິ້ນ​ໃຈ​ຕາຍ, ແຕ່​ຂໍໂຜດ​ໄປ​ວາງ​ມື​ໃສ່​ນາງ​ດ້ວຍ​ເຖີດ ແລ້ວ​ນາງ​ກໍ​ຈະ​ຄືນ​ມີ​ຊີວິດ​ອີກ.”</verse>
				<verse number="19">ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ລຸກ​ຂຶ້ນ​ໄປ​ກັບ​ເຈົ້ານາຍ​ຄົນ​ນັ້ນ ແລະ​ພວກ​ສາວົກ​ກໍ​ຕິດຕາມ​ພຣະອົງ​ໄປ​ດ້ວຍ.</verse>
				<verse number="20">ພໍດີ​ໃນ​ຂະນະນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ເລືອດຕົກ​ໄດ້​ສິບສອງ​ປີ​ແລ້ວ ນາງ​ຫຍັບ​ເຂົ້າ​ມາ​ເບື້ອງ​ຫລັງ​ພຣະເຢຊູເຈົ້າ ແລະ​ບາຍ​ເສື້ອຄຸມ​ຂອງ​ພຣະອົງ.</verse>
				<verse number="21">ນາງ​ຄິດ​ໃນ​ໃຈ​ວ່າ, “ຖ້າ​ເຮົາ​ພຽງແຕ່​ບາຍ​ເສື້ອຄຸມ​ຂອງ​ເພິ່ນ​ເທົ່ານັ້ນ ເຮົາ​ກໍ​ຈະ​ດີ​ພະຍາດ​ໄດ້.”</verse>
				<verse number="22">ພຣະເຢຊູເຈົ້າ​ຫັນ​ຫລັງ​ກັບ​ມາ ແລະ​ເຫັນ​ນາງ​ຈຶ່ງ​ກ່າວ​ວ່າ, “ລູກ​ຍິງ​ເອີຍ ຈົ່ງ​ຊື່ນ​ໃຈ​ເທີ້ນ ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ.” ໃນ​ເວລາ​ດຽວກັນ​ນັ້ນ​ເອງ​ນາງ​ກໍດີ​ພະຍາດ.</verse>
				<verse number="23">ແລ້ວ​ພຣະເຢຊູເຈົ້າ​ກໍ​ເຂົ້າ​ໄປ​ທີ່​ເຮືອນ​ຂອງ​ເຈົ້ານາຍ​ຄົນ​ນັ້ນ ແລະ​ໄດ້​ເຫັນ​ຄົນ​ເປົ່າ​ຂຸ່ຍ ກັບ​ຄົນ​ທີ່​ມາ​ງັນ​ເຮືອນ​ດີ​ວຸ້ນວາຍ​ອຶກກະທຶກ​ຢູ່</verse>
				<verse number="24">ພຣະອົງ​ຊົງ​ກ່າວ​ວ່າ, “ໃຫ້​ທຸກຄົນ​ອອກ​ໄປ ເດັກ​ຍິງ​ຜູ້​ນີ້​ບໍ່ໄດ້​ຕາຍ​ດອກ ນາງ​ພຽງແຕ່​ນອນ​ຫລັບ​ຢູ່​ເທົ່ານັ້ນ.” ແລ້ວ​ທຸກຄົນ​ກໍ​ພາກັນ​ຫົວຂວັນ​ພຣະອົງ.</verse>
				<verse number="25">ເມື່ອ​ປະຊາຊົນ​ເຫຼົ່ານັ້ນ​ອອກ​ໄປ​ໝົດ​ແລ້ວ ພຣະອົງ​ໄດ້​ເຂົ້າ​ໄປ​ຈັບ​ມື​ຂອງ​ນາງ ແລະ​ນາງ​ກໍ​ລຸກ​ຂຶ້ນ.</verse>
				<verse number="26">ແລ້ວ​ເລື່ອງ​ກ່ຽວກັບ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້ ກໍ​ຊ່າລື​ໄປ​ທົ່ວ​ທັງ​ຂົງເຂດ​ນັ້ນ.</verse>
				<verse number="27">ເມື່ອ​ພຣະເຢຊູເຈົ້າ​ຈາກ​ບ່ອນ​ນັ້ນ​ແລະ​ຜ່ານ​ໄປ ກໍ​ມີ​ຊາຍ​ຕາບອດ​ສອງ​ຄົນ​ຕິດຕາມ​ພຣະອົງ​ໄປ ແລະ​ຮ້ອງ​ຂຶ້ນ​ວ່າ, “ບຸດ​ດາວິດ​ເອີຍ ໂຜດ​ເມດຕາ​ພວກ​ຂ້ານ້ອຍ​ແດ່ທ້ອນ.”</verse>
				<verse number="28">ເມື່ອ​ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ, ຊາຍ​ຕາບອດ​ສອງ​ຄົນ​ນັ້ນ ກໍ​ເຂົ້າ​ມາ​ຫາ​ພຣະອົງ ພຣະອົງ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ເຊື່ອ​ວ່າ​ເຮົາ​ຊົງ​ໂຜດ​ຮັກສາ​ພວກເຈົ້າ​ໃຫ້​ຫາຍ​ດີ​ໄດ້​ບໍ?” ພວກເຂົາ​ຕອບ​ວ່າ, “ເຊື່ອ ທ່ານເອີຍ”.</verse>
				<verse number="29">ແລ້ວ​ພຣະອົງ​ກໍໄດ້​ບາຍ​ຕາ​ຂອງ​ພວກເຂົາ ແລະ​ກ່າວ​ວ່າ, “ໃຫ້​ເປັນ​ໄປ​ຕາມ​ຄວາມເຊື່ອ​ຂອງ​ພວກເຈົ້າ​ເຖີດ.”</verse>
				<verse number="30">ແລ້ວ​ຕາ​ຂອງ​ພວກເຂົາ​ກໍ​ກັບ​ເຫັນ​ຮຸ່ງ. ພຣະເຢຊູເຈົ້າ​ສັ່ງ​ຫ້າມ​ພວກເຂົາ​ຢ່າງ​ເຂັ້ມງວດ​ໜັກແໜ້ນ​ວ່າ, “ຢ່າ​ບອກ​ເລື່ອງ​ນີ້​ໃຫ້​ຜູ້ໃດ​ຮູ້​ເປັນ​ເດັດຂາດ.”</verse>
				<verse number="31">ແຕ່​ເມື່ອ​ພວກເຂົາ​ຈາກ​ໄປ​ແລ້ວ ພວກເຂົາ​ກໍ​ປະກາດ​ຂ່າວ​ກ່ຽວກັບ​ພຣະອົງ ໃຫ້​ຊ່າລື​ໄປ​ທົ່ວ​ທັງ​ຂົງເຂດ​ນັ້ນ.</verse>
				<verse number="32">ເມື່ອ​ພວກເຂົາ​ກຳລັງ​ອອກ​ໄປ​ນັ້ນ ກໍ​ມີ​ບາງຄົນ​ນຳ​ຊາຍ​ປາກ​ກືກ​ຜູ້ໜຶ່ງ​ທີ່​ມີ​ຜີມານຮ້າຍ​ສິງ​ຢູ່ ມາ​ຫາ​ພຣະເຢຊູເຈົ້າ.</verse>
				<verse number="33">ແຕ່​ພໍ​ພຣະອົງ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ​ໄປ​ແລ້ວ ຄົນ​ປາກກືກ​ຜູ້ນັ້ນ​ກໍ​ເວົ້າ​ໄດ້ ຄົນ​ທັງຫລາຍ​ງຶດ​ປະຫລາດ​ໃຈ ແລະ​ພາກັນ​ເວົ້າ​ວ່າ, “ບໍ່ເຄີຍ​ເຫັນ​ເຫດການ​ຢ່າງ​ນີ້​ຈັກເທື່ອ​ໃນ​ຊາດ​ອິດສະຣາເອນ.”</verse>
				<verse number="34">ແຕ່​ພວກ​ຟາຣີຊາຍ​ເວົ້າ​ວ່າ, “ແມ່ນ​ນາຍ​ຜີມານຮ້າຍ ທີ່​ໃຫ້​ຣິດອຳນາດ​ແກ່​ລາວ​ຂັບໄລ່​ຜີມານຮ້າຍ​ອອກ.”</verse>
				<verse number="35">ພຣະເຢຊູເຈົ້າ​ໄດ້​ໄປ​ທຸກ​ເມືອງ​ທຸກ​ບ້ານ ແລະ​ພຣະອົງ​ໄດ້​ສັ່ງສອນ​ຢູ່​ໃນ​ທຳມະສາລາ​ຂອງ​ພວກເຂົາ ແລະ​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ຕະຫລອດ​ທັງ​ຊົງ​ໂຜດ​ຮັກສາ​ຄົນ​ໃຫ້​ຫາຍ​ດີ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ພະຍາດໂຣຄາ​ນາໆ​ຊະນິດ.</verse>
				<verse number="36">ເມື່ອ​ພຣະອົງ​ເຫັນ​ປະຊາຊົນ​ຢ່າງ​ຫລວງຫລາຍ ພຣະອົງ​ກໍ​ມີ​ໃຈ​ສົງສານ​ຄົນ​ເຫຼົ່ານັ້ນ ເພາະ​ພວກເຂົາ​ກັງວົນ​ເປັນທຸກໃຈ​ແລະ​ຂາດ​ທີ່​ເພິ່ງ ເໝືອນ​ຝູງແກະ​ທີ່​ບໍ່ມີ​ຜູ້​ລ້ຽງ.</verse>
				<verse number="37">ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ເຂົ້າ​ທີ່​ພໍ​ເກັບກ່ຽວ​ກໍ​ຫລາຍ​ແທ້ ແຕ່​ຄົນງານ​ຍັງ​ມີ​ໜ້ອຍ​ຢູ່.</verse>
				<verse number="38">ເຫດສະນັ້ນ ພວກເຈົ້າ​ຈົ່ງ​ພາວັນນາ​ອະທິຖານ​ຂໍ​ນຳ​ເຈົ້າ​ຂອງ​ການ​ເກັບກ່ຽວ​ໃຫ້​ສົ່ງ​ຄົນງານ​ມາ​ຫລາຍ​ຂຶ້ນ ເພື່ອ​ການ​ເກັບກ່ຽວ​ຂອງຕົນ​ສາ.”</verse>
			</chapter>
			<chapter number="10">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ເອີ້ນ​ສາວົກ​ສິບສອງ​ຄົນ​ຂອງ​ພຣະອົງ​ມາ​ພ້ອມ​ກັນ​ແລ້ວ, ພຣະອົງ​ໃຫ້​ສິດ​ອຳນາດ​ແກ່​ພວກເພິ່ນ ເພື່ອ​ຂັບໄລ່​ຜີຊົ່ວຮ້າຍ​ອອກ ແລະ​ເພື່ອ​ໃຫ້​ພະຍາດໂຣຄາ​ທັງ​ການ​ເຈັບໄຂ້​ໄດ້ປ່ວຍ​ທຸກຢ່າງ​ດີ​ໄດ້.</verse>
				<verse number="2">ພວກ​ອັກຄະສາວົກ​ສິບສອງ​ຄົນ​ນັ້ນ ຜູ້​ທຳອິດ​ຊື່ ຊີໂມນ (ຜູ້​ທີ່​ເອີ້ນ​ວ່າ​ເປໂຕ) ແລະ ອັນເດອາ​ນ້ອງຊາຍ​ຂອງຕົນ, ຢາໂກໂບ ແລະ ໂຢຮັນ​ນ້ອງຊາຍ​ຂອງຕົນ​ເປັນ​ລູກຊາຍ​ຂອງ​ເຊເບດາຍ;</verse>
				<verse number="3">ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍ​ຄົນ​ເກັບພາສີ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ ແລະ ທາດາຍ,</verse>
				<verse number="4">ຊີໂມນ​ຜູ້ຮັກຊາດ ແລະ ຢູດາ​ອິດສະກາຣີອົດ ຜູ້​ທີ່​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ​ນັ້ນ.</verse>
				<verse number="5">ພຣະເຢຊູເຈົ້າ​ໄດ້​ໃຊ້​ສິບສອງ​ຄົນ​ນີ້​ອອກ​ໄປ ໂດຍ​ໃຫ້​ຄຳສັ່ງ​ດັ່ງນີ້: “ຢ່າ​ໄປ​ໃນ​ທາງ​ຂອງ​ພວກ​ຕ່າງຊາດ ຫລື​ຢ່າ​ເຂົ້າ​ໄປ​ໃນ​ເມືອງ​ຂອງ​ຊາວ​ຊາມາເຣຍ.</verse>
				<verse number="6">ແຕ່​ຈົ່ງ​ໄປ​ຫາ​ຝູງແກະ​ທີ່​ເສຍ​ແຫ່ງ​ປະຊາຊົນ​ຂອງ​ຊາດ​ອິດສະຣາເອນ.</verse>
				<verse number="7">ເວລາ​ເດີນທາງ​ໄປ​ນັ້ນ ຈົ່ງ​ປະກາດ​ວ່າ, ‘ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ’</verse>
				<verse number="8">ຈົ່ງ​ເຮັດ​ໃຫ້​ຄົນ​ເຈັບໄຂ້​ໄດ້ປ່ວຍ​ຫາຍ​ດີ ຈົ່ງ​ເຮັດ​ໃຫ້​ຄົນ​ຕາຍ​ຄືນ​ມີ​ຊີວິດ, ຈົ່ງ​ເຮັດ​ໃຫ້​ຜູ້​ທີ່​ເປັນ​ພະຍາດ​ຂີ້ທູດ​ຫາຍ​ດີ ແລະ​ຂັບໄລ່​ຜີມານຮ້າຍ​ອອກ, ພວກເຈົ້າ​ໄດ້​ຮັບ​ລ້າໆ​ໂດຍ​ບໍ່​ຄິດຄ່າ​ຢ່າງ​ໃດ ຈົ່ງ​ໃຫ້​ລ້າໆ​ໂດຍ​ບໍ່​ຄິດຄ່າ​ຢ່າງ​ນັ້ນ.</verse>
				<verse number="9">ຢ່າ​ຖື​ຄຳ ຫລື​ເງິນ ຫລື​ທອງແດງ​ໃສ່​ຖົງ​ໄປ​ນຳ;</verse>
				<verse number="10">ຢ່າ​ເອົາ​ຖົງ​ໄປ​ໃສ່​ເຄື່ອງ​ຂອງ​ຕາມ​ທາງ ຫລື​ເຄື່ອງນຸ່ງຫົ່ມ​ໄປ ຫລື​ເກີບ ຫລື​ໄມ້ເທົ້າ​ໄປ​ນຳ, ເພາະ​ຄົນງານ​ກໍ​ສົມຄວນ​ໄດ້​ຮັບ​ອາຫານ​ກິນ.”</verse>
				<verse number="11">“ເມື່ອ​ພວກເຈົ້າ​ໄປ​ໃນ​ເມືອງ​ໃດ​ຫລື​ບ້ານ​ໃດ ຈົ່ງ​ເຂົ້າ​ໄປ​ຫາ​ຜູ້​ທີ່​ສົມຄວນ​ຈະ​ຕ້ອນຮັບ​ພວກເຈົ້າ ແລະ​ໃຫ້​ອາໄສ​ຢູ່​ກັບ​ເຂົາ​ຈົນກວ່າ​ຈາກ​ໄປ.</verse>
				<verse number="12">ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໃດ ຈົ່ງ​ຄຳນັບ​ໄທ​ເຮືອນ​ນັ້ນ.</verse>
				<verse number="13">ຖ້າ​ໄທ​ເຮືອນ​ນັ້ນ​ສົມຄວນ​ຮັບ​ພຣະພອນ ກໍ​ຂໍ​ໃຫ້​ສັນຕິສຸກ​ຂອງ​ເຈົ້າ​ຢູ່​ນຳ​ເຮືອນ​ນັ້ນ, ແຕ່​ຖ້າ​ໄທ​ເຮືອນ​ນັ້ນ​ບໍ່​ສົມຄວນ​ຮັບ​ພຣະພອນ ກໍ​ໃຫ້​ສັນຕິສຸກ​ນັ້ນ​ກັບຄືນ​ມາ​ສູ່​ພວກເຈົ້າ.</verse>
				<verse number="14">ຖ້າ​ບ້ານ​ໃດ​ຫລື​ເມືອງ​ໃດ​ບໍ່​ຕ້ອນຮັບ​ພວກເຈົ້າ ຫລື​ບໍ່​ຟັງ​ພວກເຈົ້າ ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ນັ້ນ ແລະ​ສັ່ນ​ຂີ້ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ພວກເຈົ້າ​ອອກ​ດ້ວຍ.</verse>
				<verse number="15">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ໃນ​ວັນ​ພິພາກສາ ໂທດ​ຂອງ​ຊາວ​ເມືອງ​ໂຊໂດມ​ແລະ​ໂກໂມຣາ ຈະ​ທົນ​ງ່າຍ​ກວ່າ​ໂທດ​ຂອງ​ປະຊາຊົນ​ໃນ​ເມືອງ​ນັ້ນ.”</verse>
				<verse number="16">“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ.</verse>
				<verse number="17">ຈົ່ງ​ລະວັງ​ໃຫ້​ດີ. ດ້ວຍວ່າ, ຈະ​ມີ​ຄົນ​ຈັບ​ພວກເຈົ້າ​ຂຶ້ນ​ສານ ແລະ​ເຂົາ​ຈະ​ຂ້ຽນ​ຕີ​ພວກເຈົ້າ​ໃນ​ທຳມະສາລາ​ຂອງ​ພວກເຂົາ.</verse>
				<verse number="18">ພວກເຈົ້າ​ຈະ​ຖືກ​ລາກ​ດຶງ​ນຳ​ຕົວ​ຂຶ້ນ​ໄປ​ຢູ່​ຕໍ່ໜ້າ​ບັນດາ​ຜູ້​ມີ​ອຳນາດ ແລະ​ບັນດາ​ກະສັດ ເພາະ​ເຫັນ​ແກ່​ເຮົາ ເພື່ອ​ຈະ​ບອກ​ຂ່າວປະເສີດ​ແກ່​ພວກເຂົາ ແລະ​ແກ່​ຄົນ​ທີ່​ບໍ່​ເຊື່ອ​ເໝືອນກັນ.</verse>
				<verse number="19">ເມື່ອ​ພວກເຂົາ​ຈັບກຸມ​ພວກເຈົ້າ​ຂຶ້ນ​ໄປ​ນັ້ນ ຢ່າ​ຄິດ​ກະວົນ​ກະວາຍ​ເລີຍ​ວ່າ ພວກເຈົ້າ​ຈະ​ເວົ້າ​ຫຍັງ​ແດ່ ຫລື​ຈະ​ເວົ້າ​ແນວ​ໃດ, ເມື່ອ​ເຖິງ​ເວລາ​ນັ້ນ ພວກເຈົ້າ​ຈະ​ໄດ້​ຮັບ​ຖ້ອຍຄຳ​ທີ່​ພວກເຈົ້າ​ຈະ​ເວົ້າ.</verse>
				<verse number="20">ເພາະ​ຖ້ອຍຄຳ​ທີ່​ພວກເຈົ້າ​ຈະ​ເວົ້າ​ນັ້ນ ຈະ​ບໍ່​ມາ​ຈາກ​ພວກເຈົ້າ​ເອງ, ແຕ່​ແມ່ນ​ພຣະວິນຍານ​ຈາກ​ພຣະບິດາ​ຂອງ​ພວກເຈົ້າ ທີ່​ຈະ​ເປັນ​ຜູ້​ກ່າວ​ໃນ​ພວກເຈົ້າ.”</verse>
				<verse number="21">“ອ້າຍ​ເອື້ອຍ​ນ້ອງ​ຈະ​ມອບ​ກັນແລະກັນ​ໃຫ້​ເຖິງ​ແກ່​ຄວາມຕາຍ ແລະ​ພໍ່​ກໍ​ຈະ​ເຮັດ​ຢ່າງ​ດຽວກັນ​ຕໍ່​ລູກ, ລູກ​ຈະ​ຫັນ​ມາ​ຕໍ່ສູ້​ພໍ່​ແມ່​ຂອງຕົນ​ໃຫ້​ເຖິງ​ແກ່​ຄວາມ​ຕາຍ.</verse>
				<verse number="22">ຄົນ​ທັງປວງ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ນາມຊື່​ຂອງເຮົາ, ແຕ່​ຜູ້ໃດ​ທີ່​ທົນ​ໄດ້​ຈົນເຖິງ​ທີ່ສຸດ ຜູ້ນັ້ນ​ຈະ​ໄດ້​ລອດພົ້ນ.</verse>
				<verse number="23">ເມື່ອ​ພວກເຂົາ​ຂົ່ມເຫັງ​ພວກເຈົ້າ​ໃນ​ເມືອງ​ໜຶ່ງ ຈົ່ງ​ໜີໄປ​ທີ່​ເມືອງ​ອື່ນ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຈະ​ບໍ່​ທັນ​ໄປ​ໃນ​ທົ່ວ​ທຸກ​ເມືອງ​ຂອງ​ຊາດ​ອິດສະຣາເອນ ກ່ອນ​ທີ່​ບຸດ​ມະນຸດ​ມາ.”</verse>
				<verse number="24">“ສິດ​ບໍ່​ຫ່ອນ​ໃຫຍ່​ກວ່າ​ຄູ​ຂອງຕົນ ແລະ​ຂ້ອຍໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງຕົນ.</verse>
				<verse number="25">ໃຫ້​ສິດ​ສະເໝີ​ກັບ​ຄູ ແລະ​ຂ້ອຍໃຊ້​ສະເໝີ​ກັບ​ນາຍ​ຂອງຕົນ​ກໍ​ພໍ​ແລ້ວ ຖ້າ​ຄົນ​ເອີ້ນ​ຫົວໜ້າ​ຄອບຄົວ​ວ່າ, ເບເອນເຊບູນ ສະມາຊິກ​ໃນ​ຄອບຄົວ​ກໍ​ຈະ​ຖືກ​ປະນາມ​ຍິ່ງ​ກວ່າ​ນັ້ນ​ຫລາຍ​ເທົ່າ​ໃດ​ໜໍ.”</verse>
				<verse number="26">“ດັ່ງນັ້ນ ຢ່າ​ສູ່​ຢ້ານ​ມະນຸດ ສິ່ງໃດ​ທີ່​ຖືກ​ປິດບັງ​ໄວ້​ຈະ​ຖືກ​ເປີດເຜີຍ ສິ່ງໃດ​ທີ່​ເປັນ​ຄວາມລັບ​ຈະ​ຖືກ​ໄຂ​ອອກ​ໃຫ້​ຮູ້.</verse>
				<verse number="27">ສິ່ງ​ທີ່​ເຮົາ​ກ່າວ​ແກ່​ພວກເຈົ້າ​ໃນ​ທີ່​ມືດ​ພວກເຈົ້າ​ຈົ່ງ​ກ່າວ​ໃນ​ທີ່​ແຈ້ງ ແລະ​ສິ່ງໃດ​ທີ່​ພວກເຈົ້າ​ໄດ້ຍິນ​ສຽງ​ຊິ່ມ​ເປັນ​ທາງ​ສ່ວນຕົວ ພວກເຈົ້າ​ຈົ່ງ​ປະກາດ​ເທິງ​ຫລັງຄາ​ເຮືອນ.</verse>
				<verse number="28">ຢ່າສູ່ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ, ແຕ່​ຂ້າ​ຈິດວິນຍານ​ບໍ່ໄດ້, ແຕ່​ຈົ່ງ​ຢ້ານ​ພຣະເຈົ້າ​ຜູ້​ທີ່​ທຳລາຍ​ໄດ້ ທັງ​ຮ່າງກາຍ ແລະ​ຈິດວິນຍານ​ໃນ​ໄຟ​ນະຣົກ.</verse>
				<verse number="29">ນົກ​ຈອກ​ສອງ​ໂຕ​ເຂົາ​ຂາຍ​ລາຄາ​ອັດ​ໜຶ່ງ​ບໍ່ແມ່ນ​ບໍ? ແມ່ນແຕ່​ນົກ​ຈອກ​ໂຕ​ດຽວ​ຈະ​ຕົກລົງ​ດິນ​ກໍ​ບໍ່ໄດ້ ຖ້າ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ບໍ່​ເຫັນ​ພ້ອມ.</verse>
				<verse number="30">ສຳລັບ​ພວກເຈົ້າ​ແມ່ນແຕ່​ຜົມ​ເທິງ​ຫົວ​ຂອງ​ເຈົ້າ ກໍ​ຖືກ​ນັບ​ໄວ້​ໝົດ​ທຸກ​ເສັ້ນ​ແລ້ວ.</verse>
				<verse number="31">ດັ່ງນັ້ນ ຢ່າ​ສູ່​ຢ້ານ ພວກເຈົ້າ​ກໍ​ປະເສີດ​ຫລາຍກວ່າ​ນົກ​ຈອກ​ຫລາຍ​ໂຕ.”</verse>
				<verse number="32">“ທຸກຄົນ​ທີ່​ຮັບ​ເຮົາ​ຕໍ່ໜ້າ​ມະນຸດ ເຮົາ​ກໍ​ຈະ​ຮັບ​ຜູ້ນັ້ນ​ຕໍ່​ພຣະພັກ​ພຣະບິດາເຈົ້າ​ຂອງເຮົາ​ໃນ​ສະຫວັນ​ເໝືອນກັນ.</verse>
				<verse number="33">ແຕ່​ຖ້າ​ຜູ້ໃດ​ປະຕິເສດ​ເຮົາ​ຕໍ່ໜ້າ​ມະນຸດ ເຮົາ​ກໍ​ຈະ​ປະຕິເສດ​ຜູ້​ນັ້ນ​ຕໍ່​ພຣະພັກ​ພຣະບິດາເຈົ້າ​ຂອງເຮົາ​ໃນ​ສະຫວັນ​ເໝືອນກັນ.”</verse>
				<verse number="34">“ຢ່າ​ຄິດ​ວ່າ​ເຮົາ​ນຳ​ຄວາມ​ສະຫງົບສຸກ​ມາ​ສູ່​ໂລກ, ເຮົາ​ບໍ່ໄດ້​ມາ​ເພື່ອ​ນຳ​ຄວາມ​ສະຫງົບສຸກ​ມາ​ໃຫ້ ແຕ່​ໃຫ້​ມີ​ດາບ.</verse>
				<verse number="35">ເຮົາ​ໄດ້​ມາ​ເພື່ອ​ເຮັດ​ໃຫ້​ລູກຊາຍ​ບໍ່​ຖືກ​ກັນ​ກັບ​ພໍ່, ລູກສາວ​ບໍ່​ຖືກ​ກັນ​ກັບ​ແມ່, ລູກໃພ້​ບໍ່​ຖືກ​ກັບ​ແມ່ຍ່າ,</verse>
				<verse number="36">ແລະ​ສະມາຊິກ​ໃນ​ຄອບຄົວ​ຂອງຕົນ​ກໍ​ຈະ​ເປັນ​ສັດຕູ​ຜູ້ຮ້າຍ​ຕໍ່​ກັນ.”</verse>
				<verse number="37">“ຜູ້​ທີ່​ຮັກ​ພໍ່​ແມ່​ຂອງຕົນ​ຫລາຍກວ່າ​ເຮົາ ກໍ​ບໍ່​ສົມຄວນ​ເປັນ​ສາວົກ​ຂອງເຮົາ, ຜູ້​ທີ່​ຮັກ​ລູກຊາຍ​ຫລື​ລູກສາວ​ຂອງຕົນ​ຫລາຍກວ່າ​ເຮົາ ກໍ​ບໍ່​ສົມຄວນ​ເປັນ​ສາວົກ​ຂອງເຮົາ.</verse>
				<verse number="38">ຜູ້​ທີ່​ບໍ່​ຮັບ​ເອົາ​ໄມ້ກາງແຂນ​ຂອງຕົນ ແລະ​ຕິດຕາມ​ເຮົາ​ໄປ ກໍ​ບໍ່​ສົມຄວນ​ເປັນ​ສາວົກ​ຂອງເຮົາ.</verse>
				<verse number="39">ຜູ້​ທີ່​ຮັກສາ​ຊີວິດ​ຂອງຕົນ​ໄວ້ ກໍ​ຈະ​ເສຍ​ຊີວິດ, ແຕ່​ຜູ້​ທີ່​ເສຍ​ຊີວິດ​ຂອງຕົນ​ເພື່ອ​ເຫັນ​ແກ່​ເຮົາ ກໍ​ຈະ​ໄດ້​ຊີວິດ.”</verse>
				<verse number="40">“ຜູ້​ທີ່​ຕ້ອນຮັບ​ພວກເຈົ້າ​ກໍ​ຕ້ອນຮັບ​ເຮົາ ແລະ​ຜູ້​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.</verse>
				<verse number="41">ຜູ້​ທີ່​ຕ້ອນຮັບ​ຜູ້​ປະກາດ​ພຣະທຳ ເພາະ​ເປັນ​ຜູ້​ປະກາດ​ພຣະທຳ ກໍ​ຈະ​ໄດ້​ບຳເໜັດ​ເໝືອນ​ຜູ້​ປະກາດ​ພຣະທຳ ແລະ​ຜູ້​ທີ່​ຕ້ອນຮັບ​ຄົນ​ຊອບທຳ ເພາະ​ເປັນ​ຄົນ​ຊອບທຳ ກໍ​ຈະ​ໄດ້​ຮັບ​ບຳເໜັດ​ເໝືອນ​ຄົນ​ຊອບທຳ.</verse>
				<verse number="42">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ຈະ​ເອົາ​ນໍ້າ​ເຢັນ​ພຽງ​ຈອກ​ດຽວ ໃຫ້​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ໃນ​ຈຳພວກ​ນີ້​ດື່ມ ເພາະ​ເປັນ​ສິດ​ຂອງເຮົາ ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ບຳເໜັດ​ຢ່າງ​ແນ່ນອນ.”</verse>
			</chapter>
			<chapter number="11">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ສັ່ງສອນ​ພວກ​ສາວົກ​ສິບສອງ​ຄົນ​ຂອງ​ພຣະອົງ​ແລ້ວ, ພຣະອົງ​ກໍໄດ້​ສະເດັດ​ຈາກ​ທີ່​ນັ້ນ​ໄປ​ສັ່ງສອນ ແລະ​ເທດສະໜາ​ປ່າວ​ປະກາດ​ຕາມ​ເມືອງ​ຕ່າງໆ​ຂອງ​ພວກເຂົາ.</verse>
				<verse number="2">ໂຢຮັນ​ບັບຕິສະໂຕ​ຜູ້​ທີ່​ຖືກ​ຄຸກ​ຢູ່ ໄດ້ຍິນ​ຄົນ​ເວົ້າ​ເຖິງ​ກິດຈະການ​ທີ່​ພຣະຄຣິດ​ໄດ້​ເຮັດ ເພິ່ນ​ຈຶ່ງ​ໃຊ້​ລູກສິດ​ບາງຄົນ​ຂອງຕົນ​ໄປ.</verse>
				<verse number="3">ຖາມ​ພຣະເຢຊູເຈົ້າ​ວ່າ, “ຈົ່ງ​ບອກ​ພວກ​ຂ້ານ້ອຍ​ແດ່​ວ່າ, ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ? ຫລື​ພວກ​ຂ້ານ້ອຍ​ຈະ​ຕ້ອງ​ລໍຄອຍ​ຖ້າ​ຜູ້​ອື່ນ​ອີກ​ບໍ?”</verse>
				<verse number="4">ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ຈົ່ງ​ກັບ​ໄປ​ບອກ​ໂຢຮັນ​ຕາມ​ທີ່​ພວກເຈົ້າ​ໄດ້ຍິນ​ແລະ​ໄດ້​ເຫັນ</verse>
				<verse number="5">ຄື: ຄົນ​ຕາບອດ​ເຫັນ​ຮຸ່ງ​ໄດ້, ຄົນ​ຂາ​ຫ້ານ​ຍ່າງ​ໄດ້, ຜູ້​ທີ່​ເປັນ​ພະຍາດ​ຂີ້ທູດ​ກໍດີ​ສະອາດ, ຄົນ​ຫູ​ໜວກ​ກໍ​ໄດ້​ຍິນ, ຄົນ​ຕາຍ​ແລ້ວ​ກໍ​ເປັນ​ຄືນ​ມາ ແລະ​ຂ່າວປະເສີດ​ກໍ​ມີ​ການ​ປະກາດ​ແກ່​ຄົນ​ຍາກຈົນ.</verse>
				<verse number="6">ຜູ້ໃດ​ທີ່​ບໍ່​ສົງໄສ​ເຮົາ​ກໍ​ເປັນ​ສຸກ.”</verse>
				<verse number="7">ເມື່ອ​ລູກສິດ​ຂອງ​ໂຢຮັນ​ພວກ​ນັ້ນ​ກຳລັງ​ຈາກ​ໄປ ພຣະເຢຊູເຈົ້າ​ກໍ​ເລີ່ມ​ກ່າວ​ເຖິງ​ເລື່ອງ​ໂຢຮັນ​ແກ່​ປະຊາຊົນ​ວ່າ, “ເຈົ້າ​ທັງຫລາຍ​ໄດ້​ອອກ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ເພື່ອ​ເບິ່ງ​ຫຍັງ? ເພື່ອ​ເບິ່ງ​ຕົ້ນອໍ້​ໄຫວ​ໄປມາ​ຕາມ​ກະແສ​ລົມ​ພັດ​ບໍ?</verse>
				<verse number="8">ພວກເຈົ້າ​ໄດ້​ອອກ​ໄປ​ເບິ່ງ​ຫຍັງ? ເບິ່ງ​ຄົນ​ທີ່​ນຸ່ງ​ເຄື່ອງ​ຢ່າງ​ລະອຽດ​ອ່ອນ​ຈົບ​ງາມ​ບໍ? ຜູ້​ທີ່​ນຸ່ງ​ເຄື່ອງ​ຢ່າງ​ລະອຽດ​ອ່ອນ​ຈົບ​ງາມ​ເຊັ່ນ​ນັ້ນ ກໍ​ຢູ່​ໃນ​ວັງ​ຂອງ​ກະສັດ</verse>
				<verse number="9">ແຕ່​ພວກເຈົ້າ​ອອກ​ໄປ​ເບິ່ງ​ຫຍັງ? ເບິ່ງ​ຜູ້ທຳນວາຍ​ບໍ? ແມ່ນ​ແລ້ວ​ເຮົາ​ບອກ​ພວກເຈົ້າ​ວ່າ ທ່ານ​ຜູ້ນັ້ນ​ກໍ​ຍິ່ງໃຫຍ່​ກວ່າ​ຜູ້ທຳນວາຍ​ອີກ.</verse>
				<verse number="10">ດ້ວຍວ່າ, ໂຢຮັນ​ຜູ້​ນີ້​ແຫຼະ ທີ່​ພຣະຄຳພີ​ກ່າວ​ເຖິງ​ວ່າ, ‘ເບິ່ງແມ! ເຮົາ​ໃຊ້​ຜູ້ຮັບໃຊ້​ຂອງເຮົາ​ໄປ​ກ່ອນ​ໜ້າ​ເຈົ້າ ເພື່ອ​ຈັດແຈງ​ທາງ​ໄວ້​ສຳລັບ​ເຈົ້າ.’</verse>
				<verse number="11">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ບັນດາ​ຜູ້​ທີ່​ເກີດ​ຈາກ​ແມ່ຍິງ ບໍ່ມີ​ຜູ້ໃດ​ໃຫຍ່​ກວ່າ​ໂຢຮັນ​ບັບຕິສະໂຕ, ແຕ່​ຜູ້​ນ້ອຍ​ທີ່ສຸດ​ໃນ​ຣາຊອານາຈັກ​ສະຫວັນ​ກໍ​ໃຫຍ່​ກວ່າ​ໂຢຮັນ.</verse>
				<verse number="12">ຕັ້ງແຕ່​ຄາວ​ໂຢຮັນ​ບັບຕິສະໂຕ​ຈົນເຖິງ​ປະຈຸບັນ​ນີ້ ອານາຈັກ​ສະຫວັນ​ກໍ​ຖືກ​ຍາດ​ຊິງ​ເອົາ​ຢ່າງ​ຮຸນແຮງ ແລະ​ພວກ​ທີ່​ມີ​ໃຈ​ຮຸນແຮງ​ກໍ​ເປັນ​ຜູ້​ຍາດ​ຊິງ​ເອົາ​ໄດ້.</verse>
				<verse number="13">ພວກ​ຜູ້ທຳນວາຍ​ທຸກຄົນ ແລະ​ກົດບັນຍັດ​ໄດ້​ທຳນວາຍ​ມາ​ຈົນເຖິງ​ຄາວ​ຂອງ​ໂຢຮັນ​ນີ້,</verse>
				<verse number="14">ແລະ ຖ້າ​ພວກເຈົ້າ​ຍອມ​ຮັບ​ເອົາ​ຖ້ອຍຄຳ​ນີ້ ກໍ​ແມ່ນ​ໂຢຮັນ​ຜູ້​ນີ້​ແຫຼະ ທີ່​ເປັນ​ເອລີຢາ​ຜູ້​ທີ່​ທຳນວາຍ​ໄວ້​ລ່ວງໜ້າ​ວ່າ​ຈະ​ມາ.</verse>
				<verse number="15">ຜູ້ໃດ​ມີ​ຫູຟັງ ຈົ່ງ​ຟັງ​ເອົາ.”</verse>
				<verse number="16">“ເຮົາ​ຈະ​ປຽບ​ຄົນ​ສະໄໝ​ນີ້​ໃສ່​ກັບ​ຜູ້ໃດ? ກໍ​ຄ້າຍ​ຄື​ກັບ​ເດັກນ້ອຍ​ທີ່​ກຳລັງ​ນັ່ງ​ຢູ່​ໃນ​ຕະຫລາດ​ຮ້ອງ​ໃສ່​ກັນແລະກັນ​ວ່າ,</verse>
				<verse number="17">‘ພວກຂ້ອຍ​ເປົ່າ​ປີ່​ໃຫ້​ຟ້ອນ ພວກເຈົ້າ​ພັດ​ບໍ່​ຟ້ອນ​ລຳ ພວກຂ້ອຍ​ຮ້ອງ​ໄຫ້​ໄວ້​ອາ​ໄລ ແຕ່​ພວກເຈົ້າ​ບໍ່​ຮ້ອງ​ໄຫ້’</verse>
				<verse number="18">ເມື່ອ​ເວລາ​ໂຢຮັນ​ໄດ້​ມາ ເພິ່ນ​ບໍ່​ກິນ​ແລະ​ບໍ່​ດື່ມ ເຂົາ​ເວົ້າ​ວ່າ, ‘ຜີມານຮ້າຍ​ສິງ​ລາວ​ຢູ່’</verse>
				<verse number="19">ຝ່າຍ​ບຸດ​ມະນຸດ​ໄດ້​ມາ ທັງ​ກິນ​ແລະ​ດື່ມ ແລະ​ເຂົາ​ກໍ​ເວົ້າ​ວ່າ, ‘ເບິ່ງ​ຄົນ​ນີ້​ແມ ລາວ​ເປັນ​ຄົນ​ກິນ​ເກີນສ່ວນ ແລະ​ມັກ​ເມົາ ທັງ​ເປັນ​ເພື່ອນ​ກັບ​ຄົນເກັບພາສີ​ແລະ​ຄົນ​ບາບ​ທັງຫລາຍ,’ ແຕ່​ສະຕິປັນຍາ​ຂອງ​ພຣະເຈົ້າ​ກໍ​ຖືກ​ເປີດເຜີຍ​ເປັນ​ຈິງ​ໂດຍ​ຜົນ​ຂອງ​ພຣະ​ປັນຍາ​ນັ້ນ.”</verse>
				<verse number="20">ດັ່ງນັ້ນ ພຣະອົງ​ຈຶ່ງ​ເລີ່ມ​ປະນາມ​ເມືອງ​ຕ່າງໆ ທີ່​ພຣະອົງ​ເຮັດ​ການ​ອັດສະຈັນ​ເປັນ​ສ່ວນ​ຫລາຍ​ນັ້ນ ເພາະ​ພວກເຂົາ​ບໍ່ໄດ້​ຖິ້ມໃຈເກົ່າ​ເອົາໃຈໃໝ່.</verse>
				<verse number="21">ວ່າ, “ວິບັດ​ແກ່​ເຈົ້າ ເມືອງ​ໂຂຣາຊິນ​ເອີຍ ວິບັດ​ແກ່​ເຈົ້າ ເມືອງ​ເບັດສາອີດາ​ກໍ​ເໝືອນກັນ ການ​ອັດສະຈັນ​ທີ່​ໄດ້​ຖືກ​ກະທຳ​ໃນ​ທ່າມກາງ​ພວກເຈົ້າ ຖ້າ​ໄດ້​ຖືກ​ກະທຳ​ທີ່​ເມືອງ​ຕີເຣ​ແລະ​ເມືອງ​ຊີໂດນ​ແລ້ວ ປະຊາຊົນ​ໃນ​ເມືອງ​ທັງສອງ​ນີ້​ກໍ​ຄົງ​ຈະ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ແລະ​ເອົາ​ຂີ້ເຖົ່າ​ໂຮຍ​ໃສ່​ຫົວ​ແຕ່​ດົນນານ​ແລ້ວ</verse>
				<verse number="22">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ວັນ​ພິພາກສາ​ຂອງ​ພຣະເຈົ້າ ໂທດ​ຂອງ​ຊາວ​ເມືອງ​ຕີເຣ​ແລະ​ຊີໂດນ ຈະ​ໄດ້​ຮັບ​ກໍ​ເບົາ​ກວ່າ​ໂທດ​ທີ່​ພວກເຈົ້າ​ຈະ​ໄດ້​ຮັບ.</verse>
				<verse number="23">ສ່ວນ​ເຈົ້າ ເມືອງ​ກາເປນາອູມ​ເອີຍ ເຈົ້າ​ຈະ​ຖືກ​ຍົກ​ຂຶ້ນ​ໃຫ້​ພຽງ​ຟ້າ​ສະຫວັນ​ພຸ້ນ​ບໍ? ເຈົ້າ​ຈະ​ຖືກ​ຖິ້ມ​ລົງ​ສູ່​ບຶງໄຟ​ນະຣົກ ຖ້າ​ການ​ອັດສະຈັນ​ທີ່​ໄດ້​ຖືກ​ກະທຳ​ໃນ​ທ່າມກາງ​ພວກເຈົ້າ ໄດ້​ຖືກ​ກະທຳ​ໃນ​ເມືອງ​ໂຊໂດມ​ແລ້ວ ເມືອງ​ນັ້ນ​ກໍ​ຄົງ​ຍັງ​ຕັ້ງ​ຢູ່​ຈົນເຖິງ​ທຸກ​ວັນນີ້.</verse>
				<verse number="24">ສະນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ ໃນ​ວັນ​ພິພາກສາ​ຂອງ​ພຣະເຈົ້າ ໂທດ​ຂອງ​ເມືອງ​ໂຊໂດມ​ກໍ​ຈະ​ເບົາ​ກວ່າ​ໂທດ​ຂອງ​ເຈົ້າ.”</verse>
				<verse number="25">ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກາບ​ທູນ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ຜູ້​ເປັນ​ເຈົ້າ​ຂອງ​ສະຫວັນ​ແລະ​ແຜ່ນດິນ​ໂລກ ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ທີ່​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫຼົ່ານີ້​ໄວ້​ຈາກ​ຜູ້​ສະຫລາດ ແລະ​ຜູ້​ມີ​ສະຕິປັນຍາ, ແຕ່​ຊົງ​ເປີດເຜີຍ​ແກ່​ຜູ້​ທີ່​ບໍ່ໄດ້​ຮຽນຮູ້.</verse>
				<verse number="26">ແມ່ນ​ແລ້ວ​ພຣະບິດາເຈົ້າ​ເອີຍ ພຣະອົງ​ໄດ້​ກະລຸນາ​ຕາມ​ຄວາມ​ພໍໃຈ​ຢ່າງ​ນັ້ນ​ຕໍ່ໜ້າ​ພຣະອົງ.”</verse>
				<verse number="27">“ພຣະບິດາ​ຂອງເຮົາ​ໄດ້​ມອບ​ສິ່ງ​ສາລະພັດ​ໃຫ້​ແກ່​ເຮົາ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ​ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”</verse>
				<verse number="28">“ບັນດາ​ຜູ້​ທີ່​ເຮັດ​ການ​ໜັກໜ່ວງ​ແລະ​ແບກ​ພາລະ​ໜັກ ຈົ່ງ​ມາ​ຫາ​ເຮົາ ແລະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມ​ເຊົາເມື່ອຍ.</verse>
				<verse number="29">ຈົ່ງ​ເອົາ​ແອກ​ຂອງເຮົາ​ແບກ​ໄວ້​ແລ້ວ​ຮຽນຮູ້​ຈາກ​ເຮົາ ເພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນສຸພາບ​ແລະ​ຖ່ອມລົງ ແລ້ວ​ຈິດໃຈ​ຂອງ​ພວກເຈົ້າ​ຈະ​ໄດ້​ພົບ​ຄວາມ​ເຊົາເມື່ອຍ.</verse>
				<verse number="30">ດ້ວຍວ່າ ແອກ​ຂອງເຮົາ​ກໍ​ພໍເໝາະ ແລະ​ພາລະ​ຂອງເຮົາ​ກໍ​ເບົາ.”</verse>
			</chapter>
			<chapter number="12">
				<verse number="1">ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ສະເດັດ​ຜ່ານ​ທົ່ງນາ​ໄປ​ໃນ​ວັນ​ຊະບາໂຕ, ສ່ວນ​ພວກ​ສາວົກ​ຂອງ​ພຣະອົງ​ກໍ​ຫິວເຂົ້າ ຈຶ່ງ​ໄດ້​ຕັ້ງຕົ້ນ​ເດັດ​ເອົາ​ຮວງເຂົ້າ​ມາ​ເກັດ​ກິນ.</verse>
				<verse number="2">ເມື່ອ​ພວກ​ຟາຣີຊາຍ​ເຫັນ​ຢ່າງ​ນັ້ນ ຈຶ່ງ​ກ່າວ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ເບິ່ງແມ! ພວກ​ສາວົກ​ຂອງທ່ານ​ເຮັດ​ຜິດ​ຕໍ່​ກົດ​ຂອງ​ວັນ​ຊະບາໂຕ.”</verse>
				<verse number="3">ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ພວກເຈົ້າ​ຍັງ​ບໍ່ໄດ້​ອ່ານ​ຈັກເທື່ອ​ບໍ ສິ່ງ​ທີ່​ດາວິດ​ໄດ້​ເຮັດ​ເມື່ອ​ເພິ່ນ​ແລະ​ຄົນ​ຂອງ​ເພິ່ນ​ອຶດ​ຫິວ​ນັ້ນ?</verse>
				<verse number="4">ເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ​ໄດ້​ກິນ​ເຂົ້າຈີ່​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ ຊຶ່ງ​ເພິ່ນ​ແລະ​ຄົນ​ຂອງ​ເພິ່ນ​ບໍ່ມີ​ສິດ​ທີ່​ຈະ​ກິນ​ເຂົ້າຈີ່​ນັ້ນ ເພາະ​ແມ່ນ​ປະໂຣຫິດ​ເທົ່ານັ້ນ ທີ່​ມີ​ສິດ​ກິນ​ເຂົ້າຈີ່​ນັ້ນ​ໄດ້.</verse>
				<verse number="5">ພວກເຈົ້າ​ບໍ່ໄດ້​ອ່ານ​ໃນ​ກົດບັນຍັດ​ບໍ​ທີ່​ວ່າ, ທຸກ​ວັນ​ຊະບາໂຕ​ພວກ​ປະໂຣຫິດ​ໃນ​ພຣະວິຫານ ໄດ້​ເຮັດ​ຜິດ​ຕໍ່​ວັນ​ຊະບາໂຕ ແຕ່​ບໍ່ມີ​ຄວາມຜິດ?</verse>
				<verse number="6">ເຮົາ​ບອກ​ພວກເຈົ້າ​ວ່າ ຢູ່​ທີ່​ນີ້​ມີ​ສິ່ງ​ໜຶ່ງ​ຍິ່ງໃຫຍ່​ກວ່າ​ພຣະວິຫານ​ອີກ.</verse>
				<verse number="7">ຖ້າ​ພວກເຈົ້າ​ເຂົ້າໃຈ​ຄວາມ​ໝາຍ​ຖ້ອຍຄຳ​ໃນ​ພຣະຄຳພີ​ທີ່​ວ່າ, ‘ເຮົາ​ປະສົງ​ຄວາມ​ເມດຕາ ແຕ່​ບໍ່ແມ່ນ​ເຄື່ອງ​ບູຊາ’ ພວກເຈົ້າ​ກໍ​ຄົງ​ບໍ່​ກ່າວໂທດ​ໃສ່​ຄົນ​ທີ່​ບໍ່ມີ​ຄວາມຜິດ.</verse>
				<verse number="8">ດ້ວຍວ່າ, ບຸດ​ມະນຸດ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ວັນ​ຊະບາໂຕ.”</verse>
				<verse number="9">ພຣະເຢຊູເຈົ້າ​ໄດ້​ໜີ​ຈາກ​ທີ່​ນັ້ນ, ແລ້ວ​ເຂົ້າ​ໄປ​ທີ່​ທຳມະສາລາ​ແຫ່ງ​ໜຶ່ງ​ຂອງ​ພວກເຂົາ.</verse>
				<verse number="10">ໃນ​ທີ່ນັ້ນ ມີ​ຄົນ​ມື​ລີບ​ເບື້ອງ​ໜຶ່ງ ຄົນ​ໃນ​ທີ່ນັ້ນ​ຢາກ​ຫາ​ຂໍ້​ຟ້ອງ​ພຣະເຢຊູເຈົ້າ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ວ່າ, “ເປັນ​ການ​ຜິດ​ຫລື​ຖືກ ທີ່​ຈະ​ຮັກສາ​ຄົນ​ໃນ​ວັນ​ຊະບາໂຕ?”</verse>
				<verse number="11">ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ຖ້າ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ມີ​ແກະ​ໂຕ​ດຽວ ແລະ​ຕົກ​ຂຸມ​ໃນ​ວັນ​ຊະບາໂຕ ເຂົາ​ຈະ​ບໍ່​ດຶງ​ເອົາ​ແກະ​ໂຕ​ນັ້ນ​ຂຶ້ນ​ບໍ?</verse>
				<verse number="12">ມະນຸດ​ຜູ້ໜຶ່ງ​ກໍ​ມີ​ຄ່າ​ຫລາຍກວ່າ​ແກະ​ເທົ່າ​ໃດ​ໜໍ ສະນັ້ນ ຈຶ່ງ​ອະນຸຍາດ​ໃຫ້​ເຮັດ​ການ​ດີ​ໃນ​ວັນ​ຊະບາໂຕ.”</verse>
				<verse number="13">ແລ້ວ​ພຣະອົງ​ກໍ​ເວົ້າ​ກັບ​ຊາຍ​ມື​ລີບ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ.” ລາວ​ກໍ​ຢຽດ​ອອກ ແລ້ວ​ມື​ນັ້ນ​ກໍດີ​ເປັນ​ປົກກະຕິ​ເໝືອນ​ກັບ​ມື​ອີກ​ເບື້ອງ​ໜຶ່ງ.</verse>
				<verse number="14">ແລ້ວ​ພວກ​ຟາຣີຊາຍ​ກໍ​ພາກັນ​ອອກ​ໄປ​ປຶກສາ​ກັນ ແລະ​ວາງແຜນ​ເພື່ອ​ຈະ​ຂ້າ​ພຣະເຢຊູເຈົ້າ.</verse>
				<verse number="15">ເມື່ອ​ພຣະເຢຊູເຈົ້າ​ຮູ້ຈັກ​ກົນອຸບາຍ​ນີ້, ພຣະອົງ​ກໍ​ສະເດັດ​ອອກ​ຈາກ​ທີ່​ນັ້ນ ມີ​ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ພຣະອົງ​ໄດ້​ຊົງ​ໂຜດ​ຮັກສາ​ທຸກຄົນ​ໃຫ້​ດີ​ພະຍາດ,</verse>
				<verse number="16">ແຕ່​ພຣະອົງ​ໄດ້​ສັ່ງ​ຫ້າມ​ພວກເຂົາ​ຢ່າງ​ເດັດຂາດ ບໍ່​ໃຫ້​ບອກ​ເລື່ອງ​ກ່ຽວກັບ​ພຣະອົງ​ສູ່​ຜູ້ໃດ​ຟັງ.</verse>
				<verse number="17">ພຣະອົງ​ເຮັດ​ດັ່ງນີ້ ກໍ​ເພື່ອ​ຈະ​ໃຫ້​ສຳເລັດ​ຕາມ​ຖ້ອຍຄຳ​ຂອງ​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ,</verse>
				<verse number="18">“ນີ້​ແມ່ນ​ຜູ້ຮັບໃຊ້​ທີ່​ເຮົາ​ໄດ້​ເລືອກ​ໄວ້ ຜູ້​ເປັນ​ທີ່​ຮັກ ແລະ​ພໍໃຈ​ຂອງເຮົາ. ເຮົາ​ຈະ​ເອົາ​ພຣະວິນຍານ​ຂອງເຮົາ​ ໃສ່​ໄວ້​ເທິງ​ເພິ່ນ ເພື່ອ​ຈະ​ປະກາດ​ຄວາມ​ຍຸດຕິທຳ​ ແກ່​ບັນດາ​ປະຊາຊາດ.</verse>
				<verse number="19">ເພິ່ນ​ຈະ​ບໍ່​ໂຕ້ຖຽງ ຫລື​ໃຊ້​ສຽງດັງ ບໍ່ມີ​ຜູ້ໃດ​ຈະ​ໄດ້ຍິນ​ສຽງ​ເພິ່ນ​ ຕາມ​ຫົນທາງ.</verse>
				<verse number="20">ໄມ້ອໍ້​ທີ່​ບວບ​ແລ້ວ​ເພິ່ນ​ຈະ​ບໍ່​ຫັກ ໄສ້​ຕະກຽງ​ເປັນ​ຄວັນ​ກຳລັງ​ຈະ​ມອດ​ ເພິ່ນ​ຈະ​ບໍ່​ມອດ. ຈົນກວ່າ​ເພິ່ນ​ນຳ​ຄວາມ​ຍຸດຕິທຳ​ ໃຫ້​ມີ​ໄຊຊະນະ ແລະ​ບັນດາ​ປະຊາຊາດ​ຈະ​ມອບ​ ຄວາມຫວັງ​ໄວ້​ໃນ​ນາມ​ຂອງ​ເພິ່ນ.”</verse>
				<verse number="21"></verse>
				<verse number="22">ຕໍ່ມາ ໄດ້​ມີ​ບາງຄົນ​ນຳ​ຊາຍ​ຜູ້ໜຶ່ງ​ທີ່​ຕາບອດ​ແລະ​ປາກ​ກືກ ຍ້ອນ​ຜີມານຮ້າຍ​ເຂົ້າ​ສິງ​ຢູ່​ມາ​ຫາ​ພຣະເຢຊູເຈົ້າ ແລະ​ພຣະອົງ​ໄດ້​ຊົງ​ໂຜດ​ຮັກສາ​ຊາຍ​ຄົນ​ນັ້ນ​ໃຫ້​ສາມາດ​ເວົ້າ​ແລະ​ເຫັນ​ຮຸ່ງ​ໄດ້.</verse>
				<verse number="23">ປະຊາຊົນ​ທັງຫລາຍ​ກໍ​ງຶດ​ປະຫລາດ​ໃຈ ຈຶ່ງ​ຖາມ​ກັນ​ວ່າ, “ຄົນ​ນີ້​ອາດ​ເປັນ​ບຸດ​ຂອງ​ດາວິດ​ໄດ້​ບໍ?”</verse>
				<verse number="24">ພວກ​ຟາຣີຊາຍ​ໄດ້ຍິນ​ເຊັ່ນ​ນີ້​ແລ້ວ ພວກເຂົາ​ກໍ​ເວົ້າ​ວ່າ, “ຜູ້​ນີ້​ຂັບໄລ່​ຜີມານຮ້າຍ​ອອກ​ໂດຍ​ໃຊ້​ອຳນາດ​ຂອງ​ເບເອນເຊບູນ ຜູ້​ເປັນ​ນາຍ​ຜີມານຮ້າຍ​ທັງຫລາຍ.”</verse>
				<verse number="25">ພຣະເຢຊູເຈົ້າ​ຊົງ​ຮູ້​ຄວາມ​ຄິດ​ຂອງ​ພວກເຂົາ ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ອານາຈັກ​ໃດ​ທີ່​ແຕກແຍກ​ຕໍ່ສູ້ ຊຶ່ງກັນແລະກັນ ກໍ​ຈະ​ພິນາດ​ຈິບຫາຍ, ເມືອງ​ໃດ​ຫລື​ຄອບຄົວ​ໃດ​ທີ່​ແຕກແຍກ​ກັນ ຈະ​ຕັ້ງໝັ້ນຄົງ​ຢູ່​ບໍ່ໄດ້.</verse>
				<verse number="26">ຖ້າ​ມານຊາຕານ​ຂັບໄລ່​ມານຊາຕານ​ອອກ​ເອງ ມັນ​ກໍ​ແຕກແຍກ​ກັນ​ຢູ່​ໃນ​ຕົວ​ຂອງ​ມັນ​ເອງ ແລ້ວ​ອານາຈັກ​ຂອງ​ມັນ​ຈະ​ຕັ້ງໝັ້ນ​ໄດ້​ຢ່າງ​ໃດ?</verse>
				<verse number="27">ແລະ ຖ້າ​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ອຳນາດ​ຂອງ​ເບເອນເຊບູນ ພວກ​ລູກຫລານ​ຂອງ​ເຈົ້າ​ທັງຫລາຍ ເຄີຍ​ຂັບໄລ່​ມັນ​ອອກ​ດ້ວຍ​ອຳນາດ​ຂອງ​ຜູ້ໃດ? ດ້ວຍເຫດນີ້​ແຫຼະ ເຂົາ​ຈະ​ເປັນ​ຜູ້ຕັດສິນ​ພວກເຈົ້າ,</verse>
				<verse number="28">ແຕ່​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ. ດັ່ງນັ້ນ ຣາຊອານາຈັກ​ຂອງ​ພຣະເຈົ້າ​ກໍ​ມາ​ເຖິງ​ພວກເຈົ້າ​ແລ້ວ.”</verse>
				<verse number="29">“ບໍ່ມີ​ຜູ້ໃດ​ຈະ​ເຂົ້າ​ໄປ​ປຸ້ນ​ເອົາ​ຊັບ​ຢູ່​ໃນ​ເຮືອນ​ຂອງ​ຄົນ​ແຂງແຮງ​ໄດ້, ເວັ້ນ​ແຕ່​ໄດ້​ມັດ​ຄົນ​ແຂງແຮງ​ນັ້ນ​ໄວ້​ກ່ອນ, ແລ້ວ​ຈຶ່ງ​ປຸ້ນ​ເອົາ​ຊັບ​ຢູ່​ໃນ​ເຮືອນ​ຂອງ​ເພິ່ນ​ໄດ້.</verse>
				<verse number="30">ຜູ້ໃດ​ບໍ່​ຢູ່​ຝ່າຍ​ເຮົາ ກໍ​ຕໍ່ສູ້​ເຮົາ ແລະ​ຜູ້ໃດ​ບໍ່​ຮ່ວມ​ເຂົ້າ​ກັນ​ກັບ​ເຮົາ ກໍ​ເປັນ​ຜູ້​ເຮັດ​ໃຫ້​ແຕກ​ກະ​ຈາຍ​ໄປ.</verse>
				<verse number="31">ເພາະ​ເຫດນີ້ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ ມະນຸດ​ຈະ​ໄດ້​ຮັບ​ການ​ຍົກ​ຜິດບາບ​ທຸກປະການ ແລະ​ຮັບ​ການອະໄພ​ໃນ​ຄຳ​ໝິ່ນປະໝາດ​ທຸກຢ່າງ, ແຕ່​ຄຳ​ເວົ້າ​ທີ່​ໝິ່ນປະໝາດ​ຕໍ່ສູ້​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ບໍ່ໄດ້​ຮັບ​ການອະໄພ.</verse>
				<verse number="32">ຜູ້ໃດ​ທີ່​ເວົ້າ​ຕໍ່ສູ້​ບຸດ​ມະນຸດ​ກໍ​ຈະ​ອະໄພ​ໃຫ້​ແກ່​ຜູ້ນັ້ນ​ໄດ້, ແຕ່​ຜູ້ໃດ​ທີ່​ເວົ້າ​ຕໍ່ສູ້​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ບໍ່ໄດ້​ຮັບ​ການອະໄພ​ເລີຍ ທັງ​ໃນ​ໂລກນີ້​ແລະ​ໃນ​ໂລກ​ໜ້າ​ດ້ວຍ.”</verse>
				<verse number="33">“ຕ້ອງ​ມີ​ຕົ້ນໄມ້​ດີ​ໝາກ​ມັນ​ຈຶ່ງ​ຈະ​ດີ ຖ້າ​ຕົ້ນໄມ້​ບໍ່​ດີ ໝາກ​ມັນ​ກໍ​ບໍ່​ດີ ເພາະວ່າ​ຈະ​ໄດ້​ຮູ້ຈັກ​ຕົ້ນໄມ້​ດ້ວຍ​ໝາກ​ຂອງ​ມັນ.</verse>
				<verse number="34">ພວກ​ຊາດ​ງູ​ຮ້າຍ​ເອີຍ, ພວກເຈົ້າ​ຈະ​ເວົ້າ​ຄວາມດີ​ໄດ້​ແນວ​ໃດ ເມື່ອ​ພວກເຈົ້າ​ເປັນ​ຄົນຊົ່ວ? ດ້ວຍວ່າ, ໃຈ​ເຕັມ​ລົ້ນ​ດ້ວຍ​ສິ່ງໃດ ປາກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ.</verse>
				<verse number="35">ຄົນ​ດີ​ກໍ​ເອົາ​ສິ່ງ​ດີ​ອອກ​ມາ​ຈາກ​ຄັງ​ແຫ່ງ​ຄວາມດີ​ຂອງຕົນ, ຄົນຊົ່ວ​ກໍ​ເອົາ​ສິ່ງ​ຊົ່ວ​ອອກ​ມາ​ຈາກ​ຄັງ​ແຫ່ງ​ຄວາມຊົ່ວ​ຂອງຕົນ.”</verse>
				<verse number="36">“ເຮົາ​ບອກ​ພວກເຈົ້າ​ວ່າ, ຖ້ອຍຄຳ​ເປົ່າໆ​ທຸກ​ຄຳ​ທີ່​ມະນຸດ​ເວົ້າ ຈະ​ຕ້ອງ​ໃຫ້​ການ​ເພາະ​ຄຳ​ນັ້ນ​ໃນ​ວັນ​ພິພາກສາ.</verse>
				<verse number="37">ດ້ວຍ​ເຫດ​ທີ່​ເຈົ້າ​ຈະ​ພົ້ນ​ໂທດ​ໄດ້ ຫລື​ຈະ​ຕ້ອງ​ຖືກ​ໂທດ​ນັ້ນ ກໍ​ເພາະ​ດ້ວຍ​ຖ້ອຍຄຳ​ຂອງຕົນ.”</verse>
				<verse number="38">ແລ້ວ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ບາງຄົນ ກໍ​ເວົ້າ​ວ່າ, “ອາຈານ​ເຈົ້າ​ເອີຍ, ພວກເຮົາ​ຢາກ​ເຫັນ​ທ່ານ​ເຮັດ​ໝາຍສຳຄັນ​ການ​ອັດສະຈັນ.”</verse>
				<verse number="39">ພຣະອົງ​ຕອບ​ພວກເຂົາ​ວ່າ, “ຄົນ​ສະໄໝ​ຊົ່ວ ແລະ​ຄິດ​ທໍລະຍົດ​ຕໍ່​ພຣະເຈົ້າ​ສະແຫວງ​ຫາ​ໝາຍສຳຄັນ​ການ​ອັດສະຈັນ ແລະ​ຈະ​ບໍ່​ຊົງ​ໂຜດ​ໃຫ້​ແກ່​ພວກເຂົາ ເວັ້ນ​ໄວ້​ແຕ່​ໝາຍສຳຄັນ​ຂອງ​ຜູ້ທຳນວາຍ​ໂຢນາ.</verse>
				<verse number="40">ໂຢນາ​ຢູ່​ໃນ​ທ້ອງ​ປາ​ໃຫຍ່​ສາມ​ວັນ​ສາມ​ຄືນ​ຢ່າງ​ໃດ ບຸດ​ມະນຸດ​ກໍ​ຈະ​ຢູ່​ໃນ​ພື້ນ​ຂອງ​ແຜ່ນດິນ​ໂລກ​ສາມ​ວັນ​ສາມ​ຄືນ​ຢ່າງ​ນັ້ນ.</verse>
				<verse number="41">ໃນ​ວັນ​ແຫ່ງ​ການ​ພິພາກສາ​ຊາວ​ເມືອງ​ນີເນເວ ຈະ​ຢືນ​ຂຶ້ນ​ກ່າວໂທດ​ພວກເຈົ້າ ເພາະ​ພວກເຂົາ​ໄດ້​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເມື່ອ​ໄດ້ຍິນ​ຄຳ​ປະກາດ​ຂອງ​ໂຢນາ ແລະ ທີ່​ນີ້​ຍັງ​ມີ​ຜູ້ໜຶ່ງ​ທີ່​ຍິ່ງໃຫຍ່​ກວ່າ​ໂຢນາ</verse>
				<verse number="42">ໃນ​ວັນ​ແຫ່ງ​ການ​ພິພາກສາ ຣາຊີນີ​ຝ່າຍ​ທິດໃຕ້​ຈະ​ຢືນ​ກ່າວໂທດ​ພວກເຈົ້າ ເພາະ​ນາງ​ໄດ້​ເດີນທາງ​ມາ​ແຕ່​ທີ່ສຸດ​ແຜ່ນດິນ​ໂລກ​ເພື່ອ​ຟັງ​ຄຳສັ່ງສອນ​ອັນ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ​ຂອງ​ກະສັດ​ໂຊໂລໂມນ ແລະ​ທີ່​ນີ້​ມີ​ຜູ້ໜຶ່ງ​ທີ່​ຍິ່ງໃຫຍ່​ກວ່າ​ກະສັດ​ໂຊໂລໂມນ.”</verse>
				<verse number="43">“ເມື່ອ​ຜີຊົ່ວຮ້າຍ​ອອກ​ຈາກ​ຄົນ​ໜຶ່ງ​ແລ້ວ ມັນ​ກໍ​ທຽວ​ໄປມາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊອກ​ຫາ​ບ່ອນ​ພັກ​ເຊົາ ແຕ່​ມັນ​ຫາ​ບໍ່ໄດ້</verse>
				<verse number="44">ມັນ​ເວົ້າ​ວ່າ, ‘ເຮົາ​ຈະ​ກັບຄືນ​ເມືອ​ເຮືອນ​ບ່ອນ​ທີ່​ເຮົາ​ໄດ້​ໜີ​ມາ.’ ດັ່ງນັ້ນ ມັນ​ຈຶ່ງ​ກັບຄືນ​ໄປ ແລະ​ພົບ​ເຮືອນ​ເປົ່າ​ຫວ່າງ​ຢູ່​ທັງ​ສະອາດ​ແລະ​ຕົບແຕ່ງ​ໄວ້​ຢ່າງດີ.</verse>
				<verse number="45">ແລ້ວ​ມັນ​ກໍ​ອອກ​ໄປ​ນຳ​ເອົາ​ຜີຊົ່ວຮ້າຍ​ເຈັດ​ໂຕ ທີ່​ໂຫດ​ຫ້ຽມ​ຮ້າຍກາດ​ຍິ່ງ​ກວ່າ​ມັນ​ອີກ​ມາ​ອາໄສ​ຢູ່​ທີ່​ເຮືອນ​ນັ້ນ, ໃນ​ທີ່ສຸດ ບັ້ນ​ປາຍ​ຂອງ​ຄົນ​ນັ້ນ ກໍ​ຈະ​ຢູ່​ໃນ​ສະພາບ​ທີ່​ຊົ່ວ​ລົງ​ກວ່າ​ຕອນ​ຕົ້ນ​ອີກ ນີ້​ແຫຼະ ຄື​ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ຄົນຊົ່ວ​ໃນ​ຍຸກ​ນີ້.”</verse>
				<verse number="46">ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ກັບ​ປະຊາຊົນ​ຢູ່​ນັ້ນ ມານດາ​ແລະ​ບັນດາ​ນ້ອງຊາຍ​ຂອງ​ພຣະອົງ​ໄດ້​ມາ​ຖ້າ​ຢູ່​ຂ້າງ​ນອກ ເພື່ອ​ຢາກ​ເວົ້າ​ກັບ​ພຣະອົງ.</verse>
				<verse number="47">ດັ່ງນັ້ນ ຈຶ່ງ​ມີ​ຄົນ​ໜຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ທ່ານເອີຍ ມານດາ​ແລະ​ບັນດາ​ນ້ອງຊາຍ​ຂອງທ່ານ ຢືນ​ຖ້າ​ຢູ່​ຂ້າງ​ນອກ​ຢາກ​ເວົ້າ​ກັບ​ທ່ານ.”</verse>
				<verse number="48">ພຣະເຢຊູເຈົ້າ​ກ່າວ​ແກ່​ຄົນ​ນັ້ນ​ວ່າ, “ຜູ້ໃດ​ເປັນ​ມານດາ ແລະ​ຜູ້ໃດ​ເປັນ​ນ້ອງຊາຍ​ຂອງເຮົາ?”</verse>
				<verse number="49">ແລ້ວ​ພຣະອົງ​ກໍ​ຊີ້​ໄປ​ທີ່​ພວກ​ສາວົກ​ຂອງ​ພຣະອົງ​ແລ້ວ​ກ່າວ​ວ່າ, “ນີ້​ແຫຼະ ຄື​ມານດາ​ແລະ​ນ້ອງຊາຍ​ຂອງເຮົາ</verse>
				<verse number="50">ຜູ້ໃດ​ທີ່​ປະຕິບັດ​ຕາມ​ນໍ້າພຣະໄທ​ພຣະບິດາ​ຂອງເຮົາ ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ ຜູ້ນັ້ນ​ແຫຼະ ເປັນ​ນ້ອງຊາຍ, ນ້ອງສາວ ແລະ​ມານດາ​ຂອງເຮົາ.”</verse>
			</chapter>
			<chapter number="13">
				<verse number="1">ໃນ​ວັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ສະເດັດ​ອອກ​ຈາກ​ເຮືອນ ໄປ​ປະທັບ​ຢູ່​ແຄມ​ຝັ່ງ​ທະເລສາບ.</verse>
				<verse number="2">ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ມາ​ເຕົ້າໂຮມ​ກັນ​ອ້ອມ​ພຣະອົງ ຈົນ​ພຣະອົງ​ຕ້ອງ​ຂຶ້ນ​ຂີ່​ເຮືອ ແລະ​ປ່ອຍ​ໃຫ້​ປະຊາຊົນ​ຢືນ​ຢູ່​ທີ່​ແຄມ​ຝັ່ງ.</verse>
				<verse number="3">ພຣະອົງ​ກ່າວ​ຫລາຍ​ເລື່ອງ​ເປັນ​ຄຳອຸປະມາ​ເພື່ອ​ສອນ​ປະຊາຊົນ ໂດຍ​ກ່າວ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດ​ພືດ.</verse>
				<verse number="4">ຂະນະທີ່​ເຂົາ​ກຳລັງ​ຫວ່ານ​ເມັດ​ພືດ​ຢູ່​ນັ້ນ ບາງ​ເມັດ​ກໍ​ຕົກ​ຕາມ​ທາງ ແລ້ວ​ຝູງ​ນົກ​ກໍ​ມາ​ສັບ​ກິນ​ເມັດ​ນັ້ນ​ເສຍ.</verse>
				<verse number="5">ບາງ​ເມັດ​ກໍ​ຕົກ​ໃສ່​ບ່ອນ​ມີ​ຫີນ​ຫລາຍ​ດິນ​ໜ້ອຍ, ເມັດ​ເຫຼົ່ານີ້​ຈຶ່ງ​ງອກ​ຂຶ້ນ​ໄດ້​ໄວ​ເພາະ​ພື້ນດິນ​ບໍ່​ເລິກ.</verse>
				<verse number="6">ແຕ່​ເມື່ອ​ຕາເວັນ​ຂຶ້ນ​ມາ ພືດ​ນັ້ນ​ກໍ​ແຫ້ມ​ຈຶ່ງ​ຫ່ຽວແຫ້ງ​ໄປ​ເພາະ​ຮາກ​ບໍ່​ເລິກ.</verse>
				<verse number="7">ບາງ​ເມັດ​ກໍ​ຕົກ​ໃສ່​ກາງ​ຟຸ່ມ​ໜາມ, ໜາມ​ເຫຼົ່ານີ້​ກໍ​ໃຫຍ່​ຂຶ້ນ​ຫຸ້ມ​ຮັດ​ພືດ​ນັ້ນ​ໃຫ້​ເສຍ​ໄປ.</verse>
				<verse number="8">ແຕ່​ບາງ​ເມັດ​ຕົກ​ໃສ່​ດິນ​ດີ​ພືດ​ຈຶ່ງ​ເກີດຜົນ: ເມັດ​ໜຶ່ງ​ໄດ້​ຮ້ອຍ​ຕໍ່, ເມັດ​ໜຶ່ງ​ໄດ້​ຫົກສິບ​ຕໍ່ ແລະ​ເມັດ​ໜຶ່ງ​ໄດ້​ສາມສິບ​ຕໍ່.</verse>
				<verse number="9">ຜູ້ໃດ​ມີ​ຫູຟັງ ຈົ່ງ​ຟັງ​ເອົາ.”</verse>
				<verse number="10">ພວກ​ສາວົກ​ຈຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຖາມ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ໃຊ້​ຄຳອຸປະມາ ເມື່ອ​ທ່ານ​ກ່າວ​ກັບ​ປະຊາຊົນ?”</verse>
				<verse number="11">ພຣະເຢຊູເຈົ້າ​ຕອບ​ວ່າ, “ສຳລັບ​ພວກເຈົ້າ​ນັ້ນ ພຣະເຈົ້າ​ຊົງ​ໂຜດ​ໃຫ້​ພວກເຈົ້າ​ຮູ້​ໄດ້​ຄວາມ​ລັບເລິກ​ແຫ່ງ​ຣາຊອານາຈັກ​ສະຫວັນ, ແຕ່​ຄົນ​ເຫຼົ່ານັ້ນ​ບໍ່ໄດ້​ຊົງ​ໂຜດ​ໃຫ້​ຮູ້.</verse>
				<verse number="12">ດ້ວຍວ່າ, ຜູ້​ທີ່​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ເພີ່ມ​ຕື່ມ​ອີກ ເພື່ອ​ວ່າ​ເຂົາ​ຈະ​ມີ​ຢ່າງ​ເຕັມ​ບໍລິບູນ, ແຕ່​ຜູ້​ທີ່​ບໍ່ມີ​ນັ້ນ ເຖິງ​ແມ່ນ​ສິ່ງ​ທີ່​ຕົນ​ມີ​ຢູ່​ພຽງ​ເລັກນ້ອຍ ກໍ​ຈະ​ຖືກ​ເອົາ​ໄປ​ເສຍ​ຈາກ​ຜູ້ນັ້ນ.</verse>
				<verse number="13">ດ້ວຍເຫດນີ້ ທີ່​ເຮົາ​ໃຊ້​ຄຳອຸປະມາ​ກ່າວ​ກັບ​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ເບິ່ງ ແຕ່​ກໍ​ບໍ່ໄດ້​ເຫັນ ແລະ​ພວກເຂົາ​ຟັງ ແຕ່​ກໍ​ບໍ່ໄດ້ຍິນ​ຫລື​ເຂົ້າໃຈ.</verse>
				<verse number="14">ດັ່ງນັ້ນ ຈຶ່ງ​ເປັນ​ຈິງ​ຕາມ​ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, ‘ປະຊາຊົນ​ນີ້​ຈະ​ຟັງ ເມື່ອ​ຟັງ​ແລ້ວ ແຕ່​ກໍ​ບໍ່​ເຂົ້າໃຈ​ຈັກເທື່ອ, ພວກເຂົາ​ຈະ​ເບິ່ງ ເມື່ອ​ເບິ່ງ​ແລ້ວ ແຕ່​ກໍ​ບໍ່​ເຫັນ​ຈັກເທື່ອ</verse>
				<verse number="15">ດ້ວຍວ່າ, ໃຈ​ຂອງ​ພວກເຂົາ​ປຶກຕັນ ຫູ​ກໍ​ໜັກ ຕາ​ກໍ​ຫລັບ​ເສຍ. ບໍ່​ດັ່ງນັ້ນ ພວກເຂົາ​ຈະ​ສັງເກດ ເຫັນ​ດ້ວຍ​ຕາ ຈະ​ໄດ້ຍິນ​ດ້ວຍ​ຫູ ແລະ​ຈະ​ຮູ້​ດ້ວຍ​ໃຈ ແລະ​ຈະ​ຄືນ​ມາ​ຫາ​ເຮົາ ແລ້ວ​ເຮົາ​ຈະ​ຊົງ​ໂຜດ​ພວກເຂົາ​ໃຫ້​ຫາຍ​ດີ.’</verse>
				<verse number="16">ແຕ່​ຕາ​ຂອງ​ພວກເຈົ້າ​ກໍ​ເປັນ​ສຸກ ເພາະ​ພວກເຈົ້າ​ໄດ້​ເຫັນ ແລະ​ຫູ​ຂອງ​ພວກເຈົ້າ​ກໍ​ເປັນ​ສຸກ​ເພາະ​ໄດ້ຍິນ.</verse>
				<verse number="17">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ທຳນວາຍ​ແລະ​ຜູ້​ມີ​ສິນທຳ​ຫລາຍ​ຄົນ ປາຖະໜາ​ຢາກ​ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຫັນ​ຢູ່​ນີ້ ແຕ່​ບໍ່ໄດ້​ເຫັນ ແລະ​ເຂົາ​ປາຖະໜາ​ຢາກ​ໄດ້ຍິນ​ຖ້ອຍຄຳ​ທີ່​ພວກເຈົ້າ​ໄດ້ຍິນ ແຕ່​ບໍ່ໄດ້ຍິນ.”</verse>
				<verse number="18">“ເຫດສະນັ້ນ ພວກເຈົ້າ​ຈົ່ງ​ຟັງ​ຄຳອຸປະມາ​ເລື່ອງ​ຜູ້​ຫວ່ານ​ພືດ​ນັ້ນ.</verse>
				<verse number="19">ຜູ້ໃດ​ທີ່​ໄດ້ຍິນ​ພຣະທຳ​ເລື່ອງ​ຣາຊອານາຈັກ​ສະຫວັນ ແຕ່​ບໍ່​ເຂົ້າໃຈ​ກໍ​ຄ້າຍ​ຄື​ກັບ​ເມັດ​ພືດ​ທີ່​ຕົກ​ຕາມ​ທາງ, ມານຊົ່ວຮ້າຍ​ມາ​ຍາດ​ເອົາ​ພຣະທຳ​ທີ່​ຖືກ​ຫວ່ານ​ເຂົ້າ​ໃນ​ຈິດໃຈ​ຂອງ​ຄົນ​ນັ້ນ​ໄປ​ເສຍ.</verse>
				<verse number="20">ບາງ​ເມັດ​ທີ່​ຕົກ​ໃສ່​ບ່ອນ​ມີ​ຫີນ​ຫລາຍ​ດິນ​ໜ້ອຍ ຄື​ຄົນ​ທີ່​ໄດ້ຍິນ​ພຣະທຳ ແລະ​ຮັບ​ເອົາ​ໄວ້​ທັນທີ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.</verse>
				<verse number="21">ແຕ່​ບໍ່​ໃຫ້​ພຣະທຳ​ນັ້ນ​ໄດ້​ຝັງ​ຮາກ​ເລິກ​ລົງ​ໃນ​ຈິດໃຈ​ຂອງ​ພວກ​ຕົນ ກໍ​ທົນ​ຢູ່​ບໍ່ໄດ້​ດົນ, ເມື່ອ​ເກີດ​ຄວາມ​ຍາກ​ລຳບາກ ຫລື​ຖືກ​ການ​ຂົ່ມເຫັງ​ເພາະ​ພຣະທຳ​ນັ້ນ ຕົນ​ຈຶ່ງ​ເຊົາ​ເຊື່ອ​ພຣະທຳ​ນັ້ນ​ທັນທີ.</verse>
				<verse number="22">ບາງ​ເມັດ​ທີ່​ຕົກ​ໃສ່​ກາງ​ຟຸ່ມ​ໜາມ ຄື​ຄົນ​ທີ່​ໄດ້ຍິນ​ພຣະທຳ ແຕ່​ຍັງ​ກັງວົນ​ເຖິງ​ຊີວິດ​ຢູ່​ໃນ​ໂລກນີ້ ແລະ​ຄວາມ​ຢາກ​ຮັ່ງ​ຢາກ​ມີ​ຫຸ້ມຮັດ​ພຣະທຳ​ນັ້ນ​ເສຍ​ຈຶ່ງ​ບໍ່​ເກີດຜົນ.</verse>
				<verse number="23">ສ່ວນ​ເມັດ​ທີ່​ຕົກ​ໃສ່​ດິນ​ດີ ຄື​ຄົນ​ທີ່​ໄດ້ຍິນ​ພຣະທຳ ແລະ​ເຂົ້າໃຈ​ພຣະທຳ​ນັ້ນ, ຜູ້ນັ້ນ​ຈຶ່ງ​ເກີດຜົນ​ໄດ້​ຮ້ອຍ​ຕໍ່, ຫົກສິບ​ຕໍ່ ແລະ​ສາມສິບ​ຕໍ່.”</verse>
				<verse number="24">ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ເລື່ອງ​ໜຶ່ງ​ສູ່​ພວກເຂົາ​ຟັງ​ວ່າ, “ຣາຊອານາຈັກ​ສະຫວັນ​ກໍ​ປຽບ​ເໝືອນ​ຄົນ​ຜູ້ໜຶ່ງ ທີ່​ຫວ່ານ​ພືດ​ໃນ​ນາ​ຂອງຕົນ.</verse>
				<verse number="25">ໃນ​ຂະນະທີ່​ທຸກຄົນ​ນອນ​ຫລັບ​ຢູ່​ນັ້ນ ສັດຕູ​ຂອງ​ຜູ້ນັ້ນ​ກໍ​ມາ​ຫວ່ານ​ເຂົ້າ​ນົກ​ໃສ່​ທ່າມກາງ​ເຂົ້າ​ດີ​ແລ້ວ​ກໍ​ໜີໄປ.</verse>
				<verse number="26">ເມື່ອ​ເຂົ້າ​ດີ​ງອກ​ໃຫຍ່​ຂຶ້ນ​ເປັນ​ຮວງເຂົ້າ​ແລ້ວ ເຂົ້າ​ນົກ​ກໍ​ໃຫຍ່​ຂຶ້ນ​ດ້ວຍ​ກັນ.</verse>
				<verse number="27">ພວກ​ຜູ້ຮັບໃຊ້​ຂອງ​ຊາຍ​ຄົນ​ນັ້ນ​ຈຶ່ງ​ມາ​ຫາ ແລະ​ເວົ້າ​ວ່າ, ‘ນາຍ​ເອີຍ ທ່ານ​ໄດ້​ຫວ່ານ​ເຂົ້າ​ດີ​ໃນ​ນາ​ຂອງທ່ານ​ບໍ່ແມ່ນ​ບໍ? ແລ້ວ​ເຂົ້າ​ນົກ​ນັ້ນ​ມາ​ແຕ່​ໃສ?’</verse>
				<verse number="28">ຝ່າຍ​ນາຍ​ໄດ້​ຕອບ​ວ່າ ‘ນີ້​ແມ່ນ​ສັດຕູ​ເປັນ​ຜູ້​ເຮັດ’ ພວກ​ຜູ້ຮັບໃຊ້​ຈຶ່ງ​ຖາມ​ນາຍ​ວ່າ, ‘ທ່ານ​ຕ້ອງການ​ໃຫ້​ພວກ​ຂ້ານ້ອຍ​ຫລົກ​ເຂົ້າ​ນົກ​ຖິ້ມ​ບໍ?’</verse>
				<verse number="29">ນາຍ​ຕອບ​ວ່າ, ‘ບໍ່ ເພາະ​ຂະນະທີ່​ຫລົກ​ເຂົ້າ​ນົກ​ຖິ້ມ​ນັ້ນ ພວກເຈົ້າ​ອາດ​ຫລົກ​ເຂົ້າ​ດີ​ກໍ​ເປັນ​ໄດ້.</verse>
				<verse number="30">ປະ​ໃຫ້​ມັນ​ໃຫຍ່​ຂຶ້ນ​ນຳ​ກັນ ຈົນກວ່າ​ເຖິງ​ລະດູ​ເກັບກ່ຽວ ແລ້ວ​ເຮົາ​ກໍ​ຈະ​ສັ່ງ​ໃຫ້​ພວກ​ຄົນງານ​ເກັບກ່ຽວ​ເຂົ້າ​ນົກ​ກ່ອນ ໂຮມ​ເປັນ​ມັດ​ແລະ​ເຜົາ​ໄຟ​ຖິ້ມ​ເສຍ, ສ່ວນ​ເຂົ້າ​ດີ​ນັ້ນ​ໃຫ້​ໂຮມ​ໄວ້​ໃສ່​ເລົ້າ​ຂອງເຮົາ.”’</verse>
				<verse number="31">ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ເລື່ອງ​ໜຶ່ງ​ແກ່​ພວກເຂົາ​ຟັງ​ອີກ​ວ່າ, “ຣາຊອານາຈັກ​ສະຫວັນ​ກໍ​ປຽບ​ເໝືອນ​ແກ່ນ​ຜັກ​ກາດ​ເມັດ​ໜຶ່ງ ຊຶ່ງ​ຊາຍ​ຄົນ​ໜຶ່ງ​ນຳ​ເອົາ​ໄປ​ຫວ່ານ​ໃນ​ສວນ​ຂອງຕົນ.</verse>
				<verse number="32">ເມັດ​ນັ້ນ​ນ້ອຍ​ກວ່າ​ເມັດ​ທັງຫລາຍ ແຕ່​ເມື່ອ​ງອກ​ຂຶ້ນ​ແລ້ວ​ກໍ​ໃຫຍ່​ກວ່າ​ຜັກ​ຊະນິດ​ອື່ນໆ, ມັນ​ໃຫຍ່​ຂຶ້ນ​ກາຍເປັນ​ກົກ ຈົນ​ວ່າ​ຝູງ​ນົກ​ມາ​ຈັບ ແລະ​ເຮັດ​ຮັງ​ໃສ່​ງ່າ​ຂອງ​ມັນ​ໄດ້.”</verse>
				<verse number="33">ພຣະເຢຊູເຈົ້າ​ຍັງ​ໄດ້​ກ່າວ​ຄຳອຸປະມາ​ເລື່ອງ​ໜຶ່ງ​ແກ່​ພວກເຂົາ​ວ່າ, “ຣາຊອານາຈັກ​ສະຫວັນ​ກໍ​ປຽບ​ເໝືອນ​ເຊື້ອແປ້ງ ທີ່​ຍິງ​ຜູ້ໜຶ່ງ​ໄດ້​ນຳ​ເອົາ​ໄປ​ປົນ​ໃສ່​ແປ້ງ​ສາມ​ຜອງ​ໃຫຍ່ ຈົນ​ແປ້ງ​ນັ້ນ​ຟູ​ຂຶ້ນ​ທັງໝົດ.”</verse>
				<verse number="34">ພຣະເຢຊູເຈົ້າ​ກ່າວ​ທຸກສິ່ງ​ເຫຼົ່ານີ້ ແກ່​ປະຊາຊົນ​ໂດຍ​ໄດ້​ໃຊ້​ຄຳອຸປະມາ​ທັງໝົດ, ນອກຈາກ​ຄຳອຸປະມາ ພຣະອົງ​ບໍ່ໄດ້​ກ່າວ​ສິ່ງໃດ​ເລີຍ​ແກ່​ພວກເຂົາ.</verse>
				<verse number="35">ພຣະອົງ​ກະທຳ​ເຊັ່ນ​ນີ້​ເພື່ອ​ໃຫ້​ສຳເລັດ ຕາມ​ທີ່​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ໃຊ້​ຄຳອຸປະມາ ເພື່ອ​ກ່າວ​ກັບ​ພວກເຂົາ ທັງ​ບອກ​ຂໍ້ຄວາມ​ທີ່​ປົກບັງ​ໄວ້ ຕັ້ງແຕ່​ຕົ້ນເດີມ​ສ້າງ​ໂລກ.”</verse>
				<verse number="36">ເມື່ອ​ພຣະເຢຊູເຈົ້າ​ໃຫ້​ປະຊາຊົນ​ເລີກ​ກັບ​ໄປ​ແລ້ວ, ພຣະອົງ​ກໍ​ເຂົ້າ​ໄປ​ໃນ​ເຮືອນ ແລ້ວ​ພວກ​ສາວົກ​ຂອງ​ພຣະອົງ​ກໍ​ເຂົ້າ​ມາ ແລະ​ກ່າວ​ວ່າ, “ຂໍ​ທ່ານ​ຊ່ວຍ​ອະທິບາຍ​ຄຳອຸປະມາ​ເລື່ອງ​ເຂົ້າ​ນົກ​ແກ່​ພວກ​ຂ້ານ້ອຍ​ແດ່.”</verse>
				<verse number="37">ພຣະເຢຊູເຈົ້າ​ຈຶ່ງ​ອະທິບາຍ​ວ່າ, “ຜູ້​ທີ່​ຫວ່ານ​ເຂົ້າ​ດີ​ນັ້ນ​ແມ່ນ​ບຸດ​ມະນຸດ,</verse>
				<verse number="38">ສ່ວນ​ນາ​ນັ້ນ​ແມ່ນ​ໂລກນີ້, ເຂົ້າ​ດີ​ແມ່ນ​ປະຊາຊົນ​ແຫ່ງ​ຣາຊອານາຈັກ​ຂອງ​ພຣະເຈົ້າ, ສ່ວນ​ເຂົ້າ​ນົກ​ແມ່ນ​ປະຊາຊົນ​ຂອງ​ມານຊົ່ວຮ້າຍ,</verse>
				<verse number="39">ແລະ ສັດຕູ​ຜູ້​ທີ່​ຫວ່ານ​ເຂົ້າ​ນົກ​ແມ່ນ​ມານຮ້າຍ ລະດູ​ເກັບກ່ຽວ​ແມ່ນ​ຄາວ​ສຸດ​ໂລກ ແລະ​ຜູ້​ເກັບກ່ຽວ​ແມ່ນ​ຝູງ​ເທວະດາ.</verse>
				<verse number="40">ເຂົ້າ​ນົກ​ຖືກ​ກວາດ​ເອົາ​ໄປ​ເຜົາ​ໃສ່​ໄຟ​ຢ່າງ​ໃດ ຄາວ​ສຸດ​ໂລກ​ກໍ​ຈະ​ເປັນ​ຢ່າງ​ນັ້ນ.</verse>
				<verse number="41">ບຸດ​ມະນຸດ​ຈະ​ໃຊ້​ຝູງ​ເທວະດາ​ຂອງຕົນ​ອອກ​ໄປ ຮວບຮວມ​ເອົາ​ອອກ​ມາ​ຈາກ​ອານາຈັກ​ຂອງ​ພຣະອົງ ຄື​ພວກ​ທີ່​ກໍ່​ເຫດ​ທັງໝົດ​ໃຫ້​ມະນຸດ​ເຮັດ​ບາບ ແລະ​ບັນດາ​ຜູ້​ທີ່​ເຮັດ​ຊົ່ວ​ທັງໝົດ</verse>
				<verse number="42">ແລ້ວ​ຈະ​ໂຍນ​ພວກເຂົາ​ຖິ້ມ​ໃສ່​ໃນ​ເຕົາ​ໄຟ​ອັນ​ຮ້ອນກ້າ ບ່ອນ​ທີ່​ມີ​ການ​ຮ້ອງໄຫ້​ຄວນຄາງ ແລະ​ຂົບແຂ້ວ​ຄ້ຽວຟັນ.</verse>
				<verse number="43">ແລ້ວ​ພວກ​ທີ່​ຊອບທຳ ກໍ​ຈະ​ຮຸ່ງເຮືອງ​ດັ່ງ​ດວງ​ຕາເວັນ ໃນ​ຣາຊອານາຈັກ​ແຫ່ງ​ພຣະບິດາ​ຂອງ​ພວກເຂົາ, ຜູ້ໃດ​ມີ​ຫູຟັງ ຈົ່ງ​ຟັງ​ເອົາ.”</verse>
				<verse number="44">“ຣາຊອານາຈັກ​ສະຫວັນ​ປຽບ​ເໝືອນ​ຊັບ​ທີ່​ເຊື່ອງ​ໄວ້​ໃນ​ທົ່ງນາ, ຊາຍ​ຄົນ​ໜຶ່ງ​ພົບ​ແລ້ວ​ຈຶ່ງ​ເຊື່ອງ​ໄວ້​ອີກ, ລາວ​ດີ​ໃຈ​ທີ່ສຸດ​ຈຶ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ຕົນ​ມີ​ຢູ່ ແລ້ວ​ໄປ​ຊື້​ເອົາ​ນາ​ທົ່ງ​ນັ້ນ.”</verse>
				<verse number="45">“ເຊັ່ນດຽວ​ກັນ ຣາຊອານາຈັກ​ສະຫວັນ ປຽບ​ເໝືອນ​ພໍ່ຄ້າ​ຜູ້ໜຶ່ງ​ທີ່​ຊອກ​ຫາ​ໄຂ່ມຸກ​ຢ່າງ​ງາມ.</verse>
				<verse number="46">ເມື່ອ​ລາວ​ພົບ​ໄຂ່ມຸກ​ເມັດ​ໜຶ່ງ​ທີ່​ມີ​ຄ່າ​ແພງ​ຫລາຍ​ທີ່ສຸດ ກໍ​ໄປ​ຂາຍ​ທຸກສິ່ງ​ທີ່​ຕົນ​ມີ​ຢູ່ ແລ້ວ​ໄປ​ຊື້​ໄຂ່ມຸກ​ນັ້ນ.”</verse>
				<verse number="47">“ເຊັ່ນດຽວ​ກັນ ຣາຊອານາຈັກ​ສະຫວັນ​ປຽບ​ເໝືອນ​ກັບ​ມອງ ທີ່​ຖິ້ມ​ລົງ​ໃນ​ທະເລ​ຈັບ​ປາ​ທຸກ​ຊະນິດ.</verse>
				<verse number="48">ເມື່ອ​ເຕັມ​ມອງ​ແລ້ວ ກໍ​ດຶງ​ມອງ​ນັ້ນ​ຂຶ້ນ​ເທິງ​ຝັ່ງ ແລະ​ນັ່ງ​ລົງ​ເລືອກ​ເອົາ​ໂຕ​ດີ​ໃສ່​ຄຸ​ໄວ້ ສ່ວນ​ໂຕ​ບໍ່​ດີ​ນັ້ນ​ໂຍນ​ຖິ້ມ​ໄປ.</verse>
				<verse number="49">ໃນ​ຍຸກ​ສຸດທ້າຍ ໂລກ​ກໍ​ຈະ​ເປັນ​ຢ່າງ​ນັ້ນ​ແຫຼະ ຝູງ​ເທວະດາ​ກໍ​ຈະ​ອອກ​ໄປ​ແຍກ​ເອົາ​ຄົນຊົ່ວ​ອອກ​ຈາກ​ຄົນ​ຊອບທຳ,</verse>
				<verse number="50">ແລະ​ຈະ​ໂຍນ​ພວກເຂົາ​ຖິ້ມ​ໃສ່​ໃນ​ເຕົາ​ໄຟ​ອັນ​ຮ້ອນກ້າ ບ່ອນ​ທີ່​ມີ​ການ​ຮ້ອງໄຫ້​ຄວນຄາງ ແລະ​ຂົບແຂ້ວ​ຄ້ຽວຟັນ.”</verse>
				<verse number="51">ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ເຂົ້າໃຈ​ເລື່ອງ​ທັງໝົດ​ນີ້​ແລ້ວ​ບໍ?” ພວກເພິ່ນ​ຕອບ​ພຣະອົງ​ວ່າ, “ເຂົ້າໃຈ​ແລ້ວ.”</verse>
				<verse number="52">ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ດ້ວຍເຫດນັ້ນ​ທຳມະຈານ​ທຸກຄົນ ທີ່​ໄດ້​ຮຽນຮູ້​ເຖິງ​ຣາຊອານາຈັກ​ສະຫວັນ ກໍ​ເໝືອນ​ເຈົ້າ​ຂອງ​ເຮືອນ​ຜູ້ໜຶ່ງ​ທີ່​ເອົາ​ຂອງ​ໃໝ່ ແລະ​ຂອງ​ເກົ່າ​ອອກ​ມາ​ຈາກ​ສາງ​ຂອງຕົນ.”</verse>
				<verse number="53">ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຄຳອຸປະມາ​ເຫຼົ່ານີ້​ຈົບ​ແລ້ວ ກໍ​ສະເດັດ​ຈາກ​ບ່ອນ​ນັ້ນ​ໄປ</verse>
				<verse number="54">ເມື່ອ​ກັບ​ໄປ​ເຖິງ​ເມືອງ​ຂອງຕົນ​ແລ້ວ ພຣະອົງ​ໄດ້​ສັ່ງສອນ​ຄົນ​ທັງຫລາຍ​ໃນ​ທຳມະສາລາ​ຂອງ​ພວກເຂົາ ຈົນ​ພວກເຂົາ​ງຶດ​ປະຫລາດ​ໃຈ ແລະ​ຖາມ​ກັນ​ວ່າ, “ຄົນ​ນີ້​ໄດ້​ສະຕິປັນຍາ ແລະ​ເຮັດ​ການ​ອັດສະຈັນ​ນີ້​ມາ​ຈາກ​ໃສ?</verse>
				<verse number="55">ລາວ​ບໍ່ແມ່ນ​ລູກຊາຍ​ຂອງ​ຊ່າງ​ໄມ້​ນັ້ນ​ບໍ? ມາຣີ​ເປັນ​ແມ່​ຂອງ​ລາວ​ບໍ່ແມ່ນ​ບໍ? ຢາໂກໂບ, ໂຢເຊັບ, ຊີໂມນ ແລະ ຢູດາ​ເປັນ​ນ້ອງຊາຍ​ຂອງ​ລາວ​ບໍ່ແມ່ນ​ບໍ?</verse>
				<verse number="56">ແລະ​ນ້ອງສາວ​ທຸກຄົນ​ຂອງ​ລາວ​ກໍ​ຢູ່​ໃນ​ເມືອງ​ນີ້​ບໍ່ແມ່ນ​ບໍ? ລາວ​ໄດ້​ສິ່ງ​ທັງໝົດ​ນີ້​ມາ​ແຕ່​ໃສ?”</verse>
				<verse number="57">ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ຍອມ​ຮັບ​ພຣະອົງ. ພຣະເຢຊູເຈົ້າ​ຊົງ​ກ່າວ​ແກ່​ພວກເຂົາ​ວ່າ, “ຜູ້​ປະກາດ​ພຣະທຳ​ຈະ​ບໍ່​ຂາດ​ຄວາມນັບຖື​ໃນ​ທຸກ​ບ່ອນ ເວັ້ນ​ໄວ້​ແຕ່​ໃນ​ບ້ານ​ເມືອງ​ຂອງຕົນ ແລະ​ຈາກ​ຄອບຄົວ​ຂອງຕົນ.”</verse>
				<verse number="58">ຍ້ອນ​ພວກເຂົາ​ບໍ່ມີ​ຄວາມເຊື່ອ, ພຣະອົງ​ຈຶ່ງ​ບໍ່ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ຢູ່​ໃນ​ເມືອງ​ນີ້.</verse>
			</chapter>
			<chapter number="14">
				<verse number="1">ໃນ​ເວລາ​ນັ້ນ ເຮໂຣດ​ຜູ້​ປົກຄອງ​ແຂວງ​ຄາລີເລ ໄດ້ຍິນ​ຄົນ​ເວົ້າ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ.</verse>
				<verse number="2">ເພິ່ນ​ຈຶ່ງ​ເວົ້າ​ຕໍ່​ພວກ​ຄົນໃຊ້​ຂອງຕົນ​ວ່າ, “ຊາຍ​ຜູ້​ນີ້​ແຫຼະ ແມ່ນ​ໂຢຮັນ​ບັບຕິສະໂຕ ລາວ​ເປັນ​ຄືນ​ມາ​ມີ​ຊີວິດ​ແລ້ວ. ດັ່ງນັ້ນ ຈຶ່ງ​ເປັນ​ເຫດ​ໃຫ້​ມີ​ຣິດອຳນາດ​ເຮັດ​ການ​ອັດສະຈັນ​ໄດ້​ຫລາຍ​ປະການ.”</verse>
				<verse number="3">ດ້ວຍວ່າ, ເຮໂຣດ​ໄດ້​ສັ່ງ​ຈັບ​ໂຢຮັນ​ລ່າມໂສ້ ແລະ​ນຳ​ໄປ​ຂັງ​ຄຸກ​ໄວ້ ເພາະ​ເຫັນ​ແກ່​ນາງ​ເຮໂຣເດຍ ເມຍ​ຂອງ​ຟີລິບ​ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງຕົນ.</verse>
				<verse number="4">ເພາະ​ໂຢຮັນ​ບັບຕິສະໂຕ​ໄດ້​ບອກ​ເຮໂຣດ​ຢູ່​ສະເໝີ​ວ່າ, “ບໍ່​ເປັນ​ການ​ຖືກຕ້ອງ​ທີ່​ທ່ານ​ເອົາ​ນາງ​ເຮໂຣເດຍ​ເປັນ​ເມຍ.”</verse>
				<verse number="5">ເຮໂຣດ​ຢາກ​ຈະ​ຂ້າ​ໂຢຮັນ​ເສຍ, ແຕ່​ເພິ່ນ​ຢ້ານ​ປະຊາຊົນ ເພາະ​ເຂົາ​ຖື​ໂຢຮັນ​ວ່າ​ເປັນ​ຜູ້ທຳນວາຍ.</verse>
				<verse number="6">ໃນ​ວັນ​ສະຫລອງ​ວັນ​ເກີດ​ຂອງ​ເຮໂຣດ ລູກສາວ​ຂອງ​ນາງ​ເຮໂຣເດຍ​ໄດ້​ຟ້ອນ​ລຳ​ຕໍ່ໜ້າ​ບັນດາ​ແຂກ​ທີ່​ຖືກ​ເຊີນ​ມາ ເຮໂຣດ​ພໍໃຈ​ຫລາຍ</verse>
				<verse number="7">ຈົນ​ເພິ່ນ​ສັນຍາ​ໂດຍ​ສາບານ​ກັບ​ນາງ​ວ່າ, “ເຮົາ​ຈະ​ໃຫ້​ທຸກສິ່ງ​ທີ່​ເຈົ້າ​ຂໍ.”</verse>
				<verse number="8">ນາງ​ຈຶ່ງ​ເຮັດ​ຕາມ​ຄຳແນະນຳ​ຂອງ​ແມ່ ນາງ​ກ່າວ​ວ່າ, “ຈົ່ງ​ເອົາ​ຫົວ​ໂຢຮັນ​ບັບຕິສະໂຕ​ໃສ່​ຖາດ​ມາ​ໃຫ້​ຂ້ານ້ອຍ​ໃນ​ທີ່​ນີ້.”</verse>
				<verse number="9">ຝ່າຍ​ກະສັດ​ກໍ​ເປັນທຸກໃຈ​ຢ່າງ​ໜັກ ແຕ່​ເພາະ​ຄຳສັນຍາ​ທີ່​ໄດ້​ໃຫ້​ໄວ້​ຊ້ອງໜ້າ​ແຂກ​ທັງໝົດ​ຂອງຕົນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ເຮັດ​ຕາມ​ທີ່​ນາງ​ໄດ້​ຂໍ.</verse>
				<verse number="10">ຄື​ເພິ່ນ​ສັ່ງ​ໃຫ້​ຄົນ​ໄປ​ຕັດ​ເອົາ​ຫົວ​ໂຢຮັນ​ຢູ່​ໃນ​ຄຸກ.</verse>
				<verse number="11">ແລ້ວ​ເຂົາ​ກໍ​ນຳ​ຫົວ​ໂຢຮັນ​ໃສ່​ຖາດ​ມາ​ມອບ​ໃຫ້​ຍິງ​ສາວ ແລະ​ນາງ​ກໍ​ມອບ​ຕໍ່​ໃຫ້​ແມ່​ຂອງຕົນ.</verse>
				<verse number="12">ພວກ​ລູກສິດ​ຂອງ​ໂຢຮັນ​ໄດ້​ມາ​ຮັບ​ເອົາ​ຊາກສົບ​ໄປ​ຝັງ, ແລ້ວ​ພວກເຂົາ​ກໍ​ໄປ​ບອກ​ໃຫ້​ພຣະເຢຊູເຈົ້າ​ຮູ້.</verse>
				<verse number="13">ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ຂ່າວ​ກ່ຽວກັບ​ໂຢຮັນ ພຣະອົງ​ກໍ​ສະເດັດ​ລົງ​ເຮືອ​ຈາກ​ທີ່​ນັ້ນ ໄປ​ບ່ອນທີ່​ມິດງຽບ​ຢູ່​ຕ່າງຫາກ, ເມື່ອ​ປະຊາຊົນ​ຮູ້​ເລື່ອງ​ນີ້ ຈຶ່ງ​ອອກ​ຈາກ​ເມືອງ​ຕ່າງໆ​ຍ່າງ​ຕິດຕາມ​ພຣະອົງ​ໄປ.</verse>
				<verse number="14">ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ອອກ​ຈາກ​ເຮືອ​ມາ ກໍ​ເຫັນ​ປະຊາຊົນ​ຝູງ​ໃຫຍ່ ພຣະອົງ​ຈຶ່ງ​ສົງສານ​ປະຊາຊົນ​ເຫຼົ່ານັ້ນ ແລະ​ພຣະອົງ​ໄດ້​ຊົງ​ໂຜດ​ຮັກສາ​ຄົນ​ທີ່​ເຈັບໄຂ້​ໄດ້ປ່ວຍ​ທັງຫລາຍ​ໃຫ້​ຫາຍ​ດີ.</verse>
				<verse number="15">ເມື່ອ​ເຖິງ​ຕອນແລງ​ພວກ​ສາວົກ​ກໍ​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ບ່ອນ​ນີ້​ກໍ​ເປັນ​ປ່າ​ບ່ອນ​ເປົ່າປ່ຽວ​ແລະ​ຄໍ່າ​ຫລາຍ​ແລ້ວ. ສະນັ້ນ ໃຫ້​ທ່ານ​ບອກ​ປະຊາຊົນ​ໃຫ້​ເລີກ​ເມືອ​ສາ ເພື່ອ​ໃຫ້​ພວກເຂົາ​ໄປ​ຕາມ​ໝູ່ບ້ານ​ຕ່າງໆ ຫາ​ຊື້​ອາຫານ​ສຳລັບ​ພວກເຂົາ​ເອງ.”</verse>
				<verse number="16">ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຂົາ​ບໍ່​ຈຳເປັນ​ຕ້ອງ​ເລີກ​ເມືອ​ດອກ ໃຫ້​ພວກເຈົ້າ​ເອົາ​ອາຫານ​ໃຫ້​ພວກເຂົາ​ກິນ​ສາ.”</verse>
				<verse number="17">ພວກເພິ່ນ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ມີ​ພຽງແຕ່​ເຂົ້າຈີ່​ຫ້າ​ກ້ອນ​ກັບ​ປາ​ສອງ​ໂຕ.”</verse>
				<verse number="18">ພຣະເຢຊູເຈົ້າ​ຕອບ​ວ່າ, “ຈົ່ງ​ເອົາ​ອັນ​ນັ້ນ​ມາ​ໃຫ້​ເຮົາ.”</verse>
				<verse number="19">ແລ້ວ​ພຣະອົງ​ກໍໄດ້​ສັ່ງ​ປະຊາຊົນ​ໃຫ້​ນັ່ງ​ລົງ​ເທິງ​ຫຍ້າ, ເມື່ອ​ພຣະອົງ​ຮັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ​ກັບ​ປາ​ສອງ​ໂຕ​ນັ້ນ​ແລ້ວ, ກໍ​ເງີຍ​ໜ້າ​ຂຶ້ນ​ສູ່​ທ້ອງຟ້າ ແລະ​ໂມທະນາ​ຂອບພຣະຄຸນ, ພຣະອົງ​ຫັກ​ເຂົ້າຈີ່​ແລ້ວ​ຍື່ນໃຫ້​ພວກ​ສາວົກ, ແລ້ວ​ພວກ​ສາວົກ​ກໍ​ຢາຍ​ໃຫ້​ປະຊາຊົນ.</verse>
				<verse number="20">ພວກເຂົາ​ໄດ້​ກິນ​ອີ່ມ​ທຸກຄົນ ແລ້ວ​ພວກ​ສາວົກ​ກໍ​ເກັບ​ຕ່ອນ​ທີ່​ເຫຼືອ​ນັ້ນ ໄດ້​ອີກ​ສິບສອງ​ກະບຸງ.</verse>
				<verse number="21">ຈຳນວນ​ຄົນ​ທີ່​ໄດ້​ກິນ​ນັ້ນ​ມີ​ປະມານ​ຫ້າພັນ​ຄົນ ໂດຍ​ບໍ່​ນັບ​ແມ່ຍິງ​ແລະ​ເດັກນ້ອຍ.</verse>
				<verse number="22">ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ກໍ​ຈັດ​ໃຫ້​ພວກ​ສາວົກ​ລົງ​ຂີ່​ເຮືອ​ຂ້າມ​ຟາກ​ໄປ​ກ່ອນ ຂະນະ​ດຽວກັນ​ພຣະອົງ​ກໍ​ບອກ​ປະຊາຊົນ​ໃຫ້​ເລີກ​ເມືອ.</verse>
				<verse number="23">ຫລັງຈາກ​ປະຊາຊົນ​ເລີກ​ເມືອ​ໝົດ​ແລ້ວ ພຣະອົງ​ກໍ​ຂຶ້ນ​ໄປ​ເທິງ​ພູ​ແຕ່​ຜູ້​ດຽວ ເພື່ອ​ພາວັນນາ​ອະທິຖານ. ເມື່ອ​ຄໍ່າ​ມາ ພຣະອົງ​ກໍ​ຍັງ​ຢູ່​ທີ່​ນັ້ນ​ແຕ່​ຜູ້​ດຽວ,</verse>
				<verse number="24">ສ່ວນ​ເຮືອ​ທີ່​ພວກ​ສາວົກ​ຂີ່​ໄປ​ນັ້ນ​ກໍ​ອອກ​ຫ່າງໄກ​ຈາກ​ຝັ່ງ ແລະ​ຖືກ​ຟອງ​ນໍ້າ​ທະເລສາບ​ຕີ​ພັດ​ໄປມາ ເພາະ​ເຮືອ​ຕ້ານ​ທວນ​ລົມ.</verse>
				<verse number="25">ລະຫວ່າງ​ສາມ​ໂມງ​ຂ້ອນ​ແຈ້ງ​ຫາ​ຫົກ​ໂມງ​ເຊົ້າ, ພຣະເຢຊູເຈົ້າ​ຊົງ​ຍ່າງ​ເທິງ​ໜ້າ​ນໍ້າ​ມາ​ຫາ​ພວກ​ສາວົກ.</verse>
				<verse number="26">ເມື່ອ​ພວກເພິ່ນ​ເຫັນ​ພຣະອົງ​ຍ່າງ​ເທິງ​ໜ້າ​ນໍ້າ ຕ່າງ​ກໍ​ສະທ້ານ​ຢ້ານກົວ​ທີ່ສຸດ​ໂດຍ​ຮ້ອງ​ຂຶ້ນ​ວ່າ, “ຜີ!” ພວກເພິ່ນ​ຮ້ອງ​ຂຶ້ນ​ດ້ວຍ​ຄວາມ​ຢ້ານ.</verse>
				<verse number="27">ແຕ່​ພຣະເຢຊູເຈົ້າ​ກ່າວ​ໂດຍ​ທັນທີ “ຈົ່ງ​ດີ​ໃຈ​ເຖີດ ແມ່ນ​ເຮົາ​ເອງ​ຢ່າສູ່ຢ້ານ.”</verse>
				<verse number="28">ແລ້ວ​ເປໂຕ​ກໍ​ເວົ້າ​ຂຶ້ນ​ວ່າ, “ພຣະອົງເຈົ້າ​ເອີຍ, ຖ້າ​ແມ່ນ​ທ່ານ​ແທ້ ໂຜດ​ສັ່ງ​ໃຫ້​ຂ້ານ້ອຍ​ຍ່າງ​ເທິງ​ໜ້າ​ນໍ້າ​ໄປ​ຫາ​ທ່ານ​ແດ່ທ້ອນ.”</verse>
				<verse number="29">ພຣະເຢຊູເຈົ້າ​ຕອບ​ວ່າ, “ມາແມ.” ດັ່ງນັ້ນ ເປໂຕ​ຈຶ່ງ​ອອກ​ຈາກ​ເຮືອ​ຍ່າງ​ເທິງ​ໜ້າ​ນໍ້າ​ໄປ​ຫາ​ພຣະເຢຊູເຈົ້າ.</verse>
				<verse number="30">ແຕ່​ເມື່ອ​ເປໂຕ​ເຫັນ​ລົມ​ພັດ​ມາ​ແຮງ​ກໍ​ຢ້ານ ແລະ​ກຳລັງ​ຈະ​ຈົມ​ລົງ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ພຣະອົງເຈົ້າ​ເອີຍ ຊ່ວຍ​ຂ້ານ້ອຍ​ແດ່ທ້ອນ.”</verse>
				<verse number="31">ໃນ​ທັນໃດນັ້ນ ພຣະເຢຊູເຈົ້າ​ກໍ​ເດ່​ມື​ອອກ​ໄປ​ຈັບ​ລາວ​ໄວ້ ແລ້ວ​ກ່າວ​ວ່າ, “ໂອ ຜູ້​ມີ​ຄວາມເຊື່ອ​ໜ້ອຍ​ເອີຍ ເປັນຫຍັງ​ຈຶ່ງ​ສົງໄສ?”</verse>
				<verse number="32">ເມື່ອ​ທັງສອງ​ໄດ້​ຂຶ້ນ​ໄປ​ໃນ​ເຮືອ​ແລ້ວ ລົມ​ກໍ​ເຊົາ​ພັດ.</verse>
				<verse number="33">ແລ້ວ​ພວກ​ສາວົກ​ທີ່​ຢູ່​ໃນ​ເຮືອ​ນັ້ນ ກໍ​ກົ້ມ​ລົງ​ຂາບ​ພຣະເຢຊູເຈົ້າ ແລ້ວ​ເວົ້າ​ວ່າ, “ພຣະອົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ແທ້ຈິງ.”</verse>
				<verse number="34">ເມື່ອ​ໄດ້​ຂ້າມ​ທະເລສາບ​ມາ​ເຖິງ​ຂົງເຂດ​ເຄັນເນຊາເຣັດ​ແລ້ວ.</verse>
				<verse number="35">ປະຊາຊົນ​ໃນ​ເມືອງ​ນີ້​ຈື່​ພຣະອົງ​ໄດ້ ແລ້ວ​ກໍ​ໃຊ້​ຄົນ​ໄປ​ບອກ​ຂ່າວ​ການ​ມາ​ຂອງ​ພຣະອົງ ໄປ​ທົ່ວ​ທຸກ​ຂົງເຂດ​ນັ້ນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ນຳ​ຜູ້​ທີ່​ເຈັບປ່ວຍ​ທຸກຄົນ​ມາ​ຫາ​ພຣະອົງ.</verse>
				<verse number="36">ພວກເຂົາ​ຂໍຮ້ອງ​ນຳ​ພຣະອົງ ພຽງແຕ່​ໃຫ້​ຄົນ​ເຈັບປ່ວຍ​ໄດ້​ບາຍ​ແຄມ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ ແລະ​ຜູ້​ທີ່​ໄດ້​ບາຍ​ກໍດີ​ເປັນ​ປົກກະຕິ​ທຸກຄົນ.</verse>
			</chapter>
			<chapter number="15">
				<verse number="1">ຕໍ່ມາ ພວກ​ຟາຣີຊາຍ​ແລະ​ພວກ​ທຳມະຈານ​ບາງຄົນ ໄດ້​ອອກ​ມາ​ຈາກ​ນະຄອນ​ເຢຣູຊາເລັມ, ເພື່ອ​ພົບ​ພຣະເຢຊູເຈົ້າ ແລະ​ຖາມ​ພຣະອົງ​ວ່າ,</verse>
				<verse number="2">“ເປັນຫຍັງ​ພວກ​ສາວົກ​ຂອງທ່ານ ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ ທີ່​ສືບທອດ​ມາ​ຈາກ​ບັນພະບຸລຸດ​ບູຮານ? ດ້ວຍວ່າ, ພວກເຂົາ​ບໍ່ໄດ້​ລ້າງ​ມື​ຕາມ​ທຳນຽມ​ກ່ອນ​ຮັບປະທານ​ອາຫານ.”</verse>
				<verse number="3">ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າ ດ້ວຍ​ເຫັນ​ແກ່​ທຳນຽມ​ທີ່​ສືບທອດ​ຕໍ່​ກັນ​ມາ?</verse>
				<verse number="4">ເພາະ​ພຣະເຈົ້າ​ກ່າວ​ວ່າ, ‘ຈົ່ງ​ນັບຖື​ພໍ່​ແມ່​ຂອງຕົນ’ ແລະ ‘ຜູ້ໃດ​ທີ່​ໝິ່ນປະໝາດ​ພໍ່​ແມ່​ຂອງຕົນ, ຜູ້ນັ້ນ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ.’</verse>
				<verse number="5">ແຕ່​ພວກເຈົ້າ​ກັບ​ສັ່ງສອນ​ວ່າ, ຖ້າ​ຄົນ​ໜຶ່ງ​ມີ​ສິ່ງ​ຂອງ​ທີ່​ຕົນ​ອາດ​ຊ່ວຍເຫລືອ​ພໍ່​ແມ່​ຂອງຕົນ​ໄດ້ ແລ້ວ​ອ້າງ​ສິ່ງ​ນັ້ນ​ວ່າ, ‘ເປັນ​ຂອງ​ຖວາຍ​ແດ່​ພຣະເຈົ້າ’</verse>
				<verse number="6">ຜູ້ນັ້ນ​ຈຶ່ງ​ບໍ່​ຕ້ອງ​ນັບຖື​ພໍ່​ຂອງຕົນ. ການ​ທີ່​ພວກເຈົ້າ​ເຮັດ​ເຊັ່ນ​ນັ້ນ ກໍ​ເປັນ​ການ​ທຳລາຍ​ຄຸນຄ່າ​ແຫ່ງ​ພຣະທຳ​ຂອງ​ພຣະເຈົ້າ, ເພື່ອ​ເຫັນ​ແກ່​ທຳນຽມ​ທີ່​ພວກເຈົ້າ​ສັ່ງສອນ​ຖ່າຍທອດ​ສືບຕໍ່​ກັນ​ມາ.</verse>
				<verse number="7">ພວກ​ຄົນ​ໜ້າຊື່​ໃຈຄົດ​ເອີຍ ເອຊາຢາ​ໄດ້​ທຳນວາຍ​ໄວ້​ເຖິງ​ພວກເຈົ້າ​ກໍ​ຖືກຕ້ອງ​ຄັກແນ່​ແລ້ວ​ທີ່​ວ່າ,</verse>
				<verse number="8">‘ຄົນ​ເຫຼົ່ານີ້​ໃຫ້ກຽດ​ເຮົາ​ແຕ່​ປາກ ສ່ວນ​ຈິດໃຈ​ຫ່າງ​ໄກ​ຈາກ​ເຮົາ.</verse>
				<verse number="9">ການ​ທີ່​ພວກເຂົາ​ນະມັດສະການ​ເຮົາ​ນັ້ນ ເປັນ​ການ​ໄຮ້​ປະໂຫຍດ ເພາະ​ພວກເຂົາ​ເອົາ​ຄຳສັ່ງສອນ ຕາມ​ທຳນຽມ​ຂອງ​ມະນຸດ ມາ​ຕູ່​ຫາ​ວ່າ​ເປັນ​ຄຳສັ່ງສອນ​ຂອງເຮົາ.”’</verse>
				<verse number="10">ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ເອີ້ນ​ປະຊາຊົນ​ໃຫ້​ມາ​ຫາ​ພຣະອົງ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ຟັງ​ແລະ​ເຂົ້າໃຈ​ເອົາ​ສາ</verse>
				<verse number="11">ບໍ່ແມ່ນ​ສິ່ງ​ທີ່​ມະນຸດ​ກິນ​ເຂົ້າ​ໄປ​ໃນ​ປາກ​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ, ແຕ່​ແມ່ນ​ສິ່ງ​ທີ່​ອອກ​ມາ​ຈາກ​ປາກ​ນັ້ນ​ແຫຼະ ທີ່​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ.”</verse>
				<verse number="12">ແລ້ວ​ພວກ​ສາວົກ​ກໍ​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ທ່ານ​ຮູ້​ບໍ່​ວ່າ​ຄຳ​ທີ່​ທ່ານ​ກ່າວ​ນັ້ນ ຕຳ​ໃຈ​ພວກ​ຟາຣີຊາຍ?”</verse>
				<verse number="13">ພຣະເຢຊູເຈົ້າ​ຕອບ​ວ່າ, “ຕົ້ນໄມ້​ທຸກ​ຕົ້ນ​ທີ່​ພຣະບິດາເຈົ້າ​ຂອງເຮົາ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ບໍ່ໄດ້​ປູກ​ໄວ້​ກໍ​ຈະ​ຖືກ​ຫລົກ​ຖິ້ມ.</verse>
				<verse number="14">ຢ່າ​ສົນ​ນຳ​ພວກເຂົາ​ເທາະ! ພວກເຂົາ​ເປັນ​ຄົນ​ຕາບອດ​ນຳ​ຄົນ​ຕາບອດ ແລະ​ເມື່ອ​ຄົນ​ຕາບອດ​ຈູງ​ຄົນ​ຕາບອດ​ໄປ ເຂົາ​ທັງສອງ​ກໍ​ຕົກລົງ​ໃນ​ຂຸມ.”</verse>
				<verse number="15">ເປໂຕ​ເວົ້າ​ຂຶ້ນ​ວ່າ, “ໂຜດ​ອະທິບາຍ​ຄຳອຸປະມາ​ນີ້ ສູ່​ພວກ​ຂ້ານ້ອຍ​ຟັງ​ແດ່.”</verse>
				<verse number="16">ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ກໍ​ຍັງ​ບໍ່​ເຂົ້າໃຈ​ເໝືອນກັນ​ກັບ​ພວກເຂົາ​ບໍ?</verse>
				<verse number="17">ພວກເຈົ້າ​ບໍ່​ເຂົ້າໃຈ​ບໍ​ວ່າ ທຸກສິ່ງ​ທີ່​ມະນຸດ​ກິນ​ເຂົ້າ​ໄປ ກໍ​ລົງ​ໃນ​ທ້ອງ​ແລ້ວ​ກໍ​ຖ່າຍ​ອອກ​ມາ.</verse>
				<verse number="18">ແຕ່​ສິ່ງ​ທີ່​ອອກ​ມາ​ຈາກ​ປາກ​ກໍ​ອອກ​ມາ​ຈາກ​ໃຈ ສິ່ງ​ນີ້​ແຫຼະ ທີ່​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ.</verse>
				<verse number="19">ເພາະ​ຄວາມ​ຄິດ​ຊົ່ວ ຊຶ່ງ​ນຳ​ໄປ​ສູ່​ການ​ຂ້າ​ຄົນ, ການ​ຫລິ້ນຊູ້​ສູ່​ຜົວເມຍ ແລະ​ການ​ຜິດ​ສິນທຳ​ທາງ​ເພດ, ການ​ລັກ, ການ​ກ່າວ​ຄຳ​ພະຍານ​ບໍ່​ຈິງ ແລະ​ການ​ກ່າວຮ້າຍ​ປ້າຍສີ​ຜູ້​ອື່ນ ແມ່ນ​ສິ່ງ​ທີ່​ອອກ​ມາ​ຈາກ​ໃຈ​ມະນຸດ.</verse>
				<verse number="20">ສິ່ງ​ເຫຼົ່ານີ້​ແຫຼະ ທີ່​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ, ແຕ່​ການ​ຮັບປະທານ​ອາຫານ​ໂດຍ​ບໍ່ໄດ້​ລ້າງ​ມື​ກ່ອນ​ນັ້ນ ບໍ່ໄດ້​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ.”</verse>
				<verse number="21">ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຈາກ​ທີ່​ນັ້ນ​ໄປ​ສູ່​ເຂດແດນ​ເມືອງ​ຕີເຣ​ແລະ​ຊີໂດນ.</verse>
				<verse number="22">ມີ​ຍິງ​ຊາວ​ການາອານ​ຜູ້ໜຶ່ງ ຢູ່​ໃນ​ຂົງເຂດ​ນີ້​ໄດ້​ມາ​ຫາ​ພຣະອົງ ຮ້ອງ​ຂຶ້ນ​ວ່າ, “ພຣະອົງເຈົ້າ​ຜູ້​ເປັນ​ບຸດ​ດາວິດ​ເອີຍ ຂໍໂຜດ​ເມດຕາ​ຂ້ານ້ອຍ​ແດ່ທ້ອນ ຜີມານຮ້າຍ​ສິງ​ລູກສາວ​ຂອງ​ຂ້ານ້ອຍ ແລະ​ມີ​ຄວາມ​ທຸກ​ທໍລະມານ​ຫລາຍ​ຍ້ອນ​ມັນ​ບັງຄັບ.”</verse>
				<verse number="23">ແຕ່​ພຣະອົງ​ບໍ່ໄດ້​ກ່າວ​ຈັກ​ຄຳ​ແກ່​ນາງ, ພວກ​ສາວົກ​ມາ​ຫາ​ພຣະອົງ ແລະ​ຂໍຮ້ອງ​ວ່າ, “ບອກ​ນາງ​ໜີ​ສາ ເພາະ​ນາງ​ຮ້ອງ​ຕາມ​ພວກເຮົາ​ມາ.”</verse>
				<verse number="24">ແລ້ວ​ພຣະອົງ​ກໍ​ຕອບ​ວ່າ, “ເຮົາ​ຖືກ​ໃຊ້​ມາ​ຫາ​ຝູງແກະ​ທີ່​ເສຍ​ໄປ ໃນ​ຊາດ​ອິດສະຣາເອນ​ເທົ່ານັ້ນ.”</verse>
				<verse number="25">ຝ່າຍ​ຍິງ​ຜູ້​ນີ້​ກໍ​ມາ​ຂາບລົງ​ທີ່​ຕີນ​ຂອງ​ພຣະອົງ ແລ້ວ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ໂຜດ​ຊ່ວຍ​ຂ້ານ້ອຍ​ແດ່ທ້ອນ.”</verse>
				<verse number="26">ພຣະອົງ​ຕອບ​ວ່າ, “ບໍ່​ເປັນ​ການ​ສົມຄວນ​ທີ່​ຈະ​ເອົາ​ອາຫານ​ຂອງ​ລູກ​ໂຍນ​ໃຫ້​ໝາ.”</verse>
				<verse number="27">ຍິງ​ຜູ້ນັ້ນ​ຕອບ​ວ່າ, “ຈິງ​ຢູ່​ພຣະອົງເຈົ້າ​ເອີຍ ແມ່ນແຕ່​ໝາ​ກໍ​ຍັງ​ໄດ້​ກິນ​ເສດ​ອາຫານ ທີ່​ຕົກ​ຈາກ​ໂຕະ​ນາຍ​ຂອງ​ມັນ.”</verse>
				<verse number="28">ແລ້ວ​ພຣະເຢຊູເຈົ້າ​ກໍ​ຕອບ​ນາງ​ວ່າ, “ເຈົ້າ​ເປັນ​ຍິງ​ທີ່​ມີ​ຄວາມເຊື່ອ​ຍິ່ງໃຫຍ່​ຫລາຍ ຈົ່ງ​ໃຫ້​ເປັນ​ໄປ​ຕາມ​ທີ່​ເຈົ້າ​ຕ້ອງການ​ເທີ້ນ.” ໃນ​ເວລາ​ດຽວກັນ​ນັ້ນ ລູກສາວ​ຂອງ​ນາງ​ກໍ​ຫາຍ​ດີ​ແລ້ວ.</verse>
				<verse number="29">ພຣະເຢຊູເຈົ້າ​ໄດ້​ຈາກ​ທີ່​ນັ້ນ ລຽບ​ໄປ​ຕາມ​ແຄມ​ທະເລສາບ​ຄາລີເລ, ພຣະອົງ​ໄດ້​ຂຶ້ນ​ໄປ​ໂນນ​ພູ ແລະ​ນັ່ງ​ລົງ​ທີ່​ນັ້ນ.</verse>
				<verse number="30">ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ມາ​ຫາ​ພຣະອົງ ພວກເຂົາ​ພາ​ຄົນ​ຂາຫ້ານ, ຄົນ​ຕາບອດ, ຄົນ​ແຂນ​ຂາ​ພິການ, ຄົນ​ປາກກືກ ແລະ​ຄົນ​ເຈັບປ່ວຍ​ຊະນິດ​ຕ່າງໆ​ຢ່າງ​ຫລວງຫລາຍ ມາ​ວາງ​ໄວ້​ທີ່​ຕີນ​ຂອງ​ພຣະອົງ ແລະ​ພຣະອົງ​ກໍ​ຊົງ​ໂຜດ​ຮັກສາ​ທຸກຄົນ​ໃຫ້​ຫາຍ​ດີ.</verse>
				<verse number="31">ຝ່າຍ​ປະຊາຊົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ເມື່ອ​ພວກເຂົາ​ເຫັນ​ຄົນ​ປາກກືກ​ເວົ້າ​ໄດ້, ຄົນ​ແຂນ​ຂາ​ພິການ​ດີ​ເປັນ​ປົກກະຕິ, ຄົນ​ຂາຫ້ານ​ຍ່າງ​ໄດ້ ແລະ​ຄົນ​ຕາບອດ​ເຫັນ​ຮຸ່ງ​ໄດ້, ແລ້ວ​ພວກເຂົາ​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.</verse>
				<verse number="32">ພຣະເຢຊູເຈົ້າ​ໄດ້​ເອີ້ນ​ເອົາ​ພວກ​ສາວົກ​ຂອງ​ພຣະອົງ​ມາ ແລະ​ກ່າວ​ວ່າ, “ເຮົາ​ສົງສານ​ຄົນ​ເຫຼົ່ານີ້ ເພາະ​ພວກເຂົາ​ຢູ່​ກັບ​ເຮົາ​ໄດ້​ສາມ​ວັນ​ແລ້ວ ແລະ​ບັດນີ້​ບໍ່ມີ​ຫຍັງ​ກິນ, ເຮົາ​ບໍ່​ຢາກ​ບອກ​ພວກເຂົາ​ໃຫ້​ເລີກ​ເມືອ​ໂດຍ​ທີ່​ຍັງ​ຫິວ​ຢູ່ ເພາະ​ພວກເຂົາ​ອາດ​ອິດອ່ອນ​ເມື່ອຍແຮງ​ຕາມ​ທາງ​ກັບ​ເມືອ​ກໍໄດ້.”</verse>
				<verse number="33">ພວກ​ສາວົກ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເຊັ່ນ​ນີ້ ພວກ​ຂ້ານ້ອຍ​ຈະ​ຫາ​ອາຫານ​ມາ​ແຕ່​ໃສ ພໍ​ໃຫ້​ປະຊາຊົນ​ເຫຼົ່ານີ້​ກິນ​ອີ່ມ?”</verse>
				<verse number="34">ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ມີ​ເຂົ້າຈີ່​ຈັກ​ກ້ອນ?” ພວກເພິ່ນ​ຕອບ​ວ່າ, “ມີ​ເຈັດ​ກ້ອນ​ແລະ​ປານ້ອຍ​ສອງ​ສາມ​ໂຕ.”</verse>
				<verse number="35">ດັ່ງນັ້ນ ພຣະອົງ​ຈຶ່ງ​ສັ່ງ​ປະຊາຊົນ​ໃຫ້​ນັ່ງ​ລົງ​ກັບ​ພື້ນດິນ.</verse>
				<verse number="36">ແລ້ວ​ພຣະອົງ​ກໍ​ຮັບ​ເອົາ​ເຂົ້າຈີ່​ເຈັດ​ກ້ອນ​ກັບ​ປາ, ເມື່ອ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ​ກໍ​ຫັກ​ຍື່ນໃຫ້​ພວກ​ສາວົກ ແລະ​ພວກ​ສາວົກ​ກໍ​ຢາຍ​ໃຫ້​ແກ່​ປະຊາຊົນ.</verse>
				<verse number="37">ທຸກຄົນ​ຕ່າງ​ກໍ​ກິນ​ອີ່ມ ສ່ວນ​ອາຫານ​ທີ່​ເຫຼືອ ພວກເພິ່ນ​ເກັບ​ໄດ້​ເຈັດ​ກະບຸງ​ເຕັມ.</verse>
				<verse number="38">ຈຳນວນ​ປະຊາຊົນ​ທີ່​ໄດ້​ຮັບ​ກິນ​ນັ້ນ ມີ​ຜູ້ຊາຍ​ສີ່ພັນ​ຄົນ​ໂດຍ​ບໍ່ໄດ້​ນັບ​ແມ່ຍິງ​ແລະ​ເດັກນ້ອຍ.</verse>
				<verse number="39">ແລ້ວ​ພຣະເຢຊູເຈົ້າ​ກໍ​ບອກ​ປະຊາຊົນ​ໃຫ້​ເລີກ​ເມືອ, ສ່ວນ​ພຣະອົງ​ນັ້ນ​ສະເດັດ​ຂຶ້ນ​ເຮືອ ແລະ​ໄດ້​ໄປ​ສູ່​ຂົງເຂດ​ມາຄາດານ.</verse>
			</chapter>
			<chapter number="16">
				<verse number="1">ພວກ​ຟາຣີຊາຍ​ແລະ​ພວກ​ຊາດູກາຍ ໄດ້​ມາ​ທົດລອງ​ພຣະເຢຊູເຈົ້າ, ພວກເຂົາ​ຂໍ​ໃຫ້​ພຣະອົງ​ເຮັດ​ໝາຍສຳຄັນ​ຢ່າງ​ໜຶ່ງ ຈາກ​ສະຫວັນ​ໃຫ້​ພວກເຂົາ​ເຫັນ.</verse>
				<verse number="2">ພຣະອົງ​ຊົງ​ຕອບ​ພວກເຂົາ​ວ່າ, “ເມື່ອ​ຄໍ່າ​ມາ ພວກເຈົ້າ​ເຄີຍ​ເວົ້າ​ວ່າ, ‘ອາກາດ​ຈະ​ດີ​ເພາະ​ທ້ອງຟ້າ​ມີ​ສີແດງ.’</verse>
				<verse number="3">ແລະ​ຕອນເຊົ້າ​ພວກເຈົ້າ​ກໍ​ເຄີຍ​ເວົ້າ​ວ່າ, ‘ວັນ​ນີ້​ຝົນ​ຈະ​ຕົກ​ເພາະ​ທ້ອງຟ້າ​ມີ​ສີແດງ​ເຂັ້ມ​ແລະ​ມືດ​ຄື້ມ.’ ພວກເຈົ້າ​ສັງເກດ​ອາກາດ​ລ່ວງໜ້າ​ໄດ້​ໂດຍ​ເບິ່ງ​ທ້ອງຟ້າ, ແຕ່​ພວກເຈົ້າ​ສັງເກດ​ໝາຍສຳຄັນ​ເຖິງ​ຍຸກ​ສະໄໝ​ນີ້​ບໍ່ໄດ້.</verse>
				<verse number="4">ຄົນ​ໃນ​ຍຸກ​ນີ້​ຊົ່ວຊ້າ ແລະ​ກະບົດ​ຕໍ່​ພຣະເຈົ້າ ຈະ​ບໍ່​ຊົງ​ໂຜດ​ໝາຍສຳຄັນ​ການ​ອັດສະຈັນ​ໃຫ້​ພວກເຂົາ ນອກຈາກ​ໝາຍສຳຄັນ​ຂອງ​ໂຢນາ.” ແລ້ວ​ພຣະອົງ​ຈຶ່ງ​ສະເດັດ​ໜີ​ຈາກ​ພວກເຂົາ​ໄປ.</verse>
				<verse number="5">ເມື່ອ​ພວກ​ສາວົກ​ຂ້າມ​ມາ​ຮອດ​ຝັ່ງ​ອີກ​ດ້ານ​ໜຶ່ງ ແລ້ວ​ພວກເຂົາ​ກໍ​ລືມ​ເອົາ​ເຂົ້າຈີ່​ມາ​ນຳ.</verse>
				<verse number="6">ພຣະເຢຊູເຈົ້າ​ໄດ້​ບອກ​ເຕືອນ​ພວກເພິ່ນ​ວ່າ, “ຈົ່ງ​ລະວັງ ສັງເກດ​ໃຫ້​ດີ​ຕໍ່​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ​ແລະ​ພວກ​ຊາດູກາຍ.”</verse>
				<verse number="7">ແລ້ວ​ພວກ​ສາວົກ​ກໍ​ເວົ້າ​ກັນ​ໃນ​ພວກເພິ່ນ​ວ່າ, “ຄົງ​ຈະ​ແມ່ນ​ຍ້ອນ​ພວກເຮົາ​ບໍ່ໄດ້​ເອົາ​ເຂົ້າຈີ່​ມາ​ນຳ.”</verse>
				<verse number="8">ແຕ່​ພຣະເຢຊູເຈົ້າ​ຮູ້​ເລື່ອງ​ທີ່​ພວກເພິ່ນ​ເວົ້າ​ກັນ​ຢູ່, ຈຶ່ງ​ກ່າວ​ຕໍ່​ພວກເພິ່ນ​ວ່າ, “ໂອ ຜູ້​ມີ​ຄວາມເຊື່ອ​ໜ້ອຍ​ເອີຍ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ກັນ​ເຖິງ​ເລື່ອງ​ບໍ່ມີ​ເຂົ້າຈີ່?</verse>
				<verse number="9">ພວກເຈົ້າ​ຍັງ​ບໍ່​ເຂົ້າໃຈ​ແລະ​ຈື່​ບໍ່ໄດ້​ບໍ? ເລື່ອງ​ເຂົ້າຈີ່​ຫ້າ​ກ້ອນ​ສຳລັບ​ຫ້າພັນ​ຄົນ​ນັ້ນ ພວກເຈົ້າ​ເກັບ​ໄດ້​ຈັກ​ກະບຸງ?</verse>
				<verse number="10">ກັບ​ເລື່ອງ​ເຂົ້າຈີ່​ເຈັດ​ກ້ອນ​ສຳລັບ​ສີ່ພັນ​ຄົນ ພວກເຈົ້າ​ເກັບ​ໄດ້​ຈັກ​ກະບຸງ?</verse>
				<verse number="11">ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຂົ້າໃຈ​ວ່າ ເຮົາ​ບໍ່ໄດ້​ເວົ້າ​ເຖິງ​ເລື່ອງ​ເຂົ້າຈີ່? ແຕ່​ໃຫ້​ພວກເຈົ້າ​ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ​ແລະ​ພວກ​ຊາດູກາຍ.”</verse>
				<verse number="12">ແລ້ວ​ພວກ​ສາວົກ​ກໍ​ເຂົ້າໃຈ​ວ່າ ພຣະອົງ​ບໍ່ໄດ້​ເຕືອນ​ພວກເພິ່ນ​ໃຫ້​ລະວັງ​ເລື່ອງ​ເຊື້ອແປ້ງ​ໃນ​ເຂົ້າຈີ່, ແຕ່​ໃຫ້​ລະວັງ​ຄຳສັ່ງສອນ​ຂອງ​ພວກ​ຟາຣີຊາຍ​ແລະ​ພວກ​ຊາດູກາຍ.</verse>
				<verse number="13">ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ເຂົ້າ​ໄປ​ໃນ​ຂົງເຂດ​ກາຍຊາເຣຍ​ແຫ່ງ​ຟີລິບປອຍ ພຣະອົງ​ຖາມ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ຄົນ​ທັງຫລາຍ​ເວົ້າ​ກັນ​ວ່າ​ບຸດ​ມະນຸດ​ເປັນ​ຜູ້ໃດ?”</verse>
				<verse number="14">ພວກເພິ່ນ​ຕອບ​ວ່າ, “ບາງຄົນ​ເວົ້າ​ວ່າ​ທ່ານ​ເປັນ​ໂຢຮັນ​ບັບຕິສະໂຕ ຄົນອື່ນ​ເວົ້າ​ວ່າ​ທ່ານ​ເປັນ​ເອລີຢາ, ສ່ວນ​ຄົນ​ອື່ນ​ອີກ​ເວົ້າ​ວ່າ​ທ່ານ​ເປັນ​ເຢເຣມີຢາ ຫລື​ເປັນ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໃນ​ບັນດາ​ຜູ້ທຳນວາຍ.”</verse>
				<verse number="15">ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ແລ້ວ​ພວກເຈົ້າ​ເດ ວ່າ​ເຮົາ​ເປັນ​ຜູ້ໃດ?”</verse>
				<verse number="16">ຊີໂມນ​ເປໂຕ​ຕອບ​ວ່າ, “ພຣະອົງ​ເປັນ​ພຣະຄຣິດ ພຣະບຸດ​ຂອງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນ​ຢູ່.”</verse>
				<verse number="17">ພຣະເຢຊູເຈົ້າ​ກ່າວ​ກັບ​ເປໂຕ​ວ່າ, “ຊີໂມນ​ບາຣະ​ໂຢນາ​ເອີຍ ເຈົ້າ​ກໍ​ເປັນ​ສຸກ ເພາະວ່າ​ບໍ່ແມ່ນ​ມະນຸດ​ທີ່​ເປີດເຜີຍ​ຄວາມຈິງ​ນີ້​ໃຫ້​ເຈົ້າ​ຮູ້ ແຕ່​ແມ່ນ​ພຣະບິດາເຈົ້າ​ຂອງເຮົາ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ.</verse>
				<verse number="18">ຝ່າຍ​ເຮົາ​ຈຶ່ງ​ບອກ​ວ່າ ເຈົ້າ​ຄື​ເປໂຕ ເທິງ​ສີລາ​ກ້ອນ​ນີ້​ເຮົາ​ຈະ​ສ້າງ​ຄຣິສຕະຈັກ​ຂອງເຮົາ​ຂຶ້ນ ແລະ​ປະຕູ​ແຫ່ງ​ແດນ​ມໍຣະນາ​ຈະ​ເອົາ​ຊະນະ​ຄຣິສຕະຈັກ​ນີ້​ບໍ່ໄດ້.</verse>
				<verse number="19">ເຮົາ​ຈະ​ມອບ​ຂໍ​ກະແຈ​ແຫ່ງ​ຣາຊອານາຈັກ​ສະຫວັນ​ໃຫ້​ເຈົ້າ ສິ່ງໃດ​ທີ່​ພວກເຈົ້າ​ຜູກ​ມັດ​ໄວ້​ເທິງ​ແຜ່ນດິນ​ໂລກ​ນີ້ ສິ່ງ​ນັ້ນ​ຈະ​ຖືກ​ຜູກ​ມັດ​ໄວ້​ໃນ​ສະຫວັນ ແລະ​ສິ່ງໃດ​ທີ່​ພວກເຈົ້າ​ຈະ​ແກ້​ເທິງ​ແຜ່ນດິນ​ໂລກ​ນີ້ ສິ່ງ​ນັ້ນ​ຈະ​ຖືກ​ແກ້​ໃຫ້​ຫລຸດ​ເສຍ​ແລ້ວ​ໃນ​ສະຫວັນ.”</verse>
				<verse number="20">ແລ້ວ​ພຣະເຢຊູເຈົ້າ​ກໍ​ສັ່ງ​ຫ້າມ​ພວກ​ສາວົກ​ຂອງ​ພຣະອົງ ບໍ່​ໃຫ້​ບອກ​ຜູ້ໃດ​ວ່າ​ພຣະອົງ​ເປັນ​ພຣະຄຣິດ.</verse>
				<verse number="21">ຕັ້ງແຕ່​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ເລີ່ມ​ອະທິບາຍ​ໃຫ້​ພວກ​ສາວົກ​ຟັງ ໂດຍ​ກ່າວ​ວ່າ, “ເຮົາ​ຈຳເປັນ​ຕ້ອງ​ໄປ​ນະຄອນ​ເຢຣູຊາເລັມ ແລະ​ຕ້ອງ​ຮັບ​ຄວາມ​ທົນທຸກ​ທໍລະມານ​ຢ່າງ​ໜັກ​ຈາກ​ພວກ​ເຖົ້າແກ່ ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ, ເຮົາ​ຈະ​ຖືກ​ຂ້າ ແຕ່​ໃນ​ວັນ​ຖ້ວນ​ສາມ​ເຮົາ​ຈະ​ເປັນ​ຄືນ​ມາ​ຈາກ​ຕາຍ​ສູ່​ຊີວິດ.”</verse>
				<verse number="22">ດັ່ງນັ້ນ ເປໂຕ​ຈຶ່ງ​ພາ​ພຣະອົງ​ຫລີກ​ໄປ​ຕ່າງຫາກ ແລະ​ເລີ່ມ​ຕຳໜິ​ຫ້າມ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ຂໍ​ພຣະເຈົ້າ​ຢ່າ​ໃຫ້​ເປັນ​ດັ່ງນັ້ນ​ເລີຍ ເຫດການ​ຢ່າງ​ນີ້​ຈະ​ບໍ່​ເກີດຂຶ້ນ​ກັບ​ພຣະອົງ​ຈັກເທື່ອ.”</verse>
				<verse number="23">ພຣະອົງ​ຈຶ່ງ​ຫັນ​ກັບ​ມາ​ຫາ​ເປໂຕ ແລະ​ເວົ້າ​ວ່າ, “ອ້າຍ​ມານຊາຕານ ຈົ່ງ​ຖອຍ​ໜີໄປ​ໃຫ້​ໄກ​ຈາກ​ເຮົາ ເຈົ້າ​ເປັນ​ສິ່ງ​ກີດຂວາງ​ທາງ​ເດີນ​ຂອງເຮົາ ເພາະ​ເຈົ້າ​ບໍ່ໄດ້​ຄິດ​ຢ່າງ​ພຣະເຈົ້າ ແຕ່​ຄິດ​ຢ່າງ​ມະນຸດ.”</verse>
				<verse number="24">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຖ້າ​ຜູ້ໃດ​ຢາກ​ຕາມ​ເຮົາ​ມາ ໃຫ້​ຜູ້ນັ້ນ​ຕັດ​ສິດ​ຂອງຕົນ, ຮັບ​ແບກ​ໄມ້ກາງແຂນ​ຂອງຕົນ​ແລ້ວ​ຕິດຕາມ​ເຮົາ​ມາ.</verse>
				<verse number="25">ເພາະ​ຜູ້ໃດ​ຢາກ​ຮັກສາ​ຊີວິດ​ຂອງຕົນ​ໄວ້​ໃຫ້​ພົ້ນ ຜູ້ນັ້ນ​ຈະ​ເສຍ​ຊີວິດ, ແຕ່​ຜູ້ໃດ​ທີ່​ຈະ​ເສຍ​ຊີວິດ​ຂອງຕົນ​ເພື່ອ​ເຫັນ​ແກ່​ເຮົາ ຜູ້ນັ້ນ​ຈະ​ໄດ້​ພົບ​ຊີວິດ​ນັ້ນ.</verse>
				<verse number="26">ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ໄດ້​ຊັບສົມບັດ​ໝົດ​ທັງ​ໂລກ ແຕ່​ຕ້ອງ​ເສຍ​ຊີວິດ​ອັນ​ແທ້​ຂອງຕົນ ຄົນ​ນັ້ນ​ຈະ​ໄດ້​ປະໂຫຍດ​ອັນ​ໃດ? ຫລື​ຄົນ​ນັ້ນ​ຈະ​ເອົາ​ສິ່ງໃດ​ມາ​ແລກ​ເອົາ​ຊີວິດ​ອັນ​ແທ້ຈິງ​ຂອງຕົນ​ຄືນ​ໄດ້?</verse>
				<verse number="27">ເພາະ​ບຸດ​ມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າຣາສີ​ແຫ່ງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ຝູງ​ເທວະດາ​ຂອງ​ພຣະອົງ, ເມື່ອນັ້ນ​ທ່ານ​ຈະ​ໃຫ້​ບຳເໜັດ​ແກ່​ທຸກຄົນ ຕາມ​ການ​ກະທຳ​ຂອງຕົນ.</verse>
				<verse number="28">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ພວກເຈົ້າ​ທີ່​ຢືນ​ຢູ່​ໃນ​ທີ່​ນີ້ ບາງຄົນ​ຈະ​ບໍ່​ຮູ້​ຣົດ​ຄວາມຕາຍ ຈົນກວ່າ​ຈະ​ໄດ້​ເຫັນ​ບຸດ​ມະນຸດ​ມາ​ດ້ວຍ​ຣາຊອຳນາດ​ຂອງ​ພຣະອົງ.”</verse>
			</chapter>
			<chapter number="17">
				<verse number="1">ຫົກ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພາ​ເປໂຕ, ຢາໂກໂບ ແລະ ໂຢຮັນ ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ​ຂຶ້ນ​ໄປ​ເທິງ​ພູເຂົາ​ຢູ່​ທີ່​ນັ້ນ​ຕ່າງຫາກ.</verse>
				<verse number="2">ພວກ​ສາວົກ​ເຫັນ​ພຣະກາຍ​ຂອງ​ພຣະອົງ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ​ຄື ໜ້າ​ຂອງ​ພຣະອົງ​ສ່ອງ​ແສງ​ດັ່ງ​ຕາເວັນ ແລະ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ​ກໍ​ຂາວ​ຜ່ອງ​ເຫຼື້ອມ​ເໝືອນ​ແສງ​ສະຫວ່າງ​ກ້າ.</verse>
				<verse number="3">ແລ້ວ​ສາວົກ​ທັງ​ສາມ​ກໍ​ເຫັນ​ໂມເຊ ແລະ ເອລີຢາ​ກຳລັງ​ສົນທະນາ​ຢູ່​ກັບ​ພຣະອົງ.</verse>
				<verse number="4">ດັ່ງນັ້ນ ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຊ່າງ​ເປັນ​ການ​ດີ​ແທ້ໆ ທີ່​ພວກ​ຂ້ານ້ອຍ​ຢູ່​ບ່ອນ​ນີ້ ຖ້າ​ພຣະອົງ​ຕ້ອງການ​ໂຜດ​ໃຫ້​ພວກ​ຂ້ານ້ອຍ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ​ຄື ຫລັງ​ໜຶ່ງ​ສຳລັບ​ທ່ານ ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ​ຫລັງ​ໜຶ່ງ​ສຳລັບ​ເອລີຢາ.”</verse>
				<verse number="5">ຂະນະທີ່​ເປໂຕ​ເວົ້າ​ຍັງ​ບໍ່​ສຸດ​ຄຳ​ກໍ​ມີ​ກ້ອນ​ເມກ​ອັນ​ແຈ່ມໃສ​ລອຍ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ຊຶ່ງ​ເຮົາ​ພໍໃຈ​ຫລາຍ. ຈົ່ງ​ຟັງ​ເພິ່ນ.”</verse>
				<verse number="6">ເມື່ອ​ພວກ​ສາວົກ​ໄດ້ຍິນ​ສຽງ​ນັ້ນ ກໍ​ສະທ້ານ​ຢ້ານກົວ​ຫລາຍ ຈຶ່ງ​ໝູບ​ໜ້າ​ຢູ່​ກັບ​ພື້ນດິນ.</verse>
				<verse number="7">ພຣະເຢຊູເຈົ້າ​ມາ​ຫາ​ແລະ​ຈັບ​ບາຍ​ພວກເພິ່ນ ພຣະອົງ​ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ຢ່າສູ່ຢ້ານ.”</verse>
				<verse number="8">ເມື່ອ​ພວກເພິ່ນ​ມືນ​ຕາ​ຂຶ້ນ ແລະ​ບໍ່​ເຫັນ​ມີ​ຜູ້ໃດ​ໃນ​ທີ່ນັ້ນ ນອກຈາກ​ພຣະເຢຊູເຈົ້າ.</verse>
				<verse number="9">ໃນ​ເວລາ​ທີ່​ກຳລັງ​ລົງ​ມາ​ແຕ່​ພູເຂົາ ພຣະເຢຊູເຈົ້າ​ໄດ້​ສັ່ງ​ຫ້າມ​ພວກເພິ່ນ​ວ່າ, “ຢ່າ​ສູ່​ບອກ​ນິມິດ​ທີ່​ພວກເຈົ້າ​ເຫັນ​ນີ້​ໃຫ້​ຜູ້ໃດ​ຮູ້ ຈົນກວ່າ​ບຸດ​ມະນຸດ​ຈະ​ເປັນ​ຄືນ​ມາ​ຈາກ​ຕາຍ.”</verse>
				<verse number="10">ພວກ​ສາວົກ​ຖາມ​ພຣະອົງ​ວ່າ, “ເຫດ​ໃດ​ພວກ​ທຳມະຈານ​ຈຶ່ງ​ເວົ້າ​ວ່າ ເອລີຢາ​ຈະ​ຕ້ອງ​ມາ​ກ່ອນ?”</verse>
				<verse number="11">ພຣະອົງ​ຕອບ​ວ່າ, “ຈິງ​ແທ້ ເອລີຢາ​ຕ້ອງ​ມາ​ກ່ອນ ເພື່ອ​ຈັດແຈງ​ທຸກສິ່ງ​ໃຫ້​ພ້ອມ.</verse>
				<verse number="12">ແຕ່​ຝ່າຍ​ເຮົາ​ບອກ​ພວກເຈົ້າ​ວ່າ ເອລີຢາ​ໄດ້​ມາ​ແລ້ວ ແລະ​ປະຊາຊົນ​ບໍ່​ຮູ້ຈັກ​ເພິ່ນ, ແຕ່​ພວກເຂົາ​ໄດ້​ເຮັດ​ກັບ​ເພິ່ນ​ຕາມ​ໃຈ​ມັກ, ສ່ວນ​ບຸດ​ມະນຸດ​ກໍ​ຈະ​ຕ້ອງ​ທົນທຸກ​ທໍລະມານ​ດ້ວຍ​ມື​ຂອງ​ພວກເຂົາ​ເໝືອນກັນ.”</verse>
				<verse number="13">ແລ້ວ​ພວກ​ສາວົກ​ກໍ​ເຂົ້າໃຈ​ວ່າ ພຣະອົງ​ກຳລັງ​ກ່າວ​ແກ່​ພວກເພິ່ນ​ເຖິງ​ໂຢຮັນ​ບັບຕິສະໂຕ.</verse>
				<verse number="14">ເມື່ອ​ພວກເພິ່ນ​ກັບຄືນ​ມາ​ບ່ອນ​ທີ່​ມີ​ປະຊາຊົນ​ແລ້ວ, ຊາຍ​ຄົນ​ໜຶ່ງ​ກໍ​ມາ​ຫາ​ພຣະເຢຊູເຈົ້າ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ,</verse>
				<verse number="15">ແລະ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຂໍໂຜດ​ເມດຕາ​ລູກຊາຍ​ຂອງ​ຂ້ານ້ອຍ​ແດ່ທ້ອນ, ລາວ​ເປັນ​ບ້າ​ໝູ ແລະ​ອາການ​ປ່ວງ​ບ້າ​ເຊັ່ນ​ນີ້ ເຮັດ​ໃຫ້​ລາວ​ມີ​ຄວາມ​ທຸກ​ລຳບາກ​ຫລາຍ ຈົນ​ໂດດ​ໃສ່​ໄຟ ແລະ​ໂຕນ​ລົງ​ນໍ້າ​ເລື້ອຍໆ,</verse>
				<verse number="16">ຂ້ານ້ອຍ​ໄດ້​ນຳ​ລາວ​ມາ​ຫາ​ພວກ​ສາວົກ​ຂອງທ່ານ​ແລ້ວ, ແຕ່​ພວກເພິ່ນ​ບໍ່​ສາມາດ​ເຮັດ​ໃຫ້​ຫາຍ​ດີ​ໄດ້.”</verse>
				<verse number="17">ພຣະເຢຊູເຈົ້າ​ຕອບ​ວ່າ, “ໂອ ຄົນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ​ຊົ່ວຊ້າ​ເອີຍ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນນານ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກ​ມາ​ຫາ​ເຮົາ​ເບິ່ງດູ.”</verse>
				<verse number="18">ພຣະເຢຊູເຈົ້າ​ສັ່ງ​ຜີມານຮ້າຍ​ໃຫ້​ອອກ ແລະ​ມັນ​ກໍ​ອອກ​ໄປ​ຈາກ​ເດັກຊາຍ, ໃນ​ທັນໃດນັ້ນ ເດັກຊາຍ​ກໍດີ​ເປັນ​ປົກກະຕິ.</verse>
				<verse number="19">ແລ້ວ​ພວກ​ສາວົກ​ກໍ​ມາ​ຫາ​ພຣະເຢຊູເຈົ້າ​ເປັນ​ການ​ສ່ວນ​ຕົວ ແລະ​ຖາມ​ພຣະອົງ​ວ່າ, “ດ້ວຍເຫດໃດ ພວກ​ຂ້ານ້ອຍ​ຈຶ່ງ​ຂັບໄລ່​ຜີມານຮ້າຍ​ອອກ​ບໍ່ໄດ້?”</verse>
				<verse number="20">ພຣະອົງ​ຕອບ​ວ່າ, “ເພາະ​ພວກເຈົ້າ​ມີ​ຄວາມເຊື່ອ​ໜ້ອຍ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ທໍ່​ເມັດ​ຜັກ​ກາດ ພວກເຈົ້າ​ກໍ​ຈະ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນ​ຈາກ​ບ່ອນ​ນີ້​ໄປ​ຢູ່​ບ່ອນ​ນັ້ນ,’ ແລະ​ມັນ​ກໍ​ຈະ​ເຄື່ອນ​ໄປ. ບໍ່ມີ​ສິ່ງໃດ​ທີ່​ພວກເຈົ້າ​ເຮັດ​ບໍ່ໄດ້.” [</verse>
				<verse number="21">“ແຕ່​ຜີ​ແນວ​ນີ້​ບໍ່ເຄີຍ​ຖືກ​ຂັບ​ອອກ ເວັ້ນ​ແຕ່​ດ້ວຍ​ການ​ພາວັນນາ​ອະທິຖານ ແລະ​ການ​ຖືສິນ​ອົດອາຫານ.”]</verse>
				<verse number="22">ເມື່ອ​ພວກ​ສາວົກ​ຂອງ​ພຣະອົງ​ມາ​ໂຮມ​ກັນ​ຢູ່​ແຂວງ​ຄາລີເລ, ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ,</verse>
				<verse number="23">“ບຸດ​ມະນຸດ​ກຳລັງ​ຈະ​ຖືກ​ມອບ​ໄວ້​ໃນ​ກຳມື​ຂອງ​ຄົນ​ທັງຫລາຍ ພວກເຂົາ​ຈະ​ຂ້າ​ເພິ່ນ, ແຕ່​ໃນ​ວັນ​ຖ້ວນ​ສາມ ເພິ່ນ​ຈະ​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ​ສູ່​ຊີວິດ.” ພວກ​ສາວົກ​ກໍ​ມີ​ຄວາມ​ໂສກເສົ້າ​ຢ່າງ​ໜັກ.</verse>
				<verse number="24">ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ມາ​ຮອດ​ເມືອງ​ກາເປນາອູມ​ແລ້ວ ກໍ​ມີ​ຄົນ​ເກັບ​ຄ່າ​ບຳລຸງ​ພຣະວິຫານ​ມາ​ຫາ​ເປໂຕ ແລ້ວ​ຖາມ​ວ່າ, “ອາຈານ​ຂອງ​ພວກເຈົ້າ​ບໍ່​ເສຍ​ຄ່າ​ບຳລຸງ​ພຣະວິຫານ​ບໍ?”</verse>
				<verse number="25">ເປໂຕ​ຕອບ​ວ່າ, “ເສຍ.” ເມື່ອ​ເປໂຕ​ເຂົ້າ​ມາ​ໃນ​ເຮືອນ ແລ້ວ​ພຣະເຢຊູເຈົ້າ​ຊົງ​ກ່າວ​ຂຶ້ນ​ກ່ອນ​ໂດຍ​ຖາມ​ລາວ​ວ່າ, “ຊີໂມນ​ເອີຍ ເຈົ້າ​ຄິດ​ຢ່າງ​ໃດ​ໃນ​ການ​ເສຍສ່ວຍ ຫລື​ເສຍ​ພາສີ​ໃຫ້​ກະສັດ​ໃນ​ໂລກນີ້? ເພິ່ນ​ເກັບ​ຈາກ​ລູກ​ຂອງຕົນ ຫລື​ເກັບ​ຈາກ​ຄົນອື່ນ.”</verse>
				<verse number="26">ເປໂຕ​ຕອບ​ວ່າ, “ເກັບ​ຈາກ​ຄົນອື່ນ.” ພຣະເຢຊູເຈົ້າ​ຕອບ​ຄືນ​ວ່າ, “ຖ້າ​ເປັນ​ຢ່າງ​ນັ້ນ ຝ່າຍ​ລູກ​ກໍ​ບໍ່​ຕ້ອງ​ເສຍ.</verse>
				<verse number="27">ແຕ່​ເພື່ອ​ບໍ່​ຢາກ​ເຮັດ​ໃຫ້​ຄົນ​ເຫຼົ່ານີ້​ເສຍໃຈ, ເຈົ້າ​ຈົ່ງ​ໄປ​ຕຶກເບັດ​ທີ່​ທະເລສາບ​ເມື່ອ​ໄດ້​ປາ​ໂຕ​ທຳອິດ​ແລ້ວ ໃຫ້​ເຈົ້າ​ງະ​ປາກ​ມັນ​ອອກ ແລະ​ເຈົ້າ​ຈະ​ພົບ​ເງິນ​ຫລຽນ​ໜຶ່ງ​ຢູ່​ໃນ​ປາກ​ຂອງ​ມັນ ຈົ່ງ​ເອົາ​ເງິນ​ນັ້ນ​ໄປ​ຈ່າຍ​ເປັນ​ຄ່າ​ບຳລຸງ​ພຣະວິຫານ​ສຳລັບ​ເຮົາ​ແລະ​ເຈົ້າ.”</verse>
			</chapter>
			<chapter number="18">
				<verse number="1">ໃນ​ຂະນະ​ນັ້ນ ພວກ​ສາວົກ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຖາມ​ວ່າ, “ຜູ້ໃດ​ເປັນ​ໃຫຍ່​ໃນ​ຣາຊອານາຈັກ​ສະຫວັນ?”</verse>
				<verse number="2">ພຣະອົງ​ເອີ້ນ​ເອົາ​ເດັກນ້ອຍ​ຄົນ​ໜຶ່ງ​ມາ​ຢືນ​ຢູ່​ທ່າມກາງ​ພວກເພິ່ນ</verse>
				<verse number="3">ແລະ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ບໍ່​ກັບໃຈ ແລະ​ກາຍເປັນ​ເໝືອນ​ເດັກນ້ອຍ ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ຣາຊອານາຈັກ​ສະຫວັນ​ບໍ່ໄດ້​ຈັກເທື່ອ.</verse>
				<verse number="4">ຜູ້​ເປັນ​ໃຫຍ່​ທີ່ສຸດ​ໃນ​ຣາຊອານາຈັກ​ສະຫວັນ ແມ່ນ​ຜູ້​ທີ່​ຖ່ອມຕົວ​ລົງ​ເໝືອນ​ດັ່ງ​ເດັກນ້ອຍ​ຜູ້​ນີ້.</verse>
				<verse number="5">ແລະ ຜູ້ໃດ​ທີ່​ຕ້ອນຮັບ​ເດັກນ້ອຍ​ຜູ້ໜຶ່ງ​ຢ່າງ​ນີ້​ໄວ້​ໃນ​ນາມ​ຂອງເຮົາ ຜູ້ນັ້ນ​ກໍ​ຕ້ອນຮັບ​ເຮົາ.”</verse>
				<verse number="6">“ຖ້າ​ຜູ້ໃດ​ເປັນ​ຕົ້ນເຫດ ພາ​ໃຫ້​ເດັກນ້ອຍ​ຄົນ​ໜຶ່ງ​ໃນ​ບັນດາ​ເດັກນ້ອຍ​ເຫຼົ່ານີ້ ທີ່​ເຊື່ອ​ໃນ​ເຮົາ​ຕົກ​ໃນ​ບາບ ແມ່ນ​ຈະ​ເອົາ​ຫີນ​ໂມ້ແປ້ງ​ກ້ອນ​ໃຫຍ່​ຜູກ​ຄໍ​ຜູ້​ນັ້ນ ແລະ​ຖິ້ມ​ລົງ​ໃນ​ທະເລ​ເລິກ​ເສຍ​ກໍ​ດີກວ່າ.</verse>
				<verse number="7">ວິບັດ​ແກ່​ໂລກນີ້ ເພາະ​ເຫດ​ລໍ້ລວງ​ມະນຸດ​ໃຫ້​ຕົກ​ໃນ​ບາບ ເຫດການ​ນີ້​ຈະ​ເກີດຂຶ້ນ​ສະເໝີ, ແຕ່​ວິບັດ​ແກ່​ຄົນ​ນັ້ນ ຜູ້​ທີ່​ເປັນ​ຕົ້ນເຫດ​ເຮັດ​ໃຫ້​ຕົກ​ໃນ​ບາບ.”</verse>
				<verse number="8">“ຖ້າ​ມື​ຫລື​ຕີນ​ຂອງ​ເຈົ້າ​ເປັນ​ຕົ້ນເຫດ​ເຮັດ​ໃຫ້​ຕົກ​ໃນ​ບາບ ຈົ່ງ​ຕັດ​ຖິ້ມ​ເສຍ ມີ​ມື​ຫລື​ຕີນ​ເບື້ອງ​ດຽວ​ເຂົ້າ​ສູ່​ຊີວິດ ກໍດີກວ່າ​ມີ​ມື​ຫລື​ຕີນ​ທັງສອງ​ເບື້ອງ ແຕ່​ຕ້ອງ​ໂຍນ​ຖິ້ມ​ໃສ່​ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ເປັນນິດ.</verse>
				<verse number="9">ແລະ​ຖ້າ​ຕາ​ຂອງ​ເຈົ້າ​ເປັນ​ຕົ້ນເຫດ​ພາ​ໃຫ້​ຕົກ​ໃນ​ບາບ ຈົ່ງ​ຄວັດ​ມັນ​ອອກ​ຖິ້ມ​ເສຍ ມີ​ຕາ​ເບື້ອງ​ດຽວ​ເຂົ້າ​ສູ່​ຊີວິດ ກໍ​ດີກວ່າ​ມີ​ຕາ​ທັງສອງ​ເບື້ອງ, ແຕ່​ຕ້ອງ​ໂຍນ​ຖິ້ມ​ໃສ່​ບຶງ​ໄຟ​ນະຣົກ.”</verse>
				<verse number="10">“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ດູໝິ່ນ​ເດັກນ້ອຍ​ເຫຼົ່ານີ້​ແມ່ນແຕ່​ຜູ້ໜຶ່ງ, ເຮົາ​ບອກ​ພວກເຈົ້າ​ວ່າ ເທວະດາ​ປະຈຳ​ຂອງ​ເຂົາ​ໃນ​ສະຫວັນ​ເຝົ້າ​ຢູ່​ສະເໝີ ຕໍ່​ພຣະພັກ​ພຣະບິດາເຈົ້າ​ຂອງເຮົາ ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ. [</verse>
				<verse number="11">ດ້ວຍວ່າ, ບຸດ​ມະນຸດ​ໄດ້​ມາ​ໂຜດ​ເອົາ​ຜູ້​ທີ່​ຫລົງ​ເສຍ​ໄປ​ແລ້ວ​ນັ້ນ​ໃຫ້​ພົ້ນ]</verse>
				<verse number="12">ພວກເຈົ້າ​ຄິດ​ຢ່າງ​ໃດ? ຖ້າ​ຄົນ​ຜູ້ໜຶ່ງ​ມີ​ແກະ​ຢູ່​ຮ້ອຍ​ໂຕ ແລະ​ໂຕໜຶ່ງ​ຫລົງ​ເສຍ​ໄປ​ຈາກ​ຝູງ? ລາວ​ຈະ​ບໍ່​ປະ​ແກະ​ເກົ້າສິບ​ເກົ້າ​ໂຕ​ໄວ້​ຢູ່​ຫັ້ນ ແລ້ວ​ໄປ​ຊອກ​ຫາ​ໂຕ​ທີ່​ຫລົງ​ເສຍ​ໄປ​ນັ້ນ​ບໍ?</verse>
				<verse number="13">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພົບ​ແກະ​ໂຕ​ທີ່​ເສຍ​ແລ້ວ ຜູ້ນັ້ນ​ຄົງ​ມີ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ແກະ​ໂຕ​ນັ້ນ ຫລາຍກວ່າ​ແກະ​ເກົ້າສິບ​ເກົ້າ​ໂຕ​ທີ່​ບໍ່​ຫລົງ​ເສຍ​ໄປ.</verse>
				<verse number="14">ດັ່ງນັ້ນ ພຣະບິດາ​ຂອງ​ພວກເຈົ້າ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ບໍ່​ປາຖະໜາ​ໃຫ້​ເດັກນ້ອຍ​ເຫຼົ່ານີ້​ຈິບຫາຍ​ແມ່ນແຕ່​ຄົນ​ດຽວ.”</verse>
				<verse number="15">“ຖ້າ​ພີ່ນ້ອງ​ຂອງ​ເຈົ້າ​ເຮັດ​ບາບ​ຕໍ່ສູ້​ເຈົ້າ ຈົ່ງ​ໄປ​ຕັກເຕືອນ​ລາວ​ໃຫ້​ຮູ້​ຄວາມຜິດ​ດ້ວຍ​ຕົນເອງ​ກັບ​ລາວ​ເທົ່ານັ້ນ ຖ້າ​ລາວ​ຍອມ​ຟັງ​ເຈົ້າ ກໍໄດ້​ພີ່ນ້ອງ​ຄືນ​ມາ.</verse>
				<verse number="16">ແຕ່​ຖ້າ​ລາວ​ບໍ່​ຟັງ​ເຈົ້າ ຈົ່ງ​ນຳ​ເອົາ​ຄົນ​ໜຶ່ງ ຫລື​ສອງ​ຄົນ​ໄປ​ກັບ​ເຈົ້າ ເພື່ອ​ໃຫ້​ເປັນ​ພະຍານ​ສອງ​ຫລື​ສາມ​ປາກ ເພື່ອ​ວ່າ​ທຸກໆ​ຖ້ອຍຄຳ​ນັ້ນ​ຈະ​ລວມ​ເປັນ​ຫຼັກຖານ.</verse>
				<verse number="17">ແຕ່​ຖ້າ​ລາວ​ບໍ່​ຟັງ​ຄົນ​ເຫຼົ່ານີ້ ຈົ່ງ​ໄປ​ແຈ້ງ​ເລື່ອງ​ທັງໝົດ​ຕໍ່​ຄຣິສຕະຈັກ ແລະ​ຖ້າ​ລາວ​ບໍ່​ຟັງ​ຄຣິສຕະຈັກ ກໍ​ໃຫ້​ຖື​ວ່າ​ຄົນ​ນີ້​ເປັນ​ເໝືອນ​ຄົນ​ບໍ່​ເຊື່ອ​ພຣະເຈົ້າ ແລະ​ເປັນ​ເໝືອນ​ຄົນ​ເກັບພາສີ.”</verse>
				<verse number="18">“ດັ່ງນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງໃດ​ທີ່​ພວກເຈົ້າ​ຈະ​ຜູກ​ມັດ​ໄວ້​ເທິງ​ແຜ່ນດິນ​ໂລກ​ນີ້ ສິ່ງ​ນັ້ນ​ກໍ​ຈະ​ຖືກ​ຜູກ​ມັດ​ໄວ້​ໃນ​ສະຫວັນ ແລະ​ສິ່ງໃດ​ທີ່​ພວກເຈົ້າ​ແກ້​ໃນ​ແຜ່ນດິນ​ໂລກ​ນີ້ ສິ່ງ​ນັ້ນ​ກໍ​ຈະ​ຖືກ​ແກ້​ໃຫ້​ຫລຸດ​ເສຍ​ແລ້ວ​ໃນ​ສະຫວັນ​ເໝືອນກັນ.”</verse>
				<verse number="19">“ເຮົາ​ບອກ​ພວກເຈົ້າ​ອີກ​ວ່າ, ເມື່ອໃດ​ສອງ​ຄົນ​ໃນ​ພວກເຈົ້າ​ຮ່ວມ​ໃຈ​ກັນ​ຂໍ​ສິ່ງໃດ​ສິ່ງໜຶ່ງ​ເທິງ​ແຜ່ນດິນ​ໂລກ​ນີ້ ພຣະບິດາເຈົ້າ​ຂອງເຮົາ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ​ຈະ​ເຮັດ​ໃຫ້​ເປັນ​ໄປ​ຕາມ​ນັ້ນ.</verse>
				<verse number="20">ດ້ວຍວ່າ, ມີ​ສອງ​ຫລື​ສາມ​ຄົນ​ມາ​ຮ່ວມ​ປະຊຸມ​ກັນ​ໃນ​ນາມ​ຂອງເຮົາ​ຢູ່​ບ່ອນ​ໃດ ເຮົາ​ກໍ​ຢູ່​ທ່າມກາງ​ພວກເຂົາ​ໃນ​ບ່ອນ​ນັ້ນ​ແຫຼະ.”</verse>
				<verse number="21">ແລ້ວ​ເປໂຕ​ກໍ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຖາມ​ວ່າ, “ພຣະອົງເຈົ້າ​ເອີຍ ຖ້າ​ພີ່ນ້ອງ​ຂອງ​ຂ້ານ້ອຍ​ເຮັດ​ຜິດ​ຕໍ່​ຂ້ານ້ອຍ, ຂ້ານ້ອຍ​ຕ້ອງ​ຍົກໂທດ​ໃຫ້​ລາວ​ຈັກເທື່ອ? ເຖິງ​ເຈັດ​ເທື່ອ​ບໍ?”</verse>
				<verse number="22">ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ບໍ່ແມ່ນ​ເຈັດ​ເທື່ອ ແຕ່​ແມ່ນ​ເຈັດສິບ​ເທື່ອ​ຄູນ​ເຈັດ</verse>
				<verse number="23">ດ້ວຍເຫດນັ້ນ ຣາຊອານາຈັກ​ສະຫວັນ​ກໍ​ປຽບ​ເໝືອນ​ດັ່ງ​ກະສັດ​ອົງ​ໜຶ່ງ ຢາກ​ຄິດ​ບັນຊີ​ກັບ​ຜູ້ຮັບໃຊ້​ຂອງຕົນ.</verse>
				<verse number="24">ເມື່ອ​ເພິ່ນ​ເລີ່ມຕົ້ນ​ຄິດ​ບັນຊີ​ຢູ່ ກໍ​ມີ​ຜູ້ຮັບໃຊ້​ຄົນ​ໜຶ່ງ​ຖືກ​ນຳ​ຕົວ​ເຂົ້າ​ມາ ເພາະ​ລາວ​ເປັນ​ໜີ້​ເພິ່ນ​ໝື່ນ​ຕະລັນຕົນ.</verse>
				<verse number="25">ເມື່ອ​ລາວ​ບໍ່ມີ​ສິ່ງໃດ​ເພື່ອ​ໃຊ້​ໜີ້​ຄືນ ສະນັ້ນ ກະສັດ​ຈຶ່ງ​ສັ່ງ​ໃຫ້​ຂາຍ​ຕົວ​ພ້ອມ​ທັງ​ເມຍ​ແລະ​ລູກ ຕະຫລອດ​ທັງ​ທຸກສິ່ງ​ທີ່​ລາວ​ມີ​ເພື່ອ​ເອົາ​ເງິນ​ມາ​ໃຊ້​ໜີ້.</verse>
				<verse number="26">ຄົນ​ຮັບໃຊ້​ຜູ້ນັ້ນ​ຈຶ່ງ​ຂາບລົງ​ຕໍ່ໜ້າ​ກະສັດ ແລະ​ວອນຂໍ​ຕໍ່​ເພິ່ນ​ວ່າ, ‘ຂໍໂຜດ​ຜ່ອນຜັນ​ໃຫ້​ຂ້ານ້ອຍ​ກ່ອນ ແລ້ວ​ຂ້ານ້ອຍ​ຈະ​ໃຊ້​ແທນຄືນ​ໃຫ້​ຄົບ​ໝົດ.’</verse>
				<verse number="27">ກະສັດ​ຄິດ​ເມດຕາ​ສົງສານ​ລາວ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຍົກ​ໜີ້​ໃຫ້​ແລ້ວ​ປ່ອຍ​ໃຫ້​ລາວ​ໄປ.</verse>
				<verse number="28">ຕໍ່ມາ ຊາຍ​ຜູ້​ນີ້​ອອກ​ໄປ​ແລ້ວ ກໍ​ພົບ​ເພື່ອນ​ຜູ້ຮັບໃຊ້​ຄົນ​ໜຶ່ງ ທີ່​ເປັນ​ໜີ້​ຕົນ​ບໍ່ພໍ​ເທົ່າ​ໃດ​ສິບ​ຕະລັນຕົນ ລາວ​ຈຶ່ງ​ຄວ້າ​ຈັບ​ຄໍ​ຄົນ​ນັ້ນ​ບີບ​ເຂົ້າ​ແໜ້ນໆ ແລະ​ເວົ້າ​ວ່າ ‘ໃຊ້​ໜີ້​ກູ​ແມ.’</verse>
				<verse number="29">ເພື່ອນ​ຜູ້ຮັບໃຊ້​ຄົນ​ນັ້ນ​ຈຶ່ງ​ຂາບລົງ​ວອນ​ຂໍ​ວ່າ, ‘ຂໍ​ຜ່ອນຜັນ​ໃຫ້​ເຮົາ​ກ່ອນ​ທ້ອນ ແລ້ວ​ເຮົາ​ຈະ​ໃຊ້​ເຈົ້າ​ຄືນ.’</verse>
				<verse number="30">ແຕ່​ລາວ​ບໍ່​ຍອມ​ໃຫ້ ແລະ​ສັ່ງ​ຈັບ​ລູກ​ໜີ້​ຂັງ​ຄຸກ​ໄວ້ ຈົນກວ່າ​ຈະ​ໃຊ້​ໜີ້​ນັ້ນ.</verse>
				<verse number="31">ເມື່ອ​ພວກ​ຜູ້ຮັບໃຊ້​ດ້ວຍ​ກັນ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ແລ້ວ ກໍ​ເປັນທຸກໃຈ​ຫລາຍ ຈຶ່ງ​ໄປ​ແຈ້ງ​ເລື່ອງລາວ​ທັງໝົດ​ໃຫ້​ກະສັດ​ຮັບຮູ້.</verse>
				<verse number="32">ດັ່ງນັ້ນ ກະສັດ​ຈຶ່ງ​ເອີ້ນ​ຜູ້ຮັບໃຊ້​ຄົນ​ນັ້ນ​ມາ​ພົບ ແລະ​ກ່າວ​ຕໍ່​ລາວ​ວ່າ, ‘ອ້າຍ​ຂີ້ຂ້າ​ຊາດຊົ່ວ ເຮົາ​ໄດ້​ຍົກ​ໜີ້​ທັງໝົດ​ໃຫ້​ເຈົ້າ ເພາະ​ເຈົ້າ​ໄດ້​ວອນ​ຂໍ​ນຳ​ເຮົາ.</verse>
				<verse number="33">ເຈົ້າ​ຄວນ​ຈະ​ສົງສານ​ເພື່ອນ​ຜູ້ຮັບໃຊ້​ດ້ວຍ​ກັນ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ສົງສານ​ເຈົ້າ​ບໍ່ແມ່ນ​ບໍ?’</verse>
				<verse number="34">ກະສັດ​ໂກດຮ້າຍ​ຫລາຍ ແລະ​ເພິ່ນ​ກໍ​ສັ່ງ​ໃຫ້​ເອົາ​ຜູ້ຮັບໃຊ້​ຄົນ​ນັ້ນ​ໄປ​ຂັງ​ໄວ້​ຄຸກ​ທໍລະມານ ຈົນກວ່າ​ລາວ​ໃຊ້​ໜີ້​ຄືນ​ໝົດ.</verse>
				<verse number="35">ສະນັ້ນ ພຣະບິດາເຈົ້າ​ຂອງເຮົາ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ຈະ​ເຮັດ​ຢ່າງ​ນັ້ນ​ແກ່​ພວກເຈົ້າ​ທຸກຄົນ ຖ້າ​ແຕ່ລະຄົນ​ໃນ​ພວກເຈົ້າ​ບໍ່​ຍົກໂທດ​ໃຫ້​ພີ່ນ້ອງ​ຂອງຕົນ​ດ້ວຍ​ໃຈ​ຈິງ.”</verse>
			</chapter>
			<chapter number="19">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຄຳ​ເຫຼົ່ານີ້​ຈົບ​ແລ້ວ, ພຣະອົງ​ກໍ​ຈາກ​ແຂວງ​ຄາລີເລ​ໄປ​ຍັງ​ເຂດ​ແຂວງ​ຢູດາຍ ຊຶ່ງ​ຢູ່​ທາງ​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ.</verse>
				<verse number="2">ມີ​ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ແລະ​ໃນ​ທີ່ນັ້ນ​ພຣະອົງ​ໄດ້​ຊົງໂຜດ​ຮັກສາ​ພວກເຂົາ​ໃຫ້​ດີ​ພະຍາດ.</verse>
				<verse number="3">ພວກ​ຟາຣີຊາຍ​ມາ​ຫາ​ພຣະອົງ ເພື່ອ​ທົດລອງ​ພຣະອົງ​ໂດຍ​ຖາມ​ວ່າ, “ກົດບັນຍັດ​ຂອງ​ພວກເຮົາ​ອະນຸຍາດ​ໃຫ້​ຜູ້ຊາຍ​ຢ່າຮ້າງ​ເມຍ​ຂອງຕົນ ດ້ວຍ​ສາເຫດ​ໃດໜຶ່ງ​ກໍໄດ້​ບໍ?”</verse>
				<verse number="4">ພຣະອົງ​ຕອບ​ວ່າ, “ພວກເຈົ້າ​ບໍ່ໄດ້​ອ່ານ​ພຣະຄຳພີ​ບໍ ທີ່​ວ່າ​ຕັ້ງແຕ່​ຕົ້ນເດີມ​ພຣະ​ຜູ້​ສ້າງ​ມະນຸດ ໄດ້​ສ້າງ​ໃຫ້​ເປັນ​ຊາຍ​ແລະ​ຍິງ?</verse>
				<verse number="5">ແລະ ພຣະເຈົ້າ​ຊົງ​ກ່າວ​ວ່າ, ‘ດ້ວຍເຫດນີ້​ຜູ້ຊາຍ​ຈຶ່ງ​ອອກ​ຈາກ​ພໍ່​ແມ່​ຂອງຕົນ ແລ້ວ​ໄປ​ຜູກ​ພັນ​ຢູ່​ກັບ​ເມຍ​ຂອງຕົນ ແລະ​ເຂົາ​ທັງສອງ​ກໍ​ເປັນ​ກາຍ​ອັນ​ດຽວກັນ.’</verse>
				<verse number="6">ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ເປັນ​ສອງ​ອີກ​ຕໍ່ໄປ ແຕ່​ເປັນ​ກາຍ​ອັນ​ດຽວກັນ ສະນັ້ນ ສິ່ງ​ທີ່​ພຣະເຈົ້າ​ໃຫ້​ເຂົ້າ​ຮ່ວມ​ກັນ​ແລ້ວ​ນັ້ນ ຢ່າ​ໃຫ້​ມະນຸດ​ເຮັດ​ໃຫ້​ພາກ​ຈາກ​ກັນ.”</verse>
				<verse number="7">ພວກ​ຟາຣີຊາຍ​ຖາມ​ພຣະອົງ​ວ່າ, “ຖ້າ​ຢ່າງ​ນັ້ນ​ເປັນຫຍັງ​ໂມເຊ​ຈຶ່ງ​ມີ​ກົດ​ໃຫ້​ຜູ້ຊາຍ​ເຮັດ​ໜັງສື​ຢ່າຮ້າງ​ເມຍ​ຂອງຕົນ ແລະ​ໃຫ້​ໄລ່​ນາງ​ໜີ​ໄດ້?”</verse>
				<verse number="8">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ໂມເຊ​ອະນຸຍາດ​ໃຫ້​ພວກເຈົ້າ​ຢ່າ​ຮ້າງ​ເມຍ​ຂອງຕົນ​ໄດ້ ເພາະ​ພວກເຈົ້າ​ມີ​ໃຈ​ດື້ດ້ານ​ຫລາຍ, ແຕ່​ໃນ​ເວລາ​ເນຣະມິດ​ສ້າງ​ນັ້ນ​ບໍ່​ເປັນ​ຢ່າງ​ນີ້.</verse>
				<verse number="9">ເຮົາ​ຂໍ​ບອກ​ພວກເຈົ້າ​ວ່າ, ຊາຍ​ໃດ​ທີ່​ປະ​ຮ້າງ​ເມຍ​ຂອງຕົນ ໂດຍ​ນາງ​ບໍ່ໄດ້​ຫລີ້ນຊູ້​ກັບ​ຊາຍ​ອື່ນ ແລ້ວ​ໄປ​ແຕ່ງງານ​ກັບ​ຍິງ​ອື່ນ ຜູ້ນັ້ນ​ກໍ​ຜິດ​ໃນ​ຖານ​ຫລິ້ນຊູ້ ແລະ​ຜູ້ໃດ​ເອົາ​ແມ່ຮ້າງ​ນັ້ນ​ມາ​ເປັນ​ເມຍ ກໍ​ຜິດ​ໃນ​ຖານ​ຫລີ້ນຊູ້​ເໝືອນກັນ.”</verse>
				<verse number="10">ພວກ​ສາວົກ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ຖ້າ​ການ​ເປັນ​ຜົວ​ເມຍ​ກັນ​ເປັນ​ເຊັ່ນນີ້ ບໍ່​ແຕ່ງງານ​ກໍ​ຄົງ​ຈະ​ເປັນ​ການ​ດີກວ່າ.”</verse>
				<verse number="11">ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ບໍ່ແມ່ນ​ທຸກຄົນ​ທີ່​ຮັບ​ຄຳສັ່ງສອນ​ນີ້​ໄດ້ ຮັບ​ໄດ້​ແຕ່​ຜູ້​ທີ່​ພຣະເຈົ້າ​ໄດ້​ໂຜດ​ໃຫ້​ເທົ່ານັ້ນ.</verse>
				<verse number="12">ດ້ວຍວ່າ, ຜູ້​ທີ່​ເປັນ​ກະເທີຍ​ແຕ່​ກຳເນີດ​ກໍ​ມີ ຜູ້​ທີ່​ມະນຸດ​ເຮັດ​ໃຫ້​ເປັນ​ກະເທີຍ​ກໍ​ມີ ຜູ້​ທີ່​ປະຕິເສດ​ການ​ແຕ່ງງານ ​ເພາະ​ເຫັນ​ແກ່​ຣາຊອານາຈັກ​ກໍ​ມີ ຜູ້ໃດ​ຮັບ​ປະຕິບັດ​ໄດ້ ກໍ​ໃຫ້​ຮັບ​ເອົາ.”</verse>
				<verse number="13">ເມື່ອນັ້ນ ບາງຄົນ​ໄດ້​ນຳ​ເດັກນ້ອຍ​ມາ​ຫາ​ພຣະເຢຊູເຈົ້າ ເພື່ອ​ໃຫ້​ພຣະອົງ​ວາງ​ມື​ໃສ່​ພວກເຂົາ ແລະ​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ ແຕ່​ພວກ​ສາວົກ​ໄດ້​ຫ້າມປາມ​ພວກເຂົາ​ໄວ້.</verse>
				<verse number="14">ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກນ້ອຍ​ມາ​ຫາ​ເຮົາ ແລະ​ຢ່າ​ຫ້າມ​ພວກເຂົາ​ເພາະ​ອານາຈັກ​ສະຫວັນ​ເປັນ​ເໝືອນ​ເດັກນ້ອຍ​ເຫຼົ່ານີ້​ແຫຼະ.”</verse>
				<verse number="15">ພຣະອົງ​ໄດ້​ວາງ​ມື​ໃສ່​ພວກເຂົາ​ແລ້ວ ກໍ​ສະເດັດ​ອອກ​ໄປ​ຈາກ​ບ່ອນ​ນັ້ນ.</verse>
				<verse number="16">ຄັ້ງ​ໜຶ່ງ ມີ​ຊາຍ​ຄົນ​ໜຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ເຂົາ​ຖາມ​ພຣະອົງ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ຕ້ອງ​ເຮັດ​ຄວາມດີ​ຢ່າງ​ໃດ​ແດ່ ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ?”</verse>
				<verse number="17">ພຣະເຢຊູເຈົ້າ​ຕອບ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ຖາມ​ເຮົາ​ເຖິງ​ສິ່ງ​ທີ່​ດີ? ຜູ້​ທີ່​ດີ​ນັ້ນ​ມີ​ແຕ່​ຜູ້​ດຽວ ຖ້າ​ເຈົ້າ​ຕ້ອງການ​ເຂົ້າ​ສູ່​ຊີວິດ ຈົ່ງ​ຖື​ຮັກສາ​ຂໍ້ຄຳສັ່ງ​ທັງຫລາຍ​ໄວ້.”</verse>
				<verse number="18">ລາວ​ຖາມ​ຄືນ​ວ່າ, “ຂໍ້ຄຳສັ່ງ​ຂໍ້​ໃດ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ຢ່າ​ຂ້າ​ຄົນ, ຢ່າ​ຫລິ້ນຊູ້​ສູ່​ຜົວ​ເມຍ, ຢ່າ​ລັກ, ຢ່າ​ເປັນ​ພະຍານ​ບໍ່​ຈິງ</verse>
				<verse number="19">ຈົ່ງ​ນັບຖື​ພໍ່​ແມ່​ຂອງຕົນ ແລະ​ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.”</verse>
				<verse number="20">ຊາຍໜຸ່ມ​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ຖື​ຮັກສາ​ຂໍ້ຄຳສັ່ງ​ທັງໝົດ​ເຫຼົ່ານີ້​ຢູ່​ແລ້ວ ມີ​ສິ່ງໃດ​ອີກ​ແດ່​ທີ່​ຂ້ານ້ອຍ​ຍັງ​ຂາດ​ຢູ່?”</verse>
				<verse number="21">ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຖ້າ​ເຈົ້າ​ຢາກ​ເປັນ​ຜູ້​ດີ​ຄົບຖ້ວນ ຈົ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ​ແຈກທານ​ໃຫ້​ແກ່​ຄົນ​ຍາກຈົນ ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ, ແລ້ວ​ຈົ່ງ​ຕາມ​ເຮົາ​ມາ.”</verse>
				<verse number="22">ເມື່ອ​ຊາຍ​ໜຸ່ມ​ໄດ້ຍິນ​ເຊັ່ນ​ນີ້ ລາວ​ກໍ​ໜີໄປ​ດ້ວຍ​ຄວາມ​ທຸກໃຈ​ຢ່າງ​ໜັກ ເພາະ​ລາວ​ເປັນ​ຄົນ​ຮັ່ງມີ​ຫລາຍ.</verse>
				<verse number="23">ແລ້ວ​ພຣະເຢຊູເຈົ້າ​ຊົງ​ກ່າວ​ແກ່​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ທີ່​ຄົນ​ຮັ່ງມີ​ຈະ​ເຂົ້າ​ໃນ​ອານາຈັກ​ສະຫວັນ​ກໍ​ຍາກ​ແທ້.</verse>
				<verse number="24">ເຮົາ​ຂໍ​ບອກ​ພວກເຈົ້າ​ອີກ​ວ່າ, ອູດ​ໂຕໜຶ່ງ​ຈະ​ລອດ​ຮູ​ເຂັມ ກໍ​ງ່າຍ​ກວ່າ​ຄົນ​ຮັ່ງມີ​ຜູ້ໜຶ່ງ​ຈະ​ເຂົ້າ​ໃນ​ອານາຈັກ​ສະຫວັນ.”</verse>
				<verse number="25">ເມື່ອ​ພວກ​ສາວົກ​ໄດ້ຍິນ​ດັ່ງນີ້​ແລ້ວ ກໍ​ປະຫລາດ​ໃຈ​ຫລາຍ​ຈຶ່ງ​ຖາມ​ວ່າ, “ຖ້າ​ຢ່າງ​ນັ້ນ ຜູ້ໃດ​ຈະ​ພົ້ນ​ໄດ້?”</verse>
				<verse number="26">ພຣະເຢຊູເຈົ້າ​ຫລຽວ​ເບິ່ງ​ພວກ​ສາວົກ ແລ້ວ​ຕອບ​ວ່າ, “ສຳລັບ​ມະນຸດ​ແລ້ວ​ເປັນ​ໄປ​ບໍ່ໄດ້ ແຕ່​ສຳລັບ​ພຣະເຈົ້າ​ແລ້ວ​ທຸກສິ່ງ​ເປັນ​ໄປ​ໄດ້.”</verse>
				<verse number="27">ແລ້ວ​ເປໂຕ​ເວົ້າ​ຂຶ້ນ​ວ່າ, “ເບິ່ງແມ! ພວກ​ຂ້ານ້ອຍ​ໄດ້​ສະຫລະ​ທຸກໆ​ສິ່ງ​ແລ້ວ ແລະ​ຕິດຕາມ​ທ່ານ​ມາ ພວກ​ຂ້ານ້ອຍ​ຈະ​ໄດ້​ຫຍັງ​ແດ່?”</verse>
				<verse number="28">ພຣະເຢຊູເຈົ້າ​ຊົງ​ຕອບ​ພວກ​ສາວົກ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ເມື່ອ​ບຸດ​ມະນຸດ​ນັ່ງ​ເທິງ​ບັນລັງ​ອັນ​ຮຸ່ງເຮືອງ​ຂອງຕົນ​ໃນ​ໂລກ​ໃໝ່​ແລ້ວ ພວກເຈົ້າ​ຜູ້​ຕາມ​ເຮົາ​ມາ​ກໍ​ຈະ​ໄດ້​ນັ່ງ​ເທິງ​ບັນລັງ​ສິບສອງ​ບ່ອນ ເພື່ອ​ພິພາກສາ​ພວກ​ອິດສະຣາເອນ​ສິບສອງ​ຕະກຸນ​ເໝືອນກັນ.</verse>
				<verse number="29">ແລະ ຜູ້ໃດ​ທີ່​ໄດ້​ປະ​ບ້ານ​ເຮືອນ ຫລື​ອ້າຍ​ເອື້ອຍ​ນ້ອງ ຫລື​ພໍ່​ແມ່ ຫລື​ລູກ ຫລື​ໄຮ່​ນາ​ເພື່ອ​ເຫັນ​ແກ່​ນາມຊື່​ຂອງເຮົາ ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ຜົນ​ຕອບ​ແທນ​ຮ້ອຍ​ເທົ່າ ແລະ​ຈະ​ໄດ້​ຮັບ​ມໍຣະດົກ ຄື​ຊີວິດ​ນິຣັນດອນ.</verse>
				<verse number="30">ແຕ່​ມີ​ຫລາຍ​ຄົນ​ທີ່​ເປັນ​ຜູ້ຕົ້ນ ຈະ​ກັບ​ເປັນ​ຜູ້ປາຍ ແລະ​ມີ​ຫລາຍ​ຄົນ​ທີ່​ເປັນ​ຜູ້ປາຍ ຈະ​ກັບ​ເປັນ​ຜູ້ຕົ້ນ.”</verse>
			</chapter>
			<chapter number="20">
				<verse number="1">“ຣາຊອານາຈັກ​ສະຫວັນ​ປຽບ​ເໝືອນ​ພໍ່​ເຮືອນ​ຜູ້ໜຶ່ງ​ອອກ​ໄປ​ແຕ່​ເຊົ້າໆ ເພື່ອ​ຈ້າງ​ຄົນ​ມາ​ເຮັດ​ວຽກ​ໃນ​ສວນອະງຸ່ນ​ຂອງຕົນ.</verse>
				<verse number="2">ເພິ່ນ​ຕົກລົງ​ຈ່າຍ​ຄ່າ​ແຮງງານ​ໃຫ້​ພວກເຂົາ​ຕາມ​ອັດຕາ​ປົກກະຕິ ຄື​ວັນ​ລະ​ໜຶ່ງ​ຫລຽນ​ເງິນ ແລະ​ໃຊ້​ພວກເຂົາ​ໄປ​ເຮັດ​ວຽກ​ໃນ​ສວນ​ອະງຸ່ນ​ຂອງຕົນ.</verse>
				<verse number="3">ໃນ​ເວລາ​ເກົ້າ​ໂມງ​ເຊົ້າ ເພິ່ນ​ກໍ​ອອກ​ໄປ​ອີກ ແລະ​ເຫັນ​ຄົນອື່ນ​ຢູ່​ລ້າໆ​ໃນ​ກາງ​ຕະຫລາດ</verse>
				<verse number="4">ເພິ່ນ​ຈຶ່ງ​ບອກ​ກັບ​ຄົນ​ເຫຼົ່ານີ້​ວ່າ, ‘ໃຫ້​ພວກເຈົ້າ​ໄປ​ເຮັດ​ວຽກ​ໃນ​ສວນອະງຸ່ນ​ຂອງຂ້ອຍ​ເໝືອນກັນ ແລະ​ຂ້ອຍ​ຈະ​ຈ່າຍ​ຄ່າ​ແຮງງານ​ໃຫ້​ພວກເຈົ້າ​ຢ່າງ​ຍຸດຕິທຳ.’</verse>
				<verse number="5">ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ເຮັດ​ວຽກ, ແລ້ວ​ໃນ​ເວລາ​ທ່ຽງ ແລະ​ໃນ​ເວລາ​ບ່າຍ​ສາມ​ໂມງ ເຈົ້າ​ຂອງ​ສວນ​ອະງຸ່ນ​ກໍ​ອອກ​ໄປ​ອີກ ເຮັດ​ເໝືອນ​ເທື່ອ​ກ່ອນ.</verse>
				<verse number="6">ພໍ​ເພິ່ນ​ອອກ​ໄປ​ອີກ​ເມື່ອ​ເວລາ​ປະມານ​ຫ້າ​ໂມງ​ແລງ ແລະ​ເຫັນ​ຄົນອື່ນ​ຢືນ​ຢູ່​ທີ່​ນັ້ນ ເພິ່ນ​ຈຶ່ງ​ຖາມ​ພວກເຂົາ​ວ່າ ‘ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຢູ່​ທີ່​ນີ້​ໝົດ​ມື້ ໂດຍ​ບໍ່​ເຮັດ​ຫຍັງ?’</verse>
				<verse number="7">ພວກເຂົາ​ຕອບ​ວ່າ ‘ເພາະ​ບໍ່ມີ​ຜູ້ໃດ​ຈ້າງ​ພວກເຮົາ.’ ເພິ່ນ​ຈຶ່ງ​ບອກ​ພວກເຂົາ​ວ່າ ‘ໃຫ້​ພວກເຈົ້າ​ໄປ​ເຮັດ​ວຽກ​ຢູ່​ສວນ​ອະງຸ່ນ​ຂອງຂ້ອຍ​ເໝືອນກັນ.’</verse>
				<verse number="8">ເມື່ອ​ຮອດ​ຕອນແລງ​ມາ ເຈົ້າ​ຂອງ​ສວນ​ອະງຸ່ນ​ກໍ​ບອກ​ຜູ້​ຈັດການ​ຂອງຕົນ​ວ່າ, ‘ຈົ່ງ​ເອີ້ນ​ຄົນງານ​ມາ ແລະ​ຈ່າຍ​ຄ່າ​ແຮງງານ​ໃຫ້​ພວກເຂົາ ໂດຍ​ເລີ່ມ​ຕັ້ງແຕ່​ຜູ້​ຮັບຈ້າງ​ຜູ້​ທີ່​ມາ​ຫລ້າສຸດ ຈົນເຖິງ​ຄົນ​ຮັບຈ້າງ​ຜູ້​ມາ​ທຳອິດ.’</verse>
				<verse number="9">ເມື່ອ​ພວກ​ຮັບ​ຈ້າງ​ຜູ້​ທີ່​ມາ​ເຮັດ​ວຽກ​ໃນ​ເວລາ​ຫ້າ​ໂມງ​ແລງ ໄດ້​ຮັບ​ຄົນ​ລະ​ໜຶ່ງ​ຫລຽນ​ເງິນ.</verse>
				<verse number="10">ສະນັ້ນ ຄົນ​ຮັບຈ້າງ​ພວກ​ທຳອິດ ທີ່​ມາ​ຮັບ​ຄ່າຈ້າງ ຈຶ່ງ​ຄິດ​ວ່າ​ພວກ​ຕົນ​ຈະ​ໄດ້​ຮັບ​ຫລາຍກວ່າ​ນັ້ນ, ແຕ່​ພວກເຂົາ​ໄດ້​ຮັບ​ໜຶ່ງ​ຫລຽນ​ເງິນ​ເໝືອນກັນ.</verse>
				<verse number="11">ເມື່ອ​ຮັບ​ເງິນ​ແລ້ວ ພວກເຂົາ​ກໍ​ຈົ່ມ​ຕໍ່​ນາຍຈ້າງ​ວ່າ,</verse>
				<verse number="12">‘ຄົນ​ຮັບຈ້າງ​ຜູ້​ທີ່​ມາ​ສຸດທ້າຍ​ເຮັດ​ວຽກ​ພຽງແຕ່​ຊົ່ວໂມງ​ດຽວ​ເທົ່ານັ້ນ, ສ່ວນ​ພວກເຮົາ​ເຮັດ​ວຽກ​ໜັກ​ຕາກ​ແດດ​ຮ້ອນ​ຕະຫລອດ​ໝົດ​ມື້, ແຕ່​ທ່ານ​ໄດ້​ຈ່າຍ​ໃຫ້​ພວກເຮົາ​ເທົ່າ​ກັບ​ພວກເຂົາ.’</verse>
				<verse number="13">ເຈົ້າ​ຂອງ​ສວນ​ອະງຸ່ນ​ຕອບ​ຄົນ​ໜຶ່ງ​ໃນ​ພວກເຂົາ​ວ່າ, ‘ສະຫາຍ​ເອີຍ ຂ້ອຍ​ບໍ່ໄດ້​ສໍ້ໂກງ​ເຈົ້າ, ເຈົ້າ​ຕົກລົງ​ເຮັດ​ວຽກ​ໃຫ້​ຂ້ອຍ​ວັນ​ລະ​ໜຶ່ງ​ຫລຽນ​ເງິນ​ບໍ່ແມ່ນ​ບໍ?</verse>
				<verse number="14">ສະນັ້ນ ສິ່ງ​ທີ່​ເປັນ​ຂອງ​ເຈົ້າ ຈົ່ງ​ຮັບ​ເອົາ​ແລະ​ເມືອ​ສາ ຂ້ອຍ​ພໍໃຈ​ຢາກ​ໃຫ້​ຄົນ​ຮັບຈ້າງ ຜູ້​ທີ່​ມາ​ສຸດທ້າຍ​ນີ້​ເທົ່າ​ກັບ​ເຈົ້າ.</verse>
				<verse number="15">ຂ້ອຍ​ມີ​ສິດ​ເຮັດ​ໃນ​ສິ່ງ​ທີ່​ຂ້ອຍ​ຢາກ​ເຮັດ​ກັບ​ເງິນ​ຂອງຂ້ອຍ​ບໍ່ແມ່ນ​ບໍ? ເປັນຫຍັງ​ຈຶ່ງ​ອິດສາ​ເມື່ອ​ເຫັນ​ຂ້ອຍ​ໃຈ​ດີ?”’</verse>
				<verse number="16">“ດັ່ງນັ້ນແຫລະ ຄົນ​ທີ່​ເປັນ​ຜູ້ປາຍ ຈະ​ກັບ​ເປັນ​ຜູ້ຕົ້ນ ແລະ​ຜູ້​ທີ່​ເປັນ​ຜູ້ຕົ້ນ ກໍ​ຈະ​ກັບ​ເປັນ​ຜູ້ປາຍ.”</verse>
				<verse number="17">ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ​ນັ້ນ ພຣະອົງ​ພາ​ພວກ​ສາວົກ​ສິບສອງ​ຄົນ​ອອກ​ໄປ​ຕ່າງຫາກ ແລະ​ກ່າວ​ແກ່​ພວກເພິ່ນ​ເປັນ​ການ​ສ່ວນຕົວ.</verse>
				<verse number="18">ຕາມ​ທາງ​ນັ້ນ ພຣະອົງ​ບອກ​ພວກເພິ່ນ​ວ່າ, “ຈົ່ງ​ຟັງ​ເທີ້ນ ພວກເຮົາ​ກຳລັງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ ບ່ອນ​ທີ່​ບຸດ​ມະນຸດ​ຈະ​ຖືກ​ມອບ​ໄວ້​ໃນ​ກຳມື​ຂອງ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ພວກເຂົາ​ຈະ​ລົງໂທດ​ເພິ່ນ​ໃຫ້​ເຖິງ​ຕາຍ</verse>
				<verse number="19">ແລະ​ຈະ​ມອບ​ເພິ່ນ​ໃຫ້​ຄົນຕ່າງຊາດ, ຄົນ​ເຫຼົ່ານີ້​ຈະ​ເຢາະເຢີ້ຍ​ເພິ່ນ ຈະ​ຂ້ຽນ​ຕີ​ເພິ່ນ ແລະ​ຈະ​ຄຶງ​ເພິ່ນ​ໄວ້​ທີ່​ໄມ້ກາງແຂນ ແຕ່​ໃນ​ວັນ​ຖ້ວນ​ສາມ​ເພິ່ນ​ຈະ​ເປັນ​ຄືນ​ມາ​ຈາກ​ຕາຍ​ສູ່​ຊີວິດ.”</verse>
				<verse number="20">ຕໍ່ມາ ເມຍ​ຂອງ​ເຊເບດາຍ​ກໍ​ມາ​ຫາ​ພຣະເຢຊູເຈົ້າ​ພ້ອມ​ກັບ​ລູກ​ທັງສອງ​ຂອງຕົນ, ພວກເພິ່ນ​ຂາບລົງ​ຕໍ່ໜ້າ​ພຣະອົງ ແລະ​ຂໍຮ້ອງ​ສິ່ງ​ໜຶ່ງ​ຈາກ​ພຣະອົງ.</verse>
				<verse number="21">ພຣະອົງ​ຖາມ​ນາງ​ວ່າ, “ເຈົ້າ​ຕ້ອງການ​ຫຍັງ?” ນາງ​ຕອບ​ວ່າ, “ຂໍ​ທ່ານ​ຮັບ​ສັ່ງ​ໃຫ້​ລູກຊາຍ​ຂອງ​ຂ້ານ້ອຍ​ສອງ​ຄົນ​ນີ້ ນັ່ງ​ໃນ​ອານາຈັກ​ຂອງທ່ານ ຄື​ເບື້ອງຂວາ​ຜູ້ໜຶ່ງ ແລະ​ເບື້ອງຊ້າຍ​ອີກ​ຜູ້ໜຶ່ງ.”</verse>
				<verse number="22">ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ບໍ່​ຮູ້ຈັກ​ໃນ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ຂໍ​ນັ້ນ ພວກເຈົ້າ​ຈະ​ດື່ມ​ຈາກ​ຈອກ​ແຫ່ງ​ຄວາມ​ທົນທຸກ ທີ່​ເຮົາ​ກຳລັງ​ຈະ​ຕ້ອງ​ດື່ມ​ນັ້ນ​ໄດ້​ບໍ?” ທ່ານ​ທັງສອງ​ຕອບ​ວ່າ, “ດື່ມ​ໄດ້.”</verse>
				<verse number="23">ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຈະ​ດື່ມ​ຈາກ​ຈອກ​ທີ່​ເຮົາ​ຕ້ອງ​ດື່ມ​ແທ້ຈິງ, ແຕ່​ຜູ້ໃດ​ຈະ​ນັ່ງ​ທີ່​ເບື້ອງຂວາ ຫລື​ເບື້ອງຊ້າຍ​ຂອງເຮົາ​ນັ້ນ​ບໍ່ແມ່ນ​ໜ້າທີ່​ຂອງເຮົາ​ຈະ​ຈັດ​ໃຫ້ ແຕ່​ແມ່ນ​ພຣະບິດາເຈົ້າ​ຂອງເຮົາ​ຈັດຕຽມ​ໄວ້​ແລ້ວ​ສຳລັບ​ຜູ້ໃດ ກໍ​ເປັນ​ຂອງ​ຜູ້ນັ້ນ.”</verse>
				<verse number="24">ເມື່ອ​ສາວົກ​ອີກ​ສິບ​ຄົນ​ໄດ້ຍິນ​ເຖິງ​ເລື່ອງ​ນັ້ນ​ແລ້ວ ພວກເພິ່ນ​ກໍ​ໂກດຮ້າຍ​ສອງ​ອ້າຍ​ນ້ອງ​ນີ້.</verse>
				<verse number="25">ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ພວກເພິ່ນ​ທັງໝົດ​ມາ ແລະ​ກ່າວ​ວ່າ, “ພວກເຈົ້າ​ຕ່າງ​ກໍ​ຮູ້​ດີ​ວ່າ ຜູ້​ປົກຄອງ​ມີ​ອຳນາດ​ເໜືອ​ປະຊາຊົນ​ທີ່​ເຂົາ​ປົກຄອງ​ຢູ່ ແລະ​ຜູ້​ໃຫຍ່​ກໍ​ໃຊ້​ສິດ​ເດັດຂາດ​ເໜືອ​ພວກເຂົາ.</verse>
				<verse number="26">ແຕ່​ໃນ​ທ່າມກາງ​ພວກເຈົ້າ​ບໍ່​ເປັນ​ດັ່ງນັ້ນ, ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຢາກ​ເປັນ​ໃຫຍ່ ຜູ້ນັ້ນ​ຕ້ອງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກເຈົ້າ</verse>
				<verse number="27">ແລະ​ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຢາກ​ເປັນ​ເອກ ລາວ​ຕ້ອງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກເຈົ້າ</verse>
				<verse number="28">ເໝືອນ​ຢ່າງ​ບຸດ​ມະນຸດ​ບໍ່ໄດ້​ມາ​ເພື່ອ​ໃຫ້​ຄົນອື່ນ​ຮັບໃຊ້​ຕົນ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ​ຍອມ​ສະຫລະ​ຊີວິດ​ຂອງຕົນ ເປັນ​ຄ່າ​ໄຖ່​ຄົນ​ຈຳນວນ​ຫລວງຫລາຍ.”</verse>
				<verse number="29">ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ຈາກ​ເມືອງ​ເຢຣີໂກ​ໄປ​ນັ້ນ ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ.</verse>
				<verse number="30">ມີ​ຊາຍ​ຕາບອດ​ສອງ​ຄົນ​ທີ່​ນັ່ງ​ຢູ່​ແຄມ​ທາງ, ເມື່ອ​ໄດ້ຍິນ​ວ່າ​ພຣະເຢຊູເຈົ້າ​ກຳລັງ​ຜ່ານ​ມາ​ທາງ​ນັ້ນ ພວກເຂົາ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ພຣະອົງເຈົ້າ ຜູ້​ເປັນ​ບຸດ​ດາວິດ​ເອີຍ ໂຜດ​ເມດຕາ​ສົງສານ​ພວກ​ຂ້ານ້ອຍ​ແດ່ທ້ອນ.”</verse>
				<verse number="31">ປະຊາຊົນ​ໄດ້​ຫ້າມປາມ​ໄວ້ ແລະ​ບອກ​ພວກເຂົາ​ໃຫ້​ມິດ​ຢູ່ ແຕ່​ພວກເຂົາ​ແຮ່ງ​ຮ້ອງ​ດັງ​ຂຶ້ນ​ວ່າ, “ພຣະອົງເຈົ້າ ຜູ້​ເປັນ​ບຸດ​ດາວິດ​ເອີຍ ໂຜດ​ເມດຕາ​ສົງສານ​ຂ້ານ້ອຍ​ແດ່ທ້ອນ.”</verse>
				<verse number="32">ພຣະເຢຊູເຈົ້າ​ຈຶ່ງ​ຢຸດ ແລ້ວ​ເອີ້ນ​ຊາຍ​ຕາບອດ​ສອງ​ຄົນ​ນັ້ນ​ມາ ພຣະອົງ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ໃຫ້​ພວກເຈົ້າ?”</verse>
				<verse number="33">ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພຣະອົງເຈົ້າ​ເອີຍ ຂໍໂຜດ​ໃຫ້​ຕາ​ຂອງ​ພວກ​ຂ້ານ້ອຍ​ໄດ້​ເຫັນ​ຮຸ່ງ​ແດ່ທ້ອນ.”</verse>
				<verse number="34">ພຣະເຢຊູເຈົ້າ​ສົງສານ​ພວກເຂົາ ຈຶ່ງ​ບາຍ​ຕາ​ຂອງ​ພວກເຂົາ ໃນ​ທັນໃດນັ້ນ ພວກເຂົາ​ກໍ​ເຫັນ​ຮຸ່ງ ແລະ​ຕິດຕາມ​ພຣະອົງ​ໄປ.</verse>
			</chapter>
			<chapter number="21">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ເຂົ້າ​ໄປ​ໃກ້​ນະຄອນ​ເຢຣູຊາເລັມ​ແລ້ວ ກໍ​ມາ​ຮອດ​ບ້ານ​ເບັດຟາເຄ ທີ່​ພູເຂົາ​ໝາກກອກເທດ ພຣະເຢຊູເຈົ້າ​ໄດ້​ໃຊ້​ສາວົກ​ສອງ​ຄົນ​ລ່ວງໜ້າ​ໄປກ່ອນ</verse>
				<verse number="2">ໂດຍ​ສັ່ງ​ພວກເພິ່ນ​ວ່າ, “ຈົ່ງ​ເຂົ້າ​ໄປ​ທີ່​ບ້ານ​ຂ້າງ​ໜ້າ​ນັ້ນ ແລະ​ເມື່ອ​ໄປ​ຮອດ ພວກເຈົ້າ​ກໍ​ຈະ​ພົບ​ລໍ​ແມ່​ໂຕໜຶ່ງ​ຖືກ​ມັດ​ຢູ່​ກັບ​ລູກ​ຂອງ​ມັນ ຈົ່ງ​ແກ້​ມັນ​ອອກ​ແລະ​ຈູງ​ມາ​ຫາ​ເຮົາ.</verse>
				<verse number="3">ຖ້າ​ມີ​ຜູ້ໃດ​ເວົ້າ​ສິ່ງໃດ ຈົ່ງ​ບອກ​ຜູ້​ນັ້ນ​ວ່າ, ‘ພຣະອົງເຈົ້າ ຕ້ອງການ.’ ແລ້ວ​ລາວ​ກໍ​ຈະ​ປ່ອຍ​ໃຫ້​ທັນທີ.”</verse>
				<verse number="4">ເຫດການ​ໄດ້​ເກີດຂຶ້ນ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ກ່າວ​ໄວ້​ວ່າ,</verse>
				<verse number="5">“ຈົ່ງ​ກ່າວ​ບອກ​ປະຊາຊົນ​ ນະຄອນ​ຊີໂອນ​ວ່າ, ‘ເບິ່ງແມ! ກະສັດ​ຂອງ​ເຈົ້າ​ກຳລັງ ສະເດັດ​ມາ​ຫາ​ເຈົ້າ ເພິ່ນ​ເປັນ​ຜູ້​ໃຈ​ອ່ອນ​ສຸພາບ ແລະ​ນັ່ງ​ເທິງ​ຫລັງ​ລໍ ຄື​ນັ່ງ​ເທິງ​ຫລັງ​ລໍ​ນ້ອຍ​ ລູກ​ສັດ​ໃຊ້​ໂຕໜຶ່ງ.”’</verse>
				<verse number="6">ສາວົກ​ທັງສອງ​ຈຶ່ງ​ໄປ​ເຮັດ​ຕາມ​ທີ່​ພຣະເຢຊູເຈົ້າ​ສັ່ງ.</verse>
				<verse number="7">ພວກເພິ່ນ​ຈູງ​ລໍ​ແມ່​ແລະ​ລູກ​ຂອງ​ມັນ​ມາ ເອົາ​ເສື້ອຜ້າ​ຂອງ​ພວກ​ຕົນ​ປົກ​ຫລັງ​ມັນ ແລ້ວ​ໃຫ້​ພຣະເຢຊູເຈົ້າ​ຂຶ້ນ​ຂີ່.</verse>
				<verse number="8">ແລ້ວ​ປະຊາຊົນ​ຕ່າງ​ກໍ​ວາງ​ເສື້ອຜ້າ​ຂອງຕົນ​ປູ​ຕາມ​ທາງ ບາງຄົນ​ຕັດ​ຟົດ​ໄມ້​ມາ​ປູ​ຕາມ​ທາງ.</verse>
				<verse number="9">ປະຊາຊົນ​ທີ່​ຍ່າງ​ໄປ​ທາງ​ຫລັງ​ພຣະອົງ​ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ ແດ່​ບຸດ​ຂອງ​ດາວິດ ຂໍ​ພຣະເຈົ້າ​ອວຍພອນ​ທ່ານ​ຜູ້​ທີ່​ສະເດັດ​ມາ​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ຊົງ​ພຣະ​ຈະເລີນ ໂຮຊັນນາ​ໃນ​ທີ່​ສູງສຸດ.”</verse>
				<verse number="10">ເມື່ອ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ນະຄອນ​ເຢຣູຊາເລັມ​ແລ້ວ ປະຊາຊົນ​ທົ່ວ​ທັງ​ນະຄອນ​ກໍ​ແຕກຕື່ນ ແລະ​ຖາມ​ກັນ​ວ່າ, “ຄົນ​ນີ້​ແມ່ນ​ຜູ້ໃດ?”</verse>
				<verse number="11">ປະຊາຊົນ​ຕອບ​ວ່າ, “ຄົນ​ນີ້​ແມ່ນ​ພຣະເຢຊູເຈົ້າ ຜູ້ທຳນວາຍ​ທີ່​ມາ​ຈາກ​ເມືອງ​ນາຊາເຣັດ ແຂວງ​ຄາລີເລ.”</verse>
				<verse number="12">ແລ້ວ​ພຣະເຢຊູເຈົ້າ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ຂັບໄລ່​ບັນດາ​ຄົນ​ຊື້​ຂາຍ​ໃນ​ທີ່ນັ້ນ​ອອກ​ໄປ ແລະ​ຂວໍ້າ​ໂຕະ​ຂອງ​ຄົນ​ແລກປ່ຽນ​ເງິນ​ກັບ​ບ່ອນ​ນັ່ງ​ຂອງ​ຄົນ​ຂາຍ​ນົກເຂົາ.</verse>
				<verse number="13">ແລ້ວ​ພຣະອົງ​ກໍ​ກ່າວ​ຕໍ່​ພວກເຂົາ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະວິຫານ​ຂອງເຮົາ​ຈະ​ເປັນ​ທີ່​ເອີ້ນ​ວ່າ ສະຖານທີ່​ແຫ່ງ​ການ​ໄຫວ້ວອນ,’ ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ເປັນ​ຖໍ້າ​ຂອງ​ໂຈນ.”</verse>
				<verse number="14">ແລ້ວ​ຄົນ​ຕາບອດ ແລະ​ຄົນ​ຂາ​ພິການ​ກໍ​ມາ​ຫາ​ພຣະເຢຊູເຈົ້າ​ໃນ​ພຣະວິຫານ ແລະ ພຣະອົງ​ກໍ​ຊົງ​ໂຜດ​ພວກເຂົາ​ໃຫ້​ຫາຍ​ດີ.</verse>
				<verse number="15">ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ທຳມະຈານ​ຈຶ່ງ​ຂັດເຄືອງ​ໃຈ ເມື່ອ​ໄດ້​ເຫັນ​ສິ່ງ​ທີ່​ອັດສະຈັນ ຊຶ່ງ​ພຣະອົງ​ຊົງ​ກະທຳ ແລະ​ໄດ້ຍິນ​ພວກ​ເດັກນ້ອຍ​ຮ້ອງ​ໃນ​ພຣະວິຫານ​ວ່າ, “ໂຮຊັນນາ​ແດ່​ບຸດ​ດາວິດ.”</verse>
				<verse number="16">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເຈົ້າ​ໄດ້ຍິນ​ຄຳ​ທີ່​ພວກເຂົາ​ກຳລັງ​ຮ້ອງ​ນັ້ນ​ບໍ?” ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ໄດ້ຍິນ​ແລ້ວ ພວກເຈົ້າ​ບໍ່ເຄີຍ​ອ່ານ​ຈັກເທື່ອ​ບໍ​ໃນ​ຄຳ​ທີ່​ວ່າ, ‘ພຣະອົງ​ຊົງ​ຈັດ​ໃຫ້​ຄຳ​ສັນລະເສີນ​ອັນ​ແທ້ຈິງ ອອກ​ມາ​ຈາກ​ປາກ​ຂອງ​ເດັກນ້ອຍ​ອ່ອນ ແລະ​ຜູ້​ທີ່​ຍັງ​ກິນ​ນໍ້ານົມ​ຢູ່.”’</verse>
				<verse number="17">ແລ້ວ​ພຣະເຢຊູເຈົ້າ​ກໍ​ສະເດັດ​ຈາກ​ພວກເຂົາ ອອກ​ຈາກ​ເມືອງ​ໄປ​ຍັງ​ບ້ານ​ເບັດທານີ ເພື່ອ​ພັກ​ນອນ​ຢູ່​ທີ່​ນັ້ນ.</verse>
				<verse number="18">ແຕ່​ເຊົ້າ​ຂອງ​ວັນ​ຕໍ່ມາ ຂະນະທີ່​ພຣະເຢຊູເຈົ້າ​ສະເດັດ​ຄືນ​ເຂົ້າ​ໄປ​ໃນ​ນະຄອນ ພຣະອົງ​ຊົງ​ຫິວ​ອາຫານ.</verse>
				<verse number="19">ເມື່ອ​ພຣະອົງ​ເຫັນ​ຕົ້ນ​ເດື່ອເທດ​ກົກ​ໜຶ່ງ ຢູ່​ແຄມ​ທາງ​ຈຶ່ງ​ຍ່າງ​ໄປ​ທີ່​ຕົ້ນໄມ້​ນັ້ນ ແລະ​ເຫັນ​ວ່າ​ບໍ່ມີ​ໝາກ ມີ​ແຕ່​ໃບ​ເທົ່ານັ້ນ. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຕົ້ນ​ເດື່ອເທດ​ວ່າ, “ມຶງ​ຢ່າ​ໄດ້​ເກີດ​ໝາກ​ອີກ​ຕໍ່ໄປ​ຈັກເທື່ອ” ໃນ​ທັນໃດນັ້ນ ຕົ້ນ​ເດື່ອເທດ​ກໍ​ຫ່ຽວແຫ້ງ​ລົງ.</verse>
				<verse number="20">ເມື່ອ​ພວກ​ສາວົກ​ເຫັນ​ເຊັ່ນນີ້ ກໍ​ປະຫລາດ​ໃຈ​ພວກເພິ່ນ​ເວົ້າ​ວ່າ, “ດ້ວຍເຫດໃດ​ໜໍ ຕົ້ນ​ເດື່ອເທດ​ຈຶ່ງ​ຫ່ຽວແຫ້ງ​ຕາຍ​ໃນ​ທັນທີ?”</verse>
				<verse number="21">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ ແລະ​ບໍ່​ສົງໄສ ພວກເຈົ້າ​ກໍ​ເຮັດ​ຕໍ່​ຕົ້ນ​ເດື່ອເທດ​ນີ້​ໄດ້ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ເຮັດ ບໍ່​ພຽງ​ເທົ່ານັ້ນ ພວກເຈົ້າ​ຈະ​ສາມາດ​ສັ່ງ​ແມ່ນແຕ່​ພູເຂົາ​ໜ່ວຍ​ນີ້​ວ່າ ‘ຈົ່ງ​ເຈື່ອນ​ລົງ​ໄປ​ສູ່​ທະເລ’ ກໍ​ຈະ​ເປັນ​ໄປ​ຕາມ​ນັ້ນ.</verse>
				<verse number="22">ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ຕາມ​ທີ່​ພາວັນນາ​ອະທິຖານ​ຂໍ​ໃນ​ສິ່ງ​ນັ້ນ.”</verse>
				<verse number="23">ເມື່ອ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ພຣະວິຫານ, ໃນ​ຂະນະທີ່​ກຳລັງ​ສັ່ງສອນ​ຢູ່​ນັ້ນ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ເຖົ້າແກ່ ກໍ​ມາ​ຫາ​ພຣະອົງ ແລະ​ຖາມ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ເຮັດ​ການ​ເຫຼົ່ານີ້? ຜູ້ໃດ​ໃຫ້​ສິດ​ນີ້​ແກ່​ເຈົ້າ?”</verse>
				<verse number="24">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເຮົາ​ຂໍ​ຖາມ​ພວກເຈົ້າ​ພຽງ​ຂໍ້​ດຽວ ແລະ​ຖ້າ​ພວກເຈົ້າ​ໃຫ້​ຄຳຕອບ​ແກ່​ເຮົາ, ເຮົາ​ກໍ​ຈະ​ບອກ​ພວກເຈົ້າ​ວ່າ ດ້ວຍ​ສິດ​ອັນ​ໃດ​ທີ່​ເຮົາ​ເຮັດ​ການ​ເຫຼົ່ານີ້.</verse>
				<verse number="25">ຄື​ຜູ້ໃດ​ໃຫ້​ສິດ​ແກ່​ໂຢຮັນ​ເພື່ອ​ໃຫ້​ຮັບ​ບັບຕິສະມາ ພຣະເຈົ້າ​ໃຫ້​ຫລື​ວ່າ​ມະນຸດ​ໃຫ້?” ພວກເຂົາ​ຈຶ່ງ​ໄດ້​ປຶກສາ​ກັນ​ວ່າ, “ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຖ້າ​ພວກເຮົາ​ຕອບ​ວ່າ ‘ພຣະເຈົ້າ​ໃຫ້’ ລາວ​ກໍ​ຈະ​ຖາມ​ວ່າ ‘ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ໂຢຮັນ?’</verse>
				<verse number="26">ແຕ່​ຖ້າ​ພວກເຮົາ​ຕອບ​ວ່າ, ‘ມະນຸດ​ໃຫ້’ ພວກເຮົາ​ກໍ​ຢ້ານ​ປະຊາຊົນ ເພາະ​ທຸກຄົນ​ເຊື່ອ​ວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ.”</verse>
				<verse number="27">ສະນັ້ນ ພວກເຂົາ​ຈຶ່ງ​ຕອບ​ພຣະເຢຊູເຈົ້າ​ວ່າ, “ພວກເຮົາ​ບໍ່​ຮູ້.” ແລ້ວ​ພຣະອົງ​ກໍ​ຕອບ​ພວກເຂົາ​ວ່າ, “ຝ່າຍ​ເຮົາ​ກໍ​ຈະ​ບໍ່​ບອກ​ພວກເຈົ້າ​ເໝືອນກັນ​ວ່າ ດ້ວຍ​ສິດ​ຫຍັງ​ເຮົາ​ຈຶ່ງ​ເຮັດ​ການ​ເຫຼົ່ານີ້.”</verse>
				<verse number="28">“ແຕ່​ພວກເຈົ້າ​ຄິດ​ຢ່າງ​ໃດ​ກ່ຽວກັບ​ເລື່ອງ​ນີ້? ຊາຍ​ຜູ້ໜຶ່ງ​ມີ​ລູກຊາຍ​ສອງ​ຄົນ ລາວ​ໄປ​ຫາ​ລູກກົກ ແລະ​ສັ່ງ​ວ່າ, ‘ລູກ​ເອີຍ ວັນ​ນີ້​ເຈົ້າ​ຈົ່ງ​ໄປ​ເຮັດ​ວຽກ​ໃນ​ສວນ​ອະງຸ່ນ​ເດີ.’</verse>
				<verse number="29">ເຂົາ​ຕອບ​ພໍ່​ວ່າ ‘ລູກ​ບໍ່​ໄປ’, ແຕ່​ຕໍ່ມາ ເຂົາ​ເລີຍ​ປ່ຽນ​ໃຈ​ແລ້ວ​ກໍ​ໄປ.</verse>
				<verse number="30">ແລ້ວ​ພໍ່​ກໍ​ໄປ​ຫາ​ລູກຊາຍ​ຜູ້​ທີ​ສອງ ແລະ​ສັ່ງ​ຢ່າງ​ດຽວກັນ ລູກ​ຂອງ​ລາວ​ຕອບ​ວ່າ, ‘ເຈົ້າ ລູກ​ຈະ​ໄປ’, ແຕ່​ເຂົາ​ບໍ່​ໄປ.</verse>
				<verse number="31">ໃນ​ລູກ​ສອງ​ຄົນ​ນີ້​ຜູ້ໃດ​ເຮັດ​ຕາມໃຈ​ຂອງ​ພໍ່?” ພວກເຂົາ​ຕອບ​ວ່າ, “ແມ່ນ​ລູກກົກ.” ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຄົນ​ເກັບພາສີ​ແລະ​ຍິງ​ໂສເພນີ ກຳລັງ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ກ່ອນ​ພວກເຈົ້າ.</verse>
				<verse number="32">ເພາະ​ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ຊີ້​ບອກ​ທາງ​ທີ່​ຖືກຕ້ອງ​ໃຫ້​ພວກເຈົ້າ ແລະ​ພວກເຈົ້າ​ບໍ່​ເຊື່ອ​ເພິ່ນ, ສ່ວນ​ຄົນ​ເກັບພາສີ​ແລະ​ຍິງ​ໂສເພນີ​ໄດ້​ເຊື່ອ​ເພິ່ນ, ຝ່າຍ​ພວກເຈົ້າ​ເຖິງ​ແມ່ນ​ໄດ້​ເຫັນ​ດັ່ງນີ້​ແລ້ວ​ກໍຕາມ, ແຕ່​ພາຍລຸນ​ມາ​ພວກເຈົ້າ​ກໍ​ບໍ່​ກັບໃຈ ແລະ​ເຊື່ອ​ເພິ່ນ.”</verse>
				<verse number="33">“ຈົ່ງ​ຟັງ​ຄຳອຸປະມາ​ເລື່ອງ​ໜຶ່ງ​ອີກ ມີ​ຄົນ​ໜຶ່ງ​ທີ່​ເຮັດ​ສວນ​ອະງຸ່ນ ເພິ່ນ​ເຮັດ​ຮົ້ວ​ລ້ອມ​ສວນ​ໄວ້ ແລະ​ສະກັດ​ອ່າງ​ເພື່ອ​ໃຊ້​ຢຽບ​ໝາກ​ອະງຸ່ນ ແລະ​ທັງ​ໄດ້​ສ້າງ​ຫໍຄອຍ​ເພື່ອ​ເຝົ້າ​ຍາມ​ໄວ້. ເພິ່ນ​ໄດ້​ເອົາ​ສວນ​ອະງຸ່ນ​ໃຫ້​ຄົນ​ເຊົ່າ ແລ້ວ​ເພິ່ນ​ກໍ​ອອກ​ໄປ​ຈາກ​ທີ່​ນັ້ນ.</verse>
				<verse number="34">ພໍ​ເຖິງ​ລະດູ​ເກັບກ່ຽວ​ມາ ເພິ່ນ​ກໍ​ໃຊ້​ບັນດາ​ຜູ້ຮັບໃຊ້​ຂອງຕົນ​ໄປ​ຫາ​ພວກ​ເຊົ່າ​ສວນ ເພື່ອ​ຮັບ​ເອົາ​ສ່ວນ​ແບ່ງ​ຂອງຕົນ.</verse>
				<verse number="35">ແຕ່​ພວກ​ຄົນ​ເຊົ່າ​ສວນ​ນັ້ນ ໄດ້​ຈັບ​ພວກ​ຜູ້ຮັບໃຊ້​ຂອງ​ເພິ່ນ, ຂ້ຽນຕີ​ຜູ້ໜຶ່ງ, ຂ້າ​ຜູ້ໜຶ່ງ ແລະ​ເອົາ​ຫີນ​ແກວ່ງ​ໃສ່​ຜູ້ໜຶ່ງ.</verse>
				<verse number="36">ເຈົ້າ​ຂອງ​ສວນ​ໄດ້​ໃຊ້​ຜູ້ຮັບໃຊ້​ຄົນອື່ນໆ​ໄປ​ອີກ ເປັນ​ຈຳນວນ​ຫລວງຫລາຍ​ກວ່າ​ຄັ້ງ​ທຳອິດ, ແຕ່​ພວກ​ຄົນ​ເຊົ່າ​ສວນ​ກໍ​ເຮັດ​ຕໍ່​ຄົນ​ເຫຼົ່ານັ້ນ​ເຊັ່ນດຽວ​ກັນ.</verse>
				<verse number="37">ໃນ​ທີ່ສຸດ​ເພິ່ນ​ຈຶ່ງ​ໃຊ້​ລູກຊາຍ​ຂອງຕົນ ໄປ​ຫາ​ພວກເຂົາ​ໂດຍ​ຄິດ​ວ່າ ‘ພວກເຂົາ​ຄົງ​ຈະ​ໃຫ້​ຄວາມນັບຖື​ແກ່​ລູກຊາຍ​ຂອງເຮົາ​ຢ່າງ​ແນ່ນອນ.’</verse>
				<verse number="38">ແຕ່​ເມື່ອ​ຄົນ​ເຊົ່າ​ສວນ​ເຫຼົ່ານັ້ນ ເຫັນ​ລູກຊາຍ​ຂອງ​ເພິ່ນ ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ກັນແລະກັນ​ວ່າ, ‘ຄົນ​ນີ້​ແຫຼະ ເປັນ​ເຈົ້າ​ຂອງ​ມໍຣະດົກ ຈົ່ງ​ຂ້າ​ມັນ​ເສຍ ແລ້ວ​ພວກເຮົາ​ກໍ​ຈະ​ໄດ້​ມໍຣະດົກ​ຂອງ​ມັນ’</verse>
				<verse number="39">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ລູກຊາຍ​ຂອງ​ເຈົ້າ​ຂອງ​ສວນ​ໂຍນ​ຖິ້ມ​ອອກ​ໄປ​ນອກ​ສວນ​ແລ້ວ​ຂ້າ​ເສຍ.</verse>
				<verse number="40">ເຫດສະນັ້ນ ເມື່ອ​ເຈົ້າ​ຂອງ​ສວນອະງຸ່ນ​ມາ ເພິ່ນ​ຈະ​ເຮັດ​ຢ່າງ​ໃດ​ຕໍ່​ຄົນ​ເຊົ່າ​ສວນ​ເຫຼົ່ານັ້ນ?”</verse>
				<verse number="41">ພວກເຂົາ​ຕອບ​ວ່າ, “ເພິ່ນ​ຈະ​ຕ້ອງ​ລົງໂທດ​ຄົນຊົ່ວ​ເຫຼົ່ານັ້ນ​ຢ່າງ​ຮ້າຍແຮງ ແລະ​ຂ້າ​ຖິ້ມ​ເສຍ, ແລ້ວ​ຍົກ​ສວນ​ອະງຸ່ນ​ນັ້ນ​ໃຫ້​ຄົນອື່ນ​ເຊົ່າ ຄື​ຜູ້​ຈະ​ນຳ​ຜົນ​ທີ່​ເກັບ​ໄດ້ ມາ​ໃຫ້​ເພິ່ນ​ຖືກຕ້ອງ​ຕາມ​ລະດູ​ການ.”</verse>
				<verse number="42">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່ເຄີຍ​ອ່ານ​ໃນ​ພຣະຄຳພີ​ບໍ? ໃນ​ຕອນ​ທີ່​ກ່າວ​ວ່າ, ‘ຫີນ​ທີ່​ນາຍ​ຊ່າງ​ກໍ່​ໄດ້​ໂຍນ​ຖິ້ມ​ແລ້ວ ເພາະ​ຖື​ວ່າ​ໄຮ້​ຄ່າ ກໍ​ກາຍເປັນ​ຫີນ​ເສົາ​ເອກ ສຳຄັນ​ກວ່າ​ໝູ່​ໝົດ. ເລື່ອງ​ນີ້​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ຊຶ່ງ​ເປັນ​ການ​ປະຫລາດ ແກ່​ຕາ​ຂອງ​ພວກເຮົາ.”’</verse>
				<verse number="43">ເພາະສະນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, “ຣາຊອານາຈັກ​ຂອງ​ພຣະເຈົ້າ​ຈະ​ຖືກ​ຍົກ​ໜີໄປ​ຈາກ​ພວກເຈົ້າ ແລະ​ມອບ​ໃຫ້​ແກ່​ຊົນຊາດ​ໜຶ່ງ ຊຶ່ງ​ຈະ​ໃຫ້​ຜົນ​ດີ​ສົມ​ກັບ​ຊົນຊາດ​ນັ້ນ. [</verse>
				<verse number="44">ຜູ້ໃດ​ລົ້ມ​ທັບ​ຫີນ​ນີ້ ຜູ້ນັ້ນ​ຈະ​ຕ້ອງ​ແຕກ​ຫັກ​ໄປ ແຕ່​ຖ້າ​ຫີນ​ນັ້ນ​ຈະ​ຕົກ​ທັບ​ຜູ້ໃດ ຜູ້ນັ້ນ​ຈະ​ແຫລກ​ໝຸ່ນ​ໄປ.”]</verse>
				<verse number="45">ເມື່ອ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ຟາຣີຊາຍ ໄດ້ຍິນ​ຄຳອຸປະມາ​ນີ້ ກໍ​ຮູ້​ໄດ້​ວ່າ​ພຣະອົງ​ເວົ້າ​ເຖິງ​ພວກເຂົາ,</verse>
				<verse number="46">ດັ່ງນັ້ນ ພວກເຂົາ​ຈຶ່ງ​ພະຍາຍາມ​ຈັບ​ພຣະອົງ ແຕ່​ພວກເຂົາ​ຢ້ານ​ປະຊາຊົນ ເພາະ​ປະຊາຊົນ​ຖື​ວ່າ​ພຣະເຢຊູເຈົ້າ​ເປັນ​ຜູ້ທຳນວາຍ.</verse>
			</chapter>
			<chapter number="22">
				<verse number="1">ອີກ​ຄັ້ງ​ໜຶ່ງ ພຣະເຢຊູເຈົ້າ​ໄດ້​ໃຊ້​ຄຳອຸປະມາ​ກ່າວ​ກັບ​ປະຊາຊົນ​ວ່າ,</verse>
				<verse number="2">“ຣາຊອານາຈັກ​ສະຫວັນ​ປຽບ​ເໝືອນ​ກະສັດ​ຜູ້ໜຶ່ງ ຕຽມ​ງານກິນລ້ຽງ​ເນື່ອງ​ໃນ​ພິທີ​ສົມຣົດ​ລູກຊາຍ​ຂອງຕົນ.</verse>
				<verse number="3">ເພິ່ນ​ໄດ້​ໃຊ້​ບັນດາ​ຜູ້ຮັບໃຊ້​ໄປ​ເອີ້ນ​ພວກ​ທີ່​ຖືກ​ເຊີນ​ໃຫ້​ມາ​ໃນ​ງານ, ແຕ່​ພວກ​ທີ່​ຖືກ​ເຊີນ​ນັ້ນ​ບໍ່​ຢາກ​ມາ.</verse>
				<verse number="4">ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຜູ້ຮັບໃຊ້​ພວກ​ອື່ນ​ອີກ​ອອກ​ໄປ​ໂດຍ​ສັ່ງ​ວ່າ, ‘ຈົ່ງ​ບອກ​ພວກ​ທີ່​ຖືກ​ເຊີນ​ວ່າ ບັດນີ້ ງານກິນລ້ຽງ​ຂອງເຮົາ​ກໍ​ຈັດຕຽມ​ໄວ້​ພ້ອມ​ແລ້ວ ງົວເຖິກ​ແລະ​ສັດ​ທີ່​ຕຸ້ຍພີ​ດີ​ງາມ​ກໍ​ມີ​ຄົນ​ຂ້າ​ໄວ້​ແລ້ວ ແລະ​ທຸກສິ່ງ​ກໍ​ຕຽມ​ໄວ້​ພ້ອມ​ແລ້ວ, ຈົ່ງ​ມາ​ຮ່ວມ​ງານ​ສົມຣົດ​ນີ້​ເຖີດ’,</verse>
				<verse number="5">ແຕ່​ພວກ​ທີ່​ຖືກ​ເຊີນ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ຄຳ​ເຊີນ​ນັ້ນ​ເລີຍ ແລະ​ສົນໃຈ​ນຳ​ແຕ່​ທຸລະກິດ​ຂອງຕົນ ຄົນ​ໜຶ່ງ​ໄປ​ໄຮ່​ໄປ​ນາ​ຂອງຕົນ, ອີກ​ຄົນ​ໜຶ່ງ​ໄປ​ເຮັດ​ຄ້າຂາຍ​ຂອງຕົນ,</verse>
				<verse number="6">ສ່ວນ​ຄົນອື່ນໆ​ອີກ​ກໍ​ຈັບ​ພວກ​ຮັບໃຊ້​ມາ​ຂ້ຽນຕີ ແລະ​ຂ້າ​ເຂົາ​ເສຍ.</verse>
				<verse number="7">ກະສັດ​ໂກດຮ້າຍ​ຫລາຍ, ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ກອງ​ທະຫານ​ຂອງຕົນ​ອອກ​ໄປ​ຂ້າ​ຄາດຕະກອນ​ພວກ​ນັ້ນ ແລະ​ຈູດ​ເມືອງ​ຂອງ​ພວກເຂົາ.</verse>
				<verse number="8">ແລ້ວ​ເພິ່ນ​ກໍ​ເອີ້ນ​ບັນດາ​ຜູ້ຮັບໃຊ້​ຂອງຕົນ​ມາ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, ‘ງານກິນລ້ຽງ​ສົມຣົດ​ຂອງເຮົາ​ກໍ​ພ້ອມ​ແລ້ວ, ແຕ່​ຄົນ​ທີ່​ຖືກ​ເຊີນ​ນັ້ນ​ບໍ່​ສົມ​ກັບ​ງານ​ນີ້.</verse>
				<verse number="9">ບັດນີ້ ຈົ່ງ​ອອກ​ໄປ​ຖະໜົນ​ໃຫຍ່​ບ່ອນ​ທາງ​ແຍກ ແລະ​ເຊີນ​ທຸກຄົນ​ທີ່​ພວກເຈົ້າ​ພົບ​ໃຫ້​ມາ​ຮ່ວມ​ໃນ​ງານ​ນີ້.’</verse>
				<verse number="10">ສະນັ້ນ ພວກ​ຜູ້ຮັບໃຊ້​ຈຶ່ງ​ອອກ​ໄປ​ຕາມ​ຖະໜົນ​ຫົນທາງ ແລະ​ຮວບຮວມ​ເອົາ​ຄົນ​ທັງຫລາຍ ບໍ່​ວ່າ​ດີ​ຫລື​ຊົ່ວ​ທີ່​ພວກເຂົາ​ໄດ້​ພົບ ແລະ​ຫ້ອງ​ທີ່​ຈັດ​ໄວ້​ສຳລັບ​ງານ​ສົມຣົດ​ນັ້ນ​ກໍ​ເຕັມ​ໄປ​ດ້ວຍ​ແຂກ​ຄົນ.</verse>
				<verse number="11">ດັ່ງນັ້ນ ກະສັດ​ຈຶ່ງ​ເຂົ້າ​ໄປ​ເລາະ​ລຽບ​ເບິ່ງ​ບັນດາ​ແຂກ​ຄົນ​ທີ່​ມາ​ໃນ​ງານ ແລະ​ເຫັນ​ຊາຍ​ຜູ້ໜຶ່ງ​ທີ່​ບໍ່ໄດ້​ນຸ່ງ​ເຄື່ອງ​ສຳລັບ​ພິທີ​ສົມຣົດ.</verse>
				<verse number="12">ກະສັດ​ຈຶ່ງ​ຖາມ​ລາວ​ວ່າ, ‘ສະຫາຍ​ເອີຍ ເຫດໃດ​ເຈົ້າ​ຈຶ່ງ​ເຂົ້າ​ມາ​ທີ່​ນີ້ ໂດຍ​ບໍ່​ນຸ່ງ​ເຄື່ອງ​ສຳລັບ​ພິທີ​ງານ​ສົມຣົດ?’ ແຕ່​ຜູ້​ນັ້ນ​ບໍ່​ຕອບ​ປະການ​ໃດ​ເລີຍ.</verse>
				<verse number="13">ແລ້ວ​ກະສັດ​ກໍ​ບອກ​ພວກ​ຜູ້ຮັບໃຊ້​ວ່າ, ‘ຈົ່ງ​ມັດ​ມື​ແລະ​ຕີນ​ຂອງ​ມັນ​ໄວ້ ແລະ​ໂຍນ​ມັນ​ຖິ້ມ​ອອກ​ໄປ​ຂ້າງ​ນອກ​ທີ່​ມືດໆ ໃນ​ທີ່ນັ້ນ​ຈະ​ມີ​ການ​ຮ້ອງໄຫ້ ແລະ​ຂົບແຂ້ວ​ຄ້ຽວຟັນ.”’</verse>
				<verse number="14">“ດ້ວຍວ່າ​ມີ​ຫລາຍ​ຄົນ​ຖືກ​ເຊີນ​ມາ ແຕ່​ມີ​ໜ້ອຍ​ຄົນ​ທີ່​ຖືກ​ເລືອກ​ໄວ້.”</verse>
				<verse number="15">ເມື່ອນັ້ນ ພວກ​ຟາຣີຊາຍ​ໄດ້​ໄປ​ປະຊຸມ​ປຶກສາ​ກັນ​ວາງແຜນ ເພື່ອ​ຈັບ​ຜິດ​ພຣະເຢຊູເຈົ້າ​ໃນ​ເລື່ອງໃດ​ເລື່ອງໜຶ່ງ.</verse>
				<verse number="16">ແລ້ວ​ພວກເຂົາ​ກໍ​ໃຊ້​ພວກ​ສິດ​ຂອງ​ພວກ​ຕົນ ພ້ອມ​ກັບ​ພັກພວກ​ຂອງ​ເຮໂຣດ​ບາງຄົນ ໄປ​ເວົ້າ​ກັບ​ພຣະອົງ​ວ່າ, “ອາຈານ​ເອີຍ ພວກເຮົາ​ຮູ້​ວ່າ​ທ່ານ​ເປັນ​ຜູ້​ສັດຊື່ ແລະ​ທ່ານ​ສັ່ງສອນ​ຄວາມຈິງ​ໃນ​ທາງ​ຂອງ​ພຣະເຈົ້າ ໂດຍ​ບໍ່ໄດ້​ເອົາ​ໃຈ​ຜູ້ໃດ, ເພາະ​ທ່ານ​ບໍ່​ເຫັນ​ແກ່ໜ້າ​ຜູ້ໃດ.</verse>
				<verse number="17">ດັ່ງນັ້ນ ຈົ່ງ​ບອກ​ພວກເຮົາ​ແດ່​ວ່າ ທ່ານ​ຄິດ​ຢ່າງ​ໃດ​ກ່ຽວກັບ​ເລື່ອງ​ນີ້? ເປັນ​ການ​ສົມຄວນ​ຫລື​ບໍ່ ທີ່​ເສຍ​ພາສີ​ໃຫ້​ກາຍຊາ?”</verse>
				<verse number="18">ແຕ່​ພຣະເຢຊູເຈົ້າ​ຮູ້​ເຈດຕະນາ​ຊົ່ວຮ້າຍ​ຂອງ​ພວກເຂົາ​ຈຶ່ງ​ກ່າວ​ວ່າ, “ຄົນ​ໜ້າຊື່​ໃຈຄົດ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ທົດລອງ​ເຮົາ?</verse>
				<verse number="19">ຈົ່ງ​ເອົາ​ເງິນ​ຫລຽນ​ທີ່​ໃຊ້​ເສຍ​ພາສີ​ນັ້ນ ມາ​ໃຫ້​ເຮົາ​ເບິ່ງດູ.” ພວກເຂົາ​ຈຶ່ງ​ນຳ​ເອົາ​ເງິນ​ຫລຽນ​ໜຶ່ງ​ມາ​ໃຫ້​ພຣະອົງ</verse>
				<verse number="20">ແລ້ວ​ພຣະອົງ​ກໍ​ຖາມ​ພວກເຂົາ​ວ່າ, “ຮູບ​ແລະ​ຄຳ​ຈາລຶກ​ນີ້ ເປັນ​ຂອງ​ຜູ້ໃດ?”</verse>
				<verse number="21">ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ.” ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ເຫດສະນັ້ນ ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຄືນ​ຖວາຍ​ໃຫ້​ແກ່​ພຣະເຈົ້າ.”</verse>
				<verse number="22">ເມື່ອ​ພວກເຂົາ​ໄດ້ຍິນ​ເຊັ່ນນີ້​ແລ້ວ ກໍ​ປະຫລາດ​ໃຈ​ຫລາຍ​ຈຶ່ງ​ໜີໄປ​ຈາກ​ພຣະອົງ.</verse>
				<verse number="23">ໃນ​ວັນ​ດຽວກັນ​ນັ້ນ ພວກ​ຊາດູກາຍ​ບາງຄົນ​ກໍ​ມາ​ຫາ​ພຣະເຢຊູເຈົ້າ ພວກ​ນີ້​ຖື​ວ່າ​ມະນຸດ​ຈະ​ບໍ່​ເປັນ​ຄືນ​ມາ​ຈາກ​ຕາຍ, ພວກເຂົາ​ຖາມ​ພຣະອົງ​ວ່າ,</verse>
				<verse number="24">“ອາຈານ​ເອີຍ, ໂມເຊ​ໄດ້​ກ່າວ​ວ່າ, ຖ້າ​ຊາຍ​ຄົນ​ໜຶ່ງ​ຕາຍໄປ​ໂດຍ​ຍັງ​ບໍ່ມີ​ລູກ​ນຳ​ເມຍ​ຂອງຕົນ ຕ້ອງ​ໃຫ້​ນ້ອງຊາຍ​ຂອງ​ຜູ້​ຕາຍ​ນັ້ນ ເອົາ​ເອື້ອຍໃພ້​ຂອງຕົນ​ເປັນ​ເມຍ ເພື່ອ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ຂອງຕົນ​ທີ່​ຕາຍໄປ​ແລ້ວ​ນັ້ນ.</verse>
				<verse number="25">ບັດນີ້ ຍັງ​ມີ​ເຈັດ​ອ້າຍ​ນ້ອງ​ທີ່​ຢູ່​ທ່າມກາງ​ພວກເຮົາ, ອ້າຍ​ກົກ​ແຕ່ງງານ​ແລ້ວ ແລະ​ໄດ້​ຕາຍໄປ​ເມື່ອ​ຍັງ​ບໍ່ມີ​ລູກ, ດັ່ງນັ້ນ ລາວ​ກໍ​ປະ​ເມຍ​ທີ່​ເປັນ​ໝ້າຍ​ໄວ້​ໃຫ້​ນ້ອງຊາຍ​ຂອງຕົນ.</verse>
				<verse number="26">ເຫດການ​ເຊັ່ນດຽວ​ກັນ​ນີ້ ໄດ້​ເກີດຂຶ້ນ​ກັບ​ນ້ອງຊາຍ​ຜູ້​ທີ​ສອງ, ນ້ອງຊາຍ​ຜູ້​ທີ​ສາມ ແລະ​ຈົນເຖິງ​ຜູ້​ທີ​ເຈັດ.</verse>
				<verse number="27">ໃນ​ທີ່ສຸດ ຍິງ​ນັ້ນ​ກໍໄດ້​ຕາຍໄປ​ເໝືອນກັນ.</verse>
				<verse number="28">ດັ່ງນັ້ນ ໃນ​ວັນ​ທີ່​ມະນຸດ​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ ຍິງ​ນີ້​ຈະ​ເປັນ​ເມຍ​ຂອງ​ຜູ້ໃດ​ໃນ​ຊາຍ​ເຈັດ​ຄົນ​ນີ້? ເພາະ​ພວກເຂົາ​ທັງ​ເຈັດ​ໄດ້​ເປັນ​ຜົວ​ຂອງ​ນາງ.”</verse>
				<verse number="29">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ພວກເຈົ້າ​ຫລົງ​ຜິດ​ແລ້ວ ເພາະ​ພວກເຈົ້າ​ບໍ່​ຮູ້ຈັກ​ພຣະຄຳພີ ຫລື​ຣິດເດດ​ອຳນາດ​ຂອງ​ພຣະເຈົ້າ.</verse>
				<verse number="30">ເພາະ​ເມື່ອ​ມະນຸດ​ເປັນ​ຄືນ​ມາ​ນັ້ນ ຈະ​ບໍ່ມີ​ການ​ແຕ່ງງານ ຫລື​ຍົກ​ໃຫ້​ເປັນ​ຜົວ​ເມຍ​ກັນ​ອີກ ແຕ່​ພວກເຂົາ​ຈະ​ເປັນ​ເໝືອນ​ເທວະດາ​ໃນ​ສະຫວັນ.</verse>
				<verse number="31">ສຳລັບ​ເລື່ອງ​ຄົນ​ຕາຍ​ເປັນ​ຄືນ​ມາ​ນັ້ນ ພວກເຈົ້າ​ບໍ່ເຄີຍ​ອ່ານ​ຖ້ອຍຄຳ​ທີ່​ພຣະເຈົ້າ​ບອກ​ພວກເຈົ້າ​ຈັກເທື່ອ​ບໍ? ພຣະອົງ​ຊົງ​ກ່າວ​ວ່າ,</verse>
				<verse number="32">‘ຝ່າຍ​ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ ເປັນ​ພຣະເຈົ້າ​ຂອງ​ອີຊາກ ແລະ​ເປັນ​ພຣະເຈົ້າ​ຂອງ​ຢາໂຄບ.’ ພຣະອົງ​ແມ່ນ​ພຣະເຈົ້າ​ຂອງ​ຄົນ​ເປັນ ບໍ່ແມ່ນ​ພຣະເຈົ້າ​ຂອງ​ຄົນ​ຕາຍ.”</verse>
				<verse number="33">ເມື່ອ​ປະຊາຊົນ​ໄດ້ຍິນ​ເລື່ອງ​ນີ້​ແລ້ວ ກໍ​ປະຫລາດ​ໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ.</verse>
				<verse number="34">ເມື່ອ​ພວກ​ຟາຣີຊາຍ​ໄດ້ຍິນ​ຂ່າວ​ວ່າ ພຣະ​ເຢຊູເຈົ້າ​ຕອບ​ພວກ​ຊາດູກາຍ​ຈົນ​ພວກເຂົາ​ມິດ​ຢູ່ ພວກເຂົາ​ກໍ​ພາກັນ​ມາ​ເປັນ​ໝູ່</verse>
				<verse number="35">ແລະ​ຄົນ​ໜຶ່ງ​ໃນ​ພວກເຂົາ​ທີ່​ເປັນ​ທຳມະຈານ​ກໍ​ທົດລອງ​ພຣະອົງ</verse>
				<verse number="36">ໂດຍ​ຖາມ​ວ່າ, “ອາຈານ​ເອີຍ ໃນ​ກົດບັນຍັດ​ແມ່ນ​ຂໍ້​ໃດ ທີ່​ເປັນ​ຂໍ້​ໃຫຍ່​ສຳຄັນ​ທີ່ສຸດ?”</verse>
				<verse number="37">ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “‘ຈົ່ງ​ຮັກ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດໃຈ, ດ້ວຍ​ສຸດຈິດ, ແລະ​ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ.’</verse>
				<verse number="38">ນັ້ນ​ແຫຼະ ແມ່ນ​ກົດບັນຍັດ​ຂໍ້​ໃຫຍ່​ແລະ​ຂໍ້​ຕົ້ນ.</verse>
				<verse number="39">ຂໍ້​ທີ​ສອງ​ກໍ​ເໝືອນກັນ​ຄື: ‘ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.’</verse>
				<verse number="40">ກົດບັນຍັດ​ທັງໝົດ ແລະ​ບັນດາ​ຖ້ອຍຄຳ​ຂອງ​ພວກ​ຜູ້ທຳນວາຍ ກໍ​ຂຶ້ນ​ກັບ​ກົດບັນຍັດ​ສອງ​ຂໍ້​ນີ້​ແຫຼະ.”</verse>
				<verse number="41">ໃນ​ຂະນະທີ່​ພວກ​ຟາຣີຊາຍ​ຍັງ​ເຕົ້າໂຮມ​ກັນ​ເປັນ​ໝູ່​ນັ້ນ ພຣະເຢຊູເຈົ້າ​ຖາມ​ພວກເຂົາ​ວ່າ,</verse>
				<verse number="42">“ພວກເຈົ້າ​ຄິດ​ຢ່າງ​ໃດ​ກ່ຽວກັບ​ພຣະຄຣິດ? ເພິ່ນ​ເປັນ​ເຊື້ອສາຍ​ຂອງ​ຜູ້ໃດ?” ພວກເຂົາ​ຕອບ​ວ່າ, “ເປັນ​ເຊື້ອສາຍ​ຂອງ​ດາວິດ.”</verse>
				<verse number="43">ພຣະອົງ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ຖ້າ​ຢ່າງ​ນັ້ນ ດ້ວຍເຫດໃດ​ພຣະວິນຍານ​ບໍຣິສຸດເຈົ້າ ຈຶ່ງ​ດົນໃຈ​ດາວິດ​ໃຫ້​ເອີ້ນ​ພຣະຄຣິດ​ວ່າ ‘ພຣະອົງເຈົ້າ?’ ດາວິດ​ໄດ້​ເວົ້າ​ວ່າ,</verse>
				<verse number="44">‘ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ ພຣະອົງເຈົ້າ​ຂອງ​ຂ້ານ້ອຍ​ວ່າ, ຈົ່ງ​ນັ່ງ​ທີ່​ເບື້ອງ​ຂວາ​ມື​ຂອງເຮົາ ຈົນກວ່າ​ເຮົາ​ຈະ​ປາບ​ສັດຕູ​ຂອງ​ເຈົ້າ ໃຫ້​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ.’</verse>
				<verse number="45">ດັ່ງນັ້ນ ຖ້າ​ດາວິດ​ເອີ້ນ​ພຣະຄຣິດ​ວ່າ, ‘ພຣະອົງເຈົ້າ’ ແລ້ວ​ພຣະຄຣິດ​ຈະ​ເປັນ​ເຊື້ອສາຍ​ຂອງ​ດາວິດ​ໄດ້​ຢ່າງ​ໃດ?”</verse>
				<verse number="46">ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ສາມາດ​ຕອບ​ພຣະອົງ​ໄດ້ ແລະ​ນັບ​ແຕ່​ວັນ​ນັ້ນ​ມາ ກໍ​ບໍ່ມີ​ຜູ້ໃດ​ກ້າ​ຖາມ​ພຣະອົງ​ອີກ.</verse>
			</chapter>
			<chapter number="23">
				<verse number="1">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ປະຊາຊົນ ແລະ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ,</verse>
				<verse number="2">“ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ ມີ​ຄວາມ​ຊຳນິ​ຊຳນານ​ທາງ​ດ້ານ​ກົດບັນຍັດ​ຂອງ​ໂມເຊ.</verse>
				<verse number="3">ສະນັ້ນ ພວກເຈົ້າ​ຈົ່ງ​ເຊື່ອຟັງ ແລະ​ເຮັດ​ຕາມ​ທຸກສິ່ງ​ທີ່​ພວກເຂົາ​ບອກ, ແຕ່​ຢ່າ​ຮຽນ​ແບບ​ການ​ກະທຳ​ຂອງ​ພວກເຂົາ ເພາະ​ພວກເຂົາ​ບໍ່ໄດ້​ເຮັດ​ຕາມ​ທີ່​ພວກເຂົາ​ໄດ້​ສອນ​ໄວ້.</verse>
				<verse number="4">ພວກເຂົາ​ມັດ​ຂອງ​ໜັກ​ມາ​ວາງ​ເທິງ​ບ່າ​ຂອງ​ປະຊາຊົນ, ສ່ວນ​ພວກເຂົາ​ແລ້ວ ແມ່ນແຕ່​ນິ້ວກ້ອຍ​ກໍ​ບໍ່​ຍອມ​ຈັບ​ຍົກ​ໄປ.</verse>
				<verse number="5">ພວກເຂົາ​ເຮັດ​ທຸກໆ​ຢ່າງ ເພື່ອ​ໃຫ້​ຄົນ​ເຫັນ​ພວກເຂົາ, ມີ​ແອບ​ໜັງ​ທີ່​ບັນຈຸ​ຂໍ້​ພຣະຄຳພີ​ມັດ​ໄວ້​ທີ່​ໜ້າຜາກ ແລະ​ທີ່​ແຂນ​ຂອງ​ພວກເຂົາ ສ່ວນ​ຍອຍ​ແຄມ​ເສື້ອຄຸມ ຂອງ​ພວກເຂົາ​ກໍ​ເຮັດ​ໃຫ້​ຍາວ​ອອກ​ໄປ</verse>
				<verse number="6">ພວກເຂົາ​ມັກ​ນັ່ງ​ບ່ອນ​ອັນ​ມີ​ກຽດ​ໃນ​ງານ​ກິນລ້ຽງ​ຕ່າງໆ ແລະ​ນັ່ງ​ໃນ​ທຳມະສາລາ,</verse>
				<verse number="7">ພວກເຂົາ​ມັກ​ໃຫ້​ຄົນ​ຄຳນັບ​ໃນ​ກາງ​ຕະຫລາດ ແລະ​ໃຫ້​ຄົນ​ເອີ້ນ​ຕົນ​ວ່າ, ‘ທ່ານ​ອາຈານ.’</verse>
				<verse number="8">ແຕ່​ພວກເຈົ້າ​ຢ່າ​ໃຫ້​ຜູ້ໃດ​ເອີ້ນ​ວ່າ, ‘ທ່ານ​ອາຈານ’ ເພາະ​ພວກເຈົ້າ​ທັງໝົດ​ເປັນ​ພີ່ນ້ອງ​ກັນ ແລະ ມີ​ອາຈານ​ແຕ່​ຜູ້​ດຽວ.</verse>
				<verse number="9">ຢ່າ​ເອີ້ນ​ຜູ້ໃດ​ເທິງ​ແຜ່ນດິນ​ໂລກ​ນີ້​ວ່າ, ‘ບິດາ’ ເພາະ​ພວກເຈົ້າ​ມີ​ພຣະບິດາເຈົ້າ​ອົງ​ດຽວ​ໃນ​ສະຫວັນ.</verse>
				<verse number="10">ຢ່າ​ໃຫ້​ຜູ້ໃດ​ເອີ້ນ​ພວກເຈົ້າ​ວ່າ, ‘ນາຍ’ ເພາະ​ນາຍ​ຜູ້​ດຽວ​ຂອງ​ພວກເຈົ້າ​ຄື​ພຣະຄຣິດ.</verse>
				<verse number="11">ຜູ້​ເປັນ​ໃຫຍ່​ທີ່ສຸດ​ໃນ​ພວກເຈົ້າ​ນັ້ນ ຕ້ອງ​ເປັນ​ຜູ້ຮັບໃຊ້​ພວກເຈົ້າ.</verse>
				<verse number="12">ຜູ້ໃດ​ທີ່​ຍົກ​ຕົວ​ຂຶ້ນ ຜູ້​ນັ້ນ​ຈະ​ຖືກ​ລົດ​ໃຫ້​ນ້ອຍ​ລົງ ແລະ​ຜູ້ໃດ​ທີ່​ຖ່ອມຕົວ​ລົງ ຜູ້​ນັ້ນ​ຈະ​ຖືກ​ຍົກ​ຂຶ້ນ.”</verse>
				<verse number="13">“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ມະນຸດ, ທີ່​ຈິງ​ແລ້ວ​ພວກເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ, ແຕ່​ຍັງ​ກັ້ນກາງ​ຜູ້​ທີ່​ຢາກ​ເຂົ້າ​ໄປ. [</verse>
				<verse number="14">ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ ແລະ ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ສໍ້ໂກງ​ເອົາ​ສິ່ງຂອງ ຂອງ​ບັນດາ​ແມ່ໝ້າຍ ແລະ​ແກ້ງ​ອະທິຖານ​ຢ່າງ​ຍືດຍາວ ໂທດ​ຂອງ​ຄົນ​ເຫຼົ່ານີ້​ແມ່ນ​ໜັກ​ທີ່ສຸດ.”]</verse>
				<verse number="15">“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ເດີນທາງ​ບົກ​ແລະ​ທາງ​ນໍ້າ, ເພື່ອ​ຈະ​ໄດ້​ຄົນ​ຜູ້ໜຶ່ງ​ມາ​ເຂົ້າ​ສາສະໜາ ແລະ​ເມື່ອ​ໄດ້​ເຂົ້າ​ແລ້ວ ເຈົ້າ​ກໍ​ເຮັດ​ໃຫ້​ຄົນ​ນັ້ນ ສົມ​ກັບ​ຕົກ​ນະຣົກ​ຫລາຍກວ່າ​ເຈົ້າ​ເອງ​ເຖິງ​ສອງ​ເທົ່າ.”</verse>
				<verse number="16">“ວິບັດ​ແກ່​ເຈົ້າ ພວກ​ຜູ້ນຳ​ທາງ​ຕາບອດ​ທີ່​ສອນ​ວ່າ, ‘ຖ້າ​ຜູ້ໃດ​ສາບານ​ໂດຍ​ອ້າງ​ໃສ່​ພຣະວິຫານ ຄຳ​ສາບານ​ຂອງ​ລາວ​ກໍ​ບໍ່ມີ​ຂໍ້​ຜູກ​ມັດ, ແຕ່​ຖ້າ​ຜູ້ໃດ​ສາບານ​ໂດຍ​ອ້າງ​ໃສ່​ຄຳ​ໃນ​ພຣະວິຫານ ຜູ້ນັ້ນ​ຕ້ອງ​ເຮັດ​ຕາມ​ຄຳ​ທີ່​ຕົນ​ໄດ້​ສາບານ​ໄວ້.’</verse>
				<verse number="17">ພວກ​ຕາບອດ​ທີ່​ໂງ່ຈ້າ​ເອີຍ ສິ່ງໃດ​ທີ່​ສຳຄັນ​ກວ່າ​ກັນ ຄຳ​ຫລື​ພຣະວິຫານ ທີ່​ເຮັດ​ໃຫ້​ຄຳ​ນັ້ນ​ສັກສິດ?</verse>
				<verse number="18">ພວກເຈົ້າ​ຍັງ​ສອນ​ວ່າ ‘ຖ້າ​ຜູ້ໃດ​ສາບານ​ໂດຍ​ອ້າງ​ໃສ່​ແທ່ນບູຊາ ຄຳ​ສາບານ​ຂອງ​ລາວ​ກໍ​ບໍ່ມີ​ຂໍ້​ຜູກ​ມັດ, ແຕ່​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ສາບານ​ໂດຍ​ອ້າງ​ໃສ່​ເຄື່ອງ​ຖວາຍ​ເທິງ​ແທ່ນບູຊາ ລາວ​ຈະ​ຕ້ອງ​ເຮັດ​ຕາມ​ທີ່​ຕົນ​ໄດ້​ສາບານ​ໄວ້.’</verse>
				<verse number="19">ພວກ​ຄົນ​ຕາບອດ​ເອີຍ ສິ່ງໃດ​ທີ່​ສຳຄັນ​ກວ່າ​ກັນ ເຄື່ອງ​ຖະຫວາຍ​ຫລື​ວ່າ​ແທ່ນບູຊາ​ທີ່​ເຮັດ​ໃຫ້​ເຄື່ອງ​ຖວາຍ​ນັ້ນ​ສັກສິດ?</verse>
				<verse number="20">ເຫດສະນັ້ນ ເມື່ອ​ຄົນ​ໜຶ່ງ​ສາບານ​ໃສ່​ແທ່ນບູຊາ ລາວ​ກໍ​ສາບານ​ໂດຍ​ອ້າງ​ໃສ່​ແທ່ນບູຊາ​ກັບ​ເຄື່ອງ​ຖວາຍ​ທັງໝົດ ທີ່​ຢູ່​ເທິງ​ແທ່ນບູຊາ​ນັ້ນ​ເໝືອນກັນ</verse>
				<verse number="21">ແລະ ເມື່ອ​ຄົນ​ໜຶ່ງ​ສາບານ​ໂດຍ​ອ້າງ​ໃສ່​ພຣະວິຫານ ລາວ​ກໍ​ສາບານ​ໂດຍ​ອ້າງ​ໃສ່​ພຣະວິຫານ ແລະ​ໃສ່​ພຣະເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ​ເໝືອນກັນ,</verse>
				<verse number="22">ແລະ​ເມື່ອ​ຄົນ​ໜຶ່ງ​ສາບານ​ໂດຍ​ອ້າງ​ໃສ່​ສະຫວັນ ລາວ​ກໍ​ສາບານ​ໂດຍ​ອ້າງ​ໃສ່​ບັນລັງ​ຂອງ​ພຣະເຈົ້າ ແລະ​ໃສ່​ພຣະອົງ​ຜູ້​ທີ່​ນັ່ງ​ເທິງ​ບັນລັງ​ນັ້ນ​ເໝືອນກັນ.”</verse>
				<verse number="23">“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ. ດ້ວຍວ່າ, ພວກເຈົ້າ​ແບ່ງ​ຜັກ​ຫອມ​ລາບ, ຜັກຊີ ແລະ​ຂີ້ໝິ້ນ​ເປັນ​ສິບ​ສ່ວນ ເອົາ​ສ່ວນ​ໜຶ່ງ​ເປັນ​ຂອງ​ຖວາຍ ແຕ່​ສ່ວນ​ຂໍ້​ສຳຄັນ​ຂອງ​ກົດບັນຍັດ ຄື​ຄວາມ​ຍຸດຕິທຳ, ຄວາມ​ເມດຕາ, ຄວາມ​ສັດຊື່​ນັ້ນ​ໄດ້​ປະ​ເສຍ ແມ່ນ​ສິ່ງ​ເຫຼົ່ານີ້​ແຫຼະ ທີ່​ພວກເຈົ້າ​ຄວນ​ປະຕິບັດ​ຢູ່​ໂດຍ​ບໍ່​ຕ້ອງ​ປະຖິ້ມ​ສິ່ງ​ອື່ນ​ນັ້ນ.</verse>
				<verse number="24">ພວກ​ຜູ້ນຳ​ຕາບອດ​ເອີຍ ພວກເຈົ້າ​ນັ້ນ​ເອົາ​ແມງມີ່​ອອກ ແຕ່​ກືນ​ກິນ​ອູດ​ທັງ​ໂຕ.”</verse>
				<verse number="25">“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ລ້າງ​ຖ້ວຍ​ຊາມ​ໃຫ້​ສະອາດ​ແຕ່​ຂ້າງ​ນອກ ສ່ວນ​ຂ້າງ​ໃນ​ແລ້ວ​ເຕັມ​ໄປ​ແຕ່​ການ​ຂູ່ເຂັນ​ເອົາ ແລະ​ການ​ເຫັນແກ່ຕົວ.</verse>
				<verse number="26">ຄົນ​ຟາຣີຊາຍ​ຕາບອດ​ເອີຍ ຈົ່ງ​ລ້າງ​ຖ້ວຍ​ຊາມ​ຂ້າງ​ໃນ​ກ່ອນ ເພື່ອ​ຂ້າງ​ນອກ​ຈະ​ສະອາດ​ເໝືອນກັນ.”</verse>
				<verse number="27">“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ເປັນ​ເໝືອນ​ອຸບມຸງ​ຝັງສົບ​ທີ່​ທາ​ດ້ວຍ​ປູນຂາວ ຊຶ່ງ​ເບິ່ງ​ຂ້າງ​ນອກ​ງົດງາມ, ແຕ່​ຂ້າງ​ໃນ​ແລ້ວ​ພັດ​ເຕັມ​ໄປ​ດ້ວຍ​ກະດູກ​ຄົນ​ຕາຍ ແລະ​ສິ່ງ​ສາລະພັດ​ຂີ້ດຽດ​ສົກກະປົກ.</verse>
				<verse number="28">ພວກເຈົ້າ​ກໍ​ເປັນ​ຢ່າງ​ດຽວກັນ​ນັ້ນ​ແຫຼະ ຄົນ​ເບິ່ງ​ພວກເຈົ້າ​ພາຍນອກ​ຄື​ເປັນ​ຄົນ​ຊອບທຳ ແຕ່​ພາຍໃນ​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ໜ້າຊື່​ໃຈຄົດ ແລະ​ການບາບ.”</verse>
				<verse number="29">“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ສ້າງ​ອຸບມຸງ​ຝັງສົບ​ໃຫ້​ພວກ​ຜູ້ທຳນວາຍ ແລະ​ຕົບແຕ່ງ​ອຸບມຸງ​ຝັງສົບ​ຂອງ​ຄົນ​ສິນທຳ​ໃຫ້​ງົດງາມ.</verse>
				<verse number="30">ແລະ​ກ່າວ​ອ້າງ​ໃສ່​ວ່າ ‘ຖ້າ​ພວກເຮົາ​ໄດ້​ຢູ່​ໃນ​ສະໄໝ​ບັນພະບຸລຸດ​ຂອງເຮົາ​ນັ້ນ ກໍ​ຄົງ​ຈະ​ບໍ່ມີ​ສ່ວນ​ກັບ​ພວກເຂົາ​ໃນ​ການ​ຂ້າ​ພວກ​ຜູ້ທຳນວາຍ.’</verse>
				<verse number="31">ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ເປັນ​ພະຍານ​ວ່າ ພວກເຈົ້າ​ເປັນ​ເຊື້ອສາຍ​ຂອງ​ຄາດຕະກອນ ທີ່​ຂ້າ​ພວກ​ຜູ້ທຳນວາຍ​ເຫຼົ່ານັ້ນ.</verse>
				<verse number="32">ເຫດສະນັ້ນ ຈົ່ງ​ເຮັດ​ສິ່ງ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ​ນັ້ນ ໃຫ້​ສຳເລັດ​ຄົບຖ້ວນ​ສາ.</verse>
				<verse number="33">ພວກ​ຊາດ​ງູ ແນວ​ງູ​ຮ້າຍ​ເອີຍ ພວກເຈົ້າ​ຈະ​ໜີ​ພົ້ນ​ຈາກ​ໂທດ​ແຫ່ງ​ໄຟ​ນະຣົກ​ໄດ້​ຢ່າງ​ໃດ?</verse>
				<verse number="34">ເພາະສະນັ້ນ ເຮົາ​ຈຶ່ງ​ໃຊ້​ພວກ​ຜູ້ທຳນວາຍ, ພວກ​ຜູ້​ມີ​ປັນຍາ ແລະ​ທຳມະຈານ​ທັງຫລາຍ​ມາ​ຫາ​ພວກເຈົ້າ, ເພື່ອ​ພວກເຈົ້າ​ຈະ​ຂ້າ​ບາງຄົນ​ແດ່, ຄຶງ​ບາງຄົນ​ທີ່​ໄມ້ກາງແຂນ​ແດ່, ຂ້ຽນຕີ​ບາງຄົນ​ໃນ​ທຳມະສາລາ​ຂອງ​ພວກເຈົ້າ​ແດ່ ແລະ​ຂົ່ມເຫັງ​ພວກເຂົາ​ໄລ່​ຈາກ​ເມືອງ​ນີ້​ໄປ​ເມືອງ​ນັ້ນ​ແດ່.</verse>
				<verse number="35">ດັ່ງນັ້ນ ໂທດກຳ​ສຳລັບ​ການ​ຂ້າ​ທຸກຄົນ​ທີ່​ບໍ່ມີ​ຄວາມຜິດ​ນັ້ນ ຈະ​ຕົກ​ຖືກ​ພວກເຈົ້າ ນັບ​ແຕ່​ການ​ຂ້າ​ອາເບັນ​ຜູ້​ບໍ່ມີ​ຄວາມຜິດ ຈົນເຖິງ​ການ​ຂ້າ​ເຊກາຣີຢາ ລູກຊາຍ​ຂອງ​ເບເຣກີຢາ ທີ່​ພວກເຈົ້າ​ໄດ້​ຂ້າ​ລະຫວ່າງ​ພຣະວິຫານ​ແລະ​ແທ່ນບູຊາ.</verse>
				<verse number="36">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເຫດການ​ເຫຼົ່ານີ້​ຈະ​ຕົກ​ຖືກ​ຄົນ​ໃນ​ສະໄໝ​ນີ້.”</verse>
				<verse number="37">“ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ຂ້າ​ບັນດາ​ຜູ້ທຳນວາຍ ເອົາ​ຫີນ​ແກວ່ງ​ໃສ່​ພວກ​ຜູ້ທຳນວາຍ​ທີ່​ໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ​ເຮົາ​ຢາກ​ຈະ​ຮວບຮວມ​ເອົາ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ດັ່ງ​ແມ່​ໄກ່​ຮວບຮວມ​ລູກ​ຂອງຕົນ​ໄວ້​ໃຕ້​ປີກ ແຕ່​ເຈົ້າ​ບໍ່​ຍິນຍອມ.</verse>
				<verse number="38">ເບິ່ງແມ! ພຣະວິຫານ​ຂອງ​ພວກເຈົ້າ​ໄດ້​ຖືກ​ປະຖິ້ມ​ໃຫ້​ຮ້າງເປົ່າ​ຢ່າງ​ໝົດສິ້ນ.</verse>
				<verse number="39">ຕັ້ງແຕ່​ນີ້​ຕໍ່ໄປ ເຮົາ​ບອກ​ພວກເຈົ້າ​ວ່າ, ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ​ອີກ​ຈົນກວ່າ​ພວກເຈົ້າ​ອອກ​ປາກ​ເວົ້າ​ວ່າ, ‘ຂໍ​ພຣະເຈົ້າ​ອວຍພອນ​ທ່ານ ຜູ້​ທີ່​ສະເດັດ​ມາ​ໃນ​ນາມ​ຂອງ​ອົງພຣະ​ຜູ້ເປັນເຈົ້າ.”’</verse>
			</chapter>
			<chapter number="24">
				<verse number="1">ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ສະເດັດ​ອອກ​ໄປ​ຈາກ​ພຣະວິຫານ​ນັ້ນ ພວກ​ສາວົກ​ໄດ້​ມາ​ຫາ​ພຣະອົງ ເພື່ອ​ຊີ້​ຕຶກ​ຕ່າງໆ​ໃນ​ພຣະວິຫານ​ໃຫ້​ພຣະອົງ​ເບິ່ງ.</verse>
				<verse number="2">ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ເຫັນ​ສິ່ງ​ທັງໝົດ​ເຫຼົ່ານີ້​ແລ້ວ​ບໍ່ແມ່ນ​ບໍ? ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຫີນ​ທຸກໆ​ກ້ອນ​ທີ່​ຢອງ​ທັບ​ກັນ​ຢູ່​ນີ້ ຈະ​ຖືກ​ທຳລາຍ​ລົງ​ຈົນ​ບໍ່​ເຫຼືອ​ຈັກ​ກ້ອນ.”</verse>
				<verse number="3">ຂະນະທີ່​ພຣະເຢຊູເຈົ້າ​ນັ່ງ​ຢູ່​ເທິງ​ພູເຂົາ​ໝາກ​ກອກເທດ​ນັ້ນ ພວກ​ສາວົກ​ກໍ​ມາ​ຫາ​ພຣະອົງ​ຕ່າງຫາກ ພວກເພິ່ນ​ຖາມ​ວ່າ, “ຈົ່ງ​ບອກ​ພວກ​ຂ້ານ້ອຍ​ແດ່​ວ່າ ເຫດການ​ທັງໝົດ​ນັ້ນ​ຈະ​ເກີດຂຶ້ນ​ເມື່ອໃດ? ແລະ​ມີ​ສິ່ງໃດ​ເປັນ​ໝາຍສຳຄັນ​ເພື່ອ​ຊີ້​ໃຫ້​ເຫັນ​ວ່າ ແມ່ນ​ເວລາ​ມາ​ປາກົດ​ຂອງທ່ານ ແລະ​ເວລາ​ສິ້ນສຸດ​ຂອງ​ໂລກ?”</verse>
				<verse number="4">ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຫລອກລວງ​ພວກເຈົ້າ​ໃຫ້​ຫລົງ.</verse>
				<verse number="5">ເພາະ​ຈະ​ມີ​ຫລາຍ​ຄົນ​ມາ​ອ້າງ​ນາມຊື່​ຂອງເຮົາ​ໂດຍ​ເວົ້າ​ວ່າ ‘ຂ້ອຍ​ນີ້​ແຫຼະ ເປັນ​ພຣະຄຣິດ,’ ແລະ ພວກເຂົາ​ຈະ​ຫລອກລວງ​ຫລາຍ​ຄົນ​ໃຫ້​ເສຍ​ໄປ.</verse>
				<verse number="6">ພວກເຈົ້າ​ຈະ​ໄດ້ຍິນ​ເຖິງ​ເລື່ອງ​ການ​ສູ້ຮົບ​ທາງ​ໃກ້ ແລະ​ຂ່າວ​ການ​ເຮັດ​ເສິກ​ສົງຄາມ​ທາງໄກ, ແຕ່​ຢ່າ​ຕົກໃຈ​ຢ້ານກົວ​ເລີຍ ເຫດການ​ເຊັ່ນນີ້​ຈຳເປັນ​ຕ້ອງ​ເກີດຂຶ້ນ ແຕ່​ບໍ່ໄດ້​ໝາຍຄວາມວ່າ ເວລາ​ສິ້ນສຸດ​ໄດ້​ມາ​ເຖິງ​ແລ້ວ.</verse>
				<verse number="7">ປະເທດ​ທັງຫລາຍ​ຈະ​ລົບລາ​ຂ້າຟັນ​ກັນ, ອານາຈັກ​ຕ່າງໆ​ຈະ​ໂຈມຕີ​ກັນ, ການ​ອຶດຢາກ ແລະ​ແຜ່ນດິນ​ໄຫວ​ຈະ​ເກີດຂຶ້ນ​ໃນ​ທຸກ​ແຫ່ງຫົນ.</verse>
				<verse number="8">ເຫດການ​ທັງປວງ​ເຫຼົ່ານີ້ ຈະ​ເປັນ​ເໝືອນ​ເບື້ອງ​ຕົ້ນ​ຂອງ​ການ​ເຈັບທ້ອງ​ເກີດລູກ.</verse>
				<verse number="9">ເມື່ອນັ້ນ ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ທໍລະມານ ແລະ​ຖືກ​ນຳ​ໄປ​ປະຫານ​ຊີວິດ ຄົນ​ທຸກ​ຊາດ​ຈະ​ກຽດຊັງ​ພວກເຈົ້າ ເພາະ​ເຫັນ​ແກ່​ນາມຊື່​ຂອງເຮົາ.</verse>
				<verse number="10">ໃນ​ເວລາ​ນັ້ນ ຫລາຍ​ຄົນ​ຈະ​ປະຖິ້ມ​ຄວາມເຊື່ອ​ຂອງຕົນ, ຈະ​ຫັກ​ຫລັງ​ກັນແລະກັນ ຈະ​ກຽດຊັງ​ຊຶ່ງກັນແລະກັນ.</verse>
				<verse number="11">ແລ້ວ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ກໍ​ຈະ​ເກີດຂຶ້ນ ເພື່ອ​ຫລອກລວງ​ຫລາຍ​ຄົນ​ໃຫ້​ຫລົງ​ເສຍ​ໄປ.</verse>
				<verse number="12">ຄວາມ​ຊົ່ວຮ້າຍ​ຈະ​ແຜ່​ກວ້າງ​ຢູ່​ທຸກ​ແຫ່ງ​ຫົນ ຄວາມຮັກ​ຂອງ​ຄົນ​ສ່ວນ​ຫລາຍ​ເຢັນ​ລົງ.</verse>
				<verse number="13">ແຕ່​ຜູ້ໃດ​ທີ່​ອົດທົນ​ໄດ້​ຈົນເຖິງ​ທີ່ສຸດ ຜູ້ນັ້ນ​ຈະ​ໄດ້​ລອດພົ້ນ.</verse>
				<verse number="14">ຂ່າວປະເສີດ​ຂອງ​ຣາຊອານາຈັກ​ນີ້​ຈະ​ໄດ້​ປະກາດ​ໄປ​ທົ່ວ​ໂລກ ເພື່ອ​ເປັນ​ຄຳ​ພະຍານ​ແກ່​ຄົນ​ທຸກ​ຊາດ ແລ້ວ​ທີ່ສຸດປາຍ​ຈະ​ມາ​ເຖິງ.”</verse>
				<verse number="15">“ພວກເຈົ້າ​ຈະ​ເຫັນ ‘ສິ່ງ​ປະຫລາດ​ອັນ​ໜ້າ​ຢ້ານ’ ທີ່​ເຮັດ​ໃຫ້​ເກີດ​ວິບັດ​ຕັ້ງ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະເຈົ້າ ຕາມ​ທີ່​ຜູ້ທຳນວາຍ​ດານີເອນ​ໄດ້​ກ່າວ​ໄວ້. (ໃຫ້​ຜູ້​ອ່ານ​ເຂົ້າໃຈ​ເອງ)</verse>
				<verse number="16">ເມື່ອນັ້ນ ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ໃຫ້​ປົບໜີໄປ​ສູ່​ພູເຂົາ​ທັງຫລາຍ.</verse>
				<verse number="17">ຜູ້​ທີ່​ຢູ່​ເທິງ​ຫລັງຄາ​ເຮືອນ​ຂອງຕົນ ບໍ່​ຕ້ອງ​ລົງ​ມາ​ເກັບ​ເອົາ​ສິ່ງຂອງ​ອອກ​ໄປ.</verse>
				<verse number="18">ສ່ວນ​ຜູ້​ທີ່​ຢູ່​ຕາມ​ທົ່ງນາ​ນັ້ນ ບໍ່​ຕ້ອງ​ກັບຄືນ​ເມືອ​ເອົາ​ເສື້ອຜ້າ​ຂອງຕົນ.</verse>
				<verse number="19">ໃນ​ວັນ​ເຫຼົ່ານັ້ນ ເປັນ​ໜ້າ​ເວດທະນາ​ສົງສານ​ຜູ້ຍິງ​ຖືພາ ແລະ ແມ່​ກັບ​ລູກ​ອ່ອນ​ທີ່​ຍັງ​ກິນ​ນົມ​ຢູ່</verse>
				<verse number="20">ຈົ່ງ​ພາວັນນາ​ອະທິຖານ​ຂໍ​ຕໍ່​ພຣະເຈົ້າ ເພື່ອ​ການ​ທີ່​ພວກເຈົ້າ​ຈະ​ປົບໜີໄປ​ນັ້ນ ຈະ​ບໍ່​ຖືກ​ໃນ​ລະດູ​ໜາວ​ຫລື​ໃນ​ວັນ​ຊະບາໂຕ</verse>
				<verse number="21">ເພາະ​ຄວາມ​ທຸກ​ລຳບາກ​ໃນ​ວັນ​ເຫຼົ່ານັ້ນ ຈະ​ໜັກໜ່ວງ​ຫລາຍ​ທີ່ສຸດ​ຢ່າງ​ບໍ່ເຄີຍ​ມີ​ມາ ຕັ້ງແຕ່​ຕົ້ນເດີມ​ໂລກ​ຈົນເຖິງ​ທຸກ​ວັນນີ້ ຄວາມ​ທຸກ​ອັນ​ຮ້າຍແຮງ​ຢ່າງ​ນີ້​ຈະ​ບໍ່​ເກີດຂຶ້ນ​ອີກ​ຈັກເທື່ອ.</verse>
				<verse number="22">ແຕ່​ຖ້າ​ພຣະເຈົ້າ​ບໍ່ໄດ້​ເຮັດ​ໃຫ້​ວັນ​ເຫຼົ່ານັ້ນ​ສັ້ນ​ເຂົ້າ​ແລ້ວ ກໍ​ຈະ​ບໍ່ມີ​ມະນຸດ​ຄົນ​ໃດ​ພົ້ນ​ໄດ້, ແຕ່​ເພື່ອ​ເຫັນ​ແກ່​ປະຊາຊົນ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ນັ້ນ ພຣະເຈົ້າ​ຈະ​ເຮັດ​ໃຫ້​ວັນ​ເຫຼົ່ານັ້ນ​ສັ້ນ​ເຂົ້າ.</verse>
				<verse number="23">ໃນ​ເວລາ​ນັ້ນ ຖ້າ​ຜູ້ໃດ​ຜູ້ໜຶ່ງ​ເວົ້າ​ກັບ​ພວກເຈົ້າ​ວ່າ, ‘ເບິ່ງແມ! ພຣະຄຣິດ​ຢູ່​ທີ່​ນີ້’ ຫລື​ວ່າ ‘ຢູ່​ທີ່​ນັ້ນ’ ຢ່າ​ສູ່​ເຊື່ອ.</verse>
				<verse number="24">ດ້ວຍວ່າ, ຈະ​ມີ​ພຣະຄຣິດ​ປອມ​ແລະ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ຈະ​ເກີດຂຶ້ນ ພວກເຂົາ​ຈະ​ເຮັດ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່ ແລະ​ໝາຍສຳຄັນ​ຫລາຍ​ປະການ ເພື່ອ​ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນແຕ່​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ໃຫ້​ຫລົງ​ເສຍ​ໄປ.</verse>
				<verse number="25">ຈົ່ງ​ຟັງ​ເອົາ ນີ້​ແຫຼະ ເຮົາ​ໄດ້​ບອກ​ພວກເຈົ້າ​ໃຫ້​ຮູ້​ໄວ້​ກ່ອນ.”</verse>
				<verse number="26">“ສະນັ້ນ ຖ້າ​ມີ​ຄົນ​ບອກ​ພວກເຈົ້າ​ວ່າ, ‘ເພິ່ນ​ອອກ​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ພຸ້ນ.’ ພວກເຈົ້າ​ຢ່າ​ໄປ​ທີ່​ນັ້ນ ຫລື​ຖ້າ​ມີ​ຄົນ​ບອກ​ພວກເຈົ້າ​ວ່າ, ‘ເບິ່ງແມ! ເພິ່ນ​ລີ້​ຢູ່​ໃນ​ຫ້ອງ’ ກໍ​ຢ່າ​ໄດ້​ເຊື່ອ.</verse>
				<verse number="27">ດ້ວຍວ່າ, ບຸດ​ມະນຸດ​ຈະ​ມາ ເໝືອນ​ດັ່ງ​ຟ້າ​ແມບເຫຼື້ອມ​ສົ່ງ​ຂ້າມ​ທົ່ວ​ທ້ອງຟ້າ ແຕ່​ທິດ​ຕາເວັນອອກ​ຫາ​ທິດ​ຕາເວັນຕົກ.</verse>
				<verse number="28">ຊາກສົບ​ຢູ່​ບ່ອນ​ໃດ ຝູງ​ແຮ້ງ​ກໍ​ໂຮມ​ກັນ​ຢູ່​ບ່ອນ​ນັ້ນ.”</verse>
				<verse number="29">“ພໍ​ໝົດ​ຄວາມ​ທຸກ​ລຳບາກ​ຂອງ​ວັນ​ເຫຼົ່ານັ້ນ​ແລ້ວ ດວງອາທິດ​ຈະ​ມືດ​ໄປ ດວງຈັນ​ຈະ​ບໍ່​ສ່ອງແສງ​ຕໍ່ໄປ, ດວງດາວ​ທັງຫລາຍ​ຈະ​ຕົກລົງ​ຈາກ​ທ້ອງຟ້າ ແລະ​ສິ່ງ​ທີ່​ມີ​ອຳນາດ​ໃນ​ທ້ອງຟ້າ​ກໍ​ຈະ​ສັ່ນ​ສະທ້ານ​ຫວັ່ນໄຫວ.</verse>
				<verse number="30">ເມື່ອນັ້ນ ໝາຍສຳຄັນ​ແຫ່ງ​ບຸດ​ມະນຸດ​ກໍ​ຈະ​ປາກົດ​ຂຶ້ນ​ໃນ​ທ້ອງຟ້າ ແລະ​ມະນຸດ​ທຸກ​ຊາດ​ເທິງ​ແຜ່ນດິນ​ໂລກ​ກໍ​ຈະ​ຕີ​ເອິກ​ຮ້ອງໄຫ້​ຄໍ່າຄວນ ແລະ​ເຫັນ​ບຸດ​ມະນຸດ​ກຳລັງ​ມາ​ເທິງ​ເມກ​ໃນ​ສະຫວັນ​ດ້ວຍ​ຣິດທານຸພາບ ແລະ​ສະຫງ່າຣາສີ​ອັນ​ຍິ່ງໃຫຍ່.</verse>
				<verse number="31">ພຣະອົງ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ອອກ​ໄປ ດ້ວຍ​ສຽງ​ແກ​ດັງ​ກ້ອງສະໜັ່ນ, ເພື່ອ​ຮວບຮວມ​ເອົາ​ປະຊາຊົນ​ຂອງ​ພຣະເຈົ້າ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ຈາກ​ລົມ​ທິດ​ທັງ​ສີ່ ຕັ້ງແຕ່​ສຸດ​ຂອບຟ້າ​ເບື້ອງນີ້​ຈົນເຖິງ​ສຸດ​ຂອບຟ້າ​ເບື້ອງນັ້ນ.”</verse>
				<verse number="32">“ພວກເຈົ້າ​ຈົ່ງ​ຮຽນ​ຮູ້​ຈາກ​ຕົ້ນ​ເດື່ອເທດ ເມື່ອ​ກິ່ງ​ແຕກ​ໃບ​ອ່ອນ​ອອກ​ພວກເຈົ້າ​ກໍ​ຮູ້​ວ່າ​ລະດູ​ຮ້ອນ​ໃກ້​ຈະ​ມາ​ເຖິງ.</verse>
				<verse number="33">ຢ່າງ​ດຽວກັນ ເມື່ອ​ພວກເຈົ້າ​ເຫັນ​ເຫດການ​ນັ້ນ​ເກີດຂຶ້ນ ພວກເຈົ້າ​ກໍ​ຈະ​ຮູ້​ໄດ້​ວ່າ​ເວລາ​ມາ​ໃກ້​ແລ້ວ​ພ້ອມ​ທີ່​ຈະ​ເກີດຂຶ້ນ.</verse>
				<verse number="34">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ເຫດການ​ທັງໝົດ​ເຫຼົ່ານີ້​ຈະ​ເກີດຂຶ້ນ ກ່ອນ​ຄົນ​ສະໄໝ​ນີ້​ຕາຍໄປ​ໝົດ.</verse>
				<verse number="35">ຟ້າ​ແລະ​ດິນ​ກໍ​ຈະ​ລ່ວງພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງເຮົາ​ຈະ​ບໍ່​ລ່ວງພົ້ນ​ໄປ​ຈັກເທື່ອ.”</verse>
				<verse number="36">“ບໍ່ມີ​ຜູ້ໃດ​ຮູ້​ວ່າ​ວັນ ຫລື​ໂມງ​ນັ້ນ​ຈະ​ມາ​ເຖິງ​ເມື່ອໃດ ແມ່ນແຕ່​ບັນດາ​ເທວະດາ ແລະ​ພຣະບຸດ ກໍ​ບໍ່​ຮູ້ ມີ​ແຕ່​ພຣະບິດາ​ອົງ​ດຽວ​ເທົ່ານັ້ນ​ຮູ້.</verse>
				<verse number="37">ເມື່ອ​ບຸດ​ມະນຸດ​ມາ​ນັ້ນ ເຫດການ​ຈະ​ເປັນ​ດັ່ງ​ທີ່​ໄດ້​ເກີດຂຶ້ນ​ໃນ​ສະໄໝ​ຂອງ​ໂນອາ.</verse>
				<verse number="38">ກ່ອນ​ວັນ​ນໍ້າ​ໄດ້​ຖ້ວມ​ໂລກ​ນັ້ນ ປະຊາຊົນ​ໄດ້​ກິນ​ແລະ​ໄດ້​ດື່ມ ແລະ​ໄດ້​ເອົາ​ກັນ​ເປັນ​ຜົວ​ເປັນ​ເມຍ ຈົນເຖິງ​ວັນ​ທີ່​ໂນອາ​ໄດ້​ເຂົ້າ​ໄປ​ໃນ​ເຮືອ,</verse>
				<verse number="39">ແຕ່​ພວກເຂົາ​ບໍ່ໄດ້​ສຳນຶກ​ຫຍັງ​ເລີຍ ຈົນກວ່າ​ນໍ້າ​ໄຫລ​ມາ​ຖ້ວມ​ກວາດ​ເອົາ​ພວກເຂົາ​ໃຫ້​ດັບສູນ​ໄປ ເມື່ອ​ບຸດ​ມະນຸດ​ມາ ກໍ​ຈະ​ເປັນ​ດັ່ງນັ້ນແຫລະ.</verse>
				<verse number="40">ໃນ​ເວລາ​ນັ້ນ ຊາຍ​ສອງ​ຄົນ​ຈະ​ເຮັດ​ວຽກ​ຢູ່​ໃນ​ທົ່ງນາ, ຄົນ​ໜຶ່ງ​ຈະ​ຖືກ​ຮັບ​ເອົາ​ໄປ ແລະ​ຄົນ​ໜຶ່ງ​ຈະ​ຖືກ​ປະ​ໄວ້.</verse>
				<verse number="41">ຈະ​ມີ​ຍິງ​ສອງ​ຄົນ​ກຳລັງ​ໂມ້ແປ້ງ​ຢູ່ ຄົນ​ໜຶ່ງ​ຈະ​ຖືກ​ຮັບ​ເອົາໄປ ແລະ​ຄົນ​ໜຶ່ງ​ຈະ​ຖືກ​ປະໄວ້.</verse>
				<verse number="42">ດັ່ງນັ້ນ ຈົ່ງ​ໃຫ້​ເຝົ້າ​ລະວັງ​ຢູ່ ເພາະ​ພວກເຈົ້າ​ບໍ່​ຮູ້​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຈົ້າ​ຈະ​ມາ​ເວລາ​ໃດ.</verse>
				<verse number="43">ແຕ່​ຈົ່ງ​ເຂົ້າໃຈ​ຢ່າງ​ນີ້​ວ່າ ຖ້າ​ເຈົ້າຂອງ​ເຮືອນ​ໄດ້​ຮູ້​ກ່ອນ​ວ່າ ໂຈນ​ຈະ​ມາ​ຍາມ​ໃດ ເພິ່ນ​ຈະ​ເຝົ້າ​ລະວັງ​ໄວ້​ບໍ່​ໃຫ້​ໂຈນ​ເຈາະ​ເຂົ້າ​ເຮືອນ​ຂອງຕົນ​ໄດ້.</verse>
				<verse number="44">ເຫດສະນັ້ນ ພວກເຈົ້າ​ກໍ​ເໝືອນກັນ​ຈົ່ງ​ຕຽມພ້ອມ​ຢູ່​ສະເໝີ ເພາະວ່າ​ບຸດ​ມະນຸດ​ຈະ​ມາ​ໃນ​ໂມງ​ທີ່​ພວກເຈົ້າ​ບໍ່​ຄາດຄິດ.”</verse>
				<verse number="45">“ເຫດສະນັ້ນ ແມ່ນ​ຜູ້ໃດ​ທີ່​ເປັນ​ຄົນ​ຮັບໃຊ້​ສັດຊື່​ແລະ​ສະຫລາດ? ກໍ​ແມ່ນ​ຜູ້​ທີ່​ນາຍ​ຂອງຕົນ​ມອບ​ໃຫ້​ຮັບຜິດຊອບ​ຄົນ​ຮັບໃຊ້​ຜູ້​ອື່ນໆ ເພື່ອ​ແຈກ​ອາຫານ​ໃຫ້​ພວກເຂົາ​ຕາມ​ເວລາ.</verse>
				<verse number="46">ຄົນ​ຮັບໃຊ້​ຜູ້​ນີ້​ຈະ​ເປັນ​ສຸກ​ໃຈ ເມື່ອ​ຜູ້​ເປັນ​ນາຍ​ກັບ​ມາ​ເຮືອນ​ຂອງຕົນ ພົບ​ລາວ​ກຳລັງ​ເຮັດ​ໜ້າທີ່​ຂອງຕົນ​ຢູ່.</verse>
				<verse number="47">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້​ເປັນ​ນາຍ​ຈະ​ມອບ​ໃຫ້​ຄົນ​ຮັບໃຊ້​ຜູ້​ນີ້ ຮັບຜິດຊອບ​ຊັບສິນ​ທັງໝົດ​ຂອງຕົນ.</verse>
				<verse number="48">ແຕ່​ຖ້າ​ລາວ​ເປັນ​ຄົນ​ຮັບໃຊ້​ບໍ່​ດີ ລາວ​ຈະ​ຄິດ​ວ່າ ຍັງ​ອີກ​ດົນ​ກວ່າ​ນາຍ​ຂອງຕົນ​ຈະ​ກັບ​ມາ</verse>
				<verse number="49">ແລະ​ລາວ​ກໍ​ຈະ​ເລີ່ມ​ຂ້ຽນຕີ​ຄົນ​ຮັບໃຊ້​ດ້ວຍກັນ ທັງ​ກິນ​ແລະ​ດື່ມ​ກັບ​ຄົນ​ຂີ້ເມົາ​ດ້ວຍ.</verse>
				<verse number="50">ແລ້ວ​ວັນ​ໜຶ່ງ ນາຍ​ຂອງ​ຄົນ​ຮັບໃຊ້​ຜູ້​ນັ້ນ​ກໍ​ຈະ​ກັບ​ມາ ໂດຍ​ທີ່​ລາວ​ບໍ່​ຄາດຄິດ ແລະ​ໃນ​ເວລາ​ທີ່​ລາວ​ບໍ່​ຮູ້</verse>
				<verse number="51">ແລະ​ຈະ​ຜ່າ​ລາວ​ໃຫ້​ເປັນ​ສອງ​ຕ່ອນ ທັງ​ຈະ​ໃຫ້​ເຂົ້າ​ສ່ວນ​ກັບ​ຄົນ​ໜ້າຊື່​ໃຈຄົດ ບ່ອນ​ນັ້ນ​ຈະ​ມີ​ການ​ຮ້ອງໄຫ້ ແລະ​ຂົບ​ແຂ້ວ​ຢູ່.”</verse>
			</chapter>
			<chapter number="25">
				<verse number="1">“ເມື່ອນັ້ນ ອານາຈັກ​ສະຫວັນ​ປຽບ​ເໝືອນ​ຍິງ​ສາວ​ບໍຣິສຸດ​ສິບ​ຄົນ ທີ່​ຖື​ໂຄມໄຟ​ຂອງຕົນ​ອອກ​ໄປ​ຮັບ​ເຈົ້າບ່າວ.</verse>
				<verse number="2">ຫ້າ​ຄົນ​ໃນ​ພວກເຂົາ​ເປັນ​ຄົນ​ໂງ່ ແລະ​ອີກ​ຫ້າ​ຄົນ​ເປັນ​ຄົນ​ສະຫລາດ.</verse>
				<verse number="3">ຝ່າຍ​ພວກ​ຄົນ​ໂງ່​ນັ້ນ​ຖື​ໂຄມໄຟ​ໄປ​ນຳ ແຕ່​ບໍ່​ເອົາ​ນໍ້າມັນ​ໄປ​ເພື່ອ,</verse>
				<verse number="4">ສ່ວນ​ພວກ​ຄົນ​ສະຫລາດ​ນັ້ນ​ຖື​ໂຄມໄຟ​ໄປ​ນຳ ແລະ​ເອົາ​ນໍ້າມັນ​ໃສ່​ແກ້ວ​ໄປ​ເພື່ອ.</verse>
				<verse number="5">ຂະນະທີ່​ເຈົ້າບ່າວ​ຍັງ​ບໍ່​ມາ ພວກ​ຍິງ​ສາວ​ທັງໝົດ​ຕ່າງ​ກໍ​ເຫງົາ​ນອນ ແລະ​ຫລັບ​ໄປ.</verse>
				<verse number="6">ພໍ​ເຖິງ​ທ່ຽງ​ຄືນ​ກໍ​ມີ​ສຽງ​ຮ້ອງ​ດັງ​ຂຶ້ນ​ວ່າ, ‘ເຈົ້າບ່າວ​ມາ​ແລ້ວ ຈົ່ງ​ອອກ​ໄປ​ຮັບ​ເພິ່ນ​ເຖີດ.’</verse>
				<verse number="7">ຍິງ​ສາວ​ທຸກຄົນ​ຈຶ່ງ​ລຸກ​ຂຶ້ນ ແລະ​ຈັດຕຽມ​ໂຄມໄຟ​ຂອງຕົນ.</verse>
				<verse number="8">ແລ້ວ​ພວກ​ຄົນ​ໂງ່​ກໍ​ເວົ້າ​ກັບ​ພວກ​ຄົນ​ສະຫລາດ​ວ່າ, ‘ຂໍ​ປັນ​ນໍ້າມັນ​ຂອງ​ພວກເຈົ້າ​ໃຫ້​ພວກຂ້ອຍ​ແດ່ ເພາະ​ໂຄມໄຟ​ຂອງ​ພວກຂ້ອຍ​ໃກ້​ຈະ​ມອດ​ແລ້ວ.’</verse>
				<verse number="9">ແຕ່​ພວກ​ຄົນ​ສະຫລາດ​ຕອບ​ວ່າ, ‘ບໍ່ໄດ້​ດອກ ນໍ້າມັນ​ມີ​ບໍ່​ພຽງພໍ​ສຳລັບ​ພວກຂ້ອຍ ແລະ​ພວກເຈົ້າ, ຈົ່ງ​ໄປ​ຫາ​ຄົນ​ຂາຍ​ນໍ້າມັນ ແລະ​ຊື້​ເອົາ​ສຳລັບ​ພວກເຈົ້າ​ສາ.’</verse>
				<verse number="10">ແລະ​ໃນ​ຂະນະທີ່​ພວກເຂົາ​ອອກ​ໄປ​ຊື້​ນໍ້າມັນ​ນັ້ນ ເຈົ້າບ່າວ​ກໍ​ມາ​ຮອດ ແລະ​ຜູ້​ທີ່​ຕຽມພ້ອມ​ຢູ່​ແລ້ວ​ກໍ​ເຂົ້າ​ໄປ​ກັບ​ເຈົ້າບ່າວ​ໃນ​ງານກິນລ້ຽງ​ສົມຣົດ ແລະ​ປະຕູ​ກໍ​ອັດ.</verse>
				<verse number="11">ຫລັງຈາກ​ນັ້ນ ພວກ​ຍິງ​ສາວ​ຄົນອື່ນໆ​ກໍ​ມາ​ຮອດ ແລະ​ຮ້ອງ​ວ່າ, ‘ພຣະອົງເຈົ້າ​ເອີຍ ພຣະອົງເຈົ້າ​ເອີຍ ໂຜດ​ໄຂ​ປະຕູ​ໃຫ້​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ແດ່ທ້ອນ.’</verse>
				<verse number="12">ແຕ່​ເພິ່ນ​ໄດ້​ຕອບ​ວ່າ, ‘ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ.’</verse>
				<verse number="13">ເຫດສະນັ້ນ ຈົ່ງ​ເຝົ້າ​ລະວັງ​ຢູ່ ເພາະ​ພວກເຈົ້າ​ບໍ່​ຮູ້ຈັກ​ວັນ​ຫລື​ໂມງ​ນັ້ນ.”</verse>
				<verse number="14">“ແລະ ອານາຈັກ​ສະຫວັນ​ຍັງ​ປຽບ​ເໝືອນ​ມີ​ຊາຍ​ຜູ້ໜຶ່ງ ທີ່​ກຳລັງ​ຈະ​ອອກ​ເດີນທາງ​ໄປ ເພິ່ນ​ຈຶ່ງ​ເອີ້ນ​ພວກ​ຄົນ​ຮັບໃຊ້​ມາ ແລະ​ໃຫ້​ພວກເຂົາ​ຮັບຜິດຊອບ​ຊັບສິນ​ຂອງຕົນ.</verse>
				<verse number="15">ເພິ່ນ​ໄດ້​ມອບໝາຍ​ໃຫ້​ແຕ່ລະຄົນ​ຕາມ​ຄວາມ​ສາມາດ​ຂອງ​ໃຜ​ລາວ ຄື​ຜູ້ໜຶ່ງ​ໄດ້​ຮັບ​ເງິນ​ຫ້າ​ຕະລັນຕົນ ຜູ້ໜຶ່ງ​ໄດ້​ຮັບ​ສອງ​ຕະລັນຕົນ ແລະ​ຜູ້ໜຶ່ງ​ອີກ​ໄດ້​ຮັບ​ເງິນ​ໜຶ່ງ​ຕະລັນຕົນ ແລ້ວ​ເພິ່ນ​ກໍ​ອອກ​ເດີນທາງ​ໄປ.</verse>
				<verse number="16">ຄົນ​ຮັບໃຊ້​ຜູ້​ທີ່​ໄດ້​ຮັບ​ເງິນ​ຫ້າ​ຕະລັນຕົນ ກໍ​ໄປ​ລົງ​ທຶນ​ທັນທີ ແລະ​ໄດ້​ກຳໄລ​ເທົ່າ​ຕົວ.</verse>
				<verse number="17">ຄົນ​ຮັບໃຊ້​ຜູ້​ທີ່​ໄດ້​ຮັບ​ເງິນ​ສອງ​ຕະລັນຕົນ ກໍໄດ້​ກຳໄລ​ເທົ່າ​ຕົວ​ເໝືອນກັນ.</verse>
				<verse number="18">ສ່ວນ​ຄົນ​ໃຊ້​ຜູ້​ທີ່​ໄດ້​ຮັບ​ເງິນ​ໜຶ່ງ​ຕະລັນຕົນ​ໄດ້​ໄປ​ຂຸດ​ຂຸມ ແລະ​ເຊື່ອງ​ເງິນ​ຂອງ​ນາຍ​ໄວ້.</verse>
				<verse number="19">ຢູ່​ດົນນານ​ຕໍ່ມາ ນາຍ​ຂອງ​ຄົນ​ຮັບໃຊ້​ເຫຼົ່ານີ້​ກໍ​ກັບ​ມາ​ຄິດ​ບັນຊີ​ກັບ​ພວກເຂົາ.</verse>
				<verse number="20">ຄົນ​ຮັບໃຊ້​ຜູ້​ທີ່​ໄດ້​ຮັບ​ເງິນ​ຫ້າ​ຕະລັນຕົນ ໄດ້​ເຂົ້າ​ມາ​ພ້ອມ​ເງິນ​ກຳໄລ​ຫ້າ​ຕະລັນຕົນ​ຕື່ມ​ອີກ ລາວ​ກ່າວ​ວ່າ, ‘ນາຍເອີຍ ທ່ານ​ໄດ້​ມອບ​ເງິນ​ຫ້າ​ຕະລັນຕົນ​ໃຫ້​ຂ້ານ້ອຍ ເບິ່ງແມ! ຂ້ານ້ອຍ​ໄດ້​ກຳໄລ​ຫ້າ​ຕະລັນຕົນ​ຕື່ມ​ອີກ.’</verse>
				<verse number="21">ນາຍ​ຂອງ​ລາວ​ກ່າວ​ວ່າ, ‘ດີ​ແລ້ວ​ຄົນ​ຮັບໃຊ້​ທີ່​ດີ​ແລະ​ສັດຊື່​ເອີຍ ເຈົ້າ​ເປັນ​ຜູ້​ສັດຊື່​ໃນ​ຂອງ​ເລັກນ້ອຍ ເຮົາ​ຈະ​ໃຫ້​ເຈົ້າ​ຮັບຜິດຊອບ​ດູແລ​ສິ່ງ​ຂອງ​ຫລາຍ​ຢ່າງ, ຈົ່ງ​ມາ​ຮ່ວມ​ຊົມຊື່ນ​ຍິນດີ​ກັບ​ເຮົາ​ເຖີດ.’</verse>
				<verse number="22">ແລ້ວ​ຄົນ​ຮັບໃຊ້​ຜູ້​ທີ່​ໄດ້​ຮັບ​ເງິນ​ສອງ​ຕະລັນຕົນ ກໍ​ເຂົ້າ​ມາ​ເໝືອນກັນ ແລະ​ເວົ້າ​ວ່າ, ‘ນາຍເອີຍ ທ່ານ​ໄດ້​ມອບ​ເງິນ​ສອງ​ຕະລັນຕົນ​ໃຫ້​ຂ້ານ້ອຍ ເບິ່ງແມ! ຂ້ານ້ອຍ​ໄດ້​ສອງ​ຕະລັນຕົນ​ມາ​ຕື່ມ.’</verse>
				<verse number="23">ນາຍ​ຂອງ​ລາວ​ຈຶ່ງ​ກ່າວ​ວ່າ, ‘ດີ​ແລ້ວ​ຄົນ​ຮັບໃຊ້​ທີ່​ສັດຊື່​ເອີຍ ເຈົ້າ​ເປັນ​ຜູ້​ສັດຊື່​ໃນ​ຂອງ​ອັນ​ເລັກນ້ອຍ ເຮົາ​ຈະ​ໃຫ້​ເຈົ້າ​ຮັບຜິດຊອບ​ດູແລ​ສິ່ງ​ຂອງ​ຫລາຍ​ຢ່າງ ຈົ່ງ​ມາ​ຮ່ວມ​ຊົມຊື່ນ​ຍິນດີ​ກັບ​ເຮົາ​ເຖີດ.’</verse>
				<verse number="24">ຕໍ່ມາ ຄົນ​ຮັບໃຊ້​ຜູ້​ທີ່​ໄດ້​ຮັບ​ເງິນ​ໜຶ່ງ​ຕະລັນຕົນ​ກໍ​ເຂົ້າ​ມາ ແລະ​ເວົ້າ​ວ່າ, ‘ນາຍເອີຍ ຂ້ານ້ອຍ​ຮູ້​ວ່າ​ທ່ານ​ເປັນ​ຄົນ​ໃຈແຂງ ທ່ານ​ເກັບກ່ຽວ​ຜົນ​ໃນ​ບ່ອນ​ທີ່​ທ່ານ​ບໍ່ໄດ້​ຫວ່ານ ທ່ານ​ຮວບຮວມ​ເອົາ​ຜົນລະປູກ​ໃນ​ບ່ອນ​ທີ່​ທ່ານ​ບໍ່ໄດ້​ຝັດ.</verse>
				<verse number="25">ຂ້ານ້ອຍ​ຢ້ານ​ຈຶ່ງ​ໄດ້​ເອົາ​ເງິນ​ທີ່​ທ່ານ​ມອບ​ໃຫ້​ໄປ​ຝັງ​ດິນ​ໄວ້. ເບິ່ງແມ! ນີ້​ເດ ສິ່ງ​ທີ່​ເປັນ​ຂອງທ່ານ​ກໍໄດ້​ແລ້ວ.’</verse>
				<verse number="26">ນາຍ​ຂອງ​ລາວ​ຕອບ​ວ່າ, ‘ອ້າຍ​ຄົນ​ໃຊ້​ຜູ້​ຊົ່ວຊ້າ​ແລະ​ກຽດຄ້ານ​ເອີຍ ເຈົ້າ​ຮູ້​ວ່າ ເຮົາ​ເກັບກ່ຽວ​ເອົາ​ຜົນ​ໃນ​ບ່ອນ​ທີ່​ເຮົາ​ບໍ່ໄດ້​ຫວ່ານ ແລະ​ຮວບຮວມ​ເອົາ​ຜົນລະປູກ​ໃນ​ບ່ອນ​ທີ່​ເຮົາ​ບໍ່ໄດ້​ຝັດ?’</verse>
				<verse number="27">ດັ່ງນັ້ນ ເຈົ້າ​ຄວນ​ເອົາ​ເງິນ​ຂອງເຮົາ​ໄປ​ຝາກ​ໄວ້​ກັບ​ທະນາຄານ ແລ້ວ​ເມື່ອ​ເຮົາ​ກັບ​ມາ​ກໍ​ຈະ​ໄດ້​ເງິນ​ນັ້ນ​ຄືນ​ພ້ອມ​ກັບ​ດອກເບ້ຍ.</verse>
				<verse number="28">ບັດນີ້ ຈົ່ງ​ເອົາ​ເງິນ​ໜຶ່ງ​ຕະລັນຕົນ​ນຳ​ມັນ​ມາ​ຄືນ ແລະ​ມອບ​ໃຫ້​ຜູ້​ທີ່​ມີ​ສິບ​ຕະລັນຕົນ.</verse>
				<verse number="29">ເພາະ​ທຸກຄົນ​ທີ່​ມີ​ຢູ່​ແລ້ວ ກໍ​ຈະ​ໄດ້​ຮັບ​ເພີ່ມເຕີມ​ຂຶ້ນ​ອີກ ເພື່ອ​ວ່າ​ລາວ​ຈະ​ໄດ້​ມີ​ຢ່າງ​ເຕັມ​ບໍລິບູນ, ແຕ່​ຜູ້​ທີ່​ບໍ່ມີ​ນັ້ນ ແມ່ນແຕ່​ສິ່ງ​ທີ່​ຕົນ​ມີ​ຢູ່​ແລ້ວ​ເລັກນ້ອຍ ກໍ​ຈະ​ຖືກ​ເອົາ​ໄປ​ເສຍ​ຈາກ​ລາວ.</verse>
				<verse number="30">ແລະ​ເອົາ​ຄົນ​ຮັບໃຊ້​ຜູ້​ບໍ່ມີ​ປະໂຫຍດ​ຜູ້​ນີ້ ໂຍນ​ຖິ້ມ​ອອກ​ໄປ​ຂ້າງ​ນອກ​ໃນ​ຄວາມມືດ ໃນ​ທີ່ນັ້ນ​ຈະ​ມີ​ການ​ຮ້ອງໄຫ້ ແລະ​ຂົບ​ແຂ້ວ​ຢູ່.”</verse>
				<verse number="31">“ເມື່ອ​ບຸດ​ມະນຸດ​ສະເດັດ​ມາ​ໃນ​ສະຫງ່າຣາສີ ພ້ອມ​ດ້ວຍ​ຝູງ​ເທວະດາ​ຂອງ​ພຣະອົງ​ນັ້ນ ເພິ່ນ​ຈະ​ນັ່ງ​ເທິງ​ບັນລັງ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ</verse>
				<verse number="32">ບັນດາ​ປະຊາຊົນ​ທຸກ​ຊົນຊາດ ຈະ​ຖືກ​ນຳ​ມາ​ໂຮມ​ກັນ​ຢູ່​ຕໍ່ໜ້າ​ພຣະອົງ, ແລ້ວ​ພຣະອົງ​ຈະ​ແຍກ​ພວກເຂົາ​ອອກ​ຈາກ​ກັນ ເໝືອນ​ກັບ​ຄົນ​ລ້ຽງ​ສັດ​ແຍກ​ຝູງແກະ​ອອກ​ຈາກ​ຝູງແບ້.</verse>
				<verse number="33">ພຣະອົງ​ຈະ​ຈັດ​ໃຫ້​ຝູງແກະ​ຢູ່​ເບື້ອງ​ຂວາ​ຂອງ​ພຣະອົງ, ແຕ່​ຝູງແບ້​ນັ້ນ​ຈະ​ຈັດ​ໃຫ້​ຢູ່​ເບື້ອງຊ້າຍ.</verse>
				<verse number="34">ແລ້ວ​ຈອມ​ກະສັດ​ກໍ​ຈະ​ກ່າວ​ແກ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຂວາ​ຂອງ​ພຣະອົງ​ວ່າ, ‘ມາເຖີດ ພວກເຈົ້າ​ຜູ້​ທີ່​ໄດ້​ຮັບ​ພຣະພອນ​ຈາກ​ພຣະບິດາເຈົ້າ​ຂອງເຮົາ ຈົ່ງ​ມາ​ຮັບ​ເອົາ​ຣາຊອານາຈັກ ຊຶ່ງ​ໄດ້​ຖືກ​ຈັດຕຽມ​ໄວ້​ສຳລັບ​ພວກເຈົ້າ ຕັ້ງແຕ່​ຕົ້ນເດີມ​ສ້າງ​ໂລກ.</verse>
				<verse number="35">ເພາະ​ເມື່ອ​ເຮົາ​ຫິວເຂົ້າ ພວກເຈົ້າ​ກໍ​ເອົາ​ໃຫ້​ເຮົາ​ກິນ ເມື່ອ​ເຮົາ​ຫິວນໍ້າ​ພວກເຈົ້າ​ກໍ​ເອົາ​ໃຫ້​ເຮົາ​ດື່ມ, ເຮົາ​ເປັນ​ແຂກບ້ານ ພວກເຈົ້າ​ໄດ້​ຕ້ອນຮັບ​ເຮົາ​ໄວ້.</verse>
				<verse number="36">ເຮົາ​ເປືອຍກາຍ ພວກເຈົ້າ​ກໍ​ເອົາ​ເຄື່ອງ​ໃຫ້​ເຮົາ​ນຸ່ງ​ຫົ່ມ ເຮົາ​ເຈັບ​ປ່ວຍ ພວກເຈົ້າ​ກໍໄດ້​ມາ​ເບິ່ງແຍງ​ເຮົາ, ເຮົາ​ຢູ່​ໃນ​ຄຸກ ພວກເຈົ້າ​ກໍໄດ້​ມາ​ຢ້ຽມຢາມ​ເຮົາ.’</verse>
				<verse number="37">ແລ້ວ​ຝ່າຍ​ພວກ​ຜູ້​ຊອບທຳ ກໍ​ຈະ​ຕອບ​ພຣະອົງ​ວ່າ, ‘ພຣະອົງເຈົ້າ​ເອີຍ ເມື່ອໃດ​ພວກ​ຂ້ານ້ອຍ​ເຫັນ​ພຣະອົງ​ຫິວເຂົ້າ ແລະ​ເອົາ​ເຂົ້າ​ໃຫ້​ພຣະອົງ​ກິນ ແລະ​ເຫັນ​ພຣະອົງ​ຫິວນໍ້າ ແລະ​ເອົາ​ນໍ້າ​ໃຫ້​ພຣະອົງ​ດື່ມ?</verse>
				<verse number="38">ເມື່ອໃດ​ພວກ​ຂ້ານ້ອຍ​ເຫັນ​ພຣະອົງ​ເປັນ​ແຂກບ້ານ ແລະ​ຮັບຕ້ອນ​ພຣະອົງ​ໄວ້ ຫລື​ເຫັນ​ພຣະອົງ​ເປືອຍກາຍ ແລະ​ເອົາ​ເຄື່ອງ​ໃຫ້​ພຣະອົງ​ນຸ່ງຫົ່ມ?</verse>
				<verse number="39">ເມື່ອໃດ​ພວກ​ຂ້ານ້ອຍ​ເຫັນ​ພຣະອົງ​ເຈັບປ່ວຍ ຫລື​ຢູ່​ໃນ​ຄຸກ ແລະ​ໄປ​ຢ້ຽມຢາມ​ພຣະອົງ?’</verse>
				<verse number="40">ຈອມ​ກະສັດ​ຈະ​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ເມື່ອ​ພວກເຈົ້າ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້ ແກ່​ຜູ້​ທີ່​ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ພວກ​ພີ່ນ້ອງ​ເຫຼົ່ານີ້​ຂອງເຮົາ, ພວກເຈົ້າ​ກໍໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ.’</verse>
				<verse number="41">ເມື່ອນັ້ນ ພຣະອົງ​ກໍ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ວ່າ, ‘ຫຍັບ​ອອກ​ໄປ​ໃຫ້​ຫ່າງ​ຈາກ​ເຮົາ ພວກສູ​ຜູ້​ທີ່​ຖືກ​ສາບແຊ່ງ​ເອີຍ ລົງ​ໄປ​ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ຕະຫລອດໄປ​ເປັນນິດ ຊຶ່ງ​ໄດ້​ຖືກ​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ​ບໍລິວານ​ຂອງ​ມັນ</verse>
				<verse number="42">ເມື່ອ​ເຮົາ​ຫິວເຂົ້າ ພວກສູ​ບໍ່ໄດ້​ເອົາ​ໃຫ້​ເຮົາ​ກິນ ເມື່ອ​ເຮົາ​ຫິວນໍ້າ ພວກສູ​ບໍ່ໄດ້​ເອົາ​ໃຫ້​ເຮົາ​ດື່ມ,</verse>
				<verse number="43">ເມື່ອ​ເຮົາ​ເປັນ​ແຂກບ້ານ ພວກສູ​ບໍ່ໄດ້​ຮັບ​ຕ້ອນ​ເຮົາ​ໄວ້ ເມື່ອ​ເຮົາ​ເປືອຍກາຍ ພວກສູ​ບໍ່ໄດ້​ເອົາ​ເຄື່ອງ​ໃຫ້​ເຮົາ​ນຸ່ງຫົ່ມ ເມື່ອ​ເຮົາ​ເຈັບປ່ວຍ​ແລະ​ຢູ່​ໃນ​ຄຸກ ພວກສູ​ບໍ່ໄດ້​ມາ​ຢ້ຽມຢາມ​ເຮົາ.’</verse>
				<verse number="44">ແລ້ວ​ພວກເຂົາ​ກໍ​ຈະ​ຕອບ​ພຣະອົງ​ວ່າ, ‘ພຣະອົງເຈົ້າ​ເອີຍ, ເມື່ອໃດ​ພວກ​ຂ້ານ້ອຍ​ເຫັນ​ພຣະອົງ​ຫິວເຂົ້າ ຫລື​ຫິວນໍ້າ ຫລື​ເປັນ​ແຂກບ້ານ ຫລື​ເປືອຍກາຍ ຫລື​ເຈັບປ່ວຍ ຫລື​ຢູ່​ໃນ​ຄຸກ ແລະ​ພວກ​ຂ້ານ້ອຍ​ບໍ່ໄດ້​ບົວລະບັດ​ພຣະອົງ?’</verse>
				<verse number="45">ຈອມ​ກະສັດ​ຈະ​ຕອບ​ພວກເຂົາ​ວ່າ, ‘ເຮົາ​ບອກ​ພວກສູ​ຕາມ​ຄວາມຈິງ​ວ່າ ເມື່ອ​ພວກສູ​ບໍ່ໄດ້​ເຮັດ​ສິ່ງ​ເຫຼົ່ານັ້ນ ແກ່​ຜູ້ໜຶ່ງ​ໃນ​ບັນດາ​ຜູ້​ທີ່​ຕໍ່າຕ້ອຍ​ທີ່ສຸດ​ພວກ​ນີ້ ພວກສູ​ກໍ​ບໍ່ໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ’</verse>
				<verse number="46">ແລ້ວ​ພວກ​ເຫຼົ່ານີ້​ຈະ​ຖືກ​ສົ່ງ​ໄປ​ສູ່​ການ​ລົງໂທດ​ອັນ​ຕະຫລອດໄປ​ເປັນນິດ, ແຕ່​ພວກ​ຊອບທຳ​ຈະ​ເຂົ້າ​ສູ່​ຊີວິດ​ນິຣັນດອນ.”</verse>
			</chapter>
			<chapter number="26">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ຈົບ​ແລ້ວ ພຣະອົງ​ກໍ​ບອກ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ,</verse>
				<verse number="2">“ພວກເຈົ້າ​ຮູ້​ຢູ່​ແລ້ວ ຍັງ​ອີກ​ສອງ​ວັນ​ຈະ​ແມ່ນ​ເທດສະການ​ປັດສະຄາ ແລະ​ບຸດ​ມະນຸດ​ຈະ​ຖືກ​ມອບ​ໃຫ້​ພວກເຂົາ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.”</verse>
				<verse number="3">ໃນ​ເວລາ​ນັ້ນ​ພວກ​ມະຫາ​ປະໂຣຫິດ​ແລະ​ພວກ​ເຖົ້າແກ່ ກໍໄດ້​ປະຊຸມ​ກັນ​ໃນ​ເຮືອນ​ຂອງ​ມະຫາ​ປະໂຣຫິດ​ກາຢະຟາ</verse>
				<verse number="4">ແລະ​ວາງແຜນ​ກົນ​ອຸບາຍ​ຈັບ​ພຣະເຢຊູເຈົ້າ ເພື່ອ​ເອົາ​ພຣະອົງ​ໄປ​ຂ້າ.</verse>
				<verse number="5">ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ບໍ່​ຕ້ອງ​ເຮັດ​ໃນ​ລະຫວ່າງ​ເທດສະການ ຢ້ານ​ວ່າ​ປະຊາຊົນ​ອາດ​ຈະ​ວຸ້ນວາຍ​ຂຶ້ນ​ກໍໄດ້.”</verse>
				<verse number="6">ໃນ​ເວລາ​ດຽວກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ໄປ​ທີ່​ເຮືອນ​ຂອງ​ຊີໂມນ ຜູ້​ທີ່​ເຄີຍ​ເປັນ​ພະຍາດ​ຂີ້ທູດ​ໃນ​ບ້ານ​ເບັດທານີ.</verse>
				<verse number="7">ຂະນະທີ່​ພຣະອົງ​ນັ່ງ​ຮັບປະທານ​ອາຫານ​ຢູ່​ນັ້ນ ກໍ​ມີ​ຍິງ​ຜູ້ໜຶ່ງ​ມາ​ຫາ​ພຣະອົງ​ໂດຍ​ຖື​ເຕົ້າ​ຫີນ​ຂາວ​ອັນ​ໜຶ່ງ ຊຶ່ງ​ເຕັມ​ດ້ວຍ​ນໍ້າມັນ​ຫອມ​ລາຄາ​ແພງ​ຫລາຍ ແລະ​ນາງ​ໄດ້​ຖອກ​ລິນ​ນໍ້າມັນ​ຫອມ​ນີ້​ຫົດສົງ​ຫົວ​ຂອງ​ພຣະອົງ.</verse>
				<verse number="8">ເມື່ອ​ພວກ​ສາວົກ​ເຫັນ​ເຫດການ​ນີ້​ກໍ​ເຄືອງ​ໃຈ ຈຶ່ງ​ເວົ້າ​ຂຶ້ນ​ວ່າ, “ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ເສຍ​ຂອງ​ລ້າໆ​ຢ່າງ​ນີ້</verse>
				<verse number="9">ເພາະ​ຖ້າ​ຂາຍ​ນໍ້າມັນ​ຫອມ​ນີ້​ກໍ​ຄົງ​ໄດ້​ເງິນ​ຫລວງຫລາຍ ແລະ​ເອົາ​ໄປ​ແຈກ​ທານ​ໃຫ້​ຄົນ​ຍາກຈົນ​ກໍໄດ້.”</verse>
				<verse number="10">ພຣະເຢຊູເຈົ້າ​ຮູ້​ຄວາມ​ຄິດ​ຂອງ​ພວກເຂົາ​ທີ່​ກຳລັງ​ເວົ້າ ແລະ​ພຣະອົງ​ຈຶ່ງ​ກ່າວ​ວ່າ, “ພວກເຈົ້າ​ກວນ​ໃຈ​ຍິງ​ນີ້​ເຮັດ​ຫຍັງ? ນາງ​ໄດ້​ເຮັດ​ສິ່ງ​ທີ່​ດີ​ງາມ​ໃຫ້​ແກ່​ເຮົາ​ແລ້ວ.</verse>
				<verse number="11">ດ້ວຍວ່າ, ຄົນ​ຍາກຈົນ​ມີ​ຢູ່​ກັບ​ພວກເຈົ້າ​ສະເໝີ​ ແຕ່​ຝ່າຍ​ເຮົາ​ບໍ່​ຢູ່​ກັບ​ພວກເຈົ້າ​ສະເໝີ​ໄປ.</verse>
				<verse number="12">ນາງ​ໄດ້​ຖອກ​ນໍ້າຫອມ​ນີ້​ຫົດສົງ​ຮ່າງກາຍ​ຂອງເຮົາ ເພື່ອ​ຕຽມ​ການ​ປົງສົບ​ຂອງເຮົາ.</verse>
				<verse number="13">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ທົ່ວ​ທຸກ​ບ່ອນ​ໃນ​ໂລກ​ທີ່​ມີ​ການ​ປະກາດ​ຂ່າວປະເສີດ ສິ່ງ​ທີ່​ຍິງ​ຜູ້​ນີ້​ໄດ້​ເຮັດ ຈະ​ເປັນ​ທີ່​ກ່າວ​ກັນ​ໄປ​ເຖິງ​ບ່ອນ​ນັ້ນ ເພື່ອ​ລະນຶກເຖິງ​ນາງ.”</verse>
				<verse number="14">ຕໍ່ມາ ຜູ້ໜຶ່ງ​ໃນ​ພວກ​ສາວົກ​ສິບສອງ​ຄົນ ຄື​ຜູ້​ທີ່​ຊື່​ວ່າ ຢູດາ​ອິດສະກາຣີອົດ​ກໍໄດ້​ໄປ​ຫາ​ບັນດາ​ຫົວໜ້າ​ປະໂຣຫິດ</verse>
				<verse number="15">ແລະ​ຖາມ​ວ່າ, “ຖ້າ​ຂ້ານ້ອຍ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກທ່ານ ພວກທ່ານ​ຈະ​ໃຫ້​ຂ້ານ້ອຍ​ຫລາຍ​ເທົ່າ​ໃດ?” ພວກເຂົາ​ຈຶ່ງ​ເອົາ​ເງິນ​ສາມສິບ​ຫລຽນ​ໃຫ້​ລາວ.</verse>
				<verse number="16">ຕັ້ງແຕ່​ນັ້ນ​ມາ ຢູດາ​ກໍ​ລໍ​ຫາ​ໂອກາດ​ທີ່​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ.</verse>
				<verse number="17">ໃນ​ວັນ​ທີ​ໜຶ່ງ​ຂອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ, ພວກ​ສາວົກ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຖາມ​ພຣະອົງ​ວ່າ, “ທ່ານ​ຢາກ​ໃຫ້​ພວກ​ຂ້ານ້ອຍ​ຈັດແຈ່ງ​ອາຫານ​ປັດສະຄາ​ສຳລັບ​ທ່ານ​ຢູ່​ທີ່​ໃດ?”</verse>
				<verse number="18">ພຣະອົງ​ຊົງ​ຕອບ​ວ່າ, “ຈົ່ງ​ເຂົ້າ​ໄປ​ຫາ​ຄົນ​ໜຶ່ງ​ຢູ່​ໃນ​ເມືອງ ແລະ​ບອກ​ລາວ​ວ່າ, ‘ອາຈານ​ບອກ​ວ່າ, ເວລາ​ຂອງເຮົາ​ໃກ້​ເຂົ້າ​ມາ​ແລ້ວ ເຮົາ​ຈະ​ສະຫລອງ​ປັດສະຄາ​ທີ່​ບ້ານ​ຂອງ​ເຈົ້າ ພ້ອມ​ກັບ​ພວກ​ສາວົກ​ຂອງເຮົາ.”’</verse>
				<verse number="19">ພວກ​ສາວົກ​ກໍ​ປະຕິບັດ​ຕາມ​ທີ່​ພຣະເຢຊູເຈົ້າ​ໄດ້​ບອກ ແລະ​ໄດ້​ຈັດແຈ່ງ​ອາຫານ​ປັດສະຄາ​ໄວ້.</verse>
				<verse number="20">ເມື່ອ​ເຖິງ​ຕອນ​ຄໍ່າ​ມາ ພຣະເຢຊູເຈົ້າ ແລະ​ສາວົກ​ສິບສອງ​ຄົນ​ກໍ​ຮ່ວມ​ໂຕະ​ອາຫານ​ນຳ​ກັນ.</verse>
				<verse number="21">ເມື່ອ​ເວລາ​ກຳລັງ​ຮັບປະທານ​ອາຫານ​ຢູ່​ນັ້ນ ພຣະອົງ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຜູ້ໜຶ່ງ​ໃນ​ພວກເຈົ້າ​ຈະ​ທໍລະຍົດ​ຕໍ່​ເຮົາ.”</verse>
				<verse number="22">ຝ່າຍ​ພວກ​ສາວົກ​ກໍ​ເປັນທຸກໃຈ​ຫລາຍ ແລະ​ທຸກຄົນ​ຕ່າງ​ກໍ​ເລີ່ມ​ຖາມ​ພຣະອົງ​ເທື່ອລະ​ຄົນ​ວ່າ, “ພຣະອົງເຈົ້າ​ເອີຍ ຄົງ​ຈະ​ບໍ່ແມ່ນ​ຂ້ານ້ອຍ​ຕີ້?”</verse>
				<verse number="23">ພຣະເຢຊູເຈົ້າ​ຕອບ​ວ່າ, “ຜູ້​ທີ່​ຈໍ້າ​ໃນ​ຖ້ວຍ​ຮ່ວມ​ກັບ​ເຮົາ ຜູ້ນັ້ນ​ແຫຼະ ຈະ​ທໍລະຍົດ​ຕໍ່​ເຮົາ.</verse>
				<verse number="24">ບຸດ​ມະນຸດ​ຈະ​ຕາຍໄປ​ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ເຖິງ​ເລື່ອງ​ເພິ່ນ, ແຕ່​ໄພພິບັດ​ຈະ​ຕົກ​ຖືກ​ຜູ້​ທີ່​ທໍລະຍົດ​ຕໍ່​ບຸດ​ມະນຸດ ຖ້າ​ຄົນ​ຜູ້​ນີ້​ບໍ່​ເກີດ​ມາ​ກໍ​ຈະ​ເປັນ​ການ​ດີກວ່າ.”</verse>
				<verse number="25">ຝ່າຍ​ຢູດາ​ຜູ້​ທີ່​ທໍລະຍົດ​ຕໍ່​ພຣະອົງ​ກໍ​ເວົ້າ​ຂຶ້ນ​ວ່າ, “ອາຈານ​ເອີຍ ທ່ານ​ຄົງ​ບໍ່​ໝາຍຄວາມວ່າ​ແມ່ນ​ຂ້ານ້ອຍ​ຕີ້?” ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ໄດ້​ເວົ້າ​ເອງ.”</verse>
				<verse number="26">ໃນ​ລະຫວ່າງ​ອາຫານ​ວັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ ແລະ​ໂມທະນາ​ຂອບພຣະຄຸນ ພຣະອົງ​ຫັກ​ເຂົ້າຈີ່​ນັ້ນ ແລະ​ຍື່ນໃຫ້​ພວກ​ສາວົກ ໂດຍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ຮັບ​ກິນ​ເຖີດ ນີ້​ແຫຼະ ແມ່ນ​ກາຍ​ຂອງເຮົາ.”</verse>
				<verse number="27">ແລ້ວ​ພຣະອົງ​ກໍ​ຈັບ​ເອົາ​ຈອກ​ຂຶ້ນ​ມາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ຍື່ນໃຫ້​ພວກ​ສາວົກ ໂດຍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ທຸກຄົນ​ຈົ່ງ​ດື່ມ,</verse>
				<verse number="28">ນີ້​ແຫຼະ ແມ່ນ​ເລືອດ​ຂອງເຮົາ ຊຶ່ງ​ເປັນ​ເລືອດ​ແຫ່ງ​ພັນທະສັນຍາ​ຂອງ​ພຣະເຈົ້າ ທີ່​ຫລັ່ງ​ໄຫລ​ອອກ​ສຳລັບ​ຄົນ​ຈຳນວນ​ຫລາຍ ເພື່ອ​ຄວາມ​ຜິດບາບ​ຈະ​ໄດ້​ຮັບ​ການອະໄພ.</verse>
				<verse number="29">ເຮົາ​ບອກ​ພວກເຈົ້າ​ວ່າ ເຮົາ​ຈະ​ບໍ່​ດື່ມ​ນໍ້າ​ອະງຸ່ນ​ນີ້​ອີກ​ຈັກເທື່ອ ຈົນກວ່າ​ວັນ​ນັ້ນ​ມາ​ເຖິງ​ທີ່​ເຮົາ​ຈະ​ດື່ມ​ນໍ້າ​ອະງຸ່ນ​ໃໝ່​ກັບ​ພວກເຈົ້າ ໃນ​ອານາຈັກ​ແຫ່ງ​ພຣະບິດາເຈົ້າ​ຂອງເຮົາ.”</verse>
				<verse number="30">ເມື່ອ​ພວກເພິ່ນ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ​ບົດ​ໜຶ່ງ​ແລ້ວ ກໍ​ພາກັນ​ອອກ​ໄປ​ທີ່​ພູເຂົາ​ໝາກກອກເທດ.</verse>
				<verse number="31">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ໃນ​ຄືນ​ນີ້​ແຫຼະ ພວກເຈົ້າ​ທຸກຄົນ​ຈະ​ແລ່ນ​ໜີ​ຈາກ​ເຮົາ ແລະ​ປະຖິ້ມ​ເຮົາ​ໄປ ເພາະ​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ເຮົາ​ຈະ​ຂ້າ​ຜູ້​ທີ່​ລ້ຽງ​ແກະ ແລະ​ຝູງແກະ​ຈະ​ແຕກຊະ​ກັນ​ໄປ.’</verse>
				<verse number="32">ແຕ່​ຫລັງຈາກ​ເຮົາ​ເປັນ​ຄືນ​ມາ​ຈາກ​ຕາຍ​ສູ່​ຊີວິດ​ແລ້ວ ເຮົາ​ຈະ​ໄປ​ທີ່​ແຂວງ​ຄາລີເລ​ກ່ອນ​ໜ້າ​ພວກເຈົ້າ.”</verse>
				<verse number="33">ເປໂຕ​ຈຶ່ງ​ເວົ້າ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ຂ້ານ້ອຍ​ຈະ​ບໍ່​ໜີ​ຈາກ​ທ່ານ​ໄປ​ຈັກເທື່ອ ເຖິງ​ແມ່ນ​ວ່າ​ທຸກຄົນ​ໜີ​ຈາກ​ທ່ານ​ໄປ​ກໍຕາມ.”</verse>
				<verse number="34">ພຣະເຢຊູເຈົ້າ​ກ່າວ​ຕໍ່​ເປໂຕ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ ກ່ອນ​ໄກ່​ຂັນ​ໃນ​ຄືນ​ນີ້ ເຈົ້າ​ຈະ​ປະຕິເສດ​ວ່າ​ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ.”</verse>
				<verse number="35">ເປໂຕ​ກ່າວ​ຕໍ່​ພຣະອົງ​ວ່າ, “ຂ້ານ້ອຍ​ຈະ​ບໍ່​ປະຕິເສດ​ທ່ານ​ຈັກເທື່ອ ເຖິງ​ແມ່ນ​ຂ້ານ້ອຍ​ຈະ​ຕ້ອງ​ຕາຍ​ກັບ​ທ່ານ.” ຝ່າຍ​ພວກ​ສາວົກ​ທຸກຄົນ​ກໍ​ເວົ້າ​ເໝືອນກັນ.</verse>
				<verse number="36">ແລ້ວ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ກໍ​ໄປ​ບ່ອນ​ໜຶ່ງ​ທີ່​ຊື່​ວ່າ​ເຄັດເຊມາເນ ແລະ ພຣະອົງ​ໄດ້​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ນັ່ງ​ຢູ່​ທີ່​ນີ້ ຂະນະທີ່​ເຮົາ​ໄປ​ພາວັນນາ​ອະທິຖານ​ໃນ​ທີ່ນັ້ນ.”</verse>
				<verse number="37">ພຣະອົງ​ໄດ້​ເອົາ​ເປໂຕ​ກັບ​ລູກຊາຍ​ສອງ​ຄົນ​ຂອງ​ເຊເບດາຍ​ໄປ​ນຳ ພຣະອົງ​ຮູ້ສຶກ​ໂສກເສົ້າ ແລະ ໜັກໜ່ວງ​ຫລາຍ​ໃນ​ຈິດໃຈ</verse>
				<verse number="38">ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈິດໃຈ​ຂອງເຮົາ​ເປັນ​ທຸກ​ໜັກ​ແທບ​ຈະ​ຕາຍ​ຢູ່​ແລ້ວ ຈົ່ງ​ເຝົ້າຄອຍ​ຢູ່​ທີ່​ນີ້​ກັບ​ເຮົາ​ເທີ້ນ.”</verse>
				<verse number="39">ພຣະອົງ​ຍ່າງ​ເລີຍ​ໄປ​ໄກ​ໜ້ອຍ​ໜຶ່ງ​ໝູບ​ໜ້າ​ລົງ​ກັບ​ພື້ນ ແລະ​ພາວັນນາ​ອະທິຖານ​ວ່າ, “ພຣະບິດາເຈົ້າ​ຂອງ​ລູກ​ເອີຍ ຖ້າ​ເປັນ​ໄປ​ໄດ້ ຂໍ​ໃຫ້​ຈອກ​ແຫ່ງ​ຄວາມ​ທົນທຸກ​ທໍລະມານ​ນີ້ ເລື່ອນ​ພົ້ນ​ໄປ​ຈາກ​ລູກ​ທ້ອນ ແຕ່​ເຖິງ​ຢ່າງ​ໃດ​ກໍດີ ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ໃຈ​ປາຖະໜາ​ຂອງ​ລູກ ແຕ່​ໃຫ້​ເປັນ​ໄປ​ຕາມ​ຄວາມປະສົງ​ຂອງ​ພຣະອົງ.”</verse>
				<verse number="40">ແລ້ວ​ພຣະອົງ​ກໍ​ກັບຄືນ​ມາ​ຫາ​ສາວົກ ແລະ​ເຫັນ​ພວກເພິ່ນ​ນອນ​ຫລັບ​ຢູ່ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ເປໂຕ​ວ່າ, “ເປັນ​ຈັ່ງ​ໃດ ພວກເຈົ້າ​ຈຶ່ງ​ບໍ່​ສາມາດ​ເຝົ້າ​ຄອຍ​ຢູ່​ກັບ​ເຮົາ​ໄດ້ ແມ່ນແຕ່​ຊົ່ວໂມງ​ດຽວ?</verse>
				<verse number="41">ຈົ່ງ​ເຝົ້າ​ລະວັງ ແລະ​ພາວັນນາ​ອະທິຖານ​ຢູ່ ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ໃນ​ການ​ທົດລອງ ຈິດໃຈ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ຮ່າງກາຍ​ກໍ​ອ່ອນແຮງ.”</verse>
				<verse number="42">ພຣະອົງ​ສະເດັດ​ໄປ​ອີກ​ເທື່ອ​ທີ​ສອງ ກໍໄດ້​ພາວັນນາ​ອະທິຖານ​ວ່າ, “ພຣະບິດາເຈົ້າ​ຂອງ​ລູກ​ເອີຍ ຖ້າ​ລູກ​ຈຳເປັນ​ຕ້ອງ​ດື່ມ​ຈອກ​ແຫ່ງ​ຄວາມ​ທົນທຸກ​ທໍລະມານ​ນີ້ ກໍ​ໃຫ້​ເປັນ​ໄປ​ຕາມ​ຄວາມປະສົງ​ຂອງ​ພຣະອົງ​ເທີ້ນ.”</verse>
				<verse number="43">ພຣະອົງ​ໄດ້​ກັບ​ມາ​ເທື່ອໜຶ່ງ​ອີກ ແລະ​ເຫັນ​ພວກ​ສາວົກ​ນອນ​ຫລັບ​ຢູ່ ພວກເພິ່ນ​ບໍ່​ສາມາດ​ມືນ​ຕາ​ຂຶ້ນ​ໄດ້.</verse>
				<verse number="44">ພຣະອົງ​ຈຶ່ງ​ປະ​ພວກເພິ່ນ​ໄວ້​ແລ້ວ​ໄປ​ອີກ ເພື່ອ​ພາວັນນາ​ອະທິຖານ​ເປັນ​ເທື່ອ​ທີ​ສາມ ໂດຍ​ກ່າວ​ຖ້ອຍຄຳ​ຢ່າງ​ດຽວກັນ.</verse>
				<verse number="45">ແລ້ວ​ພຣະອົງ​ກໍ​ກັບ​ມາ​ຫາ​ພວກ​ສາວົກ ແລະ​ກ່າວ​ວ່າ, “ພວກເຈົ້າ​ຍັງ​ພັກຜ່ອນ​ນອນ​ຫລັບ​ຢູ່​ບໍ? ເບິ່ງດູ​ເວລາ​ມາ​ເຖິງ​ແລ້ວ ບຸດ​ມະນຸດ​ກຳລັງ​ຈະ​ຖືກ​ມອບ​ໄວ້​ໃນ​ກຳມື​ຂອງ​ຄົນ​ບາບ​ທັງຫລາຍ.</verse>
				<verse number="46">ຈົ່ງ​ລຸກ​ຂຶ້ນ ພາກັນ​ໄປ​ເທາະ ເບິ່ງແມ! ຄົນ​ທີ່​ຈະ​ມອບ​ເຮົາ​ໄວ້​ກໍ​ມາ​ທີ່​ນີ້​ແລ້ວ.”</verse>
				<verse number="47">ພຣະເຢຊູເຈົ້າ​ກ່າວ​ຍັງ​ບໍ່​ທັນ​ຂາດຄຳ ຜູ້ໜຶ່ງ​ໃນ​ສາວົກ​ສິບສອງ​ຄົນ​ນັ້ນ ຄື​ຢູດາ​ກໍ​ມາ​ຮອດ​ພ້ອມ​ກັບ​ຄົນ​ຈຳນວນ​ຫລວງຫລາຍ​ທີ່​ຖື​ດາບ ແລະ​ໄມ້ຄ້ອນ​ມາ​ຈາກ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ເຖົ້າແກ່.</verse>
				<verse number="48">ຢູດາ​ຜູ້​ທີ່​ຈະ​ມອບ​ພຣະອົງ​ໄວ້​ນັ້ນ ໄດ້​ໃຊ້​ສັນຍານ​ບອກ​ພວກເຂົາ​ວ່າ, “ຜູ້ໃດ​ທີ່​ຂ້ອຍ​ຄຳນັບ​ແລະ​ຈູບ ແມ່ນ​ຜູ້​ນັ້ນ​ແຫຼະ ໃຫ້​ພວກເຈົ້າ​ຈັບກຸມ​ເອົາ​ໄວ້.”</verse>
				<verse number="49">ຢູດາ​ຍ່າງ​ເຂົ້າ​ໄປ​ຫາ​ພຣະເຢຊູເຈົ້າ ແລະ​ເວົ້າ​ວ່າ, “ສະບາຍ​ດີ ທ່ານ​ອາຈານ.” ແລ້ວ​ລາວ​ກໍ​ຈູບ​ພຣະອົງ​ຢ່າງ​ຮັກແພງ.</verse>
				<verse number="50">ພຣະເຢຊູເຈົ້າ​ຕອບ​ວ່າ, “ສະຫາຍ​ເອີຍ ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ເຈົ້າ​ຕັ້ງໃຈ​ໄວ້​ສາ.” ແລ້ວ​ພວກເຂົາ​ກໍ​ເຂົ້າ​ໄປ​ຈັບກຸມ​ພຣະເຢຊູເຈົ້າ​ໄວ້.</verse>
				<verse number="51">ໃນ​ຂະນະນັ້ນ ມີ​ຄົນ​ໜຶ່ງ​ໃນ​ພວກ​ທີ່​ໄປ​ກັບ​ພຣະເຢຊູເຈົ້າ ຊັກ​ດາບ​ຂອງຕົນ​ອອກ​ຟັນ​ຫູ​ຂອງ​ຄົນ​ຮັບໃຊ້​ຂອງ​ມະຫາ​ປະໂຣຫິດ​ເບື້ອງ​ໜຶ່ງ​ຂາດ</verse>
				<verse number="52">ພຣະເຢຊູເຈົ້າ​ຈຶ່ງ​ບອກ​ຜູ້ນັ້ນ​ວ່າ, “ຈົ່ງ​ເອົາ​ດາບ​ຂອງ​ເຈົ້າ​ມ້ຽນ​ໃສ່​ຝັກ​ໄວ້​ສາ ເພາະວ່າ​ຜູ້​ທີ່​ໃຊ້​ດາບ​ກໍ​ຈະ​ຕາຍ​ດ້ວຍ​ດາບ.</verse>
				<verse number="53">ເຈົ້າ​ບໍ່​ຮູ້​ບໍ​ວ່າ ເຮົາ​ເອີ້ນ​ຫາ​ພຣະບິດາເຈົ້າ​ຂອງເຮົາ​ໃຫ້​ຊ່ວຍເຫລືອ​ໄດ້ ແລະ​ໃນ​ທັນທີ ພຣະອົງ​ຈະ​ໃຊ້​ຝູງ​ເທວະດາ​ຫລາຍກວ່າ​ສິບສອງ​ກອງທັບ​ມາ​ຊ່ວຍ​ເຮົາ.</verse>
				<verse number="54">ຖ້າ​ຢ່າງ​ນັ້ນ ພຣະຄຳພີ​ທີ່​ກ່າວ​ວ່າ, ຈຳເປັນ​ຕ້ອງ​ເກີດຂຶ້ນ​ຢ່າງ​ນັ້ນ ຈະ​ສຳເລັດ​ໄດ້​ຢ່າງ​ໃດ?”</verse>
				<verse number="55">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ຕໍ່​ປະຊາຊົນ​ວ່າ, “ພວກເຈົ້າ​ຖື​ດາບ ຖື​ໄມ້ຄ້ອນ​ມາ​ຈັບ​ເຮົາ​ເໝືອນ​ດັ່ງ​ຈັບ​ໂຈນ​ຊັ້ນບໍ? ທຸກໆ​ວັນ​ເຮົາ​ໄດ້​ນັ່ງ​ສັ່ງສອນ​ຢູ່​ໃນ​ບໍລິເວນ​ພຣະວິຫານ ແຕ່​ພວກເຈົ້າ​ບໍ່ໄດ້​ຈັບ​ເຮົາ.</verse>
				<verse number="56">ແຕ່​ເຫດການ​ທັງໝົດ​ນີ້​ໄດ້​ເກີດຂຶ້ນ ກໍ​ເພື່ອ​ໃຫ້​ສຳເລັດ ຕາມ​ທີ່​ພວກ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ.” ເມື່ອນັ້ນ ພວກ​ສາວົກ​ທຸກຄົນ​ໄດ້​ປະຖິ້ມ​ພຣະອົງ ແລະ​ແລ່ນ​ປົບໜີໄປ.</verse>
				<verse number="57">ພວກ​ທີ່​ຈັບ​ພຣະເຢຊູເຈົ້າ​ນັ້ນ ໄດ້​ພາ​ພຣະອົງ​ໄປ​ທີ່​ເຮືອນ​ຂອງ​ມະຫາ​ປະໂຣຫິດ​ກາຢະຟາ ບ່ອນ​ທີ່​ພວກ​ທຳມະຈານ​ກັບ​ພວກ​ເຖົ້າແກ່​ໄດ້​ມາ​ປະຊຸມ​ກັນ​ຢູ່.</verse>
				<verse number="58">ສ່ວນ​ເປໂຕ​ກໍ​ຕິດຕາມ​ພຣະອົງ​ໄປ​ໃນ​ໄລຍະ​ຫ່າງໆ ຈົນ​ມາ​ເຖິງ​ເດີ່ນ​ບ້ານ​ຂອງ​ມະຫາ​ປະໂຣຫິດ, ແລ້ວ​ລາວ​ກໍ​ເຂົ້າ​ໄປ​ນັ່ງ​ທີ່​ເດີ່ນ​ບ້ານ​ຮ່ວມ​ກັບ​ພວກ​ທະຫານ​ຍາມ ເພື່ອ​ຊອມ​ເບິ່ງ​ວ່າ​ເລື່ອງນັ້ນ​ຈະ​ສິ້ນສຸດ​ລົງ​ຢ່າງ​ໃດ.</verse>
				<verse number="59">ບັນດາ​ຫົວໜ້າ​ປະໂຣຫິດ ແລະ​ບັນດາ​ສະມາຊິກ​ສະພາ ຫາ​ພະຍານ​ຫຼັກຖານ​ບໍ່​ຈິງ​ຂຶ້ນ​ມາ​ຕໍ່ສູ້​ພຣະອົງ ເພື່ອ​ໃຫ້​ພຣະອົງ​ຖືກ​ໂທດ​ປະຫານ,</verse>
				<verse number="60">ແຕ່​ພວກເຂົາ​ຫາ​ຫຼັກຖານ​ບໍ່ໄດ້ ເຖິງ​ແມ່ນ​ວ່າ ມີ​ຫລາຍ​ຄົນ​ອອກ​ມາ​ກ່າວຫາ​ພຣະອົງ ໂດຍ​ບໍ່ມີ​ມູນ​ຄວາມຈິງ​ກໍຕາມ ໃນ​ທີ່ສຸດ ກໍ​ມີ​ສອງ​ຄົນ​ອອກ​ມາ</verse>
				<verse number="61">ແລະ​ກ່າວຫາ​ວ່າ, “ຄົນ​ນີ້​ແຫຼະ ໄດ້​ເວົ້າ​ວ່າ, ‘ເຮົາ​ສາມາດ​ມ້າງ​ວິຫານ​ຂອງ​ພຣະເຈົ້າ​ລົງ ແລະ​ສ້າງ​ຂຶ້ນ​ໃໝ່​ໄດ້​ພາຍ​ໃນ​ສາມ​ວັນ.”’</verse>
				<verse number="62">ມະຫາ​ປະໂຣຫິດ​ຢືນ​ຂຶ້ນ ແລະ​ເວົ້າ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ບໍ່​ຕອບ​ຫຍັງ​ບໍ? ຂໍ້​ກ່າວຫາ​ຕໍ່ສູ້​ເຈົ້າ​ເຫຼົ່ານີ້​ເປັນ​ແນວ​ໃດ?”</verse>
				<verse number="63">ແຕ່​ພຣະເຢຊູເຈົ້າ​ມິດງຽບ​ຢູ່ ແລ້ວ​ມະຫາ​ປະໂຣຫິດ​ໄດ້​ເວົ້າ​ຕໍ່​ພຣະອົງ​ອີກ​ວ່າ, “ໃນ​ນາມ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ໃຫ້​ເຈົ້າ​ສາບານ​ວ່າ, ‘ເຈົ້າ​ເປັນ​ພຣະຄຣິດ​ພຣະບຸດ​ຂອງ​ພຣະເຈົ້າ.”’</verse>
				<verse number="64">ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ດັ່ງ​ທີ່​ເຈົ້າ​ເວົ້າ​ນັ້ນ​ແລ້ວ, ແຕ່​ຫລາຍກວ່າ​ນັ້ນ​ອີກ ເຮົາ​ບອກ​ພວກເຈົ້າ​ວ່າ ໃນ​ເວລາ​ຕໍ່ໄປ ພວກເຈົ້າ​ຈະ​ເຫັນ​ບຸດ​ມະນຸດ​ນັ່ງ​ຢູ່​ເບື້ອງ​ຂວາ​ຂອງ​ອົງ​ຊົງຣິດອຳນາດ​ຍິ່ງໃຫຍ່ ແລະ​ກຳລັງ​ສະເດັດ​ມາ​ເທິງ​ເມກ​ໃນ​ສະຫວັນ.”</verse>
				<verse number="65">ເມື່ອ​ໄດ້ຍິນ​ດັ່ງນັ້ນ ມະຫາ​ປະໂຣຫິດ​ກໍ​ຈີກ​ເສື້ອ​ຂອງຕົນ ແລ້ວ​ເວົ້າ​ຂຶ້ນ​ວ່າ, “ມັນ​ໄດ້​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ແລ້ວ ພວກເຮົາ​ຍັງ​ຈະ​ຕ້ອງການ​ພະຍານ​ຫຍັງ​ຕື່ມ​ອີກ? ນີ້​ແຫຼະ ພວກເຈົ້າ​ໄດ້ຍິນ​ຄຳ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ແລ້ວ</verse>
				<verse number="66">ພວກເຈົ້າ​ຄິດ​ເຫັນ​ຢ່າງ​ໃດ?” ພວກເຂົາ​ຕອບ​ວ່າ, “ມັນ​ຜິດ​ແລະ​ສົມຄວນ​ຕາຍ.”</verse>
				<verse number="67">ແລ້ວ​ພວກເຂົາ​ກໍ​ຖົ່ມ​ນໍ້າລາຍ​ໃສ່​ໜ້າ​ພຣະເຢຊູເຈົ້າ ແລະ​ຕົບຕີ​ພຣະອົງ ສ່ວນ​ພວກ​ທີ່​ຕົບ​ໜ້າ​ພຣະອົງ</verse>
				<verse number="68">ກໍ​ເວົ້າ​ເຢາະເຢີ້ຍ​ວ່າ, “ເຈົ້າ​ພຣະຄຣິດ ທວາຍ​ເບິ່ງດູ​ວ່າ ແມ່ນ​ຜູ້ໃດ​ຕີ​ມຶງ?”</verse>
				<verse number="69">ຝ່າຍ​ເປໂຕ​ທີ່​ນັ່ງ​ຢູ່​ຂ້າງ​ນອກ​ໃນ​ເດີ່ນ​ບ້ານ ເມື່ອ​ສາວ​ໃຊ້​ຄົນ​ໜຶ່ງ​ໄດ້​ຍ່າງ​ມາ​ຫາ ແລະ​ເວົ້າ​ວ່າ, “ເຈົ້າ​ເຄີຍ​ໄປມາ​ກັບ​ເຢຊູ​ໄທ​ຄາລີເລ​ເໝືອນກັນ.”</verse>
				<verse number="70">ແຕ່​ເປໂຕ​ໄດ້​ຕອບ​ປະຕິເສດ​ຕໍ່ໜ້າ​ທຸກຄົນ​ວ່າ, “ຂ້ອຍ​ບໍ່​ຮູ້​ເລື່ອງ​ທີ່​ເຈົ້າ​ໄດ້​ເວົ້າ​ມາ​ນັ້ນ.”</verse>
				<verse number="71">ແລ້ວ​ລາວ​ກໍ​ຍ່າງ​ໄປ​ທາງ​ປະຕູ​ເດີ່ນ​ບ້ານ ສາວ​ໃຊ້​ຄົນອື່ນ​ເຫັນ​ລາວ ຈຶ່ງ​ເວົ້າ​ກັບ​ຄົນ​ທີ່​ຢືນ​ຢູ່​ໃນ​ບ່ອນ​ນັ້ນ​ວ່າ, “ຄົນ​ນີ້​ແຫຼະ ເຄີຍ​ໄປມາ​ກັບ​ເຢຊູ​ໄທ​ນາຊາເຣັດ.”</verse>
				<verse number="72">ເປໂຕ​ໄດ້​ປະຕິເສດ​ອີກ​ໂດຍ​ສາບານ​ວ່າ, “ຂ້ອຍ​ບໍ່​ຮູ້ຈັກ​ຄົນ​ນັ້ນ”.</verse>
				<verse number="73">ຫລັງຈາກ​ນັ້ນ​ໜ້ອຍ​ໜຶ່ງ ຄົນ​ທີ່​ຢືນ​ຢູ່​ບ່ອນ​ນັ້ນ​ກໍ​ມາ​ຫາ​ເປໂຕ ແລະ​ເວົ້າ​ວ່າ, “ເຈົ້າ​ເປັນ​ພັກພວກ​ຂອງ​ຄົນ​ເຫຼົ່ານັ້ນ​ແທ້. ດ້ວຍວ່າ, ສຳນຽງ​ຄຳເວົ້າ​ຂອງ​ເຈົ້າ​ກໍ​ສໍ່​ໃຫ້​ຮູ້​ແລ້ວ.”</verse>
				<verse number="74">ແລ້ວ​ເປໂຕ​ໄດ້​ຕັ້ງຕົ້ນ​ສາບແຊ່ງ​ຕົນເອງ ແລະ​ສາບານ​ຕໍ່​ພວກເຂົາ​ວ່າ, “ຂ້ອຍ​ບໍ່​ຮູ້ຈັກ​ຊາຍ​ຄົນ​ນັ້ນ.” ໃນ​ທັນໃດນັ້ນ ໄກ່​ກໍ​ຂັນ</verse>
				<verse number="75">ແລະ​ເປໂຕ​ກໍ​ສຳນຶກ​ໄດ້​ເຖິງ​ຄຳເວົ້າ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ກ່ອນ​ໄກ່​ຂັນ​ເຈົ້າ​ຈະ​ປະຕິເສດ​ວ່າ ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ.” ແລ້ວ​ລາວ​ກໍ​ອອກ​ໄປ​ຂ້າງ​ນອກ ແລະ​ຮ້ອງໄຫ້​ຢ່າງ​ຂົມຂື່ນ​ໃນ​ຈິດໃຈ.</verse>
			</chapter>
			<chapter number="27">
				<verse number="1">ວັນ​ຕໍ່ມາ​ແຕ່​ເຊົ້າໆ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ເຖົ້າແກ່​ທຸກຄົນ​ໄດ້​ວາງແຜນ​ຕໍ່ສູ້​ພຣະເຢຊູເຈົ້າ ເພື່ອ​ປະຫານ​ຊີວິດ​ພຣະອົງ.</verse>
				<verse number="2">ພວກເຂົາ​ລ່າມໂສ້​ພຣະອົງ ແລະ​ນຳ​ພຣະອົງ​ໄປ​ມອບ​ໃຫ້​ປີລາດ​ຜູ້​ປົກຄອງ​ຊາວ​ໂຣມ.</verse>
				<verse number="3">ເມື່ອ​ຢູດາ​ຄົນ​ທໍລະຍົດ ໄດ້​ຮູ້​ວ່າ​ພຣະເຢຊູເຈົ້າ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ ລາວ​ກໍ​ສຳນຶກ​ຜິດ​ກິນແໜງ​ໃຈ. ດັ່ງນັ້ນ ລາວ​ຈຶ່ງ​ນຳ​ເງິນ​ສາມສິບ​ຫລຽນ ໄປ​ຄືນ​ໃຫ້​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ເຖົ້າແກ່.</verse>
				<verse number="4">ແລະ​ກ່າວ​ວ່າ, “ຂ້ານ້ອຍ​ຜິດ​ໄປ​ແລ້ວ ໂດຍ​ມອບ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ໃຫ້​ເຖິງ​ແກ່​ຄວາມ​ຕາຍ.” ພວກເຂົາ​ຕອບ​ວ່າ, “ເລື່ອງ​ນັ້ນ​ເປັນ​ທຸລະ​ອັນ​ໃດ​ກັບ​ເຮົາ ແມ່ນ​ທຸລະ​ຂອງ​ເຈົ້າ​ເອງ.”</verse>
				<verse number="5">ຢູດາ​ໄດ້​ຖິ້ມ​ເງິນ​ໄວ້​ໃນ​ພຣະວິຫານ ແລະ​ອອກ​ໜີໄປ ແລ້ວ​ລາວ​ກໍ​ໄປ​ຜູກ​ຄໍ​ຕາຍ.</verse>
				<verse number="6">ພວກ​ຫົວໜ້າ​ປະໂຣຫິດ​ຈັບ​ເອົາ​ເງິນ​ຫລຽນ​ຂຶ້ນ​ມາ ແລະ​ເວົ້າ​ວ່າ, “ນີ້​ແມ່ນ​ເງິນ​ເລືອດ ແລະ ເປັນ​ການ​ຜິດ​ກົດບັນຍັດ ທີ່​ພວກເຮົາ​ຈະ​ເອົາ​ໄປ​ໄວ້​ໃນ​ຄັງ​ຂອງ​ວິຫານ.”</verse>
				<verse number="7">ຫລັງຈາກ​ພວກເຂົາ​ໄດ້​ປຶກສາ​ກັນ​ເປັນ​ທີ່​ຕົກລົງ​ແລ້ວ ກໍ​ເອົາ​ເງິນ​ນີ້​ໄປ​ຊື້​ນາ​ຂອງ​ຊ່າງ​ປັ້ນໝໍ້ ເພື່ອ​ໃຫ້​ເປັນ​ບ່ອນ​ຝັງສົບ​ສຳລັບ​ຄົນ​ຕ່າງດ້າວ.</verse>
				<verse number="8">ດັ່ງນັ້ນແຫລະ ນາ​ທົ່ງ​ນີ້​ຈຶ່ງ​ມີ​ຊື່​ວ່າ, “ນາ​ເລືອດ” ຈົນເຖິງ​ທຸກ​ວັນນີ້.</verse>
				<verse number="9">ເຫດການ​ນີ້ ກໍ​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ເຢເຣມີຢາ​ໄດ້​ກ່າວ​ໄວ້​ວ່າ, “ພວກເຂົາ​ໄດ້​ເອົາ​ເງິນ​ສາມສິບ​ຫລຽນ ຊຶ່ງ​ເປັນ​ລາຄາ​ຜູ້​ທີ່​ພວກເຂົາ​ຄາດ​ລາຄາ​ໄວ້ ຄື​ປະຊາຊົນ​ອິດສະຣາເອນ​ໄດ້​ຕີ​ລາຄາ​ນັ້ນ</verse>
				<verse number="10">ແລະ ພວກເຂົາ​ໃຊ້​ເງິນ​ນັ້ນ​ເພື່ອ​ຊື້​ນາ​ຂອງ​ຊ່າງ​ປັ້ນໝໍ້ ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ຂ້າພະເຈົ້າ​ໄວ້.”</verse>
				<verse number="11">ເມື່ອ​ພຣະເຢຊູເຈົ້າ​ໄດ້​ມາ​ຢືນ​ຢູ່​ຕໍ່ໜ້າ​ຜູ້​ປົກຄອງ​ຊາວ​ໂຣມ​ແລ້ວ ເພິ່ນ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ເວົ້າ​ດັ່ງນັ້ນ​ແລ້ວ.”</verse>
				<verse number="12">ແຕ່​ຂໍ້​ກ່າວໂທດ​ຂອງ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ເຖົ້າແກ່​ນັ້ນ ພຣະອົງ​ບໍ່​ຕອບ​ຫຍັງ​ເລີຍ.</verse>
				<verse number="13">ດັ່ງນັ້ນ ປີລາດ​ຈຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ເຈົ້າ​ບໍ່ໄດ້ຍິນ​ເລື່ອງ​ທັງຫລາຍ​ທີ່​ພວກເຂົາ​ກ່າວຫາ​ບໍ?”</verse>
				<verse number="14">ແຕ່​ພຣະເຢຊູເຈົ້າ​ບໍ່​ຕອບ​ຈັກ​ຄຳ​ຈົນ​ຜູ້ປົກຄອງ​ປະຫລາດ​ໃຈ​ຫລາຍ.</verse>
				<verse number="15">ໃນ​ເທດສະການ​ປັດສະຄາ​ທຸກໆ​ປີ ຜູ້​ປົກຄອງ​ຊາວ​ໂຣມ​ເຄີຍ​ປ່ອຍ​ນັກໂທດ​ຄົນ​ໜຶ່ງ​ໃຫ້​ເປັນ​ອິດສະຫລະ ຕາມ​ທີ່​ປະຊາຊົນ​ຂໍຮ້ອງ.</verse>
				<verse number="16">ໃນ​ສະໄໝ​ນັ້ນ ມີ​ນັກໂທດ​ຜູ້ໜຶ່ງ​ທີ່​ຄົນ​ຮູ້ຈັກ​ທົ່ວ​ໄປ​ຊື່​ວ່າ​ເຢຊູ​ບາຣາບາ.</verse>
				<verse number="17">ເມື່ອ​ປະຊາຊົນ​ມາ​ຮ່ວມ​ຊຸມນຸມ​ກັນ ແລ້ວ​ປີລາດ​ຈຶ່ງ​ຖາມ​ວ່າ, “ພວກທ່ານ​ຢາກ​ໃຫ້​ຂ້າພະເຈົ້າ​ປ່ອຍ​ຜູ້ໃດ? ເຢຊູ​ບາຣາບາ ຫລື​ເຢຊູ​ຜູ້​ທີ່​ເອີ້ນ​ວ່າ​ພຣະຄຣິດ?”</verse>
				<verse number="18">ເພາະ​ປີລາດ​ຮູ້​ດີ​ວ່າ ພວກ​ຜູ້ນຳ​ສາສະໜາ​ຢິວ​ໄດ້​ມອບ​ພຣະເຢຊູເຈົ້າ​ໄວ້​ດ້ວຍ​ໃຈ​ອິດສາ.</verse>
				<verse number="19">ຂະນະທີ່​ປີລາດ​ນັ່ງ​ຢູ່​ບ່ອນ​ຕັດສິນ​ຄວາມ​ນັ້ນ ເມຍ​ຂອງ​ເພິ່ນ​ກໍ​ໃຊ້​ຄົນ​ມາ​ບອກ​ເພິ່ນ​ວ່າ, “ຢ່າ​ໄດ້​ພົວພັນ​ກັບ​ເລື່ອງ​ຂອງ​ຄົນ​ບໍ່ມີ​ຄວາມຜິດ​ນັ້ນ ເພາະ​ວັນ​ນີ້​ນ້ອງ​ເປັນທຸກ​ໜັກໃຈ ຍ້ອນ​ຄວາມຝັນ​ກ່ຽວກັບ​ຜູ້ນັ້ນ.”</verse>
				<verse number="20">ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ເຖົ້າແກ່​ໄດ້​ຍຸຍົງ​ປະຊາຊົນ ຂໍ​ໃຫ້​ປ່ອຍ​ບາຣາບາ ແລະ​ໃຫ້​ປະຫານ​ພຣະເຢຊູເຈົ້າ.</verse>
				<verse number="21">ແຕ່​ປີລາດ​ຖາມ​ປະຊາຊົນ​ວ່າ, “ໃນ​ສອງ​ຄົນ​ນີ້ ພວກທ່ານ​ຢາກ​ໃຫ້​ຂ້າພະເຈົ້າ​ປ່ອຍ​ຜູ້ໃດ​ໃຫ້​ພວກທ່ານ?” ພວກເຂົາ​ຕອບ​ວ່າ, “ບາຣາບາ”.</verse>
				<verse number="22">ແລ້ວ​ປີລາດ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ຖ້າ​ຢ່າງ​ນັ້ນ ພວກທ່ານ​ຈະ​ໃຫ້​ຂ້າພະເຈົ້າ​ເຮັດ​ຢ່າງ​ໃດ ແກ່​ເຢຊູ​ຜູ້​ທີ່​ເອີ້ນ​ວ່າ ພຣະຄຣິດ?” ພວກເຂົາ​ພາກັນ​ຕອບ​ວ່າ, “ໃຫ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ.”</verse>
				<verse number="23">ແຕ່​ປີລາດ​ຖາມ​ວ່າ, “ຄົນ​ຜູ້​ນີ້​ໄດ້​ເຮັດ​ຜິດ​ຫຍັງ?” ແລ້ວ​ພວກເຂົາ​ກໍ​ຮ້ອງ​ດັງ​ແຮງ​ຂຶ້ນ​ຈົນ​ສຸດ​ສຽງ​ວ່າ, “ຄຶງ​ໄວ້​ທີ່​ໄມ້ກາງແຂນ.”</verse>
				<verse number="24">ເມື່ອ​ປີລາດ​ເຫັນ​ວ່າ​ບໍ່ມີ​ຜົນ​ຫຍັງ ມີ​ແຕ່​ການ​ວຸ້ນວາຍ​ກຳລັງ​ເກີດຂຶ້ນ. ສະນັ້ນ ເພິ່ນ​ຈຶ່ງ​ເອົາ​ນໍ້າ​ມາ​ລ້າງ​ມື​ຕໍ່ໜ້າ​ປະຊາຊົນ ແລະ​ເວົ້າ​ວ່າ, “ຂ້າພະເຈົ້າ​ບໍ່​ຂໍ​ຮັບຜິດຊອບ​ໃດໆ ສຳລັບ​ຄວາມ​ຕາຍ​ຂອງ​ຊາຍ​ຄົນ​ນີ້ ແຕ່​ແມ່ນ​ພວກທ່ານ​ເອງ​ທີ່​ຕ້ອງ​ຮັບຜິດຊອບ.”</verse>
				<verse number="25">ປະຊາຊົນ​ທັງໝົດ​ຕອບ​ວ່າ, “ໃຫ້​ໂທດ​ເລື່ອງ​ຄວາມ​ຕາຍ​ຂອງ​ລາວ ຕົກ​ຖືກ​ພວກເຮົາ ແລະ​ລູກຫລານ​ຂອງ​ພວກເຮົາ.”</verse>
				<verse number="26">ແລ້ວ​ປີລາດ​ກໍ​ປ່ອຍ​ບາຣາບາ​ໃຫ້​ພວກເຂົາ ແລະ​ເມື່ອ​ໃຫ້​ພວກເຂົາ​ຂ້ຽນ​ພຣະເຢຊູເຈົ້າ​ແລ້ວ ເພິ່ນ​ໄດ້​ມອບ​ພຣະອົງ​ໃຫ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ.</verse>
				<verse number="27">ແລ້ວ​ພວກ​ທະຫານ​ຂອງ​ປີລາດ​ກໍ​ນຳ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ເດີ່ນ​ບ້ານ​ຂອງ​ຜູ້​ປົກຄອງ ແລະ​ໃຫ້​ທະຫານ​ທັງ​ກອງຮ້ອຍ​ມາ​ເຕົ້າໂຮມ​ກັນ​ອ້ອມ​ພຣະອົງ.</verse>
				<verse number="28">ພວກເຂົາ​ດຶງ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ​ອອກ ແລະ​ເອົາ​ເສື້ອຄຸມ​ສີແດງ​ສົດ​ມາ​ນຸ່ງ​ໃຫ້​ພຣະອົງ.</verse>
				<verse number="29">ພວກເຂົາ​ໄດ້​ເອົາ​ເຄືອ​ໜາມ​ຖັກ​ເປັນ​ໂຄ້ງ​ແທນ​ມົງກຸດ ສຸບ​ໃສ່​ຫົວ​ຂອງ​ພຣະອົງ ແລະ​ເອົາ​ໄມ້ອໍ້​ໃສ່​ມື​ເບື້ອງ​ຂວາ​ໃຫ້​ພຣະອົງ​ຖື ແລ້ວ​ພວກເຂົາ​ກໍ​ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ ແລະ ເວົ້າ​ເຢາະເຢີ້ຍ​ວ່າ, “ຂໍ​ໃຫ້​ກະສັດ​ຂອງ​ຊາດ​ຢິວ ຈົ່ງ​ຊົງ​ພຣະ​ຈະເລີນ​ເທີ້ນ.”</verse>
				<verse number="30">ພວກເຂົາ​ໄດ້​ຖົ່ມ​ນໍ້າລາຍ​ໃສ່​ພຣະອົງ ແລະ​ດຶງ​ເອົາ​ໄມ້ອໍ້​ທີ່​ພຣະອົງ​ຖື​ນັ້ນ ມາ​ຕີ​ຫົວ​ຂອງ​ພຣະອົງ.</verse>
				<verse number="31">ເມື່ອ​ເຢາະເຢີ້ຍ​ພຣະອົງ​ແລ້ວ ພວກເຂົາ​ຈຶ່ງ​ໄດ້​ຖອດ​ເສື້ອຄຸມ​ອອກ ແລະ​ໄດ້​ເອົາ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ​ມາ​ນຸ່ງ​ໃຫ້​ພຣະອົງ​ຄືນ ແລ້ວ​ພວກເຂົາ​ກໍ​ພາ​ພຣະອົງ​ອອກ​ໄປ ເພື່ອ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.</verse>
				<verse number="32">ຂະນະທີ່​ກຳລັງ​ອອກ​ໄປ​ນັ້ນ ພວກເຂົາ​ໄດ້​ພົບ​ຊາຍ​ຊາວ​ກີເຣເນ​ຄົນ​ໜຶ່ງ​ຊື່​ວ່າ ຊີໂມນ, ຈຶ່ງ​ເກນ​ລາວ​ໃຫ້​ແບກ​ໄມ້ກາງແຂນ​ຂອງ​ພຣະເຢຊູເຈົ້າ.</verse>
				<verse number="33">ເມື່ອ​ມາ​ເຖິງ​ບ່ອນ​ໜຶ່ງ​ທີ່​ເອີ້ນ​ວ່າ ໂຄລະໂຄທາ ຊຶ່ງ​ໝາຍຄວາມວ່າ, “ບ່ອນ​ທີ່​ມີ​ກະໂຫລກ​ຫົວ.”</verse>
				<verse number="34">ພວກເຂົາ​ໄດ້​ເອົາ​ເຫຼົ້າ​ອະງຸ່ນ​ສົ້ມ ປະສົມ​ກັບ​ນໍ້າບີ​ໃຫ້​ພຣະອົງ​ດື່ມ, ແຕ່​ເມື່ອ​ຊີມ​ເບິ່ງ​ແລ້ວ​ພຣະອົງ​ບໍ່​ຍອມ​ດື່ມ.</verse>
				<verse number="35">ເມື່ອ​ໄດ້​ຄຶງ​ພຣະອົງ​ທີ່​ໄມ້ກາງແຂນ​ແລ້ວ ພວກເຂົາ​ກໍໄດ້​ແບ່ງປັນ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ​ໂດຍ​ໃຊ້​ສະຫລາກ.</verse>
				<verse number="36">ຫລັງຈາກ​ນັ້ນ ກໍ​ພາກັນ​ນັ່ງ​ຢູ່​ທີ່​ນັ້ນ ເພື່ອ​ເຝົ້າ​ເບິ່ງ​ພຣະອົງ.</verse>
				<verse number="37">ຢູ່​ເທິງ​ຫົວ​ຂອງ​ພຣະອົງ ພວກເຂົາ​ໄດ້​ເອົາ​ປ້າຍ​ຄຳ​ກ່າວໂທດ​ຕອກ​ຕິດ​ໃສ່​ໄວ້​ໂດຍ​ມີ​ຂໍ້​ຂຽນ​ວ່າ, “ຜູ້​ນີ້​ແມ່ນ​ເຢຊູ ກະສັດ​ຂອງ​ຊາດ​ຢິວ.”</verse>
				<verse number="38">ໃນຂະນະ​ດຽວກັນ​ນັ້ນ ກໍໄດ້​ຄຶງ​ໂຈນ​ສອງ​ຄົນ​ໃສ່​ໄມ້ກາງແຂນ​ໄວ້​ກັບ​ພຣະອົງ ເບື້ອງຂວາ​ຄົນ​ໜຶ່ງ ແລະ​ເບື້ອງຊ້າຍ​ຄົນ​ໜຶ່ງ.</verse>
				<verse number="39">ຝ່າຍ​ປະຊາຊົນ​ທີ່​ຜ່ານ​ໄປມາ​ນັ້ນ​ສັ່ນ​ຫົວ ແລະ​ກ່າວ​ໝິ່ນປະໝາດ​ໃສ່​ພຣະອົງ​ວ່າ,</verse>
				<verse number="40">“ເຮີຍ ເຈົ້າ​ຜູ້​ທີ່​ມ້າງ​ພຣະວິຫານ ແລະ​ສ້າງ​ໃໝ່​ໃນ​ສາມ​ວັນ ຖ້າ​ເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ​ແທ້ ຊ່ວຍ​ຕົນເອງ​ແມ ຈົ່ງ​ລົງ​ມາ​ຈາກ​ໄມ້ກາງແຂນ​ເບິ່ງດູ.”</verse>
				<verse number="41">ໃນທຳນອງ​ດຽວກັນ ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ​ກັບ​ພວກ​ເຖົ້າແກ່ ກໍໄດ້​ເວົ້າ​ໝິ່ນປະໝາດ​ພຣະອົງ​ວ່າ,</verse>
				<verse number="42">“ລາວ​ຊ່ວຍ​ຄົນອື່ນ​ໄດ້ ແຕ່​ລາວ​ຊ່ວຍ​ຕົນເອງ​ບໍ່ໄດ້ ຖ້າ​ລາວ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ, ໃຫ້​ລາວ​ລົງ​ຈາກ​ໄມ້ກາງແຂນ​ດຽວ​ນີ້ ແລ້ວ​ພວກເຮົາ​ຈະ​ເຊື່ອ​ໃນ​ລາວ</verse>
				<verse number="43">ລາວ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ ແລະ​ໄດ້​ອ້າງ​ຕົນ​ວ່າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ເບິ່ງດູ​ວ່າ ພຣະເຈົ້າ​ຈະ​ພໍພຣະໄທ​ຊ່ວຍ​ລາວ​ໃຫ້​ພົ້ນ​ດຽວ​ນີ້​ຫລື​ບໍ່.”</verse>
				<verse number="44">ແມ່ນແຕ່​ໂຈນ​ທີ່​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ກັບ​ພຣະອົງ ກໍ​ເວົ້າ​ໝິ່ນປະໝາດ​ພຣະອົງ​ເໝືອນກັນ.</verse>
				<verse number="45">ຕັ້ງແຕ່​ເວລາ​ທ່ຽງ​ວັນ ທົ່ວ​ແຜ່ນດິນ​ກໍ​ເກີດ​ມືດມົວ​ເປັນ​ເວລາ​ສາມ​ຊົ່ວໂມງ.</verse>
				<verse number="46">ພໍ​ເຖິງ​ບ່າຍ​ສາມ​ໂມງ ພຣະເຢຊູເຈົ້າ​ໄດ້​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ເອລີ ເອລີ ແລມາ ສາບັກທານີ?” ຊຶ່ງ​ແປ​ວ່າ, “ພຣະເຈົ້າ​ຂອງ​ຂ້ານ້ອຍ, ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ, ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ປະຖິ້ມ​ຂ້ານ້ອຍ​ເສຍ?”</verse>
				<verse number="47">ມີ​ບາງຄົນ​ທີ່​ຢືນ​ຢູ່​ໃນ​ທີ່ນັ້ນ ເມື່ອ​ໄດ້ຍິນ​ພຣະອົງ​ຈຶ່ງ​ເວົ້າ​ວ່າ, “ລາວ​ຮ້ອງ​ຫາ​ເອລີຢາ.”</verse>
				<verse number="48">ໃນ​ທັນໃດນັ້ນ ມີ​ຄົນ​ໜຶ່ງ​ໃນ​ພວກເຂົາ ໄດ້​ແລ່ນ​ໄປ​ເອົາ​ຟອງນໍ້າ​ຈຸ່ມ​ໃສ່​ເຫຼົ້າ​ອະງຸ່ນ​ສົ້ມ, ສຽບ​ໃສ່​ປາຍ​ໄມ້ອໍ້ ແລະ​ຍື່ນໃຫ້​ພຣະອົງ​ດື່ມ.</verse>
				<verse number="49">ແຕ່​ຄົນອື່ນ​ເວົ້າ​ວ່າ, “ຄອຍ​ຖ້າ​ກ່ອນ ຖ້າ​ເບິ່ງ​ວ່າ​ເອລີຢາ​ຈະ​ມາ​ຊ່ວຍ​ລາວ​ໃຫ້​ພົ້ນ​ຫລື​ບໍ່.”</verse>
				<verse number="50">ພຣະເຢຊູເຈົ້າ​ໄດ້​ຮ້ອງ​ສຽງດັງ​ອີກເທື່ອໜຶ່ງ ແລ້ວ​ກໍ​ສິ້ນ​ລົມຫາຍໃຈ.</verse>
				<verse number="51">ແລ້ວ​ຜ້າກັ້ງ​ໃນ​ພຣະວິຫານ ກໍໄດ້​ຈີກ​ອອກ​ເປັນ​ສອງ​ຕ່ອນ​ແຕ່​ເທິງ​ຮອດ​ລຸ່ມ ແຜ່ນດິນ​ກໍ​ສະທ້ານ​ຫວັ່ນໄຫວ ແລະ​ໂງ່ນຫີນ​ກໍ​ແຕກ​ອອກ​ເປັນ​ປ່ຽງໆ</verse>
				<verse number="52">ອຸບມຸງ​ຝັງສົບ​ທັງຫລາຍ​ໄດ້​ໄຂ​ອອກ ແລ້ວ​ສົບ​ໄພ່ພົນ​ຂອງ​ພຣະເຈົ້າ​ຫລາຍ​ຄົນ​ທີ່​ຕາຍໄປ​ແລ້ວ ກໍ​ຄືນ​ສູ່​ຊີວິດ</verse>
				<verse number="53">ຫລັງຈາກ​ພຣະເຢຊູເຈົ້າ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ເຂົາ​ທັງຫລາຍ​ຈຶ່ງ​ໄດ້​ອອກ​ຈາກ​ອຸບມຸງ ແລະ​ໄດ້​ເຂົ້າ​ໄປ​ໃນ​ນະຄອນ​ສັກສິດ ແລະ​ປາກົດ​ໃຫ້​ຫລາຍ​ຄົນ​ໄດ້​ເຫັນ.</verse>
				<verse number="54">ເມື່ອ​ນາຍ​ທະຫານ​ກັບ​ພວກ​ທະຫານ​ທີ່​ເຝົ້າ​ພຣະເຢຊູເຈົ້າ ໄດ້​ເຫັນ​ແຜ່ນດິນ​ຫວັ່ນໄຫວ ແລະ​ເຫດການ​ທັງໝົດ​ທີ່​ເກີດຂຶ້ນ​ນັ້ນ ພວກເຂົາ​ກໍ​ສະທ້ານ​ຢ້ານກົວ​ຫລາຍ ຈຶ່ງ​ເວົ້າ​ວ່າ, “ເພິ່ນ​ແມ່ນ​ພຣະບຸດ​ຂອງ​ພຣະເຈົ້າ​ແທ້ຈິງ.”</verse>
				<verse number="55">ໃນ​ທີ່ນັ້ນ ມີ​ແມ່ຍິງ​ຫລາຍ​ຄົນ​ເບິ່ງ​ຢູ່​ຫ່າງໆ ແມ່ຍິງ​ເຫຼົ່ານີ້​ໄດ້​ຕິດຕາມ​ພຣະເຢຊູເຈົ້າ ແລະ​ບົວລະບັດ​ພຣະອົງ ມາ​ແຕ່​ແຂວງ​ຄາລີເລ.</verse>
				<verse number="56">ໃນ​ພວກ​ແມ່ຍິງ​ເຫຼົ່ານີ້​ມີ: ມາຣີ​ໄທ​ມັກດາລາ, ມາຣີ​ຜູ້​ເປັນ​ແມ່​ຂອງ​ຢາໂກໂບ ແລະ ໂຢເຊັບ ແລະ​ເມຍ​ຂອງ​ເຊເບດາຍ.</verse>
				<verse number="57">ເມື່ອ​ເຖິງ​ຕອນ​ຄໍ່າ ຊາຍ​ຮັ່ງມີ​ຄົນ​ໜຶ່ງ​ຈາກ​ບ້ານ​ອາຣີມາທາຍ​ກໍ​ມາ​ເຖິງ ລາວ​ຊື່​ວ່າ​ໂຢເຊັບ ແລະ​ເປັນ​ສາວົກ​ຄົນ​ໜຶ່ງ​ຂອງ​ພຣະເຢຊູເຈົ້າ​ເໝືອນກັນ.</verse>
				<verse number="58">ທ່ານ​ຜູ້​ນີ້​ໄດ້​ໄປ​ຫາ​ປີລາດ ເພື່ອ​ຂໍ​ເອົາ​ພຣະສົບ​ຂອງ​ພຣະເຢຊູເຈົ້າ, ປີລາດ​ຈຶ່ງ​ໄດ້​ສັ່ງ​ໃຫ້​ເຂົາ ມອບ​ພຣະສົບ​ຂອງ​ພຣະອົງ​ນັ້ນ​ໃຫ້​ແກ່​ລາວ.</verse>
				<verse number="59">ເມື່ອ​ໂຢເຊັບ​ໄດ້​ຮັບ​ເອົາ​ພຣະສົບ​ລົງ​ແລ້ວ ກໍ​ໃຊ້​ຜ້າປ່ານ​ໃໝ່​ອ່ຽມ​ຫໍ່​ພຣະສົບ​ໄວ້,</verse>
				<verse number="60">ແລະ ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ​ຂອງຕົນ ຊຶ່ງ​ຫາ​ກໍ​ເຈາະ​ໄວ້​ໃນ​ໂງ່ນຫີນ ແລະ​ເມື່ອ​ກື່ງ​ກ້ອນຫີນ​ຂະໜາດ​ໃຫຍ່ ອັດ​ປາກ​ອຸບມຸງ​ໄວ້​ແລ້ວ ລາວ​ກໍ​ໜີໄປ.</verse>
				<verse number="61">ມາຣີ​ໄທ​ມັກດາລາ ກັບ​ມາຣີ​ຄົນ​ໜຶ່ງ​ອີກ ກໍ​ນັ່ງ​ຢູ່​ທີ່​ນັ້ນ​ຕໍ່ໜ້າ​ອຸບມຸງ.</verse>
				<verse number="62">ວັນ​ຕໍ່ມາ​ເປັນ​ວັນ​ຊະບາໂຕ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ຟາຣີຊາຍ​ໄດ້​ໄປ​ພົບ​ປີລາດ</verse>
				<verse number="63">ແລະ​ເວົ້າ​ວ່າ, “ທ່ານເອີຍ ພວກ​ຂ້າພະເຈົ້າ​ຈື່​ໄດ້​ວ່າ ເມື່ອ​ຄົນ​ຫລອກລວງ​ຜູ້​ນັ້ນ​ຍັງ​ມີ​ຊີວິດ​ຢູ່ ໄດ້​ເວົ້າ​ວ່າ, ‘ຫລັງຈາກ​ສາມ​ວັນ​ແລ້ວ ເຮົາ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.’</verse>
				<verse number="64">ດ້ວຍເຫດນັ້ນ ຂໍ​ທ່ານ​ຈົ່ງ​ອອກ​ຄຳສັ່ງ​ໃຫ້​ວາງ​ມາດຕະການ ເຝົ້າຍາມ​ອຸບມຸງ​ຢ່າງ​ເຂັ້ມງວດ ຈົນເຖິງ​ວັນ​ທີ​ສາມ ຢ້ານ​ວ່າ​ພວກ​ສາວົກ​ຂອງ​ລາວ​ຈະ​ມາ​ລັກ​ເອົາ​ສົບ​ນັ້ນ​ໄປ ແລະ​ມາ​ບອກ​ປະຊາຊົນ​ວ່າ ລາວ​ເປັນ​ຄືນ​ມາ​ຈາກ​ຕາຍ ການ​ຫລອກລວງ​ຄັ້ງ​ສຸດທ້າຍ​ນີ້ ຈະ​ຮ້າຍແຮງ​ຍິ່ງ​ກວ່າ​ຄັ້ງ​ທຳອິດ.”</verse>
				<verse number="65">ປີລາດ​ຈຶ່ງ​ຕອບ​ພວກເຂົາ​ວ່າ, “ພວກທ່ານ​ມີ​ທະຫານ​ຍາມ ຈົ່ງ​ເອົາ​ໄປ​ຍາມ​ອຸບມຸງ​ໃຫ້​ດີ ຕາມ​ຄວາມ​ເຫັນ​ຂອງ​ພວກທ່ານ.”</verse>
				<verse number="66">ດັ່ງນັ້ນ ຄົນ​ເຫຼົ່ານີ້​ຈຶ່ງ​ຈາກ​ໄປ ແລະ​ໄດ້​ຈັດ​ວາງ​ຄົນເຝົ້າຍາມ​ອຸບມຸງ​ໄວ້​ຢ່າງ​ເຂັ້ມແຂງ ພ້ອມ​ທັງ​ຕີຕາ​ປະທັບ​ໃສ່​ກ້ອນຫີນ​ໄວ້​ດ້ວຍ.</verse>
			</chapter>
			<chapter number="28">
				<verse number="1">ຫລັງຈາກ​ວັນ​ຊະບາໂຕ​ນັ້ນ​ເປັນ​ວັນ​ອາທິດ ຕັ້ງແຕ່​ເຊົ້າ​ໃກ້​ຕາເວັນ​ຂຶ້ນ ມາຣີ​ໄທ​ມັກດາລາ ແລະ​ມາຣີ​ຄົນ​ໜຶ່ງ​ອີກ​ໄດ້​ໄປ​ເບິ່ງ​ອຸບມຸງ.</verse>
				<verse number="2">ໃນ​ທັນໃດນັ້ນ ກໍ​ເກີດ​ແຜ່ນດິນ​ຫວັ່ນໄຫວ​ຢ່າງ​ຮ້າຍແຮງ ມີ​ເທວະດາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຕົນ​ໜຶ່ງ ໄດ້​ລົງ​ມາ​ຈາກ​ສະຫວັນ ກື່ງ​ກ້ອນຫີນ​ອອກ ແລະ​ນັ່ງ​ຢູ່​ເທິງ​ກ້ອນຫີນ​ນັ້ນ.</verse>
				<verse number="3">ເທວະດາ​ຕົນ​ນີ້​ມີ​ລັກສະນະ​ເໝືອນ​ແສງ​ຟ້າ​ແມບ ແລະ​ເຄື່ອງ​ນຸ່ງ​ກໍ​ຂາວ​ເໝືອນ​ຫິມະ.</verse>
				<verse number="4">ຝ່າຍ​ພວກ​ທະຫານ​ຍາມ​ອຸບມຸງ​ນັ້ນ ສະທ້ານ​ຢ້ານກົວ​ຫລາຍ ແລະ​ໄດ້​ກາຍເປັນ​ເໝືອນ​ຄົນ​ຕາຍ.</verse>
				<verse number="5">ເທວະດາ​ຕົນ​ນັ້ນ ໄດ້​ກ່າວ​ແກ່​ພວກ​ແມ່ຍິງ​ວ່າ, “ຢ່າ​ສູ່​ຢ້ານ​ເລີຍ ເຮົາ​ຮູ້​ແລ້ວ​ວ່າ ພວກເຈົ້າ​ມາ​ຊອກ​ຫາ​ພຣະເຢຊູເຈົ້າ ຜູ້​ທີ່​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.</verse>
				<verse number="6">ພຣະອົງ​ບໍ່​ຢູ່​ທີ່​ນີ້ ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້ ຈົ່ງ​ມາ​ເບິ່ງ​ບ່ອນ​ທີ່​ພວກເຂົາ​ວາງ​ພຣະອົງ​ໄວ້.</verse>
				<verse number="7">ບັດນີ້ ຈົ່ງ​ຟ້າວ​ໄປ​ບອກ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, ‘ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ແລະ​ພຣະອົງ​ໄປ​ທີ່​ແຂວງ​ຄາລີເລ​ກ່ອນ​ພວກເຈົ້າ ພວກເຈົ້າ​ຈະ​ເຫັນ​ພຣະອົງ​ໃນ​ທີ່ນັ້ນ’ ນີ້​ແຫຼະ ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ.”</verse>
				<verse number="8">ຍິງ​ເຫຼົ່ານັ້ນ​ຈຶ່ງ​ຟ້າວ​ອອກ​ໄປ​ຈາກ​ອຸບມຸງ​ທັງ​ຢ້ານ ແລະ​ທັງ​ຊົມຊື່ນ​ຍິນດີ​ທີ່ສຸດ ແລະ​ແລ່ນ​ໄປ​ບອກ​ພວກ​ສາວົກ​ຂອງ​ພຣະອົງ.</verse>
				<verse number="9">ໃນ​ຂະນະນັ້ນ ພຣະເຢຊູເຈົ້າ​ໄດ້​ມາ​ພົບ​ພວກເຂົາ ແລະ​ກ່າວ​ວ່າ, “ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ເທີ້ນ.” ຍິງ​ເຫຼົ່ານັ້ນ​ຈຶ່ງ​ຫຍັບ​ມາ​ຈັບ​ຕີນ​ຂອງ​ພຣະອົງ ແລະ​ໄດ້​ຂາບລົງ​ນະມັດສະການ​ພຣະອົງ.</verse>
				<verse number="10">ພຣະເຢຊູເຈົ້າ​ກ່າວ​ແກ່​ພວກ​ນາງ​ວ່າ, “ຢ່າ​ສູ່​ຢ້ານ ຈົ່ງ​ໄປ​ບອກ​ພວກ​ພີ່ນ້ອງ​ຂອງເຮົາ​ໃຫ້​ໄປ​ຍັງ​ແຂວງ​ຄາລີເລ ແລະ​ໃນ​ທີ່ນັ້ນ​ພວກເຂົາ​ຈະ​ເຫັນ​ເຮົາ.”</verse>
				<verse number="11">ໃນ​ຂະນະທີ່​ຍິງ​ເຫຼົ່ານັ້ນ​ກຳລັງ​ໄປ ທະຫານ​ຍາມ​ອຸບມຸງ​ບາງຄົນ​ໄດ້​ເຂົ້າ​ໄປ​ໃນ​ເມືອງ ແລະ​ໄດ້​ບອກ​ພວກ​ຫົວໜ້າ​ປະໂຣຫິດ ເຖິງ​ເຫດການ​ທັງປວງ​ທີ່​ໄດ້​ເກີດຂຶ້ນ​ນັ້ນ.</verse>
				<verse number="12">ພວກ​ຫົວໜ້າ​ປະໂຣຫິດ​ຈຶ່ງ​ປະຊຸມ​ກັນ​ກັບ​ພວກ​ເຖົ້າແກ່ ແລະ​ໄດ້​ເອົາ​ເງິນ​ຈຳນວນ​ຫລາຍ​ໃຫ້​ພວກ​ທະຫານ​ຍາມ</verse>
				<verse number="13">ແລະ ສັ່ງ​ວ່າ, “ໃຫ້​ພວກເຈົ້າ​ເວົ້າ​ວ່າ, ‘ພວກ​ສາວົກ​ຂອງ​ລາວ​ໄດ້​ມາ​ລັກ​ເອົາ​ສົບ​ໄປ​ໃນ​ຕອນ​ກາງຄືນ ໃນ​ຂະນະທີ່​ພວກເຮົາ​ນອນ​ຫລັບ​ຢູ່.’</verse>
				<verse number="14">ຖ້າ​ທ່ານ​ຜູ້​ປົກຄອງ​ຮູ້​ເຖິງ​ເລື່ອງ​ນີ້ ພວກເຮົາ​ຈະ​ຊັກຊວນ​ເອົາ​ໃຈ​ເພິ່ນ ແລະ​ຊ່ວຍ​ໃຫ້​ພວກເຈົ້າ​ພົ້ນ​ຈາກ​ຄວາມ​ທຸກ​ຮ້ອນ​ໃຈ.”</verse>
				<verse number="15">ເມື່ອ​ພວກ​ທະຫານ​ຍາມ​ຮັບ​ເອົາ​ເງິນ​ແລ້ວ ກໍ​ເຮັດ​ຕາມ​ຄຳແນະນຳ​ນັ້ນ ເລື່ອງ​ນີ້​ຈຶ່ງ​ເປັນ​ທີ່​ເລົ່າລືກັນ ໃນ​ທ່າມກາງ​ຊາວ​ຢິວ​ຈົນເຖິງ​ທຸກ​ວັນນີ້.</verse>
				<verse number="16">ແລ້ວ​ພວກ​ສາວົກ​ສິບເອັດ​ຄົນ ກໍໄດ້​ໄປ​ທີ່​ໂນນ​ພູ​ໃນ​ແຂວງ​ຄາລີເລ ບ່ອນ​ທີ່​ພຣະເຢຊູເຈົ້າ​ໄດ້​ບອກ​ໃຫ້​ແກ່​ພວກເພິ່ນ​ນັ້ນ.</verse>
				<verse number="17">ເມື່ອ​ເຫັນ​ພຣະອົງ​ແລ້ວ ພວກເພິ່ນ​ກໍ​ຂາບລົງ​ນະມັດສະການ​ພຣະອົງ ແຕ່​ບາງຄົນ​ໃນ​ພວກເພິ່ນ​ຍັງ​ສົງໄສ​ຢູ່.</verse>
				<verse number="18">ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ຫຍັບ​ເຂົ້າ​ມາ​ໃກ້ ແລ້ວ​ຊົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ອຳນາດ​ທັງໝົດ​ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.</verse>
				<verse number="19">ເຫດສະນັ້ນ ພວກເຈົ້າ​ຈົ່ງ​ອອກ​ໄປ ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ພຣະນາມ​ແຫ່ງ​ພຣະບິດາ, ພຣະບຸດ ແລະ ພຣະວິນຍານ​ບໍຣິສຸດເຈົ້າ</verse>
				<verse number="20">ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”</verse>
			</chapter>
		</book>
		<book number="41">
			<chapter number="1">
				<verse number="1">ນີ້​ແມ່ນ​ຂ່າວປະເສີດ​ເລື່ອງ​ພຣະເຢຊູ​ຄຣິດເຈົ້າ ພຣະບຸດ​ຂອງ​ພຣະເຈົ້າ</verse>
				<verse number="2">ເລີ່ມຕົ້ນ​ຕາມ​ທີ່​ພຣະເຈົ້າ​ໄດ້​ກ່າວ​ໃຫ້​ຜູ້ທຳນວາຍ​ເອຊາຢາ​ໄດ້​ຂຽນ​ໄວ້​ດັ່ງນີ້: “ເຮົາ​ຈະ​ໃຊ້​ຜູ້ນຳ​ຂ່າວ​ຂອງເຮົາ ໄປ​ກ່ອນ​ໜ້າ​ທ່ານ. ເພື່ອ​ໄຂ​ຫົນທາງ​ໄວ້​ສຳລັບ​ທ່ານ.”</verse>
				<verse number="3">“ແມ່ນ​ສຽງ​ຂອງ​ຄົນ​ໜຶ່ງ​ທີ່​ຮ້ອງ​ປະກາດ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ວ່າ, ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ ອົງພຣະ​ຜູ້​ເປັນເຈົ້າ, ຄື​ເຮັດ​ທາງ​ໃຫ້​ຊື່​ສຳລັບ​ພຣະອົງ ຈະ​ເດີນ​ໄປ.”’</verse>
				<verse number="4">ສະນັ້ນ ໂຢຮັນ​ບັບຕິສະໂຕ​ຈຶ່ງ​ໄດ້​ປາກົດ​ຕົວ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ໂດຍ​ໃຫ້​ຮັບ​ບັບຕິສະມາ ແລະ​ປະກາດ. “ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ຮັບ​ບັບຕິສະມາ ແລ້ວ​ພຣະເຈົ້າ​ກໍ​ຈະ​ອະໄພ​ການບາບ​ໃຫ້​ທ່ານ.”</verse>
				<verse number="5">ປະຊາຊົນ​ຢ່າງ​ຫລວງຫລາຍ​ຈາກ​ແຂວງ​ຢູດາຍ ແລະ​ຈາກ​ນະຄອນ​ເຢຣູຊາເລັມ​ໄດ້​ອອກ​ໄປ​ຫາ​ໂຢຮັນ, ພວກເຂົາ​ໄດ້​ສາລະພາບ​ການບາບ​ຂອງ​ພວກ​ຕົນ ແລະ​ໂຢຮັນ​ກໍ​ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ແມ່ນໍ້າ​ຈໍແດນ.</verse>
				<verse number="6">ໂຢຮັນ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຂົນ​ອູດ ໃສ່​ສາຍ​ໜັງ​ຮັດ​ແອວ ແລະ​ກິນ​ຕັກແຕນ​ກັບ​ນໍ້າເຜິ້ງ​ປ່າ​ເປັນ​ອາຫານ.</verse>
				<verse number="7">ເພິ່ນ​ໄດ້​ປະກາດ​ແກ່​ປະຊາຊົນ​ວ່າ, “ຜູ້​ທີ່​ຈະ​ມາ​ພາຍ​ຫລັງ​ເຮົາ ກໍ​ຍິ່ງໃຫຍ່​ກວ່າ​ເຮົາ ຊຶ່ງ​ເຮົາ​ບໍ່​ສົມຄວນ​ທີ່​ຈະ​ກົ້ມ​ລົງ​ແກ້ ແມ່ນແຕ່​ສາຍ​ຮັດ​ເກີບ​ຂອງ​ເພິ່ນ.</verse>
				<verse number="8">ຝ່າຍ​ເຮົາ​ໃຫ້​ເຈົ້າ​ທັງຫລາຍ​ຮັບ​ບັບຕິສະມາ​ໃນ​ນໍ້າ ແຕ່​ເພິ່ນ​ຜູ້​ນັ້ນ​ຈະ​ໃຫ້​ເຈົ້າ​ທັງຫລາຍ​ຮັບ​ບັບຕິສະມາ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.”</verse>
				<verse number="9">ຕໍ່​ຈາກ​ນັ້ນ​ມາ​ບໍ່​ດົນ ພຣະເຢຊູເຈົ້າ​ໄດ້​ຈາກ​ໝູ່​ບ້ານ​ນາຊາເຣັດ​ໃນ​ແຂວງ​ຄາລີເລ ແລະ​ຮັບ​ບັບຕິສະມາ​ຈາກ​ໂຢຮັນ​ໃນ​ແມ່ນໍ້າ​ຈໍແດນ.</verse>
				<verse number="10">ໃນ​ເວລາ​ທີ່​ພຣະເຢຊູເຈົ້າ​ຂຶ້ນ​ຈາກ​ນໍ້າ​ນັ້ນ ພຣະອົງ​ເງີຍ​ໜ້າ​ສູ່​ທ້ອງຟ້າ​ໄດ້​ເຫັນ​ຟ້າ​ສະຫວັນ​ເປີດ​ອອກ ແລະ​ມີ​ພຣະວິນຍານ​ເໝືອນ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ.</verse>
				<verse number="11">ແລະ ໄດ້​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ທ້ອງຟ້າ​ວ່າ, “ທ່ານ​ເປັນ​ບຸດ​ທີ່​ຮັກ​ຂອງເຮົາ, ເຮົາ​ພໍໃຈ​ໃນ​ທ່ານ​ຫລາຍ.”</verse>
				<verse number="12">ໃນ​ທັນໃດນັ້ນ ພຣະວິນຍານ​ໄດ້​ພາ​ພຣະອົງ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ,</verse>
				<verse number="13">ບ່ອນ​ທີ່​ພຣະອົງ​ຖືກ​ມານຊາຕານ​ທົດລອງ​ເປັນ​ເວລາ​ສີ່ສິບ​ວັນ ພຣະອົງ​ຢູ່​ທ່າມກາງ​ເຫຼົ່າ​ສັດຮ້າຍ, ແຕ່​ມີ​ພວກ​ເທວະດາ​ໄດ້​ມາ​ບົວລະບັດ​ພຣະອົງ.</verse>
				<verse number="14">ຫລັງຈາກ​ໂຢຮັນ​ຖືກ​ຈັບ​ໃສ່​ຄຸກ​ແລ້ວ ພຣະເຢຊູເຈົ້າ​ໄດ້​ໄປ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ທີ່​ແຂວງ​ຄາລີເລ.</verse>
				<verse number="15">ພຣະອົງ​ກ່າວ​ວ່າ, “ເວລາ​ທີ່​ໄດ້​ກຳນົດ​ໄວ້​ມາ​ເຖິງ​ແລ້ວ ແລະ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ກໍ​ມາ​ໃກ້​ແລ້ວ ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ເຊື່ອ​ໃນ​ຂ່າວປະເສີດ.”</verse>
				<verse number="16">ໃນ​ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ໄປ​ຕາມ​ແຄມ​ທະເລສາບ​ຄາລີເລ​ນັ້ນ ພຣະອົງ​ໄດ້​ເຫັນ​ຊີໂມນ ແລະ ອັນເດອາ​ນ້ອງຊາຍ​ຂອງ​ຊີໂມນ​ກຳລັງ​ໃຊ້​ມອງ​ຫາ​ປາ​ຢູ່.</verse>
				<verse number="17">ພຣະເຢຊູເຈົ້າ​ຊົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ ແລະ​ເຮົາ​ຈະ​ບັນດານ​ພວກເຈົ້າ​ໃຫ້​ເປັນ​ຜູ້​ຫາ​ຄົນ​ແທນ​ຫາ​ປາ.”</verse>
				<verse number="18">ໃນ​ທັນໃດນັ້ນ ຊາຍ​ທັງສອງ​ກໍ​ປະ​ມອງ​ຂອງຕົນ ແລະ​ຕິດຕາມ​ພຣະອົງ​ໄປ.</verse>
				<verse number="19">ເມື່ອ​ພຣະອົງ​ເດີນທາງ​ໄປ​ອີກ​ໜ້ອຍ​ໜຶ່ງ ພຣະອົງ​ກໍ​ເຫັນ​ຢາໂກໂບ ແລະ ໂຢຮັນ​ນ້ອງຊາຍ​ຂອງຕົນ ພວກເພິ່ນ​ເປັນ​ລູກຊາຍ​ຂອງ​ເຊເບດາຍ ສອງ​ຄົນ​ນີ້​ກຳລັງ​ແປງ​ມອງ​ຂອງຕົນ​ຢູ່​ໃນ​ເຮືອ.</verse>
				<verse number="20">ພໍ​ພຣະເຢຊູເຈົ້າ​ເຫັນ​ຈຶ່ງ​ເອີ້ນ​ເອົາ​ພວກເພິ່ນ ຊາຍ​ທັງສອງ​ຈຶ່ງ​ປະ​ພໍ່​ຂອງຕົນ ຄື​ເຊເບດາຍ​ກັບ​ລູກຈ້າງ​ໄວ້​ໃນ​ເຮືອ ແລະ​ໄປ​ກັບ​ພຣະອົງ.</verse>
				<verse number="21">ພຣະເຢຊູເຈົ້າ​ກັບ​ບັນດາ​ສາວົກ​ຂອງ​ພຣະອົງ ໄດ້​ມາ​ທີ່​ເມືອງ​ກາເປນາອູມ ແລະ​ເຖິງ​ວັນ​ຊະບາໂຕ ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ​ໄດ້​ຕັ້ງຕົ້ນ​ສັ່ງສອນ.</verse>
				<verse number="22">ປະຊາຊົນ​ທີ່​ໄດ້ຍິນ​ຕ່າງ​ກໍ​ປະຫລາດ​ໃຈ​ໃນ​ຄຳ​ສອນ​ຂອງ​ພຣະອົງ ພຣະອົງ​ໄດ້​ສັ່ງສອນ​ດ້ວຍ​ສິດ​ອຳນາດ​ບໍ່​ເໝືອນ​ພວກ​ທຳມະຈານ.</verse>
				<verse number="23">ໃນ​ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ໃນ​ທຳມະສາລາ​ຂອງ​ພວກເຂົາ​ທີ່​ມີ​ຜີຊົ່ວຮ້າຍ​ສິງ​ຢູ່ ແລະ​ລາວ​ໄດ້ຮ້ອງ​ຂຶ້ນ​ວ່າ,</verse>
				<verse number="24">“ເຢຊູ​ໄທ​ນາຊາເຣັດ​ເອີຍ ທ່ານ​ມາ​ຫຍຸ້ງກ່ຽວ​ນຳ​ພວກເຮົາ​ເຮັດ​ຫຍັງ? ທ່ານ​ມາ​ທີ່​ນີ້​ເພື່ອ​ທຳລາຍ​ພວກເຮົາ​ບໍ? ພວກເຮົາ​ຮູ້​ແລ້ວ​ວ່າ​ທ່ານ​ເປັນ​ຜູ້ໃດ ກໍ​ເປັນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ.”</verse>
				<verse number="25">ພຣະເຢຊູເຈົ້າ​ສັ່ງ​ຜີຊົ່ວຮ້າຍ​ນັ້ນ​ວ່າ, “ມິດ​ແມ ແລະ​ອອກ​ຈາກ​ຊາຍ​ຄົນ​ນີ້​ສາ.”</verse>
				<verse number="26">ຜີຊົ່ວຮ້າຍ​ໄດ້​ເຮັດ​ໃຫ້​ລາວ​ຊັກ​ດິ້ນ​ຢ່າງ​ແຮງ ຮ້ອງ​ສຽງດັງ ແລະ​ມັນ​ກໍ​ອອກ​ໄປ​ຈາກ​ລາວ.</verse>
				<verse number="27">ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ເວົ້າ​ກັນ​ວ່າ, “ນີ້​ແມ່ນ​ຫຍັງ? ຄຳສັ່ງສອນ​ໃໝ່​ມີ​ສິດ​ອຳນາດ​ແທ້ ເພາະ​ທ່ານ​ຜູ້​ນີ້​ສັ່ງ​ຜີຊົ່ວຮ້າຍ ແລະ​ມັນ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ.”</verse>
				<verse number="28">ດັ່ງນັ້ນ ຊື່ສຽງ​ຂອງ​ພຣະເຢຊູເຈົ້າ​ຈຶ່ງ​ຊ່າລື​ໄປ​ທົ່ວ​ທຸກ​ທີ່​ທຸກ​ບ່ອນ​ໃນ​ແຂວງ​ຄາລີເລ.</verse>
				<verse number="29">ໃນ​ຂະນະ​ນັ້ນ ພຣະເຢຊູເຈົ້າ​ກໍ​ອອກ​ຈາກ​ທຳມະສາລາ​ພ້ອມ​ກັບ​ຢາໂກໂບ ແລະ ໂຢຮັນ​ໄປ​ທີ່​ເຮືອນ​ຂອງ​ຊີໂມນ ແລະ ອັນເດອາ.</verse>
				<verse number="30">ແມ່​ເມຍ​ຂອງ​ຊີໂມນ​ນອນ​ຢູ່ ເພາະວ່າ​ນາງ​ເປັນ​ໄຂ້ ພໍ​ພຣະເຢຊູເຈົ້າ​ມາ​ຮອດ ເຂົາ​ຈຶ່ງ​ບອກ​ເລື່ອງ​ຂອງ​ນາງ​ໃຫ້​ພຣະອົງ​ຮູ້.</verse>
				<verse number="31">ພຣະອົງ​ຈຶ່ງ​ໄປ​ຫາ ແລະ​ຈັບ​ມື​ນາງ​ໃຫ້​ລຸກ​ຂຶ້ນ ໃນ​ທັນໃດນັ້ນ ໄຂ້​ກໍ​ຫາຍ ແລະ​ນາງ​ກໍ​ຄອຍ​ບົວລະບັດ​ຮັບໃຊ້​ພຣະອົງ​ແລະ​ພວກ​ສາວົກ.</verse>
				<verse number="32">ເມື່ອ​ຍາມແລງ​ພໍ​ຕາເວັນ​ຕົກ​ດິນ ປະຊາຊົນ​ກໍ​ພາ​ທຸກຄົນ​ທີ່​ເຈັບປ່ວຍ ແລະ​ມີ​ຜີມານຮ້າຍ​ສິງ​ມາ​ຫາ​ພຣະເຢຊູເຈົ້າ.</verse>
				<verse number="33">ປະຊາຊົນ​ໃນ​ເມືອງ​ທັງໝົດ​ໄດ້​ມາ​ອັ່ງອໍ​ກັນ​ຢູ່​ປະຕູ​ເຮືອນ.</verse>
				<verse number="34">ພຣະເຢຊູເຈົ້າ​ໄດ້​ຊົງ​ໂຜດ​ຫລາຍ​ຄົນ ທີ່​ເຈັບໄຂ້​ໄດ້ປ່ວຍ​ດ້ວຍ​ພະຍາດ​ທຸກ​ຊະນິດ​ໃຫ້​ຫາຍ​ດີ ແລະ​ຂັບໄລ່​ຜີມານຮ້າຍ​ຫລາຍ​ໂຕ​ອອກ​ໄປ ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜີມານຮ້າຍ​ທັງຫລາຍ​ເວົ້າ​ຫຍັງ​ຈັກ​ຄຳ ເພາະ​ພວກ​ມັນ​ຮູ້​ວ່າ​ພຣະອົງ​ເປັນ​ຜູ້ໃດ.</verse>
				<verse number="35">ເຊົ້າ​ວັນ​ໃໝ່​ເວລາ​ຍັງ​ມືດ​ຢູ່ ພຣະເຢຊູເຈົ້າ​ໄດ້​ລຸກ​ຂຶ້ນ ແລະ​ໄປ​ຍັງ​ສະຖານທີ່​ງຽບ​ສະຫງັດ ແລ້ວ​ພາວັນນາ​ອະທິຖານ​ຢູ່​ທີ່​ນັ້ນ.</verse>
				<verse number="36">ແຕ່​ຊີໂມນ​ກັບ​ເພື່ອນ​ທີ່​ຢູ່​ນຳ​ກັນ ໄດ້​ອອກ​ໄປ​ຊອກ​ຫາ​ພຣະອົງ,</verse>
				<verse number="37">ເມື່ອ​ພົບ​ແລ້ວ​ພວກເພິ່ນ​ກໍ​ເວົ້າ​ວ່າ, “ທຸກຄົນ​ກຳລັງ​ຊອກ​ຫາ​ທ່ານ​ຢູ່.”</verse>
				<verse number="38">ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ໃຫ້​ພວກເຮົາ​ໄປ​ບ່ອນ​ອື່ນ​ທີ່​ເມືອງ​ໃກ້ຄຽງ, ເພື່ອ​ເຮົາ​ຈະ​ປະກາດ​ຂ່າວປະເສີດ​ໃຫ້​ປະຊາຊົນ​ໃນ​ທີ່​ເຫຼົ່ານັ້ນ​ດ້ວຍ, ເຮົາ​ໄດ້​ມາ​ກໍ​ເພື່ອ​ຈະ​ກະທຳ​ການ​ນີ້​ແຫຼະ.”</verse>
				<verse number="39">ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ໄປ​ທົ່ວ​ແຂວງ​ຄາລີເລ​ໄດ້​ສັ່ງສອນ​ໃນ​ທຳມະສາລາ ແລະ​ຂັບໄລ່​ພວກ​ຜີມານຮ້າຍ​ທັງຫລາຍ​ໃຫ້​ອອກ​ໄປ.</verse>
				<verse number="40">ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ຂີ້ທູດ ມາ​ຫາ​ພຣະເຢຊູເຈົ້າ​ເພື່ອ​ຂໍ​ໃຫ້​ພຣະອົງ​ຊ່ວຍ, ລາວ​ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ​ແລ້ວ​ເວົ້າ​ວ່າ, “ຖ້າ​ທ່ານ​ພໍໃຈ ກໍ​ຈະ​ເຮັດ​ໃຫ້​ຂ້ານ້ອຍ​ສະອາດ​ດີ​ໄດ້.”</verse>
				<verse number="41">ພຣະເຢຊູເຈົ້າ​ມີ​ໃຈ​ສົງສານ​ຄົນ​ນັ້ນ ຈຶ່ງ​ເດ່​ມື​ອອກ​ໄປ​ແຕະຕ້ອງ​ລາວ​ໂດຍ​ກ່າວ​ວ່າ, “ເຮົາ​ພໍໃຈ​ແລ້ວ ຈົ່ງ​ດີ​ສະອາດ​ສາ.”</verse>
				<verse number="42">ໃນ​ທັນໃດນັ້ນ ພະຍາດ​ຂີ້ທູດ​ກໍ​ຫາຍ​ໄປ​ຈາກ​ຊາຍ​ຄົນ​ນີ້ ແລະ​ລາວ​ຈຶ່ງ​ດີ​ສະອາດ.</verse>
				<verse number="43">ແລ້ວ​ພຣະເຢຊູເຈົ້າ​ກໍ​ເຕືອນ​ລາວ​ຢ່າງ​ເຂັ້ມງວດ ແລະ​ບອກ​ລາວ​ໃຫ້​ໜີໄປ​ໃນ​ທັນທີ​ທັນໃດ</verse>
				<verse number="44">ໂດຍ​ສັ່ງ​ໃຫ້​ລາວ​ວ່າ, “ຢ່າ​ບອກ​ເລື່ອງ​ນີ້​ສູ່​ຜູ້ໃດ​ຟັງ​ເປັນ​ອັນ​ຂາດ ແຕ່​ຈົ່ງ​ໄປ​ຫາ​ປະໂຣຫິດ​ເພື່ອ​ໃຫ້​ເພິ່ນ​ກວດເບິ່ງ​ເຈົ້າ​ວ່າ​ດີ​ສະອາດ​ແລ້ວ ຕໍ່​ຈາກ​ນັ້ນ​ໃຫ້​ເຈົ້າ​ຖວາຍ​ເຄື່ອງ​ບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້ ເພື່ອ​ເປັນ​ຫຼັກຖານ​ຢັ້ງຢືນ​ວ່າ ເຈົ້າ​ດີ​ສະອາດ​ແລ້ວ.”</verse>
				<verse number="45">ແຕ່​ຊາຍ​ຄົນ​ນີ້​ພໍ​ຈາກ​ໄປ​ແລ້ວ ລາວ​ກໍ​ປະກາດ​ຂ່າວ​ນີ້​ໃຫ້​ຊ່າລື​ໄປ​ທົ່ວ​ທຸກ​ບ່ອນ. ຍ້ອນ​ຂ່າວ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ອາດ​ເຂົ້າ​ໃນ​ເມືອງ​ໄດ້​ຢ່າງ​ເປີດເຜີຍ​ອີກ​ຕໍ່ໄປ, ແຕ່​ພຣະອົງ​ໄດ້​ໄປ​ອາໄສ​ຢູ່​ນອກ​ເມືອງ ໃນ​ບ່ອນ​ປ່ຽວ ເຖິງ​ປານ​ນັ້ນ ກໍ​ຍັງ​ມີ​ຄົນ​ຈາກ​ທຸກ​ທີ່​ທຸກ​ບ່ອນ​ມາ​ຫາ​ພຣະອົງ.</verse>
			</chapter>
			<chapter number="2">
				<verse number="1">ໃນ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ສະເດັດ​ກັບຄືນ​ມາ​ໃນ​ເມືອງ​ກາເປນາອູມ​ອີກ ແລະ ຄົນ​ທັງຫລາຍ​ຕ່າງ​ກໍ​ໄດ້​ຍິນ​ວ່າ​ພຣະອົງ​ພັກ​ຢູ່​ທີ່​ເຮືອນ.</verse>
				<verse number="2">ດັ່ງນັ້ນ ປະຊາຊົນ​ຢ່າງ​ຫລວງຫລາຍ​ຈຶ່ງ​ມາ​ເຕົ້າໂຮມ​ກັນ​ອັ່ງອໍ​ຢູ່​ເຕັມ​ເຮືອນ ຈົນ​ບໍ່ມີ​ບ່ອນ​ຫວ່າງ​ແມ່ນແຕ່​ທີ່​ປະຕູ​ທາງ​ເຂົ້າ ພຣະອົງ​ກຳລັງ​ສອນ​ພຣະທຳ​ສູ່​ພວກເຂົາ​ຟັງ</verse>
				<verse number="3">ມີ​ຄົນ​ຈຳພວກ​ໜຶ່ງ​ສີ່​ຄົນ​ຫາມ​ຄົນເປ້ຍ​ມາ​ຫາ​ພຣະເຢຊູເຈົ້າ.</verse>
				<verse number="4">ແຕ່​ພວກເຂົາ​ເຂົ້າ​ໄປ​ຫາ​ພຣະອົງ​ບໍ່ໄດ້ ເພາະ​ປະຊາຊົນ​ໜາແໜ້ນ​ຫລາຍ. ສະນັ້ນ ພວກເຂົາ​ຈຶ່ງ​ຮື້​ຫລັງຄາ ຊື່​ບ່ອນ​ທີ່​ພຣະອົງ​ກຳລັງ​ສັ່ງສອນ​ຢູ່​ນັ້ນ​ອອກ ຄັນ​ຮື້​ເປັນ​ປ່ອງ​ແລ້ວ ພວກເຂົາ​ກໍ​ຢ່ອນ​ຄົນເປ້ຍ​ຢູ່​ເທິງ​ບ່ອນ​ນອນ​ຂອງ​ລາວ​ລົງ​ມາ.</verse>
				<verse number="5">ເມື່ອ​ພຣະເຢຊູເຈົ້າ​ເຫັນ​ຄວາມເຊື່ອ​ຂອງ​ຄົນ​ເຫຼົ່ານີ້ ພຣະອົງ​ກໍ​ຊົງ​ກ່າວ​ແກ່​ຄົນເປ້ຍ​ວ່າ, “ລູກ​ເອີຍ ຄວາມ​ຜິດບາບ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ.”</verse>
				<verse number="6">ແຕ່​ມີ​ທຳມະຈານ​ບາງຄົນ​ທີ່​ນັ່ງ​ໃນ​ທີ່ນັ້ນ ຄິດ​ໃນ​ໃຈ​ວ່າ,</verse>
				<verse number="7">“ເປັນຫຍັງ​ຄົນ​ນີ້​ຈຶ່ງ​ບັງ​ອາດ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ເຊັ່ນ​ນີ້ ມີ​ແຕ່​ພຣະເຈົ້າ​ເທົ່ານັ້ນ​ທີ່​ອະໄພ​ບາບກຳ​ໄດ້.”</verse>
				<verse number="8">ພຣະເຢຊູເຈົ້າ​ຮູ້​ຄວາມ​ຄິດ​ໃນ​ໃຈ​ຂອງ​ພວກເຂົາ​ທັນທີ. ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ເຊັ່ນນັ້ນ?</verse>
				<verse number="9">ອັນໃດ​ງ່າຍ​ກວ່າ​ກັນ ທີ່​ຈະ​ກ່າວ​ແກ່​ຄົນເປ້ຍ​ວ່າ, ‘ຄວາມ​ຜິດບາບ​ທັງຫລາຍ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ’ ຫລື​ກ່າວ​ວ່າ, ‘ຈົ່ງ​ລຸກ​ຂຶ້ນ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ ແລະ ຍ່າງ​ເມືອ?’</verse>
				<verse number="10">ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ເຫັນ​ວ່າ ບຸດ​ມະນຸດ​ມີ​ສິດ​ອຳນາດ​ເທິງ​ແຜ່ນດິນ​ໂລກ ອະໄພ​ຜິດບາບ​ຂອງ​ມະນຸດ​ໄດ້.” ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ຄົນເປ້ຍ​ວ່າ,</verse>
				<verse number="11">“ເຮົາ​ສັ່ງ​ເຈົ້າ​ໃຫ້​ລຸກ​ຂຶ້ນ​ຍົກ​ເອົາ​ບ່ອນ​ນອນ ແລະ​ເມືອ​ເຮືອນ​ສາ.”</verse>
				<verse number="12">ໃນ​ຂະນະທີ່​ທຸກຄົນ​ກຳລັງ​ຄອຍ​ເບິ່ງ​ຢູ່​ນັ້ນ ຄົນເປ້ຍ​ກໍ​ລຸກ​ຂຶ້ນ ຍົກ​ເອົາ​ບ່ອນ​ນອນ​ຂອງຕົນ ແລະ ອອກ​ຈາກ​ເຮືອນ​ໄປ​ໃນ​ທັນທີ ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ສັນລະເສີນ​ພຣະເຈົ້າ ແລະ​ເວົ້າ​ວ່າ, “ພວກເຮົາ​ບໍ່ເຄີຍ​ເຫັນ​ເຫດການ​ເຊັ່ນ​ນີ້​ຈັກເທື່ອ.”</verse>
				<verse number="13">ພຣະເຢຊູເຈົ້າ​ໄດ້​ກັບ​ໄປ​ອີກ​ທີ່​ແຄມ​ຝັ່ງ​ທະເລສາບ​ຄາລີເລ ປະຊາຊົນ​ໝູ່ໃຫຍ່​ໄດ້​ມາ​ຫາ​ພຣະອົງ ແລະ​ພຣະອົງ​ໄດ້​ສັ່ງສອນ​ພວກເຂົາ.</verse>
				<verse number="14">ຕໍ່ມາ ເມື່ອ​ກຳລັງ​ຍ່າງ​ຜ່ານ​ໄປ​ນັ້ນ ພຣະອົງ​ກໍ​ເຫັນ​ເລວີ​ກຳລັງ​ນັ່ງ​ຢູ່​ທີ່​ດ່ານ​ພາສີ, ເລວີ​ເປັນ​ລູກຊາຍ​ຂອງ​ອາລະຟາຍ ພຣະເຢຊູເຈົ້າ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຕິດຕາມ​ເຮົາ​ມາ.” ແລ້ວ​ເພິ່ນ​ກໍ​ລຸກ​ຂຶ້ນ ແລະ ຕາມ​ພຣະອົງ​ໄປ.</verse>
				<verse number="15">ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ໄປ​ຮ່ວມ​ຮັບປະທານ​ອາຫານ​ຄໍ່າ​ທີ່​ເຮືອນ​ຂອງ​ເລວີ. ມີ​ຄົນເກັບພາສີ ແລະ​ຄົນ​ນອກ​ສິນທຳ​ຫລາຍ​ຄົນ​ໄດ້​ຕິດຕາມ​ພຣະເຢຊູເຈົ້າ​ໄປ ແລະ​ມີ​ບາງຄົນ​ໃນ​ພວກ​ນີ້​ໄດ້​ຮ່ວມ​ກິນ​ເຂົ້າ​ແລງ​ກັບ​ພຣະອົງ ແລະ​ພວກ​ສາວົກ​ຂອງ​ພຣະອົງ.</verse>
				<verse number="16">ແຕ່​ທຳມະຈານ​ບາງຄົນ​ທີ່​ເປັນ​ຝ່າຍ​ຟາຣີຊາຍ ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ກິນ​ເຂົ້າ​ກັບ​ຄົນ​ນອກ​ສິນທຳ​ແລະ​ຄົນເກັບພາສີ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ເປັນຫຍັງ​ເພິ່ນ​ຈຶ່ງ​ກິນ​ເຂົ້າ​ກັບ​ຄົນ​ເກັບພາສີ​ແລະ​ຄົນ​ນອກ​ສິນທຳ?”</verse>
				<verse number="17">ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ພວກເຂົາ​ເວົ້າ​ແລ້ວ ຈຶ່ງ​ຕອບ​ພວກເຂົາ​ວ່າ, “ຄົນ​ທີ່​ມີ​ສຸຂະພາບ​ດີ​ບໍ່​ຕ້ອງການ​ໝໍ, ແຕ່​ຄົນ​ເຈັບ​ຕ້ອງການ​ໝໍ ເຮົາ​ບໍ່ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນ​ຊອບທຳ, ແຕ່​ມາ​ເອີ້ນ​ເອົາ​ຄົນ​ທີ່​ມີ​ບາບກຳ​ທັງຫລາຍ.”</verse>
				<verse number="18">ພວກ​ທີ່​ຕິດຕາມ​ໂຢຮັນ​ບັບຕິສະໂຕ​ແລະ​ພວກ​ຟາຣີຊາຍ ກຳລັງ​ຖືສິນ​ອົດອາຫານ ແລ້ວ​ມີ​ບາງຄົນ​ມາ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເປັນຫຍັງ​ພວກ​ຕິດຕາມ​ໂຢຮັນ​ບັບຕິສະໂຕ ແລະ​ພວກ​ຕິດຕາມ​ພວກ​ຟາຣີຊາຍ​ຈຶ່ງ​ຖືສິນ​ອົດອາຫານ ສ່ວນ​ສາວົກ​ຂອງທ່ານ​ບໍ່​ຖື?”</verse>
				<verse number="19">ພຣະເຢຊູເຈົ້າ​ຕອບ​ວ່າ, “ເພື່ອນ​ຂອງ​ເຈົ້າບ່າວ​ບໍ່​ຕ້ອງ​ຖືສິນ​ອົດອາຫານ ໃນ​ຂະນະທີ່​ເຈົ້າບ່າວ​ຍັງ​ຢູ່​ນຳ​ພວກເຂົາ.</verse>
				<verse number="20">ແຕ່​ເວລາ​ນັ້ນ​ຈະ​ມາ​ເຖິງ ຄື​ເມື່ອ​ເຈົ້າບ່າວ​ຈະ​ຕ້ອງ​ພາກ​ຈາກ​ພວກເຂົາ​ໄປ ເມື່ອນັ້ນ​ແຫຼະ ທີ່​ພວກເຂົາ​ຈະ​ຖືສິນ​ອົດອາຫານ.”</verse>
				<verse number="21">“ບໍ່ມີ​ຜູ້ໃດ​ທີ່​ໃຊ້​ຜ້າ​ໃໝ່​ຕາບ​ເສື້ອ​ເກົ່າ ຖ້າ​ເຮັດ​ຢ່າງ​ນັ້ນ​ຜ້າ​ໃໝ່​ຈະ​ຫົດ ແລະ ເຮັດ​ໃຫ້​ເສື້ອ​ເກົ່າ​ຂາດ​ເປັນ​ຮູ​ໃຫຍ່​ຕື່ມ​ອີກ.</verse>
				<verse number="22">ບໍ່ມີ​ຜູ້ໃດ​ທີ່​ຖອກ​ເຫຼົ້າ​ອະງຸ່ນ ໃໝ່​ໃສ່​ຖົງ​ໜັງ​ເກົ່າ ຖ້າ​ເຮັດ​ຢ່າງ​ນັ້ນ ເຫຼົ້າ​ອະງຸ່ນ​ຈະ​ເຮັດ​ໃຫ້​ຖົງ​ໜັງ​ນັ້ນ​ຂາດ ແລະ​ເຫຼົ້າ​ອະງຸ່ນ​ກັບ​ທັງ​ຖົງ​ກໍ​ຈະ​ເສຍ​ໄປ, ແຕ່​ເຫຼົ້າ​ອະງຸ່ນ​ໃໝ່​ຕ້ອງ​ໃສ່​ໄວ້​ໃນ​ຖົງ​ໜັງ​ໃໝ່.”</verse>
				<verse number="23">ໃນ​ວັນ​ຊະບາໂຕ​ວັນ​ໜຶ່ງ ພຣະເຢຊູເຈົ້າ ແລະ​ສາວົກ​ໄດ້​ຍ່າງ​ຜ່ານ​ທົ່ງນາ ເມື່ອ​ຍ່າງ​ໄປ​ຕາມ​ທາງ​ນັ້ນ ພວກ​ສາວົກ​ໄດ້​ເດັດ​ເອົາ​ຮວງເຂົ້າ.</verse>
				<verse number="24">ດັ່ງນັ້ນ ພວກ​ຟາຣີຊາຍ​ຈຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ເປັນຫຍັງ ພວກ​ສາວົກ​ຂອງທ່ານ ຈຶ່ງ​ເຮັດ​ໃນ​ສິ່ງ​ທີ່​ກົດບັນຍັດ​ຂອງ​ພວກເຮົາ​ບໍ່​ອະນຸຍາດ​ໃຫ້​ເຮັດ​ໃນ​ວັນ​ຊະບາໂຕ.”</verse>
				<verse number="25">ພຣະອົງ​ຊົງ​ຕອບ​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່ເຄີຍ​ອ່ານ​ບໍ​ສິ່ງ​ທີ່​ດາວິດ ແລະ​ພວກ​ຂອງຕົນ​ໄດ້​ເຮັດ ເມື່ອ​ລາວ​ຫິວເຂົ້າ​ແລະ​ຂັດສົນ.</verse>
				<verse number="26">ໃນ​ສະໄໝ​ນັ້ນ ແມ່ນ​ອາບີອາທາ​ເປັນ​ມະຫາ​ປະໂຣຫິດ ດາວິດ​ໄດ້​ເຂົ້າ​ໄປ​ໃນ​ທີ່​ສະຖິດ​ຂອງ​ພຣະເຈົ້າ ແລະ​ກິນ​ເຂົ້າຈີ່​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ ຊຶ່ງ​ຕາມ​ກົດບັນຍັດ​ແລ້ວ ມີ​ແຕ່​ປະໂຣຫິດ​ເທົ່ານັ້ນ ທີ່​ມີ​ສິດ​ກິນ​ເຂົ້າຈີ່​ນີ້​ໄດ້; ນອກ​ນັ້ນ​ຍັງ​ປັນ​ໃຫ້​ຄົນ​ຂອງຕົນ​ກິນ​ນຳ​ດ້ວຍ.”</verse>
				<verse number="27">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ວັນ​ຊະບາໂຕ​ຖືກ​ຕັ້ງ​ໄວ້​ເພື່ອ​ປະໂຫຍດ​ອັນ​ນຳ​ຄວາມສຸກ​ມາ​ສູ່​ມະນຸດ ບໍ່ແມ່ນ​ສ້າງ​ມະນຸດ​ໄວ້​ເພື່ອ​ວັນ​ຊະບາໂຕ.</verse>
				<verse number="28">ສະນັ້ນແຫລະ ບຸດ​ມະນຸດ​ຈຶ່ງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ເໜືອ​ວັນ​ຊະບາໂຕ.”</verse>
			</chapter>
			<chapter number="3">
				<verse number="1">ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ​ອີກເທື່ອໜຶ່ງ ໃນ​ທີ່​ນີ້​ມີ​ຊາຍ​ຜູ້ໜຶ່ງ​ມື​ລີບ.</verse>
				<verse number="2">ຄົນ​ໃນ​ທີ່ນັ້ນ​ຕ່າງ​ກໍ​ຊອມ​ເບິ່ງ​ວ່າ ພຣະເຢຊູເຈົ້າ​ຈະ​ຊົງ​ໂຜດ​ຮັກສາ​ຄົນ​ນີ້​ໃນ​ວັນ​ຊະບາໂຕ​ຫລື​ບໍ່ ເພາະ​ພວກເຂົາ​ຢາກ​ຫາ​ຂໍ້​ຟ້ອງ​ພຣະອົງ​ວ່າ​ເຮັດ​ຜິດ.</verse>
				<verse number="3">ພຣະເຢຊູເຈົ້າ​ກ່າວ​ແກ່​ຊາຍ​ມື​ລີບ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ມາ​ຢືນ​ຢູ່​ທາງ​ໜ້າ​ພີ້.”</verse>
				<verse number="4">ແລ້ວ​ພຣະອົງ​ກໍ​ຊົງ​ຖາມ​ວ່າ, “ໃນ​ວັນ​ຊະບາໂຕ ເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ? ຈະ​ເຮັດ​ການ​ດີ ຫລື​ຈະ​ເຮັດ​ການ​ຮ້າຍ? ຈະ​ຊ່ວຍ​ຊີວິດ​ຄົນ​ໄວ້ ຫລື​ທຳລາຍ​ຊີວິດ​ຄົນ​ຖິ້ມ?” ແຕ່​ພວກເຂົາ​ໄດ້​ມິດ​ຢູ່.</verse>
				<verse number="5">ພຣະອົງ​ຫລຽວ​ເບິ່ງ​ອ້ອມຮອບ​ພວກເຂົາ​ດ້ວຍ​ຄວາມ​ເຄືອງໃຈ ພຣະອົງ​ເປັນທຸກໃຈ​ຫລາຍ ເພາະ​ພວກເຂົາ​ມີ​ໃຈແຂງ​ກະດ້າງ. ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ.” ລາວ​ຈຶ່ງ​ຢຽດ​ມື​ອອກ ແລະ ມື​ຂອງ​ລາວ​ກໍດີ​ເປັນ​ປົກກະຕິ.</verse>
				<verse number="6">ຝ່າຍ​ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ຈາກ​ໄປ ແລະ​ໄດ້​ເລີ່ມ​ວາງແຜນ​ກັບ​ພັກ​ພວກ​ຂອງ​ເຮໂຣດ ເພື່ອ​ຊອກ​ຫາ​ຊ່ອງທາງ​ຂ້າ​ພຣະອົງ.</verse>
				<verse number="7">ພຣະເຢຊູເຈົ້າ​ໄດ້​ນຳພາ​ພວກ​ສາວົກ​ຂອງ​ພຣະອົງ​ອອກ​ໄປ​ສູ່​ຝັ່ງ​ທະເລສາບ​ຄາລີເລ ແລະ ມີ​ປະຊາຊົນ​ໝູ່ໃຫຍ່​ມາ​ຈາກ​ແຂວງ​ຄາລີເລ, ໄດ້​ຕິດຕາມ​ພຣະອົງ​ໄປ ທັງ​ຈາກ​ແຂວງ​ຢູດາຍ.</verse>
				<verse number="8">ຈາກ​ນະຄອນ​ເຢຣູຊາເລັມ, ຈາກ​ເຂດແດນ​ອີດູມາຍ, ຈາກ​ເຂດແດນ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ແລະ​ຂົງເຂດ​ອ້ອມແອ້ມ​ເມືອງ​ຕີເຣ​ແລະ​ຊີໂດນ ປະຊາຊົນ​ໝູ່ໃຫຍ່​ນີ້​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ເພາະ​ພວກເຂົາ​ໄດ້ຍິນ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ.</verse>
				<verse number="9">ສະນັ້ນ ພຣະອົງ​ຈຶ່ງ​ບອກ​ພວກ​ສາວົກ​ໃຫ້​ຕຽມ​ເຮືອ​ນ້ອຍ​ລຳ​ໜຶ່ງ​ໄວ້ ເພື່ອ​ປະຊາຊົນ​ຈະ​ບໍ່ໄດ້​ບຽດສຽດ​ພຣະອົງ.</verse>
				<verse number="10">ພຣະອົງ​ໄດ້​ຊົງ​ໂຜດ​ຫລາຍ​ຄົນ​ໃຫ້​ຫາຍ​ດີ​ພະຍາດ​ໂຣຄາ, ບັນດາ​ຄົນ​ເຈັບ​ດ້ວຍ​ພະຍາດ​ຕ່າງໆ ຈຶ່ງ​ບຽດ​ກັນ​ເຂົ້າ​ມາ​ຫາ​ພຣະອົງ ເພື່ອ​ຈະ​ຈັບບາຍ​ພຣະອົງ.</verse>
				<verse number="11">ພວກ​ຜີຊົ່ວຮ້າຍ​ສິງ​ຢູ່​ໃນ​ຫລາຍ​ຄົນ​ໄດ້​ເຫັນ​ພຣະອົງ ພວກ​ມັນ​ກໍ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ຮ້ອງ​ຂຶ້ນ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.”</verse>
				<verse number="12">ແຕ່​ພຣະເຢຊູເຈົ້າ​ສັ່ງ​ຫ້າມ​ຢ່າງ​ເດັດຂາດ ບໍ່​ໃຫ້​ພວກ​ມັນ​ປະກາດ​ພຣະນາມ​ຂອງ​ພຣະອົງ.</verse>
				<verse number="13">ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູເຂົາ​ແຫ່ງ​ໜຶ່ງ ແລະ​ເອີ້ນ​ເອົາ​ຜູ້​ທີ່​ພຣະອົງ​ຕ້ອງການ​ມາ​ຫາ​ພຣະອົງ ພວກເຂົາ​ໄດ້​ມາ​ຫາ​ພຣະອົງ</verse>
				<verse number="14">ແລ້ວ​ພຣະອົງ​ກໍ​ເລືອກ​ເອົາ​ສິບສອງ​ຄົນ ແລະ​ເອີ້ນ​ພວກເພິ່ນ​ວ່າ, “ອັກຄະສາວົກ” ພຣະເຢຊູເຈົ້າ​ກ່າວ​ແກ່​ພວກ​ອັກຄະສາວົກ​ນີ້​ວ່າ, “ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ​ໄວ້​ໃຫ້​ຢູ່​ກັບ​ເຮົາ ແລະ​ເຮົາ​ຈະ​ໃຊ້​ພວກເຈົ້າ​ອອກ​ໄປ​ປະກາດ,</verse>
				<verse number="15">ແລະ ພວກເຈົ້າ​ຈະ​ມີ​ສິດ​ອຳນາດ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້.”</verse>
				<verse number="16">ພວກ​ອັກຄະສາວົກ​ສິບສອງ​ຄົນ​ທີ່​ພຣະເຢຊູເຈົ້າ​ໄດ້​ເລືອກ​ມີ​ດັ່ງນີ້: ຊີໂມນ (ພຣະເຢຊູເຈົ້າ​ໄດ້​ຕັ້ງ​ຊື່​ໃໝ່​ໃຫ້​ວ່າ ເປໂຕ),</verse>
				<verse number="17">ຢາໂກໂບ ແລະ ໂຢຮັນ​ນ້ອງຊາຍ​ຂອງຕົນ ລູກຊາຍ​ຂອງ​ເຊເບດາຍ (ພຣະເຢຊູເຈົ້າ​ຕັ້ງ​ຊື່​ໃຫ້​ວ່າ ໂບອະເນເຄ ຊຶ່ງ​ມີ​ຄວາມໝາຍ​ວ່າ “ລູກ​ຟ້າຮ້ອງ” ຫລື​ຄົນ​ໃຈ​ຮຸນແຮງ),</verse>
				<verse number="18">ອັນເດອາ, ຟີລິບ, ບາຣະໂທໂລມາຍ, ມັດທາຍ, ໂທມາ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ທາດາຍ, ຊີໂມນ​ຜູ້ຮັກຊາດ,</verse>
				<verse number="19">ແລະ ຢູດາ​ອິດສະກາຣີອົດ​ຜູ້​ທີ່​ທໍລະຍົດ​ຕໍ່​ພຣະອົງ.</verse>
				<verse number="20">ແລ້ວ​ພຣະເຢຊູເຈົ້າ​ໄດ້​ກັບ​ມາ​ເຮືອນ​ອີກ ໃນ​ທີ່ນັ້ນ​ມີ​ປະຊາຊົນ​ໝູ່ໃຫຍ່ ມາ​ເຕົ້າໂຮມ​ກັນ​ຢູ່​ຢ່າງ​ໜາແໜ້ນ ຈົນ​ພຣະເຢຊູເຈົ້າ ແລະ​ພວກ​ສາວົກ​ຂອງ​ພຣະອົງ​ບໍ່ມີ​ເວລາ​ກິນ​ເຂົ້າ.</verse>
				<verse number="21">ເມື່ອ​ຄົນ​ໃນ​ຄອບຄົວ​ຂອງ​ພຣະອົງ​ໄດ້ຍິນ​ວ່າ ພຣະອົງ​ກຳລັງ​ກະທຳ​ເຊັ່ນ​ນັ້ນ ພວກເຂົາ​ກໍ​ອອກ​ໄປ​ຮັບ​ພຣະອົງ ເພາະ​ພວກເຂົາ​ຄິດ​ວ່າ, “ພຣະອົງ​ເສຍ​ຈິດ”.</verse>
				<verse number="22">ພວກ​ທຳມະຈານ ຊຶ່ງ​ລົງ​ມາ​ຈາກ​ນະຄອນ​ເຢຣູຊາເລັມ ໄດ້​ກ່າວ​ວ່າ, “ຜູ້​ນີ້​ມີ​ຜີມານຮ້າຍ​ເບເອນເຊບູນ​ສິງ​ຢູ່. ທີ່​ເພິ່ນ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້ ກໍ​ເພາະ​ໃຊ້​ອຳນາດ​ຂອງ​ນາຍ​ຜີມານຮ້າຍ​ນັ້ນ.”</verse>
				<verse number="23">ສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ຄົນ​ເຫຼົ່ານີ້​ມາ ແລ້ວ​ພຣະອົງ​ກໍ​ກ່າວ​ເປັນ​ຄຳອຸປະມາ​ວ່າ, “ມານຊາຕານ​ຈະ​ຂັບໄລ່​ມານຊາຕານ​ເອງ​ໃຫ້​ອອກ​ໄປ​ໄດ້​ຢ່າງ​ໃດ?</verse>
				<verse number="24">ຖ້າ​ອານາຈັກ​ໃດ​ເກີດ​ແຕກແຍກ​ກັນ​ແລ້ວ ອານາຈັກ​ນັ້ນ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ຕໍ່ໄປ​ບໍ່ໄດ້,</verse>
				<verse number="25">ແລະ​ຖ້າ​ຄົນ​ໃນ​ຄອບຄົວ​ໃດ​ເກີດ​ແຕກແຍກ​ກັນ ຄອບຄົວ​ນັ້ນ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ບໍ່ໄດ້.</verse>
				<verse number="26">ແລະ​ຖ້າ​ມານຊາຕານ​ຈະ​ຕໍ່ສູ້​ກັບ​ຕົວ​ມັນ​ເອງ ແລະ​ແຕກແຍກ​ກັນ ມັນ​ກໍ​ຕັ້ງ​ຢູ່​ບໍ່ໄດ້ ມີ​ແຕ່​ຈະ​ສູນຫາຍ​ໄປ.”</verse>
				<verse number="27">“ບໍ່ມີ​ຜູ້ໃດ​ບຸກ​ເຂົ້າ​ໄປ​ປຸ້ນ​ເອົາ​ຊັບ​ຢູ່​ໃນ​ເຮືອນ​ຂອງ​ຄົນ​ແຂງແຮງ​ໄດ້ ເວັ້ນໄວ້​ແຕ່​ໄດ້​ມັດ​ຄົນ​ແຂງແຮງ​ນັ້ນ​ໄວ້​ກ່ອນ ແລ້ວ​ຈຶ່ງ​ປຸ້ນ​ເຮືອນ​ໄດ້.”</verse>
				<verse number="28">“ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ການບາບ​ທຸກປະການ ຄຳ​ໝິ່ນປະໝາດ​ທຸກຢ່າງ​ທີ່​ມະນຸດ​ກ່າວ ຈະ​ໄດ້​ຮັບ​ການອະໄພ.</verse>
				<verse number="29">ແຕ່​ຜູ້ໃດ​ກໍຕາມ​ທີ່​ເວົ້າ​ໝິ່ນປະໝາດ​ຕໍ່ສູ້​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ບໍ່ໄດ້​ຮັບ​ການອະໄພ​ຈັກເທື່ອ, ແຕ່​ລາວ​ຈະ​ມີ​ໂທດ​ຕະຫລອດໄປ.” (</verse>
				<verse number="30">ພຣະເຢຊູເຈົ້າ​ກ່າວ​ເຊັ່ນ​ນີ້​ກໍ​ເພາະ​ປະຊາຊົນ​ບາງຄົນ​ໄດ້​ເວົ້າ​ວ່າ, “ເພິ່ນ​ມີ​ຜີຊົ່ວຮ້າຍ​ເຂົ້າ​ສິງ​ຢູ່.”)</verse>
				<verse number="31">ແລ້ວ​ແມ່​ແລະ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ​ໄດ້​ຢືນ​ຢູ່​ຂ້າງ​ນອກ, ໃຊ້​ຄົນ​ເຂົ້າ​ໄປ​ເອີ້ນ​ພຣະອົງ.</verse>
				<verse number="32">ປະຊາຊົນ​ໝູ່ໃຫຍ່​ໄດ້​ນັ່ງ​ອ້ອມ​ພຣະເຢຊູເຈົ້າ​ຢູ່ ແລະ​ພວກເຂົາ​ເວົ້າ​ກັບ​ພຣະອົງ​ວ່າ, “ທ່ານເອີຍ, ແມ່​ກັບ​ນ້ອງຊາຍ​ຂອງທ່ານ ຢູ່​ຂ້າງ​ນອກ​ຕ້ອງການ​ພົບ​ທ່ານ.”</verse>
				<verse number="33">ພຣະອົງ​ຊົງ​ຕອບ​ວ່າ, “ຜູ້ໃດ​ເປັນ​ແມ່ ແລະ​ຜູ້ໃດ​ເປັນ​ນ້ອງຊາຍ​ຂອງເຮົາ?”</verse>
				<verse number="34">ແລ້ວ​ພຣະເຢຊູເຈົ້າ​ກໍ​ຫລຽວ​ເບິ່ງ​ປະຊາຊົນ ທີ່​ນັ່ງ​ອ້ອມ​ພຣະອົງ​ຢູ່​ນັ້ນ ແລະ​ໄດ້​ກ່າວ​ວ່າ, “ນີ້​ຄື​ແມ່​ແລະ​ນ້ອງຊາຍ​ຂອງເຮົາ.</verse>
				<verse number="35">ດ້ວຍວ່າ, ຜູ້ໃດ​ກໍຕາມ​ທີ່​ຍອມ​ປະຕິບັດ​ຕາມ​ພຣະ​ປະສົງ​ຂອງ​ພຣະເຈົ້າ ຜູ້ນັ້ນ​ແຫຼະ ເປັນ​ນ້ອງຊາຍ ແລະ​ນ້ອງສາວ ແລະ​ແມ່​ຂອງເຮົາ.”</verse>
			</chapter>
			<chapter number="4">
				<verse number="1">ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ສັ່ງສອນ​ອີກ​ທີ່​ແຄມ​ທະເລສາບ​ຄາລີເລ ປະຊາຊົນ​ໝູ່ໃຫຍ່​ມາ​ເຕົ້າໂຮມ​ກັນ ແລ້ວ​ມາ​ຫາ​ພຣະອົງ ຈົນ​ພຣະອົງ​ຂຶ້ນ​ໄປ​ນັ່ງ​ຢູ່​ໃນ​ເຮືອ​ຫ່າງ​ຈາກ​ຝັ່ງ, ສ່ວນ​ປະຊາຊົນ​ນັ້ນ​ຢູ່​ເທິງ​ບົກ​ຕາມ​ແຄມ​ຝັ່ງ.</verse>
				<verse number="2">ພຣະອົງ​ໃຊ້​ຄຳອຸປະມາ​ຫລາຍ​ເລື່ອງ​ເພື່ອ​ສອນ​ພວກເຂົາ ແລະ​ໃນ​ຕອນ​ນີ້​ພຣະອົງ​ໄດ້​ສອນ​ໂດຍ​ກ່າວ​ວ່າ,</verse>
				<verse number="3">“ຈົ່ງ​ຟັງ​ໃຫ້​ດີ ມີ​ຊາຍ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດ​ພືດ.</verse>
				<verse number="4">ຂະນະທີ່​ເຂົາ​ຫວ່ານ​ເມັດ​ພືດ​ໃນ​ນາ​ຢູ່​ນັ້ນ ບາງ​ເມັດ​ຕົກ​ຕາມ​ຫົນທາງ ແລະ​ຝູງ​ນົກ​ໄດ້​ມາ​ສັບ​ກິນ​ເມັດ​ນັ້ນ​ເສຍ.</verse>
				<verse number="5">ບາງ​ເມັດ​ຕົກ​ໃສ່​ດິນ​ທີ່​ມີ​ຫີນ ຄື​ບ່ອນ​ທີ່​ມີ​ດິນ​ໜ້ອຍ​ຫີນ​ຫລາຍ ເມັດ​ເຫຼົ່ານີ້​ຈຶ່ງ​ງອກ​ຂຶ້ນ​ໄດ້​ໄວ ເພາະ​ພື້ນດິນ​ບໍ່​ເລິກ.</verse>
				<verse number="6">ແລະ​ເມື່ອ​ແສງ​ແດດ​ກ້າ ພືດ​ທີ່​ຮາກ​ບໍ່​ເລິກ​ນັ້ນ ກໍ​ແຫ້ມ​ແດດ ແລະ​ຫ່ຽວແຫ້ງ​ໄປ.</verse>
				<verse number="7">ບາງ​ເມັດ​ຕົກ​ໃສ່​ກາງ​ພຸ່ມໜາມ ແລ້ວ​ພຸ່ມໜາມ​ເຫຼົ່ານີ້​ກໍ​ໃຫຍ່​ຂຶ້ນ ແລະ​ຫຸ້ມ​ຮັດ​ພືດ​ເຫຼົ່ານັ້ນ​ໄວ້​ຈຶ່ງ​ເກີດຜົນ​ບໍ່ໄດ້.</verse>
				<verse number="8">ແຕ່​ບາງ​ເມັດ​ຕົກ​ໃສ່​ດິນ​ດີ, ພືດ​ກໍ​ງອກງາມ​ແລະ​ຈະເລີນ​ຂຶ້ນ ຈຶ່ງ​ເກີດຜົນ: ສາມສິບ​ຕໍ່, ຫົກສິບ​ຕໍ່ ແລະ​ຮ້ອຍ​ຕໍ່.”</verse>
				<verse number="9">ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ກ່າວ​ວ່າ, “ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ເອົາ.”</verse>
				<verse number="10">ເມື່ອ​ພຣະເຢຊູເຈົ້າ​ຢູ່​ຕາມ​ລຳພັງ​ແລ້ວ ພວກ​ຕິດຕາມ​ພຣະອົງ​ບາງຄົນ ແລະ​ສາວົກ​ສິບສອງ​ຄົນ​ຈຶ່ງ​ຖາມ​ພຣະອົງ​ກ່ຽວກັບ​ຄຳອຸປະມາ​ດັ່ງ​ກ່າວ.</verse>
				<verse number="11">ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ພຣະເຈົ້າ​ໄດ້​ເປີດເຜີຍ​ໃຫ້​ພວກເຈົ້າ​ໄດ້​ຮູ້ຈັກ​ຄວາມ​ເລິກລັບ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ ສຳລັບ​ຄົນ​ຜູ້​ທີ່​ຢູ່​ນອກ ພວກເຂົາ​ຟັງ​ຮູ້​ທຸກຢ່າງ​ໄດ້​ໂດຍ​ອາໄສ​ຄຳອຸປະມາ</verse>
				<verse number="12">ເພື່ອ​ວ່າ ‘ພວກເຂົາ​ເບິ່ງ​ແລ້ວ​ເບິ່ງ​ອີກ​ກໍ​ຈະ​ບໍ່​ເຫັນ ຟັງ​ແລ້ວ​ຟັງ​ອີກ ແຕ່​ກໍ​ຈະ​ບໍ່​ເຂົ້າໃຈ ຖ້າ​ພວກເຂົາ​ຮູ້ ຄົງ​ຫັນ​ກັບຄືນ ມາ​ຫາ​ພຣະເຈົ້າ ແລະ ຮັບ​ການອະໄພ.”’</verse>
				<verse number="13">ແລ້ວ​ພຣະເຢຊູເຈົ້າ​ໄດ້​ເວົ້າ​ກັບ​ພວກເພິ່ນ​ວ່າ, “ຖ້າ​ພວກເຈົ້າ​ບໍ່​ເຂົ້າໃຈ​ຄຳອຸປະມາ​ນີ້​ແລ້ວ ພວກເຈົ້າ​ຈະ​ເຂົ້າໃຈ​ຄຳອຸປະມາ​ເລື່ອງ​ອື່ນ​ໄດ້​ຢ່າງ​ໃດ?</verse>
				<verse number="14">ຜູ້​ຫວ່ານ​ນັ້ນ ໄດ້​ແກ່​ຜູ້​ຫວ່ານ​ພຣະທຳ​ຂອງ​ພຣະເຈົ້າ.</verse>
				<verse number="15">ເມັດ​ທີ່​ຕົກ​ຕາມ​ຖະໜົນ​ຫົນທາງ ຄື​ຄົນ​ທີ່​ໄດ້ຍິນ​ພຣະທຳ​ນັ້ນ​ແລ້ວ ທັນໃດນັ້ນ ມານຊາຕານ​ກໍ​ມາ​ຍາດ​ຊີງ​ເອົາ​ພຣະທຳ​ທີ່​ຫວ່ານ​ໃນ​ໃຈ​ເຂົາ​ນັ້ນ​ໄປ​ເສຍ.</verse>
				<verse number="16">ສ່ວນ​ເມັດ​ທີ່​ຕົກ​ໃສ່​ດິນ​ທີ່​ມີ​ຫີນ ໄດ້​ແກ່​ຄົນ​ທີ່​ໄດ້ຍິນ​ພຣະທຳ​ແລ້ວ ກໍ​ຮັບ​ເອົາ​ໄວ້​ທັນທີ ດ້ວຍ​ຄວາມ​ຍິນດີ.</verse>
				<verse number="17">ຍ້ອນ​ບໍ່ມີ​ຮາກ​ໃນ​ຕົນເອງ​ຈຶ່ງ​ທົນ​ຢູ່​ບໍ່ໄດ້​ດົນ. ດັ່ງນັ້ນ ເມື່ອ​ໄດ້​ຮັບ​ຄວາມ​ຍາກ​ລຳບາກ ຫລື​ຖືກ​ຂົ່ມເຫັງ​ເພາະ​ພຣະທຳ​ນັ້ນ ເຂົາ​ຈຶ່ງ​ທໍ້ຖອຍ​ໃຈ​ທັນທີ.</verse>
				<verse number="18">ເມັດ​ພືດ​ທີ່​ຕົກ​ໃສ່​ກາງ​ພຸ່ມໜາມ ໄດ້​ແກ່​ຜູ້​ທີ່​ໄດ້ຍິນ​ພຣະທຳ,</verse>
				<verse number="19">ແຕ່​ເຂົາ​ມີ​ຄວາມ​ກັງວົນ​ເຖິງ​ຊີວິດ​ນີ້, ການ​ຢາກຮັ່ງ​ຢາກມີ, ຕະຫລອດ​ທັງ​ຄວາມ​ຕ້ອງການ​ທຸກສິ່ງ​ທຸກຢ່າງ ໄດ້​ເຂົ້າ​ມາ​ຫຸ້ມ​ຮັດ​ພຣະທຳ​ໄວ້ ພຣະທຳ​ຈຶ່ງ​ບໍ່​ເກີດຜົນ</verse>
				<verse number="20">ສ່ວນ​ເມັດ​ພືດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ ໄດ້​ແກ່​ຜູ້​ທີ່​ໄດ້ຍິນ​ພຣະທຳ​ແລ້ວ ຕ້ອນຮັບ​ເອົາ​ໄວ້​ຈຶ່ງ​ເກີດຜົນ​ສາມສິບ​ຕໍ່, ຫົກສິບ​ຕໍ່ ແລະ​ຮ້ອຍ​ຕໍ່.”</verse>
				<verse number="21">ພຣະເຢຊູເຈົ້າ​ກ່າວ​ຕໍ່ໄປ​ວ່າ, “ມີ​ຜູ້ໃດ​ທີ່​ໄຕ້​ໂຄມໄຟ​ໄວ້ ແລ້ວ​ເອົາ​ເຂົ້າ​ໄວ້​ໃນ​ຖັງ ຫລື​ເອົາ​ວາງ​ໄວ້​ຢູ່​ກ້ອງ​ຕຽງນອນ? ບໍ່ແມ່ນ​ເຂົາ​ຕັ້ງ​ໄວ້​ເທິງ​ທີ່​ສູງ​ບໍ?</verse>
				<verse number="22">ສິ່ງໃດ​ທີ່​ຖືກ​ເຊື່ອງ​ໄວ້​ຈະ​ຖືກ​ນຳ​ອອກ​ມາ​ປາກົດ​ໃຫ້​ເຫັນ ແລະ​ສິ່ງໃດ​ທີ່​ເປັນ​ຄວາມ​ລັບ​ກໍ​ຈະ​ຖືກ​ນຳ​ມາ​ເປີດເຜີຍ​ໃຫ້​ຮູ້.</verse>
				<verse number="23">ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ເອົາ.”</verse>
				<verse number="24">ພຣະອົງ​ກ່າວ​ຕໍ່ໄປ​ອີກ​ວ່າ, “ຈົ່ງ​ລະວັງ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຟັງ ພວກເຈົ້າ​ຈະ​ຕວງ​ໃຫ້​ຄົນອື່ນ​ດ້ວຍ​ເຄື່ອງ​ຜອງ​ຢ່າງ​ໃດ, ພຣະເຈົ້າ​ກໍ​ຈະ​ຕວງ​ໃຫ້​ກັບ​ພວກເຈົ້າ​ດ້ວຍ​ເຄື່ອງ​ຜອງ​ຢ່າງ​ນັ້ນ ທັງ​ຈະ​ຊົງ​ເພີ່ມເຕີມ​ໃຫ້​ອີກ.</verse>
				<verse number="25">ດ້ວຍວ່າ, ຜູ້​ທີ່​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ຮັບ​ຕື່ມ​ອີກ, ແຕ່​ຜູ້​ທີ່​ບໍ່ມີ​ແມ່ນແຕ່​ສິ່ງ​ທີ່​ມີ​ຢູ່​ພຽງ​ເລັກນ້ອຍ ກໍ​ຈະ​ຖືກ​ເອົາ​ໄປ​ເສຍ​ຈາກ​ລາວ.”</verse>
				<verse number="26">ພຣະເຢຊູເຈົ້າ​ກ່າວ​ຕໍ່ໄປ​ວ່າ, “ອານາຈັກ​ຂອງ​ພຣະເຈົ້າ​ກໍ​ເປັນ​ຄື​ດັ່ງນີ້: ມີ​ຄົນ​ໜຶ່ງ​ຫວ່ານ​ເມັດ​ພືດ​ໃສ່​ນາ​ຂອງຕົນ.</verse>
				<verse number="27">ເຂົາ​ນອນ​ຫລັບ​ໃນ​ເວລາ​ກາງຄືນ ແລະ​ຕື່ນ​ຂຶ້ນ​ໃນ​ເວລາ​ກາງເວັນ ພໍດີ​ເມັດ​ພືດ​ນັ້ນ​ກໍ​ງອກ ແລະ​ຈະເລີນ​ເຕີບ​ໃຫຍ່​ຂຶ້ນ ແລະ​ເຂົາ​ບໍ່​ສາມາດ​ເຂົ້າໃຈ​ວ່າ​ມັນ​ເປັນ​ໄປ​ໄດ້​ຢ່າງ​ໃດ.</verse>
				<verse number="28">ແມ່ນ​ຜືນ​ແຜ່ນດິນ​ເອງ​ທີ່​ເຮັດ​ໃຫ້​ເມັດ​ພືດ​ງອກງາມ​ຈົນ​ເກີດຜົນ​ຄື: ທຳອິດ​ເປັນ​ຕົ້ນ​ອ່ອນ​ແຕກ​ອອກ ຕໍ່ມາ ເປັນ​ຮວງເຂົ້າ​ຂຽວ ແລະ​ໃນ​ທີ່ສຸດ​ກໍ​ມີ​ເມັດ​ຕຶ່ງ​ເຕັມ​ຮວງ.</verse>
				<verse number="29">ຄັນ​ເມັດ​ເຂົ້າ​ສຸກ​ແລ້ວ ລາວ​ກໍ​ໃຊ້​ຄົນ​ໄປ​ກ່ຽວ ເພາະ​ເວລາ​ເກັບກ່ຽວ​ໄດ້​ມາ​ເຖິງ​ແລ້ວ.”</verse>
				<verse number="30">ພຣະເຢຊູເຈົ້າ​ກ່າວ​ວ່າ, “ອານາຈັກ​ຂອງ​ພຣະເຈົ້າ​ຈະ​ປຽບ​ຄື​ຫຍັງ? ຫລື​ຈະ​ໃຊ້​ຄຳອຸປະມາ​ຢ່າງ​ໃດ​ເພື່ອ​ອະທິບາຍ​ເຖິງ​ອານາຈັກ​ນີ້?</verse>
				<verse number="31">ກໍ​ປຽບ​ເໝືອນ​ແກ່ນ​ຜັກ​ກາດ​ເມັດ​ໜຶ່ງ, ເມື່ອ​ຫວ່ານ​ລົງ​ໄປ​ໃນ​ດິນ​ມັນ​ກໍ​ນ້ອຍ​ກວ່າ​ເມັດ​ໃດໆ​ທັງໝົດ​ໃນ​ໂລກ.</verse>
				<verse number="32">ເມື່ອ​ຫວ່ານ​ລົງ​ໄປ​ແລ້ວ​ມັນ​ກໍ​ປົ່ງ​ຂຶ້ນ ແລະ​ກາຍເປັນ​ຕົ້ນ​ທີ່​ໃຫຍ່​ກວ່າ​ຜັກ​ທັງປວງ ແລະ​ແຕກ​ກິ່ງ​ກ້ານ​ໃຫຍ່​ອອກ ພໍ​ທີ່​ພວກ​ນົກ​ປ່າ​ມາ​ເຮັດ​ຮັງ​ຢູ່​ໄດ້.”</verse>
				<verse number="33">ພຣະເຢຊູເຈົ້າ​ໄດ້​ກ່າວ​ພຣະທຳ ເປັນ​ຄຳອຸປະມາ​ຫລາຍ​ເລື່ອງ​ຢ່າງ​ດຽວກັນ​ນີ້​ໃຫ້​ພວກເຂົາ​ຟັງ ຕາມ​ທີ່​ພວກເຂົາ​ສາມາດ​ເຂົ້າໃຈ​ໄດ້.</verse>
				<verse number="34">ພຣະອົງ​ບໍ່ໄດ້​ກ່າວ​ກັບ​ພວກເຂົາ​ໂດຍ​ໃຊ້​ຄຳອຸປະມາ​ເທົ່ານັ້ນ, ແຕ່​ເມື່ອ​ພຣະອົງ​ຢູ່​ຕາມ​ລຳພັງ​ກັບ​ສາວົກ​ແລ້ວ, ພຣະອົງ​ກໍ​ອະທິບາຍ​ທຸກໆ​ສິ່ງ​ສູ່​ພວກເພິ່ນ​ຟັງ​ໂດຍ​ສະເພາະ.</verse>
				<verse number="35">ຕອນ​ຄໍ່າ​ໃນ​ວັນ​ດຽວກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ທະເລສາບ​ໄປ​ຟາກ​ນັ້ນ​ເທາະ.”</verse>
				<verse number="36">ສະນັ້ນ ພວກເພິ່ນ​ຈຶ່ງ​ລາ​ປະຊາຊົນ ແລ້ວ​ລົງ​ໄປ​ໃນ​ເຮືອ​ທີ່​ພຣະເຢຊູເຈົ້າ​ນັ່ງ​ຢູ່​ແລ້ວ ແລະ​ພາກັນ​ຂີ່​ໄປ, ນອກ​ນີ້​ຍັງ​ມີ​ເຮືອ​ລຳ​ອື່ນ​ອີກ​ຫລາຍ​ລຳ​ໄປ​ນຳ​ດ້ວຍ.</verse>
				<verse number="37">ແລ້ວ​ລົມພະຍຸ​ກໍ​ເລີ່ມ​ພັດ​ມາ​ແຮງ ແລະ​ຟອງ​ນໍ້າ​ຊັດ​ເຂົ້າ​ເຮືອ​ຈົນ​ເຮືອ​ເກືອບ​ຈະ​ເຕັມ​ດ້ວຍ​ນໍ້າ.</verse>
				<verse number="38">ສ່ວນ​ພຣະເຢຊູເຈົ້າ​ນັ້ນ ນອນ​ໝູນ​ໝອນ​ຫລັບ​ຢູ່​ທ້າຍ​ເຮືອ. ສະນັ້ນ ພວກ​ສາວົກ​ຈຶ່ງ​ໄປ​ປຸກ​ພຣະອົງ​ວ່າ, “ອາຈານ​ເອີຍ, ທ່ານ​ບໍ່​ເປັນ​ຫ່ວງ​ພວກ​ຂ້ານ້ອຍ​ບໍ? ພວກ​ຂ້ານ້ອຍ​ກຳລັງ​ຈະ​ຈົມ​ນໍ້າ​ຕາຍ​ຢູ່​ແລ້ວ.”</verse>
				<verse number="39">ພຣະອົງ​ຈຶ່ງ​ຕື່ນ​ຂຶ້ນ​ມາ ແລະ​ກ່າວ​ແກ່​ທະເລ​ວ່າ, “ງຽບ​ສະຫງົບ​ແມ”. ແລ້ວ​ລົມ​ກໍ​ເຊົາ ຟອງ​ນໍ້າ​ກໍ​ສະຫງົບ​ງຽບ​ທົ່ວ​ໄປ.</verse>
				<verse number="40">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ຕໍ່​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ? ພວກເຈົ້າ​ຍັງ​ບໍ່ມີ​ຄວາມເຊື່ອ​ບໍ?”</verse>
				<verse number="41">ແຕ່​ພວກເພິ່ນ​ຕົກໃຈ​ຢ້ານ​ຫລາຍ​ທັງ​ເວົ້າ​ຕໍ່​ກັນແລະກັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ​ໜໍ? ແມ່ນແຕ່​ລົມ ແລະ​ຟອງ​ທະເລ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ.”</verse>
			</chapter>
			<chapter number="5">
				<verse number="1">ຕໍ່ມາ ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ໄດ້​ມາ​ຮອດ​ຝັ່ງ​ອີກ​ດ້ານ​ໜຶ່ງ ຂອງ​ທະເລສາບ​ຄາລີເລ​ໃກ້​ເມືອງ​ເຄຣາຊາ.</verse>
				<verse number="2">ພໍ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ​ໄປ ກໍ​ມີ​ຊາຍ​ຜູ້ໜຶ່ງ​ມີ​ຜີຊົ່ວຮ້າຍ​ສິງ​ຢູ່ ໄດ້​ອອກ​ຈາກ​ປ່າຊ້າ​ມາ​ພົບ​ພຣະອົງ.</verse>
				<verse number="3">ຊາຍ​ຜູ້​ນີ້​ເຄີຍ​ອາໄສ​ຢູ່​ຕາມ​ປ່າຊ້າ ບໍ່ມີ​ຜູ້ໃດ​ສາມາດ​ມັດ​ຫລື​ແມ່ນແຕ່​ລ່າມໂສ້​ມັນ​ໄວ້​ໄດ້,</verse>
				<verse number="4">ເຂົາ​ເຄີຍ​ລ່າມໂສ້​ໃສ່​ຕີນ​ຜູກມັດ​ໄວ້​ຫລາຍ​ເທື່ອ​ແລ້ວ, ແຕ່​ມັນ​ກໍ​ຫັກ​ໂສ້​ໃຫ້​ຂາດ ແລະ​ຫັກ​ໃຫ້​ໝຸ່ນ​ໄປ​ໄດ້​ທຸກ​ເທື່ອ ມັນ​ແຂງແຮງ​ຫລາຍ ຈົນ​ບໍ່ມີ​ຜູ້ໃດ​ປາບ​ມັນ​ໄດ້.</verse>
				<verse number="5">ມັນ​ທ່ອງທ່ຽວ​ໄປມາ​ຢູ່​ຕາມ​ປ່າຊ້າ ແລະ​ຕາມ​ເນີນ​ພູເຂົາ​ທັງເວັນ​ທັງຄືນ ໂດຍ​ແຜດ​ສຽງ​ຮ້ອງ ແລະ​ເອົາ​ຫີນ​ປາດ​ຕາມ​ເນື້ອຕົວ​ຂອງ​ຕົນເອງ.</verse>
				<verse number="6">ເມື່ອ​ມັນ​ຫລຽວ​ເຫັນ​ພຣະເຢຊູເຈົ້າ​ແຕ່​ໄກໆ ມັນ​ໄດ້​ແລ່ນ​ມາ​ຫາ ແລະ​ຂາບລົງ​ຕໍ່ໜ້າ​ພຣະອົງ,</verse>
				<verse number="7">ແລະ ຮ້ອງ​ດ້ວຍ​ສຽງດັງ​ວ່າ, “ເຢຊູ​ບຸດ​ພຣະເຈົ້າ​ຜູ້​ສູງສຸດ​ເອີຍ, ທ່ານ​ມາ​ຫຍຸ້ງກ່ຽວ​ຫຍັງ​ກັບ​ຂ້ານ້ອຍ? ຂ້ານ້ອຍ​ຂໍຮ້ອງ​ທ່ານ​ສັນຍາ​ໃນ​ພຣະນາມ​ພຣະເຈົ້າ​ວ່າ ຈະ​ບໍ່​ທໍລະມານ​ຂ້ານ້ອຍ” (</verse>
				<verse number="8">ມັນ​ເວົ້າ​ເຊັ່ນ​ນີ້​ກໍ​ເພາະ​ພຣະເຢຊູເຈົ້າ​ໄດ້​ບອກ​ມັນ​ວ່າ, “ຜີຊົ່ວຮ້າຍ​ອອກ​ຈາກ​ຊາຍ​ຄົນ​ນີ້​ແມ”)</verse>
				<verse number="9">ພຣະເຢຊູເຈົ້າ​ໄດ້​ຖາມ​ມັນ​ວ່າ, “ມຶງ​ຊື່​ຫຍັງ?” ມັນ​ຕອບ​ວ່າ, “ຊື່​ກອງທັບ ເພາະ​ພວກ​ຂ້ານ້ອຍ​ມີ​ຢູ່​ດ້ວຍ​ກັນ​ຫລາຍ​ໂຕ.”</verse>
				<verse number="10">ມັນ​ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ ບໍ່​ໃຫ້​ຂັບໄລ່​ພວກ​ມັນ​ອອກ​ໄປ​ຈາກ​ເຂດແດນ​ນີ້.</verse>
				<verse number="11">ຢູ່​ໃກ້​ພູ​ນັ້ນ ມີ​ໝູ​ຝູງ​ໃຫຍ່​ທີ່​ກຳລັງ​ຊອກ​ຫາ​ກິນ​ຢູ່​ຕາມ​ເນີນພູ.</verse>
				<verse number="12">ດັ່ງນັ້ນ ຜີຊົ່ວຮ້າຍ​ທີ່​ສິງ​ຢູ່​ນັ້ນ ຈຶ່ງ​ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ​ວ່າ, “ໃຫ້​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ສິງ​ຢູ່​ໃນ​ຝູງ​ໝູ​ສາ.”</verse>
				<verse number="13">ພຣະອົງ​ອະນຸຍາດ​ໃຫ້​ພວກ​ມັນ ແລ້ວ​ຜີຊົ່ວຮ້າຍ​ຈຶ່ງ​ອອກ​ຈາກ​ຊາຍ​ຄົນ​ນັ້ນ ແລະ​ເຂົ້າ​ໄປ​ໃນ​ຝູງ​ໝູ, ໝູ​ທັງໝົດ​ປະມານ​ສອງພັນ​ໂຕ ກໍ​ຟ້າວ​ແລ່ນ​ລົງ​ຕະລິ່ງ​ຊັນ ແລະ​ໂຕນ​ລົງ​ທະເລສາບ​ຈົມ​ນໍ້າ​ຕາຍ​ໝົດ.</verse>
				<verse number="14">ສ່ວນ​ພວກ​ລ້ຽງ​ໝູ​ຕ່າງ​ກໍ​ແລ່ນ​ໜີ ແລະ​ໄປ​ບອກ​ເລື່ອງ​ທີ່​ໄດ້​ເກີດຂຶ້ນ​ນັ້ນ​ຕາມ​ໃນ​ເມືອງ ແລະ​ຕາມ​ນອກ​ເມືອງ. ດັ່ງນັ້ນ ປະຊາຊົນ​ຈຶ່ງ​ອອກ​ມາ​ເບິ່ງ​ເຫດການ​ທີ່​ໄດ້​ເກີດຂຶ້ນ.</verse>
				<verse number="15">ພວກເຂົາ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ເຫັນ​ຊາຍ​ທີ່​ຜີມານຮ້າຍ​ເປັນ​ກອງທັບ​ເຄີຍ​ສິງ​ຢູ່ ເຫັນ​ລາວ​ນຸ່ງ​ເຄື່ອງ ແລະ​ນັ່ງ​ຮຽບຮ້ອຍ ໂດຍ​ມີ​ສະຕິ​ອາຣົມ​ເປັນ​ປົກກະຕິ​ດີ ແລະ​ປະຊາຊົນ​ເຫຼົ່ານີ້​ຕ່າງ​ກໍ​ສະທ້ານ​ຢ້ານກົວ​ຫລາຍ.</verse>
				<verse number="16">ແລ້ວ​ພວກ​ທີ່​ໄດ້​ເຫັນ​ເຫດການ ກໍ​ເລົ່າ​ເຖິງ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ຄົນ​ຜີມານຮ້າຍ​ສິງ ແລະ​ກັບ​ຝູງ​ໝູ​ນັ້ນ​ສູ່​ປະຊາຊົນ​ຟັງ.</verse>
				<verse number="17">ສະນັ້ນ ພວກເຂົາ​ຈຶ່ງ​ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ໜີໄປ​ຈາກ​ເຂດແດນ​ຂອງ​ພວກ​ຕົນ.</verse>
				<verse number="18">ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ລົງ​ເຮືອ ຊາຍ​ທີ່​ຜີມານຮ້າຍ​ເຄີຍ​ສິງ​ນັ້ນ ກໍ​ອ້ອນວອນ​ຂໍ​ຢູ່​ກັບ​ພຣະອົງ.</verse>
				<verse number="19">ແຕ່​ພຣະເຢຊູເຈົ້າ​ບໍ່​ໃຫ້​ລາວ​ໄປ​ນຳ ໂດຍ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ກັບ​ເມືອ​ບ້ານ ຫາ​ຍາດຕິພີ່ນ້ອງ​ຂອງ​ເຈົ້າ ແລະ​ບອກ​ພວກເຂົາ​ເຖິງ​ເຫດການ​ອັນ​ຍິ່ງໃຫຍ່ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກະທຳ​ສຳລັບ​ເຈົ້າ ແລະ​ພຣະ​ເມດຕາ​ທີ່​ມີ​ຕໍ່​ເຈົ້າ.”</verse>
				<verse number="20">ສະນັ້ນ ຊາຍ​ຜູ້​ນີ້​ຈຶ່ງ​ລາ​ພຣະເຢຊູເຈົ້າ​ໄປ ແລະ​ຕັ້ງຕົ້ນ​ປະກາດ​ເລື່ອງ​ທີ່​ພຣະເຢຊູເຈົ້າ ໄດ້​ເຮັດ​ແກ່​ຕົນ​ໃນ​ແຂວງ​ເດກາໂປລີ, ແລ້ວ​ຄົນ​ທັງຫລາຍ​ທີ່​ໄດ້ຍິນ​ເລື່ອງ​ນີ້ ຕ່າງ​ກໍ​ງຶດ​ປະຫລາດ​ໃຈ.</verse>
				<verse number="21">ເມື່ອ​ພຣະເຢຊູເຈົ້າ​ຂີ່​ເຮືອ​ຂ້າມ​ທະເລສາບ​ກັບ​ໄປ​ແລ້ວ ທີ່​ແຄມ​ທະເລສາບ​ນັ້ນ ປະຊາຊົນ​ໝູ່ໃຫຍ່​ໄດ້​ມາ​ເຕົ້າໂຮມ​ກັນ​ອ້ອມ​ພຣະອົງ.</verse>
				<verse number="22">ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຢາອີໂຣ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ເຂົາ​ເປັນ​ຫົວໜ້າ​ທຳມະສາລາ​ໃນ​ທ້ອງຖິ່ນ​ນັ້ນ ເມື່ອ​ເຂົາ​ເຫັນ​ພຣະເຢຊູເຈົ້າ​ຈຶ່ງ​ກົ້ມ​ຂາບລົງ​ທີ່​ຕີນ​ຂອງ​ພຣະອົງ</verse>
				<verse number="23">ແລະ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ​ນຳ​ພຣະເຢຊູເຈົ້າ​ວ່າ, “ລູກສາວ​ຂ້ານ້ອຍ​ເຈັບ​ໜັກ​ໃກ້​ຈະ​ຕາຍ​ແລ້ວ ຂໍ​ທ່ານ​ກະລຸນາ​ໄປ​ວາງ​ມື​ໃສ່​ນາງ​ດ້ວຍ​ເຖີດ ເພື່ອ​ລາວ​ຈະ​ຫາຍ​ດີ ແລະ​ມີ​ຊີວິດ​ຢູ່.”</verse>
				<verse number="24">ພຣະເຢຊູເຈົ້າ​ກໍ​ໄປ​ກັບ​ລາວ ມີ​ປະຊາຊົນ​ຢ່າງ​ໜາແໜ້ນ​ບຸບຽດ​ພຣະອົງ​ໄປ.</verse>
				<verse number="25">ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ເລືອດ​ຕົກ​ໄດ້​ສິບສອງ​ປີ​ແລ້ວ,</verse>
				<verse number="26">ເຖິງ​ວ່າ​ນາງ​ໄດ້​ໄປ​ໃຫ້​ໝໍ​ຫລາຍ​ຄົນ​ປິ່ນປົວ ແລະ​ເສຍ​ເງິນ​ໄປ​ຢ່າງ​ຫລວງຫລາຍ​ແລ້ວ​ກໍຕາມ, ແຕ່​ພະຍາດ​ນີ້​ກໍ​ບໍ່ໄດ້​ທຸເລົາ​ລົງ​ເລີຍ ກັບ​ຮຸນແຮງ​ຂຶ້ນ​ກວ່າ​ເກົ່າ​ອີກ.</verse>
				<verse number="27">ເມື່ອ​ນາງ​ໄດ້ຍິນ​ຄົນ​ເວົ້າ​ເຖິງ​ພຣະເຢຊູເຈົ້າ ນາງ​ຈຶ່ງ​ຍ່າງ​ມາ​ທາງ​ຫລັງ​ພຣະອົງ​ປົນ​ກັບ​ປະຊາຊົນ ແລະ​ບາຍ​ເຄື່ອງນຸ່ງ​ຂອງ​ພຣະອົງ</verse>
				<verse number="28">ໂດຍ​ຄິດ​ໃນ​ໃຈ​ວ່າ, “ຖ້າ​ເຮົາ​ໄດ້​ບາຍ​ພຽງແຕ່​ເຄື່ອງນຸ່ງ​ຂອງ​ເພິ່ນ​ເທົ່ານັ້ນ ເຮົາ​ກໍ​ຈະ​ດີ​ພະຍາດ.”</verse>
				<verse number="29">ໃນ​ຂະນະທີ່​ນາງ​ບາຍ​ເຄື່ອງນຸ່ງ​ຂອງ​ພຣະອົງ ແລະ​ພະຍາດ​ເລືອດ​ຕົກ​ນັ້ນ ກໍ​ຢຸດ​ທັນທີ, ນາງ​ຮູ້ສຶກ​ໃນ​ຕົວ​ວ່າ​ຕົນ​ດີ​ພະຍາດ​ແລ້ວ.</verse>
				<verse number="30">ຝ່າຍ​ພຣະເຢຊູເຈົ້າ​ກໍ​ຮູ້​ໄດ້​ໃນ​ທັນທີ​ວ່າ ຣິດ​ໄດ້​ອອກ​ຈາກ​ພຣະອົງ. ດັ່ງນັ້ນ ພຣະອົງ​ຈຶ່ງ​ອວ່າຍ​ໜ້າ​ມາ​ທາງ​ປະຊາຊົນ ແລະ​ຖາມ​ວ່າ, “ຜູ້ໃດ​ບາຍ​ເຄື່ອງ​ນຸ່ງ​ເຮົາ?”</verse>
				<verse number="31">ພວກ​ສາວົກ​ຂອງ​ພຣະອົງ​ຕອບ​ວ່າ, “ທ່ານ​ກໍ​ເຫັນ​ແລ້ວ​ວ່າ ປະຊາຊົນ​ບຸບຽດ​ທ່ານ​ສໍ່າ​ໃດ? ເປັນຫຍັງ​ທ່ານ​ຈຶ່ງ​ຖາມ​ວ່າ ຜູ້ໃດ​ບາຍ​ທ່ານ?”</verse>
				<verse number="32">ແຕ່​ພຣະເຢຊູເຈົ້າ​ໄດ້​ຫລຽວ​ໄປ​ອ້ອມໆ​ພຣະອົງ ເພື່ອ​ຊອກ​ເບິ່ງ​ວ່າ​ຜູ້ໃດ​ເປັນ​ຜູ້​ເຮັດ.</verse>
				<verse number="33">ສ່ວນ​ຍິງ​ຜູ້​ນັ້ນ​ກໍ​ຢ້ານກົວ​ຈົນ​ຕົວ​ສັ່ນ ເພາະ​ຮູ້​ດີ​ເຖິງ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ຕົນ. ສະນັ້ນ ນາງ​ຈຶ່ງ​ມາ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ເວົ້າ​ຄວາມຈິງ​ທັງໝົດ​ສູ່​ພຣະອົງ​ຟັງ.</verse>
				<verse number="34">ພຣະເຢຊູເຈົ້າ​ກ່າວ​ແກ່​ນາງ​ວ່າ, “ລູກ​ຍິງ​ເອີຍ ຄວາມເຊື່ອ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ ຈົ່ງ​ໄປ​ເປັນ​ສຸກ ແລະ​ດີ​ພະຍາດ​ສາ.”</verse>
				<verse number="35">ໃນ​ຂະນະທີ່​ພຣະເຢຊູເຈົ້າ​ຍັງ​ກ່າວ​ຢູ່ ກໍ​ມີ​ຜູ້ນຳ​ຂ່າວ​ບາງຄົນ​ແຕ່​ເຮືອນ​ຢາອີໂຣ​ມາ​ບອກ​ວ່າ, “ລູກສາວ​ຂອງ​ເຈົ້າ​ຕາຍ​ແລ້ວ ຍັງ​ລົບກວນ​ອາຈານ​ເຮັດ​ຫຍັງ?”</verse>
				<verse number="36">ແຕ່​ພຣະເຢຊູເຈົ້າ​ບໍ່​ສົນໃຈ​ນຳ ສິ່ງ​ທີ່​ພວກເຂົາ​ໄດ້​ເວົ້າ​ນັ້ນ ແລະ​ກ່າວ​ແກ່​ຢາອີໂຣ​ວ່າ, “ຢ່າ​ວິຕົກ​ເລີຍ ຈົ່ງ​ເຊື່ອ​ເທົ່ານັ້ນ.”</verse>
				<verse number="37">ພຣະອົງ​ກໍ​ບໍ່​ຊົງ​ອະນຸຍາດ​ໃຫ້​ຜູ້ໃດ​ໄປ​ນຳ​ພຣະອົງ ນອກຈາກ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ນ້ອງຊາຍ​ຂອງ​ຢາໂກໂບ.</verse>
				<verse number="38">ເມື່ອ​ມາ​ຮອດ​ເຮືອນ​ຂອງ​ຫົວໜ້າ​ທຳມະສາລາ​ແລ້ວ ພຣະອົງ​ກໍ​ເຫັນ​ຄົນ​ວຸ້ນວາຍ​ຢູ່ ຄື​ຮ້ອງໄຫ້​ແລະ​ສົ່ງ​ສຽງ​ຄໍ່າຄວນ.</verse>
				<verse number="39">ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ວຸ້ນວາຍ ແລະ​ຮ້ອງໄຫ້​ຄໍ່າຄວນ​ເຮັດ​ຫຍັງ? ເດັກ​ຍິງ​ຜູ້​ນີ້​ບໍ່ໄດ້​ຕາຍ​ດອກ ນາງ​ພຽງແຕ່​ນອນ​ຫລັບ​ເທົ່ານັ້ນ.”</verse>
				<verse number="40">ພວກເຂົາ​ພາກັນ​ຫົວຂວັນ​ພຣະອົງ. ສະນັ້ນ ພຣະອົງ​ຈຶ່ງ​ໄລ່​ທຸກຄົນ​ໃຫ້​ອອກ​ໄປ​ໝົດ ແລະ​ເອົາ​ແຕ່​ພໍ່​ແມ່​ເດັກນ້ອຍ​ກັບ​ສາວົກ​ສາມ​ຄົນ​ເທົ່ານັ້ນ ເຂົ້າ​ໄປ​ໃນ​ຫ້ອງ​ທີ່​ເດັກນ້ອຍ​ນອນ​ຢູ່.</verse>
				<verse number="41">ພຣະອົງ​ຈັບ​ມື​ເດັກນ້ອຍ​ນັ້ນ ແລະ​ກ່າວ​ແກ່​ນາງ​ວ່າ, “ຕາລີທາກຸມ” ໝາຍຄວາມວ່າ: ນາງ​ນ້ອຍ​ເອີຍ ຈົ່ງ​ລຸກ​ຂຶ້ນ.</verse>
				<verse number="42">ໃນ​ທັນໃດນັ້ນ ເດັກ​ຍິງ​ກໍ​ລຸກ​ຂຶ້ນ ແລະ​ຍ່າງ​ໄປມາ. (ນາງ​ອາຍຸ​ໄດ້​ສິບສອງ​ປີ​ແລ້ວ) ພວກເຂົາ​ໄດ້​ງຶດ​ປະຫລາດ​ໃຈ​ຫລາຍ.</verse>
				<verse number="43">ແຕ່​ພຣະເຢຊູເຈົ້າ​ໄດ້​ສັ່ງ​ຫ້າມ​ພວກເຂົາ ບໍ່​ໃຫ້​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ​ເປັນ​ເດັດຂາດ ແລ້ວ​ພຣະອົງ​ກໍ​ກ່າວ​ວ່າ, “ຈົ່ງ​ເອົາ​ອາຫານ​ມາ​ໃຫ້​ນາງ​ກິນ.”</verse>
			</chapter>
			<chapter number="6">
				<verse number="1">ພຣະເຢຊູເຈົ້າ​ໄດ້​ຈາກ​ບ່ອນ​ນັ້ນ ແລະ​ກັບຄືນ​ໄປ​ທີ່​ເມືອງ​ຂອງ​ພຣະອົງ ໂດຍ​ມີ​ພວກ​ສາວົກ​ຂອງ​ພຣະອົງ​ຕິດຕາມ​ໄປ​ນຳ.</verse>
				<verse number="2">ພໍ​ເຖິງ​ວັນ​ຊະບາໂຕ ພຣະອົງ​ກໍໄດ້​ຕັ້ງຕົ້ນ​ສັ່ງສອນ​ໃນ​ທຳມະສາລາ ປະຊາຊົນ​ຫລວງຫລາຍ​ຢູ່​ໃນ​ທີ່ນັ້ນ ແລະ​ເມື່ອ​ພວກເຂົາ​ໄດ້ຍິນ​ຄຳ​ສອນ​ຂອງ​ພຣະອົງ ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ພວກເຂົາ​ຖາມ​ກັນ​ວ່າ, “ຄົນ​ນີ້​ເອົາ​ຄຳສັ່ງສອນ​ທັງໝົດ​ນີ້​ມາ​ແຕ່​ໃສ? ສະຕິປັນຍາ​ທີ່​ໄດ້​ໃຫ້​ແກ່​ຄົນ​ນີ້​ແມ່ນ​ປັນຍາ​ຢ່າງ​ໃດ? ເພາະ​ການ​ອັດສະຈັນ​ເຫຼົ່ານີ້​ກໍໄດ້​ສຳເລັດ​ດ້ວຍ​ມື​ຂອງ​ລາວ.</verse>
				<verse number="3">ລາວ​ບໍ່ແມ່ນ​ຊ່າງໄມ້​ລູກຊາຍ​ຂອງ​ມາຣີ ແລະ​ເປັນ​ອ້າຍ​ຂອງ​ຢາໂກໂບ, ໂຢເຊັບ, ຢູດາ ແລະ ຊີໂມນ​ນັ້ນ​ບໍ? ພວກ​ນ້ອງສາວ​ຂອງ​ລາວ​ກໍ​ຢູ່​ໃນ​ເມືອງ​ນີ້​ບໍ່ແມ່ນ​ບໍ?” ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ຍອມ​ຮັບ​ພຣະອົງ.</verse>
				<verse number="4">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຜູ້​ປະກາດ​ພຣະທຳ​ໄດ້​ຮັບ​ຄວາມ​ເຄົາຣົບ​ນັບຖື​ທົ່ວ​ທຸກ​ບ່ອນ ເວັ້ນ​ໄວ້​ແຕ່​ໃນ​ບ້ານ​ເມືອງ​ຂອງຕົນ, ຍາດຕິພີ່ນ້ອງ​ຂອງຕົນ ແລະ​ຄອບຄົວ​ຂອງຕົນ.”</verse>
				<verse number="5">ພຣະເຢຊູເຈົ້າ​ບໍ່ໄດ້​ເຮັດ​ການ​ອັດສະຈັນ​ໃດໆ​ຢູ່​ໃນ​ເມືອງ​ນີ້ ນອກຈາກ​ພຣະອົງ​ໄດ້​ວາງ​ມື​ໃສ່​ຄົນ​ເຈັບໄຂ້​ໄດ້ປ່ວຍ​ບາງຄົນ ແລະ​ຊົງ​ໂຜດ​ຮັກສາ​ພວກເຂົາ​ໃຫ້​ຫາຍ​ດີ.</verse>
				<verse number="6">ພຣະອົງ​ປະຫລາດ​ໃຈ​ຫລາຍ​ທີ່​ເຫັນ​ຊາວເມືອງ​ບໍ່ມີ​ຄວາມເຊື່ອ ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ສັ່ງສອນ​ທົ່ວ​ທຸກ​ບ້ານ​ທີ່​ຢູ່​ອ້ອມຮອບ​ເຂດ​ນັ້ນ.</verse>
				<verse number="7">ພຣະອົງ​ໄດ້​ເອີ້ນ​ສາວົກ​ສິບສອງ​ຄົນ​ມາ ແລະ​ໃຊ້​ພວກເພິ່ນ​ອອກ​ໄປ​ເປັນ​ຄູ່ໆ ໂດຍ​ໃຫ້​ພວກເພິ່ນ​ມີ​ສິດ​ອຳນາດ​ເໜືອ​ບັນດາ​ຜີຊົ່ວຮ້າຍ</verse>
				<verse number="8">ແລະ ສັ່ງ​ພວກເພິ່ນ​ວ່າ, “ໃນ​ການ​ອອກ​ໄປ​ນີ້ ພວກເຈົ້າ​ຢ່າ​ເອົາ​ຫຍັງ​ໄປ​ນຳ​ນອກຈາກ​ໄມ້ຄ້ອນເທົ້າ​ເທົ່ານັ້ນ ຢ່າ​ເອົາ​ອາຫານ ຖົງ ຫລື​ເງິນ​ໃສ່​ກະເປົາ ສາຍ​ຮັດ​ແອວ​ໄປ​ນຳ.</verse>
				<verse number="9">ຈົ່ງ​ໃສ່​ເກີບ ແຕ່​ຢ່າ​ເອົາ​ເຄື່ອງ​ນຸ່ງ​ເພື່ອ​ປ່ຽນ​ໄປ​ນຳ.”</verse>
				<verse number="10">ພຣະອົງ​ຍັງ​ສັ່ງ​ອີກ​ວ່າ, “ເຮືອນ​ໃດ​ທີ່​ຕ້ອນຮັບ​ພວກເຈົ້າ ຈົ່ງ​ຢູ່​ໃນ​ເຮືອນ​ນັ້ນ ຈົນກວ່າ​ພວກເຈົ້າ​ຈາກ​ບ່ອນ​ນັ້ນ​ໄປ.</verse>
				<verse number="11">ຖ້າ​ບ່ອນ​ໃດ​ບໍ່​ຕ້ອນຮັບ​ພວກເຈົ້າ ຈົ່ງ​ໄປ​ຈາກ​ບ່ອນ​ນັ້ນ ແລະ​ສັ່ນ​ຂີ້ຝຸ່ນ​ທີ່​ຕີນ​ຂອງ​ພວກເຈົ້າ​ອອກ.”</verse>
				<verse number="12">ສະນັ້ນ ພວກເພິ່ນ​ຈຶ່ງ​ອອກ​ໄປ​ປະກາດ​ໃຫ້​ຄົນ​ທັງຫລາຍ​ຖິ້ມໃຈເກົ່າ​ເອົາໃຈໃໝ່.</verse>
				<verse number="13">ພວກເພິ່ນ​ໄດ້​ຂັບໄລ່​ຜີມານຮ້າຍ​ອອກ​ຫລາຍ​ໂຕ ແລະ​ໄດ້​ເອົາ​ນໍ້າມັນ​ຊາໂລມ​ທາ​ພວກເຂົາ​ຫລາຍ​ຄົນ​ໃຫ້​ຫາຍ​ດີ​ພະຍາດ.</verse>
				<verse number="14">ກະສັດ​ເຮໂຣດ ໄດ້ຍິນ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ ເພາະ​ຊື່ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ທຸກ​ແຫ່ງຫົນ ບາງຄົນ​ໄດ້​ເວົ້າ​ວ່າ, “ໂຢຮັນ​ບັບຕິສະໂຕ​ຄືນ​ມີ​ຊີວິດ​ອີກ​ແລ້ວ ດ້ວຍເຫດນີ້ ເພິ່ນ​ຈຶ່ງ​ມີ​ຣິດອຳນາດ​ເຮັດ​ການ​ອັດສະຈັນ​ຫລາຍ​ປະການ.”</verse>
				<verse number="15">ສ່ວນ​ຄົນອື່ນ​ເວົ້າ​ວ່າ, “ເພິ່ນ​ແມ່ນ​ເອລີຢາ.” ແຕ່​ຄົນອື່ນ​ອີກ​ເວົ້າ​ວ່າ, “ເພິ່ນ​ເປັນ​ຜູ້ທຳນວາຍ​ເໝືອນກັນ​ກັບ​ຜູ້ໜຶ່ງ ໃນ​ພວກ​ຜູ້ທຳນວາຍ​ແຕ່​ກ່ອນ.”</verse>
				<verse number="16">ເມື່ອ​ກະສັດ​ເຮໂຣດ​ໄດ້ຍິນ​ເຊັ່ນນັ້ນ ເພິ່ນ​ກໍ​ເວົ້າ​ວ່າ, “ລາວ​ແມ່ນ​ໂຢຮັນ​ບັບຕິສະໂຕ ຜູ້​ເຮົາ​ໄດ້​ສັ່ງ​ໃຫ້​ຕັດ​ຫົວ​ຜູ້ນັ້ນ​ແຫຼະ ໄດ້​ຄືນ​ມີ​ຊີວິດ​ອີກ.”</verse>
				<verse number="17">ກະສັດ​ເຮໂຣດ​ເອງ​ເປັນ​ຜູ້​ສັ່ງ​ໃຫ້​ຈັບ​ໂຢຮັນ​ຜູກມັດ ແລະ​ຂັງ​ລາວ​ໄວ້​ໃນ​ຄຸກ, ກະສັດ​ເຮໂຣດ​ໄດ້​ເຮັດ​ເຊັ່ນນີ້ ເພາະ​ນາງ​ເຮໂຣເດຍ​ຜູ້​ທີ່​ຕົນ​ໄດ້​ແຕ່ງງານ​ນຳ​ນັ້ນ ຊຶ່ງ​ນາງ​ເຄີຍ​ໄດ້​ເປັນ​ເມຍ​ຟີລິບ​ນ້ອງຊາຍ​ຂອງຕົນ​ມາ​ກ່ອນ.</verse>
				<verse number="18">ໂຢຮັນ​ບັບຕິສະໂຕ​ເຄີຍ​ບອກ ເຮໂຣດ​ວ່າ, “ບໍ່​ເປັນ​ການ​ຖືກຕ້ອງ​ທີ່​ທ່ານ​ຈະ​ເອົາ​ນ້ອງໃພ້​ຂອງທ່ານ​ມາ​ເປັນ​ເມຍ.”</verse>
				<verse number="19">ດັ່ງນັ້ນ ນາງ​ເຮໂຣເດຍ​ຈຶ່ງ​ຄຽດແຄ້ນ​ໃຫ້​ໂຢຮັນ ແລະ​ຕ້ອງການ​ຂ້າ​ລາວ ແຕ່​ນາງ​ເຮັດ​ບໍ່ໄດ້​ຍ້ອນ​ເຮໂຣດ​ຢ້ານຢຳ​ໂຢຮັນ, ເພາະວ່າ​ໂຢຮັນ​ເປັນ​ຄົນ​ດີ ແລະ​ບໍຣິສຸດ​ສັດຊື່. ດັ່ງນັ້ນ ເຮໂຣດ​ຈຶ່ງ​ປ້ອງກັນ​ລາວ​ໄວ້.</verse>
				<verse number="20">ເມື່ອ​ກະສັດ​ເຮໂຣດ​ຟັງ​ໂຢຮັນ​ເວົ້າ​ເທື່ອໃດ ເພິ່ນ​ກໍ​ຮູ້ສຶກ​ອຶດອັດ​ໃຈ​ເທື່ອນັ້ນ, ແຕ່​ເຖິງ​ປານນັ້ນ ເພິ່ນ​ກໍ​ຍອມ​ຟັງ​ໂຢຮັນ​ເວົ້າ​ດ້ວຍ​ຄວາມ​ຍິນດີ.</verse>
				<verse number="21">ໃນທີ່ສຸດ ນາງ​ເຮໂຣເດຍ​ກໍໄດ້​ໂອກາດ​ໃນ​ວັນ​ສະຫລອງ​ວັນ​ເກີດ​ຂອງ​ກະສັດ​ເຮໂຣດ ເມື່ອ​ເພິ່ນ​ໄດ້​ຈັດ​ງານລ້ຽງ​ສະຫລອງ ແລະ​ເຊື້ອເຊີນ​ບັນດາ​ຂ້າຣາຊການ​ຂັ້ນ​ສູງ​ມາ​ຮ່ວມ​ຄື: ຄະນະ​ລັດຖະບານ, ບັນດາ​ນາຍ​ທະຫານ​ໃນ​ກອງທັບ, ຕະຫລອດ​ທັງ​ບຸກຄົນ​ສຳຄັນ​ຕ່າງໆ​ໃນ​ແຂວງ​ຄາລີເລ.</verse>
				<verse number="22">ລູກສາວ​ຂອງ​ນາງ​ເຮໂຣເດຍ​ໄດ້​ເຂົ້າ​ມາ​ຟ້ອນ​ໃນ​ຫ້ອງ​ຈັດງານ, ນາງ​ເປັນ​ທີ່​ພໍໃຈ​ເຮໂຣດ ແລະ​ບັນດາ​ແຂກ​ທີ່​ໄດ້​ເຊີນ​ມາ, ກະສັດ​ຈຶ່ງ​ກ່າວ​ແກ່​ຍິງ​ສາວ​ວ່າ, “ເຈົ້າ​ຢາກ​ໄດ້​ສິ່ງໃດ ຈົ່ງ​ຂໍ​ມາ? ແລະ​ເຮົາ​ຈະ​ໃຫ້​ສິ່ງ​ນັ້ນ.”</verse>
				<verse number="23">ແລ້ວ​ເພິ່ນ​ກໍ​ສາບານ​ປະຕິຍານ​ວ່າ, “ເຮົາ​ຈະ​ໃຫ້​ທຸກສິ່ງ​ທີ່​ເຈົ້າ​ຂໍ​ມາ ແມ່ນແຕ່​ເຄິ່ງ​ໜຶ່ງ​ຂອງ​ອານາຈັກ​ຂອງເຮົາ.”</verse>
				<verse number="24">ດັ່ງນັ້ນ ຍິງ​ສາວ​ຈຶ່ງ​ອອກ​ໄປ​ຖາມ​ແມ່​ຂອງຕົນ​ວ່າ, “ລູກ​ຈະ​ຂໍ​ສິ່ງໃດ​ດີ?” ແມ່​ຈຶ່ງ​ຕອບ​ວ່າ, “ຂໍ​ຫົວ​ຂອງ​ໂຢຮັນ​ບັບຕິສະໂຕ”.</verse>
				<verse number="25">ຍິງ​ສາວ​ຟ້າວ​ກັບຄືນ​ໄປ​ຫາ​ກະສັດ​ທັນທີ ແລະ​ເວົ້າ​ວ່າ, “ຂ້ານ້ອຍ​ຕ້ອງການ​ໃຫ້​ທ່ານ​ເອົາ​ຫົວ​ຂອງ​ໂຢຮັນ​ບັບຕິສະໂຕ ໃສ່​ຖາດ​ມາ​ໃຫ້​ຂ້ານ້ອຍ​ໃນ​ທີ່​ນີ້​ແລະ​ດຽວ​ນີ້.”</verse>
				<verse number="26">ເລື່ອງ​ນີ້​ເຮັດ​ໃຫ້​ກະສັດ​ເປັນທຸກໃຈ​ໜັກ ແຕ່​ເພິ່ນ​ບໍ່​ອາດ​ປະຕິເສດ​ນາງ​ໄດ້ ເພາະ​ໄດ້​ສັນຍາ​ສາບານ​ໄວ້​ກັບ​ນາງ​ແລ້ວ ຕໍ່ໜ້າ​ບັນດາ​ແຂກ​ທັງໝົດ​ຂອງຕົນ.</verse>
				<verse number="27">ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ທະຫານ​ຍາມ​ໃຫ້​ອອກ​ໄປ ແລະ​ນຳ​ເອົາ​ຫົວ​ຂອງ​ໂຢຮັນ​ເຂົ້າ​ມາ, ທະຫານ​ຍາມ​ຈຶ່ງ​ໄປ​ທີ່​ຄຸກ ແລະ​ຕັດ​ຫົວ​ຂອງ​ໂຢຮັນ.</verse>
				<verse number="28">ແລ້ວ​ນຳ​ຫົວ​ໃສ່​ຖາດ​ເຂົ້າ​ມາ​ມອບ​ໃຫ້​ຍິງ​ສາວ ແລະ ນາງ​ກໍ​ມອບ​ຕໍ່​ໃຫ້​ແມ່​ຂອງຕົນ.</verse>
				<verse number="29">ເມື່ອ​ພວກ​ສິດ​ຂອງ​ໂຢຮັນ​ຮູ້​ຂ່າວ​ນີ້ ພວກເຂົາ​ກໍ​ມາ​ເອົາ​ຊາກສົບ​ຂອງ​ເພິ່ນ ແລ້ວ​ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ.</verse>
				<verse number="30">ຝ່າຍ​ພວກ​ອັກຄະສາວົກ​ໄດ້​ກັບ​ມາ​ຫາ​ພຣະເຢຊູເຈົ້າ ແລ້ວ​ເລົ່າ​ທຸກສິ່ງ​ທີ່​ພວກ​ຕົນ​ໄດ້​ເຮັດ ແລະ​ໄດ້​ສັ່ງສອນ​ສູ່​ພຣະອົງ​ຟັງ.</verse>
				<verse number="31">ມີ​ປະຊາຊົນ​ຫລວງຫລາຍ​ທຽວ​ໄປມາ ຈົນ​ພຣະເຢຊູເຈົ້າ ແລະ​ພວກ​ສາວົກ​ບໍ່ມີ​ເວລາ​ກິນ​ເຂົ້າ. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຈົ່ງ​ອອກ​ໄປ​ບ່ອນ​ມິດງຽບ ເພື່ອ​ໃຫ້​ພວກເຈົ້າ​ພັກຜ່ອນ​ຈັກ​ຄາວໜຶ່ງ.”</verse>
				<verse number="32">ສະນັ້ນ ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ ຈຶ່ງ​ຂີ່​ເຮືອ​ອອກ​ໄປ​ບ່ອນ​ທີ່​ມິດງຽບ​ຕ່າງຫາກ.</verse>
				<verse number="33">ແຕ່​ມີ​ປະຊາຊົນ​ຫລາຍ​ຄົນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ອອກ​ໄປ ຈຶ່ງ​ຮູ້​ໄດ້​ທັນທີ. ສະນັ້ນ ປະຊາຊົນ​ຈາກ​ທຸກ​ເມຶອງ​ຈຶ່ງ​ເດີນທາງ​ຍ່າງ​ໄປ​ລ່ວງໜ້າ ກ່ອນ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຈະ​ໄປ​ເຖິງ​ນັ້ນ.</verse>
				<verse number="34">ພໍ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ ພຣະອົງ​ກໍ​ເຫັນ​ປະຊາຊົນ​ໝູ່ໃຫຍ່ ຈຶ່ງ​ສົງສານ​ຄົນ​ເຫຼົ່ານັ້ນ ເພາະ​ພວກເຂົາ​ເປັນ​ເໝືອນ​ຝູງແກະ​ທີ່​ບໍ່ມີ​ຜູ້​ລ້ຽງ. ສະນັ້ນ ພຣະອົງ​ຈຶ່ງ​ຕັ້ງຕົ້ນ​ສັ່ງສອນ​ພວກເຂົາ​ຫລາຍ​ປະການ.</verse>
				<verse number="35">ເມື່ອ​ຄ້າຍ​ຄໍ່າ​ມາ​ແລ້ວ ພວກ​ສາວົກ​ຈຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ເວົ້າ​ວ່າ, “ຄໍ່າ​ແລ້ວ​ເດ ແລະ​ທີ່​ນີ້​ກໍ​ເປັນ​ປ່າ.</verse>
				<verse number="36">ຂໍ​ໃຫ້​ປະຊາຊົນ​ເລີກ​ເມືອ​ຫາ​ຊື້​ອາຫານ​ກິນ ຕາມ​ບ້ານໄຮ່​ບ້ານນາ​ແຖບ​ນີ້​ສາ.”</verse>
				<verse number="37">ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ພວກເຈົ້າ​ຈົ່ງ​ເອົາ​ອາຫານ​ໃຫ້​ພວກເຂົາ​ກິນ​ສາ.” ພວກ​ສາວົກ​ຖາມ​ພຣະອົງ​ວ່າ, “ທ່ານ​ຕ້ອງການ​ໃຫ້​ພວກ​ຂ້ານ້ອຍ​ໄປ​ຫາ​ຊື້​ອາຫານ ລາຄາ​ເຖິງ​ສອງຮ້ອຍ​ຫລຽນ​ເງິນ ໃຫ້​ພວກເຂົາ​ກິນ​ບໍ?”</verse>
				<verse number="38">ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ມີ​ເຂົ້າຈີ່​ຈັກ​ກ້ອນ? ຈົ່ງ​ໄປ​ເບິ່ງດູ?” ເມື່ອ​ພວກເພິ່ນ​ໄປ​ຊອກ​ເບິ່ງ​ແລ້ວ ກໍ​ມາ​ບອກ​ພຣະເຢຊູເຈົ້າ​ວ່າ, “ມີ​ເຂົ້າຈີ່​ຫ້າ​ກ້ອນ ແລະ​ປາ​ສອງ​ໂຕ.”</verse>
				<verse number="39">ແລ້ວ​ພຣະເຢຊູເຈົ້າ​ກໍ​ບອກ​ບັນດາ​ສາວົກ​ຂອງ​ພຣະອົງ ຈັດ​ປະຊາຊົນ​ເຂົ້າ​ກັນ​ໃຫ້​ເປັນ​ໝູ່ໆ ແລະ​ໃຫ້​ນັ່ງ​ລົງ​ຕາມ​ທົ່ງຫຍ້າ​ຂຽວ​ສົດ.</verse>
				<verse number="40">ສະນັ້ນ ປະຊາຊົນ​ຈຶ່ງ​ນັ່ງ​ລົງ​ເປັນ​ຖັນ​ເປັນ​ແຖວ ຄື​ແຖວ​ລະ​ຮ້ອຍ​ຄົນ ແລະ​ແຖວ​ລະ​ຫ້າສິບ​ຄົນ.</verse>
				<verse number="41">ແລ້ວ​ພຣະເຢຊູເຈົ້າ​ກໍ​ຈັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ​ແລະ​ປາ​ສອງ​ໂຕ​ນັ້ນ ໂດຍ​ເງີຍ​ໜ້າ​ຂຶ້ນ​ສູ່​ສະຫວັນ ແລະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລ້ວ​ຫັກ​ເຂົ້າຈີ່ ແລະ​ຍື່ນໃຫ້​ພວກ​ສາວົກ​ນຳ​ໄປ​ແຈກ​ຢາຍ​ແກ່​ປະຊາຊົນ ພຣະອົງ​ຍັງ​ໄດ້​ແບ່ງປັນ​ປາ​ສອງ​ໂຕ​ໃຫ້​ພວກເຂົາ​ທົ່ວ​ເຖິງ​ກັນ​ອີກ​ດ້ວຍ.</verse>
				<verse number="42">ພວກເຂົາ​ກິນ​ອີ່ມ​ທຸກຄົນ.</verse>
				<verse number="43">ແລ້ວ​ພວກ​ສາວົກ​ກໍ​ເກັບ​ເຂົ້າຈີ່​ແລະ​ປາ​ທີ່​ເຫຼືອ​ນັ້ນ ໄດ້​ເຕັມ​ສິບສອງ​ກະບຸງ.</verse>
				<verse number="44">ໃນ​ຈຳນວນ​ປະຊາຊົນ​ທີ່​ໄດ້​ກິນ​ເຂົ້າຈີ່​ນັ້ນ ມີ​ຜູ້ຊາຍ​ຫ້າພັນ​ຄົນ.</verse>
				<verse number="45">ໃນ​ທັນໃດນັ້ນ ພຣະເຢຊູເຈົ້າ​ກໍ​ຈັດ​ໃຫ້​ພວກ​ສາວົກ​ຂອງ​ພຣະອົງ ລົງ​ຂີ່​ເຮືອ​ໄປ​ເມືອງ​ເບັດສາອີດາ ຊຶ່ງ​ຢູ່​ຟາກ​ໜຶ່ງ​ອີກ​ກ່ອນ ສ່ວນ​ພຣະອົງ​ນັ້ນ​ໄດ້​ບອກ​ປະຊາຊົນ​ໃຫ້​ເລີກ​ເມືອ.</verse>
				<verse number="46">ເມື່ອ​ລາ​ຈາກ​ພວກເຂົາ​ແລ້ວ ພຣະອົງ​ໄດ້​ຂຶ້ນ​ໄປ​ເທິງ​ພູເຂົາ ເພື່ອ​ພາວັນນາ​ອະທິຖານ.</verse>
				<verse number="47">ເມື່ອ​ຄໍ່າ​ມາ​ແລ້ວ ເຮືອ​ທີ່​ພວກ​ສາວົກ​ຂີ່​ໄປ​ນັ້ນ ກໍ​ຢູ່​ກາງ​ທະເລສາບ ສ່ວນ​ພຣະອົງ​ຢູ່​ເທິງ​ບົກ​ແຕ່​ອົງ​ດຽວ.</verse>
				<verse number="48">ພຣະອົງ​ເຫັນ​ວ່າ ພວກ​ສາວົກ​ພາຍ​ເຮືອ​ໄປ​ໄດ້​ດ້ວຍ​ຄວາມຍາກ​ລຳບາກ​ຫລາຍ ເພາະ​ເຮືອ​ຕ້ານ​ທວນ​ລົມ​ຢູ່, ເມື່ອ​ເຖິງ​ປະມານ​ຂ້ອນແຈ້ງ ພຣະອົງ​ຈຶ່ງ​ຍ່າງ​ເທິງ​ໜ້າ​ນໍ້າ​ໄປ​ຫາ​ພວກ​ສາວົກ ແລະ​ເໝືອນ​ດັ່ງ​ຈະ​ກາຍ​ພວກເພິ່ນ​ໄປ.</verse>
				<verse number="49">ແຕ່​ເມື່ອ​ພວກ​ສາວົກ​ເຫັນ​ພຣະອົງ​ຍ່າງ​ເທິງ​ໜ້າ​ນໍ້າ ກໍ​ຄິດ​ວ່າ​ແມ່ນ​ຜີ ຈຶ່ງ​ພາກັນ​ຮ້ອງ​ຂຶ້ນ.</verse>
				<verse number="50">ເພາະ​ທຸກຄົນ​ຕ່າງ​ກໍ​ຕົກ​ສະທ້ານ​ຢ້ານກົວ​ທີ່ສຸດ. ໃນ​ທັນໃດນັ້ນ ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຢ່າ​ກະວົນ​ກະວາຍ​ໃຈ​ເທາະ ແມ່ນ​ເຮົາ​ເອງ ຢ່າ​ສູ່​ຢ້ານ.”</verse>
				<verse number="51">ແລ້ວ​ພຣະອົງ​ກໍ​ຂຶ້ນ​ໄປ​ໃນ​ເຮືອ​ຫາ​ພວກເພິ່ນ ແລະ​ລົມ​ກໍ​ງຽບ​ລົງ ພວກ​ສາວົກ​ເຕັມ​ໄປ​ດ້ວຍ​ຄວາມ​ປະຫລາດ​ອັດສະຈັນ​ໃຈ​ເຫຼືອ​ເກີນ</verse>
				<verse number="52">ເພາະ​ພວກເພິ່ນ​ບໍ່​ເຂົ້າໃຈ​ຄວາມ​ໝາຍ​ອັນ​ແທ້ຈິງ ກ່ຽວກັບ​ການ​ລ້ຽງ​ຫ້າພັນ​ຄົນ, ສະຕິປັນຍາ​ຂອງ​ພວກເພິ່ນ​ຍັງ​ແຂງ​ກະດ້າງ ແລະ​ປຶກຕັນ​ຢູ່.</verse>
				<verse number="53">ເມື່ອ​ພຣະເຢຊູເຈົ້າ ແລະ​ພວກ​ສາວົກ​ໄດ້​ຂ້າມ​ທະເລສາບ​ມາ​ເຖິງ ກໍ​ຈອດ​ເຮືອ​ໄວ້​ທີ່​ທ່າ​ເມືອງ​ເຄັນເນຊາເຣັດ.</verse>
				<verse number="54">ພໍ​ລົງ​ເຮືອ​ໄປ ປະຊາຊົນ​ກໍ​ຮູ້ຈັກ​ວ່າ​ແມ່ນ​ພຣະເຢຊູເຈົ້າ.</verse>
				<verse number="55">ສະນັ້ນ ພວກເຂົາ​ຈຶ່ງ​ຮີບ​ຟ້າວ​ໄປ​ທົ່ວ​ຂົງເຂດ​ນັ້ນ ແລະ​ເມື່ອ​ຮູ້​ວ່າ​ພຣະອົງ​ຢູ່​ບ່ອນ​ໃດ, ພວກເຂົາ​ກໍ​ເອົາ​ຄົນ​ເຈັບປ່ວຍ​ໃສ່​ບ່ອນນອນ​ຫາມ​ມາ​ຫາ​ພຣະອົງ.</verse>
				<verse number="56">ເມື່ອ​ພຣະອົງ​ສະເດັດ​ໄປ​ທີ່​ໃດ ໃນ​ເມືອງ ຫລື​ບ້ານ​ນອກ, ບ້ານ​ນາ​ກໍດີ ພວກເຂົາ​ກໍ​ເອົາ​ຄົນ​ເຈັບປ່ວຍ​ມາ​ວາງ​ໄວ້​ຕາມ​ແຄມ​ທາງ​ບ່ອນ​ຊຸມຊົນ ແລ້ວ​ຮ້ອງ​ຂໍ​ພຣະອົງ​ຊົງ​ໂຜດ​ໃຫ້​ຄົນ​ເຈັບປ່ວຍ​ໄດ້​ບາຍ​ແຕ່​ແຄມ​ເຄື່ອງນຸ່ງ​ຂອງ​ພຣະອົງ ແລະ​ຜູ້​ໄດ້​ບາຍ​ແລ້ວ​ກໍ​ຖືກ​ຊົງ​ໂຜດ​ໃຫ້​ດີ​ພະຍາດ​ທຸກຄົນ.</verse>
			</chapter>
			<chapter number="7">
				<verse number="1">ເມື່ອນັ້ນ ພວກ​ຟາຣີຊາຍ​ແລະ​ພວກ​ທຳມະຈານ ບາງຄົນ​ໄດ້​ມາ​ແຕ່​ນະຄອນ​ເຢຣູຊາເລັມ ແລະ​ເຕົ້າໂຮມ​ກັນ​ອ້ອມ​ພຣະເຢຊູເຈົ້າ.</verse>
				<verse number="2">ພວກເຂົາ​ໄດ້​ສັງເກດ​ເຫັນ​ວ່າ ພວກ​ສາວົກ​ຂອງ​ພຣະອົງ​ກິນ​ເຂົ້າ​ໂດຍ​ບໍ່ໄດ້​ລ້າງ​ມື​ຕາມ​ພິທີ​ກ່ອນ. (</verse>
				<verse number="3">ສ່ວນ​ພວກ​ຟາຣີຊາຍ​ແລະ​ຄົນ​ຢິວ​ທົ່ວ​ໄປ​ນັ້ນ ປະຕິບັດ​ຕາມ​ຄຳ​ສອນ​ທີ່​ສືບ​ທອດ​ມາ​ຈາກ​ປູ່ຍ່າຕາຍາຍ​ວ່າ ຖ້າ​ບໍ່​ລ້າງ​ມື​ຕາມ​ພິທີ ຄື​ແຕ່​ມື​ເຖິງ​ຂໍ່​ມື​ຂອງ​ພວກເຂົາ ກໍ​ບໍ່​ກິນ​ອາຫານ;</verse>
				<verse number="4">ແລະ ເມື່ອ​ພວກເຂົາ​ມາ​ຈາກ​ຕະຫລາດ ຖ້າ​ບໍ່ໄດ້​ຊຳລະ​ຕົວ​ກ່ອນ ພວກເຂົາ​ກໍ​ບໍ່​ຍອມ​ກິນ. ນອກຈາກນີ້ ພວກເຂົາ​ຍັງ​ຖື​ທຳນຽມ​ອື່ນໆ​ອີກ​ຫລາຍ​ຢ່າງ​ເຊັ່ນ​ວ່າ: ການ​ລ້າງ​ຖ້ວຍ​ຊາມ, ໝໍ້, ເຄື່ອງໃຊ້​ເປັນ​ທອງແດງ ແລະ​ທອງ​ເຫລືອງ ແລະ​ຕຽງ​ນອນ.)</verse>
				<verse number="5">ສະນັ້ນ ພວກ​ຟາຣີຊາຍ​ແລະ​ພວກ​ທຳມະຈານ ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເປັນຫຍັງ​ພວກ​ສາວົກ​ຂອງທ່ານ ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳ​ສອນ ທີ່​ສືບທອດ​ມາ​ຈາກ​ປູ່ຍ່າຕາຍາຍ, ແຕ່​ກິນ​ອາຫານ​ດ້ວຍ​ມື​ບໍ່​ສະອາດ?”</verse>
				<verse number="6">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເອຊາຢາ​ໄດ້​ທຳນວາຍ​ຄັກແນ່ ເຖິງ​ພວກເຈົ້າ​ຜູ້​ເປັນ​ຄົນ​ໜ້າຊື່​ໃຈຄົດ ຕາມ​ທີ່​ເພິ່ນ​ໄດ້​ຂຽນ​ໄວ້​ວ່າ, ‘ຄົນ​ພວກ​ນີ້​ໃຫ້ກຽດ​ເຮົາ​ແຕ່​ປາກ ສ່ວນ​ວ່າ​ຈິດໃຈ​ຫ່າງ​ໄກ​ຈາກ​ເຮົາ.</verse>
				<verse number="7">ການ​ທີ່​ພວກເຂົາ​ນະມັດສະການ​ເຮົາ​ນັ້ນ ບໍ່ມີ​ປະໂຫຍດ​ຕໍ່​ພວກເຂົາ​ຫຍັງ​ໝົດ ດ້ວຍວ່າ, ພວກເຂົາ​ສັ່ງສອນ​ເອົາ​ທຳນຽມ ຂອງ​ມະນຸດ​ມາ​ຕູ່​ຫາ​ວ່າ ເປັນ​ຄຳສັ່ງສອນ​ຂອງ​ພຣະເຈົ້າ.”’</verse>
				<verse number="8">“ພວກເຈົ້າ​ປະ​ຂໍ້​ບັນຍັດ​ຂອງ​ພຣະເຈົ້າ ແລະ​ປະຕິບັດ​ຕາມ​ຄຳ​ສອນ​ທີ່​ສືບ​ທອດ​ມາ​ຈາກ​ມະນຸດ.”</verse>
				<verse number="9">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ຕໍ່ໄປ​ວ່າ, “ເກີນ​ວ່າ​ດີ​ແທ້​ນໍ ທີ່​ເຈົ້າ​ທັງຫລາຍ​ໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ພຣະເຈົ້າ ເພື່ອ​ໄປ​ຢຶດຖື​ຄຳສັ່ງສອນ​ຂອງ​ພວກເຈົ້າ​ເອງ.</verse>
				<verse number="10">ໂມເຊ​ໄດ້​ສັ່ງ​ໄວ້​ວ່າ, ‘ຈົ່ງ​ເຄົາຣົບ​ນັບຖື​ພໍ່​ແມ່​ຂອງຕົນ’ ແລະ ‘ຜູ້ໃດ​ກໍຕາມ​ທີ່​ປ້ອຍດ່າ ສາບແຊ່ງ​ພໍ່​ແມ່​ຂອງຕົນ​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ.’</verse>
				<verse number="11">ແຕ່​ຝ່າຍ​ພວກເຈົ້າ​ກັບ​ເວົ້າ​ວ່າ, ‘ຖ້າ​ຜູ້ໃດ​ຈະ​ເວົ້າ​ກັບ​ບິດາ​ມານດາ​ວ່າ, ສິ່ງໃດ​ຂອງຂ້ອຍ​ທີ່​ອາດ​ຊ່ວຍເຫລືອ​ເຈົ້າ​ໄດ້ ສິ່ງ​ນັ້ນ​ເປັນ ໂກຣະບານ’ (ຄື ເປັນ​ຂອງ​ຖວາຍ​ໄຫວ້​ແລ້ວ),</verse>
				<verse number="12">ເຈົ້າ​ທັງຫລາຍ​ກໍ​ບໍ່​ອະນຸຍາດ​ໃຫ້​ຜູ້​ນັ້ນ​ຊ່ວຍເຫລືອ​ພໍ່​ແມ່​ຂອງຕົນ.</verse>
				<verse number="13">ດ້ວຍ​ວິທີ​ນີ້​ແຫຼະ ຄຳສັ່ງສອນ​ທີ່​ສືບທອດ​ຕໍ່​ກັນ​ມາ ຈຶ່ງ​ໄດ້​ລຶບ​ລ້າງ​ພຣະທຳ​ຂອງ​ພຣະເຈົ້າ, ນອກ​ນັ້ນ​ຍັງ​ມີ​ອີກ​ຫລາຍ​ຢ່າງ​ທີ່​ພວກເຈົ້າ​ເຮັດ​ຜິດ​ແບບ​ນີ້.”</verse>
				<verse number="14">ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ເອີ້ນ​ປະຊາຊົນ​ມາ​ຫາ​ພຣະອົງ​ອີກເທື່ອໜຶ່ງ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ເຈົ້າ​ທັງຫລາຍ ຈົ່ງ​ຟັງ​ເຮົາ​ເວົ້າ​ແລະ​ເຂົ້າໃຈ​ເອົາ.</verse>
				<verse number="15">ບໍ່ມີ​ສິ່ງໃດ​ທີ່​ຢູ່​ພາຍ​ນອກ ທີ່​ມະນຸດ​ກິນ​ເຂົ້າ​ໄປ​ພາຍ​ໃນ​ແລ້ວ ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ, ແຕ່​ແມ່ນ​ສິ່ງ​ທີ່​ອອກ​ມາ​ຈາກ​ໃຈ​ມະນຸດ​ນັ້ນ​ແຫຼະ ທີ່​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ. [</verse>
				<verse number="16">ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ເອົາ”]</verse>
				<verse number="17">ເມື່ອ​ພຣະເຢຊູເຈົ້າ​ໄດ້​ຈາກ​ປະຊາຊົນ​ໄປ ແລະ​ເຂົ້າ​ໃນ​ເຮືອນ​ແລ້ວ ພວກ​ສາວົກ​ໄດ້​ຖາມ​ພຣະອົງ​ເຖິງ​ຄຳອຸປະມາ​ນັ້ນ.</verse>
				<verse number="18">ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ພວກເຈົ້າ​ກໍ​ຍັງ​ບໍ່​ເຂົ້າໃຈ​ເໝືອນກັນ​ກັບ​ພວກເຂົາ​ບໍ? ພວກເຈົ້າ​ບໍ່​ເຂົ້າໃຈ​ບໍ​ວ່າ ທຸກສິ່ງ​ທີ່​ມະນຸດ​ກິນ​ເຂົ້າ​ໄປ ບໍ່​ອາດ​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ​ໄດ້,</verse>
				<verse number="19">ເພາະ​ສິ່ງ​ນັ້ນ​ບໍ່ໄດ້​ເຂົ້າ​ໄປ​ໃນ​ຈິດໃຈ ແຕ່​ເຂົ້າ​ໄປ​ໃນ​ທ້ອງ​ແລ້ວ​ກໍ​ຖ່າຍ​ອອກ​ມາ.” (ການ​ເວົ້າ​ເຊັ່ນ​ນີ້ ພຣະເຢຊູເຈົ້າ​ໝາຍຄວາມວ່າ ອາຫານ​ທຸກ​ຊະນິດ​ເປັນ​ຂອງ​ກິນ​ໄດ້.)</verse>
				<verse number="20">ແລ້ວ​ພຣະອົງ​ກໍ​ກ່າວ​ຕໍ່ໄປ​ອີກ​ວ່າ, “ແມ່ນ​ສິ່ງ​ທີ່​ອອກ​ມາ​ຈາກ​ພາຍ​ໃນ​ມະນຸດ​ນັ້ນ​ແຫຼະ ທີ່​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ.</verse>
				<verse number="21">ເພາະ​ແມ່ນ​ຄວາມ​ຄິດ​ຊົ່ວຮ້າຍ​ຈາກ​ພາຍ​ໃນ​ຄື: ການ​ຜິດ​ຊາຍຍິງ, ການ​ລັກ, ການ​ຂ້າ​ຄົນ,</verse>
				<verse number="22">ການ​ຫລິ້ນຊູ້​ສູ່​ຜົວ​ເມຍ, ການ​ໂລບມາກ​ໂລພາ, ການ​ຊົ່ວ​ນາໆ​ປະການ​ເປັນຕົ້ນ: ການ​ຫລອກລວງ, ການ​ຫຍາບຊ້າ, ການ​ອິດສາ​ບັງບຽດ, ການ​ດູໝິ່ນ​ນິນທາ, ການ​ຈອງຫອງ​ພອງຕົວ ແລະ​ການ​ກະທຳ​ໃນ​ສິ່ງ​ທີ່​ໂງ່ຈ້າ,</verse>
				<verse number="23">ສິ່ງ​ເຫຼົ່ານີ້ ລ້ວນແຕ່​ອອກ​ມາ​ຈາກ​ພາຍ​ໃນ​ມະນຸດ ແລະ​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ.”</verse>
				<verse number="24">ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຈາກ​ທີ່​ນັ້ນ ໄປ​ຍັງ​ຂົງເຂດ​ໜຶ່ງ​ທີ່​ຢູ່​ໃກ້​ກັບ​ເມືອງ​ຕີເຣ, ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໜຶ່ງ ແລະ​ບໍ່​ຢາກ​ໃຫ້​ຜູ້ໃດ​ຮູ້​ວ່າ​ພຣະອົງ​ຢູ່​ໃນ​ທີ່ນັ້ນ, ແຕ່​ພຣະອົງ​ກໍ​ບໍ່​ອາດ​ຫລົບ​ຫລີກ​ໄດ້.</verse>
				<verse number="25">ແລ້ວ​ກໍ​ມີ​ຍິງ​ຄົນ​ໜຶ່ງ​ທີ່​ລູກສາວ​ຖືກ​ຜີຊົ່ວຮ້າຍ​ສິງ ໄດ້ຍິນ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ ແລະ​ໃນ​ທັນໃດນັ້ນ ນາງ​ຈຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຂາບລົງ​ທີ່​ຕີນ​ຂອງ​ພຣະອົງ.</verse>
				<verse number="26">ຍິງ​ຜູ້​ນີ້​ເປັນ​ຊາວ​ກຣີກ​ເກີດ​ຢູ່​ໃນ​ໂຟນີເຊຍ ປະເທດ​ຊີເຣຍ, ນາງ​ອ້ອນວອນ​ຂໍ​ພຣະເຢຊູເຈົ້າ​ໃຫ້​ຂັບໄລ່​ຜີຊົ່ວຮ້າຍ​ອອກ​ຈາກ​ລູກສາວ​ຂອງ​ນາງ.</verse>
				<verse number="27">ແຕ່​ພຣະເຢຊູເຈົ້າ​ຕອບ​ວ່າ, “ໃຫ້​ເດັກນ້ອຍ​ທັງຫລາຍ​ຂອງເຮົາ​ກິນ​ອີ່ມ​ກ່ອນ, ບໍ່​ເປັນ​ການ​ສົມຄວນ​ທີ່​ຈະ​ໂຍນ​ອາຫານ​ຂອງ​ລູກ​ໃຫ້​ໝາ.”</verse>
				<verse number="28">ນາງ​ຕອບ​ວ່າ, “ແມ່ນ​ແລ້ວ​ທ່ານເອີຍ ແມ່ນແຕ່​ໝາ​ທີ່​ຢູ່​ກ້ອງ​ໂຕະ​ກໍ​ຍັງ​ກິນ​ເສດ​ອາຫານ​ຂອງ​ເດັກນ້ອຍ.”</verse>
				<verse number="29">ສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ນາງ​ວ່າ, “ເພາະ​ຄຳ​ເວົ້າ​ດັ່ງ​ກ່າວ​ນີ້ ເຈົ້າ​ຈົ່ງ​ກັບ​ເມືອ​ເຮືອນ​ສາ, ຜີມານຮ້າຍ​ໄດ້​ອອກ​ຈາກ​ລູກສາວ​ຂອງ​ເຈົ້າ​ແລ້ວ.”</verse>
				<verse number="30">ນາງ​ຈຶ່ງ​ກັບ​ເມືອ​ເຮືອນ ແລະ​ເຫັນ​ລູກສາວ​ຂອງຕົນ​ນອນ​ຢູ່​ເທິງ​ຕຽງ, ຜີມານຮ້າຍ​ໄດ້​ອອກ​ຈາກ​ນາງ​ແລ້ວ.</verse>
				<verse number="31">ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຈາກ​ຂົງເຂດ​ຕີເຣ ແລະ​ຜ່ານ​ໄປ​ທາງ​ເມືອງ​ຊີໂດນ​ສູ່​ທະເລສາບ​ຄາລີເລ ໂດຍ​ຜ່ານ​ໄປ​ທາງ​ຂົງເຂດ​ເດກາໂປລີ.</verse>
				<verse number="32">ປະຊາຊົນ​ບາງຄົນ​ໄດ້​ນຳ​ຄົນ​ຫູໜວກ​ປາກກືກ​ຜູ້ໜຶ່ງ ມາ​ຫາ​ພຣະເຢຊູເຈົ້າ ແລະ​ຂໍຮ້ອງ​ພຣະອົງ​ໃຫ້​ວາງ​ມື​ໃສ່​ລາວ.</verse>
				<verse number="33">ດັ່ງນັ້ນ ພຣະອົງ​ຈຶ່ງ​ພາ​ຄົນ​ນີ້​ອອກ​ໄປ​ຫ່າງ​ຈາກ​ປະຊາຊົນ​ຢູ່​ຕ່າງຫາກ, ແລ້ວ​ພຣະອົງ​ກໍ​ໃຊ້​ນິ້ວ​ມື​ແຍ່​ຫູ​ຊາຍ​ຄົນ​ນີ້​ທັງສອງ​ເບື້ອງ ແລະ​ບ້ວນ​ນໍ້າລາຍ​ໃສ່​ມື​ແປະ​ໃສ່​ລີ້ນ​ຂອງ​ຄົນ​ນີ້.</verse>
				<verse number="34">ແລ້ວ​ພຣະອົງ​ກໍ​ເງີຍ​ໜ້າ​ຂຶ້ນ​ສູ່​ສະຫວັນ ຖອນ​ຫາຍໃຈ ແລະ​ກ່າວ​ແກ່​ຄົນ​ນີ້​ວ່າ, “ເອຟາທາ” ຊຶ່ງ​ໝາຍຄວາມວ່າ, “ຈົ່ງ​ໄຂ​ອອກ”.</verse>
				<verse number="35">ໃນ​ທັນໃດນັ້ນ ຫູ​ຂອງ​ຊາຍ​ຄົນ​ນີ້​ກໍ​ໄດ້​ຍິນ ແລະ​ສິ່ງ​ທີ່​ຂັດ​ລີ້ນ​ຂອງ​ລາວ​ກໍ​ຫລຸດ​ອອກ​ທັງ​ເວົ້າ​ໄດ້​ສະດວກ​ດີ.</verse>
				<verse number="36">ແລ້ວ​ພຣະເຢຊູເຈົ້າ​ກໍ​ສັ່ງ​ປະຊາຊົນ​ບໍ່​ໃຫ້​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ, ແຕ່​ຍິ່ງ​ສັ່ງ​ຫ້າມ​ກໍ​ຍິ່ງ​ຊ່າລື​ກັນ​ໄປ​ຫລາຍ.</verse>
				<verse number="37">ປະຊາຊົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ​ຫລາຍ​ຈຶ່ງ​ເວົ້າ​ກັນ​ວ່າ, “ທຸກສິ່ງ​ທີ່​ທ່ານ​ໄດ້​ເຮັດ ລ້ວນແຕ່​ເປັນ​ການ​ດີ​ທັງສິ້ນ ແມ່ນແຕ່​ຄົນ​ຫູໜວກ​ທ່ານ​ກໍ​ເຮັດ​ໃຫ້​ໄດ້ຍິນ ແລະ​ຄົນ​ປາກກືກ​ກໍ​ເຮັດ​ໃຫ້​ປາກ​ໄດ້.”</verse>
			</chapter>
			<chapter number="8">
				<verse number="1">ຫລັງຈາກ​ນັ້ນ​ບໍ່​ດົນ ປະຊາຊົນ​ໝູ່ໃຫຍ່​ກໍ​ມາ​ເຕົ້າໂຮມ​ກັນ​ອີກ ເມື່ອ​ປະຊາຊົນ​ບໍ່ມີ​ຫຍັງ​ກິນ ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ພວກ​ສາວົກ​ມາ ແລະ​ກ່າວ​ວ່າ,</verse>
				<verse number="2">“ເຮົາ​ສົງສານ​ຄົນ​ເຫຼົ່ານີ້ ເພາະ​ພວກເຂົາ​ຢູ່​ນຳ​ເຮົາ​ເຖິງ​ສາມ​ວັນ​ແລ້ວ ແລະ​ບໍ່ມີ​ອາຫານ​ກິນ.</verse>
				<verse number="3">ຖ້າ​ເຮົາ​ບອກ​ພວກເຂົາ​ກັບ​ເມືອ​ບ້ານ​ເມືອງ​ເມື່ອ​ຍັງ​ຫິວ​ຢູ່, ພວກເຂົາ​ກໍ​ຄົງ​ເມື່ອຍ​ອິດອ່ອນ​ຕາມ​ທາງ ເພາະ​ບາງຄົນ​ມາ​ແຕ່​ໄກ.”</verse>
				<verse number="4">ພວກ​ສາວົກ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຢູ່​ໃນ​ບ່ອນ​ປ່ຽວ​ເຊັ່ນນີ້​ຈະ​ຫາ​ອາຫານ​ມາ​ແຕ່​ໃສ ພໍ​ໃຫ້​ຄົນ​ເຫຼົ່ານີ້​ກິນ​ອີ່ມ​ທຸກຄົນ?”</verse>
				<verse number="5">ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ມີ​ເຂົ້າຈີ່​ຈັກ​ກ້ອນ?” ພວກເພິ່ນ​ຕອບ​ວ່າ, “ເຈັດ​ກ້ອນ”.</verse>
				<verse number="6">ສະນັ້ນ ພຣະອົງ​ຈຶ່ງ​ສັ່ງ​ປະຊາຊົນ​ໃຫ້​ນັ່ງ​ລົງ​ຕາມ​ພື້ນດິນ ແລ້ວ​ພຣະອົງ​ກໍ​ຈັບ​ເອົາ​ເຂົ້າຈີ່​ເຈັດ​ກ້ອນ​ນັ້ນ ມາ​ໂມທະນາ​ຂອບພຣະຄຸນ​ແລ້ວ ຫັກ​ໃຫ້​ພວກ​ສາວົກ​ນຳ​ໄປ​ແຈກ​ຢາຍ​ແກ່​ປະຊາຊົນ ແລະ​ພວກ​ສາວົກ​ກໍ​ປະຕິບັດ​ຕາມ.</verse>
				<verse number="7">ພວກເຂົາ​ຍັງ​ມີ​ປາ​ນ້ອຍ​ຈຳນວນ​ໜຶ່ງ. ສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຂໍ​ພຣະພອນ​ສຳລັບ​ປາ​ນ້ອຍ​ເຫຼົ່ານັ້ນ ແລະ​ສັ່ງ​ໃຫ້​ພວກ​ສາວົກ​ນຳ​ເອົາ​ໄປ​ແຈກ​ຢາຍ​ໃຫ້​ປະຊາຊົນ​ເຊັ່ນກັນ.</verse>
				<verse number="8">ທຸກຄົນ​ຕ່າງ​ກໍ​ກິນ​ອີ່ມ ພວກ​ສາວົກ​ໄດ້​ໄປ​ເກັບ​ເອົາ​ຕ່ອນ​ທີ່​ເຫຼືອ​ໄດ້​ເຈັດ​ກະບຸງ​ເຕັມ.</verse>
				<verse number="9">ໃນ​ທີ່ນັ້ນ ມີ​ປະຊາຊົນ​ປະມານ​ສີ່ພັນ​ຄົນ, ແລ້ວ​ພຣະເຢຊູເຈົ້າ​ກໍ​ສັ່ງ​ໃຫ້​ພວກເຂົາ​ເລີກ​ເມືອ</verse>
				<verse number="10">ໃນ​ທັນໃດນັ້ນ ພຣະອົງ​ຈຶ່ງ​ຂຶ້ນ​ເຮືອ​ກັບ​ພວກ​ສາວົກ​ໄປ​ເຖິງ​ຂົງເຂດ​ດານມານຸທາ.</verse>
				<verse number="11">ພວກ​ຟາຣີຊາຍ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຕັ້ງຕົ້ນ​ໂຕ້ຖຽງ​ກັບ​ພຣະອົງ, ພວກເຂົາ​ຢາກ​ຈັບ​ຜິດ​ພຣະອົງ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຂໍ​ໃຫ້​ພຣະອົງ​ເຮັດ​ໝາຍສຳຄັນ​ຈາກ​ສະຫວັນ.</verse>
				<verse number="12">ພຣະເຢຊູເຈົ້າ​ຖອນ​ຫາຍໃຈ​ໃຫຍ່ ແລະ​ຖາມ​ວ່າ, “ເປັນຫຍັງ​ຄົນ​ສະໄໝ​ນີ້​ຈຶ່ງ​ສະແຫວງ​ຫາ​ໝາຍສຳຄັນ​ການ​ອັດສະຈັນ? ເຮົາ​ບອກ​ພວກເຈົ້າ​ວ່າ ຈະ​ບໍ່​ໂຜດ​ໝາຍສຳຄັນ​ໃຫ້​ຄົນ​ສະໄໝ​ນີ້​ໄດ້​ເຫັນ.”</verse>
				<verse number="13">ພຣະອົງ​ຈຶ່ງ​ຈາກ​ພວກເຂົາ​ກັບ​ໄປ​ຂຶ້ນ​ເຮືອ ແລ້ວ​ຂ້າມ​ທະເລສາບ​ໄປ​ຟາກ​ອື່ນ​ອີກ.</verse>
				<verse number="14">ພວກ​ສາວົກ​ລືມ​ເອົາ​ເຂົ້າຈີ່​ມາ​ນຳ ແລະ​ພວກເພິ່ນ​ມີ​ເຂົ້າຈີ່​ແຕ່​ກ້ອນ​ດຽວ​ເທົ່ານັ້ນ​ຢູ່​ໃນ​ເຮືອ.</verse>
				<verse number="15">ພຣະອົງ​ໄດ້​ເຕືອນ​ພວກ​ເພິ່ນ​ວ່າ, “ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ແລະ​ຂອງ​ເຮໂຣດ​ໃຫ້​ດີ.”</verse>
				<verse number="16">ສາວົກ​ເວົ້າ​ກັນ​ໃນ​ພວກເພິ່ນ​ເອງ​ວ່າ, “ທີ່​ເພິ່ນ​ເວົ້າ​ຢ່າງ​ນີ້​ຍ້ອນ​ພວກເຮົາ​ບໍ່ມີ​ເຂົ້າຈີ່.”</verse>
				<verse number="17">ພຣະເຢຊູເຈົ້າ​ຮູ້​ເລື່ອງ​ພວກເພິ່ນ​ເວົ້າ​ເຊັ່ນນັ້ນ ຈຶ່ງ​ຖາມ​ວ່າ, “ດ້ວຍເຫດໃດ ພວກເຈົ້າ​ຈຶ່ງ​ເວົ້າ​ກັນ​ເຖິງ​ເລື່ອງ​ບໍ່ມີ​ເຂົ້າຈີ່? ພວກເຈົ້າ​ຍັງ​ບໍ່​ເຂົ້າໃຈ​ບໍ? ໃຈ​ຂອງ​ພວກເຈົ້າ​ຍັງ​ປຶກຕັນ​ຢູ່​ຫລື?</verse>
				<verse number="18">ພວກເຈົ້າ​ມີ​ຕາ​ແລ້ວ​ເບິ່ງ​ບໍ່​ເຫັນ​ບໍ? ພວກເຈົ້າ​ມີ​ຫູ​ແລ້ວ​ຟັງ​ບໍ່ໄດ້ຍິນ​ບໍ? ພວກເຈົ້າ​ຈື່​ໄດ້​ບໍ​ວ່າ,</verse>
				<verse number="19">ເມື່ອ​ເຮົາ​ຫັກ​ເຂົ້າຈີ່​ຫ້າ​ກ້ອນ​ລ້ຽງ​ຫ້າພັນ​ຄົນ​ນັ້ນ ພວກເຈົ້າ​ເກັບ​ສ່ວນ​ທີ່​ເຫຼືອ​ນັ້ນ​ໄດ້​ເຕັມ​ຈັກ​ກະບຸງ?” ພວກເພິ່ນ​ຕອບ​ວ່າ, “ສິບສອງ​ກະບຸງ”.</verse>
				<verse number="20">“ແລະ ເມື່ອ​ເຮົາ​ຫັກ​ເຂົ້າຈີ່​ເຈັດ​ກ້ອນ​ລ້ຽງ​ສີ່ພັນ​ຄົນ​ນັ້ນ ພວກເຈົ້າ​ເກັບ​ສ່ວນ​ທີ່​ເຫຼືອ​ໄດ້​ຈັກ​ກະບຸງ?” ພວກເພິ່ນ​ຕອບ​ວ່າ, “ເຈັດ​ກະບຸງ”.</verse>
				<verse number="21">ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ຍັງ​ບໍ່​ເຂົ້າໃຈ​ຢູ່​ບໍ?”</verse>
				<verse number="22">ແລ້ວ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ກໍ​ເຂົ້າ​ໄປ​ເບັດສາອີດາ ຊາວ​ເມືອງ​ນັ້ນ​ໄດ້​ພາ​ຄົນ​ຕາບອດ​ຜູ້ໜຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຂໍຮ້ອງ​ພຣະອົງ​ໃຫ້​ວາງ​ມື​ໃສ່​ລາວ.</verse>
				<verse number="23">ພຣະເຢຊູເຈົ້າ​ຈູງ​ຄົນ​ຕາບອດ​ອອກ​ໄປ​ນອກ, ເມື່ອ​ຖົ່ມ​ນໍ້າລາຍ​ໃສ່​ຕາ​ຄົນ​ນີ້​ແລ້ວ​ພຣະອົງ​ກໍ​ວາງ​ມື​ໃສ່​ລາວ ແລະ​ຖາມ​ວ່າ, “ເຈົ້າ​ເຫັນ​ຫຍັງ​ແດ່​ບໍ?”</verse>
				<verse number="24">ຊາຍ​ຄົນ​ນີ້​ເງີຍ​ໜ້າ​ຂຶ້ນ​ເບິ່ງ ແລະ​ຕອບ​ວ່າ, “ຂ້ານ້ອຍ​ເຫັນ​ຄົນ ແຕ່​ເບິ່ງ​ຄື​ຕົ້ນໄມ້​ຍ່າງ​ໄປມາ​ໄດ້.”</verse>
				<verse number="25">ພຣະເຢຊູເຈົ້າ​ວາງ​ມື​ໃສ່​ຕາ​ຊາຍ​ຄົນ​ນີ້​ອີກ ເທື່ອ​ນີ້​ລາວ​ມືນ​ຕາ​ເຕັມ​ໜ່ວຍ ແລະ​ສາຍ​ຕາ​ຂອງ​ລາວ​ກໍດີ​ເປັນ​ປົກກະຕິ ຈຶ່ງ​ເຫັນ​ທຸກຢ່າງ​ໄດ້​ຈະແຈ້ງ​ດີ.</verse>
				<verse number="26">ແລ້ວ​ພຣະເຢຊູເຈົ້າ​ກໍ​ບອກ​ລາວ​ກັບ​ເມືອ ພ້ອມ​ທັງ​ສັ່ງ​ວ່າ, “ຢ່າ​ເຂົ້າ​ໄປ​ໃນ​ເມືອງ​ເດີ.”</verse>
				<verse number="27">ຕໍ່ມາ ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ ໄດ້​ໄປ​ທີ່​ໝູ່​ບ້ານ​ໃກ້​ເຂດ​ເມືອງ​ກາຍຊາເຣຍ​ຟີລິບປອຍ, ເມື່ອ​ເດີນທາງ​ໄປ​ນັ້ນ ພຣະອົງ​ໄດ້​ຖາມ​ພວກເພິ່ນ​ວ່າ, “ຄົນ​ທັງຫລາຍ​ເວົ້າ​ກັນ​ວ່າ ເຮົາ​ເປັນ​ຜູ້ໃດ?”</verse>
				<verse number="28">ພວກ​ສາວົກ​ຈຶ່ງ​ຕອບ​ວ່າ, “ບາງຄົນ​ເວົ້າ​ວ່າ​ທ່ານ​ແມ່ນ​ໂຢຮັນ​ບັບຕິສະໂຕ ແຕ່​ຄົນອື່ນ​ເວົ້າ​ວ່າ​ທ່ານ​ແມ່ນ​ເອລີຢາ ສ່ວນ​ຄົນອື່ນ​ອີກ​ເວົ້າ​ວ່າ ທ່ານ​ເປັນ​ຜູ້ໜຶ່ງ​ໃນ​ບັນດາ​ຜູ້ທຳນວາຍ.”</verse>
				<verse number="29">ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ແລ້ວ​ພວກເຈົ້າ​ເດ​ວ່າ ເຮົາ​ເປັນ​ຜູ້ໃດ?” ເປໂຕ​ຕອບ​ວ່າ, “ທ່ານ​ເປັນ​ພຣະຄຣິດ.”</verse>
				<verse number="30">ແລ້ວ​ພຣະເຢຊູເຈົ້າ​ກໍ​ສັ່ງ​ຫ້າມ​ພວກ​ສາວົກ ບໍ່​ໃຫ້​ບອກ​ຜູ້ໃດ​ເດັດຂາດ​ກ່ຽວກັບ​ເລື່ອງ​ຂອງ​ພຣະອົງ.</verse>
				<verse number="31">ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ຕັ້ງຕົ້ນ​ສັ່ງສອນ​ພວກ​ສາວົກ ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ພຣະອົງ​ວ່າ, “ບຸດ​ມະນຸດ​ຈະ​ຕ້ອງ​ຖືກ​ທົນທຸກ​ທໍລະມານ​ຫລາຍ​ປະການ, ພວກ​ເຖົ້າແກ່ ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ທຳມະຈານ​ຈະ​ບໍ່​ຍອມ​ຮັບ​ເພິ່ນ ແລະ​ຈະ​ຂ້າ​ເພິ່ນ​ເສຍ, ແຕ່​ໃນ​ວັນ​ຖ້ວນ​ສາມ​ເພິ່ນ​ຈະ​ຖືກ​ບັນດານ​ໃຫ້​ເປັນ​ຄືນ​ມາ.”</verse>
				<verse number="32">ພຣະອົງ​ໄດ້​ກ່າວ​ເລື່ອງ​ນີ້​ສູ່​ພວກເພິ່ນ​ຟັງ​ຢ່າງ​ຈະແຈ້ງ. ດັ່ງນັ້ນ ເປໂຕ​ຈຶ່ງ​ພາ​ພຣະອົງ​ຫລີກ​ໄປ​ຕ່າງຫາກ ແລະ​ເລີ່ມ​ຕໍ່ວ່າ​ຕໍ່ຂານ​ພຣະອົງ​ບໍ່​ໃຫ້​ເວົ້າ​ເລື່ອງ​ນີ້.</verse>
				<verse number="33">ແຕ່​ພຣະເຢຊູເຈົ້າ​ຫັນ​ໜ້າ​ມາ​ເບິ່ງ​ພວກ​ສາວົກ ແລະ​ຕຳໜິ​ເປໂຕ​ວ່າ, “ຈົ່ງ​ຖອຍ​ໜີ​ຈາກ​ເຮົາ​ສາ ອ້າຍ​ມານຊາຕານ! ເພາະ​ເຈົ້າ​ບໍ່ໄດ້​ຄິດ​ຢ່າງ​ພຣະເຈົ້າ ແຕ່​ຄິດ​ຢ່າງ​ມະນຸດ.”</verse>
				<verse number="34">ແລ້ວ​ພຣະເຢຊູເຈົ້າ​ກໍ​ເອີ້ນ​ປະຊາຊົນ​ກັບ​ພວກ​ສາວົກ​ມາ ແລະ​ກ່າວ​ວ່າ, “ຖ້າ​ຜູ້ໃດ​ຜູ້ໜຶ່ງ ຢາກ​ຕາມ​ເຮົາ​ມາ ຜູ້ນັ້ນ​ຕ້ອງ​ຕັດ​ສິດ​ຂອງຕົນ​ເສຍ ແລະ​ຮັບ​ແບກ​ໄມ້ກາງແຂນ​ຂອງຕົນ ແລະ​ຕາມ​ເຮົາ​ມາ.</verse>
				<verse number="35">ເພາະ​ຜູ້ໃດ​ທີ່​ຢາກ​ຊ່ວຍ​ຊີວິດ​ຂອງຕົນ​ໃຫ້​ພົ້ນ ຜູ້ນັ້ນ​ກໍ​ຈະ​ເສຍ​ຊີວິດ, ແຕ່​ຜູ້ໃດ​ທີ່​ສະລະ​ຊີວິດ​ຂອງຕົນ​ເພື່ອ​ເຫັນແກ່​ເຮົາ ແລະ​ແກ່​ຂ່າວປະເສີດ ຜູ້ນັ້ນ​ກໍ​ຈະ​ຖືກ​ຊ່ວຍ​ຊີວິດ​ໃຫ້​ພົ້ນ​ໄດ້.</verse>
				<verse number="36">ເພາະ​ຖ້າ​ຜູ້ໃດ​ຈະ​ໄດ້​ສິ່ງຂອງ​ໝົດ​ທັງໂລກ ແຕ່​ເສຍ​ຊີວິດ​ນິຣັນດອນ​ຂອງຕົນ ຜູ້ນັ້ນ​ຈະ​ໄດ້​ປະໂຫຍດ​ອັນ​ໃດ?</verse>
				<verse number="37">ບໍ່ມີ​ສິ່ງໃດ​ທີ່​ມະນຸດ​ນຳ​ມາ​ແລກ​ເອົາ​ຊີວິດ​ນິຣັນດອນ​ຂອງຕົນ​ຄືນ​ໄດ້.</verse>
				<verse number="38">ຖ້າ​ຜູ້ໃດ​ມີ​ຄວາມ​ລະອາຍ​ໃນ​ເລື່ອງ​ເຮົາ ແລະ​ໃນ​ເລື່ອງ​ຖ້ອຍຄຳ​ຂອງເຮົາ​ໃນ​ທ່າມກາງ​ຊົນຊາດ​ນີ້ ແລະ​ໃນ​ທ່າມກາງ​ຄົນ​ທີ່​ຫຼີ້ນຊູ້ ແລະ​ຄົນ​ທີ່​ມີ​ບາບກຳ ບຸດ​ມະນຸດ​ກໍ​ຈະ​ມີ​ຄວາມ​ລະອາຍ​ໃນ​ເລື່ອງ​ຄົນ​ນັ້ນ ເມື່ອ​ພຣະອົງ​ມາ​ປາກົດ​ໃນ​ສະຫງ່າຣາສີ​ແຫ່ງ​ພຣະບິດາເຈົ້າ ແລະ​ພ້ອມ​ດ້ວຍ​ຝູງ​ເທວະດາ​ຕົນ​ບໍຣິສຸດ.”</verse>
			</chapter>
			<chapter number="9">
				<verse number="1">ພຣະອົງ​ຍັງ​ກ່າວ​ແກ່​ພວກເພິ່ນ​ອີກ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ‘ໃນ​ພວກ​ຄົນ​ທີ່​ຢືນ​ຢູ່​ທີ່​ນີ້ ຈະ​ບໍ່​ຮູ້​ຣົດ​ຄວາມ​ຕາຍ ຈົນກວ່າ​ຈະ​ໄດ້​ເຫັນ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ມາ​ຕັ້ງ​ຢູ່​ດ້ວຍ​ຣິດອຳນາດ.”’</verse>
				<verse number="2">ຫົກ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ຂຶ້ນ​ໄປ​ເທິງ​ພູເຂົາ​ສູງ​ໜ່ວຍ​ໜຶ່ງ ແລະ​ຢູ່​ໃນ​ທີ່ນັ້ນ​ສະ​ເພາະ​ແຕ່​ສາວົກ​ກັບ​ພຣະອົງ, ພວກເພິ່ນ​ເຫັນ​ຮ່າງກາຍ​ຂອງ​ພຣະເຢຊູເຈົ້າ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ</verse>
				<verse number="3">ແລະ ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ເກີດ​ຮຸ່ງເຮືອງ​ຂາວ​ເຫຼື້ອມໃສ ຈົນ​ບໍ່ມີ​ຜູ້ໃດ​ໃນ​ໂລກນີ້​ຊັກ​ໃຫ້​ຂາວ​ເຊັ່ນນັ້ນ​ໄດ້.</verse>
				<verse number="4">ແລ້ວ​ເອລີຢາ ແລະ ໂມເຊ​ກໍ​ປາກົດ​ແກ່​ສາວົກ​ພວກ​ນັ້ນ ກຳລັງ​ເວົ້າ​ກັນ​ຢູ່​ກັບ​ພຣະເຢຊູເຈົ້າ.</verse>
				<verse number="5">ດັ່ງນັ້ນ ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ພຣະອາຈານ​ເອີຍ ຊ່າງ​ເປັນ​ການ​ດີ​ແທ້ໆ​ທີ່​ພວກ​ຂ້ານ້ອຍ​ຢູ່​ບ່ອນ​ນີ້, ໂຜດ​ໃຫ້​ພວກ​ຂ້ານ້ອຍ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຫລັງ​ໜຶ່ງ​ສຳລັບ​ທ່ານ, ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ​ຫລັງ​ໜຶ່ງ​ສຳລັບ​ເອລີຢາ.”</verse>
				<verse number="6">ເປໂຕ​ກັບ​ສາວົກ​ຄົນອື່ນໆ​ຢ້ານ​ຈົນ​ຕົວ​ສັ່ນ ທີ່​ລາວ​ເວົ້າ​ເຊັ່ນ​ນັ້ນ ເພາະ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ຢ່າງ​ໃດ.</verse>
				<verse number="7">ແລ້ວ​ກໍ​ມີ​ກ້ອນ​ເມກ​ລອຍ​ມາ​ເປັນ​ເງົາ​ປົກຫຸ້ມ​ພວກເພິ່ນ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ, ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ພວກເຈົ້າ​ຈົ່ງ​ເຊື່ອຟັງ​ເພິ່ນ.”</verse>
				<verse number="8">ໃນ​ທັນໃດນັ້ນ ພໍ​ພວກ​ສາວົກ​ຫລຽວ​ເບິ່ງ​ລອບໆ​ຕົວ​ກໍ​ບໍ່​ເຫັນ​ຜູ້ໃດ ນອກຈາກ​ພຣະເຢຊູເຈົ້າ​ເທົ່ານັ້ນ​ທີ່​ຢູ່​ກັບ​ພວກເພິ່ນ.</verse>
				<verse number="9">ຂະນະທີ່​ລົງ​ມາ​ແຕ່​ພູ​ນັ້ນ ພຣະເຢຊູເຈົ້າ​ກໍ​ສັ່ງ​ຫ້າມ​ພວກເພິ່ນ​ວ່າ, “ຢ່າ​ບອກ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​ນີ້​ແກ່​ຜູ້ໃດ ຈົນກວ່າ​ບຸດ​ມະນຸດ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ.”</verse>
				<verse number="10">ພວກ​ສາວົກ​ທັງ​ສາມ​ໄດ້​ຖື​ຮັກສາ​ຂໍ້ຄຳສັ່ງ​ນັ້ນ, ແຕ່​ກໍ​ປຶກສາ​ຫາລື​ກັນ​ໃນ​ພວກເພິ່ນ​ເອງ​ວ່າ, “ການ​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ​ໝາຍຄວາມວ່າ​ແນວ​ໃດ?”</verse>
				<verse number="11">ພວກເພິ່ນ​ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ວ່າ, “ດ້ວຍເຫດໃດ ພວກ​ທຳມະຈານ​ຈຶ່ງ​ເວົ້າ​ວ່າ ເອລີຢາ​ຈະ​ຕ້ອງ​ມາ​ກ່ອນ?”</verse>
				<verse number="12">ພຣະອົງ​ຕອບ​ພວກເພິ່ນ​ວ່າ, “ຈິງ​ຢູ່ ເອລີຢາ​ຕ້ອງ​ມາ​ກ່ອນ ເພື່ອ​ຈັດແຈງ​ທຸກສິ່ງ​ຄືນ​ສູ່​ສະພາບ​ເດີມ ແລະ​ເປັນ​ດ້ວຍເຫດໃດ​ພຣະທຳ​ພຣະເຈົ້າ ຂຽນ​ໄວ້​ວ່າ ບຸດ​ມະນຸດ​ຈະ​ຖືກ​ທົນທຸກ​ທໍລະມານ​ຢ່າງ​ໜັກໜ່ວງ​ຫລາຍ​ປະການ ແລະ​ເພິ່ນ​ຈະ​ຖືກ​ປະຖິ້ມ ແລະ​ຖືກ​ໝິ່ນປະໝາດ?</verse>
				<verse number="13">ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ ເອລີຢາ​ໄດ້​ມາ​ແລ້ວ ແລະ​ຄົນ​ທັງຫລາຍ​ໄດ້​ເຮັດ​ກັບ​ເພິ່ນ​ຕາມ​ໃຈ​ມັກ ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ເຖິງ​ເພິ່ນ​ໃນ​ພຣະຄຳພີ.”</verse>
				<verse number="14">ເມື່ອ​ພຣະເຢຊູເຈົ້າ ແລະ​ສາວົກ​ສາມ​ຄົນ​ກັບ​ມາ​ຮອດ​ບ່ອນ​ທີ່​ສາວົກ​ຄົນອື່ນໆ​ຢູ່​ນັ້ນ ກໍ​ເຫັນ​ຄົນ​ໝູ່ໃຫຍ່​ອ້ອມ​ພວກເຂົາ ແລະ​ມີ​ພວກ​ທຳມະຈານ​ກຳລັງ​ໂຕ້ຖຽງ​ກັບ​ພວກເຂົາ​ຢູ່.</verse>
				<verse number="15">ເມື່ອ​ປະຊາຊົນ​ເຫັນ​ພຣະເຢຊູເຈົ້າ ພວກເຂົາ​ກໍ​ປະຫລາດ​ໃຈ​ຢ່າງ​ບໍ່​ຄາດ​ຄິດ​ມາ​ກ່ອນ ແລະ​ພາກັນ​ຟ້າວ​ໄປ​ຄຳນັບ​ພຣະອົງ.</verse>
				<verse number="16">ພຣະເຢຊູເຈົ້າ​ຖາມ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ພວກເຈົ້າ​ກຳລັງ​ໂຕ້ຖຽງ​ກັນ​ເຖິງ​ເລື່ອງ​ຫຍັງ?”</verse>
				<verse number="17">ຊາຍ​ຜູ້ໜຶ່ງ​ໃນ​ໝູ່​ປະຊາຊົນ​ນັ້ນ​ຕອບ​ວ່າ, “ອາຈານ​ເອີຍ ຂ້ານ້ອຍ​ໄດ້​ນຳ​ລູກຊາຍ​ຂອງ​ຂ້ານ້ອຍ​ມາ​ຫາ​ທ່ານ ເພາະ​ຜີ​ປາກກືກ​ສິງ​ລາວ​ຈົນ​ລາວ​ປາກ​ບໍ່ໄດ້.</verse>
				<verse number="18">ເມື່ອ​ມັນ​ເຂົ້າ​ສິງ​ລາວ​ເທື່ອໃດ ມັນ​ກໍ​ເຮັດ​ໃຫ້​ລາວ​ລົ້ມ​ຊັກດິ້ນ​ເທື່ອນັ້ນ ແລະ​ມີ​ນໍ້າລາຍ​ຟູມ​ປາກ​ທັງ​ຂົບ​ແຂ້ວ ແລະ​ຕົວ​ແຂງ​ໄປ​ໝົດ​ທັງ​ຮ່າງກາຍ ຂ້ານ້ອຍ​ຂໍ​ໃຫ້​ພວກ​ສາວົກ​ຂອງທ່ານ​ຂັບໄລ່​ຜີຮ້າຍ​ນັ້ນ​ອອກ ແຕ່​ພວກເພິ່ນ​ເຮັດ​ບໍ່ໄດ້.”</verse>
				<verse number="19">ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ໂອ ພວກເຈົ້າ​ຄົນ​ທີ່​ຂາດ​ຄວາມເຊື່ອ​ເອີຍ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ເຫິງ​ປານໃດ? ຈົ່ງ​ພາ​ເດັກນ້ອຍ​ມາ​ຫາ​ເຮົາ​ເບິ່ງດູ.”</verse>
				<verse number="20">ພວກເຂົາ​ກໍໄດ້​ພາ​ເດັກນ້ອຍ​ມາ​ຫາ​ພຣະອົງ. ພໍ​ຜີຮ້າຍ​ທີ່​ສິງ​ຢູ່​ໃນ​ຕົວ​ເດັກນ້ອຍ​ໄດ້​ເຫັນ​ພຣະເຢຊູເຈົ້າ ທັນໃດນັ້ນ ມັນ​ກໍ​ເຮັດ​ໃຫ້​ເດັກນ້ອຍ​ນັ້ນ​ຊັກດິ້ນ​ລົ້ມ​ລົງ​ກັບ​ພື້ນດິນ, ກິ້ງ​ເກືອກ​ໄປມາ ນໍ້າລາຍ​ຟູມ​ປາກ.</verse>
				<verse number="21">ພຣະເຢຊູເຈົ້າ​ໄດ້​ຖາມ​ພໍ່​ຂອງ​ເດັກນ້ອຍ​ວ່າ, “ລູກ​ຂອງ​ເຈົ້າ​ເປັນ​ແນວ​ນີ້​ມາ​ໄດ້​ດົນ​ປານໃດ​ແລ້ວ?” ລາວ​ຕອບ​ວ່າ, “ເປັນ​ມາ​ຕັ້ງແຕ່​ນ້ອຍ​ພຸ້ນ</verse>
				<verse number="22">ຫລາຍ​ເທື່ອ​ແລ້ວ ທີ່​ຜີຊົ່ວຮ້າຍ​ພະຍາຍາມ​ຂ້າ​ລູກ​ຂອງ​ຂ້ານ້ອຍ ໂດຍ​ຊຸກ​ລາວ​ໃສ່​ໄຟ ແລະ​ຊຸກ​ລາວ​ໃຫ້​ຕົກ​ນໍ້າ, ແຕ່​ຖ້າ​ທ່ານ​ສາມາດ​ຊ່ວຍ​ໄດ້​ຂໍໂຜດ​ສົງສານ​ຂ້ານ້ອຍ​ແດ່ທ້ອນ.”</verse>
				<verse number="23">ພຣະເຢຊູເຈົ້າ​ກ່າວ​ຕອບ​ວ່າ, “ຖ້າ​ສາມາດ​ຊ່ວຍ​ໄດ້ ຢາກ​ເວົ້າ​ຢ່າງ​ນັ້ນ​ບໍ? ທຸກສິ່ງ​ເປັນ​ໄປ​ໄດ້​ສຳລັບ​ຜູ້​ທີ່​ເຊື່ອ.”</verse>
				<verse number="24">ໃນ​ທັນໃດນັ້ນ ພໍ່​ຂອງ​ເດັກນ້ອຍ​ນັ້ນ​ໄດ້​ຮ້ອງໄຫ້​ທັງ​ນໍ້າ​ຕາ​ໄຫລ ກ່າວ​ວ່າ, “ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ມີ​ຄວາມເຊື່ອ​ຫລາຍກວ່າ​ນີ້​ແດ່ທ້ອນ.”</verse>
				<verse number="25">ເມື່ອ​ພຣະເຢຊູເຈົ້າ​ເຫັນ​ໝູ່​ປະຊາຊົນ​ກຳລັງ​ບຸບຽດ​ກັນ​ເຂົ້າ​ມາ​ໃກ້ ພຣະອົງ​ຈຶ່ງ​ສັ່ງ​ຜີຊົ່ວຮ້າຍ​ນັ້ນ​ວ່າ, “ບັກ​ຜີ​ປາກກືກ ຫູໜວກ ກູ​ສັ່ງ​ມຶງ​ອອກ​ຈາກ​ເດັກນ້ອຍ ແລະ​ຢ່າ​ກັບ​ເຂົ້າ​ມາ​ອີກ​ຈັກເທື່ອ.”</verse>
				<verse number="26">ຜີຮ້າຍ​ນັ້ນ​ຮ້ອງ​ແຜດ​ສຽງ​ຂຶ້ນ ມັນ​ເຮັດ​ໃຫ້​ເດັກນ້ອຍ​ຊັກດິ້ນ​ຢ່າງ​ແຮງ ຈົນ​ເຕັມ​ກຳລັງ​ແລ້ວ​ກໍ​ອອກ​ໜີໄປ ເດັກ​ນັ້ນ​ກາຍເປັນ​ເໝືອນ​ຄົນ​ຕາຍ ຈົນ​ຫລາຍ​ຄົນ​ເວົ້າ​ອອກ​ມາ​ວ່າ, “ມັນ​ຕາຍ​ແລ້ວ.”</verse>
				<verse number="27">ແຕ່​ພຣະເຢຊູເຈົ້າ​ຈັບ​ມື​ເດັກນ້ອຍ​ແລະ​ດຶງ​ໃຫ້​ລຸກ​ຂຶ້ນ ແລ້ວ​ເດັກ​ນັ້ນ​ກໍ​ລຸກ​ຢືນ​ຂຶ້ນ.</verse>
				<verse number="28">ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ ພວກ​ສາວົກ​ຂອງ​ພຣະອົງ​ກໍ​ຖາມ​ພຣະອົງ​ເປັນ​ທາງ​ສ່ວນ​ຕົວ​ວ່າ, “ເຫດສັນໃດ​ພວກ​ຂ້ານ້ອຍ​ຈຶ່ງ​ຂັບໄລ່​ມັນ​ອອກ​ບໍ່ໄດ້?”</verse>
				<verse number="29">ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ຜີຮ້າຍ​ແນວ​ນີ້​ຈະ​ຂັບໄລ່​ອອກ​ດ້ວຍ​ວິທີ​ອື່ນ​ບໍ່ໄດ້ ເວັ້ນໄວ້​ແຕ່​ດ້ວຍ​ການ​ພາວັນນາ​ອະທິຖານ​ເທົ່ານັ້ນ.”</verse>
				<verse number="30">ພຣະເຢຊູເຈົ້າ ແລະ​ພວກ​ສາວົກ​ໄດ້​ຈາກ​ທີ່​ນັ້ນ ຜ່ານ​ແຂວງ​ຄາລີເລ​ໄປ ພຣະເຢຊູເຈົ້າ​ບໍ່​ຢາກ​ໃຫ້​ຜູ້ໃດ​ຮູ້​ວ່າ ພຣະອົງ​ຢູ່​ທີ່​ໃດ</verse>
				<verse number="31">ເພາະ​ພຣະອົງ​ກຳລັງ​ສັ່ງສອນ​ພວກ​ສາວົກ​ຢູ່ ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ບຸດ​ມະນຸດ​ກຳລັງ​ຈະ​ຖືກ​ມອບ​ໄວ້​ໃນ​ກຳມື​ຂອງ​ຄົນ​ທັງຫລາຍ ແລະ​ເຂົາ​ຈະ​ຂ້າ​ເພິ່ນ, ແຕ່​ຫລັງຈາກ​ຖືກ​ຂ້າ​ແລ້ວ​ໄດ້​ສາມ​ວັນ ເພິ່ນ​ຈະ​ຖືກ​ບັນດານ​ໃຫ້​ເປັນ​ຄືນ​ມາ​ສູ່​ຊີວິດ.”</verse>
				<verse number="32">ພວກ​ສາວົກ​ບໍ່​ເຂົ້າໃຈ​ຄວາມໝາຍ​ຂອງ​ຖ້ອຍຄຳ​ເຫຼົ່ານີ້ ແລະ ພວກເພິ່ນ​ກໍ​ບໍ່​ກ້າ​ຈະ​ຖາມ​ພຣະອົງ.</verse>
				<verse number="33">ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ໄດ້​ມາ​ຮອດ​ເມືອງ​ກາເປນາອູມ ເມື່ອ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ ພຣະອົງ​ກໍ​ຖາມ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ເມື່ອ​ມາ​ຕາມ​ທາງ​ນັ້ນ ພວກເຈົ້າ​ໄດ້​ຖົກຖຽງ​ກັນ​ເຖິງ​ເລື່ອງ​ຫຍັງ?”</verse>
				<verse number="34">ພວກເພິ່ນ​ມິດຢູ່ ເພາະ​ເມື່ອ​ມາ​ຕາມ​ທາງ​ນັ້ນ ພວກເພິ່ນ​ໄດ້​ຖົກຖຽງ​ກັນ​ວ່າ ຜູ້ໃດ​ຈະ​ເປັນ​ໃຫຍ່​ທີ່ສຸດ​ໃນ​ທ່າມກາງ​ພວກເພິ່ນ.</verse>
				<verse number="35">ສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ນັ່ງ​ລົງ ແລະ​ເອີ້ນ​ພວກ​ສາວົກ​ສິບສອງ​ຄົນ​ມາ ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຖ້າ​ຜູ້ໃດ​ທີ່​ຢາກ​ເປັນ​ຜູ້ຕົ້ນ ກໍ​ໃຫ້​ຜູ້​ນັ້ນ​ເປັນ​ຜູ້ປາຍ ແລະ​ເປັນ​ຜູ້ຮັບໃຊ້​ຄົນ​ທັງປວງ.”</verse>
				<verse number="36">ແລ້ວ​ພຣະອົງ​ກໍ​ເອົາ​ເດັກນ້ອຍ​ຜູ້ໜຶ່ງ​ມາ ຢືນ​ຢູ່​ຕໍ່ໜ້າ​ພວກເພິ່ນ ແລ້ວ​ກໍ​ອຸ້ມ​ເອົາ​ເດັກນ້ອຍ​ນັ້ນ ແລະ​ກ່າວ​ແກ່​ພວກ​ສາວົກ​ວ່າ,</verse>
				<verse number="37">“ຖ້າ​ຜູ້ໃດ​ກໍຕາມ ທີ່​ຕ້ອນຮັບ​ເດັກນ້ອຍ​ຄົນ​ໜຶ່ງ​ຢ່າງ​ນີ້ ໄວ້​ໃນ​ນາມ​ຂອງເຮົາ ຜູ້ນັ້ນ​ກໍ​ຕ້ອນຮັບ​ເຮົາ ແລະ​ຜູ້ໃດ​ທີ່​ຕ້ອນຮັບ​ເຮົາ ຜູ້ນັ້ນ​ກໍ​ບໍ່ໄດ້​ຕ້ອນຮັບ​ເຮົາ​ເທົ່ານັ້ນ ແຕ່​ຍັງ​ຕ້ອນຮັບ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ເໝືອນກັນ.”</verse>
				<verse number="38">ໂຢຮັນ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອາຈານ​ເອີຍ ພວກ​ຂ້ານ້ອຍ​ໄດ້​ເຫັນ​ຊາຍ​ຄົນ​ໜຶ່ງ ຂັບໄລ່​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງທ່ານ ແລະ​ພວກ​ຂ້ານ້ອຍ​ບອກ​ໃຫ້​ເຊົາ ເພາະ​ເຂົາ​ບໍ່​ເປັນ​ຝ່າຍ​ຂອງ​ພວກເຮົາ.”</verse>
				<verse number="39">ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ຢ່າ​ຫ້າມ​ເຂົາ​ເທາະ ເພາະວ່າ​ບໍ່ມີ​ຜູ້ໃດ​ທີ່​ກະທຳ​ການ​ອັດສະຈັນ​ໃນ​ນາມ​ຂອງເຮົາ ແລະ​ພາຍ​ຫລັງ​ມາ​ຈະ​ກັບ​ມາ​ເວົ້າ​ໝິ່ນປະໝາດ​ເຮົາ.</verse>
				<verse number="40">ດ້ວຍວ່າ, ຜູ້ໃດ​ທີ່​ບໍ່​ຕໍ່ສູ້​ພວກເຮົາ​ກໍ​ເປັນ​ຝ່າຍ​ພວກເຮົາ.</verse>
				<verse number="41">ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ ຜູ້ໃດ​ທີ່​ເອົາ​ນໍ້າ​ຈອກ​ໜຶ່ງ​ໃຫ້​ພວກເຈົ້າ​ດື່ມ ເພາະ​ເປັນ​ຝ່າຍ​ເຮົາ ຜູ້​ນັ້ນ​ກໍ​ຈະ​ບໍ່​ຂາດ​ບຳເໜັດ​ຂອງຕົນ.”</verse>
				<verse number="42">“ຖ້າ​ຜູ້ໃດ​ເປັນ​ເຫດ​ພາ​ໃຫ້​ເດັກນ້ອຍ​ຄົນ​ໜຶ່ງ ໃນ​ບັນດາ​ເດັກນ້ອຍ​ເຫຼົ່ານີ້ ທີ່​ເຊື່ອ​ໃນ​ເຮົາ​ຕົກ​ໃນ​ບາບ ກໍ​ໃຫ້​ເອົາ​ຫີນ​ໂມ້​ແປ້ງ​ກ້ອນ​ໃຫຍ່​ຜູກ​ຄໍ​ຜູ້​ນັ້ນ ແລະ​ຖິ້ມ​ເຂົາ​ລົງ​ໃນ​ທະເລ​ເລິກ​ເສຍ​ກໍ​ດີກວ່າ.</verse>
				<verse number="43">ຖ້າ​ມື​ຂອງ​ເຈົ້າ ເປັນ​ຕົ້ນ​ເຫດ​ພາ​ໃຫ້​ຫລົງ​ເຮັດ​ບາບ ກໍ​ໃຫ້​ຕັດ​ມື​ນັ້ນ​ອອກ ແລະ​ໂຍນ​ຖິ້ມ​ເສຍ ທີ່​ຈະ​ເຂົ້າ​ສູ່​ຊີວິດ​ດ້ວຍ​ມື​ເບື້ອງ​ດຽວ ກໍ​ດີກວ່າ​ມີ​ມື​ສອງ​ເບື້ອງ ແຕ່​ຕ້ອງ​ຕົກ​ນະຣົກ​ຢູ່​ໃນ​ໄຟ ຊຶ່ງ​ມອດ​ບໍ່​ເປັນ​ຈັກເທື່ອ. [</verse>
				<verse number="44">ຢູ່​ໃນ​ບ່ອນ​ນັ້ນ ໂຕ​ໜອນ​ບໍ່​ຮູ້​ຕາຍ ແລະ​ໄຟ​ບໍ່​ຮູ້​ມອດ​ຈັກເທື່ອ]</verse>
				<verse number="45">ຖ້າ​ຕີນ​ຂອງ​ເຈົ້າ ເປັນ​ຕົ້ນເຫດ​ພາ​ໃຫ້​ເຮັດ​ບາບ ກໍ​ໃຫ້​ຕັດ​ຕີນ​ນັ້ນ​ອອກ​ຖິ້ມ​ເສຍ ທີ່​ຈະ​ເຂົ້າ​ສູ່​ຊີວິດ​ດ້ວຍ​ຕີນ​ກຸດ​ເບື້ອງ​ໜຶ່ງ ກໍ​ດີກວ່າ​ມີ​ຕີນ​ສອງ​ເບື້ອງ ແຕ່​ຕ້ອງ​ຖືກ​ໂຍນ​ຖິ້ມ​ລົງ​ໃນ​ໄຟ​ນະຣົກ. [</verse>
				<verse number="46">ຢູ່​ໃນ​ບ່ອນ​ນັ້ນ ໂຕ​ໜອນ​ບໍ່​ຮູ້​ຕາຍ ແລະ​ໄຟ​ບໍ່​ຮູ້​ມອດ​ຈັກເທື່ອ]</verse>
				<verse number="47">ຖ້າ​ຕາ​ຂອງ​ເຈົ້າ ເປັນ​ຕົ້ນ​ເຫດ​ພາ​ໃຫ້​ເຮັດ​ບາບ ກໍ​ໃຫ້​ຄວັດ​ຕາ​ນັ້ນ​ອອກ​ຖິ້ມ​ເສຍ ທີ່​ຈະ​ເຂົ້າ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ດ້ວຍ​ຕາ​ເບື້ອງ​ດຽວ ກໍດີກວ່າ​ມີ​ຕາ​ສອງ​ເບື້ອງ ແຕ່​ຕ້ອງ​ຖືກ​ຖິ້ມ​ລົງ​ໃນ​ໄຟ​ນະຣົກ.</verse>
				<verse number="48">ໃນ​ບ່ອນ​ນັ້ນ ‘ໂຕ​ໜອນ​ບໍ່​ຮູ້​ຕາຍ ແລະ​ໄຟ​ບໍ່​ຮູ້​ມອດ​ຈັກເທື່ອ.’</verse>
				<verse number="49">ດ້ວຍວ່າ, ທຸກຄົນ​ຈະ​ຕ້ອງ​ຖືກ​ເອືອບ​ດ້ວຍ​ເກືອ​ແລ້ວ​ຊຳລະ​ດ້ວຍ​ໄຟ.</verse>
				<verse number="50">ເກືອ​ເປັນ​ຂອງ​ດີ ແຕ່​ຖ້າ​ເກືອ​ໝົດ​ຣົດ​ເຄັມ​ແລ້ວ​ຈະ​ກັບ​ເຮັດ​ໃຫ້​ເຄັມ​ອີກ​ໄດ້​ຢ່າງ​ໃດ? ເຈົ້າ​ທັງຫລາຍ​ຈົ່ງ​ມີ​ເກືອ​ໃນ​ຕົວ ແລະ​ຈົ່ງ​ຖືກຕ້ອງ​ປອງດອງ​ກັນ​ເທີ້ນ.”</verse>
			</chapter>
			<chapter number="10">
				<verse number="1">ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຈາກ​ທີ່​ນັ້ນ​ໄປ​ແຂວງ​ຢູດາຍ ແລ້ວ​ພຣະອົງ​ກໍ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ທາງ​ຟາກ​ເບື້ອງ​ນັ້ນ ປະຊາຊົນ​ໝູ່ໃຫຍ່​ໄດ້​ມາ​ຫາ​ພຣະອົງ​ອີກ ແລະ​ພຣະອົງ​ກໍໄດ້​ສັ່ງສອນ​ພວກເຂົາ​ດັ່ງ​ທີ່​ພຣະອົງ​ເຄີຍ​ເຮັດ​ມາ.</verse>
				<verse number="2">ພວກ​ຟາຣີຊາຍ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ເພື່ອ​ທົດລອງ​ພຣະອົງ ພວກເຂົາ​ຖາມ​ວ່າ, “ຕາມ​ກົດບັນຍັດ​ຜູ້ຊາຍ​ຢ່າຮ້າງ​ເມຍ​ຂອງຕົນ​ໄດ້​ບໍ?”</verse>
				<verse number="3">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ໂດຍ​ຢ້ອນ​ຖາມ​ຄືນ​ວ່າ, “ໂມເຊ​ໄດ້​ໃຫ້​ຂໍ້ຄຳສັ່ງ​ໄວ້​ຢ່າງ​ໃດ?”</verse>
				<verse number="4">ພວກເຂົາ​ຕອບ​ວ່າ, “ໂມເຊ​ໄດ້​ອະນຸຍາດ​ໃຫ້​ເຮັດ​ໜັງສື​ຢ່າຮ້າງ​ແລ້ວ​ໃຫ້​ປະ​ໄດ້.”</verse>
				<verse number="5">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ໂມເຊ​ໄດ້​ຂຽນ​ຂໍ້ຄຳສັ່ງ​ໄວ້​ຢ່າງ​ນັ້ນ ເພາະ​ໃຈ​ຂອງ​ພວກເຈົ້າ​ແຂງ​ກະດ້າງ.</verse>
				<verse number="6">ຕັ້ງແຕ່​ຕົ້ນເດີມ ‘ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ໃຫ້​ເປັນ​ຊາຍ​ແລະ​ຍິງ</verse>
				<verse number="7">ດ້ວຍເຫດນັ້ນ ຜູ້ຊາຍ​ຈຶ່ງ​ລະ​ຈາກ​ພໍ່​ແມ່​ຂອງຕົນ ແລະ​ໄປ​ຕິດພັນ​ຢູ່​ກັບ​ເມຍ​ຂອງຕົນ,</verse>
				<verse number="8">ແລະ​ທັງສອງ​ກໍ​ຈະ​ເປັນ​ກາຍ​ອັນ​ດຽວ.’ ເພາະ​ສະນັ້ນ ເຂົາ​ຈຶ່ງ​ບໍ່​ເປັນ​ສອງ​ອີກ​ຕໍ່ໄປ ແຕ່​ເປັນ​ໜຶ່ງ​ດຽວກັນ.</verse>
				<verse number="9">ດັ່ງນັ້ນ ສິ່ງ​ທີ່​ພຣະເຈົ້າ​ໄດ້​ໃຫ້​ເຂົ້າ​ຮ່ວມ​ກັນ​ຢູ່​ແລ້ວ ຢ່າ​ໃຫ້​ມະນຸດ​ເຮັດ​ໃຫ້​ພັດພາກ​ຈາກ​ກັນ.”</verse>
				<verse number="10">ເມື່ອ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ ພວກ​ສາວົກ​ໄດ້​ຖາມ​ພຣະເຢຊູເຈົ້າ​ເຖິງ​ເລື່ອງ​ການ​ຢ່າຮ້າງ​ນີ້​ອີກ.</verse>
				<verse number="11">ພຣະອົງ​ຕອບ​ພວກເພິ່ນ​ວ່າ, “ຊາຍ​ໃດ​ທີ່​ຢ່າຮ້າງ​ເມຍ​ຂອງຕົນ ແລ້ວ​ໄປ​ແຕ່ງງານ​ກັບ​ຍິງ​ອື່ນ ຊາຍ​ຜູ້ນັ້ນ​ກໍ​ເຮັດ​ຜິດ​ໃນ​ຖານ​ຫລິ້ນຊູ້.</verse>
				<verse number="12">ໃນທຳນອງ​ດຽວກັນ ຍິງ​ໃດ​ທີ່​ຢ່າຮ້າງ​ຜົວ​ຂອງຕົນ ແລະ​ໄປ​ແຕ່ງງານ​ກັບ​ຊາຍ​ອື່ນ ຍິງ​ນັ້ນ​ກໍ​ເຮັດ​ຜິດ​ໃນ​ຖານ​ຫລິ້ນຊູ້​ເໝືອນກັນ.”</verse>
				<verse number="13">ພວກເຂົາ​ໄດ້​ພາ​ພວກ​ເດັກນ້ອຍ​ມາ​ຫາ​ພຣະເຢຊູເຈົ້າ ເພື່ອ​ພຣະອົງ​ຈະ​ໄດ້​ວາງ​ມື​ໃສ່​ພວກເຂົາ, ແຕ່​ພວກ​ສາວົກ​ໄດ້​ຫ້າມ​ໄວ້.</verse>
				<verse number="14">ເມື່ອ​ພຣະເຢຊູເຈົ້າ​ເຫັນ​ດັ່ງນັ້ນ, ພຣະອົງ​ກໍ​ບໍ່​ພໍໃຈ ແລະ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຈົ່ງ​ປ່ອຍ​ເດັກນ້ອຍ​ໃຫ້​ເຂົ້າ​ມາ​ຫາ​ເຮົາ ແລະ​ຢ່າ​ຫ້າມ​ພວກເຂົາ ເພາະ​ອານາຈັກ​ພຣະເຈົ້າ​ເປັນ​ຂອງ​ຜູ້​ທີ່​ເປັນ​ເໝືອນ​ເດັກນ້ອຍ​ເຫຼົ່ານີ້​ແຫຼະ.</verse>
				<verse number="15">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່​ຮັບ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ເໝືອນ​ເດັກນ້ອຍ ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ຣາຊອານາຈັກ​ນັ້ນ​ຈັກເທື່ອ.”</verse>
				<verse number="16">ແລ້ວ​ພຣະອົງ​ກໍໄດ້​ອູ້ມ​ເດັກນ້ອຍ​ນັ້ນ ວາງ​ມື​ໃສ່​ແລະ​ອວຍພອນ​ໃຫ້​ພວກເຂົາ.</verse>
				<verse number="17">ເມື່ອ​ພຣະເຢຊູເຈົ້າ​ອອກ​ເດີນທາງ​ຕໍ່ໄປ ກໍ​ມີ​ຊາຍ​ຄົນ​ໜຶ່ງ ແລ່ນ​ມາ​ຫາ​ພຣະອົງ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ ແລະ​ຖາມ​ວ່າ, “ພຣະອາຈານ​ຜູ້​ປະເສີດ​ເອີຍ, ຂ້ານ້ອຍ​ຕ້ອງ​ປະຕິບັດ​ຢ່າງ​ໃດ​ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ?”</verse>
				<verse number="18">ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ເອີ້ນ​ເຮົາ​ວ່າ ຜູ້​ປະເສີດ? ບໍ່ມີ​ຜູ້ໃດ​ປະເສີດ​ດອກ ນອກຈາກ​ພຣະເຈົ້າ​ອົງ​ດຽວ​ເທົ່ານັ້ນ.</verse>
				<verse number="19">ເຈົ້າ​ກໍ​ຮູ້ຈັກ​ກົດບັນຍັດ​ທີ່​ວ່າ, ‘ຢ່າ​ຂ້າ​ຄົນ, ຢ່າ​ຫລິ້ນຊູ້​ສູ່​ຜົວເມຍ​ຜູ້ອື່ນ, ຢ່າ​ລັກ​ຊັບ, ຢ່າ​ເປັນ​ພະຍານ​ບໍ່​ຈິງ, ຢ່າ​ສໍ້ໂກງ, ຈົ່ງ​ນັບຖື​ພໍ່​ແມ່​ຂອງຕົນ.”’</verse>
				<verse number="20">ຊາຍ​ຄົນ​ນັ້ນ​ໄດ້​ຕອບ​ວ່າ, “ອາຈານ​ເອີຍ ກົດບັນຍັດ​ທັງໝົດ​ເຫຼົ່ານີ້​ຂ້ານ້ອຍ​ໄດ້​ຖື​ຮັກສາ ຕັ້ງແຕ່​ເປັນ​ເດັກນ້ອຍ​ພຸ້ນ​ມາ.”</verse>
				<verse number="21">ພຣະເຢຊູເຈົ້າ​ເພັ່ງ​ຕາ​ເບິ່ງ​ຊາຍ​ຜູ້​ນັ້ນ​ດ້ວຍ​ຄວາມຮັກ ແລະ​ກ່າວ​ວ່າ, “ເຈົ້າ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ​ຄື: ຈົ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ​ບໍລິຈາກ​ເງິນ​ນັ້ນ​ໃຫ້​ແກ່​ຄົນ​ຍາກຈົນ ແລະ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ, ແລ້ວ​ຈົ່ງ​ຕາມ​ເຮົາ​ມາ.”</verse>
				<verse number="22">ເມື່ອ​ໄດ້ຍິນ​ຄຳ​ເວົ້າ​ນີ້ ລາວ​ກໍ​ໜ້າ​ເສົ້າ​ລົງ ແລະ​ອອກ​ໄປ​ເປັນທຸກໃຈ​ຢ່າງ​ໜັກ ເພາະ​ລາວ​ເປັນ​ຄົນ​ຮັ່ງມີ​ຫລາຍ.</verse>
				<verse number="23">ພຣະເຢຊູເຈົ້າ​ແນມ​ເບິ່ງ​ອ້ອມຮອບ​ແລ້ວ ກ່າວ​ແກ່​ພວກ​ສາວົກ​ວ່າ, “ທີ່​ຄົນ​ຮັ່ງມີ​ຈະ​ເຂົ້າ​ໄປ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ ກໍ​ຍາກ​ແທ້​ໜໍ.”</verse>
				<verse number="24">ພວກ​ສາວົກ​ຕ່າງ​ກໍ​ປະຫລາດ​ໃຈ​ໃນ​ຄຳ​ເວົ້າ​ຂອງ​ພຣະອົງ ແຕ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ພວກເພິ່ນ​ອີກ​ວ່າ, “ລູກ​ທັງຫລາຍ​ເອີຍ, ທີ່​ຈະ​ເຂົ້າ​ໄປ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ກໍ​ຍາກ​ແທ້</verse>
				<verse number="25">ອູດ​ໂຕໜຶ່ງ​ຈະ​ລອດ​ຮູ​ເຂັມ ກໍ​ງ່າຍ​ກວ່າ​ຄົນ​ຮັ່ງມີ​ຜູ້ໜຶ່ງ​ຈະ​ເຂົ້າ​ໄປ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ.”</verse>
				<verse number="26">ພວກ​ສາວົກ​ປະຫລາດ​ໃຈ​ຫລາຍ ຈຶ່ງ​ຖາມ​ກັນ​ວ່າ, “ຖ້າ​ຢ່າງ​ນັ້ນ ຜູ້ໃດ​ຈະ​ລອດພົ້ນ​ໄດ້?”</verse>
				<verse number="27">ພຣະເຢຊູເຈົ້າ​ເພັ່ງ​ຕາ​ເບິ່ງ​ພວກເພິ່ນ ແລະ​ກ່າວ​ວ່າ, “ຝ່າຍ​ມະນຸດ​ກໍ​ເຫຼືອ​ກຳລັງ​ທີ່​ຈະ​ເຮັດ​ໄດ້ ແຕ່​ບໍ່​ເຫຼືອ​ກຳລັງ​ຂອງ​ພຣະເຈົ້າ ເພາະ​ຝ່າຍ​ພຣະເຈົ້າ​ຊົງ​ເຮັດ​ໄດ້​ທຸກສິ່ງ.”</verse>
				<verse number="28">ແລ້ວ​ເປໂຕ​ກໍ​ກ່າວ​ຂຶ້ນ​ວ່າ, “ເບິ່ງດູ ພວກ​ຂ້ານ້ອຍ​ໄດ້​ສະຫລະ​ທຸກສິ່ງ ແລະ​ໄດ້​ຕິດຕາມ​ພຣະອົງ​ມາ.”</verse>
				<verse number="29">ພຣະເຢຊູເຈົ້າ​ຊົງ​ຕອບ​ພວກເພິ່ນ​ວ່າ, “ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ຜູ້ໃດ​ໄດ້​ສະຫລະ​ບ້ານ​ເຮືອນ ຫລື​ອ້າຍ​ເອື້ອຍ​ນ້ອງ ຫລື​ພໍ່ແມ່ ຫລື​ລູກ ຫລື​ໄຮ່​ນາ​ຂອງຕົນ ເພາະ​ເຫັນ​ແກ່​ເຮົາ​ແລະ​ເຫັນ​ແກ່​ຂ່າວປະເສີດ.</verse>
				<verse number="30">ໃນ​ໂລກນີ້ ຜູ້​ນັ້ນ​ຈະ​ໄດ້​ຮັບ​ຕອບ​ແທນ​ຮ້ອຍ​ເທົ່າ​ຄື: ບ້ານ​ເຮືອນ, ອ້າຍ​ເອື້ອຍ​ນ້ອງ, ພໍ່ແມ່, ລູກ ແລະ​ໄຮ່​ນາ ແລະ​ທັງ​ຈະ​ໄດ້​ຮັບ​ການ​ຂົ່ມເຫັງ​ດ້ວຍ ແລະ​ໃນ​ໂລກ​ໜ້າ​ເຂົາ​ຈະ​ໄດ້​ຊີວິດ​ນິຣັນດອນ.</verse>
				<verse number="31">ແຕ່​ຫລາຍ​ຄົນ​ທີ່​ເປັນ​ຜູ້ຕົ້ນ ຈະ​ກັບ​ເປັນ​ຜູ້ປາຍ ແລະ​ຜູ້​ທີ່​ເປັນ​ປາຍ​ໃນ​ເວລາ​ນີ້ ກໍ​ຈະ​ເປັນ​ຜູ້ຕົ້ນ.”</verse>
				<verse number="32">ເມື່ອ​ກຳລັງ​ເດີນທາງ​ຂຶ້ນ​ເມືອ​ນະຄອນ​ເຢຣູຊາເລັມ, ພຣະເຢຊູເຈົ້າ​ໄດ້​ຍ່າງ​ນຳ​ໜ້າ​ພວກເຂົາ​ໄປ ພວກ​ສາວົກ​ໄດ້​ວຸ້ນວາຍ​ໃຈ ແລະ​ພວກ​ອື່ນ​ທີ່​ຍ່າງ​ມາ​ຕາມ​ຫລັງ​ຕ່າງ​ກໍ​ມີ​ຄວາມ​ຢ້ານ ແລ້ວ​ພຣະເຢຊູເຈົ້າ​ກໍ​ພາ​ສາວົກ​ສິບສອງ​ຄົນ ຍ່າງ​ຫລີກ​ອອກ​ໄປ​ທາງ​ຂ້າງ​ອີກເທື່ອໜຶ່ງ ແລະ​ກ່າວ​ເຖິງ​ເຫດການ​ທີ່​ຈຳ​ຕ້ອງ​ເກີດຂຶ້ນ​ກັບ​ພຣະອົງ.</verse>
				<verse number="33">ພຣະອົງ​ບອກ​ພວກເພິ່ນ​ວ່າ, “ເບິ່ງແມ! ພວກເຮົາ​ກຳລັງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ ບ່ອນ​ທີ່​ບຸດ​ມະນຸດ​ຈະ​ຖືກ​ມອບ​ໄວ້ ໃນ​ກຳມື​ຂອງ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ພວກ​ເຫຼົ່ານີ້​ຈະ​ຕັດສິນ​ລົງໂທດ​ເພິ່ນ​ໃຫ້​ເຖິງ​ຕາຍ ແລະ​ຈະ​ມອບ​ເພິ່ນ​ໄວ້​ກັບ​ຄົນ​ຕ່າງຊາດ.</verse>
				<verse number="34">ຄົນ​ພວກ​ນີ້ ຈະ​ເຢາະເຢີ້ຍ​ເພິ່ນ, ຈະ​ຖົ່ມ​ນໍ້າລາຍ​ໃສ່​ເພິ່ນ, ຈະ​ຂ້ຽນຕີ​ເພິ່ນ ແລະ​ຈະ​ຂ້າ​ເພິ່ນ​ເສຍ, ແຕ່​ໃນ​ວັນ​ຖ້ວນ​ສາມ ເພິ່ນ​ຈະ​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ.”</verse>
				<verse number="35">ແລ້ວ​ຢາໂກໂບ ແລະ ໂຢຮັນ​ລູກຊາຍ​ຂອງ​ເຊເບດາຍ ໄດ້​ເຂົ້າ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ເວົ້າ​ວ່າ, “ອາຈານ​ເອີຍ, ພວກ​ຂ້ານ້ອຍ​ທັງສອງ ປາຖະໜາ​ຈະ​ໃຫ້​ທ່ານ​ເຮັດ​ຕາມ​ຄຳ​ຂໍຮ້ອງ​ຂອງ​ພວກ​ຂ້ານ້ອຍ.”</verse>
				<verse number="36">ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ເຈົ້າ​ທັງສອງ​ຕ້ອງການ​ຫຍັງ?”</verse>
				<verse number="37">ພວກເພິ່ນ​ຕອບ​ວ່າ, “ເມື່ອ​ທ່ານ​ຢູ່​ໃນ​ສະຫງ່າຣາສີ​ແລ້ວ ຂໍ​ໃຫ້​ພວກ​ຂ້ານ້ອຍ​ທັງສອງ​ນັ່ງ​ທີ່​ເບື້ອງ​ຂວາ​ຂອງທ່ານ​ຄົນ​ໜຶ່ງ ແລະ​ທີ່​ເບື້ອງ​ຊ້າຍ​ຄົນ​ໜຶ່ງ.”</verse>
				<verse number="38">ພຣະເຢຊູເຈົ້າ​ຊົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ທີ່​ພວກເຈົ້າ​ຂໍຮ້ອງ​ນັ້ນ​ພວກເຈົ້າ​ບໍ່​ຮູ້ຈັກ, ຈອກ​ທີ່​ເຮົາ​ຈະ​ດື່ມ​ນັ້ນ ພວກເຈົ້າ​ຈະ​ດື່ມ​ໄດ້​ບໍ? ແລະ​ບັບຕິສະມາ​ທີ່​ເຮົາ​ຮັບ​ນັ້ນ ພວກເຈົ້າ​ຈະ​ຮັບ​ໄດ້​ບໍ?”</verse>
				<verse number="39">ພວກເພິ່ນ​ຕອບ​ວ່າ, “ໄດ້​ຢູ່​ຂ້ານ້ອຍ.” ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຈະ​ດື່ມ​ຈາກ​ຈອກ​ທີ່​ເຮົາ​ຕ້ອງ​ດື່ມ​ແທ້ ແລະ​ບັບຕິສະມາ​ທີ່​ເຮົາ​ຮັບ ພວກເຈົ້າ​ກໍ​ຕ້ອງ​ຮັບ​ແທ້.</verse>
				<verse number="40">ແຕ່​ຈະ​ເລືອກ​ວ່າ ຜູ້ໃດ​ຈະ​ນັ່ງ​ທີ່​ເບື້ອງ​ຂວາ ຫລື​ທີ່​ເບື້ອງ​ຊ້າຍ​ຂອງເຮົາ​ນັ້ນ ບໍ່ແມ່ນ​ໜ້າທີ່​ເຮົາ​ຈະ​ຈັດໃຫ້, ແຕ່​ພຣະເຈົ້າ​ໄດ້​ຈັດໄວ້​ສຳລັບ​ຜູ້ໃດ ກໍ​ເປັນ​ຂອງ​ຜູ້ນັ້ນ.”</verse>
				<verse number="41">ເມື່ອ​ສາວົກ​ຄົນອື່ນໆ​ອີກ​ສິບ​ຄົນ​ໄດ້ຍິນ​ເຖິງ​ເລື່ອງ​ນີ້​ແລ້ວ, ພວກເພິ່ນ​ກໍ​ເຄືອງໃຈ​ໃຫ້​ຢາໂກໂບ ແລະ ໂຢຮັນ.</verse>
				<verse number="42">ແຕ່​ເມື່ອ​ພຣະເຢຊູເຈົ້າ​ເອີ້ນ​ພວກເພິ່ນ​ມາ​ເຕົ້າໂຮມ​ກັນ ແລ້ວ​ກ່າວ​ວ່າ, “ພວກເຈົ້າ​ຕ່າງ​ກໍ​ຮູ້​ວ່າ ຜູ້​ທີ່​ມະນຸດ​ຖື​ວ່າ ເປັນ​ຜູ້​ປົກຄອງ​ປະຊາຊົນ ກໍ​ມີ​ອຳນາດ​ເໜືອ​ປະຊາຊົນ​ທີ່​ເຂົາ​ປົກຄອງ ແລະ​ຜູ້​ໃຫຍ່​ກໍ​ໃຊ້​ສິດ​ອຳນາດ​ເໜືອ​ພວກເຂົາ.</verse>
				<verse number="43">ແຕ່​ໃນ​ທ່າມກາງ​ພວກເຈົ້າ​ແລ້ວ ບໍ່​ເປັນ​ດັ່ງນັ້ນ​ເລີຍ, ຖ້າ​ຜູ້ໜຶ່ງ​ໃນ​ພວກເຈົ້າ ຢາກ​ເປັນ​ໃຫຍ່ ເຂົາ​ຕ້ອງ​ເປັນ​ຜູ້ຮັບໃຊ້​ເຈົ້າ​ທັງຫລາຍ;</verse>
				<verse number="44">ແລະ ຖ້າ​ຜູ້ໜຶ່ງ​ໃນ​ພວກເຈົ້າ​ຢາກ​ເປັນ​ເອກ ເຂົາ​ກໍ​ຕ້ອງ​ເປັນ​ຂ້ອຍໃຊ້​ຂອງ​ທຸກຄົນ.</verse>
				<verse number="45">ເພາະ​ບຸດ​ມະນຸດ​ບໍ່ໄດ້​ມາ ເພື່ອ​ໃຫ້​ຄົນອື່ນ​ຮັບໃຊ້​ຕົນ ແຕ່​ມາ​ເພື່ອ​ຮັບໃຊ້​ເຂົາ ແລະ​ປະທານ​ຊີວິດ​ຂອງຕົນ ເປັນ​ຄ່າ​ໄຖ່​ຄົນ​ຈຳນວນ​ຫລວງຫລາຍ.”</verse>
				<verse number="46">ພຣະເຢຊູເຈົ້າ​ແລະ​ພວກ​ສາວົກ​ຂອງ​ພຣະອົງ ເດີນທາງ​ມາ​ເຖິງ​ເມືອງ​ເຢຣີໂກ, ເມື່ອ​ພຣະອົງ​ກຳລັງ​ອອກ​ຈາກ​ເມືອງ​ໄປ​ກັບ​ພວກ​ສາວົກ ແລະ​ປະຊາຊົນ​ໝູ່ໃຫຍ່​ທີ່​ຕິດຕາມ​ຈຳນວນ​ຫລວງຫລາຍ ກໍ​ມີ​ຊາຍ​ຕາບອດ​ຜູ້ໜຶ່ງ​ຊື່​ວ່າ ບາຣະຕີມາຍ​ເປັນ​ລູກຊາຍ​ຂອງ​ຕີມາຍ ນັ່ງ​ຂໍທານ​ທີ່​ແຄມ​ທາງ.</verse>
				<verse number="47">ເມື່ອ​ລາວ​ໄດ້ຍິນ​ວ່າ ພຣະເຢຊູເຈົ້າ​ໄທ​ນາຊາເຣັດ​ກຳລັງ​ມາ​ໃກ້ ລາວ​ກໍ​ຮ້ອງ​ຂຶ້ນ​ວ່າ, “ເຢຊູ ບຸດ​ດາວິດ​ເອີຍ, ຂໍ​ຊົງ​ເມດຕາ​ສົງສານ​ຂ້ານ້ອຍ​ແດ່ທ້ອນ.”</verse>
				<verse number="48">ມີ​ຫລາຍ​ຄົນ​ໄດ້​ຫ້າມ​ລາວ​ໃຫ້​ມິດ​ຢູ່ ແຕ່​ລາວ​ແຮ່ງ​ຮ້ອງ​ດັງ​ຂຶ້ນ​ຕື່ມ​ວ່າ, “ເຢຊູ ບຸດ​ດາວິດ​ເອີຍ ຂໍໂຜດ​ເມດຕາ​ສົງສານ​ຂ້ານ້ອຍ​ແດ່ທ້ອນ.”</verse>
				<verse number="49">ພຣະເຢຊູເຈົ້າ​ຈຶ່ງ​ຢຸດ ແລະ​ສັ່ງ​ວ່າ, “ຈົ່ງ​ໄປ​ເອີ້ນ​ເອົາ​ລາວ​ມາ.” ສະນັ້ນ ພວກເຂົາ​ຈຶ່ງ​ໄປ​ເອີ້ນ​ເອົາ​ຊາຍ​ຕາບອດ​ນັ້ນ​ມາ ແລ້ວ​ເວົ້າ​ວ່າ, “ຈົ່ງ​ຊື່ນ​ໃຈ​ແລະ​ລຸກ​ຂຶ້ນ ເພິ່ນ​ກຳລັງ​ເອີ້ນ​ເອົາ​ເຈົ້າ.”</verse>
				<verse number="50">ຊາຍ​ຕາບອດ​ຖິ້ມ​ຜ້າຕູ້ມ​ຂອງຕົນ ແລະ​ຮີບ​ລຸກ​ຂຶ້ນ​ມາ​ຫາ​ພຣະເຢຊູເຈົ້າ.</verse>
				<verse number="51">ພຣະເຢຊູເຈົ້າ​ຖາມ​ລາວ​ວ່າ, “ເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ແກ່​ເຈົ້າ?” ຊາຍ​ຕາບອດ​ຕອບ​ວ່າ, “ພຣະອາຈານ​ເອີຍ ຂໍໂຜດ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ຮຸ່ງ​ແດ່ທ້ອນ.”</verse>
				<verse number="52">ພຣະເຢຊູເຈົ້າ​ຕອບ​ວ່າ, “ໄປ​ສາ ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ.” ໃນ​ທັນໃດນັ້ນ ລາວ​ກໍ​ເຫັນ​ຮຸ່ງ​ໄດ້ ແລະ​ເດີນ​ຕິດຕາມ​ພຣະເຢຊູເຈົ້າ​ໄປ.</verse>
			</chapter>
			<chapter number="11">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ ເຂົ້າ​ໄປ​ໃກ້​ນະຄອນ​ເຢຣູຊາເລັມ ຄື​ໃກ້​ບ້ານ​ເບັດຟາເຄ ແລະ​ບ້ານ​ເບັດທານີ ກໍ​ມາ​ເຖິງ​ພູເຂົາ​ໝາກກອກເທດ, ພຣະເຢຊູເຈົ້າ​ໄດ້​ໃຊ້​ສາວົກ​ສອງ​ຄົນ​ລ່ວງໜ້າ​ໄປ​ກ່ອນ ແລະ​ສັ່ງ​ພວກເພິ່ນ​ວ່າ,</verse>
				<verse number="2">“ຈົ່ງ​ເຂົ້າ​ໄປ​ໃນ​ບ້ານ​ທີ່​ຢູ່​ຕໍ່ໜ້າ​ພວກເຈົ້າ​ນັ້ນ ພໍ​ໄປ​ຮອດ​ທີ່​ນັ້ນ​ແລ້ວ ພວກເຈົ້າ​ຈະ​ພົບ​ລໍ​ນ້ອຍ​ໂຕໜຶ່ງ​ທີ່​ເຂົາ​ຜູກ​ໄວ້ ລໍ​ນ້ອຍ​ໂຕ​ນີ້​ຍັງ​ບໍ່ມີ​ຜູ້ໃດ​ເຄີຍ​ຂີ່​ຈັກເທື່ອ. ຈົ່ງ​ແກ້​ເຊືອກ​ນັ້ນ​ອອກ ແລະ​ຈູງ​ມັນ​ມາ​ທີ່​ນີ້.</verse>
				<verse number="3">ຖ້າ​ມີ​ຜູ້ໃດ​ຖາມ​ວ່າ, ‘ເປັນຫຍັງ​ຈຶ່ງ​ເຮັດ​ແນວ​ນີ້?’ ໃຫ້​ບອກ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ຕ້ອງການ ແລະ​ບຶດ​ໜຶ່ງ​ຈະ​ສົ່ງ​ມັນ​ຄືນ​ມາ​ໃຫ້​ທີ່​ນີ້.”’</verse>
				<verse number="4">ແລ້ວ​ສາວົກ​ທັງສອງ​ຈຶ່ງ​ຈາກ​ໄປ ແລະ​ກໍ​ພົບ​ລໍ​ນ້ອຍ​ໂຕໜຶ່ງ ທີ່​ເຂົາ​ຜູກ​ໄວ້​ຢູ່​ໃກ້​ປະຕູ​ເຮືອນ​ທີ່​ແຄມ​ຖະໜົນ ຂະນະທີ່​ພວກເພິ່ນ​ກຳລັງ​ແກ້​ເຊືອກ​ຢູ່​ນັ້ນ,</verse>
				<verse number="5">ບາງຄົນ​ທີ່​ຢືນ​ຢູ່​ໃນ​ທີ່ນັ້ນ​ກໍ​ຖາມ​ວ່າ, “ພວກເຈົ້າ​ແກ້​ເອົາ​ລໍ​ນ້ອຍ​ໄປ​ເຮັດ​ຫຍັງ?”</verse>
				<verse number="6">ພວກເພິ່ນ​ຈຶ່ງ​ຕອບ​ຕາມ​ທີ່​ພຣະເຢຊູເຈົ້າ​ໄດ້​ບອກ ແລ້ວ​ຄົນ​ເຫຼົ່ານັ້ນ​ກໍ​ຍອມ​ໃຫ້​ພວກເພິ່ນ​ເອົາ​ໄປ.</verse>
				<verse number="7">ສາວົກ​ໄດ້​ຈູງ​ລໍ​ນ້ອຍ​ນັ້ນ​ມາ​ຫາ​ພຣະເຢຊູເຈົ້າ ແລ້ວ​ພວກເພິ່ນ​ກໍ​ເອົາ​ເຄື່ອງນຸ່ງ​ຂອງຕົນ​ປູ​ຫລັງ​ຂອງ​ມັນ ແລະ​ໃຫ້​ພຣະເຢຊູເຈົ້າ​ຂຶ້ນ​ຂີ່.</verse>
				<verse number="8">ມີ​ຫລາຍ​ຄົນ​ໄດ້​ເອົາ​ເສື້ອຜ້າ​ຂອງຕົນ​ປູ​ລົງ​ຕາມ​ທາງຍ່າງ ແລະ​ບາງຄົນ​ກໍໄດ້​ຕັດ​ເອົາ​ຟົດ​ໄມ້​ຕາມ​ທົ່ງນາ​ມາ​ປູ​ຕາມ​ຫົນທາງ.</verse>
				<verse number="9">ຄົນ​ທີ່​ຍ່າງ​ໄປ​ກ່ອນ​ກັບ​ຄົນ​ທີ່​ຕາມ​ຫລັງ​ພຣະເຢຊູເຈົ້າ​ໄປ ຕ່າງ​ກໍ​ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ ຂໍ​ພຣະເຈົ້າ​ອວຍພອນ​ທ່ານ ທີ່​ສະເດັດ​ມາ​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ</verse>
				<verse number="10">ຂໍ​ພຣະເຈົ້າ​ອວຍພອນ​ອານາຈັກ​ທີ່​ກຳລັງ​ຈະ​ມາ ຄື​ອານາຈັກ​ຂອງ​ດາວິດ​ບັນພະບຸລຸດ​ຂອງ​ພວກເຮົາ ໂຮຊັນນາ​ໃນ​ສະຫວັນ​ສູງສຸດ.”</verse>
				<verse number="11">ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ນະຄອນ​ເຢຣູຊາເລັມ ແລ້ວ​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ລຽບ​ເບິ່ງ​ທົ່ວ​ໄປ ເມື່ອ​ຄໍ່າ​ຫລາຍ​ແລ້ວ ພຣະອົງ​ຈຶ່ງ​ກັບຄືນ​ໄປ​ບ້ານ​ເບັດທານີ​ກັບ​ສາວົກ​ສິບສອງ​ຄົນ.</verse>
				<verse number="12">ໃນ​ຕອນເຊົ້າ​ວັນ​ຕໍ່ມາ ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ອອກ​ຈາກ​ບ້ານ​ເບັດທານີ​ໄປ ພຣະອົງ​ກໍ​ຫິວ​ເຂົ້າ.</verse>
				<verse number="13">ເມື່ອ​ເຫັນ​ຕົ້ນ​ໝາກ​ເດື່ອເທດ​ຕົ້ນ​ໜຶ່ງ​ແຕ່​ໄກ ຊຶ່ງ​ມີ​ໃບ​ດົກ​ໜາ​ດີ ແລະ​ພຣະອົງ​ກໍ​ໄປ​ເບິ່ງ​ວ່າ​ມັນ​ມີ​ໝາກ​ຫລື​ບໍ່, ແຕ່​ເມື່ອ​ພຣະອົງ​ໄປ​ເຖິງ​ຕົ້ນໄມ້​ແລ້ວ ກໍ​ບໍ່​ເຫັນ​ໝາກ​ມີ​ແຕ່​ໃບ​ເທົ່ານັ້ນ ເພາະ​ບໍ່ແມ່ນ​ລະດູ​ເກີດ​ໝາກ.</verse>
				<verse number="14">ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ຕໍ່​ຕົ້ນ​ໝາກ​ເດື່ອເທດ​ວ່າ, “ຢ່າ​ໃຫ້​ຜູ້ໃດ​ໄດ້​ກິນ​ໝາກ​ຂອງ​ມຶງ​ອີກ​ຈັກເທື່ອ.” ຝ່າຍ​ສາວົກ​ກໍ​ໄດ້​ຍິນ​ຄຳ​ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ.</verse>
				<verse number="15">ເມື່ອ​ພຣະເຢຊູເຈົ້າ​ແລະ​ພວກ​ສາວົກ​ຂອງ​ພຣະອົງ ມາ​ເຖິງ​ນະຄອນ​ເຢຣູຊາເລັມ, ແລ້ວ​ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ບໍລິເວນ​ພຣະວິຫານ ພຣະອົງ​ໄດ້​ຕັ້ງຕົ້ນ​ຂັບໄລ່​ບັນດາ​ພວກ​ຄົນ​ຊື້ຂາຍ​ໃນ​ບໍລິເວນ​ພຣະວິຫານ​ອອກ​ໄປ, ພຣະອົງ​ຂວໍ້າ​ໂຕະ​ຂອງ​ພວກ​ຮັບ​ແລກປ່ຽນ​ເງິນ ແລະ​ຂວໍ້າ​ບ່ອນ​ນັ່ງ​ຂອງ​ຄົນ​ຂາຍ​ນົກເຂົາ.</verse>
				<verse number="16">ແລະ ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜູ້ໃດ ຂົນ​ສິ່ງຂອງ​ຜ່ານ​ພຣະວິຫານ​ໄປ.</verse>
				<verse number="17">ແລ້ວ​ພຣະອົງ​ກໍໄດ້​ສັ່ງສອນ​ພວກເຂົາ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະວິຫານ​ຂອງເຮົາ​ຈະ​ເອີ້ນ​ວ່າ ເປັນ​ສະຖານທີ່​ພາວັນນາ​ອະທິຖານ​ສຳລັບ​ຄົນ​ທຸກ​ຊາດ’, ແຕ່​ພວກເຈົ້າ​ເຮັດ​ໃຫ້​ເປັນ​ຖໍ້າ​ຂອງ​ໂຈນ.”</verse>
				<verse number="18">ເມື່ອ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ໄດ້ຍິນ​ເຊັ່ນ​ນີ້ ພວກເຂົາ​ຈຶ່ງ​ຊອກ​ຫາ​ວິທີ​ທາງ​ຈະ​ຂ້າ​ພຣະເຢຊູເຈົ້າ. ພວກເຂົາ​ຢ້ານ​ພຣະອົງ ເພາະ​ປະຊາຊົນ​ທັງໝົດ​ໄດ້​ປະຫລາດ​ໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ.</verse>
				<verse number="19">ພໍ​ຕອນ​ຄໍ່າ​ມາ ພຣະເຢຊູເຈົ້າ​ແລະ​ພວກ​ສາວົກ​ກໍ​ພາກັນ​ອອກ​ໄປ​ຈາກ​ເມືອງ.</verse>
				<verse number="20">ວັນ​ໃໝ່​ຕໍ່ມາ ໃນ​ເວລາ​ເຊົ້າໆ ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຍ່າງ​ຜ່ານ​ຕົ້ນ​ເດື່ອເທດ​ອີກ ພວກເພິ່ນ​ໄດ້​ສັງເກດ​ເຫັນ​ຕົ້ນ​ເດື່ອເທດ​ນັ້ນ ມັນ​ຫ່ຽວແຫ້ງ ແລະ​ຕາຍໄປ​ຈົນເຖິງ​ຮາກ.</verse>
				<verse number="21">ເປໂຕ​ຈື່​ເຫດການ​ທີ່​ພຣະເຢຊູເຈົ້າ​ໄດ້​ເວົ້າ​ແກ່​ຕົ້ນໄມ້​ນັ້ນ ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ພຣະອາຈານ​ເອີຍ ເບິ່ງແມ! ຕົ້ນ​ເດື່ອເທດ​ທີ່​ທ່ານ​ໄດ້​ສາບແຊ່ງ​ນັ້ນ​ຕາຍ​ເສຍ​ແລ້ວ.”</verse>
				<verse number="22">ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຈົ່ງ​ມີ​ຄວາມເຊື່ອ​ໃນ​ພຣະເຈົ້າ.</verse>
				<verse number="23">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍຕາມ​ທີ່​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນຍ້າຍ​ໄປ​ຕົກລົງ​ສູ່​ທະເລ’ ແລະ​ບໍ່ມີ​ຄວາມ​ສົງໄສ​ໃນ​ໃຈ ແຕ່​ເຊື່ອ​ວ່າ​ຈະ​ເປັນ​ໄປ​ຕາມ​ຄຳສັ່ງ​ນັ້ນ ແລ້ວ​ກໍ​ເປັນ​ໄປ​ຕາມ​ນັ້ນ.</verse>
				<verse number="24">ດ້ວຍເຫດນັ້ນ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ສິ່ງໃດ​ທີ່​ພວກເຈົ້າ​ພາວັນນາ​ອະທິຖານ​ຂໍ​ນັ້ນ ຈົ່ງ​ເຊື່ອ​ວ່າ​ໄດ້​ຮັບ​ແລ້ວ ແລະ​ຄົງ​ຈະ​ເປັນ​ແກ່​ເຈົ້າ​ທັງຫລາຍ.</verse>
				<verse number="25">ແລະ​ເມື່ອ​ເຈົ້າ​ຢືນ​ພາວັນນາ​ອະທິຖານ​ຢູ່ ຖ້າ​ເຈົ້າ​ມີ​ເລື່ອງ​ກັບ​ຜູ້ໃດ​ຜູ້ໜຶ່ງ​ຈົ່ງ​ຍົກໂທດ​ໃຫ້​ເຂົາ ເພື່ອ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ຈະ​ຍົກ​ຄວາມ​ຜິດບາບ​ຂອງ​ພວກເຈົ້າ​ດ້ວຍ, [</verse>
				<verse number="26">ແຕ່​ຖ້າ​ເຈົ້າ​ບໍ່​ຍົກໂທດ​ນັ້ນ ພຣະບິດາ​ຂອງ​ເຈົ້າ​ຜູ້​ຊົງ​ສະຖິດ​ໃນ​ສະຫວັນ ກໍ​ຈະ​ບໍ່​ຍົກ​ຄວາມຜິດ​ຂອງ​ເຈົ້າ​ເໝືອນກັນ.”]</verse>
				<verse number="27">ອີກເທື່ອໜຶ່ງ ພຣະເຢຊູເຈົ້າ​ແລະ​ສາວົກ​ຂອງ​ພຣະອົງ ໄດ້​ກັບຄືນ​ເຂົ້າ​ໄປ​ໃນ​ນະຄອນ​ເຢຣູຊາເລັມ, ເມື່ອ​ພຣະອົງ​ຍ່າງ​ເຂົ້າ​ໄປ​ໃນ​ພຣະວິຫານ ພວກ​ຫົວໜ້າ​ປະໂຣຫິດ, ພວກ​ທຳມະຈານ​ແລະ​ພວກ​ເຖົ້າແກ່ ກໍ​ມາ​ຫາ​ພຣະອົງ.</verse>
				<verse number="28">ພວກເຂົາ​ໄດ້​ຖາມ​ວ່າ, “ເຈົ້າ​ມີ​ສິດ​ອຳນາດ​ຫຍັງ ຈຶ່ງ​ເຮັດ​ການ​ເຫຼົ່ານີ້? ຜູ້ໃດ​ໃຫ້​ສິດ​ນີ້​ແກ່​ເຈົ້າ?”</verse>
				<verse number="29">ພຣະເຢຊູເຈົ້າ​ຊົງ​ຕອບ​ພວກເຂົາ​ວ່າ, “ເຮົາ​ມີ​ຄຳ​ຖາມ​ຂໍ້​ໜຶ່ງ​ຈະ​ຖາມ​ພວກເຈົ້າ ແລະ​ຈົ່ງ​ໃຫ້​ຄຳຕອບ​ແກ່​ເຮົາ ແລະ​ເຮົາ​ຈະ​ບອກ​ພວກເຈົ້າ​ວ່າ, ‘ເຮົາ​ເຮັດ​ການ​ເຫຼົ່ານີ້​ດ້ວຍ​ສິດ​ອັນ​ໃດ.’</verse>
				<verse number="30">ຄື​ບອກ​ເຮົາ​ມາ​ເບິ່ງດູ​ວ່າ, ‘ຜູ້ໃດ​ໃຫ້​ສິດ​ແກ່​ໂຢຮັນ​ເພື່ອ​ໃຫ້​ຮັບ​ບັບຕິສະມາ ພຣະເຈົ້າ​ໃຫ້ ຫລື​ວ່າ​ມະນຸດ​ໃຫ້?”’</verse>
				<verse number="31">ພວກເຂົາ​ໄດ້​ປຶກສາ​ກັນ​ວ່າ, “ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຖ້າ​ພວກເຮົາ​ຕອບ​ວ່າ, ‘ພຣະເຈົ້າ​ໃຫ້’ ມັນ​ກໍ​ຈະ​ຖາມ​ວ່າ, ‘ຖ້າດັ່ງນັ້ນ ເປັນຫຍັງ​ພວກເຈົ້າ ຈຶ່ງ​ບໍ່​ເຊື່ອ​ໂຢຮັນ?’</verse>
				<verse number="32">ຫລື​ວ່າ ພວກເຮົາ​ຈະ​ຕອບ​ວ່າ, ‘ມະນຸດ​ໃຫ້...”’ (ພວກເຂົາ​ກໍ​ຢ້ານ​ປະຊາຊົນ ເພາະ​ທຸກຄົນ​ຖື​ວ່າ ໂຢຮັນ​ເປັນ​ຜູ້ທຳນວາຍ.)</verse>
				<verse number="33">ສະນັ້ນ ພວກເຂົາ​ຈຶ່ງ​ຕອບ​ພຣະເຢຊູເຈົ້າ​ວ່າ, “ພວກເຮົາ​ບໍ່​ຮູ້.” ແລ້ວ​ພຣະເຢຊູເຈົ້າ​ກໍ​ຕອບ​ພວກເຂົາ​ວ່າ, “ດັ່ງນັ້ນ ຂ້ອຍ​ກໍ​ຈະ​ບໍ່​ບອກ​ພວກເຈົ້າ​ຄື​ກັນ​ວ່າ ຂ້ອຍ​ເຮັດ​ການ​ເຫຼົ່ານີ້​ດ້ວຍ​ສິດ​ອັນໃດ.”</verse>
			</chapter>
			<chapter number="12">
				<verse number="1">ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ເລີ່ມຕົ້ນ​ກ່າວ​ແກ່​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ, “ມີ​ຄົນ​ໜຶ່ງ​ເຮັດ​ສວນອະງຸ່ນ, ເພິ່ນ​ເຮັດ​ຮົ້ວ​ລ້ອມ​ສວນ​ໄວ້ ແລະ​ສະກັດ​ອ່າງ​ເພື່ອ​ໃຊ້​ເປັນ​ບ່ອນ​ບີບຄັ້ນ​ເອົາ​ນໍ້າ​ອະງຸ່ນ ແລະ​ທັງ​ໄດ້​ສ້າງ​ຫໍຄອຍ​ເພື່ອ​ເຝົ້າ​ຍາມ​ໄວ້​ດ້ວຍ, ຕໍ່ມາ ເພິ່ນ​ເອົາ​ສວນ​ອະງຸ່ນ​ໃຫ້​ຄົນ​ເຊົ່າ ແລ້ວ​ເພິ່ນ​ກໍ​ຈາກ​ໄປ​ປະເທດ​ອື່ນ.</verse>
				<verse number="2">ພໍ​ເຖິງ​ລະດູ​ເກັບ​ໝາກອະງຸ່ນ​ມາ​ຮອດ ເພິ່ນ​ກໍ​ໃຫ້​ຄົນ​ຮັບໃຊ້​ຄົນ​ໜຶ່ງ​ໄປ​ຫາ​ພວກ​ເຊົ່າ​ສວນ ເພື່ອ​ຮັບ​ເອົາ​ສ່ວນ​ແບ່ງ​ຈາກ​ຜົນລະປູກ​ຂອງຕົນ​ນຳ​ພວກເຂົາ.</verse>
				<verse number="3">ແລະ ຄົນ​ເຊົ່າ​ສວນ​ໄດ້​ຈັບ​ຄົນ​ຮັບໃຊ້​ຄົນ​ນັ້ນ​ມາ​ຂ້ຽນຕີ ແລະ​ຂັບໄລ່​ເຂົາ​ກັບຄືນ​ເມືອ​ມື​ເປົ່າ.</verse>
				<verse number="4">ແລ້ວ​ເຈົ້າ​ຂອງ​ສວນ​ກໍ​ໃຫ້​ຄົນ​ຮັບໃຊ້​ຄົນ​ໜຶ່ງ​ໄປ​ອີກ ພວກ​ຄົນ​ເຊົ່າ​ສວນ​ກໍ​ທຸບຕີ​ເຂົາ​ຈົນ​ຫົວ​ມີ​ບາດແຜ ແລະ​ປ້ອຍດ່າ​ດູຖູກ​ເຂົາ​ອີກ​ດ້ວຍ.</verse>
				<verse number="5">ເຈົ້າ​ຂອງ​ສວນ​ໄດ້​ໃຫ້​ຂ້ອຍໃຊ້​ຄົນ​ໜຶ່ງ​ໄປ​ອີກ ແລະ​ພວກເຂົາ​ກໍ​ໄດ້ຂ້າ​ເຂົາ; ແລ້ວ​ເຈົ້າ​ຂອງ​ສວນ​ກໍ​ຍັງ​ສົ່ງ​ຄົນ​ຮັບໃຊ້​ມາ​ອີກ​ຫລາຍໆ​ຄົນ ພວກເຂົາ​ກໍ​ຂ້ຽນຕີ​ບາງຄົນ ແລະ​ຂ້າ​ບາງຄົນ.</verse>
				<verse number="6">ໃນທີ່ສຸດ ກໍ​ເຫຼືອ​ແຕ່​ລູກຊາຍ​ຜູ້​ເປັນ​ສຸດທີ່ຮັກ​ຂອງ​ເພິ່ນ, ເພິ່ນ​ຈຶ່ງ​ໃຊ້​ລູກ​ຄົນ​ນັ້ນ​ໄປ ເປັນ​ຄົນ​ສຸດທ້າຍ​ໂດຍ​ຄິດ​ວ່າ, ‘ພວກເຂົາ​ຄົງ​ຈະ​ໃຫ້​ຄວາມ​ເຄົາຣົບ​ນັບຖື​ລາວ.’</verse>
				<verse number="7">ແຕ່​ຄົນ​ເຊົ່າ​ສວນ​ເຫຼົ່ານັ້ນ​ເວົ້າ​ກັນ​ວ່າ, ‘ຄົນ​ນີ້​ແຫຼະ ເປັນ​ເຈົ້າ​ຂອງ​ມໍຣະດົກ, ໃຫ້​ພວກເຮົາ​ຂ້າ​ມັນ​ສາ ແລ້ວ​ມໍຣະດົກ​ກໍ​ຈະ​ຕົກ​ເປັນ​ຂອງ​ພວກເຮົາ.’</verse>
				<verse number="8">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ລູກຊາຍ​ຂອງ​ເຈົ້າຂອງ​ສວນ ແລະ​ກໍ​ໄດ້ຂ້າ​ລາວ, ແລ້ວ​ພວກເຂົາ​ກໍ​ໂຍນ​ຊາກສົບ​ຂອງ​ລາວ​ຖິ້ມ​ອອກ​ໄປ​ນອກ​ສວນ.”</verse>
				<verse number="9">ພຣະເຢຊູເຈົ້າ​ຖາມ​ວ່າ, “ເມື່ອ​ເປັນ​ເຊັ່ນ​ນັ້ນ ເຈົ້າ​ຂອງ​ສວນ​ຈະ​ເຮັດ​ຢ່າງ​ໃດ? ເພິ່ນ​ຈະ​ມາ​ຂ້າ​ຄົນ​ເຊົ່າ​ສວນ​ເຫຼົ່ານັ້ນ​ເສຍ ແລະ​ຈະ​ເອົາ​ສວນ​ອະງຸ່ນ​ໃຫ້​ຄົນອື່ນ​ເຊົ່າ.</verse>
				<verse number="10">ແນ່ນອນ​ພວກເຈົ້າ​ຍັງ​ບໍ່ໄດ້​ອ່ານ​ພຣະຄຳພີ​ຂໍ້​ນີ້​ບໍ​ວ່າ, ‘ຫີນ​ທີ່​ນາຍຊ່າງ​ກໍ່​ໄດ້​ໂຍນ​ຖິ້ມ​ແລ້ວ ຫີນ​ນັ້ນ​ແຫຼະ ກາຍເປັນ​ຫີນ​ເສົາ​ເອກ ສຳຄັນ​ກວ່າ​ໝູ່​ໝົດ.</verse>
				<verse number="11">ເລື່ອງ​ນີ້​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ແລະ ເປັນ​ການ​ອັດສະຈັນ ແກ່​ຕາ​ຂອງ​ພວກເຮົາ.”’</verse>
				<verse number="12">ຝ່າຍ​ພວກເຂົາ​ຈຶ່ງ​ພະຍາຍາມ​ຈະ​ຈັບ​ພຣະອົງ ເພາະ​ພວກເຂົາ​ຮູ້​ວ່າ ພຣະອົງ​ໄດ້​ກ່າວ​ຄຳອຸປະມາ​ນີ້​ຕໍ່ສູ້​ພວກ​ຕົນ, ແຕ່​ຍ້ອນ​ຢ້ານ​ປະຊາຊົນ ພວກເຂົາ​ຈຶ່ງ​ໜີໄປ​ຈາກ​ພຣະອົງ.</verse>
				<verse number="13">ແລ້ວ​ພວກ​ຟາຣີຊາຍ​ກັບ​ພັກພວກ​ຂອງ​ເຮໂຣດ ກໍ​ໃຊ້​ບາງຄົນ​ອອກ​ໄປ​ຫາ​ພຣະເຢຊູເຈົ້າ ເພື່ອ​ຄອຍ​ຈັບຜິດ​ໃນ​ຄຳ​ເວົ້າ​ຂອງ​ພຣະອົງ.</verse>
				<verse number="14">ພວກເຂົາ​ໄດ້​ມາ​ຫາ​ພຣະອົງ ແລະ​ໄດ້​ເວົ້າ​ວ່າ, “ອາຈານ​ເອີຍ ພວກ​ຂ້ານ້ອຍ​ຮູ້​ວ່າ​ທ່ານ​ເປັນ​ຜູ້​ສັດຊື່ ແລະ​ບໍ່ໄດ້​ເອົາ​ໃຈ​ຜູ້ໃດ ເພາະ​ທ່ານ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ, ແຕ່​ທ່ານ​ສັ່ງສອນ​ຄວາມຈິງ​ໃນ​ທາງ​ຂອງ​ພຣະເຈົ້າ ປະສົງ​ໃຫ້​ມະນຸດ​ປະຕິບັດ​ຕາມ ການ​ທີ່​ເສຍ​ພາສີ​ອາກອນ​ໃຫ້​ແກ່​ກາຍຊາ​ນັ້ນ ຖືກຕ້ອງ​ຕາມ​ກົດບັນຍັດ​ບໍ? ພວກເຮົາ​ຄວນ​ເສຍ​ຫລື​ບໍ່?”</verse>
				<verse number="15">ພຣະເຢຊູເຈົ້າ​ຮູ້​ເຖິງ​ອຸບາຍ​ຂອງ​ພວກເຂົາ ຈຶ່ງ​ຕອບ​ວ່າ, “ພວກເຈົ້າ​ມາ​ທົດລອງ​ເຮົາ​ເຮັດ​ຫຍັງ? ຈົ່ງ​ນຳ​ເງິນ​ຫລຽນ​ໜຶ່ງ​ມາ​ໃຫ້​ເຮົາ​ເບິ່ງດູ.”</verse>
				<verse number="16">ພວກເຂົາ​ກໍ​ເອົາ​ມາ​ໃຫ້ ແລະ​ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ວ່າ, “ຮູບ​ແລະ​ຄຳ​ຈາລຶກ​ນີ້​ເປັນ​ຂອງ​ຜູ້ໃດ?” ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ.”</verse>
				<verse number="17">ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ​ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ສົ່ງຄືນ​ແກ່​ພຣະເຈົ້າ.” ເມື່ອ​ທຸກຄົນ​ໄດ້ຍິນ​ຄຳຕອບ​ຂອງ​ພຣະເຢຊູເຈົ້າ​ແລ້ວ ຕ່າງ​ກໍ​ປະຫລາດ​ໃຈ​ໃນ​ພຣະອົງ.</verse>
				<verse number="18">ແລ້ວ​ພວກ​ຊາດູກາຍ​ບາງຄົນ ກໍ​ມາ​ຫາ​ພຣະເຢຊູເຈົ້າ (ພວກ​ນີ້​ເຄີຍ​ເວົ້າ​ວ່າ​ການ​ຄືນ​ມາ​ຈາກ​ຕາຍ​ນັ້ນ​ບໍ່ມີ.) ພວກເຂົາ​ຖາມ​ພຣະອົງ​ວ່າ,</verse>
				<verse number="19">“ອາຈານ​ເອີຍ ໂມເຊ​ໄດ້​ຂຽນ​ເປັນ​ຄຳສັ່ງ​ສຳລັບ​ພວກເຮົາ​ວ່າ, ‘ຖ້າ​ຊາຍ​ຄົນ​ໜຶ່ງ​ຕາຍໄປ ແຕ່​ເມຍ​ຂອງ​ຜູ້​ຕາຍ​ຍັງ​ຢູ່​ໂດຍ​ບໍ່ທັນ​ມີ​ລູກ ກໍ​ໃຫ້​ນ້ອງຊາຍ​ຂອງ​ຜູ້ນັ້ນ​ເອົາ​ເອື້ອຍໃພ້​ຂອງຕົນ​ເປັນ​ເມຍ ເພື່ອ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ຂອງຕົນ​ທີ່​ຕາຍໄປ​ແລ້ວ​ນັ້ນ.’</verse>
				<verse number="20">ຍັງ​ມີ​ເຈັດ​ຊາຍ​ອ້າຍ​ນ້ອງ​ນຳກັນ, ອ້າຍ​ກົກ​ໄດ້​ເອົາ​ເມຍ​ແລ້ວ​ຕາຍໄປ​ໂດຍ​ບໍ່ມີ​ລູກ.</verse>
				<verse number="21">ແລ້ວ​ນ້ອງຊາຍ​ຂອງ​ລາວ​ຜູ້​ທີ​ໜຶ່ງ ກໍໄດ້​ຮັບ​ເອົາ​ຍິງ​ນັ້ນ​ມາ​ເປັນ​ເມຍ ແລະ​ລາວ​ກໍ​ຕາຍໄປ​ອີກ​ໂດຍ​ບໍ່ມີ​ລູກ ນ້ອງຊາຍ​ຂອງ​ລາວ​ຜູ້​ທີ​ສອງ ກໍ​ເຮັດ​ເໝືອນ​ກັບ​ອ້າຍ​ຂອງ​ລາວ,</verse>
				<verse number="22">ອ້າຍ​ນ້ອງ​ທັງ​ເຈັດ​ໄດ້​ເອົາ​ຍິງ​ນັ້ນ​ມາ​ເປັນ​ເມຍ ແລະ​ພວກເຂົາ​ກໍ​ຕາຍໄປ​ໂດຍ​ບໍ່ມີ​ລູກ, ແລ້ວ​ໃນ​ທີ່ສຸດ ຍິງ​ນັ້ນ​ກໍ​ຕາຍໄປ​ເໝືອນກັນ.</verse>
				<verse number="23">ໃນ​ວັນ​ທີ່​ຄົນ​ຕາຍ​ທຸກຄົນ​ເປັນ​ຄືນ​ມາ​ສູ່​ຊີວິດ​ນັ້ນ ຍິງ​ນີ້​ຈະ​ເປັນ​ເມຍ​ຂອງ​ຜູ້ໃດ? ດ້ວຍວ່າ, ຊາຍ​ທັງ​ເຈັດ​ຄົນ​ໄດ້​ເປັນ​ຜົວ​ຂອງ​ນາງ​ແລ້ວ.”</verse>
				<verse number="24">ພຣະເຢຊູເຈົ້າ​ຊົງ​ຕອບ​ພວກເຂົາ​ວ່າ, “ເພາະ​ຂໍ້​ນີ້​ແຫຼະ ພວກເຈົ້າ​ເຂົ້າໃຈ​ຜິດ​ສາ​ແລ້ວ ເພາະ​ພວກເຈົ້າ​ບໍ່​ຮູ້ຈັກ​ພຣະຄຳພີ ຫລື​ຣິດອຳນາດ​ຂອງ​ພຣະເຈົ້າ.</verse>
				<verse number="25">ດ້ວຍວ່າ, ເມື່ອ​ຄົນ​ຕາຍ​ຄືນ​ສູ່​ຊີວິດ​ນັ້ນ ຈະ​ບໍ່ມີ​ການ​ແຕ່ງງານ ຫລື​ຍົກ​ກັນ​ໃຫ້​ເປັນ​ຜົວ​ເມຍ​ອີກ ແຕ່​ພວກເຂົາ​ຈະ​ເປັນ​ດັ່ງ​ເທວະດາ​ໃນ​ສະຫວັນ.</verse>
				<verse number="26">ສຳລັບ​ເລື່ອງ​ຄົນ​ຕາຍ​ເປັນ​ຄືນ​ມາ​ນັ້ນ ພວກເຈົ້າ​ບໍ່ເຄີຍ​ອ່ານ​ໃນ​ພຣະຄຳພີ​ຂອງ​ໂມເຊ​ຈັກເທື່ອ​ບໍ? ໃນ​ຕອນ​ທີ່​ກ່າວ​ເຖິງ​ເລື່ອງ​ພຸ່ມໄມ້​ທີ່​ມີ​ໄຟ​ລຸກ​ໄໝ້​ນັ້ນ, ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ພຣະເຈົ້າ​ໄດ້​ກ່າວ​ແກ່​ໂມເຊ​ດັ່ງນີ້: ‘ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ.’</verse>
				<verse number="27">ພຣະອົງ​ບໍ່ແມ່ນ​ພຣະເຈົ້າ​ຂອງ​ຄົນ​ຕາຍ ແຕ່​ແມ່ນ​ພຣະເຈົ້າ​ຂອງ​ຄົນ​ເປັນ, ພວກເຈົ້າ​ຫລົງ​ຜິດ​ໄປ​ຢ່າງ​ໝົດ​ສິ້ນ​ແລ້ວ.”</verse>
				<verse number="28">ມີ​ທຳມະຈານ​ຄົນ​ໜຶ່ງ ໄດ້​ເຂົ້າ​ມາ​ເຖິງ​ໃນ​ຂະນະທີ່​ພຣະເຢຊູເຈົ້າ ແລະ​ພວກ​ຊາດູກາຍ​ກຳລັງ​ຖົກຖຽງ​ກັນ​ຢູ່ ລາວ​ໄດ້ຍິນ​ພຣະອົງ​ຕອບ​ພວກເຂົາ​ໄດ້​ດີ. ສະນັ້ນ ລາວ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ກົດບັນຍັດ​ຂໍ້​ໃດ​ສຳຄັນ​ທີ່ສຸດ ກວ່າ​ຂໍ້​ບັນຍັດ​ທັງໝົດ?”</verse>
				<verse number="29">ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ກົດບັນຍັດ​ຂໍ້​ສຳຄັນ​ທີ່ສຸດ ຄື​ດັ່ງນີ້ ‘ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເທີ້ນ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແມ່ນ​ພຣະເຈົ້າ​ແຕ່​ອົງ​ດຽວ.</verse>
				<verse number="30">ຈົ່ງ​ຮັກ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດໃຈ, ດ້ວຍ​ສຸດຈິດ, ດ້ວຍ​ສຸດ​ຄວາມຄິດ ແລະ​ດ້ວຍ​ສຸດ​ກຳລັງ​ຂອງ​ເຈົ້າ.’</verse>
				<verse number="31">ກົດບັນຍັດ​ຂໍ້​ທີ​ສອງ​ນັ້ນ ຄື: ‘ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.’ ບໍ່ມີ​ກົດບັນຍັດ​ຂໍ້​ໃດ​ທີ່​ສຳຄັນ​ກວ່າ​ສອງ​ຂໍ້​ນີ້.”</verse>
				<verse number="32">ທຳມະຈານ​ຄົນ​ນີ້​ຈຶ່ງ​ເວົ້າ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ດີ​ແລ້ວ​ອາຈານ​ເອີຍ ທີ່​ທ່ານ​ໄດ້​ກ່າວ​ນັ້ນ​ຖືກ​ແລ້ວ​ທີ່​ວ່າ, ແມ່ນ​ພຣະເຈົ້າ​ແຕ່​ອົງ​ດຽວ ແລະ​ນອກຈາກ​ພຣະອົງ​ແລ້ວ​ບໍ່ມີ​ພຣະເຈົ້າ​ອົງ​ອື່ນ​ອີກ.</verse>
				<verse number="33">ແລະ ທີ່​ຈະ​ຮັກ​ພຣະເຈົ້າ​ດ້ວຍ​ສຸດໃຈ ດ້ວຍ​ສຸດຈິດ ດ້ວຍ​ສຸດ​ຄວາມຄິດ ແລະ​ດ້ວຍ​ສຸດ​ກຳລັງ​ຂອງຕົນ ແລະ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ​ນັ້ນ ກໍ​ປະເສີດ​ຫລາຍກວ່າ​ຂອງ​ຖວາຍ ແລະ​ເຄື່ອງ​ເຜົາບູຊາ​ທັງປວງ.”</verse>
				<verse number="34">ເມື່ອ​ພຣະເຢຊູເຈົ້າ​ເຫັນ​ວ່າ ລາວ​ຕອບ​ດ້ວຍ​ຄວາມ​ສະຫລາດ ພຣະອົງ​ຈຶ່ງ​ບອກ​ລາວ​ວ່າ, “ເຈົ້າ​ບໍ່ໄດ້​ໄກ​ຈາກ​ອານາຈັກ​ຂອງ​ພຣະເຈົ້າ.” ຕັ້ງແຕ່​ນັ້ນ​ມາ ບໍ່ມີ​ຜູ້ໃດ​ກ້າ​ຖາມ​ພຣະອົງ​ອີກ​ຕໍ່ໄປ.</verse>
				<verse number="35">ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ໃນ​ພຣະວິຫານ​ຢູ່​ນັ້ນ ພຣະອົງ​ໄດ້​ຖາມ​ວ່າ, “ດ້ວຍເຫດໃດ ພວກ​ທຳມະຈານ​ຈຶ່ງ​ເວົ້າ​ໄດ້​ວ່າ ພຣະຄຣິດ​ເປັນ​ເຊື້ອວົງ​ຂອງ​ດາວິດ?</verse>
				<verse number="36">ເພາະວ່າ​ດາວິດ​ເອງ​ໄດ້​ກ່າວ​ດ້ວຍ​ຣິດເດດ​ພຣະວິນຍານ​ບໍຣິສຸດເຈົ້າ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ ພຣະອົງເຈົ້າ​ຂອງ​ຂ້ານ້ອຍ​ວ່າ, ຈົ່ງ​ນັ່ງ​ເບື້ອງ​ຂວາ​ຂອງເຮົາ ຈົນກວ່າ​ເຮົາ​ໄດ້​ປາບ​ສັດຕູ​ທັງຫລາຍ​ຂອງ​ເຈົ້າ ໃຫ້​ລົງ​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ.’</verse>
				<verse number="37">ເມື່ອ​ກະສັດ​ດາວິດ​ເອງ​ຍັງ​ເອີ້ນ​ພຣະຄຣິດ​ວ່າ, ‘ພຣະອົງເຈົ້າ’ ແລ້ວ​ພຣະຄຣິດ​ຈະ​ເປັນ​ເຊື້ອສາຍ​ຂອງ​ດາວິດ​ໄດ້​ຢ່າງ​ໃດ?” ປະຊາຊົນ​ຢ່າງ​ໜາແໜ້ນ​ກຳລັງ​ຟັງ​ພຣະເຢຊູເຈົ້າ​ສອນ​ດ້ວຍ​ຄວາມ​ຍິນດີ.</verse>
				<verse number="38">ໃນ​ຄຳສັ່ງສອນ​ຂອງ​ພຣະອົງ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ລະວັງ​ພວກ​ທຳມະຈານ​ໃຫ້​ດີ ພວກເຂົາ​ມັກ​ນຸ່ງ​ເສື້ອລ່າມ​ຍ່າງ​ໄປມາ ແລະ​ມັກ​ໃຫ້​ຄົນ​ຄຳນັບ​ໃນ​ທີ່​ຊຸມນຸມຊົນ,</verse>
				<verse number="39">ພວກເຂົາ​ມັກ​ບ່ອນ​ນັ່ງ​ອັນ​ມີ​ກຽດ​ໃນ​ທຳມະສາລາ ແລະ​ນັ່ງ​ບ່ອນ​ດີໆ​ໃນ​ງານກິນລ້ຽງ.</verse>
				<verse number="40">ພວກເຂົາ​ສໍ້ໂກງ​ເອົາ​ສິ່ງ​ຂອງ ຂອງ​ບັນດາ​ແມ່ໝ້າຍ ແລະ​ເຮັດ​ທຳ​ທ່າ​ພາວັນນາ​ອະທິຖານ​ໃຫ້​ຍືດຍາວ ຄົນ​ພວກ​ນີ້​ຈະ​ຖືກ​ໂທດ​ໜັກ​ທີ່ສຸດ.”</verse>
				<verse number="41">ພຣະເຢຊູເຈົ້າ​ນັ່ງ​ຢູ່​ໃກ້​ຫີບ​ຖວາຍ​ເງິນ​ໃນ​ພຣະວິຫານ​ນັ້ນ ພຣະອົງ​ກໍ​ສັງເກດ​ເບິ່ງ​ປະຊາຊົນ​ປ່ອນ​ເງິນ​ລົງ​ໃນ​ຫີບຖວາຍ ຄົນ​ຮັ່ງມີ​ຫລາຍ​ຄົນ​ໄດ້​ປ່ອນ​ເງິນ​ລົງ​ຢ່າງ​ຫລວງຫລາຍ,</verse>
				<verse number="42">ແລ້ວ​ແມ່ໝ້າຍ​ທີ່​ຍາກຈົນ​ຄົນ​ໜຶ່ງ ໄດ້​ເອົາ​ຫລຽນ​ທອງແດງ​ສອງ​ຫລຽນ ທີ່​ມີ​ຄ່າ​ໜ້ອຍ​ທີ່ສຸດ​ມາ​ປ່ອນ​ລົງ​ໃນ​ຫີບຖວາຍ​ເໝືອນກັນ.</verse>
				<verse number="43">ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ພວກ​ສາວົກ​ຂອງ​ພຣະອົງ​ມາ ແລະ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ‘ແມ່ໝ້າຍ​ຍາກຈົນ​ຄົນ​ນີ້ ໄດ້​ປ່ອນ​ເງິນ​ລົງ​ໃນ​ຫີບຖວາຍ ຫລາຍກວ່າ​ຄົນອື່ນ​ທັງໝົດ​ທີ່​ປ່ອນ​ໃສ່​ນັ້ນ.</verse>
				<verse number="44">ເພາະ​ຄົນອື່ນ​ນັ້ນ​ໄດ້​ເອົາ​ເງິນ​ທີ່​ເຂົາ​ເຫຼືອ​ໃຊ້​ມາ​ປ່ອນ​ລົງ, ແຕ່​ສ່ວນ​ຍິງ​ຜູ້​ນີ້​ຍາກຈົນ​ທີ່ສຸດ ກໍ​ຍັງ​ເອົາ​ເງິນ​ທີ່​ຕົນ​ມີ​ຢູ່​ສຳລັບ​ລ້ຽງ​ຊີວິດ​ຂອງຕົນ ມາ​ປ່ອນ​ລົງ​ຈົນ​ໝົດ ຄື​ນາງ​ໄດ້​ຖວາຍ​ທຸກສິ່ງ​ທີ່​ນາງ​ມີ​ສຳລັບ​ລ້ຽງຊີບ.”’</verse>
			</chapter>
			<chapter number="13">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ອອກ​ຈາກ​ພຣະວິຫານ​ໄປ ສາວົກ​ຄົນ​ໜຶ່ງ​ກໍ​ເວົ້າ​ກັບ​ພຣະອົງ​ວ່າ, “ອາຈານ​ເອີຍ ເບິ່ງ​ຫັ້ນ​ດູ ກ້ອນຫີນ​ກັບ​ຕົວ​ຕຶກ​ເຫຼົ່ານີ້​ເກີນ​ວ່າ​ງາມ​ແທ້.”</verse>
				<verse number="2">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ເຫັນ​ຕຶກ​ແໜ້ນໜາ​ເຫຼົ່ານັ້ນ​ບໍ? ກ້ອນຫີນ​ຢອງ​ທັບ​ກັນ​ຢູ່​ນີ້​ຈະ​ຖືກ​ທຳລາຍ​ລົງ ຈົນ​ບໍ່​ເຫຼືອ​ຈັກ​ກ້ອນ.”</verse>
				<verse number="3">ຕໍ່ມາ ເມື່ອ​ພຣະເຢຊູເຈົ້າ​ນັ່ງ​ຢູ່​ເທິງ​ພູເຂົາ​ໝາກກອກເທດ ກົງ​ກັບ​ດ້ານ​ໜ້າ​ຂອງ​ພຣະວິຫານ​ນັ້ນ ເປໂຕ, ຢາໂກໂບ, ໂຢຮັນ ແລະ ອັນເດອາ​ໄດ້​ມາ​ຫາ​ພຣະອົງ​ເປັນ​ການ​ສ່ວນ​ຕົວ.</verse>
				<verse number="4">ພວກເພິ່ນ​ຖາມ​ວ່າ, “ບອກ​ພວກ​ຂ້ານ້ອຍ​ແດ່​ວ່າ ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອໃດ? ແລະ​ສິ່ງໃດ​ຈະ​ເປັນ​ໝາຍສຳຄັນ​ວ່າ ເຫດການ​ທັງໝົດ​ເຫຼົ່ານີ້​ຈະ​ສຳເລັດ.”</verse>
				<verse number="5">ແລ້ວ​ພຣະເຢຊູເຈົ້າ​ກໍ​ບອກ​ພວກເພິ່ນ​ວ່າ, “ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຫລອກລວງ​ພວກເຈົ້າ​ໃຫ້​ຫລົງ.</verse>
				<verse number="6">ດ້ວຍວ່າ, ຈະ​ມີ​ຫລາຍ​ຄົນ​ມາ​ອ້າງ​ນາມ​ຂອງເຮົາ​ວ່າ, ‘ຂ້ອຍ​ນີ້​ແຫຼະ ເປັນ​ພຣະຄຣິດ’ ແລະ​ຈະ​ຫລອກລວງ​ຫລາຍ​ຄົນ​ໃຫ້​ຫລົງ​ເສຍ​ໄປ.</verse>
				<verse number="7">ເມື່ອ​ພວກເຈົ້າ​ໄດ້ຍິນ​ເຖິງ​ເລື່ອງ​ການ​ເສິກ ແລະ ຂ່າວ​ເລົ່າລື​ເລື່ອງ​ການ​ເຮັດ​ເສິກ​ສົງຄາມ​ນັ້ນ ຢ່າ​ສະທ້ານ​ຢ້ານກົວ​ເລີຍ. ດ້ວຍວ່າ, ເຫດການ​ເຊັ່ນນີ້​ຈຳເປັນ​ຕ້ອງ​ເກີດຂຶ້ນ ແຕ່​ວັນ​ສຸດທ້າຍ​ຍັງ​ບໍ່ໄດ້​ມາ​ເຖິງ.</verse>
				<verse number="8">ດ້ວຍວ່າ, ປະເທດ​ຕໍ່​ປະເທດ ອານາຈັກ​ຕໍ່​ອານາຈັກ​ຈະ​ສູ້ຮົບ​ກັນ, ທັງ​ຈະ​ເກີດ​ແຜ່ນດິນ​ໄຫວ​ໃນ​ບ່ອນ​ຕ່າງໆ ແລະ​ຈະ​ເກີດ​ການ​ອຶດຢາກ, ເຫດການ​ເຫຼົ່ານີ້ ຈະ​ເປັນ​ເໝືອນ​ຂັ້ນ​ຕົ້ນ​ຂອງ​ຄວາມ​ເຈັບປວດ​ໃນ​ການ​ເກີດ​ລູກ.</verse>
				<verse number="9">ແຕ່​ຈົ່ງ​ລະວັງຕົວ​ໃຫ້​ດີ ພວກເຂົາ​ຈະ​ຈັບ​ພວກເຈົ້າ​ຂຶ້ນ​ສານ ແລະ​ຈະ​ຖືກ​ຂ້ຽນຕີ​ໃນ​ທຳມະສາລາ, ພວກເຂົາ​ຈະ​ໃຫ້​ພວກເຈົ້າ​ຢືນ​ຢູ່​ຕໍ່ໜ້າ​ຜູ້​ປົກຄອງ ແລະ​ກະສັດ​ເພາະ​ເຫັນ​ແກ່​ເຮົາ ເພື່ອ​ຈະ​ໄດ້​ເປັນ​ພະຍານ​ແກ່​ພວກເຂົາ.</verse>
				<verse number="10">ຂ່າວປະເສີດ​ຈະ​ຕ້ອງ​ປະກາດ​ໄປ​ທົ່ວ​ປະຊາຊາດ​ທັງໝົດ​ກ່ອນ.</verse>
				<verse number="11">ແຕ່​ເມື່ອ​ເຂົາ​ມອບ​ເຈົ້າ​ໄວ້​ນັ້ນ ພວກເຈົ້າ​ຢ່າ​ເປັນທຸກ​ຮ້ອນໃຈ​ກ່ອນ​ວ່າ ຈະ​ເວົ້າ​ຢ່າງ​ໃດ, ແຕ່​ຈົ່ງ​ເວົ້າ​ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າ​ໂຜດ​ໃຫ້​ເຈົ້າ​ເວົ້າ ເພາະວ່າ​ບໍ່ແມ່ນ​ເຈົ້າ​ເອງ​ເປັນ​ຜູ້​ເວົ້າ ແຕ່​ແມ່ນ​ພຣະວິນຍານ​ບໍຣິສຸດເຈົ້າ ທີ່​ເປັນ​ຜູ້​ນຳພາ​ໃຫ້​ເວົ້າ.</verse>
				<verse number="12">ອ້າຍ​ເອື້ອຍ​ນ້ອງ​ຕ່າງ​ຄົນ​ກໍ​ຈະ​ມອບ​ກັນແລະກັນ​ໄວ້ ພໍ່​ກໍ​ຈະ​ມອບ​ລູກ ແລະ​ລູກ​ກໍ​ຈະ​ລຸກ​ຂຶ້ນ​ຕໍ່ສູ້​ພໍ່​ແມ່​ໃຫ້​ເຖິງ​ແກ່​ຄວາມ​ຕາຍ.</verse>
				<verse number="13">ຄົນ​ທັງຫລາຍ​ຈະ​ກຽດຊັງ​ພວກເຈົ້າ ເພາະ​ເຫັນ​ແກ່​ນາມ​ຂອງເຮົາ, ແຕ່​ຜູ້ໃດ​ອົດທົນ​ໄດ້​ຈົນເຖິງ​ທີ່ສຸດ ຜູ້ນັ້ນ​ຈະ​ໄດ້​ລອດພົ້ນ.”</verse>
				<verse number="14">“ແຕ່​ເມື່ອໃດ​ເຈົ້າ​ທັງຫລາຍ​ເຫັນ ‘ສິ່ງ​ທີ່​ໜ້າ​ກຽດຊັງ’ ຕັ້ງ​ຢູ່​ໃນ​ບ່ອນ​ທີ່​ບໍ່ຄວນ​ຈະ​ຕັ້ງ, (ໃຫ້​ຜູ້ອ່ານ​ເຂົ້າໃຈ​ຄວາມໝາຍ​ເອົາ​ເອງ) ເມື່ອນັ້ນ​ໃຫ້​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ຕ້ອງ​ປົບໜີໄປ​ຍັງ​ພູ​ທັງຫລາຍ.</verse>
				<verse number="15">ຜູ້​ທີ່​ຢູ່​ເທິງ​ຫລັງຄາ​ເຮືອນ ຢ່າ​ໄດ້​ລົງ​ມາ ແລະ​ເຂົ້າ​ໄປ​ໃນ​ເຮືອນ​ເກັບ​ເອົາ​ສິ່ງຂອງ​ອອກ​ໄປ.</verse>
				<verse number="16">ສ່ວນ​ຜູ້​ທີ່​ຢູ່​ໃນ​ທົ່ງນາ ກໍ​ຢ່າ​ກັບຄືນ​ມາ​ເອົາ​ເສື້ອຜ້າ​ຂອງຕົນ.</verse>
				<verse number="17">ແຕ່​ໃນ​ວັນ​ເຫຼົ່ານັ້ນ ເປັນ​ໜ້າ​ເວດທະນາ​ສົງສານ​ຫລາຍ​ຕໍ່​ຜູ້​ຍິງ​ຖືພາ ແລະ​ແມ່​ກັບ​ລູກ​ອ່ອນ​ກິນ​ນົມ​ຢູ່</verse>
				<verse number="18">ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ວ່າ​ເຫດການ​ເຫຼົ່ານີ້ ຈະ​ບໍ່​ເກີດຂຶ້ນ​ໃນ​ລະດູ​ໜາວ.</verse>
				<verse number="19">ດ້ວຍວ່າ, ໃນ​ຄາວ​ນັ້ນ​ຈະ​ມີ​ຄວາມ​ທຸກ​ລຳບາກ​ຢ່າງ​ໜັກໜ່ວງ ຢ່າງ​ບໍ່ເຄີຍ​ມີ​ມາ​ຕັ້ງແຕ່​ຕົ້ນເດີມ ເມື່ອ​ພຣະເຈົ້າ​ໄດ້​ເນຣະມິດ​ສ້າງ​ໂລກ​ຈົນເຖິງ​ທຸກ​ວັນນີ້ ແລະ​ເມືອ​ໜ້າ​ຈະ​ບໍ່​ເກີດຂຶ້ນ​ອີກ​ຈັກເທື່ອ.</verse>
				<verse number="20">ຖ້າ​ອົງພຣະ​ຜູ້​ເປັນເຈົ້າ ບໍ່ໄດ້​ເຮັດ​ໃຫ້​ວັນ​ເຫຼົ່ານັ້ນ​ສັ້ນ​ເຂົ້າ​ແລ້ວ ກໍ​ຈະ​ບໍ່ມີ​ມະນຸດ​ຄົນ​ໃດ​ລອດຊີວິດ​ຢູ່​ເລີຍ, ແຕ່​ເພາະ​ເຫັນ​ແກ່​ພວກ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ແລ້ວ​ນັ້ນ ພຣະອົງ​ໄດ້​ເຮັດ​ໃຫ້​ວັນ​ເຫຼົ່ານັ້ນ​ສັ້ນ​ເຂົ້າ.</verse>
				<verse number="21">ໃນ​ເວລາ​ນັ້ນ ຖ້າ​ຜູ້ໃດ​ຜູ້ໜຶ່ງ​ເວົ້າ​ແກ່​ເຈົ້າ​ທັງຫລາຍ​ວ່າ, ‘ເບິ່ງແມ! ພຣະຄຣິດ​ຢູ່​ທີ່​ນີ້’ ຫລື​ວ່າ ‘ເບິ່ງດູ ເພິ່ນ​ຢູ່​ທີ່​ນັ້ນ’ ຢ່າ​ໄດ້​ເຊື່ອ.</verse>
				<verse number="22">ດ້ວຍວ່າ, ຈະ​ມີ​ພຣະຄຣິດ​ປອມ ແລະ​ໝໍ​ທຳນວາຍ​ຂີ້ໂລບ​ຫລາຍ​ຄົນ​ເກີດຂຶ້ນ ພວກເຂົາ​ຈະ​ເຮັດ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ຫລາຍ​ປະການ ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ໃຫ້​ຫລົງ​ເສຍ​ໄປ.</verse>
				<verse number="23">ແຕ່​ເຈົ້າ​ທັງຫລາຍ​ຈົ່ງ​ລະວັງ​ໃຫ້​ດີ, ເຮົາ​ໄດ້​ບອກ​ເຈົ້າ​ທັງຫລາຍ​ໃຫ້​ຮູ້​ທຸກໆ​ສິ່ງ​ລ່ວງໜ້າ​ກ່ອນ​ແລ້ວ.”</verse>
				<verse number="24">“ໃນ​ວັນ​ເຫຼົ່ານັ້ນ ຫລັງຈາກ​ເວລາ​ແຫ່ງ​ຄວາມ​ທຸກ​ລຳບາກ​ຜ່ານ​ພົ້ນ​ໄປ​ແລ້ວ ດວງອາທິດ​ຈະ​ມືດໄປ ດວງຈັນ​ຈະ​ບໍ່​ສ່ອງແສງ,</verse>
				<verse number="25">ດວງດາວ​ທັງຫລາຍ​ຈະ​ຕົກລົງ​ຈາກ​ສະຫວັນ ແລະ ບັນດາ​ສິ່ງ​ທີ່​ມີ​ອຳນາດ​ໃນ​ຟ້າ​ສະຫວັນ​ກໍ​ຈະ​ສັ່ນ​ສະທ້ານ​ຫວັ່ນໄຫວ.</verse>
				<verse number="26">ເມື່ອນັ້ນ​ເຂົາ​ຈະ​ເຫັນ ‘ບຸດ​ມະນຸດ​ມາ​ປາກົດ​ໃນ​ເມກ’ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ແລະ​ດ້ວຍ​ສະຫງ່າຣາສີ​ອັນ​ຮຸ່ງເຮືອງ.</verse>
				<verse number="27">ເພິ່ນ​ຈະ​ໃຊ້​ພວກ​ເທວະດາ​ຂອງ​ເພິ່ນ​ອອກ​ໄປ ເພື່ອ​ຮວບຮວມ​ເອົາ​ຄົນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ແລ້ວ​ຈາກ​ທິດ​ທັງສີ່ ຕັ້ງແຕ່​ທີ່ສຸດ​ປາຍ​ແຜ່ນດິນ​ຈົນເຖິງ​ທີ່ສຸດ​ຂອບຟ້າ.”</verse>
				<verse number="28">“ເຈົ້າ​ທັງຫລາຍ​ຈົ່ງ​ເອົາ​ບົດຮຽນ​ຄຳອຸປະມາ​ຈາກ​ຕົ້ນ​ເດື່ອເທດ ເມື່ອ​ກິ່ງ​ມັນ​ແຕກ​ໃບ​ອ່ອນ​ອອກ ເຈົ້າ​ກໍ​ຮູ້​ວ່າ​ລະດູ​ຮ້ອນ​ໃກ້​ຈະ​ມາ​ເຖິງ.</verse>
				<verse number="29">ໃນທຳນອງ​ດຽວກັນ, ເມື່ອ​ພວກເຈົ້າ​ເຫັນ​ເຫດການ​ເຫຼົ່ານັ້ນ​ກຳລັງ​ເກີດຂຶ້ນ ຈົ່ງ​ຮູ້​ວ່າ​ພຣະອົງ​ມາ​ໃກ້​ຈະ​ເຖິງ​ປະຕູ​ແລ້ວ.</verse>
				<verse number="30">ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ຄົນ​ສະໄໝ​ນີ້​ຈະ​ບໍ່​ລ່ວງລັບ​ໄປ ກ່ອນ​ເຫດການ​ທັງໝົດ​ເຫຼົ່ານີ້​ຈະ​ເກີດຂຶ້ນ.</verse>
				<verse number="31">ຟ້າ​ແລະ​ດິນ​ຈະ​ລ່ວງພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງເຮົາ​ຈະ​ບໍ່​ລ່ວງພົ້ນ​ໄປ​ຈັກເທື່ອ.”</verse>
				<verse number="32">“ແຕ່​ເລື່ອງ​ວັນ​ກຳນົດ ຫລື​ເວລາ​ກຳນົດ​ນັ້ນ​ບໍ່ມີ​ຜູ້ໃດ​ຮູ້ ແມ່ນແຕ່​ເທວະດາ​ໃນ​ສະຫວັນ ແລະ​ພຣະບຸດ​ກໍ​ບໍ່​ຮູ້, ຮູ້​ແຕ່​ພຣະບິດາເຈົ້າ​ອົງ​ດຽວ​ເທົ່ານັ້ນ.</verse>
				<verse number="33">ຈົ່ງ​ເຝົ້າ​ລະວັງ​ຢູ່ ແລະ​ພາວັນນາ​ອະທິຖານ​ຢູ່​ສະເໝີ ເພາະ​ເຈົ້າ​ທັງຫລາຍ​ບໍ່​ຮູ້​ວ່າ ເວລາ​ນັ້ນ​ຈະ​ມາ​ເຖິງ​ເມື່ອໃດ.</verse>
				<verse number="34">ປຽບ​ເໝືອນ​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ອອກ​ເດີນທາງ​ໄກ ເພິ່ນ​ອອກ​ຈາກ​ເຮືອນ​ຂອງ​ເພິ່ນ ແລະ​ໄດ້​ມອບ​ອຳນາດ​ປ່ອຍ​ໃຫ້​ບັນດາ​ຄົນ​ຮັບໃຊ້ ຮັບຜິດຊອບ​ເຮັດ​ວຽກ​ຂອງ​ໃຜ​ລາວ ແລະ​ສັ່ງ​ຄົນ​ເຝົ້າຍາມ​ເຮືອນ​ໄວ້​ໃຫ້​ດີ.</verse>
				<verse number="35">ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ​ຕຽມພ້ອມ​ຢູ່ ເພາະ​ເຈົ້າ​ທັງຫລາຍ​ບໍ່​ຮູ້​ວ່າ ເຈົ້າ​ຂອງ​ເຮືອນ​ຈະ​ກັບ​ມາ​ຍາມໃດ ຈະ​ມາ​ຫົວຄໍ່າ ຫລື​ທ່ຽງຄືນ ຫລື​ເວລາ​ໄກ່​ຂັນ ຫລື​ໃນ​ຕອນເຊົ້າ.</verse>
				<verse number="36">ຢ້ານ​ວ່າ​ຈະ​ມາ​ໃນ​ທັນທີ ແລະ​ພົບ​ເຈົ້າ​ທັງຫລາຍ​ນອນ​ຫລັບ​ຢູ່.</verse>
				<verse number="37">ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ນີ້ ເຮົາ​ກໍ​ກ່າວ​ເຕືອນ​ແກ່​ທຸກຄົນ​ເໝືອນກັນ​ວ່າ ຈົ່ງ​ເຝົ້າ​ລະວັງ​ຢູ່.”</verse>
			</chapter>
			<chapter number="14">
				<verse number="1">ຍັງ​ອີກ​ສອງ​ວັນ ກໍ​ຈະ​ເຖິງ​ເທດສະການ​ປັດສະຄາ ແລະ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ຕ່າງ​ກໍ​ຄິດ​ຫາ​ອຸບາຍ​ຈັບ​ພຣະເຢຊູເຈົ້າ ເພື່ອ​ຈະ​ສັງຫານ​ພຣະອົງ.</verse>
				<verse number="2">ຄື​ພວກເຂົາ​ເວົ້າ​ຕໍ່​ກັນແລະກັນ​ວ່າ, “ພວກເຮົາ​ບໍ່​ຕ້ອງ​ເຮັດ​ຍາມ​ເທດສະການ ບໍ່​ດັ່ງນັ້ນ, ປະຊາຊົນ​ອາດ​ຈະ​ລຸກຮື້ຂຶ້ນ​ກໍໄດ້.”</verse>
				<verse number="3">ໃນ​ເວລາ​ດຽວກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ໄປ​ທີ່​ເຮືອນ​ຂອງ​ຊີໂມນ, ຊາຍ​ທີ່​ເປັນ​ໂຣກ​ຂີ້ທູດ​ໃນ​ບ້ານ​ເບັດທານີ, ຂະນະທີ່​ພຣະເຢຊູເຈົ້າ​ຮັບປະທານ​ຢູ່​ນັ້ນ ກໍ​ມີ​ຍິງ​ຜູ້ໜຶ່ງ​ຖື​ເຕົ້າ​ຫີນ​ຂາວ ຊຶ່ງ​ບັນຈຸ​ນໍ້າມັນ​ຫອມ​ຊະນິດ​ໜຶ່ງ ລາຄາ​ແພງ​ຫລາຍ​ເຂົ້າ​ມາ​ຫາ​ພຣະອົງ ແລ້ວ​ຫັກ​ຄໍ​ເຕົ້າ​ນັ້ນ ແລະ​ຖອກ​ນໍ້າມັນ​ຫອມ​ຫົດສົງ​ຫົວ​ພຣະອົງ.</verse>
				<verse number="4">ມີ​ບາງຄົນ​ໃນ​ທີ່ນັ້ນ​ເຄືອງໃຈ ຈຶ່ງ​ເວົ້າ​ກັນ​ວ່າ, “ເຫດໃດ ຈຶ່ງ​ເຮັດ​ໃຫ້​ນໍ້າມັນ​ຫອມ​ນີ້​ເສຍ​ໄປ​ລ້າໆ?</verse>
				<verse number="5">ຖ້າ​ຂາຍ​ກໍ​ຄົງ​ໄດ້​ກວ່າ​ສາມຮ້ອຍ​ຫລຽນ​ເງິນ ເພື່ອ​ເອົາ​ໄປ​ແຈກ​ໃຫ້​ຄົນ​ຍາກຈົນ” ແລ້ວ​ພວກເຂົາ​ກໍ​ຕຳໜິ​ຕິຕຽນ​ຍິງ​ຜູ້​ນີ້​ຢ່າງໜັກ.</verse>
				<verse number="6">ແຕ່​ພຣະເຢຊູເຈົ້າ​ກ່າວ​ວ່າ, “ຊ່າງ​ນາງ​ເທາະ ພວກເຈົ້າ​ກວນ​ໃຈ​ນາງ​ເຮັດ​ຫຍັງ? ນາງ​ໄດ້​ເຮັດ​ສິ່ງ​ທີ່​ຈົບງາມ​ແກ່​ເຮົາ​ແລ້ວ.</verse>
				<verse number="7">ພວກເຈົ້າ​ຈະ​ມີ​ຄົນ​ຍາກຈົນ​ຢູ່​ກັບ​ພວກເຈົ້າ​ສະເໝີ ແລະ​ພວກເຈົ້າ​ຊ່ວຍ​ພວກເຂົາ​ຍາມໃດ​ກໍໄດ້, ແຕ່​ພວກເຈົ້າ​ຈະ​ບໍ່ມີ​ເຮົາ​ສະເໝີ​ໄປ.</verse>
				<verse number="8">ນາງ​ເຮັດ​ເທົ່າທີ່​ນາງ​ເຮັດ​ໄດ້, ນາງ​ຖອກ​ນໍ້າມັນ​ຫອມ​ໃສ່​ຮ່າງກາຍ​ຂອງເຮົາ ເພື່ອ​ຕຽມ​ການ​ປົງສົບ​ຂອງເຮົາ​ລ່ວງໜ້າ.</verse>
				<verse number="9">ບັດນີ້ ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ທຸກ​ບ່ອນ​ທົ່ວ​ໂລກ​ທີ່​ມີ​ການ​ປະກາດ​ຂ່າວປະເສີດ ສິ່ງ​ທີ່​ຍິງ​ຜູ້​ນີ້​ໄດ້​ເຮັດ​ຈະ​ເປັນ​ທີ່​ເລື່ອງລື​ກັນ​ໄປ ເພື່ອ​ລະນຶກເຖິງ​ນາງ.”</verse>
				<verse number="10">ແລ້ວ​ຢູດາ​ອິດສະກາຣີອົດ ຄົນ​ໜຶ່ງ​ໃນ​ພວກ​ສາວົກ​ສິບສອງ​ຄົນ ກໍໄດ້​ໜີໄປ​ຫາ​ບັນດາ​ຫົວໜ້າ​ປະໂຣຫິດ, ເພື່ອ​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ.</verse>
				<verse number="11">ບັນດາ​ຫົວໜ້າ​ປະໂຣຫິດ​ດີໃຈ​ຫລາຍ​ທີ່​ໄດ້ຍິນ​ເລື່ອງ​ນີ້ ແລະ​ສັນຍາ​ວ່າ​ຈະ​ເອົາ​ເງິນ​ໃຫ້​ລາວ. ດັ່ງນັ້ນ ຢູດາ​ຈຶ່ງ​ຊອກ​ຫາ​ໂອກາດ​ອັນ​ດີ ເພື່ອ​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ.</verse>
				<verse number="12">ໃນ​ວັນ​ທີ​ໜຶ່ງ​ຂອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ຄື​ວັນ​ທີ່​ພວກເຂົາ​ຂ້າ​ລູກແກະ ເພື່ອ​ຈັດແຈ່ງ​ອາຫານ​ປັດສະຄາ ບັນດາ​ສາວົກ​ຂອງ​ພຣະເຢຊູເຈົ້າ​ໄດ້​ຖາມ​ພຣະອົງ​ວ່າ, “ທ່ານ​ຢາກ​ໃຫ້​ພວກ​ຂ້ານ້ອຍ​ໄປ​ຈັດແຈ່ງ​ອາຫານ​ປັດສະຄາ​ສຳລັບ​ທ່ານ​ຢູ່​ທີ່​ໃດ?”</verse>
				<verse number="13">ສະນັ້ນ ພຣະອົງ​ຈຶ່ງ​ໃຊ້​ສາວົກ​ສອງ​ຄົນ​ໃນ​ພວກເພິ່ນ​ໄປ ໂດຍ​ສັ່ງ​ວ່າ, “ຈົ່ງ​ເຂົ້າ​ໄປ​ໃນ​ເມືອງ ຈະ​ມີ​ຊາຍ​ຄົນ​ໜຶ່ງ​ແບກ​ໄຫ​ນໍ້າ​ມາ​ພົບ​ພວກເຈົ້າ, ເຈົ້າ​ຈົ່ງ​ຕາມ​ຜູ້ນັ້ນ​ໄປ</verse>
				<verse number="14">ລາວ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໃດ​ຈົ່ງ​ເວົ້າ​ກັບ​ເຈົ້າ​ຂອງ​ເຮືອນ​ນັ້ນ​ວ່າ, ‘ອາຈານ​ຖາມ​ວ່າ ຫ້ອງ​ທີ່​ເພິ່ນ​ກັບ​ພວກ​ສາວົກ​ຂອງ​ເພິ່ນ ຈະ​ກິນ​ອາຫານ​ປັດສະຄາ​ຢູ່ໃສ?’</verse>
				<verse number="15">ແລ້ວ​ເຈົ້າ​ຂອງ​ເຮືອນ​ກໍ​ຈະ​ຊີ້​ໃຫ້​ພວກເຈົ້າ​ເຫັນ​ຫ້ອງ​ໂຖງ​ໃຫຍ່ ຢູ່​ຊັ້ນ​ເທິງ​ທີ່​ຕົບແຕ່ງ​ໄວ້​ຮຽບຮ້ອຍ​ແລ້ວ, ທີ່​ນັ້ນ​ແຫຼະ ພວກເຈົ້າ​ຈົ່ງ​ຈັດແຈ່ງ​ທຸກສິ່ງ​ຕຽມ​ໄວ້​ສຳລັບ​ພວກເຮົາ.”</verse>
				<verse number="16">ສາວົກ​ສອງ​ຄົນ​ຈຶ່ງ​ໄດ້​ອອກ​ໄປ ແລະ​ໄດ້​ເຂົ້າ​ໄປ​ໃນ​ເມືອງ, ພວກເພິ່ນ​ໄດ້​ພົບ​ຕາມ​ທີ່​ພຣະເຢຊູເຈົ້າ​ໄດ້​ບອກ​ໄວ້​ທຸກປະການ ແລະ​ພວກເພິ່ນ​ກໍໄດ້​ຈັດແຈ່ງ​ອາຫານ​ສຳລັບ​ປັດສະຄາ.</verse>
				<verse number="17">ເມື່ອ​ເຖິງ​ຕອນ​ຄໍ່າ ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ສິບສອງ​ຄົນ​ກໍ​ເຂົ້າ​ມາ.</verse>
				<verse number="18">ເມື່ອ​ພວກເພິ່ນ​ກຳລັງ​ຮັບປະທານ​ອາຫານ​ຢູ່​ນັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໜຶ່ງ​ໃນ​ພວກເຈົ້າ​ຈະ​ທໍລະຍົດ​ເຮົາ ຄື​ຜູ້ໜຶ່ງ​ທີ່​ຮ່ວມ​ພາເຂົ້າ​ຢູ່​ນຳ​ເຮົາ​ນີ້​ແຫຼະ.”</verse>
				<verse number="19">ພວກ​ສາວົກ​ຕ່າງ​ກໍ​ເປັນທຸກໃຈ​ຫລາຍ ແລະ​ຖາມ​ພຣະອົງ​ເທື່ອລະ​ຄົນ​ວ່າ, “ທ່ານ​ຄົງ​ບໍ່​ໝາຍ​ເຖິງ​ຂ້ານ້ອຍ ແມ່ນ​ບໍ່?”</verse>
				<verse number="20">ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ແມ່ນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ສິບສອງ​ຄົນ​ນີ້​ແຫຼະ ຄື​ຜູ້​ທີ່​ເອົາ​ເຂົາຈີ່​ຈໍ້າ​ຮ່ວມ​ຖ້ວຍ​ດຽວກັນ​ກັບ​ເຮົາ.</verse>
				<verse number="21">ດ້ວຍວ່າ, ບຸດ​ມະນຸດ​ຈະ​ຈາກ​ໄປ ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ ແຕ່​ໄພພິບັດ​ຈະ​ຕົກ​ຖືກ​ຜູ້​ທີ່​ທໍລະຍົດ​ບຸດ​ມະນຸດ ຖ້າ​ຄົນ​ຜູ້​ນີ້​ບໍ່​ເກີດ​ມາ​ກໍ​ເປັນ​ການ​ດີກວ່າ.”</verse>
				<verse number="22">ໃນ​ລະຫວ່າງ​ອາຫານ​ແລງ​ຄາບ​ສຸດທ້າຍ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈັບ​ເອົາ​ເຂົ້າຈີ່​ມາ​ໂມທະນາ​ຂອບພຣະຄຸນ​ແລ້ວ ພຣະເຢຊູເຈົ້າ​ກໍ​ຫັກ​ເຂົ້າຈີ່​ນັ້ນ ແລະ​ຍື່ນໃຫ້​ແກ່​ພວກ​ສາວົກ ແລະ​ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ເທີ້ນ ນີ້​ແຫຼະ ຄື​ກາຍ​ຂອງເຮົາ.”</verse>
				<verse number="23">ແລ້ວ​ພຣະອົງ​ກໍ​ຈັບ​ເອົາ​ຈອກ​ມາ​ໂມທະນາ​ຂອບພຣະຄຸນ ແລະ​ຍື່ນໃຫ້​ພວກເພິ່ນ ແລະ​ພວກເພິ່ນ​ກໍ​ຮັບ​ດື່ມ​ທຸກຄົນ.</verse>
				<verse number="24">ພຣະເຢຊູເຈົ້າ​ກ່າວ​ວ່າ, “ນີ້​ແຫຼະ ຄື​ເລືອດ​ຂອງເຮົາ ແມ່ນ​ເລືອດ​ຂອງ​ພັນທະສັນຍາ​ໃໝ່ ທີ່​ຫລັ່ງໄຫລ​ອອກ​ສຳລັບ​ຄົນ​ທັງຫລາຍ.</verse>
				<verse number="25">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ເຮົາ​ຈະ​ບໍ່​ດື່ມ​ນໍ້າ​ອະງຸ່ນ​ນີ້​ອີກ​ຈັກເທື່ອ ຈົນກວ່າ​ເຖິງ​ວັນ​ນັ້ນ ຄື​ເຮົາ​ຈະ​ດື່ມ​ອັນ​ໃໝ່​ໃນ​ອານາຈັກ​ຂອງ​ພຣະເຈົ້າ.”</verse>
				<verse number="26">ເມື່ອ​ໄດ້​ຮ້ອງເພງ​ສັນລະເສີນ​ບົດ​ໜຶ່ງ​ແລ້ວ ພວກ​ເພີ່ນ​ກໍ​ພາກັນ​ອອກ​ໄປ​ທີ່​ພູເຂົາ​ໝາກກອກເທດ.</verse>
				<verse number="27">ພຣະເຢຊູເຈົ້າ​ຊົງ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ພວກເຈົ້າ​ທຸກຄົນ​ຈະ​ປະຖິ້ມ​ເຮົາ​ໄປ ເພາະ​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ເຮົາ​ຈະ​ປະຫານ​ຜູ້​ລ້ຽງ​ແກະ ແລະ ຝູງແກະ​ຈະ​ແຕກ​ຊະ​ກັນ​ໄປ.’</verse>
				<verse number="28">ແຕ່​ເມື່ອ​ເຮົາ​ເປັນ​ຄືນ​ມາ​ສູ່​ຊີວິດ​ແລ້ວ ເຮົາ​ຈະ​ໄປ​ທີ່​ແຂວງ​ຄາລີເລ​ກ່ອນ​ໜ້າ​ພວກເຈົ້າ.”</verse>
				<verse number="29">ເປໂຕ​ເວົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ທຸກຄົນ​ຈະ​ປະຖິ້ມ​ທ່ານ​ໄປ​ກໍຕາມ ຂ້ານ້ອຍ​ຈະ​ບໍ່​ປະຖິ້ມ​ທ່ານ​ໄປ​ຈັກເທື່ອ.”</verse>
				<verse number="30">ພຣະເຢຊູເຈົ້າ​ຊົງ​ກ່າວ​ຕອບ​ເປໂຕ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ ໃນ​ຄືນ​ນີ້​ແຫຼະ ກ່ອນ​ໄກ່​ຂັນ​ສອງ​ເທື່ອ ເຈົ້າ​ຈະ​ປະຕິເສດ​ວ່າ ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ.”</verse>
				<verse number="31">ເປໂຕ​ຕອບ​ຢ່າງ​ໜັກແໜ້ນ​ຫລາຍ​ຍິ່ງ​ຂຶ້ນ​ວ່າ, “ເຖິງ​ແມ່ນ​ຂ້ານ້ອຍ​ຈະ​ຕ້ອງ​ຕາຍ​ກັບ​ທ່ານ ຂ້ານ້ອຍ​ຈະ​ບໍ່​ປະຕິເສດ​ທ່ານ​ຈັກເທື່ອ.” ຝ່າຍ​ສາວົກ​ທຸກຄົນ ຕ່າງ​ກໍ​ເວົ້າ​ຢ່າງ​ນັ້ນ​ເໝືອນກັນ.</verse>
				<verse number="32">ແລ້ວ​ພຣະເຢຊູເຈົ້າ​ກໍ​ໄປ​ກັບ​ສາວົກ​ຮອດ​ບ່ອນ​ໜຶ່ງ​ທີ່​ຊື່​ວ່າ ເຄັດເຊມາເນ ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ນັ່ງ​ຢູ່​ທີ່​ນີ້ ໃນ​ຂະນະທີ່​ເຮົາ​ໄປ​ພາວັນນາ​ອະທິຖານ.”</verse>
				<verse number="33">ພຣະອົງ​ໄດ້​ພາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ໄປ​ກັບ​ພຣະອົງ, ພຣະອົງ​ໂສກເສົ້າ ແລະ​ເປັນ​ທຸກ​ໜັກ​ໃນ​ໃຈ​ຫລາຍ</verse>
				<verse number="34">ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈິດໃຈ​ຂອງເຮົາ​ເປັນທຸກ​ໜັກ​ແທບ​ຈະ​ຕາຍ​ຢູ່​ແລ້ວ ຈົ່ງ​ເຝົ້າ​ຄອຍ​ຢູ່​ທີ່​ນີ້​ເທີ້ນ.”</verse>
				<verse number="35">ພຣະອົງ​ຍ່າງ​ເລີຍ​ໄປ​ໄກ​ໜ້ອຍ​ໜຶ່ງ ກໍໄດ້​ຄຸເຂົ່າ​ລົງ​ກັບ​ພື້ນດິນ ແລ້ວ​ພາວັນນາ​ອະທິຖານ​ວ່າ, ຖ້າ​ເປັນ​ໄປ​ໄດ້ ຂໍ​ໃຫ້​ໂມງ​ເວລາ​ແຫ່ງ​ຄວາມ​ທົນທຸກ​ທໍລະມານ​ນີ້ ຜ່ານ​ພົ້ນ​ໄປ​ຈາກ​ພຣະອົງ.</verse>
				<verse number="36">ພຣະອົງ​ພາວັນນາ​ອະທິຖານ​ວ່າ, “ພຣະບິດາເຈົ້າ​ເອີຍ ພຣະບິດາ​ຂອງ​ລູກ ພຣະອົງ​ເຮັດ​ໄດ້​ທຸກສິ່ງ ຂໍ​ໃຫ້​ຈອກ​ແຫ່ງ​ຄວາມ​ທົນທຸກ​ທໍລະມານ​ນີ້ ເລື່ອນ​ພົ້ນ​ໄປ​ຈາກ​ລູກ​ທ້ອນ, ແຕ່​ຢ່າງ​ໃດ​ກໍດີ ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ໃຈ​ປາຖະໜາ​ຂອງ​ລູກ, ແຕ່​ໃຫ້​ເປັນ​ໄປ​ຕາມ​ພຣະປະສົງ​ຂອງ​ພຣະອົງ​ເທີ້ນ.”</verse>
				<verse number="37">ແລ້ວ​ພຣະອົງ​ກໍ​ກັບຄືນ​ມາ ແລະ​ເຫັນ​ພວກ​ສາວົກ​ນອນ​ຫລັບ​ຢູ່, ພຣະອົງ​ກ່າວ​ແກ່​ເປໂຕ​ວ່າ, “ຊີໂມນ​ເອີຍ ເຈົ້າ​ຍັງ​ນອນ​ຫລັບ​ຢູ່​ບໍ? ເຈົ້າ​ບໍ່​ສາມາດ​ເຝົ້າ​ຢູ່​ຈັກ​ຊົ່ວໂມງ​ດຽວ​ບໍ?”</verse>
				<verse number="38">ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ເຝົ້າ​ລະວັງ ແລະ​ພາວັນນາ​ອະທິຖານ​ຢູ່ ເພື່ອ​ຈະ​ບໍ່​ຕົກ​ໃນ​ການ​ທົດລອງ ຈິດໃຈ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ຮ່າງກາຍ​ກໍ​ອ່ອນແຮງ.”</verse>
				<verse number="39">ພຣະອົງ​ກັບ​ໄປ​ພາວັນນາ​ອະທິຖານ​ອີກເທື່ອໜຶ່ງ ໂດຍ​ກ່າວ​ຖ້ອຍຄຳ​ເໝືອນ​ຢ່າງ​ເທື່ອ​ກ່ອນ.</verse>
				<verse number="40">ເມື່ອ​ພຣະອົງ​ກັບຄືນ​ມາ​ຫາ​ພວກ​ສາວົກ ກໍ​ພົບ​ພວກເພິ່ນ​ນອນ​ຫລັບ​ຢູ່, ພວກເພິ່ນ​ບໍ່​ອາດ​ມືນ​ຕາ​ຂຶ້ນ​ໄດ້​ເລີຍ ແລະ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ຢ່າງ​ໃດ.</verse>
				<verse number="41">ເມື່ອ​ພຣະອົງ​ກັບຄືນ​ມາ​ເທື່ອ​ທີ​ສາມ ພຣະອົງ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຍັງ​ພັກຜ່ອນ​ຫລັບ​ນອນ​ຢູ່​ບໍ? ພໍ​ສາ ເວລາ​ມາ​ເຖິງ​ແລ້ວ ເບິ່ງແມ! ບຸດ​ມະນຸດ​ກຳລັງ​ຈະ​ຖືກ​ມອບ​ໄວ້​ໃນ​ກຳມື​ຂອງ​ຄົນ​ບາບ​ທັງຫລາຍ.</verse>
				<verse number="42">ຈົ່ງ​ລຸກ​ຂຶ້ນ ພາກັນ​ໄປ​ເທາະ ເບິ່ງແມ! ຄົນ​ທີ່​ມອບ​ເຮົາ​ໄວ້​ກໍ​ມາ​ທີ່​ນີ້​ແລ້ວ.”</verse>
				<verse number="43">ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຍັງ​ບໍ່​ທັນ​ຂາດ​ຄຳ ໃນ​ທັນໃດນັ້ນ ຢູດາ​ຜູ້​ເປັນ​ສາວົກ​ຄົນ​ໜຶ່ງ​ໃນ​ພວກ​ສາວົກ​ສິບສອງ​ຄົນ ກໍ​ມາ​ພ້ອມ​ກັບ​ປະຊາຊົນ​ຈຳນວນ​ຫລວງຫລາຍ ທັງ​ຖື​ດາບ​ທັງ​ຖື​ໄມ້ຄ້ອນ, ພວກ​ຫົວໜ້າ​ປະໂຣຫິດ, ພວກ​ທຳມະຈານ ແລະ​ພວກ​ເຖົ້າແກ່​ໄດ້​ໃຊ້​ຄົນ​ເຫຼົ່ານີ້​ມາ.</verse>
				<verse number="44">ຜູ້​ທີ່​ທໍລະຍົດ​ຕໍ່​ພຣະອົງ​ນັ້ນ ໄດ້​ໃຊ້​ສັນຍານ​ບອກ​ແກ່​ພວກເຂົາ​ວ່າ, “ຂ້ອຍ​ຈູບ​ຄຳນັບ​ຜູ້ໃດ ແມ່ນ​ຜູ້​ນັ້ນ​ແຫຼະ ຈົ່ງ​ຈັບກຸມ​ຕົວ​ເອົາ​ໄປ​ຮັກສາ​ໄວ້​ໃຫ້​ດີ.”</verse>
				<verse number="45">ພໍ​ຢູດາ​ມາ​ຮອດ ເຂົາ​ກໍ​ຫຍັບ​ເຂົ້າ​ໄປ​ໃກ້​ພຣະເຢຊູເຈົ້າ​ທັນທີ ແລະ​ເວົ້າ​ຕໍ່​ພຣະອົງ​ວ່າ, “ພຣະອາຈານ​ເອີຍ” ແລ້ວ​ລາວ​ກໍ​ຈູບ​ພຣະອົງ​ຢ່າງ​ຮັກແພງ.</verse>
				<verse number="46">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຄວ້າຈັບ​ພຣະອົງ ແລະ​ຈັບກຸມ​ພຣະອົງ​ໄວ້.</verse>
				<verse number="47">ແຕ່​ມີ​ຄົນ​ໜຶ່ງ​ໃນ​ຈຳນວນ​ຄົນ​ທີ່​ຢືນ​ຢູ່​ໃນ​ທີ່ນັ້ນ ຊັກ​ດາບ​ອອກ​ຟັນ​ຄົນ​ຮັບໃຊ້​ຄົນ​ໜຶ່ງ ຂອງ​ມະຫາ​ປະໂຣຫິດ​ຖືກ​ຫູ​ຂາດ​ເບື້ອງ​ໜຶ່ງ.</verse>
				<verse number="48">ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ຖື​ດາບ​ຖື​ໄມ້ຄ້ອນ​ອອກ​ມາ​ຈັບ​ເຮົາ ເໝືອນ​ດັ່ງ​ຈັບ​ໂຈນ​ຊັ້ນບໍ?</verse>
				<verse number="49">ທຸກໆ​ວັນ​ເຮົາ​ຢູ່​ກັບ​ພວກເຈົ້າ ແລະ ໄດ້​ສັ່ງສອນ​ໃນ​ພຣະວິຫານ ແລະ​ພວກເຈົ້າ​ບໍ່ໄດ້​ຈັບ​ເຮົາ ແຕ່​ກ່ຽວກັບ​ເລື່ອງ​ທີ່​ເກີດຂຶ້ນ​ນີ້ ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ກ່າວ​ໄວ້​ໃນ​ພຣະຄຳພີ.”</verse>
				<verse number="50">ແລ້ວ​ພວກ​ສາວົກ​ທັງໝົດ​ກໍ​ປະຖິ້ມ ແລະ​ແລ່ນ​ປົບໜີ​ຈາກ​ພຣະອົງ​ໄປ.</verse>
				<verse number="51">ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ນຸ່ງ​ຜ້າປ່ານ​ແຕ່​ຜືນ​ດຽວ ຕາມ​ພຣະເຢຊູເຈົ້າ​ໄປ ພວກເຂົາ​ໄດ້​ຄວ້າຈັບ​ບາຍ​ຊາຍໜຸ່ມ​ນັ້ນ,</verse>
				<verse number="52">ແຕ່​ຊາຍ​ນັ້ນ​ໄດ້​ປະ​ຜ້າປ່ານ​ຜືນ​ທີ່​ນຸ່ງ​ຢູ່​ນັ້ນ​ຖິ້ມ​ເສຍ ແລະ​ແລ່ນ​ປົບໜີໄປ​ຕົວເປົ່າ.</verse>
				<verse number="53">ພວກເຂົາ​ໄດ້​ພາ​ພຣະເຢຊູເຈົ້າ​ໄປ​ຫາ​ມະຫາ​ປະໂຣຫິດ ບ່ອນ​ທີ່​ພວກ​ຫົວໜ້າ​ປະໂຣຫິດ ພວກ​ເຖົ້າແກ່ ແລະ​ພວກ​ທຳມະຈານ​ທັງໝົດ ໄດ້​ປະຊຸມ​ກັນ​ຢູ່​ທີ່​ນັ້ນ.</verse>
				<verse number="54">ສ່ວນ​ເປໂຕ​ໄດ້​ຕິດຕາມ​ພຣະເຢຊູເຈົ້າ​ໄປ​ໃນ​ໄລຍະ​ຫ່າງໄກ​ພໍສົມຄວນ ແລະ​ເຂົ້າ​ໄປ​ໃນ​ເດີ່ນ​ບ້ານ​ຂອງ​ມະຫາ​ປະໂຣຫິດ ແລ້ວ​ນັ່ງ​ຝີງ​ໄຟ​ຢູ່​ກັບ​ພວກ​ຄົນ​ຍາມ.</verse>
				<verse number="55">ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ສະມາຊິກ​ສະພາ​ໄດ້​ຫາ​ຫຼັກຖານ​ມາ​ຕໍ່ສູ້​ພຣະເຢຊູເຈົ້າ ເພື່ອ​ຈະ​ຂ້າ​ພຣະອົງ​ເສຍ ແຕ່​ຫາ​ຫຼັກຖານ​ບໍ່ໄດ້.</verse>
				<verse number="56">ດ້ວຍວ່າ, ມີ​ຫລາຍ​ຄົນ​ກ່າວ​ຄຳ​ພະຍານ​ຕົວະ​ຕໍ່ສູ້​ພຣະອົງ, ແຕ່​ຄຳ​ເວົ້າ​ຂອງ​ພວກເຂົາ​ຂັດແຍ້ງ​ກັນ​ເອງ.</verse>
				<verse number="57">ຕໍ່ມາ ມີ​ບາງຄົນ​ຢືນ​ຂຶ້ນ​ກ່າວ​ຄຳ​ພະຍານ​ຕົວະ​ຕໍ່ສູ້​ພຣະອົງ​ວ່າ,</verse>
				<verse number="58">“ພວກເຮົາ​ໄດ້ຍິນ​ລາວ​ເວົ້າ​ວ່າ, ‘ເຮົາ​ຈະ​ມ້າງ​ພຣະວິຫານ​ຫລັງ​ນີ້ ທີ່​ສ້າງ​ດ້ວຍ​ມື​ມະນຸດ ແລະ​ຫລັງຈາກ​ສາມ​ວັນ ເຮົາ​ຈະ​ສ້າງ​ຫລັງ​ໜຶ່ງ​ຂຶ້ນ​ໃໝ່ ທີ່​ບໍ່ໄດ້​ເຮັດ​ດ້ວຍ​ມື​ມະນຸດ.”’</verse>
				<verse number="59">ເຖິງປານນັ້ນ ຄຳ​ພະຍານ​ຂອງ​ພວກເຂົາ​ກໍ​ຍັງ​ບໍ່​ຖືກຕ້ອງ​ກັນ.</verse>
				<verse number="60">ມະຫາ​ປະໂຣຫິດ​ຈຶ່ງ​ໄດ້​ລຸກ​ຢືນ​ຂຶ້ນ​ໃນ​ທ່າມກາງ​ທີ່​ປະຊຸມ ແລະ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ບໍ່ມີ​ຫຍັງ​ບໍ ທີ່​ຈະ​ແກ້​ຄຳ​ກ່າວຫາ ທີ່​ຄົນ​ເຫຼົ່ານີ້​ກ່າວ​ຕໍ່ສູ້​ເຈົ້າ?”</verse>
				<verse number="61">ແຕ່​ພຣະເຢຊູເຈົ້າ​ມິດງຽບ​ຢູ່ ແລະ​ບໍ່​ຕອບ​ຫຍັງ​ຈັກ​ຄຳ, ມະຫາ​ປະໂຣຫິດ​ຈຶ່ງ​ຖາມ​ພຣະອົງ​ອີກ​ວ່າ, “ເຈົ້າ​ເປັນ​ພຣະຄຣິດ ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ຊົງ​ກຽດຕິຍົດ​ບໍ?”</verse>
				<verse number="62">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ເປັນ​ຜູ້​ນັ້ນ​ແຫຼະ ແລະ​ພວກເຈົ້າ​ຈະ​ໄດ້​ເຫັນ​ບຸດ​ມະນຸດ ນັ່ງ​ທີ່​ເບື້ອງ​ຂວາ​ຂອງ​ພຣະ​ຜູ້​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແລະ​ກຳລັງ​ລົງ​ມາ​ເທິງ​ເມກ​ໃນ​ສະຫວັນ.”</verse>
				<verse number="63">ມະຫາ​ປະໂຣຫິດ​ຜູ້ນັ້ນ​ໄດ້​ຈີກ​ເສື້ອລ່າມ​ຂອງຕົນ ແລະ ກ່າວ​ສຽງດັງ​ວ່າ, “ພວກເຮົາ​ຍັງ​ຈະ​ຕ້ອງການ​ພະຍານ​ອັນ​ໃດ​ອີກ</verse>
				<verse number="64">ເຈົ້າ​ທັງຫລາຍ​ກໍ​ໄດ້​ຍິນ​ຄຳ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ແລ້ວ ເຈົ້າ​ທັງຫລາຍ​ຈະ​ຕັດສິນໃຈ​ຢ່າງ​ໃດ?” ທີ່​ປະຊຸມ​ທັງໝົດ​ຈຶ່ງ​ລົງ​ມະຕິ​ວ່າ, ພຣະເຢຊູເຈົ້າ​ຕ້ອງ​ຖືກ​ໂທດ​ປະຫານ​ຊີວິດ.</verse>
				<verse number="65">ມີ​ບາງຄົນ​ໃນ​ພວກເຂົາ ໄດ້​ຕັ້ງຕົ້ນ​ຖົ່ມ​ນໍ້າລາຍ​ໃສ່​ພຣະເຢຊູເຈົ້າ ພວກເຂົາ​ເອົາ​ຜ້າ​ມັດ​ຕາ​ພຣະອົງ ແລະ​ທຸບຕີ​ພຣະອົງ ພວກເຂົາ​ເວົ້າ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ທວາຍ​ເບິ່ງດູ​ວ່າ ແມ່ນ​ຜູ້ໃດ​ຕີ​ມຶງ!” ແລ້ວ​ພວກ​ທະຫານ​ຍາມ​ກໍ​ຮັບ​ເອົາ​ພຣະອົງ​ໄປ​ຕົບຕີ ແລະ​ເອົາ​ໄມ້ແສ້​ຂ້ຽນ​ພຣະອົງ.</verse>
				<verse number="66">ຂະນະທີ່​ເປໂຕ​ຍັງ​ຢູ່​ທາງ​ລຸ່ມ​ທີ່​ເດີ່ນ​ບ້ານ​ນັ້ນ ມີ​ສາວ​ໃຊ້​ຄົນ​ໜຶ່ງ​ຂອງ​ມະຫາ​ປະໂຣຫິດ​ຍ່າງ​ມາ.</verse>
				<verse number="67">ເມື່ອ​ນາງ​ເຫັນ​ເປໂຕ​ນັ່ງ​ຝີງ​ໄຟ​ຢູ່ ນາງ​ກໍ​ຈ້ອງ​ຕາ​ເບິ່ງ​ເພິ່ນ ແລະ​ທ້ວງ​ວ່າ, “ເຈົ້າ​ກໍ​ເຄີຍ​ໄປມາ​ກັບ​ເຢຊູ​ໄທ​ນາຊາເຣັດ​ເໝືອນກັນ.”</verse>
				<verse number="68">ແຕ່​ລາວ​ໄດ້​ຕອບ​ປະຕິເສດ​ວ່າ, “ຂ້ອຍ​ບໍ່​ຮູ້... ຂ້ອຍ​ບໍ່​ເຂົ້າໃຈ​ຄຳ​ທີ່​ເຈົ້າ​ໄດ້​ເວົ້າ​ນັ້ນ,” ແລ້ວ​ເປໂຕ​ກໍ​ຍ່າງ​ອອກ​ໄປ​ທາງ​ປະຕູ​ບ້ານ ແລະ ໄກ່​ກໍ​ຂັນ.</verse>
				<verse number="69">ສ່ວນ​ສາວ​ໃຊ້​ຜູ້​ນັ້ນ ເຫັນ​ເປໂຕ​ຈຶ່ງ​ຕັ້ງຕົ້ນ​ເວົ້າ​ຕໍ່​ຄົນ​ທີ່​ຢືນ​ຢູ່​ໃນ​ທີ່ນັ້ນ​ອີກ​ວ່າ, “ຄົນ​ນີ້​ແຫຼະ ເປັນ​ຜູ້ໜຶ່ງ​ໃນ​ພວກເຂົາ.”</verse>
				<verse number="70">ແຕ່​ເປໂຕ​ໄດ້​ປະຕິເສດ​ອີກ. ຫລັງຈາກ​ນັ້ນ​ໜ້ອຍໜຶ່ງ ຄົນ​ທີ່​ຢືນ​ຢູ່​ໃນ​ທີ່ນັ້ນ ກໍ​ເວົ້າ​ຕໍ່​ເປໂຕ​ວ່າ, “ແມ່ນ​ແທ້​ແຫຼະ ໂຕ​ເປັນ​ຜູ້ໜຶ່ງ​ໃນ​ພວກ​ນັ້ນ ເພາະ​ໂຕ​ເປັນ​ຄົນ​ຄາລີເລ​ເໝືອນກັນ.”</verse>
				<verse number="71">ແລ້ວ​ເປໂຕ​ກໍ​ປ້ອຍດ່າ ແລະ​ສາບານ​ວ່າ, “ຄົນ​ທີ່​ພວກ​ມຶງ​ເວົ້າ​ນັ້ນ​ກູ​ບໍ່​ຮູ້ຈັກ.”</verse>
				<verse number="72">ໃນ​ທັນໃດນັ້ນ ໄກ່​ກໍ​ຂັນ​ເປັນ​ເທື່ອ​ທີ​ສອງ ແລະ​ເປໂຕ​ຈຶ່ງ​ຈື່​ໄດ້​ເຖິງ​ຄຳ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ຕົນ​ວ່າ, “ກ່ອນ​ໄກ່​ຂັນ​ສອງ​ເທື່ອ ເຈົ້າ​ຈະ​ປະຕິເສດ​ວ່າ ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ.” ເມື່ອ​ຫວນ​ຄິດໄດ້ ເປໂຕ​ຈຶ່ງ​ຮ້ອງໄຫ້​ຂຶ້ນ.</verse>
			</chapter>
			<chapter number="15">
				<verse number="1">ພໍ​ຮຸ່ງ​ເຊົ້າ​ມາ ບັນດາ​ຫົວໜ້າ​ປະໂຣຫິດ, ພວກ​ເຖົ້າແກ່, ພວກ​ທຳມະຈານ ແລະ​ບັນດາ​ສະມາຊິກ​ສະພາ​ໄດ້​ປຶກສາ​ຫາລື​ກັນ​ແລ້ວ ພວກເຂົາ​ໄດ້​ມັດ​ພຣະເຢຊູເຈົ້າ ແລະ​ພາ​ໄປ​ມອບ​ໃຫ້​ປີລາດ.</verse>
				<verse number="2">ສ່ວນ​ປີລາດ​ກໍໄດ້​ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?” ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ທ່ານ​ເວົ້າ​ນັ້ນ​ຖືກ​ແລ້ວ.”</verse>
				<verse number="3">ພວກ​ຫົວໜ້າ​ປະໂຣຫິດ​ໄດ້​ກ່າວໂທດ​ໃສ່​ພຣະເຢຊູເຈົ້າ​ຫລາຍ​ເລື່ອງ</verse>
				<verse number="4">ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະອົງ​ອີກ​ວ່າ, “ເຈົ້າ​ບໍ່​ຕອບ​ຈັກ​ຄຳ​ບໍ? ເບິ່ງແມ! ພວກເຂົາ​ກ່າວ​ຟ້ອງ​ເຈົ້າ​ຕັ້ງ​ຫລາຍ​ເລື່ອງ.”</verse>
				<verse number="5">ແຕ່​ພຣະເຢຊູເຈົ້າ​ບໍ່​ຕອບ​ຈັກ​ຄຳ​ຈົນ​ປີລາດ​ປະຫລາດ​ໃຈ.</verse>
				<verse number="6">ໃນ​ເທດສະການ​ປັດສະຄາ​ທຸກ​ປີ, ປີລາດ​ເຄີຍ​ປ່ອຍ​ນັກໂທດ​ຄົນ​ໜຶ່ງ​ໃຫ້​ເປັນ​ອິດສະຫລະ ຕາມ​ທີ່​ປະຊາຊົນ​ຂໍຮ້ອງ.</verse>
				<verse number="7">ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ບາຣາບາ ທີ່​ຖືກ​ຂັງ​ຄຸກ​ຮ່ວມ​ກັບ​ພວກ​ກະບົດ ທີ່​ໄດ້​ຂ້າ​ຄົນ​ເນື່ອງ​ຈາກ​ການ​ກະບົດ​ນັ້ນ.</verse>
				<verse number="8">ປະຊາຊົນ​ໄດ້​ຂຶ້ນ​ໄປ​ຫາ​ປີລາດ ຕັ້ງຕົ້ນ​ຂໍ​ໃຫ້​ເພິ່ນ​ເຮັດ​ຕາມ​ທີ່​ເຄີຍ​ໄດ້​ປະຕິບັດ​ມາ</verse>
				<verse number="9">ປີລາດ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ພວກທ່ານ​ຢາກ​ໃຫ້​ປ່ອຍ​ກະສັດ​ຂອງ​ຊາວ​ຢິວ​ແກ່​ພວກທ່ານ​ບໍ?”</verse>
				<verse number="10">ປີລາດ​ຮູ້​ດີ​ວ່າ ການ​ທີ່​ພວກ​ຫົວໜ້າ​ປະໂຣຫິດ ນຳ​ພຣະເຢຊູເຈົ້າ​ມາ​ມອບ​ໃຫ້​ແກ່​ຕົນ​ນັ້ນ ເພາະ​ພວກເຂົາ​ມີ​ໃຈ​ອິດສາ.</verse>
				<verse number="11">ແຕ່​ພວກ​ຫົວໜ້າ​ປະໂຣຫິດ​ໄດ້​ຍຸຍົງ​ປະຊາຊົນ ເພື່ອ​ຂໍ​ໃຫ້​ປີລາດ​ປ່ອຍ​ບາຣາບາ​ແທນ​ພຣະເຢຊູເຈົ້າ.</verse>
				<verse number="12">ປີລາດ​ຖາມ​ພວກເຂົາ​ອີກ​ວ່າ, “ຖ້າດັ່ງນັ້ນ ພວກທ່ານ​ຢາກ​ໃຫ້​ເຮົາ​ເຮັດ​ຢ່າງ​ໃດ​ກັບ​ຜູ້​ທີ່​ພວກທ່ານ​ເອີ້ນ​ວ່າ, ກະສັດ​ຂອງ​ຊາດ​ຢິວ?”</verse>
				<verse number="13">ພວກເຂົາ​ຮ້ອງ​ຕອບ​ຂຶ້ນ​ວ່າ, “ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ.”</verse>
				<verse number="14">ປີລາດ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ຈຶ່ງ​ຄຶງ ຜູ້​ນີ້​ໄດ້​ເຮັດ​ຜິດ​ຫຍັງ?” ແຕ່​ພວກເຂົາ​ຊໍ້າພັດ​ຮ້ອງ​ແຮງ​ຍິ່ງ​ຂຶ້ນ​ວ່າ, “ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ.”</verse>
				<verse number="15">ປີລາດ​ຕ້ອງການ​ເອົາໃຈ​ປະຊາຊົນ ເພິ່ນ​ຈຶ່ງ​ປ່ອຍ​ບາຣາບາ​ໃຫ້​ພວກເຂົາ. ເມື່ອ​ເພິ່ນ​ໄດ້​ສັ່ງ​ໃຫ້​ເຂົາ​ຂ້ຽນ​ພຣະເຢຊູເຈົ້າ​ແລ້ວ ກໍ​ມອບ​ພຣະອົງ​ໃຫ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.</verse>
				<verse number="16">ພວກ​ທະຫານ​ໄດ້​ນຳ​ພຣະເຢຊູເຈົ້າ ເຂົ້າ​ໄປ​ໃນ​ເດີ່ນ​ບ້ານ​ຂອງ​ຜູ້​ປົກຄອງ ແລ້ວ​ກໍ​ເອີ້ນ​ກອງທັບ​ທະຫານ​ມາ​ເຕົ້າໂຮມ​ກັນ​ໃນ​ທີ່ນັ້ນ.</verse>
				<verse number="17">ພວກເຂົາ​ໄດ້​ເອົາ​ເສື້ອ​ສີມ່ວງ​ມາ​ນຸ່ງ​ໃຫ້​ພຣະອົງ ເອົາ​ເຄືອໜາມ​ຖັກ​ເປັນ​ໂຄ້ງ​ແທນ​ມົງກຸດ​ມາ​ສຸບ​ໃສ່​ຫົວ​ຂອງ​ພຣະອົງ.</verse>
				<verse number="18">ແລ້ວ​ພວກເຂົາ​ກໍ​ຕັ້ງຕົ້ນ​ຄຳນັບ​ແບບ​ເຢາະເຢີ້ຍ​ພຣະອົງ ໂດຍ​ກ່າວ​ວ່າ, “ກະສັດ​ແຫ່ງ​ຊາດ​ຢິວ​ເອີຍ ຈົ່ງ​ຊົງ​ພຣະ​ຈະເລີນ​ເທີ້ນ.”</verse>
				<verse number="19">ພວກເຂົາ​ໃຊ້​ໄມ້ອໍ້​ຕີ​ຫົວ​ພຣະອົງ ຖົ່ມ​ນໍ້າລາຍ​ໃສ່​ໜ້າ​ພຣະອົງ ແລະ​ຄຸເຂົ່າ​ຂາບລົງ​ທຳທ່າ​ຄຳນັບ​ພຣະອົງ.</verse>
				<verse number="20">ເມື່ອ​ເຢາະເຢີ້ຍ​ພຣະອົງ​ສົມໃຈ​ແລ້ວ ພວກເຂົາ​ຈຶ່ງ​ແກ້​ເສື້ອຄຸມ​ສີມ່ວງ​ອອກ ແລະ ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ມາ​ນຸ່ງ​ໃຫ້​ຄືນ, ແລ້ວ​ນຳ​ພຣະອົງ​ອອກ​ໄປ​ເພື່ອ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.</verse>
				<verse number="21">ເມື່ອ​ໄປ​ຕາມ​ທາງ​ນັ້ນ ພວກເຂົາ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ຊີໂມນ (ຊີໂມນ​ໄທ​ກີເຣເນ​ເປັນ​ພໍ່​ຂອງ​ອາເລັກຊັນເດີ ແລະ ຣູໂຟ.) ລາວ​ກຳລັງ​ມາ​ແຕ່​ບ້ານນອກ​ຜ່ານ​ໄປ​ທາງ​ນັ້ນ ແລະ​ພວກເຂົາ​ໄດ້​ບັງຄັບ​ລາວ​ໃຫ້​ແບກ​ໄມ້ກາງແຂນ​ຂອງ​ພຣະເຢຊູເຈົ້າ.</verse>
				<verse number="22">ພວກເຂົາ​ໄດ້​ພາ​ພຣະເຢຊູເຈົ້າ ໄປ​ບ່ອນ​ໜຶ່ງ​ທີ່​ຄົນ​ເອີ້ນ​ວ່າ, ໂຄລະໂຄທາ ຊຶ່ງ​ແປ​ວ່າ, “ບ່ອນ​ກະໂຫລກ​ຫົວ.”</verse>
				<verse number="23">ໃນ​ທີ່ນັ້ນ ພວກເຂົາ​ໄດ້​ເອົາ​ເຫຼົ້າ​ອະງຸ່ນ​ປົນ​ກັບ​ເຄື່ອງ​ຢາ​ຊະນິດ​ໜຶ່ງ ໃຫ້​ພຣະເຢຊູເຈົ້າ​ດື່ມ, ແຕ່​ພຣະອົງ​ບໍ່​ຍອມ​ດື່ມ.</verse>
				<verse number="24">ເມື່ອ​ພວກເຂົາ​ໄດ້​ຄຶງ​ພຣະອົງ​ໃສ່​ໄມ້ກາງແຂນ​ໄວ້​ແລ້ວ ພວກເຂົາ​ກໍ​ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ ມາ​ຈົກ​ສະຫລາກ​ແບ່ງປັນ​ກັນ ເພື່ອ​ຈະ​ຮູ້​ວ່າ​ຜູ້ໃດ​ຈະ​ໄດ້​ຜືນໃດ.</verse>
				<verse number="25">ເມື່ອ​ພວກເຂົາ​ຄຶງ​ພຣະອົງ​ທີ່​ໄມ້ກາງແຂນ​ນັ້ນ ແມ່ນ​ເວລາ​ເກົ້າ​ໂມງ​ເຊົ້າ.</verse>
				<verse number="26">ແຜ່ນ​ປ້າຍ​ທີ່​ເຂົາ​ຂຽນ​ຂໍ້ຄວາມ​ກ່າວຫາ ເພື່ອ​ລົງໂທດ​ພຣະອົງ​ນັ້ນ ມີ​ຂໍ້ຄວາມ​ວ່າ, “ກະສັດ​ຂອງ​ຊາດ​ຢິວ.”</verse>
				<verse number="27">ພວກເຂົາ​ຍັງ​ໄດ້​ຄຶງ​ໂຈນ​ສອງ​ຄົນ​ໄວ້​ພ້ອມ​ກັບ​ພຣະອົງ ເບື້ອງຂວາ​ຄົນ​ໜຶ່ງ ແລະ ເບື້ອງຊ້າຍ​ຄົນ​ໜຶ່ງ. [</verse>
				<verse number="28">ຕ້ອງ​ສຳເລັດ​ຕາມ​ພຣະຄຳພີ ທີ່​ຂຽນ​ໄວ້​ວ່າ, “ເພິ່ນ​ຖືກ​ນັບ​ເຂົ້າ​ກັບ​ຄາດຕະກອນ.”]</verse>
				<verse number="29">ແລ້ວ​ປະຊາຊົນ​ທີ່​ຜ່ານ​ໄປມາ ຕ່າງ​ກໍ​ເວົ້າ​ໝິ່ນປະໝາດ​ດູຖູກ​ພຣະເຢຊູເຈົ້າ ແລະ​ສັ່ນ​ຫົວ​ໂດຍ​ກ່າວ​ວ່າ, “ເຮີຍ ເຈົ້າ​ຜູ້​ທີ່​ມ້າງ​ພຣະວິຫານ ແລະ​ສ້າງ​ຂຶ້ນ​ໃໝ່​ໃນ​ສາມ​ວັນ</verse>
				<verse number="30">ຈົ່ງ​ຊ່ວຍ​ຕົນເອງ​ໃຫ້​ພົ້ນ​ແມ ຈົ່ງ​ລົງ​ມາ​ຈາກ​ໄມ້ກາງແຂນ​ສາ.”</verse>
				<verse number="31">ໃນທຳນອງ​ດຽວກັນ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ທຳມະຈານ ກໍໄດ້​ພາກັນ​ເຢາະເຢີ້ຍ​ພຣະອົງ ໃນ​ລະຫວ່າງ​ພວກເຂົາ​ເອງ​ເໝືອນກັນ​ໂດຍ​ເວົ້າ​ວ່າ, “ມັນ​ຊ່ວຍ​ຜູ້​ອື່ນ​ໃຫ້​ພົ້ນ​ໄດ້ ແຕ່​ຊ່ວຍ​ຕົນເອງ​ບໍ່ໄດ້</verse>
				<verse number="32">ຂໍ​ໃຫ້​ພຣະຄຣິດ ກະສັດ​ຂອງ​ຊາດ​ອິດສະຣາເອນ ລົງ​ມາ​ຈາກ​ໄມ້ກາງແຂນ​ດຽວ​ນີ້​ເທາະ ເພື່ອ​ພວກເຮົາ​ຈະ​ໄດ້​ເຫັນ​ແລະ​ໄດ້​ເຊື່ອ.” ສ່ວນ​ສອງ​ຄົນ​ນັ້ນ ຜູ້​ທີ່​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ ພ້ອມ​ກັບ​ພຣະເຢຊູເຈົ້າ ກໍ​ເວົ້າ​ໝິ່ນປະໝາດ​ພຣະອົງ​ເໝືອນກັນ.</verse>
				<verse number="33">ເມື່ອ​ເຖິງ​ເວລາ​ທ່ຽງ ທົ່ວ​ແຜ່ນດິນ​ກໍ​ບັງເກີດ​ຄວາມມືດ ຈົນເຖິງ​ບ່າຍ​ສາມ​ໂມງ.</verse>
				<verse number="34">ພໍ​ເຖິງ​ບ່າຍ​ສາມ​ໂມງ ພຣະເຢຊູເຈົ້າ​ກໍ​ຮ້ອງ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ເອໂລອີ ເອໂລອີ ແລມາ ສາບັກທານີ?” ຊຶ່ງ​ແປ​ວ່າ, “ພຣະເຈົ້າ​ຂອງ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ, ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ປະຖິ້ມ​ຂ້ານ້ອຍ​ເສຍ?”</verse>
				<verse number="35">ບາງຄົນ​ໃນ​ປະຊາຊົນ​ທີ່​ຢືນ​ຢູ່​ໃນ​ທີ່ນັ້ນ ໄດ້ຍິນ​ພຣະອົງ​ຈຶ່ງ​ເວົ້າ​ວ່າ, “ເບິ່ງແມ! ມັນ​ຮ້ອງ​ຫາ ເອລີຢາ.”</verse>
				<verse number="36">ມີ​ຄົນ​ໜຶ່ງ​ໃນ​ພວກເຂົາ ແລ່ນ​ໄປ​ເອົາ​ຟອງ​ນໍ້າ​ຈຸ່ມ​ເຫຼົ້າ​ອະງຸ່ນ​ສົ້ມ ແລະ​ສຽບ​ໃສ່​ປາຍ​ໄມ້ອໍ້ ແລ້ວ​ຍື່ນ​ຂຶ້ນ​ໃສ່​ຮິມ​ສົບ​ຂອງ​ພຣະເຢຊູເຈົ້າ ແລະ​ເວົ້າ​ວ່າ, “ຟ້າວ​ກ່ອນ ຖ້າ​ເບິ່ງ​ເອລີຢາ​ຈະ​ມາ​ຊ່ວຍ​ມັນ​ລົງ​ຈາກ​ໄມ້ກາງແຂນ​ຫລື​ບໍ່.”</verse>
				<verse number="37">ເມື່ອ​ພຣະເຢຊູເຈົ້າ​ຮ້ອງ​ສຽງດັງ​ແລ້ວ​ກໍ​ສິ້ນ​ລົມຫາຍໃຈ.</verse>
				<verse number="38">ໃນ​ຂະນະ​ນັ້ນ ຜ້າກັ້ງ​ໃນ​ພຣະວິຫານ​ໄດ້​ຈີກ​ອອກ​ເປັນ​ສອງ​ຕ່ອນ ຕັ້ງແຕ່​ເທິງ​ຮອດ​ລຸ່ມ.</verse>
				<verse number="39">ນາຍ​ທະຫານ​ຜູ້​ທີ່​ຢືນ​ຢູ່​ຕໍ່ໜ້າ​ພຣະເຢຊູເຈົ້າ ໄດ້​ເຫັນ​ພຣະອົງ​ຕາຍໄປ​ຢ່າງ​ໃດ ລາວ​ຈຶ່ງ​ເວົ້າ​ວ່າ, “ຈິງ​ແທ້​ແລ້ວ ທ່ານ​ຜູ້​ນີ້ ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.”</verse>
				<verse number="40">ໃນ​ທີ່ນັ້ນ ມີ​ພວກ​ແມ່ຍິງ​ບາງຄົນ​ທີ່​ຄອຍ​ເບິ່ງ​ຢູ່​ຫ່າງໆ ໃນ​ພວກເຂົາ​ນັ້ນ​ມີ: ມາຣີ​ໄທ​ມັກດາລາ ມາຣີ​ແມ່​ຂອງ​ຢາໂກໂບ​ຜູ້​ນ້ອງ ແລະ ຂອງ​ໂຢເຊ​ກັບ​ນາງ​ຊາໂລເມ.</verse>
				<verse number="41">ຍິງ​ເຫຼົ່ານີ້​ໄດ້​ຕິດຕາມ ແລະ​ບົວລະບັດ​ພຣະເຢຊູເຈົ້າ ເມື່ອ​ພຣະອົງ​ຍັງ​ຢູ່​ໃນ​ແຂວງ​ຄາລີເລ ແລະ​ກໍ​ຍັງ​ມີ​ຍິງ​ຄົນອື່ນ​ອີກ​ຫລາຍ​ຄົນ ທີ່​ໄດ້​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ​ກັບ​ພຣະອົງ ກໍ​ຢູ່​ທີ່​ນັ້ນ​ເໝືອນກັນ.</verse>
				<verse number="42">ເມື່ອ​ເຖິງ​ເວລາ​ຄໍ່າ​ແລ້ວ ເນື່ອງ​ຈາກ​ວ່າ​ວັນ​ນັ້ນ​ເປັນ​ວັນ​ຈັດຕຽມ ໝາຍຄວາມວ່າ ເປັນ​ວັນ​ກ່ອນ​ເຖິງ​ວັນ​ຊະບາໂຕ</verse>
				<verse number="43">ໂຢເຊັບ​ໄທ​ອາຣີມາທາຍ ເພິ່ນ​ເປັນ​ສະມາຊິກ​ສະພາ​ສູງສຸດ​ທີ່​ມີ​ກຽດ​ຄົນ​ໜຶ່ງ ເພິ່ນ​ເປັນ​ຜູ້​ທີ່​ຄອງຄອຍ​ຖ້າ ການ​ມາ​ປາກົດ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ ເພິ່ນ​ກ້າ​ເຂົ້າ​ໄປ​ພົບ​ປີລາດ​ເພື່ອ​ຂໍ​ພຣະສົບ​ຂອງ​ພຣະເຢຊູເຈົ້າ.</verse>
				<verse number="44">ແຕ່​ປີລາດ​ປະຫລາດ​ໃຈ​ຫລາຍ ທີ່​ໄດ້ຍິນ​ວ່າ​ພຣະອົງ​ໄດ້​ຕາຍ​ແລ້ວ. ສະນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ນາຍ​ທະຫານ​ເຂົ້າ​ມາ​ຫາ ແລະ​ຖາມ​ວ່າ, ພຣະອົງ​ຕາຍ​ດົນນານ​ປານໃດ​ແລ້ວ.</verse>
				<verse number="45">ຫລັງຈາກ​ໄດ້​ຮັບ​ຄຳຕອບ​ຈາກ​ນາຍ​ທະຫານ​ແລ້ວ ເພິ່ນ​ກໍ​ອະນຸຍາດ​ໃຫ້​ໂຢເຊັບ​ເອົາ​ພຣະສົບ​ຂອງ​ພຣະເຢຊູເຈົ້າ​ໄປ.</verse>
				<verse number="46">ໂຢເຊັບ​ໄດ້​ຊື້​ຜ້າປ່ານ ແລ້ວ​ໄດ້​ເອົາ​ພຣະສົບ​ລົງ​ມາ​ຈາກ​ໄມ້ກາງແຂນ ໃຊ້​ຜ້າປ່ານ​ນັ້ນ​ຫໍ່​ພຣະສົບ ແລະ​ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ​ຫີນ​ທີ່​ສະກັດ​ແລ້ວ ແລະ​ເພິ່ນ​ກໍ​ກື່ງ​ກ້ອນຫີນ​ໃຫຍ່​ອັດ​ປາກ​ອຸບມຸງ​ໄວ້.</verse>
				<verse number="47">ສ່ວນ​ມາຣີ​ໄທ​ມັກດາລາ ກັບ​ມາຣີ​ແມ່​ຂອງ​ໂຢເຊ​ກໍ​ຢູ່​ທີ່​ນັ້ນ ໄດ້​ເຫັນ​ບ່ອນ​ທີ່​ໄວ້​ພຣະສົບ​ຂອງ​ພຣະເຢຊູເຈົ້າ.</verse>
			</chapter>
			<chapter number="16">
				<verse number="1">ເມື່ອ​ວັນ​ຊະບາໂຕ​ຜ່ານ​ພົ້ນ​ໄປ​ແລ້ວ ມາຣີ​ໄທ​ມັກດາລາ ມາຣີ​ແມ່​ຂອງ​ຢາໂກໂບ ແລະ ນາງ​ຊາໂລເມ​ກໍ​ຊື້​ເຄື່ອງຫອມ ເພື່ອ​ເອົາ​ໄປ​ຫົດສົງ​ພຣະສົບ​ຂອງ​ພຣະເຢຊູເຈົ້າ.</verse>
				<verse number="2">ໃນ​ວັນ​ອາທິດ​ແຕ່​ເຊົ້າ​ພໍ​ຕາເວັນ​ກຳລັງ​ຂຶ້ນ ພວກ​ນາງ​ກໍ​ໄປ​ເຖິງ​ອຸບມຸງ​ນັ້ນ.</verse>
				<verse number="3">ພວກ​ນາງ​ຖາມ​ກັນ​ວ່າ, “ຜູ້ໃດ​ໜໍ ຈະ​ກື່ງ​ກ້ອນຫີນ​ນັ້ນ ອອກ​ຈາກ​ປາກ​ອຸບມຸງ​ໃຫ້​ພວກເຮົາ?”</verse>
				<verse number="4">ແຕ່​ພໍ​ເມື່ອ​ພວກ​ນາງ​ແນມ​ເບິ່ງ ກໍ​ເຫັນ​ວ່າ​ຫີນ​ກ້ອນ​ໃຫຍ່​ນັ້ນ ຖືກ​ກຶ່ງ​ອອກ​ໄປ​ໄວ້​ທາງ​ຂ້າງ​ແລ້ວ (ເພາະ​ເປັນ​ຫີນ​ກ້ອນ​ໃຫຍ່​ຫລາຍ).</verse>
				<verse number="5">ເມື່ອ​ພວກ​ນາງ​ເຂົ້າ​ໄປ​ໃນ​ອຸບມຸງ​ແລ້ວ ກໍໄດ້​ເຫັນ​ຊາຍ​ໜຸ່ມ​ຜູ້ໜຶ່ງ ນຸ່ງ​ເສື້ອລ່າມ​ສີຂາວ​ນັ່ງ​ຢູ່​ເບື້ອງຂວາ ພວກ​ນາງ​ກໍ​ມີ​ຄວາມ​ສະທ້ານ​ຢ້ານກົວ ຕົກໃຈ​ຫລາຍ.</verse>
				<verse number="6">ຊາຍໜຸ່ມ​ກ່າວ​ແກ່​ພວກ​ນາງ​ວ່າ, “ຢ່າ​ສູ່​ຕົກໃຈ​ເລີຍ ພວກ​ນາງ​ມາ​ຊອກ​ຫາ​ເຢຊູ​ໄທ​ນາຊາເຣັດ ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ ພຣະອົງ​ເປັນ​ຄືນ​ມາ​ແລ້ວ ພຣະອົງ​ບໍ່ໄດ້​ຢູ່​ທີ່​ນີ້ ເພາະ​ນີ້​ແຫຼະ ບ່ອນ​ທີ່​ພວກເຂົາ​ວາງ​ພຣະສົບ​ຂອງ​ພຣະອົງ​ໄວ້</verse>
				<verse number="7">ບັດນີ້ ຈົ່ງ​ໄປ​ບອກ​ພວກ​ສາວົກ​ຂອງ​ພຣະອົງ​ພ້ອມ​ທັງ​ເປໂຕ​ດ້ວຍ ວ່າ, ‘ພຣະອົງ​ຈະ​ໄປ​ທີ່​ແຂວງ​ຄາລີເລ​ກ່ອນ​ເຈົ້າ​ທັງຫລາຍ. ເຈົ້າ​ທັງຫລາຍ​ຈະ​ເຫັນ​ພຣະອົງ​ໃນ​ທີ່ນັ້ນ ຕາມ​ທີ່​ພຣະອົງ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ.”’</verse>
				<verse number="8">ສະນັ້ນ ພວກ​ນາງ​ຈຶ່ງ​ຟ້າວ​ແລ່ນ​ອອກ​ໄປ​ຈາກ​ອຸບມຸງ ທັງ​ວຸ້ນວາຍ​ສັບສົນ ຈົນ​ຕົວ​ສັ່ນເຊັນ ແລະ​ຫວາດກົວ. ພວກ​ນາງ​ບໍ່ໄດ້​ບອກ​ເລື່ອງ​ນີ້​ສູ່​ຜູ້ໃດ​ຟັງ​ເພາະ​ຢ້ານ. [</verse>
				<verse number="9">ເມື່ອ​ຮຸ່ງ​ເຊົ້າ​ຂອງ​ວັນ​ອາທິດ ຫລັງຈາກ​ພຣະເຢຊູເຈົ້າ ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ພຣະອົງ​ໄດ້​ປາກົດ​ແກ່​ນາງ​ມາຣີ​ໄທ​ມັກດາລາ​ເປັນ​ຜູ້​ທຳອິດ ຄື​ຜູ້​ທີ່​ພຣະອົງ​ໄດ້​ຂັບໄລ່​ຜີມານຮ້າຍ​ເຈັດ​ໂຕ​ອອກ​ນັ້ນ.</verse>
				<verse number="10">ນາງ​ຈຶ່ງ​ໄປ​ບອກ​ພວກ​ທີ່​ເຄີຍ​ຢູ່​ກັບ​ພຣະອົງ ພວກເຂົາ​ກຳລັງ​ໄວ້ທຸກ ແລະ​ຮ້ອງໄຫ້​ຢູ່,</verse>
				<verse number="11">ເມື່ອ​ພວກເຂົາ​ໄດ້ຍິນ​ວ່າ​ພຣະເຢຊູເຈົ້າ​ມີ​ຊີວິດ​ຢູ່ ແລະ​ທັງ​ໄດ້ຍິນ​ນາງ​ເວົ້າ​ວ່າ ຕົນ​ໄດ້​ເຫັນ​ພຣະອົງ​ດ້ວຍ ພວກເຂົາ​ກໍ​ບໍ່ໄດ້​ເຊື່ອ.</verse>
				<verse number="12">ຫລັງຈາກ​ນັ້ນ​ແລ້ວ ພຣະເຢຊູເຈົ້າ​ກໍໄດ້​ປາກົດ​ໃນ​ລັກສະນະ​ໜຶ່ງ​ອີກ ແກ່​ສາວົກ​ສອງ​ຄົນ ໃນ​ຂະນະທີ່​ພວກເພິ່ນ​ເດີນທາງ​ອອກ​ໄປ​ບ້ານ​ນອກ.</verse>
				<verse number="13">ທັງສອງ​ໄດ້​ກັບຄືນ​ມາ​ບອກ​ສາວົກ​ຄົນອື່ນໆ, ແຕ່​ພວກເພິ່ນ​ກໍ​ຍັງ​ບໍ່​ເຊື່ອ.</verse>
				<verse number="14">ພາຍ​ຫລັງ​ນັ້ນ ພຣະເຢຊູເຈົ້າ​ກໍໄດ້​ປາກົດ​ແກ່​ສາວົກ​ສິບເອັດ​ຄົນ ໃນ​ຂະນະທີ່​ພວກເພິ່ນ​ກຳລັງ​ກິນ​ເຂົ້າ​ຢູ່ ພຣະອົງ​ໄດ້​ຕຳໜິ​ຕິຕຽນ​ພວກເພິ່ນ​ທີ່​ສົງໄສ ແລະ​ດື້ດ້ານ​ທັງ​ບໍ່​ເຊື່ອ​ພວກ​ຄົນ​ທີ່​ໄດ້​ເຫັນ​ພຣະອົງ​ມີ​ຊີວິດ​ຢູ່.</verse>
				<verse number="15">ແລ້ວ​ພຣະອົງ​ກໍໄດ້​ສັ່ງ​ພວກເພິ່ນ​ວ່າ, “ເຈົ້າ​ທັງຫລາຍ​ຈົ່ງ​ອອກໄປ​ທົ່ວ​ໂລກ ປະກາດ​ຂ່າວປະເສີດ​ແກ່​ມະນຸດສະໂລກ​ທັງໝົດ.</verse>
				<verse number="16">ຜູ້​ທີ່​ເຊື່ອ ແລະ​ຮັບ​ບັບຕິສະມາ​ຈະ​ໄດ້​ພົ້ນ ຜູ້​ທີ່​ບໍ່​ເຊື່ອ​ຈະ​ຖືກ​ໂທດ.</verse>
				<verse number="17">ແລະ​ໝາຍສຳຄັນ​ເຫຼົ່ານີ້​ຈະ​ຕິດຕາມ​ຄົນ​ທີ່​ເຊື່ອ​ດັ່ງນີ້​ຄື: ພວກເຂົາ​ຈະ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງເຮົາ ພວກເຂົາ​ຈະ​ເວົ້າ​ພາສາ​ແປກໆ​ໄດ້,</verse>
				<verse number="18">ພວກເຂົາ​ຈະ​ຈັບ​ງູ ຫລື​ດື່ມ​ຂອງ​ມີ​ພິດ​ຢ່າງ​ໜຶ່ງ​ຢ່າງ​ໃດ ສິ່ງ​ເຫຼົ່ານີ້​ຈະ​ບໍ່​ເປັນ​ອັນຕະລາຍ​ແກ່​ພວກເຂົາ ເມື່ອ​ພວກເຂົາ​ວາງ​ມື​ໃສ່​ຄົນ​ປ່ວຍ ແລະ​ຄົນ​ປ່ວຍ​ນັ້ນ​ກໍ​ຈະ​ຫາຍ​ດີ.”</verse>
				<verse number="19">ເມື່ອ​ອົງ​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ພວກເຂົາ​ແລ້ວ ພຣະອົງ​ກໍ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ ນັ່ງ​ທີ່​ເບື້ອງຂວາ​ພຣະຫັດ​ຂອງ​ພຣະເຈົ້າ.</verse>
				<verse number="20">ແລ້ວ​ພວກ​ສາວົກ​ເຫຼົ່ານັ້ນ ກໍ​ອອກ​ໄປ​ປະກາດ​ຂ່າວປະເສີດ​ທົ່ວ​ທຸກ​ທີ່​ທຸກ​ບ່ອນ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຮ່ວມ​ງານ​ກັບ​ພວກເພິ່ນ ແລະ​ພຣະອົງ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ ການ​ປະກາດ​ຂ່າວປະເສີດ​ຂອງ​ພວກເພິ່ນ ເປັນ​ຄວາມຈິງ​ແທ້ ດ້ວຍ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ​ທີ່​ເກີດຂຶ້ນ​ນັ້ນ.]</verse>
			</chapter>
		</book>
		<book number="42">
			<chapter number="1">
				<verse number="1">ທ່ານ​ເທໂອຟີໂລ​ທີ່​ນັບຖື: ມີ​ຫລາຍ​ຄົນ​ໄດ້​ລົງ​ມື​ຮຽບ​ຮຽງ​ເລື່ອງ​ເຫດການ​ຕ່າງໆ ຊຶ່ງ​ສຳເລັດ​ແລ້ວ​ໃນ​ທ່າມກາງ​ພວກເຮົາ.</verse>
				<verse number="2">ຕາມ​ທີ່​ພວກເຂົາ ຜູ້​ໄດ້​ເຫັນ​ດ້ວຍ​ຕາ​ຕົນເອງ​ຕັ້ງແຕ່​ຕົ້ນ ແລະ​ເປັນ​ຜູ້​ປະກາດ​ຖ້ອຍຄຳ​ນັ້ນ ຈຶ່ງ​ໄດ້​ສົ່ງ​ສືບ​ຕໍ່ມາ​ໃຫ້​ພວກເຮົາ​ຮູ້.</verse>
				<verse number="3">ດັ່ງນັ້ນແຫລະ ທ່ານ​ເທໂອຟີໂລ​ທີ່​ນັບຖື ຫລັງຈາກ​ທີ່​ຂ້າພະເຈົ້າ​ໄດ້​ສຶກສາ​ຢ່າງ​ຖີ່ຖ້ວນ​ຮອບຄອບ ເຖິງ​ສິ່ງ​ເຫຼົ່ານີ້​ທັງໝົດ​ແລ້ວ​ຕັ້ງແຕ່​ຕົ້ນ ຂ້າພະເຈົ້າ​ຈຶ່ງ​ເຫັນ​ດີ​ຮຽບຮຽງ​ເລື່ອງລາວ​ຕາມ​ລຳດັບ​ເພື່ອ​ປະໂຫຍດ​ແກ່​ທ່ານ.</verse>
				<verse number="4">ຂ້າພະເຈົ້າ​ເຮັດ​ເຊັ່ນ​ນີ້​ກໍ​ເພື່ອ​ທ່ານ​ຈະ​ຮູ້​ຄວາມຈິງ​ຢ່າງ​ຄັກແນ່ ເຖິງ​ເລື່ອງລາວ​ທີ່​ເປັນ​ແກ່ນສານ​ທີ່​ທ່ານ​ໄດ້​ຮັບ​ຮູ້​ກ່ອນ​ນັ້ນ.</verse>
				<verse number="5">ໃນ​ຄາວ​ທີ່​ເຮໂຣດ​ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ ກໍໄດ້​ມີ​ປະໂຣຫິດ​ຜູ້ໜຶ່ງ ຢູ່​ໃນ​ໝວດ​ຂອງ​ປະໂຣຫິດ​ອາບີຢາ​ຊື່​ວ່າ ເຊກາຣີຢາ. ເມຍ​ຂອງ​ເພິ່ນ​ກໍ​ສືບ​ເຊື້ອສາຍ​ມາ​ຈາກ​ປະໂຣຫິດ​ອາໂຣນ​ເໝືອນກັນ​ຊື່​ວ່າ ເອລີຊາເບັດ.</verse>
				<verse number="6">ສອງ​ຜົວ​ເມຍ​ນີ້​ດຳເນີນ​ຊີວິດ​ຢ່າງ​ຖືກຕ້ອງ​ຕໍ່​ສາຍ​ພຣະເນດ​ຂອງ​ພຣະເຈົ້າ ໂດຍ​ເຊື່ອຟັງ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢ່າງ​ບໍ່ມີ​ທີ່ຕິ.</verse>
				<verse number="7">ແຕ່​ພວກເພິ່ນ​ບໍ່ມີ​ລູກ ເພາະ​ນາງ​ເອລີຊາເບັດ​ເປັນ​ໝັນ ແລະ​ທັງສອງ​ກໍ​ເຖົ້າແກ່​ແລ້ວ.</verse>
				<verse number="8">ວັນ​ໜຶ່ງ ເຊກາຣີຢາ​ກຳລັງ​ປະຕິບັດ​ໜ້າທີ່​ຂອງຕົນ​ຢູ່​ໃນ​ພຣະວິຫານ ເພາະ​ຖືກ​ຜຽນ​ໃນ​ໝວດ​ຂອງຕົນ.</verse>
				<verse number="9">ຕາມ​ທຳນຽມ​ຂອງ​ພວກ​ປະໂຣຫິດ​ແລ້ວ ເພິ່ນ​ໄດ້​ຮັບ​ເລືອກ​ໂດຍ​ການ​ໃຊ້​ສະຫລາກ ໃຫ້​ເພິ່ນ​ເຂົ້າ​ໄປ​ໃນ​ພຣະວິຫານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍ​ທີ່​ແທ່ນບູຊາ.</verse>
				<verse number="10">ສ່ວນ​ປະຊາຊົນ​ຢູ່​ຂ້າງ​ນອກ ກໍ​ພາກັນ​ພາວັນນາ​ອະທິຖານ ໃນ​ເວລາ​ທີ່​ເຜົາ​ເຄື່ອງຫອມ​ຢູ່​ນັ້ນ.</verse>
				<verse number="11">ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ມາ​ປາກົດ​ແກ່​ເພິ່ນ ໂດຍ​ຢືນ​ຢູ່​ເບື້ອງ​ຂວາ​ຂອງ​ແທ່ນບູຊາ.</verse>
				<verse number="12">ເມື່ອ​ເຊກາຣີຢາ​ໄດ້​ເຫັນ​ເທວະດາ​ຕົນ​ນັ້ນ​ແລ້ວ ເພິ່ນ​ກໍ​ສະທ້ານ​ຕົກໃຈ ແລະ​ມີ​ຄວາມ​ຢ້ານ.</verse>
				<verse number="13">ແຕ່​ເທວະດາ​ຕົນ​ນັ້ນ​ກ່າວ​ແກ່​ເພິ່ນ​ວ່າ, “ເຊກາຣີຢາ​ເອີຍ ຢ່າ​ຢ້ານ​ເລີຍ ພຣະເຈົ້າ​ໄດ້ຍິນ​ຄຳ​ພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ ແລະ ເອລີຊາເບັດ​ເມຍ​ຂອງ​ເຈົ້າ ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ເຈົ້າ ເຈົ້າ​ຈົ່ງ​ໃສ່​ຊື່​ໃຫ້​ລາວ​ວ່າ ໂຢຮັນ.</verse>
				<verse number="14">ເຈົ້າ​ຈະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຢ່າງ​ລົ້ນເຫລືອ ແລະ​ຫລາຍ​ຄົນ​ຈະ​ຍິນດີ​ເມື່ອ​ເພິ່ນ​ເກີດ​ມາ.</verse>
				<verse number="15">ເພິ່ນ​ຈະ​ເປັນ​ຜູ້​ຍິ່ງໃຫຍ່​ໃນ​ສາຍ​ພຣະເນດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເພິ່ນ​ຈະ​ບໍ່​ດື່ມ​ເຫຼົ້າ​ອະງຸ່ນ ຫລື​ເຫຼົ້າ​ປຸກ​ແຕ່​ຢ່າງ​ໃດ ແລະ​ຈະ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ຕັ້ງແຕ່​ຈາກ​ທ້ອງ​ແມ່​ມາ</verse>
				<verse number="16">ເພິ່ນ​ຈະ​ນຳ​ຊາວ​ອິດສະຣາເອນ​ຢ່າງ​ຫລວງຫລາຍ ກັບຄືນ​ມາ​ຫາ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="17">ເພິ່ນ​ຈະ​ອອກ​ໜ້າ​ກ່ອນ ອົງພຣະ​ຜູ້​ເປັນເຈົ້າ​ຢ່າງ​ເຂັ້ມແຂງ​ແລະ​ອົງ​ອາດ ເໝືອນ​ດັ່ງ​ຜູ້ທຳນວາຍ​ເອລີຢາ ເພິ່ນ​ຈະ​ນຳ​ພໍ່​ກັບ​ລູກ​ໃຫ້​ຄືນ​ດີ​ກັນ ເພິ່ນ​ຈະ​ນຳ​ຄົນ​ດື້ດ້ານ​ກັບ​ໃຫ້​ມີ​ປັນຍາ​ຢ່າງ​ຄົນ​ສິນທຳ​ ເພິ່ນ​ຈະ​ຕຽມ​ປະຊາຊົນ​ໄວ້​ພ້ອມ​ສຳລັບ​ອົງພຣະ​ຜູ້​ເປັນເຈົ້າ.”</verse>
				<verse number="18">ເຊກາຣີຢາ​ເວົ້າ​ກັບ​ເທວະດາ​ນັ້ນ​ວ່າ, “ຂ້ານ້ອຍ​ຈະ​ຮູ້​ເຫດການ​ນີ້​ໄດ້​ຢ່າງ​ໃດ? ເພາະ​ຂ້ານ້ອຍ​ກໍ​ເຖົ້າແກ່​ແລ້ວ ແລະ​ເມຍ​ຂອງ​ຂ້ານ້ອຍ​ກໍ​ເໝືອນກັນ.”</verse>
				<verse number="19">ຝ່າຍ​ເທວະດາ​ນັ້ນ​ຕອບ​ວ່າ, “ເຮົາ​ແມ່ນ​ຄັບຣີເອນ. ຊຶ່ງ​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າ, ພຣະອົງ​ຊົງ​ໃຊ້​ເຮົາ​ມາ​ເວົ້າ​ກັບ​ເຈົ້າ ແລະ​ນຳ​ເອົາ​ຂ່າວ​ດີ​ນີ້​ມາ​ບອກ​ເຈົ້າ.</verse>
				<verse number="20">ແຕ່​ບັດນີ້ ເຈົ້າ​ບໍ່​ເຊື່ອ​ຖ້ອຍຄຳ​ຂອງເຮົາ ຊຶ່ງ​ຈະ​ເປັນ​ຈິງ​ຕາມ​ເວລາ​ທີ່​ກຳນົດ​ໄວ້ ຍ້ອນ​ເຈົ້າ​ບໍ່​ເຊື່ອ​ເຈົ້າ​ຈະ​ເປັນ​ຄົນ​ໃບ້​ບໍ່​ສາມາດ​ປາກ​ໄດ້ ຈົນເຖິງ​ວັນ​ທີ່​ເຫດການ​ເຫຼົ່ານັ້ນ​ເກີດຂຶ້ນ.”</verse>
				<verse number="21">ຝ່າຍ​ປະຊາຊົນ​ກໍ​ລໍ​ຖ້າ​ເຊກາຣີຢາ​ດ້ວຍ​ຄວາມ​ປະຫລາດ​ໃຈ ທີ່​ເພິ່ນ​ຢູ່​ໃນ​ພຣະວິຫານ​ຕັ້ງ​ດົນນານ.</verse>
				<verse number="22">ເມື່ອ​ເພິ່ນ​ອອກ​ມາ ເພິ່ນ​ກໍ​ເວົ້າ​ກັບ​ພວກເຂົາ​ບໍ່ໄດ້ ພວກເຂົາ​ຈຶ່ງ​ສັງເກດ​ຮູ້​ວ່າ ເພິ່ນ​ໄດ້​ເຫັນ​ນິມິດ​ຢູ່​ໃນ​ພຣະວິຫານ ເພິ່ນ​ໄດ້​ໃຊ້​ມື​ເຮັດ​ເປັນ​ພາສາ​ໃບ້​ກັບ​ພວກເຂົາ ແລະ​ຍັງ​ບໍ່​ສາມາດ​ປາກ​ໄດ້.</verse>
				<verse number="23">ເມື່ອ​ໝົດ​ກຳນົດ​ຮັບໃຊ້​ໃນ​ພຣະວິຫານ​ແລ້ວ ເຊກາຣີຢາ​ກໍ​ກັບຄືນ​ບ້ານ.</verse>
				<verse number="24">ພາຍລຸນມາ ນາງ​ເອລີຊາເບັດ​ເມຍ​ຂອງ​ເພິ່ນ​ກໍ​ຖືພາ ແລະ​ນາງ​ບໍ່ໄດ້​ອອກ​ຈາກ​ເຮືອນ​ໄປ​ໃສ​ເລີຍ ເປັນ​ເວລາ​ຫ້າ​ເດືອນ.</verse>
				<verse number="25">ນາງ​ເວົ້າ​ຂຶ້ນ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊ່ວຍເຫລືອ​ຂ້ານ້ອຍ ບັດນີ້​ພຣະອົງ​ໄດ້​ຍົກ​ຄວາມ​ນິນທາ​ຂອງ​ຂ້ານ້ອຍ ທີ່​ມີ​ຢູ່​ທ່າມກາງ​ຄົນ​ທັງຫລາຍ​ອອກ​ເສຍ.”</verse>
				<verse number="26">ໃນ​ເດືອນ​ທີ​ຫົກ ທີ່​ນາງ​ເອລີຊາເບັດ​ຖືພາ​ຢູ່​ນັ້ນ ພຣະເຈົ້າ​ກໍໄດ້​ໃຊ້​ເທວະດາ​ຄັບຣີເອນ ມາ​ທີ່​ແຂວງ​ຄາລີເລ​ໃນ​ເມືອງ​ໜຶ່ງ​ທີ່​ຊື່​ວ່າ ນາຊາເຣັດ.</verse>
				<verse number="27">ມາ​ບອກ​ຍິງ​ສາວ​ພົມມະຈາຣີ​ຄົນ​ໜຶ່ງ ຜູ້​ທີ່​ເປັນ​ຄູ່ໝັ້ນ​ກັບ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ໂຢເຊັບ ຜູ້​ທີ່​ເປັນ​ເຊື້ອສາຍ​ມາ​ຈາກ​ກະສັດ​ດາວິດ ສ່ວນ​ຍິງ​ສາວ​ນັ້ນ​ຊື່​ວ່າ ມາຣີ.</verse>
				<verse number="28">ເທວະດາ​ຕົນ​ນັ້ນ​ໄດ້​ມາ​ຫາ​ນາງ ແລະ​ກ່າວ​ວ່າ, “ສັນຕິສຸກ ຈົ່ງ​ມີ​ແກ່​ເຈົ້າ​ເຖີດ ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ເຈົ້າ ແລະ​ອວຍພອນ​ເຈົ້າ​ຢ່າງ​ຫລວງຫລາຍ.”</verse>
				<verse number="29">ຝ່າຍ​ມາຣີ​ກໍ​ຕົກໃຈ​ຫລາຍ​ໃນ​ຖ້ອຍຄຳ​ເຫຼົ່ານີ້ ນາງ​ຈຶ່ງ​ຄິດ​ພິຈາລະນາ​ວ່າ ຄຳ​ທັກທາຍ​ຂອງ​ເພິ່ນ​ນັ້ນ​ໝາຍຄວາມວ່າ​ຢ່າງ​ໃດ.</verse>
				<verse number="30">ແລ້ວ​ເທວະດາ​ກໍໄດ້​ກ່າວ​ແກ່​ນາງ​ວ່າ, “ມາຣີ​ເອີຍ ຢ່າ​ຢ້ານ​ເລີຍ ພຣະເຈົ້າ​ຊົງ​ໂຜດ​ເມດຕາ​ກະລຸນາ​ເຈົ້າ​ແລ້ວ.</verse>
				<verse number="31">ເຈົ້າ​ຈະ​ຕັ້ງທ້ອງ ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ ແລະ​ເຈົ້າ​ຈົ່ງ​ໃສ່​ຊື່​ໃຫ້​ກຸມມານ​ນັ້ນ​ວ່າ ເຢຊູ.</verse>
				<verse number="32">ກຸມມານ​ນັ້ນ​ຈະ​ເປັນ​ໃຫຍ່ ແລະ​ຈະ​ເປັນ​ທີ່​ເອີ້ນ​ວ່າ ບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ຈະ​ໃຫ້​ເພິ່ນ​ນັ່ງ​ບັນລັງ​ຂອງ​ກະສັດ​ດາວິດ ຜູ້​ເປັນ​ບັນພະບຸລຸດ​ຂອງ​ເພິ່ນ</verse>
				<verse number="33">ແລະ ເພິ່ນ​ຈະ​ປົກຄອງ​ເຊື້ອສາຍ​ຂອງ​ຢາໂຄບ​ຕະຫລອດໄປ ແລະ​ອານາຈັກ​ຂອງ​ເພິ່ນ​ຈະ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.”</verse>
				<verse number="34">ຝ່າຍ​ມາຣີ​ຈຶ່ງ​ເວົ້າ​ກັບ​ເທວະດາ​ວ່າ, “ຂ້ານ້ອຍ​ຍັງ​ບໍ່​ທັນ​ໄດ້​ຮ່ວມ​ເພດ​ສຳພັນ​ກັບ​ຜູ້ຊາຍ​ຈັກເທື່ອ ເຫດການ​ນີ້​ຈະ​ເປັນ​ໄປ​ໄດ້​ຢ່າງ​ໃດ?”</verse>
				<verse number="35">ເທວະດາ​ໄດ້​ຕອບ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ​ຈະ​ສະເດັດ​ມາ​ຢູ່​ເທິງ​ເຈົ້າ ແລະ​ຣິດເດດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ຈະ​ປົກຄຸມ​ເຈົ້າ​ໄວ້. ດ້ວຍເຫດນີ້ ເດັກ​ຜູ້​ບໍຣິສຸດ​ຈະ​ເປັນ​ທີ່​ເອີ້ນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ.</verse>
				<verse number="36">ເອລີຊາເບັດ​ພີ່ນ້ອງ​ຂອງ​ເຈົ້າ ນາງ​ກຳລັງ​ຈະ​ໄດ້​ລູກຊາຍ​ຜູ້ໜຶ່ງ ເຖິງ​ວ່າ​ນາງ​ເຖົ້າແກ່​ແລ້ວ​ກໍຕາມ ຄົນ​ເວົ້າ​ກັນ​ວ່າ ນາງ​ເປັນ​ໝັນ ແຕ່​ບັດນີ້​ນາງ​ຖືພາ​ໄດ້​ຫົກ​ເດືອນ​ແລ້ວ.</verse>
				<verse number="37">ດ້ວຍວ່າ, ບໍ່ມີ​ສິ່ງໃດ​ທີ່​ພຣະເຈົ້າ​ເຮັດ​ບໍ່ໄດ້.”</verse>
				<verse number="38">ມາຣີ​ເວົ້າ​ຂຶ້ນ​ວ່າ, “ຂ້ານ້ອຍ​ເປັນ​ທາດ​ຍິງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ໃຫ້​ເຫດການ​ນີ້​ເກີດ​ກັບ​ຂ້ານ້ອຍ​ຕາມ​ທີ່​ທ່ານ​ໄດ້​ກ່າວ​ນັ້ນ​ເທີ້ນ.” ແລ້ວ​ເທວະດາ​ຕົນ​ນັ້ນ​ກໍ​ຈາກ​ນາງ​ໄປ.</verse>
				<verse number="39">ຈາກ​ນັ້ນ​ບໍ່​ດົນ ມາຣີ​ກໍ​ອອກ​ເດີນທາງ​ຢ່າງ​ຮີບ​ດ່ວນ ໄປ​ທີ່​ເມືອງ​ໜຶ່ງ​ທີ່​ເນີນພູ​ຂອງ​ແຂວງ​ຢູດາຍ.</verse>
				<verse number="40">ນາງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເຊກາຣີຢາ ແລະ​ທັກທາຍ​ນາງ​ເອລີຊາເບັດ.</verse>
				<verse number="41">ເມື່ອ​ນາງ​ເອລີຊາເບັດ​ໄດ້ຍິນ​ຄຳ​ທັກທາຍ​ຂອງ​ນາງ​ມາຣີ ລູກ​ໃນ​ທ້ອງ​ກໍ​ເໜັງຕີງ ນາງ​ເອລີຊາເບັດ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ</verse>
				<verse number="42">ຈຶ່ງ​ເວົ້າ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ເຈົ້າ​ເປັນ​ຍິງ​ທີ່​ໄດ້​ຮັບ​ພຣະພອນ​ຫລາຍ​ທີ່ສຸດ​ກວ່າ​ຍິງ​ທຸກຄົນ ຕະຫລອດ​ທັງ​ລູກ​ທີ່​ຈະ​ເກີດ​ມາ​ນັ້ນ​ດ້ວຍ</verse>
				<verse number="43">ເປັນຫຍັງ​ເຫດການ​ອັນ​ຍິ່ງໃຫຍ່​ນີ້​ຈຶ່ງ​ເກີດຂຶ້ນ​ກັບ​ຂ້ານ້ອຍ​ນໍ ຄື​ແມ່​ຂອງ​ພຣະອົງເຈົ້າ​ຂອງ​ຂ້ານ້ອຍ ມາ​ຢ້ຽມຢາມ​ຂ້ານ້ອຍ?</verse>
				<verse number="44">ດ້ວຍວ່າ, ພໍ​ຂ້ານ້ອຍ​ໄດ້ຍິນ​ສຽງ​ຂອງ​ນາງ​ຖາມ​ສະບາຍ​ດີ ລູກ​ຢູ່​ໃນ​ທ້ອງ​ຂອງ​ຂ້ານ້ອຍ​ໄດ້​ດິ້ນ​ດ້ວຍ​ຄວາມ​ຍິນດີ.</verse>
				<verse number="45">ຄວາມສຸກ​ມີ​ແກ່​ນາງ​ທີ່​ໄດ້​ເຊື່ອ​ວ່າ ຈະ​ສຳເລັດ​ຕາມ​ພຣະທຳ​ທີ່​ນາງ​ໄດ້​ຮັບ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.”</verse>
				<verse number="46">ດັ່ງນັ້ນ ມາຣີ​ຈຶ່ງ​ຮ້ອງເພງ​ສັນລະເສີນ​ວ່າ, “ຈິດໃຈ​ຂອງ​ຂ້ານ້ອຍ​ເອີຍ ຈົ່ງ​ສັນລະເສີນ​ອົງພຣະ​ຜູ້​ເປັນເຈົ້າ</verse>
				<verse number="47">ແລະ ຈິດ​ວິນຍານ​ຂອງ​ຂ້ານ້ອຍ ໄດ້​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າ ຜູ້​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ພົ້ນ</verse>
				<verse number="48">ເພາະ​ພຣະອົງ​ໄດ້​ແນມ​ເບິ່ງ​ ຂ້ອຍໃຊ້​ຍິງ​ຂອງ​ພຣະອົງ​ຜູ້​ຕໍ່າຕ້ອຍ ຕັ້ງແຕ່​ນີ້​ໄປ​ຄົນ​ທຸກສະໄໝ ຈະ​ເອີ້ນ​ຂ້ານ້ອຍ​ວ່າ ທໍ່​ແຫ່ງ​ພຣະພອນ</verse>
				<verse number="49">ເພາະວ່າ​ພຣະເຈົ້າ​ອົງ​ຊົງ​ຣິດເດດ​ຍິ່ງໃຫຍ່ ໄດ້​ກະທຳ​ການ​ອັນ​ໃຫຍ່​ແກ່​ຂ້ານ້ອຍ ພຣະນາມ​ຂອງ​ພຣະອົງ​ບໍຣິສຸດ,</verse>
				<verse number="50">ພຣະ​ກະລຸນາ​ຂອງ​ພຣະອົງ ກໍ​ມີ​ແກ່​ບັນດາ​ຜູ້​ທີ່​ຢຳເກງ​ພຣະອົງ ທັງ​ຊົ່ວ​ອາຍຸ​ນີ້ ແລະ​ຊົ່ວ​ອາຍຸ​ໜ້າ​ສືບໆໄປ.</verse>
				<verse number="51">ເມື່ອ​ພຣະຫັດ​ອັນ​ຊົງ​ຣິດ ຂອງ​ພຣະອົງ​ຢຽດ​ອອກ ຄົນ​ຈອງຫອງ ແລະ​ແຜນການ​ ຂອງ​ພວກເຂົາ​ກໍ​ແຕກຊະ.</verse>
				<verse number="52">ພຣະອົງ​ຊົງ​ປົດ​ຜູ້ປົກຄອງ​ຜູ້​ມີ​ອຳນາດ ລົງ​ຈາກ​ບ່ອນ​ນັ່ງ ແລະ​ໄດ້​ຊົງ​ຍົກ​ຜູ້​ຕໍ່າຕ້ອຍ​ຂຶ້ນ.</verse>
				<verse number="53">ພຣະອົງ​ໃຫ້​ຄົນ​ອຶດຢາກ​ເຕັມ​ໄປ​ດ້ວຍ​ຂອງ​ດີ ແລະ​ໃຫ້​ຄົນ​ຮັ່ງມີ​ໜີໄປ​ມື​ເປົ່າ.</verse>
				<verse number="54">ພຣະອົງ​ຊົງ​ຊ່ວຍ​ອິດສະຣາເອນ ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ພຣະອົງ​ຊົງ​ຈື່ຈຳ​ພຣະ​ເມດຕາ​ ຂອງ​ພຣະອົງ.</verse>
				<verse number="55">ທີ່​ມີ​ຕໍ່​ອັບຣາຮາມ ແລະ​ຕໍ່​ເຊື້ອສາຍ​ ຂອງ​ເພິ່ນ​ເປັນນິດ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ບອກ​ໄວ້​ ກັບ​ບັນພະບຸລຸດ​ຂອງ​ພວກເຮົາ.”</verse>
				<verse number="56">ແລ້ວ​ມາຣີ​ໄດ້​ພັກ​ຢູ່​ນຳ​ເອລີຊາເບັດ​ປະມານ​ສາມ​ເດືອນ ແລ້ວ​ນາງ​ກໍ​ກັບຄືນ​ເມືອ​ເຮືອນ​ຂອງຕົນ.</verse>
				<verse number="57">ບັດນີ້​ກໍ​ເຖິງ​ເວລາ​ແລ້ວ ທີ່​ນາງ​ເອລີຊາເບັດ​ຈະ​ໄດ້​ລູກ ແລະ​ນາງ​ກໍ​ເກີດ​ລູກຊາຍ​ຄົນ​ໜຶ່ງ.</verse>
				<verse number="58">ເມື່ອ​ເພື່ອນບ້ານ​ໃກ້ຄຽງ​ກັບ​ຍາດຕິພີ່ນ້ອງ​ຂອງ​ນາງ​ໄດ້ຍິນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ຄວາມ​ເມດຕາປານີ​ແກ່​ນາງ​ຢ່າງ​ຫລວງຫລາຍ ພວກເຂົາ​ຕ່າງ​ກໍ​ຊົມຊື່ນ​ຍິນດີ​ນຳ​ນາງ.</verse>
				<verse number="59">ເມື່ອ​ເດັກນ້ອຍ​ຄົບ​ແປດ​ວັນ​ແລ້ວ ພວກເພິ່ນ​ກໍ​ເຮັດ​ພິທີຕັດ​ໃຫ້​ ແລະ​ຕັ້ງ​ຊື່​ໃຫ້​ວ່າ, ເຊກາຣີຢາ ຕາມ​ຊື່​ຂອງ​ພໍ່.</verse>
				<verse number="60">ແຕ່​ແມ່​ເວົ້າ​ວ່າ, “ບໍ່ແມ່ນ ລາວ​ຈະ​ຕ້ອງ​ມີ​ຊື່​ວ່າ ໂຢຮັນ.”</verse>
				<verse number="61">ພວກເຂົາ​ຈຶ່ງ​ເວົ້າ​ແກ່​ນາງ​ວ່າ, “ແຕ່​ເຈົ້າ​ບໍ່ມີ​ຍາດຕິພີ່ນ້ອງ​ຈັກ​ຄົນ​ທີ່​ໃສ່​ຊື່​ນັ້ນ.”</verse>
				<verse number="62">ແລ້ວ​ພວກເຂົາ​ກໍ​ໃຊ້​ພາສາ​ໃບ້​ຖາມ​ພໍ່​ຂອງ​ເດັກ​ວ່າ ເພິ່ນ​ຕ້ອງການ​ໃສ່​ຊື່​ຫຍັງ​ໃຫ້​ລູກຊາຍ.</verse>
				<verse number="63">ເຊກາຣີຢາ​ຂໍ​ໃຫ້​ເຂົາ​ເອົາ​ກະດານ​ມາ ແລ້ວ​ເພິ່ນ​ຂຽນ​ວ່າ, “ຊື່​ຂອງ​ລາວ​ແມ່ນ​ໂຢຮັນ.” ແລ້ວ​ທຸກຄົນ​ຕ່າງ​ກໍ​ປະຫລາດ​ໃຈ</verse>
				<verse number="64">ເວລາ​ດຽວກັນ​ນັ້ນ ເຊກາຣີຢາ​ກໍ​ປາກ​ໄດ້​ອີກ ເພິ່ນ​ຈຶ່ງ​ອອກ​ປາກ​ສັນລະເສີນ​ພຣະເຈົ້າ.</verse>
				<verse number="65">ພວກ​ເພື່ອນບ້ານ​ໃກ້ຄຽງ​ຕ່າງ​ກໍ​ເກີດ​ຄວາມ​ຢ້ານ ແລະ​ຂ່າວ​ກ່ຽວກັບ​ເຫດການ​ເຫຼົ່ານີ້ ກໍ​ຊ່າລື​ໄປ​ທົ່ວ​ເຂດ​ເນີນພູ​ຂອງ​ແຂວງ​ຢູດາຍ.</verse>
				<verse number="66">ເມື່ອ​ທຸກຄົນ​ໄດ້ຍິນ​ຂ່າວ​ເຫຼົ່ານັ້ນ ຕ່າງ​ກໍ​ພິຈາລະນາ​ໃນ​ໃຈ ແລະ​ຖາມ​ກັນ​ວ່າ, “ເດັກ​ນີ້​ຈະ​ເປັນ​ຢ່າງ​ໃດ​ນໍ? ເພາະ​ເປັນ​ການ​ຈະແຈ້ງ​ແລ້ວ​ວ່າ ຣິດເດດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ສະຖິດ​ຢູ່​ນຳ​ເດັກ​ຄົນ​ນີ້.”</verse>
				<verse number="67">ຝ່າຍ​ເຊກາຣີຢາ​ພໍ່​ຂອງ​ໂຢຮັນ ກໍ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ຈຶ່ງ​ໄດ້​ທຳນວາຍ​ວ່າ,</verse>
				<verse number="68">“ຈົ່ງ​ສັນລະເສີນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ອິດສະຣາເອນ ດ້ວຍວ່າ, ພຣະອົງ​ໄດ້​ຊົງ​ຢ້ຽມຢາມ ແລະ ໄດ້​ຊົງ​ໄຖ່​ເອົາ​ພົນລະເມືອງ​ ຂອງ​ພຣະອົງ</verse>
				<verse number="69">ແລະ ໄດ້​ໃຫ້​ຜູ້​ຊົງ​ຣິດ​ຜູ້ໜຶ່ງ​ເກີດຂຶ້ນ ໃນ​ເຊື້ອວົງ​ຂອງ​ດາວິດ​ຜູ້ຮັບໃຊ້​ ຂອງ​ພຣະອົງ ເພື່ອ​ເປັນ​ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ພວກເຮົາ,</verse>
				<verse number="70">ຕາມ​ທີ່​ພຣະອົງ​ໄດ້​ຊົງ​ກ່າວ​ໄວ້​ ຕັ້ງແຕ່​ສະໄໝ​ບູຮານ ໂດຍ​ປາກ​ຜູ້ທຳນວາຍ​ບໍຣິສຸດ​ຂອງ​ພຣະອົງ.</verse>
				<verse number="71">ຄື​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ສັດຕູ​ທັງຫລາຍ​ ຂອງ​ພວກເຮົາ ແລະ ພົ້ນ​ຈາກ​ມື​ຄົນ​ທັງປວງ​ ທີ່​ກຽດຊັງ​ເຮົາ</verse>
				<verse number="72">ດັ່ງນັ້ນ ຈຶ່ງ​ຊົງ​ສຳແດງ​ພຣະ​ກະລຸນາ ຊຶ່ງ​ຊົງ​ສັນຍາ​ແກ່​ບັນພະບຸລຸດ​ ຂອງ​ພວກເຮົາ ແລະ​ຊົງ​ລະນຶກເຖິງ​ພັນທະສັນຍາ​ ອັນ​ບໍຣິສຸດ​ຂອງ​ພຣະອົງ</verse>
				<verse number="73">ຄື​ຄຳ​ສາບານ ຊຶ່ງ​ພຣະອົງ​ໄດ້​ຊົງ​ສາບານ​ໄວ້ ກັບ​ອັບຣາຮາມ​ບັນພະບຸລຸດ​ຂອງເຮົາ​ວ່າ,</verse>
				<verse number="74">ເມື່ອ​ເຮົາ​ໄດ້​ພົ້ນ​ຈາກ​ມື​ສັດຕູ​ທັງຫລາຍ​ຂອງເຮົາ​ແລ້ວ ຈະ​ຊົງ​ໂຜດ​ໃຫ້​ເຮົາ​ໄດ້​ບົວລະບັດ​ ພຣະອົງ ໂດຍ​ປາສະຈາກ​ຄວາມ​ຢ້ານ,</verse>
				<verse number="75">ດ້ວຍ​ໃຈ​ສັດຊື່ ແລະ​ດ້ວຍ​ຄວາມ ຊອບທຳ​ຕໍ່​ພຣະພັກ​ພຣະອົງ​ ຕະຫລອດ​ຊີວິດ​ຂອງ​ພວກເຮົາ.</verse>
				<verse number="76">ຝ່າຍ​ເຈົ້າ​ລູກ​ນ້ອຍ​ເອີຍ, ເຂົາ​ຈະ​ເອີ້ນ​ເຈົ້າ​ວ່າ, ຜູ້ທຳນວາຍ​ຂອງ​ຜູ້​ສູງສຸດ. ເພາະວ່າ​ເຈົ້າ​ຈະ​ໄປ​ກ່ອນ​ໜ້າ​ອົງ​ພຣະ​ຜູ້​ ເປັນ​ເຈົ້າ ແລະ​ຈັດແຈງ​ບັນດາ​ທາງ​ ຂອງ​ພຣະອົງ</verse>
				<verse number="77">ເພື່ອ​ຈະ​ໃຫ້​ພົນລະເມືອງ​ຂອງ​ພຣະອົງ​ ຮູ້​ເຖິງ​ຄວາມ​ພົ້ນ ໂດຍ​ການ​ຊົງ​ໂຜດ​ຍົກ​ບາບກຳ​ ຂອງ​ພວກເຂົາ</verse>
				<verse number="78">ດ້ວຍ​ໃຈ​ເມດຕາ​ກະລຸນາ ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ ແສງ​ສະຫວ່າງ​ໃນ​ຍາມ​ຮຸ່ງ​ເຊົ້າ​ຈາກ​ທີ່​ສູງ ໄດ້​ມາ​ຢ້ຽມຢາມ​ພວກເຮົາ,</verse>
				<verse number="79">ເພື່ອ​ຈະ​ສ່ອງ​ສະຫວ່າງ​ແກ່​ຄົນ​ທັງຫລາຍ​ ທີ່​ຢູ່​ໃນ​ບ່ອນ​ມືດ ແລະ​ຢູ່​ໃນ​ເງົາ​ ຂອງ​ຄວາມ​ຕາຍ ເພື່ອ​ຈະ​ນຳພາ​ຕີນ​ຂອງເຮົາ​ໄປ​ ໃນ​ທາງ​ສະຫງົບສຸກ.”</verse>
				<verse number="80">ຝ່າຍ​ລູກ​ນ້ອຍ​ນັ້ນ​ກໍ​ໃຫຍ່​ຂຶ້ນ ແລະ​ຈິດ​ວິນຍານ​ກໍ​ມີ​ກຳລັງ​ທະວີ​ຂຶ້ນ ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຈົນເຖິງ​ວັນ​ທີ່​ຈະ​ໄດ້​ມາ​ປາກົດ​ແກ່​ພວກ​ອິດສະຣາເອນ.</verse>
			</chapter>
			<chapter number="2">
				<verse number="1">ໃນ​ເວລາ​ນັ້ນ ກາຍຊາ​ໂອຄຸໂຕ​ໄດ້​ອອກ​ຄຳສັ່ງ​ໃຫ້​ຈົດ​ທະບຽນ​ສຳມະໂນຄົວ​ໃນ​ທົ່ວ​ຈັກກະພົບ​ໂຣມ.</verse>
				<verse number="2">ເມື່ອ​ດຳເນີນ​ການ​ຈົດ​ທະບຽນ​ຄັ້ງ​ທຳອິດ​ນີ້ ແມ່ນ​ກີຣີນີໂອ​ເປັນ​ຜູ້​ປົກຄອງ​ປະເທດ​ຊີເຣຍ.</verse>
				<verse number="3">ດັ່ງນັ້ນ ປະຊາຊົນ​ທຸກຄົນ​ຈຶ່ງ​ໄປ​ຈົດ​ທະບຽນ​ສຳມະໂນຄົວ ຕາມ​ບ້ານເກີດ​ເມືອງນອນ​ຂອງ​ໃຜ​ລາວ.</verse>
				<verse number="4">ຝ່າຍ​ໂຢເຊັບ​ກໍ​ອອກ​ເດີນທາງ​ຈາກ​ເມືອງ​ນາຊາເຣັດ​ໃນ​ແຂວງ​ຄາລີເລ ເພື່ອ​ໄປ​ທີ່​ເມືອງ​ເບັດເລເຮັມ​ແຂວງ​ຢູດາຍ​ເມືອງ​ຂອງ​ກະສັດ​ດາວິດ, ເພາະວ່າ​ເພິ່ນ​ເປັນ​ເຊື້ອສາຍ​ຂອງ​ກະສັດ​ດາວິດ.</verse>
				<verse number="5">ເພິ່ນ​ໄດ້​ໄປ​ຈົດ​ທະບຽນ​ກັບ​ນາງ​ມາຣີ ຄູ່​ໝັ້ນ​ຂອງ​ເພິ່ນ ສ່ວນ​ນາງ​ມາຣີ​ນັ້ນ​ກຳລັງ​ຖືພາ​ຢູ່.</verse>
				<verse number="6">ແລະ ຂະນະທີ່​ພວກເພິ່ນ​ຢູ່​ໃນ​ເມືອງ​ເບັດເລເຮັມ​ນັ້ນ ກໍ​ພໍດີ​ຄົບ​ກຳນົດ​ທີ່​ນາງ​ມາຣີ​ຈະ​ເກີດ​ລູກ.</verse>
				<verse number="7">ນາງ​ໄດ້​ເກີດ​ລູກຊາຍກົກ, ເອົາ​ຜ້າ​ອ້ອມ​ພັນ ແລະ​ວາງ​ໄວ້​ໃນ​ຮາງຫຍ້າ ເພາະວ່າ​ໃນ​ໂຮງແຮມ​ນັ້ນ ບໍ່ມີ​ຫ້ອງ​ຫວ່າງ​ສຳລັບ​ພວກເພິ່ນ​ເລີຍ.</verse>
				<verse number="8">ໃນ​ຂົງເຂດ​ນີ້ ໄດ້​ມີ​ຄົນລ້ຽງແກະ​ທີ່​ຢູ່​ຕາມ​ທົ່ງ ນອນ​ເຝົ້າ​ຝູງແກະ​ຂອງ​ພວກເຂົາ​ໃນ​ເວລາ​ກາງຄືນ.</verse>
				<verse number="9">ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ມາ​ປາກົດ​ແກ່​ພວກເຂົາ ແລະ​ພຣະ​ຣັດສະໝີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ສ່ອງ​ແຈ້ງ​ອ້ອມຮອບ​ພວກເຂົາ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕົກໃຈ​ຢ້ານ​ຫລາຍ.</verse>
				<verse number="10">ແຕ່​ເທວະດາ​ຕົນ​ນັ້ນ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ຢ່າ​ຢ້ານ​ເລີຍ ເຮົາ​ນຳ​ຂ່າວ​ດີ​ມາ​ບອກ​ໃຫ້​ພວກເຈົ້າ​ຮູ້ ເປັນ​ຂ່າວ​ທີ່​ນຳ​ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່ ມາ​ສູ່​ປະຊາຊົນ​ທັງໝົດ.</verse>
				<verse number="11">ເພາະວ່າ​ໃນວັນນີ້ ອົງ​ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ອົງ​ໜຶ່ງ ຄື​ພຣະຄຣິດ​ໄດ້​ມາ​ບັງເກີດ​ຢູ່​ໃນ​ເມືອງ​ຂອງ​ດາວິດ ສຳລັບ​ເຈົ້າ​ທັງຫລາຍ</verse>
				<verse number="12">ນີ້​ແຫຼະ ຈະ​ເປັນ​ໝາຍສຳຄັນ​ແກ່​ພວກເຈົ້າ ຄື​ພວກເຈົ້າ​ຈະ​ໄດ້​ພົບ​ພຣະ​ກຸມມານ​ອົງ​ໜຶ່ງ ພັນ​ຜ້າ​ອ້ອມ​ນອນ​ຢູ່​ໃນ​ຮາງຫຍ້າ.”</verse>
				<verse number="13">ໃນ​ທັນໃດນັ້ນ ກໍ​ມີ​ກອງທັບ​ເທວະດາ​ແຫ່ງ​ສະຫວັນ​ໝູ່ໃຫຍ່ ມາ​ປາກົດ​ກັບ​ເທວະດາ​ຕົນ​ນັ້ນ ຮ່ວມ​ກັນ​ຮ້ອງ​ສັນລະເສີນ​ພຣະເຈົ້າ​ວ່າ,</verse>
				<verse number="14">“ພຣະ​ຣັດສະໝີ ຈົ່ງ​ມີ​ແດ່​ພຣະເຈົ້າ ໃນ​ສະຫວັນ​ທີ່​ສູງສຸດ ແລະ ທີ່​ແຜ່ນດິນ​ໂລກ​ຈົ່ງ​ມີ​ສັນຕິສຸກ ແກ່​ມະນຸດ​ທັງປວງ​ຜູ້​ທີ່​ພຣະອົງ​ ຊົງ​ພໍພຣະໄທ​ນັ້ນ.”</verse>
				<verse number="15">ເມື່ອ​ຝູງ​ເທວະດາ​ເຫຼົ່ານັ້ນ ຈາກ​ພວກເຂົາ​ຂຶ້ນ​ສູ່​ສະຫວັນ​ແລ້ວ ພວກ​ຜູ້​ລ້ຽງ​ແກະ​ໄດ້​ເວົ້າ​ກັນ​ວ່າ, “ໃຫ້​ພວກເຮົາ​ພາກັນ​ໄປ​ເມືອງ​ເບັດເລເຮັມ​ເທາະ ໄປ​ເບິ່ງ​ເຫດການ​ທີ່​ໄດ້​ເກີດຂຶ້ນ ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ບອກ​ໃຫ້​ພວກເຮົາ​ຮູ້​ນັ້ນ.”</verse>
				<verse number="16">ພວກເຂົາ​ຈຶ່ງ​ຮີບ​ໄປ ແລະ​ພົບ​ມາຣີ​ກັບ​ໂຢເຊັບ ແລະ​ເຫັນ​ພຣະ​ກຸມມານ​ນອນ​ຢູ່​ໃນ​ຮາງຫຍ້າ.</verse>
				<verse number="17">ເມື່ອ​ພວກ​ຜູ້​ລ້ຽງ​ແກະ​ພົບ​ພຣະ​ກຸມມານ​ແລ້ວ ພວກເຂົາ​ກໍ​ເລົ່າ​ເລື່ອງ​ຕາມ​ທີ່​ພວກເຂົາ ໄດ້ຍິນ​ເຖິງ​ພຣະ​ກຸມມານ​ນັ້ນ.</verse>
				<verse number="18">ທຸກຄົນ​ທີ່​ໄດ້​ຟັງ​ພວກ​ຜູ້​ລ້ຽງ​ແກະ​ເລົ່າ ຕ່າງ​ກໍ​ປະຫລາດ​ໃຈ​ຕໍ່​ສິ່ງ​ທີ່​ພວກ​ຜູ້​ລ້ຽງ​ແກະ​ໄດ້​ເລົ່າ​ນັ້ນ.</verse>
				<verse number="19">ຝ່າຍ​ມາຣີ​ກໍ​ຈົດຈຳ​ເລື່ອງ​ເຫຼົ່ານີ້​ທັງໝົດ​ໄວ້ ແລະ​ຄິດ​ຮໍ່າເພີງ​ຢູ່​ໃນ​ໃຈ.</verse>
				<verse number="20">ແລ້ວ​ພວກ​ຜູ້​ລ້ຽງ​ແກະ​ກໍ​ກັບຄືນ​ໄປ ຮ້ອງເພງ​ສັນລະເສີນ​ພຣະເຈົ້າ ໃນ​ທຸກສິ່ງ​ທີ່​ຕົນ​ໄດ້ຍິນ​ແລະ​ໄດ້​ເຫັນ ເພາະ​ເຫດການ​ໄດ້​ເປັນ​ໄປ​ຕາມ​ທີ່​ເທວະດາ​ບອກ​ໄວ້​ນັ້ນ​ທຸກປະການ.</verse>
				<verse number="21">ອາທິດ​ໜຶ່ງ​ຕໍ່ມາ ເມື່ອ​ເຖິງ​ກຳນົດ​ຕ້ອງ​ຮັບ​ພິທີຕັດ ພວກເພິ່ນ​ຈຶ່ງ​ໃສ່​ຊື່​ກຸມມານ​ນັ້ນ​ວ່າ ເຢຊູ ຕາມ​ທີ່​ເທວະດາ​ໄດ້​ບອກ​ໄວ້ ກ່ອນ​ທີ່​ນາງ​ມາຣີ​ບໍ່​ທັນ​ໄດ້​ຕັ້ງ​ທ້ອງ​ເທື່ອນັ້ນ.</verse>
				<verse number="22">ແລ້ວ​ເວລາ​ກຳນົດ​ກໍ​ມາ​ເຖິງ ສຳລັບ​ໂຢເຊັບ​ແລະ​ມາຣີ ທີ່​ຈະ​ເຮັດ​ພິທີ​ຊຳລະ​ຕົວ​ໃຫ້​ສະອາດ ຕາມ​ທີ່​ກົດບັນຍັດ​ຂອງ​ໂມເຊ​ໄດ້​ກ່າວ​ໄວ້. ພວກເພິ່ນ​ຈຶ່ງ​ໄດ້​ນຳ​ເອົາ​ພຣະ​ກຸມມານ ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ,</verse>
				<verse number="23">ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, “ລູກຊາຍກົກ​ທຸກຄົນ​ຈະ​ຕ້ອງ​ນຳ​ມາ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ.”</verse>
				<verse number="24">ໂຢເຊັບ​ກັບ​ມາຣີ​ຍັງ​ໄດ້​ຖວາຍ​ເຄື່ອງ​ບູຊາ ຕາມ​ທີ່​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ໄວ້​ເຊັ່ນກັນ ຄື​ນົກເຂົາ​ຄູ່​ໜຶ່ງ ຫລື​ນົກ​ກາງແກ​ໜຸ່ມ​ສອງ​ໂຕ.</verse>
				<verse number="25">ຂະນະ​ນັ້ນ ຢູ່​ໃນ​ນະຄອນ​ເຢຣູຊາເລັມ ໄດ້​ມີ​ຊາຍ​ຄົນ​ໜື່ງ​ຊື່​ວ່າ ຊີເມໂອນ ເພິ່ນ​ເປັນ​ຄົນ​ສິນທຳ ຢຳເກງ​ພຣະເຈົ້າ ແລະ​ໄດ້​ຄອຍຖ້າ​ຜູ້​ທີ່​ມາ​ໂຜດ​ຊ່ວຍ​ຊາດ​ອິດສະຣາເອນ​ໃຫ້​ພົ້ນ, ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ເພິ່ນ</verse>
				<verse number="26">ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ສຳແດງ​ໃຫ້​ເພິ່ນ​ຮູ້​ວ່າ ເພິ່ນ​ຈະ​ບໍ່​ຕາຍ​ກ່ອນ​ໄດ້​ເຫັນ​ພຣະຄຣິດ ຜູ້​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="27">ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ນຳພາ​ຊີເມໂອນ​ເຂົ້າ​ໄປ​ໃນ​ພຣະວິຫານ, ເມື່ອ​ພໍ່​ແມ່​ໄດ້​ນຳ​ເອົາ​ພຣະ​ກຸມມານ​ເຢຊູ​ເຂົ້າ​ໄປ​ໃນ​ພຣະວິຫານ ເພື່ອ​ປະຕິບັດ​ຕາມ​ກົດບັນຍັດ​ໄດ້​ກ່າວ​ໄວ້​ກ່ຽວກັບ​ພຣະ​ກຸມມານ​ນັ້ນ</verse>
				<verse number="28">ຊີເມໂອນ​ກໍໄດ້​ອູ້ມ​ເອົາ​ພຣະ​ກຸມມານ​ໄວ້​ໃນ​ອ້ອມ​ແຂນ​ຂອງຕົນ ແລະ​ສັນລະເສີນ​ພຣະເຈົ້າ​ວ່າ,</verse>
				<verse number="29">“ຂ້າແດ່​ພຣະອົງເຈົ້າ ບັດນີ້​ພຣະອົງ​ໄດ້​ໃຫ້​ຂ້ອຍໃຊ້​ ຂອງ​ພຣະອົງ ໄປ​ເປັນສຸກ​ຕາມ​ພຣະທຳ​ຂອງ​ພຣະອົງ</verse>
				<verse number="30">ເພາະວ່າ​ຕາ​ຂອງ​ຂ້ານ້ອຍ​ໄດ້​ເຫັນ​ຄວາມ​ພົ້ນ ທີ່​ມາ​ຈາກ​ພຣະອົງ​ແລ້ວ</verse>
				<verse number="31">ຊຶ່ງ​ພຣະອົງ​ໄດ້​ຊົງ​ຈັດຕຽມ​ໄວ້ ຕໍ່ໜ້າ​ປະຊາຊົນ​ທັງໝົດ</verse>
				<verse number="32">ຄື​ແສງ​ສະຫວ່າງ​ສ່ອງ​ແຈ້ງ ເປີດເຜີຍ​ພຣະ​ປະສົງ​ ແກ່​ບັນດາ​ປະຊາຊາດ ແລະ​ນຳ​ເອົາ​ສະຫງ່າຣາສີ​ມາ​ສູ່ ອິດສະຣາເອນ​ພົນລະເມືອງ​ ຂອງ​ພຣະເຈົ້າ.”</verse>
				<verse number="33">ຝ່າຍ​ພໍ່​ແມ່​ຂອງ​ພຣະ​ກຸມມານ ກໍ​ປະຫລາດ​ໃຈ ໃນ​ສິ່ງ​ທີ່​ຊີເມໂອນ​ໄດ້​ກ່າວ​ເຖິງ​ພຣະ​ກຸມມານ​ນັ້ນ.</verse>
				<verse number="34">ຊີເມໂອນ​ໄດ້​ອວຍພອນ​ພວກເພິ່ນ ແລະ​ກ່າວ​ກັບ​ມາຣີ​ແມ່​ຂອງ​ພຣະ​ກຸມມານ​ນັ້ນ​ວ່າ, “ພຣະເຈົ້າ​ໄດ້​ເລືອກ​ເດັກ​ຄົນ​ນີ້​ໄວ້ ເພື່ອ​ເປັນ​ເຫດ​ໃຫ້​ຫລາຍ​ຄົນ ໃນ​ຊາດ​ອິດສະຣາເອນ​ລົ້ມ​ລົງ ແລະ​ລຸກ​ຂຶ້ນ​ໃໝ່ ເປັນ​ໝາຍສຳຄັນ​ທີ່​ຫລາຍ​ຄົນ​ຈະ​ເວົ້າ​ຕໍ່ຕ້ານ</verse>
				<verse number="35">ເພາະ​ຄວາມ​ຄິດ​ໃນ​ໃຈ​ຂອງ​ຄົນ​ທັງຫລາຍ ຈະ​ໄດ້​ປາກົດ​ແຈ້ງ ສ່ວນ​ເຈົ້າ​ຈະ​ເຈັບປວດ​ເໝືອນ​ດັ່ງ​ຖືກ​ດາບ​ແທງ​ຊອດ​ຈິດໃຈ.”</verse>
				<verse number="36">ຍັງ​ມີ​ໝໍ​ທຳນວາຍ​ຍິງ​ຄົນ​ໜຶ່ງ ຊື່​ອານາ ເປັນ​ລູກສາວ​ຂອງ​ຟານູເອນ ໃນ​ຕະກຸນ​ອາເຊ ນາງ​ເປັນ​ຄົນ​ແກ່​ຊະຣາ​ຫລາຍ​ແລ້ວ ມີ​ຜົວ​ຕັ້ງແຕ່​ເປັນ​ສາວ​ໜຸ່ມ ແລະ​ຢູ່​ນຳ​ຜົວ​ໄດ້​ເຈັດ​ປີ,</verse>
				<verse number="37">ແລ້ວ​ກໍ​ເປັນ​ໝ້າຍ​ຢູ່​ລະຫວ່າງ​ແປດສິບສີ່​ປີ ນາງ​ບໍ່​ໜີ​ຈາກ​ບໍລິເວນ​ພຣະວິຫານ​ຈັກເທື່ອ, ແຕ່​ໄດ້​ຢູ່​ປະຕິບັດ​ພຣະເຈົ້າ, ຮັກສາ​ສິນ​ດ້ວຍ​ການ​ອົດ​ອາຫານ ແລະ​ພາວັນນາ​ອະທິຖານ ທັງ​ກາງເວັນ​ແລະ​ກາງຄືນ.</verse>
				<verse number="38">ໃນ​ເວລາ​ນັ້ນ ນາງ​ກໍໄດ້​ເຂົ້າ​ມາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ເວົ້າ​ເຖິງ​ພຣະ​ກຸມມານ​ໃຫ້​ແກ່​ທຸກຄົນ ໃນ​ນະຄອນ​ເຢຣູຊາເລັມ​ຟັງ ຊຶ່ງ​ພວກເຂົາ​ກຳລັງ​ຄອຍ​ຖ້າ​ການ​ໄຖ່​ໃຫ້​ພົ້ນ​ນັ້ນ.</verse>
				<verse number="39">ເມື່ອ​ໂຢເຊັບ​ແລະ​ມາຣີ ເຮັດ​ທຸກສິ່ງ​ສຳເລັດ ຕາມ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ແລ້ວ ພວກເພິ່ນ​ກໍ​ກັບຄືນ​ເມືອ​ບ້ານ​ເມືອງ​ຂອງຕົນ ທີ່​ນາຊາເຣັດ​ໃນ​ແຂວງ​ຄາລີເລ.</verse>
				<verse number="40">ຝ່າຍ​ພຣະ​ກຸມມານ​ນັ້ນ ກໍ​ໃຫຍ່​ຂຶ້ນ​ແລະ​ແຂງແຮງ​ດີ ເຕັມ​ໄປ​ດ້ວຍ​ສະຕິປັນຍາ ແລະ​ພຣະຄຸນ​ຂອງ​ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ນຳ​ພຣະອົງ.</verse>
				<verse number="41">ທຸກ​ປີ​ໃດ ພໍ່​ແມ່​ຂອງ​ພຣະ​ກຸມມານ​ເຢຊູ ເຄີຍ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ ເພື່ອ​ສະຫລອງ​ເທດສະການ​ປັດສະຄາ.</verse>
				<verse number="42">ເມື່ອ​ພຣະ​ກຸມມານ​ເຢຊູ​ອາຍຸ​ໄດ້​ສິບສອງ​ປີ ພວກເພິ່ນ​ກໍໄດ້​ຂຶ້ນ​ໄປ​ສະຫລອງ​ເທດສະການ​ນີ້ ຕາມ​ທຳນຽມ​ທີ່​ເຄີຍ​ປະຕິບັດ​ມາ.</verse>
				<verse number="43">ເມື່ອ​ເທດສະການ​ສິ້ນສຸດ​ລົງ​ແລ້ວ ພໍ່​ແມ່​ກໍ​ກັບຄືນ​ເມືອ​ເຮືອນ ສ່ວນ​ພຣະ​ກຸມມານ​ເຢຊູ​ນັ້ນ ຍັງ​ຄ້າງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຝ່າຍ​ພໍ່​ແມ່​ກໍ​ບໍ່​ຮູ້ຈັກ.</verse>
				<verse number="44">ເພິ່ນ​ທັງສອງ​ຄິດ​ວ່າ ພຣະ​ກຸມມານ​ເຢຊູ​ນັ້ນ ຢູ່​ນຳ​ກຸ່ມ​ຄົນ​ທີ່​ເດີນທາງ​ກັບ​ດ້ວຍ​ກັນ. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ເດີນທາງ​ຕໍ່ໄປ​ໄດ້​ໜຶ່ງ​ວັນ ແລ້ວ​ເລີ່ມຕົ້ນ​ຊອກ​ຫາ​ໃນ​ທ່າມກາງ​ຍາດພີ່ນ້ອງ​ແລະ​ໝູ່​ເພື່ອນ.</verse>
				<verse number="45">ເມື່ອ​ບໍ່​ພົບ ພວກເພິ່ນ​ຈຶ່ງ​ກັບຄືນ​ໄປ​ຊອກ​ຫາ​ຢູ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="46">ເມື່ອ​ຊອກ​ຫາ​ໄດ້​ສາມ​ວັນ​ແລ້ວ ພວກເພິ່ນ​ກໍ​ພົບ​ພຣະ​ກຸມມານ​ນັ່ງ​ຢູ່​ໃນ​ພຣະວິຫານ ທ່າມກາງ​ກຸ່ມ​ອາຈານ​ຊາວ​ຢິວ ກຳລັງ​ຟັງ​ແລະ​ຊັກຖາມ​ພວກ​ອາຈານ​ເຫຼົ່ານັ້ນ​ຢູ່.</verse>
				<verse number="47">ທຸກຄົນ​ທີ່​ໄດ້ຍິນ​ພຣະອົງ​ກ່າວ ຕ່າງ​ກໍ​ປະຫລາດ​ໃຈ​ໃນ​ສະຕິປັນຍາ ແລະ​ຄຳຕອບ​ຂອງ​ພຣະ​ກຸມມານ​ນັ້ນ.</verse>
				<verse number="48">ຝ່າຍ​ພໍ່​ແມ່​ກໍ​ປະຫລາດ​ໃຈ​ເມື່ອ​ໄດ້​ເຫັນ ແລະ​ແມ່​ຈຶ່ງ​ຖາມ​ວ່າ, “ລູກ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເຊັ່ນນີ້​ກັບ​ພວກເຮົາ? ພໍ່​ກັບ​ແມ່​ເລາະ​ຊອກ​ຫາ​ເຈົ້າ​ດ້ວຍ​ຄວາມ​ກັງວົນ​ໃຈ​ທີ່ສຸດ.”</verse>
				<verse number="49">ພຣະ​ກຸມມານ​ຕອບ​ວ່າ, “ເປັນຫຍັງ​ຕ້ອງ​ຊອກ​ຫາ​ເຮົາ? ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ເຮົາ​ຕ້ອງ​ຢູ່​ໃນ​ທີ່​ສະຖິດ​ແຫ່ງ​ພຣະບິດາເຈົ້າ​ຂອງເຮົາ?”</verse>
				<verse number="50">ແຕ່​ພວກເພິ່ນ​ບໍ່​ເຂົ້າໃຈ​ຄຳຕອບ​ຂອງ​ພຣະ​ກຸມມານ​ນັ້ນ.</verse>
				<verse number="51">ແລ້ວ​ພຣະ​ກຸມມານ​ເຢຊູ ຈຶ່ງ​ລົງ​ເມືອ​ກັບ​ພວກເພິ່ນ​ສູ່​ເມືອງ​ນາຊາເຣັດ ແລະ​ອ່ອນນ້ອມ​ຍອມ​ຟັງ​ພວກເພິ່ນ ຝ່າຍ​ແມ່​ກໍ​ເກັບ​ກຳ​ເລື່ອງ​ທັງໝົດ​ນີ້​ໄວ້​ໃນ​ໃຈ.</verse>
				<verse number="52">ພຣະເຢຊູເຈົ້າ​ໄດ້​ຈະເລີນ​ເຕີບໃຫຍ່​ຂຶ້ນ ໃນ​ດ້ານ​ສະຕິປັນຍາ ແລະ​ໃນ​ດ້ານ​ຮ່າງກາຍ ເປັນ​ທີ່​ພໍພຣະໄທ​ຕໍ່​ພຣະເຈົ້າ​ແລະ​ຕໍ່​ມະນຸດ​ດ້ວຍ.</verse>
			</chapter>
			<chapter number="3">
				<verse number="1">ໃນ​ຣາຊການ​ປີ​ທີ​ສິບຫ້າ​ຂອງ​ຈັກກະພັດ​ຕີເບຣີໂອ, ປົນອີໂອ​ປີລາດ​ໄດ້​ເປັນ​ຜູ້​ປົກຄອງ​ແຂວງ​ຢູດາຍ, ເຮໂຣດ​ໄດ້​ເປັນ​ຜູ້​ປົກຄອງ​ແຂວງ​ຄາລີເລ ແລະ ຟີລິບ​ນ້ອງຊາຍ​ຂອງ​ເຮໂຣດ​ໄດ້​ເປັນ​ຜູ້​ປົກຄອງ​ເຂດແດນ​ອີຕູຣາຍ ແລະ ທາໂຄນິດ, ລີຊາເນຍ​ໄດ້​ເປັນ​ຜູ້​ປົກຄອງ​ແຂວງ​ອາບີເລັນ</verse>
				<verse number="2">ແລະ ອັນນາ​ກັບ​ກາຢະຟາ​ໄດ້​ເປັນ​ມະຫາ​ປະໂຣຫິດ ໃນ​ຄາວ​ນັ້ນ ໂຢຮັນ​ລູກຊາຍ​ຂອງ​ເຊກາຣີຢາ ໄດ້​ຮັບ​ຖ້ອຍຄຳ​ຂອງ​ພຣະເຈົ້າ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="3">ດັ່ງນັ້ນ ໂຢຮັນ​ຈຶ່ງ​ໄດ້​ອອກ​ໄປ​ທົ່ວ​ຂົງເຂດ​ແມ່ນໍ້າ​ຈໍແດນ ເທດສະໜາ​ປ່າວ​ປະກາດ​ວ່າ, “ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເຊົາ​ເຮັດ​ບາບ​ແລະ​ຮັບ​ບັບຕິສະມາ ແລ້ວ​ພຣະເຈົ້າ​ກໍ​ຈະ​ອະໄພ​ບາບກຳ​ຂອງ​ເຈົ້າ.”</verse>
				<verse number="4">ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ໜັງສື​ຂອງ​ຜູ້ທຳນວາຍ​ເອຊາຢາ​ວ່າ, “ແມ່ນ​ສຽງ​ຂອງ​ຄົນ​ໜຶ່ງ​ທີ່​ຮ້ອງ​ປະກາດ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ວ່າ ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ​ ອົງພຣະ​ຜູ້​ເປັນເຈົ້າ, ຈົ່ງ​ເຮັດ​ຫົນທາງ​ຂອງ​ພຣະອົງ​ໃຫ້​ຊື່​ໄປ</verse>
				<verse number="5">ຈົ່ງ​ຖົມ​ຮ່ອມພູ​ທຸກ​ບ່ອນ​ໃຫ້​ເຕັມ ພູເຂົາ ແລະ​ເນີນພູ​ທຸກ​ໜ່ວຍ​ ຈົ່ງ​ເຮັດ​ໃຫ້​ຕໍ່າລົງ. ສ່ວນ​ຫົນທາງ​ທີ່​ຄົດລ້ຽວ​ນັ້ນ ຈົ່ງ​ເຮັດ​ໃຫ້​ຊື່ ທາງ​ທີ່​ມີ​ຕໍ​ແຂງ​ຈົ່ງ​ເຮັດ​ໃຫ້​ກ້ຽງ​ດີ.</verse>
				<verse number="6">ມະນຸດ​ທັງປວງ​ຈະ​ໄດ້​ເຫັນ​ການ ທີ່​ພຣະເຈົ້າ​ຊົງ​ໂຜດ​ໃຫ້​ພົ້ນ.”’</verse>
				<verse number="7">ປະຊາຊົນ​ຫລວງຫລາຍ​ໄດ້​ອອກ​ມາ​ຫາ​ໂຢຮັນ ເພື່ອ​ຮັບ​ບັບຕິສະມາ ເພິ່ນ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ພວກ​ຊາດ​ງູ​ຮ້າຍ​ເອີຍ ຜູ້ໃດ​ໄດ້​ບອກ​ພວກເຈົ້າ​ໃຫ້​ປົບໜີ​ຈາກ​ການ​ຕັດສິນ​ຂອງ​ພຣະເຈົ້າ ທີ່​ໃກ້​ຈະ​ມາ​ເຖິງ​ນັ້ນ</verse>
				<verse number="8">ເຫດສະນັ້ນ ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ວ່າ ພວກເຈົ້າ​ໄດ້​ຖິ້ມໃຈເກົ່າ​ເອົາໃຈໃໝ່ ຢ່າ​ຕັ້ງນຶກ​ໃນ​ໃຈ ແລະ​ເວົ້າ​ໃນ​ທ່າມກາງ​ພວກເຈົ້າ​ວ່າ, ‘ເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ.’ ເຮົາ​ບອກ​ພວກເຈົ້າ​ວ່າ, ພຣະເຈົ້າ​ຊົງ​ຣິດ​ສາມາດ​ເອົາ​ກ້ອນຫີນ​ເຫຼົ່ານີ້ ແລະ​ບັນດານ​ໃຫ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ໄດ້</verse>
				<verse number="9">ບັດນີ້ ຂວານ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຕັດ​ຕົ້ນໄມ້​ໃຫ້​ຄຸງ​ເຫງົ້າ ຕົ້ນໄມ້​ທຸກ​ກົກ ທີ່​ບໍ່​ເກີດຜົນ​ດີ ກໍ​ຈະ​ຖືກ​ຕັດ ແລະ​ຖືກ​ໂຍນ​ຖິ້ມ​ໃສ່​ໄຟ​ເສຍ.”</verse>
				<verse number="10">ປະຊາຊົນ​ຖາມ​ໂຢຮັນ​ວ່າ, “ຖ້າດັ່ງນັ້ນ ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ?”</verse>
				<verse number="11">ໂຢຮັນ​ຕອບ​ພວກເຂົາ​ວ່າ, “ຜູ້ໃດ​ທີ່​ມີ​ເສື້ອ​ສອງ​ໂຕ ຈົ່ງ​ແບ່ງປັນ​ໂຕໜຶ່ງ​ໃຫ້​ຜູ້​ທີ່​ບໍ່ມີ ແລະ​ຜູ້ໃດ​ທີ່​ມີ​ອາຫານ ຈົ່ງ​ປັນ​ແກ່​ຜູ້​ທີ່​ບໍ່ມີ​ເໝືອນກັນ.”</verse>
				<verse number="12">ມີ​ຄົນ​ເກັບພາສີ​ມາ​ຫາ​ໂຢຮັນ ເພື່ອ​ຮັບ​ບັບຕິສະມາ ແລະ​ຖາມ​ວ່າ, “ອາຈານ​ເອີຍ ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ​ແດ່?”</verse>
				<verse number="13">ເພິ່ນ​ຈຶ່ງ​ຕອບ​ພວກເຂົາ​ວ່າ, “ຢ່າ​ໄດ້​ເກັບ​ພາສີ​ເກີນ​ອັດຕາ”.</verse>
				<verse number="14">ພວກ​ທະຫານ​ກໍ​ຖາມ​ເພິ່ນ​ເໝືອນກັນ​ວ່າ, “ພວກ​ຂ້ານ້ອຍ​ເດ ຈະ​ເຮັດ​ຢ່າງ​ໃດ?” ເພິ່ນ​ຈຶ່ງ​ຕອບ​ພວກເຂົາ​ວ່າ, “ຢ່າ​ຂົ່ມເຫັງ ຫລື​ຢ່າ​ຫາ​ຄວາມ​ບໍ່​ຈິງ​ໃສ່​ໃຜ​ເພື່ອ​ເອົາ​ເງິນ, ແຕ່​ຈົ່ງ​ພໍໃຈ​ໃນ​ຄ່າຈ້າງ​ຂອງຕົນ.”</verse>
				<verse number="15">ເມື່ອ​ປະຊາຊົນ​ມີ​ຄວາມຫວັງ​ຖ້າ​ພຣະຄຣິດ​ຢູ່ ພວກເຂົາ​ກໍ​ຄິດ​ວ່າ ໂຢຮັນ​ອາດ​ເປັນ​ພຣະຄຣິດ​ກໍໄດ້.</verse>
				<verse number="16">ໂຢຮັນ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ທຸກຄົນ​ວ່າ, “ຝ່າຍ​ເຮົາ ເຮົາ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ, ແຕ່​ມີ​ຜູ້ໜຶ່ງ​ກຳລັງ​ຈະ​ມາ ແລະ​ທ່ານ​ຜູ້​ນີ້​ມີ​ຣິດເດດ​ອຳນາດ​ຍິ່ງໃຫຍ່​ກວ່າ​ເຮົາ​ຫລາຍ ຊຶ່ງ​ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ແກ້​ສາຍ​ຮັດ​ເກີບ​ໃຫ້​ເພິ່ນ, ເພິ່ນ​ຈະ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ ດ້ວຍ​ພຣະວິນຍານ​ບໍຣິສຸດ​ແລະ​ດ້ວຍ​ໄຟ.</verse>
				<verse number="17">ມື​ຂອງ​ເພິ່ນ​ຖື​ກະດົ້ງ​ເພື່ອ​ຕຽມ​ຝັດ​ເຂົ້າ ເພິ່ນ​ຈະ​ເຮັດ​ລານເຂົ້າ​ຂອງຕົນ​ໃຫ້​ກ້ຽງ​ດີ ແລະ​ຮວບຮວມ​ເອົາ​ເຂົ້າ​ເມັດ​ດີ​ຂອງ​ເພິ່ນ ໄວ້​ໃນ​ເລົ້າ​ຂອງຕົນ ສ່ວນ​ເຂົ້າ​ເມັດ​ລີບ​ນັ້ນ ເພິ່ນ​ຈະ​ເອົາ​ເຜົາ​ໄຟ​ທີ່​ໄໝ້​ຢູ່​ເປັນນິດ.”</verse>
				<verse number="18">ດ້ວຍເຫດນີ້, ໂຢຮັນ​ໄດ້​ເທດສະໜາ​ປ່າວ​ປະກາດ​ຂ່າວປະເສີດ ແກ່​ປະຊາຊົນ​ດ້ວຍ​ຫລາຍ​ວິທີ ແລະ​ເຕືອນ​ສະຕິ​ຫລາຍ​ຂໍ້.</verse>
				<verse number="19">ເມື່ອ​ໂຢຮັນ​ໄດ້​ກ່າວ​ຕິຕຽນ​ເຮໂຣດ​ຜູ້ປົກຄອງ​ເມືອງ ເພາະ​ເພິ່ນ​ໄດ້​ແຕ່ງງານ​ກັບ​ນາງ​ເຮໂຣເດຍ ເມຍ​ນ້ອງຊາຍ​ຂອງຕົນ ແລະ​ເພິ່ນ​ຍັງ​ໄດ້​ເຮັດ​ການ​ຊົ່ວຮ້າຍ​ຫລາຍ​ຢ່າງ​ດ້ວຍ.</verse>
				<verse number="20">ແລ້ວ​ເຮໂຣດ​ກໍ​ເຮັດ​ການ​ຊົ່ວຮ້າຍ​ໜັກ​ຂຶ້ນ​ຕື່ມ​ອີກ ໂດຍ​ຈັບ​ໂຢຮັນ​ຂັງ​ໄວ້​ໃນ​ຄຸກ.</verse>
				<verse number="21">ເມື່ອ​ປະຊາຊົນ​ທັງໝົດ​ໄດ້​ຮັບ​ບັບຕິສະມາ​ແລ້ວ ພຣະເຢຊູເຈົ້າ​ກໍ​ຮັບ​ບັບຕິສະມາ​ເໝືອນກັນ ຂະນະທີ່​ພຣະອົງ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ນັ້ນ ທ້ອງຟ້າ​ກໍ​ໄຂ​ອອກ​ແກ່​ພຣະອົງ</verse>
				<verse number="22">ແລະ ພຣະວິນຍານ​ບໍຣິສຸດເຈົ້າ ໃນ​ຮູບຮ່າງ​ເໝືອນ​ນົກເຂົາ ກໍ​ລົງ​ມາ​ຢູ່​ເທິງ​ພຣະອົງ ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ, “ທ່ານເອີຍ ທ່ານ​ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ເຮົາ​ພໍໃຈ​ນຳ​ທ່ານ​ຫລາຍ.”</verse>
				<verse number="23">ເມື່ອ​ພຣະເຢຊູເຈົ້າ​ເລີ່ມ​ປະຕິບັດ​ພາລະກິດ ພຣະອົງ​ມີ​ອາຍຸ​ໄດ້​ປະມານ​ສາມສິບ​ປີ ຄົນ​ທັງຫລາຍ​ຄິດ​ວ່າ ພຣະເຢຊູເຈົ້າ​ເປັນ​ລູກຊາຍ​ຂອງ​ໂຢເຊັບ, ໂຢເຊັບ​ເປັນ​ລູກຊາຍ​ຂອງ​ເຮລີ,</verse>
				<verse number="24">ເຮລີ​ເປັນ​ລູກຊາຍ​ຂອງ​ມັດທາດ, ມັດທາດ​ເປັນ​ລູກຊາຍ​ຂອງ​ເລວີ, ເລວີ​ເປັນ​ລູກຊາຍ​ຂອງ​ເມລະຂີ, ເມລະຂີ​ເປັນ​ລູກຊາຍ​ຂອງ​ຢັນນາ, ຢັນນາ​ເປັນ​ລູກຊາຍ​ຂອງ​ໂຢເຊັບ,</verse>
				<verse number="25">ໂຢເຊັບ​ເປັນ​ລູກຊາຍ​ຂອງ​ມັດຕາເທຍ, ມັດຕາເທຍ​ເປັນ​ລູກຊາຍ​ຂອງ​ອາໂມ, ອາໂມ​ເປັນ​ລູກຊາຍ​ຂອງ​ນາຮູມ, ນາຮູມ​ເປັນ​ລູກຊາຍ​ຂອງ​ເອຊະລີ, ເອຊະລີ​ເປັນ​ລູກຊາຍ​ຂອງ​ນາຄາຍ,</verse>
				<verse number="26">ນາຄາຍ​ເປັນ​ລູກຊາຍ​ຂອງ​ມາອາດ, ມາອາດ​ເປັນ​ລູກຊາຍ​ຂອງ​ມັດຕາເທຍ, ມັດຕາເທຍ​ເປັນ​ລູກຊາຍ​ຂອງ​ເຊເມອີນ, ເຊເມອີນ​ເປັນ​ລູກຊາຍ​ຂອງ​ໂຢເຊັກ, ໂຢເຊັກ​ເປັນ​ລູກຊາຍ​ຂອງ​ໂຢດາ,</verse>
				<verse number="27">ໂຢດາ​ເປັນ​ລູກຊາຍ​ຂອງ​ໂຢຮານັນ, ໂຢຮານັນ​ເປັນ​ລູກຊາຍ​ຂອງ​ເຣສາ, ເຣສາ​ເປັນ​ລູກຊາຍ​ຂອງ​ເຊຣຸບບາເບນ, ເຊຣຸບບາເບນ​ເປັນ​ລູກຊາຍ​ຂອງ​ເຊອານຕີເອນ, ເຊອານຕີເອນ​ເປັນ​ລູກຊາຍ​ຂອງ​ເນຣີ,</verse>
				<verse number="28">ເນຣີ​ເປັນ​ລູກຊາຍ​ຂອງ​ເມລະຂີ, ເມລະຂີ​ເປັນ​ລູກຊາຍ​ຂອງ​ອັດດີ, ອັດດີ​ເປັນ​ລູກຊາຍ​ຂອງ​ໂກຊາມ, ໂກຊາມ​ເປັນ​ລູກຊາຍ​ຂອງ​ເອັນມາດາມ, ເອັນມາດາມ​ເປັນ​ລູກຊາຍ​ຂອງ​ເອຣະ,</verse>
				<verse number="29">ເອຣະ​ເປັນ​ລູກຊາຍ​ຂອງ​ໂຢຊວຍ, ໂຢຊວຍ​ເປັນ​ລູກຊາຍ​ເອລີເອເຊ, ເອລີເອເຊ​ເປັນ​ລູກຊາຍ​ຂອງ​ໂຢຣີມ, ໂຢຣີມ​ເປັນ​ລູກຊາຍ​ຂອງ​ມັດທາດ, ມັດທາດ​ເປັນ​ລູກຊາຍ​ຂອງ​ເລວີ,</verse>
				<verse number="30">ເລວີ​ເປັນ​ລູກຊາຍ​ຂອງ​ຊີເມໂອນ, ຊີເມໂອນ​ເປັນ​ລູກຊາຍ​ຂອງ​ຢູດາ, ຢູດາ​ເປັນ​ລູກຊາຍ​ຂອງ​ໂຢເຊັບ, ໂຢເຊັບ​ເປັນ​ລູກຊາຍ​ຂອງ​ໂຢນາມ, ໂຢນາມ​ເປັນ​ລູກຊາຍ​ຂອງ​ເອລີອາກິມ,</verse>
				<verse number="31">ເອລີອາກິມ​ເປັນ​ລູກຊາຍ​ຂອງ​ເມເລອາ, ເມເລອາ​ເປັນ​ລູກຊາຍ​ຂອງ​ເມັນນາ, ເມັນນາ​ເປັນ​ລູກຊາຍ​ຂອງ​ມັດຕາທາ, ມັດຕາທາ​ເປັນ​ລູກຊາຍ​ຂອງ​ນາທານ, ນາທານ​ເປັນ​ລູກຊາຍ​ຂອງ​ດາວິດ,</verse>
				<verse number="32">ດາວິດ​ເປັນ​ລູກຊາຍ​ຂອງ​ເຢຊີ, ເຢຊີ​ເປັນ​ລູກຊາຍ​ຂອງ​ໂອເບັດ, ໂອເບັດ​ເປັນ​ລູກຊາຍ​ຂອງ​ໂບອາດ, ໂບອາດ​ເປັນ​ລູກຊາຍ​ຂອງ​ສານໂມນ, ສານໂມນ​ເປັນ​ລູກຊາຍ​ຂອງ​ນາໂຊນ,</verse>
				<verse number="33">ນາໂຊນ​ເປັນ​ລູກຊາຍ​ຂອງ​ອຳມີນາດາບ, ອຳມີນາດາບ​ເປັນ​ລູກຊາຍ​ຂອງ​ອັດມີນ, ອັດມີນ​ເປັນ​ລູກຊາຍ​ຂອງ​ອານີ, ອານີ​ເປັນ​ລູກຊາຍ​ຂອງ​ເຮຊະໂຣນ, ເຮຊະໂຣນ​ເປັນ​ລູກຊາຍ​ຂອງ​ເປເຣັດ, ເປເຣັດ​ເປັນ​ລູກຊາຍ​ຂອງ​ຢູດາ,</verse>
				<verse number="34">ຢູດາ​ເປັນ​ລູກຊາຍ​ຂອງ​ຢາໂຄບ, ຢາໂຄບ​ເປັນ​ລູກຊາຍ​ຂອງ​ອີຊາກ, ອີຊາກ​ເປັນ​ລູກຊາຍ​ຂອງ​ອັບຣາຮາມ, ອັບຣາຮາມ​ເປັນ​ລູກຊາຍ​ຂອງ​ເຕຣາ, ເຕຣາ​ເປັນ​ລູກຊາຍ​ຂອງ​ນາໂຮ,</verse>
				<verse number="35">ນາໂຮ​ເປັນ​ລູກຊາຍ​ຂອງ​ເສຣຸກ, ເສຣຸກ​ເປັນ​ລູກຊາຍ​ຂອງ​ເຣອູ, ເຣອູ​ເປັນ​ລູກຊາຍ​ຂອງ​ເປເລັກ, ເປເລັກ​ເປັນ​ລູກຊາຍ​ຂອງ​ເອເບ, ເອເບ​ເປັນ​ລູກຊາຍ​ຂອງ​ເຊລາ,</verse>
				<verse number="36">ເຊລາ​ເປັນ​ລູກຊາຍ​ຂອງ​ກາຍນານ, ກາຍນານ​ເປັນ​ລູກຊາຍ​ຂອງ​ອາກປັກຊາດ, ອາກປັກຊາດ​ເປັນ​ລູກຊາຍ​ຂອງ​ເຊມ, ເຊມ​ເປັນ​ລູກຊາຍ​ຂອງ​ໂນອາ, ໂນອາ​ເປັນ​ລູກຊາຍ​ຂອງ​ລາເມັກ,</verse>
				<verse number="37">ລາເມັກ​ເປັນ​ລູກຊາຍ​ຂອງ​ເມທູເສລາ, ເມທູເສລາ​ເປັນ​ລູກຊາຍ​ຂອງ​ເອນົກ, ເອນົກ​ເປັນ​ລູກຊາຍ​ຂອງ​ຢາເຣັດ, ຢາເຣັດ​ເປັນ​ລູກຊາຍ​ຂອງ​ມະຫາລາເລນ, ມະຫາລາເລນ​ເປັນ​ລູກຊາຍ​ຂອງ​ເກນານ,</verse>
				<verse number="38">ເກນານ​ເປັນ​ລູກຊາຍ​ຂອງ​ເອໂນດ, ເອໂນດ​ເປັນ​ລູກຊາຍ​ຂອງ​ເຊດ, ເຊດ​ເປັນ​ລູກຊາຍ​ຂອງ​ອາດາມ, ອາດາມ​ເປັນ​ບຸດ​ຂອງ​ພຣະເຈົ້າ.</verse>
			</chapter>
			<chapter number="4">
				<verse number="1">ພຣະເຢຊູເຈົ້າ​ໄດ້​ກັບ​ມາ​ຈາກ​ແມ່ນໍ້າ​ຈໍແດນ ໂດຍ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ນຳ​ພຣະອົງ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="2">ໃນ​ທີ່ນັ້ນ ພຣະອົງ​ໄດ້​ຖືກ​ມານຮ້າຍ​ທົດລອງ​ເປັນ​ເວລາ​ສີ່ສິບ​ວັນ ໃນ​ວັນ​ເຫຼົ່ານັ້ນ ພຣະອົງ​ບໍ່ໄດ້​ກິນ​ຫຍັງ​ເລີຍ ເມື່ອ​ວັນ​ເຫຼົ່ານັ້ນ​ຜ່ານ​ພົ້ນ​ໄປ​ແລ້ວ ພຣະອົງ​ກໍ​ຢາກ​ອາຫານ.</verse>
				<verse number="3">ມານຮ້າຍ​ໄດ້​ເວົ້າ​ຕໍ່​ພຣະອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ສັ່ງ​ກ້ອນຫີນ​ນີ້​ໃຫ້​ກາຍເປັນ​ອາຫານ​ເບິ່ງດູ.”</verse>
				<verse number="4">ແຕ່​ພຣະເຢຊູເຈົ້າ​ຕອບ​ມັນ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ມະນຸດ​ຈະ​ບໍ່​ລ້ຽງ​ຊີວິດ ພຽງແຕ່​ອາຫານ​ຢ່າງ​ດຽວ.”’</verse>
				<verse number="5">ແລ້ວ​ມານຮ້າຍ​ກໍໄດ້​ນຳ​ພຣະອົງ​ຂຶ້ນ​ໄປ ແລະ​ສະແດງ​ໃຫ້​ເຫັນ​ໃນ​ພິບ​ຕາ​ດຽວ ເຖິງ​ອານາຈັກ​ທັງໝົດ​ແຫ່ງ​ໂລກນີ້.</verse>
				<verse number="6">ມານຮ້າຍ​ໄດ້​ບອກ​ພຣະອົງ​ວ່າ, “ເຮົາ​ຈະ​ໃຫ້​ອຳນາດ​ທັງໝົດ​ນີ້ ກັບ​ສະຫງ່າຣາສີ​ແຫ່ງ​ແຜ່ນດິນ​ທັງໝົດ​ແກ່​ທ່ານ. ເພາະ​ສິ່ງ​ທັງໝົດ​ເຫຼົ່ານັ້ນ​ຖືກ​ມອບ​ໃຫ້​ແກ່​ເຮົາ​ແລ້ວ ແລະ​ເຮົາ​ຢາກ​ມອບ​ໃຫ້​ແກ່​ຜູ້ໃດ​ກໍໄດ້ ຕາມ​ທີ່​ເຮົາ​ຕ້ອງການ.</verse>
				<verse number="7">ດັ່ງນັ້ນ ສິ່ງ​ທັງໝົດ​ເຫຼົ່ານີ້ ຈະ​ເປັນ​ຂອງທ່ານ ຖ້າ​ທ່ານ​ນະມັດສະການ​ເຮົາ.”</verse>
				<verse number="8">ພຣະເຢຊູເຈົ້າ​ຕອບ​ມັນ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ນະມັດສະການ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ ແລະ​ບົວລະບັດ​ຮັບໃຊ້​ແຕ່​ພຣະອົງ​ເທົ່ານັ້ນ.”’</verse>
				<verse number="9">ແລ້ວ​ມານຮ້າຍ​ກໍໄດ້​ນຳ​ພຣະອົງ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ໃຫ້​ພຣະອົງ​ຢືນ​ຢູ່​ເທິງ​ຍອດ​ຂອງ​ພຣະວິຫານ ແລະ​ເວົ້າ​ຕໍ່​ພຣະອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ໂຕນ​ລົງ​ຈາກ​ທີ່​ນີ້​ເບິ່ງດູ.</verse>
				<verse number="10">ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະເຈົ້າ​ຈະ​ສັ່ງ​ໃຫ້​ຝູງ​ເທວະດາ​ຂອງ​ພຣະອົງ ມາ​ພິທັກ​ຮັກສາ​ທ່ານ​ໄວ້.’</verse>
				<verse number="11">ແລະ ຍັງ​ມີ​ຄຳ​ຂຽນ​ໄວ້​ອີກ​ວ່າ, ‘ຝູງ​ເທວະດາ​ຈະ​ໃຊ້​ມື​ຂອງຕົນ​ຫອບ​ອູ້ມ​ທ່ານ​ໄວ້ ເພື່ອ​ບໍ່​ໃຫ້​ຕີນ​ຂອງທ່ານ​ຕຳ​ກ້ອນຫີນ.”’</verse>
				<verse number="12">ແຕ່​ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຢ່າ​ທົດລອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ.”’</verse>
				<verse number="13">ເມື່ອ​ມານຮ້າຍ​ທົດລອງ​ພຣະເຢຊູເຈົ້າ​ທຸກປະການ​ແລ້ວ ມັນ​ກໍ​ໜີ​ຈາກ​ພຣະອົງ​ໄປ ຈົນເຖິງ​ເວລາ​ທີ່​ມັນ​ມີ​ໂອກາດ​ອີກ.</verse>
				<verse number="14">ແລ້ວ​ພຣະເຢຊູເຈົ້າ ກໍໄດ້​ກັບຄືນ​ມາ​ແຂວງ​ຄາລີເລ ດ້ວຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ຂ່າວ​ເລື່ອງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ຂົງເຂດ​ນັ້ນ.</verse>
				<verse number="15">ພຣະອົງ​ໄດ້​ສັ່ງສອນ​ໃນ​ທຳມະສາລາ​ຂອງ​ພວກເຂົາ ແລະ​ໄດ້​ຮັບ​ຄຳ​ສັນລະເສີນ​ຈາກ​ທຸກຄົນ.</verse>
				<verse number="16">ແລ້ວ​ພຣະເຢຊູເຈົ້າ ກໍໄດ້​ມາ​ຍັງ​ນາຊາເຣັດ ຊຶ່ງ​ເປັນ​ເມືອງ​ທີ່​ພຣະອົງ​ໄດ້​ຈະເລີນ​ເຕີບໃຫຍ່​ຂຶ້ນ​ນັ້ນ ແລະ​ໃນ​ວັນ​ຊະບາໂຕ ພຣະອົງ​ໄດ້​ໄປ​ທີ່​ທຳມະສາລາ​ຕາມ​ປົກກະຕິ ພຣະອົງ​ໄດ້​ຢືນ​ຂຶ້ນ​ເພື່ອ​ຈະ​ອ່ານ​ພຣະຄຳພີ.</verse>
				<verse number="17">ແລະ ເຂົາ​ກໍໄດ້​ຍື່ນ​ໜັງສື​ມ້ວນ​ຂອງ​ຜູ້ທຳນວາຍ​ເອຊາຢາ ໃຫ້​ພຣະອົງ​ອ່ານ ເມື່ອ​ພຣະອົງ​ພື​ໜັງສື​ມ້ວນ​ອອກ ກໍ​ພົບ​ຂໍ້ຄວາມ​ທີ່​ຂຽນ​ໄວ້​ວ່າ,</verse>
				<verse number="18">“ພຣະວິນຍານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ສະຖິດ​ຢູ່​ເທິງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້​ຫົດສົງ​ແຕ່ງຕັ້ງ​ຂ້ານ້ອຍ​ໄວ້ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນ​ຍາກຈົນ. ພຣະອົງ​ໃຊ້​ຂ້ານ້ອຍ​ໄປ​ປະກາດ​ ອິດສະຫລະ​ພາບ ແກ່​ຄົນ​ທັງຫລາຍ​ທີ່​ຖືກ​ຈຳຈອງ ແລະ ຄົນ​ຕາບອດ​ຈະ​ເຫັນ​ຮຸ່ງ​ອີກ ປົດປ່ອຍ​ຜູ້​ຖືກ​ກົດຂີ່​ໃຫ້​ເປັນ​ອິດສະຫລະ</verse>
				<verse number="19">ແລະ ໃຫ້​ປະກາດ​ປີ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ຈະ​ເມດຕາ​ນັ້ນ.”</verse>
				<verse number="20">ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ກໍ້​ໜັງສື​ມ້ວນ ຍື່ນຄືນ​ໃຫ້​ແກ່​ຜູ້​ທີ່​ມີ​ໜ້າທີ່​ເກັບ​ຮັກສາ​ໄວ້ ແລະ​ນັ່ງ​ລົງ ທຸກຄົນ​ໃນ​ທຳມະສາລາ​ຕ່າງ​ກໍ​ຈ້ອງ​ຕາ​ເບິ່ງ​ພຣະອົງ</verse>
				<verse number="21">ແລະ ພຣະອົງ​ກ່າວ​ແກ່​ພວກເຂົາ​ວ່າ, “ພຣະທຳ​ຕອນ​ນີ້​ໄດ້​ສຳເລັດ​ເປັນ​ຈິງ​ໃນວັນນີ້ ຕາມ​ທີ່​ພວກເຈົ້າ​ໄດ້ຍິນ​ນັ້ນ​ແຫຼະ.”</verse>
				<verse number="22">ທຸກຄົນ​ກໍ​ກ່າວ​ຊົມເຊີຍ​ພຣະອົງ ແລະ​ປະທັບ​ໃຈ​ໃນ​ຖ້ອຍຄຳ​ອັນ​ອ່ອນຫວານ ຊຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ລາວ​ບໍ່ແມ່ນ​ລູກຊາຍ​ຂອງ​ໂຢເຊັບ​ບໍ?”</verse>
				<verse number="23">ພຣະອົງ​ຊົງ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ຄົງ​ຈະ​ກ່າວ​ຄຳ​ສຸພາສິດ​ຂໍ້​ນີ້ ຕໍ່​ເຮົາ​ເປັນ​ແນ່​ຄື​ວ່າ, ‘ທ່ານໝໍ​ເອີຍ, ຈົ່ງ​ປົວ​ຕົວ​ເອງ​ໃຫ້​ດີ’ ຄື ‘ບັນດາ​ການ ຊຶ່ງ​ພວກເຮົາ​ໄດ້ຍິນ​ວ່າ ທ່ານ​ໄດ້​ກະທຳ​ໃນ​ເມືອງ​ກາເປນາອູມ ຈົ່ງ​ເຮັດ​ໃນ​ເມືອງ​ຂອງຕົນ​ທີ່​ນີ້​ເໝືອນກັນ.”’</verse>
				<verse number="24">ແລ້ວ​ພຣະອົງ​ກໍ​ກ່າວ​ອີກ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ບໍ່ມີ​ຜູ້ທຳນວາຍ​ຄົນ​ໃດ​ດອກ ທີ່​ໄດ້​ຮັບ​ຄວາມ​ເຄົາຣົບ​ນັບຖື​ໃນ​ບ້ານ​ເມືອງ​ຂອງຕົນ.”</verse>
				<verse number="25">“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ສະໄໝ​ຂອງ​ເອລີຢາ ເມື່ອ​ຝົນ​ບໍ່​ຕົກ​ສາມ​ປີ​ເຄິ່ງ ຊຶ່ງ​ເປັນ​ເຫດ​ໃຫ້​ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ​ທົ່ວ​ດິນແດນ​ນັ້ນ ໄດ້​ມີ​ແມ່ໝ້າຍ​ຫລາຍ​ຄົນ​ໃນ​ຊາດ​ອິດສະຣາເອນ.</verse>
				<verse number="26">ແຕ່​ເອລີຢາ​ບໍ່ໄດ້​ຖືກ​ໃຊ້​ໄປ​ຫາ​ໃຜ​ຈັກ​ຄົນ ໃນ​ພວກ​ແມ່ໝ້າຍ​ເຫຼົ່ານີ້ ນອກຈາກ​ແມ່ໝ້າຍ​ຜູ້ໜຶ່ງ ຢູ່​ທີ່​ເມືອງ​ຊາເຣຟັດ​ແຂວງ​ຊີໂດນ​ແຕ່​ເທົ່ານັ້ນ.</verse>
				<verse number="27">ໃນ​ສະໄໝ​ຂອງ​ຜູ້ທຳນວາຍ​ເອລີຊາ ໄດ້​ມີ​ຄົນ​ຂີ້ທູດ​ຕັ້ງ​ຫລາຍ​ຄົນ​ໃນ​ຊາດ​ອິດສະຣາເອນ, ແຕ່​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ ໄດ້​ຮັບ​ການ​ຊຳລະ​ໃຫ້​ສະອາດ​ດີ ນອກຈາກ​ນາອາມານ ຊາວ​ຊີເຣຍ​ແຕ່​ເທົ່ານັ້ນ.”</verse>
				<verse number="28">ເມື່ອ​ປະຊາຊົນ​ໃນ​ທຳມະສາລາ​ໄດ້ຍິນ​ເຊັ່ນ​ນີ້ ພວກເຂົາ​ກໍ​ຄຽດຮ້າຍ​ທີ່ສຸດ.</verse>
				<verse number="29">ພວກເຂົາ​ໄດ້​ລຸກ​ຂຶ້ນ ຊຸກ​ພຣະເຢຊູເຈົ້າ​ອອກ​ໄປ​ຈາກ​ເມືອງ ແລະ​ນຳ​ພຣະອົງ​ໄປ​ຍັງ​ແງ່​ຜາຊັນ ທີ່​ເມືອງ​ຂອງ​ພວກເຂົາ​ຕັ້ງ​ຢູ່​ນັ້ນ ເພື່ອ​ໝາຍ​ຈະ​ຊຸກ​ພຣະອົງ​ລົງ.</verse>
				<verse number="30">ແຕ່​ພຣະອົງ​ຍ່າງ​ຜ່ານ​ທ່າມກາງ​ປະຊາຊົນ​ໜີໄປ​ໄດ້.</verse>
				<verse number="31">ແລ້ວ​ພຣະເຢຊູ​ຄຣິດເຈົ້າ ກໍໄດ້​ໄປ​ທີ່​ເມືອງ​ກາເປນາອູມ ໃນ​ແຂວງ​ຄາລີເລ ແລະ​ຢູ່​ໃນ​ເມືອງ​ນີ້ ພຣະອົງ​ໄດ້​ສັ່ງສອນ​ປະຊາຊົນ​ໃນ​ວັນ​ຊະບາໂຕ.</verse>
				<verse number="32">ພວກເຂົາ​ທຸກຄົນ​ຕ່າງ​ກໍ​ປະຫລາດ​ໃຈ ໃນ​ຄຳ​ສອນ​ຂອງ​ພຣະອົງ ເພາະ​ພຣະອົງ​ສອນ​ດ້ວຍ​ຣິດອຳນາດ.</verse>
				<verse number="33">ໃນ​ທຳມະສາລາ​ນັ້ນ ໄດ້​ມີ​ຊາຍ​ທີ່​ຜີມານຮ້າຍ​ເຂົ້າ​ສິງ​ຢູ່​ຄົນ​ໜຶ່ງ ມັນ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ,</verse>
				<verse number="34">“ເຢຊູ​ໄທ​ນາຊາເຣັດ​ເອີຍ, ທ່ານ​ມາ​ຫຍຸ້ງກ່ຽວ​ກັບ​ພວກເຮົາ​ເຮັດ​ຫຍັງ? ທ່ານ​ມາ​ທຳລາຍ​ພວກເຮົາ​ຊັ້ນບໍ? ພວກເຮົາ​ຮູ້​ແລ້ວ​ວ່າ​ທ່ານ​ແມ່ນ​ຜູ້ໃດ ກໍ​ແມ່ນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ.”</verse>
				<verse number="35">ພຣະເຢຊູເຈົ້າ​ສັ່ງ​ຫ້າມ​ມັນ​ວ່າ, “ມິດ​ແມ ອອກ​ຈາກ​ຄົນ​ນີ້​ສາ” ຜີມານຮ້າຍ​ໄດ້​ເຮັດ​ໃຫ້​ຊາຍ​ຄົນ​ນີ້​ລົ້ມ​ລົງ​ຕໍ່ໜ້າ​ພວກເຂົາ ແລະ​ອອກ​ໄປ​ຈາກ​ລາວ​ໂດຍ​ບໍ່ໄດ້​ທຳຮ້າຍ​ແຕ່​ຢ່າງ​ໃດ.</verse>
				<verse number="36">ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ເວົ້າ​ກັນ​ວ່າ, “ຄຳ​ເວົ້າ​ນີ້​ເປັນ​ຢ່າງ​ໃດ​ໜໍ ເພາະວ່າ​ເພິ່ນ​ໄດ້​ສັ່ງ​ຜີຊົ່ວຮ້າຍ​ເຫຼົ່ານີ້​ດ້ວຍ​ອຳນາດ​ແລະ​ຣິດເດດ ແລ້ວ​ພວກ​ມັນ​ກໍ​ອອກ​ໜີໄປ.”</verse>
				<verse number="37">ແລ້ວ​ຊື່ສຽງ​ຂອງ​ພຣະເຢຊູເຈົ້າ ກໍ​ຊ່າລື​ໄປ​ທົ່ວ​ທຸກ​ບ່ອນ​ໃນ​ຂົງເຂດ​ນັ້ນ.</verse>
				<verse number="38">ແລ້ວ​ພຣະເຢຊູເຈົ້າ ກໍ​ຈາກ​ທຳມະສາລາ ແລະ​ເຂົ້າ​ໄປ​ເຮືອນ​ຂອງ​ຊີໂມນ ແມ່​ເມຍ​ຂອງ​ຊີໂມນ​ບໍ່​ສະບາຍ​ເພາະ​ໄຂ້​ຂຶ້ນ​ສູງ ແລະ​ພວກເຂົາ​ກໍໄດ້​ອ້ອນ​ວອນ​ພຣະເຢຊູເຈົ້າ​ໃຫ້​ຊົງ​ໂຜດ​ຮັກສາ​ນາງ.</verse>
				<verse number="39">ພຣະອົງ​ມາ​ຢືນ​ຢູ່​ຂ້າງ​ນາງ ແລະ​ສັ່ງ​ໄຂ້​ນັ້ນ​ໃຫ້​ໜີໄປ, ໄຂ້​ກໍ​ຫາຍ​ໜີໄປ​ຈາກ​ນາງ ແລະ​ທັນໃດນັ້ນ ນາງ​ກໍ​ລຸກ​ຂຶ້ນ​ບົວລະບັດ​ຮັບໃຊ້​ພຣະອົງ​ກັບ​ພວກ​ສາວົກ.</verse>
				<verse number="40">ພໍ​ຕາເວັນ​ຕົກ​ດິນ ຜູ້​ທີ່​ມີ​ໝູ່ເພື່ອນ​ບໍ່​ສະບາຍ​ຍ້ອນ​ພະຍາດ​ໂຣຄາ​ຕ່າງໆ ກໍໄດ້​ນຳ​ຄົນ​ເຫຼົ່ານັ້ນ​ມາ​ຫາ​ພຣະເຢຊູເຈົ້າ ພຣະອົງ​ວາງ​ມື​ໃສ່​ເທິງ​ພວກເຂົາ​ທຸກຄົນ ແລະ​ຊົງ​ໂຜດ​ໃຫ້​ພວກເຂົາ​ຫາຍ​ດີ.</verse>
				<verse number="41">ບັນດາ​ຜີມານຮ້າຍ​ກໍ​ອອກ​ໄປ​ຈາກ​ຫລາຍ​ຄົນ​ໂດຍ​ຮ້ອງ​ແຜດ​ສຽງ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.” ແຕ່​ພຣະເຢຊູເຈົ້າ​ຫ້າມ​ເດັດຂາດ​ບໍ່​ໃຫ້​ພວກ​ມັນ​ເວົ້າ​ອີກ​ຕໍ່ໄປ ເພາະ​ພວກ​ມັນ​ຮູ້​ດີ​ວ່າ ພຣະອົງ​ເປັນ​ພຣະຄຣິດ.</verse>
				<verse number="42">ພໍ​ຮຸ່ງ​ເຊົ້າ​ມາ ພຣະເຢຊູເຈົ້າ​ກໍ​ຈາກ​ເມືອງ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ທີ່​ງຽບ​ສະຫງັດ ຝ່າຍ​ປະຊາຊົນ​ຕ່າງ​ກໍ​ຊອກ​ຫາ​ພຣະອົງ ແລະ​ເມື່ອ​ພົບ​ພຣະອົງ​ແລ້ວ ພວກເຂົາ​ກໍ​ໜ່ວງໜ່ຽວ​ພຣະອົງ​ໄວ້​ບໍ່​ໃຫ້​ຈາກ​ພວກເຂົາ​ໄປ.</verse>
				<verse number="43">ແຕ່​ພຣະອົງ​ກ່າວ​ແກ່​ພວກເຂົາ​ວ່າ, “ເຮົາ​ຕ້ອງ​ປະກາດ​ຂ່າວປະເສີດ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ​ໃນ​ເມືອງ​ອື່ນ​ເໝືອນກັນ ທີ່​ພຣະເຈົ້າ​ຊົງ​ໃຊ້​ເຮົາ​ມາ ກໍ​ເພາະ​ພາລະກິດ​ນີ້​ແຫຼະ.”</verse>
				<verse number="44">ແລ້ວ​ພຣະອົງ​ໄດ້​ເທດສະໜາ​ປ່າວ​ປະກາດ ຕາມ​ທຳມະສາລາ​ຕ່າງໆ​ໃນ​ແຂວງ​ຢູດາຍ.</verse>
			</chapter>
			<chapter number="5">
				<verse number="1">ວັນ​ໜຶ່ງ ຂະນະທີ່​ພຣະເຢຊູເຈົ້າ​ຢືນ​ຢູ່​ທີ່​ແຄມ​ທະເລສາບ​ເຄັນເນຊາເຣັດ ປະຊາຊົນ​ກໍ​ບຸບຽດ​ກັນ​ເຂົ້າ​ມາ​ຫາ​ພຣະອົງ ເພື່ອ​ຟັງ​ພຣະທຳ​ຂອງ​ພຣະເຈົ້າ.</verse>
				<verse number="2">ພຣະອົງ​ຫລຽວ​ເຫັນ​ເຮືອ​ສອງ​ລຳ​ຈອດ​ໄວ້​ຢູ່​ແຄມ​ຝັ່ງ ຄົນ​ຫາປາ​ໄດ້​ອອກ​ໄປ​ຈາກ​ເຮືອ​ນັ້ນ ແລ້ວ​ພວກເຂົາ​ກຳລັງ​ລ້າງ​ມອງ​ຢູ່.</verse>
				<verse number="3">ພຣະເຢຊູເຈົ້າ​ຈຶ່ງ​ເຂົ້າ​ໄປ​ໃນ​ເຮືອ​ລຳ​ໜຶ່ງ ຊຶ່ງ​ເປັນ​ຂອງ​ຊີໂມນ ແລະ​ບອກ​ໃຫ້​ເພິ່ນ​ຖອຍ​ເຮືອ​ອອກ​ຫ່າງ​ຈາກ​ຝັ່ງ​ໜ້ອຍ​ໜຶ່ງ ແລ້ວ​ພຣະອົງ​ກໍ​ນັ່ງ​ລົງ​ໃນ​ເຮືອ ແລະ​ສັ່ງສອນ​ປະຊາຊົນ.</verse>
				<verse number="4">ເມື່ອ​ພຣະອົງ​ສັ່ງສອນ​ຈົບ​ແລ້ວ ຈຶ່ງ​ກ່າວ​ແກ່​ຊີໂມນ​ວ່າ, “ຈົ່ງ​ຖອຍ​ເຮືອ​ອອກ​ໄປ​ສູ່​ບ່ອນ​ນໍ້າ​ເລິກ ແລະ​ຢ່ອນ​ມອງ​ຂອງ​ພວກເຈົ້າ​ລົງ​ຈັບ​ປາ.”</verse>
				<verse number="5">ຊີໂມນ​ຕອບ​ວ່າ, “ພຣະອາຈານ​ເອີຍ ພວກ​ຂ້ານ້ອຍ​ໄດ້​ຫາ​ຕະຫລອດ​ຄືນ ຈົນ​ອິດເມື່ອຍ ແລະ​ບໍ່ໄດ້​ຫຍັງ​ເລີຍ, ແຕ່​ເພື່ອ​ເຫັນແກ່​ທ່ານ​ບອກ ຂ້ານ້ອຍ​ກໍ​ຈະ​ຢ່ອນ​ມອງ​ລົງ​ຕາມ​ຄຳ​ຂອງ​ນາຍ.”</verse>
				<verse number="6">ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ໄດ້​ຢ່ອນ​ມອງ​ລົງ ແລະ​ຖືກ​ປາ​ຈຳນວນ​ຫລວງຫລາຍ ຈົນ​ມອງ​ຂອງ​ພວກເພິ່ນ​ກຳລັງ​ຈະ​ຂາດ.</verse>
				<verse number="7">ພວກເພິ່ນ​ກວັກ​ມື​ເອົາ​ໝູ່ ທີ່​ຢູ່​ເຮືອ​ລຳ​ອື່ນ​ໃຫ້​ມາ​ຊ່ວຍ ພວກເຂົາ​ຈຶ່ງ​ມາ​ຊ່ວຍ ແລະ​ໄດ້​ປາ​ເຕັມ​ເຮືອ​ທັງສອງ​ລຳ ຈົນ​ເຮືອ​ແຊມ​ເກືອບ​ຫລົ້ມ.</verse>
				<verse number="8">ເມື່ອ​ຊີໂມນ​ເປໂຕ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ແລ້ວ ເພິ່ນ​ກໍ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ກ່າວ​ວ່າ, “ພຣະອົງເຈົ້າ​ເອີຍ, ຂໍ​ໄປ​ໃຫ້​ຫ່າງ​ຈາກ​ຂ້ານ້ອຍ​ທ້ອນ ເພາະ​ຂ້ານ້ອຍ​ເປັນ​ຄົນ​ບາບ.”</verse>
				<verse number="9">ເປໂຕ​ກັບ​ໝູ່​ເພື່ອນ​ຄົນອື່ນໆ​ຂອງ​ເພິ່ນ ທີ່​ຢູ່​ນຳ​ກັນ​ໄດ້​ງຶດ​ປະຫລາດ​ໃຈ ທີ່​ພວກເພິ່ນ​ຈັບ​ປາ​ໄດ້​ຢ່າງ​ຫລວງຫລາຍ​ເຊັ່ນ​ນີ້.</verse>
				<verse number="10">ຢາໂກໂບ ແລະ ໂຢຮັນ​ລູກຊາຍ​ຂອງ​ເຊເບດາຍ ຜູ້​ຮ່ວມ​ງານ​ຂອງ​ຊີໂມນ ກໍ​ປະຫລາດ​ໃຈ​ເໝືອນກັນ ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ຊີໂມນ​ວ່າ, “ຢ່າ​ສູ່​ຢ້ານ ຕັ້ງແຕ່​ນີ້​ໄປ ເຈົ້າ​ຈະ​ເປັນ​ຜູ້​ຫາ​ຄົນ.”</verse>
				<verse number="11">ເມື່ອ​ພວກເພິ່ນ​ນຳ​ເຮືອ​ມາ​ເຖິງ​ແຄມ​ຝັ່ງ​ແລ້ວ ພວກເພິ່ນ​ກໍໄດ້​ສະຫລະ​ທຸກສິ່ງ ແລະ​ຕິດຕາມ​ພຣະເຢຊູເຈົ້າ​ໄປ.</verse>
				<verse number="12">ເມື່ອ​ພຣະເຢຊູເຈົ້າ​ຢູ່​ໃນ​ເມືອງ​ໜຶ່ງ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ເປັນ​ພະຍາດ​ຂີ້ທູດ​ເຕັມ​ຕົວ ເມື່ອ​ເຫັນ​ພຣະເຢຊູເຈົ້າ ລາວ​ຈຶ່ງ​ກົ້ມ​ຂາບລົງ​ຕໍ່ໜ້າ​ພຣະອົງ ແລະ​ອ້ອນວອນ​ຂໍ​ວ່າ, “ພຣະອົງເຈົ້າ​ເອີຍ ຖ້າ​ທ່ານ​ພໍໃຈ ກໍ​ສາມາດ​ເຮັດ​ໃຫ້​ຂ້ານ້ອຍ​ດີ​ສະອາດ​ໄດ້.”</verse>
				<verse number="13">ພຣະເຢຊູເຈົ້າ​ເດ່​ມື​ອອກ​ແຕະຕ້ອງ​ລາວ ແລະ​ກ່າວ​ວ່າ, “ເຮົາ​ພໍໃຈ​ແລ້ວ ຈົ່ງ​ດີ​ສະອາດ​ສາ” ໃນ​ທັນໃດນັ້ນ ພະຍາດ​ຂີ້ທູດ​ກໍ​ຫາຍ​ໄປ​ຈາກ​ຊາຍ​ຄົນ​ນັ້ນ.</verse>
				<verse number="14">ແລ້ວ​ພຣະເຢຊູເຈົ້າ ກໍ​ສັ່ງ​ລາວ​ວ່າ, “ຢ່າ​ເວົ້າ​ເລື່ອງ​ນີ້​ສູ່​ຜູ້ໃດ​ຟັງ ແຕ່​ຈົ່ງ​ໄປ​ສະແດງ​ຕົວ​ຕໍ່​ປະໂຣຫິດ ໃຫ້​ເພິ່ນ​ກວດເບິ່ງ​ເຈົ້າ ແລະ​ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້ ເພື່ອ​ພິສູດ​ໃຫ້​ທຸກຄົນ​ເຫັນ​ວ່າ ເຈົ້າ​ດີ​ສະອາດ​ແລ້ວ.”</verse>
				<verse number="15">ແຕ່​ຊື່ສຽງ​ຂອງ​ພຣະເຢຊູເຈົ້າ ກໍໄດ້​ຊ່າລື​ໄປ​ອີກ​ທົ່ວ​ທຸກ​ແຫ່ງ ແລະ​ປະຊາຊົນ​ກໍ​ມາ​ເຕົ້າໂຮມ​ກັນ ເພື່ອ​ຟັງ​ພຣະອົງ ແລະ​ຮັບ​ການ​ຊົງ​ໂຜດ​ຮັກສາ​ພະຍາດ​ໂຣຄາ​ຕ່າງໆ​ຂອງ​ພວກ​ຕົນ​ໃຫ້​ຫາຍ​ດີ.</verse>
				<verse number="16">ແຕ່​ພຣະອົງ​ໄດ້​ໜີໄປ​ສະຖານທີ່​ປ່ຽວ ແລະ​ພາວັນນາ​ອະທິຖານ.</verse>
				<verse number="17">ວັນ​ໜຶ່ງ ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່ ພວກ​ຟາຣີຊາຍ​ແລະ​ພວກ​ທຳມະຈານ​ບາງຄົນ ກໍ​ນັ່ງ​ຢູ່​ໃນ​ທີ່ນັ້ນ​ດ້ວຍ ພວກເຂົາ​ມາ​ແຕ່​ທຸກ​ບ້ານ​ຈາກ​ແຂວງ​ຄາລີເລ, ຈາກ​ແຂວງ​ຢູດາຍ ແລະ​ຈາກ​ນະຄອນ​ເຢຣູຊາເລັມ. ຣິດເດດ​ອຳນາດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ສະຖິດ​ຢູ່​ກັບ​ພຣະອົງ ເພື່ອ​ໂຜດ​ຄົນ​ເຈັບໄຂ້​ໄດ້ປ່ວຍ​ໃຫ້​ດີ​ພະຍາດ.</verse>
				<verse number="18">ແລ້ວ​ກໍ​ມີ​ບາງຄົນ​ຫາມ​ຄົນເປ້ຍ​ຜູ້ໜຶ່ງ ນອນ​ຢູ່​ເທິງ​ບ່ອນ​ນອນ​ມາ ແລະ​ຊອກ​ຫາ​ທາງ​ນຳ​ລາວ​ເຂົ້າ​ໄປ​ໃນ​ເຮືອນ ເພື່ອ​ວາງ​ລາວ​ຕໍ່ໜ້າ​ພຣະເຢຊູເຈົ້າ.</verse>
				<verse number="19">ເມື່ອ​ຫາ​ທາງ​ເຂົ້າ​ບໍ່ໄດ້​ເພາະ​ມີ​ຄົນ​ຫລາຍ ພວກເຂົາ​ຈຶ່ງ​ຂຶ້ນ​ໄປ​ທີ່​ເທິງ​ຫລັງຄາ​ເຮືອນ ແລະ​ຢ່ອນ​ຄົນເປ້ຍ​ກັບ​ທັງ​ບ່ອນ​ນອນ ລົງ​ຕາມ​ປ່ອງ​ດິນ​ຂໍ​ຕໍ່ໜ້າ​ພຣະເຢຊູເຈົ້າ ທ່າມກາງ​ປະຊາຊົນ.</verse>
				<verse number="20">ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຄວາມເຊື່ອ​ຂອງ​ພວກເຂົາ ພຣະອົງ​ຈຶ່ງ​ກ່າວ​ແກ່​ຄົນເປ້ຍ​ນັ້ນ​ວ່າ, “ຊາຍ​ເອີຍ ບາບກຳ​ທັງຫລາຍ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ.”</verse>
				<verse number="21">ພວກ​ທຳມະຈານ​ກັບ​ພວກ​ຟາຣີຊາຍ ຈຶ່ງ​ເລີ່ມ​ຄິດ​ວ່າ, “ຄົນ​ນີ້​ແມ່ນ​ຜູ້ໃດ ທີ່​ກຳລັງ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ? ມີ​ແຕ່​ພຣະເຈົ້າ​ເທົ່ານັ້ນ​ທີ່​ອະໄພ​ບາບກຳ​ໄດ້.”</verse>
				<verse number="22">ພຣະເຢຊູເຈົ້າ​ຮູ້​ຄວາມ​ຄິດ​ຂອງ​ພວກເຂົາ ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ເຊັ່ນນັ້ນ</verse>
				<verse number="23">ອັນໃດ​ງ່າຍ​ກວ່າ ທີ່​ຈະ​ເວົ້າ​ວ່າ, ‘ບາບກຳ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ’ ຫລື​ຈະ​ເວົ້າ​ວ່າ, ‘ຈົ່ງ​ລຸກ​ຂຶ້ນ ແລະ​ຍ່າງ​ໄປ’</verse>
				<verse number="24">ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ເຫັນ​ວ່າ ບຸດ​ມະນຸດ​ມີ​ສິດ​ອຳນາດ​ເທິງ​ແຜ່ນດິນ​ໂລກ ໃຫ້​ອະໄພ​ບາບກຳ​ຂອງ​ມະນຸດ​ໄດ້.” ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ຄົນເປ້ຍ​ວ່າ, “ເຮົາ​ສັ່ງ​ເຈົ້າ​ໃຫ້​ລຸກ​ຂຶ້ນ ຍົກ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ ແລະ​ເມືອ​ເຮືອນ​ສາ.”</verse>
				<verse number="25">ໃນ​ທັນໃດນັ້ນ ຄົນເປ້ຍ​ກໍ​ລຸກ​ຂຶ້ນ​ຕໍ່ໜ້າ​ພວກເຂົາ​ທຸກຄົນ ຍົກ​ເອົາ​ບ່ອນ​ນອນ​ຂອງຕົນ ແລະ​ກັບ​ເມືອ​ເຮືອນ​ພ້ອມ​ທັງ​ສັນລະເສີນ​ພຣະເຈົ້າ.</verse>
				<verse number="26">ພວກເຂົາ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ​ຫລາຍ​ທີ່ສຸດ ແລະ​ກ່າວ​ສັນລະເສີນ​ພຣະເຈົ້າ. ດ້ວຍ​ຄວາມ​ຢ້ານ​ຢ່າງ​ເຕັມທີ່​ຢູ່​ນັ້ນ ພວກເຂົາ​ກໍ​ເວົ້າ​ວ່າ, “ວັນ​ນີ້ ພວກເຮົາ​ໄດ້​ເຫັນ​ສິ່ງ​ທີ່​ເຫລືອເຊື່ອ.”</verse>
				<verse number="27">ຫລັງຈາກ​ເຫດການ​ນີ້​ແລ້ວ, ພຣະເຢຊູເຈົ້າ​ກໍ​ອອກ​ໄປ ແລະ ເຫັນ​ຄົນເກັບພາສີ​ຜູ້ໜຶ່ງ​ຊື່​ວ່າ ເລວີ, ນັ່ງ​ຢູ່​ທີ່​ດ່ານ​ພາສີ ພຣະເຢຊູເຈົ້າ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.”</verse>
				<verse number="28">ຝ່າຍ​ເລວີ​ກໍ​ສະຫລະ​ໝົດ​ທຸກສິ່ງ ລຸກ​ຂຶ້ນ ແລະ​ຕາມ​ພຣະອົງ​ໄປ.</verse>
				<verse number="29">ແລ້ວ​ເລວີ​ກໍໄດ້​ຈັດ​ງານກິນລ້ຽງ​ອັນ​ໃຫຍ່​ຂຶ້ນ ໃນ​ເຮືອນ​ຂອງຕົນ​ເພື່ອ​ເປັນ​ກຽດ​ແກ່​ພຣະເຢຊູເຈົ້າ ແລະ​ມີ​ຄົນເກັບພາສີ​ກັບ​ຄົນອື່ນ​ອີກ ຈຳນວນ​ຫລວງຫລາຍ​ມາ​ຮ່ວມ​ນຳ​ດ້ວຍ.</verse>
				<verse number="30">ພວກ​ຟາຣີຊາຍ​ກັບ​ພວກ​ທຳມະຈານ ຜູ້​ທີ່​ເປັນ​ຝ່າຍ​ຂອງ​ພວກເຂົາ ໄດ້​ຈົ່ມ​ຕຳໜິ​ຕໍ່​ພວກ​ສາວົກ​ຂອງ​ພຣະເຢຊູເຈົ້າ, ພວກເຂົາ​ຖາມ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກິນ​ແລະ​ດື່ມ​ກັບ​ຄົນ​ເກັບພາສີ ແລະ​ຄົນ​ນອກສິນທຳ?”</verse>
				<verse number="31">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ຄົນ​ທີ່​ມີ​ສຸຂະພາບ​ດີ​ບໍ່​ຕ້ອງການ​ໝໍ ມີ​ແຕ່​ຄົນ​ເຈັບ​ປ່ວຍ​ເທົ່ານັ້ນ​ທີ່​ຕ້ອງການ​ໝໍ.</verse>
				<verse number="32">ເຮົາ​ບໍ່ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນ​ສິນທຳ, ແຕ່​ມາ​ເອີ້ນ​ເອົາ​ຄົນ​ນອກສິນທຳ​ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່.”</verse>
				<verse number="33">ແລ້ວ​ບາງຄົນ​ກໍ​ເວົ້າ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ພວກ​ສິດ​ຂອງ​ໂຢຮັນ​ຖືສິນ​ອົດອາຫານ​ຢູ່​ເລື້ອຍ ແລະ​ເຮັດ​ພິທີ​ພາວັນນາ​ອະທິຖານ ແລະ​ສິດ​ຂອງ​ພວກ​ຟາຣີຊາຍ​ກໍ​ເຮັດ​ເໝືອນກັນ ສ່ວນ​ສາວົກ​ຂອງທ່ານ​ແລ້ວ​ພັດ​ກິນ​ແລະ​ດື່ມ.”</verse>
				<verse number="34">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຄິດ​ວ່າ ຈະ​ໃຫ້​ບັນດາ​ເພື່ອນ​ຂອງ​ເຈົ້າບ່າວ​ຕ້ອງ​ອົດ​ອາຫານ​ຢູ່​ບໍ? ໃນ​ເມື່ອ​ເຈົ້າບ່າວ​ຍັງ​ຢູ່​ກັບ​ພວກເຂົາ?</verse>
				<verse number="35">ແຕ່​ຈະ​ມີ​ວັນ​ໜຶ່ງ​ມາ​ເຖິງ ເມື່ອ​ເຈົ້າບ່າວ​ຈະ​ຕ້ອງ​ພາກ​ຈາກ​ພວກເຂົາ​ໄປ ເມື່ອນັ້ນ​ແຫຼະ ພວກເຂົາ​ຈະ​ຖືສິນ​ອົດອາຫານ.”</verse>
				<verse number="36">ແລ້ວ​ພຣະອົງ​ຍັງ​ໄດ້​ກ່າວ​ຄຳອຸປະມາ​ນີ້​ສູ່​ພວກເຂົາ​ຟັງ​ວ່າ, “ບໍ່ມີ​ຜູ້ໃດ​ດອກ ທີ່​ຈີກ​ເສື້ອຜ້າ​ໃໝ່ ເພື່ອ​ໃຊ້​ຕາບ​ເສື້ອຜ້າ​ເກົ່າ ຖ້າ​ເຮັດ​ດັ່ງນັ້ນ ກໍ​ຈະ​ເຮັດ​ໃຫ້​ເສື້ອຜ້າ​ໃໝ່​ຂາດ​ເສຍ​ໄປ ແລະ​ຜ້າ​ຕ່ອນ​ໃໝ່​ກໍ​ຈະ​ບໍ່​ສົມ​ກັບ​ເສື້ອ​ເກົ່າ.</verse>
				<verse number="37">ບໍ່ມີ​ຜູ້ໃດ​ດອກ ທີ່​ເອົາ​ນໍ້າ​ອະງຸ່ນ ໃໝ່​ໃສ່​ຖົງ​ໜັງ​ເກົ່າ, ເພາະ​ນໍ້າ​ອະງຸ່ນ​ໃໝ່​ຈະ​ເຮັດ​ໃຫ້​ຖົງ​ໜັງ​ຂາດ, ນໍ້າ​ອະງຸ່ນ​ຈະ​ໄຫລ​ອອກ ແລະ​ຖົງ​ໜັງ​ກໍ​ຈະ​ເສຍ​ໄປ​ເໝືອນກັນ.</verse>
				<verse number="38">ແຕ່​ນໍ້າ​ອະງຸ່ນ​ໃໝ່​ຕ້ອງ​ໃສ່​ໄວ້​ໃນ​ຖົງ​ໜັງ​ໃໝ່</verse>
				<verse number="39">ແລະ​ບໍ່ມີ​ຜູ້ໃດ​ດອກ ທີ່​ຢາກ​ຈະ​ໄດ້​ນໍ້າ​ອະງຸ່ນ​ໃໝ່ ຫລັງຈາກ​ດື່ມ​ນໍ້າ​ອະງຸ່ນ​ເກົ່າ​ແລ້ວ ເພິ່ນ​ຍ່ອມ​ເວົ້າ​ວ່າ, ‘ອັນ​ເກົ່າ​ນັ້ນ​ແຫຼະ ດີກວ່າ.”’</verse>
			</chapter>
			<chapter number="6">
				<verse number="1">ວັນ​ໜຶ່ງ ໃນ​ວັນ​ຊະບາໂຕ ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ຜ່ານ​ທົ່ງນາ ພວກ​ສາວົກ​ຂອງ​ພຣະອົງ​ໄດ້​ເດັດ​ເອົາ​ຮວງເຂົ້າ ແລະ​ເກັດ​ກິນ.</verse>
				<verse number="2">ພວກ​ຟາຣີຊາຍ​ບາງຄົນ​ຈຶ່ງ​ເວົ້າ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ໃນ​ສິ່ງ​ທີ່​ກົດບັນຍັດ​ຂອງ​ພວກເຮົາ​ບໍ່​ອະນຸຍາດ​ໃຫ້​ເຮັດ​ໃນ​ວັນ​ຊະບາໂຕ?”</verse>
				<verse number="3">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່ໄດ້​ອ່ານ​ບໍ​ກ່ຽວກັບ​ສິ່ງ​ທີ່​ດາວິດ​ໄດ້​ເຮັດ​ເມື່ອ​ລາວ ແລະ​ຄົນ​ຂອງຕົນ​ຫິວ​ເຂົ້າ?</verse>
				<verse number="4">ຄື​ລາວ​ໄດ້​ເຂົ້າ​ໄປ​ໃນ​ທີ່​ສະຖິດ​ຂອງ​ພຣະເຈົ້າ ເອົາ​ເຂົ້າຈີ່​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ​ມາ​ກິນ ແລະ​ຍັງ​ແບ່ງປັນ​ໃຫ້​ພັກພວກ​ຂອງຕົນ​ກິນ​ດ້ວຍ, ຊຶ່ງ​ກົດບັນຍັດ​ຫ້າມ​ບໍ່​ໃຫ້​ຜູ້ໃດ​ກິນ​ເຂົ້າຈີ່​ນີ້ ນອກຈາກ​ປະໂຣຫິດ​ເທົ່ານັ້ນ.”</verse>
				<verse number="5">ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ບອກ​ພວກເຂົາ​ວ່າ, “ບຸດ​ມະນຸດ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ວັນ​ຊະບາໂຕ.”</verse>
				<verse number="6">ໃນ​ວັນ​ຊະບາໂຕ​ອີກ​ວັນ​ໜຶ່ງ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ​ສັ່ງສອນ​ໃນ​ທີ່ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ທີ່​ມື​ເບື້ອງ​ຂວາ​ລີບ.</verse>
				<verse number="7">ພວກ​ທຳມະຈານ​ກັບ​ພວກ​ຟາຣີຊາຍ​ບາງຄົນ ຢາກ​ຫາ​ຂໍ້​ຟ້ອງ​ພຣະເຢຊູເຈົ້າ​ວ່າ ເຮັດ​ຜິດ ພວກເຂົາ​ຈຶ່ງ​ຊອມ​ເບິ່ງ​ວ່າ ພຣະອົງ​ຈະ​ໂຜດ​ຮັກສາ​ຄົນ​ໃຫ້​ດີ​ພະຍາດ​ໃນ​ວັນ​ຊະບາໂຕ​ຫລື​ບໍ່.</verse>
				<verse number="8">ແຕ່​ພຣະເຢຊູເຈົ້າ ຮູ້ຈັກ​ຄວາມ​ຄິດ​ຂອງ​ພວກເຂົາ ຈຶ່ງ​ກ່າວ​ແກ່​ຊາຍ​ມື​ລີບ​ນັ້ນ​ວ່າ, “ຈົ່ງ​ຢືນ​ຂຶ້ນ ແລະ​ມາ​ທາງ​ໜ້າ​ພີ້.” ຊາຍ​ຄົນ​ນັ້ນ​ຈຶ່ງ​ລຸກ​ຂຶ້ນ ແລະ​ໄປ​ຢືນ​ໃນ​ທີ່ນັ້ນ.</verse>
				<verse number="9">ແລ້ວ​ພຣະເຢຊູເຈົ້າ ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ເຮົາ​ຂໍ​ຖາມ​ພວກເຈົ້າ​ວ່າ, ‘ກົດ​ວັນ​ຊະບາໂຕ​ຂອງ​ພວກເຮົາ​ອະນຸຍາດ​ໃຫ້​ພວກເຮົາ​ເຮັດ​ດີ ຫລື​ເຮັດ​ຊົ່ວ? ໃຫ້​ຊ່ວຍ​ຊີວິດ​ໄວ້ ຫລື​ໃຫ້​ທຳລາຍ​ຊີວິດ​ຖິ້ມ?”’</verse>
				<verse number="10">ພຣະອົງ​ຫລຽວ​ເບິ່ງ​ໜ້າ​ພວກເຂົາ​ທຸກຄົນ​ແລ້ວ​ກ່າວ ແກ່​ຊາຍ​ມື​ລີບ​ວ່າ, “ຈົ່ງ​ຢຽດ​ມື​ເຈົ້າ​ອອກ” ຊາຍ​ມື​ລີບ​ຢຽດ​ມື​ຂອງຕົນ​ອອກ ແລະ​ມື​ຂອງ​ລາວ​ກໍດີ​ເປັນ​ປົກກະຕິ.</verse>
				<verse number="11">ຝ່າຍ​ຄົນ​ເຫຼົ່ານັ້ນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຄຽດແຄ້ນ ແລະ​ໄດ້​ປຶກສາ​ກັນ​ວ່າ​ຈະ​ເຮັດ​ຢ່າງ​ໃດ​ກັບ​ພຣະເຢຊູເຈົ້າ.</verse>
				<verse number="12">ໃນ​ເວລາ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູ​ໜ່ວຍ​ໜຶ່ງ ເພື່ອ​ພາວັນນາ​ອະທິຖານ ແລະ​ໃຊ້​ເວລາ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ຢູ່​ທີ່​ນັ້ນ​ຕະຫລອດ​ຄືນ.</verse>
				<verse number="13">ຄັນ​ຮຸ່ງ​ເຊົ້າ​ແລ້ວ, ພຣະອົງ​ໄດ້​ເອີ້ນ​ບັນດາ​ສາວົກ​ມາ​ຫາ​ພຣະອົງ ແລະ​ໃນ​ພວກເຂົາ​ພຣະອົງ​ເລືອກ​ເອົາ​ສິບສອງ​ຄົນ ແລ້ວ​ພຣະອົງ​ຊົງ​ຕັ້ງ​ຊື່​ໃຫ້​ວ່າ ອັກຄະສາວົກ.</verse>
				<verse number="14">ຄື​ຊີໂມນ (ທີ່​ພຣະອົງ​ຕັ້ງ​ຊື່​ໃຫ້​ວ່າ, “ເປໂຕ”) ແລະ ອັນເດອາ​ນ້ອງຊາຍ​ຂອງຕົນ, ຢາໂກໂບ ແລະ ໂຢຮັນ, ຟີລິບ ແລະ ບາຣະໂທໂລມາຍ,</verse>
				<verse number="15">ມັດທາຍ ແລະ ໂທມາ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ (ຜູ້​ທີ່​ເອີ້ນ​ກັນ​ວ່າ, “ເຊໂລເຕ”)</verse>
				<verse number="16">ຢູດາ​ລູກຊາຍ​ຂອງ​ຢາໂກໂບ ແລະ ຢູດາ​ອິດສະກາຣີອົດ​ຜູ້​ທີ່​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ.</verse>
				<verse number="17">ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ​ລົງ​ມາ​ແຕ່​ພູ​ແລ້ວ ກໍ​ຢຸດ​ຢືນ​ຢູ່​ທີ່​ຮາບພຽງ​ແຫ່ງ​ໜຶ່ງ ໃນ​ບ່ອນ​ນັ້ນ ມີ​ລູກສິດ​ຂອງ​ພຣະອົງ​ຫລາຍ​ຄົນ​ພ້ອມ​ດ້ວຍ​ປະຊາຊົນ​ຈຳນວນ​ຫລວງຫລາຍ ທີ່​ມາ​ຈາກ​ທົ່ວ​ທັງ​ແຂວງ​ຢູດາຍ ຈາກ​ນະຄອນ​ເຢຣູຊາເລັມ ແລະ​ຈາກ​ຝັ່ງ​ທະເລ​ຂອງ​ເມືອງ​ຕີເຣ​ກັບ​ເມືອງ​ຊີໂດນ,</verse>
				<verse number="18">ພວກເຂົາ​ມາ​ເພື່ອ​ຟັງ​ພຣະອົງ ແລະ​ເພື່ອ​ໃຫ້​ພຣະອົງ​ຊົງ​ໂຜດ​ຮັກສາ​ໃຫ້​ດີ​ພະຍາດ​ໂຣຄາ​ຂອງ​ພວກເຂົາ ແລະ​ບັນດາ​ຜູ້​ທີ່​ຖືກ​ຜີຊົ່ວຮ້າຍ​ລົບກວນ ກໍ​ຊົງ​ໂຜດ​ໃຫ້​ດີ​ເໝືອນກັນ</verse>
				<verse number="19">ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພະຍາຍາມ​ແຕະຕ້ອງ​ພຣະອົງ ເພາະ​ຣິດອຳນາດ​ອອກ​ຈາກ​ພຣະອົງ ແລະ​ຊົງ​ໂຜດ​ຮັກສາ​ພະຍາດ​ໂຣຄາ​ຂອງ​ພວກເຂົາ​ທຸກຄົນ​ໃຫ້​ຫາຍ​ດີ.</verse>
				<verse number="20">ເມື່ອ​ພຣະເຢຊູເຈົ້າ​ແນມ​ເບິ່ງ​ພວກ​ສາວົກ​ຂອງ​ພຣະອົງ​ແລ້ວ ກໍ​ກ່າວ​ວ່າ, “ພວກເຈົ້າ​ທີ່​ຍາກຈົນ​ກໍ​ເປັນ​ສຸກ, ເພາະ​ອານາຈັກ​ຂອງ​ພຣະເຈົ້າ​ ເປັນ​ຂອງ​ພວກເຈົ້າ</verse>
				<verse number="21">ພວກເຈົ້າ​ທີ່​ອຶດຢາກ​ດຽວ​ນີ້ ກໍ​ເປັນ​ສຸກ, ເພາະວ່າ ພຣະເຈົ້າ​ຈະ​ຊົງ​ໂຜດ​ ໃຫ້​ພວກເຈົ້າ​ອີ່ມ​ເຕັມ ພວກເຈົ້າ​ທີ່​ຮ້ອງ​ໄຫ້​ດຽວ​ນີ້​ກໍ​ເປັນ​ສຸກ, ເພາະວ່າ ພວກເຈົ້າ​ຈະ​ໄດ້​ຫົວ.”</verse>
				<verse number="22">“ພວກເຈົ້າ​ກໍ​ເປັນ​ສຸກຫຼາຍ ເມື່ອ​ຄົນ​ທັງຫລາຍ​ກຽດຊັງ​ພວກເຈົ້າ, ຂັບໄລ່​ພວກເຈົ້າ​ໃຫ້​ໜີໄປ, ຕິຕຽນ​ນິນທາ​ພວກເຈົ້າ ແລະ​ປະຕິເສດ​ຊື່​ຂອງ​ພວກເຈົ້າ​ວ່າ​ຊົ່ວ ເພາະ​ພວກເຈົ້າ​ເຫັນ​ແກ່​ບຸດ​ມະນຸດ.</verse>
				<verse number="23">ໃນ​ວັນ​ນັ້ນ ພວກເຈົ້າ​ຈົ່ງ​ຊົມຊື່ນ​ຍິນດີ ແລະ​ຈົ່ງ​ຕື່ນ​ເຕັ້ນ​ດ້ວຍ​ຄວາມ​ຍິນດີ ເພາະ​ເບິ່ງແມ! ບຳເໜັດ​ຂອງ​ພວກເຈົ້າ​ມີ​ບໍຣິບູນ​ຢູ່​ໃນ​ສະຫວັນ ເພາະວ່າ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດ​ຢ່າງ​ນັ້ນ ແກ່​ຜູ້​ປະກາດ​ພຣະທຳ​ເໝືອນກັນ.”</verse>
				<verse number="24">“ແຕ່​ວິບັດ​ມີ​ແກ່​ພວກເຈົ້າ ຜູ້​ເປັນ​ຄົນ​ຮັ່ງມີ, ເພາະ​ພວກເຈົ້າ​ມີ​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ</verse>
				<verse number="25">ວິບັດ​ມີ​ແກ່​ພວກເຈົ້າ ທີ່​ອີ່ມ​ເຕັມ​ດຽວ​ນີ້ ເພາະວ່າ​ພວກເຈົ້າ​ຈະ​ອຶດຢາກ ວິບັດ​ມີ​ແກ່​ພວກເຈົ້າ ທີ່​ກຳລັງ​ຫົວ​ ຢູ່​ດຽວ​ນີ້ ເພາະ​ພວກເຈົ້າ​ຈະ​ທຸກໂສກ​ ແລະ​ຮ້ອງ​ໄຫ້.”</verse>
				<verse number="26">“ວິບັດ​ມີ​ແກ່​ພວກເຈົ້າ ເມື່ອ​ມີ​ຄົນ​ຍ້ອງຍໍ​ວ່າ​ພວກເຈົ້າ​ດີ ເພາະ​ບັນພະບຸລຸດ​ຂອງ​ພວກເຂົາ​ກໍໄດ້​ເວົ້າ​ຢ່າງ​ດຽວກັນ​ນີ້​ແຫຼະ ແກ່​ພວກ​ຜູ້​ປະກາດ​ພຣະທຳ​ປອມ.”</verse>
				<verse number="27">“ແຕ່​ເຮົາ​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ທີ່​ໄດ້​ຟັງ​ເຮົາ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ ຈົ່ງ​ເຮັດ​ດີ​ແກ່​ຜູ້​ທີ່​ກຽດຊັງ​ພວກເຈົ້າ,</verse>
				<verse number="28">ຈົ່ງ​ອວຍພອນ​ຄົນ​ທີ່​ປ້ອຍດ່າ​ພວກເຈົ້າ ແລະ​ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ຄົນ​ທີ່​ຂົ່ມເຫັງ​ພວກເຈົ້າ.</verse>
				<verse number="29">ຖ້າ​ຜູ້ໃດ​ຕົບ​ແກ້ມ​ເຈົ້າ​ເບື້ອງ​ໜຶ່ງ ຈົ່ງ​ປິ່ນ​ໃຫ້​ລາວ​ຕົບ​ອີກ​ເບື້ອງ​ໜຶ່ງ ຖ້າ​ຜູ້ໃດ​ຍາດ​ເອົາ​ເສື້ອ​ຊັ້ນນອກ​ຂອງ​ເຈົ້າ​ໄປ ຖ້າ​ເຂົາ​ຈະ​ເອົາ​ເສື້ອ​ຊັ້ນ​ໃນ​ກໍ​ຢ່າ​ຫວງຫ້າມ.</verse>
				<verse number="30">ຈົ່ງ​ໃຫ້​ແກ່​ທຸກຄົນ​ທີ່​ຂໍ​ຈາກ​ເຈົ້າ ແລະ​ຖ້າ​ຜູ້ໃດ​ເອົາ​ສິ່ງ​ຂອງ​ເຈົ້າ​ໄປ ຢ່າ​ສູ່​ທວງ​ຖາມ​ເອົາ​ຄືນ.</verse>
				<verse number="31">ເຈົ້າ​ຢາກ​ໃຫ້​ຄົນອື່ນ​ເຮັດ​ຢ່າງ​ໃດ​ແກ່​ເຈົ້າ ຈົ່ງ​ເຮັດ​ຢ່າງ​ນັ້ນ​ແກ່​ເຂົາ​ເໝືອນກັນ.”</verse>
				<verse number="32">“ຖ້າ​ພວກເຈົ້າ​ຮັກ​ຄົນ​ທີ່​ຮັກ​ພວກເຈົ້າ​ແຕ່​ເທົ່ານັ້ນ ຈະ​ເປັນ​ຄຸນ​ຫຍັງ​ແກ່​ພວກເຈົ້າ? ແມ່ນແຕ່​ບັນດາ​ຄົນ​ບາບ​ກໍ​ຍັງ​ຮັກ ຜູ້​ທີ່​ຮັກ​ພວກເຂົາ​ເໝືອນກັນ.</verse>
				<verse number="33">ແລະ ຖ້າ​ພວກເຈົ້າ​ເຮັດ​ດີ ຕໍ່​ຄົນ​ທີ່​ເຮັດ​ດີ​ຕໍ່​ພວກເຈົ້າ​ແຕ່​ເທົ່ານັ້ນ ຈະ​ເປັນ​ຄຸນ​ຫຍັງ​ແກ່​ພວກເຈົ້າ? ແມ່ນແຕ່​ຄົນ​ບາບ​ທັງຫລາຍ​ກໍ​ຍັງ​ເຮັດ​ຢ່າງ​ນັ້ນ​ເໝືອນກັນ</verse>
				<verse number="34">ແລະ ຖ້າ​ພວກເຈົ້າ​ໃຫ້​ຄົນ​ຢືມ ໂດຍ​ຫວັງ​ຈະ​ໄດ້​ຄືນ​ຈາກ​ເຂົາ​ແຕ່​ເທົ່ານັ້ນ ຈະ​ເປັນ​ຄຸນ​ຫຍັງ​ແກ່​ພວກເຈົ້າ? ແມ່ນແຕ່​ຄົນ​ບາບ​ກໍ​ຍັງ​ໃຫ້​ຄົນ​ບາບ​ຢືມ ໂດຍ​ຫວັງ​ຈະ​ໄດ້​ຮັບ​ຄືນ​ເທົ່າ​ກັນ.</verse>
				<verse number="35">ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ ຈົ່ງ​ເຮັດ​ດີ​ຕໍ່​ພວກເຂົາ, ຈົ່ງ​ໃຫ້​ພວກເຂົາ​ຢືມ​ໂດຍ​ບໍ່​ຫວັງ​ຈະ​ໄດ້​ຮັບ​ຄືນ ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ບຳເໜັດ​ອັນ​ຍິ່ງໃຫຍ່ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ສູງສຸດ ເພາະວ່າ​ພຣະອົງ​ຍັງ​ຊົງ​ໂຜດ​ແກ່​ຄົນ​ເນ​ລະ​ຄຸນ​ແລະ​ຄົນຊົ່ວ.</verse>
				<verse number="36">ເຈົ້າ​ທັງຫລາຍ​ຈົ່ງ​ມີ​ຄວາມ​ເມດຕາປານີ ເໝືອນ​ຢ່າງ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຜູ້​ຊົງ​ມີ​ຄວາມ​ເມດຕາປານີ.”</verse>
				<verse number="37">“ຢ່າ​ຕັດສິນ​ຄົນອື່ນ ແລະ​ພຣະເຈົ້າ​ຈະ​ບໍ່​ຕັດສິນ​ພວກເຈົ້າ ຢ່າ​ກ່າວໂທດ​ຄົນອື່ນ​ເພື່ອ​ພຣະເຈົ້າ​ຈະ​ບໍ່​ກ່າວໂທດ​ພວກເຈົ້າ ຈົ່ງ​ຍົກໂທດ​ໃຫ້​ຄົນອື່ນ​ເພື່ອ​ພຣະເຈົ້າ​ຈະ​ຍົກໂທດ​ໃຫ້​ພວກເຈົ້າ.</verse>
				<verse number="38">ຈົ່ງ​ໃຫ້​ເຂົາ ແລະ​ພຣະເຈົ້າ​ຈະ​ຊົງ​ໃຫ້​ເຈົ້າ ແລະ​ໃນ​ຕັກ​ຂອງ​ເຈົ້າ ຈະ​ໄດ້​ຮັບ​ຕວງ​ດ້ວຍ​ເຄື່ອງ​ຜອງ​ຍັດ​ສັ່ນ​ລົງ​ແໜ້ນ​ເຕັມລົ້ນ ເພາະວ່າ​ພວກເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງ​ຜອງ​ອັນ​ໃດ ພຣະເຈົ້າ​ຈະ​ຊົງ​ຕວງ​ໃຫ້​ພວກເຈົ້າ​ດ້ວຍ​ເຄື່ອງ​ຜອງ​ອັນ​ນັ້ນ.”</verse>
				<verse number="39">ແລ້ວ​ພຣະເຢຊູເຈົ້າ​ກໍ​ຍັງ​ໄດ້​ກ່າວ​ແກ່​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ, “ຄົນ​ຕາບອດ​ຈະ​ຈູງ​ຄົນ​ຕາບອດ​ກໍ​ບໍ່ໄດ້ ຖ້າ​ເຂົາ​ເຮັດ ທັງສອງ​ກໍ​ຈະ​ຕົກລົງ​ໃນ​ຂຸມ.</verse>
				<verse number="40">ສິດ​ບໍ່​ຫ່ອນ​ໃຫຍ່​ກວ່າ​ຄູ​ຂອງຕົນ, ແຕ່​ສິດ​ທຸກຄົນ​ເມື່ອ​ໄດ້​ຮັບ​ການ​ຝຶກສອນ​ຢ່າງ​ຄົບຖ້ວນ​ແລ້ວ ກໍ​ຈະ​ເປັນ​ດັ່ງ​ຄູ​ຂອງຕົນ.”</verse>
				<verse number="41">“ເປັນຫຍັງ​ເຈົ້າ​ຈຶ່ງ​ຫລຽວ​ເຫັນ​ຂີ້ເຫຍື້ອ ທີ່​ຢູ່​ໃນ​ຕາ​ພີ່ນ້ອງ​ຂອງ​ເຈົ້າ, ແຕ່​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ຕົນເອງ​ແລ້ວ​ພັດ​ແນມ​ບໍ່​ເຫັນ?</verse>
				<verse number="42">ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ກ້າ​ເວົ້າ​ຕໍ່​ພີ່ນ້ອງ​ຂອງ​ເຈົ້າ​ວ່າ, ‘ພີ່ນ້ອງ​ເອີຍ, ກະລຸນາ​ໃຫ້​ຂ້ອຍ​ເອົາ​ຂີ້ເຫຍື້ອ​ອອກ​ຈາກ​ຕາ​ຂອງ​ເຈົ້າ​ແດ່’ ໃນ​ເມື່ອ​ໄມ້​ທັງທ່ອນ​ຍັງ​ຢູ່​ໃນ​ຕາ​ຂອງ​ເຈົ້າ​ພັດ​ແນມ​ບໍ່​ເຫັນ? ໂອ ຄົນ​ໜ້າຊື່​ໃຈຄົດ​ເອີຍ ຈົ່ງ​ເອົາ​ທ່ອນ​ໄມ້​ອອກ​ຈາກ​ຕາ​ຂອງ​ເຈົ້າ​ເອງ​ກ່ອນ ແລ້ວ​ເຈົ້າ​ກໍ​ຈະ​ເຫັນ​ແຈ້ງ​ດີ ເພື່ອ​ເຂ່ຍ​ຂີ້ເຫຍື້ອ​ອອກ​ຈາກ​ຕາ​ພີ່ນ້ອງ​ຂອງ​ເຈົ້າ.”</verse>
				<verse number="43">“ຕົ້ນໄມ້​ດີ ບໍ່​ຫ່ອນ​ເກີດຜົນ​ບໍ່​ດີ ແລະ​ຕົ້ນໄມ້​ບໍ່​ດີ ກໍ​ບໍ່​ຫ່ອນ​ເກີດຜົນ​ດີ.</verse>
				<verse number="44">ຕົ້ນໄມ້​ທຸກ​ຕົ້ນ​ຍ່ອມ​ຮູ້​ໄດ້​ດ້ວຍ​ຜົນ​ຂອງ​ມັນ ພວກເຈົ້າ​ບໍ່​ຫ່ອນ​ເກັບ​ໝາກ​ເດື່ອເທດ​ຈາກ​ຕົ້ນ​ມີ​ໜາມ ແລະ​ບໍ່​ຫ່ອນ​ເກັບ​ໝາກ​ອະງຸ່ນ​ຈາກ​ເຄືອ​ໜາມ.</verse>
				<verse number="45">ຄົນ​ດີ​ຍ່ອມ​ເອົາ​ສິ່ງ​ດີ​ອອກ​ມາ​ຈາກ​ຄັງ​ດີ​ແຫ່ງ​ໃຈ​ຂອງຕົນ ຄົນຊົ່ວ​ຍ່ອມ​ເອົາ​ສິ່ງ​ຊົ່ວ​ອອກ​ມາ​ຈາກ​ຄັງ​ຊົ່ວ​ແຫ່ງ​ໃຈ​ຂອງຕົນ ເພາະວ່າ ໃຈ​ເຕັມ​ລົ້ນ​ດ້ວຍ​ສິ່ງໃດ ປາກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ.”</verse>
				<verse number="46">“ເປັນຫຍັງ​ເຈົ້າ​ທັງຫລາຍ​ຈຶ່ງ​ເອີ້ນ​ເຮົາ​ວ່າ, ‘ພຣະອົງເຈົ້າ​ຂ້າ ພຣະອົງເຈົ້າ​ຂ້າ’ ແຕ່​ບໍ່ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ​ພວກເຈົ້າ?</verse>
				<verse number="47">ທຸກຄົນ​ທີ່​ມາ​ຫາ​ເຮົາ ແລະ​ຟັງ​ຖ້ອຍຄຳ​ຂອງເຮົາ ແລະ​ນຳ​ເອົາ​ໄປ​ປະຕິບັດ ເຮົາ​ຈະແຈ້ງ​ໃຫ້​ພວກເຈົ້າ​ຮູ້​ວ່າ ຜູ້ນັ້ນ​ປຽບ​ເໝືອນ​ຜູ້ໃດ.</verse>
				<verse number="48">ກໍ​ປຽບ​ເໝືອນ​ຄົນ​ຜູ້ໜຶ່ງ ທີ່​ກໍ່ສ້າງ​ຕຶກ​ຂອງຕົນ ລາວ​ຂຸດ​ດິນ​ລົງ​ເລິກ ແລະ​ຕັ້ງ​ຮາກຖານ​ໃສ່​ເທິງ​ດານ​ຫີນ ແລະ​ເມື່ອ​ນໍ້າ​ມາ​ຖ້ວມ ແລ້ວ​ແປວ​ນໍ້າ​ກໍ​ໄຫລ​ທັ່ງ​ໃສ່, ແຕ່​ບໍ່​ອາດ​ເຮັດ​ໃຫ້​ຕຶກ​ນັ້ນ​ຫວັ່ນໄຫວ ເພາະວ່າ​ໄດ້​ສ້າງ​ດີ​ແລ້ວ.</verse>
				<verse number="49">ສ່ວນ​ຄົນ​ທີ່​ໄດ້ຍິນ​ຖ້ອຍຄຳ​ຂອງເຮົາ ແລະ​ບໍ່​ປະຕິບັດ​ຕາມ ລາວ​ກໍ​ປຽບ​ເໝືອນ​ຄົນ​ຜູ້ໜຶ່ງ ທີ່​ກໍ່ສ້າງ​ຕຶກ​ຂອງຕົນ​ເທິງ​ດິນ ໂດຍ​ບໍ່​ກໍ່​ຮາກຖານ ເມື່ອ​ແປວ​ນໍ້າ​ໄຫລ​ທັ່ງ​ໃສ່​ຕຶກ​ນັ້ນ ມັນ​ກໍ​ເຈື່ອນ​ລົງ​ທັນທີ ແລະ​ຄວາມ​ພິນາດ​ຈິບຫາຍ​ຂອງ​ຕຶກ​ນັ້ນ​ກໍ​ໃຫຍ່ຫລວງ.”</verse>
			</chapter>
			<chapter number="7">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ໄດ້​ກ່າວ​ສິ່ງ​ເຫຼົ່ານີ້ ແກ່​ປະຊາຊົນ​ຈົບ​ລົງ​ແລ້ວ ພຣະອົງ​ກໍ​ໄປ​ທີ່​ເມືອງ​ກາເປນາອູມ.</verse>
				<verse number="2">ມີ​ນາຍ​ທະຫານ​ໂຣມ​ຜູ້ໜຶ່ງ ເພິ່ນ​ມີ​ຄົນ​ຮັບໃຊ້​ຜູ້ໜຶ່ງ ທີ່​ເພິ່ນ​ຮັກ​ຫລາຍ ລາວ​ເຈັບປ່ວຍ​ໜັກ​ແລະ​ໃກ້​ຈະ​ຕາຍ.</verse>
				<verse number="3">ເມື່ອ​ນາຍ​ທະຫານ​ຜູ້​ນີ້​ໄດ້ຍິນ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ ເພິ່ນ​ໄດ້​ໃຊ້​ພວກ​ເຖົ້າແກ່​ບາງຄົນ​ຂອງ​ພວກ​ຢິວ ໄປ​ຂໍຮ້ອງ​ເຊີນ​ພຣະອົງ​ໃຫ້​ມາ​ໂຜດ​ຮັກສາ​ຄົນ​ຮັບໃຊ້​ຂອງ​ເພິ່ນ.</verse>
				<verse number="4">ເມື່ອ​ພວກເຂົາ​ມາ​ເຖິງ​ພຣະເຢຊູເຈົ້າ​ແລ້ວ ກໍ​ວິງວອນ​ຂໍ​ພຣະອົງ​ດ້ວຍ​ຄວາມ​ຕັ້ງໃຈ​ວ່າ, “ນາຍ​ທະຫານ​ຜູ້​ນີ້ ສົມຄວນ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ຈາກ​ທ່ານ</verse>
				<verse number="5">ເພາະ​ເພິ່ນ​ຮັກ​ປະເທດ​ຊາດ​ຂອງ​ພວກເຮົາ ແລະ​ເພິ່ນ​ກໍໄດ້​ສ້າງ​ທຳມະສາລາ​ໃຫ້​ພວກເຮົາ​ດ້ວຍ.”</verse>
				<verse number="6">ດັ່ງນັ້ນ, ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ໄປ​ກັບ​ພວກເຂົາ ເມື່ອ​ພຣະອົງ​ເກືອບ​ຈະ​ເຖິງ​ເຮືອນ​ແລ້ວ ນາຍ​ທະຫານ​ໄດ້​ໃຊ້​ພວກ​ໝູ່ເພື່ອນ​ມາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຢ່າ​ໃຫ້​ເປັນ​ການ​ລຳບາກ​ແກ່​ທ່ານ​ເອງ​ເລີຍ ເພາະວ່າ ຂ້ານ້ອຍ​ເປັນ​ຄົນ​ບໍ່​ສົມຄວນ ທີ່​ທ່ານ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຂ້ານ້ອຍ,</verse>
				<verse number="7">ເພາະສະນັ້ນ ຂ້ານ້ອຍ​ຈຶ່ງ​ເຫັນ​ວ່າ ຕົນເອງ​ເປັນ​ຜູ້​ບໍ່​ສົມຄວນ ທີ່​ຈະ​ໄປ​ຫາ​ທ່ານ​ດ້ວຍ​ຕົນເອງ ຂໍ​ທ່ານ​ພຽງແຕ່​ສັ່ງ​ຄຳ​ດຽວ​ເທົ່ານັ້ນ ແລະ​ຄົນ​ຮັບໃຊ້​ຂອງ​ຂ້ານ້ອຍ​ກໍ​ຈະ​ຫາຍ​ດີ.</verse>
				<verse number="8">ດ້ວຍວ່າ, ຂ້ານ້ອຍ​ເອງ​ຢູ່​ໃຕ້​ບັງຄັບ​ບັນຊາ​ຂອງ​ຜູ້​ເປັນ​ນາຍ ແລະ​ຂ້ານ້ອຍ​ກໍ​ຍັງ​ມີ​ທະຫານ​ຢູ່​ໃຕ້​ບັງຄັບ​ບັນຊາ​ຂອງ​ຂ້ານ້ອຍ​ດ້ວຍ ຂ້ານ້ອຍ​ສັ່ງ​ຄົນ​ນີ້​ວ່າ, ‘ໄປ’ ເຂົາ​ກໍ​ໄປ ຂ້ານ້ອຍ​ສັ່ງ​ຄົນ​ນັ້ນ​ອີກ​ວ່າ, ‘ມາ’ ເຂົາ​ກໍ​ມາ ແລະ​ຂ້ານ້ອຍ​ສັ່ງ​ຄົນ​ຮັບໃຊ້​ຂອງ​ຂ້ານ້ອຍ​ວ່າ, ‘ເຮັດ​ອັນ​ນີ້’ ເຂົາ​ກໍ​ເຮັດ.”</verse>
				<verse number="9">ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ເຊັ່ນນັ້ນ​ແລ້ວ ກໍ​ປະຫລາດ​ໃຈ​ດ້ວຍ​ນາຍ​ທະຫານ​ຜູ້​ນີ້ ພຣະອົງ​ຫລຽວ​ຫລັງ​ມາ ແລະ​ກ່າວ​ແກ່​ປະຊາຊົນ​ທີ່​ຕິດຕາມ​ມາ​ນັ້ນ​ວ່າ, “ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ ເຮົາ​ບໍ່ເຄີຍ​ພົບ​ຄົນ​ທີ່​ມີ​ຄວາມເຊື່ອ​ເຊັ່ນນີ້​ເລີຍ ແມ່ນແຕ່​ໃນ​ຊາດ​ອິດສະຣາເອນ.”</verse>
				<verse number="10">ແລ້ວ​ພວກ​ທີ່​ນາຍ​ທະຫານ​ໃຊ້​ມາ ກໍ​ກັບຄືນ​ໄປ​ທີ່​ເຮືອນ ແລະ​ພົບ​ວ່າ ຄົນ​ຮັບໃຊ້​ຜູ້ນັ້ນ​ຫາຍ​ດີ​ແລ້ວ.</verse>
				<verse number="11">ຕໍ່​ຈາກ​ນັ້ນ ພຣະເຢຊູເຈົ້າ​ໄດ້​ໄປ​ເມືອງ​ໜຶ່ງ​ຊື່​ວ່າ ນາອິນ ແລະ​ພວກ​ສາວົກ​ກັບ​ປະຊາຊົນ​ຢ່າງ​ຫລວງຫລາຍ​ຕິດຕາມ​ພຣະອົງ​ໄປ.</verse>
				<verse number="12">ພໍ​ພຣະອົງ​ມາ​ໃກ້​ປະຕູ​ເມືອງ ກໍ​ມີ​ຄົນ​ຫາມ​ຊາກສົບ​ຂອງ​ຊາຍໜຸ່ມ​ຄົນ​ໜຶ່ງ​ອອກ​ມາ ຄົນ​ທີ່​ຕາຍ​ນີ້ ເປັນ​ລູກຊາຍ​ຄົນ​ດຽວ​ຂອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ໝ້າຍ ມີ​ຊາວ​ເມືອງ​ຫລາຍ​ຄົນ​ອອກ​ມາ​ນຳ​ນາງ.</verse>
				<verse number="13">ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເຫັນ​ຍິງ​ນັ້ນ ພຣະອົງ​ກໍ​ມີ​ຈິດໃຈ​ເມດຕາ​ນາງ​ຫລາຍ ແລະ​ກ່າວ​ຕໍ່​ນາງ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ.”</verse>
				<verse number="14">ແລ້ວ​ພຣະອົງ​ກໍໄດ້​ຫຍັບ​ເຂົ້າ​ໄປ​ໃກ້​ບາຍ​ຫີບ​ສົບ ແລະ​ພວກ​ທີ່​ຫາມ​ຫີບ​ສົບ​ກໍ​ຢຸດ​ຢືນ​ຢູ່ ພຣະອົງ​ກ່າວ​ວ່າ, “ຊາຍໜຸ່ມ​ເອີຍ, ເຮົາ​ສັ່ງ​ເຈົ້າ ຈົ່ງ​ລຸກ​ຂຶ້ນ.”</verse>
				<verse number="15">ແລ້ວ​ຄົນ​ທີ່​ຕາຍ​ນັ້ນ ກໍ​ລຸກ​ຂຶ້ນ​ນັ່ງ​ແລະ​ໄດ້​ເລີ່ມຕົ້ນ​ເວົ້າ. ພຣະເຢຊູເຈົ້າ​ຈຶ່ງ​ມອບ​ຊາຍ​ຄົນ​ນັ້ນ​ໃຫ້​ແມ່​ຂອງ​ລາວ.</verse>
				<verse number="16">ທຸກຄົນ​ຈຶ່ງ​ເກີດ​ສະດຸ້ງ​ຕົກໃຈ ແລະ​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ​ວ່າ, “ຜູ້ທຳນວາຍ​ທີ່​ຍິ່ງໃຫຍ່​ຄົນ​ໜຶ່ງ ໄດ້​ປາກົດ​ຕົວ​ໃນ​ທ່າມກາງ​ພວກເຮົາ​ແລ້ວ ພຣະເຈົ້າ​ມາ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ.”</verse>
				<verse number="17">ຂ່າວ​ກ່ຽວກັບ​ພຣະເຢຊູເຈົ້າ ໄດ້​ຊ່າລື​ໄປ​ທົ່ວ​ທັງ​ແຂວງ​ຢູດາຍ ແລະ​ທົ່ວ​ທັງ​ຂົງເຂດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ດ້ວຍ.</verse>
				<verse number="18">ບັນດາ​ສິດ​ຂອງ​ໂຢຮັນ ໄດ້​ເລົ່າ​ເລື່ອງ​ທັງໝົດ​ນີ້​ສູ່​ໂຢຮັນ​ຟັງ ແລ້ວ​ໂຢຮັນ​ກໍ​ເອີ້ນ​ເອົາ​ສິດ​ສອງ​ຄົນ​ມາ</verse>
				<verse number="19">ແລະ ໃຊ້​ພວກເຂົາ​ໄປ​ພົບ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ຖາມ​ວ່າ, “ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ ຫລື​ພວກ​ຂ້ານ້ອຍ​ຈະ​ຕ້ອງ​ຄອງຄອຍ​ຖ້າ​ຜູ້​ອື່ນ​ອີກ?”</verse>
				<verse number="20">ເມື່ອ​ພວກເຂົາ​ມາ​ພົບ​ພຣະເຢຊູເຈົ້າ​ແລ້ວ ກໍ​ຖາມ​ພຣະອົງ​ວ່າ, “ໂຢຮັນ​ບັບຕິສະໂຕ ໄດ້​ໃຊ້​ພວກ​ຂ້ານ້ອຍ​ມາ​ຖາມ​ວ່າ, ‘ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ ຫລື​ພວກ​ຂ້ານ້ອຍ​ຈະ​ຕ້ອງ​ຄອງຄອຍ​ຖ້າ​ຜູ້​ອື່ນ​ອີກ?”’</verse>
				<verse number="21">ໃນ​ເວລາ​ດຽວກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຊົງ​ໂຜດ​ຮັກສາ​ຫລາຍ​ຄົນ ໃຫ້​ຫາຍ​ດີ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ ຈາກ​ພະຍາດ​ໂຣຄາ​ຕ່າງໆ, ໃຫ້​ພົ້ນ​ຈາກ​ຜີຊົ່ວຮ້າຍ ແລະ​ໂຜດ​ຄົນ​ຕາບອດ​ຫລາຍ​ຄົນ​ໃຫ້​ເຫັນ​ຮຸ່ງ​ອີກ.</verse>
				<verse number="22">ແລ້ວ​ພຣະອົງ​ກໍ​ຕອບ​ຄົນ​ທີ່​ໂຢຮັນ​ໃຊ້​ມາ​ນັ້ນ​ວ່າ, “ຈົ່ງ​ກັບ​ໄປ​ບອກ​ໂຢຮັນ ຕາມ​ທີ່​ພວກເຈົ້າ​ໄດ້​ເຫັນ​ແລະ​ໄດ້ຍິນ ຄື​ວ່າ​ຄົນ​ຕາບອດ​ເຫັນ​ຮຸ່ງ​ໄດ້ ຄົນເປ້ຍ​ຍ່າງ​ໄດ້ ຜູ້​ທີ່​ທົນທຸກ​ດ້ວຍ​ພະຍາດ​ຂີ້ທູດ​ກໍດີ​ສະອາດ, ຄົນ​ຫູ​ໜວກ​ກໍ​ໄດ້​ຍິນ, ຄົນ​ຕາຍ​ແລ້ວ​ກໍ​ເປັນ​ຄືນ​ມາ​ມີ​ຊີວິດ ແລະ​ຂ່າວປະເສີດ​ກໍ​ປະກາດ​ແກ່​ຄົນ​ຍາກຈົນ.</verse>
				<verse number="23">ບຸກຄົນ​ໃດ​ທີ່​ບໍ່​ສະດຸດ​ສົງໄສ​ໃນ​ເຮົາ ຜູ້​ນັ້ນ​ກໍ​ເປັນ​ສຸກ.”</verse>
				<verse number="24">ຫລັງຈາກ​ຄົນ​ທີ່​ໂຢຮັນ​ໄດ້​ໃຊ້​ມາ​ນັ້ນ ໄດ້​ກັບ​ໄປ​ແລ້ວ ພຣະເຢຊູເຈົ້າ​ກໍ​ເລີ່ມ​ກ່າວ​ແກ່​ປະຊາຊົນ ເຖິງ​ເລື່ອງ​ຂອງ​ໂຢຮັນ​ວ່າ, “ເມື່ອ​ເຈົ້າ​ທັງຫລາຍ​ໄດ້​ອອກ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ເພື່ອ​ຢາກ​ເບິ່ງ​ຫຍັງ? ຢາກ​ເບິ່ງ​ຕົ້ນອໍ້​ໄຫວ​ໂນ້ມ​ໄປມາ​ຕາມ​ກະແສ​ລົມ​ພັດ​ບໍ?</verse>
				<verse number="25">ພວກເຈົ້າ​ໄດ້​ອອກ​ໄປ​ເບິ່ງ​ຫຍັງ? ເບິ່ງ​ຄົນ​ທີ່​ນຸ່ງ​ເຄື່ອງ​ຢ່າງ​ລະອຽດ​ຈົບງາມ​ບໍ? ແທ້ຈິງ​ແລ້ວ ຄົນ​ທີ່​ນຸ່ງຫົ່ມ​ເຄື່ອງ​ອັນ​ຈົບງາມ​ທີ່ສຸດ ແລະ​ໃຊ້​ຊີວິດ​ຢ່າງ​ສະໜຸກ​ສະໜານ​ກໍ​ຢູ່​ໃນ​ຣາຊວັງ.</verse>
				<verse number="26">ແຕ່​ພວກເຈົ້າ​ອອກ​ໄປ​ເບິ່ງ​ຫຍັງ? ໄປ​ເບິ່ງ​ຜູ້ທຳນວາຍ​ບໍ? ແມ່ນ​ແລ້ວ ເຮົາ​ບອກ​ພວກເຈົ້າ​ວ່າ ເພິ່ນ​ຜູ້​ນັ້ນ​ກໍ​ຍິ່ງໃຫຍ່​ກວ່າ​ຜູ້ທຳນວາຍ</verse>
				<verse number="27">ດ້ວຍວ່າ, ໂຢຮັນ​ແມ່ນ​ຜູ້​ທີ່​ພຣະຄຳພີ​ຂຽນ​ໄວ້​ເຖິງ​ເພິ່ນ​ວ່າ, ‘ເຮົາ​ຈະ​ໃຊ້​ຜູ້ຮັບໃຊ້​ຂອງເຮົາ​ ໄປ​ກ່ອນ​ໜ້າ​ທ່ານ ເພື່ອ​ຈັດແຈງ​ຫົນທາງ​ໄວ້​ສຳລັບ​ທ່ານ.’</verse>
				<verse number="28">ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ໂຢຮັນ​ຍິ່ງໃຫຍ່​ກວ່າ​ມະນຸດ​ຄົນ​ໃດໆ ທີ່​ເກີດ​ຈາກ​ແມ່ຍິງ, ແຕ່​ຜູ້​ທີ່​ນ້ອຍ​ທີ່ສຸດ​ໃນ​ອານາຈັກ​ສະຫວັນ ກໍ​ໃຫຍ່​ກວ່າ​ໂຢຮັນ​ອີກ.” (</verse>
				<verse number="29">ຝ່າຍ​ຄົນ​ທັງປວງ​ທີ່​ໄດ້ຍິນ​ພ້ອມ​ທັງ​ພວກ​ເກັບ​ພາສີ​ກໍໄດ້​ຍອມ​ຮັບ​ວ່າ ພຣະເຈົ້າ​ຊົງ​ຍຸດຕິທຳ​ໂດຍ​ທີ່​ພວກເຂົາ​ໄດ້​ຮັບ​ບັບຕິສະມາ​ຂອງ​ໂຢຮັນ​ແລ້ວ.</verse>
				<verse number="30">ແຕ່​ພວກ​ຟາຣີຊາຍ​ແລະ​ພວກ​ທຳມະຈານ ໄດ້​ຂັດຂວາງ​ພຣະ​ປະສົງ​ຂອງ​ພຣະເຈົ້າ ທີ່​ມີ​ສຳລັບ​ພວກເຂົາ ໂດຍ​ທີ່​ພວກເຂົາ​ບໍ່ໄດ້​ຮັບ​ບັບຕິສະມາ​ຈາກ​ໂຢຮັນ.)</verse>
				<verse number="31">ພຣະເຢຊູເຈົ້າ​ກ່າວ​ຕໍ່ໄປ​ວ່າ, “ຖ້າດັ່ງນັ້ນ, ເຮົາ​ຈະ​ປຽບທຽບ​ຄົນ​ສະໄໝ​ນີ້​ໃສ່​ກັບ​ອັນ​ໃດ? ພວກເຂົາ​ປຽບ​ເໝືອນ​ອັນ​ໃດ?</verse>
				<verse number="32">ກໍ​ປຽບ​ເໝືອນ​ເດັກນ້ອຍ ທີ່​ກຳລັງ​ຢູ່​ກາງ​ຕະຫລາດ ຮ້ອງ​ໃສ່​ກັນແລະກັນ​ວ່າ, ‘ພວກເຮົາ​ເສບ​ເພງ​ໃຫ້​ຟ້ອນ ພວກເຈົ້າ​ພັດ​ບໍ່​ຟ້ອນລຳ ພວກເຮົາ​ຮ້ອງເພງ​ໄວ້​ອາໄລ ແຕ່​ພວກເຈົ້າ​ພັດ​ບໍ່​ຮ້ອງໄຫ້’</verse>
				<verse number="33">ດ້ວຍວ່າ, ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ບໍ່​ກິນ​ແລະ​ບໍ່​ດື່ມ​ນໍ້າ​ອະງຸ່ນ ແຕ່​ພວກເຈົ້າ​ພັດ​ເວົ້າ​ວ່າ ‘ເພິ່ນ​ມີ​ຜີມານຮ້າຍ​ສິງ’</verse>
				<verse number="34">ສ່ວນ​ບຸດ​ມະນຸດ​ມາ​ທັງກິນ​ທັງດື່ມ ພວກເຈົ້າ​ຊໍ້າ​ພັດ​ເວົ້າ​ວ່າ, ‘ເບິ່ງ​ຄົນ​ນີ້​ແມ ເພິ່ນ​ເປັນ​ຄົນ​ມັກ​ກິນ​ເກີນ​ສ່ວນ ມັກ​ເມົາ​ທັງ​ເປັນ​ເພື່ອນມິດ​ກັບ​ຄົນ​ເກັບພາສີ​ແລະ​ຄົນ​ນອກສິນທຳ.’</verse>
				<verse number="35">ແຕ່​ສະຕິປັນຍາ​ຂອງ​ພຣະເຈົ້າ ກໍ​ຊົງ​ຖືກ​ສຳແດງ​ເປັນ​ຄວາມຈິງ ໂດຍ​ຜ່ານ​ຊີວິດ​ຂອງ​ທຸກຄົນ​ທີ່​ຍອມ​ຮັບ​ເຊື່ອ.”</verse>
				<verse number="36">ມີ​ຄົນ​ຟາຣີຊາຍ​ຜູ້ໜຶ່ງ ໄດ້​ເຊີນ​ພຣະເຢຊູເຈົ້າ​ໄປ​ຮັບປະທານ​ອາຫານ​ກັບ​ຕົນ, ພຣະອົງ​ຈຶ່ງ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ລາວ ແລະ​ພຣະອົງ​ນັ່ງ​ຢຽດ​ຕົວ​ລົງ.</verse>
				<verse number="37">ຍັງ​ມີ​ຍິງ​ຊົ່ວ​ຄົນ​ໜຶ່ງ​ໃນ​ເມືອງ​ນັ້ນ ເມື່ອ​ນາງ​ໄດ້ຍິນ​ວ່າ, ພຣະເຢຊູເຈົ້າ​ໄດ້​ມາ​ກິນ​ເຂົ້າ​ຢູ່​ໃນ​ເຮືອນ​ຂອງ​ຄົນ​ຟາຣີຊາຍ ນາງ​ຈຶ່ງ​ຖື​ເຕົ້າ​ຫີນ​ຂາວ ທີ່​ມີ​ນໍ້າຫອມ​ລາຄາ​ແພງ​ເຕັມ​ຢູ່​</verse>
				<verse number="38">ແລະ​ມາ​ຢືນ​ຢູ່​ຂ້າງ​ຫລັງ​ພຣະເຢຊູເຈົ້າ​ໃກ້​ຕີນ​ຂອງ​ພຣະອົງ. ນາງ​ຮ້ອງໄຫ້​ນໍ້າຕາ​ຫລັ່ງໄຫລ ຈົນ​ຕີນ​ຂອງ​ພຣະອົງ​ປຽກຊຸ່ມ ແລ້ວ​ນາງ​ກໍ​ເຊັດ​ຕີນ​ຂອງ​ພຣະອົງ ດ້ວຍ​ຜົມ​ຂອງຕົນ​ທັງ​ຈູບ​ແລະ​ທັງ​ຫົດສົງ​ຕີນ​ຂອງ​ພຣະອົງ ດ້ວຍ​ນໍ້າຫອມ​ນັ້ນ.</verse>
				<verse number="39">ເມື່ອ​ຄົນ​ຟາຣີຊາຍ ຜູ້​ທີ່​ເຊີນ​ພຣະອົງ​ມາ​ເຫັນ​ດັ່ງນີ້ ລາວ​ກໍ​ຄິດ​ໃນ​ໃຈ​ວ່າ, “ຖ້າ​ຜູ້​ນີ້ ແມ່ນ​ຜູ້ທຳນວາຍ​ແທ້ ເພິ່ນ​ຄົງ​ຮູ້​ວ່າ ຍິງ​ທີ່​ກຳລັງ​ແຕະຕ້ອງ​ຕົນ​ນັ້ນ ເປັນ​ຜູ້ໃດ ເພິ່ນ​ຄົງ​ຮູ້​ວ່າ ນາງ​ເປັນ​ຄົນຊົ່ວ.”</verse>
				<verse number="40">ແລ້ວ​ພຣະເຢຊູເຈົ້າ ກໍ​ກ່າວ​ແກ່​ຊີໂມນ​ວ່າ, “ຊີໂມນ​ເອີຍ ເຮົາ​ມີ​ສິ່ງ​ໜຶ່ງ ທີ່​ຈະ​ກ່າວ​ກັບ​ເຈົ້າ.” ຊີໂມນ​ຕອບ​ວ່າ, “ເຊີນ​ກ່າວ​ມາ​ເລີຍ ອາຈານ​ເອີຍ.”</verse>
				<verse number="41">ພຣະເຢຊູເຈົ້າ​ເລີ່ມ​ກ່າວ​ວ່າ, “ຍັງ​ມີ​ຊາຍ​ສອງ​ຄົນ ທີ່​ເປັນ​ໜີ້​ເງິນ​ຂອງ​ເຈົ້າ​ໜີ້​ຄົນ​ໜຶ່ງ ຄົນ​ໜຶ່ງ​ເປັນ​ໜີ້​ເງິນ​ຢູ່​ຫ້າຮ້ອຍ​ຫລຽນ ແລະ​ຄົນ​ໜຶ່ງ​ອີກ ເປັນ​ໜີ້​ເງິນ​ຢູ່​ຫ້າສິບ​ຫລຽນ.</verse>
				<verse number="42">ເມື່ອ​ບໍ່ມີ​ຜູ້ໃດ ສາມາດ​ຈະ​ໃຊ້​ໜີ້​ໄດ້ ເພິ່ນ​ຈຶ່ງ​ຍົກ​ໜີ້​ໃຫ້​ພວກເຂົາ​ທັງສອງ ໃນ​ສອງ​ຄົນ​ນີ້​ແມ່ນ​ຜູ້ໃດ ທີ່​ຈະ​ຮັກ​ເຈົ້າ​ໜີ້​ຫລາຍກວ່າ​ກັນ?”</verse>
				<verse number="43">ຊີໂມນ​ຕອບ​ວ່າ, “ຂ້ານ້ອຍ​ຄິດ​ວ່າ ຄົງ​ຈະ​ແມ່ນ​ຜູ້​ທີ່​ເພິ່ນ​ໄດ້​ຍົກ​ໜີ້​ໃຫ້​ຫລາຍກວ່າ​ນັ້ນ.” ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຄິດ​ຖືກຕ້ອງ​ແລ້ວ.”</verse>
				<verse number="44">ເມື່ອ​ພຣະອົງ​ຫລຽວ​ເບິ່ງ​ຍິງ​ຄົນ​ນັ້ນ​ແລ້ວ ກໍ​ກ່າວ​ແກ່​ຊີໂມນ​ວ່າ, “ເຈົ້າ​ເຫັນ​ຍິງ​ຄົນ​ນີ້​ບໍ? ເຮົາ​ໄດ້​ເຂົ້າ​ມາ​ໃນ​ເຮືອນ​ຂອງ​ເຈົ້າ ແລະ​ເຈົ້າ​ບໍ່ໄດ້​ໃຫ້​ນໍ້າ​ສຳລັບ​ລ້າງ​ຕີນ​ຂອງເຮົາ ແຕ່​ຍິງ​ຜູ້​ນີ້​ໄດ້​ລ້າງ​ຕີນ​ຂອງເຮົາ​ດ້ວຍ​ນໍ້າຕາ ແລະ​ເຊັດ​ຕີນ​ຂອງເຮົາ​ດ້ວຍ​ຜົມ​ຂອງ​ນາງ.</verse>
				<verse number="45">ເຈົ້າ​ບໍ່ໄດ້​ຈູບ​ເຮົາ ເພື່ອ​ເປັນ​ການ​ຕ້ອນຮັບ, ແຕ່​ຍິງ​ຜູ້​ນີ້ ຕັ້ງແຕ່​ເຮົາ​ເຂົ້າ​ມາ ນາງ​ບໍ່ໄດ້​ເຊົາ​ຈູບ​ຕີນ​ຂອງເຮົາ​ເລີຍ.</verse>
				<verse number="46">ເຈົ້າ​ບໍ່ໄດ້​ເອົາ​ນໍ້າຫອມ​ຫົດ​ຫົວ​ຂອງເຮົາ ແຕ່​ນາງ​ໄດ້​ເອົາ​ນໍ້າຫອມ​ລາຄາ​ແພງ​ຫົດ​ຕີນ​ຂອງເຮົາ.</verse>
				<verse number="47">ເພາະສະນັ້ນ ເຮົາ​ຈຶ່ງ​ບອກ​ເຈົ້າ​ວ່າ, ເພາະ​ນາງ​ຮັກ​ຫລາຍ ຈຶ່ງ​ພິສູດ​ໃຫ້​ເຫັນ​ວ່າ ການບາບ​ທັງຫລາຍ​ຂອງ​ນາງ ໄດ້​ຮັບ​ການອະໄພ​ແລ້ວ, ແຕ່​ຜູ້ໃດ ທີ່​ໄດ້​ຮັບ​ການ​ໃຫ້​ອະໄພ​ໜ້ອຍ ຜູ້​ນັ້ນ​ກໍ​ຮັກ​ໜ້ອຍ.”</verse>
				<verse number="48">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ຍິງ​ນັ້ນ​ວ່າ, “ການບາບ​ທັງຫລາຍ​ຂອງ​ເຈົ້າ ໄດ້​ຮັບ​ການອະໄພ​ແລ້ວ.”</verse>
				<verse number="49">ສ່ວນ​ຄົນ​ທັງຫລາຍ ທີ່​ນັ່ງ​ຮັບປະທານ​ອາຫານ​ຮ່ວມ​ກັບ​ພຣະອົງ ຕ່າງ​ກໍ​ເລີ່ມ​ຄິດ​ໃນ​ໃຈ​ວ່າ, “ຜູ້​ນີ້​ແມ່ນ​ຜູ້ໃດ ທີ່​ກ້າ​ໃຫ້​ອະໄພ​ການບາບ?”</verse>
				<verse number="50">ພຣະເຢຊູເຈົ້າ​ກ່າວ​ແກ່​ຍິງ​ນັ້ນ​ວ່າ, “ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ພົ້ນ​ແລ້ວ ຈົ່ງ​ໄປ​ເປັນ​ສຸກ​ເທີ້ນ.”</verse>
			</chapter>
			<chapter number="8">
				<verse number="1">ຕໍ່ມາ​ບໍ່​ດົນ ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ຕາມ​ເມືອງ ແລະ​ຕາມ​ບ້ານ​ຕ່າງໆ​ເພື່ອ​ປະກາດ​ຂ່າວປະເສີດ ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ, ສາວົກ​ສິບສອງ​ຄົນ​ກໍ​ໄປ​ກັບ​ພຣະອົງ</verse>
				<verse number="2">ພ້ອມ​ດ້ວຍ​ພວກ​ແມ່ຍິງ​ບາງຄົນ​ທີ່​ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ຜີຊົ່ວຮ້າຍ ແລະ​ໃຫ້​ຫາຍ​ດີ​ຈາກ​ພະຍາດ​ຕ່າງໆ​ຄື ມາຣີ (ຜູ້​ທີ່​ຄົນ​ເອີ້ນ​ກັນ​ວ່າ​ໄທ​ມັກດາລາ) ຜູ້​ທີ່​ພຣະເຢຊູເຈົ້າ​ໄດ້​ຂັບໄລ່​ຜີມານຮ້າຍ​ເຈັດ​ໂຕ​ອອກ,</verse>
				<verse number="3">ໂຢຮັນນາ ເມຍ​ຂອງ​ຈູຊາ​ຜູ້​ທີ່​ເປັນ​ກົມມະວັງ​ຂອງ​ເຮໂຣດ ແລະ ນາງ​ຊູຊັນນາ​ກັບ​ແມ່ຍິງ​ອື່ນໆ​ອີກ​ຫລາຍ​ຄົນ ທີ່​ເຄີຍ​ໃຊ້​ຊັບສິນ​ຂອງ​ຕົນເອງ ເພື່ອ​ບົວລະບັດ​ພຣະເຢຊູເຈົ້າ ແລະ​ພວກ​ສາວົກ​ຂອງ​ພຣະອົງ.</verse>
				<verse number="4">ແລ້ວ​ກໍ​ມີ​ປະຊາຊົນ​ຈາກ​ເມືອງ​ຕ່າງໆ ໄດ້​ສືບ​ຕໍ່​ມາ​ຫາ​ພຣະເຢຊູເຈົ້າ ເມື່ອ​ພວກເຂົາ​ມາ​ເຕົ້າໂຮມ​ກັນ​ຢ່າງ​ຫລວງຫລາຍ ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ຄຳອຸປະມາ​ນີ້​ວ່າ,</verse>
				<verse number="5">“ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດ​ພືດ ຂະນະທີ່​ລາວ​ຫວ່ານ​ເມັດ​ພືດ​ໃນ​ນາ​ຢູ່​ນັ້ນ ບາງ​ເມັດ​ກໍ​ຕົກ​ຕາມ​ທາງ​ຄົນ​ຍ່າງ​ກໍ​ຖືກ​ຢຽບຢໍ່າ ແລະ​ຝູງ​ນົກ​ກໍ​ມາ​ສັບ​ກິນ​ເມັດ​ນັ້ນ​ເສຍ.</verse>
				<verse number="6">ບາງ​ເມັດ​ກໍ​ຕົກ​ໃສ່​ພື້ນດິນ​ທີ່​ມີ​ຫີນ ແລະ​ເມື່ອ​ງອກ​ຂຶ້ນ​ແລ້ວ ກໍ​ຫ່ຽວແຫ້ງ​ໄປ​ເພາະ​ດິນ​ບໍ່​ຊຸ່ມ.</verse>
				<verse number="7">ບາງ​ເມັດ​ກໍ​ຕົກ​ໃສ່​ທ່າມກາງ​ພຸ່ມໜາມ ແລ້ວ​ພຸ່ມໜາມ​ກໍ​ໃຫຍ່​ຂຶ້ນ​ຫຸ້ມຮັດ​ເສຍ.</verse>
				<verse number="8">ແລະ​ບາງ​ເມັດ​ກໍ​ຕົກ​ໃສ່​ດິນ​ດີ ພືດ​ຈຶ່ງ​ງອກງາມ​ຂຶ້ນ ແລະ​ເກີດຜົນ​ໄດ້​ຮ້ອຍ​ຕໍ່.” ແລ້ວ​ພຣະເຢຊູເຈົ້າ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ເອົາ.”</verse>
				<verse number="9">ແລ້ວ​ພວກ​ສາວົກ​ຂອງ​ພຣະອົງ ກໍ​ຖາມ​ພຣະເຢຊູເຈົ້າ ເຖິງ​ຄຳອຸປະມາ​ນັ້ນ​ວ່າ ມີ​ຄວາມໝາຍ​ຢ່າງ​ໃດ.</verse>
				<verse number="10">ພຣະອົງ​ຊົງ​ກ່າວ​ວ່າ, “ສຳລັບ​ພວກເຈົ້າ​ນັ້ນ ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມ​ລັບເລິກ ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ, ແຕ່​ສຳລັບ​ຄົນອື່ນ​ນັ້ນ ເຮົາ​ກ່າວ​ເປັນ​ຄຳອຸປະມາ ເພື່ອ​ວ່າ ເມື່ອ​ພວກເຂົາ​ເບິ່ງ ແຕ່​ຈະ​ບໍ່​ເຫັນ ແລະ​ເມື່ອ​ພວກເຂົາ​ຟັງ ແຕ່​ຈະ​ບໍ່​ເຂົ້າໃຈ.”</verse>
				<verse number="11">“ຄຳອຸປະມາ​ນັ້ນ​ມີ​ຄວາມໝາຍ​ດັ່ງນີ້: ເມັດ​ພືດ​ນັ້ນ ແມ່ນ​ພຣະທຳ​ຂອງ​ພຣະເຈົ້າ.</verse>
				<verse number="12">ເມັດ​ພືດ​ທີ່​ຕົກ​ໃສ່​ຕາມ​ທາງຍ່າງ​ນັ້ນ ໄດ້​ແກ່​ພວກ​ຄົນ​ທີ່​ໄດ້ຍິນ​ພຣະທຳ, ແຕ່​ມານຮ້າຍ​ມາ​ຍາດ​ເອົາ​ພຣະທຳ​ໄປ​ຈາກ​ຈິດໃຈ​ຂອງ​ພວກເຂົາ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຊື່ອ​ແລະ​ພົ້ນ​ໄດ້.</verse>
				<verse number="13">ເມັດ​ທີ່​ຕົກ​ໃສ່​ພື້ນ ທີ່​ມີ​ຫີນ​ຫລາຍ​ດິນ​ໜ້ອຍ ໄດ້​ແກ່​ຄົນ​ທີ່​ໄດ້ຍິນ​ພຣະທຳ ແລະ​ຮັບ​ເອົາ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ, ແຕ່​ພວກເຂົາ​ບໍ່​ໃຫ້​ພຣະທຳ​ນັ້ນ ຝັງ​ຮາກ​ລົງ​ເລິກ​ໃນ​ຈິດໃຈ ພວກເຂົາ​ເຊື່ອ​ຢູ່​ແຕ່​ພຽງ​ຊົ່ວຄາວ ແລະ​ເມື່ອ​ພວກເຂົາ​ຖືກ​ການ​ທົດລອງ ກໍ​ລົ້ມເລີກ​ໄປ​ເສຍ.</verse>
				<verse number="14">ເມັດ​ທີ່​ຕົກ​ໃສ່​ທ່າມກາງ​ພຸ່ມໜາມ ໄດ້​ແກ່​ພວກ​ທີ່​ໄດ້ຍິນ​ພຣະທຳ, ແຕ່​ພວກເຂົາ​ປ່ອຍ​ໃຫ້​ຄວາມ​ກັງວົນ​ນຳ​ຊັບສົມບັດ ຕະຫລອດ​ທັງ​ຄວາມ​ສະໜຸກ​ຂອງ​ຊີວິດ​ນີ້ ໄດ້​ເຂົ້າ​ມາ​ຫຸ້ມຮັດ​ພວກເຂົາ​ໄວ້ ແລະ​ຜົນ​ຂອງ​ພວກເຂົາ​ກໍ​ບໍ່​ສຸກ​ຈັກເທື່ອ.</verse>
				<verse number="15">ສ່ວນ​ເມັດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ ໄດ້​ແກ່​ພວກ​ທີ່​ໄດ້ຍິນ​ພຣະທຳ ແລະ​ຢຶດຖື​ເອົາ​ໄວ້​ດ້ວຍ​ໃຈ​ສັດຊື່​ແລະ​ເຊື່ອຟັງ ຈຶ່ງ​ທົນ​ໄດ້​ຈົນ​ເກີດຜົນ.”</verse>
				<verse number="16">“ບໍ່ມີ​ຜູ້ໃດ ເມື່ອ​ໄຕ້​ໂຄມໄຟ​ແລ້ວ ຈະ​ເອົາ​ເຂົ້າ​ໄວ້​ໃນ​ກະບຸງ ຫລື​ວາງ​ໄວ້​ຢູ່​ໃຕ້​ຕຽງນອນ, ແຕ່​ພວກເຂົາ​ຕັ້ງ​ມັນ​ໄວ້​ເທິງ​ທີ່​ສູງ ເພື່ອ​ວ່າ ຄົນ​ທີ່​ເຂົ້າ​ມາ​ຈະ​ເຫັນ​ແສງ​ສະຫວ່າງ.</verse>
				<verse number="17">ດ້ວຍວ່າ, ບໍ່ມີ​ສິ່ງໃດ​ທີ່​ຖືກ​ເຊື່ອງ​ໄວ້ ຈະ​ບໍ່​ຖືກ​ນຳ​ອອກ​ມາ​ເປີດເຜີຍ ແລະ​ບໍ່ມີ​ສິ່ງໃດ​ທີ່​ຖືກ​ປົກປິດ​ໄວ້ ຈະ​ບໍ່​ເປີດເຜີຍ ແລະ​ນຳ​ອອກ​ໃຫ້​ຮູ້.”</verse>
				<verse number="18">“ເຫດສະນັ້ນ ຈົ່ງ​ລະວັງ​ໃຫ້​ດີ​ວ່າ ພວກເຈົ້າ​ຟັງ​ດ້ວຍ​ທ່າທີ​ຢ່າງ​ໃດ ເພາະ​ຜູ້ໃດ​ທີ່​ມີ​ຢູ່​ແລ້ວ ກໍ​ຈະ​ຊົງ​ເພີ່ມ​ເຕີມ​ໃຫ້​ອີກ, ແຕ່​ຜູ້ໃດ​ທີ່​ບໍ່ມີ ແມ່ນແຕ່​ສິ່ງ​ທີ່​ຕົນ​ຄິດ​ວ່າ​ມີ​ຢູ່​ນັ້ນ ກໍ​ຈະ​ຖືກ​ຍົກ​ເອົາ​ໄປ​ເສຍ​ຈາກ​ລາວ.”</verse>
				<verse number="19">ແລ້ວ​ແມ່​ແລະ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ ໄດ້​ມາ​ຫາ​ພຣະອົງ ແຕ່​ເຂົ້າ​ໄປ​ເຖິງ​ພຣະອົງ​ບໍ່ໄດ້ ເພາະ​ຄົນ​ຫລາຍ.</verse>
				<verse number="20">ມີ​ຄົນ​ໜຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ແມ່​ແລະ​ນ້ອງຊາຍ​ຂອງທ່ານ ກຳລັງ​ຢືນ​ຢູ່​ຂ້າງ​ນອກ ຢາກ​ພົບ​ທ່ານ.”</verse>
				<verse number="21">ພຣະອົງ​ຕອບ​ພວກເຂົາ​ວ່າ, “ແມ່​ແລະ​ນ້ອງ​ຂອງເຮົາ​ນັ້ນ ແມ່ນ​ຜູ້​ທີ່​ໄດ້ຍິນ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ປະຕິບັດ​ຕາມ.”</verse>
				<verse number="22">ຢູ່ມາ​ວັນໜຶ່ງ ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ເຮືອ​ໄປ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ແລະ​ກ່າວ​ກັບ​ພວກເພິ່ນ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ທະເລສາບ​ໄປ​ຟາກ​ນັ້ນ​ເທາະ.” ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ຖອຍ​ເຮືອ​ອອກ​ໄປ.</verse>
				<verse number="23">ຂະນະທີ່​ຂ້າມ​ໄປ​ນັ້ນ ພຣະເຢຊູເຈົ້າ​ກໍ​ນອນ​ຫລັບ​ຢູ່ ມີ​ລົມ​ແຮງ​ພັດ​ລົງ​ມາ​ສູ່​ກາງ​ທະເລສາບ ແລະ​ນໍ້າ​ກໍ​ເລີ່ມ​ຊັດ​ເຂົ້າ​ເຮືອ​ໃກ້​ຈະ​ເຕັມ ເຮັດ​ໃຫ້​ທຸກຄົນ​ກໍ​ຕົກ​ຢູ່​ໃນ​ອັນຕະລາຍ.</verse>
				<verse number="24">ພວກ​ສາວົກ​ຈຶ່ງ​ໄປ​ຫາ​ພຣະເຢຊູເຈົ້າ ແລ້ວ​ປຸກ​ພຣະອົງ​ໃຫ້​ລຸກ​ຂຶ້ນ ໂດຍ​ເວົ້າ​ວ່າ, “ພຣະອາຈານ​ເອີຍ, ພຣະອາຈານ​ເອີຍ, ພວກ​ຂ້ານ້ອຍ​ກຳລັງ​ຈະ​ຕາຍ​ຢູ່​ແລ້ວ.” ພຣະເຢຊູເຈົ້າ​ລຸກ​ຂຶ້ນ​ສັ່ງ​ຫ້າມ​ລົມ​ແລະ​ຟອງນໍ້າ ລົມ​ແລະ​ຟອງນໍ້າ​ກໍ​ມິດງຽບ​ລົງ ແລະ​ມີ​ຄວາມ​ງຽບ​ສະຫງົບ​ທັນທີ.</verse>
				<verse number="25">ແລ້ວ​ພຣະອົງ​ກໍ​ຖາມ​ພວກ​ສາວົກ​ວ່າ, “ຄວາມເຊື່ອ​ຂອງ​ພວກເຈົ້າ​ໄປ​ໃສ​ໝົດ?” ແຕ່​ພວກເພິ່ນ​ງຶດ​ປະຫລາດ​ໃຈ​ແລະ​ຢ້ານ ຈຶ່ງ​ຖາມ​ກັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ​ໜໍ? ທີ່​ສັ່ງ​ລົມ​ກັບ​ຟອງນໍ້າ ແລະ​ພວກ​ມັນ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ.”</verse>
				<verse number="26">ແລ້ວ​ພວກເພິ່ນ​ກໍໄດ້​ຂີ່​ເຮືອ​ມາ​ຈອດ ທີ່​ເຂດແດນ​ເຄຣາເຊນ ຊຶ່ງ​ຢູ່​ກົງກັນຂ້າມ​ກັບ​ແຂວງ​ຄາລີເລ.</verse>
				<verse number="27">ເມື່ອ​ພຣະເຢຊູເຈົ້າ​ກ້າວ​ຂຶ້ນ​ໄປ​ເທິງ​ບົກ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ຈາກ​ເມືອງ​ນີ້​ມາ​ພົບ​ພຣະອົງ ຊາຍ​ຄົນ​ນີ້​ມີ​ຜີມານຮ້າຍ​ຫລາຍ​ໂຕ​ສິງ​ຢູ່ ເປັນ​ເວລາ​ດົນນານ​ແລ້ວ​ທີ່​ລາວ​ບໍ່ໄດ້​ນຸ່ງ​ເຄື່ອງ ແລະ​ບໍ່ໄດ້​ຢູ່​ໃນ​ເຮືອນ ແຕ່​ອາໄສ​ຢູ່​ຕາມ​ອຸບມຸງ​ຝັງສົບ.</verse>
				<verse number="28">ເມື່ອ​ຄົນ​ນີ້​ເຫັນ​ພຣະເຢຊູເຈົ້າ ລາວ​ກໍ​ຮ້ອງ​ຂຶ້ນ​ທັງ​ຂາບລົງ​ຕໍ່ໜ້າ​ພຣະອົງ ແລະ​ເວົ້າ​ຂຶ້ນ​ດ້ວຍ​ສຸດສຽງ​ວ່າ, “ເຢຊູ ບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ເອີຍ ທ່ານ​ຕ້ອງການ​ຫຍັງ​ຈາກ​ພວກເຮົາ? ພວກເຮົາ​ຂໍຮ້ອງ​ທ່ານ​ຢ່າ​ທໍລະມານ​ພວກເຮົາ​ເລີຍ.”</verse>
				<verse number="29">ມັນ​ເວົ້າ​ດັ່ງນັ້ນ ກໍ​ເພາະ​ພຣະອົງ​ໄດ້​ສັ່ງ​ຜີຊົ່ວຮ້າຍ​ໃຫ້​ອອກ​ໄປ​ຈາກ​ຄົນ​ນັ້ນ. (ດ້ວຍວ່າ, ມັນ​ໄດ້​ກຸມ​ເອົາ​ຄົນ​ນັ້ນ​ໄປ​ຫລາຍ​ເທື່ອ ແລະ​ເຄີຍ​ມັດ​ດ້ວຍ​ເຊືອກ ແລະ​ຖືກ​ລ່າມໂສ້​ຂັງ​ໄວ້, ແຕ່​ມັນ​ກໍ​ຫັກ​ເຄື່ອງ​ມັດ​ນັ້ນ​ເສຍ ແລ້ວ​ບັງຄັບ​ໃຫ້​ເຂົ້າ​ໄປ​ໃນ​ປ່າ.)</verse>
				<verse number="30">ພຣະເຢຊູເຈົ້າ​ຖາມ​ມັນ​ວ່າ, “ມຶງ​ຊື່​ຫຍັງ?” ມັນ​ຕອບ​ວ່າ, “ຊື່ ‘ກອງທັບ.”’ ເພາະ​ມີ​ຜີມານຮ້າຍ​ຫລາຍ​ໂຕ​ສິງ​ຢູ່​ໃນ​ຄົນ​ນີ້.</verse>
				<verse number="31">ຜີມານຮ້າຍ​ເຫຼົ່ານີ້​ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ ບໍ່​ໃຫ້​ສົ່ງ​ພວກ​ມັນ​ລົງ​ໄປ​ໃນ​ເຫວເລິກ.</verse>
				<verse number="32">ຢູ່​ໃກ້​ນັ້ນ ມີ​ຝູງ​ໝູ​ທີ່​ກຳລັງ​ຊອກ​ຫາ​ກິນ​ຢູ່​ຕາມ​ຈ້າຍ​ພູ ຜີມານຮ້າຍ​ເຫຼົ່ານີ້​ຈຶ່ງ​ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ ອະນຸຍາດ​ໃຫ້​ພວກ​ມັນ​ເຂົ້າ​ໄປ​ສິງ​ຢູ່​ໃນ​ຝູງ​ໝູ ແລະ​ພຣະອົງ​ກໍ​ອະນຸຍາດ​ໃຫ້.</verse>
				<verse number="33">ແລ້ວ​ຜີມານຮ້າຍ​ເຫຼົ່ານັ້ນ ກໍ​ອອກ​ຈາກ​ຊາຍ​ຄົນ​ນີ້​ເຂົ້າ​ໄປ​ສິງ​ຢູ່​ໃນ​ຝູງ​ໝູ, ໝູ​ທັງ​ຝູງ​ກໍ​ຟ້າວ​ແລ່ນ​ລົງ​ຕາລິ່ງຊັນ ແລະ​ໂຕນ​ໃສ່​ທະເລສາບ​ຈົມ​ນໍ້າ​ຕາຍ​ໝົດ.</verse>
				<verse number="34">ສ່ວນ​ພວກ​ລ້ຽງ​ໝູ ເມື່ອ​ໄດ້​ເຫັນ​ເຫດການ​ເຊັ່ນນີ້ ຕ່າງ​ກໍ​ແລ່ນ​ໜີ ແລະ​ໄປ​ເລົ່າ​ເລື່ອງ​ໃຫ້​ຄົນ​ຢູ່​ໃນເມືອງ ແລະ​ຢູ່​ນອກເມືອງ​ຟັງ.</verse>
				<verse number="35">ແລ້ວ​ຄົນ​ທັງປວງ​ກໍ​ອອກ​ມາ​ເບິ່ງ​ເຫດການ​ທີ່​ເກີດຂຶ້ນ​ນັ້ນ ແລະ​ເມື່ອ​ມາ​ເຖິງ​ພຣະເຢຊູເຈົ້າ ພວກເຂົາ​ໄດ້​ເຫັນ​ຄົນ​ທີ່​ຜີມານຮ້າຍ​ອອກ​ຈາກ​ຕົວ​ນັ້ນ ນຸ່ງ​ຫົ່ມ​ເສື້ອຜ້າ ມີ​ສະຕິ​ອາຣົມ​ດີ ນັ່ງ​ຢູ່​ໃກ້​ພຣະບາດ​ຂອງ​ພຣະເຢຊູເຈົ້າ ພວກເຂົາ​ຈຶ່ງ​ມີ​ໃຈ​ຢ້ານ.</verse>
				<verse number="36">ພວກ​ທີ່​ໄດ້​ເຫັນ​ເຫດການ​ນັ້ນ ໄດ້​ເລົ່າ​ໃຫ້​ປະຊາຊົນ​ຟັງ ເຖິງ​ເລື່ອງ​ຄົນ​ທີ່​ຜີມານຮ້າຍ​ສິງ ຖືກ​ໂຜດ​ໃຫ້​ຫາຍ​ດີ​ເປັນ​ປົກກະຕິ​ໄດ້​ຢ່າງ​ໃດ.</verse>
				<verse number="37">ແລ້ວ​ປະຊາຊົນ​ທຸກຄົນ​ຈາກ​ເຂດແດນ​ນັ້ນ ກໍ​ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ໜີໄປ​ຈາກ​ພວກເຂົາ ເພາະ​ພວກເຂົາ​ຕ່າງ​ກໍ​ຢ້ານກົວ​ຫລາຍ​ທີ່ສຸດ. ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ລົງ​ເຮືອ​ກັບຄືນ​ໄປ.</verse>
				<verse number="38">ຊາຍ​ທີ່​ຜີມານຮ້າຍ​ເປັນ​ກອງທັບ​ຖືກ​ຂັບໄລ່​ອອກ​ໄປ​ແລ້ວ​ນັ້ນ ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ​ວ່າ, “ໂຜດ​ໃຫ້​ຂ້ານ້ອຍ​ໄປ​ກັບ​ທ່ານ​ດ້ວຍ​ເທີ້ນ.” ແຕ່​ພຣະເຢຊູເຈົ້າ​ບອກ​ໃຫ້​ລາວ​ກັບຄືນ​ໄປ ໂດຍ​ກ່າວ​ວ່າ,</verse>
				<verse number="39">“ຈົ່ງ​ກັບ​ເມືອ​ບ້ານ​ເຮືອນ​ຂອງ​ເຈົ້າ ແລະ​ບອກ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ແກ່​ເຈົ້າ.” ແລ້ວ​ຊາຍ​ຄົນ​ນັ້ນ ກໍ​ໄປ​ປະກາດ​ທົ່ວ​ທັງ​ເມືອງ ເຖິງ​ສິ່ງ​ທັງຫລາຍ​ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ​ສຳລັບ​ຕົນ.</verse>
				<verse number="40">ເມື່ອ​ພຣະເຢຊູເຈົ້າ​ກັບ​ມາ​ແຕ່​ທະເລສາບ​ຟາກ​ນັ້ນ​ແລ້ວ ປະຊາຊົນ​ກໍ​ມາ​ຕ້ອນຮັບ​ພຣະອົງ ເພາະ​ພວກເຂົາ​ລໍຄອຍ​ການ​ກັບ​ມາ​ຂອງ​ພຣະອົງ​ຢູ່.</verse>
				<verse number="41">ໃນ​ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ຊື່ ຢາອີໂຣ ເປັນ​ຫົວໜ້າ​ໂຮງ​ທຳມະສາລາ​ໃນ​ທ້ອງຖິ່ນ​ນັ້ນ ໄດ້​ມາ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ທູນ​ອ້ອນວອນ​ຂໍ​ພຣະອົງ​ໃຫ້​ໄປ​ທີ່​ເຮືອນ​ຂອງຕົນ,</verse>
				<verse number="42">ເພາະ​ລູກສາວ​ຄົນ​ດຽວ​ຂອງ​ລາວ​ອາຍຸ​ສິບສອງ​ປີ ປ່ວຍ​ໃກ້​ຈະ​ສິ້ນ​ໃຈ​ຕາຍ​ແລ້ວ, ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ໄປ​ນັ້ນ ກໍ​ມີ​ປະຊາຊົນ​ບຽດ​ພຣະອົງ​ໄປ​ຢ່າງ​ໜາແໜ້ນ.</verse>
				<verse number="43">ໃນ​ນັ້ນ ມີ​ຍິງ​ຄົນ​ໜຶ່ງ ທີ່​ເປັນ​ພະຍາດ​ເລືອດຕົກ ໄດ້​ສິບສອງ​ປີ​ແລ້ວ ນາງ​ໄດ້​ຈ່າຍ​ຊັບ​ທັງໝົດ​ທີ່​ຕົນ​ມີ​ໃຫ້​ພວກ​ໝໍ ແຕ່​ບໍ່ມີ​ໝໍ​ຄົນ​ໃດ​ສາມາດ​ຮັກສາ​ນາງ​ໃຫ້​ຫາຍ​ດີ​ໄດ້.</verse>
				<verse number="44">ນາງ​ຈຶ່ງ​ຫຍັບ​ເຂົ້າ​ມາ​ທາງ​ຫລັງ​ພຣະເຢຊູເຈົ້າ ແລະ​ບາຍ​ແຄມ​ເສື້ອຄຸມ​ຂອງ​ພຣະອົງ ແລະ​ພະຍາດ​ເລືອດ​ຕົກ​ນັ້ນ​ກໍ​ຢຸດ​ທັນທີ.</verse>
				<verse number="45">ພຣະເຢຊູເຈົ້າ​ຖາມ​ວ່າ, “ແມ່ນ​ຜູ້ໃດ​ບາຍ​ເຮົາ?” ເມື່ອ​ພວກເຂົາ​ທຸກຄົນ​ຕ່າງ​ກໍ​ປະຕິເສດ ເປໂຕ​ຈຶ່ງ​ເວົ້າ​ວ່າ, “ພຣະອາຈານ​ເອີຍ ກໍ​ແມ່ນ​ປະຊາຊົນ​ທີ່​ແໜ້ນໜາ​ກຳລັງ​ບຸບຽດ​ທ່ານ​ຢູ່.”</verse>
				<verse number="46">ແຕ່​ພຣະເຢຊູເຈົ້າ​ກ່າວ​ວ່າ, “ມີ​ຜູ້ໜຶ່ງ​ໄດ້​ບາຍ​ເຮົາ. ດ້ວຍວ່າ, ເຮົາ​ຮູ້​ສຶກ​ວ່າ ຣິດເດດ​ໄດ້​ຊວ່ານ​ອອກ​ຈາກ​ເຮົາ​ໄປ.”</verse>
				<verse number="47">ເມື່ອ​ເຫັນ​ວ່າ ຈະ​ເຊື່ອງ​ຕົວ​ບໍ່ໄດ້​ແລ້ວ ຍິງ​ຄົນ​ນັ້ນ ຈຶ່ງ​ເຂົ້າ​ມາ​ຫາ​ທັງ​ຕົວ​ສັ່ນເຊັນ ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ຕໍ່ໜ້າ​ທຸກຄົນ​ໃນ​ທີ່ນັ້ນ ນາງ​ບອກ​ພຣະອົງ​ວ່າ, ດ້ວຍເຫດໃດ​ຕົນ​ຈຶ່ງ​ໄດ້​ບາຍ​ພຣະອົງ ແລະ​ຕົນ​ໄດ້​ຫາຍ​ດີ​ພະຍາດ​ໃນ​ທັນທີ​ໄດ້​ຢ່າງ​ໃດ?</verse>
				<verse number="48">ພຣະເຢຊູເຈົ້າ​ກ່າວ​ແກ່​ນາງ​ວ່າ, “ລູກຍິງ​ເອີຍ ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍ​ດີ​ແລ້ວ ຈົ່ງ​ໄປ​ເປັນ​ສຸກ​ເທີ້ນ.”</verse>
				<verse number="49">ໃນ​ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ຢູ່​ນີ້ ກໍ​ມີ​ຄົນ​ໜຶ່ງ​ມາ​ຈາກ​ເຮືອນ​ຂອງ​ຢາອີໂຣ ຫົວໜ້າ​ທຳມະສາລາ ລາວ​ບອກ​ວ່າ, “ລູກສາວ​ຂອງ​ເຈົ້າ​ຕາຍ​ແລ້ວ ຢ່າ​ລົບກວນ​ອາຈານ​ຕໍ່ໄປ​ອີກ​ເລີຍ.”</verse>
				<verse number="50">ແຕ່​ພຣະເຢຊູເຈົ້າ​ໄດ້ຍິນ​ຂ່າວ​ນັ້ນ ຈຶ່ງ​ກ່າວ​ແກ່​ຢາອີໂຣ​ວ່າ, “ຢ່າ​ວິຕົກ​ເລີຍ, ຈົ່ງ​ເຊື່ອ​ເທົ່ານັ້ນ ແລ້ວ​ນາງ​ກໍ​ຈະ​ຫາຍ​ດີ.”</verse>
				<verse number="51">ເມື່ອ​ມາ​ຮອດ​ເຮືອນ​ແລ້ວ ພຣະອົງ​ບໍ່​ໃຫ້​ຜູ້ໃດ​ເຂົ້າ​ໄປ​ນຳ​ພຣະອົງ ເວັ້ນ​ໄວ້​ແຕ່​ເປໂຕ, ໂຢຮັນ, ຢາໂກໂບ ແລະ ພໍ່​ແມ່​ຂອງ​ເດັກ​ເທົ່ານັ້ນ.</verse>
				<verse number="52">ໃນ​ທີ່ນັ້ນ ຄົນ​ທັງຫລາຍ​ກຳລັງ​ຮ້ອງໄຫ້​ໄວ້ທຸກ​ໃຫ້​ເດັກ​ຢູ່ ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢ່າ​ຮ້ອງໄຫ້​ເທາະ ເດັກນ້ອຍ​ນັ້ນ​ບໍ່​ຕາຍ​ດອກ ນາງ​ພຽງແຕ່​ນອນ​ຫລັບ​ເທົ່ານັ້ນ.”</verse>
				<verse number="53">ແລ້ວ​ພວກເຂົາ​ກໍ​ພາກັນ​ຫົວຂວັນ​ພຣະອົງ ເພາະ​ພວກເຂົາ​ຕ່າງ​ກໍ​ຮູ້​ວ່າ ນາງ​ຕາຍ​ແລ້ວ.</verse>
				<verse number="54">ແຕ່​ພຣະເຢຊູເຈົ້າ​ຈັບ​ມື​ເດັກ​ນັ້ນ ແລະ​ຮ້ອງ​ຂຶ້ນ​ວ່າ, “ລູກ​ເອີຍ ຈົ່ງ​ລຸກ​ຂຶ້ນ​ສາ.”</verse>
				<verse number="55">ຊີວິດ​ຂອງ​ນາງ​ຈຶ່ງ​ກັບຄືນ​ມາ ແລະ​ນາງ​ກໍ​ລຸກ​ຂຶ້ນ​ໃນ​ທັນທີ ພຣະເຢຊູເຈົ້າ​ສັ່ງ​ໃຫ້​ເອົາ​ອາຫານ​ໃຫ້​ນາງ​ກິນ.</verse>
				<verse number="56">ຝ່າຍ​ພໍ່​ແມ່​ຂອງ​ເດັກ​ກໍ​ງຶດ​ປະຫລາດ​ໃຈ​ຫລາຍ​ທີ່ສຸດ, ແຕ່​ພຣະເຢຊູເຈົ້າ​ສັ່ງ​ບໍ່​ໃຫ້​ບອກ​ຜູ້ໃດ ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ.</verse>
			</chapter>
			<chapter number="9">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ເອີ້ນ​ສາວົກ​ສິບສອງ​ຄົນ​ມາ​ແລ້ວ ພຣະອົງ​ກໍ​ໃຫ້​ຣິດເດດ ແລະ​ສິດ​ອຳນາດ​ແກ່​ພວກເພິ່ນ ເພື່ອ​ຂັບໄລ່​ຜີມານຮ້າຍ​ທຸກ​ໂຕ ແລະ​ເພື່ອ​ຮັກສາ​ພະຍາດ​ໂຣຄາ​ຕ່າງໆ.</verse>
				<verse number="2">ແລ້ວ​ພຣະອົງ​ກໍ​ໃຊ້​ພວກເພິ່ນ​ອອກ​ໄປ​ປະກາດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ​ເຮັດ​ໃຫ້​ຄົນ​ເຈັບໄຂ້​ໄດ້ປ່ວຍ​ດີ​ພະຍາດ.</verse>
				<verse number="3">ພຣະອົງ​ສັ່ງ​ແກ່​ພວກເພິ່ນ​ວ່າ, “ເມື່ອ​ເດີນທາງ​ໄປ​ນັ້ນ ຢ່າ​ເອົາ​ຫຍັງ​ໄປ​ນຳ ບໍ່​ວ່າ ໄມ້​ເທົ້າ, ຖົງ, ອາຫານ, ເງິນ, ແມ່ນແຕ່​ເຄື່ອງ​ນຸ່ງ​ກໍ​ບໍ່​ໃຫ້​ຖື​ໄປ​ເພື່ອ​ປ່ຽນ.</verse>
				<verse number="4">ເຮືອນ​ໃດ​ທີ່​ຕ້ອນຮັບ​ພວກເຈົ້າ ຈົ່ງ​ຢູ່​ໃນ​ເຮືອນ​ນັ້ນ ຈົນກວ່າ​ພວກເຈົ້າ​ຈາກ​ໄປ,</verse>
				<verse number="5">ເມືອງ​ໃດ ທີ່​ບໍ່​ຕ້ອນຮັບ​ພວກເຈົ້າ ຈົ່ງ​ໜີ​ຈາກ​ເມືອງ​ນັ້ນ ແລະ​ສັ່ນ​ຂີ້ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ພວກເຈົ້າ​ອອກ ເພື່ອ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ.”</verse>
				<verse number="6">ແລ້ວ​ພວກ​ສາວົກ​ກໍ​ພາກັນ​ອອກ​ເດີນທາງ​ໄປ ຕາມ​ທຸກ​ບ້ານ​ທຸກ​ເມືອງ​ປະກາດ​ຂ່າວປະເສີດ ແລະ​ເຮັດ​ໃຫ້​ຄົນ​ເຈັບໄຂ້​ໄດ້ປ່ວຍ​ດີ​ພະຍາດ.</verse>
				<verse number="7">ເມື່ອ​ເຮໂຣດ ຜູ້​ປົກຄອງ​ໄດ້ຍິນ​ເຫດການ​ທັງໝົດ​ທີ່​ເກີດຂຶ້ນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ວິຕົກ​ກັງວົນ​ໃຈ ເພາະ​ບາງຄົນ​ເວົ້າ​ວ່າ, “ໂຢຮັນ​ບັບຕິສະໂຕ​ຄືນ​ມາ​ມີ​ຊີວິດ​ອີກ​ແລ້ວ.”</verse>
				<verse number="8">ຝ່າຍ​ຄົນອື່ນ​ເວົ້າ​ວ່າ, “ເອລີຢາ​ໄດ້​ມາ​ປາກົດ” ແລະ​ຄົນອື່ນໆ​ອີກ​ເວົ້າ​ວ່າ, “ແມ່ນ​ຜູ້ທຳນວາຍ​ຄົນ​ໜຶ່ງ ໃນ​ບັນດາ​ຜູ້ທຳນວາຍ​ໃນ​ສະໄໝ​ບູຮານ​ໄດ້​ຄືນ​ມາ​ມີ​ຊີວິດ.”</verse>
				<verse number="9">ແຕ່​ເຮໂຣດ​ເອງ​ເວົ້າ​ວ່າ, “ເຮົາ​ຕັດ​ຫົວ​ໂຢຮັນ​ແລ້ວ, ແຕ່​ຄົນ​ທີ່​ເຮົາ​ໄດ້ຍິນ​ເຖິງ​ນີ້ ແມ່ນ​ຜູ້ໃດ​ໜໍ?” ແລ້ວ​ເຮໂຣດ​ກໍ​ຫາ​ໂອກາດ​ທີ່​ຈະ​ພົບ​ພຣະເຢຊູເຈົ້າ.</verse>
				<verse number="10">ແລ້ວ​ພວກ​ອັກຄະສາວົກ​ກໍໄດ້​ກັບຄືນ​ມາ ເມື່ອ​ພວກເພິ່ນ​ລາຍງານ​ແກ່​ພຣະເຢຊູເຈົ້າ ເຖິງ​ສິ່ງ​ທີ່​ພວກ​ຕົນ​ເຮັດ ແລ້ວ​ພຣະອົງ​ກໍ​ພາ​ພວກເພິ່ນ​ໄປ​ຕ່າງຫາກ ທີ່​ເມືອງ​ໜຶ່ງ​ຊື່​ວ່າ ເບັດສາອີດາ.</verse>
				<verse number="11">ເມື່ອ​ປະຊາຊົນ​ໄດ້ຍິນ​ເຖິງ​ເລື່ອງ​ນີ້ ພວກເຂົາ​ກໍ​ຕິດຕາມ​ພຣະອົງ​ໄປ ຝ່າຍ​ພຣະອົງ​ກໍ​ຕ້ອນຮັບ​ພວກເຂົາ ແລະ​ບອກ​ພວກເຂົາ​ເຖິງ​ຣາຊອານາຈັກ​ຂອງ​ພຣະເຈົ້າ ທັງ​ຊົງ​ໂຜດ​ຮັກສາ​ຜູ້​ທີ່​ຕ້ອງການ​ຢາກ​ຫາຍ​ດີ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ.</verse>
				<verse number="12">ເມື່ອ​ຕາເວັນ​ກຳລັງ​ຈະ​ຕົກ​ແລ້ວ ພວກ​ສາວົກ​ກໍ​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ເລີກ​ເມືອ​ສາ ເພື່ອ​ໃຫ້​ພວກເຂົາ​ໄປ​ຫາ​ບ້ານ​ໄຮ່​ບ້ານ​ນາ​ແຖບ​ນີ້ ຊອກ​ທີ່​ພັກ​ແລະ​ອາຫານ ເພາະ​ທີ່​ນີ້​ເປັນ​ບ່ອນ​ປ່ຽວ.”</verse>
				<verse number="13">ແຕ່​ພຣະເຢຊູເຈົ້າ​ກ່າວ​ຕໍ່​ພວກເພິ່ນ​ວ່າ, “ໃຫ້​ພວກເຈົ້າ​ເປັນ​ຜູ້​ລ້ຽງ​ພວກເຂົາ​ສາ.” ພວກ​ສາວົກ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ມີ​ເຂົ້າຈີ່​ຫ້າ​ກ້ອນ​ກັບ​ປາ​ສອງ​ໂຕ​ເທົ່ານັ້ນ ທ່ານ​ຕ້ອງການ​ໃຫ້​ພວກ​ຂ້ານ້ອຍ​ໄປ​ຊື້​ອາຫານ​ໃຫ້​ປະຊາຊົນ​ທັງໝົດ​ນີ້​ກິນ​ບໍ?” (</verse>
				<verse number="14">ໃນ​ທີ່ນັ້ນ​ມີ​ຜູ້ຊາຍ​ປະມານ​ຫ້າພັນ​ຄົນ.) ພຣະເຢຊູເຈົ້າ​ສັ່ງ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ຈົ່ງ​ຈັດ​ປະຊາຊົນ​ໃຫ້​ນັ່ງ​ລົງ​ເປັນ​ໝູ່ ໝູ່​ລະ​ຫ້າສິບ​ຄົນ.”</verse>
				<verse number="15">ພວກ​ສາວົກ​ກໍ​ປະຕິບັດ​ຕາມ ແລະ​ຈັດ​ໃຫ້​ປະຊາຊົນ​ທຸກຄົນ​ນັ່ງ​ລົງ.</verse>
				<verse number="16">ແລ້ວ​ພຣະອົງ​ກໍ​ຮັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ​ກັບ​ປາ​ສອງ​ໂຕ ເງີຍ​ໜ້າ​ຂຶ້ນ​ສູ່​ທ້ອງຟ້າ ແລະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ອາຫານ ພຣະອົງ​ໄດ້​ແບ່ງ​ອາຫານ​ນັ້ນ ແລະ​ມອບ​ໃຫ້​ພວກ​ສາວົກ ເພື່ອ​ນຳ​ໄປ​ແຈກ​ຢາຍ​ໃຫ້​ປະຊາຊົນ.</verse>
				<verse number="17">ພວກເຂົາ​ໄດ້​ກິນ​ອີ່ມ​ທຸກຄົນ ແລະ​ສ່ວນ​ທີ່​ເຫຼືອ​ນັ້ນ​ກໍ​ເກັບ​ໄດ້​ເຕັມ​ສິບສອງ​ກະບຸງ.</verse>
				<verse number="18">ຢູ່ມາ​ວັນໜຶ່ງ ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ຕ່າງຫາກ ມີ​ແຕ່​ພວກ​ສາວົກ​ຂອງ​ພຣະອົງ​ຢູ່​ທີ່​ນັ້ນ ພຣະອົງ​ຖາມ​ພວກ​ສາວົກ​ວ່າ, “ປະຊາຊົນ​ເວົ້າ​ກັນ​ວ່າ ເຮົາ​ແມ່ນ​ຜູ້ໃດ?”</verse>
				<verse number="19">ພວກເພິ່ນ​ຕອບ​ວ່າ, “ບາງຄົນ​ເວົ້າ​ວ່າ ທ່ານ​ແມ່ນ​ໂຢຮັນ​ບັບຕິສະໂຕ ຄົນອື່ນ​ເວົ້າ​ວ່າ ທ່ານ​ແມ່ນ​ເອລີຢາ ສ່ວນ​ຄົນອື່ນໆ​ອີກ​ເວົ້າ​ວ່າ ທ່ານ​ແມ່ນ​ຜູ້ທຳນວາຍ​ຄົນ​ໜຶ່ງ ໃນ​ບັນດາ​ຜູ້ທຳນວາຍ​ແຕ່​ສະໄໝ​ບູຮານ ທີ່​ເປັນ​ຄືນ​ມາ​ສູ່​ຊີວິດ.”</verse>
				<verse number="20">ແລ້ວ​ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ຝ່າຍ​ພວກເຈົ້າ​ເດ ວ່າ​ເຮົາ​ແມ່ນ​ຜູ້ໃດ?” ເປໂຕ​ຕອບ​ວ່າ, “ທ່ານ​ແມ່ນ​ພຣະຄຣິດ​ຂອງ​ພຣະເຈົ້າ.”</verse>
				<verse number="21">ແລ້ວ​ພຣະເຢຊູເຈົ້າ​ກໍ​ສັ່ງ​ຫ້າມ​ພວກເພິ່ນ​ຢ່າງ​ເດັດຂາດ ບໍ່​ໃຫ້​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ</verse>
				<verse number="22">ແລະ ກ່າວ​ຕື່ມ​ວ່າ, “ບຸດ​ມະນຸດ​ຕ້ອງ​ທົນທຸກ​ທໍລະມານ​ຢ່າງ​ໜັກ​ຫລາຍ​ປະການ ບັນດາ​ເຖົ້າແກ່ ບັນດາ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ທຳມະຈານ​ຈະ​ບໍ່​ຍອມ​ຮັບ​ທ່ານ, ທ່ານ​ຈະ​ຖືກ​ຂ້າ, ແຕ່​ໃນ​ວັນ​ຖ້ວນ​ສາມ ທ່ານ​ຈະ​ຖືກ​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ.”</verse>
				<verse number="23">ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ປະຊາຊົນ​ທັງໝົດ​ວ່າ, “ຖ້າ​ຜູ້ໃດ​ຕ້ອງການ​ຕິດຕາມ​ເຮົາ​ມາ ໃຫ້​ຜູ້ນັ້ນ​ຕັດສິດ​ຂອງ​ຕົນເອງ ຮັບ​ແບກ​ໄມ້ກາງແຂນ​ຂອງຕົນ​ທຸກໆ​ວັນ ແລະ​ຕາມ​ເຮົາ​ມາ.</verse>
				<verse number="24">ເພາະ​ຜູ້ໃດ​ກໍຕາມ ທີ່​ຢາກ​ຮັກສາ​ຊີວິດ​ຂອງຕົນ​ໄວ້​ໃຫ້​ພົ້ນ ຜູ້ນັ້ນ​ຈະ​ເສຍ​ຊີວິດ, ແຕ່​ຜູ້ໃດ​ກໍຕາມ​ທີ່​ສະຫລະ​ຊີວິດ​ຂອງຕົນ ເພາະ​ເຫັນ​ແກ່​ເຮົາ ຜູ້ນັ້ນ​ຈະ​ຊ່ວຍ​ຊີວິດ​ຂອງຕົນ​ໃຫ້​ພົ້ນ.</verse>
				<verse number="25">ເຫດ​ວ່າ ຖ້າ​ຜູ້ໃດ​ຈະ​ໄດ້​ສິ່ງ​ຂອງ​ທັງ​ໂລກ, ແຕ່​ຈະ​ໃຫ້​ຕົວເອງ​ຈິບຫາຍ ຫລື​ເສຍ​ໄປ ຜູ້ນັ້ນ​ຈະ​ໄດ້​ປະໂຫຍດ​ອັນ​ໃດ?</verse>
				<verse number="26">ສະນັ້ນ ຖ້າ​ຜູ້ໃດ​ມີ​ຄວາມ​ລະອາຍ​ໃນ​ເລື່ອງ​ເຮົາ ແລະ​ໃນ​ເລື່ອງ​ຖ້ອຍຄຳ​ຂອງເຮົາ ບຸດ​ມະນຸດ​ກໍ​ຈະ​ມີ​ຄວາມ​ລະອາຍ​ໃນ​ເລື່ອງ​ຂອງ​ຜູ້ນັ້ນ ເມື່ອ​ເຮົາ​ມາ​ປາກົດ​ໃນ​ສະຫງ່າຣາສີ​ຂອງເຮົາ ກັບ​ໃນ​ສະຫງ່າຣາສີ​ຂອງ​ພຣະບິດາເຈົ້າ ແລະ​ຂອງ​ພວກ​ເທວະດາ​ບໍຣິສຸດ.</verse>
				<verse number="27">ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ມີ​ບາງຄົນ​ໃນ​ທີ່​ນີ້​ຈະ​ບໍ່​ຮູ້​ຣົດ​ແຫ່ງ​ຄວາມ​ຕາຍ ຈົນກວ່າ​ພວກເຂົາ​ໄດ້​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ.”</verse>
				<verse number="28">ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ແລ້ວ ປະມານ​ໜຶ່ງ​ອາທິດ ພຣະອົງ​ກໍ​ພາ​ເປໂຕ, ໂຢຮັນ ແລະ ຢາໂກໂບ​ຂຶ້ນ​ໄປ​ເທິງ​ພູ​ກັບ​ພຣະອົງ ເພື່ອ​ພາວັນນາ​ອະທິຖານ.</verse>
				<verse number="29">ຂະນະທີ່​ພຣະອົງ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ນັ້ນ ໃບ​ໜ້າ​ຂອງ​ພຣະອົງ​ກໍ​ຊົງ​ປ່ຽນ​ໄປ ແລະ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ​ກໍ​ຂາວ​ເຫຼື້ອມໃສ.</verse>
				<verse number="30">ໃນ​ທັນໃດນັ້ນ ກໍ​ມີ​ສອງ​ຄົນ​ກຳລັງ​ສົນທະນາ​ຢູ່​ກັບ​ພຣະອົງ ສອງ​ຄົນ​ນັ້ນ​ແມ່ນ​ໂມເຊ ແລະ ເອລີຢາ</verse>
				<verse number="31">ທີ່​ມາ​ປາກົດ​ດ້ວຍ​ສະຫງ່າຣາສີ​ຈາກ​ສະຫວັນ ທັງສອງ​ສົນທະນາ​ຢູ່​ກັບ​ພຣະເຢຊູເຈົ້າ ກ່າວ​ເຖິງ​ການ​ທີ່​ພຣະອົງ​ຈະ​ສະເດັດ​ຈາກ​ໂລກ​ໄປ ຊຶ່ງ​ເລື່ອງ​ນີ້​ຈະ​ສຳເລັດ​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="32">ຝ່າຍ​ເປໂຕ​ກັບ​ໝູ່​ເພື່ອນ​ຂອງຕົນ ຕ່າງ​ກໍ​ເຫງົາ​ນອນ, ແຕ່​ເມື່ອ​ພວກເພິ່ນ​ໄດ້​ຕື່ນ​ຂຶ້ນ​ແລ້ວ ຈຶ່ງ​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຢຊູເຈົ້າ ກັບ​ສອງ​ຄົນ​ທີ່​ກຳລັງ​ຢືນ​ຢູ່​ນຳ​ພຣະອົງ.</verse>
				<verse number="33">ເມື່ອ​ສອງ​ຄົນ​ນັ້ນ​ກຳລັງ​ຈາກ​ພຣະເຢຊູເຈົ້າ​ໄປ, ເປໂຕ​ຈຶ່ງ​ກ່າວ​ຕໍ່​ພຣະອົງ​ວ່າ, “ພຣະອາຈານ​ເອີຍ, ເປັນ​ການ​ດີ​ແທ້ໆ​ທີ່​ພວກ​ຂ້ານ້ອຍ​ຢູ່​ບ່ອນ​ນີ້ ໂຜດ​ໃຫ້​ພວກ​ຂ້ານ້ອຍ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຄື​ຫລັງ​ໜຶ່ງ​ສຳລັບ​ທ່ານ ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ ຫລັງ​ໜຶ່ງ​ອີກ​ສຳລັບ​ເອລີຢາ.” (ເປໂຕ​ບໍ່​ຮູ້​ສຶກ​ຕົວ​ວ່າ​ຕົນເອງ​ກຳລັງ​ເວົ້າ​ຫຍັງ.)</verse>
				<verse number="34">ຂະນະທີ່​ເປໂຕ​ກຳລັງ​ເວົ້າ​ຢູ່​ນັ້ນ ກໍ​ມີ​ກ້ອນ​ເມກ​ລອຍ​ລົງມາ​ປົກ​ຫຸ້ມ​ພວກເພິ່ນ​ໄວ້ ແລະ​ພວກ​ສາວົກ​ກໍ​ຢ້ານ​ເມື່ອ​ຢູ່​ໃນ​ກ້ອນ​ເມກ​ນັ້ນ.</verse>
				<verse number="35">ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ ເປັນ​ບຸດ​ຂອງເຮົາ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້ ຈົ່ງ​ເຊື່ອຟັງ​ເພິ່ນ.”</verse>
				<verse number="36">ເມື່ອ​ສຽງ​ນັ້ນ​ສະຫງົບ​ແລ້ວ​ກໍ​ມີ​ແຕ່​ພຣະເຢຊູເຈົ້າ​ອົງ​ດຽວ​ຢູ່​ທີ່​ນັ້ນ ສ່ວນ​ສາວົກ​ທັງ​ສາມ​ກໍ​ເກັບ​ເລື່ອງ​ທັງໝົດ​ນີ້​ໄວ້​ໃນ​ໃຈ ແລະ​ບໍ່ໄດ້​ບອກ​ຜູ້ໃດ​ໃນ​ເວລາ​ນັ້ນ ເຖິງ​ສິ່ງ​ທີ່​ພວກເພິ່ນ​ໄດ້​ເຫັນ.</verse>
				<verse number="37">ວັນ​ໜ້າ​ມາ ຂະນະທີ່​ພຣະເຢຊູເຈົ້າ​ກັບ​ສາວົກ​ທັງ​ສາມ ໄດ້​ລົງ​ມາ​ແຕ່​ເທິງ​ພູ​ນັ້ນ ກໍ​ມີ​ປະຊາຊົນ​ຢ່າງ​ຫລວງຫລາຍ​ມາ​ພົບ​ພຣະອົງ.</verse>
				<verse number="38">ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ໃນ​ປະຊາຊົນ​ນັ້ນ​ຮ້ອງ​ຂຶ້ນ​ວ່າ, “ອາຈານ​ເອີຍ ຂ້ານ້ອຍ​ຂໍ​ຄວາມ​ເມດຕາ​ໃຫ້​ເບິ່ງ​ລູກຊາຍ​ຂອງ​ຂ້ານ້ອຍ​ແດ່ທ້ອນ. ດ້ວຍວ່າ, ລາວ​ແມ່ນ​ລູກຊາຍ​ຄົນ​ດຽວ​ຂອງ​ຂ້ານ້ອຍ.</verse>
				<verse number="39">ຜີຮ້າຍ​ທີ່​ສິງ​ຕົວ​ເດັກ​ເທື່ອໃດ ເດັກ​ກໍ​ຮ້ອງ​ຂຶ້ນ​ເທື່ອນັ້ນ​ໃນ​ທັນທີ​ໂລດ ເຮັດ​ໃຫ້​ເດັກນ້ອຍ​ຊັກດິ້ນ​ຢ່າງ​ແຮງ​ຈົນ​ນໍ້າລາຍ​ຟູມ​ປາກ ມັນ​ເຮັດ​ໃຫ້​ຕົວ​ເດັກ​ຟົກ​ຊໍ້າ ແລະ​ບໍ່​ຍອມ​ອອກ​ໄປ​ໂດຍ​ງ່າຍ.</verse>
				<verse number="40">ຂ້ານ້ອຍ​ໄດ້​ຂໍຮ້ອງ​ໃຫ້​ພວກ​ສາວົກ​ຂອງທ່ານ ຂັບໄລ່​ມັນ​ອອກ​ເສຍ ແຕ່​ພວກເພິ່ນ​ເຮັດ​ບໍ່ໄດ້.”</verse>
				<verse number="41">ພຣະເຢຊູເຈົ້າ​ຕອບ​ວ່າ, “ໂອ ຄົນ​ໃນ​ຍຸກ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ​ຊົ່ວຊ້າ​ເອີຍ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ເຫິງ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນນານ​ປານໃດ?” ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ພາ​ລູກຊາຍ​ຂອງ​ເຈົ້າ​ມາ​ພີ້​ເບິ່ງດູ.”</verse>
				<verse number="42">ຂະນະທີ່​ເດັກ​ກຳລັງ​ມາ​ນັ້ນ ຜີມານຮ້າຍ​ກໍໄດ້​ເຮັດ​ໃຫ້​ເດັກ​ລົ້ມ​ລົງ​ກັບ​ພື້ນດິນ ຊັກດີ້ນ​ກິ້ງ​ເກືອກ​ໄປມາ, ແຕ່​ພຣະເຢຊູເຈົ້າ​ໄດ້​ໃຫ້​ຄຳສັ່ງ​ຊຳລະ​ຜີຊົ່ວຮ້າຍ​ນັ້ນ ແລະ​ຊົງ​ໂຜດ​ເດັກນ້ອຍ​ໃຫ້​ຫາຍ​ດີ ແລ້ວ​ມອບ​ຄືນ​ໃຫ້​ແກ່​ພໍ່​ຂອງ​ເດັກ​ນັ້ນ.</verse>
				<verse number="43">ປະຊາຊົນ​ທັງໝົດ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ​ຫລາຍ ໃນ​ຣິດເດດ​ອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ. ຂະນະທີ່​ປະຊາຊົນ​ຍັງ​ປະຫລາດ​ໃຈ​ນຳ​ທຸກສິ່ງ ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ​ນັ້ນ ພຣະອົງ​ກໍ​ກ່າວ​ແກ່​ພວກ​ສາວົກ​ຂອງ​ພຣະອົງ​ວ່າ,</verse>
				<verse number="44">“ຈົ່ງ​ຈົດຈຳ​ຖ້ອຍຄຳ​ທີ່​ເຮົາ​ກ່າວ​ແກ່​ພວກເຈົ້າ​ນີ້​ໃຫ້​ດີ ບຸດ​ມະນຸດ​ຈະ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ຄົນ​ທັງຫລາຍ.”</verse>
				<verse number="45">ແຕ່​ພວກ​ສາວົກ​ບໍ່​ເຂົ້າໃຈ​ຖ້ອຍຄຳ​ເຫຼົ່ານີ້ ເພາະ​ຖ້ອຍຄຳ​ນັ້ນ​ໄດ້​ຖືກ​ປິດບັງ​ໄວ້​ຈາກ​ພວກເພິ່ນ ເພື່ອ​ວ່າ​ພວກເພິ່ນ​ຈະ​ບໍ່​ສັງເກດ​ໄດ້ ແລະ​ພວກເພິ່ນ​ກໍ​ຢ້ານ​ທີ່​ຈະ​ຖາມ​ພຣະອົງ​ເຖິງ​ເລື່ອງ​ນີ້.</verse>
				<verse number="46">ແລ້ວ​ໄດ້​ເກີດ​ການ​ໂຕ້ຖຽງ​ກັນ​ໃນ​ລະຫວ່າງ​ພວກ​ສາວົກ​ວ່າ ໃນ​ທ່າມກາງ​ພວກເພິ່ນ​ນັ້ນ ຜູ້ໃດ​ເປັນ​ໃຫຍ່​ກວ່າ​ໝູ່.</verse>
				<verse number="47">ຝ່າຍ​ພຣະເຢຊູເຈົ້າ​ຮູ້​ຄວາມ​ຄິດ​ໃນ​ໃຈ​ຂອງ​ພວກເພິ່ນ. ດັ່ງນັ້ນ ພຣະອົງ​ຈຶ່ງ​ໃຫ້​ເດັກນ້ອຍ​ຄົນ​ໜຶ່ງ​ມາ​ຢືນ​ຢູ່​ໃກ້​ພຣະອົງ.</verse>
				<verse number="48">ແລ້ວ​ພຣະອົງ​ກໍ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຜູ້ໃດ​ທີ່​ຕ້ອນຮັບ​ເດັກນ້ອຍ​ຄົນ​ນີ້ ໃນ​ນາມ​ຂອງເຮົາ ຜູ້ນັ້ນ​ກໍ​ຕ້ອນຮັບ​ເຮົາ ແລະ​ຜູ້​ທີ່​ຕ້ອນຮັບ​ເຮົາ ກໍ​ຕ້ອນຮັບ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ເໝືອນກັນ ເພາະວ່າ ຜູ້ໃດ​ທີ່​ເປັນ​ນ້ອຍ​ກວ່າ​ໝູ່​ໃນ​ພວກເຈົ້າ ຜູ້ນັ້ນ​ແຫຼະ ເປັນ​ຜູ້​ໃຫຍ່.”</verse>
				<verse number="49">ແລ້ວ​ໂຢຮັນ​ກໍ​ເວົ້າ​ຂຶ້ນ​ວ່າ, “ພຣະອາຈານ​ເອີຍ, ພວກ​ຂ້ານ້ອຍ​ໄດ້​ເຫັນ​ຊາຍ​ຄົນ​ໜຶ່ງ ຂັບໄລ່​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງທ່ານ ແລະ​ພວກ​ຂ້ານ້ອຍ​ໄດ້​ຫ້າມ​ໃຫ້​ລາວ​ເຊົາ ເພາະ​ລາວ​ບໍ່ໄດ້​ຕິດຕາມ​ພຣະອົງ​ກັບ​ພວກ​ຂ້ານ້ອຍ.”</verse>
				<verse number="50">ແຕ່​ພຣະເຢຊູເຈົ້າ​ຕອບ​ໂຢຮັນ ແລະ​ສາວົກ​ຄົນອື່ນໆ​ວ່າ, “ຢ່າ​ຫ້າມ​ລາວ​ເລີຍ ເພາະ​ຜູ້ໃດ​ທີ່​ບໍ່​ຕໍ່ສູ້​ທ່ານ ກໍ​ເປັນ​ຝ່າຍ​ພວກທ່ານ​ແລ້ວ.”</verse>
				<verse number="51">ເມື່ອ​ໃກ້​ເວລາ​ທີ່​ພຣະເຢຊູເຈົ້າ​ຈະ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ​ແລ້ວ ພຣະອົງ​ກໍ​ຕັ້ງໃຈ​ຢ່າງ​ຄັກແນ່​ທີ່​ຈະ​ໄປ​ນະຄອນ​ເຢຣູຊາເລັມ.</verse>
				<verse number="52">ພຣະອົງ​ໄດ້​ໃຊ້​ຜູ້ຮັບໃຊ້​ໄປ​ກ່ອນ​ໜ້າ​ພຣະອົງ ພວກເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ບ້ານ​ໜຶ່ງ​ຂອງ​ຊາວ​ຊາມາເຣຍ ເພື່ອ​ຈັດຕຽມ​ທຸກສິ່ງ​ໄວ້​ສຳລັບ​ພຣະອົງ.</verse>
				<verse number="53">ແຕ່​ປະຊາຊົນ​ໃນ​ບ້ານ​ນັ້ນ​ບໍ່​ຕ້ອນຮັບ​ພຣະອົງ ເພາະ​ພຣະອົງ​ຕັ້ງໜ້າ​ຈະ​ໄປ​ນະຄອນ​ເຢຣູຊາເລັມ.</verse>
				<verse number="54">ເມື່ອ​ສາວົກ​ຂອງ​ພຣະອົງ​ຄື​ຢາໂກໂບ ແລະ ໂຢຮັນ​ເຫັນ​ດັ່ງນັ້ນ​ແລ້ວ ກໍ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ, ພຣະອົງ​ຢາກ​ໃຫ້​ພວກ​ຂ້ານ້ອຍ​ສັ່ງ​ໄຟ​ລົງ​ມາ​ຈາກ​ສະຫວັນ ເພື່ອ​ເຜົາຜານ​ພວກເຂົາ​ບໍ?”</verse>
				<verse number="55">ແຕ່​ພຣະເຢຊູເຈົ້າ​ຫັນ​ໜ້າ​ມາ​ກ່າວ​ຕິຕຽນ​ພວກເພິ່ນ [ແລະ​ກ່າວ​ວ່າ, “ພວກເຈົ້າ​ບໍ່​ຮູ້​ວ່າ​ພວກເຈົ້າ​ມີ​ຈິດໃຈ​ແນວ​ໃດ ດ້ວຍວ່າ, ບຸດ​ມະນຸດ​ໄດ້​ມາ ບໍ່ແມ່ນ​ເພື່ອ​ທຳລາຍ​ຊີວິດ​ມະນຸດ, ແຕ່​ມາ​ເພື່ອ​ໂຜດ​ມະນຸດ​ໃຫ້​ພົ້ນ.”]</verse>
				<verse number="56">ແລ້ວ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ​ກໍ​ໄປ​ຍັງ​ບ້ານ​ອື່ນ.</verse>
				<verse number="57">ຂະນະທີ່​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ໄປ​ຕາມ​ທາງ​ນັ້ນ ກໍ​ໄດ້​ມີ​ຊາຍ​ຄົນ​ໜຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ພຣະອົງ​ຈະ​ໄປ​ທີ່​ໃດ ຂ້ານ້ອຍ​ກໍ​ພ້ອມ​ທີ່​ຈະ​ໄປ​ທີ່​ນັ້ນ​ກັບ​ພຣະອົງ.”</verse>
				<verse number="58">ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ໝາຈອກ​ຍັງ​ມີ​ໝົ້ງ​ນອນ ແລະ​ນົກ​ກໍ​ຍັງ​ມີ​ຮັງ​ຢູ່ ສ່ວນ​ບຸດ​ມະນຸດ​ບໍ່ມີ​ບ່ອນ​ຈະ​ວາງ​ຫົວ​ລົງ.”</verse>
				<verse number="59">ພຣະອົງ​ກ່າວ​ແກ່​ຊາຍ​ຄົນ​ໜຶ່ງ​ອີກ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.” ແຕ່​ຊາຍ​ຄົນ​ນັ້ນ​ຕອບ​ວ່າ, “ພຣະອົງເຈົ້າ​ເອີຍ ຂໍ​ອະນຸຍາດ​ໃຫ້​ຂ້ານ້ອຍ​ກັບ​ເມືອ​ຝັງສົບ​ພໍ່​ຂອງ​ຂ້ານ້ອຍ​ກ່ອນ.”</verse>
				<verse number="60">ພຣະເຢຊູເຈົ້າ​ຕອບ​ຜູ້ນັ້ນ​ວ່າ, “ຈົ່ງ​ປະ​ໃຫ້​ຄົນ​ຕາຍ​ຝັງ​ກັນ​ເອງ​ເທາະ, ແຕ່​ສ່ວນ​ເຈົ້າ ຈົ່ງ​ໄປ​ປະກາດ​ອານາຈັກ​ຂອງ​ພຣະເຈົ້າ.”</verse>
				<verse number="61">ມີ​ຄົນ​ໜຶ່ງ​ອີກ​ໄດ້​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຂ້ານ້ອຍ​ຈະ​ຕາມ​ທ່ານ​ໄປ, ແຕ່​ຂໍ​ອະນຸຍາດ​ໃຫ້​ຂ້ານ້ອຍ​ກັບ​ເມືອ​ສັ່ງລາ​ຄອບຄົວ​ຂອງ​ຂ້ານ້ອຍ​ກ່ອນ.”</verse>
				<verse number="62">ພຣະເຢຊູເຈົ້າ​ກ່າວ​ແກ່​ລາວ​ວ່າ, “ຜູ້ໃດ​ທີ່​ເອົາ​ມື​ຈັບ​ງ້ອນໄຖ​ແລ້ວ​ຍັງ​ຫລຽວ​ຄືນ​ຫລັງ ຜູ້ນັ້ນ​ກໍ​ບໍ່​ສົມ​ກັບ​ອານາຈັກ​ຂອງ​ພຣະເຈົ້າ.”</verse>
			</chapter>
			<chapter number="10">
				<verse number="1">ຫລັງຈາກ​ເຫດການ​ເຫຼົ່ານີ້​ແລ້ວ ອົງ​ພຣະຜູ້​ເປັນເຈົ້າ​ກໍໄດ້​ເລືອກ​ເອົາ​ເຈັດສິບສອງ ຄົນ​ຕື່ມ​ອີກ ແລະ​ໃຊ້​ພວກເພິ່ນ​ອອກ​ໄປ​ເປັນ​ໝູ່ ໝູ່​ລະ​ສອງ​ຄົນ ເພື່ອ​ໄປ​ກ່ອນ​ໜ້າ​ພຣະອົງ​ໃນ​ທຸກ​ເມືອງ​ແລະ​ທຸກ​ບ້ານ ທີ່​ພຣະອົງ​ກຳລັງ​ຈະ​ເຂົ້າ​ໄປ​ນັ້ນ.</verse>
				<verse number="2">ພຣະອົງ​ຊົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເຂົ້າ​ທີ່​ຈະ​ກ່ຽວ​ກໍ​ມີ​ຫລາຍ​ແທ້ ແຕ່​ຄົນງານ​ມີ​ໜ້ອຍ​ຢູ່ ເພາະ​ສະນັ້ນ ພວກເຈົ້າ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ຜູ້​ເປັນ​ເຈົ້າ​ຂອງ​ນາ ໃຫ້​ນຳ​ຄົນງານ​ມາ​ໃນ​ການ​ເກັບກ່ຽວ​ຂອງຕົນ​ເສຍ.</verse>
				<verse number="3">ຈົ່ງ​ໄປ​ສາ ເຮົາ​ໃຊ້​ພວກເຈົ້າ​ໄປ​ເໝືອນ​ດັ່ງ​ລູກແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ.</verse>
				<verse number="4">ຢ່າ​ຖື​ຖົງ​ເງິນ ຫລື​ຖື​ຖົງເຄື່ອງ ຫລື​ຖື​ເກີບ​ໄປ​ນຳ ຢ່າ​ຢຸດ​ຄຳນັບ​ຜູ້ໃດ​ຕາມ​ທາງ.</verse>
				<verse number="5">ບໍ່​ວ່າ​ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໃດ​ກໍຕາມ ກ່ອນ​ອື່ນ​ໃຫ້​ກ່າວ​ອວຍພອນ​ວ່າ, ‘ສັນຕິສຸກ ຈົ່ງ​ມີ​ແກ່​ເຮືອນ​ຫລັງ​ນີ້.’</verse>
				<verse number="6">ຖ້າ​ມີ​ຄົນ​ຮັກ​ສັນຕິສຸກ​ອາໄສ​ຢູ່​ໃນ​ຄອບຄົວ​ນີ້ ສັນຕິສຸກ​ກໍ​ຈະ​ຢູ່​ກັບ​ຜູ້ນັ້ນ, ຖ້າ​ບໍ່ມີ ສັນຕິສຸກ​ນັ້ນ​ຈະ​ກັບຄືນ​ມາ​ຫາ​ເຈົ້າ​ອີກ.</verse>
				<verse number="7">ຈົ່ງ​ຢູ່​ໃນ​ເຮືອນ​ຫລັງ​ນັ້ນ ກິນ​ແລະ​ດື່ມ​ຕາມ​ທີ່​ເຂົາ​ມີ​ຢູ່. ດ້ວຍວ່າ, ຄົນງານ​ກໍ​ຄວນ​ຈະ​ໄດ້​ຮັບ​ຄ່າ​ແຮງງານ​ຂອງຕົນ ຢ່າ​ຍ້າຍ​ຈາກ​ເຮືອນ​ນີ້​ເຂົ້າ​ໄປ​ຢູ່​ເຮືອນ​ອື່ນ.</verse>
				<verse number="8">ບໍ່​ວ່າ​ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ເມືອງ​ໃດ​ກໍຕາມ ແລະ​ໄທ​ເມືອງ​ຍິນດີ​ຕ້ອນຮັບ​ພວກເຈົ້າ ຈົ່ງ​ກິນ​ຕາມ​ທີ່​ເຂົາ​ຈັດ​ຫາ​ໃຫ້.</verse>
				<verse number="9">ຈົ່ງ​ເຮັດ​ໃຫ້​ຄົນ​ເຈັບໄຂ້​ໄດ້ປ່ວຍ​ຢູ່​ໃນ​ເມືອງ​ນັ້ນ​ດີ​ພະຍາດ ແລະ​ປະກາດ​ແກ່​ຊາວ​ເມືອງ​ວ່າ, ‘ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ທ່ານ​ທັງຫລາຍ​ແລ້ວ.’</verse>
				<verse number="10">ເມື່ອໃດ​ກໍຕາມ​ທີ່​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ໜຶ່ງ ແລະ​ໄທ​ເມືອງ​ນັ້ນ​ບໍ່​ຍິນດີ​ຕ້ອນຮັບ​ພວກເຈົ້າ ຈົ່ງ​ອອກ​ໄປ​ທີ່​ກາງ​ຖະໜົນ​ຂອງ​ເມືອງ​ນັ້ນ ແລະ​ເວົ້າ​ວ່າ,</verse>
				<verse number="11">‘ແມ່ນແຕ່​ຂີ້ຝຸ່ນ​ດິນ​ຂອງ​ເມືອງ​ນີ້ ທີ່​ຕິດ​ຕີນ​ຂອງ​ພວກເຮົາ ພວກເຮົາ​ກໍ​ຈະ​ປັດ​ອອກ​ຕໍ່ສູ້​ພວກເຈົ້າ; ແຕ່​ຈົ່ງ​ຈຳ​ໄວ້​ວ່າ ອານາຈັກ​ຂອງ​ພຣະເຈົ້າ​ມາ​ໃກ້​ພວກເຈົ້າ​ແລ້ວ’</verse>
				<verse number="12">ເຮົາ​ບອກ​ພວກເຈົ້າ​ວ່າ ໃນ​ວັນ​ພິພາກສາ ໂທດ​ຂອງ​ເມືອງ​ໂຊໂດມ ກໍ​ຈະ​ເບົາ​ກວ່າ​ໂທດ​ຂອງ​ເມືອງ​ນີ້.”</verse>
				<verse number="13">“ວິບັດ​ແກ່​ເຈົ້າ ເມືອງ​ໂຂຣາຊິນ​ເອີຍ ເມືອງ​ເບັດສາອີດາ​ກໍ​ເຊັ່ນດຽວ​ກັນ ວິບັດ​ສຳລັບ​ເຈົ້າ ຖ້າ​ການ​ອັດສະຈັນ​ທີ່​ໄດ້​ຖືກ​ກະທຳ​ໃນ​ເມືອງ​ຂອງ​ເຈົ້າ ໄດ້​ຖືກ​ກະທຳ​ທີ່​ເມືອງ​ຕີເຣ ແລະ ຊີໂດນ​ແລ້ວ ປະຊາຊົນ​ໃນ​ເມືອງ​ເຫຼົ່ານີ້​ກໍ​ຄົງ​ຈະ​ນັ່ງ​ລົງ ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ໃຊ້​ຂີ້ເທົ່າ​ໂຮຍ​ຫົວ​ແຕ່​ດົນນານ​ມາ​ແລ້ວ ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ ພວກເຂົາ​ຖິ້ມໃຈເກົ່າ​ເອົາໃຈໃໝ່,</verse>
				<verse number="14">ແຕ່​ໃນ​ວັນ​ພິພາກສາ ໂທດ​ຂອງ​ເມືອງ​ຕີເຣ​ແລະ​ຊີໂດນ ກໍ​ຈະ​ເບົາ​ກວ່າ​ໂທດ​ຂອງ​ພວກເຈົ້າ.</verse>
				<verse number="15">ສ່ວນ​ເຈົ້າ ເມືອງ​ກາເປນາອູມ​ເອີຍ ເຈົ້າ​ຢາກ​ຈະ​ຍົກ​ຕົວ​ຂຶ້ນ​ໃຫ້​ສູງ​ພຽງ​ຟ້າ​ພຸ້ນ​ບໍ? ເຈົ້າ​ຈະ​ຖືກ​ຖິ້ມ​ລົງ​ສູ່​ບຶງ​ໄຟ​ນະຣົກ.”</verse>
				<verse number="16">“ຜູ້ໃດ​ທີ່​ຟັງ​ພວກເຈົ້າ ກໍໄດ້​ຟັງ​ເຮົາ ຜູ້ໃດ​ທີ່​ບໍ່​ຍອມ​ຮັບ​ພວກເຈົ້າ ກໍ​ບໍ່​ຍອມ​ຮັບ​ເຮົາ ແລະ​ທັງ​ບໍ່​ຍອມ​ຮັບ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ດ້ວຍ.”</verse>
				<verse number="17">ຕໍ່ມາ ພວກ​ເຈັດສິບສອງ ຄົນ​ນັ້ນ​ກໍ​ກັບຄືນ​ມາ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ທີ່ສຸດ ພວກເຂົາ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ແມ່ນແຕ່​ບັນດາ​ຜີມານຮ້າຍ ກໍ​ເຊື່ອຟັງ​ພວກ​ຂ້ານ້ອຍ ເມື່ອ​ພວກ​ຂ້ານ້ອຍ​ສັ່ງ​ມັນ​ໃນ​ນາມ​ຂອງທ່ານ.”</verse>
				<verse number="18">ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເຮົາ​ໄດ້​ເຫັນ​ມານຊາຕານ​ຕົກລົງ​ຈາກ​ຟ້າ ດັ່ງ​ຟ້າ​ແມບ.</verse>
				<verse number="19">ເບິ່ງແມ! ເຮົາ​ໄດ້​ໃຫ້​ພວກເຈົ້າ​ມີ​ສິດ​ອຳນາດ​ຢຽບ​ງູ ແລະ​ແມງງອດ ແລະ​ໃຫ້​ມີ​ຣິດອຳນາດ​ເໜືອ​ກຳລັງ​ຂອງ​ສັດຕູ ແລະ​ບໍ່ມີ​ສິ່ງໃດ ຈະ​ເຮັດ​ອັນຕະລາຍ​ແກ່​ພວກເຈົ້າ​ໄດ້.</verse>
				<verse number="20">ແຕ່​ຢ່າ​ໄດ້ຍິນດີ​ຢູ່​ໃນ​ສິ່ງ​ເຫຼົ່ານີ້ ຄື​ເພາະ​ຜີຮ້າຍ​ຍອມ​ເຊື່ອຟັງ​ພວກເຈົ້າ, ແຕ່​ຈົ່ງ​ຊົມຊື່ນ​ຍິນດີ ເພາະ​ຊື່​ຂອງ​ພວກເຈົ້າ​ໄດ້​ຈົດ​ໄວ້​ແລ້ວ​ໃນ​ສະຫວັນ.”</verse>
				<verse number="21">ໃນ​ເວລາ​ໂມງ​ນັ້ນ ພຣະເຢຊູເຈົ້າ​ຊົງ​ມີ​ຄວາມ​ຊື່ນຊົມ​ຍີນດີ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ຈຶ່ງ​ຊົງ​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ສະຫວັນ ແລະ​ແຜ່ນດິນ​ໂລກ, ຂ້ານ້ອຍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ຊົງ​ປົກບັງ​ສິ່ງ​ເຫຼົ່ານີ້​ໄວ້ ຈາກ​ຜູ້​ມີ​ປັນຍາ ແລະ​ຜູ້​ສະຫລາດ, ແຕ່​ໄດ້​ຊົງ​ສຳແດງ​ໃຫ້​ແກ່​ພວກ​ເດັກນ້ອຍ​ຮູ້ ຂ້າແດ່​ພຣະບິດາເຈົ້າ ພຣະອົງ​ຊົງ​ເຫັນ​ຊອບ​ດັ່ງນັ້ນ.”</verse>
				<verse number="22">“ພຣະບິດາເຈົ້າ​ຂອງເຮົາ​ໄດ້​ຊົງ​ມອບ​ສິ່ງສາລະພັດ​ໃຫ້​ແກ່​ເຮົາ ບໍ່ມີ​ຜູ້ໃດ​ຮູ້​ພຣະບຸດ ນອກຈາກ​ພຣະບິດາເຈົ້າ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”</verse>
				<verse number="23">ແລ້ວ​ພຣະເຢຊູເຈົ້າ​ກໍ​ຫັນ​ໄປ​ທາງ​ພວກ​ສາວົກ ແລະ​ກ່າວ​ແກ່​ພວກເພິ່ນ​ໂດຍ​ສະເພາະ​ວ່າ, “ຕາ​ທັງຫລາຍ ທີ່​ໄດ້​ເຫັນ​ການ​ຊຶ່ງ​ພວກເຈົ້າ​ໄດ້​ເຫັນ​ນັ້ນ​ກໍ​ເປັນ​ສຸກ</verse>
				<verse number="24">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ‘ຜູ້ທຳນວາຍ ແລະ​ກະສັດ​ຫລາຍ​ຄົນ ຢາກ​ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຫັນ ແຕ່​ພວກເຂົາ​ບໍ່ໄດ້​ເຫັນ ແລະ​ຢາກ​ໄດ້ຍິນ​ສິ່ງ​ທີ່​ພວກເຈົ້າ​ໄດ້ຍິນ ແຕ່​ພວກເຂົາ​ບໍ່ໄດ້ຍິນ.”’</verse>
				<verse number="25">ຄັ້ງ​ໜຶ່ງ ມີ​ທຳບັນດິດ​ຄົນ​ໜຶ່ງ ໄດ້​ຢືນ​ຂຶ້ນ​ເພື່ອ​ທົດລອງ​ພຣະເຢຊູເຈົ້າ ລາວ​ຖາມ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ?”</verse>
				<verse number="26">ພຣະເຢຊູເຈົ້າ​ຕອບ​ລາວ​ແບບ​ຖາມ​ຄືນ​ວ່າ, “ກົດບັນຍັດ​ມີ​ຂຽນ​ໄວ້​ວ່າ​ຢ່າງ​ໃດ? ເມື່ອ​ທ່ານ​ອ່ານ​ແລ້ວ ເຂົ້າໃຈ​ຢ່າງ​ໃດ?”</verse>
				<verse number="27">ແລ້ວ​ຊາຍ​ຜູ້​ນັ້ນ​ກໍ​ຕອບ​ວ່າ, “ຈົ່ງ​ຮັກ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ ດ້ວຍ​ສຸດໃຈ ດ້ວຍ​ສຸດຈິດ ດ້ວຍ​ສຸດ​ກຳລັງ ແລະ​ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ” ແລະ “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.”</verse>
				<verse number="28">ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ຕອບ​ຖືກ​ແລ້ວ ຈົ່ງ​ປະຕິບັດ​ຕາມ​ນີ້ ແລະ​ທ່ານ​ຈະ​ໄດ້​ຊີວິດ.”</verse>
				<verse number="29">ແຕ່​ທຳບັນດິດ​ຄົນ​ນັ້ນ ຢາກ​ສະແດງ​ວ່າ​ຕົນ​ເປັນ​ຄົນ​ສິນທຳ ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ຕື່ມ​ວ່າ, “ແມ່ນ​ຜູ້ໃດ​ເປັນ​ເພື່ອນບ້ານ​ຂອງ​ຂ້ານ້ອຍ?”</verse>
				<verse number="30">ພຣະເຢຊູເຈົ້າ​ໃຫ້​ຄຳຕອບ​ແກ່​ລາວ​ດັ່ງນີ້​ວ່າ, “ຍັງ​ມີ​ຊາຍ​ຄົນ​ໜຶ່ງ ລົງ​ຈາກ​ນະຄອນ​ເຢຣູຊາເລັມ​ໄປ​ທີ່​ເມືອງ​ເຢຣີໂກ ແລະ​ຕົກ​ຢູ່​ໃນ​ກຳມື​ຂອງ​ພວກ​ນັກປຸ້ນ, ພວກ​ນັກປຸ້ນ​ໄດ້​ເອົາ​ທຸກສິ່ງ​ທີ່​ຊາຍ​ຜູ້​ນັ້ນ​ມີ ທັງ​ຕົບຕີ​ລາວ ແລະ​ປະຖິ້ມ​ໄວ້​ເກືອບ​ຕາຍ.</verse>
				<verse number="31">ຍັງ​ມີ​ປະໂຣຫິດ​ຄົນ​ໜຶ່ງ ໄດ້​ລົງ​ໄປ​ຕາມ​ທາງ​ນັ້ນ ເມື່ອ​ເຫັນ​ຄົນ​ນີ້​ແລ້ວ​ກໍ​ຍ່າງ​ເວັ້ນ​ກາຍ​ໄປ​ຟາກ​ອື່ນ.</verse>
				<verse number="32">ໃນທຳນອງ​ດຽວກັນ ມີ​ຄົນເລວີ​ຜູ້ໜຶ່ງ​ລົງ​ໄປ​ຕາມ​ທາງ​ນັ້ນ ແລະ​ເຫັນ​ລາວ ກໍ​ຍ່າງ​ເວັ້ນ​ຂ້າມ​ທາງ​ຟາກ​ອື່ນ​ກາຍໄປ​ເໝືອນກັນ.</verse>
				<verse number="33">ແຕ່​ມີ​ໄທ​ຊາມາເຣຍ​ຄົນ​ໜຶ່ງ ທີ່​ເດີນທາງ​ມາ​ພໍ້​ຊາຍ​ຄົນ​ນີ້ ແລະ​ເມື່ອ​ເຫັນ​ລາວ​ແລ້ວ ກໍ​ມີ​ໃຈ​ເມດຕາ​ສົງສານ.</verse>
				<verse number="34">ລາວ​ຈຶ່ງ​ເຂົ້າ​ໄປ​ຊ່ວຍ​ເອົາ​ນໍ້າມັນ ແລະ​ເຫຼົ້າ​ອະງຸ່ນ​ຖອກ​ໃສ່​ບາດແຜ ແລະ​ເອົາ​ຜ້າ​ພັນ​ບາດ​ໃຫ້ ແລ້ວ​ກໍ​ໂຈມ​ຊາຍ​ຄົນ​ນັ້ນ ຂຶ້ນ​ຂີ່​ເທິງ​ຫລັງ​ສັດ​ຂອງຕົນ ນຳ​ໄປ​ຮອດ​ໂຮງແຮມ ແລະ​ເອົາໃຈໃສ່​ບົວລະບັດ​ລາວ.</verse>
				<verse number="35">ວັນ​ຕໍ່ມາ ລາວ​ໄດ້​ເອົາ​ເງິນ​ສອງ​ຫລຽນ​ໃຫ້​ເຈົ້າ​ຂອງ​ໂຮງແຮມ ແລະ​ສັ່ງ​ວ່າ, ‘ຈົ່ງ​ຊ່ວຍ​ເບິ່ງແຍງ​ຊາຍ​ຄົນ​ນີ້​ໃຫ້​ດີ​ເນີ ຖ້າ​ເຈົ້າ​ຈ່າຍ​ເກີນ​ນີ້​ໄປ​ເທົ່າ​ໃດ ເມື່ອ​ຂ້ອຍ​ກັບ​ມາ ຂ້ອຍ​ຈະ​ຈ່າຍ​ຄືນ​ໃຫ້.’</verse>
				<verse number="36">ໃນ​ສາມ​ຄົນ​ນີ້ ແມ່ນ​ຜູ້ໃດ​ທີ່​ເປັນ​ເພື່ອນບ້ານ​ຂອງ​ຄົນ​ທີ່​ຖືກ​ພວກ​ໂຈນ​ປຸ້ນ​ນັ້ນ?”</verse>
				<verse number="37">ທຳບັນດິດ​ຄົນ​ນັ້ນ​ຕອບ​ວ່າ, “ແມ່ນ​ຜູ້​ທີ່​ມີ​ໃຈ​ເມດຕາ​ສົງສານ​ຕໍ່​ລາວ.” ພຣະເຢຊູເຈົ້າ​ກ່າວ​ແນະນຳ​ວ່າ, “ທ່ານ​ຈົ່ງ​ໄປ​ເຮັດ​ຢ່າງ​ນັ້ນ​ເໝືອນກັນ.”</verse>
				<verse number="38">ຂະນະທີ່​ພຣະເຢຊູເຈົ້າ​ເດີນທາງ​ໄປ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ພຣະອົງ​ກໍ​ມາ​ຮອດ​ບ້ານ​ແຫ່ງ​ໜຶ່ງ ໃນ​ທີ່ນັ້ນ​ມີ​ຍິງ​ຄົນ​ໜຶ່ງ​ຊື່ ມາທາ ແລະ​ນາງ​ໄດ້​ຕ້ອນຮັບ​ພຣະອົງ​ເຂົ້າ​ໄປ​ໃນ​ເຮືອນ​ຂອງຕົນ.</verse>
				<verse number="39">ມາທາ​ມີ​ນ້ອງສາວ​ຄົນ​ໜຶ່ງ​ຊື່​ວ່າ ມາຣີ ຜູ້​ຊຶ່ງ​ມາ​ນັ່ງ​ຢູ່​ໃກ້​ຕີນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຟັງ​ຖ້ອຍຄຳ​ຂອງ​ພຣະອົງ.</verse>
				<verse number="40">ສ່ວນ​ມາທາ​ນັ້ນ ເມົາ​ແຕ່​ວຸ້ນວາຍ​ຢູ່​ກັບ​ວຽກ​ບ້ານ​ການ​ເຮືອນ​ຕັ້ງ​ຫລາຍ​ຢ່າງ​ທີ່​ຕົນ​ຕ້ອງ​ເຮັດ. ດັ່ງນັ້ນ ນາງ​ຈຶ່ງ​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ທ່ານ​ບໍ່​ສົນໃຈ​ບໍ ທີ່​ນ້ອງສາວ​ຂອງ​ຂ້ານ້ອຍ ປະ​ໃຫ້​ຂ້ານ້ອຍ​ເຮັດ​ວຽກ​ທັງໝົດ​ນີ້​ແຕ່​ຜູ້​ດຽວ? ຈົ່ງ​ບອກ​ນາງ​ໃຫ້​ມາ​ຊ່ວຍ​ຂ້ານ້ອຍ​ແດ່.”</verse>
				<verse number="41">ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ຕອບ​ນາງ​ວ່າ, “ມາທາ ມາທາ​ເອີຍ ເຈົ້າ​ກັງວົນ ແລະ​ມົວ​ວຸ້ນວາຍ​ຢູ່​ກັບ​ຫລາຍ​ສິ່ງ​ແທ້​ໜໍ</verse>
				<verse number="42">ສິ່ງ​ຊຶ່ງ​ຈຳເປັນ​ນັ້ນ ກໍ​ມີ​ແຕ່​ສິ່ງ​ດຽວ ມາຣີ​ໄດ້​ເລືອກ​ເອົາ​ສິ່ງ​ທີ່​ດີ​ນັ້ນ​ແລ້ວ ແລະ​ຜູ້ໃດ​ຈະ​ຍາດ​ເອົາ​ສິ່ງ​ນີ້​ໄປ​ຈາກ​ນາງ​ບໍ່ໄດ້.”</verse>
			</chapter>
			<chapter number="11">
				<verse number="1">ວັນ​ໜຶ່ງ ພຣະເຢຊູເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ໃນ​ສະຖານທີ່​ແຫ່ງ​ໜຶ່ງ ເມື່ອ​ພຣະເຢຊູເຈົ້າ​ພາວັນນາ​ອະທິຖານ​ຈົບ​ແລ້ວ ສາວົກ​ຄົນ​ໜຶ່ງ​ກໍ​ເວົ້າ​ກັບ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ, ຂໍໂຜດ​ສອນ​ພວກ​ຂ້ານ້ອຍ​ໃຫ້​ພາວັນນາ​ອະທິຖານ ເໝືອນ​ດັ່ງ​ໂຢຮັນ​ໄດ້​ສອນ​ພວກ​ສິດ​ຂອງ​ເພິ່ນ​ແດ່ທ້ອນ.”</verse>
				<verse number="2">ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເມື່ອ​ພວກເຈົ້າ​ພາວັນນາ​ອະທິຖານ​ນັ້ນ ຈົ່ງ​ເວົ້າ​ດັ່ງນີ້: ‘ຂ້າແດ່​ພຣະບິດາເຈົ້າ ຂໍ​ໃຫ້​ພຣະນາມ​ຂອງ​ພຣະອົງ​ ເປັນ​ທີ່​ເຄົາຣົບ​ບູຊາ ຂໍ​ໃຫ້​ຣາຊອານາຈັກ​ຂອງ​ພຣະອົງ​ ມາ​ຕັ້ງ​ຢູ່​ເທິງ​ໂລກນີ້​ເຖິດ.</verse>
				<verse number="3">ຂໍໂຜດ​ປະທານ​ເຂົ້າ​ຈີ່​ປະຈຳ​ວັນ ທີ່​ພວກ​ຂ້ານ້ອຍ​ຕ້ອງການ</verse>
				<verse number="4">ຂໍໂຜດ​ຍົກໂທດ​ບາບກຳ ໃຫ້​ພວກ​ຂ້ານ້ອຍ​ດ້ວຍ​ເທີ້ນ ດ້ວຍວ່າ, ພວກ​ຂ້ານ້ອຍ​ຍົກ​ຄວາມຜິດ​ ຄວາມ​ບາບ​ໃຫ້​ທຸກຄົນ ທີ່​ເຮັດ​ຜິດ​ຕໍ່​ພວກ​ຂ້ານ້ອຍ​ນັ້ນ. ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ ໃນ​ການ​ທົດລອງ.”’</verse>
				<verse number="5">ພຣະອົງ​ຊົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຜູ້ໃດ​ໃນ​ພວກເຈົ້າ​ມີ​ມິດ​ສະຫາຍ​ຄົນ​ໜຶ່ງ ແລະ​ຈະ​ໄປ​ຫາ​ມິດ​ສະຫາຍ​ນັ້ນ​ໃນ​ເວລາ​ທ່ຽງ​ຄືນ ແລະ​ເວົ້າ​ວ່າ, ‘ສະຫາຍ​ເອີຍ, ຂໍ​ໃຫ້​ເຮົາ​ຢືມ​ເຂົ້າຈີ່​ຈັກ​ສາມ​ກ້ອນ​ແດ່.</verse>
				<verse number="6">ເພາະ​ເພື່ອນ​ຄົນ​ໜຶ່ງ​ຂອງເຮົາ​ຫາ​ກໍ​ເດີນທາງ​ມາ​ແວ່ ແລະ​ເຮົາ​ບໍ່ມີ​ຫຍັງ​ຈະ​ສູ່​ລາວ​ກິນ.’</verse>
				<verse number="7">ຝ່າຍ​ມິດ​ສະຫາຍ​ທີ່​ຢູ່​ຂ້າງ​ໃນ ຈະ​ຕອບ​ອອກ​ມາ​ວ່າ, ‘ຢ່າ​ລົບກວນ​ເຮົາ​ເທາະ ປະຕູ​ກໍ​ອັດ​ແລ້ວ ແລະ​ພວກ​ລູກ​ຂອງເຮົາ ກໍ​ນອນ​ຢູ່​ກັບ​ເຮົາ​ໝົດ​ແລ້ວ ເຮົາ​ລຸກ​ຂຶ້ນ​ເອົາ​ໃຫ້​ເຈົ້າ​ບໍ່ໄດ້​ດອກ.’</verse>
				<verse number="8">ເຮົາ​ບອກ​ພວກເຈົ້າ​ວ່າ, ເຖິງ​ແມ່ນ​ຜູ້​ນັ້ນ ຈະ​ບໍ່​ລຸກ​ຂຶ້ນ​ເອົາ​ເຂົ້າຈີ່​ໃຫ້ ເພາະ​ການ​ເປັນ​ເພື່ອນ​ກັນ​ກໍຕາມ, ແຕ່​ເພາະ​ການ​ໝັ່ນ​ຂໍ​ຂອງ​ຜູ້​ເປັນ​ເພື່ອນ​ນັ້ນ ລາວ​ກໍ​ຈະ​ລຸກ​ຂຶ້ນ​ເອົາ​ໃຫ້​ຕາມ​ທີ່​ເພື່ອນ​ຕ້ອງການ.</verse>
				<verse number="9">ຝ່າຍ​ເຮົາ​ຈຶ່ງ​ບອກ​ແກ່​ພວກເຈົ້າ​ວ່າ, ຈົ່ງ​ໝັ່ນ​ຂໍ ແລະ ພວກເຈົ້າ​ຈະ​ໄດ້​ຮັບ ຈົ່ງ​ໝັ່ນ​ຊອກຫາ ແລະ​ພວກເຈົ້າ​ຈະ​ໄດ້​ພົບ ຈົ່ງ​ໝັ່ນ​ເຄາະ ແລະ​ຈະ​ມີ​ຜູ້​ໄຂ​ປະຕູ​ໃຫ້.</verse>
				<verse number="10">ດ້ວຍວ່າ, ທຸກຄົນ​ທີ່​ໝັ່ນ​ຂໍ ກໍໄດ້​ຮັບ ຜູ້ໃດ​ທີ່​ໝັ່ນ​ຊອກ​ຫາ ກໍໄດ້​ພົບ ແລະ​ຜູ້ໃດ​ທີ່​ໝັ່ນ​ເຄາະ ກໍ​ຈະ​ມີ​ຜູ້​ໄຂ​ປະຕູ​ໃຫ້.</verse>
				<verse number="11">ມີ​ຜູ້ໃດ ໃນ​ພວກເຈົ້າ​ທີ່​ເປັນ​ພໍ່​ຈະ​ເອົາ​ງູ​ໃຫ້ ເມື່ອ​ລູກ​ຂອງ​ຕົນເອງ​ຂໍ​ປາ?</verse>
				<verse number="12">ຫລື​ຈະ​ເອົາ​ແມງງອດ​ໃຫ້ ເມື່ອ​ລູກ​ຂໍ​ໄຂ່?</verse>
				<verse number="13">ດ້ວຍເຫດນັ້ນ ພວກເຈົ້າ​ຜູ້​ເປັນ​ຄົນຊົ່ວ ກໍ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງຕົນ ຫລາຍກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ຈະ​ປະທານ​ພຣະວິນຍານ​ບໍຣິສຸດເຈົ້າ ແກ່​ຜູ້​ທີ່​ຂໍ​ຈາກ​ພຣະອົງ.”</verse>
				<verse number="14">ພຣະເຢຊູເຈົ້າ​ກຳລັງ​ຂັບໄລ່​ຜີ​ປາກກືກ​ໂຕໜຶ່ງ​ອອກ ເມື່ອ​ຜີ​ປາກກືກ​ອອກ​ໄປ​ແລ້ວ ຊາຍ​ຄົນ​ນັ້ນ​ກໍ​ເລີ່ມຕົ້ນ​ເວົ້າ​ໄດ້ ຝ່າຍ​ປະຊາຊົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ,</verse>
				<verse number="15">ແຕ່​ປະຊາຊົນ​ບາງຄົນ​ເວົ້າ​ວ່າ, “ແມ່ນ​ເບເອນເຊບູນ ນາຍ​ຂອງ​ຜີມານຮ້າຍ​ທີ່​ໃຫ້​ອຳນາດ​ແກ່​ຄົນ​ນີ້ ຂັບໄລ່​ຜີມານຮ້າຍ​ອອກ.”</verse>
				<verse number="16">ສ່ວນ​ຄົນອື່ນ​ນັ້ນ ຫວັງ​ຢາກ​ຈັບ​ຜິດ​ພຣະເຢຊູເຈົ້າ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຂໍ​ໃຫ້​ພຣະອົງ​ເຮັດ​ໝາຍສຳຄັນ​ຈາກ​ສະຫວັນ.</verse>
				<verse number="17">ແຕ່​ພຣະເຢຊູເຈົ້າ​ຮູ້​ວ່າ ພວກເຂົາ​ກຳລັງ​ຄິດ​ຢ່າງ​ໃດ. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ອານາຈັກ​ໃດ ທີ່​ປະຊາຊົນ​ແບ່ງ​ອອກ​ເປັນ​ກຸ່ມ​ຕໍ່ສູ້​ກັນ​ເອງ ກໍ​ຈະ​ຕັ້ງ​ຢູ່​ຕໍ່ໄປ​ບໍ່ໄດ້ ຄົວ​ເຮືອນ​ໜຶ່ງ ທີ່​ສະມາຊິກ​ໃນ​ຄອບຄົວ​ຕໍ່ສູ້​ກັນ​ເອງ ກໍ​ຈະ​ລົ້ມ​ລະລາຍ.</verse>
				<verse number="18">ຖ້າ​ອານາຈັກ​ຂອງ​ມານຊາຕານ​ແບ່ງ​ກຸ່ມ​ຕໍ່ສູ້​ກັນແລະກັນ ອານາຈັກ​ນັ້ນ​ຈະ​ຕັ້ງ​ຢູ່​ໄດ້​ຢ່າງ​ໃດ? ພວກເຈົ້າ​ກ່າວຫາ​ວ່າ ເຮົາ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້ ເພາະ​ເບເອນເຊບູນ​ໃຫ້​ຣິດອຳນາດ​ແກ່​ເຮົາ.</verse>
				<verse number="19">ຖ້າ​ເຮົາ​ຂັບໄລ່​ພວກ​ມັນ​ໂດຍ​ເບເອນເຊບູນ​ນັ້ນ. ແມ່ນ​ຜູ້ໃດ​ໃຫ້​ຣິດອຳນາດ​ແກ່​ລູກຫລານ​ຂອງ​ພວກເຈົ້າ​ຂັບໄລ່​ຜີມານຮ້າຍ? ບັນດາ​ລູກຫລານ​ຂອງ​ພວກເຈົ້າ​ເອງ ຈະ​ເປັນ​ຜູ້​ຕັດສິນ​ພວກເຈົ້າ</verse>
				<verse number="20">ແຕ່​ຖ້າ​ເຮົາ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ ໂດຍ​ຣິດອຳນາດ​ຂອງ​ພຣະເຈົ້າ. ດັ່ງນັ້ນ ອານາຈັກ​ຂອງ​ພຣະເຈົ້າ​ກໍ​ມາ​ເຖິງ​ພວກເຈົ້າ​ແລ້ວ.</verse>
				<verse number="21">ເມື່ອ​ຄົນ​ແຂງແຮງ​ຜູ້ໜຶ່ງ ຖື​ອາວຸດ​ຄົບ​ຊຸດ​ຕຽມພ້ອມ​ເຝົ້າ​ເຮືອນ​ຂອງຕົນ​ຢູ່ ສິ່ງ​ຂອງ​ຂອງ​ລາວ​ທີ່​ມີ​ຢູ່​ທັງໝົດ​ກໍ​ປອດໄພ.</verse>
				<verse number="22">ແຕ່​ເມື່ອ​ມີ​ຄົນ​ແຂງແຮງ​ກວ່າ​ມາ​ໂຈມຕີ ແລະ​ຊະນະ​ລາວ​ໄປ ຄົນ​ນັ້ນ​ກໍ​ຈະ​ຍາດ​ເອົາ​ອາວຸດ​ທັງໝົດ ທີ່​ເຈົ້າ​ຂອງ​ເຮືອນ​ເພິ່ງພາ​ນັ້ນ​ໜີໄປ ແລະ​ແບ່ງປັນ​ສິ່ງ​ຂອງ​ທັງໝົດ​ທີ່​ເຂົາ​ຍາດ​ເອົາ​ໄປ​ນັ້ນ.</verse>
				<verse number="23">ຜູ້ໃດ​ທີ່​ບໍ່​ຢູ່​ຝ່າຍ​ເຮົາ ກໍ​ຕໍ່ສູ້​ເຮົາ ຜູ້ໃດ​ທີ່​ບໍ່​ໂຮມ​ເຂົ້າ​ກັບ​ເຮົາ ກໍ​ເປັນ​ຜູ້​ເຮັດ​ໃຫ້​ແຕກ​ຊະຊາຍ​ໄປ.”</verse>
				<verse number="24">“ເມື່ອ​ຜີຊົ່ວຮ້າຍ​ອອກ​ມາ​ຈາກ​ຄົນ​ໃດ​ແລ້ວ ມັນ​ກໍ​ທຽວ​ໄປມາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຊອກ​ຫາ​ບ່ອນ​ພັກ​ເຊົາ​ເມື່ອຍ ເມື່ອ​ມັນ​ຫາ​ບໍ່ໄດ້.</verse>
				<verse number="25">ມັນ​ກໍ​ເວົ້າ​ວ່າ, ‘ເຮົາ​ຈະ​ກັບຄືນ​ເມືອ​ເຮືອນ​ຂອງເຮົາ ທີ່​ເຮົາ​ໄດ້​ໜີ​ມາ.’ ດັ່ງນັ້ນ ມັນ​ຈຶ່ງ​ກັບຄືນ​ໄປ ແລະ​ພົບ​ເຮືອນ​ນັ້ນ​ເປົ່າຫວ່າງ​ຢູ່​ທັງ​ສະອາດ ແລະ​ຕົບແຕ່ງ​ໄວ້​ຢ່າງດີ​ແລ້ວ​ດ້ວຍ.</verse>
				<verse number="26">ແລ້ວ​ມັນ​ກໍ​ອອກ​ໄປ​ນຳ​ເອົາ​ຜີຊົ່ວຮ້າຍ​ເຈັດ​ໂຕ ທີ່​ຊົ່ວຮ້າຍ​ຍິ່ງ​ກວ່າ​ມັນ​ອີກ ແລ້ວ​ກັບ​ມາ​ເຂົ້າ​ອາໄສ​ຢູ່​ທີ່​ເຮືອນ​ນັ້ນ ໃນ​ທີ່ສຸດ​ຄົນ​ນີ້ ກໍ​ຈະ​ຢູ່​ໃນ​ສະພາບ​ທີ່​ຊົ່ວຮ້າຍ​ຫລາຍກວ່າ​ຕອນ​ຕົ້ນ​ອີກ.”</verse>
				<verse number="27">ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຖ້ອຍຄຳ​ເຫຼົ່ານັ້ນ​ແລ້ວ ກໍ​ມີ​ຍິງ​ຄົນ​ໜຶ່ງ​ໃນ​ໝູ່​ປະຊາຊົນ​ເວົ້າ​ກັບ​ພຣະອົງ​ວ່າ, “ຍິງ​ທີ່​ໃຫ້​ກຳເນີດ​ທ່ານ​ແລະ​ລ້ຽງດູ​ທ່ານ ຄວນ​ມີ​ຄວາມສຸກ​ຫລາຍ​ທີ່ສຸດ!”</verse>
				<verse number="28">ແຕ່​ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ທັງຫລາຍ​ທີ່​ໄດ້​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ ແລະ​ປະຕິບັດ​ຕາມ ກໍ​ມີ​ຄວາມສຸກ​ຫລາຍກວ່າ​ນັ້ນ​ອີກ.”</verse>
				<verse number="29">ເມື່ອ​ປະຊາຊົນ​ເຕົ້າໂຮມ​ກັນ​ໜາແໜ້ນ​ຂຶ້ນ ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຄົນ​ໃນ​ຍຸກ​ນີ້​ຕ່າງ​ກໍ​ຊົ່ວຮ້າຍ ພວກເຂົາ​ຂໍ​ໃຫ້​ເຮັດ​ໝາຍສຳຄັນ​ການ​ອັດສະຈັນ ແຕ່​ຈະ​ບໍ່ມີ​ໝາຍສຳຄັນ​ໃຫ້​ພວກເຂົາ ນອກຈາກ​ໝາຍສຳຄັນ​ຂອງ​ໂຢນາ.</verse>
				<verse number="30">ດ້ວຍວ່າ, ໂຢນາ​ເປັນ​ໝາຍສຳຄັນ​ແກ່​ຊາວ​ເມືອງ​ນີເນເວ​ຢ່າງໃດ ບຸດ​ມະນຸດ​ກໍ​ຈະ​ເປັນ​ໝາຍສຳຄັນ​ແກ່​ຄົນ​ໃນ​ຍຸກ​ນີ້​ຢ່າງນັ້ນ.</verse>
				<verse number="31">ໃນ​ວັນ​ພິພາກສາ​ໂລກ ນາງ​ກະສັດ​ຈາກ​ທິດ​ໃຕ້​ຈະ​ຢືນ​ຂຶ້ນ​ກ່າວໂທດ​ພວກເຈົ້າ ເພາະ​ນາງ​ໄດ້​ເດີນທາງ​ມາ​ໄກ​ແສນ​ໄກ​ຈາກ​ປະເທດ​ຂອງຕົນ ເພື່ອ​ຟັງ​ຄຳສັ່ງສອນ​ອັນ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ​ຂອງ​ກະສັດ​ໂຊໂລໂມນ ແລະ​ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຜູ້​ທີ່​ຍິ່ງໃຫຍ່​ກວ່າ​ໂຊໂລໂມນ​ກໍ​ຢູ່​ທີ່​ນີ້.</verse>
				<verse number="32">ໃນ​ວັນ​ແຫ່ງ​ການ​ພິພາກສາ ຊາວ​ເມືອງ​ນີເນເວ​ຈະ​ຢືນ​ຂຶ້ນ​ກ່າວໂທດ​ພວກເຈົ້າ ເພາະ​ພວກເຂົາ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເມື່ອ​ໄດ້ຍິນ​ຄຳ​ປະກາດ​ຂອງ​ໂຢນາ ແລະ​ຜູ້ໜຶ່ງ​ທີ່​ຍິ່ງໃຫຍ່​ກວ່າ​ໂຢນາ​ກໍ​ຢູ່​ທີ່​ນີ້.”</verse>
				<verse number="33">“ບໍ່​ຫ່ອນ​ມີ​ຜູ້ໃດ ເມື່ອ​ໄຕ້​ໂຄມໄຟ​ແລ້ວ ຕັ້ງ​ໄວ້​ໃນ​ບ່ອນ​ລັບບັງ ຫລື​ເອົາ​ເຂົ້າ​ໄວ້​ໃນ​ກະບຸງ, ແຕ່​ເຄີຍ​ຕັ້ງ​ໄວ້​ເທິງ​ທີ່​ສູງ ເພື່ອ​ວ່າ​ຄົນ​ທີ່​ເຂົ້າ​ມາ ຈະ​ເຫັນ​ແສງ​ສະຫວ່າງ​ນັ້ນ.</verse>
				<verse number="34">ຕາ​ເປັນ​ດວງ​ສະຫວ່າງ​ສຳລັບ​ຮ່າງກາຍ ເມື່ອ​ຕາ​ຂອງ​ເຈົ້າ​ແຈ້ງ​ເປັນ​ປົກກະຕິ ຮ່າງກາຍ​ທຸກ​ພາກ​ສ່ວນ​ກໍ​ແຈ້ງ​ເໝືອນກັນ, ແຕ່​ເມື່ອ​ຕາ​ຂອງ​ເຈົ້າ​ບໍ່​ແຈ້ງ​ເປັນ​ປົກກະຕິ ຮ່າງກາຍ​ທຸກ​ພາກ​ສ່ວນ​ກໍ​ຢູ່​ໃນ​ຄວາມມືດ.</verse>
				<verse number="35">ດ້ວຍເຫດນັ້ນ ຈົ່ງ​ລະວັງ​ໃຫ້​ດີ ຢ້ານ​ວ່າ​ຄວາມ​ສະຫວ່າງ​ທີ່​ມີ​ຢູ່​ໃນ​ເຈົ້າ​ນັ້ນ​ມືດ​ໄປ.</verse>
				<verse number="36">ຖ້າ​ຮ່າງກາຍ​ຂອງ​ເຈົ້າ​ທຸກ​ພາກ​ສ່ວນ​ເຕັມ​ດ້ວຍ​ຄວາມ​ສະຫວ່າງ ຄື​ບໍ່ມີ​ສ່ວນ​ໃດ​ມືດ​ເລີຍ ແສງ​ແຈ້ງ​ສະຫວ່າງ​ນັ້ນ ກໍ​ຈະ​ສະຫວ່າງ​ທົ່ວ​ໄປ ເໝືອນ​ດັ່ງ​ແສງ​ໂຄມໄຟ​ສ່ອງ​ມາ​ໃສ່​ເຈົ້າ ດ້ວຍ​ແສງແຈ້ງ​ອັນ​ແຈ່ມໃສ.”</verse>
				<verse number="37">ຂະນະທີ່​ພຣະເຢຊູເຈົ້າ​ຍັງ​ກ່າວ​ຢູ່ ກໍ​ມີ​ຄົນ​ຟາຣີຊາຍ​ຜູ້ໜຶ່ງ ເຊີນ​ພຣະອົງ​ໄປ​ຮັບປະທານ​ອາຫານ​ທີ່​ເຮືອນ​ຂອງຕົນ ພຣະເຢຊູເຈົ້າ​ຈຶ່ງ​ໄປ ແລະ​ນັ່ງ​ລົງ​ຮັບປະທານ​ອາຫານ.</verse>
				<verse number="38">ຄົນ​ຟາຣີຊາຍ​ຜູ້​ນີ້ ກໍ​ປະຫລາດ​ໃຈ​ເມື່ອ​ເຫັນ​ວ່າ​ກ່ອນ​ຈະ​ກິນ ພຣະອົງ​ບໍ່ໄດ້​ຊຳລະ​ລ້າງ​ຕາມ​ທຳນຽມ.</verse>
				<verse number="39">ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ແກ່​ລາວ​ວ່າ, “ເຈົ້າ​ຄົນ​ຟາຣີຊາຍ​ເອີຍ ເຈົ້າ​ເຄີຍ​ລ້າງ​ຖ້ວຍ​ຊາມ​ໃຫ້​ສະອາດ​ແຕ່​ຂ້າງ​ນອກ ແຕ່​ຂ້າງ​ໃນ​ແລ້ວ ພວກເຈົ້າ​ເຕັມ​ແຕ່​ການ​ໂລບ​ເອົາ ແລະ​ການ​ຊົ່ວຮ້າຍ.</verse>
				<verse number="40">ໂອ ຄົນ​ໂງ່​ເອີຍ ພຣະເຈົ້າ​ຜູ້​ໄດ້​ສ້າງ​ພາຍ​ນອກ ກໍໄດ້​ສ້າງ​ພາຍ​ໃນ​ເໝືອນກັນ​ບໍ່ແມ່ນ​ບໍ?</verse>
				<verse number="41">ແຕ່​ຈົ່ງ​ບໍລິຈາກ​ໃຫ້​ແກ່​ຄົນ​ຍາກຈົນ ຕາມ​ທີ່​ພວກເຈົ້າ​ມີ​ຢູ່​ຂ້າງ​ໃນ ແລະ​ທຸກສິ່ງ​ກໍ​ຈະ​ສະອາດ​ເສາະໃສ​ສຳລັບ​ພວກເຈົ້າ.”</verse>
				<verse number="42">“ແຕ່​ວິບັດ​ແກ່​ເຈົ້າ ພວກ​ຟາຣີຊາຍ​ເອີຍ ພວກເຈົ້າ​ຖວາຍ​ໜຶ່ງສ່ວນສິບ ໃນ​ເຄື່ອງ​ປູກ​ຂອງ​ຝັງ​ຕາມ​ລະດູ​ການ​ແກ່​ພຣະເຈົ້າ ຄື​ຜັກ​ກ້ານກໍ່າ ຜັກ​ແພວ ແລະ​ຜັກ​ອື່ນໆ​ທຸກ​ຊະນິດ, ແຕ່​ພວກເຈົ້າ​ລະເລີຍ​ຄວາມ​ຍຸດຕິທຳ ແລະ​ຄວາມຮັກ​ຂອງ​ພຣະເຈົ້າ ແມ່ນ​ສິ່ງ​ນີ້​ແຫຼະ ທີ່​ພວກເຈົ້າ​ຄວນ​ປະຕິບັດ ໂດຍ​ບໍ່​ລະເລີຍ​ສິ່ງ​ອື່ນ​ດ້ວຍ.”</verse>
				<verse number="43">“ວິບັດ​ແກ່​ເຈົ້າ ພວກ​ຟາຣີຊາຍ​ເອີຍ ພວກເຈົ້າ​ມັກ​ນັ່ງ​ບ່ອນ​ມີ​ກຽດ​ໃນ​ທຳມະສາລາ ແລະ​ມັກ​ໃຫ້​ຄົນ​ຄຳນັບ​ດ້ວຍ​ຄວາມນັບຖື​ກາງ​ຕະຫລາດ.</verse>
				<verse number="44">ວິບັດ​ແກ່​ພວກເຈົ້າ ພວກເຈົ້າ​ເປັນ​ດັ່ງ​ບ່ອນ​ຝັງສົບ ທີ່​ຄົນ​ບໍ່​ສັງເກດ​ຮູ້​ເຫັນ ເປັນ​ບ່ອນ​ທີ່​ຄົນ​ທັງຫລາຍ​ຢຽບ​ໄປມາ ໂດຍ​ບໍ່​ຮູ້​ວ່າ​ມີ​ຫຍັງ.”</verse>
				<verse number="45">ແລ້ວ​ກໍ​ມີ​ທຳບັນດິດ​ຄົນ​ໜຶ່ງ ເວົ້າ​ຕໍ່​ພຣະອົງ​ວ່າ, “ອາຈານ​ເອີຍ ເມື່ອ​ທ່ານ​ເວົ້າ​ເຊັ່ນນີ້ ທ່ານ​ກໍ​ເວົ້າ​ໝິ່ນປະໝາດ​ພວກເຮົາ​ເໝືອນກັນ.”</verse>
				<verse number="46">ພຣະເຢຊູເຈົ້າ​ຕອບ​ວ່າ, “ວິບັດ​ຈະ​ມີ​ແກ່​ພວກເຈົ້າ​ເໝືອນກັນ ພວກ​ທຳບັນດິດ​ເອີຍ ພວກເຈົ້າ​ວາງ​ພາລະ​ໜັກ​ເທິງ​ຫລັງ​ປະຊາຊົນ ສ່ວນ​ພວກເຈົ້າ​ເອງ​ນັ້ນ ບໍ່​ຍອມ​ແມ່ນແຕ່​ຈະ​ເດ່​ມື​ນີ້ວ​ດຽວ​ໄປ​ຈັບ.</verse>
				<verse number="47">ວິບັດ​ແກ່​ພວກເຈົ້າ ເພາະ​ພວກເຈົ້າ​ສ້າງ​ອຸບມຸງ​ຝັງສົບ​ອັນ​ງົດງາມ​ໃຫ້​ຜູ້ທຳນວາຍ​ທັງຫລາຍ ຄື​ພວກ​ຜູ້ທຳນວາຍ​ເຫຼົ່ານັ້ນ​ແຫຼະ ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ເອງ​ໄດ້​ຂ້າ.</verse>
				<verse number="48">ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ເປັນ​ພະຍານ​ວ່າ ພວກເຈົ້າ​ເຫັນ​ພ້ອມ​ກັບ​ສິ່ງ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ ພວກເຂົາ​ໄດ້​ຂ້າ​ບັນດາ​ຜູ້ທຳນວາຍ ແລະ​ພວກເຈົ້າ​ກໍ​ເປັນ​ຜູ້​ສ້າງ​ອຸບມຸງ​ໃຫ້​ແກ່​ສົບ​ເຫຼົ່ານັ້ນ.</verse>
				<verse number="49">ດ້ວຍເຫດນີ້ ພຣະ​ປັນຍາ​ຂອງ​ພຣະເຈົ້າ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ໃຊ້​ພວກ​ຜູ້ທຳນວາຍ ແລະ ພວກ​ອັກຄະສາວົກ​ມາ​ຫາ​ພວກເຂົາ, ພວກເຂົາ​ຈະ​ຂ້າ​ບາງຄົນ ແລະ​ຈະ​ຂົ່ມເຫັງ​ບາງຄົນ.’</verse>
				<verse number="50">ສະນັ້ນ ຄົນ​ໃນ​ຍຸກ​ນີ້​ຈະ​ຕ້ອງ​ຖືກ​ລົງໂທດ​ຍ້ອນ​ເລືອດ​ຂອງ​ບັນດາ​ຜູ້ທຳນວາຍ​ທຸກຄົນ​ທີ່​ໄຫລ​ອອກ ຕັ້ງແຕ່​ຄາວ​ວາງ​ຮາກ​ສ້າງ​ໂລກ,</verse>
				<verse number="51">ຄື​ຕັ້ງແຕ່​ເລືອດ​ຂອງ​ອາເບັນ ຈົນເຖິງ​ເລືອດ​ຂອງ​ເຊກາຣີຢາ ຜູ້​ທີ່​ຖືກ​ຂ້າ​ລະຫວ່າງ​ແທ່ນບູຊາ​ກັບ​ພຣະວິຫານ​ນັ້ນ ແມ່ນ​ແລ້ວ​ເຮົາ​ບອກ​ພວກເຈົ້າ​ວ່າ ຄົນ​ໃນ​ຍຸກ​ນີ້​ຈະ​ຖືກ​ລົງໂທດ​ຍ້ອນ​ເລືອດ​ພວກ​ນັ້ນ​ທັງໝົດ​ທີ່​ຖືກ​ຂ້າ.”</verse>
				<verse number="52">“ວິບັດ​ແກ່​ເຈົ້າ ພວກ​ທຳບັນດິດ​ເອີຍ ພວກເຈົ້າ​ໄດ້​ເອົາ​ກະແຈ ທີ່​ໄຂ​ໄປ​ສູ່​ຄວາມ​ຮູ້​ໄວ້ ພວກເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ ແລະ​ຄົນ​ທີ່​ພະຍາຍາມ​ຈະ​ເຂົ້າ​ໄປ​ນັ້ນ ພວກເຈົ້າ​ຊໍ້າພັດ​ຂັດຂວາງ​ໄວ້.”</verse>
				<verse number="53">ເມື່ອ​ພຣະເຢຊູເຈົ້າ​ຈາກ​ທີ່​ນັ້ນ​ໄປ​ແລ້ວ ພວກ​ທຳມະຈານ​ກັບ​ພວກ​ຟາຣີຊາຍ ກໍ​ເລີ່ມຕົ້ນ​ໂຈມຕີ​ຕໍ່ຕ້ານ​ພຣະອົງ​ຢ່າງ​ໜັກ ແລະ​ຖາມ​ພຣະອົງ​ເຖິງ​ຫລາຍສິ່ງ​ຫລາຍຢ່າງ,</verse>
				<verse number="54">ໂດຍ​ຫວັງ​ຊອກ​ຈັບ​ຜິດ​ພຣະອົງ​ໃນ​ຖ້ອຍຄຳ​ໃດໜຶ່ງ ທີ່​ພຣະອົງ​ກ່າວ​ອອກ​ມາ.</verse>
			</chapter>
			<chapter number="12">
				<verse number="1">ໃນ​ຂະນະ​ນັ້ນ ປະຊາຊົນ​ໄດ້​ມາ​ເຕົ້າໂຮມ​ກັນ​ເປັນ​ໝື່ນໆ ຈົນ​ຍ່າງ​ບຽດ​ກັນ ພຣະເຢຊູເຈົ້າ​ຕັ້ງຕົ້ນ​ກ່າວ​ກັບ​ພວກ​ສາວົກ​ວ່າ, “ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ​ໃຫ້​ດີ ຄື​ຄວາມ​ໜ້າຊື່​ໃຈຄົດ​ຂອງ​ພວກເຂົາ.</verse>
				<verse number="2">ສິ່ງໃດ​ທີ່​ປິດບັງ​ໄວ້ ຈະ​ຖືກ​ເປີດເຜີຍ ແລະ​ສິ່ງໃດ​ກໍຕາມ​ທີ່​ເປັນ​ຄວາມ​ລັບ ຈະ​ຖືກ​ເປີດເຜີຍ​ອອກ​ໃຫ້​ຮູ້.</verse>
				<verse number="3">ດັ່ງນັ້ນ ສິ່ງໃດ​ທີ່​ພວກເຈົ້າ​ໄດ້​ເວົ້າ​ໃນ​ບ່ອນ​ມືດ ຈະ​ມີ​ຄົນ​ໄດ້ຍິນ​ທົ່ວ​ໄປ​ໃນ​ບ່ອນ​ແຈ້ງ ແລະ​ສິ່ງໃດ​ທີ່​ພວກເຈົ້າ​ໄດ້​ຊິ່ມ​ໃສ່​ຫູ​ຄົນ​ຢູ່​ໃນ​ຫ້ອງ​ທີ່​ປິດ​ໄວ້ ຈະ​ມີ​ຄົນ​ຮ້ອງ​ປະກາດ​ຢູ່​ເທິງ​ຫລັງຄາ​ເຮືອນ.”</verse>
				<verse number="4">“ມິດ​ສະຫາຍ​ເອີຍ ເຮົາ​ບອກ​ພວກເຈົ້າ​ວ່າ ຢ່າ​ສູ່​ຢ້ານ​ຜູ້​ທີ່​ຂ້າ​ໄດ້​ພຽງແຕ່​ຮ່າງກາຍ, ແຕ່​ຕໍ່ມາ​ຈະ​ເຮັດ​ສິ່ງໃດ​ບໍ່ໄດ້​ອີກ.</verse>
				<verse number="5">ເຮົາ​ຈະ​ເຕືອນ​ໃຫ້​ພວກເຈົ້າ​ຮູ້​ວ່າ ຜູ້ໃດ​ທີ່​ພວກເຈົ້າ​ຄວນ​ຢ້ານ ຈົ່ງ​ຢ້ານ​ພຣະເຈົ້າ​ຜູ້​ທີ່​ມີ​ສິດ​ອຳນາດ ທີ່​ຈະ​ຂ້າ​ແລະ​ຖິ້ມ​ລົງ​ໃນ​ນະຣົກ​ໄດ້ ແມ່ນ​ແທ້​ເຮົາ​ບອກ​ພວກເຈົ້າ​ວ່າ ຈົ່ງ​ຢ້ານ​ພຣະອົງ​ນັ້ນ​ແຫຼະ.”</verse>
				<verse number="6">“ນົກ​ຈອກ​ຫ້າ​ໂຕ​ເຂົາ​ຂາຍ​ພຽງແຕ່​ສອງ​ອັດ​ບໍ່ແມ່ນ​ບໍ? ແລະ​ໃນ​ຝູງ​ນົກ​ເຫຼົ່ານັ້ນ ພຣະເຈົ້າ​ກໍ​ບໍ່ໄດ້​ຫລົງ​ລືມ​ແມ່ນແຕ່​ໂຕ​ດຽວ.</verse>
				<verse number="7">ແມ່ນແຕ່​ຜົມ​ທຸກ​ເສັ້ນ​ທີ່​ຫົວ​ຂອງ​ພວກເຈົ້າ ກໍ​ຖືກ​ນັບ​ໄວ້​ໝົດ​ແລ້ວ. ດັ່ງນັ້ນ ຢ່າ​ສູ່​ຢ້ານ ພວກເຈົ້າ​ກໍ​ປະເສີດ​ກວ່າ​ນົກຈອກ​ຕັ້ງ​ຫລາຍ​ໂຕ.”</verse>
				<verse number="8">“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ທຸກຄົນ​ທີ່​ຈະ​ຮັບ​ເຮົາ​ຕໍ່ໜ້າ​ມະນຸດ ບຸດ​ມະນຸດ​ກໍ​ຈະ​ຮັບ​ຜູ້​ນັ້ນ ຕໍ່ໜ້າ​ຝູງ​ເທວະດາ​ຂອງ​ພຣະເຈົ້າ​ເໝືອນກັນ,</verse>
				<verse number="9">ແຕ່​ຜູ້ໃດ​ທີ່​ປະຕິເສດ​ເຮົາ​ຕໍ່ໜ້າ​ມະນຸດ ຜູ້ນັ້ນ​ກໍ​ຈະ​ຖືກ​ປະຕິເສດ ຕໍ່ໜ້າ​ຝູງ​ເທວະດາ​ຂອງ​ພຣະເຈົ້າ​ເໝືອນກັນ.”</verse>
				<verse number="10">“ຜູ້ໃດ​ກໍຕາມ ທີ່​ເວົ້າ​ຄຳໜຶ່ງ​ຄຳໃດ​ຕໍ່ສູ້​ບຸດ​ມະນຸດ ຈະ​ໄດ້​ຮັບ​ການອະໄພ, ແຕ່​ຜູ້​ທີ່​ເວົ້າ​ໝິ່ນປະໝາດ​ຕໍ່ສູ້​ພຣະວິນຍານ​ບໍຣິສຸດເຈົ້າ ຜູ້ນັ້ນ​ຈະ​ບໍ່ໄດ້​ຮັບ​ການອະໄພ.”</verse>
				<verse number="11">“ເມື່ອ​ພວກເຂົາ​ນຳ​ພວກເຈົ້າ​ໄປ​ສອບສວນ​ໃນ​ທຳມະສາລາ ຫລື​ຕໍ່ໜ້າ​ບັນດາ​ຜູ້​ປົກຄອງ ຫລື​ຜູ້​ມີ​ສິດ​ອຳນາດ ຢ່າ​ສູ່​ຄິດ​ກະວົນ​ກະວາຍ​ວ່າ ຈະ​ປ້ອງກັນ​ຕົວ​ເອງ​ຢ່າງ​ໃດ ຫລື​ຈະ​ເວົ້າ​ຢ່າງ​ໃດ.</verse>
				<verse number="12">ດ້ວຍວ່າ, ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ໂຜດ​ສອນ​ພວກເຈົ້າ​ໃນ​ເວລາ​ນັ້ນ​ວ່າ ຄວນ​ຈະ​ເວົ້າ​ຢ່າງ​ໃດ.”</verse>
				<verse number="13">ມີ​ຄົນ​ໜຶ່ງ​ໃນ​ປະຊາຊົນ ໄດ້​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອາຈານ​ເອີຍ ໂຜດ​ບອກ​ອ້າຍ​ຂອງ​ຂ້ານ້ອຍ ແບ່ງ​ມໍຣະດົກ​ທີ່​ພໍ່​ປະ​ໄວ້​ໃຫ້​ພວກ​ຂ້ານ້ອຍ​ແດ່ທ້ອນ.”</verse>
				<verse number="14">ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຊາຍ​ເອີຍ ຜູ້ໃດ​ໄດ້​ຕັ້ງ​ເຮົາ​ໃຫ້​ເປັນ​ຜູ້​ຕັດສິນ​ຄວາມ ຫລື​ເປັນ​ຜູ້​ແບ່ງປັນ​ມໍຣະດົກ​ລະຫວ່າງ​ພວກເຈົ້າ?”</verse>
				<verse number="15">ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ລະວັງ​ແລະ​ເຝົ້າ​ຮັກສາ​ຕົນ​ໄວ້ ໃຫ້​ເວັ້ນ​ຈາກ​ຄວາມ​ໂລບ​ທຸກຢ່າງ ເພາະ​ຊີວິດ​ແທ້​ຂອງ​ມະນຸດ ບໍ່​ຂຶ້ນ​ຢູ່​ກັບ​ຊັບສິ່ງຂອງ​ອັນ​ບໍຣິບູນ​ທີ່​ຕົນ​ມີ​ຢູ່.”</verse>
				<verse number="16">ແລ້ວ​ພຣະເຢຊູເຈົ້າ ກໍ​ໃຊ້​ຄຳອຸປະມາ​ຂໍ້​ນີ້​ໃຫ້​ພວກເຂົາ​ຟັງ​ວ່າ, “ເສດຖີ​ຄົນ​ໜຶ່ງ ມີ​ທີ່ດິນ ຊຶ່ງ​ເກີດຜົນລະປູກ​ໄດ້​ດີ.</verse>
				<verse number="17">ເສດຖີ​ຄົນ​ນີ້​ຈຶ່ງ​ຄິດ​ໃນ​ໃຈ​ວ່າ, ‘ເຮົາ​ຈະ​ເຮັດ​ແນວ​ໃດ​ດີ ເພາະ​ເຮົາ​ບໍ່ມີ​ບ່ອນ​ພຽງພໍ ເພື່ອ​ຈະ​ເກັບ​ຜົນລະປູກ​ທັງໝົດ​ນີ້​ໄວ້?’</verse>
				<verse number="18">ແລ້ວ​ເສດຖີ​ກໍ​ເວົ້າ​ວ່າ, ‘ເຮົາ​ຈະ​ເຮັດ​ດັ່ງນີ້ ຄື​ເຮົາ​ຈະ​ມ້າງ​ເລົ້າ​ທັງຫລາຍ​ທີ່​ເຮົາ​ມີ​ຢູ່ ແລະ​ສ້າງ​ເລົ້າ​ໃໝ່​ໃຫ້​ໃຫຍ່​ກວ່າ​ເກົ່າ​ຂຶ້ນ​ແທນ ແລະ​ເອົາ​ຜົນລະປູກ ກັບ​ສິ່ງຂອງ​ທັງໝົດ​ທີ່​ເຮົາ​ມີ ເກັບ​ໄວ້​ຢູ່​ໃນ​ບ່ອນ​ນັ້ນ.’</verse>
				<verse number="19">ແລ້ວ​ເຮົາ​ກໍ​ຈະ​ເວົ້າ​ກັບ​ຕົວ​ເອງ​ວ່າ, ‘ຈິດໃຈ​ເອີຍ ເຮົາ​ມີ​ເຂົ້າ​ຂອງ​ດີ ເພື່ອ​ໄວ້​ກິນ​ຫລາຍໆ​ປີ​ຕາມ​ຄວາມ​ຕ້ອງການ ຈົ່ງ​ໃຊ້​ຊີວິດ​ຢ່າງ​ສຸກ​ສະບາຍ ຈົ່ງ​ກິນ ຈົ່ງ​ດື່ມ ແລະ​ຈົ່ງ​ເຮັດ​ໃຫ້​ຕົນເອງ​ມ່ວນຊື່ນ​ເທາະ.’</verse>
				<verse number="20">ແຕ່​ພຣະເຈົ້າ​ກ່າວ​ແກ່​ລາວ​ວ່າ, ‘ຄົນ​ໂງ່​ເອີຍ ໃນ​ຄືນ​ນີ້​ແຫຼະ ຊີວິດ​ຂອງ​ເຈົ້າ​ຈະ​ດັບ​ໄປ​ຈາກ​ເຈົ້າ, ສ່ວນ​ສິ່ງຂອງ​ທີ່​ເຈົ້າ​ໄດ້​ຫາ​ມາ​ໄວ້​ນັ້ນ ຈະ​ຕົກ​ເປັນ​ຂອງ​ຜູ້ໃດ?’</verse>
				<verse number="21">ຄົນ​ທີ່​ທ້ອນໂຮມ​ຊັບສົມບັດ​ໄວ້​ສຳລັບ​ຕົນເອງ ແລະ​ບໍ່​ຮັ່ງມີ​ຕໍ່​ພຣະເຈົ້າ​ກໍ​ເປັນ​ດັ່ງນີ້ແຫລະ.”</verse>
				<verse number="22">ແລ້ວ​ພຣະອົງ​ຊົງ​ກ່າວ​ກັບ​ພວກ​ສາວົກ​ວ່າ, “ດ້ວຍເຫດນັ້ນ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ ຢ່າ​ກະວົນ​ກະວາຍ​ເຖິງ​ຊີວິດ​ຂອງຕົນ​ວ່າ ຈະ​ກິນ​ຫຍັງ ແລະ​ເຖິງ​ຮ່າງກາຍ​ຂອງຕົນ​ວ່າ ຈະ​ນຸ່ງຫົ່ມ​ຫຍັງ.</verse>
				<verse number="23">ເພາະວ່າ​ຊີວິດ​ກໍ​ສຳຄັນ​ລື່ນ​ກວ່າ​ອາຫານ ແລະ​ຮ່າງກາຍ​ກໍ​ສຳຄັນ​ລື່ນ​ກວ່າ​ເຄື່ອງນຸ່ງຫົ່ມ.</verse>
				<verse number="24">ຈົ່ງ​ພິຈາລະນາ​ເບິ່ງ​ຝູງ​ກາ ພວກ​ມັນ​ບໍ່ໄດ້​ຫວ່ານ​ເມັດ​ພືດ ຫລື​ເກັບກ່ຽວ​ຜົນລະປູກ ພວກ​ມັນ​ບໍ່ມີ​ເລົ້າເຂົ້າ ຫລື​ບ່ອນ​ເກັບ​ເຄື່ອງຂອງ ແຕ່​ພຣະເຈົ້າ​ກໍ​ຍັງ​ຊົງ​ລ້ຽງ​ພວກມັນ​ໄວ້, ພວກເຈົ້າ​ຍິ່ງ​ມີ​ຄ່າ​ລື່ນ​ກວ່າ​ຝູງ​ນົກ​ເຫຼົ່ານັ້ນ</verse>
				<verse number="25">ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ໂດຍ​ຄວາມ​ກະວົນ​ກະວາຍ​ນີ້ ອາດ​ຕໍ່​ຊີວິດ​ໃຫ້​ຍືນຍາວ​ໄປ​ອີກ​ໄດ້​ບໍ່?</verse>
				<verse number="26">ດັ່ງນັ້ນ ຖ້າ​ພວກເຈົ້າ​ຈັດ​ການ​ກັບ​ສິ່ງ​ເລັກນ້ອຍ​ເຊັ່ນນີ້​ບໍ່ໄດ້ ເປັນຫຍັງ​ຈຶ່ງ​ກະວົນ​ກະວາຍ​ເຖິງ​ສິ່ງ​ອື່ນ?</verse>
				<verse number="27">ຈົ່ງ​ສັງເກດ​ເບິ່ງ​ດອກໄມ້​ປ່າ​ເຫຼົ່ານັ້ນ​ວ່າ ມັນ​ໃຫຍ່​ຂຶ້ນ​ມາ​ໄດ້​ຢ່າງ​ໃດ ມັນ​ບໍ່ໄດ້​ເຮັດ​ວຽກ ຫລື​ຕໍ່າ​ຜ້າ​ເຮັດ​ເຄື່ອງ​ນຸ່ງ​ສຳລັບ​ມັນເອງ, ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ ແມ່ນແຕ່​ກະສັດ​ໂຊໂລໂມນ​ເມື່ອ​ບໍຣິບູນ​ດ້ວຍ​ສະຫງ່າຣາສີ ກໍ​ຍັງ​ບໍ່ມີ​ເຄື່ອງ​ນຸ່ງ​ງາມ​ເທົ່າ​ກັບ​ດອກໄມ້​ເຫຼົ່ານີ້​ດອກ​ໜຶ່ງ.</verse>
				<verse number="28">ຖ້າ​ພຣະເຈົ້າ​ເປັນ​ຜູ້​ຕົບແຕ່ງ​ດອກໄມ້​ປ່າ ຢູ່​ຕາມ​ທົ່ງຫຍ້າ​ທີ່​ມີ​ຢູ່​ໃນວັນນີ້ ແລະ​ວັນ​ໜ້າ​ກໍ​ຈະ​ຖືກ​ຕັດ​ເຜົາ​ໄຟ​ເສຍ. ໂອ ຄົນ​ມີ​ຄວາມເຊື່ອ​ໜ້ອຍ​ເອີຍ ພຣະອົງ​ຈະ​ບໍ່​ຕົບແຕ່ງ​ພວກເຈົ້າ​ຫລາຍກວ່າ​ດອກໄມ້​ນັ້ນ​ບໍ?”</verse>
				<verse number="29">“ດັ່ງນັ້ນ ຢ່າ​ກະວົນ​ກະວາຍ​ວ່າ ຈະ​ກິນ​ຫຍັງ ຫລື​ຈະ​ດື່ມ​ຫຍັງ. (</verse>
				<verse number="30">ດ້ວຍວ່າ, ຄົນ​ທົ່ວ​ໄປ​ຢູ່​ໃນ​ໂລກນີ້​ກະວົນ​ກະວາຍ​ຢູ່​ສະເໝີ ກັບ​ເລື່ອງ​ທັງໝົດ​ເຫຼົ່ານີ້.) ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຮູ້​ວ່າ ພວກເຈົ້າ​ຕ້ອງການ​ສິ່ງ​ເຫຼົ່ານີ້.</verse>
				<verse number="31">ແຕ່​ຈົ່ງ​ຊອກ​ສະແຫວງ​ຫາ​ອານາຈັກ​ຂອງ​ພຣະເຈົ້າ ແລະ​ພຣະອົງ​ຈະ​ເພີ່ມ​ສິ່ງ​ເຫຼົ່ານີ້​ໃຫ້​ແກ່​ພວກເຈົ້າ.”</verse>
				<verse number="32">“ແກະ​ຝູງ​ນ້ອຍ​ເອີຍ ຢ່າ​ສູ່​ຢ້ານ ເພາະ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຊົງ​ພໍພຣະໄທ​ຈະ​ປະທານ​ຣາຊອານາຈັກ​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="33">ຈົ່ງ​ຂາຍ​ສິ່ງ​ຂອງ​ທັງໝົດ​ທີ່​ພວກເຈົ້າ​ມີ​ຢູ່ ແລະ​ບໍລິຈາກ​ເງິນ​ນັ້ນ​ໃຫ້​ແກ່​ຄົນ​ຍາກຈົນ ຈົ່ງ​ເຮັດ​ຖົງ​ເງິນ​ອັນ​ບໍ່​ຮູ້​ເກົ່າ​ໄວ້​ສຳລັບ​ຕົນ ແລະ​ສະສົມ​ຊັບສົມບັດ​ຂອງ​ພວກເຈົ້າ​ໄວ້​ໃນ​ສະຫວັນ ຊຶ່ງ​ໝົດ​ບໍ່​ເປັນ ບ່ອນ​ທີ່​ຂະໂມຍ​ເຂົ້າ​ໄປ​ບໍ່ໄດ້ ແລະ​ບ່ອນ​ທີ່​ມອດ​ກັດ​ກິນ​ບໍ່ໄດ້.</verse>
				<verse number="34">ເພາະ​ຊັບສົມບັດ​ຂອງ​ພວກເຈົ້າ​ຢູ່​ທີ່​ໃດ ໃຈ​ຂອງ​ພວກເຈົ້າ​ກໍ​ຢູ່​ທີ່​ນັ້ນ.”</verse>
				<verse number="35">“ເຈົ້າ​ທັງຫລາຍ ຈົ່ງ​ຮັດ​ແອວ​ໄວ້ ແລະ​ໄຕ້​ໂຄມ​ຂອງ​ເຈົ້າ​ຢູ່.</verse>
				<verse number="36">ດັ່ງ​ຄົນ​ຮັບໃຊ້​ທີ່​ກຳລັງ​ລໍຄອຍ​ຖ້າ​ຮັບ​ນາຍ​ຂອງຕົນ ກັບ​ມາ​ແຕ່​ການ​ກິນ​ລ້ຽງ​ໃນ​ພິທີ​ແຕ່ງງານ ເມື່ອ​ເພິ່ນ​ມາ​ເອີ້ນ​ແລະ​ເຄາະ​ປະຕູ ເຂົາ​ກໍ​ຈະ​ໄຂ​ໃຫ້​ເພິ່ນ​ທັນທີ.</verse>
				<verse number="37">ເມື່ອ​ພວກ​ຄົນ​ຮັບໃຊ້​ທີ່​ນາຍ​ຂອງຕົນ​ມາ​ພົບ ພວກເຂົາ​ຕຽມພ້ອມ​ຢູ່​ກໍ​ເປັນ​ສຸກ ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ໃຊ້​ຜ້າ​ຮັດ​ແອວ​ຂອງຕົນ ແລະ​ບອກ​ພວກ​ຄົນ​ຮັບໃຊ້​ນັ່ງ​ລົງ ເພື່ອ​ຮັບປະທານ​ອາຫານ​ແລ້ວ​ເພິ່ນ​ກໍ​ຈະ​ຮັບໃຊ້​ພວກເຂົາ.</verse>
				<verse number="38">ຖ້າ​ນາຍ​ມາ​ໃນ​ເວລາ​ທ່ຽງ​ຄືນ ຫລື​ຂ້ອນ​ແຈ້ງ ແລະ​ພົບ​ພວກເຂົາ​ຕຽມພ້ອມ​ຢູ່ ພວກເຂົາ​ກໍ​ຈະ​ເປັນ​ສຸກ</verse>
				<verse number="39">ແຕ່​ຈົ່ງ​ເຂົ້າໃຈ​ດັ່ງນີ້​ວ່າ, ຖ້າ​ເຈົ້າ​ຂອງ​ເຮືອນ​ໄດ້​ຮູ້​ກ່ອນ​ວ່າ ຂະໂມຍ​ຈະ​ມາ ລາວ​ຄົງ​ຈະ​ບໍ່​ປ່ອຍ​ໃຫ້​ຂະໂມຍ​ງັດ​ເຂົ້າ​ໄປ​ໃນ​ເຮືອນ​ຂອງຕົນ​ໄດ້.</verse>
				<verse number="40">ພວກເຈົ້າ​ກໍ​ເໝືອນກັນ​ຈົ່ງ​ຕຽມຕົວ​ໄວ້​ໃຫ້​ພ້ອມ ເພາະວ່າ ບຸດ​ມະນຸດ​ຈະ​ມາ​ໃນ​ໂມງ​ທີ່​ພວກເຈົ້າ​ບໍ່ໄດ້​ຄາດ​ຄິດ​ມາ​ກ່ອນ.”</verse>
				<verse number="41">ແລ້ວ​ເປໂຕ​ກໍ​ຖາມ​ວ່າ, “ພຣະອົງເຈົ້າ​ເອີຍ ທ່ານ​ຍົກ​ຄຳອຸປະມາ​ນີ້​ຂຶ້ນ​ມາ ເພື່ອ​ໝາຍເຖິງ​ພວກ​ຂ້ານ້ອຍ ຫລື​ວ່າ​ໝາຍເຖິງ​ທຸກໆ​ຄົນ?”</verse>
				<verse number="42">ອົງພຣະ​ຜູ້​ເປັນເຈົ້າ​ຕອບ​ວ່າ, “ແມ່ນ​ຜູ້ໃດ​ທີ່​ເປັນ​ຜູ້​ຈັດ​ການ​ທີ່​ສັດຊື່ ແລະ​ສະຫລາດ? ກໍ​ແມ່ນ​ຜູ້​ທີ່​ນາຍ​ຂອງຕົນ​ມອບ​ໃຫ້​ຮັບຜິດຊອບ​ເບິ່ງແຍງ ຄົນ​ຮັບໃຊ້​ຜູ້​ອື່ນ​ຂອງ​ເພິ່ນ ແລະ​ແຈກຈ່າຍ​ອາຫານ​ໃຫ້​ຄົນ​ຮັບໃຊ້​ເຫຼົ່ານັ້ນ​ຕາມ​ເວລາ.</verse>
				<verse number="43">ເມື່ອ​ນາຍ​ມາ​ພົບ​ຂ້າໃຊ້​ຜູ້​ກຳລັງ​ເຮັດ​ຢ່າງ​ນັ້ນ​ຢູ່ ມັນ​ກໍ​ເປັນ​ສຸກ.</verse>
				<verse number="44">ແນ່ນອນ​ທີ່ສຸດ ເຮົາ​ບອກ​ພວກເຈົ້າ​ວ່າ ຜູ້​ເປັນ​ນາຍ​ຈະ​ໃຫ້​ຄົນ​ຮັບໃຊ້​ຜູ້​ນັ້ນ​ຮັບຜິດຊອບ​ສົມບັດ​ທັງໝົດ​ຂອງຕົນ.</verse>
				<verse number="45">ແຕ່​ຖ້າ​ຄົນ​ໃຊ້​ຜູ້​ນັ້ນ​ຄິດ​ວ່າ ຍັງ​ອີກ​ດົນ​ນາຍ​ຂອງຕົນ​ຈະ​ກັບ​ມາ ແລະ​ຖ້າ​ລາວ​ລົງ​ມື​ຂ້ຽນ​ຕີ​ຄົນ​ຮັບໃຊ້​ຜູ້​ອື່ນໆ ທັງ​ຊາຍ​ແລະ​ຍິງ ທັງ​ກິນ​ແລະ​ດື່ມ​ຈົນ​ມືນ​ເມົາ​ດ້ວຍ,</verse>
				<verse number="46">ແລ້ວ​ວັນ​ໜຶ່ງ ນາຍ​ຂອງ​ຄົນ​ຮັບໃຊ້​ຜູ້​ນັ້ນ​ກໍ​ຈະ​ກັບ​ມາ ເມື່ອ​ລາວ​ບໍ່​ຄາດ​ຄິດ ແລະ​ໃນ​ເວລາ​ທີ່​ລາວ​ບໍ່​ຮູ້ ຜູ້​ເປັນ​ນາຍ​ຈະ​ຕັດ​ລາວ​ເປັນ​ຕ່ອນໆ ແລະ​ປ່ອຍ​ໃຫ້​ລາວ​ຮ່ວມ​ຮັບ​ເຄາະກຳ​ກັບ​ບັນດາ​ຄົນ​ບໍ່​ເຊື່ອຟັງ.”</verse>
				<verse number="47">“ຂ້ອຍໃຊ້​ທີ່​ຮູ້ຈັກ​ໃຈ​ນາຍ, ແຕ່​ບໍ່ໄດ້​ຈັດ​ຕຽມຕົວ​ໄວ້ ແລະ​ບໍ່ໄດ້​ເຮັດ​ຕາມ​ໃຈ​ນາຍ ກໍ​ຈະ​ຕ້ອງ​ຖືກ​ຂ້ຽນ​ຫລາຍ​ບາດ.</verse>
				<verse number="48">ແຕ່​ຜູ້​ທີ່​ບໍ່​ຮູ້ຈັກ ແລ້ວ​ໄດ້​ເຮັດ​ສິ່ງ​ທີ່​ສົມຄວນ​ຖືກ​ຂ້ຽນ ກໍ​ຈະ​ຕ້ອງ​ຖືກ​ຂ້ຽນ​ໜ້ອຍ ຜູ້ໃດ​ໄດ້​ຮັບ​ຫລາຍ ກໍ​ຈະ​ທວງ​ເອົາ​ກັບ​ຜູ້ນັ້ນ​ຫລາຍ ແລະ​ຜູ້​ທີ່​ຮັບ​ຝາກ​ໄວ້​ຫລາຍ ເພິ່ນ​ກໍ​ຈະ​ທວງ​ເອົາ​ຈາກ​ຜູ້ນັ້ນ​ຫລາຍ.”</verse>
				<verse number="49">“ເຮົາ​ໄດ້​ເອົາ​ໄຟ​ມາ​ຄວ່າງ​ໃສ່​ແຜ່ນດິນ​ໂລກ ແລະ​ຖ້າ​ໄຟ​ນີ້​ລຸກ​ແລ້ວ ກໍ​ສົມ​ຄວາມ​ປາຖະໜາ.</verse>
				<verse number="50">ເຮົາ​ຈະ​ຕ້ອງ​ຮັບ​ບັບຕິສະມາ​ຢາງ​ໜຶ່ງ​ທີ່​ທໍລະມານ ແລະ​ເຮົາ​ກໍ​ເປັນທຸກໃຈ​ຫລາຍ​ຈົນກວ່າ​ການ​ນີ້​ຈະ​ສຳເລັດ.</verse>
				<verse number="51">ພວກເຈົ້າ​ຄິດ​ວ່າ ເຮົາ​ມາ​ເພື່ອ​ໃຫ້​ເກີດ​ຄວາມ​ສະຫງົບສຸກ​ໃນ​ໂລກ​ບໍ? ເຮົາ​ບອກ​ພວກເຈົ້າ​ວ່າ ບໍ່ແມ່ນ​ດອກ, ແຕ່​ຈະ​ເຮັດ​ໃຫ້​ແຕກແຍກ​ກັນ.</verse>
				<verse number="52">ຕັ້ງແຕ່​ບັດນີ້​ໄປ ຫ້າ​ຄົນ​ໃນ​ຄອບຄົວ​ດຽວ​ຈະ​ແຕກແຍກ​ກັນ ຄື​ສາມ​ຕໍ່ສູ້​ສອງ ແລະ​ສອງ​ຕໍ່ສູ້​ສາມ.</verse>
				<verse number="53">ພໍ່​ຈະ​ຕໍ່ສູ້​ລູກຊາຍ​ຂອງຕົນ ແລະ​ລູກຊາຍ​ຈະ​ຕໍ່ສູ້​ພໍ່​ຂອງຕົນ, ແມ່​ຈະ​ຕໍ່ສູ້​ລູກສາວ​ຂອງຕົນ ແລະ​ລູກສາວ​ຈະ​ຕໍ່ສູ້​ແມ່​ຂອງຕົນ, ແມ່ຍ່າ​ຈະ​ຕໍ່ສູ້​ລູກໃພ້​ຂອງຕົນ ແລະ​ລູກໃພ້​ຈະ​ຕໍ່ສູ້​ແມ່ຍ່າ​ຂອງຕົນ.”</verse>
				<verse number="54">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ປະຊາຊົນ​ເໝືອນກັນ​ວ່າ, “ເມື່ອ​ເຈົ້າ​ທັງຫລາຍ​ເຫັນ​ເມກ​ກຳລັງ​ລອຍ​ຂຶ້ນ​ມາ ທາງ​ທິດ​ຕາເວັນຕົກ ພວກເຈົ້າ​ກໍ​ເວົ້າ​ທັນທີ​ວ່າ ຝົນ​ກຳລັງ​ຈະ​ຕົກ ແລະ​ກໍ​ເປັນ​ດັ່ງນັ້ນ​ແທ້.</verse>
				<verse number="55">ເມື່ອ​ລົມ​ພັດ​ມາ​ທາງ​ທິດ​ໃຕ້ ພວກເຈົ້າ​ກໍ​ເວົ້າ​ວ່າ ອາກາດ​ຈະ​ຮ້ອນ ແລະ​ກໍ​ເປັນ​ດັ່ງນັ້ນ​ແທ້.</verse>
				<verse number="56">ພວກ​ຄົນ​ໜ້າຊື່​ໃຈຄົດ​ເອີຍ ເຈົ້າ​ທັງຫລາຍ​ຮູ້ຈັກ​ສັງເກດ​ຄວາມ​ເປັນ​ໄປ​ຂອງ​ແຜ່ນດິນ​ໂລກ ແລະ​ທ້ອງຟ້າ ແຕ່​ເຫດ​ໃດ​ພວກເຈົ້າ​ຈຶ່ງ​ສັງເກດ​ຄວາມ​ເປັນ​ໄປ​ຂອງ​ສະໄໝ​ນີ້​ບໍ່ໄດ້?”</verse>
				<verse number="57">“ດ້ວຍເຫດໃດ ເຈົ້າ​ທັງຫລາຍ​ຈຶ່ງ​ບໍ່​ຕັດສິນ​ເອົາ​ເອງ​ວ່າ ສິ່ງໃດ​ເປັນ​ເລື່ອງ​ທີ່​ຖືກຕ້ອງ?</verse>
				<verse number="58">ເພາະ​ເມື່ອ​ເຈົ້າ​ກັບ​ໂຈດ​ໄປ​ຫາ​ຜູ້ປົກຄອງ ຈົ່ງ​ພະຍາຍາມ​ຫາ​ຊ່ອງທາງ​ປອງດອງ​ກັນ ເມື່ອ​ຍັງ​ຢູ່​ກາງ​ທາງ ຢ້ານ​ວ່າ ໂຈດ​ຈະ​ລາກ​ເຈົ້າ​ເຂົ້າ​ໄປ​ຫາ​ຕຸລາການ ແລະ​ຕຸລາການ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ເຈົ້າໜ້າທີ່ ແລ້ວ​ເຈົ້າໜ້າທີ່​ຈະ​ຂັງ​ເຈົ້າ​ໄວ້​ໃນ​ຄຸກ.</verse>
				<verse number="59">ເຮົາ​ບອກ​ເຈົ້າ​ວ່າ, ເຈົ້າ​ຈະ​ອອກ​ຈາກ​ຄຸກ​ບໍ່ໄດ້ ຈົນກວ່າ​ເຈົ້າ​ຈະ​ຈ່າຍ​ໃຊ້​ໜີ້​ຈົນຄົບ.”</verse>
			</chapter>
			<chapter number="13">
				<verse number="1">ໃນ​ຂະນະ​ນັ້ນ ມີ​ບາງຄົນ​ໃນ​ທີ່ນັ້ນ ໄດ້​ເລົ່າ​ສູ່​ພຣະເຢຊູເຈົ້າ​ຟັງ ເຖິງ​ເລື່ອງ​ຊາວ​ຄາລີເລ​ທີ່​ຖືກ​ປີລາດ​ຂ້າ ເອົາ​ເລືອດ​ຂອງ​ເຂົາ​ປົນ​ກັບ​ເຄື່ອງ​ຖວາຍບູຊາ​ແກ່​ພຣະເຈົ້າ.</verse>
				<verse number="2">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ພວກເຈົ້າ​ຄິດ​ວ່າ ຊາວ​ຄາລີເລ​ເຫຼົ່ານັ້ນ ເປັນ​ຄົນ​ບາບ​ຫລາຍກວ່າ​ຊາວ​ຄາລີເລ​ພວກ​ອື່ນໆ​ທັງໝົດ ເພາະ​ພວກເຂົາ​ໄດ້​ຖືກ​ຂ້າ​ຢ່າງ​ໂຫດຮ້າຍ​ເຊັ່ນ​ນັ້ນ​ບໍ?</verse>
				<verse number="3">ບໍ່ແມ່ນ​ດອກ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ ຖ້າ​ພວກເຈົ້າ​ບໍ່​ຖິ້ມໃຈເກົ່າ​ເອົາໃຈໃໝ່ ພວກເຈົ້າ​ກໍ​ຈະ​ຈິບຫາຍ​ໄປ​ເໝືອນກັນ.</verse>
				<verse number="4">ທັງ​ພວກ​ສິບແປດ​ຄົນ​ໃນ​ສີໂລອາມ ທີ່​ປ້ອມ​ເຈື່ອນ​ທັບ​ຕາຍ​ນັ້ນ​ເດ? ພວກເຈົ້າ​ກໍ​ຄິດ​ວ່າ ພວກເຂົາ​ເປັນ​ຄົນ​ເຮັດ​ຜິດ​ຫລາຍກວ່າ​ປະຊາຊົນ​ອື່ນໆ​ທັງໝົດ ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ຊັ້ນບໍ?</verse>
				<verse number="5">ບໍ່ແມ່ນ​ດອກ ເຮົາ​ບອກ​ພວກເຈົ້າ​ວ່າ ຖ້າ​ພວກເຈົ້າ​ທັງໝົດ​ບໍ່​ຖິ້ມໃຈເກົ່າ​ເອົາໃຈໃໝ່ ພວກເຈົ້າ​ກໍ​ຈະ​ຈິບຫາຍ​ໄປ​ເໝືອນກັນ.”</verse>
				<verse number="6">ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ກ່າວ​ຄຳອຸປະມາ​ນີ້​ສູ່​ພວກເຂົາ​ຟັງ​ວ່າ, “ຍັງ​ມີ​ຊາຍ​ຄົນ​ໜຶ່ງ ທີ່​ມີ​ຕົ້ນ​ເດື່ອເທດ​ຕົ້ນ​ໜຶ່ງ ໃນ​ສວນ​ອະງຸ່ນ​ຂອງຕົນ, ລາວ​ໄປ​ຊອກ​ຫາ​ໝາກເດື່ອ​ໃນ​ຕົ້ນ​ນັ້ນ ກໍ​ບໍ່​ພົບ​ເຫັນ​ເລີຍ.</verse>
				<verse number="7">ດັ່ງນັ້ນ ລາວ​ຈຶ່ງ​ເວົ້າ​ກັບ​ຄົນ​ຮັກສາ​ສວນ​ວ່າ, ‘ເບິ່ງແມ! ເປັນ​ເວລາ​ສາມ​ປີ​ແລ້ວ ທີ່​ຂ້ອຍ​ມາ​ຊອກ​ຫາ​ໝາກເດື່ອ​ໃນ​ຕົ້ນ​ນີ້ ແລະ​ຂ້ອຍ​ກໍ​ບໍ່​ພົບ​ເຫັນ​ເລີຍ ຈົ່ງ​ປໍ້າ​ມັນ​ຖິ້ມ​ເສຍ ຈະ​ເອົາ​ໄວ້​ໃຫ້​ຮົກ​ດິນ​ລ້າໆ​ເຮັດ​ຫຍັງ?’</verse>
				<verse number="8">ແຕ່​ຄົນ​ຮັກສາ​ສວນ​ນັ້ນ​ຕອບ​ວ່າ, ‘ທ່ານເອີຍ ຂໍ​ປະ​ໄວ້​ປີ​ນີ້​ກ່ອນ ຂ້ານ້ອຍ​ຈະ​ຂຸດ​ດິນ​ອ້ອມ ແລະ​ເອົາ​ຝຸ່ນ​ໃສ່.</verse>
				<verse number="9">ປີ​ໜ້າ ຖ້າ​ມັນ​ເກີດ​ໝາກ​ກໍ​ຈະ​ເປັນ​ການ​ດີ​ຫລາຍ ຖ້າ​ບໍ່​ເກີດ​ໝາກ ທ່ານ​ຈົ່ງ​ປໍ້າ​ມັນ​ຖິ້ມ​ເສຍ.”’</verse>
				<verse number="10">ໃນ​ວັນ​ຊະບາໂຕ​ວັນ​ໜຶ່ງ ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່​ໃນ​ທຳມະສາລາ​ແຫ່ງ​ໜຶ່ງ.</verse>
				<verse number="11">ໃນ​ທີ່ນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ຜີຊົ່ວຮ້າຍ​ເຂົ້າ​ສິງ ມັນ​ເຮັດ​ໃຫ້​ນາງ​ເຈັບໂຊ​ມາ​ໄດ້​ສິບແປດ​ປີ​ແລ້ວ ນາງ​ເປັນ​ຫລັງ​ກົ່ງ​ແລະ​ຢືນ​ຊື່​ບໍ່ໄດ້.</verse>
				<verse number="12">ເມື່ອ​ພຣະເຢຊູເຈົ້າ​ເຫັນ​ຈຶ່ງ​ເອີ້ນ​ນາງ​ມາ ແລະ​ກ່າວ​ວ່າ, “ນາງ​ເອີຍ ເຈົ້າ​ພົ້ນ​ຈາກ​ພະຍາດ​ໂຣຄາ​ຂອງ​ເຈົ້າ​ແລ້ວ.”</verse>
				<verse number="13">ພຣະອົງ​ວາງ​ມື​ໃສ່​ນາງ ໃນ​ທັນໃດນັ້ນ ນາງ​ກໍ​ຢືນ​ຊື່​ໄດ້ ແລະ​ນາງ​ຈຶ່ງ​ກ່າວ​ສັນລະເສີນ​ພຣະເຈົ້າ.</verse>
				<verse number="14">ແຕ່​ຫົວໜ້າ​ທຳມະສາລາ​ຊໍ້າພັດ​ເຄືອງໃຈ ທີ່​ພຣະເຢຊູເຈົ້າ​ຊົງ​ໂຜດ​ຮັກສາ​ໃຫ້​ດີ​ພະຍາດ​ໃນ​ວັນ​ຊະບາໂຕ. ດັ່ງນັ້ນ ເພິ່ນ​ຈຶ່ງ​ກ່າວ​ແກ່​ປະຊາຊົນ​ວ່າ, “ມີ​ຫົກ​ວັນ​ທີ່​ພວກເຮົາ​ຄວນ​ເຮັດ​ວຽກງານ ຈົ່ງ​ມາ​ຮັບ​ການ​ຮັກສາ​ໃນ​ຫົກ​ວັນ​ນັ້ນ ແຕ່​ຢ່າ​ມາ​ໃນ​ວັນ​ຊະບາໂຕ.”</verse>
				<verse number="15">ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຕອບ​ເພິ່ນ​ວ່າ, “ພວກເຈົ້າ ຄົນ​ໜ້າຊື່​ໃຈຄົດ​ເອີຍ ພວກເຈົ້າ​ແຕ່ລະຄົນ​ບໍ່ເຄີຍ​ແກ້​ງົວ ຫລື​ລໍ​ຂອງຕົນ ແລະ​ຈູງ​ອອກ​ຈາກ​ຄອກ​ໄປ​ກິນ​ນໍ້າ​ໃນ​ວັນ​ຊະບາໂຕ​ບໍ?</verse>
				<verse number="16">ສ່ວນ​ຍິງ​ຄົນ​ນີ້ ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ ທີ່​ມານຊາຕານ​ຜູກມັດ​ໄວ້​ເປັນ​ເວລາ​ສິບແປດ​ປີ​ແລ້ວ ບໍ່​ສົມຄວນ​ບໍ ທີ່​ຕ້ອງ​ແກ້​ນາງ​ໃຫ້​ຫລຸດ​ຈາກ​ເຄື່ອງ​ຜູກ​ມັດ​ນີ້ ໃນ​ວັນ​ຊະບາໂຕ?”</verse>
				<verse number="17">ຄຳຕອບ​ຂອງ​ພຣະອົງ ເຮັດ​ໃຫ້​ພວກ​ທີ່​ຕໍ່ສູ້​ພຣະອົງ​ອັບອາຍ​ຂາຍໜ້າ​ຫລາຍ ສ່ວນ​ປະຊາຊົນ​ຕ່າງ​ກໍ​ຊົມຊື່ນ​ຍິນດີ ເພາະ​ສິ່ງ​ອັດສະຈັນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ກະທຳ.</verse>
				<verse number="18">ແລ້ວ​ພຣະເຢຊູເຈົ້າ​ກໍ​ຖາມ​ວ່າ, “ຣາຊອານາຈັກ​ຂອງ​ພຣະເຈົ້າ​ເໝືອນ​ກັບ​ສິ່ງໃດ? ແລະ​ເຮົາ​ຈະ​ປຽບ​ຣາຊອານາຈັກ​ນັ້ນ​ໃສ່​ກັບ​ສິ່ງໃດ?</verse>
				<verse number="19">ກໍ​ເໝືອນ​ກັບ​ແກ່ນ​ຜັກກາດ​ເມັດ​ໜຶ່ງ ຊຶ່ງ​ຊາຍ​ຄົນ​ໜຶ່ງ​ເອົາ​ໄປ​ຫວ່ານ​ໃນ​ສວນ​ຂອງຕົນ ພືດ​ນັ້ນ​ກໍ​ໃຫຍ່​ຂຶ້ນ​ກາຍເປັນ​ກົກ ແລະ​ຝູງ​ນົກ​ກໍ​ມາ​ເຮັດ​ຮັງ​ໃສ່​ກິ່ງ​ກ້ານ​ຂອງ​ມັນ.”</verse>
				<verse number="20">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ອີກ​ວ່າ, “ເຮົາ​ຈະ​ປຽບ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ເໝືອນ​ກັບ​ສິ່ງໃດ?</verse>
				<verse number="21">ກໍ​ເໝືອນ​ກັບ​ເຊື້ອແປ້ງ ທີ່​ຍິງ​ຄົນ​ໜຶ່ງ​ເອົາ​ປົນ​ໃສ່​ໃນ​ແປ້ງ​ສາມ​ຜອງ ຈົນ​ແປ້ງ​ທັງໝົດ​ນັ້ນ​ຟູ​ຂຶ້ນ.”</verse>
				<verse number="22">ຂະນະທີ່​ພຣະເຢຊູເຈົ້າ​ເດີນທາງ​ໄປ​ສູ່​ນະຄອນ​ເຢຣູຊາເລັມ​ນັ້ນ ພຣະອົງ​ໄດ້​ຜ່ານ​ໄປ​ຕາມ​ບ້ານ​ເມືອງ​ຕ່າງໆ ແລະ​ສັ່ງສອນ​ປະຊາຊົນ.</verse>
				<verse number="23">ມີ​ຄົນ​ໜຶ່ງ​ຖາມ​ພຣະອົງ​ວ່າ, “ທ່ານເອີຍ ຜູ້​ທີ່​ຈະ​ພົ້ນ​ນັ້ນ​ມີ​ພຽງ​ໜ້ອຍ​ຄົນ​ບໍ?” ພຣະເຢຊູເຈົ້າ​ຕອບ​ວ່າ,</verse>
				<verse number="24">“ຈົ່ງ​ເອົາໃຈໃສ່​ແຂ່ງຂັນ​ກັນ​ເຂົ້າ​ທາງ​ປະຕູ​ຄັບແຄບ ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ມີ​ຫລາຍ​ຄົນ​ທີ່​ຈະ​ພະຍາຍາມ​ເຂົ້າ​ໄປ ແຕ່​ຈະ​ບໍ່​ສາມາດ​ເຂົ້າ​ໄປ​ໄດ້.</verse>
				<verse number="25">ເມື່ອ​ເຈົ້າ​ຂອງ​ເຮືອນ​ລຸກ​ຂຶ້ນ​ແລະ​ອັດ​ປະຕູ​ແລ້ວ ເຈົ້າ​ທັງຫລາຍ​ກໍ​ຈະ​ຢືນ​ຢູ່​ຂ້າງ​ນອກ ເລີ່ມ​ເອີ້ນ​ເພິ່ນ​ທັງ​ເຄາະ​ປະຕູ ແລະ​ວິງວອນ​ຂໍ​ວ່າ, ‘ພຣະອົງເຈົ້າ​ເອີຍ ໂຜດ​ໄຂ​ປະຕູ​ໃຫ້​ພວກ​ຂ້ານ້ອຍ​ແດ່ທ້ອນ.’ ແລ້ວ​ເພິ່ນ​ກໍ​ຈະ​ຕອບ​ເຈົ້າ​ທັງຫລາຍ​ວ່າ, ‘ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ ແລະ​ບໍ່​ຮູ້​ວ່າ​ພວກເຈົ້າ​ມາ​ແຕ່​ໃສ!’</verse>
				<verse number="26">ແລ້ວ​ພວກເຈົ້າ​ກໍ​ຈະ​ຕອບ​ວ່າ, ‘ພວກ​ຂ້ານ້ອຍ​ເຄີຍ​ກິນ​ແລະ​ດື່ມ​ກັບ​ພຣະອົງ ພຣະອົງ​ເຄີຍ​ສັ່ງສອນ​ໃນ​ບ້ານ​ເມືອງ​ຂອງ​ພວກ​ຂ້ານ້ອຍ.’</verse>
				<verse number="27">ຝ່າຍ​ເຈົ້າຂອງ​ເຮືອນ​ຍັງ​ຈະ​ຕອບ​ວ່າ, ‘ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ ແລະ​ບໍ່​ຮູ້​ວ່າ​ພວກເຈົ້າ​ມາ​ແຕ່​ໃສ ຈົ່ງ​ຖອຍ​ໜີໄປ​ຈາກ​ເຮົາ ພວກເຈົ້າ​ທຸກຄົນ​ທີ່​ເຮັດ​ການ​ອັນ​ບໍ່​ຊອບທຳ​ເອີຍ!’</verse>
				<verse number="28">ຈາກ​ນັ້ນ ພວກເຈົ້າ​ຈະ​ຮ້ອງໄຫ້ ແລະ​ຂົບ​ແຂ້ວ​ຄ້ຽວ​ຟັນ ເມື່ອ​ພວກເຈົ້າ​ເຫັນ​ອັບຣາຮາມ, ອີຊາກ ແລະ ຢາໂຄບ ຕະຫລອດ​ທັງ​ຜູ້ທຳນວາຍ​ທຸກຄົນ​ໃນ​ອານາຈັກ​ຂອງ​ພຣະເຈົ້າ, ແຕ່​ຝ່າຍ​ພວກເຈົ້າ​ຈະ​ຖືກ​ຊັດຖິ້ມ​ອອກ​ໄປ.</verse>
				<verse number="29">ຈະ​ມີ​ຄົນ​ມາ​ຈາກ​ທິດ​ຕາເວັນອອກ ທິດ​ຕາເວັນຕົກ ທິດເໜືອ ແລະ​ທິດ​ໃຕ້ ມາ​ນັ່ງ​ລົງ​ຮ່ວມ​ໂຕະ​ງານກິນລ້ຽງ​ໃນ​ອານາຈັກ​ຂອງ​ພຣະເຈົ້າ.</verse>
				<verse number="30">ແລະ ເບິ່ງແມ! ພວກ​ທີ່​ເປັນ​ຜູ້ປາຍ ຈະ​ກາຍເປັນ​ຜູ້ຕົ້ນ ແລະ​ພວກ​ທີ່​ເປັນ​ຜູ້ຕົ້ນ ຈະ​ກັບ​ເປັນ​ຜູ້ປາຍ.”</verse>
				<verse number="31">ໃນ​ເວລາ​ດຽວກັນ​ນັ້ນ ກໍ​ມີ​ພວກ​ຟາຣີຊາຍ​ບາງຄົນ​ໄດ້​ມາ​ເວົ້າ​ຕໍ່​ພຣະອົງ​ວ່າ, “ໃຫ້​ທ່ານ​ອອກ​ໜີໄປ​ຈາກ​ທີ່​ນີ້​ເສຍ ເພາະ​ກະສັດ​ເຮໂຣດ​ຢາກ​ປະຫານ​ຊີວິດ​ທ່ານ.”</verse>
				<verse number="32">ພຣະອົງ​ຊົງ​ຕອບ​ພວກເຂົາ​ວ່າ, “ຈົ່ງ​ໄປ​ບອກ​ໝາຈິກຈອກ​ໂຕ​ນັ້ນ​ວ່າ, ‘ມື້ນີ້ ແລະ​ມື້ອື່ນ​ເຮົາ​ຈະ​ຂັບໄລ່​ມານຮ້າຍ ແລະ​ເຮັດ​ໃຫ້​ຄົນ​ຫາຍ​ດີ​ພະຍາດ ແລະ​ໃນ​ວັນ​ທີ​ສາມ ເຮົາ​ຈະ​ສຳເລັດ​ພາລະກິດ​ຂອງເຮົາ.’</verse>
				<verse number="33">ແຕ່​ເຖິງ​ຢ່າງ​ໃດ​ກໍຕາມ ເຮົາ​ຈະ​ຕ້ອງ​ເດີນທາງ​ໄປ​ໃນ​ມື້ນີ້ ມື້ອື່ນ ແລະ​ມື້ຮື ເພາະ​ບໍ່​ເປັນ​ການ​ສົມຄວນ​ທີ່​ຜູ້​ປະກາດ​ພຣະທຳ ຕ້ອງ​ຖືກ​ຂ້າ​ນອກ​ນະຄອນ​ເຢຣູຊາເລັມ.”</verse>
				<verse number="34">“ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ໄດ້​ຂ້າ​ບັນດາ​ຜູ້​ປະກາດ​ພຣະທຳ ເຈົ້າ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ພວກ​ທີ່​ຮັບໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ ທີ່​ເຮົາ​ປາຖະໜາ ອ້າ​ແຂນ​ໂອບກອດ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ແມ່​ໄກ່​ຮວບຮວມ​ລູກ​ໄວ້​ໃຕ້​ປີກ​ຂອງ​ມັນ ແຕ່​ພວກເຈົ້າ​ຊໍ້າພັດ​ບໍ່​ຍິນຍອມ</verse>
				<verse number="35">ດັ່ງນັ້ນ ເຮືອນ​ຂອງ​ພວກເຈົ້າ​ຈະ​ຖືກ​ປະຖິ້ມ ແລະ​ຮ້າງເປົ່າ ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ​ອີກ ຈົນກວ່າ​ພວກເຈົ້າ​ຈະ​ອອກ​ປາກ​ເວົ້າ​ວ່າ, ‘ຂໍ​ໃຫ້​ທ່ານ​ຜູ້​ສະເດັດ​ມາ​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ຊົງ​ພຣະ​ຈະເລີນ.”’</verse>
			</chapter>
			<chapter number="14">
				<verse number="1">ໃນ​ວັນ​ຊະບາໂຕ​ວັນ​ໜຶ່ງ ພຣະເຢຊູເຈົ້າ​ໄດ້​ໄປ​ຮ່ວມ​ພາເຂົ້າ ທີ່​ເຮືອນ​ຂອງ​ຜູ້ນຳ​ຄົນ​ຟາຣີຊາຍ​ຄົນ​ໜຶ່ງ ພວກເຂົາ​ຕ່າງ​ກໍ​ເຝົ້າ​ເບິ່ງ​ພຣະເຢຊູເຈົ້າ​ຢ່າງ​ໃກ້ຊິດ.</verse>
				<verse number="2">ຕໍ່ໜ້າ​ພຣະອົງ​ມີ​ຊາຍ​ຄົນ​ໜຶ່ງ ທີ່​ເປັນ​ພະຍາດ​ທ້ອງມານ​ມາ​ຫາ​ພຣະເຢຊູເຈົ້າ.</verse>
				<verse number="3">ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ພວກ​ທຳບັນດິດ ແລະ​ພວກ​ຟາຣີຊາຍ​ວ່າ, “ກົດບັນຍັດ​ຂອງ​ພວກເຮົາ ອະນຸຍາດ​ເຮັດ​ໃຫ້​ດີ​ໃນ​ວັນ​ຊະບາໂຕ​ຫລື​ບໍ່?”</verse>
				<verse number="4">ພວກເຂົາ​ກໍ​ມິດ​ຢູ່ ພຣະອົງ​ຈຶ່ງ​ຊົງ​ຮັບ​ເອົາ​ຄົນ​ນັ້ນ ແລະ​ຊົງ​ໂຜດ​ໃຫ້​ດີ​ພະຍາດ​ແລ້ວ​ກໍ​ປ່ອຍ​ໄປ.</verse>
				<verse number="5">ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຖ້າ​ຄົນ​ໃດ​ຄົນ​ໜຶ່ງ ໃນ​ພວກເຈົ້າ​ມີ​ລູກ ຫລື​ງົວ​ຕົກ​ນໍ້າສ້າງ​ໃນ​ວັນ​ຊະບາໂຕ ລາວ​ຈະ​ບໍ່​ຟ້າວ​ດຶງ​ຂຶ້ນ​ບໍ?”</verse>
				<verse number="6">ແຕ່​ພວກເຂົາ​ບໍ່​ສາມາດ​ຕອບ​ພຣະອົງ​ໄດ້​ກ່ຽວກັບ​ເລື່ອງ​ນີ້.</verse>
				<verse number="7">ເມື່ອ​ພຣະເຢຊູເຈົ້າ​ສັງເກດ​ເຫັນ​ບັນດາ​ຜູ້​ທີ່​ຖືກ​ເຊີນ​ມາ ເລືອກ​ນັ່ງ​ໃນ​ບ່ອນ​ທີ່​ມີ​ກຽດ ພຣະອົງ​ຈຶ່ງ​ກ່າວ​ຄຳອຸປະມາ​ໃຫ້​ພວກເຂົາ​ຟັງ​ວ່າ,</verse>
				<verse number="8">“ເມື່ອ​ມີ​ບາງຄົນ​ເຊີນ​ເຈົ້າ​ໄປ​ງານກິນລ້ຽງ​ໃນ​ພິທີ​ແຕ່ງງານ ຢ່າ​ສູ່​ເລືອກ​ນັ່ງ​ບ່ອນ​ທີ່​ມີ​ກຽດ ເພາະ​ຄົນ​ທີ່​ມີ​ກຽດ​ຫລາຍກວ່າ​ເຈົ້າ​ອາດ​ຈະ​ໄດ້​ຖືກ​ເຊີນ​ມາ.</verse>
				<verse number="9">ຖ້າ​ເປັນ​ດັ່ງນັ້ນ, ເຈົ້າພາບ​ຜູ້​ທີ່​ເຊີນ​ເຈົ້າ​ທັງສອງ ກໍ​ຈະ​ມາ​ເວົ້າ​ກັບ​ເຈົ້າ​ວ່າ, ‘ຈົ່ງ​ໃຫ້​ບ່ອນ​ທີ່​ເຈົ້າ​ນັ່ງ​ຢູ່​ແກ່​ຜູ້​ນີ້.’ ແລ້ວ​ເຈົ້າ​ກໍ​ຕ້ອງ​ຍ້າຍ​ໄປ​ນັ່ງ​ບ່ອນ​ຕໍ່າ​ທີ່ສຸດ ດ້ວຍ​ຄວາມ​ອັບອາຍ.</verse>
				<verse number="10">ແຕ່​ເມື່ອ​ມີ​ຄົນ​ເຊີນ​ເຈົ້າ​ໄປ​ໃນ​ງານ ຈົ່ງ​ໄປ​ນັ່ງ​ບ່ອນ​ຕໍ່າ​ທີ່ສຸດ ເພື່ອ​ວ່າ​ເມື່ອ​ເຈົ້າພາບ​ມາ​ແລ້ວ ເຂົາ​ຈະ​ເວົ້າ​ກັບ​ເຈົ້າ​ວ່າ, ‘ສະຫາຍ​ເອີຍ ເຊີນ​ໄປ​ນັ່ງ​ບ່ອນ​ສູງ​ກວ່າ.’ ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ກຽດ ຕໍ່ໜ້າ​ບັນດາ​ແຂກ​ທຸກຄົນ ທີ່​ໄດ້​ຖືກ​ເຊີນ​ມາ​ນັ້ນ.</verse>
				<verse number="11">ເພາະວ່າ, ທຸກຄົນ​ທີ່​ຍົກ​ຕົວ​ຂຶ້ນ ຈະ​ຕ້ອງ​ຖືກ​ຖອຍລົງ ແລະ​ຜູ້​ທີ່​ຖ່ອມຕົວ​ລົງ ຈະ​ໄດ້​ຮັບ​ການ​ຍົກ​ຂຶ້ນ.”</verse>
				<verse number="12">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ຜູ້​ທີ່​ເຊີນ​ພຣະອົງ​ວ່າ, “ເມື່ອ​ເຈົ້າ​ຈັດ​ງານກິນລ້ຽງ​ຂຶ້ນ ບໍ່​ວ່າ​ນ້ອຍ​ຫລື​ໃຫຍ່​ກໍຕາມ ຢ່າ​ເຊີນ​ສະເພາະ​ແຕ່​ບັນດາ​ມິດ​ສະຫາຍ ຫລື​ອ້າຍ​ເອື້ອຍ​ນ້ອງ ຫລື​ຍາດຕິພີ່ນ້ອງ ຫລື​ເພື່ອນ​ຜູ້​ທີ່​ຮັ່ງມີ ເພາະ​ເຂົາ​ຈະ​ເຊີນ​ເຈົ້າ​ຄືນ​ເປັນ​ການ​ຕອບ​ແທນ.</verse>
				<verse number="13">ແຕ່​ເມື່ອ​ເຈົ້າ​ຈັດ​ງານກິນລ້ຽງ​ຂຶ້ນ ຈົ່ງ​ເຊີນ​ຄົນ​ຍາກຈົນ ຄົນ​ພິການ ຄົນ​ຂາ​ເສັ້ງ ແລະ​ຄົນ​ຕາບອດ,</verse>
				<verse number="14">ແລ້ວ​ເຈົ້າ​ກໍ​ຈະ​ເປັນ​ສຸກ ເພາະ​ພວກເຂົາ​ບໍ່ມີ​ຫຍັງ​ຈະ​ຕອບ​ແທນ​ເຈົ້າ, ແຕ່​ພຣະເຈົ້າ​ຈະ​ຕອບ​ແທນ​ເຈົ້າ ເມື່ອ​ຄົນ​ຊອບທຳ​ເປັນ​ຄືນ​ມາ​ຈາກ​ຕາຍ.”</verse>
				<verse number="15">ເມື່ອ​ຜູ້ໜຶ່ງ ໃນ​ບັນດາ​ຄົນ​ທີ່​ກຳລັງ​ນັ່ງ​ຮ່ວມ​ພາເຂົ້າ​ກັບ​ພຣະເຢຊູເຈົ້າ ໄດ້ຍິນ​ເຊັ່ນ​ນັ້ນ ລາວ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ຜູ້​ທີ່​ຈະ​ນັ່ງ​ຮ່ວມ​ຮັບປະທານ​ອາຫານ ທີ່​ງານກິນລ້ຽງ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ກໍ​ເປັນ​ສຸກ​ແທ້​ໜໍ.”</verse>
				<verse number="16">ພຣະເຢຊູເຈົ້າ​ຊົງ​ຕອບ​ຜູ້ນັ້ນ​ວ່າ, “ຍັງ​ມີ​ຄົນ​ໜຶ່ງ ທີ່​ຈັດ​ງານກິນລ້ຽງ​ຂຶ້ນ ແລະ​ເຊີນ​ຫລາຍ​ຄົນ​ມາ​ຮ່ວມ.</verse>
				<verse number="17">ເມື່ອ​ເຖິງ​ເວລາ​ກິນ​ລ້ຽງ​ແລ້ວ ເພິ່ນ​ໄດ້​ໃຊ້​ຄົນ​ຮັບໃຊ້​ຂອງຕົນ ໄປ​ບອກ​ພວກ​ທີ່​ຖືກ​ເຊີນ​ນັ້ນ​ວ່າ, ‘ເຊີນ​ມາ ທຸກໆ​ສິ່ງ​ກໍ​ຕຽມພ້ອມ​ແລ້ວ.’</verse>
				<verse number="18">ແຕ່​ທຸກຄົນ​ລ້ວນແຕ່​ເລີ່ມ​ແກ້ຕົວ ຜູ້​ທຳອິດ​ເວົ້າ​ກັບ​ຄົນ​ຮັບໃຊ້​ນັ້ນ​ວ່າ, ‘ຂ້ອຍ​ໄດ້​ຊື້​ນາ​ທົ່ງ​ໜຶ່ງ​ໄວ້ ແລະ​ຂ້ອຍ​ຈຳເປັນ​ຕ້ອງ​ໄປ​ເບິ່ງ​ນາ​ນັ້ນ ຂ້ອຍ​ຕ້ອງ​ຂໍ​ອະໄພ​ນຳ​ຫລາຍໆ.’</verse>
				<verse number="19">ຄົນອື່ນ​ເວົ້າ​ວ່າ, ‘ຂ້ອຍ​ໄດ້​ຊື້​ງົວ​ໄວ້​ຫ້າ​ຄູ່ ແລະ​ຂ້ອຍ​ກຳລັງ​ຈະ​ໄປ​ລອງ​ເບິ່ງ​ງົວ​ນັ້ນ ຂ້ອຍ​ຂໍ​ອະໄພ​ນຳ​ຫລາຍໆ.’</verse>
				<verse number="20">ຄົນອື່ນ​ອີກ​ເວົ້າ​ວ່າ, ‘ຂ້ອຍ​ຫາ​ກໍ​ແຕ່ງງານ ເພາະ​ເຫດນັ້ນ​ຂ້ອຍ​ຈຶ່ງ​ໄປ​ບໍ່ໄດ້.’</verse>
				<verse number="21">ດັ່ງນັ້ນ ຄົນ​ຮັບໃຊ້ ຈຶ່ງ​ກັບ​ມາ​ເລົ່າ​ເລື່ອງ​ທັງໝົດ ສູ່​ນາຍ​ຂອງຕົນ​ຟັງ ແລ້ວ​ເຈົ້າຂອງ​ເຮືອນ​ກໍ​ໃຈຮ້າຍ​ຫລາຍ ແລະ​ກ່າວ​ແກ່​ຄົນ​ຮັບໃຊ້​ວ່າ, ‘ຈົ່ງ​ຟ້າວ​ອອກ​ໄປ​ຕາມ​ຖະໜົນ​ໃຫຍ່ ແລະ​ຮ່ອມ​ນ້ອຍ​ໃນ​ເມືອງ ແລະ​ພາ​ຄົນ​ຍາກຈົນ ຄົນ​ພິການ ຄົນ​ຕາບອດ ແລະ​ຄົນ​ຂາ​ເສັ້ງ​ເຂົ້າ​ມາ​ທີ່​ນີ້.’</verse>
				<verse number="22">ຫລັງຈາກ​ນັ້ນ​ບໍ່​ດົນ ຄົນ​ຮັບໃຊ້​ກໍ​ມາ​ບອກ​ວ່າ, ‘ທ່ານເອີຍ, ຂ້ານ້ອຍ​ໄດ້​ປະຕິບັດ​ຕາມ​ທີ່​ທ່ານ​ສັ່ງ​ແລ້ວ ແຕ່​ຍັງ​ມີ​ບ່ອນ​ຫວ່າງ​ຢູ່.’</verse>
				<verse number="23">ສະນັ້ນ ນາຍ​ຈຶ່ງ​ບອກ​ວ່າ, ‘ຈົ່ງ​ອອກ​ໄປ​ຕາມ​ທາງ​ໃຫຍ່​ແລະ​ນ້ອຍ​ທີ່​ນອກ​ເມືອງ ເພື່ອ​ນຳ​ຕົວ​ພວກເຂົາ​ໃຫ້​ເຂົ້າ​ມາ ເພື່ອ​ໃຫ້​ເຕັມ​ເຮືອນ​ຂອງເຮົາ.’</verse>
				<verse number="24">ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ໃນ​ບັນດາ​ຄົນ​ທີ່​ໄດ້​ຖືກ​ເຊີນ​ນັ້ນ ຈະ​ບໍ່ມີ​ຜູ້ໃດ ໄດ້​ຊີມ​ອາຫານ​ໃນ​ງານກິນລ້ຽງ​ຂອງເຮົາ​ຈັກ​ຄົນ.”</verse>
				<verse number="25">ຄັ້ງ​ໜຶ່ງ ເມື່ອ​ປະຊາຊົນ​ຈຳນວນ​ຫລວງຫລາຍ ໄດ້​ໄປ​ກັບ​ພຣະເຢຊູເຈົ້າ ພຣະອົງ​ຈຶ່ງ​ຫັນ​ມາ​ກ່າວ​ແກ່​ພວກເຂົາ​ວ່າ,</verse>
				<verse number="26">“ຖ້າ​ຜູ້ໃດ​ມາ​ຫາ​ເຮົາ ແລະ​ບໍ່​ຊັງ​ພໍ່​ແມ່, ລູກ​ເມຍ, ອ້າຍ​ນ້ອງຊາຍ​ຍິງ​ກັບ​ທັງ​ຊີວິດ​ຂອງ​ຕົນເອງ ຜູ້ນັ້ນ​ຈະ​ເປັນ​ສາວົກ​ຂອງເຮົາ​ບໍ່ໄດ້.</verse>
				<verse number="27">ຜູ້ໃດ​ບໍ່ໄດ້​ແບກ​ໄມ້ກາງແຂນ​ຂອງຕົນ​ຕາມ​ເຮົາ​ມາ ຜູ້ນັ້ນ​ຈະ​ເປັນ​ສາວົກ​ຂອງເຮົາ​ບໍ່ໄດ້.”</verse>
				<verse number="28">“ເພາະວ່າ ໃນ​ພວກເຈົ້າ​ມີ​ຜູ້ໃດ​ເມື່ອ​ຈະ​ສ້າງ​ຫໍຄອຍ​ແຫ່ງ​ໜຶ່ງ ລາວ​ຈະ​ບໍ່​ນັ່ງ​ລົງ​ຄິດ​ໄລ່​ລາຄາ​ກ່ອນ​ວ່າ ຕົນ​ມີ​ພຽງພໍ​ສ້າງ​ໃຫ້​ສຳເລັດ​ຫລື​ບໍ່.</verse>
				<verse number="29">ຢ້ານ​ວ່າ​ຫລັງຈາກ​ທີ່​ວາງ​ຮາກຖານ​ລົງ​ແລ້ວ ບໍ່​ສາມາດ​ເຮັດ​ໃຫ້​ສຳເລັດ​ໄດ້ ຄົນ​ທີ່​ເຫັນ​ກໍ​ຈະ​ກ່າວ​ເຢາະເຢີ້ຍ​ໃສ່​ລາວ​ວ່າ,</verse>
				<verse number="30">‘ຄົນ​ນີ້​ຕັ້ງຕົ້ນ​ກໍ່​ໄດ້​ແລ້ວ ແຕ່​ສ້າງ​ໃຫ້​ສຳເລັດ​ບໍ່ໄດ້​ເລີຍ.”’</verse>
				<verse number="31">“ຫລື​ມີ​ກະສັດ​ຜູ້ໃດ ເມື່ອ​ຈະ​ຍົກ​ທັບ​ອອກ​ໄປ​ສູ້ຮົບ ໂດຍ​ມີ​ພົນ​ທະຫານ​ໜຶ່ງ​ໝື່ນ ເພື່ອ​ສູ້ຮົບ​ກັບ​ກະສັດ​ຜູ້​ອື່ນ ທີ່​ມາ​ໂຈມຕີ​ໂດຍ​ມີ​ພົນ​ທະຫານ​ສອງ​ໝື່ນ ເພິ່ນ​ຈະ​ບໍ່​ນັ່ງ​ຄິດ​ເບິ່ງ​ກ່ອນ​ວ່າ ກຳລັງ​ຂອງຕົນ​ແຂງແຮງ​ພໍ​ທີ່​ຈະ​ປະເຊີນ​ໜ້າ​ກັບ​ຄູ່​ຕໍ່ສູ້​ໄດ້​ບໍ່.</verse>
				<verse number="32">ຖ້າ​ສູ້​ບໍ່ໄດ້ ໃນ​ຂະນະ​ຢູ່​ຫ່າງ​ກັນ ເພິ່ນ​ກໍ​ຈະ​ໃຊ້​ທູດ​ໄປ​ພົບ​ກະສັດ​ຜູ້​ນັ້ນ ເພື່ອ​ຖາມ​ເງື່ອນໄຂ​ຂອງ​ການ​ສະຫງົບ​ເສິກ.</verse>
				<verse number="33">ໃນທຳນອງ​ດຽວກັນ ພວກເຈົ້າ​ຈະ​ເປັນ​ສາວົກ​ຂອງເຮົາ​ບໍ່ໄດ້ ຖ້າ​ບໍ່​ຍອມ​ສະຫລະ​ທຸກໆ​ສິ່ງ​ທີ່​ຕົນ​ມີ​ຢູ່.”</verse>
				<verse number="34">“ເກືອ​ເປັນ​ຂອງ​ດີ ແຕ່​ຖ້າ​ເກືອ​ໝົດ​ຣົດ​ເຄັມ​ແລ້ວ ກໍ​ບໍ່ມີ​ທາງ​ທີ່​ຈະ​ເຮັດ​ໃຫ້​ກັບ​ເຄັມ​ໄດ້​ອີກ.</verse>
				<verse number="35">ຈະ​ໃຊ້​ມັນ​ເປັນ​ຝຸ່ນ​ໃສ່​ດິນ​ກໍ​ບໍ່ໄດ້ ຫລື​ຈະ​ໃຊ້​ປະສົມ​ກັບ​ກອງ​ຂີ້ສັດ ເພື່ອ​ເຮັດ​ຝຸ່ນ​ກໍ​ບໍ່ໄດ້ ມີ​ແຕ່​ເອົາ​ໂຍນ​ຖິ້ມ​ໄປ​ເສຍ​ເທົ່ານັ້ນ ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ເອົາ.”</verse>
			</chapter>
			<chapter number="15">
				<verse number="1">ຕໍ່ມາ ພວກ​ຄົນ​ເກັບພາສີ​ແລະ​ຄົນ​ນອກສິນທຳ ເຂົ້າ​ມາ​ໃກ້​ພຣະເຢຊູເຈົ້າ​ເພື່ອ​ຟັງ​ພຣະອົງ​ກ່າວ,</verse>
				<verse number="2">ພວກ​ຟາຣີຊາຍ​ກັບ​ພວກ​ທຳມະຈານ​ກໍ​ເລີ່ມ​ຈົ່ມ​ວ່າ, “ຄົນ​ນີ້​ຕ້ອນຮັບ​ຄົນ​ນອກສິນທຳ ແລະ​ຍັງ​ຮ່ວມ​ກິນ​ນຳ​ພວກເຂົາ​ດ້ວຍ”</verse>
				<verse number="3">ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ຄຳອຸປະມາ​ນີ້​ສູ່​ພວກເຂົາ​ຟັງ​ວ່າ,</verse>
				<verse number="4">“ມີ​ຄົນ​ໃດ​ແດ່​ໃນ​ພວກເຈົ້າ​ມີ​ແກະ​ຢູ່​ຮ້ອຍ​ໂຕ ແລະ​ໂຕໜຶ່ງ​ເສຍ​ໄປ ຄົນ​ນັ້ນ​ຈະ​ເຮັດ​ຢ່າງ​ໃດ? ລາວ​ຈະ​ບໍ່​ປະ​ເກົ້າສິບເກົ້າ​ໂຕ​ນັ້ນ​ໄວ້​ໃນ​ທົ່ງຫຍ້າ ແລະ​ໄປ​ຊອກ​ຫາ​ໂຕ​ທີ່​ເສຍ​ນັ້ນ​ຈົນ​ພົບ​ບໍ?</verse>
				<verse number="5">ເມື່ອ​ພົບ​ແລ້ວ ລາວ​ກໍ​ດີໃຈ​ທີ່ສຸດ ຈຶ່ງ​ຍົກ​ແກະ​ນັ້ນ​ໃສ່​ບ່າ​ຂອງຕົນ</verse>
				<verse number="6">ແລະ​ແບກ​ກັບ​ມາ ເມື່ອ​ຮອດ​ເຮືອນ​ແລ້ວ ລາວ​ກໍ​ເອີ້ນ​ບັນດາ​ມິດ​ສະຫາຍ ແລະ​ເພື່ອນບ້ານ​ຂອງຕົນ​ມາ ແລະ​ເວົ້າ​ວ່າ, ‘ຂ້ອຍ​ດີ​ໃຈ​ຫລາຍ ເພາະ​ຂ້ອຍ​ໄດ້​ພົບ​ແກະ​ຂອງຂ້ອຍ​ທີ່​ເສຍ​ໄປ ຈົ່ງ​ຮ່ວມ​ກັນ​ສະຫລອງ​ເທາະ.’</verse>
				<verse number="7">ໃນທຳນອງ​ດຽວກັນ​ນັ້ນ​ແຫຼະ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ໃນ​ສະຫວັນ​ຈະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຫລາຍ ທີ່​ຄົນ​ບາບ​ຜູ້ໜຶ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ຫລາຍກວ່າ​ຄົນ​ສິນທຳ​ເກົ້າສິບເກົ້າ​ຄົນ ທີ່​ບໍ່​ຕ້ອງການ​ຖິ້ມໃຈເກົ່າ​ເອົາໃຈໃໝ່.”</verse>
				<verse number="8">“ແລະ ມີ​ຍິງ​ຄົນ​ໜຶ່ງ​ທີ່​ມີ​ເງິນ​ຢູ່​ສິບ​ຫລຽນ ແລະ​ຫລຽນ​ໜຶ່ງ​ເສຍ​ໄປ ນາງ​ຈະ​ເຮັດ​ຢ່າງ​ໃດ? ນາງ​ຈະ​ບໍ່​ໄຕ້​ໂຄມ, ກວາດ​ເຮືອນ ແລະ​ຄົ້ນ​ຫາ​ຢ່າງ​ຖ້ວນຖີ່ ຈົນກວ່າ​ຈະ​ພົບ​ບໍ?</verse>
				<verse number="9">ເມື່ອ​ພົບ​ແລ້ວ ນາງ​ກໍ​ເອີ້ນ​ບັນດາ​ມິດ​ສະຫາຍ ແລະ​ເພື່ອນບ້ານ​ຂອງຕົນ​ມາ ແລະ​ເວົ້າ​ວ່າ ‘ຂ້ອຍ​ດີໃຈ​ຫລາຍ ເພາະ​ຂ້ອຍ​ໄດ້​ພົບ​ເງິນ​ຫລຽນ​ຂອງຂ້ອຍ​ທີ່​ເສຍ​ໄປ ຈົ່ງ​ມາ​ຮ່ວມ​ຊົມຊື່ນ​ຍິນດີ​ກັບ​ຂ້ອຍ​ເທີ້ນ.’</verse>
				<verse number="10">ໃນທຳນອງ​ດຽວກັນ​ນັ້ນ​ແຫຼະ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຝູງ​ເທວະດາ​ຂອງ​ພຣະເຈົ້າ​ກໍ​ຊົມຊື່ນ​ຍິນດີ ທີ່​ມີ​ຄົນ​ບາບ​ຜູ້ໜຶ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່.”</verse>
				<verse number="11">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ຕໍ່ໄປ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ມີ​ລູກຊາຍ​ຢູ່​ສອງ​ຄົນ.</verse>
				<verse number="12">ຜູ້​ນ້ອງ​ເວົ້າ​ກັບ​ພໍ່​ວ່າ, ‘ພໍ່​ເອີຍ ຈົ່ງ​ແບ່ງ​ຊັບສິນ​ສ່ວນ​ທີ່​ຈະ​ຕົກ​ເປັນ​ຂອງ​ລູກ​ນັ້ນ ໃຫ້​ລູກ​ສາ.’ ດັ່ງນັ້ນ ພໍ່​ຈຶ່ງ​ໄດ້​ແບ່ງ​ຊັບສິນ​ໃຫ້​ລູກຊາຍ​ທັງສອງ​ຂອງຕົນ.</verse>
				<verse number="13">ຕໍ່ມາ​ບໍ່​ເທົ່າ​ໃດ​ວັນ ຜູ້​ເປັນ​ນ້ອງ​ກໍໄດ້​ຮວບຮວມ​ເອົາ​ຊັບສິນ ທີ່​ຕົກ​ເປັນ​ສ່ວນ​ຂອງຕົນ​ນັ້ນ ແລະ​ອອກ​ຈາກ​ບ້ານ​ໄປ​ເພື່ອ​ໄປ​ທ່ຽວ​ແດນ​ໄກ ແລະ​ໄດ້​ຜານ​ຊັບ​ຂອງຕົນ​ຢູ່​ທີ່​ນັ້ນ ໃນ​ການ​ຢູ່​ກິນ​ຢ່າງ​ຟຸມເຟືອຍ.</verse>
				<verse number="14">ຫລັງຈາກ​ລາວ​ໄດ້​ໃຊ້ຈ່າຍ​ຊັບ​ຈົນ​ໝົດ​ກ້ຽງ​ແລ້ວ ກໍ​ເກີດ​ການ​ອຶດຢາກ​ອັນ​ຮ້າຍແຮງ​ທົ່ວ​ປະເທດ ແລ້ວ​ລາວ​ຕົກ​ຢູ່​ໃນ​ຄວາມ​ຂັດສົນ.</verse>
				<verse number="15">ດັ່ງນັ້ນ ລາວ​ຈຶ່ງ​ໄປ​ຂໍ​ຮັບ​ຈ້າງ​ຢູ່​ນຳ​ຄົນ​ໜຶ່ງ​ໃນ​ເມືອງ​ນັ້ນ ແລະ​ຄົນ​ນັ້ນ​ກໍ​ໃຊ້​ລາວ​ອອກ​ໄປ​ລ້ຽງ​ໝູ​ທີ່​ທົ່ງນາ.</verse>
				<verse number="16">ລາວ​ຄິດ​ຢາກ​ກິນ​ໝາກ​ຖົ່ວ​ທີ່​ໝູ​ກິນ​ໃຫ້​ອີ່ມ​ທ້ອງ ແຕ່​ບໍ່ມີ​ຜູ້ໃດ​ເອົາ​ໃຫ້​ລາວ​ກິນ.</verse>
				<verse number="17">ໃນ​ທີ່ສຸດ ລາວ​ກໍ​ສຳນຶກ​ຕົວ​ໄດ້ ແລະ​ເວົ້າ​ກັບ​ຕົນເອງ​ວ່າ, ‘ລູກຈ້າງ​ທຸກຄົນ​ຂອງ​ພໍ່​ເຮົາ ກໍ​ຍັງ​ມີ​ອາຫານ​ກິນ​ຢ່າງ​ເຫລືອເຟືອ ສ່ວນ​ເຮົາ​ກຳລັງ​ຕາຍ​ຫິວ​ຢູ່​ທີ່​ນີ້</verse>
				<verse number="18">ເຮົາ​ຈະ​ລຸກ​ຂຶ້ນ​ເມືອ​ຫາ​ພໍ່​ຂອງເຮົາ ແລະ​ເວົ້າ​ວ່າ, ພໍ່​ເອີຍ ລູກ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າ ແລະ​ຕໍ່ສູ້​ພໍ່​ແລ້ວ.</verse>
				<verse number="19">ລູກ​ບໍ່​ສົມຄວນ​ທີ່​ມີ​ຊື່​ວ່າ ເປັນ​ລູກ​ຂອງ​ພໍ່​ອີກ​ຕໍ່ໄປ, ແຕ່​ຂໍ​ໃຫ້​ລູກ​ເປັນ​ເໝືອນ​ລູກຈ້າງ​ຄົນ​ໜຶ່ງ​ຂອງ​ພໍ່.’</verse>
				<verse number="20">ດັ່ງນັ້ນ ລາວ​ຈຶ່ງ​ລຸກ​ຂຶ້ນ ຄືນ​ເມືອ​ຫາ​ພໍ່​ຂອງຕົນ. ຂະນະທີ່​ຍັງ​ຢູ່​ຫ່າງໄກ​ຈາກ​ບ້ານ​ພໍສົມຄວນ ພໍ່​ກໍ​ແນມ​ເຫັນ​ລາວ ແລ້ວ​ມີ​ຄວາມ​ເມດຕາ​ສົງສານ ຈຶ່ງ​ແລ່ນ​ອອກ​ໄປ​ກອດ​ລູກ​ໄວ້​ດ້ວຍ​ຄວາມ​ຮັກແພງ.</verse>
				<verse number="21">ຜູ້​ເປັນ​ລູກ​ຈຶ່ງ​ເວົ້າ​ວ່າ, ‘ພໍ່​ເອີຍ ລູກ​ໄດ້​ເຮັດ​ບາບ​ຕໍ່​ພຣະເຈົ້າ ແລະ​ຕໍ່​ພໍ່​ແລ້ວ ລູກ​ບໍ່​ສົມຄວນ​ທີ່​ມີ​ຊື່​ວ່າ, ເປັນ​ລູກ​ຂອງ​ພໍ່​ອີກ​ຕໍ່ໄປ.’</verse>
				<verse number="22">ແຕ່​ຜູ້​ເປັນ​ພໍ່​ເອີ້ນ​ບັນດາ​ຄົນ​ຮັບໃຊ້​ຂອງຕົນ​ມາ ເພິ່ນ​ເວົ້າ​ວ່າ, ‘ໄວໆ ຟ້າວ​ເອົາ​ເຄື່ອງ​ຢ່າງດີ​ທີ່ສຸດ​ມາ​ໃຫ້​ລູກ​ຂອງເຮົາ​ນຸ່ງ ຈົ່ງ​ເອົາ​ແຫວນ​ມາ​ສວມ​ໃສ່​ນິ້ວ​ມື ແລະ​ສຸບ​ເກີບ​ໃສ່​ຕີນ​ໃຫ້​ລູກ​ຂອງເຮົາ.</verse>
				<verse number="23">ແລ້ວ​ຈົ່ງ​ໄປ​ເອົາ​ງົວ​ໜຸ່ມ​ໂຕ​ຕຸ້ຍພີ​ດີ​ງາມ​ມາ​ຂ້າ ແລະ​ຈັດ​ງານກິນລ້ຽງ ແລະ​ຮ່ວມ​ກັນ​ຊົມຊື່ນ​ຍິນດີ.</verse>
				<verse number="24">ດ້ວຍວ່າ, ລູກ​ເຮົາ​ຄົນ​ນີ້​ຕາຍ​ແລ້ວ ແຕ່​ບັດນີ້​ລາວ​ມີ​ຊີວິດ​ຢູ່ ລາວ​ເສຍ​ໄປ​ແລ້ວ ແຕ່​ບັດນີ້​ເຮົາ​ໄດ້​ພົບ​ລາວ​ອີກ.’ ແລະ​ພວກເຂົາ​ກໍໄດ້​ຕັ້ງຕົ້ນ​ຊົມຊື່ນ​ຍິນດີ.</verse>
				<verse number="25">ໃນ​ລະຫວ່າງ​ນັ້ນ ລູກຊາຍ​ຜູ້​ກົກ​ກໍ​ຢູ່​ທີ່​ທົ່ງນາ ເມື່ອ​ກັບ​ມາ​ໃກ້​ຈະ​ຮອດ​ເຮືອນ​ແລ້ວ ລາວ​ໄດ້ຍິນ​ສຽງ​ເພງ ແລະ​ສຽງ​ຄົນ​ກຳລັງ​ຟ້ອນລຳ.</verse>
				<verse number="26">ດັ່ງນັ້ນ ລາວ​ຈຶ່ງ​ໄດ້​ເອີ້ນ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ມາ ແລະ​ຖາມ​ວ່າ, ‘ມີ​ຫຍັງ​ເກີດຂຶ້ນ?’</verse>
				<verse number="27">ຄົນ​ຮັບໃຊ້​ຜູ້​ນັ້ນ​ຕອບ​ວ່າ, ‘ນ້ອງຊາຍ​ຂອງ​ທ່ານ​ກັບ​ມາ​ແລ້ວ ແລະ​ພໍ່​ຂອງ​ທ່ານ​ໄດ້​ຂ້າ​ງົວ​ໜຸ່ມ​ໂຕ​ຕຸ້ຍພີ​ດີງາມ​ຕ້ອນຮັບ ເພາະ​ເພິ່ນ​ໄດ້​ລາວ​ຄືນ​ມາ​ດ້ວຍ​ຄວາມ​ສະຫວັດດີພາບ.’</verse>
				<verse number="28">ຝ່າຍ​ອ້າຍ​ກໍ​ໃຈຮ້າຍ​ຫລາຍ ຈົນ​ບໍ່​ຍອມ​ເຂົ້າ​ມາ​ໃນ​ເຮືອນ. ດັ່ງນັ້ນ ຜູ້​ພໍ່​ຈຶ່ງ​ອອກ​ໄປ​ອອຍໃຈ​ໃຫ້​ເຂົ້າ​ມາ.</verse>
				<verse number="29">ແຕ່​ລາວ​ໄດ້​ຕອບ​ພໍ່​ວ່າ, ‘ເບິ່ງແມ! ລູກ​ໄດ້​ເຮັດ​ວຽກ​ໃຫ້​ພໍ່​ດັ່ງ​ທາດ​ຕະຫລອດ​ມາ​ຫລາຍ​ປີ ແລະ​ລູກ​ບໍ່ເຄີຍ​ຝ່າຝືນ​ຄຳສັ່ງ​ຂອງ​ພໍ່​ຈັກເທື່ອ ແຕ່​ພໍ່​ຍັງ​ບໍ່​ໃຫ້​ແມ່ນແຕ່​ລູກແກະ​ໂຕ​ດຽວ ເພື່ອ​ຈັດ​ງານລ້ຽງ​ໃຫ້​ໝູ່ເພື່ອນ​ມາ​ຮ່ວມ​ຊົມຊື່ນ​ຍິນດີ.</verse>
				<verse number="30">ແຕ່​ເມື່ອ​ລູກຊາຍ​ຂອງ​ພໍ່​ຄົນ​ນີ້ ຜູ້​ທີ່​ໄດ້​ຜານ​ຊັບສິນ​ຂອງ​ພໍ່​ດ້ວຍ​ການ​ຄົບຫາ​ກັບ​ພວກ​ຍິງໂສເພນີ ກັບຄືນ​ມາ​ແລ້ວ ພໍ່​ກໍ​ຍັງ​ຂ້າ​ງົວເຖິກ​ໂຕ​ດີທີ່ສຸດ ຈັດ​ງານລ້ຽງ​ໃຫ້​ມັນ.’</verse>
				<verse number="31">ພໍ່​ຕອບ​ວ່າ, ‘ລູກ​ເອີຍ ເຈົ້າ​ຢູ່​ກັບ​ພໍ່​ທີ່​ນີ້​ສະເໝີ ແລະ​ທຸກໆ​ສິ່ງ​ທີ່​ພໍ່​ມີ​ກໍ​ເປັນ​ຂອງ​ເຈົ້າ.</verse>
				<verse number="32">ແຕ່​ພວກເຮົາ​ສົມຄວນ​ຮ່ວມ​ຊົມຊື່ນ​ຍິນດີ ເພາະ​ນ້ອງ​ຂອງ​ເຈົ້າ​ຄົນ​ນີ້​ຕາຍ​ແລ້ວ ແຕ່​ບັດນີ້​ມີ​ຊີວິດ​ຢູ່ ລາວ​ເສຍ​ໄປ​ແລ້ວ ແຕ່​ບັດນີ້ ຍັງ​ໄດ້​ພົບ​ອີກ.”’</verse>
			</chapter>
			<chapter number="16">
				<verse number="1">ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຍັງ​ມີ​ເສດຖີ​ທີ່​ມີ​ພະນັກງານ​ຜູ້ໜຶ່ງ ລາວ​ເປັນ​ຜູ້ຈັດການ​ຊັບສິນ​ຂອງ​ເພິ່ນ ມີ​ຄົນ​ມາ​ລາຍງານ​ເສດຖີ​ວ່າ ພະນັກງານ​ຄົນ​ນັ້ນ​ກຳລັງ​ຜານ​ຊັບ​ຂອງ​ເພິ່ນ,</verse>
				<verse number="2">ດັ່ງນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຜູ້ຈັດການ​ເຂົ້າ​ມາ​ຫາ ແລະ​ເວົ້າ​ວ່າ, ‘ເລື່ອງ​ທີ່​ເຮົາ​ໄດ້ຍິນ​ກ່ຽວກັບ​ເຈົ້າ​ນັ້ນ​ເປັນ​ຢ່າງ​ໃດ? ຈົ່ງ​ລາຍງານ​ກ່ຽວກັບ​ໜ້າທີ່​ຂອງ​ເຈົ້າ​ສາ ເພາະ​ເຈົ້າ​ຈະ​ເປັນ​ພະນັກງານ​ຕໍ່ໄປ​ອີກ​ບໍ່ໄດ້.’</verse>
				<verse number="3">ເຈົ້າ​ພະນັກງານ​ນັ້ນ​ຄິດ​ໃນ​ໃຈ​ວ່າ, ‘ນາຍ​ກຳລັງ​ຈະ​ປົດ​ເຮົາ​ອອກ​ຈາກ​ໜ້າທີ່ ແລ້ວ​ເຮົາ​ຈະ​ເຮັດ​ຢ່າງ​ໃດ​ໜໍ? ຈະ​ຂຸດ​ດິນ​ກໍ​ບໍ່ມີ​ແຮງ ຈະ​ຂໍທານ​ກໍ​ອາຍ​ເຂົາ.</verse>
				<verse number="4">ບັດນີ້ ເຮົາ​ຮູ້​ແລ້ວ​ວ່າ​ຈະ​ເຮັດ​ຢ່າງ​ໃດ​ດີ ເມື່ອ​ຖືກ​ປົດ​ອອກ​ຈາກ​ໜ້າທີ່​ແລ້ວ ຄວນ​ມີ​ໝູ່ເພື່ອນ​ທີ່​ຈະ​ຕ້ອນຮັບ​ເຮົາ​ໄວ້​ໃນ​ເຮືອນ​ຂອງ​ເຂົາເຈົ້າ.’</verse>
				<verse number="5">ດັ່ງນັ້ນ ລາວ​ຈຶ່ງ​ເອີ້ນ​ລູກ​ໜີ້​ຂອງ​ນາຍ​ຕົນ ເຂົ້າ​ມາ​ທຸກຄົນ ລາວ​ຖາມ​ຜູ້​ທີ​ໜຶ່ງ​ວ່າ, ‘ເຈົ້າ​ເປັນ​ໜີ້​ນາຍ​ຂອງເຮົາ​ເທົ່າ​ໃດ?’</verse>
				<verse number="6">ຜູ້​ນັ້ນ​ຕອບ​ວ່າ, ‘ເປັນ​ໜີ້​ນໍ້າມັນ​ຮ້ອຍ​ຖັງ.’ ພະນັກງານ​ນັ້ນ​ຈຶ່ງ​ບອກ​ວ່າ, ‘ເອົາ​ບັນຊີ​ຂອງ​ເຈົ້າ​ນັ່ງ​ລົງ ຈົດ​ໃສ່​ຫ້າສິບ​ຖັງ​ໄວໆ.’</verse>
				<verse number="7">ແລ້ວ​ລາວ​ກໍ​ຖາມ​ອີກ​ຜູ້ໜຶ່ງ​ວ່າ, ‘ເຈົ້າ​ເດ ເປັນ​ໜີ້​ເທົ່າ​ໃດ?’ ຜູ້​ນີ້​ຕອບ​ວ່າ, ‘ເປັນ​ໜີ້​ເຂົ້າ​ເປືອກ​ຮ້ອຍ​ກວຽນ.’ ພະນັກງານ​ນັ້ນ​ຈຶ່ງ​ບອກ​ວ່າ, ‘ຈົ່ງ​ເອົາ​ບັນຊີ​ຂອງ​ເຈົ້າ​ມາ​ຈົດ​ໃສ່​ແປດສິບ​ກວຽນ.’</verse>
				<verse number="8">ແລ້ວ​ເຈົ້ານາຍ​ກໍ​ຍົກ​ຍ້ອງ​ເຈົ້າ​ພະນັກງານ​ຜູ້​ບໍ່​ສັດຊື່​ວ່າ, ‘ລາວ​ໄດ້​ເຮັດ​ດ້ວຍ​ຄວາມ​ສະຫລາດ. ດ້ວຍວ່າ ຄົນ​ຝ່າຍ​ໂລກນີ້ ໃນ​ສະໄໝ​ຂອງ​ເຂົາ ເຂົາ​ໃຊ້​ສະຕິປັນຍາ​ສະຫລາດ​ກວ່າ​ຄົນ​ຝ່າຍ​ຄວາມ​ສະຫວ່າງ​ອີກ.’</verse>
				<verse number="9">ຝ່າຍ​ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, ‘ຈົ່ງ​ເຮັດ​ໃຫ້​ຕົນ​ມີ​ໝູ່​ເພື່ອນ​ດ້ວຍ​ຊັບສິນ​ອັນ​ບໍ່​ຍຸດຕິທຳ ເພື່ອ​ເວລາ​ຊັບ​ນັ້ນ​ເສຍ​ໄປ​ແລ້ວ ເຂົາ​ກໍ​ຈະ​ຮັບ​ຕ້ອນ​ພວກເຈົ້າ​ໄວ້ ໃນ​ບ່ອນ​ອາໄສ​ຢູ່​ອັນ​ຖາວອນ​ເປັນນິດ.</verse>
				<verse number="10">ຄົນ​ໃດ​ທີ່​ສັດຊື່ ໃນ​ສິ່ງ​ຂອງ​ເລັກນ້ອຍ ກໍ​ຈະ​ສັດຊື່​ໃນ​ສິ່ງ​ຂອງ​ຫລາຍ​ດ້ວຍ ຄົນ​ໃດ​ທີ່​ບໍ່​ສັດຊື່ ໃນ​ສິ່ງ​ຂອງ​ເລັກນ້ອຍ ກໍ​ຈະ​ບໍ່​ສັດຊື່​ໃນ​ສິ່ງຂອງ​ຫລາຍ​ເໝືອນກັນ.</verse>
				<verse number="11">ດ້ວຍເຫດນັ້ນ ຖ້າ​ພວກເຈົ້າ​ບໍ່​ສັດຊື່ ໃນ​ຊັບສິນ​ອັນ​ບໍ່​ຍຸດຕິທຳ​ນີ້ ໃຜ​ຈະ​ມອບ​ຊັບສິນ​ອັນ​ແທ້​ໃຫ້​ແກ່​ພວກເຈົ້າ?</verse>
				<verse number="12">ແລະ​ຖ້າ​ພວກເຈົ້າ​ບໍ່​ສັດຊື່ ໃນ​ສິ່ງຂອງ​ທີ່​ເປັນ​ຂອງ​ຄົນອື່ນ ຜູ້ໃດ​ຈະ​ມອບ​ສິ່ງ​ຂອງ​ທີ່​ເປັນ​ຂອງ​ພວກເຈົ້າ​ໃຫ້​ແກ່​ພວກເຈົ້າ?”’</verse>
				<verse number="13">“ບໍ່​ຫ່ອນ​ມີ​ຜູ້ໃດ​ເປັນ​ຂ້າ​ສອງ​ເຈົ້າບ່າວ​ສອງ​ນາຍ​ໄດ້ ເພາະ​ຈະ​ຮັກ​ນາຍ​ຜູ້​ນີ້ ແລະ​ຈະ​ຊັງ​ນາຍ​ຜູ້​ນັ້ນ ຫລື​ຈະ​ຕິດພັນ​ກັບ​ນາຍ​ຜູ້​ນີ້ ແລະ​ຈະ​ໝິ່ນປະໝາດ​ນາຍ​ຜູ້​ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ພຣະເຈົ້າ ແລະ​ຮັບໃຊ້​ເງິນຄຳ​ພ້ອມ​ກັນ​ບໍ່ໄດ້.”</verse>
				<verse number="14">ຝ່າຍ​ພວກ​ຟາຣີຊາຍ​ທີ່​ມີ​ໃຈ​ຮັກ​ຊັບ ເມື່ອ​ໄດ້ຍິນ​ຄຳ​ເຫຼົ່ານັ້ນ ແລ້ວ​ກໍ​ກ່າວ​ເຢາະເຢີ້ຍ​ພຣະອົງ.</verse>
				<verse number="15">ແຕ່​ພຣະອົງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຈົ້າ​ທັງຫລາຍ​ອ້າງ​ຕົວ​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ມະນຸດ, ແຕ່​ພຣະເຈົ້າ​ຊົງ​ຮູ້ຈັກ​ຈິດໃຈ​ຂອງ​ພວກເຈົ້າ. ດ້ວຍວ່າ, ຊຶ່ງ​ເປັນ​ທີ່​ນັບຖື​ໃນ​ທ່າມກາງ​ມະນຸດ ກໍ​ເປັນ​ທີ່​ລັງກຽດ​ຕໍ່​ພຣະພັກ​ພຣະເຈົ້າ.”</verse>
				<verse number="16">“ມີ​ກົດບັນຍັດ​ແລະ​ຜູ້​ທຳນວາຍ ຈົນເຖິງ​ສະໄໝ​ໂຢຮັນ ຕັ້ງແຕ່​ນັ້ນ​ມາ ເຂົາ​ກໍ​ປະກາດ​ຂ່າວປະເສີດ​ເລື່ອງ​ຣາຊແຜ່ນດິນ​ຂອງ​ພຣະເຈົ້າ ແລະ​ຄົນ​ທັງປວງ​ກໍ​ຍາດ​ກັນ​ເຂົ້າ​ໃນ​ຣາຊແຜ່ນດິນ​ນັ້ນ.</verse>
				<verse number="17">ຟ້າ​ແລະ​ດິນ​ຈະ​ລ່ວງ​ໄປ ກໍ​ງ່າຍ​ກວ່າ​ທີ່​ກົດບັນຍັດ​ພຽງແຕ່​ຈຸດ​ດຽວ​ຈະ​ຖືກ​ຍົກເລີກ.”</verse>
				<verse number="18">“ບຸກຄົນ​ໃດ​ທີ່​ຢ່າຮ້າງ​ເມຍ​ຂອງຕົນ ແລະ​ໄປ​ແຕ່ງງານ​ກັບ​ຍິງ​ອື່ນ​ກໍ​ຜິດ​ໃນ​ຖານ​ຫລິ້ນຊູ້ ແລະ​ທຸກຄົນ​ທີ່​ແຕ່ງງານ​ກັບ​ຍິງ​ແມ່ຮ້າງ ກໍ​ຜິດ​ໃນ​ຖານ​ຫລິ້ນຊູ້.”</verse>
				<verse number="19">“ຍັງ​ມີ​ເສດຖີ​ຄົນ​ໜຶ່ງ ທີ່​ນຸ່ງຫົ່ມ​ເສື້ອຜ້າ​ສີມ່ວງ​ອ່ອນ ແລະ​ຜ້າປ່ານ​ເນື້ອລະອຽດ ປິຕິ​ຍິນດີ​ດ້ວຍ​ອາຫານ​ການກິນ​ຢ່າງ​ປານີດ​ທຸກໆ​ວັນ.</verse>
				<verse number="20">ແລະ ມີ​ຄົນ​ຍາກຈົນ​ຜູ້ໜຶ່ງ​ຊື່ ລາຊາໂຣ ເປັນ​ບາດ​ເຕັມ​ຕົວ ທີ່​ເຂົາ​ຫາມ​ມາ​ຖິ້ມ​ໄວ້​ທີ່​ປະຕູ​ບ້ານ​ເສດຖີ.</verse>
				<verse number="21">ລາຊາໂຣ​ຢາກ​ກິນ​ຂອງ​ທີ່​ຕົກ​ຈາກ​ໂຕະ​ຂອງ​ເສດຖີ​ນັ້ນ​ໃຫ້​ອີ່ມ ແລະ​ຫລາຍກວ່າ​ນັ້ນ ໝາ​ກໍ​ຍັງ​ມາ​ເລຍ​ບາດ​ຂອງ​ລາວ.</verse>
				<verse number="22">ຢູ່​ມາ ຄົນ​ຍາກຈົນ​ຜູ້ນັ້ນ​ກໍ​ຕາຍ ແລະ​ຝູງ​ເທວະດາ​ໄດ້​ຮັບ​ເອົາ​ລາວ​ໄປ​ໄວ້ ຢູ່​ໃນ​ອ້ອມເອິກ​ຂອງ​ອັບຣາຮາມ ຝ່າຍ​ເສດຖີ​ນັ້ນ​ກໍ​ຕາຍ​ເໝືອນກັນ ແລ້ວ​ເຂົາ​ກໍ​ຝັງ​ໄວ້.</verse>
				<verse number="23">ເມື່ອ​ຢູ່​ໃນ​ແດນ​ມໍຣະນາ ກໍ​ເປັນ​ທຸກ​ເວດທະນາ​ຫລາຍ ເສດຖີ​ນັ້ນ​ຈຶ່ງ​ເງີຍ​ໜ້າ​ຂຶ້ນ​ເຫັນ​ອັບຣາຮາມ​ຢູ່​ໄກ ແລະ​ເຫັນ​ລາຊາໂຣ​ຢູ່​ໃນ​ເອິກ​ຂອງທ່ານ.</verse>
				<verse number="24">ດັ່ງນັ້ນ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, ‘ອັບຣາຮາມ ພໍ່​ເອີຍ ໂຜດ​ເອັນດູ​ຂ້ານ້ອຍ​ແດ່ທ້ອນ ໂຜດ​ໃຊ້​ລາຊາໂຣ​ເອົາ​ປາຍ​ນິ້ວ​ມື​ຈຸ່ມ​ນໍ້າ ມາ​ແປະ​ໃສ່​ລິ້ນ​ຂອງ​ຂ້ານ້ອຍ​ໃຫ້​ຊຸ່ມ​ເຢັນ​ແດ່ທ້ອນ ເພາະ​ຂ້ານ້ອຍ​ທົນທຸກ​ທໍລະມານ​ເຫລືອຫລາຍ​ຢູ່​ໃນ​ແປວ​ໄຟ​ນີ້.’</verse>
				<verse number="25">ແຕ່​ອັບຣາຮາມ​ຕອບ​ວ່າ, ‘ລູກ​ເອີຍ ຈົ່ງ​ລະນຶກເຖິງ​ຄາວ​ເມື່ອ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່ ເຈົ້າ​ໄດ້​ຮັບ​ແຕ່​ຂອງ​ດີ​ສຳລັບ​ຕົນ ສ່ວນ​ລາຊາໂຣ​ແລ້ວ ໄດ້​ຮັບ​ແຕ່​ຂອງ​ບໍ່​ດີ ຢ່າງ​ດຽວກັນ​ນັ້ນ​ແຫຼະ, ແຕ່​ບັດນີ້ ລາຊາໂຣ​ໄດ້​ຮັບ​ຄວາມສຸກ​ສະບາຍ​ຢູ່​ທີ່​ນີ້ ສ່ວນ​ເຈົ້າ​ແລ້ວ​ກຳລັງ​ໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ.</verse>
				<verse number="26">ນອກຈາກນີ້​ອີກ ລະຫວ່າງ​ພວກເຮົາ​ກັບ​ພວກເຈົ້າ ຍັງ​ມີ​ເຫວເລິກ​ຕັ້ງ​ຂວາງກັ້ນ​ຢູ່ ເພື່ອ​ວ່າ​ບໍ່​ໃຫ້​ຜູ້ໃດ​ທີ່​ຢາກ​ຂ້າມ​ຈາກ​ທີ່​ນີ້​ໄປ​ຫາ​ພວກເຈົ້າ​ໄດ້ ທັງ​ບໍ່​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ ຈາກ​ທີ່​ນັ້ນ​ຂ້າມ​ມາ​ຫາ​ພວກເຮົາ​ໄດ້​ອີກ​ດ້ວຍ.’</verse>
				<verse number="27">ເສດຖີ​ເວົ້າ​ວ່າ, ‘ອັບຣາຮາມ​ພໍ່​ເອີຍ ຖ້າດັ່ງນັ້ນ ຂໍ​ທ່ານ​ໃຊ້​ລາຊາໂຣ​ໄປ​ທີ່​ເຮືອນ​ຂອງ​ພໍ່​ຂ້ານ້ອຍ</verse>
				<verse number="28">ເພາະ​ຢູ່​ໃນ​ທີ່ນັ້ນ ຂ້ານ້ອຍ​ຍັງ​ມີ​ອ້າຍນ້ອງ​ຫ້າ​ຄົນ ໃຫ້​ລາວ​ໄປ​ຕັກເຕືອນ​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ມາ ໃນ​ບ່ອນ​ທົນທຸກ​ທໍລະມານ​ຢ່າງ​ນີ້​ເໝືອນກັນ.’</verse>
				<verse number="29">ອັບຣາຮາມ​ຕອບ​ວ່າ, ‘ອ້າຍນ້ອງ​ຂອງ​ເຈົ້າ ພວກເຂົາ​ມີ​ຖ້ອຍຄຳ​ຂອງ​ໂມເຊ ແລະ​ຂອງ​ພວກ​ຜູ້​ປະກາດ​ພຣະທຳ​ຢູ່​ແລ້ວ ໃຫ້​ພວກເຂົາ​ຟັງ​ຖ້ອຍຄຳ​ເຫຼົ່ານັ້ນ​ສາ’</verse>
				<verse number="30">ເສດຖີ​ຕອບ​ວ່າ, ‘ອັບຣາຮາມ​ພໍ່​ເອີຍ ຍັງ​ບໍ່​ພຽງພໍ​ດອກ, ແຕ່​ຖ້າ​ມີ​ຄົນ​ໜຶ່ງ ເປັນ​ຄືນ​ມາ​ຈາກ​ຕາຍໄປ​ຫາ​ພວກເຂົາ ພວກເຂົາ​ກໍ​ຄົງ​ຈະ​ຖິ້ມໃຈເກົ່າ​ເອົາໃຈໃໝ່.’</verse>
				<verse number="31">ແຕ່​ອັບຣາຮາມ​ຕອບ​ວ່າ, ‘ຖ້າ​ພວກເຂົາ​ບໍ່​ເຊື່ອຟັງ​ຖ້ອຍຄຳ​ຂອງ​ໂມເຊ ແລະ​ຂອງ​ພວກ​ຜູ້​ປະກາດ​ພຣະທຳ​ແລ້ວ ເຖິງ​ຈະ​ມີ​ຄົນ​ໜຶ່ງ​ຄືນ​ມາ​ຈາກ​ຕາຍ ພວກເຂົາ​ກໍ​ຍັງ​ຈະ​ບໍ່​ຍອມ​ເຊື່ອ​ເໝືອນກັນ.”’</verse>
			</chapter>
			<chapter number="17">
				<verse number="1">ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ກ່າວ​ແກ່​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ແນ່ນອນ ຕ້ອງ​ມີ​ເຫດ​ເຮັດ​ໃຫ້​ເກີດ​ຜິດບາບ, ແຕ່​ວິບັດ​ແກ່​ຜູ້​ທີ່​ກໍ່​ເຫດ​ໃຫ້​ເກີດ​ຜິດບາບ​ນັ້ນ</verse>
				<verse number="2">ຖ້າ​ຈະ​ເອົາ​ຫີນ​ໂມ້ແປ້ງ​ກ້ອນ​ໃຫຍ່ໆ ຜູກ​ຄໍ​ຜູ້​ນັ້ນ​ຖິ້ມ​ລົງ​ໃນ​ທະເລ ກໍ​ດີກວ່າ​ທີ່​ລາວ​ຈະ​ກໍ່​ເຫດ ໃຫ້​ຄົນ​ໜຶ່ງ​ໃນ​ຜູ້​ຕໍ່າຕ້ອຍ​ເຫຼົ່ານີ້​ເກີດ​ການ​ຫລົງ​ຜິດ.</verse>
				<verse number="3">ຈົ່ງ​ລະວັງ​ໃຫ້​ດີ​ ຖ້າ​ພີ່ນ້ອງ​ເຮັດ​ຜິດບາບ ຈົ່ງ​ຕິຕຽນ​ລາວ ແລະ​ຖ້າ​ລາວ​ກັບ​ຕັ້ງໃຈ​ໃໝ່ ຈົ່ງ​ຍົກໂທດ​ໃຫ້​ລາວ.</verse>
				<verse number="4">ຖ້າ​ແມ່ນ​ລາວ​ເຮັດ​ຜິດ​ຕໍ່​ເຈົ້າ ວັນ​ລະ​ເຈັດ​ເທື່ອ ແລະ​ກັບ​ມາ​ຫາ​ເຈົ້າ​ທັງ​ເຈັດ​ເທື່ອ ແລ້ວ​ເວົ້າ​ວ່າ, ‘ເຮົາ​ກິນແໜງ ຕັ້ງໃຈ​ໃໝ່​ແລ້ວ,’ ຈົ່ງ​ຍົກໂທດ​ໃຫ້​ລາວ.”</verse>
				<verse number="5">ແລ້ວ​ບັນດາ​ອັກຄະສາວົກ​ກໍ​ເວົ້າ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, “ຂໍໂຜດ​ເຮັດ​ໃຫ້​ພວກ​ຂ້ານ້ອຍ ມີ​ຄວາມເຊື່ອ​ຫລາຍ​ຂຶ້ນ​ແດ່ທ້ອນ.”</verse>
				<verse number="6">ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ, “ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ທໍ່​ແກ່ນ​ຜັກກາດ​ເມັດ​ໜຶ່ງ ເຈົ້າ​ຈະ​ບອກ​ກົກມອນ​ກົກ​ນີ້​ໄດ້​ວ່າ, ‘ຈົ່ງ​ຖອນ​ຂຶ້ນ ອອກ​ໄປ​ປັກ​ຢູ່​ໃນ​ທະເລ,’ ມັນ​ກໍ​ຈະ​ຟັງ​ຄວາມ​ເຈົ້າ.”</verse>
				<verse number="7">“ໃນ​ພວກເຈົ້າ ທີ່​ມີ​ຂ້ອຍໃຊ້​ໄຖ​ນາ​ຫລື​ລ້ຽງ​ແກະ ເມື່ອ​ຂ້ອຍໃຊ້​ນັ້ນ​ກັບ​ມາ​ແຕ່​ທົ່ງ ໃຜ​ຈະ​ກ່າວ​ແກ່​ຂ້ອຍໃຊ້​ນັ້ນ​ວ່າ, ‘ຈົ່ງ​ເຂົ້າ​ມາ​ນັ່ງ​ໂຕະ​ໂລດ?’</verse>
				<verse number="8">ແນ່ນອນ​ຄົງ​ບໍ່​ເປັນ​ເຊັ່ນນັ້ນ ແຕ່​ເຈົ້າ​ຄົງ​ຈະ​ເວົ້າ​ກັບ​ລາວ​ວ່າ, ‘ຈົ່ງ​ຕຽມ​ເຂົ້າ​ແລງ​ໃຫ້​ເຮົາ ແລະ​ລໍ​ຖ້າ​ຮັບໃຊ້​ເຮົາ ຈົນກວ່າ​ເຮົາ​ກິນ​ແລະ​ດື່ມ​ແລ້ວ ແລະ​ຫລັງຈາກ​ນັ້ນ​ເຈົ້າ​ຈຶ່ງ​ກິນ​ແລະ​ດື່ມ​ໄດ້.’</verse>
				<verse number="9">ຜູ້​ເປັນ​ນາຍ​ບໍ່​ຈຳເປັນ​ຕ້ອງ​ຂອບໃຈ​ຄົນ​ຮັບໃຊ້​ຂອງຕົນ​ດອກ​ຕີ້ ເພາະ​ລາວ​ປະຕິບັດ​ຕາມ​ຄຳສັ່ງ​ບໍ່ແມ່ນ​ບໍ?</verse>
				<verse number="10">ສຳລັບ​ພວກເຈົ້າ​ກໍ​ເໝືອນກັນ ເມື່ອ​ພວກເຈົ້າ​ປະຕິບັດ​ທຸກຢ່າງ ຕາມ​ທີ່​ໄດ້​ຮັບ​ມອບໝາຍ​ໃຫ້​ເຮັດ ຈົ່ງ​ເວົ້າ​ວ່າ, ‘ພວກ​ຂ້ານ້ອຍ​ເປັນ​ຄົນ​ຮັບໃຊ້​ທີ່​ບໍ່ມີ​ຄວາມ​ສຳຄັນ​ຫຍັງ ເພາະ​ພຽງແຕ່​ໄດ້​ເຮັດ​ຕາມ​ໜ້າທີ່​ເທົ່ານັ້ນ.”’</verse>
				<verse number="11">ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ຂຶ້ນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ນັ້ນ ພຣະອົງ​ຜ່ານ​ໄປ​ຕາມ​ເຂດແດນ​ລະຫວ່າງ​ແຂວງ​ຊາມາເຣຍ ແລະ ແຂວງ​ຄາລີເລ.</verse>
				<verse number="12">ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ເຂົ້າ​ໄປ​ໃນ​ບ້ານ​ແຫ່ງ​ໜຶ່ງ ກໍ​ມີ​ຊາຍ​ຂີ້ທູດ​ສິບ​ຄົນ​ອອກ​ມາ​ພົບ​ພຣະອົງ ພວກເຂົາ​ຢືນ​ຢູ່​ຫ່າງໆ</verse>
				<verse number="13">ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ພຣະເຢຊູເຈົ້າ, ພຣະອາຈານ​ເອີຍ, ໂຜດ​ເມດຕາ​ພວກ​ຂ້ານ້ອຍ​ແດ່ທ້ອນ.”</verse>
				<verse number="14">ເມື່ອ​ພຣະເຢຊູເຈົ້າ​ເຫັນ​ຊາຍ​ເຫຼົ່ານັ້ນ ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ໄປ​ຫາ​ປະໂຣຫິດ​ໃຫ້​ກວດເບິ່ງ​ພວກເຈົ້າ​ເດີ.” ຂະນະທີ່​ພວກເຂົາ​ໄປ​ຕາມ​ທາງ​ນັ້ນ ພວກເຂົາ​ກໍດີ​ສະອາດ​ທັງໝົດ.</verse>
				<verse number="15">ເມື່ອ​ຄົນ​ໜຶ່ງ​ໃນ​ພວກເຂົາ ເຫັນ​ວ່າ​ຕົນ​ດີ​ສະອາດ​ແລ້ວ, ລາວ​ຈຶ່ງ​ກັບຄືນ​ມາ​ກ່າວ​ສັນລະເສີນ​ພຣະເຈົ້າ​ດ້ວຍ​ສຽງດັງ.</verse>
				<verse number="16">ລາວ​ກົ້ມ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ໂມທະນາ​ຂອບພຣະຄຸນ​ພຣະອົງ ຊາຍ​ຄົນ​ນີ້​ເປັນ​ໄທ​ຊາມາເຣຍ.</verse>
				<verse number="17">ພຣະເຢຊູເຈົ້າ​ກ່າວ​ວ່າ, “ມີ​ສິບ​ຄົນ​ທີ່​ດີ​ສະອາດ​ບໍ່ແມ່ນ​ບໍ? ແຕ່​ເກົ້າ​ຄົນ​ນັ້ນ​ຢູ່​ໃສ?</verse>
				<verse number="18">ມີ​ແຕ່​ຊາວ​ຕ່າງຊາດ​ຄົນ​ນີ້ ຜູ້​ດຽວ​ເທົ່ານັ້ນ​ບໍ ທີ່​ກັບ​ມາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ?”</verse>
				<verse number="19">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ແລະ​ໄປ​ສາ ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍ​ດີ​ແລ້ວ.”</verse>
				<verse number="20">ມີ​ພວກ​ຟາຣີຊາຍ​ບາງຄົນ​ໄດ້​ຖາມ​ພຣະເຢຊູເຈົ້າ​ວ່າ, “ອານາຈັກ​ຂອງ​ພຣະເຈົ້າ​ຈະ​ມາ​ປາກົດ​ເມື່ອໃດ?” ພຣະອົງ​ຊົງ​ຕອບ​ພວກເຂົາ​ວ່າ, “ອານາຈັກ​ຂອງ​ພຣະເຈົ້າ​ບໍ່​ມາ​ປາກົດ​ຢ່າງ​ໃດ​ຢ່າງ​ໜຶ່ງ​ທີ່​ສັງເກດ​ໄດ້.</verse>
				<verse number="21">ບໍ່ມີ​ຜູ້ໃດ​ຈະ​ເວົ້າ​ວ່າ, ‘ເບິ່ງແມ! ຢູ່​ທີ່​ນີ້’ ຫລື ‘ຢູ່​ທີ່​ນັ້ນ’ ເພາະ​ອານາຈັກ​ຂອງ​ພຣະເຈົ້າ​ຢູ່​ໃນ​ທ່າມກາງ​ພວກເຈົ້າ.”</verse>
				<verse number="22">ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຄົງ​ຈະ​ມີ​ເວລາ​ໜຶ່ງ ເມື່ອ​ພວກເຈົ້າ​ຢາກ​ຈະ​ເຫັນ​ວັນ​ຂອງ​ບຸດ​ມະນຸດ​ຈັກ​ວັນ​ໜຶ່ງ ແຕ່​ພວກເຈົ້າ​ຈະ​ບໍ່​ເຫັນ.</verse>
				<verse number="23">ຄົນ​ຈະ​ບອກ​ເຈົ້າ​ທັງຫລາຍ​ວ່າ, ‘ເບິ່ງແມ! ຢູ່​ພຸ້ນ​ເດ’ ຫລື ‘ເບິ່ງແມ! ຢູ່​ພີ້​ເດ’ ແຕ່​ຢ່າ​ອອກ​ໄປ​ຊອກ​ຫາ.</verse>
				<verse number="24">ດ້ວຍວ່າ, ວັນ​ທີ່​ບຸດ​ມະນຸດ​ມາ​ປາກົດ​ນັ້ນ ຈະ​ເປັນ​ດັ່ງ​ຟ້າ​ແມບເຫຼື້ອມ ທີ່​ສົ່ງ​ແສງ​ຈາກ​ຂອບຟ້າ​ເບື້ອງ​ໜຶ່ງ ສູ່​ຂອບຟ້າ​ອີກ​ເບື້ອງ​ໜຶ່ງ.</verse>
				<verse number="25">ກ່ອນ​ນັ້ນ ຈຳເປັນ​ທີ່​ພຣະອົງ​ຈະ​ຕ້ອງ​ທົນທຸກ​ທໍລະມານ​ຫລາຍ​ປະການ ແລະ​ຄົນ​ສະໄໝ​ນີ້​ຈະ​ບໍ່​ຍອມ​ຮັບ​ພຣະອົງ.</verse>
				<verse number="26">ໃນ​ສະໄໝ​ຂອງ​ໂນອາ ເຫດການ​ເປັນ​ມາ​ແລ້ວ​ຢ່າງ​ໃດ ໃນ​ສະໄໝ​ຂອງ​ບຸດ​ມະນຸດ​ກໍ​ຈະ​ເປັນ​ຢ່າງ​ນັ້ນ.</verse>
				<verse number="27">ຄົນ​ທັງຫລາຍ​ໄດ້​ກິນ​ໄດ້​ດື່ມ ແລະ​ຊາຍ​ຍິງ​ໄດ້​ແຕ່ງງານ​ກັນ ຈົນເຖິງ​ວັນ​ທີ່​ໂນອາ​ໄດ້​ເຂົ້າ​ໄປ​ໃນ​ເຮືອ​ໃຫຍ່ ນໍ້າ​ຈຶ່ງ​ໄດ້​ຖ້ວມ​ທຳລາຍ​ລ້າງຜານ​ທຸກສິ່ງ​ໃຫ້​ຈິບຫາຍ​ໝົດ.</verse>
				<verse number="28">ໃນ​ສະໄໝ​ຂອງ​ໂລດ​ກໍ​ເໝືອນກັນ ຄົນ​ທັງຫລາຍ​ໄດ້​ກິນ​ແລະ​ດື່ມ ໄດ້​ຊື້​ແລະ​ໄດ້​ຂາຍ ໄດ້​ປູກຝັງ​ແລະ​ໄດ້​ກໍ່ສ້າງ.</verse>
				<verse number="29">ແຕ່​ໃນ​ວັນ​ທີ່​ໂລດ​ອອກ​ໄປ​ຈາກ​ເມືອງ​ໂຊໂດມ​ນັ້ນ ໄຟ​ແລະ​ມາດ ໄດ້​ຕົກ​ຈາກ​ຟ້າ ເຜົາຜານ​ທຸກສິ່ງ​ໃຫ້​ຈິບຫາຍ​ໝົດ.</verse>
				<verse number="30">ໃນ​ວັນ​ທີ່​ບຸດ​ມະນຸດ​ມາ​ປາກົດ ກໍ​ຈະ​ເປັນ​ດັ່ງນັ້ນແຫລະ.”</verse>
				<verse number="31">“ໃນ​ວັນ​ນັ້ນ ຜູ້​ທີ່​ຢູ່​ເທິງ​ຫລັງຄາ​ເຮືອນ​ຂອງຕົນ ຢ່າ​ລົງ​ມາ ແລະ ເຂົ້າ​ໄປ​ໃນ​ເຮືອນ​ເກັບ​ເອົາ​ສິ່ງ​ຂອງ​ອອກ​ໄປ ແລະ​ຜູ້​ທີ່​ຢູ່​ທົ່ງນາ​ກໍ​ຢ່າ​ກັບ​ມາ​ເຮືອນ​ຂອງຕົນ​ເໝືອນກັນ.</verse>
				<verse number="32">ຈົ່ງ​ລະນຶກເຖິງ​ເມຍ​ຂອງ​ໂລດ​ນັ້ນ​ເຖີດ</verse>
				<verse number="33">ຜູ້ໃດ​ພະຍາຍາມ​ຮັກສາ​ຊີວິດ​ສຳລັບ​ຕົນເອງ ຜູ້ນັ້ນ​ຈະ​ເສຍ​ຊີວິດ ແຕ່​ຜູ້ໃດ​ຍອມ​ເສຍ​ຊີວິດ ຜູ້ນັ້ນ​ຮັກສາ​ຊີວິດ​ໃຫ້​ພົ້ນ.</verse>
				<verse number="34">ໃນ​ຄືນ​ວັນ​ນັ້ນ ເຮົາ​ບອກ​ພວກເຈົ້າ​ວ່າ, ຈະ​ມີ​ສອງ​ຄົນ​ທີ່​ນອນ​ຢູ່​ເທິງ​ຕຽງ​ດຽວກັນ ຄົນ​ໜຶ່ງ​ຈະ​ຊົງ​ຮັບ​ເອົາ​ໄປ ແລະ​ຄົນ​ໜຶ່ງ​ຈະ​ຊົງ​ປະ​ໄວ້.</verse>
				<verse number="35">ຈະ​ມີ​ຍິງ​ສອງ​ຄົນ​ກຳລັງ​ໂມ້​ແປ້ງ​ຢູ່​ນຳ​ກັນ ຄົນ​ໜຶ່ງ​ຈະ​ຮັບ​ເອົາ​ໄປ ແລະ​ຄົນ​ໜຶ່ງ​ຈະ​ຊົງ​ປະ​ໄວ້. [</verse>
				<verse number="36">ຈະ​ມີ​ຊາຍ​ສອງ​ຄົນ​ຢູ່​ທົ່ງນາ ຈະ​ຊົງ​ຮັບ​ຄົນ​ໜຶ່ງ​ໄປ ຈະ​ຊົງ​ປະ​ຄົນ​ໜຶ່ງ​ໄວ້”]</verse>
				<verse number="37">ແລ້ວ​ພວກ​ສາວົກ​ກໍ​ຖາມ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ເຫດການ​ນັ້ນ​ຈະ​ເກີດຂຶ້ນ​ຢູ່​ທີ່​ໃດ?” ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ຊາກສົບ​ຢູ່​ບ່ອນ​ໃດ ຝູງ​ແຮ້ງ​ກໍ​ຈະ​ຈຸ້ມ​ກັນ​ຢູ່​ບ່ອນ​ນັ້ນ.”</verse>
			</chapter>
			<chapter number="18">
				<verse number="1">ແລ້ວ​ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ເລື່ອງ​ໜຶ່ງ​ສູ່​ພວກ​ສາວົກ​ຟັງ ເພື່ອ​ສັ່ງສອນ​ພວກເພິ່ນ​ວ່າ, ຈຳເປັນ​ຕ້ອງ​ໝັ່ນ​ພາວັນນາ​ອະທິຖານ​ຢູ່​ສະເໝີ ແລະ​ບໍ່​ໃຫ້​ທໍ້ຖອຍ​ໃຈ.</verse>
				<verse number="2">ພຣະອົງ​ຊົງ​ກ່າວ​ວ່າ, “ໃນ​ເມືອງ​ໜຶ່ງ​ຍັງ​ມີ​ຕຸລາການ​ຜູ້ໜຶ່ງ ທີ່​ບໍ່​ຢຳເກງ​ພຣະເຈົ້າ ແລະ​ບໍ່​ສົນໃຈ​ກັບ​ເພື່ອນ​ມະນຸດ.</verse>
				<verse number="3">ໃນ​ເມືອງ​ນັ້ນ ຍັງ​ມີ​ແມ່ໝ້າຍ​ຜູ້ໜຶ່ງ ໝັ່ນ​ມາ​ຫາ​ຕຸລາການ ເພື່ອ​ຂໍຮ້ອງ​ສິດທິ​ຂອງຕົນ​ໂດຍ​ກ່າວ​ວ່າ, ‘ໂຜດ​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ຄູ່ຄວາມ​ແດ່ທ້ອນ’</verse>
				<verse number="4">ເປັນ​ເວລາ​ດົນນານ ທີ່​ຕຸລາການ​ຜູ້​ນີ້ ບໍ່​ຍອມ​ດຳເນີນ​ການ​ໃດໆ, ແຕ່​ໃນທີ່ສຸດ ເພິ່ນ​ກໍ​ຄິດ​ວ່າ, ‘ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ຢຳເກງ​ພຣະເຈົ້າ ແລະ​ບໍ່​ສົນໃຈ​ກັບ​ເພື່ອນ​ມະນຸດ​ກໍຕາມ,</verse>
				<verse number="5">ແຕ່​ເພາະ​ແມ່ໝ້າຍ​ຜູ້​ນີ້​ກວນໃຈ​ເຮົາ​ຕະຫລອດ​ມາ ເຮົາ​ຈະ​ໃຫ້​ຄວາມ​ຍຸດຕິທຳ​ແກ່​ນາງ ຖ້າບໍ່​ດັ່ງນັ້ນ, ນາງ​ກໍ​ຈະ​ໝັ່ນ​ມາ​ຫາ​ເລື້ອຍໆ ແລະ​ໃນທີ່ສຸດ ເຮົາ​ກໍ​ຈະ​ລຳບາກ​ໃຈ​ຢູ່​ບໍ່​ເຊົາ.”’</verse>
				<verse number="6">ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ຟັງ​ຄຳ​ຕຸລາການ ຜູ້​ບໍ່​ຍຸດຕິທຳ​ຄົນ​ນີ້​ເວົ້າ.</verse>
				<verse number="7">ຝ່າຍ​ຄົນ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ຊຶ່ງ​ຮ້ອງ​ຫາ​ພຣະອົງ​ທັງ​ກາງເວັນ ແລະ​ກາງຄືນ​ນັ້ນ ເຖິງ​ແມ່ນ​ວ່າ ພຣະອົງ​ຈະ​ຊົງ​ຊ້ານານ​ໃນ​ການ​ຂອງ​ພວກເຂົາ​ກໍຕາມ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ຄວາມ​ຍຸດຕິທຳ​ແກ່​ພວກເຂົາ​ບໍ?</verse>
				<verse number="8">ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ພຣະອົງ​ຈະ​ໂຜດ​ຄວາມ​ຍຸດຕິທຳ​ແກ່​ພວກເຂົາ​ໂດຍ​ໄວ, ແຕ່​ເຖິງປານນັ້ນ ເມື່ອ​ບຸດ​ມະນຸດ​ສະເດັດ​ມາ ພຣະອົງ​ຈະ​ພົບ​ຄົນ​ທີ່​ມີ​ຄວາມເຊື່ອ​ຢ່າງ​ນີ້​ໃນ​ໂລກ​ຢູ່​ບໍ?”</verse>
				<verse number="9">ສຳລັບ​ຄົນ​ທີ່​ໝັ້ນໃຈ​ໃນ​ຕົວ​ເອງ​ວ່າ ເປັນ​ຄົນ​ຊອບທຳ ແລະ​ໝິ່ນປະໝາດ​ຄົນອື່ນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ນີ້​ສູ່​ພວກເພິ່ນ​ຟັງ​ວ່າ,</verse>
				<verse number="10">“ມີ​ຊາຍ​ສອງ​ຄົນ​ຂຶ້ນ​ໄປ​ພຣະວິຫານ ເພື່ອ​ພາວັນນາ​ອະທິຖານ, ຜູ້ໜຶ່ງ​ເປັນ​ຄົນ​ຟາຣີຊາຍ ສ່ວນ​ອີກ​ຜູ້ໜຶ່ງ​ເປັນ​ຄົນ​ເກັບພາສີ.</verse>
				<verse number="11">ຄົນ​ຟາຣີຊາຍ​ຢືນ​ນຶກ​ໃນ​ໃຈ ແລະ​ພາວັນນາ​ອະທິຖານ ວ່າ, ‘ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ຂອບພຣະຄຸນ​ພຣະອົງ ທີ່​ຂ້ານ້ອຍ​ບໍ່​ເປັນ​ດັ່ງ​ຄົນອື່ນໆ​ທີ່​ເປັນ​ຄົນ​ໂລບ, ຄົນ​ບໍ່​ສັດຊື່ ຫລື​ຄົນ​ຫລິ້ນຊູ້​ສູ່​ຜົວເມຍ​ຜູ້​ອື່ນ ຂ້ານ້ອຍ​ຂອບພຣະຄຸນ​ພຣະອົງ ທີ່​ບໍ່​ເປັນ​ດັ່ງ​ຄົນ​ເກັບພາສີ​ຜູ້​ນັ້ນ.</verse>
				<verse number="12">ໃນ​ອາທິດ​ໜຶ່ງ ຂ້ານ້ອຍ​ຖືສິນ​ອົດອາຫານ​ສອງ​ວັນ ແລະ​ຂ້ານ້ອຍ​ໄດ້​ຖວາຍ​ໜຶ່ງສ່ວນສິບ​ແກ່​ພຣະອົງ ຈາກ​ສິ່ງ​ຂອງ​ທັງໝົດ​ທີ່​ຂ້ານ້ອຍ​ຫາ​ມາ​ໄດ້.’</verse>
				<verse number="13">ສ່ວນ​ຄົນ​ເກັບພາສີ​ນັ້ນ​ຢືນ​ຢູ່​ຫ່າງໄກ ແລະ​ບໍ່​ກ້າ​ແມ່ນແຕ່​ເງີຍ​ໜ້າ​ຂຶ້ນ​ສູ່​ຟ້າ, ແຕ່​ລາວ​ໄດ້​ຕີ​ເອິກ​ຂອງຕົນ ແລະ​ກ່າວ​ວ່າ, ‘ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ເມດຕາ​ຂ້ານ້ອຍ ຜູ້​ເປັນ​ຄົນ​ບາບ​ແດ່ທ້ອນ’</verse>
				<verse number="14">ເຮົາ​ບອກ​ພວກເຈົ້າ​ວ່າ ຄົນ​ນີ້​ແຫຼະ ເມື່ອ​ກັບ​ລົງ​ໄປ​ທີ່​ເຮືອນ​ຂອງຕົນ​ກໍ​ຊົງ​ນັບ​ວ່າ ລາວ​ຊອບທຳ​ຫລາຍກວ່າ​ຄົນອື່ນ​ນັ້ນ ເພາະວ່າ​ທຸກຄົນ​ທີ່​ຍົກ​ຕົວ​ຂຶ້ນ​ຈະ​ຖືກ​ຖອຍ​ລົງ ແຕ່​ຜູ້ໃດ​ທີ່​ຖ່ອມຕົວ​ລົງ​ຈະ​ຖືກ​ຍົກ​ຂຶ້ນ.”</verse>
				<verse number="15">ປະຊາຊົນ​ບາງຄົນ​ໄດ້​ນຳ​ລູກ​ນ້ອຍ​ຂອງ​ພວກ​ຕົນ ມາ​ຫາ​ພຣະເຢຊູເຈົ້າ ເພື່ອ​ໃຫ້​ພຣະອົງ​ວາງ​ມື​ໃສ່​ພວກເຂົາ ເມື່ອ​ພວກ​ສາວົກ​ເຫັນ​ຈຶ່ງ​ໄດ້​ຫ້າມ​ໄວ້,</verse>
				<verse number="16">ແຕ່​ພຣະເຢຊູເຈົ້າ​ໄດ້​ເອີ້ນ​ເອົາ​ເດັກນ້ອຍ​ມາ​ຫາ​ພຣະອົງ ແລະ​ກ່າວ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກນ້ອຍ​ເຫຼົ່ານັ້ນ​ມາ​ຫາ​ເຮົາ ແລະ​ຢ່າ​ຫ້າມ​ພວກເຂົາ ເພາະ​ອານາຈັກ​ຂອງ​ພຣະເຈົ້າ ກໍ​ເປັນ​ຂອງ​ຄົນ​ທີ່​ເໝືອນ​ເດັກນ້ອຍ​ນີ້​ແຫຼະ.</verse>
				<verse number="17">ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ບໍ່​ຮັບ​ເອົາ​ອານາຈັກ​ຂອງ​ພຣະເຈົ້າ​ເໝືອນ​ດັ່ງ​ເດັກນ້ອຍ ຈະ​ເຂົ້າ​ໄປ​ໃນ​ຣາຊ​ແຜ່ນດິນ​ນັ້ນ​ບໍ່ໄດ້​ຢ່າງ​ເດັດຂາດ.”</verse>
				<verse number="18">ມີ​ເຈົ້ານາຍ​ຜູ້ໜຶ່ງ​ທູນ​ຖາມ​ພຣະອົງ​ວ່າ, “ພຣະອາຈານ​ຜູ້​ປະເສີດ​ເອີຍ, ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ແນວ​ໃດ ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ​ມາ​ເປັນ​ມໍຣະດົກ.”</verse>
				<verse number="19">ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເອີ້ນ​ເຮົາ​ວ່າ​ຜູ້​ປະເສີດ ບໍ່ມີ​ຜູ້ໃດ​ປະເສີດ ເວັ້ນແຕ່​ພຣະເຈົ້າ​ອົງ​ດຽວ​ເທົ່ານັ້ນ.</verse>
				<verse number="20">ທ່ານ​ກໍ​ຮູ້ຈັກ​ກົດບັນຍັດ​ແລ້ວ​ວ່າ, ‘ຢ່າ​ຫລິ້ນຊູ້​ສູ່​ຜົວເມຍ, ຢ່າ​ຂ້າຄົນ, ຢ່າ​ລັກຊັບ, ຢ່າ​ກ່າວຫາ​ຜູ້​ອື່ນ​ໂດຍ​ບໍ່ມີ​ຄວາມຈິງ ຈົ່ງ​ນັບຖື​ພໍ່ແມ່​ຂອງຕົນ.”’</verse>
				<verse number="21">ຄົນ​ນັ້ນ​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ຖື​ຮັກສາ​ຂໍ້ຄຳສັ່ງ​ທັງໝົດ​ເຫຼົ່ານີ້ ຕັ້ງແຕ່​ເປັນ​ເດັກນ້ອຍ​ມາ.”</verse>
				<verse number="22">ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ພຣະອົງ​ກໍ​ກ່າວ​ແກ່​ລາວ​ວ່າ, “ເຈົ້າ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ ຄື​ຈົ່ງ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ​ບໍລິຈາກ​ເງິນ​ນັ້ນ​ໃຫ້​ແກ່​ຄົນ​ທຸກຈົນ ແລະ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ ແລ້ວ​ຈົ່ງ​ຕາມ​ເຮົາ​ມາ.”</verse>
				<verse number="23">ແຕ່​ເມື່ອ​ລາວ​ໄດ້ຍິນ​ດັ່ງນັ້ນ ກໍ​ເປັນທຸກໃຈ​ເຕັມທີ ເພາະວ່າ​ຕົນ​ເປັນ​ຄົນ​ຮັ່ງມີ​ຫລາຍ.</verse>
				<verse number="24">ເມື່ອ​ພຣະເຢຊູເຈົ້າ​ເຫັນ​ລາວ​ເປັນທຸກໃຈ ຈຶ່ງ​ກ່າວ​ວ່າ, “ທີ່​ຄົນ​ຮັ່ງມີ​ຈະ​ເຂົ້າ​ໄປ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ກໍ​ຍາກ​ແທ້​ໜໍ</verse>
				<verse number="25">ອູດ​ໂຕໜຶ່ງ​ຈະ​ລອດ​ຮູ​ເຂັມ ກໍ​ງ່າຍ​ກວ່າ​ທີ່​ຄົນ​ຮັ່ງມີ​ຜູ້ໜຶ່ງ ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ.”</verse>
				<verse number="26">ປະຊາຊົນ​ທີ່​ໄດ້ຍິນ​ພຣະອົງ​ກ່າວ ຈຶ່ງ​ຖາມ​ວ່າ, “ຖ້າດັ່ງນັ້ນ ຜູ້ໃດ​ຈະ​ພົ້ນ​ໄດ້?”</verse>
				<verse number="27">ແຕ່​ພຣະອົງ​ຊົງ​ຕອບ​ວ່າ, “ສິ່ງ​ທີ່​ມະນຸດ​ເຮັດ​ບໍ່ໄດ້ ຝ່າຍ​ພຣະເຈົ້າ​ຊົງ​ເຮັດ​ໄດ້.”</verse>
				<verse number="28">ແລ້ວ​ເປໂຕ​ກໍ​ເວົ້າ​ວ່າ, “ເບິ່ງແມ! ພວກ​ຂ້ານ້ອຍ​ໄດ້​ສະຫລະ​ບ້ານ​ເຮືອນ​ຂອງ​ພວກ​ຂ້ານ້ອຍ ເພື່ອ​ຕິດຕາມ​ພຣະອົງ​ມາ.”</verse>
				<verse number="29">ພຣະເຢຊູເຈົ້າ​ຊົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ຜູ້ໃດ​ໄດ້​ສະຫລະ​ບ້ານ​ເຮືອນ ຫລື​ເມຍ ຫລື​ອ້າຍ​ເອື້ອຍ​ນ້ອງ ຫລື​ພໍ່​ແມ່ ຫລື​ລູກ​ເພາະ​ເຫັນ​ແກ່​ອານາຈັກ​ຂອງ​ພຣະເຈົ້າ</verse>
				<verse number="30">ແລ້ວ​ໃນ​ໂລກນີ້​ລາວ​ຈະ​ໄດ້​ຮັບ​ຫລາຍ​ເທົ່າ ແລະ​ໃນ​ໂລກ​ໜ້າ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ.”</verse>
				<verse number="31">ແລ້ວ​ພຣະເຢຊູເຈົ້າ​ໄດ້​ພາ​ສາວົກ​ສິບສອງ​ຄົນ ຍ່າງ​ຫລີກ​ອອກ​ໄປ​ຂ້າງ​ທາງ ແລະ​ໄດ້​ກ່າວ​ແກ່​ພວກເພິ່ນ​ວ່າ, “ເບິ່ງແມ! ພວກເຮົາ​ກຳລັງ​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ສິ່ງສາລະພັດ ຊຶ່ງ​ບັນດາ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້ ເຖິງ​ບຸດ​ມະນຸດ​ນັ້ນ​ຈະ​ສຳເລັດ.</verse>
				<verse number="32">ເພິ່ນ​ຈະ​ຖືກ​ມອບ​ໄວ້​ໃນ​ກຳມື​ຂອງ​ຄົນຕ່າງຊາດ ແລະ​ພວກເຂົາ​ຈະ​ເຢາະເຢີ້ຍ​ເພິ່ນ ຈະ​ດູຖູກ​ຫຍໍ້ຫຍັນ​ເພິ່ນ ແລະ​ຈະ​ຖົ່ມ​ນໍ້າລາຍ​ໃສ່​ເພິ່ນ.</verse>
				<verse number="33">ພວກເຂົາ​ຈະ​ຂ້ຽນຕີ ແລະ​ຈະ​ຂ້າ​ເພິ່ນ​ເສຍ ແລ້ວ​ໃນ​ວັນ​ຖ້ວນ​ສາມ​ເພິ່ນ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.”</verse>
				<verse number="34">ແຕ່​ພວກ​ສາວົກ​ບໍ່​ເຂົ້າໃຈ​ຄຳ​ເວົ້າ​ເຫຼົ່ານີ້​ຈັກ​ຂໍ້ ຍ້ອນ​ຄວາມໝາຍ​ຂອງ​ຖ້ອຍຄຳ​ເຫຼົ່ານັ້ນ ໄດ້​ຖືກ​ປິດບັງ​ໄວ້​ຈາກ​ພວກເພິ່ນ. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ບໍ່​ຮູ້​ຄວາມໝາຍ​ທີ່​ຊົງ​ກ່າວ​ນັ້ນ​ວ່າ ພຣະເຢຊູເຈົ້າ​ກຳລັງ​ກ່າວ​ເຖິງ​ຫຍັງ.</verse>
				<verse number="35">ຂະນະທີ່​ພຣະເຢຊູເຈົ້າ​ມາ​ໃກ້​ເມືອງ​ເຢຣີໂກ ກໍ​ມີ​ຊາຍ​ຕາບອດ​ຄົນ​ໜຶ່ງ​ນັ່ງ​ຂໍທານ​ຢູ່​ແຄມ​ທາງ.</verse>
				<verse number="36">ເມື່ອ​ໄດ້ຍິນ​ສຽງ​ປະຊາຊົນ​ກຳລັງ​ຍ່າງ​ກາຍ​ໄປ​ນັ້ນ​ຊາຍ​ຕາບອດ​ຈຶ່ງ​ຖາມ​ວ່າ, “ແມ່ນ​ເລື່ອງ​ຫຍັງ​ກັນ?”</verse>
				<verse number="37">ພວກເຂົາ​ຈຶ່ງ​ບອກ​ລາວ​ວ່າ, “ເຢຊູ​ໄທ​ນາຊາເຣັດ​ກຳລັງ​ຍ່າງ​ຜ່ານ​ໄປ.”</verse>
				<verse number="38">ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ເຢຊູ​ບຸດ​ດາວິດ​ເອີຍ ຂໍ​ຊົງ​ໂຜດ​ສົງສານ​ຂ້ານ້ອຍ​ແດ່ທ້ອນ.”</verse>
				<verse number="39">ຄົນ​ທີ່​ຍ່າງ​ໄປ​ຂ້າງ​ໜ້າ​ຈຶ່ງ​ຫ້າມ​ໄວ້ ແລະ​ບອກ​ໃຫ້​ລາວ​ມິດ, ແຕ່​ລາວ​ແຮ່ງ​ຮ້ອງ​ດັງ​ຂຶ້ນ​ອີກ​ວ່າ, “ບຸດ​ດາວິດ​ເອີຍ ຂໍ​ຊົງ​ໂຜດ​ສົງສານ​ຂ້ານ້ອຍ​ແດ່ທ້ອນ.”</verse>
				<verse number="40">ພຣະເຢຊູເຈົ້າ​ຈຶ່ງ​ຢຸດ​ຢູ່ ແລະ​ສັ່ງ​ໃຫ້​ນຳ​ຊາຍ​ຕາບອດ​ນັ້ນ​ມາ​ຫາ​ພຣະອົງ ເມື່ອ​ລາວ​ເຂົ້າ​ມາ​ໃກ້​ແລ້ວ ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ລາວ​ວ່າ,</verse>
				<verse number="41">“ເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ໃຫ້​ເຈົ້າ?” ລາວ​ຕອບ​ວ່າ, “ທ່ານເອີຍ ຂໍໂຜດ​ໃຫ້​ຂ້ານ້ອຍ​ເຫັນຮຸ່ງ​ແດ່ທ້ອນ.”</verse>
				<verse number="42">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ເຫັນຮຸ່ງ​ສາ ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ.”</verse>
				<verse number="43">ໃນ​ທັນໃດນັ້ນ ລາວ​ກໍໄດ້​ເຫັນຮຸ່ງ ແລະ​ຕິດຕາມ​ພຣະເຢຊູເຈົ້າ​ໄປ ທັງ​ສັນລະເສີນ​ຖວາຍ​ກຽດ​ແດ່​ພຣະເຈົ້າ ເມື່ອ​ປະຊາຊົນ​ເຫັນ​ເຫດການ​ນີ້​ແລ້ວ ທຸກຄົນ​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ.</verse>
			</chapter>
			<chapter number="19">
				<verse number="1">ຕໍ່ມາ ຫລັງຈາກ​ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ເຢຣີໂກ ແລະ​ຜ່ານ​ຕົວເມືອງ​ໄປ.</verse>
				<verse number="2">ຢູ່​ທີ່​ນັ້ນ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ຊັກຂ່າຍ ລາວ​ເປັນ​ນາຍ​ດ່ານ​ພາສີ ແລະ​ເປັນ​ຄົນ​ຮັ່ງມີ.</verse>
				<verse number="3">ຊັກຂ່າຍ​ຢາກ​ຈະ​ເຫັນ​ພຣະເຢຊູເຈົ້າ​ວ່າ​ເປັນ​ຄົນ​ແນວໃດ ແຕ່​ລາວ​ບໍ່​ສາມາດ​ເຫັນ​ໄດ້ ເພາະ​ຕົນ​ເປັນ​ຄົນ​ເຕ້ຍ ແລະ​ປະຊາຊົນ​ກໍ​ໜາແໜ້ນ.</verse>
				<verse number="4">ດັ່ງນັ້ນ ຊັກຂ່າຍ​ຈຶ່ງ​ແລ່ນ​ລັດ​ໜ້າ​ປະຊາຊົນ​ໄປ ແລະ​ປີນ​ຂຶ້ນ​ຕົ້ນ​ຊຸກະໂມນ​ເພື່ອ​ຈະ​ເຫັນ​ພຣະອົງ ເພາະ​ພຣະອົງ​ກຳລັງ​ຈະ​ສະເດັດ​ຜ່ານ​ໄປ​ທາງ​ນັ້ນ.</verse>
				<verse number="5">ເມື່ອ​ພຣະເຢຊູເຈົ້າ​ມາ​ເຖິງ​ບ່ອນ​ນັ້ນ ພຣະອົງ​ກໍ​ແຫງນ​ໜ້າ​ເບິ່ງ​ຊັກຂ່າຍ ແລະ​ກ່າວ​ແກ່​ລາວ​ວ່າ, “ຊັກຂ່າຍ​ເອີຍ ຮີບ​ລົງ​ມາ ເພາະ​ວັນ​ນີ້​ເຮົາ​ຕ້ອງ​ພັກ​ຢູ່​ທີ່​ເຮືອນ​ຂອງ​ເຈົ້າ.”</verse>
				<verse number="6">ຝ່າຍ​ຊັກຂ່າຍ​ກໍ​ຟ້າວ​ລົງ​ມາ ແລະ​ຕ້ອນຮັບ​ພຣະອົງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.</verse>
				<verse number="7">ເມື່ອ​ປະຊາຊົນ​ທັງໝົດ​ເຫັນ​ດັ່ງນັ້ນ, ແລ້ວ​ຕ່າງ​ກໍ​ເລີ່ມ​ຈົ່ມ​ວ່າ, “ເປັນຫຍັງ​ທ່ານ​ຜູ້​ນີ້ ຈຶ່ງ​ໄປ​ພັກ​ຢູ່​ໃນ​ເຮືອນ​ຂອງ​ຄົນ​ນອກສິນທຳ.”</verse>
				<verse number="8">ແລ້ວ​ຊັກຂ່າຍ​ກໍ​ລຸກ​ຂຶ້ນ​ເວົ້າ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, “ພຣະອົງເຈົ້າ ພຣະອົງເຈົ້າ​ເອີຍ, ເບິ່ງແມ! ຂ້ານ້ອຍ​ຂໍ​ມອບ​ເຂົ້າຂອງ​ທີ່​ມີ​ຢູ່ ໃຫ້​ແກ່​ຄົນ​ຍາກຈົນ​ເຄິ່ງ​ໜຶ່ງ ແລະ​ຖ້າ​ຂ້ານ້ອຍ​ໄດ້​ສໍ້ໂກງ​ຜູ້ໃດ ຂ້ານ້ອຍ​ກໍ​ຂໍ​ສົ່ງ​ຄືນ​ໃຫ້​ລາວ​ສີ່​ເທົ່າ.”</verse>
				<verse number="9">ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ຊັກຂ່າຍ​ວ່າ, “ໃນວັນນີ້ ຄວາມ​ພົ້ນ​ມາ​ເຖິງ​ເຮືອນ​ຫລັງ​ນີ້​ແລ້ວ ເພາະ​ຄົນ​ນີ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ເໝືອນກັນ.</verse>
				<verse number="10">ດ້ວຍວ່າ, ບຸດ​ມະນຸດ​ໄດ້​ມາ​ເພື່ອ​ຊອກ​ຫາ ແລະ​ໂຜດ​ເອົາ​ຄົນ​ທີ່​ຫລົງ​ເສຍ​ໄປ​ແລ້ວ​ນັ້ນ​ໃຫ້​ລອດພົ້ນ.”</verse>
				<verse number="11">ເມື່ອ​ປະຊາຊົນ​ກຳລັງ​ຕັ້ງໃຈ​ຟັງ​ຢູ່​ນັ້ນ ພຣະອົງ​ກໍ​ຊົງ​ກ່າວ​ຄຳອຸປະມາ​ຕື່ມ​ອີກ​ເລື່ອງ​ໜຶ່ງ​ສູ່​ພວກເຂົາ​ຟັງ ເພາະ​ພຣະອົງ​ເກືອບ​ຈະ​ເຖິງ​ນະຄອນ​ເຢຣູຊາເລັມ​ແລ້ວ ແລະ​ເພາະ​ພວກເຂົາ​ກໍ​ຄິດ​ເອົາ​ເອງ​ວ່າ ອານາຈັກ​ຂອງ​ພຣະເຈົ້າ ໃກ້​ຈະ​ປາກົດ​ຂຶ້ນ​ໃນ​ໄວໆ​ນີ້.</verse>
				<verse number="12">ດັ່ງນັ້ນ ພຣະອົງ​ຊົງ​ກ່າວ​ວ່າ, “ຍັງ​ມີ​ເຈົ້ານາຍ​ຜູ້ໜຶ່ງ ກຳລັງ​ຈະ​ອອກ​ໄປ​ແດນໄກ ເພື່ອ​ໄປ​ຮັບ​ເອົາ​ຣາຊແຜ່ນດິນ​ອັນ​ໜຶ່ງ ແລ້ວ​ຈຶ່ງ​ຈະ​ກັບຄືນ​ມາ.</verse>
				<verse number="13">ກ່ອນ​ຈາກ​ໄປ ເພິ່ນ​ໄດ້​ເອີ້ນ​ຄົນ​ຮັບໃຊ້​ສິບ​ຄົນ​ຂອງຕົນ​ມາ​ຫາ ແລ້ວ​ມອບ​ເງິນ​ຫລຽນ​ໃຫ້​ພວກເຂົາ​ທັງ​ສັ່ງ​ວ່າ, ‘ຈົ່ງ​ເອົາ​ເງິນ​ນີ້​ໄປ​ຄ້າ​ຫາ​ກຳໄລ ຈົນກວ່າ​ເຮົາ​ກັບ​ມາ.’</verse>
				<verse number="14">ແຕ່​ປະຊາຊົນ​ໃນ​ບ້ານ​ເມືອງ​ຂອງ​ເພິ່ນ​ຊັງ​ເພິ່ນ ຈຶ່ງ​ໃຊ້​ຄະນະ​ຜູ້​ຕາງໜ້າ​ໄປ​ຫາ​ເພິ່ນ ເພື່ອ​ບອກ​ວ່າ, ‘ພວກເຮົາ​ບໍ່​ຕ້ອງການ​ຊາຍ​ຄົນ​ນີ້ ໃຫ້​ເປັນ​ຜູ້ປົກຄອງ​ຂອງ​ພວກເຮົາ.’</verse>
				<verse number="15">ຕໍ່ມາ ເມື່ອ​ເພິ່ນ​ໄດ້​ຮັບ​ອຳນາດ​ປົກຄອງ​ແຜ່ນດິນ​ແລ້ວ ເພິ່ນ​ກໍ​ກັບຄືນ​ມາ ເພິ່ນ​ໄດ້​ສັ່ງ​ໃຫ້​ບັນດາ​ຄົນ​ຮັບໃຊ້​ມາ​ຢືນ​ຢູ່​ຕໍ່ໜ້າ​ເພິ່ນ ເພື່ອ​ຈະ​ໄດ້​ຮູ້​ວ່າ ພວກເຂົາ​ເຮັດ​ການຄ້າ​ໄດ້​ກຳໄລ​ໜ້ອຍຫລາຍ​ເທົ່າໃດ.</verse>
				<verse number="16">ຜູ້​ທີ​ໜຶ່ງ​ເຂົ້າ​ມາ​ລາຍງານ​ວ່າ, ‘ພຣະອົງເຈົ້າ​ເອີຍ ຂ້ານ້ອຍ​ໄດ້​ເງິນ​ໜຶ່ງ​ຫລຽນ​ຈາກ​ທ່ານ​ໄດ້​ກຳໄລ​ເພີ່ມ​ສິບ​ຫລຽນ.’</verse>
				<verse number="17">ເພິ່ນ​ກ່າວ​ວ່າ, ‘ດີ​ຫລາຍ ເຈົ້າ​ເປັນ​ຄົນ​ຮັບໃຊ້​ທີ່​ດີ ເມື່ອ​ເຈົ້າ​ສັດຊື່​ໃນ​ຂອງ​ເລັກນ້ອຍ ເຮົາ​ຈະ​ໃຫ້​ເຈົ້າ​ປົກຄອງ​ສິບ​ເມືອງ.’</verse>
				<verse number="18">ຜູ້​ທີ​ສອງ​ເຂົ້າ​ມາ​ລາຍງານ​ວ່າ, ‘ພຣະອົງເຈົ້າ​ເອີຍ ຂ້ານ້ອຍ​ໄດ້​ເງິນ​ໜຶ່ງ​ຫລຽນ​ຈາກ​ທ່ານ ໄດ້​ກຳໄລ​ເພີ່ມ​ຫ້າ​ຫລຽນ.’</verse>
				<verse number="19">ເພິ່ນ​ກ່າວ​ແກ່​ຄົນ​ນີ້​ຄື​ກັນ​ວ່າ, ‘ເຈົ້າ​ຈະ​ໄດ້​ປົກຄອງ​ຫ້າ​ເມືອງ.’</verse>
				<verse number="20">ອີກ​ຄົນ​ໜຶ່ງ​ເຂົ້າ​ມາ​ລາຍງານ​ວ່າ, ‘ພຣະອົງເຈົ້າ​ເອີຍ ນີ້​ເດ​ເງິນ​ຫລຽນ​ຂອງທ່ານ ຂ້ານ້ອຍ​ໄດ້​ເອົາ​ຜ້າ​ແພມົນ​ຫໍ່​ມ້ຽນ​ໄວ້.</verse>
				<verse number="21">ເພາະ​ຂ້ານ້ອຍ​ຢ້ານ​ວ່າ​ທ່ານ​ເປັນ​ຄົນ​ເຂັ້ມງວດ, ທ່ານ​ເຄີຍ​ເກັບ​ເອົາ​ສິ່ງ​ທີ່​ບໍ່ໄດ້​ຝາກ​ໄວ້ ແລະ​ເກັບກ່ຽວ​ເອົາ​ສິ່ງ​ທີ່​ທ່ານ​ບໍ່ໄດ້​ປູກ.’</verse>
				<verse number="22">ເພິ່ນ​ຕອບ​ລາວ​ວ່າ, ‘ອ້າຍ​ຄົນ​ຮັບໃຊ້​ທີ່​ຊົ່ວຊ້າ​ເອີຍ ເຮົາ​ຈະ​ລົງໂທດ​ເຈົ້າ​ດ້ວຍ​ຄຳ​ເວົ້າ​ຂອງ​ເຈົ້າ​ເອງ ເມື່ອ​ເຈົ້າ​ຮູ້​ວ່າ, ເຮົາ​ເປັນ​ຄົນ​ເຂັ້ມງວດ ເອົາ​ສິ່ງ​ທີ່​ເຮົາ​ບໍ່ໄດ້​ຝາກ​ໄວ້ ແລະ​ເກັບກ່ຽວ​ເອົາ​ສິ່ງ​ທີ່​ເຮົາ​ບໍ່ໄດ້​ປູກ.</verse>
				<verse number="23">ຖ້າດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ເອົາ​ເງິນ​ຂອງເຮົາ​ໄປ​ຝາກ​ໄວ້​ກັບ​ທະນາຄານ? ແລ້ວ​ເມື່ອ​ເຮົາ​ກັບ​ມາ ເຮົາ​ກໍ​ຈະ​ໄດ້​ເງິນ​ຄືນ​ພ້ອມ​ດ້ວຍ​ດອກເບ້ຍ.’</verse>
				<verse number="24">ແລ້ວ​ເພິ່ນ​ກໍ​ກ່າວ​ແກ່​ຄົນ​ທີ່​ຢືນ​ຢູ່​ຫັ້ນ​ວ່າ, ‘ຈົ່ງ​ເອົາ​ເງິນ​ໄປ​ຈາກ​ມັນ ແລະ​ມອບ​ໃຫ້​ຜູ້​ທີ່​ມີ​ສິບ​ຫລຽນ​ນັ້ນ.’</verse>
				<verse number="25">ແຕ່​ພວກເຂົາ​ເວົ້າ​ກັບ​ເພິ່ນ​ວ່າ, ‘ພຣະອົງເຈົ້າ​ເອີຍ ລາວ​ມີ​ສິບ​ຫລຽນ​ແລ້ວ​ເດ’</verse>
				<verse number="26">ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ‘ທຸກຄົນ​ທີ່​ມີ​ຢູ່​ແລ້ວ ກໍ​ຈະ​ໄດ້​ຮັບ​ຫລາຍ​ເພີ່ມ​ຂຶ້ນ​ອີກ, ແຕ່​ຜູ້​ທີ່​ບໍ່ມີ​ຫຍັງ​ເລີຍ​ນັ້ນ ແມ່ນແຕ່​ສິ່ງ​ທີ່​ຕົນ​ມີ​ຢູ່​ແລ້ວ​ເລັກນ້ອຍ ກໍ​ຈະ​ຖືກ​ເອົາ​ໄປ​ເສຍ​ຈາກ​ລາວ.</verse>
				<verse number="27">ຝ່າຍ​ພວກ​ສັດຕູ​ຂອງເຮົາ ທີ່​ບໍ່​ຢາກ​ໃຫ້​ເຮົາ​ປົກຄອງ​ພວກເຂົາ​ນັ້ນ ຈົ່ງ​ພາ​ພວກເຂົາ​ມາ​ທີ່​ນີ້ ແລະ​ຂ້າ​ພວກເຂົາ​ເສຍ​ຕໍ່ໜ້າ​ເຮົາ.”’</verse>
				<verse number="28">ຫລັງຈາກ​ທີ່​ພຣະເຢຊູເຈົ້າ ກ່າວ​ຄຳ​ເຫຼົ່ານີ້​ຈົບ​ແລ້ວ ພຣະອົງ​ກໍ​ຍ່າງ​ອອກ​ໜ້າ​ພວກເຂົາ​ໄປ​ສູ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="29">ພໍ​ພຣະອົງ​ມາ​ໃກ້​ບ້ານ​ເບັດຟາເຄ ແລະ​ບ້ານ​ເບັດທານີ​ທີ່​ພູເຂົາ​ໝາກກອກເທດ ພຣະອົງ​ກໍ​ໃຊ້​ສາວົກ​ສອງ​ຄົນ​ລ່ວງໜ້າ​ໄປ​ກ່ອນ</verse>
				<verse number="30">ໂດຍ​ຊົງ​ສັ່ງ​ວ່າ, “ຈົ່ງ​ເຂົ້າ​ໄປ​ໃນ​ບ້ານ​ຂ້າງ​ໜ້າ​ພວກເຈົ້າ​ນັ້ນ ພໍ​ເຂົ້າ​ໄປ​ແລ້ວ​ພວກເຈົ້າ​ຈະ​ພົບ​ລໍ​ນ້ອຍ​ໂຕໜຶ່ງ​ທີ່​ເຂົາ​ມັດ​ໄວ້ ລໍ​ນ້ອຍ​ໂຕ​ນີ້​ຍັງ​ບໍ່ມີ​ຜູ້ໃດ​ໄດ້​ຂີ່​ຈັກເທື່ອ ຈົ່ງ​ແກ້​ເອົາ​ລໍ​ໂຕ​ນັ້ນ ແລະ​ຈູງ​ມັນ​ມາ​ບ່ອນ​ນີ້.</verse>
				<verse number="31">ຖ້າ​ມີ​ຜູ້ໃດ​ຖາມ​ວ່າ, ‘ແກ້​ມັນ​ໄປ​ເຮັດ​ຫຍັງ?’ ຈົ່ງ​ຕອບ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ຕ້ອງການ.”’</verse>
				<verse number="32">ສາວົກ​ທີ່​ຖືກ​ໃຊ້​ໄປ​ນັ້ນ​ກໍ​ອອກ​ໄປ ແລະ​ພົບ​ທຸກຢ່າງ​ຕາມ​ທີ່​ພຣະອົງ​ໄດ້​ບອກ​ພວກເພິ່ນ​ແລ້ວ​ນັ້ນ.</verse>
				<verse number="33">ຂະນະທີ່​ພວກເພິ່ນ​ກຳລັງ​ແກ້​ເອົາ​ລໍ​ນ້ອຍ​ຢູ່​ນັ້ນ ເຈົ້າ​ຂອງ​ລໍ​ກໍ​ຖາມ​ວ່າ, “ພວກເຈົ້າ​ແກ້​ເອົາ​ລໍ​ນ້ອຍ​ໄປ​ເຮັດ​ຫຍັງ?”</verse>
				<verse number="34">ພວກເພິ່ນ​ຕອບ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຕ້ອງການ.”</verse>
				<verse number="35">ແລະ ພວກເພິ່ນ​ກໍ​ຈູງ​ລໍ​ມາ​ຫາ​ພຣະເຢຊູເຈົ້າ ແລ້ວ​ພວກເພິ່ນ​ກໍ​ເອົາ​ເສື້ອ​ຊັ້ນນອກ​ຂອງຕົນ​ປົກ​ຫລັງ​ຂອງ​ມັນ ແລະ​ເຊີນ​ໃຫ້​ພຣະອົງ​ຂຶ້ນ​ຂີ່.</verse>
				<verse number="36">ຂະນະທີ່​ພຣະອົງ​ຂີ່​ໄປ​ນັ້ນ ປະຊາຊົນ​ກໍ​ເອົາ​ເສື້ອ​ຊັ້ນນອກ​ຂອງຕົນ​ມາ​ປູ​ຕາມ​ທາງຍ່າງ.</verse>
				<verse number="37">ເມື່ອ​ພຣະອົງ​ມາ​ໃກ້​ນະຄອນ​ເຢຣູຊາເລັມ ຕາມ​ທາງ​ທີ່​ຈະ​ລົງ​ໄປ​ຈາກ​ພູເຂົາ​ໝາກກອກເທດ ປະຊາຊົນ​ທີ່​ເປັນ​ສາວົກ​ຂອງ​ພຣະອົງ ກໍ​ເລີ່ມ​ຊົມຊື່ນ​ຍິນດີ​ສັນລະເສີນ​ພຣະເຈົ້າ​ດ້ວຍ​ສຽງດັງ ເພາະ​ການ​ອັດສະຈັນ​ທັງໝົດ​ທີ່​ພວກເຂົາ​ໄດ້​ເຫັນ​ນັ້ນ ໂດຍ​ເວົ້າ​ວ່າ,</verse>
				<verse number="38">“ຂໍ​ໃຫ້​ກະສັດ ຜູ້​ທີ່​ສະເດັດ​ມາ​ໃນ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ຊົງ​ພຣະ​ຈະເລີນ ສັນຕິສຸກ​ຈົ່ງ​ມີ​ໃນ​ສະຫວັນ ແລະ​ພຣະ​ຣັດສະໝີ​ຈົ່ງ​ມີ​ໃນ​ທີ່​ສູງສຸດ.”</verse>
				<verse number="39">ແລ້ວ​ພວກ​ຟາຣີຊາຍ​ບາງຄົນ​ໃນ​ປະຊາຊົນ ກໍ​ເວົ້າ​ຕໍ່​ພຣະອົງ​ວ່າ, “ອາຈານ​ເອີຍ ຈົ່ງ​ສັ່ງ​ພວກ​ສາວົກ​ຂອງທ່ານ​ໃຫ້​ມິດງຽບ​ແດ່.”</verse>
				<verse number="40">ພຣະອົງ​ໄດ້​ຕອບ​ພວກເຂົາ​ວ່າ, “ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ ຖ້າ​ຄົນ​ເຫຼົ່ານີ້​ມິດງຽບ ກ້ອນຫີນ​ທັງຫລາຍ​ກໍ​ຈະ​ຮ້ອງ​ຂຶ້ນ.”</verse>
				<verse number="41">ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ມາ​ໃກ້ ແລະ​ເຫັນ​ຕົວເມືອງ​ແລ້ວ ພຣະອົງ​ກໍ​ຮ້ອງໄຫ້​ເພາະ​ສົງສານ​ຕົວເມືອງ.</verse>
				<verse number="42">ໂດຍ​ຊົງ​ກ່າວ​ວ່າ, “ໃນວັນນີ້ ຖ້າ​ເຈົ້າ​ໄດ້​ຮູ້​ເຖິງ​ສິ່ງ​ທີ່​ເຮັດ​ໃຫ້​ເຈົ້າ​ມີ​ສັນຕິສຸກ​ກໍ​ເປັນ​ການ​ດີ, ແຕ່​ບັດນີ້ ສິ່ງ​ເຫຼົ່ານັ້ນ​ໄດ້​ຖືກ​ປິດບັງ​ໄວ້​ຈາກ​ຕາ​ຂອງ​ເຈົ້າ​ແລ້ວ.</verse>
				<verse number="43">ດ້ວຍວ່າ, ເວລາ​ຈະ​ມາ​ເຖິງ ເມື່ອ​ສັດຕູ​ຂອງ​ເຈົ້າ​ຈະ​ຂຸດ​ຄູ​ອ້ອມ​ເຈົ້າ ແລະ​ຕັນ​ເຈົ້າ​ໄວ້​ທຸກ​ດ້ານ.</verse>
				<verse number="44">ພວກເຂົາ​ຈະ​ທຳລາຍ​ເຈົ້າ ແລະ​ລູກ​ທັງຫລາຍ​ທີ່​ຢູ່​ນຳ​ເຈົ້າ​ໃຫ້​ລົງ​ພຽງ​ດິນ. ພວກເຂົາ​ຈະ​ບໍ່​ປະ​ກ້ອນຫີນ​ໃຫ້​ຊ້ອນ​ທັບ​ກັນ​ໄວ້​ພາຍ​ໃນ​ເຈົ້າ ເພາະວ່າ​ເຈົ້າ​ບໍ່​ຮູ້​ເວລາ​ທີ່​ພຣະເຈົ້າ​ໄດ້​ມາ​ຢ້ຽມຢາມ​ເຈົ້າ.”</verse>
				<verse number="45">ແລ້ວ​ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ເລີ່ມ​ຂັບໄລ່​ບັນດາ​ຄົນ​ຊື້​ຂາຍ​ຢູ່​ທີ່​ນັ້ນ​ອອກ​ໄປ</verse>
				<verse number="46">ໂດຍ​ກ່າວ​ແກ່​ພວກເຂົາ​ວ່າ, “ມີ​ຄຳ​ທີ່​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະວິຫານ​ຂອງເຮົາ​ຈະ​ເປັນ​ສະຖານທີ່​ໄຫວ້ວອນ.’ ແຕ່​ເຈົ້າ​ທັງຫລາຍ​ກັບ​ເຮັດ​ໃຫ້​ເປັນ​ຖໍ້າ​ຂອງ​ໂຈນ.”</verse>
				<verse number="47">ແລ້ວ​ພຣະອົງ​ກໍ​ສັ່ງສອນ​ທຸກໆ​ວັນ​ຢູ່​ໃນ​ພຣະວິຫານ, ພວກ​ຫົວໜ້າ​ປະໂຣຫິດ, ພວກ​ທຳມະຈານ ແລະ​ບັນດາ​ຜູ້ນຳ​ປະຊາຊົນ, ຕ່າງ​ກໍ​ຊອກ​ຫາ​ໂອກາດ​ທີ່​ຈະ​ຂ້າ​ພຣະອົງ​ເສຍ,</verse>
				<verse number="48">ແຕ່​ພວກເຂົາ​ບໍ່​ເຫັນ​ຊ່ອງທາງ​ທີ່​ຈະ​ເຮັດ​ໄດ້ ເພາະ​ປະຊາຊົນ​ທັງຫລາຍ​ໄດ້​ຕິດພັນ ແລະ​ຕັ້ງໃຈ​ຟັງ​ຄຳສັ່ງສອນ​ຂອງ​ພຣະອົງ.</verse>
			</chapter>
			<chapter number="20">
				<verse number="1">ວັນ​ໜຶ່ງ ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ເທດສະໜາ​ສັ່ງສອນ​ປະຊາຊົນ​ຢູ່​ໃນ​ພຣະວິຫານ ແລະ​ປະກາດ​ຂ່າວປະເສີດ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ທຳມະຈານ ພ້ອມ​ທັງ​ພວກ​ເຖົ້າແກ່​ໄດ້​ມາ​ຫາ​ພຣະອົງ.</verse>
				<verse number="2">ພວກເຂົາ​ຖາມ​ພຣະອົງ​ວ່າ, “ບອກ​ພວກເຮົາ​ມາ​ເບິ່ງດູ ເຈົ້າ​ມີ​ສິດ​ຫຍັງ​ຈຶ່ງ​ເຮັດ​ການ​ນີ້? ຜູ້ໃດ​ໃຫ້​ສິດ​ນີ້​ແກ່​ເຈົ້າ?”</verse>
				<verse number="3">ພຣະອົງ​ໄດ້​ຕອບ​ພວກເຂົາ​ວ່າ, “ຝ່າຍ​ເຮົາ​ຈະ​ຖາມ​ພວກເຈົ້າ​ຂໍ້​ດຽວ ຈົ່ງ​ບອກ​ເຮົາ​ມາ​ເບິ່ງດູ​ວ່າ</verse>
				<verse number="4">ບັບຕິສະມາ​ຂອງ​ໂຢຮັນ​ນັ້ນ ມາ​ຈາກ​ສະຫວັນ ຫລື​ມາ​ຈາກ​ມະນຸດ.”</verse>
				<verse number="5">ພວກເຂົາ​ຈຶ່ງ​ເລີ່ມ​ຖົກຖຽງ​ກັນ​ວ່າ, “ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຖ້າ​ພວກເຮົາ​ຕອບ​ວ່າ, ‘ມາ​ຈາກ​ສະຫວັນ’ ມັນ​ກໍ​ຈະ​ຖາມ​ວ່າ, ‘ຖ້າດັ່ງນັ້ນ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ໂຢຮັນ?’</verse>
				<verse number="6">ແຕ່​ຖ້າ​ພວກເຮົາ​ຕອບ​ວ່າ, ‘ມາ​ຈາກ​ມະນຸດ’ ປະຊາຊົນ​ທັງໝົດ​ໃນ​ທີ່​ນີ້​ກໍ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ພວກເຮົາ, ເພາະ​ພວກເຂົາ​ເຊື່ອ​ວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ.”</verse>
				<verse number="7">ສະນັ້ນ ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ບໍ່​ຮູ້.”</verse>
				<verse number="8">ແລ້ວ​ພຣະອົງ​ກໍ​ໄດ້​ຕອບ​ພວກເຂົາ​ວ່າ, “ຝ່າຍ​ເຮົາ​ກໍ​ຈະ​ບໍ່​ບອກ​ພວກເຈົ້າ​ເໝືອນກັນ​ວ່າ ເຮົາ​ເຮັດ​ການ​ເຫຼົ່ານີ້​ດ້ວຍ​ສິດ​ອັນ​ໃດ.”</verse>
				<verse number="9">ແລ້ວ​ພຣະອົງ​ກໍ​ຊົງ​ກ່າວ​ຄຳອຸປະມາ​ນີ້​ສູ່​ປະຊາຊົນ​ຟັງ​ວ່າ, “ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເຮັດ​ສວນ​ອະງຸ່ນ ແລະ​ເອົາ​ສວນ​ນັ້ນ​ໃຫ້​ຄົນອື່ນ​ເຊົ່າ ແລ້ວ​ເພິ່ນ​ກໍ​ຈາກ​ໄປ​ເປັນ​ເວລາ​ດົນນານ.</verse>
				<verse number="10">ພໍ​ເຖິງ​ເວລາ​ເກັບ​ໝາກ​ອະງຸ່ນ​ມາ​ຮອດ ເຈົ້າຂອງ​ສວນ​ນັ້ນ​ກໍ​ໃຫ້​ຄົນ​ຮັບໃຊ້​ຜູ້ໜຶ່ງ​ໄປ​ຫາ​ພວກ​ເຊົ່າສວນ ເພື່ອ​ຮັບ​ເອົາ​ສ່ວນ​ແບ່ງ​ຜົນລະປູກ​ຂອງຕົນ​ຈາກ​ພວກເຂົາ, ແຕ່​ພວກ​ຄົນ​ເຊົ່າ​ສວນ​ໄດ້​ທຸບຕີ​ຄົນ​ຮັບໃຊ້​ຜູ້​ນັ້ນ ແລະ​ຂັບໄລ່​ລາວ​ກັບຄືນ​ເມືອ​ມື​ເປົ່າ.</verse>
				<verse number="11">ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຊ້​ຄົນ​ຮັບໃຊ້​ຜູ້​ອື່ນ​ໄປ​ອີກ, ແຕ່​ພວກ​ຄົນ​ເຊົ່າສວນ​ໄດ້​ທຸບຕີ​ລາວ​ຄື​ກັນ​ທັງ​ໄດ້​ປ້ອຍດ່າ​ລາວ ແລະ​ທັງ​ຂັບໄລ່​ກັບຄືນ​ເມືອ​ມື​ເປົ່າ.</verse>
				<verse number="12">ແລ້ວ​ເພິ່ນ​ກໍ​ໃຊ້​ຄົນ​ຮັບໃຊ້​ຜູ້​ທີ​ສາມ​ໄປ​ອີກ ພວກ​ຄົນ​ເຊົ່າ​ສວນ​ໄດ້​ທຸບຕີ​ລາວ​ຈົນ​ບາດເຈັບ ແລະ​ໂຍນ​ລາວ​ຖິ້ມ​ອອກ​ນອກ​ສວນ.</verse>
				<verse number="13">ຝ່າຍ​ເຈົ້າຂອງ​ສວນ​ກໍ​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ແນວ​ໃດ? ເຮົາ​ຈະ​ໃຊ້​ລູກຊາຍ​ຜູ້​ເປັນ​ສຸດທີ່ຮັກ​ຂອງເຮົາ​ໄປ ບາງທີ​ພວກເຂົາ​ຈະ​ໃຫ້​ຄວາມນັບຖື​ແກ່​ລູກຊາຍ​ຂອງເຮົາ’</verse>
				<verse number="14">ແຕ່​ເມື່ອ​ຄົນ​ເຊົ່າ​ສວນ​ເຫັນ​ລູກ​ເພິ່ນ​ແລ້ວ ພວກເຂົາ​ກໍ​ປຶກສາ​ກັນ ແລະ​ເວົ້າ​ວ່າ, ‘ຄົນ​ນີ້​ແຫຼະ ເປັນ​ຜູ້​ສືບ​ມໍຣະດົກ ຈົ່ງ​ຂ້າ​ມັນ​ເສຍ ແລ້ວ​ມໍຣະດົກ​ກໍ​ຈະ​ຕົກ​ເປັນ​ຂອງ​ພວກເຮົາ’</verse>
				<verse number="15">ດັ່ງນັ້ນ ພວກເຂົາ​ຈຶ່ງ​ໂຍນ​ລາວ​ຖິ້ມ​ອອກ​ນອກ​ສວນ ແລະ​ຂ້າ​ລາວ​ເສຍ. ເມື່ອ​ເປັນ​ເຊັ່ນນັ້ນ ເຈົ້າ​ຂອງ​ສວນ​ອະງຸ່ນ​ຈະ​ເຮັດ​ຢ່າງ​ໃດ ກັບ​ຄົນ​ເຊົ່າສວນ​ພວກ​ນັ້ນ?</verse>
				<verse number="16">ເພິ່ນ​ຈະ​ມາ ແລະ​ຂ້າ​ຄົນ​ເຊົ່າສວນ​ເຫຼົ່ານັ້ນ​ເສຍ ແລະ​ຈະ​ຍົກ​ສວນ​ອະງຸ່ນ​ໃຫ້​ຄົນອື່ນ​ເຊົ່າ.” ເມື່ອ​ຄົນ​ເຫຼົ່ານັ້ນ​ໄດ້ຍິນ​ເຊັ່ນນີ້​ແລ້ວ ພວກເຂົາ​ກໍ​ເວົ້າ​ວ່າ, “ຂໍ​ຢ່າ​ໃຫ້​ເກີດ​ເປັນ​ຢ່າງ​ນັ້ນ​ເທາະ.”</verse>
				<verse number="17">ພຣະເຢຊູເຈົ້າ​ໄດ້​ເພັ່ງ​ເບິ່ງ​ພວກເຂົາ ແລ້ວ​ກໍ​ຖາມ​ວ່າ, “ເຫດສະນັ້ນ ພຣະຄຳພີ​ຂໍ້​ນີ້​ໝາຍຄວາມວ່າ​ຢ່າງ​ໃດ ຊຶ່ງ​ວ່າ ‘ຫີນ​ທີ່​ນາຍຊ່າງ​ກໍ່ສ້າງ​ໄດ້​ໂຍນ​ຖິ້ມ​ແລ້ວ ກໍ​ໄດ້​ກາຍເປັນ​ຫີນ​ເສົາ​ເອກ​ແລ້ວ.’</verse>
				<verse number="18">ຜູ້ໃດ​ທີ່​ລົ້ມ​ທັບ​ຫີນ​ນັ້ນ ຜູ້ນັ້ນ​ຈະ​ແຕກ​ຫັກ​ເປັນ​ປ່ຽງ​ໄປ ແລະ​ຖ້າ​ຫີນ​ນັ້ນ​ຕົກ​ທັບ​ຜູ້ໃດ ຜູ້​ນັ້ນ​ກໍ​ຈະ​ແຫລກ​ໝຸ່ນ​ເປັນ​ຂີ້ຝຸ່ນ​ດິນ​ໄປ.”</verse>
				<verse number="19">ຝ່າຍ​ພວກ​ທຳມະຈານ ແລະ ພວກ​ຫົວໜ້າ​ປະໂຣຫິດ​ຮູ້​ຢູ່​ວ່າ, ພຣະອົງ​ຊົງ​ກ່າວ​ຄຳອຸປະມາ​ນີ້​ຕໍ່ສູ້​ພວກເຂົາ ພວກເຂົາ​ຈຶ່ງ​ວາງແຜນ​ຈັບ​ພຣະອົງ ແຕ່​ພວກເຂົາ​ຢ້ານ​ປະຊາຊົນ.</verse>
				<verse number="20">ພວກເຂົາ​ຈຶ່ງ​ຕິດຕາມ​ເບິ່ງ​ພຣະອົງ ແລະ​ໃຊ້​ຄົນ​ສອດແນມ​ໃຫ້​ປອມຕົວ​ເໝືອນ​ເປັນ​ຄົນ​ສັດຊື່ ເພື່ອ​ຫວັງ​ຈະ​ຈັບ​ຜິດ​ໃນ​ຖ້ອຍຄຳ​ຂອງ​ພຣະອົງ ເພື່ອ​ຈະ​ມອບ​ພຣະອົງ​ໄວ້​ໃນ​ອຳນາດ ແລະ ອາດຍາສິດ​ຂອງ​ຜູ້ປົກຄອງ.</verse>
				<verse number="21">ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ອາຈານ​ເອີຍ ພວກເຮົາ​ຮູ້​ວ່າ​ຖ້ອຍຄຳ​ທີ່​ທ່ານ​ກ່າວ ແລະ​ສັ່ງສອນ​ນັ້ນ​ຖືກຕ້ອງ ແລະ​ໂດຍ​ບໍ່​ເຫັນແກ່ໜ້າ​ຜູ້ໃດ, ແຕ່​ສັ່ງສອນ​ຫົນທາງ​ຂອງ​ພຣະເຈົ້າ​ຢ່າງ​ສັດຊື່.</verse>
				<verse number="22">ຈົ່ງ​ບອກ​ພວກເຮົາ​ແດ່​ວ່າ, ເປັນ​ການ​ຜິດ​ກົດບັນຍັດ​ຂອງ​ພວກເຮົາ​ບໍ ທີ່​ເສຍ​ພາສີ​ໃຫ້​ກາຍຊາ ຜິດ ຫລື​ວ່າ​ບໍ່​ຜິດ?”</verse>
				<verse number="23">ແຕ່​ພຣະອົງ​ຊົງ​ຢັ່ງ​ຮູ້​ເຖິງ​ກົນອຸບາຍ​ຂອງ​ພວກເຂົາ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ,</verse>
				<verse number="24">“ຈົ່ງ​ເອົາ​ເງິນ​ຫລຽນ​ມາ​ໃຫ້​ເບິ່ງດູ ຮູບ​ແລະ​ຊື່​ທີ່​ຈາລຶກ​ໄວ້​ໃນ​ຫລຽນ​ນີ້ ເປັນ​ຂອງ​ຜູ້ໃດ?” ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ.”</verse>
				<verse number="25">ແລ້ວ​ພຣະອົງ​ຊົງ​ກ່າວ​ກັບ​ພວກເຂົາ​ວ່າ, “ເຫດສະນັ້ນ ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ຖວາຍ​ແກ່​ກາຍຊາ ແລະ​ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຄືນ​ຖວາຍ​ແດ່​ພຣະເຈົ້າ.”</verse>
				<verse number="26">ຕໍ່ໜ້າ​ປະຊາຊົນ​ຢູ່​ທີ່​ນັ້ນ ພວກເຂົາ​ຈັບ​ຜິດ​ພຣະອົງ​ເລື່ອງ​ໃດໆ​ບໍ່ໄດ້​ເລີຍ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ງຶດ​ປະຫລາດ​ໃຈ​ໃນ​ຄຳຕອບ​ຂອງ​ພຣະອົງ ຈຶ່ງ​ມິດງຽບ​ຢູ່.</verse>
				<verse number="27">ຍັງ​ມີ​ພວກ​ຊາດູກາຍ​ບາງຄົນ​ມາ​ຫາ​ພຣະອົງ ແມ່ນ​ພວກ​ນີ້​ທີ່​ຖື​ວ່າ ຄົນ​ຈະ​ບໍ່​ເປັນ​ຄືນ​ມາ​ຈາກ​ຕາຍ ພວກເຂົາ​ຖາມ​ພຣະອົງ​ວ່າ,</verse>
				<verse number="28">“ອາຈານ​ເອີຍ, ໂມເຊ​ໄດ້​ຂຽນ​ກົດບັນຍັດ​ນີ້​ສຳລັບ​ພວກເຮົາ​ວ່າ, ‘ຖ້າ​ອ້າຍ​ຂອງ​ຊາຍ​ຄົນ​ໜຶ່ງ​ຕາຍ​ປະ​ເມຍ​ຂອງຕົນ​ໂດຍ​ບໍ່ມີ​ລູກ ຕ້ອງ​ໃຫ້​ນ້ອງຊາຍ​ຂອງ​ຜູ້​ຕາຍ​ນັ້ນ ເອົາ​ເອື້ອຍໃພ້​ຂອງຕົນ​ເປັນ​ເມຍ ເພື່ອ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ຂອງຕົນ​ທີ່​ຕາຍໄປ​ແລ້ວ​ນັ້ນ.’</verse>
				<verse number="29">ຄັ້ງ​ໜຶ່ງ ຍັງ​ມີ​ອ້າຍ​ນ້ອງ​ເຈັດ​ຄົນ​ນຳ​ກັນ ອ້າຍ​ກົກ​ແຕ່ງງານ​ແລ້ວ ແລະ​ຕາຍໄປ​ໂດຍ​ບໍ່ມີ​ລູກ.</verse>
				<verse number="30">ແລະ​ຜູ້​ທີ​ສອງ ກໍ​ເອົາ​ນາງ​ມາ​ເປັນ​ເມຍ,</verse>
				<verse number="31">ແລະ​ຕໍ່ມາ​ຜູ້​ທີ​ສາມ ກໍ​ເຮັດ​ເຊັ່ນດຽວ​ກັນ ເຫດການ​ເຊັ່ນດຽວ​ກັນ​ນີ້ ໄດ້​ເກີດຂຶ້ນ​ກັບ​ທັງ​ເຈັດ​ຄົນ ຄື​ພວກເຂົາ​ຕາຍໄປ​ໂດຍ​ບໍ່ມີ​ລູກ.</verse>
				<verse number="32">ໃນທີ່ສຸດ ຍິງ​ນັ້ນ​ກໍໄດ້​ຕາຍໄປ​ເໝືອນກັນ.</verse>
				<verse number="33">ບັດນີ້ ໃນ​ວັນ​ທີ່​ຄົນ​ຕາຍ​ເປັນ​ຄືນ​ມາ​ສູ່​ຊີວິດ​ນັ້ນ ຍິງ​ນີ້​ຈະ​ເປັນ​ເມຍ​ຂອງ​ຜູ້ໃດ? ດ້ວຍວ່າ, ຊາຍ​ທັງ​ເຈັດ​ຄົນ​ຕ່າງ​ກໍໄດ້​ເປັນ​ຜົວ​ຂອງ​ນາງ.”</verse>
				<verse number="34">ພຣະເຢຊູເຈົ້າ​ຊົງ​ກ່າວ​ກັບ​ພວກເຂົາ​ວ່າ, “ຊາຍ​ແລະ​ຍິງ​ໃນ​ໂລກນີ້​ມີ​ການ​ແຕ່ງງານ​ກັນ,</verse>
				<verse number="35">ແຕ່​ຊາຍ​ແລະ​ຍິງ​ຜູ້​ທີ່​ສົມຄວນ​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ດຳລົງ​ຊີວິດ​ຢູ່​ໃນ​ໂລກໜ້າ​ຈະ​ບໍ່ມີ​ການ​ແຕ່ງງານ​ກັນ ຫລື​ຍົກ​ໃຫ້​ເປັນ​ຜົວ​ເມຍ​ກັນ.</verse>
				<verse number="36">ພວກເຂົາ​ຈະ​ເປັນ​ດັ່ງ​ຝູງ​ເທວະດາ​ທີ່​ຕາຍ​ບໍ່​ເປັນ ເພາະ​ພວກເຂົາ​ເປັນ​ລູກ​ຂອງ​ພຣະເຈົ້າ ເພາະວ່າ​ພວກເຂົາ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ.</verse>
				<verse number="37">ແຕ່​ວ່າ ຄົນ​ຕາຍ​ຖືກ​ບັນດານ​ໃຫ້​ເປັນ​ຄືນ​ມາ​ສູ່​ຊີວິດ​ນັ້ນ ໂມເຊ​ໄດ້​ສະແດງ​ໃນ​ເລື່ອງ​ພຸ່ມໄມ້ ເພິ່ນ​ໄດ້​ເອີ້ນ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, ‘ຊົງ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ.’</verse>
				<verse number="38">ພຣະອົງ​ແມ່ນ​ພຣະເຈົ້າ​ຂອງ​ຄົນ​ເປັນ, ບໍ່ແມ່ນ​ພຣະເຈົ້າ​ຂອງ​ຄົນ​ຕາຍ. ດ້ວຍວ່າ, ສຳລັບ​ພຣະອົງ​ແລ້ວ ທຸກຄົນ​ມີ​ຊີວິດ​ຢູ່.”</verse>
				<verse number="39">ແລ້ວ​ທຳມະຈານ​ບາງຄົນ​ກໍ​ເວົ້າ​ຂຶ້ນ​ວ່າ, “ອາຈານ​ເອີຍ ທ່ານ​ເວົ້າ​ໄດ້​ດີ​ຫລາຍ.”</verse>
				<verse number="40">ເພາະວ່າ ພວກເຂົາ​ບໍ່​ກ້າ​ຖາມ​ອັນ​ໃດ​ກັບ​ພຣະອົງ​ອີກ​ຕໍ່ໄປ.</verse>
				<verse number="41">ແລ້ວ​ພຣະເຢຊູເຈົ້າ​ຊົງ​ຖາມ​ພວກເຂົາ​ວ່າ, “ເປັນ​ໄປ​ໄດ້​ຢ່າງ​ໃດ ທີ່​ຄົນ​ເວົ້າ​ວ່າ ພຣະຄຣິດ​ເປັນ​ບຸດ​ຂອງ​ດາວິດ?</verse>
				<verse number="42">ດ້ວຍວ່າ, ກະສັດ​ດາວິດ​ໄດ້​ຊົງ​ກ່າວ​ໄວ້ ໃນ​ພຣະທຳ​ເພງ​ສັນລະເສີນ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ກັບ​ ພຣະອົງເຈົ້າ​ຂອງ​ຂ້ານ້ອຍ​ວ່າ, ຈົ່ງ​ນັ່ງ​ເບື້ອງ​ຂວາ​ມື​ຂອງເຮົາ</verse>
				<verse number="43">ຈົນກວ່າ​ເຮົາ​ຈະ​ປາບ​ສັດຕູ​ ຂອງ​ເຈົ້າ​ທັງຫລາຍ ໃຫ້​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ.’</verse>
				<verse number="44">ເມື່ອ​ດາວິດ​ເອີ້ນ​ເພິ່ນ​ວ່າ, ‘ພຣະອົງເຈົ້າ’ ສະນັ້ນ ພຣະຄຣິດ​ເປັນ​ບຸດ​ຂອງ​ດາວິດ​ໄດ້​ຢ່າງ​ໃດ?”</verse>
				<verse number="45">ຂະນະທີ່​ປະຊາຊົນ​ທັງຫລາຍ​ຟັງ​ພຣະເຢຊູເຈົ້າ​ຢູ່​ນັ້ນ ພຣະອົງ​ກໍ​ກ່າວ​ແກ່​ພວກ​ສາວົກ​ວ່າ,</verse>
				<verse number="46">“ຈົ່ງ​ລະວັງ​ພວກ​ທຳມະຈານ​ໃຫ້​ດີ ພວກເຂົາ​ມັກ​ນຸ່ງ​ເສື້ອລ່າມ​ຍ່າງ​ໄປມາ ແລະ​ມັກ​ໃຫ້​ຄົນ​ຄຳນັບ​ດ້ວຍ​ຄວາມນັບຖື​ຕາມ​ຕະຫລາດ ພວກເຂົາ​ເລືອກ​ນັ່ງ​ບ່ອນ​ທີ່​ຄົນ​ເຫັນ​ໃນ​ທຳມະສາລາ ແລະ ໃນ​ງານກິນລ້ຽງ,</verse>
				<verse number="47">ນອກຈາກນີ້ ພວກເຂົາ​ຍັງ​ສໍ້ໂກງ​ເອົາ​ສິ່ງຂອງ ຂອງ​ພວກ​ແມ່ໝ້າຍ ແລະ​ເຮັດ​ທຳທ່າ​ພາວັນນາ​ອະທິຖານ​ຢ່າງ​ຍືດຍາວ ໂທດ​ຂອງ​ຄົນ​ເຫຼົ່ານີ້​ແມ່ນ​ໜັກ​ທີ່ສຸດ.”</verse>
			</chapter>
			<chapter number="21">
				<verse number="1">ເມື່ອ​ພຣະອົງ​ຊົງ​ເງີຍ​ໜ້າ​ຂຶ້ນ ກໍ​ໄດ້​ເຫັນ​ບັນດາ​ຄົນ​ຮັ່ງມີ ກຳລັງ​ປ່ອນ​ເງິນ​ລົງ​ໃນ​ຫີບຖວາຍ,</verse>
				<verse number="2">ແລະ ພຣະອົງ​ກໍ​ໄດ້ເຫັນ​ແມ່ໝ້າຍ​ທີ່​ຍາກຈົນ​ຄົນ​ໜຶ່ງ ກຳລັງ​ປ່ອນ​ເງິນ​ສອງ​ອັດ​ທອງແດງ​ລົງ​ໃນ​ຫີບ​ນັ້ນ​ເໝືອນກັນ.</verse>
				<verse number="3">ພຣະອົງ​ກ່າວ​ວ່າ, “ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ຍິງໝ້າຍ​ທີ່​ຍາກຈົນ​ຄົນ​ນີ້ ໄດ້​ປ່ອນ​ເງິນ​ລົງ​ຫລາຍກວ່າ​ຄົນ​ໃດໆ​ທັງໝົດ.</verse>
				<verse number="4">ເພາະ​ຄົນອື່ນ​ນັ້ນ ໄດ້​ເອົາ​ເງິນ​ທີ່​ພວກເຂົາ​ເຫຼືອ​ໃຊ້​ມາ​ປ່ອນ​ລົງ; ແຕ່​ຍິງ​ຄົນ​ນີ້ ເຖິງ​ແມ່ນ​ວ່າ​ນາງ​ຍາກຈົນ​ທີ່ສຸດ​ກໍຕາມ ກໍ​ຍັງ​ເອົາ​ເງິນ​ທີ່​ຕົນ​ມີ​ຢູ່​ສຳລັບ​ລ້ຽງ​ຊີວິດ​ນັ້ນ ປ່ອນ​ລົງ​ຈົນ​ໝົດ.”</verse>
				<verse number="5">ມີ​ບາງຄົນ​ກໍ​ກ່າວ​ຍ້ອງຍໍ​ພຣະວິຫານ​ວ່າ​ຊ່າງ​ງາມ​ແທ້ ແລະ​ຕົບແຕ່ງ​ດ້ວຍ​ຫີນ​ອັນ​ງົດງາມ​ກັບ​ເຄື່ອງ​ຖວາຍ​ແກ່​ພຣະເຈົ້າ,</verse>
				<verse number="6">ພຣະອົງ​ຈຶ່ງ​ຊົງ​ກ່າວ​ວ່າ, “ເມື່ອ​ວັນ​ເວລາ​ຈະ​ມາ​ເຖິງ ກ້ອນຫີນ ຊຶ່ງ​ພວກເຈົ້າ​ເຫັນ​ຊ້ອນ​ທັບ​ກັນ​ຢູ່​ນີ້​ຈະ​ບໍ່​ເຫຼືອ​ຈັກ​ກ້ອນ​ດຽວ ທຸກສິ່ງ​ຈະ​ຖືກ​ທຳລາຍ​ລົງ​ທັງໝົດ.”</verse>
				<verse number="7">ພວກເຂົາ​ໄດ້​ຖາມ​ພຣະອົງ​ວ່າ, “ອາຈານ​ເອີຍ, ເຫດການ​ເຫຼົ່ານີ້​ຈະ​ເກີດຂຶ້ນ​ເມື່ອໃດ? ແລະ​ສິ່ງໃດ​ຈະ​ເປັນ​ໝາຍສຳຄັນ​ວ່າ ການ​ທັງປວງ​ນີ້​ໃກ້​ຈະ​ບັງເກີດ​ຂຶ້ນ​ແລ້ວ.”</verse>
				<verse number="8">ພຣະອົງ​ໄດ້​ຕອບ​ພວກເຂົາ​ວ່າ, “ຈົ່ງ​ຄອຍ​ເຝົ້າ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຫລອກລວງ​ພວກເຈົ້າ​ໃຫ້​ຫລົງ​ໄປ ເພາະ​ມີ​ຫລາຍ​ຄົນ​ຈະ​ອ້າງ​ນາມຊື່​ຂອງເຮົາ ໂດຍ​ເວົ້າ​ວ່າ, ‘ຂ້ອຍ​ນີ້​ແຫຼະ ເປັນ​ຜູ້​ນັ້ນ ແລະ​ເວລາ​ກຳນົດ​ໃກ້​ເຂົ້າ​ມາ​ແລ້ວ,’ ພວກເຈົ້າ​ຢ່າ​ຕາມ​ເຂົາ​ໄປ.</verse>
				<verse number="9">ເມື່ອ​ພວກເຈົ້າ​ໄດ້ຍິນ​ເລື່ອງ​ການ​ເສິກ​ສົງຄາມ ແລະ​ການ​ປັ່ນປ່ວນ​ວຸ້ນວາຍ​ຢ່າ​ຕົກໃຈ ເພາະວ່າ​ເຫດການ​ເຫຼົ່ານີ້​ຕ້ອງ​ເກີດຂຶ້ນ​ກ່ອນ ແຕ່​ທີ່ສຸດ​ປາຍ​ນັ້ນ​ຈະ​ບໍ່​ມາ​ເຖິງ​ທັນທີ.”</verse>
				<verse number="10">ແລ້ວ​ພຣະອົງ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ປະເທດ​ຕໍ່​ປະເທດ ອານາຈັກ​ຕໍ່​ອານາຈັກ​ຈະ​ສູ້ຮົບ​ກັນ,</verse>
				<verse number="11">ຈະ​ເກີດ​ແຜ່ນດິນ​ໄຫວ​ອັນ​ໃຫຍ່ ແລະ​ການ​ອຶດຢາກ​ພ້ອມ​ທັງ​ໂຣກ​ລະບາດ​ຢ່າງ​ຮ້າຍແຮງ ຈະ​ເກີດຂຶ້ນ​ໃນ​ທຸກ​ແຫ່ງຫົນ ຈະ​ເກີດ​ມີ​ສິ່ງ​ແປກ​ປະຫລາດ​ກັບ​ສິ່ງ​ໜ້າຢ້ານ​ທີ່ສຸດ​ຈາກ​ຟ້າສະຫວັນ.</verse>
				<verse number="12">ແຕ່​ກ່ອນ​ເຫດການ​ທັງໝົດ​ເຫຼົ່ານີ້​ຈະ​ເກີດຂຶ້ນ ພວກເຈົ້າ​ຈະ​ຖືກ​ຈັບ ແລະ​ຖືກ​ຂົ່ມເຫັງ, ພວກເຈົ້າ​ຈະ​ຖືກ​ມອບ​ໄວ້​ໃນ​ທຳມະສາລາ​ຖືກ​ຕັດສິນ ແລະ​ຖືກ​ຂັງ​ຄຸກ ພວກເຈົ້າ​ຈະ​ຖືກ​ນຳ​ຂຶ້ນ​ໄປ​ຕໍ່ໜ້າ​ກະສັດ ແລະ​ຜູ້​ປົກຄອງ ເພາະ​ເຫັນແກ່​ນາມຊື່​ຂອງເຮົາ.</verse>
				<verse number="13">ເຫດການ​ນັ້ນ ຈະ​ເກີດຂຶ້ນ​ແກ່​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ເປັນ​ພະຍານ.</verse>
				<verse number="14">ດັ່ງນັ້ນ ພວກເຈົ້າ​ຕ້ອງ​ຕຽມໃຈ​ໄວ້​ໃຫ້​ໝັ້ນຄົງ ເພື່ອ​ບໍ່​ໃຫ້​ພວກເຈົ້າ​ກະວົນ​ກະວາຍ​ໃຈ​ລ່ວງໜ້າ​ວ່າ ຈະ​ກ່າວ​ປ້ອງກັນ​ຕົວເອງ​ຢ່າງ​ໃດ</verse>
				<verse number="15">ເພາະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຖ້ອຍຄຳ ແລະ​ສະຕິປັນຍາ ຊຶ່ງ​ພວກ​ຜູ້​ຂັດຂວາງ​ຕໍ່ສູ້​ຈະ​ບໍ່​ສາມາດ​ໂຕ້ຕອບ ຫລື​ໂຕ້ແຍ້ງ​ພວກເຈົ້າ​ໄດ້.</verse>
				<verse number="16">ແມ່ນແຕ່​ພໍ່​ແມ່, ອ້າຍ​ເອື້ອຍ​ນ້ອງ, ພີ່ນ້ອງ ແລະ​ມິດ​ສະຫາຍ​ກໍ​ຈະ​ມອບ​ພວກເຈົ້າ​ໄວ້ ແລະ​ຈະ​ໃຫ້​ບາງຄົນ​ໃນ​ພວກເຈົ້າ​ຖືກ​ໂທດ​ເຖິງ​ຕາຍ.</verse>
				<verse number="17">ທຸກຄົນ​ຈະ​ກຽດຊັງ​ພວກເຈົ້າ ເພາະ​ເຫັນແກ່​ນາມຊື່​ຂອງເຮົາ.</verse>
				<verse number="18">ແມ່ນແຕ່​ຜົມ​ເສັ້ນ​ດຽວ​ກໍ​ຈະ​ບໍ່​ເສຍ​ໄປ​ຈາກ​ຫົວ​ຂອງ​ພວກເຈົ້າ.</verse>
				<verse number="19">ພວກເຈົ້າ​ຈະ​ຮັກສາ​ຊີວິດ​ຈິດໃຈ​ຂອງ​ພວກເຈົ້າ​ໄວ້ ດ້ວຍ​ຄວາມ​ອົດທົນ​ພາກພຽນ​ຂອງ​ພວກເຈົ້າ.”</verse>
				<verse number="20">“ເມື່ອໃດ ເຈົ້າ​ທັງຫລາຍ​ເຫັນ​ກອງທັບ​ຕ່າງໆ ມາ​ຕັ້ງ​ອ້ອມ​ນະຄອນ​ເຢຣູຊາເລັມ ເມື່ອນັ້ນ​ແຫຼະ ພວກເຈົ້າ​ຈະ​ຮູ້​ວ່າ ເມືອງ​ຈະ​ຖືກ​ທຳລາຍ​ໃນ​ໄວໆ.</verse>
				<verse number="21">ເມື່ອນັ້ນ ໃຫ້​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ຕ້ອງ​ປົບໜີໄປ​ຍັງ​ພູ​ທັງຫລາຍ, ໃຫ້​ຜູ້​ທີ່​ຢູ່​ໃນ​ເມືອງ​ຕ້ອງ​ອອກ​ໄປ ແລະ​ຜູ້​ທີ່​ຢູ່​ນອກ​ເມືອງ​ກໍ​ບໍ່​ໃຫ້​ເຂົ້າ​ໄປ​ໃນ​ເມືອງ.</verse>
				<verse number="22">ເພາະວ່າ ວັນ​ເຫຼົ່ານັ້ນ​ຈະ​ເປັນ ‘ວັນ​ແຫ່ງ​ການ​ລົງໂທດ,’ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ທຸກປະການ.</verse>
				<verse number="23">ໃນ​ວັນ​ເຫຼົ່ານັ້ນ ຈະ​ທຸກ​ລຳບາກ​ທີ່ສຸດ​ສຳລັບ ແມ່ຍິງ​ຖືພາ ແລະ​ແມ່​ມີ​ລູກ​ອ່ອນ​ກິນ​ນົມ​ຢູ່ ປະຊາຊົນ​ໃນ​ດິນແດນ​ນີ້ ຈະ​ໄດ້​ຮັບ​ຄວາມ​ທຸກໂສກ​ໃຫຍ່​ທີ່ສຸດ ແລະ​ການ​ລົງໂທດ​ຂອງ​ພຣະເຈົ້າ​ກໍ​ຈະ​ຕົກ​ຖືກ​ປະຊາຊົນ​ນີ້.</verse>
				<verse number="24">ພວກເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ຄົມ​ດາບ ແລະ​ຈະ​ຖືກ​ຈັບ​ກວາດ​ໄປ​ເປັນ​ຊະເລີຍ​ໃນ​ທົ່ວ​ທຸກ​ປະເທດ ແລະ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ກໍ​ຈະ​ຢຽບຢໍ່າ​ນະຄອນ​ເຢຣູຊາເລັມ ຈົນກວ່າ​ຈະ​ຄົບ​ກຳນົດ​ເວລາ​ຂອງ​ພວກເຂົາ.”</verse>
				<verse number="25">“ຈະ​ມີ​ໝາຍສຳຄັນ​ໃນ​ດວງອາທິດ, ດວງຈັນ ແລະ​ດວງດາວ​ທັງປວງ ແລະ​ຈະ​ມີ​ຄວາມ​ທຸກຮ້ອນ​ເທິງ​ແຜ່ນດິນ​ໂລກ​ຕາມ​ປະເທດ​ຕ່າງໆ ຊຶ່ງ​ມີ​ຄວາມ​ສະຫງົນ​ສົນເທ ເພາະ​ສຽງ​ກ້ອງ​ອັນ​ໃຫຍ່ຫລວງ​ຂອງ​ທະເລ​ແລະ​ຟອງຄື້ນ.</verse>
				<verse number="26">ມະນຸດ​ຈະ​ສະຫລົບ​ໄປ​ຍ້ອນ​ຄວາມ​ຢ້ານ ແລະ​ຄອຍ​ເບິ່ງ​ເຫດການ​ຕ່າງໆ ທີ່​ກຳລັງ​ເກີດຂຶ້ນ​ທົ່ວ​ເທິງ​ແຜ່ນດິນ​ໂລກ. ດ້ວຍວ່າ, ສິ່ງ​ທີ່​ມີ​ອຳນາດ​ໃນ​ຟ້າ​ສະຫວັນ​ຈະ​ສັ່ນ​ສະທ້ານ​ຫວັ່ນໄຫວ.</verse>
				<verse number="27">ເມື່ອນັ້ນ ພວກເຂົາ​ຈະ​ເຫັນ​ບຸດ​ມະນຸດ​ສະເດັດ​ມາ​ປາກົດ​ໃນ​ເມກ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ແລະ​ດ້ວຍ​ສະຫງ່າຣາສີ​ອັນ​ຮຸ່ງເຮືອງ.</verse>
				<verse number="28">ເມື່ອ​ເຫດການ​ເຫຼົ່ານີ້​ເລີ່ມ​ເກີດຂຶ້ນ ພວກເຈົ້າ​ຈົ່ງ​ລຸກ​ຢືນ​ແລະ​ເງີຍ​ຫົວ​ຂຶ້ນ ເພາະ​ຄວາມ​ພົ້ນ​ຂອງ​ພວກເຈົ້າ​ໃກ້​ຈະ​ມາ​ເຖິງ​ແລ້ວ.”</verse>
				<verse number="29">ແລ້ວ​ພຣະອົງ​ກໍ​ຊົງ​ກ່າວ​ຄຳອຸປະມາ​ນີ້​ແກ່​ພວກເຂົາ​ວ່າ, “ຈົ່ງ​ພິຈາລະນາ​ເບິ່ງ​ຕົ້ນ​ເດື່ອເທດ ແລະ​ຕົ້ນໄມ້​ທັງຫລາຍ.</verse>
				<verse number="30">ເມື່ອ​ເຈົ້າ​ທັງຫລາຍ​ເຫັນ​ໃບ​ຂອງ​ມັນ​ເລີ່ມ​ປົ່ງ ພວກເຈົ້າ​ກໍ​ຮູ້​ວ່າ​ໃກ້​ຈະ​ເຖິງ​ລະດູ​ຮ້ອນ​ແລ້ວ.</verse>
				<verse number="31">ຢ່າງ​ດຽວກັນ​ນັ້ນ​ແຫຼະ ເມື່ອ​ພວກເຈົ້າ​ເຫັນ​ເຫດການ​ເຫຼົ່ານີ້​ກຳລັງ​ເກີດຂຶ້ນ ພວກເຈົ້າ​ຈົ່ງ​ຮູ້​ວ່າ ອານາຈັກ​ຂອງ​ພຣະເຈົ້າ​ໃກ້​ຈະ​ມາ​ເຖິງ​ແລ້ວ.”</verse>
				<verse number="32">“ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ຄົນ​ໃນ​ສະໄໝ​ນີ້​ຈະ​ບໍ່​ລ່ວງລັບ​ໄປ​ກ່ອນ ຈົນກວ່າ​ເຫດການ​ທັງປວງ​ນີ້​ບັງ​ເກີດຂຶ້ນ</verse>
				<verse number="33">ຟ້າ​ແລະ​ດິນ​ຈະ​ລ່ວງພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງເຮົາ​ຈະ​ບໍ່​ລ່ວງພົ້ນ​ໄປ​ຈັກເທື່ອ.”</verse>
				<verse number="34">“ຈົ່ງ​ຄອຍ​ລະວັງຕົວ​ໃຫ້​ດີ ຢ່າ​ສູ່​ໃຫ້​ຈິດໃຈ​ຂອງ​ເຈົ້າ​ທັງຫລາຍ​ໜັກ​ໄປ​ໃນ​ການ​ກິນລ້ຽງ ແລະ​ດື່ມ​ເຫຼົ້າ​ເມົາ​ສຸຣາ ແລະ​ໃນ​ການ​ວິຕົກ​ກັງວົນ​ເຖິງ​ຊີວິດ​ນີ້ ບໍ່​ດັ່ງນັ້ນ​ແລ້ວ ວັນ​ນັ້ນ​ກໍ​ຈະ​ຫລອນ​ມາ​ຕົກ​ຖືກ​ພວກເຈົ້າ​ຢ່າງ​ບໍ່​ຄາດຄິດ</verse>
				<verse number="35">ດ້ວຍວ່າ, ວັນ​ນັ້ນ​ຈະ​ມາ​ຖືກ​ມະນຸດ​ທັງຫລາຍ ໃນ​ທົ່ວ​ທັງໂລກ​ເໝືອນ​ຄວ່າງ​ແຫ​ໃສ່​ປາ.</verse>
				<verse number="36">ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ ແລະ​ພາວັນນາ​ອະທິຖານ​ຢູ່​ທຸກ​ເວລາ, ເພື່ອ​ວ່າ ພວກເຈົ້າ​ຈະ​ມີ​ກຳລັງ​ພົ້ນ​ຈາກ​ເຫດການ​ທຸກຢ່າງ ທີ່​ໃກ້​ຈະ​ເກີດຂຶ້ນ​ນັ້ນ ແລະ​ຢືນ​ຢູ່​ຕໍ່ໜ້າ​ບຸດ​ມະນຸດ​ໄດ້.”</verse>
				<verse number="37">ກາງເວັນ​ພຣະອົງ​ຊົງ​ສັ່ງສອນ​ໃນ​ພຣະວິຫານ​ທຸກໆ​ວັນ ແລະ​ໃນ​ຕອນ​ກາງຄືນ​ພຣະອົງ​ກໍ​ສະເດັດ​ອອກ​ໄປ​ຢູ່​ທີ່​ພູເຂົາ​ໝາກກອກເທດ.</verse>
				<verse number="38">ພໍ​ຮຸ່ງ​ແຈ້ງ ປະຊາຊົນ​ທັງຫລາຍ​ກໍໄດ້​ມາ​ທີ່​ພຣະວິຫານ​ເພື່ອ​ຟັງ​ພຣະອົງ.</verse>
			</chapter>
			<chapter number="22">
				<verse number="1">ເທດສະການ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ທີ່​ເອີ້ນ​ວ່າ ປັດສະຄາ ກໍ​ມາ​ໃກ້​ແລ້ວ.</verse>
				<verse number="2">ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ຕ່າງ​ກໍ​ຢ້ານ​ປະຊາຊົນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຊອກ​ຊ່ອງທາງ​ເພື່ອ​ຂ້າ​ພຣະເຢຊູເຈົ້າ​ຢ່າງ​ປິດລັບ.</verse>
				<verse number="3">ແລ້ວ​ມານຊາຕານ ກໍ​ເຂົ້າ​ສິງ​ຢູ່​ໃນ​ໃຈ​ຂອງ​ຢູດາ ຜູ້​ທີ່​ຄົນ​ທັງຫລາຍ​ເອີ້ນ​ກັນ​ວ່າ ອິດສະກາຣີອົດ ລາວ​ເປັນ​ຜູ້ໜຶ່ງ​ໃນ​ພວກ​ສາວົກ​ສິບສອງ​ຄົນ.</verse>
				<verse number="4">ດັ່ງນັ້ນ ຢູດາ​ຈຶ່ງ​ອອກ​ໄປ​ປຶກສາ​ກັບ​ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ນາຍ​ທະຫານ​ເຝົ້າ​ຍາມ​ພຣະວິຫານ ເຖິງ​ວິທີ​ທີ່​ຕົນ​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ​ໄດ້​ຢ່າງ​ໃດ.</verse>
				<verse number="5">ຄົນ​ເຫຼົ່ານັ້ນ​ຕ່າງ​ກໍ​ດີໃຈ ແລະ​ຕົກລົງ​ວ່າ​ຈະ​ເອົາ​ເງິນ​ໃຫ້​ລາວ.</verse>
				<verse number="6">ຝ່າຍ​ຢູດາ​ກໍ​ຕົກລົງ​ຕາມ​ນັ້ນ ແລະ​ຕັ້ງຕົ້ນ​ຊອກ​ຫາ​ໂອກາດ​ອັນ​ດີ ທີ່​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ ເມື່ອ​ປະຊາຊົນ​ບໍ່​ຢູ່​ທີ່​ນັ້ນ.</verse>
				<verse number="7">ພໍ​ເຖິງ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ເມື່ອ​ມີ​ການ​ຂ້າ​ແກະ​ສຳລັບ​ອາຫານ​ປັດສະຄາ.</verse>
				<verse number="8">ພຣະເຢຊູເຈົ້າ​ຊົງ​ໃຊ້​ເປໂຕ​ກັບ​ໂຢຮັນ​ໄປ ແລະ​ໃຫ້​ຄຳແນະນຳ​ວ່າ, “ຈົ່ງ​ໄປ​ຈັດແຈ່ງ​ອາຫານ​ປັດສະຄາ​ສຳລັບ​ພວກເຮົາ​ໃຫ້​ຮຽບຮ້ອຍ.”</verse>
				<verse number="9">ພວກເພິ່ນ​ຖາມ​ພຣະອົງ​ວ່າ, “ທ່ານ​ຢາກ​ໃຫ້​ພວກ​ຂ້ານ້ອຍ​ໄປ​ຈັດແຈ່ງ​ຢູ່​ທີ່​ໃດ?”</verse>
				<verse number="10">ພຣະເຢຊູເຈົ້າ​ຕອບ​ວ່າ, “ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ ຈະ​ມີ​ຊາຍ​ຄົນ​ໜຶ່ງ​ແບກ​ໝໍ້​ນໍ້າ​ມາ​ພົບ​ພວກເຈົ້າ. ຈົ່ງ​ຕາມ​ໄປ​ເຮືອນ​ທີ່​ລາວ​ເຂົ້າ​ໄປ​ນັ້ນ,</verse>
				<verse number="11">ແລະ ເວົ້າ​ກັບ​ເຈົ້າ​ຂອງ​ເຮືອນ​ວ່າ, ‘ອາຈານ​ໃຫ້​ຖາມ​ທ່ານ​ວ່າ ຫ້ອງ​ທີ່​ເພິ່ນ​ກັບ​ພວກ​ສາວົກ​ຈະ​ກິນ​ອາຫານ​ປັດສະຄາ​ຢູ່​ໃສ?’</verse>
				<verse number="12">ເຈົ້າຂອງ​ເຮືອນ​ຈະ​ຊີ້​ໃຫ້​ພວກເຈົ້າ​ເຫັນ​ຫ້ອງ​ໂຖງ​ຊັ້ນ​ເທິງ ທີ່​ຕົບແຕ່ງ​ໄວ້​ຮຽບຮ້ອຍ​ແລ້ວ ບ່ອນ​ນັ້ນ​ແຫຼະ ທີ່​ພວກເຈົ້າ​ຈະ​ຈັດຕຽມ​ທຸກສິ່ງ​ໄວ້​ສຳລັບ​ພວກເຮົາ.”</verse>
				<verse number="13">ດັ່ງນັ້ນ ທ່ານ​ທັງສອງ​ຈຶ່ງ​ໄປ ແລະ​ພົບ​ທຸກສິ່ງ​ຕາມ​ທີ່​ພຣະອົງ​ຊົງ​ບອກ​ແລ້ວ​ນັ້ນ ພວກເພິ່ນ​ກໍໄດ້​ຈັດຕຽມ​ປັດສະຄາ​ໄວ້.</verse>
				<verse number="14">ເມື່ອ​ເຖິງ​ໂມງ​ແລ້ວ ພຣະເຢຊູເຈົ້າ​ກໍໄດ້​ນັ່ງ​ຮ່ວມ​ໂຕະ​ກັບ​ພວກ​ອັກຄະສາວົກ.</verse>
				<verse number="15">ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ມີ​ຄວາມ​ປາຖະໜາ​ຢ່າງ​ເຕັມໃຈ ທີ່​ຈະ​ກິນ​ອາຫານ​ປັດສະຄາ​ນີ້​ກັບ​ພວກເຈົ້າ ກ່ອນ​ເຮົາ​ຈະ​ທົນທຸກ​ທໍລະມານ</verse>
				<verse number="16">ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ເຮົາ​ຈະ​ບໍ່​ກິນ​ອາຫານ​ນີ້​ອີກ ຈົນກວ່າ​ຄວາມ​ໝາຍ​ຂອງ​ເລື່ອງ​ນີ້ ຈະ​ເຖິງ​ທີ່​ສຳເລັດ​ໃນ​ອານາຈັກ​ຂອງ​ພຣະເຈົ້າ.”</verse>
				<verse number="17">ແລ້ວ​ພຣະອົງ​ກໍ​ຊົງ​ຈັບ​ເອົາ​ຈອກ​ຂຶ້ນ​ມາ​ໂມທະນາ​ຂອບພຣະຄຸນ ແລະ​ຊົງ​ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ຈອກ​ນີ້ ແລະ​ຢາຍ​ໃຫ້​ກັນ​ດື່ມ.</verse>
				<verse number="18">ເຮົາ​ບອກ​ພວກເຈົ້າ​ວ່າ ຕັ້ງແຕ່​ນີ້​ໄປ​ເຮົາ​ຈະ​ບໍ່​ດື່ມ​ນໍ້າ​ອະງຸ່ນ​ນີ້​ອີກ ຈົນກວ່າ​ອານາຈັກ​ຂອງ​ພຣະເຈົ້າ​ຈະ​ມາ​ປາກົດ.”</verse>
				<verse number="19">ແລ້ວ​ພຣະອົງ​ກໍ​ຊົງ​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ​ໂມທະນາ​ຂອບພຣະຄຸນ ໂດຍ​ຊົງ​ຫັກ​ເຂົ້າຈີ່​ນັ້ນ​ແລ້ວ ຈຶ່ງ​ຍື່ນໃຫ້​ພວກ​ສາວົກ ແລະ​ກ່າວ​ວ່າ, “ນີ້​ແຫຼະ ແມ່ນ​ກາຍ​ຂອງເຮົາ ຊຶ່ງ​ເປັນ​ທີ່​ປະທານ​ໃຫ້​ສຳລັບ​ເຈົ້າ​ທັງຫລາຍ ຈົ່ງ​ເຮັດ​ຢ່າງ​ນີ້​ໃຫ້​ເປັນ​ທີ່​ລະນຶກເຖິງ​ເຮົາ.”</verse>
				<verse number="20">ເມື່ອ​ຮັບປະທານ​ອາຫານ​ແລ້ວ ພຣະອົງ​ກໍ​ຊົງ​ຈັບ​ເອົາ​ຈອກ​ຂຶ້ນ​ມາ ແລະ​ເຮັດ​ຢ່າງ​ດຽວກັນ ໂດຍ​ຊົງ​ກ່າວ​ວ່າ, “ຈອກ​ນີ້​ເປັນ​ພັນທະສັນຍາ​ໃໝ່​ໃນ​ເລືອດ​ຂອງເຮົາ ທີ່​ຖອກ​ອອກ​ສຳລັບ​ເຈົ້າ​ທັງຫລາຍ.</verse>
				<verse number="21">ເບິ່ງແມ! ມື​ຜູ້​ທີ່​ທໍລະຍົດ​ຕໍ່​ເຮົາ​ກໍ​ຢູ່​ກັບ​ເຮົາ​ເທິງ​ໂຕະ​ນີ້.</verse>
				<verse number="22">ບຸດ​ມະນຸດ​ຈະ​ສະເດັດ​ໄປ​ຕາມ​ທີ່​ໄດ້​ຊົງ​ກຳນົດ​ໄວ້​ແລ້ວ​ກໍ​ຈິງ ແຕ່​ວິບັດ​ຈະ​ຕົກ​ຖືກ​ຜູ້​ທີ່​ທໍລະຍົດ​ຕໍ່​ບຸດ​ມະນຸດ.”</verse>
				<verse number="23">ແລ້ວ​ພວກ​ສາວົກ​ກໍ​ເລີ່ມ​ຖາມ​ກັນ​ເອງ​ວ່າ, ແມ່ນ​ຜູ້ໃດ​ໃນ​ພວກເພິ່ນ​ທີ່​ກຳລັງ​ຈະ​ເຮັດ​ຢ່າງ​ນີ້.</verse>
				<verse number="24">ແລ້ວ​ກໍ​ມີ​ການ​ໂຕ້ຖຽງ​ກັນ​ເກີດຂຶ້ນ​ໃນ​ທ່າມກາງ​ພວກ​ສາວົກ​ວ່າ ໃນ​ພວກເພິ່ນ ຜູ້ໃດ​ຈະ​ເປັນ​ໃຫຍ່​ກວ່າ​ໝູ່.</verse>
				<verse number="25">ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ບັນດາ​ກະສັດ​ຂອງ​ຊາວ​ໂລກນີ້ ຍ່ອມ​ມີ​ອຳນາດ​ເໜືອ​ປະຊາຊົນ​ຂອງຕົນ ແລະ​ບັນດາ​ນັກ​ປົກຄອງ​ຕ່າງ​ກໍ​ເອີ້ນ​ຕົນ​ວ່າ, ‘ເຈົ້າບຸນ​ເຈົ້າຄຸນ.’</verse>
				<verse number="26">ແຕ່​ສຳລັບ​ພວກເຈົ້າ​ແລ້ວ ບໍ່​ເປັນ​ຢ່າງ​ນັ້ນ, ກົງກັນຂ້າມ ຜູ້​ທີ່​ເປັນ​ໃຫຍ່​ທີ່ສຸດ ຕ້ອງ​ເປັນ​ເໝືອນ​ດັ່ງ​ຜູ້​ນ້ອຍ​ທີ່ສຸດ ແລະ​ຜູ້​ທີ່​ເປັນ​ຜູ້ນຳ ຕ້ອງ​ເປັນ​ດັ່ງ​ຜູ້ຮັບໃຊ້.</verse>
				<verse number="27">ຜູ້ໃດ​ເປັນ​ໃຫຍ່​ກວ່າ​ກັນ ຜູ້​ທີ່​ນັ່ງ​ກິນ ຫລື​ຜູ້​ທີ່​ຮັບໃຊ້? ແນ່ນອນ​ແລ້ວ ຕ້ອງ​ແມ່ນ​ຜູ້​ທີ່​ນັ່ງ​ກິນ​ເທິງ​ໂຕະ, ແຕ່​ເຮົາ​ຢູ່​ທ່າມກາງ​ພວກເຈົ້າ ເໝືອນ​ດັ່ງ​ຄົນ​ທີ່​ຮັບໃຊ້​ຜູ້ໜຶ່ງ.</verse>
				<verse number="28">ພວກເຈົ້າ​ໄດ້​ຢູ່​ກັບ​ເຮົາ​ມາ​ຕະຫລອດ​ເວລາ ທີ່​ເຮົາ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ,</verse>
				<verse number="29">ພຣະບິດາເຈົ້າ​ໄດ້​ຊົງ​ຈັດແຈງ​ແຜ່ນດິນ​ໃຫ້​ເຮົາ​ຢ່າງ​ໃດ ເຮົາ​ກໍ​ຈະ​ຈັດແຈງ​ແຜ່ນດິນ​ໜຶ່ງ​ໃຫ້​ພວກເຈົ້າ​ເໝືອນກັນ​ຢ່າງ​ນັ້ນ.</verse>
				<verse number="30">ເພື່ອ​ພວກເຈົ້າ​ຈະ​ກິນ​ແລະ​ດື່ມ​ທີ່​ໂຕະ​ຂອງເຮົາ ໃນ​ອານາຈັກ​ຂອງເຮົາ ແລະ​ເພື່ອ​ພວກເຈົ້າ​ຈະ​ໄດ້​ນັ່ງ​ເທິງ​ບັນລັງ ເພື່ອ​ພິພາກສາ​ຕັດສິນ​ຊາດ​ອິດສະຣາເອນ​ທັງ​ສິບສອງ​ເຜົ່າ​ນັ້ນ.”</verse>
				<verse number="31">ແລ້ວ​ພຣະເຢຊູເຈົ້າ​ກໍ​ຊົງ​ກ່າວ​ວ່າ, “ຊີໂມນ ຊີໂມນ​ເອີຍ ເບິ່ງແມ! ມານຊາຕານ​ໄດ້​ຂໍ​ອະນຸຍາດ​ທົດລອງ​ພວກເຈົ້າ ເພື່ອ​ຈະ​ຝັດ​ຮ່ອນ​ພວກເຈົ້າ​ເໝືອນ​ຝັດ​ເຂົ້າ​ເປືອກ.</verse>
				<verse number="32">ແຕ່​ເຮົາ​ໄດ້​ພາວັນນາ​ອະທິຖານ​ສຳລັບ​ເຈົ້າ ເພື່ອ​ຄວາມເຊື່ອ​ຂອງ​ເຈົ້າ​ຈະ​ບໍ່​ຂາດ​ໄປ ເມື່ອ​ເຈົ້າ​ກັບຄືນ​ມາ​ຫາ​ເຮົາ​ແລ້ວ ເຈົ້າ​ຕ້ອງ​ຊູແຮງ​ບັນດາ​ພີ່ນ້ອງ​ຂອງ​ເຈົ້າ​ໄວ້.”</verse>
				<verse number="33">ເປໂຕ​ຕອບ​ວ່າ, “ພຣະອົງເຈົ້າ​ເອີຍ ຂ້ານ້ອຍ​ພ້ອມແລ້ວ​ທີ່​ຈະ​ໄປ​ກັບ​ທ່ານ ເຖິງ​ຈະ​ຕ້ອງ​ຖືກ​ຄຸກ ຫລື​ຕ້ອງ​ຕາຍ​ກໍຕາມ.”</verse>
				<verse number="34">ພຣະເຢຊູເຈົ້າ​ຊົງ​ກ່າວ​ວ່າ, “ເປໂຕ​ເອີຍ ເຮົາ​ບອກ​ເຈົ້າ​ວ່າ ‘ຄືນ​ນີ້​ແຫຼະ ກ່ອນ​ໄກ່​ຂັນ ເຈົ້າ​ຈະ​ປະຕິເສດ​ວ່າ ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ.”’</verse>
				<verse number="35">ແລ້ວ​ພຣະອົງ​ຊົງ​ຖາມ​ພວກ​ສາວົກ​ວ່າ, “ເມື່ອ​ເຮົາ​ໄດ້​ໃຊ້​ເຈົ້າ​ທັງຫລາຍ​ອອກ​ໄປ​ນັ້ນ ໂດຍ​ບໍ່ມີ​ຖົງ​ເງິນ ບໍ່ມີ​ຖົງເຄື່ອງ​ແລະ​ບໍ່ມີ​ເກີບ ພວກເຈົ້າ​ໄດ້​ຂາດເຂີນ​ສິ່ງໃດ​ແດ່?” ພວກເພິ່ນ​ຕອບ​ວ່າ, “ບໍ່ໄດ້​ຂາດເຂີນ​ສິ່ງໃດ​ເລີຍ.”</verse>
				<verse number="36">ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ແຕ່​ບັດນີ້ ຜູ້ໃດ​ທີ່​ມີ​ຖົງ​ເງິນ ຫລື​ຖົງເຄື່ອງ​ຕ້ອງ​ຖື​ໄປ​ນຳ ແລະ​ຜູ້ໃດ​ທີ່​ບໍ່ມີ​ດາບ ກໍ​ໃຫ້​ຂາຍ​ເສື້ອໃຫຍ່​ຂອງຕົນ ເພື່ອ​ຊື້​ດາບ​ດວງ​ໜຶ່ງ​ໄວ້.</verse>
				<verse number="37">ດ້ວຍ​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ ຄຳ​ທີ່​ຂຽນ​ໃນ​ພຣະຄຳພີ​ນັ້ນ ຈະ​ຕ້ອງ​ສຳເລັດ​ໃນ​ເຮົາ ຄື​ຄຳ​ທີ່​ວ່າ, ‘ທ່ານ​ຖືກ​ນັບ​ເຂົ້າ​ກັບ​ຄົນ​ອະທຳ.”’</verse>
				<verse number="38">ພວກ​ສາວົກ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ເບິ່ງ​ດາບ​ສອງ​ດວງ​ນີ້​ແມ.” ພຣະອົງ​ໄດ້​ຕອບ​ພວກເພິ່ນ​ວ່າ, “ພໍ​ແລ້ວ.”</verse>
				<verse number="39">ແລ້ວ​ພຣະເຢຊູເຈົ້າ ໄດ້​ສະເດັດ​ອອກ​ໄປ​ຍັງ​ພູເຂົາ​ໝາກກອກເທດ​ຕາມເຄີຍ ແລະ​ພວກ​ສາວົກ​ກໍ​ຕາມ​ໄປ​ກັບ​ພຣະອົງ​ດ້ວຍ.</verse>
				<verse number="40">ເມື່ອ​ມາ​ເຖິງ​ທີ່​ນັ້ນ​ແລ້ວ ພຣະອົງ​ກໍ​ຊົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ພາວັນນາ​ອະທິຖານ​ຢູ່ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ບໍ່​ຕົກ​ໃນ​ການ​ທົດລອງ.”</verse>
				<verse number="41">ແລ້ວ​ພຣະອົງ​ກໍ​ສະເດັດ​ຈາກ​ພວກເພິ່ນ​ໄປ ໄກ​ປະມານ​ແກວ່ງ​ກ້ອນຫີນ​ເຖິງ ແລະ​ຄຸເຂົ່າ​ລົງ​ພາວັນນາ​ອະທິຖານ.</verse>
				<verse number="42">ພຣະອົງ​ຊົງ​ກ່າວ​ວ່າ, “ພຣະບິດາເຈົ້າ​ເອີຍ ຖ້າ​ເປັນ​ຄວາມປະສົງ​ຂອງ​ພຣະອົງ​ແລ້ວ ຂໍ​ໃຫ້​ຈອກ​ແຫ່ງ​ຄວາມ​ທົນທຸກ​ທໍລະມານ​ນີ້ ເລື່ອນ​ໄປ​ຈາກ​ລູກ​ທ້ອນ, ແຕ່​ຢ່າງ​ໃດ​ກໍດີ ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາຖະໜາ​ຂອງ​ລູກ ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມປະສົງ​ຂອງ​ພຣະບິດາເຈົ້າ​ເທີ້ນ.”</verse>
				<verse number="43">ແລ້ວ​ມີ​ເທວະດາ​ຕົນ​ໜຶ່ງ ຈາກ​ສະຫວັນ​ມາ​ປາກົດ​ແກ່​ພຣະອົງ ຊູ​ກຳລັງ​ພຣະອົງ​ຂຶ້ນ.</verse>
				<verse number="44">ເມື່ອ​ຊົງ​ເກີດ​ເປັນທຸກ​ວຸ້ນວາຍ​ຫລາຍ​ຂຶ້ນ ພຣະອົງ​ກໍ​ຊົງ​ຕັ້ງໃຈ​ພາວັນນາ​ອະທິຖານ​ຫລາຍ ເຫື່ອ​ຂອງ​ພຣະອົງ​ເກີດ​ເປັນ​ເໝືອນ​ເລືອດ​ໄຫລ​ຢາດ​ລົງ​ດິນ​ເປັນເມັດ​ໃຫຍ່.</verse>
				<verse number="45">ເມື່ອ​ລຸກ​ຂຶ້ນ​ຈາກ​ການ​ພາວັນນາ​ອະທິຖານ​ແລ້ວ ພຣະອົງ​ກໍ​ກັບ​ມາ​ຫາ​ພວກ​ສາວົກ ແລະ​ພົບ​ພວກເພິ່ນ​ກຳລັງ​ນອນ​ຫລັບ​ອິດອ່ອນ​ດ້ວຍ​ຄວາມ​ທຸກໂສກ.</verse>
				<verse number="46">ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເປັນຫຍັງ​ຈຶ່ງ​ຍັງ​ນອນ​ຫລັບ​ຢູ່? ຈົ່ງ​ລຸກ​ຂຶ້ນ ແລະ​ພາວັນນາ​ອະທິຖານ ເພຶ່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ໃນ​ການ​ທົດລອງ.”</verse>
				<verse number="47">ເມື່ອ​ພຣະອົງ​ຍັງ​ຊົງ​ກ່າວ​ບໍ່​ທັນ​ຂາດ​ຄຳ ເບິ່ງແມ! ປະຊາຊົນ​ຈຳນວນ​ຫລາຍ ຊຶ່ງ​ນຳ​ໜ້າ​ໂດຍ​ຢູດາ ທີ່​ເປັນ​ສາວົກ​ຄົນ​ໜຶ່ງ​ໃນ​ສິບສອງ​ຄົນ​ນັ້ນ ຢູດາ​ໄດ້​ຫຍັບ​ເຂົ້າ​ມາ​ໃກ້​ພຣະເຢຊູເຈົ້າ​ເພື່ອ​ຈະ​ຈູບ​ພຣະອົງ.</verse>
				<verse number="48">ແຕ່​ພຣະເຢຊູເຈົ້າ​ຊົງ​ຖາມ​ວ່າ, “ຢູດາ​ເອີຍ ເຈົ້າ​ຈະ​ມອບ​ບຸດ​ມະນຸດ​ດ້ວຍ​ການ​ຈູບ​ຫລື?”</verse>
				<verse number="49">ຄົນ​ທັງຫລາຍ​ທີ່​ຢູ່​ອ້ອມ​ພຣະອົງ ເຫັນ​ເຫດການ​ທີ່​ກຳລັງ​ເກີດຂຶ້ນ​ນັ້ນ ຈຶ່ງ​ຖາມ​ວ່າ, “ພຣະອົງເຈົ້າ​ເອີຍ ຈະ​ໃຫ້​ພວກ​ຂ້ານ້ອຍ​ໃຊ້​ດາບ​ຕໍ່ສູ້​ພວກເຂົາ​ບໍ?”</verse>
				<verse number="50">ຄົນ​ໜຶ່ງ​ໃນ​ພວກເພິ່ນ ໄດ້​ຟັນ​ຄົນ​ຮັບໃຊ້​ຄົນ​ໜຶ່ງ​ຂອງ​ຫົວໜ້າ​ປະໂຣຫິດ ຖືກ​ຫູ​ເບື້ອງ​ຂວາ​ຂາດ.</verse>
				<verse number="51">ແຕ່​ພຣະເຢຊູເຈົ້າ​ຊົງ​ກ່າວ​ຫ້າມ​ວ່າ, “ເຊົາ​ແມ ພໍ​ແລ້ວ.” ພຣະອົງ​ບາຍ​ຫູ​ຄົນ​ນັ້ນ ແລະ​ເຮັດ​ໃຫ້​ຫາຍ​ດີ​ປົກກະຕິ.</verse>
				<verse number="52">ແລ້ວ​ພຣະເຢຊູເຈົ້າ​ກໍ​ຊົງ​ກ່າວ​ຕໍ່​ພວກ​ຫົວໜ້າ​ປະໂຣຫິດ ກັບ​ພວກ​ນາຍ​ທະຫານ​ທີ່​ເຝົ້າ​ຍາມ​ພຣະວິຫານ ແລະ​ພວກ​ເຖົ້າແກ່​ທີ່​ມາ​ຈັບ​ພຣະອົງ​ວ່າ, “ເຈົ້າ​ທັງຫລາຍ​ຖື​ດາບ ແລະ​ຖື​ໄມ້ຄ້ອນ​ມາ​ຈັບ​ເຮົາ​ເໝືອນ​ດັ່ງ​ມາ​ຈັບ​ໂຈນ​ຊັ້ນບໍ?</verse>
				<verse number="53">ທຸກໆ​ວັນ ເຮົາ​ຢູ່​ກັບ​ພວກເຈົ້າ​ໃນ​ພຣະວິຫານ, ພວກເຈົ້າ​ບໍ່ໄດ້​ຈັບ​ເຮົາ. ແຕ່​ເວລາ​ນີ້​ເປັນ​ຂອງ​ພວກເຈົ້າ ແລະ​ເປັນ​ເວລາ​ຂອງ​ອຳນາດ​ແຫ່ງ​ຄວາມມືດ.”</verse>
				<verse number="54">ແລ້ວ​ພວກເຂົາ​ກໍ​ຈັບ​ພຣະອົງ ແລະ​ຄຸມຕົວ​ເຂົ້າ​ໄປ​ໃນ​ສຳນັກ​ຂອງ​ມະຫາ​ປະໂຣຫິດ, ຝ່າຍ​ເປໂຕ​ກໍໄດ້​ຕິດຕາມ​ໄປ​ໃນ​ໄລຍະ​ຫ່າງໆ​ພໍສົມຄວນ.</verse>
				<verse number="55">ເປໂຕ​ໄດ້​ເຂົ້າ​ໄປ​ໃນ​ກາງ​ເດີ່ນ ສຳນັກ​ທີ່​ພວກເຂົາ​ນັ່ງ​ຝີງ​ໄຟ​ຢູ່ ເພິ່ນ​ກໍ​ເຂົ້າ​ໄປ​ນັ່ງ​ຮ່ວມ​ວົງ​ກັບ​ພວກເຂົາ.</verse>
				<verse number="56">ເມື່ອ​ຄົນ​ໜຶ່ງ​ໃນ​ພວກ​ສາວໃຊ້ ເຫັນ​ເປໂຕ​ນັ່ງ​ຝີງ​ໄຟ​ຢູ່​ທີ່​ນັ້ນ ນາງ​ຈຶ່ງ​ຈ້ອງ​ຕາ​ເບິ່ງ​ເພິ່ນ ແລະ​ເວົ້າ​ວ່າ, “ຊາຍ​ຄົນ​ນີ້​ແຫຼະ ເຄີຍ​ຢູ່​ກັບ​ທ່ານ​ຄົນ​ນັ້ນ.”</verse>
				<verse number="57">ແຕ່​ເປໂຕ​ປະຕິເສດ​ວ່າ, “ນາງ​ເອີຍ ຂ້ອຍ​ບໍ່ເຄີຍ​ຮູ້ຈັກ​ຊາຍ​ຄົນ​ນັ້ນ.”</verse>
				<verse number="58">ຫລັງຈາກ​ນັ້ນ​ອີກ​ໜ້ອຍ​ໜຶ່ງ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ເຫັນ​ເປໂຕ ແລະ​ເວົ້າ​ວ່າ, “ໂຕ​ເປັນ​ຄົນ​ໜຶ່ງ ໃນ​ພວກ​ນັ້ນ​ເໝືອນກັນ.” ແຕ່​ເປໂຕ​ຕອບ​ວ່າ, “ບໍ່ ບໍ່ແມ່ນ​ດອກ.”</verse>
				<verse number="59">ຢູ່​ມາ​ປະມານ​ຊົ່ວໂມງ​ໜຶ່ງ ກໍ​ມີ​ຄົນ​ໜຶ່ງ​ອີກ ເວົ້າ​ຢືນຢັນ​ຢ່າງ​ແຂງແຮງ​ວ່າ, “ແມ່ນ​ແທ້ໆ ຊາຍ​ຄົນ​ນີ້​ແຫຼະ ເຄີຍ​ຢູ່​ກັບ​ທ່ານ​ຄົນ​ນັ້ນ ເພາະ​ລາວ​ເປັນ​ຊາວ​ຄາລີເລ​ເໝືອນກັນ.”</verse>
				<verse number="60">ແຕ່​ເປໂຕ​ໄດ້​ຕອບ​ວ່າ, “ຊາຍ​ເອີຍ ເລື່ອງ​ທີ່​ເຈົ້າ​ເວົ້າ​ເຖິງ​ນັ້ນ ຂ້ອຍ​ບໍ່​ຮູ້ຈັກ.” ໃນ​ທັນໃດນັ້ນ ເມື່ອ​ເປໂຕ​ເວົ້າ​ຍັງ​ບໍ່​ທັນ​ຂາດ​ຄຳ ໄກ່​ກໍ​ຂັນ​ຂຶ້ນ.</verse>
				<verse number="61">ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ຫລຽວ​ເບິ່ງ​ເປໂຕ ແລ້ວ​ເປໂຕ​ກໍ​ລະນຶກເຖິງ​ຖ້ອຍຄຳ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ກ່າວ​ແກ່​ຕົນ​ໄວ້​ວ່າ, “ຄືນ​ນີ້​ກ່ອນ​ໄກ່​ຂັນ ເຈົ້າ​ຈະ​ປະຕິເສດ​ວ່າ ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ.”</verse>
				<verse number="62">ແລ້ວ​ເປໂຕ​ກໍ​ອອກ​ໄປ​ຂ້າງ​ນອກ ຮ້ອງໄຫ້​ຢ່າງ​ຂົມຂື່ນ​ເປັນ​ທຸກ​ໜັກໃຈ.</verse>
				<verse number="63">ຝ່າຍ​ພວກ​ທີ່​ຄຸມ​ພຣະເຢຊູເຈົ້າ​ນັ້ນ ຕ່າງ​ກໍ​ເຢາະເຢີ້ຍ​ພຣະອົງ ແລະ​ຕົບຕີ​ພຣະອົງ.</verse>
				<verse number="64">ພວກເຂົາ​ເອົາ​ຜ້າ​ມັດ​ຕາ​ພຣະອົງ ແລະ​ຖາມ​ພຣະອົງ​ວ່າ, “ທວາຍ​ເບິ່ງດູ​ວ່າ ແມ່ນ​ຜູ້ໃດ​ຕີ​ມຶງ?”</verse>
				<verse number="65">ແລ້ວ​ພວກເຂົາ​ກໍໄດ້​ເວົ້າ​ໝິ່ນປະໝາດ​ພຣະອົງ​ໃນ​ຫລາຍໆ​ເລື່ອງ.</verse>
				<verse number="66">ເມື່ອ​ຮຸ່ງ​ເຊົ້າ​ມາ ພວກ​ເຖົ້າແກ່ ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ທຳມະຈານ​ໄດ້​ປະຊຸມ​ກັນ ແລະ​ພວກເຂົາ​ໄດ້​ຄຸມ​ຕົວ​ພຣະອົງ ມາ​ຢູ່​ຕໍ່ໜ້າ​ສະພາ​ສູງສຸດ.</verse>
				<verse number="67">ພວກເຂົາ​ໄດ້​ຖາມ​ວ່າ, “ບອກ​ພວກເຮົາ​ມາ​ເບິ່ງດູ​ວ່າ ເຈົ້າ​ເປັນ​ພຣະຄຣິດ​ບໍ?” ພຣະອົງ​ຕອບ​ວ່າ, “ເຖິງ​ເຮົາ​ຈະ​ບອກ​ເຈົ້າ​ທັງຫລາຍ ພວກເຈົ້າ​ກໍ​ຈະ​ບໍ່​ເຊື່ອ​ເຮົາ​ດອກ.</verse>
				<verse number="68">ເຖິງ​ເຮົາ​ຈະ​ຖາມ​ພວກເຈົ້າ ພວກເຈົ້າ​ກໍ​ຈະ​ບໍ່​ຕອບ​ເຮົາ.</verse>
				<verse number="69">ແຕ່​ວ່າ ຕັ້ງແຕ່​ນີ້​ໄປ ບຸດ​ມະນຸດ​ຈະ​ນັ່ງ​ທີ່​ເບື້ອງ​ຂວາ​ຂອງ​ພຣະເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.”</verse>
				<verse number="70">ພວກເຂົາ​ທັງໝົດ​ຈຶ່ງ​ຖາມ​ວ່າ, “ຖ້າດັ່ງນັ້ນ ເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ບໍ?” ພຣະອົງ​ຕອບ​ພວກເຂົາ​ວ່າ, “ເຈົ້າ​ທັງຫລາຍ​ເວົ້າ​ວ່າ ເຮົາ​ເປັນ​ດັ່ງນັ້ນແຫລະ.”</verse>
				<verse number="71">ແລ້ວ​ພວກເຂົາ​ກໍ​ເວົ້າ​ວ່າ, “ພວກເຮົາ​ບໍ່​ຕ້ອງການ​ພະຍານ​ຫຼັກຖານ​ໃດໆ​ອີກ​ແລ້ວ ພວກເຮົາ​ເອງ​ຕ່າງ​ກໍ​ໄດ້​ຍິນ​ຄຳ​ເວົ້າ​ຈາກ​ປາກ​ຂອງ​ມັນເອງ​ແລ້ວ.”</verse>
			</chapter>
			<chapter number="23">
				<verse number="1">ແລ້ວ​ທີ່​ປະຊຸມ​ທັງໝົດ​ໄດ້​ລຸກ​ຂຶ້ນ ແລະ​ຄຸມ​ຕົວ​ພຣະເຢຊູເຈົ້າ​ໄປ​ຫາ​ປີລາດ.</verse>
				<verse number="2">ໃນ​ທີ່ນັ້ນ ພວກເຂົາ​ໄດ້​ເລີ່ມ​ກ່າວ​ຟ້ອງ​ພຣະອົງ​ວ່າ, “ພວກເຮົາ​ຈັບ​ຄົນ​ນີ້​ໄດ້ ໃນ​ຂະນະທີ່​ກຳລັງ​ຊັກຊວນ​ປະຊາຊົນ​ຂອງ​ພວກເຮົາ ໃຫ້​ກໍ່​ການ​ປັ່ນປ່ວນ ໂດຍ​ຫ້າມ​ບໍ່​ໃຫ້​ເສຍສ່ວຍ​ແກ່​ຈັກກະພັດ ແລະ​ອ້າງ​ຕົນ​ວ່າ ເປັນ​ພຣະຄຣິດ​ຄື​ກະສັດ​ຜູ້ໜຶ່ງ.”</verse>
				<verse number="3">ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?” ພຣະອົງ​ຊົງ​ຕອບ​ວ່າ, “ທ່ານ​ເວົ້າ​ເອງ.”</verse>
				<verse number="4">ແລ້ວ​ປີລາດ​ກໍ​ເວົ້າ​ກັບ​ພວກ​ຫົວໜ້າ​ປະໂຣຫິດ ແລະ​ປະຊາຊົນ​ວ່າ, “ເຮົາ​ບໍ່​ເຫັນ​ຄວາມຜິດ​ໃນ​ຊາຍ​ຜູ້​ນີ້​ຈັກ​ປະການ.”</verse>
				<verse number="5">ແຕ່​ພວກເຂົາ​ເວົ້າ​ຢືນຢັນ​ຕື່ມ​ຢ່າງ​ໜັກແໜ້ນ​ວ່າ, “ຄົນ​ນີ້​ໄດ້​ຍຸຍົງ​ຄົນ​ທັງຫລາຍ​ໃຫ້​ລຸກ​ຮື້​ຂຶ້ນ ແລະ​ສັ່ງສອນ​ທົ່ວ​ທັງ​ແຂວງ​ຢູດາຍ ເລີ່ມຕົ້ນ​ທີ່​ແຂວງ​ຄາລີເລ ແລະ​ບັດນີ້​ກໍ​ມາ​ຮອດ​ທີ່​ນີ້​ແລ້ວ.”</verse>
				<verse number="6">ເມື່ອ​ປີລາດ​ໄດ້ຍິນ​ພວກເຂົາ​ເວົ້າ​ຊື່​ຄາລີເລ ຈຶ່ງ​ຖາມ​ວ່າ, “ຊາຍ​ຄົນ​ນີ້​ເປັນ​ຊາວ​ຄາລີເລ​ບໍ?”</verse>
				<verse number="7">ພໍ​ໄດ້​ຮູ້​ວ່າ ພຣະເຢຊູເຈົ້າ​ມາ​ຈາກ​ຂົງເຂດ​ທີ່​ເຮໂຣດ​ປົກຄອງ ເພິ່ນ​ຈຶ່ງ​ສົ່ງ​ພຣະອົງ​ໄປ​ຫາ​ເຮໂຣດ ຜູ້​ທີ່​ໃນ​ເວລາ​ນັ້ນ​ຍັງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="8">ເຮໂຣດ​ດີໃຈ​ທີ່ສຸດ ເມື່ອ​ໄດ້​ເຫັນ​ພຣະເຢຊູເຈົ້າ ເພາະ​ເພິ່ນ​ໄດ້ຍິນ​ເຖິງ​ເລື່ອງ​ຂອງ​ພຣະອົງ ແລະ​ລໍຄອຍ​ທີ່​ຢາກ​ຈະ​ເຫັນ​ພຣະອົງ​ມາ​ດົນ​ແລ້ວ ເພິ່ນ​ຫວັງ​ທີ່​ຈະ​ເຫັນ​ພຣະເຢຊູເຈົ້າ​ເຮັດ​ໝາຍສຳຄັນ​ບາງ​ປະການ.</verse>
				<verse number="9">ດັ່ງນັ້ນ ເຮໂຣດ​ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ຫລາຍ​ຂໍ້ ແຕ່​ພຣະອົງ​ບໍ່​ຕອບ​ຈັກ​ຄຳ.</verse>
				<verse number="10">ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ​ກໍ​ຢູ່​ທີ່​ນັ້ນ ກ່າວ​ຟ້ອງ​ພຣະອົງ​ຢ່າງ​ແຂງແຮງ.</verse>
				<verse number="11">ຝ່າຍ​ເຮໂຣດ​ກັບ​ທະຫານ​ຂອງຕົນ​ຕ່າງ​ກໍ​ເຢາະເຢີ້ຍ ແລະ​ດູໝິ່ນ​ພຣະອົງ ແລ້ວ​ພວກເຂົາ​ກໍ​ເອົາ​ເສື້ອ​ໂຕ​ທີ່​ງົດງາມ​ໃຫ້​ພຣະອົງ​ນຸ່ງ ແລະ​ສົ່ງ​ພຣະອົງ​ຄືນ​ໄປ​ຫາ​ປີລາດ.</verse>
				<verse number="12">ໃນ​ວັນ​ນັ້ນ​ເອງ ເຮໂຣດ​ກັບ​ປີລາດ​ໄດ້​ຄືນ​ດີ​ກັນ, ແຕ່​ກ່ອນ ທັງສອງ​ເປັນ​ສັດຕູ​ຕໍ່​ກັນ.</verse>
				<verse number="13">ແລ້ວ​ປີລາດ​ກໍ​ເອີ້ນ​ພວກ​ຫົວໜ້າ​ປະໂຣຫິດ ບັນດາ​ຜູ້ນຳ ແລະ​ປະຊາຊົນ​ມາ​ປະຊຸມ​ກັນ</verse>
				<verse number="14">ແລະ ເວົ້າ​ກັບ​ພວກເຂົາ​ວ່າ, “ເຈົ້າ​ທັງຫລາຍ​ໄດ້​ນຳ​ຊາຍ​ຄົນ​ນີ້​ມາ ແລະ​ກ່າວຫາ​ວ່າ ລາວ​ເປັນ​ຜູ້​ຊັກຊວນ​ປະຊາຊົນ​ໃຫ້​ຫລົງ​ຜິດ ບັດນີ້ ເຮົາ​ສືບສວນ​ລາວ​ຊ້ອງໜ້າ​ພວກເຈົ້າ​ແລ້ວ ແລະ​ເຮົາ​ບໍ່​ເຫັນ​ຄວາມຜິດ​ໃນ​ຂໍ້ໃດ​ຂໍ້ໜຶ່ງ ຕາມ​ທີ່​ພວກເຈົ້າ​ກ່າວຫາ​ລາວ​ນັ້ນ​ແຕ່​ປະການ​ໃດ.</verse>
				<verse number="15">ຕະຫລອດ​ທັງ​ເຮໂຣດ​ດ້ວຍ ກໍ​ບໍ່​ພົບ​ຄວາມຜິດ​ແຕ່​ປະການ​ໃດ​ເໝືອນກັນ ຈຶ່ງ​ສົ່ງ​ລາວ​ກັບ​ມາ​ຫາ​ພວກເຮົາ ຊາຍ​ຄົນ​ນີ້​ບໍ່ໄດ້​ເຮັດ​ຜິດ​ປະການ​ໃດ​ທີ່​ສົມຄວນ​ຕ້ອງ​ຕາຍ.</verse>
				<verse number="16">ດັ່ງນັ້ນ ເຮົາ​ຈຶ່ງ​ສັ່ງ​ໃຫ້​ຂ້ຽນ​ລາວ​ແລ້ວ​ປ່ອຍ​ລາວ​ໄປ.” [</verse>
				<verse number="17">ດ້ວຍວ່າ, ໃນ​ງານ​ເທດສະການ​ນັ້ນ ເພິ່ນ​ຕ້ອງ​ປ່ອຍ​ຄົນ​ໜຶ່ງ​ໃຫ້​ພວກເຂົາ.]</verse>
				<verse number="18">ປະຊາຊົນ​ທັງໝົດ​ຮ້ອງ​ຂຶ້ນ​ພ້ອມ​ກັນ​ວ່າ, “ເອົາ​ມັນ​ໄປ​ຂ້າ​ເສຍ ແລ້ວ​ຈົ່ງ​ປ່ອຍ​ບາຣາບາ​ໃຫ້​ພວກເຮົາ.” (</verse>
				<verse number="19">ບາຣາບາ​ຜູ້​ນີ້​ຖືກ​ຄຸກ ເພາະ​ການ​ຈະລາຈົນ​ທີ່​ໄດ້​ເກີດຂຶ້ນ​ໃນ​ເມືອງ ແລະ​ເພາະ​ຂ້າ​ຄົນ.)</verse>
				<verse number="20">ສ່ວນ​ປີລາດ​ນັ້ນ ຍັງ​ຕ້ອງການ​ທີ່​ຈະ​ປ່ອຍ​ພຣະເຢຊູເຈົ້າ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຮຽກຮ້ອງ​ກັບ​ປະຊາຊົນ​ອີກ.</verse>
				<verse number="21">ແຕ່​ພວກເຂົາ​ຮ້ອງ​ຕອບ​ຄືນ​ວ່າ, “ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ.”</verse>
				<verse number="22">ປີລາດ​ເວົ້າ​ກັບ​ປະຊາຊົນ​ເປັນ​ເທື່ອ​ທີ​ສາມ​ວ່າ, “ເປັນຫຍັງ​ຈຶ່ງ​ຄຶງ ຜູ້​ນີ້​ໄດ້​ເຮັດ​ຜິດ​ຫຍັງ? ເຮົາ​ບໍ່​ພົບ​ລາວ​ເຮັດ​ຜິດ​ຫຍັງ​ທີ່​ສົມຄວນ​ຕ້ອງ​ຕາຍ ສະນັ້ນ ເມື່ອ​ເຮົາ​ສັ່ງ​ໃຫ້​ຂ້ຽນ​ແລ້ວ ກໍ​ຈະ​ປ່ອຍ​ລາວ​ໄປ.”</verse>
				<verse number="23">ແຕ່​ປະຊາຊົນ​ພ້ອມ​ກັນ​ຮ້ອງ​ຂຶ້ນ​ຈົນ​ສຸດ​ສຽງ ເພື່ອ​ໃຫ້​ພຣະອົງ​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແລະ​ໃນ​ທີ່ສຸດ ສຽງ​ໂຮຮ້ອງ​ຂອງ​ພວກເຂົາ​ກໍ​ຊະນະ.</verse>
				<verse number="24">ດັ່ງນັ້ນ ປີລາດ​ຈຶ່ງ​ຕັດສິນ​ໃຫ້​ເປັນ​ໄປ​ຕາມ​ຄຳ​ຂໍຮ້ອງ​ຂອງ​ພວກເຂົາ.</verse>
				<verse number="25">ເພິ່ນ​ໄດ້​ປ່ອຍ​ຄົນ​ທີ່​ພວກເຂົາ​ຕ້ອງການ ຄື​ຜູ້​ທີ່​ຖືກ​ຂັງ​ຄຸກ​ຢູ່​ເພາະ​ການ​ຈະລາຈົນ​ແລະ​ຂ້າ​ຄົນ ແລະ​ເພິ່ນ​ໄດ້​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ​ເອົາ​ໄປ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພວກເຂົາ.</verse>
				<verse number="26">ເມື່ອ​ພວກເຂົາ​ພາ​ພຣະອົງ​ອອກ​ໄປ ພວກເຂົາ​ໄດ້​ຈັບ​ຊີໂມນ​ໄທ​ກີເຣເນ ທີ່​ກຳລັງ​ມາ​ຈາກ​ບ້ານນອກ ແລ້ວ​ເອົາ​ໄມ້ກາງແຂນ​ວາງ​ໃສ່ ໃຫ້​ແບກ​ຕາມ​ພຣະເຢຊູເຈົ້າ​ໄປ.</verse>
				<verse number="27">ປະຊາຊົນ​ຢ່າງ​ໜາແໜ້ນ ໄດ້​ຕາມ​ພຣະເຢຊູເຈົ້າ​ໄປ ໃນ​ທ່າມກາງ​ປະຊາຊົນ​ນັ້ນ ມີ​ແມ່ຍິງ​ບາງຄົນ​ຕີ​ເອິກ​ຮ້ອງໄຫ້​ສຳລັບ​ພຣະອົງ.</verse>
				<verse number="28">ພຣະເຢຊູເຈົ້າ​ຊົງ​ຫັນ​ໜ້າ​ມາ​ທາງ​ພວກ​ນາງ ແລະ​ກ່າວ​ວ່າ, “ຍິງ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ, ຢ່າ​ສູ່​ຮ້ອງໄຫ້​ສົງສານ​ເຮົາ, ແຕ່​ຈົ່ງ​ຮ້ອງໄຫ້​ສົງສານ​ພວກເຈົ້າ​ເອງ ກັບ​ລູກໆ​ຂອງ​ພວກເຈົ້າ.</verse>
				<verse number="29">ດ້ວຍວ່າ, ວັນ​ທັງຫລາຍ​ກຳລັງ​ຈະ​ມາ​ເຖິງ​ແລ້ວ ຄົນ​ກໍ​ຈະ​ເວົ້າ​ກັນ​ວ່າ, ‘ຍິງ​ທີ່​ເປັນ​ໝັນ ຍິງ​ທີ່​ບໍ່ເຄີຍ​ອອກລູກ ແລະ​ຍິງ​ທີ່​ບໍ່ເຄີຍ​ລ້ຽງ​ລູກ ພວກເຈົ້າ​ກໍ​ເປັນ​ສຸກ​ແທ້​ນໍ.’</verse>
				<verse number="30">ໃນ​ເວລາ​ນັ້ນ ປະຊາຊົນ​ກໍ​ຈະ​ເວົ້າ​ກັບ​ພູ​ທັງຫລາຍ​ວ່າ, ‘ຈົ່ງ​ເຈື່ອນ​ລົງ​ມາ​ທັບ​ພວກເຮົາ​ສາ’ ແລະ​ເວົ້າ​ກັບ​ໂນນ​ພູ​ທັງຫລາຍ​ວ່າ ‘ຈົ່ງ​ປົກບັງ​ພວກເຮົາ​ໄວ້​ເທີ້ນ.’</verse>
				<verse number="31">ດ້ວຍວ່າ, ໃນ​ເມື່ອ​ພວກເຂົາ​ເຮັດ​ເຊັ່ນນີ້​ກັບ​ໄມ້​ທີ່​ຍັງ​ດິບ ພວກເຂົາ​ຈະ​ເຮັດ​ຢ່າງ​ໃດ​ກັບ​ໄມ້​ທີ່​ແຫ້ງ​ແລ້ວ?”</verse>
				<verse number="32">ມີ​ອີກ​ສອງ​ຄົນ ທີ່​ເປັນ​ຜູ້ຮ້າຍ​ທີ່​ຖືກ​ພວກ​ທະຫານ​ຄຸມ ເພື່ອ​ນຳ​ໄປ​ປະຫານ​ຮ່ວມ​ກັບ​ພຣະເຢຊູເຈົ້າ.</verse>
				<verse number="33">ເມື່ອ​ມາ​ຮອດ​ບ່ອນ​ທີ່​ມີ​ຊື່​ວ່າ, “ກະໂຫລກ​ຫົວ” ພວກ​ທະຫານ​ກໍ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ ພ້ອມ​ກັບ​ຜູ້ຮ້າຍ​ສອງ​ຄົນ ຄື​ຜູ້ໜຶ່ງ​ຢູ່​ເບື້ອງ​ຂວາ​ແລະ​ຜູ້ໜຶ່ງ​ອີກ​ຢູ່​ເບື້ອງ​ຊ້າຍ.</verse>
				<verse number="34">ພຣະເຢຊູເຈົ້າ​ພາວັນນາ​ອະທິຖານ​ວ່າ, “ພຣະບິດາເຈົ້າ​ເອີຍ ໂຜດ​ຍົກໂທດ​ໃຫ້​ພວກເຂົາ​ດ້ວຍ​ເຖີດ ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ວ່າ ພວກເຂົາ​ກຳລັງ​ເຮັດ​ຫຍັງ.” ແລ້ວ​ພວກ​ທະຫານ​ກໍ​ແບ່ງປັນ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ ໂດຍ​ໃຊ້​ສະຫລາກ.</verse>
				<verse number="35">ຝ່າຍ​ປະຊາຊົນ​ກໍ​ຢືນ​ເບິ່ງ​ຢູ່​ທີ່​ນັ້ນ, ຂະນະທີ່​ບັນດາ​ຜູ້ນຳ​ຊາວ​ຢິວ​ເຢາະເຢີ້ຍ​ພຣະອົງ​ວ່າ, “ຖ້າ​ລາວ​ເປັນ​ພຣະຄຣິດ ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ນັ້ນ ລາວ​ຊ່ວຍ​ຄົນອື່ນ​ໄດ້ ໃຫ້​ຊ່ວຍ​ຕົນເອງ​ເບິ່ງດູ.”</verse>
				<verse number="36">ພວກ​ທະຫານ​ກໍໄດ້​ເຢາະເຢີ້ຍ​ພຣະອົງ​ເໝືອນກັນ ພວກເຂົາ​ເຂົ້າ​ມາ​ຫາ​ພຣະອົງ ແລ້ວ​ເອົາ​ເຫຼົ້າ​ອະງຸ່ນ​ສົ້ມ​ໃຫ້​ພຣະອົງ​ດື່ມ</verse>
				<verse number="37">ແລະ ເວົ້າ​ວ່າ, “ຖ້າ​ໂຕ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ແທ້ ຈົ່ງ​ຊ່ວຍ​ຕົວເອງ​ແມ.”</verse>
				<verse number="38">ເທິງ​ຫົວ​ຂອງ​ພຣະອົງ​ມີ​ປ້າຍ​ໄມ້​ພ້ອມ​ກັບ​ມີ​ຂໍ້​ຄວາມ​ຂຽນ​ວ່າ, “ຜູ້​ນີ້​ເປັນ​ກະສັດ​ຂອງ​ຊາດ​ຢິວ.”</verse>
				<verse number="39">ຝ່າຍ​ຄົນ​ໜຶ່ງ​ໃນ​ຜູ້ຮ້າຍ ທີ່​ຖືກ​ຄຶງ​ໄວ້ ໄດ້​ເວົ້າ​ໝິ່ນປະໝາດ​ຕໍ່​ພຣະອົງ​ວ່າ, “ເຈົ້າ​ເປັນ​ພຣະຄຣິດ​ບໍ່ແມ່ນ​ບໍ? ຈົ່ງ​ຊ່ວຍ​ຕົນເອງ​ກັບ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ເສຍ.”</verse>
				<verse number="40">ແຕ່​ຜູ້ຮ້າຍ​ຄົນ​ໜຶ່ງ​ອີກ​ຕຳໜິ​ລາວ ແລະ​ເວົ້າ​ວ່າ, “ໂຕ​ບໍ່​ຢ້ານ​ພຣະເຈົ້າ​ບໍ? ໂຕ​ກໍ​ຖືກ​ໂທດ​ເໝືອນກັນ​ກັບ​ເພິ່ນ.</verse>
				<verse number="41">ແຕ່​ສຳລັບ​ພວກເຮົາ​ກໍ​ສົມ​ກັບ​ໂທດ​ນີ້​ແທ້ ເພາະ​ພວກເຮົາ​ກຳລັງ​ຮັບ​ຜົນກຳ​ທີ່​ພວກເຮົາ​ໄດ້​ເຮັດ, ແຕ່​ເພິ່ນ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ເລີຍ.”</verse>
				<verse number="42">ແລ້ວ​ລາວ​ກໍ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ພຣະເຢຊູເຈົ້າ​ເອີຍ ເມື່ອໃດ​ທີ່​ທ່ານ​ມາ​ໃນ​ແຜ່ນດິນ​ຂອງທ່ານ ໂຜດ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ​ເທີ້ນ.”</verse>
				<verse number="43">ພຣະເຢຊູເຈົ້າ​ຊົງ​ຕອບ​ລາວ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ ວັນ​ນີ້​ເຈົ້າ​ຈະ​ຢູ່​ກັບ​ເຮົາ​ໃນ​ທີ່​ສຸກຂະເສີມ.”</verse>
				<verse number="44">ພໍ​ປະມານ​ທ່ຽງ ກໍ​ເກີດ​ມືດມົວ​ທົ່ວ​ແຜ່ນດິນ​ຈົນເຖິງ​ເວລາ​ບ່າຍ​ສາມ​ໂມງ,</verse>
				<verse number="45">ຜ້າກັ້ງ​ທີ່​ກາງ​ໄວ້​ໃນ​ພຣະວິຫານ ກໍ​ຖືກ​ຈີກ​ອອກ​ເປັນ​ສອງ​ຕ່ອນ.</verse>
				<verse number="46">ພຣະເຢຊູເຈົ້າ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ພຣະບິດາເຈົ້າ​ເອີຍ ລູກ​ຂໍ​ມອບ​ຈິດ​ວິນຍານ​ຂອງ​ລູກ ໄວ້​ໃນ​ກຳມື​ຂອງ​ພຣະອົງ.” ແລ້ວ​ພຣະອົງ​ກໍ​ຊົງ​ສິ້ນພຣະຊົນ.</verse>
				<verse number="47">ເມື່ອ​ນາຍຮ້ອຍ​ທະຫານ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ແລ້ວ ລາວ​ກໍ​ສັນລະເສີນ​ພຣະເຈົ້າ​ໂດຍ​ເວົ້າ​ວ່າ, “ຈິງ​ແທ້​ແລ້ວ ທ່ານ​ຜູ້​ນີ້​ບໍ່ມີ​ຄວາມຜິດ.”</verse>
				<verse number="48">ເມື່ອ​ປະຊາຊົນ​ທີ່​ໄດ້​ເຕົ້າໂຮມ​ກັນ​ໃນ​ທີ່ນັ້ນ ເພື່ອ​ເບິ່ງ​ເລື່ອງ​ແປກ​ປະຫລາດ ທີ່​ເກີດຂຶ້ນ ເມື່ອ​ໄດ້​ເຫັນ​ເຫດການ​ນັ້ນ​ແລ້ວ ຕ່າງ​ກໍ​ກັບ​ເມືອ​ເຮືອນ​ຂອງ​ໃຜ​ລາວ ທັງ​ຕີ​ເອິກ​ດ້ວຍ​ຄວາມ​ທຸກໃຈ.</verse>
				<verse number="49">ທຸກຄົນ​ທີ່​ຮູ້ຈັກ​ພຣະເຢຊູເຈົ້າ​ເປັນ​ການ​ສ່ວນຕົວ ຕະຫລອດ​ທັງ​ພວກ​ແມ່ຍິງ​ທີ່​ໄດ້​ຕິດຕາມ​ພຣະອົງ​ມາ​ແຕ່​ແຂວງ​ຄາລີເລ ຕ່າງ​ກໍ​ຢືນ​ເຝົ້າ​ຖ້າ​ເບິ່ງ​ຢູ່​ຫ່າງໆ.</verse>
				<verse number="50">ແລະ​ເບິ່ງແມ! ມີ​ຊາຍ​ຄົນ​ໜຶ່ງ ຊື່​ໂຢເຊັບ ເປັນ​ສະມາຊິກ​ແຫ່ງ​ສານ​ສູງສຸດ ເພິ່ນ​ເປັນ​ຄົນ​ດີ​ແລະ​ສັດຊື່.</verse>
				<verse number="51">ເພິ່ນ​ຜູ້​ນີ້​ບໍ່ໄດ້​ເຫັນ​ດີ​ຕາມ​ມະຕິ ແລະ​ການ​ເຮັດ​ຂອງ​ພວກເຂົາ ເພິ່ນ​ເປັນ​ໄທ​ບ້ານ​ອາຣີມາທາຍ ຊຶ່ງ​ເປັນ​ບ້ານ​ຂອງ​ຊາດ​ຢິວ ທັງ​ເປັນ​ຜູ້​ຄອຍ​ຖ້າ​ຣາຊອານາຈັກ​ຂອງ​ພຣະເຈົ້າ.</verse>
				<verse number="52">ເພິ່ນ​ໄດ້​ເຂົ້າ​ໄປ​ຫາ​ປີລາດ ແລະ​ຂໍ​ເອົາ​ພຣະສົບ​ຂອງ​ພຣະເຢຊູເຈົ້າ.</verse>
				<verse number="53">ແລ້ວ​ເພິ່ນ​ກໍ​ເອົາ​ພຣະສົບ​ນັ້ນ ລົງ​ມາ​ຈາກ​ໄມ້ກາງແຂນ ໃຊ້​ຜ້າປ່ານ​ຫໍ່ ແລະ​ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ​ແຫ່ງ​ໜຶ່ງ ທີ່​ເຈາະ​ໄວ້​ໃນ​ໂງ່ນຫີນ ແລະ​ອຸບມຸງ​ນີ້​ຍັງ​ບໍ່ເຄີຍ​ວາງ​ສົບ​ຜູ້ໃດ​ຈັກເທື່ອ.</verse>
				<verse number="54">ວັນ​ນັ້ນ​ເປັນ​ວັນ​ຈັດຕຽມ (ວັນ​ສຸກ) ແລະ​ເກືອບ​ຈະ​ເຖິງ​ວັນ​ຊະບາໂຕ​ແລ້ວ.</verse>
				<verse number="55">ສ່ວນ​ພວກ​ແມ່ຍິງ​ທີ່​ຕິດຕາມ​ພຣະອົງ​ມາ​ຈາກ​ແຂວງ​ຄາລີເລ ກໍ​ໄປ​ກັບ​ໂຢເຊັບ ພວກ​ນາງ​ໄດ້​ເຫັນ​ອຸບມຸງ ແລະ​ໄດ້​ເຫັນ​ພຣະສົບ​ຂອງ​ພຣະອົງ​ວາງໄວ້​ຢູ່​ໃນ​ທີ່ນັ້ນ​ຢ່າງ​ໃດ.</verse>
				<verse number="56">ແລ້ວ​ພວກ​ນາງ​ກໍ​ກັບຄືນ​ເມືອ​ເຮືອນ ແລະ​ຈັດຕຽມ​ເຄື່ອງຫອມ ແລະ​ນໍ້າມັນ​ຫອມ. ໃນ​ວັນ​ຊະບາໂຕ ພວກ​ນາງ​ຕ້ອງ​ຢຸດ​ພັກຜ່ອນ​ຕາມ​ກົດບັນຍັດ.</verse>
			</chapter>
			<chapter number="24">
				<verse number="1">ແຕ່​ຮຸ່ງເຊົ້າ​ຂອງ​ວັນ​ຕົ້ນ​ສັບປະດາ​(ວັນ​ອາທິດ) ພວກ​ແມ່ຍິງ​ເຫຼົ່ານັ້ນ​ໄດ້​ໄປ​ທີ່​ອຸບມຸງ ພ້ອມ​ທັງ​ຖື​ເຄື່ອງຫອມ​ທີ່​ພວກ​ຕົນ​ຈັດຕຽມ​ໄວ້​ແລ້ວ​ໄປ​ນຳ.</verse>
				<verse number="2">ພວກ​ນາງ​ເຫັນ​ກ້ອນຫີນ​ໄດ້​ຖືກ​ກຶ່ງ​ອອກ​ຈາກ​ປາກ​ອຸບມຸງ​ແລ້ວ.</verse>
				<verse number="3">ດັ່ງນັ້ນ ພວກ​ນາງ​ຈຶ່ງ​ເຂົ້າ​ໄປ, ແຕ່​ບໍ່​ເຫັນ​ພຣະສົບ​ຂອງ​ອົງ​ພຣະເຢຊູເຈົ້າ.</verse>
				<verse number="4">ເວລາ​ພວກຍິງ​ເຫຼົ່ານີ້​ຢືນ​ຄິດເຖິງ​ເຫດການ​ນີ້​ຢູ່ ໃນ​ທັນໃດນັ້ນ ກໍ​ມີ​ຊາຍ​ສອງ​ຄົນ​ຢືນ​ຢູ່​ໃກ້​ພວກ​ນາງ ຊາຍ​ສອງ​ຄົນ​ນີ້​ນຸ່ງ​ເຄື່ອງ​ເປັ່ງ​ປະກາຍ​ຈົນ​ເຫຼື້ອມ​ຕາ.</verse>
				<verse number="5">ດ້ວຍ​ຄວາມ​ຢ້ານ​ທີ່ສຸດ ພວກ​ນາງ​ຈຶ່ງ​ກົ້ມ​ຂາບລົງ​ພື້ນດິນ ແລະ​ຊາຍ​ສອງ​ຄົນ​ກໍ​ກ່າວ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຊອກ​ຫາ​ຄົນ​ເປັນ​ຢູ່​ໃນ​ໝູ່​ຄົນຕາຍ?</verse>
				<verse number="6">ພຣະອົງ​ບໍ່ໄດ້​ຢູ່​ທີ່​ນີ້ ພຣະອົງ​ເປັນ​ຄືນ​ມາ​ສູ່​ຊີວິດ​ແລ້ວ ຈົ່ງ​ລະນຶກເຖິງ​ຖ້ອຍຄຳ​ທີ່​ພຣະອົງ​ກ່າວ​ແກ່​ພວກເຈົ້າ ເມື່ອ​ພຣະອົງ​ຢູ່​ໃນ​ແຂວງ​ຄາລີເລ​ວ່າ,</verse>
				<verse number="7">‘ບຸດ​ມະນຸດ​ຕ້ອງ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ບັນດາ​ຄົນບາບ ແລະ​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແລ້ວ​ໃນ​ວັນ​ຖ້ວນ​ສາມ​ກໍ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.”’</verse>
				<verse number="8">ແລ້ວ​ແມ່ຍິງ​ເຫຼົ່ານີ້​ກໍ​ລະນຶກເຖິງ​ຖ້ອຍຄຳ​ຂອງ​ພຣະອົງ,</verse>
				<verse number="9">ແລະ​ເມື່ອ​ໄດ້ກັບ​ໄປ​ຈາກ​ອຸບມຸງ​ແລ້ວ ພວກນາງ​ກໍໄດ້​ບອກ​ເຫດການ​ເຫຼົ່ານີ້​ທັງໝົດ ແກ່​ພວກ​ສາວົກ​ສິບເອັດ​ຄົນ ແລະ​ຄົນອື່ນໆ​ທັງໝົດ​ດ້ວຍ.</verse>
				<verse number="10">ພວກ​ແມ່ຍິງ​ທີ່​ມາ​ບອກ​ຂ່າວ​ນີ້​ມີ: ມາຣີ​ໄທ​ມັກດາລາ, ໂຢຮັນນາ, ມາຣີ​ແມ່​ຂອງ​ຢາໂກໂບ, ພວກ​ແມ່ຍິງ​ຄົນ​ອື່ນໆ​ທີ່​ຢູ່​ກັບ​ພວກ​ນາງ ກໍ​ເລົ່າ​ເຫດການ​ຢ່າງ​ດຽວກັນ​ນີ້​ແກ່​ພວກ​ອັກຄະສາວົກ.</verse>
				<verse number="11">ຝ່າຍ​ພວກ​ອັກຄະສາວົກ​ບໍ່​ເຊື່ອ​ຄຳ​ເວົ້າ​ຂອງ​ພວກ​ນາງ ເພາະ​ຖື​ວ່າ​ເປັນ​ຄຳ​ເວົ້າ​ເປົ່າໆ.</verse>
				<verse number="12">ແຕ່​ເປໂຕ​ໄດ້​ລຸກ​ຂຶ້ນ ແລະ​ແລ່ນ​ໄປ​ທີ່​ອຸບມຸງ ລາວ​ກົ້ມ​ລົງ ແລະ​ເຫັນ​ແຕ່​ຜ້າ​ພັນ​ພຣະສົບ​ເທົ່ານັ້ນ ແລ້ວ​ລາວ​ກໍ​ກັບຄືນ​ເມືອ​ເຮືອນ​ດ້ວຍ​ຄວາມ​ປະຫລາດ​ໃຈ​ທີ່ສຸດ ຕໍ່​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ.</verse>
				<verse number="13">ແລ້ວ​ໃນ​ວັນ​ດຽວກັນ​ນັ້ນ​ເອງ ກໍ​ມີ​ສອງ​ຄົນ​ໃນ​ພວກ​ສາວົກ ກຳລັງ​ເດີນທາງ​ໄປ​ທີ່​ເມືອງ​ເອມາອູດ ຊຶ່ງ​ໄກ​ຈາກ​ນະຄອນ​ເຢຣູຊາເລັມ​ປະມານ​ສິບເອັດ​ກິໂລແມັດ,</verse>
				<verse number="14">ແລະ ທັງສອງ​ກຳລັງ​ສົນທະນາກັນ​ເຖິງ​ເຫດການ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ.</verse>
				<verse number="15">ໃນ​ຂະນະທີ່​ພວກເພິ່ນ​ສົນທະນາ ແລະ​ໂຕ້ຖຽງ​ກັນ​ໄປ​ນັ້ນ ພຣະເຢຊູເຈົ້າ​ກໍ​ສະເດັດ​ມາ​ໃກ້ ແລະ​ຮ່ວມ​ເດີນທາງ​ໄປ​ກັບ​ພວກເພິ່ນ,</verse>
				<verse number="16">ພວກເພິ່ນ​ເຫັນ​ພຣະເຢຊູເຈົ້າ, ແຕ່​ມີ​ສິ່ງ​ປິດບັງ​ບໍ່​ໃຫ້​ພວກເພິ່ນ​ຈື່​ພຣະອົງ​ໄດ້.</verse>
				<verse number="17">ພຣະເຢຊູເຈົ້າ​ໄດ້​ຖາມ​ພວກເພິ່ນ​ວ່າ, “ຂະນະທີ່​ຍ່າງ​ມາ​ຕາມ​ທາງ ພວກເຈົ້າ​ໂຕ້ຖຽງ​ກັນ​ເຖິງ​ເລື່ອງ​ຫຍັງ?” ແລ້ວ​ພວກເພິ່ນ​ກໍ​ເຊົາ​ຍ່າງ​ແລະ​ຢືນ​ຢູ່ ຕ່າງ​ກໍ​ມີ​ສີ​ໜ້າ​ເສົ້າໂສກ.</verse>
				<verse number="18">ແລ້ວ​ຄົນ​ໜຶ່ງ​ຊື່​ກະໂລປາ​ໄດ້​ຖາມ​ພຣະອົງ​ວ່າ, “ໃນ​ບັນດາ​ແຂກ​ເມືອງ​ທີ່​ມາ​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ມີ​ແຕ່​ທ່ານ​ຜູ້​ດຽວ​ບໍ ທີ່​ບໍ່​ຮູ້​ເຫດການ ຊຶ່ງ​ເກີດຂຶ້ນ​ທີ່​ນັ້ນ​ລະຫວ່າງ​ວັນ​ເຫຼົ່ານີ້.”</verse>
				<verse number="19">ພຣະອົງ​ໄດ້​ຖາມ​ພວກເພິ່ນ​ວ່າ, “ເຫດການ​ອັນ​ໃດ?” ພວກເພິ່ນ​ໄດ້​ຕອບ​ວ່າ, “ເລື່ອງ​ເຢຊູ​ໄທ​ນາຊາເຣັດ ທີ່​ສະແດງ​ຕົວ​ເປັນ​ຜູ້ທຳນວາຍ ປະກອບ​ດ້ວຍ​ຣິດເດດ​ໃນ​ກິດຈະການ ແລະ​ໃນ​ຖ້ອຍຄຳ​ຕໍ່ໜ້າ​ພຣະເຈົ້າ ແລະ​ຕໍ່ໜ້າ​ປະຊາຊົນ​ທັງໝົດ.</verse>
				<verse number="20">ຄື​ພວກ​ຫົວໜ້າ​ປະໂຣຫິດ ແລະ​ບັນດາ​ຜູ້​ປົກຄອງ​ຂອງ​ພວກເຮົາ ໄດ້​ມອບ​ເພິ່ນ​ໃຫ້​ຖືກ​ລົງໂທດ​ເຖິງ​ຕາຍ ແລະ​ພວກເຂົາ​ໄດ້​ຄຶງ​ເພິ່ນ​ໄວ້​ທີ່​ໄມ້ກາງແຂນ.</verse>
				<verse number="21">ພວກເຮົາ​ເຄີຍ​ຫວັງ​ວ່າ ແມ່ນ​ເພິ່ນ​ຜູ້​ນີ້​ແຫຼະ ທີ່​ຈະ​ເປັນ​ຜູ້​ປົດປ່ອຍ​ຊາດ​ອິດສະຣາເອນ​ໃຫ້​ເປັນ​ອິດສະຫລະ ນອກຈາກ​ເລື່ອງ​ທີ່​ກ່າວ​ມາ​ນັ້ນ ວັນ​ນີ້ ກໍ​ເປັນ​ວັນ​ຖ້ວນ​ສາມ​ແລ້ວ ຕັ້ງແຕ່​ເຫດການ​ໄດ້​ເກີດຂຶ້ນ.</verse>
				<verse number="22">ນອກ​ນັ້ນ ມີ​ແມ່ຍິງ​ບາງຄົນ​ໃນ​ພວກເຮົາ ສ້າງ​ຄວາມ​ປະຫລາດ​ໃຈ​ໃຫ້​ແກ່​ພວກເຮົາ ຄື​ພວກ​ນາງ​ໄດ້​ໄປ​ທີ່​ອຸບມຸງ​ແຕ່​ເຊົ້າໆ</verse>
				<verse number="23">ແຕ່​ບໍ່​ພົບ​ພຣະສົບ​ຂອງ​ເພິ່ນ ແມ່ຍິງ​ເຫຼົ່ານັ້ນ​ກັບ​ມາ​ບອກ​ວ່າ ພວກ​ນາງ​ໄດ້​ເຫັນ​ເທວະດາ​ປາກົດ ແລະ​ເທວະດາ​ນັ້ນ​ໄດ້​ບອກ​ວ່າ ເພິ່ນ​ເປັນ​ຄືນ​ມາ​ສູ່​ຊີວິດ​ແລ້ວ.</verse>
				<verse number="24">ບາງຄົນ​ໃນ​ກຸ່ມ​ຂອງ​ພວກເຮົາ​ໄດ້​ໄປ​ທີ່​ອຸບມຸງ ແລະ​ໄດ້​ພົບ​ເຫັນ​ທຸກສິ່ງ​ຕາມ​ທີ່​ພວກ​ແມ່ຍິງ​ໄດ້​ບອກ​ນັ້ນ, ແຕ່​ພວກເພິ່ນ​ບໍ່ໄດ້​ເຫັນ​ພຣະອົງ.”</verse>
				<verse number="25">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ໂອ ຄົນ​ໂງ່​ເອີຍ ພວກເຈົ້າ​ຊ່າງ​ມີ​ໃຈ​ເສີຍຊ້າ​ແທ້ ທີ່​ຈະ​ເຊື່ອຟັງ​ທຸກ​ຖ້ອຍຄຳ ຊຶ່ງ​ບັນດາ​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້</verse>
				<verse number="26">ຈຳເປັນ​ທີ່​ພຣະຄຣິດ​ຕ້ອງ​ທົນທຸກ​ທໍລະມານ​ຕໍ່​ສິ່ງ​ເຫຼົ່ານີ້ ແລ້ວ​ເຂົ້າ​ໄປ​ໃນ​ສະຫງ່າຣາສີ​ຂອງ​ພຣະອົງ​ບໍ່ແມ່ນ​ບໍ?”</verse>
				<verse number="27">ແລ້ວ​ພຣະອົງ​ຈຶ່ງ​ຊົງ​ອະທິບາຍ​ພຣະຄຳພີ​ທຸກ​ຕອນ ທີ່​ກ່າວ​ເຖິງ​ເລື່ອງ​ພຣະອົງ​ສູ່​ພວກເພິ່ນ​ຟັງ ຄື​ເລີ່ມ​ແຕ່​ໂມເຊ ຕະຫລອດ​ເຖິງ​ພວກ​ຜູ້ທຳນວາຍ.</verse>
				<verse number="28">ພໍ​ມາ​ໃກ້​ບ້ານ​ທີ່​ພວກເພິ່ນ​ກຳລັງ​ຈະ​ໄປ​ນັ້ນ ພຣະເຢຊູເຈົ້າ​ເຮັດ​ຄື​ຈະ​ສະເດັດ​ຜ່ານ​ໄປ​ເລີຍ,</verse>
				<verse number="29">ແຕ່​ພວກເພິ່ນ​ທັງສອງ​ໄດ້​ຊັກຊວນ​ໃຫ້​ພຣະອົງ​ຢູ່ ໂດຍ​ເວົ້າ​ວ່າ, “ເຊີນ​ພັກ​ຄ້າງຄືນ​ຢູ່​ກັບ​ພວກເຮົາ​ສາ ເພາະ​ໃກ້​ຈະ​ຄໍ່າ​ມືດ​ແລ້ວ.” ດັ່ງນັ້ນ ພຣະອົງ​ຈຶ່ງ​ເຂົ້າ​ໄປ​ພັກ​ຢູ່​ກັບ​ພວກເພິ່ນ.</verse>
				<verse number="30">ເມື່ອ​ພຣະອົງ​ນັ່ງ​ລົງ​ຮັບປະທານ​ອາຫານ​ກັບ​ພວກເພິ່ນ ພຣະອົງ​ກໍ​ຈັບ​ເອົາ​ເຂົ້າຈີ່​ກ່າວ​ໂມທະນາ​ຂອບພຣະຄຸນ ແລະ​ຫັກ​ເຂົ້າຈີ່​ນັ້ນ​ຍື່ນໃຫ້​ພວກເພິ່ນ.</verse>
				<verse number="31">ແລ້ວ​ຕາ​ຂອງ​ພວກເພິ່ນ​ຖືກ​ເປີດ​ໃຫ້​ສະຫວ່າງ​ຂຶ້ນ ແລະ​ຈື່​ພຣະອົງ​ໄດ້, ແຕ່​ພຣະອົງ​ໄດ້​ຫາຍໄປ​ຈາກ​ພວກເພິ່ນ.</verse>
				<verse number="32">ພວກເພິ່ນ​ຈຶ່ງ​ເວົ້າ​ກັນ​ວ່າ, “ເມື່ອ​ພຣະອົງ​ກຳລັງ​ເວົ້າ​ນຳ​ພວກເຮົາ​ຕາມ​ທາງ ແລະ​ໄດ້​ອະທິບາຍ​ພຣະຄຳພີ​ໃຫ້​ພວກເຮົາ​ຟັງ​ນັ້ນ ໃຈ​ຂອງ​ພວກເຮົາ​ກໍ​ຮ້ອນຮົນ​ເໝືອນ​ໄຟ​ພາຍ​ໃນ​ພວກເຮົາ​ບໍ່ແມ່ນ​ບໍ?”</verse>
				<verse number="33">ໃນ​ທັນໃດນັ້ນ ທ່ານ​ທັງສອງ​ກໍ​ລຸກ​ຂຶ້ນ ກັບຄືນ​ໄປ​ນະຄອນ​ເຢຣູຊາເລັມ​ໃນ​ທັນທີ ແລະ​ໃນ​ທີ່ນັ້ນ ພວກເພິ່ນ​ໄດ້​ພົບ​ກັບ​ສາວົກ​ສິບເອັດ​ຄົນ​ກັບ​ຄົນອື່ນໆ​ຊຸມນຸມ​ກັນ​ຢູ່</verse>
				<verse number="34">ຕ່າງ​ກໍ​ເວົ້າ​ວ່າ, “ອົງພຣະ​ຜູ້​ເປັນຈົ້າ​ເປັນ​ຄືນ​ມາ​ຢ່າງ​ແທ້ຈິງ ແລະ​ໄດ້​ປາກົດ​ໃຫ້​ຊີໂມນ​ເຫັນ.”</verse>
				<verse number="35">ແລ້ວ​ທັງສອງ​ກໍ​ເລົ່າ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ຕາມທາງ ແລະ​ການ​ທີ່​ພຣະອົງ​ໄດ້​ເຮັດ​ໃຫ້​ພວກເພິ່ນ​ຮູ້ຈັກ​ພຣະອົງເອງ​ໂດຍ​ການ​ຫັກ​ເຂົ້າຈີ່​ນັ້ນ.</verse>
				<verse number="36">ເມື່ອ​ທັງສອງ​ກຳລັງ​ເລົ່າ​ເຫດການ​ທັງຫລາຍ​ຢູ່ ໃນທັນໃດ ພຣະເຢຊູເຈົ້າ ກໍ​ຢືນ​ຢູ່​ທ່າມກາງ​ພວກເພິ່ນ ແລະ​ກ່າວ​ແກ່​ພວກເພິ່ນ​ວ່າ, “ສັນຕິສຸກ​ຈົ່ງ​ມີ​ແກ່​ເຈົ້າ​ທັງຫລາຍ.”</verse>
				<verse number="37">ທຸກຄົນ​ຕ່າງ​ກໍ​ຕົກໃຈ​ຢ້ານ​ຢ່າງ​ໃຫຍ່ ໂດຍ​ຄິດ​ວ່າ​ພວກ​ຕົນ​ເຫັນ​ຜີ.</verse>
				<verse number="38">ແຕ່​ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ແຕກຕື່ນ​ຕົກໃຈ? ເປັນຫຍັງ​ຄວາມ​ສົງໄສ​ເຫຼົ່ານີ້ ຈຶ່ງ​ເກີດຂຶ້ນ​ໃນ​ຈິດໃຈ​ຂອງ​ພວກເຈົ້າ?</verse>
				<verse number="39">ຈົ່ງ​ເບິ່ງ​ມື​ແລະ​ຕີນ​ຂອງເຮົາ​ດູ ນີ້​ແມ່ນ​ເຮົາ​ເອງ​ແທ້ ຈົ່ງ​ຄຳ​ເບິ່ງ​ຕົວ​ເຮົາ ແລະ​ພວກເຈົ້າ​ກໍ​ຈະ​ຮູ້, ເພາະວ່າ​ຜີ​ບໍ່ມີ​ເນື້ອໜັງ ບໍ່ມີ​ກະດູກ​ດັ່ງ​ທີ່​ພວກເຈົ້າ​ເຫັນ​ເຮົາ​ມີ​ຢູ່​ນີ້.”</verse>
				<verse number="40">ເມື່ອ​ກ່າວ​ເຊັ່ນນີ້​ແລ້ວ ພຣະອົງ​ກໍ​ຊົງ​ສຳແດງ​ໃຫ້​ພວກເພິ່ນ​ເຫັນ​ມື​ແລະ​ຕີນ​ຂອງ​ພຣະອົງ.</verse>
				<verse number="41">ເມື່ອ​ຍັງ​ບໍ່​ວາງໃຈເຊື່ອ ເພາະ​ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່ ແລະ​ການ​ປະຫລາດ​ໃຈ​ທີ່​ພວກເພິ່ນ​ມີ​ຢູ່​ນັ້ນ ພຣະອົງ​ຈຶ່ງ​ຖາມ​ພວກເພິ່ນ​ວ່າ, “ທີ່​ນີ້​ພວກເຈົ້າ​ມີ​ຫຍັງ​ກິນ​ແດ່?”</verse>
				<verse number="42">ພວກເພິ່ນ​ຈຶ່ງໄດ້​ເອົາ​ປາ​ປີ້ງ​ຕ່ອນ​ໜຶ່ງ​ໃຫ້​ພຣະອົງ</verse>
				<verse number="43">ພຣະອົງ​ກໍໄດ້​ຈັບ​ເອົາ​ປາ​ນັ້ນ ມາ​ກິນ​ຢູ່​ຕໍ່ໜ້າ​ພວກເພິ່ນ.</verse>
				<verse number="44">ແລ້ວ​ພຣະອົງ​ກໍໄດ້​ກ່າວ​ແກ່​ພວກເພິ່ນ​ວ່າ, “ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ ເມື່ອ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ ຄື​ທຸກສິ່ງ​ທີ່​ໄດ້​ມີ​ຂຽນ​ໄວ້​ເຖິງ​ເຮົາ​ໃນ​ໜັງສື​ກົດບັນຍັດ​ຂອງ​ໂມເຊ, ໃນ​ໜັງສື​ຂອງ​ພວກ​ຜູ້ທຳນວາຍ ແລະ​ໃນ​ໜັງສື​ເພງ​ສັນລະເສີນ ຈຳເປັນ​ຕ້ອງ​ສຳເລັດ​ເປັນຈິງ​ຕາມ​ນັ້ນ.”</verse>
				<verse number="45">ແລ້ວ​ພຣະອົງ​ກໍໄດ້​ຊົງ​ບັນດານ​ເປີດ​ຈິດໃຈ​ຂອງ​ພວກເພິ່ນ ໃຫ້​ເຂົ້າໃຈ​ພຣະຄຳພີ,</verse>
				<verse number="46">ແລະ ໄດ້​ກ່າວ​ແກ່​ພວກເພິ່ນ​ວ່າ, “ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ຂຽນ​ໄວ້: ພຣະຄຣິດ​ຕ້ອງ​ທົນທຸກ​ທໍລະມານ ແລະ​ຕ້ອງ​ເປັນ​ຄືນ​ມາ​ຈາກ​ຕາຍ​ໃນ​ວັນ​ຖ້ວນ​ສາມ.</verse>
				<verse number="47">ຈົ່ງ​ປະກາດ​ນາມຊື່​ຂອງ​ພຣະອົງ ແກ່​ຄົນ​ທຸກ​ຊົນຊາດ ໂດຍ​ເລີ່ມ​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ໃຫ້​ເຂົາ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ຮັບ​ເອົາ​ການອະໄພ​ບາບກຳ.</verse>
				<verse number="48">ພວກເຈົ້າ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ເຫຼົ່ານີ້.</verse>
				<verse number="49">ຝ່າຍ​ເຮົາ​ຈະ​ສົ່ງ​ສິ່ງ​ທີ່​ພຣະບິດາເຈົ້າ​ຂອງເຮົາ​ໄດ້​ສັນຍາ​ໄວ້​ນັ້ນ ມາ​ເທິງ​ພວກເຈົ້າ, ແຕ່​ພວກເຈົ້າ​ຕ້ອງ​ເຝົ້າ​ຄອຍ​ຢູ່​ໃນ​ນະຄອນ ຈົນກວ່າ​ຣິດອຳນາດ​ຈາກ​ເບື້ອງ​ເທິງ​ລົງ​ມາ​ເທິງ​ພວກເຈົ້າ.”</verse>
				<verse number="50">ແລ້ວ​ພຣະເຢຊູເຈົ້າ​ກໍ​ພາ​ພວກເພິ່ນ​ອອກ​ຈາກ​ນະຄອນ​ໄປ​ຍັງ​ບ້ານ​ເບັດທານີ ແລະ​ໃນ​ທີ່ນັ້ນ ພຣະອົງ​ຍົກ​ມື​ຂຶ້ນ​ອວຍພອນ​ພວກເພິ່ນ.</verse>
				<verse number="51">ຂະນະທີ່​ຊົງ​ອວຍພອນ​ຢູ່​ນັ້ນ ພຣະອົງ​ກໍ​ຈາກ​ພວກເພິ່ນ​ໄປ ແລະ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ.</verse>
				<verse number="52">ສ່ວນ​ພວກເພິ່ນ ເມື່ອ​ໄດ້​ຂາບລົງ​ນະມັດສະການ​ພຣະອົງ​ແລ້ວ ກໍ​ກັບຄືນ​ເມືອ​ນະຄອນ​ເຢຣູຊາເລັມ ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່.</verse>
				<verse number="53">ພວກເພິ່ນ​ໄດ້​ສືບຕໍ່​ຢູ່​ໃນ​ບໍລິເວນ​ພຣະວິຫານ​ທຸກ​ວັນ ເພື່ອ​ສັນລະເສີນ ແລະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ.</verse>
			</chapter>
		</book>
		<book number="43">
			<chapter number="1">
				<verse number="1">ເມື່ອ​ຕົ້ນເດີມ​ນັ້ນ ພຣະທຳ​ຊົງ​ເປັນ​ຢູ່​ແລ້ວ ພຣະທຳ​ນັ້ນ​ຊົງ​ສະຖິດ​ຢູ່​ກັບ​ພຣະເຈົ້າ ແລະ​ພຣະທຳ​ນັ້ນ​ແຫຼະ ຊົງ​ເປັນ​ພຣະເຈົ້າ.</verse>
				<verse number="2">ແຕ່​ຕົ້ນເດີມ​ນັ້ນ ພຣະທຳ​ຊົງ​ສະຖິດ​ຢູ່​ກັບ​ພຣະເຈົ້າ.</verse>
				<verse number="3">ພຣະເຈົ້າ​ໄດ້​ຊົງ​ສ້າງ​ທຸກສິ່ງ​ຂຶ້ນ​ໂດຍ​ທາງ​ພຣະທຳ ໃນ​ບັນດາ​ສິ່ງ​ທີ່​ເປັນ​ມາ​ນັ້ນ ບໍ່ມີ​ສິ່ງ​ໜຶ່ງ​ສິ່ງໃດ​ທີ່​ເປັນ​ມາ​ໂດຍ​ນອກຈາກ​ພຣະທຳ.</verse>
				<verse number="4">ພຣະທຳ​ນັ້ນ ຊົງ​ມີ​ຊີວິດ​ຢູ່​ໃນ​ພຣະອົງ​ເອງ ແລະ​ຊີວິດ​ນັ້ນ​ເປັນ​ຄວາມ​ສະຫວ່າງ​ຂອງ​ມະນຸດ.</verse>
				<verse number="5">ຄວາມ​ສະຫວ່າງ​ສ່ອງ​ເຂົ້າ​ມາ​ໃນ​ຄວາມມືດ ແລະ​ຄວາມມືດ​ນັ້ນ ກໍ​ເອົາ​ຊະນະ​ຄວາມ​ສະຫວ່າງ​ບໍ່ໄດ້​ຈັກເທື່ອ.</verse>
				<verse number="6">ພຣະເຈົ້າ​ໄດ້​ໃຊ້​ຜູ້ໜຶ່ງ​ມາ ຊື່​ວ່າ, “ໂຢຮັນ”</verse>
				<verse number="7">ເພິ່ນ​ໄດ້​ມາ​ເພື່ອ​ເປັນ​ພະຍານ​ເຖິງ​ຄວາມ​ສະຫວ່າງ ເພື່ອ​ວ່າ​ຄົນ​ທັງປວງ​ຈະ​ໄດ້​ເຊື່ອ​ຍ້ອນ​ຖ້ອຍຄຳ​ທີ່​ເພິ່ນ​ກ່າວ​ນັ້ນ.</verse>
				<verse number="8">ເພິ່ນ​ເອງ​ບໍ່ແມ່ນ​ຄວາມ​ສະຫວ່າງ ເພິ່ນ​ໄດ້​ມາ​ເພື່ອ​ເປັນ​ພະຍານ​ເລື່ອງ​ຄວາມ​ສະຫວ່າງ.</verse>
				<verse number="9">ນີ້​ແມ່ນ​ຄວາມ​ສະຫວ່າງ​ອັນ​ແທ້ຈິງ ຄື​ຄວາມ​ສະຫວ່າງ​ທີ່​ເຂົ້າ​ມາ​ໃນ​ໂລກ ແລະ​ສ່ອງ​ແກ່​ຄົນ​ທັງປວງ.</verse>
				<verse number="10">ພຣະອົງ​ໄດ້​ສະຖິດ​ຢູ່​ໃນ​ໂລກ, ຊຶ່ງ​ພຣະເຈົ້າ​ໄດ້​ສ້າງ​ຂຶ້ນ​ໂດຍ​ທາງ​ພຣະອົງ ແຕ່​ໂລກ​ບໍ່ໄດ້​ຮູ້ຈັກ​ພຣະອົງ.</verse>
				<verse number="11">ພຣະອົງ​ໄດ້​ມາ​ສູ່​ບ້ານ​ເມືອງ​ທີ່​ເປັນ​ຂອງ​ພຣະອົງ​ເອງ ແຕ່​ຄົນ​ໃນ​ບ້ານ​ເມືອງ​ຂອງ​ພຣະອົງ​ບໍ່ໄດ້​ຕ້ອນຮັບ​ພຣະອົງ.</verse>
				<verse number="12">ແຕ່​ສ່ວນ​ບັນດາ​ຜູ້​ທີ່​ຕ້ອນຮັບ​ພຣະອົງ ຄື​ຜູ້​ທີ່​ເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ ພຣະອົງ​ກໍ​ຊົງ​ປະທານ​ສິດ​ໃຫ້​ກາຍເປັນ​ບຸດ​ຂອງ​ພຣະເຈົ້າ.</verse>
				<verse number="13">ຊຶ່ງ​ບໍ່ໄດ້​ເກີດ​ຈາກ​ເລືອດເນື້ອ ຫລື​ກາມ ຫລື​ຄວາມ​ຕ້ອງການ​ຂອງ​ມະນຸດ ແຕ່​ເກີດ​ຈາກ​ພຣະເຈົ້າ.</verse>
				<verse number="14">ພຣະທຳ​ໄດ້​ຊົງ​ບັງເກີດ​ເປັນ​ມະນຸດ ແລະ​ອາໄສ​ຢູ່​ທ່າມກາງ​ເຮົາ​ທັງຫລາຍ ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຄວາມຈິງ ເຮົາ​ທັງຫລາຍ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ຄື​ສະຫງ່າຣາສີ​ທີ່​ພຣະອົງ​ໄດ້​ຮັບ ໃນ​ຖານະ​ທີ່​ເປັນ​ພຣະບຸດ​ອົງ​ດຽວ​ຂອງ​ພຣະບິດາເຈົ້າ.</verse>
				<verse number="15">ໂຢຮັນ​ໄດ້​ເປັນ​ພະຍານ​ເຖິງ​ເລື່ອງ​ຂອງ​ພຣະອົງ ເພິ່ນ​ໄດ້​ຮ້ອງ​ປະກາດ​ວ່າ, “ຜູ້​ນີ້​ແຫຼະ ຄື​ຜູ້​ທີ່​ເຮົາ​ໄດ້​ກ່າວ​ເຖິງ​ວ່າ ຜູ້​ທີ່​ມາ​ພາຍ​ຫລັງ​ເຮົາ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ ເພາະ​ພຣະອົງ​ເປັນ​ຢູ່​ກ່ອນ​ເຮົາ​ແລ້ວ.”</verse>
				<verse number="16">ພວກເຮົາ​ທຸກຄົນ​ໄດ້​ຮັບ​ຄວາມ​ຄົບ​ບໍຣິບູນ​ຈາກ​ພຣະອົງ ເປັນ​ພຣະຄຸນ​ຊ້ອນ​ພຣະຄຸນ.</verse>
				<verse number="17">ພຣະເຈົ້າ​ໄດ້​ໃຫ້​ກົດບັນຍັດ​ໂດຍ​ທາງ​ໂມເຊ ສ່ວນ​ພຣະຄຸນ​ແລະ​ຄວາມຈິງ​ນັ້ນ ໄດ້​ມາ​ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.</verse>
				<verse number="18">ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ທີ່​ເປັນ​ພຣະເຈົ້າ ຊຶ່ງ​ຢູ່​ໃນ​ຊວງ​ເອິກ​ຂອງ​ພຣະບິດາເຈົ້າ ພຣະອົງ​ນັ້ນ​ແຫຼະ ໄດ້​ເຮັດ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະເຈົ້າ.</verse>
				<verse number="19">ນີ້​ແມ່ນ​ຄຳ​ພະຍານ​ຂອງ​ໂຢຮັນ ໃນ​ເວລາ​ພວກ​ເຈົ້າໜ້າທີ່​ຢິວ​ໄດ້​ໃຊ້​ພວກ​ປະໂຣຫິດ ແລະ​ພວກ​ເລວີ​ບາງຄົນ​ຈາກ​ນະຄອນ​ເຢຣູຊາເລັມ ມາ​ຖາມ​ເພິ່ນ​ວ່າ, “ທ່ານ​ແມ່ນ​ຜູ້ໃດ?”</verse>
				<verse number="20">ໂຢຮັນ​ກໍ​ບໍ່ໄດ້​ປະຕິເສດ ຄື​ຍອມ​ຮັບ​ວ່າ, “ເຮົາ​ບໍ່ແມ່ນ​ພຣະຄຣິດ.”</verse>
				<verse number="21">ພວກເຂົາ​ຈຶ່ງ​ຖາມ​ອີກ​ວ່າ, “ຖ້າດັ່ງນັ້ນ ທ່ານ​ແມ່ນ​ຜູ້ໃດ? ທ່ານ​ແມ່ນ​ເອລີຢາ​ບໍ?” ໂຢຮັນ​ຕອບ​ວ່າ, “ເຮົາ​ບໍ່ແມ່ນ​ເອລີຢາ.” ພວກເຂົາ​ຖາມ​ວ່າ, “ທ່ານ​ເປັນ​ຜູ້ທຳນວາຍ​ບໍ”? ໂຢຮັນ​ຕອບ​ວ່າ, “ບໍ່ແມ່ນ.”</verse>
				<verse number="22">ພວກເຂົາ​ຈຶ່ງ​ຖາມ​ຕື່ມ​ອີກ​ວ່າ, “ຖ້າດັ່ງນັ້ນ ບອກ​ພວກເຮົາ​ແດ່​ວ່າ ທ່ານ​ແມ່ນ​ຜູ້ໃດ​ແທ້? ເພື່ອ​ພວກເຮົາ​ຈະ​ໄດ້​ນຳ​ເອົາ​ຄຳຕອບ​ໄປ​ບອກ​ຄົນ​ທີ່​ໄດ້​ໃຊ້​ພວກເຮົາ​ມາ, ທ່ານ​ວ່າ ທ່ານ​ເອງ​ເປັນ​ຜູ້ໃດ?”</verse>
				<verse number="23">ໂຢຮັນ​ຈຶ່ງ​ຕອບ​ວ່າ, “ຝ່າຍ​ເຮົາ​ເປັນ​ສຽງ​ຂອງ​ຜູ້​ທີ່​ຮ້ອງ​ປະກາດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ວ່າ, ຈົ່ງ​ເຮັດ​ຫົນທາງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ຊື່​ໄປ ຕາມ​ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້.”</verse>
				<verse number="24">ພວກ​ທີ່​ຖືກ​ໃຊ້​ມາ​ນັ້ນ​ແມ່ນ​ຄົນ​ໃນ​ພວກ​ຟາຣີຊາຍ</verse>
				<verse number="25">ພວກເຂົາ​ຖາມ​ໂຢຮັນ​ວ່າ, “ຖ້າ​ທ່ານ​ບໍ່ແມ່ນ​ພຣະຄຣິດ, ບໍ່ແມ່ນ​ເອລີຢາ ແລະ​ບໍ່ແມ່ນ​ຜູ້ທຳນວາຍ​ແລ້ວ, ເປັນຫຍັງ​ທ່ານ​ຈຶ່ງ​ໃຫ້​ຮັບ​ບັບຕິສະມາ?”</verse>
				<verse number="26">ໂຢຮັນ​ຕອບ​ພວກເຂົາ​ວ່າ, “ເຮົາ​ໃຫ້​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ ແຕ່​ມີ​ຜູ້ໜຶ່ງ​ຢືນ​ຢູ່​ທ່າມກາງ​ພວກທ່ານ ທີ່​ພວກທ່ານ​ບໍ່​ຮູ້ຈັກ.</verse>
				<verse number="27">ຜູ້ນັ້ນ​ແຫຼະ ມາ​ພາຍ​ຫລັງ​ເຮົາ ເຮົາ​ບໍ່​ສົມຄວນ​ຈະ​ແກ້​ແມ່ນແຕ່​ສາຍ​ຮັດ​ເກີບ​ຂອງ​ເພິ່ນ.”</verse>
				<verse number="28">ເຫດການ​ເຫຼົ່ານີ້​ໄດ້​ເກີດຂຶ້ນ​ທີ່​ບ້ານ​ເບັດທານີ ຟາກ​ແມ່ນໍ້າ​ຈໍແດນ​ທາງທິດ​ຕາເວັນອອກ ບ່ອນ​ທີ່​ໂຢຮັນ​ກຳລັງ​ໃຫ້​ຮັບ​ບັບຕິສະມາ​ຢູ່.</verse>
				<verse number="29">ວັນ​ຕໍ່ມາ ໂຢຮັນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ມາ​ຫາ​ຕົນ ຈຶ່ງ​ກ່າວ​ຂຶ້ນ​ວ່າ, “ເບິ່ງແມ! ລູກແກະ​ຂອງ​ພຣະເຈົ້າ​ຜູ້​ຊົງ​ຮັບ​ເອົາ​ບາບກຳ​ຂອງ​ມະນຸດ​ສະໂລກ​ໄປ​ເສຍ</verse>
				<verse number="30">ຜູ້​ນີ້​ແຫຼະ ທີ່​ເຮົາ​ໄດ້​ບອກ​ວ່າ, ‘ຜູ້​ທີ່​ມາ​ພາຍ​ຫລັງ​ເຮົາ ກໍ​ຍິ່ງໃຫຍ່​ກວ່າ​ເຮົາ ເພາະ​ທ່ານ​ເປັນ​ຢູ່​ກ່ອນ​ເຮົາ.’</verse>
				<verse number="31">ເຮົາ​ເອງ​ກໍ​ບໍ່​ຮູ້ຈັກ​ພຣະອົງ ແຕ່​ເພື່ອ​ໃຫ້​ທ່ານ​ເປັນ​ທີ່​ຮູ້ຈັກ​ແກ່​ປະຊາຊົນ​ອິດສະຣາເອນ ເຮົາ​ຈຶ່ງ​ໄດ້​ມາ​ໃຫ້​ຮັບ​ບັບຕິສະມາ​ໃນ​ນໍ້າ.”</verse>
				<verse number="32">ຝ່າຍ​ໂຢຮັນ​ໄດ້​ໃຫ້​ຄຳ​ພະຍານ​ນີ້​ວ່າ, “ເຮົາ​ໄດ້​ເຫັນ​ພຣະວິນຍານ​ເໝືອນ​ດັ່ງ​ນົກເຂົາ​ລົງ​ມາ​ຈາກ​ທ້ອງຟ້າ ແລະ​ສະຖິດ​ຢູ່​ເທິງ​ທ່ານ.</verse>
				<verse number="33">ເຮົາ​ເອງ​ຍັງ​ບໍ່​ຮູ້ຈັກ ແຕ່​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ໃຫ້​ຮັບ​ບັບຕິສະມາ​ໃນ​ນໍ້າ ໄດ້​ກ່າວ​ແກ່​ເຮົາ​ວ່າ, ‘ເຈົ້າ​ຈະ​ເຫັນ​ພຣະວິນຍານ​ລົງ​ມາ​ຢູ່​ເທິງ​ຄົນ​ໃດ ຄົນ​ນັ້ນ​ແຫຼະ ເປັນ​ຜູ້​ໃຫ້​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ’</verse>
				<verse number="34">ແລະ​ເຮົາ​ກໍໄດ້​ເຫັນ​ແລ້ວ​ຈຶ່ງ​ຂໍ​ເປັນ​ພະຍານ​ວ່າ ທ່ານ​ຜູ້​ນີ້​ແຫຼະ ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.”</verse>
				<verse number="35">ວັນ​ຕໍ່ມາ​ອີກ ໂຢຮັນ​ໄດ້​ຢືນ​ຢູ່​ກັບ​ພວກ​ລູກສິດ​ສອງ​ຄົນ​ຂອງຕົນ</verse>
				<verse number="36">ເມື່ອ​ເພິ່ນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ຜ່ານ​ໄປ ຈຶ່ງ​ກ່າວ​ວ່າ, “ຫັ້ນ​ເດ ລູກແກະ​ຂອງ​ພຣະເຈົ້າ.”</verse>
				<verse number="37">ເມື່ອ​ສິດ​ທັງສອງ​ໄດ້ຍິນ​ໂຢຮັນ​ເວົ້າ​ດັ່ງນັ້ນ ຈຶ່ງ​ໄດ້​ຍ່າງ​ຕາມ​ພຣະເຢຊູເຈົ້າ​ໄປ.</verse>
				<verse number="38">ພຣະເຢຊູເຈົ້າ​ຫລຽວ​ຄືນ​ຫລັງ​ເຫັນ​ສອງ​ຄົນ​ຕິດຕາມ​ມາ ພຣະອົງ​ຈຶ່ງ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ຊອກ​ຫາ​ຫຍັງ?” ພວກເພິ່ນ​ຕອບ​ວ່າ, “ຣັບບີ (ຄຳ​ນີ້​ແປ​ວ່າ, ‘ອາຈານ’) ທ່ານ​ພັກ​ຢູ່​ທີ່​ໃດ?”</verse>
				<verse number="39">ພຣະອົງ​ຈຶ່ງ​ຕອບ​ພວກເພິ່ນ​ວ່າ, “ເຊີນມາ ແລະ​ເບິ່ງເອົາ.” ພວກເພິ່ນ​ກໍ​ໄປ​ກັບ​ພຣະອົງ ແລະ​ເຫັນ​ບ່ອນ​ທີ່​ພຣະອົງ​ພັກ​ໃນ​ວັນ​ນັ້ນ ພວກເພິ່ນ​ກໍໄດ້​ພັກ​ຢູ່​ກັບ​ພຣະອົງ (ເພາະ​ໃນ​ຂະນະ​ນັ້ນ​ເປັນ​ເວລາ​ສີ່​ໂມງ​ແລງ​ແລ້ວ).</verse>
				<verse number="40">ອັນເດອາ ນ້ອງຊາຍ​ຂອງ​ຊີໂມນ​ເປໂຕ​ເປັນ​ຜູ້ໜຶ່ງ​ໃນ​ສອງ​ຄົນ​ນີ້ ທີ່​ໄດ້ຍິນ​ໂຢຮັນ​ເວົ້າ ແລະ​ຍ່າງ​ຕິດຕາມ​ພຣະເຢຊູເຈົ້າ​ໄປ.</verse>
				<verse number="41">ອັນເດອາ​ໄດ້​ໄປ​ຫາ​ຊີໂມນ​ອ້າຍ​ຂອງຕົນ​ກ່ອນ ຈຶ່ງ​ບອກ​ລາວ​ວ່າ, “ເຮົາ​ໄດ້​ພົບ​ພຣະເມຊີອາ​ແລ້ວ.” (ແປ​ວ່າ, “ພຣະຄຣິດ”)</verse>
				<verse number="42">ແລ້ວ​ລາວ​ກໍ​ພາ​ຊີໂມນ​ໄປ​ຫາ​ພຣະເຢຊູເຈົ້າ. ເມື່ອ​ພຣະເຢຊູເຈົ້າ​ເບິ່ງ​ລາວ​ແລ້ວ ຈຶ່ງ​ກ່າວ​ວ່າ, “ເຈົ້າ​ຊື່ ຊີໂມນ​ລູກ​ຂອງ​ໂຢຮັນ ແຕ່​ເຈົ້າ​ຈະ​ໄດ້​ຊື່​ໃໝ່​ວ່າ ເກຟາ.” (ທີ່​ແປ​ວ່າ “ເປໂຕ” ແລະ​ໝາຍຄວາມວ່າ, “ຫີນ”).</verse>
				<verse number="43">ວັນ​ຕໍ່ມາ​ອີກ ພຣະເຢຊູເຈົ້າ​ໄດ້​ຕັດສິນໃຈ​ໄປ​ແຂວງ​ຄາລີເລ ພຣະອົງ​ໄດ້​ພົບ​ຟີລິບ ແລະ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.” (</verse>
				<verse number="44">ຟີລິບ​ເປັນ​ຄົນ​ມາ​ຈາກ​ເບັດສາອີດາ​ເປັນ​ເມືອງ​ທີ່​ອັນເດອາ ແລະ ເປໂຕ​ຢູ່).</verse>
				<verse number="45">ຟີລິບ​ໄດ້​ໄປ​ຫາ​ນະທານາເອັນ ແລະ​ບອກ​ລາວ​ວ່າ, “ຂ້ອຍ​ໄດ້​ພົບ​ຜູ້​ທີ່​ໂມເຊ​ໄດ້​ຂຽນ​ເລື່ອງ​ຂອງ​ເພິ່ນ ໃນ​ໜັງສື​ກົດບັນຍັດ​ແລ້ວ ແລະ​ທັງ​ພວກ​ຜູ້ທຳນວາຍ​ກໍໄດ້​ຂຽນ​ໄວ້​ເໝືອນກັນ ເພິ່ນ​ແມ່ນ​ເຢຊູ ລູກ​ຂອງ​ໂຢເຊັບ​ໄທ​ນາຊາເຣັດ.”</verse>
				<verse number="46">ນະທານາເອັນ​ຖາມ​ຟີລິບ​ວ່າ, “ມີ​ສິ່ງ​ດີ​ອັນ​ໃດ ມາ​ຈາກ​ນາຊາເຣັດ​ບໍ?” ຟີລິບ​ຕອບ​ວ່າ, “ໃຫ້​ມາ​ເບິ່ງ​ເອົາ.”</verse>
				<verse number="47">ເມື່ອ​ພຣະເຢຊູເຈົ້າ​ຫລຽວ​ເຫັນ​ນະທານາເອັນ ກຳລັງ​ມາ​ຫາ​ພຣະອົງ ຈຶ່ງ​ເວົ້າ​ຕໍ່​ລາວ​ວ່າ, “ຜູ້​ນີ້​ແຫຼະ ເປັນ​ຄົນ​ອິດສະຣາເອນ​ແທ້ ໃນ​ຕົວ​ລາວ​ບໍ່ມີ​ກົນອຸບາຍ​ເລີຍ.”</verse>
				<verse number="48">ນະທານາເອັນ ຈຶ່ງ​ຖາມ​ພຣະອົງ​ວ່າ, “ທ່ານ​ຮູ້ຈັກ​ຂ້ານ້ອຍ​ໄດ້​ຢ່າງ​ໃດ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ເຫັນ​ເຈົ້າ​ແລ້ວ ຕອນ​ທີ່​ເຈົ້າ​ຢູ່​ກ້ອງ​ຕົ້ນ​ເດື່ອ ກ່ອນ​ທີ່​ຟີລິບ​ເອີ້ນ​ເຈົ້າ.”</verse>
				<verse number="49">ນະທານາເອັນ ຕອບ​ພຣະອົງ​ວ່າ, “ພຣະອາຈານ​ເຈົ້າ​ເອີຍ, ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ທ່ານ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ.”</verse>
				<verse number="50">ພຣະເຢຊູເຈົ້າ​ໄດ້​ຕອບ​ລາວ​ວ່າ, “ເຈົ້າ​ໄດ້​ເຊື່ອ​ເພາະ​ເຮົາ​ບອກ​ເຈົ້າ​ວ່າ ເຮົາ​ໄດ້​ເຫັນ​ເຈົ້າ​ຢູ່​ກ້ອງ​ຕົ້ນ​ເດື່ອ​ນັ້ນ​ບໍ? ເຈົ້າ​ຍັງ​ຈະ​ໄດ້​ເຫັນ​ເຫດການ​ອັນ​ຍິ່ງໃຫຍ່​ກວ່າ​ນີ້​ອີກ.”</verse>
				<verse number="51">ພຣະເຢຊູເຈົ້າ​ກ່າວ​ຕື່ມ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຈະ​ເຫັນ​ທ້ອງຟ້າ​ໄຂ​ອອກ ແລະ​ຝູງ​ເທວະດາ​ຂອງ​ພຣະເຈົ້າ ກໍ​ຂຶ້ນໆ​ລົງໆ​ເທິງ​ບຸດ​ມະນຸດ.”</verse>
			</chapter>
			<chapter number="2">
				<verse number="1">ສາມ​ວັນ​ຕໍ່ມາ ໄດ້​ມີ​ງານ​ສົມຣົດ​ທີ່​ບ້ານ​ການາ​ໃນ​ແຂວງ​ຄາລີເລ ແລະ​ແມ່​ຂອງ​ພຣະເຢຊູເຈົ້າ​ກໍ​ຢູ່​ທີ່​ນັ້ນ,</verse>
				<verse number="2">ຝ່າຍ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ກໍ​ຖືກ​ເຊີນ​ໄປ​ຮ່ວມ​ໃນ​ງານ​ນັ້ນ​ເໝືອນກັນ.</verse>
				<verse number="3">ເມື່ອ​ເຫຼົ້າ​ອະງຸ່ນ​ໝົດ​ແລ້ວ, ແມ່​ຂອງ​ພຣະເຢຊູເຈົ້າ ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ພວກເຂົາ​ໝົດ​ເຫຼົ້າ​ອະງຸ່ນ​ແລ້ວ.”</verse>
				<verse number="4">ພຣະເຢຊູເຈົ້າ​ຕອບ​ວ່າ, “ນາງ​ເອີຍ ປະ​ໃຫ້​ເປັນ​ທຸລະ​ຂອງເຮົາ​ເສຍ ເພາະ​ເວລາ​ຂອງເຮົາ​ຍັງ​ບໍ່​ທັນ​ມາ​ເຖິງ.”</verse>
				<verse number="5">ແມ່​ຂອງ​ພຣະອົງ​ຈຶ່ງ​ບອກ​ຕໍ່​ຄົນ​ຮັບໃຊ້​ວ່າ, “ເພິ່ນ​ບອກ​ພວກເຈົ້າ​ໃຫ້​ເຮັດ​ອັນ​ໃດ ຈົ່ງ​ເຮັດ​ຕາມ​ເດີ.”</verse>
				<verse number="6">ໃນ​ບ່ອນ​ນັ້ນ​ມີ​ອ່າງ​ຕັ້ງ​ໄວ້​ຢູ່​ຫົກ​ໜ່ວຍ ຄື​ອ່າງ​ທີ່​ຊາວ​ຢິວ​ໃຊ້​ໃນ​ພິທີ​ຊຳລະ​ລ້າງ​ຕາມ​ທຳນຽມ ອ່າງ​ແຕ່ລະ​ໜ່ວຍ​ໃສ່​ນໍ້າ​ໄດ້​ປະມານ​ຮ້ອຍ​ລິດ.</verse>
				<verse number="7">ພຣະເຢຊູເຈົ້າ​ບອກ​ພວກ​ຄົນ​ຮັບໃຊ້​ນັ້ນ​ວ່າ, “ຈົ່ງ​ຕັກ​ນໍ້າ​ໃສ່​ອ່າງ​ນັ້ນ​ໃຫ້​ເຕັມ.” ພວກເຂົາ​ກໍ​ຕັກ​ນໍ້າ​ໃສ່​ອ່າງ​ນັ້ນ​ເຕັມ​ພຽງ​ປາກ</verse>
				<verse number="8">ແລ້ວ​ພຣະອົງ​ກໍໄດ້​ບອກ​ພວກເຂົາ​ວ່າ, “ບັດນີ້ ຈົ່ງ​ຕັກ​ເອົາ​ໄປ​ໃຫ້​ເຈົ້າ​ພະນັກງານ​ຜູ້​ທີ່​ກຳກັບ​ງານກິນລ້ຽງ.” ພວກເຂົາ​ກໍ​ຕັກ​ໄປ​ໃຫ້.</verse>
				<verse number="9">ເມື່ອ​ເຈົ້າ​ພະນັກງານ​ຊີມ​ນໍ້າ​ທີ່​ກາຍເປັນ​ເຫຼົ້າ​ອະງຸ່ນ​ແລ້ວ ລາວ​ກໍ​ບໍ່​ຮູ້​ວ່າ​ມາ​ແຕ່​ໃສ (ແຕ່​ພວກ​ຄົນ​ຮັບໃຊ້​ທີ່​ຕັກ​ນໍ້າ​ກໍ​ຮູ້) ສະນັ້ນ ລາວ​ຈຶ່ງ​ເອີ້ນ​ເຈົ້າບ່າວ​ມາ</verse>
				<verse number="10">ແລະ​ກ່າວ​ວ່າ, “ທຸກຄົນ​ເຄີຍ​ເອົາ​ເຫຼົ້າ​ອະງຸ່ນ​ອັນ​ດີ​ມາ​ໃຫ້​ດື່ມ​ກ່ອນ ແລະ​ເມື່ອ​ພວກເຂົາ​ດື່ມ​ຫລາຍ​ແລ້ວ ຈຶ່ງ​ເອົາ​ອັນ​ບໍ່​ດີ​ອອກ​ມາ, ແຕ່​ເຈົ້າ​ພັດ​ກັກ​ເອົາ​ເຫຼົ້າ​ອະງຸ່ນ​ອັນ​ດີ​ໄວ້​ຈົນເຖິງ​ດຽວ​ນີ້​ນໍ.”</verse>
				<verse number="11">ພຣະເຢຊູເຈົ້າ​ໄດ້​ເຮັດ​ການ​ອັດສະຈັນ​ເທື່ອ​ທຳອິດ ທີ່​ບ້ານ​ການາ ແຂວງ​ຄາລີເລ, ໃນ​ທີ່ນັ້ນ ພຣະອົງ​ໄດ້​ເປີດເຜີຍ​ສະຫງ່າຣາສີ​ຂອງ​ພຣະອົງ​ໃຫ້​ປາກົດ ແລະ​ພວກ​ສາວົກ​ກໍໄດ້​ເຊື່ອ​ໃນ​ພຣະອົງ.</verse>
				<verse number="12">ພາຍ​ຫລັງ​ເຫດການ​ນີ້​ແລ້ວ ພຣະເຢຊູເຈົ້າ​ໄດ້​ລົງ​ໄປ​ທີ່​ເມືອງ​ກາເປນາອູມ ພ້ອມ​ທັງ​ແມ່, ພວກ​ນ້ອງຊາຍ ແລະ​ພວກ​ສາວົກ​ຂອງ​ພຣະອົງ ພວກເພິ່ນ​ໄດ້​ຢູ່​ທີ່​ນັ້ນ​ບໍ່​ຫລາຍ​ວັນ.</verse>
				<verse number="13">ພໍ​ເທດສະການ​ປັດສະຄາ​ຂອງ​ພວກ​ຢິວ​ໃກ້​ຈະ​ມາ​ເຖິງ ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="14">ໃນ​ພຣະວິຫານ ພຣະອົງ​ໄດ້​ພົບ​ຄົນ​ຂາຍ​ງົວ, ຂາຍ​ແກະ, ຂາຍ​ນົກເຂົາ ແລະ​ພວກ​ຮັບ​ແລກ​ປ່ຽນ​ເງິນ ກໍ​ນັ່ງ​ຢູ່​ທີ່​ນັ້ນ​ດ້ວຍ.</verse>
				<verse number="15">ພຣະອົງ​ຈຶ່ງ​ເອົາ​ເຊືອກ​ເຮັດ​ເປັນ​ແສ້ ໄລ່​ຄົນ​ເຫຼົ່ານັ້ນ​ພ້ອມ​ກັບ​ແກະ ແລະ​ງົວ​ທັງໝົດ​ໃຫ້​ອອກ​ໄປ​ຈາກ​ພຣະວິຫານ ແລ້ວ​ພຣະອົງ​ກໍ​ຂວໍ້າ​ໂຕະ​ຂອງ​ພວກຄົນ​ຮັບ​ແລກ​ປ່ຽນ​ເງິນ ແລະ​ຖອກ​ເງິນ​ອັດ​ຖິ້ມ,</verse>
				<verse number="16">ພຣະອົງ​ສັ່ງ​ພວກ​ທີ່​ຂາຍ​ນົກເຂົາ​ວ່າ, “ຈົ່ງ​ເອົາ​ສິ່ງ​ເຫຼົ່ານີ້​ອອກ​ໄປ ຢ່າ​ເຮັດ​ໃຫ້​ວິຫານ​ແຫ່ງ​ພຣະບິດາເຈົ້າ​ຂອງເຮົາ​ເປັນ​ບ່ອນ​ຄ້າ​ຂາຍ.”</verse>
				<verse number="17">ພວກ​ສາວົກ​ຂອງ​ພຣະອົງ ຈຶ່ງ​ລະນຶກເຖິງ​ຖ້ອຍຄຳ​ທີ່​ໄດ້​ຂຽນ​ໄວ້​ວ່າ, “ຄວາມ​ຮ້ອນໃຈ​ສຳລັບ​ວິຫານ​ຂອງ​ພຣະອົງ ກໍ​ເປັນ​ດັ່ງ​ໄຟ​ທີ່​ໄໝ້​ຢູ່​ພາຍ​ໃນ​ຂ້ານ້ອຍ.”</verse>
				<verse number="18">ພວກ​ຜູ້ນຳ​ຢິວ​ໄດ້​ຖາມ​ພຣະອົງ​ວ່າ, “ເຈົ້າ​ຈະ​ສະແດງ​ໝາຍສຳຄັນ​ການ​ອັດສະຈັນ​ອັນໃດ​ໃຫ້​ພວກເຮົາ​ເຫັນ​ວ່າ ເຈົ້າ​ມີ​ສິດ​ເຮັດ​ການ​ນີ້?”</verse>
				<verse number="19">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ຖ້າ​ມ້າງ​ພຣະວິຫານ​ນີ້​ລົງ​ເສຍ ແລະ​ເຮົາ​ຈະ​ສ້າງ​ຂຶ້ນ​ໃໝ່​ໃນ​ສາມ​ວັນ.”</verse>
				<verse number="20">ພວກ​ຜູ້ນຳ​ຢິວ​ຈຶ່ງ​ເວົ້າ​ວ່າ, “ເຂົາ​ໄດ້​ສ້າງ​ພຣະວິຫານ​ນີ້​ຂຶ້ນ ໃຊ້​ເວລາ​ເຖິງ​ສີ່ສິບຫົກ​ປີ​ຈຶ່ງ​ສຳເລັດ ສ່ວນ​ເຈົ້າ​ຈະ​ສ້າງ​ຂຶ້ນ​ໃໝ່​ໃນ​ສາມ​ວັນ​ຊັ້ນບໍ?”</verse>
				<verse number="21">ພຣະວິຫານ​ທີ່​ພຣະເຢຊູເຈົ້າ​ກ່າວ​ເຖິງ​ນັ້ນ ແມ່ນ​ຮ່າງກາຍ​ຂອງ​ພຣະອົງ​ເອງ.</verse>
				<verse number="22">ດັ່ງນັ້ນ ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ພວກ​ສາວົກ​ຈຶ່ງ​ລະນຶກເຖິງ​ຄຳ​ເວົ້າ ທີ່​ພຣະອົງ​ເຄີຍ​ໄດ້​ກ່າວ ແລະ​ພວກເພິ່ນ​ກໍໄດ້​ເຊື່ອ​ພຣະຄຳພີ​ກັບ​ທັງ​ຖ້ອຍຄຳ ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ນັ້ນ.</verse>
				<verse number="23">ຂະນະທີ່​ພຣະເຢຊູເຈົ້າ​ຍັງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຍາມ​ເທດສະການ​ສະຫລອງ​ປັດສະຄາ​ນັ້ນ ໄດ້​ມີ​ຫລາຍ​ຄົນ​ຮັບ​ເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ ເພາະ​ພວກເຂົາ​ເຫັນ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ.</verse>
				<verse number="24">ແຕ່​ພຣະເຢຊູເຈົ້າ​ບໍ່ໄດ້​ໄວ້ວາງໃຈ​ໃນ​ຄົນ​ເຫຼົ່ານັ້ນ ເພາະ​ພຣະອົງ​ຮູ້ຈັກ​ມະນຸດ​ທຸກຄົນ.</verse>
				<verse number="25">ພຣະອົງ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ບອກ​ພຣະອົງ​ເຖິງ​ເລື່ອງ​ຂອງ​ມະນຸດ ເພາະ​ພຣະອົງ​ເອງ​ຮູ້​ດີ​ວ່າ ມີ​ຫຍັງ​ແດ່​ຢູ່​ໃນ​ໃຈ​ຂອງ​ມະນຸດ.</verse>
			</chapter>
			<chapter number="3">
				<verse number="1">ມີ​ເຈົ້ານາຍ​ຂອງ​ພວກ​ຢິວ​ຄົນ​ໜຶ່ງ​ຊື່​ວ່າ, ນີໂກເດມ ທີ່​ສັງກັດ​ຢູ່​ໃນ​ຄະນະ​ຟາຣີຊາຍ.</verse>
				<verse number="2">ຊາຍ​ຄົນ​ນີ້​ໄດ້​ມາ​ຫາ​ພຣະເຢຊູເຈົ້າ​ໃນ​ຕອນ​ກາງຄືນ ແລະ​ເວົ້າ​ຕໍ່​ພຣະອົງ​ວ່າ, “ພຣະອາຈານ​ເອີຍ, ພວກ​ຂ້ານ້ອຍ​ຮູ້​ດີ​ວ່າ ທ່ານ​ເປັນ​ຄູສອນ​ມາ​ຈາກ​ພຣະເຈົ້າ ເພາະ​ບໍ່ມີ​ຜູ້ໃດ​ທີ່​ເຮັດ​ການ​ອັດສະຈັນ​ທີ່​ທ່ານ​ເຮັດ​ນີ້​ໄດ້ ຖ້າ​ພຣະເຈົ້າ​ບໍ່​ສະຖິດ​ຢູ່​ນຳ​ຜູ້ນັ້ນ.”</verse>
				<verse number="3">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່ໄດ້​ບັງເກີດ​ໃໝ່ ຜູ້ນັ້ນ​ຈະ​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້.”</verse>
				<verse number="4">ນີໂກເດມ​ຖາມ​ວ່າ, “ຄົນເຖົ້າ​ແລ້ວ​ຈະ​ເກີດ​ໃໝ່​ໄດ້​ຢ່າງ​ໃດ? ຈະ​ເຂົ້າ​ໃນ​ທ້ອງ​ແມ່​ຂອງຕົນ​ເທື່ອ​ທີ​ສອງ ແລ້ວ​ເກີດ​ມາ​ໄດ້​ບໍ?”</verse>
				<verse number="5">ພຣະເຢຊູເຈົ້າ​ຕອບ​ຄືນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ຜູ້ໃດ​ບໍ່​ບັງເກີດ​ຈາກ​ນໍ້າ ແລະ​ຈາກ​ພຣະວິນຍານ ຜູ້ນັ້ນ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້.</verse>
				<verse number="6">ຜູ້​ທີ່​ເກີດ​ຈາກ​ເນື້ອໜັງ​ກໍ​ເປັນ​ເນື້ອໜັງ ແລະ​ຜູ້​ທີ່​ເກີດ​ຈາກ​ພຣະວິນຍານ​ກໍ​ເປັນ​ວິນຍານ.</verse>
				<verse number="7">ຢ່າ​ສູ່​ປະຫລາດ​ໃຈ​ທີ່​ເຮົາ​ບອກ​ເຈົ້າ​ວ່າ ເຈົ້າ​ທັງຫລາຍ​ຈຳເປັນ​ຕ້ອງ​ເກີດ​ມາ​ໃໝ່.</verse>
				<verse number="8">ລົມ​ຢາກ​ພັດ​ໄປ​ທິດ​ໃດ​ກໍ​ພັດ​ໄປ​ທິດ​ນັ້ນ, ເຈົ້າ​ໄດ້ຍິນ​ສຽງ​ຂອງ​ມັນ ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ມັນ​ພັດ​ມາ​ຈາກ​ໃສ ແລະ​ພັດ​ໄປ​ທາງ​ໃດ ທຸກຄົນ​ທີ່​ເກີດ​ມາ​ຈາກ​ພຣະວິນຍານ ກໍ​ເປັນ​ດັ່ງນັ້ນແຫລະ.”</verse>
				<verse number="9">ນີໂກເດມ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເຫດການ​ນີ້​ເປັນ​ໄປ​ໄດ້​ຢ່າງ​ໃດ?”</verse>
				<verse number="10">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ເປັນ​ອາຈານ​ຂອງ​ຊາດ​ອິດສະຣາເອນ ແລະ​ເຈົ້າ​ຍັງ​ບໍ່​ຮູ້ຈັກ​ສິ່ງ​ເຫຼົ່ານີ້​ບໍ?</verse>
				<verse number="11">ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຮົາ​ເວົ້າ​ໃນ​ສິ່ງ​ທີ່​ພວກເຮົາ​ຮູ້ ແລະ​ເປັນ​ພະຍານ​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ ແຕ່​ພວກເຈົ້າ​ບໍ່​ຮັບ​ເອົາ​ຄຳ​ພະຍານ​ຂອງ​ພວກເຮົາ.</verse>
				<verse number="12">ຖ້າ​ເຈົ້າ​ບໍ່​ເຊື່ອ ເມື່ອ​ເຮົາ​ບອກ​ເຖິງ​ສິ່ງ​ທີ່​ເປັນ​ຝ່າຍ​ໂລກ. ດັ່ງນັ້ນ ເຈົ້າ​ຈະ​ເຊື່ອ​ໄດ້​ຢ່າງ​ໃດ ຖ້າ​ເຮົາ​ບອກ​ເຖິງ​ສິ່ງ​ທີ່​ເປັນ​ຝ່າຍ​ສະຫວັນ?</verse>
				<verse number="13">ບໍ່ມີ​ຜູ້ໃດ​ເຄີຍ​ຂຶ້ນ​ໄປ​ສະຫວັນ ນອກຈາກ​ບຸດ​ມະນຸດ​ຜູ້​ທີ່​ໄດ້​ລົງ​ມາ​ຈາກ​ສະຫວັນ.</verse>
				<verse number="14">ໂມເຊ​ໄດ້​ຍົກ​ງູ​ຂຶ້ນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຢ່າງ​ໃດ ບຸດ​ມະນຸດ​ກໍ​ຕ້ອງ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ຢ່າງ​ນັ້ນ,</verse>
				<verse number="15">ເພື່ອ​ວ່າ ທຸກຄົນ​ທີ່​ວາງໃຈເຊື່ອ​ໃນ​ພຣະອົງ ຈະ​ມີ​ຊີວິດ​ນິຣັນດອນ.</verse>
				<verse number="16">ເພາະວ່າ ພຣະເຈົ້າ​ຊົງ​ຮັກ​ໂລກ​ຫລາຍ​ທີ່ສຸດ ຈົນ​ໄດ້​ປະທານ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ເພື່ອ​ທຸກຄົນ​ທີ່​ວາງໃຈເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ມີ​ຊີວິດ​ອັນ​ຕະຫລອດ​ໄປ​ເປັນນິດ.</verse>
				<verse number="17">ດ້ວຍວ່າ, ພຣະເຈົ້າ​ໄດ້​ໃຊ້​ພຣະບຸດ​ເຂົ້າ​ມາ​ໃນ​ໂລກ ບໍ່ແມ່ນ​ເພື່ອ​ຕັດສິນ​ລົງໂທດ​ມະນຸດ​ສະໂລກ ແຕ່​ເພື່ອ​ມະນຸດ​ສະໂລກ​ຈະ​ໄດ້​ພົ້ນ​ດ້ວຍ​ພຣະບຸດ​ນັ້ນ.</verse>
				<verse number="18">ຜູ້​ທີ່​ວາງໃຈເຊື່ອ​ໃນ​ພຣະບຸດ ກໍ​ບໍ່​ຖືກ​ຕັດສິນ​ລົງໂທດ, ແຕ່​ຜູ້​ທີ່​ບໍ່​ວາງໃຈເຊື່ອ ກໍ​ຖືກ​ຕັດສິນ​ລົງໂທດ​ແລ້ວ ເພາະ​ລາວ​ບໍ່ໄດ້​ວາງໃຈເຊື່ອ​ໃນ​ພຣະບຸດ​ອົງ​ດຽວ​ຂອງ​ພຣະເຈົ້າ.</verse>
				<verse number="19">ການ​ຕັດສິນ​ລົງໂທດ​ເປັນ​ດັ່ງນີ້: ຄື​ວ່າ ຄວາມ​ສະຫວ່າງ​ໄດ້​ເຂົ້າ​ມາ​ໃນ​ໂລກ ແຕ່​ມະນຸດ​ໄດ້​ຮັກ​ຄວາມມືດ​ຫລາຍກວ່າ​ຮັກ​ຄວາມ​ສະຫວ່າງ ເພາະ​ການ​ກະທຳ​ຂອງ​ພວກເຂົາ​ຊົ່ວ.</verse>
				<verse number="20">ດ້ວຍວ່າ, ທຸກຄົນ​ທີ່​ເຮັດ​ຊົ່ວ ກໍ​ກຽດຊັງ​ຄວາມ​ສະຫວ່າງ ແລະ​ຈະ​ບໍ່​ມາ​ຫາ​ຄວາມ​ສະຫວ່າງ ເພາະ​ຢ້ານ​ວ່າ ການ​ກະທຳ​ຂອງຕົນ​ນັ້ນ​ຈະ​ຖືກ​ເປີດເຜີຍ.</verse>
				<verse number="21">ແຕ່​ທຸກຄົນ​ທີ່​ເຮັດ​ຕາມ​ຄວາມຈິງ ກໍ​ມາ​ຫາ​ຄວາມ​ສະຫວ່າງ ເພື່ອ​ໃຫ້​ເຫັນ​ວ່າ​ການ​ກະທຳ​ຂອງຕົນ​ໄດ້​ເຮັດ​ຕາມ​ພຣະເຈົ້າ.”</verse>
				<verse number="22">ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ​ກໍໄດ້​ໄປ​ແຂວງ​ຢູດາຍ ໃນ​ທີ່ນັ້ນ ພຣະອົງ​ໄດ້​ພັກ​ຢູ່​ກັບ​ພວກເຂົາ ແລະ​ໃຫ້​ຮັບ​ບັບຕິສະມາ.</verse>
				<verse number="23">ສ່ວນ​ໂຢຮັນ ກໍ​ໃຫ້​ຜູ້​ຄົນ​ຮັບ​ບັບຕິສະມາ​ເໝືອນກັນ​ທີ່​ບ້ານ​ໄອນົນ ໃກ້​ກັບ​ບ້ານ​ຊາລິມ ເພາະ​ຢູ່​ໃນ​ທີ່ນັ້ນ​ມີ​ນໍ້າ​ຫລາຍ, ປະຊາຊົນ​ໄດ້​ໄປ​ຫາ​ໂຢຮັນ​ເພື່ອ​ຮັບ​ບັບຕິສະມາ. (</verse>
				<verse number="24">ດ້ວຍວ່າ, ໃນ​ເວລາ​ນັ້ນ​ໂຢຮັນ​ຍັງ​ບໍ່​ທັນ​ເຂົ້າ​ຄຸກ​ເທື່ອ).</verse>
				<verse number="25">ສິດ​ຂອງ​ໂຢຮັນ​ບາງຄົນ​ໄດ້​ຖົກຖຽງ​ກັບ​ຄົນ​ຢິວ​ຜູ້ໜຶ່ງ ກ່ຽວກັບ​ການ​ຊຳລະ​ລ້າງ​ຕາມ​ປະເພນີ.</verse>
				<verse number="26">ສິດ​ເຫຼົ່ານັ້ນ ຈຶ່ງ​ໄປ​ບອກ​ໂຢຮັນ​ວ່າ, “ພຣະອາຈານ​ເອີຍ ທ່ານ​ຈື່​ຄົນ​ທີ່​ເຄີຍ​ຢູ່​ກັບ​ທ່ານ ທາງດ້ານ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຄື​ຜູ້​ທີ່​ທ່ານ​ເວົ້າ​ເຖິງ​ນັ້ນ​ຫລື​ບໍ່? ດຽວ​ນີ້​ເພິ່ນ​ກຳລັງ​ໃຫ້​ຮັບ​ບັບຕິສະມາ ແລະ​ທຸກຄົນ​ກໍ​ກຳລັງ​ໄປ​ຫາ​ເພິ່ນ.”</verse>
				<verse number="27">ໂຢຮັນ​ຕອບ​ພວກເຂົາ​ວ່າ, “ມະນຸດ​ຈະ​ຮັບ​ສິ່ງໃດ​ບໍ່ໄດ້ ນອກຈາກ​ທີ່​ຊົງ​ໂຜດ​ປະທານ​ຈາກ​ສະຫວັນ ຈະ​ໃຫ້​ສິ່ງ​ນັ້ນ​ແກ່​ເພິ່ນ.</verse>
				<verse number="28">ພວກເຈົ້າ​ເປັນ​ພະຍານ​ໄດ້ ໃນ​ຄຳ​ເວົ້າ​ຂອງເຮົາ​ທີ່​ວ່າ, ‘ເຮົາ​ບໍ່ແມ່ນ​ພຣະຄຣິດ ແຕ່​ເປັນ​ຜູ້​ທີ່​ຖືກ​ໃຊ້​ມາ​ກ່ອນ​ໜ້າ​ພຣະອົງ.’</verse>
				<verse number="29">ເຈົ້າສາວ​ຍ່ອມ​ເປັນ​ຂອງ​ເຈົ້າບ່າວ, ແຕ່​ພໍ​ໄດ້ຍິນ​ສຽງ​ເຈົ້າບ່າວ ເພື່ອນ​ຂອງ​ເຈົ້າບ່າວ​ທີ່​ຢືນ​ຟັງ​ຢູ່ ກໍ​ດີໃຈ​ຢ່າງ​ເຕັມປ່ຽມ ຢ່າງ​ນັ້ນ​ແຫຼະ ຄວາມ​ຍິນດີ​ຂອງເຮົາ​ກໍ​ຄົບຖ້ວນ​ແລ້ວ.</verse>
				<verse number="30">ພຣະອົງ​ນັ້ນ​ຕ້ອງ​ໃຫຍ່​ຂຶ້ນ ແຕ່​ເຮົາ​ຈະ​ຕ້ອງ​ນ້ອຍ​ລົງ.”</verse>
				<verse number="31">ພຣະອົງ​ຜູ້​ທີ່​ມາ​ຈາກ​ເບື້ອງ​ເທິງ ກໍ​ເໜືອ​ກວ່າ​ທຸກສິ່ງ, ສ່ວນ​ຜູ້​ທີ່​ມາ​ຈາກ​ແຜ່ນດິນ ຍ່ອມ​ເປັນ​ຝ່າຍ​ໂລກ ແລະ​ເວົ້າ​ເຖິງ​ເລື່ອງ​ໂລກ ແຕ່​ຜູ້​ທີ່​ມາ​ຈາກ​ສະຫວັນ​ກໍ​ຢູ່​ເໜືອ​ທຸກສິ່ງ.</verse>
				<verse number="32">ພຣະອົງ​ບອກ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ເຫັນ​ແລະ​ໄດ້ຍິນ ແຕ່​ບໍ່ມີ​ຜູ້ໃດ​ຮັບ​ເອົາ​ຄຳ​ພະຍານ​ຂອງ​ພຣະອົງ.</verse>
				<verse number="33">ແຕ່​ຜູ້​ທີ່​ຮັບ​ເອົາ​ຄຳ​ພະຍານ​ຂອງ​ພຣະອົງ​ກໍ​ຢືນຢັນ​ວ່າ ພຣະເຈົ້າ​ຊົງ​ເປັນ​ຈິງ.</verse>
				<verse number="34">ພຣະອົງ​ຜູ້​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ​ນັ້ນ ກ່າວ​ພຣະທຳ​ຂອງ​ພຣະເຈົ້າ ເພາະ​ພຣະເຈົ້າ​ໄດ້​ປະທານ​ພຣະວິນຍານ​ໃຫ້​ເພິ່ນ​ຢ່າງ​ບໍ່​ຈຳກັດ.</verse>
				<verse number="35">ພຣະບິດາ​ຮັກ​ພຣະບຸດ ແລະ​ມອບ​ທຸກສິ່ງ​ໄວ້​ໃນ​ກຳມື​ຂອງ​ພຣະບຸດ.</verse>
				<verse number="36">ຜູ້​ທີ່​ວາງໃຈເຊື່ອ​ໃນ​ພຣະບຸດ ກໍໄດ້​ຊີວິດ​ນິຣັນດອນ ຜູ້​ທີ່​ບໍ່​ເຊື່ອ​ໃນ​ພຣະບຸດ ກໍ​ຈະ​ບໍ່​ເຫັນ​ຊີວິດ ແຕ່​ການ​ລົງໂທດ​ຂອງ​ພຣະເຈົ້າ​ຈະ​ປົກຄຸມ​ຢູ່​ເທິງ​ຜູ້ນັ້ນ.</verse>
			</chapter>
			<chapter number="4">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ໄດ້​ຮູ້​ວ່າ ພວກ​ຟາຣີຊາຍ​ໄດ້ຍິນ​ຂ່າວ​ວ່າ​ພຣະອົງ​ມີ​ສາວົກ ແລະ​ໄດ້​ໃຫ້​ຜູ້​ຄົນ​ຮັບ​ບັບຕິສະມາ​ຫລາຍກວ່າ​ໂຢຮັນ (</verse>
				<verse number="2">ຄວາມຈິງ​ແລ້ວ ພຣະເຢຊູເຈົ້າ​ບໍ່ໄດ້​ໃຫ້​ຜູ້ໃດ​ຮັບ​ບັບຕິສະມາ ແຕ່​ແມ່ນ​ພວກ​ສາວົກ​ຂອງ​ພຣະອົງ​ທີ່​ເປັນ​ຜູ້​ໃຫ້).</verse>
				<verse number="3">ພຣະເຢຊູເຈົ້າ​ໄດ້​ສະເດັດ​ອອກ​ຈາກ​ແຂວງ​ຢູດາຍ ແລະ​ກັບຄືນ​ໄປ​ແຂວງ​ຄາລີເລ.</verse>
				<verse number="4">ພຣະອົງ​ຈຳເປັນ​ຕ້ອງ​ຜ່ານ​ແຂວງ​ຊາມາເຣຍ​ໄປ.</verse>
				<verse number="5">ພຣະອົງ​ມາ​ເຖິງ​ເມືອງ​ໜຶ່ງ​ຢູ່​ໃນ​ແຂວງ​ຊາມາເຣຍ ທີ່​ຊື່​ວ່າ ຊີຂາ ຊຶ່ງ​ບໍ່​ໄກ​ຈາກ​ດິນ​ຕອນ​ທີ່​ຢາໂຄບ​ໄດ້​ມອບ​ໃຫ້​ໂຢເຊັບ​ລູກຊາຍ​ຂອງຕົນ.</verse>
				<verse number="6">ນໍ້າສ້າງ​ຂອງ​ຢາໂຄບ​ກໍ​ຢູ່​ໃນ​ທີ່ນັ້ນ. ເມື່ອ​ປະມານ​ທ່ຽງວັນ ພຣະເຢຊູເຈົ້າ​ມີ​ຄວາມ​ອິດເມື່ອຍ​ຍ້ອນ​ການ​ເດີນທາງ ພຣະອົງ​ຈຶ່ງ​ນັ່ງ​ລົງ​ທີ່​ແຄມ​ນໍ້າສ້າງ​ນັ້ນ.</verse>
				<verse number="7">ມີ​ຍິງ​ຊາວ​ຊາມາເຣຍ​ຄົນ​ໜຶ່ງ ໄດ້​ມາ​ຕັກ​ນໍ້າ​ໃນ​ສ້າງ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ນາງ​ວ່າ, “ເຮົາ​ຂໍ​ດື່ມ​ນໍ້າ​ແດ່.” (</verse>
				<verse number="8">ໃນ​ຂະນະ​ນັ້ນ ພວກ​ສາວົກ​ຂອງ​ພຣະອົງ ໄດ້​ເຂົ້າ​ໄປ​ຊື້​ອາຫານ​ໃນ​ເມືອງ).</verse>
				<verse number="9">ຍິງ​ຊາວ​ຊາມາເຣຍ​ຕອບ​ພຣະອົງ​ວ່າ, “ດ້ວຍເຫດໃດ​ທ່ານ​ຜູ້​ເປັນ​ຄົນ​ຢິວ ຈຶ່ງ​ຂໍ​ດື່ມ​ນໍ້າ​ຈາກ​ຂ້ານ້ອຍ ທີ່​ເປັນ​ຄົນ​ຊາມາເຣຍ?” (ຊາວ​ຢິວ ແລະ ຊາວ​ຊາມາເຣຍ​ບໍ່ມີ​ສ່ວນ​ກ່ຽວ​ຂ້ອງ​ກັນ).</verse>
				<verse number="10">ພຣະເຢຊູເຈົ້າ​ຊົງ​ຕອບ​ນາງ​ວ່າ, “ຖ້າ​ເຈົ້າ​ຮູ້ຈັກ​ສິ່ງ​ທີ່​ພຣະເຈົ້າ​ໃຫ້ ແລະ​ຮູ້ຈັກ​ຜູ້​ທີ່​ກຳລັງ​ຂໍ​ດື່ມ​ນໍ້າ​ຈາກ​ເຈົ້າ​ແລ້ວ ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ແລະ​ເພິ່ນ​ຈະ​ເອົາ​ນໍ້າ​ທີ່​ປະກອບ​ດ້ວຍ​ຊີວິດ​ໃຫ້​ແກ່​ເຈົ້າ.”</verse>
				<verse number="11">ນາງ​ກ່າວ​ຕໍ່​ພຣະອົງ​ວ່າ, “ທ່ານເອີຍ ທ່ານ​ບໍ່ມີ​ຫຍັງ​ທີ່​ຈະ​ຕັກ​ນໍ້າ ແລະ​ສ້າງ​ນີ້​ກໍ​ເລິກ ທ່ານ​ຈະ​ເອົາ​ນໍ້າ​ທີ່​ປະກອບ​ດ້ວຍ​ຊີວິດ​ນັ້ນ​ມາ​ແຕ່​ໃສ?</verse>
				<verse number="12">ຢາໂຄບ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ຜູ້​ທີ່​ໄດ້​ຂຸດ​ນໍ້າສ້າງ​ນີ້​ໄວ້​ໃຫ້​ພວກ​ຂ້ານ້ອຍ​ນັ້ນ ກໍ​ດື່ມ​ນໍ້າ​ຈາກ​ສ້າງ​ນີ້​ພ້ອມ​ທັງ​ພວກ​ລູກຊາຍ ແລະ​ຝູງສັດ​ຂອງ​ເພິ່ນ ທ່ານ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ຢາໂຄບ​ຊັ້ນບໍ?”</verse>
				<verse number="13">ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ນາງ​ວ່າ, “ທຸກຄົນ​ທີ່​ດື່ມ​ນໍ້າ​ນີ້ ຍັງ​ຈະ​ຫິວ​ອີກ</verse>
				<verse number="14">ແຕ່​ຜູ້ໃດ​ທີ່​ດື່ມ​ນໍ້າ ຊຶ່ງ​ເຮົາ​ຈະ​ໃຫ້​ນັ້ນ ຈະ​ບໍ່​ຢາກ​ອີກ​ຈັກເທື່ອ. ນໍ້າ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ກາຍເປັນ​ນໍ້າພຸ​ໃນ​ຕົວ​ຂອງ​ຜູ້ນັ້ນ ແລະ​ຈະ​ພຸ່ງ​ຂຶ້ນ​ເຖິງ​ຊີວິດ​ນິຣັນດອນ.”</verse>
				<verse number="15">ນາງ​ໄດ້​ກ່າວ​ຕໍ່​ພຣະອົງ​ວ່າ, “ທ່ານເອີຍ ຂໍ​ເອົາ​ນໍ້າ​ນັ້ນ​ໃຫ້​ຂ້ານ້ອຍ​ດື່ມ​ແດ່ທ້ອນ ເພື່ອ​ຂ້ານ້ອຍ​ຈະ​ບໍ່​ຢາກ ແລະ​ຈະ​ບໍ່ໄດ້​ມາ​ຕັກ​ນໍ້າ​ທີ່​ນີ້​ອີກ.”</verse>
				<verse number="16">ພຣະເຢຊູເຈົ້າ​ບອກ​ນາງ​ວ່າ, “ຈົ່ງ​ໄປ​ເອີ້ນ​ຜົວ​ຂອງ​ເຈົ້າ​ມາ​ທີ່​ນີ້.”</verse>
				<verse number="17">ນາງ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ບໍ່ມີ​ຜົວ.” ພຣະເຢຊູເຈົ້າ​ຊົງ​ຕອບ​ນາງ​ຄືນ​ວ່າ, “ເຈົ້າ​ເວົ້າ​ຖືກ​ແລ້ວ​ວ່າ ເຈົ້າ​ບໍ່ມີ​ຜົວ.</verse>
				<verse number="18">ເຈົ້າ​ເຄີຍ​ມີ​ຜົວ​ມາ​ແລ້ວ​ຫ້າ​ຄົນ ແລະ​ຜູ້​ທີ່​ເຈົ້າ​ມີ​ຢູ່​ດຽວ​ນີ້​ກໍ​ບໍ່ແມ່ນ​ຜົວ​ຂອງ​ເຈົ້າ ສິ່ງ​ທີ່​ເຈົ້າ​ເວົ້າ​ນັ້ນ​ກໍ​ເປັນ​ຄວາມຈິງ​ແທ້.”</verse>
				<verse number="19">ນາງ​ກ່າວ​ຕໍ່​ພຣະອົງ​ວ່າ, “ທ່ານເອີຍ ຂ້ານ້ອຍ​ເຫັນ​ຄັກ​ແລ້ວ​ວ່າ ທ່ານ​ເປັນ​ຜູ້ທຳນວາຍ.</verse>
				<verse number="20">ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ໄດ້​ນະມັດສະການ​ພຣະເຈົ້າ​ເທິງ​ພູ​ໜ່ວຍ​ນີ້, ແຕ່​ພວກທ່ານ​ວ່າ ສະຖານທີ່​ຄວນ​ນະມັດສະການ ກໍ​ຄື​ນະຄອນ​ເຢຣູຊາເລັມ.”</verse>
				<verse number="21">ພຣະເຢຊູເຈົ້າ​ບອກ​ນາງ​ວ່າ, “ຈົ່ງ​ເຊື່ອ​ໃນ​ເຮົາ​ເທາະ ຄົງ​ມີ​ວັນ​ໜຶ່ງ ພວກເຈົ້າ​ຈະ​ບໍ່ໄດ້​ນະມັດສະການ​ພຣະບິດາເຈົ້າ​ຢູ່​ເທິງ​ພູ​ນີ້ ຫລື​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="22">ຊຶ່ງ​ພວກເຈົ້າ​ນະມັດສະການ​ນັ້ນ ພວກເຈົ້າ​ບໍ່​ຮູ້ຈັກ ແຕ່​ພວກເຮົາ​ຮູ້​ດີ​ວ່າ ພວກເຮົາ​ນະມັດສະການ​ຜູ້ໃດ ເພາະ​ຄວາມ​ພົ້ນ​ນັ້ນ​ມາ​ທາງ​ຊາວ​ຢິວ.</verse>
				<verse number="23">ແຕ່​ເວລາ​ນັ້ນ​ໃກ້​ເຂົ້າ​ມາ ແລະ​ບັດນີ້​ກໍ​ມາ​ເຖິງ​ແລ້ວ ຄື​ເມື່ອ​ຜູ້​ທີ່​ນະມັດສະການ​ຢ່າງ​ຖືກຕ້ອງ ຈະ​ນະມັດສະການ​ພຣະບິດາເຈົ້າ​ດ້ວຍ​ຈິດ​ວິນຍານ​ແລະ​ຄວາມຈິງ ເພາະ​ພຣະບິດາເຈົ້າ​ຊອກ​ຫາ​ຄົນ​ຢ່າງ​ນັ້ນ​ແຫຼະ ນະມັດສະການ​ພຣະອົງ.</verse>
				<verse number="24">ພຣະເຈົ້າ​ຊົງ​ເປັນ​ພຣະວິນຍານ ແລະ​ຜູ້​ທີ່​ນະມັດສະການ​ພຣະອົງ ຕ້ອງ​ນະມັດສະການ​ດ້ວຍ​ຈິດ​ວິນຍານ ແລະ​ຄວາມຈິງ.”</verse>
				<verse number="25">ຍິງ​ຜູ້​ນີ້​ໄດ້​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ຂ້ານ້ອຍ​ຮູ້​ວ່າ ພຣະ​ເມຊີອາ (ທີ່​ເອີ້ນ​ວ່າ ພຣະຄຣິດ)​ຈະ​ມາ ຖ້າ​ພຣະອົງ​ມາ​ແລ້ວ ພຣະອົງ​ຈະ​ບອກ​ທຸກສິ່ງ​ແກ່​ພວກ​ຂ້ານ້ອຍ.”</verse>
				<verse number="26">ພຣະເຢຊູເຈົ້າ​ໄດ້​ບອກ​ນາງ​ວ່າ, “ເຮົາ​ຜູ້​ທີ່​ກຳລັງ​ເວົ້າ​ກັບ​ເຈົ້າ​ຢູ່​ນີ້​ແຫຼະ ຄື​ຜູ້ນັ້ນ.”</verse>
				<verse number="27">ໃນ​ຂະນະ​ນັ້ນ ພວກ​ສາວົກ​ຂອງ​ພຣະອົງ​ກໍ​ມາ​ເຖິງ ພວກເພິ່ນ​ປະຫລາດ​ໃຈ​ທີ່​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ເວົ້າ​ກັບ​ແມ່ຍິງ, ແຕ່​ບໍ່ມີ​ຜູ້ໃດ​ຖາມ​ວ່າ, “ທ່ານ​ຕ້ອງການ​ຫຍັງ? ຫລື​ຖາມ​ພຣະເຢຊູເຈົ້າ​ວ່າ ເປັນຫຍັງ​ພຣະອົງ​ຈຶ່ງ​ເວົ້າ​ກັບ​ນາງ?”</verse>
				<verse number="28">ຍິງ​ຄົນ​ນັ້ນ​ໄດ້​ປະ​ໄຫນໍ້າ​ຂອງຕົນ, ກັບຄືນ​ເຂົ້າ​ໄປ​ໃນ​ເມືອງ ແລະ​ບອກ​ຄົນ​ທັງຫລາຍ​ວ່າ,</verse>
				<verse number="29">“ຈົ່ງ​ມາ​ເບິ່ງ​ຊາຍ​ຜູ້ໜຶ່ງ ທີ່​ບອກ​ຂ້ອຍ​ເຖິງ​ທຸກໆ​ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ມາ​ແລ້ວ ຜູ້​ນີ້​ບໍ່ແມ່ນ​ພຣະຄຣິດ​ບໍ?”</verse>
				<verse number="30">ຄົນ​ທັງຫລາຍ​ຈຶ່ງ​ພາກັນ​ອອກ​ຈາກ​ເມືອງ​ມາ​ຫາ​ພຣະອົງ.</verse>
				<verse number="31">ໃນ​ຂະນະ​ນັ້ນ ພວກ​ສາວົກ​ບອກ​ພຣະອົງ​ວ່າ, “ພຣະອາຈານ ຂໍ​ເຊີນ​ຮັບປະທານ​ອາຫານ​ສາເຖີດ.”</verse>
				<verse number="32">ແຕ່​ພຣະອົງ​ຕອບ​ພວກເພິ່ນ​ວ່າ, “ເຮົາ​ມີ​ອາຫານ​ກິນ​ທີ່​ພວກເຈົ້າ​ບໍ່​ຮູ້.”</verse>
				<verse number="33">ພວກ​ສາວົກ​ຈຶ່ງ​ເລີ່ມ​ຖາມ​ກັນ​ວ່າ, “ມີ​ຄົນ​ເອົາ​ອາຫານ​ມາ​ໃຫ້​ເພິ່ນ​ກິນ​ບໍ?”</verse>
				<verse number="34">ພຣະເຢຊູເຈົ້າ​ໄດ້​ເວົ້າ​ກັບ​ພວກເພິ່ນ​ວ່າ, “ອາຫານ​ຂອງເຮົາ​ແມ່ນ​ການ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ ແລະ​ເຮັດ​ໃຫ້​ວຽກງານ​ຂອງ​ພຣະອົງ​ສຳເລັດ.</verse>
				<verse number="35">ເຈົ້າ​ທັງຫລາຍ​ເວົ້າ​ວ່າ, ‘ອີກ​ສີ່​ເດືອນ​ກໍ​ຈະ​ເຖິງ​ລະດູ​ກ່ຽວ​ເຂົ້າ​ບໍ່ແມ່ນ​ບໍ?’ ນີ້​ແຫຼະ ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ເງີຍ​ໜ້າ​ເບິງ​ທົ່ງນາ ເພາະ​ເຂົ້າ​ກໍ​ເຫລືອງ​ພໍ​ກ່ຽວ​ແລ້ວ</verse>
				<verse number="36">ຜູ້​ທີ່​ກ່ຽວເຂົ້າ​ກໍ​ກຳລັງ​ຮັບ​ຄ່າຈ້າງ ແລະ​ຮວບຮວມ​ເອົາ​ຜົນລະປູກ​ໄວ້​ສຳລັບ​ຊີວິດ​ນິຣັນດອນ ເພື່ອ​ທັງ​ຜູ້​ຫວ່ານ ແລະ​ຜູ້​ເກັບກ່ຽວ​ຈະ​ຊົມຊື່ນ​ຍິນດີ​ນຳກັນ.</verse>
				<verse number="37">ເພາະ​ເຫດ​ນີ້​ແຫຼະ ຄຳ​ທີ່​ວ່າ, ‘ຄົນ​ໜຶ່ງ​ຫວ່ານ ແລະ​ຄົນ​ໜຶ່ງ​ເກັບກ່ຽວ​ນັ້ນ​ກໍ​ເປັນ​ຄວາມຈິງ.’</verse>
				<verse number="38">ເຮົາ​ໄດ້​ໃຊ້​ເຈົ້າ​ທັງຫລາຍ​ໄປ​ເກັບກ່ຽວ ອັນ​ທີ່​ເຈົ້າ​ບໍ່ໄດ້​ລົງ​ແຮງ​ເຮັດ ຄົນອື່ນ​ໄດ້​ລົງ​ແຮງ​ເຮັດ​ໄວ້ ແລະ​ພວກເຈົ້າ​ເປັນ​ຜູ້​ທີ່​ໄດ້​ຮັບ​ຜົນ​ປະໂຫຍດ ຈາກ​ການງານ​ຂອງ​ພວກເຂົາ.”</verse>
				<verse number="39">ຊາວ​ຊາມາເຣຍ​ເປັນ​ຈຳນວນ​ຫລວງຫລາຍ​ໃນ​ເມືອງ​ນີ້​ໄດ້​ເຊື່ອ​ໃນ​ພຣະອົງ ເພາະ​ຖ້ອຍຄຳ​ທີ່​ຍິງ​ນັ້ນ​ໄດ້​ເປັນ​ພະຍານ​ວ່າ, “ເພິ່ນ​ໄດ້​ບອກ​ຂ້ອຍ​ກ່ຽວກັບ​ທຸກໆ​ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ມາ.”</verse>
				<verse number="40">ດັ່ງນັ້ນ ເມື່ອ​ຊາວ​ຊາມາເຣຍ​ມາ​ຫາ​ພຣະອົງ ພວກເຂົາ​ຈຶ່ງ​ຂໍຮ້ອງ​ໃຫ້​ພຣະອົງ​ຢູ່​ກັບ​ພວກເຂົາ ແລະ​ພຣະອົງ​ກໍ​ຢູ່​ທີ່​ນັ້ນ​ສອງ​ວັນ.</verse>
				<verse number="41">ມີ​ຄົນອື່ນ​ອີກ​ຈຳນວນ​ຫລວງຫລາຍ​ທີ່​ໄດ້​ຮັບ​ເຊື່ອ ເພາະ​ໄດ້ຍິນ​ຖ້ອຍຄຳ​ຂອງ​ພຣະອົງ</verse>
				<verse number="42">ແລະ ພວກເຂົາ​ໄດ້​ເວົ້າ​ກັບ​ແມ່ຍິງ​ຄົນ​ນັ້ນ​ວ່າ, “ບັດນີ້ ພວກເຮົາ​ໄດ້​ເຊື່ອ ບໍ່ແມ່ນ​ຍ້ອນ​ຄຳ​ເວົ້າ​ຂອງ​ເຈົ້າ ແຕ່​ຍ້ອນ​ພວກເຮົາ​ໄດ້ຍິນ​ເພິ່ນເອງ​ເວົ້າ ແລະ​ພວກເຮົາ​ກໍ​ຮູ້​ວ່າ ແມ່ນ​ທ່ານ​ຜູ້​ນີ້​ແທ້ ທີ່​ເປັນ​ພຣະ​ຜູ້ໂຜດຊ່ວຍ​ມະນຸດ​ສະໂລກ​ໃຫ້​ພົ້ນ.”</verse>
				<verse number="43">ຫລັງຈາກ​ສອງ​ວັນ​ຜ່ານ​ໄປ​ແລ້ວ ພຣະເຢຊູເຈົ້າ​ໄດ້​ສະເດັດ​ອອກ​ໄປ​ທີ່​ແຂວງ​ຄາລີເລ. (</verse>
				<verse number="44">ເພາະ​ພຣະເຢຊູເຈົ້າ​ເອງ​ໄດ້​ເປັນ​ພະຍານ​ວ່າ, ຜູ້ທຳນວາຍ​ບໍ່ໄດ້​ຮັບ​ກຽດ ແລະ​ຄວາມນັບຖື​ໃນ​ບ້ານ​ເມືອງ​ຂອງຕົນ).</verse>
				<verse number="45">ເມື່ອ​ພຣະອົງ​ໄປ​ຮອດ​ແຂວງ​ຄາລີເລ​ແລ້ວ ຊາວ​ຄາລີເລ​ກໍ​ຕ້ອນຮັບ​ພຣະອົງ ເພາະ​ພວກເຂົາ​ກໍໄດ້​ໄປ​ໃນ​ເທດສະການ​ປັດສະຄາ​ທີ່​ນະຄອນ​ເຢຣູຊາເລັມ ແລະ ເຫັນ​ທຸກສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ໃນ​ພິທີ​ສະຫລອງ​ນັ້ນ​ເໝືອນກັນ.</verse>
				<verse number="46">ແລ້ວ​ພຣະອົງ​ກໍໄດ້​ສະເດັດ​ກັບຄືນ​ໄປ​ຍັງ​ບ້ານ​ການາ​ແຂວງ​ຄາລີເລ​ອີກ ບ່ອນ​ທີ່​ພຣະອົງ​ໄດ້​ເຮັດ​ໃຫ້​ນໍ້າ​ກາຍເປັນ​ເຫຼົ້າ​ອະງຸ່ນ ມີ​ລູກຊາຍ​ຂອງ​ຂ້າຣາຊການ​ຄົນ​ໜຶ່ງ ທີ່​ເມືອງ​ກາເປນາອູມ​ກຳລັງ​ປ່ວຍ​ຢູ່.</verse>
				<verse number="47">ເມື່ອ​ຂ້າຣາຊການ​ຄົນ​ນີ້​ໄດ້ຍິນ​ຂ່າວ​ວ່າ ພຣະເຢຊູເຈົ້າ​ໄດ້​ສະເດັດ​ອອກ​ຈາກ​ແຂວງ​ຢູດາຍ ແລະ​ມາ​ຮອດ​ແຂວງ​ຄາລີເລ​ແລ້ວ ເພິ່ນ​ຈຶ່ງ​ໄປ​ຂໍຮ້ອງ​ພຣະອົງ ໃຫ້​ມາ​ຮັກສາ​ລູກຊາຍ​ຂອງຕົນ​ທີ່​ໃກ້​ຈະ​ຕາຍ.</verse>
				<verse number="48">ພຣະເຢຊູເຈົ້າ​ເວົ້າ​ຕໍ່​ເພິ່ນ​ວ່າ, “ຖ້າ​ເຈົ້າ​ທັງຫລາຍ​ບໍ່​ເຫັນ​ການ​ອັດສະຈັນ ແລະ​ໝາຍສຳຄັນ ພວກເຈົ້າ​ກໍ​ຈະ​ບໍ່​ເຊື່ອ.”</verse>
				<verse number="49">ຂ້າຣາຊການ​ຜູ້ນັ້ນ​ຕອບ​ວ່າ, “ພຣະອົງເຈົ້າ​ຂ້າ ຂໍ​ເຊີນ​ທ່ານ​ລົງ​ໄປ​ກ່ອນ​ທີ່​ລູກ​ຂ້ານ້ອຍ​ຈະ​ຕາຍ.”</verse>
				<verse number="50">ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ກັບຄືນ​ເມືອ​ສາ, ລູກ​ຂອງ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່.” ຊາຍ​ຄົນ​ນັ້ນ​ໄດ້​ເຊື່ອ​ໃນ​ຖ້ອຍຄຳ​ຂອງ​ພຣະເຢຊູເຈົ້າ ແລະ​ລາ​ກັບຄືນ​ເມືອ.</verse>
				<verse number="51">ໃນ​ຂະນະທີ່​ລາວ​ກຳລັງ​ກັບຄືນ​ເມືອ​ນັ້ນ ພວກ​ຄົນ​ຮັບໃຊ້​ໄດ້​ອອກ​ມາ​ຕ້ອນຮັບ ແລະ​ບອກ​ຂ່າວ​ໃຫ້​ຮູ້​ວ່າ ລູກຊາຍ​ຂອງ​ລາວ​ຍັງ​ມີ​ຊີວິດ​ຢູ່.</verse>
				<verse number="52">ລາວ​ຈຶ່ງ​ຖາມ​ພວກເຂົາ​ເຖິງ​ເວລາ​ທີ່​ລູກຊາຍ​ເລີ່ມ​ມີ​ອາການ​ດີ​ຂຶ້ນ​ມາ, ພວກເຂົາ​ຕອບ​ວ່າ, “ລາວ​ດີ​ໄຂ້​ມື້​ວານ​ນີ້​ໃນ​ເວລາ​ບ່າຍ​ໜຶ່ງ​ໂມງ.”</verse>
				<verse number="53">ແລ້ວ​ຜູ້​ເປັນ​ພໍ່​ກໍ​ຈື່​ວ່າ ມັນ​ກົງກັບ​ເວລາ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ຕົນ​ວ່າ, ລູກ​ຂອງ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່. ດັ່ງນັ້ນ ລາວ​ກັບ​ທຸກຄົນ​ໃນ​ຄອບຄົວ​ຂອງ​ລາວ​ຈຶ່ງ​ໄດ້​ເຊື່ອ.</verse>
				<verse number="54">ນີ້​ເປັນ​ໝາຍສຳຄັນ​ການ​ອັດສະຈັນ​ຄັ້ງ​ທີ​ສອງ ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ ຫລັງຈາກ​ທີ່​ພຣະອົງ​ໄດ້​ຈາກ​ແຂວງ​ຢູດາຍ​ໄປ​ຍັງ​ແຂວງ​ຄາລີເລ.</verse>
			</chapter>
			<chapter number="5">
				<verse number="1">ຫລັງຈາກ​ນັ້ນ ກໍ​ເຖິງ​ເທດສະການ​ຂອງ​ຊາດ​ຢິວ ແລະ​ພຣະເຢຊູເຈົ້າ​ກໍໄດ້​ຂຶ້ນ​ເມືອ​ນະຄອນ​ເຢຣູຊາເລັມ.</verse>
				<verse number="2">ໃນ​ນະຄອນ​ເຢຣູຊາເລັມ​ໃກ້​ແຄມ​ປະຕູ​ແກະ​ມີ​ສະນໍ້າ​ໜ່ວຍ​ໜຶ່ງ ຕາມ​ພາສາ​ເຮັບເຣີ​ເອີ້ນ​ສະນັ້ນ​ວ່າ, ເບັດຊະທາ ທີ່​ມີ​ສາລາ​ຫ້າ​ຫລັງ​ອ້ອມ​ຢູ່.</verse>
				<verse number="3">ຕາມ​ສາລາ​ເຫຼົ່ານັ້ນ​ມີ​ຄົນ​ປ່ວຍ​ນອນ​ຄອຍ​ຖ້າ​ຢູ່​ຢ່າງ​ຫລວງຫລາຍ​ເຊັ່ນ: ຄົນ​ຕາບອດ, ຄົນ​ຂາເສັ້ງ ແລະ​ຄົນ​ເປັນ​ອົງຄະ​ລີບ.</verse>
				<verse number="4">ພວກເຂົາ​ລໍ​ຖ້າ​ນໍ້າ​ເຟືອນ. ດ້ວຍວ່າ, ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ລົງ​ມາ​ກວນ​ນໍ້າ​ໃນ​ສະ​ນັ້ນ​ເປັນ​ຍາມ ແລະ​ເມື່ອ​ນໍ້າ​ເຟືອນ ຜູ້ໃດ​ລົງ​ໄປ​ໃນ​ນໍ້າ​ກ່ອນ ຜູ້ນັ້ນ​ກໍ​ຫາຍ​ດີ​ຈາກ​ພະຍາດ​ທີ່​ຕົນ​ເປັນ​ຢູ່.</verse>
				<verse number="5">ໃນ​ທີ່ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ປ່ວຍ​ໄດ້​ສາມສິບແປດ​ປີ​ມາ​ແລ້ວ,</verse>
				<verse number="6">ເມື່ອ​ພຣະເຢຊູເຈົ້າ​ເຫັນ​ລາວ​ນອນ​ຢູ່​ໃນ​ບ່ອນ​ນັ້ນ ພຣະອົງ​ກໍ​ຮູ້​ວ່າ ລາວ​ປ່ວຍ​ເປັນ​ເວລາ​ດົນນານ​ແລ້ວ. ດັ່ງນັ້ນ ພຣະອົງ​ຈຶ່ງ​ຖາມ​ວ່າ, “ເຈົ້າ​ຢາກ​ຫາຍ​ດີ​ບໍ?”</verse>
				<verse number="7">ຄົນ​ປ່ວຍ​ນັ້ນ​ຈຶ່ງ​ຕອບ​ວ່າ, “ທ່ານເອີຍ ບໍ່ມີ​ຜູ້ໃດ​ເອົາ​ຂ້ານ້ອຍ​ລົງ​ໄປ​ໃນ​ສະນໍ້າ​ຕອນ​ທີ່​ນໍ້າ​ເຟືອນ ແລະ​ເມື່ອ​ຂ້ານ້ອຍ​ກຳລັງ​ຈະ​ລົງ​ໄປ ຄົນອື່ນ​ກໍ​ລົງ​ໄປ​ກ່ອນ​ຂ້ານ້ອຍ​ແລ້ວ.”</verse>
				<verse number="8">ພຣະເຢຊູເຈົ້າ​ບອກ​ລາວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ແລະ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ​ຍ່າງ​ໄປ.”</verse>
				<verse number="9">ໃນ​ທັນໃດ ຊາຍ​ຄົນ​ນັ້ນ​ກໍ​ຫາຍ​ດີ​ພະຍາດ ລາວ​ຈຶ່ງ​ຍົກ​ເອົາ​ບ່ອນ​ນອນ​ຂອງຕົນ​ແລ້ວ​ຍ່າງ​ໄປ. ວັນ​ນັ້ນ​ເປັນ​ວັນ​ຊະບາໂຕ</verse>
				<verse number="10">ດັ່ງນັ້ນ ເຈົ້າໜ້າທີ່​ຢິວ​ຈຶ່ງ​ເວົ້າ​ກັບ​ຊາຍ​ທີ່​ດີ​ພະຍາດ​ນັ້ນ​ວ່າ, “ວັນ​ນີ້​ເປັນ​ວັນ​ຊະບາໂຕ ການ​ທີ່​ເຈົ້າ​ຍົກ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ​ອອກ​ໄປ​ນັ້ນ ເປັນ​ການ​ຜິດ​ກົດບັນຍັດ.”</verse>
				<verse number="11">ຊາຍ​ນັ້ນ​ຈຶ່ງ​ຕອບ​ວ່າ, “ຄົນ​ທີ່​ເຮັດ​ໃຫ້​ຂ້ານ້ອຍ​ດີ​ພະຍາດ​ໄດ້​ບອກ​ຂ້ານ້ອຍ​ວ່າ, ‘ຈົ່ງ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ​ແລ້ວ​ຍ່າງ​ໄປ.”’</verse>
				<verse number="12">ພວກເຂົາ​ຈຶ່ງ​ຖາມ​ຊາຍ​ຄົນ​ນັ້ນ​ວ່າ, “ແມ່ນ​ຜູ້ໃດ​ທີ່​ບອກ​ເຈົ້າ​ວ່າ, ‘ຈົ່ງ​ຍົກ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ​ແລ້ວ​ຍ່າງ​ໄປ?”’</verse>
				<verse number="13">ແຕ່​ຊາຍ​ທີ່​ດີ​ພະຍາດ​ບໍ່​ຮູ້​ວ່າ​ແມ່ນ​ຜູ້ໃດ. ດ້ວຍວ່າ, ພຣະເຢຊູເຈົ້າ​ໄດ້​ໜີໄປ​ແລ້ວ​ເພາະວ່າ​ບ່ອນ​ນັ້ນ​ມີ​ຄົນ​ຫລາຍ.</verse>
				<verse number="14">ພາຍຫລັງມາ ພຣະເຢຊູເຈົ້າ​ໄດ້​ພົບ​ຊາຍ​ຄົນ​ນັ້ນ​ໃນ​ພຣະວິຫານ ແລ້ວ​ພຣະອົງ​ຈຶ່ງ​ບອກ​ລາວ​ວ່າ, “ເຈົ້າ​ດີ​ພະຍາດ​ແລ້ວ ຢ່າ​ສູ່​ເຮັດ​ບາບ​ອີກ​ຕໍ່ໄປ ຢ້ານ​ວ່າ​ຈະ​ມີ​ເຫດຮ້າຍ​ຫລາຍກວ່າ​ນັ້ນ​ເກີດຂຶ້ນ​ກັບ​ເຈົ້າ.”</verse>
				<verse number="15">ແລ້ວ​ຊາຍ​ຄົນ​ນັ້ນ​ກໍ​ໄປ​ບອກ​ພວກ​ຢິວ​ວ່າ ແມ່ນ​ພຣະເຢຊູເຈົ້າ​ທີ່​ເຮັດ​ໃຫ້​ຕົນ​ດີ​ພະຍາດ.</verse>
				<verse number="16">ເຫດສະນັ້ນ ພວກ​ຢິວ​ຈຶ່ງ​ໄດ້​ຂົ່ມເຫັງ​ພຣະເຢຊູເຈົ້າ ເພາະ​ພຣະອົງ​ໄດ້​ຊົງ​ກະທຳ​ໃນ​ວັນ​ຊະບາໂຕ.</verse>
				<verse number="17">ແຕ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກເຂົາ​ວ່າ, “ພຣະບິດາເຈົ້າ​ຂອງເຮົາ​ຍັງ​ກະທຳ​ກິດຈະການ​ຈົນເຖິງ​ດຽວ​ນີ້ ແລະ​ເຮົາ​ກໍ​ເຮັດ​ການ​ນັ້ນ​ເໝືອນກັນ.”</verse>
				<verse number="18">ຍ້ອນ​ຖ້ອຍຄຳ​ນັ້ນ ຈຶ່ງ​ເຮັດ​ໃຫ້​ພວກ​ຢິວ​ຊອກ​ຫາ​ໂອກາດ​ທີ່​ຈະ​ຂ້າ​ພຣະອົງ​ເສຍ ບໍ່ແມ່ນແຕ່​ພຣະອົງ​ລະເມີດ​ກົດ​ຂອງ​ວັນ​ຊະບາໂຕ​ເທົ່ານັ້ນ ແຕ່​ຍັງ​ໄດ້​ເອີ້ນ​ພຣະເຈົ້າ​ວ່າ ເປັນ​ພຣະບິດາເຈົ້າ​ຂອງຕົນ ຊຶ່ງ​ເປັນ​ການ​ເຮັດ​ໃຫ້​ພຣະອົງ​ເອງ​ສະເໝີ​ກັນ​ກັບ​ພຣະເຈົ້າ.</verse>
				<verse number="19">ພຣະເຢຊູເຈົ້າ​ໄດ້​ຕອບ ແລະ​ກ່າວ​ກັບ​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພຣະບຸດ​ຈະ​ເຮັດ​ສິ່ງ​ໜຶ່ງ​ສິ່ງໃດ​ໂດຍ​ຕົນເອງ​ບໍ່ໄດ້ ນອກຈາກ​ໄດ້​ເຫັນ​ພຣະບິດາເຈົ້າ​ເຮັດ ສິ່ງ​ທີ່​ພຣະບິດາເຈົ້າ​ເຮັດ​ພຣະບຸດ​ກໍ​ເຮັດ​ເໝືອນກັນ.</verse>
				<verse number="20">ດ້ວຍວ່າ, ພຣະບິດາ​ຮັກ​ພຣະບຸດ ແລະ​ສຳແດງ​ໃຫ້​ພຣະບຸດ​ເຫັນ​ທຸກສິ່ງ ທີ່​ພຣະອົງ​ເອງ​ກະທຳ​ຢູ່ ພຣະອົງ​ຈະ​ສຳແດງ​ໃຫ້​ພຣະບຸດ​ເຮັດ​ສິ່ງ​ຍິ່ງໃຫຍ່​ກວ່າ​ນັ້ນ​ອີກ ຊຶ່ງ​ພວກເຈົ້າ​ຈະ​ອັດສະຈັນ​ໃຈ​ໃນ​ສິ່ງ​ເຫຼົ່ານັ້ນ.</verse>
				<verse number="21">ພຣະບິດາເຈົ້າ​ບັນດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ ເປັນ​ຄືນ​ມາ​ສູ່​ຊີວິດ​ສັນໃດ ຖ້າ​ພຣະບຸດ​ຢາກ​ໃຫ້​ຊີວິດ​ແກ່​ຜູ້ໃດ ກໍ​ຈະ​ເຮັດ​ສັນນັ້ນ​ເໝືອນກັນ.</verse>
				<verse number="22">ເພາະວ່າ ພຣະບິດາເຈົ້າ​ເອງ​ບໍ່​ຕັດສິນ​ຜູ້ໃດ​ຜູ້ໜຶ່ງ, ແຕ່​ພຣະອົງ​ໄດ້​ມອບ​ການ​ພິພາກສາ​ທັງໝົດ​ໃຫ້​ແກ່​ພຣະບຸດ</verse>
				<verse number="23">ເພື່ອ​ຄົນ​ທັງປວງ​ຈະ​ຖວາຍ​ກຽດ​ແດ່​ພຣະບຸດ ເໝືອນ​ດັ່ງ​ທີ່​ພວກເຂົາ​ໄດ້​ຖວາຍ​ກຽດ​ແດ່​ພຣະບິດາເຈົ້າ ຜູ້​ທີ່​ບໍ່​ຖວາຍ​ກຽດ​ແດ່​ພຣະບຸດ ຜູ້ນັ້ນ​ກໍ​ບໍ່​ຖວາຍ​ກຽດ​ແດ່​ພຣະບິດາເຈົ້າ ຜູ້​ທີ່​ໄດ້​ໃຊ້​ພຣະບຸດ​ມາ.</verse>
				<verse number="24">ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຜູ້​ທີ່​ຟັງ​ຄຳ​ເວົ້າ​ຂອງເຮົາ ແລະ​ວາງໃຈເຊື່ອ​ໃນ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ ຜູ້ນັ້ນ​ກໍ​ມີ​ຊີວິດ​ນິຣັນດອນ ແລະ​ຈະ​ບໍ່​ເຂົ້າ​ໃນ​ການ​ພິພາກສາ ແຕ່​ໄດ້​ຜ່ານ​ພົ້ນ​ຈາກ​ຄວາມ​ຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ.</verse>
				<verse number="25">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເວລາ​ນັ້ນ​ໃກ້​ເຂົ້າ​ມາ ແລະ​ກໍ​ມາ​ເຖິງ​ແລ້ວ ຄື​ເມື່ອ​ຜູ້​ຕາຍ​ແລ້ວ ຈະ​ໄດ້ຍິນ​ສຽງ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ບັນດາ​ຜູ້​ທີ່​ໄດ້ຍິນ​ກໍ​ຈະ​ມີ​ຊີວິດ.</verse>
				<verse number="26">ພຣະບິດາເຈົ້າ​ມີ​ຊີວິດ​ໃນ​ພຣະອົງ​ເອງ​ສັນໃດ ພຣະອົງ​ກໍໄດ້​ໃຫ້​ພຣະບຸດ​ມີ​ຊີວິດ​ໃນ​ພຣະອົງ​ເອງ​ສັນນັ້ນ.</verse>
				<verse number="27">ຝ່າຍ​ພຣະບິດາເຈົ້າ​ໃຫ້​ພຣະບຸດ​ມີ​ສິດ​ອຳນາດ​ພິພາກສາ ກໍ​ເພາະ​ພຣະອົງ​ເປັນ​ບຸດ​ມະນຸດ.</verse>
				<verse number="28">ຢ່າ​ປະຫລາດ​ໃຈ​ໃນ​ເລື່ອງ​ນີ້​ເລີຍ ເພາະ​ຈະ​ເຖິງ​ເວລາ​ທີ່​ບັນດາ​ຄົນ​ທີ່​ຢູ່​ໃນ​ຂຸມຝັງສົບ​ຈະ​ໄດ້ຍິນ​ສຽງ​ຂອງ​ພຣະອົງ</verse>
				<verse number="29">ແລະ​ຈະ​ໄດ້​ອອກ​ມາ ບັນດາ​ຜູ້​ທີ່​ເຮັດ​ການ​ດີ ກໍ​ຄືນ​ມາ​ສູ່​ຊີວິດ, ແຕ່​ບັນດາ​ຜູ້​ທີ່​ເຮັດ​ການ​ຊົ່ວ ກໍ​ຄືນ​ມາ​ສູ່​ການ​ພິພາກສາ.”</verse>
				<verse number="30">“ເຮົາ​ເຮັດ​ສິ່ງໜຶ່ງ​ສິ່ງໃດ​ຕາມ​ລຳພັງໃຈ​ຂອງເຮົາ​ເອງ​ບໍ່ໄດ້ ເຮົາ​ຕັດສິນ​ຕາມ​ທີ່​ພຣະເຈົ້າ​ບອກ​ເຮົາ​ເທົ່ານັ້ນ ແລະ​ການ​ຕັດສິນ​ຂອງເຮົາ​ກໍ​ຍຸດຕິທຳ ເພາະ​ເຮົາ​ບໍ່ໄດ້​ພະຍາຍາມ​ເຮັດ​ຕາມ​ໃຈ​ຂອງເຮົາ​ເອງ ແຕ່​ເຮັດ​ຕາມ​ໃຈ​ຂອງ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.”</verse>
				<verse number="31">“ຖ້າ​ເຮົາ​ເປັນ​ພະຍານ​ໃຫ້​ຕົວ​ເຮົາ​ເອງ ຄຳ​ພະຍານ​ຂອງເຮົາ​ກໍ​ບໍ່​ເປັນ​ຄວາມຈິງ.</verse>
				<verse number="32">ມີ​ຜູ້ໜຶ່ງ​ອີກ​ທີ່​ເປັນ​ພະຍານ​ໃຫ້​ແກ່​ເຮົາ ແລະ​ເຮົາ​ກໍ​ຮູ້​ວ່າ​ຄຳ​ພະຍານ​ຂອງ​ຜູ້ນັ້ນ​ກ່ຽວກັບ​ເຮົາ​ກໍ​ເປັນ​ຄວາມຈິງ.</verse>
				<verse number="33">ເຈົ້າ​ທັງຫລາຍ​ໄດ້​ໃຊ້​ຄົນ​ໄປ​ຫາ​ໂຢຮັນ ແລະ​ໂຢຮັນ​ໄດ້​ເປັນ​ພະຍານ​ໃນ​ເລື່ອງ​ຂອງ​ຄວາມຈິງ.</verse>
				<verse number="34">ແຕ່​ຝ່າຍ​ເຮົາ, ເຮົາ​ບໍ່ໄດ້​ຮັບ​ຄຳ​ພະຍານ​ຈາກ​ມະນຸດ ເຮົາ​ເວົ້າ​ສິ່ງ​ເຫຼົ່ານີ້​ກໍ​ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ລອດພົ້ນ.</verse>
				<verse number="35">ໂຢຮັນ​ເປັນ​ດັ່ງ​ໂຄມໄຟ​ທີ່​ໃຕ້​ສ່ອງ​ແສງ​ສະຫວ່າງ​ຢູ່ ເຈົ້າ​ທັງຫລາຍ​ໄດ້​ຊື່ນຊົມ​ຍິນດີ​ກັບ​ແສງ​ສະຫວ່າງ​ຂອງ​ລາວ​ນັ້ນ​ພຽງ​ຊົ່ວຄາວ.</verse>
				<verse number="36">ແຕ່​ເຮົາ​ມີ​ຄຳ​ພະຍານ​ທີ່​ສຳຄັນ​ກວ່າ​ຄຳ​ພະຍານ​ຂອງ​ໂຢຮັນ​ອີກ​ຄື: ວຽກງານ​ທີ່​ພຣະບິດາເຈົ້າ​ໄດ້​ມອບ​ແກ່​ເຮົາ​ເພື່ອ​ເຮັດ​ໃຫ້​ສຳເລັດ ແມ່ນ​ງານ​ທີ່​ເຮົາ​ເຮັດ​ຢູ່​ດຽວ​ນີ້​ແຫຼະ ທີ່​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ວ່າ​ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ.</verse>
				<verse number="37">ຝ່າຍ​ພຣະບິດາເຈົ້າ​ຜູ້​ທີ່​ໃຊ້​ເຮົາ​ມາ ກໍ​ເປັນ​ພະຍານ​ໃຫ້​ເຮົາ ເຈົ້າ​ທັງຫລາຍ​ບໍ່ເຄີຍ​ໄດ້ຍິນ​ສຽງ​ຂອງ​ພຣະອົງ ແລະ​ບໍ່ເຄີຍ​ເຫັນ​ຮູບຮ່າງ​ຂອງ​ພຣະອົງ​ຈັກເທື່ອ.</verse>
				<verse number="38">ເຈົ້າ​ທັງຫລາຍ​ບໍ່ມີ​ຖ້ອຍຄຳ​ຂອງ​ພຣະອົງ​ໄວ້​ໃນ​ໃຈ. ດ້ວຍວ່າ, ເຈົ້າ​ທັງຫລາຍ​ບໍ່​ເຊື່ອ​ໃນ​ຜູ້​ທີ່​ພຣະອົງ​ໄດ້​ໃຊ້​ມາ​ນັ້ນ.</verse>
				<verse number="39">ເຈົ້າ​ທັງຫລາຍ​ຄົ້ນ​ຫາ​ໃນ​ພຣະຄຳພີ ເພາະ​ຄິດ​ວ່າ​ຈະ​ພົບ​ຊີວິດ​ນິຣັນດອນ ແມ່ນ​ພຣະຄຳພີ​ນີ້​ແຫຼະ ທີ່​ເປັນ​ພະຍານ​ໃຫ້​ເຮົາ,</verse>
				<verse number="40">ແຕ່​ເຖິງປານນັ້ນ ເຈົ້າ​ທັງຫລາຍ​ກໍ​ຍັງ​ບໍ່​ຢາກ​ມາ​ຫາ​ເຮົາ​ເພື່ອ​ຈະ​ໄດ້​ຊີວິດ.”</verse>
				<verse number="41">“ເຮົາ​ບໍ່​ຕ້ອງການ​ຮັບ​ເອົາ​ກຽດຕິຍົດ ຄຳ​ຊົມເຊີຍ​ຈາກ​ມະນຸດ.</verse>
				<verse number="42">ແຕ່​ເຮົາ​ຮູ້​ວ່າ ເຈົ້າ​ທັງຫລາຍ​ບໍ່ມີ​ຄວາມຮັກ​ຂອງ​ພຣະເຈົ້າ​ໃນ​ໃຈ​ເລີຍ.</verse>
				<verse number="43">ເຮົາ​ໄດ້​ມາ​ໃນ​ພຣະນາມ​ພຣະບິດາເຈົ້າ​ຂອງເຮົາ ແລະ​ເຈົ້າ​ທັງຫລາຍ​ກໍ​ບໍ່​ຕ້ອນຮັບ​ເຮົາ, ແຕ່​ເມື່ອ​ຄົນອື່ນ​ມາ​ໃນ​ນາມຊື່​ຂອງ​ຕົນເອງ ພວກເຈົ້າ​ກໍ​ຕ້ອນຮັບ​ຜູ້ນັ້ນ</verse>
				<verse number="44">ແລ້ວ​ເຈົ້າ​ທັງຫລາຍ​ຈະ​ເຊື່ອ​ໄດ້​ຢ່າງ​ໃດ? ເຈົ້າ​ທັງຫລາຍ​ມັກ​ຮັບ​ເອົາ​ກຽດຕິຍົດ​ຈາກ​ມະນຸດ​ດ້ວຍ​ກັນ, ແຕ່​ບໍ່​ຊອກຫາ​ກຽດຕິຍົດ​ຈາກ​ຜູ້​ທີ່​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ,</verse>
				<verse number="45">ຢ່າ​ຄິດ​ວ່າ ເຮົາ​ຟ້ອງ​ເຈົ້າ​ທັງຫລາຍ​ຕໍ່​ພຣະບິດາເຈົ້າ ມີ​ຜູ້​ຟ້ອງ​ພວກເຈົ້າ​ແລ້ວ ຄື​ໂມເຊ ຜູ້​ຊຶ່ງ​ພວກເຈົ້າ​ມອບ​ຄວາມຫວັງ​ນຳ​ນັ້ນ.</verse>
				<verse number="46">ຖ້າ​ເຈົ້າ​ທັງຫລາຍ​ເຊື່ອ​ໃນ​ໂມເຊ​ຢ່າງ​ແທ້ຈິງ ພວກເຈົ້າ​ກໍ​ຄົງ​ຈະ​ເຊື່ອ​ໃນ​ເຮົາ​ແລ້ວ​ເໝືອນກັນ ເພາະ​ໂມເຊ​ໄດ້​ຂຽນ​ໄວ້​ກ່ຽວກັບ​ເລື່ອງ​ເຮົາ.</verse>
				<verse number="47">ໃນ​ເມື່ອ​ເຈົ້າ​ທັງຫລາຍ​ບໍ່​ເຊື່ອ​ເລື່ອງ​ທີ່​ໂມເຊ​ຂຽນ​ແລ້ວ ພວກເຈົ້າ​ຈະ​ເຊື່ອ​ຄຳ​ເວົ້າ​ຂອງເຮົາ​ໄດ້​ຢ່າງ​ໃດ?”</verse>
			</chapter>
			<chapter number="6">
				<verse number="1">ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ສະເດັດ​ຂ້າມ​ທະເລສາບ​ຄາລີເລ (ມີ​ຊື່​ອີກ​ວ່າ​ທະເລ​ຕີເບເຣຍ).</verse>
				<verse number="2">ປະຊາຊົນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ເພາະ​ພວກເຂົາ​ເຫັນ​ການ​ອັດສະຈັນ ທີ່​ພຣະອົງ​ໄດ້​ຊົງ​ໂຜດ​ຄົນ​ເຈັບໄຂ້​ໄດ້ປ່ວຍ.</verse>
				<verse number="3">ພຣະເຢຊູເຈົ້າ​ໄດ້​ສະເດັດ​ຂຶ້ນ​ໄປ​ເທິງ​ພູເຂົາ ແລະ​ນັ່ງ​ລົງ​ກັບ​ພວກ​ສາວົກ​ຂອງ​ພຣະອົງ.</verse>
				<verse number="4">ຂະນະ​ນັ້ນ ເທດສະການ​ປັດສະຄາ​ຂອງ​ຊາວ​ຢິວ​ໃກ້​ຈະ​ມາ​ເຖິງ​ແລ້ວ.</verse>
				<verse number="5">ພຣະເຢຊູເຈົ້າ​ຫລຽວ​ໄປ​ເຫັນ​ປະຊາຊົນ​ໝູ່ໃຫຍ່​ກຳລັງ​ມາ​ຫາ​ພຣະອົງ ພຣະອົງ​ເວົ້າ​ຕໍ່​ຟີລິບ​ວ່າ, “ພວກເຮົາ​ຈະ​ຊື້​ອາຫານ​ຢູ່​ໃສ​ໃຫ້​ຄົນ​ເຫຼົ່ານີ້​ກິນ?” (</verse>
				<verse number="6">ພຣະເຢຊູເຈົ້າ​ເວົ້າ​ເຊັ່ນນັ້ນ ກໍ​ເພື່ອ​ຢາກ​ຈະ​ລອງໃຈ​ຟີລິບ ເພາະ​ພຣະອົງ​ຮູ້​ແລ້ວ​ວ່າ ຈະ​ເຮັດ​ຢ່າງ​ໃດ).</verse>
				<verse number="7">ຟີລິບ​ຕອບ​ພຣະອົງ​ວ່າ, “ແມ່ນແຕ່​ເງິນ​ສອງຮ້ອຍ​ຫລຽນ ຊື້​ອາຫານ​ໃຫ້​ຄົນ​ເຫຼົ່ານີ້​ກິນ​ຜູ້​ລະ​ໜ້ອຍ​ກໍ​ຍັງ​ບໍ່​ພໍ.”</verse>
				<verse number="8">ສາວົກ​ຄົນ​ໜຶ່ງ​ຊື່​ວ່າ ອັນເດອາ ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ຊີໂມນ​ເປໂຕ​ເວົ້າ​ວ່າ,</verse>
				<verse number="9">“ຢູ່​ທີ່​ນີ້​ມີ​ເດັກນ້ອຍ​ຄົນ​ໜຶ່ງ ທີ່​ມີ​ເຂົ້າຈີ່​ຫ້າ​ກ້ອນ​ເຮັດ​ດ້ວຍ​ແປ້ງເຂົ້າ​ຝ້າງ ແລະ ປາ​ສອງ​ໂຕ, ແຕ່​ຈະ​ບໍ່​ພໍ​ສຳລັບ​ຄົນ​ເຫຼົ່ານີ້​ທັງໝົດ​ດອກ.”</verse>
				<verse number="10">ພຣະເຢຊູເຈົ້າ​ສັ່ງ​ວ່າ, “ຈົ່ງ​ບອກ​ໃຫ້​ປະຊາຊົນ​ນັ່ງ​ລົງ.” (ໃນ​ບ່ອນ​ນີ້​ມີ​ຫຍ້າ​ຫລາຍ) ສະນັ້ນ ປະຊາຊົນ​ທັງໝົດ​ຈຶ່ງ​ນັ່ງ​ລົງ ນັບ​ແຕ່​ຜູ້ຊາຍ​ມີ​ຢູ່​ປະມານ​ຫ້າພັນ​ຄົນ.</verse>
				<verse number="11">ພຣະເຢຊູເຈົ້າ​ຊົງ​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ ເມື່ອ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ ຈຶ່ງ​ໃຫ້​ສາວົກ​ແຈກຢາຍ​ແກ່​ຄົນ​ທີ່​ນັ່ງ​ໃນ​ທີ່ນັ້ນ ສ່ວນ​ປາ ພຣະອົງ​ໄດ້​ເຮັດ​ຢ່າງ​ດຽວກັນ ໄດ້​ແຈກ​ຕາມ​ທີ່​ພວກເຂົາ​ຕ້ອງການ.</verse>
				<verse number="12">ເມື່ອ​ທຸກຄົນ​ກິນ​ອີ່ມ​ແລ້ວ ພຣະອົງ​ໄດ້​ບອກ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ຈົ່ງ​ເກັບ​ເອົາ​ຈຳນວນ​ທີ່​ເຫຼືອ​ນັ້ນ ຢ່າ​ໃຫ້​ມີ​ອັນ​ໃດ​ເສຍ​ໄປ.”</verse>
				<verse number="13">ພວກເຂົາ​ໄດ້​ເກັບ​ເອົາ​ຈຳນວນ​ເຂົ້າຈີ່​ເຮັດ​ຈາກ​ແປ້ງເຂົ້າ​ຝ້າງ ທີ່​ເຫຼືອ​ຈາກ​ປະຊາຊົນ​ໄດ້​ກິນ​ແລ້ວ​ນັ້ນ ທັງໝົດ​ໄດ້​ສິບສອງ​ກະບຸງ.</verse>
				<verse number="14">ເມື່ອ​ຄົນ​ທັງຫລາຍ​ໄດ້​ເຫັນ​ໝາຍສຳຄັນ​ການ​ອັດສະຈັນ ທີ່​ພຣະອົງ​ເຮັດ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ແນ່ນອນ​ຜູ້​ນີ້​ຕ້ອງ​ແມ່ນ​ຜູ້ທຳນວາຍ ທີ່​ຕ້ອງ​ກຳນົດ​ວ່າ​ຈະ​ມາ​ໃນ​ໂລກນີ້.”</verse>
				<verse number="15">ເມື່ອ​ພຣະເຢຊູເຈົ້າ​ຮູ້​ວ່າ, ພວກເຂົາ​ກຳລັງ​ຈະ​ມາ​ຈັບ​ເອົາ​ພຣະອົງ​ໄປ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ. ດັ່ງນັ້ນ ພຣະອົງ​ຈຶ່ງ​ສະເດັດ​ຂຶ້ນ​ໄປ​ເທິງ​ພູເຂົາ​ອີກ ໂດຍ​ລຳພັງ​ແຕ່​ຜູ້​ດຽວ.</verse>
				<verse number="16">ເມື່ອ​ຄໍ່າມາ ພວກ​ສາວົກ​ຂອງ​ພຣະອົງ​ໄດ້​ລົງ​ໄປ​ທີ່​ທະເລສາບ</verse>
				<verse number="17">ແລະ ຂີ່​ເຮືອ​ຂ້າມ​ຟາກ​ສູ່​ເມືອງ​ກາເປນາອູມ.</verse>
				<verse number="18">ເມື່ອ​ມືດ​ແລ້ວ ພຣະເຢຊູເຈົ້າ​ກໍ​ຍັງ​ບໍ່ທັນ​ໄປ​ຫາ​ພວກເພິ່ນ​ເທື່ອ ໃນ​ເວລາ​ນັ້ນ​ລົມ​ພັດ​ມາ​ຢ່າງ​ແຮງ​ຈົນ​ເຮັດ​ໃຫ້​ນໍ້າ​ທະເລ​ປັ່ນປ່ວນ.</verse>
				<verse number="19">ພວກ​ສາວົກ​ພາຍ​ເຮືອ​ໄປ​ປະມານ​ຫ້າ​ຫລື​ຫົກ​ກິໂລແມັດ ພວກເພິ່ນ​ກໍ​ເຫັນ​ພຣະເຢຊູເຈົ້າ​ຍ່າງ​ເທິງ​ໜ້າ​ນໍ້າ​ມາ​ຫາ​ເຮືອ​ຂອງ​ພວກ​ຕົນ ແລະ​ພວກເພິ່ນ​ມີ​ຄວາມ​ສະທ້ານ​ຢ້ານກົວ​ທີ່ສຸດ.</verse>
				<verse number="20">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຢ່າ​ສູ່​ຢ້ານ ແມ່ນ​ເຮົາ​ເອງ.”</verse>
				<verse number="21">ສະນັ້ນ ພວກເພິ່ນ​ຈຶ່ງ​ເຊີນ​ພຣະອົງ​ຂຶ້ນ​ໄປ​ໃນ​ເຮືອ ແລ້ວ​ທັນໃດນັ້ນ ເຮືອ​ກໍ​ເຖິງ​ຝັ່ງ​ບ່ອນ​ທີ່​ພວກເພິ່ນ​ມຸ່ງໜ້າ​ໄປ​ນັ້ນ.</verse>
				<verse number="22">ມື້​ຕໍ່ມາ ປະຊາຊົນ​ທີ່​ຍັງ​ຢູ່​ຟາກ​ທະເລສາບ​ເບື້ອງ​ນັ້ນ ເຫັນ​ວ່າ​ວັນ​ກ່ອນ​ມີ​ເຮືອ​ຢູ່​ໃນ​ບ່ອນ​ນັ້ນ​ພຽງແຕ່​ລຳ​ດຽວ ພວກເຂົາ​ຮູ້​ວ່າ​ພຣະເຢຊູເຈົ້າ​ບໍ່ໄດ້​ຂີ່​ເຮືອ​ລຳ​ນັ້ນ ມີ​ແຕ່​ພວກ​ສາວົກ​ຂີ່​ຂ້າມ​ໄປ​ເທົ່ານັ້ນ.</verse>
				<verse number="23">ແຕ່​ມີ​ເຮືອ​ລຳ​ອື່ນ ຊຶ່ງ​ມາ​ຈາກ​ຕີເບເຣຍ​ມາ​ຈອດ​ຢູ່​ໃກ້​ກັບ​ບ່ອນ​ທີ່​ພວກເຂົາ​ກິນ​ເຂົ້າຈີ່ ຫລັງຈາກ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໂມທະນາ​ຂອບພຣະຄຸນ​ແລ້ວ​ນັ້ນ.</verse>
				<verse number="24">ເມື່ອ​ປະຊາຊົນ​ເຫັນ​ວ່າ ພຣະເຢຊູເຈົ້າ​ບໍ່​ຢູ່​ໃນ​ທີ່ນັ້ນ ແລະ​ພວກ​ສາວົກ​ຂອງ​ພຣະອົງ​ກໍ​ບໍ່​ຢູ່​ທີ່​ນັ້ນ​ເໝືອນກັນ ພວກເຂົາ​ຈຶ່ງ​ຂີ່​ເຮືອ​ໄປ​ທີ່​ເມືອງ​ກາເປນາອູມ ເພື່ອ​ຊອກ​ຫາ​ພຣະເຢຊູເຈົ້າ.</verse>
				<verse number="25">ເມື່ອ​ປະຊາຊົນ​ພົບ​ພຣະເຢຊູເຈົ້າ​ຢູ່​ທາງ​ຟາກ​ທະເລສາບ​ເບື້ອງ​ນັ້ນ​ແລ້ວ ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ພຣະອາຈານ ທ່ານ​ມາ​ຮອດ​ພີ້​ຕັ້ງແຕ່​ເວລາ​ໃດ?”</verse>
				<verse number="26">ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຊອກ​ຫາ​ເຮົາ ບໍ່ແມ່ນ​ຍ້ອນ​ໄດ້​ເຫັນ​ການ​ອັດສະຈັນ ແຕ່​ຍ້ອນ​ໄດ້​ກິນ​ເຂົ້າຈີ່​ອີ່ມ.</verse>
				<verse number="27">ຢ່າ​ພະຍາຍາມ​ຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ຫາ​ອາຫານ​ທີ່​ຕັ້ງໝັ້ນ​ຢູ່ ຄື​ອາຫານ​ສຳລັບ​ຊີວິດ​ນິຣັນດອນ ອາຫານ​ນີ້​ແມ່ນ​ບຸດ​ມະນຸດ​ທີ່​ຈະ​ໃຫ້​ແກ່​ພວກເຈົ້າ ເພາະ​ແມ່ນ​ພຣະອົງ​ນີ້​ແຫຼະ ທີ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ໄວ້​ແລ້ວ.”</verse>
				<verse number="28">ພວກເຂົາ​ຖາມ​ພຣະອົງ​ວ່າ, “ພວກ​ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ແນວ​ໃດ ຈຶ່ງ​ຈະ​ເຮັດ​ການງານ​ຂອງ​ພຣະເຈົ້າ​ໄດ້?”</verse>
				<verse number="29">ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ອັນ​ນີ້​ແມ່ນ​ງານ​ຂອງ​ພຣະເຈົ້າ ຄື​ໃຫ້​ເຈົ້າ​ທັງຫລາຍ​ໄດ້​ເຊື່ອ​ໃນ​ຜູ້​ທີ່​ພຣະເຈົ້າ​ໃຊ້​ມາ.”</verse>
				<verse number="30">ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ຖ້າດັ່ງນັ້ນ ມີ​ໝາຍສຳຄັນ​ການ​ອັດສະຈັນ​ອັນ​ໃດ​ທີ່​ທ່ານ​ຈະ​ເຮັດ ເພື່ອ​ພວກ​ຂ້ານ້ອຍ​ຈະ​ໄດ້​ເຫັນ ແລະ​ຈະ​ໄດ້​ເຊື່ອ​ໃນ​ທ່ານ? ທ່ານ​ຈະ​ເຮັດ​ຫຍັງ​ແດ່?</verse>
				<verse number="31">ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ໄດ້​ກິນ​ມານາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ດັ່ງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະເຈົ້າ​ໄດ້​ໃຫ້​ອາຫານ​ຈາກ​ສະຫວັນ​ແກ່​ພວກເພິ່ນ​ກິນ.”’</verse>
				<verse number="32">ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ເຂົ້າ​ຈີ່​ທີ່​ມາ​ຈາກ​ສະຫວັນ​ນັ້ນ ບໍ່ແມ່ນ​ໂມເຊ​ເອົາ​ໃຫ້​ພວກເຈົ້າ ແມ່ນ​ພຣະບິດາເຈົ້າ​ຂອງເຮົາ ທີ່​ເອົາ​ເຂົ້າ​ຈີ່​ອັນ​ແທ້ ຈາກ​ສະຫວັນ​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="33">ດ້ວຍວ່າ, ເຂົ້າ​ຈີ່​ທີ່​ພຣະເຈົ້າ​ໃຫ້​ນັ້ນ ຄື​ທ່ານ​ຜູ້​ທີ່​ລົງ​ມາ​ຈາກ​ສະຫວັນ ແລະ​ປະທານ​ຊີວິດ​ໃຫ້​ແກ່​ໂລກ.”</verse>
				<verse number="34">ພວກເຂົາ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ຈົ່ງ​ໂຜດ​ໃຫ້​ເຂົ້າ​ຈີ່​ນັ້ນ​ແກ່​ພວກ​ຂ້ານ້ອຍ​ຢູ່​ເລື້ອຍໆ​ແດ່ທ້ອນ.”</verse>
				<verse number="35">ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ເຮົາ​ເປັນ​ເຂົ້າ​ຈີ່​ແຫ່ງ​ຊີວິດ ຜູ້​ທີ່​ມາ​ຫາ​ເຮົາ​ຈະ​ບໍ່​ຢາກ​ເຂົ້າ​ຈັກເທື່ອ ແລະ​ຜູ້​ທີ່​ເຊື່ອ​ໃນ​ເຮົາ​ກໍ​ຈະ​ບໍ່​ຫິວນໍ້າ​ຈັກເທື່ອ.</verse>
				<verse number="36">ເຮົາ​ບອກ​ພວກເຈົ້າ​ແລ້ວ​ວ່າ, ພວກເຈົ້າ​ໄດ້​ເຫັນ​ເຮົາ​ແລ້ວ ແຕ່​ພວກເຈົ້າ​ກໍ​ຍັງ​ບໍ່​ເຊື່ອ.</verse>
				<verse number="37">ສິ່ງສາລະພັດ​ທີ່​ພຣະບິດາເຈົ້າ​ມອບ​ໃຫ້​ແກ່​ເຮົາ ກໍ​ຈະ​ມາ​ຫາ​ເຮົາ ແລະ​ຜູ້​ທີ່​ມາ​ຫາ​ເຮົາ ເຮົາ​ຈະ​ບໍ່​ຖິ້ມ​ອອກ​ໄປ​ພາຍນອກ​ຈັກເທື່ອ</verse>
				<verse number="38">ເພາະ​ເຮົາ​ໄດ້​ລົງ​ມາ​ຈາກ​ສະຫວັນ ບໍ່ແມ່ນ​ເພື່ອ​ເຮັດ​ຕາມ​ໃຈ​ຂອງ​ຕົນເອງ ແຕ່​ເພື່ອ​ເຮັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.</verse>
				<verse number="39">ອັນນີ້ ແມ່ນ​ຄວາມປະສົງ​ຂອງ​ພຣະອົງ​ຜູ້​ທີ່​ໄດ້​ຊົງ​ໃຊ້​ເຮົາ​ມາ ຄື​ຄົນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ເຮົາ​ນັ້ນ ເຮົາ​ຈະ​ບໍ່​ໃຫ້​ເສຍ​ຈັກ​ຄົນ ແຕ່​ເພື່ອ​ໃຫ້​ເຂົາ​ທຸກຄົນ​ເປັນ​ຄືນ​ມາ​ສູ່​ຊີວິດ​ໃນ​ວັນ​ສຸດທ້າຍ.</verse>
				<verse number="40">ດ້ວຍວ່າ, ນີ້​ແຫຼະ ແມ່ນ​ຄວາມປະສົງ​ພຣະບິດາເຈົ້າ​ຂອງເຮົາ ຄື​ໃຫ້​ທຸກຄົນ​ທີ່​ເຫັນ​ພຣະບຸດ ແລະ​ເຊື່ອ​ໃນ​ພຣະອົງ​ນັ້ນ​ມີ​ຊີວິດ​ນິຣັນດອນ ແລະ​ເຮົາ​ຈະ​ໃຫ້​ຜູ້ນັ້ນ​ເປັນ​ຄືນ​ມາ​ສູ່​ຊີວິດ​ໃນ​ວັນ​ສຸດທ້າຍ.”</verse>
				<verse number="41">ດັ່ງນັ້ນ ພວກ​ຢິວ​ຈຶ່ງ​ພາກັນ​ຈົ່ມ​ໃຫ້​ພຣະອົງ​ຍ້ອນ​ພຣະອົງ​ໄດ້​ກ່າວ​ວ່າ ເຮົາ​ເປັນ​ເຂົ້າ​ຈີ່​ທີ່​ລົງ​ມາ​ຈາກ​ສະຫວັນ.</verse>
				<verse number="42">ພວກເຂົາ​ໄດ້​ເວົ້າ​ວ່າ, “ຜູ້​ນີ້​ເປັນ​ລູກຊາຍ​ຂອງ​ໂຢເຊັບ​ບໍ່ແມ່ນ​ບໍ? ພວກເຮົາ​ຮູ້ຈັກ​ພໍ່​ແມ່​ຂອງ​ລາວ​ດີ ດ້ວຍເຫດໃດ​ຄົນ​ນີ້​ຈຶ່ງ​ເວົ້າ​ວ່າ, ‘ເຮົາ​ລົງ​ມາ​ຈາກ​ສະຫວັນ?”’</verse>
				<verse number="43">ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ພວກເຈົ້າ​ຢ່າ​ພາກັນ​ຈົ່ມ​ເທາະ</verse>
				<verse number="44">ບໍ່ມີ​ຜູ້ໃດ​ມາ​ຫາ​ເຮົາ​ໄດ້ ນອກຈາກ​ພຣະບິດາເຈົ້າ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ ຊັກນຳ​ຜູ້ນັ້ນ​ມາ​ຫາ​ເຮົາ ແລະ​ເຮົາ​ຈະ​ໃຫ້​ລາວ​ເປັນ​ຄືນ​ມາ​ສູ່​ຊີວິດ​ໃນ​ວັນ​ສຸດທ້າຍ.</verse>
				<verse number="45">ໃນ​ໜັງສື​ທຳນວາຍ​ມີ​ຄຳ​ຂຽນ​ໄວ້​ວ່າ, ‘ມະນຸດ​ທຸກຄົນ​ຈະ​ໄດ້​ຮັບ​ຄຳສັ່ງສອນ​ຈາກ​ພຣະເຈົ້າ’ ທຸກຄົນ​ທີ່​ໄດ້ຍິນ​ສຽງ​ພຣະບິດາ​ຂອງເຮົາ ແລະ​ໄດ້​ຮຽນຮູ້​ຈາກ​ພຣະອົງ​ກໍ​ມາ​ຫາ​ເຮົາ.</verse>
				<verse number="46">ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ພຣະບິດາເຈົ້າ ນອກຈາກ​ຜູ້​ທີ່​ມາ​ຈາກ​ພຣະເຈົ້າ ແມ່ນ​ພຣະອົງ​ນັ້ນ​ແຫຼະ ທີ່​ໄດ້​ເຫັນ​ພຣະບິດາເຈົ້າ.</verse>
				<verse number="47">ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຜູ້​ທີ່​ເຊື່ອ​ໃນ​ເຮົາ​ກໍ​ມີ​ຊີວິດ​ນິຣັນດອນ.</verse>
				<verse number="48">ເຮົາ​ເປັນ​ເຂົ້າ​ຈີ່​ແຫ່ງ​ຊີວິດ.</verse>
				<verse number="49">ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ກິນ​ມານາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ພວກເຂົາ​ໄດ້​ຕາຍໄປ.</verse>
				<verse number="50">ນີ້​ແຫຼະ ເປັນ​ເຂົ້າ​ຈີ່​ທີ່​ລົງ​ມາ​ຈາກ​ສະຫວັນ ເພື່ອ​ຜູ້​ທີ່​ກິນ​ແລ້ວ​ຈະ​ບໍ່​ຕາຍ.</verse>
				<verse number="51">ເຮົາ​ເປັນ​ເຂົ້າ​ຈີ່​ແຫ່ງ​ຊີວິດ ທີ່​ໄດ້​ລົງ​ມາ​ຈາກ​ສະຫວັນ ຖ້າ​ຜູ້ໃດ​ກິນ​ເຂົ້າ​ຈີ່​ນີ້​ແລ້ວ ຜູ້ນັ້ນ​ຈະ​ມີ​ຊີວິດ​ນິຣັນດອນ ແຕ່​ເຂົ້າ​ຈີ່​ທີ່​ເຮົາ​ຈະ​ໃຫ້​ນັ້ນ ແມ່ນ​ເນື້ອກາຍ​ຂອງເຮົາ​ເອງ ຊຶ່ງ​ເຮົາ​ໃຫ້​ເພື່ອ​ວ່າ​ໂລກ​ຈະ​ໄດ້​ມີ​ຊີວິດ​ຢູ່.”</verse>
				<verse number="52">ຄຳ​ເວົ້າ​ຂອງ​ພຣະເຢຊູເຈົ້າ​ເຮັດ​ໃຫ້​ຊາວ​ຢິວ​ເກີດ​ຜິດຖຽງ​ກັນ ພວກເຂົາ​ໄດ້​ຖາມ​ກັນ​ວ່າ, “ຄົນ​ນີ້​ຈະ​ເອົາ​ເນື້ອກາຍ​ຂອງຕົນ​ໃຫ້​ພວກເຮົາ​ກິນ​ໄດ້​ຢ່າງ​ໃດ?”</verse>
				<verse number="53">ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ບອກ​ເຈົ້າທັງຫຼາຍ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ບໍ່​ກິນ​ເນື້ອກາຍ ແລະ​ບໍ່​ດື່ມ​ເລືອດ​ຂອງ​ບຸດ​ມະນຸດ​ແລ້ວ ເຈົ້າ​ກໍ​ຈະ​ບໍ່ມີ​ຊີວິດ​ໃນ​ຕົວເຈົ້າ​ເອງ.</verse>
				<verse number="54">ຜູ້​ທີ່​ກິນ​ເນື້ອກາຍ​ຂອງເຮົາ ແລະ​ດື່ມ​ເລືອດ​ຂອງເຮົາ ກໍ​ມີ​ຊີວິດ​ນິຣັນດອນ ແລະ​ເຮົາ​ຈະ​ໃຫ້​ຜູ້ນັ້ນ ເປັນ​ຄືນ​ມາ​ສູ່​ຊີວິດ​ໃນ​ວັນ​ສຸດທ້າຍ.</verse>
				<verse number="55">ດ້ວຍວ່າ, ເນື້ອກາຍ​ຂອງເຮົາ​ເປັນ​ອາຫານ​ອັນ​ແທ້ ແລະ​ເລືອດ​ຂອງເຮົາ​ກໍ​ເປັນ​ເຄື່ອງ​ດື່ມ​ອັນ​ແທ້.</verse>
				<verse number="56">ຜູ້​ທີ່​ກິນ​ເນື້ອກາຍ​ຂອງເຮົາ​ແລະ​ດື່ມ​ເລືອດ​ຂອງເຮົາ ກໍ​ມີ​ຊີວິດ​ຢູ່​ໃນ​ເຮົາ ແລະ ເຮົາ​ກໍ​ມີ​ຊີວິດ​ຢູ່​ໃນ​ຜູ້ນັ້ນ.</verse>
				<verse number="57">ພຣະບິດາເຈົ້າ​ຜູ້​ຊົງ​ຊີວິດ​ຢູ່​ໄດ້​ໃຊ້​ເຮົາ​ມາ ແລະ​ເຮົາ​ມີ​ຊີວິດ​ຢູ່​ເພາະ​ພຣະບິດາເຈົ້າ​ສັນໃດ ຜູ້​ທີ່​ກິນ​ເຮົາ​ກໍ​ມີ​ຊີວິດ​ຢູ່​ເພາະ​ເຮົາ​ສັນນັ້ນ​ເໝືອນກັນ.</verse>
				<verse number="58">ນີ້ແຫລະ ເປັນ​ເຂົ້າ​ຈີ່​ທີ່​ໄດ້​ລົງ​ມາ​ຈາກ​ສະຫວັນ ບໍ່​ເໝືອນ​ກັບ​ທີ່​ປູ່ຍ່າຕາຍາຍ​ຂອງ​ເຈົ້າ​ທັງຫລາຍ​ໄດ້​ກິນ​ແລ້ວ​ໄດ້​ຕາຍໄປ ແຕ່​ຜູ້​ທີ່​ກິນ​ເຂົ້າ​ຈີ່​ນີ້​ຈະ​ມີ​ຊີວິດ​ນິຣັນດອນ.”</verse>
				<verse number="59">ພຣະເຢຊູເຈົ້າ​ໄດ້​ກ່າວ​ຂໍ້ຄວາມ​ທັງຫລາຍ​ເຫຼົ່ານີ້​ໃນ​ທຳມະສາລາ ຂະນະທີ່​ພຣະອົງ​ໄດ້​ສັ່ງສອນ​ຢູ່​ໃນ​ເມືອງ​ກາເປນາອູມ.</verse>
				<verse number="60">ເມື່ອ​ສາວົກ​ຂອງ​ພຣະອົງ​ຫລາຍ​ຄົນ​ໄດ້ຍິນ​ເລື່ອງ​ນີ້ ຈຶ່ງ​ເວົ້າ​ກັນ​ວ່າ, “ຄຳ​ເວົ້າ​ນີ້​ຮຸນແຮງ​ໂພດ ຜູ້ໃດ​ຈະ​ເຂົ້າໃຈ​ໄດ້.”</verse>
				<verse number="61">ແຕ່​ພຣະເຢຊູເຈົ້າ​ຊົງ​ຮູ້​ໂດຍ​ພຣະອົງ​ເອງ​ວ່າ, ພວກ​ສາວົກ​ຂອງ​ພຣະອົງ​ໄດ້​ຈົ່ມ​ໃນ​ເລື່ອງ​ນີ້ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ພວກເພິ່ນ​ວ່າ, “ເລື່ອງ​ນີ້​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຫຍຸ້ງໃຈ​ຊັ້ນບໍ?</verse>
				<verse number="62">ຖ້າ​ເຈົ້າ​ທັງຫລາຍ​ເຫັນ​ບຸດ​ມະນຸດ​ຂຶ້ນ​ເມືອ​ບ່ອນ​ທີ່​ພຣະອົງ​ເຄີຍ​ຢູ່​ແຕ່​ກ່ອນ​ນັ້ນ ພວກເຈົ້າ​ຈະ​ວ່າ​ຢ່າງ​ໃດ?</verse>
				<verse number="63">ແມ່ນ​ພຣະວິນຍານ ທີ່​ເຮັດ​ໃຫ້​ມີ​ຊີວິດ, ສ່ວນ​ເນື້ອກາຍ​ຂອງ​ມະນຸດ​ນັ້ນ ກໍ​ບໍ່​ໃຫ້​ປະໂຫຍດ​ຫຍັງ​ໝົດ ຖ້ອຍຄຳ​ທີ່​ເຮົາ​ກ່າວ​ແກ່​ເຈົ້າ​ທັງຫລາຍ​ນັ້ນ ເປັນ​ວິນຍານ​ແລະ​ເປັນ​ຊີວິດ.</verse>
				<verse number="64">ແຕ່​ມີ​ບາງຄົນ​ໃນ​ພວກເຈົ້າ​ຍັງ​ບໍ່​ເຊື່ອ,” (ພຣະເຢຊູເຈົ້າ​ຊົງ​ຮູ້​ແຕ່ຕົ້ນ​ມາ​ແລ້ວ​ວ່າ ແມ່ນ​ຜູ້ໃດ​ທີ່​ບໍ່​ເຊື່ອ ແລະ ແມ່ນ​ຜູ້ໃດ​ທີ່​ຈະ​ທໍລະຍົດ​ຕໍ່​ພຣະອົງ).</verse>
				<verse number="65">ແລະ ພຣະອົງ​ໄດ້​ກ່າວ​ວ່າ, “ດ້ວຍເຫດນີ້ ເຮົາ​ຈຶ່ງ​ໄດ້​ບອກ​ແກ່​ເຈົ້າ​ທັງຫລາຍ​ວ່າ ບໍ່ມີ​ຜູ້ໃດ​ມາ​ຫາ​ເຮົາ​ໄດ້ ນອກຈາກ​ພຣະບິດາເຈົ້າ​ຊົງ​ໂຜດ​ໃຫ້​ຜູ້​ນັ້ນ​ມາ.”</verse>
				<verse number="66">ດ້ວຍເຫດນີ້ ພວກ​ທີ່​ຕິດຕາມ​ພຣະອົງ​ຫລາຍ​ຄົນ​ຈຶ່ງ​ທໍ້ຖອຍ ແລະ​ບໍ່​ໄປ​ກັບ​ພຣະອົງ​ອີກ.</verse>
				<verse number="67">ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ພວກ​ສາວົກ​ສິບສອງ​ຄົນ​ວ່າ, “ພວກເຈົ້າ​ເດ ກໍ​ຢາກ​ໜີໄປ​ຄື​ກັນ​ບໍ?”</verse>
				<verse number="68">ຝ່າຍ​ຊີໂມນ​ເປໂຕ​ໄດ້​ຕອບ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ພວກ​ຂ້ານ້ອຍ​ຈະ​ໜີໄປ​ຫາ​ຜູ້ໃດ? ພຣະອົງ​ເປັນ​ຜູ້​ມີ​ຖ້ອຍຄຳ​ແຫ່ງ​ຊີວິດ​ນິຣັນດອນ.</verse>
				<verse number="69">ບັດນີ້​ຂ້ານ້ອຍ​ເຊື່ອ ແລະ​ຮູ້​ແລ້ວ​ວ່າ, ພຣະອົງ​ເປັນ​ຜູ້​ບໍຣິສຸດ​ທີ່​ມາ​ຈາກ​ພຣະເຈົ້າ.”</verse>
				<verse number="70">ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເພິ່ນ​ຄືນ​ວ່າ, “ເຮົາ​ນີ້​ແຫຼະ ໄດ້​ເລືອກ​ເອົາ​ພວກເຈົ້າ​ສິບສອງ​ຄົນ​ໄວ້​ບໍ່ແມ່ນ​ບໍ? ແລະ ຄົນ​ໜຶ່ງ​ໃນ​ພວກເຈົ້າ​ກໍ​ເປັນ​ມານຮ້າຍ.”</verse>
				<verse number="71">ພຣະອົງ​ໝາຍ​ເຖິງ​ຢູດາ ລູກຊາຍ​ຂອງ​ຊີໂມນ​ອິດສະກາຣີອົດ ເພາະ​ລາວ​ເປັນ​ຜູ້​ທີ່​ຈະ​ທໍລະຍົດ​ຕໍ່​ພຣະອົງ ເຖິງ​ແມ່ນ​ລາວ​ເປັນ​ສາວົກ​ຄົນ​ໜຶ່ງ​ໃນ​ຈຳນວນ​ສິບສອງ​ຄົນ​ກໍຕາມ.</verse>
			</chapter>
			<chapter number="7">
				<verse number="1">ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ສະເດັດ​ທຽວ​ໄປມາ​ຕາມ​ແຂວງ​ຄາລີເລ ພຣະອົງ​ບໍ່​ຢາກ​ທຽວ​ໄປ​ໃນ​ແຂວງ​ຢູດາຍ ເພາະ​ພວກ​ເຈົ້າໜ້າທີ່​ຢິວ​ໃນ​ທີ່ນັ້ນ​ຢາກ​ຂ້າ​ພຣະອົງ.</verse>
				<verse number="2">ເທດສະການ​ປຸກຕູບຢູ່​ຂອງ​ຊາວ​ຢິວ​ກໍ​ໃກ້​ເຂົ້າ​ມາ​ແລ້ວ</verse>
				<verse number="3">ພວກ​ນ້ອງຊາຍ​ຂອງ​ພຣະອົງ​ຈຶ່ງ​ບອກ​ພຣະອົງ​ວ່າ, “ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ນີ້ ແລະ​ໄປ​ທີ່​ແຂວງ​ຢູດາຍ ເພື່ອ​ວ່າ​ພວກ​ທີ່​ຕິດຕາມ​ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ​ຢູ່​ນັ້ນ.</verse>
				<verse number="4">ເພາະ​ບໍ່ມີ​ຜູ້ໃດ​ປິດບັງ​ສິ່ງ​ທີ່​ຕົນ​ກຳລັງ​ເຮັດ​ຢູ່ ຖ້າ​ຜູ້ນັ້ນ​ຕ້ອງການ​ໃຫ້​ຄົນ​ຮູ້ ໃນ​ເມື່ອ​ເຈົ້າ​ເຮັດ​ການ​ເຫຼົ່ານີ້​ຢູ່ ຈົ່ງ​ສະແດງ​ໃຫ້​ໂລກ​ຮູ້​ເຈົ້າ​ສາ” (</verse>
				<verse number="5">ແມ່ນແຕ່​ພວກ​ນ້ອງຊາຍ​ຂອງ​ພຣະອົງ ກໍ​ບໍ່​ເຊື່ອວາງໃຈ​ໃນ​ພຣະອົງ).</verse>
				<verse number="6">ພຣະເຢຊູເຈົ້າ​ຊົງ​ບອກ​ພວກເຂົາ​ວ່າ, “ເວລາ​ກຳນົດ​ສຳລັບ​ເຮົາ​ຍັງ​ບໍ່​ມາ​ເຖິງ​ເທື່ອ ແຕ່​ເວລາ​ຂອງ​ພວກເຈົ້າ​ແລ້ວ ແມ່ນ​ມີ​ຢູ່​ສະເໝີ.</verse>
				<verse number="7">ໂລກ​ບໍ່​ສາມາດ​ກຽດຊັງ​ພວກເຈົ້າ ແຕ່​ວ່າ​ມັນ​ກຽດຊັງ​ເຮົາ ເພາະ​ເຮົາ​ເປັນ​ພະຍານ​ວ່າ​ກິດຈະການ​ຂອງ​ໂລກ​ນັ້ນ​ຊົ່ວຮ້າຍ.</verse>
				<verse number="8">ໃຫ້​ພວກເຈົ້າ​ພາກັນ​ໄປ​ເທດສະການ​ສາ ເຮົາ​ຍັງ​ບໍ່​ໄປ ໃນ​ເທດສະການ​ນັ້ນ​ເທື່ອ ເພາະ​ເວລາ​ເໝາະ​ສຳລັບ​ເຮົາ​ຍັງ​ບໍ່​ມາ​ເຖິງ.”</verse>
				<verse number="9">ເມື່ອ​ເວົ້າ​ດັ່ງນີ້​ແລ້ວ ພຣະອົງ​ກໍ​ຢູ່​ໃນ​ແຂວງ​ຄາລີເລ​ຕໍ່ໄປ.</verse>
				<verse number="10">ຫລັງຈາກ​ທີ່​ພວກ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ​ໄດ້​ໄປ​ໃນ​ເທດສະການ​ນັ້ນ​ແລ້ວ ພຣະອົງ​ກໍ​ໄປ​ເໝືອນກັນ ພຣະອົງ​ໄປ​ຢ່າງລັບ​ໂດຍ​ບໍ່​ເປີດເຜີຍ.</verse>
				<verse number="11">ສ່ວນ​ພວກ​ເຈົ້າໜ້າທີ່​ຢິວ​ກໍ​ຊອກ​ຫາ​ພຣະອົງ​ໃນ​ເທດສະການ​ນັ້ນ ພວກເຂົາ​ຖາມ​ວ່າ, “ຄົນ​ນັ້ນ​ຢູ່​ໃສ?”</verse>
				<verse number="12">ປະຊາຊົນ​ໄດ້​ຊິ່ມກັນ​ເຖິງ​ເລື່ອງ​ຂອງ​ພຣະອົງ​ບາງຄົນ​ເວົ້າ​ວ່າ, “ລາວ​ເປັນ​ຄົນ​ດີ.” ແຕ່​ຄົນອື່ນ​ພັດ​ເວົ້າ​ວ່າ, “ບໍ່ແມ່ນ​ດອກ ລາວ​ຫລອກ​ປະຊາຊົນ​ໃຫ້​ຫລົງ​ຜິດ​ໄປ​ຊື່ໆ.”</verse>
				<verse number="13">ແຕ່​ບໍ່ມີ​ຜູ້ໃດ​ກ້າ​ເວົ້າ​ເຖິງ​ເລື່ອງ​ຂອງ​ພຣະອົງ​ຢ່າງ​ເປີດເຜີຍ ເພາະ​ຢ້ານ​ເຈົ້າໜ້າທີ່​ຢິວ.</verse>
				<verse number="14">ພໍ​ເທດສະການ​ດຳເນີນ​ໄປ​ໄດ້​ເຄິ່ງ​ໜຶ່ງ​ແລ້ວ ພຣະເຢຊູເຈົ້າ​ກໍໄດ້​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ໄດ້​ສັ່ງສອນ​ຢູ່​ທີ່​ນັ້ນ.</verse>
				<verse number="15">ພວກ​ເຈົ້າໜ້າທີ່​ຢິວ​ປະຫລາດ​ໃຈ​ຢ່າງ​ໃຫຍ່​ຈຶ່ງ​ເວົ້າ​ກັນ​ວ່າ, “ເຫດໃດ​ຄົນ​ນີ້​ຈຶ່ງ​ຮູ້​ກົດບັນຍັດ​ຫລາຍ​ແທ້ ທັງໆ​ທີ່​ລາວ​ບໍ່ເຄີຍ​ໄດ້​ຮໍ່າຮຽນ​ຈັກເທື່ອ?”</verse>
				<verse number="16">ພຣະເຢຊູເຈົ້າ​ຊົງ​ຕອບ​ພວກເຂົາ​ວ່າ, “ສິ່ງ​ທີ່​ເຮົາ​ສັ່ງສອນ​ບໍ່ແມ່ນ​ຂອງເຮົາ ແຕ່​ແມ່ນ​ຄຳສັ່ງສອນ​ຈາກ​ພຣະເຈົ້າ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.</verse>
				<verse number="17">ຜູ້ໃດ​ທີ່​ເຕັມໃຈ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະເຈົ້າ ຜູ້ນັ້ນ​ກໍ​ຈະ​ຮູ້​ວ່າ​ສິ່ງ​ທີ່​ເຮົາ​ສັ່ງສອນ​ນັ້ນ ມາ​ຈາກ​ພຣະເຈົ້າ ຫລື​ເຮົາ​ກ່າວ​ຕາມໃຈ​ຂອງເຮົາ​ເອງ.</verse>
				<verse number="18">ຜູ້ໃດ​ທີ່​ເວົ້າ​ຕາມໃຈຊອບ​ຂອງ​ຕົນເອງ ຜູ້ນັ້ນ​ກໍ​ສະແຫວງ​ຫາ​ກຽດ​ສຳລັບ​ຕົນເອງ ແຕ່​ທ່ານ​ຜູ້​ທີ່​ສະແຫວງ​ຫາ​ກຽດ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ຕົນ​ມາ ຜູ້ນັ້ນ​ແຫລະ ເປັນ​ຄົນ​ຈິງ​ແລະ​ບໍ່ມີ​ອະທຳ​ໃນ​ຕົວ.</verse>
				<verse number="19">ໂມເຊ​ໄດ້​ໃຫ້​ກົດບັນຍັດ​ແກ່​ພວກເຈົ້າ​ບໍ່ແມ່ນ​ບໍ? ແລະ​ມີ​ຜູ້ໃດ​ໃນ​ພວກເຈົ້າ​ທີ່​ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຊອກ​ຫາ​ທີ່​ຈະ​ຂ້າ​ເຮົາ?”</verse>
				<verse number="20">ປະຊາຊົນ​ຕອບ​ວ່າ, “ເຈົ້າ​ມີ​ຜີມານຮ້າຍ​ສິງ​ຢູ່ ແມ່ນ​ຜູ້ໃດ​ຊອກ​ຫາ​ຈະ​ຂ້າ​ເຈົ້າ?”</verse>
				<verse number="21">ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ເຮົາ​ໄດ້​ເຮັດ​ການ​ອັດສະຈັນ​ພຽງ​ຢ່າງ​ດຽວ ພວກເຈົ້າ​ທຸກຄົນ​ກໍ​ປະຫລາດ​ໃຈ​ແລ້ວ.</verse>
				<verse number="22">ໂມເຊ​ໄດ້​ສັ່ງ​ພວກເຈົ້າ​ໃຫ້​ເຮັດ​ພິທີຕັດ​ແກ່​ພວກ​ລູກຊາຍ​ຂອງ​ພວກເຈົ້າ (ຄຳສັ່ງ​ນັ້ນ​ບໍ່ແມ່ນ​ຂອງ​ໂມເຊ, ແຕ່​ແມ່ນ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເປັນ​ຜູ້​ເລີ່ມ​ເຮັດ) ແລະ ພວກເຈົ້າ​ໄດ້​ເຮັດ​ພິທີຕັດ​ໃຫ້​ເດັກຊາຍ​ໃນ​ວັນ​ຊະບາໂຕ.</verse>
				<verse number="23">ຖ້າ​ເດັກຊາຍ​ຄົນ​ໜຶ່ງ​ຮັບ​ພິທີຕັດ​ໃນ​ວັນ​ຊະບາໂຕ ເພື່ອ​ວ່າ ບໍ່​ໃຫ້​ເປັນ​ການ​ລ່ວງ​ລະເມີດ​ກົດບັນຍັດ​ຂອງ​ໂມເຊ ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໂກດຮ້າຍ​ໃຫ້​ເຮົາ ເມື່ອ​ເຮົາ​ຊົງ​ໂຜດ​ຄົນ​ໃຫ້​ຫາຍ​ພະຍາດ​ໃນ​ວັນ​ຊະບາໂຕ?</verse>
				<verse number="24">ຢ່າ​ຕັດສິນ​ຕາມ​ທີ່​ເຫັນ​ພາຍ​ນອກ ແຕ່​ຈົ່ງ​ຕັດສິນ​ຕາມ​ທາງ​ຍຸດຕິທຳ.”</verse>
				<verse number="25">ຊາວ​ນະຄອນ​ເຢຣູຊາເລັມ​ບາງຄົນ​ໄດ້​ເວົ້າ​ວ່າ, “ບໍ່ແມ່ນ​ຊາຍ​ຜູ້​ນີ້​ບໍ ທີ່​ພວກ​ເຈົ້າໜ້າທີ່​ກຳລັງ​ຊອກ​ຫາ​ເພື່ອ​ຈະ​ຂ້າ?</verse>
				<verse number="26">ເບິ່ງແມ! ລາວ​ກຳລັງ​ເວົ້າ​ຢ່າງ​ເປີດເຜີຍ ແຕ່​ພວກເຂົາ​ບໍ່​ກ້າ​ເວົ້າ​ຫຍັງ​ເພື່ອ​ຕໍ່ສູ້​ລາວ. ເປັນ​ໄປ​ໄດ້​ບໍ ທີ່​ພວກເຂົາ​ຮູ້ຈັກ​ຄັກ​ວ່າ ລາວ​ເປັນ​ພຣະຄຣິດ?</verse>
				<verse number="27">ເມື່ອ​ພຣະຄຣິດ​ມາ​ປາກົດ ບໍ່ມີ​ຜູ້ໃດ​ຮູ້​ບ່ອນ​ທີ່​ພຣະອົງ​ມາ ແຕ່​ພວກເຮົາ​ທຸກຄົນ​ຮູ້​ວ່າ ຊາຍ​ຄົນ​ນີ້​ມາ​ແຕ່​ໃສ.”</verse>
				<verse number="28">ໃນ​ຂະນະທີ່​ພຣະເຢຊູເຈົ້າ​ຊົງ​ສັ່ງສອນ​ຢູ່​ໃນ​ພຣະວິຫານ​ນັ້ນ ພຣະອົງ​ກ່າວ​ດ້ວຍ​ສຽງດັງ​ວ່າ, “ສ່ວນ​ເຮົາ ເຈົ້າ​ທັງຫລາຍ​ກໍ​ຮູ້ຈັກ ທັງ​ຮູ້​ວ່າ​ເຮົາ​ມາ​ຈາກ​ໃສ ເຮົາ​ບໍ່ໄດ້​ມາ​ດ້ວຍ​ລຳພັງໃຈ​ຂອງເຮົາ​ເອງ ແຕ່​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ນັ້ນ​ກໍ​ສັດຈິງ, ພວກເຈົ້າ​ບໍ່​ຮູ້ຈັກ​ພຣະອົງ</verse>
				<verse number="29">ແຕ່​ເຮົາ​ຮູ້ຈັກ​ພຣະອົງ ເພາະ​ເຮົາ​ມາ​ຈາກ​ພຣະອົງ ແລະ​ແມ່ນ​ພຣະອົງ​ນີ້​ແຫຼະ​ໄດ້​ໃຊ້​ເຮົາ​ມາ.”</verse>
				<verse number="30">ແລ້ວ​ພວກເຂົາ​ກໍ​ຊອກ​ຫາ​ທາງ​ຈັບ​ພຣະອົງ, ແຕ່​ບໍ່ມີ​ຜູ້ໃດ​ຍື່ນ​ມື​ໄປ​ແຕະຕ້ອງ​ພຣະອົງ​ໄດ້ ເພາະ​ບໍ່​ເຖິງ​ກຳນົດ​ເວລາ​ຂອງ​ພຣະອົງ​ເທື່ອ.</verse>
				<verse number="31">ແຕ່​ມີ​ຫລາຍ​ຄົນ​ໃນ​ປະຊາຊົນ​ນັ້ນ ໄດ້​ຮັບ​ເຊື່ອ​ໃນ​ພຣະອົງ ແລະ​ເວົ້າ​ວ່າ, “ເມື່ອ​ພຣະຄຣິດ​ສະເດັດ​ມາ​ນັ້ນ ເພິ່ນ​ຈະ​ເຮັດ​ໝາຍສຳຄັນ​ການ​ອັດສະຈັນ​ຫລາຍກວ່າ​ຜູ້​ນີ້​ເຮັດ​ບໍ?”</verse>
				<verse number="32">ເມື່ອ​ພວກ​ຟາຣີຊາຍ​ໄດ້ຍິນ​ປະຊາຊົນ​ຊິ່ມ​ກັນ ເຖິງ​ເລື່ອງ​ພຣະເຢຊູເຈົ້າ ພວກເຂົາ​ແລະ​ພວກ​ຫົວໜ້າ​ປະໂຣຫິດ ກໍ​ໃຊ້​ເຈົ້າໜ້າທີ່​ພຣະວິຫານ​ໄປ​ຈັບ​ພຣະອົງ.</verse>
				<verse number="33">ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ຕໍ່ໄປ​ອີກ​ໜ້ອຍໜຶ່ງ ແລ້ວ​ເຮົາ​ກໍ​ຈະ​ກັບ​ໄປ​ຫາ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.</verse>
				<verse number="34">ພວກເຈົ້າ​ຈະ​ຊອກ​ຫາ​ເຮົາ​ແຕ່​ຈະ​ບໍ່​ພົບ​ເຮົາ ເພາະ​ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ພວກເຈົ້າ​ໄປ​ບໍ່ໄດ້.”</verse>
				<verse number="35">ພວກ​ຢິວ​ຈຶ່ງ​ເວົ້າ​ກັນ​ວ່າ, “ຊາຍ​ຄົນ​ນີ້​ກຳລັງ​ຈະ​ໄປ​ໃສ ທີ່​ພວກເຮົາ​ຈະ​ຊອກ​ຫາ​ລາວ​ບໍ່​ພົບ ລາວ​ຈະ​ໄປ​ເມືອງ​ຕ່າງໆ​ຂອງ​ຊາວ​ກຣີກ ບ່ອນ​ທີ່​ມີ​ປະຊາຊົນ​ຂອງ​ພວກເຮົາ​ຢູ່ ແລະ​ສັ່ງສອນ​ຊາວ​ກຣີກ​ຢູ່​ບ່ອນ​ນັ້ນ​ບໍ?</verse>
				<verse number="36">ລາວ​ບອກ​ວ່າ, ‘ພວກເຮົາ​ຈະ​ຊອກ​ຫາ​ລາວ ແຕ່​ຈະ​ບໍ່​ພົບ​ລາວ ບ່ອນ​ທີ່​ລາວ​ໄປ​ນັ້ນ​ພວກເຮົາ​ໄປ​ບໍ່ໄດ້,’ ສິ່ງ​ທີ່​ລາວ​ເວົ້າ​ນັ້ນ​ໝາຍຄວາມວ່າ​ຢ່າງ​ໃດ?”</verse>
				<verse number="37">ໃນ​ວັນ​ສຸດທ້າຍ ຊຶ່ງ​ເປັນ​ວັນ​ສຳຄັນ​ຂອງ​ເທດສະການ ພຣະເຢຊູເຈົ້າ​ໄດ້​ຢືນ​ຂຶ້ນ ແລະ ຮ້ອງ​ດັງໆ​ວ່າ, “ຖ້າ​ຜູ້ໃດ​ຫິວນໍ້າ​ໃຫ້​ມາ​ຫາ​ເຮົາ​ແລະ​ດື່ມ.”</verse>
				<verse number="38">ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຜູ້ໃດ​ທີ່​ເຊື່ອວາງໃຈ​ໃນ​ເຮົາ ແມ່ນໍ້າ​ແຫ່ງ​ຊີວິດ​ຈະ​ໄຫລ​ອອກ​ຈາກ​ພາຍ​ໃນ​ຜູ້ນັ້ນ.”</verse>
				<verse number="39">ສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ນັ້ນ​ໝາຍ​ເຖິງ​ພຣະວິນຍານ ຊຶ່ງ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ ໃນ​ເວລາ​ນັ້ນ ພຣະວິນຍານ​ບໍຣິສຸດເຈົ້າ ຍັງ​ບໍ່ໄດ້​ປະທານ​ໃຫ້​ເທື່ອ ເພາະ​ພຣະເຢຊູເຈົ້າ​ຍັງ​ບໍ່​ທັນ​ໄດ້​ຮັບ​ສະຫງ່າຣາສີ.</verse>
				<verse number="40">ເມື່ອ​ປະຊາຊົນ​ບາງຄົນ​ໄດ້ຍິນ​ພຣະເຢຊູເຈົ້າ​ກ່າວ​ດັ່ງນັ້ນ, ຈຶ່ງ​ເວົ້າ​ວ່າ, “ຈິງ​ແທ້​ແລ້ວ ຊາຍ​ຄົນ​ນີ້​ເປັນ​ຜູ້ທຳນວາຍ.”</verse>
				<verse number="41">ຄົນອື່ນ​ເວົ້າ​ວ່າ, “ເພິ່ນ​ເປັນ​ພຣະຄຣິດ.” ແຕ່​ຄົນອື່ນ​ເວົ້າ​ອີກ​ວ່າ, “ພຣະຄຣິດ​ຄົງ​ບໍ່​ມາ​ຈາກ​ຄາລີເລ.”</verse>
				<verse number="42">ພຣະຄຳພີ​ກ່າວ​ໄວ້​ວ່າ, “ພຣະຄຣິດ​ມາ​ຈາກ​ເຊື້ອວົງ​ຂອງ​ກະສັດ​ດາວິດ ແລະ​ຈະ​ເກີດ​ຢູ່​ໃນ​ເບັດເລເຮັມ ບ້ານເກີດ​ເມືອງນອນ​ຂອງ​ດາວິດ.”</verse>
				<verse number="43">ເຫດສະນັ້ນ ປະຊາຊົນ​ຈຶ່ງ​ມີ​ຄວາມ​ເຫັນ​ແຕກແຍກ​ກັນ​ໃນ​ເລື່ອງ​ພຣະເຢຊູເຈົ້າ.</verse>
				<verse number="44">ບາງຄົນ​ໃນ​ພວກເຂົາ​ຄິດ​ຢາກ​ຈັບ​ພຣະອົງ ແຕ່​ບໍ່ມີ​ຜູ້ໃດ​ຍື່ນ​ມື​ໄປ​ແຕະຕ້ອງ​ພຣະອົງ.</verse>
				<verse number="45">ເມື່ອ​ພວກ​ເຈົ້າໜ້າທີ່​ພຣະວິຫານ​ກັບຄືນ​ມາ​ແລ້ວ ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ຟາຣີຊາຍ​ໄດ້​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຈັບ​ມັນ​ມາ?”</verse>
				<verse number="46">ພວກ​ເຈົ້າໜ້າທີ່​ຕອບ​ວ່າ, “ບໍ່ເຄີຍ​ເຫັນ​ຜູ້ໃດ​ທີ່​ເວົ້າ​ເໝືອນ​ດັ່ງ​ຊາຍ​ຄົນ​ນີ້​ຈັກເທື່ອ.”</verse>
				<verse number="47">ພວກ​ຟາຣີຊາຍ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ກໍໄດ້​ຖືກ​ມັນ​ຊັກຈູງ​ໃຫ້​ຫລົງ​ຜິດ​ຊັ້ນບໍ?</verse>
				<verse number="48">ມີ​ຜູ້ໃດ​ໃນ​ພວກ​ເຈົ້າໜ້າທີ່ ຫລື​ພວກ​ຟາຣີຊາຍ​ເຊື່ອ​ໃນ​ມັນ​ບໍ?</verse>
				<verse number="49">ປະຊາຊົນ​ກຸ່ມ​ນີ້​ບໍ່​ຮູ້​ກົດບັນຍັດ​ຂອງ​ໂມເຊ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຢູ່​ໃຕ້​ການ​ສາບແຊ່ງ.”</verse>
				<verse number="50">ຍັງ​ມີ​ຄົນ​ໜຶ່ງ​ໃນ​ພວກ​ຟາຣີຊາຍ​ຊື່​ວ່າ, ນີໂກເດມ ຜູ້​ທີ່​ເຄີຍ​ໄປ​ພົບ​ພຣະເຢຊູເຈົ້າ​ມາ​ແລ້ວ ໄດ້​ເວົ້າ​ຕໍ່​ພວກເຂົາ​ວ່າ,</verse>
				<verse number="51">“ຕາມ​ກົດບັນຍັດ​ຂອງ​ພວກເຮົາ​ແລ້ວ ພວກເຮົາ​ຈະ​ລົງໂທດ​ຄົນໃດ​ຄົນໜຶ່ງ​ບໍ່ໄດ້ ຈົນກວ່າ​ໄດ້​ຟັງ​ຄຳ​ໃຫ້​ການ​ຂອງ​ລາວ​ກ່ອນ ແລະ​ຮູ້​ວ່າ​ລາວ​ໄດ້​ເຮັດ​ຜິດ​ຢ່າງ​ໃດ​ແດ່.”</verse>
				<verse number="52">ແລ້ວ​ພວກເຂົາ​ກໍ​ເວົ້າ​ຕໍ່​ນີໂກເດມ​ວ່າ, “ເຈົ້າ​ກໍ​ມາ​ຈາກ​ຄາລີເລ​ເໝືອນກັນ​ບໍ? ໃຫ້​ຄົ້ນ​ເບິ່ງ​ໃນ​ພຣະຄຳພີ​ແລ້ວ​ເຈົ້າ​ຈະ​ຮູ້​ວ່າ ບໍ່ເຄີຍ​ມີ​ຜູ້ທຳນວາຍ​ທີ່​ມາ ຈາກ​ຄາລີເລ.” [</verse>
				<verse number="53">ແລ້ວ​ທຸກຄົນ​ຕ່າງ​ກໍ​ກັບຄືນ​ເມືອ​ເຮືອນ​ຂອງ​ໃຜ​ລາວ.</verse>
			</chapter>
			<chapter number="8">
				<verse number="1">ສ່ວນ​ພຣະເຢຊູເຈົ້າ​ໄດ້​ສະເດັດ​ໄປ​ທີ່​ພູເຂົາ​ໝາກກອກເທດ.</verse>
				<verse number="2">ພໍ​ຮຸ່ງ​ເຊົ້າ​ມາ ພຣະອົງ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ​ອີກ ປະຊາຊົນ​ທັງໝົດ​ໄດ້​ເຕົ້າໂຮມ​ອ້ອມ​ພຣະອົງ ແລະ​ພຣະອົງ​ກໍ​ນັ່ງ​ລົງ​ຕັ້ງຕົ້ນ​ສັ່ງສອນ.</verse>
				<verse number="3">ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ ໄດ້​ພາ​ຍິງ​ຄົນ​ໜຶ່ງ​ມາ​ຫາ​ພຣະອົງ ຍິງ​ຄົນ​ນີ້​ຖືກ​ຈັບ​ໃນ​ຖານ​ຫລິ້ນຊູ້ ພວກເຂົາ​ໃຫ້​ຍິງ​ຄົນ​ນີ້​ຢືນ​ຢູ່​ຕໍ່ໜ້າ​ປະຊາຊົນ​ທັງໝົດ.</verse>
				<verse number="4">ພວກເຂົາ​ກ່າວ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ອາຈານ​ເອີຍ ຍິງ​ຄົນ​ນີ້​ຖືກ​ຈັບ​ໃນ​ເວລາ​ກຳລັງ​ຫລິ້ນຊູ້.</verse>
				<verse number="5">ຕາມ​ກົດບັນຍັດ​ຂອງ​ພວກເຮົາ​ແລ້ວ ໂມເຊ​ໄດ້​ສັ່ງ​ວ່າ, ‘ຍິງ​ເຊັ່ນນີ້​ຕ້ອງ​ຖືກ​ແກວ່ງ​ກ້ອນຫີນ​ໃສ່​ໃຫ້​ຕາຍ,’ ສ່ວນ​ທ່ານ​ເດ​ຈະ​ວ່າ​ຢ່າງ​ໃດ?”</verse>
				<verse number="6">ພວກເຂົາ​ເວົ້າ​ຢ່າງ​ນີ້​ເພື່ອ​ຫາ​ເຫດ​ຟ້ອງ​ພຣະເຢຊູເຈົ້າ, ແຕ່​ພຣະອົງ​ກົ້ມ​ລົງ​ໃຊ້​ນິ້ວ​ມື​ຂຽນ​ລົງ​ທີ່​ພື້ນດິນ.</verse>
				<verse number="7">ເມື່ອ​ພວກເຂົາ​ຂຸ້ນຂ້ຽວ​ຖາມ​ຢູ່​ນັ້ນ ພຣະອົງ​ຈຶ່ງ​ເງີຍ​ໜ້າ​ຂຶ້ນ ແລະ​ກ່າວ​ຕໍ່​ພວກເຂົາ​ວ່າ, “ມີ​ຄົນ​ໃດ​ແດ່​ໃນ​ພວກເຈົ້າ ທີ່​ບໍ່ໄດ້​ເຮັດ​ບາບ ໃຫ້​ຜູ້ນັ້ນ​ເປັນ​ຜູ້​ທຳອິດ​ແກວ່ງ​ກ້ອນຫີນ​ໃສ່​ຍິງ​ຄົນ​ນີ້.”</verse>
				<verse number="8">ແລ້ວ​ພຣະອົງ​ກໍ​ກົ້ມ​ລົງ​ໃຊ້​ນິ້ວ​ມື​ຂຽນ​ລົງ​ທີ່​ພື້ນດິນ​ຕໍ່ໄປ.</verse>
				<verse number="9">ເມື່ອ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ພວກເຂົາ​ຈຶ່ງ​ໜີ​ອອກ​ໄປ​ເທື່ອລະ​ຄົນ​ຈົນ​ໝົດ ເລີ່ມ​ແຕ່​ຄົນ​ແກ່​ໄປ​ຈົນເຖິງ​ຜູ້​ສຸດທ້າຍ ຍັງເຫລືອ​ແຕ່​ພຣະເຢຊູເຈົ້າ ແລະ​ແມ່ຍິງ​ທີ່​ຢືນ​ຢູ່​ທີ່​ນັ້ນ.</verse>
				<verse number="10">ເມື່ອ​ພຣະອົງ​ເງີຍ​ໜ້າ​ຂຶ້ນ ຈຶ່ງ​ຖາມ​ນາງ​ວ່າ, “ນາງເອີຍ ພວກເຂົາ​ໄປ​ໃສ​ໝົດ ບໍ່ມີ​ຜູ້ໃດ​ລົງໂທດ​ເຈົ້າ​ບໍ?”</verse>
				<verse number="11">ນາງ​ຕອບ​ວ່າ, “ພຣະອົງເຈົ້າ​ເອີຍ ບໍ່ມີ​ຜູ້ໃດ​ແລ້ວ.” ພຣະເຢຊູເຈົ້າ​ເວົ້າ​ວ່າ, “ດີ​ແລ້ວ ເຮົາ​ກໍ​ບໍ່​ລົງໂທດ​ເຈົ້າ​ເໝືອນກັນ ຈົ່ງ​ໄປ​ສາ ຕໍ່ໄປ​ຢ່າ​ເຮັດ​ບາບ​ອີກ.”]</verse>
				<verse number="12">ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກ​ຟາຣີຊາຍ​ອີກ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ຄວາມ​ສະຫວ່າງ​ຂອງ​ໂລກ ຜູ້​ທີ່​ຕາມ​ເຮົາ​ມາ​ຈະ​ມີ​ຄວາມ​ສະຫວ່າງ​ແຫ່ງ​ຊີວິດ ແລະ​ຈະ​ບໍ່​ເດີນ​ຢູ່​ໃນ​ຄວາມມືດ​ຈັກເທື່ອ.”</verse>
				<verse number="13">ແລ້ວ​ພວກ​ຟາຣີຊາຍ​ກໍ​ກ່າວ​ຕໍ່​ພຣະອົງ​ວ່າ, “ເຈົ້າ​ເປັນ​ພະຍານ​ໃຫ້​ຕົນເອງ ສິ່ງ​ທີ່​ເຈົ້າ​ເວົ້າ​ນັ້ນ ພິສູດ​ຫຍັງ​ບໍ່ໄດ້.”</verse>
				<verse number="14">ພຣະເຢຊູເຈົ້າ​ໄດ້ຕອບ​ພວກເຂົາ​ວ່າ, “ເຖິງ​ແມ່ນ​ເຮົາ​ເປັນ​ພະຍານ​ໃຫ້​ຕົນເອງ ຄຳ​ພະຍານ​ຂອງເຮົາ​ກໍ​ເປັນ​ຄວາມຈິງ ເພາະ​ເຮົາ​ຮູ້​ວ່າ​ເຮົາ​ມາ​ແຕ່​ໃສ ແລະ​ຈະ​ໄປ​ໃສ ສ່ວນ​ພວກເຈົ້າ​ບໍ່​ຮູ້​ວ່າ ເຮົາ​ໄດ້​ມາ​ແຕ່​ໃສ ແລະ​ຈະ​ໄປ​ໃສ.</verse>
				<verse number="15">ພວກເຈົ້າ​ຕັດສິນ​ຕາມ​ທາງ​ຂອງ​ມະນຸດ, ເຮົາ​ບໍ່​ຕັດສິນ​ຜູ້ໃດ.</verse>
				<verse number="16">ແຕ່​ເຖິງ​ແມ່ນ​ເຮົາ​ຕັດສິນ ການ​ຕັດສິນ​ຂອງເຮົາ​ກໍ​ຖືກຕ້ອງ ເພາະ​ບໍ່ແມ່ນ​ເຮົາ​ຜູ້​ດຽວ​ທີ່​ຕັດສິນ ແຕ່​ເຮົາ​ຕັດສິນ​ຮ່ວມ​ກັບ​ພຣະບິດາເຈົ້າ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.</verse>
				<verse number="17">ໃນ​ກົດບັນຍັດ​ຂອງ​ພວກເຈົ້າ​ມີ​ຄຳ​ຂຽນ​ໄວ້​ວ່າ ເມື່ອ​ພະຍານ​ສອງ​ປາກ​ໃຫ້​ການ​ກົງກັນ ສິ່ງ​ທີ່​ເຂົາ​ເວົ້າ​ນັ້ນ​ກໍ​ເປັນ​ຄວາມຈິງ.</verse>
				<verse number="18">ຝ່າຍ​ເຮົາ​ເປັນ​ພະຍານ​ໃຫ້​ຕົນເອງ ແລະ​ພຣະບິດາເຈົ້າ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ ກໍ​ເປັນ​ພະຍານ​ໃຫ້​ເຮົາ​ເໝືອນກັນ.”</verse>
				<verse number="19">ພວກເຂົາ​ຖາມ​ພຣະອົງ​ວ່າ, “ພຣະບິດາເຈົ້າ​ຂອງທ່ານ​ຢູ່​ໃສ?” ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ພວກເຈົ້າ​ບໍ່​ຮູ້ຈັກ​ເຮົາ​ແລະ​ພຣະບິດາເຈົ້າ​ຂອງເຮົາ ຖ້າ​ພວກເຈົ້າ​ຮູ້ຈັກ​ເຮົາ ພວກເຈົ້າ​ກໍ​ຄົງ​ຮູ້ຈັກ​ພຣະບິດາເຈົ້າ​ຂອງເຮົາ​ເໝືອນກັນ.”</verse>
				<verse number="20">ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳ​ເຫຼົ່ານີ້ ໃນ​ຂະນະທີ່​ພຣະອົງ​ສັ່ງສອນ​ໃນ​ພຣະວິຫານ ຢູ່​ຫ້ອງ​ບ່ອນ​ທີ່​ວາງ​ຫີບ​ຖວາຍ​ຊັບ, ແຕ່​ບໍ່ມີ​ຜູ້ໃດ​ຈັບ​ພຣະອົງ ເພາະ​ບໍ່​ເຖິງ​ກຳນົດ​ເວລາ​ຂອງ​ພຣະອົງ​ເທື່ອ.</verse>
				<verse number="21">ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ຈະ​ຈາກ​ໄປ ເຈົ້າ​ທັງຫລາຍ​ຈະ​ຊອກ​ຫາ​ເຮົາ, ແຕ່​ພວກເຈົ້າ​ຈະ​ຕາຍ​ໃນ​ບາບກຳ​ຂອງ​ພວກເຈົ້າ ພວກເຈົ້າ​ໄປ​ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ບໍ່ໄດ້.”</verse>
				<verse number="22">ດັ່ງນັ້ນ ພວກ​ຢິວ​ຈຶ່ງ​ເວົ້າ​ວ່າ, “ລາວ​ບອກ​ວ່າ ພວກເຮົາ​ຈະ​ໄປ​ບ່ອນ​ທີ່​ລາວ​ຈະ​ໄປ​ນັ້ນ​ບໍ່ໄດ້ ຄຳ​ເວົ້າ​ນີ້​ໝາຍຄວາມວ່າ ລາວ​ຈະ​ຂ້າ​ຕົວ​ຕາຍ​ຊັ້ນບໍ?”</verse>
				<verse number="23">ພຣະເຢຊູເຈົ້າ​ໄດ້ກ່າວ​ຕໍ່​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ຝ່າຍ​ເບື້ອງ​ລຸ່ມ​ຄື​ໂລກນີ້ ແຕ່​ເຮົາ​ມາ​ຈາກ​ເບື້ອງ​ເທິງ, ພວກເຈົ້າ​ເປັນ​ຝ່າຍ​ໂລກນີ້ ແຕ່​ເຮົາ​ບໍ່​ເປັນ​ຝ່າຍ​ໂລກນີ້.</verse>
				<verse number="24">ດ້ວຍເຫດນີ້ ເຮົາ​ຈຶ່ງ​ບອກ​ເຈົ້າ​ທັງຫລາຍ​ວ່າ, ພວກເຈົ້າ​ຈະ​ຕາຍ​ໃນ​ບາບກຳ​ຂອງ​ພວກເຈົ້າ ເພາະວ່າ​ຖ້າ​ພວກເຈົ້າ​ບໍ່ໄດ້​ເຊື່ອ​ວ່າ ‘ເຮົາ​ເປັນ​ຜູ້​ທີ່​ເຮົາ​ເປັນ’ ພວກເຈົ້າ​ຈະ​ຕາຍ​ໃນ​ບາບກຳ​ຂອງຕົນ.”</verse>
				<verse number="25">ພວກເຂົາ​ຖາມ​ພຣະອົງ​ວ່າ, “ທ່ານ​ແມ່ນ​ຜູ້ໃດ?” ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ເຮົາ​ເປັນ​ຜູ້​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ​ຕັ້ງແຕ່​ຕົ້ນ​ນັ້ນ​ແຫຼະ.</verse>
				<verse number="26">ເຮົາ​ມີ​ຫລາຍ​ຂໍ້​ທີ່​ຈະ​ເວົ້າ​ກ່ຽວກັບ​ພວກເຈົ້າ ແລະ​ຕັດສິນ​ພວກເຈົ້າ, ແຕ່​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ນັ້ນ​ກໍ​ສັດຈິງ ເຮົາ​ບອກ​ໃຫ້​ໂລກ​ຮູ້​ສິ່ງ​ທີ່​ເຮົາ​ໄດ້ຍິນ​ຈາກ​ພຣະອົງ​ເທົ່ານັ້ນ.”</verse>
				<verse number="27">ພວກເຂົາ​ບໍ່ໄດ້​ເຂົ້າໃຈ​ວ່າ ພຣະເຢຊູເຈົ້າ​ກຳລັງ​ກ່າວ​ແກ່​ພວກເຂົາ​ເຖິງ​ພຣະບິດາເຈົ້າ.</verse>
				<verse number="28">ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ກ່າວ​ຕໍ່​ພວກເຂົາ​ວ່າ, “ເມື່ອໃດ​ເຈົ້າ​ທັງຫລາຍ​ຍົກ​ບຸດ​ມະນຸດ​ຂຶ້ນ​ແລ້ວ ເມື່ອນັ້ນ​ແຫຼະ ພວກເຈົ້າ​ຈຶ່ງ​ຈະ​ຮູ້​ວ່າ, ‘ເຮົາ​ເປັນ​ຜູ້​ທີ່​ເຮົາ​ເປັນ’ ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ ເຮົາ​ບໍ່ໄດ້​ເຮັດ​ສິ່ງໃດ​ຕາມ​ໃຈ​ຂອງເຮົາ​ເອງ, ແຕ່​ເຮົາ​ກ່າວ​ຕາມ​ທີ່​ພຣະບິດາເຈົ້າ​ໄດ້​ສອນ​ໃຫ້​ເຮົາ​ກ່າວ​ເທົ່ານັ້ນ.</verse>
				<verse number="29">ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ກໍ​ສະຖິດ​ຢູ່​ກັບ​ເຮົາ, ພຣະອົງ​ບໍ່ເຄີຍ​ປະ​ປ່ອຍ​ເຮົາ​ໃຫ້​ຢູ່​ຜູ້​ດຽວ ເພາະ​ເຮົາ​ເຮັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ​ຢູ່​ສະເໝີ.”</verse>
				<verse number="30">ມີ​ຫລາຍ​ຄົນ​ທີ່​ໄດ້ຍິນ​ພຣະເຢຊູເຈົ້າ​ກ່າວ​ຄຳ​ເຫຼົ່ານີ້ ກໍ​ເຊື່ອ​ໃນ​ພຣະອົງ.</verse>
				<verse number="31">ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ຕໍ່​ພວກ​ຢິວ​ທີ່​ເຊື່ອ​ໃນ​ພຣະອົງ​ວ່າ, “ຖ້າ​ພວກເຈົ້າ​ຕັ້ງໝັ້ນ​ຢູ່​ໃນ​ຖ້ອຍຄຳ​ຂອງເຮົາ ພວກເຈົ້າ​ກໍ​ເປັນ​ສາວົກ​ແທ້​ຂອງເຮົາ,</verse>
				<verse number="32">ແລ້ວ​ພວກເຈົ້າ​ຈະ​ຮູ້ຈັກ​ຄວາມຈິງ ແລະ​ຄວາມຈິງ​ນັ້ນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ອິດສະຫລະ.”</verse>
				<verse number="33">ພວກເຂົາ​ຕອບ​ພຣະອົງ​ວ່າ, “ພວກເຮົາ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ແລະ​ບໍ່ໄດ້​ເປັນ​ທາດ​ຂອງ​ຜູ້ໃດ​ຈັກເທື່ອ ເປັນຫຍັງ​ທ່ານ​ຈຶ່ງ​ເວົ້າ​ວ່າ, ‘ພວກເຈົ້າ​ຈະ​ເປັນ​ອິດສະຫລະ?”’</verse>
				<verse number="34">ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ທຸກຄົນ​ທີ່​ເຮັດ​ການບາບ​ກໍ​ເປັນ​ທາດ​ຂອງ​ບາບກຳ​ນັ້ນ.</verse>
				<verse number="35">ຂ້ອຍໃຊ້​ບໍ່​ຫ່ອນ​ຢູ່​ໃນ​ເຮືອນ​ຕະຫລອດໄປ ແຕ່​ລູກຊາຍ​ກໍ​ຢູ່​ໃນ​ເຮືອນ​ຕະຫລອດໄປ.</verse>
				<verse number="36">ເຫດສະນັ້ນ ຖ້າ​ບຸດ​ມະນຸດ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ອິດສະຫລະ ພວກເຈົ້າ​ກໍ​ຈະ​ເປັນ​ອິດສະຫລະ​ຢ່າງ​ແທ້ຈິງ.</verse>
				<verse number="37">ເຮົາ​ຮູ້​ຢູ່​ວ່າ ພວກເຈົ້າ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ, ແຕ່​ພວກເຈົ້າ​ຊອກ​ຫາ​ທາງ​ຈະ​ຂ້າ​ເຮົາ ເພາະ​ຄຳສັ່ງສອນ​ຂອງເຮົາ​ບໍ່​ເຂົ້າ​ສູ່​ໃຈ​ຂອງ​ພວກເຈົ້າ.</verse>
				<verse number="38">ເຮົາ​ເວົ້າ​ໃນ​ສິ່ງ​ທີ່​ພຣະບິດາເຈົ້າ​ຊົງ​ສຳແດງ​ໃຫ້​ເຮົາ​ເຫັນ, ແຕ່​ຝ່າຍ​ພວກເຈົ້າ​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເຈົ້າ​ໄດ້ຍິນ​ຈາກ​ພໍ່​ຂອງ​ພວກເຈົ້າ.”</verse>
				<verse number="39">ພວກເຂົາ​ຕອບ​ພຣະອົງ​ວ່າ, “ພໍ່​ຂອງ​ພວກເຮົາ​ແມ່ນ​ອັບຣາຮາມ.” ພຣະເຢຊູເຈົ້າ​ໄດ້​ຕອບ​ຄືນ​ວ່າ, “ຖ້າ​ເຈົ້າ​ທັງຫລາຍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ເຈົ້າ​ກໍ​ຈະ​ເຮັດ ໃນ​ສິ່ງ​ທີ່​ອັບຣາຮາມ​ໄດ້​ເຮັດ.</verse>
				<verse number="40">ເຮົາ​ພຽງແຕ່​ບອກ​ພວກເຈົ້າ​ເຖິງ​ຄວາມຈິງ ທີ່​ເຮົາ​ໄດ້ຍິນ​ຈາກ​ພຣະເຈົ້າ, ພວກເຈົ້າ​ກໍ​ຫາ​ທາງ​ທີ່​ຈະ​ຂ້າ​ເຮົາ, ການ​ຢ່າງ​ນີ້​ອັບຣາຮາມ​ບໍ່ໄດ້​ເຮັດ.</verse>
				<verse number="41">ພວກເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ພໍ່​ຂອງ​ພວກເຈົ້າ​ໄດ້​ເຮັດ.” ພວກເຂົາ​ຕອບ​ວ່າ, “ເຮົາ​ມີ​ພຣະບິດາ​ພຽງ​ອົງ​ດຽວ​ຄື​ພຣະເຈົ້າ ແລະ​ພວກເຮົາ​ເປັນ​ລູກ​ແທ້ໆ​ຂອງ​ພຣະອົງ.”</verse>
				<verse number="42">ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກເຂົາ​ວ່າ, “ຖ້າ​ພຣະເຈົ້າ​ເປັນ​ພຣະບິດາ​ຂອງ​ພວກເຈົ້າ​ແທ້​ແລ້ວ ພວກເຈົ້າ​ກໍ​ຈະ​ໄດ້​ຮັກ​ເຮົາ ເພາະ​ເຮົາ​ມາ​ຈາກ​ພຣະເຈົ້າ ແລະ​ເຮົາ​ຢູ່​ທີ່​ນີ້. ເຮົາ​ບໍ່ໄດ້​ມາ​ຕາມ​ລຳພັງໃຈ​ຂອງເຮົາ​ເອງ ແຕ່​ພຣະອົງ​ຊົງ​ໃຊ້​ເຮົາ​ມາ.</verse>
				<verse number="43">ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ບໍ່​ເຂົ້າໃຈ​ໃນ​ຖ້ອຍຄຳ​ຂອງເຮົາ ເພາະ​ພວກເຈົ້າ​ທົນ​ຟັງ​ຖ້ອຍຄຳ​ຂອງເຮົາ​ບໍ່ໄດ້.</verse>
				<verse number="44">ເຈົ້າ​ທັງຫລາຍ​ມາ​ຈາກ​ພໍ່​ຂອງ​ພວກເຈົ້າ​ຄື​ມານຮ້າຍ, ພວກເຈົ້າ​ຢາກ​ປະຕິບັດ​ຕາມ​ຄວາມ​ປາຖະໜາ​ຂອງ​ພໍ່​ເຈົ້າ ຄື​ຕັ້ງແຕ່​ຕົ້ນເດີມ​ມາ​ມັນ​ເປັນ​ຜູ້ຂ້າຄົນ ແລະ​ບໍ່ເຄີຍ​ຢູ່​ຝ່າຍ​ຄວາມຈິງ ເພາະ​ໃນ​ຕົວ​ຂອງ​ມັນ​ບໍ່ມີ​ຄວາມຈິງ ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍເວົ້າ​ຕາມ​ສັນດານ​ຂອງ​ມັນ ເພາະ​ມັນ​ເປັນ​ຜູ້​ຕົວະ ແລະ​ເປັນ​ພໍ່​ຂອງ​ການ​ຕົວະ.</verse>
				<verse number="45">ແຕ່​ເຈົ້າ​ທັງຫລາຍ​ບໍ່ໄດ້​ເຊື່ອ​ເຮົາ ເພາະ​ຝ່າຍ​ເຮົາ​ກ່າວ​ຄວາມຈິງ.</verse>
				<verse number="46">ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ທີ່​ພິສູດ​ໄດ້​ວ່າ ເຮົາ​ມີ​ຄວາມຜິດ? ຖ້າ​ເຮົາ​ເວົ້າ​ຄວາມຈິງ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ເຮົາ?</verse>
				<verse number="47">ຜູ້​ທີ່​ມາ​ຈາກ​ພຣະເຈົ້າ​ຍ່ອມ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ, ແຕ່​ເຈົ້າ​ທັງຫລາຍ​ບໍ່ໄດ້​ມາ​ຈາກ​ພຣະເຈົ້າ ເຫດສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ຟັງ.”</verse>
				<verse number="48">ພວກ​ຢິວ​ໄດ້ຕອບ​ພຣະອົງ​ວ່າ, “ພວກເຮົາ​ເວົ້າ​ຖືກຕ້ອງ​ແລ້ວ ທີ່​ວ່າ​ເຈົ້າ​ເປັນ​ຊາວ​ຊາມາເຣຍ ແລະ​ມີ​ຜີມານຮ້າຍ​ສິງ​ຢູ່.”</verse>
				<verse number="49">ພຣະເຢຊູເຈົ້າ​ໄດ້ຕອບ​ວ່າ, “ເຮົາ​ບໍ່ມີ​ຜີມານຮ້າຍ​ສິງ​ດອກ ເພາະ​ເຮົາ​ຖວາຍ​ກຽດ​ແກ່​ພຣະບິດາເຈົ້າ​ຂອງເຮົາ, ແຕ່​ພວກເຈົ້າ​ເວົ້າ​ໝິ່ນປະໝາດ​ເຮົາ.</verse>
				<verse number="50">ເຮົາ​ບໍ່ໄດ້​ຊອກ​ຫາ​ກຽດ​ໃສ່​ຕົນເອງ, ແຕ່​ມີ​ຜູ້ໜຶ່ງ​ທີ່​ຫາ​ໃຫ້ ແລະ​ທັງ​ເປັນ​ຜູ້ຕັດສິນ.</verse>
				<verse number="51">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້​ທີ່​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງເຮົາ​ນັ້ນ ຈະ​ບໍ່​ພົບ​ຄວາມ​ຕາຍ​ຈັກເທື່ອ.”</verse>
				<verse number="52">ພວກ​ຢິວ​ເວົ້າ​ຕໍ່​ພຣະອົງ​ວ່າ, “ດຽວ​ນີ້​ພວກເຮົາ​ຮູ້​ຄັກ​ແລ້ວ​ວ່າ ຜີມານຮ້າຍ​ສິງ​ເຈົ້າ​ຢູ່ ອັບຣາຮາມ​ຕາຍໄປ​ແລ້ວ ແລະ​ພວກ​ຜູ້ທຳນວາຍ​ກໍ​ຕາຍໄປ​ແລ້ວ​ເໝືອນກັນ ແຕ່​ເຈົ້າ​ຊໍ້າພັດ​ເວົ້າ​ວ່າ, ‘ຜູ້​ທີ່​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງ​ເຈົ້າ​ຈະ​ບໍ່​ພົບ​ຄວາມ​ຕາຍ​ຈັກເທື່ອ.’</verse>
				<verse number="53">ອັບຣາຮາມ​ພໍ່​ຂອງ​ພວກເຮົາ​ຕາຍໄປ​ແລ້ວ ເຈົ້າ​ບໍ່ແມ່ນ​ອ້າງ​ຕົວ​ຍິ່ງໃຫຍ່​ກວ່າ​ອັບຣາຮາມ​ບໍ? ພວກ​ຜູ້ທຳນວາຍ​ກໍ​ຕາຍໄປ​ແລ້ວ​ເໝືອນກັນ, ເຈົ້າ​ຄິດ​ວ່າ​ເຈົ້າ​ເປັນ​ຜູ້ໃດ?”</verse>
				<verse number="54">ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ຖ້າ​ເຮົາ​ໃຫ້ກຽດ​ແກ່​ຕົນເອງ ກຽດ​ນັ້ນ​ກໍ​ບໍ່ມີ​ຄວາມ​ໝາຍ​ຫຍັງ ຜູ້​ທີ່​ໃຫ້ກຽດ​ແກ່​ເຮົາ ແມ່ນ​ພຣະບິດາເຈົ້າ​ຂອງເຮົາ ຄື​ຜູ້​ທີ່​ພວກເຈົ້າ​ບອກ​ວ່າ, ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ​ນັ້ນ​ແຫຼະ.</verse>
				<verse number="55">ພວກເຈົ້າ​ຍັງ​ບໍ່ເຄີຍ​ຮູ້ຈັກ​ພຣະອົງ ແຕ່​ເຮົາ​ຮູ້ຈັກ​ພຣະອົງ ຖ້າ​ເຮົາ​ເວົ້າ​ວ່າ ເຮົາ​ບໍ່​ຮູ້ຈັກ​ພຣະອົງ ເຮົາ​ກໍ​ເປັນ​ຄົນ​ຂີ້ຕົວະ​ເໝືອນກັນ​ກັບ​ພວກເຈົ້າ, ແຕ່​ເຮົາ​ຮູ້ຈັກ​ພຣະອົງ ແລະ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.</verse>
				<verse number="56">ອັບຣາຮາມ​ພໍ່​ຂອງ​ພວກເຈົ້າ​ມີ​ຄວາມ​ຊົມຊື່ນ​ຍິນດີ ທີ່​ໄດ້​ເຫັນ​ການ​ມາ​ສຳແດງ​ຂອງເຮົາ, ເພິ່ນ​ໄດ້​ເຫັນ ແລະ​ມີ​ຄວາມ​ເບີກບານ​ໃຈ.”</verse>
				<verse number="57">ພວກຢິວ​ໄດ້ກ່າວ​ຕໍ່​ພຣະອົງ​ວ່າ, “ອາຍຸ​ຂອງເຈົ້າ​ຍັງ​ບໍ່​ທັນ​ຮອດ​ຫ້າສິບ​ປີ ເຈົ້າ​ໄດ້​ເຫັນ​ອັບຣາຮາມ​ແລ້ວ​ຊັ້ນບໍ?”</verse>
				<verse number="58">ພຣະເຢຊູເຈົ້າ​ໄດ້ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ກ່ອນ​ອັບຣາຮາມ​ເກີດ ເຮົາ​ນີ້​ກໍ​ເປັນ​ຢູ່​ແລ້ວ.”</verse>
				<verse number="59">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ພຣະອົງ, ແຕ່​ພຣະເຢຊູເຈົ້າ​ຫລີກ​ໜີ ແລະ​ສະເດັດ​ອອກ​ໄປ​ຈາກ​ພຣະວິຫານ.</verse>
			</chapter>
			<chapter number="9">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ອອກ​ໄປ​ນັ້ນ ພຣະອົງ​ເຫັນ​ຊາຍ​ຄົນ​ໜຶ່ງ​ຕາບອດ​ມາ​ແຕ່​ເກີດ.</verse>
				<verse number="2">ພວກ​ສາວົກ​ຖາມ​ພຣະອົງ​ວ່າ, “ພຣະອາຈານ​ເອີຍ ບາບກຳ​ຂອງ​ຜູ້ໃດ ຈຶ່ງ​ເປັນ​ເຫດ​ໃຫ້​ຊາຍ​ຄົນ​ນີ້​ເກີດ​ມາ​ຕາບອດ? ບາບກຳ​ຂອງ​ລາວ​ເອງ ຫລື​ຂອງ​ພໍ່ແມ່​ລາວ?”</verse>
				<verse number="3">ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ບໍ່ແມ່ນ​ຍ້ອນ​ການບາບ​ຂອງ​ລາວ ຫລື​ບາບກຳ​ຂອງ​ພໍ່ແມ່​ລາວ ລາວ​ຕາບອດ​ເພື່ອ​ໃຫ້​ພາລະກິດ​ຂອງ​ພຣະເຈົ້າ​ສຳແດງ​ໃນ​ຕົວ​ລາວ.</verse>
				<verse number="4">ເມື່ອ​ຍັງ​ເວັນ​ຢູ່ ເຮົາ​ທັງຫລາຍ​ຕ້ອງ​ເຮັດ​ພາລະກິດ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ ເວລາ​ກາງຄືນ​ກໍ​ໃກ້​ຈະ​ມາ​ເຖິງ​ແລ້ວ ຄື​ເວລາ​ທີ່​ບໍ່ມີ​ຜູ້ໃດ​ເຮັດ​ການ​ໄດ້.</verse>
				<verse number="5">ຕາບໃດ​ທີ່​ເຮົາ​ຍັງ​ຢູ່​ໃນ​ໂລກນີ້ ເຮົາ​ກໍ​ເປັນ​ຄວາມ​ສະຫວ່າງ​ຂອງ​ໂລກ.”</verse>
				<verse number="6">ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ດັ່ງນີ້​ແລ້ວ ພຣະອົງ​ກໍ​ຖົ່ມ​ນໍ້າລາຍ​ລົງ​ໃສ່​ດິນ​ໃຫ້​ເປັນ​ຂີ້ຕົມ ພຣະອົງ​ເອົາ​ຂີ້ຕົມ​ນັ້ນ​ທາ​ໃສ່​ຕາ​ຂອງ​ຄົນ​ຕາບອດ</verse>
				<verse number="7">ທັງ​ບອກ​ລາວ​ວ່າ, “ໃຫ້​ເຈົ້າ​ໄປ​ລ້າງ​ທີ່​ສະນໍ້າ​ສີໂລອາມ” (ຊື່​ນີ້​ແປ​ວ່າ ໃຊ້​ໄປ). ດັ່ງນັ້ນ ຊາຍ​ຄົນ​ນີ້​ຈຶ່ງ​ໄປ​ລ້າງ ແລະ​ກັບຄືນ​ມາ​ກໍ​ເຫັນຮຸ່ງ.</verse>
				<verse number="8">ພວກ​ຄົນ​ໃກ້ຄຽງ ແລະ​ຄົນ​ທີ່​ເຄີຍ​ເຫັນ​ລາວ​ຂໍທານ​ມາ​ແຕ່​ກ່ອນ ໄດ້​ຖາມ​ກັນ​ວ່າ, “ຄົນ​ນີ້​ບໍ່ແມ່ນ​ຄົນ​ທີ່​ເຄີຍ​ນັ່ງ​ຂໍທານ​ນັ້ນ​ບໍ?”</verse>
				<verse number="9">ບາງຄົນ​ເວົ້າ​ວ່າ, “ແມ່ນ​ລາວ​ຫັ້ນ​ແຫຼະ” ແຕ່​ຄົນອື່ນ​ຊໍ້າພັດ​ເວົ້າ​ວ່າ, “ບໍ່ແມ່ນ ຄົນ​ຄື​ຄົນ.” ດັ່ງນັ້ນ ລາວ​ຈຶ່ງ​ເວົ້າ​ວ່າ, “ຂ້ອຍ​ນີ້​ແຫຼະ ເປັນ​ຊາຍ​ຄົນ​ນັ້ນ.”</verse>
				<verse number="10">ພວກເຂົາ​ຈຶ່ງ​ຖາມ​ລາວ​ວ່າ, “ເຫດ​ໃດ​ຕາ​ຂອງ​ເຈົ້າ​ຈຶ່ງ​ເຫັນຮຸ່ງ​ໄດ້?”</verse>
				<verse number="11">ລາວ​ຕອບ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ເຢຊູ ໄດ້​ເຮັດ​ຂີ້ຕົມ​ທາ​ໃສ່​ຕາ​ຂອງຂ້ອຍ, ແລ້ວ​ເພິ່ນ​ບອກ​ຂ້ອຍ​ໃຫ້​ໄປ​ລ້າງ​ທີ່​ສະນໍ້າ​ສີໂລອາມ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ໄປ​ລ້າງ ແລ້ວ​ຂ້ອຍ​ກໍ​ເລີຍ​ເຫັນຮຸ່ງ​ໄດ້.”</verse>
				<verse number="12">ພວກເຂົາ​ຖາມ​ວ່າ, “ລາວ​ຢູ່​ໃສ?” ລາວ​ຕອບ​ພວກເຂົາ​ວ່າ, “ຂ້ອຍ​ບໍ່​ຮູ້.”</verse>
				<verse number="13">ແລ້ວ​ພວກເຂົາ​ກໍ​ພາ​ຊາຍ​ທີ່​ເຄີຍ​ເປັນ​ຄົນ​ຕາບອດ​ນັ້ນ ມາ​ຫາ​ພວກ​ຟາຣີຊາຍ.</verse>
				<verse number="14">ວັນ​ທີ່​ພຣະເຢຊູເຈົ້າ​ເຮັດ​ຂີ້ຕົມ​ຮັກສາ​ຊາຍ​ຕາບອດ​ຜູ້ນັ້ນ ເປັນ​ວັນ​ຊະບາໂຕ.</verse>
				<verse number="15">ສະນັ້ນ ພວກ​ຟາຣີຊາຍ​ຈຶ່ງ​ຖາມ​ຊາຍ​ຄົນ​ນັ້ນ​ອີກ​ວ່າ, ລາວ​ເຫັນຮຸ່ງ​ໄດ້​ຢ່າງ​ໃດ ລາວ​ຕອບ​ພວກເຂົາ​ວ່າ, “ເພິ່ນ​ໄດ້​ເອົາ​ຂີ້ຕົມ​ທາ​ຕາ​ຂອງ​ຂ້ານ້ອຍ ເມື່ອ​ຂ້ານ້ອຍ​ໄປ​ລ້າງ​ແລ້ວ​ກໍ​ເລີຍ​ເຫັນຮຸ່ງ.”</verse>
				<verse number="16">ພວກ​ຟາຣີຊາຍ​ບາງຄົນ​ຈຶ່ງ​ເວົ້າ​ວ່າ, “ຜູ້​ທີ່​ເຮັດ​ການ​ເຊັ່ນນີ້​ບໍ່ໄດ້​ມາ​ຈາກ​ພຣະເຈົ້າ ເພາະ​ລາວ​ບໍ່ໄດ້​ຖື​ຮັກສາ​ກົດ​ຂອງ​ວັນ​ຊະບາໂຕ.” ແຕ່​ຄົນອື່ນ​ເວົ້າ​ວ່າ, “ຄົນ​ບາບ​ຈະ​ເຮັດ​ການ​ອັດສະຈັນ​ແນວ​ນີ້​ໄດ້​ຢ່າງ​ໃດ?” ແລ້ວ​ພວກເຂົາ​ກໍ​ເກີດ​ມີ​ການ​ແຕກແຍກ​ກັນ.</verse>
				<verse number="17">ສະນັ້ນ ພວກ​ຟາຣີຊາຍ​ຈຶ່ງ​ຖາມ​ຄົນ​ນັ້ນ​ອີກ​ວ່າ, “ເຈົ້າ​ເດ ເຈົ້າ​ວ່າ​ຊາຍ​ທີ່​ໄດ້​ເຮັດ​ໃຫ້​ຕາ​ເຈົ້າ​ເຫັນຮຸ່ງ​ນັ້ນ​ເປັນ​ຜູ້ໃດ?” ລາວ​ຕອບ​ວ່າ, “ເພິ່ນ​ເປັນ​ຜູ້ທຳນວາຍ.”</verse>
				<verse number="18">ພວກ​ຢິວ​ບໍ່​ເຊື່ອ​ວ່າ ຊາຍ​ຜູ້​ນີ້​ຕາບອດ ແລະ​ເຫັນຮຸ່ງ​ໄດ້. ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ເອີ້ນ​ເອົາ​ພໍ່​ແມ່​ຂອງ​ລາວ​ມາ</verse>
				<verse number="19">ແລ້ວ​ຖາມ​ວ່າ, “ຄົນ​ນີ້​ເປັນ​ລູກຊາຍ​ຂອງ​ພວກເຈົ້າ​ບໍ? ພວກເຈົ້າ​ເວົ້າ​ວ່າ​ລາວ​ຕາບອດ​ມາ​ແຕ່​ເກີດ ບັດນີ້ ເປັນຫຍັງ​ລາວ​ຈຶ່ງ​ເຫັນຮຸ່ງ​ໄດ້?”</verse>
				<verse number="20">ຜູ້​ເປັນ​ພໍ່​ແມ່​ຕອບ​ວ່າ, “ພວກ​ຂ້ານ້ອຍ​ຮູ້​ວ່າ ລູກຊາຍ​ຂອງ​ພວກ​ຂ້ານ້ອຍ​ຕາບອດ​ມາ​ແຕ່​ເກີດ.</verse>
				<verse number="21">ບັດນີ້ ພວກ​ຂ້ານ້ອຍ​ບໍ່​ຮູ້​ວ່າ ລາວ​ເຫັນຮຸ່ງ​ໄດ້​ຢ່າງ​ໃດ ແລະ​ບໍ່​ຮູ້​ວ່າ​ແມ່ນ​ຜູ້ໃດ​ປິ່ນປົວ​ຕາ​ຂອງ​ລາວ​ໃຫ້​ຫາຍ​ດີ ໃຫ້​ພວກທ່ານ​ຖາມ​ລາວ​ເອງ ເພາະ​ລາວ​ພົ້ນ​ກະສຽນ​ອາຍຸ​ແລ້ວ ແລະ​ຄົງ​ເວົ້າ​ເລື່ອງ​ຂອງ​ຕົນເອງ​ໄດ້.”</verse>
				<verse number="22">ການ​ທີ່​ພໍ່​ແມ່​ລາວ​ເວົ້າ​ຢ່າງ​ນີ້ ກໍ​ຍ້ອນ​ຢ້ານ​ພວກ​ຢິວ ເພາະ​ພວກເຂົາ​ໄດ້​ຕົກລົງ​ກັນ​ໄວ້​ແລ້ວ​ວ່າ, ຜູ້ໃດ​ທີ່​ຮັບ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດ ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ໄລ່​ອອກ​ຈາກ​ທຳມະສາລາ.</verse>
				<verse number="23">ດັ່ງນັ້ນ ພໍ່​ແມ່​ຂອງ​ລາວ​ຈຶ່ງ​ເວົ້າ​ວ່າ, “ລາວ​ພົ້ນ​ກະ​ສຽນ​ອາຍຸ​ແລ້ວ ຈົ່ງ​ຖາມ​ລາວ​ເອງ​ສາ.”</verse>
				<verse number="24">ພວກເຂົາ​ເອີ້ນ​ຊາຍ​ຕາບອດ​ມາ​ເປັນ​ເທື່ອ​ທີ​ສອງ ແລະ​ເວົ້າ​ຕໍ່​ລາວ​ວ່າ, “ຈົ່ງ​ສັນຍາ​ຊ້ອງໜ້າ​ພຣະເຈົ້າ​ວ່າ ເຈົ້າ​ຈະ​ເວົ້າ​ຄວາມຈິງ ພວກເຮົາ​ຮູ້​ວ່າ​ຊາຍ​ຄົນ​ນັ້ນ​ເປັນ​ຄົນ​ບາບ.”</verse>
				<verse number="25">ລາວ​ຕອບ​ພວກເຂົາ​ວ່າ, “ເພິ່ນ​ເປັນ​ຄົນ​ບາບ ຫລື​ບໍ່​ນັ້ນ​ຂ້ານ້ອຍ​ບໍ່​ຮູ້ ຂ້ານ້ອຍ​ຮູ້​ພຽງແຕ່​ວ່າ ເມື່ອ​ກ່ອນ​ນັ້ນ​ຂ້ານ້ອຍ​ຕາບອດ ແລະ​ດຽວ​ນີ້​ໄດ້​ເຫັນຮຸ່ງ​ແລ້ວ.”</verse>
				<verse number="26">ພວກເຂົາ​ຖາມ​ລາວ​ຕື່ມ​ວ່າ, “ເພິ່ນ​ໄດ້​ເຮັດ​ຢ່າງ​ໃດ​ຕໍ່​ເຈົ້າ ແລະ​ເຮັດ​ໃຫ້​ຕາ​ຂອງ​ເຈົ້າ​ເຫັນຮຸ່ງ​ໄດ້​ຢ່າງ​ໃດ?”</verse>
				<verse number="27">ລາວ​ຕອບ​ພວກເຂົາ​ວ່າ, “ຂ້ານ້ອຍ​ໄດ້​ບອກ​ພວກທ່ານ​ແລ້ວ ແຕ່​ພວກທ່ານ​ບໍ່​ຟັງ ເປັນຫຍັງ​ຈຶ່ງ​ຢາກ​ຟັງ​ອີກ? ບໍ່ແມ່ນ​ພວກທ່ານ​ຢາກ​ເປັນ​ສາວົກ​ຂອງ​ເພິ່ນ​ເໝືອນກັນ​ບໍ?”</verse>
				<verse number="28">ພວກເຂົາ​ເວົ້າ​ໝິ່ນປະໝາດ​ລາວ​ວ່າ, “ມຶງ​ຫັ້ນ​ແຫຼະ ເປັນ​ສາວົກ​ຂອງ​ຄົນ​ນັ້ນ, ແຕ່​ສຳລັບ​ພວກເຮົາ​ແລ້ວ​ເປັນ​ສາວົກ​ຂອງ​ໂມເຊ.</verse>
				<verse number="29">ພວກເຮົາ​ຮູ້​ວ່າ​ພຣະເຈົ້າ​ໄດ້​ກ່າວ​ແກ່​ໂມເຊ ແຕ່​ສຳລັບ​ຄົນ​ນັ້ນ​ແລ້ວ​ພວກເຮົາ​ບໍ່​ຮູ້​ວ່າ​ລາວ​ມາ​ຈາກ​ໃສ.”</verse>
				<verse number="30">ຊາຍ​ຄົນ​ນັ້ນ​ຕອບ​ພວກເຂົາ​ວ່າ, “ເປັນ​ໜ້າ​ແປກ​ປະຫລາດ​ແທ້ໆ ພວກທ່ານ​ບໍ່​ຮູ້​ວ່າ​ເພິ່ນ​ມາ​ຈາກ​ໃສ, ແຕ່​ເພິ່ນ​ໄດ້​ຮັກສາ​ຕາ​ຂອງ​ຂ້ານ້ອຍ​ໃຫ້​ຫາຍ​ດີ</verse>
				<verse number="31">ພວກເຮົາ​ຮູ້​ຢູ່​ວ່າ ພຣະເຈົ້າ​ບໍ່​ຊົງ​ຟັງ​ຄົນ​ບາບ ແຕ່​ຖ້າ​ຜູ້ໃດ​ຢຳເກງ​ພຣະເຈົ້າ ແລະ​ເຮັດ​ໄປ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ ພຣະອົງ​ກໍ​ຊົງ​ຟັງ​ຜູ້ນັ້ນ.</verse>
				<verse number="32">ຕັ້ງແຕ່​ໂລກນີ້​ມີ​ມາ ບໍ່ເຄີຍ​ໄດ້ຍິນ​ວ່າ​ມີ​ຜູ້ໃດ​ຮັກສາ​ຄົນ​ຕາບອດ​ຕັ້ງແຕ່​ເກີດ​ໄດ້​ຈັກເທື່ອ.</verse>
				<verse number="33">ຖ້າ​ຊາຍ​ຄົນ​ນີ້​ບໍ່​ມາ​ຈາກ​ພຣະເຈົ້າ​ແລ້ວ ເພິ່ນ​ເຮັດ​ສິ່ງໃດ​ບໍ່ໄດ້​ດອກ.”</verse>
				<verse number="34">ພວກເຂົາ​ຕອບ​ຄົນ​ນັ້ນ​ວ່າ, “ມຶງ​ເກີດ ແລະ​ໃຫຍ່​ມາ​ໃນ​ບາບກຳ​ທັງ​ນັ້ນ ແລ້ວ​ມຶງ​ຈະ​ມາ​ສັ່ງສອນ​ພວກເຮົາ​ຊັ້ນບໍ?” ແລ້ວ​ພວກເຂົາ​ກໍ​ໄລ່​ຊາຍ​ຄົນ​ນັ້ນ​ອອກ​ໄປ.</verse>
				<verse number="35">ພຣະເຢຊູເຈົ້າ​ໄດ້ຍິນ​ວ່າ ພວກເຂົາ​ໄດ້​ໄລ່​ລາວ​ອອກ​ໜີໄປ​ແລ້ວ ແລະ​ເມື່ອ​ພຣະອົງ​ໄດ້​ພົບ​ລາວ ຈຶ່ງ​ຖາມ​ວ່າ, “ເຈົ້າ​ເຊື່ອ​ໃນ​ບຸດ​ມະນຸດ​ບໍ?”</verse>
				<verse number="36">ຊາຍ​ຄົນ​ນັ້ນ​ຕອບ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ບຸດ​ມະນຸດ​ນັ້ນ​ແມ່ນ​ຜູ້ໃດ? ເພື່ອ​ຂ້ານ້ອຍ​ຈະ​ໄດ້​ເຊື່ອ​ໃນ​ເພິ່ນ.”</verse>
				<verse number="37">ພຣະເຢຊູເຈົ້າ​ຊົງ​ກ່າວ​ແກ່​ລາວ​ວ່າ, “ເຈົ້າ​ໄດ້​ເຫັນ​ເພິ່ນ​ແລ້ວ ແລະ​ດຽວ​ນີ້​ເພິ່ນ​ກຳລັງ​ເວົ້າ​ກັບ​ເຈົ້າ​ຢູ່.”</verse>
				<verse number="38">ລາວ​ຕອບ​ວ່າ, “ຂ້ານ້ອຍ​ວາງໃຈເຊື່ອ​ແລ້ວ ພຣະອົງເຈົ້າ​ເອີຍ.” ຊາຍ​ຜູ້ນັ້ນ​ຈຶ່ງ​ຄຸເຂົ່າ​ລົງ​ຂາບໄຫວ້​ພຣະເຢຊູເຈົ້າ.</verse>
				<verse number="39">ພຣະເຢຊູເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ໄດ້​ມາ​ໃນ​ໂລກນີ້​ເພື່ອ​ການ​ຕັດສິນ ເພື່ອ​ວ່າ​ຄົນ​ຕາບອດ​ຈະ​ເຫັນຮຸ່ງ ແລະ​ເພື່ອ​ວ່າ​ຜູ້​ທີ່​ເຫັນຮຸ່ງ​ຈະ​ກາຍເປັນ​ຄົນ​ຕາບອດ.”</verse>
				<verse number="40">ພວກ​ຟາຣີຊາຍ​ບາງຄົນ​ຢູ່​ໃກ້​ພຣະອົງ​ໃນ​ທີ່ນັ້ນ ໄດ້ຍິນ​ພຣະອົງ​ກ່າວ​ດັ່ງນີ້ ຈຶ່ງ​ຖາມ​ວ່າ, “ທ່ານ​ຄົງ​ບໍ່​ໝາຍຄວາມວ່າ​ພວກເຮົາ​ຕາບອດ​ເໝືອນກັນ​ຕີ້?”</verse>
				<verse number="41">ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ເປັນ​ຄົນ​ຕາບອດ ພວກເຈົ້າ​ຈະ​ບໍ່ມີ​ບາບກຳ, ແຕ່​ບັດນີ້​ພວກເຈົ້າ​ເວົ້າ​ວ່າ, ‘ເຮົາ​ເຫັນ​ຢູ່.’ ເຫດສະນັ້ນ ຄວາມ​ຜິດບາບ​ຂອງ​ພວກເຈົ້າ​ຈຶ່ງ​ຍັງ​ມີ​ຢູ່.”</verse>
			</chapter>
			<chapter number="10">
				<verse number="1">“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນ​ທີ່​ບໍ່​ເຂົ້າ​ຄອກ​ແກະ​ທາງ​ປະຕູ ແຕ່​ປີນ​ເຂົ້າ​ທາງ​ອື່ນ​ກໍ​ເປັນ​ຂະໂມຍ​ແລະ​ໂຈນ.</verse>
				<verse number="2">ແຕ່​ຜູ້​ທີ່​ເຂົ້າ​ທາງ​ປະຕູ​ກໍ​ເປັນ​ຄົນ​ລ້ຽງແກະ.</verse>
				<verse number="3">ຄົນ​ເຝົ້າ​ປະຕູ ກໍ​ໄຂ​ປະຕູ​ໃຫ້​ແກ່​ຜູ້ນັ້ນ ແລະ​ຝູງແກະ​ກໍ​ຟັງ​ສຽງ​ຂອງ​ເພິ່ນ ເພິ່ນ​ເອີ້ນ​ແກະ​ຂອງຕົນ​ຕາມ​ຊື່ ແລະ​ພາ​ອອກ​ໄປ.</verse>
				<verse number="4">ເມື່ອ​ນຳ​ຝູງແກະ​ຂອງຕົນ ເພິ່ນ​ກໍ​ນຳ​ໜ້າ​ຝູງແກະ​ໄປ ແລະ​ຝູງແກະ​ກໍຕາມ​ເພິ່ນ​ໄປ ເພາະ​ຮູ້ຈັກ​ສຽງ​ຂອງ​ເພິ່ນ.</verse>
				<verse number="5">ຝູງແກະ​ຈະ​ບໍ່​ຕາມ​ຄົນ​ແປກໜ້າ ແຕ່​ຈະ​ແລ່ນ​ໜີໄປ​ຈາກ​ຄົນ​ນັ້ນ ເພາະ​ບໍ່​ຮູ້ຈັກ​ສຽງ​ຂອງ​ຄົນ​ແປກ​ໜ້າ​ນັ້ນ.”</verse>
				<verse number="6">ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ນີ້​ແກ່​ພວກເຂົາ ແຕ່​ພວກເຂົາ​ບໍ່​ເຂົ້າໃຈ​ວ່າ ພຣະອົງ​ໝາຍ​ເຖິງ​ຫຍັງ.</verse>
				<verse number="7">ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ອີກ​ວ່າ, “ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ເຮົາ​ນີ້​ແຫຼະ ເປັນ​ປະຕູ​ຂອງ​ແກະ​ທັງຫລາຍ.</verse>
				<verse number="8">ບັນດາ​ຜູ້​ທີ່​ມາ​ກ່ອນ​ເຮົາ​ນັ້ນ ເປັນ​ຂະໂມຍ​ແລະ​ໂຈນ ແຕ່​ຝູງແກະ​ບໍ່ໄດ້​ຟັງ​ພວກເຂົາ.</verse>
				<verse number="9">ເຮົາ​ນີ້​ແຫຼະ ເປັນ​ປະຕູ ຜູ້ໃດ​ກໍຕາມ​ທີ່​ເຂົ້າ​ມາ​ທາງ​ເຮົາ​ກໍ​ຈະ​ໄດ້​ພົ້ນ ແລ້ວ​ຈະ​ເຂົ້າ​ມາ​ແລະ​ອອກ​ໄປ ທັງ​ຈະ​ພົບ​ອາຫານ​ດ້ວຍ.</verse>
				<verse number="10">ຂະໂມຍ​ມາ ກໍ​ພຽງແຕ່​ຈະ​ລັກ ຈະ​ຂ້າ​ແລະ​ທຳລາຍ​ເທົ່ານັ້ນ ຝ່າຍ​ເຮົາ​ໄດ້​ມາ ເພື່ອ​ເຂົາ​ຈະ​ໄດ້​ຊີວິດ ແລະ​ຈະ​ໄດ້​ຊີວິດ​ຢ່າງ​ຄົບ​ບໍລິບູນ.</verse>
				<verse number="11">ເຮົາ​ນີ້​ແຫຼະ ເປັນ​ຜູ້​ລ້ຽງແກະ​ທີ່​ດີ ຜູ້​ລ້ຽງ​ທີ່​ດີ​ຍ່ອມ​ສະຫລະ​ຊີວິດ​ຂອງຕົນ​ເພື່ອ​ຝູງແກະ.</verse>
				<verse number="12">ຜູ້​ຮັບຈ້າງ ຄື​ຜູ້​ທີ່​ບໍ່ແມ່ນ​ຄົນ​ລ້ຽງແກະ ແລະ​ທັງ​ບໍ່​ເປັນ​ເຈົ້າ​ຂອງ​ແກະ ເມື່ອ​ເຫັນ​ໝາໄນ​ມາ ລາວ​ກໍ​ປະຖິ້ມ​ຝູງແກະ ແລະ​ແລ່ນ​ປົບໜີໄປ ໝາໄນ​ຈຶ່ງ​ກັດ ແລະ​ຍາດ​ເອົາ​ຝູງແກະ​ເຮັດ​ໃຫ້​ເຂົາ​ແຕກຊະ​ກັນ​ໄປ.</verse>
				<verse number="13">ຄົນ​ຮັບຈ້າງ​ແລ່ນ​ປົບໜີ ເພາະວ່າ​ລາວ​ເປັນ​ພຽງແຕ່​ຄົນ​ຮັບຈ້າງ ແລະ​ລາວ​ບໍ່​ຫ່ວງໃຍ​ນຳ​ຝູງແກະ.</verse>
				<verse number="14">ເຮົາ​ນີ້​ແຫຼະ ເປັນ​ຜູ້​ລ້ຽງ​ທີ່​ດີ ເຮົາ​ຮູ້ຈັກ​ແກະ​ຂອງເຮົາ ແລະ​ແກະ​ຂອງເຮົາ​ກໍ​ຮູ້ຈັກ​ເຮົາ.</verse>
				<verse number="15">ເໝືອນ​ດັ່ງ​ພຣະບິດາເຈົ້າ​ຮູ້ຈັກ​ເຮົາ ແລະ​ເຮົາ​ກໍ​ຮູ້ຈັກ​ພຣະບິດາເຈົ້າ ເຮົາ​ເຕັມໃຈ​ສະຫລະ​ຊີວິດ​ເພື່ອ​ຝູງແກະ​ຂອງເຮົາ.</verse>
				<verse number="16">ມີ​ຝູງແກະ​ອື່ນ​ທີ່​ເປັນ​ຝູງແກະ​ຂອງເຮົາ ແຕ່​ບໍ່​ຢູ່​ໃນ​ຄອກ​ນີ້ ເຮົາ​ຈະ​ຕ້ອງ​ພາ​ແກະ​ເຫຼົ່ານັ້ນ​ມາ​ເໝືອນກັນ ພວກເຂົາ​ຈະ​ຟັງ​ສຽງ​ຂອງເຮົາ ເຮົາ​ຈະ​ເຕົ້າໂຮມ​ພວກເຂົາ​ເຂົ້າ​ເປັນ​ຝູງ​ດຽວ​ທີ່​ມີ​ຜູ້​ລ້ຽງ​ແຕ່​ຜູ້​ດຽວ.</verse>
				<verse number="17">ດ້ວຍເຫດນີ້ ພຣະບິດາເຈົ້າ​ຈຶ່ງ​ຮັກ​ເຮົາ ເພາະ​ເຮົາ​ສະຫລະ​ຊີວິດ​ຂອງເຮົາ ເພື່ອ​ຈະ​ຮັບ​ຊີວິດ​ນັ້ນ​ຄືນ​ມາ.</verse>
				<verse number="18">ບໍ່ມີ​ຜູ້ໃດ​ຍາດ​ເອົາ​ຊີວິດ​ໄປ​ຈາກ​ເຮົາ, ແຕ່​ເຮົາ​ສະຫລະ​ຊີວິດ​ດ້ວຍ​ໃຈ​ສະໝັກ​ຂອງເຮົາ​ເອງ, ເຮົາ​ມີ​ສິດ​ທີ່​ຈະ​ສະຫລະ​ຊີວິດ​ນັ້ນ ແລະ​ມີ​ສິດ​ທີ່​ຈະ​ຮັບ​ເອົາ​ຄືນ ຄຳສັ່ງ​ນີ້​ເຮົາ​ໄດ້​ຮັບ​ຈາກ​ພຣະບິດາເຈົ້າ​ຂອງເຮົາ.”</verse>
				<verse number="19">ຍ້ອນ​ຂໍ້ຄວາມ​ເຫຼົ່ານີ້ ຊາວ​ຢິວ​ຈຶ່ງ​ເກີດ​ມີ​ການ​ແຕກແຍກ​ກັນ​ອີກ.</verse>
				<verse number="20">ມີ​ຫລາຍ​ຄົນ​ໃນ​ພວກເຂົາ​ເວົ້າ​ວ່າ, “ຜີມານຮ້າຍ​ສິງ​ລາວ​ຢູ່ ແລະ​ລາວ​ກຳລັງ​ເປັນ​ບ້າ ຟັງ​ລາວ​ເຮັດ​ຫຍັງ?”</verse>
				<verse number="21">ແຕ່​ພວກ​ອື່ນ​ເວົ້າ​ວ່າ, “ຄົນ​ມີ​ຜີມານຮ້າຍ​ສິງ​ບໍ່​ເວົ້າ​ຢ່າງ​ນີ້​ດອກ ຜີມານຮ້າຍ​ຈະ​ເຮັດ​ໃຫ້​ຄົນ​ຕາບອດ​ເຫັນຮຸ່ງ​ໄດ້​ຊັ້ນບໍ?”</verse>
				<verse number="22">ເວລາ​ນັ້ນ​ເປັນ​ລະດູ​ໜາວ ພໍດີ​ເປັນ​ເທດສະການ​ສະຫລອງ​ຖວາຍ​ພຣະວິຫານ​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="23">ສ່ວນ​ພຣະເຢຊູເຈົ້າ​ກໍ​ຍ່າງ​ໄປມາ​ໃນ​ພຣະວິຫານ ທີ່​ລະບຽງ​ໂຊໂລໂມນ.</verse>
				<verse number="24">ປະຊາຊົນ​ໄດ້​ມາ​ອ້ອມ​ພຣະອົງ​ແລ້ວ​ຖາມ​ວ່າ, “ຈະ​ໃຫ້​ພວກເຮົາ​ສົງໄສ​ໄປ​ດົນ​ປານໃດ? ຈົ່ງ​ບອກ​ພວກເຮົາ​ໃຫ້​ຮູ້​ຄັກ​ສາ​ວ່າ ທ່ານ​ເປັນ​ພຣະຄຣິດ​ບໍ?”</verse>
				<verse number="25">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ ແຕ່​ພວກເຈົ້າ​ບໍ່​ເຊື່ອ ພາລະກິດ​ທີ່​ເຮົາ​ເຮັດ​ໃນ​ພຣະນາມ​ພຣະບິດາເຈົ້າ​ຂອງເຮົາ​ນັ້ນ ກໍ​ເປັນ​ພະຍານ​ຢືນຢັນ​ໃຫ້​ເຮົາ,</verse>
				<verse number="26">ແຕ່​ພວກເຈົ້າ​ບໍ່ໄດ້​ເຊື່ອ ເພາະ​ພວກເຈົ້າ​ບໍ່ແມ່ນ​ຝູງແກະ​ຂອງເຮົາ.</verse>
				<verse number="27">ແກະ​ຂອງເຮົາ​ກໍ​ຟັງ​ສຽງ​ຂອງເຮົາ, ເຮົາ​ຮູ້ຈັກ​ພວກເຂົາ ແລະ​ພວກເຂົາ​ກໍຕາມ​ເຮົາ​ໄປ.</verse>
				<verse number="28">ເຮົາ​ໃຫ້​ຊີວິດ​ນິຣັນດອນ​ແກ່​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ບໍ່​ຈິບຫາຍ​ຈັກເທື່ອ ບໍ່ມີ​ຜູ້ໃດ​ຍາດ​ເອົາ​ພວກເຂົາ​ອອກ​ຈາກ​ມື​ຂອງເຮົາ​ໄດ້.</verse>
				<verse number="29">ສິ່ງ​ທີ່​ພຣະບິດາເຈົ້າ​ຂອງເຮົາ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ ກໍ​ໃຫຍ່​ກວ່າ​ທຸກສິ່ງ. ແລະ​ບໍ່ມີ​ຜູ້ໃດ​ຍາດ​ເອົາ​ພວກເຂົາ​ຈາກ​ກຳມື​ພຣະບິດາເຈົ້າ​ຂອງເຮົາ​ໄດ້.</verse>
				<verse number="30">ເຮົາ​ກັບ​ພຣະບິດາເຈົ້າ​ກໍ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ.”</verse>
				<verse number="31">ປະຊາຊົນ​ຈຶ່ງ​ຈັບ​ກ້ອນຫີນ​ຈະ​ແກວ່ງ​ໃສ່​ພຣະອົງ.</verse>
				<verse number="32">ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ເຮົາ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ເຫັນ​ການ​ດີ​ຫລາຍ​ຢ່າງ​ທີ່​ມາ​ຈາກ​ພຣະບິດາເຈົ້າ​ຂອງເຮົາ ພວກເຈົ້າ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ເຮົາ​ຍ້ອນ​ເລື່ອງ​ຫຍັງ?”</verse>
				<verse number="33">ພວກ​ຢິວ​ຕອບ​ຄືນ​ວ່າ, “ພວກເຮົາ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ເຈົ້າ ບໍ່ແມ່ນ​ຍ້ອນ​ການ​ດີ​ຢ່າງໃດ​ຢ່າງໜຶ່ງ ແຕ່​ຍ້ອນ​ເຈົ້າ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ ເຈົ້າ​ເປັນ​ພຽງ​ມະນຸດ​ເທົ່ານັ້ນ, ແຕ່​ເຈົ້າ​ຕັ້ງ​ເຈົ້າ​ເອງ​ເປັນ​ພຣະເຈົ້າ.”</verse>
				<verse number="34">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ພວກເຈົ້າ​ບໍ່ແມ່ນ​ບໍ​ວ່າ, ‘ເຈົ້າ​ທັງຫລາຍ​ເປັນ​ພຣະ.’</verse>
				<verse number="35">ຖ້າ​ພຣະອົງ​ຊົງ​ເອີ້ນ​ຜູ້​ຮັບ​ພຣະທຳ​ຂອງ​ພຣະເຈົ້າ​ວ່າ​ເປັນ​ພຣະ ພຣະຄຳພີ​ນັ້ນ​ຈະ​ຖືກ​ລຶບລ້າງ​ເສຍ​ບໍ່ໄດ້.</verse>
				<verse number="36">ພວກເຈົ້າ​ເວົ້າ​ໃຫ້​ເຮົາ​ວ່າ, ເຮົາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ ຍ້ອນ​ເຮົາ​ໄດ້​ເວົ້າ​ວ່າ, ເຮົາ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ຊັ້ນບໍ?</verse>
				<verse number="37">ຖ້າ​ເຮົາ​ບໍ່ໄດ້​ເຮັດ​ພາລະກິດ​ຂອງ​ພຣະບິດາເຈົ້າ​ຂອງເຮົາ ພວກເຈົ້າ​ກໍຢ່າ​ເຊື່ອ​ໃນ​ເຮົາ.</verse>
				<verse number="38">ແຕ່​ຖ້າ​ເຮົາ​ເຮັດ​ພາລະກິດ​ນັ້ນ ເຖິງ​ພວກເຈົ້າ​ບໍ່​ເຊື່ອ​ເຮົາ​ກໍຕາມ ກໍ​ຈົ່ງ​ເຊື່ອ​ໃນ​ພາລະກິດ​ນັ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້ຈັກ ແລະ​ເຊື່ອໝັ້ນ​ວ່າ, ພຣະບິດາເຈົ້າ​ຢູ່​ໃນ​ເຮົາ ແລະ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ.”</verse>
				<verse number="39">ເຫດສະນັ້ນ ພວກເຂົາ​ໝາຍ​ທີ່​ຈະ​ຈັບ​ພຣະອົງ​ອີກ ແຕ່​ພຣະອົງ​ໜີ​ພົ້ນ​ຈາກ​ມື​ຂອງ​ພວກເຂົາ​ໄປ​ໄດ້.</verse>
				<verse number="40">ແລ້ວ​ພຣະອົງ​ກໍ​ຂ້າມ​ແມ່ນໍ້າ​ຈໍແດນ ໄປ​ບ່ອນ​ທີ່​ໂຢຮັນ​ໃຫ້​ຮັບ​ບັບຕິສະມາ​ແຕ່​ກ່ອນ​ນັ້ນ ແລະ​ພຣະອົງ​ກໍ​ພັກ​ຢູ່​ທີ່​ນັ້ນ.</verse>
				<verse number="41">ມີ​ຫລາຍ​ຄົນ​ໄດ້​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ໂຢຮັນ​ບໍ່ໄດ້​ເຮັດ​ໝາຍສຳຄັນ​ການ​ອັດສະຈັນ​ຈັກ​ຢ່າງ, ແຕ່​ທຸກສິ່ງ​ທີ່​ໂຢຮັນ​ເວົ້າ​ເຖິງ​ທ່ານ​ຄົນ​ນີ້ ກໍ​ເປັນ​ຄວາມຈິງ​ທັງໝົດ.”</verse>
				<verse number="42">ໃນ​ທີ່ນັ້ນ ໄດ້​ມີ​ຫລາຍ​ຄົນ​ເຊື່ອ​ໃນ​ພຣະອົງ.</verse>
			</chapter>
			<chapter number="11">
				<verse number="1">ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ລາຊະໂຣ​ກຳລັງ​ປ່ວຍ​ຢູ່ ລາວ​ຢູ່​ໃນ​ບ້ານ​ເບັດທານີ ຊຶ່ງ​ເປັນ​ບ້ານ​ຂອງ​ສອງ​ເອື້ອຍ​ນ້ອງ​ທີ່​ຊື່​ວ່າ ມາຣີ ແລະ ມາທາ.</verse>
				<verse number="2">ມາຣີ​ແມ່ນ​ຜູ້​ທີ່​ເອົາ​ນໍ້າມັນ​ຫອມ​ຖອກ​ໃສ່​ຕີນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເອົາ​ຜົມ​ຂອງຕົນ​ເຊັດ​ຕີນ​ຂອງ​ພຣະອົງ ລາຊະໂຣ​ຜູ້​ທີ່​ປ່ວຍ​ຢູ່​ນັ້ນ​ເປັນ​ນ້ອງຊາຍ​ຂອງ​ນາງ.</verse>
				<verse number="3">ທັງສອງ​ເອື້ອຍ​ນ້ອງ​ໄດ້​ໃຊ້​ຄົນ​ໄປ​ບອກ​ພຣະເຢຊູເຈົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ເພື່ອນ​ທີ່​ພຣະອົງ​ຮັກ​ນັ້ນ​ກຳລັງ​ປ່ວຍ​ຢູ່.”</verse>
				<verse number="4">ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ພຣະອົງ​ຈຶ່ງ​ກ່າວ​ວ່າ, “ການ​ປ່ວຍ​ຂອງ​ລາຊະໂຣ​ນີ້ ບໍ່​ເຖິງ​ແກ່​ຄວາມ​ຕາຍ​ດອກ ແຕ່​ເກີດ​ຂຶ້ນ​ເພື່ອ​ນຳ​ກຽດຕິຍົດ​ແກ່​ພຣະເຈົ້າ ແລະ​ເພື່ອ​ໃຫ້​ພຣະບຸດ​ຂອງ​ພຣະອົງ​ໄດ້​ຮັບ​ກຽດຕິຍົດ​ເພາະ​ການ​ປ່ວຍ​ນີ້.”</verse>
				<verse number="5">ພຣະເຢຊູເຈົ້າ​ຮັກແພງ​ມາທາ​ກັບ​ນ້ອງສາວ​ຂອງ​ນາງ ແລະ ລາຊະໂຣ.</verse>
				<verse number="6">ຂະນະທີ່​ພຣະອົງ​ໄດ້ຍິນ​ວ່າ​ລາຊະໂຣ​ປ່ວຍ ພຣະອົງ​ຍັງ​ພັກ​ຢູ່​ບ່ອນ​ເກົ່າ​ຕໍ່​ອີກ​ສອງ​ວັນ.</verse>
				<verse number="7">ຫລັງຈາກ​ນັ້ນ ພຣະອົງ​ກໍ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ໃຫ້​ພວກເຮົາ​ກັບຄືນ​ສູ່​ແຂວງ​ຢູດາຍ​ອີກ​ເທາະ.”</verse>
				<verse number="8">ພວກ​ສາວົກ​ໄດ້​ກ່າວ​ຕໍ່​ພຣະອົງ​ວ່າ, “ພຣະອາຈານ​ເອີຍ ເມື່ອ​ບໍ່​ດົນ​ມາ​ນີ້ ປະຊາຊົນ​ໃນ​ທີ່ນັ້ນ​ໝາຍ​ທີ່​ຈະ​ແກວ່ງ​ກ້ອນຫີນ​ໃສ່​ທ່ານ ແລ້ວ​ທ່ານ​ຍັງ​ຈະ​ກັບຄືນ​ໄປ​ທີ່​ນັ້ນ​ອີກ​ບໍ?”</verse>
				<verse number="9">ພຣະເຢຊູເຈົ້າ​ຕອບ​ວ່າ, “ກາງເວັນ​ມີ​ຢູ່​ສິບສອງ​ຊົ່ວໂມງ​ບໍ່ແມ່ນ​ບໍ? ສະນັ້ນ ຜູ້ໃດ​ທີ່​ຍ່າງ​ໃນ​ກາງເວັນ​ກໍ​ຈະ​ບໍ່​ຊູນ​ສະດຸດ ເພາະວ່າ​ລາວ​ເຫັນ​ຄວາມ​ສະຫວ່າງ​ແຫ່ງ​ໂລກນີ້.</verse>
				<verse number="10">ແຕ່​ຖ້າ​ລາວ​ຍ່າງ​ໃນ​ກາງຄືນ ລາວ​ກໍ​ຈະ​ຊູນ​ສະດຸດ ເພາະ​ລາວ​ບໍ່ມີ​ຄວາມ​ສະຫວ່າງ​ໃນ​ຕົວ.”</verse>
				<verse number="11">ເມື່ອ​ພຣະເຢຊູເຈົ້າ​ກ່າວ​ດັ່ງນັ້ນ​ແລ້ວ ພຣະອົງ​ຍັງ​ກ່າວ​ຕື່ມ​ອີກ​ວ່າ, “ລາຊະໂຣ​ເພື່ອນ​ຂອງເຮົາ​ນອນ​ຫລັບ​ໄປ ແຕ່​ເຮົາ​ຈະ​ໄປ​ປຸກ​ລາວ​ໃຫ້​ຕື່ນ.”</verse>
				<verse number="12">ພວກ​ສາວົກ​ຕອບ​ວ່າ, “ພຣະອົງເຈົ້າ​ເອີຍ ຖ້າ​ລາວ​ນອນ​ຫລັບ ລາວ​ຄົງ​ຈະ​ຫາຍ​ດີ​ພະຍາດ.”</verse>
				<verse number="13">ພຣະເຢຊູເຈົ້າ​ໝາຍ​ເຖິງ​ຄວາມ​ຕາຍ​ຂອງ​ລາຊະໂຣ ແຕ່​ພວກ​ສາວົກ​ຊໍ້າພັດ​ຄິດ​ວ່າ, ພຣະອົງ​ເວົ້າ​ເຖິງ​ການ​ນອນ​ຫລັບ​ໃຫ້​ຫາຍ​ເມື່ອຍ.</verse>
				<verse number="14">ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ບອກ​ພວກເພິ່ນ​ຢ່າງ​ຈະແຈ້ງ​ວ່າ, “ລາຊະໂຣ​ຕາຍ​ແລ້ວ</verse>
				<verse number="15">ເພື່ອ​ເຫັນ​ແກ່​ເຈົ້າ​ທັງຫລາຍ ເຮົາ​ດີໃຈ​ທີ່​ເຮົາ​ບໍ່ໄດ້​ຢູ່​ຫັ້ນ​ກັບ​ລາວ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເຊື່ອ, ໃຫ້​ພວກເຮົາ​ໄປ​ຫາ​ລາວ​ເທາະ.”</verse>
				<verse number="16">ໂທມາ​ມີ​ຊື່​ອີກ​ວ່າ, “ຝາແຝດ” ໄດ້​ເວົ້າ​ກັບ​ເພື່ອນ​ສາວົກ​ດ້ວຍ​ກັນ​ວ່າ, “ໃຫ້​ພວກເຮົາ​ພາກັນ​ໄປ​ນຳ​ກັນ ເພື່ອ​ວ່າ​ຈະ​ໄດ້​ຕາຍ​ກັບ​ພຣະອົງ.”</verse>
				<verse number="17">ເມື່ອ​ພຣະເຢຊູເຈົ້າ​ມາ​ຮອດ ພຣະອົງ​ກໍ​ຮູ້​ວ່າ​ລາຊະໂຣ​ຢູ່​ໃນ​ອຸບມຸງ​ຝັງສົບ​ໄດ້​ສີ່​ວັນ​ແລ້ວ.</verse>
				<verse number="18">ບ້ານ​ເບັດທານີ​ນີ້ ຢູ່​ຫ່າງ​ຈາກ​ນະຄອນ​ເຢຣູຊາເລັມ​ເກືອບ​ສາມ​ກິໂລແມັດ</verse>
				<verse number="19">ແລະ ຊາວ​ຢູດາຍ​ຫລາຍ​ຄົນ​ໄດ້​ມາ​ເພື່ອ​ເລົ້າໂລມ​ໃຈ​ນາງ​ມາຣີ​ແລະ​ນາງ​ມາທາ ຍ້ອນ​ນ້ອງຊາຍ​ຂອງ​ພວກເຂົາ​ໄດ້​ຕາຍ​ແລ້ວ.</verse>
				<verse number="20">ເມື່ອ​ມາທາ​ໄດ້ຍິນ​ວ່າ​ພຣະເຢຊູເຈົ້າ​ກຳລັງ​ມາ ນາງ​ກໍ​ອອກ​ໄປ​ຕ້ອນຮັບ​ພຣະອົງ ສ່ວນ​ມາຣີ​ນັ້ນ​ນັ່ງ​ຢູ່​ໃນ​ເຮືອນ.</verse>
				<verse number="21">ນາງ​ມາທາ​ເວົ້າ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຖ້າ​ທ່ານ​ຢູ່​ທີ່​ນີ້ ນ້ອງຊາຍ​ຂອງ​ຂ້ານ້ອຍ​ຄົງ​ບໍ່​ຕາຍ</verse>
				<verse number="22">ແຕ່​ເຖິງ​ຢ່າງ​ໃດ​ກໍດີ ບັດນີ້​ຂ້ານ້ອຍ​ຮູ້​ວ່າ ພຣະເຈົ້າ​ຈະ​ໂຜດ​ໃຫ້​ແກ່​ທ່ານ ໃນ​ສິ່ງ​ທີ່​ທ່ານ​ທູນ​ຂໍ​ຈາກ​ພຣະອົງ.”</verse>
				<verse number="23">ພຣະເຢຊູເຈົ້າ​ກ່າວ​ຕໍ່​ນາງ​ວ່າ, “ນ້ອງຊາຍ​ຂອງ​ເຈົ້າ​ຈະ​ເປັນ​ຄືນ​ມາ​ຈາກ​ຕາຍ.”</verse>
				<verse number="24">ນາງ​ມາທາ​ຕອບ​ຄືນ​ວ່າ, “ຂ້ານ້ອຍ​ຮູ້​ແລ້ວ​ວ່າ ລາວ​ຈະ​ເປັນ​ຄືນ​ມາ​ອີກ​ໃນ​ການ​ຄືນ​ມາ​ຈາກ​ຕາຍ​ເມື່ອ​ວັນ​ສຸດທ້າຍ.”</verse>
				<verse number="25">ພຣະເຢຊູເຈົ້າ​ກ່າວ​ແກ່​ນາງ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ເຫດ​ໃຫ້​ຄົນ​ທັງປວງ​ເປັນ​ຄືນ​ມາ ທັງ​ເປັນ​ຊີວິດ, ຜູ້​ທີ່​ວາງໃຈເຊື່ອ​ໃນ​ເຮົາ ເຖິງ​ແມ່ນ​ວ່າ​ຕາຍໄປ​ແລ້ວ ກໍ​ຍັງ​ມີ​ຊີວິດ​ຢູ່.</verse>
				<verse number="26">ຜູ້ໃດ​ທີ່​ຍັງ​ມີ​ຊີວິດ​ຢູ່ ແລະ​ເຊື່ອ​ໃນ​ເຮົາ​ຈະ​ບໍ່​ຕາຍ​ຈັກເທື່ອ ເຈົ້າ​ເຊື່ອ​ໃນ​ຂໍ້​ນີ້​ຫລື​ບໍ່?”</verse>
				<verse number="27">ນາງ​ຕອບ​ວ່າ, “ເຊື່ອ​ຢູ່​ແລ້ວ ພຣະອົງເຈົ້າ​ເອີຍ ຂ້ານ້ອຍ​ເຊື່ອ​ແລ້ວ​ວ່າ ທ່ານ​ເປັນ​ພຣະຄຣິດ ຄື​ພຣະບຸດ​ຂອງ​ພຣະເຈົ້າ​ຜູ້​ທີ່​ຕ້ອງ​ເຂົ້າ​ມາ​ໃນ​ໂລກ.”</verse>
				<verse number="28">ຫລັງຈາກ​ມາທາ​ກ່າວ​ດັ່ງນີ້​ແລ້ວ ນາງ​ກໍ​ກັບຄືນ​ເຂົ້າ​ໄປ ແລະ​ເອີ້ນ​ມາຣີ ນ້ອງສາວ​ຂອງຕົນ​ໄປ​ຕ່າງຫາກ ມາທາ​ບອກ​ວ່າ, “ອາຈານ​ມາ​ທີ່​ນີ້​ແລ້ວ ແລະ​ຕ້ອງການ​ພົບ​ເຈົ້າ.”</verse>
				<verse number="29">ເມື່ອ​ມາຣີ​ໄດ້ຍິນ​ດັ່ງນັ້ນ, ນາງ​ຈຶ່ງ​ຟ້າວ​ລຸກ​ຂຶ້ນ​ໄປ​ຫາ​ພຣະອົງ.</verse>
				<verse number="30">ພຣະເຢຊູເຈົ້າ​ບໍ່​ທັນ​ໄດ້​ເຂົ້າ​ໄປ​ໃນ​ບ້ານ​ເທື່ອ ແຕ່​ຍັງ​ຢູ່​ບ່ອນ​ທີ່​ມາທາ​ໄດ້​ພົບ​ພຣະອົງ​ນັ້ນ.</verse>
				<verse number="31">ເມື່ອ​ປະຊາຊົນ​ກຳລັງ​ເລົ້າໂລມ​ໃຈ​ນາງ​ມາຣີ​ຢູ່​ໃນ​ເຮືອນ ເຫັນ​ນາງ​ຟ້າວ​ລຸກ​ອອກ​ໄປ ຈຶ່ງ​ຕິດຕາມ​ນາງ​ໄປ ພວກເຂົາ​ຄິດ​ວ່າ​ນາງ​ຈະ​ອອກ​ໄປ​ຮ້ອງໄຫ້​ທີ່​ອຸບມຸງ​ຝັງສົບ.</verse>
				<verse number="32">ພໍ​ນາງ​ມາຣີ​ຮອດ​ບ່ອນ​ທີ່​ພຣະເຢຊູເຈົ້າ​ຢູ່ ແລະ​ເຫັນ​ພຣະອົງ​ແລ້ວ ນາງ​ກໍ​ກົ້ມ​ກາບ​ລົງ​ທີ່​ຕີນ​ພຣະອົງ ແລະ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຖ້າ​ທ່ານ​ຢູ່​ນີ້ ນ້ອງຊາຍ​ຂ້ານ້ອຍ​ຄົງ​ບໍ່​ຕາຍ.”</verse>
				<verse number="33">ພຣະເຢຊູເຈົ້າ​ເຫັນ​ນາງ​ຮ້ອງໄຫ້ ທັງ​ປະຊາຊົນ​ທີ່​ມາ​ກັບ​ນາງ​ກໍ​ຮ້ອງໄຫ້​ດ້ວຍ ພຣະອົງ​ຈຶ່ງ​ສະເທືອນ​ໃຈ​ກັບ​ເຫດການ​ນັ້ນ ແລະ​ຊົງ​ໂສກເສົ້າ.</verse>
				<verse number="34">ພຣະອົງ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ໄດ້​ເອົາ​ສົບ​ໄປ​ວາງ​ໄວ້​ຢູ່​ໃສ?” ພວກເຂົາ​ຕອບ​ວ່າ, “ເຊີນ​ມາ​ເບິ່ງ ພຣະອົງເຈົ້າ​ເອີຍ.”</verse>
				<verse number="35">ຝ່າຍ​ພຣະເຢຊູເຈົ້າ​ກໍ​ຮ້ອງໄຫ້.</verse>
				<verse number="36">ປະຊາຊົນ​ເວົ້າ​ກັນ​ວ່າ, “ເບິ່ງດູ ເພິ່ນ​ຮັກ​ລາວ​ເທົ່າ​ໃດ.”</verse>
				<verse number="37">ແຕ່​ມີ​ບາງຄົນ​ເວົ້າ​ວ່າ, “ຜູ້​ນີ້​ໄດ້​ເປີດ​ຕາ​ຂອງ​ຄົນ​ຕາບອດ​ນັ້ນ ແລ້ວ​ຈະ​ເຮັດ​ໃຫ້​ຄົນ​ນີ້​ບໍ່​ຕາຍ​ບໍ່ໄດ້​ບໍ?”</verse>
				<verse number="38">ພຣະເຢຊູເຈົ້າ​ສະເທືອນ​ຈິດໃຈ​ໂສກເສົ້າ​ໜັກ​ອີກ ຈຶ່ງ​ໄດ້​ໄປ​ເຖິງ​ອຸບມຸງ​ຝັງສົບ ຊຶ່ງ​ເປັນ​ຖໍ້າ​ທີ່​ມີ​ຫີນ​ກ້ອນ​ໃຫຍ່​ອັດ​ປາກ​ຖໍ້າ​ໄວ້.</verse>
				<verse number="39">ພຣະເຢຊູເຈົ້າ​ສັ່ງ​ໃຫ້​ກື່ງ​ກ້ອນຫີນ​ອອກ. ນາງ​ມາທາ​ເອື້ອຍ​ຂອງ​ຜູ້​ຕາຍ​ຕອບ​ວ່າ, “ພຣະອົງເຈົ້າ​ເອີຍ ປານ​ນີ້​ສົບ​ຄົງ​ມີ​ກິ່ນ​ເໝັນ​ແລ້ວ ເພາະ​ລາວ​ຕາຍ​ໄດ້​ສີ່​ວັນ​ແລ້ວ.”</verse>
				<verse number="40">ພຣະເຢຊູເຈົ້າ​ກ່າວ​ແກ່​ນາງ​ວ່າ, “ເຮົາ​ໄດ້​ບອກ​ເຈົ້າ​ແລ້ວ​ວ່າ ຖ້າ​ເຈົ້າ​ເຊື່ອ ເຈົ້າ​ຄົງ​ຈະ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ.”</verse>
				<verse number="41">ດັ່ງນັ້ນ ພວກເຂົາ​ຈຶ່ງ​ກື່ງ​ກ້ອນຫີນ​ອອກ ຝ່າຍ​ພຣະເຢຊູເຈົ້າ​ກໍ​ເງີຍ​ໜ້າ​ຂຶ້ນ ແລະ​ພາວັນນາ​ອະທິຖານ​ວ່າ, “ໂອ ພຣະບິດາເຈົ້າ​ເອີຍ, ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ທີ່​ພຣະອົງ​ຟັງ​ຂ້ານ້ອຍ.</verse>
				<verse number="42">ຂ້ານ້ອຍ​ຮູ້​ວ່າ​ພຣະບິດາເຈົ້າ​ຟັງ​ຂ້ານ້ອຍ​ຢູ່​ສະເໝີ, ແຕ່​ຂ້ານ້ອຍ​ເວົ້າ​ຢ່າງ​ນີ້​ກໍ​ເພື່ອ​ເຫັນ​ແກ່​ຄົນ​ທັງຫລາຍ​ທີ່​ຢືນ​ອ້ອມ​ຢູ່​ນີ້ ເພື່ອ​ພວກເຂົາ​ຈະ​ໄດ້​ເຊື່ອ​ວ່າ ແມ່ນ​ພຣະບິດາເຈົ້າ​ທີ່​ເປັນ​ຜູ້​ໄດ້​ໃຊ້​ຂ້ານ້ອຍ​ມາ.”</verse>
				<verse number="43">ເມື່ອ​ພຣະອົງ​ກ່າວ​ດັ່ງນັ້ນ​ແລ້ວ ພຣະອົງ​ຈຶ່ງ​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ລາຊະໂຣ​ເອີຍ ຈົ່ງ​ອອກ​ມາ.”</verse>
				<verse number="44">ຜູ້​ຕາຍ​ນັ້ນ​ກໍ​ອອກ​ມາ ມີ​ຜ້າ​ພັນ​ຕີນ​ພັນ​ມື ທັງ​ມີ​ຜ້າປົກ​ໜ້າ​ໄວ້​ຢູ່, ພຣະເຢຊູເຈົ້າ​ບອກ​ພວກເຂົາ​ວ່າ, “ແກ້​ຜ້າ​ໃຫ້​ລາວ ແລ້ວ​ປ່ອຍ​ລາວ​ໄປ.”</verse>
				<verse number="45">ເຫດສະນັ້ນ ພວກຢິວ​ຫລາຍຄົນ​ທີ່​ມາ​ຢ້ຽມຢາມ​ນາງ​ມາຣີ ໄດ້​ເຫັນ​ເຫດການ​ທີ່​ພຣະເຢຊູເຈົ້າ​ເຮັດ​ນັ້ນ ພວກເຂົາ​ກໍ​ເຊື່ອ​ໃນ​ພຣະອົງ.</verse>
				<verse number="46">ແຕ່​ບາງຄົນ​ໃນ​ພວກເຂົາ​ໄດ້​ໄປ​ຫາ​ພວກ​ຟາຣີຊາຍ ແລະ​ເລົ່າ​ເຫດການ​ທີ່​ພຣະເຢຊູເຈົ້າ​ໄດ້​ເຮັດ​ນັ້ນ​ໃຫ້​ພວກເຂົາ​ຟັງ.</verse>
				<verse number="47">ດັ່ງນັ້ນ ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ຟາຣີຊາຍ ຈຶ່ງ​ເອີ້ນ​ສະມາຊິກ​ສະພາ​ມາ​ປະຊຸມ​ກັນ​ວ່າ, “ພວກເຮົາ​ຈະ​ເຮັດ​ຢ່າງ​ໃດ? ເພາະວ່າ​ຊາຍ​ຄົນ​ນີ້​ກຳລັງ​ເຮັດ​ໝາຍສຳຄັນ​ຫລາຍ​ຢ່າງ.</verse>
				<verse number="48">ຖ້າ​ພວກເຮົາ​ປ່ອຍ​ໃຫ້​ລາວ​ເຮັດ​ຢູ່​ຢ່າງ​ນີ້​ແລ້ວ ຄົນ​ທັງຫລາຍ​ກໍ​ຈະ​ເຊື່ອ​ລາວ ແລະ​ພວກ​ໂຣມ​ກໍ​ຈະ​ມາ ທຳລາຍ​ພຣະວິຫານ​ກັບ​ປະເທດ​ຊາດ​ຂອງ​ພວກເຮົາ.”</verse>
				<verse number="49">ແຕ່​ມີ​ຜູ້ໜຶ່ງ​ໃນ​ພວກເຂົາ​ຊື່​ວ່າ​ກາຢະຟາ ຜູ້​ທີ່​ເປັນ​ມະຫາ​ປະໂຣຫິດ​ປະຈຳການ​ໃນ​ປີ​ນັ້ນ ໄດ້​ກ່າວ​ຕໍ່​ພວກເຂົາ​ວ່າ, “ພວກທ່ານ​ບໍ່​ຮູ້ຈັກ​ຫຍັງ​ເລີຍ</verse>
				<verse number="50">ບໍ່​ຄິດ​ເຫັນ​ບໍ​ວ່າ ມັນ​ຈະ​ເປັນ​ປະໂຫຍດ​ສຳລັບ​ພວກທ່ານ ທີ່​ໃຫ້​ຄົນ​ໜຶ່ງ​ຕາຍ​ເພື່ອ​ປະຊາຊົນ ແທນ​ທີ່​ຈະ​ໃຫ້​ຄົນ​ທັງ​ຊາດ​ຕ້ອງ​ພິນາດ​ຈິບຫາຍ?”</verse>
				<verse number="51">ແທ້ຈິງ​ແລ້ວ ເພິ່ນ​ບໍ່ໄດ້​ເວົ້າ​ຕາມ​ລຳພັງ​ຕົນເອງ, ແຕ່​ເພິ່ນ​ເປັນ​ມະຫາ​ປະໂຣຫິດ​ປະຈຳການ​ໃນ​ປີ​ນັ້ນ ເພິ່ນ​ຈຶ່ງ​ໄດ້ທຳນວາຍ​ວ່າ ພຣະເຢຊູເຈົ້າ​ຈະ​ຕາຍ​ເພື່ອ​ປະເທດ​ຊາດ</verse>
				<verse number="52">ແລະ​ບໍ່ແມ່ນ​ເພື່ອ​ແທນ​ປະເທດ​ຊາດ​ເທົ່ານັ້ນ ແຕ່​ເພື່ອ​ເຕົ້າໂຮມ​ປະຊາຊົນ​ທັງຫລາຍ​ຂອງ​ພຣະເຈົ້າ ທີ່​ໄດ້​ແຕກ​ກະຈັດ​ກະຈາຍ​ກັນ​ໄປ​ນັ້ນ ໃຫ້​ເຂົ້າ​ເປັນ​ອັນໜຶ່ງ​ອັນດຽວ​ກັນ.</verse>
				<verse number="53">ຕັ້ງແຕ່​ວັນ​ນັ້ນ​ມາ ພວກເຂົາ​ກໍໄດ້​ວາງແຜນ​ຂ້າ​ພຣະເຢຊູເຈົ້າ.</verse>
				<verse number="54">ດ້ວຍເຫດນີ້ ພຣະເຢຊູເຈົ້າ​ຈຶ່ງ​ບໍ່ໄດ້​ໄປ​ທາງ​ໃດ​ຢ່າງ​ເປີດເຜີຍ​ໃນ​ແຂວງ​ຢູດາຍ, ແຕ່​ພຣະອົງ​ໄດ້​ໜີໄປ​ບ່ອນ​ໜຶ່ງ ໃກ້​ກັບ​ຖິ່ນ​ແຫ້ງແລ້ງ​ກັນດານ ເຖິງ​ເມືອງ​ໜຶ່ງ​ຊື່​ວ່າ​ເອຟຣາອິມ ແລະ​ຢູ່​ທີ່​ນັ້ນ​ກັບ​ພວກ​ສາວົກ​ຂອງ​ພຣະອົງ.</verse>
				<verse number="55">ເວລາ​ສະຫລອງ​ເທດສະການ​ປັດສະຄາ​ໃກ້​ຈະ​ມາ​ເຖິງ​ແລ້ວ ມີ​ຫລາຍ​ຄົນ​ໄດ້​ຈາກ​ບ້ານ​ເມືອງ​ຂອງຕົນ ຂຶ້ນ​ໄປ​ສູ່​ນະຄອນ​ເຢຣູຊາເລັມ ເພື່ອ​ປະກອບ​ພິທີ​ຊຳລະ​ຕົວ​ກ່ອນ​ວັນ​ເທດສະການ.</verse>
				<verse number="56">ພວກເຂົາ​ກຳລັງ​ຊອກ​ຫາ​ພຣະເຢຊູເຈົ້າ ແລະ​ເມື່ອ​ຢືນ​ຢູ່​ໃນ​ພຣະວິຫານ ພວກເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ເຈົ້າ​ຄິດ​ເຫັນ​ຢ່າງ​ໃດ? ເພິ່ນ​ຄົງ​ຈະ​ບໍ່​ມາ​ໃນ​ເທດສະການ​ນີ້​ແມ່ນ​ຫລື​ບໍ່?”</verse>
				<verse number="57">ຝ່າຍ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ຟາຣີຊາຍ ກໍ​ອອກ​ຄຳສັ່ງ​ໄວ້​ວ່າ ຖ້າ​ຜູ້ໃດ​ຮູ້​ວ່າ​ພຣະເຢຊູເຈົ້າ​ຢູ່​ໃສ ໃຫ້​ມາ​ລາຍງານ​ພວກ​ຕົນ​ເພື່ອ​ຈະ​ໄປ​ຈັບ​ພຣະອົງ.</verse>
			</chapter>
			<chapter number="12">
				<verse number="1">ຫົກ​ວັນ​ກ່ອນ​ເທດສະການ​ປັດສະຄາ ພຣະເຢຊູເຈົ້າ​ມາ​ເຖິງ​ບ້ານ​ເບັດທານີ ຊຶ່ງ​ເປັນ​ບ່ອນ​ຢູ່​ຂອງ​ລາຊະໂຣ ຜູ້​ທີ່​ພຣະອົງ​ໄດ້​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ.</verse>
				<verse number="2">ພວກເຂົາ​ໄດ້​ຈັດແຈງ​ອາຫານ​ລ້ຽງ ເພື່ອ​ເປັນ​ກຽດ​ແກ່​ພຣະອົງ​ຢູ່​ທີ່​ນັ້ນ ຊຶ່ງ​ແມ່ນ​ນາງ​ມາທາ​ເປັນ​ຜູ້ຮັບໃຊ້​ທີ່​ໂຕະ​ອາຫານ, ລາຊະໂຣ​ແມ່ນ​ຜູ້ໜຶ່ງ​ໃນ​ພວກ​ທີ່​ນັ່ງ​ຮ່ວມ​ໂຕະ​ຮັບປະທານ​ອາຫານ​ກັບ​ພຣະອົງ.</verse>
				<verse number="3">ແລ້ວ​ນາງ​ມາຣີ​ກໍ​ເອົາ​ນໍ້າມັນ​ຫອມ​ເຄິ່ງ​ລິດ ຊຶ່ງ​ມີ​ລາຄາ​ແພງ​ຖອກ​ໃສ່​ຕີນ​ພຣະອົງ ແລະ​ໃຊ້​ຜົມ​ຂອງຕົນ​ເຊັດ​ຕີນ​ພຣະອົງ ຈົນ​ທົ່ວ​ທັງ​ເຮືອນ​ຫອມ​ກຸ້ມ​ດ້ວຍ​ກິ່ນ​ນໍ້າຫອມ​ນັ້ນ.</verse>
				<verse number="4">ແຕ່​ຢູດາ​ອິດສະກາຣີອົດ​ສາວົກ​ຄົນ​ໜຶ່ງ​ຂອງ​ພຣະອົງ ຄື​ຜູ້​ທີ່​ຈະ​ທໍລະຍົດ​ຕໍ່​ພຣະອົງ​ໄດ້​ກ່າວ​ວ່າ,</verse>
				<verse number="5">“ເປັນຫຍັງ​ຈຶ່ງ​ບໍ່​ຂາຍ​ນໍ້າມັນ​ຫອມ​ນີ້​ໃນ​ລາຄາ​ສາມຮ້ອຍ​ຫລຽນ​ເງິນ ແລະ​ເອົາ​ເງິນ​ແຈກ​ໃຫ້​ຄົນ​ຍາກຈົນ?”</verse>
				<verse number="6">ການ​ທີ່​ລາວ​ເວົ້າ​ຢ່າງ​ນີ້ ບໍ່ແມ່ນ​ວ່າ​ລາວ​ຫ່ວງໃຍ​ນຳ​ຄົນ​ຍາກຈົນ, ແຕ່​ລາວ​ເປັນ​ຄົນ​ຂີ້ລັກ, ລາວ​ຖື​ຖົງ​ເງິນ ແລະ​ຍັກ​ຍອກ​ເອົາ​ເງິນ​ຈາກ​ຖົງ​ນັ້ນ.</verse>
				<verse number="7">ແຕ່​ພຣະເຢຊູເຈົ້າ​ກ່າວ​ວ່າ, “ຊ່າງ​ນາງ​ເທາະ ປ່ອຍ​ໃຫ້​ນາງ​ໄດ້​ເຮັດ​ຢ່າງ​ນີ້​ສຳລັບ​ວັນ​ຝັງສົບ​ຂອງເຮົາ.</verse>
				<verse number="8">ພວກເຈົ້າ​ຈະ​ມີ​ຄົນ​ຍາກຈົນ​ຢູ່​ນຳ​ສະເໝີ, ແຕ່​ພວກເຈົ້າ​ບໍ່ມີ​ເຮົາ​ສະເໝີ​ໄປ.”</verse>
				<verse number="9">ຄົນ​ຈຳນວນ​ຫລວງຫລາຍ​ໄດ້ຍິນ​ວ່າ ພຣະເຢຊູເຈົ້າ​ຢູ່​ໃນ​ທີ່ນັ້ນ ພວກເຂົາ​ໄດ້​ພາກັນ​ມາ ບໍ່ແມ່ນແຕ່​ຢາກ​ເຫັນ​ພຣະເຢຊູເຈົ້າ​ເທົ່ານັ້ນ ແຕ່​ຢາກ​ເຫັນ​ລາຊະໂຣ ຜູ້​ທີ່​ພຣະອົງ​ໄດ້​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ​ດ້ວຍ.</verse>
				<verse number="10">ດັ່ງນັ້ນ ພວກ​ຫົວໜ້າ​ປະໂຣຫິດ​ຈຶ່ງ​ປຶກສາ​ກັນ​ວ່າ ຈະ​ຂ້າ​ລາຊະໂຣ​ເໝືອນກັນ</verse>
				<verse number="11">ເພາະ​ເລື່ອງ​ຂອງ​ລາຊະໂຣ​ນີ້ ເຮັດ​ໃຫ້​ຄົນ​ຢິວ​ຫລາຍ​ຄົນ​ໄດ້​ໜີປະ​ພວກເຂົາ ແລະ​ມາ​ເຊື່ອ​ພຣະເຢຊູເຈົ້າ.</verse>
				<verse number="12">ວັນ​ຕໍ່ມາ ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ທີ່​ມາ​ໃນ​ເທດສະການ​ປັດສະຄາ ໄດ້ຍິນ​ວ່າ​ພຣະເຢຊູເຈົ້າ​ເຂົ້າ​ມາ​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="13">ດັ່ງນັ້ນ ພວກເຂົາ​ຈຶ່ງ​ພາກັນ​ຖື​ກ້ານຕານ​ອອກ​ໄປ​ຕ້ອນຮັບ​ພຣະອົງ ທັງ​ໂຮຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ ຂໍ​ພຣະເຈົ້າ​ອວຍພອນ​ທ່ານ​ທີ່​ມາ​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຄື​ກະສັດ​ຂອງ​ຊາດ​ອິດສະຣາເອນ”</verse>
				<verse number="14">ເມື່ອ​ພຣະອົງ​ພົບ​ລໍ​ນ້ອຍ​ໂຕໜຶ່ງ ພຣະອົງ​ຈຶ່ງ​ຂຶ້ນ​ຂີ່​ລໍ​ນັ້ນ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,</verse>
				<verse number="15">“ນະຄອນ​ຊີໂອນ​ເອີຍ ຢ່າ​ສູ່​ຢ້ານ ເບິ່ງດູ ເຈົ້າ​ກະສັດ​ຂອງ​ເຈົ້າ ກຳລັງ​ຂີ່​ລໍ​ມາ.”</verse>
				<verse number="16">ໃນ​ເວລາ​ນັ້ນ ພວກ​ສາວົກ​ຂອງ​ພຣະອົງ​ບໍ່ໄດ້​ເຂົ້າໃຈ​ໃນ​ເຫດການ​ເຫຼົ່ານັ້ນ, ແຕ່​ພາຍ​ຫລັງ ເມື່ອ​ພຣະເຢຊູເຈົ້າ​ໄດ້​ຮັບ​ສະຫງ່າຣາສີ​ແລ້ວ ພວກເພິ່ນ​ຈຶ່ງ​ລະນຶກເຖິງ​ຂໍ້​ຄວາມ ທີ່​ມີ​ຄຳ​ຂຽນ​ໄວ້​ເຖິງ​ເລື່ອງ​ຂອງ​ພຣະອົງ​ໃນ​ພຣະຄຳພີ ແລະ​ພວກເພິ່ນ​ໄດ້​ເຮັດ​ດັ່ງນີ້​ສຳລັບ​ພຣະອົງ.</verse>
				<verse number="17">ປະຊາຊົນ​ທັງຫລາຍ​ທີ່​ຢູ່​ກັບ​ພຣະເຢຊູເຈົ້າ ຕອນ​ທີ່​ພຣະອົງ​ໄດ້​ເອີ້ນ​ເອົາ​ລາຊະໂຣ​ອອກ​ມາ​ຈາກ​ອຸບມຸງ ແລະ​ບັນດານ​ໃຫ້​ລາວ​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ ກໍ​ເປັນ​ພະຍານ​ເຖິງ​ເຫດການ​ເຫຼົ່ານັ້ນ.</verse>
				<verse number="18">ດ້ວຍເຫດນີ້ ປະຊາຊົນ​ທັງຫລາຍ​ຈຶ່ງ​ອອກ​ໄປ​ຫາ​ພຣະເຢຊູເຈົ້າ ເພາະ​ໄດ້ຍິນ​ເຖິງ​ໝາຍສຳຄັນ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ເຮັດ.</verse>
				<verse number="19">ຝ່າຍ​ພວກ​ຟາຣີຊາຍ​ຈຶ່ງ​ເວົ້າ​ກັນ​ວ່າ, “ທ່ານ​ທັງຫລາຍ​ບໍ່​ເຫັນ​ຫລື​ວ່າ ພວກທ່ານ​ເຮັດ​ອັນ​ໃດ​ກໍ​ບໍ່​ໄດ້​ປະໂຫຍດ​ຈັກຢ່າງ ເບິ່ງ​ແມ ໝົດ​ທັງ​ໂລກ​ກໍ​ຕິດຕາມ​ມັນ​ໄປ.”</verse>
				<verse number="20">ພວກ​ທີ່​ໄປ​ນະມັດສະການ ເນື່ອງ​ໃນ​ໂອກາດ​ເທດສະການ​ທີ່​ນະຄອນ​ເຢຣູຊາເລັມ ມີ​ຊາວ​ກຣີກ​ບາງຄົນ​ຮ່ວມ​ຢູ່​ດ້ວຍ.</verse>
				<verse number="21">ພວກເຂົາ​ໄດ້​ໄປ​ຫາ​ຟີລິບ ຜູ້​ທີ່​ມາ​ຈາກ​ເບັດສາອີດາ​ໃນ​ແຂວງ​ຄາລີເລ ແລະ​ເວົ້າ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ຢາກ​ເຫັນ​ພຣະເຢຊູເຈົ້າ.”</verse>
				<verse number="22">ຟີລິບ​ຈຶ່ງ​ໄປ​ບອກ​ອັນເດອາ ແລ້ວ​ທັງສອງ​ກໍ​ໄປ​ບອກ​ພຣະເຢຊູເຈົ້າ.</verse>
				<verse number="23">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເວລາ​ທີ່​ບຸດ​ມະນຸດ​ຕ້ອງ​ຮັບ​ກຽດ​ອັນ​ຍິ່ງໃຫຍ່​ນັ້ນ ກໍ​ມາ​ເຖິງ​ແລ້ວ.</verse>
				<verse number="24">ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຖ້າ​ເມັດເຂົ້າ​ຕົກລົງ​ໃນ​ດິນ​ແລ້ວ​ບໍ່​ຕາຍໄປ​ເສຍ ກໍ​ຄົງ​ຈະ​ມີ​ຢູ່​ພຽງແຕ່​ເມັດ​ດຽວ, ແຕ່​ຖ້າ​ຕາຍໄປ​ກໍ​ຈະ​ເກີດຜົນ​ຫລາຍ.</verse>
				<verse number="25">ຜູ້​ທີ່​ຮັກ​ຊີວິດ​ຂອງຕົນ​ຈະ​ຕ້ອງ​ເສຍ​ຊີວິດ ແລະ​ຜູ້​ທີ່​ຊັງ​ຊີວິດ​ຂອງຕົນ​ໃນ​ໂລກນີ້ ຈະ​ຮັກສາ​ຊີວິດ​ນັ້ນ​ໄວ້​ໄດ້​ສຳລັບ​ຊີວິດ​ນິຣັນດອນ.</verse>
				<verse number="26">ຖ້າ​ຜູ້ໃດ​ບົວລະບັດ​ຮັບໃຊ້​ເຮົາ ໃຫ້​ຜູ້ນັ້ນ​ຕິດຕາມ​ເຮົາ​ມາ ເຮົາ​ຢູ່​ທີ່​ໃດ​ຜູ້​ບົວລະບັດ​ຮັບໃຊ້​ເຮົາ ກໍຈະ​ຢູ່​ທີ່​ນັ້ນ​ເໝືອນກັນ ຝ່າຍ​ພຣະບິດາເຈົ້າ​ຂອງເຮົາ ຈະ​ໃຫ້​ກຽດຕິຍົດ​ແກ່​ທຸກຄົນ ທີ່​ບົວລະບັດ​ຮັບໃຊ້​ເຮົາ.”</verse>
				<verse number="27">“ບັດນີ້ ຈິດໃຈ​ຂອງເຮົາ​ວຸ້ນວາຍ ແລະ​ເຮົາ​ຈະ​ວ່າ​ຢ່າງ​ໃດ? ເຮົາ​ຄວນ​ຈະ​ເວົ້າ​ວ່າ, ‘ໂອ ພຣະບິດາເຈົ້າ​ເອີຍ ຂໍ​ໃຫ້​ຂ້ານ້ອຍ​ລອດພົ້ນ​ຈາກ​ຍາມ​ນີ້​ທ້ອນ​ຢ່າງ​ນັ້ນ​ຫລື?’ ກໍ​ວ່າ​ບໍ່ໄດ້, ທີ່​ເຮົາ​ໄດ້​ມາ​ໃນ​ຍາມ​ນີ້​ກໍ​ເພື່ອ​ການ​ນີ້​ແຫຼະ.</verse>
				<verse number="28">ໂອ ພຣະບິດາເຈົ້າ​ເອີຍ ຂໍ​ໃຫ້​ພຣະນາມ​ຂອງ​ພຣະອົງ​ໄດ້​ຮັບ​ກຽດ​ເທີ້ນ.” ແລ້ວ​ມີ​ສຽງດັງ​ມາ​ຈາກ​ທ້ອງຟ້າ​ວ່າ, “ເຮົາ​ໄດ້​ໃຫ້​ຮັບ​ກຽດ​ແລ້ວ ແລະ​ເຮົາ​ຈະ​ໃຫ້​ໄດ້​ຮັບ​ກຽດ​ອີກ.”</verse>
				<verse number="29">ເມື່ອ​ປະຊາຊົນ​ຢູ່​ທີ່​ນັ້ນ ໄດ້ຍິນ​ສຽງ​ນີ້​ແລ້ວ ມີ​ບາງຄົນ​ເວົ້າ​ວ່າ, “ເປັນ​ສຽງ​ຟ້າຮ້ອງ.” ສ່ວນ​ຄົນອື່ນ​ຊໍ້າ​ພັດ​ເວົ້າ​ວ່າ, “ມີ​ເທວະດາ​ຕົນ​ໜຶ່ງ​ໄດ້​ເວົ້າ​ກັບ​ເພິ່ນ.”</verse>
				<verse number="30">ແຕ່​ພຣະເຢຊູເຈົ້າ​ຕອບ​ວ່າ, “ສຽງ​ທີ່​ດັງ​ມາ​ນັ້ນ ບໍ່ແມ່ນ​ສຳລັບ​ເຮົາ​ດອກ ແຕ່​ສຳລັບ​ເຈົ້າ​ທັງຫລາຍ​ນັ້ນ​ແຫຼະ.</verse>
				<verse number="31">ບັດນີ້​ເຖິງ​ເວລາ​ແລ້ວ ທີ່​ໂລກ​ຈະ​ຕ້ອງ​ຖືກ​ຕັດສິນ ຜູ້ປົກຄອງ​ໂລກ​ຈະ​ຖືກ​ລຶບລ້າງ​ເສຍ.</verse>
				<verse number="32">ເມື່ອ​ເຮົາ​ຖືກ​ຍົກ​ຂຶ້ນ​ຈາກ​ແຜ່ນດິນ​ໂລກ​ນີ້ ແລ້ວ​ເຮົາ​ຈະ​ຊັກນຳ​ຄົນ​ທັງຫລາຍ​ມາ​ຫາ​ເຮົາ.” (</verse>
				<verse number="33">ພຣະອົງ​ກ່າວ​ດັ່ງນີ້​ເພື່ອ​ສຳແດງ​ວ່າ ພຣະອົງ​ຈະ​ຕາຍ​ຢ່າງ​ທົນທຸກ​ທໍລະມານ​ແບບ​ໃດ).</verse>
				<verse number="34">ຄົນ​ທັງຫລາຍ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ກົດບັນຍັດ​ຂອງ​ພວກເຮົາ​ບອກ​ວ່າ ພຣະຄຣິດ​ຈະ​ມີ​ຊີວິດ​ນິຣັນດອນ, ແລ້ວ​ເຫດ​ໃດ​ທ່ານ​ຈຶ່ງ​ກ່າວ​ວ່າ ບຸດ​ມະນຸດ​ຈະ​ຕ້ອງ​ຖືກ​ຍົກ​ຂຶ້ນ ບຸດ​ມະນຸດ​ນັ້ນ​ແມ່ນ​ຜູ້ໃດ?”</verse>
				<verse number="35">ພຣະເຢຊູເຈົ້າ​ຕອບ​ວ່າ, “ຄວາມ​ສະຫວ່າງ​ຈະ​ຍັງ​ຢູ່​ກັບ​ພວກເຈົ້າ​ອີກ​ໜ້ອຍໜຶ່ງ ເມື່ອ​ຍັງ​ມີ​ຄວາມ​ສະຫວ່າງ​ຢູ່​ກໍ​ຈົ່ງ​ຍ່າງ​ໄປ​ເທາະ ເພາະ​ຢ້ານ​ວ່າ​ຄວາມມືດ​ຈະ​ຕາມ​ມາ​ທັນ​ພວກເຈົ້າ. ດ້ວຍວ່າ, ຜູ້​ທີ່​ຍ່າງ​ໃນ​ຄວາມມືດ​ນັ້ນ ກໍ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ.</verse>
				<verse number="36">ເມື່ອ​ພວກເຈົ້າ​ຍັງ​ມີ​ຄວາມ​ສະຫວ່າງ ຈົ່ງ​ເຊື່ອ​ໃນ​ຄວາມ​ສະຫວ່າງ​ນັ້ນ ເພື່ອ​ຈະ​ໄດ້​ເປັນ​ຄົນ​ຝ່າຍ​ຄວາມ​ສະຫວ່າງ.” ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ເຊັ່ນນັ້ນ​ແລ້ວ ພຣະອົງ​ກໍ​ອອກ​ໜີ ແລະ​ຫລົບຫລີກ​ຈາກ​ພວກເຂົາ.</verse>
				<verse number="37">ເຖິງ​ແມ່ນ​ວ່າ ພຣະອົງ​ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ຢ່າງ​ຕໍ່ໜ້າ​ພວກເຂົາ​ກໍຕາມ ພວກເຂົາ​ກໍ​ບໍ່​ເຊື່ອວາງໃຈ​ໃນ​ພຣະອົງ</verse>
				<verse number="38">ເພື່ອ​ວ່າ​ຖ້ອຍຄຳ​ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້​ຈະ​ໄດ້​ສຳເລັດ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຜູ້ໃດ​ໄດ້​ວາງໃຈເຊື່ອ ໃນ​ຖ້ອຍຄຳ​ທີ່​ຂ້ານ້ອຍ​ໄດ້​ປະກາດ? ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເປີດເຜີຍ ພຣະ​ຣິດທານຸພາບ​ໃຫ້​ຜູ້ໃດ​ເຫັນ​ແດ່?”</verse>
				<verse number="39">ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ສາມາດ​ທີ່​ຈະ​ເຊື່ອ ເພາະ​ເອຊາຢາ​ໄດ້​ກ່າວ​ໄວ້​ອີກ​ວ່າ,</verse>
				<verse number="40">“ພຣະອົງ​ໄດ້​ເຮັດ​ໃຫ້​ຕາ​ພວກເຂົາ​ບອດ​ໄປ ແລະ ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ແຂງ​ກະດ້າງ ຢ້ານ​ວ່າ​ພວກເຂົາ​ຈະ​ເຫັນ​ດ້ວຍ​ຕາ ແລະ ສັງເກດ​ຮູ້​ດ້ວຍ​ໃຈ ແລ້ວ​ຈະ​ກັບ​ໃຈ​ໃໝ່ ເຮົາ​ຈະ​ຮັກສາ​ໃຫ້​ພວກເຂົາ​ດີ.”</verse>
				<verse number="41">ເອຊາຢາ​ກ່າວ​ດັ່ງນີ້ ກໍ​ເພາະ​ເພິ່ນ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ແລະ​ໄດ້​ເວົ້າ​ເຖິງ​ເລື່ອງ​ຂອງ​ພຣະອົງ.</verse>
				<verse number="42">ເຖິງ​ປານນັ້ນ​ກໍດີ ຍັງ​ມີ​ເຈົ້າໜ້າທີ່​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະອົງ, ແຕ່​ບໍ່ໄດ້​ເປີດເຜີຍ ເພາະ​ຢ້ານ​ພວກ​ຟາຣີຊາຍ​ໄລ່​ອອກ​ຈາກ​ທຳມະສາລາ.</verse>
				<verse number="43">ດ້ວຍວ່າ, ພວກເຂົາ​ມັກ​ໃຫ້​ມະນຸດ​ພໍໃຈ ຫລາຍກວ່າ​ໃຫ້​ພຣະເຈົ້າ​ພໍໃຈ.</verse>
				<verse number="44">ພຣະເຢຊູເຈົ້າ​ໄດ້​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ຜູ້ໃດ​ທີ່​ເຊື່ອ​ເຮົາ ກໍ​ບໍ່ແມ່ນ​ເຊື່ອ​ໃນ​ເຮົາ​ເທົ່ານັ້ນ, ແຕ່​ເຊື່ອ​ໃນ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ເໝືອນກັນ.</verse>
				<verse number="45">ຜູ້ໃດ​ທີ່​ເຫັນ​ເຮົາ ກໍ​ເຫັນ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ​ເໝືອນກັນ.</verse>
				<verse number="46">ເຮົາ​ເປັນ​ຄວາມ​ສະຫວ່າງ​ທີ່​ເຂົ້າ​ມາ​ໃນ​ໂລກນີ້ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ເຮົາ​ຈະ​ບໍ່​ຢູ່​ໃນ​ຄວາມມືດ.</verse>
				<verse number="47">ຖ້າ​ຜູ້ໃດ​ໄດ້ຍິນ​ຖ້ອຍຄຳ​ຂອງເຮົາ ແລະ​ບໍ່​ຖື​ຮັກສາ​ຖ້ອຍຄຳ​ເຫຼົ່ານັ້ນ ເຮົາ​ຈະ​ບໍ່​ຕັດສິນ​ຜູ້ນັ້ນ ເຮົາ​ບໍ່ໄດ້​ມາ​ເພື່ອ​ຕັດສິນ​ໂລກ ແຕ່​ມາ​ເພື່ອ​ຊ່ວຍ​ໂລກ​ໃຫ້​ພົ້ນ.</verse>
				<verse number="48">ພວກ​ທີ່​ປະຕິເສດ​ເຮົາ ແລະ​ບໍ່​ຮັບ​ເອົາ​ຖ້ອຍຄຳ​ຂອງເຮົາ ກໍ​ມີ​ສິ່ງ​ຕັດສິນ​ພວກເຂົາ​ແລ້ວ ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ​ແຫຼະ ຈະ​ຕັດສິນ​ພວກ​ນັ້ນ​ໃນ​ວັນ​ສຸດທ້າຍ.</verse>
				<verse number="49">ເພາະ​ເຮົາ​ບໍ່ໄດ້​ກ່າວ​ຕາມ​ລຳພັງ​ໃຈ​ຂອງ​ເຮົາເອງ, ແຕ່​ພຣະບິດາເຈົ້າ ຜູ້​ທີ່​ໃຊ້​ເຮົາ​ມາ​ນັ້ນ ເປັນ​ຜູ້​ສັ່ງ​ໃນ​ສິ່ງ​ທີ່​ເຮົາ​ກ່າວ​ແລະ​ສັ່ງສອນ.</verse>
				<verse number="50">ຝ່າຍ​ເຮົາ​ຮູ້​ວ່າ ຄຳສັ່ງ​ຂອງ​ພຣະອົງ​ເປັນ​ຊີວິດ​ນິຣັນດອນ ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ ກໍ​ກ່າວ​ຕາມ​ຄຳສັ່ງ​ຂອງ​ພຣະບິດາເຈົ້າ.”</verse>
			</chapter>
			<chapter number="13">
				<verse number="1">ກ່ອນ​ເຖິງ​ວັນ​ເທດສະການ​ປັດສະຄາ ພຣະເຢຊູເຈົ້າ​ຮູ້​ດີ​ວ່າ ເວລາ​ທີ່​ພຣະອົງ​ຈະ​ຈາກ​ໂລກນີ້ ໄປ​ຫາ​ພຣະບິດາເຈົ້າ​ກໍ​ມາ​ເຖິງ​ແລ້ວ ພຣະອົງ​ຮັກ​ພວກ​ຂອງ​ພຣະອົງ​ຢູ່​ໃນ​ໂລກນີ້ ແລະ​ພຣະອົງ​ຮັກ​ພວກເຂົາ​ຈົນເຖິງ​ທີ່ສຸດ.</verse>
				<verse number="2">ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ກຳລັງ​ຮ່ວມ​ຮັບປະທານ​ອາຫານ​ຢູ່​ນັ້ນ ມານຮ້າຍ​ໄດ້​ເຂົ້າ​ສິງ​ຢູ່​ໃນ​ໃຈ​ຂອງ​ຢູດາ​ອິດສະກາຣີອົດ ລູກຊາຍ​ຂອງ​ຊີໂມນ ໃຫ້​ມີ​ຄວາມ​ຄິດ​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ.</verse>
				<verse number="3">ພຣະເຢຊູເຈົ້າ​ຮູ້​ວ່າ ພຣະບິດາເຈົ້າ​ໄດ້​ມອບ​ທຸກສິ່ງ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ ແລະ​ຮູ້​ວ່າ​ພຣະອົງ​ເອງ​ມາ​ຈາກ​ພຣະເຈົ້າ ແລະ ກຳລັງ​ຈະ​ກັບ​ເມືອ​ຫາ​ພຣະເຈົ້າ.</verse>
				<verse number="4">ດັ່ງນັ້ນ ພຣະອົງ​ຈຶ່ງ​ລຸກຂຶ້ນ​ຈາກ​ພາເຂົ້າ ແລ້ວ​ແກ້​ເສື້ອ​ຊັ້ນນອກ​ອອກ ແລະ​ໃຊ້​ຜ້າ​ມັດ​ແອວ.</verse>
				<verse number="5">ແລ້ວ​ພຣະອົງ​ກໍ​ຖອກ​ນໍ້າ​ໃສ່​ຊາມ ແລະ​ເລີ່ມ​ລ້າງ​ຕີນ​ຂອງ​ພວກ​ສາວົກ ແລະ​ເຊັດ​ຕີນ​ຂອງ​ພວກເພິ່ນ​ດ້ວຍ​ຜ້າ​ມັດ​ແອວ​ນັ້ນ.</verse>
				<verse number="6">ເມື່ອ​ພຣະອົງ​ມາ​ຮອດ​ຊີໂມນ​ເປໂຕ ເພິ່ນ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ພຣະອົງ​ຈະ​ລ້າງ​ຕີນ​ໃຫ້​ຂ້ານ້ອຍ​ຊັ້ນບໍ?”</verse>
				<verse number="7">ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ເຈົ້າ​ບໍ່​ເຂົ້າໃຈ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ຢູ່​ດຽວ​ນີ້, ແຕ່​ເຈົ້າ​ຈະ​ເຂົ້າໃຈ​ຕາມ​ພາຍຫລັງ.”</verse>
				<verse number="8">ເປໂຕ​ຕອບ​ວ່າ, “ພຣະອົງ​ຈະ​ລ້າງ​ຕີນ​ຂ້ານ້ອຍ​ບໍ່ໄດ້​ຈັກເທື່ອ.” ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຮົາ​ບໍ່​ລ້າງ​ຕີນ​ເຈົ້າ ເຈົ້າ​ກໍ​ບໍ່ໄດ້​ມີ​ສ່ວນ​ໃນ​ເຮົາ.”</verse>
				<verse number="9">ຊີໂມນ​ເປໂຕ​ຕອບ​ພຣະອົງ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ ພຣະອົງເຈົ້າ​ເອີຍ ບໍ່​ແມ່ນ​ແຕ່​ຕີນ​ເທົ່ານັ້ນ ລ້າງ​ທັງ​ມື​ແລະ​ຫົວ​ຂອງ​ຂ້ານ້ອຍ​ນຳ​ດ້ວຍ.”</verse>
				<verse number="10">ພຣະເຢຊູເຈົ້າ​ກ່າວ​ຕໍ່​ເພິ່ນ​ວ່າ, “ຜູ້​ທີ່​ໄດ້​ອາບນໍ້າ​ແລ້ວ ບໍ່​ຈຳເປັນ​ຕ້ອງ​ລ້າງ​ຕົວ​ອີກ ລ້າງ​ແຕ່​ຕີນ​ເທົ່ານັ້ນ​ກໍ​ພໍ. ພວກເຈົ້າ​ກໍ​ເປັນ​ຄົນ​ສະອາດ​ແລ້ວ, ແຕ່​ບໍ່ແມ່ນ​ໝົດ​ທຸກຄົນ.”</verse>
				<verse number="11">ພຣະອົງ​ຮູ້​ແລ້ວ​ວ່າ​ແມ່ນ​ຜູ້ໃດ​ຈະ​ທໍລະຍົດ​ຕໍ່​ພຣະອົງ. ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ວ່າ, “ພວກເຈົ້າ​ເປັນ​ຄົນ​ສະອາດ​ແລ້ວ ແຕ່​ບໍ່ແມ່ນ​ໝົດ​ທຸກຄົນ.”</verse>
				<verse number="12">ຫລັງຈາກ​ທີ່​ພຣະອົງ​ໄດ້​ລ້າງ​ຕີນ​ຂອງ​ພວກເພິ່ນ​ແລ້ວ ພຣະອົງ​ກໍ​ເອົາ​ເສື້ອ​ຊັ້ນນອກ​ມາ​ນຸ່ງ​ຄືນ ແລະ​ກັບ​ໄປ​ທີ່​ພາເຂົ້າ ແລ້ວ​ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ເຂົ້າໃຈ​ເຖິງ​ສິ່ງ​ທີ່​ເຮົາ​ຫາ​ກໍ​ເຮັດ​ຕໍ່​ພວກເຈົ້າ​ນີ້​ແລ້ວ​ບໍ?</verse>
				<verse number="13">ພວກເຈົ້າ​ເອີ້ນ​ເຮົາ​ວ່າ ພຣະອາຈານ ແລະ​ພຣະອົງເຈົ້າ ພວກເຈົ້າ​ເອີ້ນ​ຖືກຕ້ອງ​ແລ້ວ ເພາະ​ເຮົາ​ເປັນ​ຢ່າງ​ນັ້ນ​ແທ້.</verse>
				<verse number="14">ດັ່ງນັ້ນ ຖ້າ​ເຮົາ​ຜູ້​ເປັນ​ພຣະອົງເຈົ້າ ແລະ​ພຣະອາຈານ​ໄດ້​ລ້າງ​ຕີນ​ໃຫ້​ພວກເຈົ້າ​ສັນໃດ ພວກເຈົ້າ​ກໍ​ຄວນ​ລ້າງ​ຕີນ​ໃຫ້​ກັນແລະກັນ​ສັນນັ້ນ.</verse>
				<verse number="15">ດ້ວຍວ່າ, ເຮົາ​ໄດ້​ວາງ​ແບບ​ຢ່າງ​ໄວ້​ໃຫ້​ພວກເຈົ້າ​ແລ້ວ ເພື່ອ​ໃຫ້​ພວກເຈົ້າ​ເຮັດ​ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ແກ່​ພວກເຈົ້າ​ນັ້ນ.</verse>
				<verse number="16">ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຄົນ​ໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງຕົນ ແລະ​ຜູ້​ທີ່​ຖືກ​ໃຊ້​ໄປ​ກໍ​ບໍ່​ຫ່ອນ​ໃຫຍ່​ກວ່າ​ຜູ້​ທີ່​ໄດ້​ໃຊ້​ຕົນ​ໄປ​ນັ້ນ.</verse>
				<verse number="17">ເມື່ອ​ເຈົ້າ​ທັງຫລາຍ​ຮູ້​ຄວາມຈິງ​ນີ້​ແລ້ວ ພວກເຈົ້າ​ເຮັດ​ຕາມ ພວກເຈົ້າ​ກໍ​ເປັນ​ສຸກ.</verse>
				<verse number="18">ເຮົາ​ບໍ່ໄດ້​ກ່າວ​ເຖິງ​ພວກເຈົ້າ​ທຸກຄົນ ເຮົາ​ຮູ້ຈັກ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້​ນັ້ນ, ແຕ່​ຈະ​ເປັນ​ຈິງ​ຕາມ​ພຣະຄຳພີ​ໄດ້​ກ່າວ​ໄວ້​ວ່າ, ‘ຜູ້​ທີ່​ກິນ​ອາຫານ​ຂອງເຮົາ ກໍ​ຍໍ​ສົ້ນ​ຕີນ​ໃສ່​ເຮົາ.’</verse>
				<verse number="19">ເຮົາ​ບອກ​ພວກເຈົ້າ​ໃນ​ເລື່ອງ​ນີ້​ກ່ອນ​ເຫດການ​ຈະ​ເກີດຂຶ້ນ ເພື່ອ​ວ່າ​ເມື່ອ​ເກີດຂຶ້ນ​ແລ້ວ ພວກເຈົ້າ​ຈະ​ເຊື່ອ​ວ່າ, ‘ເຮົາ​ເປັນ​ຜູ້​ທີ່​ເຮົາ​ເປັນ.’</verse>
				<verse number="20">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ທີ່​ຕ້ອນຮັບ​ຜູ້​ທີ່​ເຮົາ​ໃຊ້​ໄປ ກໍ​ຕ້ອນຮັບ​ເຮົາ​ເໝືອນກັນ ແລະ​ຜູ້ໃດ​ທີ່​ຕ້ອນຮັບ​ເຮົາ ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ.”</verse>
				<verse number="21">ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ດັ່ງນີ້​ແລ້ວ ພຣະອົງ​ກໍ​ວຸ້ນວາຍ​ໃນ​ໃຈ ແລະ​ກ່າວ​ຢ່າງ​ເປີດເຜີຍ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ‘ມີ​ຜູ້ໜຶ່ງ​ໃນ​ພວກເຈົ້າ​ຈະ​ທໍລະຍົດ​ຕໍ່​ເຮົາ.”’</verse>
				<verse number="22">ພວກ​ສາວົກ​ແນມ​ເບິ່ງ​ໜ້າ​ກັນແລະກັນ ສົງໄສ​ວ່າ​ຄົນ​ທີ່​ພຣະອົງ​ກ່າວ​ເຖິງ​ນັ້ນ​ໝາຍ​ເຖິງ​ຜູ້ໃດ.</verse>
				<verse number="23">ມີ​ຄົນ​ໜຶ່ງ​ໃນ​ພວກ​ສາວົກ​ທີ່​ພຣະອົງ​ຊົງ​ຮັກ​ນັ່ງ​ເນີ້ງຕົວ​ອີງ​ພຣະເຢຊູເຈົ້າ.</verse>
				<verse number="24">ຊີໂມນ​ເປໂຕ​ຍິກ​ໜ້າ​ໃສ່​ລາວ ແລ້ວ​ເວົ້າ​ວ່າ, “ຖາມ​ເພິ່ນ​ເບິ່ງດູ​ວ່າ ເພິ່ນ​ກ່າວ​ເຖິງ​ຜູ້ໃດ?”</verse>
				<verse number="25">ສະນັ້ນ ສາວົກ​ຄົນ​ທີ່​ນັ່ງ​ເນີ້ງຕົວ​ອີງ​ພຣະອົງ​ຢູ່ ຈຶ່ງ​ຖາມ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ແມ່ນ​ຜູ້ໃດ?”</verse>
				<verse number="26">ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ເຮົາ​ຈະ​ເອົາ​ເຂົ້າ​ຈີ່​ຕ່ອນ​ນີ້​ຈໍ້າ​ແລ້ວ​ຍື່ນໃຫ້​ຜູ້ໃດ ກໍ​ແມ່ນ​ຜູ້ນັ້ນ​ແຫຼະ.” ເມື່ອ​ຈໍ້າ​ເຂົ້າ​ຈີ່​ຕ່ອນ​ນັ້ນ​ແລ້ວ ກໍ​ຍື່ນໃຫ້​ຢູດາ ລູກຊາຍ​ຂອງ​ຊີໂມນ​ອິດສະກາຣີອົດ.</verse>
				<verse number="27">ພໍ​ຢູດາ​ກິນ​ເຂົ້າ​ຈີ່​ນີ້​ແລ້ວ ມານຊາຕານ​ກໍ​ເຂົ້າ​ສິງ​ໃນ​ໃຈ​ລາວ ພຣະເຢຊູເຈົ້າ​ບອກ​ຢູດາ​ວ່າ, “ຈົ່ງ​ຟ້າວ​ເຮັດ ສິ່ງ​ທີ່​ເຈົ້າ​ກຳລັງ​ຈະ​ເຮັດ​ນັ້ນ​ສາ.”</verse>
				<verse number="28">ບໍ່ມີ​ຜູ້ໃດ​ທີ່​ນັ່ງ​ຮ່ວມ​ໂຕະ​ເຂົ້າໃຈ​ວ່າ ເປັນຫຍັງ​ພຣະອົງ​ຈຶ່ງ​ກ່າວ​ແກ່​ລາວ​ຢ່າງ​ນັ້ນ.</verse>
				<verse number="29">ຍ້ອນ​ຢູດາ​ເປັນ​ຜູ້​ຖື​ຖົງ​ເງິນ ສາວົກ​ບາງຄົນ​ຈຶ່ງ​ຄິດ​ວ່າ ພຣະເຢຊູເຈົ້າ​ບອກ​ໃຫ້​ລາວ​ໄປ​ຊື້​ສິ່ງຂອງ​ຈຳເປັນ​ສຳລັບ​ເທດສະການ ຫລື​ໃຫ້​ລາວ​ເອົາ​ເຄື່ອງຂອງ​ໄປ​ໃຫ້​ຄົນ​ຍາກຈົນ.</verse>
				<verse number="30">ເມື່ອ​ຢູດາ​ໄດ້​ຮັບ​ເຂົ້າ​ຈີ່​ຕ່ອນ​ນັ້ນ​ແລ້ວ ລາວ​ກໍ​ອອກ​ໜີໄປ​ທັນທີ ຂະນະນັ້ນ​ເປັນ​ເວລາ​ກາງຄືນ.</verse>
				<verse number="31">ເມື່ອ​ຢູດາ​ອອກ​ໄປ​ແລ້ວ ພຣະເຢຊູເຈົ້າ​ກ່າວ​ວ່າ, “ບັດນີ້ ບຸດ​ມະນຸດ​ໄດ້​ຮັບ​ກຽດຕິຍົດ​ແລ້ວ ແລະ​ພຣະເຈົ້າ​ກໍ​ຮັບ​ກຽດຕິຍົດ​ເພາະ​ບຸດ​ມະນຸດ.</verse>
				<verse number="32">ຖ້າ​ພຣະເຈົ້າ​ຊົງ​ຮັບ​ກຽດຕິຍົດ​ເພາະ​ບຸດ​ມະນຸດ ພຣະເຈົ້າ​ຈະ​ປະທານ​ໃຫ້​ບຸດ​ມະນຸດ​ມີ​ກຽດຕິຍົດ​ຮ່ວມ​ກັບ​ພຣະອົງ ແລະ​ຈະ​ໃຫ້​ມີ​ກຽດຕິຍົດ​ໃນ​ບັດນີ້.</verse>
				<verse number="33">ລູກນ້ອຍ​ທັງຫລາຍ​ຂອງເຮົາ​ເອີຍ ເຮົາ​ຍັງ​ຈະ​ຢູ່​ກັບ​ພວກເຈົ້າ​ອີກ​ບໍ່​ດົນ ພວກເຈົ້າ​ຈະ​ຊອກ​ຫາ​ເຮົາ ແລະ​ເໝືອນ​ເຮົາ​ໄດ້​ບອກ​ພວກ​ເຈົ້ານາຍ​ຢິວ​ວ່າ, ‘ບ່ອນ​ທີ່​ເຮົາ​ໄປ​ນັ້ນ ພວກເຈົ້າ​ໄປ​ບໍ່ໄດ້.’</verse>
				<verse number="34">ບັດນີ້ ເຮົາ​ມອບ​ກົດບັນຍັດ​ຂໍ້​ໃໝ່​ໃຫ້​ພວກເຈົ້າ​ຄື: ຈົ່ງ​ຮັກ​ຊຶ່ງກັນແລະກັນ ເຮົາ​ຮັກ​ພວກເຈົ້າ​ຢ່າງ​ໃດ ພວກເຈົ້າ​ກໍ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ຢ່າງ​ນັ້ນ.</verse>
				<verse number="35">ຖ້າ​ພວກເຈົ້າ​ຮັກ​ຊຶ່ງກັນແລະກັນ ທຸກຄົນ​ກໍ​ຈະ​ຮູ້​ວ່າ​ພວກເຈົ້າ​ເປັນ​ສາວົກ​ຂອງເຮົາ.”</verse>
				<verse number="36">ແລ້ວ​ຊີໂມນ​ເປໂຕ​ກໍ​ຖາມ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ພຣະອົງ​ຈະ​ໄປ​ໃສ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ບ່ອນ​ທີ່​ເຮົາ​ກຳລັງ​ຈະ​ໄປ​ເວລາ​ນີ້​ນັ້ນ ເຈົ້າ​ຕາມ​ໄປ​ບໍ່ໄດ້ ແຕ່​ພາຍ​ຫລັງ​ເຈົ້າ​ຈຶ່ງ​ຈະ​ຕາມ​ເຮົາ​ໄປ.”</verse>
				<verse number="37">ເປໂຕ​ຖາມ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ເປັນຫຍັງ​ຂ້ານ້ອຍ​ຈຶ່ງ​ຕາມ​ພຣະອົງ​ໄປ​ເວລາ​ນີ້​ບໍ່ໄດ້? ຂ້ານ້ອຍ​ພ້ອມ​ແລ້ວ​ທີ່​ຈະ​ຕາຍ​ເພື່ອ​ພຣະອົງ.”</verse>
				<verse number="38">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຈະ​ຕາຍ​ເພື່ອ​ເຮົາ​ແທ້​ບໍ? ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ກ່ອນ​ໄກ່​ຂັນ ເຈົ້າ​ຈະ​ປະຕິເສດ​ວ່າ ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ.”</verse>
			</chapter>
			<chapter number="14">
				<verse number="1">ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ບອກ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ຢ່າ​ໃຫ້​ໃຈ​ຂອງ​ເຈົ້າ​ທັງຫຼາຍ​ວຸ້ນວາຍ​ໄປ ຈົ່ງ​ວາງໃຈເຊື່ອ​ພຣະເຈົ້າ ແລະ​ຈົ່ງ​ວາງໃຈເຊື່ອ ໃນ​ເຮົາ​ເໝືອນກັນ.</verse>
				<verse number="2">ໃນ​ຜາສາດ​ພຣະບິດາເຈົ້າ​ຂອງເຮົາ​ມີ​ທີ່​ຢູ່​ຫລາຍ​ບ່ອນ ຖ້າ​ບໍ່ມີ ເຮົາ​ຄົງ​ໄດ້​ບອກ​ພວກເຈົ້າ​ແລ້ວ ເພາະ​ເຮົາ​ໄປ​ຈັດແຈງ​ບ່ອນ​ໄວ້​ສຳລັບ​ເຈົ້າ​ທັງຫລາຍ.</verse>
				<verse number="3">ເມື່ອ​ເຮົາ​ໄປ​ຈັດຕຽມ​ບ່ອນ​ໄວ້​ສຳລັບ​ພວກເຈົ້າ​ແລ້ວ ເຮົາ​ຈະ​ກັບຄືນ​ມາ​ຮັບ​ເອົາ​ພວກເຈົ້າ​ໄປ​ຢູ່​ກັບ​ເຮົາ ເພື່ອ​ວ່າ​ເຮົາ​ຢູ່​ທີ່​ໃດ ພວກເຈົ້າ​ກໍ​ຈະ​ຢູ່​ທີ່​ນັ້ນ​ເໝືອນກັນ.</verse>
				<verse number="4">ພວກເຈົ້າ​ຮູ້ຈັກ​ທາງ​ທີ່​ເຮົາ​ຈະ​ໄປ​ນັ້ນ.”</verse>
				<verse number="5">ໂທມາ​ເວົ້າ​ຕໍ່​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ພວກ​ຂ້ານ້ອຍ​ບໍ່​ຮູ້​ວ່າ ທ່ານ​ຈະ​ໄປ​ໃສ? ພວກ​ຂ້ານ້ອຍ​ຈະ​ຮູ້ຈັກ​ທາງ​ນັ້ນ​ໄດ້​ຢ່າງ​ໃດ?”</verse>
				<verse number="6">ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ​ເປັນ​ຊີວິດ ບໍ່ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້ ນອກຈາກ​ມາ​ທາງ​ເຮົາ.</verse>
				<verse number="7">ບັດນີ້ ເຈົ້າ​ທັງຫລາຍ​ຮູ້ຈັກ​ເຮົາ​ແລ້ວ ແລະ​ພວກເຈົ້າ​ກໍ​ຈະ​ຮູ້ຈັກ ພຣະບິດາເຈົ້າ​ຂອງເຮົາ​ເໝືອນກັນ ຕັ້ງແຕ່​ນີ້​ໄປ​ພວກເຈົ້າ​ຮູ້ຈັກ​ພຣະອົງ ແລະ​ໄດ້​ເຫັນ​ພຣະອົງ​ແລ້ວ.”</verse>
				<verse number="8">ຟີລິບ​ເວົ້າ​ຕໍ່​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ໂຜດ​ໃຫ້​ພວກ​ຂ້ານ້ອຍ​ໄດ້​ເຫັນ​ພຣະບິດາເຈົ້າ​ແດ່ທ້ອນ ແລ້ວ​ພວກ​ຂ້ານ້ອຍ​ກໍ​ພໍໃຈ​ແລ້ວ.”</verse>
				<verse number="9">ພຣະເຢຊູເຈົ້າ​ຕອບ​ວ່າ, “ຟີລິບ​ເອີຍ ເຮົາ​ໄດ້​ຢູ່​ກັບ​ພວກເຈົ້າ​ຕັ້ງ​ດົນນານ ແລະ​ເຈົ້າ​ຍັງ​ບໍ່​ຮູ້ຈັກ​ເຮົາ​ບໍ? ຜູ້​ທີ່​ໄດ້​ເຫັນ​ເຮົາ ກໍໄດ້​ເຫັນ​ພຣະບິດາເຈົ້າ ເປັນຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ, ‘ໂຜດ​ໃຫ້​ພວກ​ຂ້ານ້ອຍ​ໄດ້​ເຫັນ​ພຣະບິດາເຈົ້າ​ແດ່ທ້ອນ?’</verse>
				<verse number="10">ຟີລິບ​ເອີຍ ເຈົ້າ​ຍັງ​ບໍ່​ເຊື່ອ​ຫລື​ວ່າ ເຮົາ​ຢູ່​ໃນ​ພຣະບິດາເຈົ້າ ແລະ​ພຣະບິດາເຈົ້າ​ຢູ່​ໃນ​ເຮົາ? ຖ້ອຍຄຳ​ທີ່​ເຮົາ​ກ່າວ​ແກ່​ພວກເຈົ້າ​ນັ້ນ ບໍ່ໄດ້​ມາ​ຈາກ​ເຮົາ​ເອງ ແຕ່​ພຣະບິດາເຈົ້າ ຜູ້​ທີ່​ສະຖິດ​ຢູ່​ໃນ​ເຮົາ​ກະທຳ​ການ​ຂອງ​ພຣະອົງ​ເອງ.</verse>
				<verse number="11">ຈົ່ງ​ເຊື່ອ​ເຮົາ​ວ່າ ເຮົາ​ຢູ່​ໃນ​ພຣະບິດາເຈົ້າ ແລະ​ພຣະບິດາເຈົ້າ​ຢູ່​ໃນ​ເຮົາ ຖ້າ​ພວກເຈົ້າ​ບໍ່​ເຊື່ອ​ເຮົາ ກໍ​ໃຫ້​ເຊື່ອ​ໃນ​ພາລະກິດ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ.</verse>
				<verse number="12">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກ​ທີ່​ເຊື່ອ​ໃນ​ເຮົາ ກໍ​ຈະ​ເຮັດ​ກິດຈະການ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເໝືອນກັນ ແລະ​ພວກເຂົາ​ຈະ​ເຮັດ​ການ​ໃຫຍ່​ກວ່າ​ອີກ ເພາະວ່າ​ຝ່າຍ​ເຮົາ​ໄປ​ເຖິງ​ພຣະບິດາເຈົ້າ.</verse>
				<verse number="13">ສິ່ງໃດໆ​ທີ່​ພວກເຈົ້າ​ຈະ​ຂໍ​ໃນ​ນາມ​ຂອງເຮົາ ຝ່າຍ​ເຮົາ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ ເພື່ອ​ວ່າ​ພຣະບິດາເຈົ້າ​ຈະ​ໄດ້​ຮັບ​ກຽດຕິຍົດ​ແຫ່ງ​ສະຫງ່າຣາສີ​ໂດຍ​ທາງ​ພຣະບຸດ.</verse>
				<verse number="14">ຖ້າ​ພວກເຈົ້າ​ຂໍ​ສິ່ງໃດ​ຈາກ​ເຮົາ ໃນ​ນາມ​ຂອງເຮົາ ເຮົາ​ກໍ​ຈະ​ເຮັດ​ສິ່ງນັ້ນ.”</verse>
				<verse number="15">“ຖ້າ​ພວກເຈົ້າ​ຮັກ​ເຮົາ ພວກເຈົ້າ​ກໍ​ຈະ​ເຊື່ອຟັງ​ກົດບັນຍັດ​ຂອງເຮົາ.</verse>
				<verse number="16">ຝ່າຍ​ເຮົາ​ຈະ​ທູນ​ຂໍ​ພຣະບິດາເຈົ້າ ແລະ​ພຣະອົງ​ຈະ​ຊົງ​ປະທານ​ພຣະຜູ້​ຊ່ວຍ​ອີກ​ອົງ​ໜຶ່ງ​ແກ່​ພວກເຈົ້າ ເພື່ອ​ຈະ​ຢູ່​ກັບ​ພວກເຈົ້າ​ຕະຫລອດໄປ​ເປັນນິດ.</verse>
				<verse number="17">ຄື​ພຣະວິນຍານ​ແຫ່ງ​ຄວາມຈິງ ຊຶ່ງ​ໂລກ​ບໍ່​ອາດ​ຈະ​ຮັບ​ພຣະອົງ​ໄດ້ ເພາະ​ໂລກ​ບໍ່​ເຫັນ​ແລະ​ບໍ່​ຮູ້​ຈັກ​ພຣະອົງ, ແຕ່​ພວກເຈົ້າ​ຮູ້ຈັກ​ພຣະອົງ ເພາະ​ພຣະອົງ​ສະຖິດ​ຢູ່​ກັບ​ພວກເຈົ້າ ແລະ​ຢູ່​ໃນ ພວກເຈົ້າ.”</verse>
				<verse number="18">“ເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ​ທັງຫລາຍ​ໄວ້​ໃຫ້​ເປັນ​ກຳພ້າ ເຮົາ​ຈະ​ມາ​ຫາ​ພວກເຈົ້າ.</verse>
				<verse number="19">ອີກ​ໜ້ອຍ​ໜຶ່ງ​ໂລກ​ຈະ​ບໍ່​ເຫັນ​ເຮົາ ແຕ່​ພວກເຈົ້າ​ຈະ​ເຫັນ​ເຮົາ ເພາະ​ເຮົາ​ມີ​ຊີວິດ​ຢູ່ ພວກເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່​ເໝືອນກັນ.</verse>
				<verse number="20">ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ​ຂອງເຮົາ ພວກເຈົ້າ​ຢູ່​ໃນ​ເຮົາ ແລະ​ເຮົາ​ກໍ​ຢູ່​ໃນ​ພວກເຈົ້າ.”</verse>
				<verse number="21">“ຜູ້​ທີ່​ມີ​ກົດບັນຍັດ​ຂອງເຮົາ ແລະ​ເຊື່ອຟັງ​ກົດບັນຍັດ​ນັ້ນ ແມ່ນ​ຜູ້ນັ້ນ​ແຫຼະ ທີ່​ຮັກ​ເຮົາ ພຣະບິດາເຈົ້າ​ຂອງເຮົາ​ຈະ​ຮັກ​ຜູ້​ທີ່​ຮັກ​ເຮົາ ແລະ​ເຮົາ​ຈະ​ຮັກ​ເຂົາ​ເໝືອນກັນ ທັງ​ຈະ​ປາກົດ​ຕົວ​ເຮົາ​ໃຫ້​ແກ່​ເຂົາ.”</verse>
				<verse number="22">ຢູດາ​ຜູ້​ທີ່​ບໍ່ແມ່ນ​ຢູດາ​ອິດສະກາຣີອົດ ຖາມ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ເປັນຫຍັງ​ພຣະອົງ​ຈຶ່ງ​ສຳແດງ​ຕົວ​ແກ່​ພວກ​ຂ້ານ້ອຍ ແຕ່​ບໍ່​ສຳແດງ​ຕົວ​ແກ່​ໂລກ?”</verse>
				<verse number="23">ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ຖ້າ​ຜູ້ໃດ​ຮັກ​ເຮົາ ກໍ​ຈະ​ປະຕິບັດ​ຕາມ​ຖ້ອຍຄຳ​ຂອງເຮົາ ແລະ​ພຣະບິດາເຈົ້າ​ຂອງເຮົາ​ຈະ​ຮັກ​ຜູ້ນັ້ນ ແລະ​ເຮົາ​ທັງສອງ​ຈະ​ມາ​ຫາ​ຜູ້ນັ້ນ ແລະ​ເຮົາ​ຈະ​ຕັ້ງ​ຢູ່​ກັບ​ຜູ້ນັ້ນ.</verse>
				<verse number="24">ຜູ້ໃດ​ທີ່​ບໍ່​ຮັກ​ເຮົາ ກໍ​ບໍ່​ປະຕິບັດ​ຕາມ​ຖ້ອຍຄຳ​ຂອງເຮົາ ຖ້ອຍຄຳ​ທີ່​ພວກເຈົ້າ​ໄດ້ຍິນ​ນັ້ນ​ບໍ່ແມ່ນ​ຂອງເຮົາ ແຕ່​ມາ​ຈາກ​ພຣະບິດາເຈົ້າ​ຜູ້​ທີ່​ໃຊ້​ເຮົາ​ມາ.”</verse>
				<verse number="25">“ເຮົາ​ບອກ​ຖ້ອຍຄຳ​ເຫຼົ່ານີ້​ແກ່​ພວກເຈົ້າ ເມື່ອ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ.</verse>
				<verse number="26">ແຕ່​ພຣະຜູ້​ຊ່ວຍ​ຄື​ພຣະວິນຍານ​ບໍຣິສຸດເຈົ້າ ຜູ້​ທີ່​ພຣະບິດາເຈົ້າ​ຈະ​ໃຊ້​ມາ​ໃນ​ນາມ​ຂອງເຮົາ ອົງ​ນັ້ນ​ແຫຼະ ຈະ​ສັ່ງສອນ​ພວກເຈົ້າ​ທຸກສິ່ງ ແລະ​ຈະ​ເຕືອນ​ໃຫ້​ພວກເຈົ້າ​ລະນຶກເຖິງ​ທຸກສິ່ງ ຊຶ່ງ​ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ​ນັ້ນ.”</verse>
				<verse number="27">“ເຮົາ​ມອບ​ສັນຕິສຸກ​ໄວ້​ກັບ​ພວກເຈົ້າ ເປັນ​ສັນຕິສຸກ​ຂອງເຮົາ ທີ່​ເຮົາ​ມອບ​ໃຫ້​ພວກເຈົ້າ, ສັນຕິສຸກ​ທີ່​ເຮົາ​ໃຫ້​ນັ້ນ ບໍ່​ເໝືອນ​ສັນຕິສຸກ​ທີ່​ໂລກ​ໃຫ້, ຢ່າ​ວຸ້ນວາຍ​ເປັນທຸກໃຈ ແລະ​ຢ່າສູ່ຢ້ານ.</verse>
				<verse number="28">ພວກເຈົ້າ​ໄດ້ຍິນ​ເຮົາ​ບອກ​ພວກເຈົ້າ​ແລ້ວ​ວ່າ ເຮົາ​ກຳລັງ​ຈະ​ຈາກ​ໄປ ແຕ່​ເຮົາ​ຈະ​ກັບ​ມາ​ຫາ​ພວກເຈົ້າ, ຖ້າ​ພວກເຈົ້າ​ຮັກ​ເຮົາ ພວກເຈົ້າ​ກໍ​ຈະ​ຊົມຊື່ນ​ຍິນດີ ທີ່​ເຮົາ​ໄປ​ຫາ​ພຣະບິດາເຈົ້າ ເພາະ​ພຣະອົງ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ.</verse>
				<verse number="29">ບັດນີ້ ເຮົາ​ໄດ້​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ ກ່ອນ​ເຫດການ​ນັ້ນ​ຈະ​ເກີດຂຶ້ນ ເພື່ອ​ວ່າ​ເມື່ອ​ເຫດການ​ນັ້ນ​ເກີດຂຶ້ນ​ແລ້ວ ພວກເຈົ້າ​ຈະ​ໄດ້​ເຊື່ອ.</verse>
				<verse number="30">ແຕ່​ນີ້​ໄປ ເຮົາ​ຈະ​ບໍ່​ສົນທະນາ​ຫລາຍ​ຄຳ​ກັບ​ພວກເຈົ້າ ເພາະ​ຜູ້ປົກຄອງ​ໂລກນີ້​ກຳລັງ​ມາ ຜູ້​ນັ້ນ​ບໍ່ມີ​ສິດອຳນາດ​ເໜືອ​ເຮົາ</verse>
				<verse number="31">ແຕ່​ເຮົາ​ໄດ້​ເຮັດ​ຕາມ​ທີ່​ພຣະບິດາເຈົ້າ​ໄດ້​ຊົງ​ບັນຊາ ເພື່ອ​ໂລກ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຮັກ​ພຣະບິດາເຈົ້າ. ຈົ່ງ​ລຸກ​ຂຶ້ນ ເຮົາ​ທັງຫລາຍ​ພາກັນ​ຈາກ​ທີ່​ນີ້​ໄປ​ເທາະ.”</verse>
			</chapter>
			<chapter number="15">
				<verse number="1">“ເຮົາ​ເປັນ​ເຄືອ​ອະງຸ່ນ​ອັນ​ແທ້ຈິງ ແລະ​ພຣະບິດາເຈົ້າ​ຂອງເຮົາ​ເປັນ​ຜູ້ດູແລ​ຮັກສາ.</verse>
				<verse number="2">ກິ່ງ​ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດຜົນ ພຣະອົງ​ຊົງ​ລິ​ຖິ້ມ​ເສຍ ແລະ​ກິ່ງ​ທຸກ​ກິ່ງ​ທີ່​ເກີດຜົນ ພຣະອົງ​ຊົງ​ຕອນ ເພື່ອ​ໃຫ້​ເກີດຜົນ​ຫລາຍ​ຂຶ້ນ.</verse>
				<verse number="3">ພວກເຈົ້າ​ຖືກ​ຕອນ​ແລ້ວ ດ້ວຍ​ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ນັ້ນ.</verse>
				<verse number="4">ຈົ່ງ​ເຂົ້າ​ສະໜິດ​ຢູ່​ໃນ​ເຮົາ ແລະ​ເຮົາ​ເຂົ້າ​ສະໜິດ​ຢູ່​ໃນ​ພວກເຈົ້າ, ກິ່ງ​ຈະ​ເກີດຜົນ​ເອງ​ບໍ່ໄດ້ ນອກຈາກ​ຈະ​ຕິດ​ຢູ່​ກັບ​ເຄືອ​ສັນໃດ ພວກເຈົ້າ​ຈະ​ເກີດຜົນ​ເອງ​ບໍ່ໄດ້ ນອກຈາກ​ພວກເຈົ້າ​ຈະ​ເຂົ້າ​ສະໜິດ​ຢູ່​ໃນ​ເຮົາ​ສັນນັ້ນ.”</verse>
				<verse number="5">“ເຮົາ​ເປັນ​ເຄືອ​ອະງຸ່ນ ພວກເຈົ້າ​ເປັນ​ກິ່ງ ຜູ້ໃດ​ທີ່​ຢູ່​ໃນ​ເຮົາ ແລະ​ເຮົາ​ຢູ່​ໃນ​ຜູ້ນັ້ນ, ຜູ້ນັ້ນ​ແຫລະ ຈະ​ເກີດຜົນ​ຫລາຍ. ເພາະ​ຖ້າ​ແຍກ​ຈາກ​ເຮົາ​ແລ້ວ ພວກເຈົ້າ​ບໍ່​ສາມາດ​ເຮັດ​ສິ່ງໃດ​ໄດ້.</verse>
				<verse number="6">ຖ້າ​ຜູ້ໃດ​ບໍ່​ເຂົ້າ​ສະໜິດ​ຢູ່​ໃນ​ເຮົາ ຜູ້ນັ້ນ​ກໍ​ຕ້ອງ​ຖືກ​ຕັດ​ຖິ້ມ​ເສຍ​ເໝືອນ​ກິ່ງ ແລ້ວ​ກໍ​ຫ່ຽວແຫ້ງ​ໄປ​ແລະ​ຖືກ​ເກັບ​ເອົາ​ໄປ​ເຜົາ​ໄຟ​ເສຍ.</verse>
				<verse number="7">ຖ້າ​ເຈົ້າ​ທັງຫລາຍ​ເຂົ້າ​ສະໜິດ​ຢູ່​ໃນ​ເຮົາ ແລະ​ຖ້ອຍຄຳ​ຂອງເຮົາ​ຝັງ​ຢູ່​ໃນ​ພວກເຈົ້າ​ແລ້ວ ພວກເຈົ້າ​ປາຖະໜາ​ສິ່ງໃດ​ຈົ່ງ​ຂໍ ແລ້ວ​ສິ່ງ​ນັ້ນ​ຈະ​ເກີດ​ມີ​ແກ່​ພວກເຈົ້າ.</verse>
				<verse number="8">ໃນ​ການ​ນີ້​ແຫຼະ ພຣະບິດາເຈົ້າ​ຂອງເຮົາ​ຈະ​ໄດ້​ຮັບ​ກຽດຕິຍົດ ຄື​ເມື່ອ​ພວກເຈົ້າ​ເກີດຜົນ​ຫລາຍ ພວກເຈົ້າ​ຈຶ່ງ​ເກີດ​ເປັນ​ສາວົກ​ຂອງເຮົາ.</verse>
				<verse number="9">ພຣະບິດາເຈົ້າ​ຮັກ​ເຮົາ​ຢ່າງ​ໃດ ເຮົາ​ກໍ​ຮັກ​ພວກເຈົ້າ​ຢ່າງ​ນັ້ນ, ຈົ່ງ​ຕັ້ງ​ຢູ່​ໃນ​ຄວາມຮັກ​ຂອງເຮົາ.</verse>
				<verse number="10">ຖ້າ​ພວກເຈົ້າ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ພວກເຈົ້າ​ກໍ​ຈະ​ຕັ້ງ​ຢູ່​ໃນ​ຄວາມຮັກ​ຂອງເຮົາ ເໝືອນ​ດັ່ງ​ເຮົາ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະບິດາເຈົ້າ ແລະ​ຕັ້ງ​ຢູ່​ໃນ​ຄວາມຮັກ​ຂອງ​ພຣະອົງ.”</verse>
				<verse number="11">“ເຮົາ​ໄດ້​ບອກ​ຂໍ້​ຄວາມ​ເຫຼົ່ານີ້​ແກ່​ພວກເຈົ້າ ເພື່ອ​ຄວາມ​ຊົມຊື່ນ​ຍິນດີ​ຂອງເຮົາ​ຈະ​ໄດ້​ຢູ່​ໃນ​ພວກເຈົ້າ ແລະ​ເພື່ອ​ວ່າ​ຄວາມ​ຊົມຊື່ນ​ຍິນດີ​ຂອງ​ພວກເຈົ້າ​ຈະ​ໄດ້​ຄົບ​ເຕັມ​ບໍລິບູນ.</verse>
				<verse number="12">ນີ້ແຫລະ ແມ່ນ​ຂໍ້ຄຳສັ່ງ​ຂອງເຮົາ: ຄື​ຈົ່ງ​ຮັກ​ຊຶ່ງກັນແລະກັນ ເໝືອນ​ດັ່ງ​ເຮົາ​ຮັກ​ພວກເຈົ້າ.</verse>
				<verse number="13">ບໍ່ມີ​ຜູ້ໃດ​ມີ​ຄວາມຮັກ​ໃຫຍ່​ກວ່າ​ນີ້ ຄື​ການ​ທີ່​ຜູ້ໜຶ່ງ​ໄດ້​ສະຫລະ​ຊີວິດ ເພື່ອ​ມິດ​ສະຫາຍ​ຂອງຕົນ.</verse>
				<verse number="14">ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ ພວກເຈົ້າ​ກໍ​ເປັນ​ມິດ​ສະຫາຍ​ຂອງເຮົາ.</verse>
				<verse number="15">ເຮົາ​ບໍ່​ເອີ້ນ​ພວກເຈົ້າ​ວ່າ​ຄົນ​ຮັບໃຊ້​ອີກ​ຕໍ່ໄປ ເພາະ​ຄົນ​ຮັບໃຊ້​ບໍ່​ຮູ້​ວ່າ​ນາຍ​ຂອງຕົນ​ກຳລັງ​ເຮັດ​ຫຍັງ, ແຕ່​ເຮົາ​ເອີ້ນ​ພວກເຈົ້າ​ວ່າ, ‘ມິດ​ສະຫາຍ’ ເພາະ​ເຮົາ​ໄດ້​ບອກ​ພວກເຈົ້າ​ໃຫ້​ຮູ້​ທຸກສິ່ງ ທີ່​ເຮົາ​ໄດ້ຍິນ​ຈາກ​ພຣະບິດາເຈົ້າ.</verse>
				<verse number="16">ບໍ່ແມ່ນ​ເຈົ້າ​ທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ, ແຕ່​ຝ່າຍ​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ ແລະ​ແຕ່ງຕັ້ງ​ເຈົ້າ​ທັງຫລາຍ​ເພື່ອ​ໃຫ້​ອອກໄປ ແລະ​ເກີດຜົນ, ເພື່ອ​ຜົນ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ຖາວອນ, ເພື່ອ​ວ່າ​ເມື່ອ​ເຈົ້າ​ທັງຫລາຍ​ຈະ​ທູນ​ຂໍ​ສິ່ງໃດ ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງເຮົາ ພຣະອົງ​ກໍ​ຈະ​ຊົງ​ປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="17">ນີ້ແຫລະ ແມ່ນ​ຂໍ້ຄວາມ​ທີ່​ເຮົາ​ສັ່ງ​ພວກເຈົ້າ​ຄື: ‘ຈົ່ງ​ຮັກ​ຊຶ່ງກັນແລະກັນ.”’</verse>
				<verse number="18">“ຖ້າ​ໂລກ​ກຽດຊັງ​ເຈົ້າ​ທັງຫລາຍ ຈົ່ງ​ຮູ້​ວ່າ​ໂລກ​ໄດ້​ກຽດຊັງ​ເຮົາ​ກ່ອນ​ແລ້ວ.</verse>
				<verse number="19">ຖ້າ​ເຈົ້າ​ທັງຫລາຍ​ເປັນ​ຝ່າຍ​ໂລກ ໂລກ​ກໍ​ຈະ​ຮັກແພງ​ສິ່ງ​ທີ່​ເປັນ​ຂອງ​ມັນ ແຕ່​ເພາະ​ເຈົ້າ​ທັງຫລາຍ​ບໍ່​ເປັນ​ຂອງ​ຝ່າຍ​ໂລກ ແລະ​ຝ່າຍ​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ​ອອກ​ຈາກ​ໂລກນີ້ ເພາະສະນັ້ນ ໂລກ​ຈຶ່ງ​ກຽດຊັງ​ພວກເຈົ້າ.</verse>
				<verse number="20">ຈົ່ງ​ລະນຶກເຖິງ​ຂໍ້ຄວາມ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ວ່າ, ‘ຂ້ອຍໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງຕົນ.’ ຖ້າ​ພວກເຂົາ​ຂົ່ມເຫັງ​ເຮົາ ພວກເຂົາ​ຈະ​ຂົ່ມເຫັງ​ເຈົ້າ​ທັງຫລາຍ​ເໝືອນກັນ, ຖ້າ​ພວກເຂົາ​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ ພວກເຂົາ​ກໍ​ຈະ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພວກເຈົ້າ​ເໝືອນກັນ.</verse>
				<verse number="21">ແຕ່​ພວກເຂົາ​ຈະ​ເຮັດ​ສິ່ງ​ທັງປວງ​ນີ້​ແກ່​ພວກເຈົ້າ ເພາະ​ເຫັນ​ແກ່​ນາມ​ຂອງເຮົາ. ດ້ວຍວ່າ, ພວກເຂົາ​ບໍ່​ຮູ້ຈັກ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ.</verse>
				<verse number="22">ຖ້າ​ເຮົາ​ບໍ່ໄດ້​ມາ​ບອກ​ພວກເຂົາ ພວກເຂົາ​ກໍ​ຄົງ​ບໍ່ມີ​ຄວາມ​ຜິດບາບ, ແຕ່​ບັດນີ້ ພວກເຂົາ​ບໍ່ມີ​ຂໍ້​ແກ້​ຕົວ​ໃນ​ເລື່ອງ​ບາບກຳ​ຂອງ​ພວກເຂົາ.</verse>
				<verse number="23">ຜູ້​ທີ່​ກຽດຊັງ​ເຮົາ ກໍ​ກຽດຊັງ​ພຣະບິດາເຈົ້າ​ຂອງເຮົາ​ເໝືອນກັນ.</verse>
				<verse number="24">ຖ້າ​ເຮົາ​ບໍ່ໄດ້​ເຮັດ​ກິດຈະການ​ໃນ​ທ່າມກາງ​ພວກເຂົາ ຊຶ່ງ​ບໍ່ມີ​ຜູ້ໃດ​ເຄີຍ​ໄດ້​ເຮັດ​ນັ້ນ ພວກເຂົາ​ກໍ​ຄົງ​ບໍ່ມີ​ບາບກຳ, ແຕ່​ບັດນີ້ ພວກເຂົາ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ແລ້ວ ພວກເຂົາ​ຈຶ່ງ​ກຽດຊັງ​ທັງ​ເຮົາ ແລະ​ພຣະບິດາເຈົ້າ​ຂອງເຮົາ​ດ້ວຍ.</verse>
				<verse number="25">ທັງ​ນີ້​ກໍ​ເພື່ອ​ຈະ​ໄດ້​ເປັນ​ຈິງ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້ ໃນ​ກົດບັນຍັດ​ຂອງ​ພວກເຂົາ​ວ່າ, ‘ພວກເຂົາ​ໄດ້​ກຽດຊັງ​ເຮົາ​ໂດຍ​ບໍ່ມີ​ເຫດ.”’</verse>
				<verse number="26">“ແຕ່​ເມື່ອ​ອົງ​ພຣະຜູ້​ຊ່ວຍ ຜູ້​ທີ່​ເຮົາ​ຈະ​ໃຊ້​ຈາກ​ພຣະບິດາເຈົ້າ ມາ​ຫາ​ເຈົ້າ​ທັງຫລາຍ ຄື​ພຣະວິນຍານ​ແຫ່ງ​ຄວາມຈິງ ຊຶ່ງ​ມາ​ຈາກ​ພຣະບິດາເຈົ້າ​ໄດ້​ສະເດັດ​ມາ​ແລ້ວ ພຣະອົງ​ນັ້ນ​ແຫຼະ ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ.</verse>
				<verse number="27">ຝ່າຍ​ພວກເຈົ້າ​ກໍ​ຈະ​ເປັນ​ພະຍານ​ກ່ຽວກັບ​ເຮົາ​ເໝືອນກັນ ເພາະ​ພວກເຈົ້າ​ໄດ້​ຢູ່​ກັບ​ເຮົາ​ຕັ້ງແຕ່​ຕົ້ນ​ມາ​ແລ້ວ.”</verse>
			</chapter>
			<chapter number="16">
				<verse number="1">“ເຮົາ​ໄດ້​ບອກ​ເຊັ່ນນີ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່ໄດ້​ເກີດ​ຄວາມ​ສະດຸດ​ໃຈ.</verse>
				<verse number="2">ພວກເຈົ້າ​ຈະ​ຖືກ​ໄລ່​ອອກ​ຈາກ​ທຳມະສາລາ ແລະ​ເວລາ​ໜຶ່ງ​ຈະ​ມາ​ເຖິງ ເມື່ອ​ຜູ້​ທີ່​ຂ້າ​ພວກເຈົ້າ​ຈະ​ຄິດ​ວ່າ ການ​ກະທຳ​ຂອງຕົນ​ຢ່າງ​ນັ້ນ ເປັນ​ການ​ຖວາຍ​ກຽດ​ແກ່​ພຣະເຈົ້າ.</verse>
				<verse number="3">ພວກເຂົາ​ຈະ​ເຮັດ​ສິ່ງ​ເຫຼົ່ານີ້ ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ພຣະບິດາເຈົ້າ​ຂອງເຮົາ​ແລະ​ບໍ່​ຮູ້ຈັກ​ເຮົາ​ດ້ວຍ.</verse>
				<verse number="4">ແຕ່​ເຮົາ​ໄດ້​ບອກ​ສິ່ງ​ເຫຼົ່ານີ້​ແກ່​ພວກເຈົ້າ ເພື່ອ​ວ່າ​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ເຮັດ​ສິ່ງ​ເຫຼົ່ານີ້ ພວກເຈົ້າ​ຈະ​ສຳນຶກ​ໄດ້​ວ່າ ເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ.” “ເຮົາ​ບໍ່ໄດ້​ບອກ​ສິ່ງ​ເຫຼົ່ານີ້​ແກ່​ພວກເຈົ້າ​ຕັ້ງແຕ່​ຕົ້ນ ເພາະວ່າ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ.</verse>
				<verse number="5">ແຕ່​ບັດນີ້ ເຮົາ​ໃກ້​ຈະ​ໄປ​ຫາ​ພຣະອົງ ຜູ້​ທີ່​ໃຊ້​ເຮົາ​ມາ ແຕ່​ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ​ຖາມ​ເຮົາ​ວ່າ ເຮົາ​ກຳລັງ​ຈະ​ໄປ​ໃສ?</verse>
				<verse number="6">ແລະ​ບັດນີ້ ຈິດໃຈ​ຂອງ​ພວກເຈົ້າ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ທຸກໂສກ ເພາະ​ເຮົາ​ໄດ້​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ.</verse>
				<verse number="7">ເຖິງ​ຢ່າງໃດ​ກໍຕາມ ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ການ​ທີ່​ເຮົາ​ຈາກ​ໄປ​ນັ້ນ ກໍ​ເປັນ​ປະໂຫຍດ​ແກ່​ພວກເຈົ້າ ເພາະ​ຖ້າ​ເຮົາ​ບໍ່​ຈາກ​ໄປ ອົງ​ພຣະຜູ້​ຊ່ວຍ​ກໍ​ຈະ​ບໍ່​ມາ​ຫາ​ພວກເຈົ້າ, ແຕ່​ຖ້າ​ເຮົາ​ຈາກ​ໄປ​ແລ້ວ ເຮົາ​ຈະ​ໃຊ້​ພຣະອົງ​ມາ​ຫາ​ພວກເຈົ້າ.</verse>
				<verse number="8">ເມື່ອ​ພຣະອົງ​ສະເດັດ​ມາ​ແລ້ວ ພຣະອົງ​ນັ້ນແຫລະ ຈະ​ຊົງ​ບັນດົນ​ໃຫ້​ໂລກ​ຮູ້​ແຈ້ງ​ໃນ​ເລື່ອງ​ຄວາມ​ຜິດບາບ, ຄວາມ​ຊອບທຳ ແລະ​ການ​ພິພາກສາ.</verse>
				<verse number="9">ໃນ​ເລື່ອງ​ຄວາມ​ຜິດບາບ​ນັ້ນ ຄື​ເພາະ​ພວກເຂົາ​ບໍ່​ວາງໃຈເຊື່ອ​ໃນ​ເຮົາ,</verse>
				<verse number="10">ໃນ​ເລື່ອງ​ຄວາມ​ຊອບທຳ​ນັ້ນ ຄື​ເພາະ​ເຮົາ​ໄປ​ຫາ​ພຣະບິດາເຈົ້າ ແລະ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ​ອີກ.</verse>
				<verse number="11">ສ່ວນ​ເລື່ອງ​ການ​ພິພາກສາ​ນັ້ນ ຄື​ເພາະ​ຜູ້ປົກຄອງ​ໂລກ​ນີ້​ໄດ້​ຖືກ​ພິພາກສາ​ແລ້ວ.”</verse>
				<verse number="12">“ເຮົາ​ຍັງ​ມີ​ຫລາຍ​ເລື່ອງ​ທີ່​ຈະ​ບອກ​ພວກເຈົ້າ ແຕ່​ໃນ​ເວລາ​ນີ້​ພວກເຈົ້າ​ບໍ່​ສາມາດ​ຈະ​ທົນ​ໄດ້.</verse>
				<verse number="13">ແຕ່​ເມື່ອ​ພຣະອົງ​ນັ້ນ ຄື​ພຣະວິນຍານ​ແຫ່ງ​ຄວາມຈິງ​ຈະ​ສະເດັດ​ລົງ​ມາ ແລ້ວ​ພຣະອົງ​ຈະ​ນຳ​ເຈົ້າ​ທັງຫລາຍ​ໄປ​ສູ່​ຄວາມຈິງ​ທັງໝົດ ເພາະ​ພຣະອົງ​ຈະ​ບໍ່​ກ່າວ​ແຕ່​ລຳພັງ​ຂອງ​ພຣະອົງ​ເອງ ແຕ່​ພຣະອົງ​ໄດ້ຍິນ​ສິ່ງໃດ​ກໍ​ຈະ​ກ່າວ​ສິ່ງ​ນັ້ນ ແລະ​ຈະ​ປະກາດ​ໃຫ້​ເຈົ້າ​ທັງຫລາຍ ຮູ້​ເຖິງ​ສິ່ງ​ເຫຼົ່ານັ້ນ​ທີ່​ຈະ​ເກີດຂຶ້ນ.</verse>
				<verse number="14">ພຣະອົງ​ຈະ​ໃຫ້​ເຮົາ​ໄດ້​ຮັບ​ສະຫງ່າຣາສີ ເພາະ​ພຣະອົງ​ຈະ​ນຳ​ສິ່ງ​ທີ່​ເຮົາ​ກ່າວ​ນັ້ນ ມາ​ປະກາດ​ແກ່​ເຈົ້າ​ທັງຫລາຍ.</verse>
				<verse number="15">ທຸກສິ່ງ​ທີ່​ພຣະບິດາເຈົ້າ​ມີ​ຢູ່​ນັ້ນ ກໍ​ເປັນ​ຂອງເຮົາ. ສະນັ້ນ ເຮົາ​ຈຶ່ງ​ກ່າວ​ວ່າ, ພຣະວິນຍານ​ຈະ​ນຳ​ເອົາ​ສິ່ງ ຊຶ່ງ​ເປັນ​ຂອງເຮົາ​ນັ້ນ ມາ​ປະກາດ​ແກ່​ເຈົ້າ​ທັງຫລາຍ.”</verse>
				<verse number="16">“ຍັງ​ບໍ່​ດົນ ເຈົ້າ​ທັງຫລາຍ​ຈະ​ບໍ່​ເຫັນ​ເຮົາ​ຕໍ່ໄປ ແລະ​ຕໍ່ມາ​ອີກ​ບໍ່​ດົນ ພວກເຈົ້າ​ກໍ​ຈະ​ເຫັນ​ເຮົາ ເພາະ​ເຮົາ​ໄປ​ຫາ​ພຣະບິດາເຈົ້າ.”</verse>
				<verse number="17">ສາວົກ​ຂອງ​ພຣະອົງ​ບາງຄົນ​ຈຶ່ງ​ຖາມ​ກັນ​ວ່າ, “ການ​ທີ່​ພຣະອົງ​ໄດ້​ກ່າວ​ແກ່​ພວກເຮົາ​ວ່າ, ‘ຍັງ​ບໍ່​ດົນ ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ແລະ​ຕໍ່ມາ​ອີກ​ບໍ່​ດົນ ພວກເຈົ້າ​ກໍ​ຈະ​ເຫັນ​ເຮົາ’ ແລະ​ຍັງ​ເວົ້າ​ອີກ​ວ່າ, ‘ເພາະ​ເຮົາ​ໄປ​ຫາ​ພຣະບິດາເຈົ້າ.’ ຂໍ້​ຄວາມ​ເຫຼົ່ານີ້​ໝາຍຄວາມວ່າ​ຢ່າງ​ໃດ?</verse>
				<verse number="18">ຄຳ​ວ່າ, ‘ຍັງ​ບໍ່​ດົນ’ ໝາຍຄວາມວ່າ​ຢ່າງ​ໃດ? ພວກເຮົາ​ບໍ່​ເຂົ້າໃຈ​ເລີຍ​ວ່າ​ເພິ່ນ​ກຳລັງ​ເວົ້າ​ຫຍັງ?”</verse>
				<verse number="19">ພຣະເຢຊູເຈົ້າ​ຮູ້ຈັກ​ວ່າ​ພວກເພິ່ນ​ຢາກ​ຖາມ​ພຣະອົງ ແລ້ວ​ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ໄດ້​ເວົ້າ​ວ່າ ຍັງ​ບໍ່​ດົນ ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ແຕ່​ຕໍ່ມາ​ອີກ​ບໍ່​ດົນ ພວກເຈົ້າ​ກໍ​ຈະ​ເຫັນ​ເຮົາ. ພວກເຈົ້າ​ຖາມ​ກັນ​ໃນ​ເລື່ອງ​ນີ້​ແມ່ນ​ບໍ?</verse>
				<verse number="20">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຈົ້າ​ຈະ​ຮ້ອງໄຫ້​ຮໍ່າໄຮ ແຕ່​ໂລກນີ້​ຈະ​ຊົມຊື່ນ​ຍິນດີ, ພວກເຈົ້າ​ຈະ​ໂສກເສົ້າ​ຫລາຍ ແຕ່​ຄວາມ​ໂສກເສົ້າ​ຂອງ​ພວກເຈົ້າ​ຈະ​ກາຍເປັນ​ຄວາມ​ຊົມຊື່ນ​ຍິນດີ.</verse>
				<verse number="21">ເມື່ອ​ແມ່ຍິງ​ໃກ້​ຈະ​ເກີດ​ລູກ ນາງ​ກໍ​ໂສກເສົ້າ​ເພາະ​ເວລາ​ແຫ່ງ​ຄວາມ​ເຈັບປວດ​ໄດ້​ມາ​ເຖິງ, ແຕ່​ເມື່ອ​ລູກ​ເກີດ​ມາ​ແລ້ວ ນາງ​ກໍ​ບໍ່​ຄິດເຖິງ​ຄວາມ​ເຈັບປວດ​ນັ້ນ​ອີກ ເພາະ​ນາງ​ຊົມຊື່ນ​ຍິນດີ​ທີ່​ຄົນ​ຜູ້ໜຶ່ງ​ເກີດ​ມາ​ສູ່​ໂລກ.</verse>
				<verse number="22">ພວກເຈົ້າ​ກໍ​ເໝືອນກັນ​ນັ້ນ​ແຫຼະ ໃນ​ເວລາ​ນີ້​ພວກເຈົ້າ​ໂສກເສົ້າ ແຕ່​ເຮົາ​ຈະ​ເຫັນ​ພວກເຈົ້າ​ອີກ ແລະ​ພວກເຈົ້າ​ກໍ​ຈະ​ຊົມຊື່ນ​ຍິນດີ​ຢ່າງ​ເຕັມ​ລົ້ນ ເປັນ​ຄວາມ​ຍິນດີ​ທີ່​ບໍ່ມີ​ຜູ້ໃດ​ເອົາ​ໄປ​ຈາກ​ພວກເຈົ້າ​ໄດ້.</verse>
				<verse number="23">ເມື່ອ​ເຖິງ​ວັນ​ນັ້ນ ພວກເຈົ້າ​ຈະ​ບໍ່​ຖາມ​ເຮົາ​ເຖິງ​ສິ່ງໃດ​ໝົດ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພວກເຈົ້າ​ຂໍ​ສິ່ງໃດ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງເຮົາ, ພຣະອົງ​ກໍ​ຈະ​ໂຜດ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="24">ຈົນເຖິງ​ບັດນີ້ ພວກເຈົ້າ​ບໍ່ໄດ້​ຂໍ​ສິ່ງໃດ​ໃນ​ນາມ​ຂອງເຮົາ, ຈົ່ງ​ຂໍ​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ ເພື່ອ​ຄວາມ​ຍິນດີ​ຂອງ​ພວກເຈົ້າ​ຈະ​ຄົບ​ບໍລິບູນ.”</verse>
				<verse number="25">“ເຮົາ​ໄດ້​ກ່າວ​ສິ່ງ​ເຫຼົ່ານີ້​ແກ່​ພວກເຈົ້າ​ເປັນ​ຄຳອຸປະມາ, ແຕ່​ເວລາ​ໜຶ່ງ​ຈະ​ມາ​ເຖິງ ເຮົາ​ຈະ​ບໍ່​ໃຊ້​ຄຳອຸປະມາ​ກ່າວ​ແກ່​ພວກເຈົ້າ ແຕ່​ຈະ​ກ່າວ​ແກ່​ພວກເຈົ້າ​ຢ່າງ​ຈະແຈ້ງ​ເຖິງ​ເລື່ອງ​ພຣະບິດາເຈົ້າ.</verse>
				<verse number="26">ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຈົ້າ​ຈະ​ຂໍ​ຈາກ​ພຣະອົງ​ໃນ​ນາມ​ຂອງເຮົາ ແລະ​ເຮົາ​ຈະ​ບໍ່​ບອກ​ພວກເຈົ້າ​ວ່າ, ‘ເຮົາ​ຈະ​ທູນ​ຂໍ​ພຣະບິດາເຈົ້າ​ເພື່ອ​ພວກເຈົ້າ.’</verse>
				<verse number="27">ດ້ວຍວ່າ, ພຣະບິດາເຈົ້າ​ເອງ​ກໍ​ຮັກ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຮັກ​ເຮົາ ແລະ​ໄດ້​ເຊື່ອ​ວ່າ​ເຮົາ​ມາ​ຈາກ​ພຣະເຈົ້າ.</verse>
				<verse number="28">ເຮົາ​ມາ​ຈາກ​ພຣະບິດາເຈົ້າ ແລະ​ເຂົ້າ​ມາ​ໃນ​ໂລກ ແລະ​ບັດນີ້​ເຮົາ​ກຳລັງ​ຈະ​ຈາກ​ໂລກ​ໄປ​ຫາ​ພຣະບິດາເຈົ້າ.”</verse>
				<verse number="29">ແລ້ວ​ພວກ​ສາວົກ​ຂອງ​ພຣະອົງ​ເວົ້າ​ວ່າ, “ບັດນີ້​ພຣະອົງ​ກ່າວ​ຢ່າງ​ຈະແຈ້ງ ໂດຍ​ບໍ່​ໃຊ້​ຄຳອຸປະມາ.</verse>
				<verse number="30">ດຽວ​ນີ້​ພວກ​ຂ້ານ້ອຍ​ຮູ້​ແລ້ວ​ວ່າ​ພຣະອົງ​ຮູ້ຈັກ​ທຸກໆ​ສິ່ງ ແລະ​ບໍ່​ຈຳເປັນ​ໃຫ້​ຜູ້ໃດ​ຖາມ​ພຣະອົງ​ອີກ, ດ້ວຍເຫດນີ້ ພວກ​ຂ້ານ້ອຍ​ຈຶ່ງ​ເຊື່ອ​ວ່າ ພຣະອົງ​ມາ​ຈາກ​ພຣະເຈົ້າ.”</verse>
				<verse number="31">ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ດຽວ​ນີ້​ພວກເຈົ້າ​ເຊື່ອ​ແລ້ວ​ບໍ?</verse>
				<verse number="32">ເວລາ​ກຳລັງ​ມາ​ແລະ​ກໍ​ມາ​ເຖິງ​ທີ່​ນີ້​ແລ້ວ ເມື່ອ​ພວກເຈົ້າ​ຕ້ອງ​ພັດ​ພາກ​ຈາກ​ກັນ​ໄປ​ບ້ານ​ເຮືອນ​ຂອງ​ໃຜ​ລາວ ແລະ​ປ່ອຍ​ເຮົາ​ໄວ້​ແຕ່​ຜູ້​ດຽວ, ແຕ່​ເຮົາ​ບໍ່ໄດ້​ຢູ່​ຜູ້​ດຽວ ເພາະ​ພຣະບິດາເຈົ້າ​ສະຖິດ​ຢູ່​ກັບ​ເຮົາ.</verse>
				<verse number="33">ເຮົາ​ບອກ​ເລື່ອງ​ນີ້​ແກ່​ເຈົ້າ​ທັງຫລາຍ ເພື່ອ​ພວກເຈົ້າ​ຈະ​ມີ​ຄວາມ​ສະຫງົບສຸກ​ໃນ​ເຮົາ ໃນ​ໂລກນີ້​ພວກເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ ເພາະ​ຝ່າຍ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ.”</verse>
			</chapter>
			<chapter number="17">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ຈົບ​ລົງ​ແລ້ວ ພຣະອົງ​ກໍ​ເງີຍ​ໜ້າ​ຂຶ້ນ​ສູ່​ທ້ອງຟ້າ​ແລ້ວ​ກ່າວ​ວ່າ, “ພຣະບິດາເຈົ້າ​ເອີຍ ເຖິງ​ເວລາ​ແລ້ວ ຂໍໂຜດ​ໃຫ້​ພຣະບຸດ​ຂອງ​ພຣະອົງ​ໄດ້​ຮັບ​ສະຫງ່າຣາສີ​ເຖີດ ເພື່ອ​ພຣະບຸດ​ຈະ​ໄດ້​ຖວາຍ​ສະຫງ່າຣາສີ​ແກ່​ພຣະອົງ.</verse>
				<verse number="2">ດ້ວຍວ່າ, ພຣະອົງ​ໃຫ້​ພຣະບຸດ​ມີ​ສິດ​ອຳນາດ​ເໜືອ​ມະນຸດ​ທັງປວງ ເພື່ອ​ວ່າ​ພຣະບຸດ​ຈະ​ໄດ້​ໃຫ້​ຊີວິດ​ນິຣັນດອນ​ແກ່​ທຸກຄົນ ທີ່​ພຣະອົງ​ໄດ້​ມອບ​ໃຫ້​ພຣະບຸດ​ນັ້ນ.</verse>
				<verse number="3">ນີ້​ແມ່ນ​ຊີວິດ​ນິຣັນດອນ ຄື​ໃຫ້​ພວກເຂົາ​ຮູ້ຈັກ​ພຣະອົງ ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ​ຮູ້ຈັກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ທີ່​ພຣະອົງ​ໃຊ້​ມາ.</verse>
				<verse number="4">ຂ້ານ້ອຍ​ໄດ້​ສຳແດງ​ໃຫ້​ໂລກ​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ, ຂ້ານ້ອຍ​ໄດ້​ເຮັດ​ພາລະກິດ​ທີ່​ພຣະອົງ​ມອບໝາຍ​ໃຫ້​ຂ້ານ້ອຍ​ເຮັດ​ນັ້ນ​ສຳເລັດ​ແລ້ວ.</verse>
				<verse number="5">ບັດນີ້ ພຣະບິດາເຈົ້າ​ເອີຍ ຂໍໂຜດ​ໃຫ້​ຂ້ານ້ອຍ​ມີ​ສະຫງ່າຣາສີ​ຢູ່​ຊ້ອງໜ້າ​ພຣະອົງ​ເຖີດ ຄື​ສະຫງ່າຣາສີ​ທີ່​ຂ້ານ້ອຍ​ໄດ້​ມີ​ກັບ​ພຣະອົງ​ກ່ອນ​ສ້າງ​ໂລກ​ນັ້ນ.</verse>
				<verse number="6">ຂ້ານ້ອຍ​ໄດ້​ເຮັດ​ໃຫ້​ພຣະນາມ​ຂອງ​ພຣະອົງ ເປັນ​ທີ່​ຮູ້ຈັກ​ແກ່​ພວກ​ທີ່​ຖືກ​ດຶງ​ອອກ​ມາ​ຈາກ​ໂລກ ຄື​ພວກ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ຂ້ານ້ອຍ ຄົນ​ເຫຼົ່ານັ້ນ​ເປັນ​ຂອງ​ພຣະອົງ ແລະ​ພຣະອົງ​ໄດ້​ມອບ​ພວກເຂົາ​ໃຫ້​ຂ້ານ້ອຍ, ພວກເຂົາ​ໄດ້​ປະຕິບັດ​ຕາມ​ຖ້ອຍຄຳ​ຂອງ​ພຣະອົງ</verse>
				<verse number="7">ແລະ​ບັດນີ້ ພວກເຂົາ​ຮູ້ຈັກ​ແລ້ວ​ວ່າ ທຸກໆ​ສິ່ງ​ທີ່​ພຣະອົງ​ໃຫ້​ຂ້ານ້ອຍ​ນັ້ນ​ກໍ​ມາ​ຈາກ​ພຣະອົງ.</verse>
				<verse number="8">ຂ້ານ້ອຍ​ໄດ້​ມອບ​ຖ້ອຍຄຳ​ທີ່​ພຣະອົງ​ໄດ້​ປະທານ​ແກ່​ຂ້ານ້ອຍ ໃຫ້​ແກ່​ພວກເຂົາ ແລະ​ພວກເຂົາ​ກໍໄດ້​ຮັບ​ຖ້ອຍຄຳ​ນັ້ນ​ແລ້ວ ພວກເຂົາ​ຮູ້​ຢ່າງ​ຄັກແນ່​ວ່າ​ຂ້ານ້ອຍ​ໄດ້​ມາ​ຈາກ​ພຣະອົງ ແລະ​ເຊື່ອ​ວ່າ​ພຣະອົງ​ໄດ້​ໃຊ້​ຂ້ານ້ອຍ​ມາ.</verse>
				<verse number="9">ຂ້ານ້ອຍ​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ ຂ້ານ້ອຍ​ບໍ່ໄດ້​ພາວັນນາ​ອະທິຖານ​ເພື່ອ​ໂລກ ແຕ່​ເພື່ອ​ຄົນ​ເຫຼົ່ານັ້ນ ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພາະ​ພວກເຂົາ​ເປັນ​ຂອງ​ພຣະອົງ.</verse>
				<verse number="10">ທຸກສິ່ງ​ທີ່​ເປັນ​ຂອງ​ຂ້ານ້ອຍ ກໍ​ເປັນ​ຂອງ​ພຣະອົງ ແລະ​ທຸກສິ່ງ​ທີ່​ເປັນ​ຂອງ​ພຣະອົງ ກໍ​ເປັນ​ຂອງ​ຂ້ານ້ອຍ ແລະ​ສະຫງ່າຣາສີ​ຂອງ​ຂ້ານ້ອຍ​ກໍ​ມີ​ຜ່ານ​ທາງ​ພວກເຂົາ.</verse>
				<verse number="11">ບັດນີ້ ຂ້ານ້ອຍ​ຈະ​ບໍ່​ຢູ່​ໃນ​ໂລກນີ້​ຕໍ່ໄປ​ອີກ​ແລ້ວ ແຕ່​ພວກເຂົາ​ຍັງ​ຈະ​ຢູ່​ໃນ​ໂລກນີ້ ດຽວ​ນີ້​ຂ້ານ້ອຍ​ໃກ້​ຈະ​ເມືອ​ຫາ​ພຣະອົງ. ໂອ ພຣະບິດາເຈົ້າ​ຜູ້​ບໍຣິສຸດ​ເອີຍ ຂໍໂຜດ​ພິທັກ​ຮັກສາ​ພວກເຂົາ​ໄວ້​ໂດຍ​ຣິດອຳນາດ​ແຫ່ງ​ພຣະນາມ​ຂອງ​ພຣະອົງ ຄື​ພຣະນາມ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເປັນ​ອັນໜຶ່ງ​ອັນດຽວກັນ ເໝືອນ​ດັ່ງ​ພຣະອົງ​ກັບ​ຂ້ານ້ອຍ​ເປັນ​ອັນໜຶ່ງ​ອັນດຽວກັນ.</verse>
				<verse number="12">ເມື່ອ​ຂ້ານ້ອຍ​ຍັງ​ຢູ່​ກັບ​ພວກເຂົາ​ນັ້ນ ຂ້ານ້ອຍ​ກໍໄດ້​ປົກປັກ​ຮັກສາ​ພວກເຂົາ​ໄວ້ ໂດຍ​ຣິດອຳນາດ​ແຫ່ງ​ພຣະນາມ​ຂອງ​ພຣະອົງ ຄື​ພຣະນາມ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ຂ້ານ້ອຍ​ໄດ້​ປົກປ້ອງ​ພວກເຂົາ​ໄວ້ ແລະ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ໄດ້​ເສຍ​ໄປ ເວັ້ນໄວ້​ແຕ່​ຜູ້​ທີ່​ຖືກ​ໝາຍ​ໄວ້​ສຳລັບ​ຄວາມ​ຈິບຫາຍ ເພື່ອ​ຈະ​ໄດ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ.</verse>
				<verse number="13">ບັດນີ້ ຂ້ານ້ອຍ​ກຳລັງ​ຈະ​ເມືອ​ຫາ​ພຣະອົງ ຂ້ານ້ອຍ​ກ່າວ​ເຖິງ​ສິ່ງ​ເຫຼົ່ານີ້​ໃນ​ໂລກ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມ​ຊົມຊື່ນ​ຍິນດີ​ຂອງ​ຂ້ານ້ອຍ​ຢ່າງ​ຄົບ​ເຕັມ​ບໍລິບູນ.</verse>
				<verse number="14">ຝ່າຍ​ຂ້ານ້ອຍ​ໄດ້​ມອບ​ພຣະຄຳ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຂົາ​ແລ້ວ ແລະ​ໂລກນີ້​ໄດ້​ກຽດຊັງ​ພວກເຂົາ ເພາະ​ພວກເຂົາ​ບໍ່​ເປັນ​ຂອງ​ໂລກ ເໝືອນ​ດັ່ງ​ຂ້ານ້ອຍ​ບໍ່​ເປັນ​ຂອງ​ໂລກ.</verse>
				<verse number="15">ຂ້ານ້ອຍ​ບໍ່ໄດ້​ຂໍ​ພຣະອົງ​ໃຫ້​ເອົາ​ພວກເຂົາ​ອອກ​ໄປ​ຈາກ​ໂລກນີ້ ແຕ່​ຂ້ານ້ອຍ​ຂໍ​ພຣະອົງ​ໃຫ້​ປົກປັກ​ຮັກສາ​ພວກເຂົາ​ຈາກ​ມານຊົ່ວຮ້າຍ.</verse>
				<verse number="16">ພວກເຂົາ​ບໍ່​ເປັນ​ຂອງ​ໂລກ ເໝືອນ​ດັ່ງ​ຂ້ານ້ອຍ​ບໍ່​ເປັນ​ຂອງ​ໂລກ.</verse>
				<verse number="17">ພຣະຄຳ​ຂອງ​ພຣະອົງ​ເປັນ​ຄວາມຈິງ ຂໍໂຜດ​ຊຳລະ​ໃຫ້​ພວກເຂົາ​ບໍຣິສຸດ​ດ້ວຍ​ຄວາມຈິງ​ຂອງ​ພຣະອົງ.</verse>
				<verse number="18">ພຣະອົງ​ໃຊ້​ຂ້ານ້ອຍ​ເຂົ້າ​ມາ​ໃນ​ໂລກ​ສັນໃດ ຂ້ານ້ອຍ​ກໍ​ໃຊ້​ພວກເຂົາ​ໄປ​ໃນ​ໂລກ​ສັນນັ້ນ.</verse>
				<verse number="19">ຂ້ານ້ອຍ​ຖວາຍ​ຕົວ​ແກ່​ພຣະອົງ ເພາະ​ເຫັນ​ແກ່​ພວກເຂົາ ເພື່ອ​ໃຫ້​ພວກເຂົາ​ໄດ້​ຮັບ​ການ​ຊົງ​ຊຳລະ​ແຕ່ງຕັ້ງ​ໄວ້​ດ້ວຍ​ຄວາມຈິງ​ເໝືອນກັນ.</verse>
				<verse number="20">ຂ້ານ້ອຍ​ພາວັນນາ​ອະທິຖານ ບໍ່ແມ່ນແຕ່​ສຳລັບ​ພວກເຂົາ​ເທົ່ານັ້ນ ແຕ່​ສຳລັບ​ຄົນ​ທັງຫລາຍ​ທີ່​ວາງໃຈເຊື່ອ​ໃນ​ຂ້ານ້ອຍ ເພາະ​ຖ້ອຍຄຳ​ຂອງ​ພວກເຂົາ.</verse>
				<verse number="21">ເພື່ອ​ໃຫ້​ພວກເຂົາ​ທັງໝົດ​ເປັນ​ອັນໜຶ່ງ​ອັນດຽວກັນ, ໂອ ພຣະບິດາເຈົ້າ​ເອີຍ ຂໍໂຜດ​ໃຫ້​ພວກເຂົາ​ຢູ່​ໃນ​ເຮົາ​ທັງສອງ​ເໝືອນ​ກັນ ເໝືອນ​ດັ່ງ​ພຣະອົງ​ສະຖິດ​ຢູ່​ໃນ​ຂ້ານ້ອຍ ແລະ​ຂ້ານ້ອຍ​ຢູ່​ໃນ​ພຣະອົງ, ຂໍ​ໃຫ້​ພວກເຂົາ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ ເພື່ອ​ໂລກ​ຈະ​ເຊື່ອ​ວ່າ​ແມ່ນ​ພຣະອົງ​ນັ້ນ​ແຫຼະ ທີ່​ໃຊ້​ຂ້ານ້ອຍ​ມາ.</verse>
				<verse number="22">ຂ້ານ້ອຍ​ມອບ​ກຽດຕິຍົດ​ຢ່າງ​ດຽວກັນ​ກັບ​ທີ່​ພຣະອົງ​ໃຫ້​ຂ້ານ້ອຍ​ນັ້ນ​ແກ່​ພວກເຂົາ ເພື່ອ​ພວກເຂົາ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ ເໝືອນ​ດັ່ງ​ພຣະອົງ​ກັບ​ຂ້ານ້ອຍ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ.</verse>
				<verse number="23">ຂ້ານ້ອຍ​ຢູ່​ໃນ​ພວກເຂົາ ແລະ​ພຣະອົງ​ສະຖິດ​ຢູ່​ໃນ​ຂ້ານ້ອຍ ເພື່ອ​ພວກເຂົາ​ຈະ​ເປັນ​ອັນໜຶ່ງ​ອັນດຽວ​ຢ່າງ​ຄົບ​ບໍລິບູນ ເພື່ອ​ໂລກ​ຈະ​ໄດ້​ຮູ້ຈັກ​ວ່າ ແມ່ນ​ພຣະອົງ​ນັ້ນ​ແຫຼະ ທີ່​ໃຊ້​ຂ້ານ້ອຍ​ມາ ແລະ​ທັງ​ໄດ້​ຮູ້ຈັກ​ວ່າ​ພຣະອົງ​ໄດ້​ຮັກ​ພວກເຂົາ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ຮັກ​ຂ້ານ້ອຍ.</verse>
				<verse number="24">ໂອ ພຣະບິດາເຈົ້າ​ເອີຍ ພຣະອົງ​ໄດ້​ມອບ​ພວກເຂົາ​ໃຫ້​ແກ່​ຂ້ານ້ອຍ, ຂ້ານ້ອຍ​ຢາກ​ໃຫ້​ພວກເຂົາ​ຢູ່​ກັບ​ຂ້ານ້ອຍ ໃນ​ບ່ອນ​ທີ່​ຂ້ານ້ອຍ​ຢູ່​ນັ້ນ​ເໝືອນກັນ ເພື່ອ​ພວກເຂົາ​ຈະ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ຂ້ານ້ອຍ ທີ່​ພຣະອົງ​ໄດ້​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ເພາະ​ພຣະອົງ​ຮັກ​ຂ້ານ້ອຍ​ຕັ້ງແຕ່​ກ່ອນ​ສ້າງ​ໂລກ.</verse>
				<verse number="25">ໂອ ພຣະບິດາເຈົ້າ ຜູ້​ຊົງ​ຊອບທຳ​ເອີຍ ໂລກນີ້​ບໍ່​ຮູ້ຈັກ​ພຣະອົງ ແຕ່​ຂ້ານ້ອຍ​ຮູ້ຈັກ​ພຣະອົງ ແລະ​ຄົນ​ເຫຼົ່ານີ້​ຮູ້ຈັກ​ວ່າ​ແມ່ນ​ພຣະອົງ​ນັ້ນ​ແຫຼະ ທີ່​ໄດ້​ຊົງ​ໃຊ້​ຂ້ານ້ອຍ​ມາ.</verse>
				<verse number="26">ຂ້ານ້ອຍ​ໄດ້​ເຮັດ​ໃຫ້​ນາມຊື່​ຂອງ​ພຣະອົງ ເປັນ​ທີ່​ຮູ້ຈັກ​ແກ່​ພວກເຂົາ ແລະ​ຂ້ານ້ອຍ​ຈະ​ເຮັດ​ໃຫ້​ພວກເຂົາ​ຮູ້​ອີກ ເພື່ອ​ຄວາມຮັກ​ທີ່​ພຣະອົງ​ມີ​ຕໍ່​ຂ້ານ້ອຍ​ນັ້ນ​ຈະ​ຢູ່​ໃນ​ພວກເຂົາ ແລະ​ຂ້ານ້ອຍ​ກໍ​ຢູ່​ໃນ​ພວກເຂົາ​ເໝືອນກັນ.”</verse>
			</chapter>
			<chapter number="18">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ໄດ້​ກ່າວ​ຖ້ອຍຄຳ​ນີ້​ແລ້ວ ພຣະອົງ​ກໍໄດ້​ອອກ​ໄປ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ແລະ ຂ້າມ​ຫ້ວຍ​ກິດໂຣນ ໃນ​ບ່ອນ​ນັ້ນ​ມີ​ສວນ​ແຫ່ງ​ໜຶ່ງ ພຣະອົງ​ຈຶ່ງ​ເຂົ້າ​ໄປ​ໃນ​ສວນ​ນັ້ນ​ກັບ​ພວກ​ສາວົກ.</verse>
				<verse number="2">ຝ່າຍ​ຢູດາ​ຜູ້​ທີ່​ທໍລະຍົດ​ຕໍ່​ພຣະອົງ​ກໍ​ຮູ້​ບ່ອນ​ນີ້​ເໝືອນກັນ, ເພາະ​ພຣະເຢຊູເຈົ້າ​ໄດ້​ປະຊຸມ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ໃນ​ບ່ອນ​ນັ້ນ​ຫລາຍ​ເທື່ອ​ແລ້ວ.</verse>
				<verse number="3">ດັ່ງນັ້ນ ຢູດາ​ຈຶ່ງ​ພາ​ພວກ​ທະຫານ​ແລະ​ເຈົ້າໜ້າທີ່ ຄື​ຄົນ​ທີ່​ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ຟາຣີຊາຍ​ໃຊ້​ມາ​ນັ້ນ​ໄປ​ນຳ ພວກເຂົາ​ມີ​ອາວຸດ ຖື​ໂຄມໄຟ​ແລະ​ກະ​ບອງ​ມາ​ພ້ອມ.</verse>
				<verse number="4">ພຣະເຢຊູເຈົ້າ​ຮູ້​ດີ​ເຖິງ​ທຸກສິ່ງ​ທີ່​ກຳລັງ​ເກີດຂຶ້ນ​ກັບ​ພຣະອົງ ຈຶ່ງ​ຍ່າງ​ອອກ​ໄປ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ຊອກ​ຫາ​ຜູ້ໃດ?”</verse>
				<verse number="5">ພວກເຂົາ​ຕອບ​ວ່າ, “ເຢຊູ​ໄທ​ນາຊາເຣັດ.” ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ຜູ້ນັ້ນ.” ຝ່າຍ​ຢູດາ​ອິດສະກາຣີອົດ ຜູ້​ທໍລະຍົດ​ຕໍ່​ພຣະອົງ ກໍ​ຢືນ​ຢູ່​ກັບ​ຄົນ​ເຫຼົ່ານັ້ນ​ເໝືອນກັນ.</verse>
				<verse number="6">ພໍ​ພຣະອົງ​ບອກ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ຜູ້ນັ້ນ.” ພວກເຂົາ​ກໍ​ຍ່າງ​ຖອຍ​ຄືນ​ຫລັງ ແລະ​ລົ້ມ​ລົງ​ດິນ.</verse>
				<verse number="7">ພຣະອົງ​ຖາມ​ອີກ​ວ່າ, “ພວກເຈົ້າ​ຊອກ​ຫາ​ຜູ້ໃດ?” ພວກເຂົາ​ຕອບ​ວ່າ, “ເຢຊູ​ໄທ​ນາຊາເຣັດ.”</verse>
				<verse number="8">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ​ວ່າ ‘ເຮົາ​ນີ້​ແຫຼະ ແມ່ນ​ຜູ້ນັ້ນ’ ຖ້າ​ພວກເຈົ້າ​ຊອກ​ຫາ​ເຮົາ ຈົ່ງ​ປ່ອຍ​ຄົນ​ເຫຼົ່ານີ້​ໃຫ້​ໜີໄປ​ສາ.”</verse>
				<verse number="9">ທີ່​ເວົ້າ​ດັ່ງນີ້ ເພື່ອ​ໃຫ້​ສຳເລັດ​ຕາມ​ຖ້ອຍຄຳ ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ວ່າ, “ພວກ​ທີ່​ພຣະອົງ​ມອບ​ໃຫ້​ຂ້ານ້ອຍ​ນັ້ນ ບໍ່ໄດ້​ເສຍ​ໄປ​ຈັກ​ຄົນ.”</verse>
				<verse number="10">ຊີໂມນ​ເປໂຕ​ມີ​ດາບ​ດວງ​ໜຶ່ງ ລາວ​ຈຶ່ງ​ຖອດ​ດາບ​ອອກ​ຟັນ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ຂອງ​ມະຫາ​ປະໂຣຫິດ ຖືກ​ຫູ​ເບື້ອງ​ຂວາ​ຂາດ ຄົນ​ຮັບໃຊ້​ຜູ້​ນີ້​ຊື່​ວ່າ, “ມາລະໂຂ.”</verse>
				<verse number="11">ພຣະເຢຊູເຈົ້າ​ກ່າວ​ຕໍ່​ເປໂຕ​ວ່າ, “ຈົ່ງ​ເອົາ​ດາບ​ຄືນ​ໃສ່​ຝັກ​ໄວ້​ເສຍ ເຈົ້າ​ຄິດ​ວ່າ​ເຮົາ​ຈະ​ບໍ່​ດື່ມ​ຈອກ​ແຫ່ງ​ຄວາມ​ທົນທຸກ​ທໍລະມານ ທີ່​ພຣະບິດາເຈົ້າ​ໄດ້​ມອບ​ໃຫ້​ເຮົາ​ນັ້ນ​ບໍ?”</verse>
				<verse number="12">ພວກ​ທະຫານ​ພ້ອມ​ທັງ​ນາຍ​ພັນ ແລະ​ພວກ​ເຈົ້າໜ້າທີ່​ຢິວ​ໄດ້​ຫຸ້ມ​ຈັບ​ພຣະເຢຊູເຈົ້າ ແລ້ວ​ມັດ​ພຣະອົງ​ໄວ້</verse>
				<verse number="13">ພວກເຂົາ​ໄດ້​ນຳ​ພຣະອົງ​ໄປ​ຫາ​ອັນນາ​ກ່ອນ, ອັນນາ​ເປັນ​ພໍ່​ເມຍ​ຂອງ​ກາຢະຟາ ຜູ້​ທີ່​ເປັນ​ມະຫາ​ປະໂຣຫິດ​ປະຈຳການ​ໃນ​ປີ​ນັ້ນ.</verse>
				<verse number="14">ແມ່ນ​ກາຢະຟາ​ຜູ້​ນີ້​ແຫຼະ ທີ່​ແນະນຳ​ພວກ​ເຈົ້າໜ້າທີ່​ຢິວ​ວ່າ ໃຫ້​ຄົນ​ດຽວ​ຕາຍ​ແທນ​ປະຊາຊົນ​ທັງໝົດ​ກໍດີກວ່າ.</verse>
				<verse number="15">ຊີໂມນ​ເປໂຕ​ກັບ​ສາວົກ​ອີກ​ຄົນ​ໜຶ່ງ ໄດ້​ຕິດຕາມ​ພຣະເຢຊູເຈົ້າ​ໄປ ສາວົກ​ຄົນ​ນັ້ນ​ໄດ້​ຮູ້ຈັກ​ກັບ​ມະຫາ​ປະໂຣຫິດ, ລາວ​ໄດ້​ເຂົ້າ​ໄປ​ກັບ​ພຣະເຢຊູເຈົ້າ ໃນ​ເດີ່ນ​ບ້ານ​ຂອງ​ມະຫາ​ປະໂຣຫິດ.</verse>
				<verse number="16">ແຕ່​ເປໂຕ​ໄດ້​ຢືນ​ຢູ່​ແຄມ​ປະຕູ​ຂ້າງ​ນອກ, ສາວົກ​ຄົນ​ທີ່​ຮູ້ຈັກ​ກັບ​ມະຫາ​ປະໂຣຫິດ ໄດ້​ອອກ​ມາ​ເວົ້າ​ກັບ​ຜູ້ຍິງ​ທີ່​ເຝົ້າ​ປະຕູ ແລະ​ພາ​ເປໂຕ​ເຂົ້າ​ໄປ​ຂ້າງ​ໃນ.</verse>
				<verse number="17">ຜູ້ຍິງ​ທີ່​ເຝົ້າ​ປະຕູ​ຖາມ​ເປໂຕ​ວ່າ, “ເຈົ້າ​ແມ່ນ​ສາວົກ​ຂອງ​ຊາຍ​ຄົນ​ນັ້ນ​ເໝືອນກັນ​ບໍ?” ເປໂຕ​ຕອບ​ວ່າ, “ບໍ່ແມ່ນ.”</verse>
				<verse number="18">ພວກ​ຄົນ​ຮັບໃຊ້​ແລະ​ພວກ​ເຝົ້າ​ຍາມ ໄດ້​ເອົາ​ຖ່ານ​ມາ​ດັງ​ໄຟ ແລະ​ພວກເຂົາ​ໄດ້​ຢືນ​ຝີງ​ໄຟ​ຢູ່​ເພາະ​ອາກາດ​ໜາວ ສ່ວນ​ເປໂຕ​ກໍ​ຢືນ​ຝີງ​ໄຟ​ນຳ​ພວກເຂົາ​ເໝືອນກັນ.</verse>
				<verse number="19">ຝ່າຍ​ມະຫາ​ປະໂຣຫິດ​ໄດ້​ສອບ​ຖາມ​ພຣະເຢຊູເຈົ້າ ເຖິງ​ພວກ​ສາວົກ​ຂອງ​ພຣະອົງ ແລະ​ຖາມ​ເຖິງ​ຄຳສັ່ງສອນ​ຂອງ​ພຣະອົງ.</verse>
				<verse number="20">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເຮົາ​ໄດ້​ກ່າວ​ໃຫ້​ໂລກ​ຟັງ​ຢ່າງ​ເປີດເຜີຍ ເຮົາ​ໄດ້​ສັ່ງສອນ​ໃນ​ທຳມະສາລາ ແລະ​ໃນ​ພຣະວິຫານ​ຢູ່​ສະເໝີ ບ່ອນ​ທີ່​ປະຊາຊົນ​ທັງໝົດ​ມາ​ເຕົ້າໂຮມ​ກັນ ເຮົາ​ບໍ່ໄດ້​ເວົ້າ​ສິ່ງໃດ​ສິ່ງໜຶ່ງ​ໃນ​ທີ່​ລັບລີ້.</verse>
				<verse number="21">ທ່ານ​ຖາມ​ເຮົາ​ເຮັດ​ຫຍັງ? ຈົ່ງ​ຖາມ​ພວກ​ທີ່​ໄດ້ຍິນ​ເຮົາ​ໄດ້​ກ່າວ ວ່າ​ເຮົາ​ໄດ້​ເວົ້າ​ຫຍັງ​ແດ່​ກັບ​ພວກເຂົາ ພວກເຂົາ​ຮູ້​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ.”</verse>
				<verse number="22">ເມື່ອ​ພຣະເຢຊູເຈົ້າ​ກ່າວ​ດັ່ງນີ້​ແລ້ວ ທະຫານ​ຍາມ​ຄົນ​ໜຶ່ງ​ກໍ​ຕົບ​ໜ້າ​ພຣະອົງ ແລະ​ເວົ້າ​ຂຶ້ນ​ວ່າ, “ເຈົ້າ​ກ້າ​ເວົ້າ​ກັບ​ມະຫາ​ປະໂຣຫິດ​ແບບ​ນີ້​ບໍ?”</verse>
				<verse number="23">ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຖ້າ​ເຮົາ​ໄດ້​ເວົ້າ​ຜິດ ໃຫ້​ບອກ​ທຸກຄົນ​ໃນ​ທີ່​ນີ້​ວ່າ ເຮົາ​ເວົ້າ​ຜິດ​ອັນໃດ? ແຕ່​ຖ້າ​ເຮົາ​ເວົ້າ​ຖືກ ເປັນຫຍັງ​ເຈົ້າ​ຈຶ່ງ​ຕົບ​ໜ້າ​ເຮົາ?”</verse>
				<verse number="24">ດັ່ງນັ້ນ ອັນນາ​ຈຶ່ງ​ສົ່ງ​ພຣະເຢຊູເຈົ້າ​ທີ່​ຖືກ​ລ່າມໂສ້​ຢູ່​ນັ້ນ ໄປ​ຫາ​ມະຫາ​ປະໂຣຫິດ​ກາຢະຟາ.</verse>
				<verse number="25">ໃນ​ຂະນະ​ນັ້ນ ຊີໂມນ​ເປໂຕ​ກຳລັງ​ຢືນ​ຝີງ​ໄຟ​ຢູ່ ຄົນ​ເຫຼົ່ານັ້ນ​ຖາມ​ລາວ​ວ່າ, “ເຈົ້າ​ແມ່ນ​ສາວົກ​ຂອງ​ຊາຍ​ຄົນ​ນັ້ນ​ເໝືອນກັນ​ບໍ?” ເປໂຕ​ປະຕິເສດ​ວ່າ, “ບໍ່ແມ່ນ.”</verse>
				<verse number="26">ຄົນ​ຮັບໃຊ້​ຜູ້ໜຶ່ງ​ຂອງ​ມະຫາ​ປະໂຣຫິດ ທີ່​ເປັນ​ພີ່ນ້ອງ​ກັບ​ຜູ້​ທີ່​ຖືກ​ເປໂຕ​ຟັນ​ຫູ​ຂາດ​ນັ້ນ ກໍໄດ້​ຖາມ​ວ່າ, “ຂ້ອຍ​ເຫັນ​ເຈົ້າ​ຢູ່​ໃນ​ສວນ​ນັ້ນ​ກັບ​ລາວ​ບໍ່ແມ່ນ​ບໍ?”</verse>
				<verse number="27">ເປໂຕ​ປະຕິເສດ​ອີກ​ວ່າ, “ບໍ່ແມ່ນ.” ແລະ​ທັນໃດນັ້ນ​ໄກ່​ກໍ​ຂັນ.</verse>
				<verse number="28">ຕອນເຊົ້າ​ມືດ​ຢູ່ ພວກເຂົາ​ໄດ້​ນຳ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອນ​ຂອງ​ກາຢະຟາ ໄປ​ທີ່​ສຳນັກ​ຂອງ​ຜູ້ປົກຄອງ (ສານ​ປະໄຣໂຕຣຽນ), ແຕ່​ພວກ​ຢິວ​ບໍ່ໄດ້​ເຂົ້າ​ໄປ​ໃນ​ສານ​ນັ້ນ ເພາະ​ພວກເຂົາ​ຢາກ​ຮັກສາ​ຕົວ​ບໍ່​ໃຫ້​ເປັນ​ມົນທິນ​ຕາມ​ທຳນຽມ ເພື່ອ​ຈະ​ກິນ​ອາຫານ​ໄດ້​ໃນ​ເທດສະການ​ປັດສະຄາ.</verse>
				<verse number="29">ດັ່ງນັ້ນ ປີລາດ​ຈຶ່ງ​ອອກ​ໄປ​ຖາມ​ພວກເຂົາ​ວ່າ, “ພວກທ່ານ​ໄດ້​ຟ້ອງ​ຊາຍ​ຄົນ​ນີ້​ໃນ​ເລື່ອງ​ໃດ?”</verse>
				<verse number="30">ພວກເຂົາ​ຕອບ​ວ່າ, “ຖ້າ​ລາວ​ບໍ່​ເປັນ​ຜູ້ຮ້າຍ​ແລ້ວ ພວກ​ຂ້ານ້ອຍ​ກໍ​ຈະ​ບໍ່ໄດ້​ນຳ​ລາວ​ມາ​ມອບ​ໃຫ້​ທ່ານ​ດອກ.”</verse>
				<verse number="31">ປີລາດ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ໃຫ້​ພວກທ່ານ​ເອົາ​ຊາຍ​ຄົນ​ນີ້ ໄປ​ຕັດສິນ​ຕາມ​ກົດໝາຍ​ຂອງ​ພວກທ່ານ​ເອງ​ສາ.” ພວກເຂົາ​ຕອບ​ວ່າ, “ພວກເຮົາ​ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ປະຫານ​ຊີວິດ​ຜູ້ໃດ.”</verse>
				<verse number="32">ການ​ນີ້ ກໍ​ເພື່ອ​ໃຫ້​ເປັນຈິງ​ຕາມ​ຖ້ອຍຄຳ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ໄວ້ ຄື​ຖ້ອຍຄຳ​ທີ່​ພຣະອົງ​ເຄີຍ​ກ່າວ​ວ່າ ພຣະອົງ​ຈະ​ຕາຍ​ຢ່າງ​ໃດ.</verse>
				<verse number="33">ປີລາດ​ໄດ້​ກັບ​ເຂົ້າ​ໄປ​ໃນ​ສານ ແລະ​ເອີ້ນ​ພຣະເຢຊູເຈົ້າ​ອອກ​ມາ, ເພິ່ນ​ຖາມ​ພຣະອົງ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາດ​ຢິວ​ບໍ?”</verse>
				<verse number="34">ພຣະເຢຊູເຈົ້າ​ຕອບ​ວ່າ, “ຄຳ​ຖາມ​ນີ້​ມາ​ຈາກ​ທ່ານ​ເອງ ຫລື​ມີ​ຄົນ​ບອກ​ທ່ານ​ເຖິງ​ເລື່ອງ​ຂອງເຮົາ?”</verse>
				<verse number="35">ປີລາດ​ຕອບ​ວ່າ, “ຂ້ອຍ​ເປັນ​ຄົນ​ຊາດ​ຢິວ​ຊັ້ນບໍ? ແມ່ນ​ຄົນ​ຂອງ​ຊາດ​ເຈົ້າ​ເອງ ແລະ​ພວກ​ມະຫາ​ປະໂຣຫິດ​ໄດ້​ມອບ​ເຈົ້າ​ໃຫ້​ຂ້ອຍ ເຈົ້າ​ໄດ້​ເຮັດ​ຫຍັງ​ຜິດ​ແດ່?”</verse>
				<verse number="36">ພຣະເຢຊູເຈົ້າ​ຕອບ​ວ່າ, “ອານາຈັກ​ຂອງເຮົາ​ບໍ່​ເປັນ​ຂອງ​ໂລກນີ້ ຖ້າ​ອານາຈັກ​ຂອງເຮົາ​ເປັນ​ຂອງ​ໂລກນີ້​ແລ້ວ ພວກ​ຜູ້ຮັບໃຊ້​ຂອງເຮົາ​ຄົງ​ຈະ​ໄດ້​ຕໍ່ສູ້​ເອົາ​ເຮົາ​ໄວ້ ຈາກ​ການ​ຖືກ​ມອບ​ໃຫ້​ພວກ​ຢິວ, ແຕ່​ອານາຈັກ​ຂອງເຮົາ​ບໍ່​ເປັນ​ຂອງ​ໂລກນີ້.”</verse>
				<verse number="37">ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ຖ້າດັ່ງນັ້ນ ເຈົ້າ​ເປັນ​ກະສັດ​ບໍ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ເອງ​ເປັນ​ຜູ້​ບອກ​ວ່າ ເຮົາ​ເປັນ​ກະສັດ ເຮົາ​ເກີດ​ແລະ​ເຂົ້າ​ມາ​ໃນ​ໂລກນີ້ ກໍ​ເພື່ອ​ຈຸດປະສົງ​ອັນ​ດຽວ​ນີ້​ແຫຼະ ຄື​ເປັນ​ພະຍານ​ເຖິງ​ຄວາມຈິງ, ທຸກຄົນ​ທີ່​ຢູ່​ຝ່າຍ​ຄວາມຈິງ ກໍ​ຍ່ອມ​ຟັງ​ສຽງ​ຂອງເຮົາ.”</verse>
				<verse number="38">ປີລາດ​ຖາມ​ວ່າ, “ຄວາມຈິງ​ນັ້ນ​ແມ່ນ​ຫຍັງ?” ເມື່ອ​ປີລາດ​ຖາມ​ດັ່ງນັ້ນ​ແລ້ວ ເພິ່ນ​ກໍ​ອອກ​ໄປ​ຫາ​ພວກ​ຢິວ​ອີກ ແລະ​ບອກ​ພວກເຂົາ​ວ່າ, “ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຊາຍ​ຄົນ​ນີ້.</verse>
				<verse number="39">ຕາມ​ທຳນຽມ​ຂອງ​ພວກທ່ານ​ແລ້ວ ເຮົາ​ເຄີຍ​ປ່ອຍ​ນັກໂທດ​ຄົນ​ໜຶ່ງ ໃຫ້​ພວກທ່ານ​ໃນ​ເທດສະການ​ປັດສະຄາ ພວກທ່ານ​ຢາກ​ໃຫ້​ເຮົາ​ປ່ອຍ​ກະສັດ​ຂອງ​ຊາດ​ຢິວ​ແກ່​ພວກທ່ານ​ບໍ?”</verse>
				<verse number="40">ຄົນ​ທັງຫລາຍ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ຢ່າ​ປ່ອຍ​ຊາຍ​ຄົນ​ນີ້​ເລີຍ ໃຫ້​ປ່ອຍ​ບາຣາບາ.” (ບາຣາບາ​ເປັນ​ໂຈນ.)</verse>
			</chapter>
			<chapter number="19">
				<verse number="1">ແລ້ວ​ປີລາດ​ກໍ​ໄດ້​ສັ່ງ​ທະຫານ​ໃຫ້​ນຳ​ພຣະເຢຊູເຈົ້າ​ໄປ​ຂ້ຽນ.</verse>
				<verse number="2">ພວກ​ທະຫານ​ໄດ້​ເຮັດ​ມົງກຸດ​ດ້ວຍ​ເຄືອ​ໜາມ ແລະ​ສຸບ​ໃສ່​ຫົວ​ຂອງ​ພຣະອົງ ແລ້ວ​ພວກເຂົາ​ກໍ​ເອົາ​ເສື້ອຄຸມ​ສີມ່ວງ​ອ່ອນ​ນຸ່ງ​ໃຫ້​ພຣະອົງ</verse>
				<verse number="3">ແລະ​ໄດ້​ຫຍັບ​ເຂົ້າ​ມາ​ຫາ​ພຣະອົງ​ທັງ​ເວົ້າ​ວ່າ, “ຂໍ​ໃຫ້​ກະສັດ​ຂອງ​ຊາດ​ຢິວ ຈົ່ງ​ໝັ້ນຍືນ.” ແລ້ວ​ພວກເຂົາ​ກໍ​ຕົບ​ໜ້າ​ພຣະອົງ.</verse>
				<verse number="4">ປີລາດ​ໄດ້​ອອກ​ໄປ​ອີກເທື່ອໜຶ່ງ ແລະ​ກ່າວ​ຕໍ່​ປະຊາຊົນ​ວ່າ, “ເຮົາ​ຈະ​ນຳ​ລາວ​ອອກ​ມາ​ເພື່ອ​ໃຫ້​ພວກທ່ານ​ຮູ້​ວ່າ ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຄົນ​ນີ້.”</verse>
				<verse number="5">ພຣະເຢຊູເຈົ້າ​ອອກ​ມາ​ໂດຍ​ມີ​ມົງກຸດ​ໜາມ​ສວມ​ທີ່​ຫົວ ແລະ​ນຸ່ງ​ເສື້ອຄຸມ​ສີມ່ວງ​ອ່ອນ, ປີລາດ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເບິ່ງ​ຊາຍ​ຄົນ​ນີ້​ແມ.”</verse>
				<verse number="6">ເມື່ອ​ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ເຈົ້າໜ້າທີ່​ໄດ້​ເຫັນ​ພຣະອົງ ກໍ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ຄຶງ​ໄວ້​ທີ່​ໄມ້ກາງແຂນ ຄຶງ​ໄວ້​ທີ່​ໄມ້ກາງແຂນ.” ປີລາດ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ ໃຫ້​ພວກທ່ານ​ເອົາ​ລາວ​ໄປ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ສາ ຝ່າຍ​ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຊາຍ​ຄົນ​ນີ້.”</verse>
				<verse number="7">ປະຊາຊົນ​ຕອບ​ເພິ່ນ​ຄືນ​ວ່າ, “ພວກເຮົາ​ມີ​ກົດໝາຍ​ທີ່​ວ່າ ລາວ​ຕ້ອງ​ຕາຍ ເພາະ​ລາວ​ປະກາດ​ຕົວ​ເອງ​ວ່າ ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.”</verse>
				<verse number="8">ເມື່ອ​ປີລາດ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ເພິ່ນ​ກໍ​ຕົກໃຈ​ຫລາຍ​ຂຶ້ນ.</verse>
				<verse number="9">ເພິ່ນ​ຈຶ່ງ​ກັບຄືນ​ເຂົ້າ​ໄປ​ໃນ​ສານ ແລະ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ມາ​ແຕ່​ໃສ?” ແຕ່​ພຣະເຢຊູເຈົ້າ​ບໍ່ໄດ້​ຕອບ​ຫຍັງ​ໝົດ.</verse>
				<verse number="10">ປີລາດ​ເວົ້າ​ຕໍ່​ພຣະອົງ​ວ່າ, “ເຈົ້າ​ບໍ່​ເວົ້າ​ກັບ​ເຮົາ​ບໍ? ເຈົ້າ​ຮູ້​ບໍ​ວ່າ​ເຮົາ​ມີ​ສິດ​ອຳນາດ​ທີ່​ຈະ​ປ່ອຍ​ເຈົ້າ​ໄດ້ ແລະ​ມີ​ສິດ​ອຳນາດ​ທີ່​ຈະ​ຄຶງ​ເຈົ້າ​ໄວ້​ທີ່​ໄມ້ກາງແຂນ.”</verse>
				<verse number="11">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຈະ​ບໍ່ມີ​ສິດ​ອຳນາດ​ເໜືອ​ເຮົາ​ຈັກ​ປະການ ນອກຈາກ​ອຳນາດ​ນັ້ນ​ຈະ​ປະທານ​ແຕ່​ເບື້ອງ​ເທິງ​ໃຫ້​ແກ່​ເຈົ້າ ເຫດສະນັ້ນ ຜູ້​ທີ່​ມອບ​ເຮົາ​ໄວ້​ກັບ​ເຈົ້າ ກໍ​ມີ​ຄວາມ​ຜິດບາບ​ຫລາຍກວ່າ​ເຈົ້າ.”</verse>
				<verse number="12">ເມື່ອ​ປີລາດ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ເພິ່ນ​ຈຶ່ງ​ຊອກ​ຫາ​ວິທີ​ທາງ​ທີ່​ຈະ​ປ່ອຍ​ພຣະອົງ, ແຕ່​ປະຊາຊົນ​ໄດ້​ຮ້ອງ​ໃສ່​ເພິ່ນ​ວ່າ, “ຖ້າ​ທ່ານ​ປ່ອຍ​ຄົນ​ນີ້​ໄປ ກໍ​ສະແດງ​ວ່າ​ທ່ານ​ບໍ່​ເປັນ​ມິດ​ກັບ​ຈັກກະພັດ ຜູ້ໃດ​ທີ່​ປະກາດ​ຕົວ​ເອງ​ວ່າ​ເປັນ​ກະສັດ ລາວ​ກໍ​ປະກາດ​ຕົວ​ຕໍ່ສູ້​ຈັກກະພັດ.”</verse>
				<verse number="13">ພໍ​ປີລາດ​ໄດ້ຍິນ​ດັ່ງນັ້ນ, ເພິ່ນ​ກໍ​ພາ​ພຣະເຢຊູເຈົ້າ​ອອກ​ມາ​ທາງ​ນອກ ເພິ່ນ​ໄດ້​ນັ່ງ​ບັນລັງ​ສານ​ຕັດສິນ​ບ່ອນ​ທີ່​ຄົນ​ເອີ້ນ​ວ່າ ລານຫີນ. (ພາສາ​ເຮັບເຣີ​ເອີ້ນ​ວ່າ, “ຄັບບາທາ.”)</verse>
				<verse number="14">ໃນ​ວັນນັ້ນ ເປັນ​ວັນ​ຈັດຕຽມ​ກ່ອນ​ເທດສະການ​ປັດສະຄາ ເວລາ​ປະມານ​ທ່ຽງ ປີລາດ​ເວົ້າ​ຕໍ່​ປະຊາຊົນ​ວ່າ, “ນີ້​ຄື​ກະສັດ​ຂອງ​ພວກທ່ານ.”</verse>
				<verse number="15">ພວກເຂົາ​ຮ້ອງ​ຕອບ​ຄືນ​ວ່າ, “ເອົາ​ມັນ​ໄປ ເອົາ​ມັນ​ໄປ ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ.” ປີລາດ​ຖາມ​ວ່າ, “ພວກທ່ານ​ຢາກ​ໃຫ້​ເຮົາ​ຄຶງ​ກະສັດ​ຂອງ​ພວກທ່ານ​ທີ່​ໄມ້ກາງແຂນ​ບໍ?” ພວກ​ຫົວໜ້າ​ປະໂຣຫິດ​ໄດ້ຕອບ​ວ່າ, “ພວກເຮົາ​ບໍ່ມີ​ກະສັດ ນອກຈາກ​ຈັກກະພັດ​(ກາຍຊາ).”</verse>
				<verse number="16">ແລ້ວ​ປີລາດ​ກໍ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ ເພື່ອ​ນຳ​ໄປ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.</verse>
				<verse number="17">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຄຸມ​ພຣະເຢຊູເຈົ້າ​ອອກ​ໄປ ພຣະອົງ​ແບກ​ໄມ້ກາງແຂນ​ຂອງ​ພຣະອົງ​ອອກ​ໄປ ໃນ​ບ່ອນ​ທີ່​ມີ​ຊື່​ວ່າ ກະໂຫລກ​ຫົວ. (ພາສາ​ເຮັບເຣີ​ເອີ້ນ​ວ່າ ໂຄລະໂຄທາ.)</verse>
				<verse number="18">ໃນ​ທີ່ນັ້ນ ພວກເຂົາ​ໄດ້​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ​ກັບ​ຊາຍ​ສອງ​ຄົນ ຄົນ​ລະ​ຂ້າງ, ພຣະເຢຊູເຈົ້າ​ຢູ່​ທາງ​ກາງ.</verse>
				<verse number="19">ປີລາດ​ໄດ້​ສັ່ງ​ໃຫ້​ຂຽນ​ປ້າຍ​ຕິດ​ໃສ່​ເທິງ​ໄມ້ກາງແຂນ​ວ່າ, “ເຢຊູ​ໄທ​ນາຊາເຣັດ ກະສັດ​ຂອງ​ຊາດ​ຢິວ.”</verse>
				<verse number="20">ມີ​ຊາວ​ຢິວ​ຫລາຍ​ຄົນ​ໄດ້​ອ່ານ​ປ້າຍ​ນັ້ນ ເພາະ​ບ່ອນ​ທີ່​ພຣະເຢຊູເຈົ້າ​ຖືກ​ຄຶງ​ນັ້ນ​ຢູ່​ໃກ້​ຕົວເມືອງ, ປ້າຍ​ນີ້​ຂຽນ​ເປັນ​ພາສາ​ເຮັບເຣີ, ພາສາ​ລາຕິນ ແລະ​ພາສາ​ກຣີກ.</verse>
				<verse number="21">ພວກ​ຫົວໜ້າ​ປະໂຣຫິດ​ໄດ້​ບອກ​ປີລາດ​ວ່າ, “ຢ່າ​ຂຽນ​ວ່າ ‘ກະສັດ​ຂອງ​ຊາດ​ຢິວ’ ແຕ່​ໃຫ້​ຂຽນ​ວ່າ, ‘ຊາຍ​ຄົນ​ນີ້​ບອກ​ວ່າ ລາວ​ເປັນ​ກະສັດ​ຂອງ​ຊາດ​ຢິວ.”’</verse>
				<verse number="22">ປີລາດ​ຕອບ​ພວກເຂົາ​ວ່າ, “ສິ່ງ​ທີ່​ເຮົາ​ໄດ້​ຂຽນ​ແລ້ວ ກໍ​ແລ້ວ​ໄປ.”</verse>
				<verse number="23">ເມື່ອ​ພວກ​ທະຫານ​ຄຶງ​ພຣະເຢຊູເຈົ້າ​ໄວ້​ແລ້ວ ພວກເຂົາ​ກໍ​ແບ່ງປັນ​ເຄື່ອງນຸ່ງ​ຂອງ​ພຣະອົງ​ເປັນ​ສີ່​ພູດ ແລະ​ປັນ​ກັນ​ຄົນ​ລະ​ພູດ, ພວກເຂົາ​ຍັງ​ເອົາ​ເສື້ອ​ຊັ້ນໃນ​ຂອງ​ພຣະອົງ ຊຶ່ງ​ເປັນ​ຜ້າ​ຕໍ່າ​ຕ່ອນ​ດຽວ​ໂດຍ​ບໍ່ມີ​ບ່ອນ​ຕໍ່​ຫຍິບ​ດູກ​ທັງ​ຜືນ.</verse>
				<verse number="24">ພວກ​ທະຫານ​ໄດ້​ເວົ້າ​ກັນ​ວ່າ, “ຢ່າ​ຈີກ​ຜ້າ​ຕ່ອນ​ນີ້ ໃຫ້​ພວກເຮົາ​ຈົກ​ສະຫລາກ​ເອົາ​ວ່າ ແມ່ນ​ຜູ້ໃດ​ຈະ​ໄດ້.” ການ​ນີ້​ໄດ້​ເກີດຂຶ້ນ​ກໍ​ເພື່ອ​ໃຫ້​ສຳເລັດ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພວກເຂົາ​ໄດ້​ເອົາ​ເສື້ອຜ້າ​ ຂອງ​ຂ້ານ້ອຍ​ແບ່ງປັນ​ກັນ ພວກເຂົາ​ຈົກ​ສະຫລາກ​ ເອົາ​ເສື້ອຄຸມ​ຂອງ​ຂ້ານ້ອຍ.” ພວກ​ທະຫານ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້.</verse>
				<verse number="25">ຝ່າຍ​ແມ່​ຂອງ​ພຣະເຢຊູເຈົ້າ​ພ້ອມ​ທັງ​ນ້າສາວ​ກັບ​ນາງ​ມາຣີ ຜູ້​ເປັນ​ເມຍ​ຂອງ​ກະໂລປາ ແລະ​ນາງ​ມາຣີ​ໄທ​ມັກດາລາ​ກໍ​ຢືນ​ຢູ່​ໃກ້​ໄມ້ກາງແຂນ​ຂອງ​ພຣະອົງ.</verse>
				<verse number="26">ເມື່ອ​ພຣະເຢຊູເຈົ້າ​ຫລຽວ​ເຫັນ​ຜູ້​ເປັນ​ແມ່ ພ້ອມ​ທັງ​ສາວົກ​ຜູ້​ທີ່​ພຣະອົງ​ຮັກ​ຢືນ​ຢູ່​ທີ່​ນັ້ນ, ພຣະອົງ​ຈຶ່ງ​ເວົ້າ​ຕໍ່​ແມ່​ຂອງ​ພຣະອົງ​ວ່າ, “ນາງ​ເອີຍ ນີ້ແຫລະ ຄື​ລູກຊາຍ​ຂອງ​ເຈົ້າ.”</verse>
				<verse number="27">ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ສາວົກ​ຄົນ​ນັ້ນ​ວ່າ, “ນາງ​ຄື​ແມ່​ຂອງ​ເຈົ້າ.” ນັບ​ຕັ້ງແຕ່​ນັ້ນ​ມາ ສາວົກ​ຄົນ​ນີ້​ກໍ​ຮັບ​ເອົາ​ນາງ​ມາຣີ​ໄປ​ຢູ່​ໃນ​ເຮືອນ​ຂອງຕົນ.</verse>
				<verse number="28">ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ຮູ້​ວ່າ​ທຸກສິ່ງ​ໄດ້​ສຳເລັດ​ແລ້ວ, ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ ພຣະອົງ​ໄດ້​ຊົງ​ກ່າວ​ວ່າ, “ເຮົາ​ຫິວນໍ້າ.”</verse>
				<verse number="29">ໃນ​ທີ່ນັ້ນ ມີ​ອ່າງ​ໜ່ວຍ​ໜຶ່ງ ທີ່​ມີ​ເຫຼົ້າ​ອະງຸ່ນ​ສົ້ມ​ເຕັມ​ຢູ່, ພວກ​ທະຫານ​ຈຶ່ງ​ເອົາ​ຟອງ​ນໍ້າ​ຈຸ່ມ​ໃສ່​ເຫຼົ້າ​ອະງຸ່ນ​ສົ້ມ ແລ້ວ​ເອົາ​ສຽບ​ໃສ່​ປາຍ​ໄມ້​ຍື່ນ​ໃສ່​ປາກ​ຂອງ​ພຣະອົງ.</verse>
				<verse number="30">ເມື່ອ​ພຣະເຢຊູເຈົ້າ​ໄດ້​ຮັບ​ເຫຼົ້າ​ອະງຸ່ນ​ສົ້ມ​ນັ້ນ​ແລ້ວ ພຣະອົງ​ຈຶ່ງ​ກ່າວ​ວ່າ, “ສຳເລັດ​ແລ້ວ.” ແລ້ວ​ພຣະອົງ​ກໍ​ກົ້ມ​ຫົວ​ລົງ ແລະ​ຊົງ​ມອບ​ຈິດ​ວິນຍານ​ໄວ້.</verse>
				<verse number="31">ແລ້ວ​ພວກ​ຢິວ​ກໍ​ຂໍ​ອະນຸຍາດ​ຈາກ​ປີລາດ ໃຫ້​ຫັກ​ກະດູກ​ຂາ​ຂອງ​ພວກ​ທີ່​ຖືກ​ຄຶງ​ໄວ້​ນັ້ນ ແລະ​ໃຫ້​ເອົາ​ຊາກສົບ​ລົງ​ຈາກ​ໄມ້ກາງແຂນ​ໄປ​ເສຍ, ພວກເຂົາ​ຂໍຮ້ອງ​ຢ່າງ​ນີ້ ເພາະ​ເປັນ​ວັນ​ຈັດຕຽມ ແລະ​ພວກເຂົາ​ບໍ່​ຢາກ​ໃຫ້​ສົບ​ເຫຼົ່ານັ້ນ​ຄ້າງ​ໄວ້​ທີ່​ໄມ້ກາງແຂນ​ໃນ​ວັນ​ຊະບາໂຕ. (ເພາະ​ວັນ​ຊະບາໂຕ​ທີ່​ຈະມາເຖິງ​ນັ້ນ​ເປັນ​ວັນ​ທີ່​ສຳຄັນ)</verse>
				<verse number="32">ພວກ​ທະຫານ​ຈຶ່ງ​ທຸບ​ຂາ​ຂອງ​ຊາຍ​ຜູ້​ທີ​ໜຶ່ງ ແລະ​ທຸບ​ຂາ​ຂອງ​ຊາຍ​ຜູ້​ທີ​ສອງ ຄື​ພວກ​ທີ່​ຖືກ​ຄຶງ​ຮ່ວມ​ກັບ​ພຣະອົງ.</verse>
				<verse number="33">ພໍ​ພວກເຂົາ​ມາ​ຮອດ​ບ່ອນ​ພຣະເຢຊູເຈົ້າ ກໍ​ເຫັນ​ວ່າ​ພຣະອົງ​ຕາຍ​ແລ້ວ ພວກເຂົາ​ຈຶ່ງ​ບໍ່ໄດ້​ທຸບ​ຂາ​ຂອງ​ພຣະອົງ.</verse>
				<verse number="34">ແຕ່​ທະຫານ​ຄົນ​ໜຶ່ງ​ໄດ້​ໃຊ້​ຫອກ​ແທງ​ຂ້າງ​ຂອງ​ພຣະອົງ ເລືອດ​ແລະ​ນໍ້າ​ໄດ້​ໄຫລ​ອອກ​ມາ​ທັນທີ.</verse>
				<verse number="35">ຜູ້​ທີ່​ເຫັນ​ເຫດການ​ໄດ້​ເປັນ​ພະຍານ​ຢືນຢັນ​ໃນ​ເລື່ອງ​ນີ້ ແລະ​ຄຳ​ພະຍານ​ຂອງ​ຜູ້ນັ້ນ​ເປັນ​ຄວາມຈິງ (ແລະ​ພຣະອົງ​ຮູ້​ວ່າ ລາວ​ເວົ້າ​ຄວາມຈິງ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ເຊື່ອ​ເໝືອນກັນ.)</verse>
				<verse number="36">ສິ່ງ​ເຫຼົ່ານີ້​ເກີດຂຶ້ນ ເພື່ອ​ໃຫ້​ສຳເລັດ​ຕາມ​ຂໍ້​ພຣະຄຳພີ​ທີ່​ວ່າ, “ກະດູກ​ຂອງ​ເພິ່ນ ຈະ​ບໍ່​ຖືກ​ຫັກ​ຈັກ​ເຫຼັ້ມ.”</verse>
				<verse number="37">ແລະ ຍັງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ຂໍ້​ໜຶ່ງ​ອີກ​ວ່າ, “ພວກເຂົາ​ຈະ​ຫລຽວ​ເບິ່ງ ຜູ້​ທີ່​ພວກເຂົາ​ໄດ້​ແທງ​ນັ້ນ.”</verse>
				<verse number="38">ຫລັງຈາກ​ນັ້ນ ໂຢເຊັບ​ໄທ​ບ້ານ​ອາຣີມາທາຍ (ໂຢເຊັບ​ເປັນ​ລູກສິດ​ຢ່າງ​ລັບໆ​ຂອງ​ພຣະເຢຊູເຈົ້າ ເພາະ​ລາວ​ຢ້ານ​ພວກ​ຢິວ.) ກໍໄດ້​ຂໍ​ເອົາ​ຊາກສົບ​ຂອງ​ພຣະເຢຊູເຈົ້າ​ຈາກ​ປີລາດ, ປີລາດ​ອະນຸຍາດ​ໃຫ້​ໂຢເຊັບ​ເອົາ​ພຣະສົບ​ຂອງ​ພຣະອົງ​ໄປ ດັ່ງນັ້ນ ໂຢເຊັບ​ຈຶ່ງ​ເອົາ​ພຣະສົບ​ຂອງ​ພຣະອົງ​ລົງ​ຈາກ​ໄມ້ກາງແຂນ​ໄປ.</verse>
				<verse number="39">ນີໂກເດມ ຜູ້​ທີ່​ມາ​ຫາ​ພຣະເຢຊູເຈົ້າ​ຄັ້ງ​ໜຶ່ງ​ໃນ​ຕອນ​ກາງຄືນ​ນັ້ນ ກໍ​ໄປ​ເໝືອນກັນ ໂດຍ​ຖື​ເຄື່ອງຫອມ​ປະມານ​ສາມ​ກິໂລກຼາມ​ປະສົມ​ຢາງ​ໄມ້​ຫອມ​ກັບ​ອາໂຣເອ ມາ​ດ້ວຍ.</verse>
				<verse number="40">ທ່ານ​ທັງສອງ​ໄດ້​ນຳ​ຊາກສົບ​ຂອງ​ພຣະເຢຊູເຈົ້າ​ລົງ​ມາ ແລ້ວ​ເອົາ​ຜ້າປ່ານ​ກັບ​ເຄື່ອງຫອມ​ພັນ​ສົບ​ນັ້ນ ຕາມ​ທຳນຽມ​ມ້ຽນ​ຊາກສົບ​ຂອງ​ຊາວ​ຢິວ.</verse>
				<verse number="41">ໃນ​ບ່ອນ​ຄຶງ​ພຣະເຢຊູເຈົ້າ​ນັ້ນ​ມີ​ສວນ​ແຫ່ງ​ໜຶ່ງ ແລະ​ຢູ່​ໃນ​ບ່ອນ​ນັ້ນ ມີ​ອຸບມຸງ​ໃໝ່​ທີ່​ບໍ່ເຄີຍ​ວາງ​ສົບ​ຜູ້ໃດ​ຈັກເທື່ອ.</verse>
				<verse number="42">ເນື່ອງ​ຈາກ​ວ່າ​ເປັນ​ວັນ​ຈັດຕຽມ​ກ່ອນ​ວັນ​ຊະບາໂຕ​ຂອງ​ຊາວ​ຢິວ ແລະ​ອຸບມຸງ​ນັ້ນ​ກໍ​ຢູ່​ໃກ້ ພວກເພິ່ນ​ຈຶ່ງ​ເອົາ​ພຣະສົບ​ຂອງ​ພຣະເຢຊູເຈົ້າ​ວາງ​ໄວ້​ຢູ່​ໃນ​ທີ່ນັ້ນ.</verse>
			</chapter>
			<chapter number="20">
				<verse number="1">ໃນ​ເຊົ້າ​ວັນ​ອາທິດ​ຂະນະທີ່​ຍັງ​ມືດ​ຢູ່ ນາງ​ມາຣີ​ໄທ​ມັກດາລາ​ໄດ້​ມາ​ເຖິງ​ອຸບມຸງ ແລະ​ນາງ​ກໍ​ເຫັນ​ວ່າ ກ້ອນຫີນ​ຖືກ​ກຶ່ງ​ອອກ​ຈາກ​ປາກ​ອຸບມຸງ​ແລ້ວ.</verse>
				<verse number="2">ນາງ​ຈຶ່ງ​ໄປ​ຫາ​ຊີໂມນ​ເປໂຕ ແລະ​ສາວົກ​ຄົນອື່ນ​ທີ່​ພຣະເຢຊູເຈົ້າ​ຮັກ​ນັ້ນ, ແລ້ວ​ບອກ​ວ່າ, “ພວກເຂົາ​ໄດ້​ເອົາ​ພຣະສົບ​ຂອງ​ພຣະອົງເຈົ້າ​ອອກ​ຈາກ​ອຸບມຸງ​ແລ້ວ ແລະ​ພວກເຮົາ​ບໍ່​ຮູ້​ວ່າ ພວກເຂົາ​ເອົາ​ໄປ​ໄວ້​ໃສ.”</verse>
				<verse number="3">ແລ້ວ​ເປໂຕ​ກັບ​ສາວົກ​ຄົນອື່ນ​ນັ້ນ​ກໍ​ອອກ​ໄປ​ທີ່​ອຸບມຸງ.</verse>
				<verse number="4">ທ່ານ​ທັງສອງ​ແລ່ນ​ໄປ, ແຕ່​ສາວົກ​ຄົນອື່ນ​ແລ່ນ​ໄວ​ກວ່າ​ເປໂຕ ມາ​ຮອດ​ອຸບມຸງ​ກ່ອນ.</verse>
				<verse number="5">ລາວ​ກົ້ມ​ລົງ​ເຫັນ​ຜ້າປ່ານ​ກອງ​ໄວ້, ແຕ່​ລາວ​ບໍ່ໄດ້​ເຂົ້າ​ໄປ​ທາງ​ໃນ.</verse>
				<verse number="6">ສ່ວນ​ຊີໂມນ​ເປໂຕ​ແລ່ນ​ມາ​ຕາມ​ຫລັງ ຈຶ່ງ​ເຂົ້າ​ໄປ​ໃນ​ອຸບມຸງ, ລາວ​ເຫັນ​ຜ້າປ່ານ​ກອງ​ໄວ້</verse>
				<verse number="7">ແລະ ຜ້າພັນຫົວ​ຂອງ​ພຣະອົງ​ທີ່​ບໍ່ໄດ້​ກອງ​ໃສ່​ກັບ​ຜ້າ​ອື່ນໆ ແຕ່​ພັບ​ໄວ້​ຕ່າງຫາກ.</verse>
				<verse number="8">ແລ້ວ​ສາວົກ​ຄົນອື່ນ ຜູ້​ທີ່​ມາ​ຮອດ​ກ່ອນ​ນັ້ນ​ກໍ​ເຂົ້າ​ໄປ​ທາງ​ໃນ​ເໝືອນກັນ ລາວ​ໄດ້​ເຫັນ​ແລະ​ໄດ້​ເຊື່ອ.</verse>
				<verse number="9">ໃນ​ຂະນະ​ນັ້ນ ພວກເພິ່ນ​ບໍ່​ເຂົ້າໃຈ​ໃນ​ຂໍ້​ພຣະຄຳພີ ທີ່​ມີ​ຂຽນ​ໄວ້​ວ່າ, ພຣະອົງ​ຈະ​ຕ້ອງ​ເປັນ​ຄືນ​ມາ​ຈາກ​ຕາຍ.</verse>
				<verse number="10">ແລ້ວ​ສາວົກ​ທັງສອງ​ກໍ​ກັບຄືນ​ເມືອ​ບ້ານ​ຂອງຕົນ.</verse>
				<verse number="11">ຝ່າຍ​ນາງ​ມາຣີ​ໄດ້​ຢືນ​ຮ້ອງໄຫ້​ຢູ່​ຂ້າງ​ນອກ​ອຸບມຸງ ໃນ​ຂະນະທີ່​ນາງ​ກຳລັງ​ຮ້ອງໄຫ້​ຢູ່​ນັ້ນ, ນາງ​ໄດ້​ກົ້ມ​ຫລຽວ​ໄປ​ທາງ​ອຸບມຸງ</verse>
				<verse number="12">ແລະ​ໄດ້​ເຫັນ​ເທວະດາ​ສອງ​ຕົນ​ໃສ່​ເຄື່ອງ​ຂາວ ນັ່ງ​ຢູ່​ບ່ອນ​ທີ່​ພວກເຂົາ​ວາງ​ພຣະສົບ​ຂອງ​ພຣະເຢຊູເຈົ້າ ຕົນ​ໜຶ່ງ​ຢູ່​ເບື້ອງ​ຫົວ ແລະ​ຕົນ​ໜຶ່ງ​ຢູ່​ເບື້ອງ​ຕີນ.</verse>
				<verse number="13">ເທວະດາ​ທັງສອງ​ໄດ້​ຖາມ​ນາງ​ມາຣີ​ວ່າ, “ນາງ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້?” ນາງ​ຕອບ​ວ່າ, “ເພາະ​ພວກເຂົາ​ໄດ້​ເອົາ​ພຣະສົບ​ຂອງ​ພຣະອົງເຈົ້າ​ຂອງ​ຂ້ານ້ອຍ​ໄປ​ແລ້ວ ແລະ​ຂ້ານ້ອຍ​ບໍ່​ຮູ້​ວ່າ​ພວກເຂົາ​ເອົາ​ໄປ​ໄວ້​ໃສ?”</verse>
				<verse number="14">ເມື່ອ​ເວົ້າ​ດັ່ງນັ້ນ​ແລ້ວ ນາງ​ໄດ້​ຫລຽວ​ຫລັງ​ມາ​ເຫັນ​ພຣະເຢຊູເຈົ້າ​ຢືນ​ຢູ່​ທີ່​ນັ້ນ, ແຕ່​ນາງ​ບໍ່​ຮູ້​ວ່າ​ແມ່ນ​ພຣະເຢຊູເຈົ້າ.</verse>
				<verse number="15">ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ນາງ​ວ່າ, “ນາງ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້? ເຈົ້າ​ຊອກ​ຫາ​ຜູ້ໃດ?” ນາງ​ຄິດ​ວ່າ​ເປັນ​ຄົນ​ຮັກສາ​ສວນ ນາງ​ຈຶ່ງ​ຕອບ​ວ່າ, “ທ່ານເອີຍ ຖ້າ​ທ່ານ​ໄດ້​ເອົາ​ພຣະສົບ​ຂອງ​ເພິ່ນ​ໄປ ບອກ​ໃຫ້​ຂ້ານ້ອຍ​ຮູ້​ແດ່​ວ່າ ທ່ານ​ເອົາ​ໄປ​ໄວ້​ໃສ? ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄປ​ນຳ​ເອົາ​ພຣະສົບ​ຂອງ​ພຣະອົງ​ອອກ​ໄປ.”</verse>
				<verse number="16">ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ນາງ​ວ່າ, “ມາຣີ.” ນາງ​ປິ່ນ​ໜ້າ​ມາ​ຫາ​ພຣະອົງ ແລະ​ເວົ້າ​ເປັນ​ພາສາ​ເຮັບເຣີ​ວ່າ, “ຣັບໂບນີ” (ແປ​ວ່າ, “ພຣະອາຈານ.”)</verse>
				<verse number="17">ພຣະເຢຊູເຈົ້າ​ກ່າວ​ກັບ​ນາງ​ວ່າ, “ຢ່າ​ສູ່​ໜ່ວງໜ່ຽວ​ເຮົາ​ໄວ້​ເທາະ ເພາະ​ເຮົາ​ຍັງ​ບໍ່​ທັນ​ໄດ້​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ, ແຕ່​ໃຫ້​ເຈົ້າ​ໄປ​ຫາ​ພີ່ນ້ອງ​ຂອງເຮົາ ແລະ​ບອກ​ພວກເຂົາ​ວ່າ​ເຮົາ​ຈະ​ຂຶ້ນ​ເມືອ​ຫາ​ພຣະອົງ ຜູ້​ເປັນ​ພຣະບິດາເຈົ້າ​ຂອງເຮົາ ແລະ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຈະ​ເມືອ​ຫາ​ພຣະເຈົ້າ​ຂອງເຮົາ ແລະ​ພຣະເຈົ້າ​ຂອງ​ພວກເຈົ້າ.”</verse>
				<verse number="18">ດັ່ງນັ້ນ ນາງ​ມາຣີ​ໄທ​ມັກດາລາ​ຈຶ່ງ​ໄປ​ບອກ​ຂ່າວ​ນີ້ ແກ່​ພວກ​ສາວົກ​ວ່າ ຕົນ​ໄດ້​ເຫັນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ບອກ​ພວກເພິ່ນ​ຕາມ​ທີ່​ພຣະອົງ​ໄດ້​ບອກ​ແກ່​ນາງ.</verse>
				<verse number="19">ໃນ​ຄໍ່າ​ວັນ​ດຽວກັນ​ນັ້ນ​ຄື​ວັນ​ອາທິດ ຊຶ່ງ​ເປັນ​ວັນ​ທີ່​ພວກ​ສາວົກ​ຮ່ວມ​ກັນ​ຢູ່​ໃນ​ຫ້ອງ ແລະ​ປິດ​ປະຕູ​ໃສ່​ໄລ​ໄວ້​ເພາະ​ຢ້ານ​ພວກ​ຢິວ ແລ້ວ​ພຣະເຢຊູເຈົ້າ​ກໍ​ສະເດັດ​ເຂົ້າ​ມາ​ຢືນ​ຢູ່​ທ່າມກາງ​ພວກເພິ່ນ, ພຣະອົງ​ກ່າວ​ວ່າ, “ສັນຕິສຸກ ຈົ່ງ​ມີ​ແກ່​ເຈົ້າ​ທັງຫລາຍ.”</verse>
				<verse number="20">ເມື່ອ​ພຣະເຢຊູເຈົ້າ​ກ່າວ​ດັ່ງນັ້ນ​ແລ້ວ ພຣະອົງ​ກໍ​ເດ່​ມື ແລະ​ປິ່ນ​ຂ້າງ​ຂອງ​ພຣະອົງ​ໃຫ້​ພວກເພິ່ນ​ເບິ່ງ, ພວກ​ສາວົກ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ທີ່​ເຫັນ​ພຣະອົງເຈົ້າ.</verse>
				<verse number="21">ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ອີກ​ວ່າ, “ສັນຕິສຸກ ຈົ່ງ​ຢູ່​ກັບ​ເຈົ້າ​ທັງຫລາຍ ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ​ຢ່າງ​ໃດ ເຮົາ​ກໍ​ໃຊ້​ພວກເຈົ້າ​ໄປ​ຢ່າງ​ນັ້ນ.”</verse>
				<verse number="22">ເມື່ອ​ກ່າວ​ຈົບ​ແລ້ວ ພຣະອົງ​ໄດ້​ລະບາຍ​ລົມຫາຍໃຈ​ອອກ​ໃສ່​ພວກເພິ່ນ ແລະ​ບອກ​ວ່າ, “ຈົ່ງ​ຮັບ​ເອົາ​ພຣະວິນຍານ​ບໍຣິສຸດເຈົ້າ​ເຖີດ.</verse>
				<verse number="23">ຖ້າ​ເຈົ້າ​ທັງຫລາຍ​ຈະ​ຍົກ​ຄວາມ​ຜິດບາບ​ຂອງ​ຜູ້ໃດ ຄວາມ​ຜິດບາບ​ຂອງ​ຜູ້ນັ້ນ ພຣະເຈົ້າ​ໄດ້​ຊົງ​ຍົກ​ເສຍ​ແລ້ວ ແລະ​ຖ້າ​ພວກເຈົ້າ​ທັງຫລາຍ​ກັກ​ຄວາມ​ຜິດບາບ​ໃຫ້​ຢູ່​ກັບ​ຜູ້ໃດ ພຣະເຈົ້າ​ໄດ້​ຊົງ​ກັກ​ຄວາມ​ຜິດບາບ​ໃຫ້​ຢູ່​ກັບ​ຜູ້ນັ້ນ​ແລ້ວ.”</verse>
				<verse number="24">ໂທມາ​ທີ່​ເອີ້ນ​ວ່າ​ຝາແຝດ​ເປັນ​ສາວົກ​ຄົນ​ໜຶ່ງ​ໃນ​ສິບສອງ​ຄົນ, ລາວ​ບໍ່ໄດ້​ຢູ່​ກັບ​ພວກເພິ່ນ​ເມື່ອ​ພຣະເຢຊູເຈົ້າ​ມາ​ປາກົດ​ນັ້ນ.</verse>
				<verse number="25">ສາວົກ​ຄົນອື່ນ​ຈຶ່ງ​ບອກ​ໂທມາ​ວ່າ, “ພວກເຮົາ​ໄດ້​ເຫັນ​ພຣະອົງເຈົ້າ​ແລ້ວ.” ແຕ່​ໂທມາ​ຕອບ​ພວກເພິ່ນ​ວ່າ, “ຂ້ອຍ​ຈະ​ບໍ່​ເຊື່ອ ຖ້າ​ຂ້ອຍ​ບໍ່​ເຫັນ​ຮອຍ​ຕະປູ​ທີ່​ຝາມື​ຂອງ​ເພິ່ນ ແລະ​ເອົາ​ນິ້ວ​ມື​ຂອງຂ້ອຍ​ແປະ​ໃສ່​ຮອຍ​ຕະປູ​ນັ້ນ ແລະ​ຈັບ​ບາຍ​ຂ້າງ​ຂອງ​ເພິ່ນ.”</verse>
				<verse number="26">ຫລັງຈາກ​ນັ້ນ​ແປດ​ວັນ​ຕໍ່ມາ ພວກ​ສາວົກ​ຂອງ​ພຣະອົງ​ໄດ້​ຢູ່​ພ້ອມ​ພຽງ​ກັນ​ໃນ​ເຮືອນ​ນັ້ນ​ອີກ ໂທມາ​ກໍ​ຢູ່​ນຳ​ພວກເພິ່ນ​ດ້ວຍ, ປະຕູ​ກໍ​ປິດ​ແລະ​ໃສ່​ໄລ​ກອນ​ໄວ້ ແຕ່​ພຣະເຢຊູເຈົ້າ​ສະເດັດ​ເຂົ້າ​ມາ​ຢືນ​ຢູ່​ທ່າມກາງ​ພວກເພິ່ນ ແລະ​ກ່າວ​ວ່າ, “ສັນຕິສຸກ ຈົ່ງ​ມີ​ແກ່​ເຈົ້າ​ທັງຫລາຍ.”</verse>
				<verse number="27">ແລ້ວ​ພຣະອົງ​ກໍ​ກ່າວ​ຕໍ່​ໂທມາ​ວ່າ, “ຈົ່ງ​ເອົາ​ນິ້ວມື​ຂອງ​ເຈົ້າ​ມາ​ນີ້ ແລະ​ລູບ​ເບິ່ງ​ຝາມື​ຂອງເຮົາ ແລະ​ເອົາ​ມື​ຂອງ​ເຈົ້າ​ແປະ​ຂ້າງ​ຂອງເຮົາ​ດ້ວຍ ຢ່າ​ຂາດ​ຄວາມເຊື່ອ ແຕ່​ຈົ່ງ​ເຊື່ອ.”</verse>
				<verse number="28">ໂທມາ​ຕອບ​ພຣະອົງ​ວ່າ, “ພຣະອົງເຈົ້າ​ຂອງ​ຂ້ານ້ອຍ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ.”</verse>
				<verse number="29">ພຣະເຢຊູເຈົ້າ​ກ່າວ​ຕໍ່​ໂທມາ​ວ່າ, “ເພາະ​ເຈົ້າ​ໄດ້​ເຫັນ​ເຮົາ ເຈົ້າ​ຈຶ່ງ​ເຊື່ອ​ບໍ? ຜູ້​ທີ່​ບໍ່​ເຫັນ​ເຮົາ ແຕ່​ໄດ້​ເຊື່ອ​ກໍ​ເປັນ​ສຸກ.”</verse>
				<verse number="30">ພຣະເຢຊູເຈົ້າ​ເຮັດ​ການ​ອັດສະຈັນ​ອື່ນໆ​ອີກ​ຫລາຍ​ປະການ ຕໍ່ໜ້າ​ພວກ​ສາວົກ​ຂອງ​ພຣະອົງ ແຕ່​ບໍ່ໄດ້​ຈົດ​ໄວ້​ໃນ​ໜັງສື​ເຫຼັ້ມ​ນີ້.</verse>
				<verse number="31">ການ​ທີ່​ໄດ້​ຈົດ​ເຫດການ​ເຫຼົ່ານີ້​ໄວ້​ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ເຊື່ອ ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ໂດຍ​ທາງ​ຄວາມເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ.</verse>
			</chapter>
			<chapter number="21">
				<verse number="1">ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ສຳແດງ​ແກ່​ພວກ​ສາວົກ​ອີກ​ຄັ້ງ​ໜຶ່ງ ຢູ່​ແຄມ​ທະເລສາບ​ຕີເບເຣຍ, ເຫດການ​ເກີດຂຶ້ນ​ດັ່ງນີ້:</verse>
				<verse number="2">ຊີໂມນ​ເປໂຕ, ໂທມາ​ທີ່​ເອີ້ນ​ວ່າ​ຝາແຝດ, ນະທານາເອັນ​ໄທ​ບ້ານ​ການາ ແຂວງ​ຄາລີເລ, ລູກຊາຍ​ທັງສອງ​ຂອງ​ເຊເບດາຍ ແລະ​ສາວົກ​ຂອງ​ພຣະອົງ​ອີກ​ສອງ​ຄົນ​ກໍ​ຢູ່​ພ້ອມ​ໜ້າ​ກັນ.</verse>
				<verse number="3">ຊີໂມນ​ເປໂຕ​ບອກ​ພວກເພິ່ນ​ວ່າ, “ຂ້ອຍ​ຈະ​ໄປ​ຫາ​ປາ.” ພວກເພິ່ນ​ຕອບ​ວ່າ, “ພວກເຮົາ​ກໍ​ຈະ​ໄປ​ກັບ​ເຈົ້າ​ດ້ວຍ,” ແລ້ວ​ພວກເພິ່ນ​ກໍ​ລົງ​ເຮືອ​ໄປ ແຕ່​ໃນ​ຄືນ​ນັ້ນ ພວກເພິ່ນ​ບໍ່ໄດ້​ປາ​ຈັກ​ໂຕ.</verse>
				<verse number="4">ເມື່ອ​ຮຸ່ງ​ເຊົ້າ​ມາ ພຣະເຢຊູເຈົ້າ​ຢືນ​ຢູ່​ແຄມ​ຝັ່ງ ແຕ່​ພວກ​ສາວົກ​ບໍ່​ຮູ້​ວ່າ​ແມ່ນ​ພຣະອົງ.</verse>
				<verse number="5">ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ລູກ​ເອີຍ ພວກເຈົ້າ​ມີ​ຂອງ​ກິນ​ບໍ່?” ພວກເພິ່ນ​ຕອບ​ພຣະອົງ​ວ່າ, “ບໍ່ມີ.”</verse>
				<verse number="6">ພຣະເຢຊູເຈົ້າ​ບອກ​ພວກເພິ່ນ​ວ່າ, “ຈົ່ງ​ຖິ້ມ​ມອງ​ລົງ​ເບື້ອງ​ຂວາ​ຂອງ​ເຮືອ ແລ້ວ​ພວກເຈົ້າ​ຈະ​ໄດ້​ປາ.” ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ຖິ້ມ​ມອງ​ລົງ ມອງ​ຖືກ​ປາ​ຫລາຍ​ຈົນ​ດຶງ​ມອງ​ຂຶ້ນ​ບໍ່ໄດ້.</verse>
				<verse number="7">ສາວົກ​ຜູ້​ທີ່​ພຣະເຢຊູເຈົ້າ​ຊົງ​ຮັກ​ບອກ​ເປໂຕ​ວ່າ, “ແມ່ນ​ພຣະອົງເຈົ້າ​ນັ້ນແຫລະ.” ເມື່ອ​ຊີໂມນ​ເປໂຕ​ໄດ້ຍິນ​ວ່າ ແມ່ນ​ພຣະອົງເຈົ້າ ລາວ​ຈຶ່ງ​ຈັບ​ເອົາ​ເສື້ອ​ມາ​ນຸ່ງ​ເພາະ​ຕົນ​ເປືອຍຕົວ​ຢູ່ ແລ້ວ​ໂຕນ​ລົງ​ນໍ້າ.</verse>
				<verse number="8">ສ່ວນ​ສາວົກ​ຄົນອື່ນໆ​ໄດ້​ເອົາ​ເຮືອ​ນ້ອຍ​ລາກ​ດຶງ​ເອົາ​ມອງ ທີ່​ມີ​ປາ​ເຕັມ​ຢູ່​ນັ້ນ​ເຂົ້າ​ຝັ່ງ ເພາະ​ພວກເພິ່ນ​ຢູ່​ໄກ​ຈາກ​ຝັ່ງ​ພຽງແຕ່​ຮ້ອຍ​ແມັດ​ເທົ່ານັ້ນ.</verse>
				<verse number="9">ເມື່ອ​ພວກເພິ່ນ​ຂຶ້ນ​ມາ​ເຖິງ​ຝັ່ງ​ແລ້ວ ກໍ​ເຫັນ​ຖ່ານໄຟ​ລຸກ​ຢູ່​ພ້ອມ​ທັງ​ມີ​ປາ ແລະ​ເຂົ້າຈີ່​ຂາງ​ໄວ້.</verse>
				<verse number="10">ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ເອົາ​ປາ​ບາງ​ໂຕ​ທີ່​ພວກເຈົ້າ​ຈັບ​ໄດ້​ມາ.”</verse>
				<verse number="11">ຊີໂມນ​ເປໂຕ​ຈຶ່ງ​ເຂົ້າ​ໄປ​ໃນ​ເຮືອ ດຶງ​ມອງ​ຂຶ້ນ​ຝັ່ງ ມີ​ປາ​ໂຕ​ໃຫຍ່​ເຕັມ​ຢູ່ ຈຳນວນ​ໜຶ່ງຮ້ອຍ​ຫ້າສິບສາມ​ໂຕ, ເຖິງ​ວ່າ ມີ​ປາ​ຫລວງຫລາຍ​ປານ​ນັ້ນ ມອງ​ກໍ​ຍັງ​ບໍ່​ຂາດ.</verse>
				<verse number="12">ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ພາກັນ​ມາ​ກິນ​ເຂົ້າ​ສາ,” ໃນ​ຈຳນວນ​ພວກ​ສາວົກ​ບໍ່ມີ​ຜູ້ໃດ​ກ້າ​ຖາມ​ເລີຍ​ວ່າ ທ່ານ​ແມ່ນ​ຜູ້ໃດ? ເພາະ​ພວກເພິ່ນ​ຮູ້​ວ່າ ພຣະອົງ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="13">ແລ້ວ​ພຣະເຢຊູເຈົ້າ​ກໍ​ເຂົ້າ​ມາ​ຈັບ​ເອົາ​ເຂົ້າຈີ່ ແລະ​ປາ​ຢາຍ​ໃຫ້​ພວກເພິ່ນ.</verse>
				<verse number="14">ນີ້​ເປັນ​ເທື່ອ​ທີ​ສາມ ທີ່​ພຣະເຢຊູເຈົ້າ​ປາກົດ​ແກ່​ພວກ​ສາວົກ ຫລັງຈາກ​ທີ່​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ.</verse>
				<verse number="15">ຫລັງຈາກ​ກິນ​ເຂົ້າ​ແລ້ວ ພຣະເຢຊູເຈົ້າ​ກ່າວ​ແກ່​ຊີໂມນ​ເປໂຕ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ ເຈົ້າ​ຮັກ​ເຮົາ​ຫລາຍກວ່າ​ສິ່ງ​ເຫຼົ່ານີ້​ບໍ?” ເປໂຕ​ຕອບ​ວ່າ, “ໂດຍ ພຣະອົງເຈົ້າ​ເອີຍ ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ.” ພຣະອົງ​ຈຶ່ງ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ໜຸ່ມ​ຂອງເຮົາ​ເດີ.”</verse>
				<verse number="16">ພຣະອົງ​ກ່າວ​ແກ່​ເປໂຕ​ເປັນ​ຄັ້ງ​ທີ​ສອງ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຕອບ​ວ່າ, “ໂດຍ ພຣະອົງເຈົ້າ​ເອີຍ, ພຣະອົງ​ຮູ້ຈັກ​ວ່າ ຂ້ານ້ອຍ​ຮັກ​ພຣະອົງ.” ພຣະອົງ​ຈຶ່ງ​ສັ່ງ​ວ່າ, “ຈົ່ງ​ລ້ຽງ​ຮັກສາ​ແກະ​ຂອງເຮົາ​ເດີ.”</verse>
				<verse number="17">ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ເປໂຕ​ເປັນ​ຄັ້ງ​ທີ​ສາມ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ທຸກໃຈ​ທີ່​ພຣະເຢຊູເຈົ້າ​ໄດ້​ຖາມ​ຕົນ​ເຖິງ​ສາມ​ເທື່ອ​ວ່າ, “ເຈົ້າ​ຮັກ​ເຮົາ​ບໍ?” ສະນັ້ນ ເປໂຕ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ພຣະອົງ​ຮູ້ຈັກ​ທຸກໆ​ສິ່ງ ພຣະອົງ​ຮູ້ຈັກ​ວ່າ ຂ້ານ້ອຍ​ຮັກ​ພຣະອົງ.” ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ທັງຫລາຍ​ຂອງເຮົາ​ເດີ.</verse>
				<verse number="18">ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ ເມື່ອ​ເຈົ້າ​ຍັງ​ໜຸ່ມ ເຈົ້າ​ຄາດ​ແອວ​ຂອງ​ເຈົ້າ​ເອງ ແລະ​ທຽວ​ໄປມາ​ທາງ​ໃດ​ຕາມໃຈ​ມັກ, ແຕ່​ເມື່ອ​ເຈົ້າ​ເຖົ້າແກ່​ແລ້ວ ເຈົ້າ​ຈະ​ຢຽດ​ມື​ຂອງ​ເຈົ້າ​ອອກ ແລະ​ຄົນອື່ນ​ຈະ​ຄາດ​ແອວ​ໃຫ້ ແລະ​ຈະ​ພາ​ເຈົ້າ​ໄປ​ໃນ​ບ່ອນ​ທີ່​ເຈົ້າ​ບໍ່​ຢາກ​ໄປ.” (</verse>
				<verse number="19">ພຣະອົງ​ກ່າວ​ດັ່ງນີ້ ໝາຍ​ເຖິງ​ວິທີ​ທີ່​ເປໂຕ​ຈະ​ຕາຍ ແລະ​ຈະ​ນຳ​ກຽດຕິຍົດ​ມາ​ສູ່​ພຣະເຈົ້າ.) ເມື່ອ​ພຣະອົງ​ກ່າວ​ດັ່ງນີ້​ແລ້ວ ພຣະອົງ​ຈຶ່ງ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.”</verse>
				<verse number="20">ເປໂຕ​ຫລຽວ​ຫລັງ​ເຫັນ​ສາວົກ​ຜູ້​ທີ່​ພຣະອົງ​ຊົງ​ຮັກ​ຕາມ​ມາ ຄື​ຜູ້​ທີ່​ນັ່ງ​ເນີ້ງຕົວ​ອີງ​ໃສ່​ພຣະອົງ​ໃນ​ເວລາ​ຮັບປະທານ​ອາຫານ ແລະ​ເຄີຍ​ໄດ້​ຖາມ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ, ແມ່ນ​ຜູ້ໃດ​ທີ່​ຈະ​ທໍລະຍົດ​ຕໍ່​ພຣະອົງ?”</verse>
				<verse number="21">ເມື່ອ​ເປໂຕ​ເຫັນ​ສາວົກ​ຄົນ​ນັ້ນ​ແລ້ວ ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຜູ້​ນີ້​ເດ​ຈະ​ເປັນ​ຢ່າງ​ໃດ?”</verse>
				<verse number="22">ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ຖ້າ​ເຮົາ​ຢາກ​ໃຫ້​ລາວ​ມີ​ຊີວິດ​ຢູ່​ຈົນ​ເຮົາ​ກັບ​ມາ ຈະ​ກ່ຽວຂ້ອງ​ອັນໃດ​ກັບ​ເຈົ້າ? ສ່ວນ​ເຈົ້າ​ຈົ່ງ​ຕາມ​ເຮົາ​ມາ.”</verse>
				<verse number="23">ເຫດສະນັ້ນ ຄຳ​ທີ່​ວ່າ​ສາວົກ​ຄົນ​ນັ້ນ​ຈະ​ບໍ່​ຕາຍ ຈຶ່ງ​ຊ່າລື​ທົ່ວ​ໄປ​ໃນ​ທ່າມກາງ​ພວກ​ພີ່ນ້ອງ, ແຕ່​ພຣະເຢຊູເຈົ້າ​ບໍ່ໄດ້​ກ່າວ​ວ່າ ສາວົກ​ຄົນ​ນີ້​ຈະ​ບໍ່​ຕາຍ, ແຕ່​ພຣະອົງ​ກ່າວ​ວ່າ, “ຖ້າ​ເຮົາ​ຢາກ​ໃຫ້​ລາວ​ມີ​ຊີວິດ​ຢູ່​ຈົນ​ເຮົາ​ກັບ​ມາ ຈະ​ກ່ຽວຂ້ອງ​ອັນໃດ​ກັບ​ເຈົ້າ.”</verse>
				<verse number="24">ແມ່ນ​ສາວົກ​ຄົນ​ນີ້​ເອງ ທີ່​ໄດ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫຼົ່ານີ້ ທັງ​ເປັນ​ຜູ້​ທີ່​ບັນທຶກ​ເລື່ອງ​ເຫຼົ່ານີ້​ໄວ້​ດ້ວຍ ແລະ​ພວກເຮົາ​ກໍ​ຮູ້​ວ່າ ຄຳ​ຢືນຢັນ​ຂອງ​ເພິ່ນ​ເປັນ​ຄວາມຈິງ.</verse>
				<verse number="25">ພຣະເຢຊູເຈົ້າ​ຍັງ​ໄດ້​ກະທຳ​ສິ່ງ​ອື່ນໆ​ອີກ​ຫລາຍ​ຢ່າງ ຖ້າ​ຈະ​ຂຽນ​ໄວ້​ຕາມ​ລຳດັບ​ທຸກປະການ ຂ້າພະເຈົ້າ​ຄິດ​ວ່າ ທົ່ວ​ທັງ​ໂລກນີ້​ຈະ​ບໍ່ມີ​ບ່ອນ​ພໍ ສຳລັບ​ມ້ຽນ​ໜັງສື​ຕ່າງໆ​ທີ່​ຂຽນ​ນັ້ນ.</verse>
			</chapter>
		</book>
		<book number="44">
			<chapter number="1">
				<verse number="1">ທ່ານ​ເທໂອຟີໂລ​ທີ່​ນັບຖື: ໃນ​ໜັງສື​ເຫຼັ້ມ​ທຳອິດ ຂ້າພະເຈົ້າ​ໄດ້​ຂຽນ​ເຖິງ​ກິດຈະການ​ທັງໝົດ ຊຶ່ງ​ພຣະເຢຊູເຈົ້າ​ໄດ້​ກະທຳ ແລະ​ໄດ້​ສັ່ງສອນ​ປະຊາຊົນ ຕັ້ງແຕ່​ເວລາ​ທີ່​ພຣະອົງ​ເລີ່ມຕົ້ນ​ພາລະກິດ​ຂອງ​ພຣະອົງ</verse>
				<verse number="2">ຈົນເຖິງ​ວັນ​ທີ່​ພຣະອົງ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ ກ່ອນ​ພຣະອົງ​ຖືກ​ຮັບ​ຂຶ້ນ​ດ້ວຍ​ຣິດເດດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ​ນັ້ນ ພຣະອົງ​ໄດ້​ໃຫ້​ຄຳແນະນຳ ແກ່​ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ໄວ້ ຄື​ພວກ​ອັກຄະສາວົກ​ຂອງ​ພຣະອົງ.</verse>
				<verse number="3">ຫລັງຈາກ​ຄວາມ​ຕາຍ​ຂອງ​ພຣະອົງ​ແລ້ວ ພຣະອົງ​ໄດ້​ປາກົດ​ແກ່​ພວກເພິ່ນ​ຫລາຍ​ເທື່ອ ເປັນ​ເວລາ​ສີ່ສິບ​ວັນ​ໂດຍ​ພິສູດ​ໃຫ້​ເຫັນ​ວ່າ ພຣະອົງ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ມີ​ຊີວິດ​ຢູ່ ພວກເພິ່ນ​ໄດ້​ເຫັນ​ພຣະອົງ ແລະ​ພຣະອົງ​ກໍໄດ້​ສົນທະນາ​ກັບ​ພວກເພິ່ນ ເຖິງ​ຣາຊອານາຈັກ​ຂອງ​ພຣະເຈົ້າ.</verse>
				<verse number="4">ໃນ​ເວລາ​ທີ່​ພວກເພິ່ນ​ມາ​ເຕົ້າໂຮມ​ກັນ ພຣະອົງ​ໄດ້​ສັ່ງ​ພວກເພິ່ນ​ດັ່ງນີ້: “ຢ່າ​ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ, ແຕ່​ໃຫ້​ຄອຍ​ຮັບ​ຂອງ​ປະທານ​ໃຫ້ ທີ່​ພຣະບິດາເຈົ້າ​ຂອງເຮົາ​ໄດ້​ສັນຍາ​ໄວ້ ຕາມ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ.</verse>
				<verse number="5">ໂຢຮັນ​ໄດ້​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ, ແຕ່​ໃນ​ບໍ່​ເທົ່າ​ໃດ​ວັນ​ຕໍ່ໄປນີ້ ພວກເຈົ້າ​ຈະ​ໄດ້​ຮັບ​ບັບຕິສະມາ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.”</verse>
				<verse number="6">ເມື່ອ​ພວກ​ອັກຄະສາວົກ​ມາ​ເຕົ້າໂຮມ​ກັນ ເພື່ອ​ພົບ​ພຣະເຢຊູເຈົ້າ ພວກເພິ່ນ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ພຣະອົງ​ຈະ​ໃຫ້​ຊົນຊາດ​ອິດສະຣາເອນ​ໄດ້​ຮັບ​ອຳນາດ​ຄືນ​ໃນ​ເວລາ​ນີ້​ບໍ?”</verse>
				<verse number="7">ພຣະເຢຊູເຈົ້າ​ຊົງ​ຕອບ​ພວກເພິ່ນ​ວ່າ, “ບໍ່ແມ່ນ​ໜ້າທີ່​ຂອງ​ພວກເຈົ້າ ທີ່​ຈະ​ຮູ້​ເວລາ ຫລື​ຍາມ​ກຳນົດ ຊຶ່ງ​ພຣະບິດາເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້ ດ້ວຍ​ສິດ​ຂອງ​ພຣະອົງ​ເອງ.</verse>
				<verse number="8">ແຕ່​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ພຣະຣາຊທານ​ຣິດເດດ ເມື່ອ​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ສະເດັດ​ມາ​ເທິງ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ ໃນ​ນະຄອນ​ເຢຣູຊາເລັມ ຕະຫລອດ​ທົ່ວ​ແຂວງ​ຢູດາຍ ກັບ​ແຂວງ​ຊາມາເຣຍ ແລະ​ຈົນເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”</verse>
				<verse number="9">ຫລັງຈາກ​ກ່າວ​ເຊັ່ນນີ້​ແລ້ວ ພຣະເຢຊູເຈົ້າ​ກໍ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ​ຕໍ່ໜ້າ​ຂອງ​ພວກເພິ່ນ ຈົນ​ເມກ​ມາ​ບັງລັບ​ພຣະອົງ​ໄວ້ ຈາກ​ສາຍຕາ​ຂອງ​ພວກເພິ່ນ.</verse>
				<verse number="10">ເມື່ອ​ພວກເພິ່ນ​ຍັງ​ແນມ​ເບິ່ງ​ທ້ອງຟ້າ ໃນ​ຂະນະທີ່​ພຣະອົງ​ຂຶ້ນ​ໄປ​ນັ້ນ ໃນທັນໃດ ກໍ​ມີ​ສອງ​ຄົນ​ນຸ່ງ​ເຄື່ອງ​ຂາວ​ເປັນ​ປະກາຍ​ຢືນ​ຢູ່​ໃກ້ໆ​ພວກເພິ່ນ</verse>
				<verse number="11">ແລະ​ກ່າວ​ວ່າ, “ຊາວ​ຄາລີເລ​ເອີຍ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢືນ​ເບິ່ງ​ທ້ອງຟ້າ? ພຣະເຢຊູເຈົ້າ​ອົງ​ນີ້​ທີ່​ຖືກ​ຮັບ​ໄປ​ຈາກ​ພວກເຈົ້າ ຂຶ້ນ​ສູ່​ສະຫວັນ​ແລ້ວ ພຣະອົງ​ຈະ​ມາ​ປາກົດ​ຢ່າງ​ທີ່​ພວກເຈົ້າ​ໄດ້​ເຫັນ​ພຣະອົງ​ຂຶ້ນ​ສູ່​ສະຫວັນ​ນັ້ນ​ແຫຼະ.”</verse>
				<verse number="12">ແລ້ວ​ພວກ​ອັກຄະສາວົກ​ກໍໄດ້​ຈາກ​ພູເຂົາ​ໝາກກອກເທດ ກັບຄືນ​ມາ​ນະຄອນ​ເຢຣູຊາເລັມ ຊຶ່ງ​ໄກ​ປະມານ​ໜຶ່ງ​ກິໂລແມັດ​ຈາກ​ທີ່​ນັ້ນ.</verse>
				<verse number="13">ເມື່ອ​ເຂົ້າ​ໄປ​ໃນ​ນະຄອນ​ແລ້ວ ພວກເພິ່ນ​ກໍ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນ​ເທິງ ບ່ອນ​ທີ່​ພວກເພິ່ນ​ເຄີຍ​ພັກ​ເຊົາ ໃນ​ພວກເພິ່ນ​ມີ ເປໂຕ, ໂຢຮັນ, ຢາໂກໂບ ແລະ ອັນເດອາ, ຟີລິບ​ກັບ​ໂທມາ, ບາຣະໂທໂລມາຍ ກັບ​ມັດທາຍ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ​ຜູ້ຮັກຊາດ ແລະ ຢູດາ ລູກຊາຍ​ຂອງ​ຢາໂກໂບ.</verse>
				<verse number="14">ຄົນ​ເຫຼົ່ານີ້​ທັງໝົດ​ໄດ້​ຮ່ວມ​ໃຈ​ກັນ​ພາວັນນາ​ອະທິຖານ​ປະຈຳ​ສະໝໍ່າ​ສະເໝີ ໂດຍ​ມີ​ພວກ​ແມ່ຍິງ ມາຣີ​ແມ່​ຂອງ​ພຣະເຢຊູເຈົ້າ ແລະ​ພວກ​ນ້ອງຊາຍ​ຂອງ​ພຣະອົງ​ກໍ​ຮ່ວມ​ຢູ່​ດ້ວຍ.</verse>
				<verse number="15">ໃນ​ວັນ​ຕໍ່ມາ ກໍ​ມີ​ການ​ນະມັດສະການ​ຂອງ​ບັນດາ​ຄົນ​ທີ່​ເຊື່ອ ໂດຍ​ມີ​ຜູ້​ມາ​ລວມ​ທັງໝົດ​ປະມານ​ຮ້ອຍຊາວ​ຄົນ ຝ່າຍ​ເປໂຕ​ຈຶ່ງ​ຢືນ​ຂຶ້ນ ແລະ​ກ່າວ​ແກ່​ຄົນ​ເຫຼົ່ານີ້​ວ່າ,</verse>
				<verse number="16">“ພີ່ນ້ອງ​ທັງຫລາຍ​ເອີຍ, ຂໍ້ຄວາມ​ໃນ​ພຣະຄຳພີ​ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ກ່າວ​ໄວ້​ລ່ວງໜ້າ ໂດຍ​ຜ່ານ​ທາງ​ກະສັດ​ດາວິດ​ຕ້ອງ​ສຳເລັດ​ເປັນ​ຈິງ, ຂໍ້ຄວາມ​ນັ້ນ​ເວົ້າ​ເຖິງ​ຢູດາ ຜູ້​ທີ່​ນຳພາ​ຄົນ​ທັງຫລາຍ​ໄປ​ຈັບກຸມ​ພຣະເຢຊູເຈົ້າ.</verse>
				<verse number="17">ຢູດາ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຮົາ ລາວ​ໄດ້​ຮັບ​ສ່ວນ​ໃນ​ງານ​ນີ້​ເໝືອນກັນ.” (</verse>
				<verse number="18">ດ້ວຍ​ເງິນ​ທີ່​ຢູດາ​ໄດ້​ມາ​ຈາກ​ການ​ກະທຳ​ຊົ່ວ​ຂອງຕົນ ໄປ​ຊື້​ດິນ​ຕອນ​ໜຶ່ງ; ລາວ​ລົ້ມ​ຟາດ​ລົງ​ທີ່ດິນ​ຕອນ​ນີ້ ຈົນ​ເລົາ​ຄີງ​ແຕກ ແລະ​ໄສ້​ໂລ່​ອອກ​ມາ​ທັງໝົດ.</verse>
				<verse number="19">ຊາວ​ນະຄອນ​ເຢຣູຊາເລັມ​ທຸກຄົນ ຕ່າງ​ກໍໄດ້​ຮູ້​ເຖິງ​ເຫດການ​ນີ້. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອີ້ນ​ດິນ​ຕອນ​ນີ້​ຕາມ​ພາສາ​ຂອງ​ພວກ​ຕົນ​ວ່າ ອະເກັນດາມາ ຊຶ່ງ​ໝາຍຄວາມວ່າ ນາເລືອດ)</verse>
				<verse number="20">“ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ເພງ​ສັນລະເສີນ​ວ່າ, ‘ຂໍ​ໃຫ້​ທີ່​ຢູ່​ຂອງ​ມັນ​ຮົກຮ້າງ​ຫວ່າງ​ເປົ່າ​ໄປ ຢ່າ​ໃຫ້​ມີ​ຜູ້ໃດ​ເຂົ້າ​ໄປ​ອາ​ໄສ​ຢູ່​ໃນ​ທີ່ນັ້ນ.’ ແລະ ຍັງ​ມີ​ຂໍ້​ຄວາມ​ຂຽນ​ໄວ້​ອີກ​ວ່າ, ‘ສ່ວນ​ໜ້າທີ່​ຂອງ​ມັນ​ໃຫ້​ຄົນອື່ນ​ຮັບ​ແທນ ຊຶ່ງ​ມັນ​ເຄີຍ​ໄດ້​ຮັບໃຊ້​ມາ​ນັ້ນ.’</verse>
				<verse number="21">ດ້ວຍເຫດນັ້ນ ໃນ​ບັນດາ​ຜູ້​ທີ່​ເປັນ​ພວກ​ດຽວ​ກັບ​ເຮົາ ຕະຫລອດ​ເວລາ​ທີ່​ອົງ​ພຣະເຢຊູເຈົ້າ​ສະເດັດ​ໄປມາ​ກັບ​ພວກເຮົາ,</verse>
				<verse number="22">ຄື​ຕັ້ງແຕ່​ບັບຕິສະມາ​ຂອງ​ໂຢຮັນ ຈົນເຖິງ​ວັນ​ທີ່​ພຣະເຈົ້າ​ຊົງ​ຮັບ​ພຣະອົງ​ຂຶ້ນ​ເມືອ​ຈາກ​ພວກເຮົາ ຄົນ​ໜຶ່ງ​ໃນ​ພວກ​ນີ້​ຈະ​ຕ້ອງ​ກາຍເປັນ​ພະຍານ​ກັບ​ພວກເຮົາ​ວ່າ, ພຣະອົງ​ຊົງ​ຄືນພຣະຊົນ​ແລ້ວ.”</verse>
				<verse number="23">ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ສະເໜີ​ຊາຍ​ສອງ​ຄົນ ຄື​ໂຢເຊັບ ແລະ ມັດເທຍ, ສ່ວນ​ໂຢເຊັບ​ນັ້ນ​ມີ​ຊື່​ອີກ​ວ່າ ບາຣະຊັບບາ ແລະ​ມີ​ນາມສະກຸນ​ວ່າ ຢູສະໂຕ.</verse>
				<verse number="24">ແລ້ວ​ພວກເພິ່ນ​ກໍ​ພາກັນ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະອົງເຈົ້າ ພຣະອົງ​ຢັ່ງ​ຮູ້​ຄວາມ​ນຶກຄິດ​ຈິດໃຈ​ຂອງ​ທຸກຄົນ. ສະນັ້ນ ໂຜດ​ຊີ້​ບອກ​ວ່າ​ໃນ​ສອງ​ຄົນ​ນີ້​ພຣະອົງ​ໄດ້​ເລືອກ​ເອົາ​ຜູ້ໃດ</verse>
				<verse number="25">ເພື່ອ​ໃຫ້​ຮັບໃຊ້​ເປັນ​ອັກຄະສາວົກ​ແທນ​ໜ້າທີ່​ຂອງ​ຢູດາ ຜູ້​ທີ່​ຈາກ​ໄປ​ສູ່​ບ່ອນ​ທີ່​ລາວ​ສົມຄວນ​ຕ້ອງ​ໄປ.”</verse>
				<verse number="26">ແລ້ວ​ພວກເພິ່ນ​ກໍ​ໃຊ້​ສະຫລາກ ເພື່ອ​ເລືອກ​ເອົາ​ຜູ້ໜຶ່ງ​ໃນ​ສອງ​ຄົນ​ນີ້ ແລະ​ຜູ້​ທີ່​ຖືກ​ເລືອກ​ໄດ້​ແມ່ນ​ມັດເທຍ. ດັ່ງນັ້ນ ມັດເທຍ​ຈຶ່ງ​ຖືກ​ນັບ​ເຂົ້າ​ເປັນ​ຄົນ​ໜຶ່ງ ໃນ​ພວກ​ອັກຄະສາວົກ​ສິບເອັດ​ຄົນ​ນັ້ນ.</verse>
			</chapter>
			<chapter number="2">
				<verse number="1">ເມື່ອ​ເຖິງ​ວັນ​ເພັນເຕຄໍສະເຕ ບັນດາ​ພີ່ນ້ອງ​ຜູ້​ທີ່​ເຊື່ອ​ທັງໝົດ​ໃນ​ທີ່ນັ້ນ ກໍ​ມາ​ເຕົ້າໂຮມ​ກັນ​ຢູ່​ບ່ອນ​ດຽວ.</verse>
				<verse number="2">ໃນ​ທັນໃດນັ້ນ ກໍ​ເກີດ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ຟ້າ ເໝືອນ​ສຽງ​ລົມພະຍຸ​ແຮງ​ກ້າ ດັງ​ກ້ອງສະໜັ່ນ​ທົ່ວ​ເຮືອນ​ທີ່​ພວກເພິ່ນ​ນັ່ງ​ຢູ່​ນັ້ນ.</verse>
				<verse number="3">ມີ​ລີ້ນ​ເປັນ​ຮູບ​ເໝືອນ​ແປວ​ໄຟ​ໄດ້​ປາກົດ​ໃຫ້​ພວກເພິ່ນ​ເຫັນ ແລະ​ລິ້ນ​ນັ້ນ​ໄດ້​ແຕກ​ກະຈາຍ​ອອກ​ໄປ​ຢູ່​ເທິງ​ພວກເພິ່ນ​ທຸກຄົນ​ຜູ້​ລະ​ລິ້ນ.</verse>
				<verse number="4">ທຸກຄົນ​ໃນ​ທີ່ນັ້ນ ຈຶ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ເລີ່ມ​ປາກ​ພາສາ​ຕ່າງໆ ຕາມ​ທີ່​ພຣະວິນຍານ​ຊົງ​ໂຜດ​ໃຫ້​ພວກເພິ່ນ​ເວົ້າ.</verse>
				<verse number="5">ຂະນະ​ນັ້ນ ນະຄອນ​ເຢຣູຊາເລັມ​ມີ​ຊາວ​ຢິວ ຈາກ​ທຸກໆ​ປະເທດ​ໃນ​ໂລກ​ມາ​ພັກ​ອາໄສ​ຢູ່ ແລະ​ຊາວ​ຢິວ​ເຫຼົ່ານີ້​ເປັນ​ຄົນ​ຢຳເກງ​ພຣະເຈົ້າ.</verse>
				<verse number="6">ເມື່ອ​ພວກເຂົາ​ໄດ້ຍິນ​ສຽງ​ນີ້​ແລ້ວ ກໍ​ມີ​ປະຊາຊົນ​ມາ​ເຕົ້າໂຮມ​ກັນ​ຢ່າງ​ໜາແໜ້ນ ພວກເຂົາ​ທັງໝົດ​ຕ່າງ​ກໍ​ຕື່ນເຕັ້ນ​ປະຫລາດ​ໃຈ ເພາະ​ໄດ້ຍິນ​ບັນດາ​ຄົນ​ເຫຼົ່ານັ້ນ ເວົ້າ​ພາສາ​ທ້ອງຖິ່ນ​ຂອງຕົນ.</verse>
				<verse number="7">ດ້ວຍ​ຄວາມ​ງຶດ​ປະຫລາດ​ໃຈ ພວກເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ຄົນ​ທີ່​ເວົ້າ​ກັນ​ຢູ່​ນີ້ ເປັນ​ຊາວ​ຄາລີເລ​ທັງໝົດ​ບໍ່ແມ່ນ​ບໍ?</verse>
				<verse number="8">ແຕ່​ເຫດ​ໃດ ພວກເຮົາ​ທຸກຄົນ​ຈຶ່ງ​ໄດ້ຍິນ​ພວກເຂົາ​ເວົ້າ​ເປັນ​ພາສາ​ບ້ານເກີດ​ເມືອງນອນ​ຂອງ​ພວກເຮົາ?</verse>
				<verse number="9">ຄື​ພາສາ​ປາເທຍ, ເມເດຍ ແລະ ເອລາມ ມາ​ຈາກ​ເມໂຊໂປຕາເມຍ, ຢູດາ, ກາປາໂດເກຍ ມາ​ຈາກ​ປົນໂຕ ແລະ ເອເຊຍ,</verse>
				<verse number="10">ມາ​ຈາກ​ຟີເຄຍ ແລະ ປຳຟີເລຍ, ມາ​ຈາກ​ເອຢິບ ແລະ​ຂົງເຂດ​ຕ່າງໆ​ໃນ​ລີເບຍ ຊຶ່ງ​ໃກ້​ກັບ​ເມືອງ​ກີເຣເນ ກັບ​ພວກ​ທີ່​ມາ​ຈາກ​ນະຄອນ​ໂຣມ ທີ່​ເປັນ​ແຂກ​ທີ່​ມາ​ຢ້ຽມຢາມ</verse>
				<verse number="11">ທັງ​ເປັນ​ຄົນ​ຢິວ ແລະ​ຄົນຕ່າງຊາດ​ທີ່​ນັບຖື​ລັດທິ​ຢິວ ແລະ​ບາງຄົນ​ໃນ​ພວກເຮົາ​ມາ​ຈາກ​ກະເຣເຕ ແລະ​ປະຊາຊົນ​ຊາວ​ອາຣັບ, ແຕ່​ພວກເຮົາ​ຕ່າງ​ກໍ​ໄດ້​ຍິນ​ພວກເຂົາ​ເວົ້າ​ພາສາ​ຂອງ​ພວກເຮົາ​ເອງ ເຖິງ​ພາລະກິດ​ອັນ​ຍິ່ງໃຫຍ່​ທີ່​ພຣະເຈົ້າ​ໄດ້​ກະທຳ.”</verse>
				<verse number="12">ເມື່ອ​ຕ່າງ​ຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ສັບສົນ​ຢູ່​ນັ້ນ ພວກເຂົາ​ຈຶ່ງ​ສືບຕໍ່​ຖາມ​ກັນແລະກັນ​ວ່າ, “ເຫດການ​ເຊັ່ນນີ້​ໝາຍຄວາມວ່າ​ຢ່າງ​ໃດ​ໜໍ?”</verse>
				<verse number="13">ແຕ່​ຄົນອື່ນໆ​ໄດ້​ເຢາະເຢີ້ຍ​ໂດຍ​ເວົ້າ​ວ່າ, “ຄົນ​ເຫຼົ່ານີ້​ເມົາ​ເຫຼົ້າ.”</verse>
				<verse number="14">ແລ້ວ​ເປໂຕ​ພ້ອມ​ກັບ​ພວກ​ອັກຄະສາວົກ​ສິບເອັດ​ຄົນ​ນັ້ນ ກໍໄດ້​ຢືນ​ຂຶ້ນ ແລະ​ເພິ່ນ​ເລີ່ມ​ກ່າວ​ດ້ວຍ​ສຽງດັງ​ແກ່​ປະຊາຊົນ​ວ່າ, “ຊາວ​ຢິວ​ທັງຫລາຍ​ພ້ອມ​ກັບ​ທຸກໆ​ຄົນ ທີ່​ມາ​ພັກ​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ເຂົ້າໃຈ​ເລື່ອງ​ນີ້ ແລະ​ໂຜດ​ຟັງ​ຂ້າພະເຈົ້າ​ກ່າວ​ໃຫ້​ດີ.</verse>
				<verse number="15">ຄົນ​ເຫຼົ່ານີ້​ບໍ່ໄດ້​ເມົາ​ເຫຼົ້າ​ດັ່ງ​ທີ່​ພວກທ່ານ​ຄິດ ເພາະ​ຍັງ​ເປັນ​ເວລາ​ເກົ້າ​ໂມງ​ເຊົ້າ.</verse>
				<verse number="16">ແຕ່​ເຫດການ​ທີ່​ພວກທ່ານ​ໄດ້​ເຫັນ​ແລະ​ໄດ້ຍິນ​ນີ້ ແມ່ນ​ເປັນ​ໄປ​ຕາມ​ທີ່​ຜູ້ທຳນວາຍ​ໂຢເອນ​ໄດ້​ກ່າວ​ໄວ້​ວ່າ,</verse>
				<verse number="17">‘ພຣະເຈົ້າ​ຊົງ​ກ່າວ​ວ່າ, ໃນ​ຍຸກ​ສຸດທ້າຍ​ນັ້ນ ເຮົາ​ຈະ​ຖອກ​ເທ​ພຣະວິນຍານ​ຂອງເຮົາ​ລົງ​ໃສ່​ມະນຸດ​ທັງປວງ. ລູກຊາຍ ແລະ ລູກ​ຍິງ​ຂອງ​ພວກເຈົ້າ ຈະ​ທຳນວາຍ ຊາຍ​ໜຸ່ມ​ຂອງ​ພວກເຈົ້າ​ຈະ​ເຫັນ ນິມິດ ແລະ​ພວກ​ຊາຍເຖົ້າ​ຂອງ​ພວກເຈົ້າ​ຈະ​ຝັນ​ເຫັນ.</verse>
				<verse number="18">ຝ່າຍ​ເຮົາ​ໃນ​ຄາວ​ນັ້ນ ເຮົາ​ຈະ​ປະທານ ພຣະວິນຍານ​ຂອງເຮົາ​ໃຫ້​ແກ່ ຜູ້ຮັບໃຊ້​ຊາຍ​ຍິງ​ຂອງເຮົາ ແລະ​ພວກເຂົາ​ຈະ​ທຳນວາຍ.</verse>
				<verse number="19">ເຮົາ​ຈະ​ບັນດານ​ໃຫ້ ມີ​ການ​ອັດສະຈັນ​ໃນ​ທ້ອງຟ້າ​ເບື້ອງເທິງ ແລະ​ໝາຍສຳຄັນ​ໃນ​ໂລກ​ເບື້ອງ​ລຸ່ມ ຈະ​ມີ​ເລືອດ ມີ​ໄຟ ແລະ​ມີ​ອາຍຄວັນ,</verse>
				<verse number="20">ກ່ອນ​ວັນ​ສຳຄັນ ແລະ​ວັນ​ຮຸ່ງເຮືອງ ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ມາ​ເຖິງ ດວງ​ຕາເວັນ​ຈະ​ເກີດ​ມືດມົວ​ໄປ ດວງ​ຈັນ​ຈະ​ກາຍເປັນ​ເລືອດ.</verse>
				<verse number="21">ແລ້ວ​ກໍ​ຈະ​ເປັນ​ດັ່ງນີ້ ຄື​ບຸກຄົນ​ໃດ ທີ່​ຮ້ອງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຈະໄດ້​ລອດພົ້ນ.”’</verse>
				<verse number="22">“ຊາວ​ອິດສະຣາເອນ​ທັງຫລາຍ​ເອີຍ, ຈົ່ງ​ຟັງ​ຖ້ອຍຄຳ​ເຫຼົ່ານີ້ ພຣະເຢຊູເຈົ້າ​ໄທ​ນາຊາເຣັດ ເປັນ​ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ສຳແດງ​ໃຫ້​ພວກທ່ານ​ຮູ້​ເຫັນ​ຢ່າງ​ຈະແຈ້ງ​ແລ້ວ ດ້ວຍ​ການ​ອັດສະຈັນ, ດ້ວຍ​ການ​ອິດທິຣິດ ແລະ​ດ້ວຍ​ໝາຍສຳຄັນ​ຕ່າງໆ ຊຶ່ງ​ພຣະເຈົ້າ​ໄດ້​ກະທຳ​ດ້ວຍ​ພຣະອົງ, ພວກທ່ານ​ກໍ​ຮູ້​ເລື່ອງ​ນີ້​ຢູ່​ແລ້ວ. ດ້ວຍວ່າ, ເຫດການ​ໄດ້​ເກີດຂຶ້ນ​ຢູ່​ໃນ​ທ່າມກາງ​ພວກທ່ານ.</verse>
				<verse number="23">ໂດຍ​ສອດຄ່ອງ​ກັບ​ແຜນການ​ຂອງ​ພຣະເຈົ້າ ທີ່​ພຣະອົງ​ໄດ້​ກຳນົດ​ຄາດໝາຍ​ໄວ້​ລ່ວງໜ້າ​ກ່ອນ​ແລ້ວ​ວ່າ ພຣະເຢຊູເຈົ້າ​ຈຳຕ້ອງ​ຖືກ​ມອບ​ໃຫ້​ພວກທ່ານ ແລະ​ພວກທ່ານ​ໄດ້​ມອບ​ໃຫ້​ບັນດາ​ຄົນ​ນອກ​ສາສະໜາ ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ ແລະ​ປະຫານ​ຊີວິດ​ເສຍ.</verse>
				<verse number="24">ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ໂດຍ​ປົດປ່ອຍ​ພຣະອົງ​ອອກ​ຈາກ​ຄວາມ​ເຈັບປວດ​ຂອງ​ອຳນາດ​ແຫ່ງ​ຄວາມ​ຕາຍ ເພາະ​ຄວາມ​ຕາຍ​ບໍ່​ສາມາດ​ກັກຈ່ອງ​ພຣະອົງ​ໄວ້​ໄດ້.</verse>
				<verse number="25">ເພາະວ່າ​ກະສັດ​ດາວິດ​ໄດ້​ກ່າວ​ເຖິງ​ພຣະອົງ​ວ່າ, ‘ຂ້ານ້ອຍ​ໄດ້​ເຫັນ​ອົງພຣະ​ຜູ້​ເປັນເຈົ້າ ຕໍ່ໜ້າ​ຂ້ານ້ອຍ​ຕະຫລອດ​ເວລາ, ເພາະ​ພຣະອົງ​ຢູ່​ເບື້ອງ​ຂວາ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່​ສະທ້ານ​ຫວັ່ນໄຫວ.</verse>
				<verse number="26">ດ້ວຍເຫດນີ້ ຂ້ານ້ອຍ​ຈຶ່ງ​ເຕັມ​ໄປ​ດ້ວຍ ຄວາມ​ປິຕິ​ຍິນດີ ເມື່ອ​ຂ້ານ້ອຍ​ເວົ້າຈາ ແລະ​ລິ້ນ​ຂອງ​ຂ້ານ້ອຍ​ຈຶ່ງ​ຮ້ອງ​ ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ. ສຳລັບ​ຂ້ານ້ອຍ​ແລ້ວ ເນື້ອກາຍ​ຂອງ​ຂ້ານ້ອຍ ກໍ​ຈະ​ພັກຜ່ອນ​ດ້ວຍ​ຄວາມຫວັງ ດ້ວຍ​ຄວາມ​ໝັ້ນໃຈ​ໃນ​ພັນທະສັນຍາ​ ຂອງ​ພຣະເຈົ້າ</verse>
				<verse number="27">ເພາະ​ພຣະອົງ​ຈະ​ບໍ່​ປະຖິ້ມ​ຂ້ານ້ອຍ​ໄວ້ ໃນ​ແດນ​ມໍຣະນາ ບ່ອນ​ທີ່​ຄົນ​ຕາຍ​ຢູ່​ນັ້ນ, ທັງ​ຈະ​ບໍ່​ໃຫ້​ຜູ້ຮັບໃຊ້​ຂອງ​ພຣະອົງ ຜູ້​ທີ່​ບໍຣິສຸດ​ເປື່ອຍເນົ່າ​ໃນ​ຂຸມຝັງສົບ.</verse>
				<verse number="28">ພຣະອົງ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ຮູ້ ເຫັນ​ທາງ​ນຳ​ໄປ​ສູ່​ຊີວິດ ແລະ​ພຣະອົງ​ຈະ​ຊົງ​ໃຫ້​ຂ້ານ້ອຍ​ ຊົມຊື່ນ​ຍິນດີ​ຢ່າງ​ເຕັມ​ບໍຣິບູນ ຢູ່​ຊ້ອງໜ້າ​ພຣະອົງ.’</verse>
				<verse number="29">ພີ່ນ້ອງ​ທັງຫລາຍ​ເອີຍ, ຂ້າພະເຈົ້າ​ມີ​ສິດ​ທີ່​ຈະ​ກ່າວ​ຢ່າງ​ເຊື່ອໝັ້ນ​ຕໍ່​ພວກທ່ານ ເຖິງ​ກະສັດ​ດາວິດ​ບັນພະບຸລຸດ​ຂອງ​ພວກເຮົາ ເພິ່ນ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ເພິ່ນ​ເອງ ຊຶ່ງ​ຢູ່​ທ່າມກາງ​ພວກເຮົາ​ຈົນເຖິງ​ທຸກ​ວັນນີ້.</verse>
				<verse number="30">ເພາະ​ເພິ່ນ​ເປັນ​ຜູ້ທຳນວາຍ ແລະ​ໄດ້​ຮູ້​ພຣະສັນຍາ​ຂອງ​ພຣະເຈົ້າ​ທີ່​ມີ​ໄວ້​ກັບ​ເພິ່ນ​ເອງ​ຄື: ພຣະເຈົ້າ​ໄດ້​ສັນຍາ​ໄວ້​ວ່າ ພຣະອົງ​ຈະ​ໃຫ້​ຜູ້ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ເພິ່ນ ຂຶ້ນ​ເປັນ​ກະສັດ​ເທິງ​ພຣະ​ທີ່​ນັ່ງ​ຂອງ​ເພິ່ນ.</verse>
				<verse number="31">ກະສັດ​ດາວິດ​ຮູ້​ເຫດການ​ທີ່​ພຣະເຈົ້າ​ຈະ​ໃຫ້​ເກີດຂຶ້ນ​ໃນ​ອະນາຄົດ. ດັ່ງນັ້ນ ເພິ່ນ​ຈຶ່ງ​ກ່າວ​ເຖິງ​ຄວາມ​ເປັນ​ຄືນ​ມາ​ຈາກ​ຕາຍ​ຂອງ​ພຣະຄຣິດ​ວ່າ, ‘ເພິ່ນ​ບໍ່ໄດ້​ຖືກ​ປະຖິ້ມ​ໄວ້​ໃນ​ແດນ​ມໍຣະນາ ເນື້ອຕົວ​ຂອງ​ເພິ່ນ​ກໍ​ບໍ່​ເປື່ອຍເນົ່າ.’</verse>
				<verse number="32">ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະເຢຊູເຈົ້າ​ອົງ​ນີ້ ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ພວກ​ຂ້າພະເຈົ້າ​ທຸກຄົນ ຕ່າງ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ຄວາມຈິງ​ນີ້.</verse>
				<verse number="33">ພຣະເຈົ້າ​ໄດ້​ຍົກ​ພຣະເຢຊູເຈົ້າ​ຂຶ້ນ​ສູ່​ເບື້ອງ​ຂວາ​ພຣະຫັດ​ຂອງ​ພຣະອົງ ແລະ​ເພິ່ນ​ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ​ຈາກ​ພຣະບິດາເຈົ້າ​ຕາມ​ພຣະສັນຍາ​ໄວ້, ພຣະເຢຊູເຈົ້າ​ໄດ້​ຊົງ​ຖອກ​ພຣະວິນຍານ​ນັ້ນ​ລົງ​ມາ ຊຶ່ງ​ພວກເຈົ້າ​ໄດ້​ເຫັນ ແລະ​ໄດ້ຍິນ​ແລ້ວ​ນັ້ນ.</verse>
				<verse number="34">ດ້ວຍ​ເຫດ​ວ່າ ດາວິດ​ບໍ່​ໄດ້​ຂຶ້ນ​ໄປ​ເທິງ​ສະຫວັນ ແຕ່​ເພິ່ນ​ໄດ້​ກ່າວ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ແກ່​ ພຣະອົງເຈົ້າ​ຂອງ​ຂ້ານ້ອຍ​ວ່າ, ຈົ່ງ​ນັ່ງ​ທີ່​ເບື້ອງ​ຂວາ​ມື​ຂອງເຮົາ</verse>
				<verse number="35">ຈົນກວ່າ​ເຮົາ​ໄດ້​ປາບ​ເຫຼົ່າ​ສັດຕູ​ຂອງ​ເຈົ້າ ໃຫ້​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ເຈົ້າ.’</verse>
				<verse number="36">ເຫດສະນັ້ນ ປະຊາຊົນ​ອິດສະຣາເອນ​ທຸກຄົນ​ເອີຍ ພວກທ່ານ​ຈຳເປັນ​ຕ້ອງ​ຮູ້​ຢ່າງ​ຄັກແນ່​ວ່າ ພຣະເຢຊູເຈົ້າ​ອົງ​ນີ້ ຜູ້​ທີ່​ພວກທ່ານ​ໄດ້​ຕອກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ນັ້ນ​ແຫຼະ ແມ່ນ​ຜູ້​ທີ່​ຖືກ​ຕັ້ງ​ໄວ້​ໃຫ້​ເປັນ​ທັງ​ພຣະອົງເຈົ້າ ແລະ​ເປັນ​ພຣະຄຣິດ.”</verse>
				<verse number="37">ເມື່ອ​ປະຊາຊົນ​ໄດ້ຍິນ​ເຊັ່ນນີ້​ແລ້ວ ຕ່າງ​ກໍ​ເຈັບຊໍ້າ​ກິນແໜງ​ໃຈ​ຫລາຍ​ທີ່ສຸດ ແລະ​ເວົ້າ​ແກ່​ເປໂຕ​ກັບ​ອັກຄະສາວົກ​ຄົນອື່ນໆ​ວ່າ, “ພີ່ນ້ອງ​ເອີຍ ພວກເຮົາ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ?”</verse>
				<verse number="38">ເປໂຕ​ກ່າວ​ແກ່​ພວກເຂົາ​ວ່າ, “ແຕ່ລະຄົນ​ໃນ​ພວກທ່ານ ຕ້ອງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູ​ຄຣິດເຈົ້າ ເພື່ອ​ວ່າ​ບາບກຳ​ຂອງ​ພວກທ່ານ​ຈະ​ໄດ້​ຮັບ​ການອະໄພ ແລະ​ພວກທ່ານ​ກໍ​ຈະ​ໄດ້​ຮັບ​ຂອງ​ປະທານ​ຈາກ​ພຣະເຈົ້າ ຄື​ພຣະວິນຍານ​ບໍຣິສຸດເຈົ້າ.</verse>
				<verse number="39">ດ້ວຍວ່າ, ຄຳສັນຍາ​ຂອງ​ພຣະເຈົ້າ ແມ່ນ​ໄດ້​ມີ​ໄວ້​ກັບ​ພວກທ່ານ​ທັງ​ລູກ​ຂອງ​ພວກທ່ານ ແລະ​ກັບ​ຄົນ​ທັງປວງ​ທີ່​ຢູ່​ຫ່າງໄກ ຄື​ແກ່​ທຸກຄົນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຮົາ ໄດ້​ເອີ້ນ​ໃຫ້​ມາ​ຫາ​ພຣະອົງ​ນັ້ນ.”</verse>
				<verse number="40">ແລ້ວ​ເປໂຕ​ກໍ​ສັ່ງ ແລະ​ຕັກເຕືອນ​ໜູນໃຈ​ພວກເຂົາ​ຕື່ມ​ອີກ​ຫລາຍ​ປະການ ເພິ່ນ​ກ່າວ​ວ່າ, “ຈົ່ງ​ເອົາ​ຕົວ​ລອດພົ້ນ​ຈາກ​ເຊື້ອ​ຊາດ​ອັນ​ຄົດໂກງ​ນີ້​ເສຍ.”</verse>
				<verse number="41">ຫລາຍ​ຄົນ​ໃນ​ພວກເຂົາ​ໄດ້​ເຊື່ອ​ຖ້ອຍຄຳ​ຂອງ​ເປໂຕ ແລະ​ໄດ້​ຮັບ​ບັບຕິສະມາ ແລະ​ໃນ​ວັນ​ນັ້ນ​ມີ​ຄົນ​ເພີ່ມ​ເຂົ້າ​ມາ​ຕື່ມ​ເປັນ​ລູກສິດ​ປະມານ​ສາມພັນ​ຄົນ.</verse>
				<verse number="42">ພວກເຂົາ​ໄດ້​ຕັ້ງໝັ້ນ​ຢູ່​ໃນ​ຄຳ​ສອນ​ຂອງ​ພວກ​ອັກຄະສາວົກ ເຂົ້າ​ຮ່ວມ​ໃນ​ກຸ່ມ​ສາມັກຄີທຳ ໃນ​ການ​ຫັກ​ເຂົ້າຈີ່ ແລະ​ຮ່ວມ​ໃຈ​ກັນ​ໃນ​ການ​ພາວັນນາ​ອະທິຖານ.</verse>
				<verse number="43">ທຸກຄົນ​ເກີດ​ມີ​ຄວາມ​ຢ້ານຢຳ​ນັບຖື ສ່ວນ​ພວກ​ອັກຄະສາວົກ​ກໍໄດ້​ເຮັດ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ຫລາຍ​ປະການ.</verse>
				<verse number="44">ຄົນ​ທີ່​ເຊື່ອ​ທັງໝົດ​ກໍ​ສືບຕໍ່​ຢູ່​ຮ່ວມ​ກັນ ແລະ​ໄດ້​ນຳ​ເອົາ​ຊັບ​ສິ່ງ​ຂອງ​ທີ່​ຕົນ​ມີ​ຢູ່​ນັ້ນ ມາ​ເປັນ​ຂອງ​ສ່ວນ​ລວມ.</verse>
				<verse number="45">ພວກເຂົາ​ໄດ້​ຂາຍ​ທີ່ດິນ​ກັບ​ຊັບ​ສິ່ງຂອງ ແລະ​ແຈກ​ຢາຍ​ໃຫ້​ແກ່​ຄົນ​ທັງປວງ ຕາມ​ຄວາມ​ຈຳເປັນ​ຂອງ​ທຸກໆ​ຄົນ.</verse>
				<verse number="46">ແຕ່ລະ​ວັນ ພວກເຂົາ​ໄດ້​ໝັ່ນ​ເຕົ້າໂຮມ​ກັນ​ນະມັດສະການ​ໃນ​ບໍລິເວນ​ພຣະວິຫານ ແລະ​ຫັກ​ເຂົ້າຈີ່ ຮ່ວມ​ຮັບປະທານ​ອາຫານ​ນຳ​ກັນ ຕາມ​ບ້ານ​ເຮືອນ​ຂອງ​ພວກ​ຕົນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ດ້ວຍ​ໃຈ​ສັດຊື່</verse>
				<verse number="47">ທັງ​ສັນລະເສີນ​ພຣະເຈົ້າ ແລະ​ຄົນ​ທັງປວງ​ຕ່າງ​ກໍ​ພໍໃຈ​ນຳ​ບັນດາ​ຄົນ​ທີ່​ເຊື່ອ​ນັ້ນ ຝ່າຍ​ອົງ​ພຣະຜູ້​ເປັນເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ມີ​ຄົນ​ທີ່​ເຊື່ອ ເພີ່ມ​ຈຳນວນ​ຂຶ້ນ​ທຸກໆ​ວັນ.</verse>
			</chapter>
			<chapter number="3">
				<verse number="1">ວັນ​ໜຶ່ງ ເປໂຕ​ກັບ​ໂຢຮັນ​ໄດ້​ຂື້ນໄປ​ທີ່​ພຣະວິຫານ​ໃນ​ຕອນ​ບ່າຍ​ສາມ​ໂມງ ເພາະ​ເປັນ​ເວລາ​ພາວັນນາ​ອະທິຖານ.</verse>
				<verse number="2">ທາງ​ເຂົ້າ​ພຣະວິຫານ​ມີ​ຊື່​ວ່າ​ປະຕູ​ງາມ ມີ​ຊາຍ​ຜູ້ໜຶ່ງ​ເປັນ​ຄົນເປ້ຍ​ມາ​ແຕ່​ເກີດ, ແຕ່ລະ​ວັນ ລາວ​ໄດ້​ຖືກ​ຫາມ​ມາ​ວາງ​ໄວ້​ທີ່​ນັ້ນ ເພື່ອ​ຂໍທານ​ນຳ​ຄົນ​ທີ່​ເຂົ້າ​ໄປ​ໃນ​ພຣະວິຫານ.</verse>
				<verse number="3">ເມື່ອ​ລາວ​ເຫັນ​ເປໂຕ​ກັບ​ໂຢຮັນ​ກຳລັງ​ເຂົ້າ​ມາ ລາວ​ຈຶ່ງ​ຂໍທານ​ນຳ​ສອງ​ຄົນ​ນີ້.</verse>
				<verse number="4">ເປໂຕ ແລະ ໂຢຮັນ​ໄດ້​ຈ້ອງ​ຕາ​ເບິ່ງ​ລາວ ແລະ​ເປໂຕ​ກໍ​ກ່າວ​ວ່າ, “ຈົ່ງ​ເບິ່ງ​ພວກເຮົາ.”</verse>
				<verse number="5">ດັ່ງນັ້ນ ລາວ​ຈຶ່ງ​ເບິ່ງ​ເປໂຕ ແລະ​ໂຢຮັນ​ໂດຍ​ນຶກ​ວ່າ​ຕົນ​ຈະ​ໄດ້​ຮັບ​ສິ່ງໃດ​ສິ່ງໜຶ່ງ​ຈາກ​ທ່ານ​ທັງສອງ.</verse>
				<verse number="6">ຝ່າຍ​ເປໂຕ​ກໍ​ກ່າວ​ແກ່​ລາວ​ວ່າ, “ເງິນ​ແລະ​ຄຳ​ເຮົາ​ບໍ່ມີ ແຕ່​ສິ່ງ​ທີ່​ເຮົາ​ມີ​ຢູ່​ນັ້ນ​ເຮົາ​ຈະ​ໃຫ້​ແກ່​ເຈົ້າ ຄື​ໃນ​ພຣະນາມ​ແຫ່ງ​ພຣະເຢຊູ​ຄຣິດເຈົ້າ​ໄທ​ນາຊາເຣັດ ຈົ່ງ​ຍ່າງ​ໄປ.”</verse>
				<verse number="7">ແລ້ວ​ເປໂຕ​ກໍ​ຈັບ​ມື​ຂວາ​ຂອງ​ຊາຍ​ຄົນ​ນັ້ນ​ດຶງ​ຂຶ້ນ ໃນ​ທັນໃດນັ້ນ ຕີນ​ແລະ​ຂໍ່​ຕີນ​ຂອງ​ລາວ​ກໍ​ມີ​ແຮງ​ມາ,</verse>
				<verse number="8">ລາວ​ໂດດ​ຢືນ​ຂຶ້ນ ແລະ​ເລີ່ມຕົ້ນ​ຍ່າງ​ໄປມາ ແລ້ວ​ລາວ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ​ພ້ອມ​ກັບ​ທ່ານ​ທັງສອງ ທັງຍ່າງ​ທັງເຕັ້ນ ແລະ​ທັງ​ສັນລະເສີນ​ພຣະເຈົ້າ.</verse>
				<verse number="9">ປະຊາຊົນ​ທັງຫລາຍ ຊຶ່ງ​ຢູ່​ໃນ​ທີ່ນັ້ນ​ໄດ້​ເຫັນ​ລາວ​ຍ່າງ​ໄປມາ ແລະ​ສັນລະເສີນ​ພຣະເຈົ້າ</verse>
				<verse number="10">ຈຶ່ງ​ຈື່​ໄດ້​ວ່າ ລາວ​ເປັນ​ຄົນເປ້ຍ​ທີ່​ເຄີຍ​ນັ່ງ​ຂໍທານ​ທີ່​ປະຕູ​ງາມ ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ອັດສະຈັນ​ໃຈ ໃນ​ເຫດການ​ທີ່​ເກີດຂຶ້ນ​ກັບ​ຄົນ​ນີ້.</verse>
				<verse number="11">ຂະນະທີ່​ຊາຍ​ຄົນ​ນີ້ ຍັງ​ເກາະ​ແຂນ​ເປໂຕ​ແລະ​ໂຢຮັນ​ຢູ່​ທີ່​ລະບຽງ​ໂຊໂລໂມນ ປະຊາຊົນ​ທັງຫລາຍ​ຕ່າງ​ກໍ​ງຶດ​ປະຫລາດ​ອັດສະຈັນ​ໃຈ ແລະ​ພາກັນ​ແລ່ນ​ມາ​ຫາ​ພວກເພິ່ນ.</verse>
				<verse number="12">ເມື່ອ​ເປໂຕ​ເຫັນ​ດັ່ງນັ້ນ ຈຶ່ງ​ກ່າວ​ແກ່​ປະຊາຊົນ​ວ່າ, “ຊາວ​ອິດສະຣາເອນ​ເອີຍ ເປັນຫຍັງ​ພວກທ່ານ​ຈຶ່ງ​ຈ້ອງຕາ​ເບິ່ງ​ພວກເຮົາ​ຢ່າງ​ປະຫລາດ​ໃຈ​ໃນ​ເລື່ອງ​ນີ້? ພວກທ່ານ​ຄິດ​ວ່າ​ຊາຍ​ຄົນ​ນີ້ ຍ່າງ​ໄດ້​ດ້ວຍ​ຣິດອຳນາດ​ຂອງ​ພວກເຮົາ​ຫລື ເພາະວ່າ​ພວກເຮົາ​ເປັນ​ຄົນ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ​ຊັ້ນບໍ?</verse>
				<verse number="13">ພຣະເຈົ້າ​ອົງ​ທີ່​ອັບຣາຮາມ, ອີຊາກ ແລະ ຢາໂຄບ ຄື​ອົງ​ທີ່​ບັນພະບຸລຸດ​ຂອງ​ພວກເຮົາ​ນະມັດສະການ ໄດ້​ໃຫ້​ພຣະເຢຊູເຈົ້າ ພຣະ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄດ້​ຮັບ​ສະຫງ່າຣາສີ ຜູ້​ທີ່​ພວກທ່ານ​ໄດ້​ມອບ​ໃຫ້​ແກ່​ບັນດາ​ເຈົ້າໜ້າທີ່ ແລະ​ປະຕິເສດ​ພຣະອົງ​ຕໍ່ໜ້າ​ປີລາດ ເຖິງ​ແມ່ນ​ວ່າ​ປີລາດ​ຕັ້ງໃຈ​ໄວ້​ແລ້ວ ທີ່​ຈະ​ປ່ອຍ​ພຣະອົງ​ກໍຕາມ.</verse>
				<verse number="14">ແຕ່​ພວກທ່ານ​ຍັງ​ໄດ້​ປະຕິເສດ​ພຣະອົງ ຜູ້​ບໍຣິສຸດ​ແລະ​ຊອບທຳ, ແຕ່​ຂໍຮ້ອງ​ປີລາດ​ໃຫ້​ເຮັດ​ຕາມ​ໃຈ​ພວກທ່ານ ໂດຍ​ໃຫ້​ເພິ່ນ​ປ່ອຍ​ຜູ້​ຂ້າ​ຄົນ​ໃຫ້​ແກ່​ທ່ານ​ທັງຫລາຍ.</verse>
				<verse number="15">ທ່ານ​ທັງຫລາຍ​ຈຶ່ງ​ໄດ້​ຂ້າ​ຜູ້​ທີ່​ເຮັດ​ໃຫ້​ມີ​ຊີວິດ​ອັນ​ແທ້ຈິງ ແຕ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ຝ່າຍ​ພວກເຮົາ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ນີ້​ໄດ້.</verse>
				<verse number="16">ດ້ວຍ​ຄວາມເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ ພຣະນາມ​ນັ້ນ ຈຶ່ງ​ເຮັດ​ໃຫ້​ຄົນ​ນີ້​ມີ​ແຮງ​ຂຶ້ນ​ມາ ເຫດການ​ທີ່​ພວກເຈົ້າ​ເຫັນ ແລະ​ຮູ້ຈັກ​ນັ້ນ​ເກີດຂຶ້ນ​ໄດ້​ກໍ​ເພາະ​ດ້ວຍ​ຄວາມເຊື່ອ​ໃນ​ນາມ​ພຣະເຢຊູເຈົ້າ ທີ່​ເຮັດ​ໃຫ້​ຊາຍ​ຄົນ​ນີ້​ຫາຍ​ດີ​ເປັນ​ປົກກະຕິ​ຕໍ່ໜ້າ​ພວກທ່ານ​ທຸກຄົນ ດັ່ງ​ທີ່​ພວກທ່ານ​ໄດ້​ເຫັນ​ຢູ່​ນີ້.</verse>
				<verse number="17">ມາບັດນີ້ ພີ່ນ້ອງ​ທັງຫລາຍ​ເອີຍ ຂ້າພະເຈົ້າ​ຮູ້​ວ່າ ສິ່ງ​ທີ່​ພວກທ່ານ​ກັບ​ບັນດາ​ຜູ້ນຳ​ຂອງ​ພວກທ່ານ ໄດ້​ເຮັດ​ຕໍ່​ພຣະເຢຊູເຈົ້າ​ນັ້ນ ກໍ​ເຮັດ​ໄປ​ດ້ວຍ​ຄວາມ​ບໍ່​ຮູ້​ບໍ່​ເຂົ້າໃຈ.</verse>
				<verse number="18">ແຕ່​ເຫດ​ເຫຼົ່ານັ້ນ ທີ່​ພຣະເຈົ້າ​ໄດ້​ຊົງ​ປະກາດ​ໄວ້​ລ່ວງໜ້າ ໂດຍ​ປາກ​ຂອງ​ພວກ​ຜູ້ທຳນວາຍ​ທັງໝົດ​ວ່າ, ພຣະຄຣິດ​ຂອງ​ພຣະເຈົ້າ​ຕ້ອງ​ທົນທຸກ​ທໍລະມານ ພຣະອົງ​ຈຶ່ງ​ຊົງ​ໃຫ້​ສຳເລັດ​ດັ່ງນີ້.</verse>
				<verse number="19">ດັ່ງນັ້ນ ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ໂດຍ​ຫັນ​ຄືນ​ມາ​ຫາ​ພຣະເຈົ້າ ເພື່ອ​ພຣະອົງ​ຈະ​ອະໄພ​ບາບກຳ​ໃຫ້​ພວກທ່ານ,</verse>
				<verse number="20">ເພື່ອ​ເວລາ​ແຫ່ງ​ຄວາມ​ພັກຜ່ອນ​ຢ່ອນໃຈ ຈະ​ໄດ້​ມາ​ຈາກ​ພຣະພັກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ພຣະອົງ​ຈະ​ໄດ້​ຊົງ​ໃຊ້​ພຣະຄຣິດ ຊຶ່ງ​ຊົງ​ກຳນົດ​ໄວ້​ແລ້ວ​ນັ້ນ ໃຫ້​ມາ​ເພື່ອ​ທ່ານ​ທັງຫລາຍ ຄື​ພຣະເຢຊູເຈົ້າ.</verse>
				<verse number="21">ໃນ​ເວລາ​ນີ້​ພຣະອົງ​ຈຳ​ຕ້ອງ​ຢູ່​ໃນ​ສະຫວັນ ຈົນກວ່າ​ເຖິງ​ເວລາ​ທີ່​ທຸກສິ່ງ​ຈະ​ຖືກ​ຕັ້ງ​ຂຶ້ນ​ໃໝ່ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້ ໂດຍ​ທາງ​ບັນດາ​ຜູ້ທຳນວາຍ​ບໍຣິສຸດ​ຂອງ​ພຣະອົງ ຕັ້ງແຕ່​ດົນນານ​ມາ​ແລ້ວ.</verse>
				<verse number="22">ສ່ວນ​ໂມເຊ​ໄດ້​ກ່າວ​ໄວ້​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ຂອງ​ພວກທ່ານ ຈະ​ຊົງ​ໃຫ້​ຜູ້ທຳນວາຍ​ເໝືອນ​ຢ່າງ​ເຮົາ ​ເກີດຂຶ້ນ​ຈາກ​ປະຊາຊົນ​ຂອງ​ພວກທ່ານ ທ່ານ​ທັງຫລາຍ​ຕ້ອງ​ເຊື່ອຟັງ​ທຸກ​ຖ້ອຍຄຳ​ທີ່​ເພິ່ນ​ກ່າວ​ແກ່​ພວກທ່ານ.</verse>
				<verse number="23">ແລ້ວ​ກໍ​ຈະ​ເປັນ​ດັ່ງນີ້ ຄື​ຖ້າ​ຜູ້​ທີ່​ບໍ່​ເຊື່ອຟັງ​ຜູ້ທຳນວາຍ ຜູ້ນັ້ນ​ກໍ​ຈະ​ຖືກ​ຕັດ​ຂາດ​ອອກ​ຈາກ​ປະຊາຊົນ​ຂອງ​ພຣະເຈົ້າ ແລະ​ຈະ​ຖືກ​ທຳລາຍ.’</verse>
				<verse number="24">ຝ່າຍ​ບັນດາ​ຜູ້ທຳນວາຍ​ທຸກຄົນ ທີ່​ໄດ້​ຮັບ​ຖ້ອຍຄຳ​ຈາກ​ພຣະເຈົ້າ ຕັ້ງແຕ່​ຊາມູເອນ​ເປັນ​ລຳດັບ​ມາ ກໍໄດ້​ທຳນວາຍ​ເຖິງ​ເຫດການ​ຂອງ​ວັນ​ເຫຼົ່ານີ້​ເໝືອນກັນ.</verse>
				<verse number="25">ທ່ານ​ທັງຫລາຍ​ເປັນ​ລູກຫລານ​ຂອງ​ຜູ້ທຳນວາຍ ແລະ​ຂອງ​ພັນທະສັນຍາ​ທີ່​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້ ແກ່​ບັນພະບຸລຸດ​ຂອງ​ພວກທ່ານ ຄື​ໄດ້​ກ່າວ​ກັບ​ອັບຣາຮາມ​ວ່າ, ‘ຄອບຄົວ​ທັງໝົດ​ທົ່ວ​ແຜ່ນດິນ​ໂລກ​ຈະ​ໄດ້​ຮັບ​ພຣະພອນ ເພາະ​ເຊື້ອສາຍ​ຂອງ​ເຈົ້າ.’</verse>
				<verse number="26">ເມື່ອ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ອົງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເປັນ​ຄືນ​ມາ​ແລ້ວ ກໍ​ຊົງ​ໃຊ້​ພຣະອົງ​ມາ​ຫາ​ທ່ານ​ທັງຫລາຍ​ກ່ອນ ເພື່ອ​ອວຍ​ພຣະພອນ​ແກ່​ພວກທ່ານ ໂດຍ​ໃຫ້​ທຸກຄົນ​ກັບ​ຈາກ​ການ​ຊົ່ວຮ້າຍ​ຂອງຕົນ.”</verse>
			</chapter>
			<chapter number="4">
				<verse number="1">ຂະນະທີ່​ເປໂຕ​ກັບ​ໂຢຮັນ​ຍັງ​ກ່າວ​ແກ່​ປະຊາຊົນ​ຢູ່​ນັ້ນ ພວກ​ປະໂຣຫິດ ພວກ​ເຈົ້າໜ້າທີ່​ເຝົ້າ​ຍາມ​ພຣະວິຫານ ແລະ​ພວກ​ຊາດູກາຍ​ກໍ​ມາ​ຫາ​ທ່ານ​ທັງສອງ.</verse>
				<verse number="2">ພວກເຂົາ​ຂັດເຄືອງ​ໃຈ​ໃນ​ການ​ທີ່​ທ່ານ​ທັງສອງ​ໄດ້​ສັ່ງສອນ ແລະ​ປະກາດ​ແກ່​ພົນລະເມືອງ ເຖິງ​ເລື່ອງ​ການ​ເປັນ​ຄືນ​ມາ​ຈາກ​ຕາຍ ໂດຍ​ອ້າງ​ວ່າ ພຣະເຢຊູເຈົ້າ​ຄືນພຣະຊົນ​ແລ້ວ.</verse>
				<verse number="3">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ທ່ານ​ທັງສອງ​ໄປ​ຄຸມຂັງ​ໄວ້​ໃນ​ຄຸກ ຈົນເຖິງ​ວັນ​ໜ້າ​ເພາະ​ຄໍ່າ​ແລ້ວ.</verse>
				<verse number="4">ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ເມື່ອ​ໄດ້ຍິນ​ຄຳສັ່ງສອນ​ນັ້ນ ແລະ​ມີ​ພວກ​ຜູ້ຊາຍ​ເພີ່ມ​ຂຶ້ນ​ປະມານ​ຫ້າພັນ​ຄົນ.</verse>
				<verse number="5">ຕົກ​ວັນ​ໜ້າ​ມາ ບັນດາ​ຜູ້ນຳ​ກັບ​ພວກ​ເຖົ້າແກ່ ແລະ​ພວກ​ທຳມະຈານ​ໄດ້​ປະຊຸມ​ກັນ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="6">ທັງ​ໄດ້​ພົບ​ກັບ​ອັນນາ ຜູ້​ທີ່​ເຄີຍ​ເປັນ​ມະຫາ​ປະໂຣຫິດ ແລະ​ກັບ​ກາຢະຟາ, ໂຢຮັນ, ອາເລັກຊັນເດີ ແລະ​ຄົນອື່ນ​ອີກ​ທີ່​ເປັນ​ສະມາຊິກ​ໃນ​ຄອບຄົວ​ຂອງ​ມະຫາ​ປະໂຣຫິດ.</verse>
				<verse number="7">ເມື່ອ​ພວກເຂົາ​ໄດ້​ໃຫ້​ທ່ານ​ທັງສອງ​ຢືນ​ຢູ່​ທ່າມກາງ​ພວກ​ຕົນ​ແລ້ວ ຈຶ່ງ​ໂຈດ​ຖາມ​ວ່າ, “ແມ່ນ​ໂດຍ​ຣິດອຳນາດ ແລະ​ນາມ​ຂອງ​ຜູ້ໃດ​ທີ່​ພວກເຈົ້າ​ທຳ​ການ​ນີ້?”</verse>
				<verse number="8">ເປໂຕ​ຜູ້​ທີ່​ເຕັມລົ້ນ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ​ຕອບ​ວ່າ, “ບັນດາ​ທ່ານ​ຜູ້ນຳ​ປະຊາຊົນ​ກັບ​ບັນດາ​ເຖົ້າແກ່​ທີ່​ນັບຖື:</verse>
				<verse number="9">ວັນ​ນີ້ ຖ້າ​ທ່ານ​ທັງຫລາຍ​ໂຈດ​ຖາມ​ຂ້າພະເຈົ້າ​ທັງສອງ​ເຖິງ​ຄຸນງາມ​ຄວາມດີ ທີ່​ມີ​ແກ່​ຄົນເປ້ຍ​ວ່າ ລາວ​ໄດ້​ດີ​ປົກກະຕິ​ດ້ວຍ​ຢ່າງ​ໃດ,</verse>
				<verse number="10">ກໍ​ຂໍ​ໃຫ້​ພວກທ່ານ​ທຸກຄົນ ຄື​ປະຊາຊົນ​ອິດສະຣາເອນ​ທັງໝົດ​ຮູ້​ວ່າ: ທີ່​ຊາຍ​ຄົນ​ນີ້​ຖືກ​ຊົງ​ໂຜດ​ໃຫ້​ຫາຍ​ດີ​ເປັນ​ປົກກະຕິ​ນັ້ນ ກໍ​ໂດຍ​ຣິດເດດ​ແຫ່ງ​ນາມຊື່​ຂອງ​ພຣະເຢຊູ​ຄຣິດເຈົ້າ​ໄທ​ນາຊາເຣັດ ຜູ້​ທີ່​ທ່ານ​ທັງຫລາຍ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແລະ​ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ.</verse>
				<verse number="11">ພຣະເຢຊູເຈົ້າ​ອົງ​ນີ້​ແຫຼະ ແມ່ນ​ຜູ້​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຫີນ​ທີ່​ພວກທ່ານ​ຜູ້​ເປັນ​ຊ່າງ​ກໍ່​ໄດ້​ປະຖິ້ມ​ບໍ່​ຍອມ​ໃຊ້​ຖື​ວ່າ​ບໍ່ມີ​ຄຸນຄ່າ​ຫຍັງ ກໍ​ໄດ້​ກາຍເປັນ​ຫີນ​ເສົາ​ເອກ.’</verse>
				<verse number="12">ໃນ​ຜູ້​ອື່ນ​ຄວາມ​ລອດພົ້ນ​ບໍ່ມີ ດ້ວຍວ່າ, ບໍ່ມີ​ນາມຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ ທີ່​ຊົງ​ປະທານ​ແກ່​ມະນຸດ ເພື່ອ​ໃຫ້​ເຮົາ​ທັງຫລາຍ​ຕ້ອງ​ໄດ້​ພົ້ນ.”</verse>
				<verse number="13">ບັນດາ​ສະມາຊິກ​ຂອງ​ສະພາ​ສູງສຸດ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ເມື່ອ​ເຫັນ​ເປໂຕ​ກັບ​ໂຢຮັນ​ມີ​ຄວາມ​ກ້າຫານ​ເຊັ່ນນີ້ ແລະ​ຮູ້​ວ່າ​ທ່ານ​ທັງສອງ​ເປັນ​ຄົນ​ສາມັນ​ທຳມະດາ ແລະ​ຂາດ​ການ​ສຶກສາ ພວກເຂົາ​ຮູ້​ວ່າ​ທ່ານ​ທັງສອງ​ເຄີຍ​ເປັນ​ຜູ້​ໃກ້ຊິດ​ກັບ​ພຣະເຢຊູເຈົ້າ.</verse>
				<verse number="14">ແຕ່​ພວກເຂົາ​ບໍ່​ອາດ​ປະຕິເສດ​ໄດ້ ເພາະ​ໄດ້​ເຫັນ​ຊາຍ​ທີ່​ຖືກ​ຊົງ​ໂຜດ​ໃຫ້​ຫາຍ​ດີ​ນັ້ນ ຢືນ​ຢູ່​ກັບ​ເປໂຕ ແລະ ໂຢຮັນ.</verse>
				<verse number="15">ດັ່ງນັ້ນ ພວກເຂົາ​ຈຶ່ງ​ສັ່ງ​ໃຫ້​ທ່ານ​ທັງສອງ​ອອກ​ໄປ​ຈາກ​ຫ້ອງ​ປະຊຸມ​ຂອງ​ສະພາ​ສູງສຸດ ແລະ​ໃນ​ຂະນະ​ນັ້ນ ພວກເຂົາ​ໄດ້​ສືບຕໍ່​ປຶກສາ​ກັນ</verse>
				<verse number="16">ວ່າ, “ພວກເຮົາ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ​ກັບ​ຄົນ​ທັງສອງ​ນີ້? ເພາະ​ທຸກຄົນ​ໃນ​ນະຄອນ​ເຢຣູຊາເລັມ ຕ່າງ​ກໍ​ຮູ້​ວ່າ​ແມ່ນ​ພວກເຂົາ​ທີ່​ໄດ້​ເຮັດ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່​ນີ້ ແລະ​ພວກເຮົາ​ກໍ​ປະຕິເສດ​ການ​ນີ້​ບໍ່ໄດ້.</verse>
				<verse number="17">ແຕ່​ເພື່ອ​ບໍ່​ໃຫ້​ເລື່ອງ​ນີ້​ແຜ່​ອອກ​ໄປ​ຕື່ມ​ອີກ ໃນ​ທ່າມກາງ​ຄົນ​ທັງຫລາຍ ຈົ່ງ​ສັ່ງ​ຫ້າມ​ແລະ​ຂູ່​ຄົນ​ເຫຼົ່ານີ້ ບໍ່​ໃຫ້​ກ່າວ​ອອກ​ນາມຊື່​ຂອງ​ພຣະເຢຊູເຈົ້າ​ເປັນ​ເດັດຂາດ.”</verse>
				<verse number="18">ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອີ້ນ​ເປໂຕ ແລະ ໂຢຮັນ​ກັບຄືນ​ເຂົ້າ​ມາ ແລະ​ສັ່ງ​ຢ່າງ​ເດັດຂາດ​ບໍ່​ໃຫ້​ກ່າວ ຫລື​ສັ່ງສອນ​ສິ່ງໃດ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ.</verse>
				<verse number="19">ແຕ່​ເປໂຕ​ກັບ​ໂຢຮັນ​ຕອບ​ພວກເຂົາ​ວ່າ, “ພວກທ່ານ​ຈົ່ງ​ພິຈາລະນາ​ເອົາ​ເອງ​ວ່າ ທີ່​ຈະ​ຟັງຄວາມ​ຂອງ​ພວກທ່ານ ຫລື​ຈະ​ຟັງຄວາມ​ຂອງ​ພຣະເຈົ້າ ອັນ​ໃດ​ເປັນ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າ.</verse>
				<verse number="20">ດ້ວຍວ່າ, ເປັນ​ໄປ​ບໍ່ໄດ້​ທີ່​ຈະ​ໃຫ້​ພວກ​ຂ້າພະເຈົ້າ​ປິດບັງ ບໍ່​ໃຫ້​ເວົ້າ​ສິ່ງ​ທີ່​ໄດ້​ເຫັນ​ແລະ​ໄດ້ຍິນ.”</verse>
				<verse number="21">ເມື່ອ​ຂູ່ເຂັນ​ທ່ານ​ທັງສອງ​ຢ່າງ​ແຂງແຮງ​ຕື່ມ​ອີກ​ແລ້ວ​ກໍ​ປ່ອຍ​ໄປ ເພາະ​ເຫັນ​ວ່າ​ບໍ່ມີ​ເລື່ອງ​ອັນ​ໃດ​ທີ່​ຈະ​ໃສ່​ໂທດ​ພວກເພິ່ນ​ໄດ້ ເພາະ​ປະຊາຊົນ​ທັງໝົດ​ພາກັນ​ສັນລະເສີນ​ພຣະເຈົ້າ ຍ້ອນ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ.</verse>
				<verse number="22">ຊາຍ​ຜູ້​ທີ່​ຖືກ​ຮັກສາ​ໃຫ້​ຫາຍ​ດີ​ຍ້ອນ​ການ​ອັດສະຈັນ​ນີ້ ມີ​ອາຍຸ​ເກີນ​ກວ່າ​ສີ່ສິບ​ປີ​ແລ້ວ.</verse>
				<verse number="23">ຫລັງຈາກ​ເປໂຕ ແລະ ໂຢຮັນ​ໄດ້​ຮັບ​ການ​ປ່ອຍຕົວ​ແລ້ວ ທ່ານ​ທັງສອງ​ກໍ​ກັບຄືນ​ໄປ​ຫາ​ເພື່ອນຝູງ​ຂອງ​ພວກເພິ່ນ ແລະ​ເລົ່າ​ເລື່ອງ​ທັງໝົດ​ທີ່​ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ເຖົ້າແກ່​ໄດ້​ເວົ້າ​ແກ່​ພວກເພິ່ນ​ນັ້ນ.</verse>
				<verse number="24">ເມື່ອ​ໄດ້ຍິນ​ດັ່ງນັ້ນ, ແລ້ວ​ພວກເຂົາ​ທຸກຄົນ​ກໍ​ຮ່ວມ​ໃຈ​ກັນ ຍົກ​ສຽງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ວ່າ, “ຂ້າແດ່​ພຣະອົງເຈົ້າ ອົງ​ຄຸ້ມ​ຄອງ​ຈັກກະວານ ອົງ​ທີ່​ໄດ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ​ກັບ​ນໍ້າ​ທະເລ ແລະ​ທຸກໆ​ສິ່ງ​ທີ່​ມີ​ຢູ່​ໃນ​ບ່ອນ​ເຫຼົ່ານັ້ນ</verse>
				<verse number="25">ໂດຍ​ທາງ​ອົງ​ພຣະວິນຍານ​ບໍຣິສຸດເຈົ້າ ພຣະອົງ​ໄດ້​ກ່າວ​ຜ່ານ​ດາວິດ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ແລະ​ຜູ້ຮັບໃຊ້​ຂອງ​ພຣະອົງ​ວ່າ, ‘ດ້ວຍເຫດໃດ​ຄົນຕ່າງຊາດ ຈຶ່ງ​ໂກດຮ້າຍ​ຢ່າງ​ຮຸນແຮງ, ດ້ວຍເຫດໃດ​ຄົນ​ທັງຫລາຍ ຈຶ່ງ​ກໍ່​ອຸບາຍ​ອັນ​ໄຮ້​ປະໂຫຍດ?</verse>
				<verse number="26">ບັນດາ​ກະສັດ​ແຫ່ງ​ໂລກນີ້ ກໍ​ຕຽມພ້ອມ​ກັບ​ພວກ​ຜູ້​ປົກຄອງ ເພື່ອ​ຕໍ່ສູ້​ອົງພຣະ​ຜູ້​ເປັນເຈົ້າ ແລະ ຕໍ່ສູ້​ພຣະຄຣິດ​ຂອງ​ພຣະອົງ.’</verse>
				<verse number="27">ຈິງ​ແທ້ ດ້ວຍວ່າ, ເຮໂຣດ​ກັບ​ປົນທຽວປີລາດ​ໄດ້​ມາ​ໃນ​ເມືອງ​ນີ້ ປະຊຸມ​ກັນ​ກັບ​ຄົນຕ່າງຊາດ ແລະ​ປະຊາຊົນ​ອິດສະຣາເອນ ເພື່ອ​ຕໍ່ສູ້​ພຣະເຢຊູເຈົ້າ ພຣະ​ຜູ້ຮັບໃຊ້​ອົງ​ບໍຣິສຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ຫົດສົງ​ໄວ້​ແລ້ວ.</verse>
				<verse number="28">ເພື່ອ​ໃຫ້​ສິ່ງສາລະພັດ​ຕາມ​ທີ່​ພຣະຫັດ ແລະ​ພຣະໄທ​ຂອງ​ພຣະອົງ ຊົງ​ກຳນົດ​ຕັ້ງແຕ່​ກ່ອນ​ມາ​ແລ້ວ​ນັ້ນ​ເກີດຂຶ້ນ.</verse>
				<verse number="29">ຂ້າແດ່​ພຣະອົງເຈົ້າ ບັດນີ້​ຂໍໂຜດ​ຫລຽວ​ເບິ່ງ​ການ​ຂົ່ມຂູ່​ຂອງ​ພວກເຂົາ ແລະ​ຂໍໂຜດ​ໃຫ້​ພວກ​ຂ້ານ້ອຍ ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ກ່າວ​ພຣະທຳ​ຂອງ​ພຣະອົງ​ດ້ວຍ​ໃຈ​ກ້າຫານ​ຂຶ້ນ​ແດ່ທ້ອນ.</verse>
				<verse number="30">ຂໍໂຜດ​ຢຽດ​ພຣະຫັດ​ຂອງ​ພຣະອົງ​ອອກ ເພື່ອ​ເຮັດ​ໃຫ້​ດີ​ພະຍາດ ແລະ​ຂໍໂຜດ​ໃຫ້​ໝາຍສຳຄັນ ແລະ​ການ​ອັດສະຈັນ​ເກີດຂຶ້ນ ໂດຍ​ພຣະນາມ​ຂອງ​ພຣະເຢຊູເຈົ້າ ພຣະ​ຜູ້ຮັບໃຊ້​ອົງ​ບໍຣິສຸດ​ຂອງ​ພຣະອົງ.”</verse>
				<verse number="31">ເມື່ອ​ພາວັນນາ​ອະທິຖານ​ຈົບ​ແລ້ວ ບ່ອນ​ທີ່​ພວກເຂົາ​ປະຊຸມ​ກັນ​ນັ້ນ​ກໍ​ສະທ້ານ​ຫວັ່ນໄຫວ ທຸກຄົນ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ຈຶ່ງ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ດ້ວຍ​ໃຈ​ກ້າຫານ.</verse>
				<verse number="32">ຄົນ​ທັງຫລາຍ​ທີ່​ເຊື່ອ​ນັ້ນ ກໍ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ແລະ​ບໍ່ມີ​ຜູ້ໃດ​ຈັກ​ຄົນ ອ້າງ​ວ່າ​ສິ່ງ​ຂອງ​ທີ່​ຕົນ​ມີ​ຢູ່​ນັ້ນ​ເປັນ​ຂອງ​ສ່ວນ​ຕົວ, ແຕ່​ຖື​ວ່າ​ສິ່ງ​ຂອງ​ທັງໝົດ​ເປັນ​ຂອງ​ກາງ.</verse>
				<verse number="33">ຝ່າຍ​ພວກ​ອັກຄະສາວົກ​ໄດ້​ເຕັມ​ໄປ​ດ້ວຍ​ຣິດເດດ​ອັນ​ຍິ່ງໃຫຍ່ ແລະ​ໄດ້​ເປັນ​ພະຍານ​ເຖິງ​ຄວາມ​ເປັນ​ຄືນ​ມາ​ຈາກ​ຕາຍ​ຂອງ​ອົງ​ພຣະເຢຊູເຈົ້າ ແລະ​ກໍໄດ້​ຖອກເທ​ພຣະຄຸນ​ອັນ​ໃຫຍ່​ຂອງ​ພຣະອົງ ລົງ​ເທິງ​ພວກເຂົາ​ທຸກຄົນ.</verse>
				<verse number="34">ໃນ​ກຸ່ມ​ຄົນ​ທີ່​ເຊື່ອ ບໍ່ມີ​ຈັກ​ຄົນ​ຂັດສົນ ບຸກຄົນ​ໃດ​ມີ​ດິນ​ນາ ຫລື​ມີ​ເຮືອນ​ຫລາຍ​ຫລັງ​ກໍໄດ້​ຂາຍ ແລະ​ນຳ​ເອົາ​ເງິນ​ທີ່​ໄດ້​ຈາກ​ການ​ຂາຍ​ນັ້ນ</verse>
				<verse number="35">ມາ​ມອບ​ໃຫ້​ພວກ​ອັກຄະສາວົກ ແລະ​ເພິ່ນ​ກໍ​ແຈກຢາຍ​ເງິນ​ນັ້ນ​ໃຫ້​ແຕ່ລະຄົນ ຕາມ​ຄວາມ​ຈຳເປັນ​ຂອງ​ໃຜ​ລາວ.</verse>
				<verse number="36">ໄດ້​ມີ​ຊາຍ​ເລວີ​ຜູ້ໜຶ່ງ​ເປັນ​ຄົນ​ພື້ນເມືອງ​ໃນ​ເກາະ​ໄຊປຣັດ ຊື່​ວ່າ ໂຢເຊັບ ພວກ​ອັກຄະສາວົກ​ເອີ້ນ​ລາວ​ວ່າ ບາຣະນາບາ (ຊຶ່ງ​ໝາຍຄວາມວ່າ ຜູ້​ມີ​ໃຈ​ອຸດໜູນ)</verse>
				<verse number="37">ລາວ​ໄດ້​ຂາຍ​ນາ​ຂອງຕົນ​ທົ່ງ​ໜຶ່ງ ແລະ​ນຳ​ເອົາ​ເງິນ​ມາ​ມອບ​ໃຫ້​ແກ່​ພວກ​ອັກຄະສາວົກ.</verse>
			</chapter>
			<chapter number="5">
				<verse number="1">ແຕ່​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ, ອານາເນຍ​ພ້ອມ​ກັບ​ເມຍ​ຂອງ​ລາວ​ຊື່​ວ່າ, ຊາຟີຣາ ໄດ້​ຂາຍ​ທີ່ດິນ ຊຶ່ງ​ເປັນ​ຂອງ​ພວກເຂົາ.</verse>
				<verse number="2">ອານາເນຍ​ໄດ້​ເອົາ​ເງິນ​ສ່ວນ​ໜຶ່ງ​ໃນ​ຈຳນວນ​ນັ້ນ ມ້ຽນ​ໄວ້​ສຳລັບ​ຕົນ, ຝ່າຍ​ເມຍ​ຂອງ​ລາວ​ກໍ​ຮູ້​ນຳ​ກັນ ອີກ​ສ່ວນ​ໜຶ່ງ​ນັ້ນ ລາວ​ໄດ້​ນຳ​ມາ​ມອບ​ໃຫ້​ພວກ​ອັກຄະສາວົກ.</verse>
				<verse number="3">ດັ່ງນັ້ນ ເປໂຕ​ຈຶ່ງ​ຖາມ​ລາວ​ວ່າ, “ອານາເນຍ​ເອີຍ ດ້ວຍເຫດໃດ​ໃຈ​ຂອງ​ເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ມານຊາຕານ, ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະວິນຍານ​ບໍຣິສຸດເຈົ້າ ໂດຍ​ເອົາ​ເງິນ​ສ່ວນ​ໜຶ່ງ ຊຶ່ງ​ເປັນ​ຄ່າ​ຂາຍ​ທີ່ດິນ​ນັ້ນ​ມ້ຽນ​ໄວ້?</verse>
				<verse number="4">ກ່ອນ​ທີ່​ເຈົ້າ​ບໍ່​ທັນ​ໄດ້​ຂາຍ ດິນ​ນັ້ນ​ກໍ​ເປັນ​ຂອງ​ເຈົ້າ​ບໍ່ແມ່ນ​ບໍ? ແລະ​ຫລັງຈາກ​ທີ່​ເຈົ້າ​ຂາຍ​ແລ້ວ ເງິນ​ນັ້ນ​ກໍ​ຍັງ​ເປັນ​ສິດ​ຂອງ​ເຈົ້າ​ບໍ່ແມ່ນ​ບໍ? ດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ໄດ້​ຕັດສິນໃຈ​ເຮັດ​ເຊັ່ນນີ້? ເຈົ້າ​ບໍ່ໄດ້​ຕົວະ​ຕໍ່​ມະນຸດ ແຕ່​ຕົວະ​ຕໍ່​ພຣະເຈົ້າ.”</verse>
				<verse number="5">ເມື່ອ​ອານາເນຍ​ໄດ້ຍິນ​ຖ້ອຍຄຳ​ເຫຼົ່ານີ້ ລາວ​ກໍ​ລົ້ມ​ລົງ​ສິ້ນໃຈ​ຕາຍ ຝ່າຍ​ຄົນ​ທັງປວງ​ທີ່​ໄດ້ຍິນ​ເຖິງ​ເຫດການ​ນັ້ນ ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຢ່າງໃຫຍ່.</verse>
				<verse number="6">ພວກ​ຊາຍ​ໜຸ່ມ​ໄດ້​ເຂົ້າ​ມາ​ຫໍ່​ຊາກສົບ​ຂອງ​ລາວ​ໄວ້ ແລ້ວ​ຫາມ​ອອກ​ໄປ​ຂ້າງ​ນອກ​ເພື່ອ​ນຳ​ເອົາ​ໄປ​ຝັງ.</verse>
				<verse number="7">ປະມານ​ສາມ​ຊົ່ວໂມງ​ຕໍ່ມາ ເມຍ​ຂອງ​ອານາເນຍ​ກໍ​ເຂົ້າ​ມາ​ໂດຍ​ບໍ່​ຮູ້​ເລື່ອງ​ທີ່​ໄດ້​ເກີດຂຶ້ນ.</verse>
				<verse number="8">ເປໂຕ​ຖາມ​ນາງ​ວ່າ, “ຈົ່ງ​ບອກ​ເຮົາ​ມາ​ເບິ່ງດູ ເຈົ້າ​ທັງສອງ​ຂາຍ​ທີ່ດິນ​ໄດ້​ເງິນ​ຈຳນວນ​ເທົ່ານັ້ນ​ແທ້​ບໍ?” ນາງ​ຕອບ​ວ່າ, “ແມ່ນແລ້ວ ໄດ້​ເທົ່ານັ້ນ​ແຫຼະ.”</verse>
				<verse number="9">ດັ່ງນັ້ນ ເປໂຕ​ຈຶ່ງ​ກ່າວ​ຕໍ່​ນາງ​ວ່າ, “ເປັນຫຍັງ​ເຈົ້າ​ກັບ​ຜົວ​ຂອງ​ເຈົ້າ ຈຶ່ງ​ພ້ອມໃຈ​ກັນ​ທົດລອງ​ພຣະວິນຍານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ? ບັດນີ້ ພວກ​ຜູ້ຊາຍ​ທີ່​ໄດ້​ໄປ​ຝັງສົບ​ຜົວ​ຂອງ​ເຈົ້າ ກໍ​ມາ​ເຖິງ​ປະຕູ​ແລ້ວ ແລະ​ພວກເຂົາ​ກໍ​ຈະ​ຫາມ​ຊາກສົບ​ຂອງ​ເຈົ້າ​ອອກ​ໄປ​ເໝືອນກັນ.”</verse>
				<verse number="10">ໃນ​ທັນໃດນັ້ນ ນາງ​ກໍ​ລົ້ມ​ລົງ​ທີ່​ຕີນ​ຂອງ​ເປໂຕ ແລະ​ສິ້ນໃຈ​ຕາຍ ເມື່ອ​ພວກ​ຊາຍ​ໜຸ່ມ​ເຂົ້າ​ມາ​ກໍ​ເຫັນ​ວ່າ​ນາງ​ຕາຍ​ແລ້ວ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຫາມ​ຊາກສົບ​ຂອງ​ນາງ​ອອກ​ໄປ ແລະ​ຝັງ​ໄວ້​ທີ່​ຂ້າງ​ຊາກສົບ​ຜົວ​ຂອງ​ນາງ.</verse>
				<verse number="11">ຄຣິສຕະຈັກ​ທັງໝົດ ແລະ​ທຸກຄົນ​ທີ່​ໄດ້ຍິນ​ເຫດການ​ນີ້ ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຢ່າງ​ໃຫຍ່.</verse>
				<verse number="12">ພວກ​ອັກຄະສາວົກ​ໄດ້​ເຮັດ​ການ​ອັດສະຈັນ ແລະ​ສິ່ງ​ທີ່​ໜ້າງຶດງໍ້​ຫລາຍ​ຢ່າງ​ໃນ​ທ່າມກາງ​ປະຊາຊົນ, ຄົນ​ທີ່​ເຊື່ອ​ທຸກຄົນ​ກໍ​ຢູ່​ຮ່ວມ​ກັນ ທີ່​ລະບຽງ​ຂອງ​ໂຊໂລໂມນ.</verse>
				<verse number="13">ສ່ວນ​ຄົນອື່ນໆ​ນັ້ນ ບໍ່ມີ​ຜູ້ໃດ​ກ້າ​ເຂົ້າ​ມາ​ຕິດພັນ​ຢູ່​ນຳ ແລະ​ແມ່ນແຕ່​ປະຊາຊົນ​ທົ່ວ​ໄປ ຕ່າງ​ກໍ​ຍ້ອງຍໍ​ສັນລະເສີນ​ພວກເພິ່ນ​ຢູ່.</verse>
				<verse number="14">ແຕ່​ມີ​ຊາຍ​ແລະ​ຍິງ​ທີ່​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ເພີ່ມ​ຈຳນວນ​ເຂົ້າ​ມາ​ຕື່ມ​ອີກ​ຫລາຍກວ່າ​ເກົ່າ.</verse>
				<verse number="15">ຈົນ​ວ່າ​ເຂົາ​ໄດ້​ເອົາ​ຄົນ​ເຈັບປ່ວຍ​ໃສ່​ບ່ອນ​ນອນ​ນ້ອຍ​ໃຫຍ່ ຫາມ​ອອກ​ໄປ​ວາງ​ໄວ້​ຕາມ​ຫົນທາງ ເພື່ອ​ວ່າ​ເມື່ອ​ເປໂຕ​ຍ່າງ​ຜ່ານ​ໄປ​ນັ້ນ ຢ່າງໜ້ອຍ​ເງົາ​ຂອງທ່ານ​ຈະ​ຖືກ​ບາງຄົນ.</verse>
				<verse number="16">ປະຊາຊົນ​ໄດ້​ຫລັ່ງໄຫລ​ກັນ​ອອກ​ມາ​ຈາກ​ເມືອງ​ຕ່າງໆ ທີ່​ຢູ່​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ ພ້ອມ​ທັງ​ນຳ​ຄົນ​ເຈັບໄຂ້​ໄດ້ປ່ວຍ ແລະ​ຄົນ​ທີ່​ຜີຊົ່ວຮ້າຍ​ເຂົ້າ​ສິງ​ມາ​ຫາ ແລະ​ທຸກຄົນ​ຕ່າງ​ກໍໄດ້​ຮັບ​ການ​ຊົງ​ໂຜດ​ໃຫ້​ຫາຍ​ດີ.</verse>
				<verse number="17">ແລ້ວ​ມະຫາ​ປະໂຣຫິດ​ກັບ​ພັກພວກ​ທັງໝົດ​ຂອງຕົນ ຄື​ພວກ​ຊາດູກາຍ​ກໍ​ເກີດ​ອິດສາ​ພວກ​ອັກຄະສາວົກ​ຢ່າງ​ສຸດຂີດ.</verse>
				<verse number="18">ພວກເຂົາ​ໄດ້​ຈັບ​ພວກ​ອັກຄະສາວົກ ແລະ​ໄປ​ຂັງ​ໄວ້​ໃນ​ຄຸກ.</verse>
				<verse number="19">ແຕ່​ໃນ​ຄືນ​ນັ້ນ ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ໄຂ​ປະຕູ​ຄຸກ ແລະ​ນຳ​ພວກ​ອັກຄະສາວົກ​ອອກ​ມາ ເທວະດາ​ຕົນ​ນັ້ນ​ກ່າວ​ແກ່​ພວກ​ອັກຄະສາວົກ​ວ່າ,</verse>
				<verse number="20">“ຈົ່ງ​ໄປ​ຢືນ​ຢູ່​ໃນ​ບໍລິເວນ​ພຣະວິຫານ ແລ້ວ​ປະກາດ​ບັນດາ​ຖ້ອຍຄຳ​ທັງໝົດ​ເຖິງ​ເລື່ອງ​ຊີວິດ​ໃໝ່​ນີ້ ສູ່​ປະຊາຊົນ​ຟັງ.”</verse>
				<verse number="21">ເມື່ອ​ອັກຄະສາວົກ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ພໍ​ຮຸ່ງ​ເຊົ້າ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ຕັ້ງຕົ້ນ​ສັ່ງສອນ. ມະຫາ​ປະໂຣຫິດ​ກັບ​ພັກພວກ​ຂອງຕົນ ໄດ້​ເອີ້ນ​ເຖົ້າແກ່​ຊາວ​ຢິວ​ທຸກຄົນ​ມາ ສຳລັບ​ປະຊຸມ​ສະພາ​ສູງສຸດ​ຄົບ​ຄະນະ, ແລ້ວ​ພວກເຂົາ​ກໍ​ສັ່ງ​ເຈົ້າໜ້າທີ່​ໃຫ້​ໄປ​ທີ່​ຄຸກ ເພື່ອ​ນຳ​ເອົາ​ພວກ​ອັກຄະສາວົກ​ອອກ​ມາ​ປາກົດ​ຕົວ​ຕໍ່ໜ້າ​ພວກເຂົາ.</verse>
				<verse number="22">ແຕ່​ເມື່ອ​ເຈົ້າໜ້າທີ່​ພຣະວິຫານ​ໄປ​ຮອດ​ແລ້ວ ພວກເຂົາ​ກໍ​ບໍ່​ພົບ​ພວກ​ອັກຄະສາວົກ​ໃນ​ຄຸກ​ເລີຍ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ກັບຄືນ​ມາ​ຫາ​ທີ່​ປະຊຸມ ແລະ​ລາຍງານ​ວ່າ,</verse>
				<verse number="23">“ເມື່ອ​ພວກ​ຂ້ານ້ອຍ​ໄດ້​ໄປ​ທີ່​ຄຸກ ກໍ​ເຫັນ​ປະຕູ​ຄຸກ​ອັດ​ໄວ້​ຢ່າງ​ແໜ້ນໜາ ແລະ​ຄົນເຝົ້າຍາມ​ທຸກຄົນ​ກໍ​ຢືນ​ຍາມ​ທີ່​ປະຕູ​ນັ້ນ, ແຕ່​ເມື່ອ​ພວກ​ຂ້ານ້ອຍ​ໄຂ​ເຂົ້າ​ໄປ​ຂ້າງ​ໃນ​ແລ້ວ ກໍ​ບໍ່​ເຫັນ​ຜູ້ໃດ​ຈັກ​ຄົນ.”</verse>
				<verse number="24">ເມື່ອ​ພວກ​ຫົວໜ້າ​ພຣະວິຫານ​ກັບ​ຫົວໜ້າ​ປະໂຣຫິດ​ໄດ້ຍິນ​ດັ່ງນັ້ນ ພວກເຂົາ​ກໍ​ປະຫລາດ​ໃຈ ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກ​ອັກຄະສາວົກ.</verse>
				<verse number="25">ແລ້ວ​ກໍ​ມີ​ຊາຍ​ຄົນ​ໜຶ່ງ​ເຂົ້າ​ມາ​ແຈ້ງ​ແກ່​ພວກເຂົາ​ວ່າ, “ເບິ່ງແມ! ຄົນ​ທີ່​ທ່ານ​ທັງຫລາຍ​ໄດ້​ຂັງ​ໄວ້​ໃນ​ຄຸກ​ນັ້ນ ໃນ​ເວລາ​ນີ້​ກຳລັງ​ຢືນ​ສັ່ງສອນ​ປະຊາຊົນ ຢູ່​ໃນ​ບໍລິເວນ​ພຣະວິຫານ.”</verse>
				<verse number="26">ດັ່ງນັ້ນ ພວກ​ຫົວໜ້າ​ຈຶ່ງ​ອອກ​ໄປ​ກັບ​ເຈົ້າໜ້າທີ່​ພຣະວິຫານ ແລະ​ນຳ​ພວກ​ອັກຄະສາວົກ​ກັບ​ມາ​ໂດຍ​ດີ ເພາະ​ຢ້ານ​ປະຊາຊົນ​ແກວ່ງ​ຫີນ​ໃສ່.</verse>
				<verse number="27">ເມື່ອ​ພວກເຂົາ​ໄດ້​ນຳ​ພວກ​ອັກຄະສາວົກ​ເຂົ້າ​ມາ​ແລ້ວ ຈຶ່ງ​ໃຫ້​ຢືນ​ຢູ່​ຕໍ່ໜ້າ​ສະພາ​ສູງສຸດ ແລ້ວ​ມະຫາ​ປະໂຣຫິດ​ກໍ​ໂຈດ​ຖາມ​ພວກ​ອັກຄະສາວົກ​ວ່າ,</verse>
				<verse number="28">“ພວກເຮົາ​ສັ່ງ​ຫ້າມ​ພວກເຈົ້າ​ຢ່າງ​ເຄັ່ງຄັດ​ແລ້ວ ບໍ່​ໃຫ້​ສັ່ງສອນ​ໃນ​ນາມ​ຂອງ​ຊາຍ​ຄົນ​ນີ້, ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ຄຳສັ່ງສອນ​ຂອງ​ພວກເຈົ້າ​ແຜ່​ອອກ​ໄປ​ທົ່ວ​ນະຄອນ​ເຢຣູຊາເລັມ ແລະ​ປາຖະໜາ​ໃຫ້​ຄວາມຜິດ​ກ່ຽວກັບ​ຄວາມ​ຕາຍ​ຂອງ​ຜູ້ນັ້ນ ຕົກ​ໃສ່​ພວກເຮົາ.”</verse>
				<verse number="29">ແຕ່​ເປໂຕ​ກັບ​ອັກຄະສາວົກ​ຄົນອື່ນໆ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ຈຳ​ຕ້ອງ​ເຊື່ອຟັງ​ພຣະເຈົ້າ​ຫລາຍກວ່າ​ມະນຸດ.</verse>
				<verse number="30">ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ໄດ້​ບັນດານ​ໃຫ້​ພຣະເຢຊູເຈົ້າ​ເປັນ​ຄືນ​ມາ​ຈາກ​ຕາຍ ຫລັງຈາກ​ທີ່​ພວກທ່ານ​ໄດ້​ຂ້າ​ພຣະອົງ ໂດຍ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ.</verse>
				<verse number="31">ພຣະເຈົ້າ​ໄດ້​ຍົກ​ພຣະເຢຊູເຈົ້າ​ຂຶ້ນ​ສູ່​ກໍ້າ​ຂວາ​ພຣະຫັດ​ຂອງ​ພຣະອົງ ໃຫ້​ເປັນ​ພຣະ​ຜູ້ນຳ ແລະ​ພຣະຜູ້ໂຜດຊ່ວຍ​ໃຫ້​ພົ້ນ ເພື່ອ​ຈະ​ໃຫ້​ປະຊາຊົນ​ອິດສະຣາເອນ​ມີ​ໂອກາດ​ກັບໃຈ​ໃໝ່ ແລະ​ຮັບ​ເອົາ​ການອະໄພ​ບາບກຳ​ຂອງ​ພວກເຂົາ.</verse>
				<verse number="32">ພວກ​ຂ້ານ້ອຍ​ຈຶ່ງ​ເປັນ​ພະຍານ​ເຖິງ​ເລື່ອງ​ເຫຼົ່ານີ້ ແລະ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ປະທານ​ໃຫ້​ທຸກຄົນ​ທີ່​ເຊື່ອຟັງ​ພຣະອົງ​ນັ້ນ ກໍ​ຊົງ​ເປັນ​ພະຍານ​ເໝືອນກັນ.”</verse>
				<verse number="33">ເມື່ອ​ສະມາຊິກ​ສະພາ​ສູງສຸດ​ໄດ້ຍິນ​ດັ່ງນັ້ນ ກໍ​ເຈັບແຄ້ນ​ຢ່າງ​ສຸດຂີດ ຈົນ​ຄິດ​ຢາກ​ຂ້າ​ພວກ​ອັກຄະສາວົກ​ເສຍ.</verse>
				<verse number="34">ແຕ່​ມີ​ສະມາຊິກ​ຄົນ​ໜຶ່ງ​ໃນ​ສະພາ​ສູງສຸດ​ຊື່​ວ່າ ຄາມາລິເອັນ ແລະ​ເປັນ​ຄົນ​ຟາຣີຊາຍ ເພິ່ນ​ເປັນ​ອາຈານ ແລະ​ເປັນ​ທີ່​ນັບຖື​ຢ່າງ​ສູງ​ຂອງ​ປະຊາຊົນ​ທົ່ວ​ໄປ ເພິ່ນ​ໄດ້​ຢືນ​ຂຶ້ນ​ໃນ​ທີ່​ປະຊຸມ ແລະ​ສັ່ງ​ໃຫ້​ເຈົ້າໜ້າທີ່​ນຳ​ພວກ​ອັກຄະສາວົກ​ອອກ​ໄປ​ຂ້າງ​ນອກ​ຊົ່ວ​ໄລຍະ​ໜຶ່ງ</verse>
				<verse number="35">ແລ້ວ​ເພິ່ນ​ກໍ​ກ່າວ​ແກ່​ສະພາ​ສູງສຸດ​ວ່າ, “ຊາວ​ອິດສະຣາເອນ​ເອີຍ, ຈົ່ງ​ລະວັງ​ເລື່ອງ​ທີ່​ພວກທ່ານ​ຈະ​ເຮັດ​ຕໍ່​ຄົນ​ເຫຼົ່ານີ້.</verse>
				<verse number="36">ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້​ມີ​ຊາຍ​ຄົນ​ໜຶ່ງ ຊື່​ວ່າ ທູດາ ທີ່​ອ້າງ​ຕົວ​ເອງ​ວ່າ​ເປັນ​ຜູ້​ສຳຄັນ ແລະ​ມີ​ຄົນ​ປະມານ​ສີ່ຮ້ອຍ​ຄົນ ຮ່ວມ​ຕິດຕາມ​ລາວ​ໄປ, ແຕ່​ທູດາ​ຖືກ​ຂ້າ​ເສຍ ຜູ້​ທີ່​ຕິດຕາມ​ລາວ​ທັງໝົດ ກໍ​ແຕກ​ກະຈັດ​ກະຈາຍ ແລະ​ຂະບວນ​ການ​ຂອງ​ລາວ ກໍ​ດັບສູນ​ໄປ.</verse>
				<verse number="37">ຫລັງຈາກ​ຜູ້​ນີ້ ກໍ​ແມ່ນ​ຢູດາ​ຊາວ​ຄາລີເລ​ທີ່​ປາກົດ​ຕົວ​ຂຶ້ນ ໃນ​ຄາວ​ຈົດ​ບັນຊີ​ສຳມະໂນຄົວ, ຢູດາ​ໄດ້​ຊັກ​ນຳ​ປະຊາຊົນ​ໃຫ້​ຕິດຕາມ​ລາວ ແຕ່​ລາວ​ກໍ​ຖືກ​ຂ້າ​ເໝືອນກັນ ແລະ​ຜູ້​ທີ່​ຕິດຕາມ​ລາວ​ທັງໝົດ ກໍ​ແຕກ​ກະຈັດ​ກະຈາຍ​ໄປ.</verse>
				<verse number="38">ໃນ​ກໍລະນີ​ນີ້ ຂ້າພະເຈົ້າ​ຂໍ​ບອກ​ເຈົ້າ​ທັງຫລາຍ​ວ່າ ຢ່າ​ດຳເນີນ​ການ​ໃດໆ​ຕໍ່​ຄົນ​ເຫຼົ່ານີ້​ເລີຍ, ຈົ່ງ​ປ່ອຍ​ພວກເຂົາ​ໄປ​ສາ ຖ້າ​ແຜນການ​ຫລື​ກິດຈະການ​ຂອງ​ພວກເຂົາ​ມາ​ຈາກ​ມະນຸດ ມັນ​ກໍ​ຈະ​ເສື່ອມສູນ​ໄປ​ເອງ,</verse>
				<verse number="39">ແຕ່​ຖ້າ​ສິ່ງ​ນັ້ນ​ມາ​ຈາກ​ພຣະເຈົ້າ ພວກເຈົ້າ​ກໍ​ຈະ​ທຳລາຍ​ພວກເຂົາ​ບໍ່ໄດ້ ພວກເຈົ້າ​ຈະ​ກັບ​ກາຍ​ມາ​ເປັນ​ຜູ້​ຕໍ່ສູ້​ພຣະເຈົ້າ.” ແລ້ວ​ພວກເຂົາ​ກໍ​ຍອມ​ຟັງ​ຄວາມ​ຂອງ​ຄາມາລິເອັນ.</verse>
				<verse number="40">ພວກເຂົາ​ຈຶ່ງ​ເອີ້ນ​ພວກ​ອັກຄະສາວົກ​ເຂົ້າ​ມາ ເມື່ອ​ຂ້ຽນ​ແລ້ວ​ກໍ​ສັ່ງ​ຫ້າມ​ບໍ່​ໃຫ້​ເວົ້າ​ອອກ​ນາມຊື່​ພຣະເຢຊູເຈົ້າ​ອີກ​ຈັກເທື່ອ ແລ້ວ​ກໍ​ປ່ອຍ​ຕົວ​ໄປ.</verse>
				<verse number="41">ພວກ​ອັກຄະສາວົກ​ອອກ​ໄປ​ຈາກ​ສະພາ​ສູງສຸດ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເພາະ​ພວກເພິ່ນ​ຖື​ວ່າ ຕົນ​ເປັນ​ຜູ້​ສົມຄວນ​ທີ່​ຕ້ອງ​ຖືກ​ໝິ່ນປະໝາດ ເພາະ​ເຫັນ​ແກ່​ພຣະນາມ​ຂອງ​ພຣະເຢຊູເຈົ້າ.</verse>
				<verse number="42">ແລະ​ທຸກໆ​ວັນ​ໃນ​ບໍລິເວນ​ພຣະວິຫານ ແລະ​ທີ່​ເຮືອນ​ຂອງ​ປະຊາຊົນ ພວກ​ອັກຄະສາວົກ​ໄດ້​ສືບຕໍ່​ສັ່ງສອນ ແລະ​ປະກາດ​ຂ່າວປະເສີດ​ບໍ່ໄດ້​ຂາດ​ວ່າ ພຣະເຢຊູເຈົ້າ​ເປັນ​ພຣະຄຣິດ.</verse>
			</chapter>
			<chapter number="6">
				<verse number="1">ໃນ​ຄາວ​ນັ້ນ ເມື່ອ​ຈຳນວນ​ພວກ​ສິດ​ກຳລັງ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ຊາວ​ຢິວ​ປາກ​ພາສາ​ກຣີກ ຈົ່ມ​ຕໍ່​ຊາວ​ຢິວ​ຄົນ​ພື້ນເມືອງ​ປາກ​ພາສາ​ເຮັບເຣີ​ວ່າ ໃນ​ແຕ່ລະ​ວັນ​ພວກ​ແມ່ໝ້າຍ​ຊາວ​ກຣິກ ບໍ່ໄດ້​ຮັບ​ການ​ເອົາໃຈໃສ່​ໃນ​ການ​ແຈກຈ່າຍ​ອາຫານ.</verse>
				<verse number="2">ດັ່ງນັ້ນ ພວກ​ອັກຄະສາວົກ​ສິບສອງ​ຄົນ ຈຶ່ງ​ເອົາ​ບັນດາ​ສິດ​ຜູ້​ທີ່​ເຊື່ອ​ທັງໝົດ​ມາ​ປະຊຸມ​ກັນ ແລະ​ກ່າວ​ວ່າ, “ເປັນ​ການ​ບໍ່​ສົມຄວນ​ເລີຍ ທີ່​ຈະ​ໃຫ້​ພວກເຮົາ​ປະຖິ້ມ​ການ​ສັ່ງສອນ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ມາ​ຮັບໃຊ້​ການກິນ​ການ​ດື່ມ.</verse>
				<verse number="3">ດ້ວຍເຫດນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ເລືອກ​ເອົາ​ເຈັດ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ທີ່​ມີ​ຊື່ສຽງ​ດີ ທີ່​ເຕັມ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ສະຕິປັນຍາ ພວກເຮົາ​ຈະ​ຕັ້ງ​ໃຫ້​ພວກເຂົາ​ຮັບຜິດຊອບ​ດູແລ​ໃນ​ການ​ງານ​ນີ້.</verse>
				<verse number="4">ສ່ວນ​ພວກເຮົາ ກໍ​ຈະ​ອຸທິດ​ເວລາ​ທັງໝົດ​ໃສ່​ໃນ​ການ​ພາວັນນາ​ອະທິຖານ ແລະ​ການ​ສັ່ງສອນ​ພຣະທຳ.”</verse>
				<verse number="5">ຄົນ​ທີ່​ເຊື່ອ​ທັງໝົດ​ພໍໃຈ ເຫັນ​ດີ​ນຳ​ການ​ສະເໜີ​ຂອງ​ພວກ​ອັກຄະສາວົກ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເລືອກ​ເອົາ​ຊະເຕຟາໂນ ຜູ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມເຊື່ອ ແລະ​ພຣະວິນຍານ​ບໍຣິສຸດ ແລະ ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ ແລະ ນີໂກລາໂອ​ຊາວ​ເມືອງ​ອັນຕີໂອເຂຍ ທີ່​ເຂົ້າ​ສາສະໜາ​ຢິວ.</verse>
				<verse number="6">ພວກເຂົາ​ໄດ້​ນຳ​ຄົນ​ທັງ​ເຈັດ​ນີ້ ມາ​ສະເໜີ​ຕໍ່​ພວກ​ອັກຄະສາວົກ ແລະ​ພວກເພິ່ນ​ຈຶ່ງ​ພາວັນນາ​ອະທິຖານ​ວາງ​ມື​ໃສ່​ພວກເຂົາ.</verse>
				<verse number="7">ດັ່ງນັ້ນ ພຣະທຳ​ຂອງ​ພຣະເຈົ້າ​ຈຶ່ງ​ໄດ້​ຈະເລີນ​ຂຶ້ນ ສືບຕໍ່​ແຜ່​ຂະຫຍາຍ​ອອກ​ໄປ ຈຳນວນ​ພວກ​ສິດ​ໃນ​ນະຄອນ​ເຢຣູຊາເລັມ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ແລະ​ໄດ້​ມີ​ປະໂຣຫິດ​ຫລາຍ​ຄົນ ກໍໄດ້​ຍອມ​ເຊື່ອຟັງ​ຕໍ່​ຄວາມເຊື່ອ​ນັ້ນ.</verse>
				<verse number="8">ຊະເຕຟາໂນ​ຜູ້​ທີ່​ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຣິດເດດ ໄດ້​ເຮັດ​ການ​ອັດສະຈັນ​ອັນ​ໃຫຍ່ ແລະ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່​ໃນ​ທ່າມກາງ​ປະຊາຊົນ.</verse>
				<verse number="9">ແຕ່​ເພິ່ນ​ຖືກ​ຕໍ່ຕ້ານ​ຂັດຂວາງ​ຈາກ​ສະມາຊິກ​ບາງຄົນ ທີ່​ມາ​ຈາກ​ທຳມະສາລາ ຊຶ່ງ​ເອີ້ນ​ວ່າ, “ໂຮງທຳ​ຊາວ​ຢິວ​ອົບພະຍົບ” ມີ​ທັງ​ຊາວ​ກີເຣເນ ແລະ ຊາວ​ອາເລັກຊັນເດຍ, ກັບ​ບາງຄົນ​ຈາກ​ແຂວງ​ກີລີເກຍ ແລະ ເອເຊຍ ແລະ​ໄດ້​ພາກັນ​ລຸກ​ຂຶ້ນ​ໂຕ້ຖຽງ​ກັບ​ຊະເຕຟາໂນ.</verse>
				<verse number="10">ຄົນ​ເຫຼົ່ານັ້ນ​ຕໍ່ສູ້​ກັບ​ຄຳ​ທີ່​ທ່ານ​ກ່າວ​ດ້ວຍ​ສະຕິປັນຍາ ແລະ​ດ້ວຍ​ພຣະວິນຍານ​ບໍ່ໄດ້.</verse>
				<verse number="11">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຍຸແຫຍ່​ຊາຍ​ບາງຄົນ​ມາ​ກ່າວຫາ​ວ່າ, “ພວກເຮົາ​ໄດ້ຍິນ​ລາວ​ເວົ້າ​ຕໍ່ສູ້​ໂມເຊ ແລະ​ຕໍ່ສູ້​ພຣະເຈົ້າ.”</verse>
				<verse number="12">ດ້ວຍເຫດນີ້ ພວກເຂົາ​ຈຶ່ງ​ຍຸຍົງ​ປະຊາຊົນ, ພວກ​ເຖົ້າແກ່​ແລະ​ພວກ​ທຳມະຈານ ມາ​ຫຸ້ມ​ຈັບ​ຊະເຕຟາໂນ ແລະ​ນຳ​ຕົວ​ຂຶ້ນ​ໄປ​ທີ່​ສະພາ​ສູງສຸດ.</verse>
				<verse number="13">ແລ້ວ​ພວກເຂົາ​ກໍ​ນຳ​ພະຍານ​ບໍ່​ຈິງ​ມາ​ກ່າວ​ວ່າ, “ຊາຍ​ຄົນ​ນີ້​ເວົ້າ​ຕໍ່ສູ້​ພຣະວິຫານ​ອັນ​ສັກສິດ ແລະ​ກົດບັນຍັດ​ຢ່າງ​ບໍ່​ຢຸດຢັ້ງ.</verse>
				<verse number="14">ພວກເຮົາ​ໄດ້ຍິນ​ຄົນ​ນີ້​ເວົ້າ​ວ່າ ເຢຊູ​ໄທ​ນາຊາເຣັດ​ຈະ​ທຳລາຍ​ພຣະວິຫານ​ຫລັງ​ນີ້ ແລະ​ຈະ​ປ່ຽນແປງ​ທຳນຽມ​ທີ່​ໂມເຊ​ໄດ້​ໃຫ້​ໄວ້​ແກ່​ພວກເຮົາ.”</verse>
				<verse number="15">ແລະ​ບັນດາ​ຄົນ​ທີ່​ນັ່ງ​ຢູ່​ໃນ​ສະພາ​ສູງສຸດ​ນັ້ນ ໄດ້​ແນມ​ໄປ​ເບິ່ງ​ຊະເຕຟາໂນ ແລະ​ເຫັນ​ວ່າ​ໜ້າ​ຂອງ​ເພິ່ນ​ເປັນ​ເໝືອນ​ໜ້າ​ຂອງ​ເທວະດາ.</verse>
			</chapter>
			<chapter number="7">
				<verse number="1">ແລ້ວ​ມະຫາ​ປະໂຣຫິດ​ກໍ​ຖາມ​ຊະເຕຟາໂນ​ວ່າ, “ເລື່ອງ​ນີ້​ເປັນ​ຄວາມຈິງ​ແທ້​ບໍ?”</verse>
				<verse number="2">ຝ່າຍ​ຊະເຕຟາໂນ​ໄດ້​ຕອບ​ວ່າ, “ພີ່ນ້ອງ​ແລະ​ພວກ​ຍາພໍ່​ທັງຫລາຍ​ເອີຍ, ຂໍໂຜດ​ຟັງ​ຂ້ານ້ອຍ​ກ່າວ​ເທີ້ນ ພຣະເຈົ້າ​ແຫ່ງ​ສະຫງ່າຣາສີ​ໄດ້​ປາກົດ​ແກ່​ອັບຣາຮາມ ບັນພະບຸລຸດ​ຂອງ​ພວກເຮົາ ເມື່ອ​ເພິ່ນ​ຍັງ​ຢູ່​ທີ່​ເມໂຊໂປຕາເມຍ ກ່ອນ​ທີ່​ເພິ່ນ​ໄດ້​ໄປ​ອາໄສ​ຢູ່​ໃນ​ເມືອງ​ຮາຣານ</verse>
				<verse number="3">ໂດຍ​ກ່າວ​ແກ່​ເພິ່ນ​ວ່າ, ‘ເຈົ້າ​ຈົ່ງ​ອອກ​ຈາກ​ບ້ານເກີດ​ເມືອງນອນ ແລະ​ຍາດຕິພີ່ນ້ອງ​ຂອງ​ເຈົ້າ ແລ້ວ​ໄປ​ສູ່​ດິນແດນ​ທີ່​ເຮົາ​ຈະ​ສະແດງ​ໃຫ້​ເຈົ້າ​ໄດ້​ເຫັນ.’</verse>
				<verse number="4">ດັ່ງນັ້ນ ອັບຣາຮາມ​ຈຶ່ງ​ອອກ​ຈາກ​ດິນແດນ​ຂອງ​ຊາວ​ເຄນເດຍ ແລະ​ໄດ້​ໄປ​ອາໄສ​ຢູ່​ໃນ​ເມືອງ​ຮາຣານ ຫລັງຈາກ​ທີ່​ພໍ່​ຂອງ​ອັບຣາຮາມ​ຕາຍ​ແລ້ວ ພຣະເຈົ້າ​ກໍໄດ້​ໃຫ້​ເພິ່ນ​ຍົກຍ້າຍ​ອອກ​ຈາກ​ທີ່​ນັ້ນ​ມາ​ສູ່​ເມືອງ​ນີ້ ຄື​ບ່ອນ​ທີ່​ພວກເຈົ້າ​ອາໄສ​ຢູ່​ໃນ​ທຸກ​ວັນ​ນີ້.</verse>
				<verse number="5">ພຣະເຈົ້າ​ບໍ່ໄດ້​ໃຫ້​ອັບຣາຮາມ​ຮັບ​ສ່ວນ​ໃດໆ​ຂອງ​ດິນແດນ​ນີ້ ເປັນ​ກຳມະສິດ​ຂອງຕົນ ແມ່ນແຕ່​ທໍ່​ຮອຍຕີນ ແຕ່​ໃນ​ຂະນະທີ່​ເພິ່ນ​ຍັງ​ບໍ່ມີ​ລູກ ພຣະເຈົ້າ​ໄດ້​ສັນຍາ​ວ່າ ພຣະອົງ​ຈະ​ມອບ​ດິນແດນ​ໃຫ້​ເພິ່ນ​ເປັນ​ກຳມະສິດ ແລະ​ໃຫ້​ແກ່​ເຊື້ອສາຍ​ພາຍ​ຫລັງ​ເພິ່ນ​ດ້ວຍ.</verse>
				<verse number="6">ພຣະເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ດັ່ງນີ້​ວ່າ, ‘ເຊື້ອສາຍ​ຂອງ​ເຈົ້າ​ຈະ​ໄປ​ອາໄສ​ເປັນ​ແຂກ​ຢູ່​ໃນ​ຕ່າງ​ປະເທດ ແລະ​ຊາວ​ປະເທດ​ນັ້ນ​ຈະ​ເອົາ​ພວກເຂົາ​ເປັນ​ທາດ ແລະ​ພວກເຂົາ​ຈະ​ຖືກ​ກົດຂີ່​ຂົ່ມເຫັງ​ຢ່າງ​ຮ້າຍແຮງ​ເປັນ​ເວລາ​ສີ່ຮ້ອຍ​ປີ.’</verse>
				<verse number="7">ແລ້ວ​ພຣະອົງ​ຊົງ​ກ່າວ​ອີກ​ວ່າ, ‘ຝ່າຍ​ເຮົາ​ຈະ​ພິພາກສາ​ລົງໂທດ ປະເທດ​ທີ່​ພວກເຂົາ​ຮັບໃຊ້​ເປັນ​ຂ້ອຍຂ້າ​ຢູ່​ນັ້ນ ຫລັງຈາກ​ນັ້ນ​ແລ້ວ ພວກເຂົາ​ຈະ​ອອກ​ມາ​ບົວລະບັດ​ຂາບໄຫວ້​ເຮົາ​ໃນ​ທີ່​ນີ້.’</verse>
				<verse number="8">ແລ້ວ​ພຣະເຈົ້າ​ກໍ​ໃຫ້​ອັບຣາຮາມ​ເຮັດ​ພິທີຕັດ ເພື່ອ​ເປັນ​ເຄື່ອງໝາຍ​ແຫ່ງ​ພັນທະສັນຍາ. ດັ່ງນັ້ນ ອັບຣາຮາມ​ຜູ້​ເປັນ​ພໍ່ ຈຶ່ງ​ເຮັດ​ພິທີຕັດ​ໃຫ້​ອີຊາກ​ໃນ​ວັນ​ທີ​ແປດ ຫລັງຈາກ​ທີ່​ລາວ​ໄດ້​ເກີດ​ມາ ອີຊາກ​ໄດ້​ເຮັດ​ພິທີຕັດ​ໃຫ້​ຢາໂຄບ ແລະ​ຢາໂຄບ​ໄດ້​ເຮັດ​ພິທີຕັດ​ໃຫ້​ລູກຊາຍ​ສິບສອງ​ຄົນ​ຂອງຕົນ ຄື​ບັນພະບຸລຸດ​ແຫ່ງ​ເຊື້ອຊາດ​ຂອງ​ພວກເຮົາ.</verse>
				<verse number="9">ຍ້ອນ​ບັນພະບຸລຸດ​ເຫຼົ່ານັ້ນ ໄດ້​ອິດສາ​ໂຢເຊັບ​ນ້ອງຊາຍ​ຂອງ​ພວກ​ຕົນ ພວກເຂົາ​ຈຶ່ງ​ຂາຍ​ເພິ່ນ​ໄປ​ເປັນ​ທາດ​ທີ່​ປະເທດ​ເອຢິບ, ແຕ່​ພຣະເຈົ້າ​ໄດ້​ສະຖິດ​ຢູ່​ກັບ​ໂຢເຊັບ</verse>
				<verse number="10">ແລະ​ຊ່ວຍ​ເພິ່ນ​ໃຫ້​ຜ່ານ​ພົ້ນ​ຄວາມ​ຍາກ​ລຳບາກ​ທັງ​ສິ້ນ, ພຣະເຈົ້າ​ກໍ​ໂຜດ​ໃຫ້​ເພິ່ນ​ເປັນ​ທີ່​ພໍໃຈ ແລະ​ມີ​ສະຕິປັນຍາ ເມື່ອ​ໂຢເຊັບ​ໄດ້​ປາກົດ​ຕົວ​ຕໍ່ໜ້າ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ກະສັດ​ໄດ້​ແຕ່ງຕັ້ງ​ໂຢເຊັບ ໃຫ້​ເປັນ​ຜູ້​ປົກຄອງ​ເອຢິບ​ຕະຫລອດ​ທັງ​ວັງ​ຂອງ​ເພິ່ນ​ດ້ວຍ.</verse>
				<verse number="11">ຕໍ່ມາ ໄດ້​ເກີດ​ມີ​ການ​ອຶດຢາກ​ທົ່ວ​ເອຢິບ ແລະ ການາອານ ຊຶ່ງ​ເປັນ​ເຫດ​ໃຫ້​ມີ​ຄວາມ​ທົນທຸກ​ລຳບາກ​ຢ່າງ​ໃຫຍ່ຫລວງ ບັນພະບຸລຸດ​ຂອງ​ພວກເຮົາ​ບໍ່​ສາມາດ​ຫາ​ອາຫານ​ມາ​ລ້ຽງ​ຊີບ​ໄດ້.</verse>
				<verse number="12">ແລະ​ເມື່ອ​ຢາໂຄບ​ໄດ້ຍິນ​ຂ່າວ​ວ່າ ມີ​ເຂົ້າ​ຢູ່​ໃນ​ປະເທດ​ເອຢິບ ເພິ່ນ​ຈຶ່ງ​ໃຊ້​ລູກຊາຍ​ຂອງ​ເພິ່ນ ຄື​ບັນພະບຸລຸດ​ຂອງ​ພວກເຮົາ​ໄປ​ທີ່​ນັ້ນ​ເປັນ​ເທື່ອ​ທຳອິດ.</verse>
				<verse number="13">ໃນ​ເທື່ອ​ທີ​ສອງ ໂຢເຊັບ​ໄດ້​ສະແດງ​ຕົວ​ໃຫ້​ພວກ​ອ້າຍ​ນ້ອງ​ຮູ້ຈັກ ແລະ​ໄດ້​ແຈ້ງ​ໃຫ້​ກະສັດ​ຟາໂຣ​ຮັບຮູ້ ເຖິງ​ຍາດຕິພີ່ນ້ອງ​ຂອງ​ເພິ່ນ​ເໝືອນກັນ.</verse>
				<verse number="14">ດັ່ງນັ້ນ ໂຢເຊັບ​ຈຶ່ງ​ໃຊ້​ຄົນ​ໄປ​ເຊີນ​ຢາໂຄບ​ພໍ່​ຂອງຕົນ​ກັບ​ທຸກຄົນ​ໃນ​ຄອບຄົວ​ໃຫ້​ມາ​ຫາ ລວມ​ທັງໝົດ​ມີ​ເຈັດສິບຫ້າ​ຄົນ.</verse>
				<verse number="15">ແລ້ວ​ຢາໂຄບ​ກໍ​ໄດ້​ລົງ​ໄປ​ທີ່​ປະເທດ​ເອຢິບ ແລະ​ເພິ່ນ​ກັບ​ພວກ​ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຕາຍ​ຢູ່​ທີ່​ນັ້ນ.</verse>
				<verse number="16">ແລະ​ພວກເຂົາ​ໄດ້​ນຳ​ເອົາ​ຊາກສົບ​ຂອງ​ພວກເພິ່ນ​ກັບຄືນ​ມາ​ທີ່​ຊີເຄມ ແລະ​ໄດ້​ວາງ​ໄວ້​ໃນ​ອຸບມຸງ ທີ່​ອັບຣາຮາມ​ໄດ້​ຊື້​ຈາກ​ຕະກຸນ​ຮາໂມ ດ້ວຍ​ເງິນ​ຈຳນວນ​ໜຶ່ງ​ໃນ​ເມືອງ​ຊີເຄມ.</verse>
				<verse number="17">ແຕ່​ເມື່ອ​ກຳນົດ​ແຫ່ງ​ພຣະສັນຍາ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ກັບ​ອັບຣາຮາມ​ໃກ້​ຈະ​ເຖິງ​ແລ້ວ ຊົນຊາດ​ອິດສະຣາເອນ​ໃນ​ປະເທດ​ເອຢິບ​ໄດ້​ເພີ່ມ​ທະວີ​ຫລາຍ​ຂຶ້ນ.</verse>
				<verse number="18">ຈົນເຖິງ​ກະສັດ​ອີກ​ອົງ​ໜຶ່ງ ຊຶ່ງ​ບໍ່​ຮູ້ຈັກ​ໂຢເຊັບ​ໄດ້​ຂຶ້ນ​ປົກຄອງ​ປະເທດ​ເອຢິບ.</verse>
				<verse number="19">ກະສັດ​ຜູ້​ນີ້​ໄດ້​ໃຊ້​ກົນອຸບາຍ​ຫລອກລວງ​ບັນພະບຸລຸດ​ຂອງ​ພວກເຮົາ ເຮັດ​ໂຫດຮ້າຍ​ຕໍ່​ພວກເພິ່ນ ໂດຍ​ບັງຄັບ​ໃຫ້​ເອົາ​ລູກນ້ອຍ​ອ່ອນ​ຂອງ​ພວກເພິ່ນ​ອອກ​ໄປ​ຖິ້ມ​ເສຍ ເພື່ອ​ບໍ່​ໃຫ້​ມີ​ຊີວິດ​ເຫຼືອ​ຢູ່​ໄດ້.</verse>
				<verse number="20">ໃນ​ຄາວ​ນັ້ນ ໂມເຊ​ໄດ້​ເກີດ​ມາ​ເປັນ​ລູກນ້ອຍ​ທີ່​ມີ​ຮູບຮ່າງ​ງົດງາມ​ຕໍ່ໜ້າ​ພຣະເຈົ້າ ໂມເຊ​ໄດ້​ຮັບ​ການ​ລ້ຽງດູ​ທີ່​ເຮືອນ​ເປັນ​ເວລາ​ສາມ​ເດືອນ</verse>
				<verse number="21">ແລະ​ເມື່ອ​ເຂົາ​ເອົາ​ໂມເຊ​ອອກ​ໄປ​ຈາກ​ເຮືອນ ລູກສາວ​ຂອງ​ກະສັດ​ຟາໂຣ ກໍ​ຮັບ​ເອົາ​ໄປ​ລ້ຽງ​ໄວ້​ເປັນ​ລູກຊາຍ​ຂອງຕົນ.</verse>
				<verse number="22">ໂມເຊ​ໄດ້​ຮັບ​ການ​ສິດສອນ​ຮຽນຮູ້ ໃນ​ວິຊາການ​ທຸກຢ່າງ​ຂອງ​ຊາວ​ເອຢິບ ແລະ​ກາຍເປັນ​ຜູ້​ມີ​ຄວາມ​ສາມາດ​ໃນ​ຄຳ​ເວົ້າຈາ ແລະ​ການ​ກະທຳ.</verse>
				<verse number="23">ເມື່ອ​ໂມເຊ​ມີ​ອາຍຸ​ໄດ້​ສີ່ສິບ​ປີ ເພິ່ນ​ກໍໄດ້​ຕັດສິນໃຈ​ໄປ​ຊອກ​ເບິ່ງ​ຄວາມ​ເປັນ​ຢູ່​ຂອງ​ຊາວ​ອິດສະຣາເອນ ພີ່ນ້ອງ​ຮ່ວມ​ຊາດ​ຂອງຕົນ.</verse>
				<verse number="24">ເພິ່ນ​ໄດ້​ເຫັນ​ຄົນ​ໜຶ່ງ​ໃນ​ພວກ​ອິດສະຣາເອນ​ຖືກ​ຄົນ​ເອຢິບ​ຂົ່ມເຫັງ. ສະນັ້ນ ເພິ່ນ​ຈຶ່ງ​ເຂົ້າ​ໄປ​ຊ່ວຍ​ຄົນ​ອິດສະຣາເອນ ແລະ​ຂ້າ​ຄົນ​ເອຢິບ​ຜູ້​ນັ້ນ​ເສຍ ເພື່ອ​ເປັນ​ການ​ແກ້ແຄ້ນ. (</verse>
				<verse number="25">ເພິ່ນ​ຄິດ​ວ່າ ປະຊາຊົນ​ຂອງຕົນ​ຄົງ​ເຂົ້າໃຈ ທີ່​ພຣະເຈົ້າ​ກຳລັງ​ໃຊ້​ຕົນ​ມາ​ຊ່ວຍ​ກອບກູ້​ເອົາ​ພວກເຂົາ, ແຕ່​ພວກເຂົາ​ບໍ່​ເຂົ້າໃຈ.)</verse>
				<verse number="26">ໃນ​ວັນ​ຕໍ່ມາ ເພິ່ນ​ໄດ້​ເຫັນ​ຄົນ​ອິດສະຣາເອນ​ສອງ​ຄົນ​ກຳລັງ​ຕີກັນ ແລະ​ເພິ່ນ​ກໍ​ພະຍາຍາມ​ໃຫ້​ພວກເຂົາ​ຄືນ​ດີ​ກັນ ເພິ່ນ​ກ່າວ​ວ່າ, ‘ຊາຍ​ເອີຍ ພວກເຈົ້າ​ເປັນ​ພີ່ນ້ອງ​ກັນ ເປັນຫຍັງ​ຈຶ່ງ​ຕີກັນ​ເຊັ່ນນີ້?’</verse>
				<verse number="27">ແຕ່​ຜູ້​ທີ່​ກຳລັງ​ເຮັດ​ຮ້າຍ​ຕໍ່​ເພື່ອນ​ຂອງຕົນ​ນັ້ນ ຊຸກ​ໂມເຊ​ອອກ ແລະ​ຖາມ​ວ່າ, ‘ຜູ້ໃດ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ປົກຄອງ ແລະ​ຕັດສິນ​ພວກເຮົາ?</verse>
				<verse number="28">ບໍ່ແມ່ນ​ເຈົ້າ​ຢາກ​ຂ້າ​ເຮົາ ຄື​ເຈົ້າ​ໄດ້​ຂ້າ​ຄົນ​ເອຢິບ​ມື້​ວານ​ນີ້​ບໍ?’</verse>
				<verse number="29">ເມື່ອ​ໂມເຊ​ໄດ້ຍິນ​ດັ່ງນີ້​ແລ້ວ ເພິ່ນ​ຈຶ່ງ​ປົບໜີໄປ​ອາໄສ​ຢູ່​ໃນ​ດິນແດນ​ມີດີອານ ໃນ​ທີ່ນັ້ນ​ເພິ່ນ​ມີ​ລູກຊາຍ​ສອງ​ຄົນ.</verse>
				<verse number="30">ຫລັງຈາກ​ສີ່ສິບ​ປີ​ໄດ້​ຜ່ານ​ໄປ ມີ​ເທວະດາ​ຕົນ​ໜຶ່ງ ໄດ້​ປາກົດ​ແກ່​ໂມເຊ​ໃນ​ແປວໄຟ​ທີ່​ພຸ່ມໜາມ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ.</verse>
				<verse number="31">ໂມເຊ​ງຶດ​ປະຫລາດ​ໃຈ​ໃນ​ສິ່ງ​ທີ່​ຕົນ​ໄດ້​ເຫັນ ຈຶ່ງ​ຫຍັບ​ເຂົ້າ​ໄປ​ໃກ້​ພຸ່ມໄມ້​ນັ້ນ​ເພື່ອ​ເບິ່ງ​ຄັກໆ ແລະ​ເພິ່ນ​ໄດ້ຍິນ​ສຽງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ,</verse>
				<verse number="32">‘ເຮົາ​ແມ່ນ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ເຈົ້າ ຄື​ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ.’ ໂມເຊ​ຈຶ່ງ​ຢ້ານ​ຫລາຍ​ຈົນ​ສັ່ນເຊັນ ແລະ​ບໍ່​ກ້າ​ຫລຽວ​ເບິ່ງ.</verse>
				<verse number="33">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ໂມເຊ​ວ່າ, ‘ຈົ່ງ​ຖອດ​ເກີບ​ເຈົ້າ​ອອກ ເພາະ​ບ່ອນ​ທີ່​ເຈົ້າ​ກຳລັງ​ຢືນ​ຢູ່​ນີ້​ເປັນ​ບ່ອນ​ສັກສິດ.</verse>
				<verse number="34">ເຮົາ​ໄດ້​ເຫັນ​ຄວາມ​ທົນທຸກ​ລຳບາກ​ອັນ​ຮ້າຍແຮງ ທີ່​ປະຊາຊົນ​ຂອງເຮົາ​ໄດ້​ຮັບ​ໃນ​ປະເທດ​ເອຢິບ ເຮົາ​ໄດ້ຍິນ​ສຽງ​ໂອ່ຍຄາງ​ຂອງ​ພວກເຂົາ​ແລ້ວ ເຮົາ​ຈຶ່ງ​ລົງ​ມາ​ເພື່ອ​ຊ່ວຍ​ກອບກູ້​ເອົາ​ພວກເຂົາ. ບັດນີ້​ມາແມ ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ທີ່​ປະເທດ​ເອຢິບ.’</verse>
				<verse number="35">ໂມເຊ​ຜູ້​ນີ້​ແຫຼະ ທີ່​ປະຊາຊົນ​ອິດສະຣາເອນ​ປະຕິເສດ​ໂດຍ​ຖາມ​ວ່າ, ‘ຜູ້ໃດ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ປົກຄອງ ແລະ​ຕັດສິນ​ພວກເຮົາ?’ ເພິ່ນ​ແມ່ນ​ຜູ້​ທີ່​ພຣະເຈົ້າ​ໄດ້​ໃຊ້​ໄປ​ເປັນ​ຜູ້ປົກຄອງ​ແລະ​ຊ່ວຍ​ກອບກູ້​ເອົາ​ພວກເຂົາ ໂດຍ​ມີ​ເທວະດາ​ຕົນ​ທີ່​ໄດ້​ປາກົດ​ແກ່​ເພິ່ນ ທີ່​ພຸ່ມໄມ້​ມີ​ແປວໄຟ​ລຸກ​ນັ້ນ​ເປັນ​ຜູ້​ຊ່ວຍເຫລືອ.</verse>
				<verse number="36">ເພິ່ນ​ໄດ້​ນຳພາ​ປະຊາຊົນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ໂດຍ​ເຮັດ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ທີ່​ໜ້າ​ງຶດ​ປະຫລາດ​ໃຈ​ຫລາຍ​ປະການ​ໃນ​ປະເທດ​ເອຢິບ ແລະ​ທີ່​ທະເລແດງ ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເປັນ​ເວລາ​ສີ່ສິບ​ປີ.</verse>
				<verse number="37">ແມ່ນ​ໂມເຊ​ຜູ້​ນີ້​ແຫຼະ ທີ່​ໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, ‘ພຣະເຈົ້າ​ຈະ​ໃຊ້​ຜູ້ທຳນວາຍ​ຄົນ​ໜຶ່ງ​ໃຫ້​ເກີດ​ມາ​ເພື່ອ​ພວກເຈົ້າ ດັ່ງ​ທີ່​ພຣະອົງ​ໄດ້​ໃຊ້​ຂ້າພະເຈົ້າ ແລະ​ເພິ່ນ​ຈະ​ເປັນ​ຄົນ​ໜຶ່ງ​ໃນ​ປະຊາຊົນ​ຂອງ​ພວກເຈົ້າ​ເອງ.’</verse>
				<verse number="38">ໂມເຊ​ຜູ້​ນີ້​ແຫຼະ ທີ່​ຮ່ວມ​ຊຸມນຸມ​ກັບ​ປະຊາຊົນ​ອິດສະຣາເອນ ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເພິ່ນ​ໄດ້​ຢູ່​ໃນ​ທີ່ນັ້ນ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ ແລະ​ກັບ​ເທວະດາ​ຕົນ​ທີ່​ໄດ້​ກ່າວ​ແກ່​ເພິ່ນ​ທີ່​ເທິງ​ພູເຂົາ​ຊີນາຍ ບ່ອນ​ທີ່​ເພິ່ນ​ໄດ້​ຮັບ​ພຣະທຳ​ອັນ​ມີ​ຊີວິດ​ຖາວອນ​ມາ​ໃຫ້​ພວກເຮົາ.</verse>
				<verse number="39">ແຕ່​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ເພິ່ນ ພວກເຂົາ​ໄດ້​ຊຸກ​ເພິ່ນ​ອອກ​ໜີ ແລະ​ຫວັງ​ວ່າ​ພວກ​ຕົນ​ຄົງ​ຈະ​ກັບຄືນ​ສູ່​ປະເທດ​ເອຢິບ​ໄດ້.</verse>
				<verse number="40">ດັ່ງນັ້ນ ພວກເຂົາ​ຈຶ່ງ​ເວົ້າ​ກັບ​ອາໂຣນ​ວ່າ, ‘ຈົ່ງ​ສ້າງ​ພຣະ​ໃຫ້​ພວກເຮົາ ຊຶ່ງ​ຈະ​ນຳພາ​ພວກເຮົາ​ໄປ ສ່ວນ​ໂມເຊ​ຜູ້​ທີ່​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ພວກເຮົາ​ບໍ່​ຮູ້​ວ່າ​ມີ​ຫຍັງ​ເກີດຂຶ້ນ​ກັບ​ເພິ່ນ​ແລ້ວ.’</verse>
				<verse number="41">ໃນ​ເວລາ​ນັ້ນ ພວກເຂົາ​ໄດ້​ສ້າງ​ຮູບເຄົາຣົບ​ເປັນ​ຮູບ​ງົວ​ນ້ອຍ​ໂຕໜຶ່ງ​ຂຶ້ນ ແລ້ວ​ກໍ​ເອົາ​ເຄື່ອງ​ບູຊາ​ມາ​ຖວາຍ​ແກ່​ຮູບ​ນັ້ນ ແລະ​ຈັດງານ​ຄຶກຄື້ນ​ມ່ວນຊື່ນ​ສະຫລອງ​ສິ່ງ​ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ຂອງ​ຕົນເອງ​ນັ້ນ.</verse>
				<verse number="42">ສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ຫັນ​ໜ້າ​ໜີ​ຈາກ​ພວກເຂົາ ແລະ​ປະ​ໃຫ້​ພວກເຂົາ​ຂາບໄຫວ້​ບັນດາ​ດວງດາວ​ໃນ​ທ້ອງຟ້າ ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ຂອງ​ບັນດາ​ຜູ້ທຳນວາຍ​ວ່າ, ‘ໂອ ປະຊາຊົນ​ອິດສະຣາເອນ​ເອີຍ ສັດ​ທີ່​ໄດ້​ຂ້າ​ຖວາຍ ແລະ​ເຄື່ອງ​ບູຊາ​ນັ້ນ ພວກເຈົ້າ​ບໍ່ໄດ້​ເອົາ​ມາ​ຖວາຍ​ແກ່​ເຮົາ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ລະຫວ່າງ​ສີ່ສິບ​ປີ​ດອກຕີ້.</verse>
				<verse number="43">ສຳນັກ​ຜ້າ​ທີ່​ພວກເຈົ້າ​ຫາມ​ນັ້ນ ແມ່ນ​ຂອງ​ພະ​ໂມເລັກ ແລະ​ຮູບ​ພະ​ເຣຟານ​ກໍ​ເປັນ​ພະ ແຫ່ງ​ດວງດາວ​ຂອງ​ພວກເຈົ້າ ລ້ວນແຕ່​ເປັນ​ຮູບເຄົາຣົບ ທີ່​ພວກເຈົ້າ​ໄດ້​ສ້າງ​ຂຶ້ນ​ເພື່ອ​ຂາບໄຫວ້​ບູຊາ ສະນັ້ນ ເຮົາ​ຈຶ່ງ​ຈະ​ເນລະເທດ​ພວກເຈົ້າ ໄປ​ໃຫ້​ກາຍ​ນະຄອນ​ບາບີໂລນ​ພຸ້ນ.’</verse>
				<verse number="44">ເມື່ອ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ມີ​ຜ້າເຕັນ​ແຫ່ງ​ຄຳ​ພະຍານ ບ່ອນ​ທີ່​ພຣະເຈົ້າ​ສະຖິດ​ຢູ່​ນຳ​ພວກເຂົາ ພວກເຂົາ​ໄດ້​ເຮັດ​ຫໍເຕັນ ຕາມ​ທີ່​ພຣະເຈົ້າ​ໄດ້​ບອກ​ໂມເຊ​ໃຫ້​ເຮັດ​ຕາມ​ແບບ​ແຜນ​ທີ່​ພຣະເຈົ້າ​ໄດ້​ສຳແດງ​ໃຫ້​ໂມເຊ​ຮູ້.</verse>
				<verse number="45">ຕໍ່ມາ ບັນພະບຸລຸດ​ຂອງ​ພວກເຮົາ ຜູ້​ທີ່​ໄດ້​ຮັບ​ຫໍເຕັນ​ຈາກ​ປູ່ຍ່າຕາຍາຍ​ຂອງ​ພວກ​ຕົນ ກໍ​ຫາມ​ຫໍເຕັນ​ໄປ​ນຳ ເມື່ອ​ພວກເຂົາ​ໄປ​ກັບ​ໂຢຊວຍ. ເມື່ອ​ຢຶດຄອງ​ເອົາ​ດິນແດນ​ຈາກ​ຊົນຊາດ​ຕ່າງໆ ຊຶ່ງ​ພຣະເຈົ້າ​ໄດ້​ຂັບໄລ່​ອອກ​ໃນ​ຂະນະທີ່​ພວກເຂົາ​ບຸກໜ້າ​ເຂົ້າ​ໄປ ຫໍເຕັນ​ນີ້​ກໍ​ມີ​ສືບມາ​ຈົນເຖິງ​ສະໄໝ​ຂອງ​ກະສັດ​ດາວິດ.</verse>
				<verse number="46">ເພິ່ນ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ. ສະນັ້ນ ເພິ່ນ​ຈຶ່ງ​ຂໍຮ້ອງ​ພຣະອົງ​ໄດ້​ອະນຸຍາດ​ໃຫ້​ເພິ່ນ​ຫາ​ບ່ອນ​ຢູ່​ໃຫ້​ພຣະເຈົ້າ​ຂອງ​ຢາໂຄບ.</verse>
				<verse number="47">ແຕ່​ວ່າ​ແມ່ນ​ກະສັດ​ໂຊໂລໂມນ ທີ່​ເປັນ​ຜູ້​ສ້າງ​ພຣະວິຫານ​ສຳລັບ​ພຣະອົງ.</verse>
				<verse number="48">ເຖິງປານນັ້ນ ພຣະເຈົ້າ​ອົງ​ສູງສຸດ​ກໍ​ບໍ່ໄດ້​ສະຖິດ​ຢູ່​ໃນ​ບ່ອນ​ທີ່​ມື​ມະນຸດ​ສ້າງ ຕາມ​ທີ່​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ວ່າ,</verse>
				<verse number="49">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ ‘ສະຫວັນ​ເປັນ​ພຣະທີ່ນັ່ງ​ຂອງເຮົາ ແຜ່ນດິນ​ໂລກ​ກໍ​ເປັນ​ທີ່​ຮອງ​ຕີນ​ຂອງເຮົາ. ພວກເຈົ້າ​ຈະ​ສ້າງ​ບ່ອນ​ຢູ່​ຊະນິດ​ໃດ​ ສຳລັບ​ເຮົາ? ສະຖານທີ່​ໃດ​ໜໍ​ທີ່​ພໍ​ຈະ​ເປັນ ບ່ອນ​ໃຫ້​ເຮົາ​ອາໄສ​ຢູ່?</verse>
				<verse number="50">ສັບພະທຸກສິ່ງ​ທັງໝົດ​ເຫຼົ່ານີ້ ມື​ຂອງເຮົາ​ໄດ້​ສ້າງ​ໄວ້​ທັງ​ສິ້ນ​ບໍ່ແມ່ນ​ບໍ?’</verse>
				<verse number="51">ພວກເຈົ້າ​ຊ່າງ​ດື້ດ້ານ​ແທ້​ນໍ ໃຈ​ຂອງ​ພວກເຈົ້າ​ຊ່າງ​ຄື​ກັບ​ໃຈ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ ຫູ​ຂອງ​ພວກເຈົ້າ​ຊ່າງ​ໜັກ​ຕໍ່​ພຣະຄຳ​ແທ້ໆ ບັນພະບຸລຸດ​ຂອງ​ພວກເຈົ້າ​ເປັນ​ຢ່າງ​ໃດ ພວກເຈົ້າ​ກໍ​ເປັນ​ຢ່າງ​ນັ້ນ ຄື​ເຈົ້າ​ທັງຫລາຍ​ຂັດຂວາງ​ພຣະວິນຍານ​ບໍຣິສຸດເຈົ້າ​ຢູ່​ສະເໝີ.</verse>
				<verse number="52">ມີ​ຜູ້ທຳນວາຍ​ຄົນ​ໃດ​ແດ່ ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່ໄດ້​ຂົ່ມເຫັງ? ພວກເຂົາ​ໄດ້​ຂ້າ​ບັນດາ​ຄົນ​ທີ່​ນຳ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ມາ​ໃຫ້ ຄື​ຄົນ​ທີ່​ໄດ້​ປະກາດ​ລ່ວງໜ້າ​ວ່າ ພຣະ​ຜູ້ຮັບໃຊ້​ອົງ​ຊອບທຳ​ຈະ​ມາ, ບັດນີ້ ເຈົ້າ​ທັງຫລາຍ​ໄດ້​ເປັນ​ຜູ້​ມອບ​ພຣະອົງ​ໄວ້ ແລະ​ສັງຫານ​ພຣະອົງ​ເສຍ.</verse>
				<verse number="53">ເຈົ້າ​ທັງຫລາຍ​ເປັນ​ຜູ້​ທີ່​ໄດ້​ຮັບ​ກົດບັນຍັດ​ຂອງ​ພຣະເຈົ້າ ຈາກ​ເທວະດາ, ແຕ່​ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ຕາມ​ກົດບັນຍັດ​ນັ້ນ​ເລີຍ.”</verse>
				<verse number="54">ເມື່ອ​ສະມາຊິກ​ສະພາ​ສູງສຸດ​ໄດ້ຍິນ​ຊະເຕຟາໂນ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້ ພວກເຂົາ​ກໍ​ໂມໂຫ​ເຕັມທີ ແລະ​ຂົບ​ແຂ້ວ​ຄ້ຽວຟັນ​ໃສ່​ຊະເຕຟາໂນ​ດ້ວຍ​ຄວາມ​ເຈັບແຄ້ນ​ແໜ້ນໃຈ.</verse>
				<verse number="55">ແຕ່​ຊະເຕຟາໂນ​ຜູ້​ທີ່​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ກໍ​ເງີຍ​ໜ້າ​ແນມ​ຂຶ້ນ​ສູ່​ສະຫວັນ ແລະ​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ແລະ​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຢືນ​ຢູ່​ທີ່​ກໍ້າ​ຂວາ​ຂອງ​ພຣະເຈົ້າ.</verse>
				<verse number="56">ຊະເຕຟາໂນ​ກ່າວ​ວ່າ, “ເບິ່ງແມ! ຂ້າພະເຈົ້າ​ເຫັນ​ຟ້າ​ສະຫວັນ​ໄຂ​ອອກ ແລະ​ເຫັນ​ບຸດ​ມະນຸດ​ກຳລັງ​ຢືນ​ຢູ່​ທີ່​ກໍ້າ​ຂວາ​ມື​ຂອງ​ພຣະເຈົ້າ.”</verse>
				<verse number="57">ໃນ​ຂະນະນັ້ນ ບັນດາ​ສະມາຊິກ​ສະພາ​ສູງສຸດ​ໄດ້​ຮ້ອງ​ຂຶ້ນ​ພ້ອມ​ທັງ​ເອົາ​ມື​ອັດ​ຫູ​ຂອງ​ຕົນ​ໄວ້ ແລ້ວ​ຕ່າງ​ກໍ​ຫລູບ​ໃສ່​ຊະເຕຟາໂນ​ທັນທີ.</verse>
				<verse number="58">ພວກເຂົາ​ຊຸກ​ຊະເຕຟາໂນ​ອອກ​ໄປ​ນອກ​ເມືອງ ແລະ​ແກວ່ງ​ກ້ອນຫີນ​ໃສ່ ຄົນ​ທັງຫລາຍ​ທີ່​ເປັນ​ພະຍານ ໄດ້​ແກ້​ເສື້ອ​ຊັ້ນນອກ​ຂອງຕົນ​ອອກ ໄວ້​ໃກ້​ຕີນ​ຊາຍໜຸ່ມ​ຄົນ​ໜຶ່ງ​ທີ່​ຊື່​ວ່າ ໂຊໂລ.</verse>
				<verse number="59">ພວກເຂົາ​ພາກັນ​ສືບຕໍ່​ແກວ່ງ​ກ້ອນຫີນ​ໃສ່​ຊະເຕຟາໂນ ຂະນະທີ່​ເພິ່ນ​ກຳລັງ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ອົງ​ພຣະເຢຊູເຈົ້າ ຂໍໂຜດ​ຮັບ​ເອົາ​ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ​ເຖີດ.”</verse>
				<verse number="60">ຊະເຕຟາໂນ​ຄຸເຂົ່າ​ລົງ ແລະ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຂໍ​ຊົງ​ໂຜດ​ຍົກບາບ​ຍົກກຳ​ນີ້​ໃຫ້​ພວກເຂົາ​ດ້ວຍ​ເທີ້ນ.” ເມື່ອ​ກ່າວ​ຄຳ​ນີ້​ແລ້ວ ເພິ່ນ​ກໍ​ສິ້ນໃຈ​ຕາຍ.</verse>
			</chapter>
			<chapter number="8">
				<verse number="1">ໂຊໂລ​ກໍ​ເຫັນ​ພ້ອມ​ກັບ​ການ​ຂ້າ​ຊະເຕຟາໂນ. ໃນ​ວັນ​ນັ້ນ​ເອງ ໄດ້​ເກີດ​ມີ​ການ​ຂົ່ມເຫັງ​ຢ່າງ​ໜັກ ຕໍ່​ຄຣິສຕະຈັກ​ໃນ​ນະຄອນ​ເຢຣູຊາເລັມ ພວກ​ລູກສິດ​ທັງໝົດ ເວັ້ນ​ໄວ້​ແຕ່​ພວກ​ອັກຄະສາວົກ ຕ່າງ​ກໍໄດ້​ກະຈັດ​ກະຈາຍ​ໄປ​ທົ່ວ​ແຂວງ​ຢູດາຍ ແລະ​ແຂວງ​ຊາມາເຣຍ.</verse>
				<verse number="2">ຜູ້​ທີ່​ຢຳເກງ​ພຣະເຈົ້າ​ບາງຄົນ ໄດ້​ນຳ​ເອົາ​ຊາກສົບ​ຂອງ​ຊະເຕຟາໂນ​ໄປ​ຝັງ​ໄວ້ ແລະ​ມີ​ການ​ຮ້ອງໄຫ້​ໄວ້ທຸກ​ຢ່າງ​ໃຫຍ່​ໃຫ້​ລາວ.</verse>
				<verse number="3">ສ່ວນ​ໂຊໂລ​ນັ້ນ​ໄດ້​ພະຍາຍາມ​ທຳລາຍ​ຄຣິສຕະຈັກ​ຢ່າງ​ຮຸນແຮງ ໂດຍ​ເຂົ້າ​ໄປ​ຕາມ​ບ້ານ​ເຮືອນ ລາກ​ເອົາ​ບາງຄົນ​ທີ່​ເຊື່ອ​ທັງ​ຊາຍ​ທັງ​ຍິງ​ອອກ​ມາ ແລະ​ນຳ​ໄປ​ຂັງ​ໄວ້​ໃນ​ຄຸກ.</verse>
				<verse number="4">ພວກ​ຄົນ​ທີ່​ເຊື່ອ ທີ່​ໄດ້​ແຕກ​ກະຈັດ​ກະຈາຍ​ໄປ​ນັ້ນ ຕ່າງ​ກໍໄດ້​ປະກາດ​ຂ່າວປະເສີດ​ຕາມ​ບ່ອນ​ຕ່າງໆ.</verse>
				<verse number="5">ຝ່າຍ​ຟີລິບ​ໄດ້​ໄປ​ທີ່​ເມືອງ​ໃຫຍ່ ໃນ​ແຂວງ​ຊາມາເຣຍ ແລະ​ປະກາດ​ເລື່ອງ​ພຣະຄຣິດ​ໃນ​ທີ່ນັ້ນ.</verse>
				<verse number="6">ປະຊາຊົນ​ໄດ້​ຕັ້ງໃຈ​ຟັງ​ຖ້ອຍຄຳ​ຂອງ​ຟີລິບ ເມື່ອ​ພວກເຂົາ​ໄດ້ຍິນ​ເພິ່ນ​ປະກາດ ແລະ​ໄດ້​ເຫັນ​ການ​ອັດສະຈັນ​ທີ່​ເພິ່ນ​ໄດ້​ເຮັດ.</verse>
				<verse number="7">ຜີຊົ່ວຮ້າຍ​ທີ່​ສິງ​ຢູ່​ໃນ​ຫລາຍ​ຄົນ ກໍ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ ແລະ​ອອກ​ມາ​ຈາກ​ຄົນ​ເຫຼົ່ານັ້ນ ແລະ​ຄົນ​ທີ່​ເປັນ​ເປ້ຍ ແລະ​ຂາ​ເສັ້ງ​ຫລາຍ​ຄົນ ກໍໄດ້​ດີ​ເປັນ​ປົກກະຕິ.</verse>
				<verse number="8">ດັ່ງນັ້ນ ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່​ຈຶ່ງ​ເກີດຂຶ້ນ​ໃນ​ເມືອງ​ນີ້.</verse>
				<verse number="9">ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ຢູ່​ໃນ​ເມືອງ​ນີ້​ຊື່​ວ່າ ຊີໂມນ ລາວ​ເປັນ​ໝໍ​ເວດມົນ​ຄາຖາ ທີ່​ເຄີຍ​ເຮັດ​ໃຫ້​ຊາວ​ຊາມາເຣຍ​ງຶດງໍ້​ອັດສະຈັນ​ໃຈ ແລະ​ອວດອ້າງ​ຕົວ​ວ່າ​ເປັນ​ຄົນ​ສຳຄັນ​ຜູ້ໜຶ່ງ.</verse>
				<verse number="10">ດັ່ງນັ້ນ ຄົນ​ທັງຫລາຍ​ໃນ​ເມືອງ ບໍ່​ວ່າ​ຜູ້ໃຫຍ່ ຫລື​ຜູ້ນ້ອຍ ຈຶ່ງ​ໃຫ້​ຄວາມ​ສົນໃຈ​ຟັງ​ລາວ ແລະ​ເວົ້າ​ວ່າ, “ຊາຍ​ຜູ້​ນີ້​ມີ​ຣິດ​ຂອງ​ພຣະເຈົ້າ​ທີ່​ຄົນ​ເອີ້ນ​ວ່າ, ‘ມະຫິດທິຣິດ.”’</verse>
				<verse number="11">ດ້ວຍ​ເວດມົນ​ຄາຖາ ທີ່​ລາວ​ໄດ້​ເຮັດ​ໃຫ້​ຄົນ​ງຶດງໍ້​ອັດສະຈັນ​ໃຈ​ແຕ່​ດົນນານ​ແລ້ວ​ນັ້ນ ຈຶ່ງ​ດຶງດູດ​ຄົນ​ທັງຫລາຍ​ໃຫ້​ສົນໃຈ​ໃນ​ຕົວ​ລາວ.</verse>
				<verse number="12">ເມື່ອ​ພວກເຂົາ​ໄດ້​ຮັບ​ເຊື່ອ​ໃນ​ຖ້ອຍຄຳ​ຂອງ​ຟີລິບ ທີ່​ໄດ້​ປະກາດ​ກ່ຽວກັບ​ຂ່າວປະເສີດ​ແຫ່ງ​ຣາຊອານາຈັກ​ຂອງ​ພຣະເຈົ້າ ແລະ​ພຣະນາມ​ຂອງ​ພຣະເຢຊູ​ຄຣິດເຈົ້າ ພວກເຂົາ​ກໍໄດ້​ຮັບ​ບັບຕິສະມາ​ທັງ​ຊາຍ​ແລະ​ຍິງ.</verse>
				<verse number="13">ຝ່າຍ​ຊີໂມນ​ເອງ​ກໍ​ເຊື່ອ​ເໝືອນກັນ ແລະ​ຫລັງຈາກ​ຮັບ​ບັບຕິສະມາ​ແລ້ວ ກໍ​ຕິດພັນ​ຢູ່​ກັບ​ຟີລິບ, ລາວ​ປະຫລາດ​ໃຈ​ຫລາຍ​ທີ່​ເຫັນ​ຟີລິບ​ເຮັດ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່​ທີ່​ໄດ້​ເກີດຂຶ້ນ​ນັ້ນ.</verse>
				<verse number="14">ເມື່ອ​ພວກ​ອັກຄະສາວົກ​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ໄດ້ຍິນ​ຂ່າວ​ວ່າ​ປະຊາຊົນ​ແຂວງ​ຊາມາເຣຍ ໄດ້​ຮັບ​ເອົາ​ພຣະທຳ​ຂອງ​ພຣະເຈົ້າ​ແລ້ວ ຈຶ່ງ​ໄດ້​ໃຊ້​ເປໂຕ​ກັບ​ໂຢຮັນ​ໄປ​ຫາ​ພວກເຂົາ.</verse>
				<verse number="15">ທ່ານ​ທັງສອງ​ກໍໄດ້​ໄປ​ພາວັນນາ​ອະທິຖານ​ສຳລັບ​ຄົນ​ທີ່​ເຊື່ອ ເພື່ອ​ໃຫ້​ພວກເຂົາ​ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ.</verse>
				<verse number="16">ດ້ວຍວ່າ, ພຣະວິນຍານ​ບໍຣິສຸດເຈົ້າ ບໍ່​ທັນ​ໄດ້​ລົງ​ມາ​ເທິງ​ຜູ້ໃດ​ຈັກ​ຄົນ​ໃນ​ພວກເຂົາ ແລະ​ພວກເຂົາ​ໄດ້​ຮັບ​ບັບຕິສະມາ ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ​ເທົ່ານັ້ນ.</verse>
				<verse number="17">ແລ້ວ​ເປໂຕ​ກັບ​ໂຢຮັນ​ກໍ​ວາງ​ມື​ໃສ່​ພວກເຂົາ ແລະ​ພວກເຂົາ​ຕ່າງ​ກໍໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ.</verse>
				<verse number="18">ຝ່າຍ​ຊີໂມນ, ເມື່ອ​ໄດ້​ເຫັນ​ວ່າ​ພຣະວິນຍານ ເປັນ​ທີ່​ຊົງ​ປະທານ​ດ້ວຍ​ການ​ວາງ​ມື​ຂອງ​ພວກ​ອັກຄະສາວົກ ກໍໄດ້​ນຳ​ເງິນ​ມາ​ຈະ​ໃຫ້​ທ່ານ​ທັງສອງ.</verse>
				<verse number="19">ໂດຍ​ເວົ້າ​ວ່າ, “ຂໍ​ໃຫ້​ຂ້ານ້ອຍ​ມີ​ຣິດອຳນາດ​ຢ່າງ​ນີ້​ເໝືອນກັນ ເພື່ອ​ວ່າ​ເມື່ອ​ຂ້ານ້ອຍ​ຫາກ​ວາງ​ມື​ໃສ່​ຜູ້ໃດ ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ.”</verse>
				<verse number="20">ແຕ່​ເປໂຕ​ຕອບ​ລາວ​ວ່າ, “ຈົ່ງ​ໃຫ້​ເງິນ​ຂອງ​ເຈົ້າ​ຈິບຫາຍ​ໄປ​ກັບ​ເຈົ້າ​ສາ ເພາະ​ເຈົ້າ​ຄິດ​ວ່າ​ຈະ​ຊື້​ຂອງ​ປະທານ​ຈາກ​ພຣະເຈົ້າ​ດ້ວຍ​ເງິນ</verse>
				<verse number="21">ເຈົ້າ​ບໍ່ມີ​ສ່ວນ​ໃນ​ພາລະກິດ​ຂອງ​ພວກເຮົາ ເພາະ​ຈິດໃຈ​ຂອງ​ເຈົ້າ​ບໍ່​ສັດຊື່​ຕໍ່ໜ້າ​ພຣະເຈົ້າ.</verse>
				<verse number="22">ສະນັ້ນ ຈົ່ງ​ກັບໃຈ​ໃໝ່​ຈາກ​ການ​ອັນ​ຊົ່ວຊ້າ​ຂອງ​ເຈົ້າ​ນີ້​ສາ ແລ້ວ​ພາວັນນາ​ອະທິຖານ​ຂໍ​ຕໍ່​ພຣະອົງເຈົ້າ ເພື່ອ​ພຣະອົງ​ຈະ​ອະໄພ​ໃຫ້​ເຈົ້າ ທີ່​ເຈົ້າ​ຄິດ​ເຊັ່ນນັ້ນ.</verse>
				<verse number="23">ເພາະ​ເຮົາ​ເຫັນ​ວ່າ​ໃຈ​ຂອງ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ອິດສາ​ອັນ​ຂົມຂື່ນ ແລະ​ເປັນ​ຜູ້​ຖືກ​ຜູກມັດ​ໄວ້​ໂດຍ​ໂສ້​ແຫ່ງ​ບາບກຳ.”</verse>
				<verse number="24">ຝ່າຍ​ຊີໂມນ​ໄດ້​ຕອບ​ວ່າ, “ຂໍ​ທ່ານ​ທັງສອງ​ພາວັນນາ​ອະທິຖານ​ຕໍ່​ພຣະອົງເຈົ້າ​ສຳລັບ​ຂ້ານ້ອຍ​ດ້ວຍ ເພື່ອ​ວ່າ​ເຫດການ​ຕ່າງໆ​ທີ່​ທ່ານ​ໄດ້​ກ່າວ​ມາ​ນັ້ນ ຈະ​ບໍ່​ເກີດຂຶ້ນ​ກັບ​ຂ້ານ້ອຍ​ຈັກ​ປະການ.”</verse>
				<verse number="25">ສ່ວນ​ທ່ານ​ທັງສອງ ເມື່ອ​ໄດ້​ເປັນ​ພະຍານ ແລະ​ປະກາດ​ພຣະທຳ​ແຫ່ງ​ອົງ​ພຣະຜູ້​ເປັນເຈົ້າ​ແລ້ວ ກໍ​ກັບຄືນ​ມາ​ນະຄອນ​ເຢຣູຊາເລັມ ແລະ​ໄດ້​ປະກາດ​ຂ່າວປະເສີດ​ຕາມ​ທາງ ໃນ​ບ້ານ​ຂອງ​ຊາວ​ຊາມາເຣຍ​ຫລາຍ​ແຫ່ງ.</verse>
				<verse number="26">ແລ້ວ​ເທວະດາ​ຕົນ​ໜຶ່ງ ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ຟີລິບ​ວ່າ, “ຈົ່ງ​ລຸກ​ຂຶ້ນ ຕຽມຕົວ​ໃຫ້​ພ້ອມ ແລະ​ໄປ​ທາງ​ທິດ​ໃຕ້ ຕາມ​ທາງ​ແຕ່​ນະຄອນ​ເຢຣູຊາເລັມ​ລົງ​ໄປ​ສູ່​ກາຊາ.” (ຫົນທາງ​ນີ້​ຄົນ​ບໍ່​ທຽວ​ກັນ​ແລ້ວ.)</verse>
				<verse number="27">ດັ່ງນັ້ນ ທ່ານ​ຈຶ່ງ​ລຸກ​ຂຶ້ນ​ເດີນທາງ​ໄປ ແລະ​ເບິ່ງແມ! ມີ​ໄທ​ເອທີໂອເປຍ​ຄົນ​ໜຶ່ງ​ເປັນ​ກະເທີຍ ເປັນ​ຂ້າຣາຊການ​ຊັ້ນ​ສູງ​ຂອງ​ກັນເດກາ ຄື​ຣາຊີນີ​ຂອງ​ຊາວ​ເອທີໂອເປຍ ເປັນ​ນາຍ​ຄັງ​ຊັບ​ທັງໝົດ​ຂອງ​ຣາຊີນີ ເພິ່ນ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ​ເພື່ອ​ນະມັດສະການ.</verse>
				<verse number="28">ຂະນະທີ່​ນັ່ງ​ລົດມ້າ​ກຳລັງ​ກັບ​ເມືອ ເພິ່ນ​ໄດ້​ອ່ານ​ໜັງສື​ຂອງ​ຜູ້ທຳນວາຍ​ເອຊາຢາ​ຢູ່.</verse>
				<verse number="29">ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ສັ່ງ​ແກ່​ຟີລິບ​ວ່າ, “ຈົ່ງ​ຫຍັບ​ເຂົ້າ​ໃກ້​ຕິດ​ລົດມ້າ​ຄັນ​ນີ້​ໄປ.”</verse>
				<verse number="30">ຟີລິບ​ຈຶ່ງ​ແລ່ນ​ຫຍັບ​ເຂົ້າ​ໄປ​ໃກ້ ແລະ​ໄດ້ຍິນ​ເພິ່ນ​ກຳລັງ​ອ່ານ​ໜັງສື​ຂອງ​ຜູ້ທຳນວາຍ​ເອຊາຢາ​ຢູ່ ຟີລິບ​ຈຶ່ງ​ຖາມ​ເພິ່ນ​ວ່າ, “ທີ່​ທ່ານ​ອ່ານ​ຢູ່​ນັ້ນ​ທ່ານ​ເຂົ້າໃຈ​ບໍ?”</verse>
				<verse number="31">ຂ້າຣາຊການ​ຜູ້​ນີ້​ຕອບ​ວ່າ, “ຂ້ອຍ​ຈະ​ເຂົ້າໃຈ​ໄດ້​ຢ່າງ​ໃດ? ຖ້າ​ບໍ່ມີ​ຜູ້ໃດ​ອະທິບາຍ​ສູ່​ຂ້ອຍ​ຟັງ?” ແລ້ວ​ເພິ່ນ​ກໍ​ເຊີນ​ຟີລິບ​ຂຶ້ນ​ນັ່ງ​ລົດມ້າ​ໄປ​ກັບ​ເພິ່ນ.</verse>
				<verse number="32">ພຣະຄຳພີ​ຕອນ​ທີ່​ເພິ່ນ​ອ່ານ​ຢູ່​ນັ້ນ ຄື​ຂໍ້​ເຫຼົ່ານີ້: “ເຂົາ​ໄດ້​ນຳ​ເພິ່ນ​ໄປ ເໝືອນ​ນຳ​ເອົາ​ແກະ​ໄປ​ຂ້າ ແລະ​ເໝືອນ​ແກະນ້ອຍ​ໂຕ​ທີ່​ມິດ​ຢູ່ ຕໍ່ໜ້າ​ຜູ້​ຕັດ​ຂົນ​ຂອງ​ມັນ ທ່ານ​ບໍ່ໄດ້​ອອກ​ປາກ​ກ່າວ​ຫຍັງ​ຈັກ​ຄຳ.</verse>
				<verse number="33">ໃນ​ຄາວ​ທ່ານ​ຕົກ​ຕໍ່າຕ້ອຍ ທ່ານ​ບໍ່ໄດ້​ຮັບ​ຄວາມ​ຍຸດຕິທຳ. ບໍ່ມີ​ຜູ້ໃດ​ຈະ​ເລົ່າ​ເຖິງ​ເຊື້ອສາຍ​ ຂອງທ່ານ​ໄດ້ ເພາະວ່າ​ຊີວິດ​ຂອງທ່ານ​ ໄດ້​ຖືກ​ຕັດ​ເສຍ​ແລ້ວ.”</verse>
				<verse number="34">ຂ້າຣາຊການ​ຜູ້​ນັ້ນ​ຫັນ​ມາ​ທາງ​ຟີລິບ ແລະ​ຖາມ​ວ່າ, “ບອກ​ຂ້ອຍ​ມາ​ເບິ່ງດູ ທີ່​ຜູ້ທຳນວາຍ​ກ່າວ​ເຊັ່ນນີ້ ແມ່ນ​ກ່າວ​ເຖິງ​ຜູ້ໃດ? ໝາຍ​ເຖິງ​ເພິ່ນ​ເອງ ຫລື​ກ່າວ​ເຖິງ​ຜູ້​ອື່ນ?”</verse>
				<verse number="35">ແລ້ວ​ຟີລິບ​ກໍ​ອອກ​ປາກ​ກ່າວ ໂດຍ​ເລີ່ມ​ແຕ່​ພຣະຄຳພີ​ຕອນ​ນີ້​ໄປ ແລະ​ກໍ​ບອກ​ເພິ່ນ​ເຖິງ​ຂ່າວປະເສີດ​ເລື່ອງ​ພຣະເຢຊູເຈົ້າ.</verse>
				<verse number="36">ເມື່ອ​ພວກເພິ່ນ​ໄດ້​ເດີນທາງ​ມາ​ເຖິງ​ບ່ອນ​ມີ​ນໍ້າ​ບ່ອນ​ໜຶ່ງ ຂ້າຣາຊການ​ຜູ້​ນີ້​ກໍ​ກ່າວ​ວ່າ, “ທີ່​ນີ້​ມີ​ນໍ້າ ມີ​ສິ່ງໃດ​ບໍ​ທີ່​ຂັດຂວາງ​ຂ້ອຍ​ບໍ່​ໃຫ້​ຮັບ​ບັບຕິສະມາ?” [</verse>
				<verse number="37">ຟີລິບ​ຈຶ່ງ​ຕອບ​ວ່າ, “ຖ້າ​ທ່ານ​ເຕັມໃຈ​ເຊື່ອ​ກໍ​ຮັບ​ໄດ້.” ເພິ່ນ​ຕອບ​ວ່າ, “ຂ້ອຍ​ເຊື່ອ​ວ່າ ພຣະເຢຊູ​ຄຣິດເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.”]</verse>
				<verse number="38">ແລ້ວ​ຂ້າຣາຊການ​ກໍ​ສັ່ງ​ໃຫ້​ຢຸດ​ລົດມ້າ ເພິ່ນ​ກັບ​ຟີລິບ​ຈຶ່ງ​ລົງ​ໄປ​ໃນ​ນໍ້າ ແລະ​ຟີລິບ​ກໍ​ໃຫ້​ເພິ່ນ​ຮັບ​ບັບຕິສະມາ.</verse>
				<verse number="39">ເມື່ອ​ທັງສອງ​ຂຶ້ນ​ມາ​ຈາກ​ນໍ້າ​ແລ້ວ ພຣະວິນຍານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຮັບ​ເອົາ​ຟີລິບ​ໄປ ສ່ວນ​ຂ້າຣາຊການ​ຄົນ​ນັ້ນ ກໍ​ບໍ່​ເຫັນ​ຟີລິບ​ຕໍ່ໄປ​ອີກ ເພິ່ນ​ຈຶ່ງ​ເດີນທາງ​ເມືອ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ຢ່າງ​ເຕັມລົ້ນ.</verse>
				<verse number="40">ແຕ່​ມີ​ຄົນ​ໄດ້​ເຫັນ​ຟີລິບ​ຢູ່​ໃນ​ເມືອງ​ອາໂຊໂຕ ແລະ​ຂະນະທີ່​ເພິ່ນ​ຜ່ານ​ເມືອງ​ທັງຫລາຍ​ໄປ​ນັ້ນ ເພິ່ນ​ໄດ້​ປະກາດ​ຂ່າວປະເສີດ​ຈົນ​ມາ​ເຖິງ​ເມືອງ​ກາຍຊາເຣຍ.</verse>
			</chapter>
			<chapter number="9">
				<verse number="1">ຝ່າຍ​ໂຊໂລ​ສືບຕໍ່​ຂູ່ເຂັນ​ວ່າ​ຈະ​ຂ້າ​ພວກ​ສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ເສຍ ຈຶ່ງ​ໄປ​ຫາ​ມະຫາ​ປະໂຣຫິດ,</verse>
				<verse number="2">ແລະ​ຂໍ​ໜັງສື​ແນະນຳ​ຕົວ​ໄປ​ທີ່​ທຳມະສາລາ​ໃນ​ເມືອງ​ດາມັສກັດ ເພື່ອ​ວ່າ​ຖ້າ​ພົບ​ຜູ້ໃດ​ບໍ່​ວ່າ​ຍິງ ຫລື​ຊາຍ​ກໍຕາມ​ທີ່​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ລາວ​ກໍ​ຈະ​ຈັບ​ພວກເຂົາ​ມັດ​ໄວ້ ແລ້ວ​ນຳ​ມາ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="3">ພໍ​ເມື່ອ​ໂຊໂລ​ເດີນທາງ​ໃກ້​ຈະ​ຮອດ​ເມືອງ​ດາມັສກັດ ໃນ​ທັນໃດນັ້ນ ກໍ​ມີ​ແສງ​ສະຫວ່າງ​ຈາກ​ທ້ອງຟ້າ​ແມບ​ມາບ​ລົງ​ມາ​ອ້ອມ​ລາວ.</verse>
				<verse number="4">ລາວ​ລົ້ມ​ລົງ​ພື້ນດິນ ແລະ​ໄດ້ຍິນ​ສຽງ​ໜຶ່ງ​ກ່າວ​ແກ່​ຕົນ​ວ່າ, “ໂຊໂລ ໂຊໂລ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ?”</verse>
				<verse number="5">ໂຊໂລ​ໄດ້​ທູນ​ຖາມ​ວ່າ, “ພຣະອົງເຈົ້າ​ເອີຍ ພຣະອົງ​ແມ່ນ​ຜູ້ໃດ?” ພຣະອົງ​ຕອບ​ວ່າ, “ເຮົາ​ນີ້​ແມ່ນ​ເຢຊູ​ຜູ້​ເຈົ້າ​ຂົ່ມເຫັງ​ນັ້ນ​ແຫຼະ</verse>
				<verse number="6">ເຈົ້າ​ຈົ່ງ​ລຸກ​ຂຶ້ນ ເຂົ້າ​ໄປ​ໃນ​ເມືອງ ແລ້ວ​ຈະ​ມີ​ຜູ້​ບອກ​ເຈົ້າ​ວ່າ​ຕ້ອງ​ເຮັດ​ຢ່າງ​ໃດ.”</verse>
				<verse number="7">ສ່ວນ​ຄົນ​ທີ່​ເດີນທາງ​ໄປ​ກັບ​ໂຊໂລ​ນັ້ນ ຕ່າງ​ກໍ​ຢືນ​ນິ້ງ​ຢູ່ ແລະ​ປາກ​ບໍ່​ອອກ ພວກເຂົາ​ໄດ້ຍິນ​ສຽງ ແຕ່​ບໍ່​ເຫັນ​ຜູ້ໃດ.</verse>
				<verse number="8">ໂຊໂລ​ຈຶ່ງ​ລຸກ​ຂຶ້ນ​ຈາກ​ພື້ນດິນ ແລະ​ມືນ​ຕາ​ແລ້ວ ແຕ່​ເບິ່ງ​ບໍ່​ເຫັນ​ສິ່ງໃດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈູງ​ລາວ​ເຂົ້າ​ໄປ​ໃນ​ເມືອງ​ດາມັສກັດ.</verse>
				<verse number="9">ເປັນ​ເວລາ​ສາມ​ວັນ ທີ່​ໂຊໂລ​ບໍ່​ສາມາດ​ເຫັນ​ຮຸ່ງ​ໄດ້ ແລະ​ທັງ​ບໍ່ໄດ້​ກິນ​ແລະ​ບໍ່ໄດ້​ດື່ມ​ຫຍັງ.</verse>
				<verse number="10">ຢູ່​ໃນ​ເມືອງ​ດາມັສກັດ​ນີ້ ຍັງ​ມີ​ຜູ້​ທີ່​ເຊື່ອ​ຄົນ​ໜຶ່ງ​ຊື່​ວ່າ ອານາເນຍ ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ລາວ​ທາງ​ນິມິດ​ວ່າ, “ອານາເນຍ​ເອີຍ.” ລາວ​ຕອບ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຂ້ານ້ອຍ​ຢູ່​ທີ່​ນີ້.”</verse>
				<verse number="11">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ແລະ​ໄປ​ສູ່​ຖະໜົນ​ທີ່​ເອີ້ນ​ວ່າ ສາຍ​ຊື່ ແລ້ວ​ຈົ່ງ​ຖາມ​ຫາ​ຊາຍ​ຄົນ​ໜຶ່ງ​ທີ່​ເຮືອນ​ຂອງ​ຢູດາ​ຊື່​ວ່າ ໂຊໂລ, ຊາວ​ເມືອງ​ຕາໂຊ ລາວ​ກຳລັງ​ພາວັນນາ​ອະທິຖານ​ຢູ່</verse>
				<verse number="12">ແລະ​ລາວ​ໄດ້​ເຫັນ​ໃນ​ນິມິດ​ນັ້ນ​ວ່າ ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ອານາເນຍ ໄດ້​ເຂົ້າ​ມາ​ວາງ​ມື​ໃສ່ ເພື່ອ​ໃຫ້​ລາວ​ໄດ້​ເຫັນ​ຮຸ່ງ​ອີກ.”</verse>
				<verse number="13">ເມື່ອ​ອານາເນຍ​ໄດ້ຍິນ​ເຊັ່ນນັ້ນ ກໍ​ຕອບ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຫລາຍ​ຄົນ​ໄດ້​ບອກ​ຂ້ານ້ອຍ​ເຖິງ​ເລື່ອງ​ຊາຍ​ຄົນ​ນີ້ ຕະຫລອດ​ທັງ​ຄວາມ​ຊົ່ວຮ້າຍ​ທີ່​ລາວ​ໄດ້​ເຮັດ​ຕໍ່​ໄພ່ພົນ​ບໍຣິສຸດ​ຂອງ​ພຣະອົງ​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="14">ລາວ​ມາ​ທີ່​ນີ້ ກໍ​ເພາະ​ຖື​ອຳນາດ​ຈາກ​ຫົວໜ້າ​ປະໂຣຫິດ ເພື່ອ​ຈັບກຸມ​ທຸກຄົນ​ທີ່​ນະມັດສະການ ​ພຣະອົງ.”</verse>
				<verse number="15">ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ອານາເນຍ​ວ່າ, “ເຈົ້າ​ຈົ່ງ​ໄປ​ເທາະ ເພາະ​ເຮົາ​ໄດ້​ເລືອກ​ເອົາ​ຊາຍ​ຄົນ​ນີ້ ໃຫ້​ຮັບໃຊ້​ເຮົາ ເພື່ອ​ລາວ​ຈະ​ນຳ​ເອົາ​ນາມຊື່​ຂອງເຮົາ​ໄປ​ຕໍ່ໜ້າ​ຄົນຕ່າງຊາດ, ບັນດາ​ກະສັດ ແລະ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.</verse>
				<verse number="16">ເພາະວ່າ ຝ່າຍ​ເຮົາ​ຈະ​ສຳແດງ​ໃຫ້​ລາວ​ເຫັນ​ວ່າ ລາວ​ຕ້ອງ​ທົນທຸກ​ລຳບາກ​ຫລາຍ​ເທົ່າ​ໃດ ເພາະ​ນາມຊື່​ຂອງເຮົາ.”</verse>
				<verse number="17">ແລ້ວ​ອານາເນຍ​ກໍ​ໄປ ແລະ​ເຂົ້າ​ໃນ​ເຮືອນ​ນັ້ນ​ວາງ​ມື​ໃສ່​ໂຊໂລ ແລ້ວ​ກ່າວ​ວ່າ, “ອ້າຍ​ໂຊໂລ​ເອີຍ, ອົງ​ພຣະເຢຊູເຈົ້າ ຜູ້​ໄດ້​ຊົງ​ປາກົດ​ແກ່​ເຈົ້າ​ຕາມ​ທາງ​ທີ່​ເຈົ້າ​ກຳລັງ​ມາ​ນັ້ນ ໄດ້​ຊົງ​ໃຊ້​ເຮົາ​ມາ​ເພື່ອ​ເຈົ້າ​ຈະ​ໄດ້​ເຫັນ​ຮຸ່ງ​ອີກ ແລະ​ເພື່ອ​ເຈົ້າ​ຈະ​ໄດ້​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.”</verse>
				<verse number="18">ໃນ​ທັນໃດນັ້ນ ກໍ​ມີ​ສິ່ງ​ໜຶ່ງ​ຄື​ເກັດປາ​ຕົກ​ຈາກ​ຕາ​ຂອງ​ໂຊໂລ ແລະ​ເພິ່ນ​ກໍ​ເຫັນຮຸ່ງ​ອີກ ໂຊໂລ​ຈຶ່ງ​ລຸກ​ຂຶ້ນ​ຮັບ​ບັບຕິສະມາ,</verse>
				<verse number="19">ເມື່ອ​ກິນ​ເຂົ້າ​ແລ້ວ ເພິ່ນ​ກໍ​ມີ​ແຮງ​ຂຶ້ນ. ໂຊໂລ​ໄດ້​ພັກ​ຢູ່​ນຳ​ພວກ​ຄົນ​ທີ່​ເຊື່ອ​ໃນ​ເມືອງ​ດາມັສກັດ ເປັນ​ເວລາ​ຫລາຍ​ວັນ.</verse>
				<verse number="20">ແລ້ວ​ເພິ່ນ​ກໍໄດ້​ໄປ​ທີ່​ທຳມະສາລາ ແລະ​ເລີ່ມຕົ້ນ​ເທດສະໜາ​ປະກາດ​ວ່າ ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.</verse>
				<verse number="21">ເມື່ອ​ຄົນ​ທັງຫລາຍ​ໄດ້ຍິນ​ໂຊໂລ​ກ່າວ ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ຖາມ​ວ່າ, “ບໍ່ແມ່ນ​ຄົນ​ນີ້​ບໍ ທີ່​ຂ້າ​ຄົນ​ຜູ້​ທີ່​ຮ້ອງ​ອອກ​ນາມຊື່​ພຣະເຢຊູເຈົ້າ ທີ່​ນະຄອນ​ເຢຣູຊາເລັມ? ລາວ​ມາ​ທີ່​ນີ້ ມີ​ເປົ້າໝາຍ​ເພື່ອ​ຈັບກຸມ​ຄົນ​ເຫຼົ່ານັ້ນ ແລະ​ນຳ​ກັບຄືນ​ໄປ​ຫາ​ບັນດາ​ຫົວໜ້າ​ປະໂຣຫິດ ບໍ່ແມ່ນ​ບໍ?”</verse>
				<verse number="22">ແຕ່​ການ​ເທດສະໜາ​ປະກາດ​ຂອງ​ໂຊໂລ​ມີ​ຣິດອຳນາດ​ຫລາຍ​ຂຶ້ນ ແລະ​ການ​ທີ່​ເພິ່ນ​ພິສູດ​ໃຫ້​ເຫັນ​ຢ່າງ​ໜັກແໜ້ນ​ວ່າ ພຣະເຢຊູເຈົ້າ​ເປັນ​ພຣະຄຣິດ​ນັ້ນ ໄດ້​ສ້າງ​ຄວາມ​ອັດອັ້ນ​ຕັນໃຈ​ໃຫ້​ແກ່​ຊາວ​ຢິວ​ໃນ​ເມືອງ​ດາມັສກັດ.</verse>
				<verse number="23">ແລ້ວ​ຕໍ່ມາ​ອີກ​ຫລາຍ​ວັນ ພວກ​ຢິວ​ກໍ​ມາ​ປຶກສາ​ກັນ​ເພື່ອ​ວາງແຜນ​ຂ້າ​ໂຊໂລ</verse>
				<verse number="24">ແຕ່​ມີ​ຄົນ​ມາ​ບອກ​ເພິ່ນ ເຖິງ​ແຜນການ​ປອງຮ້າຍ​ຂອງ​ພວກເຂົາ ຄົນ​ເຫຼົ່ານີ້​ເຝົ້າຍາມ​ປະຕູ​ເມືອງ​ທັງເວັນ​ທັງຄືນ ເພື່ອ​ໝາຍ​ຈະ​ຂ້າ​ໂຊໂລ.</verse>
				<verse number="25">ໃນ​ເວລາ​ກາງຄືນ ລູກສິດ​ຂອງ​ໂຊໂລ​ໄດ້​ຢ່ອນ​ເພິ່ນ​ລົງ​ໃນ​ກວຍ​ໃຫຍ່ ຕາມ​ປ່ອງ​ຂອງ​ກຳແພງ​ເມືອງ.</verse>
				<verse number="26">ເມື່ອ​ໂຊໂລ​ມາ​ຮອດ​ນະຄອນ​ເຢຣູຊາເລັມ​ແລ້ວ ເພິ່ນ​ກໍ​ພະຍາຍາມ​ຈະ​ເຂົ້າ​ຮ່ວມ​ກັບ​ພວກ​ສິດ, ແຕ່​ພວກ​ເຫຼົ່ານີ້​ຍັງ​ຢ້ານ​ໂຊໂລ​ຢູ່ ແລະ​ບໍ່​ເຊື່ອ​ວ່າ​ເພິ່ນ​ກັບໃຈ​ມາ​ເປັນ​ສິດ​ຄົນ​ໜຶ່ງ​ແລ້ວ.</verse>
				<verse number="27">ຕໍ່ມາ ບາຣະນາບາ​ກໍ​ຊ່ວຍ​ໂຊໂລ​ໃຫ້​ໄດ້​ເຂົ້າ​ຮ່ວມ​ນຳ​ພວກ​ອັກຄະສາວົກ ເພິ່ນ​ໄດ້​ອະທິບາຍ​ສູ່​ພວກ​ອັກຄະສາວົກ​ຟັງ​ວ່າ ໂຊໂລ​ໄດ້​ເຫັນ​ອົງພຣະ​ຜູ້​ເປັນເຈົ້າ ໃນ​ກາງ​ທາງ​ຢ່າງ​ໃດ ແລະ​ພຣະອົງ​ໄດ້​ກ່າວ​ແກ່​ໂຊໂລ​ຢ່າງ​ໃດ ໂຊໂລ​ໄດ້​ເທດສະໜາ​ປະກາດ​ອອກ​ພຣະນາມ​ພຣະເຢຊູເຈົ້າ ດ້ວຍ​ໃຈ​ກ້າຫານ​ຢູ່​ໃນ​ເມືອງ​ດາມັສກັດ​ຢ່າງ​ໃດ​ດ້ວຍ.</verse>
				<verse number="28">ດັ່ງນັ້ນ ໂຊໂລ​ຈຶ່ງ​ຢູ່​ກັບ​ພວກ​ອັກຄະສາວົກ ແລະ​ທຽວ​ໄປໆ​ມາໆ​ທົ່ວ​ນະຄອນ​ເຢຣູຊາເລັມ ເທດສະໜາ​ປະກາດ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ໃຈ​ກ້າຫານ.</verse>
				<verse number="29">ແລະ​ທ່ານ​ຍັງ​ໄດ້​ສົນທະນາ​ໂຕ້​ຕອບ​ກັບ​ຊາວ​ຢິວ ທີ່​ປາກ​ພາສາ​ກຣີກ ແຕ່​ຄົນ​ເຫຼົ່ານີ້​ພະຍາຍາມ​ຈະ​ຂ້າ​ເພິ່ນ.</verse>
				<verse number="30">ເມື່ອ​ພວກ​ພີ່ນ້ອງ​ທີ່​ເຊື່ອ​ຮູ້​ເຖິງ​ເລື່ອງ​ນີ້ ຈຶ່ງ​ພາ​ໂຊໂລ​ໄປ​ທີ່​ເມືອງ​ກາຍຊາເຣຍ ແລະ​ສົ່ງ​ເພິ່ນ​ຕໍ່ໄປ​ສູ່​ເມືອງ​ຕາໂຊ.</verse>
				<verse number="31">ໃນ​ຂະນະ​ນັ້ນ ຄຣິສຕະຈັກ​ທົ່ວ​ແຂວງ​ຢູດາຍ, ແຂວງ​ຄາລີເລ ແລະ ຊາມາເຣຍ ຈຶ່ງ​ມີ​ຄວາມ​ສະຫງົບສຸກ​ແລະ​ຈະເລີນ​ຂຶ້ນ ພ້ອມ​ກັນ​ນັ້ນ​ກໍ​ດຳເນີນ​ໄປ​ໃນ​ຄວາມ​ຢຳເກງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຄຣິສຕະຈັກ​ກໍ​ເຕີບໂຕ​ຂຶ້ນ ສ່ວນ​ຈຳນວນ​ຄຣິສຕະຈັກ​ກໍ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ໂດຍ​ໄດ້​ຮັບ​ການ​ຊົງ​ນຳ ຈາກ​ອົງ​ພຣະວິນຍານ​ບໍຣິສຸດເຈົ້າ.</verse>
				<verse number="32">ຝ່າຍ​ເປໂຕ​ນັ້ນ, ເມື່ອ​ທຽວ​ໄປ​ທຸກ​ທີ່​ທຸກ​ບ່ອນ​ແລ້ວ ເພິ່ນ​ກໍໄດ້​ໄປ​ຢ້ຽມຢາມ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະເຈົ້າ​ທີ່​ຢູ່​ໃນ​ເມືອງ​ລິດດາ.</verse>
				<verse number="33">ໃນ​ທີ່​ນີ້ ເປໂຕ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ ຊື່​ວ່າ ໄອເນ ຜູ້​ທີ່​ນອນ​ຢູ່​ກັບ​ບ່ອນ​ໄດ້​ແປດ​ປີ​ແລ້ວ​ເພາະ​ເປັນ​ເປ້ຍ.</verse>
				<verse number="34">ເປໂຕ​ກ່າວ​ແກ່​ລາວ​ວ່າ, “ໄອເນ​ເອີຍ ພຣະເຢຊູ​ຄຣິດເຈົ້າ​ໄດ້​ຊົງ​ເຮັດ​ໃຫ້​ເຈົ້າ​ຫາຍ​ດີ​ແລ້ວ ຈົ່ງ​ລຸກ​ຂຶ້ນ ແລະ​ມ້ຽນ​ບ່ອນ​ນອນ​ຂອງ​ເຈົ້າ​ສາ.” ແລະ​ໃນ​ທັນໃດນັ້ນ ໄອເນ​ກໍ​ລຸກ​ຂຶ້ນ​ຢືນ.</verse>
				<verse number="35">ເມື່ອ​ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ເມືອງ​ລິດດາ ແລະ ຊາໂຣນ ໄດ້​ເຫັນ​ດັ່ງນັ້ນ, ພວກເຂົາ​ຈຶ່ງ​ກັບ​ໃຈ​ມາ​ຫາ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="36">ແລ້ວ​ໃນ​ເມືອງ​ຢົບປາ​ກໍ​ມີ​ລູກສິດ​ຜູ້ໜຶ່ງ ຊື່​ວ່າ ຕາບີທາ (ນາງ​ມີ​ຊື່​ເປັນ​ພາສາ​ກຣີກ​ວ່າ ໂດຣະກາ ໝາຍຄວາມວ່າ ກວາງ​ແມ່). ນາງ​ເຮັດ​ແຕ່​ຄຸນງາມ​ຄວາມດີ ແລະ​ເຄີຍ​ໃຫ້​ທານ​ຄົນ​ຍາກຈົນ​ຕະຫລອດ​ມາ.</verse>
				<verse number="37">ໃນ​ເວລາ​ນັ້ນ ນາງ​ໄດ້​ເຈັບປ່ວຍ​ແລະ​ຕາຍໄປ ເມື່ອ​ພວກເຂົາ​ອາບນໍ້າ​ໃຫ້​ຊາກສົບ​ຂອງ​ນາງ​ແລ້ວ ກໍ​ນຳ​ເອົາ​ຂຶ້ນ​ໄປ​ວາງ​ໄວ້​ທີ່​ຫ້ອງ​ຊັ້ນ​ເທິງ.</verse>
				<verse number="38">ເມືອງ​ຢົບປາ​ຢູ່​ໃກ້​ເມືອງ​ລິດດາ ແລະ​ເມື່ອ​ຄົນ​ທີ່​ເຊື່ອ​ໄດ້ຍິນ​ວ່າ ເປໂຕ​ຢູ່​ທີ່​ເມືອງ​ລິດດາ ພວກເຂົາ​ຈຶ່ງ​ໃຊ້​ສອງ​ຄົນ​ນຳ​ຄຳ​ຮ້ອງ​ຂໍ​ໄປ​ຫາ​ເພິ່ນ​ວ່າ, “ຂໍ​ຄວາມ​ກະລຸນາ ຟ້າວ​ມາ​ຫາ​ພວກເຮົາ​ດ້ວຍ ຢ່າ​ໄດ້​ຊັກຊ້າ.”</verse>
				<verse number="39">ດັ່ງນັ້ນ ເປໂຕ​ຈຶ່ງ​ລຸກ​ຂຶ້ນ​ໄປ​ກັບ​ພວກເຂົາ ເມື່ອ​ມາ​ເຖິງ​ແລ້ວ ພວກເຂົາ​ກໍ​ນຳ​ເພິ່ນ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນ​ເທິງ ຊຶ່ງ​ມີ​ແມ່ໝ້າຍ​ທັງໝົດ​ໄດ້​ມາ​ອ້ອມ​ເພິ່ນ​ໄວ້ ທັງ​ຮ້ອງໄຫ້ ແລະ​ຊີ້​ໃຫ້​ເຫັນ​ເສື້ອຜ້າ ແລະ​ເສື້ອ​ຊັ້ນນອກ​ຕ່າງໆ​ທີ່​ໂດຣະກາ​ເປັນ​ຜູ້​ເຮັດ ເມື່ອ​ນາງ​ຍັງ​ມີ​ຊີວິດ​ຢູ່​ກັບ​ພວກ​ຕົນ.</verse>
				<verse number="40">ເປໂຕ​ບອກ​ໃຫ້​ທຸກຄົນ​ອອກ​ໄປ​ຂ້າງ​ນອກ ສ່ວນ​ເພິ່ນ​ນັ້ນ​ຄຸເຂົ່າ​ລົງ​ພາວັນນາ​ອະທິຖານ​ຂໍ ແລ້ວ​ກໍ​ຫັນ​ໜ້າ​ໄປ​ທາງ​ຊາກສົບ ແລະ​ກ່າວ​ວ່າ, “ຕາບີທາ ຈົ່ງ​ລຸກ​ຂຶ້ນ.” ນາງ​ກໍ​ມືນ​ຕາ ແລະ​ເມື່ອ​ເຫັນ​ເປໂຕ ນາງ​ຈຶ່ງ​ລຸກ​ຂຶ້ນ​ນັ່ງ.</verse>
				<verse number="41">ຝ່າຍ​ເປໂຕ​ກໍ​ຍື່ນ​ມື​ຊ່ວຍເຫຼືອ​ນາງ​ໃຫ້​ລຸກ​ຂຶ້ນ, ແລ້ວ​ເພິ່ນ​ກໍ​ເອີ້ນ​ພີ່ນ້ອງ​ຜູ້​ທີ່​ເຊື່ອ​ທຸກຄົນ​ເຂົ້າ​ມາ ລວມທັງ​ບັນດາ​ແມ່ໝ້າຍ ແລະ​ເພິ່ນ​ໄດ້​ມອບ​ນາງ​ທີ່​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ ໃຫ້​ແກ່​ພວກເຂົາ.</verse>
				<verse number="42">ຂ່າວ​ກ່ຽວກັບ​ເລື່ອງ​ນີ້ ໄດ້​ແຜ່​ອອກ​ໄປ​ທົ່ວ​ເມືອງ​ຢົບປາ ແລະ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="43">ຈາກ​ນັ້ນ ເປໂຕ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຢົບປາ​ເປັນ​ເວລາ​ຫລາຍ​ວັນ ຢູ່​ກັບ​ຊາຍ​ຄົນ​ໜຶ່ງ ຊື່​ວ່າ ຊີໂມນ​ເປັນ​ຊ່າງ​ຟອກໜັງ.</verse>
			</chapter>
			<chapter number="10">
				<verse number="1">ຢູ່​ທີ່​ເມືອງ​ກາຍຊາເຣຍ ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ໂກເນລີໂອ ເພິ່ນ​ເປັນ​ນາຍຮ້ອຍ​ຢູ່​ໃນ​ກອງ​ທະຫານ​ທີ່​ຊື່​ວ່າ, “ກອງ​ອີຕາລີ.”</verse>
				<verse number="2">ໂກເນລີໂອ​ເປັນ​ຜູ້​ຖື​ສາສະໜາ​ຢ່າງ​ຖືກຕ້ອງ ແລະ​ທຸກຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ ຕ່າງ​ກໍ​ຢຳເກງ​ພຣະເຈົ້າ ເພິ່ນ​ເຄີຍ​ໃຫ້​ທານ​ຢ່າງ​ຫລວງຫລາຍ ເພື່ອ​ຊ່ວຍ​ຜູ້​ຍາກຈົນ ແລະ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ​ຢ່າງ​ສະໝໍ່າ​ສະເໝີ​ບໍ່ໄດ້​ຂາດ.</verse>
				<verse number="3">ຢູ່​ມາ​ວັນ​ໜຶ່ງ ປະມານ​ບ່າຍ​ສາມ​ໂມງ ເພິ່ນ​ໄດ້​ເຫັນ​ນິມິດ ໃນ​ນິມິດ​ນັ້ນ ເພິ່ນ​ເຫັນ​ເທວະດາ​ຂອງ​ພຣະເຈົ້າ​ຕົນ​ໜຶ່ງ​ຢ່າງ​ຄັກແນ່​ເຂົ້າ​ມາ ແລະ​ກ່າວ​ແກ່​ເພິ່ນ​ວ່າ, “ໂກເນລີໂອ​ເອີຍ.”</verse>
				<verse number="4">ເມື່ອ​ເພິ່ນ​ເພັ່ງຕາ​ເບິ່ງ​ເທວະດາ​ຕົນ​ນັ້ນ ດ້ວຍ​ຄວາມ​ສະດຸ້ງ​ຕົກໃຈ ຈຶ່ງ​ຖາມ​ວ່າ, “ແມ່ນ​ເລື່ອງ​ຫຍັງ​ນໍ ພຣະອົງເຈົ້າ​ເອີຍ?” ເທວະດາ​ຕອບ​ວ່າ, “ພຣະເຈົ້າ​ພໍໃຈ​ນຳ​ຄຳ​ພາວັນນາ​ອະທິຖານ ແລະ​ການ​ໃຫ້​ທານ​ຂອງ​ເຈົ້າ ທີ່​ໄດ້​ຂຶ້ນ​ໄປ​ເຖິງ​ພຣະອົງ ຈຶ່ງ​ເປັນ​ເຫດ​ໃຫ້​ພຣະອົງ​ລະນຶກເຖິງ​ເຈົ້າ.</verse>
				<verse number="5">ບັດນີ້ ຈົ່ງ​ໃຊ້​ບາງຄົນ​ໄປ​ທີ່​ເມືອງ​ຢົບປາ ເພື່ອ​ເຊີນ​ເອົາ​ຊາຍ​ຜູ້ໜຶ່ງ ຊື່​ວ່າ ຊີໂມນ ຜູ້​ມີ​ຊື່​ໜຶ່ງ​ອີກ​ວ່າ​ເປໂຕ.</verse>
				<verse number="6">ລາວ​ເປັນ​ແຂກ​ອາໄສ​ຢູ່​ນຳ​ຊ່າງ​ຟອກໜັງ​ຄົນ​ໜຶ່ງ ທີ່​ຊື່​ວ່າ​ຊີໂມນ ຜູ້​ທີ່​ມີ​ເຮືອນ​ຢູ່​ແຄມ​ທະເລ.”</verse>
				<verse number="7">ແລ້ວ​ເທວະດາ​ຕົນ​ນັ້ນ​ກໍ​ຈາກ​ໄປ. ດັ່ງນັ້ນ ໂກເນລີໂອ​ໄດ້​ເອີ້ນ​ຄົນ​ຮັບໃຊ້​ປະຈຳ​ເຮືອນ​ຂອງຕົນ​ສອງ​ຄົນ​ເຂົ້າ​ມາ ພ້ອມ​ກັບ​ທະຫານ​ຄົນ​ໜຶ່ງ​ທີ່​ຖື​ສາສະໜາ​ຢ່າງ​ເຄັ່ງຄັດ ແລະ​ເປັນ​ຄົນ​ໜຶ່ງ​ໃນ​ພວກ​ທະຫານ​ທີ່​ຄອຍ​ຮັບໃຊ້​ຕົນ.</verse>
				<verse number="8">ເມື່ອ​ໄດ້​ເລົ່າ​ເຫດການ​ທີ່​ເກີດຂຶ້ນ​ທັງໝົດ​ສູ່​ພວກເຂົາ​ຟັງ​ແລ້ວ ເພິ່ນ​ກໍ​ໃຊ້​ພວກເຂົາ​ໄປ​ທີ່​ເມືອງ​ຢົບປາ.</verse>
				<verse number="9">ຕອນ​ທ່ຽງ​ວັນ​ໃນ​ວັນ​ຕໍ່ມາ ເມື່ອ​ພວກເຂົາ​ເດີນທາງ​ມາ ແລະ​ໃກ້​ຈະ​ຮອດ​ເມືອງ​ຢົບປາ​ນັ້ນ ເປໂຕ​ໄດ້​ຂຶ້ນ​ໄປ​ເທິງ​ຫລັງຄາ​ພຽງ ເພື່ອ​ພາວັນນາ​ອະທິຖານ.</verse>
				<verse number="10">ເພິ່ນ​ຮູ້​ສຶກ​ຫິວ​ແລະ​ຢາກ​ກິນ​ເຂົ້າ ໃນ​ຂະນະທີ່​ພວກເຂົາ​ຕຽມ​ອາຫານ​ຢູ່​ນັ້ນ ເພິ່ນ​ກໍໄດ້​ເຫັນ​ນິມິດ.</verse>
				<verse number="11">ເປໂຕ​ເຫັນ​ທ້ອງຟ້າ​ໄຂ​ອອກ ແລະ​ມີ​ສິ່ງ​ໜຶ່ງ​ກຳລັງ​ລົງ​ມາ ເບິ່ງ​ຄື​ກັບ​ຜ້າ​ຜືນ​ໃຫຍ່ ມີ​ເຊືອກ​ຜູກ​ທັງ​ສີ່​ແຈ​ຖືກ​ຢ່ອນ​ລົງ​ມາ​ເທິງ​ໜ້າ​ດິນ.</verse>
				<verse number="12">ໃນ​ຜ້າ​ຜືນ​ນັ້ນ ມີ​ສັດ​ທຸກ​ຊະນິດ ຄື​ສັດ​ສີ່​ຕີນ ສັດ​ເລືອຄານ ແລະ ນົກ​ທັງຫລາຍ.</verse>
				<verse number="13">ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ກ່າວ​ແກ່​ເພິ່ນ​ວ່າ, “ເປໂຕ​ເອີຍ ຈົ່ງ​ລຸກ​ຂຶ້ນ ແລ້ວ​ຂ້າ​ກິນ​ເສຍ.”</verse>
				<verse number="14">ແຕ່​ເປໂຕ​ຕອບ​ວ່າ, “ພຣະອົງເຈົ້າ​ເອີຍ ເປັນ​ໄປ​ບໍ່ໄດ້​ເດັດຂາດ ເພາະ​ຕາມ​ທຳນຽມ​ແລ້ວ ຂ້ານ້ອຍ​ບໍ່ເຄີຍ​ກິນ​ສິ່ງໃດ​ທີ່​ບໍ່ໄດ້​ຖືກ​ຊຳລະ​ໃຫ້​ສະອາດ ແລະ​ສິ່ງ​ທີ່​ເປັນ​ມົນທິນ.”</verse>
				<verse number="15">ສຽງ​ນັ້ນ​ກ່າວ​ແກ່​ເພິ່ນ​ເປັນ​ຄັ້ງ​ທີ​ສອງ​ອີກ​ວ່າ, “ສິ່ງ​ທີ່​ພຣະເຈົ້າ​ປະກາດ​ວ່າ ຖືກ​ຊຳລະ​ແລ້ວ ຢ່າ​ຖື​ວ່າ​ເປັນ​ສິ່ງ​ທີ່​ຕ້ອງ​ຫ້າມ​ເລີຍ.”</verse>
				<verse number="16">ເຫດການ​ເຊັ່ນນີ້​ໄດ້​ເກີດຂຶ້ນ​ເຖິງ​ສາມ​ເທື່ອ ແລ້ວ​ສິ່ງ​ນັ້ນ​ກໍ​ຖືກ​ຮັບ​ຂຶ້ນ​ໄປ​ໃນ​ທ້ອງຟ້າ​ຄືນ​ທັນທີ.</verse>
				<verse number="17">ຂະນະທີ່​ເປໂຕ​ຍັງ​ຄິດ​ບໍ່​ອອກ​ວ່າ ນິມິດ​ທີ່​ຕົນ​ໄດ້​ເຫັນ​ນັ້ນ​ມີ​ຄວາມໝາຍ​ຢ່າງ​ໃດ ແລະ​ເບິ່ງແມ! ຄົນ​ທີ່​ໂກເນລີໂອ​ໄດ້​ໃຊ້​ມາ​ນັ້ນ ເມື່ອ​ໄດ້​ສອບ​ຖາມ​ຫາ​ເຮືອນ​ຂອງ​ຊີໂມນ ແລະ​ໄດ້​ຮູ້​ວ່າ​ຢູ່​ທີ່​ໃດ​ແລ້ວ ພວກເຂົາ​ກໍໄດ້​ມາ​ຢືນ​ຢູ່​ທີ່​ໜ້າ​ປະຕູ​ເຮືອນ.</verse>
				<verse number="18">ພວກເຂົາ​ຮ້ອງ​ຖາມ​ຂຶ້ນ​ວ່າ, “ທ່ານ​ຊີໂມນ ຜູ້​ມີ​ຊື່​ໜຶ່ງ​ອີກ​ວ່າ​ເປໂຕ ພັກ​ຢູ່​ທີ່​ນີ້​ຫລື​ບໍ່?”</verse>
				<verse number="19">ຂະນະທີ່​ເປໂຕ​ກຳລັງ​ຄິດ​ຊອກຫາ ທີ່​ຈະ​ເຂົ້າໃຈ​ຄວາມໝາຍ​ຂອງ​ນິມິດ​ນັ້ນ​ຢູ່ ພຣະວິນຍານ​ບໍຣິສຸດເຈົ້າ​ກໍ​ກ່າວ​ແກ່​ເພິ່ນ​ວ່າ, “ເບິ່ງແມ! ມີ​ຊາຍ​ສາມ​ຄົນ ມາ​ຖາມ​ຫາ​ເຈົ້າ.</verse>
				<verse number="20">ບັດນີ້ ຈົ່ງ​ລຸກ​ຂຶ້ນ ແລ້ວ​ລົງ​ໄປ​ຂ້າງ​ລຸ່ມ ແລະ​ຢ່າ​ລັງເລ​ໃຈ​ທີ່​ຈະ​ໄປ​ກັບ​ພວກເຂົາ ເພາະ​ແມ່ນ​ເຮົາ​ເອງ​ທີ່​ໄດ້​ໃຊ້​ພວກເຂົາ​ມາ.”</verse>
				<verse number="21">ດັ່ງນັ້ນ ເປໂຕ​ຈຶ່ງ​ລົງ​ໄປ​ພົບ ແລະ​ບອກ​ກັບ​ພວກເຂົາ​ວ່າ, “ເຮົາ​ນີ້​ແຫຼະ ແມ່ນ​ຜູ້​ທີ່​ພວກເຈົ້າ​ກຳລັງ​ຊອກ​ຫາ, ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ມາ​ທີ່​ນີ້?”</verse>
				<verse number="22">ພວກເຂົາ​ຈຶ່ງ​ຕອບ​ວ່າ, “ນາຍຮ້ອຍ​ໂກເນລີໂອ​ເປັນ​ຄົນ​ສັດຊື່ ແລະ​ຢຳເກງ​ພຣະເຈົ້າ ທັງ​ເປັນ​ຜູ້​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ບັນດາ​ຊາວ​ຢິວ ເພິ່ນ​ຜູ້ນັ້ນ​ໄດ້​ຮັບ​ຄຳສັ່ງ​ຈາກ​ເທວະດາ​ບໍຣິສຸດ​ຕົນ​ໜຶ່ງ ໃຫ້​ມາ​ເຊີນ​ທ່ານ​ໄປ​ທີ່​ເຮືອນ​ຂອງເພິ່ນ ເພື່ອ​ຈະ​ໄດ້​ຟັງ​ຖ້ອຍຄຳ​ຈາກ​ທ່ານ.”</verse>
				<verse number="23">ເປໂຕ​ຈຶ່ງ​ເຊີນ​ພວກເຂົາ​ເຂົ້າ​ມາ​ພັກ​ນຳ​ຕົນ. ໃນ​ວັນ​ຕໍ່ມາ ເປໂຕ​ກໍໄດ້​ລຸກ​ຂຶ້ນ ແລະ​ໄປ​ກັບ​ພວກເຂົາ ແລະ​ຍັງ​ມີ​ພີ່ນ້ອງ​ທີ່​ເຊື່ອ​ບາງຄົນ​ໃນ​ເມືອງ​ຢົບປາ ກໍ​ໄປ​ນຳ​ເພິ່ນ​ດ້ວຍ.</verse>
				<verse number="24">ວັນ​ຕໍ່ມາ ເປໂຕ​ໄດ້​ມາ​ເຖິງ​ເມືອງ​ກາຍຊາເຣຍ. ສ່ວນ​ໂກເນລີໂອ​ນັ້ນ​ກຳລັງ​ຄອຍ​ຖ້າ​ຕ້ອນຮັບ​ເປໂຕ ໂດຍ​ໄດ້​ເຊີນ​ເອົາ​ຍາດຕິພີ່ນ້ອງ ແລະ​ໝູ່​ເພື່ອນ​ສະໜິດ​ມາ​ເຕົ້າໂຮມ​ກັນ​ຢູ່.</verse>
				<verse number="25">ເມື່ອ​ເປໂຕ​ກ້າວ​ເຂົ້າ​ໄປ ໂກເນລີໂອ​ກໍ​ອອກ​ມາ​ຕ້ອນຮັບ ໂດຍ​ຂາບລົງ​ທີ່​ຕີນ​ຂອງ​ເປໂຕ.</verse>
				<verse number="26">ແຕ່​ເປໂຕ​ດຶງ​ໂກເນລີໂອ​ໃຫ້​ລຸກ​ຂຶ້ນ ແລະ​ເວົ້າ​ວ່າ, “ຈົ່ງ​ຢືນ​ຂຶ້ນ ເຮົາ​ເອງ​ກໍ​ເປັນ​ພຽງແຕ່​ມະນຸດ​ເໝືອນກັນ.”</verse>
				<verse number="27">ເປໂຕ​ສົນທະນາ​ກັບ​ໂກເນລີໂອ ໃນ​ຂະນະທີ່​ຍ່າງ​ເຂົ້າ​ໄປ​ໃນ​ເຮືອນ ແລະ​ໃນ​ທີ່ນັ້ນ ເພິ່ນ​ໄດ້​ພົບ​ຫລາຍ​ຄົນ​ທີ່​ເຕົ້າໂຮມ​ກັນ​ຢູ່.</verse>
				<verse number="28">ເປໂຕ​ໄດ້​ກ່າວ​ກັບ​ຄົນ​ເຫຼົ່ານັ້ນ​ວ່າ, “ທ່ານ​ທັງຫລາຍ​ຮູ້​ດີ​ວ່າ ການ​ທີ່​ຄົນ​ຢິວ​ຈະ​ມາ​ຢ້ຽມຢາມ ຫລື​ເຂົ້າ​ຮ່ວມ​ຄົບຫາ​ສະມາຄົມ​ກັບ​ຄົນຕ່າງຊາດ ກໍ​ເປັນ​ການ​ຕ້ອງ​ຫ້າມ, ແຕ່​ພຣະເຈົ້າ​ໄດ້​ໂຜດ​ສຳແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ວ່າ ບໍ່​ຕ້ອງ​ຖື​ຄົນໃດ​ຄົນໜຶ່ງ​ວ່າ​ເປັນ​ຄົນ​ຕ້ອງ​ຫ້າມ ຫລື​ເປັນ​ມົນທິນ.</verse>
				<verse number="29">ສະນັ້ນ ເມື່ອ​ພວກທ່ານ​ໃຊ້​ຄົນ​ໄປ​ເຊີນ​ຂ້າພະເຈົ້າ, ຂ້າພະເຈົ້າ​ກໍ​ມາ​ໂດຍ​ບໍ່​ຂັດຂ້ອງ. ດ້ວຍເຫດນີ້ ຂ້າພະເຈົ້າ​ຈຶ່ງ​ຂໍ​ຖາມ​ວ່າ ດ້ວຍເຫດໃດ​ພວກທ່ານ​ຈຶ່ງ​ໄດ້​ໃຊ້​ຄົນ​ໄປ​ຫາ​ຂ້າພະເຈົ້າ?”</verse>
				<verse number="30">ໂກເນລີໂອ​ຕອບ​ວ່າ, “ໄດ້​ສີ່​ວັນ​ມາ​ແລ້ວ ທີ່​ຂ້ານ້ອຍ​ກຳລັງ​ພາວັນນາ​ອະທິຖານ ຢູ່​ທີ່​ເຮືອນ​ຂອງ​ຂ້ານ້ອຍ ປະມານ​ເວລາ​ນີ້​ແຫຼະ ຄື​ເວລາ​ບ່າຍ​ສາມ​ໂມງ ໃນ​ທັນໃດນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ນຸ່ງ​ເຄື່ອງ​ເຫຼື້ອມໃສ ມາ​ຢືນ​ຢູ່​ຕໍ່ໜ້າ​ຂ້ານ້ອຍ.</verse>
				<verse number="31">ເພິ່ນ​ກ່າວ​ວ່າ, ‘ໂກເນລີໂອ​ເອີຍ, ພຣະເຈົ້າ​ໄດ້ຍິນ​ຄຳ​ພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ ແລະ​ພຣະເຈົ້າ​ໄດ້​ລະນຶກເຖິງ​ການ​ໃຫ້​ທານ​ທີ່​ເຈົ້າ​ໄດ້​ເຮັດ.</verse>
				<verse number="32">ດ້ວຍເຫດນັ້ນ ເຈົ້າ​ຈົ່ງ​ໃຊ້​ບາງຄົນ​ໄປ​ທີ່​ເມືອງ​ຢົບປາ ໄປ​ເຊີນ​ເອົາ​ຊາຍ​ຄົນ​ໜຶ່ງ ຊື່​ວ່າ​ຊີໂມນ ແລະ​ມີ​ຊື່​ໜຶ່ງ​ອີກ​ວ່າ ເປໂຕ ເພິ່ນ​ເປັນ​ແຂກ​ທີ່​ອາໄສ​ຢູ່​ນຳ​ຊ່າງ​ຟອກໜັງ ຊື່​ວ່າ, ຊີໂມນ ຜູ້​ທີ່​ມີ​ເຮືອນ​ຢູ່​ແຄມ​ທະເລ.’</verse>
				<verse number="33">ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ໃຊ້​ຄົນ​ໄປ​ຫາ​ທ່ານ​ໂດຍ​ທັນທີ ແລະ​ທ່ານ​ກໍດີ​ແທ້ໆ ທີ່​ໄດ້​ກະລຸນາ​ມາ, ບັດນີ້ ພວກ​ຂ້ານ້ອຍ​ທັງໝົດ ກໍ​ພ້ອມ​ກັນ​ຢູ່​ຊ້ອງໜ້າ​ພຣະເຈົ້າ​ທີ່​ນີ້​ແລ້ວ ເພື່ອ​ຈະ​ຟັງ​ທຸກ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ໄວ້​ກັບ​ທ່ານ.”</verse>
				<verse number="34">ແລ້ວ​ເປໂຕ​ກໍ​ເລີ່ມຕົ້ນ​ກ່າວ​ວ່າ, “ບັດນີ້ ຂ້າພະເຈົ້າ​ຮູ້​ເຫັນ​ຄັກແນ່​ແລ້ວ​ວ່າ, ພຣະເຈົ້າ​ເຮັດ​ກັບ​ທຸກຄົນ​ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ.</verse>
				<verse number="35">ທຸກຄົນ​ບໍ່​ວ່າ​ຊາດ​ໃດ​ກໍຕາມ ທີ່​ຢຳເກງ​ພຣະເຈົ້າ ແລະ​ປະຕິບັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ຊອບທຳ ກໍ​ເປັນ​ທີ່​ພໍໃຈ​ພຣະອົງ.</verse>
				<verse number="36">ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ ທີ່​ພຣະອົງ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ ໃຫ້​ປະກາດ​ຂ່າວປະເສີດ​ເລື່ອງ​ສັນຕິສຸກ​ທາງ​ພຣະເຢຊູ​ຄຣິດເຈົ້າ ພຣະອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ມະນຸດ​ທຸກຄົນ.</verse>
				<verse number="37">ພວກທ່ານ​ກໍ​ຮູ້​ເຖິງ​ເຫດການ​ອັນ​ຍິ່ງໃຫຍ່ ທີ່​ໄດ້​ເກີດຂຶ້ນ​ທົ່ວ​ທັງ​ດິນແດນ​ຂອງ​ຢູດາຍ ຄື​ເຫດການ​ທີ່​ໄດ້​ເລີ່ມຕົ້ນ​ໃນ​ແຂວງ​ຄາລີເລ. ເມື່ອ​ຫລັງຈາກ​ທີ່​ໂຢຮັນ​ໄດ້​ປະກາດ​ໃຫ້​ທຸກຄົນ ຮັບ​ບັບຕິສະມາ​ຂອງຕົນ.</verse>
				<verse number="38">ພວກທ່ານ​ກໍ​ຮູ້​ເຖິງ​ເລື່ອງ​ພຣະເຢຊູເຈົ້າ​ໄທ​ນາຊາເຣັດ ຜູ້​ທີ່​ພຣະເຈົ້າ​ໄດ້​ຫົດສົງ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ດ້ວຍ​ຣິດເດດ, ພຣະອົງ​ໄດ້​ໄປ​ທຸກຫົນ​ທຸກແຫ່ງ​ເຮັດ​ຄຸນງາມ​ຄວາມດີ ແລະ​ຊົງ​ໂຜດ​ຮັກສາ​ທຸກຄົນ​ທີ່​ຖືກ​ອຳນາດ​ຂອງ​ມານຮ້າຍ​ບຽດບຽນ ເພາະວ່າ​ພຣະເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ພຣະອົງ.</verse>
				<verse number="39">ພວກ​ຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ທຸກໆ​ສິ່ງ ທີ່​ພຣະອົງ​ໄດ້​ກະທຳ​ໃນ​ດິນແດນ​ຂອງ​ຊາວ​ຢິວ ແລະ​ໃນ​ນະຄອນ​ເຢຣູຊາເລັມ, ແລ້ວ​ພວກເຂົາ​ກໍໄດ້​ປະຫານ​ພຣະອົງ​ເສຍ ໂດຍ​ຕອກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.</verse>
				<verse number="40">ແຕ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ໃນ​ວັນ​ຖ້ວນ​ສາມ ແລະ​ຊົງ​ບັນດານ​ໃຫ້​ພຣະອົງ​ປາກົດ​ແຈ້ງ.</verse>
				<verse number="41">ບໍ່ໄດ້​ຊົງ​ໃຫ້​ປາກົດ​ແກ່​ພົນລະເມືອງ​ທົ່ວ​ໄປ, ແຕ່​ຊົງ​ປາກົດ​ແກ່​ພວກ​ພະຍານ ຊຶ່ງ​ພຣະເຈົ້າ​ຊົງ​ກຳນົດ​ໄວ້​ລ່ວງໜ້າ ຄື​ຊົງ​ປາກົດ​ແກ່​ພວກ​ຂ້າພະເຈົ້າ ຜູ້​ໄດ້​ກິນ​ແລະ​ໄດ້​ດື່ມ​ດ້ວຍກັນ​ກັບ​ພຣະອົງ ພາຍ​ຫລັງ​ທີ່​ພຣະອົງ​ໄດ້​ຊົງ​ຄືນພຣະຊົນ.</verse>
				<verse number="42">ພຣະອົງ​ໄດ້​ສັ່ງ​ໃຫ້​ພວກ​ຂ້າພະເຈົ້າ​ປະກາດ​ແກ່​ຄົນ​ທັງຫລາຍ ແລະ​ໃຫ້​ເປັນ​ພະຍານ​ວ່າ ແມ່ນ​ພຣະອົງ​ນີ້​ແຫຼະ ທີ່​ພຣະເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້​ໃຫ້​ເປັນ​ຜູ້​ພິພາກສາ ທັງ​ຄົນ​ເປັນ​ແລະ​ຄົນຕາຍ.</verse>
				<verse number="43">ຜູ້ທຳນວາຍ​ທຸກຄົນ​ກໍໄດ້​ກ່າວ​ເຖິງ​ພຣະອົງ​ໂດຍ​ປະກາດ​ວ່າ ທຸກຄົນ​ທີ່​ເຊື່ອ​ໃນ​ພຣະອົງ ຈະ​ໄດ້​ຮັບ​ການອະໄພ​ບາບກຳ​ໂດຍ​ນາມຊື່​ຂອງ​ພຣະອົງ.”</verse>
				<verse number="44">ຂະນະທີ່​ເປໂຕ​ຍັງ​ກ່າວ​ຢູ່​ນັ້ນ ພຣະວິນຍານ​ບໍຣິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ທຸກຄົນ​ທີ່​ກຳລັງ​ຟັງ​ຖ້ອຍຄຳ​ນັ້ນ.</verse>
				<verse number="45">ສ່ວນ​ຜູ້​ທີ່​ເຊື່ອ ຄື​ຄົນ​ຢິວ​ທີ່​ມາ​ຈາກ​ເມືອງ​ຢົບປາ​ກັບ​ເປໂຕ​ນັ້ນ ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ທີ່​ພຣະເຈົ້າ​ໄດ້​ໂຜດ​ປະທານ​ພຣະວິນຍານ​ບໍຣິສຸດເຈົ້າ​ໃຫ້​ແກ່​ຄົນຕ່າງຊາດ​ເໝືອນກັນ.</verse>
				<verse number="46">ດ້ວຍວ່າ ພວກເຂົາ​ໄດ້ຍິນ​ຄົນ​ເຫຼົ່ານີ້​ປາກ​ພາສາ​ແປກໆ ແລະ​ສັນລະເສີນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ ຝ່າຍ​ເປໂຕ​ຈຶ່ງ​ກ່າວ​ຂຶ້ນ​ວ່າ,</verse>
				<verse number="47">“ຄົນ​ເຫຼົ່ານີ້​ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ​ຄື​ກັນ​ກັບ​ພວກເຮົາ. ດັ່ງນັ້ນ ຄົງ​ບໍ່ມີ​ຜູ້ໃດ​ຕີ້ ທີ່​ຈະ​ຫ້າມ​ພວກເຂົາ ບໍ່​ໃຫ້​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ.”</verse>
				<verse number="48">ດັ່ງນັ້ນ ເປໂຕ​ຈຶ່ງ​ສັ່ງ​ຄົນ​ເຫຼົ່ານັ້ນ ໃຫ້​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລ້ວ​ພວກເຂົາ​ກໍ​ຂໍ​ໃຫ້​ເປໂຕ​ຢູ່​ກັບ​ພວກ​ຕົນ​ອີກ​ສອງ​ສາມ​ວັນ.</verse>
			</chapter>
			<chapter number="11">
				<verse number="1">ບັດນີ້​ພວກ​ອັກຄະສາວົກ ແລະ​ພີ່ນ້ອງ​ທີ່​ເຊື່ອ​ທົ່ວ​ທັງ​ແຂວງ​ຢູດາຍ​ໄດ້ຍິນ​ວ່າ ຄົນຕ່າງຊາດ​ໄດ້​ຮັບ​ພຣະທຳ​ຂອງ​ພຣະເຈົ້າ​ເໝືອນກັນ.</verse>
				<verse number="2">ເມື່ອ​ເປໂຕ​ກັບ​ເມືອ​ນະຄອນ​ເຢຣູຊາເລັມ ພວກ​ທີ່​ເປັນ​ຝ່າຍ​ພິທີຕັດ​ກໍ​ຕິຕຽນ​ເພິ່ນ ໂດຍ​ເວົ້າ​ວ່າ,</verse>
				<verse number="3">“ເປັນຫຍັງ​ທ່ານ​ຈຶ່ງ​ເຂົ້າ​ໄປ​ຫາ​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ ແລະ​ຮັບປະທານ​ອາຫານ​ກັບ​ພວກເຂົາ​ດ້ວຍ.”</verse>
				<verse number="4">ຫລັງຈາກ​ນັ້ນ ເປໂຕ​ຈຶ່ງ​ອະທິບາຍ​ຢ່າງ​ລະອຽດ​ຕາມ​ລຳດັບ​ເຫດການ ທີ່​ໄດ້​ເກີດຂຶ້ນ​ໃຫ້​ພວກເຂົາ​ຟັງ​ວ່າ,</verse>
				<verse number="5">“ຂະນະທີ່​ຂ້າພະເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ໃນ​ເມືອງ​ຢົບປາ ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ຢ່າງ​ໜຶ່ງ, ຂ້າພະເຈົ້າ​ໄດ້​ເຫັນ​ສິ່ງ​ໜຶ່ງ ກຳລັງ​ລົງ​ມາ​ເບິ່ງ​ຄື​ກັບ​ຜ້າ​ຜືນ​ໃຫຍ່ ມີ​ເຊືອກ​ຜູກ​ທັງ​ສີ່​ແຈ ຢ່ອນ​ລົງ​ມາ​ໃກ້​ເຖິງ​ຂ້າພະເຈົ້າ.</verse>
				<verse number="6">ເມື່ອ​ຂ້າພະເຈົ້າ​ເພັ່ງ​ຕາ​ເບິ່ງ ກໍ​ສັງເກດ​ເຫັນ​ທັງ​ສັດ​ບ້ານ​ແລະ​ສັດປ່າ ໃນ​ນັ້ນ​ຄື​ສັດ​ສີ່​ຕີນ, ສັດ​ເລືອຄານ ແລະ ນົກ​ທີ່​ບິນ​ໃນ​ອາກາດ.</verse>
				<verse number="7">ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ ບອກ​ຂ້າພະເຈົ້າ​ວ່າ, ‘ເປໂຕ​ເອີຍ ຈົ່ງ​ລຸກ​ຂຶ້ນ ແລະ ຂ້າ​ກິນ​ເສຍ’</verse>
				<verse number="8">ແຕ່​ຂ້າພະເຈົ້າ​ໄດ້​ຕອບ​ວ່າ, ‘ພຣະອົງເຈົ້າ​ເອີຍ ເປັນ​ໄປ​ບໍ່ໄດ້​ເດັດຂາດ ດ້ວຍວ່າ ຂ້ານ້ອຍ​ບໍ່ເຄີຍ​ເອົາ​ສິ່ງ​ທີ່​ເປັນ​ຂອງ​ຕ້ອງ​ຫ້າມ​ຫລື​ເປັນ​ມົນທິນ ເຂົ້າ​ໄປ​ໃນ​ປາກ​ຂອງ​ຂ້ານ້ອຍ​ຈັກເທື່ອ’,</verse>
				<verse number="9">ແຕ່​ມີ​ສຽງ​ຈາກ​ທ້ອງຟ້າ​ກ່າວ​ເປັນ​ຄັ້ງ​ທີ​ສອງ​ອີກ​ວ່າ, ‘ສິ່ງ​ທີ່​ພຣະເຈົ້າ​ປະກາດ​ວ່າ​ຖືກ​ຊຳລະ​ແລ້ວ ຢ່າ​ຖື​ເປັນ​ສິ່ງ​ທີ່​ຕ້ອງ​ຫ້າມ​ເລີຍ.’</verse>
				<verse number="10">ເຫດການ​ເຊັ່ນນີ້​ໄດ້​ເກີດຂຶ້ນ​ເຖິງ​ສາມ​ເທື່ອ ແລ້ວ​ສິ່ງ​ທັງໝົດ​ກໍ​ຖືກ​ຮັບ​ຄືນ​ຂຶ້ນ​ໄປ​ໃນ​ສະຫວັນ​ອີກ.</verse>
				<verse number="11">ໃນ​ຂະນະ​ນັ້ນ​ເອງ ມີ​ຊາຍ​ສາມ​ຄົນ ທີ່​ຖືກ​ໃຊ້​ໃຫ້​ມາ​ຫາ​ຂ້າພະເຈົ້າ​ຈາກ​ກາຍຊາເຣຍ ກໍ​ມາ​ຮອດ​ເຮືອນ​ທີ່​ຂ້າພະເຈົ້າ​ອາໄສ​ຢູ່</verse>
				<verse number="12">ພຣະວິນຍານ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ໄປ​ກັບ​ພວກເຂົາ ໂດຍ​ບໍ່​ໃຫ້​ຈຳແນກ​ລະຫວ່າງ​ຄົນຕ່າງຊາດ​ແລະ​ພວກເຮົາ. ພີ່ນ້ອງ​ທັງ​ຫົກ​ຄົນ​ນີ້​ກໍ​ໄປ​ກັບ​ຂ້າພະເຈົ້າ​ດ້ວຍ ແລະ​ພວກເຮົາ​ທັງໝົດ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ໂກເນລີໂອ​ນັ້ນ.</verse>
				<verse number="13">ເພິ່ນ​ຜູ້​ນີ້​ໄດ້​ເລົ່າ​ເຫດການ​ໃຫ້​ພວກ​ຂ້າພະເຈົ້າ​ຟັງ ເຖິງ​ເລື່ອງ​ທີ່​ເພິ່ນ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ ຢືນ​ຢູ່​ໃນ​ເຮືອນ​ຂອງ​ເພິ່ນ ແລະ​ສັ່ງ​ວ່າ, ‘ຈົ່ງ​ໃຊ້​ບາງຄົນ​ໄປ​ທີ່​ເມືອງ​ຢົບປາ ເພື່ອ​ເຊີນ​ເອົາ​ຊາຍ​ຜູ້ໜຶ່ງ ຊື່​ວ່າ ຊີໂມນ ຜູ້​ມີ​ຊື່​ໜຶ່ງ​ອີກ​ວ່າ ເປໂຕ.</verse>
				<verse number="14">ລາວ​ຈະ​ກ່າວ​ຖ້ອຍຄຳ​ໃຫ້​ເຈົ້າ​ຟັງ ຊຶ່ງ​ເຈົ້າ​ກັບ​ທຸກຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ຈະ​ໄດ້​ລອດພົ້ນ.’</verse>
				<verse number="15">ເມື່ອ​ຂ້າພະເຈົ້າ​ເລີ່ມຕົ້ນ​ກ່າວ, ພຣະວິນຍານ​ບໍຣິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ພວກເຂົາ ຢ່າງ​ດຽວກັນ​ກັບ​ທີ່​ລົງ​ມາ​ເທິງ​ພວກເຮົາ​ໃນ​ຕອນ​ຕົ້ນ​ນັ້ນ.</verse>
				<verse number="16">ແລ້ວ​ຂ້າພະເຈົ້າ​ກໍ​ລະນຶກເຖິງ​ຖ້ອຍຄຳ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, ‘ໂຢຮັນ​ໄດ້​ໃຫ້​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ, ແຕ່​ຝ່າຍ​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.’</verse>
				<verse number="17">ດັ່ງນັ້ນ ຖ້າ​ພຣະເຈົ້າ​ໃຫ້​ພວກເຂົາ ໄດ້​ຮັບ​ຂອງ​ພຣະຣາຊທານ​ຢ່າງ​ດຽວກັນ​ກັບ​ໃຫ້​ພວກເຮົາ ເມື່ອ​ພວກເຮົາ​ໄດ້​ຮັບ​ເຊື່ອ​ໃນ​ອົງ​ພຣະເຢຊູ​ຄຣິດເຈົ້າ, ຝ່າຍ​ຂ້າພະເຈົ້າ​ເປັນ​ຜູ້ໃດ ຈຶ່ງ​ຈະ​ຂັດຂວາງ​ພຣະເຈົ້າ​ໄດ້.”</verse>
				<verse number="18">ເມື່ອ​ພວກເຂົາ​ໄດ້ຍິນ​ດັ່ງນັ້ນ​ແລ້ວ, ຕ່າງ​ກໍ​ເຊົາ​ຕິຕຽນ​ເປໂຕ ແລ້ວ​ໄດ້​ພາກັນ​ສັນລະເສີນ​ພຣະເຈົ້າ​ໂດຍ​ກ່າວ​ວ່າ, “ຖ້າ​ເປັນ​ດັ່ງນີ້ ກໍ​ແມ່ນ​ພຣະເຈົ້າ​ທີ່​ໃຫ້​ຄົນຕ່າງຊາດ​ມີ​ໂອກາດ​ກັບ​ໃຈ​ໃໝ່ ແລະ​ຮັບ​ຊີວິດ​ໃໝ່​ເໝືອນກັນ.”</verse>
				<verse number="19">ຝ່າຍ​ພວກ​ຄົນ​ທີ່​ເຊື່ອ ທີ່​ໄດ້​ກະຈັດ​ກະຈາຍ​ໄປ​ເພາະ​ການ​ຂົ່ມເຫັງ​ເນື່ອງ​ຈາກ​ຊະເຕຟາໂນ​ຖືກ​ຂ້າ​ນັ້ນ ຕ່າງ​ກໍ​ໜີໄປ​ທີ່​ເມືອງ​ໂຟນີເຊຍ, ເກາະ​ໄຊປຣັດ ແລະ ເມືອງ​ອັນຕີໂອເຂຍ ໂດຍ​ປະກາດ​ພຣະທຳ​ໃຫ້​ແຕ່​ຊາວ​ຢິວ​ເທົ່ານັ້ນ.</verse>
				<verse number="20">ແຕ່​ມີ​ຄົນ​ທີ່​ເຊື່ອ​ບາງຄົນ ທີ່​ເປັນ​ຊາວ​ເກາະ​ໄຊປຣັດ ແລະ​ຊາວ​ກີເຣເນ ໄດ້​ໄປ​ທີ່​ເມືອງ​ອັນຕີໂອເຂຍ ກ່າວ​ແກ່​ຄົນອື່ນໆ​ທີ່​ບໍ່ແມ່ນ​ຢິວ ໂດຍ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອົງ​ພຣະເຢຊູເຈົ້າ.</verse>
				<verse number="21">ຣິດອຳນາດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຢູ່​ນຳ​ພວກເຂົາ ແລະ​ຄົນ​ເປັນ​ຈຳນວນ​ຫລາຍ​ໄດ້​ເຊື່ອ ແລະ​ຫັນ​ກັບ​ມາ​ຫາ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="22">ຂ່າວ​ກ່ຽວກັບ​ເລື່ອງ​ນີ້ ໄດ້​ໄປ​ເຖິງ​ຄຣິສຕະຈັກ​ໃນ​ນະຄອນ​ເຢຣູຊາເລັມ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ໃຊ້​ບາຣະນາບາ​ໄປ​ທີ່​ເມືອງ​ອັນຕີໂອເຂຍ.</verse>
				<verse number="23">ເມື່ອ​ເພິ່ນ​ໄດ້​ມາ​ຮອດ ແລະ​ເຫັນ​ພຣະຄຸນ​ພຣະເຈົ້າ​ອວຍພອນ​ຄົນ​ເຫຼົ່ານັ້ນ​ຢ່າງ​ໃດ​ເພິ່ນ​ກໍ​ດີໃຈ ແລະ​ເຕືອນ​ເຂົາ​ທຸກຄົນ​ໃຫ້​ສັດຊື່ ແລະ​ຕັ້ງໝັ້ນຄົງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ເຂົາ.</verse>
				<verse number="24">ບາຣະນາບາ​ເປັນ​ຄົນ​ດີ ເຕັມ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ຄວາມເຊື່ອ. ດັ່ງນັ້ນ ຫລາຍ​ຄົນ​ຈຶ່ງ​ເຂົ້າ​ມາ​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="25">ແລ້ວ​ບາຣະນາບາ​ກໍ​ໄປ​ທີ່​ເມືອງ​ຕາໂຊ​ເພື່ອ​ຊອກ​ຫາ​ໂຊໂລ.</verse>
				<verse number="26">ເມື່ອ​ພົບ​ແລ້ວ ເພິ່ນ​ກໍ​ນຳ​ລາວ​ໄປ​ທີ່​ເມືອງ​ອັນຕີໂອເຂຍ ແລະ​ຕະຫລອດ​ປີ​ນັ້ນ​ທັງສອງ​ໄດ້​ພົບປະ​ກັບ​ພີ່ນ້ອງ​ທີ່​ເຊື່ອ​ໃນ​ຄຣິສຕະຈັກ ແລະ​ສັ່ງສອນ​ຄົນ​ເປັນ​ຈຳນວນ​ຫລາຍ, ໃນ​ເມືອງ​ອັນຕີໂອເຂຍ​ນີ້​ເອງ ພວກ​ຄົນ​ທີ່​ເຊື່ອ​ຖືກ​ເອີ້ນ​ວ່າ, “ຄຣິສຕຽນ” ເປັນ​ເທື່ອ​ທຳອິດ.</verse>
				<verse number="27">ໃນ​ເວລາ​ນັ້ນ ມີ​ຜູ້ທຳນວາຍ​ບາງຄົນ​ລົງ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ ມາ​ທີ່​ເມືອງ​ອັນຕີໂອເຂຍ.</verse>
				<verse number="28">ຄົນ​ໜຶ່ງ​ໃນ​ພວກ​ນັ້ນ​ຊື່​ວ່າ, ອາຄະໂບ ໂດຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ລາວ​ໄດ້​ຢືນ​ຂຶ້ນ​ກ່າວ​ວ່າ, ການ​ອຶດຢາກ​ຢ່າງ​ໜັກ​ໃກ້​ຈະ​ເກີດຂຶ້ນ​ທົ່ວ​ແຜ່ນດິນ​ໂລກ. (ການ​ອຶດຢາກ​ນີ້​ໄດ້​ເກີດຂຶ້ນ​ໃນ​ສະໄໝ​ຂອງ​ກະສັດ​ກະລາວດີໂອ.)</verse>
				<verse number="29">ພວກ​ສາວົກ​ຈຶ່ງ​ຕັດສິນໃຈ​ວ່າ ແຕ່ລະຄົນ​ໃນ​ພວກເພິ່ນ​ຄວນ​ບໍລິຈາກ​ຕາມ​ຄວາມ​ສາມາດ​ຂອງຕົນ ເພື່ອ​ສົ່ງ​ໄປ​ຊ່ວຍເຫລືອ​ພີ່ນ້ອງ​ທີ່​ເຊື່ອ ທີ່​ອາໄສ​ຢູ່​ໃນ​ແຂວງ​ຢູດາຍ.</verse>
				<verse number="30">ພວກເພິ່ນ​ໄດ້​ເຮັດ​ດັ່ງນັ້ນ​ແລ້ວ, ຈຶ່ງ​ຝາກ​ໄປ​ນຳ​ບາຣະນາບາ ແລະ ໂຊໂລ ໄປ​ໃຫ້​ບັນດາ​ເຖົ້າແກ່​ໃນ​ຄຣິສຕະຈັກ.</verse>
			</chapter>
			<chapter number="12">
				<verse number="1">ໃນ​ເວລາ​ນັ້ນ ກະສັດ​ເຮໂຣດ ໄດ້​ລົງມື​ທຳຮ້າຍ​ບາງຄົນ​ຂອງ​ຄຣິສຕະຈັກ.</verse>
				<verse number="2">ເພິ່ນ​ໄດ້​ຂ້າ​ຢາໂກໂບ​ອ້າຍ​ຂອງ​ໂຢຮັນ​ດ້ວຍ​ດາບ.</verse>
				<verse number="3">ເມື່ອ​ເຫັນ​ວ່າ​ການ​ກະທຳ​ເຊັ່ນນີ້ ເປັນ​ທີ່​ພໍໃຈ​ຂອງ​ພວກ​ຢິວ, ເພິ່ນ​ຈຶ່ງ​ຈັບ​ເປໂຕ. (ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ລະຫວ່າງ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ.)</verse>
				<verse number="4">ຫລັງຈາກ​ຈັບ​ເປໂຕ​ແລ້ວ ກໍ​ຂັງ​ເພິ່ນ​ໄວ້​ຄຸກ​ໂດຍ​ມອບ​ໃຫ້​ທະຫານ​ສີ່​ໝູ່, ໝູ່​ລະ​ສີ່​ຄົນ​ເປັນ​ຜູ້​ຄຸມ​ຮັກສາ, ໂດຍ​ໝາຍໃຈ​ໄວ້​ວ່າ ຫລັງຈາກ​ງານ​ສະຫລອງ​ປັດສະຄາ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ ຈະ​ນຳ​ເປໂຕ​ອອກ​ມາ​ສອບສວນ​ເປີດເຜີຍ​ຕໍ່​ປະຊາຊົນ.</verse>
				<verse number="5">ດັ່ງນັ້ນ ເປໂຕ​ຈຶ່ງ​ຖືກ​ຄຸມຂັງ​ໄວ້​ຢູ່​ໃນ​ຄຸກ ແຕ່​ພີ່ນ້ອງ​ທີ່​ເຊື່ອ​ໃນ​ຄຣິສຕະຈັກ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ເພື່ອ​ເປໂຕ​ດ້ວຍ​ໃຈ​ຮ້ອນຮົນ.</verse>
				<verse number="6">ໃນ​ກາງຄືນ ກ່ອນ​ທີ່​ເຮໂຣດ​ຈະ​ນຳ​ເປໂຕ​ອອກ​ມາ​ໃຫ້​ປະຊາຊົນ​ນັ້ນ ເປໂຕ​ກໍ​ນອນ​ຫລັບ​ຢູ່​ລະຫວ່າງ​ທະຫານ​ຍາມ​ສອງ​ຄົນ ໂດຍ​ມີ​ໂສ້​ສອງ​ເສັ້ນ​ລ່າມ​ເປໂຕ​ໄວ້ ແລະ​ຕໍ່ໜ້າ​ປະຕູ​ຄຸກ​ກໍ​ມີ​ທະຫານ​ຍາມ​ເຝົ້າ​ຢູ່.</verse>
				<verse number="7">ໃນ​ທັນໃດນັ້ນ ກໍ​ມີ​ເທວະດາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຕົນ​ໜຶ່ງ​ໄດ້​ມາ​ຢືນ​ຢູ່​ທີ່​ນັ້ນ ແລະ​ມີ​ແສງ​ສະຫວ່າງ​ສ່ອງ​ເຂົ້າ​ໄປ​ໃນ​ຫ້ອງ​ຄຸມຂັງ, ເທວະດາ​ຕົນ​ນັ້ນ​ຕົບ​ຂ້າງ​ຂອງ​ເປໂຕ ປຸກ​ລາວ​ໃຫ້​ລຸກ​ຂຶ້ນ ແລະ​ເວົ້າ​ວ່າ, “ລຸກ​ຂຶ້ນ​ໄວໆ.” ແລ້ວ​ໂສ້​ທີ່​ລ່າມ​ມື​ຂອງ​ເປໂຕ​ກໍ​ຫລຸດ​ອອກ.</verse>
				<verse number="8">ແລ້ວ​ເທວະດາ​ໄດ້​ບອກ​ວ່າ, “ຈົ່ງ​ຮັດ​ແອວ ແລະ​ໃສ່​ເກີບ​ສາ.” ເປໂຕ​ໄດ້​ເຮັດ​ຕາມ ແລະ​ເທວະດາ​ກໍ​ບອກ​ວ່າ, “ຈົ່ງ​ນຸ່ງ​ເສື້ອ​ຊັ້ນນອກ​ຂອງ​ເຈົ້າ ແລະ​ຕາມ​ເຮົາ​ມາ.”</verse>
				<verse number="9">ເປໂຕ​ກໍໄດ້​ຕາມ​ອອກ​ໄປ​ໂດຍ​ບໍ່​ຮູ້​ວ່າ ການ​ທີ່​ເທວະດາ​ເຮັດ​ນີ້​ເປັນ​ຄວາມຈິງ​ຫລື​ບໍ່, ແຕ່​ເປໂຕ​ຄິດ​ວ່າ​ຕົນ​ກຳລັງ​ເຫັນ​ນິມິດ.</verse>
				<verse number="10">ເມື່ອ​ເປໂຕ​ຜ່ານ​ທະຫານ​ຍາມ​ຊັ້ນ​ທີ​ໜຶ່ງ ແລະ​ຊັ້ນ​ທີ​ສອງ​ແລ້ວ ກໍ​ມາ​ເຖິງ​ປະຕູ​ເຫຼັກ​ທີ່​ເຂົ້າ​ໄປ​ສູ່​ຕົວເມືອງ, ປະຕູ​ນີ້​ກໍ​ໄຂ​ເອງ​ໃຫ້​ພວກເພິ່ນ​ຍ່າງ​ອອກ​ໄປ, ພວກເພິ່ນ​ຍ່າງ​ລົງ​ຕາມ​ຖະໜົນ​ສາຍ​ໜຶ່ງ ແລະ​ໃນ​ທັນໃດນັ້ນ ເທວະດາ​ກໍ​ຈາກ​ເພິ່ນ​ໄປ.</verse>
				<verse number="11">ແລ້ວ​ເປໂຕ​ກໍ​ຮູ້ສຶກ​ຕົວ​ໂດຍ​ຮູ້​ວ່າ​ແມ່ນ​ຫຍັງ​ໄດ້​ເກີດຂຶ້ນ​ກັບ​ຕົນ, ເພິ່ນ​ກ່າວ​ວ່າ, “ບັດນີ້​ເຮົາ​ຮູ້​ແນ່​ແລ້ວ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ ມາ​ຊ່ວຍ​ກອບກູ້​ເອົາ​ເຮົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ເຮໂຣດ ແລະ​ຈາກ​ການ​ປອງຮ້າຍ​ຂອງ​ພວກ​ຢິວ.”</verse>
				<verse number="12">ເມື່ອ​ເປໂຕ​ຄິດ​ໄດ້​ດັ່ງນີ້​ແລ້ວ ເພິ່ນ​ກໍ​ໄປ​ທີ່​ເຮືອນ​ຂອງ​ມາຣີ​ແມ່​ຂອງ​ໂຢຮັນ ຜູ້​ມີ​ຊື່​ອີກ​ວ່າ ມາຣະໂກ, ທີ່​ນັ້ນ ມີ​ຫລາຍ​ຄົນ​ໄດ້​ມາ​ຮ່ວມ​ຊຸມນຸມ​ກັນ ແລະ​ພາວັນນາ​ອະທິຖານ​ຢູ່.</verse>
				<verse number="13">ເມື່ອ​ເປໂຕ​ເຄາະ​ປະຕູ​ເຮືອນ ກໍ​ມີ​ສາວ​ໃຊ້​ຄົນ​ໜຶ່ງ​ຊື່​ວ່າ, ໂຣດາ ໄດ້​ໄປ​ເບິ່ງ​ທີ່​ປະຕູ.</verse>
				<verse number="14">ເມື່ອ​ນາງ​ຈື່​ສຽງ​ຂອງ​ເປໂຕ​ໄດ້ ຈຶ່ງ​ດີ​ໃຈ​ທີ່ສຸດ ແລ້ວ​ໄດ້​ແລ່ນ​ກັບຄືນ​ມາ​ໂດຍ​ບໍ່ໄດ້​ໄຂ​ປະຕູ​ໃຫ້ ແລະ​ບອກ​ວ່າ, “ເປໂຕ​ກຳລັງ​ຢືນ​ຢູ່​ໜ້າ​ປະຕູ​ເຮືອນ.”</verse>
				<verse number="15">ພວກເຂົາ​ໄດ້​ເວົ້າ​ໃຫ້​ນາງ​ວ່າ, “ເຈົ້າ​ເສຍ​ສະຕິ​ແລ້ວ” ແຕ່​ນາງ​ຢືນຢັນ​ວ່າ ແມ່ນ​ເປໂຕ​ແທ້. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕອບ​ວ່າ, “ຄົງ​ແມ່ນ​ເທວະດາ​ປະຈຳ​ຕົວ​ຂອງ​ເປໂຕ.”</verse>
				<verse number="16">ແຕ່​ເປໂຕ​ຍັງ​ເຄາະ​ປະຕູ​ຢູ່ ແລ້ວ​ໃນ​ທີ່ສຸດ​ພວກເຂົາ​ກໍ​ໄຂ​ປະຕູ​ໃຫ້ ເມື່ອ​ພວກເຂົາ​ເຫັນ​ວ່າ​ແມ່ນ​ເປໂຕ ພວກເຂົາ​ກໍ​ມີ​ຄວາມ​ງຶດ​ປະຫລາດ​ໃຈ​ຫລາຍ.</verse>
				<verse number="17">ເປໂຕ​ໃຊ້​ມື​ເຮັດ​ສັນຍານ​ໃຫ້​ພວກເຂົາ​ມິດ ແລະ​ໄດ້​ເລົ່າ​ໃຫ້​ພວກເຂົາ​ຟັງ ເຖິງ​ເລື່ອງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ນຳ​ຕົນ​ອອກ​ມາ​ຈາກ​ຄຸກ​ຢ່າງ​ໃດ ແລ້ວ​ເປໂຕ​ໄດ້​ສັ່ງ​ວ່າ, “ຈົ່ງ​ບອກ​ເລື່ອງ​ນີ້​ໃຫ້​ຢາໂກໂບ ແລະ​ພວກ​ພີ່ນ້ອງ​ທີ່​ເຊື່ອ​ທັງຫລາຍ​ໃຫ້​ຮູ້​ດ້ວຍ.” ເມື່ອ​ເພິ່ນ​ສັ່ງ​ແລ້ວ​ກໍ​ອອກ​ໄປ​ທີ່​ອື່ນ.</verse>
				<verse number="18">ເມື່ອ​ຮຸ່ງ​ເຊົ້າ​ມາ ກໍ​ເກີດ​ການ​ສັບສົນ​ວຸ້ນວາຍ​ຢ່າງ​ໃຫຍ່​ໃນ​ທ່າມກາງ​ພວກ​ທະຫານ​ຍາມ ພວກເຂົາ​ຖາມ​ກັນ​ວ່າ, “ມີ​ຫຍັງ​ເກີດຂຶ້ນ​ກັບ​ເປໂຕ?”</verse>
				<verse number="19">ເມື່ອ​ເຮໂຣດ​ຊອກ​ຫາ​ເປໂຕ​ບໍ່​ພົບ. ດັ່ງນັ້ນ ເພິ່ນ​ຈຶ່ງ​ສືບ​ຖາມ​ທະຫານ​ຍາມ ແລະ​ສັ່ງ​ໃຫ້​ປະຫານ​ຊີວິດ​ພວກເຂົາ​ເສຍ. ຫລັງຈາກ​ເຫດການ​ນີ້​ແລ້ວ ເຮໂຣດ​ກໍ​ໜີ​ຈາກ​ແຂວງ​ຢູດາຍ ແລະ​ໄປ​ອາໄສ​ຢູ່​ທີ່​ເມືອງ​ກາຍຊາເຣຍ.</verse>
				<verse number="20">ໃນ​ຂະນະ​ນັ້ນ ເຮໂຣດ​ໄດ້​ເກີດ​ມີ​ຄວາມ​ໂກດຮ້າຍ​ຕໍ່​ຊາວ​ຕີເຣ ແລະ​ຊາວ​ຊີໂດນ​ຫລາຍ​ທີ່ສຸດ, ແຕ່​ຊາວ​ເມືອງ​ເຫຼົ່ານັ້ນ​ໄດ້​ຕົກລົງ​ກັນ​ມາ​ພົບ​ເພິ່ນ, ໂດຍ​ມີ​ບຣາຊະໂຕ​ຜູ້​ຮັບຜິດຊອບ​ວັງ​ຂອງ​ກະສັດ​ເປັນ​ເພື່ອນ​ພວກເຂົາ, ຈຶ່ງ​ໄດ້​ໄປ​ຂໍ​ໃຫ້​ກະສັດ​ເຮໂຣດ​ສ້າງ​ຄວາມ​ເປັນ​ມິດໄມຕຼີ​ກັບ​ພວກເຂົາ ເພາະ​ເມືອງ​ຂອງ​ພວກເຂົາ​ຕ້ອງ​ໄດ້​ອາໄສ​ສະບຽງ​ອາຫານ​ຈາກ​ແຜ່ນດິນ​ຂອງ​ເພິ່ນ.</verse>
				<verse number="21">ເມື່ອ​ເຖິງ​ວັນ​ນັດ​ເຂົ້າ​ພົບ ຝ່າຍ​ກະສັດ​ເຮໂຣດ​ກໍ​ນຸ່ງ​ເຄື່ອງ​ກະສັດ​ນັ່ງ​ເທິງ​ບັນລັງ ແລະ​ກ່າວ​ຄຳ​ປາໄສ​ແກ່​ບັນດາ​ຜູ້​ຕາງ​ໜ້າ​ຊາວ​ເມືອງ​ເຫຼົ່ານັ້ນ.</verse>
				<verse number="22">ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ບໍ່ແມ່ນ​ຄົນ​ເວົ້າ ແຕ່​ແມ່ນ​ພຣະ​ຕົນ​ໜຶ່ງ​ເວົ້າ.”</verse>
				<verse number="23">ໃນ​ທັນໃດນັ້ນ ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ລົງໂທດ​ເຮໂຣດ​ໃຫ້​ລົ້ມ​ລົງ ເພາະ​ເພິ່ນ​ບໍ່ໄດ້​ຍົກ​ຍໍ​ໃຫ້ກຽດ​ພຣະເຈົ້າ, ແລ້ວ​ເກີດ​ມີ​ຕົວ​ໜອນ​ກັດ​ກິນ​ຮ່າງກາຍ​ຂອງ​ເພິ່ນ​ຈົນ​ເສຍ​ຊີວິດ.</verse>
				<verse number="24">ສ່ວນ​ພຣະທຳ​ຂອງ​ພຣະເຈົ້າ​ກໍ​ແຜ່​ຂະຫຍາຍ ຈະເລີນ​ທະວີ​ຍິ່ງ​ຂຶ້ນ.</verse>
				<verse number="25">ຝ່າຍ​ບາຣະນາບາ​ກັບ​ໂຊໂລ ຫລັງຈາກ​ໄດ້​ເຮັດ​ສຳເລັດ​ພາລະກິດ​ຂອງ​ພວກເພິ່ນ ທີ່​ນະຄອນ​ເຢຣູຊາເລັມ​ແລ້ວ ກໍໄດ້​ກັບຄືນ​ເມືອ ໂດຍ​ພາ​ໂຢຮັນ ຜູ້​ທີ່​ມີ​ຊື່​ອີກ​ວ່າ ມາຣະໂກ​ໄປ​ນຳ.</verse>
			</chapter>
			<chapter number="13">
				<verse number="1">ຄາວນັ້ນ ໃນ​ຄຣິສຕະຈັກ​ທີ່​ເມືອງ​ອັນຕີໂອເຂຍ ມີ​ບາງຄົນ​ເປັນ​ຜູ້ທຳນວາຍ ແລະ​ອາຈານ ຄື​ບາຣະນາບາ, ຊີໂມນ​ຜູ້​ທີ່​ຄົນ​ເອີ້ນ​ວ່າ ນີເກີ, ລູກີໂອ​ຊາວ​ເມືອງ​ກີເຣເນ, ມານາເອນ ຜູ້​ທີ່​ໄດ້​ຮັບ​ການ​ລ້ຽງດູ​ເຕີບ​ໃຫຍ່​ຂຶ້ນ​ດ້ວຍ​ກັນ​ກັບ​ເຮໂຣດ ຜູ້​ປົກຄອງ ແລະ​ໂຊໂລ.</verse>
				<verse number="2">ຂະນະທີ່​ພວກ​ພີ່ນ້ອງ​ກຳລັງ​ນະມັດສະການ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຖືສິນ​ອົດອາຫານ​ຢູ່​ນັ້ນ ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ບອກ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ຄັດ​ເອົາ​ບາຣະນາບາ​ກັບ​ໂຊໂລ​ໄວ້​ໃຫ້​ເຮົາ ສຳລັບ​ພາລະກິດ​ທີ່​ເຮົາ​ໄດ້​ເອີ້ນ​ໃຫ້​ພວກເຂົາ​ເຮັດ​ນັ້ນ.”</verse>
				<verse number="3">ຫລັງຈາກ​ພວກ​ພີ່ນ້ອງ​ຖືສິນ​ອົດອາຫານ ແລະ​ພາວັນນາ​ອະທິຖານ​ແລ້ວ ກໍໄດ້​ວາງ​ມື​ໃສ່​ບາຣະນາບາ​ກັບ​ໂຊໂລ ຈຶ່ງ​ໃຊ້​ພວກເພິ່ນ​ໄປ.</verse>
				<verse number="4">ດັ່ງນັ້ນ ບາຣະນາບາ​ກັບ​ໂຊໂລ​ຈຶ່ງ​ຖືກ​ໃຊ້​ອອກ​ໄປ​ປະກາດ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ພວກເພິ່ນ​ໄດ້​ໄປ​ເຖິງ​ເມືອງ​ແຊລູເກຍ ແລະ​ຈາກ​ທີ່​ນັ້ນ​ໄດ້​ລົງ​ເຮືອ​ເດີນທາງ​ຕໍ່ໄປ​ຈົນເຖິງ​ເກາະ​ໄຊປຣັດ.</verse>
				<verse number="5">ເມື່ອ​ມາ​ຮອດ​ເມືອງ​ຊາລາມີ ແລ້ວ​ທ່ານ​ທັງສອງ​ໄດ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ໃນ​ທຳມະສາລາ​ຂອງ​ຊາວ​ຢິວ ໂດຍ​ມີ​ໂຢຮັນ​ມາຣະໂກ​ເປັນ​ຜູ້​ຊ່ວຍ​ໃນ​ວຽກງານ​ນີ້.</verse>
				<verse number="6">ເມື່ອ​ທ່ານ​ທັງສອງ​ເດີນທາງ​ໄປ​ຕະຫລອດ​ທົ່ວ​ທັງ​ເກາະ​ນັ້ນ ກໍ​ໄປ​ເຖິງ​ເມືອງ​ປາໂຟ ແລ້ວ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ ທີ່​ເປັນ​ໝໍ​ເວດມົນ​ຄາຖາ​ຊື່​ວ່າ ບາຣະ-ເຢຊູ ລາວ​ແມ່ນ​ຄົນ​ຢິວ​ທີ່​ເປັນ​ຜູ້ທຳນວາຍ​ປອມ.</verse>
				<verse number="7">ຄົນ​ນີ້​ເປັນ​ເພື່ອນ​ຢູ່​ກັບ​ເຊຄີໂອໂປໂລ​ຜູ້​ປົກຄອງ​ເກາະ ທີ່​ເປັນ​ຄົນ​ສະຫລຽວ​ສະຫລາດ, ຜູ້​ປົກຄອງ​ເກາະ​ໄດ້​ເຊີນ​ບາຣະນາບາ​ກັບ​ໂຊໂລ​ມາ​ພົບ ເພາະ​ເພິ່ນ​ຢາກ​ໄດ້ຍິນ​ພຣະທຳ​ຂອງ​ພຣະເຈົ້າ.</verse>
				<verse number="8">ແຕ່​ເອລີມາ (ຕາມ​ຊື່​ທີ່​ຄົນ​ເອີ້ນ​ເປັນ​ພາສາ​ກຣີກ) ໝໍ​ເວດມົນ​ຄາຖາ​ໄດ້​ຂັດຂວາງ​ທ່ານ​ທັງສອງ​ໄວ້ ໂດຍ​ພະຍາຍາມ​ຈະ​ແຍກ​ຜູ້​ປົກຄອງ ໃຫ້​ໜີ​ຫ່າງ​ຈາກ​ຄວາມເຊື່ອ.</verse>
				<verse number="9">ແລ້ວ​ໂຊໂລ​ຜູ້​ທີ່​ມີ​ຊື່​ອີກ​ວ່າ ໂປໂລ ທີ່​ເຕັມ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ເພັ່ງຕາ​ເບິ່ງ​ໝໍ​ເວດມົນ​ຄາຖາ</verse>
				<verse number="10">ແລະ​ເວົ້າ​ວ່າ, “ລູກ​ຂອງ​ມານຮ້າຍ​ເອີຍ ເຈົ້າ​ຜູ້​ເປັນ​ສັດຕູ​ຂອງ​ບັນດາ​ຄວາມ​ຊອບທຳ ຜູ້​ເຕັມ​ໄປ​ດ້ວຍ​ກົນອຸບາຍ ແລະ​ຄວາມ​ຊົ່ວຮ້າຍ​ທຸກຢ່າງ ເຈົ້າ​ຈະ​ບໍ່​ເຊົາ​ບິດເບືອນ​ຄວາມຈິງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ບໍ?</verse>
				<verse number="11">ບັດນີ້​ຈົ່ງ​ຟັງ ມື​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງ​ຢູ່​ເທິງ​ເຈົ້າ, ເຈົ້າ​ຈະ​ຕາບອດ ແລະ​ຈະ​ບໍ່​ເຫັນ​ແສງ​ສະຫວ່າງ ຈົນເຖິງ​ເວລາ​ທີ່​ກຳນົດ​ໄວ້.” ໃນ​ທັນໃດນັ້ນ ຕາ​ຂອງ​ເອລີມາ​ກໍ​ມືດມົວ​ແລະ​ງົມທາວ​ຫາ​ຮອບ​ຕົວ ເພື່ອ​ຊອກຫາ​ຄົນ​ຈູງ​ມື​ຂອງຕົນ.</verse>
				<verse number="12">ເມື່ອ​ຜູ້​ປົກຄອງ​ໄດ້​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ແລ້ວ ເພິ່ນ​ກໍໄດ້​ຮັບ​ເຊື່ອ. ດ້ວຍວ່າ, ເພິ່ນ​ງຶດ​ປະຫລາດ​ໃຈ ໃນ​ຄຳສັ່ງສອນ​ເຖິງ​ເລື່ອງ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="13">ຝ່າຍ​ໂປໂລ​ກັບ​ຜູ້​ຮ່ວມງານ​ຂອງ​ເພິ່ນ ກໍ​ລົງ​ເຮືອ​ເດີນທາງ​ຈາກ​ເມືອງ​ປາໂຟ ໄປ​ທີ່​ເມືອງ​ເປກາ​ໃນ​ແຂວງ​ປຳຟີເລຍ, ໃນ​ທີ່ນັ້ນ ໂຢຮັນ​ມາຣະໂກ​ໄດ້​ໜີປະ​ພວກເພິ່ນ ແລະ​ກັບຄືນ​ເມືອ​ນະຄອນ​ເຢຣູຊາເລັມ.</verse>
				<verse number="14">ແຕ່​ພວກເພິ່ນ​ໄດ້​ເດີນທາງ​ຕໍ່ໄປ ຈາກ​ເມືອງ​ເປກາ ແລະ​ມາ​ຮອດ​ເມືອງ​ອັນຕີໂອເຂຍ​ໃນ​ແຂວງ​ປີຊີເດຍ, ພວກເພິ່ນ​ໄປ​ທີ່​ທຳມະສາລາ ແລະ​ນັ່ງ​ລົງ​ທີ່​ນັ້ນ​ໃນ​ວັນ​ຊະບາໂຕ.</verse>
				<verse number="15">ຫລັງຈາກ​ການ​ອ່ານ​ກົດບັນຍັດ​ຂອງ​ໂມເຊ ແລະ​ໜັງສື​ຂອງ​ບັນດາ​ຜູ້ທຳນວາຍ​ສິ້ນສຸດ​ແລ້ວ ຜູ້​ປົກຄອງ​ທຳມະສາລາ ກໍ​ໃຊ້​ຄົນ​ໄປ​ບອກ​ບາຣະນາບາ​ກັບ​ໂປໂລ​ວ່າ, “ພີ່ນ້ອງ​ເອີຍ, ຖ້າ​ພວກທ່ານ​ມີ​ຄຳ​ໜູນໃຈ​ແກ່​ປະຊາຊົນ​ເຫຼົ່ານີ້​ເຊີນ​ກ່າວ​ໄດ້.”</verse>
				<verse number="16">ແລ້ວ​ໂປໂລ​ກໍ​ລຸກ​ຂຶ້ນ ໃຊ້​ມື​ເປັນ​ສັນຍານ ແລະ​ກ່າວ​ວ່າ, “ຊາວ​ອິດສະຣາເອນ ແລະ​ທ່ານ​ທັງຫລາຍ​ທີ່​ຢຳເກງ​ພຣະເຈົ້າ​ເອີຍ ເຊີນ​ຟັງ​ເທີ້ນ</verse>
				<verse number="17">ພຣະເຈົ້າ​ແຫ່ງ​ປະຊາຊົນ​ອິດສະຣາເອນ ໄດ້​ເລືອກ​ເອົາ​ບັນພະບຸລຸດ​ຂອງ​ພວກເຮົາ​ໄວ້ ແລະ​ເຮັດ​ໃຫ້​ພວກເພິ່ນ​ຈະເລີນ​ມີ​ກຽດ​ຫລາຍ​ຂຶ້ນ ຂະນະທີ່​ພວກເພິ່ນ​ຢູ່​ປະເທດ​ເອຢິບ ໃນ​ຖານະ​ຄົນ​ຕ່າງດ້າວ, ພຣະເຈົ້າ​ໄດ້​ນຳ​ພວກເພິ່ນ​ອອກ​ມາ​ຈາກ​ປະເທດ​ເອຢິບ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ</verse>
				<verse number="18">ແລະ​ເປັນ​ເວລາ​ສີ່ສິບ​ປີ ທີ່​ພຣະອົງ​ອົດທົນ ຕໍ່​ພວກເພິ່ນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="19">ພຣະອົງ​ໄດ້​ທຳລາຍ​ເຈັດ​ຊົນຊາດ​ໃນ​ດິນແດນ​ການາອານ ແລະ​ຍົກ​ແຜ່ນດິນ​ຂອງ​ຊາດ​ເຫຼົ່ານັ້ນ ໃຫ້​ປະຊາຊົນ​ຂອງ​ພຣະອົງ​ໄດ້​ເປັນ​ກຳມະສິດ.</verse>
				<verse number="20">ທັງໝົດ​ນີ້​ໄດ້​ໃຊ້​ເວລາ​ປະມານ​ສີ່ຮ້ອຍ​ຫ້າສິບ​ປີ. ຫລັງຈາກ​ນີ້ ພຣະອົງ​ໄດ້​ໃຫ້​ພວກເພິ່ນ​ມີ​ຜູ້​ປົກຄອງ​ມາ​ປົກຄອງ ຈົນເຖິງ​ສະໄໝ​ຂອງ​ຜູ້ທຳນວາຍ​ຊາມູເອນ.</verse>
				<verse number="21">ເມື່ອ​ພວກເພິ່ນ​ໄດ້​ຂໍ​ໃຫ້​ມີ​ກະສັດ ພຣະເຈົ້າ​ກໍ​ໃຫ້​ພວກເພິ່ນ​ມີ ຄື​ໄດ້​ໂຊນ​ລູກຊາຍ​ຂອງ​ກີເຊ​ຈາກ​ເຜົ່າ​ເບັນຢາມິນ ໃຫ້​ເປັນ​ກະສັດ​ປົກຄອງ​ພວກເພິ່ນ​ສີ່ສິບ​ປີ.</verse>
				<verse number="22">ຫລັງຈາກ​ປົດ​ໂຊນ​ລົງ​ແລ້ວ ພຣະເຈົ້າ​ກໍໄດ້​ຕັ້ງ​ດາວິດ​ໃຫ້​ຂຶ້ນ​ເປັນ​ກະສັດ​ຂອງ​ພວກເພິ່ນ, ພຣະເຈົ້າ​ກ່າວ​ກ່ຽວກັບ​ດາວິດ​ດັ່ງນີ້​ວ່າ, ‘ເຮົາ​ໄດ້​ພົບ ດາວິດ​ລູກຊາຍ​ຂອງ​ເຢຊີ ເປັນ​ຄົນ​ທີ່​ເຮັດ​ຖືກ​ໃຈ​ເຮົາ ເປັນ​ຜູ້​ທີ່​ຈະ​ເຮັດ​ຕາມ​ຄວາມປະສົງ​ຂອງເຮົາ​ທຸກຢ່າງ.’</verse>
				<verse number="23">ແມ່ນ​ພຣະເຢຊູເຈົ້າ​ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ດາວິດ​ນີ້​ແຫຼະ ທີ່​ພຣະເຈົ້າ​ໄດ້​ຕັ້ງ​ໃຫ້​ເປັນ​ພຣະຜູ້ໂຜດຊ່ວຍ​ໃຫ້​ພົ້ນ ຂອງ​ປະຊາຊົນ​ອິດສະຣາເອນ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.</verse>
				<verse number="24">ກ່ອນ​ພຣະເຢຊູເຈົ້າ​ສະເດັດ​ມາ ໂຢຮັນ​ໄດ້​ປະກາດ​ຕໍ່​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ແລ້ວ ກ່ຽວກັບ​ການ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ຮັບ​ບັບຕິສະມາ.</verse>
				<verse number="25">ເມື່ອ​ໂຢຮັນ​ໃກ້​ຈະ​ສຳເລັດ​ພາລະກິດ​ຂອງຕົນ​ແລ້ວ ເພິ່ນ​ກໍໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, ‘ເຈົ້າ​ທັງຫລາຍ​ຄິດ​ວ່າ​ຂ້າພະເຈົ້າ​ແມ່ນ​ຜູ້ໃດ? ຂ້າພະເຈົ້າ​ບໍ່ແມ່ນ​ພຣະອົງ ຜູ້​ທີ່​ພວກເຈົ້າ​ຄອຍ​ຖ້າ, ແຕ່​ຈົ່ງ​ຟັງ​ເທີ້ນ ພາຍຫລັງ​ຂ້າພະເຈົ້າ​ຈະ​ມີ​ທ່ານ​ຜູ້ໜຶ່ງ ແລະ​ຂ້າພະເຈົ້າ​ບໍ່​ສົມຄວນ​ທີ່​ຈະ​ປົດ​ເກີບ​ອອກ​ຈາກ​ຕີນ​ຂອງ​ເພິ່ນ.’</verse>
				<verse number="26">ພີ່ນ້ອງ​ທັງຫລາຍ​ຜູ້​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ແລະ​ທ່ານ​ທັງຫລາຍ​ທີ່​ຢຳເກງ​ພຣະເຈົ້າ​ເອີຍ, ຂ່າວ​ແຫ່ງ​ຄວາມ​ພົ້ນ​ນີ້​ໄດ້​ຖືກ​ສົ່ງ​ມາ ແມ່ນ​ສຳລັບ​ພວກເຮົາ​ນີ້​ເອງ.</verse>
				<verse number="27">ດ້ວຍວ່າ, ປະຊາຊົນ​ໃນ​ນະຄອນ​ເຢຣູຊາເລັມ ກັບ​ພວກ​ຜູ້​ປົກຄອງ​ບໍ່ໄດ້​ຮູ້ຈັກ​ພຣະອົງ ແລະ​ບໍ່ໄດ້​ເຂົ້າໃຈ​ຖ້ອຍຄຳ​ຂອງ​ພວກ​ຜູ້ທຳນວາຍ ທີ່​ມີ​ຜູ້​ອ່ານ​ສູ່​ຟັງ​ໃນ​ທຸກ​ວັນ​ຊະບາໂຕ, ແຕ່​ພວກເຂົາ​ໄດ້​ເຮັດ​ໃຫ້​ຖ້ອຍຄຳ​ຂອງ​ພວກ​ຜູ້ທຳນວາຍ​ສຳເລັດ ໂດຍ​ການ​ຕັດສິນ​ລົງໂທດ​ພຣະອົງ,</verse>
				<verse number="28">ເຖິງ​ແມ່ນ​ວ່າ ພວກເຂົາ​ບໍ່ໄດ້​ພົບ​ຄວາມຜິດ​ປະການ​ໃດ​ໃນ​ພຣະອົງ ທີ່​ຕ້ອງ​ຖືກ​ປະຫານ​ກໍຕາມ ພວກເຂົາ​ຍັງ​ໄດ້​ຂໍຮ້ອງ​ປີລາດ​ໃຫ້​ປະຫານ​ພຣະອົງ​ເສຍ.</verse>
				<verse number="29">ເມື່ອ​ພວກເຂົາ​ໄດ້​ເຮັດ​ທຸກສິ່ງ​ໃຫ້​ສຳເລັດ ຕາມ​ທີ່​ພຣະຄຳພີ​ໄດ້​ຂຽນ​ໄວ້​ກ່ຽວກັບ​ພຣະອົງ​ແລ້ວ ພວກເຂົາ​ກໍໄດ້​ເອົາ​ພຣະສົບ​ລົງ​ຈາກ​ໄມ້ກາງແຂນ ແລະ​ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ.</verse>
				<verse number="30">ແຕ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ.</verse>
				<verse number="31">ເປັນ​ເວລາ​ຫລາຍ​ວັນ ທີ່​ພຣະເຢຊູເຈົ້າ​ໄດ້​ສຳແດງ​ແກ່​ຫລາຍ​ຄົນ​ໃຫ້​ໄດ້​ເຫັນ ຄື​ພວກ​ທີ່​ຕາມ​ພຣະອົງ​ມາ​ຈາກ​ແຂວງ​ຄາລີເລ ເຖິງ​ນະຄອນ​ເຢຣູຊາເລັມ, ບັດນີ້​ຄົນ​ເຫຼົ່ານັ້ນ​ແຫຼະ ໄດ້​ເປັນ​ພະຍານ​ຝ່າຍ​ພຣະອົງ ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ.</verse>
				<verse number="32">ຝ່າຍ​ພວກເຮົາ​ໄດ້​ນຳ​ເອົາ​ຂ່າວປະເສີດ​ນີ້​ແຫຼະ ມາ​ບອກ​ທ່ານ​ທັງຫລາຍ​ວ່າ, ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ</verse>
				<verse number="33">ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະສັນຍາ​ນັ້ນ​ສຳເລັດ​ແລ້ວ, ສຳລັບ​ພວກເຮົາ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ພວກເພິ່ນ ໂດຍ​ບັນດານ​ໃຫ້​ພຣະເຢຊູເຈົ້າ​ເປັນ​ຄືນ​ມາ​ສູ່​ຊີວິດ, ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ເພງ​ສັນລະເສີນ ບົດ​ທີ​ສອງ​ວ່າ, ‘ເຈົ້າ​ເປັນ​ລູກຊາຍ​ຂອງເຮົາ ວັນ​ນີ້ ເຮົາ​ໄດ້​ໃຫ້​ກຳເນີດ​ເຈົ້າ.’</verse>
				<verse number="34">ນີ້​ແຫຼະ ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ກ່າວ​ໄວ້ ເຖິງ​ຄວາມ​ເປັນ​ຄືນ​ມາ​ຈາກ​ຕາຍ​ຂອງ​ພຣະອົງ​ວ່າ, ບໍ່​ໃຫ້​ຫລົບ​ສູ່​ຄວາມ​ເປື່ອຍເນົ່າ​ຈັກເທື່ອ: ‘ເຮົາ​ຈະ​ໃຫ້​ພຣະພອນ ອັນ​ສັກສິດ​ບໍຣິສຸດ ແລະ​ໝັ້ນຄົງ​ແກ່​ເຈົ້າ​ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ດາວິດ.’</verse>
				<verse number="35">ແມ່ນແທ້ ດັ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ໃນ​ບົດ​ອື່ນ​ເໝືອນກັນ​ວ່າ, ‘ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້ຮັບໃຊ້​ທີ່​ສັດຊື່​ຂອງເຮົາ ຕ້ອງ​ປະສົບ​ຄວາມ​ເປື່ອຍເນົ່າ.’</verse>
				<verse number="36">ຝ່າຍ​ດາວິດ, ເມື່ອ​ໄດ້​ປະຕິບັດ​ໃນ​ຄາວ​ອາຍຸ​ຂອງທ່ານ ຕາມ​ຄວາມປະສົງ​ຂອງ​ພຣະເຈົ້າ ແລ້ວ​ເພິ່ນ​ໄດ້​ຕາຍໄປ, ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ​ປະສົບ​ຄວາມ​ເປື່ອຍເນົ່າ.</verse>
				<verse number="37">ແຕ່​ພຣະອົງ​ຜູ້​ທີ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ, ເພິ່ນ​ບໍ່ໄດ້​ພົບ​ຄວາມ​ເປື່ອຍເນົ່າ.</verse>
				<verse number="38">ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ເຂົ້າໃຈ​ວ່າ ໂດຍ​ທາງ​ພຣະອົງ​ນັ້ນ​ແຫຼະ, ຈຶ່ງ​ໄດ້​ປະກາດ​ການ​ຍົກ​ຄວາມ​ຜິດບາບ​ໃຫ້​ແກ່​ພວກທ່ານ.</verse>
				<verse number="39">ແລະ​ໂດຍ​ທາງ​ພຣະອົງ​ນັ້ນ ທຸກຄົນ​ທີ່​ເຊື່ອ​ຈະ​ໄດ້​ຖືກ​ຊົງ​ຊຳລະ​ທຸກຢ່າງ ຊຶ່ງ​ຈະ​ຊຳລະ​ບໍ່ໄດ້​ຕາມ​ກົດບັນຍັດ​ຂອງ​ໂມເຊ.</verse>
				<verse number="40">ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ ເພື່ອ​ວ່າ​ຖ້ອຍຄຳ​ທີ່​ພວກ​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ນັ້ນ ຈະ​ບໍ່​ເກີດຂຶ້ນ​ກັບ​ພວກທ່ານ</verse>
				<verse number="41">‘ຈົ່ງ​ເບິ່ງ​ເຖີດ ຄົນ​ທີ່​ມັກ​ປະໝາດ​ນິນທາ ຈົ່ງ​ປະຫລາດ​ໃຈ​ແລະ​ຈິບຫາຍ​ໄປ​ສາ​ເຖີດ ດ້ວຍວ່າ, ສິ່ງ​ທີ່​ເຮົາ​ກະທຳ​ຢູ່​ໃນວັນນີ້ ແມ່ນ​ສິ່ງ​ທີ່​ພວກເຈົ້າ​ຈະ​ບໍ່​ຍອມ ເຊື່ອຟັງ​ເປັນ​ແນ່ ເຖິງ​ແມ່ນ​ວ່າ​ມີ​ບາງຄົນ ມາ​ອະທິບາຍ​ໃຫ້​ຟັງ​ແລ້ວ​ກໍຕາມ.”’</verse>
				<verse number="42">ເມື່ອ​ໂປໂລ​ກັບ​ບາຣະນາບາ ກຳລັງ​ຍ່າງ​ອອກ​ຈາກ​ທຳມະສາລາ​ໄປ​ນັ້ນ ປະຊາຊົນ​ກໍ​ເຊີນ​ທ່ານ​ທັງສອງ​ໃຫ້​ກັບຄືນ​ມາ​ອີກ​ໃນ​ວັນ​ຊະບາໂຕ​ຕໍ່ໄປ ເພື່ອ​ກ່າວ​ເຖິງ​ຂໍ້ຄວາມ​ນີ້​ອີກ.</verse>
				<verse number="43">ຫລັງຈາກ​ທີ່​ປະຊາຊົນ​ເລີກ​ຈາກ​ບ່ອນ​ນະມັດສະການ​ໄປ​ແລ້ວ ກໍ​ມີ​ຄົນ​ຢິວ​ກັບ​ຜູ້​ທີ່​ເຂົ້າ​ຮີດ​ຢິວ ທີ່​ຢຳເກງ​ພຣະເຈົ້າ​ຫລາຍ​ຄົນ​ໄດ້​ຕິດຕາມ​ໂປໂລ ແລະ ບາຣະນາບາ, ທ່ານ​ທັງສອງ​ຈຶ່ງ​ກ່າວ​ຕັກເຕືອນ​ໜູນໃຈ​ໃຫ້​ພວກເຂົາ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມເຊື່ອ​ໂດຍ​ເພິ່ງ​ພຣະຄຸນ​ຂອງ​ພຣະເຈົ້າ.</verse>
				<verse number="44">ເມື່ອ​ເຖິງ​ວັນ​ຊະບາໂຕ​ຕໍ່ມາ ປະຊາຊົນ​ເກືອບ​ໝົດ​ທັງ​ເມືອງ​ໄດ້​ມາ​ເຕົ້າໂຮມ​ກັນ ເພື່ອ​ຟັງ​ພຣະຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="45">ເມື່ອ​ພວກ​ຢິວ​ເຫັນ​ປະຊາຊົນ​ຫລວງຫລາຍ​ເຊັ່ນນີ້ ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ອິດສາ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໂຕ້ຖຽງ​ຄຳ​ເວົ້າ​ຂອງ​ໂປໂລ ແລະ​ໝິ່ນປະໝາດ​ເພິ່ນ.</verse>
				<verse number="46">ແຕ່​ໂປໂລ​ກັບ​ບາຣະນາບາ​ມີ​ໃຈ​ກ້າ​ກ່າວ​ອອກ​ໄປ​ວ່າ, “ຈຳເປັນ​ທີ່​ຈະ​ຕ້ອງ​ມາ​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ ສູ່​ທ່ານ​ທັງຫລາຍ​ຟັງ​ກ່ອນ, ແຕ່​ໃນ​ເມື່ອ​ພວກທ່ານ​ບໍ່​ຍອມ​ຮັບ​ເອົາ​ພຣະທຳ​ນັ້ນ ແລະ​ຖື​ວ່າ​ຕົນ​ບໍ່​ສົມຄວນ​ທີ່​ຈະ​ຮັບ​ຊີວິດ​ນິຣັນດອນ. ດັ່ງນັ້ນ ພວກເຮົາ​ກໍ​ຈະ​ໄປ​ຫາ​ຄົນຕ່າງຊາດ.</verse>
				<verse number="47">ເພາະ​ເລື່ອງ​ນີ້​ແຫຼະ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ສັ່ງ​ພວກເຮົາ​ວ່າ, ‘ເຮົາ​ໄດ້​ຕັ້ງ​ເຈົ້າ​ໄວ້​ໃຫ້​ເປັນ​ແສງ​ສະຫວ່າງ ແກ່​ຄົນຕ່າງຊາດ ເພື່ອ​ວ່າ​ເຈົ້າ​ຈະ​ເປັນ​ເຫດ​ໃຫ້​ ໂລກ​ທັງໝົດ​ໄດ້​ພົ້ນ.”’</verse>
				<verse number="48">ເມື່ອ​ຄົນຕ່າງຊາດ​ໄດ້ຍິນ​ເຊັ່ນນີ້​ແລ້ວ ພວກເຂົາ​ກໍ​ຊົມຊື່ນ​ຍິນດີ​ຫລາຍ ແລະ​ສັນລະເສີນ​ຖ້ອຍຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ, ຄົນ​ທັງຫລາຍ ຜູ້​ທີ່​ຖືກ​ເລືອກ​ໄວ້​ສຳລັບ​ຊີວິດ​ນິຣັນດອນ​ກໍໄດ້​ວາງໃຈເຊື່ອ.</verse>
				<verse number="49">ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ແຜ່​ໄປ​ທົ່ວ​ທັງ​ຂົງເຂດ​ນັ້ນ.</verse>
				<verse number="50">ແຕ່​ພວກ​ຢິວ​ໄດ້​ຍົວະຍົງ​ພວກ​ແມ່ຍິງ​ທີ່​ມີ​ກຽດ​ສູງ​ໃນ​ສັງຄົມ​ທີ່​ຢຳເກງ​ພຣະເຈົ້າ ແລະ​ພວກ​ຜູ້ຊາຍ​ຄົນ​ສຳຄັນ​ໃນ​ເມືອງ​ນີ້ ໄດ້​ກໍ່​ການ​ຂົ່ມເຫັງ​ໂປໂລ ແລະ ບາຣະນາບາ ແລະ​ຂັບໄລ່​ທ່ານ​ທັງສອງ​ໃຫ້​ອອກ​ໄປ​ຈາກ​ເຂດແດນ​ຂອງ​ພວກເຂົາ.</verse>
				<verse number="51">ສ່ວນ​ໂປໂລ​ກັບ​ບາຣະນາບາ​ກໍ​ສັ່ນ​ຂີ້ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ພວກ​ຕົນ​ອອກ ເພື່ອ​ເປັນ​ສັນຍານ​ແຫ່ງ​ການ​ຄັດຄ້ານ​ຕໍ່ສູ້​ພວກເຂົາ ແລ້ວ​ທ່ານ​ທັງສອງ​ກໍ​ເດີນທາງ​ໄປ​ທີ່​ເມືອງ​ອີໂກນີອົມ.</verse>
				<verse number="52">ຝ່າຍ​ບັນດາ​ພວກ​ສິດ​ໃນ​ເມືອງ​ອັນຕີໂອເຂຍ ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.</verse>
			</chapter>
			<chapter number="14">
				<verse number="1">ໃນ​ເມືອງ​ອີໂກນີອົມ​ນີ້​ກໍ​ເໝືອນກັນ ໂປໂລ​ກັບ​ບາຣະນາບາ​ໄດ້​ເຂົ້າ​ໄປ​ກ່າວ​ໃນ​ທຳມະສາລາ​ຂອງ​ພວກ​ຢິວ ຈົນ​ຊາວ​ຢິວ ແລະ​ຊາວ​ກຣີກ​ຈຳນວນ​ຫລວງຫລາຍ​ໄດ້​ວາງໃຈເຊື່ອ.</verse>
				<verse number="2">ແຕ່​ພວກ​ຢິວ​ທີ່​ບໍ່​ຍອມ​ເຊື່ອ​ນັ້ນ ໄດ້​ຍົວະ​ຍົງ​ຄົນຕ່າງຊາດ ໃຫ້​ກຽດຊັງ​ພວກ​ພີ່ນ້ອງ​ທີ່​ເຊື່ອ.</verse>
				<verse number="3">ດັ່ງນັ້ນ ທ່ານ​ທັງສອງ​ຈຶ່ງ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ອີໂກນີອົມ​ນີ້​ດົນນານ​ສົມຄວນ, ມີ​ໃຈ​ກ້າ​ກ່າວ​ດ້ວຍ​ຄວາມ​ໄວ້ວາງໃຈ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ໄດ້​ເປັນ​ພະຍານ​ເຖິງ​ເລື່ອງ​ພຣະຄຸນ​ຂອງ​ພຣະອົງ ໂດຍ​ໃຫ້​ທ່ານ​ທັງສອງ​ມີ​ຣິດອຳນາດ​ເຮັດ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຫລາຍ​ຢ່າງ.</verse>
				<verse number="4">ປະຊາຊົນ​ໃນ​ເມືອງ​ໄດ້​ແຍກ​ກັນ​ອອກ​ເປັນ​ສອງ​ພວກ​ຄື: ພວກ​ໜຶ່ງ​ຢູ່​ຝ່າຍ​ພວກ​ຢິວ ແລະ​ພວກ​ໜຶ່ງ​ອີກ​ຢູ່​ຝ່າຍ​ພວກ​ອັກຄະສາວົກ.</verse>
				<verse number="5">ແລ້ວ​ຄົນຕ່າງຊາດ​ກັບ​ຄົນ​ຢິວ​ບາງຄົນ ໂດຍ​ຮ່ວມ​ກັບ​ບັນດາ​ຜູ້​ປົກຄອງ​ຂອງ​ພວກເຂົາ ໄດ້​ພ້ອມໃຈ​ກັນ​ທີ່​ຈະ​ທາລຸນ​ໂປໂລ​ກັບ​ບາຣະນາບາ ດ້ວຍ​ການ​ແກວ່ງ​ກ້ອນຫີນ​ໃສ່.</verse>
				<verse number="6">ເມື່ອ​ທ່ານ​ທັງສອງ​ຮູ້​ເຖິງ​ເລື່ອງ​ນີ້ ຈຶ່ງ​ໜີໄປ​ທີ່​ເມືອງ​ລີສະຕຣາ ແລະ​ເດຣະເບ​ໃນ​ແຂວງ​ກີລີເກຍ ແລະ​ໃນ​ຂົງເຂດ​ໃກ້ຄຽງ​ນັ້ນ.</verse>
				<verse number="7">ໃນ​ບ່ອນ​ນີ້ ທ່ານ​ທັງສອງ​ໄດ້​ປະກາດ​ຂ່າວປະເສີດ.</verse>
				<verse number="8">ໃນ​ເມືອງ​ລີສະຕຣາ​ນີ້ ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນເປ້ຍ​ແຕ່​ເກີດ ແລະ​ບໍ່ເຄີຍ​ຍ່າງ​ໄປ​ໃສ​ຈັກເທື່ອ.</verse>
				<verse number="9">ລາວ​ນັ່ງ​ຟັງ​ຖ້ອຍຄຳ​ທີ່​ໂປໂລ​ເວົ້າ​ຢູ່, ເມື່ອ​ໂປໂລ​ເພັ່ງຕາ​ເບິ່ງ​ຄົນ​ນີ້ ກໍ​ເຫັນ​ວ່າ ລາວ​ມີ​ຄວາມເຊື່ອ​ພໍ​ຈະ​ດີ​ພະຍາດ​ໄດ້</verse>
				<verse number="10">ດັ່ງນັ້ນ ໂປໂລ​ຈຶ່ງ​ສັ່ງ​ດ້ວຍ​ສຽງດັງ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ຢືນ​ໃຫ້​ຕົວ​ຊື່” ຄົນ​ເປ້ຍ​ນັ້ນ​ຈຶ່ງ​ກະໂດດ​ຂຶ້ນ​ແລ້ວ​ຍ່າງ​ໄປມາ.</verse>
				<verse number="11">ເມື່ອ​ປະຊາຊົນ​ໄດ້​ເຫັນ​ການ​ທີ່​ໂປໂລ​ເຮັດ​ນັ້ນ ຕ່າງ​ກໍ​ຮ້ອງ​ຂຶ້ນ​ເປັນ​ພາສາ​ກີລີເກຍ​ວ່າ, “ພວກ​ພະ​ແປງກາຍ​ເປັນ​ມະນຸດ ລົງ​ມາ​ຫາ​ພວກເຮົາ​ແລ້ວ.”</verse>
				<verse number="12">ພວກເຂົາ​ໃສ່​ຊື່​ໃຫ້​ບາຣະນາບາ​ວ່າ ພະ​ຊູດ ແລະ​ໃສ່​ຊື່​ໃຫ້​ໂປໂລ​ວ່າ ພະ​ເຮຣະເມ ເພາະ​ເພິ່ນ​ເປັນ​ຫົວໜ້າ​ໃນ​ການ​ກ່າວ.</verse>
				<verse number="13">ຝ່າຍ​ປະໂຣຫິດ​ຂອງ​ພະ​ຊູດ ທີ່​ມີ​ວິຫານ​ຕັ້ງ​ຢູ່​ຕໍ່ໜ້າ​ເມືອງ ໄດ້​ຈູງ​ງົວເຖິກ ແລະ​ນຳ​ພວງ​ດອກໄມ້​ມາ​ທີ່​ປະຕູ​ເມືອງ​ຕິດຕາມ​ໂດຍ​ປະຊາຊົນ ເພາະ​ຕັ້ງໃຈ​ວ່າ​ຈະ​ຖວາຍ​ເຄື່ອງ​ບູຊາ.</verse>
				<verse number="14">ແຕ່​ເມື່ອ​ອັກຄະສາວົກ​ບາຣະນາບາ​ກັບ​ໂປໂລ​ໄດ້ຍິນ​ດັ່ງນັ້ນ, ກໍ​ຈີກ​ເສື້ອຜ້າ​ຂອງຕົນ ແລ້ວ​ຟ້າວ​ແລ່ນ​ເຂົ້າ​ໄປ​ທ່າມກາງ​ປະຊາຊົນ​ນັ້ນ​ທັນທີ ແລະ​ຮ້ອງ​ຂຶ້ນ​ວ່າ,</verse>
				<verse number="15">“ທ່ານ​ທັງຫລາຍ​ເອີຍ ເປັນຫຍັງ​ຈຶ່ງ​ເຮັດ​ເຊັ່ນນີ້? ພວກເຮົາ​ທັງສອງ​ກໍ​ເປັນ​ມະນຸດ​ຢ່າງ​ດຽວກັນ​ກັບ​ພວກທ່ານ ແລະ​ມາ​ປະກາດ​ຂ່າວປະເສີດ​ໃຫ້​ພວກທ່ານ​ກັບໃຈ​ຈາກ​ສິ່ງ​ອັນ​ບໍ່ມີ​ປະໂຫຍດ​ເຫຼົ່ານີ້ ແລະ​ຫັນມາ​ຫາ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ຄື​ອົງ​ທີ່​ໄດ້​ສ້າງ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ແລະ​ສັບພະທຸກສິ່ງ ຊຶ່ງ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="16">ໃນ​ອະດີດ​ທີ່​ຜ່ານ​ມາ ພຣະອົງ​ປ່ອຍ​ໃຫ້​ປະຊາຊົນ​ທັງໝົດ​ປະຕິບັດ​ຕາມ​ຮີດຄອງ​ຂອງຕົນ.</verse>
				<verse number="17">ແຕ່​ເຖິງ​ປານນັ້ນ ພຣະອົງ​ບໍ່ໄດ້​ໃຫ້​ຂາດ​ພະຍານ​ເຖິງ​ເລື່ອງ​ພຣະອົງ ໂດຍ​ກິດຈະການ​ອັນ​ດີ​ຂອງ​ພຣະອົງ ຄື​ໄດ້​ບັນດານ​ຝົນ​ໃຫ້​ຕົກ​ຈາກ​ທ້ອງຟ້າ ແລະ​ໃຫ້​ມີ​ຜົນລະປູກ​ຕາມ​ລະດູການ, ຈຶ່ງ​ໂຜດ​ໃຫ້​ອາຫານ​ການກິນ​ແກ່​ພວກທ່ານ ແລະ​ໃຫ້​ຈິດໃຈ​ອີ່ມເຕັມ​ດ້ວຍ​ຄວາມສຸກ.”</verse>
				<verse number="18">ເຖິງ​ແມ່ນ​ວ່າ ໄດ້​ກ່າວ​ຄຳ​ເຫຼົ່ານີ້​ແລ້ວ​ກໍຕາມ ອັກຄະສາວົກ​ທັງສອງ​ຍັງ​ຫ້າມ​ປະຊາຊົນ ບໍ່​ໃຫ້​ຖວາຍ​ເຄື່ອງ​ບູຊາ​ແກ່​ພວກ​ຕົນ​ໄດ້​ໂດຍ​ຍາກ​ເຕັມທີ ຈົນ​ເກືອບ​ຫ້າມ​ບໍ່​ແພ້.</verse>
				<verse number="19">ແຕ່​ມີ​ຊາວ​ຢິວ​ບາງຄົນ​ມາ​ຈາກ​ເມືອງ​ອັນຕີໂອເຂຍ ແລະ​ຈາກ​ເມືອງ​ອີໂກນີອົມ ໄດ້​ຊັກຊວນ​ປະຊາຊົນ​ໃຫ້​ເຂົ້າ​ຂ້າງ​ພວກເຂົາ ແລ້ວ​ຈຶ່ງ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ໂປໂລ ແລະ​ລາກ​ເພິ່ນ​ອອກ​ໄປ​ຈາກ​ເມືອງ ໂດຍ​ຄິດວ່າ​ເພິ່ນ​ຕາຍ​ແລ້ວ.</verse>
				<verse number="20">ແຕ່​ເມື່ອ​ພວກ​ພີ່ນ້ອງ​ທີ່​ເຊື່ອ​ໄດ້​ເຕົ້າໂຮມ​ກັນ​ອ້ອມ​ເພິ່ນ​ໄວ້ ເພິ່ນ​ຈຶ່ງ​ລຸກ​ຂຶ້ນ​ແລະ​ກັບຄືນ​ເຂົ້າ​ໄປ​ໃນ​ເມືອງ, ຕົກ​ວັນ​ຕໍ່ມາ ເພິ່ນ​ກັບ​ບາຣະນາບາ​ໄດ້​ໄປ​ທີ່​ເມືອງ​ເດຣະເບ.</verse>
				<verse number="21">ໂປໂລ​ກັບ​ບາຣະນາບາ ໄດ້​ປະກາດ​ຂ່າວປະເສີດ​ໃນ​ເມືອງ​ເດຣະເບ ແລະ​ໄດ້​ຫລາຍ​ຄົນ​ມາ​ເປັນ​ສິດ, ແລ້ວ​ທ່ານ​ທັງສອງ​ກໍໄດ້​ກັບຄືນ​ໄປ​ເມືອງ​ລີສະຕຣາ, ອີໂກນີອົມ ແລະ ອັນຕີໂອເຂຍ.</verse>
				<verse number="22">ທ່ານ​ທັງສອງ​ໄດ້​ໜູນໃຈ​ລູກສິດ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ​ໜູນໃຈ​ພວກເຂົາ​ໃຫ້​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ​ໂດຍ​ກ່າວ​ວ່າ, “ເຮົາ​ທັງຫລາຍ​ຕ້ອງ​ຜ່ານ​ຜ່າ​ຄວາມ​ທຸກ​ລຳບາກ​ຫລາຍ​ປະການ ເພື່ອ​ຈະ​ເຂົ້າ​ໄປ​ໃນ​ແຜ່ນດິນ​ຂອງ​ພຣະເຈົ້າ.”</verse>
				<verse number="23">ໃນ​ແຕ່ລະ​ຄຣິສຕະຈັກ ທ່ານ​ທັງສອງ​ໄດ້​ເລືອກ​ຕັ້ງ​ພວກ​ເຖົ້າແກ່ ແລະ​ຫລັງຈາກ​ພາວັນນາ​ອະທິຖານ​ກັບ​ຖືສິນ​ອົດອາຫານ​ແລ້ວ ຈຶ່ງ​ມອບ​ຄົນ​ເຫຼົ່ານັ້ນ​ໄວ້​ກັບ​ອົງພຣະ​ຜູ້​ເປັນເຈົ້າ ທີ່​ພວກເຂົາ​ວາງໃຈເຊື່ອ​ນັ້ນ.</verse>
				<verse number="24">ຫລັງຈາກ​ເດີນທາງ​ຜ່ານ​ເຂດແດນ​ຂອງ​ແຂວງ​ປີຊີເດຍ​ແລ້ວ ທ່ານ​ທັງສອງ​ກໍ​ມາ​ເຖິງ​ແຂວງ​ປຳຟີເລຍ.</verse>
				<verse number="25">ເມື່ອ​ໄດ້​ປະກາດ​ພຣະທຳ​ທີ່​ເມືອງ​ເປກາ​ແລ້ວ ກໍໄດ້​ເດີນທາງ​ໄປ​ທີ່​ເມືອງ​ອັດຕາເລຍ</verse>
				<verse number="26">ຈາກ​ທີ່​ນັ້ນ ທ່ານ​ທັງສອງ​ໄດ້​ລົງ​ເຮືອ​ກັບຄືນ​ໄປ​ທີ່​ເມືອງ​ອັນຕີໂອເຂຍ ຄື​ເມືອງ​ທີ່​ທ່ານ​ທັງສອງ​ໄດ້​ຮັບ​ມອບໝາຍ​ໄວ້​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ ເພື່ອ​ພາລະກິດ ຊຶ່ງ​ບັດນີ້​ທ່ານ​ທັງສອງ​ໄດ້​ເຮັດ​ສຳເລັດ​ແລ້ວ.</verse>
				<verse number="27">ເມື່ອ​ມາ​ຮອດ​ເມືອງ​ອັນຕີໂອເຂຍ ທ່ານ​ທັງສອງ​ໄດ້​ເອີ້ນ​ສະມາຊິກ​ໃນ​ຄຣິສຕະຈັກ​ມາ​ປະຊຸມ ແລ້ວ​ໄດ້​ເລົ່າ​ສູ່​ພີ່ນ້ອງ​ຟັງ​ເຖິງ​ທຸກຢ່າງ ທີ່​ພຣະເຈົ້າ​ຊົງ​ສະຖິດ ແລະ​ໄດ້​ຊົງ​ກະທຳ​ສຳລັບ​ຕົນ ແລະ​ການ​ທີ່​ພຣະເຈົ້າ​ເປີດ​ປະຕູ​ແຫ່ງ​ຄວາມເຊື່ອ​ໃຫ້​ຄົນຕ່າງຊາດ​ເຂົ້າ​ມາ.</verse>
				<verse number="28">ແລ້ວ​ທ່ານ​ທັງສອງ​ກໍໄດ້​ອາໄສ​ຢູ່​ກັບ​ພວກ​ພີ່ນ້ອງ​ທີ່​ເຊື່ອ​ໃນ​ເມືອງ​ນີ້​ດົນ​ພໍສົມຄວນ.</verse>
			</chapter>
			<chapter number="15">
				<verse number="1">ມີ​ບາງຄົນ​ຈາກ​ແຂວງ​ຢູດາຍ​ເລີ່ມ​ສັ່ງສອນ​ພີ່ນ້ອງ​ວ່າ, “ຖ້າ​ເຈົ້າ​ທັງຫລາຍ​ບໍ່​ຮັບ​ພິທີຕັດ​ຕາມ​ຮີດຄອງ​ຂອງ​ໂມເຊ ພວກເຈົ້າ​ຈະ​ພົ້ນ​ບໍ່ໄດ້.”</verse>
				<verse number="2">ເມື່ອ​ໂປໂລ​ກັບ​ບາຣະນາບາ ເກີດ​ມີ​ການ​ໂຕ້ຖຽງ​ກັບ​ພວກເຂົາ​ຢ່າງ​ຮຸນແຮງ​ກ່ຽວກັບ​ເລື່ອງ​ນີ້ ດັ່ງນັ້ນ ຈຶ່ງ​ມີ​ການ​ຕົກລົງ​ໃຫ້​ໂປໂລ​ກັບ​ບາຣະນາບາ ແລະ​ບາງຄົນ​ໃນ​ເມືອງ​ອັນຕີໂອເຂຍ ໄປ​ປຶກສາ​ກັບ​ພວກ​ອັກຄະສາວົກ ແລະ​ພວກ​ເຖົ້າແກ່​ໃນ​ນະຄອນ​ເຢຣູຊາເລັມ​ກ່ຽວກັບ​ບັນຫາ​ນີ້.</verse>
				<verse number="3">ດັ່ງນັ້ນ ຄຣິສຕະຈັກ​ໄດ້​ຈັດ​ສົ່ງ​ທ່ານ​ເຫຼົ່ານີ້​ໄປ, ເມື່ອ​ຜ່ານ​ແຂວງ​ໂຟນີເຊຍ ແລະ​ແຂວງ​ຊາມາເຣຍ​ໄປ​ນັ້ນ ເພິ່ນ​ໄດ້​ເລົ່າ​ເລື່ອງ​ການ​ທີ່​ຄົນຕ່າງຊາດ​ກັບໃຈ​ໃໝ່​ຫັນ​ມາ​ຫາ​ພຣະເຈົ້າ, ຂ່າວ​ນີ້​ໄດ້​ນຳ​ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່​ມາ​ສູ່​ພີ່ນ້ອງ​ທັງໝົດ.</verse>
				<verse number="4">ເມື່ອ​ເພິ່ນ​ມາ​ຮອດ​ນະຄອນ​ເຢຣູຊາເລັມ ກໍໄດ້​ຖືກ​ຮັບຕ້ອນ​ຈາກ​ພີ່ນ້ອງ​ໃນ​ຄຣິສຕະຈັກ, ຈາກ​ພວກ​ອັກຄະສາວົກ ແລະ​ຈາກ​ບັນດາ​ເຖົ້າແກ່ ແລະ​ພວກເພິ່ນ​ໄດ້​ເລົ່າ​ເລື່ອງ​ທັງໝົດ ທີ່​ພຣະເຈົ້າ​ໄດ້​ກະທຳ​ການ​ຜ່ານ​ພວກເພິ່ນ​ສູ່​ຄົນ​ເຫຼົ່ານັ້ນ​ຟັງ.</verse>
				<verse number="5">ແຕ່​ມີ​ບາງຄົນ​ໃນ​ຄະນະ​ຟາຣີຊາຍ ທີ່​ໄດ້​ເຊື່ອ​ແລ້ວ ລຸກ​ຂຶ້ນ​ເວົ້າ​ວ່າ, “ຄົນຕ່າງຊາດ​ນັ້ນ ຕ້ອງ​ໃຫ້​ພວກເຂົາ​ຮັບ​ພິທີຕັດ ແລະ​ສັ່ງ​ໃຫ້​ພວກເຂົາ​ຖື​ຮັກສາ​ກົດບັນຍັດ​ຂອງ​ໂມເຊ.”</verse>
				<verse number="6">ຝ່າຍ​ພວກ​ອັກຄະສາວົກ​ກັບ​ພວກ​ເຖົ້າແກ່ ກໍໄດ້​ປະຊຸມ​ກັນ​ພິຈາລະນາ​ບັນຫາ​ນີ້.</verse>
				<verse number="7">ຫລັງຈາກ ໂຕ້ຖຽງ​ກັນ​ເປັນ​ເວລາ​ຍືດຍາວ​ແລ້ວ ເປໂຕ​ກໍ​ລຸກ​ຂຶ້ນ ແລະ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ ເມື່ອ​ເລີ່ມຕົ້ນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ຂ້າພະເຈົ້າ​ຈາກ​ທ່າມກາງ​ພວກເຈົ້າ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້ຍິນ ແລະ​ຈະ​ໄດ້​ເຊື່ອ.</verse>
				<verse number="8">ພຣະເຈົ້າ​ຜູ້​ທີ່​ຢັ່ງຮູ້​ຄວາມ​ຄິດ​ຈິດໃຈ​ຂອງ​ທຸກຄົນ ໄດ້​ຊົງ​ສຳແດງ​ການ​ຕ້ອນຮັບ​ຄົນຕ່າງຊາດ ໂດຍ​ຊົງ​ປະທານ​ພຣະວິນຍານ​ບໍຣິສຸດ​ໃຫ້​ແກ່​ພວກເຂົາ ເໝືອນ​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ.</verse>
				<verse number="9">ພຣະອົງ​ບໍ່ໄດ້​ປະຕິບັດ​ກັບ​ພວກເຮົາ​ແຕກຕ່າງ​ຈາກ​ພວກເຂົາ, ພຣະອົງ​ອະໄພ​ບາບກຳ​ຂອງ​ພວກເຂົາ​ດ້ວຍ​ຄວາມເຊື່ອ.</verse>
				<verse number="10">ເມື່ອ​ເປັນ​ດັ່ງນັ້ນ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ທົດລອງ​ພຣະເຈົ້າ, ໂດຍ​ວາງ​ພາລະ​ອັນ​ໜັກ​ໃສ່​ເທິງ​ຫລັງ​ຂອງ​ພີ່ນ້ອງ ຊຶ່ງ​ທັງ​ບັນພະບຸລຸດ​ຂອງ​ພວກເຮົາ ແລະ​ພວກເຮົາ​ເອງ​ກໍ​ບໍ່​ສາມາດ​ແບກ​ໄດ້?</verse>
				<verse number="11">ແຕ່​ພວກເຮົາ​ເຊື່ອ​ວ່າ ພວກເຮົາ​ພົ້ນ​ດ້ວຍ​ພຣະຄຸນ​ຂອງ​ອົງ​ພຣະເຢຊູເຈົ້າ ເໝືອນກັນ​ກັບ​ພວກເຂົາ.”</verse>
				<verse number="12">ດັ່ງນັ້ນ ພີ່ນ້ອງ​ທັງໝົດ​ຈຶ່ງ​ມິດງຽບ ແລະ​ຟັງ​ບາຣະນາບາ​ກັບ​ໂປໂລ ເລົ່າ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ຕ່າງໆ ທີ່​ພຣະເຈົ້າ​ໄດ້​ກະທຳ​ຜ່ານ​ພວກເພິ່ນ ໃນ​ທ່າມກາງ​ຄົນຕ່າງຊາດ.</verse>
				<verse number="13">ຫລັງຈາກ​ເລົ່າ​ຈົບ​ແລ້ວ ຢາໂກໂບ ກໍ​ກ່າວ​ຂຶ້ນ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ ຈົ່ງ​ຟັງ​ຂ້າພະເຈົ້າ​ກ່ອນ</verse>
				<verse number="14">ຊີໂມນ ໄດ້​ອະທິບາຍ​ສູ່​ພວກເຮົາ​ຟັງ​ແລ້ວ​ວ່າ ພຣະເຈົ້າ​ໄດ້​ສຳແດງ​ຄວາມ​ເປັນຫ່ວງ​ຄົນຕ່າງຊາດ​ເທື່ອ​ທຳອິດ ໂດຍ​ໄດ້​ເລືອກ​ເອົາ​ຄົນ​ກຸ່ມ​ໜຶ່ງ ຈາກ​ທ່າມກາງ​ພວກເຂົາ​ໃຫ້​ເປັນ​ຂອງ​ພຣະອົງ.</verse>
				<verse number="15">ຖ້ອຍຄຳ​ຂອງ​ພວກ​ຜູ້ທຳນວາຍ ກໍ​ສອດຄ່ອງ​ກັນ​ຢ່າງ​ຄົບຖ້ວນ​ກ່ຽວກັບ​ເລື່ອງ​ນີ້, ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,</verse>
				<verse number="16">‘ພາຍ​ຫລັງ​ເຫດການ​ນີ້​ແລ້ວ​ເຮົາ​ຈະ​ກັບ​ມາ ແລະ​ສ້າງ​ຫໍເຕັນ​ຂອງ​ດາວິດ ທີ່​ເພພັງ​ນັ້ນ​ໃຫ້​ຟື້ນ​ຂຶ້ນ​ໃໝ່. ເຮົາ​ຈະ​ສ້າງ​ບ່ອນ​ທີ່ ຮົກຮ້າງ​ເພພັງ​ຂຶ້ນ​ໃໝ່ ແລະ​ຈະ​ຕັ້ງ​ຂຶ້ນ​ມາ​ອີກ.</verse>
				<verse number="17">ເພື່ອ​ຄົນອື່ນໆ​ຈະ​ໄດ້ ສະແຫວງ​ຫາ​ອົງພຣະ​ຜູ້​ເປັນເຈົ້າ ຄື​ບັນດາ​ຕ່າງຊາດ​ທີ່​ເຮົາ​ໄດ້​ເອີ້ນ​ມາ ເປັນ​ພົນລະເມືອງ​ຂອງເຮົາ​ນັ້ນ.</verse>
				<verse number="18">ອົງພຣະ​ຜູ້​ເປັນເຈົ້າ​ໄດ້ ຊົງ​ແຈ້ງ​ເຫດການ​ເຫຼົ່ານີ້​ໃຫ້​ຮູ້ ຕັ້ງແຕ່​ບູຮານນະການ​ ໄດ້​ຊົງ​ກ່າວ​ໄວ້​ດັ່ງນີ້ແຫລະ.”’</verse>
				<verse number="19">ຢາໂກໂບ​ກ່າວ​ອີກ​ວ່າ, “ຕາມ​ຄວາມ​ເຫັນ​ຂອງ​ຂ້າພະເຈົ້າ​ແລ້ວ ພວກເຮົາ​ບໍ່ຄວນ​ລົບກວນ​ຄົນຕ່າງຊາດ ທີ່​ກຳລັງ​ຕ່າວຄືນ​ມາ​ຫາ​ພຣະເຈົ້າ.</verse>
				<verse number="20">ແຕ່​ເຮົາ​ຈົ່ງ​ສັ່ງ​ພວກເຂົາ​ເປັນ​ລາຍລັກ​ອັກສອນ ໃຫ້​ເວັ້ນເສຍ​ຈາກ​ສິ່ງ​ຊົ່ວ​ມົວໝອງ ເນື່ອງ​ດ້ວຍ​ພະທຽມ, ຈາກ​ການ​ຫລິ້ນຊູ້, ຈາກ​ການ​ກິນ​ສັດ​ຕາຍ​ຮັດ​ຄໍ ແລະ​ຈາກ​ການ​ກິນ​ເລືອດ.</verse>
				<verse number="21">ເພາະວ່າ​ຕັ້ງແຕ່​ດົນນານ​ມາ​ແລ້ວ, ກໍ​ມີ​ຜູ້​ປະກາດ​ກົດບັນຍັດ​ຂອງ​ໂມເຊ​ໃນ​ທຸກ​ເມືອງ ແລະ​ເພິ່ນ​ໄດ້​ອ່ານ​ເລື່ອງ​ນີ້​ໃນ​ທຳມະສາລາ​ຕ່າງໆ ໃນ​ທຸກ​ວັນ​ຊະບາໂຕ.”</verse>
				<verse number="22">ແລ້ວ​ພວກ​ອັກຄະສາວົກ​ກັບ​ບັນດາ​ເຖົ້າແກ່ ພ້ອມ​ກັບ​ທັງໝົດ​ຄຣິສຕະຈັກ, ກໍ​ຕັດສິນໃຈ​ເລືອກ​ເອົາ​ບາງຄົນ​ໃນ​ພວກເພິ່ນ ໃຫ້​ເດີນທາງ​ໄປ​ທີ່​ເມືອງ​ອັນຕີໂອເຂຍ​ກັບ​ໂປໂລ ແລະ ບາຣະນາບາ. ພວກເພິ່ນ​ໄດ້​ເລືອກ​ເອົາ​ຢູດາ (ຜູ້​ທີ່​ມີ​ຊື່​ອີກ​ວ່າ​ບາຣະຊັບບາ) ກັບ​ຊີລາ, ຊາຍ​ສອງ​ຄົນ​ນີ້​ເປັນ​ຜູ້ນຳ​ຄົນ​ສຳຄັນ​ໃນ​ພວກ​ພີ່ນ້ອງ.</verse>
				<verse number="23">ພວກເພິ່ນ​ໄດ້​ຂຽນ​ຈົດໝາຍ​ມອບ​ໃຫ້​ທ່ານ​ທັງສອງ​ຖື​ໄປ ແລະ​ໃນ​ຈົດໝາຍ​ນັ້ນ​ມີ​ເນື້ອຄວາມ​ວ່າ, “ພວກເຮົາ ອັກຄະສາວົກ​ກັບ​ເຖົ້າແກ່ ຜູ້​ເປັນ​ພີ່ນ້ອງ​ຂອງ​ພວກທ່ານ ຂໍ​ສົ່ງ​ຄວາມ​ຄຳນັບ​ມາ​ເຖິງ​ທ່ານ​ທັງຫລາຍ ທີ່​ເປັນ​ພີ່ນ້ອງ​ຕ່າງຊາດ​ທຸກຄົນ ທີ່​ຢູ່​ໃນ​ເມືອງ​ອັນຕີໂອເຂຍ, ໃນ​ແຂວງ​ຊີເຣຍ ແລະ​ໃນ​ແຂວງ​ກີລີເກຍ.</verse>
				<verse number="24">ພວກເຮົາ​ໄດ້ຍິນ​ຂ່າວ​ວ່າ ມີ​ບາງຄົນ​ໃນ​ພວກເຮົາ ໄດ້​ອອກ​ໄປ​ລົບກວນ​ຈິດໃຈ ແລະ​ເຮັດ​ໃຫ້​ພີ່ນ້ອງ​ເກີດ​ຄວາມ​ສັບສົນ​ໄປ ດ້ວຍ​ຄຳ​ເວົ້າ​ຂອງ​ພວກເຂົາ, ພວກເຮົາ​ບໍ່ໄດ້​ອອກ​ຄຳສັ່ງ​ໃດໆ ໃຫ້​ພວກເຂົາ​ເຮັດ​ສິ່ງ​ນີ້​ເລີຍ.</verse>
				<verse number="25">ສະນັ້ນ ພວກເຮົາ​ຈຶ່ງ​ໄດ້​ມາ​ປະຊຸມ​ຕົກລົງ​ກັນ ແລະ​ເຫັນພ້ອມພຽງ​ກັນ​ວ່າ ໃຫ້​ເລືອກ​ເອົາ​ບາງຄົນ​ມາ​ຫາ​ພວກທ່ານ, ພ້ອມ​ກັບ​ບາຣະນາບາ ແລະ ໂປໂລ.</verse>
				<verse number="26">ຜູ້​ເປັນ​ທີ່ຮັກ​ຂອງ​ພວກເຮົາ ຊຶ່ງ​ສະຫລະ​ຊີວິດ​ຂອງຕົນ ເພື່ອ​ຮັບໃຊ້​ພາລະກິດ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ.</verse>
				<verse number="27">ດ້ວຍເຫດນັ້ນ ພວກເຮົາ​ຈຶ່ງ​ໄດ້​ໃຊ້​ຢູດາ​ກັບ​ຊີລາ​ມາ​ຫາ​ພວກທ່ານ ແລະ​ທັງສອງ​ຄົນ​ນີ້​ຈະ​ກ່າວ​ຂໍ້ຄວາມ​ອັນ​ດຽວກັນ​ກັບ​ທີ່​ພວກເຮົາ​ຂຽນ​ມາ​ນີ້.</verse>
				<verse number="28">ດ້ວຍວ່າ, ພຣະວິນຍານ​ບໍຣິສຸດເຈົ້າ​ເຫັນດີ​ເຫັນພ້ອມ​ກັບ​ພວກເຮົາ​ແລ້ວ​ວ່າ ບໍ່​ໃຫ້​ວາງ​ພາລະໜັກ​ອັນ​ໃດ​ເທິງ​ພວກທ່ານ ນອກຈາກ​ສິ່ງ​ທີ່​ຈຳເປັນ​ເຫຼົ່ານີ້</verse>
				<verse number="29">ຄື​ໃຫ້​ງົດເວັ້ນ​ເສຍ​ຈາກ​ກິນ​ອາຫານ​ທີ່​ຖວາຍບູຊາ​ແກ່​ຮູບເຄົາຣົບ​ແລ້ວ, ໃຫ້​ງົດ​ຈາກ​ການ​ກິນ​ເລືອດ, ໃຫ້​ງົດ​ຈາກ​ການ​ກິນ​ສັດ​ທີ່​ຕາຍ​ເພາະ​ຖືກ​ຮັດ​ຄໍ ແລະ​ໃຫ້​ຫລີກເວັ້ນ​ຈາກ​ການ​ຫລິ້ນຊູ້, ຖ້າ​ພວກທ່ານ​ງົດ​ຈາກ​ສິ່ງ​ເຫຼົ່ານີ້​ໄດ້ ພວກທ່ານ​ກໍ​ຢູ່ເຢັນ​ເປັນສຸກ ຈົ່ງ​ຈະເລີນ​ເທີ້ນ.”</verse>
				<verse number="30">ດັ່ງນັ້ນ ບັນດາ​ຜູ້​ຕາງໜ້າ​ຈຶ່ງ​ເດີນທາງ​ລົງໄປ​ທີ່​ເມືອງ​ອັນຕີໂອເຂຍ, ເມື່ອ​ໄດ້​ເອີ້ນ​ພີ່ນ້ອງ​ທັງໝົດ​ມາ​ແລ້ວ ຈຶ່ງ​ມອບ​ຈົດໝາຍ​ສະບັບ​ນັ້ນ​ໃຫ້​ພວກເພິ່ນ.</verse>
				<verse number="31">ເມື່ອ​ອ່ານ​ແລ້ວ​ທຸກຄົນ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເພາະ​ຄຳ​ໜູນໃຈ​ໃນ​ຈົດໝາຍ​ນັ້ນ.</verse>
				<verse number="32">ຢູດາ​ກັບ​ຊີລາ ກໍ​ເປັນ​ຜູ້​ປະກາດ​ພຣະທຳ​ເໝືອນກັນ ໄດ້​ກ່າວ​ຢ່າງ​ຍືດຍາວ​ແກ່​ພວກ​ພີ່ນ້ອງ​ເພື່ອ​ໜູນໃຈ ແລະ​ເຕືອນ​ສະຕິ​ພວກເຂົາ​ໃຫ້​ເຂັ້ມແຂງ​ຂຶ້ນ​ໃນ​ຄວາມເຊື່ອ.</verse>
				<verse number="33">ເມື່ອ​ພັກ​ຢູ່​ເປັນ​ເວລາ​ພໍສົມຄວນ​ແລ້ວ, ທ່ານ​ທັງສອງ​ກໍ​ຖືກ​ສົ່ງ​ກັບຄືນ​ດ້ວຍ​ຄວາມສຸກ ເມືອ​ຫາ​ຜູ້​ທີ່​ໃຊ້​ຕົນ​ມາ​ນັ້ນ [</verse>
				<verse number="34">ຝ່າຍ​ຊີລາ​ກໍ​ເຫັນດີ​ຍັງ​ຈະ​ພັກ​ຢູ່​ທີ່​ນັ້ນ​ອີກ​ຕໍ່ໄປ.]</verse>
				<verse number="35">ຝ່າຍ​ໂປໂລ​ກັບ​ບາຣະນາບາ ກໍ​ຢູ່​ໃນ​ເມືອງ​ອັນຕີໂອເຂຍ​ຊົ່ວ​ໄລຍະ​ໜຶ່ງ, ທ່ານ​ທັງສອງ​ພ້ອມ​ກັບ​ຄົນອື່ນໆ​ໄດ້​ຮ່ວມກັນ​ສັ່ງສອນ ແລະ​ປະກາດ​ຂ່າວປະເສີດ ຄື​ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="36">ຫລັງຈາກ​ນັ້ນ​ບໍ່​ດົນ ໂປໂລ​ກໍ​ເວົ້າ​ກັບ​ບາຣະນາບາ​ວ່າ, “ໃຫ້​ພວກເຮົາ​ກັບ​ໄປ​ຢ້ຽມຢາມ​ພີ່ນ້ອງ​ໃນ​ເມືອງ​ອື່ນໆ ທີ່​ພວກເຮົາ​ໄດ້​ປະກາດ​ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ຈະ​ຮູ້​ວ່າ​ພວກເຂົາ​ຢູ່​ຢ່າງ​ໃດ?”</verse>
				<verse number="37">ສ່ວນ​ບາຣະນາບາ​ຢາກ​ເອົາ​ໂຢຮັນ​ມາຣະໂກ​ໄປ​ນຳ</verse>
				<verse number="38">ແຕ່​ໂປໂລ​ຄິດ​ວ່າ​ບໍ່ຄວນ​ເອົາ​ຜູ້​ກ່ຽວ​ໄປ​ນຳ ເພາະ​ລາວ​ບໍ່ໄດ້​ຢູ່​ຮ່ວມ​ງານ​ຈົນ​ສິ້ນສຸດ​ພາລະກິດ, ແຕ່​ໄດ້​ກັບຄືນ​ໄປ ແລະ​ປະ​ພວກເພິ່ນ​ໄວ້​ທີ່​ແຂວງ​ປຳຟີເລຍ.</verse>
				<verse number="39">ທັງສອງ​ເກີດ​ການ​ໂຕ້ຖຽງ​ກັນ​ຢ່າງ​ຮຸນແຮງ ຈົນ​ແຍກ​ຈາກ​ກັນ, ບາຣະນາບາ​ຈຶ່ງ​ເອົາ​ມາຣະໂກ​ລົງ​ເຮືອ​ໄປ​ສູ່​ເກາະ​ໄຊປຣັດ</verse>
				<verse number="40">ແຕ່​ໂປໂລ​ໄດ້​ເລືອກ​ເອົາ​ຊີລາ ເມື່ອ​ພວກ​ພີ່ນ້ອງ​ໄດ້​ຝາກ​ທ່ານ​ທັງສອງ​ໄວ້​ໃນ​ພຣະຄຸນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລ້ວ​ກໍໄດ້​ອອກ​ໄປ.</verse>
				<verse number="41">ໂປໂລ​ໄດ້​ໄປ​ທົ່ວ​ແຂວງ​ຊີເຣຍ ແລະ ກີລີເກຍ ໜູນໃຈ​ພີ່ນ້ອງ​ໃນ​ຄຣິສຕະຈັກ​ໃຫ້​ເຂັ້ມແຂງ​ຂຶ້ນ.</verse>
			</chapter>
			<chapter number="16">
				<verse number="1">ໂປໂລ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ເດຣະເບ ແລະ ເມືອງ​ລີສະຕຣາ, ຢູ່​ໃນ​ທີ່​ນີ້ ມີ​ຄົນ​ທີ່​ເຊື່ອ​ຜູ້ໜຶ່ງ​ຊື່​ວ່າ ຕີໂມທຽວ, ແມ່​ຂອງ​ລາວ​ເປັນ​ຄົນ​ທີ່​ເຊື່ອ​ເໝືອນກັນ ແລະ​ເປັນ​ຄົນ​ຢິວ ສ່ວນ​ພໍ່​ຂອງ​ລາວ​ນັ້ນ​ເປັນ​ຄົນ​ກຣີກ.</verse>
				<verse number="2">ຕີໂມທຽວ​ເປັນ​ຄົນ​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ພວກ​ພີ່ນ້ອງ ທີ່​ຢູ່​ໃນ​ເມືອງ​ລີສະຕຣາ ແລະ​ເມືອງ​ອີໂກນີອົມ.</verse>
				<verse number="3">ໂປໂລ​ຕ້ອງການ​ເອົາ​ຕີໂມທຽວ​ໄປ​ນຳ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຫ້​ລາວ​ຮັບ​ພິທີຕັດ ເພາະ​ເຫັນແກ່​ຊາວ​ຢິວ​ຢູ່​ໃນ​ເຂດ​ນັ້ນ. ເພິ່ນ​ກະທຳ​ເຊັ່ນນີ້ ເພາະ​ຊາວ​ຢິວ​ທຸກຄົນ​ທີ່​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ ຮູ້​ວ່າ​ພໍ່​ຂອງ​ຕີໂມທຽວ​ເປັນ​ຄົນ​ກຣີກ.</verse>
				<verse number="4">ເມື່ອ​ຜ່ານ​ໄປ​ຕາມ​ເມືອງ​ຕ່າງໆ ເພິ່ນ​ກໍໄດ້​ມອບ​ຂໍ້​ບັງຄັບ ຊຶ່ງ​ພວກ​ອັກຄະສາວົກ​ກັບ​ບັນດາ​ເຖົ້າແກ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ໄດ້​ຕົກລົງ​ກັນ​ນັ້ນ ໃຫ້​ພວກ​ຄົນ​ທີ່​ເຊື່ອ​ຮັບຮູ້ ແລະ​ໃຫ້​ພວກເຂົາ​ປະຕິບັດ​ຕາມ.</verse>
				<verse number="5">ດັ່ງນັ້ນ ຄຣິສຕະຈັກ​ທັງຫລາຍ​ຈຶ່ງ​ໝັ້ນຄົງ​ໃນ​ຄວາມເຊື່ອ ແລະ​ຄົນ​ທີ່​ເຊື່ອ​ກໍ​ເພີ່ມຂຶ້ນ​ແຕ່ລະ​ວັນ.</verse>
				<verse number="6">ພຣະວິນຍານ​ບໍຣິສຸດເຈົ້າ ບໍ່​ອະນຸຍາດ​ໃຫ້​ເພິ່ນ​ປະກາດ​ພຣະທຳ​ໃນ​ແຂວງ​ເອເຊຍ ພວກເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ເຂດແດນ​ຂອງ​ເມືອງ​ຟີເຄຍ ແລະ ເມືອງ​ຄາລາເຕຍ.</verse>
				<verse number="7">ເມື່ອ​ພວກເພິ່ນ​ເດີນທາງ​ມາ​ຮອດ​ເຂດ​ຂອງ​ເມືອງ​ມີເຊຍ ກໍ​ພະຍາຍາມ​ທີ່​ຈະ​ເຂົ້າ​ໄປ​ໃນ​ແຂວງ​ບີທີເນຍ, ແຕ່​ພຣະວິນຍານ​ຂອງ​ພຣະເຢຊູເຈົ້າ ບໍ່​ອະນຸຍາດ​ໃຫ້​ພວກເພິ່ນ​ເຂົ້າ​ໄປ.</verse>
				<verse number="8">ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ເດີນທາງ​ຜ່ານ ເມືອງ​ມີເຊຍ​ໄປ ແລະ​ລົງ​ໄປ​ທີ່​ເມືອງ​ໂທອາດ.</verse>
				<verse number="9">ໃນ​ຄືນ​ນັ້ນ ໂປໂລ​ໄດ້​ເຫັນ​ນິມິດ ແລະ​ໃນ​ນິມິດ​ນັ້ນ ເພິ່ນ​ເຫັນ​ຊາຍ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ຢູ່ ແລະ​ຮ້ອງ​ຕໍ່​ເພິ່ນ​ວ່າ, “ຂໍ​ທ່ານ​ຂ້າມ​ມາ​ເມືອງ​ມາເກໂດເນຍ​ພີ້ ເພື່ອ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ.”</verse>
				<verse number="10">ພໍ​ໂປໂລ​ໄດ້​ເຫັນ​ນິມິດ​ນີ້ ພວກເຮົາ​ກໍ​ຕຽມພ້ອມ​ທັນທີ ເພື່ອ​ຈະ​ອອກ​ເດີນທາງ​ໄປ​ທີ່​ເມືອງ​ມາເກໂດເນຍ ເພາະ​ພວກເຮົາ​ເຫັນ​ຄັກແນ່​ວ່າ ພຣະເຈົ້າ​ໄດ້​ເອີ້ນ​ພວກເຮົາ ໃຫ້​ໄປ​ປະກາດ​ຂ່າວປະເສີດ​ແກ່​ຊາວ​ເມືອງ​ນັ້ນ.</verse>
				<verse number="11">ພວກເຮົາ​ໄດ້​ຈາກ​ເມືອງ​ໂທອາດ​ທາງ​ເຮືອ ແລະ​ເດີນທາງ​ຕົງໄປ​ເຖິງ​ເກາະ​ຊາໂມທາເກ ແລະ​ວັນ​ຕໍ່ມາ ກໍ​ເຖິງ​ເມືອງ​ເນອາໂປລີ.</verse>
				<verse number="12">ຈາກ​ທີ່​ນັ້ນ ພວກເຮົາ​ໄດ້​ເດີນທາງ​ໄປ​ເຖິງ​ເມືອງ​ຟີລິບປອຍ ຊຶ່ງ​ເປັນ​ເມືອງ​ເອກ​ໃນ​ແຂວງ​ມາເກໂດເນຍ ແລະ​ທັງ​ເປັນ​ເມືອງ​ຂຶ້ນ​ຂອງ​ຊາວ​ໂຣມ. ພວກເຮົາ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ນີ້​ເປັນ​ເວລາ​ຫລາຍ​ວັນ.</verse>
				<verse number="13">ໃນ​ວັນ​ຊະບາໂຕ ພວກເຮົາ​ໄດ້​ອອກ​ຈາກ​ປະຕູ​ເມືອງ​ໄປ​ທີ່​ຝັ່ງ​ແມ່ນໍ້າ ແລະ​ຢູ່​ທີ່​ນັ້ນ ພວກເຮົາ​ເຄີຍ​ໃຊ້​ເປັນ​ບ່ອນ​ສຳລັບ​ພາວັນນາ​ອະທິຖານ, ພວກເຮົາ​ຈຶ່ງ​ນັ່ງ​ລົງ ແລະ​ໂອ້ລົມ​ກັບ​ພວກ​ແມ່ຍິງ​ທີ່​ເຕົ້າໂຮມ​ກັນ.</verse>
				<verse number="14">ມີ​ຍິງ​ຄົນ​ໜຶ່ງ​ໃນ​ພວກ​ແມ່ຍິງ​ເຫຼົ່ານີ້​ຊື່​ວ່າ ລີເດຍ ນາງ​ມາ​ຈາກ​ເມືອງ​ທົວເຕຣາ ແລະ​ເປັນ​ແມ່ຄ້າ​ຂາຍ​ຜ້າ​ສີມ່ວງ​ອ່ອນ ແລະ​ທັງ​ເປັນ​ຜູ້​ຢຳເກງ​ພຣະເຈົ້າ​ດ້ວຍ, ເມື່ອ​ນາງ​ຟັງ​ພວກເຮົາ​ກ່າວ​ຢູ່ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຊົງ​ເປີດ​ຈິດໃຈ​ຂອງ​ນາງ​ໃຫ້​ເອົາໃຈໃສ່​ຖ້ອຍຄຳ ທີ່​ໂປໂລ​ກຳລັງ​ກ່າວ​ນັ້ນ.</verse>
				<verse number="15">ເມື່ອ​ນາງ​ພ້ອມ​ກັບ​ໄທ​ເຮືອນ​ຂອງຕົນ ໄດ້​ຮັບ​ບັບຕິສະມາ​ແລ້ວ ກໍໄດ້​ເຊີນ​ພວກເຮົາ​ວ່າ, “ຖ້າ​ພວກທ່ານ​ເຫັນ​ວ່າ ຂ້ານ້ອຍ​ເປັນ​ຜູ້​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ເຊີນ​ເຂົ້າ​ມາ​ພັກ​ອາໄສ​ໃນ​ເຮືອນ​ຂອງ​ຂ້ານ້ອຍ.” ແລະ​ນາງ​ໄດ້​ວອນຂໍ​ຈົນ​ພວກເຮົາ​ຂັດ​ບໍ່ໄດ້.</verse>
				<verse number="16">ຢູ່​ມາ​ວັນ​ໜຶ່ງ ພວກເຮົາ​ກຳລັງ​ໄປ​ບ່ອນ​ພາວັນນາ​ອະທິຖານ ແລະ​ມີ​ຂ້າທາດ​ຍິງ​ຜູ້ໜຶ່ງ​ມາ​ພົບ​ພວກເຮົາ, ຍິງ​ຜູ້​ນີ້​ມີ​ຜີຮ້າຍ​ສິງ ເຮັດ​ໃຫ້​ນາງ​ດູມໍ​ໄດ້, ນາງ​ດູມໍ​ຫາ​ເງິນ​ໃຫ້​ນາຍ​ຂອງຕົນ​ໄດ້​ຢ່າງ​ຫລວງຫລາຍ.</verse>
				<verse number="17">ຍິງ​ນັ້ນ​ໄດ້​ຕິດຕາມ​ໂປໂລ ແລະ​ພວກເຮົາ​ໄປ ໂດຍ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫຼົ່ານີ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ອົງ​ສູງສຸດ ໄດ້​ມາ​ປະກາດ​ເລື່ອງ​ທາງ​ຄວາມ​ພົ້ນ​ໃຫ້​ແກ່​ພວກເຈົ້າ.”</verse>
				<verse number="18">ນາງ​ໄດ້​ເຮັດ​ຢູ່​ຢ່າງ​ນີ້​ເປັນ​ເວລາ​ຫລາຍ​ວັນ ຈົນ​ໂປໂລ​ລຳຄານ​ໃຈ​ເຕັມທີ ຈຶ່ງ​ຫັນ​ໜ້າ​ໄປ​ສັ່ງ​ຜີຮ້າຍ​ນັ້ນ​ວ່າ, “ໃນ​ນາມ​ພຣະເຢຊູ​ຄຣິດເຈົ້າ ກູ​ສັ່ງ​ມຶງ​ໃຫ້​ອອກ​ຈາກ​ຍິງ​ຜູ້​ນີ້​ເສຍ.” ມັນ​ກໍ​ອອກ​ຈາກ​ນາງ​ທັນທີ​ທັນໃດ.</verse>
				<verse number="19">ເມື່ອ​ພວກ​ນາຍ​ຂອງ​ຍິງ​ນີ້​ເຫັນ​ວ່າ ພວກ​ຕົນ​ໝົດ​ຫວັງ​ທີ່​ຈະ​ໄດ້​ເງິນ​ໂດຍ​ວິທີ​ນີ້​ແລ້ວ ພວກເຂົາ​ກໍ​ຈັບ​ໂປໂລ​ກັບ​ຊີລາ ແລະ​ລາກ​ພວກເພິ່ນ​ເຂົ້າ​ໄປ​ຫາ​ຜູ້ປົກຄອງ​ໃນ​ທີ່​ຊຸມນຸມ.</verse>
				<verse number="20">ພວກເຂົາ​ນຳ​ທ່ານ​ທັງສອງ​ມາ​ຫາ​ພວກ​ຜູ້ປົກຄອງ ແລະ​ເວົ້າ​ວ່າ, “ສອງ​ຄົນ​ນີ້​ເປັນ​ຢິວ ແລະ​ພວກເຂົາ​ໄດ້​ກໍ່​ການ​ວຸ້ນວາຍ​ຂຶ້ນ​ໃນ​ເມືອງ​ຂອງ​ພວກເຮົາ.</verse>
				<verse number="21">ພວກເຂົາ​ປະກາດ​ຮີດຄອງ​ປະເພນີ​ທີ່​ຜິດ​ຕໍ່​ກົດໝາຍ​ຂອງ​ພວກເຮົາ, ທີ່​ພວກເຮົາ​ຊາວ​ໂຣມ​ຮັບ​ເອົາ ຫລື​ປະຕິບັດ​ຕາມ​ບໍ່ໄດ້.”</verse>
				<verse number="22">ຝ່າຍ​ປະຊາຊົນ​ກໍ​ຮ່ວມໃຈ​ກັນ​ໂຈມຕີ​ໂປໂລ ແລະ ຊີລາ​ດ້ວຍ. ສ່ວນ​ພວກ​ຜູ້ປົກຄອງ​ໄດ້​ຈີກ​ເຄື່ອງນຸ່ງ​ຂອງທ່ານ​ທັງສອງ ແລະ​ສັ່ງ​ໃຫ້​ຂ້ຽນ​ພວກເພິ່ນ​ດ້ວຍ​ໄມ້ແສ້.</verse>
				<verse number="23">ຫລັງຈາກ​ຂ້ຽນ​ພວກເພິ່ນ​ຫລາຍ​ບາດ ແລ້ວ​ກໍ​ນຳ​ເອົາ​ໄປ​ຂັງຄຸກ ແລະ​ສັ່ງ​ຄົນ​ຮັກສາ​ຄຸກ ໃຫ້​ເຝົ້າ​ເບິ່ງ​ພວກເພິ່ນ​ໃຫ້​ດີ.</verse>
				<verse number="24">ເມື່ອ​ໄດ້​ຮັບ​ຄຳສັ່ງ​ຢ່າງ​ນີ້​ແລ້ວ ເຈົ້າໜ້າທີ່​ກໍ​ຂັງ​ທ່ານ​ທັງສອງ​ໄວ້​ໃນ​ຫ້ອງ​ຊັ້ນ​ໃນ ແລະ​ເອົາ​ຕີນ​ໃສ່​ຂື່​ໄມ້​ໃຫ້​ແໜ້ນ.</verse>
				<verse number="25">ປະມານ​ທ່ຽງ​ຄືນ ໂປໂລ​ແລະ​ຊີລາ ກໍ​ພາກັນ​ພາວັນນາ​ອະທິຖານ ຮ້ອງເພງ​ສັນລະເສີນ​ພຣະເຈົ້າ, ພວກ​ນັກໂທດ​ຄົນອື່ນໆ​ກໍ​ຟັງ​ທ່ານ​ທັງສອງ​ຢູ່.</verse>
				<verse number="26">ໃນ​ທັນໃດນັ້ນ ກໍ​ເກີດ​ມີ​ແຜ່ນດິນ​ຫວັ່ນໄຫວ​ອັນ​ໃຫຍ່ ຈົນ​ເຮັດ​ໃຫ້​ຮາກຖານ​ຂອງ​ຄຸກ​ສະທ້ານ​ສະເທືອນ, ປະຕູ​ຄຸກ​ທຸກ​ບານ​ໄຂ​ອອກ​ໃນທັນທີ ແລະ​ສາຍໂສ້​ທຸກ​ສາຍ​ທີ່​ລ່າມ​ນັກໂທດ​ທຸກຄົນ​ກໍ​ຫລຸດ​ອອກ.</verse>
				<verse number="27">ເມື່ອ​ເຈົ້າໜ້າທີ່​ຕື່ນ​ຂຶ້ນ ແລະ​ເຫັນ​ວ່າ​ປະຕູ​ຄຸກ​ທຸກ​ບານ​ໄຂ​ຢູ່ ຈຶ່ງ​ຄິດວ່າ​ນັກໂທດ​ທຸກຄົນ​ປົບໜີໄປ​ແລ້ວ. ດັ່ງນັ້ນ ລາວ​ຈຶ່ງ​ຊັກ​ດາບ​ຂອງຕົນ​ອອກ ແລະ​ກຳລັງ​ຈະ​ຂ້າ​ຕົວ​ເສຍ.</verse>
				<verse number="28">ແຕ່​ໂປໂລ​ຮ້ອງ​ຈົນ​ສຸດ​ສຽງ​ວ່າ, “ຢ່າ​ເຮັດ​ຮ້າຍ​ໃຫ້​ຕົນເອງ ພວກເຮົາ​ຍັງ​ຢູ່​ທີ່​ນີ້​ໝົດ​ທຸກຄົນ.”</verse>
				<verse number="29">ເຈົ້າໜ້າທີ່​ຈຶ່ງ​ສັ່ງ​ໃຫ້​ຄົນ​ເອົາ​ໂຄມໄຟ​ມາ​ເຍືອງ ແລ້ວ​ກໍ​ຟ້າວ​ແລ່ນ​ເຂົ້າ​ໄປ​ຫາ​ທັງ​ຕົວ​ສັ່ນເຊັນ ແລະ​ຂາບລົງ​ທີ່​ຕີນ​ຂອງ​ໂປໂລ ແລະ ຊີລາ.</verse>
				<verse number="30">ແລ້ວ​ໄດ້​ພາ​ທ່ານ​ທັງສອງ​ອອກ​ມາ ແລ້ວ​ຖາມ​ວ່າ, “ທ່ານເອີຍ ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ​ຈຶ່ງ​ຈະ​ໄດ້​ລອດພົ້ນ?”</verse>
				<verse number="31">ພວກເພິ່ນ​ຕອບ​ວ່າ, “ຈົ່ງ​ເຊື່ອ​ໃນ​ອົງ​ພຣະເຢຊູເຈົ້າ ແລ້ວ​ເຈົ້າ​ກັບ​ຄອບຄົວ​ຂອງ​ເຈົ້າ​ກໍ​ຈະ​ໄດ້​ພົ້ນ.”</verse>
				<verse number="32">ແລ້ວ​ທ່ານ​ທັງສອງ​ກໍ​ກ່າວ​ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ສູ່​ລາວ​ຟັງ ພ້ອມ​ກັບ​ທຸກຄົນ​ທີ່​ຢູ່​ໃນ​ເຮືອນ​ຂອງ​ລາວ.</verse>
				<verse number="33">ໃນ​ຊົ່ວໂມງ​ດຽວ​ຂອງ​ກາງຄືນ​ນັ້ນ​ເອງ ເຈົ້າໜ້າທີ່​ກໍ​ພາ​ພວກເພິ່ນ​ໄປ​ລ້າງ​ບາດ ແລະ​ລາວ​ກັບ​ທຸກຄົນ​ໃນ​ຄອບຄົວ​ກໍ​ຮັບ​ບັບຕິສະມາ​ໂດຍ​ທັນທີ.</verse>
				<verse number="34">ແລ້ວ​ເຈົ້າໜ້າທີ່​ກໍໄດ້​ພາ​ໂປໂລ​ກັບ​ຊີລາ​ຂຶ້ນ​ໄປ​ໃນ​ເຮືອນ​ຂອງຕົນ ແລ້ວ​ໃຫ້​ຄົນ​ແຕ່ງ​ອາຫານ​ມາ​ໃຫ້​ພວກເພິ່ນ​ກິນ, ລາວ​ກັບ​ຄອບຄົວ​ຂອງ​ລາວ​ຈຶ່ງ​ເຕັມ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເພາະ​ບັດນີ້​ພວກເຂົາ​ໄດ້​ເຊື່ອ​ໃນ​ພຣະເຈົ້າ​ແລ້ວ.</verse>
				<verse number="35">ເມື່ອ​ຮຸ່ງ​ເຊົ້າ​ມາ ພວກ​ຜູ້ປົກຄອງ​ກໍ​ໃຊ້​ພວກ​ເຈົ້າໜ້າທີ່​ມາ​ພ້ອມກັບ​ຄຳສັ່ງ​ວ່າ, “ຈົ່ງ​ປ່ອຍ​ຄົນ​ເຫຼົ່ານັ້ນ​ໄປ​ເສຍ.”</verse>
				<verse number="36">ດັ່ງນັ້ນ ເຈົ້າໜ້າທີ່​ຈຶ່ງ​ແຈ້ງ​ຄຳສັ່ງ​ນັ້ນ​ແກ່​ໂປໂລ​ວ່າ, “ພວກ​ຜູ້ປົກຄອງ​ໄດ້​ໃຊ້​ຄົນ​ມາ​ບອກ​ໃຫ້​ປ່ອຍ​ທ່ານ​ທັງສອງ​ໄປ. ເຫດສະນັ້ນ ບັດນີ້​ເຊີນ​ອອກ​ໄປ​ດ້ວຍ​ຄວາມ​ສະຫງົບສຸກ​ເຖີດ.”</verse>
				<verse number="37">ແຕ່​ໂປໂລ​ກ່າວ​ຕໍ່​ພວກ​ເຈົ້າໜ້າທີ່​ວ່າ, “ພວກເຂົາ​ໄດ້​ຂ້ຽນ​ເຮົາ​ຜູ້​ເປັນ​ສັນຊາດ​ໂຣມ ຕໍ່ໜ້າ​ມະຫາຊົນ ກ່ອນ​ຈະ​ຕັດສິນ​ຄວາມ ແລ້ວ​ພວກເຂົາ​ກໍ​ຈັບ​ພວກເຮົາ​ຂັງ​ໄວ້​ໃນ​ຄຸກ, ມາບັດນີ້ ພວກເຂົາ​ຢາກ​ສົ່ງ​ພວກເຮົາ​ໃຫ້​ໜີໄປ​ຢ່າງ​ປິດ​ລັບ​ຊັ້ນບໍ? ເຮັດ​ຢ່າງ​ນີ້​ບໍ່ໄດ້ ພວກ​ຜູ້ປົກຄອງ​ຕ້ອງ​ມາ​ທີ່​ນີ້ ແລະ​ໃຫ້​ພວກເຂົາ​ເອງ​ພາ​ພວກເຮົາ​ອອກ​ໄປ.”</verse>
				<verse number="38">ພວກ​ເຈົ້າໜ້າທີ່​ໄດ້​ນຳ​ຖ້ອຍຄຳ​ເຫຼົ່ານີ້ ໄປ​ລາຍງານ​ຕໍ່​ພວກ​ຜູ້ປົກຄອງ, ເມື່ອ​ພວກເຂົາ​ໄດ້ຍິນ​ວ່າ​ໂປໂລ ແລະ ຊີລາ ເປັນ​ຄົນ​ສັນຊາດ​ໂຣມ​ຕ່າງ​ກໍ​ຕົກໃຈ.</verse>
				<verse number="39">ດັ່ງນັ້ນ ພວກເຂົາ​ຈຶ່ງ​ພາກັນ​ມາ​ຂໍ​ອະໄພໂທດ​ນຳ​ພວກເພິ່ນ ແລ້ວ​ພາ​ພວກເພິ່ນ​ອອກ​ຈາກ​ຄຸກ ແລະ​ຂໍຮ້ອງ​ພວກເພິ່ນ​ໃຫ້​ໄປ​ຈາກ​ເມືອງ​ນີ້.</verse>
				<verse number="40">ເມື່ອ​ໂປໂລ ແລະ ຊີລາ​ອອກ​ຈາກ​ຄຸກ​ແລ້ວ ກໍ​ໄປ​ທີ່​ເຮືອນ​ຂອງ​ນາງ​ລີເດຍ, ໃນ​ທີ່ນັ້ນ ພວກເພິ່ນ​ໄດ້​ພົບ​ພວກ​ພີ່ນ້ອງ ແລະ​ເມື່ອ​ກ່າວ​ຄຳ​ໜູນໃຈ​ແລ້ວ ກໍ​ອຳລາ​ຈາກ​ໄປ.</verse>
			</chapter>
			<chapter number="17">
				<verse number="1">ໂປໂລ ແລະ ຊີລາ​ໄດ້​ຜ່ານ​ເມືອງ​ອຳຟີໂປລີ ແລະ ອາໂປໂລນີ ແລະ​ເດີນທາງ​ມາ​ຮອດ​ເມືອງ​ເທສະໂລນິກ ຊຶ່ງ​ໃນ​ທີ່​ນີ້​ມີ​ທຳມະສາລາ​ຂອງ​ຊາວ​ຢິວ.</verse>
				<verse number="2">ໂປໂລ​ເຂົ້າ​ໄປ​ໃນ​ທຳມະສາລາ ຕາມ​ທີ່​ເຄີຍ​ປະຕິບັດ​ມາ, ໃນ​ທີ່ນັ້ນ​ເພິ່ນ​ໄດ້​ຍົກ​ເອົາ​ຂໍ້ຄວາມ​ໃນ​ພຣະຄຳພີ​ຂຶ້ນ ໂຕ້ຕອບ​ກັບ​ປະຊາຊົນ​ເປັນ​ເວລາ​ສາມ​ວັນ​ຊະບາໂຕ</verse>
				<verse number="3">ໂດຍ​ອະທິບາຍ ແລະ​ພິສູດ​ຈາກ​ຂໍ້​ພຣະຄຳພີ​ໃຫ້​ພວກເຂົາ​ເຫັນ​ວ່າ, ພຣະຄຣິດ​ຕ້ອງ​ທົນທຸກ​ທໍລະມານ ແລະ​ເປັນ​ຄືນ​ມາ​ຈາກ​ຕາຍ. ໂປໂລ​ກ່າວ​ວ່າ, “ພຣະເຢຊູເຈົ້າ​ຜູ້​ທີ່​ຂ້າພະເຈົ້າ​ປະກາດ​ແກ່​ທ່ານ​ທັງຫລາຍ ຜູ້​ນີ້​ແຫຼະ ເປັນ​ພຣະຄຣິດ.”</verse>
				<verse number="4">ບາງຄົນ​ໃນ​ພວກເຂົາ​ໄດ້​ຮັບ​ເຊື່ອ ຈຶ່ງ​ເຂົ້າ​ຮ່ວມ​ນຳ​ໂປໂລ ແລະ ຊີລາ ຕະຫລອດ​ທັງ​ຊາວ​ກຣີກ​ກຸ່ມ​ໃຫຍ່​ທີ່​ນະມັດສະການ​ພຣະເຈົ້າ ແລະ​ເມຍ​ຂອງ​ບັນດາ​ຜູ້ນຳ​ຫລາຍ​ຄົນ​ດ້ວຍ.</verse>
				<verse number="5">ແຕ່​ພວກ​ຢິວ​ເກີດ​ອິດສາ ຈຶ່ງ​ຮ່ວມ​ກຳລັງ​ກັບ​ກຸ່ມ​ນັກເລງ​ບາງຄົນ​ຕາມ​ຖະໜົນ​ຫົນທາງ ໃຫ້​ກໍ່​ການ​ວຸ້ນວາຍ​ຂຶ້ນ​ໃນ​ທ່າມກາງ​ປະຊາຊົນ ພວກເຂົາ​ສ້າງ​ຄວາມ​ປັ່ນປ່ວນ​ຂຶ້ນ​ໃນ​ຕົວເມືອງ ແລະ​ເຂົ້າ​ບຸກລຸກ​ເຮືອນ​ຂອງ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ຢາຊົນ ເພື່ອ​ຄົ້ນ​ຫາ​ໂປໂລ ແລະ ຊີລາ​ເພື່ອ​ຈະ​ນຳ​ພວກເພິ່ນ​ອອກ​ມາ​ໃຫ້​ປະຊາຊົນ.</verse>
				<verse number="6">ແຕ່​ເມື່ອ​ບໍ່​ພົບ ພວກເຂົາ​ຈຶ່ງ​ລາກ​ຢາຊົນ​ກັບ​ຜູ້​ທີ່​ເຊື່ອ​ບາງຄົນ​ໄປ​ຫາ​ຜູ້ປົກຄອງ ແລະ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫຼົ່ານີ້​ເປັນ​ພວກ​ຂວໍ້າໂລກ​ມະນຸດ ໄດ້​ມາ​ທີ່​ນີ້​ແລ້ວ</verse>
				<verse number="7">ແລະ​ຢາຊົນ​ໄດ້​ຕ້ອນຮັບ​ພວກເຂົາ​ໄວ້​ໃນ​ເຮືອນ​ຂອງຕົນ, ພວກເຂົາ​ຝ່າຝືນ​ກົດໝາຍ​ຂອງ​ຈັກກະພັດ​ໂດຍ​ເວົ້າ​ວ່າ, ມີ​ກະສັດ​ອົງ​ອື່ນ​ອີກ​ຊື່​ວ່າ ເຢຊູ.”</verse>
				<verse number="8">ດ້ວຍ​ຂໍ້ຄວາມ​ເຫຼົ່ານີ້ ພວກເຂົາ​ໄດ້​ປຸກລະດົມ​ປະຊາຊົນ ກັບ​ພວກ​ຜູ້ປົກຄອງ​ໃຫ້​ຮ້ອນໃຈ​ຫລາຍ​ຂຶ້ນ.</verse>
				<verse number="9">ພວກ​ເຈົ້າໜ້າທີ່​ໄດ້​ໃຫ້​ຢາຊົນ ກັບ​ຄົນອື່ນໆ​ຈ່າຍ​ເງິນ​ເປັນ​ຄ່າ​ປະກັນຕົວ ແລ້ວ​ກໍ​ປ່ອຍ​ທ່ານ​ທັງສອງ​ໄປ.</verse>
				<verse number="10">ພໍ​ເຖິງ​ກາງຄືນ​ໃນ​ວັນ​ດຽວກັນ​ນັ້ນ ຄົນ​ທີ່​ເຊື່ອ​ກໍ​ສົ່ງ​ໂປໂລ ແລະ ຊີລາ​ໄປ​ທີ່​ເມືອງ​ເບເຣຍ, ເມື່ອ​ມາ​ຮອດ ພວກເພິ່ນ​ກໍ​ເຂົ້າ​ໄປ​ໃນ​ທຳມະສາລາ​ຂອງ​ຊາວ​ຢິວ.</verse>
				<verse number="11">ຄົນ​ຢິວ​ໃນ​ເມືອງ​ນີ້​ມີ​ຈິດໃຈ​ສູງ​ສົ່ງ ຫລາຍກວ່າ​ຄົນ​ຢິວ​ໃນ​ເມືອງ​ເທສະໂລນິກ, ພວກເຂົາ​ມີ​ໃຈ​ເຫຼື້ອມໃສ​ຫລາຍ ແລະ​ຢາກ​ຈະ​ຟັງ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ ແລະ​ພວກເຂົາ​ສຶກສາ​ພຣະຄຳພີ​ທຸກໆ​ວັນ ເພື່ອ​ຢາກ​ຮູ້​ວ່າ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ​ນັ້ນ​ເປັນ​ຄວາມຈິງ​ແທ້​ຫລື​ບໍ່.</verse>
				<verse number="12">ມີ​ຫລາຍ​ຄົນ​ໃນ​ພວກເຂົາ​ໄດ້​ເຊື່ອ ພ້ອມ​ທັງ​ພວກ​ແມ່ຍິງ​ຊາວ​ກຣີກ ທີ່​ມີ​ກຽດ​ສູງ​ໃນ​ສັງຄົມ ແລະ​ພວກ​ຜູ້ຊາຍ​ຊາວ​ກຣີກ​ດ້ວຍ.</verse>
				<verse number="13">ແຕ່​ເມື່ອ​ພວກ​ຢິວ​ໃນ​ເມືອງ​ເທສະໂລນິກ ໄດ້ຍິນ​ຂ່າວ​ວ່າ​ໂປໂລ​ປະກາດ​ພຣະທຳ​ທີ່​ເມືອງ​ເບເຣຍ​ເໝືອນກັນ ພວກເຂົາ​ຈຶ່ງ​ມາ​ທີ່​ເມືອງ​ນີ້ ແລະ​ລົງ​ມື​ປຸກລະດົມ​ປະຊາຊົນ​ໃຫ້​ວຸ້ນວາຍ​ຂຶ້ນ.</verse>
				<verse number="14">ຝ່າຍ​ຄົນ​ທີ່​ເຊື່ອ​ກໍ​ສົ່ງ​ໂປໂລ​ໄປ​ເຖິງ​ແຄມ​ຝັ່ງ​ທະເລ​ໃນທັນທີ, ສ່ວນ​ຊີລາ​ກັບ​ຕີໂມທຽວ​ນັ້ນ ພວກເພິ່ນ​ຍັງ​ພັກ​ຢູ່​ໃນ​ເມືອງ​ເບເຣຍ.</verse>
				<verse number="15">ຄົນ​ທີ່​ນຳ​ສົ່ງ​ໂປໂລ​ນັ້ນ ກໍ​ໄປ​ກັບ​ພວກເພິ່ນ​ຈົນເຖິງ​ນະຄອນ​ອາແຖນ ແລະ​ເມື່ອ​ໄດ້​ຮັບ​ຄຳສັ່ງ​ຈາກ​ເພິ່ນ​ໃຫ້​ບອກ​ຊີລາ​ກັບ​ຕີໂມທຽວ​ໃຫ້​ມາ​ຫາ​ເພິ່ນ​ໄວ​ທີ່ສຸດ​ເທົ່າທີ່ຈະ​ໄວ​ໄດ້ ແລ້ວ​ພວກເຂົາ​ກໍ​ຈາກ​ໄປ.</verse>
				<verse number="16">ໃນ​ຂະນະທີ່​ໂປໂລ​ລໍ​ຖ້າ​ຊີລາ ແລະ ຕີໂມທຽວ ຢູ່​ທີ່​ນະຄອນ​ອາແຖນ​ນັ້ນ ເພິ່ນ​ກໍ​ຂຸ່ນເຄືອງ​ໃຈ​ໜັກ ເມື່ອ​ເຫັນ​ວ່າ​ນະຄອນ​ນີ້​ເຕັມ​ໄປ​ດ້ວຍ​ຮູບເຄົາຣົບ.</verse>
				<verse number="17">ດັ່ງນັ້ນ ເພິ່ນ​ຈຶ່ງ​ໂຕ້ຕອບ​ພວກ​ຢິວ ແລະ​ຄົນຕ່າງຊາດ​ໃນ​ທຳມະສາລາ ທີ່​ນະມັດສະການ​ພຣະເຈົ້າ ແລະ​ທຸກຄົນ​ທີ່​ເພິ່ນ​ພົບ ທຸກ​ວັນ​ຕາມ​ທີ່​ສາທາ​ລະນະ.</verse>
				<verse number="18">ຄົນມີ​ປັນຍາ​ໃນ​ພວກ​ເອປີກູຣຽວ ແລະ​ໃນ​ພວກ​ຊະໂຕອິກ ໄດ້​ໂຕ້ຕອບ​ກັບ​ໂປໂລ​ດ້ວຍ, ບາງຄົນ​ເວົ້າ​ວ່າ, “ຄົນ​ເກັບເລັມ​ຄວາມຮູ້​ຜູ້​ນີ້​ຢາກ​ເວົ້າ​ອັນ​ໃດ?” ຄົນອື່ນ​ເວົ້າ​ວ່າ, “ເບິ່ງ​ເໝືອນ​ເປັນ​ຜູ້​ປະກາດ​ພຣະທຳ​ພຣະ​ຕ່າງດ້າວ.” ພວກເຂົາ​ເວົ້າ​ເຊັ່ນນີ້​ເພາະວ່າ ໂປໂລ​ປະກາດ​ເຖິງ​ພຣະເຢຊູເຈົ້າ ແລະ​ການ​ເປັນ​ຄືນ​ມາ​ຈາກ​ຕາຍ.</verse>
				<verse number="19">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ເອົາ​ໂປໂລ​ໄປ​ກັບ​ພວກເຂົາ ແລະ​ນຳ​ເພິ່ນ​ໄປ​ຢູ່​ຕໍ່ໜ້າ​ສະພາ​ອາເລໂອປາໂຂ ແລະ​ເວົ້າ​ວ່າ, “ບອກ​ໃຫ້​ພວກເຮົາ​ຮູ້​ຄຳສັ່ງສອນ​ໃໝ່ ຊຶ່ງ​ເຈົ້າ​ເວົ້າ​ເຖິງ​ນັ້ນ​ໄດ້​ບໍ?</verse>
				<verse number="20">ບາງ​ເລື່ອງ​ທີ່​ພວກເຮົາ​ໄດ້ຍິນ​ເຈົ້າ​ເວົ້າ ຟັງ​ຄື​ແປກໆ ແລະ​ພວກເຮົາ​ຢາກ​ຮູ້​ວ່າ ເລື່ອງ​ນັ້ນ​ໝາຍຄວາມວ່າ​ຢ່າງ​ໃດ?”</verse>
				<verse number="21">ດ້ວຍວ່າ, ປະຊາຊົນ​ຊາວ​ອາແຖນ ແລະ​ຊາວ​ຕ່າງດ້າວ ຊຶ່ງ​ອາໄສ​ຢູ່​ທີ່​ນັ້ນ ບໍ່ເຄີຍ​ເສຍ​ເວລາ​ກັບ​ສິ່ງ​ອື່ນ​ໃດ ນອກຈາກ​ຈະ​ເວົ້າ​ແລະ​ຟັງ​ສິ່ງ​ໃໝ່ໆ.</verse>
				<verse number="22">ແລ້ວ​ໂປໂລ​ກໍ​ຢືນ​ຂຶ້ນ​ຕໍ່​ໜ້າທີ່​ປະຊຸມ​ຂອງ​ສະພາ​ອາເລໂອປາໂຂ ແລະ​ກ່າວ​ວ່າ, “ຊາວ​ນະຄອນ​ອາແຖນ​ທີ່​ນັບຖື ຂ້າພະເຈົ້າ​ເຫັນ​ວ່າ ທ່ານ​ທັງຫລາຍ​ເປັນ​ຜູ້​ປະຕິບັດ​ພະ​ຕ່າງໆ​ຢ່າງ​ຄົນ​ເຄັ່ງຄັດ.</verse>
				<verse number="23">ເພາະວ່າ ເມື່ອ​ຂ້າພະເຈົ້າ​ກຳລັງ​ເດີນທາງ​ຜ່ານ​ເມືອງ​ຂອງ​ພວກທ່ານ​ມາ ແລະ​ເບິ່ງ​ຕາມ​ສະຖານທີ່​ຕ່າງໆ ທີ່​ພວກທ່ານ​ນະມັດສະການ ຂ້າພະເຈົ້າ​ເຫັນ​ແທ່ນບູຊາ​ແທ່ນ​ໜຶ່ງ ຊຶ່ງ​ມີ​ຄຳ​ຈາລຶກ​ວ່າ, ‘ແດ່​ພຣະເຈົ້າ​ທີ່​ເຮົາ​ບໍ່​ຮູ້ຈັກ.’ ພຣະເຈົ້າ​ທີ່​ທ່ານ​ທັງຫລາຍ​ນະມັດສະການ ແຕ່​ບໍ່​ຮູ້ຈັກ ແມ່ນ​ພຣະເຈົ້າ​ອົງ​ນັ້ນ​ແຫຼະ ທີ່​ຂ້າພະເຈົ້າ​ມາ​ປະກາດ​ແກ່​ພວກທ່ານ.</verse>
				<verse number="24">ພຣະເຈົ້າ​ອົງ​ທີ່​ໄດ້​ສ້າງ​ໂລກ​ກັບ​ສິ່ງ​ທັງປວງ ທີ່​ຢູ່​ໃນ​ໂລກ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ສະຫວັນ ແລະ​ແຜ່ນດິນ​ໂລກ, ພຣະເຈົ້າ​ອົງ​ນີ້​ບໍ່ໄດ້​ຢູ່​ໃນ​ວິຫານ​ທີ່​ສ້າງ​ຂຶ້ນ​ມາ​ດ້ວຍ​ມື​ຂອງ​ມະນຸດ.</verse>
				<verse number="25">ພຣະອົງ​ບໍ່​ຈຳເປັນ​ໃຫ້​ມະນຸດ​ຈັດ​ຫາ​ສິ່ງໃດສິ່ງໜຶ່ງ​ໃຫ້​ແກ່​ພຣະອົງ ເພາະວ່າ​ແມ່ນ​ພຣະອົງ​ເອງ​ທີ່​ເປັນ​ຜູ້​ໂຜດ​ປະທານ​ຊີວິດ, ລົມຫາຍໃຈ ແລະ​ສັບພະທຸກສິ່ງ​ແກ່​ມະນຸດ​ທຸກ​ຊາດ​ທຸກ​ພາສາ.</verse>
				<verse number="26">ພຣະອົງ​ໄດ້​ສ້າງ​ມະນຸດ​ທຸກ​ຊາດ ໃຫ້​ເກີດ​ມາ​ຈາກ​ມະນຸດ​ຄົນ​ດຽວ ແລະ​ໃຫ້​ພວກເຂົາ​ຢູ່​ທົ່ວ​ພິພົບ​ໂລກ ພຣະອົງ​ໄດ້​ຊົງ​ກຳນົດ​ເວລາ ແລະ​ກຳນົດ​ເຂດ​ທີ່​ພວກເຂົາ​ຢູ່​ນັ້ນ.</verse>
				<verse number="27">ເພື່ອ​ພວກເຂົາ​ຈະ​ໄດ້​ສະແຫວງ​ຫາ​ພຣະເຈົ້າ ຫວັງ​ວ່າ​ພວກເຂົາ​ຈະ​ຊອກຫາ​ຈົນ​ພົບ​ພຣະອົງ, ແຕ່​ທີ່ຈິງ ພຣະອົງ​ບໍ່​ຊົງ​ຢູ່​ໄກ​ຈາກ​ເຮົາ​ທຸກຄົນ,</verse>
				<verse number="28">ເພາະວ່າ ‘ໃນ​ພຣະອົງ​ນັ້ນ ພວກເຮົາ​ມີ​ຊີວິດ​ເຄື່ອນໄຫວ​ໄປມາ ແລະ​ເປັນ​ຢູ່.’ ດັ່ງ​ນັກ​ແຕ່ງ​ກາບກອນ​ໃນ​ພວກທ່ານ​ບາງຄົນ​ໄດ້​ກ່າວ​ວ່າ, ‘ພວກເຮົາ​ເປັນ​ເຊື້ອສາຍ​ຂອງ​ພຣະອົງ​ເໝືອນກັນ.’</verse>
				<verse number="29">ໃນ​ເມື່ອ​ພວກເຮົາ​ເປັນ​ເຊື້ອສາຍ​ຂອງ​ພຣະເຈົ້າ ພວກເຮົາ​ກໍ​ບໍ່ຄວນ​ຖື​ວ່າ​ພຣະເຈົ້າ​ເປັນ​ຄື​ຮູບເຄົາຣົບ​ທີ່​ເປັນ​ຄຳ, ທີ່​ເປັນ​ເງິນ, ຫລື​ເປັນ​ຫີນ ທີ່​ຖືກ​ແກະສະຫລັກ​ດ້ວຍ​ສິນລະປະ ດ້ວຍ​ສີມື​ຂອງ​ນາຍຊ່າງ​ຜູ້​ຊຳນານ.</verse>
				<verse number="30">ໃນ​ສະໄໝ​ທີ່​ມະນຸດ​ຍັງ​ໂງ່​ບໍ່​ຮູ້ຈັກ​ພຣະເຈົ້າ ພຣະອົງ​ກໍ​ບໍ່​ຊົງ​ຖື​ໂທດ ແຕ່​ບັດນີ້ ພຣະອົງ​ສັ່ງ​ແກ່​ມະນຸດ​ທັງປວງ​ໃນ​ທົ່ວ​ທຸກ​ບ່ອນ ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່.</verse>
				<verse number="31">ເພາະວ່າ ພຣະອົງ​ໄດ້​ຊົງ​ກຳນົດ​ວັນ​ໜຶ່ງ​ໄວ້ ຊຶ່ງ​ໃນ​ວັນ​ນັ້ນ ພຣະອົງ​ຈະ​ຊົງ​ພິພາກສາ​ໂລກ​ຕາມ​ຄວາມ​ຍຸດຕິທຳ ໂດຍ​ມະນຸດ​ຜູ້ໜຶ່ງ ຊຶ່ງ​ພຣະອົງ​ໄດ້​ຊົງ​ຕັ້ງ​ໄວ້ ແລະ​ພຣະເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ຄົນ​ທັງປວງ​ມີ​ຄວາມ​ແນ່ໃຈ​ໃນ​ເລື່ອງ​ນີ້ ໂດຍ​ຊົງ​ບັນດານ​ໃຫ້​ມະນຸດ​ຜູ້ນັ້ນ​ເປັນ​ຄືນ​ມາ​ຈາກ​ຕາຍ.”</verse>
				<verse number="32">ເມື່ອ​ພວກເຂົາ​ໄດ້ຍິນ​ໂປໂລ​ກ່າວ​ເຖິງ​ຄວາມ​ເປັນ​ຄືນ​ມາ​ຈາກ​ຕາຍ ບາງຄົນ​ໃນ​ພວກເຂົາ​ກໍ​ຫົວຂວັນ, ແຕ່​ຄົນອື່ນ​ອີກ​ກ່າວ​ວ່າ, “ພວກເຮົາ​ຢາກ​ຟັງ​ເຈົ້າ​ເວົ້າ​ເຖິງ​ເລື່ອງ​ນີ້​ອີກ.”</verse>
				<verse number="33">ດັ່ງນັ້ນ ໂປໂລ​ຈຶ່ງ​ອອກ​ໄປ​ຈາກ​ທີ່​ປະຊຸມ.</verse>
				<verse number="34">ມີ​ຜູ້ຊາຍ​ບາງຄົນ​ເຂົ້າ​ຮ່ວມ​ກັບ​ໂປໂລ ແລະ​ໄດ້​ຮັບ​ເຊື່ອ ຄົນ​ເຫຼົ່ານັ້ນ​ມີ​ດັ່ງນີ້: ດີໂອນີຊີໂອ ຜູ້​ເປັນ​ສະມາຊິກ​ຄົນ​ໜຶ່ງ​ຂອງ​ສະພາ, ຍິງ​ຄົນ​ໜຶ່ງ​ຊື່​ວ່າ ດາມາຣີ ແລະ​ຄົນອື່ນໆ​ອີກ​ດ້ວຍ.</verse>
			</chapter>
			<chapter number="18">
				<verse number="1">ຫລັງຈາກ​ນັ້ນ ໂປໂລ​ໄດ້​ອອກ​ຈາກ​ນະຄອນ​ອາແຖນ ແລະ​ໄປ​ທີ່​ເມືອງ​ໂກຣິນໂທ.</verse>
				<verse number="2">ໃນ​ທີ່​ນີ້ ເພິ່ນ​ໄດ້​ພົບ​ຄົນ​ຢິວ​ຜູ້ໜຶ່ງ​ຊື່​ວ່າ ອາກີລາ ຊຶ່ງ​ເກີດ​ຢູ່​ທີ່​ແຂວງ​ປົນໂຕ ແລະ​ຫາ​ກໍ​ມາ​ແຕ່​ອີຕາລີ​ກັບ​ເມຍ​ຂອງ​ລາວ​ຊື່​ວ່າ ປີຊະກີລາ, ເພາະ​ຈັກກະພັດ​ກະລາວດີໂອ ໄດ້​ອອກ​ຄຳສັ່ງ​ໃຫ້​ຊາວ​ຢິວ​ທຸກຄົນ​ໜີ​ອອກ​ຈາກ​ນະຄອນ​ໂຣມ, ໂປໂລ​ຈຶ່ງ​ໄປ​ຫາ​ສອງ​ຜົວ​ເມຍ​ນີ້ ແລະ​ຢູ່​ກັບ​ພວກເຂົາ</verse>
				<verse number="3">ພ້ອມ​ທັງ​ຊ່ວຍ​ວຽກ​ພວກເຂົາ ເພາະ​ເພິ່ນ​ມີ​ອາຊີບ​ເປັນ​ຊ່າງ​ເຮັດຜ້າເຕັນ​ເໝືອນກັນ​ກັບ​ພວກເຂົາ.</verse>
				<verse number="4">ທຸກ​ວັນ​ຊະບາໂຕ ໂປໂລ​ໄດ້​ສົນທະນາ​ໂຕ້ຕອບ​ກັບ​ພວກ​ຢິວ ແລະ​ພວກ​ກຣີກ​ໃນ​ທຳມະສາລາ ແລະ​ພະຍາຍາມ​ໃຫ້​ພວກເຂົາ​ຮັບ​ເຊື່ອ.</verse>
				<verse number="5">ເມື່ອ​ຊີລາ ແລະ ຕີໂມທຽວ​ກັບ​ມາ​ຈາກ​ແຂວງ​ມາເກໂດເນຍ​ແລ້ວ ໂປໂລ​ກໍ​ໃຊ້​ເວລາ​ທັງໝົດ​ຂອງ​ເພິ່ນ ປະກາດ​ພຣະທຳ​ໂດຍ​ເປັນ​ພະຍານ​ແກ່​ພວກ​ຢິວ​ວ່າ ພຣະເຢຊູເຈົ້າ​ແມ່ນ​ພຣະຄຣິດ.</verse>
				<verse number="6">ແຕ່​ເມື່ອ​ພວກ​ເຫຼົ່ານັ້ນ​ຂັດຂວາງ ແລະ​ກ່າວ​ຄຳ​ຫຍາບຊ້າ ໂປໂລ​ຈຶ່ງ​ສັ່ນ​ເສື້ອຜ້າ​ຕໍ່ສູ້​ພວກເຂົາ ແລ້ວ​ເວົ້າ​ວ່າ, “ຂໍ​ໃຫ້​ໂທດ​ຂອງ​ພວກເຈົ້າ​ຕົກ​ໃສ່​ຫົວ​ຂອງ​ພວກເຈົ້າ​ເອງ ຝ່າຍ​ເຮົາ, ເຮົາ​ບໍ່ມີ​ໂທດ ຕັ້ງແຕ່​ນີ້​ໄປ ເຮົາ​ຈະ​ໄປ​ຫາ​ພວກ​ຕ່າງຊາດ.”</verse>
				<verse number="7">ດັ່ງນັ້ນ ເພິ່ນ​ຈຶ່ງ​ໜີ​ຈາກ​ພວກເຂົາ ແລະ​ໄປ​ອາໄສ​ຢູ່​ທີ່​ເຮືອນ​ຂອງ​ຄົນຕ່າງຊາດ​ຜູ້ໜຶ່ງ​ຊື່​ວ່າ ຕີໂຢ-ຢູຊະໂຕ, ຜູ້​ນີ້​ນະມັດສະການ​ພຣະເຈົ້າ ແລະ​ເຮືອນ​ຂອງ​ລາວ​ກໍ​ຢູ່​ໃກ້​ທຳມະສາລາ.</verse>
				<verse number="8">ກີສະໂປ​ຜູ້​ທີ່​ເປັນ​ຫົວໜ້າ​ທຳມະສາລາ ກໍໄດ້​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ກັບ​ທຸກຄົນ​ໃນ​ຄອບຄົວ​ຂອງຕົນ, ຊາວ​ໂກຣິນໂທ​ຫລາຍ​ຄົນ​ຜູ້​ໄດ້ຍິນ​ພຣະທຳ​ທີ່​ໂປໂລ​ກ່າວ ກໍໄດ້​ເຊື່ອ​ແລະ​ຮັບ​ບັບຕິສະມາ.</verse>
				<verse number="9">ມີ​ຄືນ​ໜຶ່ງ ໂປໂລ​ໄດ້​ເຫັນ​ນິມິດ ແລະ​ໃນ​ນິມິດ​ນັ້ນ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, “ຢ່າ​ສູ່​ຢ້ານ​ຄົນ​ເຫຼົ່ານີ້ ແຕ່​ຈົ່ງ​ກ່າວ​ແກ່​ພວກເຂົາ​ຕໍ່ໄປ​ບໍ່​ຕ້ອງ​ຢຸດ</verse>
				<verse number="10">ເພາະ​ເຮົາ​ຢູ່​ກັບ​ເຈົ້າ, ບໍ່ມີ​ຜູ້ໃດ​ຈະ​ເຮັດ​ຮ້າຍ​ໃຫ້​ເຈົ້າ​ໄດ້ ເພາະ​ປະຊາຊົນ​ຂອງ​ພຣະເຈົ້າ​ໃນ​ເມືອງ​ນີ້​ກໍ​ມີ​ຫລາຍ.”</verse>
				<verse number="11">ດັ່ງນັ້ນ ໂປໂລ​ຈຶ່ງ​ຢູ່​ໃນ​ເມືອງ​ນີ້​ປີ​ໜຶ່ງ​ກັບ​ຫົກ​ເດືອນ ສັ່ງສອນ​ພຣະທຳ​ຂອງ​ພຣະເຈົ້າ​ໃຫ້​ແກ່​ປະຊາຊົນ.</verse>
				<verse number="12">ເມື່ອ​ຄາລີໂອ​ໄດ້​ຮັບ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ປົກຄອງ​ແຂວງ​ອະຂາຢາ ພວກ​ຢິວ​ກໍ​ຮ່ວມ​ກັນ​ຕໍ່ຕ້ານ​ໂປໂລ ແລະ​ນຳ​ເພິ່ນ​ໄປ​ຂຶ້ນ​ສານ.</verse>
				<verse number="13">ກ່າວຫາ​ວ່າ, “ຄົນ​ນີ້​ຊັກຊວນ​ປະຊາຊົນ ໃຫ້​ນະມັດສະການ​ພຣະເຈົ້າ​ໃນ​ທາງ​ທີ່​ຜິດ​ກົດໝາຍ.”</verse>
				<verse number="14">ເມື່ອ​ໂປໂລ​ກຳລັງ​ຈະ​ອອກ​ປາກ ຝ່າຍ​ຄາລີໂອ​ກໍ​ກ່າວ​ແກ່​ພວກ​ຢິວ​ວ່າ, “ໂອ ຊາວ​ຢິວ​ທັງຫລາຍ​ເອີຍ ຖ້າ​ເປັນ​ເລື່ອງ​ຜິດ​ຫລື​ການ​ຊົ່ວຊ້າ​ປະການໃດ​ປະການໜຶ່ງ ສົມຄວນ​ທີ່​ເຮົາ​ຈະ​ອົດ​ຟັງ​ພວກເຈົ້າ</verse>
				<verse number="15">ແຕ່​ໃນ​ເມື່ອ​ເປັນ​ການ ໂຕ້ຖຽງ​ກັນ​ເຖິງ​ເລື່ອງ​ຖ້ອຍຄຳ​ກັບ​ຊື່​ຕ່າງໆ ແລະ​ເລື່ອງ​ກົດບັນຍັດ​ຂອງ​ເຈົ້າ​ທັງຫລາຍ​ແລ້ວ ກໍ​ໃຫ້​ເປັນ​ທຸລະ​ຂອງ​ພວກເຈົ້າ​ເອງ, ເຮົາ​ບໍ່​ຢາກ​ເປັນ​ຜູ້​ຕັດສິນ​ໃນ​ເລື່ອງ​ຢ່າງ​ນີ້.”</verse>
				<verse number="16">ແລ້ວ​ເພິ່ນ​ກໍ​ໄລ່​ພວກເຂົາ​ໃຫ້​ອອກ​ໄປ​ຈາກ​ສານ.</verse>
				<verse number="17">ຈາກ​ນັ້ນ ພວກເຂົາ​ກໍ​ຈັບ​ໂຊຊະເຖນ​ຫົວໜ້າ​ທຳມະສາລາ ແລະ​ຂ້ຽນຕີ​ລາວ​ຕໍ່ໜ້າ​ສານ, ແຕ່​ຄາລີໂອ​ກໍ​ບໍ່​ເຂົ້າ​ຫຍຸ້ງກ່ຽວ​ນຳ​ເລື່ອງ​ນັ້ນ​ຈັກ​ຢ່າງ.</verse>
				<verse number="18">ຫລັງຈາກ​ທີ່​ໂປໂລ​ໄດ້​ພັກ​ຢູ່​ນຳ​ຄົນ​ທີ່ເຊື່ອ​ອີກ​ຫລາຍ​ວັນ ເພິ່ນ​ກໍ​ອຳລາ​ພວກເຂົາ ແລ້ວ​ລົງ​ເຮືອ​ເດີນທາງ​ໄປ​ສູ່​ແຂວງ​ຊີເຣຍ ປີຊະກີລາ ແລະ ອາກີລາ​ກໍ​ເດີນທາງ​ໄປ​ນຳ​ດ້ວຍ ຢູ່​ທີ່​ເມືອງ​ເກັນເຂໄອ ກ່ອນ​ລົງ​ເຮືອ​ອອກ​ເດີນທາງ​ໂປໂລ​ໄດ້​ແຖ​ຫົວ ເພາະ​ໄດ້​ບະບົນ​ຕົວ​ໄວ້.</verse>
				<verse number="19">ເມື່ອ​ເດີນທາງ​ມາ​ເຖິງ​ເມືອງ​ເອເຟໂຊ ໂປໂລ​ກໍ​ປະ​ປີຊະກີລາ ແລະ​ອາກີລາ​ໄວ້​ຢູ່​ໃນ​ເມືອງ​ນີ້, ສ່ວນ​ເພິ່ນ​ນັ້ນ​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ​ສົນທະນາ ໂຕ້ຕອບ​ກັບ​ພວກ​ຢິວ.</verse>
				<verse number="20">ເມື່ອ​ບາງຄົນ​ໄດ້​ຂໍຮ້ອງ​ໃຫ້​ເພິ່ນ​ຢູ່​ກັບ​ພວກເຂົາ​ດົນ​ກວ່າ​ນີ້ ເພິ່ນ​ກໍ​ບໍ່​ຍິນຍອມ.</verse>
				<verse number="21">ແຕ່​ເພິ່ນ​ຊໍ້າພັດ​ອຳລາ​ພວກເຂົາ​ໄປ​ໂດຍ​ກ່າວ​ວ່າ, “ຖ້າ​ແມ່ນ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ເຮົາ​ຈະ​ກັບ​ມາ​ຫາ​ພວກເຈົ້າ​ອີກ.” ແລ້ວ​ໂປໂລ​ກໍ​ລົງ​ເຮືອ​ໄປ​ຈາກ​ເມືອງ​ເອເຟໂຊ.</verse>
				<verse number="22">ເມື່ອ​ໂປໂລ​ມາ​ຮອດ​ເມືອງ​ກາຍຊາເຣຍ ເພິ່ນ​ກໍ​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຄຳນັບ​ພີ່ນ້ອງ​ໃນ​ຄຣິສຕະຈັກ ແລ້ວ​ໄດ້​ເດີນທາງ​ໄປ​ທີ່​ເມືອງ​ອັນຕີໂອເຂຍ.</verse>
				<verse number="23">ຫລັງຈາກ​ພັກ​ຢູ່​ໃນ​ເມືອງ​ນີ້​ໄລຍະ​ໜຶ່ງ​ແລ້ວ ເພິ່ນ​ກໍ​ເດີນທາງ​ຜ່ານ​ແຂວງ​ຄາລາເຕຍ ແລະ​ຟີເຄຍ​ເປັນ​ລຳດັບ​ໄປ ເພື່ອ​ໜູນໃຈ​ພວກ​ຄົນ​ທີ່​ເຊື່ອ​ທັງໝົດ​ໃຫ້​ເຂັ້ມແຂງ​ຂຶ້ນ​ໃນ​ຄວາມເຊື່ອ.</verse>
				<verse number="24">ມີ​ຄົນ​ຢິວ​ຜູ້ໜຶ່ງ​ຊື່​ວ່າ ອາໂປໂລ, ລາວ​ເກີດ​ໃນ​ເມືອງ​ອາເລັກຊັນເດຍ ແລະ​ໄດ້​ມາ​ທີ່​ເມືອງ​ເອເຟໂຊ, ລາວ​ເປັນ​ຄົນ​ມີ​ໂວຫານ​ດີ​ດ້ານ​ການ​ເວົ້າ ແລະ​ມີ​ຄວາມ​ຊຳນານ​ທາງ​ພຣະຄຳພີ​ດ້ວຍ.</verse>
				<verse number="25">ລາວ​ໄດ້​ຮັບ​ການ​ຝຶກຝົນ​ໃນ​ທາງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ກ່າວ​ສັ່ງສອນ​ເຖິງ​ເລື່ອງ​ຂອງ​ພຣະເຢຊູເຈົ້າ​ຢ່າງ​ຖືກຕ້ອງ ແລະ​ໜັກແໜ້ນ. ເຖິງ​ປານ​ນັ້ນ​ເພິ່ນ​ເອງ​ກໍ​ຮູ້​ພຽງແຕ່​ບັບຕິສະມາ​ຂອງ​ໂຢຮັນ​ເທົ່ານັ້ນ.</verse>
				<verse number="26">ລາວ​ກ່າວ​ສັ່ງສອນ​ດ້ວຍ​ໃຈ​ກ້າຫານ​ໃນ​ທຳມະສາລາ ເມື່ອ​ປີຊະກີລາ ແລະ ອາກີລາ​ຟັງ​ລາວ​ສັ່ງສອນ​ແລ້ວ ພວກເຂົາ​ຈຶ່ງ​ຕ້ອນຮັບ​ລາວ​ໄວ້​ໃນ​ເຮືອນ​ຂອງຕົນ ແລະ​ອະທິບາຍ​ທາງ​ຂອງ​ພຣະເຈົ້າ​ໃຫ້​ລາວ​ຮູ້​ຢ່າງ​ຖືກຕ້ອງ​ຕື່ມ​ຂຶ້ນ.</verse>
				<verse number="27">ເມື່ອ​ອາໂປໂລ​ຕັດສິນໃຈ​ຈະ​ຂ້າມ​ໄປ​ແຂວງ​ອະຂາຢາ ພວກ​ພີ່ນ້ອງ​ໄດ້​ໜູນໃຈ​ລາວ ແລະ​ໄດ້​ຂຽນ​ຈົດໝາຍ​ຝາກ​ໄປ​ເຖິງ​ພີ່ນ້ອງ​ທີ່​ເຊື່ອ​ໃນ​ແຂວງ​ອະຂາຢາ​ໃຫ້​ຕ້ອນຮັບ​ລາວ​ໄວ້ ເມື່ອ​ລາວ​ເດີນທາງ​ມາ​ຮອດ ລາວ​ກໍ​ຊ່ວຍເຫລືອ​ຄົນ​ທີ່​ໄດ້​ເຊື່ອ ຍ້ອນ​ພຣະຄຸນ​ຂອງ​ພຣະເຈົ້າ​ຢ່າງ​ຫລວງຫລາຍ.</verse>
				<verse number="28">ເພາະ​ລາວ​ໄດ້​ໂຕ້ຕອບ​ກັບ​ພວກ​ຢິວ​ຢ່າງ​ແຂງແຮງ​ຕໍ່ໜ້າ​ຄົນ​ທັງຫລາຍ ໂດຍ​ອ້າງ​ຂໍ້​ພຣະຄຳພີ​ທີ່​ພິສູດ​ໃຫ້​ເຫັນ​ວ່າ ພຣະເຢຊູເຈົ້າ​ຊົງ​ເປັນ​ພຣະຄຣິດ.</verse>
			</chapter>
			<chapter number="19">
				<verse number="1">ຂະນະທີ່​ອາໂປໂລ​ຍັງ​ຢູ່​ທີ່​ເມືອງ​ໂກຣິນໂທ​ນັ້ນ ໂປໂລ​ກຳລັງ​ຜ່ານ​ໄປ​ທົ່ວ​ເຂດ​ພາກ​ເໜືອ​ໃນ​ແຂວງ​ນີ້ ແລະ​ເດີນທາງ​ມາ​ຮອດ​ເມືອງ​ເອເຟໂຊ, ໃນ​ທີ່​ນີ້​ໂປໂລ​ໄດ້​ພົບ​ສິດ​ບາງຄົນ</verse>
				<verse number="2">ເພິ່ນ​ຖາມ​ພວກເຂົາ​ວ່າ, “ເມື່ອ​ພວກເຈົ້າ​ຮັບ​ເຊື່ອ​ນັ້ນ ພວກເຈົ້າ​ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ​ຫລື​ບໍ່?” ພວກເຂົາ​ຕອບ​ວ່າ, “ພວກເຮົາ​ບໍ່ເຄີຍ​ໄດ້ຍິນ​ຜູ້ໃດ​ເວົ້າ​ວ່າ​ມີ​ພຣະວິນຍານ​ບໍຣິສຸດເຈົ້າ.”</verse>
				<verse number="3">ແລ້ວ​ໂປໂລ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ຖ້າ​ຢ່າງ​ນັ້ນ ພວກເຈົ້າ​ໄດ້​ຮັບ​ບັບຕິສະມາ​ແນວ​ໃດ?” ພວກເຂົາ​ຕອບ​ວ່າ, “ບັບຕິສະມາ​ຂອງ​ໂຢຮັນ.”</verse>
				<verse number="4">ໂປໂລ​ຈຶ່ງ​ບອກ​ວ່າ, “ບັບຕິສະມາ​ຂອງ​ໂຢຮັນ​ແມ່ນ​ສຳລັບ​ຄົນ​ທີ່​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ເພິ່ນ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ ໃຫ້​ເຊື່ອ​ໃນ​ຜູ້​ທີ່​ມາ​ພາຍ​ຫລັງ​ຕົນ ຄື​ເຊື່ອ​ໃນ​ພຣະເຢຊູເຈົ້າ.”</verse>
				<verse number="5">ເມື່ອ​ໄດ້ຍິນ​ດັ່ງນີ້ ພວກເຂົາ​ກໍ​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ອົງ​ພຣະເຢຊູເຈົ້າ.</verse>
				<verse number="6">ໂປໂລ​ໄດ້​ວາງ​ມື​ໃສ່​ພວກເຂົາ ແລະ​ພຣະວິນຍານ​ບໍຣິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ພວກເຂົາ ພວກເຂົາ​ຈຶ່ງ​ຕັ້ງຕົ້ນ​ປາກ​ພາສາ​ແປກໆ ແລະ​ທຳນວາຍ.</verse>
				<verse number="7">ຊາຍ​ເຫຼົ່ານີ້​ມີ​ດ້ວຍກັນ​ທັງໝົດ​ປະມານ​ສິບສອງ​ຄົນ.</verse>
				<verse number="8">ເປັນ​ເວລາ​ສາມ​ເດືອນ ທີ່​ໂປໂລ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ​ກ່າວ​ກັບ​ປະຊາຊົນ​ດ້ວຍ​ໃຈ​ກ້າຫານ ເພິ່ນ​ປະກາດ​ເຖິງ​ອານາຈັກ​ຂອງ​ພຣະເຈົ້າ ແລະ​ຊັກຊວນ​ໃຫ້​ພວກເຂົາ​ຮັບ​ເຊື່ອ.</verse>
				<verse number="9">ແຕ່​ມີ​ບາງຄົນ​ໃຈແຂງ ແລະ​ບໍ່​ຍອມ​ເຊື່ອ ຊໍ້າ​ຍັງ​ເວົ້າ​ຄຳ​ຫຍາບຊ້າ​ຕໍ່ໜ້າ​ຄົນ​ທັງຫລາຍ ເຖິງ​ທາງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ, ດັ່ງນັ້ນ ໂປໂລ​ຈຶ່ງ​ໜີ​ຈາກ​ພວກເຂົາ ແລະ​ນຳ​ຄົນ​ທີ່​ເຊື່ອ​ໄປ​ກັບ​ຕົນ ແລະ​ທຸກໆ​ວັນ​ເພິ່ນ​ໄດ້​ໂຕ້ຖຽງ ຢູ່​ໃນ​ຫ້ອງ​ປະຊຸມ​ຂອງທ່ານ​ຕີລາໂນ.</verse>
				<verse number="10">ການ​ນີ້​ໄດ້​ດຳເນີນ​ໄປ​ເປັນ​ເວລາ​ສອງ​ປີ ຈົນ​ວ່າ​ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ແຂວງ​ເອເຊຍ ໄດ້ຍິນ​ພຣະຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຕະຫລອດ​ທັງ​ຄົນ​ຢິວ ແລະ​ຄົນ​ກຣີກ​ດ້ວຍ.</verse>
				<verse number="11">ພຣະເຈົ້າ​ໄດ້​ເຮັດ​ການ​ອັດສະຈັນ​ອັນ​ແປກ​ປະຫລາດ​ຜ່ານ​ໂປໂລ.</verse>
				<verse number="12">ແມ່ນແຕ່​ຜ້າ​ເຊັດເຫື່ອ​ກັບ​ຜ້າ​ກັນເປື້ອນ​ທີ່​ເພິ່ນ​ໃຊ້ ຊຶ່ງ​ຖືກ​ນຳ​ໄປ​ວາງ​ໃສ່​ຄົນ​ເຈັບປ່ວຍ ແລະ​ໂຣກໄພໄຂ້ເຈັບ​ຕ່າງໆ​ຂອງ​ພວກເຂົາ​ກໍ​ຫາຍ​ດີ ແລະ​ບັນດາ​ຜີຊົ່ວຮ້າຍ​ທີ່​ສິງ​ກໍ​ອອກ​ໄປ​ຈາກ​ພວກເຂົາ​ດ້ວຍ.</verse>
				<verse number="13">ພວກ​ຢິວ​ບາງຄົນ​ທີ່​ທ່ຽວ​ໄປມາ​ເປັນ​ໝໍ​ຂັບໄລ່​ຜີຊົ່ວຮ້າຍ ກໍ​ພະຍາຍາມ​ໃຊ້​ນາມຊື່​ຂອງ​ອົງ​ພຣະເຢຊູເຈົ້າ​ກະທຳ​ການ​ນີ້​ເໝືອນກັນ, ພວກເຂົາ​ສັ່ງ​ຜີຊົ່ວຮ້າຍ​ທີ່​ສິງ​ວ່າ, “ກູ​ສັ່ງ​ພວກສູ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ທີ່​ໂປໂລ​ປະກາດ​ນັ້ນ.”</verse>
				<verse number="14">ຍັງ​ມີ​ຢິວ​ຜູ້ໜຶ່ງ​ຊື່​ຊະເກວາ ເປັນ​ມະຫາ​ປະໂຣຫິດ​ມີ​ລູກຊາຍ​ເຈັດ​ຄົນ​ໄດ້​ກະທຳ​ການ​ນີ້.</verse>
				<verse number="15">ແຕ່​ຜີຊົ່ວຮ້າຍ​ທີ່​ເຂົ້າ​ສິງ​ໄດ້​ຕອບ​ຄົນ​ເຫຼົ່ານັ້ນ​ວ່າ, “ພຣະເຢຊູເຈົ້າ ເຮົາ​ກໍ​ລຶ້ງເຄີຍ ແລະ​ໂປໂລ ເຮົາ​ກໍ​ຮູ້ຈັກ​ເໝືອນກັນ, ແຕ່​ພວກສູ​ແມ່ນ​ຜູ້ໃດ?”</verse>
				<verse number="16">ຄົນ​ທີ່​ຜີຊົ່ວຮ້າຍ​ເຂົ້າ​ສິງ​ນັ້ນ​ໄດ້​ໂດດ​ໃສ່​ຄົນ​ເຫຼົ່ານີ້ ຕີຕ່ອຍ​ພວກເຂົາ​ຈົນ​ເປັນ​ບາດ​ຕາມ​ຕົນຕົວ ແລະ​ຈີກ​ເສື້ອຜ້າ​ຂອງ​ພວກເຂົາ ຈົນ​ພວກເຂົາ​ແລ່ນ​ປົບໜີໄປ​ແຕ່​ຕົວເປົ່າ.</verse>
				<verse number="17">ເລື່ອງ​ນີ້​ໄດ້​ຊ່າລື​ໄປ​ເຖິງ​ຫູ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ ຕະຫລອດ​ທັງ​ຄົນ​ຢິວ ແລະ​ຄົນ​ກຣີກ​ດ້ວຍ, ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ຢ້ານກົວ​ຫລາຍ​ທີ່ສຸດ ແລະ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ ກໍ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ຢ່າງ​ສູງສຸດ.</verse>
				<verse number="18">ຄົນ​ທີ່​ເຊື່ອ​ຫລາຍ​ຄົນ​ໄດ້​ມາ​ສາລະພາບ​ບາບກຳ ແລະ​ເວົ້າ​ຢ່າງ​ເປີດເຜີຍ​ເຖິງ​ການ​ທີ່​ຕົນ​ໄດ້​ເຄີຍ​ກະທຳ.</verse>
				<verse number="19">ຄົນ​ທີ່​ເຄີຍ​ໃຊ້​ເວດມົນ​ຄາຖາ​ໄດ້​ເອົາ​ຕຳລາ​ຂອງຕົນ​ມາ ແລະ​ຈູດ​ໄຟ​ເຜົາ​ຖິ້ມ​ຕໍ່ໜ້າ​ຄົນ​ທັງຫລາຍ, ຕຳລາ​ເຫຼົ່ານີ້ ເມື່ອ​ຕີ​ລາຄາ​ລວມ​ກັນ​ແລ້ວ ທັງໝົດ​ຕົກ​ເປັນ​ເງິນ​ຫ້າໝື່ນ​ຫລຽນ.</verse>
				<verse number="20">ຍ້ອນ​ເຫດ​ນັ້ນ ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ເກີດຜົນ​ຈະເລີນ​ຂຶ້ນ ມີ​ໄຊຊະນະ​ຢູ່​ດ້ວຍ​ຣິດເດດ.</verse>
				<verse number="21">ຫລັງຈາກ​ເຫດການ​ເຫຼົ່ານີ້​ແລ້ວ ໂປໂລ​ກໍ​ຕັດສິນໃຈ ຜ່ານ​ແຂວງ​ມາເກໂດເນຍ ແລະ ອະຂາຢາ ແລະ​ເດີນທາງ​ຕໍ່ໄປ​ສູ່​ນະຄອນ​ເຢຣູຊາເລັມ, ເພິ່ນ​ກ່າວ​ວ່າ, “ຫລັງຈາກ​ໄປ​ທີ່​ນັ້ນ​ແລ້ວ ເຮົາ​ຕ້ອງ​ໄປ​ເຫັນ​ນະຄອນ​ໂຣມ​ເໝືອນກັນ.”</verse>
				<verse number="22">ດັ່ງນັ້ນ ໂປໂລ​ຈຶ່ງ​ໃຊ້​ຜູ້​ຊ່ວຍ​ຂອງຕົນ​ສອງ​ຄົນ ຄື​ຕີໂມທຽວ​ກັບ​ເອຣາຊະໂຕ ໄປ​ທີ່​ແຂວງ​ມາເກໂດເນຍ, ສ່ວນ​ເພິ່ນ​ເອງ​ຍັງ​ພັກ​ຢູ່​ຊົ່ວ​ໄລຍະ​ໜຶ່ງ​ທີ່​ແຂວງ​ເອເຊຍ.</verse>
				<verse number="23">ໃນ​ຄາວ​ນັ້ນ ໄດ້​ເກີດ​ມີ​ການ​ວຸ້ນວາຍ​ອັນ​ໃຫຍ່​ຂຶ້ນ​ໃນ​ເມືອງ​ເອເຟໂຊ ເພາະ​ທາງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="24">ມີ​ຊ່າງ​ເງິນ​ຜູ້ໜຶ່ງ​ຊື່​ວ່າ ເດເມທິໂອ ລາວ​ໄດ້​ໃຊ້​ເງິນ​ແທ່ງ​ເຮັດ​ຮູບ​ວິຫານ​ຂອງ​ພະ​ອາເຕມາ ແລະ​ທຸລະກິດ​ຂອງ​ລາວ​ໄດ້​ເຮັດ​ໃຫ້​ບັນດາ​ຊ່າງ​ມີ​ລາຍໄດ້​ດີ.</verse>
				<verse number="25">ດັ່ງນັ້ນ ລາວ​ຈຶ່ງ​ເອີ້ນ​ບັນດາ​ນາຍຊ່າງ​ຂອງຕົນ ແລະ​ນາຍຊ່າງ​ອື່ນໆ ທີ່​ເຮັດ​ທຸລະກິດ​ເໝືອນ​ກັບ​ຕົນເອງ​ມາ​ປະຊຸມ ແລະ​ເວົ້າ​ກັບ​ພວກເຂົາ​ວ່າ, “ສະຫາຍ​ທັງຫລາຍ​ເອີຍ ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ ພວກເຮົາ​ໄດ້​ຊັບສິນ​ເງິນຄຳ​ມາ ກໍ​ເພາະ​ທຸລະກິດ​ນີ້.</verse>
				<verse number="26">ບັດນີ້ ພວກເຈົ້າ​ກໍ​ຮູ້​ເຫັນ​ໄດ້​ໂດຍ​ຕົນເອງ​ແລ້ວ​ວ່າ ສິ່ງ​ທີ່​ໂປໂລ ຊາຍ​ຄົນ​ນີ້​ກຳລັງ​ເຮັດ​ນັ້ນ​ເປັນ​ແນວ​ໃດ ລາວ​ເວົ້າ​ວ່າ ບັນດາ​ຮູບ​ພະ​ທີ່​ມື​ມະນຸດ​ສ້າງ​ຂຶ້ນ​ນັ້ນ ບໍ່ແມ່ນ​ພຣະເຈົ້າ ແລະ​ລາວ​ກໍ​ຊັກຊວນ​ຫລາຍ​ຄົນ​ໃຫ້​ເຊື່ອ​ເປັນ​ຜົນ​ສຳເລັດ ທັງ​ໃນ​ເມືອງ​ເອເຟໂຊ​ນີ້ ແລະ​ໃກ້​ແຂວງ​ເອເຊຍ​ທັງໝົດ​ດ້ວຍ.</verse>
				<verse number="27">ເລື່ອງ​ນີ້​ເປັນ​ອັນຕະລາຍ​ແກ່​ທຸລະກິດ​ຂອງ​ພວກເຮົາ ທີ່​ຈະ​ໃຫ້​ເກີດ​ມີ​ຊື່ສຽງ​ບໍ່​ດີ ບໍ່​ພຽງແຕ່​ເທົ່ານັ້ນ ປະຊາຊົນ​ຍັງ​ຈະ​ຄິດ​ຕໍ່ໄປ​ອີກ​ວ່າ, ວິຫານ​ຂອງ​ພະ​ອາເຕມາ​ເທບທິດາ ຜູ້​ຍິ່ງໃຫຍ່​ບໍ່ມີ​ຄວາມ​ສຳຄັນ​ຫຍັງ ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ພະນາງ​ກໍ​ຈະ​ຖືກ​ທຳລາຍ ຊຶ່ງ​ພະນາງ​ເຄີຍ​ເປັນ​ທີ່​ນັບຖື​ຂອງ​ບັນດາ​ຊາວ​ເອເຊຍ ແລະ​ຂອງ​ຊາວ​ໂລກ​ທັງໝົດ.”</verse>
				<verse number="28">ເມື່ອ​ປະຊາຊົນ​ໄດ້ຍິນ​ຖ້ອຍຄຳ​ເຫຼົ່ານີ້ ຕ່າງ​ກໍ​ຄຽດແຄ້ນ ແລະ​ຮ້ອງ​ຂຶ້ນ​ວ່າ, “ພະ​ອາເຕມາ​ຂອງ​ຊາວ​ເອເຟໂຊ ຍິ່ງໃຫຍ່.”</verse>
				<verse number="29">ແລ້ວ​ຄວາມ​ວຸ້ນວາຍ​ກໍໄດ້​ລາມ​ໄປ​ທົ່ວ​ທັງ​ເມືອງ ປະຊາຊົນ​ເຫຼົ່ານັ້ນ​ໄດ້​ຈັບ​ເອົາ​ຊາວ​ມາເກໂດເນຍ​ສອງ​ຄົນ ທີ່​ເປັນ​ເພື່ອນ​ເດີນທາງ​ຮ່ວມ​ກັບ​ໂປໂລ ຄື​ໄຄໂຢ ແລະ ອາຣິດຕາໂຂ ແລະ​ລາກ​ພວກເພິ່ນ​ເຂົ້າ​ໄປ​ໃນ​ສະໜາມ​ລະຄອນ.</verse>
				<verse number="30">ຝ່າຍ​ໂປໂລ​ເອງ​ນັ້ນ​ຢາກ​ເຂົ້າ​ໄປ​ຢູ່​ຕໍ່ໜ້າ​ປະຊາຊົນ​ເພື່ອ​ເວົ້າ​ກັບ​ພວກເຂົາ, ແຕ່​ພວກ​ຄົນ​ທີ່​ເຊື່ອ​ໄດ້​ຫ້າມ​ບໍ່​ໃຫ້​ເພິ່ນ​ໄປ.</verse>
				<verse number="31">ມີ​ບາງຄົນ​ໃນ​ພວກ​ເຈົ້າໜ້າທີ່ ຊຶ່ງ​ເປັນ​ເພື່ອນ​ຂອງ​ໂປໂລ​ກໍ​ໃຊ້​ຄົນ​ໄປ​ວອນຂໍ ບໍ່​ໃຫ້​ໂປໂລ​ເຂົ້າ​ໄປ​ກ່າວ​ກັບ​ປະຊາຊົນ​ໃນ​ສະໜາມ​ລະຄອນ​ເຊັ່ນກັນ.</verse>
				<verse number="32">ໃນ​ເວລາ​ນັ້ນ​ປະຊາຊົນ​ທີ່​ເຕົ້າໂຮມ​ກັນ​ຢູ່​ນັ້ນ ກໍ​ເກີດ​ສັບສົນ​ວຸ້ນວາຍ​ຄື​ບາງ​ພວກ​ກໍ​ຮ້ອງ​ຂຶ້ນ​ແນວ​ໜຶ່ງ ແລະ​ອີກ​ບາງ​ພວກ​ກໍ​ຮ້ອງ​ຂຶ້ນ​ແນວ​ອື່ນ ເພາະ​ຄົນ​ສ່ວນ​ຫລາຍ​ບໍ່ໄດ້​ຮູ້​ວ່າ ພວກເຂົາ​ມາ​ປະຊຸມ​ກັນ​ຍ້ອນ​ເລື່ອງ​ໃດ.</verse>
				<verse number="33">ບາງຄົນ​ໃນ​ປະຊາຊົນ​ໄດ້​ອະທິບາຍ​ເລື່ອງ​ສູ່​ອາເລັກຊັນເດີ ຜູ້​ທີ່​ພວກ​ຢິວ​ຊຸກ​ໃຫ້​ອອກ​ໄປ​ຂ້າງ​ໜ້າ ແລ້ວ​ອາເລັກຊັນເດີ​ກໍ​ໃຊ້​ມື​ເປັນ​ສັນຍານ​ໃຫ້​ປະຊາຊົນ​ງຽບ ແລະ​ພະຍາຍາມ​ທີ່​ຈະ​ກ່າວ​ແກ້​ແທນ​ເປັນ​ການ​ປ້ອງກັນ.</verse>
				<verse number="34">ແຕ່​ເມື່ອ​ປະຊາຊົນ​ຮູ້​ວ່າ ລາວ​ເປັນ​ຄົນ​ຢິວ​ພວກເຂົາ​ຕ່າງ​ກໍ​ຮ້ອງ​ຂຶ້ນ​ພ້ອມກັນ ເປັນ​ສຽງ​ດຽວ​ຢູ່​ປະມານ​ສອງ​ຊົ່ວໂມງ​ວ່າ, “ພະ​ອາເຕມາ​ຂອງ​ຊາວ​ເອເຟໂຊ​ຍິ່ງໃຫຍ່.”</verse>
				<verse number="35">ເມື່ອ​ເຈົ້າໜ້າທີ່​ຂອງ​ອຳນາດ​ການ​ປົກຄອງ​ເມືອງ​ລະງັບ​ປະຊາຊົນ​ໄດ້​ແລ້ວ ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ຊາວ​ເມືອງ​ເອເຟໂຊ​ເອີຍ ຜູ້ໃດ​ກໍ​ຮູ້​ວ່າ​ຊາວ​ເມືອງ​ເອເຟໂຊ ເປັນ​ຜູ້​ຮັກສາ​ດູແລ​ວິຫານ​ຂອງ​ພະ​ອາເຕມາ ແລະ​ຫີນ​ສັກສິດ​ທີ່​ຕົກ​ມາ​ຈາກ​ຟ້າ.</verse>
				<verse number="36">ບໍ່ມີ​ຜູ້ໃດ​ດອກ​ທີ່​ຈະ​ປະຕິເສດ​ໄດ້. ເພາະສະນັ້ນ ພວກເຈົ້າ​ຄວນ​ສະຫງົບ​ລົງ​ສາ ແລະ​ຢ່າ​ເຮັດ​ສິ່ງໃດ​ໂດຍ​ທີ່​ບໍ່​ຢັ່ງຄິດ.</verse>
				<verse number="37">ພວກເຈົ້າ​ໄດ້​ນຳ​ເອົາ​ຄົນ​ເຫຼົ່ານີ້​ມາ ໂດຍ​ທີ່​ພວກເຂົາ​ບໍ່ໄດ້​ເປັນ​ຄົນ​ປຸ້ນ​ວິຫານ ຫລື​ເວົ້າ​ໝິ່ນປະໝາດ​ເທບທິດາ​ຂອງ​ພວກເຮົາ.</verse>
				<verse number="38">ເພາະສະນັ້ນ ຖ້າ​ເດເມທິໂອ​ກັບ​ບັນດາ​ຄົນງານ​ຂອງ​ລາວ ເປັນ​ຄວາມ​ກັບ​ຜູ້ໃດ ວັນ​ກຳນົດ​ທີ່​ຈະ​ວ່າ​ຄວາມ​ກໍ​ມີ ແລະ​ເຈົ້າໜ້າທີ່​ປົກຄອງ​ບ້ານ​ເມືອງ​ກໍ​ມີ ໃຫ້​ພວກເຂົາ​ນຳ​ຄວາມ​ໄປ​ຟ້ອງ​ກັນ​ຢູ່​ທີ່​ນັ້ນ​ສາ.</verse>
				<verse number="39">ແຕ່​ຖ້າ ພວກເຈົ້າ​ມີ​ຂໍ້​ກ່າວຫາ​ອັນ​ໃດ​ອີກ ກໍ​ຈົ່ງ​ໃຫ້​ໄປ​ຊຳລະ​ຄວາມ​ກັນ​ໄດ້​ທີ່​ກອງ​ປະຊຸມ​ສານ.</verse>
				<verse number="40">ນອກຈາກ​ນັ້ນ ພວກເຮົາ​ອາດ​ຈະ​ຖືກ​ກ່າວຫາ​ວ່າ​ເປັນ​ຜູ້​ກໍ່​ຄວາມ​ວຸ້ນວາຍ ຍ້ອນ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ໃນວັນນີ້​ກໍໄດ້ ແລະ​ຂໍ້​ອ້າງ​ທີ່​ຈະ​ຍົກ​ຂຶ້ນ​ມາ​ເປັນ​ເຫດຜົນ​ໃນ​ການ​ເຕົ້າໂຮມ​ຢ່າງ​ນີ້​ກໍ​ບໍ່ມີ ແລະ​ພວກເຮົາ​ກໍ​ບໍ່​ອາດ​ອະທິບາຍ​ເລື່ອງ​ນີ້ ໃຫ້​ເປັນ​ທີ່​ຈະແຈ້ງ​ໄດ້​ດ້ວຍ.”</verse>
				<verse number="41">ຫລັງຈາກ​ກ່າວ​ເຊັ່ນນີ້​ແລ້ວ ເພິ່ນ​ກໍ​ສັ່ງ​ໃຫ້​ເລີກ​ປະຊຸມ.</verse>
			</chapter>
			<chapter number="20">
				<verse number="1">ຫລັງຈາກ​ຄວາມ​ວຸ້ນວາຍ​ສະຫງົບ​ລົງ​ແລ້ວ​ໂປໂລ ກໍ​ເອີ້ນ​ພວກ​ຄົນ​ທີ່​ເຊື່ອ​ມາ​ເຕົ້າໂຮມ​ກັນ ແລະ​ກ່າວ​ຄຳ​ໜູນໃຈ​ແກ່​ພວກເຂົາ​ຫລາຍ​ປະການ ແລ້ວ​ເພິ່ນ​ກໍ​ອຳລາ​ພວກເຂົາ ແລະ​ເດີນທາງ​ໄປ​ແຂວງ​ມາເກໂດເນຍ.</verse>
				<verse number="2">ເມື່ອ​ຜ່ານ​ຂົງເຂດ​ຕ່າງໆ​ໃນ​ແຂວງ​ນີ້​ໄປ ເພິ່ນ​ກໍ​ກ່າວ​ຄຳ​ໜູນໃຈ​ຫລາຍ​ປະການ​ແກ່​ບັນດາ​ຄົນ​ທີ່​ເຊື່ອ ແລ້ວ​ເພິ່ນ​ກໍ​ເດີນທາງ​ມາ​ເຖິງ​ປະເທດ​ກຣີກ</verse>
				<verse number="3">ແລະ​ອາໄສ​ຢູ່​ທີ່​ນີ້​ເປັນ​ເວລາ​ສາມ​ເດືອນ, ເມື່ອ​ໃກ້​ຈະ​ລົງ​ເຮືອ​ໄປ​ແຂວງ​ຊີເຣຍ ໂປໂລ​ກໍ​ໄດ້​ຍິນ​ຂ່າວ​ວ່າ ພວກ​ຢິວ​ກຳລັງ​ວາງແຜນ​ທຳຮ້າຍ​ຕົນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຕັດສິນໃຈ​ກັບຄືນ ໂດຍ​ຜ່ານ​ໄປ​ທາງ​ແຂວງ​ມາເກໂດເນຍ.</verse>
				<verse number="4">ຄົນ​ທີ່​ໄປ​ກັບ​ເພິ່ນ​ນັ້ນ​ມີ​ດັ່ງນີ້: ໂຊປາເຕ ລູກຊາຍ​ຂອງ​ປີໂຣ​ຊາວ​ເມືອງ​ເບເຣຍ, ອາຣິດຕາໂຂ ແລະ ເຊກຸນໂດ ຊາວ​ເມືອງ​ເທສະໂລນິກ, ໄຄໂຢ ຊາວ​ເມືອງ​ເດຣະເບ, ຕີຂີໂກ ແລະ ໂທຟີໂມ ຊາວ​ແຂວງ​ເອເຊຍ ແລະ ຕີໂມທຽວ.</verse>
				<verse number="5">ຄົນ​ເຫຼົ່ານີ້​ໄດ້​ໄປ​ລ່ວງໜ້າ​ກ່ອນ ແລະ​ຄອຍຖ້າ​ພວກເຮົາ​ຢູ່​ທີ່​ເມືອງ​ໂທອາດ.</verse>
				<verse number="6">ເມື່ອ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ສິ້ນສຸດ​ລົງ​ແລ້ວ ພວກເຮົາ​ກໍ​ລົງ​ເຮືອ​ທີ່​ເມືອງ​ຟີລິບປອຍ ແລະ​ເດີນທາງ​ໄປ, ຫລັງຈາກ​ຫ້າ​ວັນ ກໍ​ມາ​ພົບ​ຄົນ​ເຫຼົ່ານັ້ນ​ທີ່​ເມືອງ​ໂທອາດ ແລະ​ພວກເຮົາ​ໄດ້​ອາໄສ​ຢູ່​ໃນ​ທີ່ນັ້ນ​ໜຶ່ງ​ອາທິດ.</verse>
				<verse number="7">ໃນ​ວັນ​ຕົ້ນ​ສັບປະດາ ພວກເຮົາ​ໄດ້​ເຕົ້າໂຮມ​ກັນ​ເພື່ອ​ທຳ​ພິທີ​ຫັກ​ເຂົ້າຈີ່. ໂປໂລ​ໄດ້​ໂອ້ລົມ​ກັບ​ພວກ​ຄົນ​ທີ່ເຊື່ອ, ເພິ່ນ​ສືບຕໍ່​ກ່າວ​ພຣະທຳ​ນັ້ນ​ຈົນເຖິງ​ທ່ຽງຄືນ ເພາະວ່າ​ວັນ​ຕໍ່ມາ​ເພິ່ນ​ກໍ​ຈະ​ຈາກ​ພວກເຂົາ​ໄປ.</verse>
				<verse number="8">ໃນ​ຫ້ອງ​ຊັ້ນ​ເທິງ ເຮືອນ​ບ່ອນ​ທີ່​ພວກເຮົາ​ປະຊຸມ​ກັນ​ນັ້ນ ມີ​ໂຄມໄຟ​ຫລາຍ​ໜ່ວຍ.</verse>
				<verse number="9">ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ນັ່ງ​ທີ່​ປ່ອງຢ້ຽມ​ຊື່​ວ່າ ຢູຕີໂຂ, ເມື່ອ​ໂປໂລ​ສືບຕໍ່​ກ່າວ​ພຣະທຳ​ຢູ່​ນັ້ນ ຢູຕີໂຂ​ກໍ​ເຫງົານອນ ຈົນ​ໃນ​ທີ່ສຸດ​ຫລັບ​ໄປ ແລະ​ຕົກລົງ​ຈາກ​ຊັ້ນ​ສາມ, ເມື່ອ​ພວກເຂົາ​ໂຊມ​ລາວ​ລຸກ​ຂຶ້ນ ກໍ​ເຫັນ​ວ່າ​ລາວ​ຕາຍ​ແລ້ວ.</verse>
				<verse number="10">ໂປໂລ​ຈຶ່ງ​ລົງ​ໄປ ແລະ​ກົ້ມ​ກອດ​ລາວ​ໄວ້ ເພິ່ນ​ກ່າວ​ວ່າ, “ຢ່າ​ສູ່​ວິຕົກ​ເລີຍ ລາວ​ຍັງ​ມີ​ຊີວິດ​ຢູ່.”</verse>
				<verse number="11">ແລ້ວ​ເພິ່ນ​ກໍ​ກັບ​ຂຶ້ນ​ໄປ​ເທິງ​ເຮືອນ ຫັກ​ແລະ​ກິນ​ເຂົ້າຈີ່​ກັບ​ຄົນ​ທີ່ເຊື່ອ, ຫລັງຈາກ​ໂອ້ລົມ​ສົນທະນາ​ກັບ​ພວກເຂົາ​ເປັນ​ເວລາ​ຍືດຍາວ ຈົນເຖິງ​ຕາເວັນ​ຂຶ້ນ​ແລ້ວ ໂປໂລ​ກໍ​ຈາກ​ໄປ.</verse>
				<verse number="12">ແລ້ວ​ພວກເຂົາ​ໄດ້​ນຳ​ເອົາ​ຊາຍ​ໜຸ່ມ ທີ່​ຍັງ​ມີ​ຊີວິດ​ຢູ່​ກັບ​ເມືອ​ເຮືອນ ແລະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຢ່າງ​ໃຫຍ່.</verse>
				<verse number="13">ພວກເຮົາ​ໄດ້​ອອກ​ໄປ​ກ່ອນ ເພື່ອ​ລົງ​ເຮືອ​ເດີນທາງ​ສູ່​ເມືອງ​ອາໂຊ ແລະ​ໃນ​ເມືອງ​ນີ້ ໂປໂລ​ຈະ​ຂີ່​ເຮືອ​ໄປ​ຕໍ່​ກັບ​ພວກເຮົາ, ເພິ່ນ​ໄດ້​ບອກ​ໃຫ້​ເຮັດ​ເຊັ່ນນີ້ ເພາະ​ເພິ່ນ​ຕັ້ງໃຈ​ວ່າ​ຈະ​ເດີນທາງ​ໄປ​ທີ່​ນັ້ນ​ທາງ​ບົກ.</verse>
				<verse number="14">ເມື່ອ​ເພິ່ນ​ພົບ​ພວກເຮົາ​ທີ່​ເມືອງ​ອາໂຊ​ແລ້ວ ກໍ​ລົງ​ເຮືອ​ໄປ​ເຖິງ​ເມືອງ​ມີຕີເລເນ.</verse>
				<verse number="15">ຈາກ​ທີ່​ນັ້ນ ພວກເຮົາ​ໄດ້​ລົງ​ເຮືອ ແລະ​ເດີນທາງ​ມາ​ເຖິງ​ບ່ອນ​ທີ່​ຊື່​ກັບ​ເກາະ​ຂີໂອ ວັນ​ຕໍ່ມາ ພວກເຮົາ​ກໍ​ມາ​ຮອດ​ທ່າ​ເຮືອ​ເກາະ​ຊາໂມ ແລະ​ວັນ​ຕໍ່ມາ​ອີກ ພວກເຮົາ​ກໍ​ເດີນທາງ​ມາ​ເຖິງ​ເມືອງ​ມີເລໂຕ.</verse>
				<verse number="16">ໂປໂລ​ໄດ້​ຕັດສິນໃຈ​ຂີ່​ເຮືອ​ກາຍ​ເມືອງ​ເອເຟໂຊ​ໄປ ເພື່ອ​ບໍ່​ຢາກ​ເສຍ​ເວລາ​ຢູ່​ໃນ​ແຂວງ​ເອເຊຍ, ເພິ່ນ​ຢາກ​ຟ້າວ​ໄປ​ເຖິງ​ນະຄອນ​ເຢຣູຊາເລັມ ໃຫ້​ທັນ​ວັນ​ເທດສະການ​ເພັນເຕຄໍສະເຕ​ຖ້າ​ເປັນ​ໄປ​ໄດ້.</verse>
				<verse number="17">ແລ້ວ​ໂປໂລ​ກໍ​ໃຊ້​ຄົນນຳຂ່າວ​ຈາກ​ເມືອງ​ມີເລໂຕ ໄປ​ທີ່​ເມືອງ​ເອເຟໂຊ ເພື່ອ​ຂໍຮ້ອງ​ໃຫ້​ພວກ​ເຖົ້າແກ່​ໃນ​ຄຣິສຕະຈັກ​ມາ​ພົບ.</verse>
				<verse number="18">ເມື່ອ​ພວກເຂົາ​ມາ​ແລ້ວ ເພິ່ນ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ທ່ານ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ ຕະຫລອດ​ເວລາ​ທີ່​ຂ້າພະເຈົ້າ​ຢູ່​ກັບ​ພວກທ່ານ ຂ້າພະເຈົ້າ​ໄດ້​ປະພຶດ​ຢ່າງ​ໃດ ຕັ້ງແຕ່​ວັນ​ທີ່​ຂ້າພະເຈົ້າ​ໄດ້​ຍ່າງ​ເຂົ້າ​ມາ​ໃນ​ແຂວງ​ເອເຊຍ.</verse>
				<verse number="19">ຂ້າພະເຈົ້າ​ໄດ້​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ດ້ວຍ​ຄວາມ​ຖ່ອມຕົວ​ທຸກຢ່າງ ດ້ວຍ​ນໍ້າຕາ​ໄຫລ ແລະ​ໂດຍ​ຜ່ານ​ຜ່າ​ຄວາມ​ຍາກ​ລຳບາກ​ນາໆ​ປະການ ທີ່​ຂ້າພະເຈົ້າ​ໄດ້​ຮັບ ເພາະ​ການ​ປອງຮ້າຍ​ຂອງ​ພວກ​ຢິວ.</verse>
				<verse number="20">ພວກທ່ານ​ກໍ​ຮູ້​ແລ້ວ​ວ່າ ຂ້າພະເຈົ້າ​ບໍ່ໄດ້​ຖ່ວງດຶງ​ສິ່ງໃດໆ ທີ່​ເປັນ​ຄຸນ​ປະໂຫຍດ​ແກ່​ພວກທ່ານ ຂ້າພະເຈົ້າ​ບໍ່ໄດ້​ທໍ້ຖອຍ​ຈາກ​ການ​ປະກາດ ຫລື​ສັ່ງສອນ​ພວກທ່ານ​ຕາມ​ທີ່​ປະຊຸມ ແລະ​ຕາມ​ບ້ານ​ເຮືອນ.</verse>
				<verse number="21">ຂ້າພະເຈົ້າ​ຮຽກຮ້ອງ​ຢ່າງ​ໜັກແໜ້ນ​ເຖິງ​ຄົນ​ຢິວ ແລະ​ຄົນຕ່າງຊາດ​ເໝືອນກັນ​ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ກັບຄືນ​ມາ​ຫາ​ພຣະເຈົ້າ ແລະ​ເຊື່ອ​ໃນ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ.</verse>
				<verse number="22">ມາບັດນີ້ ຂ້າພະເຈົ້າ​ຈະ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ຕາມ​ພຣະວິນຍານ​ບໍຣິສຸດເຈົ້າ​ຊີ້ນຳ ແລະ​ບໍ່​ຮູ້​ວ່າ​ເຫດການ​ຢ່າງ​ໃດ ຈະ​ເກີດຂຶ້ນ​ກັບ​ຂ້າພະເຈົ້າ​ຢູ່​ໃນ​ທີ່ນັ້ນ.</verse>
				<verse number="23">ຂ້າພະເຈົ້າ​ຮູ້​ແຕ່​ວ່າ​ຢູ່​ໃນ​ທຸກ​ເມືອງ ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ເຕືອນ​ຂ້າພະເຈົ້າ​ວ່າ ຄົນ​ຈະ​ຈັບ​ຂ້າພະເຈົ້າ​ໃສ່​ຄຸກ ແລະ​ຈະ​ສ້າງ​ຄວາມ​ລຳບາກ​ອັນ​ໃຫຍ່ຫລວງ​ໃຫ້​ແກ່​ຂ້າພະເຈົ້າ.</verse>
				<verse number="24">ແຕ່​ຂ້າພະເຈົ້າ​ຖື​ວ່າ ຊີວິດ​ຂອງ​ຂ້າພະເຈົ້າ ບໍ່ມີ​ຄ່າ​ແກ່​ຂ້າພະເຈົ້າ​ເອງ​ຢ່າງ​ໃດ​ໝົດ, ເພື່ອ​ຂ້າພະເຈົ້າ​ຈະ​ເຮັດ​ໜ້າທີ່​ຂອງ​ຂ້າພະເຈົ້າ ແລະ​ຈະ​ໄດ້​ປະຕິບັດ​ງານ​ທີ່​ໄດ້​ຮັບ​ມອບໝາຍ​ຈາກ​ອົງ​ພຣະເຢຊູເຈົ້າ​ໃຫ້​ສຳເລັດ ຄື​ຈະ​ເປັນ​ພະຍານ​ຢ່າງ​ຄົບຖ້ວນ ເຖິງ​ເລື່ອງ​ຂ່າວປະເສີດ​ກ່ຽວກັບ​ພຣະຄຸນ​ຂອງ​ພຣະເຈົ້າ​ນັ້ນ.</verse>
				<verse number="25">ຂ້າພະເຈົ້າ​ໄດ້​ທຽວ​ໄປ​ປະກາດ​ເຖິງ​ອານາຈັກ​ຂອງ​ພຣະເຈົ້າ ໃນ​ທ່າມກາງ​ພວກທ່ານ​ທຸກຄົນ, ແຕ່​ບັດນີ້​ຂ້າພະເຈົ້າ​ຮູ້​ວ່າ ບໍ່ມີ​ຜູ້ໃດ​ໃນ​ພວກທ່ານ​ຈະ​ເຫັນ​ໜ້າ​ຂ້າພະເຈົ້າ​ອີກ​ຕໍ່ໄປ.</verse>
				<verse number="26">ດ້ວຍເຫດນັ້ນ ໃນວັນນີ້ ຂ້າພະເຈົ້າ​ຈຶ່ງ​ກ່າວ​ເລື່ອງ​ນີ້​ແກ່​ພວກທ່ານ​ຢ່າງ​ໜັກແໜ້ນ​ວ່າ ຂ້າພະເຈົ້າ​ບໍ່ມີ​ໂທດ​ໃນ​ຊາຕາກຳ​ຂອງ​ພວກທ່ານ​ທຸກຄົນ.</verse>
				<verse number="27">ດ້ວຍວ່າ, ຂ້າພະເຈົ້າ​ບໍ່ໄດ້​ທໍ້ຖອຍ ໃນ​ການ​ປະກາດ​ພຣະ​ປະສົງ​ທຸກຢ່າງ​ຂອງ​ພຣະເຈົ້າ​ໃຫ້​ພວກທ່ານ​ຮູ້.</verse>
				<verse number="28">ທ່ານ​ທັງຫລາຍ ຈົ່ງ​ລະວັງ​ຕົວເອງ​ໃຫ້​ດີ ແລະ​ເຝົ້າ​ຮັກສາ​ຝູງແກະ ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ມອບ​ໄວ້​ໃຫ້​ພວກທ່ານ​ເປັນ​ຜູ້​ດູແລ, ຈົ່ງ​ບຳລຸງ​ລ້ຽງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ທີ່​ພຣະອົງ​ເປັນ​ເຈົ້າ​ຂອງ ໂດຍ​ພຣະບຸດ​ໄດ້​ຊົງ​ໄຖ່​ມາ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ​ເອງ.</verse>
				<verse number="29">ຂ້າພະເຈົ້າ​ຮູ້​ວ່າ ຫລັງຈາກ​ຂ້າພະເຈົ້າ​ຈາກ​ໄປ​ແລ້ວ ຈະ​ມີ​ຝູງ​ໝາໄນ​ທີ່​ຮ້າຍກາດ​ເຂົ້າ​ມາ​ໃນ​ທ່າມກາງ​ພວກທ່ານ ແລະ​ມັນ​ຈະ​ບໍ່​ໄວ້​ຊີວິດ​ຂອງ​ຝູງແກະ​ນັ້ນ​ເລີຍ.</verse>
				<verse number="30">ໃນ​ທ່າມກາງ​ພວກທ່ານ​ເອງ ຈະ​ມີ​ຄົນ​ເວົ້າ​ປີ້ນ​ຄວາມຈິງ ແລະ​ຊັກຊວນ​ເອົາ​ຄົນ​ທີ່ເຊື່ອ​ໃຫ້​ຫລົງ​ໄປ​ຕາມ​ພວກເຂົາ.</verse>
				<verse number="31">ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ ແລະ​ຈົດຈຳ​ໄວ້​ວ່າ ໃນ​ລະຫວ່າງ​ສາມ​ປີ​ທັງ​ກາງເວັນ​ແລະ​ກາງຄືນ ຂ້າພະເຈົ້າ​ບໍ່ໄດ້​ຢຸດ​ຢ່ອນ ໃນ​ການ​ເຕືອນ​ສະຕິ​ພວກທ່ານ​ທຸກຄົນ​ດ້ວຍ​ນໍ້າຕາ​ໄຫລ.”</verse>
				<verse number="32">“ມາບັດນີ້ ຂ້າພະເຈົ້າ​ຂໍ​ຝາກ​ພວກທ່ານ​ໄວ້​ກັບ​ພຣະເຈົ້າ ແລະ​ໄວ້​ກັບ​ພຣະທຳ​ອັນ​ປະກອບ​ດ້ວຍ​ພຣະຄຸນ, ພຣະທຳ​ນັ້ນ​ມີ​ຣິດອຳນາດ​ທີ່​ຈະ​ສ້າງ​ພວກທ່ານ​ຂຶ້ນ​ໄດ້ ແລະ​ຈະ​ໃຫ້​ພວກທ່ານ​ໄດ້​ຮັບ​ມໍຣະດົກ ຊຶ່ງ​ພຣະເຈົ້າ​ມີ​ໄວ້​ສຳລັບ​ຜູ້​ຖືກ​ຊຳລະ​ໃຫ້​ບໍຣິສຸດ​ຂອງ​ພຣະອົງ​ທຸກຄົນ.</verse>
				<verse number="33">ຂ້າພະເຈົ້າ​ບໍ່ໄດ້​ໂລບ​ເອົາ​ເງິນ, ເອົາ​ຄຳ ຫລື​ເອົາ​ເສື້ອຜ້າ​ຂອງ​ຜູ້ໃດ​ຜູ້ໜຶ່ງ.</verse>
				<verse number="34">ພວກທ່ານ​ເອງ​ກໍ​ຮູ້​ຢູ່​ແລ້ວ​ວ່າ ຂ້າພະເຈົ້າ​ໃຊ້​ມື​ທັງສອງ​ຂອງ​ຂ້າພະເຈົ້າ​ນີ້​ແຫຼະ​ເຮັດ​ວຽກ ເພື່ອ​ຈັດຫາ​ທຸກສິ່ງ​ທີ່​ເພື່ອນ​ຮ່ວມງານ​ກັບ​ຂ້າພະເຈົ້າ​ຕ້ອງການ.</verse>
				<verse number="35">ຂ້າພະເຈົ້າ​ໄດ້​ເປັນ​ແບບ​ຢ່າງ​ໃຫ້​ພວກທ່ານ​ເຫັນ​ໃນ​ທຸກສິ່ງ​ວ່າ ດ້ວຍ​ການ​ເຮັດ​ວຽກ​ອັນ​ໜັກໜ່ວງ​ແບບ​ນີ້ ຈຶ່ງ​ຈະ​ຊ່ວຍເຫລືອ​ຄົນ​ຍາກຈົນ​ໄດ້, ໂດຍ​ໃຫ້​ຄິດເຖິງ​ຖ້ອຍຄຳ​ທີ່​ອົງ​ພຣະເຢຊູເຈົ້າ​ເອງ​ໄດ້​ກ່າວ​ໄວ້​ວ່າ, ‘ການ​ໃຫ້ ເປັນ​ເຫດ​ໃຫ້​ມີ​ຄວາມສຸກ ຫລາຍກວ່າ​ການ​ຮັບ.”’</verse>
				<verse number="36">ເມື່ອ​ໂປໂລ​ກ່າວ​ເຊັ່ນນີ້​ຈົບ​ລົງ​ແລ້ວ ເພິ່ນ​ກໍ​ຄຸເຂົ່າ​ລົງ​ພາວັນນາ​ອະທິຖານ​ຮ່ວມ​ກັບ​ຄົນ​ເຫຼົ່ານັ້ນ.</verse>
				<verse number="37">ທຸກຄົນ​ຈຶ່ງ​ຮ້ອງໄຫ້ ແລະ​ກອດ​ສັ່ງລາ​ເພິ່ນ​ດ້ວຍ​ຄວາມ​ຮັກແພງ.</verse>
				<verse number="38">ພວກເຂົາ​ໂສກເສົ້າ​ຫລາຍ ໂດຍ​ສະເພາະ​ຍ້ອນ​ເພິ່ນ​ໄດ້​ກ່າວ​ວ່າ ພວກເຂົາ​ຈະ​ບໍ່​ເຫັນ​ໜ້າ​ເພິ່ນ​ອີກ​ເລີຍ ແລ້ວ​ພວກເຂົາ​ກໍ​ພາກັນ​ໄປ​ສົ່ງ​ເພິ່ນ​ເຖິງ​ເຮືອ.</verse>
			</chapter>
			<chapter number="21">
				<verse number="1">ເມື່ອ​ພວກເຮົາ​ໄດ້​ກ່າວ​ຄຳ​ອຳລາ​ພວກເຂົາ​ແລ້ວ ກໍ​ຈາກ​ໄປ, ຫລັງຈາກ​ຂີ່​ເຮືອ​ກຳປັ່ນ​ແລ່ນ​ຕົງໄປ​ເກາະ​ໂກດ ແລະ​ອີກ​ວັນ​ໜຶ່ງ​ກໍ​ມາ​ເຖິງ​ເກາະ​ໂຣໂດ ຈາກ​ທີ່​ນັ້ນ​ພວກເຮົາ​ກໍ​ໄປ​ເຖິງ​ເມືອງ​ປາຕາຣາ.</verse>
				<verse number="2">ໃນ​ເມືອງ​ນີ້ ພວກເຮົາ​ໄດ້​ພົບ​ເຮືອ​ລຳ​ໜຶ່ງ ຊຶ່ງ​ໃກ້​ຈະ​ຂ້າມ​ໄປ​ແຂວງ​ໂຟນີເຊຍ. ດັ່ງນັ້ນ ພວກເຮົາ​ຈຶ່ງ​ລົງ​ເຮືອ​ລຳ​ນີ້ ແລະ​ເດີນທາງ​ຕໍ່ໄປ.</verse>
				<verse number="3">ຫລັງຈາກ​ແນມ​ເຫັນ​ເກາະ​ໄຊປຣັດ​ແລ້ວ ພວກເຮົາ​ກໍ​ເວັ້ນ​ເກາະ​ນັ້ນ​ໄປ​ທາງ​ຊ້າຍ ແລ້ວ​ມຸ່ງໜ້າ​ໄປ​ແຂວງ​ຊີເຣຍ ແລະ​ຈອດ​ເຮືອ​ທີ່​ທ່າ​ເມືອງ​ຕີເຣ ເພາະ​ໃນ​ເມືອງ​ນີ້ ເຮືອ​ຈະ​ຕ້ອງ​ເອົາ​ຂອງ​ບັນທຸກ​ຂຶ້ນ​ທ່າ.</verse>
				<verse number="4">ໃນ​ເມືອງ​ຕີເຣ​ນີ້ ພວກເຮົາ​ໄດ້​ພົບ​ຄົນ​ທີ່​ເຊື່ອ ແລະ​ໄດ້​ພັກ​ຢູ່​ກັບ​ພວກເຂົາ​ເປັນ​ເວລາ​ເຈັດ​ວັນ, ໂດຍ​ການ​ຊົງ​ນຳພາ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ສິດ​ເຫຼົ່ານັ້ນ​ໄດ້​ບອກ​ໂປໂລ​ບໍ່​ໃຫ້​ໄປ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="5">ແຕ່​ເມື່ອ​ອາທິດ​ໜຶ່ງ​ສິ້ນສຸດ​ລົງ​ແລ້ວ​ພວກເຮົາ​ກໍ​ອອກ​ເດີນທາງ​ໄປ​ຕໍ່, ຄົນ​ທີ່​ເຊື່ອ​ທຸກຄົນ​ພ້ອມ​ທັງ​ເມຍ ແລະ​ລູກໆ​ຂອງ​ພວກເຂົາ​ກໍໄດ້​ອອກ​ເມືອງ​ໄປ​ສົ່ງ​ພວກເຮົາ​ທີ່​ນອກເມືອງ ແລ້ວ​ໃນ​ທີ່ນັ້ນ ທຸກຄົນ​ໄດ້​ຄຸເຂົ່າ​ລົງ​ພາວັນນາ​ອະທິຖານ​ຮ່ວມກັນ​ທີ່​ຫາດຊາຍ.</verse>
				<verse number="6">ແລ້ວ​ກໍ​ກ່າວ​ອຳລາ​ຕໍ່​ກັນແລະກັນ ພວກເຮົາ​ຈຶ່ງ​ຂຶ້ນ​ເຮືອ​ຂະນະທີ່​ພວກເຂົາ​ກຳລັງ​ກັບຄືນ​ເມືອ​ນັ້ນ.</verse>
				<verse number="7">ພວກເຮົາ​ໄດ້​ສືບຕໍ່​ເດີນທາງ​ໂດຍ​ລົງ​ເຮືອ​ຈາກ​ເມືອງ​ຕີເຣ ໄປ​ເຖິງ​ເມືອງ​ປະໂຕເລມາຍ, ໃນ​ເມືອງ​ນີ້ ພວກເຮົາ​ໄດ້​ໄປ​ຄຳນັບ​ທັກທາຍ​ຄົນ​ທີ່ເຊື່ອ ແລະ ພັກ​ຢູ່​ນຳ​ພວກເຂົາ​ໜຶ່ງ​ວັນ.</verse>
				<verse number="8">ຕົກ​ວັນ​ໜ້າ​ມາ ພວກເຮົາ​ໄດ້​ຈາກ​ທີ່​ນັ້ນ ແລະ​ໄປ​ເຖິງ​ເມືອງ​ກາຍຊາເຣຍ, ໃນ​ເມືອງ​ນີ້ ພວກເຮົາ​ໄດ້​ພັກ​ຢູ່​ທີ່​ເຮືອນ​ຂອງ​ຟີລິບ​ຜູ້​ປະກາດ​ຂ່າວປະເສີດ ທີ່​ເປັນ​ຜູ້ໜຶ່ງ​ໃນ​ພວກ​ເຈັດ​ຄົນ ທີ່​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ຜູ້​ຊ່ວຍ​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="9">ຟີລິບ​ມີ​ລູກສາວ​ສີ່​ຄົນ​ທີ່​ບໍ່​ທັນ​ແຕ່ງງານ​ເທື່ອ ແລະ​ຕ່າງ​ກໍ​ເປັນ​ຜູ້​ປະກາດ​ພຣະທຳ.</verse>
				<verse number="10">ພວກເຮົາ​ໄດ້​ພັກ​ຢູ່​ທີ່​ນີ້​ເປັນ​ເວລາ​ຫລາຍ​ວັນ ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ ທີ່​ລົງ​ມາ​ຈາກ​ແຂວງ​ຢູດາຍ​ຊື່​ວ່າ ອາຄະໂບ.</verse>
				<verse number="11">ລາວ​ມາ​ຫາ​ພວກເຮົາ ແລະ​ເອົາ​ສາຍຮັດແອວ​ຂອງ​ໂປໂລ​ມັດ​ຕີນ​ມັດ​ມື​ຂອງ​ຕົນເອງ ແລະ​ກ່າວ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ​ກ່າວ​ດັ່ງນີ້: ເຈົ້າຂອງ​ສາຍຮັດແອວ​ນີ້ ຈະ​ຖືກ​ມັດ​ຢ່າງ​ດຽວກັນ​ນີ້ ໂດຍ​ພວກ​ຢິວ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ພວກເຂົາ​ຈະ​ມອບ​ເພິ່ນ​ໃຫ້​ແກ່​ຄົນຕ່າງຊາດ.”</verse>
				<verse number="12">ເມື່ອ​ໄດ້ຍິນ​ເຊັ່ນນີ້​ແລ້ວ ພວກເຮົາ​ກັບ​ຄົນອື່ນໆ​ຢູ່​ໃນ​ທີ່ນັ້ນ ຕ່າງ​ກໍ​ວອນຂໍ​ໂປໂລ ບໍ່​ໃຫ້​ໄປ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="13">ແຕ່​ໂປໂລ​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຮ້ອງໄຫ້ ແລະ​ເຮັດ​ໃຫ້​ເຮົາ​ເສຍ​ກຳລັງ​ໃຈ​ເຊັ່ນນີ້? ເຮົາ​ຕຽມພ້ອມ​ບໍ່ແມ່ນແຕ່​ໃຫ້​ພວກເຂົາ​ມັດ​ເຮົາ​ໃນ​ນະຄອນ​ເຢຣູຊາເລັມ​ເທົ່ານັ້ນ ແຕ່​ພ້ອມ​ທີ່​ຈະ​ຕາຍ​ຢູ່​ໃນ​ທີ່ນັ້ນ​ອີກ​ດ້ວຍ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ.”</verse>
				<verse number="14">ເມື່ອ​ພວກເຮົາ​ບໍ່​ສາມາດ​ຊັກຊວນ​ໃຫ້​ເພິ່ນ​ປ່ຽນ​ໃຈ​ໄດ້ ພວກເຮົາ​ຈຶ່ງ​ຢຸດ​ວອນຂໍ​ເພິ່ນ ແລະ​ເວົ້າ​ວ່າ, “ຂໍ​ໃຫ້​ເປັນ​ໄປ​ຕາມ​ນໍ້າພຣະໄທ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ເທີ້ນ.”</verse>
				<verse number="15">ຫລັງຈາກ​ພັກ​ເຊົາ​ຢູ່​ທີ່​ນັ້ນ ພວກເຮົາ​ກໍ​ຈັດແຈງ​ເອົາ​ສິ່ງຂອງ ແລ້ວ​ກໍ​ຂຶ້ນ​ເມືອ​ນະຄອນ​ເຢຣູຊາເລັມ.</verse>
				<verse number="16">ມີ​ລູກສິດ​ບາງຄົນ​ທີ່​ມາ​ຈາກ​ເມືອງ​ກາຍຊາເຣຍ​ໄດ້​ເດີນທາງ​ໄປ​ກັບ​ພວກເຮົາ​ເໝືອນກັນ ພວກເຂົາ​ໄດ້​ພາ​ພວກເຮົາ​ໄປ​ຫາ​ຜູ້ໜຶ່ງ​ຊື່ ມະນາໂຊນ​ຊາວ​ເກາະ​ໄຊປຣັດ ເປັນ​ລູກສິດ​ເກົ່າ​ແກ່ ຊຶ່ງ​ພວກເຮົາ​ຈະ​ພັກ​ອາໄສ​ຢູ່​ກັບ​ຜູ້ນັ້ນ.</verse>
				<verse number="17">ເມື່ອ​ພວກເຮົາ​ມາ​ເຖິງ​ນະຄອນ​ເຢຣູຊາເລັມ ພວກ​ຄົນ​ທີ່ເຊື່ອ​ກໍ​ຕ້ອນຮັບ​ພວກເຮົາ​ດ້ວຍ​ຄວາມ​ຍິນດີ.</verse>
				<verse number="18">ວັນ​ຕໍ່ມາ ໂປໂລ​ກັບ​ພວກເຮົາ​ໄດ້​ໄປ​ຢ້ຽມຢາມ​ຢາໂກໂບ ແລະ​ເຖົ້າແກ່​ທຸກຄົນ​ໃນ​ຄຣິສຕະຈັກ​ກໍ​ມີ​ໜ້າ​ຢູ່​ທີ່​ນັ້ນ​ດ້ວຍ.</verse>
				<verse number="19">ເມື່ອ​ໂປໂລ​ທັກທາຍ​ກັບ​ເຂົາ​ເຫຼົ່ານັ້ນ​ທຸກຄົນ​ແລ້ວ, ເພິ່ນ​ຈຶ່ງ​ລາຍງານ​ຢ່າງ​ລະອຽດ​ເຖິງ​ທຸກສິ່ງ ຊຶ່ງ​ພຣະເຈົ້າ​ໄດ້​ກະທຳ​ໃນ​ທ່າມກາງ​ຄົນຕ່າງຊາດ ໂດຍ​ຜ່ານ​ທາງ​ພາລະກິດ​ຂອງຕົນ.</verse>
				<verse number="20">ຫລັງຈາກ​ຮັບ​ຟັງ​ແລ້ວ ທ່ານ​ເຫຼົ່ານີ້​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ, ແລ້ວ​ພວກເຂົາ​ກໍ​ກ່າວ​ແກ່​ໂປໂລ​ວ່າ, “ອ້າຍ​ເອີຍ ເຈົ້າ​ກໍ​ເຫັນ​ຊາວ​ຢິວ​ຫລາຍ​ໝື່ນ​ຄົນ​ໄດ້​ວາງໃຈເຊື່ອ ແລະ​ຄົນ​ພວກ​ນີ້​ກໍ​ຮ້ອນຮົນ​ໃຈ​ໃນ​ການ​ທີ່​ເຊື່ອຖື​ກົດບັນຍັດ​ຢ່າງ​ເຄັ່ງຄັດ.</verse>
				<verse number="21">ພວກເຂົາ​ໄດ້ຍິນ​ຂ່າວ​ວ່າ ທ່ານ​ສັ່ງສອນ​ພວກ​ຢິວ​ທຸກຄົນ​ທີ່​ຢູ່​ທ່າມກາງ​ຄົນຕ່າງຊາດ​ນັ້ນ ໃຫ້​ປະຖິ້ມ​ກົດບັນຍັດ​ຂອງ​ໂມເຊ ໂດຍ​ບອກ​ພວກເຂົາ​ບໍ່​ໃຫ້​ເຮັດ​ພິທີຕັດ​ແກ່​ລູກໆ ແລະ​ບໍ່​ໃຫ້​ຢຶດຖື​ຮີດເກົ່າ​ຄອງຫລັງ​ຂອງ​ຢິວ​ຕໍ່ໄປ.</verse>
				<verse number="22">ພວກເຂົາ​ຄົງ​ໄດ້ຍິນ​ວ່າ ທ່ານ​ມາ​ທີ່​ນີ້​ແລ້ວ​ຢ່າງ​ແນ່ນອນ. ດັ່ງນັ້ນ ຄວນ​ຈະ​ເຮັດ​ຢ່າງ​ໃດ?</verse>
				<verse number="23">ເພາະ​ສະນັ້ນ ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ​ທ່ານ, ສິ່ງ​ທີ່​ພວກເຮົາ​ຢາກ​ໃຫ້​ທ່ານ​ເຮັດ ຄື​ເຮົາ​ມີ​ຊາຍ​ສີ່​ຄົນ​ທີ່​ໄດ້​ບະບົນ​ຕົວ​ໄວ້.</verse>
				<verse number="24">ຈົ່ງ​ນຳ​ພວກເຂົາ​ໄປ ແລະ​ໃຫ້​ທ່ານ​ເຂົ້າ​ຮ່ວມ​ພິທີ​ຊຳລະ​ຕົວ​ກັບ​ພວກເຂົາ ແລະ​ຈ່າຍ​ຄ່າ​ທຳນຽມ​ຊຳລະ​ຕົວ​ໃຫ້​ແກ່​ພວກເຂົາ​ດ້ວຍ, ແລ້ວ​ພວກເຂົາ​ຈຶ່ງ​ສາມາດ​ແຖ​ຫົວ​ຂອງ​ພວກ​ຕົນ​ໄດ້. ແລ້ວ​ຄົນ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ ເລື່ອງ​ທີ່​ພວກເຂົາ​ໄດ້ຍິນ​ເຖິງ​ທ່ານ​ນັ້ນ ບໍ່​ເປັນ​ຄວາມຈິງ​ຈັກ​ຂໍ້, ແຕ່​ທ່ານ​ເອງ​ເປັນ​ຜູ້​ຢຶດຖື ແລະ​ປະຕິບັດ​ຕາມ​ກົດບັນຍັດ​ຢູ່.</verse>
				<verse number="25">ສ່ວນ​ຄົນຕ່າງຊາດ​ທີ່​ຮັບ​ເຊື່ອ​ແລ້ວ​ນັ້ນ ພວກເຮົາ​ໄດ້​ສົ່ງ​ຈົດໝາຍ​ແຈ້ງ​ໃຫ້​ພວກເຂົາ​ຊາບ​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ຕົກລົງ​ກັນ ຄື​ໃຫ້​ງົດ​ຈາກ​ການ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ຮູບເຄົາຣົບ​ແລ້ວ ໃຫ້​ງົດ​ຈາກ​ການ​ກິນ​ເລືອດ​ໃດໆ​ທັງ​ສິ້ນ ໃຫ້​ງົດ​ຈາກ​ການ​ກິນ​ສັດ​ທີ່​ຕາຍ​ເພາະ​ຖືກ​ຮັດ​ຄໍ ແລະ​ໃຫ້​ຫລີກເວັ້ນ​ຈາກ​ການ​ຫລິ້ນຊູ້.”</verse>
				<verse number="26">ໂປໂລ​ຈຶ່ງ​ພາສີ່​ຄົນ​ນັ້ນ​ໄປ ແລະ​ວັນ​ຕໍ່ມາ ກໍໄດ້​ຊຳລະ​ຕົວ​ດ້ວຍ​ກັນ​ກັບ​ພວກເຂົາ, ແລ້ວ​ເພິ່ນ​ກໍ​ເຂົ້າ​ໄປ​ໃນ​ບໍລິເວນ​ພຣະວິຫານ ແລະ​ປະກາດ​ວັນ​ທີ່​ການ​ຊຳລະ​ຕົວ​ນັ້ນ​ຈະ​ສຳເລັດ ຄື​ວັນ​ທີ່​ຈະ​ນຳ​ເຄື່ອງ​ບູຊາ​ມາ​ຖວາຍ​ສຳລັບ​ພວກເຂົາ​ແຕ່ລະຄົນ.</verse>
				<verse number="27">ແຕ່​ພໍ​ເມື່ອ​ເຈັດ​ວັນ​ນັ້ນ​ໃກ້​ຈະ​ສິ້ນສຸດ​ລົງ ພວກ​ຢິວ​ບາງຄົນ​ທີ່​ມາ​ຈາກ​ແຂວງ​ເອເຊຍ ໄດ້​ເຫັນ​ໂປໂລ​ໃນ​ບໍລິເວນ​ພຣະວິຫານ, ພວກເຂົາ​ຈຶ່ງ​ປຸກລະດົມ​ປະຊາຊົນ​ທັງໝົດ​ໃຫ້​ຈັບ​ໂປໂລ.</verse>
				<verse number="28">ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ຊ່ວຍ​ແດ່ ຊາວ​ອິດສະຣາເອນ​ເອີຍ ຄົນ​ນີ້​ແຫຼະ ໄປ​ທຸກທີ່​ທຸກບ່ອນ​ໄດ້​ສັ່ງສອນ​ທຸກຄົນ​ໃຫ້​ຕໍ່ສູ້​ປະຊາຊົນ​ອິດສະຣາເອນ, ກົດບັນຍັດ​ຂອງ​ໂມເຊ ແລະ​ພຣະວິຫານ​ນີ້ ແລະ​ບັດນີ້ ລາວ​ຍັງ​ບັງອາດ​ນຳ​ເອົາ​ຄົນຕ່າງຊາດ​ເຂົ້າ​ມາ​ໃນ​ບໍລິເວນ​ພຣະວິຫານ ແລະ​ເຮັດ​ໃຫ້​ບ່ອນ​ສັກສິດ​ນີ້​ເສື່ອມເສຍ.” (</verse>
				<verse number="29">ພວກເຂົາ​ເວົ້າ​ເຊັ່ນນີ້ ກໍ​ເພາະ​ພວກເຂົາ​ໄດ້​ເຫັນ​ໂທຟີໂມ ຊາວ​ເມືອງ​ເອເຟໂຊ​ຢູ່​ກັບ​ໂປໂລ​ຢູ່​ໃນ​ເມືອງ ແລະ​ພວກເຂົາ​ຄິດ​ວ່າ​ໂປໂລ​ໄດ້​ນຳ​ເອົາ​ຄົນ​ນີ້​ເຂົ້າ​ໄປ​ໃນ​ບໍລິເວນ​ພຣະວິຫານ​ດ້ວຍ.)</verse>
				<verse number="30">ແລ້ວ​ຄົນ​ທັງ​ນະຄອນ​ກໍ​ເກີດ​ອົນລະວົນ ແລະ​ທຸກຄົນ​ຕ່າງ​ກໍ​ແລ່ນ​ໄປ​ທຸກຈອກ​ທຸກແຈ ກຸ່ມ​ຄົນ​ເຫຼົ່ານີ້​ໄດ້​ຈັບ​ໂປໂລ ແລະ​ລາກ​ເພິ່ນ​ອອກ​ຈາກ​ບໍລິເວນ​ພຣະວິຫານ ແລະ​ປະຕູ​ພຣະວິຫານ​ກໍ​ອັດ​ລົງ​ໃນ​ທັນທີ.</verse>
				<verse number="31">ຂະນະທີ່​ພວກເຂົາ​ກຳລັງ​ພະຍາຍາມ​ຈະ​ຂ້າ​ໂປໂລ​ຢູ່​ນັ້ນ ນາຍພັນ​ຜູ້​ບັນຊາການ​ທະຫານ​ໂຣມ​ກໍໄດ້​ຮັບ​ແຈ້ງ​ວ່າ ທົ່ວ​ທັງ​ນະຄອນ​ເຢຣູຊາເລັມ​ເກີດ​ອົນລະຫົນ​ວຸ້ນວາຍ​ຂຶ້ນ.</verse>
				<verse number="32">ນາຍພັນ​ຈຶ່ງ​ນຳ​ເອົາ​ນາຍຮ້ອຍ ແລະ​ພົນທະຫານ​ແລ່ນ​ລົງ​ໄປ​ຫາ​ປະຊາຊົນ​ທັນທີ, ເມື່ອ​ປະຊາຊົນ​ເຫັນ​ນາຍພັນ​ກັບ​ທະຫານ ພວກເຂົາ​ກໍ​ຢຸດ​ຕົບຕີ​ໂປໂລ.</verse>
				<verse number="33">ດັ່ງນັ້ນ ນາຍພັນ​ຈຶ່ງ​ຍ່າງ​ເຂົ້າ​ໄປ​ຫາ​ໂປໂລ ແລະ​ຈັບ​ເພິ່ນ ໂດຍ​ສັ່ງ​ໃຫ້​ທະຫານ​ເອົາ​ໂສ້​ສອງ​ເສັ້ນ​ລ່າມ​ເພິ່ນ​ໄວ້ ແລ້ວ​ນາຍພັນ​ກໍ​ຖາມ​ວ່າ, “ເຈົ້າ​ແມ່ນ​ຜູ້ໃດ? ແລະ​ໄດ້​ເຮັດ​ຫຍັງ​ແດ່?”</verse>
				<verse number="34">ຄົນ​ໃນ​ປະຊາຊົນ​ນັ້ນ ຕ່າງ​ກຸ່ມ​ຕ່າງ​ກໍ​ຮ້ອງ​ຂຶ້ນ​ຄົນ​ລະຢ່າງ​ຄົນ​ລະແນວ, ເມື່ອ​ນາຍພັນ​ເອົາ​ຄວາມ​ແນ່ນອນ​ອັນ​ໃດ​ບໍ່ໄດ້ ໃນ​ທ່າມກາງ​ຄວາມ​ສັບສົນ​ວຸ້ນວາຍ​ເຊັ່ນນີ້. ດັ່ງນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ຄຸມ​ຕົວ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ​ທະຫານ.</verse>
				<verse number="35">ຂະນະທີ່​ໂປໂລ​ມາ​ກັບ​ພວກເຂົາ​ເຖິງ​ຂັ້ນໄດ ພວກ​ທະຫານ​ຈຳ​ຕ້ອງ​ຍົກ​ໂປໂລ​ຂຶ້ນ ເພາະ​ປະຊາຊົນ​ສະແດງ​ພຶດຕິການ​ຮຸນແຮງ​ຫລາຍ.</verse>
				<verse number="36">ປະຊາຊົນ​ເຫຼົ່ານັ້ນ​ຕິດຕາມ​ໂປໂລ​ໄປ ແລະ​ຮ້ອງ​ຂຶ້ນ​ວ່າ, “ຈົ່ງ​ເອົາ​ມັນ​ໄປ​ຂ້າ​ຖິ້ມ​ເສຍ.”</verse>
				<verse number="37">ຂະນະທີ່​ພວກ​ທະຫານ​ກຳລັງ​ຈະ​ນຳ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ ເພິ່ນ​ກໍ​ກ່າວ​ແກ່​ນາຍພັນ​ວ່າ, “ຂ້ານ້ອຍ​ຂໍ​ເວົ້າ​ບາງ​ສິ່ງ​ກັບ​ທ່ານ​ແດ່​ໄດ້​ບໍ່?” ນາຍພັນ​ຖາມ​ວ່າ, “ເຈົ້າ​ຮູ້ຈັກ​ພາສາ​ກຣີກ​ບໍ?</verse>
				<verse number="38">ຖ້າດັ່ງນັ້ນ ເຈົ້າ​ກໍ​ບໍ່ແມ່ນ​ຄົນ​ເອຢິບ​ຜູ້​ນັ້ນ ທີ່​ໃນ​ມໍ່ໆ​ມາ​ນີ້​ໄດ້​ກໍ່​ການ​ວຸ້ນວາຍ​ຂຶ້ນ ແລະ​ນຳ​ເອົາ​ນັກ​ກໍ່ການຮ້າຍ​ສີ່ພັນ​ຄົນ ໜີ​ເຂົ້າໄປ​ຖິ່ນ​ແຫ້ງແລ້ງ​ກັນດານ​ແມ່ນ​ບໍ?”</verse>
				<verse number="39">ໂປໂລ​ຕອບ​ວ່າ, “ຂ້ານ້ອຍ​ເປັນ​ຄົນ​ຢິວ​ເກີດ​ທີ່​ເມືອງ​ຕາໂຊ ໃນ​ແຂວງ​ກີລີເກຍ ແລະ​ເປັນ​ປະຊາຊົນ​ຂອງ​ເມືອງ​ໜຶ່ງ​ທີ່​ສຳຄັນ, ຂໍ​ທ່ານ​ອະນຸຍາດ​ໃຫ້​ຂ້ານ້ອຍ​ກ່າວ​ແກ່​ປະຊາຊົນ​ແດ່ທ້ອນ.”</verse>
				<verse number="40">ເມື່ອ​ນາຍພັນ​ອະນຸຍາດ​ແລ້ວ ໂປໂລ​ກໍ​ຢືນ​ຂຶ້ນ​ທີ່​ຂັ້ນໄດ ແລະ​ໃຊ້​ມື​ເຮັດ​ສັນຍານ​ໃຫ້​ປະຊາຊົນ​ງຽບ ເມື່ອ​ພວກເຂົາ​ງຽບ​ແລ້ວ​ໂປໂລ​ກໍ​ກ່າວ​ແກ່​ພວກເຂົາ​ເປັນ​ພາສາ​ເຮັບເຣີ​ວ່າ,</verse>
			</chapter>
			<chapter number="22">
				<verse number="1">“ພີ່ນ້ອງ ແລະ​ທ່ານ​ຜູ້​ອາວຸໂສ​ເອີຍ, ຂໍ​ຟັງ​ຄຳ​ໃຫ້​ການ​ທີ່​ຂ້າພະເຈົ້າ​ຈະ​ກ່າວ​ແກ້​ຄະດີ​ຕໍ່ໜ້າ​ທ່ານ​ທັງຫລາຍ​ໃນ​ບັດນີ້​ດ້ວຍ​ເຖີດ.”</verse>
				<verse number="2">ເມື່ອ​ປະຊາຊົນ​ໄດ້ຍິນ​ໂປໂລ​ກ່າວ​ກັບ​ພວກເຂົາ​ເປັນ​ພາສາ​ເຮັບເຣີ ພວກເຂົາ​ທຸກຄົນ​ກໍ​ມິດງຽບ​ລົງ​ກວ່າ​ເກົ່າ ຈາກ​ນັ້ນ​ໂປໂລ​ຈຶ່ງ​ກ່າວ​ຕໍ່ໄປ​ວ່າ,</verse>
				<verse number="3">“ຂ້າພະເຈົ້າ​ເປັນ​ຄົນ​ຢິວ​ເກີດ​ທີ່​ເມືອງ​ຕາໂຊ ໃນ​ແຂວງ​ກີລີເກຍ, ແຕ່​ຂ້າພະເຈົ້າ​ໄດ້​ໃຫຍ່​ຂຶ້ນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ນີ້​ເອງ ແລະ​ເຄີຍ​ເປັນ​ລູກສິດ​ຂອງ​ອາຈານ​ຄາມາລິເອັນ ຜູ້​ທີ່​ໄດ້​ສັ່ງສອນ​ຂ້າພະເຈົ້າ ໃຫ້​ຮູ້​ກົດບັນຍັດ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ຢ່າງ​ເຄັ່ງຄັດ, ເຄີຍ​ຮ້ອນຮົນ​ໃນ​ການ​ອຸທິດ​ຕົວ​ແກ່​ພຣະເຈົ້າ ເໝືອນ​ທ່ານ​ທຸກຄົນ​ໃນວັນນີ້.</verse>
				<verse number="4">ຂ້າພະເຈົ້າ​ໄດ້​ຂົ່ມເຫັງ​ຄົນ​ທັງຫລາຍ ທີ່​ຖື​ໃນ​ທາງ​ນັ້ນ​ຈົນ​ພວກເຂົາ​ເສຍ​ຊີວິດ, ຂ້າພະເຈົ້າ​ໄດ້​ຈັບ​ເອົາ​ຊາຍ​ຍິງ ແລະ​ນຳ​ພວກເຂົາ​ໄປ​ຂັງ​ຄຸກ.</verse>
				<verse number="5">ເລື່ອງ​ນີ້​ມະຫາ​ປະໂຣຫິດ​ກັບ​ບັນດາ​ເຖົ້າແກ່​ທີ່​ເປັນ​ສະມາຊິກ​ຂອງ​ສະພາ​ສູງສຸດ​ທຸກຄົນ ຄົງ​ຢືນຢັນ​ໄດ້​ວ່າ​ຂ້າພະເຈົ້າ​ເວົ້າ​ຄວາມຈິງ, ຂ້າພະເຈົ້າ​ໄດ້​ຮັບ​ໜັງສື​ຈາກ​ພວກເພິ່ນ ແລະ​ຖື​ໄປ​ຫາ​ບັນດາ​ພີ່ນ້ອງ​ຊາວ​ຢິວ​ທີ່​ເມືອງ​ດາມັສກັດ ເພື່ອ​ຈະ​ຈັບ​ເອົາ​ພວກ​ຄົນ​ທີ່​ເຊື່ອ​ຢູ່​ໃນ​ທີ່ນັ້ນ ແລະ​ນຳ​ພວກເຂົາ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ເພື່ອ​ລົງໂທດ.”</verse>
				<verse number="6">“ຂະນະທີ່​ຂ້າພະເຈົ້າ​ກຳລັງ​ເດີນທາງ​ໄປ​ນັ້ນ ແລະ​ໃກ້​ຈະ​ເຖິງ​ເມືອງ​ດາມັສກັດ ໃນ​ເວລາ​ປະມານ​ທ່ຽງ​ວັນ ກໍ​ມີ​ແສງ​ສະຫວ່າງ​ກ້າ​ຈາກ​ທ້ອງຟ້າ​ສ່ອງ​ລົງ​ມາ​ອ້ອມຕົວ​ຂ້າພະເຈົ້າ.</verse>
				<verse number="7">ຂ້າພະເຈົ້າ​ລົ້ມ​ລົງ​ທີ່​ພື້ນດິນ ແລະ​ໄດ້ຍິນ​ສຽງ​ໜຶ່ງ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, ‘ໂຊໂລ ໂຊໂລ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ?’</verse>
				<verse number="8">ຂ້າພະເຈົ້າ​ຖາມ​ອອກ​ໄປ​ວ່າ, ‘ພຣະອົງເຈົ້າ​ເອີຍ ພຣະອົງ​ແມ່ນ​ຜູ້ໃດ?’ ແລ້ວ​ພຣະອົງ​ຕອບ​ຂ້າພະເຈົ້າ​ວ່າ ‘ເຮົາ​ແມ່ນ​ເຢຊູ​ໄທ​ນາຊາເຣັດ ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ.’</verse>
				<verse number="9">ບັນດາ​ຄົນ​ທີ່​ຢູ່​ກັບ​ຂ້າພະເຈົ້າ​ໄດ້​ເຫັນ​ແສງ​ສະຫວ່າງ​ນັ້ນ ແຕ່​ບໍ່ໄດ້ຍິນ​ສຽງ​ຂອງ​ຜູ້​ທີ່​ກຳລັງ​ກ່າວ​ກັບ​ຂ້າພະເຈົ້າ.</verse>
				<verse number="10">ຂ້າພະເຈົ້າ​ຖາມ​ວ່າ, ‘ພຣະອົງເຈົ້າ​ເອີຍ ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ແນວ​ໃດ?’ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ລຸກ​ຂຶ້ນ ແລະ​ເຂົ້າ​ໄປ​ໃນ​ເມືອງ​ດາມັສກັດ ຢູ່​ທີ່​ນັ້ນ​ຈະ​ມີ​ຄົນ​ບອກ​ເຈົ້າ ເຖິງ​ສິ່ງ​ທັງໝົດ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ໃຫ້​ເຈົ້າ​ເຮັດ.’</verse>
				<verse number="11">ຂ້າພະເຈົ້າ​ຕາບອດ​ຍ້ອນ​ແສງ​ສະຫວ່າງ​ກ້າ​ນັ້ນ. ດັ່ງນັ້ນ ເພື່ອນ​ຮ່ວມ​ເດີນທາງ​ກັບ​ຂ້າພະເຈົ້າ​ຈຶ່ງ​ຈູງ​ມື​ຂ້າພະເຈົ້າ ແລ້ວ​ພາເຂົ້າ​ໄປ​ໃນ​ເມືອງ​ດາມັສກັດ.</verse>
				<verse number="12">ໃນ​ເມືອງ​ນີ້ ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ອານາເນຍ ເພິ່ນ​ເປັນ​ຜູ້​ຢຳເກງ​ພຣະເຈົ້າ ແລະ​ຢຶດຖື​ຕາມ​ກົດບັນຍັດ​ຂອງ​ພວກເຮົາ, ເພິ່ນ​ເປັນ​ຜູ້​ທີ່​ໄດ້​ຮັບ​ຄວາມນັບຖື​ຢ່າງ​ສູງ ຈາກ​ຊາວ​ຢິວ​ທຸກຄົນ​ຢູ່​ໃນ​ເມືອງ​ນີ້,</verse>
				<verse number="13">ເພິ່ນ​ໄດ້​ມາ​ຢືນ​ຢູ່​ໃກ້​ຂ້າພະເຈົ້າ ແລະ​ກ່າວ​ວ່າ, ‘ອ້າຍ​ໂຊໂລ​ເອີຍ, ຈົ່ງ​ເຫັນ​ຮຸ່ງ​ອີກ​ສາ’ ໃນ​ທັນໃດນັ້ນ ຂ້າພະເຈົ້າ​ກໍໄດ້​ເຫັນ​ຮຸ່ງ​ອີກ ຈຶ່ງ​ແນມ​ເຫັນ​ເພິ່ນ.</verse>
				<verse number="14">ຈາກ​ນັ້ນ​ເພິ່ນ​ຈຶ່ງ​ເວົ້າ​ວ່າ, ‘ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ເລືອກ​ເອົາ​ເຈົ້າ ເພື່ອ​ໃຫ້​ຮູ້​ຄວາມປະສົງ​ຂອງ​ພຣະອົງ ເພື່ອ​ໃຫ້​ເຫັນ​ພຣະອົງ​ຜູ້​ຊອບທຳ ແລະ​ເພື່ອ​ໃຫ້​ເຈົ້າ​ໄດ້ຍິນ​ພຣະອົງ​ກ່າວ​ດ້ວຍ​ສຽງ​ຂອງ​ພຣະອົງ​ເອງ.</verse>
				<verse number="15">ດ້ວຍວ່າ, ເຈົ້າ​ຈະ​ເປັນ​ພະຍານ​ໃຫ້​ພຣະອົງ ໃຫ້​ຄົນ​ທັງປວງ​ຮູ້​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ​ແລະ​ໄດ້ຍິນ.</verse>
				<verse number="16">ບັດນີ້ ເຈົ້າ​ລໍຊ້າ​ຢູ່​ເຮັດ​ຫຍັງ? ຈົ່ງ​ລຸກ​ຂຶ້ນ​ຮັບ​ບັບຕິສະມາ ແລະ​ຊຳລະ​ບາບກຳ​ຂອງ​ເຈົ້າ ໂດຍ​ຮ້ອງ​ອອກ​ພຣະນາມ​ຂອງ​ພຣະອົງ​ສາ.”’</verse>
				<verse number="17">“ແລ້ວ​ຂ້າພະເຈົ້າ​ກໍໄດ້​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ໃນ​ພຣະວິຫານ​ນັ້ນ ຂ້າພະເຈົ້າ​ກໍ​ລືມຄີງ​ໄປ.</verse>
				<verse number="18">ແລະ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ຮີບ​ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ ເພາະວ່າ​ປະຊາຊົນ​ໃນ​ທີ່​ນີ້​ຈະ​ບໍ່​ຮັບ​ເອົາ​ຄຳ​ພະຍານ​ຂອງ​ເຈົ້າ​ທີ່​ກ່າວ​ເຖິງ​ເຮົາ.’</verse>
				<verse number="19">ຂ້າພະເຈົ້າ​ຕອບ​ວ່າ, ‘ພຣະອົງເຈົ້າ​ເອີຍ ຄົນ​ເຫຼົ່ານັ້ນ​ຮູ້​ດີ​ວ່າ ຂ້ານ້ອຍ​ເຄີຍ​ໄປ​ທີ່​ທຳມະສາລາ ຈັບ​ເອົາ​ບັນດາ​ຄົນ​ທີ່​ເຊື່ອ​ໃນ​ພຣະອົງ ແລະ​ຂ້ຽນຕີ​ພວກເຂົາ.</verse>
				<verse number="20">ເມື່ອ​ພວກເຂົາ​ຂ້າ​ຊະເຕຟາໂນ ຜູ້​ທີ່​ເປັນ​ພະຍານ​ໃຫ້​ພຣະອົງ ຂ້ານ້ອຍ​ເອງ​ກໍ​ຢູ່​ໃນ​ທີ່ນັ້ນ​ດ້ວຍ, ຂ້ານ້ອຍ​ເຫັນພ້ອມ​ນຳ​ພວກ​ຄາດຕະກອນ​ເຫຼົ່ານັ້ນ ໂດຍ​ເປັນ​ຜູ້​ຮັກສາ​ເສື້ອ​ຊັ້ນນອກ​ຂອງ​ພວກເຂົາ.’</verse>
				<verse number="21">ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ອອກໄປ ເພາະ​ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ໄກ ຫາ​ຄົນຕ່າງຊາດ.”’</verse>
				<verse number="22">ປະຊາຊົນ​ໄດ້​ຟັງ​ໂປໂລ​ກ່າວ ຈົນເຖິງ​ເວລາ​ທີ່​ເພິ່ນ​ເວົ້າ​ຄຳ​ນີ້ ແລ້ວ​ພວກເຂົາ​ກໍ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ຈັດ​ການ​ກັບ​ຄົນ​ນີ້​ເສຍ ເອົາ​ໄປ​ຂ້າ​ຖິ້ມ, ບໍ່ຄວນ​ໃຫ້​ມີ​ຊີວິດ​ຢູ່.”</verse>
				<verse number="23">ແລ້ວ​ພວກເຂົາ​ຮ້ອງ​ໂວຍວາຍ​ທັງ​ແກ້​ເສື້ອ​ໂຍນ​ໄປມາ ແລະ​ກຳ​ຂີ້ຝຸ່ນ​ຊັດ​ຂຶ້ນ​ໃນ​ອາກາດ.</verse>
				<verse number="24">ນາຍພັນ​ຈຶ່ງ​ສັ່ງ​ໃຫ້​ເອົາ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ​ທະຫານ ແລະ​ສັ່ງ​ໃຫ້​ສອບສວນ​ດ້ວຍ​ການ​ຂ້ຽນຕີ​ເພື່ອ​ຢາກ​ຮູ້​ວ່າ ດ້ວຍເຫດໃດ​ປະຊາຊົນ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່ສູ້​ເພິ່ນ​ຢ່າງ​ນີ້.</verse>
				<verse number="25">ແຕ່​ເມື່ອ​ທະຫານ​ມັດ​ເພິ່ນ​ໄວ້​ດ້ວຍ​ເຊືອກ​ໜັງ, ໂປໂລ​ຈຶ່ງ​ເວົ້າ​ຕໍ່​ນາຍຮ້ອຍ​ທີ່​ຢືນ​ຢູ່​ໃນ​ທີ່ນັ້ນ​ວ່າ, “ການ​ທີ່​ຈະ​ຂ້ຽນຕີ​ຄົນ​ສັນຊາດ​ໂຣມ ກ່ອນ​ຖືກ​ພິພາກສາ​ລົງໂທດ​ນັ້ນ ເປັນ​ການ​ຖືກຕ້ອງ​ຕາມ​ກົດໝາຍ​ບໍ?”</verse>
				<verse number="26">ເມື່ອ​ນາຍຮ້ອຍ​ໄດ້ຍິນ​ເຊັ່ນນີ້ ລາວ​ຈຶ່ງ​ໄປ​ຫາ​ນາຍພັນ ແລະ​ຖາມ​ເພິ່ນ​ວ່າ, “ທ່ານ​ກຳລັງ​ຈະ​ເຮັດ​ຫຍັງ​ລົງ​ໄປ? ຊາຍ​ຜູ້​ນັ້ນ​ເປັນ​ຄົນ​ສັນຊາດ​ໂຣມ.”</verse>
				<verse number="27">ດັ່ງນັ້ນ ນາຍພັນ​ຈຶ່ງ​ໄປ​ຫາ​ໂປໂລ ແລະ​ຖາມ​ວ່າ, “ບອກ​ມາ​ເບິ່ງດຸ​ວ່າ, ເຈົ້າ​ເປັນ​ຄົນ​ສັນຊາດ​ໂຣມ​ບໍ?” ໂປໂລ​ຕອບ​ວ່າ, “ແມ່ນແລ້ວ.”</verse>
				<verse number="28">ນາຍພັນ​ເວົ້າ​ວ່າ, “ຂ້ອຍ​ໄດ້​ຈ່າຍ​ເງິນ​ຢ່າງ​ຫລວງຫລາຍ ເພື່ອ​ຈະ​ໄດ້​ສັນຊາດ​ໂຣມ.” ໂປໂລ​ຕອບ​ວ່າ, “ແຕ່​ຂ້ານ້ອຍ​ເປັນ​ຄົນ​ສັນຊາດ​ໂຣມ​ໂດຍ​ກຳເນີດ.”</verse>
				<verse number="29">ແລ້ວ​ພວກ​ທີ່​ກຳລັງ​ຈະ​ສອບຖາມ​ໂປໂລ​ນັ້ນ ກໍ​ຖອຍ​ອອກ​ຈາກ​ເພິ່ນ​ທັນທີ, ສ່ວນ​ນາຍພັນ​ເອງ​ເມື່ອ​ຮູ້​ວ່າ​ໂປໂລ​ເປັນ​ຄົນ​ສັນຊາດ​ໂຣມ​ກໍ​ຢ້ານ ເພາະ​ຕົນ​ໄດ້​ສັ່ງ​ໃຫ້​ລ່າມໂສ້​ເພິ່ນ.</verse>
				<verse number="30">ຍ້ອນ​ນາຍພັນ​ຢາກ​ຮູ້​ພວກ​ຢິວ​ກ່າວຫາ​ໂປໂລ​ດ້ວຍ​ເຫດ​ອັນ​ໃດ​ແທ້, ສະນັ້ນ ຕົກ​ວັນ​ໜ້າ​ມາ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ທະຫານ​ແກ້​ໂສ້​ທີ່​ລ່າມ​ໂປໂລ​ອອກ ແລະ​ທັງ​ສັ່ງ​ໃຫ້​ບັນດາ​ຫົວໜ້າ​ປະໂຣຫິດ​ກັບ​ບັນດາ​ສະມາຊິກ​ຂອງ​ສະພາ​ສູງສຸດ​ມາ​ປະຊຸມ​ກັນ ແລ້ວ​ນາຍພັນ​ກໍ​ພາ​ໂປໂລ​ໄປ ແລະ​ໃຫ້​ຢືນ​ຢູ່​ຕໍ່ໜ້າ​ພວກເຂົາ.</verse>
			</chapter>
			<chapter number="23">
				<verse number="1">ຝ່າຍ​ໂປໂລ​ຈຶ່ງ​ຈ້ອງ​ຕາ​ເບິ່ງ​ກອງ​ປະຊຸມ​ນັ້ນ ແລະ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ນີ້​ໄດ້​ດຳເນີນ​ຊີວິດ​ຕໍ່​ພຣະພັກ​ຂອງ​ພຣະເຈົ້າ ລ້ວນແຕ່​ຕາມ​ທີ່​ໃຈ​ສຳນຶກ​ຜິດແລະຊອບ​ທີ່​ດີ​ຈົນເຖິງ​ທຸກ​ວັນນີ້.”</verse>
				<verse number="2">ອານາເນຍ​ຜູ້​ເປັນ​ມະຫາ​ປະໂຣຫິດ ໄດ້​ສັ່ງ​ໃຫ້​ບັນດາ​ຄົນ​ທີ່​ຢືນ​ຢູ່​ໃກ້​ຕົບ​ປາກ​ໂປໂລ.</verse>
				<verse number="3">ດັ່ງນັ້ນ ໂປໂລ​ຈຶ່ງ​ກ່າວ​ຕໍ່​ມະຫາ​ປະໂຣຫິດ​ວ່າ, “ພຣະເຈົ້າ​ຈະ​ຊົງ​ຕົບ​ເຈົ້າ ຜູ້​ເປັນ​ຝາ​ທີ່​ທາ​ດ້ວຍ​ປູນຂາວ ເຈົ້າ​ນັ່ງ​ພິພາກສາ​ເຮົາ​ຕາມ​ກົດບັນຍັດ ແຕ່​ເຈົ້າ​ຝ່າຝືນ​ກົດບັນຍັດ​ໂດຍ​ສັ່ງ​ຄົນ​ຕົບ​ປາກ​ເຮົາ.”</verse>
				<verse number="4">ຄົນ​ທີ່​ຢູ່​ໃກ້​ກັບ​ໂປໂລ​ເວົ້າ​ຕໍ່​ເພິ່ນ​ວ່າ, “ເຈົ້າ​ເວົ້າ​ໝິ່ນປະໝາດ​ມະຫາ​ປະໂຣຫິດ​ຂອງ​ພຣະເຈົ້າ​ບໍ?”</verse>
				<verse number="5">ໂປໂລ​ຕອບ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ ຂ້າພະເຈົ້າ​ບໍ່​ຮູ້​ວ່າ​ເພິ່ນ​ເປັນ​ມະຫາ​ປະໂຣຫິດ ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຢ່າ​ກ່າວ​ຄຳ​ຊົ່ວຮ້າຍ​ຕໍ່​ຜູ້​ປົກຄອງ​ພົນລະເມືອງ​ຂອງຕົນ.”’</verse>
				<verse number="6">ເມື່ອ​ໂປໂລ​ສັງເກດ​ເຫັນ​ວ່າ ໃນ​ກອງ​ປະຊຸມ​ຂອງ​ສະພາ​ສູງສຸດ​ນີ້ ຄົນ​ສ່ວນ​ໜຶ່ງ​ເປັນ​ພວກ​ຊາດູກາຍ ແລະ​ຄົນ​ສ່ວນ​ໜຶ່ງ​ອີກ​ເປັນ​ພວກ​ຟາຣີຊາຍ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່ໜ້າ​ກອງ​ປະຊຸມ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ, ຂ້າພະເຈົ້າ​ເປັນ​ຟາຣີຊາຍ ແລະ​ເປັນ​ລູກ​ຂອງ​ຄົນ​ຟາຣີຊາຍ. ຂ້າພະເຈົ້າ​ຖືກ​ນຳ​ຕົວ​ມາ​ພິພາກສາ​ຢູ່​ທີ່​ນີ້ ກໍ​ເພາະ​ຂ້າພະເຈົ້າ​ມີ​ຄວາມຫວັງ​ວ່າ ຄົນ​ຕາຍ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.”</verse>
				<verse number="7">ພໍ​ໂປໂລ​ກ່າວ​ເຖິງ​ເລື່ອງ​ນີ້ ພວກ​ຟາຣີຊາຍ​ກັບ​ພວກ​ຊາດູກາຍ​ກໍ​ເກີດ​ການ​ໂຕ້ຖຽງ​ກັນ ແລະ​ກອງ​ປະຊຸມ​ກໍ​ແຕກກັນ​ອອກ​ເປັນ​ສອງ​ຝ່າຍ. (</verse>
				<verse number="8">ພວກ​ຊາດູກາຍ​ເວົ້າ​ວ່າ, ຄົນ​ຕາຍ​ຈະ​ບໍ່​ເປັນ​ຄືນ​ມາ​ສູ່​ຊີວິດ​ອີກ ທັງ​ເທວະດາ ຫລື​ວິນຍານ​ກໍ​ບໍ່ມີ​ດ້ວຍ, ສ່ວນ​ພວກ​ຟາຣີຊາຍ​ນັ້ນ​ເຊື່ອ​ວ່າ​ມີ​ທັງ​ສາມ​ຢ່າງ.)</verse>
				<verse number="9">ແລ້ວ​ສຽງ​ອຶກກະທຶກ​ກັນ​ຢ່າງ​ໃຫຍ່​ກໍ​ເກີດຂຶ້ນ ແລະ​ມີ​ພວກ​ທຳມະຈານ​ບາງຄົນ​ໃນ​ຄະນະ​ຟາຣີຊາຍ​ຢືນ​ຂຶ້ນ​ຄັດຄ້ານ​ວ່າ, “ພວກເຮົາ​ບໍ່​ເຫັນ​ຄວາມຜິດ​ໃດໆ​ໃນ​ຄົນ​ນີ້. ຖ້າ​ວິນຍານ ຫລື​ເທວະດາ​ຕົນ​ໜຶ່ງ​ກ່າວ​ກັບ​ລາວ ຈະ​ວ່າ​ຢ່າງ​ໃດ?”</verse>
				<verse number="10">ການ​ໂຕ້ຖຽງ​ກັນ​ຮຸນແຮງ​ຍິ່ງ​ຂຶ້ນ ຈົນ​ນາຍພັນ​ຢ້ານ​ວ່າ ໂປໂລ​ອາດ​ຈະ​ຖືກ​ເຂົາ​ຍາດ​ຈັບ​ຈີກ​ເປັນ​ຕ່ອນໆ​ກໍໄດ້. ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້​ສັ່ງ​ທະຫານ​ໃຫ້​ລົງ​ໄປ​ໃນ​ທ່າມກາງ​ພວກເຂົາ ແລະ​ພາ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ.</verse>
				<verse number="11">ໃນ​ຄືນ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຢືນ​ຢູ່​ໃກ້​ໂປໂລ ແລະ​ກ່າວ​ວ່າ, “ຢ່າ​ສູ່​ຢ້ານ ເຈົ້າ​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ນີ້​ແລ້ວ​ຢ່າງ​ໃດ ເຈົ້າ​ກໍ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ຢູ່​ໃນ​ນະຄອນ​ໂຣມ​ຢ່າງ​ນັ້ນ.”</verse>
				<verse number="12">ພໍ​ເວລາ​ຮຸ່ງ​ເຊົ້າ​ແລ້ວ ພວກ​ຢິວ​ບາງຄົນ​ກໍ​ເຕົ້າໂຮມ​ກັນ​ສົມຮູ້​ຮ່ວມຄິດ ເພື່ອ​ວາງແຜນ​ການ​ປອງຮ້າຍ ພວກເຂົາ​ສາບານ​ຕົວ​ໄວ້​ວ່າ ພວກເຂົາ​ຈະ​ບໍ່​ກິນ​ຫລື​ດື່ມ​ຫຍັງ​ເລີຍ ຈົນກວ່າ​ຈະ​ໄດ້​ຂ້າ​ໂປໂລ​ເສຍ​ກ່ອນ.</verse>
				<verse number="13">ຄົນ​ທີ່​ຮ່ວມ​ກັນ​ຄິດ​ແຜນການ​ຊົ່ວຮ້າຍ​ນີ້​ມີ​ຢູ່​ກວ່າ​ສີ່ສິບ​ຄົນ.</verse>
				<verse number="14">ແລ້ວ​ພວກເຂົາ​ກໍ​ໄປ​ຫາ​ບັນດາ​ຫົວໜ້າ​ປະໂຣຫິດ​ກັບ​ບັນດາ​ເຖົ້າແກ່ ແລະ​ເວົ້າ​ວ່າ, “ພວກເຮົາ​ໄດ້​ສາບານ​ຕົວ​ໄວ້​ຢ່າງ​ໜັກແໜ້ນ​ວ່າ ຈະ​ບໍ່​ກິນ​ອາຫານ ຈົນກວ່າ​ພວກເຮົາ​ໄດ້​ຂ້າ​ໂປໂລ​ເສຍ​ກ່ອນ.</verse>
				<verse number="15">ບັດນີ້ ຈົ່ງ​ໃຫ້​ພວກທ່ານ​ພ້ອມກັບ​ກອງ​ປະຊຸມ​ຂອງ​ສະພາ​ສູງສຸດ ໄປ​ຂໍ​ອະນຸຍາດ​ນາຍພັນ​ໃຫ້​ນຳ​ໂປໂລ​ມາ ໂດຍ​ອ້າງ​ເຫດຜົນ​ກັບ​ເພິ່ນ​ວ່າ, ພວກທ່ານ​ຕ້ອງການ​ຮູ້​ເລື່ອງ​ຜູ້​ກ່ຽວ​ໃຫ້​ຄັກແນ່​ຕື່ມ​ອີກ, ສ່ວນ​ພວກເຮົາ​ນັ້ນ​ກໍ​ພ້ອມແລ້ວ​ທີ່​ຈະ​ຂ້າ​ລາວ ກ່ອນ​ລາວ​ມາ​ເຖິງ​ທີ່​ນີ້.”</verse>
				<verse number="16">ແຕ່​ລູກຊາຍ​ຂອງ​ນ້ອງສາວ​ໂປໂລ​ໄດ້ຍິນ​ເຖິງ​ເລື່ອງ​ການ​ປອງຮ້າຍ​ນີ້. ດັ່ງນັ້ນ ລາວ​ຈຶ່ງ​ໄປ​ທີ່​ຄ້າຍ​ທະຫານ ແລະ​ບອກ​ໂປໂລ.</verse>
				<verse number="17">ແລ້ວ​ໂປໂລ​ກໍ​ເອີ້ນ​ນາຍຮ້ອຍ​ຄົນ​ໜຶ່ງ​ມາ ແລະ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ພາ​ຊາຍ​ໜຸ່ມ​ຄົນ​ນີ້​ໄປ​ຫາ​ທ່ານ​ນາຍພັນ, ລາວ​ມີ​ບາງ​ສິ່ງ​ທີ່​ຈະ​ບອກ​ເພິ່ນ.”</verse>
				<verse number="18">ນາຍຮ້ອຍ​ຜູ້​ນັ້ນ​ຈຶ່ງ​ພາ​ຊາຍ​ໜຸ່ມ​ໄປ​ຫາ​ນາຍພັນ ແລະ​ເວົ້າ​ວ່າ, “ໂປໂລ​ຜູ້​ທີ່​ຖືກ​ຂັງ​ຢູ່​ນັ້ນ​ໄດ້​ເອີ້ນ​ຂ້ານ້ອຍ​ໄປ​ຫາ ແລະ​ຂໍ​ໃຫ້​ພາ​ຊາຍ​ໜຸ່ມ​ຄົນ​ນີ້​ມາ​ຫາ​ທ່ານ ເພາະ​ລາວ​ມີ​ບາງສິ່ງ​ທີ່​ຈະແຈ້ງ​ໃຫ້​ທ່ານ​ຮູ້.”</verse>
				<verse number="19">ນາຍພັນ​ຈຶ່ງ​ຈູງ​ມື​ຊາຍ​ໜຸ່ມ​ນັ້ນ​ໄປ​ຕ່າງຫາກ ແລະ​ຖາມ​ລາວ​ວ່າ, “ເຈົ້າ​ມີ​ເລື່ອງ​ຫຍັງ​ຈະແຈ້ງ​ໃຫ້​ຂ້ອຍ​ຮູ້?”</verse>
				<verse number="20">ຊາຍ​ໜຸ່ມ​ຈຶ່ງ​ຕອບ​ວ່າ, “ພວກ​ຢິວ​ໄດ້​ຕົກລົງ​ກັນ​ວ່າ ຂໍ​ໃຫ້​ທ່ານ​ພາ​ໂປໂລ​ລົງ​ໄປ​ທີ່​ກອງ​ປະຊຸມ​ຂອງ​ສະພາ​ສູງສຸດ​ໃນ​ມື້ອື່ນ ໂດຍ​ອ້າງ​ເຫດຜົນ​ວ່າ ກອງ​ປະຊຸມ​ຕ້ອງການ​ຮູ້​ເລື່ອງ​ຜູ້ກ່ຽວ​ໃຫ້​ຄັກແນ່​ຕື່ມ​ອີກ.</verse>
				<verse number="21">ແຕ່​ທ່ານ​ຢ່າ​ໄດ້​ເຊື່ອ​ພວກເຂົາ, ເພາະວ່າ​ມີ​ຫລາຍກວ່າ​ສີ່ສິບ​ຄົນ​ໃນ​ພວກເຂົາ ທີ່​ກຳລັງ​ລໍຄອຍ​ປອງຮ້າຍ​ໂປໂລ​ຢູ່, ພວກເຂົາ​ໄດ້​ສາບານ​ຕົວ​ໄວ້​ວ່າ ພວກເຂົາ​ຈະ​ບໍ່​ກິນ​ຫລື​ດື່ມ ຈົນກວ່າ​ໄດ້​ຂ້າ​ໂປໂລ​ເສຍ​ກ່ອນ. ບັດນີ້ ພວກເຂົາ​ພ້ອມແລ້ວ​ທີ່​ຈະ​ດຳເນີນ​ການ​ນີ້ ແລະ​ກຳລັງ​ລໍຖ້າ​ການ​ຕັດສິນໃຈ​ຈາກ​ທ່ານ​ຢູ່.”</verse>
				<verse number="22">ແລ້ວ​ນາຍພັນ​ຈຶ່ງ​ເວົ້າ​ວ່າ, “ຢ່າ​ສູ່​ບອກ​ຜູ້ໃດ ວ່າ​ເຈົ້າ​ໄດ້​ລາຍງານ​ເລື່ອງ​ນີ້​ສູ່​ຂ້ອຍ​ຟັງ.” ແລ້ວ​ເພິ່ນ​ກໍ​ສົ່ງ​ລາວ​ໃຫ້​ກັບ​ໄປ.</verse>
				<verse number="23">ແລ້ວ​ນາຍພັນ​ກໍ​ເອີ້ນ​ນາຍຮ້ອຍ​ສອງ​ຄົນ​ຂອງຕົນ​ມາ ແລະ​ສັ່ງ​ວ່າ, “ຈົ່ງ​ຈັດຕຽມ​ເອົາ​ທະຫານ​ສອງຮ້ອຍ​ຄົນ ເພື່ອ​ເດີນທາງ​ໄປ​ທີ່​ເມືອງ​ກາຍຊາເຣຍ ພ້ອມ​ນີ້​ໃຫ້​ເອົາ​ທະຫານ​ມ້າ​ເຈັດສິບ​ຄົນ ກັບ​ທະຫານ​ຫອກ​ສອງຮ້ອຍ​ຄົນ​ໄປ​ນຳ ແລະ​ໃຫ້​ຕຽມພ້ອມ​ອອກ​ເດີນທາງ​ໃນ​ເວລາ​ເກົ້າ​ໂມງ​ຂອງ​ຄືນ​ນີ້.</verse>
				<verse number="24">ຈົ່ງ​ຈັດຫາ​ມ້າ​ບາງ​ໂຕ​ໃຫ້​ໂປໂລ​ຂີ່ ແລະ​ສົ່ງ​ລາວ​ໄປ​ໃຫ້​ປອດໄພ​ເຖິງ​ຜູ້​ປົກຄອງ​ເຟລິກ.”</verse>
				<verse number="25">ແລ້ວ​ນາຍພັນ​ກໍ​ຂຽນ​ຈົດໝາຍ​ສະບັບ​ໜຶ່ງ ໂດຍ​ມີ​ໃຈ​ຄວາມ​ດັ່ງ​ຕໍ່ໄປນີ້:</verse>
				<verse number="26">“ຂ້າພະເຈົ້າ ກລາວດີໂອລີເຊຍ ກາບຮຽນ​ພະນະທ່ານ​ເຟລິກ​ຜູ້​ປົກຄອງ.</verse>
				<verse number="27">ພວກ​ຢິວ​ໄດ້​ຈັບ​ຊາຍ​ຄົນ​ນີ້ ແລະ​ເກືອບ​ຈະ​ຂ້າ​ລາວ​ຖິ້ມ, ເມື່ອ​ຂ້າພະເຈົ້າ​ຮູ້​ວ່າ ລາວ​ເປັນ​ຄົນ​ສັນຊາດ​ໂຣມ. ຂ້າພະເຈົ້າ​ຈຶ່ງ​ນຳ​ເອົາ​ທະຫານ​ເຂົ້າ​ໄປ​ຊ່ວຍ​ລາວ​ໄວ້.</verse>
				<verse number="28">ຍ້ອນ​ວ່າ ຂ້າພະເຈົ້າ​ຢາກ​ຮູ້​ຄັກແນ່ ເຖິງ​ເຫດ​ທີ່​ພວກ​ຢິວ​ຟ້ອງ​ລາວ ຂ້າພະເຈົ້າ​ຈຶ່ງ​ພາ​ລາວ​ໄປ​ຢືນ​ຢູ່​ຕໍ່ໜ້າ​ສະພາ​ສູງສຸດ​ຂອງ​ພວກເຂົາ.</verse>
				<verse number="29">ຂ້າພະເຈົ້າ​ໄດ້​ພົບ​ວ່າ ບໍ່ມີ​ຂໍ້ຫາ​ໃດໆ​ທີ່​ລາວ​ຄວນ​ຈະ​ຕາຍ ຫລື​ຖືກ​ຂັງ​ຄຸກ, ຄຳ​ຟ້ອງ​ຕໍ່ສູ້​ລາວ​ນັ້ນ ພົວພັນ​ກັບ​ບັນຫາ​ເລື່ອງ​ກົດບັນຍັດ​ຂອງ​ພວກເຂົາ​ເອງ.</verse>
				<verse number="30">ຕໍ່ມາ ເມື່ອ​ຂ້າພະເຈົ້າ​ໄດ້​ຮັບ​ແຈ້ງ​ວ່າ ພວກ​ຢິວ​ຮ່ວມ​ກັນ​ຄິດ​ແຜນການ​ຊົ່ວຮ້າຍ​ຕໍ່​ຊາຍ​ຄົນ​ນີ້ ຂ້າພະເຈົ້າ​ຈຶ່ງ​ສົ່ງ​ລາວ​ມາ​ຫາ​ພະນະທ່ານ​ທັນທີ ຂ້າພະເຈົ້າ​ໄດ້​ບອກ​ໃຫ້​ໂຈດ ໄປ​ວ່າຄວາມ​ກັນ​ຢູ່​ຕໍ່ໜ້າ​ພະນະທ່ານ.”</verse>
				<verse number="31">ພວກ​ທະຫານ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ, ພວກເຂົາ​ໄດ້​ເອົາ​ໂປໂລ​ໄປ​ໃນ​ຄືນ​ນັ້ນ​ເອງ ຈົນເຖິງ​ເມືອງ​ອັນຕີປາຕີ.</verse>
				<verse number="32">ວັນ​ຕໍ່ມາ ພວກ​ທະຫານ​ລາບ​ກໍ​ກັບຄືນ​ມາ​ຄ້າຍ ແລະ​ປ່ອຍ​ໃຫ້​ພວກ​ທະຫານ​ມ້າ​ກັບ​ໂປໂລ​ເດີນທາງ​ໄປ​ຕໍ່.</verse>
				<verse number="33">ພໍ​ມາ​ເຖິງ​ເມືອງ​ກາຍຊາເຣຍ​ແລ້ວ ພວກ​ທະຫານ​ມ້າ​ກໍ​ມອບ​ຈົດໝາຍ​ໃຫ້​ຜູ້​ປົກຄອງ ແລະ​ມອບ​ໂປໂລ​ໃຫ້​ເພິ່ນ​ດ້ວຍ.</verse>
				<verse number="34">ເມື່ອ​ຜູ້​ປົກຄອງ​ອ່ານ​ຈົດໝາຍ​ແລ້ວ ເພິ່ນ​ກໍ​ຖາມ​ວ່າ ໂປໂລ​ມາ​ຈາກ​ແຂວງ​ໃດ, ຫລັງຈາກ​ທີ່​ຮູ້​ວ່າ ໂປໂລ​ມາ​ຈາກ​ແຂວງ​ກີລີເກຍ.</verse>
				<verse number="35">ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ເມື່ອ​ພວກ​ໂຈດ​ມາ​ເຖິງ​ແລ້ວ ເຮົາ​ຈະ​ຟັງ​ຄຳ​ໃຫ້​ການ​ຂອງ​ເຈົ້າ.” ແລ້ວ​ເພິ່ນ​ກໍ​ສັ່ງ​ໃຫ້​ຄຸມ​ຕົວ​ໂປໂລ​ໄວ້​ໃນ​ຜາສາດ​ທີ່​ເຮໂຣດ​ໄດ້​ສ້າງ.</verse>
			</chapter>
			<chapter number="24">
				<verse number="1">ເມື່ອ​ຜ່ານ​ໄປ​ໄດ້​ຫ້າ​ວັນ​ແລ້ວ ອານາເນຍ​ມະຫາ​ປະໂຣຫິດ​ກໍໄດ້​ເດີນທາງ​ໄປ​ທີ່​ເມືອງ​ກາຍຊາເຣຍ ກັບ​ພວກ​ເຖົ້າແກ່​ບາງຄົນ ແລະ​ທະນາຍຄວາມ​ຄົນ​ໜຶ່ງ​ຊື່​ວ່າ ເຕຕູໂລ, ພວກເຂົາ​ໄດ້​ມາ​ສະເໜີ​ຕົວ​ເພື່ອ​ຍື່ນ​ຄະດີ​ຟ້ອງ​ໂປໂລ​ຕໍ່ໜ້າ​ຜູ້​ປົກຄອງ​ເຟລິກ.</verse>
				<verse number="2">ເມື່ອ​ໂປໂລ​ຖືກ​ນຳ​ຕົວ​ເຂົ້າ​ມາ​ແລ້ວ ເຕຕູໂລ​ກໍ​ເລີ່ມ​ກ່າວ​ຟ້ອງ​ວ່າ, “ກາບຮຽນ​ພະນະທ່ານ​ເຟລິກ​ທີ່​ນັບຖື ພາຍໃຕ້​ການນຳພາ​ອັນ​ສະຫລາດ​ສ່ອງໃສ​ຂອງທ່ານ, ພວກ​ຂ້າພະເຈົ້າ​ໄດ້​ມີ​ຄວາມ​ສະຫງົບສຸກ​ເປັນ​ເວລາ​ຍາວນານ ແລະ​ການ​ປະຕິຮູບ​ອັນ​ຈຳເປັນ​ຫລາຍ​ຢ່າງ ກໍ​ມີ​ຜົນ​ດີ​ແກ່​ປະເທດ​ຊາດ​ຂອງ​ພວກ​ຂ້າພະເຈົ້າ.</verse>
				<verse number="3">ພວກ​ຂ້າພະເຈົ້າ​ຍິນດີ​ຮັບ​ເອົາ​ການ​ປະຕິຮູບ​ນີ້ ໃນ​ທົ່ວ​ທຸກ​ບ່ອນ ແລະ​ຕະຫລອດ​ເວລາ ແລະ​ທັງ​ຮູ້ສຶກ​ຢ່າງ​ເລິກເຊິ່ງ​ວ່າ​ໄດ້​ເປັນ​ໜີ້​ບຸນຄຸນ​ຕໍ່​ທ່ານ​ດ້ວຍ.</verse>
				<verse number="4">ແຕ່​ເພື່ອ​ບໍ່​ໃຫ້​ທ່ານ​ເສຍ​ເວລາ​ເກີນໄປ ຂ້າພະເຈົ້າ​ຈຶ່ງ​ຂໍ​ຄວາມ​ກະລຸນາ​ຈາກ​ທ່ານ ໂຜດ​ຟັງ​ຂ້າພະເຈົ້າ​ກ່າວ​ເລື່ອງລາວ​ຂອງ​ພວກ​ຂ້າພະເຈົ້າ​ຢ່າງ​ສັ້ນໆ.</verse>
				<verse number="5">ພວກ​ຂ້າພະເຈົ້າ​ເຫັນ​ວ່າ ຊາຍ​ຄົນ​ນີ້​ເປັນ​ໄພ​ອັນຕະລາຍ​ຢ່າງ​ຮ້າຍແຮງ​ຕໍ່​ບ້ານ​ເມືອງ, ລາວ​ຍຸແຍ່​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ຂຶ້ນ ໃນ​ທ່າມກາງ​ພວກ​ຢິວ​ທົ່ວ​ໂລກນີ້ ແລະ​ລາວ​ກໍ​ເປັນ​ຜູ້ນຳ​ຂອງ​ລັດທິ​ນາຊາເຣັດ.</verse>
				<verse number="6">ອີກ​ປະການ​ໜຶ່ງ ຜູ້ກ່ຽວ​ເຮັດ​ໃຫ້​ພຣະວິຫານ​ເສື່ອມເສຍ​ຄວາມ​ສັກສິດ ແລະ​ພວກ​ຂ້າພະເຈົ້າ​ໄດ້​ຈັບກຸມ​ລາວ​ໄວ້, [ພວກ​ຂ້າພະເຈົ້າ​ໄດ້​ວາງແຜນ​ຕັດສິນ​ລົງໂທດ​ລາວ ຕາມ​ກົດໝາຍ​ຂອງ​ພວກ​ຂ້າພະເຈົ້າ​ເອງ,</verse>
				<verse number="7">ແຕ່​ນາຍພັນ​ລີເຊຍ​ໄດ້​ມາ​ໃຊ້​ກຳລັງ​ຍາດ​ເອົາ​ຕົວ​ລາວ​ໄປ​ຈາກ​ພວກ​ຂ້າພະເຈົ້າ ແລ້ວ​ທ່ານ​ນາຍພັນ​ລີເຊຍ​ກໍ​ສັ່ງ​ໃຫ້​ພວກ​ໂຈດ​ມາ​ຟ້ອງ​ລາວ​ຕໍ່ໜ້າ​ທ່ານ.</verse>
				<verse number="8">ຖ້າ​ທ່ານ​ເອງ​ຈະ​ສອບຖາມ​ລາວ ທ່ານ​ກໍ​ສາມາດ​ຈະ​ຮູ້​ໄດ້​ຄັກແນ່​ຈາກ​ລາວ] ໃນ​ເລື່ອງ​ທີ່​ພວກ​ຂ້າພະເຈົ້າ​ກ່າວ​ຟ້ອງ​ນີ້.”</verse>
				<verse number="9">ພວກ​ຢິວ​ຕ່າງ​ກໍ​ສະໜັບ​ສະໜູນ​ຄຳ​ກ່າວຫາ​ນີ້ ແລະ​ຢືນຢັນ​ວ່າ​ເລື່ອງລາວ​ທັງໝົດ​ນັ້ນ​ເປັນ​ຄວາມຈິງ.</verse>
				<verse number="10">ແລ້ວ​ຜູ້​ປົກຄອງ​ກໍ​ໃຫ້​ສັນຍານ​ແກ່​ໂປໂລ​ເວົ້າ ແລະ​ໂປໂລ​ຈຶ່ງ​ກ່າວ​ວ່າ, “ເນື່ອງ​ຈາກ​ຂ້ານ້ອຍ​ຮູ້​ວ່າ ພະນະທ່ານ​ເປັນ​ຜູ້​ພິພາກສາ​ຂອງ​ຊົນຊາດ​ນີ້​ໄດ້​ຫລາຍ​ປີ​ມາ​ແລ້ວ. ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຂໍ​ກ່າວ​ແກ້​ຄະດີ​ຕໍ່ໜ້າ​ທ່ານ​ດ້ວຍ​ໃຈ​ຊື່ນ​ຍິນດີ.</verse>
				<verse number="11">ທ່ານ​ຄົງ​ສືບຊາບ​ຮູ້​ໄດ້​ວ່າ ຕັ້ງແຕ່​ຂ້ານ້ອຍ​ໄດ້​ໄປ​ນະມັດສະການ​ທີ່​ນະຄອນ​ເຢຣູຊາເລັມ ຍັງ​ບໍ່ໄດ້​ເກີນ​ສິບສອງ​ວັນ.</verse>
				<verse number="12">ເມື່ອ​ພວກ​ຢິວ​ໄດ້​ພົບ​ຂ້ານ້ອຍ​ນັ້ນ ຂ້ານ້ອຍ​ບໍ່ໄດ້​ໂຕ້ຖຽງ​ກັບ​ຜູ້ໃດ​ໃນ​ພຣະວິຫານ​ເລີຍ ແລະ​ພວກເຂົາ​ກໍ​ເຫັນ​ວ່າ ຂ້ານ້ອຍ​ບໍ່ໄດ້​ຍຸແຍ່​ປະຊາຊົນ​ໃຫ້​ລຸກຮື້ຂຶ້ນ​ທັງ​ໃນ​ທຳມະສາລາ ຫລື​ໃນ​ບ່ອນ​ໃດໆ​ດ້ວຍ.</verse>
				<verse number="13">ເຫດການ​ທັງປວງ​ທີ່​ພວກເຂົາ​ກຳລັງ​ຟ້ອງ​ຂ້ານ້ອຍ​ດຽວ​ນີ້ ພວກເຂົາ​ພິສູດ​ບໍ່ໄດ້.</verse>
				<verse number="14">ຂ້ານ້ອຍ​ຂໍ​ຮັບ​ຕໍ່ໜ້າ​ທ່ານ​ຢ່າງ​ໜຶ່ງ​ຄື​ວ່າ, ຂ້ານ້ອຍ​ຮັບໃຊ້​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ ຕາມ​ທາງ​ນັ້ນ​ທີ່​ພວກເຂົາ​ຖື​ວ່າ ເປັນ​ລັດທິ​ນອກຮີດ, ແຕ່​ຂ້ານ້ອຍ​ກໍ​ເຊື່ອ​ໃນ​ທຸກໆ​ສິ່ງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ ແລະ​ໜັງສື​ຂອງ​ບັນດາ​ຜູ້ທຳນວາຍ​ເໝືອນກັນ.</verse>
				<verse number="15">ຂ້ານ້ອຍ​ມີ​ຄວາມຫວັງ​ໃນ​ພຣະເຈົ້າ​ຢ່າງ​ດຽວ​ກັບ​ທີ່​ຄົນ​ເຫຼົ່ານີ້​ມີ​ຢູ່ ຄື​ຫວັງ​ວ່າ​ທຸກໆ​ຄົນ​ທັງ​ຊອບທຳ ແລະ​ບໍ່​ຊອບທຳ​ຈະ​ເປັນ​ຄືນ​ມາ​ຈາກ​ຕາຍ.</verse>
				<verse number="16">ດ້ວຍເຫດນີ້ ຂ້ານ້ອຍ​ຈຶ່ງ​ອົດສາ​ປະພຶດ​ຕົນ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ຕໍ່ໜ້າ​ພຣະເຈົ້າ​ແລະ​ຕໍ່ໜ້າ​ມະນຸດ​ສະເໝີ​ມາ.”</verse>
				<verse number="17">“ຫລັງຈາກ​ທີ່​ຂ້ານ້ອຍ​ໄດ້​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ເປັນ​ເວລາ​ຫລາຍ​ປີ​ແລ້ວ, ຂ້ານ້ອຍ​ກໍ​ກັບຄືນ​ມາ​ນະຄອນ​ນີ້​ອີກ ເພື່ອ​ນຳ​ເອົາ​ເງິນ​ຊ່ວຍເຫລືອ​ມາ​ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ ແລະ ເພື່ອ​ຖວາຍບູຊາ​ແກ່​ພຣະເຈົ້າ​ດ້ວຍ.</verse>
				<verse number="18">ໃນ​ຂະນະທີ່​ຂ້ານ້ອຍ​ກຳລັງ​ປະຕິບັດ​ສິ່ງ​ນີ້​ຢູ່​ນັ້ນ​ເອງ ທີ່​ພວກເຂົາ​ໄດ້​ພົບ​ຂ້ານ້ອຍ​ໃນ​ບໍລິເວນ​ພຣະວິຫານ ຂະນະທີ່​ຂ້ານ້ອຍ​ໄດ້​ປະກອບ​ພິທີ​ຊຳລະ​ຕົວ​ແລ້ວ, ບໍ່ມີ​ຜູ້​ສ້າງ​ຄວາມ​ປັ່ນປ່ວນ​ໃດໆ​ຢູ່​ກັບ​ຂ້ານ້ອຍ ແລະ​ບໍ່ມີ​ຜູ້​ກໍ່​ການ​ວຸ້ນວາຍ​ໃດໆ.</verse>
				<verse number="19">ແຕ່​ມີ​ພວກ​ຢິວ​ບາງຄົນ ທີ່​ມາ​ຈາກ​ແຂວງ​ເອເຊຍ​ໄດ້​ຢູ່​ໃນ​ທີ່ນັ້ນ​ເໝືອນກັນ, ຄວນ​ແມ່ນ​ພວກເຂົາ​ເອງ​ທີ່​ຕ້ອງ​ມາ​ຢູ່​ຕໍ່ໜ້າ​ທ່ານ​ເພື່ອ​ກ່າວຫາ​ຂ້ານ້ອຍ ຖ້າ​ພວກເຂົາ​ມີ​ເລື່ອງ​ອັນ​ໃດ​ຕໍ່ສູ້​ຂ້ານ້ອຍ.</verse>
				<verse number="20">ຫລື​ໃຫ້​ຄົນ​ເຫຼົ່ານັ້ນ​ຟ້ອງ​ຂ້ານ້ອຍ​ຢູ່​ໃນ​ທີ່​ນີ້​ໂລດ​ວ່າ ພວກເຂົາ​ໄດ້​ເຫັນ​ຄວາມຜິດ​ຫຍັງ​ແດ່​ໃນ​ຂ້ານ້ອຍ ໃນ​ເວລາ​ທີ່​ຂ້ານ້ອຍ​ຢືນ​ຢູ່​ຕໍ່ໜ້າ​ສະພາ​ສູງສຸດ​ນີ້,</verse>
				<verse number="21">ນອກຈາກ​ຂໍ້​ດຽວ​ທີ່​ຂ້ານ້ອຍ​ໄດ້​ຮ້ອງ​ຂຶ້ນ ເມື່ອ​ຂ້ານ້ອຍ​ຢືນ​ຢູ່​ຕໍ່ໜ້າ​ພວກເຂົາ​ວ່າ, ‘ຂ້າພະເຈົ້າ​ຖືກ​ນຳ​ຕົວ​ມາ​ພິພາກສາ​ຢູ່​ຕໍ່ໜ້າ​ທ່ານ​ໃນວັນນີ້ ຍ້ອນ​ຂ້າພະເຈົ້າ​ເຊື່ອ​ວ່າ ຄົນ​ຕາຍ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.”’</verse>
				<verse number="22">ແຕ່​ເຟລິກ​ຜູ້​ທີ່​ຮູ້ຈັກ​ທາງ​ນັ້ນ​ດີ​ສົມຄວນ ກໍ​ເລື່ອນ​ການ​ພິຈາລະນາ​ຄະດີ​ຂອງ​ພວກເຂົາ, ເພິ່ນ​ກ່າວ​ວ່າ, “ເມື່ອໃດ​ນາຍພັນ​ລີເຊຍ​ມາ​ຮອດ ຂ້າພະເຈົ້າ​ຈຶ່ງ​ຈະ​ຕັດສິນ​ຄະດີ​ຂອງ​ພວກເຈົ້າ.”</verse>
				<verse number="23">ຈາກ​ນັ້ນ ເພິ່ນ​ກໍ​ສັ່ງ​ໃຫ້​ນາຍຮ້ອຍ​ຜູ້​ມີ​ໜ້າທີ່​ຮັບຜິດຊອບ ນຳ​ໂປໂລ​ໄປ​ຄຸມ​ຕົວ​ໄວ້, ແຕ່​ໃຫ້​ໂປໂລ​ມີ​ອິດສະຫລະ​ບາງ​ຢ່າງ ແລະ​ອະນຸຍາດ​ໃຫ້​ໝູ່ເພື່ອນ​ຈັດຫາ​ສິ່ງ​ຈຳເປັນ​ມາ​ໃຫ້​ໂປໂລ​ໄດ້.</verse>
				<verse number="24">ຫລາຍ​ວັນ​ຕໍ່ມາ ເຟລິກ​ກໍ​ມາ​ກັບ​ດູຊີນລາ ເມຍ​ຂອງຕົນ​ຜູ້​ເປັນ​ຄົນ​ຢິວ, ເພິ່ນ​ໄດ້​ໃຊ້​ຄົນ​ໄປ​ນຳ​ເອົາ​ໂປໂລ ເພື່ອ​ຈະ​ຟັງ​ໂປໂລ​ເວົ້າ​ເລື່ອງ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ​ເຢຊູ.</verse>
				<verse number="25">ຂະນະທີ່​ໂປໂລ​ອ້າງ​ເຖິງ​ຄວາມ​ຍຸດຕິທຳ, ການ​ຄວບຄຸມ​ຕົນເອງ ແລະ​ການ​ພິພາກສາ​ທີ່​ຈະ​ມາ​ເຖິງ​ໃນ​ພາຍໜ້າ​ນັ້ນ, ຝ່າຍ​ເຟລິກ​ກໍ​ສະດຸ້ງ​ຕົກໃຈ​ຢ້ານ​ຈຶ່ງ​ເວົ້າ​ວ່າ, “ບັດນີ້ ເຈົ້າ​ອອກ​ໄປ​ໄດ້​ແລ້ວ ເຮົາ​ຈະ​ເອີ້ນ​ເຈົ້າ​ມາ​ອີກ ເມື່ອ​ເຮົາ​ມີ​ໂອກາດ.”</verse>
				<verse number="26">ໃນ​ເວລາ​ດຽວກັນ​ນັ້ນ ເຟລິກ​ຫວັງ​ວ່າ​ໂປໂລ​ຈະ​ໃຫ້​ເງິນ​ເປັນ​ສິນບົນ​ແກ່​ຕົນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ໂປໂລ​ມາ​ສົນທະນາ​ກັບ​ຕົນ​ຫລາຍ​ເທື່ອ.</verse>
				<verse number="27">ສອງ​ປີ​ຕໍ່ມາ ໂປກີໂອ​ເຟຊະໂຕ ໄດ້​ມາ​ຮັບ​ໜ້າທີ່​ເປັນ​ຜູ້​ປົກຄອງ​ແທນ​ເຟລິກ, ຝ່າຍ​ເຟລິກ​ຢາກ​ໃຫ້​ພວກ​ຢິວ​ພໍໃຈ​ນຳ​ຕົນ, ຈຶ່ງ​ປະ​ໂປໂລ​ຂັງ​ໄວ້​ໃນ​ຄຸກ.</verse>
			</chapter>
			<chapter number="25">
				<verse number="1">ສາມ​ວັນ ຫລັງຈາກ​ທີ່​ເຟຊະໂຕ​ໄດ້​ມາ​ຮອດ​ແຂວງ​ນັ້ນ ເພິ່ນ​ກໍ​ຈາກ​ເມືອງ​ກາຍຊາເຣຍ​ໄປ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="2">ໃນ​ທີ່ນັ້ນ ບັນດາ​ຫົວໜ້າ​ປະໂຣຫິດ​ກັບ​ບັນດາ​ຜູ້ນຳ​ຂອງ​ຊາວ​ຢິວ ໄດ້​ສະເໜີ​ຄະດີ​ຕໍ່ສູ້​ໂປໂລ​ແກ່​ທ່ານ ພວກເຂົາ​ຂໍຮ້ອງ​ນຳ​ເຟຊະໂຕ.</verse>
				<verse number="3">ເພື່ອ​ຊ່ວຍ​ພວກເຂົາ​ໃນ​ການ​ຕໍ່ສູ້​ໂປໂລ ໂດຍ​ໃຫ້​ສົ່ງ​ເພິ່ນ​ມາ​ທີ່​ນະຄອນ​ເຢຣູຊາເລັມ, ພວກເຂົາ​ມີ​ແຜນການ​ທີ່​ຈະ​ລັດ​ຂ້າ​ໂປໂລ​ກາງ​ທາງ.</verse>
				<verse number="4">ແຕ່​ເຟຊະໂຕ​ຕອບ​ວ່າ, “ໂປໂລ​ຖືກ​ຄຸມ​ຂັງ​ໄວ້​ຢູ່​ເມືອງ​ກາຍຊາເຣຍ ແລະ​ເຮົາ​ເອງ​ກໍ​ຈະ​ກັບຄືນ​ໄປ​ທີ່​ນັ້ນ​ໃນ​ໄວໆ​ນີ້.</verse>
				<verse number="5">ດັ່ງນັ້ນ ຈົ່ງ​ໃຫ້​ບັນດາ​ຜູ້​ມີ​ອຳນາດ​ໃນ​ພວກເຈົ້າ​ໄປ​ທີ່​ເມືອງ​ກາຍຊາເຣຍ​ກັບ​ເຮົາ ແລະ​ຟ້ອງ​ຜູ້ກ່ຽວ ຖ້າ​ລາວ​ເຮັດ​ຜິດ​ຢ່າງໃດ​ຢ່າງໜຶ່ງ.”</verse>
				<verse number="6">ເຟຊະໂຕ​ພັກ​ຢູ່​ນຳ​ພວກເຂົາ​ພຽງແຕ່​ແປດ​ວັນ​ຫາ​ສິບ​ວັນ​ເທົ່ານັ້ນ ແລ້ວ​ເພິ່ນ​ກໍ​ກັບຄືນ​ເມືອ​ທີ່​ເມືອງ​ກາຍຊາເຣຍ, ວັນ​ຕໍ່ມາ ເພິ່ນ​ໄດ້​ນັ່ງ​ທີ່​ສານ ແລະ​ສັ່ງ​ໃຫ້​ທະຫານ​ນຳ​ໂປໂລ​ເຂົ້າ​ມາ.</verse>
				<verse number="7">ເມື່ອ​ໂປໂລ​ເຂົ້າ​ມາ​ແລ້ວ ພວກ​ຢິວ​ທີ່​ມາ​ແຕ່​ນະຄອນ​ເຢຣູຊາເລັມ ກໍ​ຢືນ​ອ້ອມ​ໂປໂລ ແລະ​ເລີ່ມ​ຟ້ອງ​ຄະດີ​ໃຫຍ່ໆ​ຫລາຍ​ຄະດີ ຊຶ່ງ​ພວກເຂົາ​ບໍ່ມີ​ຫຼັກຖານ​ຢືນຢັນ​ໄດ້.</verse>
				<verse number="8">ແຕ່​ໂປໂລ​ກ່າວ​ແກ້​ຄະດີ​ວ່າ, “ຂ້ານ້ອຍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ຕໍ່ສູ້​ກົດໝາຍ​ຂອງ​ພວກ​ຢິວ, ຕໍ່ສູ້​ພຣະວິຫານ ແລະ​ຕໍ່ສູ້​ຈັກກະພັດ​ໂຣມ.”</verse>
				<verse number="9">ແຕ່​ເຟຊະໂຕ​ຢາກ​ໃຫ້​ພວກ​ຢິວ​ພໍໃຈ​ນຳ​ຕົນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຖາມ​ໂປໂລ​ວ່າ, “ເຈົ້າ​ຢາກ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຊຳລະ​ຄວາມ​ເຖິງ​ການ​ກ່າວຫາ​ເຫຼົ່ານີ້​ຕໍ່ໜ້າ​ເຮົາ​ຢູ່​ທີ່​ນັ້ນ​ບໍ?”</verse>
				<verse number="10">ໂປໂລ​ຕອບ​ວ່າ, “ຂ້ານ້ອຍ​ກຳລັງ​ຢືນ​ຢູ່​ຕໍ່ໜ້າ​ສານ​ຕັດສິນ​ຂອງ​ຈັກກະພັດ​ຢູ່​ແລ້ວ ຈົ່ງ​ພິພາກສາ​ຂ້ານ້ອຍ​ຢູ່​ທີ່​ນີ້​ສາ, ຂ້ານ້ອຍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ຕໍ່​ພວກ​ຢິວ ດັ່ງ​ທີ່​ທ່ານ​ເອງ​ກໍ​ຮູ້​ຢູ່​ແລ້ວ.</verse>
				<verse number="11">ຖ້າ​ຫາກ​ຂ້ານ້ອຍ​ໄດ້​ເຮັດ​ຜິດ ແລະ​ເຮັດ​ອັນ​ໃດ​ທີ່​ຄວນ​ຈະ​ມີ​ໂທດ​ເຖິງ​ຕາຍ ຂ້ານ້ອຍ​ກໍ​ຍອມ​ຕາຍ​ໂດຍ​ບໍ່​ຂັດຂືນ, ແຕ່​ຖ້າ​ເລື່ອງ​ທີ່​ພວກເຂົາ​ກ່າວ​ຟ້ອງ​ຂ້ານ້ອຍ​ນັ້ນ ບໍ່​ເປັນ​ຄວາມຈິງ​ແລ້ວ ບໍ່ມີ​ຜູ້ໃດ​ທີ່​ມີ​ອຳນາດ​ມອບ​ຂ້ານ້ອຍ​ໃຫ້​ພວກເຂົາ​ໄດ້, ຂ້ານ້ອຍ​ຂໍ​ອຸທອນ​ໄປ​ເຖິງ​ຈັກກະພັດ.”</verse>
				<verse number="12">ຫລັງຈາກ​ເຟຊະໂຕ​ໄດ້​ປຶກສາ​ຫາລື​ກັບ​ທີ່ປຶກສາ ແລ້ວ​ກໍ​ຕອບ​ວ່າ, “ເຈົ້າ​ໄດ້​ຂໍ​ອຸທອນ​ໄປ​ເຖິງ​ຈັກກະພັດ. ດັ່ງນັ້ນ ເຈົ້າ​ກໍ​ຈະ​ໄປ​ຢືນ​ຢູ່​ຕໍ່ໜ້າ​ຈັກກະພັດ.”</verse>
				<verse number="13">ຫລາຍ​ອາທິດ​ຕໍ່ມາ ກະສັດ​ອັກຄຼີປາ ກັບ​ນາງ​ເບນີເກ​ຜູ້​ເປັນ​ນ້ອງສາວ ກໍ​ມາ​ທີ່​ເມືອງ​ກາຍຊາເຣຍ ເພື່ອ​ທຳ​ການ​ຕ້ອນຮັບ​ເຟຊະໂຕ.</verse>
				<verse number="14">ຫລັງຈາກ​ພັກ​ຢູ່​ທີ່​ນັ້ນ ເປັນ​ເວລາ​ຫລາຍ​ວັນ ເຟຊະໂຕ​ກໍ​ເລົ່າ​ຄະດີ​ຂອງ​ໂປໂລ​ໃຫ້​ກະສັດ​ຟັງ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເຟລິກ​ໄດ້​ຂັງ​ປະ​ໄວ້​ໃນ​ຄຸກ,</verse>
				<verse number="15">ເມື່ອ​ຂ້ານ້ອຍ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ເຖົ້າແກ່ ໄດ້​ມາ​ສະເໜີ​ຄະດີ​ຕໍ່ສູ້​ຄົນ​ນີ້ ແລະ​ຂໍຮ້ອງ​ຂ້ານ້ອຍ​ໃຫ້​ຕັດສິນ​ລົງໂທດ​ລາວ.</verse>
				<verse number="16">ແຕ່​ຂ້ານ້ອຍ​ຕອບ​ພວກເພິ່ນ​ວ່າ, ຊາວ​ໂຣມ​ບໍ່ມີ​ທຳນຽມ​ທີ່​ຈະ​ມອບ​ຕົວ​ຈຳເລີຍ ກ່ອນ​ທີ່​ໂຈດ​ກັບ​ຈຳເລີຍ​ມາ​ຊ້ອງໜ້າ​ກັນ ເພື່ອ​ໃຫ້​ຈຳເລີຍ​ມີ​ໂອກາດ​ກ່າວ​ແກ້​ຄະດີ​ຕໍ່​ຂໍ້​ກ່າວຫາ.</verse>
				<verse number="17">ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ໄດ້​ມາ​ທີ່​ນີ້​ກັບ​ຂ້ານ້ອຍ, ຝ່າຍ​ຂ້ານ້ອຍ​ກໍ​ບໍ່ໄດ້​ຊັກຊ້າ​ເສຍ​ເວລາ ແລະ​ໃນ​ວັນ​ຕໍ່ມາ ຂ້ານ້ອຍ​ກໍ​ນັ່ງ​ທີ່​ສານ ແລະ​ສັ່ງ​ໃຫ້​ທະຫານ​ນຳພາ​ຊາຍ​ຄົນ​ນັ້ນ​ເຂົ້າ​ມາ.</verse>
				<verse number="18">ພວກ​ໂຈດ​ຈຶ່ງ​ຢືນ​ຂຶ້ນ​ຟ້ອງ ແຕ່​ພວກເພິ່ນ​ບໍ່ໄດ້​ກ່າວຫາ​ລາວ​ໃນ​ການ​ກະທຳ​ຊົ່ວ​ປະການ​ໃດ ຕາມ​ທີ່​ຂ້ານ້ອຍ​ໄດ້​ຄາດຄິດ​ໄວ້.</verse>
				<verse number="19">ພຽງແຕ່​ເປັນ​ການ​ຖົກຖຽງ​ກັນ​ເຖິງ​ບັນຫາ​ເລື່ອງ​ລັດທິ​ສາສະໜາ​ຂອງ​ພວກເພິ່ນ​ເອງ ແລະ​ເຖິງ​ຊາຍ​ຄົນ​ໜຶ່ງ​ທີ່​ຕາຍໄປ​ແລ້ວ​ຊື່​ວ່າ ເຢຊູ, ແຕ່​ໂປໂລ​ກັບ​ອ້າງ​ວ່າ​ເພິ່ນ​ຍັງ​ມີ​ຊີວິດ​ຢູ່.</verse>
				<verse number="20">ຍ້ອນ​ຂ້ານ້ອຍ​ບໍ່​ແນ່ໃຈ​ວ່າ ຈະ​ພິຈາລະນາ​ບັນຫາ​ນີ້​ຢ່າງ​ໃດ, ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຖາມ​ໂປໂລ​ວ່າ, ‘ເຈົ້າ​ຢາກ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຊຳລະ​ຄວາມ​ທີ່​ນັ້ນ​ຫລື​ບໍ່?’</verse>
				<verse number="21">ແຕ່​ໂປໂລ​ໄດ້​ອຸທອນ​ຄະດີ ລາວ​ຂໍ​ໃຫ້​ຄຸມ​ຕົວ​ລາວ​ໄວ້ ເພື່ອ​ໃຫ້​ຈັກກະພັດ​ຕັດສິນ​ຄະດີ​ຂອງ​ລາວ, ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ສັ່ງ​ໃຫ້​ຄຸມ​ຕົວ​ຜູ້ກ່ຽວ​ໄວ້ ຈົນກວ່າ​ຈະ​ໄດ້​ສົ່ງ​ໄປ​ເຖິງ​ຈັກກະພັດ.”</verse>
				<verse number="22">ອັກຄຼີປາ​ຈຶ່ງ​ກ່າວ​ແກ່​ເຟຊະໂຕ​ວ່າ, “ເຮົາ​ກໍ​ຢາກ​ຟັງ​ຄົນ​ນີ້​ເວົ້າ​ດ້ວຍ​ຕົນເອງ​ເໝືອນກັນ.” ເຟຊະໂຕ​ຕອບ​ວ່າ, “ມື້ອື່ນ​ທ່ານ​ຈະ​ໄດ້​ຍີນ​ລາວ​ເວົ້າ.”</verse>
				<verse number="23">ດັ່ງນັ້ນ ວັນ​ຕໍ່ມາ ອັກຄຼີປາ​ກັບ​ນາງ​ເບນີເກ​ກໍ​ມາ​ເຖິງ​ພ້ອມ​ກັບ​ຂະບວນ​ແຫ່ແຫນ ແລະ​ເຂົ້າ​ໄປ​ໃນ​ຫໍ​ປະຊຸມ​ກັບ​ບັນດາ​ນາຍ​ທະຫານ ແລະ​ບຸກຄົນ​ສຳຄັນ​ໃນ​ເມືອງ. ຈາກ​ນັ້ນ ເຟຊະໂຕ​ໄດ້​ສັ່ງ​ທະຫານ​ໃຫ້​ນຳ​ໂປໂລ​ເຂົ້າ​ມາ.</verse>
				<verse number="24">ເຟຊະໂຕ​ກ່າວ​ວ່າ, “ກາບຮຽນ​ກະສັດ​ອັກຄຼີປາ​ທີ່​ນັບຖື ຕະຫລອດ​ທັງ​ທຸກຄົນ​ທີ່​ມີ​ໜ້າ​ກັບ​ພວກ​ຂ້າພະເຈົ້າ​ໃນ​ທີ່​ນີ້, ພວກທ່ານ​ເຫັນ​ຊາຍ​ຄົນ​ນີ້​ແລ້ວ ຜູ້​ທີ່​ພວກ​ຢິວ​ທັງໝົດ​ທັງ​ໃນ​ທີ່​ນີ້ ແລະ​ໃນ​ນະຄອນ​ເຢຣູຊາເລັມ​ໄດ້​ຮ້ອງ​ຂໍ​ຕໍ່​ຂ້າພະເຈົ້າ, ພວກເພິ່ນ​ຮ້ອງ​ຂໍ​ວ່າ ລາວ​ບໍ່ຄວນ​ມີ​ຊີວິດ​ຢູ່​ຕໍ່ໄປ.</verse>
				<verse number="25">ສ່ວນ​ຂ້າພະເຈົ້າ​ໄດ້​ເຫັນ​ວ່າ ຄົນ​ນີ້​ບໍ່ໄດ້​ເຮັດ​ຜິດ​ອັນ​ໃດ​ທີ່​ຄວນ​ຈະ​ຕ້ອງ​ຕາຍ, ແຕ່​ເພາະ​ຜູ້ກ່ຽວ​ເອງ​ໄດ້​ອຸທອນ​ໄປ​ເຖິງ​ຈັກກະພັດ, ຂ້າພະເຈົ້າ​ຈຶ່ງ​ຕັດສິນໃຈ​ຈະ​ສົ່ງ​ລາວ​ໄປ.</verse>
				<verse number="26">ຂ້າພະເຈົ້າ​ບໍ່ມີ​ລາຍ​ລະອຽດ​ອັນ​ໃດ​ກ່ຽວກັບ​ລາວ​ຢ່າງ​ຄັກແນ່ ພໍ​ທີ່​ຈະ​ຂຽນ​ໄປ​ກາບ​ຮຽນ​ຈັກກະພັດ, ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ນຳ​ລາວ​ມາ​ທີ່​ນີ້​ຕໍ່ໜ້າ​ພວກທ່ານ ແລະ​ໂດຍ​ສະເພາະ​ຕໍ່ໜ້າ​ກະສັດ​ອັກຄຼີປາ ເພື່ອ​ວ່າ​ຫລັງຈາກ​ສອບຖາມ​ຄະດີ​ຂອງ​ລາວ​ແລ້ວ ຂ້າພະເຈົ້າ​ອາດ​ຈະ​ມີ​ເລື່ອງ​ເພື່ອ​ຂຽນ​ເປັນ​ລາຍງານ.</verse>
				<verse number="27">ເພາະ​ສຳລັບ​ຂ້າພະເຈົ້າ​ແລ້ວ​ເຫັນ​ວ່າ ເປັນ​ການ​ບໍ່​ເໝາະສົມ ທີ່​ຈະ​ສົ່ງ​ນັກໂທດ​ຄົນ​ໜຶ່ງ​ໄປ ໂດຍ​ບໍ່ມີ​ຂໍ້​ກ່າວຫາ​ຂອງ​ຜູ້ກ່ຽວ​ໄປ​ພ້ອມ.”</verse>
			</chapter>
			<chapter number="26">
				<verse number="1">ແລ້ວ​ກະສັດ​ອັກຄຼີປາ​ກໍ​ກ່າວ​ແກ່​ໂປໂລ​ວ່າ, “ບັດນີ້ ເຮົາ​ອະນຸຍາດ​ໃຫ້​ເຈົ້າ​ກ່າວ​ແກ້​ຄະດີ​ໄດ້.” ດັ່ງນັ້ນ ໂປໂລ​ຈຶ່ງ​ຢຽດ​ມື​ອອກ ແລະ​ກ່າວ​ແກ້​ຄະດີ​ວ່າ,</verse>
				<verse number="2">“ຂໍ​ກາບຮຽນ​ກະສັດ​ອັກຄຼີປາ ຂ້ານ້ອຍ​ຖື​ວ່າ​ວັນ​ນີ້ ຂ້ານ້ອຍ​ເອງ​ມີ​ຄວາມສຸກ​ທີ່ສຸດ​ທີ່​ໄດ້​ກ່າວ​ແກ້​ຄະດີ​ຕໍ່ໜ້າ​ກະສັດ​ໃນ​ເລື່ອງ​ທັງໝົດ​ທີ່​ພວກ​ຢິວ​ກ່າວຫາ​ຂ້ານ້ອຍ​ນັ້ນ,</verse>
				<verse number="3">ໂດຍ​ສະເພາະ​ຢ່າງ​ຍິ່ງ ກະສັດ​ເອງ​ກໍ​ເປັນ​ຜູ້​ຮອບຮູ້​ດີ ເຖິງ​ທຳນຽມ​ທັງໝົດ​ຂອງ​ຊາວ​ຢິວ ແລະ​ບັນຫາ​ຕ່າງໆ​ຂອງ​ພວກເຂົາ. ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຂໍ​ກາບຮຽນ​ກະສັດ​ໄດ້​ອົດທົນ​ຟັງ​ຂ້ານ້ອຍ​ກ່າວ​ດ້ວຍ​ເຖີດ.”</verse>
				<verse number="4">“ພວກ​ຢິວ​ທຸກຄົນ​ຮູ້​ວ່າ, ຊີວິດ​ຂອງ​ຂ້ານ້ອຍ​ເປັນ​ຢ່າງ​ໃດ​ຕັ້ງແຕ່​ຂ້ານ້ອຍ​ຍັງ​ເປັນ​ໜຸ່ມ​ນ້ອຍ​ພຸ້ນ, ພວກເຂົາ​ຮູ້​ວ່າ ຂ້ານ້ອຍ​ໃຊ້​ຊີວິດ​ຢ່າງ​ໃດ ຄື​ເບື້ອງຕົ້ນ​ຢູ່​ທ່າມກາງ​ຊົນຊາດ​ຂອງ​ຂ້ານ້ອຍ​ເອງ ແລະ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="5">ພວກເຂົາ​ຮູ້​ຂ້ານ້ອຍ​ແຕ່​ໃດໆ​ມາ ແລະ​ພວກເຂົາ​ກໍ​ຍ່ອມ​ເປັນ​ພະຍານ​ໄດ້​ວ່າ, ເປັນ​ຄວາມຈິງ ໃນ​ຕອນ​ທຳອິດ ຂ້ານ້ອຍ​ດຳເນີນ​ຊີວິດ​ໃນ​ຖານະ​ເປັນ​ສະມາຊິກ​ຂອງ​ຄະນະ​ຟາຣີຊາຍ ຄື​ພວກ​ທີ່​ຖື​ສາສະໜາ​ຢ່າງ​ເຄັ່ງຄັດ​ທີ່ສຸດ.</verse>
				<verse number="6">ບັດນີ້ ທີ່​ຂ້ານ້ອຍ​ຖືກ​ນຳ​ມາ​ພິພາກສາ​ກໍ ເພາະ​ຄວາມຫວັງ​ທີ່​ຂ້ານ້ອຍ​ມີ​ໃນ​ພຣະສັນຍາ ຊຶ່ງ​ພຣະເຈົ້າ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ.</verse>
				<verse number="7">ປະຊາຊົນ​ຂອງ​ພວກ​ຂ້ານ້ອຍ​ທັງ​ສິບສອງ​ເຜົ່າ ຫວັງ​ໄດ້​ຮັບ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ນັ້ນ ຈຶ່ງ​ນະມັດສະການ​ພຣະເຈົ້າ​ດ້ວຍ​ໃຈ​ຮ້ອນຮົນ​ທັງເວັນ​ທັງຄືນ, ກະສັດ​ອັກຄຼີປາ​ທີ່​ນັບຖື ຍ້ອນ​ຄວາມຫວັງ​ອັນນີ້ ທີ່​ພວກ​ຢິວ​ກ່າວຫາ​ຂ້ານ້ອຍ.</verse>
				<verse number="8">ດ້ວຍເຫດໃດ ທ່ານ​ທັງຫລາຍ​ຈຶ່ງ​ຖື​ວ່າ ການ​ທີ່​ພຣະເຈົ້າ​ຊົງ​ບັນດານ​ໃຫ້​ຄົນ​ຕາຍ​ເປັນ​ຄືນ​ມາ​ນັ້ນ ເປັນ​ເລື່ອງ​ທີ່​ເຫລືອເຊື່ອ?”</verse>
				<verse number="9">“ຝ່າຍ​ຂ້ານ້ອຍ​ເອງ​ກໍ​ເຄີຍ​ຄິດ​ຢູ່​ໃນ​ໃຈ​ວ່າ, ຕ້ອງ​ເຮັດ​ທຸກ​ວິທີ​ທາງ ເພື່ອ​ຂັດຂວາງ​ພຣະນາມ​ຂອງ​ພຣະເຢຊູເຈົ້າ​ໄທ​ນາຊາເຣັດ.</verse>
				<verse number="10">ການ​ຂັດຂວາງ​ເຊັ່ນນັ້ນ ຂ້ານ້ອຍ​ໄດ້​ເຮັດ​ໃນ​ນະຄອນ​ເຢຣູຊາເລັມ ເມື່ອ​ຂ້ານ້ອຍ​ໄດ້​ຮັບ​ສິດ​ອຳນາດ​ພິເສດ​ຈາກ​ພວກ​ມະຫາ​ປະໂຣຫິດ ແລະ​ໄດ້​ຈັບກຸມ​ໄພ່ພົນ​ຂອງ​ພຣະເຈົ້າ​ຫລາຍ​ຄົນ​ເຂົ້າ​ຄຸກ ແລະ​ເມື່ອ​ພວກເຂົາ​ຖືກ​ຕັດສິນ​ລົງໂທດ​ໃຫ້​ປະຫານ​ຊີວິດ ຂ້ານ້ອຍ​ກໍ​ເຫັນ​ພ້ອມ​ດ້ວຍ.</verse>
				<verse number="11">ຫລາຍ​ເທື່ອ​ທີ່​ຂ້ານ້ອຍ​ໄດ້​ລົງໂທດ​ພວກເຂົາ​ໃນ​ທຳມະສາລາ​ຕ່າງໆ ແລະ​ພະຍາຍາມ​ບັງຄັບ​ພວກເຂົາ​ໃຫ້​ກ່າວ​ຄຳ​ທີ່​ໝິ່ນປະໝາດ​ຕໍ່​ພຣະເຈົ້າ, ຂ້ານ້ອຍ​ໂກດແຄ້ນ​ພວກເຂົາ​ແຮງ ຈົນ​ວ່າ​ຂ້ານ້ອຍ​ໄດ້​ໄປ​ຂົ່ມເຫັງ​ພວກເຂົາ ຕາມ​ເມືອງ​ຕ່າງໆ​ໃນ​ຕ່າງ​ປະເທດ.”</verse>
				<verse number="12">“ດ້ວຍເຫດນີ້, ຂ້ານ້ອຍ​ຈຶ່ງ​ໄດ້​ເດີນທາງ​ໄປ​ທີ່​ເມືອງ​ດາມັສກັດ ໂດຍ​ອາໄສ​ສິດ​ອຳນາດ ແລະ​ຄຳສັ່ງ​ຂອງ​ມະຫາ​ປະໂຣຫິດ.</verse>
				<verse number="13">ກະສັດ​ອັກຄຼີປາ​ທີ່​ນັບຖື ໃນ​ເວລາ​ທ່ຽງວັນ ເມື່ອ​ກຳລັງ​ເດີນທາງ​ໄປ​ນັ້ນ ຂ້ານ້ອຍ​ໄດ້​ເຫັນ​ແສງ​ສະຫວ່າງ​ກ້າ​ກວ່າ​ແສງ​ຕາເວັນ ຈາກ​ທ້ອງຟ້າ​ສ່ອງ​ລົງ​ມາ​ອ້ອມ​ຂ້ານ້ອຍ ກັບ​ຄົນ​ທີ່​ເດີນທາງ​ໄປ​ນຳ​ຂ້ານ້ອຍ.</verse>
				<verse number="14">ເມື່ອ​ທຸກຄົນ​ລົ້ມ​ລົງ​ທີ່​ພື້ນດິນ ແລະ​ຂ້ານ້ອຍ​ໄດ້ຍິນ​ສຽງ​ໜຶ່ງ​ກ່າວ​ເປັນ​ພາສາ​ເຮັບເຣີ​ວ່າ, ‘ໂຊໂລ ໂຊໂລ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ? ເຈົ້າ​ເຮັດ​ໃຫ້​ເຈັບ​ຕົວ​ເອງ​ລ້າໆ ດັ່ງ​ສັດ​ທີ່​ລູ່​ໃສ່​ໄມ້ແສ້​ຂອງ​ຜູ້​ເປັນ​ນາຍ.’</verse>
				<verse number="15">ຂ້ານ້ອຍ​ຈຶ່ງ​ຖາມ​ວ່າ, ‘ພຣະອົງເຈົ້າ​ເອີຍ ພຣະອົງ​ແມ່ນ​ຜູ້ໃດ?’ ອົງພຣະ​ຜູ້​ເປັນເຈົ້າ​ຕອບ​ວ່າ, ‘ເຮົາ​ແມ່ນ​ເຢຊູ ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ.</verse>
				<verse number="16">ແຕ່​ຈົ່ງ​ລຸກ​ຂຶ້ນ ແລະ​ຢືນ​ຢູ່, ເຮົາ​ໄດ້​ປາກົດ​ແກ່​ເຈົ້າ​ເພື່ອ​ແຕ່ງຕັ້ງ​ເຈົ້າ ໃຫ້​ເປັນ​ຜູ້ຮັບໃຊ້​ຂອງເຮົາ, ເຈົ້າ​ຈະ​ເປັນ​ພະຍານ​ຂອງເຮົາ ເພື່ອ​ບອກ​ຄົນອື່ນ​ວ່າ​ໃນວັນນີ້ ເຈົ້າ​ໄດ້​ເຫັນ​ເຮົາ ແລະ​ບອກ​ເຖິງ​ສິ່ງ​ທີ່​ເຮົາ​ຈະ​ສຳແດງ​ໃຫ້​ຮູ້​ໃນ​ອະນາຄົດ.</verse>
				<verse number="17">ເຮົາ​ຈະ​ຊ່ວຍ​ກອບກູ້​ເອົາ​ເຈົ້າ​ຈາກ​ປະຊາຊົນ​ອິດສະຣາເອນ ແລະ​ປະຊາຊົນ​ອື່ນໆ​ທີ່​ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ຫາ.</verse>
				<verse number="18">ເຮົາ​ໃຊ້​ເຈົ້າ​ໄປ​ກໍ​ເພື່ອ​ວ່າ ເຈົ້າ​ຈະ​ໄຂ​ຕາ​ຄົນ​ເຫຼົ່ານັ້ນ ແລະ​ເພື່ອ​ວ່າ ເຈົ້າ​ຈະ​ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ ມາ​ຫາ​ຄວາມ​ສະຫວ່າງ ແລະ​ຈາກ​ອຳນາດ​ຂອງ​ມານຊາຕານ ມາ​ຫາ​ພຣະເຈົ້າ ໂດຍ​ວາງໃຈເຊື່ອ​ໃນ​ເຮົາ​ບາບກຳ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ ແລະ​ຮັບ​ສ່ວນ​ໃນ​ທ່າມກາງ​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້.”’</verse>
				<verse number="19">“ກະສັດ​ອັກຄຼີປາ​ທີ່​ນັບຖື ເມື່ອ​ເປັນ​ເຊັ່ນນັ້ນ ຂ້ານ້ອຍ​ບໍ່ໄດ້​ຂັດຂືນ​ຕໍ່​ນິມິດ​ຈາກ​ສະຫວັນ​ທີ່​ມາ​ເຖິງ​ຂ້ານ້ອຍ.</verse>
				<verse number="20">ກ່ອນ​ອື່ນ ຂ້ານ້ອຍ​ໄດ້​ປະກາດ​ແກ່​ປະຊາຊົນ​ຢູ່​ໃນ​ເມືອງ​ດາມັສກັດ ແລະ​ຕໍ່ມາ ໃນ​ນະຄອນ​ເຢຣູຊາເລັມ ແລະ​ໃນ​ທົ່ວ​ເຂດ​ແຂວງ​ຢູດາຍ ແລະ​ແກ່​ຄົນຕ່າງຊາດ​ດ້ວຍ ໂດຍ​ຮຽກຮ້ອງ​ພວກເຂົາ​ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່, ຫັນ​ມາ​ຫາ​ພຣະເຈົ້າ ແລະ​ປະພຶດ​ຕົນ​ສົມ​ກັບ​ການ​ກັບ​ໃຈ​ໃໝ່.</verse>
				<verse number="21">ດ້ວຍ​ເຫດຜົນ​ດັ່ງ​ກ່າວ​ມາ​ນີ້​ແຫຼະ, ທີ່​ພວກ​ຢິວ​ໄດ້​ຈັບກຸມ​ຂ້ານ້ອຍ ໃນ​ຂະນະທີ່​ຂ້ານ້ອຍ​ຢູ່​ໃນ​ບໍລິເວນ​ພຣະວິຫານ ແລະ​ພວກເຂົາ​ພະຍາຍາມ​ທີ່​ຈະ​ສັງຫານ​ຂ້ານ້ອຍ​ເສຍ.</verse>
				<verse number="22">ແຕ່​ຂ້ານ້ອຍ​ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ມາ​ຈາກ​ພຣະເຈົ້າ​ເທົ່າ​ເຖິງທຸກ​ວັນ​ນີ້. ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຢືນ​ຢູ່​ໃນ​ທີ່​ນີ້ ເປັນ​ພະຍານ​ແກ່​ທຸກຄົນ​ບໍ່​ວ່າ​ຜູ້ໃຫຍ່ ຫລື​ຜູ້ນ້ອຍ​ກໍດີ, ຂ້ານ້ອຍ​ບໍ່ໄດ້​ເວົ້າ​ເລື່ອງ​ອື່ນ​ໃດ ນອກຈາກ​ຢືນຢັນ​ເລື່ອງ​ທີ່​ພວກ​ຜູ້ທຳນວາຍ ແລະ​ໂມເຊ​ໄດ້​ກ່າວ​ໄວ້​ເທົ່ານັ້ນ​ວ່າ ຈະ​ຕ້ອງ​ເກີດຂຶ້ນ​ຄື:</verse>
				<verse number="23">ພຣະຄຣິດ​ຕ້ອງ​ທົນທຸກ​ທໍລະມານ ແລະ​ເປັນ​ຜູ້​ທຳອິດ ທີ່​ເປັນ​ຄືນ​ມາ​ຈາກ​ຕາຍ ເພື່ອ​ຈະ​ປະກາດ​ຄວາມ​ສະຫວ່າງ​ທີ່​ນຳ​ໄປ​ສູ່​ຄວາມ​ລອດພົ້ນ​ແກ່​ຄົນ​ຢິວ ແລະ​ແກ່​ຄົນຕ່າງຊາດ.”</verse>
				<verse number="24">ຂະນະທີ່​ໂປໂລ​ກຳລັງ​ກ່າວ​ແກ້​ຄະດີ​ຢ່າງ​ນັ້ນ ເຟຊະໂຕ​ກໍ​ຮ້ອງ​ຂຶ້ນ​ວ່າ, “ໂປໂລ​ເອີຍ ເຈົ້າ​ເປັນ​ບ້າ​ໄປ​ແລ້ວ ການ​ຮຽນຮູ້​ຫລາຍ​ຂອງ​ເຈົ້າ ພາ​ໃຫ້​ເຈົ້າ​ເປັນ​ບ້າ.”</verse>
				<verse number="25">ໂປໂລ​ຕອບ​ວ່າ, “ພະນະທ່ານ ຂ້ານ້ອຍ​ບໍ່ໄດ້​ເປັນ​ບ້າ ຂ້ານ້ອຍ​ກຳລັງ​ກ່າວ​ຄວາມຈິງ​ອັນ​ສົມເຫດ​ສົມຜົນ.</verse>
				<verse number="26">ກະສັດ​ເອງ​ກໍ​ສືບຮູ້​ຂໍ້​ຄວາມຈິງ​ເຫຼົ່ານີ້​ແລ້ວ. ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ກ້າ​ກ່າວ​ເລື່ອງ​ນີ້​ຕໍ່ໜ້າ​ກະສັດ​ດ້ວຍ​ຄວາມ​ໝັ້ນໃຈ, ຂ້ານ້ອຍ​ເຊື່ອ​ແນ່​ວ່າ ກະສັດ​ຮູ້​ເຫດການ​ຕ່າງໆ​ແຕ່ລະ​ຢ່າງ​ໝົດ​ແລ້ວ. ດ້ວຍວ່າ, ເຫດການ​ເຫຼົ່ານີ້​ບໍ່ໄດ້​ເກີດຂຶ້ນ​ໃນ​ບ່ອນ​ລັບລີ້​ທີ່​ຄົນ​ບໍ່​ຮູ້.</verse>
				<verse number="27">ກະສັດ​ອັກຄຼີປາ​ທີ່​ນັບຖື ພຣະອົງ​ເຊື່ອ​ບັນດາ​ຜູ້ທຳນວາຍ​ຫລື​ບໍ່? ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ເຊື່ອ.”</verse>
				<verse number="28">ອັກຄຼີປາ​ກ່າວ​ແກ່​ໂປໂລ​ວ່າ, “ໃນ​ເວລາ​ສັ້ນໆ​ນີ້ ເຈົ້າ​ຄິດ​ວ່າ​ເຈົ້າ​ຈະ​ເຮັດ​ໃຫ້​ເຮົາ​ເປັນ​ຄຣິສຕຽນ​ຊັ້ນບໍ?”</verse>
				<verse number="29">ໂປໂລ​ຕອບ​ວ່າ, “ຊ້ອງ​ພຣະພັກ​ພຣະເຈົ້າ ຂ້ານ້ອຍ​ປາຖະໜາ​ບໍ່​ວ່າ​ຄຳ​ຊັກຊວນ​ໜ້ອຍ ຫລື​ຫລາຍ​ກໍຕາມ ຝ່າຍ​ຂ້ານ້ອຍ​ຂໍ​ພາວັນນາ​ອະທິຖານ​ພຣະເຈົ້າ ບໍ່ແມ່ນ​ເພື່ອ​ພຣະອົງ​ເທົ່ານັ້ນ, ແຕ່​ເພື່ອ​ທຸກໆ​ຄົນ​ທີ່​ຟັງ​ຂ້ານ້ອຍ​ກ່າວ​ຢູ່​ໃນວັນນີ້ ເພື່ອ​ໃຫ້​ກາຍເປັນ​ດັ່ງ​ທີ່​ຂ້ານ້ອຍ​ເປັນ ເວັ້ນ​ແຕ່​ການ​ເປັນ​ນັກໂທດ.”</verse>
				<verse number="30">ແລ້ວ​ກະສັດ​ກັບ​ຜູ້​ປົກຄອງ, ນາງ​ເບນີເກ ແລະ​ຄົນອື່ນໆ​ທຸກຄົນ​ກໍ​ລຸກ​ຂຶ້ນ,</verse>
				<verse number="31">ແລະ​ເມື່ອ​ອອກ​ໄປ​ແລ້ວ ພວກເຂົາ​ຕ່າງ​ກໍ​ເວົ້າ​ແກ່​ກັນແລະກັນ​ວ່າ, “ຊາຍ​ຄົນ​ນີ້ ບໍ່ໄດ້​ເຮັດ​ຫຍັງ ພໍ​ທີ່​ລາວ​ສົມຄວນ​ຕ້ອງ​ຕາຍ ຫລື​ຖືກ​ຄຸກ.”</verse>
				<verse number="32">ຝ່າຍ​ອັກຄຼີປາ​ກໍ​ກ່າວ​ແກ່​ເຟຊະໂຕ​ວ່າ, “ຊາຍ​ຄົນ​ນີ້ ສົມຄວນ​ໃຫ້​ປ່ອຍຕົວ​ໄປ ຖ້າ​ລາວ​ບໍ່​ອຸທອນ​ໄປ​ເຖິງ​ຈັກກະພັດ.”</verse>
			</chapter>
			<chapter number="27">
				<verse number="1">ເມື່ອ​ໄດ້ມີ​ການ​ຕັດສິນໃຈ​ວ່າ ຈະ​ໃຫ້​ພວກເຮົາ​ເດີນທາງ​ໄປ​ທາງ​ເຮືອ​ກຳປັ່ນ ໄປ​ທີ່​ປະເທດ​ອີຕາລີ ພວກເຂົາ​ຈຶ່ງ​ມອບ​ໂປໂລ​ກັບ​ນັກໂທດ​ຄົນອື່ນໆ​ໄວ້​ກັບ​ນາຍຮ້ອຍ​ຄົນ​ໜຶ່ງ​ຊື່​ວ່າ, ຢູລີໂອ ເປັນ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ຈັກກະພັດ​ໂອຄຸດໂຕ.</verse>
				<verse number="2">ພວກເຮົາ​ລົງ​ເຮືອ​ລຳ​ໜຶ່ງ ທີ່​ມາ​ຈາກ​ອາຣະມິດ ຊຶ່ງ​ກຳລັງ​ຈະ​ອອກ​ໄປ​ທຽບ​ທ່າ​ຕ່າງໆ​ຕາມ​ແຂວງ​ເອເຊຍ ແລ້ວ​ພວກເຮົາ​ກໍ​ອອກ​ເດີນທາງ​ໄປ, ອາຣິດຕາໂຂ ຊາວ​ເມືອງ​ເທສະໂລນິກ​ໃນ​ແຂວງ​ມາເກໂດເນຍ ກໍ​ເດີນທາງ​ໄປ​ກັບ​ພວກເຮົາ​ດ້ວຍ.</verse>
				<verse number="3">ວັນ​ຕໍ່ມາ ພວກເຮົາ​ໄດ້​ມາ​ເຖິງ​ເມືອງ​ຊີໂດນ, ຢູລີໂອ​ໄດ້​ມີ​ໃຈ​ເມດຕາ​ຕໍ່​ໂປໂລ ຈຶ່ງ​ອະນຸຍາດ​ໃຫ້​ໂປໂລ​ໄປ​ຫາ​ໝູ່ເພື່ອນ​ໄດ້ ເພື່ອ​ຮັບ​ເອົາ​ເຄື່ອງຂອງ​ທີ່​ຕົນ​ຈຳເປັນ​ໃຊ້.</verse>
				<verse number="4">ເມື່ອ​ເຮືອ​ອອກ​ຈາກ​ທີ່​ນັ້ນ​ແລ້ວ ພວກເຮົາ​ກໍ​ຕ້ອງ​ລຽບ​ຝັ່ງ​ຂອງ​ເກາະ​ໄຊປຣັດ​ໄປ ຊຶ່ງ​ເປັນ​ບ່ອນ​ທີ່​ຫລີກ​ທວນ​ລົມ​ໄດ້ ເພາະ​ຖືກ​ລົມ​ພັດ​ຂັດຂວາງ.</verse>
				<verse number="5">ເມື່ອ​ຜ່ານ​ທະເລ​ໃກ້​ກັບ​ເມືອງ​ກີລີເກຍ ແລະ​ເມືອງ​ປຳຟີເລຍ​ໄປ​ແລ້ວ ພວກເຮົາ​ກໍ​ມາ​ເຖິງ​ເມືອງ​ມີຣາ ໃນ​ແຂວງ​ລີເກຍ.</verse>
				<verse number="6">ໃນ​ທີ່ນັ້ນ ນາຍຮ້ອຍ​ໄດ້​ພົບ​ເຮືອ​ລຳ​ໜຶ່ງ ທີ່​ມາ​ຈາກ​ເມືອງ​ອາເລັກຊັນເດຍ ຊຶ່ງ​ກຳລັງ​ຈະ​ໄປ​ປະເທດ​ອີຕາລີ. ດັ່ງນັ້ນ ນາຍຮ້ອຍ​ຈຶ່ງ​ໃຫ້​ພວກເຮົາ​ລົງ​ໄປ​ຂຶ້ນ​ເຮືອ​ລຳ​ນັ້ນ.</verse>
				<verse number="7">ເຮືອ​ຊຶ່ງ​ພວກເຮົາ​ຂີ່​ນັ້ນ​ໄປ​ຊ້າ​ຫລາຍ ແລະ​ກໍ​ໃຊ້​ເວລາ​ຫລາຍ​ວັນ​ດ້ວຍ​ຄວາມ​ຍາກ​ລຳບາກ ຈຶ່ງ​ມາ​ເຖິງ​ເມືອງ​ກະນີໂດ, ໃນ​ເມື່ອ​ລົມ​ພັດ​ຕ້ານ​ພວກເຮົາ​ແຮງ​ຫລາຍ ພວກເຮົາ​ຈຶ່ງ​ບໍ່​ອາດ​ໄປຕາມ​ທິດ​ທາງ​ນັ້ນ​ໄດ້. ດັ່ງນັ້ນ ພວກເຮົາ​ຈຶ່ງ​ລຽບ​ຝັ່ງ​ຂອງ​ເກາະ​ກະເຣເຕ​ໄປ ຊຶ່ງ​ເປັນ​ບ່ອນ​ທີ່​ຫລີກ​ລົມ​ໄດ້​ໂດຍ​ຜ່ານ​ແຫລມ​ສານໂມນ.</verse>
				<verse number="8">ເມື່ອ​ລຽບ​ຝັ່ງ​ຂອງ​ເກາະ​ໄປ​ດ້ວຍ​ຄວາມ​ລຳບາກ​ແລ້ວ ພວກເຮົາ​ຈຶ່ງ​ມາ​ເຖິງ​ບ່ອນ​ໜຶ່ງ ຊຶ່ງ​ຢູ່​ໃກ້​ກັບ​ເມືອງ​ລາເຊ​ຊື່​ວ່າ, “ທ່າງາມ.”</verse>
				<verse number="9">ພວກເຮົາ​ເສຍ​ເວລາ​ຫລາຍ​ຢູ່​ທີ່​ນັ້ນ ແລະ​ເດີນທາງ​ຕໍ່ໄປ​ອາດ​ເປັນ​ອັນຕະລາຍ​ກໍໄດ້ ເພາະ​ບັດນີ້ ເທດສະການ​ວັນ​ລຶບລ້າງ​ບາບ ກໍ​ຜ່ານ​ພົ້ນ​ໄປ​ແລ້ວ. ດັ່ງນັ້ນ ໂປໂລ​ຈຶ່ງ​ແນະນຳ​ພວກເຂົາ​ວ່າ,</verse>
				<verse number="10">“ທ່ານ​ທັງຫລາຍ​ເອີຍ ເຮົາ​ເຫັນ​ວ່າ​ການ​ເດີນທາງ​ນີ້​ຈະ​ເປັນ​ອັນຕະລາຍ ເຮືອ​ກັບ​ເຄື່ອງ​ບັນທຸກ​ຈະ​ໄດ້​ຮັບ​ຄວາມ​ເສຍຫາຍ​ໜັກ ນອກ​ນີ້​ກໍ​ຍັງ​ເປັນ​ການ​ສ່ຽງ​ຕໍ່​ຊີວິດ​ຂອງ​ພວກເຮົາ​ເໝືອນກັນ.”</verse>
				<verse number="11">ແຕ່​ນາຍຮ້ອຍ​ເຊື່ອ​ຄວາມ​ຫົວໜ້າ ແລະ​ເຈົ້າຂອງ​ເຮືອ​ຫລາຍກວ່າ​ຄຳແນະນຳ​ຂອງ​ໂປໂລ.</verse>
				<verse number="12">ເພາະ​ທ່າ​ເຮືອ​ນັ້ນ​ບໍ່​ເໝາະ​ສຳລັບ​ຈອດ​ພັກ​ໃນ​ລະດູ​ໜາວ, ດັ່ງນັ້ນ ຄົນ​ເດີນ​ເຮືອ​ສ່ວນ​ຫລາຍ​ຈຶ່ງ​ຕັດສິນໃຈ​ອອກ​ຈາກ​ທີ່​ນັ້ນ ແລະ​ພະຍາຍາມ​ເດີນ​ເຮືອ​ໃຫ້​ເຖິງ​ເມືອງ​ໂຟນິກ ຖ້າ​ເປັນ​ໄປ​ໄດ້ ເພື່ອ​ຈອດ​ພັກ​ຍາມ​ລະດູ​ໜາວ ຊຶ່ງ​ເປັນ​ທ່າ​ເຮືອ​ຂອງ​ກະເຣເຕ ຢູ່​ທາງ​ດ້ານ​ຕາເວັນຕົກ​ສ່ຽງ​ໃຕ້​ກັບ​ຕາເວັນ​ຕົກ​ສ່ຽງ​ເໜືອ.</verse>
				<verse number="13">ເມື່ອ​ລົມ​ທິດ​ໃຕ້​ເລີ່ມ​ພັດ​ມາ​ຄ່ອຍໆ​ພວກເຂົາ​ຄິດ​ວ່າ ຄົງ​ເຮັດ​ຕາມ​ແຜນການ​ຂອງ​ພວກເຂົາ​ໄດ້. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖອນ​ສະໝໍ​ຂຶ້ນ ແລະ​ແລ່ນ​ເຮືອ​ລຽບ​ໃກ້​ຝັ່ງ​ຂອງ​ກະເຣເຕ.</verse>
				<verse number="14">ແຕ່​ເມື່ອ​ພວກເຂົາ​ແລ່ນ​ເຮືອ​ໄປ​ບໍ່​ເຫິງ​ປານໃດ​ລົມພະຍຸ​ທີ່​ຊື່​ວ່າ, “ລົມ​ຕາເວັນອອກ​ສ່ຽງ​ເໜືອ.” ກໍ​ພັດ​ຢ່າງ​ແຮງ ລົງ​ມາ​ແຕ່​ເທິງ​ພູ​ຂອງ​ເກາະ.</verse>
				<verse number="15">ລົມພະຍຸ​ພັດ​ໃສ່​ເຮືອ​ຢ່າງ​ໜັກ ແລະ​ໃນ​ເມື່ອ​ແລ່ນ​ເຮືອ​ບຸ​ລົມພະຍຸ​ບໍ່ໄດ້ ພວກເຮົາ​ຈຶ່ງ​ຢຸດ​ຄວາມ​ພະຍາຍາມ ແລະ​ປ່ອຍ​ໃຫ້​ເຮືອ​ຖືກ​ພັດ​ໄປ​ຕາມ​ກະແສ​ລົມ.</verse>
				<verse number="16">ພວກເຮົາ​ມີ​ບ່ອນ​ຊົ້ນ​ລົມພະຍຸ​ໜ້ອຍ​ໜຶ່ງ ເມື່ອ​ຜ່ານ​ໄປ​ສູ່​ທາງ​ໃຕ້​ຂອງ​ເກາະ​ນ້ອຍ​ແຫ່ງ​ໜຶ່ງ​ຊື່​ວ່າ ກາວດາ, ໃນ​ທີ່ນັ້ນ ພວກເຮົາ​ມັດ​ເຮືອ​ນ້ອຍ​ທີ່​ໃຊ້​ກູ້ໄພ​ໄວ້​ໄດ້​ຍາກ​ທີ່ສຸດ.</verse>
				<verse number="17">ເມື່ອ​ຍົກ​ເຮືອ​ນ້ອຍ​ຂຶ້ນ​ແລ້ວ ພວກ​ລູກ​ເຮືອ​ກໍ​ເອົາ​ເຊືອກ​ມັດ​ກ້ຽວ​ເຮືອ​ໃຫຍ່​ໄວ້, ເພາະ​ພວກເຂົາ​ຢ້ານ​ວ່າ​ເຮືອ​ຈະ​ໄປ​ຄຸງ​ຫາດ​ຊາຍ​ທີ່​ແຄມ​ຝັ່ງ​ຂອງ​ຊີຣະຕີ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ລົດ​ໃບ​ເຮືອ​ລົງ ແລະ​ປ່ອຍ​ໃຫ້​ເຮືອ​ໄປ​ຕາມ​ກະແສ​ລົມ​ພັດ.</verse>
				<verse number="18">ລົມພະຍຸ​ກ້າ​ສືບຕໍ່​ພັດ​ກະໜໍ່າ​ຢ່າງ​ແຮງ. ດັ່ງນັ້ນ ໃນ​ວັນ​ຕໍ່ມາ ພວກເຂົາ​ຈຶ່ງ​ເລີ່ມ​ໂຍນ​ເຄື່ອງ​ຂອງ​ບັນທຸກ​ຖິ້ມ​ອອກ​ຈາກ​ເຮືອ,</verse>
				<verse number="19">ແລະ​ໃນ​ວັນ​ທີ​ສາມ ພວກເຂົາ​ກໍ​ໂຍນ​ເຄື່ອງໃຊ້​ໃນ​ເຮືອ​ຖິ້ມ​ດ້ວຍ​ມື​ຂອງ​ພວກເຂົາ​ເອງ.</verse>
				<verse number="20">ເປັນ​ເວລາ​ຫລາຍ​ວັນ ທີ່​ພວກເຮົາ​ບໍ່​ອາດ​ເຫັນ​ຕາເວັນ ແລະ​ດວງດາວ​ໄດ້ ແລະ​ລົມພະຍຸ​ກໍ​ພັດ​ມາ​ຢ່າງ​ແຮງ​ຢູ່​ຕະຫລອດ, ໃນ​ທີ່ສຸດ ຄວາມຫວັງ​ທີ່​ພວກເຮົາ​ຈະ​ລອດຊີວິດ​ນັ້ນ ກໍ​ໝົດ​ສິ້ນ​ໄປ.</verse>
				<verse number="21">ພວກ​ທີ່​ຂີ່​ເຮືອ​ນັ້ນ​ບໍ່ໄດ້​ກິນ​ເຂົ້າ​ເປັນ​ເວລາ​ຫລາຍ​ວັນ. ດັ່ງນັ້ນ ໂປໂລ​ຈຶ່ງ​ຢືນ​ຂຶ້ນ​ຕໍ່ໜ້າ​ພວກເຂົາ ແລະ​ກ່າວ​ວ່າ, “ທ່ານ​ທັງຫລາຍ​ເອີຍ ພວກທ່ານ​ຄວນ​ຟັງ​ຄວາມ​ເຮົາ ແລະ​ບໍ່ຄວນ​ອອກ​ມາ​ຈາກ​ເກາະ​ກະເຣເຕ, ແລ້ວ​ພວກເຮົາ​ກໍ​ຄົງ​ບໍ່​ປະເຊີນ​ກັບ​ອັນຕະລາຍ ແລະ​ການ​ສູນເສຍ​ເຄື່ອງ​ຂອງ​ເຫຼົ່ານີ້.</verse>
				<verse number="22">ແຕ່​ບັດນີ້ ເຮົາ​ຂໍ​ເຊີນ​ຊວນ​ພວກທ່ານ​ໃຫ້​ຊື່ນໃຈ​ເທາະ ເພາະ​ໃນ​ພວກທ່ານ​ຈະ​ບໍ່ມີ​ຜູ້ໃດ​ເສຍ​ຊີວິດ ຈະ​ເສຍ​ກໍ​ມີ​ແຕ່​ເຮືອ​ເທົ່ານັ້ນ.</verse>
				<verse number="23">ເພາະວ່າ​ໃນ​ຄືນ​ນີ້​ເອງ​ເທວະດາ​ຂອງ​ພຣະເຈົ້າ ອົງ​ເປັນ​ເຈົ້າຂອງ​ຂອງເຮົາ ແລະ​ອົງ​ທີ່​ເຮົາ​ນະມັດສະການ​ນັ້ນ ໄດ້​ມາ​ຢືນ​ຢູ່​ໃກ້​ເຮົາ</verse>
				<verse number="24">ແລ້ວ​ກ່າວ​ວ່າ, ‘ໂປໂລ​ເອີຍ ຢ່າ​ສູ່​ຢ້ານ ເຈົ້າ​ຈະ​ຕ້ອງ​ໄດ້​ຢືນຢູ່​ຕໍ່ໜ້າ​ຈັກກະພັດ, ສ່ວນ​ຄົນ​ທັງຫລາຍ​ທີ່​ຢູ່​ເທິງ​ເຮືອ​ນຳ​ເຈົ້າ​ນັ້ນ ພຣະເຈົ້າ​ຈະ​ຊົງ​ຊ່ວຍ​ໃຫ້​ພົ້ນ​ຕາຍ​ເພາະ​ເຫັນ​ແກ່​ເຈົ້າ.’</verse>
				<verse number="25">ເພາະສະນັ້ນ ທ່ານ​ທັງຫລາຍ​ເອີຍ, ຈົ່ງ​ຊື່ນໃຈ​ເທາະ ເພາະ​ເຮົາ​ໄດ້​ວາງໃຈເຊື່ອ​ໃນ​ພຣະເຈົ້າ ເຮົາ​ຈຶ່ງ​ແນ່ໃຈ​ວ່າ ທຸກສິ່ງ​ຈະ​ເປັນ​ໄປ​ຕາມ​ທີ່​ພຣະອົງ​ໄດ້​ບອກ​ເຮົາ​ນັ້ນ.</verse>
				<verse number="26">ແຕ່​ພວກເຮົາ​ຈະ​ຕ້ອງ​ຄຸງ​ເກາະ​ແຫ່ງ​ໜຶ່ງ.”</verse>
				<verse number="27">ຕົກ​ມາ​ຮອດ​ຄືນ​ທີ​ສິບສີ່ ລົມພະຍຸ​ກໍ​ຍັງ​ພັດ​ພວກເຮົາ​ໄປມາ​ຢູ່​ຕະຫລອດ ໃນ​ທະເລ​ເມດີແຕຣາເນ ປະມານ​ທ່ຽງ​ຄືນ ພວກ​ລູກ​ເຮືອ​ກໍ​ຄິດ​ວ່າ ພວກເຂົາ​ມາ​ໃກ້​ບົກ​ແລ້ວ.</verse>
				<verse number="28">ພວກເຂົາ​ໄດ້​ໂຍນ​ສາຍ​ແທກ​ລົງ​ໃນ​ນໍ້າ​ທະເລ ຈຶ່ງ​ຮູ້​ວ່າ​ນໍ້າ​ເລິກ​ສາມສິບເຈັດ​ແມັດ, ເມື່ອ​ໄປ​ຕື່ມ​ໜ້ອຍ​ໜຶ່ງ ກໍ​ໂຍນ​ສາຍ​ແທກ​ຢັ່ງ​ເບິ່ງ​ອີກ ຈຶ່ງ​ຮູ້​ວ່າ​ນໍ້າ​ເລິກ​ຊາວແປດ​ແມັດ.</verse>
				<verse number="29">ພວກເຂົາ​ຢ້ານ​ວ່າ​ເຮືອ​ຂອງ​ພວກເຂົາ ຈະ​ຕຳ​ໂງ່ນຫີນ​ທີ່​ຝັ່ງ ຈຶ່ງ​ຖິ້ມ​ສະໝໍ​ທາງ​ທ້າຍ​ເຮືອ​ສີ່​ອັນ​ລົງ ແລະ​ພາວັນນາ​ອະທິຖານ​ຂໍ​ໃຫ້​ແຈ້ງ​ໄວໆ.</verse>
				<verse number="30">ແລ້ວ​ພວກ​ລູກ​ເຮືອ ກໍ​ຊອກ​ຫາ​ທາງ​ທີ່​ຈະ​ອອກ​ໜີ​ຈາກ​ເຮືອ​ໄປ ພວກເຂົາ​ຢ່ອນ​ເຮືອ​ນ້ອຍ​ທີ່​ໃຊ້​ກູ້ໄພ​ລົງ​ນໍ້າ ແລະ​ເຮັດ​ຕັ້ງຕິ​ຈະ​ຖິ້ມ​ສະໝໍ​ລົງ​ທາງ​ຫົວ​ເຮືອ.</verse>
				<verse number="31">ແຕ່​ໂປໂລ​ກ່າວ​ແກ່​ນາຍຮ້ອຍ​ໂຣມ​ກັບ​ພວກ​ທະຫານ​ວ່າ, “ຖ້າ​ຄົນ​ເຫຼົ່ານີ້​ບໍ່​ຢູ່​ໃນ​ເຮືອ ພວກທ່ານ​ຈະ​ບໍ່​ລອດຊີວິດ.”</verse>
				<verse number="32">ດັ່ງນັ້ນ ພວກ​ທະຫານ​ຈຶ່ງ​ຕັດ​ເຊືອກ​ທີ່​ມັດ​ເຮືອ​ນ້ອຍ​ໄວ້​ນັ້ນ ໃຫ້​ເຮືອ​ຕົກ​ນໍ້າ​ໄຫລ​ໄປ.</verse>
				<verse number="33">ເມື່ອ​ໃກ້​ຈະ​ຮຸ່ງ​ເຊົ້າ ໂປໂລ​ກໍ​ເຊີນຊວນ​ພວກເຂົາ​ທຸກຄົນ​ໃຫ້​ກິນ​ເຂົ້າ ແລະ​ກ່າວ​ວ່າ, “ບັດນີ້ ພວກທ່ານ​ລໍຖ້າ​ໄດ້​ສິບສີ່​ວັນ​ແລ້ວ ແລະ​ບໍ່ໄດ້​ກິນ​ຫຍັງ​ຕະຫລອດ​ເວລາ​ດັ່ງ​ກ່າວ​ນັ້ນ.</verse>
				<verse number="34">ດັ່ງນັ້ນ ເຮົາ​ຈຶ່ງ​ຂໍ​ເຊີນຊວນ​ໃຫ້​ພວກທ່ານ​ກິນ​ອາຫານ ເພາະ​ພວກທ່ານ​ຕ້ອງການ​ກິນ​ອາຫານ​ເພື່ອ​ໃຫ້​ຢູ່​ລອດ. ດ້ວຍວ່າ, ບໍ່ມີ​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກທ່ານ ຈະ​ສູນເສຍ​ແມ່ນແຕ່​ຜົມ​ເສັ້ນ​ດຽວ​ທີ່​ຫົວ​ຂອງຕົນ.”</verse>
				<verse number="35">ຫລັງຈາກ​ກ່າວ​ເຊັ່ນນີ້​ແລ້ວ ໂປໂລ​ກໍ​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຕໍ່ໜ້າ​ທຸກຄົນ ແລ້ວ​ກໍ​ຫັກ​ຮັບປະທານ.</verse>
				<verse number="36">ພວກເຂົາ​ທຸກຄົນ ຕ່າງ​ກໍ​ຊື່ນໃຈ​ຂຶ້ນ​ຈຶ່ງ​ຮັບປະທານ​ອາຫານ​ດ້ວຍ​ກັນ.</verse>
				<verse number="37">ພວກເຮົາ​ມີ​ດ້ວຍກັນ​ທັງໝົດ ສອງຮ້ອຍ​ເຈັດສິບຫົກ​ຄົນ ທີ່​ຢູ່​ໃນ​ເຮືອ​ນີ້.</verse>
				<verse number="38">ເມື່ອ​ທຸກຄົນ​ກິນ​ອີ່ມ​ແລ້ວ ພວກເຂົາ​ກໍ​ຂົນ​ເຂົ້າ​ເປືອກ​ຖິ້ມ​ລົງ​ທະເລ ເພື່ອ​ໃຫ້​ເຮືອ​ເບົາ​ຂຶ້ນ.</verse>
				<verse number="39">ເມື່ອ​ແຈ້ງ​ມາ​ແລ້ວ ພວກ​ລູກ​ເຮືອ​ກໍ​ບໍ່​ຮູ້​ວ່າ​ແມ່ນ​ແຄມ​ຝັ່ງ​ໃດ ແຕ່​ພວກເຂົາ​ຫລຽວ​ເຫັນ​ອ່າວ​ແຫ່ງ​ໜຶ່ງ​ທີ່​ມີ​ຫາດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕົກລົງ​ກັນ​ວ່າ ຖ້າ​ເປັນ​ໄປ​ໄດ້​ຈະ​ໃຫ້​ເຮືອ​ເຂົ້າ​ຄຸງ​ຫາດ​ນັ້ນ.</verse>
				<verse number="40">ພວກເຂົາ​ຕັດ​ສາຍ​ສະໝໍ​ຖິ້ມ​ລົງ​ໃນ​ທະເລ, ໃນ​ເວລາ​ດຽວກັນ​ນັ້ນ ພວກເຂົາ​ກໍ​ແກ້​ເຊືອກ​ທີ່​ມັດ​ໂທມ​ຂັດທ້າຍ​ເຮືອ​ອອກ, ແລ້ວ​ພວກເຂົາ​ກໍ​ເລີ່ມ​ຊັກ​ໃບ​ເຮືອ​ທີ່​ຫົວ​ເຮືອ​ຂຶ້ນ​ໃຫ້​ລົມ​ພັດ ເພື່ອ​ເຮືອ​ຈະ​ແລ່ນ​ຊື່​ເຂົ້າ​ໄປ​ຫາ​ຝັ່ງ.</verse>
				<verse number="41">ແຕ່​ເມື່ອ​ເຮືອ​ມາ​ຈຸ​ຫາດ​ດິນ​ຊາຍ​ລະຫວ່າງ​ສອງ​ກະແສ​ນໍ້າ​ໄຫລ ເຮືອ​ຈຶ່ງ​ຄາ​ຢູ່​ກັບ​ທີ່ ຫົວ​ເຮືອ​ຊົ້ນ​ເຂົ້າ​ໄປ​ໃນ​ດິນ​ຊາຍ ແລະ​ເຄື່ອນ​ໄຫວ​ບໍ່ໄດ້ ສ່ວນ​ທ້າຍເຮືອ​ນັ້ນ​ແຕກ ໂດຍ​ຖືກ​ກະແສ​ນໍ້າ​ທີ່​ໄຫລ​ແຮງ​ທັ່ງ​ໃສ່.</verse>
				<verse number="42">ພວກ​ທະຫານ​ວາງແຜນ​ກັນ​ວ່າ, ຈະ​ຂ້າ​ພວກ​ນັກໂທດ ເພາະ​ຢ້ານ​ວ່າ​ຈະ​ມີ​ຜູ້​ລອຍ​ນໍ້າ​ໜີໄປ​ໄດ້,</verse>
				<verse number="43">ແຕ່​ນາຍຮ້ອຍ​ໂຣມ​ມີ​ໃຈ​ຢາກ​ໃຫ້​ໂປໂລ​ລອດຊີວິດ ຈຶ່ງ​ຫ້າມ​ພວກເຂົາ​ບໍ່​ໃຫ້​ປະຕິບັດ​ຕາມ​ແຜນ​ນັ້ນ, ນາຍຮ້ອຍ​ຈຶ່ງ​ສັ່ງ​ໃຫ້​ທຸກຄົນ​ທີ່​ລອຍ​ນໍ້າ​ເປັນ​ໂດດ​ລົງ​ນໍ້າ​ກ່ອນ​ໝູ່ ແລະ​ລອຍ​ເຂົ້າ​ໄປ​ຫາ​ຝັ່ງ.</verse>
				<verse number="44">ສ່ວນ​ຜູ້​ທີ່​ເຫຼືອ​ນັ້ນ ໃຫ້​ລອຍ​ເຟືອ​ໄມ້​ແປ້ນ ຫລື​ເຟືອ​ທ່ອນ​ໄມ້​ທີ່​ຫັກ​ຈາກ​ເຮືອ​ຕາມ​ໄປ. ດັ່ງນັ້ນ ພວກເຂົາ​ທຸກຄົນ​ຈຶ່ງ​ມາ​ເຖິງ​ຝັ່ງ​ດ້ວຍ​ຄວາມ​ປອດໄພ.</verse>
			</chapter>
			<chapter number="28">
				<verse number="1">ເມື່ອ​ພົ້ນ​ໄພ​ແລ້ວ ພວກເຮົາ​ຈຶ່ງ​ຮູ້​ວ່າ​ເກາະ​ນີ້​ຊື່​ວ່າ ມັນຕາ.</verse>
				<verse number="2">ຄົນ​ພື້ນ​ເມືອງ​ໃນ​ທີ່​ນີ້ ໄດ້​ສະແດງ​ຄວາມ​ເປັນ​ມິດ​ແກ່​ພວກເຮົາ​ຢ່າງດີ​ທີ່ສຸດ ຝົນ​ກໍໄດ້​ຕົກ ແລະ​ອາກາດ​ກໍ​ໜາວ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ດັງ​ໄຟ​ຕ້ອນຮັບ​ພວກເຮົາ​ທັງໝົດ.</verse>
				<verse number="3">ໂປໂລ​ເກັບ​ເອົາ​ຫລົວ​ມັດ​ໜຶ່ງ​ມາ​ສຸມ​ໃສ່​ໄຟ ແຕ່​ເພາະ​ຄວາມ​ຮ້ອນ​ຈຶ່ງ​ມີ​ງູພິດ​ໂຕໜຶ່ງ ອອກ​ມາ​ຈາກ​ຫລົວ​ນັ້ນ​ຂົບ​ມື​ໂປໂລ​ຫ້ອຍ​ຢູ່.</verse>
				<verse number="4">ເມື່ອ​ຊາວ​ພື້ນເມືອງ​ຂອງ​ເກາະ​ນີ້ ເຫັນ​ງູ​ຫ້ອຍ​ຢູ່​ທີ່​ມື​ຂອງ​ໂປໂລ ພວກເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ຄົນ​ນີ້​ຄົງ​ເປັນ​ຜູ້ຂ້າຄົນ ເພາະ​ເວນກຳ​ຍັງ​ນຳ​ມາ​ສະໜອງ​ເອົາ​ຊີວິດ​ລາວ​ຢູ່ ເຖິງ​ແມ່ນ​ວ່າ​ລາວ​ພົ້ນ​ຈາກ​ທະເລ​ແລ້ວ​ກໍຕາມ.”</verse>
				<verse number="5">ແຕ່​ໂປໂລ​ສັ່ນ​ງູ​ໂຕ​ນັ້ນ​ໃຫ້​ຕົກ​ໃສ່​ໄຟ ແລະ​ຕົນເອງ​ກໍ​ບໍ່​ເປັນ​ອັນຕະລາຍ​ແຕ່​ປະການ​ໃດ.</verse>
				<verse number="6">ພວກເຂົາ​ຕ່າງ​ກໍ​ຄອຍ​ເບິ່ງ​ວ່າ ໂປໂລ​ຈະ​ໂຕ​ໃຄ່​ບວມ​ຂຶ້ນ ຫລື​ລົ້ມ​ລົງ​ຕາຍ​ໃນ​ທັນທີ​ຫລື​ບໍ່, ແຕ່​ຫລັງຈາກ​ທີ່​ຄອຍ​ເບິ່ງ​ດົນນານ ແລະ​ບໍ່​ເຫັນ​ສິ່ງໃດ​ຜິດ​ປົກກະຕິ​ເກີດຂຶ້ນ​ກັບ​ໂປໂລ ແລ້ວ​ພວກເຂົາ​ກໍ​ປ່ຽນໃຈ ແລະ​ເວົ້າ​ວ່າ, “ລາວ​ເປັນ​ພະ​ອົງໜຶ່ງ.”</verse>
				<verse number="7">ຢູ່​ໃກ້​ບ່ອນ​ນັ້ນ​ມີ​ທີ່ດິນ ຊຶ່ງ​ເປັນ​ຂອງ​ປົບລີໂອ​ຫົວໜ້າ​ຊາວ​ພື້ນເມືອງ​ໃນ​ເກາະ​ນີ້, ທ່ານ​ຜູ້​ນີ້​ໄດ້​ຕ້ອນຮັບ​ພວກເຮົາ​ເປັນ​ຢ່າງດີ ແລະ​ໄດ້​ຮັບ​ພວກເຮົາ​ໄວ້​ເປັນ​ແຂກ​ຂອງ​ເພິ່ນ​ເປັນ​ເວລາ​ສາມ​ວັນ.</verse>
				<verse number="8">ສ່ວນ​ພໍ່​ຂອງ​ປົບລີໂອ​ນັ້ນ​ນອນ​ຢູ່ ເພາະ​ເປັນ​ໄຂ້ ແລະ​ເປັນ​ທ້ອງ​ບິດ, ໂປໂລ​ຈຶ່ງ​ເຂົ້າ​ໄປ​ເບິ່ງ​ທີ່​ຫ້ອງນອນ​ຂອງ​ເພິ່ນ ແລະ​ໄດ້​ພາວັນນາ​ອະທິຖານ ແລະ​ວາງ​ມື​ໃສ່​ເພິ່ນ​ແລ້ວ​ເພິ່ນ​ກໍ​ຫາຍ​ດີ.</verse>
				<verse number="9">ເມື່ອ​ເຫດການ​ເປັນ​ໄປ​ຢ່າງ​ນີ້ ຊາວ​ພື້ນເມືອງ​ທຸກຄົນ​ໃນ​ເກາະ​ນັ້ນ ທີ່​ເຈັບໄຂ້​ໄດ້ປ່ວຍ ຕ່າງ​ກໍ​ມາ​ຫາ​ໂປໂລ ແລະ​ພວກເຂົາ​ກໍໄດ້​ຫາຍ​ດີ​ທຸກຄົນ.</verse>
				<verse number="10">ພວກເຂົາ​ໄດ້​ໃຫ້ກຽດ​ແກ່​ພວກເຮົາ​ຫລາຍ​ຢ່າງ, ເມື່ອ​ພວກເຮົາ​ໄດ້​ລົງ​ເຮືອ​ຈາກ​ໄປ ພວກເຂົາ​ກໍ​ໄດ້ຈັດ​ເອົາ​ສິ່ງຂອງ​ທີ່​ຈຳເປັນ​ສຳລັບ​ການ​ເດີນທາງ​ໃຫ້​ພວກເຮົາ.</verse>
				<verse number="11">ຫລັງຈາກ​ຢູ່​ໃນ​ທີ່ນັ້ນ​ສາມ​ເດືອນ​ແລ້ວ ພວກເຮົາ​ກໍ​ລົງ​ເຮືອ​ລຳ​ໜຶ່ງ ຊຶ່ງ​ມາ​ຈາກ​ເມືອງ​ອາເລັກຊັນເດຍ​ທີ່​ມີ​ຊື່​ວ່າ, “ເທບ​ພຣະເຈົ້າ​ຝາແຝດ” ຊຶ່ງ​ໄດ້​ມາ​ຄ້າງ​ຢູ່​ໃນ​ເກາະ​ນັ້ນ​ຕະຫລອດ​ລະດູ​ໜາວ.</verse>
				<verse number="12">ພວກເຮົາ​ໄດ້​ມາ​ເຖິງ​ເມືອງ​ຊີຣະກູ ແລະ​ແວ່​ພັກ​ຢູ່​ໃນ​ທີ່ນັ້ນ​ເປັນ​ເວລາ​ສາມ​ວັນ.</verse>
				<verse number="13">ຈາກ​ເມືອງ​ນີ້ ພວກເຮົາ​ໄດ້​ຂີ່​ເຮືອ​ຕໍ່ໄປ ແລະ​ມາ​ເຖິງ​ເມືອງ​ເຣຄີໂອມ, ວັນ​ຕໍ່ມາ ລົມ​ກໍ​ເລີ່ມ​ພັດ​ມາ​ແຕ່​ທິດ​ໃຕ້ ແລະ​ໃນ​ວັນ​ທີ​ສອງ​ພວກເຮົາ​ກໍ​ມາ​ເຖິງ​ເມືອງ​ໂປຕີໂອລີ.</verse>
				<verse number="14">ໃນ​ເມືອງ​ນີ້​ພວກເຮົາ​ໄດ້​ຮັບ​ເຊີນ​ຈາກ​ພວກ​ຄົນ​ທີ່ເຊື່ອ ທີ່​ຂໍຮ້ອງ​ພວກເຮົາ​ໃຫ້​ພັກ​ຢູ່​ນຳ​ພວກເຂົາ​ເປັນ​ເວລາ​ເຈັດ​ວັນ ແລ້ວ​ພວກເຮົາ​ກໍ​ເດີນທາງ​ໄປ​ເຖິງ​ນະຄອນ​ໂຣມ.</verse>
				<verse number="15">ພວກ​ຄົນ​ທີ່ເຊື່ອ​ໃນ​ນະຄອນ​ໂຣມ ໄດ້ຍິນ​ຂ່າວ​ກ່ຽວກັບ​ພວກເຮົາ ພວກເຂົາ​ຈຶ່ງ​ອອກ​ມາ​ຫາ​ພວກເຮົາ​ທີ່​ຕະຫລາດ​ອາປີໂອ ແລະ​ທີ່​ສາລາ​ສາມ​ຫລັງ​ເພື່ອ​ພົບພໍ້​ກັບ​ພວກເຮົາ, ພໍ​ໂປໂລ​ເຫັນ​ພວກເຂົາ ເພິ່ນ​ກໍ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ໄດ້​ຮັບ​ຄວາມ​ໜູນໃຈ​ຂຶ້ນ​ຢ່າງ​ຫລວງຫລາຍ.</verse>
				<verse number="16">ເມື່ອ​ພວກເຮົາ​ມາ​ເຖິງ​ນະຄອນ​ໂຣມ​ແລ້ວ ທາງ​ການ​ໂຣມ​ກໍ​ອະນຸຍາດ​ໃຫ້​ໂປໂລ​ຢູ່​ຕ່າງຫາກ, ໂດຍ​ມີ​ທະຫານ​ຄົນ​ໜຶ່ງ​ເປັນ​ຜູ້​ຍາມ​ຮັກສາ​ເພິ່ນ.</verse>
				<verse number="17">ສາມ​ວັນ​ຕໍ່ມາ ໂປໂລ​ໄດ້​ເຊີນ​ບັນດາ​ຫົວໜ້າ​ຂອງ​ພວກ​ຢິວ​ມາ​ປະຊຸມ. ເມື່ອ​ມາ​ພ້ອມໜ້າກັນ​ແລ້ວ ເພິ່ນ​ຈຶ່ງ​ໄດ້ກ່າວ​ແກ່​ພວກເຂົາ​ວ່າ, “ພີ່ນ້ອງ​ທັງຫຼາຍ​ເອີຍ ເຖິງ​ແມ່ນ​ວ່າ​ຂ້າພະເຈົ້າ​ບໍ່ໄດ້​ເຮັດຜິດ​ສິ່ງໃດ​ຕໍ່​ປະຊາຊົນ​ຂອງ​ພວກເຮົາ, ຫລື​ຜິດຕໍ່​ທຳນຽມ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ກໍຕາມ, ແຕ່​ຂ້າພະເຈົ້າ​ກໍ​ຍັງ​ຕົກ​ເປັນ​ນັກໂທດ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ໄດ້ຖືກ​ມອບ​ໃຫ້​ຢູ່​ໃນ​ມື​ຂອງ​ພວກ​ໂຣມ.</verse>
				<verse number="18">ເມື່ອ​ພວກເຂົາ​ໄດ້​ສອບຖາມ​ຂ້າພະເຈົ້າ​ແລ້ວ ພວກ​ໂຣມ​ຢາກ​ປ່ອຍ​ຂ້າພະເຈົ້າ, ເພາະ​ພວກເຂົາ​ບໍ່​ພົບ​ຄວາມຜິດ ທີ່​ຂ້າພະເຈົ້າ​ສົມຄວນ​ຈະ​ຕ້ອງ​ຕາຍ.</verse>
				<verse number="19">ແຕ່​ເມື່ອ​ພວກ​ຢິວ​ກ່າວ​ຄັດຄ້ານ ຂ້າພະເຈົ້າ​ຈຳເປັນ​ຕ້ອງ​ຂໍ​ອຸທອນ​ເຖິງ​ຈັກກະພັດ ແຕ່​ບໍ່ແມ່ນ​ວ່າ​ຂ້າພະເຈົ້າ​ມີ​ອັນ​ໃດ​ຈະ​ຟ້ອງ​ຊົນ​ຮ່ວມ​ຊາດ​ຂອງ​ຂ້າພະເຈົ້າ​ເອງ.</verse>
				<verse number="20">ດ້ວຍເຫດນີ້ ຂ້າພະເຈົ້າ​ຈຶ່ງ​ເຊີນ​ທ່ານ​ທັງຫລາຍ​ມາ ເພື່ອ​ຈະ​ໄດ້​ເຫັນ​ໜ້າ ແລະ​ເວົ້າ​ກັບ​ພວກທ່ານ ເພາະ​ທີ່​ຂ້າພະເຈົ້າ​ຖືກ​ລ່າມໂສ້​ນີ້ ກໍ​ເນື່ອງ​ດ້ວຍ​ຄວາມຫວັງ​ຂອງ​ຊົນຊາດ​ອິດສະຣາເອນ.”</verse>
				<verse number="21">ພວກເຂົາ​ຕອບ​ໂປໂລ​ວ່າ, “ພວກເຮົາ​ບໍ່ໄດ້​ຮັບ​ຈົດໝາຍ​ໃດໆ ຈາກ​ແຂວງ​ຢູດາຍ​ກ່ຽວກັບ​ທ່ານ ແລະ​ທັງ​ບໍ່ມີ​ພີ່ນ້ອງ​ຂອງ​ພວກເຮົາ​ຜູ້ໃດ​ຜູ້ໜຶ່ງ​ມາ​ລາຍງານ ຫລື​ກ່າວ​ສິ່ງ​ບໍ່​ດີ​ກ່ຽວກັບ​ທ່ານ.</verse>
				<verse number="22">ແຕ່​ພວກເຮົາ​ຕ້ອງການ​ຢາກ​ໄດ້ຍິນ​ຄວາມ​ຄິດເຫັນ​ຂອງທ່ານ ເພາະ​ພວກເຮົາ​ຮູ້​ວ່າ ຝ່າຍ​ນິກາຍ​ນີ້​ຖືກ​ຂັດຂວາງ​ຢູ່​ທຸກທີ່​ທຸກບ່ອນ.”</verse>
				<verse number="23">ເມື່ອ​ພວກເຂົາ​ນັດ​ວັນ​ພົບ​ກັບ​ໂປໂລ, ຄົນ​ຈຳນວນ​ຫລາຍ​ກວ່າເກົ່າ​ໄດ້​ມາ​ຫາ​ທີ່​ບ່ອນ​ພັກ​ຂອງ​ເພິ່ນ, ເພິ່ນ​ຈຶ່ງ​ກ່າວ​ອະທິບາຍ​ແກ່​ພວກເຂົາ​ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ ເປັນ​ພະຍານ​ເຖິງ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ຢ່າງ​ຄົບຖ້ວນ ແລະ​ຊັກຊວນ​ໃຫ້​ພວກເຂົາ​ຮັບ​ເຊື່ອ​ໃນ​ພຣະເຢຊູເຈົ້າ ໂດຍ​ໃຊ້​ຂໍ້ຄວາມ​ຈາກ​ກົດບັນຍັດ​ຂອງ​ໂມເຊ ແລະ​ຈາກ​ບັນດາ​ຜູ້ທຳນວາຍ​ເປັນ​ຫລັກ.</verse>
				<verse number="24">ບາງຄົນ​ກໍ​ເຊື່ອ​ຕາມ​ຄຳ​ທີ່​ໂປໂລ​ກ່າວ​ນັ້ນ ແຕ່​ຄົນອື່ນ​ນັ້ນ​ບໍ່​ເຊື່ອ.</verse>
				<verse number="25">ເມື່ອ​ຄວາມເຫັນ​ບໍ່​ລົງລອຍ​ກັນ​ພວກເຂົາ​ຈຶ່ງ​ລາ​ຈາກ​ກັນ​ໄປ. ຫລັງຈາກ​ໂປໂລ​ໄດ້​ກ່າວ​ຄຳ​ໜຶ່ງ​ຕື່ມ​ອີກ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ຊົງ​ກ່າວ​ຢ່າງ​ຖືກຕ້ອງ​ກັບ​ບັນພະບຸລຸດ​ຂອງ​ເຈົ້າ​ທັງຫລາຍ ຜ່ານທາງ​ຜູ້ທຳນວາຍ​ເອຊາຢາ</verse>
				<verse number="26">ວ່າ, ‘ຈົ່ງ​ໄປ​ຫາ​ພົນລະເມືອງ​ນີ້ ແລະ​ກ່າວ​ວ່າ, ເຈົ້າ​ທັງຫລາຍ​ຈະ​ໄດ້ຍິນ​ແທ້ ແຕ່​ຈະ​ບໍ່​ເຂົ້າໃຈ​ຈັກເທື່ອ, ຈະ​ໄດ້​ເຫັນ​ແທ້ ແຕ່​ຈະ​ບໍ່​ສັງເກດ​ຈັກເທື່ອ.</verse>
				<verse number="27">ດ້ວຍວ່າ, ໃຈ​ຂອງ​ພົນລະເມືອງ​ນີ້​ກໍ​ປຶກໜາ ຫູ​ກໍ​ໜັກ, ຕາ​ຂອງ​ພວກເຂົາ​ກໍ​ຫລັບ​ເສຍ. ຢ້ານ​ວ່າ​ພວກເຂົາ​ຈະ​ສັງເກດ​ດ້ວຍ​ຕາ ແລະ​ຈະ​ໄດ້ຍິນ​ດ້ວຍ​ຫູ ແລະ​ຈະ​ຮູ້​ດ້ວຍ​ໃຈ ແລ້ວ​ຈະ​ຕ່າວ​ກັບ​ມາ ແລະ​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ດີ.’</verse>
				<verse number="28">ດັ່ງນັ້ນ ທ່ານ​ທັງຫລາຍ​ຈົ່ງ​ຮູ້​ວ່າ ການ​ທີ່​ພຣະເຈົ້າ​ຊົງ​ຊ່ວຍ​ໃຫ້​ພົ້ນ​ນັ້ນ ກໍ​ໄດ້ຖືກ​ນຳ​ໄປ​ເຖິງ​ຄົນຕ່າງຊາດ​ແລ້ວ ພວກເຂົາ​ຈະ​ຮັບ​ຟັງ.” [</verse>
				<verse number="29">ເມື່ອ​ໂປໂລ​ກ່າວ​ຄຳ​ເຫຼົ່ານີ້​ແລ້ວ ພວກ​ຢິວ​ກໍ​ຈາກ​ໄປ ແລະ​ກໍ​ເກີດ​ມີ​ການ​ຖຽງ​ກັນເອງ​ຢູ່​ໃນ​ພວກເຂົາ.]</verse>
				<verse number="30">ເປັນ​ເວລາ​ສອງ​ປີ ທີ່​ໂປໂລ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​ທີ່​ຕົນ​ເຊົ່າ​ເອງ ແລະ​ໃນ​ທີ່ນັ້ນ ເພິ່ນ​ໄດ້​ຕ້ອນຮັບ​ທຸກຄົນ​ທີ່​ມາ​ຫາ​ເພິ່ນ.</verse>
				<verse number="31">ເພິ່ນ​ໄດ້​ປະກາດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ​ໄດ້​ສັ່ງສອນ​ເລື່ອງ​ກ່ຽວກັບ​ອົງ​ພຣະເຢຊູ​ຄຣິດເຈົ້າ ແກ່​ທຸກຄົນ​ດ້ວຍ​ຄວາມ​ກ້າຫານ ແລະ​ຢ່າງ​ເປີດເຜີຍ​ໂດຍ​ບໍ່ມີ​ຜູ້ໃດ​ຂັດຂວາງ.</verse>
			</chapter>
		</book>
		<book number="45">
			<chapter number="1">
				<verse number="1">ເຮົາ​ຄື​ໂປໂລ ຜູ້ຮັບໃຊ້​ຄົນ​ໜຶ່ງ​ຂອງ​ພຣະເຢຊູ​ຄຣິດເຈົ້າ ທີ່​ພຣະອົງ​ຊົງ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ ແລະ​ໄດ້​ຊົງ​ຄັດ​ອອກ​ຕັ້ງ​ໄວ້​ໃຫ້​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ.</verse>
				<verse number="2">ຄື​ຂ່າວປະເສີດ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ລ່ວງໜ້າ ໂດຍ​ທາງ​ຜູ້ທຳນວາຍ​ຂອງ​ພຣະອົງ​ໃນ​ພຣະຄຳພີ​ອັນ​ສັກສິດ.</verse>
				<verse number="3">ເປັນ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ຂອງ​ພຣະອົງ ຄື​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ທັງຫລາຍ ຜູ້​ຊົງ​ບັງເກີດ​ໃນ​ເຊື້ອວົງ​ຂອງ​ດາວິດ​ຝ່າຍ​ເນື້ອກາຍ</verse>
				<verse number="4">ແຕ່​ຝ່າຍ​ພຣະວິນຍານ​ແຫ່ງ​ຄວາມ​ບໍຣິສຸດ​ນັ້ນ ໄດ້​ຊົງ​ປະກາດ​ດ້ວຍ​ຣິດທານຸພາບ ຄື​ໂດຍ​ການ​ທີ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ຂຶ້ນ​ມາ​ຈາກ​ຕາຍ​ວ່າ ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.</verse>
				<verse number="5">ໂດຍ​ທາງ​ພຣະອົງ​ນີ້ແຫຼະ ເຮົາ​ໄດ້​ຮັບ​ພຣະຄຸນ ແລະ​ໜ້າທີ່​ເປັນ​ອັກຄະສາວົກ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ພຣະອົງ ໃຫ້​ໄປ​ປະກາດ​ທ່າມກາງ​ຊົນຊາດ​ຕ່າງໆ​ໃຫ້​ເຂົາ​ເຊື່ອຟັງ.</verse>
				<verse number="6">ລວມທັງ​ພວກເຈົ້າ ທີ່​ພຣະເຈົ້າ​ຊົງ​ເອີ້ນ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະເຢຊູ​ຄຣິດເຈົ້າ​ເໝືອນກັນ.</verse>
				<verse number="7">ເຖິງ ບັນດາ​ຄົນ​ທັງຫລາຍ​ໃນ​ນະຄອນ​ໂຣມ​ທີ່​ພຣະເຈົ້າ​ຊົງ​ຮັກ ແລະ​ຊົງ​ເອີ້ນ​ໃຫ້​ເປັນ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະອົງ. ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ແລະ ອົງ​ພຣະເຢຊູ​ຄຣິດເຈົ້າ ໂຜດ​ປະທານ​ພຣະຄຸນ ແລະ​ສັນຕິສຸກ​ໃຫ້​ມີ​ຢູ່​ກັບ​ເຈົ້າ​ທັງຫລາຍ​ເທີ້ນ.</verse>
				<verse number="8">ກ່ອນ​ອື່ນ ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ໂດຍ​ທາງ​ພຣະເຢຊູເຈົ້າ​ເພື່ອ​ພວກເຈົ້າ​ທຸກຄົນ ດ້ວຍວ່າ ຄວາມເຊື່ອ​ຂອງ​ພວກເຈົ້າ​ກຳລັງ​ຊ່າລື​ໄປ​ທົ່ວ​ໂລກ.</verse>
				<verse number="9">ເພາະວ່າ​ພຣະເຈົ້າ​ຜູ້​ທີ່​ເຮົາ​ຮັບໃຊ້​ດ້ວຍ​ຊີວິດ​ຈິດໃຈ ໃນ​ການ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ຊົງ​ເປັນ​ພະຍານ​ຝ່າຍ​ເຮົາ​ວ່າ ເມື່ອ​ເຮົາ​ພາວັນນາ​ອະທິຖານ​ນັ້ນ ເຮົາ​ກໍ​ລະນຶກເຖິງ​ພວກເຈົ້າ​ສະເໝີ​ບໍ່ໄດ້​ຂາດ.</verse>
				<verse number="10">ທຸກ​ຄັ້ງ​ທີ່​ເຮົາ​ພາວັນນາ​ອະທິຖານ ເຮົາ​ຂໍ​ກັບ​ພຣະເຈົ້າ​ວ່າ ຖ້າ​ເປັນ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ​ແລ້ວ ໃນ​ໂອກາດ​ສຸດທ້າຍ​ນີ້ ໃຫ້​ເຮົາ​ໄດ້​ມາ​ຢ້ຽມຢາມ​ພວກເຈົ້າ​ດ້ວຍ​ວິທີ​ໃດ​ວິທີ​ໜຶ່ງ.</verse>
				<verse number="11">ດ້ວຍວ່າ, ເຮົາ​ປາຖະໜາ​ຢາກ​ເຫັນ​ພວກເຈົ້າ​ຫລາຍ ເພື່ອ​ຈະ​ໄດ້​ນຳ​ເອົາ​ຂອງ​ປະທານ​ຝ່າຍ​ຈິດ​ວິນຍານ​ບາງ​ຢ່າງ ມາ​ໃຫ້​ພວກເຈົ້າ​ເພື່ອ​ເສີມ​ກຳລັງ​ໃຈ​ພວກເຈົ້າ.</verse>
				<verse number="12">ຄື​ວ່າ​ດ້ວຍ​ຄວາມເຊື່ອ​ຂອງ​ພວກເຮົາ​ທັງສອງ​ຝ່າຍ​ນັ້ນ ຈະ​ໄດ້​ໜູນໃຈ​ຊຶ່ງກັນແລະກັນ.</verse>
				<verse number="13">ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ເຮົາ​ໄດ້​ຕັ້ງໃຈ​ຫລາຍ​ເທື່ອ​ແລ້ວ​ວ່າ​ຈະ​ມາ​ຢາມ​ພວກເຈົ້າ ເພື່ອ​ຈະ​ໄດ້​ຮັບ​ຜົນ​ບາງ​ຢ່າງ​ໃນ​ທ່າມກາງ​ພວກເຈົ້າ ເໝືອນ​ດັ່ງ​ໄດ້​ຮັບ​ຜົນ​ໃນ​ທ່າມກາງ​ຊາວ​ຕ່າງ​ປະເທດ​ແລ້ວ ແຕ່​ຈົນເຖິງ​ບັດນີ້​ກໍ​ຍັງ​ມີ​ເຫດ​ຂັດຂວາງ​ຢູ່.</verse>
				<verse number="14">ເຮົາ​ເປັນ​ໜີ້​ທັງ​ຄົນ​ສີວິໄລ ແລະ​ຄົນ​ຕໍ່າຊ້າ, ເປັນ​ໜີ້​ທັງ​ພວກ​ນັກປາດ ແລະ​ພວກ​ຄົນໂງ່​ດ້ວຍ.</verse>
				<verse number="15">ດ້ວຍເຫດນັ້ນ ເຮົາ​ຈຶ່ງ​ຮີບຮ້ອນ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ ທີ່​ຢູ່​ໃນ​ນະຄອນ​ໂຣມ​ນີ້​ເໝືອນກັນ.</verse>
				<verse number="16">ເພາະວ່າ ເຮົາ​ບໍ່ມີ​ຄວາມ​ລະອາຍ​ໃນ​ຂ່າວປະເສີດ. ດ້ວຍວ່າ, ຂ່າວປະເສີດ​ນັ້ນ​ເປັນ​ຣິດເດດ​ອຳນາດ​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ທຸກຄົນ​ທີ່​ເຊື່ອ​ໄດ້​ຮັບ​ຄວາມ​ພົ້ນ ພວກ​ຢິວ​ກ່ອນ ແລະ​ຄົນຕ່າງຊາດ​ດ້ວຍ.</verse>
				<verse number="17">ເພາະ​ໃນ​ຂ່າວປະເສີດ​ນັ້ນ ມີ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ໂດຍ​ເລີ່ມຕົ້ນ​ດ້ວຍ​ຄວາມເຊື່ອ ແລະ​ສຸດທ້າຍ​ກໍ​ດ້ວຍ​ຄວາມເຊື່ອ​ຢ່າງ​ດຽວ ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຜູ້​ທີ່​ຊົງ​ຖື​ວ່າ ເປັນ​ຄົນ​ຊອບທຳ​ເພາະ​ດ້ວຍ​ຄວາມເຊື່ອ ຜູ້ນັ້ນ​ແຫຼະ ຈະ​ໄດ້​ຊີວິດ.”</verse>
				<verse number="18">ດ້ວຍວ່າ, ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ກໍ​ຊົງ​ປາກົດ​ໃຫ້​ເຫັນ​ຈາກ​ສະຫວັນ ຕໍ່ສູ້​ການ​ບໍ່​ນັບຖື​ພຣະເຈົ້າ ແລະ​ຄວາມ​ຄິດ​ຮ້າຍ​ທຸກຢ່າງ​ຂອງ​ມະນຸດ ຄື​ຄົນ​ເຫຼົ່ານັ້ນ​ທີ່​ເອົາ​ຄວາມ​ຊົ່ວຮ້າຍ​ມາ​ຂັດຂວາງ​ຄວາມຈິງ.</verse>
				<verse number="19">ເຫດ​ວ່າ ທີ່​ຈະ​ຮູ້ຈັກ​ພຣະເຈົ້າ​ໄດ້​ເທົ່າ​ໃດ​ນັ້ນ ກໍໄດ້​ປາກົດ​ແຈ້ງ​ໃນ​ໃຈ​ຂອງ​ພວກເຂົາ ດ້ວຍວ່າ​ພຣະເຈົ້າ​ໂຜດ​ສຳແດງ​ໃຫ້​ພວກເຂົາ​ຮູ້​ແລ້ວ.</verse>
				<verse number="20">ຕັ້ງແຕ່​ເລີ່ມ​ສ້າງ​ໂລກ​ມາ ສະພາບ​ທີ່​ບໍ່​ປາກົດ​ຂອງ​ພຣະເຈົ້າ ຄື​ຣິດທານຸພາບ​ອັນ​ຖາວອນ ແລະ​ຄວາມ​ເປັນ​ພຣະເຈົ້າ​ຂອງ​ພຣະອົງ ກໍໄດ້​ປາກົດ​ແຈ້ງ​ໃນ​ສັບພະສິ່ງ​ທີ່​ພຣະອົງ​ຊົງ​ສ້າງ. ສະນັ້ນ ພວກເຂົາ​ຈຶ່ງ​ບໍ່ມີ​ຂໍ້​ແກ້ຕົວ​ໄດ້,</verse>
				<verse number="21">ເພາະ​ພວກເຂົາ​ໄດ້​ຮູ້ຈັກ​ພຣະເຈົ້າ​ແລ້ວ, ແຕ່​ພວກເຂົາ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະອົງ ສົມກັບ​ການ​ຊົງ​ເປັນ​ພຣະເຈົ້າ ທັງ​ບໍ່ໄດ້​ໂມທະນາ​ພຣະຄຸນ​ຂອງ​ພຣະອົງ ກົງກັນຂ້າມ ຄວາມ​ຄິດ​ຂອງ​ພວກເຂົາ​ຊໍ້າ​ກາຍເປັນ​ສິ່ງ​ໄຮ້​ປະໂຫຍດ ແລະ​ໃຈ​ໂງ່​ຂອງ​ພວກເຂົາ​ກໍ​ມືດມົວ​ໄປ.</verse>
				<verse number="22">ພວກເຂົາ​ອ້າງ​ຕົນ​ວ່າ ເປັນ​ຄົນ​ສະຫລາດ ພວກເຂົາ​ຈຶ່ງ​ກາຍເປັນ​ຄົນ​ໂງ່​ໄປ,</verse>
				<verse number="23">ພວກເຂົາ​ໄດ້​ເອົາ​ຮູບ​ມະນຸດ​ທີ່​ຕາຍ​ເປັນ ຫລື​ຮູບ​ນົກ ຮູບ​ສັດ​ສີ່​ຕີນ ແລະ​ຮູບ​ສັດ​ເລືອ​ຄານ ມາ​ປ່ຽນ​ແທນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ​ອົງ​ຕາຍ​ບໍ່​ເປັນ.</verse>
				<verse number="24">ດ້ວຍເຫດນັ້ນ ພຣະເຈົ້າ​ຈຶ່ງ​ປ່ອຍ​ມະນຸດ​ໃຫ້​ເຮັດ​ການ​ຊົ່ວຊ້າ ຕາມ​ຣາຄະ​ຕັນຫາ​ໃນ​ໃຈ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈຶ່ງ​ເຮັດ​ໃນ​ສິ່ງ​ທີ່​ໜ້າ​ອັບອາຍ​ທາງ​ຮ່າງກາຍ​ຕໍ່​ກັນ.</verse>
				<verse number="25">ເພາະ​ພວກເຂົາ​ເອົາ​ຄວາມຈິງ​ເລື່ອງ​ພຣະເຈົ້າ ມາ​ປ່ຽນ​ເປັນ​ຄວາມ​ບໍ່​ຈິງ, ພວກເຂົາ​ຂາບໄຫວ້ ແລະ​ຮັບໃຊ້​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສ້າງ​ມາ ແທນ​ພຣະອົງ​ຜູ້​ຊົງ​ສ້າງ ຄື​ຜູ້​ທີ່​ສົມຄວນ​ຈະ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ​ເປັນນິດ ອາແມນ.</verse>
				<verse number="26">ເພາະ​ດ້ວຍ​ເຫດນີ້ ພຣະເຈົ້າ​ຈຶ່ງ​ໄດ້​ປ່ອຍ​ພວກເຂົາ​ໃຫ້​ຢູ່​ໃຕ້​ກິເລດ​ຕັນຫາ​ຢ່າງ​ໜ້າ​ອັບອາຍ ແມ່ຍິງ​ປ່ຽນ​ຄວາມ​ສຳພັນ​ທາງ​ເພດ​ຕາມ​ທຳມະຊາດ ໃຫ້​ຜິດ​ທຳມະຊາດ​ໄປ.</verse>
				<verse number="27">ແລະ​ໃນທຳນອງ​ດຽວກັນ ພວກ​ຜູ້ຊາຍ​ກໍ​ເລີກ​ຄວາມ​ສຳພັນ​ທາງ​ເພດ​ຕາມ​ທຳມະຊາດ​ກັບ​ແມ່ຍິງ ແລະ​ເຕັມ​ດ້ວຍ​ໄຟ​ແຫ່ງ​ກິເລດ​ຕັນຫາ​ຕໍ່​ກັນແລະກັນ ພວກ​ຜູ້ຊາຍ​ເຮັດ​ສິ່ງ​ໜ້າ​ອັບອາຍ​ຕໍ່​ກັນແລະກັນ ສິ່ງ​ທີ່​ຕາມ​ມາ ຄື​ພວກເຂົາ​ໄດ້​ຮັບ​ຜົນ​ກຳ​ຊົ່ວ ສົມ​ກັບ​ການ​ກະທຳ​ຂອງຕົນ.</verse>
				<verse number="28">ຍ້ອນ​ຄົນ​ເຫຼົ່ານີ້​ບໍ່​ຮັບ​ຮູ້​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ຈົມ​ຢູ່​ໃນ​ຄວາມ​ຄິດ​ຊົ່ວ ເພື່ອ​ພວກເຂົາ​ຈະ​ເຮັດ​ໃນ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ.</verse>
				<verse number="29">ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວຊ້າ​ທຸກປະການ, ຄວາມ​ຮ້າຍກາດ, ຄວາມ​ໂລບມາກ ແລະ​ການ​ປອງຮ້າຍ, ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ອິດສາ, ການ​ຂ້າຟັນ, ການ​ສູ້ຮົບ​ຕົບຕີ, ການ​ຫລອກລວງ, ການ​ຜູກພະຍາບາດ, ພວກເຂົາ​ເວົ້າຂວັນ​ນິນທາ​ກັນ</verse>
				<verse number="30">ແລະ​ເວົ້າ​ໃສ່ຮ້າຍ​ປ້າຍສີ​ກັນ, ການ​ກຽດຊັງ​ພຣະເຈົ້າ, ຂີ້ອົ່ງ​ໝິ່ນປະໝາດ, ຈອງຫອງ, ອວດຕົວ, ປະດິດ​ຄິດແຕ່ງ​ການ​ຊົ່ວຊ້າ​ຂຶ້ນ, ບໍ່​ຟັງ​ຄວາມ​ພໍ່​ແມ່,</verse>
				<verse number="31">ໃຈ​ບໍ່​ສັງເກດ​ການ​ດີ​ແລະ​ຊົ່ວ, ບໍ່​ຖື​ຄຳໝັ້ນ​ສັນຍາ ແລະ​ຂາດ​ຄວາມຮັກ​ຕໍ່​ກັນ ບໍ່ມີ​ຄວາມ​ເມດຕາ​ເອັນດູ​ແກ່​ຜູ້​ອື່ນ.</verse>
				<verse number="32">ເຖິງ​ແມ່ນ​ພວກເຂົາ​ຮູ້ຈັກ​ກົດບັນຍັດ​ຂອງ​ພຣະເຈົ້າ​ທີ່​ກ່າວ​ວ່າ ຄົນ​ທີ່​ກະທຳ​ຢ່າງ​ນັ້ນ ກໍ​ສົມຄວນ​ຕ້ອງ​ຕາຍ, ເຖິງ​ປານ​ນັ້ນ ພວກເຂົາ​ກໍ​ຍັງ​ເຮັດ​ຢູ່ ແລະ​ທັງ​ເຫັນພ້ອມ​ກັບ​ຄົນ​ທີ່​ເຮັດ​ຢ່າງ​ນັ້ນ​ອີກ​ດ້ວຍ.</verse>
			</chapter>
			<chapter number="2">
				<verse number="1">ເຫດສະນັ້ນ ມະນຸດ​ເອີຍ ບໍ່​ວ່າ​ເຈົ້າ​ຈະ​ເປັນ​ຜູ້ໃດ​ກໍຕາມ ເມື່ອ​ເຈົ້າ​ກ່າວໂທດ​ໃສ່​ຜູ້​ອື່ນ, ເຈົ້າ​ບໍ່ມີ​ຂໍ້​ທີ່​ຈະ​ແກ້​ຕົວ​ໄດ້. ດ້ວຍວ່າ, ເມື່ອ​ເຈົ້າ​ກ່າວໂທດ​ໃສ່​ຜູ້​ອື່ນ ແລະ​ຍັງ​ເຮັດ​ຢ່າງ​ດຽວ​ກັບ​ພວກເຂົາ ເຈົ້າ​ກໍ​ກ່າວໂທດ​ໃສ່​ຕົນເອງ.</verse>
				<verse number="2">ພວກເຮົາ​ຮູ້​ຢູ່​ວ່າ ການ​ທີ່​ພຣະເຈົ້າ​ຊົງ​ພິພາກສາ​ລົງໂທດ​ຄົນ​ທັງຫລາຍ​ທີ່​ກະທຳ​ຢ່າງ​ນັ້ນ ກໍ​ຖືກຕ້ອງ​ຢູ່​ແລ້ວ.</verse>
				<verse number="3">ແຕ່​ມະນຸດ​ເອີຍ ໃນ​ເມື່ອ​ເຈົ້າ​ຍັງ​ເຮັດ​ສິ່ງ​ນັ້ນ​ຢູ່ ແລະ​ກ່າວໂທດ​ໃສ່​ຜູ້​ອື່ນ ເຈົ້າ​ຄິດ​ວ່າ​ເຈົ້າ​ຈະ​ໜີ​ພົ້ນ​ຈາກ​ການ​ພິພາກສາ​ຂອງ​ພຣະເຈົ້າ​ໄດ້​ຊັ້ນບໍ?</verse>
				<verse number="4">ຫລື​ວ່າ ເຈົ້າ​ໝິ່ນປະໝາດ​ພຣະ​ກະລຸນາ​ຄຸນ​ອັນ​ບໍຣິບູນ ແລະ​ຄວາມ​ອົດກັ້ນ​ພຣະໄທ​ກັບ​ຄວາມ​ອົດທົນ​ຂອງ​ພຣະອົງ, ເຈົ້າ​ບໍ່​ຮູ້​ຫລື​ວ່າ ພຣະ​ກະລຸນາ​ຄຸນ​ຂອງ​ພຣະເຈົ້າ​ນັ້ນ ກໍ​ເພື່ອ​ນຳ​ເຈົ້າ​ໃຫ້​ກັບໃຈ​ເສຍ​ໃໝ່.</verse>
				<verse number="5">ແຕ່​ດ້ວຍ​ໃຈ​ຂອງ​ເຈົ້າ​ແຂງ​ກະດ້າງ ແລະ​ບໍ່​ຍອມ​ທີ່​ຈະ​ກັບຕົວ ເຈົ້າ​ຈຶ່ງ​ກຳລັງ​ສະສົມ​ຄວາມ​ໂກດຮ້າຍ​ໄວ້​ໃຫ້​ຕົນເອງ ໃນ​ວັນ​ຂອງ​ຄວາມ​ຮ້າຍກາດ​ນັ້ນ, ຄື​ວັນ​ທີ່​ພຣະເຈົ້າ​ຈະ​ຊົງ​ພິພາກສາ​ລົງໂທດ ຢ່າງ​ຍຸດຕິທຳ​ໃຫ້​ປາກົດ​ແຈ້ງ​ນັ້ນ.</verse>
				<verse number="6">ເພາະ​ພຣະອົງ​ຈະ​ຊົງ​ໂຜດ​ຕອບ​ແທນ​ຕາມ​ການ​ກະທຳ​ຂອງ​ພວກເຂົາ​ທຸກຄົນ.</verse>
				<verse number="7">ສຳລັບ​ຄົນ​ທີ່​ມີ​ຄວາມ​ພຽນ​ພະຍາຍາມ​ກະທຳ​ດີ, ສະແຫວງ​ຫາ​ສະຫງ່າຣາສີ ກຽດຕິຍົດ ແລະ​ຊີວິດ​ທີ່​ຕາຍ​ບໍ່​ເປັນ​ນັ້ນ ພຣະອົງ​ຈະ​ຊົງ​ປະທານ​ຊີວິດ​ນິຣັນດອນ​ໃຫ້​ແກ່​ພວກເຂົາ.</verse>
				<verse number="8">ແຕ່​ພຣະອົງ​ຈະ​ຊົງ​ສຳແດງ​ຄວາມ​ໂກດຮ້າຍ​ອັນ​ເຜັດຮ້ອນ​ແກ່​ຄົນ​ທັງຫລາຍ​ທີ່​ຄິດ​ໃຫຍ່​ໃຝ່ສູງ ແລະ​ແກ່​ຜູ້​ທີ່​ບໍ່​ເຊື່ອ​ວາງ​ໃຈ​ໃນ​ຄວາມຈິງ ແຕ່​ຍອມ​ເຮັດ​ຕາມ​ຄວາມຊົ່ວ.</verse>
				<verse number="9">ຄວາມ​ທຸກ​ເວດທະນາ ແລະ​ຄວາມ​ເຈັບປວດ​ຈະ​ເກີດ​ມີ​ແກ່​ມະນຸດ​ທຸກຄົນ​ທີ່​ເຮັດ​ການ​ຊົ່ວ ຄື​ແກ່​ຄົນ​ຢິວ​ກ່ອນ ແລະ​ແກ່​ຄົນຕ່າງຊາດ​ດ້ວຍ.</verse>
				<verse number="10">ແຕ່​ສະຫງ່າຣາສີ ແລະ​ກຽດຕິຍົດ​ກັບ​ສັນຕິສຸກ​ຈະ​ເກີດ​ມີ​ແກ່​ທຸກຄົນ​ທີ່​ເຮັດ​ຄວາມດີ ຄື​ແກ່​ຄົນ​ຢິວ​ກ່ອນ ແລະ​ແກ່​ຄົນຕ່າງຊາດ​ດ້ວຍ.</verse>
				<verse number="11">ເພາະວ່າ​ພຣະເຈົ້າ​ບໍ່ໄດ້​ເຫັນ​ແກ່​ໜ້າ​ຜູ້ໃດ​ເລີຍ.</verse>
				<verse number="12">ຄົນ​ບາບ​ທັງຫລາຍ​ທີ່​ບໍ່ມີ​ກົດບັນຍັດ ແລະ​ເຮັດ​ຜິດບາບ ຈະ​ຕ້ອງ​ຈິບຫາຍ​ໄປ​ໂດຍ​ບໍ່​ອ້າງ​ກົດບັນຍັດ, ແຕ່​ຄົນ​ບາບ​ທັງຫລາຍ​ທີ່​ມີ​ກົດບັນຍັດ ແລະ​ເຮັດ​ຜິດບາບ ກໍ​ຈະ​ຖືກ​ໂທດ​ຕາມ​ກົດບັນຍັດ​ນັ້ນ.</verse>
				<verse number="13">ດ້ວຍວ່າ, ບໍ່ແມ່ນ​ພວກ​ຄົນ​ທີ່​ຟັງ​ກົດບັນຍັດ​ຈະ​ເປັນ​ຜູ້​ຊອບທຳ​ຕໍ່​ພຣະພັກ​ພຣະເຈົ້າ, ແຕ່​ແມ່ນ​ຜູ້​ທີ່​ໄດ້​ເຮັດ​ຕາມ​ກົດບັນຍັດ​ເທົ່ານັ້ນ ທີ່​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ.</verse>
				<verse number="14">ຄົນຕ່າງຊາດ​ທີ່​ບໍ່ມີ​ກົດບັນຍັດ, ແຕ່​ເມື່ອ​ພວກເຂົາ​ປະຕິບັດ​ຕາມ​ກົດບັນຍັດ ໂດຍ​ນິໄສ​ປົກກະຕິ​ແລ້ວ ເຖິງ​ແມ່ນ​ພວກເຂົາ​ບໍ່ມີ​ກົດບັນຍັດ​ນັ້ນ​ກໍຕາມ, ແຕ່​ກໍ​ຍັງ​ເປັນ​ກົດບັນຍັດ​ໃນ​ຕົວ​ພວກເຂົາ​ເອງ.</verse>
				<verse number="15">ການ​ປະພຶດ​ຂອງ​ພວກເຂົາ ໄດ້​ຊີ້​ໃຫ້​ເຫັນ​ວ່າ ສິ່ງ​ທີ່​ກົດບັນຍັດ​ສັ່ງ​ນັ້ນ ກໍ​ຈາລຶກ​ໄວ້​ໃນ​ຫົວ​ໃຈ​ຂອງ​ພວກເຂົາ​ແລ້ວ, ຈິດ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຂົາ ກໍ​ເປັນ​ພະຍານ​ເໝືອນກັນ ແມ່ນ​ຄວາມ​ຄິດ​ຂອງ​ພວກເຂົາ​ນັ້ນ​ແຫຼະ ທີ່​ກ່າວໂທດ​ພວກເຂົາ​ເອງ ຫລື​ອາດ​ຈະ​ແກ້​ຕົວ​ໃຫ້​ພວກເຂົາ.</verse>
				<verse number="16">ໃນ​ວັນ​ທີ່​ພຣະເຈົ້າ​ຈະ​ຊົງ​ໃຫ້​ພຣະເຢຊູ​ຄຣິດເຈົ້າ ພິພາກສາ​ຄວາມ​ເລິກລັບ​ໃນ​ໃຈ​ຂອງ​ມະນຸດ​ທັງຫລາຍ ຕາມ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.</verse>
				<verse number="17">ແຕ່​ຖ້າ​ເຈົ້າ​ໄດ້​ຊື່​ວ່າ​ເປັນ​ຢິວ ເຈົ້າ​ເພິ່ງ​ອາໄສ​ກົດບັນຍັດ ແລະ​ອວດ​ວ່າ​ມີ​ພຣະເຈົ້າ,</verse>
				<verse number="18">ແລະ​ເຈົ້າ​ຮູ້ຈັກ​ນໍ້າພຣະໄທ​ຂອງ​ພຣະອົງ, ທັງ​ເຫັນ​ຊອບ​ໃນ​ສິ່ງ​ປະເສີດ ເພາະ​ເຈົ້າ​ໄດ້​ຮຽນ​ຮູ້​ໃນ​ກົດບັນຍັດ,</verse>
				<verse number="19">ແລະ​ຖ້າ​ເຈົ້າ​ໝັ້ນໃຈ​ວ່າ ເຈົ້າ​ເປັນ​ຜູ້ນຳ​ທາງ​ຄົນ​ຕາບອດ, ເປັນ​ຄວາມ​ສະຫວ່າງ​ໃຫ້​ແກ່​ຄົນ​ເຫຼົ່ານັ້ນ ທີ່​ຢູ່​ໃນ​ຄວາມມືດ,</verse>
				<verse number="20">ເປັນ​ຜູ້​ສຶກສາ​ອົບຮົມ​ແກ່​ຄົນໂງ່ຈ້າ ແລະ​ເປັນ​ຄູສອນ​ເດັກນ້ອຍ ເປັນ​ຜູ້​ມີ​ແບບແຜນ​ອັນ​ສົມບູນ​ຂອງ​ຄວາມຮູ້ ແລະ​ຄວາມຈິງ​ໃນ​ກົດບັນຍັດ.</verse>
				<verse number="21">ເມື່ອ​ເຈົ້າ​ສອນ​ຄົນອື່ນ ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ສອນ​ຕົນເອງ​ກ່ອນ? ເຈົ້າ​ເທດສະໜາ​ວ່າ, “ຢ່າ​ລັກ” ແຕ່​ເຈົ້າ​ຍັງ​ລັກ​ຢູ່​ຊັ້ນບໍ?</verse>
				<verse number="22">ເຈົ້າ​ບອກ​ວ່າ, “ຢ່າ​ຫລິ້ນຊູ້” ແຕ່​ເຈົ້າ​ຍັງ​ຫລິ້ນຊູ້​ຢູ່​ຫລື​ບໍ່? ເຈົ້າ​ກຽດຊັງ​ຮູບ​ເຄົາຣົບ ແຕ່​ເຈົ້າ​ຍັງ​ປຸ້ນ​ວິຫານ​ຢູ່​ຫລື​ບໍ່?</verse>
				<verse number="23">ເຈົ້າ​ກ່າວ​ອ້າງ​ເຖິງ​ກົດບັນຍັດ​ຂອງ​ພຣະເຈົ້າ ແຕ່​ເຈົ້າ​ເຮັດ​ໃຫ້​ພຣະເຈົ້າ​ເສຍກຽດ ໂດຍ​ຝ່າຝືນ​ກົດບັນຍັດ​ຂອງ​ພຣະອົງ​ຢູ່​ຊັ້ນບໍ?</verse>
				<verse number="24">ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະນາມ​ຂອງ​ພຣະເຈົ້າ​ຖືກ​ໝິ່ນປະໝາດ​ໃນ​ທ່າມກາງ​ຄົນຕ່າງຊາດ ກໍ​ເພາະ​ເຈົ້າ​ທັງຫລາຍ.”</verse>
				<verse number="25">ຖ້າ​ເຈົ້າ​ເຮັດ​ຕາມ​ກົດບັນຍັດ ພິທີຕັດ​ນັ້ນ​ກໍ​ເປັນ​ປະໂຫຍດ​ແທ້, ແຕ່​ຖ້າ​ເຈົ້າ​ລ່ວງ​ລະເມີດ​ກົດບັນຍັດ ການ​ທີ່​ເຈົ້າ​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່ມີ​ປະໂຫຍດ​ຫຍັງ​ເລີຍ.</verse>
				<verse number="26">ດັ່ງນັ້ນ ຖ້າ​ຜູ້​ທີ່​ບໍ່ໄດ້​ຮັບ​ພິທີຕັດ ແຕ່​ໄດ້​ປະຕິບັດ​ຕາມ​ກົດບັນຍັດ ແລະ​ການ​ທີ່​ພວກເຂົາ​ບໍ່ໄດ້​ຮັບ​ພິທີຕັດ​ນັ້ນ ຈະ​ຖື​ເໝືອນ​ວ່າ​ຜູ້ນັ້ນ​ໄດ້​ຮັບ​ພິທີຕັດ​ແລ້ວ​ບໍ່ແມ່ນ​ບໍ?</verse>
				<verse number="27">ເຖິງ​ແມ່ນ​ວ່າ ເຈົ້າ​ທັງຫລາຍ​ມີ​ກົດບັນຍັດ​ທີ່​ຈາລຶກ​ໄວ້ ແລະ​ໄດ້​ຮັບ​ພິທີຕັດ​ແລ້ວ ກໍ​ຍັງ​ລ່ວງ​ລະເມີດ​ຕໍ່​ກົດບັນຍັດ​ນັ້ນ ຝ່າຍ​ຄົນ​ທຳມະດາ​ສາມັນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ, ພວກເຂົາ​ກໍ​ຍັງ​ຖື​ຮັກສາ​ກົດບັນຍັດ​ຢູ່ ພວກເຂົາ​ນັ້ນ​ແຫຼະ ຈະ​ກ່າວໂທດ​ໃສ່​ເຈົ້າ.</verse>
				<verse number="28">ເພາະວ່າ​ຄົນ​ຢິວ​ແທ້ ບໍ່ແມ່ນ​ເປັນ​ຢິວ​ແຕ່​ພາຍ​ນອກ ບໍ່ແມ່ນ​ຮັບ​ພິທີຕັດ​ພຽງ​ພາຍນອກ ແລະ​ຝ່າຍ​ເນື້ອກາຍ​ເທົ່ານັ້ນ.</verse>
				<verse number="29">ຄົນ​ຢິວ​ແທ້​ຄື​ເປັນ​ຢິວ​ພາຍໃນ ແລະ​ການ​ຮັບ​ພິທີຕັດ​ແທ້​ນັ້ນ ຄື​ການ​ຮັບ​ທາງ​ຈິດໃຈ ຊຶ່ງ​ເປັນ​ຜົນ​ແຫ່ງ​ພຣະວິນຍານ​ຂອງ​ພຣະເຈົ້າ ບໍ່ແມ່ນ​ເປັນ​ໄປ​ຕາມ​ຕົວອັກສອນ​ໃນ​ກົດບັນຍັດ, ຄົນ​ຢ່າງ​ນັ້ນ ໄດ້​ຮັບ​ຄຳ​ສັນລະເສີນ​ຈາກ​ພຣະເຈົ້າ ບໍ່ແມ່ນ​ຈາກ​ມະນຸດ.</verse>
			</chapter>
			<chapter number="3">
				<verse number="1">ຖ້າ​ຢ່າງ​ນັ້ນ ຄົນ​ຢິວ​ຈະ​ໄດ້​ປຽບ​ກວ່າ​ຄົນຕ່າງຊາດ​ຢ່າງ​ໃດ? ຫລື​ການ​ຮັບ​ພິທີຕັດ​ມີ​ປະໂຫຍດ​ອັນ​ໃດ?</verse>
				<verse number="2">ກໍ​ມີ​ປະໂຫຍດ​ຫລາຍ​ໃນ​ທຸກສິ່ງ ເປັນ​ຕົ້ນ​ວ່າ​ພຣະເຈົ້າ​ໄດ້​ມອບ​ພຣະຄຳ​ໂອວາດ​ຂອງ​ພຣະອົງ​ໃຫ້​ຊາວ​ຢິວ​ຖື​ຮັກສາ.</verse>
				<verse number="3">ເຖິງ​ແມ່ນ​ມີ​ບາງຄົນ​ບໍ່​ສັດຊື່ ຄວາມ​ບໍ່​ສັດຊື່​ຂອງ​ພວກເຂົາ​ນັ້ນ ຈະ​ເຮັດ​ໃຫ້​ຄວາມ​ສັດຊື່​ຂອງ​ພຣະເຈົ້າ​ເສຍ​ປະໂຫຍດ​ຫລື?</verse>
				<verse number="4">ບໍ່​ເປັນ​ຢ່າງນັ້ນ​ດອກ ພຣະເຈົ້າ​ກ່າວ​ແຕ່​ຄວາມຈິງ ເຖິງ​ແມ່ນ​ວ່າ​ມະນຸດ​ທຸກຄົນ​ເວົ້າ​ຕົວະ​ກໍຕາມ, ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພື່ອ​ພຣະອົງ​ຈະ​ໄດ້​ປາກົດ​ວ່າ ຊົງ​ເປັນ​ຜູ້​ທ່ຽງທຳ ໃນ​ຖ້ອຍຄຳ​ທັງຫລາຍ​ຂອງ​ພຣະອົງ ແລະ​ຊົງ​ມີໄຊ​ເມື່ອ​ພວກເຂົາ​ກ່າວໂທດ​ໃສ່​ພຣະອົງ.”</verse>
				<verse number="5">ແຕ່​ຖ້າ​ວ່າ​ຄວາມຊົ່ວ​ຂອງ​ພວກເຮົາ ເປັນ​ເຫດ​ຊີ້​ໃຫ້​ເຫັນ​ຄວາມ​ຍຸດຕິທຳ​ຂອງ​ພຣະເຈົ້າ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ພຣະເຈົ້າ​ລົງໂທດ​ບໍ່​ຍຸດຕິທຳ​ຢ່າງ​ນັ້ນ​ບໍ່? (ເຮົາ​ເວົ້າ​ຢ່າງ​ມະນຸດ).</verse>
				<verse number="6">ບໍ່ແມ່ນ​ຢ່າງ​ນັ້ນ​ດອກ, ຖ້າ​ເປັນ​ເຊັ່ນນັ້ນ​ແລ້ວ ພຣະເຈົ້າ​ຈະ​ຊົງ​ພິພາກສາ​ໂລກ​ໄດ້​ຢ່າງ​ໃດ?</verse>
				<verse number="7">ແຕ່​ຖ້າ​ວ່າ​ຄວາມ​ຕົວະ​ຂອງເຮົາ ເປັນ​ເຫດ​ໃຫ້​ເຫັນ​ຄວາມ​ທ່ຽງທຳ​ຂອງ​ພຣະເຈົ້າ​ໄດ້​ປາກົດ​ແຈ້ງ​ຄັກ ແລະ​ເປັນ​ທີ່​ໃຫ້​ເກີດ​ກຽດຕິຍົດ​ແກ່​ພຣະອົງ ເປັນຫຍັງ​ເຮົາ​ຈຶ່ງ​ຖືກ​ຊົງ​ລົງໂທດ​ເໝືອນ​ຄົນ​ຜິດບາບ​ຜູ້ໜຶ່ງ?</verse>
				<verse number="8">ຖ້າດັ່ງນັ້ນ ເປັນຫຍັງ​ເຮົາ​ຈຶ່ງ​ບໍ່​ເຮັດ​ຊົ່ວ ເພື່ອ​ຄວາມດີ​ຈະ​ເກີດຂຶ້ນ​ຈາກ​ຄວາມຊົ່ວ​ນັ້ນ ຕາມ​ທີ່​ມີ​ບາງຄົນ​ໄດ້​ໝິ່ນປະໝາດ ແລະ​ກ່າວຫາ​ວ່າ​ເຮົາ​ໃນ​ທຳນອງນີ້​ແລ້ວ ການ​ລົງໂທດ​ຄົນ​ຢ່າງ​ນັ້ນ​ກໍ​ຍຸດຕິທຳ​ແລ້ວ.</verse>
				<verse number="9">ຖ້າ​ເປັນ​ດັ່ງນັ້ນ​ແລ້ວ ພວກເຮົາ​ຄົນ​ຢິວ​ໄດ້​ປຽບ​ກວ່າ​ຄົນຕ່າງຊາດ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ ເພາະ​ເຮົາ​ກໍໄດ້​ຊີ້​ໃຫ້​ເຫັນ​ແລ້ວ​ວ່າ ມະນຸດ​ທຸກຄົນ​ທັງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ ກໍ​ຢູ່​ໃຕ້​ອຳນາດ​ຂອງ​ຄວາມ​ຜິດບາບ​ເໝືອນກັນ​ທຸກຄົນ.</verse>
				<verse number="10">ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ບໍ່ມີ​ຄົນ​ຊອບທຳ ຈັກ​ຄົນ​ໜຶ່ງ​ຄົນ​ດຽວ.</verse>
				<verse number="11">ບໍ່ມີ​ຄົນ​ທີ່​ເຂົ້າໃຈ ບໍ່ມີ​ຄົນ​ທີ່​ສະແຫວງ​ຫາ​ພຣະເຈົ້າ.</verse>
				<verse number="12">ແຕ່​ທຸກຄົນ​ໄດ້​ຫັນ​ໜີ​ຈາກ​ພຣະເຈົ້າ ພາກັນ​ເປັນ​ຄົນຊົ່ວ​ໄປ​ໝົດ ຜູ້​ເຮັດ​ການດີ​ບໍ່ມີ​ຈັກ​ຄົນ​ດຽວ”</verse>
				<verse number="13">“ລຳ​ຄໍ​ຂອງ​ພວກເຂົາ​ນັ້ນ ເປັນ​ດັ່ງ​ຂຸມຝັງສົບ​ທີ່​ໄຂ​ຢູ່ ພວກເຂົາ​ໃຊ້​ລີ້ນ​ຂອງ​ພວກເຂົາ ໃນ​ການ​ລໍ້ລວງ” “ມີ​ພິດ​ງູ​ຮ້າຍ​ຢູ່​ໃຕ້​ຮີມ​ປາກ​ຂອງ​ພວກເຂົາ”</verse>
				<verse number="14">“ປາກ​ຂອງ​ພວກເຂົາ​ເຕັມໄປດ້ວຍ ຄຳ​ປ້ອຍດ່າ ແລະ ຄຳ​ຂົມຂື່ນ”</verse>
				<verse number="15">“ຕີນ​ຂອງ​ພວກເຂົາ​ວ່ອງ​ໄວ ໃນ​ການ​ເຮັດ​ໃຫ້​ນອງ​ເລືອດ,</verse>
				<verse number="16">ໃນ​ທາງ​ທີ່​ພວກເຂົາ​ເດີນ​ໄປ​ ມີ​ແຕ່​ຄວາມ​ຈິບຫາຍ ແລະ​ຄວາມ​ທຸກໂສກ.</verse>
				<verse number="17">ແລະ​ພວກເຂົາ​ບໍ່​ຮູ້ຈັກ​ ທາງ​ແຫ່ງ​ສັນຕິສຸກ​ນັ້ນ”</verse>
				<verse number="18">“ພວກເຂົາ​ບໍ່ເຄີຍ​ຄິດ​ທີ່​ຈະ​ຢຳເກງ​ພຣະເຈົ້າ.”</verse>
				<verse number="19">ແຕ່​ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ ກົດບັນຍັດ​ທຸກ​ຂໍ້​ທີ່​ໄດ້​ກ່າວ​ນັ້ນ​ກໍ​ກ່າວ​ແກ່​ຄົນ​ເຫຼົ່ານັ້ນ ທີ່​ຢູ່​ໃຕ້​ກົດບັນຍັດ​ເພື່ອ​ອັດ​ປາກ​ທຸກຄົນ ແລະ​ເພື່ອ​ໃຫ້​ມະນຸດ​ທຸກຄົນ​ໃນ​ໂລກ ຢູ່​ໃຕ້​ການ​ພິພາກສາ​ຂອງ​ພຣະເຈົ້າ.</verse>
				<verse number="20">ເພາະວ່າ ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ແລ້ວ ບໍ່ມີ​ມະນຸດ​ຄົນ​ໃດ​ຈະ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ດ້ວຍ​ການ​ເຮັດ​ຕາມ​ກົດບັນຍັດ, ເພາະວ່າ ກົດບັນຍັດ​ໄດ້​ເຮັດ​ໃຫ້​ສັງເກດ​ຮູ້ຈັກ​ຄວາມ​ບາບ.</verse>
				<verse number="21">ແຕ່​ບັດນີ້ ພຣະເຈົ້າ​ໄດ້​ຊົງ​ຊີ້​ໃຫ້​ເຫັນ​ວ່າ ມະນຸດ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ​ໄດ້ ໂດຍ​ບໍ່​ອີງໃສ່​ກົດບັນຍັດ, ກົດບັນຍັດ ແລະ​ຜູ້ທຳນວາຍ​ກໍ​ເປັນ​ພະຍານ​ເຖິງ​ເລື່ອງ​ນີ້.</verse>
				<verse number="22">ຄື​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ ຊຶ່ງ​ຊົງ​ປະທານ​ແກ່​ຜູ້​ທີ່​ເຊື່ອ​ທຸກຄົນ ດ້ວຍ​ອາໄສ​ຄວາມເຊື່ອ​ໃນ​ພຣະເຢຊູ​ຄຣິດເຈົ້າ ເພາະວ່າ ຄົນ​ທັງຫລາຍ​ສະເໝີ​ກັນ​ທຸກຄົນ.</verse>
				<verse number="23">ດ້ວຍວ່າ, ທຸກຄົນ​ໄດ້​ເຮັດ​ຜິດບາບ ແລະ​ຂາດ​ຈາກ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ;</verse>
				<verse number="24">ແຕ່​ດ້ວຍ​ພຣະຄຸນ​ອັນ​ບໍ່​ຄິດຄ່າ​ຂອງ​ພຣະເຈົ້າ ພວກເຂົາ​ຈຶ່ງ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ ຜູ້​ທີ່​ປົດປ່ອຍ​ພວກເຂົາ​ໃຫ້​ເປັນ​ອິດສະຫລະ.</verse>
				<verse number="25">ທີ່​ພຣະເຈົ້າ​ໄດ້​ຊົງ​ໃຫ້​ປາກົດ​ນັ້ນ ເພື່ອ​ໃຫ້​ເປັນ​ຜູ້​ໄຖ່​ໂທດ​ແທນ​ບາບກຳ ໂດຍ​ຄວາມເຊື່ອ​ໃນ​ພຣະ​ໂລຫິດ​ຂອງ​ພຣະອົງ ອັນ​ນີ້​ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ຄວາມ​ຍຸດຕິທຳ​ຂອງ​ພຣະເຈົ້າ ໃນ​ການ​ທີ່​ພຣະອົງ​ໄດ້​ຊົງ​ອົດກັ້ນ​ພຣະໄທ​ໄວ້ ແລະ​ບໍ່ໄດ້​ຊົງ​ລົງໂທດ​ມະນຸດ​ທີ່​ໄດ້​ເຮັດ​ຜິດ​ໄປ​ແລ້ວ​ນັ້ນ</verse>
				<verse number="26">ແລະ​ເພື່ອ​ຈະ​ຊົງ​ສຳແດງ​ໃນ​ປະຈຸບັນ​ວ່າ ພຣະອົງ​ຊົງ​ເປັນ​ຜູ້​ຍຸດຕິທຳ ແລະ​ຊົງ​ໂຜດ​ຜູ້​ທີ່​ເຊື່ອ​ໃນ​ພຣະເຢຊູເຈົ້າ​ເປັນ​ຜູ້​ຊອບທຳ​ດ້ວຍ.</verse>
				<verse number="27">ເມື່ອ​ເປັນ​ຢ່າງ​ນັ້ນ​ແລ້ວ ເຮົາ​ຈະ​ເອົາ​ອັນ​ໃດ​ມາ​ອວດ​ກໍ​ໝົດ​ຫົນທາງ ຈະ​ອ້າງ​ຫລັກ​ອັນ​ໃດ​ວ່າ​ໝົດ​ຫົນທາງ ຈະ​ອ້າງ​ຫລັກ​ການ​ປະຕິບັດ​ຕາມ​ກົດບັນຍັດ​ຫລື? ບໍ່ແມ່ນ​ດອກ ແຕ່​ຕ້ອງ​ອ້າງ​ເອົາ​ຫລັກ​ຂອງ​ຄວາມເຊື່ອ.</verse>
				<verse number="28">ໂດຍ​ພວກເຮົາ​ເຫັນ​ວ່າ ຄົນ​ໜຶ່ງ​ຄົນ​ໃດ​ຈະ​ຖື​ວ່າ​ຊອບທຳ​ໄດ້ ກໍ​ຕ້ອງ​ອາໄສ​ຄວາມເຊື່ອ ນອກຈາກ​ການ​ປະຕິບັດ​ຕາມ​ກົດບັນຍັດ.</verse>
				<verse number="29">ຫລື​ວ່າ ພຣະເຈົ້າ​ນັ້ນ​ເປັນ​ພຣະເຈົ້າ​ຂອງ​ຄົນ​ຢິວ​ເທົ່ານັ້ນ​ບໍ? ພຣະອົງ​ບໍ່ໄດ້​ເປັນ​ພຣະເຈົ້າ​ຂອງ​ຄົນຕ່າງຊາດ​ດ້ວຍ​ບໍ? ແມ່ນແລ້ວ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຄົນຕ່າງຊາດ​ດ້ວຍ.</verse>
				<verse number="30">ດ້ວຍວ່າ, ມີ​ພຣະເຈົ້າ​ພຽງແຕ່​ອົງ​ດຽວ ພຣະອົງ​ຈະ​ໃຫ້​ຄົນ​ຢິວ​ເປັນ​ຄົນ​ຊອບທຳ​ໂດຍ​ຄວາມເຊື່ອ​ຂອງ​ພວກເຂົາ ແລະ​ໃຫ້​ຄົນຕ່າງຊາດ​ເປັນ​ຄົນ​ຊອບທຳ ໂດຍ​ຄວາມເຊື່ອ​ຂອງ​ພວກເຂົາ​ເໝືອນກັນ.</verse>
				<verse number="31">ຖ້າ​ຢ່າງ​ນັ້ນ ພວກເຮົາ​ຈະ​ລຶບລ້າງ​ກົດບັນຍັດ​ດ້ວຍ​ຄວາມເຊື່ອ​ຫລື? ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ແຕ່​ພວກເຮົາ​ຍັງ​ເປັນ​ຜູ້​ສະໜັບ​ສະໜູນ​ກົດບັນຍັດ​ອີກ.</verse>
			</chapter>
			<chapter number="4">
				<verse number="1">ຖ້າ​ຢ່າງ​ນັ້ນ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ ເຖິງ​ເລື່ອງ​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຕາມ​ສາຍ​ເລືອດ?</verse>
				<verse number="2">ຖ້າ​ພຣະເຈົ້າ​ຊົງ​ໃຫ້​ເພິ່ນ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ​ຍ້ອນ​ສິ່ງ​ທີ່​ເພິ່ນ​ເຮັດ ເພິ່ນ​ກໍ​ຄົງ​ມີ​ສິ່ງ​ທີ່​ອວດອ້າງ​ໄດ້, ແຕ່​ຕໍ່ໜ້າ​ພຣະເຈົ້າ​ແລ້ວ​ອັບຣາຮາມ​ບໍ່​ສາມາດ​ອວດອ້າງ​ໄດ້.</verse>
				<verse number="3">ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ອັບຣາຮາມ​ໄດ້​ເຊື່ອ​ພຣະເຈົ້າ ແລະ ຍ້ອນ​ຄວາມເຊື່ອ​ນັ້ນ ພຣະເຈົ້າ​ຈຶ່ງ​ຖື​ວ່າ ເພິ່ນ​ເປັນ​ຄົນ​ຊອບທຳ.”</verse>
				<verse number="4">ສ່ວນ​ຄົນ​ທີ່​ເຮັດ​ການ ກໍ​ບໍ່​ຖື​ວ່າ​ຄ່າຈ້າງ​ທີ່​ຕົນ​ໄດ້​ຮັບ​ນັ້ນ​ເປັນ​ບຳເໜັດ ແຕ່​ຖື​ວ່າ​ເປັນ​ຄ່າ​ແຮງງານ​ທີ່​ຕົນ​ໄດ້​ເຮັດ.</verse>
				<verse number="5">ສ່ວນ​ຄົນ​ທີ່​ບໍ່ໄດ້​ອາໄສ​ການ​ປະຕິບັດ ແຕ່​ໄດ້​ໄວ້ວາງໃຈ​ໃນ​ພຣະອົງ ຜູ້​ຊົງ​ໂຜດ​ຄົນ​ບາບ​ໃຫ້​ເປັນ​ຄົນ​ຊອບທຳ ຄວາມເຊື່ອ​ຂອງ​ຄົນ​ນັ້ນ ກໍ​ຖື​ໄດ້​ວ່າ​ເປັນ​ຄົນ​ຊອບທຳ.</verse>
				<verse number="6">ກະສັດ​ດາວິດ​ໄດ້​ເວົ້າ​ເຖິງ​ຄວາມສຸກ​ຂອງ​ຜູ້​ທີ່​ພຣະເຈົ້າ​ຮັບ​ວ່າ ເປັນ​ຄົນ​ຊອບທຳ​ໂດຍ​ບໍ່ໄດ້​ອາໄສ​ການ​ປະຕິບັດ​ວ່າ,</verse>
				<verse number="7">“ຜູ້​ຊຶ່ງ​ໄດ້​ຮັບ​ການອະໄພ​ແກ່​ການ​ລ່ວງ​ລະເມີດ​ຂອງຕົນ ແລະ​ການ​ຜິດບາບ​ຂອງຕົນ​ໄດ້​ຊົງ​ໂຜດ​ປົກບັງ​ໄວ້​ແລ້ວ ຜູ້ນັ້ນ​ແຫຼະ ກໍ​ເປັນສຸກ</verse>
				<verse number="8">ບຸກຄົນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ ບໍ່ໄດ້​ຊົງ​ຖື​ໂທດ ກໍ​ເປັນ​ສຸກ.”</verse>
				<verse number="9">ຖ້າ​ເປັນ​ດັ່ງນັ້ນ, ຄວາມສຸກ​ມີ​ແກ່​ຄົນ​ທີ່​ໄດ້​ຮັບ​ພິທີຕັດ​ແຕ່​ພວກ​ດຽວ​ຫລື ຫລື​ວ່າ​ມີ​ແກ່​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ດ້ວຍ ເພາະ​ເຮົາ​ກ່າວ​ວ່າ, “ອັບຣາຮາມ​ໄດ້​ເຊື່ອ​ພຣະເຈົ້າ ແລະ​ເພາະ​ຄວາມເຊື່ອ​ນັ້ນ ພຣະເຈົ້າ​ຈຶ່ງ​ຊົງ​ຖື​ວ່າ ເພິ່ນ​ເປັນ​ຄົນ​ຊອບທຳ.”</verse>
				<verse number="10">ເລື່ອງ​ນີ້​ເກີດຂຶ້ນ​ໃນ​ເວລາ​ໃດ? ກ່ອນ​ຫລື​ຫລັງ​ທີ່​ອັບຣາຮາມ​ໄດ້​ຮັບ​ພິທີຕັດ? ເກີດຂຶ້ນ​ກ່ອນ ບໍ່ແມ່ນ​ຫລັງຈາກ​ທີ່​ເພິ່ນ​ໄດ້​ຮັບ​ພິທີຕັດ.</verse>
				<verse number="11">ແລະ​ເພິ່ນ​ໄດ້​ຮັບ​ພິທີຕັດ​ນັ້ນ ເປັນ​ໝາຍສຳຄັນ ຄື​ເປັນ​ກາປະທັບ​ຂອງ​ຄວາມ​ຊອບທຳ ຊຶ່ງ​ເກີດ​ດ້ວຍ​ຄວາມເຊື່ອ​ທີ່​ເພິ່ນ​ໄດ້​ມີ​ຢູ່ ເມື່ອ​ເພິ່ນ​ຍັງ​ບໍ່​ທັນ​ໄດ້​ຮັບ​ພິທີຕັດ​ເທື່ອນັ້ນ ເພື່ອ​ເພິ່ນ​ຈະ​ໄດ້​ເປັນ​ບິດາ​ຂອງ​ຄົນ​ທັງປວງ​ທີ່​ເຊື່ອ ຊຶ່ງ​ພຣະເຈົ້າ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ເຖິງ​ແມ່ນ​ວ່າ​ຍັງ​ບໍ່ໄດ້​ຮັບ​ພິທີຕັດ​ກໍຕາມ.</verse>
				<verse number="12">ແລະ​ເພື່ອ​ເພິ່ນ​ຈະ​ເປັນ​ບິດາ​ຂອງ​ຄົນ​ທັງປວງ​ທີ່​ຮັບ​ພິທີຕັດ ແລະ​ບໍ່​ພຽງແຕ່​ຮັບ​ພິທີຕັດ​ເທົ່ານັ້ນ ແຕ່​ມີ​ຄວາມເຊື່ອ​ຕາມ​ແບບ​ຂອງ​ອັບຣາຮາມ ບິດາ​ຂອງ​ເຮົາ​ທັງຫລາຍ ຊຶ່ງ​ເພິ່ນ​ມີ​ຄວາມເຊື່ອ​ເມື່ອ​ຍັງ​ບໍ່​ທັນ​ໄດ້​ຮັບ​ພິທີຕັດ​ນັ້ນ.</verse>
				<verse number="13">ພຣະເຈົ້າ​ໄດ້​ສັນຍາ​ກັບ​ອັບຣາຮາມ ແລະ​ເຊື້ອສາຍ​ຂອງ​ເພິ່ນ​ວ່າ ໂລກນີ້​ຈະ​ເປັນ​ຂອງ​ເພິ່ນ ພຣະເຈົ້າ​ໃຫ້​ຄຳສັນຍາ​ນີ້ ບໍ່ແມ່ນ​ຍ້ອນ​ອັບຣາຮາມ​ຖື​ຮັກສາ​ກົດບັນຍັດ ແຕ່​ຍ້ອນ​ເພິ່ນ​ໄດ້​ເຊື່ອ ແລະ​ພຣະເຈົ້າ​ຖື​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.</verse>
				<verse number="14">ຖ້າ​ວ່າ​ຄົນ​ທີ່​ຖື​ຕາມ​ກົດບັນຍັດ​ນັ້ນ ຈະ​ເປັນ​ເຈົ້າ​ຂອງ​ມໍຣະດົກ ແລ້ວ​ຄວາມເຊື່ອ​ກໍ​ບໍ່ມີ​ປະໂຫຍດ​ຫຍັງ​ໝົດ ແລະ​ພຣະສັນຍາ​ກໍ​ບໍ່ມີ​ຄຸນຄ່າ​ເລີຍ.</verse>
				<verse number="15">ກົດບັນຍັດ​ເປັນ​ເຫດ​ໃຫ້​ພຣະເຈົ້າ​ໂກດຮ້າຍ, ແຕ່​ບ່ອນ​ໃດ​ທີ່​ບໍ່ມີ​ກົດບັນຍັດ ບ່ອນ​ນັ້ນ​ກໍ​ບໍ່ມີ​ການ​ລ່ວງ​ລະເມີດ​ກົດບັນຍັດ.</verse>
				<verse number="16">ດ້ວຍເຫດນີ້​ເອງ, ການ​ທີ່​ໄດ້​ຮັບ​ມໍຣະດົກ​ນັ້ນ ຈຶ່ງ​ຂຶ້ນ​ຢູ່​ກັບ​ຄວາມເຊື່ອ ເພື່ອ​ຈະ​ໄດ້​ເປັນ​ຕາມ​ພຣະຄຸນ ເພື່ອ​ພຣະສັນຍາ​ນັ້ນ​ຈະ​ເປັນ​ທີ່​ວາງ​ໃຈ​ແກ່​ຜູ້​ສືບ​ເຊື້ອສາຍ​ຂອງ​ເພິ່ນ​ທຸກຄົນ ແລະ​ບໍ່ແມ່ນ​ຜູ້​ສືບ​ເຊື້ອສາຍ​ທີ່​ຖື​ກົດບັນຍັດ​ພວກ​ດຽວ, ແຕ່​ແກ່​ບັນດາ​ຄົນ​ທີ່​ມີ​ຄວາມເຊື່ອ​ຢ່າງ​ດຽວກັນ​ກັບ​ອັບຣາຮາມ ຜູ້​ເປັນ​ບິດາ​ຂອງ​ພວກເຮົາ​ທັງໝົດ.</verse>
				<verse number="17">ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ, “ເຮົາ​ໄດ້​ຕັ້ງ​ເຈົ້າ​ໃຫ້​ເປັນ​ບິດາ​ຂອງ​ຫລາຍ​ຊົນຊາດ” ຕັ້ງ​ໄວ້​ຈຳເພາະ​ພຣະພັກ​ພຣະເຈົ້າ​ທີ່​ເພິ່ນ​ໄດ້​ເຊື່ອ​ນັ້ນ ຄື​ພຣະເຈົ້າ​ຜູ້​ຊົງ​ບັນດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ ມີ​ຊີວິດ​ຄືນ​ມາ ແລະ​ຊົງ​ເອີ້ນ​ສິ່ງ​ຂອງ​ທີ່​ບໍ່ມີ ໃຫ້​ເກີດ​ມີ​ຂຶ້ນ​ມາ.</verse>
				<verse number="18">ຝ່າຍ​ອັບຣາຮາມ​ນັ້ນ ເມື່ອ​ບໍ່ມີ​ຄວາມຫວັງ​ທີ່​ໜ້າ​ໄວ້ວາງໃຈ​ແລ້ວ ກໍ​ຍັງ​ເຊື່ອ​ໄວ້ວາງໃຈ ມີ​ຄວາມຫວັງ​ວ່າ​ຈະ​ເປັນ “ບິດາ​ຂອງ​ມວນ​ປະຊາຊາດ” ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ເປັນ​ຢ່າງ​ນັ້ນ.”</verse>
				<verse number="19">ເຖິງ​ແມ່ນ​ວ່າ ອັບຣາຮາມ​ມີ​ອາຍຸ​ສັງຂານ​ປະມານ​ຮ້ອຍ​ປີ​ແລ້ວ, ແຕ່​ຄວາມເຊື່ອ​ຂອງ​ເພິ່ນ​ບໍ່ໄດ້​ລົດນ້ອຍ​ຖອຍລົງ​ເລີຍ ເມື່ອ​ຄິດເຖິງ​ຮ່າງກາຍ​ຂອງຕົນ ທີ່​ປຽບ​ເໝືອນ​ຄື​ຕາຍ​ແລ້ວ ແລະ​ຄິດເຖິງ​ຊາຣາ​ເມຍ​ຂອງ​ເພິ່ນ​ທີ່​ເປັນ​ໝັນ.</verse>
				<verse number="20">ເພິ່ນ​ບໍ່ໄດ້​ເສຍ​ຄວາມເຊື່ອ ແລະ​ບໍ່ໄດ້​ສົງໄສ​ໃນ​ຄຳສັນຍາ​ຂອງ​ພຣະເຈົ້າ, ແຕ່​ຄວາມເຊື່ອ​ຂອງ​ເພິ່ນ​ເຂັ້ມແຂງ​ຂຶ້ນ, ເພິ່ນ​ຈຶ່ງ​ໄດ້​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ.</verse>
				<verse number="21">ເພິ່ນ​ເຊື່ອໝັ້ນ​ວ່າ ພຣະເຈົ້າ​ຊົງ​ຣິດອຳນາດ​ຈະ​ເຮັດ​ໃຫ້​ສຳເລັດ​ຕາມ​ພຣະສັນຍາ​ທີ່​ມີ​ໄວ້​ກັບ​ຕົນ.</verse>
				<verse number="22">ດ້ວຍເຫດນີ້ ໂດຍ​ຄວາມເຊື່ອ​ຂອງ​ອັບຣາຮາມ ພຣະເຈົ້າ​ຈຶ່ງ “ຊົງ​ຖື​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.”</verse>
				<verse number="23">ແຕ່​ຄຳ​ວ່າ, “ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ” ບໍ່ໄດ້​ຂຽນ​ໄວ້​ສຳລັບ​ເພິ່ນ​ຜູ້​ດຽວ.</verse>
				<verse number="24">ຄຳ​ເຫຼົ່ານີ້​ໄດ້​ຂຽນ​ໄວ້​ສຳລັບ​ເຮົາ​ທັງຫລາຍ​ອີກ​ດ້ວຍ ຊຶ່ງ​ເປັນ​ພວກ​ທີ່​ພຣະເຈົ້າ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ຄື​ພວກເຮົາ​ທີ່​ເຊື່ອ​ໃນ​ພຣະອົງ ອົງ​ທີ່​ບັນດານ​ໃຫ້​ພຣະເຢຊູເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ເປັນ​ຄືນ​ມາ​ຈາກ​ຕາຍ.</verse>
				<verse number="25">ພຣະອົງ​ຜູ້​ຊົງ​ຖືກ​ມອບ​ໄວ້​ໃຫ້​ເຖິງ​ແກ່​ຄວາມ​ຕາຍ​ແລ້ວ ເພາະ​ບາບກຳ​ຂອງ​ພວກເຮົາ ແລະ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ ເພື່ອ​ໃຫ້​ພວກເຮົາ​ໄດ້​ຊົງ​ຖື​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ.</verse>
			</chapter>
			<chapter number="5">
				<verse number="1">ດ້ວຍເຫດນີ້ ເມື່ອ​ພວກເຮົາ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ເພາະ​ດ້ວຍ​ຄວາມເຊື່ອ​ແລ້ວ​ພວກເຮົາ​ຈຶ່ງ​ມີ ສັນຕິສຸກ​ກັບ​ພຣະເຈົ້າ​ໂດຍ​ທາງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.</verse>
				<verse number="2">ໂດຍ​ທາງ​ພຣະອົງ ເຮົາ​ຈຶ່ງ​ໄດ້​ເຂົ້າ​ໄປ​ໃນ​ຮົ່ມ​ພຣະຄຸນ ຊຶ່ງ​ບັດນີ້​ພວກເຮົາ​ຕັ້ງໝັ້ນ​ຢູ່​ດ້ວຍ​ຄວາມເຊື່ອ ແລະ​ພວກເຮົາ​ຊື່ນຊົມ​ຍິນດີ ໃນ​ຄວາມຫວັງ​ວ່າ​ຈະ​ໄດ້​ມີ​ສ່ວນ​ໃນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ</verse>
				<verse number="3">ຫລາຍກວ່າ​ນັ້ນ​ອີກ ພວກເຮົາ​ກໍ​ມີ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ຄວາມ​ຍາກ​ລຳບາກ​ດ້ວຍ ເພາະ​ຮູ້​ແລ້ວ​ວ່າ​ຄວາມ​ຍາກ​ລຳບາກ​ນັ້ນ ເຮັດ​ໃຫ້​ເກີດ​ມີ​ຄວາມ​ອົດທົນ</verse>
				<verse number="4">ແລະ​ຄວາມ​ອົດທົນ​ນັ້ນ ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ທີ່​ພຣະເຈົ້າ​ຊົງ​ເຫັນ​ຊອບ ແລະ​ການ​ທີ່​ຊົງ​ເຫັນ​ຊອບ​ນັ້ນ​ເຮັດ​ໃຫ້​ມີ​ຄວາມ​ໄວ້ວາງໃຈ.</verse>
				<verse number="5">ແລະ​ຄວາມ​ໄວ້ວາງໃຈ ບໍ່​ຫ່ອນ​ເຮັດ​ໃຫ້​ມີ​ຄວາມ​ເສຍໃຈ ເພາະ​ຜິດຫວັງ ເພາະ​ເຫັນ​ວ່າ​ພຣະເຈົ້າ​ຊົງ​ເປັ່ງ​ຄວາມຮັກ​ຂອງ​ພຣະອົງ​ເຂົ້າ​ໃນ​ໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ພຣະອົງ​ໄດ້​ຊົງ​ປະທານ​ໃຫ້​ແກ່​ເຮົາ​ທັງຫລາຍ​ແລ້ວ.</verse>
				<verse number="6">ຂະນະທີ່​ພວກເຮົາ​ຍັງ​ຂາດ​ກຳລັງ​ຢູ່​ນັ້ນ ພຣະຄຣິດ​ໄດ້​ຕາຍ​ເພື່ອ​ຊ່ວຍ​ຄົນ​ບາບ​ຕາມ​ເວລາ​ທີ່​ເໝາະສົມ.</verse>
				<verse number="7">ດ້ວຍວ່າ, ບໍ່​ຄ່ອຍ​ຈະ​ມີ​ຜູ້ໃດ​ຍອມ​ຕາຍ​ແທນ​ຄົນ​ຊອບທຳ, ແຕ່​ບາງທີ​ອາດ​ມີ​ຄົນ​ກ້າ​ຕາຍ​ແທນ​ຄົນ​ດີ​ກໍໄດ້.</verse>
				<verse number="8">ແຕ່​ພຣະເຈົ້າ​ໄດ້​ຊົງ​ສຳແດງ​ໃຫ້​ພວກເຮົາ​ເຫັນ​ວ່າ ພຣະອົງ​ຊົງ​ຮັກ​ພວກເຮົາ​ຫລາຍ​ເທົ່າ​ໃດ ຄື​ຂະນະທີ່​ພວກເຮົາ​ຍັງ​ເປັນ​ຄົນ​ບາບ​ຢູ່​ນັ້ນ ພຣະຄຣິດ​ໄດ້​ຊົງ​ຍອມ​ຕາຍ​ແທນ​ເຮົາ​ທັງຫລາຍ.</verse>
				<verse number="9">ດ້ວຍເຫດນັ້ນ ເມື່ອ​ພວກເຮົາ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ແລ້ວ ດ້ວຍ​ເລືອດ​ຂອງ​ພຣະອົງ ຫລາຍກວ່າ​ນັ້ນ​ອີກ ພວກເຮົາ​ຈະ​ໄດ້​ພົ້ນ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ໂດຍ​ພຣະອົງ.</verse>
				<verse number="10">ພວກເຮົາ​ເຄີຍ​ເປັນ​ສັດຕູ​ຂອງ​ພຣະເຈົ້າ ແຕ່​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຮົາ​ຄືນ​ດີ​ກັບ​ພຣະອົງ ຜ່ານ​ທາງ​ຄວາມ​ຕາຍ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ. ເມື່ອ​ເຮົາ​ທັງຫລາຍ​ໄດ້​ຄືນດີ​ກັບ​ພຣະເຈົ້າ​ແລ້ວ ຫລາຍກວ່າ​ນັ້ນ​ອີກ ພຣະອົງ​ຈະ​ຊົງ​ໂຜດ​ໃຫ້​ພວກເຮົາ​ໄດ້​ພົ້ນ​ໂດຍ​ການ​ຄືນພຣະຊົນ​ຂອງ​ພຣະອົງ.</verse>
				<verse number="11">ບໍ່​ພຽງແຕ່​ເທົ່ານັ້ນ ພວກເຮົາ​ຍັງ​ຊື່ນຊົມ​ຍິນດີ​ໃນ​ພຣະເຈົ້າ​ໂດຍ​ທາງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ເປັນ​ເຫດ​ໃຫ້​ເຮົາ​ທັງຫລາຍ​ໄດ້​ຄືນ​ດີ​ກັບ​ພຣະເຈົ້າ.</verse>
				<verse number="12">ດ້ວຍເຫດນັ້ນ ຄວາມ​ບາບ​ໄດ້​ເຂົ້າ​ມາ​ໃນ​ໂລກ ເພາະ​ດ້ວຍ​ມະນຸດ​ຄົນ​ດຽວ ແລະ​ຄວາມ​ຕາຍ​ກໍໄດ້​ເກີດ​ມາ​ຍ້ອນ​ຄວາມ​ຜິດບາບ​ນັ້ນ. ຢ່າງ​ນັ້ນ​ແຫຼະ ຄວາມ​ຕາຍ​ຈຶ່ງ​ໄດ້​ລາມ​ໄປ​ເຖິງ​ມະນຸດ​ທຸກຄົນ ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ​ແລ້ວ.</verse>
				<verse number="13">ແທ້ຈິງ​ແລ້ວ ຄວາມ​ຜິດບາບ​ມີ​ຢູ່​ໃນ​ໂລກນີ້​ກ່ອນ​ມີ​ກົດບັນຍັດ, ແຕ່​ວ່າ​ເມື່ອ​ບໍ່ມີ​ກົດບັນຍັດ ກໍ​ບໍ່​ຖື​ວ່າ​ມີ​ຜິດ.</verse>
				<verse number="14">ເຖິງ​ຢ່າງ​ໃດ​ກໍຕາມ ຄວາມ​ຕາຍ​ໄດ້​ຄອບ​ງຳ​ຕະຫລອດ​ມາ ຕັ້ງແຕ່​ອາດາມ​ຈົນເຖິງ​ໂມເຊ ແມ່ນ​ວ່າ​ຄົນ​ທີ່​ບໍ່ໄດ້​ເຮັດ​ບາບ​ຢ່າງ​ດຽວ​ກັບ​ການ​ລະເມີດ​ຂອງ​ອາດາມ​ຜູ້​ຊຶ່ງ​ເປັນ​ແບບ ໝາຍ​ເຖິງ​ພຣະ​ຜູ້​ທີ່​ຈະ​ມາ​ພາຍຫລັງ​ນັ້ນ.</verse>
				<verse number="15">ແຕ່​ວ່າ​ຂອງ​ປະທານ​ທີ່​ມາ​ດ້ວຍ​ພຣະຄຸນ​ນັ້ນ​ບໍ່​ເໝືອນ​ກັບ​ການ​ລະເມີດ ເພາະ​ຖ້າ​ຄົນ​ຈຳນວນ​ຫລວງຫລາຍ​ຕ້ອງ​ຕາຍ ເພາະ​ການ​ລະເມີດ​ຂອງ​ມະນຸດ​ຄົນ​ດຽວ ຫລາຍກວ່າ​ນັ້ນ​ອີກ ພຣະຄຸນ​ຂອງ​ພຣະເຈົ້າ ແລະ​ຂອງ​ປະທານ​ທີ່​ມາ​ດ້ວຍ​ພຣະຄຸນ​ຂອງ​ພຣະອົງ​ຜູ້​ດຽວ ຄື​ພຣະເຢຊູ​ຄຣິດເຈົ້າ​ກໍ​ມີ​ບໍຣິບູນ​ແກ່​ຄົນ​ຈຳນວນ​ຫລາຍ​ດ້ວຍ.</verse>
				<verse number="16">ແລະ​ຂອງ​ປະທານ​ນັ້ນ ກໍ​ບໍ່​ເໝືອນ​ກັບ​ຜົນ​ທີ່​ເກີດ​ຈາກ​ບາບກຳ​ຂອງ​ມະນຸດ​ຜູ້​ດຽວ ເພາະວ່າ​ການ​ຊົງ​ພິພາກສາ ທີ່​ຈະ​ເກີດຂຶ້ນ​ເນື່ອງ​ຈາກ​ການ​ລະເມີດ​ພຽງ​ເທື່ອ​ດຽວ ໄດ້​ນຳ​ໄປ​ສູ່​ການ​ລົງໂທດ, ແຕ່​ຂອງ​ປະທານ​ຈາກ​ພຣະເຈົ້າ ພາຍຫລັງ​ການ​ລະເມີດ​ຫລາຍ​ຄັ້ງ​ນັ້ນ ກໍ​ນຳ​ໄປ​ສູ່​ຄວາມ​ຊອບທຳ.</verse>
				<verse number="17">ຖ້າ​ຫາກ​ວ່າ​ໂດຍ​ການ​ລະເມີດ​ຂອງ​ມະນຸດ​ຄົນ​ດຽວ ເປັນ​ເຫດ​ໃຫ້​ຄວາມ​ຕາຍ​ໄດ້​ຄອບງຳ​ເພາະ​ຄົນ​ຜູ້​ດຽວ​ນັ້ນ ຫລາຍກວ່າ​ນັ້ນ​ອີກ ຄົນ​ຈຳນວນ​ຫລາຍ​ທີ່​ຮັບ​ພຣະຄຸນ​ອັນ​ບໍລິບູນ ແລະ​ຮັບ​ຂອງ​ປະທານ​ຄື​ຄວາມ​ຊອບທຳ ກໍ​ຈະ​ດຳລົງ​ຊີວິດ​ແລະ​ຄອບຄອງ​ໂດຍ​ພຣະອົງ​ຜູ້​ດຽວ ຄື​ພຣະເຢຊູ​ຄຣິດເຈົ້າ.</verse>
				<verse number="18">ເພາະສະນັ້ນ ການ​ພິພາກສາ​ລົງໂທດ​ໄດ້​ມາ​ເຖິງ​ຄົນ​ທັງປວງ ເພາະ​ການ​ລະເມີດ​ພຽງ​ເທື່ອ​ດຽວ​ສັນໃດ ການ​ກະທຳ​ອັນ​ຊອບທຳ​ເທື່ອ​ດຽວ ກໍ​ນຳ​ຄວາມ​ຊອບທຳ​ທີ່​ໃຫ້​ມີ​ຊີວິດ ມາ​ເຖິງ​ທຸກຄົນ​ສັນນັ້ນ.</verse>
				<verse number="19">ດ້ວຍວ່າ, ມະນຸດ​ທຸກຄົນ​ຕົກ​ເປັນ​ຄົນ​ມີ​ບາບກຳ ເພາະ​ມະນຸດ​ຄົນ​ດຽວ​ທີ່​ບໍ່​ເຊື່ອຟັງ​ສັນໃດ, ຄົນ​ຈຳນວນ​ຫລາຍ ກໍ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ເພາະ​ພຣະອົງ​ຜູ້​ດຽວ​ທີ່​ໄດ້​ຊົງ​ເຊື່ອຟັງ​ສັນນັ້ນ.</verse>
				<verse number="20">ກົດບັນຍັດ​ຖືກ​ນຳ​ເຂົ້າ​ມາ​ສູ່​ໂລກ ກໍ​ເພື່ອ​ໃຫ້​ການ​ເຮັດ​ຜິດ​ຈະ​ປາກົດ​ຫລາຍ​ຂຶ້ນ, ແຕ່​ບ່ອນ​ໃດ​ມີ​ບາບ​ຫລາຍ​ຂຶ້ນ ບ່ອນ​ນັ້ນ​ກໍ​ມີ​ພຣະຄຸນ​ຂອງ​ພຣະເຈົ້າ​ຫລາຍ​ເພີ່ມ​ຂຶ້ນ.</verse>
				<verse number="21">ເພື່ອ​ວ່າ​ບາບກຳ​ໄດ້​ຄອບງຳ​ໃຫ້​ເຖິງ​ຊຶ່ງ​ຄວາມ​ຕາຍ​ສັນໃດ, ພຣະຄຸນ​ຂອງ​ພຣະເຈົ້າ​ກໍ​ຄອບງຳ​ໃຫ້​ເຖິງ​ຊຶ່ງ​ຄວາມ​ຊອບທຳ ທັງ​ນຳ​ພວກເຮົາ​ໄປ​ສູ່​ຊີວິດ​ນິຣັນດອນ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ ອົງ​ພຣະຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ສັນນັ້ນ.</verse>
			</chapter>
			<chapter number="6">
				<verse number="1">ຖ້າ​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ພວກເຮົາ​ຄວນ​ສືບຕໍ່​ເຮັດ​ບາບ ເພື່ອ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ມີ​ຫລາຍ​ຂຶ້ນ​ຕື່ມ​ຊັ້ນບໍ?</verse>
				<verse number="2">ບໍ່​ເປັນ​ຢ່າງ​ນັ້ນ​ດອກ ພວກເຮົາ​ຜູ້​ຕາຍ​ຕໍ່​ບາບກຳ​ນັ້ນ​ແລ້ວ ຈະ​ສືບຕໍ່​ດຳເນີນ​ຊີວິດ​ແບບ​ນັ້ນ​ໄດ້​ຢ່າງ​ໃດ?</verse>
				<verse number="3">ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ເມື່ອ​ພວກເຮົາ​ທຸກຄົນ​ໄດ້​ຮັບ​ບັບຕິສະມາ​ຮ່ວມ​ເຂົ້າ​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ ພວກເຮົາ​ກໍໄດ້​ຮັບ​ບັບຕິສະມາ​ຮ່ວມ​ເຂົ້າ​ໃນ​ຄວາມ​ຕາຍ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="4">ເຫດສະນັ້ນ ພວກເຮົາ​ຈຶ່ງ​ໄດ້​ຖືກ​ຝັງ​ໄວ້​ກັບ​ພຣະອົງ ດ້ວຍ​ການ​ຮັບ​ບັບຕິສະມາ​ແລ້ວ ເພື່ອ​ໃຫ້​ເຮົາ​ເຂົ້າ​ໃນ​ຄວາມ​ຕາຍ​ຂອງ​ພຣະອົງ ເໝືອນ​ດັ່ງ​ພຣະຄຣິດ​ໄດ້​ຖືກ​ຊົງ​ບັນດານ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ ໂດຍ​ສະຫງ່າຣາສີ​ຂອງ​ພຣະບິດາເຈົ້າ​ແລ້ວ​ສັນໃດ ພວກເຮົາ​ກໍ​ຈະ​ໄດ້​ດຳເນີນ​ຕາມ​ຊີວິດ​ໃໝ່​ເໝືອນກັນ​ສັນນັ້ນ.</verse>
				<verse number="5">ເພາະວ່າ ຖ້າ​ພວກເຮົາ​ເຂົ້າ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ພຣະອົງ​ແລ້ວ ໃນ​ຄວາມ​ຕາຍ​ຢ່າງ​ພຣະອົງ​ສັນໃດ ພວກເຮົາ​ກໍ​ຈະ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພຣະອົງ ໃນ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຢ່າງ​ພຣະອົງ​ສັນນັ້ນ.</verse>
				<verse number="6">ພວກເຮົາ​ຮູ້​ສິ່ງ​ນີ້​ແລ້ວ​ວ່າ ຊີວິດ​ເກົ່າ​ຂອງ​ພວກເຮົາ​ນັ້ນ ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະອົງ​ແລ້ວ ແລະ​ຊີວິດ​ເກົ່າ​ຊຶ່ງ​ເປັນ​ທີ່​ຢູ່​ຂອງ​ບາບກຳ​ນັ້ນ ຈະ​ຖືກ​ທຳລາຍ​ເສຍ ແລະ​ພວກເຮົາ​ກໍ​ຈະ​ບໍ່ໄດ້​ເປັນ​ທາດ​ຂອງ​ຄວາມ​ບາບ​ອີກ​ຕໍ່ໄປ.</verse>
				<verse number="7">ດ້ວຍວ່າ, ຜູ້​ທີ່​ຕາຍໄປ​ແລ້ວ ກໍ​ພົ້ນ​ຈາກ​ອຳນາດ​ຂອງ​ຄວາມ​ບາບ.</verse>
				<verse number="8">ແຕ່​ຖ້າ​ຜູ້ໃດ ໄດ້​ຕາຍ​ກັບ​ພຣະຄຣິດ​ແລ້ວ ພວກເຮົາ​ກໍ​ເຊື່ອ​ວ່າ​ຜູ້ນັ້ນ​ຈະ​ມີ​ຊີວິດ​ຢູ່​ດ້ວຍກັນ​ກັບ​ພຣະອົງ.</verse>
				<verse number="9">ເພາະ​ພວກເຮົາ​ຮູ້​ວ່າ ພຣະຄຣິດ​ຜູ້​ທີ່​ຖືກ​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ ຈະ​ບໍ່​ຕາຍ​ອີກ​ຈັກເທື່ອ ຄື​ຄວາມ​ຕາຍ​ບໍ່ມີ​ອຳນາດ​ເໜືອ​ພຣະອົງ​ອີກ​ຕໍ່ໄປ.</verse>
				<verse number="10">ໃນ​ຄວາມ​ຕາຍ​ນັ້ນ ພຣະອົງ​ໄດ້​ຕາຍ​ຕໍ່​ບາບກຳ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ, ແຕ່​ໃນ​ການ​ທີ່​ພຣະອົງ​ມີ​ຊີວິດ​ຢູ່​ໃນ​ເວລາ​ນີ້​ນັ້ນ ພຣະອົງ​ກໍ​ມີ​ຊີວິດ​ຢູ່​ເພື່ອ​ພຣະເຈົ້າ.</verse>
				<verse number="11">ຢ່າງ​ດຽວກັນ​ນັ້ນ​ແຫຼະ ພວກເຈົ້າ​ຈົ່ງ​ຖື​ວ່າ​ພວກເຈົ້າ​ໄດ້​ຕາຍ​ຕໍ່​ຄວາມ​ບາບ​ແລ້ວ ແຕ່​ມີ​ຊີວິດ​ຢູ່​ເພື່ອ​ພຣະເຈົ້າ​ໃນ​ພຣະເຢຊູ​ຄຣິດເຈົ້າ.</verse>
				<verse number="12">ເຫດສະນັ້ນ ຢ່າ​ໃຫ້​ຄວາມ​ຜິດບາບ​ໄດ້​ປົກຄອງ​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ອີກ​ຕໍ່ໄປ ຊຶ່ງ​ເຮັດ​ໃຫ້​ຕ້ອງ​ເຊື່ອຟັງ​ຕາມ​ຕັນຫາ​ຂອງ​ກາຍ​ນັ້ນ.</verse>
				<verse number="13">ຢ່າ​ມອບ​ອະໄວຍະວະ​ຂອງ​ພວກເຈົ້າ​ໃຫ້​ແກ່​ການບາບ​ອີກ​ຕໍ່ໄປ ເພື່ອ​ໃຫ້​ເປັນ​ເຄື່ອງ​ມື​ຮັບໃຊ້​ໃນ​ການ​ຊົ່ວຮ້າຍ, ແຕ່​ຈົ່ງ​ມອບ​ຕົວ​ຂອງ​ພວກເຈົ້າ​ຖວາຍ​ແກ່​ພຣະເຈົ້າ​ເປັນ​ການ​ສິ້ນສຸດ ເໝືອນ​ກັບ​ບຸກຄົນ​ທີ່​ຖືກ​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ແລະ​ຈົ່ງ​ມອບ​ອະໄວຍະວະ​ທຸກ​ພາກ​ສ່ວນ​ຂອງ​ພວກເຈົ້າ​ຖວາຍ​ແກ່​ພຣະເຈົ້າ​ເປັນ​ການ​ສິ້ນສຸດ ເພື່ອ​ເປັນ​ເຄື່ອງໃຊ້​ໃນ​ການ​ຊອບທຳ​ຕໍ່ໄປ.</verse>
				<verse number="14">ດ້ວຍວ່າ, ການບາບ​ຈະ​ບໍ່​ຄອບງຳ​ພວກເຈົ້າ​ອີກ​ຕໍ່ໄປ ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຢູ່​ໃຕ້​ກົດບັນຍັດ, ແຕ່​ຢູ່​ໃຕ້​ພຣະຄຸນ​ຂອງ​ພຣະເຈົ້າ.</verse>
				<verse number="15">ຖ້າ​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ພວກເຮົາ​ຈະ​ເຮັດ​ບາບ ເພາະ​ບໍ່ໄດ້​ຢູ່​ໃຕ້​ກົດບັນຍັດ ແຕ່​ຢູ່​ໃຕ້​ພຣະຄຸນ​ຂອງ​ພຣະເຈົ້າ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ</verse>
				<verse number="16">ແນ່ນອນ​ພວກເຈົ້າ​ກໍ​ຮູ້​ດີ​ວ່າ ເມື່ອ​ພວກເຈົ້າ​ຍອມ​ເປັນ​ທາດ​ເຊື່ອຟັງ​ຜູ້ໃດ ພວກເຈົ້າ​ກໍ​ເປັນ​ທາດ​ຂອງ​ນາຍ​ທີ່​ພວກເຈົ້າ​ເຊື່ອຟັງ​ນັ້ນ ຄື​ເປັນ​ທາດ​ຂອງ​ບາບກຳ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ຫລື​ເປັນ​ທາດ​ຂອງ​ຄວາມ​ເຊື່ອຟັງ ຊຶ່ງ​ນຳ​ໄປ​ສູ່​ການ​ເປັນ​ຄົນ​ຊອບທຳ.</verse>
				<verse number="17">ແຕ່​ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພາະ​ເມື່ອ​ກ່ອນ​ພວກເຈົ້າ​ໄດ້​ເປັນ​ທາດ​ຂອງ​ຄວາມ​ບາບ, ແຕ່​ບັດນີ້​ພວກເຈົ້າ​ໄດ້​ເຊື່ອຟັງ​ຫລັກ​ຄຳ​ສອນ​ນັ້ນ ຊຶ່ງ​ຊົງ​ໃຫ້​ຄອບຄອງ​ພວກເຈົ້າ.</verse>
				<verse number="18">ເມື່ອ​ພວກເຈົ້າ​ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ຄວາມ​ບາບ​ແລ້ວ ພວກເຈົ້າ​ໄດ້​ກາຍ​ມາ​ເປັນ​ຂ້າທາດ​ຂອງ​ຄວາມ​ຊອບທຳ.</verse>
				<verse number="19">ເຮົາ​ຍົກ​ເອົາ​ຕົວຢ່າງ​ຂອງ​ມະນຸດ​ມາ​ກ່າວ ເພາະ​ເຫດ​ຄວາມ​ຈຳກັດ​ຢ່າງ​ມະນຸດ​ທຳມະດາ​ຂອງ​ພວກເຈົ້າ. ເມື່ອ​ກ່ອນ​ພວກເຈົ້າ​ໄດ້​ເຄີຍ​ມອບ​ອະໄວຍະວະ​ຂອງ​ພວກເຈົ້າ​ໝົດ​ທັງສິ້ນ ໃຫ້​ເປັນ​ທາດ​ຂອງ​ຄວາມ​ຊົ່ວ​ມົວໝອງ​ແລະ​ຄວາມ​ອະທຳ ເພື່ອ​ເຮັດ​ການ​ອະທຳ​ອັນ​ຊົ່ວຮ້າຍ​ສັນໃດ, ບັດນີ້ ພວກເຈົ້າ​ຈົ່ງ​ມອບ​ອະໄວຍະວະ​ໃຫ້​ເປັນ​ທາດ​ຂອງ​ຄວາມ​ຊອບທຳ​ເປັນ​ການ​ສິ້ນສຸດ ເພື່ອ​ໃຫ້​ເຖິງ​ການ​ຊຳລະ​ໃຫ້​ບໍຣິສຸດ​ສັນນັ້ນ.</verse>
				<verse number="20">ເມື່ອ​ພວກເຈົ້າ​ເປັນ​ທາດ​ຂອງ​ຄວາມ​ບາບ​ຢູ່​ນັ້ນ ຄວາມ​ຊອບທຳ​ກໍ​ບໍ່ໄດ້​ຄຸ້ມຄອງ​ພວກເຈົ້າ.</verse>
				<verse number="21">ດັ່ງນັ້ນ ພວກເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ ຈາກ​ການ​ກະທຳ​ອັນ​ອັບອາຍ​ທີ່​ພວກເຈົ້າ​ເຮັດ​ຢູ່​ໃນ​ເວລາ​ນີ້? ເພາະ​ຜົນ​ຂອງ​ການ​ເຮັດ​ຢ່າງ​ນັ້ນ ກໍ​ຄື​ຄວາມ​ຕາຍ.</verse>
				<verse number="22">ແຕ່​ບັດນີ້ ພວກເຈົ້າ​ໄດ້​ເປັນ​ອິດສະຫລະ​ຈາກ​ຄວາມ​ບາບ​ແລ້ວ ແລະ​ໄດ້​ກັບ​ມາ​ເປັນ​ທາດ​ຂອງ​ພຣະເຈົ້າ​ແລ້ວ ຜົນ​ຕອບ​ແທນ​ຂອງ​ພວກເຈົ້າ ຄື​ການ​ຖືກ​ຊຳລະ​ໃຫ້​ບໍຣິສຸດ ແລະ​ຜົນ​ສຸດທ້າຍ​ກໍ​ຄື​ຊີວິດ​ນິຣັນດອນ.</verse>
				<verse number="23">ດ້ວຍວ່າ, ຄ່າຈ້າງ​ຂອງ​ຄວາມ​ຜິດບາບ​ກໍ​ຄື​ຄວາມ​ຕາຍ ແຕ່​ຂອງ​ພຣະຣາຊທານ​ອັນ​ໂຜດ​ມາ​ແຕ່​ພຣະເຈົ້າ ກໍ​ຄື​ຊີວິດ​ນິຣັນດອນ​ໃນ​ພຣະເຢຊູ​ຄຣິດເຈົ້າ ອົງ​ພຣະຜູ້​ເປັນເຈົ້າ​ຂອງ​ພວກເຮົາ.</verse>
			</chapter>
			<chapter number="7">
				<verse number="1">ພວກ​ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຈົ້າ​ບໍ່​ຮູ້​ຫລື (ເຮົາ​ກຳລັງ​ເວົ້າ​ກັບ​ຄົນ​ທີ່​ຮູ້ຈັກ​ກົດລະບຽບ​ແລ້ວ) ວ່າ​ກົດໝາຍ​ອັນ​ໃດ​ມີ​ອຳນາດ​ເໜືອ​ມະນຸດ ກໍ​ໃນ​ຂະນະທີ່​ເຂົາ​ຍັງ​ມີ​ຊີວິດ​ຢູ່​ເທົ່ານັ້ນ.</verse>
				<verse number="2">ຍົກ​ຕົວຢ່າງ ຍິງ​ທີ່​ແຕ່ງງານ​ແລ້ວ ຕາບໃດ​ທີ່​ຜົວ​ຂອງ​ນາງ​ຍັງ​ມີ​ຊີວິດ​ຢູ່ ນາງ​ຕ້ອງ​ຜູກພັນ​ຢູ່​ກັບ​ຜົວ​ຕາມ​ກົດໝາຍ, ແຕ່​ຖ້າ​ຜົວ​ຂອງ​ນາງ​ຕາຍໄປ ນາງ​ກໍ​ພົ້ນ​ຈາກ​ກົດໝາຍ​ນັ້ນ.</verse>
				<verse number="3">ສະນັ້ນ ຖ້າ​ນາງ​ຢູ່​ກິນ​ກັບ​ຊາຍ​ອື່ນ ເມື່ອ​ຜົວ​ຍັງ​ມີ​ຊີວິດ​ຢູ່ ນາງ​ກໍ​ຈະ​ໄດ້​ຊື່​ວ່າ ເປັນ​ຍິງ​ຫລິ້ນຊູ້, ແຕ່​ຖ້າ​ຜົວ​ຂອງ​ນາງ​ຕາຍໄປ ນາງ​ກໍ​ເປັນ​ອິດສະຫລະ​ຕາມ​ກົດໝາຍ, ຖ້າ​ນາງ​ແຕ່ງງານ​ກັບ​ຊາຍ​ອື່ນ ນາງ​ບໍ່​ຜິດ​ໃນ​ຖານ​ຫລິ້ນຊູ້.</verse>
				<verse number="4">ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຈົ້າ​ໄດ້​ຕາຍ​ຈາກ​ກົດບັນຍັດ ໂດຍ​ພຣະກາຍ​ຂອງ​ພຣະຄຣິດ, ເພື່ອ​ພວກເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ອື່ນ ຄື​ຂອງ​ພຣະອົງ ຜູ້​ຊົງ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ເພື່ອ​ພວກເຮົາ​ຈະ​ເກີດຜົນ​ຖວາຍ​ແດ່​ພຣະເຈົ້າ.</verse>
				<verse number="5">ດ້ວຍວ່າ, ເມື່ອ​ພວກເຮົາ​ດຳເນີນ​ຊີວິດ​ຕາມ​ເນື້ອໜັງ ຊຶ່ງ​ກົດບັນຍັດ​ຍົວະເຍົ້າ​ໃຫ້​ເກີດຂຶ້ນ​ນັ້ນ ໄດ້​ເຮັດ​ໃຫ້​ອະໄວຍະວະ​ຂອງເຮົາ​ເກີດຜົນ ຊຶ່ງ​ນຳ​ໄປ​ສູ່​ຄວາມ​ຕາຍ.</verse>
				<verse number="6">ແຕ່​ບັດນີ້ ພວກເຮົາ​ໄດ້​ພົ້ນ​ຈາກ​ກົດບັນຍັດ​ແລ້ວ ເພາະ​ພວກເຮົາ​ໄດ້​ຕາຍ​ຕໍ່​ສິ່ງ​ທີ່​ເຄີຍ​ຜູກມັດ​ໃຫ້​ເປັນ​ຊະເລີຍ​ໃນ​ເມື່ອ​ກ່ອນ​ນັ້ນ, ເພື່ອ​ພວກເຮົາ​ຈະ​ບໍ່ໄດ້​ບົວລະບັດ​ຮັບໃຊ້​ໃນ​ທາງ​ເກົ່າ ຄື​ຕາມ​ຕົວອັກສອນ​ທີ່​ບັນຍັດ​ມີ​ຂຽນ​ໄວ້ ແຕ່​ໄດ້​ບົວລະບັດ​ຮັບໃຊ້​ໃນ​ທາງ​ໃໝ່ ຄື​ຕາມ​ລັກສະນະ​ຂອງ​ພຣະວິນຍານ.</verse>
				<verse number="7">ຖ້າ​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ກົດບັນຍັດ​ຄື​ບາບ​ຊັ້ນບໍ? ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ແຕ່​ແມ່ນ​ກົດບັນຍັດ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ອັນ​ໃດ​ຄື​ບາບ, ຖ້າ​ກົດບັນຍັດ​ບໍ່ໄດ້​ຫ້າມ​ວ່າ, “ຢ່າ​ໂລບ” ເຮົາ​ກໍ​ບໍ່​ຮູ້​ວ່າ​ຄວາມ​ໂລບ​ນັ້ນ​ຄື​ອັນ​ໃດ.</verse>
				<verse number="8">ແຕ່​ວ່າ​ຄວາມ​ຜິດບາບ ໄດ້​ຖື​ເອົາ​ຂໍ້​ກົດບັນຍັດ​ເປັນ​ຊ່ອງທາງ​ຍົວະເຍົ້າ ຕັນຫາ​ຊົ່ວ​ທຸກຢ່າງ​ໃຫ້​ເກີດຂຶ້ນ​ໃນ​ຕົວ​ເຮົາ ແຕ່​ຖ້າ​ບໍ່ມີ​ກົດບັນຍັດ ຄວາມ​ບາບ​ນັ້ນ​ກໍ​ຕາຍ​ເສຍ​ແລ້ວ.</verse>
				<verse number="9">ຄັ້ງ​ໜຶ່ງ ເຮົາ​ເອງ​ເຄີຍ​ມີ​ຊີວິດ​ຢູ່​ໂດຍ​ບໍ່ມີ​ກົດບັນຍັດ, ແຕ່​ເມື່ອ​ມີ​ກົດບັນຍັດ​ແລ້ວ ຄວາມ​ບາບ​ກໍ​ເກີດຂຶ້ນ​ມາ ແລະ​ເຮົາ​ກໍ​ຕາຍ</verse>
				<verse number="10">ຝ່າຍ​ກົດບັນຍັດ ຊຶ່ງ​ມີ​ຂຶ້ນ​ເພື່ອ​ໃຫ້​ມີ​ຊີວິດ​ນັ້ນ ກໍ​ປາກົດ​ວ່າ​ເປັນ​ເຫດ​ໃຫ້​ເຮົາ​ຕ້ອງ​ຕາຍ.</verse>
				<verse number="11">ເພາະວ່າ ຄວາມ​ບາບ​ໄດ້​ຖື​ເອົາ​ກົດບັນຍັດ ເພື່ອ​ເປັນ​ຊ່ອງທາງ​ຫລອກລວງ​ເຮົາ ແລະ​ໄດ້​ຂ້າ​ເຮົາ​ໃຫ້​ຕາຍ​ດ້ວຍ​ກົດບັນຍັດ​ນັ້ນ.</verse>
				<verse number="12">ດ້ວຍເຫດນັ້ນ ກົດບັນຍັດ​ຈຶ່ງ​ເປັນ​ສິ່ງ​ສັກສິດ​ໃນ​ຕົວ ແລະ​ຂໍ້​ບັນຍັດ​ກໍ​ສັກສິດ, ຍຸດຕິທຳ ແລະ​ດີ​ງາມ.</verse>
				<verse number="13">ແຕ່​ເລື່ອງ​ນີ້​ໝາຍຄວາມວ່າ ສິ່ງ​ທີ່​ດີ​ນຳ​ຄວາມ​ຕາຍ​ມາ​ສູ່​ເຮົາ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ ແມ່ນ​ຄວາມ​ຜິດບາບ​ນັ້ນ​ແຫຼະ ຄື​ບາບ​ທີ່​ອາໄສ​ສິ່ງ​ດີ​ນຳ​ຄວາມ​ຕາຍ​ມາ​ສູ່​ເຮົາ ເພື່ອ​ໃຫ້​ສັນດານ​ແທ້​ຂອງ​ຄວາມ​ບາບ​ຖືກ​ເປີດເຜີຍ. ສະນັ້ນ ໂດຍ​ທາງ​ກົດບັນຍັດ​ຄວາມ​ຜິດບາບ​ຈຶ່ງ​ຖືກ​ສະແດງ​ໃຫ້​ເຫັນ​ວ່າ ມັນ​ຊົ່ວຮ້າຍ​ຫລາຍ​ທີ່ສຸດ.</verse>
				<verse number="14">ພວກເຮົາ​ຮູ້​ແລ້ວ​ວ່າ ກົດບັນຍັດ​ເປັນ​ມາ​ໂດຍ​ຝ່າຍ​ພຣະວິນຍານ, ແຕ່​ສ່ວນ​ເຮົາ​ເປັນ​ຝ່າຍ​ມະນຸດ​ທຳມະດາ​ທີ່​ຕາຍ​ເປັນ ຊຶ່ງ​ໄດ້​ຖືກ​ຂາຍ​ໃຫ້​ເປັນ​ທາດ​ຂອງ​ຄວາມ​ບາບ.</verse>
				<verse number="15">ເຮົາ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ເຮົາ​ເຮັດ​ຢູ່ ເພາະ​ເຮົາ​ບໍ່ໄດ້​ເຮັດ​ສິ່ງ​ທີ່​ເຮົາ​ຕ້ອງການ, ແຕ່​ເຮົາ​ກັບ​ໄປ​ເຮັດ​ສິ່ງ​ທີ່​ເຮົາ​ກຽດຊັງ.</verse>
				<verse number="16">ໃນ​ເມື່ອ​ສິ່ງ​ທີ່​ເຮົາ​ເຮັດ​ນັ້ນ ແມ່ນ​ສິ່ງ​ທີ່​ເຮົາ​ບໍ່​ຢາກ​ເຮັດ ກໍ​ສະແດງ​ວ່າ​ເຮົາ​ເຫັນ​ພ້ອມ​ວ່າ ກົດບັນຍັດ​ນັ້ນ​ຖືກຕ້ອງ.</verse>
				<verse number="17">ສະນັ້ນ ຈຶ່ງ​ບໍ່ແມ່ນ​ເຮົາ​ເອງ​ທີ່​ເປັນ​ຜູ້​ເຮັດ​ສິ່ງ​ນັ້ນ, ແຕ່​ແມ່ນ​ຄວາມ​ບາບ​ທີ່​ອາໄສ​ຢູ່​ໃນ​ຕົວ​ເຮົາ​ເປັນ​ຜູ້​ເຮັດ.</verse>
				<verse number="18">ເພາະ​ເຮົາ​ຮູ້​ວ່າ​ໃນ​ຕົວ​ເຮົາ ຄື​ໃນ​ສັນດານ​ມະນຸດ​ນັ້ນ ບໍ່ມີ​ການ​ດີ​ຈັກ​ຢ່າງ​ຢູ່​ນຳ. ເຖິງ​ແມ່ນ​ວ່າ ການ​ຢາກ​ເຮັດ​ດີ​ມີ​ຢູ່​ໃນ​ຕົວ​ເຮົາ, ແຕ່​ເຮົາ​ກໍ​ບໍ່​ສາມາດ​ເຮັດ​ດີ​ໄດ້.</verse>
				<verse number="19">ເຮົາ​ບໍ່ໄດ້​ເຮັດ​ການ​ດີ​ທີ່​ເຮົາ​ຢາກ​ເຮັດ, ແຕ່​ເຮົາ​ຊໍ້າພັດ​ເຮັດ​ການ​ຊົ່ວ​ທີ່​ເຮົາ​ບໍ່​ຢາກ​ເຮັດ.</verse>
				<verse number="20">ຖ້າ​ເຮົາ​ເຮັດ​ສິ່ງ​ທີ່​ເຮົາ​ບໍ່​ຢາກ​ເຮັດ ກໍ​ບໍ່ແມ່ນ​ຕົວ​ເຮົາ​ເອງ​ເປັນ​ຜູ້​ເຮັດ, ແຕ່​ແມ່ນ​ຄວາມ​ບາບ​ທີ່​ຢູ່​ໃນ​ຕົວ​ເຮົາ​ເປັນ​ຜູ້​ເຮັດ.</verse>
				<verse number="21">ດັ່ງນັ້ນ ເຮົາ​ຈຶ່ງ​ຄົ້ນ​ພົບ​ກົດ​ຢ່າງ​ໜຶ່ງ ຄື​ເມື່ອ​ເຮົາ​ຢາກ​ເຮັດ​ໃນ​ສິ່ງ​ທີ່​ດີ ສິ່ງ​ທີ່​ຊົ່ວ​ກໍ​ມາ​ຕັນ​ເຮົາ​ໄວ້.</verse>
				<verse number="22">ສ່ວນ​ເລິກ​ໃນ​ຈິດໃຈ​ຂອງເຮົາ​ແລ້ວ ເຮົາ​ກໍ​ພໍໃຈ​ປິຕິ​ຍິນດີ​ກັບ​ກົດບັນຍັດ​ຂອງ​ພຣະເຈົ້າ.</verse>
				<verse number="23">ແຕ່​ເຮົາ​ເຫັນ​ກົດ​ອີກ​ຢ່າງ​ໜຶ່ງ ຢູ່​ໃນ​ຮ່າງກາຍ​ຂອງເຮົາ ຊຶ່ງ​ຕໍ່ສູ້​ກັບ​ກົດ​ແຫ່ງ​ຈິດໃຈ​ຂອງເຮົາ ຊຶ່ງ​ເຮັດ​ໃຫ້​ເຮົາ​ຕົກ​ເປັນ​ຊະເລີຍ​ຕໍ່​ກົດ​ຂອງ​ຄວາມ​ບາບ​ທີ່​ມີ​ຢູ່​ໃນ​ອະໄວຍະວະ​ຂອງເຮົາ.</verse>
				<verse number="24">ເຮົາ​ຊ່າງ​ເປັນ​ຄົນ​ທຸກ​ເຂັນໃຈ​ແທ້​ໜໍ ຜູ້ໃດ​ເດ ຈະ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ຮ່າງກາຍ​ທີ່​ຕາຍ​ເປັນ​ນີ້​ໄດ້.</verse>
				<verse number="25">ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ອົງ​ທີ່​ດຳເນີນ​ການ​ນີ້​ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ ພຣະອົງເຈົ້າ​ຂອງ​ພວກເຮົາ. ເຫດສະນັ້ນ ທາງ​ດ້ານ​ຈິດໃຈ​ຂອງເຮົາ ເຮົາ​ກໍ​ເປັນ​ທາດ​ກົດບັນຍັດ​ຂອງ​ພຣະເຈົ້າ ແຕ່​ດ້ານ​ຮ່າງກາຍ​ເຮົາ​ກໍ​ເປັນ​ທາດ​ຂອງ​ກົດ​ແຫ່ງ​ຄວາມ​ຜິດບາບ.</verse>
			</chapter>
			<chapter number="8">
				<verse number="1">ບັດນີ້ ການ​ລົງໂທດ​ຈຶ່ງ​ບໍ່ມີ​ແກ່​ຄົນ​ທັງຫລາຍ ທີ່​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ.</verse>
				<verse number="2">ເພາະວ່າ​ກົດ​ຂອງ​ພຣະວິນຍານ​ທີ່​ນຳ​ພວກເຮົາ​ໃຫ້​ມີ​ຊີວິດ​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ​ໄດ້​ເຮັດ​ໃຫ້​ເຮົາ ເປັນ​ອິດສະຫລະ​ຈາກ​ກົດ​ຂອງ​ຄວາມ​ບາບ​ແລະ​ຄວາມ​ຕາຍ.</verse>
				<verse number="3">ດ້ວຍວ່າ, ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່ໄດ້ ເພາະ​ເນື້ອກາຍ ເຮັດ​ໃຫ້​ອ່ອນ​ກຳລັງ​ເສຍ ພຣະເຈົ້າ​ກໍໄດ້​ຊົງ​ເຮັດ​ແລ້ວ ໂດຍ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ​ໃນ​ສະພາບ​ເໝືອນ​ເນື້ອກາຍ ​ທີ່​ຜິດບາບ ແລະ​ເພື່ອ​ຊົງ​ໄຖ່​ຄວາມ​ຜິດບາບ ພຣະອົງ​ຈຶ່ງ​ໄດ້​ຊົງ​ລົງໂທດ​ຄວາມ​ບາບ​ໃນ​ເນື້ອກາຍ ນັ້ນ.</verse>
				<verse number="4">ພຣະເຈົ້າ​ໄດ້​ເຮັດ​ຢ່າງ​ນີ້ ເພື່ອ​ໃຫ້​ຂໍ້ຄຳສັ່ງ​ອັນ​ຍຸດຕິທຳ​ຂອງ​ກົດບັນຍັດ​ນັ້ນ​ສຳເລັດ​ຢ່າງ​ບໍຣິບູນ​ໃນ​ພວກເຮົາ ຜູ້​ທີ່​ບໍ່​ດຳເນີນ​ຕາມ​ເນື້ອໜັງ ແຕ່​ຕາມ​ພຣະວິນຍານ.</verse>
				<verse number="5">ຄົນ​ທີ່​ດຳເນີນ​ຊີວິດ​ຝ່າຍ​ເນື້ອໜັງ ກໍ​ໃສ່​ໃຈ​ໃນ​ສິ່ງ​ທີ່​ເປັນ​ຝ່າຍ​ເນື້ອໜັງ ຄົນ​ທີ່​ດຳເນີນ​ຊີວິດ​ຕາມ​ພຣະວິນຍານ ກໍ​ໃສ່​ໃຈ​ໃນ​ສິ່ງ​ທີ່​ເປັນ​ຝ່າຍ​ພຣະວິນຍານ.</verse>
				<verse number="6">ດ້ວຍວ່າ, ການ​ເອົາໃຈໃສ່​ຢູ່​ກັບ​ຝ່າຍ​ເນື້ອໜັງ ກໍ​ຄື​ຄວາມ​ຕາຍ ແລະ​ການ​ໃສ່​ໃຈ​ກັບ​ຝ່າຍ​ພຣະວິນຍານ​ນັ້ນ ກໍ​ຄື​ຊີວິດ​ແລະ​ສັນຕິສຸກ.</verse>
				<verse number="7">ເຫດ​ວ່າ, ການ​ທີ່​ເອົາໃຈໃສ່​ຝ່າຍ​ເນື້ອໜັງ ນັ້ນ ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ ເພາະ​ບໍ່​ຍອມ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ, ແທ້ຈິງ​ແລ້ວ​ຈະ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ​ນັ້ນ​ກໍ​ບໍ່ໄດ້</verse>
				<verse number="8">ແລະ​ຄົນ​ທັງຫລາຍ​ທີ່​ຢູ່​ຝ່າຍ​ເນື້ອໜັງ ຈະ​ເປັນ​ທີ່​ພໍພຣະໄທ​ຂອງ​ພຣະເຈົ້າ​ກໍ​ບໍ່ໄດ້.</verse>
				<verse number="9">ແຕ່​ຖ້າ​ແມ່ນ​ພຣະວິນຍານ​ຂອງ​ພຣະເຈົ້າ ຊົງ​ສະຖິດ​ຢູ່​ໃນ​ເຈົ້າ​ທັງຫລາຍ​ຢ່າງ​ແທ້ຈິງ​ແລ້ວ ພວກເຈົ້າ​ກໍ​ບໍ່​ຢູ່​ຝ່າຍ​ເນື້ອໜັງ ແຕ່​ຢູ່​ຝ່າຍ​ພຣະວິນຍານ ແລະ​ຖ້າ​ຜູ້ໃດ​ບໍ່ມີ​ພຣະວິນຍານ​ຂອງ​ພຣະຄຣິດ​ແລ້ວ ຜູ້ນັ້ນ​ກໍ​ບໍ່​ເປັນ​ຂອງ​ພຣະອົງ.</verse>
				<verse number="10">ແຕ່​ຖ້າ​ພຣະຄຣິດ​ຊົງ​ຢູ່​ໃນ​ເຈົ້າ​ທັງຫລາຍ​ແລ້ວ, ເຖິງ​ແມ່ນ​ວ່າ​ເນື້ອຕົວ​ຂອງ​ພວກເຈົ້າ​ຕາຍ​ແລ້ວ ເພາະ​ຄວາມ​ຜິດບາບ ແຕ່​ວິນຍານ​ຈິດ​ຂອງ​ພວກເຈົ້າ ກໍ​ມີ​ຊີວິດ​ຢູ່​ເພາະ​ຄວາມ​ຊອບທຳ.</verse>
				<verse number="11">ຖ້າ​ພຣະວິນຍານ​ຂອງ​ພຣະອົງ ຜູ້​ຊົງ​ບັນດານ​ໃຫ້​ພຣະເຢຊູເຈົ້າ​ຊົງ​ຄືນພຣະຊົນ​ນັ້ນ ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ພຣະອົງ​ຜູ້​ຊົງ​ບັນດານ​ໃຫ້​ພຣະຄຣິດ​ຊົງ​ຄືນພຣະຊົນ​ແລ້ວ​ນັ້ນ ກໍ​ຈະ​ຊົງ​ບັນດານ​ໃຫ້​ກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ຄືນ​ມີ​ຊີວິດ​ໃໝ່ ດ້ວຍ​ຣິດ​ແຫ່ງ​ພຣະວິນຍານ​ຂອງ​ພຣະອົງ ທີ່​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ.</verse>
				<verse number="12">ດ້ວຍເຫດນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຮົາ​ໄດ້​ເປັນ​ໜີ້, ແຕ່​ບໍ່ແມ່ນ​ເປັນ​ໜີ້​ໃນ​ທາງ​ເນື້ອກາຍ ຊຶ່ງ​ຈະ​ດຳເນີນ​ຊີວິດ​ຕາມ​ຢ່າງ​ເນື້ອໜັງ​ນັ້ນ.</verse>
				<verse number="13">ເພາະ​ຖ້າ​ເຈົ້າ​ທັງຫລາຍ​ດຳເນີນ​ຊີວິດ​ຕາມ​ຢ່າງ​ເນື້ອໜັງ​ແລ້ວ ພວກເຈົ້າ​ກໍ​ຄົງ​ຈະ​ຕາຍ, ແຕ່​ຖ້າ​ໂດຍ​ຝ່າຍ​ພຣະວິນຍານ ພວກເຈົ້າ​ໄດ້​ທຳລາຍ​ການ​ຂອງ​ຝ່າຍ​ເນື້ອໜັງ​ນັ້ນ​ເສຍ ເຈົ້າ​ກໍ​ຄົງ​ຈະ​ມີ​ຊີວິດ​ຢູ່.</verse>
				<verse number="14">ເພາະ​ພຣະວິນຍານ​ຂອງ​ພຣະເຈົ້າ​ຊົງ​ນຳພາ​ຜູ້ໃດ ຜູ້ນັ້ນ​ແຫຼະ​ເປັນ​ບຸດ​ຂອງ​ພຣະເຈົ້າ.</verse>
				<verse number="15">ດ້ວຍວ່າ, ພຣະວິນຍານ​ທີ່​ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ນັ້ນ ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ເປັນ​ທາດ ຊຶ່ງ​ກໍ່​ໃຫ້​ເກີດ​ຄວາມ​ຢ້ານກົວ, ແຕ່​ພຣະວິນຍານ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ ໂດຍ​ຣິດອຳນາດ​ແຫ່ງ​ພຣະວິນຍານ​ບໍຣິສຸດເຈົ້າ​ນັ້ນ ພວກເຮົາ​ຈຶ່ງ​ເອີ້ນ​ພຣະເຈົ້າ​ວ່າ, “ອັບບາ” ຄື​ພຣະບິດາເຈົ້າ.</verse>
				<verse number="16">ພຣະວິນຍານ​ຂອງ​ພຣະເຈົ້າ​ຮ່ວມ​ເປັນ​ພະຍານ​ກັບ​ວິນຍານ​ຂອງ​ພວກເຮົາ​ປະກາດ​ວ່າ ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ.</verse>
				<verse number="17">ແລະ​ຖ້າ​ເຮົາ​ທັງຫລາຍ​ເປັນ​ບຸດ​ແລ້ວ ເຮົາ​ກໍ​ເປັນ​ຜູ້​ຮັບ​ມໍຣະດົກ​ດ້ວຍ ຄື​ເປັນ​ຜູ້​ຮັບ​ມໍຣະດົກ​ຈາກ​ພຣະເຈົ້າ ແລະ​ເປັນ​ຜູ້​ຮ່ວມ​ຮັບ​ມໍຣະດົກ​ກັບ​ພຣະຄຣິດ ຖ້າ​ແມ່ນ​ເຮົາ​ທັງຫລາຍ​ໄດ້​ທົນທຸກ​ທໍລະມານ​ດ້ວຍກັນ​ກັບ​ພຣະອົງ​ນັ້ນ ພວກເຮົາ​ກໍ​ຈະ​ໄດ້​ຮັບ​ສະຫງ່າຣາສີ​ກັບ​ພຣະອົງ​ເໝືອນກັນ.</verse>
				<verse number="18">ເຮົາ​ເຫັນ​ວ່າ​ຄວາມ​ທຸກ​ລຳບາກ​ຂອງ​ພວກເຮົາ​ໃນ​ເວລາ​ປະຈຸບັນ​ນີ້ ບໍ່​ອາດ​ທຽບ​ໃສ່​ກັບ​ສະຫງ່າຣາສີ ທີ່​ຈະ​ຖືກ​ເປີດເຜີຍ​ແກ່​ພວກເຮົາ​ໃນ​ພາຍໜ້າ​ໄດ້.</verse>
				<verse number="19">ດ້ວຍວ່າ, ສັບພະສິ່ງ​ທີ່​ຊົງ​ສ້າງ​ແລ້ວ ມີ​ຄວາມ​ພຽນ​ຄອຍຖ້າ​ປາຖະໜາ​ໃຫ້​ບຸດ​ທັງຫລາຍ​ຂອງ​ພຣະເຈົ້າ​ປາກົດ.</verse>
				<verse number="20">ເພາະວ່າ​ສັບພະສິ່ງ​ເຫຼົ່ານັ້ນ ໄດ້​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ອະນິຈັງ ບໍ່ແມ່ນ​ຕາມ​ໃຈ​ມັກ​ຂອງ​ມັນເອງ, ແຕ່​ແມ່ນ​ຕາມ​ທີ່​ພຣະເຈົ້າ​ໃຫ້​ມັນ​ຕົກ​ຢູ່​ນັ້ນ, ໂດຍ​ມີ​ຄວາມ​ຫວັງໃຈ​ວ່າ</verse>
				<verse number="21">ໃນ​ມື້​ໜຶ່ງ ສັບພະສິ່ງ​ທີ່​ຊົງ​ສ້າງ​ນັ້ນ ຈະ​ຖືກ​ປົດປ່ອຍ​ໃຫ້​ເປັນ​ອິດສະຫລະ​ຈາກ​ອຳນາດ​ຂອງ​ຄວາມ​ເສື່ອມສູນ ແລະ​ຈະ​ໄດ້​ມີ​ສ່ວນ​ໃນ​ອິດສະຫລະ​ພາບ​ອັນ​ຮຸ່ງເຮືອງ​ແຫ່ງ​ບັນດາ​ລູກ​ຂອງ​ພຣະເຈົ້າ.</verse>
				<verse number="22">ເພາະ​ພວກເຮົາ​ຮູ້​ຢູ່​ວ່າ ທຸກສິ່ງ​ທີ່​ພຣະອົງ​ໄດ້​ເນຣະມິດ​ສ້າງ​ນັ້ນ ກໍ​ໂອ່ຍຄາງ​ດ້ວຍ​ຄວາມ​ເຈັບປວດ​ຈົນ​ເທົ່າທຸກ​ວັນນີ້.</verse>
				<verse number="23">ແລະ​ບໍ່​ພຽງແຕ່​ການ​ເນຣະມິດ​ສ້າງ​ເທົ່ານັ້ນ​ທີ່​ໂອ່ຍຄາງ, ແຕ່​ພວກເຮົາ​ຜູ້​ທີ່​ໄດ້​ຮັບ​ພຣະວິນຍານ​ເປັນ​ຜົນ​ທຳອິດ ຕົວ​ເຮົາ​ເອງ​ກໍ​ເໝືອນກັນ​ຍັງ​ໂອ່ຍຄາງ​ຄອງຄອຍ​ຖ້າ​ໃນ​ການ​ທີ່​ພຣະເຈົ້າ​ຊົງ​ຮັບ​ເປັນ​ບຸດ ຄື​ທີ່​ຈະ​ຊົງ​ໃຫ້​ເນື້ອກາຍ​ຂອງ​ພວກເຮົາ​ພົ້ນ​ຈາກ​ຕາຍ.</verse>
				<verse number="24">ເຫດ​ວ່າ ເຮົາ​ທັງຫລາຍ​ໄດ້​ພົ້ນ​ນັ້ນ ກໍ​ເພາະ​ດ້ວຍ​ຄວາມຫວັງ​ນີ້, ແຕ່​ຄວາມຫວັງ​ໃນ​ສິ່ງ​ທີ່​ຕາ​ເຫັນ​ຢູ່ ສິ່ງ​ນັ້ນ​ກໍ​ບໍ່​ເປັນ​ຄວາມຫວັງ​ອັນ​ແທ້ຈິງ. ດ້ວຍວ່າ, ຜູ້ໃດ​ແດ່​ຍັງ​ຈະ​ຫວັງ​ໃນ​ສິ່ງ​ທີ່​ຕົນ​ເຫັນ​ຢູ່​ແລ້ວ.</verse>
				<verse number="25">ແຕ່​ຖ້າ​ພວກເຮົາ​ຫວັງ​ໃນ​ສິ່ງ​ທີ່​ພວກເຮົາ​ບໍ່​ເຫັນ ພວກເຮົາ​ກໍ​ຄອງຄອຍ​ຖ້າ​ສິ່ງ​ນັ້ນ​ດ້ວຍ​ໃຈ​ອົດທົນ.</verse>
				<verse number="26">ທຳນອງ​ດຽວກັນ​ນັ້ນ​ແຫຼະ ພຣະວິນຍານ​ກໍ​ຊ່ວຍຊູ​ພວກເຮົາ​ເມື່ອ​ພວກເຮົາ​ອ່ອນ​ກຳລັງ, ເພາະ​ພວກເຮົາ​ບໍ່​ຮູ້​ວ່າ ພວກເຮົາ​ຄວນ​ຈະ​ພາວັນນາ​ອະທິຖານ​ຂໍ​ຢ່າງ​ໃດ, ແຕ່​ອົງ​ພຣະວິນຍານ​ນັ້ນ​ເອງ ວິງວອນ​ຂໍ​ກັບ​ພຣະເຈົ້າ​ແທນ​ພວກເຮົາ ດ້ວຍ​ຄຳ​ໂອ່ຍຄາງ​ທີ່​ຫາ​ຄຳ​ອະທິບາຍ​ບໍ່ໄດ້.</verse>
				<verse number="27">ຝ່າຍ​ພຣະເຈົ້າ​ຜູ້​ທີ່​ສອດສ່ອງ​ຮູ້ເຫັນ​ຈິດໃຈ​ຂອງ​ພວກເຮົາ ກໍ​ຮູ້​ຄວາມ​ນຶກຄິດ​ຂອງ​ພຣະວິນຍານ, ເພາະ​ພຣະວິນຍານ​ຊົງ​ວິງວອນ​ຂໍ​ກັບ​ພຣະເຈົ້າ ສຳລັບ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະອົງ ຕາມ​ນໍ້າພຣະໄທ​ພຣະອົງ.</verse>
				<verse number="28">ພວກເຮົາ​ຮູ້​ແລ້ວ​ວ່າ ພຣະເຈົ້າ​ຊົງ​ຮ່ວມ​ກັບ​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ ເພື່ອ​ໃຫ້​ເກີດຜົນ​ດີ​ໃນ​ທຸກສິ່ງ ຄື​ຄົນ​ທັງປວງ​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ໄວ້​ຕາມ​ພຣະ​ປະສົງ​ຂອງ​ພຣະອົງ.</verse>
				<verse number="29">ດ້ວຍວ່າ, ຄົນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ຊົງ​ສັງເກດ​ຮູ້​ລ່ວງໜ້າ​ແລ້ວ​ນັ້ນ ພຣະອົງ​ກໍໄດ້​ຊົງ​ກຳນົດ​ໄວ້​ກ່ອນ ເພື່ອ​ໃຫ້​ເປັນ​ຕາມ​ແບບ​ລັກສະນະ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ ເພື່ອ​ພຣະບຸດ​ນັ້ນ​ຈະ​ໄດ້​ເປັນ​ບຸດ​ກົກ​ໃນ​ທ່າມກາງ​ພວກ​ນ້ອງ​ຫລາຍ​ຄົນ.</verse>
				<verse number="30">ແລະ​ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ກຳນົດ​ລ່ວງໜ້າ​ໄວ້​ແລ້ວ​ນັ້ນ ພຣະອົງ​ກໍ​ຊົງ​ເອີ້ນ​ມາ​ດ້ວຍ ແລະ​ພວກ​ທີ່​ພຣະອົງ​ຊົງ​ເອີ້ນ​ມາ​ນັ້ນ ພຣະອົງ​ກໍ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ແລະ​ພວກ​ທີ່​ພຣະອົງ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ພຣະອົງ​ກໍ​ຊົງ​ໂຜດ​ໃຫ້​ພວກເຂົາ​ໄດ້​ຮັບ​ສະຫງ່າຣາສີ​ຮ່ວມ​ກັບ​ພຣະອົງ.</verse>
				<verse number="31">ຖ້າ​ເປັນ​ຢ່າງ​ນັ້ນ ເຮົາ​ທັງຫລາຍ​ຈະ​ວ່າ​ຢ່າງ​ໃດ? ຖ້າ​ພຣະເຈົ້າ​ຢູ່​ຝ່າຍ​ພວກເຮົາ ຜູ້ໃດ​ຈະ​ຕໍ່ສູ້​ພວກເຮົາ​ໄດ້?</verse>
				<verse number="32">ພຣະອົງ​ຜູ້​ບໍ່ໄດ້​ຊົງ​ຫວງ​ພຣະບຸດ​ຂອງ​ພຣະອົງ​ເອງ ແຕ່​ໄດ້​ຊົງ​ປະທານ​ພຣະບຸດ​ນັ້ນ ໄວ້​ເພື່ອ​ປະໂຫຍດ​ແກ່​ເຮົາ​ທັງຫລາຍ ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ປະທານ​ສິ່ງສາລະພັດ​ໃຫ້​ພວກເຮົາ​ດ້ວຍ​ກັນ​ກັບ​ພຣະບຸດ​ນັ້ນ​ຫລື?</verse>
				<verse number="33">ຜູ້ໃດ​ຈະ​ຟ້ອງ​ຄົນ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ແລ້ວ? ພຣະເຈົ້າ​ເອງ​ໄດ້​ປະກາດ​ວ່າ ພວກເຂົາ​ບໍ່ມີ​ຄວາມຜິດ</verse>
				<verse number="34">ຜູ້ໃດ​ຈະ​ເປັນ​ຜູ້​ລົງໂທດ​ພວກເຂົາ​ອີກ? ເພາະ​ພຣະເຢຊູ​ຄຣິດເຈົ້າ​ແມ່ນ​ຜູ້​ທີ່​ໄດ້​ຕາຍ ແລະ​ຍິ່ງ​ກວ່າ​ນັ້ນ​ອີກ ພຣະອົງ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ແລະ​ນັ່ງ​ຢູ່​ກໍ້າຂວາ​ພຣະຫັດ​ຂອງ​ພຣະເຈົ້າ, ພຣະອົງ​ນັ້ນ​ແຫຼະ ອະທິຖານ​ວິງວອນ​ຂໍ​ເພື່ອ​ພວກເຮົາ</verse>
				<verse number="35">ຜູ້ໃດ​ຈະ​ແຍກ​ພວກເຮົາ​ຈາກ​ຄວາມຮັກ​ຂອງ​ພຣະຄຣິດ​ໄດ້? ຄວາມ​ທຸກ​ລຳບາກ ຫລື​ຄວາມ​ທໍລະມານ​ຈິດໃຈ ຫລື​ການ​ຂົ່ມເຫັງ ຫລື​ການ​ອຶດຢາກ ຫລື​ການ​ເປືອຍກາຍ ຫລື​ການ​ອັນຕະລາຍ ຫລື​ການ​ຖືກ​ຄົມ​ດາບ</verse>
				<verse number="36">ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພາະ​ເຫັນ​ແກ່​ພຣະອົງ​ພວກ​ຂ້ານ້ອຍ ຈຶ່ງ​ຖືກ​ຂ້າ​ໝົດ​ມື້​ຈົນ​ຄໍ່າ ແລະ​ຖື​ວ່າ​ເປັນ​ດັ່ງ​ໂຕ​ແກະ ສຳລັບ​ເອົາ​ໄວ້​ຂ້າ.”</verse>
				<verse number="37">ແຕ່​ໃນ​ເຫດການ​ທັງປວງ​ເຫຼົ່ານີ້ ພວກເຮົາ​ກໍ​ມີ​ໄຊຊະນະ​ຢ່າງ​ເຫລືອລົ້ນ ໂດຍ​ທາງ​ພຣະອົງ​ຜູ້​ຊົງ​ຮັກ​ພວກເຮົາ​ທັງຫລາຍ​ນັ້ນ.</verse>
				<verse number="38">ເພາະ​ເຮົາ​ເຊື່ອ​ແນ່​ວ່າ ບໍ່ມີ​ສິ່ງໃດ​ແຍກ​ພວກເຮົາ​ຈາກ​ຄວາມຮັກ​ຂອງ​ພຣະອົງ​ໄດ້ ຄວາມ​ຕາຍ​ຫລື​ຊີວິດ​ກໍດີ, ເທວະດາ​ຫລື​ຜູ້ຄອບຄອງ​ກໍດີ, ຫລື​ສິ່ງ​ທີ່​ມີ​ຢູ່​ໃນ​ປະຈຸບັນ​ຫລື​ສິ່ງ​ທີ່​ຈະ​ມີ​ມາ​ໃນ​ອະນາຄົດ​ກໍດີ ຫລື​ຣິດເດດ​ທັງຫລາຍ,</verse>
				<verse number="39">ຄວາມ​ສູງ​ຫລື​ຄວາມ​ເລິກ​ກໍດີ ຫລື​ສິ່ງ​ອື່ນ​ໃດ​ຊົງ​ສ້າງ​ແລ້ວ​ນັ້ນ​ກໍດີ ຈະ​ບໍ່​ສາມາດ​ແຍກ​ພວກເຮົາ​ອອກ​ຈາກ​ຄວາມຮັກ​ຂອງ​ພຣະເຈົ້າ ຊຶ່ງ​ມີ​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ ອົງ​ພຣະຜູ້​ເປັນເຈົ້າ​ຂອງ​ພວກເຮົາ.</verse>
			</chapter>
			<chapter number="9">
				<verse number="1">ເຮົາ​ຢູ່​ໃນ​ພຣະຄຣິດ ເຮົາ​ເວົ້າ​ຄວາມຈິງ ເຮົາ​ບໍ່ໄດ້​ເວົ້າ​ຕົວະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງເຮົາ ກໍ​ເປັນ​ພະຍານ​ຝ່າຍ​ເຮົາ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ</verse>
				<verse number="2">ວ່າ, ຈິດໃຈ​ຂອງເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ເສົ້າໂສກ​ໜັກ ແລະ​ມີ​ຄວາມ​ເຈັບປວດ​ໃນ​ຫົວໃຈ​ຢ່າງ​ບໍ່​ສິ້ນສຸດ</verse>
				<verse number="3">ຖ້າ​ເປັນ​ປະໂຫຍດ ເຮົາ​ປາຖະໜາ​ຢາກ​ໃຫ້​ເຮົາ​ເອງ​ຖືກ​ສາບແຊ່ງ ແລະ​ຖືກ​ຕັດຂາດ​ຈາກ​ພຣະຄຣິດ ເພາະ​ເຫັນ​ແກ່​ພີ່ນ້ອງ​ຂອງເຮົາ ຄື​ຍາດຕິພີ່ນ້ອງ​ຂອງເຮົາ​ຕາມ​ເຊື້ອສາຍ.</verse>
				<verse number="4">ພວກເຂົາ​ເປັນ​ຊົນຊາດ​ອິດສະຣາເອນ ໄດ້​ຮັບ​ການ​ຊົງ​ໃຫ້​ເປັນ​ລູກ​ຂອງ​ພຣະເຈົ້າ ໃຫ້​ພວກເຂົາ​ຮັບ​ພຣະ​ສະຫງ່າຣາສີ ຮັບ​ບັນດາ​ພັນທະສັນຍາ ກັບ​ພວກເຂົາ ແລະ​ມອບ​ກົດບັນຍັດ, ພິທີ​ນະມັດສະການ ແລະ​ບັນດາ​ຄຳສັນຍາ​ໃຫ້​ແກ່​ພວກເຂົາ.</verse>
				<verse number="5">ພວກເຂົາ​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ພວກ​ບັນພະບຸລຸດ​ຄົນ​ສຳຄັນ ແລະ​ພຣະຄຣິດ​ກໍໄດ້​ບັງເກີດ​ເປັນ​ມະນຸດ​ໃນ​ເຊື້ອຊາດ​ຂອງ​ພວກເຂົາ ຂໍ​ໃຫ້​ພຣະເຈົ້າ​ຜູ້ປົກຄອງ​ເໜືອ​ສິ່ງສາລະພັດ ຈົ່ງ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ​ເປັນນິດ​ເທີ້ນ ອາແມນ.</verse>
				<verse number="6">ແຕ່​ບໍ່ແມ່ນ​ພຣະຄຳ​ຂອງ​ພຣະເຈົ້າ​ໄດ້​ຫລົ້ມເຫລວ​ໄປ ເພາະວ່າ​ເຂົາ​ທັງຫລາຍ​ທີ່​ເກີດ​ມາ​ຈາກ​ອິດສະຣາເອນ​ນັ້ນ ກໍ​ບໍ່ແມ່ນ​ວ່າ​ເປັນ​ອິດສະຣາເອນ​ແທ້​ທຸກຄົນ.</verse>
				<verse number="7">ແລະ​ບໍ່ແມ່ນ​ທຸກຄົນ​ທີ່​ເກີດ​ຈາກ​ເຊື້ອສາຍ​ຂອງ​ອັບຣາຮາມ ເປັນ​ເຊື້ອສາຍ​ແທ້​ຂອງ​ພຣະເຈົ້າ, ແຕ່​ພຣະເຈົ້າ​ໄດ້​ກ່າວ​ແກ່​ອັບຣາຮາມ​ວ່າ, “ແມ່ນ​ໂດຍ​ທາງ​ອີຊາກ ທີ່​ເຈົ້າ​ຈະ​ມີ​ເຊື້ອສາຍ​ຕາມ​ທີ່​ເຮົາ​ໄດ້​ສັນຍາ.”</verse>
				<verse number="8">ນີ້​ໝາຍຄວາມວ່າ ລູກ​ທີ່​ເກີດ​ຕາມ​ທຳມະຊາດ ບໍ່​ເປັນ​ລູກ​ຂອງ​ພຣະເຈົ້າ, ແຕ່​ແມ່ນ​ລູກ​ທີ່​ເກີດ​ຕາມ​ພຣະສັນຍາ​ຂອງ​ພຣະເຈົ້າ ຈຶ່ງ​ຖື​ວ່າ​ເປັນ​ເຊື້ອສາຍ​ແທ້.</verse>
				<verse number="9">ເພາະ​ພຣະເຈົ້າ​ຊົງ​ສັນຍາ​ໄວ້​ ດັ່ງນີ້​ວ່າ, “ເມື່ອ​ເຖິງ​ເວລາ​ກຳນົດ ເຮົາ​ຈະ​ກັບຄືນ​ມາ ແລະ​ນາງ​ຊາຣາ​ກໍ​ຈະ​ມີ​ລູກຊາຍ.”</verse>
				<verse number="10">ບໍ່ແມ່ນແຕ່​ເທົ່ານັ້ນ, ດ້ວຍວ່າ​ລູກຊາຍ​ສອງ​ຄົນ​ໃນ​ທ້ອງ​ຂອງ​ນາງ​ເຣເບກາ ກໍ​ມີ​ພໍ່​ຄົນ​ດຽວກັນ ຄື​ອີຊາກ​ບັນພະບຸລຸດ​ຂອງ​ພວກເຮົາ.</verse>
				<verse number="11">ແລະ ເພື່ອ​ພຣະ​ປະສົງ​ໃນ​ການ​ຊົງ​ເລືອກ​ຜູ້ໜຶ່ງ​ໄວ້​ນັ້ນ​ຈະ​ຕັ້ງໝັ້ນ​ຢູ່ ພຣະອົງ​ຈຶ່ງ​ຊົງ​ກ່າວ​ແກ່​ນາງ​ວ່າ, “ອ້າຍ​ຈະ​ຮັບໃຊ້​ນ້ອງ” ພຣະອົງ​ຊົງ​ກ່າວ​ໄວ້​ດັ່ງນັ້ນ ເມື່ອ​ລູກ​ທັງສອງ​ນັ້ນ​ຍັງ​ບໍ່​ທັນ​ເກີດ​ມາ ທັງ​ບໍ່ໄດ້​ເຮັດ​ການ​ດີ ຫລື​ຊົ່ວ, ເພື່ອ​ການ​ຊົງ​ເລືອກ​ນັ້ນ ບໍ່ໄດ້​ເປັນ​ໄປ​ຕາມ​ການ​ປະຕິບັດ, ແຕ່​ເປັນ​ໄປ​ຕາມ​ທີ່​ພຣະອົງ​ຊົງ​ເອີ້ນ.</verse>
				<verse number="12"></verse>
				<verse number="13">ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເຮົາ​ໄດ້​ຮັກ​ຢາໂຄບ ແຕ່​ເຮົາ​ກຽດຊັງ​ເອຊາວ.”</verse>
				<verse number="14">ແລ້ວ​ພວກເຮົາ​ເດ ຈະ​ວ່າ​ພຣະເຈົ້າ​ບໍ່​ຍຸດຕິທຳ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ</verse>
				<verse number="15">ເພາະ​ພຣະອົງ​ກ່າວ​ແກ່​ໂມເຊ​ວ່າ ເຮົາ​ຢາກ​ຈະ​ກະລຸນາ​ຜູ້ໃດ ເຮົາ​ກໍ​ກະລຸນາ​ຜູ້ນັ້ນ ເຮົາ​ຢາກ​ຈະ​ເມດຕາ​ຜູ້ໃດ ເຮົາ​ກໍ​ເມດຕາ​ຜູ້ນັ້ນ.</verse>
				<verse number="16">ດັ່ງນັ້ນ ຈຶ່ງ​ຈະ​ບໍ່​ຂຶ້ນ​ຢູ່​ກັບ​ຄວາມ​ຕັ້ງໃຈ​ຂອງ​ຄົນ​ເຮົາ ຫລື​ການ​ກະທຳ, ແຕ່​ຂຶ້ນ​ຢູ່​ກັບ​ພຣະ​ເມດຕາ​ກະລຸນາ​ຂອງ​ພຣະເຈົ້າ​ເທົ່ານັ້ນ.</verse>
				<verse number="17">ເພາະ​ພຣະຄຳພີ​ກ່າວ​ແກ່​ກະສັດ​ແຫ່ງ​ເອຢິບ​ວ່າ, “ເຮົາ​ໄດ້​ແຕ່ງຕັ້ງ​ເຈົ້າ​ເປັນ​ກະສັດ ເພື່ອ​ໃຊ້​ເຈົ້າ​ໃຫ້​ສຳແດງ​ຣິດອຳນາດ​ຂອງເຮົາ ແລະ​ເພື່ອ​ນາມ​ຂອງເຮົາ​ຈະ​ປະກາດ​ແຜ່​ອອກ​ໄປ​ທົ່ວ​ໂລກ.”</verse>
				<verse number="18">ດ້ວຍເຫດນັ້ນ ຖ້າ​ພຣະເຈົ້າ​ຊົງ​ກະລຸນາ​ຜູ້ໃດ ກໍ​ຈະ​ຊົງ​ກະລຸນາ​ແກ່​ຜູ້ນັ້ນ ແລະ​ພຣະອົງ​ຢາກ​ໃຫ້​ຜູ້ໃດ​ມີ​ໃຈ​ແຂງ​ກະດ້າງ ກໍ​ຈະ​ຊົງ​ໃຫ້​ຜູ້​ນັ້ນ​ມີ​ໃຈ​ແຂງ​ກະດ້າງ.</verse>
				<verse number="19">ແລ້ວ​ເຈົ້າ​ຈະ​ກ່າວ​ຕໍ່​ເຮົາ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ຍັງ​ຊົງ​ຕິຕຽນ​ຢູ່? ຜູ້ໃດ​ຈະ​ຂັດຂືນ​ນໍ້າພຣະໄທ​ຂອງ​ພຣະເຈົ້າ​ໄດ້?”</verse>
				<verse number="20">ແຕ່​ມະນຸດ​ເອີຍ, ເຈົ້າ​ເປັນ​ຜູ້ໃດ ຈຶ່ງ​ກ້າ​ກ່າວ​ໂຕ້​ຕອບ​ພຣະເຈົ້າ​ໄດ້? ສິ່ງ​ທີ່​ຖືກ​ປັ້ນ​ຈະ​ກ່າວ​ແກ່​ຜູ້​ປັ້ນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ປັ້ນ​ຂ້ອຍ​ມາ​ແບບ​ນີ້?”</verse>
				<verse number="21">ຕາມ​ທີ່​ຈິງ​ແລ້ວ ຊ່າງ​ປັ້ນໝໍ້​ມີ​ສິດ​ໃຊ້​ດິນໜຽວ​ຈາກ​ກ້ອນ​ດຽວກັນ​ມາ​ປັ້ນ​ເປັນ​ເຄື່ອງໃຊ້ ອັນ​ໜຶ່ງ​ສຳລັບ​ໃຊ້​ໃນ​ງານ​ພິເສດ ແລະ​ອີກ​ອັນ​ໜຶ່ງ​ສຳລັບ​ໃຊ້​ໃນ​ງານ​ທຳມະດາ.</verse>
				<verse number="22">ດັ່ງນັ້ນ ພຣະອົງ​ຢາກ​ສຳແດງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ແລະ​ເຮັດ​ໃຫ້​ຣິດເດດ​ອຳນາດ​ຂອງ​ພຣະອົງ​ເປັນ​ທີ່​ປາກົດ, ພຣະອົງ​ຈຶ່ງ​ຊົງ​ອົດກັ້ນ​ໄວ້​ດົນນານ​ຕໍ່​ພວກ​ເຫຼົ່ານັ້ນ ທີ່​ເປັນ​ພາຊະນະ​ອັນ​ສົມຄວນ​ແກ່​ຄວາມ​ໂກດຮ້າຍ ຄື​ຜູ້​ທີ່​ຈັດຕຽມ​ໄວ້​ສຳລັບ​ຄວາມ​ຈິບຫາຍ.</verse>
				<verse number="23">ແລະ​ເພື່ອ​ສຳແດງ​ສະຫງ່າຣາສີ​ອັນ​ອຸດົມສົມບູນ​ຂອງ​ພຣະອົງ ແກ່​ບັນດາ​ຜູ້​ທີ່​ເປັນ​ພາຊະນະ​ແຫ່ງ​ຄວາມ​ເມດຕາ ຄື​ຄົນ​ເຫຼົ່ານັ້ນ ທີ່​ພຣະອົງ​ໄດ້​ຊົງ​ຈັດຕຽມ​ໄວ້​ກ່ອນ ເພື່ອ​ຮັບ​ສະຫງ່າຣາສີ​ນັ້ນ.</verse>
				<verse number="24">ລວມ​ທັງ​ພວກເຮົາ​ທີ່​ເປັນ​ໄພ່ພົນ ທີ່​ພຣະອົງ​ຊົງ​ເອີ້ນ​ເອົາ​ນັ້ນ ບໍ່ແມ່ນ​ຈາກ​ຄົນ​ຢິວ​ເທົ່ານັ້ນ ແຕ່​ຈາກ​ຄົນຕ່າງຊາດ​ດ້ວຍ.</verse>
				<verse number="25">ດັ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ໃນ​ພຣະທຳ​ໂຮເສອາ​ວ່າ, “ເຮົາ​ຈະ​ເອີ້ນ​ເຂົາ​ເຫຼົ່ານັ້ນ​ວ່າ ‘ເປັນ​ພົນລະເມືອງ​ຂອງເຮົາ.’ ຊຶ່ງ​ເມື່ອ​ກ່ອນ​ບໍ່ໄດ້​ເປັນ​ ພົນລະເມືອງ​ຂອງເຮົາ ແລະ​ເຮົາ​ຈະ​ເອີ້ນ​ວ່າ, ‘ພວກ​ທີ່ຮັກ​ຂອງເຮົາ’ ຊຶ່ງ​ເມື່ອ​ກ່ອນ​ບໍ່ໄດ້​ເປັນ​ທີ່ຮັກ.”</verse>
				<verse number="26">ແລະ “ໃນ​ບ່ອນ​ທີ່​ຊົງ​ກ່າວ​ວ່າ ‘ເຈົ້າ​ທັງຫລາຍ​ບໍ່ແມ່ນ​ ພົນລະເມືອງ​ຂອງເຮົາ’ ແລະ​ໃນ​ບ່ອນ​ນັ້ນ​ແຫຼະ ພວກເຂົາ​ຈະ​ໄດ້​ຊື່​ວ່າ, ‘ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່.”’</verse>
				<verse number="27">ເອຊາຢາ​ປະກາດ​ກ່ຽວກັບ​ຊາດ​ອິດສະຣາເອນ​ວ່າ, “ເຖິງ​ແມ່ນ​ລູກ​ຂອງ​ຊາວ​ອິດສະຣາເອນ​ຈະ​ມີ​ຫລາຍ​ດັ່ງ​ເມັດ​ຊາຍ​ທີ່​ແຄມ​ທະເລ ແຕ່​ມີ​ໜ້ອຍ​ຄົນ​ຈະ​ໄດ້​ພົ້ນ,</verse>
				<verse number="28">ດ້ວຍວ່າ, ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ດຳເນີນ​ການ​ເທິງ​ແຜ່ນດິນ​ໂລກ​ນີ້ ຕາມ​ການ​ຕັດສິນ​ຂອງ​ພຣະອົງ ໂດຍ​ໄວ​ແລະ​ຢ່າງ​ຄົບຖ້ວນ.”</verse>
				<verse number="29">ຕາມ​ທີ່​ເອຊາຢາ​ໄດ້​ທຳນວາຍ​ໄວ້​ລ່ວງໜ້າ​ວ່າ, “ຖ້າ​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງ​ເປັນ​ຈອມພົນ ບໍ່ໄດ້​ຊົງ​ໂຜດ​ໃຫ້​ພວກເຮົາ​ມີ​ເຊື້ອສາຍ​ເຫຼືອ​ຢູ່ ພວກເຮົາ​ກໍ​ຕ້ອງ​ໄດ້​ກາຍເປັນ​ດັ່ງ​ເມືອງ​ໂຊໂດມ ແລະ ໂກໂມຣາ.”</verse>
				<verse number="30">ຖ້າ​ເປັນ​ດັ່ງນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ຄົນຕ່າງຊາດ​ຜູ້​ທີ່​ບໍ່​ດິ້ນລົນ​ຫາ​ຄວາມ​ຊອບທຳ​ໃຫ້​ຕົນເອງ ກໍ​ຍັງ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະເຈົ້າ ຄື​ຄວາມ​ຊອບທຳ​ໂດຍ​ທາງ​ຄວາມເຊື່ອ,</verse>
				<verse number="31">ແຕ່​ພວກ​ອິດສະຣາເອນ​ທີ່​ໄດ້​ດິ້ນລົນ​ຫາ​ຄວາມ​ຊອບທຳ​ຕາມ​ກົດບັນຍັດ ກໍ​ບໍ່ໄດ້​ບັນລຸ​ເປົ້າໝາຍ​ຂອງຕົນ​ຕາມ​ກົດບັນຍັດ​ນັ້ນ.</verse>
				<verse number="32">ເປັນ​ເພາະ​ເຫດ​ໃດ? ເພາະ​ຍ້ອນ​ວ່າ ພວກເຂົາ​ບໍ່ໄດ້​ດິ້ນລົນ​ດ້ວຍ​ຄວາມເຊື່ອ, ແຕ່​ໄດ້​ຊອກຫາ​ດ້ວຍ​ການ​ປະຕິບັດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຕຳ​ສະດຸດ​ກ້ອນຫີນ ທີ່​ໃຫ້​ສະດຸດ​ນັ້ນ</verse>
				<verse number="33">ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ນີ້​ແຫຼະ ເຮົາ​ໄດ້​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ໃນ​ເມືອງ​ຊີໂອນ ເປັນ​ຫີນ​ກ້ອນ​ທີ່​ໃຫ້​ຄົນ​ຕຳ​ສະດຸດ ຄື​ກ້ອນຫີນ​ທີ່​ໃຫ້​ຄົນ​ລົ້ມ​ລົງ ແຕ່​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ບໍ່ໄດ້​ຮັບ​ຄວາມ​ອັບອາຍ​ຈັກເທື່ອ.”</verse>
			</chapter>
			<chapter number="10">
				<verse number="1">ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ຄວາມ​ປາຖະໜາ​ໃນ​ຈິດໃຈ​ຂອງເຮົາ ແລະ​ຄຳ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ສຳລັບ​ຊາວ​ອິດສະຣາເອນ ແມ່ນ​ຂໍ​ໃຫ້​ພວກເຂົາ​ໄດ້​ພົ້ນ.</verse>
				<verse number="2">ເຮົາ​ເປັນ​ພະຍານ​ໄດ້​ວ່າ ພວກເຂົາ​ມີ​ໃຈ​ຮ້ອນຮົນ​ປະຕິບັດ​ພຣະເຈົ້າ, ແຕ່​ບໍ່ໄດ້​ເປັນ​ໄປ​ຕາມ​ຄວາມຮູ້ ແລະ​ສະຕິປັນຍາ.</verse>
				<verse number="3">ເພາະ​ພວກເຂົາ​ບໍ່ໄດ້​ຮູ້ຈັກ​ຄວາມ​ຊອບທຳ ຊຶ່ງ​ພຣະເຈົ້າ​ປະທານ​ໃຫ້ ແຕ່​ພວກເຂົາ​ໄດ້​ພະຍາຍາມ​ຕັ້ງ​ຄວາມ​ຊອບທຳ​ຂອງ​ພວກເຂົາ​ເອງ​ແທນ, ພວກເຂົາ​ຈຶ່ງ​ບໍ່​ຍອມ​ຢູ່​ໃຕ້​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ.</verse>
				<verse number="4">ດ້ວຍວ່າ, ພຣະຄຣິດ​ໄດ້​ເຮັດ​ໃຫ້​ກົດບັນຍັດ​ຖືກ​ຍົກເລີກ ເພື່ອ​ວ່າ​ຜູ້​ທີ່​ວາງໃຈເຊື່ອ​ທຸກຄົນ ຈະ​ໄດ້​ເປັນ​ຄົນ​ຊອບທຳ.</verse>
				<verse number="5">ໂມເຊ​ໄດ້​ຂຽນ​ເຖິງ​ຄວາມ​ຊອບທຳ​ຕາມ​ຫລັກ​ກົດບັນຍັດ​ວ່າ, “ຜູ້ໃດ​ທີ່​ປະຕິບັດ​ຕາມ​ຫລັກ​ກົດບັນຍັດ ກໍ​ຈະ​ໄດ້​ຊີວິດ​ຕາມ​ນັ້ນ.”</verse>
				<verse number="6">ແຕ່​ຄວາມ​ຊອບທຳ ຊຶ່ງ​ມີ​ຄວາມເຊື່ອ​ເປັນ​ຫລັກ ກໍ​ກ່າວ​ໄວ້​ດັ່ງນີ້​ວ່າ, “ຢ່າ​ຄິດ​ໃນ​ໃຈ​ວ່າ, ‘ຜູ້ໃດ​ຈະ​ຂຶ້ນ​ໄປ​ເທິງ​ສະຫວັນ?”’ (ຄື​ນຳ​ເອົາ​ພຣະຄຣິດ​ລົງ​ມາ).</verse>
				<verse number="7">“ຫລື ‘ຜູ້ໃດ​ຈະ​ລົງ​ໄປ​ໃນ​ເຫວເລິກ?”’ (ຄື​ນຳ​ເອົາ​ພຣະຄຣິດ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ).</verse>
				<verse number="8">ແຕ່​ຄວາມ​ຊອບທຳ​ນັ້ນ​ໄດ້​ກ່າວ​ໄວ້​ຢ່າງ​ໃດ ໄດ້​ກ່າວ​ວ່າ, “ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ໃກ້​ເຈົ້າ ຢູ່​ທີ່​ສົບ​ປາກ ແລະ​ຢູ່​ໃນ​ໃຈ​ຂອງ​ເຈົ້າ” (ໝາຍ​ເຖິງ​ຖ້ອຍຄຳ​ແຫ່ງ​ຄວາມເຊື່ອ ທີ່​ພວກເຮົາ​ປະກາດ​ຢູ່​ນັ້ນ).</verse>
				<verse number="9">ຖ້າ​ເຈົ້າ​ຮັບ​ດ້ວຍ​ປາກ​ວ່າ, “ພຣະເຢຊູເຈົ້າ​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ” ແລະ​ເຊື່ອ​ໃນ​ໃຈ​ວ່າ, “ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ” ເຈົ້າ​ກໍ​ຈະ​ໄດ້​ພົ້ນ.</verse>
				<verse number="10">ດ້ວຍວ່າ, ມະນຸດ​ເຊື່ອ ກໍ​ເຊື່ອ​ໃນ​ໃຈ​ຂອງ​ຕົນເອງ ຈຶ່ງ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ແລະ​ທີ່​ຍອມ​ຮັບ ກໍ​ຍອມ​ຮັບ​ດ້ວຍ​ປາກ ຈຶ່ງ​ຊົງ​ຖືກ​ໂຜດ​ໃຫ້​ພົ້ນ.</verse>
				<verse number="11">ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ບຸກຄົນ​ໃດ​ທີ່​ວາງໃຈເຊື່ອ​ໃນ​ພຣະອົງ ຈະ​ບໍ່ໄດ້​ຮັບ​ຄວາມ​ອັບອາຍ.”</verse>
				<verse number="12">ເພາະ​ພຣະເຈົ້າ​ບໍ່ໄດ້​ຖື​ວ່າ​ແຕກຕ່າງ​ກັນ ລະຫວ່າງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ, ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວ​ຂອງ​ຄົນ​ທັງໝົດ ແລະ​ອວຍພອນ​ຢ່າງ​ບໍຣິບູນ​ແກ່​ທຸກຄົນ​ທີ່​ຮ້ອງ​ຫາ​ພຣະອົງ.</verse>
				<verse number="13">ເພາະວ່າ, “ທຸກຄົນ​ທີ່​ຮ້ອງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຈະ​ໄດ້​ພົ້ນ.”</verse>
				<verse number="14">ແຕ່​ຜູ້​ທີ່​ຍັງ​ບໍ່​ທັນ​ໄດ້​ເຊື່ອ​ໃນ​ພຣະອົງ​ນັ້ນ ພວກເຂົາ​ຈະ​ທູນ​ຂໍ​ຕໍ່​ພຣະອົງ​ໄດ້​ຢ່າງ​ໃດ? ແລະ​ຜູ້​ທີ່​ຍັງ​ບໍ່ໄດ້ຍິນ​ເຖິງ​ເລື່ອງ​ພຣະອົງ​ນັ້ນ ຈະ​ເຊື່ອ​ໃນ​ພຣະອົງ​ໄດ້​ຢ່າງ​ໃດ? ແລະ​ເມື່ອ​ບໍ່ມີ​ຜູ້ໃດ​ປະກາດ​ໃຫ້​ພວກເຂົາ​ຟັງ ພວກເຂົາ​ຈະ​ໄດ້ຍິນ​ເຖິງ​ເລື່ອງ​ພຣະອົງ​ໄດ້​ຢ່າງ​ໃດ?</verse>
				<verse number="15">ແລະ​ຖ້າ​ບໍ່ມີ​ຜູ້ໃດ​ໃຊ້​ພວກເຂົາ​ໄປ ພວກເຂົາ​ຈະ​ໄປ​ປະກາດ​ໄດ້​ຢ່າງ​ໃດ? ດັ່ງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຕີນ​ຂອງ​ຜູ້​ທີ່​ນຳ​ຂ່າວປະເສີດ​ມາ ກໍ​ງົດງາມ​ປານໃດ​ໜໍ”</verse>
				<verse number="16">ແຕ່​ບໍ່ແມ່ນ​ທຸກຄົນ​ທີ່​ຍອມ​ຟັງ​ຂ່າວປະເສີດ​ນັ້ນ ເພາະ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, “ພຣະອົງເຈົ້າ​ເອີຍ, ມີ​ຜູ້ໃດ​ແດ່​ທີ່​ໄດ້​ເຊື່ອຟັງ​ໃນ​ຖ້ອຍຄຳ ຕາມ​ທີ່​ພວກເຂົາ​ໄດ້ຍິນ​ຈາກ​ພວກ​ຂ້ານ້ອຍ​ນັ້ນ?”</verse>
				<verse number="17">ດັ່ງນັ້ນ ຄວາມເຊື່ອ​ເກີດຂຶ້ນ​ໄດ້​ກໍ​ເພາະ​ການ​ໄດ້ຍິນ ແລະ​ການ​ໄດ້ຍິນ​ເກີດຂຶ້ນ​ໄດ້ ກໍ​ເພາະ​ການ​ປະກາດ​ເລື່ອງ​ພຣະຄຣິດ.</verse>
				<verse number="18">ແຕ່​ເຮົາ​ຖາມ​ວ່າ, “ພວກເຂົາ​ບໍ່ໄດ້ຍິນ​ບໍ?” ແນ່ນອນ ແທ້ຈິງ​ພວກເຂົາ​ໄດ້ຍິນ​ແລ້ວ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ສຽງ​ຂອງ​ພວກເຂົາ​ດັງ​ກ້ອງ ແຜ່​ໄປ​ທົ່ວ​ແຜ່ນດິນ​ໂລກ ແລະ ຖ້ອຍຄຳ​ຂອງ​ພວກເຂົາ​ ກໍ​ເຖິງ​ທີ່ສຸດ​ແຜ່ນດິນ​ໂລກ.”</verse>
				<verse number="19">ເຮົາ​ຖາມ​ອີກ​ວ່າ, “ພວກ​ອິດສະຣາເອນ​ບໍ່​ຮູ້ຈັກ​ບໍ?” ໂມເຊ​ເອງ​ເປັນ​ຄົນ​ທຳອິດ​ທີ່​ຕອບ​ວ່າ, “ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ ເກີດ​ຄວາມ​ອິດສາ​ຊົນຊາດ​ ທີ່​ຍັງ​ບໍ່​ເປັນ​ປະເທດ, ເຮົາ​ຈະ​ຍົວະ​ໃຫ້​ພວກເຈົ້າ ເຄືອງແຄ້ນ​ປະເທດ​ທີ່​ເປັນ​ຊົນຊາດ​ທີ່​ໂງ່.”</verse>
				<verse number="20">ຝ່າຍ​ເອຊາຢາ​ກ້າ​ກ່າວ​ວ່າ, “ຄົນ​ເຫຼົ່ານັ້ນ​ບໍ່ໄດ້​ສະແຫວງ​ຫາ​ເຮົາ​ ກໍ​ພົບ​ເຮົາ ແລະ​ເຮົາ​ກໍ​ໄດ້​ປາກົດ​ແກ່ ຜູ້​ທີ່​ບໍ່ໄດ້​ຖາມ​ຫາ​ເຮົາ.”</verse>
				<verse number="21">ແຕ່​ເພິ່ນ​ກ່າວ​ເຖິງ​ພວກ​ອິດສະຣາເອນ​ນັ້ນ​ວ່າ, “ເຮົາ​ໄດ້​ຍື່ນ​ມື​ຂອງເຮົາ​ອອກ​ຕະຫລອດ​ວັນ ເພື່ອ​ຄອຍ​ຮັບ​ໄພ່ພົນ​ຈຳພວກ​ໜຶ່ງ ທີ່​ດື້ດ້ານ​ແລະ​ບໍ່​ເຊື່ອຟັງ.”</verse>
			</chapter>
			<chapter number="11">
				<verse number="1">ເມື່ອ​ເປັນ​ດັ່ງນັ້ນ ເຮົາ​ຈຶ່ງ​ຖາມ​ວ່າ, “ພຣະເຈົ້າ​ໄດ້​ປະຖິ້ມ​ໄພ່ພົນ​ຂອງ​ພຣະອົງ​ແລ້ວ​ບໍ?” ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ເພາະ​ເຮົາ​ເອງ​ກໍ​ເປັນ​ຄົນ​ອິດສະຣາເອນ, ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ແລະ​ເປັນ​ຄົນ​ໃນ​ເຜົ່າ​ເບັນຢາມິນ.</verse>
				<verse number="2">ພຣະເຈົ້າ​ບໍ່ໄດ້​ປະຖິ້ມ​ໄພ່ພົນ​ຂອງ​ພຣະອົງ ທີ່​ພຣະອົງ​ໄດ້​ຊົງ​ຮັບຮູ້​ເລືອກ​ໄວ້​ຕັ້ງແຕ່​ກ່ອນ​ແລ້ວ ເຈົ້າ​ທັງຫຼາຍ​ບໍ່​ຮູ້ຈັກ​ເລື່ອງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ ທີ່​ກ່າວ​ເຖິງ​ເອລີຢາ​ນັ້ນ​ບໍ? ເມື່ອ​ເພິ່ນ​ໄດ້​ກາບທູນ​ກ່າວຟ້ອງ​ພວກ​ອິດສະຣາເອນ​ຕໍ່​ພຣະເຈົ້າ​ວ່າ,</verse>
				<verse number="3">“ພຣະອົງເຈົ້າ​ເອີຍ, ພວກເຂົາ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພຣະອົງ ແລະ​ທັງ​ໄດ້​ທຸບ​ທຳລາຍ​ແທ່ນບູຊາ​ຂອງ​ພຣະອົງ​ດ້ວຍ, ມີ​ແຕ່​ຂ້ານ້ອຍ​ຜູ້​ດຽວ​ທີ່​ເຫຼືອ​ຢູ່ ແລະ​ພວກເຂົາ​ກໍ​ກຳລັງ​ຊອກ​ຊ່ອງທາງ​ສັງຫານ​ຂ້ານ້ອຍ​ເໝືອນກັນ.”</verse>
				<verse number="4">ແລ້ວ​ພຣະເຈົ້າ​ໄດ້​ຕອບ​ເພິ່ນ​ວ່າ​ຢ່າງ​ໃດ? ກໍ​ຕອບ​ວ່າ​ຢ່າງ​ນີ້, “ເຮົາ​ຍັງ​ມີ​ຄົນ​ເຫຼືອ​ຢູ່​ສຳລັບ​ເຮົາ​ເຈັດພັນ​ຄົນ ຜູ້​ທີ່​ບໍ່ໄດ້​ຄຸເຂົ່າ​ລົງ​ຂາບໄຫວ້​ຮູບ​ບາອານ.”</verse>
				<verse number="5">ດັ່ງນັ້ນ ໃນ​ປະຈຸບັນ​ນີ້​ກໍ​ເຊັ່ນດຽວ​ກັນ​ຍັງ​ມີ​ພວກ​ທີ່​ເຫຼືອ​ຢູ່ ຕາມ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ດ້ວຍ​ພຣະຄຸນ​ຂອງ​ພຣະອົງ.</verse>
				<verse number="6">ແຕ່​ຖ້າ​ເປັນ​ທາງ​ພຣະຄຸນ ກໍ​ບໍ່ແມ່ນ​ທາງ​ການ​ປະຕິບັດ ຫລື​ຖ້າ​ເປັນ​ທາງ​ການ​ປະຕິບັດ​ແລ້ວ ພຣະຄຸນ​ນັ້ນ​ກໍ​ບໍ່ແມ່ນ​ພຣະຄຸນ​ອີກ​ຕໍ່ໄປ.</verse>
				<verse number="7">ຖ້າດັ່ງນັ້ນ​ແລ້ວ​ຈະ​ວ່າ​ຢ່າງ​ໃດ? ປະຊາຊົນ​ອິດສະຣາເອນ​ບໍ່ໄດ້​ພົບ​ສິ່ງ​ທີ່​ພວກເຂົາ​ຊອກຫາ​ນັ້ນ, ແຕ່​ແມ່ນ​ຄົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ເທົ່ານັ້ນ ທີ່​ເປັນ​ຄົນ​ໄດ້​ພົບ, ສ່ວນ​ຄົນອື່ນ​ນັ້ນ​ແມ່ນ​ຄົນ​ທີ່​ຊົງ​ໃຫ້​ເກີດ​ມີ​ໃຈ​ແຂງ​ກະດ້າງ​ໄປ,</verse>
				<verse number="8">ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ພຣະເຈົ້າ​ໄດ້​ເຮັດ​ໃຫ້​ຄວາມ​ຄິດ ແລະ​ຈິດໃຈ​ຂອງ​ພວກເຂົາ​ປຶກຕັນ ແລະ​ຈົນເຖິງ​ທຸກ​ວັນນີ້​ຕາ​ຂອງ​ພວກເຂົາ​ກໍ​ເບິ່ງ​ບໍ່​ເຫັນ ແລະ​ຫູ​ກໍ​ບໍ່ໄດ້ຍິນ.”</verse>
				<verse number="9">ຝ່າຍ​ກະສັດ​ດາວິດ​ກໍ​ກ່າວ​ໄວ້​ວ່າ, “ຂໍ​ຊົງ​ໃຫ້​ໂຕະ​ອາຫານ​ຂອງ​ພວກເຂົາ ເກີດ​ເປັນ​ບ້ວງແຮ້ວ ແລະ​ເປັນ​ຕາໜ່າງ​ຈັບ​ພວກເຂົາ​ເອງ, ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ພວກເຂົາ​ສະດຸດ​ໃຈ ແລະ​ເປັນ​ສິ່ງ​ທີ່​ນຳ​ຈ່ອງເວນ​ແກ່​ພວກເຂົາ</verse>
				<verse number="10">ຂໍ​ຊົງ​ໃຫ້​ຕາ​ຂອງ​ພວກເຂົາ​ມືດມົວ​ໄປ ເພື່ອ​ຈະ​ເບິ່ງ​ບໍ່​ເຫັນ ແລະ​ໃຫ້​ຫລັງ​ຂອງ​ພວກເຂົາ​ກ່ອມ​ລົງ ຢູ່​ຕະຫລອດໄປ.”</verse>
				<verse number="11">ດັ່ງນັ້ນ ເຮົາ​ຈຶ່ງ​ຖາມ​ວ່າ, ເມື່ອ​ພວກ​ອິດສະຣາເອນ​ຕຳ​ສະດຸດ​ນັ້ນ ພວກເຂົາ​ໄດ້​ລົ້ມ​ລົງ​ສູນເສຍ​ໄປ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ ແຕ່​ຍ້ອນ​ພວກເຂົາ​ໄດ້​ສະດຸດ​ລົ້ມ​ລົງ​ແລ້ວ ຄວາມ​ພົ້ນ​ຈຶ່ງ​ມາ​ເຖິງ​ຄົນຕ່າງຊາດ, ເພື່ອ​ຈະ​ເຮັດ​ໃຫ້​ພວກເຂົາ​ເກີດ​ມີ​ໃຈ​ຫຶງຫວງ​ຂຶ້ນ.</verse>
				<verse number="12">ແຕ່​ຖ້າ​ການ​ສະດຸດ​ລົ້ມ​ລົງ​ຂອງ​ຄົນ​ອິດສະຣາເອນ ໄດ້​ນຳ​ເອົາ​ພຣະພອນ​ອັນ​ໃຫຍ່​ມາ​ສູ່​ຊາວ​ໂລກ ແລະ​ຖ້າ​ຄວາມ​ພ່າຍແພ້​ຂອງ​ພວກເຂົາ ເປັນ​ເຫດ​ໃຫ້​ເກີດ​ຄວາມ​ສົມບູນ​ຂຶ້ນ ຫາກ​ໄດ້​ພວກເຂົາ​ເຂົ້າ​ມາ​ເພີ່ມ​ດ້ວຍ ກໍ​ຈະ​ມີ​ພຣະພອນ​ດີກວ່າ​ນັ້ນ​ຈັກ​ພຽງ​ໃດ​ໜໍ.</verse>
				<verse number="13">ບັດນີ້ ເຮົາ​ຂໍ​ກ່າວ​ແກ່​ຄົນຕ່າງຊາດ​ວ່າ, ຕາບໃດ​ທີ່​ເຮົາ​ຍັງ​ເປັນ​ອັກຄະສາວົກ​ໄປ​ຫາ​ຄົນຕ່າງຊາດ ເຮົາ​ກໍ​ພາກພູມໃຈ​ໃຫ້ກຽດ​ພັນທະກິດ​ຂອງເຮົາ.</verse>
				<verse number="14">ເພື່ອ​ເຮົາ​ຈະ​ໄດ້​ຊັກຊວນ​ເພື່ອນ​ຮ່ວມ​ຊາດ​ຂອງເຮົາ ໃຫ້​ເກີດ​ມີ​ໃຈ​ຫຶງຫວງ ເພື່ອ​ຈະ​ຊ່ວຍ​ພວກເຂົາ​ບາງຄົນ​ໃຫ້​ພົ້ນ.</verse>
				<verse number="15">ດ້ວຍວ່າ, ຖ້າ​ຊົນຊາດ​ພວກເຮົາ​ຖືກ​ປະຖິ້ມ ອັນ​ເປັນ​ເຫດ​ໃຫ້​ມະນຸດ​ທັງ​ໂລກ ກັບຄືນ​ມາ​ເປັນ​ມິດ​ກັບ​ພຣະເຈົ້າ ການ​ທີ່​ພຣະເຈົ້າ​ຮັບ​ເອົາ​ພວກ​ຢິວ​ກັບຄືນ​ມາ​ຫາ​ພຣະອົງ​ນັ້ນ ກໍ​ເໝືອນ​ກັບ​ວ່າ​ພວກເຂົາ​ໄດ້​ຕາຍໄປ​ແລ້ວ ກັບຄືນ​ມາ​ໃໝ່.</verse>
				<verse number="16">ຖ້າ​ເຂົ້າຈີ່​ກ້ອນ​ທຳອິດ ຖືກ​ຖວາຍ​ເປັນ​ຜົນແລກ​ແກ່​ພຣະເຈົ້າ​ນັ້ນ ເປັນ​ຂອງ​ສັກສິດ ແປ້ງ​ທີ່​ນວດ​ແລ້ວ​ທັງ​ອ່າງ ກໍ​ເປັນ​ຂອງ​ສັກສິດ​ແລ້ວ​ເໝືອນກັນ ຖ້າ​ຮາກ​ຕົ້ນໄມ້​ຖືກ​ຖວາຍ​ນັ້ນ ເປັນ​ບໍຣິສຸດ​ແລ້ວ ກິ່ງກ້ານ​ທັງໝົດ​ກໍ​ເປັນ​ອັນ​ບໍຣິສຸດ​ຂອງ​ພຣະອົງ​ດ້ວຍ​ເໝືອນກັນ.</verse>
				<verse number="17">ແຕ່​ຖ້າ​ພຣະເຈົ້າ​ຊົງ​ຫັກ​ກິ່ງກ້ານ​ບາງ​ສ່ວນ​ຂອງ​ຕົ້ນ​ໝາກກອກເທດ​ບ້ານ​ອອກ​ເສຍ ແລ້ວ​ໄດ້​ຊົງ​ໂຜດ​ນຳ​ເຈົ້າ ຜູ້​ເປັນ​ກິ່ງ​ຕົ້ນ​ໝາກກອກເທດ​ປ່າ ມາ​ແທນ​ກິ່ງ​ເຫຼົ່ານັ້ນ ແລະ​ໃຫ້​ເຂົ້າ​ຮ່ວມ​ຮັບ​ນໍ້າ​ຫລໍ່ລ້ຽງ​ອັນ​ບໍຣິບູນ​ຈາກ​ຮາກ​ຕົ້ນກອກເທດ​ນັ້ນ.</verse>
				<verse number="18">ສະນັ້ນ ເຈົ້າ​ກໍ​ຢ່າ​ໂອ້ອວດ​ໃສ່​ກິ່ງກ້ານ​ທີ່​ຖືກ​ຫັກ​ອອກ​ນັ້ນ, ເຈົ້າ​ຈະ​ພູມໃຈ​ໄດ້​ຢ່າງ​ໃດ? ຖ້າ​ເຈົ້າ​ໂອ້ອວດ​ໃສ່​ກ້ານ​ເຫຼົ່ານັ້ນ ຈົ່ງ​ຈື່ຈຳ​ໄວ້​ວ່າ ບໍ່ແມ່ນ​ເຈົ້າ​ທີ່​ໄດ້​ລ້ຽງ​ຮາກ, ແຕ່​ແມ່ນ​ຮາກ​ທີ່​ລ້ຽງ​ເຈົ້າ.</verse>
				<verse number="19">ແຕ່​ເຈົ້າ​ຈະ​ເວົ້າ​ວ່າ ຖືກ​ແລ້ວ ກິ່ງກ້ານ​ເຫຼົ່ານັ້ນ​ຖືກ​ຫັກ​ອອກ ກໍ​ເພື່ອ​ຈະ​ເອົາ​ຂ້ອຍ​ຕໍ່​ໃສ່.</verse>
				<verse number="20">ຖືກຕ້ອງ​ແລ້ວ ຍ້ອນ​ວ່າ​ພວກເຂົາ​ບໍ່​ເຊື່ອ ຈຶ່ງ​ຖືກ​ຫັກ​ອອກ, ແຕ່​ທີ່​ເຈົ້າ​ຢູ່​ໄດ້​ນັ້ນ ກໍ​ຍ້ອນ​ຄວາມເຊື່ອ​ຂອງ​ເຈົ້າ​ເທົ່ານັ້ນ. ດັ່ງນັ້ນ ເຈົ້າ​ຢ່າ​ສູ່​ເປັນ​ຜູ້​ຈອງຫອງ, ແຕ່​ຈົ່ງ​ເປັນ​ຜູ້​ທີ່​ຢຳເກງ.</verse>
				<verse number="21">ເພາະວ່າ ຖ້າ​ພຣະເຈົ້າ​ບໍ່ໄດ້​ຍົກເວັ້ນ​ຄົນ​ຢິວ ຜູ້​ທີ່​ເປັນ​ດັ່ງ​ກິ່ງກ້ານ​ເດີມ​ນັ້ນ, ບາງທີ​ພຣະອົງ​ກໍ​ຈະ​ບໍ່​ຍົກເວັ້ນ​ເຈົ້າ​ເໝືອນກັນ.</verse>
				<verse number="22">ຈົ່ງ​ພິຈາລະນາ​ເບິ່ງ​ພຣະ​ເມດຕາ ແລະ​ຄວາມ​ເຄັ່ງຄັດ​ຂອງ​ພຣະເຈົ້າ ຄື​ພຣະອົງ​ສຳແດງ​ຄວາມ​ເຄັ່ງຄັດ​ຕໍ່​ພວກ​ທີ່​ຫລົງຜິດ​ໄປ ແຕ່​ພຣະອົງ​ເມດຕາ​ເຈົ້າ ຖ້າ​ເຈົ້າ​ຕັ້ງໝັ້ນ​ຢູ່​ໃນ​ພຣະ​ເມດຕາ​ນັ້ນ​ຕໍ່ໄປ, ຖ້າບໍ່​ດັ່ງນັ້ນ ເຈົ້າ​ກໍ​ຈະ​ຖືກ​ຫັກອອກ​ເໝືອນກັນ.</verse>
				<verse number="23">ແລະ​ຖ້າ​ຄົນ​ຢິວ​ບໍ່​ສືບຕໍ່​ດື້ດ້ານ​ຢູ່​ໃນ​ຄວາມ​ບໍ່​ເຊື່ອຟັງ​ຂອງ​ພວກເຂົາ, ພວກເຂົາ​ກໍ​ຈະ​ຖືກ​ຕໍ່​ເຂົ້າ​ຄືນ​ໃສ່​ໃນ​ບ່ອນ​ທີ່​ພວກເຂົາ​ເຄີຍ​ເປັນ​ຢູ່​ນັ້ນ ເພາະ​ພຣະເຈົ້າ​ຜູ້​ມີ​ຣິດເດດ​ສາມາດ​ເຮັດ​ເຊັ່ນນີ້​ໄດ້.</verse>
				<verse number="24">ດ້ວຍວ່າ, ຖ້າ​ພຣະເຈົ້າ​ຊົງ​ຕັດ​ເຈົ້າ​ອອກ​ຈາກ​ຕົ້ນກອກ​ປ່າ ທີ່​ເປັນ​ໄມ້​ປ່າ​ຕາມ​ທຳມະຊາດ ແລະ​ຊົງ​ນຳ​ມາ​ຕໍ່​ເຂົ້າ​ກັບ​ຕົ້ນກອກ​ພັນ​ດີ ຊຶ່ງ​ຜິດ​ທຳມະຊາດ​ຂອງ​ມັນ​ແລ້ວ ການ​ທີ່​ຈະ​ເອົາ​ກິ່ງ​ເຫຼົ່ານັ້ນ​ທີ່​ເປັນ​ກິ່ງ​ເດີມ ມາ​ຕໍ່​ເຂົ້າ​ກັບ​ຕົ້ນ​ມັນ​ເອງ ກໍ​ຈະ​ງ່າຍ​ກວ່າ​ນັ້ນ​ຫລາຍ​ເທົ່າ​ໃດ​ໜໍ.</verse>
				<verse number="25">ພີ່ນ້ອງ​ທັງຫລາຍ​ເອີຍ ນີ້​ຄື​ຄວາມຈິງ​ອັນ​ລັບເລິກ ຊຶ່ງ​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້ ເພື່ອ​ບໍ່​ໃຫ້​ພວກເຈົ້າ​ຄິດ​ຖື​ຕົນ​ວ່າ ເປັນ​ຄົນ​ສະຫລາດ, ຄື​ວ່າ​ຄວາມ​ດື້ດຶງ​ຂອງ​ຊົນຊາດ​ອິດສະຣາເອນ​ນັ້ນ​ມີ​ພຽງ​ຊົ່ວຄາວ, ຈົນກວ່າ​ຄົນຕ່າງຊາດ​ຈະ​ມາ​ຄົບ​ຈຳນວນ​ໃນ​ການ​ກັບຄືນ​ມາ​ຫາ​ພຣະເຈົ້າ.</verse>
				<verse number="26">ແລ້ວ​ພວກ​ອິດສະຣາເອນ​ທັງໝົດ ກໍ​ຈະ​ຖືກ​ຊ່ວຍ​ໃຫ້​ພົ້ນ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະ​ຜູ້ໂຜດຊ່ວຍ​ໃຫ້​ພົ້ນ ຈະ​ມາ​ຈາກ​ພູເຂົາ​ຊີໂອນ ແລະ​ກຳຈັດ​ຄວາມ​ຊົ່ວຊ້າ​ອະທຳ​ອອກ​ຈາກ​ເຊື້ອສາຍ​ຂອງ​ຢາໂຄບ.”</verse>
				<verse number="27">“ແລະ​ເຮົາ​ຈະ​ເຮັດ​ຄຳໝັ້ນ​ສັນຍາ​ນີ້ ກັບ​ພວກເຂົາ ເມື່ອ​ເຮົາ​ອະໄພ​ບາບກຳ ຂອງ​ພວກເຂົາ​ແລ້ວ.”</verse>
				<verse number="28">ຍ້ອນ​ພວກ​ຢິວ​ບໍ່​ຍອມ​ຮັບ​ເອົາ​ຂ່າວປະເສີດ ພວກເຂົາ​ຈຶ່ງ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ ເພື່ອ​ປະໂຫຍດ​ຂອງ​ພວກເຈົ້າ​(ຄົນຕ່າງຊາດ) ແຕ່​ຍ້ອນ​ການ​ຊົງ​ເລືອກ​ຂອງ​ພຣະເຈົ້າ ພວກເຂົາ​ຈຶ່ງ​ເປັນ​ຜູ້​ທີ່​ພຣະເຈົ້າ​ຊົງ​ຮັກ ເພາະ​ເຫັນ​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ.</verse>
				<verse number="29">ເພາະ​ພຣະເຈົ້າ​ບໍ່​ປ່ຽນໃຈ​ກ່ຽວກັບ​ການ​ຊົງ​ເລືອກ ແລະ​ການ​ໃຫ້​ຂອງ​ປະທານ.</verse>
				<verse number="30">ເຈົ້າ​ທັງຫລາຍ​ກໍ​ເໝືອນກັນ ເມື່ອ​ກ່ອນ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າ, ແຕ່​ມາບັດນີ້ ພວກເຈົ້າ​ໄດ້​ຮັບ​ພຣະ​ເມດຕາ ຍ້ອນ​ພວກ​ຢິວ​ບໍ່​ເຊື່ອຟັງ​ພຣະອົງ​ສັນໃດ.</verse>
				<verse number="31">ບັດນີ້ ເຂົາ​ເຫຼົ່ານັ້ນ​ກໍ​ບໍ່ໄດ້​ເຊື່ອຟັງ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ພຣະ​ກະລຸນາ​ດ້ວຍ​ພຣະຄຸນ ທີ່​ໄດ້​ຊົງ​ໂຜດ​ແກ່​ເຈົ້າ​ທັງຫລາຍ​ສັນນັ້ນ.</verse>
				<verse number="32">ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ເຮັດ​ໃຫ້​ມະນຸດ​ທຸກຄົນ ເປັນ​ຊະເລີຍ​ແຫ່ງ​ຄວາມ​ບໍ່​ເຊື່ອຟັງ ເພື່ອ​ວ່າ​ພຣະ​ເມດຕາ​ຈະ​ໄດ້​ເປັນ​ທີ່​ສຳແດງ​ແກ່​ເຂົາ​ທຸກຄົນ.</verse>
				<verse number="33">ຄວາມ​ຮັ່ງມີ​ຂອງ​ພຣະເຈົ້າ​ກໍ​ມີ​ຢ່າງ​ລົ້ນເຫລືອ ແລະ​ພຣະ​ສະຕິປັນຍາ ທັງ​ຄວາມ​ຮອບຮູ້​ຂອງ​ພຣະອົງ​ກໍ​ແສນ​ເລີດລໍ້າ ການ​ຕັດສິນ​ຂອງ​ພຣະອົງ ກໍ​ເຫຼືອ​ທີ່​ຈະ​ເຂົ້າໃຈ​ໄດ້ ແລະ​ວິທີ​ທາງ​ຂອງ​ພຣະອົງ ກໍ​ເຫຼືອ​ວິໄສ​ທີ່​ຈະ​ຄົ້ນຄວ້າ​ໄດ້.</verse>
				<verse number="34">ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຜູ້ໃດ​ໜໍ ທີ່​ຮູ້​ຄວາມ​ນຶກຄິດ ຂອງ​ພຣະເຈົ້າ​ໄດ້? ຜູ້ໃດ​ໜໍ ທີ່​ສາມາດ​ເປັນ​ທີ່ປຶກສາ ຂອງ​ພຣະອົງ​ໄດ້”</verse>
				<verse number="35">“ຫລື​ຜູ້ໃດ​ໜໍ ທີ່​ໄດ້​ຖວາຍ​ສິ່ງໃດ​ສິ່ງໜຶ່ງ ແກ່​ພຣະອົງ​ກ່ອນ ເພື່ອ​ວ່າ​ພຣະອົງ​ຈະ​ໄດ້​ໃຫ້​ບາງ​ສິ່ງ ຕອບ​ແທນ​ແກ່​ຕົນ.”</verse>
				<verse number="36">ດ້ວຍວ່າ, ສິ່ງສາລະພັດ​ເປັນ​ມາ​ຈາກ​ພຣະອົງ ມີ​ມາ​ດ້ວຍ​ພຣະອົງ ແລະ​ເພື່ອ​ພຣະອົງ ຂໍ​ໃຫ້​ພຣະ​ສະຫງ່າຣາສີ ຈົ່ງ​ເປັນ​ຂອງ​ພຣະອົງ​ຕະຫລອດ​ໄປ​ເປັນນິດ​ເທີ້ນ ອາແມນ.</verse>
			</chapter>
			<chapter number="12">
				<verse number="1">ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ໂດຍ​ເຫັນ​ແກ່​ພຣະ​ເມດຕາ​ກະລຸນາ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຖວາຍ​ຕົວ​ແກ່​ພຣະເຈົ້າ ເປັນ​ເຄື່ອງ​ບູຊາ​ອັນ​ມີ​ຊີວິດ ເປັນ​ອັນ​ບໍຣິສຸດ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ຊຶ່ງ​ເປັນ​ການ​ນະມັດສະການ​ໃຫ້​ສົມ​ກັບ​ຝ່າຍ​ວິນຍານ​ຂອງ​ເຈົ້າ​ທັງຫລາຍ.</verse>
				<verse number="2">ຢ່າ​ດຳເນີນ​ຊີວິດ​ເໝືອນ​ຢ່າງ​ຊາວ​ໂລກນີ້ ແຕ່​ຈົ່ງ​ຮັບ​ການ​ຊົງ​ປ່ຽນແປງ​ຈິດໃຈ​ຂອງ​ພວກເຈົ້າ​ໃໝ່ ແລ້ວ​ອຸປະນິໄສ​ຂອງ​ພວກເຈົ້າ​ຈຶ່ງ​ຈະ​ປ່ຽນ​ໃໝ່ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ຈະ​ຮູ້​ວ່າ​ອັນ​ໃດ​ດີ ອັນ​ໃດ​ເປັນ​ທີ່​ພໍພຣະໄທ ແລະ​ອັນ​ໃດ​ດີທີ່ສຸດ.</verse>
				<verse number="3">ເນື່ອງ​ຈາກ​ວ່າ ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພຣະຄຸນ​ແກ່​ເຮົາ, ເຮົາ​ຈຶ່ງ​ຂໍ​ບອກ​ພວກເຈົ້າ​ທຸກຄົນ​ວ່າ ຢ່າ​ຄິດ​ຖືຕົວ​ເກີນ​ທີ່​ຕົນ​ເປັນ​ຢູ່ ແຕ່​ໃຫ້​ຄິດ​ສົມເຫດ​ສົມຜົນ ໃຫ້​ຄິດ​ສົມກັບ​ຂະໜາດ​ແຫ່ງ​ຄວາມເຊື່ອ ທີ່​ພຣະເຈົ້າ​ໄດ້​ໂຜດ​ໃຫ້​ແຕ່ລະຄົນ​ນັ້ນ.</verse>
				<verse number="4">ເພາະວ່າ​ພວກເຮົາ​ມີ​ອະໄວຍະວະ​ຫລາຍ​ຢ່າງ​ຢູ່​ໃນ​ຮ່າງກາຍ​ອັນ​ດຽວ ແລະ​ແຕ່ລະ​ອະໄວຍະວະ​ກໍ​ມີ​ໜ້າທີ່​ແຕກຕ່າງ​ກັນ​ສັນໃດ,</verse>
				<verse number="5">ພວກເຮົາ​ທີ່​ມີ​ຫລາຍ​ຄົນ​ກໍ​ຮ່ວມ​ເຂົ້າ​ເປັນ​ຮ່າງກາຍ​ດຽວກັນ​ໃນ​ພຣະຄຣິດ ແລະ​ພວກເຮົາ​ກໍ​ເປັນ​ອະໄວຍະວະ​ແກ່​ກັນແລະກັນ​ສັນນັ້ນ.</verse>
				<verse number="6">ແລະ​ພວກເຮົາ​ໄດ້​ຮັບ​ຂອງ​ປະທານ​ຕ່າງ​ກັນ ຕາມ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ແກ່​ພວກເຮົາ​ນັ້ນ ຄື​ຖ້າ​ເປັນ​ການ​ປະກາດ​ພຣະທຳ ກໍ​ຈົ່ງ​ປະກາດ​ຕາມ​ຂະໜາດ​ຂອງ​ຄວາມເຊື່ອ​ທີ່​ຕົນ​ມີ​ຢູ່.</verse>
				<verse number="7">ຖ້າ​ເປັນ​ການ​ຮັບໃຊ້ ກໍ​ໃຫ້​ຮັບໃຊ້ ຖ້າ​ເປັນ​ການ​ສັ່ງສອນ ກໍ​ຈົ່ງ​ສັ່ງສອນ</verse>
				<verse number="8">ຖ້າ​ເປັນ​ການ​ໜູນໃຈ ກໍ​ຈົ່ງ​ໜູນໃຈ ຖ້າ​ເປັນ​ການ​ບໍລິຈາກ ກໍ​ຈົ່ງ​ເຮັດ​ດ້ວຍ​ໃຈ​ສັດທາ​ເພື່ອ​ແຜ່ ຜູ້​ມີ​ສິດ​ອຳນາດ ກໍ​ຈົ່ງ​ເຮັດ​ດ້ວຍ​ຄວາມ​ເອົາໃຈໃສ່ ຜູ້​ສະແດງ​ຄວາມ​ເມດຕາ​ຕໍ່​ຄົນອື່ນ ກໍ​ຈົ່ງ​ເຮັດ​ດ້ວຍ​ໃຈ​ຍິນດີ.</verse>
				<verse number="9">ຈົ່ງ​ຮັກ​ດ້ວຍ​ໃຈຈິງ ຈົ່ງ​ກຽດຊັງ​ສິ່ງ​ທີ່​ຊົ່ວຮ້າຍ ຈົ່ງ​ຍຶດໝັ້ນ​ໃນ​ສິ່ງ​ທີ່​ດີ</verse>
				<verse number="10">ຈົ່ງ​ຮັກ​ຊຶ່ງກັນແລະກັນ​ເໝືອນ​ສັນ​ພີ່ນ້ອງ ສ່ວນ​ການ​ໃຫ້ກຽດ​ຊຶ່ງກັນແລະກັນ​ນັ້ນ ຈົ່ງ​ຖື​ວ່າ​ຜູ້ອື່ນ​ດີກວ່າ​ຕົນ.</verse>
				<verse number="11">ຈົ່ງ​ເຮັດ​ວຽກ​ຢ່າງ​ເຕັມ​ກຳລັງ ແລະ​ຢ່າ​ກຽດຄ້ານ ຈົ່ງ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ມີ​ຈິດໃຈ​ຮ້ອນຮົນ​ດ້ວຍ​ພຣະວິນຍານ.</verse>
				<verse number="12">ຈົ່ງ​ຊົມຊື່ນ​ຍິນດີ​ໃນ​ຄວາມຫວັງ ຈົ່ງ​ອົດທົນ​ໃນ​ຄວາມ​ຍາກ​ລຳບາກ ຈົ່ງ​ພາວັນນາ​ອະທິຖານ​ຢູ່​ບໍ່​ຂາດ.</verse>
				<verse number="13">ຈົ່ງ​ຊ່ວຍເຫລືອ​ໄພ່ພົນ​ຂອງ​ພຣະເຈົ້າ ເມື່ອ​ພວກເຂົາ​ຂັດສົນ ຈົ່ງ​ຍິນດີ​ຕ້ອນຮັບ​ແຂກ​ດ້ວຍ​ໃຈ​ເຫຼື້ອມໃສ.</verse>
				<verse number="14">ຈົ່ງ​ອວຍພອນ​ແກ່​ຄົນ​ທີ່​ຂົ່ມເຫັງ​ເຈົ້າ ຈົ່ງ​ອວຍພອນ​ຢ່າ​ປ້ອຍດ່າ.</verse>
				<verse number="15">ຈົ່ງ​ຊົມຊື່ນ​ຍິນດີ ກັບ​ຜູ້​ທີ່​ຊົມຊື່ນ​ຍິນດີ ຈົ່ງ​ຮ້ອງໄຫ້​ກັບ​ຜູ້​ທີ່​ຮ້ອງໄຫ້.</verse>
				<verse number="16">ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈດຽວ​ກັນ ຢ່າ​ຄິດ​ອວດໃຫຍ່​ໃຝ່ສູງ ຈົ່ງ​ຮັບຮູ້​ຄົນ​ສາມັນ​ຕໍ່າຕ້ອຍ. ແລະ​ຢ່າ​ຖື​ວ່າ​ຕົນ​ເປັນ​ຄົນ​ສະຫລາດ.</verse>
				<verse number="17">ຢ່າ​ເຮັດ​ຊົ່ວ​ຕອບ​ແທນ​ການ​ຊົ່ວ​ແກ່​ຜູ້ໃດ​ຜູ້ໜຶ່ງ ຈົ່ງ​ພະຍາຍາມ​ເຮັດ​ໃນ​ສິ່ງ​ທີ່​ຄົນ​ທັງຫລາຍ​ເຫັນ​ວ່າ​ດີ.</verse>
				<verse number="18">ຖ້າ​ເປັນ​ໄປ​ໄດ້ ໃນ​ເລື່ອງ​ທີ່​ຂຶ້ນ​ຢູ່​ກັບ​ພວກເຈົ້າ​ນັ້ນ ຈົ່ງ​ຢູ່​ຢ່າງ​ສະຫງົບສຸກ​ກັບ​ທຸກໆ​ຄົນ.</verse>
				<verse number="19">ພວກ​ທີ່ຮັກ​ຂອງເຮົາ​ເອີຍ ຢ່າ​ແກ້ແຄ້ນ​ເລີຍ, ແຕ່​ຈົ່ງ​ມອບ​ການ​ນັ້ນ​ໃຫ້​ພຣະເຈົ້າ ເປັນ​ຜູ້​ພິພາກສາ​ລົງໂທດ​ແທນ, ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, “ການ​ແກ້ແຄ້ນ​ເປັນ​ທຸລະ​ຂອງເຮົາ ເຮົາ​ເອງ​ຈະ​ເປັນ​ຜູ້​ຕອບແທນ”</verse>
				<verse number="20">ແຕ່ “ຖ້າ​ສັດຕູ​ຂອງ​ເຈົ້າ​ຢາກ​ເຂົ້າ ຈົ່ງ​ເອົາ​ໃຫ້​ເຂົາ​ກິນ ຖ້າ​ເຂົາ​ຫິວນໍ້າ ຈົ່ງ​ເອົາ​ໃຫ້​ເຂົາ​ດື່ມ ເພາະ​ການ​ທີ່​ເຈົ້າ​ເຮັດ​ຢ່າງ​ນັ້ນ ເປັນ​ການ​ກອງ​ຖ່ານໄຟ​ແດງ​ໃສ່​ໄວ້​ເທິງ​ຫົວ​ຂອງ​ເຂົາ.”</verse>
				<verse number="21">ຢ່າ​ໃຫ້​ຄວາມຊົ່ວ​ໄດ້​ຊະນະ​ເຈົ້າ ແຕ່​ຈົ່ງ​ຊະນະ​ຄວາມຊົ່ວ​ດ້ວຍ​ຄວາມດີ.</verse>
			</chapter>
			<chapter number="13">
				<verse number="1">ທຸກຄົນ​ຕ້ອງ​ຍອມ​ຢູ່​ໃຕ້​ອຳນາດ​ການ​ປົກຄອງ ເພາະວ່າ​ບໍ່ມີ​ອຳນາດ​ໃດ ທີ່​ບໍ່ໄດ້​ມາ​ຈາກ​ພຣະເຈົ້າ ແລະ​ຜູ້​ທີ່​ມີ​ອຳນາດ​ນັ້ນ ກໍ​ແມ່ນ​ພຣະເຈົ້າ​ເທົ່ານັ້ນ​ທີ່​ຊົງ​ແຕ່ງຕັ້ງ​ຂຶ້ນ.</verse>
				<verse number="2">ເຫດສະນັ້ນ ຜູ້ໃດ​ທີ່​ຕໍ່ຕ້ານ​ອຳນາດ​ການ​ປົກຄອງ ກໍ​ຕໍ່ຕ້ານ​ຜູ້​ທີ່​ພຣະເຈົ້າ​ໄດ້​ແຕ່ງຕັ້ງ​ຂຶ້ນ ແລະ​ຜູ້ໃດ​ທີ່​ກະທຳ​ເຊັ່ນນັ້ນ ຈະ​ຖືກ​ພິພາກສາ​ລົງໂທດ.</verse>
				<verse number="3">ດ້ວຍວ່າ, ພວກ​ຜູ້ປົກຄອງ​ນັ້ນ ບໍ່​ເປັນ​ໜ້າ​ຢ້ານ​ສຳລັບ​ຄົນ​ທີ່​ເຮັດ​ການ​ດີ, ແຕ່​ເປັນ​ໜ້າ​ຢ້ານ​ສຳລັບ​ຄົນ​ທີ່​ເຮັດ​ການ​ຊົ່ວ, ເຈົ້າ​ບໍ່​ຢາກ​ຢ້ານ​ຜູ້​ມີ​ສິດ​ອຳນາດ​ບໍ? ຖ້າດັ່ງນັ້ນ ໃຫ້​ເຈົ້າ​ເຮັດ​ແຕ່​ການ​ດີ ແລະ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ຄຳ​ຊົມເຊີຍ​ຈາກ​ເພິ່ນ.</verse>
				<verse number="4">ເພາະ​ຜູ້ປົກຄອງ​ນັ້ນ ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ເກີດຜົນ​ປະໂຫຍດ​ສຳລັບ​ເຈົ້າ, ແຕ່​ຖ້າ​ເຈົ້າ​ເຮັດ​ການ​ຊົ່ວ ເຈົ້າ​ຈົ່ງ​ຢ້ານ​ເພິ່ນ ເພາະ​ຜູ້ປົກຄອງ​ນັ້ນ ບໍ່ໄດ້​ຖື​ດາບ​ໄວ້​ລ້າໆ, ແຕ່​ເພິ່ນ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພື່ອ​ດຳເນີນ​ການ​ຕັດສິນ​ລົງໂທດ​ແກ່​ທຸກຄົນ​ທີ່​ເຮັດ​ການ​ຊົ່ວ.</verse>
				<verse number="5">ດ້ວຍເຫດນີ້ ເຈົ້າ​ຕ້ອງ​ຍອມ​ຢູ່​ໃຕ້​ອຳນາດ​ການ​ປົກຄອງ ບໍ່​ພຽງແຕ່​ເພາະ​ເຫັນ​ແກ່​ຄວາມ​ຢ້ານ​ການ​ຕັດສິນ​ລົງໂທດ​ຂອງ​ພຣະເຈົ້າ​ແຕ່​ສິ່ງ​ດຽວ ແຕ່​ເພາະ​ເຫັນ​ແກ່​ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ດ້ວຍ.</verse>
				<verse number="6">ຍ້ອນ​ເຫດຜົນ​ຢ່າງ​ດຽວກັນ​ນີ້​ແຫຼະ ພວກເຈົ້າ​ຈົ່ງ​ເສຍ​ພາສີ ເພາະ​ຜູ້​ມີ​ອຳນາດ​ນັ້ນ ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພິ່ນ​ກຳລັງ​ເຮັດ​ໜ້າທີ່​ນີ້​ຢູ່.</verse>
				<verse number="7">ຈົ່ງ​ໃຫ້​ແກ່​ທຸກຄົນ ຕາມ​ທີ່​ພວກເຂົາ​ຄວນ​ໄດ້​ຮັບ ສ່ວຍສາ​ອາກອນ​ຄວນ​ໃຫ້​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ພາສີ​ຄວນ​ໃຫ້​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ຄວາມ​ຢຳເກງ​ຄວນ​ມີ​ແກ່​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ກຽດຕິຍົດ​ຄວນ​ໃຫ້​ແກ່​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້​ນັ້ນ.</verse>
				<verse number="8">ຢ່າ​ເປັນ​ໜີ້​ຜູ້ໃດ ເວັ້ນໄວ້​ແຕ່​ຄວາມຮັກ​ທີ່​ມີ​ຕໍ່​ກັນແລະກັນ, ເພາະ​ຜູ້​ທີ່​ຮັກ​ຄົນອື່ນ ກໍ​ປະຕິບັດ​ຕາມ​ກົດບັນຍັດ​ຢ່າງ​ຄົບຖ້ວນ​ແລ້ວ.</verse>
				<verse number="9">ຂໍ້​ກົດບັນຍັດ​ທີ່​ວ່າ, “ຢ່າ​ຫລິ້ນຊູ້, ຢ່າ​ຂ້າ​ຄົນ, ຢ່າ​ລັກ​ຊັບ, ຢ່າ​ໂລບ,” ທັງ​ຂໍ້​ກົດບັນຍັດ​ອື່ນໆ ກໍ​ຮ່ວມ​ຢູ່​ໃນ​ຂໍ້​ດຽວກັນ​ນີ້​ຄື “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.”</verse>
				<verse number="10">ຄວາມຮັກ​ບໍ່​ເຮັດ​ອັນຕະລາຍ​ຕໍ່​ເພື່ອນບ້ານ. ສະນັ້ນ ຄວາມຮັກ​ຈຶ່ງ​ເປັນ​ການ​ປະຕິບັດ​ຕາມ​ກົດບັນຍັດ​ຢ່າງ​ຄົບຖ້ວນ.</verse>
				<verse number="11">ນອກ​ນີ້​ພວກເຈົ້າ​ຮູ້​ວ່າ, ບັດນີ້​ເຖິງ​ເວລາ​ແລ້ວ ທີ່​ພວກເຈົ້າ​ຄວນ​ຈະ​ຕື່ນ​ຈາກ​ຫລັບ. ດ້ວຍວ່າ, ເວລາ​ທີ່​ພວກເຮົາ​ຈະ​ພົ້ນ​ນັ້ນ ກໍ​ໃກ້​ກວ່າ​ເວລາ​ທີ່​ພວກເຮົາ​ໄດ້​ເຊື່ອ​ໃນ​ຕອນ​ທຳອິດ​ນັ້ນ.</verse>
				<verse number="12">ກາງຄືນ​ກໍ​ລ່ວງໄປ​ຫລາຍ​ແລ້ວ ແລະ​ກາງເວັນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ, ໃຫ້​ພວກເຮົາ​ເລີກ​ເຮັດ​ການ​ຝ່າຍ​ຄວາມມືດ ແລະ​ຈົ່ງ​ປະກອບ​ຕົວ​ດ້ວຍ​ອາວຸດ​ແຫ່ງ​ຄວາມ​ສະຫວ່າງ.</verse>
				<verse number="13">ຈົ່ງ​ໃຫ້​ພວກເຮົາ​ປະຕິບັດ​ຕົວ ສົມ​ກັບ​ຄົນ​ທີ່​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ບໍ່ແມ່ນ​ໃນ​ການ​ກິນລ້ຽງ​ຢ່າງ​ເຖິງ​ໃຈ ຫລື​ການ​ດື່ມ​ເຫຼົ້າ​ເມົາຢາ ບໍ່ແມ່ນ​ໃນ​ການ​ຜິດ​ສິນທຳ​ທາງ​ເພດ ຫລື​ເຮັດ​ເສື່ອມເສຍ​ສິນທຳ ບໍ່ແມ່ນ​ໃນ​ການ​ວິວາດ​ຜິດຖຽງ​ກັນ ຫລື​ອິດສາ​ກັນ.</verse>
				<verse number="14">ແຕ່​ຈົ່ງ​ປະດັບ​ຕົວ​ດ້ວຍ​ອົງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຢ່າ​ຈັດ​ຫາ​ອັນ​ໃດ​ເພື່ອ​ສະໜອງ​ຕັນຫາ​ຂອງ​ເນື້ອກາຍ.</verse>
			</chapter>
			<chapter number="14">
				<verse number="1">ສ່ວນ​ຜູ້​ທີ່​ອ່ອນ​ໃນ​ຄວາມເຊື່ອ​ນັ້ນ ຈົ່ງ​ຮັບ​ລາວ​ໄວ້ ຢ່າ​ຖົກຖຽງ​ກັບ​ລາວ​ໃນ​ເລື່ອງ​ຄວາມເຊື່ອ​ທີ່​ແຕກຕ່າງ​ກັນ.</verse>
				<verse number="2">ຄົນ​ໜຶ່ງ​ເຊື່ອ​ວ່າ​ກິນ​ຫຍັງ​ກໍໄດ້​ໝົດ ແຕ່​ຄົນ​ທີ່​ມີ​ຄວາມເຊື່ອ​ອ່ອນ ກໍ​ກິນ​ແຕ່​ບາງ​ຢ່າງ​ເທົ່ານັ້ນ.</verse>
				<verse number="3">ຢ່າ​ໃຫ້​ຄົນ​ທີ່​ກິນ ໝິ່ນປະໝາດ​ຄົນ​ທີ່​ບໍ່​ກິນ ແລະ​ຢ່າ​ໃຫ້​ຜູ້​ທີ່​ກິນ​ແຕ່​ບາງ​ຢ່າງ​ກ່າວໂທດ​ຜູ້​ທີ່​ກິນ​ໄດ້​ທຸກຢ່າງ ເພາະ​ພຣະເຈົ້າ​ໄດ້​ຊົງ​ຮັບ​ເອົາ​ຜູ້ນັ້ນ​ແລ້ວ.</verse>
				<verse number="4">ເຈົ້າ​ແມ່ນ​ຜູ້ໃດ​ຈຶ່ງ​ຕັດສິນ​ຄົນ​ຮັບໃຊ້​ຂອງ​ຜູ້​ອື່ນ? ຄົນ​ຮັບໃຊ້​ນັ້ນ​ຈະ​ສຳເລັດ ຫລື​ຫລົ້ມເຫລວ ກໍ​ຂຶ້ນ​ຢູ່​ກັບ​ນາຍ​ຂອງ​ລາວ, ລາວ​ຈະ​ຕັ້ງໝັ້ນ​ຢູ່​ໄດ້ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ເຮັດ​ໃຫ້​ລາວ​ຕັ້ງໝັ້ນ​ຢູ່​ໄດ້​ແນ່ນອນ.</verse>
				<verse number="5">ຄົນ​ໜຶ່ງ​ຄິດ​ວ່າ ວັນ​ໜຶ່ງ​ດີກວ່າ​ວັນ​ໜຶ່ງ​ອີກ ແຕ່​ອີກ​ຄົນ​ໜຶ່ງ​ຄິດ​ວ່າ​ທຸກ​ວັນ​ດີ​ເໝືອນກັນ​ໝົດ ຄວນ​ໃຫ້​ທຸກຄົນ​ມີ​ຄວາມ​ແນ່ໃຈ​ໃນ​ຄວາມ​ຄິດ​ຂອງ​ຕົນເອງ.</verse>
				<verse number="6">ຜູ້​ທີ່​ຖື​ວັນ ກໍ​ຖື​ເພື່ອ​ຖວາຍ​ກຽດ​ແດ່​ອົງພຣະ​ຜູ້​ເປັນເຈົ້າ​ເໝືອນກັນ ຜູ້​ທີ່​ກິນ ກໍ​ກິນ​ເພື່ອ​ຖວາຍ​ກຽດ​ແດ່​ອົງພຣະ​ຜູ້​ເປັນເຈົ້າ. ດ້ວຍວ່າ, ເພິ່ນ​ໄດ້​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ອາຫານ​ນັ້ນ ສ່ວນ​ຜູ້​ທີ່​ບໍ່​ຍອມ​ກິນ​ບາງ​ຢ່າງ ກໍ​ບໍ່​ຍອມ​ກິນ​ເພື່ອ​ຖວາຍ​ກຽດ​ແດ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເພິ່ນ​ກໍ​ຍັງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ.</verse>
				<verse number="7">ບໍ່ມີ​ຜູ້ໃດ​ໃນ​ພວກເຮົາ​ທີ່​ມີ​ຊີວິດ​ຢູ່​ເພື່ອ​ຕົນເອງ ຫລື​ຕາຍ​ເພື່ອ​ຕົນເອງ.</verse>
				<verse number="8">ແຕ່​ຖ້າ​ພວກເຮົາ​ມີ​ຊີວິດ​ຢູ່ ກໍ​ມີ​ຊີວິດ​ຢູ່​ເພື່ອ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຖ້າ​ພວກເຮົາ​ຕາຍ ກໍ​ຕາຍ​ເພື່ອ​ອົງພຣະ​ຜູ້​ເປັນເຈົ້າ. ສະນັ້ນ ຖ້າ​ພວກເຮົາ​ມີ​ຊີວິດ​ຢູ່ ຫລື​ຕາຍ​ກໍດີ ພວກເຮົາ​ກໍ​ເປັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="9">ເພາະ​ເຫດ​ນີ້ ພຣະຄຣິດ​ໄດ້​ຕາຍ ແລະ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ ກໍ​ເພື່ອ​ຈະ​ໄດ້​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຄົນ​ເປັນ​ແລະ​ຄົນ​ຕາຍ.</verse>
				<verse number="10">ແລ້ວ​ເປັນຫຍັງ ເຈົ້າ​ຈຶ່ງ​ກ່າວໂທດ​ໃສ່​ພີ່ນ້ອງ​ຂອງຕົນ? ເປັນຫຍັງ​ເຈົ້າ​ຈຶ່ງ​ໝິ່ນປະໝາດ​ພີ່ນ້ອງ​ຂອງຕົນ? ເພາະວ່າ ພວກເຮົາ​ທຸກຄົນ​ຈະ​ຕ້ອງ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະເຈົ້າ.</verse>
				<verse number="11">ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, ‘ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ​ສັນໃດ ທຸກຄົນ​ຈະ​ຄຸເຂົ່າ​ລົງ​ຂາບໄຫວ້​ເຮົາ​ສັນນັ້ນ ແລະ​ທຸກສິ່ງ​ກໍ​ຈະ​ ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ.”’</verse>
				<verse number="12">ດັ່ງນັ້ນ ພວກເຮົາ​ແຕ່ລະຄົນ ຈຶ່ງ​ຈະ​ຕ້ອງ​ລາຍງານ​ເລື່ອງລາວ​ຂອງ​ຕົນເອງ​ຕໍ່​ພຣະເຈົ້າ.</verse>
				<verse number="13">ເຫດສະນັ້ນ ພວກເຮົາ​ຢ່າ​ກ່າວໂທດ​ໃສ່​ກັນແລະກັນ​ອີກ​ຕໍ່ໄປ, ແຕ່​ຈົ່ງ​ຕັດສິນໃຈ​ເຮັດ​ດັ່ງນີ້​ກໍດີກວ່າ ຄື​ຢ່າ​ເອົາ​ສິ່ງໃດ​ສິ່ງໜຶ່ງ​ທີ່​ເຮັດ​ໃຫ້​ພີ່ນ້ອງ​ຊູນ​ສະດຸດ ຫລື​ລົ້ມ​ລົງ​ໃນ​ບາບ ມາ​ຂວາງ​ທາງ​ພີ່ນ້ອງ.</verse>
				<verse number="14">ໝັ້ນໃຈ​ໃນ​ອົງ​ພຣະເຢຊູເຈົ້າ​ວ່າ ບໍ່ມີ​ອັນ​ໃດ​ທີ່​ເປັນ​ຂອງ​ຕ້ອງ​ຫ້າມ​ໃນ​ຕົວ​ມັນ​ເອງ; ແຕ່​ຖ້າ​ຄົນ​ໃດ​ຄິດ​ວ່າ​ມັນ​ເປັນ​ຂອງ​ຕ້ອງ​ຫ້າມ ສິ່ງ​ນັ້ນ​ກໍ​ເປັນ​ຂອງ​ຕ້ອງ​ຫ້າມ​ສຳລັບ​ລາວ.</verse>
				<verse number="15">ຖ້າ​ພີ່ນ້ອງ​ຂອງ​ເຈົ້າ​ເປັນທຸກໃຈ ເພາະ​ອາຫານ​ທີ່​ເຈົ້າ​ກິນ, ເຈົ້າ​ກໍ​ບໍ່ໄດ້​ເຮັດ​ດ້ວຍ​ຄວາມຮັກ​ເສຍ​ແລ້ວ ຢ່າ​ໃຫ້​ອາຫານ​ທີ່​ເຈົ້າ​ກິນ​ນັ້ນ ເປັນ​ເຫດ​ເຮັດ​ໃຫ້​ຄົນ​ທີ່​ພຣະຄຣິດ​ໄດ້​ສິ້ນພຣະຊົນ​ແທນ​ແລ້ວ ຕ້ອງ​ຈິບຫາຍ​ໄປ.</verse>
				<verse number="16">ດັ່ງນັ້ນ ຢ່າ​ເຮັດ​ໃຫ້​ສິ່ງ​ທີ່​ເຈົ້າ​ຖື​ວ່າ​ດີ​ນັ້ນ ເປັນ​ສິ່ງ​ທີ່​ຄົນອື່ນ​ຕຳໜິ​ໄດ້.</verse>
				<verse number="17">ດ້ວຍວ່າ, ອານາຈັກ​ຂອງ​ພຣະເຈົ້າ ບໍ່ແມ່ນ​ເລື່ອງ​ການ​ກິນ​ແລະ​ການ​ດື່ມ, ແຕ່​ແມ່ນ​ເລື່ອງ​ຄວາມ​ຊອບທຳ, ສັນຕິສຸກ ແລະ​ຄວາມ​ຊົມຊື່ນ​ຍິນດີ ທີ່​ມາ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ.</verse>
				<verse number="18">ເມື່ອ​ຜູ້ໃດ​ບົວລະບັດ​ຮັບໃຊ້​ພຣະຄຣິດ​ໃນ​ທຳນອງນີ້ ກໍ​ເຮັດ​ໃຫ້​ພຣະເຈົ້າ​ຊົງ​ພໍພຣະໄທ ແລະ​ເຮັດ​ໃຫ້​ມະນຸດ​ເຫັນ​ດີ​ດ້ວຍ.</verse>
				<verse number="19">ເຫດສະນັ້ນ ພວກເຮົາ​ຈົ່ງ​ສະແຫວງ​ຫາ​ສິ່ງ​ທັງຫລາຍ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ສະຫງົບສຸກ ແລະ​ເຮັດ​ໃຫ້​ເກີດ​ຄວາມ​ຈະເລີນ​ແກ່​ກັນແລະກັນ.</verse>
				<verse number="20">ຢ່າ​ທຳລາຍ​ກິດຈະການ​ຂອງ​ພຣະເຈົ້າ ຍ້ອນ​ເລື່ອງ​ອາຫານ​ການ​ກິນ ອາຫານ​ທຸກຢ່າງ​ບໍ່​ເປັນ​ຂອງ​ຕ້ອງ​ຫ້າມ​ກໍ​ຈິງ, ແຕ່​ວ່າ​ຄົນ​ໃດ​ທີ່​ກິນ​ອາຫານ ຊຶ່ງ​ເປັນ​ເຫດ​ໃຫ້​ຄົນອື່ນ​ຊູນ​ສະດຸດ​ໃຈ ກໍ​ມີ​ຄວາມຜິດ.</verse>
				<verse number="21">ການ​ທີ່​ຈະ​ບໍ່​ກິນ​ຊີ້ນ ຫລື​ດື່ມ​ເຫຼົ້າ ຫລື​ເຮັດ​ສິ່ງໃດໆ ຊຶ່ງ​ເປັນ​ເຫດ​ໃຫ້​ພີ່ນ້ອງ​ຊູນ​ສະດຸດ​ໃຈ ກໍ​ເປັນ​ການ​ຖືກຕ້ອງ​ຢູ່​ແລ້ວ.</verse>
				<verse number="22">ຈົ່ງ​ຍຶດຖື​ໄວ້​ໃຫ້​ໝັ້ນ ໃນ​ຄວາມເຊື່ອ​ທີ່​ເຈົ້າ​ມີ​ຢູ່​ນັ້ນ ລະຫວ່າງ​ເຈົ້າ​ເອງ​ກັບ​ພຣະເຈົ້າ ຜູ້ໃດ​ບໍ່ມີ​ເຫດ​ຜົນ ທີ່​ຈະ​ຕຳໜິ​ຕົນເອງ​ໃນ​ສິ່ງ​ທີ່​ຕົນເອງ​ເຫັນ​ວ່າ​ດີ ແລ້ວ​ກໍ​ເປັນ​ສຸກ</verse>
				<verse number="23">ແຕ່​ຜູ້​ທີ່​ສົງໄສ​ໃນ​ສິ່ງ​ທີ່​ຕົນເອງ​ກິນ ຖ້າ​ຍັງ​ຂືນ​ກິນ ກໍ​ຖື​ວ່າ​ຜິດ ເພາະ​ລາວ​ບໍ່ໄດ້​ກິນ​ຕາມ​ທີ່​ຕົນ​ເຊື່ອ ເພາະວ່າ​ສິ່ງໃດ​ທີ່​ເຮັດ​ໄປ​ໂດຍ​ບໍ່​ເກີດ​ຈາກ​ຄວາມ​ເຊື່ອໝັ້ນ ກໍ​ເປັນ​ບາບ​ທັງສິ້ນ.</verse>
			</chapter>
			<chapter number="15">
				<verse number="1">ດ້ວຍເຫດນີ້, ພວກເຮົາ​ຜູ້​ທີ່​ມີ​ຄວາມເຊື່ອ​ເຂັ້ມແຂງ​ແລ້ວ ຄວນ​ອົດທົນ​ຕໍ່​ຜູ້​ທີ່​ຍັງ​ອ່ອນ​ໃນ​ຄວາມເຊື່ອ ເພື່ອ​ແບກ​ພາລະ​ຂອງ​ພວກເຂົາ, ພວກເຮົາ​ບໍ່ຄວນ​ເຮັດ​ຕາມ​ຄວາມ​ພໍໃຈ​ຂອງ​ຕົນເອງ.</verse>
				<verse number="2">ແຕ່​ພວກເຮົາ​ທຸກຄົນ​ຄວນ​ເຮັດ​ໃຫ້​ເປັນ​ທີ່​ພໍໃຈ​ຂອງ​ບັນດາ​ພີ່ນ້ອງ ເພື່ອ​ນຳ​ປະໂຫຍດ​ມາ​ສູ່​ພວກເຂົາ ແລະ​ເພື່ອ​ເສີມສ້າງ​ພວກເຂົາ​ຂຶ້ນ​ໃນ​ຄວາມເຊື່ອ.</verse>
				<verse number="3">ດ້ວຍວ່າ, ພຣະຄຣິດ​ບໍ່ໄດ້​ເຮັດ​ໃຫ້​ເປັນ​ທີ່​ພໍໃຈ​ພຣະອົງ​ເອງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຄຳ​ໝິ່ນປະໝາດ​ນິນທາ​ພຣະອົງ​ນັ້ນ ກໍໄດ້​ຕົກ​ໃສ່​ຂ້ານ້ອຍ.”</verse>
				<verse number="4">ທຸກສິ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ ກໍ​ມີ​ໄວ້​ເພື່ອ​ສັ່ງສອນ​ພວກເຮົາ ເພື່ອ​ວ່າ​ພວກເຮົາ​ຈະ​ມີ​ຄວາມຫວັງ​ດ້ວຍ​ຄວາມ​ອົດທົນ ແລະ​ມີ​ຄວາມ​ຊູໃຈ ດ້ວຍ​ພຣະຄຳພີ​ທີ່​ໄດ້​ກ່າວ​ໄວ້​ນັ້ນ.</verse>
				<verse number="5">ຂໍ​ພຣະເຈົ້າ​ແຫ່ງ​ຄວາມ​ອົດທົນ ແລະ​ຄວາມ​ຊູໃຈ​ໂຜດ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ນໍ້າໜຶ່ງ​ໃຈດຽວ​ກັນ ຕາມ​ຢ່າງ​ພຣະເຢຊູ​ຄຣິດເຈົ້າ,</verse>
				<verse number="6">ເພື່ອ​ວ່າ​ພວກເຈົ້າ​ທຸກຄົນ​ຈະ​ພ້ອມໃຈ​ກັນ​ສັນລະເສີນ​ພຣະເຈົ້າ ແລະ​ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.</verse>
				<verse number="7">ເຫດສະນັ້ນ ຈົ່ງ​ຕ້ອນຮັບ​ຊຶ່ງກັນແລະກັນ​ເໝືອນ​ດັ່ງ​ທີ່​ພຣະຄຣິດ​ໄດ້​ຕ້ອນຮັບ​ພວກເຈົ້າ ເພື່ອ​ເປັນ​ການ​ຖວາຍ​ສະຫງ່າຣາສີ​ແກ່​ພຣະເຈົ້າ.</verse>
				<verse number="8">ດ້ວຍວ່າ, ເຮົາ​ຂໍ​ບອກ​ພວກເຈົ້າ​ວ່າ ພຣະຄຣິດ​ໄດ້​ເກີດ​ເປັນ​ຜູ້ຮັບໃຊ້​ຊາວ​ຢິວ ເພື່ອ​ເຮັດ​ໃຫ້​ພຣະສັນຍາ​ທີ່​ມີ​ໄວ້​ກັບ​ບັນພະບຸລຸດ​ນັ້ນ​ກາຍເປັນ​ຈິງ ເພື່ອ​ສະແດງ​ຄວາມ​ສັດຊື່​ຂອງ​ພຣະເຈົ້າ</verse>
				<verse number="9">ແລະ​ເພື່ອ​ໃຫ້​ຄົນຕ່າງຊາດ​ໄດ້​ສັນລະເສີນ​ພຣະເຈົ້າ ເພາະ​ຄວາມ​ເມດຕາ​ຂອງ​ພຣະອົງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພາະ​ດ້ວຍເຫດນີ້ ຂ້ານ້ອຍ​ ຈຶ່ງ​ຈະ​ສັນລະເສີນ​ພຣະອົງ ໃນ​ທ່າມກາງ​ຄົນຕ່າງຊາດ​ທັງຫລາຍ. ຂ້ານ້ອຍ​ຈະ​ຂັບຮ້ອງ​ບົດເພງ​ຍ້ອງຍໍ​ ສັນລະເສີນ ຖວາຍ​ແກ່​ພຣະນາມ​ຂອງ​ພຣະອົງ.”</verse>
				<verse number="10">ແລະ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ອີກ​ວ່າ, “ປະຊາຊາດ​ທັງປວງ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ດ້ວຍ​ກັນ​ ກັບ​ໄພ່ພົນ​ຂອງ​ພຣະອົງ.”</verse>
				<verse number="11">ແລະ​ຍັງ​ມີ​ຄຳ​ຂຽນ​ໄວ້​ອີກ​ວ່າ, “ປະຊາຊາດ​ທັງປວງ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ອົງພຣະ​ຜູ້​ເປັນເຈົ້າ ຄົນ​ທຸກ​ຊາດ​ທຸກ​ພາສາ​ເອີຍ ຈົ່ງ​ເຂົ້າ​ມາ ແລະ​ນະມັດສະການ​ພຣະອົງ​ເທີ້ນ.”</verse>
				<verse number="12">ແລະ​ເອຊາຢາ​ກໍ​ກ່າວ​ອີກ​ວ່າ, “ຈະ​ມີ​ໜໍ່ແນວ​ອອກ​ມາ​ຈາກ​ເຢຊີ ຄື​ຜູ້​ຈະ​ຊົງ​ບັງເກີດ​ມາ ຄຸ້ມຄອງ​ປະຊາຊາດ​ທັງຫລາຍ ປະຊາຊາດ​ທັງຫລາຍ​ ຈະ​ໄວ້ວາງໃຈ​ໃນ​ພຣະອົງ.”</verse>
				<verse number="13">ຂໍ​ພຣະເຈົ້າ​ແຫ່ງ​ຄວາມຫວັງ ໂຜດ​ໃຫ້​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ສັນຕິສຸກ​ທຸກປະການ ໂດຍ​ທາງ​ຄວາມ​ເຊື່ອວາງໃຈ​ໃນ​ພຣະອົງ ເພື່ອ​ວ່າ​ຄວາມຫວັງ​ຂອງ​ພວກເຈົ້າ​ຈະ​ໄດ້​ຈະເລີນ​ຂຶ້ນ ໂດຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ.</verse>
				<verse number="14">ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ເຮົາ​ເອງ​ແນ່ໃຈ​ວ່າ, ພວກເຈົ້າ​ເຕັມ​ບໍຣິບູນ​ໄປ​ດ້ວຍ​ຄຸນງາມ​ຄວາມດີ ແລະ​ມີ​ຄວາມຮູ້​ທຸກຢ່າງ ແລະ​ທັງ​ສາມາດ​ຈະ​ເຕືອນ​ສະຕິ​ຊຶ່ງກັນແລະກັນ​ໄດ້.</verse>
				<verse number="15">ແຕ່​ການ​ທີ່​ເຮົາ​ກ້າ​ຂຽນ​ຈົດໝາຍ​ມາ​ຫາ​ພວກເຈົ້າ​ນີ້ ກໍ​ເພື່ອ​ຢາກ​ເຕືອນ​ຄວາມ​ຈື່ຈຳ​ຂອງ​ພວກເຈົ້າ ດ້ວຍ​ເຫດ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ເຮົາ</verse>
				<verse number="16">ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ໄປ​ຍັງ​ຄົນຕ່າງຊາດ ແລະ​ເຮັດ​ໜ້າທີ່​ປະໂຣຫິດ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະເຈົ້າ ເພື່ອ​ວ່າ​ຄົນຕ່າງຊາດ​ຈະ​ເປັນ​ເຄື່ອງ​ບູຊາ​ທີ່​ພຣະເຈົ້າ​ພໍພຣະໄທ ຄື​ຊຳລະ​ໄວ້​ແລ້ວ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.</verse>
				<verse number="17">ເຫດສະນັ້ນ ໃນ​ພຣະເຢຊູ​ຄຣິດເຈົ້າ ເຮົາ​ຈຶ່ງ​ອວດອ້າງ​ໄດ້ ເຖິງ​ສິ່ງ​ທີ່​ເຮົາ​ເຮັດ​ໃນ​ການ​ຮັບໃຊ້​ພຣະເຈົ້າ.</verse>
				<verse number="18">ດ້ວຍວ່າ, ເຮົາ​ບໍ່​ອາດ​ຈະ​ອ້າງ​ສິ່ງໃດ ນອກຈາກ​ສິ່ງ​ຊຶ່ງ​ພຣະຄຣິດ​ໄດ້​ຊົງ​ກະທຳ ໂດຍ​ຊົງ​ໃຊ້​ເຮົາ​ທາງ​ຄຳສອນ ແລະ​ກິດຈະການ​ເພື່ອ​ຈະ​ໃຫ້​ຄົນຕ່າງຊາດ​ເຊື່ອຟັງ</verse>
				<verse number="19">ຄື​ດ້ວຍ​ຣິດອຳນາດ​ແຫ່ງ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ ແລະ​ຣິດເດດອຳນາດ​ຂອງ​ພຣະວິນຍານ​ຂອງ​ພຣະເຈົ້າ ຈົນ​ເຮົາ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ​ຢ່າງ​ຄົບຖ້ວນ ຕັ້ງແຕ່​ນະຄອນ​ເຢຣູຊາເລັມ ອ້ອມ​ໄປ​ຮອດ​ແຂວງ​ອີລີຣິກົນ.</verse>
				<verse number="20">ເຮົາ​ຕັ້ງ​ເປົ້າໝາຍ​ໄວ້​ວ່າ ເຮົາ​ຈະ​ປະກາດ​ຂ່າວປະເສີດ​ນີ້​ເລື້ອຍ​ໄປ ໃນ​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ເຄີຍ​ອອກ​ນາມຊື່​ຂອງ​ພຣະຄຣິດ ເພື່ອ​ວ່າ​ເຮົາ​ຈະ​ບໍ່ໄດ້​ກໍ່​ຂຶ້ນ​ເທິງ​ຮາກຖານ​ທີ່​ຄົນອື່ນ​ວາງ​ໄວ້​ກ່ອນ​ແລ້ວ.</verse>
				<verse number="21">ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ຄົນ​ທີ່​ບໍ່ເຄີຍ​ໄດ້​ຮັບ​ຄຳ​ບອກ​ກ່າວ​ເຖິງ​ເລື່ອງ​ຂອງ​ພຣະອົງ ກໍ​ຈະ​ໄດ້​ເຫັນ ແລະ​ຄົນ​ທີ່​ບໍ່ເຄີຍ​ໄດ້ຍິນ​ນັ້ນ​ ກໍ​ຈະ​ໄດ້​ເຂົ້າໃຈ.”</verse>
				<verse number="22">ນີ້​ແມ່ນ​ເຫດ​ທີ່​ໄດ້​ຂັດຂວາງ​ເຮົາ​ຕັ້ງ​ຫລາຍ​ເທື່ອ ເພື່ອ​ບໍ່​ໃຫ້​ເຮົາ​ມາ​ຫາ​ພວກເຈົ້າ.</verse>
				<verse number="23">ແຕ່​ດຽວ​ນີ້​ເຮົາ​ໄດ້​ສຳເລັດ​ພາລະກິດ​ຂອງເຮົາ​ໃນ​ເຂດ​ເຫຼົ່ານີ້​ແລ້ວ ແລະ​ເຮົາ​ປາຖະໜາ​ຫລາຍ​ປີ​ແລ້ວ ທີ່​ຈະ​ມາ​ຫາ​ພວກເຈົ້າ,</verse>
				<verse number="24">ເຮົາ​ຈຶ່ງ​ຫວັງ​ທີ່​ຈະ​ໄດ້​ມາ​ຢ້ຽມຢາມ​ພວກເຈົ້າ ໃນ​ຂະນະທີ່​ເຮົາ​ເດີນທາງ​ໄປ​ປະເທດ​ສະເປນ​ນັ້ນ ຫລັງຈາກ​ຢູ່​ຢ້ຽມຢາມ​ຖາມ​ຂ່າວ​ພວກເຈົ້າ​ຢ່າງ​ສົດຊື່ນ​ເບີກບານ​ໃຈ​ຊົ່ວຄາວ​ແລ້ວ ຢາກ​ໃຫ້​ພວກເຈົ້າ​ຊ່ວຍ​ສົ່ງ​ເຮົາ​ໃນ​ການ​ເດີນທາງ​ຕໍ່ໄປ.</verse>
				<verse number="25">ແຕ່​ໃນ​ຂະນະ​ນີ້ ເຮົາ​ກຳລັງ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຊ່ວຍ​ສົງເຄາະ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ​ຢູ່​ທີ່​ນັ້ນ.</verse>
				<verse number="26">ດ້ວຍວ່າ, ພວກ​ພີ່ນ້ອງ​ໃນ​ຄຣິສຕະຈັກ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ນັ້ນ ໄດ້​ຕັ້ງໃຈ​ຖວາຍ​ຊັບ ຈັດ​ຝາກ​ໄປ​ຊ່ວຍເຫລືອ​ໄພ່ພົນ​ຂອງ​ພຣະເຈົ້າ ທີ່​ທຸກຍາກ​ໃນ​ນະຄອນ​ເຢຣູຊາເລັມ.</verse>
				<verse number="27">ພວກ​ສິດ​ເຫຼົ່ານັ້ນ ກໍ​ພໍໃຈ​ທີ່​ຈະ​ເຮັດ​ຢ່າງ​ນັ້ນ ແລະ​ທີ່​ຈິງ​ພວກເຂົາ​ກໍ​ເປັນ​ໜີ້​ພວກ​ໄພ່ພົນ​ເຫຼົ່ານັ້ນ​ດ້ວຍ ເພາະວ່າ​ຖ້າ​ພວກເຂົາ​ໄດ້​ຮັບ​ຄົນຕ່າງຊາດ​ເຂົ້າ​ສ່ວນ​ໃນ​ການ​ຝ່າຍ​ວິນຍານຈິດ ກໍ​ເປັນ​ການ​ສົມຄວນ​ທີ່​ພວກ​ຕ່າງຊາດ​ນັ້ນ ຈະ​ໄດ້​ຊ່ວຍ​ອຸປະຖຳ​ສິດ​ເຫຼົ່ານັ້ນ ດ້ວຍ​ສິ່ງ​ຂອງ​ຝ່າຍ​ເນື້ອກາຍ.</verse>
				<verse number="28">ດັ່ງນັ້ນ ເມື່ອ​ເຮົາ​ສຳເລັດ​ການ​ມອບ​ຜົນທານ​ນີ້​ໃຫ້​ແກ່​ພວກເຂົາ​ແລ້ວ ເຮົາ​ກໍ​ຈະ​ໄປ​ປະເທດ​ສະເປນ ໂດຍ​ຜ່ານ​ເຂດ​ທີ່​ພວກເຈົ້າ​ຢູ່​ນັ້ນ.</verse>
				<verse number="29">ເຮົາ​ຮູ້​ແນ່​ວ່າ ເມື່ອ​ເຮົາ​ມາ​ຫາ​ພວກເຈົ້າ​ນັ້ນ ເຮົາ​ຈະ​ມາ​ພ້ອມ​ດ້ວຍ​ພຣະພອນ​ອັນ​ບໍຣິບູນ​ຂອງ​ພຣະຄຣິດ.</verse>
				<verse number="30">ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ໂດຍ​ເຫັນ​ແກ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ແລະ​ໂດຍ​ເຫັນ​ແກ່​ຄວາມຮັກ ຊຶ່ງ​ພຣະວິນຍານ​ປະທານ​ໃຫ້ ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຮ່ວມ​ກັບ​ເຮົາ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ດ້ວຍ​ໃຈ​ຮ້ອນຮົນ​ເພື່ອ​ເຮົາ​ດ້ວຍ.</verse>
				<verse number="31">ຈົ່ງ​ພາວັນນາ​ອະທິຖານ ເພື່ອ​ໃຫ້​ເຮົາ​ພົ້ນ​ຈາກ​ຄົນ​ທີ່​ບໍ່​ເຊື່ອ​ໃນ​ແຂວງ​ຢູດາຍ ແລະ​ເພື່ອ​ການ​ບົວລະບັດ​ຮັບໃຊ້​ຂອງເຮົາ ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈະ​ເປັນ​ທີ່​ພໍໃຈ​ໄພ່ພົນ​ຂອງ​ພຣະເຈົ້າ​ໃນ​ທີ່ນັ້ນ.</verse>
				<verse number="32">ເພື່ອ​ເຮົາ​ຈະ​ໄດ້​ມາ​ຫາ​ພວກເຈົ້າ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ຢ່າງ​ເຕັມລົ້ນ ແລະ​ດ້ວຍ​ຄວາມ​ສົດຊື່ນ​ເບີກບານ​ໃຈ ເມື່ອ​ໄດ້​ພົບ​ພວກເຈົ້າ.</verse>
				<verse number="33">ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ສັນຕິສຸກ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ ອາແມນ.</verse>
			</chapter>
			<chapter number="16">
				<verse number="1">ເຮົາ​ຂໍ​ຝາກ​ນ້ອງສາວ​ຂອງເຮົາ ຄື​ນາງ​ຟອຍເບ​ໄວ້​ກັບ​ພວກເຈົ້າ ນາງ​ເປັນ​ຜູ້​ບົວລະບັດ​ຮັບໃຊ້​ໃນ​ຄຣິສຕະຈັກ​ທີ່​ເມືອງ​ເກັນເຂໄອ.</verse>
				<verse number="2">ກະລຸນາ​ຮັບ​ນາງ​ໄວ້​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເໝືອນ​ດັ່ງ​ທີ່​ຄົນ​ຂອງ​ພຣະເຈົ້າ​ຄວນ​ປະຕິບັດ​ແກ່​ກັນແລະກັນ ແລະ​ຊ່ວຍເຫລືອ​ນາງ​ໃນ​ທຸກສິ່ງ​ທີ່​ນາງ​ຕ້ອງການ ເພາະວ່າ​ນາງ​ເອງ​ໄດ້​ຊ່ວຍ​ສົງເຄາະ​ຫລາຍ​ຄົນ​ລວມທັງ​ເຮົາ​ເອງ​ດ້ວຍ.</verse>
				<verse number="3">ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ນາງ​ປີຊະກີລາ ແລະ ທ່ານ​ອາກີລາ ເພື່ອນຮ່ວມງານ​ກັບ​ເຮົາ​ໃນ​ພາລະກິດ​ຂອງ​ພຣະເຢຊູ​ຄຣິດເຈົ້າ,</verse>
				<verse number="4">ຊຶ່ງ​ໄດ້​ສ່ຽງ​ຊີວິດ​ຂອງ​ພວກເພິ່ນ​ປ້ອງກັນ​ຊີວິດ​ຂອງເຮົາ, ບໍ່ແມ່ນແຕ່​ເຮົາ​ພຽງ​ຄົນ​ດຽວ​ທີ່​ສະແດງ​ຄວາມ​ຂອບໃຈ​ຕໍ່​ທ່ານ​ທັງສອງ​ນີ້ ແຕ່​ລວມທັງ​ຄຣິສຕະຈັກ​ທຸກ​ແຫ່ງ​ຂອງ​ຄົນຕ່າງຊາດ​ດ້ວຍ.</verse>
				<verse number="5">ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ຄຣິສຕະຈັກ​ທີ່​ນະມັດສະການ​ຢູ່​ໃນ​ເຮືອນ​ຂອງ​ພວກເພິ່ນ​ເໝືອນກັນ. ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ເອປາຍເນດ ເພື່ອນ​ທີ່ຮັກ​ຂອງເຮົາ ເພິ່ນ​ເປັນ​ຄົນ​ທຳອິດ​ໃນ​ແຂວງ​ເອເຊຍ​ທີ່​ເຊື່ອ​ໃນ​ພຣະຄຣິດ.</verse>
				<verse number="6">ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ນາງ​ມາຣີ ຜູ້​ທີ່​ໄດ້​ເຮັດ​ວຽກງານ​ຢ່າງ​ໜັກໜ່ວງ​ສຳລັບ​ພວກທ່ານ.</verse>
				<verse number="7">ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ອັນດາໂລນິໂກ​ກັບ​ນາງ​ຢູເນຍ ພີ່ນ້ອງ​ຮ່ວມ​ຊາດ​ທີ່​ໄດ້​ຖືກ​ຂັງຄຸກ​ນຳກັນ​ກັບ​ເຮົາ ທ່ານ​ທັງສອງ​ເປັນ​ຄົນ​ທີ່​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ພວກ​ອັກຄະສາວົກ ທັງ​ໄດ້​ຢູ່​ໃນ​ພຣະຄຣິດ​ກ່ອນ​ເຮົາ​ດ້ວຍ.</verse>
				<verse number="8">ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ອຳເປຍ ເພື່ອນ​ທີ່ຮັກ​ຂອງເຮົາ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="9">ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ອູຣະບານ ຜູ້​ຮ່ວມ​ງານ​ໃນ​ພາລະກິດ​ຂອງ​ພຣະຄຣິດ​ກັບ​ພວກເຮົາ ແລະ​ພ້ອມ​ທັງ​ທ່ານ​ຊະຕາຂີ ເພື່ອນ​ທີ່ຮັກ​ຂອງເຮົາ.</verse>
				<verse number="10">ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ອະເປເລ ຜູ້​ທີ່​ຈົງຮັກ​ພັກດີ​ຕໍ່​ພຣະຄຣິດ ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທຸກຄົນ​ຢູ່​ໃນ​ຄອບຄົວ​ຂອງທ່ານ​ອາຣິສະໂຕບູໂລ​ດ້ວຍ.</verse>
				<verse number="11">ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ເຮໂຣດີໂອນ ເພື່ອນ​ຮ່ວມ​ຊາດ​ຂອງເຮົາ ແລະ​ພີ່ນ້ອງ​ທີ່​ຢູ່​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ທີ່​ຢູ່​ໃນ​ຄອບຄົວ​ຂອງທ່ານ​ນາຣະກິດ.</verse>
				<verse number="12">ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ນາງ​ຕີຝາຍນາ ແລະ ນາງ​ທີໂຟຊາ ທີ່​ເຮັດ​ວຽກງານ​ໜັກ​ໃນ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ນາງ​ເປຊີດາ ເພື່ອນ​ທີ່ຮັກ​ຂອງເຮົາ ຜູ້​ໄດ້​ເຮັດ​ພາລະກິດ​ອັນ​ໜັກໜ່ວງ​ຫລາຍ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="13">ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ຣູໂຟ ຜູ້​ທີ່​ເຮັດ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຢ່າງດີ​ເລີດ ພ້ອມ​ທັງ​ແມ່​ຂອງ​ເພິ່ນ ຜູ້​ເປັນ​ເໝືອນ​ແມ່​ຂອງເຮົາ​ເອງ​ດ້ວຍ.</verse>
				<verse number="14">ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ອາຊິນກຣິດ ຟະເລໂກນ ເຮຣະມີ ປະໂຕບາ ເຮຣະມາ ພ້ອມ​ທັງ​ພີ່ນ້ອງ​ທີ່​ເຊື່ອ​ທຸກຄົນ​ທີ່​ຢູ່​ກັບ​ພວກເພິ່ນ.</verse>
				<verse number="15">ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ຟີໂລໂລກ ແລະ ນາງ​ຢູລີອາ ເນເຣ ແລະ​ນ້ອງສາວ​ຂອງ​ເພິ່ນ ພ້ອມ​ທັງ​ທ່ານ​ໂອລິມປາ ແລະ​ໄພ່ພົນ​ບໍຣິສຸດ​ທຸກຄົນ​ທີ່​ຢູ່​ນຳ​ພວກເພິ່ນ.</verse>
				<verse number="16">ຈົ່ງ​ຄຳນັບ​ກັນແລະກັນ​ດ້ວຍ​ທຳນຽມ​ຈູບ​ອັນ​ບໍຣິສຸດ. ບັນດາ​ຄຣິສຕະຈັກ​ຂອງ​ພຣະຄຣິດ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ເຈົ້າ​ທັງຫລາຍ​ດ້ວຍ.</verse>
				<verse number="17">ບັດນີ້ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຄອຍ​ລະວັງ​ສັງເກດ​ເບິ່ງ ພວກ​ທີ່​ສ້າງ​ຄວາມ​ແຕກແຍກ ແລະ​ເຮັດ​ໃຫ້​ຄົນອື່ນ​ຫລົງ​ໄປ ຈາກ​ຄຳສອນ​ທີ່​ພວກເຈົ້າ​ໄດ້​ຮຽນ​ມາ​ແລ້ວ.</verse>
				<verse number="18">ດ້ວຍວ່າ, ຄົນ​ທີ່​ເຮັດ​ດັ່ງນັ້ນ ພວກເຂົາ​ບໍ່ໄດ້​ບົວລະບັດ​ຮັບໃຊ້​ອົງ​ພຣະຄຣິດເຈົ້າ​ຂອງ​ພວກເຮົາ, ແຕ່​ພວກເຂົາ​ເຫັນ​ແກ່​ປາກ​ແກ່​ທ້ອງ​ຂອງ​ຕົນເອງ, ພວກເຂົາ​ໄດ້​ລໍ້ລວງ​ຄົນ​ຊື່​ໃຫ້​ຫລົງ ດ້ວຍ​ຄຳ​ເວົ້າ​ອັນ​ອ່ອນຫວານ ແລະ​ຄຳ​ຫລອກລວງ.</verse>
				<verse number="19">ເຫດ​ວ່າ ການ​ເຊື່ອຟັງ​ຂອງ​ພວກເຈົ້າ​ໄດ້​ຊ່າລື​ໄປ​ໃນ​ທົ່ວ​ຄົນ​ທັງປວງ​ແລ້ວ ເຮົາ​ຈຶ່ງ​ມີ​ຄວາມ​ຊົມຊື່ນ​ຍິນດີ​ນຳ​ພວກເຈົ້າ ເຮົາ​ຢາກ​ໃຫ້​ພວກເຈົ້າ​ສະຫລາດ​ໃນ​ການ​ດີ ແລະ​ໃຫ້​ເປັນ​ຄົນ​ໂງ່​ໃນ​ການ​ຊົ່ວ.</verse>
				<verse number="20">ແລະ​ຍັງ​ອີກ​ບໍ່​ດົນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຂອງ​ພວກເຮົາ ຈະ​ປາບ​ມານຊາຕານ​ໃຫ້​ໝຸ່ນ​ທະລາຍ​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ພວກເຈົ້າ. ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.</verse>
				<verse number="21">ຕີໂມທຽວ ເພື່ອນ​ຮ່ວມງານ​ຂອງເຮົາ ພ້ອມ​ທັງ​ທ່ານ​ລູກີໂອຢາໂຊນ ແລະ ໂຊຊີປາໂທ ເພື່ອນ​ຮ່ວມ​ຊາດ​ຂອງເຮົາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ດ້ວຍ.</verse>
				<verse number="22">ເຮົາ​ຄື ເຕຣະຕຽວ ຜູ້​ຂຽນ​ຈົດໝາຍ​ສະບັບ​ນີ້ ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ ໃນ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="23">ທ່ານ​ໄຄໂຢ ເຈົ້າ​ຂອງ​ເຮືອນ ບ່ອນ​ທີ່​ຮັບ​ລ້ຽງ​ເຮົາ ແລະ​ເປັນ​ຜູ້​ບຳລຸງ​ຄຣິສຕະຈັກ​ໜ່ວຍ​ນີ້ ກໍ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ທຸກຄົນ ທ່ານ​ເອຣາຊະໂຕ ນາຍຄັງ​ປະຈຳ​ເມືອງ ພ້ອມ​ທັງ​ກູອາໂຕ ພີ່ນ້ອງ​ຂອງ​ພວກເຮົາ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ. [</verse>
				<verse number="24">ຂໍ​ໃຫ້​ພຣະຄຸນ​ແຫ່ງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ ອາແມນ]</verse>
				<verse number="25">ຈົ່ງ​ຖວາຍ​ພຣະ​ກຽດ​ແດ່​ພຣະເຈົ້າ ຜູ້​ຊົງ​ຣິດເດດ​ທີ່​ເຮັດ​ໃຫ້​ເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່ ຕາມ​ຂ່າວປະເສີດ​ເລື່ອງ​ພຣະເຢຊູ​ຄຣິດເຈົ້າ​ທີ່​ເຮົາ​ປະກາດ​ນັ້ນ ແລະ​ຕາມ​ການ​ເປີດເຜີຍ​ໃຫ້​ເຫັນ​ເຖິງ​ຄວາມຈິງ​ອັນ​ເລິກລັບ ຊຶ່ງ​ໄດ້​ຖືກ​ປົກບັງ​ໄວ້​ມາ​ຕັ້ງແຕ່​ບູຮານ​ນະການ​ພຸ້ນ.</verse>
				<verse number="26">ແຕ່​ດຽວນີ້ ກໍໄດ້​ເປີດເຜີຍ​ໃຫ້​ເຫັນ​ແລ້ວ ຕາມ​ທີ່​ພວກ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້ ແລະ​ໂດຍ​ຄຳສັ່ງ​ຂອງ​ພຣະເຈົ້າ ອົງ​ດຳລົງ​ຢູ່​ຖາວອນ​ກໍໄດ້​ເປີດເຜີຍ​ໃຫ້​ປະຊາຊາດ​ທັງປວງ​ເຫັນແຈ້ງ ເພື່ອ​ວ່າ ພວກເຂົາ​ທຸກຄົນ​ຈະ​ໄດ້​ເຊື່ອຟັງ​ແລະ​ປະຕິບັດ​ຕາມ.</verse>
				<verse number="27">ໂດຍ​ພຣະເຢຊູ​ຄຣິດເຈົ້າ ຂໍ​ໃຫ້​ສະຫງ່າຣາສີ ຈົ່ງ​ມີ​ແດ່​ພຣະເຈົ້າ ຜູ້​ຊົງ​ພຣະ​ປັນຍາ​ແຕ່​ອົງ​ດຽວ​ຕະຫລອດ​ໄປ​ເປັນນິດ​ເທີ້ນ ອາແມນ.</verse>
			</chapter>
		</book>
		<book number="46">
			<chapter number="1">
				<verse number="1">ຈາກ​ໂປໂລ ຜູ້​ທີ່​ພຣະເຈົ້າ​ໄດ້​ເອີ້ນ​ເອົາ​ຕາມ​ນໍ້າພຣະໄທ ໃຫ້​ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຈາກ​ໂຊຊະເຖນ ນ້ອງຊາຍ​ຂອງ​ພວກເຮົາ.</verse>
				<verse number="2">ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ທີ່​ຢູ່​ເມືອງ​ໂກຣິນໂທ ຜູ້​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ​ທຸກຄົນ ຜູ້​ທີ່​ຖືກ​ເອີ້ນ​ໃຫ້​ເປັນ​ໄພ່ພົນ​ດ້ວຍ​ກັນ​ໃນ​ພຣະຄຣິດເຈົ້າ​ເຢຊູ ກັບ​ຄົນ​ທັງຫລາຍ​ໃນ​ທຸກ​ແຫ່ງຫົນ ທີ່​ຮ້ອງ​ອອກ​ພຣະນາມ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຄື​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຂົາ ແລະ​ຂອງ​ພວກເຮົາ​ດ້ວຍ.</verse>
				<verse number="3">ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ກັບ​ອົງ​ພຣະເຢຊູ​ຄຣິດເຈົ້າ ໂຜດ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ​ແກ່​ພວກເຈົ້າ​ດ້ວຍ​ເທີ້ນ.</verse>
				<verse number="4">ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ສຳລັບ​ພຣະຄຸນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ພວກເຈົ້າ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.</verse>
				<verse number="5">ດ້ວຍວ່າ, ໃນ​ພຣະອົງ​ນັ້ນ ພວກເຈົ້າ​ຈຶ່ງ​ກາຍເປັນ​ຜູ້​ຄົບ​ບໍຣິບູນ​ໃນ​ທຸກສິ່ງ ທັງ​ວາ​ຈາ​ແລະ​ຄວາມ​ຮູ້​ທຸກຢ່າງ.</verse>
				<verse number="6">ດ້ວຍ​ຄຳ​ພະຍານ​ເລື່ອງ​ພຣະຄຣິດ ໄດ້​ເປັນ​ທີ່​ຍອມ​ຮັບ​ຢ່າງ​ໝັ້ນຄົງ​ໃນ​ທ່າມກາງ​ພວກເຈົ້າ​ແລ້ວ</verse>
				<verse number="7">ຈົນ​ພວກເຈົ້າ​ບໍ່ໄດ້​ຂາດ​ເຂີນ​ຂອງ​ພຣະຣາຊທານ​ຈັກ​ຢ່າງ ຂະນະທີ່​ພວກເຈົ້າ​ຄອງຄອຍ​ຖ້າ​ດ້ວຍ​ຄວາມຫວັງ ໃນ​ການ​ສະເດັດ​ມາ​ປາກົດ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.</verse>
				<verse number="8">ພຣະອົງ​ຈະ​ໂຜດ​ຊ່ວຍ​ພວກເຈົ້າ​ໃຫ້​ຕັ້ງໝັ້ນຄົງ​ຈົນເຖິງ​ທີ່ສຸດ ເພື່ອ​ວ່າ​ໃນ​ວັນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ນັ້ນ ພວກເຈົ້າ​ຈະ​ບໍ່​ຖືກ​ຕຳໜິ.</verse>
				<verse number="9">ພຣະເຈົ້າ​ສັດຊື່ ພຣະອົງ​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ສຳພັນ​ສະໜິດ​ກັບ​ພຣະບຸດ​ຂອງ​ພຣະອົງ ຄື​ພຣະເຢຊູ​ຄຣິດເຈົ້າ ພຣະອົງເຈົ້າ​ຂອງ​ພວກເຮົາ.</verse>
				<verse number="10">ພີ່ນ້ອງ​ທັງຫລາຍ​ເອີຍ, ໂດຍ​ສິດ​ອຳນາດ​ຂອງ​ພຣະນາມ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ເຮົາ​ຂໍຮ້ອງ​ພວກເຈົ້າ​ທຸກຄົນ ໃຫ້​ພວກເຈົ້າ​ກ່າວ​ຄວາມ​ດຽວ​ກັນ ແລະ​ບໍ່ໃຫ້​ຖືພັກ​ຖືພວກ ແຕ່​ຈົ່ງ​ຮ່ວມ​ເຂົ້າກັນ​ເປັນ​ນໍ້າໜຶ່ງ​ໃຈດຽວ ແລະ​ມີ​ຈຸດປະສົງ​ຢ່າງ​ດຽວກັນ.</verse>
				<verse number="11">ພີ່ນ້ອງ​ທັງຫລາຍ​ເອີຍ, ເພາະ​ມີ​ບາງຄົນ ຈາກ​ກຸ່ມ​ຂອງ​ນາງ​ຂະໂລເອ ໄດ້​ເລົ່າ​ໃຫ້​ເຮົາ​ຟັງ​ວ່າ, ໄດ້​ເກີດ​ມີ​ການ​ຜິດຂ້ອງ​ຕ້ອງຖຽງ​ກັນ​ໃນ​ທ່າມກາງ​ພວກເຈົ້າ.</verse>
				<verse number="12">ເຮົາ​ໝາຍຄວາມວ່າ​ຢ່າງ​ນີ້: ແຕ່ລະຄົນ​ໃນ​ພວກເຈົ້າ​ເວົ້າ​ບໍ່​ຖືກຕ້ອງ​ປອງດອງ​ກັນ ຜູ້ໜຶ່ງ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ໂປໂລ” ຜູ້ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ອາໂປໂລ” ຜູ້ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ເປໂຕ” ແລະ​ຜູ້​ອື່ນ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ພຣະຄຣິດ.”</verse>
				<verse number="13">ພຣະຄຣິດ​ແບ່ງ​ເປັນ​ຫລາຍ​ອົງ​ແລ້ວ​ບໍ? ໂປໂລ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ເພື່ອ​ພວກເຈົ້າ​ຊັ້ນບໍ? ພວກເຈົ້າ​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ໂປໂລ​ຊັ້ນບໍ?</verse>
				<verse number="14">ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ທີ່​ເຮົາ​ບໍ່ໄດ້​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ​ຮັບ​ບັບຕິສະມາ ນອກຈາກ​ທ່ານ​ກີສະໂປ ແລະ ທ່ານ​ໄຄໂຢ.</verse>
				<verse number="15">ດັ່ງນັ້ນ ຈຶ່ງ​ບໍ່ມີ​ຜູ້ໃດ​ເວົ້າ​ໄດ້​ວ່າ ພວກເຈົ້າ​ໄດ້​ຮັບ​ບັບຕິສະມາ​ໃນ​ນາມ​ຂອງເຮົາ. (</verse>
				<verse number="16">ແມ່ນແທ້ ເຮົາ​ໄດ້​ໃຫ້​ສະເຕຟານາ ແລະ​ຄອບຄົວ​ຂອງ​ລາວ​ຮັບ​ບັບຕິສະມາ​ດ້ວຍ, ແຕ່​ນອກຈາກ​ຄົນ​ເຫຼົ່ານັ້ນ​ແລ້ວ ເຮົາ​ກໍ​ບໍ່​ຮູ້​ວ່າ ເຮົາ​ໄດ້​ໃຫ້​ຜູ້ໃດ​ອີກ​ແດ່​ຮັບ​ບັບຕິສະມາ).</verse>
				<verse number="17">ພຣະຄຣິດ​ບໍ່ໄດ້​ໃຊ້​ເຮົາ​ໄປ ເພື່ອ​ໃຫ້​ເຮັດ​ພິທີ​ຮັບ​ບັບຕິສະມາ, ແຕ່​ພຣະອົງ​ໃຊ້​ເຮົາ​ໄປ​ເພື່ອ​ໃຫ້​ປະກາດ​ຂ່າວປະເສີດ ແລະ​ບໍ່ແມ່ນ​ໃຊ້​ຄຳເວົ້າ​ແຫ່ງ​ສະຕິປັນຍາ​ມະນຸດ ເພື່ອ​ວ່າ​ໄມ້ກາງແຂນ​ພຣະຄຣິດ​ນັ້ນ​ຈະ​ບໍ່​ເສຍ​ປະໂຫຍດ.</verse>
				<verse number="18">ເລື່ອງ​ຄວາມ​ຕາຍ​ຂອງ​ພຣະຄຣິດ​ທີ່​ໄມ້ກາງແຂນ​ນັ້ນ ເປັນ​ເລື່ອງ​ໂງ່​ສຳລັບ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ, ແຕ່​ສຳລັບ​ພວກເຮົາ​ທີ່​ກຳລັງ​ຮັບ​ຄວາມ​ພົ້ນ​ນັ້ນ ຖື​ວ່າ​ເປັນ​ຣິດອຳນາດ​ຂອງ​ພຣະເຈົ້າ.</verse>
				<verse number="19">ເພາະ​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ເຮົາ​ຈະ​ທຳລາຍ​ປັນຍາ ຂອງ​ຄົນມີ​ປັນຍາ ເຮົາ​ຈະ​ໃຫ້​ຄວາມ​ສະຫລາດ ຂອງ​ຄົນ​ສະຫລາດ​ສູນເສຍ​ໄປ.”</verse>
				<verse number="20">ຄົນມີ​ປັນຍາ​ຢູ່​ໃສ? ຫລື​ຄົນ​ສະຫລາດ​ຢູ່​ໃສ? ຫລື​ນັກ​ໂຕ້ຕອບ​ບັນຫາ​ຂອງ​ໂລກນີ້​ຢູ່​ໃສ? ພຣະເຈົ້າ​ກະທຳ​ໃຫ້​ເຫັນ​ວ່າ ປັນຍາ​ຂອງ​ຝ່າຍ​ໂລກນີ້​ເປັນ​ຄວາມ​ໂງ່​</verse>
				<verse number="21">ເພາະ​ຕາມ​ພຣະ​ສະຕິປັນຍາ​ຂອງ​ພຣະເຈົ້າ ເຫັນ​ວ່າ ມະນຸດ​ບໍ່​ສາມາດ​ຮູ້ຈັກ​ພຣະອົງ​ໄດ້​ດ້ວຍ​ປັນຍາ​ຂອງ​ເຂົາ​ເອງ ແຕ່​ພຣະອົງ​ພໍໃຈ​ໃຊ້​ຂ່າວ​ເລື່ອງ​ທີ່​ເຂົາ​ຖື​ວ່າ​ໂງ່ ຊຶ່ງ​ພວກເຮົາ​ປະກາດ​ຢູ່​ນັ້ນ ເພື່ອ​ຊ່ວຍ​ຜູ້​ທີ່​ເຊື່ອ​ໃຫ້​ພົ້ນ.</verse>
				<verse number="22">ຝ່າຍ​ພວກ​ຢິວ​ກໍ​ຕ້ອງການ​ເຫັນ​ໝາຍສຳຄັນ ແລະ​ພວກ​ຕ່າງຊາດ​ກໍ​ຊອກ​ສະແຫວງ​ຫາ​ປັນຍາ.</verse>
				<verse number="23">ແຕ່​ສຳລັບ​ພວກເຮົາ​ແລ້ວ ພວກເຮົາ​ປະກາດ​ເລື່ອງ​ພຣະຄຣິດ ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ນັ້ນ ອັນ​ເປັນ​ເລື່ອງ​ທີ່​ພວກ​ຢິວ​ຊຸນ​ສະດຸດ ແລະ​ເປັນ​ເລື່ອງ​ທີ່​ພວກ​ຕ່າງຊາດ​ຖື​ວ່າ​ໂງ່,</verse>
				<verse number="24">ແຕ່​ສຳລັບ​ພວກ​ທີ່​ພຣະເຈົ້າ​ເອີ້ນ​ໄວ້​ແລ້ວ​ນັ້ນ ບໍ່​ວ່າ​ຄົນ​ຢິວ ຫລື​ຄົນຕ່າງຊາດ​ກໍຕາມ ເຂົາ​ຖື​ວ່າ​ພຣະຄຣິດ​ເປັນ​ຣິດອຳນາດ ແລະ​ເປັນ​ສະຕິປັນຍາ​ຂອງ​ພຣະເຈົ້າ.</verse>
				<verse number="25">ເພາະ​ສິ່ງ​ທີ່​ເບິ່ງ​ຄື​ວ່າ ເປັນ​ຄວາມ​ໂງ່​ຂອງ​ພຣະເຈົ້າ ກໍ​ຍັງ​ສະຫລາດ​ກວ່າ​ປັນຍາ​ຂອງ​ມະນຸດ ແລະ​ສິ່ງ​ທີ່​ເບິ່ງ​ຄື​ວ່າ ເປັນ​ຄວາມ​ອ່ອນແຮງ​ຂອງ​ພຣະເຈົ້າ ກໍ​ຍັງ​ແຂງແຮງ​ກວ່າ​ກຳລັງ​ຂອງ​ມະນຸດ.</verse>
				<verse number="26">ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ພິຈາລະນາ​ເບິ່ງ​ວ່າ ພວກເຈົ້າ​ທີ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ເອີ້ນ​ມາ​ນັ້ນ ເປັນ​ຄົນ​ຢ່າງ​ໃດ? ຄື​ຄົນ​ທີ່​ມະນຸດ​ຖື​ວ່າ​ສະຫລາດ​ກໍ​ມີ​ໜ້ອຍ​ຄົນ, ຄົນ​ທີ່​ມີ​ອຳນາດ​ກໍ​ມີ​ໜ້ອຍ​ຄົນ ຄົນ​ທີ່​ມີ​ຖານະ​ສູງ​ກໍ​ມີ​ໜ້ອຍ​ຄົນ.</verse>
				<verse number="27">ແຕ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ເອົາ​ສິ່ງ​ທີ່​ມະນຸດ​ຖື​ວ່າ​ໂງ່ ເພື່ອ​ໃຫ້​ຄົນ​ສະຫລາດ​ຖືກ​ອັບອາຍ ແລະ​ພຣະອົງ​ໄດ້​ຊົງ​ເລືອກ​ເອົາ​ສິ່ງ​ທີ່​ມະນຸດ​ຖື​ວ່າ​ອ່ອນ​ກຳລັງ ເພື່ອ​ໃຫ້​ຄົນ​ທີ່​ມີ​ກຳລັງ​ຖືກ​ອັບອາຍ.</verse>
				<verse number="28">ພຣະອົງ​ໄດ້​ເລືອກ​ເອົາ​ສິ່ງ​ທີ່​ມະນຸດ​ຖື​ວ່າ​ຕໍ່າຕ້ອຍ ແລະ​ໜ້າກຽດຊັງ ແລະ​ບໍ່​ສຳຄັນ​ຫຍັງ ເພື່ອ​ທຳລາຍ​ສິ່ງ​ທີ່​ໂລກ​ເຫັນ​ວ່າ​ສຳຄັນ.</verse>
				<verse number="29">ເພື່ອ​ວ່າ ບໍ່​ໃຫ້​ມະນຸດ​ຄົນ​ໃດ​ອວດຕົວ​ໄດ້​ຊ້ອງໜ້າ​ພຣະເຈົ້າ.</verse>
				<verse number="30">ໂດຍ​ພຣະອົງ​ນັ້ນ, ເຈົ້າ​ທັງຫລາຍ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ, ຜູ້​ຊົງ​ເປັນ​ປັນຍາ​ຈາກ​ພຣະເຈົ້າ ແລະ​ຊົງ​ເປັນ​ຜູ້​ເຮັດ​ໃຫ້​ເຮົາ​ຊອບທຳ ແລະ​ຊົງ​ຊຳລະ​ເຮົາ​ໃຫ້​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ ແລະ​ຊົງ​ໄຖ່​ເຮົາ​ໃຫ້​ພົ້ນ.</verse>
				<verse number="31">ເພື່ອ​ໃຫ້​ເປັນ​ໄປ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ຜູ້​ຢາກ​ອວດອ້າງ​ນັ້ນ ຈົ່ງ​ເອົາ​ອົງພຣະ​ຜູ້​ເປັນເຈົ້າ​ມາ​ອວດອ້າງ.”</verse>
			</chapter>
			<chapter number="2">
				<verse number="1">ພີ່ນ້ອງ​ທັງຫລາຍ​ເອີຍ, ເມື່ອ​ເຮົາ​ໄດ້​ມາ​ຫາ​ພວກເຈົ້າ ເພື່ອ​ປະກາດ​ຄວາມຈິງ​ອັນ​ເລິກລັບ​ຂອງ​ພຣະເຈົ້າ ເຮົາ​ບໍ່ໄດ້​ໃຊ້​ຖ້ອຍຄຳ​ຍາກ ຫລື​ຄວາມ​ຮູ້​ອັນ​ໜ້າຟັງ.</verse>
				<verse number="2">ດ້ວຍວ່າ, ຂະນະທີ່​ເຮົາ​ໄດ້​ຢູ່​ນຳ​ພວກເຈົ້າ​ນັ້ນ ເຮົາ​ຕັ້ງໃຈ​ໄວ້​ແລ້ວ​ວ່າ ຈະ​ບໍ່​ສັ່ງສອນ​ເລື່ອງ​ໃດ​ເລີຍ ເວັ້ນໄວ້​ແຕ່​ເລື່ອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ໂດຍ​ສະເພາະ​ຄວາມ​ຕາຍ​ຂອງ​ພຣະອົງ​ທີ່​ໄມ້ກາງແຂນ.</verse>
				<verse number="3">ເພາະ​ສະນັ້ນ ເມື່ອ​ເຮົາ​ໄດ້​ມາ​ຫາ​ພວກເຈົ້າ ເຮົາ​ກໍ​ອ່ອນ​ກຳລັງ ແລະ​ຢ້ານກົວ​ຈົນ​ຕົວ​ສັ່ນ</verse>
				<verse number="4">ຄຳສັ່ງສອນ ແລະ​ຄຳ​ເທດສະໜາ​ຂອງເຮົາ ກໍ​ບໍ່ແມ່ນ​ຄຳ​ສະຫລຽວ​ສະຫລາດ ອັນ​ກ້ຽວກ່ອມ​ໃຈ​ດ້ວຍ​ປັນຍາ​ຂອງ​ມະນຸດ, ແຕ່​ແມ່ນ​ຄຳ​ຊຶ່ງ​ໄດ້​ສຳແດງ​ພຣະວິນຍານ ແລະ​ຣິດອຳນາດ​ຂອງ​ພຣະເຈົ້າ.</verse>
				<verse number="5">ເພື່ອ​ຄວາມເຊື່ອ​ຂອງ​ພວກເຈົ້າ​ຈະ​ບໍ່ໄດ້​ຂຶ້ນ​ຢູ່​ກັບ​ປັນຍາ​ຂອງ​ມະນຸດ, ແຕ່​ອາໄສ​ຣິດອຳນາດ​ຂອງ​ພຣະເຈົ້າ.</verse>
				<verse number="6">ເຖິງ​ປານນັ້ນ​ກໍດີ, ເຮົາ​ເຄີຍ​ປະກາດ​ຖ້ອຍຄຳ​ແຫ່ງ​ປັນຍາ ໃຫ້​ແກ່​ຄົນ​ທີ່​ໃຫຍ່​ແລ້ວ​ຝ່າຍ​ຄວາມເຊື່ອ​ກໍ​ຈິງ, ແຕ່​ບໍ່ແມ່ນ​ປັນຍາ​ທີ່​ເປັນ​ຂອງ​ໂລກນີ້ ຫລື​ປັນຍາ​ຂອງ​ອຳນາດ​ທີ່​ປົກຄອງ​ໂລກນີ້ ຊຶ່ງ​ກຳລັງ​ເສື່ອມສູນ​ໄປ.</verse>
				<verse number="7">ປັນຍາ​ທີ່​ເຮົາ​ປະກາດ​ນັ້ນ ແມ່ນ​ຄວາມ​ເລິກລັບ​ແຫ່ງ​ປັນຍາ​ຂອງ​ພຣະເຈົ້າ ທີ່​ຖືກ​ເຊື່ອງ​ໄວ້​ຈາກ​ມະນຸດ​ກ່ອນ​ສ້າງ​ໂລກ ຊຶ່ງ​ພຣະເຈົ້າ​ຊົງ​ກຳນົດ​ໄວ້​ແລ້ວ ເພື່ອ​ເປັນ​ສະຫງ່າຣາສີ​ແກ່​ພວກເຮົາ.</verse>
				<verse number="8">ບໍ່ມີ​ຜູ້​ປົກຄອງ​ຄົນ​ໃດ​ໃນ​ໂລກນີ້ ໄດ້​ຮູ້ຈັກ​ປັນຍາ​ນີ້, ຖ້າ​ເຂົາ​ຮູ້ຈັກ ເຂົາ​ຄົງ​ບໍ່​ເອົາ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ຊົງ​ສະຫງ່າຣາສີ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.</verse>
				<verse number="9">ເໝືອນ​ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ສິ່ງ​ທີ່​ຕາ​ບໍ່​ເຫັນ ຫູ​ບໍ່ໄດ້ຍິນ ແລະ​ສິ່ງ​ທີ່​ມະນຸດ​ຄິດ​ບໍ່​ອອກ ແມ່ນ​ສິ່ງ​ນັ້ນ​ແຫຼະ ທີ່​ພຣະເຈົ້າ​ໄດ້​ຊົງ​ຈັດຕຽມ​ໄວ້ ໃຫ້​ແກ່​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ.”</verse>
				<verse number="10">ແຕ່​ວ່າ ພຣະເຈົ້າ​ໄດ້​ເປີດເຜີຍ​ຄວາມ​ເລິກລັບ​ຂອງ​ພຣະອົງ ແກ່​ພວກເຮົາ​ໂດຍ​ທາງ​ພຣະວິນຍານ. ແທ້ຈິງ​ແລ້ວ, ພຣະວິນຍານ​ຢັ່ງ​ຮູ້​ທຸກສິ່ງ ເຖິງ​ແມ່ນ​ເປັນ​ຄວາມ​ເລິກລັບ​ຂອງ​ພຣະເຈົ້າ.</verse>
				<verse number="11">ດ້ວຍວ່າ, ຜູ້ໃດ​ໜໍ ອາດ​ຮູ້​ຄວາມ​ຄິດ​ຂອງ​ມະນຸດ​ໄດ້ ເວັ້ນໄວ້​ແຕ່​ຈິດ​ວິນຍານ​ທີ່​ຢູ່​ພາຍ​ໃນ​ມະນຸດ​ຜູ້​ນັ້ນ, ໃນທຳນອງ​ດຽວກັນ ບໍ່ມີ​ຜູ້ໃດ​ຮູ້​ພຣະໄທ​ພຣະເຈົ້າ ແຕ່​ແມ່ນ​ພຣະວິນຍານ​ຂອງ​ພຣະເຈົ້າ​ເທົ່ານັ້ນ ທີ່​ຮູ້​ທຸກສິ່ງ​ກ່ຽວກັບ​ພຣະເຈົ້າ.</verse>
				<verse number="12">ພວກເຮົາ​ບໍ່ໄດ້​ຮັບ​ວິນຍານ​ຂອງ​ໂລກນີ້, ແຕ່​ພວກເຮົາ​ໄດ້​ຮັບ​ພຣະວິນຍານ​ທີ່​ມາ​ຈາກ​ພຣະເຈົ້າ ເພື່ອ​ວ່າ​ພວກເຮົາ​ຈະ​ຮູ້​ທຸກສິ່ງ ທີ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ປະທານ​ໃຫ້​ແກ່​ພວກເຮົາ​ນັ້ນ.</verse>
				<verse number="13">ດັ່ງນັ້ນ ພວກເຮົາ​ຈຶ່ງ​ບໍ່​ກ່າວ​ດ້ວຍ​ຖ້ອຍຄຳ ຊຶ່ງ​ປັນຍາ​ຂອງ​ມະນຸດ​ໄດ້​ສອນ​ໄວ້, ແຕ່​ດ້ວຍ​ຖ້ອຍຄຳ ຊຶ່ງ​ພຣະວິນຍານ​ໄດ້​ຊົງ​ສັ່ງສອນ ຄື​ພວກເຮົາ​ໄດ້​ອະທິບາຍ​ຄວາມຈິງ​ຝ່າຍ​ຈິດວິນຍານ ໃຫ້​ແກ່​ຄົນ​ທີ່​ມີ​ພຣະວິນຍານ​ຟັງ.</verse>
				<verse number="14">ແຕ່​ມະນຸດ​ທີ່​ມີ​ຈິດໃຈ​ທຳມະດາ​ຈະ​ຮັບ​ສິ່ງ​ເຫຼົ່ານັ້ນ ຊຶ່ງ​ເປັນ​ຂອງ​ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ບໍ່ໄດ້, ເພາະ​ພວກເຂົາ​ເຫັນ​ວ່າ ສິ່ງ​ເຫຼົ່ານີ້​ເປັນ​ເລື່ອງ​ໂງ່​ສຳລັບ​ຕົນ ແລະ​ບໍ່​ສາມາດ​ເຂົ້າໃຈ ເພາະວ່າ ທີ່​ຈະ​ເຂົ້າໃຈ​ສິ່ງ​ເຫຼົ່ານັ້ນ​ໄດ້ ກໍ​ຕ້ອງ​ອາໄສ​ພຣະວິນຍານ.</verse>
				<verse number="15">ຝ່າຍ​ຄົນ​ທີ່​ມີ​ພຣະວິນຍານ​ຂອງ​ພຣະເຈົ້າ ກໍ​ສາມາດ​ສັງເກດ​ຮູ້​ສິ່ງສາລະພັດ​ໄດ້, ແຕ່​ບໍ່ມີ​ຜູ້ໃດ​ສາມາດ​ສັງເກດ​ຮູ້​ໃຈ​ຜູ້ນັ້ນ​ໄດ້.</verse>
				<verse number="16">“ດ້ວຍ​ວ່າ ຜູ້ໃດ​ໜໍ ຮູ້​ຄວາມ​ຄິດ​ ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້ ຈຶ່ງ​ສາມາດ​ໃຫ້​ຄຳແນະນຳ ແກ່​ພຣະອົງ​ໄດ້?” ແຕ່​ພວກເຮົາ​ມີ​ຄວາມ​ຄິດ​ຂອງ​ພຣະຄຣິດ.</verse>
			</chapter>
			<chapter number="3">
				<verse number="1">ພີ່ນ້ອງ​ທັງຫລາຍ​ເອີຍ, ຕາມ​ຄວາມ​ເປັນ​ຈິງ​ແລ້ວ ຝ່າຍ​ເຮົາ​ຈະ​ເວົ້າ​ກັບ​ພວກເຈົ້າ​ເໝືອນ​ເວົ້າ​ກັບ​ຄົນ​ທີ່​ຢູ່​ຝ່າຍ​ພຣະວິນຍານ​ກໍ​ບໍ່ໄດ້, ເຮົາ​ຈຳເປັນ​ຕ້ອງ​ເວົ້າ​ກັບ​ພວກເຈົ້າ ເໝືອນ​ເວົ້າ​ກັບ​ຄົນ​ທີ່​ຢູ່​ຝ່າຍ​ມະນຸດ​ທຳມະດາ ເໝືອນ​ດັ່ງ​ພວກເຈົ້າ​ເປັນ​ເດັກນ້ອຍ​ຝ່າຍ​ຄວາມເຊື່ອ​ໃນ​ພຣະຄຣິດ.</verse>
				<verse number="2">ເຮົາ​ໄດ້​ລ້ຽງ​ພວກເຈົ້າ​ດ້ວຍ​ນໍ້ານົມ ບໍ່ແມ່ນ​ດ້ວຍ​ອາຫານ​ແຂງ ເພາະວ່າ​ເມື່ອ​ກ່ອນ​ນັ້ນ ພວກເຈົ້າ​ຍັງ​ບໍ່​ສາມາດ​ຮັບ​ໄດ້​ເທື່ອ, ຈົນ​ມາບັດນີ້ ພວກເຈົ້າ​ກໍ​ຍັງ​ບໍ່​ທັນ​ສາມາດ​ຮັບ​ໄດ້​ອີກ,</verse>
				<verse number="3">ເພາະວ່າ ພວກເຈົ້າ​ຍັງ​ຢູ່​ຝ່າຍ​ມະນຸດ​ທຳມະດາ, ພວກເຈົ້າ​ຍັງ​ອິດສາ​ກັນ ແລະ​ຜິດຂ້ອງ​ຕ້ອງຖຽງ​ກັນ​ຢູ່ ພວກເຈົ້າ​ຢູ່​ຝ່າຍ​ມະນຸດ​ທຳມະດາ ແລະ​ບໍ່​ດຳເນີນ​ຊີວິດ​ຕາມ​ມະນຸດ​ທຳມະດາ​ບໍ?</verse>
				<verse number="4">ເພາະ​ເມື່ອ​ຜູ້ໜຶ່ງ​ໃນ​ພວກເຈົ້າ​ເວົ້າ​ວ່າ, “ຂ້າພະເຈົ້າ​ຢູ່​ຝ່າຍ​ໂປໂລ” ຜູ້ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້າພະເຈົ້າ​ຢູ່​ຝ່າຍ​ອາໂປໂລ” ພວກເຈົ້າ​ບໍ່ໄດ້​ເປັນ​ພຽງແຕ່​ມະນຸດ​ທຳມະດາ​ບໍ?</verse>
				<verse number="5">ຖ້າດັ່ງນັ້ນ ອາໂປໂລ​ແມ່ນ​ຜູ້ໃດ? ແລະ ໂປໂລ​ແມ່ນ​ຜູ້ໃດ? ກໍ​ເປັນ​ພຽງແຕ່​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ທີ່​ໄດ້​ນຳ​ພວກເຈົ້າ​ໃຫ້​ເຊື່ອ​ເທົ່ານັ້ນ, ພວກເຮົາ​ແຕ່ລະຄົນ ຮັບໃຊ້​ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ມອບໝາຍ​ໃຫ້.</verse>
				<verse number="6">ເຮົາ​ເປັນ​ຜູ້​ປູກ, ອາໂປໂລ​ເປັນ​ຜູ້​ຫົດ​ນໍ້າ, ແຕ່​ແມ່ນ​ພຣະເຈົ້າ​ທີ່​ເປັນ​ຜູ້​ເຮັດ​ໃຫ້​ໃຫຍ່​ຂຶ້ນ.</verse>
				<verse number="7">ຜູ້ປູກ​ກັບ​ຜູ້ຫົດນໍ້າ​ກໍ​ບໍ່​ສຳຄັນ​ຢ່າງ​ໃດ, ແມ່ນ​ພຣະເຈົ້າ​ເທົ່ານັ້ນ​ທີ່​ເປັນ​ຜູ້​ສຳຄັນ ເພາະ​ພຣະອົງ​ເປັນ​ຜູ້​ເຮັດ​ໃຫ້​ໃຫຍ່​ຂຶ້ນ.</verse>
				<verse number="8">ຜູ້​ປູກ​ກັບ​ຜູ້​ຫົດ​ນໍ້າ​ກໍ​ເປັນ​ພວກ​ດຽວກັນ, ແຕ່ລະຄົນ​ຈະ​ໄດ້​ຮັບ​ລາງວັນ​ຕາມ​ການງານ​ທີ່​ຕົນ​ໄດ້​ເຮັດ​ນັ້ນ.</verse>
				<verse number="9">ດ້ວຍວ່າ, ພວກເຮົາ​ເປັນ​ຜູ້​ຮ່ວມກັນ​ທຳງານ​ຂອງ​ພຣະເຈົ້າ ແລະ​ພວກເຈົ້າ​ເປັນ​ໄຮ່ນາ​ຂອງ​ພຣະເຈົ້າ. ພວກເຈົ້າ​ກໍ​ເປັນ​ຕຶກ​ຂອງ​ພຣະເຈົ້າ​ເໝືອນກັນ.</verse>
				<verse number="10">ໂດຍ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ປະທານ​ໃຫ້​ແກ່​ເຮົາ​ນັ້ນ, ເຮົາ​ໄດ້​ວາງ​ຮາກ​ລົງ​ເໝືອນ​ນາຍຊ່າງ​ຜູ້​ຊຳນານ ແລະ​ຄົນອື່ນ​ກໍ​ມາ​ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ, ແຕ່​ທຸກຄົນ ຈົ່ງ​ລະວັງ​ໃຫ້​ດີ​ວ່າ​ຈະ​ກໍ່​ຂຶ້ນ​ຢ່າງ​ໃດ.</verse>
				<verse number="11">ດ້ວຍວ່າ, ຜູ້ໃດ​ຈະ​ວາງ​ຮາກ​ອື່ນ​ອີກ​ບໍ່ໄດ້ ນອກຈາກ​ຮາກ​ທີ່​ວາງ​ໄວ້​ແລ້ວ​ນັ້ນ ຄື​ພຣະເຢຊູ​ຄຣິດເຈົ້າ.</verse>
				<verse number="12">ຖ້າ​ຜູ້ໃດ​ຈະ​ເອົາ​ຄຳ ຫລື​ເງິນ ຫລື​ເພັດພອຍ ຫລື​ໄມ້ ຫລື​ຫຍ້າແຫ້ງ ຫລື​ເຟືອງ​ກໍດີ ມາ​ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ.</verse>
				<verse number="13">ການງານ​ຂອງ​ແຕ່ລະຄົນ ກໍ​ຈະ​ປາກົດ​ໃຫ້​ເຫັນ​ແຈ່ມແຈ້ງ​ໃນ​ວັນ​ນັ້ນ. ດ້ວຍວ່າ, ໃນ​ວັນ​ນັ້ນ ໄຟ​ຈະ​ເປີດເຜີຍ​ການງານ​ຂອງ​ທຸກຄົນ ໄຟ​ນັ້ນ​ຈະ​ທົດລອງ​ເບິ່ງ​ວ່າ ການງານ​ຂອງ​ທຸກຄົນ​ເປັນ​ຢ່າງ​ໃດ.</verse>
				<verse number="14">ຖ້າ​ການງານ​ຂອງ​ຜູ້ໃດ ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ​ທົນ​ຢູ່​ໄດ້ ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ບຳເໜັດ.</verse>
				<verse number="15">ແຕ່​ຖ້າ​ການງານ​ຂອງ​ຜູ້ໃດ ຖືກ​ເຜົາ​ໄໝ້​ເສຍ ຜູ້​ນັ້ນ​ກໍ​ຈະ​ຂາດ​ບຳເໜັດ, ແຕ່​ຕົນເອງ​ກໍ​ຈະ​ໄດ້​ພົ້ນ ແຕ່​ເໝືອນ​ຜ່ານ​ພົ້ນ​ໄຟ.</verse>
				<verse number="16">ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ, ພວກເຈົ້າ​ເປັນ​ວິຫານ​ຂອງ​ພຣະເຈົ້າ ແລະ​ພຣະວິນຍານ​ຂອງ​ພຣະເຈົ້າ ກໍ​ສະຖິດ​ຢູ່​ໃນ​ພວກເຈົ້າ.</verse>
				<verse number="17">ຖ້າ​ຜູ້ໃດ​ທຳລາຍ​ວິຫານ​ຂອງ​ພຣະເຈົ້າ ພຣະອົງ​ກໍ​ຈະ​ທຳລາຍ​ຜູ້​ນັ້ນ. ດ້ວຍວ່າ, ວິຫານ​ຂອງ​ພຣະເຈົ້າ​ເປັນ​ທີ່​ບໍຣິສຸດ​ສັກສິດ ແລະ​ພວກເຈົ້າ​ນັ້ນ​ແຫຼະ ເປັນ​ວິຫານ​ຂອງ​ພຣະອົງ.</verse>
				<verse number="18">ຢ່າ​ມົວ​ແຕ່​ຫລອກລວງ​ຕົນເອງ​ຢູ່​ເລີຍ, ຖ້າ​ຜູ້ໃດ​ໃນ​ທ່າມກາງ​ຂອງ​ພວກເຈົ້າ ຄິດ​ວ່າ​ຕົນ​ມີ​ປັນຍາ​ໃນ​ສະໄໝ​ນີ້ ຈົ່ງ​ໃຫ້​ຜູ້​ນັ້ນ​ຍອມ​ເປັນ​ຄົນ​ໂງ່ ເພື່ອ​ຈະ​ໄດ້​ເປັນ​ຜູ້​ມີ​ປັນຍາ​ຢ່າງ​ແທ້ຈິງ.</verse>
				<verse number="19">ດ້ວຍວ່າ, ປັນຍາ​ຂອງ​ໂລກນີ້ ກໍ​ເປັນ​ຄວາມ​ໂງ່​ຕໍ່ສາຍຕາ​ຂອງ​ພຣະເຈົ້າ ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ຈັບ​ຄົນມີ​ປັນຍາ​ດ້ວຍ​ອຸບາຍ​ຂອງ​ເຂົາ​ເອງ.”</verse>
				<verse number="20">ແລະ​ຍັງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ອີກ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຮູ້​ຄວາມ​ຄິດ​ຂອງ​ຄົນມີ​ປັນຍາ​ນັ້ນ​ວ່າ ເປັນ​ຂອງ​ໄຮ້​ປະໂຫຍດ.”</verse>
				<verse number="21">ດັ່ງນັ້ນ ຢ່າ​ໃຫ້​ຜູ້ໃດ​ຍົກ​ມະນຸດ​ຂຶ້ນ​ມາ​ອວດ. ດ້ວຍວ່າ, ສິ່ງສາລະພັດ​ກໍ​ເປັນ​ຂອງ​ພວກເຈົ້າ​ແລ້ວ,</verse>
				<verse number="22">ເຖິງ​ວ່າ​ໂປໂລ ຫລື​ອາໂປໂລ ຫລື​ເປໂຕ ຫລື​ໂລກ ຫລື​ຊີວິດ ຫລື​ຄວາມ​ຕາຍ ຫລື​ປະຈຸບັນ ຫລື​ອະນາຄົດ​ກໍດີ ສິ່ງສາລະພັດ​ເຫຼົ່ານັ້ນ ກໍ​ເປັນ​ຂອງ​ພວກເຈົ້າ,</verse>
				<verse number="23">ແລະ​ພວກເຈົ້າ​ເປັນ​ຂອງ​ພຣະຄຣິດ ແລະ​ພຣະຄຣິດ​ຊົງ​ເປັນ​ຂອງ​ພຣະເຈົ້າ.</verse>
			</chapter>
			<chapter number="4">
				<verse number="1">ໃຫ້​ທຸກຄົນ​ຖື​ວ່າ ພວກເຮົາ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ ທັງ​ເປັນ​ຜູ້​ປ້ອງກັນ​ຮັກສາ​ຄວາມຈິງ​ອັນ​ເລິກລັບ​ຂອງ​ພຣະເຈົ້າ.</verse>
				<verse number="2">ຜູ້​ຮັບຜິດຊອບ​ປ້ອງກັນ​ຮັກສາ​ຕ້ອງ​ເປັນ​ຄົນ​ສັດຊື່.</verse>
				<verse number="3">ສຳລັບ​ເຮົາ​ແລ້ວ ການ​ທີ່​ພວກເຈົ້າ ຫລື​ມະນຸດ​ຄົນ​ໃດ ຈະ​ຕັດສິນ​ເຮົາ​ນັ້ນ ຖື​ວ່າ​ເປັນ​ເລື່ອງ​ເລັກນ້ອຍ, ເຖິງ​ແມ່ນ​ວ່າ ເຮົາ​ເອງ​ກໍ​ບໍ່ໄດ້​ຕັດສິນ​ຕົວ​ເຮົາ.</verse>
				<verse number="4">ເພາະ​ເຮົາ​ບໍ່​ຮູ້​ວ່າ ເຮົາ​ເຮັດ​ຜິດ​ອັນ​ໃດ ເຖິງ​ປານ​ນັ້ນ​ກໍ​ບໍ່​ພົ້ນ​ຈາກ​ການ​ພິພາກສາ​ຕັດສິນ ຜູ້​ທີ່​ຈະ​ພິພາກສາ​ຕົວ​ເຮົາ​ນັ້ນ ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="5">ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່ຄວນ​ຕັດສິນ​ຄົນ​ໃດ​ຄົນ​ໜຶ່ງ ກ່ອນ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້ ຈົນກວ່າ​ອົງພຣະ​ຜູ້​ເປັນເຈົ້າ​ສະເດັດ​ມາ​ປາກົດ ພຣະອົງ​ຈະ​ຊົງ​ເປີດເຜີຍ​ຄວາມ​ລັບ​ທີ່​ເຊື່ອງ​ໄວ້​ໃນ​ຄວາມມືດ​ນັ້ນ​ໃຫ້​ແຈ່ມແຈ້ງ ແລະ​ພຣະອົງ​ຈະ​ເປີດເຜີຍ​ຄວາມ​ນຶກຄິດ​ອັນ​ເລິກລັບ​ໃນ​ໃຈ​ມະນຸດ, ເມື່ອນັ້ນ​ແຫຼະ ແຕ່ລະຄົນ​ຈະ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ພຣະເຈົ້າ ຕາມ​ທີ່​ຕົນ​ສົມຄວນ​ໄດ້​ຮັບ.</verse>
				<verse number="6">ພີ່ນ້ອງ​ທັງຫລາຍ​ເອີຍ, ທີ່​ເຮົາ​ໄດ້​ນຳ​ເອົາ​ເລື່ອງ​ອາໂປໂລ ແລະ​ເຮົາ​ເອງ​ມາ​ກ່າວ​ເປັນ​ຕົວຢ່າງ ກໍ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຈົ້າ ທີ່​ຈະ​ຮຽນຮູ້​ເອົາ​ຕາມ​ແບບຢ່າງ​ຂອງ​ພວກເຮົາ ຄື​ຢ່າ​ອອກ​ນອກ​ຂອບເຂດ​ພຣະຄຳພີ, ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກເຈົ້າ​ມີ​ໃຈ​ຈອງຫອງ ໂດຍ​ຍົກ​ຜູ້ໜຶ່ງ​ຂຶ້ນ ແລະ​ຂົ່ມ​ຜູ້ໜຶ່ງ​ລົງ.</verse>
				<verse number="7">ຜູ້ໃດ​ເຮັດ​ໃຫ້​ເຈົ້າ​ຕ່າງ​ຈາກ​ຄົນອື່ນໆ ຫລື​ມີ​ສິ່ງໃດ​ທີ່​ເຈົ້າ​ບໍ່ໄດ້​ຮັບ, ຖ້າ​ເຈົ້າ​ໄດ້​ຮັບ​ແລ້ວ ເປັນຫຍັງ​ເຈົ້າ​ຈຶ່ງ​ອວດ​ເໝືອນ​ກັບ​ວ່າ​ເຈົ້າ​ບໍ່ໄດ້​ຮັບ​ເລີຍ?</verse>
				<verse number="8">ພວກເຈົ້າ​ມີ​ທຸກສິ່ງ​ທີ່​ພວກເຈົ້າ​ຕ້ອງການ​ແລ້ວ​ໜໍ ພວກເຈົ້າ​ຮັ່ງມີ​ບໍຣິບູນ​ແລ້ວ​ໜໍ ພວກເຈົ້າ​ຂຶ້ນ​ເປັນ​ກະສັດ​ແລ້ວ, ທັງໆ​ທີ່​ພວກເຮົາ​ຍັງ​ບໍ່ໄດ້​ເປັນ ເຮົາ​ກໍ​ຢາກ​ໃຫ້​ພວກເຈົ້າ​ເປັນ​ກະສັດ​ແທ້ໆ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເປັນ​ກະສັດ​ຮ່ວມ​ກັນ​ກັບ​ພວກເຈົ້າ.</verse>
				<verse number="9">ເພາະ​ເຮົາ​ຄິດເຫັນ​ວ່າ, ພຣະເຈົ້າ​ໄດ້​ວາງ​ພວກເຮົາ​ຜູ້​ເປັນ​ອັກຄະສາວົກ​ໃຫ້​ຢູ່​ຫລ້າ​ສຸດ, ໃຫ້​ເປັນ​ດັ່ງ​ຄົນ​ທີ່​ຖືກ​ລົງໂທດ​ເຖິງ​ຕາຍ​ຕໍ່ໜ້າ​ສາທາ​ລະນະຊົນ ແລະ​ເປັນ​ຕົວລະຄອນ​ໃຫ້​ຈັກກະວານ, ໃຫ້​ຝູງ​ເທວະດາ ແລະ​ໃຫ້​ມະນຸດ​ເບິ່ງ.</verse>
				<verse number="10">ພວກເຮົາ​ເປັນ​ຄົນ​ໂງ່ ເພາະ​ເຫັນ​ແກ່​ພຣະຄຣິດ, ແຕ່​ພວກເຈົ້າ​ເປັນ​ຄົນມີ​ປັນຍາ​ໃນ​ພຣະຄຣິດ ພວກເຮົາ​ເປັນ​ຜູ້​ອ່ອນແຮງ, ແຕ່​ພວກເຈົ້າ​ເປັນ​ຜູ້​ແຂງແຮງ ພວກເຈົ້າ​ມີ​ກຽດ, ແຕ່​ເຮົາ​ບໍ່ມີ​ກຽດ.</verse>
				<verse number="11">ຈົນເຖິງ​ປະຈຸບັນ​ນີ້ ພວກເຮົາ​ກໍ​ຍັງ​ອຶດ​ເຂົ້າ, ຢາກ​ນໍ້າ, ຂາດ​ເຄື່ອງນຸ່ງຫົ່ມ, ຖືກ​ຕົບຕີ ແລະ​ບໍ່ມີ​ບ່ອນ​ພັກພາ​ອາໄສ​ເປັນ​ຫຼັກແຫຼ່ງ,</verse>
				<verse number="12">ພວກເຮົາ​ຍັງ​ອົດສາ​ຫາ​ລ້ຽງຊີບ​ຕົນເອງ ໂດຍ​ເຮັດ​ວຽກ​ຢ່າງ​ໜັກໜ່ວງ. ເມື່ອ​ຖືກ​ປ້ອຍດ່າ ພວກເຮົາ​ກໍ​ອວຍພອນ ເມື່ອ​ຖືກ​ຂົ່ມເຫັງ ພວກເຮົາ​ກໍ​ອົດທົນ​ເອົາ,</verse>
				<verse number="13">ເມື່ອ​ຖືກ​ນິນທາ​ປະໝາດ ພວກເຮົາ​ກໍ​ຊອກ​ຫາ​ທາງ​ປອງດອງ ພວກເຮົາ​ເປັນ​ເໝືອນ​ຂີ້ເຫຍື້ອ​ຂອງ​ໂລກ ພວກເຮົາ​ເປັນ​ເໝືອນ​ຂອງ​ເສດເຫລືອ​ຈາກ​ສິ່ງສາລະພັດ​ທີ່​ໂລກ​ເລືອກ​ຖິ້ມ​ຈົນເຖິງ​ບັດນີ້.</verse>
				<verse number="14">ເຮົາ​ບໍ່ໄດ້​ຂຽນ​ຂໍ້ຄວາມ​ເຫຼົ່ານີ້​ເຖິງ​ພວກເຈົ້າ ເພື່ອ​ໃຫ້​ພວກເຈົ້າ​ອັບອາຍ, ແຕ່​ເພື່ອ​ເຕືອນ​ສະຕິ​ພວກເຈົ້າ ໃນ​ຖານະ​ເປັນ​ລູກ​ທີ່ຮັກ​ຂອງເຮົາ.</verse>
				<verse number="15">ເຖິງ​ແມ່ນ​ວ່າ ຊີວິດ​ໃນ​ພຣະຄຣິດ ພວກເຈົ້າ​ມີ​ຜູ້​ຄວບຄຸມ​ດູແລ​ເປັນ​ສິບພັນ​ຄົນ​ກໍຕາມ, ແຕ່​ພວກເຈົ້າ​ກໍ​ມີ​ພໍ່​ຄົນ​ດຽວ​ເທົ່ານັ້ນ ເພາະ​ຊີວິດ​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ, ເຮົາ​ໄດ້​ໃຫ້​ກຳເນີດ​ພວກເຈົ້າ​ໂດຍ​ຂ່າວປະເສີດ.</verse>
				<verse number="16">ດັ່ງນັ້ນ ເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃຫ້​ປະຕິບັດ​ຕາມ​ແບບ​ຢ່າງ​ຂອງເຮົາ.</verse>
				<verse number="17">ເພາະ​ດ້ວຍເຫດນີ້ ເຮົາ​ຈຶ່ງ​ໄດ້​ໃຊ້​ຕີໂມທຽວ ລູກ​ທີ່ຮັກ​ຂອງເຮົາ ຜູ້​ເປັນ​ຄົນ​ສັດຊື່​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ມາ​ຫາ​ພວກເຈົ້າ. ລາວ​ຈະ​ຊ່ວຍ​ເຕືອນ​ພວກເຈົ້າ ເຖິງ​ຫລັກ​ການ​ດຳເນີນ​ຊີວິດ​ໃນ​ພຣະເຢຊູ​ຄຣິດເຈົ້າ ຕາມ​ທີ່​ເຮົາ​ເຄີຍ​ສັ່ງສອນ​ໃນ​ຄຣິສຕະຈັກ​ຕ່າງໆ.</verse>
				<verse number="18">ມີ​ບາງຄົນ​ໃນ​ພວກເຈົ້າ​ອວດຕົວ​ຂຶ້ນ​ເໝືອນ​ກັບ​ວ່າ ເຮົາ​ຈະ​ບໍ່​ມາ​ຫາ​ພວກເຈົ້າ.</verse>
				<verse number="19">ແຕ່​ຖ້າ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ພໍພຣະໄທ ເຮົາ​ຈະ​ມາ​ຫາ​ພວກເຈົ້າ​ໃນ​ບໍ່​ຊ້າ​ນີ້ ແລະ​ເຮົາ​ຈະ​ໄດ້​ຢັ່ງຮູ້ ບໍ່ແມ່ນ​ຄຳເວົ້າ​ຂອງ​ຄົນ​ອວດຕົວ​ຂຶ້ນ​ເທົ່ານັ້ນ, ແຕ່​ທັງ​ຣິດອຳນາດ​ຂອງ​ເຂົາ​ດ້ວຍ.</verse>
				<verse number="20">ເພາະວ່າ​ອານາຈັກ​ຂອງ​ພຣະເຈົ້າ ບໍ່ແມ່ນ​ເລື່ອງ​ຄຳ​ເວົ້າ, ແຕ່​ແມ່ນ​ເລື່ອງ​ຣິດອຳນາດ.</verse>
				<verse number="21">ພວກເຈົ້າ​ຕ້ອງການ​ອັນ​ໃດ? ຈະ​ຕ້ອງ​ໃຫ້​ເຮົາ​ຖື​ໄມ້ແສ້​ມາ​ຫາ​ພວກເຈົ້າ ຫລື​ຈະ​ໃຫ້​ເຮົາ​ມາ​ດ້ວຍ​ຄວາມຮັກ ແລະ​ດ້ວຍ​ໃຈ​ອ່ອນສຸພາບ?</verse>
			</chapter>
			<chapter number="5">
				<verse number="1">ມີ​ຂ່າວ​ເລົ່າລື​ກັນ​ທົ່ວ​ໄປ​ວ່າ ໃນ​ທ່າມກາງ​ພວກເຈົ້າ​ນັ້ນ, ມີ​ການ​ຜິດ​ຊາຍຍິງ​ອັນ​ໜັກໜ່ວງ​ຫລາຍ ແມ່ນແຕ່​ໃນ​ພວກ​ຕ່າງຊາດ ກໍ​ບໍ່ເຄີຍ​ມີ​ເລີຍ ຄື​ມີ​ຊາຍ​ຄົນ​ໜຶ່ງ​ໄດ້​ເອົາ​ແມ່ນ້າ​ຂອງຕົນ​ມາ​ເປັນ​ເມຍ</verse>
				<verse number="2">ແຕ່​ເຖິງ​ປານ​ນັ້ນ ພວກເຈົ້າ​ກໍ​ຍັງ​ອວດຕົວ​ຂຶ້ນ ແທນທີ່​ຈະ​ເປັນ​ທຸກ​ຮ້ອນ​ໃຈ ແລະ​ຄົນ​ຢ່າງ​ນັ້ນ​ຄວນ​ຖືກ​ຂັບໄລ່​ອອກ​ຈາກ​ພວກເຈົ້າ​ໄປ​ເສຍ.</verse>
				<verse number="3">ເຖິງ​ແມ່ນ​ວ່າ ເຮົາ​ບໍ່ໄດ້​ຢູ່​ກັບ​ພວກເຈົ້າ​ທາງ​ກາຍ, ແຕ່​ທາງ​ໃຈ​ຂອງເຮົາ​ກໍ​ຢູ່​ກັບ​ພວກເຈົ້າ ເຮົາ​ໄດ້​ຕັດສິນ​ລົງໂທດ​ຜູ້​ທີ່​ປະພຶດ​ຜິດ​ຢ່າງ​ນັ້ນ ເໝືອນ​ດັ່ງ​ເຮົາ​ຢູ່​ທ່າມກາງ​ພວກເຈົ້າ.</verse>
				<verse number="4">ເມື່ອ​ພວກເຈົ້າ​ມາ​ປະຊຸມ​ກັນ ໃນ​ພຣະນາມ​ອົງ​ພຣະເຢຊູເຈົ້າ ແລະ​ໃຈ​ຂອງເຮົາ​ກໍ​ຮ່ວມ​ຢູ່​ດ້ວຍ ພ້ອມ​ທັງ​ຣິດອຳນາດ​ຂອງ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ.</verse>
				<verse number="5">ພວກເຈົ້າ​ຈົ່ງ​ມອບ​ຊາຍ​ຄົນ​ນີ້​ໄວ້​ໃຫ້​ມານຊາຕານ​ທຳລາຍ​ເນື້ອກາຍ ເພື່ອ​ໃຫ້​ຈິດ​ວິນຍານ​ຂອງ​ລາວ​ໄດ້​ພົ້ນ ໃນ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="6">ການ​ທີ່​ພວກເຈົ້າ​ອວດອ້າງ​ນັ້ນ ບໍ່​ເປັນ​ການ​ດີ​ເລີຍ ພວກເຈົ້າ​ກໍ​ຮູ້​ວ່າ ເຊື້ອແປ້ງ​ແຕ່​ໜ້ອຍ​ດຽວ ກໍ​ເຮັດ​ໃຫ້​ແປ້ງ​ນວດ​ຟູ​ຂຶ້ນ​ທັງ​ກ້ອນ​ໄດ້.</verse>
				<verse number="7">ດ້ວຍເຫດນັ້ນ ຈົ່ງ​ຊຳລະ​ບາບກຳ​ອັນ​ເປັນ​ເຊື້ອ​ເກົ່າ​ອອກ​ໄປ​ເສຍ ແລ້ວ​ພວກເຈົ້າ​ກໍ​ຈະ​ເປັນ​ເໝືອນ​ແປ້ງ​ນວດ​ກ້ອນ​ໃໝ່ ໂດຍ​ບໍ່ມີ​ເຊື້ອແປ້ງ​ແລ້ວ. ດ້ວຍວ່າ, ພຣະຄຣິດ​ຜູ້​ຊົງ​ເປັນ​ລູກແກະ​ປັດສະຄາ​ຂອງ​ພວກເຮົາ​ນັ້ນ​ໄດ້​ຖືກ​ຂ້າ​ບູຊາ​ແລ້ວ.</verse>
				<verse number="8">ດ້ວຍເຫດນັ້ນ ເຮົາ​ທັງຫລາຍ​ຈຶ່ງ​ຖື​ປັດສະຄາ​ນັ້ນ, ບໍ່ແມ່ນ​ດ້ວຍ​ເຊື້ອ​ເກົ່າ ຫລື​ເຊື້ອ​ຂອງ​ຄວາມ​ຊົ່ວຮ້າຍ, ແຕ່​ດ້ວຍ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ຄື​ຄວາມ​ສັດຊື່​ແລະ​ຄວາມຈິງ.</verse>
				<verse number="9">ເຮົາ​ໄດ້​ຂຽນ​ຈົດໝາຍ​ບອກ​ເຈົ້າ​ທັງຫລາຍ​ແລ້ວ​ວ່າ, ຢ່າ​ຄົບຫາ​ກັບ​ຄົນ​ຫລິ້ນຊູ້,</verse>
				<verse number="10">ແຕ່​ເຮົາ​ບໍ່ໄດ້​ຫ້າມ​ຄົບ​ຫາ​ກັບ​ທຸກຄົນ​ໃນ​ໂລກ​ທີ່​ຫລິ້ນຊູ້ ຫລື​ຄົນ​ໂລບ, ຄົນ​ຂົ່ມຂູ່ ຫລື​ຄົນ​ຂາບໄຫວ້​ຮູບເຄົາຣົບ. ເພາະວ່າ ຖ້າ​ຫ້າມ​ຢ່າງ​ນັ້ນ​ແລ້ວ ພວກເຈົ້າ​ຈະ​ຕ້ອງ​ໄດ້​ອອກ​ໄປ​ເສຍ​ຈາກ​ໂລກນີ້.</verse>
				<verse number="11">ແຕ່​ເຮົາ​ໄດ້​ຂຽນ​ມາ​ບອກ​ພວກເຈົ້າ​ວ່າ ຖ້າ​ຜູ້ໃດ​ໄດ້​ຊື່​ວ່າ​ເປັນ​ພີ່ນ້ອງ​ແລ້ວ, ແຕ່​ຍັງ​ເປັນ​ຄົນ​ຫລິ້ນຊູ້ ຄົນ​ໂລບ ຄົນ​ຂາບໄຫວ້​ຮູບເຄົາຣົບ ຄົນ​ເວົ້າ​ຫຍາບ​ຊ້າ ຄົນ​ຂີ້ເຫລົ້າ ຄົນ​ຂົ່ມຂູ່​ກໍດີ ຢ່າ​ຄົບຫາ​ກັບ​ຄົນ​ຢ່າງ​ນັ້ນ, ແມ່ນແຕ່​ກິນ​ເຂົ້າ​ຮ່ວມພາ ກໍ​ຢ່າ​ຊູ່​ກິນ.</verse>
				<verse number="12">ບໍ່ແມ່ນ​ໜ້າທີ່​ຂອງເຮົາ ທີ່​ຈະ​ຕັດສິນ​ລົງໂທດ​ຄົນ​ພາຍນອກ, ແຕ່​ແມ່ນ​ໜ້າທີ່​ຂອງ​ພວກເຈົ້າ ທີ່​ຕັດສິນ​ລົງໂທດ​ຄົນ​ພາຍໃນ​ບໍ່ແມ່ນ​ບໍ?</verse>
				<verse number="13">ສ່ວນ​ຄົນ​ພາຍນອກ​ນັ້ນ ແມ່ນ​ພຣະເຈົ້າ​ຈະ​ຊົງ​ຕັດສິນ​ລົງໂທດ, “ຈົ່ງ​ກຳຈັດ​ຄົນຊົ່ວຊ້າ​ນີ້​ໃຫ້​ອອກ​ໄປ​ຈາກ​ພວກເຈົ້າ​ເສຍ.”</verse>
			</chapter>
			<chapter number="6">
				<verse number="1">ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ເປັນ​ຄວາມ​ກັນ ຈະ​ກ້າ​ໄປ​ສູ້​ຄວາມ​ກັນ​ຕໍ່ໜ້າ​ຄົນ​ທີ່​ບໍ່​ເຊື່ອ​ພຣະເຈົ້າ ແລະ​ບໍ່ແມ່ນ​ຕໍ່ໜ້າ​ໄພ່ພົນ​ຂອງ​ພຣະເຈົ້າ​ບໍ?</verse>
				<verse number="2">ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ໄພ່ພົນ​ຂອງ​ພຣະເຈົ້າ​ຈະ​ຕັດສິນ​ໂລກ? ຖ້າ​ພວກເຈົ້າ​ຈະ​ຕັດສິນ​ໂລກ ພວກເຈົ້າ​ຈະ​ບໍ່​ສາມາດ​ຕັດສິນ​ເລື່ອງ​ເລັກນ້ອຍ​ເຊັ່ນນີ້​ບໍ?</verse>
				<verse number="3">ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ພວກເຮົາ​ຈະ​ຕັດສິນ​ບັນດາ​ເທວະດາ? ຫລາຍກວ່າ​ນັ້ນ​ອີກ​ເທົ່າ​ໃດ ເຮົາ​ສົມຄວນ​ທີ່​ຈະ​ຕັດສິນ​ເລື່ອງ​ໃນ​ຊີວິດ​ນີ້.</verse>
				<verse number="4">ເມື່ອ​ພວກເຈົ້າ​ເປັນ​ຄວາມ​ກັນ​ໃນ​ເລື່ອງ​ຊີວິດ​ນີ້, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເອົາ​ຄົນ​ທີ່​ຄຣິສຕະຈັກ​ບໍ່​ນັບຖື​ມາ​ຕັ້ງ​ໄວ້​ໃຫ້​ເປັນ​ຜູ້ຕັດສິນ?</verse>
				<verse number="5">ເຮົາ​ກ່າວ​ດັ່ງນີ້ ກໍ​ເພື່ອ​ໃຫ້​ພວກເຈົ້າ​ເກີດ​ຄວາມ​ລະອາຍ​ໃຈ ໃນ​ພວກເຈົ້າ​ບໍ່ມີ​ຈັກ​ຄົນ​ໜຶ່ງ​ບໍ ທີ່​ມີ​ປັນຍາ​ພໍ​ທີ່​ຈະ​ສາມາດ​ຕັດສິນ​ຄວາມ​ລະຫວ່າງ​ພີ່ນ້ອງ?</verse>
				<verse number="6">ແຕ່​ພີ່ນ້ອງ​ກັບ​ພີ່ນ້ອງ​ດ້ວຍ​ກັນ ຕ້ອງ​ໄປ​ສູ້ຄວາມ​ກັນ ໃຫ້​ຄົນ​ທີ່​ບໍ່​ເຊື່ອ​ຕັດສິນ​ຊັ້ນບໍ?</verse>
				<verse number="7">ທີ່​ເຈົ້າ​ທັງຫລາຍ​ມີ​ຄະດີ​ກ່ຽວຂ້ອງ​ກັນແລະກັນ​ນັ້ນ ກໍ​ເປັນ​ການ​ຂາດ​ສິນທຳ​ແທ້. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ທົນ​ເອົາ ເມື່ອ​ພວກເຂົາ​ເຮັດ​ຮ້າຍ​ແກ່​ຕົນ ເປັນຫຍັງ​ຈຶ່ງ​ບໍ່​ຍອມ​ໃຫ້​ພວກເຂົາ​ໂກງ​ຕົນເອງ​ກໍດີກວ່າ?</verse>
				<verse number="8">ແຕ່​ພວກເຈົ້າ​ຍັງ​ເຮັດ​ຮ້າຍ​ຕໍ່​ກັນແລະກັນ ແລະ​ສໍ້ໂກງ​ກັນ ໃນ​ລະຫວ່າງ​ພວກ​ພີ່ນ້ອງ​ຂອງຕົນ.</verse>
				<verse number="9">ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຄົນຊົ່ວຊ້າ​ອະທຳ​ຈະ​ບໍ່ມີ​ສ່ວນ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ, ຢ່າ​ເຂົ້າໃຈ​ຜິດ​ວ່າ ຄົນ​ຜິດ​ຊາຍຍິງ ຄົນ​ຂາບໄຫວ້​ຮູບເຄົາຣົບ ຄົນ​ຫລິ້ນຊູ້​ສູ່​ຜົວເມຍ ໂສເພນີ​ຊາຍ​ແລະ​ຍິງ ພວກ​ຮັກ​ຮ່ວມເພດ,</verse>
				<verse number="10">ຄົນ​ຂີ້ລັກ ຄົນ​ຂີ້ໂລບ ຄົນ​ຂີ້ເຫລົ້າ ຄົນ​ເວົ້າ​ໃສ່ຮ້າຍ​ປ້າຍສີ ຫລື​ຄົນ​ສໍ້ໂກງ​ກໍດີ ຄົນ​ເຫຼົ່ານັ້ນ ຈະ​ບໍ່ມີ​ສ່ວນ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ.</verse>
				<verse number="11">ແຕ່​ກ່ອນ ມີ​ບາງຄົນ​ໃນ​ພວກເຈົ້າ​ໄດ້​ເປັນ​ຢ່າງ​ນັ້ນ, ແຕ່​ພວກເຈົ້າ​ໄດ້​ຖືກ​ຊຳລະ​ຈາກ​ບາບກຳ​ແລ້ວ, ພວກເຈົ້າ​ໄດ້​ຖືກ​ຊຳລະ​ໃຫ້​ບໍຣິສຸດ​ແລ້ວ, ພວກເຈົ້າ​ໄດ້​ເປັນ​ຄົນ​ຊອບທຳ​ແລ້ວ ໂດຍ​ພຣະນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ແລະ​ໂດຍ​ພຣະວິນຍານ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ.</verse>
				<verse number="12">“ເຮົາ​ເຮັດ​ທຸກສິ່ງ​ໄດ້​ບໍ່ມີ​ຜູ້ໃດ​ຫ້າມ,” ແຕ່​ບໍ່ແມ່ນ​ທຸກສິ່ງ​ທີ່​ເຮົາ​ເຮັດ​ນັ້ນ​ຈະ​ໃຫ້​ປະໂຫຍດ, “ເຮົາ​ເຮັດ​ທຸກສິ່ງ​ໄດ້​ບໍ່ມີ​ຜູ້ໃດ​ຫ້າມ” ແຕ່​ເຮົາ​ຈະ​ບໍ່​ຍອມ​ຢູ່​ໃຕ້​ອຳນາດ​ສິ່ງໃດ​ໝົດ.</verse>
				<verse number="13">ອາຫານ​ມີ​ໄວ້​ສຳລັບ​ທ້ອງ ແລະ​ທ້ອງ​ກໍ​ມີ​ໄວ້​ສຳລັບ​ອາຫານ, ແຕ່​ພຣະເຈົ້າ​ຈະ​ໃຫ້​ທັງສອງ ຄື​ທ້ອງ​ແລະ​ອາຫານ​ສູນສິ້ນ​ໄປ ຮ່າງກາຍ​ບໍ່ໄດ້​ມີ​ໄວ້​ສຳລັບ​ການ​ຫລິ້ນຊູ້, ແຕ່​ມີ​ໄວ້​ສຳລັບ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ມີ​ໄວ້​ສຳລັບ​ຮ່າງກາຍ.</verse>
				<verse number="14">ພຣະເຈົ້າ​ໄດ້​ບັນດານ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ ເປັນ​ຄືນ​ມາ​ຈາກ​ຕາຍ​ຢ່າງ​ໃດ ພຣະອົງ​ກໍ​ຈະ​ບັນດານ​ໃຫ້​ພວກເຮົາ​ເປັນ​ຄືນ​ມາ​ຢ່າງ​ນັ້ນ ໂດຍ​ຣິດອຳນາດ​ຂອງ​ພຣະອົງ.</verse>
				<verse number="15">ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຮ່າງກາຍ​ຂອງ​ພວກເຈົ້າ​ນັ້ນ​ເປັນ​ອະໄວຍະວະ​ຂອງ​ພຣະຄຣິດ. ຖ້າ​ເປັນ​ດັ່ງນັ້ນ ເຮົາ​ຈະ​ເອົາ​ອະໄວຍະວະ​ຂອງ​ພຣະຄຣິດ ໄປ​ເຂົ້າ​ສ່ວນ​ໃນ​ອະໄວຍະວະ​ຂອງ​ຍິງ​ແມ່ຈ້າງ​ບໍ? ຢ່າ​ໃຫ້​ເປັນ​ຢ່າງ​ນັ້ນ​ເລີຍ.</verse>
				<verse number="16">ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຄົນ​ທີ່​ຜູກພັນ​ກັບ​ຍິງ​ແມ່ຈ້າງ ກໍ​ເປັນ​ຮ່າງກາຍ​ດຽວ​ກັບ​ນາງ? ເພາະ​ພຣະເຈົ້າ​ຊົງ​ກ່າວ​ວ່າ, “ເຂົາ​ທັງສອງ​ຈະ​ເປັນ​ກາຍ​ອັນດຽວ.”</verse>
				<verse number="17">ແຕ່​ຜູ້​ທີ່​ຕິດພັນ​ເຂົ້າ​ກັບ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ເປັນ​ຈິດໜຶ່ງ​ໃຈດຽວ​ກັບ​ພຣະອົງ.</verse>
				<verse number="18">ຈົ່ງ​ຫລີກເວັ້ນ​ເສຍ​ຈາກ​ການ​ຫລິ້ນຊູ້ ຜິດບາບ​ທຸກຢ່າງ​ທີ່​ມະນຸດ​ເຮັດ​ນັ້ນ ເປັນ​ບາບ​ນອກ​ກາຍ, ແຕ່​ຄົນ​ທີ່​ຫລິ້ນຊູ້​ນັ້ນ ກໍ​ເຮັດ​ຜິດບາບ​ຕໍ່​ຮ່າງກາຍ​ຂອງ​ຕົນເອງ.</verse>
				<verse number="19">ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຮ່າງກາຍ​ຂອງ​ພວກເຈົ້າ​ເປັນ​ວິຫານ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະເຈົ້າ ເຈົ້າ​ທັງຫລາຍ​ບໍ່ໄດ້​ເປັນ​ເຈົ້າຂອງ​ຕົວ​ເຈົ້າ​ເອງ.</verse>
				<verse number="20">ພຣະເຈົ້າ​ໄດ້​ຊົງ​ຊື້​ພວກເຈົ້າ​ມາ​ດ້ວຍ​ລາຄາ​ສູງ. ສະນັ້ນ ຈົ່ງ​ຖວາຍ​ພຣະ​ກຽດ​ແກ່​ພຣະເຈົ້າ​ດ້ວຍ​ຮ່າງກາຍ​ຂອງຕົນ.</verse>
			</chapter>
			<chapter number="7">
				<verse number="1">ເລື່ອງ​ທີ່​ພວກເຈົ້າ​ໄດ້​ຂຽນ​ຈົດໝາຍ​ມາ​ນັ້ນ ຂໍ​ຕອບ​ວ່າ, ການ​ທີ່​ຜູ້ຊາຍ​ບໍ່​ແຕະຕ້ອງ​ກັບ​ແມ່ຍິງ​ນັ້ນ ກໍ​ເປັນ​ການ​ດີ.</verse>
				<verse number="2">ແຕ່​ເພື່ອ​ປ້ອງກັນ​ການ​ຫລິ້ນຊູ້ ຊາຍ​ທຸກຄົນ​ຄວນ​ມີ​ເມຍ​ຂອງຕົນ ແລະ​ຍິງ​ທຸກຄົນ​ກໍ​ຄວນ​ມີ​ຜົວ​ຂອງຕົນ.</verse>
				<verse number="3">ຜົວ​ຕ້ອງ​ຢູ່​ຮ່ວມ​ກັບ​ເມຍ​ຕາມ​ສົມຄວນ ແລະ​ເມຍ​ກໍ​ຄວນ​ຢູ່​ຮ່ວມ​ກັບ​ຜົວ​ເໝືອນກັນ.</verse>
				<verse number="4">ເມຍ​ບໍ່ມີ​ອຳນາດ​ເໜືອ​ຮ່າງກາຍ​ຂອງ​ຕົນເອງ ແຕ່​ອຳນາດ​ນັ້ນ​ຢູ່​ນຳ​ຜົວ ໃນທຳນອງ​ດຽວກັນ ຜົວ​ບໍ່ມີ​ອຳນາດ​ເໜືອ​ຮ່າງກາຍ​ຂອງຕົນ ແຕ່​ອຳນາດ​ນັ້ນ​ຢູ່​ນຳ​ເມຍ.</verse>
				<verse number="5">ຢ່າ​ປະຕິເສດ​ການ​ຢູ່​ຮ່ວມ​ກັນ ນອກຈາກ​ໄດ້​ຕົກລົງ​ກັນ​ກ່ອນ​ເປັນ​ການ​ຊົ່ວຄາວ ເພື່ອ​ອຸທິດ​ຕົນ​ໃນ​ການ​ພາວັນນາ​ອະທິຖານ ແຕ່​ຫລັງຈາກ​ນັ້ນ​ແລ້ວ ຈົ່ງ​ມາ​ຢູ່​ຮ່ວມ​ກັນ​ອີກ. ເພື່ອ​ພວກເຈົ້າ​ຈະ​ຮັກສາ​ຕົວ​ໄວ້ ບໍ່​ໃຫ້​ມານຊາຕານ​ຊັກຈູງ​ໃຫ້​ຫລົງ​ເຮັດ​ຜິດ ເພາະ​ຄວບຄຸມ​ຕົນເອງ​ບໍ່ໄດ້.</verse>
				<verse number="6">ເຮົາ​ບອກ​ຢ່າງ​ນີ້​ເປັນ​ການ​ອະນຸຍາດ ບໍ່ແມ່ນ​ເປັນ​ຄຳສັ່ງ.</verse>
				<verse number="7">ເຮົາ​ປາຖະໜາ​ໃຫ້​ທຸກຄົນ​ເປັນ​ເໝືອນ​ຕົວ​ເຮົາ ແຕ່​ທຸກຄົນ​ກໍໄດ້​ຮັບ​ຂອງ​ປະທານ​ຈາກ​ພຣະເຈົ້າ​ອັນ​ເໝາະສົມ​ກັບ​ຕົນ ຜູ້ໜຶ່ງ​ໄດ້​ຮັບ​ຢ່າງ​ນັ້ນ ແລະ​ອີກ​ຜູ້ໜຶ່ງ​ໄດ້​ຮັບ​ຢ່າງ​ນີ້.</verse>
				<verse number="8">ເຮົາ​ຂໍ​ກ່າວ​ແກ່​ຄົນ​ທີ່​ຍັງ​ເປັນ​ໂສດ ແລະ​ບັນດາ​ຍິງໝ້າຍ​ວ່າ ຖ້າ​ພວກເຂົາ​ຈະ​ຢູ່​ເໝືອນ​ຢ່າງ​ເຮົາ​ກໍດີ​ແລ້ວ.</verse>
				<verse number="9">ແຕ່​ຖ້າ​ພວກເຂົາ​ຄວບຄຸມ​ຕົນເອງ​ບໍ່ໄດ້ ກໍ​ຈົ່ງ​ໃຫ້​ພວກເຂົາ​ແຕ່ງງານ​ເສຍ ເພາະວ່າ​ການ​ທີ່​ແຕ່ງງານ​ນັ້ນ ກໍດີກວ່າ​ມີ​ຕັນຫາ​ເຜົາໄໝ້​ຢູ່​ໃນ​ໃຈ.</verse>
				<verse number="10">ສຳລັບ​ຄົນ​ທີ່​ແຕ່ງງານ​ແລ້ວ​ນັ້ນ ເຮົາ​ຂໍ​ສັ່ງ ຊຶ່ງ​ບໍ່ແມ່ນ​ເຮົາ​ສັ່ງ​ເອງ ແຕ່​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ເປັນ​ຜູ້​ສັ່ງ ຢ່າ​ໃຫ້​ເມຍ​ປະ​ຜົວ​ຂອງຕົນ.</verse>
				<verse number="11">ແຕ່​ຖ້າ​ນາງ​ປະ​ຜົວ​ຂອງຕົນ​ໄປ ນາງ​ຕ້ອງ​ຢູ່​ເປັນ​ໂສດ ຫລື​ບໍ່​ດັ່ງນັ້ນ ໃຫ້​ນາງ​ຄືນ​ດີ​ກັບ​ຜົວ​ອີກ ແລະ​ຜົວ​ກໍ​ຢ່າ​ປະຮ້າງ​ເມຍ​ຂອງຕົນ.</verse>
				<verse number="12">ສຳລັບ​ພວກ​ອື່ນ​ນັ້ນ ເຮົາ​ກ່າວ​ດັ່ງນີ້​ວ່າ, (ບໍ່ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ) “ຖ້າ​ພີ່ນ້ອງ​ຄົນ​ໃດ​ທີ່​ມີ​ເມຍ​ເປັນ​ຄົນ​ທີ່​ບໍ່​ເຊື່ອ ແລະ​ນາງ​ພໍໃຈ​ທີ່​ຈະ​ຢູ່​ກັບ​ຜົວ​ນັ້ນ​ຕໍ່ໄປ ຜົວ​ກໍ​ບໍ່ຄວນ​ປະຮ້າງ​ເມຍ,”</verse>
				<verse number="13">ໃນທຳນອງ​ດຽວກັນ “ຖ້າ​ຍິງ​ໃດ ທີ່​ມີ​ຜົວ​ເປັນ​ຄົນ​ທີ່​ບໍ່​ເຊື່ອ ແລະ​ລາວ​ພໍໃຈ​ທີ່​ຈະ​ຢູ່​ກັບ​ເມຍ​ນັ້ນ​ຕໍ່ໄປ ເມຍ​ກໍ​ບໍ່ຄວນ​ປະຮ້າງ​ຜົວ​ນັ້ນ.”</verse>
				<verse number="14">ເພາະວ່າ ຜົວ​ທີ່​ບໍ່​ເຊື່ອ ກໍໄດ້​ຮັບ​ການ​ຊຳລະ​ຍ້ອນ​ເມຍ​ຂອງຕົນ ແລະ​ເມຍ​ທີ່​ບໍ່​ເຊື່ອ​ກໍໄດ້​ຮັບ​ການ​ຊຳລະ​ຍ້ອນ​ຜົວ​ຂອງຕົນ ຖ້າບໍ່​ດັ່ງນັ້ນ ລູກ​ຂອງ​ພວກເຂົາ ກໍ​ຄົງ​ຈະ​ເປັນ​ດັ່ງ​ລູກ​ຂອງ​ຄົນ​ທີ່​ບໍ່​ບໍຣິສຸດ ແຕ່​ບັດນີ້ ລູກ​ນັ້ນ​ບໍຣິສຸດ​ແລ້ວ.</verse>
				<verse number="15">ແຕ່​ຖ້າ​ຜູ້​ທີ່​ບໍ່​ເຊື່ອ​ນັ້ນ ຈະ​ແຍກຕົວ​ອອກ​ໄປ ກໍ​ຈົ່ງ​ໃຫ້​ຜູ້ກ່ຽວ​ແຍກຕົວ​ໄປ​ໄດ້ ເລື່ອງ​ຢ່າງ​ນີ້ ບໍ່​ຈຳເປັນ​ທີ່​ພີ່ນ້ອງ​ຊາຍ​ຍິງ​ຈະ​ຜູກມັດ​ຈຳໃຈ​ໃຫ້​ຢູ່​ນຳ​ກັນ ເພາະວ່າ ພຣະເຈົ້າ​ຊົງ​ເອີ້ນ​ເອົາ​ພວກເຈົ້າ​ໃຫ້​ໃຊ້​ຊີວິດ​ຢູ່​ຢ່າງ​ສະຫງົບສຸກ.</verse>
				<verse number="16">ຝ່າຍ​ເຈົ້າ​ຜູ້​ເປັນ​ເມຍ ເຈົ້າ​ຮູ້​ໄດ້​ຢ່າງ​ໃດ​ວ່າ ເຈົ້າ​ຈະ​ຊ່ວຍ​ຜົວ​ຂອງຕົນ​ໃຫ້​ພົ້ນ​ໄດ້​ຫລື​ບໍ່? ຫລື​ຝ່າຍ​ເຈົ້າ​ຜູ້​ເປັນ​ຜົວ ເຈົ້າ​ຮູ້​ໄດ້​ຢ່າງ​ໃດ​ວ່າ ເຈົ້າ​ຈະ​ຊ່ວຍ​ເມຍ​ຂອງຕົນ​ໃຫ້​ພົ້ນ​ໄດ້​ຫລື​ບໍ່?</verse>
				<verse number="17">ແຕ່​ຂໍ​ໃຫ້​ທຸກຄົນ​ຈົ່ງ​ດຳເນີນ​ຊີວິດ​ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ໂຜດ​ປະທານ​ໃຫ້​ແກ່​ຕົນ ແລະ​ຕາມ​ທີ່​ຕົນ​ເປັນ​ຢູ່ ເມື່ອ​ພຣະເຈົ້າ​ຊົງ​ເອີ້ນ​ເອົາ​ນັ້ນ ນີ້​ແຫຼະ ຄື​ລະບຽບ​ທີ່​ເຮົາ​ວາງ​ໄວ້​ໃຫ້​ຄຣິສຕະຈັກ​ທຸກ​ແຫ່ງ,</verse>
				<verse number="18">ຖ້າ​ມີ​ຜູ້ໃດ ທີ່​ພຣະເຈົ້າ​ຊົງ​ເອີ້ນ​ເອົາ ເມື່ອ​ຮັບ​ພິທີຕັດ​ແລ້ວ ກໍ​ຢ່າ​ໃຫ້​ຄົນ​ນັ້ນ​ພະຍາຍາມ​ລົ້ມເລີກ​ຈາກ​ຖານະ​ນັ້ນ​ເສຍ ຖ້າ​ຜູ້ໃດ​ຖືກ​ຊົງ​ເອີ້ນ​ເອົາ ໂດຍ​ຍັງ​ບໍ່ໄດ້​ຮັບ​ພິທີຕັດ ກໍ​ຢ່າ​ໃຫ້​ຄົນ​ນັ້ນ​ຮັບ.</verse>
				<verse number="19">ການ​ທີ່​ຮັບ​ພິທີຕັດ ຫລື​ບໍ່​ຮັບ ກໍ​ບໍ່​ເປັນ​ສິ່ງ​ສຳຄັນ​ຫຍັງ ສິ່ງ​ສຳຄັນ ຄື​ການ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າ.</verse>
				<verse number="20">ໃຫ້​ທຸກຄົນ​ຢູ່​ຕາມ​ຖານະ​ທີ່​ຕົນ​ເປັນ​ຢູ່ ເມື່ອ​ພຣະເຈົ້າ​ຊົງ​ເອີ້ນ​ເອົາ​ນັ້ນ.</verse>
				<verse number="21">ເຈົ້າ​ຖືກ​ພຣະເຈົ້າ​ຊົງ​ເອີ້ນ​ເອົາ​ເມື່ອ​ຍັງ​ເປັນ​ທາດ​ຢູ່​ບໍ? ຢ່າ​ກະວົນ​ກະວາຍ, ແຕ່​ຖ້າ​ເຈົ້າ​ມີ​ໂອກາດ​ທີ່​ຈະ​ໄຖ່​ຕົນ​ໄດ້ ກໍ​ຈົ່ງ​ໃຫ້​ໂອກາດ​ນັ້ນ.</verse>
				<verse number="22">ດ້ວຍວ່າ, ຜູ້​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ເອົາ ເມື່ອ​ຍັງ​ເປັນ​ທາດຮັບໃຊ້​ຢູ່​ກໍ​ເປັນ​ອິດສະຫລະ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ໃນທຳນອງ​ດຽວກັນ ຜູ້​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ເອົາ ເມື່ອ​ເປັນ​ອິດສະຫລະ ກໍ​ເປັນ​ທາດຮັບໃຊ້​ຂອງ​ພຣະຄຣິດ.</verse>
				<verse number="23">ພຣະເຈົ້າ​ໄດ້​ຊື້​ພວກເຈົ້າ​ດ້ວຍ​ລາຄາ​ສູງ. ດັ່ງນັ້ນ ຢ່າ​ກັບ​ໄປ​ເປັນ​ທາດຮັບໃຊ້​ຂອງ​ມະນຸດ​ອີກ.</verse>
				<verse number="24">ພີ່ນ້ອງ​ທັງຫລາຍ​ເອີຍ, ເຈົ້າ​ທຸກຄົນ​ຢູ່​ໃນ​ຖານະ​ໃດ ເມື່ອ​ພຣະເຈົ້າ​ຊົງ​ເອີ້ນ ກໍ​ໃຫ້​ຕັ້ງ​ຢູ່​ກັບ​ພຣະອົງ​ໃນ​ຖານະ​ນັ້ນ.</verse>
				<verse number="25">ເລື່ອງ​ຄົນ​ໂສດ​ນັ້ນ ເຮົາ​ບໍ່ໄດ້​ຮັບ​ຄຳສັ່ງ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ, ແຕ່​ເຮົາ​ຂໍ​ໃຫ້​ຄວາມ​ຄິດເຫັນ​ໃນ​ຖານະ​ທີ່​ສົມກັບ​ເປັນ​ຜູ້​ໄດ້​ຮັບ​ພຣະຄຸນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ໃຫ້​ເປັນ​ຜູ້​ທີ່​ໄວ້​ໃຈ​ໄດ້.</verse>
				<verse number="26">ໂດຍ​ພິຈາລະນາ​ເຖິງ​ຄວາມ​ລຳບາກ​ທີ່​ມີ​ຢູ່​ດຽວ​ນີ້ ເຮົາ​ຈຶ່ງ​ເຫັນ​ວ່າ ເປັນ​ການ​ດີກວ່າ​ທີ່​ທຸກຄົນ​ຈະ​ຢູ່​ຕາມ​ຖານະ​ທີ່​ຕົນ​ເປັນ​ຢູ່.</verse>
				<verse number="27">ຖ້າ​ເຈົ້າ​ມີ​ເມຍ​ແລ້ວ ຢ່າ​ສູ່​ຊອກຫາ​ທາງ​ແຍກ​ຈາກ​ນາງ ຖ້າ​ເຈົ້າ​ແຍກ​ຈາກ​ເມຍ​ແລ້ວ ຢ່າ​ສູ່​ຊອກຫາ​ແຕ່ງງານ​ໃໝ່.</verse>
				<verse number="28">ແຕ່​ຖ້າ​ເຈົ້າ​ແຕ່ງງານ ເຈົ້າ​ກໍ​ບໍ່ໄດ້​ເຮັດ​ຜິດ ຖ້າ​ຍິງ​ໂສດ​ແຕ່ງງານ ນາງ​ກໍ​ບໍ່ໄດ້​ເຮັດ​ຜິດ, ແຕ່​ຄົນ​ທີ່​ແຕ່ງງານ ກໍ​ຈະ​ໄດ້​ຮັບ​ຄວາມ​ຫຍຸ້ງຍາກ​ລຳບາກ​ໃຈ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ເຂົາ ແລະ​ເຮົາ​ປາຖະໜາ​ຢາກ​ໃຫ້​ພວກເຈົ້າ​ພົ້ນ​ຈາກ​ຄວາມ​ຫຍຸ້ງຍາກ​ນັ້ນ.</verse>
				<verse number="29">ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ກ່າວ​ດັ່ງນີ້ ກໍ​ເພາະ​ເວລາ​ທີ່​ເຫຼືອ​ຢູ່​ກໍ​ສັ້ນ​ເຂົ້າ​ມາ​ແລ້ວ ຕັ້ງແຕ່​ນີ້​ໄປ​ໃຫ້​ຜູ້​ແຕ່ງງານ​ແລ້ວ ດຳເນີນ​ຊີວິດ​ເປັນ​ເໝືອນ​ຍັງ​ບໍ່ໄດ້​ແຕ່ງງານ,</verse>
				<verse number="30">ໃຫ້​ຜູ້​ທີ່​ຮ້ອງໄຫ້​ເປັນ​ເໝືອນ​ບໍ່​ຮ້ອງໄຫ້ ໃຫ້​ຜູ້​ທີ່​ຊົມຊື່ນ​ຍິນດີ ເປັນ​ເໝືອນ​ບໍ່​ຊົມຊື່ນ​ຍິນດີ ໃຫ້​ຜູ້​ທີ່​ຊື້ ເປັນ​ເໝືອນ​ບໍ່ໄດ້​ສິ່ງໃດ​ເລີຍ;</verse>
				<verse number="31">ໃຫ້​ຜູ້​ທີ່​ໃຊ້​ຊັບ​ສິ່ງຂອງ​ໃນ​ໂລກ ເໝືອນ​ກັບ​ວ່າ​ບໍ່ໄດ້​ໃຊ້​ເຕັມສ່ວນ. ດ້ວຍວ່າ, ລະບົບ​ໂລກນີ້​ກຳລັງ​ລ່ວງພົ້ນ​ໄປ.</verse>
				<verse number="32">ເຮົາ​ຢາກ​ໃຫ້​ພວກເຈົ້າ​ຫລຸດພົ້ນ​ຈາກ​ຄວາມ​ກະວົນ​ກະວາຍ​ໃຈ ຊາຍ​ທີ່​ບໍ່​ແຕ່ງງານ ກໍ​ຮ້ອນຮົນ​ໃຈ​ຢູ່​ນຳ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ຈະ​ເຮັດ​ໃຫ້​ພໍພຣະໄທ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="33">ແຕ່​ຊາຍ​ທີ່​ແຕ່ງງານ​ແລ້ວ ກໍ​ຮ້ອນຮົນ​ໃຈ​ຢູ່​ນຳ​ເລື່ອງ​ຂອງ​ໂລກນີ້ ເພື່ອ​ຈະ​ເຮັດ​ໃຫ້​ເມຍ​ພໍໃຈ.</verse>
				<verse number="34">ຈຶ່ງ​ມີ​ຄວາມ​ສົນໃຈ​ຢູ່​ນຳ​ສອງ​ກໍ້າ​ສອງ​ຝ່າຍ ຝ່າຍ​ຍິງ​ທີ່​ບໍ່ມີ​ຜົວ​ແລະ​ສາວ​ໂສດ ກໍ​ຮ້ອນຮົນ​ໃຈ​ຢູ່​ນຳ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ, ເພື່ອ​ຈະ​ໄດ້​ເປັນ​ຜູ້​ບໍຣິສຸດ​ທັງ​ຮ່າງກາຍ​ແລະ​ຈິດ​ວິນຍານ. ສ່ວນ​ຍິງ​ທີ່​ມີ​ຜົວ​ແລ້ວ ກໍ​ຮ້ອນຮົນ​ໃຈ​ຢູ່​ນຳ​ເລື່ອງ​ຂອງ​ໂລກນີ້ ເພາະ​ນາງ​ຕ້ອງ​ເຮັດ​ໃຫ້​ຜົວ​ຂອງຕົນ​ພໍໃຈ.</verse>
				<verse number="35">ເຮົາ​ກ່າວ​ດັ່ງນີ້ ເພື່ອ​ຜົນ​ປະໂຫຍດ​ຂອງ​ພວກເຈົ້າ​ເອງ ແລະ​ບໍ່ແມ່ນ​ເຮົາ​ວາງ​ຂໍ້​ຜູກມັດ​ໃດໆ​ໃຫ້​ແກ່​ພວກເຈົ້າ, ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ປະພຶດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ແລະ​ເໝາະສົມ ໃນ​ການ​ບົວລະບັດ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ໂດຍ​ບໍ່ມີ​ໃຈ​ເປັນ​ສອງກໍ້າ​ສອງຝ່າຍ.</verse>
				<verse number="36">ຖ້າ​ຊາຍ​ໃດ ມີ​ຄູ່ໝັ້ນ​ເປັນ​ສາວ​ບໍຣິສຸດ ແລະ​ຮູ້ສຶກ​ວ່າ​ຕົນ​ຈະ​ປະຕິບັດ​ຕໍ່​ຄູ່ໝັ້ນ​ຢ່າງ​ສົມຄວນ​ບໍ່ໄດ້​ແລ້ວ ຖ້າ​ມີ​ຄວາມຮັກ​ຮ້ອນແຮງ ຈຶ່ງ​ຕ້ອງ​ເຮັດ​ຢ່າງ​ໃດ​ຢ່າງ​ໜຶ່ງ ກໍ​ໃຫ້​ພວກເຂົາ​ເຮັດ​ຕາມ​ຄວາມ​ປາຖະໜາ ຄື​ໃຫ້​ພວກເຂົາ​ແຕ່ງງານ​ເສຍ ບໍ່ມີ​ຄວາມຜິດ​ອັນ​ໃດ.</verse>
				<verse number="37">ແຕ່​ຖ້າ​ຊາຍ​ຄົນ​ໃດ​ຕັ້ງໃຈ​ຄັກແນ່ ແລະ​ເຫັນ​ວ່າ​ບໍ່ມີ​ຄວາມ​ຈຳເປັນ ແຕ່​ອາດ​ບັງຄັບ​ໃຈ​ຕົນເອງ​ໄດ້​ດ້ວຍ​ຕັ້ງໃຈ​ວ່າ ຈະ​ໃຫ້​ຍິງ​ນັ້ນ​ເປັນ​ຄູ່ໝັ້ນ​ຂອງຕົນ ກໍ​ເຮັດ​ດີ​ຢູ່.</verse>
				<verse number="38">ເຫດສະນັ້ນ ຜູ້ໃດ​ທີ່​ແຕ່ງງານ​ກັບ​ຄູ່ໝັ້ນ​ຂອງຕົນ ກໍ​ເຮັດ​ດີ​ຢູ່ ແຕ່​ຜູ້​ທີ່​ບໍ່​ແຕ່ງງານ​ນັ້ນ​ກໍ​ເຮັດ​ດີກວ່າ.</verse>
				<verse number="39">ຕາບໃດ​ທີ່​ຜົວ​ຍັງ​ມີ​ຊີວິດ​ຢູ່ ເມຍ​ຕ້ອງ​ຢູ່​ກັບ​ຜົວ ແຕ່​ຖ້າ​ຜົວ​ຕາຍໄປ​ແລ້ວ ນາງ​ກໍ​ເປັນ​ອິດສະຫລະ ຈະ​ແຕ່ງງານ​ກັບ​ຊາຍ​ຄົນ​ໃດ​ກໍໄດ້​ຕາມໃຈ ແຕ່​ໃຫ້​ນາງ​ແຕ່ງງານ​ກັບ​ຜູ້​ທີ່​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="40">ແຕ່​ຕາມ​ຄວາມ​ເຫັນ​ຂອງເຮົາ​ວ່າ, ຖ້າ​ນາງ​ຢູ່​ຜູ້​ດຽວ ກໍ​ຈະ​ເປັນ​ສຸກ​ກວ່າ ແລະ​ເຮົາ​ຄິດ​ວ່າ ພຣະວິນຍານ​ຂອງ​ພຣະເຈົ້າ​ຊົງ​ສະຖິດ​ຢູ່​ນຳ​ເຮົາ​ດ້ວຍ.</verse>
			</chapter>
			<chapter number="8">
				<verse number="1">ເລື່ອງ​ອາຫານ​ທີ່​ມາ​ຈາກ​ການ​ຖວາຍບູຊາ​ແກ່​ພະທຽມ​ນັ້ນ, ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ, “ພວກເຮົາ​ທຸກຄົນ​ຕ່າງ​ກໍ​ມີ​ຄວາມ​ຮູ້.” ຄວາມ​ຮູ້​ເຮັດ​ໃຫ້​ເຮົາ​ອວດຕົວ ແຕ່​ຄວາມຮັກ​ເຮັດ​ໃຫ້​ຈະເລີນ​ຂຶ້ນ.</verse>
				<verse number="2">ຖ້າ​ຜູ້ໃດ ຖື​ວ່າ​ຕົນ​ຮູ້​ສິ່ງໃດ​ແລ້ວ ຜູ້ນັ້ນ​ຍັງ​ບໍ່​ຮູ້​ຕາມ​ທີ່​ຕົນ​ຄວນ​ຈະ​ຮູ້.</verse>
				<verse number="3">ແຕ່​ຖ້າ​ຜູ້ໃດ​ຮັກ​ພຣະເຈົ້າ ພຣະເຈົ້າ​ກໍ​ຊົງ​ຮູ້ຈັກ​ຜູ້ນັ້ນ.</verse>
				<verse number="4">ເລື່ອງ​ການ​ກິນ​ອາຫານ ທີ່​ເຂົາ​ເອົາ​ບູຊາ​ແກ່​ພະທຽມ​ນັ້ນ, ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ, “ພະທຽມ​ນັ້ນ ບໍ່​ເປັນ​ຂອງ​ແທ້” ແລະ “ມີ​ພຣະເຈົ້າ​ແທ້​ແຕ່​ອົງ​ດຽວ.”</verse>
				<verse number="5">ເຖິງ​ແມ່ນ​ວ່າ​ມີ​ພະ​ຫລາຍ​ໃນ​ສະຫວັນ ແລະ​ເທິງ​ແຜ່ນດິນ​ໂລກ​ກໍດີ ທີ່​ເຂົາ​ເອີ້ນ​ວ່າ, “ພຣະເຈົ້າ” (ພະ​ກໍ​ມີ​ຫລາຍ ເຈົ້າ​ກໍ​ມີ​ຫລາຍ​ແທ້).</verse>
				<verse number="6">ແຕ່​ສຳລັບ​ພວກເຮົາ​ນັ້ນ ມີ​ພຣະເຈົ້າ​ອົງ​ດຽວ ຄື​ພຣະບິດາເຈົ້າ ແລະ​ສິ່ງສາລະພັດ​ທັງປວງ​ເກີດ​ມາ​ຈາກ​ພຣະອົງ ແລະ​ພວກເຮົາ​ເປັນ​ມາ​ເພື່ອ​ພຣະອົງ ແລະ​ມີ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວ ຄື​ພຣະເຢຊູ​ຄຣິດເຈົ້າ ແລະ ສິ່ງສາລະພັດ​ກໍ​ເກີດຂຶ້ນ​ໂດຍ​ພຣະອົງ ແລະ​ເຮົາ​ກໍ​ເປັນ​ມາ​ໂດຍ​ພຣະອົງ.</verse>
				<verse number="7">ແຕ່​ບໍ່ແມ່ນ​ທຸກຄົນ​ທີ່​ຮູ້​ຄວາມ​ຢ່າງ​ນີ້ ມີ​ບາງຄົນ​ເຄີຍ​ນັບຖື​ຮູບເຄົາຣົບ​ແຕ່​ໃດໆ​ມາ​ຈົນເຖິງ​ບັດນີ້ ເມື່ອ​ກິນ​ອາຫານ​ຢ່າງ​ນັ້ນ ເຂົາ​ກໍ​ຍັງ​ຖື​ວ່າ​ເປັນ​ຂອງ​ຖວາຍບູຊາ​ແກ່​ພະທຽມ​ນັ້ນ ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ເຂົາ​ຍັງ​ອ່ອນ ແລະ​ເຂົາ​ກໍ​ຮູ້ສຶກ​ເປັນ​ມົນທິນ​ຍ້ອນ​ອາຫານ​ນັ້ນ.</verse>
				<verse number="8">ອາຫານ​ບໍ່ແມ່ນ​ສິ່ງ​ທີ່​ຊ່ວຍ​ເຮົາ ໃຫ້​ມີ​ຄວາມ​ສຳພັນ​ກັບ​ພຣະເຈົ້າ​ດີ​ຂຶ້ນ ຖ້າ​ເຮົາ​ບໍ່​ກິນ ເຮົາ​ກໍ​ບໍ່ໄດ້​ຊົ່ວ​ລົງ ຖ້າ​ເຮົາ​ກິນ ເຮົາ​ກໍ​ບໍ່ໄດ້​ດີ​ຂຶ້ນ.</verse>
				<verse number="9">ແຕ່​ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ການ​ໃຊ້​ເສລີພາບ​ຂອງ​ພວກເຈົ້າ ເປັນ​ເຫດ​ໃຫ້​ຄົນ​ທີ່​ມີ​ຄວາມເຊື່ອ​ອ່ອນ​ສະດຸດ​ໃຈ.</verse>
				<verse number="10">ຖ້າ​ມີ​ຄົນ​ໜຶ່ງ ທີ່​ມີ​ໃຈ​ສຳນຶກ​ຜິດແລະຊອບ​ຍັງ​ອ່ອນ​ໃນ​ເລື່ອງ​ນີ້, ເຫັນ​ເຈົ້າ​ຜູ້​ທີ່​ມີ​ຄວາມ​ຮູ້ ກຳລັງ​ນັ່ງ​ກິນ​ຢູ່​ໃນ​ວິຫານ​ຂອງ​ພະທຽມ ເລື່ອງ​ນີ້​ຈະ​ບໍ່​ເປັນ​ການ​ຊຸກຍູ້​ລາວ ໃຫ້​ກິນ​ອາຫານ​ທີ່​ຖວາຍບູຊາ​ແກ່​ພະທຽມ​ນັ້ນ​ບໍ?</verse>
				<verse number="11">ຄວາມຮູ້​ຂອງ​ເຈົ້າ​ຈະ​ເຮັດ​ໃຫ້​ພີ່ນ້ອງ​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ ຊຶ່ງ​ພຣະຄຣິດ​ໄດ້​ຊົງ​ສິ້ນພຣະຊົນ​ເພື່ອ​ນັ້ນ​ຕ້ອງ​ຈິບຫາຍ​ໄປ.</verse>
				<verse number="12">ດັ່ງນັ້ນ ເມື່ອ​ເຈົ້າ​ເຮັດ​ຜິດ​ຕໍ່​ພີ່ນ້ອງ ຄື​ທຳຮ້າຍ​ແກ່​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ອ່ອນ​ຂອງ​ເຂົາ ເຈົ້າ​ກໍ​ເຮັດ​ຜິດ​ຕໍ່​ພຣະຄຣິດ​ດ້ວຍ.</verse>
				<verse number="13">ເພາະສະນັ້ນ ຖ້າ​ອາຫານ​ເປັນ​ເຫດ​ເຮັດ​ໃຫ້​ພີ່ນ້ອງ​ຂອງເຮົາ​ສະດຸດ​ໃຈ ເຮົາ​ກໍ​ຈະ​ບໍ່​ກິນ​ຊີ້ນ​ຕະຫລອດໄປ ເພື່ອ​ວ່າ​ຈະ​ບໍ່ໄດ້​ເຮັດ​ໃຫ້​ພີ່ນ້ອງ​ຂອງເຮົາ​ສະດຸດ​ໃຈ.</verse>
			</chapter>
			<chapter number="9">
				<verse number="1">ເຮົາ​ບໍ່ມີ​ເສລີພາບ​ບໍ? ເຮົາ​ບໍ່ໄດ້​ເປັນ​ອັກຄະສາວົກ​ບໍ? ເຮົາ​ບໍ່ໄດ້​ເຫັນ​ພຣະເຢຊູເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ບໍ? ແລະ​ພວກເຈົ້າ​ບໍ່ແມ່ນ​ຜົນງານ​ຂອງເຮົາ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ບໍ?</verse>
				<verse number="2">ຖ້າ​ເຮົາ​ບໍ່ໄດ້​ເປັນ​ອັກຄະສາວົກ​ໃນ​ສາຍ​ຕາ​ຂອງ​ຄົນອື່ນ, ຢ່າງໜ້ອຍ ເຮົາ​ກໍ​ເປັນ​ອັກຄະສາວົກ​ໃນ​ສາຍ​ຕາ​ຂອງ​ເຈົ້າ​ທັງຫລາຍ, ເພາະວ່າ​ເຈົ້າ​ທັງຫລາຍ ຄື​ກາ​ປະຈຳ​ຕຳແໜ່ງ​ອັກຄະສາວົກ​ຂອງເຮົາ ໃນ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="3">ຖ້າ​ຜູ້ໃດ​ສອບສວນ​ເຮົາ ເຮົາ​ກໍ​ກ່າວ​ປ້ອງກັນ​ຕົວ​ດັ່ງນີ້​ວ່າ:</verse>
				<verse number="4">ເຮົາ​ບໍ່ມີ​ສິດ​ທີ່​ຈະ​ກິນ​ແລະ​ດື່ມ​ບໍ?</verse>
				<verse number="5">ເຮົາ​ບໍ່ມີ​ສິດ​ທີ່​ຈະ​ພາ​ເມຍ​ທີ່​ເປັນ​ຄຣິສຕຽນ​ເດີນທາງ​ໄປມາ​ດ້ວຍ​ກັນ ເໝືອນ​ດັ່ງ​ອັກຄະສາວົກ​ຄົນອື່ນໆ ແລະ​ເໝືອນ​ດັ່ງ​ນ້ອງຊາຍ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເໝືອນ​ດັ່ງ​ເປໂຕ​ນັ້ນ​ບໍ?</verse>
				<verse number="6">ຫລື​ວ່າ​ມີ​ແຕ່​ບາຣະນາບາ​ກັບ​ເຮົາ​ເທົ່ານັ້ນ​ບໍ? ທີ່​ຕ້ອງ​ເຮັດ​ວຽກ​ເພື່ອ​ລ້ຽງ​ຊີບ.</verse>
				<verse number="7">ມີ​ທະຫານ​ຄົນ​ໃດ​ແດ່ ທີ່​ຮັບໃຊ້​ໃນ​ກອງທັບ​ແລ້ວ ຕ້ອງ​ເສຍ​ຄ່າ​ໃຊ້​ຈ່າຍ​ຂອງ​ຕົນເອງ? ມີ​ຄົນ​ໃດ​ແດ່ ທີ່​ເຮັດ​ສວນ​ອະງຸ່ນ​ແລ້ວ ບໍ່ໄດ້​ກິນ​ໝາກ​ອະງຸ່ນ​ຈາກ​ສວນ​ນັ້ນ? ມີ​ຄົນ​ໃດ​ແດ່ ທີ່​ລ້ຽງ​ແກະ​ແລ້ວ ບໍ່ໄດ້​ກິນ​ນໍ້ານົມ​ຈາກ​ຝູງແກະ​ນັ້ນ?</verse>
				<verse number="8">ເຮົາ​ກ່າວ​ເຊັ່ນນີ້ ຕາມ​ຄວາມ​ເຫັນ​ຢ່າງ​ມະນຸດ​ເທົ່ານັ້ນ​ບໍ? ກົດບັນຍັດ​ບໍ່ໄດ້​ກ່າວ​ຢ່າງ​ນີ້​ເໝືອນກັນ​ບໍ?</verse>
				<verse number="9">ພວກເຮົາ​ໄດ້​ອ່ານ​ໃນ​ກົດບັນຍັດ​ຂອງ​ໂມເຊ​ວ່າ, “ຢ່າ​ເອົາ​ກະສອບ​ໃສ່​ປາກ​ງົວ ເມື່ອ​ມັນ​ຢຽບ​ເຂົ້າ.” ພຣະເຈົ້າ​ຫ່ວງໃຍ​ນຳ​ງົວ​ຊັ້ນບໍ?</verse>
				<verse number="10">ພຣະອົງ​ບໍ່ໄດ້​ຊົງ​ກ່າວ​ຢ່າງ​ຈະແຈ້ງ ເພື່ອ​ປະໂຫຍດ​ສຳລັບ​ພວກເຮົາ​ບໍ? ແນ່ນອນ​ຂໍ້​ຄວາມ​ເຫຼົ່ານັ້ນ ໄດ້​ຂຽນ​ໄວ້​ເພື່ອ​ປະໂຫຍດ​ສຳລັບ​ພວກເຮົາ ຄົນ​ທີ່​ໄຖນາ​ກັບ​ຄົນ​ທີ່​ຟາດເຂົ້າ ເຮັດ​ວຽກ​ຂອງ​ເຂົາ​ໂດຍ​ຫວັງ​ວ່າ ເຂົາ​ຈະ​ໄດ້​ຮັບ​ສ່ວນແບ່ງ​ແຫ່ງ​ຜົນລະປູກ​ຂອງຕົນ.</verse>
				<verse number="11">ຖ້າ​ພວກເຮົາ​ໄດ້​ຫວ່ານ​ແນວປູກ​ຝ່າຍ​ຈິດ​ວິນຍານ​ໃຫ້​ພວກເຈົ້າ​ແລ້ວ ພວກເຮົາ​ຈະ​ເກັບກ່ຽວ​ຝ່າຍ​ເນື້ອກາຍ​ຈາກ​ພວກເຈົ້າ ເປັນ​ການ​ໜັກໜາ​ເກີນ​ໄປ​ບໍ?</verse>
				<verse number="12">ຖ້າ​ຄົນອື່ນ​ມີ​ສິດ​ທີ່​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ພວກເຈົ້າ ພວກເຮົາ​ກໍ​ມີ​ສິດ​ຕັ້ງ​ຫລາຍ​ເທົ່າ​ບໍ່ແມ່ນ​ບໍ? ເຖິງ​ປານນັ້ນ ພວກເຮົາ​ກໍ​ບໍ່ໄດ້​ໃຊ້​ສິດ​ນັ້ນ ແຕ່​ພວກເຮົາ​ກັບ​ຍອມ​ທົນ​ຕໍ່​ທຸກສິ່ງ ເພື່ອ​ຈະ​ບໍ່​ເປັນ​ເຫດ​ຂັດຂວາງ​ການ​ປະກາດ​ຂ່າວປະເສີດ.</verse>
				<verse number="13">ແນ່ນອນ​ພວກເຈົ້າ​ກໍ​ຮູ້​ວ່າ ຜູ້​ທີ່​ເຮັດ​ວຽກ​ໃນ​ພຣະວິຫານ ກໍໄດ້​ອາຫານ​ຈາກ​ພຣະວິຫານ ແລະ​ຜູ້​ທີ່​ຖວາຍ​ເຄື່ອງ​ເທິງ​ແທ່ນບູຊາ ກໍໄດ້​ຮັບ​ສ່ວນ​ແບ່ງ​ຂອງ​ເຄື່ອງ​ຖວາຍ​ນັ້ນ.</verse>
				<verse number="14">ໃນທຳນອງ​ດຽວກັນ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ວ່າ, ຜູ້​ທີ່​ປະກາດ​ຂ່າວປະເສີດ ກໍ​ຄວນ​ໄດ້​ຮັບ​ການ​ລ້ຽງດູ ຈາກ​ການ​ປະກາດ​ຂ່າວປະເສີດ​ນັ້ນ.</verse>
				<verse number="15">ແຕ່​ເຮົາ​ບໍ່ໄດ້​ໃຊ້​ສິດ​ເຫຼົ່ານັ້ນ​ຈັກ​ຢ່າງ ທີ່​ເຮົາ​ຂຽນ​ເຖິງ​ເລື່ອງ​ນີ້ ບໍ່ແມ່ນ​ເພື່ອ​ຈະ​ໃຫ້​ເຂົາ​ເຮັດ​ຢ່າງ​ນັ້ນ​ແກ່​ເຮົາ. ດ້ວຍວ່າ, ເຮົາ​ຍອມ​ຕາຍ​ເສຍ​ກໍດີກວ່າ ທີ່​ຈະ​ເຮັດ​ຢ່າງ​ນັ້ນ ຢ່າ​ໃຫ້​ຜູ້ໃດ​ທຳລາຍ​ເຫດ​ແຫ່ງ​ການ​ອວດອ້າງ​ຂອງເຮົາ.</verse>
				<verse number="16">ເພາະ​ການ​ທີ່​ເຮົາ​ປະກາດ​ຂ່າວປະເສີດ​ນັ້ນ ເຮົາ​ບໍ່ມີ​ເຫດ​ທີ່​ຈະ​ອວດອ້າງ​ໄດ້ ເພາະ​ຄວາມ​ຈຳເປັນ​ໄດ້​ຕົກ​ໃສ່​ເຮົາ ວິບັດ​ຈະ​ເກີດ​ມີ​ແກ່​ເຮົາ ຖ້າ​ເຮົາ​ບໍ່​ປະກາດ​ຂ່າວປະເສີດ.</verse>
				<verse number="17">ຖ້າ​ເຮົາ​ເຮັດ​ການ​ນັ້ນ​ດ້ວຍ​ໃຈ​ສະໝັກ ເຮົາ​ກໍ​ຈະ​ໄດ້​ບຳເໜັດ, ແຕ່​ຖ້າ​ເຮົາ​ບໍ່​ສະໝັກ​ໃຈ ກໍ​ຍັງ​ເປັນ​ການ​ທີ່​ມອບ​ໄວ້​ໃຫ້​ເຮົາ​ເຮັດ​ຢູ່.</verse>
				<verse number="18">ແລ້ວ​ບຳເໜັດ​ຂອງເຮົາ​ນັ້ນ​ຄື​ອັນ​ໃດ? ຄື ເມື່ອ​ເຮົາ​ປະກາດ​ຂ່າວປະເສີດ​ນັ້ນ ເຮົາ​ບໍ່ໄດ້​ຄິດຄ່າ ແລະ​ບໍ່ໄດ້​ໃຊ້​ສິດ​ຂອງເຮົາ​ໃນ​ຂ່າວປະເສີດ​ນັ້ນ​ຢ່າງ​ຄົບຖ້ວນ.</verse>
				<verse number="19">ເຖິງ​ແມ່ນ​ວ່າ, ເຮົາ​ບໍ່ໄດ້​ຢູ່​ໃຕ້​ບັງຄັບ​ຂອງ​ຜູ້ໃດ ເຮົາ​ກໍ​ຍັງ​ຍອມ​ຕົວ​ເປັນ​ຜູ້ຮັບໃຊ້​ຂອງ​ຄົນ​ທັງປວງ ເພື່ອ​ເຮົາ​ຈະ​ໄດ້​ນຳ​ຄົນ​ຈຳນວນ​ຫລວງຫລາຍ​ມາ​ເປັນ​ສິດ.</verse>
				<verse number="20">ເມື່ອ​ເຮັດ​ກັບ​ຄົນ​ຢິວ​ເຮົາ​ກໍ​ໃຊ້​ຊີວິດ​ດັ່ງ​ຄົນ​ຢິວ ເພື່ອ​ຈະ​ໄດ້​ໃຈ​ຄົນ​ຢິວ ເຖິງ​ແມ່ນ​ເຮົາ​ເອງ​ບໍ່​ຢູ່​ໃຕ້​ກົດບັນຍັດ​ກໍຕາມ ເຮົາ​ກໍ​ໃຊ້​ຊີວິດ​ດັ່ງ​ຄົນ​ທີ່​ຢູ່​ໃຕ້​ກົດບັນຍັດ ເພື່ອ​ຈະ​ໄດ້​ໃຈ​ຄົນ​ເຫຼົ່ານີ້.</verse>
				<verse number="21">ຕໍ່​ຄົນ​ທີ່​ຢູ່​ນອກ​ກົດບັນຍັດ ເຮົາ​ກໍ​ເຮັດ​ເໝືອນ​ຄົນ​ທີ່​ຢູ່​ນອກ​ກົດບັນຍັດ (ເຖິງ​ແມ່ນ​ເຮົາ​ບໍ່​ຢູ່​ນອກ​ກົດບັນຍັດ​ຂອງ​ພຣະເຈົ້າ​ກໍດີ ແຕ່​ເຮົາ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະຄຣິດ) ເພື່ອ​ຈະ​ໄດ້​ໃຈ​ຄົນ​ທັງຫລາຍ​ທີ່​ຢູ່​ນອກ​ກົດບັນຍັດ​ນັ້ນ.</verse>
				<verse number="22">ຕໍ່​ຄົນ​ທີ່​ອ່ອນ​ໃນ​ຄວາມເຊື່ອ ເຮົາ​ກໍ​ເຮັດ​ເໝືອນ​ຄົນ​ອ່ອນແອ ດັ່ງ​ຜູ້ໜຶ່ງ​ໃນ​ພວກເຂົາ ເພື່ອ​ຈະ​ໄດ້​ໃຈ​ຄົນ​ອ່ອນແອ ດັ່ງນັ້ນ ເຮົາ​ຈຶ່ງ​ຍອມ​ເປັນ​ຄົນ​ທຸກ​ຊະນິດ ເພື່ອ​ຈະ​ໄດ້​ຊ່ວຍ​ບາງຄົນ​ໃຫ້​ພົ້ນ ດ້ວຍ​ທຸກ​ວິທີ​ທາງ​ທີ່​ເຮົາ​ອາດ​ເຮັດ​ໄດ້.</verse>
				<verse number="23">ເຮົາ​ເຮັດ​ສິ່ງ​ທັງໝົດ​ທີ່​ໄດ້​ກ່າວ​ມາ​ນັ້ນ ເພາະ​ເຫັນ​ແກ່​ຂ່າວປະເສີດ ເພື່ອ​ເຮົາ​ຈະ​ໄດ້​ຮັບສ່ວນ​ໃນ​ຂ່າວປະເສີດ​ນັ້ນ.</verse>
				<verse number="24">ເຈົ້າ​ທັງຫລາຍ​ບໍ່​ຮູ້​ບໍ​ວ່າ, ໃນ​ການ​ແລ່ນ​ແຂ່ງຂັນ​ກັນ​ນັ້ນ ກໍ​ແລ່ນ​ດ້ວຍ​ກັນ​ທຸກຄົນ, ແຕ່​ມີ​ຄົນ​ດຽວ​ເທົ່ານັ້ນ ທີ່​ໄດ້​ຮັບ​ລາງວັນ. ດັ່ງນັ້ນ ຈົ່ງ​ແລ່ນ​ເພື່ອ​ຊີງ​ເອົາ​ລາງວັນ​ໃຫ້​ໄດ້.</verse>
				<verse number="25">ຝ່າຍ​ນັກ​ກິລາ​ທຸກຄົນ​ທີ່​ຝຶກຊ້ອມ ຕ່າງ​ກໍ​ຢູ່​ໃນ​ລະບຽບ​ວິໄນ​ຢ່າງ​ເຄັ່ງຄັດ ເພື່ອ​ພວກເຂົາ​ຈະ​ໄດ້​ມົງກຸດ​ທີ່​ຫ່ຽວແຫ້ງ​ໄປ ແຕ່​ພວກເຮົາ​ເຮັດ​ການ​ນັ້ນ ເພື່ອ​ຈະ​ໄດ້​ມົງກຸດ​ທີ່​ບໍ່ມີ​ວັນ​ຫ່ຽວແຫ້ງ.</verse>
				<verse number="26">ດ້ວຍເຫດນັ້ນ ເຮົາ​ຈຶ່ງ​ແລ່ນ​ແຂ່ງຂັນ​ກັນ​ໂດຍ​ມີ​ເປົ້າໝາຍ, ເຮົາ​ບໍ່ໄດ້​ຕໍ່ສູ້​ເໝືອນ​ດັ່ງ​ນັກມວຍ​ທີ່​ຊົກ​ລົມ.</verse>
				<verse number="27">ແຕ່​ເຮົາ​ທຸບຕີ​ຮ່າງກາຍ​ຂອງເຮົາ​ໃຫ້​ມັນ​ແຂງ​ຢູ່​ຄາ​ມື ເພາະ​ຢ້ານ​ວ່າ​ເມື່ອ​ເຮົາ​ໄດ້​ປະກາດ​ແກ່​ຄົນອື່ນ​ແລ້ວ ເຮົາ​ເອງ​ຈະ​ຖືກ​ຂ້າ​ຊື່​ອອກ​ຈາກ​ການ​ແຂ່ງຂັນ​ນັ້ນ.</verse>
			</chapter>
			<chapter number="10">
				<verse number="1">ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກເຖິງ ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ ເພິ່ນ​ໄດ້​ຢູ່​ໃຕ້​ການ​ຄຸ້ມຄອງ​ຂອງ​ເສົາເມກ ແລະ​ຕ່າງ​ກໍໄດ້​ຜ່ານ​ທະເລແດງ​ໄປ​ທຸກຄົນ.</verse>
				<verse number="2">ພວກເພິ່ນ​ໄດ້​ຮັບ​ບັບຕິສະມາ​ໃນ​ເມກ ແລະ​ໃນ​ທະເລ​ຮ່ວມ​ກັບ​ໂມເຊ​ທຸກຄົນ.</verse>
				<verse number="3">ທຸກຄົນ​ຕ່າງ​ກໍໄດ້​ກິນ​ອາຫານ​ທິບ​ຢ່າງ​ດຽວກັນ</verse>
				<verse number="4">ແລະ​ໄດ້​ດື່ມ​ນໍ້າ​ທິບ​ຢ່າງ​ດຽວກັນ. ດ້ວຍວ່າ, ພວກເພິ່ນ​ໄດ້​ດື່ມ​ນໍ້າ​ທີ່​ໄຫລ​ອອກ​ມາ​ຈາກ​ສີລາ​ສັກສິດ​ທີ່​ຕາມ​ພວກເພິ່ນ​ໄປ ສີລາ​ສັກສິດ​ນັ້ນ ກໍ​ຄື​ພຣະຄຣິດ​ນັ້ນ​ເອງ.</verse>
				<verse number="5">ແຕ່​ເຖິງ​ປານ​ນັ້ນ​ກໍດີ ພຣະເຈົ້າ​ກໍ​ບໍ່​ຊົງ​ພໍພຣະໄທ​ກັບ​ຄົນ​ສ່ວນ​ຫລາຍ​ໃນ​ພວກເພິ່ນ ເຮົາ​ຮູ້​ໄດ້ ກໍ​ເພາະ​ພວກເພິ່ນ​ລົ້ມ​ຕາຍ​ກະຈັດ​ກະຈາຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="6">ເຫດການ​ທັງໝົດ​ເຫຼົ່ານີ້ ເປັນ​ຕົວຢ່າງ​ສຳລັບ​ພວກເຮົາ ເພື່ອ​ເຕືອນ​ພວກເຮົາ​ບໍ່​ໃຫ້​ມີ​ໃຈ​ປາຖະໜາ​ຊົ່ວ​ເໝືອນ​ດັ່ງ​ຄົນ​ພວກ​ນັ້ນ.</verse>
				<verse number="7">ຢ່າ​ກາຍເປັນ​ຄົນ​ຂາບໄຫວ້​ຮູບເຄົາຣົບ ເໝືອນ​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ຂາບໄຫວ້ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ປະຊາຊົນ​ໄດ້​ນັ່ງ​ລົງ​ກິນ​ແລະ​ດື່ມ ແລ້ວ​ກໍ​ລຸກ​ຂຶ້ນ​ເຕັ້ນລຳ.”</verse>
				<verse number="8">ຢ່າ​ໃຫ້​ເຮົາ​ທັງຫລາຍ​ປະພຶດ​ຜິດ​ສິນທຳ​ທາງ​ເພດ ດັ່ງ​ທີ່​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ປະພຶດ ແລະ​ພວກເຂົາ​ກໍ​ລົ້ມ​ຕາຍ​ໃນ​ມື້​ດຽວ​ສອງໝື່ນ​ສາມພັນ​ຄົນ.</verse>
				<verse number="9">ຢ່າ​ໃຫ້​ພວກເຮົາ​ທົດລອງ​ອົງພຣະ​ຜູ້​ເປັນເຈົ້າ ດັ່ງ​ທີ່​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ທົດລອງ ແລະ​ພວກເຂົາ​ກໍ​ຖືກ​ຂ້າ​ຕາຍ​ດ້ວຍ​ງູ​ພິດ​ຕອດ.</verse>
				<verse number="10">ພວກເຈົ້າ​ຢ່າ​ຈົ່ມ ດັ່ງ​ທີ່​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ຈົ່ມ ແລະ​ພວກເຂົາ​ກໍ​ຖືກ​ທຳລາຍ​ດ້ວຍ​ເພັດຊະຄາດ.</verse>
				<verse number="11">ເຫດການ​ທັງໝົດ​ເຫຼົ່ານີ້ ໄດ້​ເກີດຂຶ້ນ​ແກ່​ບັນພະບຸລຸດ​ຂອງ​ພວກເຮົາ ກໍ​ເພື່ອ​ເປັນ​ຕົວຢ່າງ​ໃຫ້​ແກ່​ຜູ້​ອື່ນ ແລະ​ໄດ້​ບັນທຶກ​ເຫດການ​ທັງໝົດ​ນີ້​ໄວ້ ເພື່ອ​ເຕືອນ​ສະຕິ​ພວກເຮົາ ຊຶ່ງ​ຢູ່​ໃນ​ຍຸກ​ສຸດທ້າຍ​ທີ່​ກຳລັງ​ຈະ​ມາ​ເຖິງ.</verse>
				<verse number="12">ດັ່ງນັ້ນ ຄົນ​ທີ່​ຄິດ​ວ່າ ຕົນ​ຕັ້ງໝັ້ນຄົງ​ດີ​ແລ້ວ ຈົ່ງ​ລະວັງຕົວ​ໃຫ້​ດີ ຢ້ານ​ວ່າ​ຈະ​ລົ້ມລົງ.</verse>
				<verse number="13">ບໍ່ມີ​ການ​ທົດລອງ​ອັນ​ໃດ​ເກີດຂຶ້ນ​ກັບ​ເຈົ້າ​ທັງຫລາຍ ນອກຈາກ​ການ​ທົດລອງ​ທີ່​ເຄີຍ​ເກີດຂຶ້ນ​ກັບ​ມະນຸດ​ທົ່ວ​ໄປ ພຣະເຈົ້າ​ຊົງ​ທ່ຽງທຳ ພຣະອົງ​ຈະ​ບໍ່​ຊົງ​ຍອມ​ໃຫ້​ພວກເຈົ້າ​ຖືກ​ທົດລອງ ເກີນ​ກວ່າ​ທີ່​ເຈົ້າ​ຈະ​ທົນ​ໄດ້ ແລະ​ເມື່ອ​ຊົງ​ທົດລອງ​ເຈົ້າ​ນັ້ນ ພຣະອົງ​ຈະ​ຊົງ​ໂຜດ​ໃຫ້​ເຈົ້າ​ມີ​ທາງ​ຫລີກ​ໜີ​ໄປ​ໄດ້​ດ້ວຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ສາມາດ​ທົນ​ໄດ້.</verse>
				<verse number="14">ເພາະສະນັ້ນ ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ເວັ້ນ​ຈາກ​ການ​ຂາບໄຫວ້​ຮູບເຄົາຣົບ​ທັງ​ສິ້ນ.</verse>
				<verse number="15">ເຮົາ​ກ່າວ​ແກ່​ພວກເຈົ້າ​ເໝືອນ​ດັ່ງ​ກ່າວ​ກັບ​ຄົນ​ທີ່​ມີ​ປັນຍາ ຈົ່ງ​ພິຈາລະນາ​ເບິ່ງ​ຖ້ອຍຄຳ​ທີ່​ເຮົາ​ກ່າວ​ນັ້ນ​ເຖີດ.</verse>
				<verse number="16">ຈອກ​ແຫ່ງ​ພຣະພອນ ຊຶ່ງ​ເຮົາ​ຂໍ​ພຣະພອນ​ນັ້ນ ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ພວກເຮົາ​ມີ​ສ່ວນ​ຮ່ວມ​ໃນ​ພຣະ​ໂລຫິດ​ຂອງ​ພຣະຄຣິດ​ບໍ່ແມ່ນ​ບໍ? ເຂົ້າຈີ່​ຊຶ່ງ​ເຮົາ​ຫັກ​ນັ້ນ ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ພວກເຮົາ​ມີ​ສ່ວນ​ຮ່ວມ​ໃນ​ພຣະກາຍ​ຂອງ​ພຣະຄຣິດ​ບໍ່ແມ່ນ​ບໍ?</verse>
				<verse number="17">ເຖິງ​ແມ່ນ​ວ່າ ພວກເຮົາ​ມີ​ຫລາຍ​ຄົນ ເນື່ອງ​ຈາກ​ມີ​ເຂົ້າຈີ່​ກ້ອນ​ດຽວ ພວກເຮົາ​ກໍ​ເປັນ​ຮ່າງກາຍ​ດຽວ ເພາະວ່າ​ພວກເຮົາ​ທຸກຄົນ​ກິນ​ເຂົ້າຈີ່​ກ້ອນ​ດຽວກັນ.</verse>
				<verse number="18">ຈົ່ງ​ພິຈາລະນາ​ເບິ່ງ​ການ​ປະຕິບັດ​ຂອງ​ຊົນຊາດ​ອິດສະຣາເອນ ພວກ​ທີ່​ກິນ​ເຄື່ອງ​ຖວາຍ​ແລ້ວ​ນັ້ນ ກໍ​ມີ​ສ່ວນ​ໃນ​ແທ່ນບູຊາ​ນັ້ນ​ບໍ່ແມ່ນ​ບໍ?</verse>
				<verse number="19">ຖ້າ​ເປັນ​ເຊັ່ນນັ້ນ ເຮົາ​ໝາຍຄວາມວ່າ​ຢ່າງ​ໃດ? ເຄື່ອງ​ບູຊາ​ທີ່​ຖວາຍ​ແກ່​ຮູບເຄົາຣົບ​ນັ້ນ​ເປັນ​ຂອງ​ສັກສິດ​ບໍ ຫລື​ຮູບເຄົາຣົບ​ນັ້ນ​ສັກສິດ?</verse>
				<verse number="20">ບໍ່ແມ່ນ​ດອກ ເຮົາ​ໝາຍຄວາມວ່າ​ເຄື່ອງ​ບູຊາ ຊຶ່ງ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ຖວາຍ​ນັ້ນ ເຂົາ​ຖວາຍ​ແກ່​ພວກ​ຜີມານຮ້າຍ ບໍ່ແມ່ນ​ຖວາຍ​ແກ່​ພຣະເຈົ້າ ເຮົາ​ບໍ່​ຢາກ​ໃຫ້​ພວກເຈົ້າ​ມີ​ສ່ວນ​ຮ່ວມ​ກັບ​ພວກ​ຜີມານຮ້າຍ​ເຫຼົ່ານັ້ນ.</verse>
				<verse number="21">ພວກເຈົ້າ​ດື່ມ​ຈາກ​ຈອກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ແດ່ ແລະ​ດື່ມ​ຈາກ​ຈອກ​ຂອງ​ຜີມານຮ້າຍ​ແດ່ ກໍ​ບໍ່​ຫ່ອນ​ໄດ້ ພວກເຈົ້າ​ກິນ​ທີ່​ໂຕະ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ແດ່ ແລະ​ກິນ​ທີ່​ໂຕະ​ຂອງ​ຜີມານຮ້າຍ​ແດ່ ກໍ​ບໍ່ໄດ້​ເຊັ່ນກັນ.</verse>
				<verse number="22">ພວກເຮົາ​ຈະ​ຍຸຍົງ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ​ອິດສາ​ຊັ້ນບໍ? ພວກເຮົາ​ຄິດ​ວ່າ​ພວກເຮົາ​ມີ​ຣິດເດດ​ຫລາຍກວ່າ​ພຣະອົງ​ບໍ?</verse>
				<verse number="23">“ເຮົາ​ເຮັດ​ສິ່ງສາລະພັດ​ໄດ້​ບໍ່ມີ​ຜູ້ໃດ​ຫ້າມ”, ແຕ່​ບໍ່ແມ່ນ​ທຸກສິ່ງ​ທີ່​ເຮັດ​ໄດ້​ນັ້ນ​ເປັນ​ປະໂຫຍດ “ເຮົາ​ເຮັດ​ສິ່ງສາລະພັດ​ໄດ້​ບໍ່ມີ​ຜູ້ໃດ​ຫ້າມ”, ແຕ່​ບໍ່ແມ່ນ​ທຸກສິ່ງ​ທີ່​ເຮັດ​ໄດ້​ນັ້ນ​ຈະ​ໃຫ້​ຈະເລີນ​ຂຶ້ນ.</verse>
				<verse number="24">ຢ່າ​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ ຫາ​ຜົນ​ປະໂຫຍດ​ໃສ່​ຕົນເອງ, ແຕ່​ຈົ່ງ​ເຫັນ​ແກ່​ປະໂຫຍດ​ຂອງ​ຄົນອື່ນ​ດ້ວຍ.</verse>
				<verse number="25">ຊີ້ນ​ທຸກຢ່າງ​ທີ່​ເຂົາ​ຂາຍ​ຕາມ​ຕະຫລາດ​ນັ້ນ ກິນ​ໄດ້​ໂດຍ​ບໍ່​ຕ້ອງ​ຖາມ​ສິ່ງໃດ ເພາະ​ເຫັນແກ່​ໃຈ​ສຳນຶກ​ຜິດແລະຊອບ.</verse>
				<verse number="26">ດ້ວຍວ່າ, “ແຜ່ນດິນ​ໂລກ​ກັບ​ສັບພະທຸກສິ່ງ​ໃນ​ນັ້ນ ກໍ​ເປັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.”</verse>
				<verse number="27">ຖ້າ​ຄົນ​ທີ່​ບໍ່​ເຊື່ອ​ຜູ້ໜຶ່ງ ເຊີນ​ພວກເຈົ້າ​ໄປ​ຮ່ວມ​ຮັບປະທານ​ອາຫານ ແລະ​ພວກເຈົ້າ​ກໍ​ເຕັມໃຈ​ໄປ ຈົ່ງ​ກິນ​ອາຫານ ຊຶ່ງ​ເຂົາ​ຈັດ​ໃຫ້​ມາ ແລະ​ວາງ​ຕໍ່ໜ້າ​ພວກເຈົ້າ ໂດຍ​ບໍ່​ຕ້ອງ​ຖາມ​ສິ່ງໃດ ເພາະ​ເຫັນແກ່​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຈົ້າ.</verse>
				<verse number="28">ແຕ່​ຖ້າ​ມີ​ຜູ້​ບອກ​ພວກເຈົ້າ​ວ່າ, “ອາຫານ​ນີ້​ເຂົາ​ໄດ້​ຖວາຍ​ແກ່​ຮູບເຄົາຣົບ​ແລ້ວ” ກໍ​ຢ່າ​ສູ່​ກິນ​ອາຫານ​ນັ້ນ ເພາະ​ເຫັນແກ່​ຜູ້​ທີ່​ບອກ​ພວກເຈົ້າ ແລະ​ເພາະ​ເຫັນແກ່​ໃຈ​ສຳນຶກ​ຜິດແລະຊອບ, (</verse>
				<verse number="29">ບໍ່ແມ່ນ​ເພາະ​ເຫັນແກ່​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຈົ້າ​ເອງ ແຕ່​ແມ່ນ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ຄົນ​ທີ່​ບອກ​ນັ້ນ). ບາງຄົນ​ຖາມ​ວ່າ, ເປັນຫຍັງ​ເສລີພາບ​ຂອງເຮົາ​ຕ້ອງ​ຖືກ​ຂັດຂວາງ ໂດຍ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ຄົນອື່ນ?</verse>
				<verse number="30">ຖ້າ​ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ອາຫານ ເປັນຫຍັງ​ຄົນອື່ນ​ຈຶ່ງ​ຕ້ອງ​ຕິຕຽນ​ເຮົາ​ກ່ຽວກັບ​ອາຫານ ຊຶ່ງ​ເຮົາ​ໄດ້​ຂອບພຣະຄຸນ​ແລ້ວ?</verse>
				<verse number="31">ເຫດສະນັ້ນ ເມື່ອ​ເຈົ້າ​ທັງຫລາຍ​ຈະ​ກິນ ຈະ​ດື່ມ ຫລື​ຈະ​ເຮັດ​ສິ່ງໃດ​ກໍດີ ຈົ່ງ​ເຮັດ​ທຸກສິ່ງ​ເພື່ອ​ຖວາຍ​ພຣະກຽດ​ແດ່​ພຣະເຈົ້າ.</verse>
				<verse number="32">ຢ່າ​ເປັນ​ຕົ້ນ​ເຫດ ທີ່​ເຮັດ​ໃຫ້​ພວກ​ຢິວ ພວກ​ຕ່າງຊາດ ຫລື​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ສະດຸດ​ໃຈ.</verse>
				<verse number="33">ເໝືອນ​ດັ່ງ​ເຮົາ​ເອງ​ເຄີຍ​ເຮັດ​ທຸກຢ່າງ ໃຫ້​ເປັນ​ທີ່​ພໍໃຈ​ຄົນ​ທັງປວງ ໂດຍ​ບໍ່​ເຫັນແກ່​ປະໂຫຍດ​ສ່ວນຕົວ ແຕ່​ເຫັນແກ່​ປະໂຫຍດ​ຂອງ​ຄົນ​ທັງຫລາຍ ເພື່ອ​ພວກເຂົາ​ຈະ​ໄດ້​ພົ້ນ.</verse>
			</chapter>
			<chapter number="11">
				<verse number="1">ເຈົ້າ​ທັງຫລາຍ​ຈົ່ງ​ປະຕິບັດ​ຕາມ​ແບບຢ່າງ​ຂອງເຮົາ ເໝືອນ​ເຮົາ​ປະຕິບັດ​ຕາມ​ແບບຢ່າງ​ຂອງ​ພຣະຄຣິດ.</verse>
				<verse number="2">ເຮົາ​ຊົມເຊີຍ​ເຈົ້າ​ທັງຫລາຍ ເພາະ​ພວກເຈົ້າ​ລະນຶກເຖິງ​ເຮົາ​ໃນ​ທຸກສິ່ງ ແລະ​ຖື​ຮັກສາ​ຂໍ້ຄວາມ​ທີ່​ສືບ​ມາ​ນັ້ນ ຊຶ່ງ​ເຮົາ​ມອບ​ໄວ້​ແກ່​ເຈົ້າ​ທັງຫລາຍ​ແລ້ວ.</verse>
				<verse number="3">ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ເຂົ້າໃຈ​ວ່າ, ພຣະຄຣິດ​ຊົງ​ເປັນ​ປະມຸກ​ຂອງ​ຜູ້ຊາຍ​ທຸກຄົນ ຜົວ​ເປັນ​ປະມຸກ​ເມຍ​ຂອງຕົນ ແລະ​ປະມຸກ​ຂອງ​ພຣະຄຣິດ ຄື​ພຣະເຈົ້າ.</verse>
				<verse number="4">ດັ່ງນັ້ນ ຊາຍ​ຄົນ​ໃດ​ທີ່​ກຳລັງ​ພາວັນນາ​ອະທິຖານ ຫລື​ປະກາດ​ພຣະທຳ​ໃນ​ທີ່​ຊຸມຊົນ ໂດຍ​ມີ​ຜ້າປົກ​ຫົວ​ຂອງຕົນ ກໍ​ເຮັດ​ໃຫ້​ເສຍ​ກຽດ​ແກ່​ປະມຸກ​ຂອງຕົນ.</verse>
				<verse number="5">ແລະ​ຍິງ​ຄົນ​ໃດ​ທີ່​ພາວັນນາ​ອະທິຖານ ຫລື​ປະກາດ​ພຣະທຳ​ໃນ​ທີ່​ຊຸມຊົນ​ໂດຍ​ບໍ່ມີ​ຜ້າປົກ​ຫົວ​ຂອງຕົນ ກໍ​ເຮັດ​ໃຫ້​ຜົວ​ຂອງຕົນ​ເສຍ​ກຽດ ການ​ທີ່​ນາງ​ກະທຳ​ເຊັ່ນນັ້ນ ກໍ​ບໍ່​ຕ່າງ​ຫຍັງ​ກັບ​ແມ່ຍິງ​ທີ່​ແຖ​ຫົວ.</verse>
				<verse number="6">ຖ້າ​ແມ່ຍິງ​ບໍ່​ປົກ​ຫົວ​ຂອງຕົນ ນາງ​ກໍ​ຄວນ​ຕັດ​ຜົມ​ຂອງຕົນ​ເສຍ ແຕ່​ຖ້າ​ແມ່ຍິງ​ແຖ​ຫົວ ຫລື​ຕັດ​ຜົມ​ຂອງ​ນາງ ເປັນ​ການ​ເສຍ​ກຽດ​ແກ່​ຕົນ ນາງ​ກໍ​ຄວນ​ປົກ​ຫົວ​ຂອງຕົນ ຈົ່ງ​ໃຫ້​ນາງ​ເອົາ​ຜ້າປົກ​ຫົວ​ເສຍ.</verse>
				<verse number="7">ຜູ້ຊາຍ​ບໍ່​ຈຳເປັນ​ຕ້ອງ​ປົກ​ຫົວ​ຂອງຕົນ ເພາະ​ຜູ້ຊາຍ​ເປັນ​ແບບ​ລັກສະນະ ແລະ​ພຣະ​ກຽດຕິຍົດ​ຂອງ​ພຣະເຈົ້າ ແຕ່​ແມ່ຍິງ​ນັ້ນ​ເປັນ​ກຽດຕິຍົດ​ຂອງ​ຜູ້ຊາຍ.</verse>
				<verse number="8">ດ້ວຍວ່າ, ພຣະເຈົ້າ​ບໍ່ໄດ້​ສ້າງ​ຜູ້ຊາຍ​ມາ​ຈາກ​ແມ່ຍິງ ແຕ່​ພຣະອົງ​ໄດ້​ສ້າງ​ແມ່ຍິງ​ມາ​ຈາກ​ຜູ້ຊາຍ.</verse>
				<verse number="9">ແລະ​ພຣະອົງ​ກໍ​ບໍ່ໄດ້​ສ້າງ​ຜູ້ຊາຍ​ໄວ້​ສຳລັບ​ແມ່ຍິງ ແຕ່​ໄດ້​ສ້າງ​ແມ່ຍິງ​ໄວ້​ສຳລັບ​ຜູ້ຊາຍ.</verse>
				<verse number="10">ເພາະເຫດນີ້ ເພື່ອ​ເຫັນ​ແກ່​ພວກ​ເທວະດາ ແມ່ຍິງ​ຈຶ່ງ​ຄວນ​ມີ​ຜ້າປົກ​ຫົວ​ຂອງຕົນ ເພື່ອ​ສະແດງ​ວ່າ ນາງ​ຢູ່​ໃຕ້​ສິດ​ອຳນາດ​ຜົວ​ຂອງຕົນ.</verse>
				<verse number="11">ເຖິງ​ຢ່າງ​ໃດ​ກໍຕາມ ໃນ​ອົງພຣະ​ຜູ້​ເປັນເຈົ້າ​ແລ້ວ ແມ່ຍິງ​ຕ້ອງ​ເພິ່ງ​ຜູ້ຊາຍ ແລະ​ຜູ້ຊາຍ​ກໍ​ຕ້ອງ​ເພິ່ງ​ແມ່ຍິງ.</verse>
				<verse number="12">ດ້ວຍວ່າ, ແມ່ຍິງ​ນັ້ນ​ໄດ້​ຖືກສ້າງ​ມາ​ຈາກ​ຜູ້ຊາຍ​ສັນໃດ ຕໍ່ມາ ຜູ້ຊາຍ​ກໍ​ເກີດ​ມາ​ຈາກ​ແມ່ຍິງ​ສັນນັ້ນ ແຕ່​ທຸກໆ​ສິ່ງ​ທີ່​ມີ​ຢູ່ ກໍ​ມາ​ຈາກ​ພຣະເຈົ້າ.</verse>
				<verse number="13">ຝ່າຍ​ພວກເຈົ້າ ຈົ່ງ​ພິຈາລະນາ​ເອົາ​ເອງ​ວ່າ ການ​ທີ່​ແມ່ຍິງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ໃນ​ທີ່​ຊຸມຊົນ​ໂດຍ​ບໍ່ມີ​ຜ້າປົກ​ຫົວ​ນັ້ນ ເປັນ​ການ​ສົມຄວນ​ຫລື​ບໍ່?</verse>
				<verse number="14">ທຳມະຊາດ​ເອງ​ກໍ​ສອນ​ພວກເຮົາ​ວ່າ ການ​ທີ່​ຜູ້ຊາຍ​ໄວ້​ຜົມ​ຍາວ​ນັ້ນ​ກໍ​ເປັນ​ທີ່​ອັບອາຍ,</verse>
				<verse number="15">ແຕ່​ການ​ທີ່​ແມ່ຍິງ​ໄວ້​ຜົມ​ຍາວ​ນັ້ນ ກໍ​ເປັນ​ສິ່ງ​ຈົບງາມ​ແກ່​ຕົນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ໃຫ້​ນາງ​ມີ​ຜົມ​ຍາວ​ທີ່​ໃຊ້​ເປັນ​ຜ້າປົກ​ຫົວ​ແລ້ວ.</verse>
				<verse number="16">ແຕ່​ຖ້າ​ຜູ້ໃດ​ຢາກ​ຖົກຖຽງ​ກ່ຽວກັບ​ເລື່ອງ​ນີ້ ພວກເຮົາ​ແລະ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ບໍ່​ຮັບ​ເອົາ​ທຳນຽມ​ຖຽງກັນ​ຢ່າງ​ນັ້ນ.</verse>
				<verse number="17">ໃນ​ຄຳແນະນຳ​ດັ່ງ​ຕໍ່ໄປນີ້ ເຮົາ​ບໍ່ໄດ້​ຊົມເຊີຍ​ພວກເຈົ້າ​ດອກ ເພາະ​ການ​ມາ​ປະຊຸມ​ຂອງ​ພວກເຈົ້າ​ນັ້ນ ບໍ່​ໄດ້​ຈະເລີນ​ຂຶ້ນ ແຕ່​ໃຫ້​ຜົນ​ຮ້າຍ.</verse>
				<verse number="18">ເປັນຕົ້ນ​ເຮົາ​ໄດ້ຍິນ​ວ່າ ເມື່ອ​ຄຣິສຕະຈັກ​ມາ​ປະຊຸມ​ກັນ ກໍ​ມີ​ການ​ແຕກ​ເປັນພັກ​ເປັນ​ພວກ​ໃນ​ທ່າມກາງ​ພວກເຈົ້າ ເລື່ອງ​ນີ້ ເຮົາ​ກໍ​ເຊື່ອ​ວ່າ​ຄົງ​ມີ​ຄວາມຈິງ​ຢູ່​ແດ່.</verse>
				<verse number="19">ເພາະ​ຈຳເປັນ​ຕ້ອງ​ມີ​ການ​ຂັດແຍ້ງ​ກັນ​ຢູ່​ແດ່ ໃນ​ທ່າມກາງ​ພວກເຈົ້າ ເພື່ອ​ພວກ​ຝ່າຍ​ຖືກ​ໃນ​ພວກເຈົ້າ​ນັ້ນ​ຈະ​ໄດ້​ປາກົດ​ແຈ້ງ​ຂຶ້ນ.</verse>
				<verse number="20">ເມື່ອ​ເຈົ້າ​ທັງຫລາຍ​ປະຊຸມ​ພ້ອມ​ກັນ​ນັ້ນ ຈຶ່ງ​ບໍ່ແມ່ນ​ການ​ຮ່ວມ​ໂຕະ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="21">ດ້ວຍວ່າ, ເມື່ອ​ພວກເຈົ້າ​ຮັບປະທານ​ນັ້ນ ຕ່າງ​ຄົນ​ກໍ​ຟ້າວ​ຮັບ​ກິນ​ອາຫານ​ຂອງຕົນ​ກ່ອນ ບາງຄົນ​ກໍ​ບໍ່​ອີ່ມ ບາງຄົນ​ກໍ​ເມົາ.</verse>
				<verse number="22">ພວກເຈົ້າ​ບໍ່ມີ​ເຮືອນ​ຂອງ​ພວກເຈົ້າ​ເອງ ເພື່ອ​ໃຊ້​ເປັນ​ບ່ອນ​ກິນ​ແລະ​ດື່ມ​ບໍ? ຫລື​ພວກເຈົ້າ​ຢາກ​ດູໝິ່ນ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ແລະ​ດູຖູກ​ຄົນ​ທີ່​ຂັດສົນ​ຊັ້ນບໍ? ກ່ຽວກັບ​ເລື່ອງ​ນີ້ ຢາກ​ໃຫ້​ເຮົາ​ເວົ້າ​ຕໍ່​ພວກເຈົ້າ​ຢ່າງ​ໃດ? ໃນ​ການ​ນີ້ ເຮົາ​ບໍ່​ຊົມເຊີຍ​ພວກເຈົ້າ​ດອກ.</verse>
				<verse number="23">ດ້ວຍວ່າ​ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ຮັບ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເຮົາ​ກໍ​ສົ່ງ​ຕໍ່​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ ຄື​ໃນ​ຄືນ​ທີ່​ຢູດາ​ໄດ້​ມອບ​ອົງ​ພຣະເຢຊູເຈົ້າ​ໄວ້​ນັ້ນ ພຣະອົງ​ໄດ້​ຈັບ​ເອົາ​ເຂົ້າຈີ່​ມາ.</verse>
				<verse number="24">ເມື່ອ​ໂມທະນາ​ຂອບພຣະຄຸນ ແລ້ວ​ກໍ​ຫັກ​ເຂົ້າຈີ່​ນັ້ນ ແລະ​ກ່າວ​ວ່າ, “ນີ້​ແຫຼະ ແມ່ນ​ກາຍ​ຂອງເຮົາ ຊຶ່ງ​ໃຫ້​ສຳລັບ​ພວກເຈົ້າ ຈົ່ງ​ເຮັດ​ຢ່າງ​ນີ້​ໃຫ້​ເປັນ​ທີ່​ລະນຶກເຖິງ​ເຮົາ.”</verse>
				<verse number="25">ເມື່ອ​ຮັບປະທານ​ເຂົ້າ​ແລງ​ແລ້ວ ພຣະອົງ​ໄດ້​ຊົງ​ຈັບ​ເອົາ​ຈອກ​ດ້ວຍ​ອາການ​ຢ່າງ​ດຽວກັນ ໂດຍ​ຊົງ​ກ່າວ​ວ່າ, “ຈອກ​ນີ້ ຄື​ພັນທະສັນຍາ​ໃໝ່​ໂດຍ​ເລືອດ​ຂອງເຮົາ ເມື່ອ​ເຈົ້າ​ດື່ມ​ຈາກ​ຈອກ​ນີ້​ເວລາ​ໃດ ຈົ່ງ​ດື່ມ​ເປັນ​ທີ່​ລະນຶກເຖິງ​ເຮົາ.”</verse>
				<verse number="26">ດ້ວຍວ່າ, ທຸກ​ເທື່ອ​ທີ່​ພວກເຈົ້າ​ກິນ​ເຂົ້າຈີ່​ນີ້ ແລະ​ດື່ມ​ຈາກ​ຈອກ​ນີ້​ເວລາ​ໃດ ພວກເຈົ້າ​ກໍ​ປະກາດ​ການ​ຕາຍ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈົນກວ່າ​ພຣະອົງ​ຈະ​ສະເດັດ​ມາ.</verse>
				<verse number="27">ເຫດສະນັ້ນ ຖ້າ​ຜູ້ໃດ​ກິນ​ເຂົ້າຈີ່ ຫລື​ດື່ມ​ຈາກ​ຈອກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຢ່າງ​ບໍ່​ສົມຄວນ ຜູ້ນັ້ນ​ກໍ​ຜິດ​ຕໍ່​ພຣະກາຍ ແລະ​ຕໍ່​ພຣະ​ໂລຫິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="28">ດັ່ງນັ້ນ ທຸກຄົນ​ຈຶ່ງ​ຄວນ​ພິຈາລະນາ​ເບິ່ງ​ໃຈ​ຂອງ​ຕົນເອງ​ກ່ອນ ແລ້ວ​ຈຶ່ງ​ກິນ​ເຂົ້າຈີ່​ແລະ​ດື່ມ​ຈາກ​ຈອກ​ນີ້.</verse>
				<verse number="29">ດ້ວຍວ່າ, ຜູ້​ກິນ​ແລະ​ດື່ມ ໂດຍ​ບໍ່ໄດ້​ສັງເກດ​ເຖິງ​ພຣະກາຍ ກໍ​ກິນ​ແລະ​ດື່ມ​ເປັນ​ເຫດ​ໃຫ້​ຕົນ​ຖືກ​ພິພາກສາ​ລົງໂທດ.</verse>
				<verse number="30">ດ້ວຍເຫດນີ້, ຈຶ່ງ​ມີ​ຫລາຍ​ຄົນ​ໃນ​ພວກເຈົ້າ​ອ່ອນແຮງ​ແລະ​ເຈັບປ່ວຍ ແລະ​ບາງຄົນ​ກໍໄດ້​ຕາຍໄປ.</verse>
				<verse number="31">ຖ້າ​ພວກເຮົາ​ພິຈາລະນາ​ເບິ່ງ​ໃຈ​ຂອງ​ພວກເຮົາ​ເອງ​ກ່ອນ ແລ້ວ​ພວກເຮົາ​ກໍ​ຈະ​ບໍ່​ຖືກ​ພິພາກສາ​ລົງໂທດ.</verse>
				<verse number="32">ເມື່ອ​ເຮົາ​ທັງຫລາຍ​ຖືກ​ທຳ​ໂທດ ໂດຍ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ພວກເຮົາ​ກໍ​ຖືກ​ພຣະອົງ​ຊົງ​ຕີສອນ ເພື່ອ​ບໍ່​ໃຫ້​ເຮົາ​ຖືກ​ພິພາກສາ​ລົງໂທດ​ດ້ວຍ​ກັນ​ກັບ​ໂລກ.</verse>
				<verse number="33">ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ ເມື່ອ​ເຈົ້າ​ທັງຫລາຍ​ມາ​ຮ່ວມ​ປະຊຸມ​ກັນ​ຮັບປະທານ​ອາຫານ​ນັ້ນ ຈົ່ງ​ຄອຍຖ້າ​ຊຶ່ງກັນແລະກັນ.</verse>
				<verse number="34">ຖ້າ​ມີ​ຜູ້ໃດ​ຫິວ ກໍ​ໃຫ້​ຜູ້​ນັ້ນ​ກິນ​ທີ່​ເຮືອນ​ຂອງຕົນ​ເສຍກ່ອນ ເພື່ອ​ເວລາ​ມາ​ປະຊຸມ​ກັນ ເຈົ້າ​ທັງຫລາຍ​ຈະ​ບໍ່​ຖືກ​ການ​ຊົງ​ພິພາກສາ​ລົງໂທດ. ສ່ວນ​ເລື່ອງ​ອື່ນໆ​ນັ້ນ ເມື່ອ​ເຮົາ​ມາ ເຮົາ​ຈະ​ແນະນຳ​ໃຫ້.</verse>
			</chapter>
			<chapter number="12">
				<verse number="1">ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ເຂົ້າໃຈ​ເລື່ອງ​ຂອງ​ປະທານ ຊຶ່ງ​ມາ​ຈາກ​ພຣະວິນຍານ​ນັ້ນ.</verse>
				<verse number="2">ເຈົ້າ​ທັງຫລາຍ​ກໍ​ຮູ້​ຢູ່​ວ່າ​ແຕ່​ກ່ອນ ເມື່ອ​ພວກເຈົ້າ​ຍັງ​ເປັນ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ພວກເຈົ້າ​ໄດ້​ຖືກ​ຊັກນຳ​ໃຫ້​ຫລົງ​ໄປ​ຫາ​ຮູບເຄົາຣົບ​ທີ່​ປາກ​ບໍ່​ເປັນ ຕາມ​ທີ່​ມີ​ຜູ້​ຊັກນຳ​ໄປ​ນັ້ນ.</verse>
				<verse number="3">ເຫດສະນັ້ນ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ບໍ່ມີ​ຜູ້ໃດ​ດອກ ທີ່​ມີ​ພຣະວິນຍານ​ຂອງ​ພຣະເຈົ້າ ຈະ​ກ່າວ​ວ່າ, “ຂໍ​ໃຫ້​ພຣະເຢຊູເຈົ້າ​ຖືກ​ດ່າ” ແລະ​ບໍ່ມີ​ຜູ້ໃດ​ດອກ​ອາດ​ເວົ້າ​ໄດ້​ວ່າ, “ພຣະເຢຊູເຈົ້າ​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ” ເວັ້ນ​ໄວ້​ແຕ່​ຜູ້​ທີ່​ກ່າວ​ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ.</verse>
				<verse number="4">ຂອງ​ປະທານ​ຈາກ​ພຣະວິນຍານ​ນັ້ນ ມີ​ຢູ່​ຫລາຍ​ຢ່າງ​ດ້ວຍ​ກັນ, ແຕ່​ແມ່ນ​ພຣະວິນຍານ​ອົງ​ດຽວກັນ.</verse>
				<verse number="5">ງານ​ຮັບໃຊ້​ມີ​ຫລາຍ​ຢ່າງ​ຕ່າງ​ກັນ ແຕ່​ມີ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວກັນ.</verse>
				<verse number="6">ຄວາມ​ສາມາດ​ໃນ​ການ​ດຳເນີນ​ງານ​ມີ​ຫລາຍ​ຢ່າງ​ຕ່າງ​ກັນ, ແຕ່​ແມ່ນ​ພຣະເຈົ້າ​ອົງ​ດຽວກັນ ທີ່​ໃຫ້​ຄວາມ​ສາມາດ​ແກ່​ທຸກຄົນ ສຳລັບ​ງານ​ທີ່​ເຂົາ​ຮັບໃຊ້​ນັ້ນ.</verse>
				<verse number="7">ການ​ສຳແດງ​ຂອງ​ພຣະວິນຍານ​ມີ​ຢູ່​ໃນ​ແຕ່ລະຄົນ ເພື່ອ​ປະໂຫຍດ​ຮ່ວມ​ກັນ.</verse>
				<verse number="8">ພຣະເຈົ້າ​ຊົງ​ປະທານ​ໂດຍ​ທາງ​ພຣະວິນຍານ ໃຫ້​ຄົນ​ໜຶ່ງ​ມີ​ຖ້ອຍຄຳ​ທີ່​ປະກອບ​ດ້ວຍ​ສະຕິປັນຍາ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ ມີ​ຖ້ອຍຄຳ​ທີ່​ປະກອບ​ດ້ວຍ​ວິຊາ​ຄວາມຮູ້, ແຕ່​ແມ່ນ​ພຣະວິນຍານ​ອົງ​ດຽວກັນ.</verse>
				<verse number="9">ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຄວາມເຊື່ອ ແຕ່​ແມ່ນ​ພຣະວິນຍານ​ອົງ​ດຽວກັນ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ ມີ​ຣິດອຳນາດ​ໃຫ້​ຄົນ​ດີ​ພະຍາດ ແຕ່​ແມ່ນ​ພຣະວິນຍານ​ອົງ​ດຽວ.</verse>
				<verse number="10">ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຣິດອຳນາດ​ເຮັດ​ການ​ອັດສະຈັນ ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຂອງ​ປະທານ​ໃນ​ການ​ປະກາດ​ພຣະທຳ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ​ຮູ້​ສັງເກດ​ວິນຍານ​ຕ່າງໆ ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຄວາມ​ສາມາດ​ເວົ້າ​ພາສາ​ແປກໆ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ​ມີ​ຄວາມ​ສາມາດ​ແປ​ພາສາ​ແປກໆ.</verse>
				<verse number="11">ສິ່ງສາລະພັດ​ເຫຼົ່ານີ້ ແມ່ນ​ພຣະວິນຍານ​ອົງ​ດຽວກັນ​ຊົງ​ບັນດານ ແລະ​ປະທານ​ແກ່​ທຸກຄົນ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ.</verse>
				<verse number="12">ເຖິງ​ວ່າ​ຮ່າງກາຍ​ເປັນ​ອັນ​ດຽວ ກໍ​ຍັງ​ມີ​ອະໄວຍະວະ​ຫລາຍ​ສ່ວນ ແລະ​ອະໄວຍະວະ​ເຫຼົ່ານັ້ນ ແມ່ນ​ຈະ​ມີ​ຫລາຍ​ສ່ວນ ກໍ​ຍັງ​ເປັນ​ກາຍ​ດຽວກັນ​ສັນໃດ ພຣະຄຣິດ​ກໍ​ຊົງ​ເປັນ​ສັນນັ້ນ.</verse>
				<verse number="13">ເພາະວ່າ ເຖິງ​ແມ່ນ​ພວກເຮົາ​ຈະ​ເປັນ​ຊາດ​ຢິວ ຫລື​ຄົນຕ່າງຊາດ​ກໍດີ ເປັນ​ຂ້ອຍຂ້າ ຫລື​ເປັນ​ອິດສະຫລະ​ກໍດີ, ເຮົາ​ທັງຫລາຍ​ໄດ້​ຮັບ​ບັບຕິສະມາ ໂດຍ​ພຣະວິນຍານ​ອົງ​ດຽວ ຈຶ່ງ​ເຂົ້າ​ເປັນ​ກາຍ​ອັນ​ດຽວກັນ ແລະ​ພຣະວິນຍານ​ອົງ​ດຽວກັນ​ນັ້ນ ເປັນ​ເໝືອນ​ນໍ້າ​ທີ່​ປະທານ​ໃຫ້​ເຮົາ​ທຸກຄົນ​ໄດ້​ດື່ມ.</verse>
				<verse number="14">ດ້ວຍວ່າ, ຮ່າງກາຍ​ບໍ່ໄດ້​ປະກອບ​ດ້ວຍ​ອະໄວຍະວະ​ອັນ​ດຽວ ແຕ່​ໄດ້​ປະກອບ​ດ້ວຍ​ອະໄວຍະວະ​ຫລາຍ​ອັນ.</verse>
				<verse number="15">ຖ້າ​ຕີນ​ຈະ​ກ່າວ​ວ່າ, “ເພາະ​ຂ້ອຍ​ບໍ່ໄດ້​ເປັນ​ມື ຂ້ອຍ​ຈຶ່ງ​ບໍ່ໄດ້​ເປັນ​ສ່ວນ​ໃດ​ໃນ​ອະໄວຍະວະ​ຂອງ​ຮ່າງກາຍ​ນັ້ນ.” ແລ້ວ​ຕີນ​ຈະ​ບໍ່​ເປັນ​ສ່ວນ​ໃດ​ໃນ​ອະໄວຍະວະ​ຂອງ​ຮ່າງກາຍ ເພາະ​ເຫດ​ທີ່​ເວົ້າ​ຢ່າງ​ນັ້ນ​ກໍ​ບໍ່ໄດ້.</verse>
				<verse number="16">ຖ້າ​ຫູ​ຈະ​ກ່າວ​ວ່າ, “ເພາະ​ຂ້ອຍ​ບໍ່ແມ່ນ​ຕາ ຂ້ອຍ​ຈຶ່ງ​ບໍ່ໄດ້​ເປັນ​ສ່ວນ​ໃດ​ໃນ​ອະໄວຍະວະ​ຂອງ​ຮ່າງກາຍ​ນັ້ນ.” ຫູ​ຈະ​ບໍ່ໄດ້​ເປັນ​ສ່ວນ​ໃດ​ໃນ​ອະໄວຍະວະ​ຂອງ​ຮ່າງກາຍ ເພາະ​ເຫດ​ເວົ້າ​ຢ່າງ​ນັ້ນ​ກໍ​ບໍ່ໄດ້.</verse>
				<verse number="17">ຖ້າ​ອະໄວຍະວະ​ທັງໝົດ​ໃນ​ຮ່າງກາຍເປັນ​ຕາ ການ​ໄດ້ຍິນ​ຈະ​ຢູ່​ໃສ? ຖ້າ​ຮ່າງກາຍ​ທັງໝົດ​ເປັນ​ຫູ ການ​ດົມ​ກິ່ນ​ຈະ​ຢູ່​ໃສ?</verse>
				<verse number="18">ທີ່​ຈິງ​ແລ້ວ ພຣະເຈົ້າ​ໄດ້​ຕັ້ງ​ອະໄວຍະວະ​ແຕ່ລະ​ພາກ​ສ່ວນ​ໄວ້​ຢູ່​ໃນ​ຮ່າງກາຍ ຕາມ​ທີ່​ພຣະອົງ​ຊົງ​ພໍພຣະໄທ.</verse>
				<verse number="19">ຖ້າ​ອະໄວຍະວະ​ທຸກ​ສ່ວນ​ໃນ​ຮ່າງກາຍ​ເປັນ​ອັນ​ດຽວກັນ ຮ່າງກາຍ​ຈະ​ມີ​ຢູ່​ໃສ?</verse>
				<verse number="20">ທີ່​ຈິງ ມີ​ອະໄວຍະວະ​ຫລາຍ​ພາກ​ສ່ວນ ແຕ່​ຍັງ​ເປັນ​ຮ່າງກາຍ​ອັນ​ດຽວກັນ.</verse>
				<verse number="21">ຕາ​ຈະ​ເວົ້າ​ແກ່​ມື​ວ່າ, “ຂ້ອຍ​ບໍ່​ຕ້ອງການ​ເຈົ້າ” ກໍ​ບໍ່ໄດ້ ຫລື​ຫົວ​ຈະ​ເວົ້າ​ແກ່​ຕີນ​ວ່າ, “ຂ້ອຍ​ບໍ່​ຕ້ອງການ​ເຈົ້າ.” ກໍ​ບໍ່ໄດ້.</verse>
				<verse number="22">ທີ່​ຈິງ ອະໄວຍະວະ​ສ່ວນ​ທີ່​ເຮົາ​ເຫັນ​ວ່າ​ອ່ອນແອ ເຮົາ​ກໍ​ຂາດ​ເສຍ​ບໍ່ໄດ້.</verse>
				<verse number="23">ແລະ​ອະໄວຍະວະ​ສ່ວນ​ທີ່​ເຮົາ​ຖື​ວ່າ​ມີ​ກຽດ​ນ້ອຍ ເຮົາ​ກໍ​ຍັງ​ເຮັດ​ໃຫ້​ມີ​ກຽດ​ຫລາຍ​ຂຶ້ນ ແລະ​ອະໄວຍະວະ​ສ່ວນ​ທີ່​ບໍ່​ໜ້າເບິ່ງ​ນັ້ນ ເຮົາ​ກໍ​ເຮັດ​ໃຫ້​ເປັນ​ໜ້າເບິ່ງ​ຫລາຍ​ຂຶ້ນ.</verse>
				<verse number="24">ແລະ​ອະໄວຍະວະ​ສ່ວນ​ທີ່​ໜ້າຊົມ​ຢູ່​ແລ້ວ ກໍ​ບໍ່​ຈຳເປັນ​ຕ້ອງ​ຕົບແຕ່ງ​ອະໄວຍະວະ​ສ່ວນ​ນັ້ນ​ອີກ ພຣະເຈົ້າ​ເອງ​ເປັນ​ຜູ້​ຈັດວາງ​ຮ່າງກາຍ​ເຂົ້າ​ກັນ​ຢ່າງ​ນັ້ນ ຊົງ​ໃຫ້​ອະໄວຍະວະ​ທີ່​ຕໍ່າຕ້ອຍ ໄດ້​ຮັບ​ຄວາມນັບຖື​ຫລາຍ​ຂຶ້ນ.</verse>
				<verse number="25">ເພື່ອ​ບໍ່​ໃຫ້​ມີ​ການ​ຍາດແຍ່ງ​ກັນ​ໃນ​ຮ່າງກາຍ ແຕ່​ໃຫ້​ທຸກ​ພາກສ່ວນ​ຫ່ວງໃຍ​ຊຶ່ງກັນແລະກັນ.</verse>
				<verse number="26">ຖ້າ​ອະໄວຍະວະ​ອັນ​ໜຶ່ງ​ເຈັບ ອະໄວຍະວະ​ທັງໝົດ​ກໍ​ເຈັບ​ດ້ວຍກັນ ຖ້າ​ອະໄວຍະວະ​ອັນ​ໜຶ່ງ​ໄດ້​ຮັບ​ກຽດ ອະໄວຍະວະ​ທັງໝົດ​ກໍ​ຊົມຊື່ນ​ຍິນດີ​ດ້ວຍ​ກັນ.</verse>
				<verse number="27">ຝ່າຍ​ເຈົ້າ​ທັງຫລາຍ​ເປັນ​ພຣະກາຍ​ຂອງ​ພຣະຄຣິດ ແລະ​ທຸກຄົນ​ເປັນ​ອະໄວຍະວະ​ສ່ວນ​ໜຶ່ງ​ຂອງ​ພຣະກາຍ​ນັ້ນ.</verse>
				<verse number="28">ແລະ​ພຣະເຈົ້າ​ໄດ້​ຊົງ​ຕັ້ງ​ບາງຄົນ​ໄວ້​ໃນ​ຄຣິສຕະຈັກ​ຄື: ໜຶ່ງ​ແມ່ນ​ອັກຄະສາວົກ ສອງ​ແມ່ນ​ຜູ້​ປະກາດ​ພຣະທຳ ສາມ​ແມ່ນ​ອາຈານ ແລ້ວ​ຕໍ່​ຈາກ​ນັ້ນ​ກໍ​ມີ​ຜູ້​ເຮັດ​ການ​ອິດທິຣິດ​ຕ່າງໆ ຜູ້​ມີ​ອຳນາດ​ໃຫ້​ດີ​ພະຍາດ​ໂຣຄາ ຜູ້​ອຸປະຖຳ ຜູ້ປົກຄອງ ແລະ​ຜູ້​ເວົ້າ​ພາສາ​ແປກໆ.</verse>
				<verse number="29">ບໍ່ແມ່ນ​ທຸກຄົນ​ທີ່​ເປັນ​ອັກຄະສາວົກ ຫລື​ເປັນ​ຜູ້​ທຳນວາຍ ຫລື​ເປັນ​ອາຈານ ບໍ່ແມ່ນ​ທຸກຄົນ​ທີ່​ເຮັດ​ການ​ອັດສະຈັນ​ໄດ້</verse>
				<verse number="30">ຫລື​ເຮັດ​ໃຫ້​ດີ​ພະຍາດ​ໄດ້ ຫລື​ເວົ້າ​ພາສາ​ແປກໆ​ໄດ້ ຫລື​ແປ​ພາສາ​ນັ້ນ​ໄດ້.</verse>
				<verse number="31">ແຕ່​ເຈົ້າ​ທັງຫລາຍ ຈົ່ງ​ຮ້ອນໃຈ​ສະແຫວງ​ຫາ​ຂອງ​ພຣະຣາຊທານ​ອັນ​ສຳຄັນ​ກວ່າ​ນັ້ນ. ແລະ​ເຮົາ​ຈະ​ສຳແດງ​ທາງ​ອັນ​ດີ​ຫລາຍກວ່າ​ນັ້ນ​ອີກ ແກ່​ພວກເຈົ້າ.</verse>
			</chapter>
			<chapter number="13">
				<verse number="1">ເຖິງ​ແມ່ນ​ເຮົາ​ເວົ້າ​ພາສາ​ແປກໆ​ໄດ້ ຈະ​ເປັນ​ພາສາ​ມະນຸດ ຫລື​ພາສາ​ຂອງ​ເທວະດາ​ກໍຕາມ, ແຕ່​ບໍ່ມີ​ຄວາມຮັກ ການ​ເວົ້າ​ຂອງເຮົາ ກໍ​ເປັນ​ເໝືອນ​ສຽງ​ຄ້ອງ​ແລະ​ສຽງ​ແຊ່ງ​ທີ່​ດັງ​ອຶກກະທຶກ.</verse>
				<verse number="2">ເຖິງ​ແມ່ນ​ເຮົາ​ຈະ​ປະກາດ​ພຣະທຳ​ໄດ້​ ແລະ​ເຂົ້າໃຈ​ໃນ​ຂໍ້​ລັບເລິກ​ທັງປວງ ແລະ​ມີ​ຄວາມຮູ້​ທັງ​ສິ້ນ ແລະ​ມີ​ຄວາມເຊື່ອ​ຢ່າງ​ຄົບຖ້ວນ ພໍ​ຈະ​ບອກ​ໃຫ້​ພູ​ເຄື່ອນທີ່​ໄປ​ໄດ້, ແຕ່​ບໍ່ມີ​ຄວາມຮັກ ເຮົາ​ກໍ​ບໍ່ມີ​ຄ່າ​ອັນ​ໃດ.</verse>
				<verse number="3">ເຖິງ​ແມ່ນ​ເຮົາ​ບໍລິຈາກ​ສິ່ງ​ຂອງ​ທັງໝົດ​ທີ່​ເຮົາ​ມີ​ຢູ່ ແລະ​ສະຫລະ​ແມ່ນແຕ່​ຕົວ​ເຮົາ​ເອງ​ໃຫ້​ເຂົາ​ເຜົາ​ໄຟ ແຕ່​ຖ້າ​ເຮົາ​ບໍ່ມີ​ຄວາມຮັກ ການ​ກະທຳ​ຢ່າງ​ນັ້ນ​ກໍ​ບໍ່ໄດ້​ປະໂຫຍດ​ຫຍັງ​ໝົດ.</verse>
				<verse number="4">ຄວາມຮັກ​ກໍ​ອົດທົນ​ດົນນານ, ຄວາມຮັກ​ຄື​ຄວາມ​ເມດຕາ​ກະລຸນາ, ຄວາມຮັກ​ບໍ່​ເຫິງສາ ບໍ່​ອວດອ້າງ ບໍ່​ຈອງຫອງ</verse>
				<verse number="5">ບໍ່​ເຮັດ​ການ​ອັນ​ບໍ່​ສຸພາບ ບໍ່​ຄິດເຫັນ​ປະໂຫຍດ​ສ່ວນຕົວ​ແຕ່​ຝ່າຍ​ດຽວ ບໍ່ມີ​ໃຈ​ຮ້າຍ​ງ່າຍ ບໍ່​ມັກ​ຈົດຈຳ​ຄວາມຜິດ</verse>
				<verse number="6">ບໍ່​ຍິນດີ​ໃນ​ການ​ອະທຳ, ແຕ່​ຍິນດີ​ໃນ​ການ​ສັດຈິງ.</verse>
				<verse number="7">ຄວາມຮັກ​ສູ້ທົນ​ທຸກສິ່ງ ເຊື່ອ​ທຸກສິ່ງ ໄວ້ວາງໃຈ​ໃນ​ທຸກສິ່ງ ແລະ​ພຽນທົນ​ເອົາ​ທຸກສິ່ງ.</verse>
				<verse number="8">ເຖິງ​ແມ່ນ​ການ​ປະກາດ​ພຣະທຳ​ກໍ​ຈະ​ຖືກ​ຍົກເລີກ ຫລື​ການ​ເວົ້າ​ພາສາ​ແປກໆ​ກໍ​ຈະ​ເຊົາ ແລະ​ວິຊາ​ຄວາມຮູ້​ກໍ​ຈະ​ຖືກ​ຍົກເລີກ​ເສຍ, ແຕ່​ຄວາມຮັກ​ຍັງ​ຈະ​ຕັ້ງໝັ້ນຄົງ​ຢູ່​ຕະຫລອດໄປ.</verse>
				<verse number="9">ເພາະວ່າ​ຄວາມຮູ້​ຂອງເຮົາ​ນັ້ນ​ບໍ່​ສົມບູນ ແລະ​ການ​ປະກາດ​ພຣະທຳ​ກໍ​ບໍ່​ສົມບູນ,</verse>
				<verse number="10">ແຕ່​ເມື່ອ​ຄວາມ​ສົມບູນ​ມາ​ເຖິງ​ແລ້ວ ຄວາມ​ບົກພ່ອງ​ນັ້ນ​ກໍ​ຈະ​ຖືກ​ຍົກເລີກ​ເສຍ.</verse>
				<verse number="11">ເມື່ອ​ເຮົາ​ຍັງ​ເປັນ​ເດັກນ້ອຍ​ຢູ່​ນັ້ນ ການ​ເວົ້າຈາ ຄວາມ​ຮູ້ສຶກ ແລະ​ຄວາມ​ນຶກຄິດ​ຂອງເຮົາ​ກໍ​ເປັນ​ຢ່າງ​ເດັກນ້ອຍ, ແຕ່​ເມື່ອ​ເຮົາ​ກາຍເປັນ​ຜູ້​ໃຫຍ່​ແລ້ວ ເຮົາ​ກໍ​ເລີກ​ຄວາມ​ປະພຶດ​ຢ່າງ​ເດັກນ້ອຍ​ນັ້ນ​ເສຍ.</verse>
				<verse number="12">ເພາະວ່າ​ດຽວ​ນີ້​ເຮົາ​ທັງຫລາຍ​ເຫັນ​ພໍ​ມົວໆ ເໝືອນ​ເບິ່ງ​ໃນ​ແວ່ນ, ແຕ່​ວ່າ​ເວລາ​ນັ້ນ​ຈະ​ໄດ້​ເຫັນ​ພຣະພັກ​ຢ່າງ​ຄັກ. ດຽວ​ນີ້​ຄວາມຮູ້​ຂອງເຮົາ​ບໍ່​ສົມບູນ, ແຕ່​ເວລາ​ນັ້ນ ເຮົາ​ຈະ​ຮູ້​ຢ່າງ​ສົມບູນ​ເໝືອນ​ພຣະເຈົ້າ​ຊົງ​ຮູ້ຈັກ​ເຮົາ​ແລ້ວ.</verse>
				<verse number="13">ບັດນີ້ ຍັງ​ຕັ້ງ​ຢູ່​ສາມ​ສິ່ງ​ຄື: ຄວາມເຊື່ອ ຄວາມ​ຫວັງໃຈ ແລະ​ຄວາມຮັກ ແຕ່​ສິ່ງ​ທີ່​ໃຫຍ່​ກວ່າ​ແມ່ນ​ຄວາມຮັກ.</verse>
			</chapter>
			<chapter number="14">
				<verse number="1">ຈົ່ງ​ຕັ້ງ​ຈຸດ​ມຸ່ງໝາຍ​ຫາ​ຄວາມຮັກ ຈົ່ງ​ຮ້ອນ​ໃຈ​ສະແຫວງ​ຫາ​ຂອງ​ປະທານ​ຝ່າຍ​ພຣະວິນຍານ ໂດຍ​ສະເພາະ​ແມ່ນ​ຂອງ​ປະທານ​ໃນ​ການ​ປະກາດ​ພຣະທຳ.</verse>
				<verse number="2">ເພາະວ່າ​ຜູ້​ເວົ້າ​ພາສາ​ແປກໆ ກໍ​ບໍ່ໄດ້​ເວົ້າ​ຕໍ່​ມະນຸດ, ແຕ່​ກ່າວ​ຕໍ່​ພຣະເຈົ້າ ແລະ​ບໍ່ມີ​ຜູ້ໃດ​ເຂົ້າໃຈ​ໄດ້, ແຕ່​ຜູ້ນັ້ນ​ກຳລັງ​ກ່າວ​ຂໍ້​ລັບເລິກ​ໂດຍ​ພຣະວິນຍານ.</verse>
				<verse number="3">ແຕ່​ພວກ​ທີ່​ປະກາດ​ພຣະທຳ​ກໍ​ເວົ້າ​ກັບ​ມະນຸດ ເພື່ອ​ໃຫ້​ເສີມສ້າງ​ພວກເຂົາ​ຈະເລີນ​ຂຶ້ນ ແລະ​ເປັນ​ການ​ໜູນໃຈ ແລະ ເລົ້າໂລມ​ໃຈ​ພວກເຂົາ.</verse>
				<verse number="4">ພວກ​ທີ່​ເວົ້າ​ພາສາ​ແປກໆ ກໍ​ເສີມສ້າງ​ຕົນເອງ​ເທົ່ານັ້ນ ແຕ່​ຝ່າຍ​ຜູ້​ທີ່​ປະກາດ​ພຣະທຳ​ນັ້ນ ກໍ​ເຮັດ​ໃຫ້​ຄຣິສຕະຈັກ​ຈະເລີນ​ຂຶ້ນ.</verse>
				<verse number="5">ເຮົາ​ຢາກ​ໃຫ້​ທຸກຄົນ​ໃນ​ພວກເຈົ້າ​ເວົ້າ​ພາສາ​ແປກໆ​ໄດ້ ແຕ່​ຫລາຍກວ່າ​ນັ້ນ​ອີກ ເຮົາ​ຢາກ​ໃຫ້​ພວກເຈົ້າ​ປະກາດ​ພຣະທຳ​ໄດ້. ດ້ວຍວ່າ, ຄົນ​ທີ່​ປະກາດ ກໍ​ມີ​ຄຸນຄ່າ​ຫລາຍກວ່າ​ຄົນ​ທີ່​ເວົ້າ​ພາສາ​ແປກໆ ເວັ້ນ​ໄວ້​ແຕ່​ມີ​ຜູ້ໃດ​ຜູ້ໜຶ່ງ​ໃນ​ທີ່ນັ້ນ​ແປ​ພາສາ​ແປກໆ​ໄດ້ ເພື່ອ​ຄຣິສຕະຈັກ​ຈະ​ໄດ້​ຮັບ​ການ​ເສີມສ້າງ​ໃຫ້​ຈະເລີນ​ຂຶ້ນ.</verse>
				<verse number="6">ແຕ່​ບັດນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ເຮົາ​ຈະ​ມາ​ຫາ​ເຈົ້າ​ທັງຫລາຍ ແລະ​ປາກ​ພາສາ​ແປກໆ ພວກເຈົ້າ​ຈະ​ໄດ້​ປະໂຫຍດ​ອັນ​ໃດ​ຈາກ​ເຮົາ ເວັ້ນ​ເສຍ​ແຕ່​ເຮົາ​ຈະ​ກ່າວ​ຖ້ອຍຄຳ​ທີ່​ຊົງ​ສຳແດງ​ຈາກ​ພຣະເຈົ້າ ຫລື​ຖ້ອຍຄຳ​ແຫ່ງ​ວິຊາ​ຄວາມຮູ້ ຫລື​ຖ້ອຍຄຳ​ແຫ່ງ​ຄຳທຳນວາຍ ຫລື​ຖ້ອຍຄຳ​ແຫ່ງ​ການ​ສັ່ງສອນ​ໃຫ້​ແກ່​ເຈົ້າ​ທັງຫລາຍ.</verse>
				<verse number="7">ດັ່ງນັ້ນ ເຄື່ອງ​ດົນຕຼີ​ທີ່​ບໍ່ມີ​ຊີວິດ​ຄື: ປີ່ ຫລື​ພິນ​ກໍດີ ຖ້າ​ມັນ​ບໍ່​ອອກ​ສຽງ​ຄັກ ຜູ້ໃດ​ຈະ​ຮູ້​ໄດ້​ຢ່າງ​ໃດ​ວ່າ​ເຂົາ​ເປົ່າ ຫລື​ດີດ​ຈັງຫວະ​ໃດ?</verse>
				<verse number="8">ຖ້າ​ຄົນ​ເປົ່າແກ ຫາກ​ເປົ່າ​ອອກ​ສຽງ​ບໍ່​ຄັກ ຜູ້ໃດ​ຈະ​ຕຽມຕົວ​ເຂົ້າ​ສູ່​ສະໜາມ​ຮົບ​ໄດ້​ຢ່າງ​ໃດ?</verse>
				<verse number="9">ຝ່າຍ​ເຈົ້າ​ທັງຫລາຍ​ກໍ​ເປັນ​ຢ່າງ​ນັ້ນ ຖ້າ​ພວກເຈົ້າ​ເວົ້າ​ພາສາ​ແປກໆ, ແຕ່​ເວົ້າ​ຄວາມ​ທີ່​ບໍ່​ເຂົ້າໃຈ ຜູ້​ຟັງ​ຈະ​ເຂົ້າໃຈ​ເລື່ອງ​ທີ່​ເຈົ້າ​ເວົ້າ​ໄດ້​ຢ່າງ​ໃດ? ເພາະ​ພວກເຈົ້າ​ເວົ້າ​ໄປ​ຕາມລົມ​ຕາມແລ້ງ​ຊື່ໆ.</verse>
				<verse number="10">ໃນ​ໂລກນີ້ ມີ​ຫລາຍ​ພາສາ​ຕ່າງ​ກັນ ແຕ່​ບໍ່ມີ​ພາສາ​ໃດ​ທີ່​ຂາດ​ຄວາມໝາຍ.</verse>
				<verse number="11">ແຕ່​ຖ້າ​ເຮົາ​ບໍ່​ຮູ້​ພາສາ​ທີ່​ຄົນ​ກ່າວ​ນັ້ນ ຄົນ​ທີ່​ກ່າວ​ພາສາ​ນັ້ນ ກໍ​ເປັນ​ຄົນ​ຕ່າງດ້າວ​ສຳລັບ​ເຮົາ ແລະ​ເຮົາ​ກໍ​ເປັນ​ຄົນ​ຕ່າງດ້າວ​ສຳລັບ​ເຂົາ.</verse>
				<verse number="12">ໃນ​ເມື່ອ​ພວກເຈົ້າ​ຮ້ອນໃຈ​ຢາກ​ໄດ້​ຂອງ​ປະທານ​ຝ່າຍ​ພຣະວິນຍານ ຈົ່ງ​ສະແຫວງ​ຫາ​ຫລາຍກວ່າ​ເກົ່າ ເພື່ອ​ເສີມສ້າງ​ຄຣິສຕະຈັກ​ໃຫ້​ຈະເລີນ​ຂຶ້ນ.</verse>
				<verse number="13">ເພາະ​ສະນັ້ນ ຄົນ​ທີ່​ເວົ້າ​ພາສາ​ແປກໆ​ໄດ້​ນັ້ນ ຄວນ​ພາວັນນາ​ອະທິຖານ ຂໍ​ໃຫ້​ຕົນເອງ​ແປ​ພາສາ​ທີ່​ຕົນ​ເວົ້າ​ນັ້ນ​ດ້ວຍ.</verse>
				<verse number="14">ດ້ວຍວ່າ, ຖ້າ​ເຮົາ​ພາວັນນາ​ອະທິຖານ​ເປັນ​ພາສາ​ແປກໆ ຈິດ​ວິນຍານ​ຂອງເຮົາ​ພາວັນນາ​ອະທິຖານ​ຢູ່​ກໍ​ຈິງ ແຕ່​ຄວາມ​ຄິດ​ຂອງເຮົາ​ກໍ​ບໍ່​ເຂົ້າ​ສ່ວນ​ໃນ​ຄຳ​ພາວັນນາ​ອະທິຖານ​ນັ້ນ.</verse>
				<verse number="15">ຖ້າ​ເປັນ​ດັ່ງນັ້ນ​ແລ້ວ ເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ? ເຮົາ​ຈະ​ພາວັນນາ​ອະທິຖານ​ດ້ວຍ​ຈິດ​ວິນຍານ​ກໍ​ຈິງ, ແຕ່​ເຮົາ​ກໍ​ຈະ​ພາວັນນາ​ອະທິຖານ​ດ້ວຍ​ຄວາມຄິດ​ເໝືອນກັນ ເຮົາ​ຈະ​ຮ້ອງເພງ​ດ້ວຍ​ຈິດ​ວິນຍານ​ກໍ​ຈິງ, ແຕ່​ເຮົາ​ກໍ​ຈະ​ຮ້ອງເພງ​ດ້ວຍ​ຄວາມ​ຄິດ​ເໝືອນກັນ.</verse>
				<verse number="16">ຖ້າ​ເຈົ້າ​ກ່າວ​ໂມທະນາ​ພຣະຄຸນ​ພຣະເຈົ້າ​ດ້ວຍ​ຈິດວິນຍານ​ເທົ່ານັ້ນ, ຄົນ​ຂ້າງ​ນອກ​ທີ່​ຮ່ວມ​ຢູ່​ໃນ​ທີ່ນັ້ນ​ຈະ​ກ່າວ​ຄຳ​ວ່າ, “ອາແມນ” ຕໍ່​ຄຳ​ໂມທະນາ​ພຣະຄຸນ​ຂອງ​ພວກເຈົ້າ​ໄດ້​ຢ່າງ​ໃດ? ເພາະ​ຄຳ​ທີ່​ພວກເຈົ້າ​ກ່າວ​ນັ້ນ​ພວກເຂົາ​ບໍ່​ເຂົ້າໃຈ.</verse>
				<verse number="17">ເຖິງ​ແມ່ນ​ວ່າ​ຄຳ​ໂມທະນາ​ພຣະຄຸນ​ພຣະເຈົ້າ​ຂອງ​ພວກເຈົ້າ​ຄັກ​ດີ​ກໍຕາມ, ແຕ່​ບໍ່​ເກີດ​ປະໂຫຍດ​ແກ່​ຄົນອື່ນ​ຈັກ​ຢ່າງ.</verse>
				<verse number="18">ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ທີ່​ເຮົາ​ເວົ້າ​ພາສາ​ແປກໆ​ໄດ້​ຫລາຍກວ່າ​ພວກເຈົ້າ​ທຸກຄົນ.</verse>
				<verse number="19">ແຕ່​ໃນ​ການ​ນະມັດສະການ​ທີ່​ຄຣິສຕະຈັກ​ແລ້ວ ເຮົາ​ພໍໃຈ​ທີ່​ຈະ​ເວົ້າ​ຫ້າ​ຄຳ ຊຶ່ງ​ຄົນ​ເຂົ້າໃຈ​ໄດ້ ເພື່ອ​ເປັນ​ຄະຕິ​ສັ່ງສອນ​ຄົນອື່ນ ຫລາຍກວ່າ​ເວົ້າ​ໝື່ນ​ຄຳ​ທີ່​ເປັນ​ພາສາ​ແປກໆ.</verse>
				<verse number="20">ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ໃຫ້​ຄວາມ​ນຶກຄິດ​ຂອງ​ພວກເຈົ້າ​ເປັນ​ຢ່າງ​ເດັກນ້ອຍ ຝ່າຍ​ຄວາມຊົ່ວ ຈົ່ງ​ເປັນ​ເໝືອນ​ເດັກນ້ອຍ​ອ່ອນ, ແຕ່​ຝ່າຍ​ຄວາມ​ນຶກຄິດ ຈົ່ງ​ເປັນ​ຢ່າງ​ຜູ້​ແກ່.</verse>
				<verse number="21">ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ກົດບັນຍັດ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, ‘ເຮົາ​ຈະ​ເວົ້າ​ກັບ​ພົນລະເມືອງ​ນີ້ ດ້ວຍ​ຄົນ​ຕ່າງ​ພາສາ ດ້ວຍ​ຮີມສົບ​ຂອງ​ຄົນ​ຕ່າງດ້າວ. ເຖິງ​ປານນັ້ນ ພວກເຂົາ​ກໍ​ຈະ​ບໍ່​ຟັງ​ເຮົາ.”’</verse>
				<verse number="22">ດັ່ງນັ້ນ ການ​ເວົ້າ​ພາສາ​ແປກໆ ຈຶ່ງ​ບໍ່​ເປັນ​ໝາຍສຳຄັນ​ແກ່​ຄົນ​ທີ່​ເຊື່ອ, ແຕ່​ສຳຄັນ​ແກ່​ຄົນ​ທີ່​ບໍ່​ເຊື່ອ. ສ່ວນ​ການ​ປະກາດ​ພຣະທຳ ບໍ່​ສຳຄັນ​ສຳລັບ​ຄົນ​ທີ່​ບໍ່​ເຊື່ອ, ແຕ່​ສຳຄັນ​ສຳລັບ​ຄົນ​ທີ່​ເຊື່ອ​ແລ້ວ.</verse>
				<verse number="23">ເພາະສະນັ້ນ ຖ້າ​ຫາກ​ວ່າ ຄຣິສຕະຈັກ​ທັງໝົດ​ມາ​ເຕົ້າໂຮມ​ກັນ ແລະ​ທຸກຄົນ​ຕ່າງ​ກໍ​ເວົ້າ​ພາສາ​ແປກໆ ແລະ​ຖ້າ​ວ່າ​ຄົນ​ຂ້າງ​ນອກ ຫລື​ຄົນ​ທີ່​ບໍ່ເຊື່ອ​ເຂົ້າ​ມາ​ໃນ​ທີ່ນັ້ນ ພວກເຂົາ​ຈະ​ບໍ່​ເວົ້າ​ວ່າ ເຈົ້າ​ທັງຫລາຍ​ເປັນ​ບ້າ​ບໍ?</verse>
				<verse number="24">ແຕ່​ຖ້າ​ທຸກຄົນ​ປະກາດ​ພຣະທຳ​ແລ້ວ ມີ​ຄົນ​ທີ່​ບໍ່​ເຊື່ອ ຫລື​ຄົນ​ທຳມະດາ​ເຂົ້າ​ມາ ທຸກຄົນ​ຈະ​ເປັນ​ເຫດ​ໃຫ້​ພວກເຂົາ​ຮູ້​ເມື່ອ​ຕົວ ແລະ​ເປັນ​ເຫດ​ໃຫ້​ພວກເຂົາ​ເກີດ​ຄວາມ​ສັງເກດ​ໃນ​ຈິດໃຈ​ຂອງ​ພວກເຂົາ.</verse>
				<verse number="25">ຄວາມ​ລັບ​ທີ່​ເຊື່ອງໄວ້​ໃນ​ໃຈ​ຂອງ​ພວກເຂົາ​ຈະ​ປາກົດ​ແຈ້ງ ພວກເຂົາ​ກໍ​ຈະ​ໝູບ​ໜ້າ​ລົງ​ຂາບໄຫວ້​ນະມັດສະການ​ພຣະເຈົ້າ ໂດຍ​ຍອມ​ຮັບ​ວ່າ, “ພຣະເຈົ້າ​ຊົງ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ​ແທ້.”</verse>
				<verse number="26">ພີ່ນ້ອງ​ທັງຫລາຍ​ເອີຍ ກ່ຽວກັບ​ເລື່ອງ​ນີ້ ເຮົາ​ຈະ​ລົງ​ຄວາມ​ເຫັນ​ວ່າ​ຢ່າງ​ໃດ? ເມື່ອ​ພວກເຈົ້າ​ມາ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ, ຄົນ​ໜຶ່ງ​ໃນ​ພວກເຈົ້າ​ຮ້ອງເພງ​ສັນລະເສີນ, ບາງຄົນ​ສັ່ງສອນ ບາງຄົນ​ກໍ​ມີ​ບົດ​ຄວາມ​ທີ່​ຊົງ​ສຳແດງ​ມາ​ຈາກ​ພຣະເຈົ້າ ມີ​ບາງຄົນ​ກໍ​ເວົ້າ​ພາສາ​ແປກໆ ແລະ​ບາງຄົນ​ແປ​ພາສາ​ແປກໆ, ເຈົ້າ​ຈົ່ງ​ເຮັດ​ສິ່ງ​ທັງໝົດ​ນີ້ ເພື່ອ​ເສີມສ້າງ​ຄຣິສຕະຈັກ​ໃຫ້​ຈະເລີນ​ຂຶ້ນ.</verse>
				<verse number="27">ຖ້າ​ຜູ້ໃດ​ຈະ​ປາກ​ພາສາ​ແປກໆ ຈົ່ງ​ໃຫ້​ປາກ​ພຽງ​ສອງ​ຄົນ ຫລື​ຢ່າງ​ຫລາຍ​ສາມ​ຄົນ ແລະ​ໃຫ້​ປາກ​ເທື່ອລະ​ຄົນ ແລ້ວ​ໃຫ້​ມີ​ຜູ້​ແປ​ຜູ້ໜຶ່ງ.</verse>
				<verse number="28">ແຕ່​ຖ້າ​ບໍ່ມີ​ຜູ້ໃດ​ແປ​ໄດ້ ກໍ​ໃຫ້​ຄົນ​ເຫຼົ່ານັ້ນ​ມິດ​ຢູ່​ໃນ​ຄຣິສຕະຈັກ ໃຫ້​ພວກເຂົາ​ເວົ້າ​ກັບ​ຕົນເອງ ແລະ​ຕໍ່​ພຣະເຈົ້າ.</verse>
				<verse number="29">ຝ່າຍ​ພວກ​ຜູ້​ປະກາດ​ພຣະທຳ​ນັ້ນ ໃຫ້​ກ່າວ​ແຕ່​ສອງ​ຫລື​ສາມ​ຄົນ ແລະ​ໃຫ້​ພວກ​ຄົນອື່ນ​ຮັບ​ພິຈາລະນາ​ເອົາ​ຂໍ້ຄວາມ​ທີ່​ເຂົາ​ກ່າວ​ນັ້ນ.</verse>
				<verse number="30">ແລະ​ຖ້າ​ມີ​ສິ່ງໃດ​ຊົງ​ສຳແດງ​ແກ່​ຄົນອື່ນ ທີ່​ນັ່ງ​ຢູ່​ດ້ວຍ​ກັນ​ນັ້ນ ກໍ​ໃຫ້​ຜູ້​ກ່າວ​ກ່ອນ​ນັ້ນ​ມິດ​ຢູ່.</verse>
				<verse number="31">ທຸກຄົນ​ໃນ​ພວກເຈົ້າ ສາມາດ​ປະກາດ​ພຣະທຳ​ໄດ້ ແຕ່​ໃຫ້​ກ່າວ​ເທື່ອລະ​ຄົນ ເພື່ອ​ວ່າ​ທຸກຄົນ​ຈະ​ໄດ້​ຮັບ​ຄວາມຮູ້ ແລະ​ຄວາມ​ໜູນໃຈ​ດ້ວຍ​ກັນ.</verse>
				<verse number="32">ວິນຍານ​ຂອງ​ຜູ້​ປະກາດ​ພຣະທຳ​ນັ້ນ ຍ່ອມ​ຢູ່​ໃຕ້​ການ​ບັງຄັບ​ຂອງຕົນ,</verse>
				<verse number="33">ເພາະວ່າ​ພຣະເຈົ້າ​ບໍ່ໄດ້​ເປັນ​ຜູ້​ກໍ່​ເຫດ​ຄວາມ​ວຸ້ນວາຍ, ແຕ່​ຊົງ​ໃຫ້​ເກີດ​ຄວາມ​ສະຫງົບສຸກ.</verse>
				<verse number="34">ຕາມ​ລະບຽບ​ທີ່​ໄດ້​ປະຕິບັດ​ກັນ ໃນ​ບັນດາ​ຄຣິສຕະຈັກ​ແຫ່ງ​ໄພ່ພົນ​ຂອງ​ພຣະເຈົ້າ​ນັ້ນ, ຈົ່ງ​ໃຫ້​ພວກ​ແມ່ຍິງ​ມິດງຽບ​ຢູ່​ໃນ​ທີ່​ປະຊຸມ​ຄຣິສຕະຈັກ ເພາະ​ພວກເຂົາ​ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ເວົ້າ, ແຕ່​ພວກເຂົາ​ຕ້ອງ​ຍອມ​ຢູ່​ໃຕ້​ບັງຄັບ​ບັນຊາ ດັ່ງ​ກົດບັນຍັດ​ໄດ້​ສັ່ງ​ໄວ້​ນັ້ນ,</verse>
				<verse number="35">ຖ້າ​ພວກ​ນາງ​ຕ້ອງການ​ຢາກ​ຮຽນຮູ້​ສິ່ງໃດ ກໍ​ໃຫ້​ຖາມ​ຜົວ​ຢູ່​ທີ່​ເຮືອນ. ດ້ວຍວ່າ, ການ​ທີ່​ແມ່ຍິງ​ກ່າວ​ໃນ​ທີ່​ປະຊຸມ​ຂອງ​ຄຣິສຕະຈັກ ກໍ​ເປັນ​ການ​ອັບອາຍ.</verse>
				<verse number="36">ຖ້ອຍຄຳ​ຂອງ​ພຣະເຈົ້າ​ເກີດ​ມາ​ຈາກ​ພວກເຈົ້າ​ບໍ? ຖ້ອຍຄຳ​ນັ້ນ​ໄດ້​ມາ​ເຖິງ​ພວກເຈົ້າ ພວກ​ດຽວ​ເທົ່ານັ້ນ​ບໍ?</verse>
				<verse number="37">ຖ້າ​ຜູ້ໃດ​ອ້າງ​ວ່າ​ຕົນ​ເປັນ​ຜູ້​ປະກາດ​ພຣະທຳ ຫລື​ຕົນ​ມີ​ຂອງ​ປະທານ​ຝ່າຍ​ພຣະວິນຍານ ກໍ​ໃຫ້​ຜູ້​ນັ້ນ​ຮັບ​ຮູ້​ວ່າ ຂໍ້​ຄວາມ​ຊຶ່ງ​ເຮົາ​ຂຽນ​ເຖິງ​ພວກເຈົ້າ​ນັ້ນ ເປັນ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="38">ແຕ່​ຖ້າ​ຜູ້ໃດ​ບໍ່​ຍອມ​ຮັບ​ຮູ້​ຂໍ້​ຄວາມ​ນີ້ ກໍ​ບໍ່​ຕ້ອງ​ຮັບ​ຮູ້​ຜູ້ນັ້ນ​ເໝືອນກັນ.</verse>
				<verse number="39">ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຮ້ອນໃຈ​ສະແຫວງ​ຫາ​ໃນ​ການ​ປະກາດ​ພຣະທຳ ສ່ວນ​ການ​ເວົ້າ​ພາສາ​ແປກໆ​ກໍ​ຢ່າ​ສູ່​ຫ້າມ.</verse>
				<verse number="40">ຈົ່ງ​ເຮັດ​ທຸກສິ່ງ​ໃຫ້​ຖືກຕ້ອງ​ແລະ​ມີ​ລະບຽບ.</verse>
			</chapter>
			<chapter number="15">
				<verse number="1">ບັດນີ້​ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍ​ໃຫ້​ພວກເຈົ້າ​ຄຳນຶງ​ເຖິງ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ຮັບ​ເອົາ​ໄວ້ ແລະ​ຕັ້ງ​ຢູ່​ໃນ​ຂ່າວປະເສີດ​ນັ້ນ.</verse>
				<verse number="2">ແລະ​ຊຶ່ງ​ເປັນ​ເຫດ​ທີ່​ກຳລັງ​ເຮັດ​ໃຫ້​ເຈົ້າ​ທັງຫລາຍ​ໄດ້​ພົ້ນ ຖ້າ​ພວກເຈົ້າ​ຍັງ​ຢຶດຖື​ຂໍ້ຄວາມ​ທີ່​ເຮົາ​ໄດ້​ປະກາດ​ເປັນ​ຂ່າວປະເສີດ​ໃຫ້​ແກ່​ພວກເຈົ້າ​ນັ້ນ, ເວັ້ນ​ເສຍ​ແຕ່​ພວກເຈົ້າ​ຫາກ​ເຊື່ອ​ຢ່າງ​ບໍ່​ຈິງໃຈ.</verse>
				<verse number="3">ເລື່ອງ​ທີ່​ເຮົາ​ໄດ້​ຮັບ​ໄວ້​ແລ້ວ​ນັ້ນ ເຮົາ​ໄດ້​ມອບ​ໄວ້​ແກ່​ເຈົ້າ​ທັງຫລາຍ​ເປັນ​ເລື່ອງ​ສຳຄັນ​ທີ່ສຸດ​ຄື​ວ່າ, ພຣະຄຣິດ​ຊົງ​ສິ້ນພຣະຊົນ​ແທນ​ຄວາມ​ຜິດບາບ​ຂອງ​ເຮົາ​ທັງຫລາຍ ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ,</verse>
				<verse number="4">ແລະ​ພຣະອົງ​ໄດ້​ຖືກ​ຝັງ​ໄວ້ ແລະ​ໃນ​ວັນ​ຖ້ວນ​ສາມ ໄດ້​ຖືກ​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ມາ​ສູ່​ຊີວິດ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ;</verse>
				<verse number="5">ພຣະອົງ​ໄດ້​ປາກົດ​ແກ່​ເປໂຕ ແລະ​ໄດ້​ປາກົດ​ແກ່​ອັກຄະສາວົກ​ສິບສອງ​ຄົນ​ດ້ວຍ.</verse>
				<verse number="6">ຕໍ່ມາ ພຣະອົງ​ກໍໄດ້​ປາກົດ​ແກ່​ພີ່ນ້ອງ​ຫລາຍກວ່າ​ຫ້າຮ້ອຍ​ຄົນ​ໃນ​ຄັ້ງ​ດຽວ ຊຶ່ງ​ສ່ວນ​ຫລາຍ​ຍັງ​ມີ​ຊີວິດ​ຢູ່, ແຕ່​ບາງຄົນ​ໄດ້​ຕາຍໄປ​ແລ້ວ.</verse>
				<verse number="7">ຕໍ່ມາ​ອີກ ພຣະອົງ​ໄດ້​ປາກົດ​ແກ່​ຢາໂກໂບ ແລະ​ຫລັງຈາກ​ນັ້ນ ກໍໄດ້​ປາກົດ​ແກ່​ພວກ​ອັກຄະສາວົກ​ທຸກຄົນ.</verse>
				<verse number="8">ໃນ​ທີ່ສຸດ ພຣະອົງ​ໄດ້​ປາກົດ​ແກ່​ເຮົາ ຜູ້​ເປັນ​ເໝືອນ​ລູກ​ທີ່​ເກີດ​ຜິດ​ຍາມ.</verse>
				<verse number="9">ດ້ວຍວ່າ, ເຮົາ​ເປັນ​ຜູ້​ນ້ອຍ​ທີ່ສຸດ ໃນ​ບັນດາ​ອັກຄະສາວົກ​ທຸກຄົນ ເຮົາ​ຈຶ່ງ​ບໍ່​ສົມຄວນ​ໃຫ້​ຄົນ​ເອີ້ນ​ເຮົາ​ວ່າ, ອັກຄະສາວົກ ເພາະ​ເຮົາ​ໄດ້​ຂົ່ມເຫັງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ.</verse>
				<verse number="10">ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ເປັນ​ຢູ່​ຢ່າງ​ນີ້ ແລະ​ພຣະຄຸນ​ທີ່​ພຣະອົງ​ໄດ້​ໂຜດ​ໃຫ້​ແກ່​ເຮົາ​ນັ້ນ ກໍ​ບໍ່ໄດ້​ໄຮ້​ປະໂຫຍດ, ກົງກັນຂ້າມ ເຮົາ​ໄດ້​ເຮັດ​ການ​ຢ່າງ​ໜັກໜ່ວງ​ຫຼາຍກວ່າ​ບັນດາ​ອັກຄະສາວົກ​ຄົນອື່ນໆ ຕາມ​ທີ່​ຈິງ​ແລ້ວ​ບໍ່ແມ່ນ​ເຮົາ​ເອງ​ເຮັດ ແຕ່​ແມ່ນ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ສະຖິດ​ຢູ່​ກັບ​ເຮົາ​ທີ່​ເຮັດ.</verse>
				<verse number="11">ເຫດສະນັ້ນ ບໍ່​ວ່າ​ສິ່ງ​ນັ້ນ​ມາ​ຈາກ​ເຮົາ ຫລື​ມາ​ຈາກ​ພວກເຂົາ​ກໍດີ ພວກເຮົາ​ທຸກຄົນ​ຕ່າງ​ກໍ​ປະກາດ​ຢ່າງ​ນັ້ນ ແລະ​ພວກເຈົ້າ​ກໍ​ເຊື່ອ​ຢ່າງ​ນັ້ນ.</verse>
				<verse number="12">ບັດນີ້ ໃນ​ເມື່ອ​ມີ​ການ​ປະກາດ​ທົ່ວ​ໄປ​ວ່າ, ພຣະຄຣິດ​ຊົງ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ, ດ້ວຍເຫດໃດ​ບາງຄົນ​ໃນ​ພວກເຈົ້າ​ຈຶ່ງ​ເວົ້າ​ວ່າ, ບໍ່ມີ​ການ​ເປັນ​ຄືນ​ມາ​ຈາກ​ຕາຍ?</verse>
				<verse number="13">ຖ້າ​ບໍ່ມີ​ການ​ເປັນ​ຄືນ​ມາ​ຈາກ​ຕາຍ ພຣະຄຣິດ​ກໍ​ບໍ່ໄດ້​ຖືກ​ຊົງ​ບັນດານ​ໃຫ້​ຄືນ​ຂຶ້ນ​ມາ</verse>
				<verse number="14">ຖ້າ​ພຣະຄຣິດ​ບໍ່ໄດ້​ຊົງ​ຄືນພຣະຊົນ​ແລ້ວ ການ​ປະກາດ​ຂອງ​ພວກເຮົາ​ກໍ​ບໍ່ມີ​ປະໂຫຍດ ແລະ​ຄວາມເຊື່ອ​ຂອງ​ພວກເຈົ້າ ກໍ​ບໍ່ມີ​ປະໂຫຍດ​ເໝືອນກັນ.</verse>
				<verse number="15">ນອກຈາກ​ນັ້ນ​ກໍ​ສະແດງ​ວ່າ, ພວກເຮົາ​ເວົ້າ​ຕົວະ​ໃນ​ເລື່ອງ​ພຣະເຈົ້າ ເພາະ​ພວກເຮົາ​ໄດ້​ກ່າວ​ວ່າ, ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະຄຣິດ​ເປັນ​ຄືນ​ມາ​ຈາກ​ຕາຍ ແຕ່​ຖ້າ​ຄົນ​ຕາຍ​ບໍ່​ຖືກ​ບັນດານ​ໃຫ້​ເປັນ​ຄືນ​ມາ​ແລ້ວ ພຣະເຈົ້າ​ກໍ​ບໍ່ໄດ້​ບັນດານ​ໃຫ້​ພຣະຄຣິດ​ເປັນ​ຄືນ​ມາ​ເໝືອນກັນ.</verse>
				<verse number="16">ດ້ວຍວ່າ, ຖ້າ​ຄົນ​ຕາຍ​ບໍ່​ເປັນ​ຄືນ​ມາ ພຣະຄຣິດ​ກໍ​ບໍ່ໄດ້​ເປັນ​ຄືນ​ມາ.</verse>
				<verse number="17">ແລະ​ຖ້າ​ພຣະຄຣິດ​ບໍ່ໄດ້​ເປັນ​ຄືນ​ມາ ຄວາມເຊື່ອ​ຂອງ​ພວກເຈົ້າ​ກໍ​ໄຮ້​ປະໂຫຍດ ແລະ​ພວກເຈົ້າ​ກໍ​ຍັງ​ຈົມ​ຢູ່​ໃນ​ການບາບ​ຂອງ​ພວກ​ຕົນ.</verse>
				<verse number="18">ຊໍ້າ​ກວ່າ​ນັ້ນ​ອີກ ພວກ​ຄົນ​ທີ່​ເຊື່ອ​ໃນ​ພຣະຄຣິດ​ທີ່​ຕາຍໄປ​ແລ້ວ​ນັ້ນ ກໍ​ຈິບຫາຍ​ໄປ​ດ້ວຍ.</verse>
				<verse number="19">ຖ້າ​ຄວາມຫວັງ​ຂອງ​ພວກເຮົາ​ໃນ​ພຣະຄຣິດ ມີ​ຄຸນຄ່າ​ພຽງແຕ່​ສຳລັບ​ຊີວິດ​ນີ້​ເທົ່ານັ້ນ ພວກເຮົາ​ກໍ​ເປັນ​ຄົນ​ທີ່​ໜ້າ​ສັງເວດ​ທີ່ສຸດ​ໃນ​ບັນດາ​ຄົນ​ທັງປວງ.</verse>
				<verse number="20">ແຕ່​ທີ່​ຈິງ ພຣະຄຣິດ​ໄດ້​ຊົງ​ຖືກ​ບັນດານ​ໃຫ້​ຄືນພຣະຊົນ​ແລ້ວ ແລະ​ຊົງ​ເປັນ​ຜົນແລກ​ໃນ​ພວກ​ຄົນ​ທີ່​ລ່ວງລັບ​ໄປ​ແລ້ວ​ນັ້ນ.</verse>
				<verse number="21">ເພາະວ່າ​ຄວາມ​ຕາຍ​ໄດ້​ມີ​ມາ​ທາງ​ມະນຸດ​ສັນໃດ ການ​ຄືນ​ມາ​ຈາກ​ຕາຍ​ກໍ​ມີ​ມາ​ທາງ​ມະນຸດ​ສັນນັ້ນ.</verse>
				<verse number="22">ດ້ວຍວ່າ, ຄົນ​ທັງປວງ​ໄດ້​ຕາຍ​ເພາະ​ກ່ຽວເນື່ອງ​ກັບ​ອາດາມ​ສັນໃດ ຄົນ​ທັງປວງ​ກໍ​ຈະ​ຖືກ​ຊົງ​ບັນດານ​ໃຫ້​ມີ​ຊີວິດ ເພາະ​ກ່ຽວເນື່ອງ​ກັບ​ພຣະຄຣິດ​ສັນນັ້ນ.</verse>
				<verse number="23">ແຕ່​ຈະ​ເປັນ​ໄປ​ຕາມ​ລຳດັບ​ຂອງ​ແຕ່ລະຄົນ ຄື​ພຣະຄຣິດ​ເປັນ​ຜົນແລກ ຕໍ່ໄປ​ແມ່ນ​ພວກ​ທີ່​ເປັນ​ຂອງ​ພຣະຄຣິດ ໃນ​ເວລາ​ທີ່​ພຣະອົງ​ສະເດັດ​ມາ​ປາກົດ.</verse>
				<verse number="24">ແລ້ວ​ກໍ​ຈະ​ເປັນ​ຍຸກ​ສຸດທ້າຍ ຄື​ເມື່ອ​ພຣະຄຣິດ​ຈະ​ຊົງ​ມີໄຊ​ເໜືອ​ວິນຍານ​ທຸກ​ດວງ​ທີ່​ປົກຄອງ​ໂລກ ເໜືອ​ສິດ​ອຳນາດ ແລະ​ອານຸພາບ​ທັງ​ສິ້ນ ແລະ​ຈະ​ມອບ​ອານາຈັກ​ຖວາຍ​ແກ່​ພຣະບິດາເຈົ້າ.</verse>
				<verse number="25">ດ້ວຍວ່າ, ຈຳເປັນ​ທີ່​ພຣະຄຣິດ​ຕ້ອງ​ຂຶ້ນ​ປົກຄອງ​ໃນ​ອານາຈັກ​ຂອງ​ພຣະອົງ ຈົນກວ່າ​ພຣະເຈົ້າ​ຊົງ​ປາບ​ສັດຕູ​ທັງປວງ ໃຫ້​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ພຣະອົງ.</verse>
				<verse number="26">ສັດຕູ​ໂຕ​ສຸດທ້າຍ​ທີ່​ຈະ​ຖືກ​ດັບສູນ​ແມ່ນ​ຄວາມ​ຕາຍ.</verse>
				<verse number="27">ເຫດວ່າ, “ພຣະເຈົ້າ​ຊົງ​ປາບ​ສິ່ງສາລະພັດ​ລົງ​ໃຕ້​ພຣະບາດ​ຂອງ​ພຣະອົງ​ແລ້ວ.” ເປັນ​ທີ່​ຈະແຈ້ງ​ຢ່າງ​ຄັກແນ່​ແລ້ວ ຄຳ​ວ່າ, “ສິ່ງສາລະພັດ” ບໍ່​ລວມເອົາ​ພຣະເຈົ້າ​ເຂົ້າ​ນຳ ຄື​ອົງ​ທີ່​ຊົງ​ປາບ​ທຸກສິ່ງ​ໃຫ້​ຢູ່​ໃຕ້​ພຣະບາດ​ຂອງ​ພຣະຄຣິດ.</verse>
				<verse number="28">ແລະ​ເມື່ອ​ສິ່ງສາລະພັດ​ໄດ້​ຖືກ​ປາບ​ລົງ​ຢູ່​ໃຕ້​ພຣະອົງ​ແລ້ວ ເມື່ອນັ້ນ​ອົງ​ພຣະບຸດ​ຈະ​ຊົງ​ຍອມ​ລົງ​ຢູ່​ໃຕ້​ພຣະເຈົ້າ ຜູ້​ຊົງ​ປາບ​ສິ່ງສາລະພັດ​ຢູ່​ໃຕ້​ພຣະອົງ​ນັ້ນ ເພື່ອ​ພຣະເຈົ້າ​ຈະ​ໄດ້​ຊົງ​ເປັນ​ເອກ ເປັນ​ໃຫຍ່​ໃນ​ສິ່ງສາລະພັດ​ທັງປວງ.</verse>
				<verse number="29">ຖ້າ​ບໍ່​ເປັນ​ຢ່າງ​ນັ້ນ ຄົນ​ທັງຫລາຍ​ທີ່​ຮັບ​ບັບຕິສະມາ​ເພື່ອ​ຄົນ​ຕາຍ​ນັ້ນ ຈະ​ໝາຍຄວາມວ່າ​ຢ່າງ​ໃດ? ຖ້າ​ພຣະເຈົ້າ​ບໍ່​ຊົງ​ບັນດານ​ໃຫ້​ຄົນ​ຕາຍ​ຄືນ​ຂຶ້ນ​ມາ​ແທ້ ດ້ວຍເຫດໃດ​ຈຶ່ງ​ມີ​ຄົນ​ຮັບ​ບັບຕິສະມາ​ເພື່ອ​ຄົນ​ຕາຍ?</verse>
				<verse number="30">ສ່ວນ​ພວກເຮົາ​ນັ້ນ, ດ້ວຍເຫດໃດ​ຈຶ່ງ​ສ່ຽງ​ຕໍ່​ໄພ​ອັນຕະລາຍ​ຢູ່​ທຸກ​ເວລາ?</verse>
				<verse number="31">ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ປະເຊີນໜ້າ​ກັບ​ຄວາມ​ຕາຍ​ທຸກ​ວັນ ຄວາມ​ພູມໃຈ​ທີ່​ເຮົາ​ມີ​ໃນ​ພວກເຈົ້າ ຄື​ຊີວິດ​ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ.</verse>
				<verse number="32">ຖ້າ​ເຮົາ​ໄດ້​ຕໍ່ສູ້​ກັບ​ສັດຮ້າຍ​ທີ່​ເມືອງ​ເອເຟໂຊ (ຕາມ​ຄວາມ​ເຫັນ​ຂອງ​ມະນຸດ) ຈະ​ເປັນ​ປະໂຫຍດ​ອັນ​ໃດ​ແກ່​ເຮົາ ຖ້າ​ພຣະເຈົ້າ​ບໍ່​ຊົງ​ບັນດານ​ໃຫ້​ຄົນ​ຕາຍ​ເປັນ​ຄືນ​ມາ​ອີກ “ກໍ​ໃຫ້​ພວກເຮົາ​ພາກັນ​ກິນ​ແລະ​ດື່ມ​ເທີ້ນ ເພາະວ່າ​ມື້ອື່ນ​ພວກເຮົາ​ກໍ​ຈະ​ຕາຍ.”</verse>
				<verse number="33">ຢ່າ​ສູ່​ໃຫ້​ພວກເຈົ້າ​ຫລົງ​ຜິດ​ໄປ “ການ​ຄົບ​ກັບ​ຄົນຊົ່ວ​ຍ່ອມ​ເຮັດ​ໃຫ້​ເສຍ​ນິໄສ.”</verse>
				<verse number="34">ຈົ່ງ​ກັບຄືນ​ມາ​ສູ່​ນິໄສ​ອັນ​ຖືກຕ້ອງ ແລະ​ເຊົາ​ເຮັດ​ບາບ​ສາ, ການ​ທີ່​ເຮົາ​ເວົ້າ​ດັ່ງນີ້ ກໍ​ເພື່ອ​ພວກເຈົ້າ​ຈະ​ລະອາຍ​ໃຈ ເພາະ​ມີ​ບາງຄົນ​ໃນ​ພວກເຈົ້າ​ຍັງ​ບໍ່​ຮູ້​ພຣະເຈົ້າ.</verse>
				<verse number="35">ບາງຄົນ​ອາດ​ຈະ​ຖາມ​ວ່າ, “ຄົນ​ທີ່​ຕາຍໄປ ຈະ​ເປັນ​ຄືນ​ມາ​ໄດ້​ຢ່າງ​ໃດ? ເມື່ອ​ເຂົາ​ຄືນ​ມາ​ຈະ​ມີ​ຮ່າງກາຍ​ຊະນິດ​ໃດ?”</verse>
				<verse number="36">ໂອ ຄົນ​ທີ່​ໄຮ້​ຄວາມ​ຄິດ​ເອີຍ, ເມື່ອ​ເຈົ້າ​ຫວ່ານ​ເມັດ​ພືດ​ລົງ​ໃນ​ດິນ​ນັ້ນ ຖ້າ​ມັນ​ບໍ່​ຕາຍ​ເສຍ​ກ່ອນ ຈະ​ງອກ​ຂຶ້ນ​ມາ​ໃໝ່​ໄດ້​ຢ່າງ​ໃດ.</verse>
				<verse number="37">ສິ່ງ​ທີ່​ເຈົ້າ​ຫວ່ານ​ລົງ​ໃນ​ດິນ​ນັ້ນ ເປັນ​ພຽງແຕ່​ເມັດ​ພືດ​ລ້າໆ ອາດ​ເປັນເມັດ​ເຂົ້າ ຫລື​ເມັດ​ອື່ນໆ​ກໍໄດ້ ເຈົ້າ​ບໍ່ໄດ້​ຫວ່ານ​ຕົ້ນ​ພືດ​ທີ່​ຈະ​ໃຫຍ່​ຂຶ້ນ​ນັ້ນ.</verse>
				<verse number="38">ພຣະເຈົ້າ​ປະທານ​ຮູບຮ່າງ​ຂອງ​ຕົ້ນ​ພືດ​ໃຫ້​ເມັດ​ພືດ​ນັ້ນ ຕາມ​ທີ່​ພຣະອົງ​ຕ້ອງການ ພຣະອົງ​ໃຫ້​ເມັດ​ພືດ​ແຕ່ລະ​ຊະນິດ​ມີ​ຮູບຮ່າງ​ຂອງ​ຕົ້ນ​ພືດ​ຕາມ​ແບບ​ສະເພາະ​ຂອງ​ມັນ​ເອງ.</verse>
				<verse number="39">ເນື້ອ​ຂອງ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ທັງ​ສິ້ນ ກໍ​ບໍ່ແມ່ນ​ເນື້ອ​ຊະນິດ​ດຽວກັນ ເນື້ອ​ຂອງ​ມະນຸດ​ກໍ​ຢ່າງ​ໜຶ່ງ, ເນື້ອ​ຂອງ​ສັດ​ກໍ​ຢ່າງ​ໜຶ່ງ ເນື້ອ​ຂອງ​ນົກ​ກໍ​ຢ່າງ​ໜຶ່ງ ແລະ​ເນື້ອ​ຂອງ​ປາ​ກໍ​ຢ່າງ​ໜຶ່ງ.</verse>
				<verse number="40">ຮ່າງກາຍ​ສຳລັບ​ສະຫວັນ​ກໍ​ມີ ແລະ​ຮ່າງກາຍ​ສຳລັບ​ແຜ່ນດິນ​ໂລກ​ກໍ​ມີ, ແຕ່​ວ່າ​ສະຫງ່າຣາສີ​ຂອງ​ຮ່າງກາຍ​ສຳລັບ​ສະຫວັນ​ກໍ​ຢ່າງ​ໜຶ່ງ ແລະ​ສະຫງ່າຣາສີ​ຂອງ​ຮ່າງກາຍ​ສຳລັບ​ໂລກ​ກໍ​ຢ່າງ​ໜຶ່ງ.</verse>
				<verse number="41">ສະຫງ່າຣາສີ​ຂອງ​ດວງ​ອາທິດ​ກໍ​ຢ່າງ​ໜຶ່ງ ສະຫງ່າຣາສີ​ຂອງ​ດວງຈັນ​ກໍ​ຢ່າງ​ໜຶ່ງ ສະຫງ່າຣາສີ​ຂອງ​ດວງດາວ​ກໍ​ຢ່າງ​ໜຶ່ງ ແລະ​ດວງດາວ​ແຕ່ລະ​ດວງ​ກໍ​ຍັງ​ມີ​ສະຫງ່າຣາສີ​ແຕກຕ່າງ​ກັນ.</verse>
				<verse number="42">ເມື່ອ​ຄົນ​ຕາຍ​ເປັນ​ຄືນ​ມາ​ສູ່​ຊີວິດ​ກໍ​ຈະ​ເປັນ​ດັ່ງນັ້ນແຫລະ, ເມື່ອ​ຮ່າງກາຍ​ໄດ້​ຖືກ​ຫວ່ານ​ລົງ ກໍ​ເປື່ອຍເນົ່າ​ໄປ ເມື່ອ​ເປັນ​ຄືນ​ມາ ຮ່າງກາຍ​ນັ້ນ ກໍ​ບໍ່​ເປື່ອຍເນົ່າ​ອີກ.</verse>
				<verse number="43">ເມື່ອ​ຫວ່ານ​ລົງ​ນັ້ນ​ບໍ່ມີ​ຍົດ ເມື່ອ​ຄືນ​ຂຶ້ນ​ມາ​ກໍ​ມີ​ສະຫງ່າຣາສີ ເມື່ອ​ຫວ່ານ​ລົງ​ກໍ​ອ່ອນ​ກຳລັງ ເມື່ອ​ຄືນ​ຂຶ້ນ​ມາ​ກໍ​ມີ​ຣິດອຳນາດ.</verse>
				<verse number="44">ເມື່ອ​ຫວ່ານ​ລົງ​ກໍ​ເປັນ​ກາຍ​ທຳມະດາ ເມື່ອ​ຄືນ​ຂຶ້ນ​ມາ​ກໍ​ເປັນ​ກາຍ​ຝ່າຍ​ວິນຍານ, ຖ້າ​ມີ​ກາຍ​ທຳມະດາ ກໍ​ຄົງ​ມີ​ກາຍ​ຝ່າຍ​ວິນຍານ​ດ້ວຍ.</verse>
				<verse number="45">ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ຜູ້​ທຳອິດ ຄື​ອາດາມ​ໃຫ້​ເປັນ​ຜູ້​ທີ່​ມີ​ຊີວິດ, ແຕ່​ອາດາມ​ຄົນ​ສຸດທ້າຍ​ເປັນ​ພຣະວິນຍານ ຜູ້​ທີ່​ປະທານ​ຊີວິດ.”</verse>
				<verse number="46">ແຕ່​ກາຍ​ທີ່​ເກີດ​ມາ​ກ່ອນ​ນັ້ນ ບໍ່ແມ່ນ​ເປັນ​ກາຍ​ຝ່າຍ​ວິນຍານ, ແຕ່​ເປັນ​ກາຍ​ທຳມະດາ ແລະ​ຕໍ່ມາ​ຈຶ່ງ​ເກີດ​ມີ​ກາຍ​ຝ່າຍ​ວິນຍານ.</verse>
				<verse number="47">ມະນຸດ​ຜູ້​ທຳອິດ​ເກີດ​ມາ​ຈາກ​ດິນ ຈຶ່ງ​ກາຍເປັນ​ຂີ້ຝຸ່ນ​ດິນ, ມະນຸດ​ຖ້ວນ​ສອງ​ມາ​ຈາກ​ສະຫວັນ.</verse>
				<verse number="48">ຜູ້​ທີ່​ເກີດ​ມາ​ຈາກ​ດິນ​ເປັນ​ຢ່າງ​ໃດ ຄົນ​ທັງຫລາຍ​ທີ່​ເກີດ​ມາ​ຈາກ​ດິນ​ກໍ​ເປັນ​ຢ່າງ​ນັ້ນ ແລະ​ຜູ້​ທີ່​ສະເດັດ​ມາ​ຈາກ​ສະຫວັນ​ເປັນ​ຢ່າງໃດ ຄົນ​ທັງຫລາຍ​ທີ່​ເປັນ​ຝ່າຍ​ສະຫວັນ​ກໍ​ເປັນ​ຢ່າງນັ້ນ.</verse>
				<verse number="49">ພວກເຮົາ​ມີ​ລັກສະນະ​ເໝືອນ​ກັບ​ມະນຸດ​ທີ່​ຖືກ​ສ້າງ​ມາ​ຈາກ​ດິນ​ສັນໃດ ພວກເຮົາ​ກໍ​ຄົງ​ຈະ​ມີ​ລັກສະນະ​ເໝືອນ​ກັບ​ຜູ້​ທີ່​ໄດ້​ສະເດັດ​ມາ​ຈາກ​ສະຫວັນ​ສັນນັ້ນ.</verse>
				<verse number="50">ພີ່ນ້ອງ​ທັງຫລາຍ​ເອີຍ ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ມາ​ນັ້ນ ໝາຍຄວາມວ່າ​ສິ່ງ​ທີ່​ເປັນ​ເນື້ອໜັງ​ແລະ​ເລືອດ ຈະ​ມີ​ສ່ວນ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້ ແລະ​ກາຍ​ທີ່​ເປື່ອຍເນົ່າ​ຈະ​ມີ​ສ່ວນ​ໃນ​ກາຍ​ທີ່​ບໍ່​ເປື່ອຍເນົ່າ​ກໍ​ບໍ່ໄດ້.</verse>
				<verse number="51">ນີ້​ແຫຼະ ເຮົາ​ມີ​ຂໍ້​ລັບເລິກ​ບອກ​ພວກເຈົ້າ​ວ່າ, ເຮົາ​ທັງຫລາຍ​ຈະ​ບໍ່​ລ່ວງລັບ​ໄປ​ໝົດ​ທຸກຄົນ, ແຕ່​ເຮົາ​ທັງຫລາຍ​ຈະ​ຖືກ​ປ່ຽນແປງ​ໃໝ່​ໝົດ​ທຸກຄົນ,</verse>
				<verse number="52">ໃນ​ຊົ່ວ​ຂະນະ​ດຽວ ໃນ​ຊົ່ວ​ພັບຕາ​ດຽວ ເມື່ອ​ເປົ່າແກ​ຄັ້ງ​ສຸດທ້າຍ​ນັ້ນ. ດ້ວຍວ່າ, ຈະ​ມີ​ສຽງ​ແກ ແລະ​ຄົນ​ທີ່​ຕາຍ​ແລ້ວ​ຈະ​ຖືກ​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ຂຶ້ນ​ມາ​ໂດຍ​ບໍ່​ເປື່ອຍເນົ່າ ແລະ​ຝ່າຍ​ພວກເຮົາ​ກໍ​ຈະ​ຖືກ​ປ່ຽນແປງ​ໃໝ່.</verse>
				<verse number="53">ດ້ວຍວ່າ, ສະພາບ ຊຶ່ງ​ຕ້ອງ​ເປື່ອຍເນົ່າ​ຂອງ​ພວກເຮົາ​ນີ້ ຕ້ອງ​ຖືກ​ປ່ຽນແປງ​ສູ່​ສະພາບ​ທີ່​ບໍ່​ເປື່ອຍເນົ່າ​ຈັກເທື່ອ ສິ່ງ​ທີ່​ຕາຍ​ເປັນ ຕ້ອງ​ຖືກ​ປ່ຽນແປງ​ສູ່​ສິ່ງ​ທີ່​ຕາຍ​ບໍ່​ເປັນ.</verse>
				<verse number="54">ດັ່ງນັ້ນ ເມື່ອໃດ​ສະພາບ​ທີ່​ເປື່ອຍເນົ່າ​ໄດ້​ສວມ​ສະພາບ​ທີ່​ບໍ່​ເປື່ອຍເນົ່າ ແລະ​ກາຍ​ທີ່​ຕາຍ​ເປັນ​ໄດ້​ສວມ​ກາຍ​ທີ່​ຕາຍ​ບໍ່​ເປັນ ເມື່ອນັ້ນ​ແຫຼະ ຂໍ້ຄວາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ກໍ​ຈະ​ສຳເລັດ ຄື​ຄວາມ​ຕາຍ​ໄດ້​ຖືກ​ທຳລາຍ​ສາ​ແລ້ວ ແລະ​ຄວາມ​ມີໄຊ​ກໍ​ຄົບຖ້ວນ​ສາ​ແລ້ວ</verse>
				<verse number="55">ໂອ ຄວາມ​ຕາຍ​ເອີຍ ໄຊຊະນະ​ຂອງ​ມຶງ​ຢູ່​ໃສ? ໂອ ຄວາມ​ຕາຍ​ເອີຍ ໄລພິດ​ຂອງ​ມຶງ​ຢູ່​ໃສ?</verse>
				<verse number="56">ໄລພິດ​ຂອງ​ຄວາມ​ຕາຍ​ຄື​ຄວາມ​ບາບ ແລະ​ຣິດອຳນາດ​ຂອງ​ຄວາມ​ບາບ​ແມ່ນ​ກົດບັນຍັດ.</verse>
				<verse number="57">ແຕ່​ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ຜູ້​ຊົງ​ປະທານ​ໄຊຊະນະ​ໃຫ້​ແກ່​ເຮົາ​ທັງຫລາຍ ໂດຍ​ທາງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.</verse>
				<verse number="58">ດັ່ງນີ້ແຫລະ ພີ່ນ້ອງ​ທີ່ຮັກ​ຂອງເຮົາ​ເອີຍ, ເຈົ້າ​ທັງຫລາຍ​ຈົ່ງ​ຕັ້ງໝັ້ນ​ຢູ່ ຢ່າ​ຫວັ່ນໄຫວ ຈົ່ງ​ປະຕິບັດ​ງານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ຄົບ​ບໍຣິບູນ​ທຸກ​ເວລາ ດ້ວຍ​ຮູ້​ວ່າ ໃນ​ອົງພຣະ​ຜູ້​ເປັນເຈົ້າ ການ​ຂອງ​ພວກເຈົ້າ​ນັ້ນ​ຈະ​ບໍ່​ໄຮ້​ປະໂຫຍດ.</verse>
			</chapter>
			<chapter number="16">
				<verse number="1">ບັດນີ້ ກ່ຽວກັບ​ຊັບ ຊຶ່ງ​ມີ​ການ​ແຜ່ ເພື່ອ​ສົງເຄາະ​ແກ່​ໄພ່ພົນ​ຂອງ​ພຣະເຈົ້າ​ນັ້ນ ພວກເຈົ້າ​ຕ້ອງ​ປະຕິບັດ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ໃຫ້​ບັນດາ​ຄຣິສຕະຈັກ​ໃນ​ແຂວງ​ຄາລາເຕຍ​ປະຕິບັດ.</verse>
				<verse number="2">ທຸກໆ​ວັນ​ຕົ້ນ​ອາທິດ​ໃດ ໃຫ້​ແຕ່ລະຄົນ​ໃນ​ພວກເຈົ້າ​ຈັດ​ຊັບ​ໄວ້​ຕ່າງຫາກ ຕາມ​ຊັດສ່ວນ​ທີ່​ພວກເຈົ້າ​ຫາ​ມາ​ໄດ້ ແລະ​ສະສົມ​ໄວ້​ນັ້ນ ເພື່ອ​ວ່າ ເມື່ອ​ເຮົາ​ມາ​ເຖິງ​ຈະ​ບໍ່​ຕ້ອງ​ມີ​ການ​ແຜ່​ເກັບ​ເອົາ.</verse>
				<verse number="3">ເມື່ອ​ເຮົາ​ມາ​ເຖິງ ເຮົາ​ຈະ​ມອບ​ຈົດໝາຍ​ແນະນຳ​ຕົວ​ໃຫ້​ແກ່​ບັນດາ​ຜູ້​ທີ່​ພວກເຈົ້າ​ເຫັນຊອບ ແລະ​ໃຊ້​ພວກເຂົາ​ນຳ​ຊັບ​ຊຶ່ງ​ພີ່ນ້ອງ​ຖວາຍ​ນັ້ນ ໄປ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="4">ຖ້າ​ເຫັນ​ສົມຄວນ​ໃຫ້​ເຮົາ​ເອງ​ໄປ ຄົນ​ເຫຼົ່ານັ້ນ​ກໍ​ຈະ​ໄປ​ກັບ​ເຮົາ.</verse>
				<verse number="5">ເຮົາ​ຈະ​ມາ​ຫາ​ພວກເຈົ້າ ເມື່ອ​ເຮົາ​ໄດ້​ຜ່ານ​ແຂວງ​ມາເກໂດເນຍ ເພາະວ່າ​ເຮົາ​ຈຳເປັນ​ຕ້ອງ​ໄດ້​ຜ່ານ​ແຂວງ​ນັ້ນ.</verse>
				<verse number="6">ເຮົາ​ອາດ​ຈະ​ພັກ​ຢູ່​ກັບ​ພວກເຈົ້າ​ເຫິງເຕີບ​ກໍ​ເປັນ​ໄດ້ ບາງທີ​ຈົນ​ໝົດ​ລະດູ​ໜາວ ແລ້ວ​ເຮົາ​ຈະ​ໄປ​ທາງ​ໃດ ພວກເຈົ້າ​ກໍ​ຈັດສົ່ງ​ເຮົາ​ໄປ​ທາງ​ນັ້ນ.</verse>
				<verse number="7">ເຮົາ​ຢາກ​ພົບ​ພວກເຈົ້າ ບໍ່ແມ່ນ​ພຽງແຕ່​ເມື່ອ​ຜ່ານ​ໄປ​ເທົ່ານັ້ນ ຖ້າ​ອົງພຣະ​ຜູ້​ເປັນເຈົ້າ​ເຫັນຊອບ ເຮົາ​ຫວັງ​ທີ່​ຈະ​ພັກ​ຢູ່​ກັບ​ພວກເຈົ້າ​ເປັນ​ເວລາ​ເຫິງ​ສົມຄວນ.</verse>
				<verse number="8">ແຕ່​ເຮົາ​ຈະ​ພັກ​ຢູ່​ທີ່​ເມືອງ​ເອເຟໂຊ ຈົນເຖິງ​ເທດສະການ​ເພັນເຕຄໍສະເຕ.</verse>
				<verse number="9">ຢູ່​ໃນ​ເມືອງ​ນີ້ ເຮົາ​ມີ​ໂອກາດ​ອັນ​ດີທີ່ສຸດ​ສຳລັບ​ດຳເນີນ​ພາລະກິດ​ອັນ​ຍິ່ງໃຫຍ່, ເຖິງ​ແມ່ນ​ວ່າ ມີ​ຜູ້​ຕໍ່ຕ້ານ​ຈຳນວນ​ຫລວງຫລາຍ​ກໍຕາມ.</verse>
				<verse number="10">ຖ້າ​ຕີໂມທຽວ​ມາ​ຫາ​ພວກເຈົ້າ ກໍ​ໃຫ້​ພວກເຈົ້າ​ຕ້ອນຮັບ​ລາວ​ໄວ້​ນຳ​ພວກເຈົ້າ​ຢ່າງ​ເປັນ​ກັນ​ເອງ ເພາະ​ລາວ​ກໍ​ດຳເນີນ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ເໝືອນກັນ​ກັບ​ເຮົາ.</verse>
				<verse number="11">ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ລາວ, ແຕ່​ໃຫ້​ພວກເຈົ້າ​ຊ່ວຍ​ລາວ​ເດີນທາງ​ໄປ​ຕໍ່​ຢ່າງ​ສັນຕິສຸກ ເພື່ອ​ວ່າ​ລາວ​ຈະ​ກັບ​ມາ​ຮອດ​ເຮົາ ເພາະ​ເຮົາ​ກຳລັງ​ລໍ​ຖ້າ​ລາວ​ຢູ່​ພ້ອມ​ກັບ​ພວກ​ພີ່ນ້ອງ.</verse>
				<verse number="12">ບັດນີ້ ກ່ຽວກັບ​ອາໂປໂລ ຜູ້​ເປັນ​ພີ່ນ້ອງ​ນັ້ນ ເຮົາ​ໄດ້​ຊູໃຈ​ລາວ​ຢູ່​ສະເໝີ ໃຫ້​ມາ​ຢ້ຽມຢາມ​ພວກເຈົ້າ​ກັບ​ພີ່ນ້ອງ​ຄົນອື່ນໆ, ແຕ່​ລາວ​ຍັງ​ບໍ່​ໃຫ້​ຄຳ​ໝັ້ນໃຈ​ຢ່າງ​ຄັກແນ່ ວ່າ​ຈະ​ໄປ​ໃນ​ເວລາ​ນີ້, ເມື່ອ​ລາວ​ມີ​ໂອກາດ​ແລ້ວ​ຈຶ່ງ​ຈະ​ໄປ.</verse>
				<verse number="13">ຈົ່ງ​ເຝົ້າ​ລະວັງ​ໃຫ້​ດີ ຈົ່ງ​ຢືນຢັດ​ຢູ່​ຢ່າງ​ໝັ້ນຄົງ​ໃນ​ຄວາມເຊື່ອ ຈົ່ງ​ກ້າຫານ ແລະ​ຈົ່ງ​ເຂັ້ມແຂງ.</verse>
				<verse number="14">ຈົ່ງ​ເຮັດ​ທຸກສິ່ງ​ທຸກຢ່າງ​ດ້ວຍ​ຄວາມຮັກ.</verse>
				<verse number="15">ພວກເຈົ້າ​ກໍ​ຮູ້​ສະເຕຟານາ​ກັບ​ຄອບຄົວ​ຂອງ​ລາວ ພວກເຂົາ​ເປັນ​ຊາວ​ຄຣິສຕຽນ​ພວກ​ທຳອິດ​ຢູ່​ໃນ​ແຂວງ​ອະຂາຢາ ແລະ​ໄດ້​ອຸທິດ​ຕົວ​ພວກເຂົາ​ເອງ​ໃນ​ການ​ບົວລະບັດ​ຮັບໃຊ້​ໄພ່ພົນ​ຂອງ​ພຣະເຈົ້າ,</verse>
				<verse number="16">ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຂໍ​ຕັກເຕືອນ​ພວກເຈົ້າ ໃຫ້​ຢູ່​ໃຕ້​ການນຳພາ​ຂອງ​ຄົນ​ເຫຼົ່ານີ້ ແລະ​ຂອງ​ທຸກຄົນ​ທີ່​ຮ່ວມ​ງານ ແລະ​ບົວລະບັດ​ຮັບໃຊ້​ດ້ວຍ​ຄວາມ​ລຳບາກ​ຮ່ວມ​ກັບ​ພວກເຂົາ.</verse>
				<verse number="17">ເຮົາ​ດີໃຈ​ທີ່​ສະເຕຟານາ ຟອກຕູນາໂຕ ແລະ ອະຂາອີໂກ​ໄດ້​ມາ​ທີ່​ນີ້ ພວກເຂົາ​ໄດ້​ເຮັດ​ແທນ​ໃຫ້​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຈົ້າ​ຂາດ​ຢູ່.</verse>
				<verse number="18">ແລະ​ພວກເຂົາ​ໄດ້​ຊູໃຈ​ເຮົາ​ເໝືອນ​ດັ່ງ​ທີ່​ພວກເຂົາ​ໄດ້​ຊູໃຈ​ພວກເຈົ້າ​ນັ້ນ ພວກເຈົ້າ​ຕ້ອງ​ຮັບ​ຮູ້​ຄຸນຄ່າ​ຂອງ​ຄົນ​ເຫຼົ່ານັ້ນ.</verse>
				<verse number="19">ຄຣິສຕະຈັກ​ຕ່າງໆ​ໃນ​ແຂວງ​ເອເຊຍ ສົ່ງ​ຄວາມ​ຄິດເຖິງ​ຂອງ​ພວກເຂົາ​ມາ​ຍັງ​ພວກເຈົ້າ, ອາກີລາ​ກັບ​ປີຊະກີລາ​ພ້ອມ​ດ້ວຍ​ຄຣິສຕະຈັກ ທີ່​ປະຊຸມ​ກັນ​ຢູ່​ໃນ​ເຮືອນ​ຂອງ​ພວກເຂົາ ກໍ​ສົ່ງ​ຄວາມ​ຄິດເຖິງ​ອັນ​ອົບອຸ່ນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ມາ​ເຖິງ​ພວກເຈົ້າ​ດ້ວຍ.</verse>
				<verse number="20">ພີ່ນ້ອງ​ທຸກຄົນ​ໃນ​ທີ່​ນີ້ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຍັງ​ພວກເຈົ້າ. ຈົ່ງ​ທັກທາຍ​ປາໄສ​ກັນ ດ້ວຍ​ທຳນຽມ​ຈູບ​ອັນ​ບໍຣິສຸດ.</verse>
				<verse number="21">ເຮົາ​ຂຽນ​ຂໍ້ຄວາມ​ຕໍ່ໄປນີ້​ດ້ວຍ​ມື​ຂອງເຮົາ​ເອງ ດ້ວຍ​ຄວາມ​ຄິດເຖິງ ຈາກ​ໂປໂລ.</verse>
				<verse number="22">ຜູ້ໃດ​ກໍຕາມ ທີ່​ບໍ່​ຮັກ​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ໃຫ້​ຖືກ​ສາບແຊ່ງ ມາຣານາທາ ມີ​ຄວາມໝາຍ​ວ່າ, ຂໍ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະເດັດ​ມາ​ເທີ້ນ.</verse>
				<verse number="23">ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.</verse>
				<verse number="24">ຂໍ​ໃຫ້​ຄວາມຮັກ​ຂອງເຮົາ ຈົ່ງ​ດຳລົງ​ຢູ່​ໃນ​ພວກເຈົ້າ​ທຸກຄົນ​ໃນ​ພຣະຄຣິດເຈົ້າ​ເຢຊູ.</verse>
			</chapter>
		</book>
		<book number="47">
			<chapter number="1">
				<verse number="1">ຈາກ​ໂປໂລ ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ຕາມ​ນໍ້າພຣະໄທ ໃຫ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ ແລະ​ຈາກ​ຕີໂມທຽວ​ພີ່ນ້ອງ​ຂອງ​ພວກເຮົາ. ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກຣິນໂທ ແລະ​ເຖິງ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ​ໃນ​ທົ່ວ​ແຂວງ​ອະຂາຢາ.</verse>
				<verse number="2">ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ​ແລະ​ອົງ​ພຣະເຢຊູ​ຄຣິດເຈົ້າ ໂຜດ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ​ແກ່​ພວກເຈົ້າ​ດ້ວຍ​ເທີ້ນ.</verse>
				<verse number="3">ຈົ່ງ​ໃຫ້​ພວກເຮົາ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ພຣະບິດາເຈົ້າ​ອົງ​ຊົງ​ເມດຕາ ຄື​ພຣະເຈົ້າ​ອົງ​ທີ່​ໃຫ້​ຄວາມ​ເລົ້າໂລມ​ໃຈ​ທຸກຢ່າງ,</verse>
				<verse number="4">ພຣະອົງ​ຜູ້​ເລົ້າໂລມ​ໃຈ​ພວກເຮົາ​ໃນ​ຄວາມ​ທຸກ​ລຳບາກ​ທຸກຢ່າງ ຊຶ່ງ​ພວກເຮົາ​ໄດ້​ຮັບ​ນັ້ນ​ກໍ​ເພື່ອ​ວ່າ, ພວກເຮົາ​ຈະ​ສາມາດ​ເລົ້າໂລມ​ໃຈ​ຄົນອື່ນ​ທີ່​ໄດ້​ຮັບ​ຄວາມ​ທຸກ​ລຳບາກ​ທຸກຢ່າງ​ໄດ້ ໂດຍ​ຄວາມ​ເລົ້າໂລມ​ໃຈ​ຢ່າງ​ດຽວກັນ ຊຶ່ງ​ພວກເຮົາ​ເອງ​ໄດ້​ຮັບ​ຈາກ​ພຣະເຈົ້າ​ນັ້ນ.</verse>
				<verse number="5">ພວກເຮົາ​ມີ​ສ່ວນ​ໃນ​ຄວາມ​ທົນທຸກ​ກັບ​ພຣະຄຣິດ​ຫລາຍ​ເຫລືອລົ້ນ​ຢ່າງ​ໃດ ໂດຍ​ທາງ​ພຣະຄຣິດ ພວກເຮົາ​ກໍໄດ້​ຮັບ​ຄວາມ​ເລົ້າໂລມ​ໃຈ​ຫລາຍ​ເຫລືອລົ້ນ​ຢ່າງ​ນັ້ນ.</verse>
				<verse number="6">ທີ່​ພວກເຮົາ​ທົນທຸກ​ນັ້ນ ກໍ​ແມ່ນ​ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ເລົ້າໂລມ​ໃຈ​ແລະ​ຄວາມ​ພົ້ນ ແລະ​ທີ່​ພວກເຮົາ​ໄດ້​ຮັບ​ຄວາມ​ເລົ້າໂລມ​ໃຈ ກໍ​ແມ່ນ​ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ເລົ້າໂລມ​ໃຈ​ເໝືອນກັນ ແມ່ນ​ຄວາມ​ເລົ້າໂລມ​ໃຈ​ທີ່​ຈະ​ໃຫ້​ເຈົ້າ​ທັງຫລາຍ​ສູ້ທົນ​ຕໍ່​ຄວາມ​ທຸກ​ລຳບາກ ເໝືອນ​ຢ່າງ​ພວກເຮົາ​ໄດ້​ສູ້ທົນ​ຢູ່​ນັ້ນ​ເໝືອນກັນ.</verse>
				<verse number="7">ດັ່ງນັ້ນ ເຮົາ​ຈຶ່ງ​ມີ​ຄວາມຫວັງ​ແນ່ນອນ​ໃນ​ພວກເຈົ້າ ເພາະ​ພວກເຮົາ​ຮູ້​ວ່າ ເມື່ອ​ພວກເຈົ້າ​ມີ​ສ່ວນ​ທົນທຸກ​ກັບ​ພວກເຮົາ​ຢ່າງ​ໃດ ພວກເຈົ້າ​ກໍ​ມີ​ສ່ວນ​ໃນ​ຄວາມ​ເລົ້າໂລມ​ໃຈ​ທີ່​ພວກເຮົາ​ຮັບ​ຢ່າງ​ນັ້ນ.</verse>
				<verse number="8">ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມ​ທຸກ​ລຳບາກ ທີ່​ພວກເຮົາ​ໄດ້​ຮັບ​ໃນ​ແຂວງ​ເອເຊຍ ເປັນ​ຄວາມ​ທຸກ​ລຳບາກ​ໜັກ​ເຫຼືອ​ກຳລັງ ຈົນ​ພວກເຮົາ​ສິ້ນ​ຄວາມຫວັງ​ໝົດ ແທບ​ຈະ​ເອົາ​ຊີວິດ​ບໍ່​ລອດ.</verse>
				<verse number="9">ຕາມ​ທີ່​ຈິງ ພວກເຮົາ​ຄິດ​ວ່າ ໂທດ​ເຖິງ​ຕາຍ​ໄດ້​ຕົກ​ຖືກ​ພວກເຮົາ​ແລ້ວ ເຖິງ​ປານ​ນັ້ນ​ກໍຕາມ ເຫດການ​ນີ້​ໄດ້​ເກີດຂຶ້ນ ເພື່ອ​ບໍ່​ໃຫ້​ພວກເຮົາ​ເຊື່ອໝັ້ນ​ໃນ​ຕົວ​ເອງ ແຕ່​ໃຫ້​ພວກເຮົາ​ເຊື່ອໝັ້ນ​ໃນ​ພຣະເຈົ້າ ອົງ​ທີ່​ບັນດານ​ໃຫ້​ຄົນ​ຕາຍ​ເປັນ​ຄືນ​ມາ​ສູ່​ຊີວິດ.</verse>
				<verse number="10">ພຣະອົງ​ນັ້ນ​ໄດ້​ຊົງ​ໂຜດ​ໃຫ້​ເຮົາ​ພົ້ນ​ຈາກ​ມໍລະນະໄພ ແລະ​ຈະ​ຊົງ​ໂຜດ​ເຮົາ​ອີກ ເຮົາ​ໄວ້​ໃຈ​ໃນ​ພຣະອົງ​ວ່າ ຍັງ​ຈະ​ຊົງ​ໂຜດ​ໃຫ້​ເຮົາ​ພົ້ນ​ອີກ​ຕໍ່ໄປ.</verse>
				<verse number="11">ຂໍ​ໃຫ້​ພວກເຈົ້າ​ຮ່ວມ​ກັນ​ຊ່ວຍ​ໃນ​ການ​ພາວັນນາ​ອະທິຖານ​ສຳລັບ​ເຮົາ​ດ້ວຍ ເພື່ອ​ວ່າ​ຄົນ​ຈຳນວນ​ຫລາຍ​ຈະ​ໄດ້​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ເພາະ​ເຮົາ. ເນື່ອງ​ຈາກ​ພຣະພອນ​ທີ່​ຊົງ​ໂຜດ​ປະທານ​ແກ່​ພວກເຮົາ ອັນ​ເປັນ​ການ​ຕອບສະໜອງ​ຄົນ​ຈຳນວນ​ຫລາຍ​ທີ່​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ.</verse>
				<verse number="12">ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ພວກເຮົາ​ເອກອ້າງ​ໄດ້​ຄື: ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ, ການ​ດຳເນີນ​ຊີວິດ​ຂອງ​ພວກເຮົາ​ຢູ່​ໃນ​ໂລກນີ້ ດ້ວຍ​ຄວາມ​ບໍຣິສຸດ​ໃຈ​ແລະ​ດ້ວຍ​ຄວາມ​ຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ ບໍ່ແມ່ນ​ໂດຍ​ປັນຍາ​ຂອງ​ມະນຸດ ແຕ່​ເປັນ​ມາ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ.</verse>
				<verse number="13">ພວກເຮົາ​ບໍ່ໄດ້​ຂຽນ​ຫາ​ພວກເຈົ້າ​ເຖິງ​ເລື່ອງ​ອື່ນ ນອກຈາກ​ເລື່ອງ​ທີ່​ພວກເຈົ້າ​ສາມາດ​ອ່ານ​ແລະ​ເຂົ້າໃຈ​ໄດ້ ເຮົາ​ຫວັງ​ວ່າ​ພວກເຈົ້າ​ຄົງ​ຈະ​ເຂົ້າໃຈ​ຢ່າງ​ຖ້ວນຖີ່.</verse>
				<verse number="14">ຊຶ່ງ​ໃນ​ເວລາ​ນີ້ ພວກເຈົ້າ​ກໍ​ເຂົ້າໃຈ​ບາງສ່ວນ​ແລ້ວ ເພື່ອ​ວ່າ​ໃນ​ວັນ​ຂອງ​ອົງ​ພຣະເຢຊູເຈົ້າ​ນັ້ນ ພວກເຈົ້າ​ຈະ​ມີ​ຄວາມ​ພາກພູມ​ໃຈ​ໃນ​ພວກເຮົາ ເໝືອນ​ດັ່ງ​ທີ່​ພວກເຮົາ​ຈະ​ມີ​ຄວາມ​ເອກອ້າງ​ທະນົງໃຈ​ໃນ​ພວກເຈົ້າ​ເໝືອນກັນ.</verse>
				<verse number="15">ເຮົາ​ມີ​ຄວາມ​ໝັ້ນໃຈ​ຢ່າງ​ຄັກແນ່​ໃນ​ເລື່ອງ​ນີ້ ຈົນ​ເຮົາ​ໄດ້​ວາງແຜນ​ໄວ້​ແຕ່​ທຳອິດ ທີ່​ຈະ​ໄປ​ຢ້ຽມຢາມ​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ພຣະພອນ​ສອງ​ເທົ່າ.</verse>
				<verse number="16">ດ້ວຍວ່າ, ເຮົາ​ໄດ້​ຕັ້ງໃຈ​ທີ່​ຈະ​ແວ່​ຢ້ຽມຢາມ​ພວກເຈົ້າ ໃນ​ຂະນະທີ່​ເຮົາ​ເດີນທາງ​ໄປ​ທີ່​ແຂວງ​ມາເກໂດເນຍ ແລະ​ເມື່ອ​ເຮົາ​ເດີນທາງ​ກັບ​ມາ​ຈາກ​ແຂວງ​ມາເກໂດເນຍ ກໍ​ຈະ​ແວ່​ຢ້ຽມຢາມ​ພວກເຈົ້າ​ອີກ ເພື່ອ​ພວກເຈົ້າ​ຈະ​ຊ່ວຍ​ຈັດ​ສົ່ງ​ເຮົາ​ໃຫ້​ເດີນທາງ​ໄປ​ເຖິງ​ແຂວງ​ຢູດາຍ.</verse>
				<verse number="17">ເມື່ອ​ເຮົາ​ຕັ້ງໃຈ​ເຊັ່ນນີ້ ເຮົາ​ໄດ້​ປິ້ນ​ຄວາມ​ບໍ? ຫລື​ແຜນການ​ຂອງເຮົາ​ນັ້ນ ເຮັດ​ຕາມ​ແບບ​ຢ່າງ​ຊາວ​ໂລກ​ເຮັດ​ບໍ? ໂດຍ​ກ່າວ​ຄຳ​ວ່າ, “ເຈົ້າໆ” ແລະ ຄຳ​ວ່າ, “ບໍ່ໆ” ໃນ​ເວລາ​ດຽວກັນ.</verse>
				<verse number="18">ພຣະເຈົ້າ​ສັດຊື່​ສັນໃດ ຄຳ​ເວົ້າ​ຂອງເຮົາ​ທີ່​ໃຫ້​ແກ່​ພວກເຈົ້າ ຈຶ່ງ​ບໍ່​ເປັນ​ຄຳ​ວ່າ, “ເຈົ້າໆ” ແລະ “ບໍ່ໆ” ສັນນັ້ນ.</verse>
				<verse number="19">ດ້ວຍວ່າ, ພຣະບຸດ​ຂອງ​ພຣະເຈົ້າ​ຄື​ພຣະເຢຊູ​ຄຣິດເຈົ້າ ອົງ​ທີ່​ຊີລາ, ຕີໂມທຽວ ແລະ​ເຮົາ​ເອງ ໄດ້​ປະກາດ​ໃນ​ທ່າມກາງ​ພວກເຈົ້າ​ນັ້ນ ພຣະອົງ​ບໍ່ໄດ້​ເປັນ​ຜູ້ “ຈິງ” ແລະ “ບໍ່​ຈິງ” ໃນ​ພຣະອົງ​ນັ້ນ​ມີ​ແຕ່​ຄຳ​ວ່າ, “ຈິງ” ສະເໝີ;</verse>
				<verse number="20">ດ້ວຍວ່າ, ພຣະສັນຍາ​ທຸກຢ່າງ​ຂອງ​ພຣະເຈົ້າ​ລ້ວນແຕ່​ເປັນ​ຈິງ ໂດຍ​ພຣະເຢຊູເຈົ້າ. ດ້ວຍເຫດນີ້ ເຮົາ​ຈຶ່ງ​ກ່າວ​ຄຳ​ວ່າ, “ອາແມນ” ​ໂດຍ​ພຣະອົງ ເພື່ອ​ເປັນ​ການ​ຖວາຍ​ກຽດ​ແດ່​ພຣະເຈົ້າ.</verse>
				<verse number="21">ຜູ້​ຊຶ່ງ​ໃຫ້​ພວກເຮົາ​ກັບ​ເຈົ້າ​ທັງຫລາຍ​ຕັ້ງໝັ້ນ​ໃນ​ພຣະຄຣິດ ແລະ​ໄດ້​ຫົດສົງ​ພວກເຮົາ​ໄວ້​ນັ້ນ​ຄື​ພຣະເຈົ້າ.</verse>
				<verse number="22">ພຣະອົງ​ໄດ້​ຊົງ​ປະທັບຕາ​ໃສ່​ພວກເຮົາ ແລະ​ຊົງ​ປະທານ​ພຣະວິນຍານ​ຂອງ​ພຣະອົງ​ໄວ້​ໃນ​ຈິດໃຈ​ຂອງ​ພວກເຮົາ​ເພື່ອ​ເປັນ​ເຄື່ອງ​ມັດຈຳ.</verse>
				<verse number="23">ແຕ່​ເຮົາ​ຂໍ​ໃຫ້​ພຣະເຈົ້າ​ເປັນ​ພະຍານ​ແກ່​ເຮົາ ທີ່​ເຮົາ​ຍັງ​ບໍ່ໄດ້​ໄປ​ເມືອງ​ໂກຣິນໂທ​ນັ້ນ ກໍ​ເພື່ອ​ງົດ​ໂທດ​ຂອງ​ພວກເຈົ້າ​ໄວ້​ກ່ອນ.</verse>
				<verse number="24">ບໍ່ແມ່ນ​ວ່າ​ເຮົາ​ເປັນ​ນາຍ​ບັງຄັບ​ຄວາມເຊື່ອ​ຂອງ​ພວກເຈົ້າ ເພາະວ່າ​ພວກເຈົ້າ​ຢືນໝັ້ນ​ຢູ່​ໃນ​ຄວາມເຊື່ອ​ແລ້ວ, ແຕ່​ວ່າ​ເຮົາ​ເປັນ​ຜູ້​ຮ່ວມ​ງານ ເພື່ອ​ພວກເຈົ້າ​ຈະ​ຮັບ​ຄວາມ​ຊົມຊື່ນ​ຍິນດີ.</verse>
			</chapter>
			<chapter number="2">
				<verse number="1">ດັ່ງນັ້ນ ເຮົາ​ຈຶ່ງ​ໄດ້​ຕັ້ງໃຈ​ທີ່​ຈະ​ບໍ່​ມາ​ຫາ​ພວກເຈົ້າ​ອີກ ເມື່ອ​ມີ​ຄວາມ​ທຸກໂສກ​ຢູ່.</verse>
				<verse number="2">ເພາະວ່າ ຖ້າ​ເຮົາ​ເຮັດ​ໃຫ້​ພວກເຈົ້າ​ທຸກໂສກ​ແລ້ວ ແມ່ນ​ຜູ້ໃດ​ຈະ​ເຮັດ​ໃຫ້​ເຮົາ​ຊົມຊື່ນ​ຍິນດີ? ກໍ​ແມ່ນ​ຜູ້​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ທຸກໂສກ​ນັ້ນ​ແຫຼະ.</verse>
				<verse number="3">ແລະ​ເຮົາ​ໄດ້​ຂຽນ​ຂໍ້​ຄວາມ​ນັ້ນ​ເພື່ອ​ວ່າ​ເມື່ອ​ເຮົາ​ມາ ເຮົາ​ຈະ​ບໍ່ໄດ້​ຄວາມ​ທຸກໂສກ​ຈາກ​ຄົນ​ເຫຼົ່ານັ້ນ​ທີ່​ຄວນ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຊົມຊື່ນ​ຍິນດີ. ເຮົາ​ໄວ້​ໃຈ​ພວກເຈົ້າ​ວ່າ, ຄວາມ​ຍິນດີ​ຂອງເຮົາ​ກໍ​ເປັນ​ຄວາມ​ຍິນດີ​ຂອງ​ເຈົ້າ​ທັງຫລາຍ​ດ້ວຍ.</verse>
				<verse number="4">ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ ດ້ວຍ​ຄວາມ​ລຳບາກ​ຍິ່ງ ແລະ​ຄວາມ​ເສົ້າໂສກ​ຢ່າງ​ໜັກ ແລະ​ດ້ວຍ​ນໍ້າຕາ​ຫລັ່ງໄຫລ, ຈຸດປະສົງ​ຂອງເຮົາ​ບໍ່ແມ່ນ​ເພື່ອ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເສົ້າໂສກ, ແຕ່​ເພື່ອ​ເຮັດ​ໃຫ້​ພວກເຈົ້າ​ຮູ້ຈັກ​ວ່າ ເຮົາ​ຮັກ​ພວກເຈົ້າ​ທຸກຄົນ​ຫລາຍ​ເທົ່າ​ໃດ.</verse>
				<verse number="5">ຖ້າ​ຜູ້ໃດ​ເປັນ​ຕົ້ນ​ເຫດ​ເຮັດ​ໃຫ້​ເກີດ​ຄວາມ​ເສົ້າໂສກ ຜູ້​ນັ້ນ​ກໍ​ບໍ່ໄດ້​ເຮັດ​ໃຫ້​ເຮົາ​ຄົນ​ດຽວ ແຕ່​ໄດ້​ເຮັດ​ໃຫ້​ບາງຄົນ​ໃນ​ພວກເຈົ້າ​ເສົ້າໂສກ​ດ້ວຍ. (ການ​ທີ່​ເຮົາ​ກ່າວ​ວ່າ​ບາງຄົນ​ນັ້ນ ກໍ​ເພາະວ່າ​ເຮົາ​ບໍ່​ຢາກ​ເວົ້າ​ໃສ່​ຄົນ​ນັ້ນ​ໜັກ​ຈົນ​ເກີນ​ໄປ).</verse>
				<verse number="6">ການ​ທີ່​ຄົນ​ຢ່າງ​ນັ້ນ​ຖືກ​ລົງໂທດ​ໂດຍ​ຄົນ​ສ່ວນ​ຫລາຍ ກໍ​ເປັນ​ການ​ພຽງພໍ​ແລ້ວ.</verse>
				<verse number="7">ດັ່ງນັ້ນ ພວກເຈົ້າ​ຄວນ​ຍົກໂທດ​ໃຫ້​ລາວ​ແລະ​ໜູນໃຈ​ລາວ ເພື່ອ​ບໍ່​ໃຫ້​ລາວ​ຈົມ​ລົງ​ໃນ​ຄວາມ​ເສົ້າໂສກ​ອັນ​ເຫລືອລົ້ນ.</verse>
				<verse number="8">ສະນັ້ນ ເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃຫ້​ສະແດງ​ຄວາມຮັກ​ຕໍ່​ລາວ​ຢ່າງ​ແທ້ຈິງ.</verse>
				<verse number="9">ນີ້​ແຫຼະ ແມ່ນ​ເຫດຜົນ​ທີ່​ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ ເພື່ອ​ຢາກ​ຈະ​ລອງ​ເບິ່ງ​ວ່າ ພວກເຈົ້າ​ຈະ​ຍອມ​ເຊື່ອຟັງ​ຂໍ້​ແນະນຳ​ຂອງເຮົາ​ທຸກປະການ​ຫລື​ບໍ່.</verse>
				<verse number="10">ເມື່ອ​ພວກເຈົ້າ​ຍົກໂທດ​ໃຫ້​ຜູ້ໃດ ເຮົາ​ກໍ​ຈະ​ຍົກໂທດ​ໃຫ້​ຜູ້ນັ້ນ​ເໝືອນກັນ. ດ້ວຍວ່າ, ເມື່ອ​ເຮົາ​ຍົກໂທດ​ໃຫ້​ຜູ້ໃດ​ແລ້ວ ເຮົາ​ກໍ​ຍົກໂທດ​ໃຫ້​ຜູ້ນັ້ນ. ເພາະ​ເຫັນ​ແກ່​ເຈົ້າ​ທັງຫລາຍ​ຕໍ່ໜ້າ​ພຣະຄຣິດ</verse>
				<verse number="11">ເພື່ອ​ບໍ່​ໃຫ້​ມານຊາຕານ​ມີໄຊ​ເໜືອ​ພວກເຮົາ ເພາະວ່າ​ພວກເຮົາ​ຮູ້​ແຜນການ​ຂອງ​ມັນ​ແລ້ວ.</verse>
				<verse number="12">ເມື່ອ​ເຮົາ​ໄປ​ເຖິງ​ເມືອງ​ໂທອາດ ເພື່ອ​ປະກາດ​ຂ່າວປະເສີດ ເລື່ອງ​ພຣະຄຣິດ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໄຂ​ຊ່ອງທາງ​ໃຫ້​ແກ່​ເຮົາ.</verse>
				<verse number="13">ແຕ່​ເຖິງ​ປານ​ນັ້ນ ເຮົາ​ກໍ​ບໍ່​ສະບາຍ​ໃຈ ເພາະ​ເຮົາ​ບໍ່ໄດ້​ພົບ​ຕີໂຕ​ພີ່ນ້ອງ​ຂອງ​ພວກເຮົາ ເຮົາ​ຈຶ່ງ​ອຳລາ​ຄົນ​ຢູ່​ໃນ​ທີ່ນັ້ນ ແລະ​ເດີນທາງ​ໄປ​ສູ່​ແຂວງ​ມາເກໂດເນຍ.</verse>
				<verse number="14">ແຕ່​ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ຜູ້​ຊົງ​ໂຜດ​ນຳ​ເຮົາ​ທຸກ​ເວລາ​ຕໍ່ໄປ ຕາມ​ຂະບວນ​ຝ່າຍ​ຄວາມ​ໄຊຊະນະ​ໂດຍ​ພຣະຄຣິດ ແລະ​ຊົງ​ໂຜດ​ປະທານ​ກິ່ນ​ຫອມ​ຂອງ​ຄວາມ​ຮູ້ຈັກ​ພຣະອົງ ໃຫ້​ປາກົດ​ດ້ວຍ​ເຮົາ​ໃນ​ທຸກ​ບ່ອນ.</verse>
				<verse number="15">ດ້ວຍວ່າ, ພວກເຮົາ​ເປັນ​ດັ່ງ​ກິ່ນ​ຫອມ​ຫວານ​ທີ່​ພຣະຄຣິດ​ຖວາຍ​ແກ່​ພຣະເຈົ້າ ໃນ​ທ່າມກາງ​ພວກ​ທີ່​ຖືກ​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ ແລະ​ໃນ​ທ່າມກາງ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ.</verse>
				<verse number="16">ສຳລັບ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ​ນັ້ນ ແມ່ນ​ກິ່ນ​ເໝັນ​ແຫ່ງ​ຄວາມ​ຕາຍ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ສຳລັບ​ພວກ​ທີ່​ຖືກ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ນັ້ນ ແມ່ນ​ກິ່ນ​ຫອມ​ຫວານ​ແຫ່ງ​ຊີວິດ​ທີ່​ນຳ​ໄປ​ສູ່​ຊີວິດ. ຜູ້ໃດ​ໜໍ ຈະ​ເປັນ​ຜູ້​ທີ່​ຄູ່​ຄວນ​ກັບ​ພາລະກິດ​ເຊັ່ນນີ້?</verse>
				<verse number="17">ພວກເຮົາ​ບໍ່​ຄື​ຫລາຍ​ຄົນ ທີ່​ເຮັດ​ກັບ​ຖ້ອຍຄຳ​ຂອງ​ພຣະເຈົ້າ ເປັນ​ເໝືອນ​ສິນຄ້າ​ຊື້​ຂາຍ​ລາຄາ​ຖືກໆ ແຕ່​ເພາະ​ພຣະເຈົ້າ​ໄດ້​ໃຊ້​ພວກເຮົາ​ມາ ພວກເຮົາ​ຈຶ່ງ​ກ່າວ​ດ້ວຍ​ຄວາມ​ຈິງໃຈ​ຊ້ອງໜ້າ​ພຣະອົງ ເໝືອນ​ຢ່າງ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ.</verse>
			</chapter>
			<chapter number="3">
				<verse number="1">ພວກເຮົາ​ກຳລັງ​ຍ້ອງຍໍ​ພວກເຮົາ​ເອງ​ອີກ​ບໍ? ຫລື​ວ່າ​ພວກເຮົາ​ຕ້ອງການ​ໜັງສື​ແນະນຳ​ຕົວ​ມາ​ໃຫ້​ພວກເຈົ້າ​ເໝືອນ​ຢ່າງ​ບາງຄົນ​ບໍ? ຫລື​ເຮົາ​ຕ້ອງການ​ໜັງສື​ແນະນຳ​ຕົວ​ຈາກ​ພວກເຈົ້າ​ບໍ?</verse>
				<verse number="2">ແມ່ນ​ພວກເຈົ້າ​ເອງ​ທີ່​ເປັນ​ໜັງສື​ແນະນຳ​ຕົວ​ສຳລັບ​ພວກເຮົາ ຊຶ່ງ​ຈາລຶກ​ໄວ້​ໃສ່​ຫົວໃຈ​ຂອງ​ພວກເຮົາ​ໃຫ້​ທຸກຄົນ​ໄດ້​ຮູ້​ແລະ​ໄດ້​ອ່ານ</verse>
				<verse number="3">ແລະ​ເປັນ​ທີ່​ຈະແຈ້ງ​ແລ້ວ​ວ່າ ພວກເຈົ້າ​ເປັນ​ຕົວໜັງສື​ທີ່​ມາ​ຈາກ​ພຣະຄຣິດ ທີ່​ພວກເຮົາ​ເປັນ​ຜູ້​ຂຽນ ຊຶ່ງ​ບໍ່ໄດ້​ຂຽນ​ດ້ວຍ​ນໍ້າມຶກ ແຕ່​ຂຽນ​ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ແລະ​ບໍ່ໄດ້​ຂຽນ​ໃສ່​ແຜ່ນຫີນ ແຕ່​ຂຽນ​ໃສ່​ຫົວໃຈ​ຂອງ​ມະນຸດ.</verse>
				<verse number="4">ພວກເຮົາ​ກ່າວ​ເຊັ່ນນີ້​ກໍ​ເພາະວ່າ ພວກເຮົາ​ມີ​ຄວາມ​ໝັ້ນໃຈ​ໃນ​ພຣະເຈົ້າ​ໂດຍ​ທາງ​ພຣະຄຣິດ.</verse>
				<verse number="5">ທີ່​ຈິງ​ແລ້ວ ພວກເຮົາ​ບໍ່ໄດ້​ຖື​ສິ່ງໃດ​ວ່າ​ເກີດ​ມາ​ຈາກ​ຄວາມ​ສາມາດ​ຂອງ​ພວກເຮົາ​ເອງ, ແຕ່​ຄວາມ​ສາມາດ​ທີ່​ພວກເຮົາ​ມີ​ນັ້ນ ແມ່ນ​ມາ​ຈາກ​ພຣະເຈົ້າ.</verse>
				<verse number="6">ເພາະ​ແມ່ນ​ພຣະອົງ​ທີ່​ໄດ້​ເຮັດ​ໃຫ້​ພວກເຮົາ​ສາມາດ​ເປັນ​ຜູ້ຮັບໃຊ້​ພັນທະສັນຍາ​ໃໝ່ ຊຶ່ງ​ບໍ່ແມ່ນ​ປະກອບ​ດ້ວຍ​ຕົວໜັງສື ແຕ່​ດ້ວຍ​ພຣະວິນຍານ. ດ້ວຍວ່າ, ຕົວໜັງສື​ປະຫານ​ໃຫ້​ຕາຍ ແຕ່​ພຣະວິນຍານ​ນັ້ນ ຊົງ​ປະທານ​ໃຫ້​ມີ​ຊີວິດ.</verse>
				<verse number="7">ແຕ່​ຖ້າ​ການ​ປະຕິບັດ​ທີ່​ນຳ​ໄປ​ເຖິງ​ຄວາມ​ຕາຍ ຄື​ການ​ປະຕິບັດ​ຕາມ​ຕົວອັກສອນ ຊຶ່ງ​ຊົງ​ຈາລຶກ​ໄວ້​ທີ່​ແຜ່ນຫີນ​ນັ້ນ​ຍັງ​ມາ​ດ້ວຍ​ຣັດສະໝີ ເຖິງ​ແມ່ນ​ວ່າ​ເປັນ​ຣັດສະໝີ​ທີ່​ຈາງຫາຍ​ໄປ ກໍ​ຍັງ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ເບິ່ງ​ໜ້າ​ຂອງ​ໂມເຊ​ບໍ່ໄດ້.</verse>
				<verse number="8">ການ​ປະຕິບັດ​ຕາມ​ພຣະວິນຍານ ກໍ​ມີ​ສະຫງ່າຣາສີ​ອັນ​ຍິ່ງໃຫຍ່​ກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ​ໜໍ</verse>
				<verse number="9">ຖ້າ​ການ​ປະຕິບັດ​ທີ່​ນຳ​ການ​ຕັດສິນ​ລົງໂທດ ຍັງ​ມີ​ສະຫງ່າຣາສີ ການ​ປະຕິບັດ​ທີ່​ນຳ​ສູ່​ຄວາມ​ຊອບທຳ ກໍ​ຍິ່ງ​ມີ​ສະຫງ່າຣາສີ​ລື່ນ​ກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ​ໜໍ</verse>
				<verse number="10">ຄວາມຈິງ​ແລ້ວ ສະຫງ່າຣາສີ​ທີ່​ໄດ້​ເຄີຍ​ສ່ອງແສງ​ເຫຼື້ອມໃສ​ໃນ​ອະດີດ​ນັ້ນ ໄດ້​ຈາງຫາຍ​ໄປ​ແລ້ວ ເພາະ​ມີ​ສະຫງ່າຣາສີ​ທີ່​ຍິ່ງໃຫຍ່​ກວ່າ.</verse>
				<verse number="11">ດ້ວຍວ່າ, ຖ້າ​ສິ່ງ​ທີ່​ຈາງຫາຍ​ໄປ ຍັງ​ມີ​ສະຫງ່າຣາສີ​ເຖິງ​ພຽງ​ນັ້ນ ສິ່ງ​ທີ່​ເປັນ​ຢູ່​ຕະຫລອດໄປ ກໍ​ຍິ່ງ​ມີ​ສະຫງ່າຣາສີ​ລື່ນ​ກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ​ໜໍ.</verse>
				<verse number="12">ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ມີ​ຄວາມຫວັງ​ຢ່າງ​ນີ້ ພວກເຮົາ​ກໍ​ມີ​ໃຈ​ກ້າ​ຫລາຍ​ຂຶ້ນ.</verse>
				<verse number="13">ພວກເຮົາ​ບໍ່​ເປັນ​ເໝືອນ​ໂມເຊ ທີ່​ຕ້ອງ​ເອົາ​ຜ້າປົກ​ໜ້າ​ຂອງ​ຕົນເອງ​ໄວ້ ເພື່ອ​ຊາວ​ອິດສະຣາເອນ​ຈະ​ບໍ່ໄດ້​ເຫັນ​ແສງ​ອັນ​ສະຫງ່າຣາສີ​ທີ່​ກຳລັງ​ຈາງລົງ ແລະ​ສູນຫາຍ​ໄປ​ນັ້ນ.</verse>
				<verse number="14">ແຕ່​ຈິດໃຈ​ຂອງ​ພວກເຂົາ​ປຶກຕັນ​ແທ້ຈິງ​ຈົນເຖິງ​ທຸກ​ວັນນີ້ ເມື່ອ​ພວກເຂົາ​ອ່ານ​ໜັງສື​ແຫ່ງ​ພັນທະສັນຍາ​ເດີມ ຈິດໃຈ​ຂອງ​ພວກເຂົາ​ກໍ​ຍັງ​ຖືກ​ປົກຄຸມ​ຢູ່​ດ້ວຍ​ຜ້າປົກ​ໜ້າ​ຢ່າງ​ດຽວກັນ ເພາະ​ຜ້າປົກ​ໜ້າ​ນັ້ນ​ຖືກ​ເປີດ​ອອກ​ໂດຍ​ພຣະຄຣິດ​ເທົ່ານັ້ນ.</verse>
				<verse number="15">ແມ່ນ​ວ່າ​ໃນ​ປະຈຸບັນ​ນີ້ ເມື່ອໃດ​ທີ່​ພວກເຂົາ​ອ່ານ​ກົດບັນຍັດ​ຂອງ​ໂມເຊ ຜ້າປົກ​ໜ້າ​ນັ້ນ ກໍ​ຍັງ​ປົກຄຸມ​ຈິດໃຈ​ຂອງ​ພວກເຂົາ​ຢູ່.</verse>
				<verse number="16">ແຕ່​ວ່າ ເມື່ອໃດ​ເພິ່ນ​ຫລົບ​ເຂົ້າ​ໄປ​ເຝົ້າ​ອົງພຣະ​ຜູ້​ເປັນເຈົ້າ ຜ້າປົກ​ນັ້ນ​ຈຶ່ງ​ເປີດ​ອອກ​ເສຍ.</verse>
				<verse number="17">ບັດນີ້​ຄຳ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ” ນັ້ນ​ແມ່ນ​ພຣະວິນຍານ ແລະ​ທີ່​ໃດ​ມີ​ພຣະວິນຍານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຢູ່​ນຳ ທີ່​ນັ້ນ​ກໍ​ມີ​ເສລີພາບ.</verse>
				<verse number="18">ແຕ່​ເຮົາ​ທັງຫລາຍ​ບໍ່ມີ​ຜ້າປົກ​ໜ້າ​ແລ້ວ ຕົວ​ພວກເຮົາ​ຈຶ່ງ​ສະທ້ອນ​ແສງ​ແຫ່ງ​ພຣະ​ສະຫງ່າຣາສີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະ​ສະຫງ່າຣາສີ​ທີ່​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ຊຶ່ງ​ເປັນ​ພຣະວິນຍານ​ນັ້ນ ກໍ​ຊົງ​ເຮັດ​ໃຫ້​ເຮົາ​ທັງຫລາຍ​ປ່ຽນ​ມີ​ລັກສະນະ​ເໝືອນ​ພຣະອົງ ໂດຍ​ມີ​ສະຫງ່າຣາສີ​ເປັນ​ລຳດັບ​ຂຶ້ນ​ໄປ.</verse>
			</chapter>
			<chapter number="4">
				<verse number="1">ເພາະ​ດ້ວຍ​ພຣະ​ກະລຸນາ​ຂອງ​ພຣະເຈົ້າ ພວກເຮົາ​ຈຶ່ງ​ໄດ້​ຮັບໃຊ້​ພັນທະກິດ ດັ່ງນັ້ນ ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ.</verse>
				<verse number="2">ພວກເຮົາ​ໄດ້​ປະຖິ້ມ​ສິ່ງ​ທີ່​ໜ້າ​ອັບອາຍ​ທຸກຢ່າງ​ທີ່​ເຮັດ​ໃນ​ທີ່​ລັບລີ້ ພວກເຮົາ​ບໍ່ໄດ້​ເຮັດ​ໂດຍ​ໃຊ້​ກົນອຸບາຍ ທັງ​ບໍ່ໄດ້​ປອມແປງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ດ້ວຍ, ແຕ່​ໄດ້​ສະແດງ​ໃຫ້​ຮູ້​ຄວາມຈິງ​ຢ່າງ​ຈະແຈ້ງ ພວກເຮົາ​ພະຍາຍາມ​ເຮັດ​ໃຫ້​ຕົນເອງ​ເປັນ​ທີ່​ຊອບ​ແກ່​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ທຸກຄົນ ຊ້ອງໜ້າ​ພຣະເຈົ້າ.</verse>
				<verse number="3">ແຕ່​ຖ້າ​ຂ່າວປະເສີດ​ທີ່​ພວກເຮົາ​ປະກາດ​ນັ້ນ, ຖືກ​ປົກບັງ​ໄວ້​ກໍ​ຖືກ​ປົກບັງ​ໄວ້​ສຳລັບ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ.</verse>
				<verse number="4">ສຳລັບ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ພະ​ຂອງ​ໂລກນີ້​ໄດ້​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ມືດມົວ​ໄປ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ​ແສງ​ສະຫວ່າງ​ຂອງ​ຂ່າວປະເສີດ ເລື່ອງ​ພຣະ​ສະຫງ່າຣາສີ​ຂອງ​ພຣະຄຣິດ ຜູ້​ຊົງ​ມີ​ລັກສະນະ​ຂອງ​ພຣະເຈົ້າ.</verse>
				<verse number="5">ດ້ວຍວ່າ, ພວກເຮົາ​ບໍ່ໄດ້​ປະກາດ​ຕົວ​ເອງ ແຕ່​ປະກາດ​ພຣະເຢຊູ​ຄຣິດເຈົ້າ​ວ່າ ເປັນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ປະກາດ​ພວກເຮົາ​ເອງ​ວ່າ ເປັນ​ທາດຮັບໃຊ້​ຂອງ​ພວກເຈົ້າ ເພື່ອ​ເຫັນ​ແກ່​ພຣະເຢຊູເຈົ້າ.</verse>
				<verse number="6">ເພາະ​ພຣະເຈົ້າ​ອົງ​ທີ່​ໄດ້​ກ່າວ​ວ່າ, “ໃຫ້​ແສງແຈ້ງ​ສ່ອງ​ອອກ​ຈາກ​ຄວາມມືດ” ເປັນ​ພຣະເຈົ້າ​ອົງ​ທີ່​ສ່ອງ​ແສງ​ສະຫວ່າງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ເຖິງ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ຊຶ່ງ​ສ່ອງ​ແສງ​ສະຫວ່າງ​ໃນ​ໃບ​ໜ້າ​ຂອງ​ພຣະເຢຊູ​ຄຣິດເຈົ້າ.</verse>
				<verse number="7">ແຕ່​ພວກເຮົາ​ມີ​ຊັບສົມບັດ​ນີ້ ຢູ່​ໃນ​ພາຊະນະ​ດິນ ເພື່ອ​ໃຫ້​ເຫັນ​ວ່າ ຣິດອຳນາດ​ອັນ​ຍິ່ງໃຫຍ່​ນັ້ນ​ເປັນ​ຂອງ​ພຣະເຈົ້າ ບໍ່ໄດ້​ມາ​ຈາກ​ພວກເຮົາ​ເອງ.</verse>
				<verse number="8">ພວກເຮົາ​ຖືກ​ຄວາມ​ທຸກ​ລຳບາກ​ຮອບດ້ານ, ແຕ່​ຍັງ​ບໍ່​ເຖິງ​ຂັ້ນ​ຂັດສົນ; ຈົນ​ປັນຍາ, ແຕ່​ຍັງ​ບໍ່​ໝົດ​ທາງ​ອອກ;</verse>
				<verse number="9">ຖືກ​ຂົ່ມເຫັງ, ແຕ່​ບໍ່​ຖືກ​ປະຖິ້ມ; ຖືກ​ຕີ​ລົ້ມ​ລົງ, ແຕ່​ກໍ​ຍັງ​ບໍ່​ເຖິງ​ຂັ້ນ​ເສຍ​ຊີວິດ.</verse>
				<verse number="10">ຕົວ​ຂອງ​ພວກເຮົາ​ຍອມ​ຮັບ​ຄວາມ​ຕາຍ​ຂອງ​ພຣະເຢຊູເຈົ້າ​ຢູ່​ສະເໝີ ເພື່ອ​ໃຫ້​ຊີວິດ​ຂອງ​ພຣະເຢຊູເຈົ້າ​ສາມາດ​ປາກົດ​ຢູ່​ໃນ​ຕົວ​ຂອງ​ພວກເຮົາ.</verse>
				<verse number="11">ເພາະວ່າ ຂະນະທີ່​ເຮົາ​ມີ​ຊີວິດ​ຢູ່​ນັ້ນ ພວກເຮົາ​ໄດ້​ຖືກ​ມອບ​ໄວ້​ແກ່​ຄວາມ​ຕາຍ​ຢູ່​ສະເໝີ ເພາະ​ເຫັນ​ແກ່​ພຣະເຢຊູເຈົ້າ ເພື່ອ​ຊີວິດ​ຂອງ​ພຣະອົງ​ຈະ​ໄດ້​ປາກົດ​ໃນ​ເນື້ອກາຍ​ອັນ​ຕາຍ​ເປັນ​ຂອງເຮົາ​ເໝືອນກັນ.</verse>
				<verse number="12">ດັ່ງນັ້ນ, ຄວາມ​ຕາຍ​ກຳລັງ​ທຳງານ​ຢູ່​ໃນ​ພວກເຮົາ, ແຕ່​ຊີວິດ​ກຳລັງ​ທຳງານ​ຢູ່​ໃນ​ພວກເຈົ້າ.</verse>
				<verse number="13">ແຕ່​ເຮົາ​ມີ​ວິນຍານ​ແຫ່ງ​ຄວາມເຊື່ອ​ຢ່າງ​ດຽວກັນ​ກັບ​ຂໍ້​ພຣະຄຳພີ​ທີ່​ຂຽນ​ໄວ້​ແລ້ວ​ວ່າ, “ຂ້າພະເຈົ້າ​ໄດ້​ເຊື່ອ ເພາະ​ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ກ່າວ​ໄວ້.” ພວກເຮົາ​ກໍ​ເຊື່ອ​ເໝືອນກັນ ເພາະ​ສະນັ້ນ​ພວກເຮົາ​ຈຶ່ງ​ກ່າວ​ໄວ້.</verse>
				<verse number="14">ເພາະ​ພວກເຮົາ​ຮູ້​ວ່າ ພຣະອົງ​ຜູ້​ໄດ້​ຊົງ​ບັນດານ​ໃຫ້​ອົງ​ພຣະເຢຊູເຈົ້າ​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ​ນັ້ນ ຈະ​ບັນດານ​ໃຫ້​ພວກເຮົາ​ເປັນ​ຄືນ​ມາ​ກັບ​ພຣະເຢຊູເຈົ້າ​ເໝືອນກັນ ແລະ​ຈະ​ນຳ​ພວກເຮົາ​ພ້ອມ​ກັບ​ພວກເຈົ້າ ເຂົ້າ​ໄປ​ຢູ່​ຊ້ອງ​ພຣະພັກ​ພຣະອົງ.</verse>
				<verse number="15">ເພາະວ່າ​ສິ່ງສາລະພັດ​ນັ້ນ ເປັນ​ໄປ​ເພື່ອ​ປະໂຫຍດ​ຂອງ​ເຈົ້າ​ທັງຫລາຍ ເພື່ອ​ວ່າ ເມື່ອ​ພຣະຄຸນ​ມາ​ເຖິງ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ ກໍ​ຈະ​ມີ​ການ​ໂມທະນາ​ຂອບພຣະຄຸນ​ຫລາຍ​ຂຶ້ນ​ເໝືອນກັນ ຈຶ່ງ​ເປັນ​ການ​ຖວາຍ​ພຣະ​ກຽດຕິຍົດ​ແດ່​ພຣະເຈົ້າ.</verse>
				<verse number="16">ເຫດສະນັ້ນ, ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ ເຖິງ​ແມ່ນ​ວ່າ​ກາຍ​ພາຍ​ນອກ​ຂອງ​ພວກເຮົາ​ກຳລັງ​ຊຸດໂຊມ​ລົງ​ກໍຕາມ, ແຕ່​ໃຈ​ພາຍໃນ​ຂອງ​ພວກເຮົາ​ນັ້ນ ກໍ​ຍັງ​ຈະເລີນ​ຂຶ້ນ​ໃໝ່​ທຸກໆ​ວັນ.</verse>
				<verse number="17">ຝ່າຍ​ຄວາມ​ທຸກ​ລຳບາກ​ອັນ​ເບົາບາງ​ແລະ​ຊົ່ວຄາວ​ນີ້ ກໍ​ກຳລັງ​ຈັດຕຽມ​ພວກເຮົາ​ໃຫ້​ມີ​ສະຫງ່າຣາສີ​ອັນ​ຍິ່ງໃຫຍ່​ຖາວອນ​ຕະຫລອດໄປ ຈົນ​ຫາ​ທີ່​ປຽບ​ບໍ່ໄດ້.</verse>
				<verse number="18">ເພາະວ່າ ພວກເຮົາ​ບໍ່ໄດ້​ປັກໃຈ​ໃສ່​ໃນ​ສິ່ງ​ທີ່​ຕາ​ເຫັນ​ຢູ່, ແຕ່​ໃນ​ສິ່ງ​ທີ່​ຕາ​ບໍ່​ເຫັນ. ດ້ວຍວ່າ, ສິ່ງ​ທີ່​ຕາ​ເຫັນ​ຢູ່​ນັ້ນ​ກໍ​ເປັນ​ຂອງ​ຊົ່ວຄາວ, ແຕ່​ສິ່ງ​ທີ່​ຕາ​ບໍ່​ເຫັນ​ນັ້ນ ກໍ​ດຳລົງ​ຢູ່​ຖາວອນ​ຕະຫລອດໄປ.</verse>
			</chapter>
			<chapter number="5">
				<verse number="1">ເພາະ​ເຮົາ​ຮູ້​ແລ້ວ​ວ່າ, ຖ້າ​ວ່າ​ເຮືອນ​ຂອງເຮົາ​ໃນ​ໂລກນີ້ ຄື​ຮ່າງກາຍ​ນັ້ນ​ໄດ້​ຖືກ​ມ້າງ​ລົງ​ເສຍ ເຮົາ​ກໍ​ຍັງ​ມີ​ບ່ອນ​ຢູ່​ອາໄສ ຊຶ່ງ​ພຣະເຈົ້າ​ຊົງ​ໂຜດ​ປະທານ​ໃຫ້​ເປັນ​ບ່ອນ​ຢູ່​ທີ່​ບໍ່ໄດ້​ສ້າງ​ດ້ວຍ​ມື​ມະນຸດ ແລະ​ຊົງ​ຕັ້ງ​ຢູ່​ຖາວອນ​ເປັນນິດ​ໃນ​ສະຫວັນ.</verse>
				<verse number="2">ເພາະວ່າ​ທີ່​ຈິງ​ໃນ​ຮ່າງກາຍ​ນີ້ ເຮົາ​ຍັງ​ໂອ່ຍ​ອາໄລ​ຢູ່ ປາຖະໜາ​ຫາ​ຢ່າງ​ຮ້ອນຮົນ ຢາກ​ຫົ່ມ​ເອົາ​ທີ່​ຢູ່​ຂອງເຮົາ​ອັນ​ມາ​ແຕ່​ສະຫວັນ,</verse>
				<verse number="3">ເພື່ອ​ວ່າ​ເມື່ອ​ພວກເຮົາ​ຫົ່ມ​ຮ່າງກາຍ​ໃໝ່​ແລ້ວ ພວກເຮົາ​ກໍ​ບໍ່​ຕ້ອງ​ຢູ່​ໃນ​ສະພາບ​ທີ່​ປະເປືອຍ.</verse>
				<verse number="4">ຂະນະທີ່​ພວກເຮົາ​ອາໄສ​ຢູ່​ໃນ​ຮ່າງກາຍ​ນີ້ ພວກເຮົາ​ກໍ​ໂອ່ຍຄາງ​ເປັນ​ທຸກ​ຢູ່​ຢ່າງ​ໜັກໜ່ວງ ອັນ​ນີ້​ບໍ່ແມ່ນ​ວ່າ​ພວກເຮົາ​ຢາກ​ໜີ​ໃຫ້​ພົ້ນ​ຈາກ​ຮ່າງກາຍ​ຂອງ​ພວກເຮົາ, ແຕ່​ພວກເຮົາ​ປາຖະໜາ​ຢາກ​ຫົ່ມ​ກາຍ​ໃໝ່​ນັ້ນ ເພື່ອ​ວ່າ​ຮ່າງກາຍ​ທີ່​ຕາຍ​ເປັນ​ນີ້​ຈະ​ຖືກ​ຖ້ວມລົ້ນ​ດ້ວຍ​ຊີວິດ.</verse>
				<verse number="5">ແມ່ນ​ພຣະເຈົ້າ​ເອງ​ທີ່​ໄດ້​ເປັນ​ຜູ້​ຈັດຕຽມ​ພວກເຮົາ​ສຳລັບ​ການ​ປ່ຽນແປງ​ນີ້ ຜູ້​ຊົງ​ໂຜດ​ປະທານ​ພຣະວິນຍານ​ເພື່ອ​ເປັນ​ເຄື່ອງ​ມັດຈຳ​ໄວ້​ກັບ​ພວກເຮົາ.</verse>
				<verse number="6">ດັ່ງນັ້ນ ພວກເຮົາ​ຈຶ່ງ​ມີ​ໃຈ​ກ້າ​ຢ່າງ​ເຕັມປ່ຽມ​ຢູ່​ສະເໝີ ພວກເຮົາ​ຮູ້​ວ່າ ຕາບໃດ​ທີ່​ພວກເຮົາ​ອາໄສ​ຢູ່​ໃນ​ເຮືອນ ຄື​ຮ່າງກາຍ​ນີ້ ພວກເຮົາ​ກໍ​ໄກ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="7">ດ້ວຍວ່າ, ພວກເຮົາ​ດຳເນີນ​ຊີວິດ​ຕາມ​ຄວາມເຊື່ອ ບໍ່ແມ່ນ​ຕາມ​ທີ່​ຕາ​ເຫັນ.</verse>
				<verse number="8">ພວກເຮົາ​ມີ​ໃຈ​ກ້າ​ຢ່າງ​ເຕັມປ່ຽມ ແລະ​ພໍໃຈ​ຢາກ​ຈະ​ອອກ​ຈາກ​ເຮືອນ ຄື​ຮ່າງກາຍ​ນີ້ ໄປ​ຢູ່​ເຮືອນ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ກໍດີກວ່າ.</verse>
				<verse number="9">ດັ່ງນັ້ນ ບໍ່​ວ່າ​ພວກເຮົາ​ຈະ​ຢູ່​ໃນ​ເຮືອນ ຄື​ຮ່າງກາຍ​ນີ້ ຫລື​ບໍ່​ຢູ່​ກໍຕາມ ພວກເຮົາ​ໄດ້​ຕັ້ງ​ເປົ້າໝາຍ​ເພື່ອ​ເຮັດ​ໃຫ້​ເປັນ​ທີ່​ພໍພຣະໄທ​ພຣະອົງ.</verse>
				<verse number="10">ດ້ວຍວ່າ, ຈຳເປັນ​ທີ່​ພວກເຮົາ​ທຸກຄົນ ຈະ​ຕ້ອງ​ປາກົດ​ຕົວ​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະຄຣິດ ເພື່ອ​ແຕ່ລະຄົນ​ຈະ​ໄດ້​ຮັບ ສົມ​ກັບ​ການ​ທີ່​ຕົນ​ໄດ້​ເຮັດ​ໃນ​ຮ່າງກາຍ​ນີ້ ແລ້ວ​ແຕ່​ຈະ​ດີ ຫລື​ຊົ່ວ.</verse>
				<verse number="11">ເພາະ​ເຫດ​ທີ່​ພວກເຮົາ​ຮູ້ຈັກ​ຢຳເກງ​ອົງພຣະ​ຜູ້​ເປັນເຈົ້າ ພວກເຮົາ​ຈຶ່ງ​ຊັກຊວນ​ຄົນ​ທັງຫລາຍ​ໃຫ້​ເຮັດ​ຕາມ​ດ້ວຍ ພວກເຮົາ​ເປັນ​ຢ່າງ​ໃດ ພຣະເຈົ້າ​ກໍ​ຊົງ​ຮູ້​ດີ​ຢູ່​ແລ້ວ ແລະ​ພວກເຮົາ​ກໍ​ຫວັງ​ວ່າ ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຈົ້າ ກໍ​ຄົງ​ຮູ້ຈັກ​ພວກເຮົາ​ດີ​ເໝືອນກັນ.</verse>
				<verse number="12">ທີ່​ເວົ້າ​ຢ່າງ​ນີ້ ບໍ່ແມ່ນ​ພວກເຮົາ​ຍ້ອງຍໍ​ຕົວ​ເຮົາ​ເອງ​ຕໍ່​ເຈົ້າ​ທັງຫລາຍ, ແຕ່​ເພື່ອ​ໃຫ້​ເຈົ້າ​ທັງຫລາຍ​ໄດ້​ມີ​ໂອກາດ​ສະແດງ​ຄວາມ​ອວດອ້າງ​ກ່ຽວກັບ​ພວກເຮົາ ເພື່ອ​ໃຫ້​ເຈົ້າ​ທັງຫລາຍ​ສາມາດ​ມີ​ຂໍ້​ໂຕ້ຕອບ​ແກ່​ຄົນ​ທັງຫລາຍ​ທີ່​ມັກ​ອວດ​ໃນ​ສິ່ງ​ພາຍ​ນອກ ບໍ່ແມ່ນ​ສິ່ງ​ທີ່​ຢູ່​ພາຍ​ໃນ​ຈິດໃຈ.</verse>
				<verse number="13">ເພາະວ່າ ຖ້າ​ພວກເຮົາ​ໄດ້​ເຮັດ​ຢ່າງ​ຄົນ​ເສຍຈິດ ເຮົາ​ກໍ​ເຮັດ​ເພາະ​ເຫັນ​ແກ່​ພຣະເຈົ້າ ຫລື​ຖ້າ​ເຮົາ​ເຮັດ​ຢ່າງ​ຄົນ​ປົກກະຕິ ກໍ​ເພາະ​ເຫັນ​ແກ່​ເຈົ້າ​ທັງຫລາຍ.</verse>
				<verse number="14">ເພາະວ່າ, ຄວາມຮັກ​ຂອງ​ພຣະຄຣິດ​ຊົງ​ບັງຄັບ​ພວກເຮົາ​ຢູ່ ຍ້ອນ​ພວກເຮົາ​ແນ່ໃຈ​ວ່າ, ມີ​ຜູ້ໜຶ່ງ​ໄດ້​ຕາຍ​ແທນ​ຄົນ​ທັງປວງ. ດັ່ງນັ້ນ ຄົນ​ທັງປວງ​ຈຶ່ງ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຕາຍ​ນັ້ນ.</verse>
				<verse number="15">ແລະ​ພຣະອົງ​ໄດ້​ຕາຍ​ແທນ​ຄົນ​ທັງປວງ ເພື່ອ​ວ່າ​ພວກ​ທີ່​ມີ​ຊີວິດ​ຢູ່​ນັ້ນ ຈະ​ບໍ່​ໃຊ້​ຊີວິດ​ຢູ່​ເພື່ອ​ຕົນເອງ​ອີກ​ຕໍ່ໄປ, ແຕ່​ເພື່ອ​ພຣະອົງ​ຜູ້​ທີ່​ໄດ້​ຕາຍ ແລະ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ ເພາະ​ເຫັນແກ່​ເຂົາ​ທັງຫລາຍ.</verse>
				<verse number="16">ເຫດສະນັ້ນ, ແຕ່​ນີ້​ຕໍ່ໄປ ພວກເຮົາ​ຈຶ່ງ​ບໍ່​ພິຈາລະນາ​ເບິ່ງ​ຜູ້ໃດ​ຕາມ​ມາດຕະຖານ​ຂອງ​ມະນຸດ​ອີກ ເຖິງ​ແມ່ນ​ວ່າ ເມື່ອ​ກ່ອນ​ນັ້ນ​ພວກເຮົາ​ໄດ້​ສັງເກດ​ຮູ້​ພຣະຄຣິດ​ຕາມ​ມາດຕະຖານ​ຂອງ​ມະນຸດ​ກໍຕາມ ມາບັດນີ້ ພວກເຮົາ​ກໍ​ບໍ່​ສັງເກດ​ຮູ້​ພຣະອົງ​ຕາມ​ແບບ​ນັ້ນ​ອີກ​ຕໍ່ໄປ.</verse>
				<verse number="17">ເຫດສະນັ້ນ, ຖ້າ​ຜູ້ໃດ​ຢູ່​ໃນ​ພຣະຄຣິດ ຜູ້ນັ້ນ​ກໍ​ເປັນ​ຄົນ​ທີ່​ຖືກ​ຊົງ​ສ້າງ​ຂຶ້ນ​ໃໝ່​ແລ້ວ ຖານະ​ເກົ່າ​ເຫຼົ່ານັ້ນ​ກໍ​ລ່ວງ​ໄປ​ແລ້ວ ເບິ່ງແມ! ກາຍເປັນ​ສິ່ງ​ໃໝ່​ທັງ​ນັ້ນ.</verse>
				<verse number="18">ສິ່ງ​ທັງໝົດ​ນີ້ ແມ່ນ​ເກີດ​ມາ​ຈາກ​ພຣະເຈົ້າ ຜູ້​ຊົງ​ໂຜດ​ໃຫ້​ພວກເຮົາ​ຄືນ​ດີ​ກັບ​ພຣະອົງ​ໂດຍ​ທາງ​ພຣະຄຣິດ ແລະ​ພຣະອົງ​ກໍໄດ້​ມອບໝາຍ​ພາລະກິດ​ນີ້​ແກ່​ພວກເຮົາ ເພື່ອ​ເຮັດ​ໃຫ້​ຄົນອື່ນ​ຄືນ​ດີ​ກັບ​ພຣະອົງ​ເໝືອນກັນ.</verse>
				<verse number="19">ເພາະ​ໂດຍ​ທາງ​ພຣະຄຣິດ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ຄືນ​ດີ​ກັບ​ພຣະອົງ ພຣະເຈົ້າ​ບໍ່ໄດ້​ຖື​ໂທດ​ຕໍ່​ການບາບ​ຂອງ​ພວກເຂົາ ແລະ​ພຣະອົງ​ໄດ້​ຊົງ​ມອບ​ຂ່າວ​ເລື່ອງ​ການ​ຄືນ​ດີ​ໄວ້​ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ພວກເຮົາ.</verse>
				<verse number="20">ດັ່ງນັ້ນ ພວກເຮົາ​ຈຶ່ງ​ເປັນ​ທູດ​ຂອງ​ພຣະຄຣິດ ເພາະວ່າ ພຣະເຈົ້າ​ຊົງ​ຮຽກຮ້ອງ​ພວກເຈົ້າ​ໂດຍ​ຜ່ານ​ທາງ​ພວກເຮົາ ພວກເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະຄຣິດ​ວ່າ, “ຈົ່ງ​ຍອມ​ໃຫ້​ພຣະເຈົ້າ ເຮັດ​ໃຫ້​ພວກເຈົ້າ​ຄືນ​ດີ​ກັນ​ກັບ​ພຣະອົງ​ເທີ້ນ.”</verse>
				<verse number="21">ເພາະວ່າ ພຣະເຈົ້າ​ໄດ້​ຊົງ​ກະທຳ​ໃຫ້​ພຣະຄຣິດ ຜູ້​ຊົງ​ບໍ່ມີ​ຄວາມ​ຜິດບາບ​ນັ້ນ ໄດ້​ເຂົ້າ​ສ່ວນ​ກັບ​ຄວາມ​ຜິດບາບ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ.</verse>
			</chapter>
			<chapter number="6">
				<verse number="1">ຍ້ອນ​ວ່າ ພວກເຮົາ​ເປັນ​ຜູ້​ທີ່​ຮ່ວມ​ງານ​ກັບ​ພຣະອົງ ພວກເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ເໝືອນກັນ​ວ່າ ຢ່າ​ໃຫ້​ພຣະຄຸນ​ຊຶ່ງ​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ​ນັ້ນ ເປັນ​ສິ່ງ​ໄຮ້​ປະໂຫຍດ.</verse>
				<verse number="2">ເພາະ​ພຣະອົງ​ຊົງ​ກ່າວ​ວ່າ, “ໃນ​ຄາວ​ແຫ່ງ​ຄວາມ​ກະລຸນາ ເຮົາ​ໄດ້​ຟັງ​ເຈົ້າ ໃນ​ວັນ​ແຫ່ງ​ຄວາມ​ພົ້ນ ເຮົາ​ໄດ້​ຊ່ວຍເຫລືອ​ເຈົ້າ​ໄວ້.” ເບິ່ງແມ! ເວລາ​ນີ້ ແມ່ນ​ຄາວ​ແຫ່ງ​ຄວາມ​ກະລຸນາ ເບິ່ງແມ! ເວລາ​ນີ້​ເປັນ​ວັນ​ແຫ່ງ​ຄວາມ​ພົ້ນ.</verse>
				<verse number="3">ພວກເຮົາ​ບໍ່ໄດ້​ເຮັດ​ໃຫ້​ຜູ້ໃດ​ຊຸນ​ສະດຸດ​ໃຈ​ຈັກ​ຢ່າງ ເພື່ອ​ບໍ່​ໃຫ້​ການ​ທີ່​ພວກເຮົາ​ຮັບໃຊ້​ປະຕິບັດ​ນັ້ນ ເປັນ​ທີ່​ຕິຕຽນ​ໄດ້.</verse>
				<verse number="4">ແຕ່​ພວກເຮົາ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ພວກເຮົາ​ໄດ້​ເຮັດ​ຕາມ​ຄຳ​ບັນຊາ​ທຸກສິ່ງ ໂດຍ​ຄວາມ​ພຽນ​ສູ້ທົນ​ຢ່າງ​ຫລວງຫລາຍ ໃນ​ຄວາມ​ເດືອດຮ້ອນ ຄວາມ​ຂັດສົນ ແລະ​ໃນ​ໄພພິບັດ.</verse>
				<verse number="5">ໃນ​ການ​ຖືກ​ຂ້ຽນຕີ ຖືກ​ຄຸມຂັງ ໃນ​ການ​ວຸ້ນວາຍ ເຮັດ​ວຽກ​ອັນ​ໜັກໜ່ວງ​ໃນ​ການ​ອົດຫລັບ​ອົດນອນ ແລະ​ໃນ​ການ​ອຶດຫິວ.</verse>
				<verse number="6">ໂດຍ​ຄວາມ​ບໍຣິສຸດ ໂດຍ​ຄວາມ​ຮູ້ ໂດຍ​ຄວາມ​ອົດທົນ ໂດຍ​ຄວາມ​ເມດຕາ​ກະລຸນາ ໂດຍ​ຄວາມ​ບໍຣິສຸດ​ຂອງ​ຈິດ​ວິນຍານ ໂດຍ​ຄວາມຮັກ​ຈາກ​ໃຈ​ຈິງ,</verse>
				<verse number="7">ໂດຍ​ຖ້ອຍຄຳ​ອັນ​ສັດຈິງ ໂດຍ​ຣິດອຳນາດ​ຂອງ​ພຣະເຈົ້າ ດ້ວຍ​ອາວຸດ​ຂອງ​ຄວາມ​ຊອບທຳ (ຊຶ່ງ​ໃຊ້​ສຳລັບ​ມື​ຂວາ​ແລະ​ມື​ຊ້າຍ ໄວ້​ໂຈມຕີ​ແລະ​ປ້ອງກັນ​ຕົວ​ດ້ວຍ).</verse>
				<verse number="8">ທັງ​ເວລາ​ທີ່​ໄດ້​ຮັບ​ກຽດ ແລະ​ທັງ​ເວລາ​ຖືກ​ລົດ​ກຽດ, ທັງ​ເວລາ​ຖືກ​ໝິ່ນປະໝາດ ແລະ​ເວລາ​ຮັບ​ຄຳ​ຊົມເຊີຍ. ພວກເຮົາ​ຖືກ​ກ່າວຫາ​ວ່າ​ເປັນ​ຄົນ​ຫລອກລວງ, ແຕ່​ຍັງ​ເປັນ​ຄົນ​ສັດຊື່​ຢູ່;</verse>
				<verse number="9">ເປັນ​ຄົນ​ທີ່​ບໍ່ມີ​ຜູ້ໃດ​ຮູ້ຈັກ, ແຕ່​ຍັງ​ເປັນ​ທີ່​ຮູ້ຈັກ​ດີ; ພວກເຮົາ​ເປັນ​ຄົນ​ທີ່​ກຳລັງ​ຈະ​ຕາຍ, ແຕ່​ເບິ່ງແມ! ພວກເຮົາ​ກໍ​ຍັງ​ມີ​ຊີວິດ​ຢູ່ ພວກເຮົາ​ຖືກ​ລົງໂທດ, ແຕ່​ກໍ​ຍັງ​ບໍ່​ເຖິງ​ຂັ້ນ​ຖືກ​ປະຫານ,</verse>
				<verse number="10">ເຖິງ​ແມ່ນ​ໄດ້​ຮັບ​ຄວາມ​ເສົ້າໂສກ, ແຕ່​ກໍ​ຍັງ​ຊົມຊື່ນ​ຍິນດີ​ຢູ່​ສະເໝີ; ເປັນ​ຄົນ​ຍາກຈົນ, ແຕ່​ກໍ​ເຮັດ​ໃຫ້​ຫລາຍ​ຄົນ​ຮັ່ງມີ; ເປັນ​ຄົນ​ບໍ່ມີ​ຫຍັງ, ແຕ່​ກໍ​ຍັງ​ມີ​ທຸກສິ່ງ.</verse>
				<verse number="11">ຊາວ​ເມືອງ​ໂກຣິນໂທ​ເອີຍ ພວກເຮົາ​ກ່າວ​ກັບ​ພວກເຈົ້າ​ດ້ວຍ​ຄວາມ​ຈິງໃຈ ຢ່າງ​ບໍ່​ບິດເບືອນ​ສິ່ງໃດ​ເລີຍ ພວກເຮົາ​ເປີດໃຈ​ກວ້າງ​ຕໍ່​ພວກເຈົ້າ.</verse>
				<verse number="12">ພວກເຮົາ​ບໍ່ໄດ້​ອຳ​ຫຍັງ​ໄວ້​ໃນ​ໃຈ ຕໍ່​ພວກເຈົ້າ​ເລີຍ, ແຕ່​ແມ່ນ​ພວກເຈົ້າ​ຕ່າງຫາກ​ທີ່​ອຳ​ເລື່ອງ​ໃນ​ໃຈ​ໄວ້ ຕໍ່​ພວກເຮົາ.</verse>
				<verse number="13">ເພື່ອ​ເປັນ​ການ​ຕອບສະໜອງ ເຮົາ​ຈຶ່ງ​ເວົ້າ​ກັບ​ພວກເຈົ້າ​ໃນ​ຖານະ​ທີ່​ພວກເຈົ້າ​ເປັນ​ລູກ​ຂອງເຮົາ​ວ່າ, ຈົ່ງ​ເຮັດ​ກັບ​ພວກເຮົາ ເໝືອນ​ດັ່ງ​ທີ່​ພວກເຮົາ​ເຮັດ​ກັບ​ພວກເຈົ້າ ຄື​ຈົ່ງ​ເປີດ​ໃຈ​ຂອງ​ພວກເຈົ້າ​ອອກ​ໃຫ້​ກວ້າງ​ເຖີດ.</verse>
				<verse number="14">ຢ່າ​ຜູກພັນ​ກັບ​ຄົນ​ທີ່​ບໍ່​ເຊື່ອ​ໃນ​ຖານະ​ທີ່​ບໍ່​ສະເໝີ​ກັນ ເພາະວ່າ ຄວາມ​ຊອບທຳ​ຈະ​ມີ​ຫຸ້ນ​ສ່ວນ​ອັນ​ໃດ​ກັບ​ຄວາມ​ອະທຳ? ແລະ​ຄວາມ​ສະຫວ່າງ​ຈະ​ເຂົ້າ​ສະໜິດ​ກັບ​ຄວາມມືດ​ໄດ້​ຢ່າງ​ໃດ?</verse>
				<verse number="15">ພຣະຄຣິດ​ກັບ​ເບລີອາ​ຈະ​ລົງລອຍ​ກັນ​ໄດ້​ຢ່າງ​ໃດ? ຄົນ​ທີ່​ເຊື່ອ​ຈະ​ມີ​ສ່ວນ​ອັນ​ໃດ​ກັບ​ຄົນ​ທີ່​ບໍ່​ເຊື່ອ?</verse>
				<verse number="16">ວິຫານ​ຂອງ​ພຣະເຈົ້າ​ຈະ​ຕົກລົງ​ກັບ​ຮູບເຄົາຣົບ​ໄດ້​ຢ່າງ​ໃດ? ດ້ວຍວ່າ, ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ດັ່ງ​ທີ່​ພຣະເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ຈະ​ດຳເນີນ​ຢູ່​ໃນ​ທ່າມກາງ​ພວກເຂົາ, ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ເປັນ​ໄພ່ພົນ​ຂອງເຮົາ.”</verse>
				<verse number="17">ດ້ວຍເຫດນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ແຍກ​ຕົວ​ອອກ​ຈາກ​ທ່າມກາງ​ພວກເຂົາ ແລະ​ຈົ່ງ​ຕັ້ງ​ຢູ່​ຕ່າງຫາກ ຢ່າ​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ ແລະ​ເຮົາ​ຈຶ່ງ​ຈະ​ຮັບ​ເອົາ​ພວກເຈົ້າ​ໄວ້.</verse>
				<verse number="18">ເຮົາ​ຈະ​ເປັນ​ບິດາ​ຂອງ​ພວກເຈົ້າ ແລ້ວ​ພວກເຈົ້າ​ຈະ​ເປັນ​ບຸດ​ຊາຍ​ ບຸດ​ຍິງ​ຂອງເຮົາ.” ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ ໄດ້​ຊົງ​ກ່າວ​ໄວ້​ດັ່ງນັ້ນ.</verse>
			</chapter>
			<chapter number="7">
				<verse number="1">ບັນດາ​ເພື່ອນ​ທີ່​ຮັກ​ຂອງເຮົາ​ເອີຍ, ເມື່ອ​ພວກເຮົາ​ມີ​ພຣະສັນຍາ​ໃໝ່​ດັ່ງນີ້​ແລ້ວ ຈົ່ງ​ໃຫ້​ພວກເຮົາ​ຊຳລະ​ຕົວ​ຈາກ​ທຸກສິ່ງ ທີ່​ເຮັດ​ໃຫ້​ຮ່າງກາຍ​ແລະ​ຈິດ​ວິນຍານ​ເປັນ​ມົນທິນ ແລະ​ຈົ່ງ​ເຮັດ​ໃຫ້​ມີ​ຄວາມ​ບໍຣິສຸດ​ຢ່າງ​ຄົບຖ້ວນ ໂດຍ​ຄວາມ​ຢຳເກງ​ພຣະເຈົ້າ.</verse>
				<verse number="2">ຈົ່ງ​ເປີດ​ໃຈ​ຂອງ​ພວກເຈົ້າ​ອອກ​ໃຫ້​ກວ້າງ ໄວ້​ຕ້ອນຮັບ​ພວກເຮົາ​ເຖີດ ພວກເຮົາ​ບໍ່ໄດ້​ເຮັດ​ຜິດ​ຄິດຮ້າຍ​ຕໍ່​ຜູ້ໃດ ພວກເຮົາ​ບໍ່ໄດ້​ທຳລາຍ​ຜູ້ໃດ ທັງ​ບໍ່ໄດ້​ຊອກ​ເອົາລັດ​ເອົາປຽບ​ຜູ້ໃດ​ຈັກເທື່ອ.</verse>
				<verse number="3">ເຮົາ​ກ່າວ​ຢ່າງ​ນີ້ ກໍ​ບໍ່ແມ່ນ​ເພື່ອ​ຈະ​ໃສ່​ໂທດ​ພວກເຈົ້າ ເພາະ​ເຮົາ​ໄດ້​ບອກ​ແລ້ວ​ວ່າ, ເຈົ້າ​ທັງຫລາຍ​ຢູ່​ໃນ​ໃຈ​ຂອງເຮົາ ຄື​ຈະ​ຕາຍ ຫລື​ຈະ​ເປັນ​ກໍ​ຢູ່​ດ້ວຍ​ກັນ.</verse>
				<verse number="4">ເຮົາ​ມີ​ຄວາມ​ໄວ້​ໃຈ ແລະ​ພາກ​ພູມ​ໃຈ​ໃນ​ພວກເຈົ້າ​ຢ່າງ​ຫລວງຫລາຍ ເຮົາ​ໄດ້​ຮັບ​ຄວາມ​ຊູໃຈ​ຢ່າງ​ບໍລິບູນ ແລະ​ໃນ​ຄວາມ​ທຸກ​ລຳບາກ​ຂອງເຮົາ​ທຸກຢ່າງ ເຮົາ​ກໍ​ຍັງ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຢ່າງ​ລົ້ນ​ເຫຼືອ.</verse>
				<verse number="5">ເພາະ​ເຖິງ​ແມ່ນ​ວ່າ ພວກເຮົາ​ໄດ້​ມາ​ເຖິງ​ແຂວງ​ມາເກໂດເນຍ​ແລ້ວ​ກໍຕາມ ຮ່າງກາຍ​ຂອງ​ພວກເຮົາ​ກໍ​ບໍ່ໄດ້​ພັກຜ່ອນ ເພາະ​ມີ​ຄວາມ​ທຸກ​ລຳບາກ​ຢູ່​ອ້ອມ​ຂ້າງ, ພາຍ​ນອກ​ມີ​ການ​ຕໍ່ສູ້ ແລະ​ພາຍ​ໃນ​ກໍ​ມີ​ຄວາມ​ຢ້ານກົວ.</verse>
				<verse number="6">ແຕ່​ພຣະເຈົ້າ ອົງ​ຊົງ​ໜູນໃຈ​ຜູ້​ທີ່​ໂສກເສົ້າ ຊົງ​ໂຜດ​ໜູນໃຈ​ພວກເຮົາ​ດ້ວຍ​ການ​ທີ່​ໃຫ້​ຕີໂຕ​ມາ​ເຖິງ​ພວກເຮົາ.</verse>
				<verse number="7">ແລະ​ບໍ່​ພຽງແຕ່​ການ​ມາ​ຂອງ​ຕີໂຕ​ເທົ່ານັ້ນ, ແຕ່​ດ້ວຍ​ການ​ທີ່​ພວກເຈົ້າ​ໄດ້​ຊູໃຈ​ຂອງ​ຕີໂຕ​ອີກ​ດ້ວຍ ຕາມ​ທີ່​ຕີໂຕ​ໄດ້​ມາ​ເລົ່າ​ໃຫ້​ຟັງ​ເຖິງ​ຄວາມ​ອາໄລ ແລະ​ຄວາມ​ໂສກເສົ້າ​ຂອງ​ເຈົ້າ​ທັງຫລາຍ ກັບ​ທັງ​ໃຈ​ຮ້ອນຮົນ​ຂອງ​ພວກເຈົ້າ​ທີ່​ມີ​ຕໍ່​ເຮົາ ຈຶ່ງ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຊົມຊື່ນ​ຍິນດີ​ທະວີ​ຂຶ້ນ.</verse>
				<verse number="8">ເພາະ​ເຖິງ​ແມ່ນ​ຈົດໝາຍ​ຂອງເຮົາ​ສະບັບ​ນັ້ນ ໄດ້​ເຮັດ​ໃຫ້​ເຈົ້າ​ທັງຫລາຍ​ທຸກໃຈ​ກໍຕາມ ເຮົາ​ກໍ​ບໍ່​ກິນແໜງ ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ກິນແໜງ​ແດ່​ແລ້ວ​ກໍຕາມ ເພາະ​ເຮົາ​ເຫັນ​ວ່າ ຈົດໝາຍ​ສະບັບ​ນັ້ນ​ໄດ້​ເຮັດ​ໃຫ້​ເຈົ້າ​ທັງຫລາຍ​ທຸກໃຈ​ກໍ​ພຽງແຕ່​ຊົ່ວຄາວ​ເທົ່ານັ້ນ.</verse>
				<verse number="9">ບັດນີ້ ເຮົາ​ມີ​ຄວາມ​ຊົມຊື່ນ​ຍິນດີ ບໍ່ແມ່ນ​ເພາະ​ຄວາມ​ທຸກໃຈ​ຂອງ​ເຈົ້າ​ທັງຫລາຍ, ແຕ່​ເພາະ​ຄວາມ​ທຸກໃຈ​ນັ້ນ ເປັນ​ເຫດ​ໃຫ້​ພວກເຈົ້າ​ກັບໃຈ​ເສຍ​ໃໝ່ ເພາະວ່າ​ພວກເຈົ້າ​ໄດ້​ຮັບ​ຄວາມ​ທຸກໃຈ​ຢ່າງ​ທີ່​ຊອບພຣະໄທ​ພຣະເຈົ້າ ຈຶ່ງ​ບໍ່ໄດ້​ຮັບ​ຜົນຮ້າຍ​ຈາກ​ເຮົາ​ຈັກ​ຢ່າງ.</verse>
				<verse number="10">ດ້ວຍວ່າ, ຄວາມ​ທຸກໃຈ​ຕາມ​ຢ່າງ​ຊອບ​ພຣະໄທ​ພຣະເຈົ້າ​ນັ້ນ ຍ່ອມ​ເຮັດ​ໃຫ້​ກັບໃຈ​ເສຍ​ໃໝ່ ຊຶ່ງ​ນຳ​ໄປ​ສູ່​ຄວາມ​ພົ້ນ​ໂດຍ​ບໍ່ຄວນ​ກິນແໜງ, ແຕ່​ຄວາມ​ທຸກໃຈ​ຕາມ​ຢ່າງ​ໂລກ​ນັ້ນ ຍ່ອມ​ນຳ​ໄປ​ເຖິງ​ຄວາມ​ຕາຍ.</verse>
				<verse number="11">ຈົ່ງ​ພິຈາລະນາ​ເບິ່ງ​ວ່າ ການ​ທີ່​ເຈົ້າ​ທັງຫລາຍ​ໄດ້​ທຸກໃຈ ຕາມ​ຢ່າງ​ຊອບພຣະໄທ​ພຣະເຈົ້າ​ນັ້ນ ໄດ້​ເຮັດ​ໃຫ້​ພວກເຈົ້າ​ເກີດ​ມີ​ຄວາມ​ຂະຫຍັນ​ຂັນແຂງ​ຫລາຍ​ເທົ່າ​ໃດ ເອົາໃຈໃສ່​ທີ່​ຈະ​ແກ້​ຕົວ​ຫລາຍ​ເທົ່າ​ໃດ ຄວາມ​ເຄືອງໃຈ ຄວາມ​ຕື່ນ​ຕົວ ຄວາມ​ອາໄລ ຄວາມ​ຮ້ອນຮົນ ແລະ​ການ​ລົງໂທດ​ຕອບແທນ​ຫລາຍ​ເທົ່າ​ໃດ ໃນ​ທຸກສິ່ງ​ເຫຼົ່ານີ້ ເຈົ້າ​ທັງຫລາຍ​ໄດ້​ສະແດງ​ຕົວ​ວ່າ ເປັນ​ຄົນ​ບໍ່ມີ​ຜິດ​ໃນ​ການ​ນັ້ນ​ແລ້ວ.</verse>
				<verse number="12">ເຫດສະນັ້ນ ແມ່ນ​ວ່າ​ເຮົາ​ໄດ້​ຂຽນ​ມາ​ເຖິງ​ເຈົ້າ​ທັງຫລາຍ ກໍ​ບໍ່ແມ່ນ​ຍ້ອນ​ຜູ້​ທີ່​ໄດ້​ເຮັດ​ຜິດ ຫລື​ຍ້ອນ​ຜູ້​ທີ່​ຖືກ​ຜິດ​ນັ້ນ ແຕ່​ເພື່ອ​ຄວາມ​ຂະຫຍັນ​ຂັນແຂງ ທີ່​ພວກເຈົ້າ​ມີ​ຕໍ່​ເຮົາ​ນັ້ນ ຈະ​ໄດ້​ປາກົດ​ແກ່​ເຈົ້າ​ທັງຫລາຍ​ຊ້ອງ​ພຣະພັກ​ພຣະເຈົ້າ.</verse>
				<verse number="13">ໂດຍເຫດນີ້ ເຮົາ​ຈຶ່ງ​ມີ​ຄວາມ​ຊູໃຈ. ນອກຈາກ​ຄວາມ​ຊູໃຈ​ຂອງເຮົາ​ນັ້ນ ເຮົາ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຢ່າງ​ເຫລືອລົ້ນ ເພາະ​ຍ້ອນ​ຄວາມ​ຍິນດີ​ຂອງ​ຕີໂຕ ໃນ​ການ​ທີ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ຈິດໃຈ​ຂອງ​ຕີໂຕ​ສະຫງົບ​ລົງ.</verse>
				<verse number="14">ເຮົາ​ໄດ້​ເວົ້າ​ອວດ​ເຖິງ​ເລື່ອງ​ຂອງ​ພວກເຈົ້າ​ສູ່​ຕີໂຕ ແລະ​ພວກເຈົ້າ​ກໍ​ບໍ່ໄດ້​ເຮັດ​ໃຫ້​ເຮົາ​ຜິດຫວັງ ພວກເຮົາ​ໄດ້​ກ່າວ​ຄວາມຈິງ​ແກ່​ພວກເຈົ້າ​ຢູ່​ສະເໝີ​ສັນໃດ ການ​ທີ່​ພວກເຮົາ​ເວົ້າ​ອວດ​ເຖິງ​ເລື່ອງ​ການ​ເຊື່ອຟັງ​ຂອງ​ພວກເຈົ້າ​ສູ່​ຕີໂຕ ກໍ​ກາຍເປັນ​ຄວາມຈິງ​ສັນນັ້ນ.</verse>
				<verse number="15">ດັ່ງນັ້ນ ຄວາມຮັກ​ຂອງ​ຕີໂຕ ທີ່​ມີ​ຕໍ່​ພວກເຈົ້າ​ຈຶ່ງ​ຫລາຍ​ຍິ່ງ​ຂຶ້ນ ເມື່ອ​ເພິ່ນ​ລະນຶກເຖິງ​ການ​ເຊື່ອຟັງ​ຂອງ​ພວກເຈົ້າ​ທຸກຄົນ ແລະ​ການ​ທີ່​ພວກເຈົ້າ​ໄດ້​ຮັບຕ້ອນ​ເພິ່ນ​ດ້ວຍ​ຄວາມ​ຢຳເກງ​ຈົນ​ຕົວ​ສັ່ນ.</verse>
				<verse number="16">ເຮົາ​ມີ​ຄວາມ​ຊື່ນຊົມ​ຍິນດີ​ຢ່າງ​ເຫລືອລົ້ນ ເພາະ​ເຮົາ​ເຊື່ອໝັ້ນ​ໃນ​ພວກເຈົ້າ​ໄດ້​ທຸກຢ່າງ.</verse>
			</chapter>
			<chapter number="8">
				<verse number="1">ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ປາຖະໜາ​ໃຫ້​ພວກເຈົ້າ​ຮູ້​ເຖິງ ພຣະຄຸນ​ຂອງ​ພຣະເຈົ້າ ທີ່​ຊົງ​ໂຜດ​ປະທານ​ແກ່​ຄຣິສຕະຈັກ​ຕ່າງໆ​ໃນ​ແຂວງ​ມາເກໂດເນຍ.</verse>
				<verse number="2">ເພາະວ່າ ເມື່ອ​ຄາວ​ທີ່​ພວກເຂົາ​ຖືກ​ທົດລອງ​ຢ່າງ​ໜັກ ໂດຍ​ໄດ້​ຮັບ​ຄວາມ​ທຸກ​ລຳບາກ ຄວາມ​ຍິນດີ​ອັນ​ເຫລືອລົ້ນ ແລະ​ຄວາມ​ຍາກຈົນ​ອັນ​ເຫຼືອ​ປະມານ​ຂອງ​ພວກເຂົາ​ນັ້ນ ກໍໄດ້​ປາກົດ​ລົ້ນ​ອອກ​ມາ​ເປັນ​ໃຈ​ສັດທາ​ອັນ​ກວ້າງຂວາງ.</verse>
				<verse number="3">ເພາະ​ເຮົາ​ເປັນ​ພະຍານ​ໄດ້​ວ່າ ພວກເຂົາ​ສັດທາ​ຖວາຍ​ໂດຍ​ສຸດ​ຄວາມ​ສາມາດ​ຂອງ​ພວກເຂົາ ແລະ​ເຫຼືອ​ຄວາມ​ສາມາດ​ຂອງ​ພວກເຂົາ​ເສຍ​ອີກ,</verse>
				<verse number="4">ແລ້ວ​ຕາມ​ລຳພັງ​ໃຈ​ຂອງ​ພວກເຂົາ​ເອງ ພວກເຂົາ​ກໍ​ຍັງ​ໄດ້​ວອນຂໍ​ຢ່າງ​ຫລວງຫລາຍ ຂໍ​ໃຫ້​ເຮົາ​ກະລຸນາ​ພວກເຂົາ​ໄດ້​ມີ​ສ່ວນ​ໃນ​ການ​ຊ່ວຍເຫລືອ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ.</verse>
				<verse number="5">ບໍ່​ເໝືອນ​ດັ່ງ​ເຮົາ​ໄດ້​ຄາດໝາຍ​ໄວ້, ແຕ່​ຂໍ້​ສຳຄັນ​ທີ່ສຸດ ແມ່ນ​ພວກເຂົາ​ໄດ້​ຖວາຍ​ຕົວ​ເອງ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ກ່ອນ ແລ້ວ​ໄດ້​ມອບ​ຕົວ​ໃຫ້​ເຮົາ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.</verse>
				<verse number="6">ຈົນ​ວ່າ​ເຮົາ​ໄດ້​ເຕືອນ​ຕີໂຕ ໃຫ້​ຊ່ວຍ​ພວກເຈົ້າ​ເຮັດ​ການ​ກຸສົນ​ນັ້ນ​ໃຫ້​ສຳເລັດ ຕາມ​ທີ່​ຕົນ​ໄດ້​ລົງ​ມື​ເຮັດ​ໄວ້​ກ່ອນ​ແລ້ວ​ນັ້ນ.</verse>
				<verse number="7">ເຫດສະນັ້ນ ເມື່ອ​ເຈົ້າ​ທັງຫລາຍ​ມີ​ບໍຣິບູນ​ໃນ​ທຸກສິ່ງ ຄື​ຄວາມເຊື່ອ, ຖ້ອຍຄຳ, ວິຊາ​ຄວາມຮູ້, ຄວາມ​ກະຕື​ລືລົ້ນ ແລະ​ຄວາມຮັກ​ຕໍ່​ເຮົາ, ເຈົ້າ​ທັງຫລາຍ​ກໍ​ຈົ່ງ​ປະກອບ​ການ​ກຸສົນ​ນີ້​ຢ່າງ​ບໍຣິບູນ​ເໝືອນກັນ.</verse>
				<verse number="8">ເຮົາ​ກ່າວ​ດັ່ງນີ້​ບໍ່ແມ່ນ​ຄຳ​ບັນຊາ, ແຕ່​ໄດ້​ນຳ​ເລື່ອງ​ຄວາມ​ກະຕື​ລືລົ້ນ​ຂອງ​ຄົນອື່ນ ມາ​ທຽບ​ທົດລອງ​ກັບ​ຄວາມຮັກ​ຂອງ​ເຈົ້າ​ທັງຫລາຍ​ນັ້ນ ເບິ່ງ​ວ່າ​ເປັນ​ຂອງ​ແທ້​ຫລື​ບໍ່.</verse>
				<verse number="9">ເພາະວ່າ ເຈົ້າ​ທັງຫລາຍ​ຮູ້ຈັກ​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ແລ້ວ​ວ່າ ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ຮັ່ງມີ ພຣະອົງ​ກໍ​ຍັງ​ຊົງ​ຍອມ​ກາຍເປັນ​ຄົນ​ຍາກຈົນ ເພາະ​ເຫັນ​ແກ່​ເຈົ້າ​ທັງຫລາຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ກາຍເປັນ​ຄົນ​ຮັ່ງມີ ເນື່ອງ​ຈາກ​ຄວາມ​ຍາກຈົນ​ຂອງ​ພຣະອົງ.</verse>
				<verse number="10">ແລະ​ເຮົາ​ຈະ​ອອກ​ຄວາມ​ເຫັນ​ໃນ​ເລື່ອງ​ນີ້​ວ່າ, ເລື່ອງ​ທີ່​ພວກເຈົ້າ​ໄດ້​ຕັ້ງຕົ້ນ​ກ່ອນ​ພວກເຂົາ​ເມື່ອ​ປີ​ກາຍ​ນີ້ ແລະ​ບໍ່ແມ່ນ​ພວກເຈົ້າ​ໄດ້​ຕັ້ງຕົ້ນ​ຈະ​ເຮັດ​ເທົ່ານັ້ນ, ແຕ່​ຍັງ​ເຕັມໃຈ​ໃນ​ການ​ເຮັດ​ນັ້ນ​ດ້ວຍ.</verse>
				<verse number="11">ບັດນີ້​ກໍ​ຄວນ​ແລ້ວ ທີ່​ເຈົ້າ​ທັງຫລາຍ​ຈະ​ເຮັດ​ການ​ນັ້ນ ໃຫ້​ສຳເລັດ​ເສຍ ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ມີ​ໃຈພ້ອມ​ຢູ່​ແລ້ວ ພວກເຈົ້າ​ກໍ​ຈະ​ເຮັດ​ໃຫ້​ສຳເລັດ​ຕາມ​ຄວາມ​ສາມາດ​ຂອງຕົນ.</verse>
				<verse number="12">ເພາະວ່າ ຖ້າ​ມີ​ນໍ້າໃຈ​ພ້ອມ​ຢູ່​ແລ້ວ ພຣະເຈົ້າ​ກໍ​ຊົງ​ພໍພຣະໄທ​ທີ່​ຈະ​ຊົງ​ຮັບ​ຕາມ​ທີ່​ທຸກຄົນ​ມີ​ຢູ່ ບໍ່ແມ່ນ​ຕາມ​ທີ່​ພວກເຂົາ​ບໍ່ມີ.</verse>
				<verse number="13">ເຮົາ​ບໍ່ໄດ້​ມຸ່ງໝາຍ​ວ່າ ຈະ​ໃຫ້​ການງານ​ຂອງ​ຄົນອື່ນ​ເບົາ​ລົງ ແລະ​ໃຫ້​ການງານ​ຂອງ​ພວກເຈົ້າ​ໜັກ​ຂຶ້ນ, ແຕ່​ເພື່ອ​ໃຫ້​ເປັນ​ການ​ສະເໝີ​ກັນ.</verse>
				<verse number="14">ສະນັ້ນ ໃນ​ຍາມ​ທີ່​ເຈົ້າ​ທັງຫລາຍ​ມີ​ບໍຣິບູນ​ຢ່າງ​ເວລາ​ນີ້ ພວກເຈົ້າ​ກໍ​ຄວນ​ຈະ​ຊ່ວຍ​ຄົນ​ເຫຼົ່ານັ້ນ​ທີ່​ຂາດເຂີນ ແລະ​ໃນ​ຍາມ​ທີ່​ພວກເຂົາ​ມີ​ບໍຣິບູນ ພວກເຂົາ​ກໍ​ຈະ​ຊ່ວຍ​ພວກເຈົ້າ ເມື່ອ​ຂາດເຂີນ​ເໝືອນກັນ ເພື່ອ​ຈະ​ໃຫ້​ສະເໝີ​ກັນ​ໄປ.</verse>
				<verse number="15">ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ຜູ້​ທີ່​ໄດ້​ຫລາຍ​ກໍ​ບໍ່​ເຫຼືອ ແລະ​ຜູ້​ທີ່​ໄດ້​ໜ້ອຍ​ກໍ​ບໍ່​ຂາດເຂີນ.”</verse>
				<verse number="16">ແຕ່​ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ທີ່​ຊົງ​ບັນດານ​ໃຫ້​ຕີໂຕ​ມີ​ໃຈ​ກະຕື​ລືລົ້ນ​ສຳລັບ​ພວກເຈົ້າ​ດັ່ງ​ທີ່​ເຮົາ​ເອງ​ມີ​ຢູ່.</verse>
				<verse number="17">ເພິ່ນ​ບໍ່​ພຽງແຕ່​ໄດ້​ຮັບ​ເອົາ​ຄຳ​ຂໍຮ້ອງ​ຂອງ​ພວກເຮົາ ນອກ​ນີ້​ອີກ ເພິ່ນ​ຍັງ​ມີ​ໃຈ​ກະຕື​ລືລົ້ນ​ໃນ​ການ​ຊ່ວຍເຫລືອ, ຈຶ່ງ​ອາສາ​ສະໝັກ​ໄປ​ຫາ​ພວກເຈົ້າ.</verse>
				<verse number="18">ພວກເຮົາ​ໄດ້​ໃຊ້​ພີ່ນ້ອງ​ຄົນ​ນັ້ນ ຜູ້​ທີ່​ຄຣິສຕະຈັກ​ທັງໝົດ​ໃຫ້​ຄວາມ​ໄວ້ວາງໃຈ ໃຫ້​ໄປ​ກັບ​ຕີໂຕ​ໃນ​ພາລະກິດ​ແຫ່ງ​ການ​ປະກາດ​ຂ່າວປະເສີດ.</verse>
				<verse number="19">ແລະ​ບໍ່​ພຽງແຕ່​ເທົ່ານັ້ນ ແຕ່​ຄຣິສຕະຈັກ​ໄດ້​ເລືອກ​ຕັ້ງ​ຜູ້ນັ້ນ ໃຫ້​ເປັນ​ເພື່ອນ​ເດີນທາງ​ດ້ວຍ​ກັນ​ກັບ​ເຮົາ​ໃນ​ການ​ກຸສົນ ຊຶ່ງ​ເຮົາ​ໄດ້​ຮັບ​ເປັນ​ທຸລະ ເພື່ອ​ໃຫ້​ເປັນ​ທີ່​ຖວາຍ​ພຣະກຽດ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເປັນ​ທີ່​ສະແດງ​ນໍ້າໃຈ​ອັນ​ພ້ອມ​ແລ້ວ​ຂອງເຮົາ.</verse>
				<verse number="20">ພວກເຮົາ​ຕັ້ງໃຈ​ຈະ​ບໍ່​ໃຫ້​ຜູ້ໃດ​ຕຳໜິ ໃນ​ເລື່ອງ​ຂອງ​ບໍລິຈາກ​ອັນ​ຫລວງຫລາຍ ທີ່​ພວກເຮົາ​ກຳລັງ​ຮັບ​ມາ​ແຈກ​ນັ້ນ.</verse>
				<verse number="21">ພວກເຮົາ​ມີ​ຈຸດປະສົງ​ເຮັດ​ທຸກສິ່ງ​ໃຫ້​ຖືກຕ້ອງ ບໍ່ແມ່ນແຕ່​ຕໍ່ສາຍຕາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ເທົ່ານັ້ນ, ແຕ່​ຕໍ່ສາຍຕາ​ຂອງ​ມະນຸດ​ດ້ວຍ.</verse>
				<verse number="22">ເຮົາ​ໄດ້​ໃຊ້​ພີ່ນ້ອງ​ຂອງເຮົາ​ນັ້ນ​ໄປ​ນຳ​ພວກເຂົາ ຄື​ຜູ້​ທີ່​ເຮົາ​ໄດ້​ທົດລອງ​ເບິ່ງ​ຫລາຍ​ເທື່ອ ຈຶ່ງ​ເຫັນ​ວ່າ​ເປັນ​ຄົນ​ມີ​ໃຈ​ກະຕື​ລືລົ້ນ​ໃນ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ມາ​ແລ້ວ ແລະ​ບັດນີ້​ໄດ້​ມີ​ຄວາມ​ກະຕື​ລືລົ້ນ​ຫລາຍກວ່າ​ເກົ່າ ຍ້ອນ​ວ່າ​ເພິ່ນ​ມີ​ຄວາມ​ໄວ້​ໃຈ​ຫລາຍ​ໃນ​ພວກເຈົ້າ.</verse>
				<verse number="23">ສ່ວນ​ຕີໂຕ​ນັ້ນ ເປັນ​ຜູ້​ເຂົ້າ​ສ່ວນ​ກັບ​ເຮົາ ແລະ​ເປັນ​ຜູ້​ຮ່ວມງານ​ໃນ​ການ​ຮັບໃຊ້​ເຈົ້າ​ທັງຫລາຍ ສ່ວນ​ພວກ​ພີ່ນ້ອງ​ຂອງເຮົາ​ນັ້ນ ກໍ​ເປັນ​ທູດ​ຮັບໃຊ້​ຂອງ​ຄຣິສຕະຈັກ​ທັງຫລາຍ ແລະ​ເປັນ​ພຣະ​ກຽດຕິຍົດ​ຂອງ​ພຣະຄຣິດ.</verse>
				<verse number="24">ເຫດສະນັ້ນ ຈົ່ງ​ສະແດງ​ໃຫ້​ພວກເຂົາ​ເຫັນ ເຖິງ​ຄວາມຮັກ​ອັນ​ແທ້ຈິງ​ຂອງ​ພວກເຈົ້າ ເພື່ອ​ວ່າ​ການ​ທີ່​ພວກເຮົາ​ເວົ້າ​ອວດ​ເຖິງ​ພວກເຈົ້າ​ນັ້ນ ຈະ​ເປັນ​ທີ່​ປາກົດ​ແຈ້ງ​ໃນ​ທ່າມກາງ​ເຂົາ​ເຫຼົ່ານັ້ນ ຕໍ່ໜ້າ​ຄຣິສຕະຈັກ​ທຸກ​ແຫ່ງ.</verse>
			</chapter>
			<chapter number="9">
				<verse number="1">ເຮົາ​ບໍ່​ຈຳເປັນ​ຂຽນ​ຫາ​ພວກເຈົ້າ​ເຖິງ​ການ​ສົງເຄາະ ທີ່​ສົ່ງ​ໄປ​ຊ່ວຍເຫລືອ​ໄພ່ພົນ​ຂອງ​ພຣະເຈົ້າ.</verse>
				<verse number="2">ເຮົາ​ຮູ້​ວ່າ ພວກເຈົ້າ​ມີ​ໃຈ​ພ້ອມ​ແລ້ວ​ທີ່​ຢາກ​ຊ່ວຍເຫລືອ ແລະ​ເຮົາ​ໄດ້​ເວົ້າ​ອວດອ້າງ​ເລື່ອງ​ຂອງ​ພວກເຈົ້າ​ສູ່​ຊາວ​ມາເກໂດເນຍ ວ່າ, ພວກ​ພີ່ນ້ອງ​ໃນ​ແຂວງ​ອະຂາຢາ ພ້ອມ​ທີ່​ຈະ​ຊ່ວຍເຫລືອ​ແຕ່​ປີ​ກາຍ​ແລ້ວ ຄວາມ​ກະຕື​ລືລົ້ນ​ຂອງ​ພວກເຈົ້າ​ໄດ້​ຊຸກຍູ້​ຈິດໃຈ​ພວກເຂົາ​ຫລາຍ​ທີ່ສຸດ.</verse>
				<verse number="3">ບັດນີ້ ເຮົາ​ໃຊ້​ພີ່ນ້ອງ​ເຫຼົ່ານີ້​ໄປ ເພື່ອ​ວ່າ​ຄຳ​ເວົ້າ​ອວດອ້າງ​ຂອງເຮົາ​ເຖິງ​ເລື່ອງ​ພວກເຈົ້າ​ນັ້ນ ຈະ​ບໍ່​ກາຍເປັນ​ຄຳ​ເປົ່າໆ, ແຕ່​ຕາມ​ທີ່​ເຮົາ​ໄດ້​ເວົ້າ​ມາ​ນັ້ນ ພວກເຈົ້າ​ຄົງ​ຈະ​ໄດ້​ຈັດຕຽມ​ເຄື່ອງ​ສົງເຄາະ​ໄວ້​ພ້ອມ​ແລ້ວ.</verse>
				<verse number="4">ບໍ່​ດັ່ງນັ້ນ ຖ້າ​ຊາວ​ມາເກໂດເນຍ​ບາງຄົນ​ມາ​ກັບ​ເຮົາ ແລະ​ເຫັນ​ວ່າ​ເຈົ້າ​ທັງຫລາຍ​ບໍ່ໄດ້​ຈັດແຈງ​ໄວ້​ພ້ອມ ຕາມ​ທີ່​ເຮົາ​ໄດ້​ຕາຍໃຈ​ເຊື່ອ​ນັ້ນ ຢ່າ​ວ່າ​ແຕ່​ພວກເຈົ້າ​ຈະ​ຖືກ​ອັບອາຍ​ຂາຍໜ້າ, ແຕ່​ເຮົາ​ເອງ​ກໍ​ຈະ​ຖືກ​ອັບອາຍ​ຂາຍໜ້າ​ເໝືອນກັນ.</verse>
				<verse number="5">ດັ່ງນັ້ນ ເຮົາ​ຈຶ່ງ​ເຫັນ​ວ່າ ຈຳເປັນ​ຕ້ອງ​ວອນ​ຂໍ​ພີ່ນ້ອງ​ເຫຼົ່ານັ້ນ ໃຫ້​ໄປ​ຫາ​ພວກເຈົ້າ​ກ່ອນ​ເຮົາ ເພື່ອ​ຕຽມ​ເຄື່ອງ​ບໍລິຈາກ​ໄວ້​ຕາມ​ທີ່​ພວກເຈົ້າ​ໄດ້​ສັນຍາ ແລ້ວ​ສິ່ງ​ນັ້ນ​ກໍ​ຄົງ​ຈະ​ໄດ້​ມີ​ໄວ້​ພ້ອມ ເມື່ອ​ເຮົາ​ໄປ​ເຖິງ ອັນ​ຈະ​ເປັນ​ການ​ສະແດງ​ໃຫ້​ເຫັນ​ວ່າ ພວກເຈົ້າ​ມີ​ນໍ້າໃຈ​ຢາກ​ຖວາຍ​ບໍ່ແມ່ນ​ດ້ວຍ​ຄວາມ​ຂືນໃຈ.</verse>
				<verse number="6">ດັ່ງນີ້ແຫລະ ຄົນ​ທີ່​ຫວ່ານ​ພຽງ​ເລັກນ້ອຍ ກໍ​ເກັບກ່ຽວ​ໄດ້​ພຽງ​ເລັກນ້ອຍ ແລະ​ຄົນ​ທີ່​ຫວ່ານ​ຫລາຍ​ກໍ​ເກັບກ່ຽວ​ໄດ້​ຫລາຍ.</verse>
				<verse number="7">ທຸກຄົນ​ຈົ່ງ​ໃຫ້​ຕາມ​ທີ່​ຕົນ​ໄດ້​ຄິດໝາຍ​ໄວ້​ໃນ​ໃຈ ບໍ່ແມ່ນ​ໃຫ້​ດ້ວຍ​ຄິດ​ເສຍດາຍ ຫລື​ດ້ວຍ​ຂືນໃຈ​ໃຫ້ ເຫດ​ວ່າ​ພຣະເຈົ້າ​ຊົງ​ຮັກ​ຄົນ​ນັ້ນ ທີ່​ໃຫ້​ດ້ວຍ​ຊື່ນໃຈ​ຍິນດີ.</verse>
				<verse number="8">ແລະ​ພຣະເຈົ້າ​ຊົງຣິດ​ສາມາດ​ປະທານ​ພຣະຄຸນ​ອັນ​ອຸດົມ​ທຸກຢ່າງ​ແກ່​ເຈົ້າ​ທັງຫລາຍ ເພື່ອ​ໃຫ້​ພວກເຈົ້າ​ມີ​ທຸກສິ່ງ​ທຸກຢ່າງ​ພຽງພໍ​ສຳລັບ​ຕົວ​ຢູ່​ສະເໝີ ທັງ​ຈະ​ມີ​ສິ່ງ​ຂອງ​ບໍຣິບູນ​ສຳລັບ​ການງານ​ດີ​ທຸກຢ່າງ​ດ້ວຍ.</verse>
				<verse number="9">ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພິ່ນ​ບໍລິຈາກ​ໃຫ້​ແກ່​ຜູ້​ຂັດສົນ ດ້ວຍ​ໃຈ​ກວ້າງຂວາງ ຄວາມ​ຊອບທຳ​ຂອງ​ເພິ່ນ ກໍ​ຕັ້ງ​ຢູ່​ເປັນນິດ.”</verse>
				<verse number="10">ຝ່າຍ​ພຣະອົງ ຜູ້​ຊົງ​ປະທານ​ແນວປູກ​ໃຫ້​ແກ່​ຜູ້​ຫວ່ານ ກັບ​ທັງ​ອາຫານ​ສຳລັບ​ກິນ ຈະ​ຊົງ​ປະທານ​ແນວປູກ​ໃຫ້​ແກ່​ເຈົ້າ​ທັງຫລາຍ ທັງ​ຈະ​ຊົງ​ບັນດານ​ໃຫ້​ແນວປູກ​ນັ້ນ​ທະວີ​ຫລາຍ​ຂຶ້ນ ຊໍ້າ​ຈະ​ຊົງ​ບັນດານ​ໃຫ້​ຜົນ​ແຫ່ງ​ຄຸນຄວາມດີ​ຂອງ​ພວກເຈົ້າ​ນັ້ນ​ຈະເລີນ​ຂຶ້ນ</verse>
				<verse number="11">ໂດຍ​ຊົງ​ໂຜດ​ໃຫ້​ເຈົ້າ​ທັງຫລາຍ​ຮັ່ງມີ ດ້ວຍ​ສິ່ງຂອງ​ຢ່າງ​ບໍລິບູນ ເພື່ອ​ໃຫ້​ພວກເຈົ້າ​ມີ​ຂອງ​ແຈກຢາຍ​ຢ່າງ​ກວ້າງຂວາງ ຊຶ່ງ​ເຮົາ​ໄດ້​ນຳ​ໄປ​ແຈກຢາຍ ຈຶ່ງ​ເປັນ​ເຫດ​ໃຫ້​ເກີດ​ການ​ໂມທະນາ​ຂອບພຣະຄຸນ​ຕໍ່​ພຣະເຈົ້າ.</verse>
				<verse number="12">ເພາະວ່າ ການ​ຮັບໃຊ້​ໃນ​ການ​ບົວລະບັດ ບໍ່ແມ່ນ​ເປັນ​ການ​ຊ່ວຍ​ພວກ​ໄພ່ພົນ​ຂອງ​ພຣະອົງ ທີ່​ຂາດເຂີນ​ເທົ່ານັ້ນ, ແຕ່​ຍັງ​ເປັນ​ເຫດ​ໃຫ້​ມີ​ການ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຫລວງຫລາຍ​ອີກ​ດ້ວຍ.</verse>
				<verse number="13">ແລະ​ເນື່ອງ​ຈາກ​ຜົນ​ແຫ່ງ​ການ​ບົວລະບັດ​ນັ້ນ ພວກເຂົາ​ຈຶ່ງ​ສັນລະເສີນ​ພຣະເຈົ້າ ໂດຍ​ເຫດ​ທີ່​ເຈົ້າ​ທັງຫລາຍ​ຍອມ​ຟັງ ແລະ​ຕັ້ງໃຈ​ຢູ່​ໃນ​ອຳນາດ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ແລະ​ເພາະ​ເຫດ​ພວກເຈົ້າ​ໄດ້​ແຈກຈ່າຍ​ແກ່​ພວກເຂົາ ແລະ​ແກ່​ຄົນ​ທັງປວງ​ດ້ວຍ​ໃຈ​ກວ້າງຂວາງ.</verse>
				<verse number="14">ຝ່າຍ​ພວກເຂົາ​ກໍ​ຈະ​ຮັກແພງ ແລະ​ພາວັນນາ​ອະທິຖານ​ເພື່ອ​ເຈົ້າ​ທັງຫລາຍ ເພາະ​ເຫດ​ພຣະຄຸນ​ຂອງ​ພຣະເຈົ້າ ທີ່​ສະຖິດ​ຢູ່​ໃນ​ພວກເຈົ້າ​ຢ່າງ​ລົ້ນເຫລືອ.</verse>
				<verse number="15">ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພາະ​ຂອງ​ພຣະຣາຊທານ ອັນ​ເຫຼືອ​ທີ່​ຈະ​ພັນລະນາ​ໃຫ້​ສິ້ນສຸດ​ໄດ້.</verse>
			</chapter>
			<chapter number="10">
				<verse number="1">ເຮົາ​ຄື​ໂປໂລ ຂໍ​ອ້ອນວອນ​ເຈົ້າ​ທັງຫລາຍ​ເປັນ​ສ່ວນຕົວ ໂດຍ​ເຫັນແກ່​ຄວາມ​ອ່ອນ​ສຸພາບ ແລະ​ໃຈ​ກະລຸນາ​ຂອງ​ພຣະຄຣິດ ເຮົາ​ຜູ້​ທີ່​ພວກເຈົ້າ​ເວົ້າ​ວ່າ ເປັນ​ຄົນ​ສຸພາບ​ຖ່ອມຕົວ​ເມື່ອ​ຢູ່​ຕໍ່ໜ້າ, ແຕ່​ເມື່ອ​ຢູ່​ໄກ​ກໍ​ເປັນ​ຄົນ​ໃຈ​ກ້າ,</verse>
				<verse number="2">ຄື​ເຮົາ​ຂໍຮ້ອງ​ພວກເຈົ້າ​ວ່າ ເມື່ອ​ເຮົາ​ມາ​ຢູ່​ນຳ​ພວກເຈົ້າ ຢ່າ​ໃຫ້​ເຮົາ​ສະແດງ​ຄວາມ​ກ້າຫານ​ດ້ວຍ​ຄວາມ​ແນ່ໃຈ ເໝືອນ​ເຮົາ​ຄິດ​ບັງອາດ​ຈະ​ເຮັດ​ຕໍ່​ບາງຄົນ​ທີ່​ນຶກ​ເຫັນ​ວ່າ ເຮົາ​ຍັງ​ເຮັດ​ຕາມ​ທຳມະດາ​ມະນຸດ.</verse>
				<verse number="3">ເພາະ​ເຖິງ​ແມ່ນ​ວ່າ ເຮົາ​ຢູ່​ກິນ​ໃນ​ໂລກນີ້​ກໍ​ຈິງ ເຮົາ​ກໍ​ບໍ່ໄດ້​ສູ້ຮົບ​ຕາມ​ທຳມະດາ​ມະນຸດ.</verse>
				<verse number="4">ເພາະວ່າ​ເຄື່ອງ​ອາວຸດ​ຂອງເຮົາ​ບໍ່​ເປັນ​ຂອງ​ຝ່າຍ​ໂລກ, ແຕ່​ມີ​ຣິດອຳນາດ​ຈາກ​ພຣະເຈົ້າ​ທີ່​ທຳລາຍ​ຄ້າຍ​ອັນ​ເຂັ້ມແຂງ​ໄດ້ ຄື​ທຳລາຍ​ຄວາມ​ຄິດ​ທີ່​ມີ​ເຫດ​ຜົນ​ອັນ​ບໍ່​ຈິງ</verse>
				<verse number="5">ແລະ​ຄວາມ​ດື້ດຶງ​ທຸກປະການ ທີ່​ຕັ້ງຕົວ​ຂຶ້ນ​ຂັດຂວາງ​ຄວາມ​ຮູ້ຈັກ​ພຣະເຈົ້າ ແລະ​ປາບ​ຄວາມ​ຄິດ​ທຸກປະການ​ລົງ​ໃຫ້​ຢູ່​ໃຕ້​ບັງຄັບ ຈົນເຖິງ​ນ້ອມ​ຟັງ​ພຣະຄຣິດ.</verse>
				<verse number="6">ແລະ​ເມື່ອ​ການ​ນ້ອມ​ຟັງ​ຂອງ​ເຈົ້າ​ທັງຫລາຍ​ສຳເລັດ​ຄົບຖ້ວນ​ແລ້ວ ເຮົາ​ພ້ອມ​ທີ່​ຈະ​ລົງໂທດ​ແກ່​ການ​ບໍ່​ນ້ອມ​ຟັງ​ທຸກປະການ.</verse>
				<verse number="7">ພວກເຈົ້າ​ຈົ່ງ​ພິຈາລະນາ​ເບິ່ງ​ສິ່ງ​ທີ່​ປາກົດ​ພາຍ​ນອກ ຖ້າ​ຜູ້ໃດ​ຕາຍ​ໃຈ​ເຊື່ອ​ວ່າ​ຕົນ​ເປັນ​ຄົນ​ຂອງ​ພຣະຄຣິດ ກໍ​ໃຫ້​ຜູ້ນັ້ນ​ຄຳນຶງ​ວ່າ ເໝືອນ​ດັ່ງ​ຕົນ​ເປັນ​ຄົນ​ຂອງ​ພຣະຄຣິດ ເຮົາ​ກໍ​ເປັນ​ຄົນ​ຂອງ​ພຣະຄຣິດ​ເໝືອນກັນ.</verse>
				<verse number="8">ດ້ວຍວ່າ, ເຮົາ​ບໍ່​ຮູ້​ສຶກ​ມີ​ຄວາມ​ອັບອາຍ​ໃດໆ ເຖິງ​ແມ່ນ​ວ່າ ເຮົາ​ໄດ້​ເວົ້າ​ອວດອ້າງ​ຫລາຍ​ໄປ​ແດ່​ແລ້ວ​ກໍຕາມ ເຖິງ​ສິດ​ອຳນາດ ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໂຜດ​ປະທານ​ໃຫ້​ແກ່​ພວກເຮົາ ຄື​ສິດ​ອຳນາດ​ເພື່ອ​ເສີມສ້າງ​ພວກເຈົ້າ​ຂຶ້ນ ແລະ​ບໍ່ແມ່ນ​ເພື່ອ​ທຳລາຍ​ພວກເຈົ້າ​ລົງ.</verse>
				<verse number="9">ເຮົາ​ບໍ່​ຢາກ​ໃຫ້​ພວກເຈົ້າ​ຄິດ​ວ່າ, ເຮົາ​ຂຽນ​ຈົດໝາຍ​ມາ​ຂົ່ມຂູ່​ພວກເຈົ້າ​ໃຫ້​ຢ້ານກົວ.</verse>
				<verse number="10">ເພາະ​ມີ​ບາງຄົນ​ເວົ້າ​ວ່າ, “ຈົດໝາຍ​ຂອງ​ໂປໂລ​ມີ​ນໍ້າໜັກ, ແຕ່​ຕົວ​ລາວ​ເບິ່ງ​ຄື​ເປັນ​ຄົນ​ອ່ອນແອ ແລະ​ຄຳ​ເວົ້າ​ຂອງ​ລາວ​ກໍ​ໃຊ້​ການ​ບໍ່ໄດ້.”</verse>
				<verse number="11">ຈົ່ງ​ໃຫ້​ຄົນ​ເຫຼົ່ານັ້ນ​ເຂົ້າໃຈ​ດັ່ງນີ້​ວ່າ, ເມື່ອ​ເຮົາ​ບໍ່​ຢູ່ ເຮົາ​ເວົ້າ​ໄວ້​ໃນ​ຈົດໝາຍ​ຂອງເຮົາ​ຢ່າງ​ໃດ ເມື່ອ​ເຮົາ​ມາ​ແລ້ວ ເຮົາ​ກໍ​ຈະ​ເຮັດ​ຢ່າງ​ນັ້ນ.</verse>
				<verse number="12">ເພາະວ່າ ເຮົາ​ບໍ່​ກ້າ​ນັບ​ຕົວ​ເຮົາ​ເຂົ້າ ຫລື​ປຽບ​ໃສ່​ກັບ​ບາງຄົນ​ທີ່​ຖື​ຕົວ​ວ່າ ເປັນ​ຄົນ​ສຳຄັນ ພວກເຂົາ​ໂງ່​ສໍ່າ​ໃດ​ໜໍ ພວກເຂົາ​ວາງ​ຫລັກເກນ​ຂອງຕົນ​ຂຶ້ນ​ເພື່ອ​ວັດ​ແທກ​ຕົນເອງ ແລະ​ວັດແທກ​ຕົນເອງ​ຕາມ​ຫລັກເກນ​ທີ່​ພວກເຂົາ​ຕັ້ງ​ຂຶ້ນ​ນັ້ນ.</verse>
				<verse number="13">ແຕ່​ຝ່າຍ​ພວກເຮົາ​ແລ້ວ ພວກເຮົາ​ຈະ​ບໍ່​ອວດ​ຈົນ​ເກີນ​ຂອບເຂດ ການ​ອວດ​ຂອງ​ພວກເຮົາ​ຈະ​ຢູ່​ໃນ​ຂອບເຂດ​ຂອງ​ພາລະກິດ ຊຶ່ງ​ພຣະເຈົ້າ​ໄດ້​ມອບໝາຍ​ໃຫ້​ແກ່​ພວກເຮົາ ລວມ​ທັງ​ພາລະກິດ​ຂອງ​ພວກເຮົາ​ໃນ​ທ່າມກາງ​ພວກເຈົ້າ​ດ້ວຍ.</verse>
				<verse number="14">ການ​ທີ່​ເຮົາ​ມາ​ເຖິງ​ເຈົ້າ​ທັງຫລາຍ​ນັ້ນ ບໍ່ແມ່ນ​ເປັນ​ການ​ລ່ວງເກີນ​ຂອບເຂດ​ອັນ​ຄວນ. ເພາະ​ເຮົາ​ເປັນ​ຜູ້ນຳ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ​ມາ​ປະກາດ​ເຖິງ​ພວກເຈົ້າ​ກ່ອນ​ໝູ່.</verse>
				<verse number="15">ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ເວົ້າ​ອວດ​ເຖິງ​ພາລະກິດ​ຂອງ​ຄົນອື່ນ​ໄດ້​ເຮັດ, ແຕ່​ກົງກັນຂ້າມ ເຮົາ​ຫວັງ​ວ່າ​ຄວາມເຊື່ອ​ຂອງ​ພວກເຈົ້າ​ຄົງ​ໃຫຍ່​ຂຶ້ນ ແລະ​ເຮົາ​ຍັງ​ຫວັງ​ວ່າ ພາລະກິດ​ຂອງເຮົາ​ຈະ​ຂະຫຍາຍ​ເຕີບ​ໃຫຍ່​ຂຶ້ນ​ຫລາຍກວ່າ​ເກົ່າ ໃນ​ທ່າມກາງ​ພວກເຈົ້າ​ໃນ​ຂອບເຂດ​ຂອງ​ພວກເຮົາ.</verse>
				<verse number="16">ເພື່ອ​ເຮົາ​ຈະ​ປະກາດ​ຂ່າວປະເສີດ​ໃນ​ເຂດ​ທີ່​ຢູ່​ນອກ​ທ້ອງຖິ່ນ​ຂອງ​ພວກເຈົ້າ​ໄດ້ ໂດຍ​ບໍ່​ຕ້ອງ​ອວດ​ເຖິງ​ພາລະກິດ​ທີ່​ຄົນອື່ນ​ໄດ້​ເຮັດ​ໄວ້​ແລ້ວ​ນັ້ນ.</verse>
				<verse number="17">“ຖ້າ​ຜູ້ໃດ​ຈະ​ອວດ ກໍ​ຈົ່ງ​ເອົາ​ອົງພຣະ​ຜູ້​ເປັນເຈົ້າ​ມາ​ອວດ​ເທີ້ນ.”</verse>
				<verse number="18">ເພາະ​ຄົນ​ທີ່​ຍົກຍ້ອງ​ຕົນເອງ ບໍ່​ເປັນ​ທີ່​ນັບຖື​ແກ່​ຜູ້ໃດ, ແຕ່​ຄົນ​ທີ່​ໜ້າ​ນັບຖື​ນັ້ນ ຄື​ຜູ້​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຍົກຍ້ອງ.</verse>
			</chapter>
			<chapter number="11">
				<verse number="1">ເຮົາ​ປະສົງ​ຢາກ​ໃຫ້​ພວກເຈົ້າ​ອົດທົນ​ຟັງ​ຕໍ່​ຄວາມ​ໂງ່​ຂອງເຮົາ​ຈັກ​ໜ້ອຍ​ໜຶ່ງ ຈົ່ງ​ອົດທົນ​ເອົາ​ເດີ</verse>
				<verse number="2">ເຮົາ​ຫວງແຫນ​ພວກເຈົ້າ ຕາມ​ຢ່າງ​ທີ່​ພຣະເຈົ້າ​ຫວງແຫນ ເພາະ​ພວກເຈົ້າ​ເປັນ​ດັ່ງ​ເຈົ້າສາວ​ບໍຣິສຸດ ທີ່​ເຮົາ​ສັນຍາ​ໝັ້ນໝາຍ​ໄວ້​ໃຫ້​ແຕ່ງງານ​ກັບ​ຊາຍ​ຄົນ​ດຽວ​ເທົ່ານັ້ນ ຄື​ແກ່​ພຣະຄຣິດ.</verse>
				<verse number="3">ແຕ່​ເຮົາ​ຢ້ານ​ວ່າ, ຄວາມ​ຄິດ​ຂອງ​ພວກເຈົ້າ​ຈະ​ຖືກ​ລໍ້ລວງ​ໃຫ້​ຫລົງ​ຜິດ​ໄປ ຈະ​ປະຖິ້ມ​ຄວາມ​ຜູກພັນ​ອັນ​ສັດຊື່​ແລະ​ບໍຣິສຸດ​ທີ່​ມີ​ຕໍ່​ພຣະຄຣິດ ໃນ​ທຳນອງ​ດຽວ​ກັບ​ນາງ​ເອວາ​ທີ່​ຖືກ​ຫລອກລວງ​ດ້ວຍ​ກົນ​ອຸບາຍ​ອັນ​ເລິກແລບ​ຂອງ​ງູ.</verse>
				<verse number="4">ດ້ວຍວ່າ, ຖ້າ​ຜູ້ໃດ​ທີ່​ມາ​ປະກາດ​ເລື່ອງ​ພຣະເຢຊູເຈົ້າ​ອົງ​ອື່ນ ທີ່​ແຕກຕ່າງ​ໄປ​ຈາກ​ອົງ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ ຫລື​ຮັບ​ເອົາ​ວິນຍານ​ແລະ​ຂ່າວປະເສີດ​ຢ່າງ​ອື່ນ ທີ່​ແຕກຕ່າງ​ໄປ​ຈາກ​ພຣະວິນຍານ ແລະ​ຂ່າວປະເສີດ ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພວກເຮົາ​ນັ້ນ ກໍ​ເທົ່າ​ກັບ​ວ່າ​ພວກເຈົ້າ​ໄດ້​ຍອມ​ເຊື່ອຟັງ​ຕໍ່​ພວກເຂົາ​ງ່າຍ​ເຕັມທີ.</verse>
				<verse number="5">ເພາະ​ເຮົາ​ຄິດ​ວ່າ, ເຮົາ​ບໍ່ໄດ້​ເປັນ​ຜູ້​ຕໍ່າຕ້ອຍ​ກວ່າ​ພວກ​ອັກຄະສາວົກ​ຊັ້ນ​ຜູ້ໃຫຍ່​ເຫຼົ່ານັ້ນ ແມ່ນແຕ່​ໜ້ອຍ​ດຽວ.</verse>
				<verse number="6">ເຖິງ​ເຮົາ​ບໍ່​ເກັ່ງ​ທາງ​ດ້ານ​ການ​ເວົ້າຈາ ແຕ່​ເຮົາ​ກໍ​ຍັງ​ມີ​ຄວາມ​ຮູ້ ທີ່​ຈິງ​ເຮົາ​ໄດ້​ສະແດງ​ເລື່ອງ​ນີ້ ໃຫ້​ປາກົດ​ແຈ້ງ​ແກ່​ພວກເຈົ້າ​ໃນ​ກິດຈະການ​ທຸກສິ່ງ​ແລ້ວ.</verse>
				<verse number="7">ເມື່ອ​ເຮົາ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ​ນັ້ນ ເຮົາ​ບໍ່ໄດ້​ຄິດ​ໄລ່​ເອົາ​ຫຍັງ​ນຳ​ພວກເຈົ້າ ການ​ທີ່​ເຮົາ​ຖ່ອມໃຈ​ລົງ ເພື່ອ​ຍົກຊູ​ພວກເຈົ້າ​ຂຶ້ນ​ນັ້ນ ເຮົາ​ໄດ້​ເຮັດ​ຜິດ​ຊັ້ນບໍ?</verse>
				<verse number="8">ເຮົາ​ໄດ້​ຍາດ​ຊິງ​ຄຣິສຕະຈັກ​ໜ່ວຍ​ອື່ນ​ດ້ວຍ​ການ​ຮັບ​ເງິນ​ບຳລຸງ​ຈາກ​ພວກເຂົາ ເພື່ອ​ມາ​ບົວລະບັດ​ພວກເຈົ້າ.</verse>
				<verse number="9">ແລະ​ເມື່ອ​ເຮົາ​ຢູ່​ນຳ​ເຈົ້າ​ທັງຫລາຍ ແລະ​ກຳລັງ​ຂາດເຂີນ ເຮົາ​ກໍ​ບໍ່ໄດ້​ໃຫ້​ເປັນ​ພາລະ​ອັນ​ໜັກ​ແກ່​ຜູ້ໃດ ເພາະວ່າ​ພວກ​ພີ່ນ້ອງ​ທີ່​ມາ​ຈາກ​ແຂວງ​ມາເກໂດເນຍ ໄດ້​ຊ່ວຍ​ໃຫ້​ມີ​ພໍ​ກັບ​ຄວາມ​ຕ້ອງການ​ຂອງເຮົາ. ເຮົາ​ໄດ້​ລະວັງຕົວ​ບໍ່​ໃຫ້​ເປັນ​ພາລະ​ອັນ​ໜັກ​ແກ່​ເຈົ້າ​ທັງຫລາຍ​ໃນ​ສິ່ງໃດ ແລະ​ຈະ​ລະວັງ​ຢ່າງ​ນັ້ນ​ຕໍ່ໄປ.</verse>
				<verse number="10">ຄວາມຈິງ​ຂອງ​ພຣະຄຣິດ​ຢູ່​ໃນ​ເຮົາ​ສະເໝີ​ສັນໃດ ຄົງ​ບໍ່ມີ​ຜູ້ໃດ​ໃນ​ແຂວງ​ອະຂາຢາ​ນີ້ ຈະ​ຫ້າມ​ເຮົາ​ບໍ່​ໃຫ້​ອວດອ້າງ​ສິ່ງ​ນີ້​ສັນນັ້ນ.</verse>
				<verse number="11">ການ​ທີ່​ເຮົາ​ອວດອ້າງ​ໃນ​ເລື່ອງ​ນີ້ ຄິດ​ວ່າ​ເຮົາ​ບໍ່​ຮັກ​ພວກເຈົ້າ​ຊັ້ນບໍ? ພຣະເຈົ້າ​ຊົງ​ຮູ້​ວ່າ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ເທົ່າ​ໃດ?</verse>
				<verse number="12">ສິ່ງໃດ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເຮົາ​ກໍ​ຈະ​ເຮັດ​ຕໍ່ໄປ ເພື່ອ​ບໍ່​ໃຫ້​ຄົນ​ພວກ​ນັ້ນ​ມີ​ເຫດ​ອວດອ້າງ​ໄດ້​ວ່າ ການງານ​ທີ່​ພວກເຂົາ​ເຮັດ​ນັ້ນ​ແມ່ນ​ຢ່າງ​ດຽວ​ກັບ​ທີ່​ເຮົາ​ດຳເນີນ​ຢູ່.</verse>
				<verse number="13">ເພາະ​ຄົນ​ເຫຼົ່ານັ້ນ ເປັນ​ພຽງແຕ່​ຄູສອນ​ປອມ ເປັນ​ຄົນງານ​ທີ່​ຫລອກລວງ ແລະ​ປອມຕົວ​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດ.</verse>
				<verse number="14">ການ​ເຮັດ​ຢ່າງ​ນີ້ ບໍ່​ເປັນ​ການ​ແປກ​ປະຫລາດ​ຫຍັງ​ດອກ ແມ່ນແຕ່​ມານຊາຕານ​ກໍ​ຍັງ​ປອມ​ຕົວ​ເປັນ​ເທວະດາ​ແຫ່ງ​ຄວາມ​ສະຫວ່າງ​ໄດ້.</verse>
				<verse number="15">ດັ່ງນັ້ນ ຈຶ່ງ​ບໍ່​ເປັນ​ເລື່ອງ​ແປກ​ເລີຍ ທີ່​ຜູ້ຮັບໃຊ້​ຂອງ​ມັນ ປອມຕົວ​ເປັນ​ຜູ້ຮັບໃຊ້​ຂອງ​ຄວາມ​ຊອບທຳ ບັ້ນ​ສຸດທ້າຍ​ຄົນ​ເຫຼົ່ານັ້ນ​ຈະ​ໄດ້​ຮັບ​ຜົນ​ຕາມ​ການ​ກະທຳ​ຂອງ​ພວກເຂົາ.</verse>
				<verse number="16">ເຮົາ​ຂໍ​ກ່າວ​ຢໍ້າ​ອີກ​ວ່າ, ຢ່າ​ໃຫ້​ຜູ້ໃດ​ຖື​ວ່າ​ເຮົາ​ເປັນ​ຄົນ​ໂງ່ ແຕ່​ຖ້າ​ເປັນ​ດັ່ງນັ້ນ, ກໍ​ຈົ່ງ​ອົດ​ຮັບ​ຟັງ​ເອົາ​ເໝືອນ​ຟັງ​ຄົນ​ໂງ່​ຜູ້ໜຶ່ງ​ສາ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ອວດອ້າງ​ຈັກ​ໜ້ອຍ​ໜຶ່ງ.</verse>
				<verse number="17">ການ​ທີ່​ເຮົາ​ກ່າວ​ຢ່າງ​ນັ້ນ ເຮົາ​ບໍ່ໄດ້​ກ່າວ​ຕາມ​ຫລັກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແຕ່​ກ່າວ​ເໝືອນ​ຄົນ​ໂງ່ ທີ່​ມີ​ຄວາມ​ໄວ້ໃຈ​ໃນ​ການ​ອວດ​ຂອງຕົນ.</verse>
				<verse number="18">ເພາະວ່າ​ມີ​ຫລາຍ​ຄົນ​ອວດຕົວ​ຕາມ​ແບບຢ່າງ​ມະນຸດ ເຮົາ​ກໍ​ຈະ​ອວດ​ເໝືອນກັນ.</verse>
				<verse number="19">ພວກເຈົ້າ​ຜູ້​ເປັນ​ຄົນ​ສະຫລາດ​ແທ້ໆ ກໍ​ຍັງ​ອົດທົນ​ຟັງ​ຄົນ​ໂງ່​ເວົ້າ​ໜໍ</verse>
				<verse number="20">ພວກເຈົ້າ​ຍອມ​ກົ້ມ​ໜ້າ​ໃຫ້​ພວກເຂົາ​ສັ່ງ​ພວກເຈົ້າ​ດັ່ງ​ທາດ ຫລື​ຍອມ​ໃຫ້​ພວກເຂົາ​ສວຍໃຊ້​ພວກເຈົ້າ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຂົາ ຫລື​ຍອມ​ໃຫ້​ພວກເຂົາ​ຫລອກລວງ​ພວກເຈົ້າ ຫລື​ຍອມ​ໃຫ້​ພວກເຂົາ​ຍົກຍໍ​ພວກເຈົ້າ​ໃຫ້​ເປັນ​ໃຫຍ່ ຫລື​ຍອມ​ໃຫ້​ພວກເຂົາ​ຕົບ​ໜ້າ​ພວກເຈົ້າ.</verse>
				<verse number="21">ເຮົາ​ລະອາຍ​ທີ່​ຈະ​ຍອມ​ຮັບ​ວ່າ ພວກເຮົາ​ເປັນ​ຄົນ​ອ່ອນ​ແອ​ເກີນ​ໄປ​ທີ່​ຈະ​ປະພຶດ​ຢ່າງ​ນັ້ນ. ແຕ່​ຖ້າ​ຜູ້ໃດ​ກ້າ​ອວດ​ໃນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ (ເຮົາ​ເວົ້າ​ເໝືອນ​ກັບ​ວ່າ​ເຮົາ​ເປັນ​ຄົນ​ໂງ່) ເຮົາ​ກໍ​ກ້າ​ອວດ​ເໝືອນກັນ.</verse>
				<verse number="22">ພວກເຂົາ​ເປັນ​ຊາວ​ເຮັບເຣີ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ ພວກເຂົາ​ເປັນ​ຊົນຊາດ​ອິດສະຣາເອນ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ ພວກເຂົາ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ.</verse>
				<verse number="23">ພວກເຂົາ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ​ບໍ? ເຮົາ​ຂໍ​ເວົ້າ​ດັ່ງ​ຄົນ​ເສຍສະຕິ​ວ່າ, ເຮົາ​ກໍ​ເປັນ​ລື່ນ​ພວກເຂົາ​ອີກ ເຮົາ​ໄດ້​ດຳເນີນ​ພາລະກິດ​ໜັກ​ກວ່າ​ພວກເຂົາ ເຮົາ​ໄດ້​ຖືກ​ຄຸກ​ຫລາຍກວ່າ​ພວກເຂົາ ເຮົາ​ໄດ້​ຖືກ​ຂ້ຽນ​ຖືກ​ຕີ​ຫລາຍກວ່າ​ພວກເຂົາ ແລະ​ໃນ​ການ​ປະເຊີນ​ໄພ ເຮົາ​ເກືອບ​ຕາຍ​ຫລາຍ​ເທື່ອ​ແລ້ວ.</verse>
				<verse number="24">ເຮົາ​ໄດ້​ຖືກ​ພວກ​ຢິວ​ຂ້ຽນ​ຫ້າ​ເທື່ອ ເທື່ອລະ​ສາມສິບເກົ້າ​ບາດ</verse>
				<verse number="25">ເຮົາ​ໄດ້​ຖືກ​ຂ້ຽນຕີ​ດ້ວຍ​ແສ້​ຫວາຍ​ສາມ​ເທື່ອ ແລະ​ເຮົາ​ໄດ້​ຖືກ​ພວກເຂົາ​ແກວ່ງ​ກ້ອນຫີນ​ໃສ່​ໜຶ່ງ​ເທື່ອ ເຮົາ​ປະເຊີນ​ກັບ​ເຮືອຫລົ້ມ​ເຖິງ​ສາມ​ເທື່ອ ແລະ​ເຮົາ​ໄດ້​ແຊ່​ຢູ່​ໃນ​ນໍ້າ​ທະເລ​ໜຶ່ງ​ວັນ​ໜຶ່ງ​ຄືນ​ເທື່ອໜຶ່ງ.</verse>
				<verse number="26">ໃນ​ການ​ເດີນທາງ​ຫລາຍ​ເທື່ອ​ຂອງເຮົາ ເຮົາ​ໄດ້​ຕົກ​ຢູ່​ໃນ​ໄພ​ອັນຕະລາຍ​ຈາກ​ນໍ້າຖ້ວມ​ແລະ​ຈາກ​ພວກ​ໂຈນ, ໃນ​ອັນຕະລາຍ​ຈາກ​ພວກ​ຢິວ​ເພື່ອນ​ຮ່ວມ​ຊາດ​ຂອງ​ຕົນເອງ​ແລະ​ຈາກ​ພວກ​ຕ່າງຊາດ, ເຮົາ​ຍັງ​ປະເຊີນ​ຕໍ່​ອັນຕະລາຍ​ໃນ​ເມືອງ, ຕໍ່​ອັນຕະລາຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ, ຕໍ່​ອັນຕະລາຍ​ໃນ​ທະເລ ແລະ​ຕໍ່​ອັນຕະລາຍ​ຈາກ​ພີ່ນ້ອງ​ທີ່​ໜ້າໄຫວ້​ຫລັງຫລອກ.</verse>
				<verse number="27">ເຮົາ​ໄດ້​ບາກບັ່ນ​ດຳເນີນ​ພາລະກິດ ອັນ​ໜັກໜ່ວງ​ແລະ​ຍາກ​ລຳບາກ ອົດຫລັບ​ອົດນອນ​ເປັນ​ປະຈຳ ອຶດ​ເຂົ້າ​ຢາກ​ນໍ້າ ແລະ​ຫລາຍ​ເທື່ອ​ເຮົາ​ຂາດ​ອາຫານ​ການກິນ ຂາດ​ບ່ອນ​ພັກເຊົາ ຂາດ​ເຄື່ອງນຸ່ງຫົ່ມ.</verse>
				<verse number="28">ນອກຈາກ​ທີ່​ກ່າວ​ມາ​ທັງໝົດ​ນັ້ນ​ແລ້ວ ເຮົາ​ກໍ​ຍັງ​ມີ​ພາລະ​ປະຈຳ​ວັນ​ຂອງເຮົາ ຄື​ຄວາມ​ຫ່ວງໃຍ​ທີ່​ມີ​ຕໍ່​ຄຣິສຕະຈັກ​ໃນ​ທຸກ​ແຫ່ງ.</verse>
				<verse number="29">ເມື່ອ​ມີ​ຜູ້ໃດ​ຜູ້ໜຶ່ງ​ອ່ອນແຮງ ເຮົາ​ກໍ​ອ່ອນແຮງ​ເໝືອນກັນ ເມື່ອ​ມີ​ຜູ້ໃດ​ຜູ້ໜຶ່ງ​ຖືກ​ສະດຸດ​ໃຈ ເຮົາ​ກໍ​ເປັນທຸກໃຈ​ຢ່າງ​ເຕັມທີ.</verse>
				<verse number="30">ຖ້າ​ເຮົາ​ຕ້ອງ​ອວດ ເຮົາ​ກໍ​ຈະ​ອວດ​ເຖິງ​ສິ່ງ​ທີ່​ສະແດງ​ວ່າ​ເຮົາ​ອ່ອນແອ​ຢ່າງ​ໃດ.</verse>
				<verse number="31">ພຣະເຈົ້າ​ອົງ​ເປັນ​ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູເຈົ້າ​ຮູ້​ວ່າ, ເຮົາ​ບໍ່ໄດ້​ເວົ້າ​ຕົວະ, ຂໍ​ໃຫ້​ພຣະນາມ​ຂອງ​ພຣະອົງ ຈົ່ງ​ເປັນ​ທີ່​ຍົກ​ຍ້ອງ​ສັນລະເສີນ​ຕະຫລອດໄປ​ເປັນນິດ​ເທີ້ນ.</verse>
				<verse number="32">ເມື່ອ​ເຮົາ​ຢູ່​ໃນ​ນະຄອນ​ດາມັສກັດ ຜູ້​ວ່າ​ຣາຊການ​ເມືອງ​ຂອງ​ກະສັດ​ອາເຣຕາ ໄດ້​ໃຫ້​ທະຫານ​ເຝົ້າຍາມ​ເມືອງ​ໄວ້, ເພື່ອ​ຈະ​ຈັບ​ຕົວ​ເຮົາ.</verse>
				<verse number="33">ແຕ່​ພີ່ນ້ອງ​ຊາວ​ຄຣິສຕຽນ​ໄດ້​ເອົາ​ເຮົາ​ໃສ່​ກວຍ​ໃຫຍ່ ຢ່ອນ​ລົງ​ທາງ​ປ່ອງຢ້ຽມ​ຕາມ​ກຳແພງ​ເມືອງ. ດັ່ງນັ້ນ ເຮົາ​ຈຶ່ງ​ພົ້ນ​ຈາກ​ເງື້ອມມື​ຂອງ​ເພິ່ນ.</verse>
			</chapter>
			<chapter number="12">
				<verse number="1">ເຮົາ​ຈຳເປັນ​ຕ້ອງ​ອວດ, ເຖິງ​ແມ່ນ​ວ່າ​ການ​ອວດ​ນັ້ນ ບໍ່​ເປັນ​ຜົນດີ​ຫຍັງ​ກໍຕາມ, ແຕ່​ບັດນີ້ ເຮົາ​ຈະ​ເວົ້າ​ເຖິງ​ນິມິດ ແລະ​ການ​ຊົງ​ສຳແດງ ຊຶ່ງ​ເຮົາ​ໄດ້​ຮັບ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="2">ແຕ່​ສິບສີ່​ປີ​ມາ​ແລ້ວ ເຮົາ​ຮູ້ຈັກ​ຄຣິສຕຽນ​ຜູ້ໜຶ່ງ ຜູ້ນັ້ນ​ໄດ້​ຖືກ​ຮັບ​ຂຶ້ນ​ໄປ​ເຖິງ​ສະຫວັນ​ຊັ້ນ​ທີ​ສາມ (ແຕ່​ຈະ​ໄປ​ທັງ​ກາຍ​ຫລື​ນອກ​ກາຍ​ເຮົາ​ກໍ​ບໍ່​ຮູ້ ພຣະເຈົ້າ​ເທົ່ານັ້ນ​ເປັນ​ຜູ້​ຊົງ​ຮູ້)</verse>
				<verse number="3">ເຮົາ​ຮູ້ຈັກ​ວ່າ ຄົນ​ນັ້ນ​ໄດ້​ຮັບ​ຂຶ້ນ​ໄປ​ເຖິງ​ທີ່​ສຸກຂະເສີມ (ແຕ່​ຈະ​ໄປ​ທັງ​ກາຍ​ຫລື​ນອກ​ກາຍ​ເຮົາ​ກໍ​ບໍ່​ຮູ້ ພຣະເຈົ້າ​ເທົ່ານັ້ນ​ເປັນ​ຜູ້​ຊົງ​ຮູ້)</verse>
				<verse number="4">ຄົນ​ນັ້ນ​ໄດ້ຍິນ​ສຽງ​ທີ່​ຈະ​ກ່າວ​ອອກ​ເປັນ​ຄຳ​ບໍ່ໄດ້ ແລະ​ເປັນ​ສິ່ງ​ທີ່​ຫ້າມ​ມະນຸດ​ບໍ່​ໃຫ້​ເປີດເຜີຍ.</verse>
				<verse number="5">ສຳລັບ​ຄົນ​ຜູ້ນັ້ນ​ແຫຼະ ເຮົາ​ອວດ​ໄດ້, ແຕ່​ສຳລັບ​ເຮົາ​ເອງ​ຈະ​ບໍ່​ອວດຕົວ ເວັ້ນ​ແຕ່​ຈະ​ອວດ​ໃນ​ຄວາມ​ອ່ອນແຮງ​ຂອງເຮົາ.</verse>
				<verse number="6">ເພາະ​ເຖິງ​ແມ່ນ​ວ່າ, ເຮົາ​ຢາກ​ອວດຕົວ ເຮົາ​ກໍ​ບໍ່​ເປັນ​ຄົນ​ໂງ່ ເພາະ​ເຮົາ​ກ່າວ​ຕາມ​ຄວາມຈິງ, ແຕ່​ເຮົາ​ອົດກັ້ນ​ໄວ້ ກໍ​ເພາະ​ຢ້ານ​ວ່າ​ຈະ​ມີ​ບາງຄົນ​ຍົກຍ້ອງ​ເຮົາ ເກີນ​ກວ່າ​ທີ່​ເຂົາ​ໄດ້​ຮູ້​ຈາກ​ການ​ເຫັນ​ແລະ​ຟັງ​ເຮົາ​ນັ້ນ.</verse>
				<verse number="7">ແລະ​ເພື່ອ​ບໍ່​ໃຫ້​ເຮົາ​ຍົກຍ້ອງ​ຕົວ​ຈົນ​ເກີນ​ໄປ ເນື່ອງ​ຈາກ​ການ​ຊົງ​ສຳແດງ​ອັນ​ຫລວງຫລາຍ ຊຶ່ງ​ມາ​ຈາກ​ພຣະເຈົ້າ. ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ມີ​ສ້ຽນໜາມ​ໃນ​ເນື້ອກາຍ​ຂອງເຮົາ ເປັນ​ບໍລິວານ​ຂອງ​ມານຊາຕານ​ທີ່​ທຸບຕີ​ເຮົາ ເພື່ອ​ບໍ່​ໃຫ້​ເຮົາ​ຍົກຍ້ອງ​ຕົວ​ຈົນ​ເກີນໄປ.</verse>
				<verse number="8">ເຮົາ​ໄດ້​ພາວັນນາ​ອະທິຖານ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ​ເຖິງ​ສາມ​ເທື່ອ ກ່ຽວກັບ​ເລື່ອງ​ນີ້ ເພື່ອ​ຂໍ​ໃຫ້​ພຣະອົງ​ເອົາ​ໜີໄປ.</verse>
				<verse number="9">ແຕ່​ຄຳຕອບ​ຂອງ​ພຣະອົງ​ເປັນ​ດັ່ງນີ້: “ພຣະຄຸນ​ຂອງເຮົາ ກໍ​ມີ​ພໍ​ແລ້ວ​ສຳລັບ​ເຈົ້າ. ດ້ວຍວ່າ, ເມື່ອໃດ​ທີ່​ເຈົ້າ​ອ່ອນແຮງ ເມື່ອນັ້ນ​ຣິດອຳນາດ​ຂອງເຮົາ​ກໍ​ສຳແດງ​ອອກ​ຢ່າງ​ລົ້ນ​ເຫຼືອ.” ດັ່ງນັ້ນ ເຮົາ​ຈຶ່ງ​ມີ​ຄວາມ​ພາກພູມໃຈ​ໃນ​ບັນດາ​ຄວາມ​ອ່ອນແຮງ​ຂອງເຮົາ​ກໍດີກວ່າ ເພື່ອ​ວ່າ​ຣິດອຳນາດ​ຂອງ​ພຣະຄຣິດ​ຈະ​ຄຸ້ມຄອງ​ປ້ອງກັນ​ເຮົາ​ໄວ້.</verse>
				<verse number="10">ດ້ວຍເຫດນີ້ ເຮົາ​ຈຶ່ງ​ຊື່ນໃຈ ໃນ​ຄວາມ​ອ່ອນແຮງ ໃນ​ການ​ຖືກ​ໝິ່ນປະໝາດ​ໃນ​ຄວາມ​ຍາກ​ລຳບາກ ໃນ​ການ​ຖືກ​ຂົ່ມເຫັງ ແລະ​ໃນ​ຄວາມ​ຍາກຈົນ ເພື່ອ​ເຫັນ​ແກ່​ພຣະຄຣິດ. ດ້ວຍວ່າ, ເຮົາ​ອ່ອນແຮງ​ເມື່ອໃດ ເຮົາ​ກໍ​ເຂັ້ມແຂງ​ຂຶ້ນ​ເມື່ອນັ້ນ.</verse>
				<verse number="11">ເຮົາ​ກາຍເປັນ​ຄົນ​ໂງ່​ແລ້ວ ເຈົ້າ​ທັງຫລາຍ​ໄດ້​ບັງຄັບ​ເຮົາ​ໃຫ້​ເປັນ​ເຊັ່ນນັ້ນ ເພາະວ່າ​ສົມຄວນ​ແລ້ວ​ທີ່​ພວກເຈົ້າ​ຈະ​ຍ້ອງຍໍ​ເຮົາ. ເຖິງ​ວ່າ​ເຮົາ​ບໍ່​ເປັນ​ຜູ້​ດີ​ວິເສດ​ກໍ​ຈິງ ເຮົາ​ກໍ​ບໍ່ໄດ້​ຕໍ່າຕ້ອຍ​ກວ່າ​ອັກຄະສາວົກ​ຊັ້ນ​ຜູ້ໃຫຍ່​ເຫຼົ່ານັ້ນ​ໃນ​ປະການ​ໜຶ່ງ​ປະການ​ໃດ.</verse>
				<verse number="12">ແທ້ຈິງ, ລັກສະນະ​ຂອງ​ອັກຄະສາວົກ ໄດ້​ປາກົດ​ຢ່າງ​ແຈ່ມແຈ້ງ​ໃນ​ທ່າມກາງ​ພວກເຈົ້າ ໂດຍ​ຄວາມ​ພຽນ, ໂດຍ​ໝາຍສຳຄັນ ໂດຍ​ການ​ອັດສະຈັນ ແລະ​ໂດຍ​ການ​ອິດທິຣິດ​ຕ່າງໆ.</verse>
				<verse number="13">ເພາະວ່າ, ເຈົ້າ​ທັງຫລາຍ​ເສຍປຽບ​ຕໍ່​ຄຣິສຕະຈັກ​ອື່ນໆ​ໃນ​ຂໍ້​ໃດ​ແດ່? ເວັ້ນໄວ້​ແຕ່​ໃນ​ຂໍ້​ນີ້ ຄື​ເຮົາ​ບໍ່ໄດ້​ເປັນ​ພາລະ​ອັນ​ໜັກ​ແກ່​ພວກເຈົ້າ ການ​ຜິດ​ນັ້ນ​ຂໍ​ໃຫ້​ອະໄພ​ໂທດ​ແກ່​ເຮົາ​ແດ່ທ້ອນ.</verse>
				<verse number="14">ນີ້​ແຫຼະ ເປັນ​ເທື່ອ​ທີ​ສາມ​ທີ່​ເຮົາ​ຕຽມພ້ອມ​ທີ່​ເຮົາ​ຈະ​ມາ​ຫາ​ເຈົ້າ​ທັງຫລາຍ ແລະ​ເຮົາ​ຈະ​ບໍ່​ເປັນ​ພາລະ​ອັນ​ໜັກ​ແກ່​ພວກເຈົ້າ ເພາະວ່າ​ເຮົາ​ບໍ່​ຕ້ອງການ​ສິ່ງໃດ​ຈາກ​ພວກເຈົ້າ, ແຕ່​ວ່າ​ຕ້ອງການ​ຕົວ​ພວກເຈົ້າ. ເຫດ​ວ່າ, ທີ່​ລູກ​ຈະ​ທ້ອນໂຮມ​ຊັບ​ໄວ້​ສຳລັບ​ພໍ່​ແມ່ ກໍ​ບໍ່​ສົມຄວນ, ແຕ່​ວ່າ​ແມ່ນ​ພໍ່​ແມ່​ເປັນ​ຜູ້​ທ້ອນໂຮມ​ຊັບ​ໄວ້​ສຳລັບ​ລູກ.</verse>
				<verse number="15">ເຮົາ​ຍິນດີ​ທີ່​ຈະ​ສະຫລະ​ຊັບ ແລະ​ເຫື່ອແຮງ​ທັງໝົດ​ເພື່ອ​ຊ່ວຍເຫລືອ​ພວກເຈົ້າ ເມື່ອ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ຂຶ້ນ​ເຖິງ​ພຽງ​ນີ້ ພວກເຈົ້າ​ຈະ​ກັບ​ຮັກ​ເຮົາ​ໜ້ອຍ​ລົງ​ຊັ້ນບໍ?</verse>
				<verse number="16">ບາງທີ​ເຈົ້າ​ທັງຫລາຍ​ຈະ​ຍອມ​ຮັບ​ວ່າ, ເຮົາ​ບໍ່ໄດ້​ເປັນ​ພາລະ​ອັນ​ໜັກ​ແກ່​ພວກເຈົ້າ, ແຕ່​ພວກເຈົ້າ​ຄົງ​ກ່າວ​ວ່າ ເຮົາ​ໃຊ້​ເລ້ຫລ່ຽມ​ຄອຍຖ້າ​ເອົາ​ຄວາມຜິດ​ພວກເຈົ້າ​ດ້ວຍ​ກົນອຸບາຍ.</verse>
				<verse number="17">ເປັນ​ໄປ​ໄດ້​ບໍ? ເຮົາ​ໄດ້​ເອົາ​ປຽບ​ອັນ​ໃດ​ແດ່​ຈາກ​ພວກເຈົ້າ ໃນ​ການ​ທີ່​ເຮົາ​ໄດ້​ໃຊ້​ຄົນ​ເຫຼົ່ານັ້ນ​ໄປ​ຫາ​ພວກເຈົ້າ?</verse>
				<verse number="18">ເຮົາ​ໄດ້​ວອນຂໍ​ໃຫ້​ຕີໂຕ​ໄປ ແລະ​ໃຊ້​ພີ່ນ້ອງ​ນັ້ນ​ໃຫ້​ໄປ​ດ້ວຍ. ຕີໂຕ​ໄດ້​ໂກງ​ເອົາ​ປະໂຫຍດ​ອັນ​ໃດ​ຈາກ​ພວກເຈົ້າ​ແດ່? ເຮົາ​ທັງສອງ​ບໍ່ໄດ້​ດຳເນີນ​ການ​ດ້ວຍ​ນໍ້າໃຈ​ອັນ​ດຽວກັນ​ຊັ້ນບໍ? ເຮົາ​ບໍ່ໄດ້​ທຽວ​ໃນ​ຮ່ອງຮອຍ​ອັນ​ດຽວກັນ​ບໍ?</verse>
				<verse number="19">ເຈົ້າ​ທັງຫລາຍ​ຄົງ​ຄິດ​ຢູ່​ຕະຫລອດ​ມາ​ວ່າ, ເຮົາ​ກ່າວ​ແກ້​ຕົວ​ຕໍ່​ພວກເຈົ້າ ທີ່​ຈິງ​ເຮົາ​ກ່າວ​ໃນ​ພຣະຄຣິດ ເໝືອນ​ເຮົາ​ຢູ່​ຊ້ອງໜ້າ​ພຣະເຈົ້າ. ພີ່ນ້ອງ​ທີ່​ຮັກ​ຂອງເຮົາ​ເອີຍ, ສິ່ງສາລະພັດ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ ເຮົາ​ເຮັດ​ເພື່ອ​ໃຫ້​ເຈົ້າ​ທັງຫລາຍ​ຈະເລີນ​ຂຶ້ນ.</verse>
				<verse number="20">ເພາະ​ເຮົາ​ຄິດ​ຢ້ານ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ ເຮົາ​ອາດ​ຈະ​ບໍ່​ເຫັນ​ພວກເຈົ້າ ເໝືອນ​ຢ່າງ​ທີ່​ເຮົາ​ຢາກ​ເຫັນ ແລະ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ເໝືອນ​ຢ່າງ​ທີ່​ພວກເຈົ້າ​ຢາກ​ເຫັນ ຄື​ຢ້ານ​ວ່າ ບໍ່​ເຫດໃດ​ກໍ​ເຫດໜຶ່ງ ຈະ​ມີ​ການ​ຜິດຖຽງ​ກັນ ການ​ອິດສາ​ກັນ ການ​ຄຽດ​ກັນ ການ​ຄິດ​ໃຫຍ່​ໃຝ່ສູງ​ຕໍ່​ກັນ ການ​ນິນທາ​ກັນ ການ​ຊຸບຊີບ​ສຽດສີ​ກັນ ການ​ຂີ້ອວດ​ຈອງຫອງ ແລະ​ການ​ເກະກະ​ວຸ້ນວາຍ​ກັນ.</verse>
				<verse number="21">ເຮົາ​ຢ້ານ​ວ່າ​ເມື່ອ​ເຮົາ​ກັບ​ມາ​ອີກ ພຣະເຈົ້າ​ຂອງເຮົາ​ຈະ​ຊົງ​ໃຫ້​ເຮົາ​ຖ່ອມຕົວ​ລົງ ລະອາຍ​ໃຈ​ຕໍ່ໜ້າ​ເຈົ້າ​ທັງຫລາຍ ແລະ​ເຮົາ​ຈະ​ທຸກໂສກ ເພາະ​ເຫດ​ທີ່​ຫລາຍ​ຄົນ​ໄດ້​ເຮັດ​ຜິດບາບ​ມາ​ແຕ່​ກ່ອນ​ແລ້ວ ແລະ​ບໍ່ໄດ້​ກັບໃຈ​ຈາກ​ການ​ຊົ່ວຮ້າຍ ການ​ຫລິ້ນຊູ້ ແລະ​ການ​ໂລພາ​ຕັນຫາ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.</verse>
			</chapter>
			<chapter number="13">
				<verse number="1">ນີ້​ກໍ​ເປັນ​ເທື່ອ​ທີ​ສາມ ທີ່​ເຮົາ​ກຳລັງ​ຈະ​ມາ​ຫາ​ພວກເຈົ້າ ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຂໍ້​ກ່າວຫາ​ໃດໆ ຕ້ອງ​ມີ​ພະຍານ​ສອງ ຫລື​ສາມ​ປາກ​ຈຶ່ງ​ເປັນ​ທີ່​ເຊື່ອຖື​ໄດ້.”</verse>
				<verse number="2">ເຮົາ​ໄດ້​ເຕືອນ​ເຈົ້າ​ທັງຫລາຍ​ທີ່​ໄດ້​ເຮັດ​ຜິດບາບ​ມາ​ແຕ່​ກ່ອນ ແລະ​ບັນດາ​ຄົນອື່ນໆ​ນັ້ນ​ດ້ວຍ ແລະ​ບັດນີ້​ເມື່ອ​ເຮົາ​ບໍ່​ຢູ່ ເຮົາ​ກໍ​ເຕືອນ​ພວກເຈົ້າ​ອີກ ເໝືອນ​ເມື່ອ​ເຮົາ​ໄດ້​ຢູ່​ກັບ​ເຈົ້າ​ເທື່ອ​ທີ​ສອງ​ນັ້ນ​ວ່າ, ຖ້າ​ເຮົາ​ມາ​ອີກ​ຈະ​ບໍ່​ຜ່ອນ​ໂທດ​ໃຫ້​ຄົນ​ເຫຼົ່ານັ້ນ.</verse>
				<verse number="3">ເພາະວ່າ​ເຈົ້າ​ທັງຫລາຍ​ຕ້ອງການ​ຈະ​ເຫັນ​ຫຼັກຖານ​ວ່າ, ພຣະຄຣິດ​ຊົງ​ກ່າວ​ທາງ​ເຮົາ ພຣະອົງ​ບໍ່ໄດ້​ຊົງ​ອ່ອນແອ​ຕໍ່​ພວກເຈົ້າ, ແຕ່​ຊົງ​ມີ​ຣິດອຳນາດ​ໃນ​ທ່າມກາງ​ພວກເຈົ້າ.</verse>
				<verse number="4">ເພາະ​ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ຖືກ​ຄຶງ​ໄວ້​ເນື່ອງ​ຈາກ​ຄວາມ​ອ່ອນແອ​ກໍ​ຈິງ ພຣະອົງ​ກໍ​ຍັງ​ຊົງພຣະຊົນ​ຢູ່​ເພາະ​ຣິດອຳນາດ​ຂອງ​ພຣະເຈົ້າ ເພາະວ່າ​ເຮົາ​ກໍ​ອ່ອນແອ​ດ້ວຍ​ກັນ​ກັບ​ພຣະອົງ, ແຕ່​ເພື່ອ​ພວກເຈົ້າ ເຮົາ​ກໍ​ມີ​ຊີວິດ​ເປັນ​ຢູ່​ດ້ວຍ​ກັນ​ກັບ​ພຣະອົງ ເພາະ​ຣິດອຳນາດ​ຂອງ​ພຣະເຈົ້າ.</verse>
				<verse number="5">ຈົ່ງ​ພິຈາລະນາ​ເບິ່ງ​ຕົນເອງ​ວ່າ, ພວກເຈົ້າ​ຕັ້ງ​ຢູ່​ໃນ​ຄວາມເຊື່ອ​ຫລື​ບໍ? ຈົ່ງ​ພິສູດ​ຕົວ​ເອງ​ສາ ເຈົ້າ​ທັງຫລາຍ​ບໍ່​ຮູ້​ຫລື​ວ່າ ພຣະເຢຊູ​ຄຣິດເຈົ້າ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ເວັ້ນ​ເສຍ​ແຕ່​ພວກເຈົ້າ​ຈະ​ຜ່ານ​ການ​ພິສູດ​ນັ້ນ​ບໍ່ໄດ້.</verse>
				<verse number="6">ແຕ່​ເຮົາ​ຫວັງໃຈ​ວ່າ ເຈົ້າ​ທັງຫລາຍ​ຄົງ​ຮູ້​ວ່າ ເຮົາ​ບໍ່ໄດ້​ເປັນ​ຜູ້​ຜ່ານ​ການ​ພິສູດ​ບໍ່ໄດ້.</verse>
				<verse number="7">ບັດນີ້ ພວກເຮົາ​ພາວັນນາ​ອະທິຖານ​ພຣະເຈົ້າ ເພື່ອ​ບໍ່​ໃຫ້​ພວກເຈົ້າ​ເຮັດ​ຜິດ​ໃດໆ ອັນ​ນີ້​ບໍ່ແມ່ນ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ ພວກເຮົາ​ເຖິງ​ທີ່​ສຳເລັດ​ແລ້ວ ແຕ່​ເພື່ອ​ໃຫ້​ພວກເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ, ເຖິງ​ແມ່ນ​ວ່າ ເບິ່ງ​ເຮົາ​ຄື​ເປັນ​ຜູ້​ຫລົ້ມເຫລວ​ກໍຕາມ.</verse>
				<verse number="8">ດ້ວຍວ່າ, ພວກເຮົາ​ເຮັດ​ສິ່ງ​ທີ່​ຂັດ​ກັບ​ຄວາມຈິງ​ບໍ່ໄດ້ ເຮັດ​ໄດ້​ແຕ່​ສິ່ງ​ທີ່​ຖືກຕ້ອງ​ຕາມ​ຄວາມຈິງ​ເທົ່ານັ້ນ.</verse>
				<verse number="9">ເພາະວ່າ ເມື່ອ​ພວກເຮົາ​ອ່ອນແອ ແລະ​ພວກເຈົ້າ​ເຂັ້ມແຂງ​ນັ້ນ ເຮົາ​ກໍ​ຊົມຊື່ນ​ຍິນດີ, ດັ່ງນັ້ນ ເຮົາ​ຈຶ່ງ​ພາວັນນາ​ອະທິຖານ ເພື່ອ​ໃຫ້​ພວກເຈົ້າ​ຈະເລີນ​ຂຶ້ນ​ຢ່າງ​ຄົບ​ບໍລິບູນ.</verse>
				<verse number="10">ເຮົາ​ຈຶ່ງ​ຂຽນ​ຂໍ້​ຄວາມ​ທັງຫລາຍ​ນີ້​ເມື່ອ​ເຮົາ​ບໍ່​ຢູ່​ນຳ ກໍ​ເພື່ອ​ເວລາ​ເຮົາ​ຢູ່​ນຳ​ແລ້ວ ເຮົາ​ຈະ​ບໍ່ໄດ້​ກ່າວ​ຄຳ​ເຄັ່ງຄັດ​ໃນ​ການ​ໃຊ້​ອຳນາດ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ມອບ​ໃຫ້​ແກ່​ເຮົາ ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່ແມ່ນ​ເພື່ອ​ມ້າງເພ​ລົງ.</verse>
				<verse number="11">ໃນ​ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຂໍ​ລາ​ພວກເຈົ້າ​ກ່ອນ ຈົ່ງ​ປັບປຸງ​ໃຫ້​ຕົວ​ຈະເລີນ​ຂຶ້ນ ຈົ່ງ​ຟັງ​ຄຳ​ຮ້ອງ​ຂໍ​ຂອງເຮົາ ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຈົ່ງ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສະຫງົບສຸກ ແລະ​ພຣະເຈົ້າ​ຜູ້​ຊົງ​ຮັກ ແລະ​ຊົງ​ປະທານ​ສັນຕິສຸກ ຈະ​ຊົງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ.</verse>
				<verse number="12">ຈົ່ງ​ທັກທາຍ​ປາໄສ​ກັນ​ດ້ວຍ​ທຳນຽມ​ຈູບ​ອັນ​ບໍຣິສຸດ.</verse>
				<verse number="13">ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ​ທຸກຄົນ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ພວກເຈົ້າ​ເໝືອນກັນ.</verse>
				<verse number="14">ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ຄວາມຮັກ​ຂອງ​ພຣະເຈົ້າ ແລະ​ຄວາມ​ສາມັກຄີທຳ​ກັບ​ພຣະວິນຍານ​ບໍຣິສຸດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.</verse>
			</chapter>
		</book>
		<book number="48">
			<chapter number="1">
				<verse number="1">ໂປໂລ​ຜູ້​ເປັນ​ອັກຄະສາວົກ (ບໍ່ແມ່ນ​ມະນຸດ​ແຕ່ງຕັ້ງ ຫລື​ມະນຸດ​ເປັນ​ຕົວແທນ​ແຕ່ງຕັ້ງ ແຕ່​ວ່າ​ພຣະເຢຊູ​ຄຣິດເຈົ້າ ແລະ​ພຣະບິດາເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ພຣະອົງ​ຄືນພຣະຊົນ​ໄດ້​ຊົງ​ແຕ່ງຕັ້ງ)</verse>
				<verse number="2">ກັບ​ບັນດາ​ພີ່ນ້ອງ​ທີ່​ຢູ່​ນຳ​ເຮົາ ເຖິງ​ຄຣິສຕະຈັກ​ທັງຫລາຍ​ຢູ່​ໃນ​ແຄ້ວນ​ຄາລາເຕຍ:</verse>
				<verse number="3">ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຊຶ່ງ​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ​ອົງ​ພຣະເຢຊູ​ຄຣິດເຈົ້າ ຈົ່ງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ​ເທີ້ນ.</verse>
				<verse number="4">ເພື່ອ​ໂຜດ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຍຸກ​ອັນ​ຊົ່ວຊ້າ​ໃນ​ປະຈຸບັນ​ນີ້ ພຣະຄຣິດ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ການບາບ​ຂອງ​ພວກເຮົາ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ພວກເຮົາ.</verse>
				<verse number="5">ຈົ່ງ​ຖວາຍ​ກຽດຕິຍົດ​ແດ່​ພຣະອົງ​ນັ້ນ ສືບໆໄປ​ເປັນນິດ ອາແມນ.</verse>
				<verse number="6">ເຮົາ​ຮູ້​ສຶກ​ປະຫລາດ​ໃຈ ທີ່​ເຈົ້າ​ທັງຫລາຍ​ພາກັນ​ປະຖິ້ມ​ພຣະອົງ​ຢ່າງ​ຮີບດ່ວນ ພຣະອົງ​ຊົງ​ເອີ້ນ​ພວກເຈົ້າ​ມາ​ດ້ວຍ​ພຣະຄຸນ​ຂອງ​ພຣະຄຣິດ ແຕ່​ພວກເຈົ້າ​ຕ່າວ​ຄືນ​ໄປ​ຫາ​ຂ່າວປະເສີດ​ອັນ​ແຕກຕ່າງ​ເສຍ.</verse>
				<verse number="7">ຕາມ​ທີ່​ຈິງ​ແລ້ວ “ຂ່າວປະເສີດ​ຢ່າງ​ອື່ນ” ບໍ່ມີ ແຕ່​ທີ່​ເຮົາ​ກ່າວ​ຢ່າງ​ນີ້ ກໍ​ເພາະວ່າ​ມີ​ບາງຄົນ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ວຸ້ນວາຍ​ໃຈ ແລະ​ຫາ​ທາງ​ປ່ຽນແປງ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ.</verse>
				<verse number="8">ແຕ່​ເຖິງ​ແມ່ນ​ວ່າ​ພວກເຮົາ ຫລື​ເທວະດາ​ຈາກ​ສະຫວັນ​ກໍຕາມ ຈະ​ປະກາດ​ຂ່າວປະເສີດ ທີ່​ແຕກຕ່າງ​ໄປ​ຈາກ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ແລ້ວ​ນັ້ນ ກໍ​ໃຫ້​ຜູ້ນັ້ນ​ຖືກ​ສາບແຊ່ງ</verse>
				<verse number="9">ເໝືອນດັ່ງ​ພວກເຮົາ​ໄດ້​ກ່າວ​ກ່ອນ​ແລ້ວ ແລະ​ບັດນີ້ ເຮົາ​ຂໍ​ກ່າວ​ຢໍ້າ​ອີກ​ວ່າ, ຖ້າ​ຜູ້ໃດ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ ທີ່​ແຕກຕ່າງ​ໄປ​ຈາກ​ທີ່​ພວກເຈົ້າ​ໄດ້​ຮັບ​ໄວ້​ແລ້ວ​ນັ້ນ ກໍ​ໃຫ້​ຜູ້ນັ້ນ​ຖືກ​ສາບແຊ່ງ.</verse>
				<verse number="10">ບັດນີ້ ເຮົາ​ພະຍາຍາມ​ເອົາ​ໃຈ​ມະນຸດ​ຊັ້ນບໍ? ບໍ່ ເຮົາ​ຢາກ​ໃຫ້​ພຣະເຈົ້າ​ພໍໃຈ​ຕ່າງຫາກ ເຮົາ​ພະຍາຍາມ​ເຮັດ​ໃຫ້​ຖືກ​ໃຈ​ມະນຸດ​ຊັ້ນບໍ? ຖ້າ​ເຮົາ​ເຮັດ​ເຊັ່ນນີ້ ເຮົາ​ກໍ​ບໍ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ.</verse>
				<verse number="11">ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ບອກ​ໃຫ້​ພວກເຈົ້າ​ຮູ້​ວ່າ ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແກ່​ເຈົ້າ​ທັງຫລາຍ​ນັ້ນ ບໍ່ແມ່ນ​ຂອງ​ມະນຸດ.</verse>
				<verse number="12">ດ້ວຍວ່າ, ເຮົາ​ບໍ່ໄດ້​ຮັບ​ຂ່າວປະເສີດ​ນັ້ນ​ຈາກ​ມະນຸດ ຫລື​ບໍ່ມີ​ມະນຸດ​ຄົນ​ໃດ​ສອນ​ເຮົາ ແຕ່​ເຮົາ​ໄດ້​ຮັບ​ຂ່າວປະເສີດ​ນັ້ນ​ໂດຍ​ພຣະເຢຊູ​ຄຣິດເຈົ້າ​ຊົງ​ສຳແດງ​ແກ່​ເຮົາ.</verse>
				<verse number="13">ເພາະວ່າ ເຈົ້າ​ທັງຫລາຍ​ໄດ້ຍິນ​ເຖິງ​ຊີວິດ​ເບື້ອງ​ຫລັງ​ຂອງເຮົາ ເມື່ອ​ເຮົາ​ຍັງ​ຢູ່​ໃນ​ລັດທິ​ຢິວ​ນັ້ນ​ວ່າ ເຮົາ​ໄດ້​ຂົ່ມເຫັງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ຢ່າງ​ຮ້າຍແຮງ​ເຫລືອເກີນ ແລະ​ທຳຮ້າຍ​ຕໍ່​ຄຣິສຕະຈັກ​ນັ້ນ.</verse>
				<verse number="14">ເຮົາ​ເປັນ​ຜູ້​ກ້າວໜ້າ​ເກີນ​ກວ່າ​ເພື່ອນ​ຮ່ວມ​ຊາດ​ຊາວ​ຢິວ ທີ່​ມີ​ອາຍຸ​ລຸ້ນລາວ​ຄາວ​ດຽວກັນ ແລະ​ເຮົາ​ກໍ​ກະຕື​ລືລົ້ນ​ຫລາຍກວ່າ​ພວກເຂົາ ໃນ​ການ​ປະຕິບັດ​ຕາມ​ສາສະໜາ​ຢິວ ທີ່​ສືບ​ມາ​ຈາກ​ບັນພະບຸລຸດ​ຂອງ​ພວກເຮົາ.</verse>
				<verse number="15">ແຕ່​ດ້ວຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ໄດ້​ຊົງ​ເລືອກ​ເຮົາ​ໄວ້​ຕັ້ງແຕ່​ຢູ່​ໃນ​ທ້ອງ​ແມ່ ແລະ​ໄດ້​ເອີ້ນ​ເຮົາ​ໃຫ້​ບົວລະບັດ​ຮັບໃຊ້​ພຣະອົງ ເມື່ອ​ພຣະອົງ​ຊົງ​ພໍພຣະໄທ</verse>
				<verse number="16">ທີ່​ຈະ​ໂຜດ​ສຳແດງ​ພຣະບຸດ​ຂອງ​ພຣະອົງ​ໃຫ້​ປາກົດ​ແກ່​ເຮົາ ເພື່ອ​ໃຫ້​ເຮົາ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ນັ້ນ ໃນ​ທ່າມກາງ​ພວກ​ຕ່າງຊາດ ເຮົາ​ບໍ່ໄດ້​ປຶກສາ​ກັນ​ກັບ​ມະນຸດ​ຄົນ​ໃດ,</verse>
				<verse number="17">ແມ່ນແຕ່​ພວກ​ທີ່​ເປັນ​ອັກຄະສາວົກ​ກ່ອນ​ເຮົາ​ໃນ​ນະຄອນ​ເຢຣູຊາເລັມ ເຮົາ​ກໍ​ຍັງ​ບໍ່ໄດ້​ໄປ​ຫາ ແຕ່​ເຮົາ​ໄດ້​ໄປ​ເຖິງ​ອາຣາເບຍ​ໃນ​ທັນທີ ແລ້ວ​ຈຶ່ງ​ກັບຄືນ​ມາ​ເມືອງ​ດາມັສກັດ.</verse>
				<verse number="18">ຫລັງຈາກ​ນັ້ນ​ສາມ​ປີ ເຮົາ​ໄດ້​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ທຳ​ຄວາມ​ລື້ງເຄີຍ​ກັບ​ເປໂຕ ແລະ​ໄດ້​ພັກ​ຢູ່​ກັບ​ເພິ່ນ​ເປັນ​ເວລາ​ສອງ​ອາທິດ.</verse>
				<verse number="19">ເຮົາ​ບໍ່ໄດ້​ພົບ​ກັບ​ອັກຄະສາວົກ​ຄົນອື່ນ​ເລີຍ ນອກຈາກ​ຢາໂກໂບ ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="20">ເລື່ອງ​ທີ່​ເຮົາ​ຂຽນ​ມາ​ນີ້​ເປັນ​ຄວາມຈິງ ພຣະເຈົ້າ​ຊົງ​ເປັນ​ພະຍານ​ໄດ້​ວ່າ ເຮົາ​ບໍ່ໄດ້​ເວົ້າ​ຕົວະ</verse>
				<verse number="21">ຫລັງຈາກ​ນັ້ນ ເຮົາ​ໄດ້​ໄປ​ໃນ​ເຂດແດນ​ຊີເຣຍ ແລະ ກີລີເກຍ.</verse>
				<verse number="22">ສ່ວນ​ສະມາຊິກ​ໃນ​ຄຣິສຕະຈັກ​ທັງຫລາຍ​ທີ່​ແຂວງ​ຢູດາຍ​ນັ້ນ ຍັງ​ບໍ່ໄດ້​ຮູ້ຈັກ​ໜ້າ​ຂອງເຮົາ</verse>
				<verse number="23">ພວກເຂົາ​ພຽງແຕ່​ໄດ້ຍິນ​ວ່າ, “ຜູ້​ທີ່​ແຕ່​ກ່ອນ​ເຄີຍ​ໄດ້​ກົດຂີ່​ຂົ່ມເຫັງ​ພວກເຮົາ ມາບັດນີ້​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ຄວາມເຊື່ອ ຊຶ່ງ​ຕົນ​ໄດ້​ເຄີຍ​ທຳຮ້າຍ​ແລ້ວ​ນັ້ນ.”</verse>
				<verse number="24">ແລະ​ເຂົາ​ທັງຫລາຍ​ຈຶ່ງ​ຖວາຍ​ກຽດ​ສັນລະເສີນ​ພຣະເຈົ້າ ເພາະ​ດ້ວຍ​ເລື່ອງ​ຂອງເຮົາ.</verse>
			</chapter>
			<chapter number="2">
				<verse number="1">ຫລັງຈາກ​ນັ້ນ​ມາ​ສິບສີ່​ປີ ເຮົາ​ໄດ້​ກັບຄືນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ​ກັບ​ບາຣະນາບາ ແລະ​ເຮົາ​ກໍໄດ້​ເອົາ​ຕີໂຕ​ໄປ​ດ້ວຍ.</verse>
				<verse number="2">ເຮົາ​ໄປ​ຕາມ​ທີ່​ພຣະເຈົ້າ​ໄດ້​ຊົງ​ສຳແດງ​ແກ່​ເຮົາ ເຮົາ​ໄດ້​ອະທິບາຍ​ເລື່ອງ​ຂ່າວປະເສີດ​ແກ່​ພວກເຂົາ ຊຶ່ງ​ເຮົາ​ໄດ້​ເຄີຍ​ປະກາດ​ແກ່​ຄົນຕ່າງຊາດ (ແຕ່​ຍັງ​ໄດ້​ເລົ່າ​ໃຫ້​ຄົນ​ສຳຄັນ​ຟັງ​ເປັນ​ການ​ສ່ວນຕົວ) ເພາະ​ຢ້ານ​ວ່າ​ເຮົາ​ກຳລັງ​ແລ່ນ​ແຂ່ງ​ກັນ ຫລື​ວ່າ​ໄດ້​ແລ່ນ​ແຂ່ງ​ແລ້ວ​ໂດຍ​ບໍ່ມີ​ປະໂຫຍດ.</verse>
				<verse number="3">ເພື່ອນ​ຮ່ວມ​ເດີນທາງ​ກັບ​ເຮົາ​ຄື​ຕີໂຕ ເຖິງ​ແມ່ນ​ວ່າ​ລາວ​ເປັນ​ຄົນ​ກຣີກ​ກໍຕາມ ລາວ​ກໍ​ບໍ່ໄດ້​ຖືກ​ບັງຄັບ​ໃຫ້​ຮັບ​ພິທີຕັດ,</verse>
				<verse number="4">ແຕ່​ມີ​ພີ່ນ້ອງ​ທີ່​ແປກປອມ​ໄດ້​ລັກລອບ​ເຂົ້າ​ມາ ເພື່ອ​ຈະ​ສອດແນມ​ເບິ່ງ​ເສລີພາບ​ຂອງ​ພວກເຮົາ ທີ່​ມີ​ຢູ່​ເພາະ​ພຣະເຢຊູ​ຄຣິດເຈົ້າ ພວກເຂົາ​ຫວັງ​ຈະ​ບັງຄັບ​ພວກເຮົາ ໃຫ້​ກັບ​ໄປ​ເປັນ​ຂ້ອຍຂ້າ​ຂອງ​ກົດບັນຍັດ​ອີກ</verse>
				<verse number="5">ແຕ່​ພວກເຮົາ​ບໍ່ໄດ້​ອ່ອນ​ຍອມ​ຕໍ່​ພວກເຂົາ​ແມ່ນແຕ່​ນາທີ​ດຽວ ເພື່ອ​ຈະ​ໄດ້​ຮັກສາ​ຄວາມ​ສັດຈິງ​ຂອງ​ຂ່າວປະເສີດ​ນັ້ນ ໄວ້​ສຳລັບ​ເຈົ້າ​ທັງຫລາຍ.</verse>
				<verse number="6">ສ່ວນ​ຄົນ​ເຫຼົ່ານັ້ນ ທີ່​ພວກເຂົາ​ຖື​ວ່າ​ເປັນ​ຄົນ​ສຳຄັນ ພວກເຂົາ​ຈະ​ເຄີຍ​ເປັນ​ຄົນ​ຢ່າງ​ໃດ​ມາ​ກ່ອນ​ແລ້ວ​ກໍຕາມ ກໍ​ບໍ່​ສຳຄັນ​ຢ່າງ​ໃດ​ສຳລັບ​ເຮົາ ພຣະເຈົ້າ​ບໍ່​ຊົງ​ເຫັນ​ແກ່​ໜ້າ​ຄົນ​ໃດ ຄົນ​ເຫຼົ່ານັ້ນ​ທີ່​ພວກເຂົາ​ຖື​ວ່າ​ເປັນ​ຄົນ​ສຳຄັນ ກໍ​ບໍ່ໄດ້​ເພີ່ມ​ເຕີມ​ສິ່ງ​ໜຶ່ງ​ສິ່ງໃດ​ແກ່​ເຮົາ.</verse>
				<verse number="7">ກົງກັນຂ້າມ ເມື່ອ​ພວກເຂົາ​ເຫັນ​ວ່າ​ພຣະເຈົ້າ​ໄດ້​ມອບ​ພາລະກິດ​ໃຫ້​ເຮົາ ເພື່ອ​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ມອບ​ພາລະກິດ​ໃຫ້​ເປໂຕ​ເພື່ອ​ປະກາດ​ຂ່າວປະເສີດ​ແກ່​ຄົນ​ຢິວ.</verse>
				<verse number="8">ດ້ວຍວ່າ, ພຣະເຈົ້າ​ໄດ້​ໃຫ້​ເປໂຕ​ເປັນ​ອັກຄະສາວົກ​ແກ່​ຄົນ​ຢິວ​ຢ່າງ​ໃດ ພຣະອົງ​ກໍໄດ້​ໃຫ້​ເຮົາ​ເປັນ​ອັກຄະສາວົກ​ແກ່​ຄົນຕ່າງຊາດ​ຢ່າງ​ນັ້ນ.</verse>
				<verse number="9">ເມື່ອ​ຢາໂກໂບ​ກັບ​ເກຟາ ແລະ ໂຢຮັນ ຜູ້​ທີ່​ພວກເຂົາ​ຖື​ວ່າ​ເປັນ​ຫລັກ​ໄດ້​ສັງເກດ​ເຫັນ​ພຣະຄຸນ​ທີ່​ໄດ້​ຊົງ​ປະທານ​ແກ່​ເຮົາ ທ່ານ​ທັງ​ສາມ​ກໍໄດ້​ຍື່ນ​ມື​ຂວາ​ໃຫ້​ເຮົາ​ກັບ​ບາຣະນາບາ​ຈັບ ເພື່ອ​ສະແດງ​ວ່າ​ເຮົາ​ເປັນ​ເພື່ອນ​ຮ່ວມງານ​ກັນ ເພື່ອ​ໃຫ້​ພວກເຮົາ​ໄປ​ຫາ​ພວກ​ຕ່າງຊາດ ແລະ​ທ່ານ​ເຫຼົ່ານັ້ນ​ຈະ​ໄປ​ຫາ​ພວກ​ທີ່​ຖື​ພິທີຕັດ.</verse>
				<verse number="10">ແຕ່​ທ່ານ​ເຫຼົ່ານັ້ນ ຂໍ​ພຽງແຕ່​ບໍ່​ໃຫ້​ເຮົາ​ລືມ​ຄິດເຖິງ​ຄົນ​ຍາກຈົນ ຊຶ່ງ​ເປັນ​ສິ່ງ​ທີ່​ເຮົາ​ເອົາໃຈໃສ່​ທີ່​ຈະ​ເຮັດ​ຢູ່​ແລ້ວ.</verse>
				<verse number="11">ເມື່ອ​ເປໂຕ​ໄດ້​ມາ​ເຖິງ​ເມືອງ​ອັນຕີໂອເຂຍ ເຮົາ​ກໍ​ຕໍ່​ວ່າ​ເພິ່ນ​ຢ່າງ​ເປີດເຜີຍ ເພາະ​ເພິ່ນ​ເຮັດ​ຜິດພາດ​ຢ່າງ​ປະຈັກ​ຕາ.</verse>
				<verse number="12">ດ້ວຍວ່າ, ກ່ອນ​ທີ່​ຄົນ​ຂອງ​ຢາໂກໂບ​ໄດ້​ມາ​ເຖິງ ເປໂຕ​ໄດ້​ກິນ​ຢູ່​ຮ່ວມ​ກັບ​ຄົນຕ່າງຊາດ ແຕ່​ພໍ​ພວກ​ເຫຼົ່ານັ້ນ​ມາ​ເຖິງ​ແລ້ວ ເພິ່ນ​ກໍ​ຖອຍ​ອອກ​ມາ ແລະ​ບໍ່​ກິນ​ຢູ່​ຮ່ວມ​ກັບ​ຄົນຕ່າງຊາດ​ອີກ ເພາະ​ເພິ່ນ​ຢ້ານ​ພວກ​ທີ່​ຖື​ພິທີຕັດ.</verse>
				<verse number="13">ສ່ວນ​ພີ່ນ້ອງ​ຊາວ​ຢິວ​ຄົນອື່ນໆ ກໍ​ເຮັດ​ເໝືອນ​ດັ່ງ​ເປໂຕ ແມ່ນແຕ່​ບາຣະນາບາ​ກໍ​ປະພຶດ​ຕາມ​ແບບ​ນັ້ນ​ເໝືອນກັນ.</verse>
				<verse number="14">ເມື່ອ​ເຮົາ​ເຫັນ​ວ່າ ພວກເພິ່ນ​ບໍ່ໄດ້​ດຳເນີນ​ໄປ​ຕາມ​ຄວາມຈິງ​ແຫ່ງ​ຂ່າວປະເສີດ ເຮົາ​ຈຶ່ງ​ເວົ້າ​ໃຫ້​ເປໂຕ​ຕໍ່ໜ້າ​ຄົນ​ທັງໝົດ​ນັ້ນ​ວ່າ, “ເຈົ້າ​ຜູ້​ເປັນ​ຄົນ​ຢິວ ແຕ່​ເຈົ້າ​ໄດ້​ດຳເນີນ​ຊີວິດ​ເໝືອນ​ຄົນຕ່າງຊາດ​ແລະ​ບໍ່​ເໝືອນ​ຄົນ​ຢິວ. ຖ້າດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ບັງຄັບ​ຄົນຕ່າງຊາດ​ໃຫ້​ດຳເນີນ​ຊີວິດ​ເໝືອນ​ຄົນ​ຢິວ?”</verse>
				<verse number="15">ແມ່ນ​ຢູ່ ພວກເຮົາ​ເປັນ​ຢິວ​ໂດຍ​ກຳເນີດ ແລະ​ບໍ່ແມ່ນ “ພວກ​ຕ່າງຊາດ​ທີ່​ເປັນ​ຄົນ​ບາບ”,</verse>
				<verse number="16">ແຕ່​ພວກເຮົາ​ກໍ​ຮູ້​ຢູ່​ວ່າ ບໍ່ມີ​ຜູ້ໃດ​ຖືກ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ ແຕ່​ໂດຍ​ທາງ​ຄວາມເຊື່ອ​ໃນ​ພຣະເຢຊູ​ຄຣິດເຈົ້າ​ເທົ່ານັ້ນ ເຖິງ​ແມ່ນ​ພວກເຮົາ​ກໍ​ຍັງ​ເຊື່ອວາງໃຈ​ໃນ​ພຣະເຢຊູ​ຄຣິດເຈົ້າ ເພື່ອ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດ ບໍ່ແມ່ນ​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ ເພາະວ່າ​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ “ບໍ່ມີ​ມະນຸດ​ຄົນ​ໃດ​ຈະ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ໄດ້.”</verse>
				<verse number="17">ແຕ່​ຖ້າ​ພວກເຮົາ​ພະຍາຍາມ​ເພື່ອ​ຈະ​ໄດ້​ຊົງ​ຖື​ວ່າ ເປັນ​ຄົນ​ຊອບທຳ​ໂດຍ​ພຣະຄຣິດ ພວກເຮົາ​ເອງ​ກໍ​ຍັງ​ປາກົດ​ເປັນ​ຄົນ​ບາບ​ຢູ່. ສະນັ້ນ ພຣະຄຣິດ​ຈະ​ຊົງ​ເປັນ​ຜູ້​ສົ່ງເສີມ​ຄວາມ​ບາບ​ບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ</verse>
				<verse number="18">ເພາະວ່າ ຖ້າ​ເຮົາ​ກໍ່​ສິ່ງ​ທີ່​ເຮົາ​ທຳລາຍ​ລົງ​ແລ້ວ​ນັ້ນ​ຂຶ້ນ​ອີກ ເຮົາ​ກໍ​ສະແດງ​ຕົວເອງ​ວ່າ​ເປັນ​ຜູ້​ລ່ວງ​ລະເມີດ.</verse>
				<verse number="19">ເຫດ​ວ່າ​ໂດຍ​ທາງ​ກົດບັນຍັດ​ນັ້ນ ເຮົາ​ໄດ້​ຕາຍ​ຈາກ​ກົດບັນຍັດ​ແລ້ວ ເພື່ອ​ເຮົາ​ຈະ​ໄດ້​ມີ​ຊີວິດ​ຢູ່​ສຳລັບ​ພຣະເຈົ້າ ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະຄຣິດ​ແລ້ວ.</verse>
				<verse number="20">ເຮົາ​ຈຶ່ງ​ບໍ່ມີ​ຊີວິດ​ຢູ່ ແຕ່​ແມ່ນ​ພຣະຄຣິດ​ທີ່​ຊົງ​ມີ​ຊີວິດ​ຢູ່​ໃນ​ເຮົາ ຊີວິດ​ທີ່​ເຮົາ​ມີ​ໃນ​ຮ່າງກາຍ​ເວລາ​ນີ້ ເຮົາ​ມີ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ໄດ້​ຮັກ​ເຮົາ ແລະ​ໄດ້​ສະຫລະ​ຊີວິດ​ເພື່ອ​ເຮົາ.</verse>
				<verse number="21">ເຮົາ​ບໍ່ໄດ້​ເຮັດ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ເສຍ​ໄປ​ລ້າໆ ເພາະວ່າ ຖ້າ​ຄວາມ​ຊອບທຳ​ໄດ້​ມາ​ໂດຍ​ທາງ​ກົດບັນຍັດ​ແລ້ວ ພຣະຄຣິດ​ກໍ​ຊົງ​ສິ້ນພຣະຊົນ​ໂດຍ​ບໍ່ມີ​ປະໂຫຍດ.</verse>
			</chapter>
			<chapter number="3">
				<verse number="1">ໂອ ຊາວ​ຄາລາເຕຍ​ຜູ້​ບໍ່ມີ​ຄວາມຄິດ​ເອີຍ, ແມ່ນ​ຜູ້ໃດ​ໜໍ ທີ່​ໄດ້​ສະກົດ​ຈິດໃຈ​ຂອງ​ພວກເຈົ້າ​ໃຫ້​ຫລົງ​ເຊື່ອ​ໄປ ການ​ທີ່​ພຣະເຢຊູ​ຄຣິດເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ນັ້ນ ກໍໄດ້​ປາກົດ​ແຈ້ງ​ແກ່​ຕາ​ພວກເຈົ້າ​ຢ່າງ​ຄັກແນ່​ແລ້ວ</verse>
				<verse number="2">ເຮົາ​ຢາກ​ຮູ້​ຂໍ້​ດຽວ​ຈາກ​ພວກເຈົ້າ​ວ່າ ເຈົ້າ​ທັງຫລາຍ​ໄດ້​ຮັບ​ພຣະວິນຍານ​ນັ້ນ ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ​ຫລື? ຫລື​ວ່າ​ໄດ້​ຮັບ​ໂດຍ​ການ​ເຊື່ອຟັງ​ຂໍ້ຄວາມ​ທີ່​ໄດ້ຍິນ​ນັ້ນ?</verse>
				<verse number="3">ເຈົ້າ​ທັງຫລາຍ​ຍັງ​ໂງ່​ເຖິງ​ພຽງ​ນັ້ນ​ບໍ? ພວກເຈົ້າ​ໄດ້​ຕັ້ງຕົ້ນ​ໂດຍ​ທາງ​ພຣະວິນຍານ​ແລ້ວ ບັດນີ້ ພວກເຈົ້າ​ຈະ​ສຳເລັດ​ລົງ​ໂດຍ​ທາງ​ມະນຸດ​ທຳມະດາ​ບໍ?</verse>
				<verse number="4">ການ​ທີ່​ເຈົ້າ​ທັງຫລາຍ​ໄດ້​ອົດທົນ​ມາ​ຫລາຍ​ແລ້ວ​ນັ້ນ ເປັນ​ການ​ເສຍ​ປະໂຫຍດ​ບໍ? ຖ້າ​ເປັນ​ການ​ເສຍ​ປະໂຫຍດ​ແທ້.</verse>
				<verse number="5">ພຣະອົງ​ຜູ້​ຊົງ​ປະທານ​ພຣະວິນຍານ​ແກ່​ເຈົ້າ​ທັງຫລາຍ ແລະ​ຊົງ​ສຳແດງ​ອິດທິຣິດ​ທ່າມກາງ​ພວກເຈົ້າ ຊົງ​ກະທຳ​ການ​ເຫຼົ່ານັ້ນ ເພາະ​ດ້ວຍ​ການ​ປະຕິບັດ​ຕາມ​ກົດບັນຍັດ​ບໍ? ຫລື​ວ່າ​ເພາະ​ດ້ວຍ​ການ​ເຊື່ອຟັງ​ຂໍ້ຄວາມ​ທີ່​ໄດ້ຍິນ​ນັ້ນ</verse>
				<verse number="6">ຈົ່ງ​ພິຈາລະນາ​ເບິ່ງ​ອັບຣາຮາມ​ວ່າ, “ເພິ່ນ​ໄດ້​ເຊື່ອ​ພຣະເຈົ້າ ແລະ​ເພາະ​ຄວາມເຊື່ອ​ນັ້ນ ພຣະເຈົ້າ​ຈຶ່ງ​ຊົງ​ຮັບ​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.”</verse>
				<verse number="7">ສະນັ້ນ ພວກເຈົ້າ​ຈົ່ງ​ຮັບ​ຮູ້​ໄວ້​ວ່າ ແມ່ນ​ຜູ້​ທີ່​ມີ​ຄວາມເຊື່ອ​ນັ້ນ​ແຫຼະ ເປັນ​ເຊື້ອສາຍ​ແທ້​ຂອງ​ອັບຣາຮາມ.</verse>
				<verse number="8">ພຣະຄຳພີ​ໄດ້​ບອກ​ໃຫ້​ຮູ້​ລ່ວງໜ້າ​ວ່າ, ພຣະເຈົ້າ​ຈະ​ເຮັດ​ໃຫ້​ຄົນຕ່າງຊາດ​ເປັນ​ຜູ້​ຊອບທຳ ຕໍ່ໜ້າ​ພຣະອົງ​ໂດຍ​ທາງ​ຄວາມເຊື່ອ. ຈຶ່ງ​ໄດ້​ປະກາດ​ຂ່າວປະເສີດ​ແຈ້ງ​ແກ່​ອັບຣາຮາມ​ກ່ອນ​ວ່າ, “ໂດຍ​ທາງ​ເຈົ້າ ພຣະເຈົ້າ​ຈະ​ອວຍພອນ​ຊົນຊາດ​ທັງຫລາຍ.”</verse>
				<verse number="9">ອັບຣາຮາມ​ໄດ້​ເຊື່ອ ແລະ​ໄດ້​ຮັບ​ພຣະພອນ. ດັ່ງນັ້ນ ທຸກຄົນ​ທີ່​ວາງໃຈເຊື່ອ​ຈຶ່ງ​ໄດ້​ຮັບ​ພຣະພອນ​ເໝືອນກັນ​ກັບ​ເພິ່ນ.</verse>
				<verse number="10">ດ້ວຍວ່າ, ທຸກຄົນ​ທີ່​ອາໄສ​ການ​ປະຕິບັດ​ຕາມ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ຜູ້ໃດ​ກໍຕາມ​ທີ່​ບໍ່ໄດ້​ປະຕິບັດ​ຕາມ​ທຸກ​ຂໍ້ ທີ່​ຂຽນ​ໄວ້​ໃນ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ”</verse>
				<verse number="11">ເປັນ​ທີ່​ຮູ້​ແຈ້ງ​ແລ້ວ​ວ່າ ບໍ່ມີ​ມະນຸດ​ຄົນ​ໃດ ທີ່​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະເຈົ້າ ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ ເພາະ​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຜູ້​ທີ່​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ເພາະ​ດ້ວຍ​ຄວາມເຊື່ອ​ເທົ່ານັ້ນ​ຈະ​ມີ​ຊີວິດ.”</verse>
				<verse number="12">ແຕ່​ກົດບັນຍັດ​ນັ້ນ​ບໍ່ໄດ້​ອາໄສ​ຄວາມເຊື່ອ ເພາະ “ຜູ້ໃດ​ກໍຕາມ​ທີ່​ເຮັດ​ທຸກສິ່ງ​ຕາມ​ກົດບັນຍັດ ກໍ​ຈະ​ດຳລົງ​ຊີວິດ​ຢູ່​ຕາມ​ກົດ​ນັ້ນ.”</verse>
				<verse number="13">ພຣະຄຣິດ​ໄດ້​ຊົງ​ໄຖ່​ພວກເຮົາ ໃຫ້​ພົ້ນ​ຈາກ​ການ​ສາບແຊ່ງ​ຂອງ​ກົດບັນຍັດ ໂດຍ​ການ​ທີ່​ພຣະອົງ​ຊົງ​ຍອມ​ຖືກ​ສາບແຊ່ງ​ແທນ​ພວກເຮົາ (ເພາະ​ພຣະຄຳພີ​ຂຽນ​ໄວ້​ວ່າ, “ທຸກຄົນ​ທີ່​ຖືກ​ແຂວນ​ໄວ້​ທີ່​ຕົ້ນໄມ້ ກໍ​ຖືກ​ສາບແຊ່ງ​ແລ້ວ.”)</verse>
				<verse number="14">ເພື່ອ​ພຣະພອນ​ທາງ​ອັບຣາຮາມ​ຈະ​ໄດ້​ມາ​ເຖິງ​ບັນດາ​ຄົນຕ່າງຊາດ​ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ, ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ພຣະວິນຍານ​ຕາມ​ພຣະສັນຍາ​ໂດຍ​ທາງ​ຄວາມເຊື່ອ.</verse>
				<verse number="15">ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຂໍ​ຍົກ​ເອົາ​ເລື່ອງ​ເຫດການ​ທຳມະດາ​ມາ​ເປັນ​ຕົວຢ່າງ ເມື່ອ​ສອງ​ຄົນ​ຕົກລົງ​ກັນ​ໃນ​ເລື່ອງໃດ​ເລື່ອງໜຶ່ງ ແລະ​ເຊັນ​ສັນຍາ​ລົງ​ໄປ​ແລ້ວ ບໍ່ມີ​ຜູ້ໃດ​ຈະ​ລົ້ມເລີກ ຫລື​ເພີ່ມເຕີມ​ໄດ້​ອີກ.</verse>
				<verse number="16">ບັນດາ​ພຣະສັນຍາ​ທີ່​ພຣະເຈົ້າ​ກ່າວ​ແກ່​ອັບຣາຮາມ ແລະ​ເຊື້ອສາຍ​ຂອງ​ເພິ່ນ​ນັ້ນ ບໍ່ໄດ້​ກ່າວ​ວ່າ, “ແກ່​ເຊື້ອສາຍ​ທັງຫລາຍ,” ແຕ່​ຊົງ​ກ່າວ​ວ່າ, “ແກ່​ເຊື້ອສາຍ​ຂອງທ່ານ.” ໝາຍເຖິງ​ຄົນ​ດຽວ ຄື​ພຣະຄຣິດ.</verse>
				<verse number="17">ເຮົາ​ຈຶ່ງ​ເວົ້າ​ຢ່າງ​ນີ້​ວ່າ ກົດບັນຍັດ​ທີ່​ມາ​ພາຍ​ຫລັງ​ເຖິງ​ສີ່ຮ້ອຍ​ສາມສິບ​ປີ ຈະ​ທຳລາຍ​ພັນທະສັນຍາ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ແຕ່ງຕັ້ງ​ໄວ້​ກ່ອນ​ນັ້ນ ຈະ​ຖືກ​ລຶບລ້າງ​ບໍ່ໄດ້.</verse>
				<verse number="18">ເພາະວ່າ ຖ້າ​ການ​ຮັບ​ມໍຣະດົກ​ມີ​ມາ​ໂດຍ​ທາງ​ກົດບັນຍັດ ກໍ​ບໍ່ແມ່ນ​ໂດຍ​ທາງ​ພຣະສັນຍາ​ອີກ​ຕໍ່ໄປ ແຕ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ປະທານ​ມໍຣະດົກ​ນັ້ນ ໃຫ້​ແກ່​ອັບຣາຮາມ​ໂດຍ​ທາງ​ພຣະສັນຍາ.</verse>
				<verse number="19">ຖ້າດັ່ງນັ້ນ​ແລ້ວ ມີ​ກົດບັນຍັດ​ໄວ້​ເພື່ອ​ຫຍັງ? ທີ່​ເພີ່ມ​ກົດບັນຍັດ​ໄວ້ ກໍ​ເພື່ອ​ຄວາມ​ຜິດບາບ​ຈະ​ໄດ້​ປາກົດ​ເປັນ​ການ​ລ່ວງ​ລະເມີດ ຈົນກວ່າ​ເຊື້ອສາຍ​ທີ່​ໄດ້​ຮັບ​ພຣະສັນຍາ​ນັ້ນ​ຈະ​ມາ​ເຖິງ ພວກ​ເທວະດາ​ໄດ້​ແຕ່ງຕັ້ງ​ກົດບັນຍັດ​ນັ້ນ​ໄວ້​ໂດຍ​ມື​ຂອງ​ຄົນ​ກາງ.</verse>
				<verse number="20">ເມື່ອ​ມີ​ຝ່າຍ​ດຽວ ກໍ​ບໍ່​ຕ້ອງການ​ຄົນ​ກາງ ແລະ​ພຣະເຈົ້າ​ຊົງ​ເປັນ​ຝ່າຍ​ດຽວ​ນັ້ນ.</verse>
				<verse number="21">ຖ້າດັ່ງນັ້ນ ກົດບັນຍັດ​ຂັດແຍ້ງ​ກັບ​ພຣະສັນຍາ​ຂອງ​ພຣະເຈົ້າ​ບໍ? ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ເພາະວ່າ ຖ້າ​ຊົງ​ປະທານ​ກົດບັນຍັດ ອັນ​ອາດ​ໃຫ້​ມີ​ຊີວິດ​ຢູ່​ໄດ້ ການ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ຄົງ​ຈະ​ໄດ້​ມີ​ຢູ່​ໂດຍ​ກົດບັນຍັດ​ນັ້ນ​ແທ້.</verse>
				<verse number="22">ແຕ່​ພຣະຄຳພີ​ໄດ້​ຮວບຮວມ​ສິ່ງ​ທັງໝົດ ໃຫ້​ເຂົ້າ​ຢູ່​ພາຍໃຕ້​ອຳນາດ​ຄວາມ​ຜິດບາບ ເພື່ອ​ວ່າ​ທຸກຄົນ​ທີ່​ເຊື່ອ​ຈະ​ໄດ້​ຮັບ​ຂອງ​ປະທານ​ຕາມ​ທີ່​ຊົງ​ສັນຍາ​ໄວ້ ຊຶ່ງ​ໄດ້​ຊົງ​ໂຜດ​ປະທານ ໂດຍ​ອາໄສ​ຄວາມເຊື່ອ​ໃນ​ພຣະເຢຊູ​ຄຣິດເຈົ້າ​ເປັນ​ຫລັກ.</verse>
				<verse number="23">ເມື່ອ​ຄວາມເຊື່ອ​ຍັງ​ບໍ່​ທັນ​ມາ​ນັ້ນ ພວກເຮົາ​ໄດ້​ຕົກ​ຢູ່​ໃນ​ຂອບເຂດ​ອຳນາດ​ຂອງ​ກົດບັນຍັດ ຖືກ​ຄວບຄຸມ​ໄວ້​ຈົນເຖິງ​ຄວາມເຊື່ອ​ຈະ​ໄດ້​ມາ​ປາກົດ.</verse>
				<verse number="24">ເພາະສະນັ້ນ ກົດບັນຍັດ​ຈຶ່ງ​ເປັນ​ຜູ້ດູແລ​ພວກເຮົາ ຈົນກວ່າ​ພຣະຄຣິດ​ສະເດັດ​ມາ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເປັນ​ຄົນ​ຊອບທຳ ໂດຍ​ທາງ​ຄວາມເຊື່ອ.</verse>
				<verse number="25">ບັດນີ້ ເວລາ​ແຫ່ງ​ຄວາມເຊື່ອ​ກໍ​ມາ​ເຖິງ​ແລ້ວ ກົດບັນຍັດ​ບໍ່ໄດ້​ເປັນ​ຜູ້​ດູແລ​ພວກເຮົາ​ອີກ​ຕໍ່ໄປ.</verse>
				<verse number="26">ເພາະວ່າ​ເຈົ້າ​ທັງຫລາຍ​ກໍ​ເປັນ​ບຸດ​ຂອງ​ພຣະເຈົ້າ ຮ່ວມ​ໃນ​ພຣະຄຣິດເຈົ້າ​ເຢຊູ​ໂດຍ​ທາງ​ຄວາມເຊື່ອ.</verse>
				<verse number="27">ເພາະວ່າ ຄົນ​ໃດ​ໃນ​ພວກເຈົ້າ​ໄດ້​ຮັບ​ບັບຕິສະມາ​ໃນ​ພຣະຄຣິດ​ແລ້ວ ຄົນ​ນັ້ນ​ກໍໄດ້​ສວມ​ຊີວິດ​ຂອງ​ພຣະອົງ.</verse>
				<verse number="28">ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ອັນ​ໃດ ລະຫວ່າງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ ລະຫວ່າງ​ທາດ​ແລະ​ອິດສະຫລະ ລະຫວ່າງ​ຊາຍ​ແລະ​ຍິງ ເພາະ​ພວກເຈົ້າ​ທຸກຄົນ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ​ໃນ​ພຣະຄຣິດເຈົ້າ​ເຢຊູ.</verse>
				<verse number="29">ຖ້າ​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະຄຣິດ​ແລ້ວ ພວກເຈົ້າ​ກໍ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ຄື​ເປັນ​ຜູ້​ໄດ້​ຮັບ​ມໍຣະດົກ​ຕາມ​ພຣະສັນຍາ.</verse>
			</chapter>
			<chapter number="4">
				<verse number="1">ເຮົາ​ຂໍ​ກ່າວ​ດັ່ງນີ້​ວ່າ, ຕາບໃດ​ທີ່​ເຈົ້າ​ຂອງ​ມໍຣະດົກ​ຍັງ​ເປັນ​ເດັກນ້ອຍ​ຢູ່ ກໍ​ບໍ່​ແຕກຕ່າງ​ຫຍັງ​ກັບ​ຂ້ອຍຂ້າ ເຖິງ​ແມ່ນ​ວ່າ​ເປັນ​ເຈົ້າ​ຂອງ​ຊັບສິນ​ທັງໝົດ​ກໍຕາມ.</verse>
				<verse number="2">ເພາະ​ກໍ​ຍັງ​ຢູ່​ໃຕ້​ບັງຄັບ​ຂອງ​ຜູ້ປົກຄອງ ແລະ​ຜູ້ດູແລ​ຊັບສິນ ຈົນເຖິງ​ເວລາ​ທີ່​ພໍ່​ຂອງ​ລາວ​ໄດ້​ກຳນົດ​ໄວ້​ໃຫ້​ຮັບ​ມໍຣະດົກ.</verse>
				<verse number="3">ພວກເຮົາ​ກໍ​ເໝືອນກັນ ເມື່ອ​ຍັງ​ເປັນ​ເດັກນ້ອຍ ພວກເຮົາ​ກໍ​ຍັງ​ຕົກ​ເປັນ​ທາດຮັບໃຊ້ ຢູ່​ໃຕ້​ອຳນາດ​ຂອງ​ສິ່ງ​ສັກສິດ​ທຳມະດາ ແຫ່ງ​ສາກົນ​ຈັກກະວານ.</verse>
				<verse number="4">ແຕ່​ເມື່ອ​ຄົບ​ກຳນົດ​ເວລາ​ແລ້ວ ພຣະເຈົ້າ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ ຊົງ​ບັງເກີດ​ນຳ​ຍິງ​ຄົນ​ໜຶ່ງ ແລະ​ຊົງ​ມີ​ຊີວິດ​ຢູ່​ພາຍໃຕ້​ກົດບັນຍັດ,</verse>
				<verse number="5">ເພື່ອ​ຈະ​ຊົງ​ໄຖ່​ເອົາ​ຄົນ​ເຫຼົ່ານັ້ນ ທີ່​ຢູ່​ໃຕ້​ກົດບັນຍັດ ເພື່ອ​ໃຫ້​ພວກເຮົາ​ໄດ້​ຖານະ​ເປັນ​ບຸດ.</verse>
				<verse number="6">ແລະ​ເພາະ​ເຈົ້າ​ທັງຫລາຍ​ເປັນ​ບຸດ​ຂອງ​ພຣະເຈົ້າ​ແລ້ວ ພຣະອົງ​ຈຶ່ງ​ຊົງ​ໃຊ້​ພຣະວິນຍານ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ ແລ້ວ​ຮ້ອງ​ວ່າ, “ອັບບາ” ຄື “ພຣະບິດາເຈົ້າ.”</verse>
				<verse number="7">ດັ່ງນັ້ນ ເພາະ​ໂດຍ​ພຣະເຈົ້າ ພວກເຈົ້າ​ຈຶ່ງ​ບໍ່​ເປັນ​ຂ້ອຍຂ້າ​ຕໍ່ໄປ ແຕ່​ເປັນ​ບຸດ ແລະ​ຖ້າ​ເປັນ​ບຸດ​ແລ້ວ ກໍ​ເປັນ​ເຈົ້າ​ຂອງ​ມໍຣະດົກ.</verse>
				<verse number="8">ໃນ​ເມື່ອ​ກ່ອນ​ນີ້ ເຈົ້າ​ທັງຫລາຍ​ຍັງ​ບໍ່​ຮູ້ຈັກ​ພຣະເຈົ້າ ພວກເຈົ້າ​ກໍ​ເປັນ​ທາດຮັບໃຊ້​ຂອງ​ສິ່ງ​ຕ່າງໆ ຊຶ່ງ​ຕາມ​ທຳມະດາ​ແລ້ວ ມັນ​ບໍ່ແມ່ນ​ພຣະ​ແທ້.</verse>
				<verse number="9">ແຕ່​ບັດນີ້​ເຈົ້າ​ທັງຫລາຍ​ຮູ້ຈັກ​ພຣະເຈົ້າ​ແລ້ວ (ຫລື​ຈະ​ເວົ້າ​ໃຫ້​ຖືກ​ກວ່າ ກໍ​ວ່າ​ພຣະເຈົ້າ​ຊົງ​ຮູ້ຈັກ​ເຈົ້າ​ທັງຫລາຍ​ແລ້ວ) ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຈະ​ກັບ​ໄປ​ຫາ​ອຳນາດ​ສິ່ງ​ສັກສິດ​ທຳມະດາ ອັນ​ອ່ອນແອ​ແລະ​ບໍ່ມີ​ປະໂຫຍດ? ພວກເຈົ້າ​ຢາກ​ຕົກ​ເປັນ​ຂ້ອຍຂ້າ​ຂອງ​ມັນ​ອີກ​ບໍ?</verse>
				<verse number="10">ພວກເຈົ້າ​ຖື​ວັນ ຖື​ເດືອນ ຖື​ລະດູ ແລະ​ຖື​ປີ.</verse>
				<verse number="11">ເຮົາ​ວິຕົກ​ນຳ​ເຈົ້າ​ທັງຫລາຍ ຢ້ານ​ວ່າ​ການ​ໜັກໜ່ວງ​ທີ່​ເຮົາ​ໄດ້​ເຮັດ​ສຳລັບ​ພວກເຈົ້າ​ນັ້ນ ຈະ​ບໍ່​ເປັນ​ປະໂຫຍດ.</verse>
				<verse number="12">ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຮ້ອງ​ຂໍ​ພວກເຈົ້າ​ໃຫ້​ເປັນ​ເໝືອນ​ດັ່ງ​ເຮົາ ຕາມ​ທີ່ຈິງ​ແລ້ວ ເຮົາ​ກໍ​ເຄີຍ​ເປັນ​ດັ່ງ​ພວກເຈົ້າ​ເໝືອນກັນ ພວກເຈົ້າ​ບໍ່ໄດ້​ທຳຮ້າຍ​ຫຍັງ​ຕໍ່​ເຮົາ.</verse>
				<verse number="13">ເຈົ້າ​ທັງຫລາຍ​ຮູ້​ຢູ່​ວ່າ ໃນ​ຕອນ​ຕົ້ນ​ທີ່​ເຮົາ​ໄດ້​ປະກາດ​ເລື່ອງ​ຂ່າວປະເສີດ​ແກ່​ພວກເຈົ້າ ກໍ​ເປັນ​ເພາະ​ການ​ເຈັບປ່ວຍ​ທາງ​ຮ່າງກາຍ.</verse>
				<verse number="14">ເຖິງ​ແມ່ນ​ວ່າ​ສຸຂະພາບ​ຂອງເຮົາ ຈະ​ເປັນ​ການ​ທົດລອງ​ໃຈ​ເຈົ້າ​ທັງຫລາຍ​ກໍຕາມ ພວກເຈົ້າ​ກໍ​ບໍ່ໄດ້​ໝິ່ນປະໝາດ ຫລື​ເບື່ອໜ່າຍ​ເຮົາ ແຕ່​ໄດ້​ຕ້ອນຮັບ​ເຮົາ ເໝືອນ​ກັບ​ເປັນ​ທູດ​ຂອງ​ພຣະເຈົ້າ ຫລື​ເໝືອນ​ກັບ​ພຣະຄຣິດເຈົ້າ​ເຢຊູ.</verse>
				<verse number="15">ພວກເຈົ້າ​ລືມ​ຄວາມ​ຍິນດີ​ຂອງ​ພວກເຈົ້າ​ແລ້ວ​ບໍ? ເຮົາ​ເອງ​ກ້າ​ເວົ້າ​ໄດ້​ວ່າ ຖ້າ​ເປັນ​ໄປ​ໄດ້​ພວກເຈົ້າ​ຄົງ​ຈະ​ຄວັດ​ໜ່ວຍ​ຕາ​ຂອງ​ພວກເຈົ້າ​ໃຫ້​ແກ່​ເຮົາ.</verse>
				<verse number="16">ເວລາ​ນີ້ ເຮົາ​ໄດ້​ກາຍເປັນ​ສັດຕູ​ຂອງ​ພວກເຈົ້າ ຍ້ອນ​ເຮົາ​ບອກ​ຄວາມຈິງ​ແກ່​ພວກເຈົ້າ​ຊັ້ນບໍ?</verse>
				<verse number="17">ຄົນ​ເຫຼົ່ານັ້ນ​ສົນໃຈ​ພວກເຈົ້າ ບໍ່ແມ່ນ​ດ້ວຍ​ຄວາມຫວັງ​ດີ ພວກເຂົາ​ພຽງແຕ່​ຢາກ​ແຍກ​ພວກເຈົ້າ​ອອກ​ຈາກ​ເຮົາ​ເທົ່ານັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ສົນໃຈ​ພວກເຂົາ ດັ່ງ​ທີ່​ພວກເຂົາ​ໄດ້​ສົນໃຈ​ພວກເຈົ້າ.</verse>
				<verse number="18">ການ​ເອົາອົກ​ເອົາໃຈ​ດ້ວຍ​ຄວາມຫວັງ​ດີ ກໍ​ເປັນ​ການ​ດີ​ຢູ່​ທຸກ​ເວລາ ແລະ​ບໍ່ແມ່ນແຕ່​ເມື່ອ​ເວລາ​ເຮົາ​ຢູ່​ນຳ​ພວກເຈົ້າ​ເທົ່ານັ້ນ.</verse>
				<verse number="19">ລູກ​ນ້ອຍ​ທີ່ຮັກ​ຂອງເຮົາ​ເອີຍ, ເຮົາ​ຕ້ອງ​ເຈັບປວດ​ເພາະ​ພວກເຈົ້າ​ອີກ ເໝືອນ​ຢ່າງ​ແມ່​ທີ່​ເຈັບ​ທ້ອງ​ເກີດ​ລູກ ຈົນກວ່າ​ພຣະຄຣິດ​ຈະ​ໄດ້​ເປັນ​ທີ່​ສ້າງ​ຂຶ້ນ​ຢູ່​ໃນ​ພວກເຈົ້າ.</verse>
				<verse number="20">ເຮົາ​ປາຖະໜາ​ຢາກ​ຢູ່​ກັບ​ພວກເຈົ້າ​ໃນ​ເວລາ​ນີ້ ແລະ​ຢາກ​ປ່ຽນ​ວິທີ​ເວົ້າຈາ​ກັບ​ພວກເຈົ້າ ເພາະ​ເຮົາ​ວິຕົກ​ກັງວົນ​ໃຈ​ນຳ​ພວກເຈົ້າ​ຫລາຍ.</verse>
				<verse number="21">ເຮົາ​ຂໍ​ຖາມ​ພວກ​ທີ່​ຢູ່​ໃຕ້​ກົດບັນຍັດ​ວ່າ, ພວກເຈົ້າ​ບໍ່ໄດ້ຍິນ​ສິ່ງ​ທີ່​ກົດບັນຍັດ​ກ່າວ​ບໍ?</verse>
				<verse number="22">ຕາມ​ທີ່​ມີ​ຂຽນ​ໄວ້​ວ່າ, ອັບຣາຮາມ​ມີ​ລູກຊາຍ​ສອງ​ຄົນ, ຄົນ​ໜຶ່ງ​ເກີດ​ຈາກ​ຍິງ​ຂ້ອຍຂ້າ ແລະ​ອີກ​ຄົນ​ໜຶ່ງ​ເກີດ​ຈາກ​ຍິງ​ທີ່​ບໍ່​ເປັນ​ຂ້ອຍຂ້າ.</verse>
				<verse number="23">ລູກຊາຍ​ຂອງ​ເພິ່ນ​ຜູ້​ທີ່​ໄດ້​ຈາກ​ຍິງ​ຂ້ອຍຂ້າ​ນັ້ນ ເກີດ​ຕາມ​ທຳມະດາ ແຕ່​ລູກຊາຍ​ຂອງ​ເພິ່ນ ຜູ້​ທີ່​ໄດ້​ຈາກ​ຍິງ​ທີ່​ບໍ່​ເປັນ​ຂ້ອຍຂ້າ​ນັ້ນ ແມ່ນ​ເກີດ​ຕາມ​ພຣະສັນຍາ.</verse>
				<verse number="24">ເລື່ອງ​ນັ້ນ​ຖື​ເປັນ​ການ​ປຽບທຽບ​ດັ່ງນີ້: ຍິງ​ທັງສອງ​ນັ້ນ ໄດ້​ແກ່​ພັນທະສັນຍາ​ສອງ​ຢ່າງ, ຜູ້ໜຶ່ງ​ຊື່​ວ່າ​ຮາກາ ນາງ​ເກີດ​ລູກ​ທີ່​ເປັນ​ຂ້ອຍຂ້າ ຈຶ່ງ​ໄດ້​ຮັບ​ພັນທະສັນຍາ​ມາ​ຈາກ​ພູເຂົາ​ຊີນາຍ.</verse>
				<verse number="25">ນາງ​ຮາກາ​ນັ້ນ ໄດ້​ແກ່​ພູເຂົາ​ຊີນາຍ​ໃນ​ປະເທດ​ອາຣາເບຍ​ປຽບ​ເຖິງ ນະຄອນ​ເຢຣູຊາເລັມ​ໃນ​ປະຈຸບັນ ຕົກ​ເປັນ​ຂ້ອຍຂ້າ​ພ້ອມ​ທັງ​ຊາວ​ເມືອງ​ທຸກຄົນ​ດ້ວຍ.</verse>
				<verse number="26">ແຕ່​ນະຄອນ​ເຢຣູຊາເລັມ​ທີ່​ຢູ່​ເບື້ອງ​ເທິງ​ນັ້ນ ເປັນ​ອິດສະຫລະ ແລະ​ນາງ​ກໍ​ເປັນ​ແມ່​ຂອງ​ພວກເຮົາ.</verse>
				<verse number="27">ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ໂອ ຍິງ​ໝັນ​ຜູ້​ບໍ່ເຄີຍ​ເກີດ​ລູກ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເທີ້ນ ເຈົ້າ​ຜູ້​ທີ່​ບໍ່ເຄີຍ​ເຈັບ​ທ້ອງ ເກີດ​ລູກ​ຈັກເທື່ອ​ເອີຍ ຈົ່ງ​ໂຮ່ຮ້ອງ​ຂຶ້ນ​ດ້ວຍ​ຄວາມ ຊົມຊື່ນ​ຍິນດີ​ສາ ດ້ວຍວ່າ, ຍິງ​ທີ່​ຖືກ​ປະຮ້າງ​ກໍ​ມີ​ລູກ ຫລາຍກວ່າ​ຍິງ​ທີ່​ມີ​ຜົວ.”</verse>
				<verse number="28">ບັດນີ້ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ພວກເຈົ້າ​ກໍ​ເປັນ​ລູກໆ​ຂອງ​ພຣະເຈົ້າ ຕາມ​ພຣະສັນຍາ ເໝືອນດັ່ງ​ອີຊາກ.</verse>
				<verse number="29">ໃນ​ຄາວ​ນັ້ນ ລູກ​ທີ່​ເກີດ​ຕາມ​ທຳມະດາ ໄດ້​ຂົ່ມເຫັງ​ຜູ້​ທີ່​ເກີດ​ຕາມ​ພຣະວິນຍານ​ສັນໃດ ແລະ​ປະຈຸບັນ​ນີ້ ກໍ​ຍັງ​ເປັນ​ເໝືອນກັນ​ສັນນັ້ນ.</verse>
				<verse number="30">ແຕ່​ພຣະຄຳພີ​ກ່າວ​ວ່າ​ຢ່າງ​ໃດ ກໍ​ກ່າວ​ວ່າ, “ຈົ່ງ​ໄລ່​ຍິງ​ຂ້ອຍຂ້າ ແລະ​ລູກ​ຂອງ​ນາງ​ໜີໄປ​ເສຍ. ດ້ວຍວ່າ, ລູກ​ຂອງ​ຍິງ​ຂ້ອຍຂ້າ​ຈະ​ບໍ່ໄດ້​ມີ​ສ່ວນ​ຮັບ​ມໍຣະດົກ ຮ່ວມ​ກັບ​ລູກ​ຂອງ​ຍິງ​ທີ່​ບໍ່​ເປັນ​ຂ້ອຍຂ້າ.”</verse>
				<verse number="31">ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ບໍ່​ເປັນ​ລູກ​ຂອງ​ຍິງ​ຂ້ອຍຂ້າ ແຕ່​ເປັນ​ລູກ​ຂອງ​ຍິງ​ທີ່​ບໍ່​ເປັນ​ຂ້ອຍຂ້າ.</verse>
			</chapter>
			<chapter number="5">
				<verse number="1">ເພື່ອ​ເສລີພາບ​ນັ້ນ​ແຫຼະ ພຣະຄຣິດ​ຈຶ່ງ​ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ເປັນ​ອິດສະຫລະ. ສະນັ້ນ ຈົ່ງ​ຕັ້ງໝັ້ນ​ຢູ່ ແລະ​ຢ່າ​ຍອມ​ປ່ອຍຕົວ​ເອງ​ໃຫ້​ຕົກ​ເປັນ​ຂ້ອຍຂ້າ​ອີກ.</verse>
				<verse number="2">ຈົ່ງ​ຟັງ​ໃຫ້​ດີ ເຮົາ​ຄື​ໂປໂລ ຂໍ​ບອກ​ພວກເຈົ້າ​ວ່າ ຖ້າ​ພວກເຈົ້າ​ຍອມ​ຮັບ​ພິທີຕັດ​ກໍ​ໝາຍຄວາມວ່າ ພຣະຄຣິດ​ບໍ່​ເປັນ​ປະໂຫຍດ​ຫຍັງ​ສຳລັບ​ພວກເຈົ້າ.</verse>
				<verse number="3">ເຮົາ​ຂໍ​ຢັ້ງຢືນ​ອີກເທື່ອໜຶ່ງ​ວ່າ ຜູ້​ທີ່​ຍອມ​ຮັບ​ພິທີຕັດ ຜູ້ນັ້ນ​ກໍ​ຖືກ​ຜູກມັດ​ໃຫ້​ປະຕິບັດ​ຕາມ​ກົດບັນຍັດ​ທັງໝົດ.</verse>
				<verse number="4">ຄົນ​ໃດ​ໃນ​ພວກເຈົ້າ​ທີ່​ພະຍາຍາມ​ເປັນ​ຜູ້​ຊອບທຳ ໂດຍ​ປະຕິບັດ​ຕາມ​ກົດບັນຍັດ ຄົນ​ນັ້ນ​ກໍ​ຕັດ​ຕົນເອງ​ອອກ​ຈາກ​ພຣະຄຣິດ ໄດ້​ຫລຸດ​ຕົກ​ຈາກ​ພຣະຄຸນ​ເສຍ​ແລ້ວ.</verse>
				<verse number="5">ໂດຍ​ພຣະວິນຍານ ພວກເຮົາ​ມີ​ຄວາມຫວັງ​ວ່າ ພຣະເຈົ້າ​ຈະ​ຊົງ​ໃຫ້​ພວກເຮົາ​ເປັນ​ຜູ້​ຊອບທຳ​ຕໍ່ໜ້າ​ພຣະອົງ ແລະ​ແມ່ນ​ສິ່ງ​ທີ່​ພວກເຮົາ​ຄອງຄອຍ​ຖ້າ​ຢູ່​ໂດຍ​ຄວາມເຊື່ອ.</verse>
				<verse number="6">ດ້ວຍວ່າ, ໃນ​ພຣະຄຣິດເຈົ້າ​ເຢຊູ ການ​ຮັບ​ພິທີຕັດ​ຫລື​ບໍ່​ຮັບ ກໍ​ບໍ່ມີ​ຜົນ​ຫຍັງ, ແຕ່​ສິ່ງ​ສຳຄັນ​ແມ່ນ​ຄວາມເຊື່ອ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄວາມຮັກ.</verse>
				<verse number="7">ພວກເຈົ້າ​ແລ່ນ​ແຂ່ງຂັນ​ດີ​ຢູ່​ແລ້ວ ແມ່ນ​ຜູ້ໃດ​ຂັດຂວາງ​ພວກເຈົ້າ​ບໍ່​ໃຫ້​ເຊື່ອຟັງ​ຄວາມຈິງ?</verse>
				<verse number="8">ສິ່ງ​ທີ່​ເຂົາ​ໄດ້​ຊັກຊວນ​ພວກເຈົ້າ​ນັ້ນ ບໍ່ໄດ້​ມາ​ຈາກ​ພຣະເຈົ້າ ອົງ​ທີ່​ໄດ້​ຊົງ​ເອີ້ນ​ເອົາ​ພວກເຈົ້າ.</verse>
				<verse number="9">“ເຊື້ອແປ້ງ​ພຽງແຕ່​ນ້ອຍ​ດຽວ​ກໍ​ເຮັດ​ໃຫ້​ແປ້ງ​ນວດ​ທັງ​ກ້ອນ​ຟູ​ຂຶ້ນ.”</verse>
				<verse number="10">ເຮົາ​ໄວ້ໃຈ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ ເຈົ້າ​ທັງຫລາຍ​ຈະ​ບໍ່ມີ​ຄວາມ​ຄິດ​ຢ່າງ​ອື່ນ ແຕ່​ຝ່າຍ​ຜູ້​ທີ່​ມາ​ກໍ່ກວນ​ພວກເຈົ້າ​ນັ້ນ ຈະ​ເປັນ​ຜູ້ໃດ​ກໍຕາມ ເຂົາ​ຄົງ​ຈະ​ໄດ້​ຮັບ​ໂທດ.</verse>
				<verse number="11">ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ເຮົາ​ຍັງ​ເທດສະໜາ​ຊັກຊວນ​ໃຫ້​ຮັບ​ພິທີຕັດ ດ້ວຍເຫດໃດ​ເຮົາ​ຈຶ່ງ​ຍັງ​ຖືກ​ຂົ່ມເຫັງ​ຢູ່? ຖ້າ​ເປັນ​ດັ່ງນັ້ນ ການ​ທີ່​ໄມ້ກາງແຂນ​ເປັນ​ເຫດ​ເຮັດ​ໃຫ້​ເກີດ​ສະດຸດ​ໃຈ ກໍ​ຄົງ​ຖືກ​ຍົກເລີກ​ເສຍ​ແລ້ວ.</verse>
				<verse number="12">ສ່ວນ​ຄົນ​ເຫຼົ່ານັ້ນ ທີ່​ກໍ່ກວນ​ຄວາມ​ວຸ້ນວາຍ​ຕໍ່​ພວກເຈົ້າ ໃຫ້​ເຂົາ​ຕອນຕົວ​ເອງ​ເສຍ.</verse>
				<verse number="13">ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ມີ​ເສລີພາບ, ແຕ່​ຢ່າ​ໃຊ້​ເສລີພາບ​ນັ້ນ​ເປັນ​ຊ່ອງທາງ​ປ່ອຍຕົວ​ໄປ​ຕາມ​ຕັນຫາ​ຂອງ​ຮ່າງກາຍ ແຕ່​ຈົ່ງ​ຮັບໃຊ້​ຊຶ່ງກັນແລະກັນ​ດ້ວຍ​ຄວາມຮັກ​ເທີ້ນ.</verse>
				<verse number="14">ດ້ວຍວ່າ, ກົດບັນຍັດ​ທັງໝົດ​ກໍ​ລວມ​ເຂົ້າ​ໃນ​ຂໍ້​ດຽວ​ນີ້​ຄື: “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.”</verse>
				<verse number="15">ແຕ່​ຖ້າ​ພວກເຈົ້າ​ເຮັດ​ເໝືອນ​ດັ່ງ​ສັດປ່າ ຄື​ກັດ​ກັນ​ແລະ​ກິນ​ເນື້ອ​ກັນ ຈົ່ງ​ລະວັງ ຢ້ານ​ວ່າ​ພວກເຈົ້າ​ຈະ​ພາກັນ​ຈິບຫາຍ​ໄປ​ໝົດ.</verse>
				<verse number="16">ເຮົາ​ບອກ​ວ່າ, ຈົ່ງ​ຍອມ​ໃຫ້​ພຣະວິນຍານ​ນຳພາ​ຊີວິດ ແລະ​ພວກເຈົ້າ​ຈະ​ບໍ່ໄດ້​ເຮັດ​ຕາມ​ສັນດານ​ຕັນຫາ​ມະນຸດ.</verse>
				<verse number="17">ດ້ວຍວ່າ, ສັນດານ​ຕັນຫາ​ມະນຸດ​ກໍ​ຕໍ່ສູ້​ກັບ​ພຣະວິນຍານ ແລະ​ພຣະວິນຍານ​ກໍ​ຕໍ່ສູ້​ກັບ​ສັນດານ​ຕັນຫາ​ມະນຸດ ທັງສອງ​ຝ່າຍ​ເປັນ​ສັດຕູ​ກັນ. ດັ່ງນັ້ນ ສິ່ງ​ທີ່​ພວກເຈົ້າ​ຢາກ​ເຮັດ​ຈຶ່ງ​ເຮັດ​ບໍ່ໄດ້.</verse>
				<verse number="18">ສະນັ້ນ ຖ້າ​ພຣະວິນຍານ​ນຳພາ​ພວກເຈົ້າ ພວກເຈົ້າ​ກໍ​ບໍ່​ຢູ່​ໃຕ້​ກົດບັນຍັດ.</verse>
				<verse number="19">ກິດຈະການ​ແຫ່ງ​ສັນດານ​ມະນຸດ​ກໍ​ປາກົດ​ແຈ້ງ​ດັ່ງນີ້: ຄື​ການ​ຫລິ້ນຊູ້, ຄວາມ​ບໍ່​ສະອາດ, ຄວາມ​ປະພຶດ​ຊົ່ວຮ້າຍ,</verse>
				<verse number="20">ການ​ຂາບໄຫວ້​ຮູບເຄົາຣົບ, ການ​ເຊື່ອ​ເວດມົນ​ຄາຖາ, ການ​ເປັນ​ສັດຕູ​ກັນ, ການ​ວິວາດ​ຜິດຖຽງ​ກັນ, ການ​ເຫິງສາ​ກັນ, ການ​ຄຽດແຄ້ນ​ກັນ ແລະ ການ​ມັກໃຫຍ່​ໃຝ່ສູງ​ຕໍ່​ກັນ, ການ​ແຕກແຍກ​ກັນ, ການ​ຖືພັກ​ຖືພວກ,</verse>
				<verse number="21">ການ​ອິດສາ​ກັນ, ການ​ເສບ​ສຸຣາ​ຢາເມົາ, ການ​ກິນລ້ຽງ​ແບບ​ຊົ່ວຊ້າ ແລະ ການ​ອື່ນໆ​ອີກ ໃນທຳນອງ​ດຽວກັນ​ນີ້ ເຮົາ​ຂໍ​ເຕືອນ​ພວກເຈົ້າ​ດັ່ງ​ທີ່​ເຄີຍ​ເຕືອນ​ມາ​ແລ້ວ​ວ່າ, ຄົນ​ທີ່​ເຮັດ​ສິ່ງ​ເຫຼົ່ານີ້ ຈະ​ບໍ່ມີ​ສ່ວນ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ.</verse>
				<verse number="22">ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື: ຄວາມຮັກ, ຄວາມ​ຊົມຊື່ນ​ຍິນດີ, ສັນຕິສຸກ, ຄວາມ​ອົດທົນ​ດົນນານ, ຄວາມ​ເມດຕາປານີ, ຄວາມດີ, ຄວາມ​ສັດຊື່,</verse>
				<verse number="23">ຄວາມ​ສຸພາບ​ອ່ອນຫວານ, ການ​ຮູ້ຈັກ​ບັງຄັບ​ຕົນ, ກົດໝາຍ​ທີ່​ຫ້າມ​ສິ່ງ​ເຫຼົ່ານີ້​ກໍ​ບໍ່ມີ.</verse>
				<verse number="24">ສ່ວນ​ພວກ​ທີ່​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ ກໍໄດ້​ເອົາ​ຄວາມ​ປາຖະໜາ​ກັບ​ກິເລດ​ຕັນຫາ​ຂອງ​ສັນດານ​ມະນຸດ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ແລ້ວ.</verse>
				<verse number="25">ຖ້າ​ພວກເຮົາ​ມີ​ຊີວິດ​ຢູ່​ໂດຍ​ພຣະວິນຍານ ກໍ​ຈົ່ງ​ດຳເນີນ​ຊີວິດ​ໄປ​ຕາມ​ພຣະວິນຍານ​ນັ້ນ.</verse>
				<verse number="26">ພວກເຮົາ​ບໍ່​ຕ້ອງ​ເປັນ​ຄົນ​ອວດຕົວ ຫລື​ກຸກກວນ​ໃຈ​ກັນ ຫລື​ອິດສາ​ກັນແລະກັນ.</verse>
			</chapter>
			<chapter number="6">
				<verse number="1">ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ພວກເຮົາ​ຫາກ​ພົບ​ຄົນ​ທີ່​ຫລົງ​ເຮັດ​ຜິດ​ປະການ​ໃດ​ປະການ​ໜຶ່ງ ພວກເຈົ້າ​ທີ່​ຢູ່​ຝ່າຍ​ພຣະວິນຍານ ຄວນ​ຊ່ວຍ​ສ້າງ​ຜູ້ນັ້ນ​ດ້ວຍ​ຄວາມ​ສຸພາບ​ອ່ອນຫວານ​ໃຫ້​ກັບຄືນ​ດີ​ໃໝ່ ຈົ່ງ​ຄອຍ​ລະວັງຕົວ​ເອົາ​ໄວ້ ເພື່ອ​ວ່າ​ຕົນເອງ​ຈະ​ບໍ່ໄດ້​ຖືກ​ທົດລອງ​ໃຫ້​ເຮັດ​ຜິດ​ເໝືອນກັນ.</verse>
				<verse number="2">ຈົ່ງ​ຊ່ວຍ​ຮັບ​ພາລະ​ໜັກ​ຂອງ​ກັນແລະກັນ ຖ້າ​ເຮັດ​ດັ່ງນີ້ ພວກເຈົ້າ​ກໍ​ປະຕິບັດ​ຕາມ ກົດບັນຍັດ​ຂອງ​ພຣະຄຣິດ.</verse>
				<verse number="3">ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນ​ເປັນ​ຄົນ​ສຳຄັນ ທັງໆ​ທີ່​ຕົນ​ບໍ່​ສຳຄັນ​ຫຍັງ ຜູ້ນັ້ນ​ກໍ​ຫລອກລວງ​ຕົນເອງ.</verse>
				<verse number="4">ແຕ່ລະຄົນ​ຄວນ​ສຳຫລວດ​ເບິ່ງ​ການງານ​ຂອງ​ຕົນເອງ ຖ້າ​ການງານ​ດີ ກໍ​ຈົ່ງ​ພູມໃຈ​ໃນ​ການງານ​ນັ້ນ ໂດຍ​ບໍ່​ຕ້ອງ​ປຽບທຽບ​ໃສ່​ກັບ​ການງານ​ຂອງ​ຄົນອື່ນ.</verse>
				<verse number="5">ດ້ວຍວ່າ, ທຸກຄົນ​ຕ້ອງ​ຮັບຜິດຊອບ​ຕໍ່​ພາລະ​ຂອງ​ຕົນເອງ.</verse>
				<verse number="6">ຄົນ​ທີ່​ຮັບ​ພຣະທຳ​ຄຳສອນ​ແລ້ວ ຈົ່ງ​ແບ່ງ​ສິ່ງ​ທີ່​ດີ​ທຸກຢ່າງ​ໃຫ້​ແກ່​ຜູ້​ທີ່​ສັ່ງສອນ​ຕົນ.</verse>
				<verse number="7">ຢ່າ​ເຂົ້າໃຈ​ຜິດ ພວກເຈົ້າ​ຈະ​ຫລອກລວງ​ພຣະເຈົ້າ​ບໍ່ໄດ້ ເພາະວ່າ​ຜູ້ໃດ​ຫວ່ານ​ສິ່ງໃດ​ລົງ ກໍ​ຈະ​ເກັບກ່ຽວ​ສິ່ງ​ນັ້ນ.</verse>
				<verse number="8">ຜູ້​ທີ່​ຫວ່ານ​ຕາມ​ຕັນຫາ​ຂອງ​ສັນດານ​ມະນຸດ ກໍ​ຈະ​ໄດ້​ເກັບກ່ຽວ​ຄວາມ​ເປື່ອຍເນົ່າ​ຕາມ​ຕັນຫາ​ນັ້ນ, ແຕ່​ຜູ້​ທີ່​ຫວ່ານ​ຕາມ​ພຣະວິນຍານ ກໍ​ຈະ​ໄດ້​ເກັບກ່ຽວ​ຜົນ​ແຫ່ງ​ຊີວິດ​ນິຣັນດອນ.</verse>
				<verse number="9">ຢ່າ​ໃຫ້​ພວກເຮົາ​ອິດເມື່ອຍ​ໃນ​ການ​ເຮັດ​ດີ ເພາະ​ຖ້າ​ໃຈ​ພວກເຮົາ​ບໍ່​ທໍ້ຖອຍ ພວກເຮົາ​ກໍ​ຈະ​ໄດ້​ເກັບກ່ຽວ​ຜົນ​ດີ​ຕາມ​ເວລາ​ອັນ​ສົມຄວນ.</verse>
				<verse number="10">ເພາະສະນັ້ນ ເມື່ອ​ພວກເຮົາ​ມີ​ໂອກາດ ຈົ່ງ​ເຮັດ​ດີ​ຕໍ່​ທຸກຄົນ ເປັນ​ຕົ້ນ​ຕໍ່​ຄອບຄົວ​ທີ່​ຮ່ວມ​ຢູ່​ໃນ​ຄວາມເຊື່ອ.</verse>
				<verse number="11">ຈົ່ງ​ສັງເກດ​ເບິ່ງ​ໂຕ​ໜັງສື​ທີ່​ເຮົາ​ໄດ້​ຂຽນ​ມາ​ຫາ​ພວກເຈົ້າ​ດ້ວຍ​ມື​ຂອງເຮົາ​ເອງ​ວ່າ ໂຕ​ໃຫຍ່​ເທົ່າ​ໃດ</verse>
				<verse number="12">ຄົນ​ທີ່​ຂົ່ມເຫັງ ບັງຄັບ​ພວກເຈົ້າ​ໃຫ້​ຮັບ​ພິທີຕັດ ເປັນ​ພວກ​ທີ່​ຢາກ​ໄດ້​ໜ້າ ຊື່ສຽງ ແລະ​ອວດອ້າງ​ເຖິງ​ເລື່ອງ​ພາຍນອກ ທີ່​ພວກເຂົາ​ເຮັດ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ຖືກ​ຂົ່ມເຫັງ​ຍ້ອນ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະຄຣິດ​ເທົ່ານັ້ນ.</verse>
				<verse number="13">ແມ່ນແຕ່​ພວກ​ທີ່​ໃຫ້​ຮັບ​ພິທີຕັດ ກໍ​ບໍ່​ປະຕິບັດ​ຕາມ​ກົດບັນຍັດ ພວກເຂົາ​ຢາກ​ໃຫ້​ພວກເຈົ້າ​ຮັບ​ພິທີຕັດ ເພື່ອ​ພວກເຂົາ​ຈະ​ເອົາ​ເລື່ອງ​ເນື້ອກາຍ​ຂອງ​ພວກເຈົ້າ​ໄປ​ອວດອ້າງ.</verse>
				<verse number="14">ສຳລັບ​ເຮົາ​ແລ້ວ, ເຮົາ​ຂໍ​ອວດອ້າງ​ແຕ່​ເລື່ອງ​ໄມ້ກາງແຂນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ເທົ່ານັ້ນ ຍ້ອນ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະອົງ​ນີ້​ແຫຼະ ໂລກ​ຈຶ່ງ​ຕາຍ​ແລ້ວ​ສຳລັບ​ເຮົາ ແລະ​ເຮົາ​ກໍ​ຕາຍ​ແລ້ວ​ສຳລັບ​ໂລກ.</verse>
				<verse number="15">ການ​ຮັບ​ພິທີຕັດ ຫລື​ບໍ່​ຮັບ​ກໍ​ບໍ່ແມ່ນ​ສິ່ງ​ສຳຄັນ, ແຕ່​ສິ່ງ​ສຳຄັນ​ແມ່ນ​ການ​ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່.</verse>
				<verse number="16">ຂໍ​ໃຫ້​ສັນຕິສຸກ​ແລະ​ພຣະ​ກະລຸນາຄຸນ ຈົ່ງ​ມີ​ແກ່​ທຸກຄົນ​ທີ່​ປະຕິບັດ​ຕາມ​ກົດ​ຢ່າງ​ນີ້ ແລະ​ທັງ​ອິດສະຣາເອນ​ຂອງ​ພຣະເຈົ້າ​ເທີ້ນ.</verse>
				<verse number="17">ແຕ່​ນີ້​ໄປ ຢ່າ​ໃຫ້​ຜູ້ໃດ​ລົບກວນ​ເຮົາ​ອີກ ເພາະ​ຮອຍ​ບາດແຜ​ທີ່​ມີ​ຢູ່​ໃນ​ຕົວ​ເຮົາ​ເປັນ​ຕາປະທັບ​ຊີ້​ໃຫ້​ເຫັນ​ວ່າ, ເຮົາ​ເປັນ​ຂ້ອຍຂ້າ​ຂອງ​ພຣະເຢຊູເຈົ້າ.</verse>
				<verse number="18">ພີ່ນ້ອງ​ທັງຫລາຍ​ເອີຍ, ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະຖິດ​ຢູ່​ກັບ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ເທີ້ນ ອາແມນ.</verse>
			</chapter>
		</book>
		<book number="49">
			<chapter number="1">
				<verse number="1">ໂປໂລ ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ. ເຖິງ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ຜູ້​ທີ່​ເຫຼື້ອມໃສ​ສັດທາ​ໃນ​ພຣະຄຣິດເຈົ້າ​ເຢຊູ.</verse>
				<verse number="2">ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຊຶ່ງ​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ​ຈາກ​ອົງ​ພຣະເຢຊູ​ຄຣິດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ເຈົ້າ​ທັງຫລາຍ​ເທີ້ນ.</verse>
				<verse number="3">ສາທຸການ​ແດ່​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຜູ້​ໄດ້​ຊົງ​ໂຜດ​ປະທານ​ພຣະພອນ​ທຸກປະການ​ຝ່າຍ​ວິນຍານ ໃຫ້​ແກ່​ເຮົາ​ທັງຫລາຍ​ໃນ​ສະຫວັນ​ສະຖານ​ໂດຍ​ພຣະຄຣິດ.</verse>
				<verse number="4">ໃນ​ພຣະຄຣິດ​ນັ້ນ ພຣະອົງ​ໄດ້​ຊົງ​ເລືອກ​ພວກເຮົາ​ໄວ້ ຕັ້ງແຕ່​ກ່ອນ​ທີ່​ຈະ​ຊົງ​ວາງ​ຮາກ​ສ້າງ​ໂລກ ເພື່ອ​ເຮົາ​ທັງຫລາຍ​ຈະ​ບໍຣິສຸດ​ໂດຍ​ບໍ່ມີ​ຂໍ້​ຕິຕຽນ​ໄດ້​ຕໍ່​ພຣະພັກ​ພຣະອົງ.</verse>
				<verse number="5">ພຣະອົງ​ໄດ້​ຊົງ​ຄາດໝາຍ​ພວກເຮົາ​ໄວ້​ກ່ອນ ດ້ວຍ​ຄວາມຮັກ ໃຫ້​ເປັນ​ບຸດ​ຂອງ​ພຣະອົງ ໂດຍ​ພຣະເຢຊູ​ຄຣິດເຈົ້າ​ຕາມ​ທີ່​ຊອບພຣະໄທ​ພຣະອົງ.</verse>
				<verse number="6">ເພື່ອ​ຈະ​ໃຫ້​ເປັນ​ທີ່​ສັນລະເສີນ​ພຣະຄຸນ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ຊຶ່ງ​ຊົງ​ໂຜດ​ປະທານ​ແກ່​ພວກເຮົາ​ໃນ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ.</verse>
				<verse number="7">ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ໃຫ້​ພົ້ນ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ ຄື​ໄດ້​ຮັບ​ການອະໄພ​ການ​ຫລົງ​ຜິດ​ຂອງເຮົາ ໂດຍ​ພຣະ​ກະລຸນາ​ອັນ​ອຸດົມ​ຂອງ​ພຣະອົງ ຊຶ່ງ​ໄດ້​ຊົງ​ປະທານ​ແກ່​ພວກເຮົາ​ຢ່າງ​ລົ້ນເຫລືອ.</verse>
				<verse number="8">ເປັນ​ພຣະຄຸນ​ຊຶ່ງ​ພວກເຮົາ​ໄດ້​ຮັບ​ຢ່າງ​ລົ້ນເຫລືອ​ຫາ​ທີ່​ປຽບ​ບໍ່ໄດ້. ໃນ​ພຣະ​ປັນຍາ​ແລະ​ຄວາມ​ຮູ້ແຈ້ງ​ເຫັນຈິງ​ທຸກຢ່າງ​ຂອງ​ພຣະອົງ​ນັ້ນ.</verse>
				<verse number="9">ພຣະເຈົ້າ​ໄດ້​ຕັ້ງໃຈ​ໄວ້​ກ່ອນ​ແລ້ວ ໃນ​ການ​ເຮັດ​ໃຫ້​ພວກເຮົາ​ຮູ້ຈັກ​ແຜນການ​ອັນ​ເລິກລັບ ໃນ​ນໍ້າພຣະໄທ​ຂອງ​ພຣະອົງ ເພື່ອ​ໃຫ້​ສຳເລັດ​ໂດຍ​ທາງ​ພຣະອົງ.</verse>
				<verse number="10">ປະສົງ​ວ່າ ເມື່ອ​ເວລາ​ກຳນົດ​ຄົບ​ບໍຣິບູນ​ແລ້ວ ພຣະອົງ​ຈະ​ຊົງ​ຮວບຮວມ​ສິ່ງສາລະພັດ ທັງ​ມີ​ຢູ່​ໃນ​ສະຫວັນ​ແລະ​ເທິງ​ແຜ່ນດິນ​ໂລກ​ໄວ້​ໃນ​ພຣະຄຣິດ ຜູ້​ຊົງ​ເປັນ​ພຣະ​ປະມຸກ.</verse>
				<verse number="11">ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຕົກ​ເປັນ​ສ່ວນ​ຂອງ​ພຣະເຈົ້າ ຕາມ​ການ​ຊົງ​ຕັ້ງ​ພຣະໄທ​ໄວ້​ກ່ອນ​ຂອງ​ພຣະອົງ ຜູ້​ຊົງ​ກະທຳ​ໃຫ້​ສິ່ງສາລະພັດ​ດຳເນີນ​ໄປ ໃຫ້​ສົມ​ກັບ​ນໍ້າພຣະໄທ​ຂອງ​ພຣະອົງ.</verse>
				<verse number="12">ພວກເຮົາ​ເປັນ​ຄົນ​ຜູ້​ທຳອິດ ທີ່​ມີ​ຄວາມຫວັງ​ໃນ​ພຣະຄຣິດ ໄດ້​ຮັບ​ການ​ກຳນົດ​ແລະ​ແຕ່ງຕັ້ງ ໃຫ້​ຖວາຍ​ສັນລະເສີນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ.</verse>
				<verse number="13">ພວກເຈົ້າ​ກໍ​ເໝືອນກັນ ເມື່ອ​ໄດ້​ຟັງ​ຂ່າວ​ຄວາມຈິງ ຄື​ຂ່າວປະເສີດ​ເລື່ອງ​ຄວາມພົ້ນ​ຂອງ​ພວກເຈົ້າ​ນັ້ນ ແລະ​ວາງໃຈເຊື່ອ​ໃນ​ພຣະອົງ. ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ປະທັບຕາ​ໝາຍ​ພວກເຈົ້າ​ໄວ້ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້.</verse>
				<verse number="14">ເປັນ​ເຄື່ອງ​ມັດຈຳ​ຂອງ​ການ​ຮັບ​ມໍຣະດົກ​ຂອງ​ພວກເຮົາ ຈົນກວ່າ​ເຮົາ​ຈະ​ໄດ້​ຮັບ​ເປັນ​ກຳມະສິດ ເປັນ​ທີ່​ຖວາຍ​ສັນລະເສີນ​ແດ່​ພຣະ​ກຽດຕິຍົດ​ຂອງ​ພຣະອົງ.</verse>
				<verse number="15">ເຫດສະນັ້ນ ເມື່ອ​ເຮົາ​ໄດ້ຍິນ​ວ່າ ພວກເຈົ້າ​ວາງໃຈເຊື່ອ​ໃນ​ອົງ​ພຣະເຢຊູເຈົ້າ ແລະ​ຮັກ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ,</verse>
				<verse number="16">ເຮົາ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ​ບໍ່ຂາດ​ສຳລັບ​ພວກເຈົ້າ ແລະ​ລະນຶກເຖິງ​ພວກເຈົ້າ​ເມື່ອ​ເຮົາ​ພາວັນນາ​ອະທິຖານ.</verse>
				<verse number="17">ເຮົາ​ພາວັນນາ​ອະທິຖານ ຂໍ​ພຣະເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຄື​ພຣະບິດາເຈົ້າ​ຜູ້​ຊົງ​ພຣະ​ສະຫງ່າຣາສີ ຊົງ​ໂຜດ​ປະທານ​ໃຫ້​ເຈົ້າ​ທັງຫລາຍ​ມີ​ວິນຍານ​ແຫ່ງ​ສະຕິປັນຍາ ແລະ​ຄວາມ​ຮູ້​ແຈ້ງ​ເຫັນຈິງ​ເຖິງ​ເລື່ອງ​ພຣະອົງ.</verse>
				<verse number="18">ແລະ​ຂໍ​ຊົງ​ໂຜດ​ໃຫ້​ຕາ​ພາຍ​ໃນ​ຂອງ​ເຈົ້າ​ທັງຫລາຍ​ສະຫວ່າງ​ຂຶ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ໃນ​ການ​ທີ່​ພຣະອົງ​ຊົງ​ເອີ້ນ​ພວກເຈົ້າ​ນັ້ນ ພຣະອົງ​ໄດ້​ຊົງ​ປະທານ​ຄວາມຫວັງ​ອັນ​ໃດ​ແກ່​ພວກເຈົ້າ ແລະ​ຮູ້​ວ່າ​ມໍຣະດົກ​ຂອງ​ພຣະອົງ​ສຳລັບ​ພວກ​ໄພ່ພົນ​ຂອງ​ພຣະອົງ​ນັ້ນ ມີ​ສະຫງ່າຣາສີ​ອັນ​ອຸດົມສົມບູນ​ພຽງ​ໃດ.</verse>
				<verse number="19">ແລະ​ຮູ້​ວ່າ​ຣິດອຳນາດ​ອັນ​ໃຫຍ່​ເຫຼືອ​ປະມານ​ຂອງ​ພຣະອົງ ມີ​ຫລາຍ​ພຽງ​ໃດ​ສຳລັບ​ພວກເຮົາ​ຜູ້​ທີ່​ເຊື່ອ ຕາມ​ອຳນາດ​ພຣະ​ກຳລັງ ແລະ​ຣິດທານຸພາບ​ອັນ​ໃຫຍ່ຫລວງ​ຂອງ​ພຣະອົງ</verse>
				<verse number="20">ຊຶ່ງ​ພຣະອົງ​ໄດ້​ຊົງ​ກະທຳ​ໃນ​ພຣະຄຣິດ ເມື່ອ​ຊົງ​ບັນດານ​ໃຫ້​ພຣະອົງ​ຄືນພຣະຊົນ ແລະ​ຊົງ​ໃຫ້​ປະທັບ​ເບື້ອງ​ຂວາ​ພຣະຫັດ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ສະຖານ.</verse>
				<verse number="21">ສູງ​ກວ່າ​ບັນດາ​ວິນຍານ​ທີ່​ຄອບຄອງ, ຜູ້​ມີ​ອຳນາດ, ຜູ້​ມີ​ຣິດເດດ, ຜູ້​ມີ​ອານຸພາບ ແລະ​ເໜືອ​ກວ່າ​ນາມຊື່​ທັງປວງ​ທີ່​ເຂົາ​ເອີ່ຍ​ຂຶ້ນ ບໍ່ແມ່ນ​ໃນ​ສະໄໝ​ນີ້​ເທົ່ານັ້ນ ແຕ່​ວ່າ​ໃນ​ສະໄໝ​ທີ່​ຈະ​ມາ​ເຖິງ​ດ້ວຍ.</verse>
				<verse number="22">ແລະ​ໄດ້​ຊົງ​ປາບ​ສິ່ງສາລະພັດ​ທັງປວງ​ລົງ​ໃຕ້​ພຣະບາດ​ຂອງ​ພຣະອົງ ແລະ​ໄດ້​ຊົງ​ຕັ້ງ​ພຣະອົງ​ໄວ້​ໃຫ້​ເປັນ​ພຣະ​ປະມຸກ ເໜືອ​ສິ່ງສາລະພັດ​ແກ່​ຄຣິສຕະຈັກ.</verse>
				<verse number="23">ຊຶ່ງ​ເປັນ​ພຣະກາຍ​ຂອງ​ພຣະອົງ ຊຶ່ງ​ເຕັມ​ບໍຣິບູນ​ດ້ວຍ​ພຣະອົງ ຜູ້​ຊົງ​ເຕັມ​ໃນ​ທຸກຫົນ​ທຸກແຫ່ງ​ທົ່ວ​ສັບພະທຸກສິ່ງ.</verse>
			</chapter>
			<chapter number="2">
				<verse number="1">ໃນ​ອະດີດ​ຜ່ານ​ມາ ພວກເຈົ້າ​ໄດ້​ຕາຍ​ແລ້ວ​ຝ່າຍ​ຈິດ​ວິນຍານ ຍ້ອນ​ພວກເຈົ້າ​ບໍ່​ເຊື່ອຟັງ ແລະ​ເຮັດ​ບາບ​ນາໆ​ປະການ.</verse>
				<verse number="2">ໃນ​ເວລາ​ນັ້ນ ພວກເຈົ້າ​ໄດ້​ປະຕິບັດ​ຕາມ​ທາງ​ອັນ​ຊົ່ວຊ້າ​ແຫ່ງ​ໂລກນີ້ ຄື​ພວກເຈົ້າ​ເຊື່ອຟັງ​ຕາມ​ຜູ້​ທີ່​ມີ​ຣິດອຳນາດ​ປົກຄອງ​ຢູ່​ໃນ​ຍ່ານ​ອາກາດ ຄື​ວິນຍານ​ຊຶ່ງ​ຄອບງຳ​ຢູ່​ໃນ​ທ່າມກາງ​ຜູ້​ທີ່​ບໍ່​ເຊື່ອຟັງ​ພຣະເຈົ້າ.</verse>
				<verse number="3">ແທ້ຈິງ​ແລ້ວ, ພວກເຮົາ​ທຸກຄົນ​ເຄີຍ​ດຳເນີນ​ຊີວິດ​ເໝືອນ​ດັ່ງ​ຄົນ​ເຫຼົ່ານັ້ນ ຄື​ໄດ້​ດຳເນີນ​ຊີວິດ​ຕາມ​ກິເລດ​ຕັນຫາ​ທີ່​ເຮົາ​ຕ້ອງການ ຄື​ປະຕິບັດ​ຕາມ​ສິ່ງ​ທີ່​ຮ່າງກາຍ​ແລະ​ຈິດໃຈ​ຂອງ​ຕົນເອງ​ປາຖະໜາ​ຕາມ​ສັນດານ ພວກເຮົາ​ສົມຄວນ​ຖືກ​ພຣະເຈົ້າ​ລົງໂທດ​ເໝືອນ​ດັ່ງ​ຄົນອື່ນ.</verse>
				<verse number="4">ແຕ່​ດ້ວຍ​ພຣະ​ກະລຸນາ​ປານີ​ຂອງ​ພຣະເຈົ້າ​ທີ່​ອຸດົມສົມບູນ​ຫລາຍ ແລະ​ດ້ວຍ​ຄວາມຮັກ​ຂອງ​ພຣະອົງ ທີ່​ມີ​ຕໍ່​ພວກເຮົາ​ກໍ​ໃຫຍ່ຫລວງ,</verse>
				<verse number="5">ເຖິງ​ແມ່ນ​ວ່າ ເມື່ອ​ພວກເຮົາ​ໄດ້​ຕາຍ​ແລ້ວ​ຝ່າຍ​ຈິດ​ວິນຍານ ຍ້ອນ​ພວກເຮົາ​ບໍ່​ເຊື່ອຟັງ ພຣະອົງ​ກໍ​ຍັງ​ໄດ້​ບັນດານ​ໃຫ້​ພວກເຮົາ​ເປັນ​ຄືນ​ມາ​ສູ່​ຊີວິດ​ກັບ​ພຣະຄຣິດ ການ​ທີ່​ພວກເຮົາ​ໄດ້​ຮັບ​ຄວາມ​ລອດພົ້ນ​ນັ້ນ ແມ່ນ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ.</verse>
				<verse number="6">ແລະ​ໄດ້​ຊົງ​ບັນດານ​ໃຫ້​ເຮົາ​ເປັນ​ຄືນ​ມາ​ດ້ວຍ​ກັນ​ກັບ​ພຣະອົງ ແລະ​ຊົງ​ໂຜດ​ໃຫ້​ເຮົາ​ນັ່ງ​ໃນ​ສະຫວັນ​ສະຖານ ດ້ວຍ​ກັນ​ກັບ​ພຣະເຢຊູ​ຄຣິດເຈົ້າ,</verse>
				<verse number="7">ເພື່ອ​ໃນ​ຄາວ​ຕໍ່ໄປ ພຣະອົງ​ຈະ​ໄດ້​ຊົງ​ສຳແດງ​ພຣະຄຸນ​ອັນ​ອຸດົມ​ເຫລືອລົ້ນ​ຂອງ​ພຣະອົງ ຊຶ່ງ​ພຣະອົງ​ໄດ້​ຊົງ​ເມດຕາ​ເຮົາ​ທັງຫລາຍ​ໃນ​ພຣະຄຣິດເຈົ້າ​ເຢຊູ.</verse>
				<verse number="8">ດ້ວຍວ່າ, ຊຶ່ງ​ເຈົ້າ​ທັງຫລາຍ​ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ນັ້ນ ກໍ​ຍ້ອນ​ພຣະຄຸນ​ດ້ວຍ​ທາງ​ຄວາມເຊື່ອ, ສິ່ງ​ເຫຼົ່ານີ້ ບໍ່ແມ່ນ​ພວກເຈົ້າ​ເຮັດ​ເອງ ແຕ່​ພຣະເຈົ້າ​ຊົງ​ປະທານ​ໃຫ້.</verse>
				<verse number="9">ຄວາມ​ພົ້ນ​ນັ້ນ ບໍ່ແມ່ນ​ໄດ້​ມາ​ຍ້ອນ​ການ​ປະຕິບັດ​ຂອງ​ພວກເຈົ້າ​ເອງ ເພື່ອ​ວ່າ​ບໍ່​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ອວດ​ໄດ້.</verse>
				<verse number="10">ເພາະວ່າ ເຮົາ​ທັງຫລາຍ​ເປັນ​ສີ​ພຣະຫັດ​ຂອງ​ພຣະອົງ ທີ່​ຊົງ​ສ້າງ​ຂຶ້ນ​ໃນ​ພຣະຄຣິດເຈົ້າ​ເຢຊູ ເພື່ອ​ໃຫ້​ປະກອບ​ການ​ດີ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ຈັດຕຽມ​ລ່ວງໜ້າ​ໄວ້​ກ່ອນ​ແລ້ວ ເພື່ອ​ໃຫ້​ເຮົາ​ທັງຫລາຍ​ໄດ້​ປະຕິບັດ​ຕາມ.</verse>
				<verse number="11">ເຫດສະນັ້ນ ພວກເຈົ້າ​ຜູ້​ທີ່​ບໍ່​ເປັນ​ຄົນ​ຢິວ​ແຕ່​ເກີດ ຄື​ຜູ້​ທີ່​ຖືກ​ເອີ້ນ​ວ່າ, “ຝ່າຍ​ບໍ່​ຮັບ​ພິທີຕັດ” ໂດຍ​ຄົນ​ຢິວ​ຜູ້​ທີ່​ເອີ້ນ​ຕົນເອງ​ວ່າ, “ຝ່າຍ​ຮັບ​ພິທີຕັດ” ຈົ່ງ​ຈົດຈຳ​ໄວ້​ວ່າ​ໃນ​ອະດີດ​ນັ້ນ ພວກເຈົ້າ​ໄດ້​ເປັນ​ຄົນ​ຢ່າງ​ໃດ.</verse>
				<verse number="12">ເມື່ອ​ກ່ອນ​ນັ້ນ ພວກເຈົ້າ​ຢູ່​ນອກ​ພຣະຄຣິດ ພວກເຈົ້າ​ເປັນ​ຄົນ​ຕ່າງດ້າວ ແລະ​ບໍ່ໄດ້​ເປັນ​ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ພວກເຈົ້າ​ບໍ່ໄດ້​ມີ​ສ່ວນ​ໃນ​ບັນດາ​ພັນທະສັນຍາ ທີ່​ຊົງ​ສັນຍາ​ໄວ້​ແກ່​ໄພ່ພົນ​ຂອງ​ພຣະອົງ ພວກເຈົ້າ​ອາໄສ​ຢູ່​ໃນ​ໂລກນີ້​ໂດຍ​ບໍ່ມີ​ຄວາມຫວັງ ແລະ​ໂດຍ​ບໍ່ມີ​ພຣະເຈົ້າ.</verse>
				<verse number="13">ແຕ່​ບັດນີ້, ພວກເຈົ້າ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ ຊຶ່ງ​ເມື່ອ​ກ່ອນ​ນັ້ນ​ພວກເຈົ້າ​ເຄີຍ​ຢູ່​ຫ່າງໄກ, ແຕ່​ໄດ້​ຫຍັບ​ເຂົ້າ​ມາ​ໃກ້​ໂດຍ​ພຣະ​ໂລຫິດ​ຂອງ​ພຣະຄຣິດ.</verse>
				<verse number="14">ເພາະວ່າ​ພຣະອົງ​ຊົງ​ເປັນ​ອົງ​ສັນຕິສຸກ​ຂອງ​ເຮົາ​ທັງຫລາຍ ຄື​ເປັນ​ຜູ້​ຊົງ​ກະທຳ​ໃຫ້​ທັງສອງ​ຝ່າຍ ເຂົ້າ​ເປັນ​ພວກ​ດຽວກັນ ພຣະອົງ​ໄດ້​ຊົງ​ຮື້​ກຳແພງ​ທີ່​ຂັ້ນ ລະຫວ່າງ​ການ​ເປັນ​ສັດຕູ​ກັນ​ນັ້ນ​ຖິ້ມ​ເສຍ ດ້ວຍ​ພຣະກາຍ​ຂອງ​ພຣະອົງ.</verse>
				<verse number="15">ພຣະອົງ​ໄດ້​ຊົງ​ຍົກເລີກ​ກົດບັນຍັດ​ທີ່​ໃຫ້​ຖື​ສິນ​ຕ່າງໆ ເພື່ອ​ຈະ​ກະທຳ​ໃຫ້​ທັງສອງ​ຝ່າຍ ເປັນ​ຄົນ​ໃໝ່​ຄົນ​ດຽວ​ໃນ​ພຣະອົງ ຢ່າງ​ນັ້ນ​ແຫຼະ ຈຶ່ງ​ຊົງ​ບັນດານ​ໃຫ້​ເກີດ​ສັນຕິສຸກ,</verse>
				<verse number="16">ແລະ​ເພື່ອ​ຈະ​ຊົງ​ກະທຳ​ໃຫ້​ທັງສອງ​ພວກ ຄືນ​ດີ​ກັນ​ກັບ​ພຣະເຈົ້າ ເປັນ​ກາຍ​ອັນ​ດຽວກັນ​ໂດຍ​ໄມ້ກາງແຂນ ຊຶ່ງ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ການ​ເປັນ​ສັດຕູ​ກັນ​ນັ້ນ​ສູນສິ້ນ​ໄປ.</verse>
				<verse number="17">ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ສະເດັດ​ມາ ແລະ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ສັນຕິສຸກ​ແກ່​ທຸກຄົນ​ຄື: ແກ່​ພວກເຈົ້າ​ຄົນຕ່າງຊາດ​ຜູ້​ທີ່​ຢູ່​ຫ່າງໄກ​ຈາກ​ພຣະເຈົ້າ ແລະ​ປະກາດ​ສັນຕິສຸກ​ແກ່​ຄົນ​ຜູ້​ທີ່​ຢູ່​ໃກ້​ພຣະອົງ.</verse>
				<verse number="18">ໂດຍ​ທາງ​ພຣະອົງ​ນີ້​ແຫຼະ ທີ່​ພວກເຮົາ​ທັງສອງ​ພວກ​ສາມາດ​ເຂົ້າ​ມາ​ເຝົ້າ​ພຣະບິດາເຈົ້າ ໂດຍ​ພຣະວິນຍານ​ອົງ​ດຽວກັນ.</verse>
				<verse number="19">ເຫດສະນັ້ນ ເຈົ້າ​ທັງຫລາຍ​ຈຶ່ງ​ບໍ່​ເປັນ​ຄົນ​ຕ່າງດ້າວ​ທ້າວ​ຕ່າງ​ແດນ​ອີກ​ຕໍ່ໄປ ແຕ່​ເປັນ​ພົນລະເມືອງ​ອັນ​ດຽວກັນ​ກັບ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ພຣະເຈົ້າ.</verse>
				<verse number="20">ພວກເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ເທິງ​ຮາກຖານ ຊຶ່ງ​ພວກ​ອັກຄະສາວົກ ແລະ​ພວກ​ຜູ້​ປະກາດ​ພຣະທຳ​ໄດ້​ວາງ​ລົງ​ແລ້ວ ພຣະເຢຊູ​ຄຣິດເຈົ້າ​ເອງ​ຊົງ​ເປັນ​ຫີນ​ເສົາ​ເອກ.</verse>
				<verse number="21">ໃນ​ພຣະອົງ​ນັ້ນ, ທຸກ​ສ່ວນ​ຂອງ​ໂຄງຮ່າງ ກໍ​ຕິດ​ຕໍ່​ເຊື່ອມ​ສະໜິດ​ກັນ​ໂດຍ​ດີ ແລະ​ຈະເລີນ​ຂຶ້ນ​ເປັນ​ວິຫານ​ອັນ​ສັກສິດ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="22">ໃນ​ພຣະອົງ​ນັ້ນ ພວກເຈົ້າ​ກຳລັງ​ຖືກ​ກໍ່​ຂຶ້ນ​ໃຫ້​ເປັນ​ທີ່​ສະຖິດ​ຂອງ​ພຣະເຈົ້າ ໂດຍ​ພຣະວິນຍານ​ເໝືອນກັນ.</verse>
			</chapter>
			<chapter number="3">
				<verse number="1">ເພາະ​ເຫດ​ນີ້ ຂ້າພະເຈົ້າ​ຄື​ໂປໂລ​ຜູ້​ຖືກ​ຈຳຈອງ​ຢູ່ ຍ້ອນ​ເຫັນແກ່​ພຣະຄຣິດເຈົ້າ​ເຢຊູ ເພື່ອ​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ.</verse>
				<verse number="2">ແນ່ນອນ​ພວກເຈົ້າ​ຄົງ​ໄດ້ຍິນ​ແລ້ວ​ວ່າ ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ​ນັ້ນ ພຣະອົງ​ໄດ້​ມອບໝາຍ​ພາລະກິດ​ນີ້ ໃຫ້​ຂ້າພະເຈົ້າ​ຮັບໃຊ້ ເພື່ອ​ເປັນ​ຜົນ​ດີ​ແກ່​ພວກເຈົ້າ.</verse>
				<verse number="3">ພຣະອົງ​ໄດ້​ເປີດເຜີຍ​ແຜນການ​ອັນ​ເລິກລັບ​ຂອງ​ພຣະອົງ​ໃຫ້​ຂ້າພະເຈົ້າ​ໄດ້​ຮູ້​ແຜນການ​ນັ້ນ. (ຕາມ​ທີ່​ຂ້າພະເຈົ້າ​ໄດ້​ຂຽນ​ໄວ້​ແລ້ວ ຢ່າງ​ຫຍໍ້ໆ​ກ່ຽວກັບ​ເລື່ອງ​ນີ້</verse>
				<verse number="4">ແລະ​ເມື່ອ​ພວກເຈົ້າ​ຈະ​ອ່ານ​ເບິ່ງ​ຖ້ອຍຄຳ ຊຶ່ງ​ຂ້າພະເຈົ້າ​ໄດ້​ຂຽນ​ນັ້ນ ກໍ​ຈະ​ຮູ້​ເຖິງ​ຄວາມ​ເຂົ້າໃຈ​ຂອງ​ຂ້າພະເຈົ້າ​ໄດ້ ໃນ​ເລື່ອງ​ຄວາມ​ເລິກລັບ​ຂອງ​ພຣະຄຣິດ.)</verse>
				<verse number="5">ຊຶ່ງ​ໃນ​ສະໄໝ​ກ່ອນ ພຣະອົງ​ບໍ່ໄດ້​ໃຫ້​ມະນຸດສະໂລກ​ຮູ້​ຄວາມ​ເລິກລັບ​ນີ້ ແຕ່​ບັດນີ້​ພຣະອົງ​ໄດ້​ເປີດເຜີຍ​ເລື່ອງ​ນັ້ນ ໃຫ້​ແກ່​ບັນດາ​ອັກຄະສາວົກ​ທີ່​ບໍຣິສຸດ​ຂອງ​ພຣະອົງ ແລະ​ພວກ​ຜູ້​ປະກາດ​ພຣະທຳ​ໂດຍ​ທາງ​ພຣະວິນຍານ.</verse>
				<verse number="6">ວ່າ ຄົນຕ່າງຊາດ​ນັ້ນ​ໄດ້​ເປັນ​ຜູ້​ຮັບ​ມໍຣະດົກ​ຮ່ວມ​ກັນ ເປັນ​ອະໄວຍະວະ​ຂອງ​ກາຍ​ອັນ​ດຽວກັນ ທັງ​ມີ​ສ່ວນ​ໄດ້​ຮັບ​ພຣະສັນຍາ​ໃນ​ພຣະຄຣິດເຈົ້າ​ເຢຊູ ໂດຍ​ທາງ​ຂ່າວປະເສີດ.</verse>
				<verse number="7">ຂ້າພະເຈົ້າ​ໄດ້​ຮັບ​ການ​ແຕ່ງຕັ້ງ ໃຫ້​ເປັນ​ຜູ້ຮັບໃຊ້​ຂ່າວປະເສີດ​ໂດຍ​ພຣະຄຸນ ຊຶ່ງ​ເປັນ​ຂອງ​ປະທານ​ຢ່າງ​ພິເສດ​ຈາກ​ພຣະເຈົ້າ ຊຶ່ງ​ໂຜດ​ປະທານ​ແກ່​ຂ້າພະເຈົ້າ ໂດຍ​ແມ່ນ​ຣິດອຳນາດ​ຂອງ​ພຣະອົງ​ຊົງ​ກະທຳ​ການ.</verse>
				<verse number="8">ໃນ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ​ທັງໝົດ​ນັ້ນ ຂ້າພະເຈົ້າ​ເປັນ​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ກວ່າ​ຜູ້​ທີ່​ເລັກນ້ອຍ​ທີ່ສຸດ, ເຖິງ​ປານນັ້ນ ພຣະອົງ​ກໍ​ຍັງ​ໂຜດ​ປະທານ​ພຣະຄຸນ​ນີ້​ແກ່​ຂ້າພະເຈົ້າ ຄື​ໃຫ້​ຂ້າພະເຈົ້າ​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເຖິງ​ຄວາມ​ບໍຣິບູນ​ອັນ​ຫາ​ທີ່​ປຽບ​ບໍ່ໄດ້​ຂອງ​ພຣະຄຣິດ,</verse>
				<verse number="9">ແລະ​ເຮັດ​ໃຫ້​ຄົນ​ທັງປວງ ເຫັນ​ແຈ້ງ​ເຖິງ​ແຜນການ​ອັນ​ລັບເລິກ​ຂອງ​ພຣະເຈົ້າ​ຜູ້​ຊົງ​ສ້າງ​ສັບພະທຸກສິ່ງ ຊຶ່ງ​ໄດ້​ເຊື່ອງຊ້ອນ​ຄວາມ​ລັບເລິກ​ຂອງ​ພຣະອົງ​ໄວ້ ຕະຫລອດ​ທຸກຍຸກ​ທຸກສະໄໝ​ທີ່​ຜ່ານ​ມາ,</verse>
				<verse number="10">ເພື່ອ​ວ່າ​ໃນ​ປະຈຸບັນ​ນີ້ ຜູ້​ຄອບຄອງ ແລະ​ຜູ້​ມີ​ອຳນາດ​ໃນ​ສະຫວັນ​ສະຖານ ຈະ​ໄດ້​ຮູ້​ເຖິງ​ພຣະ​ສະຕິປັນຍາ​ອັນ​ສັບຊ້ອນ​ຂອງ​ພຣະເຈົ້າ ໂດຍ​ທາງ​ຄຣິສຕະຈັກ.</verse>
				<verse number="11">ພຣະເຈົ້າ​ໄດ້​ກະທຳ​ການ​ນີ້ ຕາມ​ພຣະປະສົງ​ອັນ​ນິຣັນ​ຂອງ​ພຣະອົງ ຊຶ່ງ​ພຣະອົງ​ຊົງ​ກະທຳ​ໃຫ້​ສຳເລັດ ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ.</verse>
				<verse number="12">ໃນ​ພຣະອົງ​ແລະ​ໂດຍ​ທາງ​ຄວາມເຊື່ອ​ທີ່​ພວກເຮົາ​ມີ​ໃນ​ພຣະອົງ​ນັ້ນ ພວກເຮົາ​ຈຶ່ງ​ມີ​ໃຈ​ກ້າ​ທີ່​ຈະ​ເຂົ້າ​ເຝົ້າ​ພຣະອົງ ດ້ວຍ​ຄວາມ​ໝັ້ນໃຈ​ຢ່າງ​ເຕັມ​ລົ້ນ.</verse>
				<verse number="13">ເຫດສະນັ້ນ, ຂ້າພະເຈົ້າ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ວ່າ ຢ່າ​ທໍ້ຖອຍ​ໃຈ​ຍ້ອນ​ຂ້າພະເຈົ້າ​ຖືກ​ທົນທຸກ​ລຳບາກ ເພາະ​ເຫັນ​ແກ່​ພວກເຈົ້າ, ທັງໝົດ​ນັ້ນ​ກໍ​ເພື່ອ​ເປັນ​ກຽດຕິຍົດ​ແກ່​ພວກເຈົ້າ​ເອງ.</verse>
				<verse number="14">ເພາະ​ເຫດ​ນີ້ ຂ້າພະເຈົ້າ​ຈຶ່ງ​ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະບິດາເຈົ້າ,</verse>
				<verse number="15">ອົງ​ທີ່​ບັນດານ​ໃຫ້​ທຸກໆ​ຄອບຄົວ ໃນ​ສະຫວັນ​ແລະ​ທີ່​ເທິງ​ແຜ່ນດິນ​ໂລກ​ດຳລົງ​ຢູ່.</verse>
				<verse number="16">ຂ້າພະເຈົ້າ​ພາວັນນາ​ອະທິຖານ ຂໍ​ພຣະອົງ​ຊົງ​ໂຜດ​ປະທານ​ກຳລັງ​ອັນ​ເຂັ້ມແຂງ​ຝ່າຍ​ຈິດໃຈ​ແກ່​ພວກເຈົ້າ ໂດຍ​ເດດ​ພຣະວິນຍານ​ຕາມ​ຄວາມ​ອຸດົມສົມບູນ ແຫ່ງ​ພຣະ​ສະຫງ່າຣາສີ​ຂອງ​ພຣະອົງ,</verse>
				<verse number="17">ເພື່ອ​ພຣະຄຣິດ​ຈະ​ຊົງ​ສະຖິດ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຈົ້າ​ໂດຍ​ທາງ​ຄວາມເຊື່ອ ເພື່ອ​ວ່າ​ເມື່ອ​ໄດ້​ວາງ​ຮາກ​ລົງ​ຢ່າງ​ໝັ້ນຄົງ​ໃນ​ຄວາມຮັກ​ແລ້ວ,</verse>
				<verse number="18">ພວກເຈົ້າ​ກໍ​ຈະ​ມີ​ຄວາມ​ສາມາດ​ເຂົ້າໃຈ ພ້ອມ​ກັບ​ໄພ່ພົນ​ທັງປວງ​ຂອງ​ພຣະອົງ ເຖິງ​ຄວາມ​ກວ້າງ, ຄວາມ​ຍາວ, ຄວາມ​ສູງ ແລະ​ຄວາມ​ເລິກ,</verse>
				<verse number="19">ທັງ​ຈະ​ຮູ້ຈັກ​ຄວາມຮັກ​ຂອງ​ພຣະຄຣິດ ຊຶ່ງ​ເກີນ​ຄວາມຮູ້ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ຄວາມ​ເຕັມ​ບໍຣິບູນ ຂອງ​ພຣະເຈົ້າ​ທຸກປະການ.</verse>
				<verse number="20">ຂໍ​ໃຫ້​ພຣະ​ກຽດ​ຈົ່ງ​ເປັນ​ຂອງ​ພຣະອົງ ຜູ້​ຊົງ​ຣິດ​ສາມາດ​ກະທຳ​ການ​ນອກ​ເໜືອ​ສາລະພັດ​ທຸກສິ່ງ ເກີນ​ກວ່າ​ທີ່​ພວກເຮົາ​ຈະ​ຂໍ ຫລື​ຄິດ​ໄດ້ ຕາມ​ຣິດອຳນາດ​ທີ່​ກະທຳ​ການ​ຢູ່​ພາຍ​ໃນ​ຕົວ​ຂອງ​ພວກເຮົາ.</verse>
				<verse number="21">ຈົ່ງ​ຖວາຍ​ພຣະ​ກຽດຕິຍົດ​ແດ່​ພຣະເຈົ້າ​ໃນ​ຄຣິສຕະຈັກ ແລະ​ໃນ​ພຣະຄຣິດເຈົ້າ​ເຢຊູ ທຸກຍຸກ​ທຸກສະໄໝ​ຕະຫລອດໄປ​ເປັນນິດ​ເທີ້ນ ອາແມນ.</verse>
			</chapter>
			<chapter number="4">
				<verse number="1">ເຫດສະນັ້ນ ຂ້າພະເຈົ້າ​ຜູ້​ຖືກ​ຄຸກ​ຢູ່ ເພາະ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ວ່າ, ຈົ່ງ​ດຳເນີນ​ຊີວິດ​ໃຫ້​ສົມກັບ​ທີ່​ພວກເຈົ້າ​ໄດ້​ຖືກ​ຊົງ​ເອີ້ນ​ເອົາ​ແລ້ວ​ນັ້ນ</verse>
				<verse number="2">ຄື: ຈົ່ງ​ມີ​ໃຈ​ຖ່ອມລົງ​ທຸກຢ່າງ ແລະ​ໃຈ​ອ່ອນສຸພາບ ດ້ວຍ​ຄວາມ​ພຽນ​ອົດທົນ ແລະ​ຜ່ອນໜັກ​ຜ່ອນເບົາ ຊຶ່ງ​ກັນແລະກັນ​ດ້ວຍ​ຄວາມຮັກ.</verse>
				<verse number="3">ຈົ່ງ​ພຽນ​ພະຍາຍາມ​ເອົາ​ສັນຕິສຸກ​ຜູກມັດ ເພື່ອ​ຮັກສາ​ຄວາມ​ເປັນ​ນໍ້າໜຶ່ງ​ໃຈດຽວກັນ ຊຶ່ງ​ພຣະວິນຍານ​ຊົງ​ປະທານ​ໃຫ້​ນັ້ນ.</verse>
				<verse number="4">ມີ​ຮ່າງກາຍ​ດຽວ ແລະ​ມີ​ພຣະວິນຍານ​ອົງ​ດຽວ ມີ​ຄວາມຫວັງ​ໃຈ​ອັນ​ດຽວ ໃນ​ການ​ທີ່​ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ພວກເຈົ້າ​ແລ້ວ​ນັ້ນ.</verse>
				<verse number="5">ມີ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວ ມີ​ຄວາມເຊື່ອ​ດຽວ ແລະ ມີ​ບັບຕິສະມາ​ດຽວ,</verse>
				<verse number="6">ມີ​ພຣະເຈົ້າ​ອົງ​ດຽວ ຄື​ພຣະບິດາເຈົ້າ​ຂອງ​ຄົນ​ທັງປວງ ຜູ້​ຊົງ​ສະຖິດ​ຢູ່​ເທິງ​ຄົນ​ທັງປວງ, ທົ່ວ​ຄົນ​ທັງປວງ ແລະ ໃນ​ຄົນ​ທັງປວງ.</verse>
				<verse number="7">ແຕ່​ວ່າ​ພຣະຄຸນ​ນັ້ນ ຊົງ​ໂຜດ​ປະທານ​ແກ່​ເຮົາ​ທຸກໆ​ຄົນ ຕາມ​ຂອງ​ພຣະຣາຊທານ​ທີ່​ພຣະຄຣິດ​ໄດ້​ຊົງ​ກຳນົດ​ໄວ້.</verse>
				<verse number="8">ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເມື່ອ​ພຣະອົງ​ໄດ້​ສະເດັດ​ຂຶ້ນ​ໄປ​ເຖິງ​ທີ່​ສູງສຸດ ໄດ້​ຊົງ​ນຳ​ພວກ​ຊະເລີຍ​ໄປ​ດ້ວຍ ແລະ ຊົງ​ໂຜດ​ຂອງ​ປະທານ​ຕ່າງໆ​ໃຫ້ ແກ່​ມວນ​ມະນຸດ​ສະໂລກ.”</verse>
				<verse number="9">ທີ່​ກ່າວ​ວ່າ, “ພຣະອົງ​ໄດ້​ສະເດັດ​ຂຶ້ນ​ເມືອ” ນັ້ນ ຈະ​ໝາຍ​ຄວາມ​ຢ່າງ​ອື່ນ​ບໍ່ໄດ້ ນອກຈາກ​ວ່າ​ພຣະອົງ​ໄດ້​ສະເດັດ​ລົງ​ໄປ​ສູ່​ເບື້ອງ​ຕໍ່າ​ຂອງ​ແຜ່ນດິນ​ໂລກ​ແລ້ວ​ດ້ວຍ.</verse>
				<verse number="10">ພຣະອົງ​ຜູ້​ສະເດັດ​ລົງ​ໄປ​ນັ້ນ ກໍ​ຄື​ພຣະອົງ​ຜູ້​ທີ່​ໄດ້​ສະເດັດ​ຂຶ້ນ​ເມືອ​ສູ່​ທີ່​ສູງ ເໜືອ​ຟ້າ​ສະຫວັນ​ທັງປວງ ເພື່ອ​ຈະ​ໄດ້​ສະຖິດ​ຢູ່​ເຕັມ​ທົ່ວ​ຈັກກະວານ.</verse>
				<verse number="11">ຂອງ​ພຣະ​ຣາຊທານ​ຂອງ​ພຣະອົງ ກໍ​ຄື​ໃຫ້​ບາງຄົນ​ເປັນ​ອັກຄະສາວົກ, ບາງຄົນ​ເປັນ​ຜູ້​ປະກາດ​ພຣະທຳ, ບາງຄົນ​ເປັນ​ຜູ້​ປະກາດ​ຂ່າວປະເສີດ, ບາງຄົນ​ເປັນ​ສິດຍາພິບານ ແລະ ຄູ​ສາສະໜາ.</verse>
				<verse number="12">ເພື່ອ​ຈັດຕຽມ​ໄພ່ພົນ​ທັງຫລາຍ​ຂອງ​ພຣະອົງ ໃຫ້​ເປັນ​ຜູ້ຮັບໃຊ້​ທີ່​ເໝາະສົມ ເພື່ອ​ເສີມສ້າງ​ພຣະກາຍ​ຂອງ​ພຣະຄຣິດ​ໃຫ້​ຈະເລີນ​ຂຶ້ນ.</verse>
				<verse number="13">ຈົນກວ່າ​ເຮົາ​ທຸກຄົນ​ຈະ​ບັນລຸ​ເຖິງ​ຄວາມ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ​ໃນ​ຄວາມເຊື່ອ ແລະ​ໃນ​ຄວາມຮູ້​ເຖິງ​ເລື່ອງ​ພຣະບຸດ​ຂອງ​ພຣະເຈົ້າ ຈົນກວ່າ​ເຮົາ​ຈະ​ເປັນ​ຄົນ​ໃຫຍ່​ເຕັມ​ສ່ວນ ຄື​ເຕັມ​ເຖິງ​ຂະໜາດ​ຄວາມ​ສົມບູນ​ຂອງ​ພຣະຄຣິດ,</verse>
				<verse number="14">ເພື່ອ​ພວກເຮົາ​ຈະ​ບໍ່​ເປັນ​ເດັກນ້ອຍ​ອີກ​ຕໍ່ໄປ ຖືກ​ພັດ​ໄປ​ພັດ​ມາ ແລະ​ຫັນເຫ​ໄປມາ​ດ້ວຍ​ລົມ​ປາກ​ແຫ່ງ​ຄຳສັ່ງສອນ​ທຸກຢ່າງ​ຂອງ​ຄົນ​ທີ່​ຫລອກລວງ ຜູ້​ທີ່​ນຳ​ຄົນອື່ນ​ໃຫ້​ຫລົງ​ຜິດ​ໄປ​ດ້ວຍ​ກົນອຸບາຍ​ອັນ​ສະຫລາດ​ຂອງ​ພວກເຂົາ.</verse>
				<verse number="15">ແຕ່​ໃຫ້​ພວກເຮົາ​ຢຶດເອົາ​ຄວາມຈິງ​ດ້ວຍ​ໃຈ​ຮັກ ເພື່ອ​ພວກເຮົາ​ຈະ​ໄດ້​ຈະເລີນ​ຂຶ້ນ​ທຸກ​ດ້ານ​ໃນ​ພຣະຄຣິດ ຜູ້​ຊົງ​ເປັນ​ພຣະ​ປະມຸກ.</verse>
				<verse number="16">ເນື່ອງ​ຈາກ​ພຣະອົງ​ນັ້ນ ຮ່າງກາຍ​ທັງ​ສິ້ນ​ທີ່​ຕິດ​ຕໍ່​ສະໜິດ​ແລະ​ຜູກພັນ​ກັນ ໂດຍ​ທຸກໆ​ຂໍ້ຕໍ່​ທີ່​ຊົງ​ປະທານ ຮ່າງກາຍ​ຈຶ່ງ​ໄດ້​ຈະເລີນ​ໃຫຍ່​ຂຶ້ນ​ດ້ວຍ​ຄວາມຮັກ ເມື່ອ​ອະໄວຍະວະ​ທຸກ​ສ່ວນ​ເຮັດ​ໜ້າທີ່​ຕາມ​ຄວາມ​ເໝາະສົມ​ແລ້ວ.</verse>
				<verse number="17">ເຫດສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຂໍ​ຢືນຢັນ ແລະ​ເປັນ​ພະຍານ​ໃນ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, ຕັ້ງແຕ່​ນີ້​ຕໍ່ໄປ ເຈົ້າ​ທັງຫລາຍ​ຢ່າ​ດຳເນີນ​ຊີວິດ​ຕາມ​ຢ່າງ​ຄົນຕ່າງຊາດ​ທີ່​ເຂົາ​ດຳເນີນ​ນັ້ນ ຄື​ດ້ວຍ​ໃຈ​ໂງ່​ອັນ​ຫາ​ປະໂຫຍດ​ບໍ່ໄດ້.</verse>
				<verse number="18">ໂດຍ​ທີ່​ຄວາມ​ຄິດ​ຂອງ​ພວກເຂົາ​ມືດມົນ​ໄປ ແລະ​ພວກເຂົາ​ຢູ່​ຫ່າງ​ຈາກ​ຊີວິດ ຊຶ່ງ​ມາ​ຈາກ​ພຣະເຈົ້າ ເພາະ​ເຫດ​ຄວາມ​ຮູ້ເທົ່າບໍ່​ເຖິງການ ທີ່​ມີ​ຢູ່​ໃນ​ຕົວ​ພວກເຂົາ ອັນ​ເນື່ອງ​ຈາກ​ໃຈ​ແຂງ​ກະດ້າງ​ຂອງ​ພວກເຂົາ.</verse>
				<verse number="19">ພວກເຂົາ​ບໍ່ມີ​ຄວາມ​ຮູ້ສຶກ​ຢ້ານກົວ​ຕໍ່​ບາບ ຈຶ່ງ​ໄດ້​ປ່ອຍ​ຕົວ​ໄປ​ໃນ​ທາງ​ໂລພາ​ຕັນຫາ ເພື່ອ​ເຮັດ​ການ​ຊົ່ວຮ້າຍ​ທຸກຢ່າງ​ໂດຍ​ສຸດ​ຄວາມ​ປາຖະໜາ.</verse>
				<verse number="20">ແຕ່​ວ່າ​ເຈົ້າ​ທັງຫລາຍ​ບໍ່ໄດ້​ຮຽນ​ຮູ້ຈັກ​ພຣະຄຣິດ​ຢ່າງ​ນັ້ນ,</verse>
				<verse number="21">ຖ້າ​ແມ່ນ​ວ່າ​ພວກເຈົ້າ​ໄດ້ຍິນ​ເລື່ອງ​ພຣະອົງ ແລະ​ໄດ້​ຮັບ​ຄຳສັ່ງສອນ​ເລື່ອງ​ພຣະອົງ​ຕາມ​ຄວາມຈິງ ຊຶ່ງ​ມີ​ຢູ່​ໃນ​ພຣະເຢຊູເຈົ້າ​ແລ້ວ.</verse>
				<verse number="22">ພວກເຈົ້າ​ຈົ່ງ​ຖອດ​ຖິ້ມ​ສະພາບ​ມະນຸດ​ເກົ່າ​ຂອງຕົນ ຊຶ່ງ​ຄູ່​ກັບ​ວິຖີ​ຊີວິດ​ເດີມ​ນັ້ນ​ເສຍ ທີ່​ກຳລັງ​ເສື່ອມເສຍ​ໄປ​ສູ່​ຄວາມ​ຕາຍ ຕາມ​ຕັນຫາ​ອັນ​ເປັນ​ທີ່​ຫລອກລວງ​ນັ້ນ.</verse>
				<verse number="23">ແລະ​ຈົ່ງ​ໃຫ້​ວິນຍານຈິດ​ຂອງ​ເຈົ້າ​ຖືກ​ຊົງ​ຕັ້ງ​ຂຶ້ນ​ໃໝ່.</verse>
				<verse number="24">ແລະ​ໃຫ້​ເຈົ້າ​ທັງຫລາຍ​ສວມ​ສະພາບ​ມະນຸດ​ໃໝ່ ຊຶ່ງ​ຊົງ​ສ້າງ​ຂຶ້ນ​ໃໝ່​ຕາມ​ແບບ​ພຣະ​ລັກສະນະ​ຂອງ​ພຣະເຈົ້າ ໃນ​ຄວາມ​ຊອບທຳ​ແລະ​ຄວາມ​ບໍຣິສຸດ​ທີ່​ແທ້ຈິງ.</verse>
				<verse number="25">ດັ່ງນັ້ນ, ເຈົ້າ​ທັງຫລາຍ​ຈົ່ງ​ເຊົາ​ເວົ້າ​ຕົວະ ທຸກຄົນ​ຈົ່ງ​ເວົ້າ​ແຕ່​ຄວາມຈິງ​ຕໍ່​ກັນ ເພາະ​ພວກເຮົາ​ທຸກຄົນ​ເປັນ​ອະໄວຍະວະ​ຂອງ​ກັນແລະກັນ ຢູ່​ໃນ​ພຣະກາຍ​ອັນ​ດຽວກັນ.</verse>
				<verse number="26">ຈະ​ຮ້າຍ​ກໍ​ຮ້າຍ​ໄດ້ ແຕ່​ຢ່າ​ໃຫ້​ຄວາມ​ຮ້າຍ​ເປັນ​ເຫດ​ໃຫ້​ເກີດ​ການ​ຜິດບາບ ຢ່າ​ຮ້າຍ​ຢູ່​ຈົນ​ຕາເວັນ​ຕົກ.</verse>
				<verse number="27">ຢ່າ​ປ່ອຍ​ໂອກາດ​ໃຫ້​ມານ.</verse>
				<verse number="28">ຝ່າຍ​ຄົນ​ທີ່​ເຄີຍ​ລັກ​ກໍ​ຈົ່ງ​ເຊົາ​ລັກ​ຕໍ່ໄປ, ແຕ່​ໃຫ້​ລົງ​ມື​ເຮັດ​ວຽກ​ເພື່ອ​ລ້ຽງຊີບ​ໃນ​ທາງ​ສັດຊື່ ເພື່ອ​ຈະ​ໄດ້​ມີ​ສ່ວນ​ຊ່ວຍເຫລືອ​ຄົນ​ຍາກຈົນ.</verse>
				<verse number="29">ຢ່າ​ໃຫ້​ຄຳ​ຫຍາບ​ຊ້າ​ອອກ​ຈາກ​ປາກ​ຂອງ​ເຈົ້າ​ຈັກເທື່ອ, ແຕ່​ໃຫ້​ໃຊ້​ຄຳ​ເວົ້າ​ອັນ​ດີ​ທີ່​ຈະ​ຊ່ວຍ​ໃຫ້​ຈະເລີນ​ຂຶ້ນ ແລະ​ໃຫ້​ເໝາະສົມ​ກັບ​ຄວາມ​ຕ້ອງການ ເພື່ອ​ຖ້ອຍຄຳ​ທີ່​ພວກເຈົ້າ​ກ່າວ​ນັ້ນ ຈະ​ເປັນ​ຄຸນ​ປະໂຫຍດ​ແກ່​ຜູ້​ທີ່​ໄດ້ຍິນ​ໄດ້​ຟັງ.</verse>
				<verse number="30">ແລະ​ຢ່າ​ເຮັດ​ໃຫ້​ພຣະວິນຍານ​ບໍຣິສຸດເຈົ້າ​ຂອງ​ພຣະເຈົ້າ​ເສຍ​ພຣະໄທ ເພາະ​ໂດຍ​ພຣະວິນຍານ​ນັ້ນ ເຈົ້າ​ທັງຫລາຍ​ໄດ້​ຊົງ​ຖືກ​ປະທັບຕາ​ໝາຍ​ໄວ້​ເພື່ອ​ວັນ​ທີ່​ຈະ​ຊົງ​ໄຖ່​ໃຫ້​ພົ້ນ.</verse>
				<verse number="31">ສ່ວນ​ໃຈ​ຂົມຂື່ນ, ໃຈ​ໂມໂຫ​ໂທໂສ, ໃຈ​ຄຽດຮ້າຍ​ນັ້ນ ຢ່າ​ສູ່​ໃຫ້​ຢູ່​ໃກ້​ພວກເຈົ້າ ການ​ອຶກກະທຶກ​ຜິດຖຽງ​ກັນ ແລະ​ການ​ກ່າວ​ສຽດສີ​ກັນ​ກໍ​ຢ່າ​ໃຫ້​ມີ ຈົ່ງ​ຫລີກເວັ້ນ​ຈາກ​ການ​ປອງຮ້າຍ​ທຸກ​ຮູບແບບ.</verse>
				<verse number="32">ແຕ່​ຈົ່ງ​ມີ​ໃຈ​ເມດຕາ​ແລະ​ເອັນດູ​ຕໍ່​ກັນ ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ ເໝືອນ​ດັ່ງ​ທີ່​ພຣະເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ​ໃນ​ພຣະຄຣິດ​ນັ້ນ.</verse>
			</chapter>
			<chapter number="5">
				<verse number="1">ເພາະສະນັ້ນ ເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ຜູ້​ດຳເນີນ​ຊີວິດ​ຕາມ​ແບບຢ່າງ​ພຣະເຈົ້າ ເໝືອນ​ເປັນ​ບຸດ​ທີ່​ຊົງ​ຮັກ.</verse>
				<verse number="2">ແລະ ຈົ່ງ​ດຳເນີນ​ຊີວິດ​ນັ້ນ​ໃນ​ຄວາມຮັກ ເໝືອນ​ດັ່ງ​ພຣະຄຣິດ​ໄດ້​ຊົງ​ຮັກ​ເຈົ້າ​ທັງຫລາຍ ແລະ​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ ໃຫ້​ເປັນ​ເຄື່ອງ​ບູຊາ​ແລະ​ເຄື່ອງ​ຖວາຍ ທີ່​ມີ​ກິ່ນ​ຫອມຫວານ​ແກ່​ພຣະເຈົ້າ.</verse>
				<verse number="3">ເນື່ອງ​ຈາກ​ພວກເຈົ້າ​ເປັນ​ໄພ່ພົນ​ຂອງ​ພຣະເຈົ້າ ໃນ​ທ່າມກາງ​ພວກເຈົ້າ​ຈຶ່ງ​ບໍ່​ສົມຄວນ​ທີ່​ຈະ​ເອີ່ຍ​ເຖິງ, ເລື່ອງ​ການ​ຜິດ​ສິນທຳ​ທາງ​ເພດ​ທຸກ​ຮູບແບບ, ການ​ຊົ່ວຮ້າຍ​ທຸກຢ່າງ ແລະ​ຄວາມ​ໂລພາ​ຕັນຫາ.</verse>
				<verse number="4">ທັງ​ຢ່າ​ກ່າວ​ຄຳ​ຫຍາບຊ້າ, ຢ່າ​ເວົ້າ​ຢ່າງ​ບໍ່ມີ​ແກ່ນສານ ຫລື​ເວົ້າ​ຕະຫລົກ​ຫລິ້ນ ຊຶ່ງ​ເປັນ​ການ​ບໍ່​ສົມຄວນ, ແຕ່​ໃຫ້​ມີ​ການ​ຂອບພຣະຄຸນ​ດີກວ່າ.</verse>
				<verse number="5">ພວກເຈົ້າ​ຄົງ​ຮູ້ຈັກ​ດີ​ແລ້ວ​ວ່າ ຜູ້​ທີ່​ຫຼິ້ນຊູ້, ຜູ້​ທີ່​ເວົ້າ​ຫຍາບຊ້າ, ຜູ້​ທີ່​ໃຈ​ໂລບ (ເໝືອນ​ຂາບໄຫວ້​ຮູບເຄົາຣົບ) ຈະ​ບໍ່ໄດ້​ມີ​ສ່ວນ​ໃນ​ອານາຈັກ​ຂອງ​ພຣະຄຣິດ ແລະ​ຂອງ​ພຣະເຈົ້າ​ຈັກເທື່ອ.</verse>
				<verse number="6">ຢ່າ​ໃຫ້​ຜູ້ໃດ​ຫລອກລວງ​ພວກເຈົ້າ​ດ້ວຍ​ຄຳ​ເວົ້າ​ອັນ​ໄຮ້​ປະໂຫຍດ ເພາະ​ຄວາມຜິດ​ໃນ​ສິ່ງ​ເຫຼົ່ານີ້​ແຫຼະ ທີ່​ພຣະເຈົ້າ​ຊົງ​ຄຽດຮ້າຍ​ຄົນ​ທີ່​ບໍ່​ເຊື່ອຟັງ​ພຣະອົງ.</verse>
				<verse number="7">ດັ່ງນັ້ນ ພວກເຈົ້າ​ຢ່າ​ຄົບຫາ​ສະມາຄົມ​ກັບ​ຄົນ​ເຫຼົ່ານີ້​ຈັກເທື່ອ.</verse>
				<verse number="8">ເມື່ອ​ກ່ອນ​ພວກເຈົ້າ​ເຄີຍ​ຢູ່​ໃນ​ຄວາມມືດ ແຕ່​ເນື່ອງ​ຈາກ​ວ່າ​ພວກເຈົ້າ​ໄດ້​ກາຍເປັນ​ໄພ່ພົນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພວກເຈົ້າ​ຈຶ່ງ​ຢູ່​ໃນ​ຄວາມ​ສະຫວ່າງ. ດັ່ງນັ້ນ ພວກເຈົ້າ​ຈົ່ງ​ດຳເນີນ​ຊີວິດ ເໝືອນ​ດັ່ງ​ຄົນ​ທີ່​ຢູ່​ຝ່າຍ​ຄວາມ​ສະຫວ່າງ​ແລ້ວ.</verse>
				<verse number="9">ດ້ວຍວ່າ, ຜົນ​ຂອງ​ຄວາມ​ສະຫວ່າງ​ນັ້ນ ຄື​ຄຸນຄວາມດີ ຄວາມ​ຊອບທຳ ແລະ​ຄວາມຈິງ​ທຸກປະການ.</verse>
				<verse number="10">ເຈົ້າ​ທັງຫລາຍ​ຈົ່ງ​ພະຍາຍາມ​ຮຽນ​ຮູ້ຈັກ​ວ່າ, ເຮັດ​ອັນ​ໃດ​ຈຶ່ງ​ຈະ​ເປັນ​ທີ່​ພໍພຣະໄທ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="11">ຢ່າ​ເຂົ້າ​ໄປ​ມີ​ສ່ວນ​ໃດໆ​ກັບ​ການ​ກະທຳ​ຝ່າຍ​ຄວາມມືດ ອັນ​ບໍ່ມີ​ປະໂຫຍດ​ຫຍັງ ແຕ່​ຈົ່ງ​ເປີດເຜີຍ​ສິ່ງ​ເຫຼົ່ານັ້ນ ອອກ​ມາ​ສູ່​ຄວາມ​ສະຫວ່າງ​ກໍດີກວ່າ.</verse>
				<verse number="12">ເພາະວ່າ ແມ່ນແຕ່​ຈະ​ເວົ້າ​ເຖິງ​ການ​ເຫຼົ່ານັ້ນ ທີ່​ພວກເຂົາ​ເຮັດ​ໃນ​ທີ່​ລັບລີ້ ກໍ​ຍັງ​ເປັນ​ການ​ໜ້າອາຍ.</verse>
				<verse number="13">ແຕ່​ເມື່ອ​ສິ່ງສາລະພັດ​ຖືກ​ເປີດເຜີຍ​ອອກ​ໂດຍ​ຄວາມ​ສະຫວ່າງ ສິ່ງ​ນັ້ນ​ກໍ​ປາກົດ​ແຈ້ງ ເພາະວ່າ​ທຸກສິ່ງ​ທີ່​ປາກົດ​ແຈ້ງ ກໍ​ຄື​ຄວາມ​ສະຫວ່າງ.</verse>
				<verse number="14">ດ້ວຍເຫດນີ້​ຈຶ່ງ​ມີ​ຄຳ​ກ່າວ​ວ່າ, “ຄົນ​ທີ່​ນອນ​ຫລັບ​ເອີຍ, ຈົ່ງ​ຕື່ນ​ຂຶ້ນ​ເຖີດ, ຈົ່ງ​ຟື້ນ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ ແລະ​ພຣະຄຣິດ​ຈະ​ສ່ອງ​ສະຫວ່າງ​ໃສ່​ເຈົ້າ.”</verse>
				<verse number="15">ດັ່ງນັ້ນ ຈົ່ງ​ລະວັງ​ໃນ​ການ​ດຳເນີນ​ຊີວິດ​ໃຫ້​ດີ ຢ່າ​ໃຫ້​ເປັນ​ດັ່ງ​ຄົນ​ໄຮ້​ປັນຍາ, ແຕ່​ໃຫ້​ເປັນ​ດັ່ງ​ຄົນມີ​ປັນຍາ.</verse>
				<verse number="16">ຈົ່ງ​ສວຍໂອກາດ ເພາະ​ທຸກ​ວັນ​ນີ້​ເປັນ​ຄາວ​ຊົ່ວຮ້າຍ.</verse>
				<verse number="17">ສະນັ້ນ ຢ່າ​ສູ່​ເປັນ​ຄົນໂງ່ຈ້າ ແຕ່​ຈົ່ງ​ຊອກ​ຮູ້​ວ່າ ສິ່ງໃດ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຢາກ​ໃຫ້​ພວກເຈົ້າ​ເຮັດ.</verse>
				<verse number="18">ແລະ​ຢ່າ​ເມົາ​ເຫລົ້າແວງ ຊຶ່ງ​ພາ​ໃຫ້​ເສຍ​ຄົນ ແຕ່​ຈົ່ງ​ເຕັມ​ລົ້ນ​ດ້ວຍ​ພຣະວິນຍານ​ກໍດີກວ່າ.</verse>
				<verse number="19">ຈົ່ງ​ສົນທະນາກັນ​ດ້ວຍ​ບົດເພງ​ສັນລະເສີນ ບົດເພງ​ນະມັດສະການ, ບົດເພງ​ທີ່​ໄດ້​ຮັບ​ການ​ດົນໃຈ​ຈາກ​ພຣະວິນຍານ ຄື​ຈົ່ງ​ຮ້ອງເພງ​ນະມັດສະການ ແລະ​ເພງ​ຍ້ອງຍໍ​ສັນລະເສີນ ຖວາຍ​ແດ່​ອົງພຣະ​ຜູ້​ເປັນເຈົ້າ ຈາກ​ຈິດໃຈ​ຂອງ​ພວກເຈົ້າ.</verse>
				<verse number="20">ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ພຣະບິດາເຈົ້າ​ສະເໝີ​ສຳລັບ​ທຸກໆ​ສິ່ງ ໃນ​ນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.</verse>
				<verse number="21">ເນື່ອງ​ດ້ວຍ​ພວກເຈົ້າ​ມີ​ຄວາມ​ຢຳເກງ​ພຣະຄຣິດ ຈົ່ງ​ຍອມ​ຟັງ​ຊຶ່ງກັນແລະກັນ.</verse>
				<verse number="22">ຝ່າຍ​ເມຍ​ຈົ່ງ​ຍອມ​ອ່ອນນ້ອມ​ຕໍ່​ຜົວ​ຂອງຕົນ ເໝືອນ​ດັ່ງ​ທີ່​ຍອມ​ອ່ອນ​ນ້ອມ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="23">ເພາະວ່າ​ຜົວ​ເປັນ​ຫົວ​ຂອງ​ເມຍ ເໝືອນ​ພຣະຄຣິດ​ຊົງ​ເປັນ​ປະມຸກ​ຂອງ​ຄຣິສຕະຈັກ ຊຶ່ງ​ເປັນ​ພຣະກາຍ​ຂອງ​ພຣະອົງ ແລະ​ພຣະອົງ​ຊົງ​ເປັນ​ຜູ້​ໂຜດ​ໃຫ້​ຄຣິສຕະຈັກ​ນັ້ນ​ພົ້ນ.</verse>
				<verse number="24">ເໝືອນ​ດັ່ງ​ທີ່​ຄຣິສຕະຈັກ​ຍອມ​ອ່ອນນ້ອມ​ຕໍ່​ພຣະຄຣິດ ເມຍ​ຄວນ​ຍອມ​ອ່ອນນ້ອມ​ຕໍ່​ຜົວ​ຂອງຕົນ​ໃນ​ທຸກສິ່ງ.</verse>
				<verse number="25">ຝ່າຍ​ຜົວ ຈົ່ງ​ຮັກ​ເມຍ​ຂອງຕົນ ເໝືອນ​ດັ່ງ​ທີ່​ພຣະຄຣິດ​ຊົງ​ຮັກ​ຄຣິສຕະຈັກ ແລະ​ຊົງ​ສະຫລະ​ຊີວິດ​ຂອງ​ພຣະອົງ​ເພື່ອ​ຄຣິສຕະຈັກ.</verse>
				<verse number="26">ເພື່ອ​ຊົງ​ຕັ້ງ​ຄຣິສຕະຈັກ​ນັ້ນ​ໄວ້​ສຳລັບ​ພຣະເຈົ້າ ໂດຍ​ການ​ຊົງ​ຊຳລະ​ດ້ວຍ​ນໍ້າ​ກັບ​ດ້ວຍ​ຖ້ອຍຄຳ,</verse>
				<verse number="27">ເພື່ອ​ພຣະອົງ​ນັ້ນ​ຈະ​ໄດ້​ຮັບ​ຄຣິສຕະຈັກ​ສຳລັບ​ພຣະອົງ​ເອງ ຄື​ຄຣິສຕະຈັກ​ທີ່​ມີ​ສະຫງ່າຣາສີ ບໍ່ມີ​ຈຸດ​ດ່າງພອຍ ຫລື​ຮອຍ​ຫ່ຽວແຫ້ງ ແລະ​ສິ່ງ​ອື່ນໆ​ໃນ​ທຳນອງ​ນັ້ນ ເພື່ອ​ຄຣິສຕະຈັກ​ຈະ​ບໍຣິສຸດ​ບໍ່ມີ​ຕຳໜິ.</verse>
				<verse number="28">ໃນ​ທຳນອງ​ດຽວກັນ, ຜົວ​ຄວນ​ຮັກ​ເມຍ​ຂອງຕົນ ເໝືອນ​ດັ່ງ​ຮັກ​ຮ່າງກາຍ​ຂອງ​ຕົນເອງ ຊາຍ​ໃດ​ທີ່​ຮັກ​ເມຍ​ຂອງຕົນ ຊາຍ​ນັ້ນ​ກໍ​ຮັກ​ຕົນເອງ.</verse>
				<verse number="29">ບໍ່ມີ​ຜູ້ໃດ​ທີ່​ກຽດຊັງ​ຮ່າງກາຍ​ຂອງ​ຕົນເອງ​ຈັກເທື່ອ ມີ​ແຕ່​ບຳລຸງລ້ຽງ​ແລະ​ຖະນຸ​ຖະໜອມ​ໄວ້ ດັ່ງ​ທີ່​ພຣະຄຣິດ​ຊົງ​ກະທຳ​ແກ່​ຄຣິສຕະຈັກ.</verse>
				<verse number="30">ດ້ວຍວ່າ, ພວກເຮົາ​ເປັນ​ອະໄວຍະວະ​ໃນ​ພຣະກາຍ​ຂອງ​ພຣະອົງ.</verse>
				<verse number="31">“ດ້ວຍເຫດນີ້ ຜູ້ຊາຍ​ຈຶ່ງ​ຈະ​ລະຈາກ​ພໍ່​ແມ່​ຂອງຕົນ ໄປ​ຜູກພັນ​ຢູ່​ກັບ​ເມຍ ແລະ​ເຂົາ​ທັງສອງ​ຈະ​ເປັນ​ກາຍ​ອັນ​ດຽວກັນ.”</verse>
				<verse number="32">ຂໍ້​ເລິກລັບ​ອັນ​ໃຫຍ່​ນີ້ ຂ້າພະເຈົ້າ​ເຂົ້າໃຈ​ວ່າ ໝາຍເຖິງ​ພຣະຄຣິດ​ກັບ​ຄຣິສຕະຈັກ.</verse>
				<verse number="33">ເຖິງ​ຢ່າງ​ໃດ​ກໍດີ ຜົວ​ທຸກຄົນ​ຈົ່ງ​ຮັກ​ເມຍ​ຂອງຕົນ ເໝືອນ​ດັ່ງ​ຮັກ​ຕົນເອງ ແລະ​ເມຍ​ທຸກຄົນ​ຈົ່ງ​ເຄົາຣົບ​ຢຳເກງ​ຜົວ​ຂອງຕົນ.</verse>
			</chapter>
			<chapter number="6">
				<verse number="1">ຝ່າຍ​ບຸດ​ທັງຫລາຍ ຈົ່ງ​ນົບນ້ອມ​ເຊື່ອຟັງ​ບິດາ​ມານດາ​ຂອງຕົນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ເພາະ​ເຮັດ​ແນວ​ນັ້ນ​ເປັນ​ການ​ຖືກຕ້ອງ.</verse>
				<verse number="2">“ຈົ່ງ​ນັບຖື​ບິດາ​ມານດາ​ຂອງຕົນ” ນີ້​ເປັນ​ຄຳສັ່ງ​ຂໍ້​ຕົ້ນ​ທີ່​ມີ​ພຣະສັນຍາ​ໄວ້​ດ້ວຍ,</verse>
				<verse number="3">ເພື່ອ​ເຈົ້າ​ຈະ​ຢູ່ເຢັນ​ເປັນສຸກ ແລະ​ມີ​ອາຍຸ​ໝັ້ນຍືນ​ໃນ​ດິນແດນ​ນີ້.</verse>
				<verse number="4">ຝ່າຍ​ພໍ່​ແມ່​ຢ່າ​ເຮັດ​ໃຫ້​ລູກ​ຂອງຕົນ​ຂັດເຄືອງ​ໃຈ ແຕ່​ຈົ່ງ​ອົບຮົມ​ສັ່ງສອນ​ພວກເຂົາ​ຕາມ​ລະບຽບ ແລະ​ຫລັກ​ຄຳສັ່ງສອນ​ທຸກຢ່າງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="5">ຜູ້​ທີ່​ເປັນ​ຄົນ​ຮັບໃຊ້ ຈົ່ງ​ຍອມ​ເຊື່ອຟັງ​ນາຍ​ຝ່າຍ​ໂລກນີ້ ດ້ວຍ​ຄວາມ​ເຄົາຣົບ​ຢຳເກງ​ແລະ​ດ້ວຍ​ຄວາມ​ຈິງໃຈ ເໝືອນ​ເຊື່ອຟັງ​ພຣະຄຣິດ.</verse>
				<verse number="6">ຢ່າ​ສູ່​ເຮັດ​ພຽງແຕ່​ເມື່ອ​ຢູ່​ຕໍ່ໜ້າ​ນາຍ ເພາະ​ຢາກ​ໃຫ້​ຖືກ​ໃຈ​ເພິ່ນ ແຕ່​ຈົ່ງ​ເຮັດ​ດ້ວຍ​ຄວາມ​ເຕັມໃຈ ເໝືອນດັ່ງ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ.</verse>
				<verse number="7">ຈົ່ງ​ເຮັດ​ໜ້າທີ່​ຂອງຕົນ​ດ້ວຍ​ໃຈ​ຊື່ນບານ ໃຫ້​ເໝືອນ​ກັບ​ວ່າ​ພວກເຈົ້າ​ໄດ້​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ແລະ​ບໍ່ແມ່ນ​ພຽງແຕ່​ຮັບໃຊ້​ມະນຸດ​ເທົ່ານັ້ນ.</verse>
				<verse number="8">ຈົ່ງ​ຈົດຈຳ​ໄວ້​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ບຳເໜັດ​ແກ່​ທຸກຄົນ ສຳລັບ​ຄວາມດີ​ທີ່​ເຂົາ​ເຮັດ ບໍ່​ວ່າ​ຈະ​ເປັນ​ຄົນ​ຮັບໃຊ້ ຫລື​ບໍ່​ເປັນ​ກໍຕາມ.</verse>
				<verse number="9">ຝ່າຍ​ນາຍ​ກໍ​ຈົ່ງ​ປະພຶດ​ຕໍ່​ຄົນ​ຮັບໃຊ້​ຂອງຕົນ​ໃນທຳນອງ​ດຽວກັນ ແລະ​ຈົ່ງ​ເຊົາ​ຂູ່ເຂັນ​ພວກເຂົາ ຈົ່ງ​ຈົດຈຳ​ໄວ້​ວ່າ ພວກເຈົ້າ​ແລະ​ຄົນ​ຮັບໃຊ້​ຂອງ​ພວກເຈົ້າ ກໍ​ມີ​ເຈົ້ານາຍ​ຜູ້​ດຽວກັນ​ໃນ​ສະຫວັນ ແລະ​ພຣະອົງ​ບໍ່​ຊົງ​ເລືອກ​ໜ້າ​ຜູ້ໃດ.</verse>
				<verse number="10">ສຸດທ້າຍ​ນີ້ ຂໍ​ໃຫ້​ພວກເຈົ້າ​ຈົ່ງ​ມີ​ກຳລັງ​ເພີ່ມ​ຂຶ້ນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ໃນ​ຣິດເດດ​ອັນ​ແກ່ກ້າ​ຂອງ​ພຣະອົງ.</verse>
				<verse number="11">ຈົ່ງ​ສວມ​ຍຸດທະພັນ​ຄົບຊຸດ ຊຶ່ງ​ພຣະເຈົ້າ​ໂຜດ​ປະທານ​ໃຫ້​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ຢືນ​ຕໍ່ສູ້​ກັບ​ກົນອຸບາຍ​ຂອງ​ມານຮ້າຍ​ໄດ້.</verse>
				<verse number="12">ດ້ວຍວ່າ, ພວກເຮົາ​ບໍ່ໄດ້​ຕໍ່ສູ້​ກັບ​ເລືອດ​ແລະ​ເນື້ອໜັງ ແຕ່​ຕໍ່ສູ້​ກັບ​ເຫຼົ່າ​ວິນຍານ ທີ່​ມີ​ອຳນາດ​ຊົ່ວຮ້າຍ​ໃນ​ອາກາດ​ສະຖານ ຄື​ຜູ້​ຄອບຄອງ, ບັນດາ​ຜູ້​ມີ​ອຳນາດ ແລະ​ບັນດາ​ເຫຼົ່າ​ວິນຍານ​ຜີຊົ່ວຮ້າຍ​ທັງຫລາຍ ທີ່​ຄອບຄອງ​ຢູ່​ໃນ​ຍຸກ​ມືດ​ນີ້.</verse>
				<verse number="13">ເຫດສະນັ້ນ ຈົ່ງ​ຮັບ​ເອົາ​ຍຸດທະພັນ​ຄົບຊຸດ ຊຶ່ງ​ມາ​ຈາກ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ສາມາດ​ຕໍ່ຕ້ານ​ໃນ​ວັນ​ຊົ່ວຮ້າຍ​ນັ້ນ ແລະ​ເມື່ອ​ເຮັດ​ແລ້ວ​ຈະ​ຢູ່​ຢ່າງ​ໝັ້ນຄົງ​ໄດ້.</verse>
				<verse number="14">ເຫດສະນັ້ນ ເຈົ້າ​ທັງຫລາຍ​ຈົ່ງ​ຢຶດໝັ້ນ​ເອົາ​ຄວາມຈິງ​ຄາດແອວ​ໄວ້ ເອົາ​ຄວາມ​ຊອບທຳ​ເປັນ​ເຄື່ອງ​ປ້ອງກັນ​ເອິກ​ໄວ້​</verse>
				<verse number="15">ແລະ​ເອົາ​ຄວາມ​ຕຽມພ້ອມ​ຝ່າຍ​ຂ່າວປະເສີດ​ເລື່ອງ​ສັນຕິສຸກ​ມາ​ສຸບ​ໃສ່​ຕີນ.</verse>
				<verse number="16">ແລະ​ພ້ອມ​ກັບ​ສິ່ງ​ທັງໝົດ​ນີ້ ຈົ່ງ​ຍົກ​ເອົາ​ຄວາມເຊື່ອ​ເປັນ​ເຂນ ດ້ວຍ​ເຂນ​ນັ້ນ ເຈົ້າ​ທັງຫລາຍ​ຈະ​ສາມາດ​ດັບ​ລູກສອນ​ໄຟ​ທັງໝົດ​ຂອງ​ມານຊົ່ວຮ້າຍ​ນັ້ນ​ໃຫ້​ມອດ​ເສຍ.</verse>
				<verse number="17">ຈົ່ງ​ເອົາ​ຄວາມ​ພົ້ນ​ເປັນ​ເຄື່ອງ​ຄຽນ​ປ້ອງກັນ​ຫົວ​ໄວ້ ແລະ​ຈົ່ງ​ຖື​ພຣະ​ແສງ​ຂອງ​ພຣະວິນຍານ ຄື​ພຣະທຳ​ຂອງ​ພຣະເຈົ້າ.</verse>
				<verse number="18">ຈົ່ງ​ພາວັນນາ​ອະທິຖານ ແລະ​ໄຫວ້ວອນ​ທຸກຢ່າງ ຈົ່ງ​ພາວັນນາ​ອະທິຖານ​ໂດຍ​ພຣະວິນຍານ​ທຸກ​ເວລາ ແລະ​ຈົ່ງ​ເຝົ້າ​ລະວັງ​ໃນ​ການ​ນັ້ນ ດ້ວຍ​ຄວາມ​ພຽນ​ທຸກຢ່າງ ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ.</verse>
				<verse number="19">ແລະ​ພາວັນນາ​ອະທິຖານ​ເພື່ອ​ຂ້າພະເຈົ້າ​ດ້ວຍ ເພື່ອ​ຈະ​ຊົງ​ໂຜດ​ໃຫ້​ຂ້າພະເຈົ້າ​ເກີດ​ມີ​ໃຈ​ກ້າຫານ ອອກ​ປາກ​ສະແດງ​ຂໍ້​ລັບເລິກ​ເລື່ອງ​ຂ່າວປະເສີດ,</verse>
				<verse number="20">ຍ້ອນ​ຂ່າວປະເສີດ​ນີ້​ແຫຼະ ຂ້າພະເຈົ້າ​ຈຶ່ງ​ເປັນ​ຣາຊທູດ​ຜູ້​ຕິດ​ໂສ້​ຢູ່ ເພື່ອ​ຂ້າພະເຈົ້າ​ຈະ​ປະກາດ​ຂ່າວປະເສີດ​ນັ້ນ ດ້ວຍ​ໃຈ​ກ້າຫານ​ຕາມ​ທີ່​ຂ້າພະເຈົ້າ​ຄວນ​ຈະ​ກ່າວ.</verse>
				<verse number="21">ຕີຂີໂກ ພີ່ນ້ອງ​ທີ່ຮັກ​ແລະ​ຜູ້ຮັບໃຊ້​ທີ່​ສັດຊື່ ໃນ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ເລົ່າ​ເລື່ອງ​ທັງໝົດ​ກ່ຽວກັບ​ຂ້າພະເຈົ້າ​ສູ່​ພວກເຈົ້າ​ຟັງ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ​ຂ້າພະເຈົ້າ​ເປັນ​ຢູ່​ຢ່າງ​ໃດ.</verse>
				<verse number="22">ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໃຊ້​ລາວ​ມາ​ຫາ​ພວກເຈົ້າ ເພື່ອ​ແຈ້ງ​ໃຫ້​ພວກເຈົ້າ​ຮູ້​ວ່າ​ພວກເຮົາ​ທຸກຄົນ​ເປັນ​ຢູ່​ຢ່າງ​ໃດ ແລະ​ເພື່ອ​ໃຫ້​ລາວ​ໜູນໃຈ​ພວກເຈົ້າ.</verse>
				<verse number="23">ຂໍ​ໃຫ້​ພີ່ນ້ອງ​ຄຣິສຕຽນ​ທຸກຄົນ​ໄດ້​ຮັບ​ສັນຕິສຸກ ແລະ​ຄວາມຮັກ ພ້ອມ​ທັງ​ຄວາມເຊື່ອ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ກັບ​ອົງ​ພຣະເຢຊູ​ຄຣິດເຈົ້າ​ດ້ວຍ​ເທີ້ນ.</verse>
				<verse number="24">ຂໍ​ໃຫ້​ພຣະຄຸນ​ຈົ່ງ​ສະຖິດ​ຢູ່​ນຳ​ທຸກຄົນ​ທີ່​ຮັກ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ຢ່າງ​ບໍ່​ຮູ້​ເສື່ອມສູນ.</verse>
			</chapter>
		</book>
		<book number="50">
			<chapter number="1">
				<verse number="1">ຈາກ​ໂປໂລ ແລະ ຕີໂມທຽວ ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ​ເຢຊູ, ເຖິງ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ​ໃນ​ເມືອງ​ຟີລິບປອຍ ທີ່​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ​ພ້ອມ​ທັງ​ພວກ​ຜູ້ນຳ ແລະ​ພວກ​ຜູ້​ບົວລະບັດ​ໃນ​ຄຣິສຕະຈັກ​ດ້ວຍ.</verse>
				<verse number="2">ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ແລະ​ອົງ​ພຣະເຢຊູ​ຄຣິດເຈົ້າ ຊົງ​ໂຜດ​ປະທານ​ພຣະຄຸນ​ແລະ​ສັນຕິສຸກ​ແກ່​ພວກເຈົ້າ​ເທີ້ນ.</verse>
				<verse number="3">ທຸກ​ເທື່ອ​ທີ່​ເຮົາ​ຄິດເຖິງ​ພວກເຈົ້າ ເຮົາ​ກໍ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພື່ອ​ພວກເຈົ້າ​ຢູ່​ສະເໝີ,</verse>
				<verse number="4">ທຸກ​ຄັ້ງ​ທີ່​ເຮົາ​ພາວັນນາ​ອະທິຖານ ເພື່ອ​ພວກເຈົ້າ​ທຸກຄົນ ເຮົາ​ກໍ​ພາວັນນາ​ອະທິຖານ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ,</verse>
				<verse number="5">ເພາະ​ການ​ທີ່​ພວກເຈົ້າ​ໄດ້​ຊ່ວຍເຫລືອ​ເຮົາ ໃນ​ພາລະກິດ​ແຫ່ງ​ຂ່າວປະເສີດ​ຕັ້ງແຕ່​ຕົ້ນ​ຈົນເຖິງ​ບັດນີ້.</verse>
				<verse number="6">ເຮົາ​ແນ່ໃຈ​ວ່າ ພຣະອົງ​ຜູ້​ຊົງ​ຕັ້ງຕົ້ນ​ການ​ດີ​ໄວ້​ໃນ​ພວກເຈົ້າ​ແລ້ວ ຈະ​ຊົງ​ກະທຳ​ໃຫ້​ສຳເລັດ ຈົນເຖິງ​ວັນ​ແຫ່ງ​ພຣະເຢຊູ​ຄຣິດເຈົ້າ.</verse>
				<verse number="7">ເພາະວ່າ ເຮົາ​ມີ​ໃຈ​ຮັກ​ພວກເຈົ້າ​ທຸກຄົນ ເຈົ້າ​ທັງຫລາຍ​ໄດ້​ຮັບ​ສ່ວນ​ຮ່ວມ​ໃນ​ພຣະຄຸນ​ດ້ວຍ​ກັນ​ກັບ​ເຮົາ ໃນ​ການ​ທີ່​ເຮົາ​ຖືກ​ຈຳຈອງ ແລະ​ໃນ​ການ​ກ່າວ​ປ້ອງກັນ​ໃຫ້​ຂ່າວປະເສີດ​ນັ້ນ​ຕັ້ງໝັ້ນຄົງ​ຢູ່.</verse>
				<verse number="8">ເພາະວ່າ​ພຣະເຈົ້າ​ຊົງ​ເປັນ​ພະຍານ​ວ່າ ເຮົາ​ເປັນ​ຫ່ວງ​ພວກເຈົ້າ​ຫລາຍ​ພຽງ​ໃດ ຕາມ​ພຣະໄທ​ເມດຕາ​ຂອງ​ພຣະຄຣິດເຈົ້າ​ເຢຊູ.</verse>
				<verse number="9">ເຮົາ​ພາວັນນາ​ອະທິຖານ​ຂໍ​ໃຫ້​ຄວາມຮັກ​ຂອງ​ພວກເຈົ້າ​ໃຫຍ່​ຂຶ້ນ​ຢູ່​ສະເໝີ ຈົນ​ເກີດ​ມີ​ຄວາມ​ຮູ້​ອັນ​ແທ້ຈິງ ແລະ​ຄວາມ​ເຂົ້າໃຈ​ອັນ​ຄົບຖ້ວນ​ບໍຣິບູນ,</verse>
				<verse number="10">ເພື່ອ​ເຈົ້າ​ທັງຫລາຍ​ຈະ​ສັງເກດ​ໄດ້​ວ່າ ສິ່ງໃດ​ປະເສີດ​ທີ່ສຸດ ແລະ​ເພື່ອ​ພວກເຈົ້າ​ຈະ​ເປັນ​ຄົນ​ບໍຣິສຸດ ບໍ່ມີ​ທີ່​ຕິຕຽນ​ໄດ້​ໃນ​ວັນ​ແຫ່ງ​ພຣະຄຣິດ.</verse>
				<verse number="11">ຈະ​ໄດ້​ເປັນ​ຜູ້​ບໍຣິສຸດ​ດ້ວຍ​ຜົນ​ຂອງ​ຄວາມ​ຊອບທຳ ຊຶ່ງ​ເກີດຂຶ້ນ​ດ້ວຍ​ພຣະເຢຊູ​ຄຣິດເຈົ້າ ເພື່ອ​ຖວາຍ​ພຣະ​ກຽດ ແລະ​ຄຳ​ຍ້ອງຍໍ​ສັນລະເສີນ​ແດ່​ພຣະເຈົ້າ.</verse>
				<verse number="12">ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ເຫດການ​ທີ່​ເກີດຂຶ້ນ​ກັບ​ເຮົາ​ນັ້ນ ກໍ​ເພື່ອ​ໃຫ້​ຂ່າວປະເສີດ​ແຜ່​ຂະຫຍາຍ​ອອກ​ໄປ.</verse>
				<verse number="13">ຜົນ​ທີ່​ປາກົດ ຄື​ທະຫານ​ທຸກຄົນ ແລະ​ຜູ້​ຄຸມຂັງ​ພ້ອມ​ກັບ​ຄົນອື່ນໆ​ທັງໝົດ ກໍ​ຮູ້​ເລື່ອງ​ຂອງເຮົາ​ວ່າ ເຮົາ​ຖືກ​ຄຸກ​ຢູ່​ນີ້ ຍ້ອນ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ.</verse>
				<verse number="14">ຍ້ອນ​ການ​ຖືກ​ຄຸກ​ຂອງເຮົາ ພີ່ນ້ອງ​ຫລາຍ​ຄົນ​ຈຶ່ງ​ມີ​ຄວາມ​ໝັ້ນໃຈ​ຍິ່ງ​ຂຶ້ນ ໃນ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ໃຫ້​ພວກເຂົາ​ມີ​ໃຈ​ກ້າຫານ​ກ່າວ​ພຣະທຳ​ຂອງ​ພຣະເຈົ້າ​ຢ່າງ​ບໍ່​ຢ້ານກົວ.</verse>
				<verse number="15">ຄວາມຈິງ​ມີ​ບາງຄົນ​ໃນ​ພວກເຂົາ ທີ່​ປະກາດ​ເລື່ອງ​ພຣະຄຣິດ​ດ້ວຍ​ໃຈ​ອິດສາ​ແລະ​ຜິດຖຽງ​ກັນ ແຕ່​ມີ​ຄົນອື່ນ​ທີ່​ປະກາດ​ດ້ວຍ​ໃຈ​ຫວັງ​ດີ.</verse>
				<verse number="16">ຄົນ​ເຫຼົ່ານັ້ນ​ແຫຼະ ທີ່​ປະກາດ​ດ້ວຍ​ຄວາມຮັກ ເພາະ​ເຂົາ​ຮູ້​ວ່າ​ພຣະເຈົ້າ​ໄດ້​ມອບ​ພາລະກິດ​ການ​ປ້ອງກັນ​ຂ່າວປະເສີດ​ນີ້​ໃຫ້​ແກ່​ເຮົາ.</verse>
				<verse number="17">ສ່ວນ​ຄົນອື່ນ​ບໍ່ໄດ້​ປະກາດ​ເລື່ອງ​ພຣະຄຣິດ​ຈາກ​ໃຈ​ຈິງ ແຕ່​ຈາກ​ໃຈ​ມັກໃຫຍ່​ໃຝ່ສູງ​ອັນ​ເຫັນແກ່ຕົວ ພວກເຂົາ​ຫວັງ​ຈະ​ໃຫ້​ເຮົາ​ເດືອດຮ້ອນ​ຫລາຍ​ຂຶ້ນ ໃນ​ຂະນະທີ່​ເຮົາ​ຖືກ​ຄຸກ​ຢູ່​ນີ້.</verse>
				<verse number="18">ຖ້າ​ຢ່າງ​ນັ້ນ​ແລ້ວ​ຈະ​ເປັນ​ປະການ​ໃດ? ເຖິງ​ແມ່ນ​ວ່າ ເຂົາ​ຈະ​ປະກາດ​ດ້ວຍ​ຢ່າງ​ໃດ​ກໍຕາມ ຈະ​ເປັນ​ດ້ວຍ​ການ​ແກ້ງເຮັດ​ຫລື​ຈິງໃຈ​ກໍດີ ແຕ່​ກໍ​ຍັງ​ປະກາດ​ເລື່ອງ​ພຣະຄຣິດ ໃນ​ການ​ນີ້​ເຮົາ​ກໍ​ມີ​ຄວາມ​ຍິນດີ ແລະ​ຄົງ​ຈະ​ມີ​ຄວາມ​ຍິນດີ​ຕໍ່ໄປ</verse>
				<verse number="19">ເພາະ​ເຮົາ​ຮູ້​ວ່າ ຍ້ອນ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ ແລະ​ຄວາມ​ຊ່ວຍຊູ​ທີ່​ໄດ້​ຮັບ​ຈາກ​ພຣະວິນຍານ​ຂອງ​ພຣະເຢຊູ​ຄຣິດເຈົ້າ ສິ່ງ​ເຫຼົ່ານັ້ນ​ຈະ​ປົດປ່ອຍ​ເຮົາ​ໃຫ້​ເປັນ​ອິດສະຫລະ.</verse>
				<verse number="20">ເພາະ​ເປັນ​ຄວາມ​ມຸ້ງມາດ​ປາຖະໜາ ແລະ​ຄວາມຫວັງ​ຂອງເຮົາ​ວ່າ ເຮົາ​ຈະ​ບໍ່ມີ​ຄວາມ​ລະອາຍ​ໃນ​ສິ່ງໃດ​ເລີຍ, ແຕ່​ເມື່ອ​ກ່ອນ​ທຸກ​ເທື່ອ​ມີ​ໃຈ​ກ້າ​ສະເໝີ​ສັນໃດ ບັດນີ້ ກໍ​ຂໍ​ໃຫ້​ເປັນ​ຢ່າງ​ດຽວກັນ​ສັນນັ້ນ ພຣະຄຣິດ​ຈະ​ຊົງ​ຮັບ​ພຣະ​ກຽດຕິຍົດ​ໃນ​ຮ່າງກາຍ​ຂອງເຮົາ​ສະເໝີ ເຖິງ​ແມ່ນ​ເຮົາ​ຈະ​ມີ​ຊີວິດ​ຢູ່ ຫລື​ຕາຍ​ກໍຕາມ.</verse>
				<verse number="21">ເພາະວ່າ ຖ້າ​ເຮົາ​ມີ​ຊີວິດ ພຣະຄຣິດ​ເປັນ​ຊີວິດ​ນັ້ນ ຖ້າ​ເຮົາ​ຕາຍ​ກໍ​ເປັນ​ປະໂຫຍດ​ແກ່​ເຮົາ.</verse>
				<verse number="22">ຖ້າ​ເຮົາ​ຍັງ​ມີ​ຊີວິດ​ຢູ່​ໃນ​ຮ່າງກາຍ​ນີ້ ເຮົາ​ກໍ​ຈະ​ດຳເນີນ​ພາລະກິດ​ໃຫ້​ເກີດ​ປະໂຫຍດ​ຕື່ມ, ເຮົາ​ຈຶ່ງ​ບໍ່​ແນ່ໃຈ​ວ່າ ຈະ​ເລືອກ​ເອົາ​ທາງ​ໃດ​ດີ.</verse>
				<verse number="23">ເຮົາ​ລັ່ງເລ​ໃຈ​ຢູ່​ໃນ​ລະຫວ່າງ​ສອງ​ຝ່າຍ​ນີ້ ຄື​ວ່າ​ເຮົາ​ມີ​ຄວາມ​ປາຖະໜາ​ທີ່​ຈະ​ຈາກ​ໄປ ເພື່ອ​ຢູ່​ກັບ​ພຣະຄຣິດ ຊຶ່ງ​ປະເສີດ​ຫລາຍກວ່າ,</verse>
				<verse number="24">ແຕ່​ການ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່​ໃນ​ຮ່າງກາຍ​ນີ້ ກໍ​ເປັນ​ສິ່ງ​ຈຳເປັນ​ສຳລັບ​ພວກເຈົ້າ​ຫລາຍກວ່າ​ນັ້ນ​ອີກ.</verse>
				<verse number="25">ເມື່ອ​ເຮົາ​ແນ່ໃຈ​ຢ່າງ​ນີ້​ແລ້ວ ເຮົາ​ກໍ​ຮູ້​ວ່າ ເຮົາ​ຈະ​ຍັງ​ຢູ່​ກັບ​ເຈົ້າ​ທັງຫລາຍ ເພື່ອ​ໃຫ້​ພວກເຈົ້າ​ຈະເລີນ​ຂຶ້ນ ແລະ​ຊື່ນຊົມ​ຍິນດີ​ໃນ​ຄວາມເຊື່ອ,</verse>
				<verse number="26">ເພື່ອ​ຄວາມ​ພາກພູມ​ໃຈ​ຂອງ​ເຈົ້າ​ທັງຫລາຍ​ເນື່ອງ​ດ້ວຍ​ເຮົາ​ນັ້ນ ຈະ​ທະວີ​ຫລາຍ​ຂຶ້ນ​ໃນ​ພຣະຄຣິດເຈົ້າ​ເຢຊູ ເພາະ​ເຫດ​ທີ່​ເຮົາ​ຈະ​ມາ​ຫາ​ພວກເຈົ້າ​ອີກ.</verse>
				<verse number="27">ພຽງແຕ່​ໃຫ້​ເຈົ້າ​ທັງຫລາຍ ດຳເນີນ​ຊີວິດ​ໃຫ້​ສົມກັບ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ເພື່ອ​ວ່າ​ຖ້າ​ເຮົາ​ມາ​ຫາ​ພວກເຈົ້າ ຫລື​ບໍ່​ມາ​ກໍຕາມ ເຮົາ​ກໍ​ຈະ​ໄດ້ຍິນ​ຂ່າວ​ຂອງ​ພວກເຈົ້າ​ວ່າ ເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຕໍ່ສູ້​ເໝືອນ​ຢ່າງ​ເປັນ​ຄົນ​ຄົນ​ດຽວ ເພື່ອ​ຄວາມເຊື່ອ​ອັນ​ເກີດ​ຈາກ​ຂ່າວປະເສີດ​ນັ້ນ.</verse>
				<verse number="28">ຢ່າ​ຍອມ​ໃຫ້​ຜູ້​ຂັດຂວາງ​ເຮັດ​ໃຫ້​ພວກເຈົ້າ​ຢ້ານກົວ ຈົ່ງ​ກ້າຫານ​ຢູ່​ສະເໝີ ເພື່ອ​ພິສູດ​ໃຫ້​ພວກເຂົາ​ເຫັນ​ວ່າ ພວກເຂົາ​ຈະ​ເຖິງ​ຄວາມ​ຈິບຫາຍ ແລະ​ພວກເຈົ້າ​ຈະ​ເຖິງ​ຄວາມ​ພົ້ນ ສິ່ງ​ເຫຼົ່າ​ນີ້ ແມ່ນ​ພຣະເຈົ້າ​ທີ່​ຊົງ​ກະທຳ.</verse>
				<verse number="29">ດ້ວຍວ່າ, ພວກເຈົ້າ​ໄດ້​ຮັບ​ສິດ​ພິເສດ​ໃຫ້​ບົວລະບັດ​ຮັບໃຊ້​ພຣະຄຣິດ ບໍ່ແມ່ນ​ພຽງ​ໃຫ້​ເຊື່ອ​ໃນ​ພຣະອົງ​ເທົ່ານັ້ນ, ແຕ່​ຍັງ​ໃຫ້​ທົນ​ຄວາມທຸກ​ເພາະ​ເຫັນ​ແກ່​ພຣະອົງ​ດ້ວຍ.</verse>
				<verse number="30">ບັດນີ້ ພວກເຈົ້າ​ມີ​ສ່ວນ​ກັບ​ເຮົາ​ໃນ​ການ​ຕໍ່ສູ້ ເປັນ​ການ​ຕໍ່ສູ້​ຢ່າງ​ດຽວ​ກັບ​ທີ່​ພວກເຈົ້າ​ໄດ້​ເຫັນ​ເຮົາ​ຕໍ່ສູ້​ມາ​ໃນ​ອະດີດ ແລະ​ດັ່ງ​ທີ່​ເຮົາ​ຍັງ​ຕໍ່ສູ້​ຢູ່​ໃນ​ເວລາ​ນີ້ ຕາມ​ທີ່​ພວກເຈົ້າ​ຮູ້​ມາ​ແລ້ວ​ນັ້ນ.</verse>
			</chapter>
			<chapter number="2">
				<verse number="1">ເຫດສະນັ້ນ ຖ້າ​ຊີວິດ​ໃນ​ພຣະຄຣິດ​ອຳນວຍ​ການ​ຊູ​ກຳລັງ​ໃຈ, ຖ້າ​ມີ​ຄວາມ​ເລົ້າໂລມ​ປະການ​ໃດ​ໃນ​ຄວາມຮັກ, ຖ້າ​ມີ​ສ່ວນ​ຮ່ວມໃຈ​ກັບ​ພຣະວິນຍານ​ປະການ​ໃດ, ຖ້າ​ມີ​ຄວາມ​ເມດຕາ​ເອັນດູ​ປະການ​ໃດ,</verse>
				<verse number="2">ກໍ​ຂໍ​ໃຫ້​ເຈົ້າ​ທັງຫລາຍ​ເຮັດ​ໃຫ້​ຄວາມ​ຍິນດີ​ຂອງເຮົາ​ຄົບເຕັມ ດ້ວຍ​ການ​ທີ່​ມີ​ຄວາມ​ຄິດ​ຢ່າງ​ດຽວກັນ ມີ​ຄວາມຮັກ​ຢ່າງ​ດຽວກັນ ມີ​ໃຈ​ຮ່ວມ​ສາມັກຄີ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ.</verse>
				<verse number="3">ຢ່າ​ເຮັດ​ສິ່ງໃດ​ໃນ​ທາງ​ຊີງດີ​ຫລື​ຖືດີ​ກັນ ແຕ່​ຈົ່ງ​ຖ່ອມໃຈ​ລົງ ຖື​ວ່າ​ຄົນອື່ນ​ດີກວ່າ​ຕົນ.</verse>
				<verse number="4">ຢ່າ​ໃຫ້​ຜູ້ໃດ​ເຫັນແກ່​ຜົນປະໂຫຍດ​ຂອງຕົນ​ແຕ່​ຝ່າຍ​ດຽວ, ແຕ່​ຈົ່ງ​ຄິດເຖິງ​ຜົນປະໂຫຍດ​ຂອງ​ຄົນອື່ນ​ດ້ວຍ.</verse>
				<verse number="5">ເຈົ້າ​ທັງຫລາຍ​ຈົ່ງ​ມີ​ນໍ້າໃຈ​ຕໍ່​ກັນ ເໝືອນ​ຢ່າງ​ທີ່​ມີ​ໃນ​ພຣະຄຣິດເຈົ້າ​ເຢຊູ,</verse>
				<verse number="6">ພຣະອົງ​ຊົງ​ສະພາບ​ຂອງ​ພຣະເຈົ້າ ແຕ່​ບໍ່ໄດ້​ຊົງ​ຖື​ວ່າ​ການ​ເທົ່າທຽມ ກັບ​ພຣະເຈົ້າ​ນັ້ນ ເປັນ​ສິ່ງ​ທີ່​ຕ້ອງ​ຢຶດຫວງ​ໄວ້</verse>
				<verse number="7">ແຕ່​ໄດ້​ກັບ​ຊົງ​ຍອມ​ສະຫລະ ແລະ ຊົງ​ຮັບ​ສະພາບ​ຂ້ອຍຂ້າ. ຊົງ​ຖື​ກຳເນີດ​ເປັນ​ມະນຸດ.</verse>
				<verse number="8">ແລະ​ເມື່ອ​ຊົງ​ປາກົດ​ພຣະອົງ ໃນ​ສະພາບ​ມະນຸດ​ແລ້ວ ພຣະອົງ​ກໍ​ຊົງ​ຖ່ອມ​ພຣະອົງ​ລົງ. ຍອມ​ເຊື່ອຟັງ​ຈົນເຖິງ​ຄວາມ​ມໍຣະນາ ຄື​ເຖິງ​ຄວາມ​ມໍຣະນາ​ທີ່​ໄມ້ກາງແຂນ.</verse>
				<verse number="9">ເຫດສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ຊົງ​ຍົກ​ພຣະອົງ​ ຂຶ້ນ​ເຖິງ​ທີ່​ສູງສຸດ ແລະ ໄດ້​ຊົງ​ປະທານ​ພຣະນາມ​ນັ້ນ ຊຶ່ງ​ຢູ່​ເໜືອ​ນາມ​ທັງປວງ​ໃຫ້​ແກ່​ພຣະອົງ.</verse>
				<verse number="10">ເພື່ອ​ເພາະ​ພຣະນາມ​ນັ້ນ ທຸກ​ຫົວເຂົ່າ​ໃນ​ສະຫວັນ ເທິງ​ແຜ່ນດິນ​ໂລກ ແລະ​ໃຕ້​ພື້ນດິນ​ກໍດີ ຈະ​ຄຸເຂົ່າ​ລົງ ຂາບ​ພຣະເຢຊູເຈົ້າ.</verse>
				<verse number="11">ເພື່ອ​ທຸກ​ລີ້ນ​ຈະ​ຍອມ​ຮັບ​ວ່າ ພຣະເຢຊູ​ຄຣິດເຈົ້າ​ຊົງ​ເປັນ ອົງພຣະ​ຜູ້​ເປັນເຈົ້າ ອັນ​ເປັນ​ການ​ຖວາຍ​ພຣະ​ກຽດ ແກ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ.</verse>
				<verse number="12">ດ້ວຍເຫດນີ້ ພວກ​ທີ່ຮັກ​ຂອງເຮົາ​ເອີຍ, ເໝືອນ​ດັ່ງ​ເຈົ້າ​ທັງຫລາຍ​ເຄີຍ​ເຊື່ອຟັງ​ທຸກ​ເວລາ​ສັນໃດ ພວກເຈົ້າ​ຈົ່ງ​ອົດສາ​ພະຍາຍາມ​ດ້ວຍ​ຄວາມ​ຢຳເກງ​ແລະ​ຕົວສັ່ນ ເພື່ອ​ໃຫ້​ໄດ້​ຄວາມ​ພົ້ນ​ສັນນັ້ນ ບໍ່ແມ່ນ​ສະເພາະ​ແຕ່​ເມື່ອ​ເຮົາ​ຢູ່​ນຳ​ພວກເຈົ້າ​ເທົ່ານັ້ນ ແຕ່​ຈົ່ງ​ເຮັດ​ຫລາຍກວ່າ​ນັ້ນ​ອີກ​ໃນ​ເມື່ອ​ເຮົາ​ບໍ່​ຢູ່​ນຳ.</verse>
				<verse number="13">ເພາະວ່າ​ແມ່ນ​ພຣະເຈົ້າ ເປັນ​ຜູ້​ຊົງ​ກະທຳ​ການ​ຢູ່​ພາຍໃນ​ເຈົ້າ​ທັງຫລາຍ​ໃຫ້​ມີ​ໃຈ​ປາຖະໜາ ແລະ​ໃຫ້​ເຮັດ​ໄປ​ເພື່ອ​ເປັນ​ທີ່​ພໍພຣະໄທ​ຂອງ​ພຣະອົງ.</verse>
				<verse number="14">ຈົ່ງ​ເຮັດ​ທຸກສິ່ງ​ໂດຍ​ບໍ່ມີ​ການ​ຈົ່ມ​ແລະ​ການ​ຖົກຖຽງ​ກັນ,</verse>
				<verse number="15">ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ຖືກ​ຕິຕຽນ ແລະ​ບໍ່ມີ​ຄວາມຜິດ ເປັນ​ລູກ​ຂອງ​ພຣະເຈົ້າ​ຜູ້​ປາສະຈາກ​ຄວາມຜິດ ໃນ​ການ​ດຳເນີນ​ຊີວິດ​ຢູ່​ໃນ​ໂລກ ທີ່​ເຕັມ​ໄປ​ດ້ວຍ​ການ​ສໍ້ໂກງ​ແລະ​ຊົ່ວຊ້າ. ພວກເຈົ້າ​ຕ້ອງ​ສ່ອງແຈ້ງ​ຢູ່​ໃນ​ທ່າມກາງ​ພວກເຂົາ ດັ່ງ​ດວງດາວ​ທີ່​ສ່ອງແສງ​ຢູ່​ໃນ​ທ້ອງຟ້າ,</verse>
				<verse number="16">ໂດຍ​ນຳ​ພຣະທຳ​ທີ່​ໃຫ້​ຊີວິດ​ໄປ​ສູ່​ພວກເຂົາ ຖ້າ​ເຮັດ​ດັ່ງນັ້ນ, ເຮົາ​ກໍ​ຈະ​ມີ​ເຫດຜົນ​ອວດອ້າງ​ໄດ້​ໃນ​ວັນ​ຂອງ​ພຣະຄຣິດ​ວ່າ ຄວາມ​ບາກບັ່ນ​ແລະ​ພາລະກິດ​ຂອງເຮົາ​ທັງໝົດ ບໍ່ໄດ້​ໄຮ້​ປະໂຫຍດ.</verse>
				<verse number="17">ເຖິງແມ່ນ​ຕົວ​ເຮົາ​ຈະ​ເສຍ​ສະຫລະ​ຊີວິດ​ເປັນ​ດັ່ງ​ເຄື່ອງ​ດື່ມ​ໃຫ້​ຄົບ​ເຄື່ອງ​ບູຊາ ທີ່​ພວກເຈົ້າ​ຖວາຍ​ດ້ວຍ​ຄວາມເຊື່ອ​ຂອງ​ພວກເຈົ້າ ເຮົາ​ຍັງ​ມີ​ຄວາມ​ຍິນດີ ແລະ​ຊົມຊື່ນ​ຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.</verse>
				<verse number="18">ຊຶ່ງ​ເຈົ້າ​ທັງຫລາຍ​ກໍ​ຄວນ​ຈະ​ຍິນດີ​ດ້ວຍ​ກັນ​ກັບ​ເຮົາ ແລະ​ຊື່ນຊົມ​ດ້ວຍ​ຢ່າງ​ດຽວກັນ.</verse>
				<verse number="19">ຖ້າ​ເປັນ​ນໍ້າພຣະໄທ​ຂອງ​ອົງ​ພຣະເຢຊູເຈົ້າ ເຮົາ​ຫວັງ​ວ່າ ຈະ​ໃຊ້​ຕີໂມທຽວ​ມາ​ຫາ​ພວກເຈົ້າ​ໃນ​ບໍ່​ຊ້າ​ນີ້ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ໜູນໃຈ ເມື່ອ​ໄດ້ຍິນ​ຂ່າວ​ກ່ຽວກັບ​ພວກເຈົ້າ.</verse>
				<verse number="20">ເຮົາ​ບໍ່ມີ​ຜູ້ໃດ​ທີ່​ມີ​ນໍ້າໃຈ​ເໝືອນ​ຕີໂມທຽວ ຜູ້​ເປັນ​ຄົນ​ເອົາໃຈໃສ່​ໃນ​ຄວາມ​ສຸກທຸກ​ຂອງ​ພວກເຈົ້າ​ໂດຍ​ແທ້.</verse>
				<verse number="21">ສ່ວນ​ຄົນອື່ນໆ ຕ່າງ​ກໍ​ຫ່ວງ​ນຳ​ແຕ່​ທຸລະ​ສ່ວນຕົວ​ຂອງຕົນ ບໍ່​ຫ່ວງ​ນຳ​ພາລະກິດ​ຂອງ​ພຣະເຢຊູ​ຄຣິດເຈົ້າ.</verse>
				<verse number="22">ພວກເຈົ້າ​ເອງ​ກໍ​ຮູ້​ດີ​ແລ້ວ​ວ່າ ເພິ່ນ​ໄດ້​ພິສູດ​ຄຸນຄ່າ​ຂອງ​ເພິ່ນ​ແລ້ວ ແລະ​ເພິ່ນ​ກັບ​ເຮົາ​ກໍ​ເປັນ​ດັ່ງ​ລູກ​ກັບ​ພໍ່ ທີ່​ໄດ້​ດຳເນີນ​ພາລະກິດ​ຮ່ວມ​ກັນ ເພື່ອ​ເຫັນ​ແກ່​ຂ່າວປະເສີດ.</verse>
				<verse number="23">ສະນັ້ນ ເຮົາ​ຈຶ່ງ​ຫວັງ​ຈະ​ໃຊ້​ເພິ່ນ​ມາ​ຫາ​ພວກເຈົ້າ​ທັນທີ​ໂລດ ເມື່ອ​ເຮົາ​ຮູ້​ຢ່າງ​ຈະແຈ້ງ​ເຖິງ​ຊາຕາກຳ​ຂອງເຮົາ.</verse>
				<verse number="24">ຝ່າຍ​ເຮົາ​ກໍ​ວາງ​ໃຈ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ ເຮົາ​ຈະ​ມາ​ຫາ​ພວກເຈົ້າ​ໃນ​ບໍ່​ຊ້າ​ນີ້​ເໝືອນກັນ.</verse>
				<verse number="25">ເຮົາ​ຄິດ​ເຫັນ​ວ່າ ມີ​ຄວາມ​ຈຳເປັນ​ທີ່​ຈະ​ໃຊ້​ເອປາໂຟດີໂຕ ນ້ອງຊາຍ​ຂອງເຮົາ​ໄປ​ຫາ​ພວກເຈົ້າ ເພິ່ນ​ເປັນ​ຜູ້​ຮ່ວມ​ງານ ແລະ​ເປັນ​ຜູ້​ສູ້ຮົບ​ຄຽງບ່າ​ຄຽງໄຫລ່​ກັບ​ເຮົາ ເພິ່ນ​ເປັນ​ຜູ້​ທີ່​ພວກເຈົ້າ​ໃຊ້​ມາ​ຊ່ວຍເຫລືອ​ເກື້ອກຸນ​ເຮົາ​ໃນ​ຍາມ​ຂັດສົນ.</verse>
				<verse number="26">ເພິ່ນ​ມີ​ໃຈ​ຮ້ອນຮົນ​ຢາກ​ເຫັນ​ພວກເຈົ້າ​ທຸກຄົນ ແລະ ເປັນທຸກໃຈ​ເນື່ອງ​ຈາກ​ພວກເຈົ້າ​ໄດ້​ຮັບ​ຂ່າວ​ວ່າ​ເພິ່ນ​ບໍ່​ສະບາຍ.</verse>
				<verse number="27">ຕາມ​ທີ່​ຈິງ​ແລ້ວ​ເພິ່ນ​ປ່ວຍ​ເກືອບ​ຕາຍ ແຕ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ເມດຕາ ພຣະອົງ​ບໍ່ໄດ້​ຊົງ​ໂຜດ​ເມດຕາ​ພຽງແຕ່​ເພິ່ນ​ຜູ້​ດຽວ​ເທົ່ານັ້ນ ແຕ່​ແກ່​ເຮົາ​ດ້ວຍ ເພື່ອ​ບໍ່​ໃຫ້​ເຮົາ​ມີ​ຄວາມ​ທຸກ​ຊ້ອນທຸກ.</verse>
				<verse number="28">ສະນັ້ນ ເຮົາ​ຈຶ່ງ​ຟ້າວ​ໃຊ້​ເພິ່ນ​ກັບຄືນ​ມາ​ຫາ​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ດີໃຈ​ຕື່ມ​ອີກ​ເມື່ອ​ເຫັນ​ເພິ່ນ ແລະ​ຄວາມ​ທຸກໃຈ​ຂອງເຮົາ​ກໍ​ຈະ​ເບົາບາງ​ລົງ.</verse>
				<verse number="29">ເຫດສະນັ້ນ ຈົ່ງ​ຕ້ອນຮັບ​ເພິ່ນ​ໄວ້​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເໝືອນ​ດັ່ງ​ພີ່ນ້ອງ​ຄົນ​ໜຶ່ງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ໃຫ້​ນັບຖື​ທຸກຄົນ​ທີ່​ເປັນ​ແບບ​ດຽວກັນ​ກັບ​ເພິ່ນ,</verse>
				<verse number="30">ເພາະ​ເພິ່ນ​ໄດ້​ສ່ຽງ​ຊີວິດ​ເກືອບ​ຕາຍ ເພື່ອ​ພາລະກິດ​ຂອງ​ພຣະຄຣິດ ທັງ​ໄດ້​ສ່ຽງ​ຊີວິດ​ເຮັດ​ໜ້າທີ່​ບົວລະບັດ​ຮັບໃຊ້​ເຮົາ​ຕາງ​ພວກເຈົ້າ​ທີ່​ບໍ່​ອາດ​ເຮັດ​ໄດ້.</verse>
			</chapter>
			<chapter number="3">
				<verse number="1">ທ້າຍ​ສຸດ​ນີ້ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ຊື່ນຊົມ​ຍິນດີ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ເທີ້ນ. ການ​ທີ່​ເຮົາ​ຂຽນ​ຊໍ້າ​ຂໍ້​ຄວາມ ຊຶ່ງ​ເຮົາ​ໄດ້​ຂຽນ​ກ່ອນ​ໜ້າ​ນັ້ນ ບໍ່​ເປັນ​ສິ່ງ​ທີ່​ລຳບາກ​ແກ່​ເຮົາ​ດອກ ແຕ່​ເປັນ​ສິ່ງ​ທີ່​ປອດໄພ​ແກ່​ພວກເຈົ້າ​ຫລາຍ​ຂຶ້ນ.</verse>
				<verse number="2">ຈົ່ງ​ລະວັງ​ພວກ​ໝາ, ຈົ່ງ​ລະວັງ​ພວກ​ທີ່​ເຮັດ​ຊົ່ວຮ້າຍ, ຈົ່ງ​ລະວັງ​ພວກ​ຖື​ການ​ປາດເນື້ອ​ເຖືອໜັງ.</verse>
				<verse number="3">ເພາະວ່າ​ເຮົາ​ທັງຫລາຍ​ເປັນ​ພວກ​ທີ່​ຖື​ພິທີຕັດ​ແທ້ ເປັນ​ຜູ້​ນະມັດສະການ​ພຣະເຈົ້າ​ດ້ວຍ​ຈິດວິນຍານ ​ແລະ​ເອົາ​ພຣະເຢຊູ​ຄຣິດເຈົ້າ​ມາ​ອວດ ແລະ​ບໍ່ໄດ້​ໄວ້​ໃຈ​ໃນ​ຝ່າຍ​ມະນຸດ.</verse>
				<verse number="4">ເຖິງ​ແມ່ນ​ວ່າ​ເຮົາ​ມີ​ເຫດ​ທີ່​ຈະ​ໄວ້​ໃຈ​ໃນ​ຝ່າຍ​ມະນຸດ​ກໍຕາມ ຖ້າ​ຄົນອື່ນ​ນຶກ​ວ່າ​ຕົນ​ມີ​ເຫດ​ທີ່​ຈະ​ໄວ້​ໃຈ​ໃນ​ຝ່າຍ​ມະນຸດ​ນັ້ນ ເຮົາ​ກໍ​ມີ​ຫລາຍກວ່າ​ເຂົາ​ອີກ.</verse>
				<verse number="5">ຄື​ເມື່ອ​ເຮົາ​ເກີດ​ມາ​ໄດ້​ແປດ​ວັນ ເຮົາ​ກໍໄດ້​ຮັບ​ພິທີຕັດ ເຮົາ​ເປັນ​ຄົນ​ອິດສະຣາເອນ ໃນ​ຕະກຸນ​ເບັນຢາມິນ, ເປັນ​ຄົນ​ເຮັບເຣີ ເກີດ​ຈາກ​ຊາວ​ເຮັບເຣີ ໃນ​ດ້ານ​ກົດບັນຍັດ ເຮົາ​ກໍ​ຢູ່​ໃນ​ຄະນະ​ຟາຣີຊາຍ.</verse>
				<verse number="6">ໃນ​ດ້ານ​ໃຈ​ຮ້ອນຮົນ, ເຮົາ​ກໍໄດ້​ຂົ່ມເຫັງ​ຄຣິສຕະຈັກ ໃນ​ດ້ານ​ຄວາມ​ຊອບທຳ ຊຶ່ງ​ມີ​ຢູ່​ໂດຍ​ກົດບັນຍັດ ເຮົາ​ກໍ​ບໍ່ມີ​ທີ່​ຕິຕຽນ​ໄດ້.</verse>
				<verse number="7">ແຕ່​ວ່າ​ສິ່ງໃດ​ທີ່​ເປັນ​ຄຸນ​ປະໂຫຍດ​ແກ່​ເຮົາ ເຮົາ​ຖື​ສິ່ງ​ນັ້ນ​ວ່າ​ເປັນ​ອັນ​ໄຮ້​ປະໂຫຍດ​ແກ່​ເຮົາ​ແລ້ວ ເພາະ​ເຫັນ​ແກ່​ພຣະຄຣິດ.</verse>
				<verse number="8">ທີ່​ຈິງ ເຮົາ​ຖື​ວ່າ​ສິ່ງສາລະພັດ​ເປັນ​ຂອງ​ໄຮ້​ປະໂຫຍດ ເພາະ​ເຫັນ​ແກ່​ສິ່ງ​ທີ່​ມີ​ຄຸນຄ່າ​ຫລາຍ​ເຫລືອລົ້ນ​ກວ່າ​ນັ້ນ​ອີກ ຄື​ການ​ຮູ້​ເຖິງ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງເຮົາ ເພາະ​ເຫດ​ພຣະອົງ​ນັ້ນ ເຮົາ​ຈຶ່ງ​ໄດ້​ຍອມ​ສະຫລະ​ສິ່ງສາລະພັດ ແລະ​ຖື​ວ່າ​ສິ່ງ​ເຫຼົ່ານັ້ນ​ເປັນ​ເໝືອນ​ຂີ້ເຫຍື້ອ ເພື່ອ​ຈະ​ໄດ້​ອົງ​ພຣະຄຣິດ​ມາ​ເປັນ​ປະໂຫຍດ​ແກ່​ເຮົາ</verse>
				<verse number="9">ແລະ​ຈະ​ໄດ້​ປາກົດ​ຢູ່​ໃນ​ພຣະອົງ ໂດຍ​ບໍ່ມີ​ຄວາມ​ຊອບທຳ​ໃນ​ເຮົາ​ເອງ ຊຶ່ງ​ໄດ້​ມາ​ໂດຍ​ກົດບັນຍັດ ແຕ່​ມີ​ມາ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດ ເປັນ​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ ຊຶ່ງ​ອາໄສ​ຄວາມເຊື່ອ.</verse>
				<verse number="10">ເຮົາ​ຕ້ອງການ​ຈະ​ໄດ້​ຮູ້ຈັກ​ພຣະອົງ ແລະ​ຮູ້ຈັກ​ຣິດອຳນາດ​ອັນ​ປາກົດ ໃນ​ການ​ທີ່​ພຣະອົງ​ຊົງ​ຄືນພຣະຊົນ ແລະ​ຮ່ວມ​ທຸກ​ກັບ​ພຣະອົງ ຄື​ຍອມ​ຮັບ​ຄວາມ​ຕາຍ​ເໝືອນ​ຢ່າງ​ພຣະອົງ,</verse>
				<verse number="11">ເພື່ອ​ຖ້າ​ເປັນ​ໄປ​ໄດ້ ເຮົາ​ກໍ​ຈະ​ໄດ້​ເປັນຄືນ​ມາ​ຈາກ​ຕາຍ​ດ້ວຍ.</verse>
				<verse number="12">ບໍ່​ແມ່ນ​ວ່າ​ເຮົາ​ໄດ້​ຮັບ​ແລ້ວ ຫລື​ວ່າ​ເຖິງ​ທີ່​ສຳເລັດ​ແລ້ວ, ແຕ່​ເຮົາ​ກຳລັງ​ບາກບັ່ນ​ມຸ່ງໜ້າ​ໄປ ເພື່ອ​ຈະ​ໄດ້​ຮັບ​ເອົາ​ເປັນ​ຂອງຕົນ ເໝືອນ​ດັ່ງ​ພຣະຄຣິດເຈົ້າ​ເຢຊູ​ໄດ້​ຊົງ​ຮັບ​ເຮົາ​ໄວ້​ເປັນ​ຂອງ​ພຣະອົງ​ແລ້ວ.</verse>
				<verse number="13">ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ບໍ່​ຖື​ວ່າ​ເຮົາ​ໄດ້​ຮັບ​ແລ້ວ ແຕ່​ເຮົາ​ເຮັດ​ຢ່າງ​ໜຶ່ງ ຄື​ລືມ​ສິ່ງ​ເຫຼົ່ານັ້ນ​ທີ່​ຜ່ານ​ພົ້ນ​ໄປ​ແລ້ວ​ເສຍ ແລະ​ໂນ້ມຕົວ​ອອກ​ໄປ​ຫາ​ສິ່ງ​ທັງຫລາຍ​ທີ່​ຢູ່​ເບື້ອງ​ໜ້າ.</verse>
				<verse number="14">ເຮົາ​ກຳລັງ​ບາກບັ່ນ​ມຸ່ງໜ້າ​ໄປ​ສູ່​ຫລັກໄຊ ເພື່ອ​ຈະ​ໄດ້​ຮັບ​ລາງວັນ​ຄື​ຊີວິດ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ໃນ​ພຣະຄຣິດເຈົ້າ​ເຢຊູ ໃຫ້​ໄປ​ຮັບ​ຢູ່​ເບື້ອງ​ເທິງ.</verse>
				<verse number="15">ເຮົາ​ທຸກຄົນ​ທີ່​ເປັນ​ຜູ້​ໃຫຍ່​ແລ້ວ​ຝ່າຍ​ຄວາມເຊື່ອ ຄວນ​ຄິດ​ຢ່າງ​ດຽວກັນ​ນີ້ ແຕ່​ຖ້າ​ບາງຄົນ​ໃນ​ພວກເຈົ້າ​ຄິດ​ຢ່າງ​ອື່ນ ພຣະເຈົ້າ​ກໍ​ຈະ​ໃຫ້​ພວກເຈົ້າ​ເຂົ້າໃຈ​ເລື່ອງ​ນີ້​ຢ່າງ​ຈະແຈ້ງ.</verse>
				<verse number="16">ຖ້າ​ພວກເຮົາ​ເຖິງ​ຂັ້ນ​ໃດ​ແລ້ວ ກໍ​ໃຫ້​ພວກເຮົາ​ດຳເນີນ​ຊື່​ໄປ​ຕາມ​ນັ້ນ.</verse>
				<verse number="17">ພີ່ນ້ອງ​ທັງຫລາຍ​ເອີຍ ຈົ່ງ​ປະຕິບັດ​ຕາມ​ແບບ​ຢ່າງ​ຂອງເຮົາ ແລະ​ເບິ່ງ​ຄົນ​ເຫຼົ່ານັ້ນ​ທີ່​ເຮັດ​ຕາມ​ແບບ​ຢ່າງ​ດຽວກັນ ເໝືອນ​ດັ່ງ​ທີ່​ພວກເຈົ້າ​ເອົາໃຈໃສ່​ເຮັດ​ຕາມ​ແບບ​ຢ່າງ​ເຮົາ​ແລ້ວ​ນັ້ນ.</verse>
				<verse number="18">ເຮົາ​ເຄີຍ​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ ແລະ​ບັດນີ້ ເຮົາ​ກໍ​ຂໍ​ບອກ​ຊໍ້າ​ອີກ​ດ້ວຍ​ນໍ້າຕາ​ໄຫລ​ວ່າ ມີ​ຫລາຍ​ຄົນ​ທີ່​ດຳເນີນ​ຊີວິດ​ເປັນ​ສັດຕູ​ຕໍ່​ໄມ້ກາງແຂນ​ຂອງ​ພຣະຄຣິດ.</verse>
				<verse number="19">ປາຍ​ທາງ​ຂອງ​ຄົນ​ເຫຼົ່ານັ້ນ​ຄື​ຄວາມ​ຈິບຫາຍ ເພາະ​ພຣະ​ຂອງ​ພວກເຂົາ​ແມ່ນ​ທ້ອງ​ຂອງ​ພວກເຂົາ​ເອງ ພວກເຂົາ​ອວດອ້າງ​ໃນ​ສິ່ງ​ທີ່​ໜ້າອັບອາຍ ແລະ​ພວກເຂົາ​ສົນໃຈ​ນຳ​ແຕ່​ສິ່ງ​ຂອງ​ຝ່າຍ​ໂລກນີ້.</verse>
				<verse number="20">ແຕ່​ບ້ານ​ເມືອງ​ຂອງ​ເຮົາ​ທັງຫລາຍ​ນັ້ນ​ຢູ່​ໃນ​ສະຫວັນ ແລະ​ຄອງຄອຍ​ພຣະ​ຜູ້ໂຜດຊ່ວຍ​ໃຫ້​ພົ້ນ ຊຶ່ງ​ຈະ​ສະເດັດ​ມາ​ຈາກ​ສະຫວັນ ຄື​ອົງ​ພຣະເຢຊູ​ຄຣິດເຈົ້າ.</verse>
				<verse number="21">ພຣະອົງ​ຈະ​ປ່ຽນແປງ​ຮ່າງກາຍ​ອັນ​ຕໍ່າຕ້ອຍ ແລະ​ຕາຍ​ເປັນ​ຂອງ​ພວກເຮົາ ໃຫ້​ເປັນ​ເໝືອນ​ພຣະກາຍ​ອັນ​ຊົງ​ສະຫງ່າຣາສີ​ຂອງ​ພຣະອົງ ດ້ວຍ​ຣິດທານຸພາບ​ທີ່​ສາມາດ​ປາບ​ສັບພະທຸກສິ່ງ​ທັງປວງ ໃຫ້​ລົງ​ຢູ່​ໃຕ້​ການ​ບັງຄັບ​ຂອງ​ພຣະອົງ.</verse>
			</chapter>
			<chapter number="4">
				<verse number="1">ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ຜູ້​ເປັນ​ທີ່​ປາຖະໜາ ເປັນ​ທີ່​ຍິນດີ ແລະ​ເປັນ​ມົງກຸດ​ຂອງເຮົາ ພວກ​ທີ່​ຮັກ​ຂອງເຮົາ​ເອີຍ ຈົ່ງ​ຕັ້ງໝັ້ນ​ຢູ່​ໃນ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="2">ເຮົາ​ຂໍ​ເຕືອນ​ນາງ​ຢູໂອເດຍ ແລະ ນາງ​ຊີນຕີເຂ ເຮົາ​ຂໍຮ້ອງ​ພວກເຈົ້າ​ໃຫ້​ຖືກຕ້ອງ​ປອງດອງ​ກັນ ເໝືອນ​ຢ່າງ​ເອື້ອຍ​ນ້ອງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="3">ເຮົາ​ຂໍຮ້ອງ​ພວກເຈົ້າ ຜູ້​ເປັນ​ເພື່ອນ​ຮ່ວມງານ​ທີ່​ສັດຊື່​ຂອງເຮົາ​ແທ້ໆ ເຮົາ​ຢາກ​ໃຫ້​ເຈົ້າ​ຊ່ວຍເຫລືອ​ຍິງ​ທັງສອງ​ຄົນ​ນີ້ ເພາະ​ພວກເຂົາ​ໄດ້​ເຮັດ​ວຽກ​ຢ່າງ​ໜັກໜ່ວງ​ກັບ​ເຮົາ ໃນ​ວຽກງານ​ຂ່າວປະເສີດ​ຮ່ວມ​ກັບ​ກະເລເມ ແລະ​ເພື່ອນ​ຮ່ວມ​ງານ​ຄົນອື່ນໆ​ຂອງເຮົາ​ດ້ວຍ ຊຶ່ງ​ຊື່​ຂອງ​ເຂົາ​ທັງຫລາຍ​ມີ​ຢູ່​ໃນ​ທະບຽນ​ແຫ່ງ​ຊີວິດ​ແລ້ວ.</verse>
				<verse number="4">ຈົ່ງ​ຊົມຊື່ນ​ຍິນດີ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ທຸກ​ເວລາ ເຮົາ​ຂໍ​ຢໍ້າ​ອີກ​ວ່າ ຈົ່ງ​ຊົມຊື່ນ​ຍິນດີ​ເທີ້ນ.</verse>
				<verse number="5">ຈົ່ງ​ໃຫ້​ໃຈ​ອ່ອນສຸພາບ​ຂອງ​ເຈົ້າ​ທັງຫລາຍ​ປາກົດ​ແກ່​ຄົນ​ທັງປວງ ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຢູ່​ໃກ້​ແລ້ວ.</verse>
				<verse number="6">ຢ່າ​ທຸກຮ້ອນ​ໃຈ​ດ້ວຍ​ສິ່ງໃດ​ເລີຍ ແຕ່​ຈົ່ງ​ທູນ​ເລື່ອງ​ຄວາມ​ປາຖະໜາ​ທຸກຢ່າງ​ຂອງ​ພວກເຈົ້າ ຕໍ່​ພຣະເຈົ້າ​ດ້ວຍ​ການ​ພາວັນນາ​ອະທິຖານ ດ້ວຍ​ການ​ອ້ອນວອນ​ທູນ​ຂໍ ແລະ​ດ້ວຍ​ຈິດໃຈ​ໂມທະນາ​ຂອບພຣະຄຸນ.</verse>
				<verse number="7">ແລ້ວ​ສັນຕິສຸກ​ອັນ​ມາ​ແຕ່​ພຣະເຈົ້າ ຊຶ່ງ​ເກີນ​ຄວາມ​ເຂົ້າໃຈ ຈະ​ເຝົ້າ​ຮັກສາ​ຈິດໃຈ ແລະ​ຄວາມ​ຄິດ​ຂອງ​ເຈົ້າ​ທັງຫລາຍ ໄວ້​ໃນ​ພຣະຄຣິດເຈົ້າ​ເຢຊູ.</verse>
				<verse number="8">ພີ່ນ້ອງ​ທັງຫລາຍ​ເອີຍ ໃນ​ທີ່ສຸດ​ນີ້ ສິ່ງໃດ​ທີ່​ສັດຈິງ ສິ່ງໃດ​ທີ່​ໜ້າ​ນັບຖື ສິ່ງໃດ​ທີ່​ຍຸດຕິທຳ ສິ່ງໃດ​ທີ່​ບໍຣິສຸດ ສິ່ງໃດ​ທີ່​ໜ້າຮັກ ສິ່ງໃດ​ທີ່​ໜ້າຍິນດີ ສິ່ງໃດ​ທີ່​ລໍ້າເລີດ ແລະ​ຖ້າ​ມີ​ສິ່ງໃດ​ຄວນ​ແກ່​ການ​ສັນລະເສີນ ຈົ່ງ​ພິຈາລະນາ​ເຖິງ​ສິ່ງ​ເຫຼົ່ານັ້ນ.</verse>
				<verse number="9">ຈົ່ງ​ເຮັດ​ທຸກສິ່ງ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້ ໄດ້​ຮັບ​ໄວ້ ໄດ້ຍິນ​ແລະ​ໄດ້​ເຫັນ​ໃນ​ເຮົາ​ແລ້ວ ແລະ​ພຣະເຈົ້າ​ຜູ້​ຊົງ​ໂຜດ​ປະທານ​ສັນຕິສຸກ ຈະ​ຊົງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ.</verse>
				<verse number="10">ໃນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງເຮົາ​ນັ້ນ ເຮົາ​ຊົມຊື່ນ​ຍິນດີ​ຫລາຍ ເພາະ​ໃນ​ທີ່ສຸດ ພວກເຈົ້າ​ກໍໄດ້​ລະນຶກເຖິງ​ເຮົາ​ອີກ ເຮົາ​ບໍ່ໄດ້​ໝາຍຄວາມວ່າ​ພວກເຈົ້າ​ເຊົາ​ເປັນ​ຫ່ວງ​ເຮົາ​ແລ້ວ ແຕ່​ພວກເຈົ້າ​ຍັງ​ບໍ່ໄດ້​ມີ​ໂອກາດ​ສະແດງ​ອອກ​ເທົ່ານັ້ນ.</verse>
				<verse number="11">ເຮົາ​ບໍ່ໄດ້​ຈົ່ມ​ເຖິງ​ເລື່ອງ​ການ​ຂັດ​ສົນ ເພາະ​ເຮົາ​ຈະ​ມີ​ຖານະ​ຢ່າງ​ໃດ​ກໍຕາມ ເຮົາ​ກໍ​ຮຽນຮູ້​ແລ້ວ​ທີ່​ຈະ​ພໍໃຈ​ຢູ່​ຢ່າງ​ນັ້ນ.</verse>
				<verse number="12">ເຮົາ​ຮູ້ຈັກ​ທີ່​ຈະ​ປະສົບ​ກັບ​ການ​ຕົກຕໍ່າ ແລະ​ຮູ້ຈັກ​ທີ່​ຈະ​ປະສົບ​ກັບ​ຄວາມ​ອຸດົມສົມບູນ ບໍ່​ວ່າ​ໃນ​ກໍລະນີ​ໃດໆ ເຮົາ​ໄດ້​ຮຽນຮູ້​ເຖິງ​ແງ່​ຄວາມ​ລັບ ທີ່​ຈະ​ປະສົບ​ກັບ​ຄວາມ​ອີ່ມທ້ອງ​ແລະ​ຄວາມ​ອຶດຢາກ ຄວາມ​ສົມບູນ​ພູນ​ສຸກ​ແລະ​ຄວາມ​ຂັດສົນ.</verse>
				<verse number="13">ເຮົາ​ສາມາດ​ສູ້​ກັບ​ທຸກສິ່ງ​ໄດ້​ໂດຍ​ພຣະອົງ​ຜູ້​ຊົງ​ຊູ​ກຳລັງ​ເຮົາ.</verse>
				<verse number="14">ເຖິງ​ປານນັ້ນ ກໍ​ເປັນ​ຄວາມ​ກະລຸນາ​ຂອງ​ເຈົ້າ​ທັງຫລາຍ ທີ່​ໄດ້​ຮ່ວມ​ທຸກ​ກັບ​ເຮົາ.</verse>
				<verse number="15">ພວກເຈົ້າ​ຊາວ​ຟີລິບປອຍ​ເອີຍ, ພວກເຈົ້າ​ກໍ​ຮູ້​ດີ​ຢູ່​ວ່າ ການ​ປະກາດ​ຂ່າວປະເສີດ​ໃນ​ຄັ້ງ​ທຳອິດ​ນັ້ນ ຄື​ເມື່ອ​ເຮົາ​ໄດ້​ຈາກ​ແຂວງ​ມາເກໂດເນຍ​ໄປ​ນັ້ນ ແມ່ນ​ພວກເຈົ້າ​ຄຣິສຕະຈັກ​ດຽວ​ເທົ່ານັ້ນ ທີ່​ຊ່ວຍເຫລືອ​ເຮົາ ມີ​ແຕ່​ພວກເຈົ້າ​ເທົ່ານັ້ນ ທີ່​ມີ​ສ່ວນ​ຮ່ວມ​ໃນ​ລາຍໄດ້​ລາຍຈ່າຍ​ກັບ​ເຮົາ.</verse>
				<verse number="16">ເມື່ອ​ເຮົາ​ຢູ່​ໃນ​ເມືອງ​ເທສະໂລນິກ ຂະນະທີ່​ເຮົາ​ມີ​ຄວາມ​ຂັດສົນ ພວກເຈົ້າ​ກໍໄດ້​ສົ່ງ​ຂອງ​ໄປ​ຊ່ວຍ​ເຮົາ​ຫລາຍກວ່າ​ໜຶ່ງ​ຄັ້ງ.</verse>
				<verse number="17">ບໍ່ແມ່ນ​ວ່າ​ເຮົາ​ປາຖະໜາ​ຈະ​ໄດ້​ຮັບ​ຂອງ​ຖວາຍ​ຈາກ​ເຈົ້າ​ທັງຫລາຍ ແຕ່​ເຮົາ​ປາຖະໜາ​ຢາກ​ໃຫ້​ພວກເຈົ້າ ໄດ້​ຜົນ​ກຳໄລ​ເພີ່ມ​ຂຶ້ນ​ໃນ​ບັນຊີ​ຂອງ​ພວກເຈົ້າ.</verse>
				<verse number="18">ເຮົາ​ໄດ້​ຮັບ​ຄົບ​ຈຳນວນ ແລະ​ມີ​ບໍຣິບູນ​ຢູ່​ແລ້ວ ເຮົາ​ກໍ​ອີ່ມ​ເຕັມໃຈ​ຢູ່ ເພາະ​ໄດ້​ຮັບ​ຂອງ​ຈາກ​ເອປາໂຟດີໂຕ ຊຶ່ງ​ເຈົ້າ​ທັງຫລາຍ​ສົ່ງ​ໄປ​ໃຫ້ ເປັນ​ຂອງ​ຖວາຍ​ທີ່​ມີ​ກິ່ນ​ຫອມຫວານ ເປັນ​ເຄື່ອງ​ບູຊາ​ທີ່​ຊົງ​ໂຜດ​ຮັບ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.</verse>
				<verse number="19">ແລະ​ພຣະເຈົ້າ​ຂອງເຮົາ​ຈະ​ຊົງ​ໂຜດ​ປະທານ​ສາລະພັດ ທີ່​ພວກເຈົ້າ​ຂາດ​ຢູ່​ນັ້ນ ຈາກ​ຊັບ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ​ໃນ​ພຣະຄຣິດເຈົ້າ​ເຢຊູ.</verse>
				<verse number="20">ຂໍ​ໃຫ້​ພຣະ​ກຽດຕິຍົດ ຈົ່ງ​ມີ​ແກ່​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ​ສືບໆໄປ​ເປັນນິດ ອາແມນ.</verse>
				<verse number="21">ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ ໃນ​ພຣະຄຣິດເຈົ້າ​ເຢຊູ ພີ່ນ້ອງ​ທັງຫລາຍ​ທີ່​ຢູ່​ກັບ​ເຮົາ ກໍ​ສົ່ງ​ຄວາມ​ຄິດເຖິງ​ມາ​ດ້ວຍ.</verse>
				<verse number="22">ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ດ້ວຍ ໂດຍ​ສະເພາະ​ແລ້ວ​ແມ່ນ​ພວກ​ທີ່​ເຮັດ​ວຽກ​ຢູ່​ໃນ​ວັງ​ຂອງ​ຈັກກະພັດ.</verse>
				<verse number="23">ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ຈິດວິນຍານ​ຂອງ​ພວກເຈົ້າ​ທຸກຄົນ​ເທີ້ນ ອາແມນ.</verse>
			</chapter>
		</book>
		<book number="51">
			<chapter number="1">
				<verse number="1">ຈາກ​ໂປໂລ ຜູ້​ທີ່​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ແລະ​ຈາກ​ຕີໂມທຽວ​ນ້ອງຊາຍ​ຂອງ​ພວກເຮົາ.</verse>
				<verse number="2">ເຖິງ​ໄພ່ພົນ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກໂລຊາຍ ຜູ້​ເຫຼື້ອມໃສ​ສັດທາ​ໃນ​ພຣະຄຣິດ. ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຊຶ່ງ​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ຈົ່ງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ​ເທີ້ນ.</verse>
				<verse number="3">ເມື່ອ​ພວກເຮົາ​ພາວັນນາ​ອະທິຖານ​ເພື່ອ​ພວກເຈົ້າ​ນັ້ນ ພວກເຮົາ​ກໍ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ຢູ່​ສະເໝີ.</verse>
				<verse number="4">ດ້ວຍວ່າ, ພວກເຮົາ​ໄດ້ຍິນ​ເຖິງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າ​ເຢຊູ ແລະ​ເຖິງ​ເລື່ອງ​ຄວາມຮັກ​ຂອງ​ພວກເຈົ້າ ທີ່​ມີ​ຕໍ່​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ.</verse>
				<verse number="5">ເມື່ອ​ຖ້ອຍຄຳ​ແຫ່ງ​ຄວາມຈິງ ຄື​ຂ່າວປະເສີດ​ມາ​ເຖິງ​ພວກເຈົ້າ​ເປັນ​ເທື່ອ​ທຳອິດ​ນັ້ນ ພວກເຈົ້າ​ກໍໄດ້​ຮັບຮູ້​ເຖິງ​ຄວາມຫວັງ​ທີ່​ມີ​ໃນ​ຂ່າວປະເສີດ. ດັ່ງນັ້ນ ຄວາມເຊື່ອ​ກັບ​ຄວາມຮັກ​ຂອງ​ພວກເຈົ້າ ຈຶ່ງ​ຝັງ​ຮາກ​ຢູ່​ເທິງ​ສິ່ງ​ທີ່​ພວກເຈົ້າ​ຫວັງ ພຣະເຈົ້າ​ໄດ້​ຊົງ​ຮັກສາ​ໄວ້​ສຳລັບ​ພວກເຈົ້າ​ໃນ​ສະຫວັນ.</verse>
				<verse number="6">ຂ່າວປະເສີດ​ສືບຕໍ່​ນຳ​ພຣະພອນ​ມາ​ສູ່​ມະນຸດ​ທັງປວງ ແລະ​ແຜ່​ຂະຫຍາຍ​ໄປ​ທົ່ວ​ໂລກ ດັ່ງ​ທີ່​ມີ​ໃນ​ທ່າມກາງ​ພວກເຈົ້າ ຕັ້ງແຕ່​ວັນ​ທີ່​ພວກເຈົ້າ​ໄດ້ຍິນ​ເທື່ອ​ທຳອິດ ເຖິງ​ພຣະຄຸນ​ຂອງ​ພຣະເຈົ້າ ແລະ​ຮຽນຮູ້​ຮັບ​ເອົາ​ຕາມ​ຄວາມຈິງ​ນັ້ນ.</verse>
				<verse number="7">ດັ່ງ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້​ຈາກ​ເອປາ​ຟາ ເພື່ອນ​ຮັບໃຊ້​ທີ່​ຮັກ​ຂອງ​ພວກເຮົາ ຜູ້​ທີ່​ເຮັດ​ວຽກງານ​ຂອງ​ພຣະຄຣິດ​ແທນ​ເຮົາ​ຢ່າງ​ສັດຊື່.</verse>
				<verse number="8">ເພິ່ນ​ໄດ້​ເລົ່າ​ໃຫ້​ພວກເຮົາ​ຟັງ​ເຖິງ​ຄວາມຮັກ ຊຶ່ງ​ພຣະວິນຍານ​ໄດ້​ຊົງ​ໂຜດ​ປະທານ​ແກ່​ພວກເຈົ້າ.</verse>
				<verse number="9">ເພາະ​ເຫດ​ນີ້ ຕັ້ງແຕ່​ວັນ​ທີ່​ພວກເຮົາ​ໄດ້ຍິນ​ເຖິງ​ເລື່ອງ​ພວກເຈົ້າ ພວກເຮົາ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຈົ້າ​ສະເໝີ ພວກເຮົາ​ທູນ​ຂໍ​ພຣະເຈົ້າ​ໂຜດ​ໃຫ້​ພວກເຈົ້າ​ມີ​ຄວາມ​ຮອບຮູ້​ເຖິງ​ນໍ້າພຣະໄທ​ຂອງ​ພຣະອົງ ໃນ​ພຣະ​ປັນຍາ​ກັບ​ຄວາມ​ເຂົ້າໃຈ​ທຸກຢ່າງ ຊຶ່ງ​ມາ​ຈາກ​ພຣະວິນຍານ.</verse>
				<verse number="10">ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນ​ຊີວິດ​ຕາມ​ທີ່​ສົມຄວນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເປັນ​ທີ່​ພໍພຣະໄທ​ພຣະອົງ​ຢ່າງ​ແທ້ຈິງ ໃຫ້​ພວກເຈົ້າ​ເກີດຜົນ​ໃນ​ການ​ດີ​ທຸກຢ່າງ ແລະ​ຈະເລີນ​ຂຶ້ນ​ໃນ​ຄວາມ​ຮູ້​ເຖິງ​ພຣະເຈົ້າ.</verse>
				<verse number="11">ຂໍ​ໃຫ້​ພວກເຈົ້າ​ມີ​ກຳລັງ​ເຂັ້ມແຂງ​ຂຶ້ນ​ທຸກຢ່າງ ໂດຍ​ຣິດອຳນາດ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ອົດທົນ​ຕໍ່​ທຸກສິ່ງ​ໄດ້ ແລະ​ມີ​ຄວາມ​ໝັ່ນພຽນ​ດ້ວຍ​ຄວາມ​ຍິນດີ.</verse>
				<verse number="12">ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະບິດາເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ເຈົ້າ​ທັງຫລາຍ​ສົມ​ກັບ​ທີ່​ຈະ​ເຂົ້າ​ສ່ວນ ໄດ້​ຮັບ​ມໍຣະດົກ​ດ້ວຍ​ກັນ​ກັບ​ພວກ​ໄພ່ພົນ​ໃນ​ຄວາມ​ສະຫວ່າງ.</verse>
				<verse number="13">ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ພວກເຮົາ​ອອກ​ມາ​ຈາກ​ອຳນາດ​ຂອງ​ຄວາມມືດ ແລະ​ໄດ້​ນຳພາ​ພວກເຮົາ​ເຂົ້າ​ໄປ​ຕັ້ງ​ໄວ້​ໃນ​ອານາຈັກ​ແຫ່ງ​ພຣະບຸດ​ທີ່ຮັກ​ຂອງ​ພຣະອົງ,</verse>
				<verse number="14">ໂດຍ​ພຣະບຸດ​ນັ້ນ ພວກເຮົາ​ຈຶ່ງ​ໄດ້​ຮັບ​ການ​ໄຖ່​ໃຫ້​ພົ້ນ ແລະ​ຊົງ​ຍົກ​ການບາບ​ທັງຫລາຍ​ຂອງ​ພວກເຮົາ.</verse>
				<verse number="15">ພຣະອົງ​ຊົງ​ເປັນ​ແບບ​ລັກສະນະ​ຂອງ​ພຣະເຈົ້າ​ຜູ້ ຊຶ່ງ​ຕາ​ເຫັນ​ບໍ່ໄດ້ ຊົງ​ເປັນ​ບຸດ​ກົກ​ເໜືອ​ສາລະພັດ​ທີ່​ຊົງ​ເນຣະມິດ​ສ້າງ​ຂຶ້ນ​ນັ້ນ.</verse>
				<verse number="16">ດ້ວຍວ່າ, ໂດຍ​ພຣະອົງ​ນັ້ນ​ພຣະເຈົ້າ​ໄດ້​ຊົງ​ສ້າງ​ສັບພະທຸກສິ່ງ ທັງ​ໃນ​ສະຫວັນ​ແລະ​ເທິງ​ແຜ່ນດິນ​ໂລກ ສິ່ງ​ທີ່​ຕາ​ເຫັນ​ໄດ້​ແລະ​ສິ່ງ​ທີ່​ຕາ​ເຫັນ​ບໍ່ໄດ້ ເປັນ​ພຣະທີ່ນັ່ງ ຫຼື​ອານຸພາບ ຫຼື​ບັນດາ​ຜູ້​ຄອບຄອງ ແລະ​ບັນດາ​ຜູ້​ມີ​ສິດ​ອຳນາດ​ທັງຫລາຍ ພຣະເຈົ້າ​ໄດ້​ສ້າງ​ສັບພະສິ່ງ​ທັງໝົດ​ນີ້​ໂດຍ​ທາງ​ພຣະອົງ ແລະ​ສຳລັບ​ພຣະອົງ.</verse>
				<verse number="17">ພຣະອົງ​ຊົງ​ເປັນ​ຢູ່​ກ່ອນ​ສັບພະທຸກສິ່ງ ແລະ​ສັບພະທຸກສິ່ງ​ກໍ​ດຳລົງ​ເປັນ​ລະບຽບ​ຢູ່​ໂດຍ​ພຣະອົງ.</verse>
				<verse number="18">ພຣະອົງ​ຊົງ​ເປັນ​ຫົວ​ຂອງ​ກາຍ ຄື​ຄຣິສຕະຈັກ ພຣະອົງ​ຊົງ​ເປັນ​ປະຖົມ ເປັນ​ຜູ້​ທຳອິດ​ທີ່​ຖືກ​ຊົງ​ບັນດານ​ໃຫ້​ຄືນ​ມາ​ຈາກ​ຕາຍ ເພື່ອ​ພຣະອົງ​ຈະ​ຊົງ​ເປັນ​ເອກ​ໃນ​ສັບພະສິ່ງ​ທັງປວງ.</verse>
				<verse number="19">ເພາະວ່າ​ພຣະເຈົ້າ​ຊົງ​ພໍພຣະໄທ ທີ່​ຈະ​ໃຫ້​ສະພາບ​ຂອງ​ພຣະເຈົ້າ​ສະຖິດ​ຢູ່​ໃນ​ພຣະບຸດ​ຢ່າງ​ເຕັມ​ບໍລິບູນ.</verse>
				<verse number="20">ແລະ​ໂດຍ​ພຣະອົງ​ນັ້ນ ຈະ​ໄດ້​ຊົງ​ໃຫ້​ສິ່ງສາລະພັດ​ກັບຄືນ​ດີ​ກັບ​ພຣະເຈົ້າ ບໍ່​ວ່າ​ສິ່ງ​ນັ້ນ​ຈະ​ຢູ່​ໃນ​ແຜ່ນດິນ​ໂລກ ຫລື​ໃນ​ສະຫວັນ ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ເກີດ​ສັນຕິພາບ​ດ້ວຍ​ພຣະ​ໂລຫິດ ຊຶ່ງ​ໄຫລ​ທີ່​ໄມ້ກາງແຂນ​ຂອງ​ພຣະອົງ.</verse>
				<verse number="21">ແລະ​ເຈົ້າ​ທັງຫລາຍ ຊຶ່ງ​ເມື່ອ​ກ່ອນ​ນັ້ນ​ບໍ່ແມ່ນ​ພົນລະເມືອງ​ຂອງ​ພຣະເຈົ້າ ແຕ່​ເປັນ​ສັດຕູ​ທາງ​ດ້ານ​ຈິດໃຈ​ດ້ວຍ​ການ​ຊົ່ວຮ້າຍ​ຕ່າງໆ,</verse>
				<verse number="22">ແຕ່​ບັດນີ້ ໂດຍ​ຄວາມ​ຕາຍ​ທາງ​ດ້ານ​ຮ່າງກາຍ ຄື​ເນື້ອໜັງ​ຂອງ​ພຣະອົງ ພຣະເຈົ້າ​ໄດ້​ຊົງ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ມິດ​ກັບ​ພຣະອົງ ເພື່ອ​ໃຫ້​ເປັນ​ຜູ້​ບໍຣິສຸດ ແລະ​ບໍ່ມີ​ທີ່​ຕິຕຽນ​ຢູ່​ຊ້ອງໜ້າ​ພຣະອົງ.</verse>
				<verse number="23">ແຕ່​ພວກເຈົ້າ​ຕ້ອງ​ຕັ້ງໝັ້ນ​ຢູ່​ໃນ​ຄວາມເຊື່ອ ເທິງ​ຮາກຖານ​ອັນ​ໝັ້ນຄົງ​ແລະ​ຖາວອນ ຢ່າ​ໄດ້​ໜີ​ຈາກ​ຄວາມຫວັງ​ທີ່​ພວກເຈົ້າ​ມີ ເມື່ອ​ໄດ້ຍິນ​ຂ່າວປະເສີດ​ແລ້ວ​ນັ້ນ ແມ່ນ​ຂ່າວປະເສີດ​ນັ້ນ​ແຫຼະ ທີ່​ໄດ້​ແຜ່​ຂະຫຍາຍ​ໄປ​ສູ່​ມວນ​ມະນຸດ​ທົ່ວ​ໃຕ້​ຟ້າ ຊຶ່ງ​ເຮົາ​ຄື​ໂປໂລ ໄດ້​ກາຍເປັນ​ຜູ້ຮັບໃຊ້​ໃນ​ການ​ປະກາດ​ຂ່າວປະເສີດ​ນັ້ນ.</verse>
				<verse number="24">ບັດນີ້ ເຮົາ​ມີ​ຄວາມ​ຍິນດີ​ທີ່​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ ສ່ວນ​ການ​ທົນທຸກ​ຂອງ​ພຣະຄຣິດ​ທີ່​ຍັງ​ຂາດ​ຢູ່​ນັ້ນ ເຮົາ​ກໍ​ຮັບ​ທົນທຸກ​ຈົນ​ສຳເລັດ​ໃນ​ຮ່າງກາຍ​ຂອງເຮົາ ເພື່ອ​ເຫັນ​ແກ່​ພຣະກາຍ​ຂອງ​ພຣະອົງ ຄື​ຄຣິສຕະຈັກ.</verse>
				<verse number="25">ເຮົາ​ໄດ້​ມາ​ເປັນ​ຜູ້ຮັບໃຊ້​ຄຣິສຕະຈັກ​ນັ້ນ ຕາມ​ທີ່​ພຣະເຈົ້າ​ໄດ້​ຊົງ​ມອບໝາຍ​ໃຫ້​ເຮົາ ເພື່ອ​ເປັນ​ຜົນດີ​ແກ່​ພວກເຈົ້າ ໃນ​ການ​ປະກາດ​ເລື່ອງ​ພຣະເຈົ້າ​ຢ່າງ​ຄົບຖ້ວນ,</verse>
				<verse number="26">ຊຶ່ງ​ເປັນ​ຂໍ້​ຄວາມ​ອັນ​ເລິກລັບ ທີ່​ພຣະອົງ​ໄດ້​ເຊື່ອງຊ້ອນ​ໄວ້​ຈາກ​ມວນ​ມະນຸດ​ແຕ່​ໃດໆ​ມາ, ແຕ່​ບັດນີ້ ໄດ້​ເປີດເຜີຍ​ໃຫ້​ໄພ່ພົນ​ຂອງ​ພຣະອົງ​ຮູ້​ແລ້ວ.</verse>
				<verse number="27">ພຣະເຈົ້າ​ຊົງ​ມີ​ພຣະ​ປະສົງ​ທີ່​ຈະ​ສຳແດງ​ໃຫ້​ໄພ່ພົນ​ເຫຼົ່ານັ້ນ​ຮູ້​ວ່າ ໃນ​ທ່າມກາງ​ຄົນຕ່າງຊາດ ອັນ​ໃດ​ເປັນ​ຄວາມ​ຮັ່ງມີ​ຂອງ​ສະຫງ່າຣາສີ​ແຫ່ງ​ຂໍ້​ເລິກລັບ ຄື​ທີ່​ພຣະຄຣິດ​ຊົງ​ສະຖິດ​ຢູ່​ໃນ​ເຈົ້າ​ທັງຫລາຍ ຊຶ່ງ​ເປັນ​ເຫດ​ໃຫ້​ຫວັງ​ວ່າ​ຈະ​ໄດ້​ເຖິງ​ສະຫງ່າຣາສີ​ນັ້ນ.</verse>
				<verse number="28">ພຣະອົງ​ນັ້ນ​ແຫຼະ ທີ່​ພວກເຮົາ​ປະກາດ​ໃຫ້​ແກ່​ທຸກຄົນ​ໂດຍ​ເຕືອນ​ສະຕິ ແລະ​ສັ່ງສອນ​ດ້ວຍ​ປັນຍາ​ທຸກຢ່າງ ເພື່ອ​ຈະ​ໄດ້​ຖວາຍ​ທຸກຄົນ​ຊ້ອງໜ້າ​ພຣະເຈົ້າ ເໝືອນ​ເປັນ​ຄົນ​ໃຫຍ່​ຄົບຖ້ວນ​ແລ້ວ​ໃນ​ພຣະຄຣິດ.</verse>
				<verse number="29">ເພື່ອ​ການ​ນີ້​ແຫຼະ, ເຮົາ​ຈຶ່ງ​ທົນ​ການ​ໜັກໜ່ວງ​ດ້ວຍ​ອົດສາ​ສູ້ ຕາມ​ພຣະ​ກຳລັງ​ຂອງ​ພຣະອົງ ຜູ້​ຊົງ​ໂຜດ​ກະທຳ​ດ້ວຍ​ຣິດອຳນາດ​ໃນ​ຕົວ​ເຮົາ​ຢູ່.</verse>
			</chapter>
			<chapter number="2">
				<verse number="1">ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ເຮົາ​ໄດ້​ອົດສາ​ສູ້​ຫລາຍ​ພຽງ​ໃດ ເພື່ອ​ພວກເຈົ້າ ເພື່ອ​ຊາວ​ເມືອງ​ລາວດີເກອາ ແລະ​ເພື່ອ​ຄົນ​ທັງປວງ​ທີ່​ຍັງ​ບໍ່ໄດ້​ເຫັນ​ໜ້າ​ເຮົາ​ເທື່ອ.</verse>
				<verse number="2">ເພື່ອ​ເຂົາ​ທັງຫລາຍ​ຈະ​ໄດ້​ຮັບ​ຄວາມ​ຊູໃຈ ແລະ​ເຂົ້າ​ຕິດ​ສະໜິດ​ກັນ​ໃນ​ຄວາມຮັກ ຈົນເຖິງ​ຄວາມຮູ້​ຄັກແນ່​ອັນ​ສົມບູນ ຊຶ່ງ​ມາ​ດ້ວຍ​ຄວາມ​ເຂົ້າໃຈ ຈຶ່ງ​ຈະ​ສັງເກດ​ຮູ້​ໄດ້​ຂໍ້​ລັບເລິກ​ຂອງ​ພຣະເຈົ້າ ຄື​ພຣະຄຣິດ</verse>
				<verse number="3">ຊຶ່ງ​ຊັບສົມບັດ​ແຫ່ງ​ສະຕິປັນຍາ ແລະ​ຄວາມຮູ້​ທັງໝົດ​ຊົງ​ບັງຊ້ອນ​ໄວ້​ໃນ​ພຣະອົງ.</verse>
				<verse number="4">ເຮົາ​ກ່າວ​ຢ່າງ​ນີ້ ກໍ​ເພື່ອ​ບໍ່​ໃຫ້​ຜູ້ໃດ​ຊັກຊວນ​ເຈົ້າ​ທັງຫລາຍ​ດ້ວຍ​ຄຳ​ລໍ້ລວງ​ອັນ​ໜ້າ​ຟັງ.</verse>
				<verse number="5">ເພາະ​ເຖິງ​ແມ່ນ​ຕົວ​ຂອງເຮົາ​ບໍ່​ຢູ່​ນຳ​ເຈົ້າ​ທັງຫລາຍ ແຕ່​ຈິດໃຈ​ຂອງ​ພວກເຮົາ​ກໍ​ຢູ່​ນຳ​ພວກເຈົ້າ ແລະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ໄດ້​ເຫັນ​ພວກເຈົ້າ​ພາກັນ​ຢູ່​ຢ່າງ​ຮຽບຮ້ອຍ ແລະ​ເຫັນ​ຄວາມເຊື່ອ​ອັນ​ໝັ້ນຄົງ​ຂອງ​ເຈົ້າ​ທັງຫລາຍ​ໃນ​ພຣະຄຣິດ.</verse>
				<verse number="6">ໃນ​ເມື່ອ​ພວກເຈົ້າ​ຮັບ​ເອົາ​ພຣະຄຣິດເຈົ້າ​ເຢຊູ ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ໄວ້​ແລ້ວ ຈົ່ງ​ດຳເນີນ​ຊີວິດ​ຢູ່​ໃນ​ພຣະອົງ​ດ້ວຍ.</verse>
				<verse number="7">ຈົ່ງ​ຢັ່ງ​ຮາກ​ແລະ​ກໍ່​ຮ່າງ​ສ້າງ​ຊີວິດ​ຂອງ​ພວກເຈົ້າ​ຂຶ້ນ​ເທິງ​ພຣະອົງ ແລະ​ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ ຕາມ​ທີ່​ພວກເຈົ້າ​ໄດ້​ຮັບ​ຄຳສັ່ງສອນ​ມາ​ແລ້ວ​ນັ້ນ ຈົ່ງ​ໃຫ້​ຈິດໃຈ​ເຕັມລົ້ນ​ດ້ວຍ​ການ​ຂອບພຣະຄຸນ.</verse>
				<verse number="8">ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ນຳ​ພວກເຈົ້າ​ຕົກ​ໄປ​ເປັນ​ເຫຍື່ອ​ຂອງ​ສະຕິປັນຍາ ອັນ​ຫລອກລວງ​ແລະ​ໄຮ້​ສາລະ ຊຶ່ງ​ມາ​ຈາກ​ຄຳສັ່ງສອນ​ຂອງ​ມະນຸດ ແລະ​ມາ​ຈາກ​ສິ່ງ​ສັກສິດ​ແຫ່ງ​ສາກົນ​ຈັກກະວານ ແລະ​ບໍ່ແມ່ນ​ມາ​ຈາກ​ພຣະຄຣິດ.</verse>
				<verse number="9">ດ້ວຍວ່າ ສະພາບ​ຂອງ​ພຣະອົງ ກໍ​ດຳລົງ​ຢູ່​ໃນ​ພຣະກາຍ​ຢ່າງ​ເຕັມ​ບໍລິບູນ.</verse>
				<verse number="10">ແລະ​ພວກເຈົ້າ​ກໍໄດ້​ມີ​ຊີວິດ​ຢ່າງ​ເຕັມ​ບໍຣິບູນ​ຢູ່​ໃນ​ພຣະອົງ ຜູ້​ຊົງ​ເປັນ​ໃຫຍ່​ເໜືອ​ການ​ປົກຄອງ​ແລະ​ອຳນາດ​ທຸກຢ່າງ.</verse>
				<verse number="11">ໃນ​ພຣະອົງ​ນັ້ນ ພວກເຈົ້າ​ໄດ້​ຮັບ​ພິທີຕັດ​ແລ້ວ ບໍ່ແມ່ນ​ພິທີຕັດ​ທີ່​ເຮັດ​ໂດຍ​ມື​ມະນຸດ ແຕ່​ແມ່ນ​ພິທີຕັດ​ທີ່​ກະທຳ​ໂດຍ​ພຣະຄຣິດ ຊຶ່ງ​ເປັນ​ການ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ກິເລດ​ຕັນຫາ​ຂອງ​ເນື້ອກາຍ​ນີ້.</verse>
				<verse number="12">ແລະ ໄດ້​ຖືກ​ຝັງ​ໄວ້​ກັບ​ພຣະອົງ​ໃນ​ພິທີ​ບັບຕິສະມາ​ແລ້ວ ແລະ​ໃນ​ພິທີ​ນັ້ນ ພວກເຈົ້າ​ໄດ້​ຮັບ​ການ​ຊົງ​ບັນດານ​ໃຫ້​ຄືນ​ມາ​ດ້ວຍ​ກັນ​ກັບ​ພຣະອົງ ໂດຍ​ຄວາມເຊື່ອ​ໃນ​ຣິດເດດອຳນາດ​ຂອງ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ພຣະອົງ​ຄືນພຣະຊົນ.</verse>
				<verse number="13">ເມື່ອ​ກ່ອນ​ນັ້ນ ພວກເຈົ້າ​ໄດ້​ຕາຍ​ແລ້ວ​ຝ່າຍ​ຈິດ​ວິນຍານ​ຍ້ອນ​ບາບກຳ​ຂອງ​ພວກເຈົ້າ ແລະ​ຍ້ອນ​ເປັນ​ຄົນ​ບໍ່​ຮັບ​ພິທີຕັດ​ຝ່າຍ​ເນື້ອກາຍ ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ພວກເຈົ້າ​ເປັນ​ຄືນ​ມາ​ສູ່​ຊີວິດ​ຮ່ວມ​ກັບ​ພຣະອົງ ແລະ​ພຣະອົງ​ໄດ້​ອະໄພ​ບາບກຳ​ທຸກຢ່າງ​ຂອງ​ພວກເຮົາ​ແລ້ວ,</verse>
				<verse number="14">ພຣະອົງ​ໄດ້​ລຶບລ້າງ​ກົດບັນຍັດ​ພ້ອມ​ກັບ​ກົດລະບຽບ​ຕ່າງໆ ທີ່​ຜູກມັດ​ຂັດຂວາງ​ພວກເຮົາ ແລະ​ໄດ້​ຍົກເລີກ​ສິ່ງ​ນັ້ນ​ເສຍ ໂດຍ​ຕອກ​ຕິດ​ໄວ້​ທີ່​ໄມ້ກາງແຂນ.</verse>
				<verse number="15">ໂດຍ​ໄມ້ກາງແຂນ​ນັ້ນ ພຣະອົງ​ໄດ້​ຊົງ​ປົດ​ວິນຍານ​ຄອບຄອງ ແລະ​ອຳນາດ​ວິນຍານ​ຊົ່ວ​ທັງຫລາຍ​ເສຍ ແລະ​ໄດ້​ຊົງ​ປະຈານ​ພວກເຂົາ​ຢ່າງ​ເປີດເຜີຍ ໂດຍ​ນຳ​ພວກເຂົາ​ເປັນ​ຊະເລີຍ​ໃນ​ຂະບວນ​ແຫ່ງ​ໄຊຊະນະ​ຂອງ​ພຣະອົງ.</verse>
				<verse number="16">ເຫດສະນັ້ນ ຢ່າ​ໃຫ້​ຜູ້ໃດ​ກ່າວໂທດ​ພວກເຈົ້າ​ໃນ​ເລື່ອງ​ການ​ກິນການ​ດື່ມ ຫລື​ໃນ​ເລື່ອງ​ວັນ​ສຳຄັນ​ທາງ​ສາສະໜາ ຫລື​ໃນ​ເລື່ອງ​ງານ​ສະຫລອງ​ວັນ​ເດືອນ​ອອກ​ໃໝ່ ຫລື​ໃນ​ເລື່ອງ​ວັນ​ຊະບາໂຕ.</verse>
				<verse number="17">ສິ່ງ​ເຫຼົ່ານັ້ນ ເປັນ​ພຽງແຕ່​ເງົາ​ຂອງ​ເຫດການ​ໃນ​ອະນາຄົດ ແຕ່​ຕົວຈິງ​ນັ້ນ​ແມ່ນ​ພຣະຄຣິດ.</verse>
				<verse number="18">ຢ່າ​ໃຫ້​ຜູ້ໃດ​ໄດ້​ສໍ້ໂກງ​ເອົາ​ລາງວັນ​ຂອງ​ເຈົ້າ​ທັງຫລາຍ ດ້ວຍ​ໃຊ້​ກິຣິຍາ​ທຳທ່າ​ເປັນ​ຜູ້​ຖ່ອມຕົວ​ລົງ ໄຫວ້​ເທວະດາ ແລະ ໄຝ່ຝັນ​ຢູ່​ໃນ​ນິມິດ​ທີ່​ເຂົາ​ເຫັນ ແລະ​ອວດອ້າງ​ຕົວ​ຂຶ້ນ​ເປົ່າໆ​ດ້ວຍ​ຄວາມ​ຄິດ​ຢ່າງ​ທຳມະດາ​ມະນຸດ</verse>
				<verse number="19">ແລະ​ບໍ່ໄດ້​ຢຶດໝັ້ນ​ໃນ​ພຣະອົງ ຜູ້​ທີ່​ເປັນ​ຫົວ​ຂອງ​ຮ່າງກາຍ, ໂດຍ​ການ​ຄວບຄຸມ​ຂອງ​ພຣະອົງ​ນັ້ນ ທົ່ວ​ທັງ​ຮ່າງກາຍ​ກໍໄດ້​ຮັບ​ການ​ບຳລຸງລ້ຽງ ແລະ​ຕໍ່​ເຂົ້າ​ກັນ ດ້ວຍ​ຂໍ້​ແລະ​ເອັນ​ຕ່າງໆ ຈຶ່ງ​ຈະເລີນ​ຂຶ້ນ ຕາມ​ທີ່​ພຣະເຈົ້າ​ຕ້ອງການ​ໃຫ້​ຈະເລີນ​ຂຶ້ນ​ນັ້ນ.</verse>
				<verse number="20">ຖ້າ​ພວກເຈົ້າ​ໄດ້​ຕາຍ​ກັບ​ພຣະຄຣິດ ແລະ​ໄດ້​ພົ້ນ​ຈາກ​ສິ່ງ​ສັກສິດ​ແຫ່ງ​ສາກົນ​ຈັກກະວານ​ແລ້ວ, ເຫດສະນັ້ນ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ດຳເນີນ​ຊີວິດ​ເໝືອນ​ດັ່ງ​ຄົນ​ຍັງ​ຢູ່​ຝ່າຍ​ໂລກ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ປະຕິບັດ​ຕາມ​ກົດບັນຍັດ​ທີ່​ວ່າ,</verse>
				<verse number="21">“ຢ່າ​ຈັບ” “ຢ່າ​ຊີມ” “ຢ່າ​ແຕະຕ້ອງ”</verse>
				<verse number="22">ສິ່ງ​ທີ່​ກ່າວ​ມາ​ນັ້ນ​ຕ້ອງ​ເກີດ​ວິບັດ​ເມື່ອ​ໃຊ້​ມັນ ຊຶ່ງ​ເປັນ​ຫລັກ​ທຳ​ແລະ​ຄຳສອນ​ຂອງ​ມະນຸດ.</verse>
				<verse number="23">ຈິງ​ຢູ່ ສິ່ງ​ເຫຼົ່ານີ້​ເບິ່ງ​ທ່າທີ​ເໝືອນ​ມີ​ປັນຍາ ຄື​ການ​ເຕັມໃຈ​ນະມັດສະການ, ການ​ຖ່ອມຕົວ​ລົງ, ການ​ທໍລະມານ​ຮ່າງກາຍ ຊຶ່ງ​ບໍ່ມີ​ປະໂຫຍດ​ອັນ​ໃດ ໃນ​ການ​ຕໍ່ສູ້​ກັບ​ຄວາມ​ປາຖະໜາ​ຝ່າຍ​ເນື້ອກາຍ.</verse>
			</chapter>
			<chapter number="3">
				<verse number="1">ຖ້າ​ເຈົ້າ​ທັງຫລາຍ​ຮັບ​ການ​ຊົງ​ບັນດານ​ໃຫ້​ຄືນ​ມາ​ດ້ວຍ​ກັນ​ກັບ​ພຣະຄຣິດ​ແລ້ວ ກໍ​ຈົ່ງ​ສະແຫວງ​ຫາ​ສິ່ງ​ຊຶ່ງ​ຢູ່​ເບື້ອງ​ເທິງ ຄື​ບ່ອນ​ທີ່​ພຣະຄຣິດ​ຊົງ​ສະຖິດ​ຢູ່ ຊົງ​ປະທັບ​ເບື້ອງ​ຂວາ​ຂອງ​ພຣະເຈົ້າ.</verse>
				<verse number="2">ຈົ່ງ​ເອົາໃຈໃສ່​ສິ່ງ​ທີ່​ຢູ່​ເບື້ອງ​ເທິງ ບໍ່ແມ່ນ​ສິ່ງ​ທີ່​ຢູ່​ແຜ່ນດິນ​ໂລກ​ນີ້.</verse>
				<verse number="3">ດ້ວຍວ່າ, ພວກເຈົ້າ​ໄດ້​ຕາຍ​ແລ້ວ ແລະ​ຊີວິດ​ຂອງ​ພວກເຈົ້າ ກໍ​ຖືກ​ເຊື່ອງ​ຊ້ອນບັງ​ໄວ້​ດ້ວຍ​ກັນ​ກັບ​ພຣະຄຣິດ​ໃນ​ພຣະເຈົ້າ.</verse>
				<verse number="4">ຊີວິດ​ທີ່​ແທ້ຈິງ​ຂອງ​ພວກເຈົ້າ​ຄື​ພຣະຄຣິດ ແລະ​ເມື່ອໃດ​ພຣະອົງ​ສະເດັດ​ມາ​ປາກົດ ເມື່ອນັ້ນ​ແຫຼະ ພວກເຈົ້າ​ກໍ​ຈະ​ໄດ້​ມາ​ປາກົດ​ກັບ​ພຣະອົງ ແລະ​ຮ່ວມ​ໃນ​ສະຫງ່າຣາສີ​ຂອງ​ພຣະອົງ.</verse>
				<verse number="5">ເຫດສະນັ້ນ ພວກເຈົ້າ​ຕ້ອງ​ປະຫານ​ຕັນຫາ​ຝ່າຍ​ໂລກນີ້ ທີ່​ດຳເນີນ​ການ​ຢູ່​ໃນ​ພວກເຈົ້າ​ເຊັ່ນ: ການ​ຜິດ​ສິນທຳ​ທາງ​ເພດ, ການ​ຊົ່ວຮ້າຍ, ຣາຄະ​ຕັນຫາ, ຄວາມ​ປາຖະໜາ​ໃນ​ທາງ​ຊົ່ວຮ້າຍ ແລະ​ຄວາມ​ໂລບ ຊຶ່ງ​ເປັນ​ການ​ຂາບໄຫວ້​ຮູບເຄົາຣົບ.</verse>
				<verse number="6">ເພາະ​ສິ່ງ​ເຫຼົ່ານີ້ ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຈະ​ມາ​ຖືກ​ຄົນ​ທັງຫລາຍ​ທີ່​ບໍ່​ເຊື່ອຟັງ​ພຣະອົງ.</verse>
				<verse number="7">ແຕ່ກ່ອນ​ພວກເຈົ້າ​ເຄີຍ​ດຳເນີນ​ຊີວິດ​ຕາມ​ຕັນຫາ​ຢ່າງ​ນັ້ນ ເມື່ອ​ຊີວິດ​ຂອງ​ພວກເຈົ້າ​ໄດ້​ຖືກ​ຄອບງຳ​ໂດຍ​ສິ່ງ​ເຫຼົ່ານີ້.</verse>
				<verse number="8">ແຕ່​ບັດນີ້ ຈົ່ງ​ກຳຈັດ​ສິ່ງ​ເຫຼົ່ານັ້ນ​ທັງໝົດ​ຖິ້ມ​ເສຍ ເຊັ່ນ​ວ່າ: ຄວາມ​ຄຽດຮ້າຍ, ຄວາມ​ຂັດເຄືອງ​ໃຈ​ແລະ​ການ​ຄິດ​ປອງຮ້າຍ, ຄຳ​ສຽດສີ​ແລະ​ຄຳ​ຊົ່ວຊ້າ​ລາມົກ ຢ່າ​ໃຫ້​ອອກ​ຈາກ​ປາກ​ຂອງ​ພວກເຈົ້າ​ຈັກເທື່ອ.</verse>
				<verse number="9">ຢ່າ​ເວົ້າ​ຕົວະ​ຕໍ່​ກັນແລະກັນ ດ້ວຍວ່າ ພວກເຈົ້າ​ໄດ້​ຖອດ​ຖິ້ມ​ສະພາບ​ມະນຸດ​ເກົ່າ​ກັບ​ຄວາມ​ປະພຶດ​ແບບ​ເກົ່າ​ນັ້ນ​ແລ້ວ.</verse>
				<verse number="10">ແລະ​ສວມ​ສະພາບ​ມະນຸດ​ຄົນ​ໃໝ່​ແລ້ວ ໄດ້​ຖືກ​ຊົງ​ສ້າງ​ຂຶ້ນ​ໃຫ້​ເປັນ​ຄົນ​ໃໝ່​ຢູ່​ສະເໝີ ໄດ້​ເຮັດ​ໃຫ້​ພວກເຈົ້າ​ເປັນ​ເໝືອນ​ພຣະອົງ​ຫລາຍ​ຂຶ້ນ ເພື່ອ​ໃຫ້​ຮູ້ຈັກ​ພຣະອົງ​ຢ່າງ​ຄົບຖ້ວນ​ບໍລິບູນ.</verse>
				<verse number="11">ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ກັນ​ອີກ​ຕໍ່ໄປ ລະຫວ່າງ​ຄົນຕ່າງຊາດ​ກັບ​ຄົນ​ຢິວ, ຄົນ​ຮັບ​ພິທີຕັດ​ກັບ​ຄົນ​ບໍ່​ຮັບ​ພິທີຕັດ, ຄົນ​ສີວິໄລ, ຄົນ​ປ່າເຖື່ອນ, ເປັນ​ທາດຮັບໃຊ້ ຫລື​ເປັນ​ອິດສະຫລະ ແຕ່​ພຣະຄຣິດ​ເປັນ​ເຈົ້າ​ຂອງ​ສັບພະທຸກສິ່ງ ແລະ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທຸກຄົນ.</verse>
				<verse number="12">ເຫດສະນັ້ນ ໃນ​ຖານະ​ທີ່​ເປັນ​ພວກ ຊຶ່ງ​ພຣະເຈົ້າ​ຊົງ​ຮັກ​ແລະ​ຊົງ​ເລືອກ​ໄວ້ ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ຈົ່ງ​ສວມ​ໃຈ​ເມດຕາ, ໃຈ​ປານີ, ໃຈ​ຖ່ອມລົງ, ໃຈ​ອ່ອນສຸພາບ, ໃຈ​ອົດທົນ​ດົນນານ.</verse>
				<verse number="13">ຈົ່ງ​ຜ່ອນໜັກ​ຜ່ອນເບົາ​ຊຶ່ງກັນແລະກັນ ແລະ​ຖ້າ​ແມ່ນ​ຜູ້ໃດ​ມີ​ເລື່ອງ​ຕໍ່ກັນ ກໍ​ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ໂຜດ​ຍົກໂທດ​ໃຫ້​ເຈົ້າ​ທັງຫລາຍ​ຢ່າງ​ໃດ ພວກເຈົ້າ​ກໍ​ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ​ຢ່າງ​ນັ້ນ​ດ້ວຍ.</verse>
				<verse number="14">ແລ້ວ​ນອກຈາກ​ສິ່ງ​ທັງປວງ​ນີ້ ຈົ່ງ​ເອົາ​ຄວາມຮັກ​ເປັນ​ສາຍ​ຜູກມັດ​ທຸກສິ່ງ​ໄວ້ ໃຫ້​ເຖິງ​ຄວາມ​ຄົບຖ້ວນ.</verse>
				<verse number="15">ແລະ​ຈົ່ງ​ໃຫ້​ສັນຕິສຸກ​ທີ່​ມາ​ຈາກ​ພຣະຄຣິດ​ຄຸ້ມຄອງ​ຈິດໃຈ​ຂອງ​ເຈົ້າ​ທັງຫລາຍ ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເຈົ້າ​ທັງຫລາຍ​ໄວ້​ໃຫ້​ເປັນ​ກາຍ​ອັນ​ດຽວ ກໍ​ເພື່ອ​ສັນຕິສຸກ​ນັ້ນ ແລະ​ພວກເຈົ້າ​ຈົ່ງ​ມີ​ໃຈ​ກະຕັນຍູ.</verse>
				<verse number="16">ຈົ່ງ​ໃຫ້​ພຣະທຳ​ຂອງ​ພຣະຄຣິດ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ຢ່າງ​ບໍຣິບູນ ຈົ່ງ​ສັ່ງສອນ​ແລະ​ເຕືອນ​ສະຕິ​ກັນແລະກັນ ດ້ວຍ​ປັນຍາ​ທຸກຢ່າງ ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ຍ້ອງຍໍ​ສັນລະເສີນ, ເພງ​ນະມັດສະການ ແລະ​ເພງ​ຍ້ອງຍໍ​ສັນລະເສີນ​ຝ່າຍ​ພຣະວິນຍານ ຄື​ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະເຈົ້າ​ດ້ວຍ​ໃຈ​ໂມທະນາ​ຂອບພຣະຄຸນ.</verse>
				<verse number="17">ແລະ​ເມື່ອ​ເຈົ້າ​ທັງຫລາຍ​ຈະ​ເຮັດ​ສິ່ງໃດ​ດ້ວຍ​ວາຈາ ຫລື​ດ້ວຍ​ການ​ກະທຳ​ກໍຕາມ, ຈົ່ງ​ເຮັດ​ທຸກສິ່ງ​ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ ແລະ​ຂອບພຣະຄຸນ​ພຣະບິດາເຈົ້າ​ໂດຍ​ພຣະອົງ​ນັ້ນ.</verse>
				<verse number="18">ຝ່າຍ​ເມຍ​ທັງຫລາຍ ຈົ່ງ​ຍອມ​ອ່ອນນ້ອມ​ເຊື່ອຟັງ​ຕໍ່​ຜົວ​ຂອງຕົນ ເພາະ​ເປັນ​ສິ່ງ​ສົມຄວນ​ປະພຶດ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="19">ຝ່າຍ​ຜົວ​ທັງຫລາຍ ຈົ່ງ​ຮັກ​ເມຍ​ຂອງຕົນ ແລະ​ຢ່າ​ເຮັດ​ຮຸນແຮງ​ຕໍ່​ນາງ.</verse>
				<verse number="20">ຝ່າຍ​ລູກ​ທັງຫລາຍ ແມ່ນ​ໜ້າທີ່​ຂອງ​ພວກເຈົ້າ ໃນ​ຖານະ​ທີ່​ເປັນ​ຄຣິສຕຽນ ຕ້ອງ​ນົບນ້ອມ​ເຊື່ອຟັງ​ພໍ່​ແມ່​ຂອງຕົນ​ຢູ່​ສະເໝີ ເພາະ​ການ​ປະພຶດ​ຢ່າງ​ນັ້ນ ເປັນ​ທີ່​ພໍພຣະໄທ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="21">ຝ່າຍ​ພໍ່​ແມ່​ທັງຫລາຍ ຢ່າ​ກຸກກວນ​ລູກ​ຂອງຕົນ​ໃຫ້​ຂັດເຄືອງ​ໃຈ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ທໍ້ຖອຍ​ໃຈ.</verse>
				<verse number="22">ຝ່າຍ​ບັນດາ​ຜູ້ຮັບໃຊ້ ຈົ່ງ​ຍອມ​ຟັງ​ນາຍ​ຝ່າຍ​ໂລກ​ໃນ​ທຸກສິ່ງ ບໍ່ແມ່ນ​ເມື່ອ​ຢູ່​ຕໍ່ໜ້າ​ນາຍ​ເທົ່ານັ້ນ ເພາະ​ຢາກ​ໃຫ້​ຖືກ​ໃຈ​ເພິ່ນ, ແຕ່​ຈົ່ງ​ເຮັດ​ສິ່ງ​ນັ້ນ​ດ້ວຍ​ນໍ້າໃສ​ໃຈຈິງ ເພາະ​ຄວາມ​ຢຳເກງ​ທີ່​ພວກເຈົ້າ​ມີ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="23">ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ດ້ວຍ​ຄວາມ​ເຕັມໃຈ ເໝືອນ​ເຮັດ​ຖວາຍ​ກຽດ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ບໍ່ແມ່ນ​ເຮັດ​ສຳລັບ​ມະນຸດ​ເທົ່ານັ້ນ.</verse>
				<verse number="24">ດ້ວຍ​ຮູ້​ແລ້ວ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ໃຫ້​ເຈົ້າ​ທັງຫລາຍ ໄດ້​ຮັບ​ມໍຣະດົກ​ເປັນ​ຄ່າ​ບຳເໜັດ ເພາະວ່າ​ຜູ້​ທີ່​ເຈົ້າ​ທັງຫລາຍ​ໄດ້​ຮັບໃຊ້​ນັ້ນ ກໍ​ແມ່ນ​ອົງ​ພຣະຄຣິດ.</verse>
				<verse number="25">ສ່ວນ​ທຸກໆ​ຄົນ​ທີ່​ເຮັດ​ການ​ຊົ່ວ​ນັ້ນ ກໍ​ຈະ​ໄດ້​ຮັບ​ຜົນ​ກຳ ຕາມ​ກຳ​ຊົ່ວ​ຂອງຕົນ ເພາະ​ພຣະເຈົ້າ​ຕັດສິນ​ທຸກຄົນ ໂດຍ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ.</verse>
			</chapter>
			<chapter number="4">
				<verse number="1">ຝ່າຍ​ນາຍ​ທັງຫລາຍ ຈົ່ງ​ປະຕິບັດ​ຕໍ່​ຄົນຮັບໃຊ້​ຂອງຕົນ ຢ່າງ​ຖືກຕ້ອງ​ແລະ​ທ່ຽງທຳ, ຈົ່ງ​ຮູ້​ໄວ້​ວ່າ ພວກເຈົ້າ​ກໍ​ມີ​ນາຍ​ອົງ​ໜຶ່ງ​ຢູ່​ໃນ​ສະຫວັນ​ເໝືອນກັນ.</verse>
				<verse number="2">ຈົ່ງ​ອຸທິດ​ຕົວ​ໃນ​ການ​ພາວັນນາ​ອະທິຖານ ຈົ່ງ​ເຝົ້າ​ລະວັງ​ຢູ່​ໂດຍ​ການ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ.</verse>
				<verse number="3">ໃນ​ເວລາ​ດຽວກັນ​ນັ້ນ ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ ເພື່ອ​ພຣະເຈົ້າ​ຈະ​ຊົງ​ໂຜດ​ໄຂ​ປະຕູ​ໄວ້​ສຳລັບ​ພຣະທຳ​ນັ້ນ ໃຫ້​ພວກເຮົາ​ປະກາດ​ຂໍ້​ເລິກລັບ​ເລື່ອງ​ພຣະຄຣິດ, ການ​ທີ່​ເຮົາ​ຖືກ​ຄຸກ​ຢູ່​ກໍ​ເພາະ​ເລື່ອງ​ນີ້​ແຫຼະ.</verse>
				<verse number="4">ເພື່ອ​ເຮົາ​ຈະ​ໄດ້​ກ່າວ​ຂໍ້​ເລິກລັບ​ນັ້ນ​ໃຫ້​ຈະແຈ້ງ ຕາມ​ທີ່​ເຮົາ​ຄວນ​ຈະ​ກ່າວ.</verse>
				<verse number="5">ຈົ່ງ​ປະຕິບັດ​ຕໍ່​ຄົນ​ພາຍນອກ​ດ້ວຍ​ໃຊ້​ສະຕິປັນຍາ ໂດຍ​ສວຍ​ໂອກາດ.</verse>
				<verse number="6">ຈົ່ງ​ໃຫ້​ວາຈາ​ຂອງ​ເຈົ້າ​ທັງຫລາຍ ປະກອບ​ດ້ວຍ​ເມດຕາ​ຄຸນ​ຢູ່​ສະເໝີ ປະສົມ​ດ້ວຍ​ເກືອ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮູ້​ວິທີ​ຕອບ​ທີ່​ຖືກ​ໃຈ​ແກ່​ທຸກຄົນ.</verse>
				<verse number="7">ຕີຂີໂກ, ພີ່ນ້ອງ​ທີ່ຮັກ​ຂອງ​ພວກເຮົາ ຜູ້​ຮ່ວມງານ​ທີ່​ສັດຊື່ ແລະ​ທັງ​ເປັນ​ຜູ້ຮັບໃຊ້​ຮ່ວມ​ກັນ​ໃນ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ບອກ​ຂ່າວ​ທັງໝົດ​ກ່ຽວກັບ​ເຮົາ​ໃຫ້​ພວກເຈົ້າ​ຮູ້.</verse>
				<verse number="8">ເພາະ​ເຫດ​ນີ້ ເຮົາ​ຈຶ່ງ​ໃຊ້​ລາວ​ໄປ​ຫາ​ພວກເຈົ້າ ເພື່ອ​ເຊີດຊູ​ຈິດໃຈ​ພວກເຈົ້າ​ຂຶ້ນ ໂດຍ​ໃຫ້​ຮູ້​ວ່າ​ພວກເຮົາ​ທຸກຄົນ​ເປັນ​ຢູ່​ຢ່າງ​ໃດ.</verse>
				<verse number="9">ຄົນ​ທີ່​ໄປ​ກັບ​ລາວ ຄື​ໂອເນຊີໂມ ພີ່ນ້ອງ​ຄຣິສຕຽນ​ທີ່ຮັກ​ແລະ​ສັດຊື່ ລາວ​ເປັນ​ຜູ້ໜຶ່ງ​ໃນ​ກຸ່ມ​ຂອງ​ພວກເຈົ້າ ເຂົາ​ທັງສອງ​ຈະ​ເລົ່າ​ສູ່​ພວກເຈົ້າ​ຟັງ ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ໃນ​ທີ່​ນີ້.</verse>
				<verse number="10">ອາຣິດຕາໂຂ ຜູ້​ທີ່​ຖືກ​ຄຸກ​ຢູ່​ນຳ​ເຮົາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ດ້ວຍ, ມາຣະໂກ​ນ້ອງ​ຂອງ​ບາຣະນາບາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ເໝືອນກັນ. (ພວກເຈົ້າ​ຄົງ​ໄດ້​ຮັບ​ຄຳແນະນຳ​ແລ້ວ​ວ່າ ໃຫ້​ຕ້ອນຮັບ​ມາຣະໂກ​ຖ້າ​ລາວ​ມາ​ຫາ​ພວກເຈົ້າ.)</verse>
				<verse number="11">ແລະ​ເຢຊູ​ຜູ້​ທີ່​ຄົນ​ເອີ້ນ​ກັນ​ວ່າ ຢູສະໂຕ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ເໝືອນກັນ ໃນ​ບັນດາ​ເພື່ອນ​ຮ່ວມງານ​ຂອງເຮົາ​ເພື່ອ​ອານາຈັກ​ຂອງ​ພຣະເຈົ້າ​ນັ້ນ ມີ​ແຕ່​ຄົນ​ເຫຼົ່ານີ້​ເທົ່ານັ້ນ ທີ່​ເປັນ​ຄົນ​ຢິວ​ທີ່​ໄດ້​ຮັບ​ເຊື່ອ ແລະ​ພວກເຂົາ​ໄດ້​ຊ່ວຍ​ຊູໃຈ​ເຮົາ​ຢ່າງ​ຫລວງຫລາຍ.</verse>
				<verse number="12">ເອປາ​ຟາ ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ​ເຢຊູ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ເໝືອນກັນ ເພິ່ນ​ພາວັນນາ​ອະທິຖານ​ຢ່າງ​ຮ້ອນຮົນ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ໂດຍ​ຂໍ​ພຣະເຈົ້າ​ບັນດານ​ໃຫ້​ພວກເຈົ້າ​ຕັ້ງໝັ້ນ​ຢູ່ ເປັນ​ຜູ້​ໃຫຍ່​ຄົບຖ້ວນ ແລະ​ເປັນ​ຜູ້​ທີ່​ມີ​ຄວາມ​ໝັ້ນໃຈ ປະຕິບັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.</verse>
				<verse number="13">ເຮົາ​ເປັນ​ພະຍານ​ຝ່າຍ​ເພິ່ນ​ວ່າ ເພິ່ນ​ໄດ້​ເຮັດ​ການ​ໜັກໜ່ວງ​ເພື່ອ​ພວກເຈົ້າ ແລະ​ເພື່ອ​ຄົນ​ທີ່​ຢູ່​ເມືອງ​ລາວດີເກອາ, ທັງ​ເພື່ອ​ຄົນ​ທີ່​ຢູ່​ເມືອງ​ເຮຍຣາໂປລີ.</verse>
				<verse number="14">ລູກາ ທ່ານໝໍ​ທີ່ຮັກ​ຂອງ​ພວກເຮົາ ແລະ ເດມາ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຍັງ​ພວກເຈົ້າ.</verse>
				<verse number="15">ເຮົາ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກ​ພີ່ນ້ອງ​ທີ່​ຢູ່​ໃນ​ເມືອງ​ລາວດີເກອາ ແລະ​ນາງ​ນິມຟາ​ກັບ​ພີ່ນ້ອງ​ຄຣິສຕຽນ​ທີ່​ຢູ່​ໃນ​ເຮືອນ​ຂອງ​ນາງ. ​ດ້ວຍ.</verse>
				<verse number="16">ເມື່ອ​ພວກເຈົ້າ​ອ່ານ​ຈົດໝາຍ​ສະບັບ​ນີ້​ແລ້ວ ກະລຸນາ​ສົ່ງ​ຕໍ່​ໃຫ້​ບັນດາ​ພີ່ນ້ອງ​ທີ່​ເຊື່ອ ໃນ​ເມືອງ​ລາວດີເກອາ​ອ່ານ​ເໝືອນກັນ ຝ່າຍ​ພວກເຈົ້າ​ເອງ ກໍ​ຈົ່ງ​ອ່ານ​ຈົດໝາຍ​ທີ່​ສົ່ງ​ມາ​ຈາກ​ພີ່ນ້ອງ​ທີ່​ເມືອງ​ລາວດີເກອາ​ເໝືອນກັນ.</verse>
				<verse number="17">ແລະ​ໃຫ້​ບອກ​ອາຂີໂປ​ວ່າ, “ສ່ວນ​ພາລະກິດ ຊຶ່ງ​ເຈົ້າ​ໄດ້​ຮັບ​ມອບໝາຍ ເພື່ອ​ບົວລະບັດ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ຈົ່ງ​ເຮັດ​ໃຫ້​ບັນລຸ​ຜົນ​ສຳເລັດ.”</verse>
				<verse number="18">ເຮົາ​ຄື​ໂປໂລ ໄດ້​ຂຽນ​ຂໍ້​ຄວາມ​ທັງໝົດ​ນີ້ ດ້ວຍ​ມື​ຂອງເຮົາ​ເອງ, ຢ່າ​ລືມ​ວ່າ ເຮົາ​ກຳລັງ​ຖືກ​ຄຸກ​ຢູ່ ຂໍ​ໃຫ້​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.</verse>
			</chapter>
		</book>
		<book number="52">
			<chapter number="1">
				<verse number="1">ຈາກ ໂປໂລ, ຊີລາ ແລະ ຕີໂມທຽວ, ເຖິງ ຄຣິສຕະຈັກ​ຊາວ​ເທສະໂລນິກ ທີ່​ເປັນ​ຂອງ​ພຣະເຈົ້າ ພຣະບິດາເຈົ້າ ແລະ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ: ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຈົ່ງ​ມີ​ຢູ່​ກັບ​ພີ່ນ້ອງ​ທັງຫລາຍ​ເທີ້ນ.</verse>
				<verse number="2">ພວກເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ສຳລັບ​ພວກເຈົ້າ​ທຸກຄົນ ແລະ​ພວກເຮົາ​ກໍ​ລະນຶກເຖິງ​ພວກເຈົ້າ​ທຸກ​ເທື່ອ ເມື່ອ​ພວກເຮົາ​ພາວັນນາ​ອະທິຖານ.</verse>
				<verse number="3">ໂດຍ​ບໍ່ໄດ້​ຢຸດຢັ້ງ​ໃນ​ການ​ລະນຶກເຖິງ​ກິດຈະການ​ຂອງ​ເຈົ້າ​ທັງຫລາຍ ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ​ກັບ​ທັງ​ການງານ​ອັນ​ໜັກໜ່ວງ ທີ່​ພວກເຈົ້າ​ຍອມ​ເຮັດ​ຍ້ອນ​ຄວາມຮັກ ແລະ​ຄວາມ​ໝັ່ນພຽນ ອັນ​ມີ​ມາ​ຈາກ​ຄວາມ​ໄວ້ວາງໃຈ​ໃນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.</verse>
				<verse number="4">ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຮູ້​ວ່າ​ພຣະເຈົ້າ​ຮັກ​ພວກເຈົ້າ ແລະ​ໄດ້​ເລືອກ​ເອົາ​ພວກເຈົ້າ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ.</verse>
				<verse number="5">ເພາະ​ພວກເຮົາ​ໄດ້​ນຳ​ເອົາ​ຂ່າວປະເສີດ​ມາ​ເຖິງ​ພວກເຈົ້າ ບໍ່ແມ່ນ​ເປັນ​ພຽງແຕ່​ຖ້ອຍຄຳ​ເທົ່ານັ້ນ ແຕ່​ດ້ວຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ດ້ວຍ​ຄວາມ​ໝັ້ນໃຈ​ອັນ​ຄົບຖ້ວນ​ວ່າ ຂ່າວປະເສີດ​ນັ້ນ​ເປັນ​ຄວາມຈິງ ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ດຳເນີນ​ຊີວິດ​ຢ່າງ​ໃດ ເມື່ອ​ພວກເຮົາ​ຢູ່​ກັບ​ພວກເຈົ້າ ເພາະ​ເຫັນແກ່​ເຈົ້າ​ທັງຫລາຍ.</verse>
				<verse number="6">ພວກເຈົ້າ​ໄດ້​ເອົາ​ແບບຢ່າງ​ຂອງ​ພວກເຮົາ ພ້ອມ​ທັງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ຮັບ​ຄວາມ​ທົນ​ທຸກຢ່າງ​ໜັກໜ່ວງ​ກໍຕາມ ພວກເຈົ້າ​ກໍ​ຮັບ​ເອົາ​ພຣະຄຳ​ນັ້ນ ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ມາ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ.</verse>
				<verse number="7">ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ກາຍເປັນ​ແບບຢ່າງ ໃຫ້​ແກ່​ຄົນ​ທີ່​ເຊື່ອ​ທັງໝົດ​ໃນ​ແຂວງ​ມາເກໂດເນຍ ແລະ ໃນ​ແຂວງ​ອະຂາຢາ.</verse>
				<verse number="8">ເພາະວ່າ​ພຣະຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ອອກ​ຈາກ​ພວກເຈົ້າ​ຊ່າລື​ກ້ອງ​ໄປ ບໍ່ແມ່ນແຕ່​ໃນ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ເທົ່ານັ້ນ ແຕ່​ຂ່າວ​ແຫ່ງ​ຄວາມເຊື່ອ​ພຣະເຈົ້າ​ຂອງ​ພວກເຈົ້າ​ນັ້ນ ໄດ້​ຊ່າລື​ໄປ​ທົ່ວ​ທຸກ​ແຫ່ງຫົນ ຈົນ​ພວກເຮົາ​ບໍ່​ຈຳເປັນ​ຈະ​ຕ້ອງ​ເວົ້າ​ອັນ​ໃດ​ອີກ.</verse>
				<verse number="9">ຄົນ​ທັງໝົດ​ເຫຼົ່ານັ້ນ ຕ່າງ​ກໍ​ເວົ້າ​ເຖິງ​ພວກເຈົ້າ​ວ່າ ພວກເຈົ້າ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງ​ໃດ ເມື່ອ​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ ແລະ​ພວກເຂົາ​ເວົ້າ​ວ່າ, ພວກເຈົ້າ​ໄດ້​ຫັນ​ໜີ​ຈາກ​ຮູບເຄົາຣົບ​ມາ​ຫາ​ພຣະເຈົ້າ​ຢ່າງ​ໃດ ເພື່ອ​ບົວລະບັດ​ຮັບໃຊ້​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ຊົງ​ຊີວິດ​ຢູ່,</verse>
				<verse number="10">ແລະ​ຄອງຄອຍ​ຖ້າ​ພຣະບຸດ​ຂອງ​ພຣະອົງ ທີ່​ຈະ​ສະເດັດ​ມາ​ຈາກ​ສະຫວັນ ຄື​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ຜູ້​ທີ່​ຊ່ວຍກູ້​ເອົາ​ພວກເຮົາ ໃຫ້​ພົ້ນ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ທີ່​ກຳລັງ​ຈະ​ມາ​ເຖິງ.</verse>
			</chapter>
			<chapter number="2">
				<verse number="1">ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ເອງ​ກໍ​ຮູ້​ວ່າ ການ​ທີ່​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ​ນັ້ນ ບໍ່ໄດ້​ເສຍ​ປະໂຫຍດ.</verse>
				<verse number="2">ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພວກເຮົາ​ໄດ້​ຮັບ​ການ​ຂົ່ມເຫັງ ແລະ​ການ​ປະຈານ​ຢ່າງ​ໃດ ໃນ​ເມືອງ​ຟີລິບປອຍ ກ່ອນ​ທີ່​ພວກເຮົາ​ມາ​ຫາ​ພວກເຈົ້າ​ໃນ​ເມືອງ​ເທສະໂລນິກ ເຖິງ​ແມ່ນ​ວ່າ​ມີ​ການ​ຕໍ່ຕ້ານ​ຢ່າງ​ຫລວງຫລາຍ​ຢູ່​ໃນ​ທີ່ນັ້ນ​ກໍຕາມ ພຣະເຈົ້າ​ຂອງ​ພວກເຮົາ​ກໍໄດ້​ປະທານ​ໃຈ​ກ້າຫານ​ແກ່​ພວກເຮົາ ເພື່ອ​ປະກາດ​ຂ່າວປະເສີດ​ທີ່​ມາ​ຈາກ​ພຣະອົງ​ແກ່​ພວກເຈົ້າ.</verse>
				<verse number="3">ຄຳ​ເຕືອນ​ສະຕິ​ຂອງ​ພວກເຮົາ​ຕໍ່​ພວກເຈົ້າ​ນັ້ນ ບໍ່ໄດ້​ມາ​ຈາກ​ຄວາມ​ຫລົງ​ຜິດ ຫລື​ເຈດຕະນາ​ອັນ​ຊົ່ວ​ມົວໝອງ ແລະ​ທັງ​ບໍ່ແມ່ນ​ກົນອຸບາຍ​ຫລອກລວງ​ດ້ວຍ.</verse>
				<verse number="4">ແຕ່​ຕາມ​ດັ່ງ​ທີ່​ພຣະເຈົ້າ​ໄດ້​ຊົງ​ລອງເບິ່ງ​ໃຈ​ຂອງເຮົາ ຈຶ່ງ​ຊົງ​ເຫັນຊອບ​ທີ່​ຈະ​ມອບ​ຂ່າວປະເສີດ​ໄວ້​ກັບ​ເຮົາ. ດັ່ງນັ້ນ ພວກເຮົາ​ຈຶ່ງ​ກ່າວ​ຢູ່ ບໍ່ແມ່ນ​ເພື່ອ​ໃຫ້​ພໍໃຈ​ມະນຸດ ແຕ່​ເພື່ອ​ໃຫ້​ພໍພຣະໄທ​ພຣະເຈົ້າ ຜູ້​ຊົງ​ທົດສອບ​ເບິ່ງ​ໃຈ​ຂອງ​ເຮົາ​ທັງຫລາຍ.</verse>
				<verse number="5">ພວກເຈົ້າ​ກໍ​ຮູ້​ດີ​ຢູ່​ແລ້ວ​ວ່າ ພວກເຮົາ​ບໍ່ໄດ້​ມາ​ຫາ​ພວກເຈົ້າ​ດ້ວຍ​ຄຳ​ເວົ້າ​ປະຈົບ​ປະແຈງ ຫລື​ດ້ວຍ​ຂໍ້​ແກ້​ຕົວ ເພື່ອ​ອຳ​ຄວາມ​ໂລບ​ໄວ້ ພຣະເຈົ້າ​ຊົງ​ເປັນ​ພະຍານ​ໃຫ້​ພວກເຮົາ​ໄດ້​ໃນ​ເລື່ອງ​ນີ້.</verse>
				<verse number="6">ພວກເຮົາ​ບໍ່ໄດ້​ຊອກ​ຫາ​ຄຳ​ຊົມເຊີຍ​ຈາກ​ຜູ້ໃດ ທັງ​ຈາກ​ພວກເຈົ້າ ແລະ​ຈາກ​ຄົນອື່ນ​ດ້ວຍ.</verse>
				<verse number="7">ເຖິງ​ແມ່ນ​ວ່າ ເຮົາ​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດ ແລະ​ມີ​ສິດ​ຮຽກຮ້ອງ​ໄດ້ ແຕ່​ພວກເຮົາ​ໄດ້​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ດ້ວຍ​ໃຈ​ສຸພາບ​ອ່ອນໂຍນ ເໝືອນ​ດັ່ງ​ແມ່​ທີ່​ລ້ຽງ​ລູກ​ອ່ອນນ້ອຍ​ຂອງຕົນ.</verse>
				<verse number="8">ຍ້ອນ​ຄວາມຮັກ​ທີ່​ພວກເຮົາ​ມີ​ສຳລັບ​ພວກເຈົ້າ ພວກເຮົາ​ຈຶ່ງ​ບໍ່ແມ່ນ​ພຽງແຕ່​ພ້ອມ​ທີ່​ຈະ​ແບ່ງປັນ​ຂ່າວປະເສີດ​ໃຫ້​ແກ່​ພວກເຈົ້າ​ເທົ່ານັ້ນ ແຕ່​ພ້ອມ​ທີ່​ຈະ​ສະຫລະ​ຊີວິດ​ຂອງ​ພວກເຮົາ​ໃຫ້​ແກ່​ພວກເຈົ້າ​ດ້ວຍ. ເພາະວ່າ​ພວກເຈົ້າ​ໄດ້​ກາຍເປັນ​ທີ່ຮັກ​ຂອງ​ພວກເຮົາ.</verse>
				<verse number="9">ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ຈຳ​ໄດ້​ຢ່າງ​ແນ່ນອນ​ວ່າ ພວກເຮົາ​ໄດ້​ດຳເນີນ​ພາລະກິດ​ຢ່າງ​ໃດ ແລະ​ສູ້ຊົນ​ຢ່າງ​ໜັກໜ່ວງ​ພຽງ​ໃດ ພວກເຮົາ​ໄດ້​ເຮັດ​ການ​ທັງ​ກາງເວັນ​ແລະ​ກາງຄືນ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ເປັນ​ພາລະ​ໃດໆ​ແກ່​ພວກເຈົ້າ ເມື່ອ​ພວກເຮົາ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ​ນັ້ນ.</verse>
				<verse number="10">ພວກເຈົ້າ​ເປັນ​ພະຍານ​ໃຫ້​ພວກເຮົາ​ໄດ້ ແລະ​ພຣະເຈົ້າ​ກໍ​ເຊັ່ນດຽວ​ກັນ​ວ່າ, ຄວາມ​ປະພຶດ​ຂອງ​ພວກເຮົາ​ຕໍ່​ພວກເຈົ້າ​ຜູ້​ທີ່​ເຊື່ອ​ນັ້ນ ແມ່ນ​ບໍຣິສຸດ, ຖືກຕ້ອງ, ທ່ຽງທຳ ແລະ​ປາສະຈາກ​ຄວາມຜິດ.</verse>
				<verse number="11">ພວກເຈົ້າ​ຮູ້​ວ່າ, ພວກເຮົາ​ໄດ້​ປະພຶດ​ກັບ​ພວກເຈົ້າ​ແຕ່ລະຄົນ ເໝືອນ​ດັ່ງ​ພໍ່​ກັບ​ລູກໆ​ຂອງຕົນ.</verse>
				<verse number="12">ຄື​ເຕືອນ​ສະຕິ​ໜູນໃຈ​ພວກເຈົ້າ ແລະ​ສັ່ງ​ເນັ້ນ​ພວກເຈົ້າ ເພື່ອ​ໃຫ້​ດຳເນີນ​ຊີວິດ​ຕາມ​ຢ່າງ​ສົມຄວນ​ຕໍ່​ພຣະເຈົ້າ ຜູ້​ຊົງ​ເອີ້ນ​ເອົາ​ເຈົ້າ​ທັງຫລາຍ​ໃຫ້​ເຂົ້າ​ມາ​ໃນ​ຣາຊອານາຈັກ ແລະ​ໃນ​ສະຫງ່າຣາສີ​ຂອງ​ພຣະອົງ.</verse>
				<verse number="13">ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ໂດຍ​ບໍ່​ຢຸດຢັ້ງ ເພາະ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ທີ່​ໄດ້ຍິນ​ຈາກ​ພວກເຮົາ​ນັ້ນ ບໍ່​ເໝືອນ​ເປັນ​ຂໍ້​ຄວາມ​ຂອງ​ມະນຸດ, ແຕ່​ເປັນຈິງ ຄື​ເປັນ​ພຣະຄຳ​ຂອງ​ພຣະເຈົ້າ ທີ່​ດຳເນີນ​ງານ​ຢູ່​ພາຍ​ໃນ​ເຈົ້າ​ທັງຫລາຍ​ທີ່​ເຊື່ອ.</verse>
				<verse number="14">ພີ່ນ້ອງ​ທັງຫລາຍ​ເອີຍ, ເຈົ້າ​ທັງຫລາຍ​ໄດ້​ກາຍເປັນ​ຜູ້​ປະຕິບັດ​ຕາມ​ແບບຢ່າງ​ຄຣິສຕະຈັກ​ທັງຫລາຍ​ໃນ​ແຂວງ​ຢູດາຍ ຊຶ່ງ​ເປັນ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າ​ເຢຊູ ເພາະວ່າ​ເຈົ້າ​ທັງຫລາຍ​ໄດ້​ທົນ​ຮັບ​ເອົາ​ຄວາມ​ລຳບາກ ຈາກ​ເພື່ອນ​ຮ່ວມ​ຊາດ​ຂອງຕົນ ເໝືອນ​ຄຣິສຕະຈັກ​ນັ້ນ ໄດ້​ທົນ​ຮັບ​ເອົາ​ຄວາມ​ລຳບາກ ຈາກ​ພວກ​ຢູດາ​ດ້ວຍ.</verse>
				<verse number="15">ແມ່ນ​ພວກ​ຢູດາ​ນີ້​ແຫຼະ ທີ່​ໄດ້​ປະຫານ​ອົງ​ພຣະເຢຊູເຈົ້າ​ກັບ​ບັນດາ​ຜູ້​ປະກາດ​ພຣະທຳ ແລະ​ໄດ້​ຂົ່ມເຫັງ​ພວກເຮົາ​ດ້ວຍ. ພວກເຂົາ​ເຮັດ​ໃຫ້​ພຣະເຈົ້າ​ເສຍ​ພຣະໄທ​ຫລາຍ​ທີ່ສຸດ ແລະ​ພວກເຂົາ​ກໍ​ຕໍ່ສູ້​ກັບ​ທຸກໆ​ຄົນ​ຢ່າງ​ໂຫດຮ້າຍ</verse>
				<verse number="16">ໂດຍ​ທີ່​ພວກເຂົາ​ໄດ້​ຫ້າມປາມ​ພວກເຮົາ ບໍ່​ໃຫ້​ກ່າວ​ແກ່​ຄົນຕ່າງຊາດ ເພື່ອ​ຄົນ​ເຫຼົ່ານັ້ນ​ຈະ​ພົ້ນ​ໄດ້ ເພື່ອ​ການ​ຜິດບາບ​ທີ່​ພວກເຂົາ​ເຮັດ​ມາ​ນັ້ນ ຈະ​ຄົບຖ້ວນ ແຕ່​ໃນ​ສຸດທ້າຍ ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ໄດ້​ຕົກ​ໃສ່​ພວກເຂົາ​ແລ້ວ.</verse>
				<verse number="17">ພີ່ນ້ອງ​ທັງຫລາຍ​ເອີຍ, ຝ່າຍ​ພວກເຮົາ ເມື່ອ​ໄດ້​ພັດພາກ​ຈາກ​ພວກເຈົ້າ​ໄປ​ຊົ່ວ​ໄລຍະ​ໜຶ່ງ ກໍ​ຈາກ​ໄປ​ພຽງ​ຮ່າງກາຍ​ເທົ່ານັ້ນ ແຕ່​ບໍ່ແມ່ນ​ຈິດໃຈ. ພວກເຮົາ​ລະນຶກ​ຄິດເຖິງ​ພວກເຈົ້າ​ຫລາຍ​ທີ່ສຸດ ແລະ​ຍັງ​ພະຍາຍາມ​ຢ່າງ​ຍິ່ງ​ທີ່​ຈະ​ມາ​ເຫັນໜ້າ​ພວກເຈົ້າ​ອີກ,</verse>
				<verse number="18">ພວກເຮົາ​ຢາກ​ກັບ​ມາ​ຫາ​ພວກເຈົ້າ ເຮົາ​ເອງ​ຄື​ໂປໂລ ພະຍາຍາມ​ທີ່​ຈະ​ກັບ​ມາ​ຫາ​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ ແຕ່​ມານຊາຕານ​ໄດ້​ຂັດຂວາງ​ພວກເຮົາ​ໄວ້.</verse>
				<verse number="19">ດ້ວຍວ່າ, ແມ່ນ​ສິ່ງໃດ​ຈະ​ເປັນ​ທີ່​ຫວັງໃຈ​ຂອງເຮົາ ຫລື​ທີ່​ຊົມຊື່ນ​ຍິນດີ ຫລື​ມົງກຸດ ອັນ​ໃຫ້​ມີ​ຄວາມ​ອວດອ້າງ ຊ້ອງ​ພຣະພັກ​ອົງ​ຣະເຢຊູເຈົ້າ​ຂອງ​ເຮົາ​ທັງຫລາຍ ເມື່ອ​ພຣະອົງ​ຈະ​ສະເດັດ​ມາ​ປາກົດ ບໍ່ແມ່ນ​ພວກເຈົ້າ​ດອກ​ຫລື?</verse>
				<verse number="20">ເພາະວ່າ​ເຈົ້າ​ທັງຫລາຍ​ນັ້ນ​ແຫຼະ ເປັນ​ກຽດຕິຍົດ ແລະ​ຄວາມ​ຊົມຊື່ນ​ຍິນດີ​ຂອງ​ພວກເຮົາ​ໂດຍ​ແທ້ຈິງ.</verse>
			</chapter>
			<chapter number="3">
				<verse number="1">ເຫດສະນັ້ນ ເມື່ອ​ເຮົາ​ອົດ​ຢູ່​ຕໍ່ໄປ​ອີກ​ບໍ່ໄດ້ ຈຶ່ງ​ເຫັນ​ດີ​ໃຫ້​ເຂົາ​ປະ​ເຮົາ​ຜູ້​ດຽວ ຢູ່​ນະຄອນ​ອາແຖນ</verse>
				<verse number="2">ແລະ​ໄດ້​ໃຊ້​ຕີໂມທຽວ ພີ່ນ້ອງ​ຂອງເຮົາ ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຝ່າຍ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ໃຫ້​ໄປ​ຫາ​ເຈົ້າ​ທັງຫລາຍ ເພື່ອ​ຈະ​ຕັ້ງ​ພວກເຈົ້າ​ໄວ້​ໃຫ້​ໝັ້ນຄົງ ທັງ​ຈະ​ຊູ​ໃຈ​ໃນ​ເລື່ອງ​ຄວາມເຊື່ອ​ຂອງ​ພວກເຈົ້າ,</verse>
				<verse number="3">ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ​ຫັນ​ໜີ ເພາະ​ການ​ຂົ່ມເຫັງ​ເຫຼົ່ານັ້ນ ພວກເຈົ້າ​ເອງ​ກໍ​ຮູ້​ວ່າ​ການ​ຂົ່ມເຫັງ​ເຊັ່ນນີ້ ແມ່ນ​ແຜນການ​ສ່ວນ​ໜຶ່ງ​ຂອງ​ພຣະເຈົ້າ​ສຳລັບ​ພວກເຮົາ.</verse>
				<verse number="4">ດ້ວຍວ່າ, ໃນ​ລະຫວ່າງ​ທີ່​ພວກເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ນັ້ນ ພວກເຮົາ​ກໍໄດ້​ບອກ​ພວກເຈົ້າ​ລ່ວງໜ້າ​ໄວ້​ແລ້ວ​ວ່າ ພວກເຮົາ​ຈະ​ຖືກ​ຂົ່ມເຫັງ ແລະ​ກໍ​ເປັນ​ຢ່າງ​ນັ້ນ​ແທ້ ດັ່ງ​ທີ່​ພວກເຈົ້າ​ຮູ້​ແລ້ວ.</verse>
				<verse number="5">ດ້ວຍເຫດນີ້ ເມື່ອ​ເຮົາ​ທົນ​ຕໍ່​ການ​ຄອຍຖ້າ​ບໍ່ໄດ້​ອີກ​ແລ້ວ ຈຶ່ງ​ໃຊ້​ຄົນ​ໄປ ເພື່ອ​ຈະ​ໄດ້​ຮູ້​ເຖິງ​ຄວາມເຊື່ອ​ຂອງ​ພວກເຈົ້າ ເພາະ​ເຮົາ​ຢ້ານ​ວ່າ​ຜູ້ລໍ້ລວງ​ຈະ​ທົດລອງ​ພວກເຈົ້າ​ແລ້ວ ດ້ວຍ​ປະການ​ໃດ​ປະການ​ໜຶ່ງ ແລະ​ພາລະກິດ​ທັງ​ສິ້ນ​ທີ່​ພວກເຮົາ​ໄດ້​ກະທຳ​ໄປ​ນັ້ນ ກໍ​ຈະ​ເສຍ​ປະໂຫຍດ.</verse>
				<verse number="6">ບັດນີ້ ຕີໂມທຽວ​ໄດ້​ກັບ​ມາ​ແລ້ວ ແລະ​ເພິ່ນ​ໄດ້​ນຳ​ຂ່າວ​ດີ ກ່ຽວກັບ​ຄວາມເຊື່ອ​ແລະ​ຄວາມຮັກ​ຂອງ​ພວກເຈົ້າ​ມາ​ຫາ​ພວກເຮົາ. ເພິ່ນ​ໄດ້​ບອກ​ພວກເຮົາ​ວ່າ ພວກເຈົ້າ​ໄດ້​ຄິດເຖິງ​ພວກເຮົາ​ຢ່າງດີ​ຢູ່​ສະເໝີ ແລະ​ທັງ​ບອກ​ວ່າ ພວກເຈົ້າ​ກໍ​ຢາກ​ເຫັນ​ໜ້າ​ພວກເຮົາ​ຫລາຍ ເໝືອນ​ດັ່ງ​ທີ່​ພວກເຮົາ​ຢາກ​ເຫັນ​ໜ້າ​ພວກເຈົ້າ.</verse>
				<verse number="7">ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ ໃນ​ທ່າມກາງ​ຄວາມ​ຍາກ​ລຳບາກ​ແລະ​ການ​ຂົ່ມເຫັງ​ທັງໝົດ ທີ່​ພວກເຮົາ​ປະເຊີນ​ຢູ່​ນັ້ນ ພວກເຮົາ​ກໍໄດ້​ຮັບ​ຄວາມ​ຊູໃຈ​ເພາະ​ເລື່ອງ​ຂອງ​ພວກເຈົ້າ ແມ່ນ​ຄວາມເຊື່ອ​ຂອງ​ພວກເຈົ້າ​ນັ້ນ​ແຫຼະ ທີ່​ເຊີດຊູ​ໃຈ​ພວກເຮົາ.</verse>
				<verse number="8">ເພາະ​ຖ້າ​ພວກເຈົ້າ​ຕັ້ງໝັ້ນຄົງ​ຢູ່​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ແລ້ວ ຊີວິດ​ຂອງເຮົາ​ກໍ​ສົດຊື່ນ​ຂຶ້ນ.</verse>
				<verse number="9">ເຮົາ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພາະ​ເຈົ້າ​ທັງຫລາຍ​ຢ່າງ​ໃດ​ອີກ ຈຶ່ງ​ຈະ​ເໝາະສົມ​ກັບ​ຄວາມ​ຊົມຊື່ນ​ຍິນດີ​ທັງໝົດ​ທີ່​ເຮົາ​ມີ​ໃນ​ພວກເຈົ້າ ຢູ່​ຊ້ອງ​ພຣະພັກ​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ.</verse>
				<verse number="10">ພວກເຮົາ​ພາວັນນາ​ອະທິຖານ​ທັງ​ເວັນ​ແລະ​ຄືນ ດ້ວຍ​ຄວາມ​ປາຖະໜາ​ອັນ​ແຮງ​ກ້າ ເພື່ອ​ຈະ​ໄດ້​ເຫັນ​ໜ້າ​ພວກເຈົ້າ​ອີກ​ສ່ວນ​ຕົວ ເພື່ອ​ຈະ​ເສີມສ້າງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ທີ່​ບົກຜ່ອງ​ຢູ່​ນັ້ນ​ໃຫ້​ຄົບເຕັມ.</verse>
				<verse number="11">ຂໍ​ພຣະເຈົ້າ ພຣະບິດາເຈົ້າ ແລະ​ອົງ​ພຣະເຢຊູເຈົ້າ​ຂອງ​ເຮົາ​ທັງຫລາຍ ຊົງ​ນຳ​ພວກເຮົາ​ໄປ​ຫາ​ພວກເຈົ້າ​ດ້ວຍ​ເທີ້ນ</verse>
				<verse number="12">ຂໍ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ໂຜດ​ໃຫ້​ພວກເຈົ້າ​ຈະເລີນ​ຂຶ້ນ ແລະ​ລົ້ນ​ເຫຼືອ​ໄປ​ດ້ວຍ​ຄວາມຮັກ ທີ່​ມີ​ຕໍ່​ກັນແລະກັນ ແລະ ຕໍ່​ຄົນ​ທັງປວງ ເໝືອນ​ດັ່ງ​ທີ່​ພວກເຮົາ​ມີ​ຄວາມຮັກ​ຕໍ່​ພວກເຈົ້າ​ນັ້ນ​ແລ້ວ</verse>
				<verse number="13">ເພື່ອ​ພຣະອົງ​ຈະ​ໄດ້​ຊົງ​ຊ່ວຍຊູ​ຈິດໃຈ​ຂອງ​ພວກເຈົ້າ ໃຫ້​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມ​ບໍຣິສຸດ ໂດຍ​ບໍ່ມີ​ຂໍ້​ຕິຕຽນ​ໄດ້ ເມື່ອ​ຢູ່​ຊ້ອງໜ້າ​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ເມື່ອ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ​ສະເດັດ​ມາ​ປາກົດ ພ້ອມ​ກັບ​ຄົນ​ທັງປວງ​ທີ່​ເປັນ​ຂອງ​ພຣະອົງ.</verse>
			</chapter>
			<chapter number="4">
				<verse number="1">ພີ່ນ້ອງ​ທັງຫລາຍ​ເອີຍ, ທ້າຍສຸດ​ນີ້ ພວກເຮົາ​ວອນຂໍ ແລະ​ເຕືອນ​ສະຕິ​ພວກເຈົ້າ​ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ​ວ່າ ພວກເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ເຮົາ​ແລ້ວ​ວ່າ ຈຳເປັນ​ຕ້ອງ​ດຳເນີນ​ຊີວິດ​ຢ່າງ​ໃດ ຈຶ່ງ​ຈະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ເໝືອນ​ດັ່ງ​ພວກເຈົ້າ​ກຳລັງ​ປະຕິບັດ​ຢູ່​ແລ້ວ ກໍ​ຈົ່ງ​ປະຕິບັດ​ດັ່ງນັ້ນ​ໃຫ້​ຫລາຍກວ່າ​ເກົ່າ​ອີກ.</verse>
				<verse number="2">ດ້ວຍວ່າ, ພວກເຈົ້າ​ຮູ້ຈັກ​ຄຳແນະນຳ ຊຶ່ງ​ພວກເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ ໂດຍ​ສິດ​ອຳນາດ​ຂອງ​ອົງ​ພຣະເຢຊູເຈົ້າ.</verse>
				<verse number="3">ສິ່ງ​ນີ້​ແຫຼະ ແມ່ນ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ໃຫ້​ພວກເຈົ້າ​ເປັນ​ຄົນ​ບໍຣິສຸດ ແລະ​ເວັ້ນ​ຈາກ​ການ​ຜິດ​ສິນທຳ​ທາງ​ເພດ​ທຸກ​ຮູບແບບ.</verse>
				<verse number="4">ໃຫ້​ພວກເຈົ້າ​ແຕ່ລະຄົນ ຮູ້ຈັກ​ເອົາ​ເມຍ​ໃນ​ທາງ​ບໍຣິສຸດ ແລະ​ໃນ​ທາງ​ທີ່​ໜ້າ​ນັບຖື</verse>
				<verse number="5">ບໍ່ແມ່ນ​ດ້ວຍ​ຣາຄະ​ຕັນຫາ​ຊົ່ວ​ຕາມ​ຄວາມ​ຕ້ອງການ ເໝືອນ​ດັ່ງ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ.</verse>
				<verse number="6">ໃນ​ເລື່ອງ​ນີ້ ຢ່າ​ໃຫ້​ຄົນ​ໃດ​ລ່ວງ​ເຮັດ​ຜິດ​ຕໍ່​ພີ່ນ້ອງ​ຄຣິສຕຽນ​ຂອງຕົນ ຕາມ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ກ່ອນ​ແລ້ວ ແລະ​ພວກເຮົາ​ກໍໄດ້​ເຕືອນ​ພວກເຈົ້າ​ຢ່າງ​ໜັກແໜ້ນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ​ໃນ​ເລື່ອງ​ນີ້.</verse>
				<verse number="7">ເພາະວ່າ ພຣະເຈົ້າ​ບໍ່ໄດ້​ເອີ້ນ​ເອົາ​ພວກເຮົາ​ໃຫ້​ໃຊ້​ຊີວິດ​ໃນ​ທາງ​ຜິດ​ສິນທຳ ແຕ່​ໃຫ້​ໃຊ້​ຊີວິດ​ໃນ​ທາງ​ບໍຣິສຸດ.</verse>
				<verse number="8">ດ້ວຍເຫດນີ້ ຜູ້​ທີ່​ຝ່າຝືນ​ນັ້ນ​ກໍ​ບໍ່​ໄດ້​ຝ່າຝືນ​ຕໍ່​ມະນຸດ ແຕ່​ຝ່າຝືນ​ຕໍ່​ພຣະເຈົ້າ ຜູ້​ຊົງ​ໂຜດ​ປະທານ​ພຣະວິນຍານ​ບໍຣິສຸດເຈົ້າ​ຂອງ​ພຣະອົງ​ໃຫ້​ແກ່​ເຈົ້າ​ທັງຫລາຍ.</verse>
				<verse number="9">ສ່ວນ​ເລື່ອງ​ການ​ຮັກ​ພີ່ນ້ອງ​ທັງຫລາຍ​ນັ້ນ ເຮົາ​ບໍ່​ຈຳເປັນ​ຈະ​ຂຽນ​ຝາກ​ມາ​ໃຫ້​ພວກເຈົ້າ ເພາະ​ເຈົ້າ​ເອງ​ກໍໄດ້​ຮັບ​ການ​ຊົງ​ສັ່ງສອນ​ຈາກ​ພຣະເຈົ້າ​ແລ້ວ​ວ່າ ໃຫ້​ຮັກ​ກັນແລະກັນ.</verse>
				<verse number="10">ທີ່​ຈິງ​ແລ້ວ ພວກເຈົ້າ​ກໍໄດ້​ເຮັດ​ດັ່ງນັ້ນ​ຢູ່​ແລ້ວ ຕໍ່​ພີ່ນ້ອງ​ທັງໝົດ​ໃນ​ທົ່ວ​ແຂວງ​ມາເກໂດເນຍ. ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຂໍ​ເຕືອນ​ສະຕິ​ພວກເຈົ້າ​ໃຫ້​ເຮັດ​ດັ່ງນັ້ນ​ຫລາຍກວ່າ​ເກົ່າ.</verse>
				<verse number="11">ຈົ່ງ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ໃຊ້​ຊີວິດ​ຢູ່​ຢ່າງ​ສະຫງົບສຸກ ທີ່​ຈະ​ເອົາໃຈໃສ່​ຕໍ່​ກິດທຸລະ​ຂອງ​ຕົນເອງ ແລະ​ທີ່​ຈະ​ທຳມາ​ຫາກິນ​ລ້ຽງ​ຊີບ​ດ້ວຍ​ມື​ຂອງ​ຕົນເອງ ຕາມ​ທີ່​ພວກເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ.</verse>
				<verse number="12">ເພື່ອ​ການ​ດຳເນີນ​ຊີວິດ​ຂອງ​ພວກເຈົ້າ​ຈະ​ເປັນ​ທີ່​ນັບຖື​ແກ່​ຄົນ​ພາຍນອກ ແລ້ວ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ເອື່ອຍອີງ​ຄົນອື່ນ.</verse>
				<verse number="13">ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ຄວາມຈິງ ເຖິງ​ພວກ​ທີ່​ຫລັບ​ໄປ​ແລ້ວ​ນັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່ໄດ້​ເສົ້າໂສກ ເໝືອນ​ດັ່ງ​ຄົນອື່ນ​ທີ່​ບໍ່ມີ​ຄວາມຫວັງ.</verse>
				<verse number="14">ເພາະ​ໃນ​ເມື່ອ​ພວກເຮົາ​ເຊື່ອ​ວ່າ ພຣະເຢຊູເຈົ້າ​ໄດ້​ສິ້ນພຣະຊົນ ແລະ​ໄດ້​ຄືນພຣະຊົນ​ແລ້ວ ໂດຍ​ພຣະເຢຊູເຈົ້າ​ນັ້ນ​ແຫຼະ ພຣະເຈົ້າ​ຈະ​ນຳ​ຄົນ​ຜູ້​ທີ່​ຫລັບ​ໄປ​ແລ້ວ​ນັ້ນ​ຄືນ​ມາ​ກັບ​ພຣະອົງ.</verse>
				<verse number="15">ໃນ​ຂໍ້​ນີ້ ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ ພວກເຮົາ​ຜູ້​ຍັງ​ມີ​ຊີວິດ​ຢູ່ ແລະ​ຄອຍຖ້າ​ການ​ສະເດັດ​ມາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເຮົາ​ຈະ​ລ່ວງໜ້າ​ໄປ​ກ່ອນ​ພວກ​ຄົນ​ທີ່​ຫລັບໄປ​ແລ້ວ​ນັ້ນ​ກໍ​ບໍ່ໄດ້​ແທ້.</verse>
				<verse number="16">ດ້ວຍວ່າ, ຈະ​ມີ​ສຽງ​ຮ້ອງ​ບັນຊາ​ອັນ​ດັງ, ສຽງ​ຂອງ​ອັກຄະ​ເທວະດາ ສຽງ​ແກ​ຂອງ​ພຣະເຈົ້າ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ເອງ​ຈະ​ສະເດັດ​ລົງ​ມາ​ຈາກ​ສະຫວັນ ພວກ​ທີ່​ເຊື່ອ​ໃນ​ພຣະຄຣິດ​ທີ່​ຕາຍໄປ​ແລ້ວ ກໍ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ​ກ່ອນ.</verse>
				<verse number="17">ແລ້ວ​ພວກເຮົາ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່​ໃນ​ເວລາ​ນັ້ນ ກໍ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ໃນ​ເມກ​ພ້ອມ​ກັບ​ຄົນ​ພວກ​ນັ້ນ ເພື່ອ​ພົບ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ໃນ​ຟ້າ​ອາກາດ. ຢ່າງ​ນັ້ນ​ແຫຼະ ພວກເຮົາ​ຈຶ່ງ​ຈະ​ຢູ່​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ຕະຫລອດໄປ​ເປັນນິດ.</verse>
				<verse number="18">ດ້ວຍເຫດນີ້ ຈົ່ງ​ເລົ້າໂລມ​ອອຍໃຈ​ຊຶ່ງກັນແລະກັນ ດ້ວຍ​ຂໍ້ຄວາມ​ເຫຼົ່ານີ້​ເທີ້ນ.</verse>
			</chapter>
			<chapter number="5">
				<verse number="1">ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ບໍ່​ຈຳເປັນ​ຂຽນ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ວັນ ແລະ​ເວລາ​ທີ່​ເຫດການ​ເຫຼົ່ານີ້​ຈະ​ເກີດຂຶ້ນ.</verse>
				<verse number="2">ເພາະ​ພວກເຈົ້າ​ເອງ​ກໍ​ຮູ້ຈັກ​ດີ​ແລ້ວ​ວ່າ ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ສະເດັດ​ມາ ເໝືອນ​ດັ່ງ​ຂະໂມຍ​ມາ​ໃນ​ເວລາ​ກາງຄືນ.</verse>
				<verse number="3">ເມື່ອໃດ​ພວກເຂົາ​ເວົ້າ​ວ່າ, “ສະຫງົບສຸກ ແລະ​ປອດໄພ​ດີ​ແລ້ວ” ເມື່ອນັ້ນ​ແຫຼະ ຄວາມ​ພິນາດ​ຈິບຫາຍ​ຈະ​ມາ​ເຖິງ​ພວກເຂົາ​ໃນ​ທັນທີ ເໝືອນ​ດັ່ງ​ຄວາມ​ເຈັບປວດ​ມາ​ເຖິງ​ຍິງ​ທີ່​ມີ​ທ້ອງ ແລະ​ພວກເຂົາ​ຈະ​ໜີ​ບໍ່​ພົ້ນ​ເປັນ​ແນ່.</verse>
				<verse number="4">ແຕ່​ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຈົ້າ​ບໍ່ໄດ້​ຢູ່​ໃນ​ຄວາມມືດ​ແລ້ວ ແລະ​ວັນ​ນັ້ນ​ຄົງ​ຈະ​ບໍ່​ມາ​ຫລອນ​ໃສ່​ພວກເຈົ້າ​ດັ່ງ​ຂະໂມຍ​ມາ.</verse>
				<verse number="5">ເພາະວ່າ​ພວກເຈົ້າ​ທຸກຄົນ​ເປັນ​ລູກ​ຂອງ​ຄວາມ​ສະຫວ່າງ ເປັນ​ລູກ​ຂອງ​ກາງເວັນ ພວກເຮົາ​ບໍ່​ເປັນ​ຝ່າຍ​ກາງຄືນ ຫລື​ຝ່າຍ​ຄວາມມືດ.</verse>
				<verse number="6">ດ້ວຍເຫດນີ້ ຢ່າ​ໃຫ້​ພວກເຮົາ​ຫລັບ​ຢູ່​ເໝືອນ​ດັ່ງ​ຄົນອື່ນ, ແຕ່​ໃຫ້​ພວກເຮົາ​ເຝົ້າ​ລະວັງ​ຢູ່ ແລະ​ຢ່າ​ເມົາມົວ.</verse>
				<verse number="7">ເພາະວ່າ​ຄົນ​ທີ່​ນອນ​ຫລັບ​ກໍ​ຫລັບ​ໃນ​ກາງຄືນ ແລະ​ຄົນ​ເມົາ​ເຫຼົ້າ​ກໍ​ເມົາ​ໃນ​ກາງຄືນ.</verse>
				<verse number="8">ແຕ່​ຝ່າຍ​ພວກເຮົາ​ແລ້ວ ເປັນ​ຝ່າຍ​ກາງເວັນ ແລະ​ຢ່າ​ໃຫ້​ພວກເຮົາ​ເມົາ​ມົວ ພວກເຮົາ​ຕ້ອງ​ສວມ​ຄວາມເຊື່ອ ກັບ​ຄວາມຮັກ​ເປັນ​ເຄື່ອງ​ປ້ອງກັນ​ໜ້າເອິກ ແລະ​ຢຶດ​ຄວາມຫວັງ ວ່າ​ໄດ້​ຮັບ​ຄວາມ​ພົ້ນ​ເປັນ​ໝວກ​ເຫຼັກ​ປ້ອງກັນ​ຫົວ.</verse>
				<verse number="9">ເພາະວ່າ ພຣະເຈົ້າ​ບໍ່ໄດ້​ເລືອກ​ພວກເຮົາ​ໄວ້​ສຳລັບ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ແຕ່​ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ພົ້ນ​ໂດຍ​ທາງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ,</verse>
				<verse number="10">ຜູ້​ທີ່​ໄດ້​ຕາຍ​ເພື່ອ​ພວກເຮົາ ເພື່ອ​ວ່າ​ພວກເຮົາ​ຈະ​ມີ​ຊີວິດ​ກັບ​ພຣະອົງ ເມື່ອ​ພຣະອົງ​ສະເດັດ​ມາ​ປາກົດ ບໍ່​ວ່າ​ພວກເຮົາ​ຍັງ​ມີ​ຊີວິດ​ຢູ່ ຫລື​ຕາຍໄປ​ແລ້ວ​ກໍຕາມ.</verse>
				<verse number="11">ເພາະສະນັ້ນ ຈົ່ງ​ຊູ​ກຳລັງ​ໃຈ​ຊຶ່ງກັນແລະກັນ ແລະ​ຈົ່ງ​ຊ່ວຍເຫລືອ​ກັນ​ໃຫ້​ຈະເລີນ​ຂຶ້ນ ຕາມ​ທີ່​ພວກເຈົ້າ​ເຮັດ​ຢູ່​ນັ້ນ.</verse>
				<verse number="12">ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຮ້ອງ​ຂໍ​ພວກເຈົ້າ​ໃຫ້​ຮັບຮູ້ ຜູ້​ທີ່​ເຮັດ​ການ​ງານ​ຢ່າງ​ໜັກໜ່ວງ​ໃນ​ທ່າມກາງ​ພວກເຈົ້າ ຄື​ຜູ້​ທີ່​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ ແລະ​ເປັນ​ຜູ້​ສອນ​ພວກເຈົ້າ​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="13">ຈົ່ງ​ນັບຖື​ແລະ​ຮັກ​ພວກເຂົາ​ຢ່າງ​ຫລາຍ​ທີ່ສຸດ ເນື່ອງ​ຈາກ​ການງານ​ທີ່​ພວກເຂົາ​ເຮັດ​ຢູ່​ນັ້ນ ຈົ່ງ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສະຫງົບສຸກ.</verse>
				<verse number="14">ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຮ້ອງຂໍ​ພວກເຈົ້າ​ຕື່ມ​ອີກ ຄື​ຈົ່ງ​ຕັກເຕືອນ​ຜູ້​ທີ່​ບໍ່​ຢູ່​ໃນ​ລະບຽບ, ຈົ່ງ​ໜູນໃຈ​ຜູ້​ທີ່​ນ້ອຍໃຈ, ຈົ່ງ​ຊ່ວຍເຫຼືອ​ຜູ້​ທີ່​ອ່ອນແຮງ ແລະ​ຈົ່ງ​ອົດທົນ​ຕໍ່​ທຸກໆ​ຄົນ.</verse>
				<verse number="15">ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ເຮັດ​ຄວາມຊົ່ວ​ຕອບ​ແທນ​ຄວາມຊົ່ວ ແຕ່​ໃຫ້​ສະແຫວງ​ຫາ​ທາງ​ເຮັດ​ຄວາມດີ​ຕໍ່​ກັນແລະກັນ​ສະເໝີ ແລະ​ແກ່​ທຸກຄົນ​ດ້ວຍ.</verse>
				<verse number="16">ຈົ່ງ​ຊົມຊື່ນ​ຍິນດີ​ຢູ່​ສະເໝີ,</verse>
				<verse number="17">ຈົ່ງ​ພາວັນນາ​ອະທິຖານ​ຢູ່​ທຸກ​ເວລາ,</verse>
				<verse number="18">ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ໃນ​ທຸກສິ່ງ ເພາະ​ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ພໍພຣະໄທ ຊຶ່ງ​ປາກົດ​ໃນ​ພຣະເຢຊູ​ຄຣິດເຈົ້າ ສຳລັບ​ເຈົ້າ​ທັງຫຼາຍ.</verse>
				<verse number="19">ຢ່າ​ຫັກຫ້າມ​ພຣະວິນຍານ,</verse>
				<verse number="20">ຢ່າ​ປະໝາດ​ຄຳທຳນວາຍ.</verse>
				<verse number="21">ແຕ່​ຈົ່ງ​ທົດລອງ​ເບິ່ງ​ທຸກສິ່ງ ສິ່ງໃດ​ດີ ຈົ່ງ​ຢຶດຖື​ໄວ້​ໃຫ້​ໝັ້ນ</verse>
				<verse number="22">ແລະ​ຈົ່ງ​ລະເວັ້ນ​ຈາກ​ຄວາມຊົ່ວ​ທຸກ​ຊະນິດ.</verse>
				<verse number="23">ຂໍ​ພຣະເຈົ້າ​ຜູ້​ໂຜດ​ໃຫ້​ສັນຕິສຸກ ຊົງ​ຊຳລະ​ພວກເຈົ້າ​ໃຫ້​ເປັນ​ຄົນ​ບໍຣິສຸດ​ຮຽບຮ້ອຍ​ໃນ​ທຸກ​ດ້ານ ແລະ​ຊົງ​ຮັກສາ​ທັງ​ຈິດ​ວິນຍານ ຈິດໃຈ ແລະ​ຮ່າງກາຍ​ຂອງ​ພວກເຮົາ ໃຫ້​ປາສະຈາກ​ຄວາມຜິດ​ໃດໆ ຈົນເຖິງ​ວັນ​ທີ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ສະເດັດ​ມາ​ປາກົດ.</verse>
				<verse number="24">ພຣະອົງ​ຜູ້​ຊົງ​ເອີ້ນ​ເອົາ​ເຈົ້າ​ທັງຫລາຍ​ນັ້ນ​ກໍ​ທ່ຽງທຳ ພຣະອົງ​ນັ້ນ​ແຫຼະ ຈະ​ຊົງ​ດຳເນີນ​ງານ.</verse>
				<verse number="25">ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ.</verse>
				<verse number="26">ຂໍ​ຄຳນັບ​ພວກ​ພີ່ນ້ອງ​ທຸກຄົນ ດ້ວຍ​ທຳນຽມ​ຈູບ​ອັນ​ບໍຣິສຸດ.</verse>
				<verse number="27">ເຮົາ​ຮ້ອງຂໍ​ນຳ​ພວກເຈົ້າ​ຕື່ມ​ອີກ ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, ຈົ່ງ​ອ່ານ​ຈົດໝາຍ​ສະບັບ​ນີ້ ສູ່​ພີ່ນ້ອງ​ຄົນ​ທີ່​ເຊື່ອ​ທັງໝົດ​ຟັງ.</verse>
				<verse number="28">ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.</verse>
			</chapter>
		</book>
		<book number="53">
			<chapter number="1">
				<verse number="1">ຈາກ ໂປໂລ, ຊີລາ ແລະ ຕີໂມທຽວ, ເຖິງ ພີ່ນ້ອງ​ທີ່​ເຊື່ອ​ໃນ​ຄຣິສຕະຈັກ ທີ່​ເມືອງ​ເທສະໂລນິກ ທີ່​ເປັນ​ຂອງ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ ອົງ​ພຣະເຢຊູ​ຄຣິດເຈົ້າ.</verse>
				<verse number="2">ຂໍ​ພຣະບິດາເຈົ້າ ແລະ ອົງ​ພຣະເຢຊູ​ຄຣິດເຈົ້າ ຊົງ​ໂຜດ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ​ແກ່​ພວກເຈົ້າ​ເທີ້ນ.</verse>
				<verse number="3">ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ຕະຫລອດ​ເວລາ ກ່ຽວກັບ​ເລື່ອງ​ພວກເຈົ້າ ຊຶ່ງ​ເປັນ​ສິ່ງ​ທີ່​ສົມຄວນ​ສຳລັບ​ພວກເຮົາ ເພາະ​ຄວາມເຊື່ອ​ຂອງ​ພວກເຈົ້າ​ຈະເລີນ​ຫລາຍ​ຂຶ້ນ ແລະ​ຄວາມຮັກ​ຂອງ​ພວກເຈົ້າ​ທຸກຄົນ​ທີ່​ມີ​ແກ່​ກັນແລະກັນ ກໍ​ທະວີ​ຂຶ້ນ​ຫລາຍກວ່າ​ເກົ່າ.</verse>
				<verse number="4">ດ້ວຍເຫດນັ້ນ ພວກເຮົາ​ຈຶ່ງ​ເວົ້າ​ອວດ​ເຖິງ​ພວກເຈົ້າ​ໃນ​ຄຣິສຕະຈັກ​ທັງຫລາຍ​ຂອງ​ພຣະເຈົ້າ ພວກເຮົາ​ອວດ​ເຖິງ​ວິທີ​ທີ່​ພວກເຈົ້າ​ສືບຕໍ່​ອົດທົນ ແລະ​ເຊື່ອໝັ້ນ​ເມື່ອ​ຖືກ​ການ​ຂົ່ມເຫັງ ແລະ​ທົນ​ຄວາມ​ທຸກ​ໃນ​ທຸກ​ຮູບແບບ ທີ່​ພວກເຈົ້າ​ກຳລັງ​ພົບ​ຢູ່​ນັ້ນ.</verse>
				<verse number="5">ສິ່ງ​ທັງໝົດ​ເຫຼົ່ານີ້ ພິສູດ​ໃຫ້​ເຫັນ​ຢ່າງ​ຈະແຈ້ງ​ວ່າ​ການ​ພິພາກສາ​ຂອງ​ພຣະເຈົ້າ​ຊົງ​ຍຸດຕິທຳ ແລະ​ຜົນ​ທີ່​ໄດ້​ຮັບ​ນັ້ນ ຄື​ພວກເຈົ້າ​ຈະ​ເປັນ​ຜູ້​ສົມຄວນ​ກັບ​ຣາຊອານາຈັກ​ຂອງ​ພຣະອົງ ຊຶ່ງ​ພວກເຈົ້າ​ກຳລັງ​ຖືກ​ທົນທຸກ​ຢູ່ ກໍ​ເພື່ອ​ເຫັນ​ແກ່​ອານາຈັກ​ນັ້ນ.</verse>
				<verse number="6">ພຣະເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ຍຸດຕິທຳ ຄື​ພຣະອົງ​ຈະ​ນຳ​ເອົາ​ຄວາມ​ທົນທຸກ​ໄປ​ສູ່​ຜູ້​ທີ່​ເຮັດ​ໃຫ້​ພວກເຈົ້າ​ຖືກ​ທົນທຸກ,</verse>
				<verse number="7">ແລະ​ພຣະອົງ​ຈະ​ໃຫ້​ພວກເຈົ້າ ຜູ້​ທີ່​ຖືກ​ຄວາມ​ຍາກ​ລຳບາກ ໄດ້​ຮັບ​ຄວາມ​ບັນເທົາ​ທຸກ​ຮ່ວມ​ກັບ​ພວກເຮົາ​ດ້ວຍ. ເມື່ອ​ອົງ​ພຣະເຢຊູເຈົ້າ​ຈະ​ຊົງ​ສະເດັດ​ມາ​ປາກົດ​ຈາກ​ສະຫວັນ ໃນ​ແປວໄຟ​ອັນ​ຮ້ອນກ້າ​ພ້ອມ​ດ້ວຍ​ຝູງ​ເທວະດາ​ຕົນ​ມີ​ຣິດ​ຂອງ​ພຣະອົງ,</verse>
				<verse number="8">ເພື່ອ​ລົງໂທດ​ຜູ້​ທີ່​ປະຕິເສດ​ພຣະເຈົ້າ ແລະ​ຜູ້​ທີ່​ບໍ່​ຍອມ​ເຊື່ອຟັງ​ຂ່າວປະເສີດ​ເລື່ອງ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ.</verse>
				<verse number="9">ພຣະເຈົ້າ​ຈະ​ເຮັດ​ໃຫ້​ພວກເຂົາ​ຖືກ​ທົນທຸກ​ແລະ​ໄດ້​ຮັບ​ໂທດ ແລະ​ຖືກ​ທຳລາຍ​ຕະຫລອດໄປ ຄື​ຖືກ​ແຍກ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຈາກ​ຣິດທານຸພາບ ສະຫງ່າຣາສີ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ</verse>
				<verse number="10">ເມື່ອ​ພຣະອົງ​ສະເດັດ​ມາ​ປາກົດ​ໃນ​ວັນ​ນັ້ນ ເພື່ອ​ຮັບ​ກຽດຕິຍົດ​ພ້ອມ​ທັງ​ໄພ່ພົນ​ບໍຣິສຸດ​ທັງໝົດ​ຂອງ​ພຣະອົງ ແລະ​ເປັນ​ການ​ອັດສະຈັນ​ໃຈ​ໃນ​ທ່າມກາງ​ຜູ້​ທີ່​ເຊື່ອ​ທຸກຄົນ ລວມ​ທັງ​ພວກເຈົ້າ​ເພາະ​ໄດ້​ເຊື່ອ​ຖ້ອຍຄຳ ຊຶ່ງ​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ.</verse>
				<verse number="11">ເພາະສະນັ້ນ ພວກເຮົາ​ຈຶ່ງ​ພາວັນນາ​ອະທິຖານ ສຳລັບ​ພວກເຈົ້າ​ຢູ່​ສະເໝີ ພວກເຮົາ​ຂໍ​ພຣະເຈົ້າ​ຂອງ​ພວກເຮົາ ໂຜດ​ເຮັດ​ໃຫ້​ຊີວິດ​ຂອງ​ພວກເຈົ້າ​ມີ​ຄຸນຄ່າ ສົມກັບ​ທີ່​ພຣະອົງ​ຊົງ​ເອີ້ນ​ເອົາ​ພວກເຈົ້າ​ໃຫ້​ດຳເນີນ​ຊີວິດ​ນັ້ນ ໂດຍ​ຣິດອຳນາດ​ຂອງ​ພຣະອົງ ຂໍ​ພຣະອົງ​ໂຜດ​ໃຫ້​ຄວາມ​ປາຖະໜາ​ໃນ​ການ​ເຮັດ​ດີ​ທຸກຢ່າງ ແລະ​ໃນ​ການ​ດຳເນີນ​ພາລະກິດ​ດ້ວຍ​ຄວາມເຊື່ອ​ຂອງ​ພວກເຈົ້າ ຈົ່ງ​ບັນລຸ​ຜົນ​ສຳເລັດ​ເທີ້ນ.</verse>
				<verse number="12">ເພື່ອ​ວ່າ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ​ຈະ​ໄດ້​ຮັບ​ກຽດຕິຍົດ​ຈາກ​ພວກເຈົ້າ ແລະ​ເພື່ອ​ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ກຽດຕິຍົດ​ເພາະ​ພຣະອົງ ໂດຍ​ພຣະຄຸນ​ພຣະເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ.</verse>
			</chapter>
			<chapter number="2">
				<verse number="1">ພວກ​ພີ່ນ້ອງ​ເອີຍ, ເລື່ອງ​ການ​ສະເດັດ​ມາ​ປາກົດ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ແລະ​ການ​ທີ່​ພຣະອົງ​ຈະ​ເຕົ້າໂຮມ​ພວກເຮົາ​ໄປ​ເປັນ​ຂອງ​ພຣະອົງ​ນັ້ນ ເຮົາ​ຂໍຮ້ອງ​ພວກເຈົ້າ​ວ່າ,</verse>
				<verse number="2">ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ປັ່ນປ່ວນ​ໂດຍ​ງ່າຍ ຫລື​ສະທ້ານ​ຕົກໃຈ ບໍ່​ວ່າ​ຈະ​ມາ​ດ້ວຍ​ທາງ​ວິນຍານ ຫລື​ມາ​ທາງ​ຄຳ​ເວົ້າ ຫລື​ທາງ​ຈົດໝາຍ​ທີ່​ອ້າງ​ວ່າ​ມາ​ຈາກ​ເຮົາ ໂດຍ​ອ້າງ​ວ່າ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ມາ​ເຖິງ​ແລ້ວ.</verse>
				<verse number="3">ຢ່າ​ໃຫ້​ຜູ້ໃດ​ຫລອກລວງ​ພວກເຈົ້າ​ໃນ​ທາງໃດ​ທາງໜຶ່ງ​ເລີຍ. ດ້ວຍວ່າ, ວັນ​ນັ້ນ​ຈະ​ບໍ່​ມາ​ເຖິງ ຈົນກວ່າ​ການ​ທໍລະຍົດ​ຄັ້ງ​ສຸດທ້າຍ​ຈະ​ເກີດຂຶ້ນ​ກ່ອນ ແລະ​ຜູ້​ຊົ່ວຮ້າຍ​ຈະ​ປາກົດ​ຕົວ​ຂຶ້ນ ຄື​ຜູ້​ທີ່​ຖືກ​ໝາຍ​ໄວ້​ສຳລັບ​ນະຣົກ.</verse>
				<verse number="4">ມັນ​ຈະ​ຂັດຂວາງ​ທຸກສິ່ງ​ທີ່​ມະນຸດ​ຂາບໄຫວ້ ແລະ​ທຸກສິ່ງ​ທີ່​ມະນຸດ​ຖື​ເປັນ​ພຣະເຈົ້າ ແລະ​ຈະ​ຍົກ​ຕົວ​ຂຶ້ນ​ເໜືອ​ສິ່ງ​ເຫຼົ່ານັ້ນ​ທັງໝົດ. ມັນ​ຈະ​ເຂົ້າ​ໄປ​ນັ່ງ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ​ອ້າງ​ຕົນເອງ​ວ່າ​ເປັນ​ພຣະເຈົ້າ.</verse>
				<verse number="5">ພວກເຈົ້າ​ຈື່​ໄດ້​ບໍ? ເມື່ອ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ນັ້ນ ເຮົາ​ກໍ​ເຄີຍ​ບອກ​ສິ່ງ​ເຫຼົ່ານີ້​ທັງໝົດ​ແກ່​ພວກເຈົ້າ​ແລ້ວ.</verse>
				<verse number="6">ແຕ່​ໃນ​ເວລາ​ນີ້ ຍັງ​ມີ​ສິ່ງ​ທີ່​ກີດກັ້ນ​ມັນ​ໄວ້​ບໍ່​ໃຫ້​ປາກົດ​ຕົວ ແລະ​ພວກເຈົ້າ​ກໍ​ຮູ້​ວ່າ​ສິ່ງ​ນັ້ນ​ແມ່ນ​ຫຍັງ ເມື່ອ​ເຖິງ​ເວລາ​ກຳນົດ​ແລ້ວ ມັນ​ກໍ​ຈະ​ປາກົດ​ຕົວ.</verse>
				<verse number="7">ອຳນາດ​ອັນ​ເລິກລັບ​ແຫ່ງ​ຄວາມ​ຊົ່ວຮ້າຍ​ກໍ​ດຳເນີນ​ການ​ຢູ່​ແລ້ວ ແຕ່​ສິ່ງ​ທີ່​ຕ້ອງ​ເກີດຂຶ້ນ​ນັ້ນ​ຈະ​ເກີດຂຶ້ນ​ໄດ້ ກໍ​ຕໍ່​ເມື່ອ​ຜູ້​ທີ່​ກີດກັ້ນ​ມັນ​ໄວ້​ນັ້ນ​ຖືກ​ຍົກ​ໄປ​ເສຍ.</verse>
				<verse number="8">ໃນຂະນະ​ນັ້ນ ຜູ້ຊົ່ວຮ້າຍ​ຈຶ່ງ​ຈະ​ປາກົດ​ຕົວ ແລະ​ອົງ​ພຣະເຢຊູເຈົ້າ​ກໍ​ຈະ​ປະຫານ​ມັນ​ເສຍ​ດ້ວຍ​ລົມ​ຈາກ​ປາກ​ຂອງ​ພຣະອົງ ແລະ​ຈະ​ລ້າງຜານ​ໃຫ້​ມັນ​ດັບສູນ​ໄປ​ດ້ວຍ​ແສງ​ອັນ​ຮຸ່ງເຮືອງ ໃນ​ເວລາ​ທີ່​ພຣະອົງ​ສະເດັດ​ມາ​ນັ້ນ.</verse>
				<verse number="9">ຜູ້ຊົ່ວຮ້າຍ​ນັ້ນ​ຈະ​ມາ​ດ້ວຍ​ອຳນາດ​ຂອງ​ມານຊາຕານ ແລະ​ຈະ​ເຮັດ​ການ​ອິດທິຣິດ​ທຸກຢ່າງ​ກັບ​ໝາຍສຳຄັນ​ແລະ​ການ​ອັດສະຈັນ​ຫຼາຍຢ່າງ​ທີ່​ຈອມປອມ</verse>
				<verse number="10">ແລະ​ໃຊ້​ກົນອຸບາຍ​ອັນ​ຊົ່ວຊ້າ​ທຸກຢ່າງ​ຫລອກລວງ​ຜູ້​ທີ່​ກຳລັງ​ຈະ​ຈິບຫາຍ​ໄປ. ຄົນ​ເຫຼົ່ານີ້​ຈະ​ຈິບຫາຍ​ໄປ​ເພາະ​ພວກເຂົາ​ບໍ່ໄດ້​ຍອມ​ຮັບ​ຄວາມຈິງ ຊຶ່ງ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ.</verse>
				<verse number="11">ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ໃຫ້​ອິດທິພົນ​ອັນ​ຫລອກລວງ​ນັ້ນ ເຮັດ​ການ​ຢູ່​ພາຍໃນ ເພື່ອ​ໃຫ້​ພວກເຂົາ​ເຊື່ອຟັງ​ຄວາມ​ບໍ່​ຈິງ.</verse>
				<verse number="12">ໃນ​ທີ່ສຸດ ທຸກຄົນ​ທີ່​ບໍ່ໄດ້​ເຊື່ອ​ຄວາມຈິງ ຄື​ຜູ້​ທີ່​ເພີດເພີນ​ຢູ່​ໃນ​ການ​ຊົ່ວຮ້າຍ ກໍ​ຈະ​ຖືກ​ພິພາກສາ​ລົງໂທດ.</verse>
				<verse number="13">ພວກ​ພີ່ນ້ອງ ຜູ້​ທີ່​ເປັນ​ທີ່ຮັກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ພວກເຮົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ທຸກ​ເວລາ ເພາະວ່າ​ພຣະເຈົ້າ​ຊົງ​ເລືອກ​ພວກເຈົ້າ​ໄວ້​ຕັ້ງແຕ່​ຕົ້ນເດີມ ເພື່ອ​ໂຜດ​ໃຫ້​ພົ້ນ​ໂດຍ​ຣິດອຳນາດ​ຂອງ​ພຣະວິນຍານ ອົງ​ທີ່​ເຮັດ​ໃຫ້​ພວກເຈົ້າ​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະອົງ ແລະ​ໂດຍ​ພວກເຈົ້າ​ເຊື່ອ​ໃນ​ຄວາມຈິງ.</verse>
				<verse number="14">ພຣະເຈົ້າ​ຊົງ​ເອີ້ນ​ເອົາ​ພວກເຈົ້າ​ໃຫ້​ມາ​ເຖິງ​ຊີວິດ​ໃໝ່​ນີ້ ກໍ​ໂດຍ​ຂ່າວປະເສີດ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ ພຣະອົງ​ໄດ້​ຊົງ​ເອີ້ນ​ເອົາ​ພວກເຈົ້າ ໃຫ້​ມີ​ສ່ວນ​ໃນ​ສະຫງ່າຣາສີ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.</verse>
				<verse number="15">ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຕັ້ງໝັ້ນຄົງ​ຢູ່ ແລະ​ຢຶດຖື​ເອົາ​ຄຳສອນ​ທີ່​ສືບ​ມາ ຊຶ່ງ​ພວກເຮົາ​ໄດ້​ສອນ​ພວກເຈົ້າ​ນັ້ນ ບໍ່​ວ່າ​ຈະ​ເປັນ​ທາງ​ວາຈາ ຫລື​ທາງ​ຈົດໝາຍ​ຂອງ​ພວກເຮົາ​ກໍດີ.</verse>
				<verse number="16">ຂໍ​ໃຫ້​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ຊົງ​ໂຜດ​ປະທານ​ໃຫ້​ພວກເຮົາ ມີ​ຄວາມ​ຊູ​ໃຈ​ເປັນນິດ​ແລະ​ຄວາມຫວັງ​ໃຈ​ອັນ​ດີ ໂດຍ​ພຣະຄຸນ​ນັ້ນ,</verse>
				<verse number="17">ຊົງ​ຊູໃຈ​ແລະ​ຕັ້ງ​ເຈົ້າ​ໄວ້​ໃຫ້​ໝັ້ນຄົງ ໃນ​ການງານ​ແລະ​ໃນ​ວາຈາ​ອັນ​ດີ​ທຸກຢ່າງ.</verse>
			</chapter>
			<chapter number="3">
				<verse number="1">ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ ຈົ່ງ​ພາວັນນາ​ອະທິຖານ​ສຳລັບ​ພວກເຮົາ​ດ້ວຍ. ເພື່ອ​ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໄດ້​ແຜ່​ຂະຫຍາຍ​ໄປ ແລະ​ໄດ້​ຮັບ​ຄຳ​ສັນລະເສີນ ດັ່ງ​ທີ່​ໄດ້​ເປັນ​ໄປ​ແລ້ວ​ໃນ​ທ່າມກາງ​ພວກເຈົ້າ​ນັ້ນ.</verse>
				<verse number="2">ເພື່ອ​ພຣະເຈົ້າ​ຈະ​ຊ່ວຍ​ໃຫ້​ພວກເຮົາ​ພົ້ນ​ຈາກ​ຄົນຊົ່ວຊ້າ ແລະ​ຄົນ​ໂຫດຮ້າຍ ດ້ວຍວ່າ ບໍ່ແມ່ນ​ທຸກຄົນ​ທີ່​ເຊື່ອ.</verse>
				<verse number="3">ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ສັດຊື່ ພຣະອົງ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ ທັງ​ຈະ​ຮັກສາ​ພວກເຈົ້າ​ໄວ້​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ​ດ້ວຍ.</verse>
				<verse number="4">ຝ່າຍ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ໃຫ້​ພວກເຮົາ​ມີ​ຄວາມ​ໝັ້ນໃຈ​ໃນ​ພວກເຈົ້າ​ວ່າ ພວກເຈົ້າ​ກຳລັງ​ປະຕິບັດ​ຕາມ ແລະ​ຈະ​ສືບຕໍ່​ປະຕິບັດ​ຕາມ ສິ່ງ​ທີ່​ພວກເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ.</verse>
				<verse number="5">ຂໍ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ໂຜດ​ນຳພາ​ຈິດໃຈ​ຂອງ​ພວກເຈົ້າ ສູ່​ຄວາມຮັກ​ຂອງ​ພຣະເຈົ້າ ແລະ​ສູ່​ຄວາມ​ພຽນ​ອົດທົນ​ຂອງ​ພຣະຄຣິດ.</verse>
				<verse number="6">ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ສັ່ງ​ພວກເຈົ້າ​ໃນ​ນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ວ່າ, ຈົ່ງ​ຫລີກ​ໜີ​ຈາກ​ຄົນ​ທີ່​ໃຊ້​ຊີວິດ​ໃນ​ທາງ​ບໍ່​ເປັນ​ປະໂຫຍດ ແລະ​ຜູ້​ທີ່​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ ທີ່​ພວກເຮົາ​ໄດ້​ມອບ​ໃຫ້​ພວກເຂົາ​ແລ້ວ​ນັ້ນ.</verse>
				<verse number="7">ພວກເຈົ້າ​ເອງ​ກໍ​ຮູ້​ດີ​ຢູ່​ແລ້ວ​ວ່າ ພວກເຈົ້າ​ຄວນ​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ. ດ້ວຍວ່າ, ພວກເຮົາ​ບໍ່ໄດ້​ເປັນ​ຄົນ​ໃຊ້​ຊີວິດ​ໃນ​ທາງ​ບໍ່​ເປັນ​ປະໂຫຍດ​ເມື່ອ​ຢູ່​ທ່າມກາງ​ພວກເຈົ້າ.</verse>
				<verse number="8">ພວກເຮົາ​ບໍ່ໄດ້​ອາໄສ​ຢູ່​ກິນ​ລ້າໆ​ນຳ​ຜູ້ໃດ ແຕ່​ພວກເຮົາ​ໄດ້​ເຮັດ​ວຽກງານ​ຢ່າງ​ໜັກໜ່ວງ ພວກເຮົາ​ໄດ້​ເຮັດ​ວຽກ​ທັງເວັນ​ທັງຄືນ ເພື່ອ​ບໍ່​ໃຫ້​ເປັນ​ພາລະ​ແກ່​ຜູ້ໃດ​ໃນ​ພວກເຈົ້າ.</verse>
				<verse number="9">ພວກເຮົາ​ໄດ້​ເຮັດ​ເຊັ່ນນີ້ ບໍ່ແມ່ນ​ວ່າ​ເພາະ​ພວກເຮົາ​ບໍ່ມີ​ສິດ​ທີ່​ຈະ​ຮຽກຮ້ອງ​ເອົາ​ການ​ອຸດໜູນ​ຈາກ​ພວກເຈົ້າ ແຕ່​ເພື່ອ​ເປັນ​ແບບຢ່າງ​ໃຫ້​ພວກເຈົ້າ​ເຮັດ​ຕາມ.</verse>
				<verse number="10">ເມື່ອ​ພວກເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ນັ້ນ ພວກເຮົາ​ເຄີຍ​ບອກ​ພວກເຈົ້າ​ແລ້ວ​ວ່າ, “ຜູ້ໃດ​ທີ່​ບໍ່​ຢາກ​ເຮັດ​ວຽກ ກໍ​ຢ່າ​ໃຫ້​ຜູ້ນັ້ນ​ກິນ.”</verse>
				<verse number="11">ພວກເຮົາ​ກ່າວ​ເຊັ່ນນີ້ ເພາະ​ພວກເຮົາ​ໄດ້ຍິນ​ວ່າ ມີ​ບາງຄົນ​ໃນ​ພວກເຈົ້າ​ດຳເນີນ​ຊີວິດ​ຢ່າງ​ກຽດຄ້ານ ແລະ​ບໍ່​ເຮັດ​ວຽກ​ເຮັດ​ການ​ຫຍັງ ມີ​ແຕ່​ທ່ຽວ​ຫາ​ຫຍຸ້ງກ່ຽວ​ກັບ​ກິດ​ທຸລະ​ຂອງ​ຄົນອື່ນ.</verse>
				<verse number="12">ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ພວກເຮົາ​ສັ່ງ​ແລະ​ເຕືອນ​ສະຕິ​ຄົນ​ຢ່າງ​ນັ້ນ​ວ່າ ໃຫ້​ດຳເນີນ​ຊີວິດ​ຢ່າງ​ມີ​ລະບຽບ ແລະ​ໃຫ້​ເຮັດ​ວຽກງານ​ເພື່ອ​ລ້ຽງຊີບ​ຕົນເອງ.</verse>
				<verse number="13">ແຕ່​ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຈົ້າ​ບໍ່​ຕ້ອງ​ອິດເມື່ອຍ​ທີ່​ຈະ​ເຮັດ​ຄວາມດີ.</verse>
				<verse number="14">ຖ້າ​ມີ​ບາງຄົນ​ບໍ່​ຍອມ​ຟັງ​ຖ້ອຍຄຳ​ທີ່​ພວກເຮົາ​ສັ່ງ​ມາ​ໃນ​ຈົດໝາຍ​ນີ້ ຈົ່ງ​ໝາຍ​ຄົນ​ນັ້ນ​ໄວ້ ແລະ​ຢ່າ​ສູ່​ຄົບຫາ​ສະມາຄົມ​ກັບ​ລາວ ເພື່ອ​ລາວ​ຈະ​ໄດ້​ລະອາຍ.</verse>
				<verse number="15">ແຕ່​ເຖິງ​ປານ​ນັ້ນ​ກໍຕາມ ຢ່າ​ຖື​ຄົນ​ນັ້ນ​ວ່າ​ເປັນ​ສັດຕູ ແຕ່​ຈົ່ງ​ເຕືອນ​ສະຕິ​ລາວ ໃນ​ຖານະ​ເປັນ​ພີ່ນ້ອງ​ຄົນ​ໜຶ່ງ.</verse>
				<verse number="16">ຂໍ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ ອົງ​ເປັນ​ບໍ່​ກຳເນີດ​ແຫ່ງ​ສັນຕິສຸກ​ຂອງ​ພວກເຮົາ ຊົງ​ໂຜດ​ປະທານ​ສັນຕິສຸກ​ແກ່​ພວກເຈົ້າ​ໃນ​ທຸກຢ່າງ​ແລະ​ທຸກ​ເວລາ. ຂໍ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.</verse>
				<verse number="17">ຄວາມ​ຄຳນັບ​ນີ້ ເປັນ​ລາຍມື​ຂອງເຮົາ​ເອງ ຄື​ໂປໂລ ລາຍເຊັນ​ໃນ​ຈົດໝາຍ​ທຸກ​ສະບັບ​ຂອງເຮົາ​ເຄີຍ​ຂຽນ​ດັ່ງນີ້ແຫລະ.</verse>
				<verse number="18">ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຈົ່ງ​ດຳລົງ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.</verse>
			</chapter>
		</book>
		<book number="54">
			<chapter number="1">
				<verse number="1">ຈາກ​ໂປໂລ ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ເຮົາ​ທັງຫລາຍ ແລະ ອົງ​ພຣະເຢຊູ​ຄຣິດເຈົ້າ ຜູ້​ເປັນ​ຄວາມຫວັງ​ຂອງ​ພວກເຮົາ,</verse>
				<verse number="2">ເຖິງ ຕີໂມທຽວ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ, ຂໍ​ພຣະເຈົ້າ ພຣະບິດາເຈົ້າ​ກັບ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ໂຜດ​ປະທານ​ພຣະຄຸນ, ຄວາມ​ເມດຕາ​ແລະ​ສັນຕິສຸກ​ແກ່​ເຈົ້າ​ເທີ້ນ.</verse>
				<verse number="3">ເມື່ອ​ເຮົາ​ກຳລັງ​ເດີນທາງ​ໄປ​ທີ່​ແຂວງ​ມາເກໂດເນຍ ເຮົາ​ຂໍຮ້ອງ​ໃຫ້​ເຈົ້າ​ຢູ່​ໃນ​ເມືອງ​ເອເຟໂຊ ເພື່ອ​ຈະ​ໄດ້​ສັ່ງ​ຫ້າມ​ບາງຄົນ ບໍ່​ໃຫ້​ພວກເຂົາ​ສອນ​ຄຳ​ໂອວາດ​ຢ່າງ​ອື່ນ.</verse>
				<verse number="4">ຈົ່ງ​ບອກ​ພວກເຂົາ​ໃຫ້​ເລີກ​ສົນໃຈ​ເລື່ອງ​ນິຍາຍ​ຕ່າງໆ ແລະ​ເລື່ອງ​ເຊື້ອສາຍ​ອັນ​ບໍ່​ຮູ້​ສິ້ນສຸດ​ຂອງ​ບັນພະບຸລຸດ​ນັ້ນ​ເສຍ ຊຶ່ງ​ເປັນ​ເຫດ​ໃຫ້​ເກີດ​ການ​ໂຕ້ຖຽງ​ກັນ​ເທົ່ານັ້ນ ແທນທີ່​ຈະ​ເປັນ​ໄປ​ຕາມ​ແຜນການ​ຂອງ​ພຣະເຈົ້າ ອັນ​ກ່ຽວກັບ​ຄວາມເຊື່ອ.</verse>
				<verse number="5">ຈຸດປະສົງ​ຂອງ​ຄຳສັ່ງ​ນີ້ ແມ່ນ​ເພື່ອ​ກໍ່​ໃຫ້​ເກີດ​ຄວາມຮັກ​ຈາກ​ໃຈ​ບໍຣິສຸດ ຈາກ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ແລະ​ຈາກ​ຄວາມເຊື່ອ​ອັນ​ຈິງໃຈ.</verse>
				<verse number="6">ມີ​ບາງຄົນ​ໄດ້​ຫັນ​ໜີ​ຈາກ​ສິ່ງ​ເຫຼົ່ານີ້ ແລະ​ຫລົງ​ໄປ​ຫາ​ການ​ໂຕ້ຖຽງ​ອັນ​ໂງ່ງ່າວ​ບໍ່ມີ​ປະໂຫຍດ.</verse>
				<verse number="7">ພວກເຂົາ​ຢາກ​ເປັນ​ຄູສອນ​ເລື່ອງ​ກົດບັນຍັດ​ຂອງ​ພຣະເຈົ້າ ເຖິງ​ແມ່ນ​ວ່າ​ພວກເຂົາ​ບໍ່​ເຂົ້າໃຈ​ໃນ​ສິ່ງ​ທີ່​ຕົນເອງ​ເວົ້າ ແລະ​ສິ່ງ​ທີ່​ພວກເຂົາ​ຢືນຢັນ.</verse>
				<verse number="8">ພວກເຮົາ​ຮູ້​ວ່າ​ກົດບັນຍັດ​ນັ້ນ​ດີ ຖ້າ​ນຳ​ໄປ​ໃຊ້​ໃນ​ທາງ​ຖືກຕ້ອງ.</verse>
				<verse number="9">ພວກເຮົາ​ກໍ​ຮູ້​ຄື​ກັນ​ວ່າ ກົດໝາຍ​ນັ້ນ​ບໍ່ໄດ້​ຕັ້ງ​ໄວ້​ສຳລັບ​ຄົນ​ດີ ແຕ່​ຕັ້ງ​ໄວ້​ສຳລັບ​ຄົນ​ດັ່ງ​ຕໍ່ໄປນີ້ ຄື​ຄົນ​ລະເມີດ​ກົດໝາຍ​ແລະ​ຜູ້​ເຮັດ​ການ​ຊົ່ວຮ້າຍ, ຄົນຊົ່ວຊ້າ​ແລະ​ຄົນ​ບໍ່​ຢ້ານ​ບາບກຳ, ຄົນ​ບໍ່​ເຄົາຣົບ​ນັບຖື​ພຣະເຈົ້າ​ແລະ​ສິ່ງ​ສັກສິດ, ຄົນ​ຂ້າ​ພໍ່​ຕີ​ແມ່, ຜູ້ຮ້າຍ​ຂ້າ​ຄົນ,</verse>
				<verse number="10">ຄົນ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຮັກ​ຮ່ວມ​ເພດ​ດຽວກັນ, ຜູ້ຮ້າຍ​ລັກ​ຄົນ, ຄົນ​ທີ່​ຂີ້ຕົວະ ແລະ​ກ່າວ​ຄຳ​ສາບານ​ບໍ່​ຈິງ ຫລື​ສິ່ງ​ອື່ນໆ​ກໍຕາມ ຊຶ່ງ​ຂັດ​ກັບ​ຫລັກ​ຄຳສັ່ງສອນ​ອັນ​ສັດຈິງ.</verse>
				<verse number="11">ຕາມ​ທີ່​ມີ​ຢູ່​ໃນ​ຂ່າວປະເສີດ ຊຶ່ງ​ກ່າວ​ເຖິງ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ​ຜູ້​ຊົງ​ສະເຫວີຍ​ສຸກ ຄື​ຂ່າວປະເສີດ​ທີ່​ໄດ້​ຊົງ​ມອບ​ໄວ້​ກັບ​ເຮົາ​ແລ້ວ.</verse>
				<verse number="12">ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ໂຜດ​ຊູ​ກຳລັງ​ເຮົາ. ດ້ວຍວ່າ, ພຣະອົງ​ຊົງ​ຖື​ເຮົາ​ວ່າ​ເປັນ​ຜູ້​ສັດຊື່ ແລະ​ແຕ່ງຕັ້ງ​ເຮົາ​ໃຫ້​ເປັນ​ຜູ້ຮັບໃຊ້​ພຣະອົງ,</verse>
				<verse number="13">ເຖິງ​ແມ່ນ​ວ່າ​ເມື່ອ​ກ່ອນ​ນັ້ນ ເຮົາ​ໄດ້​ເປັນ​ຄົນ​ຫຍາບຊ້າ ຂົ່ມເຫັງ ແລະ​ໝິ່ນປະໝາດ​ພຣະອົງ ແຕ່​ເຮົາ​ກໍ​ຍັງ​ໄດ້​ຮັບ​ພຣະ​ກະລຸນາ ເພາະວ່າ​ທີ່​ເຮົາ​ໄດ້​ເຮັດ​ຢ່າງ​ນັ້ນ ກໍ​ດ້ວຍ​ຄວາມ​ບໍ່​ຮູ້​ແລະ​ດ້ວຍ​ຄວາມ​ບໍ່​ເຊື່ອ.</verse>
				<verse number="14">ຝ່າຍ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ພຣະອົງ​ໄດ້​ຖອກ​ເທ​ພຣະຄຸນ​ໃສ່​ເຮົາ​ຢ່າງ​ລົ້ນເຫລືອ ພ້ອມ​ດ້ວຍ​ຄວາມເຊື່ອ​ແລະ​ຄວາມຮັກ ຊຶ່ງ​ພວກເຮົາ​ມີ​ໃນ​ພຣະຄຣິດເຈົ້າ​ເຢຊູ.</verse>
				<verse number="15">ຄຳ​ນີ້​ເປັນ​ຄວາມຈິງ ຊຶ່ງ​ທຸກຄົນ​ສົມຄວນ​ຮັບ​ເອົາ​ໄວ້ ຄື​ພຣະຄຣິດເຈົ້າ​ເຢຊູ​ໄດ້​ເຂົ້າ​ມາ​ໃນ​ໂລກ ເພື່ອ​ໂຜດ​ເອົາ​ຄົນ​ບາບ​ທັງຫລາຍ​ໃຫ້​ພົ້ນ ໃນ​ບັນດາ​ຄົນ​ເຫຼົ່ານັ້ນ ແມ່ນ​ເຮົາ​ນີ້​ແຫຼະ ເປັນ​ຄົນ​ບາບ​ຫລາຍ​ທີ່ສຸດ,</verse>
				<verse number="16">ແຕ່​ດ້ວຍເຫດນີ້​ເອງ ພຣະເຈົ້າ​ຈຶ່ງ​ເມດຕາ​ຕໍ່​ເຮົາ ເພື່ອ​ວ່າ​ພຣະເຢຊູ​ຄຣິດເຈົ້າ​ຈະ​ໄດ້​ຊົງ​ສຳແດງ​ໃຫ້​ເຮົາ​ເຫັນ ເຖິງ​ຄວາມ​ອົດທົນ​ຢ່າງ​ລົ້ນເຫລືອ​ຂອງ​ພຣະອົງ ຊຶ່ງ​ມີ​ຕໍ່​ເຮົາ​ທີ່​ເປັນ​ຄົນ​ບາບໜາ​ທີ່ສຸດ ເພື່ອ​ໃຫ້​ເປັນ​ແບບຢ່າງ​ສຳລັບ​ທຸກຄົນ ທີ່​ຈະ​ໄດ້​ເຊື່ອ​ໃນ​ພຣະອົງ ແລະ​ຮັບ​ຊີວິດ​ນິຣັນດອນ.</verse>
				<verse number="17">ພຣະ​ກຽດ​ແລະ​ພຣະ​ຣັດສະໝີ ຈົ່ງ​ມີ​ແກ່​ພຣະ​ມະຫາ​ກະສັດ ຜູ້​ຊົງ​ພຣະ​ຈະເລີນ​ຢູ່​ເປັນນິດ ຜູ້​ຊົງ​ເປັນ​ອົງ​ອະມະຕະ ຊຶ່ງ​ບໍ່ໄດ້​ປາກົດ​ພຣະອົງ ຜູ້​ຊົງ​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ ສືບໆໄປ​ເປັນນິດ ອາແມນ.</verse>
				<verse number="18">ຕີໂມທຽວ​ລູກ​ຂອງເຮົາ​ເອີຍ, ເຮົາ​ຂໍ​ມອບ​ຄຳແນະນຳ​ນີ້​ແກ່​ເຈົ້າ ຕາມ​ທີ່​ມີ​ຄຳທຳນວາຍ​ກ່າວ​ໄວ້​ກ່ຽວກັບ​ເຈົ້າ​ເມື່ອ​ກ່ອນ​ນັ້ນ ຈົ່ງ​ໃຊ້​ຖ້ອຍຄຳ​ເຫຼົ່ານັ້ນ​ເປັນ​ອາວຸດ ເພື່ອ​ຕໍ່ສູ້​ດ້ວຍ​ໃຈ​ກ້າຫານ.</verse>
				<verse number="19">ແລະ​ຈົ່ງ​ຢຶດຖື​ຄວາມເຊື່ອ​ອັນ​ແທ້ຈິງ ແລະ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ມີ​ບາງຄົນ​ໄດ້​ປະຕິເສດ​ທີ່​ຈະ​ຟັງ​ໃຈ​ສຳນຶກ​ຜິດແລະຊອບ​ຂອງຕົນ ຈຶ່ງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ເຂົາ​ຫຼົ້ມຈົມ.</verse>
				<verse number="20">ໃນ​ບັນດາ​ຄົນ​ເຫຼົ່ານັ້ນ​ມີ ຮີເມນາໂຢ ແລະ ອາເລັກຊັນເດີ ທີ່​ເຮົາ​ໄດ້​ມອບ​ພວກເຂົາ​ໄວ້​ກັບ​ມານຊາຕານ​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ຮຽນຮູ້ ແລະ​ເຊົາ​ກ່າວ​ຄຳ​ຫຍາບຊ້າ​ຕໍ່​ພຣະເຈົ້າ.</verse>
			</chapter>
			<chapter number="2">
				<verse number="1">ເຫດສະນັ້ນ​ກ່ອນ​ສິ່ງ​ອື່ນ​ໃດ ເຮົາ​ຂໍຮ້ອງ​ເຈົ້າ​ທັງຫລາຍ ໃຫ້​ພາວັນນາ​ອະທິຖານ ໄຫວ້ວອນ ທູນຂໍ ແລະ​ຂອບພຣະຄຸນ​ພຣະເຈົ້າ​ເພື່ອ​ຄົນ​ທັງປວງ</verse>
				<verse number="2">ເພື່ອ​ກະສັດ​ທັງຫລາຍ​ແລະ​ຄົນ​ທັງປວງ ທີ່​ມີ​ຕຳແໜ່ງ​ສູງ ເພື່ອ​ເຮົາ​ທັງຫລາຍ​ຈະ​ໄດ້​ດຳເນີນ​ຊີວິດ​ຢ່າງ​ງຽບໆ​ແລະ​ສະຫງົບສຸກ​ໃນ​ທາງ​ທຳ ດ້ວຍ​ຄວາມນັບຖື​ຢຳເກງ​ພຣະເຈົ້າ​ແລະ​ດ້ວຍ​ກຽດ​ສັກສີ​ທຸກປະການ.</verse>
				<verse number="3">ການ​ກະທຳ​ເຊັ່ນນີ້ ເປັນ​ສິ່ງ​ທີ່​ດີ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພວກເຮົາ</verse>
				<verse number="4">ພຣະອົງ​ຊົງ​ມີ​ພຣະ​ປະສົງ​ໃຫ້​ທຸກຄົນ​ໄດ້​ເຖິງ​ຄວາມ​ພົ້ນ ແລະ​ໃຫ້​ມາ​ຮູ້ຈັກ​ຄວາມຈິງ.</verse>
				<verse number="5">ດ້ວຍວ່າ, ມີ​ພຣະເຈົ້າ​ອົງ​ດຽວ ແລະ​ມີ​ຜູ້​ກາງ​ແຕ່​ຜູ້​ດຽວ ລະຫວ່າງ​ພຣະເຈົ້າ​ກັບ​ມະນຸດ ຄື​ພຣະຄຣິດເຈົ້າ​ເຢຊູ​ຜູ້​ຊົງ​ສະພາບ​ເປັນ​ມະນຸດ,</verse>
				<verse number="6">ຜູ້​ທີ່​ໄດ້​ສະຫລະ​ພຣະອົງ​ເອງ ເພື່ອ​ເປັນ​ຄ່າ​ໄຖ່​ມະນຸດ​ສະໂລກ​ທຸກຄົນ ຊຶ່ງ​ການ​ນີ້​ໄດ້​ກ່າວ​ເປັນ​ຄຳ​ພະຍານ​ໃນ​ເວລາ​ອັນ​ເໝາະສົມ.</verse>
				<verse number="7">ເພາະສະນັ້ນ ເຮົາ​ຈຶ່ງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ປະກາດ ແລະ​ເປັນ​ອັກຄະສາວົກ ຄູສອນ​ຖ້ອຍຄຳ​ແຫ່ງ​ຄວາມເຊື່ອ​ແລະ​ຄວາມຈິງ ໃຫ້​ແກ່​ຄົນຕ່າງຊາດ (ເຮົາ​ເວົ້າ​ຄວາມຈິງ ເຮົາ​ບໍ່ໄດ້​ເວົ້າ​ຕົວະ).</verse>
				<verse number="8">ເຮົາ​ຢາກ​ໃຫ້​ຜູ້ຊາຍ​ທຸກຄົນ​ຍົກ​ມື​ພາວັນນາ​ອະທິຖານ ດ້ວຍ​ຈິດໃຈ​ບໍຣິສຸດ​ຢູ່​ໃນ​ທຸກ​ແຫ່ງ ໂດຍ​ບໍ່ມີ​ໃຈ​ຄຽດຮ້າຍ​ແລະ​ການ​ຜິດຖຽງ​ກັນ.</verse>
				<verse number="9">ໃນທຳນອງ​ດຽວກັນ ເຮົາ​ຢາກ​ໃຫ້​ພວກ​ແມ່ຍິງ​ແຕ່ງຕົວ​ຢ່າງ​ສຸພາບ​ຮຽບຮ້ອຍ ແລະ​ສະຫງຽມ​ຄ່ຽມຄົມ ບໍ່ແມ່ນ​ດ້ວຍ​ຊົງ​ຜົມ​ເກີນແບບ ຫລື​ປະດັບ​ຕົວ​ດ້ວຍ​ຄຳ ຫລື​ໄຂ່ມຸກ ຫລື​ເຄື່ອງ​ນຸ່ງ​ທີ່​ມີ​ລາຄາ​ແພງໆ</verse>
				<verse number="10">ແຕ່​ໃຫ້​ປະດັບ​ຕົວ​ດ້ວຍ​ເຮັດ​ການ​ດີ ໃຫ້​ສົມ​ກັບ​ເປັນ​ແມ່ຍິງ​ທີ່​ອ້າງ​ຕົນ​ວ່າ ເປັນ​ຄົນ​ຢຳເກງ​ພຣະເຈົ້າ.</verse>
				<verse number="11">ໃຫ້​ແມ່ຍິງ​ຮຽນຮູ້​ເອົາ​ຢ່າງ​ງຽບໆ ດ້ວຍ​ໃຈ​ອ່ອນນ້ອມ​ຍອມ​ຟັງ​ທຸກປະການ.</verse>
				<verse number="12">ເຮົາ​ບໍ່​ອະນຸຍາດ​ໃຫ້​ແມ່ຍິງ​ສັ່ງສອນ ຫລື​ມີ​ສິດ​ອຳນາດ​ເໜືອ​ຜູ້ຊາຍ ແຕ່​ໃຫ້​ພວກເຂົາ​ມິດງຽບ​ຢູ່.</verse>
				<verse number="13">ດ້ວຍວ່າ, ພຣະເຈົ້າ​ໄດ້​ສ້າງ​ອາດາມ​ກ່ອນ ແລະ​ຕໍ່ມາ​ພຣະອົງ​ກໍໄດ້​ສ້າງ​ເອວາ.</verse>
				<verse number="14">ແລະ​ບໍ່ແມ່ນ​ອາດາມ​ທີ່​ໄດ້​ຖືກ​ຫລອກລວງ ແຕ່​ແມ່ນ​ແມ່ຍິງ​ທີ່​ໄດ້​ຖືກ​ຫລອກລວງ ແລະ​ໄດ້​ຝ່າຝືນ​ກົດບັນຍັດ​ຂອງ​ພຣະເຈົ້າ.</verse>
				<verse number="15">ແຕ່​ເຖິງ​ປານ​ນັ້ນ​ກໍຕາມ ແມ່ຍິງ​ກໍ​ຍັງ​ຈະ​ຖືກ​ໂຜດ​ໃຫ້​ພົ້ນ​ໄດ້​ໂດຍ​ການ​ມີ​ລູກ ຖ້າ​ນາງ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ ໃນ​ຄວາມຮັກ ແລະ​ໃນ​ຄວາມ​ບໍຣິສຸດ ດ້ວຍ​ຄວາມ​ອ່ອນນ້ອມ​ຖ່ອມຕົວ.</verse>
			</chapter>
			<chapter number="3">
				<verse number="1">ຄຳ​ນີ້​ເປັນ​ຄຳ​ສັດຈິງ ຖ້າ​ຄົນ​ໃດ​ມີ​ຄວາມ​ປາຖະໜາ​ຢາກ​ເປັນ​ຜູ້​ປົກຄອງ​ຄຣິສຕະຈັກ ລາວ​ກໍ​ປາຖະໜາ​ການງານ​ອັນ​ດີເລີດ.</verse>
				<verse number="2">ຜູ້​ປົກຄອງ​ຄຣິສຕະຈັກ ຕ້ອງ​ເປັນ​ຜູ້​ປາສະຈາກ​ການ​ຕຳໜິ​ຕິຕຽນ ລາວ​ຕ້ອງ​ມີ​ເມຍ​ຄົນ​ດຽວ​ເທົ່ານັ້ນ ຮູ້ຈັກ​ບັງຄັບ​ຕົນ ແລະ​ມີ​ສະຕິ​ອັນ​ດີ​ຮອບຄອບ ມີ​ກິຣິຍາ​ຮຽບຮ້ອຍ ລາວ​ຕ້ອງ​ມີ​ນໍ້າໃຈ​ເຫຼື້ອມໃສ​ໃນ​ການ​ຕ້ອນຮັບ​ແຂກ ເໝາະສົມ​ເປັນ​ຄູ​ທີ່​ດີ​</verse>
				<verse number="3">ຕ້ອງ​ບໍ່​ເປັນ​ຄົນ​ມືນເມົາ ແລະ ຫຍາບຊ້າ​ສາໂຫດ ແຕ່​ເປັນ​ຄົນ​ມີ​ໃຈ​ສຸພາບ​ອ່ອນໂຍນ ບໍ່​ເປັນ​ຄົນ​ມັກ​ຜິດຖຽງ​ກັນ ບໍ່​ເປັນ​ຄົນ​ຮັກ​ເງິນຄຳ</verse>
				<verse number="4">ລາວ​ຕ້ອງ​ເປັນ​ຄົນ​ສາມາດ​ນຳພາ​ຄອບຄົວ​ຂອງຕົນ​ໄດ້​ດີ ແລະ​ໃຫ້​ລູກ​ນ້ອມຟັງ​ດ້ວຍ​ຄວາມນັບຖື​ທຸກປະການ.</verse>
				<verse number="5">ດ້ວຍວ່າ, ຜູ້​ທີ່​ບໍ່​ຮູ້ຈັກ​ນຳພາ​ຄອບຄົວ​ຂອງຕົນ ຜູ້ນັ້ນ​ຈະ​ປົກຄອງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໄດ້​ຢ່າງ​ໃດ?</verse>
				<verse number="6">ຢ່າ​ຕັ້ງ​ຜູ້​ທີ່​ເຊື່ອ​ໃໝ່​ໃຫ້​ເປັນ​ຜູ້ປົກຄອງ ຢ້ານ​ວ່າ​ຈະ​ອວດຕົວ​ຂຶ້ນ​ດ້ວຍ​ຄວາມ​ຈອງຫອງ ແລ້ວ​ຈະ​ຖືກ​ໂທດ​ເໝືອນ​ຢ່າງ​ມານຮ້າຍ​ນັ້ນ.</verse>
				<verse number="7">ອີກ​ປະການ​ໜຶ່ງ​ຜູ້ນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ຄົນ​ພາຍນອກ​ນັບຖື ເພື່ອ​ວ່າ​ລາວ​ຈະ​ບໍ່​ຖືກ​ອັບອາຍ​ຂາຍໜ້າ ແລະ​ຕົກ​ເຂົ້າ​ໃນ​ບ້ວງແຮ້ວ​ຂອງ​ມານຮ້າຍ​ນັ້ນ.</verse>
				<verse number="8">ຝ່າຍ​ຜູ້ດູແລ​ຮັບໃຊ້​ໃນ​ຄຣິສຕະຈັກ​ກໍ​ເໝືອນກັນ ຕ້ອງ​ມີ​ຄຸນສົມບັດ​ດີ ເປັນ​ຄົນ​ເອົາການ​ເອົາງານ ແລະ​ມີ​ຄວາມ​ຈິງໃຈ ຕ້ອງ​ບໍ່​ດື່ມ​ເຫຼົ້າ ບໍ່​ເປັນ​ຄົນ​ໂລບ​ເຫັນ​ແກ່​ໄດ້;</verse>
				<verse number="9">ຕ້ອງ​ເປັນ​ຄົນ​ຢຶດໝັ້ນ​ໃນ​ຂໍ້​ລັບເລິກ​ແຫ່ງ​ຄວາມເຊື່ອ ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ.</verse>
				<verse number="10">ຕ້ອງ​ໃຫ້​ຄົນ​ເຫຼົ່າ​ນີ້ ຜ່ານ​ການ​ທົດສອບ​ກ່ອນ ແລະ​ເມື່ອ​ເຫັນ​ວ່າ​ບໍ່ມີ​ຂໍ້​ຕິຕຽນ​ແລ້ວ ຈຶ່ງ​ໃຫ້​ເປັນ​ຜູ້​ດູແລ​ຮັບໃຊ້.</verse>
				<verse number="11">ຝ່າຍ​ພວກ​ແມ່ຍິງ​ກໍ​ເໝືອນກັນ ຕ້ອງ​ເປັນ​ຄົນ​ເອົາການ​ເອົາງານ ຕ້ອງ​ມີ​ຄຸນສົມບັດ​ດີ ແລະ​ຕ້ອງ​ບໍ່​ເວົ້າ​ໃສ່ຮ້າຍ​ປ້າຍສີ​ນິນທາ​ຄົນອື່ນ ຕ້ອງ​ເປັນ​ຜູ້​ຮູ້ຈັກ​ບັງຄັບ​ຕົນ ແລະ​ເປັນ​ຄົນ​ສັດຊື່​ໃນ​ທຸກສິ່ງ.</verse>
				<verse number="12">ສ່ວນ​ຜູ້​ດູແລ​ຮັບໃຊ້​ໃນ​ຄຣິສຕະຈັກ ຕ້ອງ​ມີ​ເມຍ​ດຽວ​ເທົ່ານັ້ນ ເປັນ​ຜູ້ນຳພາ​ລູກໆ ແລະ​ຄອບຄົວ​ຂອງຕົນ​ໄດ້​ດີ.</verse>
				<verse number="13">ຜູ້ດູແລ​ຮັບໃຊ້​ທີ່​ປະຕິບັດ​ໜ້າທີ່​ໄດ້​ດີ​ນັ້ນ ກໍໄດ້​ຮັບ​ກຽດ​ສູງ ແລະ​ມີ​ໃຈ​ກ້າ​ສາມາດ​ກ່າວ​ຢ່າງ​ໝັ້ນໃຈ ເຖິງ​ຄວາມເຊື່ອ​ຂອງ​ພວກ​ຕົນ​ໃນ​ພຣະຄຣິດເຈົ້າ​ເຢຊູ.</verse>
				<verse number="14">ເຮົາ​ຫວັງ​ວ່າ ເຮົາ​ຈະ​ໄດ້​ມາ​ຫາ​ພວກເຈົ້າ​ໃນ​ບໍ່​ຊ້າ​ນີ້ ເຮົາ​ຈຶ່ງ​ຂຽນ​ຈົດໝາຍ​ນີ້ ເຖິງ​ພວກເຈົ້າ​ກໍ​ເພື່ອ​ວ່າ,</verse>
				<verse number="15">ຖ້າ​ເຮົາ​ຍັງ​ຊັກຊ້າ​ຢູ່ ຈົດໝາຍ​ສະບັບ​ນີ້ ກໍ​ຈະ​ໄດ້​ບອກ​ພວກເຈົ້າ​ໃຫ້​ຮູ້​ວ່າ ຄວນ​ຈະ​ບົວລະບັດ​ຢ່າງ​ໃດ ໃນ​ຄອບຄົວ​ຂອງ​ພຣະເຈົ້າ ຄື​ໃນ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ທີ່​ເປັນ​ເສົາ​ແລະ​ເປັນ​ຮາກ​ແຫ່ງ​ຄວາມຈິງ.</verse>
				<verse number="16">ເຮົາ​ຕ້ອງ​ຍອມຮັບ​ເຖິງ​ຄວາມ​ຍິ່ງໃຫຍ່​ໃນ​ຂໍ້​ລັບເລິກ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຮົາ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຖືກ​ຊົງ​ສຳແດງ​ໃຫ້​ເຫັນ​ເປັນ​ຜູ້​ຊອບທຳ ໂດຍ​ພຣະວິນຍານ ຊົງ​ສຳແດງ​ພຣະອົງ​ແກ່​ພວກ​ເທວະດາ. ມີ​ຜູ້​ປະກາດ​ເລື່ອງ​ພຣະອົງ​ ໃນ​ທ່າມກາງ​ພວກ​ຕ່າງຊາດ. ມີ​ຜູ້​ເຊື່ອຖື​ພຣະອົງ​ທົ່ວ​ທັງ​ໂລກ ແລະ​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າຣາສີ.</verse>
			</chapter>
			<chapter number="4">
				<verse number="1">ພຣະວິນຍານ​ກ່າວ​ໄວ້​ຢ່າງ​ຈະແຈ້ງ​ວ່າ ໃນ​ຍຸກ​ສຸດທ້າຍ​ຈະ​ມີ​ບາງຄົນ​ປະຖິ້ມ​ຄວາມເຊື່ອ ພວກເຂົາ​ຈະ​ເຊື່ອຟັງ​ບັນດາ​ດວງ​ວິນຍານ​ຜີຊົ່ວຮ້າຍ​ທີ່​ຫລອກລວງ​ມະນຸດ ແລະ​ຄຳສັ່ງສອນ​ຂອງ​ພວກ​ຜີມານຮ້າຍ.</verse>
				<verse number="2">ຄຳສັ່ງສອນ​ເຫຼົ່ານັ້ນ ມາ​ຈາກ​ການ​ໜ້າຊື່​ໃຈຄົດ​ຂອງ​ຄົນ​ຂີ້ຕົວະ ຄື​ຄົນ​ທີ່​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຂົາ​ຖືກ​ໝາຍ​ໄວ້​ດ້ວຍ​ເຫຼັກ​ແດງ​ເຜົາ​ໄໝ້​ຢູ່.</verse>
				<verse number="3">ພວກເຂົາ​ຫ້າມ​ບໍ່​ໃຫ້​ເອົາ​ກັນ​ເປັນ​ຜົວ​ເມຍ ຫ້າມ​ກິນ​ອາຫານ​ບາງ​ຊະນິດ ຊຶ່ງ​ພຣະເຈົ້າ​ໄດ້​ສ້າງ​ໄວ້ ແຕ່​ພຣະເຈົ້າ​ໄດ້​ສ້າງ​ອາຫານ​ເຫຼົ່ານີ້ ເພື່ອ​ໃຫ້​ບັນດາ​ຄົນ​ທີ່​ເຊື່ອ ແລະ​ຮູ້ຈັກ​ຄວາມຈິງ​ນັ້ນ ກິນ​ດ້ວຍ​ການ​ໂມທະນາ​ຂອບພຣະຄຸນ.</verse>
				<verse number="4">ສິ່ງສາລະພັດ​ທີ່​ພຣະເຈົ້າ​ສ້າງ​ໄວ້​ນັ້ນ ເປັນ​ຂອງ​ດີ​ທັງໝົດ ບໍ່ຄວນ​ປະຖິ້ມ​ສິ່ງໃດ​ເລີຍ ແຕ່​ຈົ່ງ​ຮັບ​ເອົາ​ທຸກສິ່ງ​ດ້ວຍ​ການ​ໂມທະນາ​ຂອບພຣະຄຸນ,</verse>
				<verse number="5">ເພາະວ່າ​ສິ່ງ​ເຫຼົ່ານັ້ນ ກໍ​ຖືກ​ຊຳລະ​ໄວ້​ແລ້ວ ໂດຍ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ດ້ວຍ​ຄຳ​ພາວັນນາ​ອະທິຖານ.</verse>
				<verse number="6">ຖ້າ​ເຈົ້າ​ໃຫ້​ຄຳແນະນຳ​ເຫຼົ່ານີ້​ແກ່​ບັນດາ​ພີ່ນ້ອງ, ເຈົ້າ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະເຢຊູ​ຄຣິດເຈົ້າ ສົມກັບ​ທີ່​ເຈົ້າ​ໄດ້​ບຳລຸງ​ຕົນ​ດ້ວຍ​ຖ້ອຍຄຳ​ເລື່ອງ​ຄວາມເຊື່ອ ແລະ​ດ້ວຍ​ຄຳສັ່ງສອນ​ອັນ​ແທ້ຈິງ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕາມ​ນັ້ນ.</verse>
				<verse number="7">ແຕ່​ຈົ່ງ​ຫລີກເວັ້ນ​ຈາກ​ນິຍາຍ​ອັນ​ໂງ່ງ່າວ​ຕ່າງໆ ຊຶ່ງ​ຂັດ​ກັບ​ຄວາມເຊື່ອ ຈົ່ງ​ຝຶກຝົນ​ຕົນເອງ​ໃຫ້​ດຳເນີນ​ຊີວິດ​ໃນ​ຄວາມ​ຢຳເກງ​ພຣະເຈົ້າ.</verse>
				<verse number="8">ການ​ຝຶກຝົນ​ທາງ​ກາຍ​ນັ້ນ ມີ​ປະໂຫຍດ​ບາງ​ຢ່າງ ແຕ່​ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ​ນັ້ນ ມີ​ປະໂຫຍດ​ທຸກຢ່າງ ເພາະ​ໄດ້​ຮັບ​ພຣະສັນຍາ​ອັນ​ປະເສີດ​ສຳລັບ​ຊີວິດ​ໃນ​ປະຈຸບັນ ແລະ​ໃນ​ອະນາຄົດ​ອີກ​ດ້ວຍ.</verse>
				<verse number="9">ຂໍ້ຄວາມ​ນີ້​ກໍ​ສັດຈິງ ສົມຄວນ​ທີ່​ທຸກຄົນ​ຈະ​ຮັບ​ເອົາ​ໄວ້ ແລະ​ເຊື່ອ​ຢ່າງ​ຄົບຖ້ວນ.</verse>
				<verse number="10">ເຫດ​ທີ່​ພວກເຮົາ​ເຮັດ​ວຽກ​ຢ່າງ​ໜັກໜ່ວງ​ແລະ​ອົດສາ​ສູ້ ເພາະວ່າ​ພວກເຮົາ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ ຜູ້​ຊົງພຣະຊົນ​ຢູ່, ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ທຸກຄົນ ແລະ​ໂດຍ​ສະເພາະ​ແລ້ວ​ຂອງ​ພວກ​ຄົນ​ທີ່​ເຊື່ອ​ໃນ​ພຣະອົງ.</verse>
				<verse number="11">ຈົ່ງ​ແນະນຳ​ແລະ​ສັ່ງສອນ​ຂໍ້ຄວາມ​ເຫຼົ່ານີ້.</verse>
				<verse number="12">ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ຄວາມ​ໜຸ່ມ​ຂອງ​ເຈົ້າ, ແຕ່​ຈົ່ງ​ເປັນ​ແບບຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ທັງຫລາຍ ໃນ​ທາງ​ກິຣິຍາ​ແລະ​ວາຈາ ໃນ​ຄວາມຮັກ ໃນ​ຄວາມເຊື່ອ ແລະ​ໃນ​ຄວາມ​ບໍຣິສຸດ​ຂອງ​ເຈົ້າ.</verse>
				<verse number="13">ຈົ່ງ​ຕັ້ງໃຈ​ດ້ວຍ​ຄວາມ​ພຽນ​ພະຍາຍາມ​ຂອງ​ເຈົ້າ ໃນ​ການ​ອ່ານ​ພຣະຄຳ​ຂອງ​ພຣະເຈົ້າ​ໃນ​ທີ່​ນະມັດສະການ ແລະ​ການ​ເທດສະໜາ​ກັບ​ການ​ສັ່ງສອນ ຈົນກວ່າ​ເຮົາ​ຈະ​ມາ.</verse>
				<verse number="14">ຢ່າ​ເມີນເສີຍ​ຕໍ່​ຂອງ​ປະທານ ຝ່າຍ​ຈິດ​ວິນຍານ​ທີ່​ມີ​ໃນ​ເຈົ້າ ຊຶ່ງ​ຖືກ​ມອບໝາຍ​ໃຫ້​ເຈົ້າ ເມື່ອ​ພວກ​ຜູ້ທຳນວາຍ​ແລະ​ພວກ​ເຖົ້າແກ່​ວາງ​ມື​ໃສ່​ເຈົ້າ.</verse>
				<verse number="15">ຈົ່ງ​ຝຶກຝົນ​ສິ່ງ​ເຫຼົ່ານັ້ນ ແລະ​ອຸທິດ​ເຈົ້າ​ເອງ​ຢ່າງ​ໝົດ​ສິ້ນ​ໃສ່​ການ​ນີ້ ເພື່ອ​ວ່າ​ທຸກຄົນ​ຈະ​ໄດ້​ເຫັນ​ເຈົ້າ​ຈະເລີນ​ຂຶ້ນ.</verse>
				<verse number="16">ຈົ່ງ​ລະວັງຕົວ​ຂອງ​ເຈົ້າ ແລະ​ຄຳສັ່ງສອນ​ຂອງ​ເຈົ້າ​ດ້ວຍ. ຈົ່ງ​ສືບຕໍ່​ດຳເນີນ​ການ​ເຫຼົ່ານີ້ ເພາະ​ຖ້າ​ເຈົ້າ​ປະຕິບັດ​ຢ່າງ​ນີ້ ເຈົ້າ​ກໍ​ຈະ​ຊ່ວຍ​ເຈົ້າ​ເອງ​ແລະ​ທຸກຄົນ ຜູ້​ທີ່​ຟັງ​ເຈົ້າ​ໃຫ້​ພົ້ນ.</verse>
			</chapter>
			<chapter number="5">
				<verse number="1">ຢ່າ​ກ່າວ​ຕັກເຕືອນ​ຊາຍ​ຜູ້​ອາວຸໂສ ດ້ວຍ​ຖ້ອຍຄຳ​ອັນ​ຮຸນແຮງ ແຕ່​ຈົ່ງ​ຂໍຮ້ອງ​ເພິ່ນ ເໝືອນ​ດັ່ງ​ເພິ່ນ​ເປັນ​ພໍ່, ຈົ່ງ​ປະຕິບັດ​ຕໍ່​ພວກ​ຊາຍ​ໜຸ່ມ ເໝືອນ​ເປັນ​ອ້າຍ​ນ້ອງ​ກັນ</verse>
				<verse number="2">ແລະ​ພວກ​ຍິງ​ຜູ້​ອາວຸໂສ ເໝືອນ​ດັ່ງ​ເພິ່ນ​ເປັນ​ແມ່ ແລະ​ພວກ​ຍິງ​ໜຸ່ມ ເໝືອນ​ດັ່ງ​ເປັນ​ເອື້ອຍ​ນ້ອງ​ດ້ວຍ​ຄວາມ​ບໍຣິສຸດ​ໃຈ​ທຸກຢ່າງ.</verse>
				<verse number="3">ຈົ່ງ​ໃຫ້​ຄວາມນັບຖື​ແກ່​ພວກ​ທີ່​ເປັນ​ແມ່ໝ້າຍ​ຢ່າງ​ແທ້ຈິງ.</verse>
				<verse number="4">ແຕ່​ຖ້າ​ແມ່ໝ້າຍ​ຄົນ​ໃດ​ມີ​ລູກ ຫລື​ຫລານ ກໍ​ໃຫ້​ລູກຫລານ​ນັ້ນ​ຮຽນຮູ້​ປະຕິບັດ​ໜ້າທີ່​ທາງ​ສາສະໜາ ແກ່​ຄອບຄົວ​ຂອງ​ເຂົາ​ເອງ ຄື​ໃຫ້​ຕອບບຸນ​ແທນຄຸນ​ຂອງ​ພໍ່​ແມ່ ເພາະ​ການ​ກະທຳ​ຢ່າງ​ນີ້ ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.</verse>
				<verse number="5">ຜູ້​ເປັນ​ແມ່ໝ້າຍ​ຢ່າງ​ແທ້ຈິງ ທີ່​ຖືກ​ປະລະ​ໃຫ້​ຢູ່​ຜູ້​ດຽວ​ໂດດດ່ຽວ​ນັ້ນ ກໍ​ຈົ່ງ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ ແລະ​ສືບຕໍ່​ໄຫວ້ວອນ​ອະທິຖານ​ທັງ​ເວັນ​ແລະ​ຄືນ.</verse>
				<verse number="6">ແຕ່​ແມ່ໝ້າຍ​ຜູ້​ທີ່​ປ່ອຍ​ຕົວ​ໄປ​ກັບ​ຄວາມ​ສະໜຸກ​ສະໜານ​ນັ້ນ ກໍ​ຕາຍ​ແລ້ວ​ທັງ​ເປັນ.</verse>
				<verse number="7">ຈົ່ງ​ສັ່ງ​ແມ່ໝ້າຍ​ໃຫ້​ສຳນຶກ​ເຖິງ​ຄຳແນະນຳ​ເຫຼົ່ານັ້ນ ເພື່ອ​ວ່າ​ນາງ​ຈະ​ບໍ່​ຖືກ​ຕິຕຽນ.</verse>
				<verse number="8">ແຕ່​ຖ້າ​ຜູ້ໃດ​ບໍ່​ອຸດໜູນ​ລ້ຽງດູ​ພີ່ນ້ອງ​ຂອງຕົນ​ແລ້ວ ໂດຍ​ສະເພາະ​ຄົນ​ໃນ​ຄອບຄົວ​ຂອງ​ຕົນເອງ ຜູ້​ນັ້ນ​ກໍໄດ້​ປະຕິເສດ​ຄວາມເຊື່ອ​ແລ້ວ ແລະ​ແຮ່ງ​ຊົ່ວ​ກວ່າ​ຄົນ​ທີ່​ບໍ່​ເຊື່ອ​ເສຍ​ອີກ.</verse>
				<verse number="9">ຢ່າ​ຈົດ​ຊື່​ແມ່ໝ້າຍ​ຄົນ​ໃດ​ເຂົ້າ​ໃນ​ບັນຊີ​ຂອງ​ພວກ​ແມ່ໝ້າຍ ເວັ້ນໄວ້​ແຕ່​ຜູ້​ທີ່​ມີ​ອາຍຸ​ຫົກສິບ​ປີ​ຂຶ້ນ​ໄປ. ນອກຈາກ​ນັ້ນ ນາງ​ຕ້ອງ​ແຕ່ງງານ​ຄັ້ງ​ດຽວ​ເທົ່ານັ້ນ</verse>
				<verse number="10">ແລະ​ມີ​ຊື່ສຽງ​ໃນ​ການ​ສ້າງ​ຄຸນງາມ​ຄວາມດີ ເປັນ​ຕົ້ນ: ເປັນ​ຍິງ​ທີ່​ຝຶກແອບ​ລ້ຽງດູ​ລູກໆ​ຂອງຕົນ​ເປັນ​ຢ່າງດີ ມີ​ນໍ້າໃຈ​ຕ້ອນຮັບ​ແຂກ ເຮັດ​ໜ້າທີ່​ດ້ວຍ​ຄວາມ​ຖ່ອມຕົວ​ສຳລັບ​ພີ່ນ້ອງ​ຄຣິສຕຽນ ຊ່ວຍເຫຼືອ​ຄົນ​ທີ່​ຢູ່​ໃນ​ຄວາມ​ຂັດສົນ ແລະ​ຖວາຍ​ຕົນເອງ​ເຂົ້າ​ໃນ​ການ​ຮັບໃຊ້​ໃຫ້​ດີ.</verse>
				<verse number="11">ແຕ່​ຢ່າ​ຈົດ​ຊື່​ບັນດາ​ແມ່ໝ້າຍ​ໜຸ່ມ​ເຂົ້າ​ໃນ​ບັນຊີ ເພາະ​ເມື່ອ​ເກີດ​ຄວາມ​ປາຖະໜາ​ຢາກ​ແຕ່ງງານ​ອີກ ພວກເຂົາ​ຈະ​ຫັນ​ໜີໄປ​ຈາກ​ພຣະຄຣິດ,</verse>
				<verse number="12">ຈຶ່ງ​ເຮັດ​ຜິດ​ຍ້ອນ​ລະເມີດ​ຄຳ​ປະຕິຍານ​ເດີມ​ຂອງຕົນ.</verse>
				<verse number="13">ນອກ​ນັ້ນ​ພວກເຂົາ​ຍັງ​ເປັນ​ຄົນ​ມັກ​ຢູ່​ລ້າ ທຽວ​ຂຶ້ນ​ເຮືອນນັ້ນ​ເຮືອນນີ້ ຍິ່ງ​ຮ້າຍ​ກວ່າ​ນັ້ນ ພວກເຂົາ​ມັກ​ເວົ້າຂວັນ​ນິນທາ ມັກ​ຫຍຸ້ງກ່ຽວ​ຢູ່​ກັບ​ກິດທຸລະ​ຂອງ​ຄົນອື່ນ ແລະ​ມັກ​ເວົ້າ​ແຕ່​ສິ່ງ​ທີ່​ບໍ່​ສົມຄວນ.</verse>
				<verse number="14">ດັ່ງນັ້ນ ເຮົາ​ຈຶ່ງ​ປາຖະໜາ​ໃຫ້​ບັນດາ​ແມ່ໝ້າຍ​ໜຸ່ມ​ໄດ້​ແຕ່ງງານ, ມີ​ລູກ ແລະ​ດູແລ​ບ້ານ​ເຮືອນ ເພື່ອ​ບໍ່​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ມີ​ຊ່ອງທາງ​ເວົ້າ​ຄຳ​ຊົ່ວຊ້າ​ໃສ່​ພວກເຮົາ​ໄດ້.</verse>
				<verse number="15">ດ້ວຍວ່າ, ມີ​ແມ່ໝ້າຍ​ບາງຄົນ​ໄດ້​ຫລົງ​ຕິດຕາມ​ມານຊາຕານ​ໄປ​ແລ້ວ.</verse>
				<verse number="16">ແຕ່​ຖ້າ​ຍິງ​ຄຣິສຕຽນ​ຄົນ​ໃດ ມີ​ພີ່ນ້ອງ​ທີ່​ເປັນ​ແມ່ໝ້າຍ ກໍ​ໃຫ້​ນາງ​ຊ່ວຍ​ລ້ຽງດູ​ພວກເຂົາ ແລະ​ຢ່າ​ໃຫ້​ເປັນ​ພາລະ​ແກ່​ຄຣິສຕະຈັກ ເພື່ອ​ວ່າ​ຄຣິສຕະຈັກ​ຈະ​ໄດ້​ລ້ຽງດູ​ແມ່ໝ້າຍ ຜູ້​ທີ່​ບໍ່ມີ​ບ່ອນ​ເພິ່ງພາ​ອາໄສ​ແທ້ໆ.</verse>
				<verse number="17">ຈົ່ງ​ຖື​ວ່າ​ຜູ້ປົກຄອງ​ທັງຫລາຍ ທີ່​ນຳພາ​ຄຣິສຕະຈັກ​ເປັນ​ຢ່າງດີ​ນັ້ນ ກໍ​ສົມຄວນ​ໄດ້​ຮັບ​ກຽດ ແລະ​ການ​ບຳລຸງລ້ຽງ​ສອງ​ເທົ່າ ໂດຍ​ສະເພາະ​ຜູ້​ທີ່​ເຮັດ​ວຽກ​ຢ່າງ​ດຸໝັ່ນ ໃນ​ການ​ເທດສະໜາ​ແລະ​ການ​ສັ່ງສອນ.</verse>
				<verse number="18">ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຢ່າ​ເອົາ​ກະສອບ​ສູບ​ໃສ່​ປາກ​ງົວ ທີ່​ກໍາລັງ​ຢຽບ​ເຂົ້າ” ແລະ “ຄົນງານ​ກໍ​ຄວນ​ໄດ້​ຮັບ​ຄ່າຈ້າງ​ຂອງຕົນ.”</verse>
				<verse number="19">ຢ່າ​ຮັບ​ຟັງ​ຄຳ​ກ່າວຫາ​ໃດໆ ໃສ່​ຜູ້ນຳ​ຄົນ​ໃດ​ຄົນ​ໜຶ່ງ ນອກຈາກ​ມີ​ພະຍານ​ສອງ​ຫລື​ສາມ​ປາກ.</verse>
				<verse number="20">ສຳລັບ​ຜູ້​ທີ່​ຍັງ​ເຮັດ​ບາບ​ຢູ່​ນັ້ນ ຈົ່ງ​ຕຳໜິ​ຕິຕຽນ​ເຂົາ​ຕໍ່ໜ້າ​ຄົນ​ທັງຫລາຍ ເພື່ອ​ວ່າ​ຄົນອື່ນ​ຈະ​ໄດ້​ຢຳເກງ​ເໝືອນກັນ.</verse>
				<verse number="21">ເຮົາ​ສັ່ງ​ເຈົ້າ​ຕໍ່​ພຣະພັກ​ພຣະເຈົ້າ ແລະ ພຣະຄຣິດເຈົ້າ​ເຢຊູ ແລະ ຝູງ​ເທວະດາ​ທີ່​ຊົງ​ເລືອກ​ໄວ້​ແລ້ວ​ນັ້ນ ໃຫ້​ເຈົ້າ​ຮັກສາ​ລະບຽບ​ເຫຼົ່ານີ້​ໄວ້ ໂດຍ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ ແລະ​ບໍ່​ເຮັດ​ການ​ໃດໆ​ດ້ວຍ​ໃຈ​ລຳອຽງ.</verse>
				<verse number="22">ຢ່າ​ຟ້າວ​ວາງ​ມື​ລົງ​ໃສ່​ຜູ້ໃດ ແລະ​ຢ່າ​ເຂົ້າ​ສ່ວນ​ໃນ​ຄວາມ​ບາບ​ກັບ​ຄົນອື່ນ ຈົ່ງ​ຮັກສາ​ຕົວ​ໃຫ້​ບໍຣິສຸດ.</verse>
				<verse number="23">ຕໍ່ໄປ​ຢ່າ​ດື່ມ​ແຕ່​ນໍ້າ​ສິ່ງ​ດຽວ ແຕ່​ຄວນ​ໃຊ້​ເຫລົ້າແວງ​ແດ່​ເລັກນ້ອຍ ເພາະ​ເຫັນແກ່​ກະເພາະ​ອາຫານ ແລະ​ຄວາມ​ອ່ອນແຮງ​ທີ່​ເຈົ້າ​ມີ​ຢູ່​ເລື້ອຍ​ນັ້ນ.</verse>
				<verse number="24">ການ​ຜິດບາບ​ຂອງ​ບາງຄົນ​ກໍ​ປາກົດ​ຢ່າງ​ເປີດເຜີຍ ນຳ​ເຂົາ​ໄປ​ສູ່​ການ​ພິພາກສາ ແຕ່​ການ​ຜິດບາບ​ຂອງ​ບາງຄົນ ກໍ​ປາກົດ​ມາ​ຕາມ​ພາຍຫລັງ.</verse>
				<verse number="25">ສ່ວນ​ການ​ດີ​ກໍ​ປາກົດ​ເປີດເຜີຍ​ຢ່າງ​ດຽວກັນ ແລະ​ເຖິງ​ແມ່ນ​ວ່າ​ບໍ່​ປາກົດ​ຄັກ ກໍ​ປົກບັງ​ໄວ້​ບໍ່ໄດ້.</verse>
			</chapter>
			<chapter number="6">
				<verse number="1">ຝ່າຍ​ຜູ້​ທີ່​ເປັນ​ທາດຮັບໃຊ້​ນັ້ນ ຕ້ອງ​ຖື​ວ່າ​ນາຍ​ຂອງ​ພວກ​ຕົນ ເປັນ​ຜູ້​ສົມຄວນ​ໄດ້​ຮັບ​ກຽດ​ໃນ​ທຸກຢ່າງ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ກ່າວ​ປະໝາດ​ພຣະນາມ​ຂອງ​ພຣະເຈົ້າ ແລະ​ຄຳສັ່ງສອນ​ຂອງ​ພວກເຮົາ.</verse>
				<verse number="2">ສ່ວນ​ບັນດາ​ທາດຮັບໃຊ້ ທີ່​ມີ​ນາຍ​ເປັນ​ຄຣິສຕຽນ ກໍ​ຢ່າ​ລົດ​ຄວາມນັບຖື ຍ້ອນ​ວ່າ​ນາຍ​ນັ້ນ​ເປັນ​ພີ່ນ້ອງ​ຄຣິສຕຽນ​ດ້ວຍ​ກັນ ແຕ່​ໃຫ້​ພວກເຂົາ​ຮັບໃຊ້​ນາຍ​ນັ້ນ​ໃຫ້​ດີ​ຍິ່ງ​ຂຶ້ນ ເພາະ​ເຫດ​ວ່າ ນາຍ​ຜູ້​ຮັບ​ປະໂຫຍດ​ຈາກ​ວຽກງານ​ຂອງ​ພວກເຂົາ​ນັ້ນ ກໍ​ເປັນ​ຄົນ​ທີ່​ເຊື່ອ​ແລະ​ເປັນ​ທີ່ຮັກ​ຂອງ​ພວກເຂົາ. ເຈົ້າ​ຕ້ອງ​ສັ່ງສອນ ແລະ​ເທດສະໜາ​ຂໍ້​ຄວາມ​ເຫຼົ່ານີ້.</verse>
				<verse number="3">ຜູ້ໃດ​ກໍຕາມ​ທີ່​ສັ່ງສອນ​ຜິດ​ໄປ​ຈາກ​ນີ້ ແລະ​ທັງ​ບໍ່​ເຫັນ​ພ້ອມ​ກັບ​ຫລັກ​ຄຳສັ່ງສອນ​ອັນ​ແທ້ຈິງ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ແລະ​ຄຳສັ່ງສອນ​ອັນ​ຖືກຕ້ອງ​ເປັນທຳ​ກັບ​ຄວາມເຊື່ອ​ຂອງ​ພວກເຮົາ</verse>
				<verse number="4">ກໍ​ເປັນ​ຄົນ​ຈອງຫອງ​ພອງຕົວ​ຂຶ້ນ ແລະ​ບໍ່​ຮູ້ຈັກ​ສິ່ງໃດ​ເລີຍ. ເຂົາ​ມົວເມົາ​ຢູ່​ກັບ​ການ​ຖົກຖຽງ ແລະ​ການ​ທະເລາະ​ວິວາດ​ເຖິງ​ເລື່ອງ​ຖ້ອຍຄຳ ຊຶ່ງ​ນຳ​ໄປ​ສູ່​ການ​ເຫິງສາ​ກັນ ການ​ຜິດຖຽງ​ກັນ ການ​ໝິ່ນປະໝາດ​ກັນ ຄວາມ​ລະແວງ​ສົງໄສ​ກັນ</verse>
				<verse number="5">ແລະ​ການ​ໂຕ້ຖຽງ​ກັນ​ຢ່າງ​ບໍ່ມີ​ທີ່​ສິ້ນສຸດ ລະຫວ່າງ​ຄົນ​ໃຈ​ດື້ດ້ານ​ແລະ​ຄົນ​ໃຈ​ຄົດໂກງ ຂາດ​ຄວາມຈິງ ເຂົາ​ຄິດ​ວ່າ​ຄວາມເຊື່ອ​ໃນ​ພຣະເຈົ້າ​ນັ້ນ ເປັນ​ຫົນທາງ​ທີ່​ນຳ​ໄປ​ສູ່​ຄວາມ​ຮັ່ງມີ​ສີສຸກ.</verse>
				<verse number="6">ຈິງ​ຢູ່ ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ​ນັ້ນ ໄດ້​ກຳໄລ​ອັນ​ມະຫາສານ​ແກ່​ຜູ້​ທີ່​ມີ​ຄວາມ​ພໍໃຈ​ກັບ​ສິ່ງ​ຂອງ​ທີ່​ຕົນ​ມີ​ຢູ່.</verse>
				<verse number="7">ດ້ວຍວ່າ, ພວກເຮົາ​ບໍ່ໄດ້​ເອົາ​ສິ່ງໃດ​ເຂົ້າ​ມາ​ໃນ​ໂລກນີ້​ສັນໃດ ພວກເຮົາ​ກໍ​ຈະ​ເອົາ​ສິ່ງໃດ​ອອກ​ໄປ​ຈາກ​ໂລກນີ້​ບໍ່ໄດ້​ສັນນັ້ນ.</verse>
				<verse number="8">ແຕ່​ຖ້າ​ພວກເຮົາ​ມີ​ອາຫານ​ການກິນ​ກັບ​ເຄື່ອງນຸ່ງຫົ່ມ ກໍ​ຄວນ​ພໍໃຈ​ໃນ​ສິ່ງ​ເຫຼົ່ານີ້.</verse>
				<verse number="9">ສ່ວນ​ຄົນ​ທີ່​ຢາກ​ລໍ້າລວຍ​ກໍ​ຕົກ​ຢູ່​ໃນ​ການ​ທົດລອງ ເຂົາ​ຈຶ່ງ​ຖືກ​ບ້ວງແຮ້ວ​ຂອງ​ບັນດາ​ກິເລດ​ຕັນຫາ​ອັນ​ໂງ່ງ່າວ ແລະ​ເຮັດ​ໃຫ້​ເຈັບປວດ ຊຶ່ງ​ຈ່ອງດຶງ​ຄົນ​ເຫຼົ່ານັ້ນ ລົງ​ສູ່​ຄວາມ​ພິນາດ​ຈິບຫາຍ.</verse>
				<verse number="10">ເພາະວ່າ​ການ​ຮັກ​ເງິນຄຳ​ເປັນ​ເຄົ້າມູນ​ຂອງ​ຄວາມຊົ່ວ​ທຸກຢ່າງ ແລະ​ເພາະ​ຄວາມ​ໂລບ​ນີ້​ແຫຼະ ຈຶ່ງ​ຊັກຈູງ​ບາງຄົນ​ໃຫ້​ຫລົງ​ໄປ​ຈາກ​ຄວາມເຊື່ອ ແລະ​ແທງ​ຕົວ​ເອງ​ຈົນ​ຊອດ ດ້ວຍ​ຄວາມ​ເຈັບແສບ​ຫລາຍ​ປະການ.</verse>
				<verse number="11">ແຕ່​ເຈົ້າ ຜູ້​ເປັນ​ຄົນ​ຂອງ​ພຣະເຈົ້າ ຈົ່ງ​ຫລີກ​ເວັ້ນ​ຈາກ​ສິ່ງ​ເຫຼົ່ານັ້ນ​ທັງໝົດ​ເສຍ. ຈົ່ງ​ໃຫ້​ໃຈ​ຂອງ​ເຈົ້າ​ຈົດຈໍ່​ຢູ່​ທີ່​ຄວາມ​ຊອບທຳ ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ ຄວາມເຊື່ອ ຄວາມຮັກ ຄວາມ​ໝັ່ນພຽນ ແລະ​ຄວາມ​ອ່ອນສຸພາບ.</verse>
				<verse number="12">ຈົ່ງ​ອົດທົນ​ຕໍ່ສູ້​ຈົນ​ສຸດ​ກຳລັງ​ແຫ່ງ​ຄວາມເຊື່ອ ແລະ​ຢຶດເອົາ​ຊີວິດ​ນິຣັນດອນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ເອີ້ນ​ເອົາ​ເຈົ້າ​ໃຫ້​ມາ​ເຖິງ​ຊີວິດ​ນີ້ ເມື່ອ​ເຈົ້າ​ໄດ້​ປະກາດ​ຕົນ​ຮັບ​ເຊື່ອ​ຢ່າງ​ໜັກແໜ້ນ ຕໍ່ໜ້າ​ພະຍານ​ຫລາຍ​ຄົນ.</verse>
				<verse number="13">ເຮົາ​ສັ່ງ​ເຈົ້າ​ຕໍ່ໜ້າ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ສິ່ງ​ທັງປວງ​ມີ​ຊີວິດ ແລະ​ຕໍ່ໜ້າ​ພຣະຄຣິດເຈົ້າ​ເຢຊູ​ຜູ້​ໄດ້​ຊົງ​ເປັນ​ພະຍານ ເຖິງ​ຄຳ​ປະຕິຍານ​ອັນ​ດີ​ຕໍ່ໜ້າ​ປົນທຽວ​ປີລາດ</verse>
				<verse number="14">ໃຫ້​ເຊື່ອຟັງ​ຄຳສັ່ງ​ນີ້ ແລະ​ຢຶດຖື​ໄວ້​ຢ່າງ​ສັດຊື່ ຈົນເຖິງ​ວັນ​ທີ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ຈະ​ສະເດັດ​ມາ​ປາກົດ.</verse>
				<verse number="15">ຊຶ່ງ​ພຣະເຈົ້າ​ຜູ້​ຊົງ​ສະເຫວີຍ​ສຸກ​ແລະ​ຊົງ​ຣິດອຳນາດ​ສູງສຸດ​ແຕ່​ພຣະອົງ​ດຽວ ຊົງ​ເປັນ​ພຣະ​ມະຫາ​ກະສັດ​ເໜືອ​ກະສັດ​ທັງປວງ ແລະ​ຊົງ​ເປັນ​ອົງ​ພຣະຜູ້​ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງປວງ ຈະ​ຊົງ​ສຳແດງ​ໃຫ້​ປາກົດ​ຕາມ​ເວລາ​ກຳນົດ.</verse>
				<verse number="16">ພຣະອົງ​ຜູ້​ດຽວ​ຊົງ​ເປັນ​ອະມະຕະ ແລະ​ຊົງ​ສະຖິດ​ຢູ່​ໃນ​ຄວາມ​ສະຫວ່າງ ຊຶ່ງ​ບໍ່ມີ​ມະນຸດ​ຄົນ​ໃດ​ຈະ​ເຂົ້າ​ໄປ​ເຖິງ ເປັນ​ອົງ​ທີ່​ມະນຸດ​ບໍ່ໄດ້​ເຫັນ​ຈັກເທື່ອ ແລະ​ບໍ່​ສາມາດ​ເຫັນ​ໄດ້ ພຣະ​ກຽດ​ແລະ​ຣິດທານຸພາບ​ອັນ​ຖາວອນ ຈົ່ງ​ມີ​ແກ່​ພຣະອົງ​ນັ້ນ ອາແມນ.</verse>
				<verse number="17">ຈົ່ງ​ສັ່ງ​ເນັ້ນ​ຄົນ​ທີ່​ຮັ່ງມີ​ສີສຸກ​ຝ່າຍ​ວັດຖຸ​ສິ່ງ​ຂອງ​ແຫ່ງ​ໂລກນີ້ ຢ່າ​ໃຫ້​ເຂົາ​ເປັນ​ຄົນ​ອວດອົ່ງ​ທະນົງ​ຕົວ ຢ່າ​ໃຫ້​ເຂົາ​ມອບ​ຄວາມຫວັງ​ໄວ້​ໃນ​ສິ່ງ​ອະນິຈັງ, ແຕ່​ມອບ​ໄວ້​ໃນ​ພຣະເຈົ້າ ອົງ​ຊົງ​ໂຜດ​ໃຫ້​ສັບພະທຸກສິ່ງ​ຢ່າງ​ບໍຣິບູນ​ແກ່​ເຮົາ​ທັງຫລາຍ ເພື່ອ​ຈະ​ໃຫ້​ພວກເຮົາ​ໃຊ້​ດ້ວຍ​ຄວາມ​ປິຕິ​ຍິນດີ.</verse>
				<verse number="18">ຈົ່ງ​ສັ່ງ​ເຂົາ​ໃຫ້​ເຮັດ​ແຕ່​ຄຸນງາມ​ຄວາມດີ ເປັນ​ຄົນ​ຮັ່ງມີ​ໃນ​ການ​ກະທຳ​ດີ ມີ​ໃຈ​ເອື້ອເຟື້ອ​ເພື່ອແຜ່ ແລະ​ພ້ອມ​ທີ່​ຈະ​ແບ່ງປັນ​ໃຫ້​ຄົນອື່ນ.</verse>
				<verse number="19">ດ້ວຍ​ວິທີ​ນີ້ ຈຶ່ງ​ຈະ​ເປັນ​ການ​ທ້ອນໂຮມ​ຊັບສົມບັດ​ໄວ້​ສຳລັບ​ຕົນ ຊຶ່ງ​ຈະ​ເປັນ​ຮາກຖານ​ອັນ​ໝັ້ນຄົງ​ເພື່ອ​ອະນາຄົດ. ດັ່ງນັ້ນ ເຂົາ​ຈຶ່ງ​ຈະ​ສາມາດ​ຢຶດເອົາ​ຊີວິດ​ອັນ​ແທ້ຈິງ​ໄວ້​ໄດ້.</verse>
				<verse number="20">ຕີໂມທຽວ​ເອີຍ, ສິ່ງ​ທີ່​ເຮົາ​ຝາກ​ໄວ້​ກັບ​ເຈົ້າ​ແລ້ວ​ນັ້ນ ຈົ່ງ​ຮັກສາ​ໄວ້ ຈົ່ງ​ເວັ້ນເສຍ​ຈາກ​ການ​ເວົ້າ​ອັນ​ບໍ່​ເປັນ​ປະໂຫຍດ​ແລະ​ຂັດ​ຕໍ່​ສາສະໜາ ແລະ​ຈາກ​ການ​ໂຕ້ຖຽງ​ໃນ​ສິ່ງ​ທີ່​ເຂົາ​ເອີ້ນ​ຜິດ​ວ່າ, “ເປັນ​ວິຊາ​ຄວາມຮູ້.”</verse>
				<verse number="21">ຊຶ່ງ​ບາງຄົນ​ໄດ້​ຍອມ​ຮັບ​ເອົາ​ແລ້ວ ຈຶ່ງ​ໄດ້​ຫລົງ​ໄປ​ຈາກ​ຄວາມເຊື່ອ. ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ ຈົ່ງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ​ເທີ້ນ.</verse>
			</chapter>
		</book>
		<book number="55">
			<chapter number="1">
				<verse number="1">ຈາກ ໂປໂລ ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຕາມ​ພຣະສັນຍາ​ທີ່​ຊົງ​ປະທານ​ຊີວິດ ຊຶ່ງ​ພວກເຮົາ​ມີ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ.</verse>
				<verse number="2">ເຖິງ ຕີໂມທຽວ​ລູກ​ທີ່ຮັກ​ຂອງເຮົາ​ໃນ​ຄວາມເຊື່ອ, ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ກັບ​ພຣະເຢຊູ​ຄຣິດເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ໂຜດ​ປະທານ​ພຣະຄຸນ ຄວາມ​ເມດຕາ ແລະ​ສັນຕິສຸກ​ແກ່​ເຈົ້າ​ເທີ້ນ.</verse>
				<verse number="3">ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ອົງ​ທີ່​ເຮົາ​ຮັບໃຊ້​ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ດັ່ງ​ບັນພະບຸລຸດ​ຂອງເຮົາ​ໄດ້​ປະຕິບັດ​ມາ ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ຢູ່​ສະເໝີ ເມື່ອ​ເຮົາ​ລະນຶກເຖິງ​ເຈົ້າ​ໃນ​ຄຳ​ພາວັນນາ​ອະທິຖານ​ຂອງເຮົາ​ທັງ​ກາງຄືນ​ແລະ​ກາງເວັນ.</verse>
				<verse number="4">ເຮົາ​ລະນຶກເຖິງ​ນໍ້າຕາ​ຂອງ​ເຈົ້າ ແລະ​ເຮົາ​ກໍ​ຢາກ​ເຫັນ​ໜ້າ​ເຈົ້າ​ຫລາຍ​ທີ່ສຸດ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊື່ນຊົມ​ຍິນດີ​ຢ່າງ​ເຫລືອລົ້ນ.</verse>
				<verse number="5">ເຮົາ​ລະນຶກເຖິງ​ຄວາມເຊື່ອ​ອັນ​ຈິງໃຈ​ຂອງ​ເຈົ້າ ອັນ​ເປັນ​ຄວາມເຊື່ອ ຊຶ່ງ​ເມື່ອ​ກ່ອນ​ໄດ້​ມີ​ຢູ່​ໃນ​ນາງ​ໂລອີ ແມ່ເຖົ້າ​ຂອງ​ເຈົ້າ ແລະ ນາງ​ຢູນິເກ​ແມ່​ຂອງ​ເຈົ້າ. ບັດນີ້ ເຮົາ​ເຊື່ອ​ແນ່​ວ່າ ມີ​ຢູ່​ໃນ​ເຈົ້າ​ເໝືອນກັນ.</verse>
				<verse number="6">ເພາະ​ເຫດ​ນີ້ ເຮົາ​ຈຶ່ງ​ຂໍ​ເຕືອນ​ສະຕິ​ເຈົ້າ ຈົ່ງ​ພັດທະນາ​ຂອງ​ປະທານ​ທີ່​ມີ​ໃນ​ຕົວ​ເຈົ້າ ໃຫ້​ຈະເລີນ​ຮຸ່ງເຮືອງ​ຂຶ້ນ ຄື​ຂອງ​ປະທານ ຊຶ່ງ​ພຣະເຈົ້າ​ໄດ້​ໂຜດ​ປະທານ​ໃຫ້​ເຈົ້າ ເມື່ອ​ເຮົາ​ໄດ້​ວາງ​ມື​ໃສ່​ເຈົ້າ.</verse>
				<verse number="7">ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ປະທານ​ໃຈ​ອັນ​ຢ້ານກົວ​ໃຫ້​ແກ່​ເຮົາ, ແຕ່​ໄດ້​ຊົງ​ປະທານ​ໃຈ​ອັນ​ປະກອບ​ດ້ວຍ​ຣິດເດດອຳນາດ ຄວາມຮັກ ແລະ​ການ​ບັງຄັບ​ຕົນ​ໃຫ້​ແກ່​ເຮົາ.</verse>
				<verse number="8">ເຫດສະນັ້ນ ຢ່າ​ລະອາຍ​ທີ່​ຈະ​ເປັນ​ພະຍານ​ຝ່າຍ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ເຮົາ​ທັງຫລາຍ ຫລື​ຝ່າຍ​ຕົວ​ເຮົາ​ທີ່​ຖືກ​ຈຳຈອງ​ຢູ່​ເພາະ​ເຫັນ​ແກ່​ພຣະອົງ ແຕ່​ຈົ່ງ​ມີ​ສ່ວນ​ໃນ​ການ​ລຳບາກ ເພື່ອ​ເຫັນ​ແກ່​ຂ່າວປະເສີດ ໂດຍ​ອາໄສ​ຣິດອຳນາດ​ແຫ່ງ​ພຣະເຈົ້າ.</verse>
				<verse number="9">ຜູ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ແລະ​ຊົງ​ເອີ້ນ​ເອົາ​ເຮົາ​ທັງຫລາຍ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ບໍ່ແມ່ນ​ເພາະ​ເຫັນ​ແກ່​ການ​ດີ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ ແຕ່​ເພາະ​ເຫັນ​ແກ່​ພຣະ​ປະສົງ​ຂອງ​ພຣະອົງເອງ ແລະ​ພຣະຄຸນ​ຊຶ່ງ​ຊົງ​ປະທານ​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າ​ເຢຊູ ຕັ້ງແຕ່​ດຶກດຳບັນ​ມາ​ນັ້ນ</verse>
				<verse number="10">ແຕ່​ບັດນີ້ ພຣະຄຸນ​ນັ້ນ​ຖືກ​ເປີດເຜີຍ​ໃຫ້​ພວກເຮົາ​ໄດ້​ເຫັນ ໂດຍ​ການ​ສະເດັດ​ມາ​ປາກົດ​ຂອງ​ພຣະຄຣິດເຈົ້າ​ເຢຊູ​ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພວກເຮົາ ພຣະອົງ​ໄດ້​ກຳຈັດ​ຣິດ​ແຫ່ງ​ຄວາມ​ຕາຍ​ໃຫ້​ສິ້ນສຸດ​ໄປ ແລະ​ໄດ້​ເປີດເຜີຍ​ຢ່າງ​ຈະແຈ້ງ​ເຖິງ​ຊີວິດ​ອັນ​ຕາຍ​ບໍ່​ເປັນ ໂດຍ​ທາງ​ຂ່າວປະເສີດ.</verse>
				<verse number="11">ພຣະເຈົ້າ​ໄດ້​ແຕ່ງຕັ້ງ​ເຮົາ​ໃຫ້​ເປັນ​ອັກຄະສາວົກ ແລະ​ເປັນ​ຜູ້​ສອນ ເພື່ອ​ປະກາດ​ຂ່າວປະເສີດ</verse>
				<verse number="12">ເພາະ​ເຫດ​ນີ້​ແຫຼະ ເຮົາ​ຈຶ່ງ​ຍອມ​ທົນທຸກ​ຕໍ່​ສິ່ງ​ເຫຼົ່ານີ້ ແຕ່​ເຖິງ​ປານ​ນັ້ນ ເຮົາ​ກໍ​ບໍ່​ລະອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ ຜູ້​ທີ່​ເຮົາ​ໄດ້​ເຊື່ອ​ແລະ​ໄວ້ວາງໃຈ​ນັ້ນ ແລະ​ເຮົາ​ເຊື່ອໝັ້ນ​ວ່າ​ພຣະອົງ​ຊົງ​ສາມາດ​ຮັກສາ ຊຶ່ງ​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ ຈົນເຖິງ​ວັນ​ນັ້ນ.</verse>
				<verse number="13">ຈົ່ງ​ເຮັດ​ຕາມ​ແບບຢ່າງ​ແຫ່ງ​ຄຳສອນ​ອັນ​ມີ​ຫລັກ ທີ່​ເຈົ້າ​ໄດ້ຍິນ​ຈາກ​ເຮົາ ດ້ວຍ​ຄວາມເຊື່ອ​ແລະ​ຄວາມຮັກ ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ.</verse>
				<verse number="14">ເຈົ້າ​ຈົ່ງ​ຮັກສາ​ຂໍ້​ແນະນຳ​ອັນ​ດີ ຊຶ່ງ​ໄດ້​ຖືກ​ມອບໝາຍ​ໄວ້​ແກ່​ເຈົ້າ​ນັ້ນ ໂດຍ​ທາງ​ຣິດເດດ​ແຫ່ງ​ພຣະວິນຍານ​ບໍຣິສຸດເຈົ້າ ອົງ​ທີ່​ສະຖິດ​ຢູ່​ໃນ​ພວກເຮົາ.</verse>
				<verse number="15">ເຈົ້າ​ກໍ​ຮູ້​ແລ້ວ​ວ່າ ທຸກຄົນ​ໃນ​ແຂວງ​ເອເຊຍ​ລວມ​ທັງ​ຟູເຄໂລ ແລະ ເຮຣະໂມເກນ​ໄດ້​ປະຖິ້ມ​ເຮົາ.</verse>
				<verse number="16">ຂໍ​ອົງພຣະ​ຜູ້​ເປັນເຈົ້າ​ສຳແດງ​ຄວາມ​ເມດຕາ​ແກ່​ຄອບຄົວ​ໂອເນຊີໂຟໂຣ ເພາະ​ເພິ່ນ​ໄດ້​ໜູນ​ຈິດໃຈ​ເຮົາ​ຕັ້ງ​ຫລາຍ​ເທື່ອ ເພິ່ນ​ບໍ່ໄດ້​ລະອາຍ​ທີ່​ເຮົາ​ຖືກ​ຄຸກ,</verse>
				<verse number="17">ແຕ່​ພໍ​ເພິ່ນ​ໄດ້​ມາ​ເຖິງ​ນະຄອນ​ໂຣມ​ແລ້ວ ເພິ່ນ​ກໍ​ເລີ່ມຕົ້ນ​ຊອກ​ຫາ​ເຮົາ​ຈົນ​ພົບ.</verse>
				<verse number="18">ຂໍ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ໂຜດ​ປະທານ​ພຣະ​ເມດຕາ​ແກ່​ເພິ່ນ​ໃນ​ວັນ​ນັ້ນ​ດ້ວຍ​ເທີ້ນ ຝ່າຍ​ເຈົ້າ​ກໍ​ຮູ້​ດີ​ວ່າ ເພິ່ນ​ໄດ້​ບົວລະບັດ​ເຮົາ​ຫລາຍ​ປານໃດ ເມື່ອ​ເຮົາ​ຢູ່​ທີ່​ເມືອງ​ເອເຟໂຊ​ນັ້ນ.</verse>
			</chapter>
			<chapter number="2">
				<verse number="1">ເຫດສະນັ້ນ ລູກ​ຂອງ​ເຮົາ​ເອີຍ ຈົ່ງ​ເຂັ້ມແຂງ​ຂຶ້ນ​ໂດຍ​ພຣະຄຸນ ທີ່​ພວກເຮົາ​ມີ​ໃນ​ພຣະຄຣິດເຈົ້າ​ເຢຊູ.</verse>
				<verse number="2">ຈົ່ງ​ມອບ​ຄຳສອນ​ທີ່​ເຈົ້າ​ໄດ້ຍິນ​ຈາກ​ເຮົາ ຕໍ່ໜ້າ​ພະຍານ​ຫລາຍ​ຄົນ ໄວ້​ກັບ​ຄົນ​ສັດຊື່​ທີ່​ສາມາດ​ສອນ​ຄົນອື່ນ​ໄດ້​ດ້ວຍ.</verse>
				<verse number="3">ຈົ່ງ​ຮ່ວມ​ໃນ​ຄວາມ​ທົນທຸກ ເໝືອນ​ດັ່ງ​ເປັນ​ທະຫານ​ທີ່​ດີ​ຂອງ​ພຣະຄຣິດເຈົ້າ​ເຢຊູ.</verse>
				<verse number="4">ບໍ່ມີ​ທະຫານ​ຄົນ​ໃດ​ເມື່ອ​ເຂົ້າ​ປະຈຳການ​ແລ້ວ ຈະ​ຫຍຸ້ງກ່ຽວ​ກັບ​ການ​ງານ​ຝ່າຍ​ພົນລະເຮືອນ. ດ້ວຍວ່າ, ເຂົາ​ຕ້ອງ​ເຮັດ​ໃຫ້​ຜູ້​ທີ່​ເກນ​ຕົນ​ໄດ້​ຮັບ​ຄວາມ​ພໍໃຈ.</verse>
				<verse number="5">ນັກ​ກິລາ​ທີ່​ແລ່ນ​ຊິງ​ໄຊ ຈະ​ຍາດ​ເອົາ​ລາງວັນ​ບໍ່ໄດ້ ຖ້າ​ບໍ່​ປະຕິບັດ​ຕາມ​ກົດລະບຽບ.</verse>
				<verse number="6">ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ໜັກ ກໍ​ຄວນ​ເປັນ​ຜູ້​ທຳອິດ​ທີ່​ໄດ້​ຮັບ​ຜົນ​ເກັບກ່ຽວ.</verse>
				<verse number="7">ຈົ່ງ​ຄິດ​ຕຶກຕອງ​ຂໍ້ຄວາມ​ທີ່​ເຮົາ​ເວົ້າ​ນັ້ນ​ໃຫ້​ຖີ່ຖ້ວນ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ປະທານ​ໃຫ້​ເຈົ້າ​ເຂົ້າໃຈ​ໃນ​ທຸກສິ່ງ.</verse>
				<verse number="8">ຈົ່ງ​ລະນຶກເຖິງ​ພຣະເຢຊູ​ຄຣິດເຈົ້າ ຜູ້​ທີ່​ໄດ້​ຖືກ​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ດາວິດ ຕາມ​ຂ່າວປະເສີດ​ທີ່​ເຮົາ​ປະກາດ​ນັ້ນ.</verse>
				<verse number="9">ເພາະ​ຂ່າວປະເສີດ​ນີ້ ເຮົາ​ຈຶ່ງ​ທົນທຸກ ແລະ​ຖືກ​ຜູກມັດ​ດັ່ງ​ຜູ້ຮ້າຍ ແຕ່​ພຣະທຳ​ຂອງ​ພຣະເຈົ້າ​ນັ້ນ ບໍ່ມີ​ຜູ້ໃດ​ຜູກມັດ​ໄວ້​ໄດ້.</verse>
				<verse number="10">ເພາະສະນັ້ນ ເຮົາ​ຈຶ່ງ​ສູ້ທົນ​ທຸກສິ່ງ ເພາະ​ເຫັນ​ແກ່​ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມ​ພົ້ນ ຊຶ່ງ​ມາ​ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ ແລະ​ຈະ​ຖືກ​ນຳ​ໄປ​ສູ່​ສະຫງ່າຣາສີ​ນິຣັນດອນ.</verse>
				<verse number="11">ຄຳ​ນີ້​ເປັນ​ຄວາມຈິງ ຄື: “ຖ້າ​ພວກເຮົາ​ໄດ້​ຕາຍ​ດ້ວຍ​ກັນ​ກັບ​ພຣະອົງ ພວກເຮົາ​ກໍ​ຈະ​ມີ​ຊີວິດ​ກັບ​ພຣະອົງ​ເໝືອນກັນ.</verse>
				<verse number="12">ຖ້າ​ພວກເຮົາ​ອົດທົນ​ເອົາ ພວກເຮົາ​ກໍ​ຈະ​ປົກຄອງ​ຮ່ວມ​ກັບ​ພຣະອົງ. ຖ້າ​ພວກເຮົາ​ປະຕິເສດ​ພຣະອົງ ພຣະອົງ​ກໍ​ຈະ​ປະຕິເສດ​ພວກເຮົາ​ເໝືອນກັນ.</verse>
				<verse number="13">ຖ້າ​ພວກເຮົາ​ບໍ່​ສັດຊື່ ພຣະອົງ​ກໍ​ຍັງ​ສັດຊື່​ໝັ້ນຄົງ​ຢູ່ ເພາະວ່າ​ພຣະອົງ​ຊົງ​ເປັນ​ຄວາມຈິງ ທີ່​ບໍ່​ສາມາດ​ຈະ​ປະຕິເສດ​ພຣະອົງ​ເອງ​ໄດ້.”</verse>
				<verse number="14">ຈົ່ງ​ບອກ​ຄົນ​ຂອງ​ເຈົ້າ ໃຫ້​ຈົດຈຳ​ໃນ​ເລື່ອງ​ນີ້ ແລະ​ຕັກເຕືອນ​ພວກເຂົາ​ຢ່າງ​ໜັກແໜ້ນ​ຢູ່​ຊ້ອງ​ພຣະພັກ​ພຣະເຈົ້າ ບໍ່​ໃຫ້​ຜິດຖຽງ​ກັນ​ເຖິງ​ຖ້ອຍຄຳ​ຕ່າງໆ ການ​ກະທຳ​ເຊັ່ນ​ນີ້ ບໍ່​ເປັນ​ສິ່ງ​ທີ່​ດີ ມີ​ແຕ່​ເຮັດ​ໃຫ້​ຜູ້​ຟັງ​ຈິບຫາຍ​ໄປ.</verse>
				<verse number="15">ຈົ່ງ​ອົດສາ​ພະຍາຍາມ​ສະແດງ​ຕົນ ເໝືອນ​ເປັນ​ຄົນ​ທີ່​ພິສູດ​ແລ້ວ​ຕໍ່​ພຣະພັກ​ພຣະເຈົ້າ ເປັນ​ຄົນງານ​ທີ່​ບໍ່​ຕ້ອງ​ອາຍ ແລະ​ໃຊ້​ພຣະທຳ​ແຫ່ງ​ຄວາມຈິງ​ຢ່າງ​ຖືກຕ້ອງ.</verse>
				<verse number="16">ຈົ່ງ​ຫລີກ​ເວັ້ນ​ຈາກ​ການ​ສົນທະນາ​ອັນ​ໂງ່ງ່າວ ແລະ​ຂັດ​ກັບ​ຄວາມເຊື່ອ ຊຶ່ງ​ເປັນ​ການ​ຊັກນຳ​ຜູ້​ຟັງ​ໃຫ້​ຫ່າງ​ຈາກ​ພຣະເຈົ້າ​ຫລາຍ​ຂຶ້ນ​ເທົ່ານັ້ນ.</verse>
				<verse number="17">ຄຳສັ່ງສອນ​ເຊັ່ນນັ້ນ ເປັນ​ດັ່ງ​ບາດແຜ​ເປື່ອຍເນົ່າ​ປົວ​ບໍ່​ດີ ທີ່​ລາມ​ໄປ​ຕາມ​ເນື້ອໜັງ ໃນ​ຈຳພວກ​ນັ້ນ​ມີ ຮີເມນາໂຢ ແລະ ຟີເລໂຕ.</verse>
				<verse number="18">ຄົນ​ທັງສອງ​ນັ້ນ​ໄດ້​ຫລົງ​ໄປ​ຈາກ​ຄວາມຈິງ ໂດຍ​ກ່າວ​ວ່າ ການ​ຄືນ​ຈາກ​ຄວາມ​ຕາຍ​ນັ້ນ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ, ພວກເຂົາ​ກຳລັງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ບາງຄົນ​ລົ້ມ​ລະລາຍ​ໄປ.</verse>
				<verse number="19">ແຕ່​ຮາກຖານ​ອັນ​ແຂງແກ່ນ ຊຶ່ງ​ພຣະເຈົ້າ​ໄດ້​ວາງ​ລົງ​ແລ້ວ​ນັ້ນ​ຕັ້ງໝັ້ນຄົງ​ຢູ່ ໂດຍ​ມີ​ຄຳ​ຂຽນ​ໄວ້​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຮູ້ຈັກ​ຄົນ​ເຫຼົ່ານັ້ນ ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ ຊຶ່ງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຕ້ອງ​ຫັນ​ໜີ​ຈາກ​ຄວາມ​ຊົ່ວຊ້າ.”</verse>
				<verse number="20">ໃນ​ເຮືອນ​ໃຫຍ່​ຫລັງ​ໃດ ບໍ່ແມ່ນ​ມີ​ແຕ່​ພາຊະນະ​ເງິນ​ແລະ​ຄຳ​ເທົ່ານັ້ນ ແຕ່​ມີ​ພາຊະນະ​ໄມ້​ແລະ​ດິນ​ດ້ວຍ ບາງ​ຢ່າງ​ກໍ​ໃຊ້​ເພື່ອ​ເປັນ​ກຽດ ແລະ​ບາງ​ຢ່າງ​ກໍ​ໃຊ້​ການ​ທຳມະດາ.</verse>
				<verse number="21">ເຫດສະນັ້ນ ຖ້າ​ຜູ້ໃດ​ຊຳລະ​ຕົວ​ໃຫ້​ພົ້ນ​ຈາກ​ສິ່ງ​ຊົ່ວ​ເຫຼົ່ານັ້ນ ກໍ​ຈະ​ເປັນ​ເໝືອນ​ພາຊະນະ​ອັນ​ມີ​ກຽດ ທີ່​ໄດ້​ຕັ້ງ​ໄວ້​ຕ່າງຫາກ ຊຶ່ງ​ເປັນ​ປະໂຫຍດ​ແກ່​ເຈົ້າ​ຂອງ​ເຮືອນ ທີ່​ຈັດ​ໄວ້​ພ້ອມ​ແລ້ວ​ສຳລັບ​ການ​ດີ​ທຸກຢ່າງ.</verse>
				<verse number="22">ດັ່ງນັ້ນ ເຈົ້າ​ຈົ່ງ​ຫລີກ​ໜີ​ຈາກ​ຣາຄະ​ຕັນຫາ​ຂອງ​ຄົນ​ໜຸ່ມ. ຈົ່ງ​ຕິດຕາມ​ຄວາມ​ຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະ​ສັນຕິສຸກ ຮ່ວມ​ກັບ​ຄົນ​ທັງປວງ​ທີ່​ຮ້ອງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ໃຈ​ບໍຣິສຸດ.</verse>
				<verse number="23">ແຕ່​ຈົ່ງ​ຫລີກ​ເວັ້ນ​ຈາກ​ການ​ໂຕ້ຖຽງ​ອັນ​ໂງ່ງ່າວ​ແລະ​ອັບ​ປັນຍາ ເຈົ້າ​ກໍ​ຮູ້​ແລ້ວ​ວ່າ ການ​ກະທຳ​ຢ່າງ​ນັ້ນ​ນຳ​ໄປ​ສູ່​ການ​ວິວາດ​ຜິດຖຽງ​ກັນ.</verse>
				<verse number="24">ຜູ້ຮັບໃຊ້​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຕ້ອງ​ບໍ່​ເປັນ​ຄົນ​ວິວາດ​ຜິດຖຽງ​ກັນ, ແຕ່​ຕ້ອງ​ມີ​ໃຈ​ເມດຕາ​ແກ່​ທຸກຄົນ ເປັນ​ຄູ​ທີ່​ເໝາະສົມ ແລະ​ມີ​ໃຈ​ພຽນ​ອົດທົນ</verse>
				<verse number="25">ແກ້ໄຂ​ຄວາມ​ຄິດເຫັນ​ຝ່າຍ​ກົງກັນຂ້າມ ດ້ວຍ​ຄວາມ​ສຸພາບ​ອ່ອນໂຍນ ເພາະ​ພຣະເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ພວກເຂົາ​ກັບໃຈ​ໃໝ່ ແລະ​ພາ​ໄປ​ສູ່​ການ​ຮູ້ຈັກ​ເຖິງ​ຄວາມຈິງ.</verse>
				<verse number="26">ແລະ​ໃຫ້​ພວກເຂົາ​ຮູ້ສຶກ​ຕື່ນຕົວ ຈຶ່ງ​ຫລຸດພົ້ນ​ຈາກ​ບ່ວງແຮ້ວ​ຂອງ​ມານຮ້າຍ ຜູ້​ຊຶ່ງ​ຈັບ​ພວກເຂົາ​ໄວ້​ໃຫ້​ເຮັດ​ຕາມ​ຄວາມປະສົງ​ຂອງ​ມັນ.</verse>
			</chapter>
			<chapter number="3">
				<verse number="1">ແຕ່​ຈົ່ງ​ຮູ້ຈັກ​ຂໍ້​ຄວາມ​ນີ້​ວ່າ, ໃນ​ຍຸກ​ສຸດທ້າຍ​ນັ້ນ ຈະ​ເກີດ​ຄວາມ​ລຳບາກ​ຢ່າງ​ຮ້າຍແຮງ.</verse>
				<verse number="2">ເພາະວ່າ​ຄົນ​ທັງຫລາຍ​ຈະ​ເຫັນແກ່ຕົວ, ເຫັນແກ່​ເງິນຄຳ, ອວດຕົວ, ຈອງຫອງ, ມັກ​ດ່າ​ວ່າ, ບໍ່​ເຊື່ອຟັງ​ຄວາມ​ພໍ່​ແມ່, ເນຣະຄຸນ, ເປັນ​ຄົນ​ບໍ່ມີ​ສິນທຳ;</verse>
				<verse number="3">ເປັນ​ຄົນ​ຂາດ​ມະນຸດ​ສະທຳ, ບໍ່​ຍອມ​ຜ່ອນຜັນ​ຜູ້ໃດ, ໃສ່ຮ້າຍ​ປ້າຍສີ​ກັນ, ບໍ່​ຮູ້ຈັກ​ບັງຄັບ​ຕົນ, ມີ​ໃຈ​ໂຫດຮ້າຍ, ເປັນ​ຄົນ​ບໍ່​ຮັກ​ການ​ດີ,</verse>
				<verse number="4">ເປັນ​ຄົນ​ທໍລະຍົດ, ດື້ດ້ານ, ອວດ​ສະຫາວ ແລະ​ເປັນ​ຄົນ​ຮັກ​ຄວາມ​ສະໜຸກ ຫລາຍກວ່າ​ຮັກ​ພຣະເຈົ້າ.</verse>
				<verse number="5">ເຂົາ​ກໍ​ເຮັດ​ເໝືອນ​ຄົນ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ, ແຕ່​ວ່າ​ຣິດອຳນາດ​ຂອງ​ການ​ນັບຖື​ນັ້ນ ເຂົາ​ກໍ​ປະຕິເສດ​ເສຍ ເຈົ້າ​ຈົ່ງ​ຫລີກ​ໜີ​ເສຍ​ຈາກ​ຄົນ​ຢ່າງ​ນັ້ນ.</verse>
				<verse number="6">ເພາະ​ໃນ​ບັນດາ​ຄົນ​ເຫຼົ່ານັ້ນ ມີ​ຄົນ​ທີ່​ມັກ​ລ່ວງ​ເຂົ້າ​ໄປ​ຕາມ​ບ້ານ​ເຮືອນ ກ້ຽວກ່ອມ​ເອົາ​ໃຈ​ແມ່ຍິງ​ທີ່​ເບົາ​ປັນຍາ ໜາ​ດ້ວຍ​ຄວາມ​ຜິດບາບ ແລະ​ຫລົງ​ໄຫລ​ໄປ​ດ້ວຍ​ຕັນຫາ​ຕ່າງໆ ເອົາ​ໄປ​ເປັນ​ຊະເລີຍ,</verse>
				<verse number="7">ຍິງ​ພວກ​ນີ້ ກໍ​ຍອມ​ຮໍ່າຮຽນ​ຢູ່​ສະເໝີ ແຕ່​ບໍ່​ອາດ​ຈະ​ເຖິງ​ການ​ສັງເກດ​ຮູ້​ຄວາມຈິງ​ໄດ້​ຈັກເທື່ອ.</verse>
				<verse number="8">ຢາເນ​ກັບ​ຢຳເບ ຂັດຂວາງ​ຕໍ່ສູ້​ກັບ​ໂມເຊ​ສັນໃດ ຄົນ​ເຫຼົ່ານີ້ ກໍ​ຂັດຂວາງ​ຕໍ່ສູ້​ກັບ​ຄວາມຈິງ​ສັນນັ້ນ​ເໝືອນກັນ ເຂົາ​ເປັນ​ຄົນ​ມີ​ໃຈ​ຊົ່ວຮ້າຍ ແລະ​ໃນ​ດ້ານ​ຄວາມເຊື່ອ​ນັ້ນ ເຂົາ​ໃຊ້​ບໍ່ໄດ້​ເລີຍ,</verse>
				<verse number="9">ແຕ່​ເຂົາ​ກ້າວ​ໜ້າ​ຕໍ່ໄປ​ອີກ​ບໍ່ໄດ້ ເພາະວ່າ​ຄວາມ​ໂງ່​ຂອງ​ເຂົາ​ນັ້ນ ຈະ​ປາກົດ​ແຈ້ງ​ແກ່​ຄົນ​ທັງປວງ ເໝືອນ​ດັ່ງ​ຄວາມ​ໂງ່​ຂອງ​ຊາຍ​ສອງ​ຄົນ​ນັ້ນ.</verse>
				<verse number="10">ບັດນີ້ ເຈົ້າ​ກໍໄດ້​ຕິດຕາມ​ເຮົາ ໃນ​ດ້ານ​ຄຳສອນ, ຄື​ດຳເນີນ​ຕາມ​ຄວາມ​ປະພຶດ, ເປົ້າໝາຍ​ຂອງ​ຊີວິດ, ຄວາມເຊື່ອ, ຄວາມ​ອົດທົນ, ຄວາມຮັກ, ຄວາມ​ໜັກແໜ້ນ​ໝັ້ນຄົງ,</verse>
				<verse number="11">ການ​ຖືກ​ຂົ່ມເຫັງ ແລະ​ຄວາມ​ທົນທຸກ​ລຳບາກ​ຂອງເຮົາ ເຈົ້າ​ກໍ​ຮູ້ຈັກ​ເຫດການ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ກັບ​ເຮົາ​ໃນ​ເມືອງ​ອັນຕີໂອເຂຍ ໃນ​ເມືອງ​ອີໂກນີອົມ ແລະ​ໃນ​ເມືອງ​ລີສະຕຣາ ຄື​ການ​ຖືກ​ຂົ່ມເຫັງ​ອັນ​ໜັກໜ່ວງ​ທີ່​ເຮົາ​ໄດ້​ທົນ​ເອົາ​ນັ້ນ, ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊ່ວຍກູ້​ເອົາ​ເຮົາ​ໃຫ້​ພົ້ນ​ຈາກ​ສິ່ງ​ເຫຼົ່ານັ້ນ​ທັງ​ສິ້ນ.</verse>
				<verse number="12">ແທ້ຈິງ ບັນດາ​ຄົນ​ທີ່​ປາຖະໜາ​ຈະ​ດຳເນີນ​ຊີວິດ​ຄຣິສຕຽນ ເປັນ​ຄົນ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ ກໍ​ຈະ​ຖືກ​ກົດຂີ່​ຂົ່ມເຫັງ,</verse>
				<verse number="13">ແຕ່​ຄົນຊົ່ວຮ້າຍ ແລະ​ຄົນ​ປອມຕົວ ຈະ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ໄປ​ລໍ້ລວງ​ຄົນອື່ນ​ໃຫ້​ຫລົງ ແລະ​ຕົວ​ເຂົາເອງ​ກໍ​ຈະ​ຖືກ​ລໍ້ລວງ​ເໝືອນກັນ.</verse>
				<verse number="14">ແຕ່​ສຳລັບ​ເຈົ້າ ຈົ່ງ​ສືບຕໍ່​ດຳເນີນ​ຕໍ່ໄປ ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນຮູ້​ມາ​ແລ້ວ ແລະ​ໄດ້​ເຊື່ອ​ຢ່າງ​ໝັ້ນຄົງ ເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ເຈົ້າ​ໄດ້​ຮຽນຮູ້​ມາ​ຈາກ​ຜູ້ໃດ.</verse>
				<verse number="15">ທີ່​ຈິງ​ແລ້ວ ເຈົ້າ​ໄດ້​ຮູ້​ພຣະຄຳພີ​ອັນ​ສັກສິດ ຕັ້ງແຕ່​ຄາວ​ເຈົ້າ​ຍັງ​ນ້ອຍ​ພຸ້ນ ຊຶ່ງ​ສາມາດ​ສອນ​ເຈົ້າ​ໃຫ້​ມີ​ປັນຍາ ທີ່​ນຳ​ໄປ​ເຖິງ​ຄວາມ​ພົ້ນ ໂດຍ​ທາງ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ​ເຢຊູ.</verse>
				<verse number="16">ພຣະຄຳພີ​ທຸກ​ຕອນ​ໄດ້​ຮັບ​ການ​ຊົງ​ບັນດົນໃຈ​ຈາກ​ພຣະເຈົ້າ ແລະ​ເປັນ​ປະໂຫຍດ ໃນ​ການ​ສອນ, ການ​ກ່າວ​ຕັກເຕືອນ​ວ່າ​ກ່າວ, ການ​ປັບປຸງ​ແກ້ໄຂ​ໃຫ້​ຖືກຕ້ອງ ແລະ​ການ​ອົບຮົມ​ໃນ​ທາງ​ຊອບທຳ,</verse>
				<verse number="17">ເພື່ອ​ຄົນ​ຂອງ​ພຣະເຈົ້າ​ຈະ​ບັນລຸ​ຜົນ​ສຳເລັດ ແລະ​ຈັດຕຽມ​ໄວ້​ພ້ອມ​ສຳລັບ​ການ​ດີ​ທຸກຢ່າງ.</verse>
			</chapter>
			<chapter number="4">
				<verse number="1">ເຮົາ​ສັ່ງ​ເຈົ້າ​ຢູ່​ຊ້ອງ​ພຣະພັກ​ພຣະເຈົ້າ ແລະ​ຢູ່​ຊ້ອງ​ພຣະພັກ​ພຣະຄຣິດເຈົ້າ​ເຢຊູ ຜູ້​ຈະ​ຊົງ​ພິພາກສາ​ທັງ​ຄົນ​ເປັນ​ແລະ​ຄົນ​ຕາຍ ໂດຍ​ອ້າງ​ເຖິງ​ການ​ທີ່​ພຣະອົງ​ຈະ​ຊົງ​ສ່ອງ​ສະຫວ່າງ​ມາ​ປາກົດ ແລະ​ອ້າງ​ເຖິງ​ຣາຊອານາຈັກ​ຂອງ​ພຣະອົງ​ວ່າ,</verse>
				<verse number="2">ຈົ່ງ​ເອົາໃຈໃສ່​ເທດສະໜາ​ສັ່ງສອນ​ພຣະທຳ​ຂອງ​ພຣະເຈົ້າ ທັງ​ໃນ​ເວລາ​ມີ​ໂອກາດ​ແລະ​ບໍ່ມີ​ໂອກາດ, ຈົ່ງ​ຊັກຊວນ​ດ້ວຍ​ເຫດ​ຜົນ, ຈົ່ງ​ເຕືອນ​ສະຕິ​ແລະ​ໜູນໃຈ ດ້ວຍ​ຄວາມ​ພຽນ​ອົດທົນ​ທຸກຢ່າງ​ແລະ​ໃນ​ການ​ສິດສອນ.</verse>
				<verse number="3">ເພາະ​ຈະ​ເຖິງ​ເວລາ​ທີ່​ຄົນ​ຈະ​ບໍ່​ຍອມ​ຟັງ​ຫລັກ​ຄຳສອນ​ອັນ​ແທ້ຈິງ ແຕ່​ຈະ​ປະຕິບັດ​ຕາມ​ຄວາມ​ປາຖະໜາ​ຂອງ​ເຂົາ​ເອງ ແລະ​ຈະ​ຮວບຮວມ​ຄຳສອນ​ໄວ້​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ເຂົາ.</verse>
				<verse number="4">ຄົນ​ເຫຼົ່ານັ້ນ ຈະ​ບໍ່​ຟັງ​ຄວາມຈິງ​ອີກ​ຕໍ່ໄປ ເຂົາ​ຈະ​ຫັນ​ໄປ​ສົນໃຈ​ນິຍາຍ​ເລື່ອງ​ຕ່າງໆ.</verse>
				<verse number="5">ແຕ່​ເຈົ້າ​ຈົ່ງ​ລະວັງ​ຕົນເອງ​ໃຫ້​ດີ​ໃນ​ທຸກ​ສະພາບ​ການ, ຈົ່ງ​ອົດທົນ​ຕໍ່​ຄວາມ​ຍາກ​ລຳບາກ ແລະ​ຈົ່ງ​ເຮັດ​ໜ້າທີ່​ຂອງ​ຜູ້​ປະກາດ​ຂ່າວປະເສີດ ຈົ່ງ​ປະຕິບັດ​ໜ້າທີ່​ການ​ຂອງ​ເຈົ້າ​ນັ້ນ​ໃຫ້​ສຳເລັດ.</verse>
				<verse number="6">ສຳລັບ​ເຮົາ​ນັ້ນ ເຖິງ​ເວລາ​ແລ້ວ​ທີ່​ຈະ​ຕົກ​ເປັນ​ເຄື່ອງ​ບູຊາ ແລະ​ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຕ້ອງ​ຈາກ​ໂລກນີ້​ໄປ.</verse>
				<verse number="7">ເຮົາ​ໄດ້​ຕໍ່ສູ້​ຢ່າງ​ສຸດ​ກຳລັງ ເຮົາ​ໄດ້​ແລ່ນ​ແຂ່ງຂັນ​ຈົນເຖິງ​ທີ່ສຸດ ແລະ​ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ.</verse>
				<verse number="8">ແຕ່​ນີ້​ຕໍ່ໄປ ມົງກຸດ​ຄື​ລາງວັນ​ແຫ່ງ​ຄວາມ​ຊອບທຳ ຊົງ​ຈັດ​ໄວ້​ຖ້າ​ເຮົາ​ແລ້ວ ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ພິພາກສາ​ທີ່​ຍຸດຕິທຳ ຈະ​ຊົງ​ປະທານ​ແກ່​ເຮົາ​ໃນ​ວັນ​ນັ້ນ ແລະ​ບໍ່ແມ່ນ​ແກ່​ເຮົາ​ພຽງ​ຜູ້​ດຽວ ແຕ່​ຈະ​ຊົງ​ປະທານ​ແກ່​ຄົນ​ທັງປວງ ທີ່​ມີ​ໃຈ​ຍິນດີ​ໃນ​ການ​ຊົງ​ສ່ອງ​ສະຫວ່າງ​ມາ​ປາກົດ​ຂອງ​ພຣະອົງ.</verse>
				<verse number="9">ຈົ່ງ​ຮີບຮ້ອນ​ໃຈ​ມາ​ຫາ​ເຮົາ​ໄວໆ.</verse>
				<verse number="10">ເພາະວ່າ​ເດມາ​ໄດ້​ຫລົງ​ຮັກ​ສິ່ງ​ຂອງ​ຝ່າຍ​ໂລກ​ເສຍ​ແລ້ວ ແລະ​ໄດ້​ປະຖິ້ມ​ເຮົາ ໜີໄປ​ເມືອງ​ເທສະໂລນິກ. ເກເຊັນ​ໄດ້​ໄປ​ແຂວງ​ຄາລາເຕຍ ແລະ ຕີໂຕ​ໄດ້​ໄປ​ທີ່​ເມືອງ​ດັນມາເຕຍ.</verse>
				<verse number="11">ມີ​ແຕ່​ລູກາ​ເທົ່ານັ້ນ ທີ່​ຢູ່​ກັບ​ເຮົາ ຈົ່ງ​ເອົາ​ມາຣະໂກ​ມາ​ນຳ​ເຈົ້າ​ດ້ວຍ ເພາະວ່າ​ເພິ່ນ​ຊ່ວຍ​ເຮົາ​ຫລາຍ​ໃນ​ພາລະກິດ​ການ​ຮັບໃຊ້.</verse>
				<verse number="12">ເຮົາ​ໄດ້​ໃຊ້​ຕີຂີໂກ​ໄປ​ທີ່​ເມືອງ​ເອເຟໂຊ.</verse>
				<verse number="13">ເມື່ອ​ເຈົ້າ​ມາ ຈົ່ງ​ເອົາ​ເສື້ອຄຸມ​ທີ່​ເຮົາ​ໄດ້​ປະ​ໄວ້​ກັບ​ກາລະໂປ ທີ່​ເມືອງ​ໂທອາດ​ນັ້ນ​ມາ​ນຳ​ດ້ວຍ ຈົ່ງ​ເອົາ​ໜັງສື​ຕ່າງໆ​ມາ​ເໝືອນກັນ ເປັນ​ຕົ້ນ​ໜັງສື​ທີ່​ຂຽນ​ໃສ່​ແຜ່ນ​ໜັງ​ນັ້ນ.</verse>
				<verse number="14">ອາເລັກຊັນເດີ​ຊ່າງ​ທອງແດງ​ນັ້ນ ໄດ້​ເຮັດ​ຮ້າຍ​ຕໍ່​ເຮົາ​ຫລາຍ​ຢ່າງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ຕອບແທນ​ໃຫ້​ສົມກັບ​ການ​ທີ່​ລາວ​ເຮັດ​ນັ້ນ.</verse>
				<verse number="15">ເຈົ້າ​ເອງ ກໍ​ຈົ່ງ​ລະວັງຕົວ​ລາວ​ໃຫ້​ດີ ເພາະ​ລາວ​ເວົ້າ​ຂັດຂວາງ​ຕໍ່ສູ້​ຖ້ອຍຄຳ​ຂອງ​ພວກເຮົາ​ຢ່າງ​ຮຸນແຮງ.</verse>
				<verse number="16">ບໍ່ມີ​ຜູ້ໃດ​ເຂົ້າຂ້າງ​ເຮົາ​ຈັກ​ຄົນ ເມື່ອ​ເຮົາ​ກ່າວ​ແກ້​ຄະດີ​ເທື່ອ​ທຳອິດ​ນັ້ນ ທຸກຄົນ​ໄດ້​ປະຖິ້ມ​ເຮົາ​ໝົດ ຂໍ​ພຣະເຈົ້າ​ຢ່າ​ຖື​ໂທດ​ພວກເຂົາ​ເລີຍ</verse>
				<verse number="17">ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ສະຖິດ​ຢູ່​ກັບ​ເຮົາ ແລະ​ຊູ​ກຳລັງ​ເຮົາ​ຂຶ້ນ ເພື່ອ​ໃຫ້​ເຮົາ​ສາມາດ​ປະກາດ​ຂ່າວປະເສີດ​ອັນ​ຄົບຖ້ວນ ແກ່​ຄົນຕ່າງຊາດ​ທຸກຄົນ ແລະ​ເຮົາ​ກໍໄດ້​ຖືກ​ຊ່ວຍກູ້​ເອົາ​ໃຫ້​ພົ້ນ​ຈາກ​ປາກ​ຂອງ​ສິງໂຕ.</verse>
				<verse number="18">ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຊ່ວຍກູ້​ເອົາ​ເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທຸກຢ່າງ ແລະ​ນຳ​ເຮົາ​ເຂົ້າ​ໄປ​ສູ່​ອານາຈັກ​ສະຫວັນ​ຂອງ​ພຣະອົງ​ຢ່າງ​ປອດໄພ ຂໍ​ໃຫ້​ສະຫງ່າຣາສີ ຈົ່ງ​ມີ​ແກ່​ພຣະອົງ ສືບໆໄປ​ເປັນນິດ​ເທີ້ນ ອາແມນ.</verse>
				<verse number="19">ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ປີຊະກີລາ​ກັບ​ອາກີລາ ແລະ​ຄອບຄົວ​ໂອເນຊີໂຟໂຣ.</verse>
				<verse number="20">ເອຣາຊະໂຕ ໄດ້​ຄ້າງ​ຢູ່​ທີ່​ເມືອງ​ໂກຣິນໂທ ແລະ​ເຮົາ​ໄດ້​ປະ​ໂທຟີໂມ​ໄວ້​ທີ່​ເມືອງ​ມີເລໂຕ ເພາະວ່າ​ລາວ​ປ່ວຍ.</verse>
				<verse number="21">ຈົ່ງ​ພະຍາຍາມ​ມາ​ຫາ​ເຮົາ ກ່ອນ​ລະດູ​ໜາວ​ໃຫ້​ໄດ້. ຢູບູໂລ, ປູເດັນ, ລີໂນ ແລະ ກະໂລເດຍ​ກັບ​ພີ່ນ້ອງ​ຄຣິສຕຽນ​ທັງໝົດ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ເຈົ້າ​ເໝືອນກັນ.</verse>
				<verse number="22">ຂໍ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ວິນຍານ​ຂອງ​ເຈົ້າ​ເທີ້ນ. ຂໍ​ໃຫ້​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.</verse>
			</chapter>
		</book>
		<book number="56">
			<chapter number="1">
				<verse number="1">ຈາກ ໂປໂລ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ. ເພື່ອ​ຊ່ວຍ​ສົ່ງເສີມ​ຄວາມເຊື່ອ​ຂອງ​ໄພ່ພົນ ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ແລະ​ນຳ​ໄປ​ສູ່​ຄວາມຈິງ​ຕາມ​ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ.</verse>
				<verse number="2">ດ້ວຍ​ຫວັງ​ວ່າ​ຈະ​ໄດ້​ຊີວິດ​ນິຣັນດອນ ຊຶ່ງ​ພຣະເຈົ້າ​ຜູ້​ບໍ່​ຊົງ​ກ່າວ​ຄຳ​ຕົວະ​ໄດ້ ໄດ້​ຊົງ​ສັນຍາ​ໄວ້​ຕັ້ງແຕ່​ດຶກດຳບັນ,</verse>
				<verse number="3">ແລະ​ເມື່ອ​ເຖິງ​ເວລາ​ທີ່​ກຳນົດ​ໄວ້ ພຣະອົງ​ກໍໄດ້​ເປີດເຜີຍ​ຖ້ອຍຄຳ​ຂອງ​ພຣະອົງ​ໂດຍ​ການ​ປະກາດ ຊຶ່ງ​ໄດ້​ຖືກ​ມອບໝາຍ​ໃຫ້​ແກ່​ເຮົາ ແລະ​ເຮົາ​ກໍ​ປະກາດ​ພຣະທຳ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ ພຣະ​ຜູ້​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພວກເຮົາ.</verse>
				<verse number="4">ເຖິງ ຕີໂຕ ຜູ້​ເປັນ​ລູກ​ແທ້​ຂອງເຮົາ​ໃນ​ຄວາມເຊື່ອ. ຂໍ​ພຣະເຈົ້າ ພຣະບິດາເຈົ້າ ແລະ ພຣະຄຣິດເຈົ້າ​ເຢຊູ ພຣະ​ຜູ້​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພວກເຮົາ ໂຜດ​ປະທານ​ພຣະຄຸນ​ແລະ​ສັນຕິສຸກ​ແກ່​ເຈົ້າ​ເທີ້ນ.</verse>
				<verse number="5">ເຮົາ​ໄດ້​ປະ​ເຈົ້າ​ໄວ້​ໃນ​ກະເຣເຕ ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ຈັດ​ການ​ກັບ​ວຽກງານ​ທີ່​ຍັງ​ຄ້າງຄາ​ຢູ່​ນັ້ນ ໃຫ້​ຮຽບຮ້ອຍ ແລະ​ແຕ່ງຕັ້ງ​ພວກ​ຜູ້ປົກຄອງ​ປະຈຳ​ຄຣິສຕະຈັກ​ໄວ້​ໃນ​ທຸກໆ​ເມືອງ ຕາມ​ທີ່​ເຮົາ​ໄດ້​ໃຫ້​ແກ່​ເຈົ້າ​ນັ້ນ.</verse>
				<verse number="6">ຄື​ພວກ​ຜູ້ປົກຄອງ​ນັ້ນ ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີ​ຂໍ້​ຕິຕຽນ ມີ​ເມຍ​ຄົນ​ດຽວ ມີ​ລູກ​ທີ່​ເຊື່ອ​ໃນ​ພຣະເຈົ້າ ແລະ​ບໍ່​ຖືກ​ກ່າວຫາ​ວ່າ​ເປັນ​ນັກເລງ ຫລື​ເປັນ​ຄົນ​ດື້ດ້ານ.</verse>
				<verse number="7">ເພາະວ່າ​ຜູ້ປົກຄອງ​ດູແລ​ນັ້ນ ໃນ​ຖານະ​ທີ່​ເປັນ​ຜູ້​ຮັບ​ມອບໝາຍ​ຈາກ​ພຣະເຈົ້າ ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີ​ຂໍ້​ຕຳໜິ, ບໍ່​ເປັນ​ຄົນ​ຈອງຫອງ, ບໍ່​ເປັນ​ຄົນ​ເລືອດ​ຮ້ອນ, ບໍ່​ເປັນ​ຄົນ​ເມົາ​ເຫຼົ້າ, ບໍ່​ເປັນ​ຄົນ​ອັນທະພານ, ບໍ່​ເປັນ​ຄົນ​ໂລບ​ເອົາ​ກຳໄລ​ໃນ​ທາງ​ບໍ່​ສັດຊື່,</verse>
				<verse number="8">ແຕ່​ໃຫ້​ເປັນ​ຄົນ​ມີ​ໃຈ​ສັດທາ​ເຫຼື້ອມໃສ​ຕ້ອນຮັບ​ແຂກ, ເປັນ​ຜູ້​ຮັກ​ຄວາມດີ, ເປັນ​ຄົນ​ມີ​ສະຕິ​ອັນ​ດີ​ຮອບຄອບ, ເປັນ​ຄົນ​ຍຸດຕິທຳ, ເປັນ​ຄົນ​ບໍຣິສຸດ, ເປັນ​ຄົນ​ຮູ້ຈັກ​ບັງຄັບ​ຕົນ,</verse>
				<verse number="9">ເປັນ​ຄົນ​ຢຶດໝັ້ນ​ໃນ​ຫລັກ​ອັນ​ທ່ຽງທຳ​ທີ່​ຖືກຕ້ອງ, ຕາມ​ໂອວາດ​ຄຳສອນ, ເພື່ອ​ຈະ​ສາມາດ​ເຕືອນ​ສະຕິ​ດ້ວຍ​ຄຳສອນ​ອັນ​ມີ​ຫລັກ ແລະ​ຊີ້ແຈງ​ແກ່​ຄົນ​ທີ່​ຄັດຄ້ານ​ຄຳສອນ​ນັ້ນ.</verse>
				<verse number="10">ເພາະວ່າ​ມີ​ຫລາຍ​ຄົນ​ທີ່​ດື້ດ້ານ ກ່າວ​ຄຳ​ທີ່​ບໍ່ມີ​ແກ່ນສານ ແລະ​ຫລອກລວງ​ຄົນອື່ນ​ໃຫ້​ຫລົງ ເປັນ​ຕົ້ນ​ວ່າ​ພວກ​ຢູ່​ຝ່າຍ​ພິທີຕັດ.</verse>
				<verse number="11">ຈຳເປັນ​ຕ້ອງ​ໃຫ້​ພວກເຂົາ​ງັບ​ປາກ​ເສຍ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ບັນດາ​ຄອບຄົວ​ທັງໝົດ​ປັ່ນປ່ວນ​ວຸ້ນວາຍ​ໄປ ໂດຍ​ສອນ​ສິ່ງ​ທີ່​ບໍ່ຄວນ​ສອນ​ເພື່ອ​ຫາ​ລາຍໄດ້​ໃນ​ທາງ​ບໍ່​ສັດຊື່.</verse>
				<verse number="12">ຜູ້ທຳນວາຍ​ຄົນ​ໜຶ່ງ​ຈາກ​ຊາວ​ເກາະ​ກະເຣເຕ​ເອງ​ໄດ້​ກ່າວ​ວ່າ, “ຊາວ​ກະເຣເຕ​ເປັນ​ຄົນ​ມັກ​ເວົ້າ​ຕົວະ, ເປັນ​ຄົນ​ໂຫດຮ້າຍ​ຢ່າງ​ສັດ, ເປັນ​ຄົນ​ຂີ້ຄ້ານ ມັກ​ແຕ່​ກິນ.”</verse>
				<verse number="13">ຄຳ​ທີ່​ພວກເຂົາ​ອ້າງ​ນີ້​ເປັນ​ຄວາມຈິງ. ດ້ວຍເຫດນີ້ ເຈົ້າ​ຈົ່ງ​ຕໍ່​ວ່າ​ພວກເຂົາ​ຢ່າງ​ຮຸນແຮງ ເພື່ອ​ພວກເຂົາ​ຈະ​ໄດ້​ມີ​ຄວາມເຊື່ອ​ອັນ​ມີ​ຫລັກ</verse>
				<verse number="14">ເພື່ອ​ບໍ່​ໃຫ້​ພວກເຂົາ​ເຊື່ອຟັງ​ນິຍາຍ​ຂອງ​ພວກ​ຢິວ ແລະ​ກົດບັນຍັດ​ຂອງ​ມະນຸດ​ທີ່​ປະຕິເສດ​ຄວາມຈິງ.</verse>
				<verse number="15">ສຳລັບ​ຄົນ​ສະອາດ​ນັ້ນ ທຸກສິ່ງ​ກໍ​ສະອາດ​ເສາະໃສ ແຕ່​ສຳລັບ​ຄົນຊົ່ວຮ້າຍ​ແລະ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ບໍ່ມີ​ສິ່ງໃດ​ສະອາດ​ຈັກ​ຢ່າງ ແຕ່​ຈິດໃຈ ແລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຂົາ ກໍ​ຖືກ​ຊົ່ວຮ້າຍ​ໄປ​ແລ້ວ.</verse>
				<verse number="16">ພວກເຂົາ​ອ້າງ​ວ່າ​ພວກເຂົາ​ຮູ້ຈັກ​ພຣະເຈົ້າ, ແຕ່​ການ​ກະທຳ​ຂອງ​ພວກເຂົາ​ກັບ​ປະຕິເສດ​ພຣະອົງ ພວກເຂົາ​ເປັນ​ຄົນ​ໜ້າກຽດ​ໜ້າຊັງ, ບໍ່​ເຊື່ອຟັງ ແລະ ເຮັດ​ຄວາມດີ​ອັນ​ໃດ​ບໍ່ໄດ້​ຈັກ​ປະການ.</verse>
			</chapter>
			<chapter number="2">
				<verse number="1">ແຕ່​ຝ່າຍ​ເຈົ້າ​ນັ້ນ ຈົ່ງ​ສອນ​ເນັ້ນ​ໃຫ້​ສອດຄ່ອງ​ກັບ​ຫລັກ​ຄຳສອນ​ອັນ​ຖືກຕ້ອງ.</verse>
				<verse number="2">ຈົ່ງ​ແນະນຳ​ພວກ​ຜູ້ຊາຍ​ທີ່​ອາວຸໂສ ໃຫ້​ເປັນ​ຄົນ​ຮູ້ຈັກ​ບັງຄັບ​ຕົນ, ເປັນ​ຄົນ​ສະຫງ່າ​ຜ່າເຜີຍ ແລະ​ເປັນ​ຄົນ​ມີ​ສະຕິ​ອາຣົມ​ດີ​ຮອບຄອບ, ເປັນ​ຄົນ​ມີ​ຄວາມເຊື່ອ​ຢ່າງ​ຖືກຕ້ອງ, ຄວາມຮັກ ແລະ​ຄວາມ​ອົດທົນ.</verse>
				<verse number="3">ໃນທຳນອງ​ດຽວກັນ ຈົ່ງ​ແນະນຳ​ພວກ​ແມ່ຍິງ​ທີ່​ອາວຸໂສ ໃຫ້​ປະພຶດ​ຕົນ​ສົມກັບ​ເປັນ​ຄົນ​ຂອງ​ພຣະເຈົ້າ ພວກເຂົາ​ຕ້ອງ​ບໍ່​ເປັນ​ຄົນ​ມັກ​ກ່າວ​ນິນທາ​ໃສ່ຮ້າຍ​ປ້າຍສີ ຫລື​ຕິດເຫລົ້າ​ເມົາ​ສຸຣາ ພວກເຂົາ​ຕ້ອງ​ເປັນ​ຜູ້​ສັ່ງສອນ​ຄຸນງາມ​ຄວາມດີ</verse>
				<verse number="4">ເພື່ອ​ແອບສອນ​ພວກ​ຍິງ​ໜຸ່ມ​ໃຫ້​ຮັກ​ຜົວ ແລະ​ລູກ​ຂອງຕົນ</verse>
				<verse number="5">ໃຫ້​ເປັນ​ຄົນ​ມີ​ສະຕິ​ອັນ​ດີ​ຮອບຄອບ, ເປັນ​ຄົນ​ບໍຣິສຸດ, ເປັນ​ຄົນ​ເອົາໃຈໃສ່​ໃນ​ວຽກບ້ານ​ການເຮືອນ, ເປັນ​ຄົນ​ມີ​ໃຈ​ເມດຕາ ແລະ ເປັນ​ຄົນ​ນອບນ້ອມ​ເຊື່ອຟັງ​ຜົວ​ຂອງຕົນ ເພື່ອ​ພຣະທຳ​ຂອງ​ພຣະເຈົ້າ​ຈະ​ບໍ່​ຖືກ​ໝິ່ນປະໝາດ.</verse>
				<verse number="6">ໃນທຳນອງ​ດຽວກັນ ຈົ່ງ​ຕັກເຕືອນ​ພວກ​ຊາຍ​ໜຸ່ມ​ໃຫ້​ເປັນ​ຄົນ​ມີ​ສະຕິ​ອັນ​ດີ​ຮອບຄອບ.</verse>
				<verse number="7">ຝ່າຍ​ເຈົ້າ​ນັ້ນ ຈົ່ງ​ເປັນ​ແບບຢ່າງ​ໃນ​ການ​ກະທຳ​ດີ​ທຸກ​ປະການ ຈົ່ງ​ເປັນ​ຄົນ​ຈິງໃຈ ແລະ​ໜັກແໜ້ນ​ໃນ​ຄຳສັ່ງສອນ.</verse>
				<verse number="8">ຈົ່ງ​ໃຊ້​ຄຳ​ເວົ້າ​ອັນ​ຖືກຕ້ອງ​ທ່ຽງທຳ ເພື່ອ​ຈະ​ບໍ່ມີ​ຜູ້ໃດ​ຕິຕຽນ​ໄດ້ ເພື່ອ​ວ່າ​ຜູ້​ທີ່​ຂັດຂວາງ​ເຈົ້າ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ ໂດຍ​ບໍ່ມີ​ຄຳ​ຊົ່ວຊ້າ​ອັນ​ໃດ ທີ່​ຈະ​ວ່າ​ກ່າວ​ພວກເຮົາ​ໄດ້.</verse>
				<verse number="9">ບັນດາ​ທາດຮັບໃຊ້ ຕ້ອງ​ຍອມ​ອ່ອນນ້ອມ​ເຊື່ອຟັງ​ຕໍ່​ນາຍ​ຂອງຕົນ ແລະ​ໃຫ້​ເຮັດ​ຖືກ​ໃຈ​ນາຍ​ໃນ​ທຸກສິ່ງ ແລະ​ບໍ່​ໃຫ້​ເປັນ​ຄົນ​ຖຽງຄວາມ,</verse>
				<verse number="10">ຢ່າ​ໃຫ້​ເປັນ​ຄົນ​ລັກ​ໂລບ​ເຊື່ອງບັງ​ສິ່ງໃດ ແຕ່​ໃຫ້​ສັດຊື່​ສຸດຈະຣິດ​ໃນ​ທຸກສິ່ງ ເພື່ອ​ວ່າ​ໃນ​ການ​ທັງປວງ​ນັ້ນ ເຂົາ​ຈະ​ໄດ້​ເທີດທູນ​ພຣະ​ກຽດ​ຄຳສອນ​ເລື່ອງ​ພຣະເຈົ້າ ຜູ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ.</verse>
				<verse number="11">ເພາະວ່າ​ພຣະຄຸນ​ຂອງ​ພຣະເຈົ້າ​ໄດ້​ຊົງ​ເປີດເຜີຍ​ແລ້ວ ເພື່ອ​ນຳ​ຄວາມ​ລອດພົ້ນ​ມາ​ໃຫ້​ຄົນ​ທັງປວງ.</verse>
				<verse number="12">ພຣະຄຸນ​ນັ້ນ ສອນ​ພວກເຮົາ​ໃຫ້​ປະຖິ້ມ​ການ​ດຳເນີນ​ຊີວິດ ໃນ​ຝ່າຍ​ທາງ​ຊົ່ວຊ້າ​ອະທຳ​ແລະ​ຕັນຫາ​ຝ່າຍ​ໂລກ ແລະ​ໃຫ້​ດຳເນີນ​ຊີວິດ​ຢ່າງ​ມີ​ສະຕິ​ອາຣົມ​ອັນດີ​ຮອບຄອບ ໃນ​ທາງ​ຊອບທຳ ແລະ​ສັດຊື່​ບໍຣິສຸດ​ຕໍ່​ພຣະເຈົ້າ,</verse>
				<verse number="13">ໃນ​ຂະນະທີ່​ພວກເຮົາ​ກຳລັງ​ລໍ​ຖ້າ​ຄວາມຫວັງ​ອັນ​ໜ້າ​ຍິນດີ ແລະ​ການ​ມາ​ປາກົດ​ຂອງ​ສະຫງ່າຣາສີ​ຂອງ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ຄື​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ​ຂອງ​ພວກເຮົາ ຈະ​ມາ​ປາກົດ.</verse>
				<verse number="14">ພຣະອົງ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ເປັນ​ຜູ້​ບໍຣິສຸດ ເພື່ອ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ໂດຍ​ສະເພາະ ແລະ​ມີ​ໃຈ​ຮ້ອນຮົນ​ສຳລັບ​ເຮັດ​ຄວາມດີ.</verse>
				<verse number="15">ຂໍ້​ຄວາມ​ຂ້າງ​ເທິງ​ນີ້ ເຈົ້າ​ຈົ່ງ​ໃຊ້​ວ່າ​ກ່າວ, ຕັກເຕືອນ ແລະ​ບອກສອນ​ພວກເຂົາ​ຢ່າງ​ໜັກແໜ້ນ ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ເຈົ້າ​ໄດ້.</verse>
			</chapter>
			<chapter number="3">
				<verse number="1">ຈົ່ງ​ເຕືອນ​ສະຕິ​ພວກເຂົາ​ໃຫ້​ຢູ່​ໃຕ້​ບັງຄັບ​ຜູ້ປົກຄອງ ແລະ​ຜູ້​ມີ​ອຳນາດ ຄື​ໃຫ້​ນ້ອມຟັງ​ແລະ​ມີ​ໃຈ​ພ້ອມ​ທີ່​ຈະ​ເຮັດ​ການ​ດີ​ທຸກຢ່າງ.</verse>
				<verse number="2">ຢ່າ​ໃຫ້​ພວກເຂົາ​ໝິ່ນປະໝາດ​ຜູ້ໃດ​ຈັກ​ຄົນ ຢ່າ​ໃຫ້​ເປັນ​ຄົນ​ມັກ​ຜິດຖຽງ​ກັນ ແຕ່​ໃຫ້​ເປັນ​ຄົນ​ເອົາອົກ​ເອົາໃຈ ສະແດງ​ຄວາມ​ອ່ອນ​ສຸພາບ​ແກ່​ຄົນ​ທັງປວງ.</verse>
				<verse number="3">ເພາະວ່າ​ເມື່ອ​ກ່ອນ​ນັ້ນ ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່, ບໍ່​ຍອມ​ເຊື່ອຟັງ, ຖືກ​ເຂົາ​ຫລອກລວງ​ໃຫ້​ຫລົງ, ເປັນ​ຂ້ອຍຂ້າ​ຂອງ​ກິເລດ​ຕັນຫາ ແລະ​ການ​ສະໜຸກ​ສະໜານ​ຫລາຍ​ປະການ, ເຄີຍ​ໃຊ້​ເວລາ​ໃນ​ການ​ຄິດຮ້າຍ ແລະ​ໃນ​ຄວາມ​ເຫິງສາ, ເປັນ​ຄົນ​ໜ້າຊັງ ແລະ​ກຽດຊັງ​ກັນ.</verse>
				<verse number="4">ແຕ່​ເມື່ອ​ພຣະ​ເມດຕາ​ຂອງ​ພຣະເຈົ້າ ຜູ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ແລະ​ຄວາມຮັກ​ຂອງ​ພຣະອົງ​ເພື່ອ​ມະນຸດ​ທັງຫລາຍ ໄດ້​ສ່ອງ​ມາ​ປາກົດ​ແລ້ວ,</verse>
				<verse number="5">ພຣະອົງ​ໄດ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ບໍ່ແມ່ນ​ຍ້ອນ​ກິດຈະການ​ອັນ​ຊອບທຳ​ທີ່​ພວກເຮົາ​ເອງ​ໄດ້​ເຮັດ ແຕ່​ພຣະອົງ​ໄດ້​ຊົງ​ພຣະ​ກະລຸນາ​ຊຳລະ​ໃຫ້​ພວກເຮົາ​ມີ​ໃຈ​ບັງເກີດ​ໃໝ່ ແລະ​ຊົງ​ສ້າງ​ພວກເຮົາ​ຂຶ້ນ​ໃໝ່ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ.</verse>
				<verse number="6">ພຣະເຈົ້າ​ໄດ້​ຖອກ​ເທ​ພຣະວິນຍານ​ບໍຣິສຸດເຈົ້າ​ໃສ່​ພວກເຮົາ​ຢ່າງ​ລົ້ນເຫລືອ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ ອົງ​ເປັນ​ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພວກເຮົາ,</verse>
				<verse number="7">ເພື່ອ​ວ່າ ເມື່ອ​ຊົງ​ປະກາດ​ໄວ້​ວ່າ ພວກເຮົາ​ເປັນ​ຄົນ​ຊອບທຳ​ດ້ວຍ​ພຣະຄຸນ​ຂອງ​ພຣະອົງ​ນັ້ນ​ແລ້ວ ພວກເຮົາ​ກໍ​ຈະ​ໄດ້​ຮັບ​ມໍຣະດົກ ຄື​ຊີວິດ​ນິຣັນດອນ​ຕາມ​ຄວາມຫວັງ.</verse>
				<verse number="8">ຄຳ​ນີ້​ເປັນ​ຄຳ​ສັດຈິງ. ເຮົາ​ປາຖະໜາ​ໃຫ້​ເຈົ້າ​ເນັ້ນ​ເຖິງ​ເລື່ອງ​ເຫຼົ່ານີ້ ເພື່ອ​ຄົນ​ທັງຫລາຍ​ທີ່​ເຊື່ອ​ໃນ​ພຣະເຈົ້າ​ແລ້ວ ຈະ​ເອົາໃຈໃສ່​ເຮັດ​ການ​ດີ ການ​ເຫຼົ່ານີ້​ດີ​ແລະ​ມີ​ປະໂຫຍດ​ແກ່​ຄົນ​ທັງປວງ.</verse>
				<verse number="9">ແຕ່​ຈົ່ງ​ຫລີກ​ເວັ້ນ​ຈາກ​ການ​ໂຕ້ຖຽງ​ອັນ​ໂງ່ງ່າວ, ເລື່ອງ​ລຳດັບ​ເຊື້ອວົງ​ອັນ​ຍືດຍາວ​ຂອງ​ບັນພະບຸລຸດ, ການ​ຜິດຖຽງ​ກັນ ແລະ​ການ​ຕໍ່ສູ້​ກັນ​ເຖິງ​ເລື່ອງ​ກົດບັນຍັດ, ສິ່ງ​ເຫຼົ່ານັ້ນ​ເປັນ​ການ​ໄຮ້​ປະໂຫຍດ​ແລະ​ບໍ່ມີ​ຄຸນຄ່າ.</verse>
				<verse number="10">ຄົນ​ໃດ​ທີ່​ຍຸແຫຍ່​ໃຫ້​ເກີດ​ການ​ແຕກແຍກ​ກັນ ເມື່ອ​ໄດ້​ເຕືອນ​ເຂົາ​ຄັ້ງ​ໜຶ່ງ ຫລື​ສອງ​ຄັ້ງ​ແລ້ວ ຢ່າ​ກ່ຽວຂ້ອງ​ກັບ​ຄົນ​ນັ້ນ​ອີກ​ຕໍ່ໄປ.</verse>
				<verse number="11">ເພາະ​ຮູ້​ແລ້ວ​ວ່າ ຄົນ​ຢ່າງ​ນັ້ນ ເປັນ​ຄົນ​ພິກປີ້ນ ຫລົງ​ໄປ​ເຮັດ​ຜິດບາບ ຈຶ່ງ​ປັບໂທດ​ໃສ່​ຕົນເອງ.</verse>
				<verse number="12">ເມື່ອ​ເຮົາ​ໃຊ້​ອາເຕມາ ຫລື​ຕີຂີໂກ​ໄປ​ຫາ​ເຈົ້າ​ນັ້ນ ເຈົ້າ​ຈົ່ງ​ພະຍາຍາມ​ມາ​ຫາ​ເຮົາ ທີ່​ເມືອງ​ນີໂກໂປລີ ເພາະ​ເຮົາ​ຕັດສິນໃຈ​ແລ້ວ​ວ່າ ຈະ​ພັກ​ຢູ່​ທີ່​ນັ້ນ​ຈົນ​ໝົດ​ລະດູ​ໜາວ.</verse>
				<verse number="13">ຈົ່ງ​ພະຍາຍາມ​ຊ່ວຍ​ເຊນັດ ຜູ້​ເປັນ​ທະນາຍຄວາມ ແລະ ອາໂປໂລ​ໃຫ້​ເລີ່ມ​ອອກ​ເດີນທາງ​ໄປ​ໃຫ້​ໄດ້ ຢ່າ​ໃຫ້​ພວກເພິ່ນ​ຂັດສົນ​ສິ່ງໃດ.</verse>
				<verse number="14">ພີ່ນ້ອງ​ຂອງ​ພວກເຮົາ​ນັ້ນ ໃຫ້​ຮຽນຮູ້​ທີ່​ຈະ​ເຮັດ​ການ​ດີ​ເໝືອນກັນ ເພື່ອ​ຈະ​ເປັນ​ປະໂຫຍດ​ເມື່ອ​ເຖິງ​ຄາວ​ຈຳເປັນ ແລະ​ເພື່ອ​ພວກເຂົາ​ຈະ​ບໍ່​ເປັນ​ຄົນ​ທີ່​ບໍ່​ເກີດຜົນ.</verse>
				<verse number="15">ທຸກຄົນ​ທີ່​ຢູ່​ນຳ​ເຮົາ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ເຈົ້າ ເຈົ້າ​ຈົ່ງ​ສົ່ງ​ຄວາມ​ຄິດເຖິງ​ຂອງ​ພວກເຮົາ ໄປ​ຍັງ​ບັນດາ​ພີ່ນ້ອງ​ທີ່ຮັກ​ຂອງ​ພວກເຮົາ ໃນ​ຄວາມເຊື່ອ​ອັນ​ດຽວກັນ. ຂໍ​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.</verse>
			</chapter>
		</book>
		<book number="57">
			<chapter number="1">
				<verse number="1">ຈາກ ໂປໂລ ຜູ້​ຖືກ​ຄຸກ​ຢູ່ ເພື່ອ​ເຫັນ​ແກ່​ພຣະຄຣິດເຈົ້າ​ເຢຊູ ແລະ​ຈາກ​ຕີໂມທຽວ​ນ້ອງຊາຍ​ຂອງ​ພວກເຮົາ. ເຖິງ ຟີເລໂມນ ເພື່ອນ​ຮ່ວມງານ​ທີ່ຮັກ​ຂອງ​ພວກເຮົາ</verse>
				<verse number="2">ແລະ​ຄຣິສຕະຈັກ​ທີ່​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ ແລະ ອັບເຟຍ ນ້ອງສາວ, ກັບ​ອາຂີໂປ ຜູ້​ເປັນ​ເພື່ອນ​ທະຫານ​ດ້ວຍ​ກັນ​ກັບ​ເຮົາ.</verse>
				<verse number="3">ຂໍ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ​ແລະ​ອົງ​ພຣະເຢຊູ​ຄຣິດເຈົ້າ ຊົງ​ໂຜດ​ປະທານ​ພຣະຄຸນ​ແລະ​ສັນຕິສຸກ​ແກ່​ພວກເຈົ້າ​ເທີ້ນ.</verse>
				<verse number="4">ຟີເລໂມນ​ເອີຍ ທຸກ​ເທື່ອ​ທີ່​ເຮົາ​ພາວັນນາ​ອະທິຖານ ເຮົາ​ກໍ​ລະນຶກເຖິງ​ເຈົ້າ ແລະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຂອງເຮົາ​ຢູ່​ສະເໝີ.</verse>
				<verse number="5">ເພາະ​ເຮົາ​ໄດ້​ຮັບ​ຂ່າວ​ເລື່ອງ​ຄວາມຮັກ​ແລະ​ຄວາມເຊື່ອ​ຂອງ​ເຈົ້າ ທີ່​ເຈົ້າ​ມີ​ຕໍ່​ອົງ​ພຣະເຢຊູເຈົ້າ ແລະ​ຕໍ່​ບັນດາ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ.</verse>
				<verse number="6">ເຮົາ​ໄດ້​ພາວັນນາ​ອະທິຖານ ຂໍ​ໃຫ້​ການ​ເຂົ້າສ່ວນ​ໃນ​ຄວາມເຊື່ອ​ຂອງ​ເຈົ້າ​ນັ້ນ ຈົ່ງ​ໄດ້​ເກີດຜົນ ຄື​ເພີ່ມພູນ​ຄວາມ​ສັງເກດ​ຮູ້​ໃນ​ການ​ດີ​ທຸກຢ່າງ ທີ່​ພວກເຮົາ​ມີ​ໃນ​ພຣະຄຣິດ.</verse>
				<verse number="7">ເຮົາ​ມີ​ຄວາມ​ຍິນດີ​ຫລາຍ ແລະ​ໄດ້​ຮັບ​ຄວາມ​ໜູນໃຈ ເພາະ​ຄວາມຮັກ​ຂອງ​ເຈົ້າ ຈິດໃຈ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ​ກໍໄດ້​ຮັບ​ຄວາມ​ສົດຊື່ນ​ຂຶ້ນ​ເພາະ​ເຈົ້າ.</verse>
				<verse number="8">ເພາະ​ເຫດ​ທີ່​ເປັນ​ພີ່ນ້ອງ​ກັນ​ໃນ​ພຣະຄຣິດ ເຮົາ​ຈຶ່ງ​ມີ​ໃຈ​ກ້າ​ພໍ​ທີ່​ຈະ​ສັ່ງ​ເຈົ້າ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ສົມຄວນ​ເຮັດ.</verse>
				<verse number="9">ແຕ່​ເພາະ​ເຮົາ​ຮັກ​ເຈົ້າ ເຮົາ​ຈຶ່ງ​ຂໍຮ້ອງ​ເຈົ້າ​ດີກວ່າ ເຮົາ​ຄື​ໂປໂລ ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຖືກ​ຄຸກ​ຢູ່​ໃນ​ປະຈຸບັນ​ນີ້ ກໍ​ເພື່ອ​ເຫັນ​ແກ່​ພຣະອົງ​ດ້ວຍ.</verse>
				<verse number="10">ດັ່ງນັ້ນ ເຮົາ​ຈຶ່ງ​ຂໍຮ້ອງ​ເຈົ້າ​ເພື່ອ​ໂອເນຊີໂມ ຜູ້​ທີ່​ເປັນ​ລູກ​ຂອງເຮົາ​ໃນ​ພຣະຄຣິດ. ດ້ວຍວ່າ, ເມື່ອ​ເຮົາ​ຖືກ​ຄຸກ​ຢູ່​ນັ້ນ ເຮົາ​ໄດ້​ກາຍເປັນ​ພໍ່​ຂອງ​ລາວ​ຝ່າຍ​ຄວາມເຊື່ອ.</verse>
				<verse number="11">ເມື່ອ​ກ່ອນ​ລາວ​ບໍ່​ເປັນ​ປະໂຫຍດ​ແກ່​ເຈົ້າ ແຕ່​ບັດນີ້​ລາວ​ເປັນ​ປະໂຫຍດ​ແກ່​ເຈົ້າ ແລະ​ແກ່​ເຮົາ​ເໝືອນກັນ.</verse>
				<verse number="12">ບັດນີ້ ເຮົາ​ໄດ້​ໃຊ້​ລາວ​ຄືນ​ມາ​ຫາ​ເຈົ້າ ໂອເນຊີໂມ​ຜູ້​ນີ້ ເປັນ​ໝາກ​ຫົວໃຈ​ຂອງເຮົາ.</verse>
				<verse number="13">ເຮົາ​ຢາກ​ໃຫ້​ລາວ​ຢູ່​ກັບ​ເຮົາ ເພື່ອ​ວ່າ​ລາວ​ຈະ​ໄດ້​ບົວລະບັດ​ຮັບໃຊ້​ເຮົາ​ແທນ​ເຈົ້າ ໃນ​ລະຫວ່າງ​ທີ່​ເຮົາ​ຖືກ​ຄຸກ​ຢູ່​ເພື່ອ​ເຫັນ​ແກ່​ຂ່າວປະເສີດ​ນັ້ນ.</verse>
				<verse number="14">ແຕ່​ວ່າ​ເຮົາ​ບໍ່​ຢາກ​ເຮັດ​ສິ່ງໃດ ກ່ອນ​ໄດ້​ຮັບ​ຄວາມ​ເຫັນ​ຈາກ​ເຈົ້າ ເພື່ອ​ຄຸນຄວາມດີ​ທີ່​ເຈົ້າ​ເຮັດ​ນັ້ນ​ຈະ​ບໍ່​ເປັນ​ການ​ຂົ່ມໃຈ ແຕ່​ໃຫ້​ເປັນ​ຕາມ​ຄວາມ​ສະໝັກ​ໃຈ​ຂອງ​ເຈົ້າ​ດ້ວຍ.</verse>
				<verse number="15">ບາງທີ ໂອເນຊີໂມ​ໄດ້​ຈາກ​ເຈົ້າ​ໄປ​ຊົ່ວ​ໄລຍະ​ໜຶ່ງ ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ຮັບ​ລາວ​ກັບຄືນ​ມາ​ຕະຫລອດໄປ,</verse>
				<verse number="16">ເພາະ​ບັດນີ້ ລາວ​ບໍ່ແມ່ນ​ເປັນ​ພຽງ​ຄົນ​ຮັບໃຊ້​ຄົນ​ໜຶ່ງ​ເທົ່ານັ້ນ ແຕ່​ດີກວ່າ​ຄົນ​ຮັບໃຊ້​ອີກ ຄື​ເປັນ​ອ້າຍ​ນ້ອງ​ທີ່ຮັກ​ຄົນ​ໜຶ່ງ, ລາວ​ເປັນ​ທີ່ຮັກ​ແກ່​ເຮົາ​ຫລາຍ ແລະ​ກໍ​ຄົງ​ເປັນ​ທີ່ຮັກ​ແກ່​ເຈົ້າ​ຫລາຍກວ່າ​ນັ້ນ​ອີກ ທັງ​ໃນ​ຖານະ​ທີ່​ເປັນ​ເພື່ອນ​ມະນຸດ ແລະ​ໃນ​ຖານະ​ທີ່​ເປັນ​ພີ່ນ້ອງ​ກັນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ.</verse>
				<verse number="17">ເຫດສະນັ້ນ ຖ້າ​ເຈົ້າ​ຖື​ວ່າ​ເຮົາ​ເປັນ​ເພື່ອນ​ຮ່ວມງານ​ຂອງ​ເຈົ້າ​ແລ້ວ ຈົ່ງ​ຕ້ອນຮັບ​ລາວ​ໄວ້​ເໝືອນ​ກັບ​ເຈົ້າ​ຕ້ອນຮັບ​ຕົວ​ເຮົາ​ເອງ.</verse>
				<verse number="18">ຖ້າ​ລາວ​ໄດ້​ເຮັດ​ຜິດພາດ​ປະການ​ໃດ ຫລື​ເປັນ​ໜີ້​ເຈົ້າ​ຫຍັງ​ແດ່ ກໍ​ໃຫ້​ເຈົ້າ​ຄິດ​ເອົາ​ນຳ​ເຮົາ.</verse>
				<verse number="19">ຝ່າຍ​ເຮົາ ໄດ້​ລົງ​ມື​ຂຽນ​ໄວ້​ວ່າ, “ເຮົາ​ຈະ​ໃຊ້​ແທນຄືນ​ໃຫ້ ແຕ່​ສ່ວນ​ເຈົ້າ​ເປັນ​ໜີ້​ເຮົາ​ນັ້ນ ຄື​ຊີວິດ​ຂອງ​ເຈົ້າ​ເອງ ເຮົາ​ຈະ​ບໍ່​ອ້າງ​ເຖິງ.”</verse>
				<verse number="20">ດັ່ງນັ້ນ ນ້ອງ​ເອີຍ ຂໍ​ໃຫ້​ເຮົາ​ໄດ້​ຮັບ​ປະໂຫຍດ​ຈາກ​ເຈົ້າ​ໃນ​ອົງພຣະ​ຜູ້​ເປັນເຈົ້າ; ຈົ່ງ​ເຮັດ​ໃຫ້​ຈິດໃຈ​ຂອງເຮົາ​ສົດຊື່ນ​ຂຶ້ນ​ໃນ​ພຣະຄຣິດ.</verse>
				<verse number="21">ເຮົາ​ມີ​ຄວາມ​ໝັ້ນໃຈ​ວ່າ ເຈົ້າ​ຈະ​ເຊື່ອຟັງ​ເຮົາ ຈຶ່ງ​ໄດ້​ຂຽນ​ຈົດໝາຍ​ມາ​ເຖິງ​ເຈົ້າ ເພາະ​ຮູ້​ວ່າ ເຈົ້າ​ຈະ​ເຮັດ​ລື່ນ​ກວ່າ​ທີ່​ເຮົາ​ເວົ້າ​ນັ້ນ​ອີກ.</verse>
				<verse number="22">ນອກ​ນັ້ນ ຈົ່ງ​ຈັດຕຽມ​ຫ້ອງ​ພັກ​ໄວ້​ສຳລັບ​ເຮົາ ເພາະ​ເຮົາ​ຫວັງ​ວ່າ ພຣະເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ເຮົາ​ມາ​ຫາ​ເຈົ້າ ຕາມ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ.</verse>
				<verse number="23">ເອປາ​ຟາ ຜູ້​ຖືກ​ຄຸກ​ຢູ່​ກັບ​ເຮົາ ເພາະ​ເຫັນແກ່​ພຣະຄຣິດເຈົ້າ​ເຢຊູ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ເຈົ້າ</verse>
				<verse number="24">ເຊັ່ນດຽວ​ກັນ​ກັບ​ມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາ​ເພື່ອນ​ຮ່ວມ​ງານ​ຂອງເຮົາ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ພວກເຈົ້າ​ດ້ວຍ.</verse>
				<verse number="25">ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ເທີ້ນ.</verse>
			</chapter>
		</book>
		<book number="58">
			<chapter number="1">
				<verse number="1">ໃນ​ອະດີດ​ຕະການ​ນັ້ນ ພຣະເຈົ້າ​ຊົງ​ກ່າວ​ແກ່​ບັນພະບຸລຸດ​ຂອງ​ພວກເຮົາ​ຫລາຍ​ເທື່ອ​ດ້ວຍ​ວິທີ​ຕ່າງໆ ໂດຍ​ທາງ​ບັນດາ​ຜູ້ທຳນວາຍ,</verse>
				<verse number="2">ແຕ່​ໃນ​ຍຸກ​ສຸດທ້າຍ​ນີ້ ພຣະອົງ​ໄດ້​ຊົງ​ກ່າວ​ແກ່​ເຮົາ​ທັງຫລາຍ​ທາງ​ພຣະບຸດ ຜູ້​ຊຶ່ງ​ພຣະອົງ​ໄດ້​ຊົງ​ຕັ້ງ​ໃຫ້​ເປັນ​ຜູ້​ຮັບ​ສັບພະທຸກສິ່ງ​ທັງປວງ​ເປັນ​ມໍຣະດົກ ແລະ​ດ້ວຍ​ພຣະບຸດ​ນັ້ນ​ພຣະອົງ​ໄດ້​ຊົງ​ສ້າງ​ໂລກ​ທັງຫລາຍ.</verse>
				<verse number="3">ພຣະບຸດ​ນັ້ນ ເປັນ​ແສງ​ສະທ້ອນ​ພຣະ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ແລະ​ມີ​ສະພາບ​ເປັນ​ແບບພິມ​ດຽວກັນ​ກັບ​ພຣະອົງ ແລະ​ຊົງ​ຄໍ້າຊູ​ພິພົບ​ໂລກ​ໄວ້​ດ້ວຍ​ພຣະທຳ​ອັນ​ຊົງ​ຣິດ​ຂອງ​ພຣະອົງ, ເມື່ອ​ພຣະອົງ​ຊົງ​ຊຳລະ​ບາບກຳ​ແລ້ວ ກໍ​ຊົງ​ປະທັບ​ຢູ່​ເບື້ອງ​ຂວາ​ຂອງ​ຜູ້​ຊົງ​ຣິດທານຸພາບ​ໃນ​ທີ່​ສູງສຸດ.</verse>
				<verse number="4">ອັນ​ໜຶ່ງ, ພຣະເຈົ້າ​ໄດ້​ຊົງ​ປະທານ​ພຣະນາມ​ອັນ​ປະເສີດ​ເລີດລໍ້າ​ກວ່າ​ເທວະດາ​ໃຫ້​ພຣະອົງ​ຢ່າງ​ໃດ ພຣະອົງ​ກໍ​ຊົງ​ເກີດ​ເປັນ​ຜູ້​ປະເສີດ​ເລີດລໍ້າ​ກວ່າ​ເທວະດາ​ຢ່າງ​ນັ້ນ.</verse>
				<verse number="5">ເພາະ​ພຣະເຈົ້າ​ບໍ່ເຄີຍ​ກ່າວ​ແກ່​ເທວະດາ​ຂອງ​ພຣະອົງ​ຕົນ​ໃດ​ວ່າ, “ທ່ານ​ເປັນ​ບຸດ​ຂອງເຮົາ ວັນ​ນີ້​ເຮົາ​ໃຫ້​ກຳເນີດ​ແກ່​ທ່ານ.” ແລະ​ກ່າວ​ອີກ​ວ່າ, “ເຮົາ​ຈະ​ເປັນ​ບິດາ​ຂອງທ່ານ ຝ່າຍ​ທ່ານ​ກໍ​ຈະ​ເປັນ​ບຸດ​ຂອງເຮົາ.”</verse>
				<verse number="6">ແລະ​ອີກ​ຄັ້ງ​ໜຶ່ງ ພຣະເຈົ້າ​ໄດ້​ສົ່ງ​ພຣະບຸດ​ກົກ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ​ນັ້ນ ພຣະອົງ​ໄດ້​ຊົງ​ກ່າວ​ວ່າ, “ໃຫ້​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທຸກ​ຕົນ ຕ້ອງ​ນ້ອມ​ນະມັດສະການ​ ຂາບໄຫວ້​ພຣະອົງ.”</verse>
				<verse number="7">ສ່ວນ​ກ່ຽວກັບ​ບັນດາ​ເທວະດາ​ເຫຼົ່ານັ້ນ ພຣະອົງ​ຊົງ​ກ່າວ​ວ່າ, “ພຣະເຈົ້າ​ບັນດານ​ໃຫ້ ຝູງ​ເທວະດາ​ຂອງ​ພຣະອົງ​ເປັນ​ລົມ ແລະ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ ເປັນ​ແປວໄຟ​ອັນ​ຮ້ອນກ້າ.”</verse>
				<verse number="8">ແຕ່​ສ່ວນ​ພຣະບຸດ​ນັ້ນ ພຣະເຈົ້າ​ຊົງ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ ຣາຊບັນລັງ​ຂອງ​ພຣະອົງ​ນັ້ນ ກໍ​ຕັ້ງໝັ້ນຄົງ​ຕະຫລອດໄປ ພຣະອົງ​ຈະ​ຊົງ​ປົກຄອງ​ອານາຈັກ ຂອງ​ພຣະອົງ ດ້ວຍ​ຄວາມ​ຍຸດຕິທຳ.</verse>
				<verse number="9">ພຣະອົງ​ຊົງ​ຮັກ​ຄວາມ​ຊອບທຳ ແລະ​ຊົງ​ກຽດຊັງ​ສິ່ງ​ອະທຳ ເພາະສະນັ້ນ ພຣະເຈົ້າ, ພຣະເຈົ້າ​ຂອງ​ພຣະອົງ ໄດ້​ຊົງ​ຫົດສົງ​ພຣະອົງ​ໄວ້ ດ້ວຍ​ນໍ້າມັນ​ແຫ່ງ​ຄວາມ​ຊົມຊື່ນ​ຍິນດີ ຫລາຍກວ່າ​ເພື່ອນ​ທັງຫຼາຍ ຂອງ​ພຣະອົງ.”</verse>
				<verse number="10">ພຣະອົງ​ຊົງ​ກ່າວ​ອີກ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ເມື່ອ​ຕົ້ນເດີມ​ນັ້ນ ພຣະອົງ​ຊົງ​ວາງ​ຮາກ​ແຜ່ນດິນ​ໂລກ​ໄວ້ ແລະ​ສ້າງ​ຟ້າ​ສະຫວັນ ດ້ວຍ​ສີພຣະຫັດ​ຂອງ​ພຣະອົງ.</verse>
				<verse number="11">ສິ່ງ​ເຫຼົ່ານັ້ນ​ຈະ​ດັບສູນ​ໄປ ແຕ່​ພຣະອົງ​ຊົງ​ດຳລົງ​ຄົງ​ຢູ່ ສິ່ງ​ເຫຼົ່ານັ້ນ​ຈະ​ເກົ່າແກ່​ໄປ​ໝົດ​ສິ້ນ ເໝືອນ​ດັ່ງ​ເຄື່ອງນຸ່ງຫົ່ມ.</verse>
				<verse number="12">ພຣະອົງ​ຈະ​ມ້ວນ​ສິ່ງ​ເຫຼົ່ານັ້ນ​ໄວ້ ເໝືອນ​ດັ່ງ​ມ້ວນ​ເສື້ອ​ໃຫຍ່ ມັນ​ຈະ​ຖືກ​ປ່ຽນແປງ​ດັ່ງ​ເຄື່ອງນຸ່ງຫົ່ມ. ແຕ່​ຝ່າຍ​ພຣະອົງ​ຊົງ​ເປັນ​ຢູ່​ດັ່ງເດີມ​ສະເໝີ​ໄປ ແລະ ປີ​ທັງຫລາຍ​ຂອງ​ພຣະອົງ​ກໍ​ບໍ່​ສິ້ນສຸດ​ຈັກເທື່ອ.”</verse>
				<verse number="13">ນອກຈາກ​ນັ້ນ ພຣະເຈົ້າ​ບໍ່ເຄີຍ​ກ່າວ​ແກ່​ເທວະດາ​ຂອງ​ພຣະອົງ​ຕົນ​ໃດ​ວ່າ, “ຈົ່ງ​ນັ່ງ​ທີ່​ເບື້ອງ​ຂວາ​ມື​ຂອງເຮົາ ຈົນກວ່າ​ເຮົາ​ປາບ​ເຫຼົ່າ​ສັດຕູ​ຂອງທ່ານ ໃຫ້​ຂາບລົງ​ຢູ່​ໃຕ້​ພື້ນ​ຕີນ​ຂອງທ່ານ.”</verse>
				<verse number="14">ຝູງ​ເທວະດາ​ທັງປວງ​ນັ້ນ ແມ່ນ​ວິນຍານ​ຮັບໃຊ້ ທີ່​ພຣະເຈົ້າ​ຊົງ​ໃຊ້​ມາ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມ​ລອດພົ້ນ​ເປັນ​ມໍຣະດົກ​ບໍ່ແມ່ນ​ບໍ?</verse>
			</chapter>
			<chapter number="2">
				<verse number="1">ເພາະສະນັ້ນ ພວກເຮົາ​ຈຶ່ງ​ຕ້ອງ​ໃຫ້​ຄວາມ​ສົນໃຈ​ຫລາຍ​ຍິ່ງ​ຂຶ້ນ​ໃນ​ຂໍ້​ຄວາມຈິງ ຊຶ່ງ​ພວກເຮົາ​ໄດ້ຍິນ​ໄດ້​ຟັງ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ຖືກ​ລໍ້ລວງ​ໃຫ້​ຫລົງ​ເສຍ​ໄປ.</verse>
				<verse number="2">ດ້ວຍວ່າ, ຖ້ອຍຄຳ ຊຶ່ງ​ບັນດາ​ເທວະດາ​ໄດ້​ກ່າວ​ມາ​ນັ້ນ ເປັນ​ຄວາມຈິງ ແລະ​ຜູ້ໃດ​ທີ່​ບໍ່​ເຊື່ອຟັງ​ແລະ​ບໍ່​ປະຕິບັດ​ຕາມ ກໍໄດ້​ຮັບ​ໂທດ​ຕາມ​ຄວາມ​ຍຸດຕິທຳ​ແລ້ວ.</verse>
				<verse number="3">ດັ່ງນັ້ນ ຖ້າ​ພວກເຮົາ​ລະເລີຍ​ຕໍ່​ຄວາມ​ພົ້ນ​ອັນ​ໃຫຍ່ຫລວງ​ເຊັ່ນນີ້ ພວກເຮົາ​ຈະ​ຫລົບ​ໜີ​ຈາກ​ການ​ລົງໂທດ​ໄດ້​ຢ່າງ​ໃດ? ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ປະກາດ​ຄວາມ​ພົ້ນ​ນັ້ນ​ໃນ​ເວລາ​ທຳອິດ ແລະ​ພວກ​ທີ່​ໄດ້ຍິນ​ກໍ​ຢືນຢັນ​ແກ່​ພວກເຮົາ​ວ່າ​ເປັນ​ຄວາມຈິງ.</verse>
				<verse number="4">ພຣະເຈົ້າ​ກໍ​ຍັງ​ຊົງ​ເປັນ​ພະຍານ​ຮ່ວມ​ກັນ​ກັບ​ພວກເຂົາ ໂດຍ​ຊົງ​ສຳແດງ​ໝາຍສຳຄັນ, ການ​ອັດສະຈັນ, ການ​ອິດທິຣິດ​ຕ່າງໆ ແລະ​ໂດຍ​ຂອງ​ປະທານ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ຊົງ​ປະທານ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ.</verse>
				<verse number="5">ພຣະເຈົ້າ​ບໍ່ໄດ້​ຕັ້ງ​ຝູງ​ເທວະດາ ໃຫ້​ເປັນ​ຜູ້​ປົກຄອງ​ເໜືອ​ໂລກ​ໜ້າ​ທີ່​ຈະ​ມີ​ມາ ຄື​ໂລກ​ໃໝ່ ຊຶ່ງ​ເຮົາ​ກຳລັງ​ກ່າວ​ເຖິງ​ນັ້ນ.</verse>
				<verse number="6">ແຕ່​ໃນ​ບາງ​ບ່ອນ ມີ​ຄົນ​ກ່າວ​ເປັນ​ພະຍານ​ວ່າ, “ມະນຸດ​ສຳຄັນ​ຫຍັງ​ໜໍ ທີ່​ພຣະອົງ​ຈະ​ຕ້ອງ​ຄິດເຖິງ​ເຂົາ ຫລື​ວ່າ​ພຣະອົງ​ຕ້ອງ​ເປັນຫ່ວງ​ເປັນໃຍ​ ມະນຸດ​ທີ່​ຕາຍ​ເປັນ​ບໍ?</verse>
				<verse number="7">ພຣະອົງ​ຊົງ​ເຮັດ​ໃຫ້​ມະນຸດ​ຕໍ່າ​ກວ່າ ເທວະດາ​ພຽງ​ໜ້ອຍ​ໜຶ່ງ​ເທົ່ານັ້ນ ຊົງ​ເອົາ​ສະຫງ່າຣາສີ ແລະ​ກຽດຕິຍົດ​ເປັນ​ມົງກຸດ​ໃຫ້</verse>
				<verse number="8">ໄດ້​ຊົງ​ປາບ​ສິ່ງ​ທັງປວງ ໃຫ້​ຢູ່​ພາຍໃຕ້​ຕີນ​ຂອງ​ເພິ່ນ.” ໃນ​ການ​ທີ່​ພຣະອົງ​ໄດ້​ຊົງ​ມອບ​ສິ່ງ​ທັງປວງ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ນັ້ນ ບໍ່ມີ​ສິ່ງໃດ​ທີ່​ຊົງ​ປະ​ໄວ້ ນອກ​ເໜືອ​ຈາກ​ອຳນາດ​ຂອງ​ເພິ່ນ ແຕ່​ບັດນີ້ ພວກເຮົາ​ຍັງ​ບໍ່​ເຫັນ​ວ່າ​ສິ່ງ​ທັງປວງ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ.</verse>
				<verse number="9">ແຕ່​ພວກເຮົາ​ກໍ​ເຫັນ​ພຣະເຢຊູເຈົ້າ ຜູ້​ທີ່​ຖືກ​ເຮັດ​ໃຫ້​ຕໍ່າ​ກວ່າ​ເທວະດາ​ພຽງ​ຊົ່ວຄາວ​ນັ້ນ ຊົງ​ໄດ້​ຮັບ​ພຣະ​ສະຫງ່າຣາສີ ແລະ​ພຣະ​ກຽດຕິຍົດ​ເປັນ​ມົງກຸດ ເພາະ​ທີ່​ພຣະອົງ​ຊົງ​ຍອມ​ຕາຍ​ດ້ວຍ​ຄວາມ​ທໍລະມານ ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ຈຶ່ງ​ໄດ້​ຊົງ​ຊີມ​ຣົດ​ຄວາມ​ຕາຍ​ແທນ​ມະນຸດ​ທຸກຄົນ.</verse>
				<verse number="10">ດ້ວຍວ່າ, ໃນ​ການ​ທີ່​ພຣະເຈົ້າ​ຈະ​ຊົງ​ພາ​ບຸດ​ຫລວງຫລາຍ​ໄປ​ສູ່​ສະຫງ່າຣາສີ​ນັ້ນ ກໍ​ເປັນ​ການ​ເໝາະສົມ​ຢູ່​ແລ້ວ ທີ່​ພຣະເຈົ້າ ຜູ້​ຊຶ່ງ​ທຸກສິ່ງ​ດຳລົງ​ຢູ່​ໂດຍ​ພຣະອົງ ແລະ​ເພື່ອ​ພຣະອົງ ຈະ​ຊົງ​ໃຫ້​ຜູ້ນຳ​ທາງ​ຄວາມ​ລອດພົ້ນ​ໃຫ້​ເຂົາ​ເຫຼົ່ານັ້ນ ໃຫ້​ເຖິງ​ທີ່​ສຳເລັດ​ໂດຍ​ການ​ທົນທຸກ​ທໍລະມານ.</verse>
				<verse number="11">ເພາະວ່າ​ພຣະອົງ​ຜູ້​ຊົງ​ຊຳລະ​ມະນຸດ​ໃຫ້​ບໍຣິສຸດ​ຈາກ​ບາບກຳ​ຂອງ​ພວກເຂົາ ແລະ​ພວກ​ທີ່​ໄດ້​ຖືກ​ຊຳລະ​ໃຫ້​ບໍຣິສຸດ​ນັ້ນ ກໍ​ມີ​ມາ​ຈາກ​ພຣະບິດາເຈົ້າ​ອົງ​ດຽວກັນ. ເພາະສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ລະອາຍ​ທີ່​ຈະ​ເອີ້ນ​ຄົນ​ເຫຼົ່ານັ້ນ​ວ່າ ເປັນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພຣະອົງ.</verse>
				<verse number="12">ໂດຍ​ພຣະອົງ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ປະກາດ​ພຣະນາມ ຂອງ​ພຣະອົງ​ແກ່​ອ້າຍ​ເອື້ອຍ​ນ້ອງ​ຂອງເຮົາ ເຮົາ​ຈະ​ຮ້ອງເພງ​ສັນລະເສີນ​ພຣະອົງ ໃນ​ທ່າມກາງ​ຊຸມຊົນ.”</verse>
				<verse number="13">ພຣະອົງ​ຍັງ​ຊົງ​ກ່າວ​ວ່າ, “ຂ້ານ້ອຍ​ຈະ​ມອບ​ຄວາມ​ໄວ້ວາງໃຈ​ໃນ​ພຣະເຈົ້າ” ແລະ​ພຣະອົງ​ຍັງ​ກ່າວ​ອີກ​ວ່າ, “ຂ້ານ້ອຍ​ຢູ່​ທີ່​ນີ້​ພ້ອມ​ກັບ​ບຸດ​ທັງຫລາຍ ທີ່​ພຣະເຈົ້າ​ຊົງ​ມອບ​ໃຫ້​ຂ້ານ້ອຍ.”</verse>
				<verse number="14">ເຫດສະນັ້ນ ເມື່ອ​ພວກ​ລູກ​ໄດ້​ຮ່ວມ​ໃນ​ເລືອດເນື້ອ​ອັນ​ດຽວກັນ ຝ່າຍ​ພຣະອົງ​ຈຶ່ງ​ໄດ້​ຊົງ​ຮ່ວມ​ໃນ​ຊາດ​ມະນຸດ​ເໝືອນກັນ ເພື່ອ​ໂດຍ​ທາງ​ຄວາມ​ຕາຍ​ນັ້ນ ພຣະອົງ​ຈະ​ໄດ້​ຊົງ​ທຳລາຍ​ຜູ້​ທີ່​ມີ​ອຳນາດ​ແຫ່ງ​ຄວາມ​ຕາຍ ຄື​ມານຮ້າຍ,</verse>
				<verse number="15">ແລະ​ຈະ​ໄດ້​ຊົງ​ປ່ອຍ​ຄົນ​ທັງປວງ ທີ່​ເປັນ​ທາດ​ຂອງ​ຄວາມ​ຢ້ານ​ຕາຍ​ຕະຫລອດ​ຊີວິດ​ນັ້ນ​ໃຫ້​ລອດພົ້ນ.</verse>
				<verse number="16">ເປັນ​ສິ່ງ​ຈະແຈ້ງ​ວ່າ ພຣະອົງ​ບໍ່ໄດ້​ຊົງ​ເປັນຫ່ວງ​ນຳ​ຝູງ​ເທວະດາ ແຕ່​ພຣະອົງ​ໄດ້​ເປັນຫ່ວງ​ນຳ​ເຊື້ອສາຍ​ຂອງ​ອັບຣາຮາມ.</verse>
				<verse number="17">ເຫດສະນັ້ນ ພຣະອົງ​ຈຶ່ງ​ຕ້ອງ​ໄດ້​ກາຍເປັນ​ເໝືອນ​ດັ່ງ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ໃນ​ທຸກຢ່າງ, ເພື່ອ​ວ່າ​ພຣະອົງ​ຈະ​ໄດ້​ເປັນ​ມະຫາ​ປະໂຣຫິດ ຜູ້​ປະກອບ​ດ້ວຍ​ຄວາມ​ສັດຊື່​ແລະ​ມີ​ໃຈ​ເມດຕາ ໃນ​ການ​ບົວລະບັດ​ຮັບໃຊ້​ພຣະເຈົ້າ ເພື່ອ​ນຳ​ເຄື່ອງ​ບູຊາ​ໄປ​ຖວາຍ​ແທນ​ບາບກຳ​ຂອງ​ປະຊາຊົນ.</verse>
				<verse number="18">ເພາະວ່າ ພຣະອົງ​ເອງ​ໄດ້​ຖືກ​ທົດລອງ ແລະ​ຖືກ​ທົນທຸກ​ທໍລະມານ​ມາ​ກ່ອນ ພຣະອົງ​ຈຶ່ງ​ຊົງ​ສາມາດ​ຊ່ວຍ​ຜູ້​ທີ່​ຖືກ​ທົດລອງ​ນັ້ນ​ໄດ້.</verse>
			</chapter>
			<chapter number="3">
				<verse number="1">ດັ່ງນັ້ນ ພີ່ນ້ອງ​ຊາຍ​ຍິງ​ຜູ້​ບໍຣິສຸດ​ທັງຫລາຍ ທີ່​ພຣະເຈົ້າ​ເອີ້ນ​ມາ​ດ້ວຍ​ກັນ​ກັບ​ເຮົາ​ເອີຍ ຈົ່ງ​ພິຈາລະນາ​ເບິ່ງ​ອັກຄະສາວົກ ແລະ​ມະຫາ​ປະໂຣຫິດ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຮົາ ຄື​ພຣະເຢຊູເຈົ້າ.</verse>
				<verse number="2">ພຣະອົງ​ສັດຊື່​ຕໍ່​ພຣະເຈົ້າ ຜູ້​ຊົງ​ແຕ່ງຕັ້ງ​ພຣະອົງ​ໄວ້​ໃຫ້​ດຳເນີນ​ພາລະກິດ​ນີ້ ເໝືອນ​ດັ່ງ​ທີ່​ໂມເຊ​ໄດ້​ສັດຊື່​ຕໍ່​ພາລະກິດ​ຂອງຕົນ ໃນ​ຄົວ​ວິຫານ​ຂອງ​ພຣະເຈົ້າ.</verse>
				<verse number="3">ເພາະ​ພຣະອົງ​ສົມຄວນ​ຢູ່​ແລ້ວ​ທີ່​ໄດ້​ຮັບ​ສະຫງ່າຣາສີ​ຫລາຍກວ່າ​ໂມເຊ ເໝືອນ​ດັ່ງ​ກົກເຄົ້າ​ຂອງ​ວົງຕະກຸນ ທີ່​ມີ​ກຽດ​ຫລາຍກວ່າ​ວົງຕະກຸນ.</verse>
				<verse number="4">ດ້ວຍວ່າ, ທຸກ​ວົງຕະກຸນ​ກໍ​ມີ​ກົກເຄົ້າ ແຕ່​ຜູ້​ຊົງ​ເປັນ​ກົກເຄົ້າ​ຂອງ​ສັບພະສິ່ງ​ທັງປວງ​ນັ້ນ​ແມ່ນ​ພຣະເຈົ້າ.</verse>
				<verse number="5">ໃນ​ວົງສາ​ຄະນາຍາດ​ທັງໝົດ​ອັນ​ເປັນ​ຄົວ​ວິຫານ​ຂອງ​ພຣະເຈົ້າ​ນັ້ນ ໂມເຊ​ໄດ້​ສັດຊື່​ໃນ​ຖານະ​ເປັນ​ຄົນ​ຮັບໃຊ້ ເພື່ອ​ເປັນ​ພະຍານ​ເຖິງ​ເລື່ອງ​ຕ່າງໆ ຊຶ່ງ​ພຣະເຈົ້າ​ຈະ​ຊົງ​ກ່າວ​ຕໍ່ໄປ​ພາຍໜ້າ.</verse>
				<verse number="6">ແຕ່​ຝ່າຍ​ພຣະຄຣິດ​ຊົງ​ສັດຊື່ ໃນ​ຖານະ​ເປັນ​ພຣະບຸດ​ຢູ່​ເໜືອ​ວົງສາ​ຄະນາຍາດ ອັນ​ເປັນ​ຄົວເຮືອນ​ຂອງ​ພຣະເຈົ້າ ແລະ​ເຮົາ​ທັງຫລາຍ​ກໍ​ເປັນ​ຄົວເຮືອນ​ຂອງ​ພຣະອົງ ຖ້າ​ເຮົາ​ຫາກ​ຢຶດໝັ້ນ​ໃນ​ຄວາມ​ໄວ້ວາງໃຈ ແລະ​ຄວາມ​ພາກພູມ​ໃຈ​ໃນ​ຄວາມຫວັງ​ນັ້ນ​ໄວ້​ໃຫ້​ໝັ້ນຄົງ​ຈົນເຖິງ​ທີ່ສຸດ.</verse>
				<verse number="7">ດ້ວຍເຫດນັ້ນ ຈຶ່ງ​ເປັນ​ໄປ​ຕາມ​ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ກ່າວ​ໄວ້​ວ່າ, “ວັນ​ນີ້​ຖ້າ​ເຈົ້າ​ທັງຫລາຍ ໄດ້ຍິນ​ພຣະ​ສຸຣະສຽງ​ຂອງ​ພຣະອົງ</verse>
				<verse number="8">ກໍ​ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ແຂງ​ກະດ້າງ​ໄປ ເໝືອນ​ດັ່ງ​ບັນພະບຸລຸດ​ຂອງ​ພວກເຈົ້າ ຄື​ເມື່ອ​ພວກເຂົາ​ໄດ້​ກະບົດ​ຕໍ່​ພຣະເຈົ້າ ໃນ​ວັນ​ທີ່​ພວກເຂົາ​ທົດລອງ​ພຣະອົງ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.</verse>
				<verse number="9">ໃນ​ບ່ອນ​ນັ້ນ​ພວກເຂົາ ໄດ້​ທົດລອງ​ພິສູດ​ເຮົາ ເຖິງ​ແມ່ນ​ວ່າ​ພວກເຂົາ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ ໄດ້​ກະທຳ​ຕະຫລອດ​ສີ່ສິບ​ປີ ແລ້ວ​ນັ້ນ​ກໍຕາມ.</verse>
				<verse number="10">ເພາະສະນັ້ນ ເຮົາ​ຈຶ່ງ​ໂກດຮ້າຍ ກັບ​ຄົນ​ສະໄໝ​ນັ້ນ ແລະ​ເວົ້າ​ວ່າ, ‘ໃຈ​ຂອງ​ພວກເຂົາ​ມັກ​ຫລົງຜິດ​ຢູ່​ສະເໝີ ແລະ​ພວກເຂົາ​ບໍ່​ຮູ້ຈັກ​ຫົນທາງ​ຂອງເຮົາ.’</verse>
				<verse number="11">ເຮົາ​ຈຶ່ງ​ໄດ້​ໂກດຮ້າຍ​ພວກເຂົາ ແລະ​ໄດ້​ສາບານ​ຢ່າງ​ໜັກແໜ້ນ​ໄວ້​ວ່າ, ພວກເຂົາ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ຈັກເທື່ອ ຄື​ບ່ອນ​ທີ່​ເຮົາ​ຈະ​ໃຫ້​ພວກເຂົາ​ໄດ້​ພັກຜ່ອນ.”</verse>
				<verse number="12">ພີ່ນ້ອງ​ຄົນ​ທີ່​ເຊື່ອ​ຂອງເຮົາ​ເອີຍ, ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກເຈົ້າ ມີ​ຈິດໃຈ​ຊົ່ວຊ້າ​ແລະ​ບໍ່​ເຊື່ອຟັງ ຊຶ່ງ​ຈະ​ເຮັດ​ໃຫ້​ຕົນ​ຫັນ​ໜີ​ຈາກ​ພຣະເຈົ້າ ອົງ​ຊົງພຣະຊົນ​ຢູ່.</verse>
				<verse number="13">ແຕ່​ຈົ່ງ​ຊ່ວຍ​ກັນແລະກັນ​ທຸກໆ​ວັນ ຕາບໃດ​ທີ່​ຍັງ​ໃຊ້​ຄຳ​ວ່າ, “ວັນ​ນີ້” ເພື່ອ​ບໍ່​ໃຫ້​ມີ​ຜູ້ໃດ​ໃນ​ພວກເຈົ້າ ຖືກ​ບາບ​ລໍ້ລວງ​ໃຫ້​ມີ​ຈິດໃຈ​ດື້ດ້ານ​ບໍ່​ເຊື່ອຟັງ.</verse>
				<verse number="14">ດ້ວຍວ່າ, ພວກເຮົາ​ທຸກຄົນ​ເປັນ​ຜູ້​ຮ່ວມງານ​ກັບ​ພຣະຄຣິດ ຖ້າ​ພວກເຮົາ​ຢຶດຖື​ຄວາມ​ໄວ້ວາງໃຈ ທີ່​ພວກເຮົາ​ໄດ້​ມີ​ໃນ​ຕອນ​ຕົ້ນ​ນັ້ນ ໄວ້​ໝັ້ນຄົງ​ຈົນເຖິງ​ທີ່ສຸດ.</verse>
				<verse number="15">ດັ່ງ​ທີ່​ມີ​ກ່າວ​ໄວ້​ໃນ​ພຣະຄຳພີ​ວ່າ, “ວັນ​ນີ້ ຖ້າ​ເຈົ້າ​ທັງຫລາຍ​ຫາກ ໄດ້ຍິນ​ພຣະ​ສຸຣະສຽງ​ຂອງ​ພຣະອົງ ກໍ​ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ແຂງ​ກະດ້າງ​ໄປ ເໝືອນ​ບັນພະບຸລຸດ​ຂອງ​ພວກເຈົ້າ ທີ່​ໄດ້​ກະບົດ.”</verse>
				<verse number="16">ດັ່ງນັ້ນ ແມ່ນ​ຜູ້ໃດ​ໜໍ ທີ່​ໄດ້ຍິນ​ພຣະ​ສຸຣະສຽງ​ຂອງ​ພຣະເຈົ້າ​ແລ້ວ ແຕ່​ຍັງ​ກະບົດ ບໍ່ແມ່ນ​ທຸກຄົນ​ທີ່​ໂມເຊ​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ຫລື?</verse>
				<verse number="17">ແລະ​ແມ່ນ​ຜູ້ໃດ​ໜໍ ທີ່​ພຣະເຈົ້າ​ໄດ້​ໂກດຮ້າຍ​ຕະຫລອດ​ສີ່ສິບ​ປີ ບໍ່ແມ່ນ​ຄົນ​ເຫຼົ່ານັ້ນ​ທີ່​ໄດ້​ເຮັດ​ຜິດບາບ ແລະ​ຊາກສົບ​ຂອງ​ພວກເຂົາ​ຖືກ​ປະຖິ້ມ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ຫລື?</verse>
				<verse number="18">ແມ່ນ​ຜູ້ໃດ​ໜໍ ທີ່​ພຣະອົງ​ໄດ້​ຊົງ​ສາບານ​ຕົວ​ວ່າ ພວກເຂົາ​ຈະ​ບໍ່ໄດ້​ເຂົ້າ​ຮ່ວມ​ບ່ອນ​ພັກ​ເຊົາ​ຂອງ​ພຣະອົງ​ຈັກເທື່ອ ກໍ​ແມ່ນ​ຄົນ​ທີ່​ບໍ່​ເຊື່ອຟັງ​ເຫຼົ່ານັ້ນ ບໍ່ແມ່ນ​ຫລື?</verse>
				<verse number="19">ດັ່ງນັ້ນ ພວກເຮົາ​ຈຶ່ງ​ເຫັນ​ວ່າ​ພວກເຂົາ​ຈະ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ບໍ່ໄດ້ ຍ້ອນ​ຄວາມ​ບໍ່​ເຊື່ອຟັງ​ຂອງ​ພວກເຂົາ.</verse>
			</chapter>
			<chapter number="4">
				<verse number="1">ດ້ວຍເຫດນັ້ນ ເມື່ອ​ພຣະສັນຍາ​ຍັງ​ມີ​ຢູ່​ວ່າ ຈະ​ໃຫ້​ພວກເຮົາ​ເຂົ້າ​ຮ່ວມ​ບ່ອນ​ພັກ​ຂອງ​ພຣະອົງ ກໍ​ໃຫ້​ເຮົາ​ທັງຫລາຍ​ຢຳເກງ ເພາະ​ຢ້ານ​ຈະ​ມີ​ຜູ້ໜຶ່ງ​ຜູ້ໃດ​ໃນ​ພວກເຈົ້າ​ໄປ​ບໍ່​ເຖິງ.</verse>
				<verse number="2">ເພາະວ່າ​ພວກເຮົາ​ໄດ້ຍິນ​ຂ່າວປະເສີດ​ຢ່າງ​ດຽວກັນ​ກັບ​ພວກເຂົາ ແຕ່​ວ່າ​ພວກເຂົາ​ບໍ່ໄດ້​ຮັບ​ປະໂຫຍດ​ຈາກ​ຂ່າວປະເສີດ​ນັ້ນ ເພາະ​ພວກເຂົາ​ບໍ່ໄດ້​ຮັບ​ດ້ວຍ​ຄວາມເຊື່ອ.</verse>
				<verse number="3">ດ້ວຍເຫດນັ້ນ ພວກເຮົາ​ຜູ້​ທີ່​ເຊື່ອ​ຈຶ່ງ​ໄດ້​ເຂົ້າ​ສູ່​ການ​ພັກຜ່ອນ​ນັ້ນ ຕາມ​ທີ່​ພຣະເຈົ້າ​ຊົງ​ສັນຍາ​ໄວ້​ແລ້ວ​ວ່າ, “ເຮົາ​ຈຶ່ງ​ໄດ້​ສາບານ​ດ້ວຍ​ຄວາມ​ເຄືອງໃຈ​ກັບ​ພວກເຂົາ​ວ່າ ພວກເຂົາ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ ບ່ອນ​ພັກຜ່ອນ​ຂອງເຮົາ​ຈັກເທື່ອ.” ເຖິງ​ແມ່ນ​ວ່າ ພາລະກິດ​ຂອງ​ພຣະອົງ​ຊົງ​ສຳເລັດ​ແລ້ວ ແຕ່​ຄາວ​ໄດ້​ວາງ​ຮາກ​ສ້າງ​ໂລກ​ພຸ້ນ​ກໍຕາມ.</verse>
				<verse number="4">ເພາະ​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ຕອນ​ໜຶ່ງ ຊຶ່ງ​ກ່າວ​ເຖິງ​ວັນ​ທີ​ເຈັດ​ວ່າ, “ພຣະເຈົ້າ​ໄດ້​ພັກຜ່ອນ​ຈາກ​ກິດຈະການ​ຂອງ​ພຣະອົງ​ທັງ​ສິ້ນ​ໃນ​ວັນ​ທີ​ເຈັດ.”</verse>
				<verse number="5">ເລື່ອງ​ດຽວກັນ​ນີ້​ກໍ​ມີ​ກ່າວ​ໄວ້​ອີກ​ວ່າ, “ພວກເຂົາ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ບ່ອນ​ພັກຜ່ອນ​ນັ້ນ​ຈັກເທື່ອ.”</verse>
				<verse number="6">ທີ່​ຈິງ ຍັງ​ມີ​ບາງຄົນ​ທີ່​ຈະ​ເຂົ້າ​ຮ່ວມ​ບ່ອນ​ນັ້ນ ແຕ່​ຄົນ​ເຫຼົ່ານັ້ນ​ທີ່​ໄດ້ຍິນ​ຂ່າວປະເສີດ​ຄາວ​ກ່ອນ​ບໍ່ໄດ້​ເຂົ້າ ເພາະ​ພວກເຂົາ​ບໍ່​ເຊື່ອຟັງ.</verse>
				<verse number="7">ດ້ວຍເຫດນັ້ນ ພຣະເຈົ້າ​ຈຶ່ງ​ກຳນົດ​ວັນ​ໜຶ່ງ​ໄວ້​ໃໝ່​ອີກ ຊຶ່ງ​ເອີ້ນ​ວ່າ, “ວັນ​ນີ້” ຫລາຍ​ປີ​ຕໍ່ມາ ພຣະອົງ​ໄດ້​ເວົ້າ​ເຖິງ​ເລື່ອງ​ນັ້ນ​ໂດຍ​ທາງ​ດາວິດ ດັ່ງ​ທີ່​ໄດ້​ມີ​ອ້າງ​ໄວ້​ໃນ​ພຣະຄຳພີ​ວ່າ, “ວັນ​ນີ້ ຖ້າ​ເຈົ້າ​ທັງຫລາຍ​ໄດ້ ຍິນ​ພຣະ​ສຸຣະສຽງ​ຂອງ​ພຣະເຈົ້າ ກໍ​ຢ່າ​ມີ​ໃຈ​ແຂງ​ກະດ້າງ​ໄປ.”</verse>
				<verse number="8">ດ້ວຍວ່າ, ຖ້າ​ໂຢຊວຍ​ໄດ້​ນຳພາ​ປະຊາຊົນ​ສູ່​ການ​ພັກຜ່ອນ​ນັ້ນ​ແລ້ວ ພຣະເຈົ້າ​ກໍ​ຄົງ​ບໍ່ໄດ້​ກ່າວ​ອີກ​ໃນ​ເວລາ​ຕໍ່ມາ​ເຖິງ​ວັນ​ອື່ນໆ.</verse>
				<verse number="9">ເຖິງ​ຢ່າງ​ໃດ​ກໍດີ ການ​ພັກຜ່ອນ​ໃນ​ວັນ​ຊະບາໂຕ ຍັງ​ມີ​ສຳລັບ​ໄພ່ພົນ​ຂອງ​ພຣະເຈົ້າ.</verse>
				<verse number="10">ດ້ວຍວ່າ, ຜູ້ໃດ​ກໍຕາມ​ທີ່​ຮັບ​ການ​ພັກຜ່ອນ ຊຶ່ງ​ພຣະເຈົ້າ​ຊົງ​ສັນຍາ​ໄວ້​ແລ້ວ ກໍ​ຈະ​ພັກຜ່ອນ​ຈາກ​ວຽກ​ການ​ຂອງຕົນ ເໝືອນ​ດັ່ງ​ທີ່​ພຣະເຈົ້າ​ໄດ້​ພັກຜ່ອນ​ຈາກ​ວຽກ​ການ​ຂອງ​ພຣະອົງ.</verse>
				<verse number="11">ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ອົດສາ​ພະຍາຍາມ ໃຫ້​ໄດ້​ເຂົ້າ​ສູ່​ບ່ອນ​ພັກຜ່ອນ​ນັ້ນ ເພື່ອ​ຈະ​ບໍ່​ໃຫ້​ຜູ້ໜຶ່ງ​ຜູ້ໃດ​ຕ້ອງ​ເສຍ​ໄປ ເໝືອນ​ດັ່ງ​ຄົນ​ບໍ່​ເຊື່ອຟັງ​ເຫຼົ່ານັ້ນ.</verse>
				<verse number="12">ເພາະວ່າ​ພຣະທຳ​ຂອງ​ພຣະເຈົ້າ​ປະກອບ​ດ້ວຍ​ຊີວິດ​ແລະ​ຣິດເດດ ຄົມ​ກວ່າ​ດາບ​ສອງ​ຄົມ​ທຸກ​ດວງ ແທງ​ຊອດ​ເຖິງ​ຈິດໃຈ​ແລະ​ວິນຍານ ຕະຫລອດ​ທັງ​ຄໍ່​ກະດູກ​ແລະ​ໄຂ​ໃນ​ກະດູກ​ເຊື່ອມ​ຕິດຕໍ່​ກັນ ຈຶ່ງ​ສັງເກດ​ຮູ້​ຄວາມ​ຄິດ​ແລະ​ຄວາມ​ມຸ່ງໝາຍ​ໃນ​ໃຈ​ໄດ້.</verse>
				<verse number="13">ແລະ​ໃນ​ທຸກສິ່ງ​ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ນັ້ນ ບໍ່ມີ​ສິ່ງໃດ​ຖືກ​ບັງລັບ​ໄວ້​ຈາກ​ພຣະພັກ​ພຣະອົງ​ໄດ້ ແຕ່​ທຸກສິ່ງ​ໄດ້​ປາກົດ​ແຈ້ງ​ຕໍ່​ສາຍຕາ​ຂອງ​ພຣະອົງ ຜູ້​ທີ່​ເຮົາ​ຈະ​ຕ້ອງ​ໃຫ້​ການ​ນັ້ນ.</verse>
				<verse number="14">ດ້ວຍເຫດນັ້ນ ຖ້າ​ພວກເຮົາ​ມີ​ພຣະ​ມະຫາ​ປະໂຣຫິດ​ຜູ້​ຍິ່ງໃຫຍ່ ທີ່​ຜ່ານ​ຟ້າ​ສະຫວັນ​ມາ​ແລ້ວ ຄື​ພຣະເຢຊູເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ. ຈົ່ງ​ໃຫ້​ພວກເຮົາ​ຢຶດຖື​ຄວາມເຊື່ອ ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ​ໃຫ້​ໝັ້ນຄົງ.</verse>
				<verse number="15">ເພາະວ່າ ພວກເຮົາ​ບໍ່ໄດ້​ມີ​ມະຫາ​ປະໂຣຫິດ ທີ່​ບໍ່​ສາມາດ​ຈະ​ເຫັນໃຈ​ໃນ​ຄວາມ​ອ່ອນແອ​ຂອງ​ພວກເຮົາ, ແຕ່​ມີ​ຕົນ​ໜຶ່ງ​ທີ່​ຊົງ​ຖືກ​ທົດລອງ​ເໝືອນ​ຢ່າງ​ເຮົາ​ທຸກປະການ, ເຖິງ​ປານ​ນັ້ນ ພຣະອົງ​ກໍ​ຍັງ​ບໍ່ມີ​ບາບ.</verse>
				<verse number="16">ດ້ວຍເຫດນັ້ນ ຈົ່ງ​ໃຫ້​ເຮົາ​ທັງຫລາຍ​ມີ​ໃຈ​ກ້າ​ເຂົ້າ​ໄປ​ເຖິງ​ພຣະ​ທີ່​ນັ່ງ​ແຫ່ງ​ພຣະຄຸນ ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ພຣະ​ເມດຕາ ແລະ​ພົບ​ພຣະຄຸນ​ທີ່​ຈະ​ຊ່ວຍ​ເຮົາ​ໃນ​ເວລາ​ທີ່​ຕ້ອງການ.</verse>
			</chapter>
			<chapter number="5">
				<verse number="1">ຝ່າຍ​ມະຫາ​ປະໂຣຫິດ​ທຸກຄົນ​ນັ້ນ ແມ່ນ​ຜູ້​ຖືກ​ເລືອກ​ໄວ້​ຈາກ​ມະນຸດ ແລະ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ຮັບໃຊ້​ພຣະເຈົ້າ​ແທນ​ມະນຸດ ເພື່ອ​ຖວາຍ​ເຄື່ອງ​ບູຊາ ແລະ​ເຄື່ອງ​ຖວາຍ​ເພື່ອ​ລຶບລ້າງ​ບາບ.</verse>
				<verse number="2">ເພິ່ນ​ສາມາດ​ປະຕິບັດ​ຢ່າງ​ອ່ອນໂຍນ​ຕໍ່​ຄົນ​ທີ່​ຮູ້ເທົ່າ​ບໍ່​ເຖິງການ ແລະ​ຄົນ​ຫລົງ​ຜິດ​ໄດ້ ເພາະ​ເພິ່ນ​ເອງ​ກໍ​ມີ​ຄວາມ​ອ່ອນແອ​ເໝືອນກັນ.</verse>
				<verse number="3">ເພາະເຫດນີ້ ເພິ່ນ​ຈຶ່ງ​ຕ້ອງ​ຖວາຍ​ເຄື່ອງ​ບູຊາ​ຕ່າງໆ ບໍ່ແມ່ນ​ສຳລັບ​ລຶບລ້າງ​ບາບ​ຂອງ​ພົນລະເມືອງ​ເທົ່ານັ້ນ ແຕ່​ສຳລັບ​ລຶບລ້າງ​ບາບ​ຂອງ​ຕົນເອງ​ດ້ວຍ.</verse>
				<verse number="4">ບໍ່​ຫ່ອນ​ມີ​ຜູ້ໃດ​ຕັ້ງ​ຕົນເອງ​ຢູ່​ໃນ​ຕຳແໜ່ງ​ນີ້ ມີ​ແຕ່​ພຣະເຈົ້າ​ຊົງ​ເອີ້ນ​ເອົາ​ເໝືອນ​ຢ່າງ​ຊົງ​ເອີ້ນ​ອາໂຣນ​ນັ້ນ.</verse>
				<verse number="5">ໃນທຳນອງ​ດຽວກັນ ພຣະຄຣິດ​ກໍ​ບໍ່ໄດ້​ຊົງ​ຍົກຍໍ​ພຣະອົງ​ເອງ​ຂຶ້ນ​ເປັນ​ມະຫາ​ປະໂຣຫິດ ແຕ່​ຊົງ​ຮັບ​ພຣະ​ກຽດ​ນີ້​ຈາກ​ພຣະເຈົ້າ​ຜູ້​ຊົງ​ກ່າວ​ກັບ​ພຣະອົງ​ວ່າ, “ທ່ານ​ນັ້ນ​ແຫຼະ ເປັນ​ບຸດ​ຂອງເຮົາ ຝ່າຍ​ເຮົາ ເຮົາ​ໃຫ້​ກຳເນີດ​ທ່ານ​ໃນວັນນີ້.”</verse>
				<verse number="6">ພຣະອົງ​ຍັງ​ຊົງ​ກ່າວ​ໃນ​ຕອນ​ອື່ນ​ອີກ​ວ່າ, “ທ່ານ​ເປັນ​ປະໂຣຫິດ​ຕະຫລອດໄປ ໃນ​ລຳດັບ​ດຽວກັນ​ກັບ​ເມຄີເຊເດັກ.”</verse>
				<verse number="7">ຝ່າຍ​ພຣະບຸດ​ນັ້ນ ຂະນະ​ເມື່ອ​ຊົງ​ເປັນ​ມະນຸດ​ຢູ່ ພຣະອົງ​ໄດ້​ຊົງ​ຖວາຍ​ຄຳ​ພາວັນນາ​ອະທິຖານ ແລະ​ໄຫວ້ວອນ​ດ້ວຍ​ການ​ຮ້ອງໄຫ້​ຢ່າງ​ໜັກ ແລະ​ມີ​ນໍ້າຕາ​ໄຫລ​ຮ້ອງຂໍ​ຕໍ່​ພຣະເຈົ້າ ຜູ້​ຊົງ​ສາມາດ​ໂຜດ​ໃຫ້​ພຣະອົງ​ພົ້ນ​ຈາກ​ຕາຍ​ໄດ້ ແລະ​ຊົງ​ນ້ອມ​ຮັບ​ຟັງ ເນື່ອງ​ດ້ວຍ​ຄວາມ​ຢຳເກງ​ຂອງ​ພຣະອົງ.</verse>
				<verse number="8">ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ເປັນ​ພຣະບຸດ ກໍ​ຍັງ​ຊົງ​ຮຽນຮູ້​ທີ່​ຈະ​ນ້ອມ​ຍອມ​ເຊື່ອຟັງ ໂດຍ​ຄວາມ​ທຸກ​ລຳບາກ​ທີ່​ພຣະອົງ​ຊົງ​ທົນ​ນັ້ນ.</verse>
				<verse number="9">ເມື່ອ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະບຸດ ເຖິງ​ທີ່​ສຳເລັດ​ແລ້ວ ພຣະບຸດ​ນັ້ນ ຈຶ່ງ​ໄດ້​ເກີດ​ເປັນ​ຕົ້ນ​ກຳເນີດ​ແຫ່ງ​ຄວາມ​ລອດພົ້ນ​ອັນ​ຕະຫລອດໄປ​ເປັນນິດ ແກ່​ຄົນ​ທັງປວງ​ທີ່​ເຊື່ອຟັງ​ພຣະອົງ,</verse>
				<verse number="10">ໂດຍ​ພຣະເຈົ້າ​ໄດ້​ຊົງ​ຕັ້ງ​ພຣະອົງ​ໃຫ້​ເປັນ​ມະຫາ​ປະໂຣຫິດ ໃນ​ລຳດັບ​ດຽວ​ກັບ​ເມຄີເຊເດັກ.</verse>
				<verse number="11">ກ່ຽວກັບ​ມະຫາ​ປະໂຣຫິດ​ນັ້ນ ມີ​ເລື່ອງ​ເວົ້າ​ຫລາຍ ແລະ​ຍາກ​ທີ່​ຈະ​ອະທິບາຍ​ໃຫ້​ເຂົ້າໃຈ​ໄດ້ ເພາະວ່າ​ເຈົ້າ​ທັງຫລາຍ​ກາຍເປັນ​ຄົນ​ຫູ​ໜັກ​ເສຍ​ແລ້ວ.</verse>
				<verse number="12">ເຖິງ​ແມ່ນ​ວ່າ​ຂະນະ​ນີ້ ເຈົ້າ​ທັງຫລາຍ​ຄວນ​ຈະ​ເປັນ​ຄູ​ໄດ້​ແຕ່​ດົນ​ແລ້ວ​ກໍດີ ແຕ່​ພວກເຈົ້າ​ກໍ​ຍັງ​ຕ້ອງການ​ໃຫ້​ຄົນອື່ນ​ສອນ​ຫລັກ​ທຳ​ເບື້ອງ​ຕົ້ນ ແຫ່ງ​ພຣະທຳ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ​ອີກ. ເຈົ້າ​ທັງຫລາຍ​ກັບ​ກາຍເປັນ​ຄົນ​ຕ້ອງການ​ນໍ້ານົມ​ບໍ່ແມ່ນ​ອາຫານ​ແຂງ.</verse>
				<verse number="13">ດ້ວຍວ່າ, ທຸກຄົນ​ທີ່​ຍັງ​ກິນ​ນໍ້ານົມ​ຢູ່​ນັ້ນ ຍັງ​ບໍ່​ຊຳນານ​ໃນ​ເລື່ອງ​ສິນທຳ ເພາະ​ເຂົາ​ຍັງ​ເປັນ​ເດັກນ້ອຍ​ຢູ່.</verse>
				<verse number="14">ອາຫານ​ແຂງ​ເປັນ​ອາຫານ​ສຳລັບ​ຜູ້​ໃຫຍ່​ແລ້ວ ຄື​ສຳລັບ​ຜູ້​ທີ່​ໄດ້​ຮັບ​ການ​ຝຶກຫັດ​ອົບຮົມ ໃຫ້​ສາມາດ​ສັງເກດ​ວ່າ ສິ່ງໃດ​ດີ​ແລະ​ສິ່ງໃດ​ຊົ່ວ.</verse>
			</chapter>
			<chapter number="6">
				<verse number="1">ດ້ວຍເຫດນັ້ນ ໃຫ້​ພວກເຮົາ​ປະ​ຫລັກ​ທຳ​ເບື້ອງຕົ້ນ​ກ່ຽວກັບ​ພຣະຄຣິດ​ໄວ້ ແລະ​ກ້າວໜ້າ​ໄປ​ສູ່​ຄວາມ​ເປັນ​ຜູ້​ໃຫຍ່​ແລ້ວ ຢ່າ​ເອົາ​ສິ່ງ​ເຫຼົ່ານີ້​ມາ​ວາງ​ເປັນ​ຮາກຖານ​ຊໍ້າ​ອີກ ຄື​ການ​ກັບໃຈ​ໃໝ່​ຈາກ​ການ​ກະທຳ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ຄວາມເຊື່ອ​ໃນ​ພຣະເຈົ້າ</verse>
				<verse number="2">ແລະ​ຄຳສັ່ງສອນ​ເຖິງ​ເລື່ອງ​ບັບຕິສະມາ ພິທີ​ວາງ​ມື, ການ​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ການ​ພິພາກສາ​ລົງໂທດ​ເປັນນິດ.</verse>
				<verse number="3">ສິ່ງ​ນີ້​ແຫຼະ ພວກເຮົາ​ຈະ​ກະທຳ ຖ້າ​ພຣະເຈົ້າ​ຊົງ​ໂຜດ​ອະນຸຍາດ.</verse>
				<verse number="4">ເພາະວ່າ​ຄົນ​ເຫຼົ່ານັ້ນ ທີ່​ໄດ້​ຮັບ​ຄວາມ​ສະຫວ່າງ​ມາ​ເທື່ອໜຶ່ງ​ແລ້ວ ແລະ​ຊີມ​ຣົດ​ຂອງ​ປະທານ​ຈາກ​ສະຫວັນ ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ</verse>
				<verse number="5">ແລະ​ໄດ້​ຊີມ​ຣົດ​ອັນ​ດີ​ແຫ່ງ​ຖ້ອຍຄຳ​ຂອງ​ພຣະເຈົ້າ ກັບ​ຣິດເດດ​ແຫ່ງ​ຄາວ​ທີ່​ຈະ​ມາ​ເຖິງ​ນັ້ນ.</verse>
				<verse number="6">ຖ້າ​ພວກເຂົາ​ເຫຼົ່ານັ້ນ​ໄດ້​ຕົກ​ເສຍ​ໄປ​ແລ້ວ ກໍ​ເຫຼືອ​ວິໄສ​ທີ່​ຈະ​ນຳ​ພວກເຂົາ​ມາ​ສູ່​ການ​ກັບໃຈ​ອີກ​ໄດ້ ເພາະ​ພວກເຂົາ​ເອງ​ຄຶງ​ພຣະບຸດ​ຂອງ​ພຣະເຈົ້າ​ເສຍ ແລະ​ເຮັດ​ໃຫ້​ພຣະອົງ​ຊົງ​ໄດ້​ຮັບ​ການ​ປະຈານ​ຂາຍໜ້າ.</verse>
				<verse number="7">ດ້ວຍວ່າ, ພື້ນດິນ​ຕອນ​ໃດ​ດູດ​ຮັບ​ເອົາ​ນໍ້າ​ຝົນ​ທີ່​ຕົກ​ໃສ່​ຢູ່​ເລື້ອຍ ແລະ​ເກີດ​ພືດຜົນ​ງອກ​ຂຶ້ນ​ໃຫ້​ປະໂຫຍດ​ແກ່​ຄົນ​ປູກຝັງ​ນັ້ນ ກໍໄດ້​ຮັບ​ພຣະພອນ​ຈາກ​ພຣະເຈົ້າ.</verse>
				<verse number="8">ແຕ່​ພື້ນດິນ​ທີ່​ເກີດ​ສ້ຽນໜາມ ກໍ​ນັບ​ວ່າ​ບໍ່ມີ​ຄ່າ ແລະ​ເກືອບ​ຈະ​ຖືກ​ຊົງ​ປ້ອຍດ່າ​ແລ້ວ ໃນ​ທີ່ສຸດ​ກໍ​ຈະ​ຖືກ​ເຜົາ​ໄຟ​ເສຍ.</verse>
				<verse number="9">ແຕ່​ພວກ​ພີ່ນ້ອງ​ເອີຍ, ເຖິງ​ແມ່ນ​ວ່າ​ເຮົາ​ເວົ້າ​ດັ່ງນັ້ນ ເຮົາ​ກໍ​ຍັງ​ເຊື່ອ​ແນ່​ວ່າ​ທ່າທີ​ຂອງ​ພວກເຈົ້າ ມີ​ສິ່ງ​ດີກວ່າ​ທີ່​ໄດ້​ກ່າວ​ມາ​ນັ້ນ ກໍ​ຄື​ສິ່ງ​ທີ່​ກ່ຽວກັບ​ຄວາມ​ພົ້ນ.</verse>
				<verse number="10">ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ອະຍຸດຕິທຳ ຊຶ່ງ​ຈະ​ຊົງ​ລືມ​ການງານ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ​ຄວາມຮັກ​ທີ່​ພວກເຈົ້າ​ໄດ້​ສະແດງ​ຕໍ່​ພຣະນາມ​ຂອງ​ພຣະອົງ ຄື​ການ​ຮັບໃຊ້​ໄພ່ພົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ພວກເຈົ້າ​ຍັງ​ຮັບໃຊ້​ຢູ່.</verse>
				<verse number="11">ຄວາມ​ປາຖະໜາ​ອັນ​ຍິ່ງໃຫຍ່​ຂອງ​ພວກເຮົາ ແມ່ນ​ໃຫ້​ແຕ່ລະຄົນ​ໃນ​ພວກເຈົ້າ ມີ​ຄວາມ​ຮ້ອນຮົນ​ຢ່າງ​ດຽວກັນ​ຈົນເຖິງ​ທີ່ສຸດ ເພື່ອ​ວ່າ​ສິ່ງ​ທີ່​ພວກເຈົ້າ​ຫວັງ​ໄວ້​ນັ້ນ​ຈະ​ໄດ້​ສຳເລັດ.</verse>
				<verse number="12">ພວກເຮົາ​ບໍ່​ປາຖະໜາ​ໃຫ້​ພວກເຈົ້າ​ກາຍເປັນ​ຄົນ​ກຽດຄ້ານ ແຕ່​ໃຫ້​ເປັນ​ເໝືອນ​ຄົນ​ເຫຼົ່ານັ້ນ ທີ່​ອາໄສ​ຄວາມເຊື່ອ​ແລະ​ຄວາມ​ພຽນ​ອົດທົນ ຈຶ່ງ​ໄດ້​ຮັບ​ມໍຣະດົກ​ຕາມ​ພຣະສັນຍາ.</verse>
				<verse number="13">ເມື່ອ​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້​ກັບ​ອັບຣາຮາມ​ນັ້ນ ໂດຍ​ທີ່​ບໍ່ມີ​ຜູ້ໃດ​ເປັນ​ໃຫຍ່​ກວ່າ​ພຣະອົງ ທີ່​ພຣະອົງ​ຈະ​ຊົງ​ສາບານ​ດ້ວຍ​ອອກ​ຊື່​ຜູ້ນັ້ນ​ໄດ້ ພຣະອົງ​ຈຶ່ງ​ໄດ້​ຊົງ​ສາບານ​ດ້ວຍ​ພຣະນາມ​ຂອງ​ພຣະອົງ​ເອງ</verse>
				<verse number="14">ວ່າ, “ຈິງ​ແທ້ ເຮົາ​ຈະ​ອວຍພອນ​ໃຫ້​ເຈົ້າ ແລະ​ຈະ​ໃຫ້​ເຊື້ອສາຍ​ຂອງ​ເຈົ້າ​ທະວີ​ຫລາຍ​ຂຶ້ນ.”</verse>
				<verse number="15">ຢ່າງ​ນັ້ນ​ແຫຼະ ເມື່ອ​ອັບຣາຮາມ​ໄດ້​ທົນ​ຄອຍ​ດ້ວຍ​ຄວາມ​ພຽນ​ແລ້ວ ເພິ່ນ​ຈຶ່ງ​ໄດ້​ຮັບ​ຕາມ​ພຣະສັນຍາ​ນັ້ນ.</verse>
				<verse number="16">ດ້ວຍວ່າ, ຝ່າຍ​ມະນຸດ​ເຄີຍ​ສາບານ​ດ້ວຍ​ອອກ​ຊື່​ຜູ້​ໃຫຍ່​ກວ່າ​ຕົນ ແລະ​ເມື່ອ​ເກີດ​ການ​ຖົກຖຽງ​ກັນ​ຂຶ້ນ​ຄຳ​ສາບານ​ນັ້ນ ກໍ​ເປັນ​ຄຳ​ຢືນຢັນ​ອັນ​ເດັດຂາດ.</verse>
				<verse number="17">ສະນັ້ນ ເມື່ອ​ພຣະເຈົ້າ​ຊົງ​ມີ​ພຣະ​ປະສົງ ຈະ​ຊົງ​ໃຫ້​ຜູ້​ທີ່​ຈະ​ຮັບ​ມໍຣະດົກ​ຕາມ​ພຣະສັນຍາ​ນັ້ນ ຮູ້​ຄັກແນ່​ຕື່ມ​ຂຶ້ນ​ວ່າ ພຣະ​ປະສົງ​ຂອງ​ພຣະອົງ​ຈະ​ບໍ່​ປ່ຽນແປງ​ຈັກເທື່ອ ພຣະອົງ​ຈຶ່ງ​ຊົງ​ຢືນຢັນ​ພຣະສັນຍາ​ນັ້ນ​ດ້ວຍ​ຄຳ​ສາບານ.</verse>
				<verse number="18">ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ​ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.</verse>
				<verse number="19">ຄວາມຫວັງ​ທີ່​ພວກເຮົາ​ຢຶດຖື​ນັ້ນ ເປັນ​ສະໝໍ​ທີ່​ແທ້ຈິງ​ອັນ​ໝັ້ນຄົງ​ຂອງ​ຈິດໃຈ ຄວາມຫວັງ​ນັ້ນ​ນຳ​ໄປ​ສູ່​ບ່ອນ​ສັກສິດ​ທີ່ສຸດ​ຢູ່​ເບື້ອງ​ຫລັງ​ຜ້າກັ້ງ,</verse>
				<verse number="20">ທີ່​ພຣະເຢຊູເຈົ້າ​ຜູ້​ຊົງ​ນຳ​ໜ້າ ໄດ້​ສະເດັດ​ເຂົ້າ​ໄປ​ກ່ອນ​ແທນ​ພວກເຮົາ​ແລ້ວ ເພາະ​ພຣະອົງ​ໄດ້​ຊົງ​ກາຍເປັນ​ພຣະ​ມະຫາ​ປະໂຣຫິດ​ຕະຫລອດໄປ ໃນ​ລຳດັບ​ດຽວ​ກັບ​ເມຄີເຊເດັກ.</verse>
			</chapter>
			<chapter number="7">
				<verse number="1">ສ່ວນ​ເມຄີເຊເດັກ​ຜູ້​ນີ້ ຄື​ກະສັດ​ແຫ່ງ​ເມືອງ​ຊາເລັມ ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າ​ຜູ້​ສູງສຸດ ໄດ້​ພົບ​ອັບຣາຮາມ ຂະນະທີ່​ອັບຣາຮາມ​ກຳລັງ​ກັບ​ມາ​ຈາກ​ການ​ຮົບ​ກັບ​ກະສັດ​ທັງຫລາຍ​ດ້ວຍ​ໄຊຊະນະ ແລະ​ໄດ້​ຊົງ​ອວຍພອນ​ແກ່​ເພິ່ນ.</verse>
				<verse number="2">ອັບຣາຮາມ​ໄດ້​ແບ່ງ​ສິ່ງ​ຂອງ​ທັງໝົດ​ເປັນ​ສິບ​ສ່ວນ ເອົາ​ສ່ວນ​ໜຶ່ງ​ຖວາຍ​ແກ່​ເມຄີເຊເດັກ ເມຄີເຊເດັກ​ແປ​ຢ່າງ​ໜຶ່ງ​ວ່າ ກະສັດ​ແຫ່ງ​ຄວາມ​ຊອບທຳ​ຕາມ​ຄວາມໝາຍ​ແຫ່ງ​ພຣະນາມ​ຂອງທ່ານ ແລະ​ອີກ​ທັງ​ເປັນ​ກະສັດ​ແຫ່ງ​ສັນຕິສຸກ ຕາມ​ຄວາມໝາຍ​ຂອງ​ຊື່​ເມືອງ​ຊາເລັມ.</verse>
				<verse number="3">ບິດາ​ມານດາ ຫລື​ເຊື້ອວົງ​ຂອງທ່ານ​ບໍ່ມີ​ກ່າວ​ໄວ້ ວັນ​ຕົ້ນ​ແລະ​ວັນ​ປາຍ​ແຫ່ງ​ຊີວິດ​ຂອງທ່ານ ກໍ​ບໍ່ມີ​ເໝືອນກັນ ແຕ່​ເປັນ​ເໝືອນ​ພຣະບຸດ​ຂອງ​ພຣະເຈົ້າ ຈຶ່ງ​ດຳລົງ​ຢູ່​ເປັນ​ປະໂຣຫິດ​ສືບໆໄປ.</verse>
				<verse number="4">ຈົ່ງ​ຄິດ​ເບິ່ງ ແມ່ນ​ວ່າ​ທ່ານ​ຜູ້​ນີ້​ໃຫຍ່​ພໍ​ພຽງ​ໃດ ທີ່​ອັບຣາຮາມ​ຜູ້​ເປັນ​ຕົ້ນ​ຕະກຸນ​ນັ້ນ ຍັງ​ໄດ້​ແບ່ງ​ໜຶ່ງສ່ວນສິບ​ຂອງ​ຊັບ​ທີ່​ໄດ້​ມາ​ຈາກ​ຊະເລີຍ​ອັນ​ດີທີ່ສຸດ​ມາ​ຖວາຍ​ແກ່​ທ່ານ.</verse>
				<verse number="5">ແລະ​ບັນດາ​ເຊື້ອສາຍ​ຂອງ​ເລວີ ຜູ້​ຊຶ່ງ​ໄດ້​ຮັບ​ຕຳແໜ່ງ​ປະໂຣຫິດ​ນັ້ນ. ເຖິງ​ແມ່ນ​ວ່າ ຄົນ​ເຫຼົ່ານັ້ນ​ສືບ​ເຊື້ອສາຍ​ມາ​ຈາກ​ອັບຣາຮາມ ກໍ​ຍັງ​ມີ​ກົດບັນຍັດ​ສັ່ງ​ໃຫ້​ຮັບ​ໜຶ່ງສ່ວນສິບ​ຈາກ​ພົນລະເມືອງ ຄື​ຈາກ​ພວກ​ພີ່ນ້ອງ​ຂອງຕົນ.</verse>
				<verse number="6">ເມຄີເຊເດັກ​ບໍ່ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ເລວີ ແຕ່​ເພິ່ນ​ກໍໄດ້​ຮັບ​ໜຶ່ງສ່ວນສິບ​ຈາກ​ອັບຣາຮາມ ແລະ​ໄດ້​ອວຍພອນ​ອັບຣາຮາມ ຜູ້​ທີ່​ໄດ້​ຮັບ​ພຣະສັນຍາ​ຂອງ​ພຣະເຈົ້າ.</verse>
				<verse number="7">ສິ່ງ​ທີ່​ຖຽງ​ບໍ່ໄດ້ ກໍ​ຄື​ຜູ້ນ້ອຍ​ຮັບ​ພອນ​ຈາກ​ຜູ້ໃຫຍ່.</verse>
				<verse number="8">ອີກ​ປະການ​ໜຶ່ງ ໃນ​ກໍລະນີ​ປະໂຣຫິດ​ຕະກຸນ​ເລວີ​ນັ້ນ ມະນຸດ​ທີ່​ຕ້ອງ​ຕາຍ​ກໍ​ເປັນ​ຜູ້​ຮັບ​ໜຶ່ງສ່ວນສິບ ແຕ່​ໃນ​ກໍລະນີ​ເມຄີເຊເດັກ​ຜູ້​ຮັບ​ໜຶ່ງສ່ວນສິບ​ນັ້ນ ມີ​ຫຼັກຖານ​ໃນ​ພຣະຄຳພີ​ວ່າ ທ່ານ​ຍັງ​ມີ​ຊີວິດ​ຢູ່.</verse>
				<verse number="9">ຖ້າ​ຈະ​ເວົ້າ​ອີກ​ຢ່າງ​ໜຶ່ງ ກໍ​ວ່າ​ເລວີ​ຜູ້​ຮັບ​ໜຶ່ງສ່ວນສິບ​ນັ້ນ ກໍ​ຍັງ​ໄດ້​ຖວາຍ​ໜຶ່ງສ່ວນສິບ​ແກ່​ເມຄີເຊເດັກ​ທາງ​ອັບຣາຮາມ.</verse>
				<verse number="10">ເພາະວ່າ​ໃນ​ຂະນະທີ່​ເມຄີເຊເດັກ​ໄດ້​ພົບ​ກັບ​ອັບຣາຮາມ ເລວີ​ຍັງ​ຢູ່​ໃນ​ສາຍ​ເລືອດ​ຂອງ​ບັນພະບຸລຸດ ຄື​ອັບຣາຮາມ.</verse>
				<verse number="11">ດັ່ງນັ້ນ ຖ້າ​ຄວາມ​ບໍຣິບູນ​ບັນລຸ​ໄດ້​ທາງ​ລະບົບ​ປະໂຣຫິດ​ເຜົ່າ​ເລວີ (ເພາະວ່າ​ປະຊາຊົນ​ໄດ້​ຮັບ​ກົດບັນຍັດ​ໂດຍ​ວິທີ​ນີ້) ເປັນຫຍັງ​ຈະ​ຕ້ອງ​ມີ​ປະໂຣຫິດ​ອື່ນ​ອີກ​ຕາມ​ແບບຢ່າງ​ຂອງ​ເມຄີເຊເດັກ ບໍ່ແມ່ນ​ຕາມ​ແບບຢ່າງ​ຂອງ​ອາໂຣນ​ບໍ?</verse>
				<verse number="12">ເພາະ​ເມື່ອ​ຕຳແໜ່ງ​ປະໂຣຫິດ​ປ່ຽນແປງ​ໄປ​ແລ້ວ ກົດບັນຍັດ​ກໍ​ຈຳເປັນ​ຕ້ອງ​ປ່ຽນແປງ​ໄປ​ເໝືອນກັນ.</verse>
				<verse number="13">ເພາະວ່າ​ທ່ານ​ທີ່​ເຮົາ​ກ່າວ​ເຖິງ​ນັ້ນ ກໍ​ມາ​ຈາກ​ຕະກຸນ​ອື່ນ ຄື​ຕະກຸນ​ທີ່​ຍັງ​ບໍ່ມີ​ຜູ້ໃດ​ເຄີຍ​ປະຕິບັດ​ທີ່​ແທ່ນບູຊາ​ຈັກເທື່ອ.</verse>
				<verse number="14">ເພາະ​ປາກົດ​ແຈ້ງ​ແລ້ວ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ເຮົາ​ທັງຫລາຍ ໄດ້​ຊົງ​ສືບ​ເຊື້ອສາຍ​ມາ​ຈາກ​ຕະກຸນ​ຢູດາ ແຕ່​ເມື່ອ​ໂມເຊ​ໄດ້​ກ່າວ​ເຖິງ​ປະໂຣຫິດ ກໍ​ບໍ່ໄດ້​ກ່າວ​ເຖິງ​ຕະກຸນ​ນີ້.</verse>
				<verse number="15">ເລື່ອງ​ນີ້​ກໍ​ປາກົດ​ແຈ້ງ​ຂຶ້ນ​ອີກ ຖ້າ​ມີ​ປະໂຣຫິດ​ອີກ​ຕົນ​ໜຶ່ງ ຕາມ​ແບບ​ຢ່າງ​ເມຄີເຊເດັກ</verse>
				<verse number="16">ຜູ້​ຊຶ່ງ​ເປັນ​ປະໂຣຫິດ​ທີ່​ບໍ່ໄດ້​ຮັບ​ການ​ແຕ່ງຕັ້ງ​ຕາມ​ກົດບັນຍັດ​ຂອງ​ມະນຸດ ແຕ່​ໂດຍ​ຣິດເດດ​ແຫ່ງ​ຊີວິດ​ອັນ​ບໍ່​ຮູ້​ເສື່ອມສູນ.</verse>
				<verse number="17">ເພາະ​ມີ​ຄຳ​ພະຍານ​ທີ່​ກ່າວ​ເຖິງ​ເພິ່ນ​ວ່າ, “ທ່ານ​ເປັນ​ປະໂຣຫິດ​ຕະຫລອດໄປ​ເປັນນິດ ໃນ​ແບບ​ດຽວກັນ​ກັບ​ເມຄີເຊເດັກ.”</verse>
				<verse number="18">ດ້ວຍວ່າ, ກົດບັນຍັດ​ທີ່​ມີ​ກ່ອນ​ນັ້ນ ໄດ້​ຊົງ​ຍົກເລີກ​ເສຍ​ແລ້ວ ເພາະ​ມີ​ຂໍ້​ບົກຜ່ອງ​ແລະ​ໃຊ້​ການ​ບໍ່ໄດ້. (</verse>
				<verse number="19">ເພາະວ່າ​ກົດບັນຍັດ​ນັ້ນ ບໍ່ໄດ້​ເຮັດ​ໃຫ້​ສິ່ງໃດ​ເຖິງ​ທີ່​ສຳເລັດ) ແຕ່​ມີ​ຄວາມຫວັງ​ອັນ​ດີກວ່າ​ໄດ້​ເພີ່ມເຕີມ​ເຂົ້າ​ມາ ໂດຍ​ຄວາມຫວັງ​ນັ້ນ​ພວກເຮົາ​ຈຶ່ງ​ຈະ​ເຂົ້າ​ໄປ​ໃກ້​ພຣະເຈົ້າ​ໄດ້.</verse>
				<verse number="20">ພຣະເຈົ້າ​ຊົງ​ຢືນຢັນ​ເລື່ອງ​ນີ້​ໂດຍ​ຄຳ​ສາບານ​ຂອງ​ພຣະອົງ​ວ່າ, ຄົນ​ອື່ນໆ​ເຂົາ​ຮັບ​ຕຳແໜ່ງ​ປະໂຣຫິດ​ໂດຍ​ບໍ່ມີ​ຄຳ​ສາບານ​ເລີຍ.</verse>
				<verse number="21">ແຕ່​ພຣະອົງ​ຊົງ​ເປັນ​ປະໂຣຫິດ​ໂດຍ​ທາງ​ຄຳ​ສາບານ ເມື່ອ​ພຣະເຈົ້າ​ຊົງ​ກ່າວ​ກັບ​ພຣະອົງ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ສາບານ​ໄວ້​ແລ້ວ ແລະ​ຈະ​ບໍ່​ຊົງ​ປ່ຽນ​ພຣະໄທ​ວ່າ, ‘ທ່ານ​ເປັນ​ປະໂຣຫິດ ຕະຫລອດໄປ.”’</verse>
				<verse number="22">ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຊົງ​ກາຍເປັນ​ຜູ້​ຮັບປະກັນ​ພັນທະສັນຍາ​ອັນ​ດີກວ່າ.</verse>
				<verse number="23">ພວກ​ປະໂຣຫິດ​ຕະກຸນ​ເລວີ​ນັ້ນ ສືບ​ຕຳແໜ່ງ​ຕໍ່​ກັນ​ມາ​ຫລາຍ​ຄົນ ເພາະ​ຄວາມ​ຕາຍ​ຂັດຂວາງ​ພວກເຂົາ​ບໍ່​ໃຫ້​ປະຕິບັດ​ງານ​ຕະຫລອດໄປ.</verse>
				<verse number="24">ແຕ່​ພຣະເຢຊູເຈົ້າ ອົງ​ຊົງ​ດຳລົງ​ຕຳແໜ່ງ​ປະໂຣຫິດ​ຕະຫລອດໄປ ເພາະ​ພຣະອົງ​ຊົງ​ດຳລົງ​ຢູ່​ນິຣັນດອນ.</verse>
				<verse number="25">ດ້ວຍເຫດນີ້ ພຣະອົງ​ຈຶ່ງ​ຊົງ​ສາມາດ​ຕະຫລອດໄປ ທີ່​ຈະ​ໂຜດ​ເອົາ​ຄົນ​ທັງປວງ​ທີ່​ໄດ້​ເຂົ້າ​ມາ​ຫາ​ພຣະເຈົ້າ ໂດຍ​ທາງ​ພຣະອົງ​ນັ້ນ ໃຫ້​ໄດ້​ຮັບ​ຄວາມ​ລອດພົ້ນ ເພາະວ່າ ພຣະອົງ​ຊົງພຣະຊົນ​ຢູ່​ນິຣັນດອນ ເພື່ອ​ຊ່ວຍ​ທູນ​ຂໍ​ພຣະ​ກະລຸນາ​ໃຫ້​ຄົນ​ເຫຼົ່ານັ້ນ.</verse>
				<verse number="26">ພຣະ​ມະຫາ​ປະໂຣຫິດ​ຢ່າງ​ນີ້​ແຫຼະ ທີ່​ເໝາະສົມ​ສຳລັບ​ພວກເຮົາ ຄື​ເປັນ​ຜູ້​ບໍຣິສຸດ​ປາສະຈາກ​ຜິດ ຫລື​ສິ່ງ​ຊົ່ວ​ມົວໝອງ ແຍກ​ຈາກ​ຄົນ​ບາບ​ທັງປວງ ຊົງ​ປະທັບ​ຢູ່​ເໜືອ​ຟ້າ​ສະຫວັນ.</verse>
				<verse number="27">ພຣະອົງ​ບໍ່​ຕ້ອງ​ຊົງ​ນຳ​ເຄື່ອງ​ບູຊາ​ມາ​ທຸກໆ​ວັນ ເໝືອນ​ດັ່ງ​ມະຫາ​ປະໂຣຫິດ​ຄົນ​ອື່ນໆ ຜູ້​ຊຶ່ງ​ຕອນ​ທຳອິດ​ຖວາຍ​ສຳລັບ​ການບາບ​ຂອງ​ຕົນເອງ ແລ້ວ​ຈຶ່ງ​ຖວາຍ​ສຳລັບ​ຄວາມ​ບາບ​ຂອງ​ພົນລະເມືອງ ສ່ວນ​ພຣະອົງ ໄດ້​ຊົງ​ຖວາຍ​ເຄື່ອງ​ບູຊາ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ຄື​ເມື່ອ​ພຣະອົງ​ໄດ້​ຊົງ​ນຳ​ພຣະອົງ​ເອງ​ມາ​ຖວາຍ.</verse>
				<verse number="28">ຕາມ​ກົດບັນຍັດ​ນັ້ນ ໄດ້​ແຕ່ງຕັ້ງ​ມະນຸດ​ທີ່​ບໍ່​ສົມບູນ​ແບບ ໃຫ້​ເປັນ​ມະຫາ​ປະໂຣຫິດ ແຕ່​ພຣະສັນຍາ​ຂອງ​ພຣະເຈົ້າ​ທີ່​ປະກອບ​ດ້ວຍ​ຄຳ​ສາບານ ຊຶ່ງ​ໄດ້​ມາ​ພາຍຫລັງ​ກົດບັນຍັດ ກໍໄດ້​ແຕ່ງຕັ້ງ​ພຣະບຸດ​ຂຶ້ນ ຜູ້​ຊຶ່ງ​ເຖິງ​ຄວາມ​ສຳເລັດ​ຊົ່ວ​ນິຣັນດອນ.</verse>
			</chapter>
			<chapter number="8">
				<verse number="1">ເລື່ອງ​ທີ່​ເຮົາ​ກຳລັງ​ເວົ້າ​ຢູ່​ນີ້​ມີ​ຂໍ້​ສຳຄັນ ຄື​ພວກເຮົາ​ມີ​ພຣະ​ມະຫາ​ປະໂຣຫິດ​ຢ່າງ​ນີ້ ຄື​ພຣະ​ມະຫາ​ປະໂຣຫິດ​ຜູ້​ປະທັບ​ຢູ່​ເບື້ອງ​ຂວາ​ພຣະທີ່ນັ່ງ​ຂອງ​ຜູ້​ຊົງ​ຣິດ​ເດຊາ​ນຸພາບ​ໃນ​ສະຫວັນ.</verse>
				<verse number="2">ພຣະອົງ​ບົວລະບັດ​ຮັບໃຊ້​ເປັນ​ມະຫາ​ປະໂຣຫິດ​ຢູ່​ໃນ​ສະຖານທີ່​ສັກສິດ​ທີ່ສຸດ ຄື​ຢູ່​ໃນ​ຫໍເຕັນ​ສັກສິດ​ອັນ​ແທ້ຈິງ ຊຶ່ງ​ບໍ່ແມ່ນ​ມະນຸດ​ເປັນ​ຜູ້​ຕັ້ງ​ຂຶ້ນ ແຕ່​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້.</verse>
				<verse number="3">ເພາະວ່າ​ມະຫາ​ປະໂຣຫິດ​ທຸກຄົນ ໄດ້​ຮັບ​ແຕ່ງຕັ້ງ​ເພື່ອ​ໃຫ້​ຖວາຍ​ຂອງ​ທານ ແລະ​ຂ້າ​ສັດ​ບູຊາ​ແກ່​ພຣະເຈົ້າ. ດັ່ງນັ້ນ ມະຫາ​ປະໂຣຫິດ​ຜູ້​ນີ້ ຈຶ່ງ​ຈຳເປັນ​ຕ້ອງ​ມີ​ສິ່ງຂອງ​ຖວາຍ​ແກ່​ພຣະເຈົ້າ​ເໝືອນກັນ.</verse>
				<verse number="4">ບັດນີ້ ຖ້າ​ພຣະອົງ​ຊົງ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້ ພຣະອົງ​ກໍ​ຈະ​ບໍ່​ຊົງ​ເປັນ​ປະໂຣຫິດ ເພາະວ່າ​ມີ​ປະໂຣຫິດ​ທີ່​ຖວາຍ​ເຄື່ອງຂອງ​ຕ່າງໆ​ຕາມ​ກົດບັນຍັດ​ຢູ່​ແລ້ວ.</verse>
				<verse number="5">ປະການ​ໜຶ່ງ ປະໂຣຫິດ​ເຫຼົ່ານັ້ນ​ບົວລະບັດ​ເປັນ​ພຽງແຕ່​ແບບ​ແລະ​ເງົາ​ແຫ່ງ​ສະຖານທີ່​ສັກສິດ​ໃນ​ສະຫວັນ. ເໝືອນ​ໂມເຊ, ເມື່ອ​ເພິ່ນ​ຈະ​ຕັ້ງ​ຫໍເຕັນ​ສັກສິດ​ນັ້ນ ພຣະເຈົ້າ​ໄດ້​ຊົງ​ເຕືອນ​ສະຕິ​ເພິ່ນ​ວ່າ, “ເຈົ້າ​ຕ້ອງ​ເຮັດ​ທຸກສິ່ງ ຕາມ​ແບບຢ່າງ​ທີ່​ເຮົາ​ໄດ້​ສຳແດງ​ແກ່​ເຈົ້າ​ທີ່​ເທິງ​ພູ​ນັ້ນ.”</verse>
				<verse number="6">ແຕ່​ພຣະເຢຊູເຈົ້າ​ໄດ້​ຊົງ​ຮັບ​ພາລະກິດ ຊຶ່ງ​ປະເສີດ​ກວ່າ​ຂອງ​ປະໂຣຫິດ​ເຫຼົ່ານັ້ນ ເໝືອນ​ດັ່ງ​ພັນທະສັນຍາ ຊຶ່ງ​ພຣະອົງ​ຊົງ​ເປັນ​ຜູ້​ກາງ​ນັ້ນ ກໍ​ປະເສີດ​ກວ່າ​ພັນທະສັນຍາ​ເດີມ ເພາະວ່າ​ໄດ້​ຊົງ​ຕັ້ງ​ຂຶ້ນ​ໂດຍ​ພຣະສັນຍາ​ທັງຫລາຍ​ອັນ​ປະເສີດ​ກວ່າ​ເກົ່າ.</verse>
				<verse number="7">ດ້ວຍວ່າ, ຖ້າ​ພັນທະສັນຍາ​ເດີມ​ນັ້ນ​ບໍ່ມີ​ຂໍ້​ບົກຜ່ອງ​ແລ້ວ ກໍ​ບໍ່​ຈຳເປັນ​ຊອກ​ພັນທະສັນຍາ​ທີ​ສອງ​ມາ​ແທນ.</verse>
				<verse number="8">ເພາະວ່າ​ພຣະອົງ​ຊົງ​ກ່າວ​ຕິ​ພວກເຂົາ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, ‘ເບິ່ງແມ! ພາຍ​ໜ້າ​ຈະ​ມີ​ຄາວ​ໜຶ່ງ ທີ່​ເຮົາ​ຈະ​ເຮັດ​ພັນທະສັນຍາ​ໃໝ່ ກັບ​ຍາດວົງ​ອິດສະຣາເອນ ແລະ​ຍາດວົງ​ຢູດາ.</verse>
				<verse number="9">ຈະ​ບໍ່​ເໝືອນ​ພັນທະສັນຍາ ທີ່​ເຮົາ​ໄດ້​ສັນຍາ ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ໃນ​ເມື່ອ​ເຮົາ​ໄດ້​ຈູງ​ມື​ຂອງ​ພວກເຂົາ ພາ​ອອກ​ມາ​ຈາກ​ປະເທດ​ເອຢິບ.’ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, ‘ເຂົາ​ເຫຼົ່ານັ້ນ​ບໍ່ໄດ້​ຕັ້ງ​ຢູ່​ໃນ​ພັນທະສັນຍາ​ຂອງເຮົາ. ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ສົນໃຈ​ຕໍ່​ພວກເຂົາ.’</verse>
				<verse number="10">ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ອີກ​ວ່າ, ‘ນີ້​ແມ່ນ​ພັນທະສັນຍາ ທີ່​ເຮົາ​ຈະ​ສັນຍາ​ໄວ້​ກັບ​ ຍາດ​ວົງ​ອິດສະຣາເອນ ພາຍຫລັງ​ສະໄໝ​ນັ້ນ ຄື​ເຮົາ​ຈະ​ບັນຈຸ​ກົດບັນຍັດ​ຂອງເຮົາ ໄວ້​ໃນ​ໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ຈາລຶກ​ກົດບັນຍັດ​ນັ້ນ ໄວ້​ໃນ​ຫົວໃຈ​ຂອງ​ພວກເຂົາ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຝ່າຍ​ພວກເຂົາ​ຈະ​ເປັນ ພົນລະເມືອງ​ຂອງເຮົາ.</verse>
				<verse number="11">ພວກເຂົາ​ຈະ​ບໍ່​ສອນ​ເພື່ອນບ້ານ ແລະ​ພີ່ນ້ອງ​ຂອງຕົນ​ແຕ່ລະຄົນ​ວ່າ, “ຈົ່ງ​ຮູ້ຈັກ​ອົງພຣະ​ຜູ້​ເປັນເຈົ້າ” ເພາະ​ພວກເຂົາ​ທຸກຄົນ​ຈະ​ຮູ້ຈັກ​ເຮົາ ຕັ້ງແຕ່​ຜູ້ນ້ອຍ​ທີ່ສຸດ ຈົນເຖິງ​ຜູ້ໃຫຍ່​ທີ່ສຸດ.</verse>
				<verse number="12">ເພາະ​ເຮົາ​ຈະ​ກະລຸນາ​ຕໍ່​ການ​ອະທຳ ຂອງ​ພວກເຂົາ ແລະ​ການ​ຜິດບາບ​ຂອງ​ພວກເຂົາ ເຮົາ​ຈະ​ບໍ່​ຈົດຈຳ​ຕໍ່ໄປ.”’</verse>
				<verse number="13">ເມື່ອ​ພຣະອົງ​ຊົງ​ກ່າວ​ວ່າ, “ພັນທະສັນຍາ​ໃໝ່” ກໍ​ເປັນ​ທີ່​ເຮັດ​ໃຫ້​ພັນທະສັນຍາ​ເດີມ​ນັ້ນ ພົ້ນ​ສະໄໝ​ໄປ​ແລ້ວ ສິ່ງ​ທີ່​ພົ້ນ​ສະໄໝ​ແລະ​ເກົ່າ​ໄປ​ແລ້ວ ກໍ​ກຳລັງ​ຈະ​ເສື່ອມສູນ​ໄປ.</verse>
			</chapter>
			<chapter number="9">
				<verse number="1">ເຖິງ​ແມ່ນ​ພັນທະສັນຍາ​ເດີມ​ນັ້ນ ກໍ​ມີ​ກົດ​ໃນ​ການ​ນະມັດສະການ ແລະ​ມີ​ສະຖານທີ່​ສັກສິດ​ທີ່​ແຜ່ນດິນ​ໂລກ.</verse>
				<verse number="2">ດ້ວຍວ່າ, ມີ​ຫໍເຕັນ​ສັກສິດ​ທີ່​ຈັດຕັ້ງ​ຂຶ້ນ​ແລ້ວ ຄື​ຫ້ອງ​ຊັ້ນນອກ ຊຶ່ງ​ມີ​ຫລັກ​ຕະກຽງ ມີ​ໂຕະ ແລະ​ມີ​ເຂົ້າຈີ່​ທີ່​ຕັ້ງ​ຖວາຍ​ໄວ້ ຫ້ອງ​ທຳອິດ​ນີ້​ເອີ້ນ​ວ່າ, ສະຖານທີ່​ສັກສິດ.</verse>
				<verse number="3">ພາຍ​ໃນ​ຜ້າກັ້ງ​ຊັ້ນ​ທີ​ສອງ​ມີ​ຫ້ອງ ຊຶ່ງ​ເອີ້ນ​ວ່າ ສະຖານທີ່​ສັກສິດ​ທີ່ສຸດ.</verse>
				<verse number="4">ໃນ​ຫ້ອງ​ນັ້ນ ມີ​ແທ່ນ​ຄຳ​ສຳລັບ​ເຜົາ​ເຄື່ອງຫອມ ມີ​ຫີບ​ຫຸ້ມຫໍ່​ດ້ວຍ​ຄຳ​ທຸກ​ດ້ານ​ສຳລັບ​ໃສ່​ພັນທະສັນຍາ ຢູ່​ໃນ​ຫີບ​ນັ້ນ​ມີ​ຂັນ​ຄຳ​ໃສ່​ມານາ​ໄວ້ ມີ​ໄມ້​ຄ້ອນເທົ້າ​ຂອງ​ອາໂຣນ​ທີ່​ປົ່ງ​ຍອດ ແລະ​ມີ​ແຜ່ນ​ຫີນ​ຈາລຶກ​ພັນທະສັນຍາ​ແລ້ວ.</verse>
				<verse number="5">ຢູ່​ເທິງ​ຫີບ​ນັ້ນ ມີ​ຮູບ​ເຄຣູບ​ປະກອບ​ດ້ວຍ​ສະຫງ່າຣາສີ​ອັນ​ຮຸ່ງເຮືອງ​ຂອງ​ພຣະເຈົ້າ ປົກຄຸມ​ພຣະທີ່ນັ່ງ​ອັນ​ຊົງ​ພຣະ​ກະລຸນາ​ນັ້ນ. ສິ່ງ​ເຫຼົ່ານີ້ ເຮົາ​ຈະ​ພັນລະນາ​ໃຫ້​ລະອຽດ​ໃນ​ທີ່​ນີ້​ບໍ່ໄດ້.</verse>
				<verse number="6">ເມື່ອ​ຈັດຕັ້ງ​ສິ່ງ​ຕ່າງໆ​ໄວ້​ຢ່າງ​ນັ້ນ​ແລ້ວ ບັນດາ​ປະໂຣຫິດ​ກໍ​ເຂົ້າ​ໄປ​ໃນ​ຫໍເຕັນ​ສັກສິດ​ຊັ້ນນອກ​ທຸກໆ​ວັນ ເພື່ອ​ປະກອບ​ພິທີ.</verse>
				<verse number="7">ສ່ວນ​ຫ້ອງ​ຊັ້ນ​ໃນ​ນັ້ນ ມີ​ແຕ່​ມະຫາ​ປະໂຣຫິດ​ຜູ້​ດຽວ​ເທົ່ານັ້ນ​ທີ່​ເຂົ້າ​ໄປ​ໄດ້ ແລະ​ເພິ່ນ​ເຂົ້າ​ໄປ​ໄດ້​ປີ​ລະ​ເທື່ອ​ເທົ່ານັ້ນ. ເພິ່ນ​ຕ້ອງ​ນຳ​ເລືອດ​ສັດ​ເຂົ້າ​ໄປ​ຖວາຍ​ແກ່​ພຣະເຈົ້າ​ສຳລັບ​ຕົນເອງ ແລະ​ເພື່ອ​ຄວາມຜິດ​ໂດຍ​ບໍ່​ເຈດຕະນາ​ຂອງ​ປະຊາຊົນ.</verse>
				<verse number="8">ໂດຍ​ສິ່ງ​ນີ້​ເອງ ພຣະວິນຍານ​ບໍຣິສຸດເຈົ້າ ຈຶ່ງ​ຊົງ​ສຳແດງ​ວ່າ ທາງ​ທີ່​ນຳ​ເຂົ້າ​ສູ່​ສະຖານທີ່​ສັກສິດ​ທີ່ສຸດ​ນັ້ນ​ຍັງ​ບໍ່​ເປີດ ຕາບໃດ​ທີ່​ຫ້ອງ​ຊັ້ນນອກ​ນັ້ນ​ຍັງ​ຕັ້ງ​ຢູ່.</verse>
				<verse number="9">ຫ້ອງ​ຊັ້ນນອກ​ນັ້ນ ເປັນ​ເຄື່ອງໝາຍ​ເຖິງ​ສະໄໝ​ປັດຈຸບັນ ຄື​ໝາຍຄວາມວ່າ​ການ​ຖວາຍ​ຂອງ​ທານ ແລະ​ເຄື່ອງ​ບູຊາ​ຕາມ​ແບບ​ນີ້ ຈະ​ຊຳລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ຜູ້​ຖວາຍ​ນັ້ນ​ບໍ່ໄດ້.</verse>
				<verse number="10">ເພາະ​ເປັນ​ເລື່ອງ​ຂອງ​ກິນ ຂອງ​ດື່ມ ແລະ​ພິທີ​ຊຳລະ​ລ້າງ​ຕ່າງໆ​ເທົ່ານັ້ນ ເປັນ​ພິທີ​ສຳລັບ​ການ​ປະຕິບັດ​ທາງ​ກາຍ ທີ່​ໄດ້​ຊົງ​ບັນຍັດ​ໄວ້ ຈົນກວ່າ​ຈະ​ໄດ້​ຊົງ​ປ່ຽນແປງ​ໃໝ່.</verse>
				<verse number="11">ເມື່ອ​ພຣະຄຣິດ​ໄດ້​ສະເດັດ​ມາ​ເປັນ​ພຣະ​ມະຫາ​ປະໂຣຫິດ​ສຳລັບ​ສິ່ງ​ປະເສີດ ຊຶ່ງ​ມາ​ເຖິງ​ແລ້ວ. ພຣະອົງ​ກໍໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ ແລະ​ປະເສີດ​ກວ່າ​ແຕ່​ກ່ອນ (ທີ່​ບໍ່ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ ຄື​ບໍ່ແມ່ນ​ສິ່ງຂອງ​ທີ່​ສ້າງ​ຂຶ້ນ​ໃນ​ໂລກນີ້).</verse>
				<verse number="12">ພຣະອົງ​ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ແລະ​ພຣະອົງ​ບໍ່ໄດ້​ຊົງ​ນຳ​ເລືອດ​ແບ້ ຫລື​ເລືອດ​ລູກ​ງົວ​ເຂົ້າ​ໄປ ແຕ່​ຊົງ​ນຳ​ພຣະ​ໂລຫິດ​ຂອງ​ພຣະອົງ​ເອງ​ເຂົ້າ​ໄປ ແລະ​ຊົງ​ສຳເລັດ​ການ​ໄຖ່​ບາບ​ອັນ​ຕະຫລອດໄປ.</verse>
				<verse number="13">ເພາະວ່າ​ຖ້າ​ເລືອດ​ແບ້ ຫລື​ເລືອດ​ງົວເຖິກ ແລະ​ຂີ້ເຖົ່າ​ໄຟ​ຂອງ​ລູກ​ງົວ​ໂຕ​ແມ່​ທີ່​ໂຮຍ​ລົງ​ເທິງ​ຄົນ​ຊົ່ວ​ມົວໝອງ ຍັງ​ອາດ​ຊຳລະ​ຮ່າງກາຍ​ໃຫ້​ສະອາດ​ໄດ້,</verse>
				<verse number="14">ຫລາຍກວ່າ​ນັ້ນ​ຈັກ​ພຽງໃດ ພຣະ​ໂລຫິດ​ຂອງ​ພຣະຄຣິດ ຜູ້​ໄດ້​ຊົງ​ຖວາຍ​ພຣະອົງ​ເອງ​ແດ່​ພຣະເຈົ້າ ໂດຍ​ພຣະວິນຍານ​ຜູ້​ຊົງ​ຕັ້ງ​ຢູ່​ເປັນນິດ ເປັນ​ເຄື່ອງ​ບູຊາ​ປາສະຈາກ​ຕຳໜິ ກໍ​ຈະ​ຊົງ​ຊຳລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ເຮົາ​ທັງຫລາຍ ໃຫ້​ພົ້ນ​ຈາກ​ກິດຈະການ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ເພື່ອ​ຫັນ​ໄປ​ຮັບໃຊ້​ພຣະເຈົ້າ​ຜູ້​ຊົງພຣະຊົນ​ຢູ່.</verse>
				<verse number="15">ເພາະ​ເຫດ​ນີ້, ພຣະອົງ​ຈຶ່ງ​ຊົງ​ເປັນ​ຜູ້​ກາງ​ແຫ່ງ​ພັນທະສັນຍາ​ໃໝ່ ເພື່ອ​ໃຫ້​ຄົນ​ທັງຫລາຍ​ທີ່​ພຣະອົງ​ຊົງ​ເອີ້ນ​ມາ ໄດ້​ຮັບ​ມໍຣະດົກ​ຕະຫລອດໄປ ຕາມ​ທີ່​ຊົງ​ສັນຍາ​ໄວ້ ເພາະ​ຄວາມ​ຕາຍ​ນັ້ນ​ໄຖ່​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ບາບ ທີ່​ເກີດ​ໃຕ້​ພັນທະສັນຍາ​ເດີມ.</verse>
				<verse number="16">ເພາະວ່າ​ໃນ​ກໍລະນີ​ທີ່​ກ່ຽວກັບ​ໜັງສື​ພິໄນກຳ ກໍ​ຈະ​ຕ້ອງ​ພິສູດ​ວ່າ​ຜູ້​ເຮັດ​ໜັງສື​ນັ້ນ​ຕາຍ​ແລ້ວ.</verse>
				<verse number="17">ຄົນ​ນັ້ນ​ຕ້ອງ​ຕາຍ​ເສຍ​ກ່ອນ ໜັງສື​ພິໄນກຳ​ຈຶ່ງ​ຈະ​ໃຊ້​ໄດ້ ເພາະ​ຖ້າ​ຜູ້​ທີ່​ເຮັດ​ໜັງສື​ນັ້ນ​ຍັງ​ມີ​ຊີວິດ​ຢູ່ ໜັງສື​ພິໄນກຳ​ນັ້ນ ກໍ​ຍັງ​ໃຊ້​ການ​ບໍ່ໄດ້.</verse>
				<verse number="18">ເພາະສະນັ້ນ ເຖິງ​ແມ່ນ​ພັນທະສັນຍາ​ເດີມ ກໍ​ບໍ່ໄດ້​ຊົງ​ຕັ້ງ​ຂຶ້ນ​ໂດຍ​ປາສະຈາກ​ເລືອດ.</verse>
				<verse number="19">ເພາະວ່າ​ໂມເຊ​ໄດ້​ປະກາດ​ຄຳສັ່ງ​ທຸກ​ຂໍ້ ໃນ​ກົດບັນຍັດ​ແກ່​ໄພ່ພົນ​ທັງໝົດ​ແລ້ວ ເພິ່ນ​ກໍໄດ້​ເອົາ​ເລືອດ​ລູກ​ງົວເຖິກ​ແລະ​ເລືອດ​ແບ້ເຖິກ​ປົນ​ໃສ່​ນໍ້າ ແລ້ວ​ເອົາ​ຂົນແກະ​ສີແດງ​ແລະ​ໃບ​ຫູສົບ​ມັດ​ໜຶ່ງ ມາ​ຈຸ່ມ​ແລະ​ຊິດ​ໃສ່​ໜັງສື​ມ້ວນ​ນັ້ນ ແລະ​ຊິດ​ໃສ່​ໄພ່ພົນ​ທັງໝົດ.</verse>
				<verse number="20">ເພິ່ນ​ກ່າວ​ວ່າ, “ນີ້​ແຫຼະ ຄື​ເລືອດ​ແຫ່ງ​ພັນທະສັນຍາ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ສັ່ງ​ໄວ້​ໃຫ້​ແກ່​ເຈົ້າ​ທັງຫຼາຍ.”</verse>
				<verse number="21">ໃນທຳນອງ​ດຽວກັນ​ນັ້ນ ເພິ່ນ​ກໍໄດ້​ເອົາ​ເລືອດ​ຊິດ​ໃສ່​ຫໍເຕັນ​ສັກສິດ​ກັບ​ເຄື່ອງໃຊ້​ໃນ​ພິທີ​ນະມັດສະການ​ທຸກ​ຊະນິດ​ເໝືອນກັນ.</verse>
				<verse number="22">ທີ່​ຈິງ​ຕາມ​ກົດບັນຍັດ​ແລ້ວ ແມ່ນ​ເກືອບ​ທຸກໆ​ສິ່ງ​ຕ້ອງ​ຊຳລະ​ດ້ວຍ​ເລືອດ ແລະ​ຖ້າ​ບໍ່ມີ​ເລືອດ​ໄຫລ​ອອກ​ແລ້ວ ການ​ໃຫ້​ອະໄພ​ບາບກຳ​ກໍ​ບໍ່ມີ.</verse>
				<verse number="23">ເພາະ​ສະນັ້ນ ສິ່ງຂອງ​ໃນ​ໂລກນີ້​ທີ່​ສ້າງ​ຂຶ້ນ​ຕາມ​ແບບ​ຢ່າງ​ໃນ​ສະຫວັນ ຈຳເປັນ​ຕ້ອງ​ຖືກ​ຊຳລະ​ໃຫ້​ບໍຣິສຸດ ໂດຍ​ເຄື່ອງ​ບູຊາ​ອັນ​ປະເສີດ​ຫລາຍກວ່າ​ອີກ.</verse>
				<verse number="24">ເພາະວ່າ ພຣະຄຣິດ​ບໍ່ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຖານ​ສັກສິດ ທີ່​ຖືກ​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ​ຕາມ​ແບບຢ່າງ​ໃນ​ສະຫວັນ ແຕ່​ເວລາ​ນີ້ ພຣະອົງ​ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຫວັນ ເພື່ອ​ເຂົ້າ​ເຝົ້າ​ພຣະເຈົ້າ​ແທນ​ພວກເຮົາ.</verse>
				<verse number="25">ພຣະອົງ​ບໍ່​ຕ້ອງ​ເຂົ້າ​ໄປ​ຖວາຍບູຊາ​ພຣະອົງ​ເອງ​ຫລາຍ​ເທື່ອ ເໝືອນ​ດັ່ງ​ປະໂຣຫິດ​ທີ່​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ​ທຸກໆ​ປີ ແລະ​ນຳ​ເລືອດ​ໂດຍ​ບໍ່ແມ່ນ​ເລືອດ​ຂອງ​ຕົນເອງ​ເຂົ້າ​ໄປ​ຖວາຍ,</verse>
				<verse number="26">ເພາະ​ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ຄົງ​ຈະ​ຕ້ອງ​ທົນທຸກ​ທໍລະມານ​ຫລາຍ​ເທື່ອ ນັບ​ຕັ້ງແຕ່​ວາງ​ຮາກ​ສ້າງ​ໂລກ​ມາ. ແຕ່​ບັດນີ້ ພຣະອົງ​ໄດ້​ມາ​ປາກົດ ເພື່ອ​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງ​ບູຊາ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ​ເພື່ອ​ໄຖ່​ຄວາມ​ບາບ.</verse>
				<verse number="27">ມະນຸດ​ທຸກຄົນ​ຖືກ​ຊົງ​ກຳນົດ​ໄວ້​ແລ້ວ​ວ່າ, ຈະ​ຕ້ອງ​ຕາຍ​ເທື່ອ​ດຽວ ແລະ​ຫລັງຈາກ​ນັ້ນ​ຈະ​ຖືກ​ມີ​ການ​ພິພາກສາ​ສັນໃດ</verse>
				<verse number="28">ພຣະຄຣິດ​ກໍ​ສັນນັ້ນ ໄດ້​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງ​ບູຊາ​ເທື່ອ​ດຽວ ເພື່ອ​ລຶບລ້າງ​ບາບກຳ​ຂອງ​ຄົນ​ຈຳນວນ​ຫລວງຫລາຍ. ພຣະອົງ​ຈະ​ມາ​ປາກົດ​ເທື່ອ​ທີ​ສອງ​ໂດຍ​ບໍ່​ກ່ຽວກັບ​ຄວາມ​ບາບ ແຕ່​ເພື່ອ​ໂຜດ​ຊ່ວຍ​ເອົາ​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ​ດ້ວຍ​ໃຈ​ຮ້ອນຮົນ​ໃຫ້​ໄດ້​ຮັບ​ຄວາມ​ພົ້ນ.</verse>
			</chapter>
			<chapter number="10">
				<verse number="1">ດ້ວຍວ່າ, ກົດບັນຍັດ​ນັ້ນ ເປັນ​ພຽງແຕ່​ເງົາ ທີ່​ເລັງ​ເຖິງ​ສິ່ງ​ປະເສີດ​ທັງຫລາຍ ທີ່​ຈະ​ມາ​ພາຍໜ້າ​ນັ້ນ ແລະ​ບໍ່ແມ່ນ​ຕົວຈິງ​ຂອງ​ສິ່ງ​ເຫຼົ່ານັ້ນ, ເຄື່ອງ​ບູຊາ​ທີ່​ເຂົາ​ຖວາຍ​ທຸກ​ປີ​ສະເໝີ​ມາ ຕາມ​ກົດບັນຍັດ​ນັ້ນ ບໍ່​ສາມາດ​ເຮັດ​ໃຫ້​ຜູ້​ທີ່​ມາ​ເຂົ້າ​ເຝົ້າ​ພຣະເຈົ້າ​ເຖິງ​ທີ່​ສຳເລັດ​ຄົບຖ້ວນ​ໄດ້​ຈັກເທື່ອ</verse>
				<verse number="2">ເພາະ​ຖ້າ​ເປັນ​ໄດ້ ພວກເຂົາ​ຄົງ​ໄດ້​ຢຸດ​ການ​ຖວາຍ​ເຄື່ອງ​ບູຊາ​ແລ້ວ​ບໍ່ແມ່ນ​ບໍ? ຖ້າ​ຜູ້​ນະມັດສະການ​ນັ້ນ ໄດ້​ຮັບ​ການ​ຊຳລະ​ລ້າງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ​ແລ້ວ ຄົນ​ເຫຼົ່ານັ້ນ​ຄົງ​ຈະ​ບໍ່​ຮູ້ສຶກ​ວ່າ​ມີ​ບາບ​ອີກ​ຕໍ່ໄປ.</verse>
				<verse number="3">ແຕ່​ການ​ຖວາຍ​ເຄື່ອງ​ບູຊາ​ຕ່າງໆ​ນັ້ນ ເປັນ​ການ​ເຕືອນ​ໃຫ້​ລະນຶກເຖິງ​ຄວາມ​ບາບ​ທຸກໆ​ປີ.</verse>
				<verse number="4">ດ້ວຍວ່າ, ເລືອດ​ງົວເຖິກ​ແລະ​ເລືອດ​ແບ້ ບໍ່​ສາມາດ​ຊຳລະ​ຄວາມ​ບາບ​ໃຫ້​ໝົດ​ສິ້ນ​ໄປ​ໄດ້​ຈັກເທື່ອ.</verse>
				<verse number="5">ເພາະສະນັ້ນ ໃນ​ເວລາ​ທີ່​ພຣະຄຣິດ​ໄດ້​ສະເດັດ​ເຂົ້າ​ມາ​ໃນ​ໂລກ ພຣະອົງ​ຊົງ​ກ່າວ​ວ່າ, “ເຄື່ອງ​ບູຊາ​ກັບ​ເຄື່ອງ​ຖວາຍ​ພຣະອົງ​ບໍ່​ປະສົງ ແຕ່​ພຣະອົງ​ຊົງ​ໄດ້​ຈັດຕຽມ​ຮ່າງກາຍ​ໄວ້​ສຳລັບ​ຂ້ານ້ອຍ.</verse>
				<verse number="6">ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ ລຶບລ້າງ​ບາບ​ນັ້ນ ພຣະອົງ​ບໍ່​ຊົງ​ພໍພຣະໄທ</verse>
				<verse number="7">ເມື່ອນັ້ນ ຂ້ານ້ອຍ​ຈຶ່ງ​ທູນ​ວ່າ, ‘ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ໄດ້​ມາ​ເພື່ອ​ຈະ​ເຮັດ ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ ຕາມ​ທີ່​ມີ​ເລື່ອງ​ຂອງ​ຂ້ານ້ອຍ ຂຽນ​ໄວ້​ໃນ​ໜັງສື​ມ້ວນ​ນັ້ນ.”’</verse>
				<verse number="8">ເມື່ອ​ພຣະອົງ​ຊົງ​ກ່າວ​ແລ້ວ​ວ່າ, “ເຄື່ອງ​ບູຊາ ແລະ​ເຄື່ອງ​ຖວາຍ” ກັບ “ເຄື່ອງ​ເຜົາບູຊາ​ແລະ​ເຄື່ອງ​ບູຊາ​ລຶບລ້າງ​ບາບ ທີ່​ເຂົາ​ໄດ້​ບູຊາ​ຕາມ​ກົດບັນຍັດ​ນັ້ນ ພຣະອົງ​ບໍ່​ຊົງ​ປະສົງ​ແລະ​ບໍ່​ຊົງ​ພໍພຣະໄທ.”</verse>
				<verse number="9">ຕໍ່ມາ​ພຣະອົງ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ໄດ້​ມາ ເພື່ອ​ປະຕິບັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ.” ພຣະອົງ​ຈຶ່ງ​ຍົກເລີກ​ການ​ຖວາຍບູຊາ​ແບບ​ເດີມ​ນັ້ນ​ເສຍ ແລະ​ໄດ້​ຕັ້ງ​ພຣະຄຣິດ​ເປັນ​ເຄື່ອງ​ບູຊາ​ແທນ.</verse>
				<verse number="10">ແລະ​ໂດຍ​ນໍ້າພຣະໄທ​ນັ້ນ​ແຫຼະ ພວກເຮົາ​ຈຶ່ງ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍຣິສຸດ ດ້ວຍ​ການ​ຖວາຍ​ພຣະກາຍ​ຂອງ​ພຣະເຢຊູ​ຄຣິດເຈົ້າ​ເທື່ອ​ດຽວ​ເທົ່ານັ້ນ​ເປັນ​ການ​ສິ້ນສຸດ.</verse>
				<verse number="11">ຝ່າຍ​ປະໂຣຫິດ​ທຸກຄົນ ກໍ​ປະຕິບັດ​ໜ້າທີ່​ຂອງຕົນ​ທຸກ​ວັນ ແລະ​ນຳ​ເຄື່ອງ​ບູຊາ​ແບບ​ດຽວກັນ​ມາ​ຖວາຍ​ເລື້ອຍໆ ແຕ່​ເຄື່ອງ​ບູຊາ​ເຫຼົ່ານັ້ນ ບໍ່​ສາມາດ​ຊຳລະ​ບາບກຳ​ໃຫ້​ໝົດ​ສິ້ນ​ໄປ​ໄດ້​ຈັກເທື່ອ.</verse>
				<verse number="12">ແຕ່​ເມື່ອ​ພຣະຄຣິດ​ໄດ້​ຖວາຍ​ເຄື່ອງ​ບູຊາ​ຄັ້ງ​ດຽວ ເພື່ອ​ຊຳລະ​ລ້າງ​ບາບກຳ​ແລ້ວ ເປັນ​ການ​ຖວາຍ​ຊຶ່ງ​ນຳ​ໃຊ້​ໄດ້​ຕະຫລອດໄປ, ແລ້ວ​ພຣະອົງ​ກໍ​ນັ່ງ​ລົງ​ທີ່​ເບື້ອງ​ຂວາ​ພຣະຫັດ​ຂອງ​ພຣະເຈົ້າ.</verse>
				<verse number="13">ພຣະອົງ​ລໍຄອຍ ຈົນເຖິງ​ເວລາ​ທີ່​ພຣະເຈົ້າ​ປາບ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ ໃຫ້​ໝູບ​ຢູ່​ໃຕ້​ຕີນ​ຂອງ​ພຣະອົງ.</verse>
				<verse number="14">ເພາະ​ດ້ວຍ​ການ​ຖວາຍບູຊາ​ຄັ້ງ​ດຽວ ພຣະອົງ​ໄດ້​ຊົງ​ໂຜດ​ຄົນ​ທັງຫລາຍ ທີ່​ຊົງ​ຊຳລະ​ເປັນ​ບໍຣິສຸດ​ນັ້ນ ໃຫ້​ເຖິງ​ທີ່​ສຳເລັດ​ຊົ່ວ​ນິຣັນດອນ.</verse>
				<verse number="15">ຝ່າຍ​ພຣະວິນຍານ​ບໍຣິສຸດເຈົ້າ ກໍ​ເປັນ​ພະຍານ​ໃຫ້​ແກ່​ພວກເຮົາ​ເໝືອນກັນ ເພາະ​ພຣະອົງ​ໄດ້​ຊົງ​ກ່າວ​ໄວ້​ແລ້ວ​ວ່າ,</verse>
				<verse number="16">“ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, ‘ອັນ​ນີ້​ແມ່ນ​ພັນທະສັນຍາ ທີ່​ເຮົາ​ຈະ​ເຮັດ​ກັບ​ເຂົາ​ເຫຼົ່ານັ້ນ ຄື​ໃນ​ວັນ​ທັງຫລາຍ​ຈະ​ມາ​ເຖິງ​ນັ້ນ ເຮົາ​ຈະ​ເອົາ​ກົດບັນຍັດ​ຂອງເຮົາ ໃສ່​ໄວ້​ໃນ​ຈິດໃຈ​ຂອງ​ພວກເຂົາ ແລະ​ຂຽນ​ຂໍ້ຄວາມ​ໃສ່​ເທິງ ຫົວໃຈ​ຂອງ​ເຂົາເຈົ້າ.”’</verse>
				<verse number="17">ພຣະອົງ​ຍັງ​ຊົງ​ກ່າວ​ຕໍ່ໄປ​ວ່າ, “ເຮົາ​ຈະ​ບໍ່​ຈົດຈຳ​ຄວາມ​ບາບ ແລະ​ການ​ອະທຳ​ຂອງ​ພວກເຂົາ​ຕໍ່ໄປ​ອີກ​ຈັກເທື່ອ.”</verse>
				<verse number="18">ດັ່ງນັ້ນ ເມື່ອ​ພຣະເຈົ້າ​ຊົງ​ຍົກ​ຄວາມ​ບາບ​ໃຫ້​ແລ້ວ ກໍ​ບໍ່​ຈຳເປັນ​ຕ້ອງ​ຖວາຍ​ເຄື່ອງ​ບູຊາ​ລຶບລ້າງ​ບາບກຳ​ອີກ​ຕໍ່ໄປ.</verse>
				<verse number="19">ເພາະ​ສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ພວກເຮົາ​ຈຶ່ງ​ມີ​ໃຈ​ກ້າ ທີ່​ຈະ​ເຂົ້າ​ໄປ​ໃນ​ສະຖານ​ອັນ​ສັກສິດ​ທີ່ສຸດ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະເຢຊູເຈົ້າ</verse>
				<verse number="20">ຕາມ​ທາງ​ໃໝ່​ຊຶ່ງ​ມີ​ຊີວິດ ທີ່​ພຣະອົງ​ໄດ້​ຊົງ​ໄຂ​ອອກ​ໃຫ້​ພວກເຮົາ​ຜ່ານ​ເຂົ້າ​ໄປ​ທາງ​ຜ້າກັ້ງ​ນັ້ນ ຄື​ທາງ​ພຣະກາຍ​ຂອງ​ພຣະອົງ.</verse>
				<verse number="21">ເມື່ອ​ພວກເຮົາ​ມີ​ພຣະ​ມະຫາ​ປະໂຣຫິດ ຜູ້​ທີ່​ຮັບຜິດຊອບ​ວິຫານ​ຂອງ​ພຣະເຈົ້າ​ແລ້ວ.</verse>
				<verse number="22">ດັ່ງນັ້ນ ຈົ່ງ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ດ້ວຍ​ຄວາມ​ຈິງໃຈ ແລະ​ດ້ວຍ​ຄວາມ​ເຊື່ອໝັ້ນ​ອັນ​ເຕັມ​ບໍຣິບູນ ດ້ວຍ​ໃຈ​ທີ່​ໄດ້​ຮັບ​ການ​ຊຳລະ​ຈາກ​ຄວາມ​ຮູ້ສຶກ​ຕົວ​ວ່າ​ມີ​ບາບກຳ ແລະ​ມີ​ຮ່າງກາຍ​ທີ່​ໄດ້​ຊຳລະລ້າງ​ແລ້ວ​ດ້ວຍ​ນໍ້າ​ບໍຣິສຸດ.</verse>
				<verse number="23">ຈົ່ງ​ຢຶດໝັ້ນ​ຢູ່​ກັບ​ຄວາມຫວັງ​ທີ່​ພວກເຮົາ​ປະກາດ​ຕົວ​ວ່າ ໄດ້​ຮັບ​ໄວ້​ແລ້ວ​ນັ້ນ ຢ່າ​ໃຫ້​ຫວັ່ນໄຫວ, ເພາະວ່າ ພຣະອົງ​ຜູ້​ຊົງ​ປະທານ​ພຣະສັນຍາ​ນັ້ນ​ກໍ​ຊົງ​ສັດຊື່.</verse>
				<verse number="24">ຈົ່ງ​ຫ່ວງໃຍ​ຊຶ່ງກັນແລະກັນ ຈົ່ງ​ໜູນ​ນໍ້າໃຈ​ຊຶ່ງກັນແລະກັນ​ໃຫ້​ມີ​ຄວາມຮັກ ແລະ​ໃຫ້​ເຮັດ​ຄຸນງາມ​ຄວາມດີ.</verse>
				<verse number="25">ຢ່າ​ປະການ​ນະມັດສະການ ເໝືອນ​ຢ່າງ​ບາງຄົນ​ເຄີຍ​ປະ​ນັ້ນ ແຕ່​ຈົ່ງ​ໜູນໃຈ​ກັນ​ໃຫ້​ຫລາຍກວ່າ​ເກົ່າ​ອີກ ເພາະ​ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ວັນ​ນັ້ນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ.</verse>
				<verse number="26">ດ້ວຍວ່າ, ຖ້າ​ພວກເຮົາ​ໄດ້​ຮັບ​ຄວາມຮູ້​ເລື່ອງ​ຄວາມຈິງ​ແລ້ວ ແຕ່​ຍັງ​ເຈດຕະນາ​ເຮັດ​ບາບ​ຢູ່ ເຄື່ອງ​ບູຊາ​ລຶບລ້າງ​ບາບ​ກໍ​ຈະ​ບໍ່ມີ​ເຫຼືອ​ຢູ່​ຕໍ່ໄປ.</verse>
				<verse number="27">ເຫຼືອ​ແຕ່​ຄວາມ​ຢ້ານກົວ​ອັນ​ພິລຶກ ໃນ​ການ​ລໍ​ຖ້າ​ການ​ພິພາກສາ​ລົງໂທດ ແລະ​ໄຟ​ອັນ​ຮ້ອນກ້າ​ທີ່​ຈະ​ເຜົາຜານ​ບັນດາ​ຄົນ​ທີ່​ຕໍ່ສູ້​ພຣະເຈົ້າ.</verse>
				<verse number="28">ຄົນ​ທີ່​ລະເມີດ​ກົດບັນຍັດ​ຂອງ​ໂມເຊ​ນັ້ນ ຖ້າ​ມີ​ພະຍານ​ສອງ ຫລື​ສາມ​ປາກ ກໍ​ຈະ​ຕ້ອງ​ຕາຍ​ໂດຍ​ບໍ່ມີ​ຄວາມ​ເມດຕາ.</verse>
				<verse number="29">ພວກເຈົ້າ​ຈົ່ງ​ຄິດ​ເບິ່ງ​ວ່າ ຄົນ​ທີ່​ຢຽບຢໍ່າ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ຖື​ພຣະ​ໂລຫິດ​ແຫ່ງ​ພັນທະສັນຍາ ຊຶ່ງ​ຊຳລະ​ຕົວ​ໃຫ້​ບໍຣິສຸດ​ວ່າ​ເປັນ​ສິ່ງ​ຊົ່ວຊ້າ ກັບ​ທັງ​ປະໝາດ​ພຣະວິນຍານ​ຜູ້​ຊົງ​ພຣະຄຸນ​ນັ້ນ ຄວນ​ຈະ​ຖືກ​ລົງໂທດ​ຫລາຍກວ່າ​ຄົນ​ເຫຼົ່ານັ້ນ​ຈັກ​ເທົ່າ​ໃດ?</verse>
				<verse number="30">ເພາະ​ພວກເຮົາ​ໄດ້​ຮູ້ຈັກ​ພຣະອົງ​ຜູ້​ຊົງ​ກ່າວ​ວ່າ, “ການ​ແກ້ແຄ້ນ​ເປັນ​ທຸລະ​ຂອງເຮົາ ຝ່າຍ​ເຮົາ​ຈະ​ຕອບ​ແທນ.” ແລະ​ໄດ້​ຊົງ​ກ່າວ​ອີກ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ພິພາກສາ​ພົນລະເມືອງ​ຂອງ​ພຣະອົງ.”</verse>
				<verse number="31">ການ​ຕົກ​ຢູ່​ໃນ​ເງື້ອມມື​ຂອງ​ພຣະເຈົ້າ ອົງ​ຊົງ​ຊີວິດ​ຢູ່​ນັ້ນ ເປັນ​ສິ່ງ​ທີ່​ໜ້າຢ້ານກົວ​ຢ່າງ​ໃຫຍ່ຫລວງ.</verse>
				<verse number="32">ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກເຈົ້າ​ໃນ​ຄາວ​ກ່ອນ​ນັ້ນ ຫລັງຈາກ​ທີ່​ພວກເຈົ້າ​ໄດ້​ຮັບ​ແສງ​ສະຫວ່າງ​ຂອງ​ພຣະເຈົ້າ​ແລ້ວ ພວກເຈົ້າ​ໄດ້​ອົດທົນ​ຕໍ່​ຄວາມ​ຍາກ​ລຳບາກ​ຫລາຍ​ປະການ.</verse>
				<verse number="33">ບາງ​ເທື່ອ ພວກເຈົ້າ​ກໍ​ຖືກ​ຄົນ​ໝິ່ນປະໝາດ​ປະຈານ​ຂາຍໜ້າ ແລະ​ຖືກ​ຄົນ​ຂົ່ມເຫັງ​ໃຫ້​ປະຊາຊົນ​ເບິ່ງ ແລະ​ບາງ​ເທື່ອ ພວກເຈົ້າ​ກໍໄດ້​ເຂົ້າ​ຮ່ວມ​ທຸກ​ກັບ​ຄົນ​ທີ່​ຖືກ​ການ​ຢ່າງ​ດຽວກັນ​ນັ້ນ.</verse>
				<verse number="34">ພວກເຈົ້າ​ໄດ້​ເຂົ້າ​ສ່ວນ​ທົນທຸກ​ກັບ​ຄົນ​ທີ່​ຖືກ​ຄຸມຂັງ ແລະ​ເມື່ອ​ມີ​ຄົນ​ປຸ້ນ​ເອົາ​ຊັບ​ສິ່ງຂອງ ຂອງ​ພວກເຈົ້າ​ໄປ ພວກເຈົ້າ​ກໍ​ຍອມ​ໃຫ້​ເຂົາ​ເອົາ​ໄປ​ດ້ວຍ​ໃຈ​ຍິນດີ ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ຕົນ​ຍັງ​ມີ​ສິ່ງ​ທີ່​ດີກວ່າ ແລະ​ຕັ້ງ​ຢູ່​ຕະຫລອດໄປ​ເປັນນິດ.</verse>
				<verse number="35">ດັ່ງນັ້ນ ຢ່າ​ໄດ້​ປະຖິ້ມ​ຄວາມ​ໝັ້ນໃຈ​ຂອງ​ພວກເຈົ້າ ເພາະ​ສິ່ງ​ນັ້ນ​ນຳ​ໄປ​ສູ່​ບຳເໜັດ​ອັນ​ຍິ່ງໃຫຍ່.</verse>
				<verse number="36">ພວກເຈົ້າ​ຈຳເປັນ​ຕ້ອງ​ມີ​ຄວາມ​ອົດທົນ ເພື່ອ​ວ່າ, ເມື່ອ​ໄດ້​ເຮັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ​ແລ້ວ ກໍ​ຈະ​ໄດ້​ຮັບ​ຕາມ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້.</verse>
				<verse number="37">ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ອີກ​ບໍ່​ດົນ ບໍ່​ນານ​ເທົ່າ​ໃດ ພຣະອົງ​ຜູ້​ທີ່​ຈະ​ສະເດັດ​ມາ ກໍ​ຈະ​ສະເດັດ​ມາ ແລະ​ຈະ​ບໍ່​ຊັກຊ້າ.</verse>
				<verse number="38">ແຕ່​ຄົນ​ຊອບທຳ​ຂອງເຮົາ ຈະ​ມີ​ຊີວິດ​ຢູ່​ດ້ວຍ​ຄວາມເຊື່ອ ຖ້າ​ຄົນ​ໃດ​ຫາກ​ຫລົບ​ຖອຍຫລັງ ເຮົາ​ຈະ​ບໍ່​ພໍໃຈ​ໃນ​ຄົນ​ນັ້ນ.”</verse>
				<verse number="39">ສ່ວນ​ພວກເຮົາ ບໍ່​ຢູ່​ຝ່າຍ​ຄົນ​ທີ່​ຫລົບ​ຖອຍ​ຫລັງ ຈົນເຖິງ​ຄວາມ​ຈິບຫາຍ​ເສຍ ແຕ່​ຢູ່​ຝ່າຍ​ຄົນ​ທີ່​ມີ​ຄວາມເຊື່ອ ຈຶ່ງ​ຮັກສາ​ຊີວິດ​ແລະ​ຈິດໃຈ​ຂອງຕົນ​ໄວ້​ໃຫ້​ພົ້ນ​ໄດ້.</verse>
			</chapter>
			<chapter number="11">
				<verse number="1">ອັນ​ໜຶ່ງ​ຄວາມເຊື່ອ​ຄື​ຄວາມ​ແນ່ນອນ​ໃຈ ໃນ​ສິ່ງ​ທີ່​ເຮົາ​ຫວັງ​ໄວ້ ເປັນ​ຄວາມ​ຕາຍ​ໃຈ ເຖິງ​ສິ່ງ​ທີ່​ຍັງ​ບໍ່​ເຫັນ​ກັບ​ຕາ.</verse>
				<verse number="2">ເພາະ​ໂດຍ​ຄວາມເຊື່ອ​ແບບ​ນີ້​ເອງ ທີ່​ຄົນ​ໃນ​ສະໄໝ​ບູຮານ​ໄດ້​ຮັບ​ຄຳ​ເຫັນຊອບ​ຈາກ​ພຣະເຈົ້າ.</verse>
				<verse number="3">ແມ່ນ​ໂດຍ​ຄວາມເຊື່ອ​ແບບ​ນີ້ ພວກເຮົາ​ຈຶ່ງ​ເຂົ້າໃຈ​ວ່າ​ໂລກ​ຈັກກະວານ​ນີ້​ໄດ້​ຖືກ​ສ້າງ​ຂຶ້ນ​ໂດຍ​ພຣະທຳ​ຂອງ​ພຣະເຈົ້າ. ດັ່ງນັ້ນ ສິ່ງ​ທີ່​ຕາ​ເຫັນ​ຢູ່​ກໍ​ເປັນ​ມາ​ຈາກ​ສິ່ງ​ທີ່​ບໍ່​ປາກົດ​ໃຫ້​ເຫັນ.</verse>
				<verse number="4">ເພາະ​ອາເບັນ​ມີ​ຄວາມເຊື່ອ​ແບບ​ນີ້ ຈຶ່ງ​ໄດ້​ນຳ​ເອົາ​ເຄື່ອງ​ບູຊາ​ອັນ​ຖືກຕ້ອງ​ກວ່າ​ເຄື່ອງ​ບູຊາ​ຂອງ​ກາອິນ ມາ​ຖວາຍ​ແດ່​ພຣະເຈົ້າ ຊຶ່ງ​ເຮັດ​ໃຫ້​ເພິ່ນ​ໄດ້​ຮັບ​ຄຳ​ເຫັນຊອບ​ຈາກ​ພຣະເຈົ້າ​ວ່າ ເປັນ​ຄົນ​ຊອບທຳ ພຣະເຈົ້າ​ກໍໄດ້​ຊົງ​ເປັນ​ພະຍານ​ແກ່​ເຄື່ອງຖວາຍ​ຂອງ​ເພິ່ນ. ເຖິງ​ແມ່ນ​ວ່າ​ອາເບັນ​ຕາຍ​ແລ້ວ​ກໍ​ຈິງ ແຕ່​ເພາະ​ມີ​ຄວາມເຊື່ອ​ເພິ່ນ​ຈຶ່ງ​ຍັງ​ເວົ້າ​ຢູ່.</verse>
				<verse number="5">ເພາະ​ເອນົກ​ມີ​ຄວາມເຊື່ອ​ແບບ​ນີ້ ພຣະເຈົ້າ​ຈຶ່ງ​ຊົງ​ຮັບ​ເພິ່ນ​ຂຶ້ນ​ໄປ ເພື່ອ​ບໍ່​ໃຫ້​ເພິ່ນ​ພົບ​ກັບ​ຄວາມ​ຕາຍ ແລະ​ບໍ່ມີ​ຜູ້ໃດ​ພົບ​ເຫັນ​ເພິ່ນ ເພາະ​ພຣະເຈົ້າ​ຊົງ​ຮັບ​ເອົາ​ເພິ່ນ​ໄປ​ແລ້ວ. ອັນ​ໜຶ່ງ ກ່ອນ​ທີ່​ຊົງ​ຮັບ​ເອົາ​ເພິ່ນ​ຂຶ້ນ​ໄປ​ນັ້ນ ມີ​ຜູ້​ເປັນ​ພະຍານ​ວ່າ​ເພິ່ນ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.</verse>
				<verse number="6">ແຕ່​ຖ້າ​ບໍ່ມີ​ຄວາມເຊື່ອ​ແລ້ວ ຈະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ​ບໍ່ໄດ້. ດ້ວຍວ່າ, ຜູ້​ທີ່​ເຂົ້າ​ມາ​ເຝົ້າ​ພຣະເຈົ້າ​ໄດ້​ນັ້ນ ຕ້ອງ​ເຊື່ອ​ວ່າ​ພຣະອົງ​ຊົງພຣະຊົນ​ຢູ່ ແລະ​ພຣະອົງ​ຊົງ​ເປັນ​ຜູ້​ປະທານ​ລາງວັນ ໃຫ້​ແກ່​ຜູ້​ທີ່​ສະແຫວງ​ຫາ​ພຣະອົງ.</verse>
				<verse number="7">ເພາະ​ໂນອາ​ມີ​ຄວາມເຊື່ອ​ແບບ​ນີ້ ພຣະເຈົ້າ​ຈຶ່ງ​ຊົງ​ຕັກເຕືອນ​ໃຫ້​ຮູ້​ເຖິງ​ເຫດການ​ທີ່​ຍັງ​ບໍ່​ປາກົດ ເພິ່ນ​ຈຶ່ງ​ຢຳເກງ​ແລະ​ສ້າງ​ເຮືອ ເພື່ອ​ໃຫ້​ຄອບຄົວ​ຂອງຕົນ​ພົ້ນ​ຈາກ​ຄວາມ​ຕາຍ ດ້ວຍເຫດນີ້ ເພິ່ນ​ຈຶ່ງ​ຕັດສິນ​ລົງໂທດ​ໃສ່​ມະນຸດ​ສະໂລກ ແລະ​ໄດ້​ກາຍເປັນ​ຜູ້​ຮັບ​ມໍຣະດົກ ຄື​ຄວາມ​ຊອບທຳ ຊຶ່ງ​ເກີດ​ມາ​ຈາກ​ຄວາມເຊື່ອ.</verse>
				<verse number="8">ເພາະ​ອັບຣາຮາມ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ພຣະເຈົ້າ​ຊົງ​ເອີ້ນ​ໃຫ້​ເພິ່ນ​ອອກ​ເດີນທາງ​ໄປ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ວ່າ ຈະ​ມອບ​ໃຫ້​ເພິ່ນ ເພິ່ນ​ໄດ້​ເຊື່ອຟັງ ແລະ​ອອກ​ຈາກ​ບ້ານເກີດ​ເມືອງນອນ​ຂອງຕົນ​ໄປ ໂດຍ​ບໍ່​ຮູ້​ເລີຍ​ວ່າ​ຕົນ​ຈະ​ໄປ​ໃສ.</verse>
				<verse number="9">ເພາະ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ທີ່​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້​ແກ່​ຕົນ​ນັ້ນ ເໝືອນ​ດັ່ງ​ຄົນ​ຕ່າງດ້າວ ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ຜ້າເຕັນ​ດ້ວຍ​ກັນ​ກັບ​ອີຊາກ​ແລະ​ຢາໂຄບ ຜູ້​ທີ່​ໄດ້​ຮັບ​ພຣະສັນຍາ​ເປັນ​ມໍຣະດົກ​ອັນ​ດຽວກັນ.</verse>
				<verse number="10">ເພິ່ນ​ໄດ້​ລໍຄອຍ​ນະຄອນ​ທີ່​ຕັ້ງ​ຢູ່​ເທິງ​ຮາກຖານ ຊຶ່ງ​ພຣະເຈົ້າ​ຊົງ​ເປັນ​ນາຍຊ່າງ ແລະ​ຊົງ​ເປັນ​ຜູ້​ສ້າງ​ຂຶ້ນ.</verse>
				<verse number="11">ເພາະ​ເພິ່ນ​ມີ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ມີ​ກຳລັງ​ໃຫ້​ບັງເກີດ​ເຊື້ອສາຍ ເມື່ອ​ອາຍຸ​ແກ່​ເກີນ​ແລ້ວ ແລະ​ນາງ​ຊາຣາ​ກໍ​ເປັນ​ໝັນ ແຕ່​ອັບຣາຮາມ​ກໍ​ຖື​ວ່າ ພຣະອົງ​ຜູ້​ຊົງ​ສັນຍາ​ນັ້ນ​ເປັນ​ຜູ້​ສັດຊື່.</verse>
				<verse number="12">ເຫດສະນັ້ນ ຈາກ​ຊາຍ​ຄົນ​ດຽວ ຊຶ່ງ​ເກືອບ​ຈະ​ກ່າວ​ໄດ້​ວ່າ ເໝືອນ​ຄົນ​ທີ່​ຕາຍ​ແລ້ວ​ນັ້ນ ກໍ​ມີ​ຜູ້​ສືບ​ເຊື້ອສາຍ​ເກີດ​ມາ​ຢ່າງ​ຫລວງຫລາຍ ເໝືອນ​ດວງດາວ​ໃນ​ທ້ອງຟ້າ ແລະ​ເໝືອນ​ເມັດ​ຊາຍ​ທີ່​ນັບ​ບໍ່​ຖ້ວນ​ຢູ່​ແຄມ​ທະເລ.</verse>
				<verse number="13">ສ່ວນ​ຄົນ​ເຫຼົ່ານັ້ນ ໄດ້​ຕາຍໄປ​ໃນ​ຂະນະທີ່​ມີ​ຄວາມເຊື່ອ ໂດຍ​ບໍ່ໄດ້​ຮັບ​ສິ່ງ​ທີ່​ຊົງ​ສັນຍາ​ໄວ້ ແຕ່​ພວກເພິ່ນ​ກໍໄດ້​ເຫັນ​ແລະ​ຕ້ອນຮັບ​ໄວ້​ຕັ້ງແຕ່​ໄກ ແລະ​ຍອມ​ຮັບ​ວ່າ​ພວກເພິ່ນ​ເປັນ​ພຽງແຕ່​ແຂກ​ເມືອງ​ທີ່​ທ່ອງທ່ຽວ​ໄປມາ​ໃນ​ໂລກ.</verse>
				<verse number="14">ຄົນ​ທີ່​ກ່າວ​ຢ່າງ​ນີ້ ກໍ​ສະແດງ​ໃຫ້​ເຫັນ​ຄັກ​ແລ້ວ​ວ່າ ພວກເພິ່ນ​ກຳລັງ​ສະແຫວງ​ຫາ​ບ້ານ​ເມືອງ​ຂອງຕົນ.</verse>
				<verse number="15">ພວກເພິ່ນ​ບໍ່ໄດ້​ຄິດເຖິງ​ບ້ານ​ເມືອງ​ທີ່​ພວກເພິ່ນ​ຈາກ​ມາ ຖ້າ​ພວກເພິ່ນ​ຍັງ​ຄິດເຖິງ​ຢູ່ ພວກເພິ່ນ​ກໍ​ຄົງ​ມີ​ໂອກາດ​ກັບຄືນ​ເມືອ​ໄດ້.</verse>
				<verse number="16">ແຕ່​ພວກເພິ່ນ​ປາຖະໜາ​ຫາ​ເມືອງ​ທີ່​ດີກວ່າ​ນັ້ນ ຄື​ເມືອງ​ສະຫວັນ. ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ຊົງ​ບໍ່​ລະອາຍ ເມື່ອ​ພວກເພິ່ນ​ເອີ້ນ​ພຣະອົງ​ວ່າ ເປັນ​ພຣະເຈົ້າ​ຂອງ​ພວກເພິ່ນ ເພາະ​ພຣະອົງ​ໄດ້​ຊົງ​ຈັດຕຽມ​ນະຄອນ​ໜຶ່ງ​ໄວ້​ສຳລັບ​ພວກເພິ່ນ​ແລ້ວ.</verse>
				<verse number="17">ເພາະ​ອັບຣາຮາມ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ເພິ່ນ​ຖືກ​ທົດລອງ​ໃຈ ຈຶ່ງ​ໄດ້​ຖວາຍ​ອີຊາກ​ເປັນ​ເຄື່ອງ​ບູຊາ. ເຖິງ​ວ່າ ອັບຣາຮາມ​ໄດ້​ຮັບ​ອີຊາກ​ເປັນ​ລູກ​ແຫ່ງ​ພຣະສັນຍາ​ກໍຕາມ ແຕ່​ເພິ່ນ​ກໍ​ພ້ອມ​ທີ່​ຈະ​ຖວາຍ​ລູກຊາຍ​ຄົນ​ດຽວ​ຂອງ​ເພິ່ນ.</verse>
				<verse number="18">ຄື​ລູກ​ທີ່​ມີ​ພຣະສັນຍາ​ກ່າວ​ເຖິງ​ວ່າ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ສືບ​ຕໍ່ໄປ​ທາງ​ອີຊາກ.”</verse>
				<verse number="19">ອັບຣາຮາມ​ເຊື່ອ​ແນ່​ວ່າ​ພຣະເຈົ້າ​ຊົງ​ຣິດ ສາມາດ​ບັນດານ​ໃຫ້​ອີຊາກ​ເປັນ​ຄືນ​ມາ​ຈາກ​ຕາຍ​ໄດ້ ແລະ​ອັບຣາຮາມ​ກໍໄດ້​ຮັບ​ອີຊາກ​ນັ້ນ ປຽບເໝືອນ​ເປັນ​ຄືນ​ມາ​ຈາກ​ຕາຍ​ແທ້.</verse>
				<verse number="20">ເພາະ​ອີຊາກ​ມີ​ຄວາມເຊື່ອ​ແບບ​ນີ້ ຈຶ່ງ​ໄດ້​ອວຍພອນ​ຢາໂຄບ ແລະ ເອຊາວ ກ່ຽວກັບ​ເຫດການ​ທີ່​ຈະ​ເກີດຂຶ້ນ​ໃນ​ພາຍໜ້າ.</verse>
				<verse number="21">ເພາະ​ຢາໂຄບ​ມີ​ຄວາມເຊື່ອ​ແບບ​ນີ້ ຈຶ່ງ​ໄດ້​ອວຍພອນ​ລູກຊາຍ​ຂອງ​ໂຢເຊັບ ແຕ່ລະຄົນ​ກ່ອນ​ເພິ່ນ​ຈະ​ຕາຍ ເພິ່ນ​ໝູບ​ລົງ​ເໜືອ​ຍອດ​ໄມ້ເທົ້າ​ຂອງຕົນ ແລະ​ນະມັດສະການ​ພຣະເຈົ້າ.</verse>
				<verse number="22">ເພາະ​ໂຢເຊັບ​ມີ​ຄວາມເຊື່ອ ເມື່ອ​ໃກ້​ຈະ​ສິ້ນໃຈ​ຕາຍ ຈຶ່ງ​ໄດ້​ກ່າວ​ເຖິງ​ການ​ອອກ​ໄປ​ຈາກ​ປະເທດ​ເອຢິບ​ຂອງ​ພວກ​ອິດສະຣາເອນ ແລະ​ໄດ້​ສັ່ງ​ພວກເພິ່ນ​ວ່າ​ຄວນ​ເຮັດ​ຢ່າງ​ໃດ​ກ່ຽວກັບ​ກະດູກ​ຂອງຕົນ.</verse>
				<verse number="23">ເພາະ​ພໍ່​ແມ່​ຂອງ​ໂມເຊ​ມີ​ຄວາມເຊື່ອ​ແບບ​ນີ້ ຈຶ່ງ​ໄດ້​ເຊື່ອງ​ໂມເຊ​ໄວ້​ເປັນ​ເວລາ​ສາມ​ເດືອນ ເພາະ​ເຫັນ​ວ່າ​ໂມເຊ​ມີ​ຮູບຮ່າງ​ງາມ ແລະ​ພວກເພິ່ນ​ກໍ​ບໍ່​ຢ້ານກົວ​ທີ່​ຈະ​ຝ່າຝືນ​ຄຳສັ່ງ​ຂອງ​ກະສັດ.</verse>
				<verse number="24">ເພາະ​ໂມເຊ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ໃຫຍ່​ມາ​ແລ້ວ ເພິ່ນ​ບໍ່​ຍອມ​ໃຫ້​ຜູ້ໃດ​ເອີ້ນ​ຕົນ​ວ່າ ເປັນ​ບຸດ​ຂອງ​ລູກສາວ​ຂອງ​ກະສັດ​ຟາໂຣ.</verse>
				<verse number="25">ເພິ່ນ​ເລືອກ​ເອົາ​ການ​ຢູ່​ຮ່ວມ​ທຸກ​ລຳບາກ ກັບ​ພົນລະເມືອງ​ຂອງ​ພຣະເຈົ້າ ແທນ​ຄວາມ​ເພີດເພີນ​ຊົ່ວຄາວ​ໃນ​ຄວາມ​ບາບ.</verse>
				<verse number="26">ເພິ່ນ​ຖື​ວ່າ ຄວາມ​ທົນທຸກ ແລະ​ທົນ​ອັບອາຍ​ເພື່ອ​ພຣະຄຣິດ​ນັ້ນ ກໍ​ມີ​ຄ່າ​ກວ່າ​ຊັບສົມບັດ​ທັງໝົດ​ຂອງ​ປະເທດ​ເອຢິບ. ດ້ວຍວ່າ, ເພິ່ນ​ເລັງ​ເຫັນ​ລາງວັນ​ທີ່​ເພິ່ນ​ຈະ​ໄດ້​ຮັບ​ນັ້ນ.</verse>
				<verse number="27">ເພາະ​ເພິ່ນ​ມີ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ໄດ້​ອອກ​ຈາກ​ປະເທດ​ເອຢິບ​ໄປ ໂດຍ​ບໍ່​ຢ້ານກົວ​ຕໍ່​ຄວາມ​ໂກດຮ້າຍ​ຂອງ​ກະສັດ. ດ້ວຍວ່າ, ເພິ່ນ​ໄດ້​ໝັ້ນໃຈ​ເໝືອນ​ກັບ​ວ່າ ຕົນ​ໄດ້​ເຫັນ​ພຣະເຈົ້າ​ທີ່​ຕາ​ເຫັນ​ບໍ່ໄດ້.</verse>
				<verse number="28">ເພາະ​ເພິ່ນ​ມີ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ໄດ້​ຖື​ເທດສະການ​ປັດສະຄາ ແລະ​ພິທີ​ຊິດ​ເລືອດ ເພື່ອ​ວ່າ​ທູດ​ແຫ່ງ​ຄວາມ​ຕາຍ​ຈະ​ບໍ່​ປະຫານ​ຊີວິດ ບັນດາ​ລູກກົກ​ຂອງ​ຊາວ​ອິດສະຣາເອນ.</verse>
				<verse number="29">ເພາະ​ຊາວ​ອິດສະຣາເອນ​ມີ​ຄວາມເຊື່ອ​ແບບ​ນີ້ ພວກເພິ່ນ​ຈຶ່ງ​ຍ່າງ​ຂ້າມ​ທະເລແດງ​ເໝືອນ​ກັບ​ວ່າ ຍ່າງ​ເທິງ​ດິນ​ແຫ້ງ, ແຕ່​ເມື່ອ​ຊາວ​ເອຢິບ​ລອງ​ຂ້າມ​ເບິ່ງ ນໍ້າ​ກໍ​ຖ້ວມ​ພວກເຂົາ ແລະ​ຈົມ​ນໍ້າ​ຕາຍ​ໝົດ.</verse>
				<verse number="30">ເພາະ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ພວກ​ອິດສະຣາເອນ​ໄດ້​ວຽນ​ລ້ອມ​ເມືອງ​ເຢຣີໂກ​ເຖິງ​ເຈັດ​ວັນ ແລ້ວ​ກຳແພງ​ເມືອງ​ນັ້ນ​ຈຶ່ງ​ເພພັງ​ລົງ.</verse>
				<verse number="31">ເພາະ​ມີ​ຄວາມເຊື່ອ​ແບບ​ນີ້ ຣາຮາບ​ຍິງໂສເພນີ ຈຶ່ງ​ບໍ່​ຈິບຫາຍ​ໄປ​ພ້ອມ​ກັບ​ຄົນ​ເຫຼົ່ານັ້ນ​ທີ່​ບໍ່​ເຊື່ອຟັງ ເພາະ​ນາງ​ໄດ້​ຕ້ອນຮັບ​ພວກ​ນັກສືບ​ສອດແນມ​ເປັນ​ຢ່າງດີ.</verse>
				<verse number="32">ແລະ​ເຮົາ​ຈະ​ກ່າວ​ສິ່ງໃດ​ຕໍ່ໄປ​ອີກ​ແດ່? ເພາະ​ບໍ່ມີ​ເວລາ​ພໍ​ທີ່​ຈະ​ກ່າວ​ເຖິງ​ກີເດໂອນ, ບາຣັກ, ແຊມຊັນ, ເຢັບທາ, ດາວິດ, ຊາມູເອນ ແລະ​ບັນດາ​ຜູ້ທຳນວາຍ​ທັງຫລາຍ.</verse>
				<verse number="33">ເພາະ​ຄົນ​ເຫຼົ່ານີ້​ມີ​ຄວາມເຊື່ອ ພວກເພິ່ນ​ຈຶ່ງ​ໄດ້​ໄຊຊະນະ​ທົ່ວ​ທັງ​ດິນແດນ ພວກເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ໄດ້​ຮັບ​ຕາມ​ທີ່​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້, ໄດ້​ງັບ​ປາກ​ສິງ,</verse>
				<verse number="34">ໄດ້​ມອດ​ໄຟ​ອັນ​ຮ້ອນກ້າ, ໄດ້​ພົ້ນ​ຈາກ​ຄົມ​ດາບ​ຂອງ​ຄູ່​ຕໍ່ສູ້. ເຖິງ​ແມ່ນ​ວ່າ​ພວກເພິ່ນ​ອ່ອນແອ, ແຕ່​ພວກເພິ່ນ​ກໍ​ກັບ​ກາຍເປັນ​ຄົນ​ເຂັ້ມແຂງ, ມີ​ກຳລັງ​ຄວາມ​ສາມາດ​ອົງອາດ​ກ້າຫານ ແລະ​ໄດ້​ຕີ​ບັນດາ​ກອງທັບ​ຂອງ​ຊາວ​ຕ່າງ​ປະເທດ​ໃຫ້​ແຕກ​ໜີໄປ.</verse>
				<verse number="35">ພວກ​ແມ່ຍິງ​ກໍໄດ້​ຮັບ​ຄົນ​ທີ່​ຕາຍ​ແລ້ວ​ຂອງ​ພວກເພິ່ນ ຊຶ່ງ​ຖືກ​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ມາ​ມີ​ຊີວິດ​ອີກ. ບາງຄົນ​ກໍໄດ້​ຖືກ​ທໍລະມານ ແຕ່​ກໍ​ບໍ່​ຍອມ​ຮັບ​ການ​ປົດປ່ອຍ ເພື່ອ​ພວກເພິ່ນ​ຈະ​ໄດ້​ຮັບ​ການ​ຄືນ​ມາ​ອັນ​ປະເສີດ​ກວ່າ.</verse>
				<verse number="36">ບາງຄົນ​ອີກ ຖືກ​ຫຍໍ້ຫຍັນ​ແລະ​ຖືກ​ຂ້ຽນຕີ ຄົນອື່ນ​ອີກ ຖືກ​ລ່າມໂສ້​ແລະ​ຖືກ​ຄຸມຂັງ​ໃນ​ຄຸກ.</verse>
				<verse number="37">ບາງຄົນ​ຖືກ​ແກວ່ງ​ຫີນ​ໃສ່, ຖືກ​ເລື່ອຍ​ເປັນ​ທ່ອນ, ຖືກ​ຂ້າ​ດ້ວຍ​ຄົມ​ດາບ, ໄດ້​ຫົ່ມ​ໜັງ​ແກະ​ແລະ​ໜັງ​ແບ້​ທຽວ​ໄປມາ, ລຳບາກ​ຍາກຈົນ, ຖືກ​ຂົ່ມເຫັງ ແລະ​ທົນທຸກ​ເວດທະນາ​ຫລາຍ​ປະການ.</verse>
				<verse number="38">ແຜ່ນດິນ​ໂລກ​ນີ້​ກໍ​ບໍ່​ສົມ​ກັບ​ຄົນ​ເຫຼົ່ານັ້ນ ພວກເພິ່ນ​ໄດ້​ທຽວ​ໄປມາ​ໃນ​ປ່າ​ແລະ​ຕາມ​ພູ ຊ່ອນ​ຕົວ​ໃນ​ຖໍ້າ​ແລະ​ໃນ​ຂຸມ.</verse>
				<verse number="39">ຍ້ອນ​ຄວາມເຊື່ອ​ຂອງ​ຄົນ​ເຫຼົ່ານີ້ ຈຶ່ງ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ແຕ່​ພວກເພິ່ນ​ກໍ​ຍັງ​ບໍ່ໄດ້​ຮັບ​ຕາມ​ທີ່​ໄດ້​ຊົງ​ສັນຍາ​ໄວ້​ແລ້ວ​ນັ້ນ,</verse>
				<verse number="40">ເພາະ​ພຣະເຈົ້າ​ໄດ້​ຈັດແຈງ​ສິ່ງ​ທີ່​ປະເສີດ​ກວ່າ​ສຳລັບ​ພວກເຮົາ ເພື່ອ​ວ່າ​ນອກຈາກ​ພວກເຮົາ ພວກເພິ່ນ​ຈະ​ບໍ່​ເຖິງ​ທີ່​ສຳເລັດ​ໄດ້.</verse>
			</chapter>
			<chapter number="12">
				<verse number="1">ດ້ວຍເຫດນັ້ນ ເມື່ອ​ເຮົາ​ທັງຫລາຍ​ມີ​ຝູງ​ພະຍານ​ຫລວງຫລາຍ​ຢູ່​ຮອບຂ້າງ​ຢ່າງ​ນີ້​ແລ້ວ ພວກເຮົາ​ຈົ່ງ​ຊັດຖິ້ມ​ທຸກຢ່າງ​ທີ່​ຖ່ວງ​ຢູ່ ແລະ​ຜິດບາບ​ທີ່​ຕິດແໜ້ນ​ໂດຍ​ງ່າຍ, ສ່ວນ​ການ​ແລ່ນແຂ່ງ​ທີ່​ກຳນົດ​ໄວ້​ຕໍ່ໜ້າ​ພວກເຮົາ​ນັ້ນ, ຈົ່ງ​ພາກັນ​ແລ່ນ​ດ້ວຍ​ຄວາມ​ພຽນ​ພະຍາຍາມ.</verse>
				<verse number="2">ຈົ່ງ​ປັກຕາ​ເບິ່ງ​ພຣະເຢຊູເຈົ້າ ຄື​ຜູ້​ບຸກເບີກ​ຄວາມເຊື່ອ ແລະ​ຜູ້​ຊົງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ພວກເຮົາ​ເຖິງ​ທີ່​ສຳເລັດ. ພຣະອົງ​ໄດ້​ຊົງ​ອົດທົນ​ຕໍ່​ໄມ້ກາງແຂນ ເພາະ​ເຫັນ​ແກ່​ຄວາມ​ຍິນດີ​ທີ່​ຕັ້ງ​ໄວ້​ຕໍ່ໜ້າ​ພຣະອົງ ພຣະອົງ​ຊົງ​ຖື​ວ່າ​ຄວາມ​ລະອາຍ​ນັ້ນ​ບໍ່​ເປັນ​ສິ່ງ​ສຳຄັນ ຈຶ່ງ​ໄດ້​ປະທັບ​ລົງ​ເບື້ອງ​ຂວາ​ພຣະທີ່ນັ່ງ​ຂອງ​ພຣະເຈົ້າ.</verse>
				<verse number="3">ຈົ່ງ​ພິຈາລະນາ​ຄິດເຖິງ​ພຣະອົງ ຜູ້​ຊົງ​ໄດ້​ອົດທົນ​ຕໍ່​ການ​ຂັດຂວາງ​ຂອງ​ຄົນ​ບາບ​ທີ່​ຕໍ່ສູ້​ພຣະອົງ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ບໍ່​ໝົດ​ກຳລັງ​ໃຈ.</verse>
				<verse number="4">ໃນ​ການ​ຕໍ່ສູ້​ກັບ​ບາບ​ນັ້ນ ເຈົ້າ​ທັງຫລາຍ​ບໍ່ໄດ້​ຕໍ່ສູ້​ເຖິງ​ຂະໜາດ​ເລືອດ​ຕົກ.</verse>
				<verse number="5">ແລະ​ພວກເຈົ້າ​ໄດ້​ລືມ​ຄຳເຕືອນ ທີ່​ພຣະອົງ​ໄດ້​ຊົງ​ເຕືອນ​ໃນ​ຖານະ​ທີ່​ເປັນ​ລູກ​ວ່າ, “ລູກ​ຂອງເຮົາ​ເອີຍ ຢ່າ​ປະໝາດ​ຕໍ່​ການ​ຕີສອນ​ ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຢ່າ​ນ້ອຍໃຈ​ເມື່ອ​ພຣະອົງ​ ຊົງ​ຕິຕຽນ​ເຈົ້າ.</verse>
				<verse number="6">ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຕີສອນ ຜູ້​ທີ່​ພຣະອົງ​ຊົງ​ຮັກ ແລະ​ເມື່ອ​ພຣະອົງ​ຊົງ​ຮັບ​ຜູ້ໃດ​ເປັນ​ລູກ ພຣະອົງ​ກໍ​ຊົງ​ຂ້ຽນສອນ​ຜູ້ນັ້ນ.”</verse>
				<verse number="7">ເຈົ້າ​ທັງຫລາຍ​ຈົ່ງ​ຮັບ​ແລະ​ທົນ​ເອົາ​ເທາະ ເພາະ​ເປັນ​ການ​ຕີສອນ. ພຣະເຈົ້າ​ຊົງ​ປະຕິບັດ​ຕໍ່​ພວກເຈົ້າ​ໃນ​ຖານະ​ທີ່​ພວກເຈົ້າ​ເປັນ​ລູກ​ຂອງ​ພຣະອົງ. ດ້ວຍວ່າ, ມີ​ລູກ​ຄົນ​ໃດ​ແດ່​ທີ່​ພໍ່​ບໍ່ໄດ້​ຕີສອນ​ເຂົາ.</verse>
				<verse number="8">ແຕ່​ຖ້າ​ເຈົ້າ​ທັງຫລາຍ​ບໍ່ໄດ້​ຖືກ​ຕີສອນ ຊຶ່ງ​ລູກ​ທຸກຄົນ​ຕ້ອງ​ຖືກ​ນັ້ນ ພວກເຈົ້າ​ກໍ​ເປັນ​ລູກ​ທາງ ບໍ່​ເປັນ​ລູກ​ແທ້.</verse>
				<verse number="9">ອີກ​ປະການ​ໜຶ່ງ ເຮົາ​ທັງຫລາຍ​ມີ​ພໍ່​ເປັນ​ມະນຸດ​ທີ່​ໄດ້​ຕີສອນ​ພວກເຮົາ ແລະ​ພວກເຮົາ​ກໍ​ນັບຖື​ພໍ່​ນັ້ນ. ຫລາຍກວ່າ​ນັ້ນ​ອີກ ພວກເຮົາ​ຄວນ​ຢູ່​ໃຕ້​ບັງຄັບ​ຂອງ​ພຣະບິດາເຈົ້າ​ແຫ່ງ​ບັນດາ​ວິນຍານ​ຈິດ ແລະ​ມີ​ຊີວິດ​ບໍ່ແມ່ນ​ບໍ?</verse>
				<verse number="10">ຝ່າຍ​ພໍ່​ເຫຼົ່ານັ້ນ ໄດ້​ຕີສອນ​ພວກເຮົາ​ໃນ​ຊົ່ວ​ເວລາ​ເລັກນ້ອຍ ຕາມ​ຄວາມ​ເຫັນດີ​ຂອງ​ເຂົາ​ເທົ່ານັ້ນ, ແຕ່​ພຣະອົງ​ຊົງ​ຕີສອນ​ພວກເຮົາ ເພື່ອ​ປະໂຫຍດ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ໄດ້​ເຂົ້າ​ສ່ວນ​ໃນ​ສະພາບ​ຄວາມ​ບໍຣິສຸດ​ຂອງ​ພຣະອົງ.</verse>
				<verse number="11">ໃນ​ຂະນະທີ່​ມີ​ການ​ຕີສອນ​ນັ້ນ ບໍ່​ເປັນ​ໜ້າ​ຊື່ນໃຈ​ເລີຍ ມີ​ແຕ່​ເລື່ອງ​ເສົ້າໃຈ, ແຕ່​ຕໍ່ມາ​ພາຍຫລັງ​ຈະ​ກໍ່​ໃຫ້​ເກີດຜົນ ຄື​ຄວາມສຸກ​ສຳລານ​ແລະ​ຄວາມ​ຊອບທຳ ແກ່​ບັນດາ​ຄົນ​ທີ່​ຖືກ​ແອບສອນ​ແລ້ວ​ນັ້ນ.</verse>
				<verse number="12">ດ້ວຍເຫດນັ້ນ ຈົ່ງ​ຍົກ​ມື​ທີ່​ອ່ອນເພຍ​ເປ້ຍລ່ອຍ ແລະ​ຫົວເຂົ່າ​ທີ່​ອ່ອນ​ກຳລັງ​ຂອງ​ພວກເຈົ້າ ຈົ່ງ​ໃຫ້​ມີ​ກຳລັງ​ຂຶ້ນ</verse>
				<verse number="13">ຈົ່ງ​ກ້າວ​ໄປ​ຕາມ​ເສັ້ນທາງ​ອັນ​ຖືກຕ້ອງ ເພື່ອ​ວ່າ​ຕີນ​ທີ່​ພິການ​ນັ້ນ ຈະ​ບໍ່​ພິກໂບກ ແຕ່​ຈະ​ດີ​ເປັນ​ປົກກະຕິ.</verse>
				<verse number="14">ຈົ່ງ​ພະຍາຍາມ​ທີ່​ຈະ​ຢູ່​ກັບ​ທຸກຄົນ​ຢ່າງ​ສະຫງົບສຸກ ແລະ​ຈົ່ງ​ພະຍາຍາມ​ທີ່​ຈະ​ມີ​ໃຈ​ບໍຣິສຸດ ເພາະ​ຖ້າ​ໃຈ​ບໍ່​ບໍຣິສຸດ ກໍ​ຈະ​ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="15">ຈົ່ງ​ລະວັງ​ໃຫ້​ດີ ຢ້ານ​ວ່າ​ຈະ​ມີ​ຜູ້​ຫັນ​ໜີ​ຈາກ​ພຣະຄຸນ​ຂອງ​ພຣະເຈົ້າ, ຢ້ານ​ວ່າ​ຈະ​ມີ​ຮາກ​ອັນ​ຂົມຂື່ນ​ງອກ​ຂຶ້ນ​ມາ ແລະ​ສ້າງ​ຄວາມ​ເດືອດຮ້ອນ​ຫຍຸ້ງຍາກ ຈຶ່ງ​ຈະ​ເປັນ​ເຫດ​ໃຫ້​ຫລາຍ​ຄົນ​ຊົ່ວ​ມົວໝອງ​ໄປ.</verse>
				<verse number="16">ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ກາຍເປັນ​ຄົນ​ຜິດ​ສິນທຳ ຫລື​ປະໝາດ​ຕໍ່​ສິ່ງ​ສັກສິດ​ເໝືອນ​ເອຊາວ ຜູ້​ທີ່​ໄດ້​ຂາຍ​ສິດທິ​ການ​ເປັນ​ອ້າຍ​ກົກ​ຂອງຕົນ ເພື່ອ​ແລກ​ກິນ​ອາຫານ​ພຽງ​ຄາບ​ດຽວ.</verse>
				<verse number="17">ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພາຍລຸນ​ມາ ເມື່ອ​ເອຊາວ​ຢາກ​ໄດ້​ຮັບ​ພອນ​ນັ້ນ​ເປັນ​ມໍຣະດົກ ລາວ​ກໍໄດ້​ຮັບ​ແຕ່​ຄຳ​ປະຕິເສດ. ເຖິງ​ແມ່ນ​ວ່າ ລາວ​ສະແຫວງ​ຫາ​ດ້ວຍ​ນໍ້າຕາ​ໄຫລ​ກໍຕາມ ກໍ​ບໍ່ມີ​ທາງ​ແກ້ໄຂ​ໄດ້​ເລີຍ.</verse>
				<verse number="18">ເຈົ້າ​ທັງຫລາຍ​ບໍ່ໄດ້​ມາ​ເຖິງ​ສິ່ງ​ທີ່​ຈັບ​ໄດ້ ເຖິງ​ໄຟ​ທີ່​ໄໝ້​ຢູ່ ເຖິງ​ທີ່​ມືດດຳ​ແລະ​ມືດມົວ ແລະ​ເຖິງ​ທີ່​ລົມພະຍຸ,</verse>
				<verse number="19">ເຖິງ​ສຽງ​ແກ​ແລະ​ເຖິງ​ພຣະ​ສຸຣະສຽງ ຊຶ່ງ​ຄົນ​ທັງຫລາຍ​ເມື່ອ​ໄດ້ຍິນ​ແລ້ວ ໄດ້​ອ້ອນວອນ​ຂໍ​ບໍ່​ໃຫ້​ຊົງ​ກ່າວ​ຈັກ​ຄຳ​ຕໍ່​ພວກເຂົາ​ອີກ.</verse>
				<verse number="20">ເພາະວ່າ ຂໍ້ຄວາມ​ທີ່​ຊົງ​ບັນຍັດ​ໄວ້​ນັ້ນ ພວກເຂົາ​ທົນ​ບໍ່ໄດ້ ຄື​ວ່າ, “ແມ່ນແຕ່​ສັດເດຍລະສານ​ໂຕ​ໃດ​ໂຕໜຶ່ງ ຖ້າ​ຫາກ​ໄປ​ຕ້ອງ​ພູ​ນັ້ນ ກໍ​ຈະ​ຕ້ອງ​ຖືກ​ຄວ່າງ​ກ້ອນຫີນ​ໃສ່​ໃຫ້​ຕາຍ.”</verse>
				<verse number="21">ສິ່ງ​ທີ່​ປາກົດ​ນັ້ນ ກໍ​ເປັນ​ໜ້າ​ຢ້ານ​ຫລາຍ​ປານ​ນັ້ນ ຈົນ​ໂມເຊ​ໄດ້​ກ່າວ​ວ່າ, “ຂ້າພະເຈົ້າ​ຢ້ານ​ເຕັມທີ​ຈົນ​ຕົວ​ສັ່ນ.”</verse>
				<verse number="22">ແຕ່​ເຈົ້າ​ທັງຫລາຍ​ໄດ້​ມາ​ເຖິງ​ພູເຂົາ​ຊີໂອນ, ມາ​ເຖິງ​ນະຄອນ​ຂອງ​ພຣະເຈົ້າ ຜູ້​ຊົງພຣະຊົນ​ຢູ່ ຄື​ນະຄອນ​ເຢຣູຊາເລັມ​ແຫ່ງ​ສະຫວັນ, ມາ​ເຖິງ​ຝູງ​ເທວະດາ​ນັບ​ເປັນ​ຈຳນວນ​ໝື່ນໆ ທີ່​ຊຸມນຸມ​ກັນ​ເປັນ​ງານ​ມ່ວນຊື່ນ,</verse>
				<verse number="23">ໄດ້​ມາ​ເຖິງ​ທີ່​ຊຸມນຸມ​ກັນ​ຂອງ​ບັນດາ​ລູກກົກ ຜູ້​ທີ່​ມີ​ຄວາມ​ຊົມຊື່ນ​ຍິນດີ ຊຶ່ງ​ຊື່​ຂອງ​ພວກເຂົາ​ໄດ້​ບັນທຶກ​ໄວ້​ໃນ​ສະຫວັນ​ແລ້ວ, ໄດ້​ມາ​ເຖິງ​ພຣະເຈົ້າ​ຜູ້​ພິພາກສາ​ມະນຸດ​ທຸກຄົນ ແລະ​ມາ​ເຖິງ​ຈິດ​ວິນຍານ​ຂອງ​ບັນດາ​ຄົນ​ຊອບທຳ ຜູ້​ເຖິງ​ທີ່​ສຳເລັດ​ແລ້ວ.</verse>
				<verse number="24">ມາ​ເຖິງ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ຜູ້​ກາງ​ຝ່າຍ​ພັນທະສັນຍາ​ໃໝ່ ແລະ​ມາ​ເຖິງ​ພຣະ​ໂລຫິດ​ຊຶ່ງ​ຊິດ​ໃສ່​ແລ້ວ ທີ່​ມີ​ສຽງ​ຮ້ອງ​ອັນ​ດີກວ່າ​ເລືອດ​ຂອງ​ອາເບັນ​ອີກ.</verse>
				<verse number="25">ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ປະຕິເສດ​ບໍ່​ຍອມ​ຟັງ​ພຣະອົງ​ຜູ້​ຊົງ​ກ່າວ​ຢູ່​ນັ້ນ ເພາະ​ຖ້າ​ຄົນ​ທັງຫລາຍ​ທີ່​ປະຕິເສດ ບໍ່​ຍອມ​ຟັງ​ຄຳເຕືອນ​ຂອງ​ພຣະອົງ​ໃນ​ໂລກນີ້ ເຂົາ​ກໍ​ບໍ່ມີ​ທາງ​ພົ້ນ​ໂທດ​ທີ່​ເຂົາ​ປະຕິເສດ​ນັ້ນ ພວກເຮົາ​ຜູ້​ອວ່າຍ​ໜ້າ​ຈາກ​ພຣະອົງ ຜູ້​ຊົງ​ເຕືອນ​ຈາກ​ສະຫວັນ ກໍ​ຈະ​ບໍ່​ພົ້ນ​ໂທດ​ຫລາຍກວ່າ​ເຂົາ​ເຫຼົ່ານັ້ນ​ເສຍ​ອີກ.</verse>
				<verse number="26">ແມ່ນ​ພຣະ​ສຸຣະສຽງ​ຂອງ​ພຣະອົງ​ນີ້ ທີ່​ໄດ້​ບັນດານ​ໃຫ້​ແຜ່ນດິນ​ຫວັ່ນໄຫວ​ໃນ​ຄາວ​ນັ້ນ. ແຕ່​ບັດນີ້ ພຣະອົງ​ຊົງ​ກ່າວ​ສັນຍາ​ໄວ້​ວ່າ, “ຍັງ​ອີກເທື່ອໜຶ່ງ ເຮົາ​ຈະ​ເຮັດ​ໃຫ້​ສະທ້ານ​ຫວັ່ນໄຫວ ບໍ່ແມ່ນແຕ່​ແຜ່ນດິນ​ໂລກ​ເທົ່ານັ້ນ, ແຕ່​ທັງ​ຟ້າ​ສະຫວັນ​ເໝືອນກັນ.”</verse>
				<verse number="27">ຂໍ້ຄວາມ​ທີ່​ວ່າ, “ຍັງ​ອີກເທື່ອໜຶ່ງ” ນັ້ນ ສະແດງ​ວ່າ​ສິ່ງ​ທີ່​ຫວັ່ນໄຫວ​ນັ້ນ ຈະ​ຖືກ​ຍົກຍ້າຍ​ໄປ​ເສຍ ເໝືອນ​ກັບ​ສິ່ງ​ທີ່​ຊົງ​ສ້າງ​ໃຫ້​ມີ​ຂຶ້ນ ເພື່ອ​ໃຫ້​ສິ່ງ​ທີ່​ບໍ່​ຫວັ່ນໄຫວ​ຍັງ​ຄົງ​ເຫຼືອ​ຢູ່.</verse>
				<verse number="28">ເຫດສະນັ້ນ ເນື່ອງ​ດ້ວຍ​ພວກເຮົາ​ຮັບ​ແຜ່ນດິນ​ທີ່​ຫວັ່ນໄຫວ​ບໍ່ໄດ້​ແລ້ວ, ກໍ​ໃຫ້​ພວກເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພື່ອ​ພວກເຮົາ​ຈະ​ໄດ້​ບົວລະບັດ​ພຣະເຈົ້າ ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ ດ້ວຍ​ຄວາມ​ເຄົາຣົບ​ຢຳເກງ.</verse>
				<verse number="29">ເພາະ​ພຣະເຈົ້າ​ຂອງເຮົາ​ທັງຫຼາຍ ຊົງ​ເປັນ​ໄຟ​ທີ່​ເຜົາຜານ.</verse>
			</chapter>
			<chapter number="13">
				<verse number="1">ຈົ່ງ​ໃຫ້​ຄວາມຮັກ​ຢ່າງ​ພີ່ນ້ອງ ມີ​ຢູ່​ຕໍ່ກັນ​ສະເໝີ​ໄປ.</verse>
				<verse number="2">ຢ່າ​ລືມ​ການ​ຕ້ອນຮັບ​ແຂກ ເພາະ​ດ້ວຍ​ການ​ເຮັດ​ເຊັ່ນນີ້ ມີ​ບາງຄົນ​ກໍໄດ້​ຕ້ອນຮັບ​ເທວະດາ​ຢ່າງ​ບໍ່​ຮູ້​ຕົວ.</verse>
				<verse number="3">ຈົ່ງ​ລະນຶກເຖິງ​ບັນດາ​ຜູ້​ທີ່​ຖືກ​ລ່າມໂສ້ ເໝືອນ​ກັບ​ວ່າ​ພວກເຈົ້າ​ກໍ​ຖືກ​ລ່າມໂສ້​ເໝືອນ​ກັບ​ພວກເຂົາ​ດ້ວຍ. ຈົ່ງ​ລະນຶກເຖິງ​ບັນດາ​ຜູ້​ທີ່​ຖືກ​ຂົ່ມເຫັງ ເພາະວ່າ​ພວກເຈົ້າ​ກໍ​ມີ​ຮ່າງກາຍ​ເໝືອນກັນ.</verse>
				<verse number="4">ຈົ່ງ​ໃຫ້​ການ​ແຕ່ງງານ​ຂອງ​ພວກເຈົ້າ ເປັນ​ທີ່​ຍົກຍ້ອງ​ນັບຖື​ແກ່​ທຸກຄົນ ແລະ​ຈົ່ງ​ໃຫ້​ຄູ່​ຜົວ​ເມຍ​ສັດຊື່​ຕໍ່​ກັນແລະກັນ. ພຣະເຈົ້າ​ຈະ​ຕັດສິນ​ລົງໂທດ​ຄົນ​ເຮັດ​ຜິດ​ສິນທຳ​ແລະ​ຄົນ​ຫລິ້ນຊູ້.</verse>
				<verse number="5">ຈົ່ງ​ໃຫ້​ການ​ດຳເນີນ​ຊີວິດ​ຂອງ​ພວກເຈົ້າ ເວັ້ນ​ຈາກ​ການ​ຮັກເງິນ​ຮັກຄຳ. ຈົ່ງ​ພໍໃຈ​ໃນ​ສິ່ງ​ທີ່​ຕົນ​ມີ​ຢູ່ ເພາະ​ພຣະເຈົ້າ​ເອງ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ປະ​ເຈົ້າ ຫລື​ຖິ້ມ​ເຈົ້າ​ເສຍ​ຈັກເທື່ອ.”</verse>
				<verse number="6">ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ມີ​ໃຈ​ກ້າ ແລະ​ກ່າວ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ ເປັນ​ພຣະ​ຜູ້​ຊ່ວຍ​ຂອງ​ຂ້າພະເຈົ້າ ແລະ ຂ້າພະເຈົ້າ​ຈະ​ບໍ່​ຢ້ານກົວ. ມີ​ຜູ້ໃດ​ແດ່​ຈະ​ເຮັດ​ຫຍັງ ໃຫ້​ຂ້າພະເຈົ້າ​ໄດ້.”</verse>
				<verse number="7">ຈົ່ງ​ລະນຶກເຖິງ​ພວກ​ຜູ້ນຳ​ຂອງ​ພວກເຈົ້າ ຄື​ຜູ້​ທີ່​ໄດ້​ປະກາດ​ພຣະທຳ​ແກ່​ພວກເຈົ້າ. ຈົ່ງ​ພິຈາລະນາ​ເບິ່ງ​ຜົນ​ສຸດທ້າຍ​ແຫ່ງ​ຊີວິດ​ຂອງ​ພວກເພິ່ນ ແລະ​ຈົ່ງ​ປະຕິບັດ​ຕາມ​ແບບຢ່າງ​ຄວາມເຊື່ອ​ຂອງ​ພວກເພິ່ນ.</verse>
				<verse number="8">ພຣະເຢຊູ​ຄຣິດເຈົ້າ​ຊົງ​ເປັນ​ຢູ່​ສະເໝີ​ກັນ ທັງ​ໃນ​ເວລາ​ວານ​ນີ້ ວັນ​ນີ້ ແລະ​ສືບໆໄປ​ເປັນນິດ.</verse>
				<verse number="9">ຢ່າ​ຍອມ​ໃຫ້​ຄຳສອນ​ປອມ​ໃດໆ ນຳພາ​ພວກເຈົ້າ​ໃຫ້​ຫລົງຜິດ​ໄປ. ເປັນ​ການ​ດີ​ແທ້​ທີ່​ຈິດໃຈ​ຂອງ​ພວກເຮົາ​ໄດ້​ຮັບ​ການ​ເຊີດຊູ​ໃຫ້​ເຂັ້ມແຂງ​ດ້ວຍ​ພຣະຄຸນ​ຂອງ​ພຣະເຈົ້າ. ບໍ່ແມ່ນ​ດ້ວຍ​ອາຫານ​ການ​ກິນ ຊຶ່ງ​ບໍ່​ເປັນ​ປະໂຫຍດ​ແກ່​ຄົນ​ທີ່​ປະຕິບັດ​ຕາມ.</verse>
				<verse number="10">ພວກເຮົາ​ມີ​ແທ່ນບູຊາ​ແທ່ນ​ໜຶ່ງ ຊຶ່ງ​ຄົນ​ຜູ້​ປະຕິບັດ​ໃນ​ຫໍເຕັນ​ສັກສິດ​ນັ້ນ ບໍ່ມີ​ສິດ​ທີ່​ຈະ​ຮັບປະທານ​ຂອງ​ຈາກ​ແທ່ນ​ນັ້ນ​ໄດ້.</verse>
				<verse number="11">ມະຫາ​ປະໂຣຫິດ​ໄດ້​ນຳ​ເລືອດ​ສັດ​ເຂົ້າ​ໄປ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ ເພື່ອ​ເປັນ​ການ​ຖວາຍບູຊາ​ລຶບລ້າງ​ບາບ, ແຕ່​ໂຕ​ສັດ​ນັ້ນ ເພິ່ນ​ໄດ້​ນຳ​ອອກ​ໄປ​ເຜົາ​ນອກ​ຄ້າຍ.</verse>
				<verse number="12">ເພາະສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຕາຍ​ທີ່​ນອກ​ປະຕູ​ເມືອງ​ເຊັ່ນກັນ ເພື່ອ​ຊຳລະ​ໄພ່ພົນ​ຂອງ​ພຣະເຈົ້າ​ໃຫ້​ບໍຣິສຸດ ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.</verse>
				<verse number="13">ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ອອກ​ໄປ​ຫາ​ພຣະອົງ​ທີ່​ນອກ​ຄ້າຍ ແລະ​ຍອມ​ທົນ​ເອົາ​ຄຳ​ໝິ່ນປະໝາດ​ທີ່​ພຣະອົງ​ໄດ້​ຮັບ.</verse>
				<verse number="14">ດ້ວຍວ່າ, ເທິງ​ແຜ່ນດິນ​ໂລກ​ນີ້ ບໍ່ມີ​ບ້ານ​ເມືອງ​ອັນ​ຖາວອນ​ສຳລັບ​ພວກເຮົາ, ພວກເຮົາ​ສະແຫວງ​ຫາ​ນະຄອນ​ທີ່​ຈະ​ມີ​ມາ​ໃນ​ພາຍໜ້າ.</verse>
				<verse number="15">ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ​ຕະຫລອດໄປ​ແກ່​ພຣະເຈົ້າ ເປັນ​ເຄື່ອງ​ບູຊາ​ໂດຍ​ທາງ​ພຣະອົງນັ້ນ ແລະ​ຍົກຍໍ​ພຣະນາມ​ຂອງ​ພຣະອົງ ດ້ວຍ​ສົບປາກ​ຂອງ​ພວກເຮົາ.</verse>
				<verse number="16">ຢ່າ​ລືມ​ທີ່​ຈະ​ເຮັດ​ຄຸນງາມ​ຄວາມດີ ແລະ​ຊ່ວຍເຫລືອ​ຊຶ່ງກັນແລະກັນ ເພາະ​ເຄື່ອງ​ບູຊາ​ຢ່າງ​ນີ້​ແຫຼະ ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.</verse>
				<verse number="17">ເຈົ້າ​ທັງຫລາຍ​ຈົ່ງ​ຍອມ​ຟັງ​ແລະ​ຍອມ​ຢູ່​ໃນ​ໂອວາດ​ຜູ້ນຳ​ຂອງ​ພວກເຈົ້າ ເພາະ​ພວກເພິ່ນ​ດູແລ​ຮັກສາ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ຢູ່ ເໝືອນ​ຜູ້ໜຶ່ງ​ທີ່​ຈະ​ຕ້ອງ​ສະເໜີ​ລາຍງານ ເພື່ອ​ພວກເພິ່ນ​ຈະ​ໄດ້​ເຮັດ​ງານ​ນີ້​ດ້ວຍ​ຄວາມ​ຊື່ນໃຈ, ບໍ່ແມ່ນ​ດ້ວຍ​ຄວາມ​ເສົ້າໃຈ ຊຶ່ງ​ຈະ​ບໍ່​ເປັນ​ປະໂຫຍດ​ແກ່​ເຈົ້າ​ທັງຫລາຍ.</verse>
				<verse number="18">ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ ເພາະ​ເຮົາ​ເຊື່ອ​ແນ່​ວ່າ ພວກເຮົາ​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ດີ​ຢູ່​ແລ້ວ ແລະ​ປາຖະໜາ​ທີ່​ຈະ​ດຳເນີນ​ຊີວິດ​ຕາມ​ຢ່າງດີ​ໃນ​ທຸກສິ່ງ.</verse>
				<verse number="19">ເຮົາ​ຂໍ​ເລັ່ງລັດ​ພວກເຈົ້າ ໃຫ້​ພາວັນນາ​ອະທິຖານ​ຫລາຍ​ຂຶ້ນ​ຕາມ​ຢ່າງ​ນັ້ນ ເພື່ອ​ພຣະເຈົ້າ​ຈະ​ສົ່ງ​ເຮົາ​ກັບຄືນ​ໄປ​ຢູ່​ກັບ​ພວກເຈົ້າ​ໄວໆ.</verse>
				<verse number="20">ຂໍ​ພຣະເຈົ້າ​ຜູ້​ຊົງ​ໂຜດ​ສັນຕິສຸກ ຜູ້​ໄດ້​ຊົງ​ນຳ​ອົງ​ພຣະເຢຊູເຈົ້າ​ຂອງ​ເຮົາ​ທັງຫລາຍ ໃຫ້​ຄືນ​ມາ​ຈາກ​ຄວາມ​ຕາຍ ຄື​ຜູ້​ຊົງ​ເປັນ​ຜູ້​ລ້ຽງ​ແກະ​ອົງ​ຍິ່ງໃຫຍ່ ດ້ວຍ​ພຣະ​ໂລຫິດ​ທີ່​ກ່ຽວກັບ​ພັນທະສັນຍາ​ອັນ​ຕັ້ງ​ຢູ່​ເປັນນິດ​ນັ້ນ,</verse>
				<verse number="21">ຈົ່ງ​ຊົງ​ກະທຳ​ໃຫ້​ເຈົ້າ​ທັງຫລາຍ​ເປັນ​ຄົນ​ຄົບຖ້ວນ​ໃນ​ການ​ດີ​ທຸກຢ່າງ ເພື່ອ​ຈະ​ໄດ້​ປະຕິບັດ​ຕາມ​ພຣະໄທ​ພຣະອົງ ແລະ​ຊົງ​ທຳງານ​ພາຍໃນ​ເຈົ້າ​ທັງຫລາຍ ຕາມ​ທີ່​ຊອບ​ໃນ​ສາຍ​ພຣະເນດ​ຂອງ​ພຣະອົງ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ. ສະຫງ່າຣາສີ​ຈົ່ງ​ມີ​ແດ່​ພຣະຄຣິດ​ສືບໆໄປ​ເປັນນິດ ອາແມນ.</verse>
				<verse number="22">ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃຫ້​ອົດທົນ​ຟັງ​ຖ້ອຍຄຳ​ທີ່​ໜູນ​ນໍ້າໃຈ​ນີ້. ດ້ວຍວ່າ, ຈົດໝາຍ​ທີ່​ເຮົາ​ໄດ້​ຂຽນ​ມາ​ຫາ​ພວກເຈົ້າ​ນັ້ນ​ກໍ​ບໍ່​ຍາວ.</verse>
				<verse number="23">ເຮົາ​ປາຖະໜາ​ໃຫ້​ພວກເຈົ້າ​ຮູ້​ວ່າ ຕີໂມທຽວ ນ້ອງຊາຍ​ຂອງ​ພວກເຮົາ ໄດ້​ອອກ​ຈາກ​ຄຸກ​ແລ້ວ, ຖ້າ​ລາວ​ມາ​ຮອດ​ທີ່​ນີ້​ໄວ ເມື່ອ​ເຮົາ​ໄປ​ຢ້ຽມຢາມ​ພວກເຈົ້າ ເຮົາ​ກໍ​ຈະ​ເອົາ​ລາວ​ໄປ​ນຳ​ດ້ວຍ.</verse>
				<verse number="24">ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ ແລະ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ. ບັນດາ​ພີ່ນ້ອງ​ທີ່​ມາ​ຈາກ​ອີຕາລີ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ພວກເຈົ້າ​ດ້ວຍ.</verse>
				<verse number="25">ຂໍ​ໃຫ້​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ ອາແມນ.</verse>
			</chapter>
		</book>
		<book number="59">
			<chapter number="1">
				<verse number="1">ຈາກ ຢາໂກໂບ, ຜູ້​ຮັບໃຊ້​ຂອງ​ພຣະເຈົ້າ ແລະ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ. ເຖິງ​ຄົນ​ສິບສອງ​ຕະກຸນ​ທີ່​ກະຈັດ​ກະຈາຍ​ຢູ່​ນັ້ນ.</verse>
				<verse number="2">ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ເມື່ອ​ພວກເຈົ້າ​ພົບ​ການ​ທົດລອງ​ຕ່າງໆ ຈົ່ງ​ຖື​ວ່າ​ເປັນ​ເລື່ອງ​ໜ້າ​ຍິນດີທີ່ສຸດ</verse>
				<verse number="3">ເພາະ​ພວກເຈົ້າ​ຮູ້​ຢູ່​ວ່າ ເມື່ອ​ຄວາມເຊື່ອ​ຂອງ​ພວກເຈົ້າ​ທົນ​ຕໍ່​ການ​ຖືກ​ທົດລອງ​ໄດ້ ກໍ​ເຮັດ​ໃຫ້​ເກີດ​ມີ​ຄວາມ​ໝັ້ນໃຈ.</verse>
				<verse number="4">ຈົ່ງ​ໃຫ້​ຄວາມ​ໝັ້ນໃຈ​ຂອງ​ພວກເຈົ້າ​ນັ້ນ ຍືນຍົງ​ຕະຫລອດໄປ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເປັນ​ຄົນ​ສຳເລັດ​ແລະ​ຄົບຖ້ວນ ໂດຍ​ບໍ່​ຂາດເຂີນ​ສິ່ງໃດ.</verse>
				<verse number="5">ແຕ່​ຖ້າ​ຄົນ​ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ກໍ​ໃຫ້​ຜູ້ນັ້ນ​ທູນຂໍ​ຈາກ​ພຣະເຈົ້າ ຜູ້​ຊົງ​ໂຜດ​ປະທານ​ໃຫ້​ແກ່​ຄົນ​ທັງປວງ​ດ້ວຍ​ພຣະ​ກະລຸນາ ບໍ່​ຊົງ​ກ່າວ​ຕິ ແລະ​ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ທູນຂໍ.</verse>
				<verse number="6">ແຕ່​ໃຫ້​ຜູ້ນັ້ນ​ທູນຂໍ​ດ້ວຍ​ຄວາມເຊື່ອ ຢ່າ​ໃຫ້​ມີ​ໃຈ​ສົງໄສ ເພາະ​ຜູ້​ທີ່​ສົງໄສ​ນັ້ນ ເປັນ​ເໝືອນ​ຟອງນໍ້າ​ທີ່​ຖືກ​ລົມ​ພັດ​ຊັດ​ໄປມາ.</verse>
				<verse number="7">ຢ່າ​ໃຫ້​ຜູ້ນັ້ນ​ຄິດ​ວ່າ​ຕົນ​ຈະ​ໄດ້​ຮັບ​ສິ່ງໃດ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ</verse>
				<verse number="8">ເພາະ​ເປັນ​ຄົນ​ສອງ​ໃຈ ບໍ່​ແນ່ນອນ​ໃນ​ທຸກສິ່ງ​ທີ່​ຕົນ​ກະທຳ.</verse>
				<verse number="9">ໃຫ້​ພີ່ນ້ອງ​ທີ່​ຕໍ່າຕ້ອຍ ຈົ່ງ​ອວດອ້າງ​ໃນ​ການ​ທີ່​ພຣະເຈົ້າ​ຊົງ​ຍົກຍໍ​ຕົວ​ຂຶ້ນ,</verse>
				<verse number="10">ແຕ່​ໃຫ້​ຄົນ​ຮັ່ງມີ ຈົ່ງ​ອວດອ້າງ​ໃນ​ການ​ທີ່​ພຣະເຈົ້າ​ຊົງ​ໃຫ້​ຕົກຕໍ່າ​ລົງ ເພາະວ່າ​ຕົນ​ຈະ​ຕ້ອງ​ລ່ວງລັບ​ໄປ​ເໝືອນດັ່ງ​ດອກ​ຫຍ້າ.</verse>
				<verse number="11">ເພາະ​ເມື່ອ​ຕາເວັນ​ຂຶ້ນ ຄວາມ​ຮ້ອນ​ອັນ​ແຮງກ້າ ເຮັດ​ໃຫ້​ຕົ້ນຫຍ້າ​ຫ່ຽວແຫ້ງ​ໄປ ແລ້ວ​ດອກ​ຫຍ້າ​ກໍ​ຕົກ​ຫລົ່ນ​ລົງ ສີສັນ​ວັນນະ​ຄວາມງາມ​ຂອງ​ມັນ​ກໍ​ສູນສິ້ນ​ໄປ. ໃນ​ທຳນອງ​ດຽວກັນ, ຄົນ​ຮັ່ງມີ​ຈະ​ເສື່ອມສູນ​ໄປ ໃນ​ຂະນະທີ່​ດຳເນີນ​ງານ​ຂອງຕົນ​ເໝືອນກັນ.</verse>
				<verse number="12">ຄົນ​ທີ່​ອົດທົນ​ຕໍ່​ການ​ທົດລອງ​ໃຈ​ກໍ​ເປັນ​ສຸກ ເພາະ​ເມື່ອ​ປາກົດ​ວ່າ​ຜູ້ນັ້ນ​ທົນ​ໄດ້​ແລ້ວ ກໍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ຊີວິດ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້​ແກ່​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ.</verse>
				<verse number="13">ເມື່ອ​ຜູ້ໃດ​ຖືກ​ລໍ້ລວງ​ໃຫ້​ຫລົງ ຢ່າ​ໃຫ້​ຜູ້ນັ້ນ​ເວົ້າ​ວ່າ, “ພຣະເຈົ້າ​ຊົງ​ລໍ້ລວງ​ຂ້າພະເຈົ້າ​ໃຫ້​ຫລົງ” ເພາະວ່າ ຄວາມຊົ່ວ​ຈະ​ມາ​ລໍ້ລວງ​ພຣະເຈົ້າ​ໃຫ້​ຫລົງ​ບໍ່ໄດ້ ແລະ​ພຣະອົງ​ເອງ​ກໍ​ບໍ່​ຊົງ​ລໍ້ລວງ​ຜູ້ໃດ​ໃຫ້​ຫລົງ​ຈັກເທື່ອ.</verse>
				<verse number="14">ແຕ່​ວ່າ​ທຸກຄົນ​ທີ່​ຖືກ​ລໍ້ລວງ​ໃຫ້​ຫຼົງ ກໍ​ຕໍ່​ເມື່ອ​ຄວາມ​ປາຖະໜາ​ຊົ່ວ​ຊັກຈ່ອງ ແລະ​ຍົວະເຍົ້າ​ໃຫ້​ປະຕິບັດ​ຕາມ.</verse>
				<verse number="15">ເມື່ອ​ຄວາມ​ປາຖະໜາ​ຊົ່ວ​ຂອງ​ລາວ​ຕັ້ງ​ຮາກ​ແລ້ວ ກໍ່​ໃຫ້​ເກີດ​ມີ​ຄວາມ​ຜິດບາບ ເມື່ອ​ຄວາມ​ຜິດບາບ​ໃຫຍ່​ຂຶ້ນ​ເຕັມ​ຂະໜາດ​ແລ້ວ ກໍ່​ໃຫ້​ເກີດ​ມີ​ຄວາມ​ຕາຍ.</verse>
				<verse number="16">ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຢ່າ​ໄດ້​ຫລົງ​ຜິດ​ໄປ.</verse>
				<verse number="17">ຂອງ​ປະທານ​ອັນ​ດີ​ທຸກຢ່າງ ແລະ​ຂອງຂວັນ​ອັນ​ດີເລີດ​ທຸກຢ່າງ ຍ່ອມ​ມາ​ຈາກ​ທາງ​ເທິງ ແລະ​ລົງ​ມາ​ຈາກ​ພຣະບິດາເຈົ້າ​ແຫ່ງ​ບັນດາ​ດວງ​ສະຫວ່າງ. ໃນ​ພຣະບິດາເຈົ້າ​ນັ້ນ ບໍ່ມີ​ການ​ປ່ຽນແປງ ແລະ​ບໍ່ມີ​ເງົາ​ເນື່ອງ​ຈາກ​ການ​ຊົງ​ໝູນວຽນ.</verse>
				<verse number="18">ໂດຍ​ນໍ້າພຣະໄທ​ຂອງ​ພຣະອົງ​ເອງ​ນັ້ນ ພຣະອົງ​ຈຶ່ງ​ຊົງ​ບັນດານ​ໃຫ້​ພວກເຮົາ​ບັງເກີດ​ດ້ວຍ​ພຣະທຳ​ອັນ​ສັດຈິງ ເພື່ອ​ພວກເຮົາ​ຈະ​ເປັນ​ຢ່າງ​ຜົນ​ທຳອິດ ແຫ່ງ​ສິ່ງ​ທັງຫລາຍ​ທີ່​ພຣະອົງ​ຊົງ​ສ້າງ.</verse>
				<verse number="19">ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ຈົດຈຳ​ຂໍ້​ນີ້​ໄວ້ ຄື​ໃຫ້​ທຸກຄົນ​ວ່ອງໄວ​ໃນ​ການ​ຟັງ, ຊ້າ​ໃນ​ການ​ເວົ້າ, ຊ້າ​ໃນ​ການ​ຄຽດຮ້າຍ,</verse>
				<verse number="20">ເພາະ​ຄວາມຮ້າຍ​ຂອງ​ມະນຸດ ບໍ່ໄດ້​ເຮັດ​ໃຫ້​ຄວາມ​ຍຸດຕິທຳ​ຂອງ​ພຣະເຈົ້າ​ເກີດ​ມາ.</verse>
				<verse number="21">ເຫດສະນັ້ນ ຈົ່ງ​ເລີກ​ຈາກ​ຄວາມຊົ່ວ​ມົວໝອງ​ທຸກຢ່າງ ແລະ​ຄວາມ​ຊົ່ວຮ້າຍ​ອັນ​ເຫຼືອ​ຫລາຍ. ຈົ່ງ​ນ້ອມໃຈ​ຮັບ​ເອົາ​ພຣະທຳ ທີ່​ປູກຝັງ​ໄວ້​ແລ້ວ​ນັ້ນ ຊຶ່ງ​ສາມາດ​ຊ່ວຍ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ໃຫ້​ພົ້ນ​ໄດ້.</verse>
				<verse number="22">ຢ່າ​ຫລອກລວງ​ຕົນເອງ ໂດຍ​ພຽງແຕ່​ຟັງ​ພຣະທຳ​ຂອງ​ພຣະເຈົ້າ​ເທົ່ານັ້ນ, ແຕ່​ຈົ່ງ​ປະຕິບັດ​ຕາມ​ພຣະທຳ​ນັ້ນ​ຢ່າງ​ແທ້ຈິງ.</verse>
				<verse number="23">ຜູ້ໃດ​ທີ່​ຟັງ​ພຣະທຳ​ແລ້ວ ບໍ່​ເຮັດ​ຕາມ ກໍ​ເປັນ​ດັ່ງ​ຄົນ​ທີ່​ແຍງແວ່ນ ແລະ​ເບິ່ງ​ເຫັນ​ໜ້າ​ຂອງ​ຕົນເອງ​ຕາມ​ທີ່​ເປັນ​ຢູ່.</verse>
				<verse number="24">ພໍ​ເມື່ອ​ແຍງເບິ່ງ​ຕົນເອງ​ແລ້ວ​ກໍ​ອອກ​ໄປ ແລ້ວ​ກໍ​ລືມ​ໃນ​ທັນທີ​ນັ້ນ​ໂລດ​ວ່າ ຕົນເອງ​ເປັນ​ຢ່າງ​ໃດ.</verse>
				<verse number="25">ແຕ່​ຜູ້ໃດ​ທີ່​ພິຈາລະນາ​ເບິ່ງ​ຢ່າງ​ລະມັດ​ລະວັງ ໃນ​ກົດບັນຍັດ​ອັນ​ຄົບຖ້ວນ ຊຶ່ງ​ເຮັດ​ໃຫ້​ມີ​ອິດສະຫລະ​ພາບ ແລະ​ຕັ້ງໝັ້ນ​ຢູ່​ໃນ​ກົດບັນຍັດ​ນັ້ນ ຜູ້​ນັ້ນ​ກໍ​ບໍ່ແມ່ນ​ຜູ້​ທີ່​ໄດ້ຍິນ​ແລ້ວ​ລືມ​ໄປ, ແຕ່​ເປັນ​ຜູ້​ປະຕິບັດ​ຕາມ ຄົນ​ນັ້ນ​ແຫຼະ ຈະ​ໄດ້​ຮັບ​ພຣະພອນ​ຈາກ​ພຣະເຈົ້າ ໃນ​ສິ່ງ​ທີ່​ຕົນ​ກະທຳ.</verse>
				<verse number="26">ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນ​ເປັນ​ຄົນ​ມີ​ທຳມະ ແຕ່​ບໍ່ໄດ້​ຫ້າມ​ລີ້ນ​ຂອງຕົນ​ແລ້ວ ທຳມະ​ຂອງ​ຜູ້ນັ້ນ​ກໍ​ບໍ່ມີ​ປະໂຫຍດ ແລະ​ເປັນ​ການ​ຫລອກລວງ​ຕົນເອງ​ເທົ່ານັ້ນ.</verse>
				<verse number="27">ທຳມະ​ທີ່​ບໍຣິສຸດ ແລະ​ບໍ່ມີ​ການ​ຊົ່ວ​ມົວໝອງ ຕໍ່​ພຣະພັກ​ພຣະເຈົ້າ ຜູ້​ຊົງ​ເປັນ​ພຣະບິດາເຈົ້າ ກໍ​ມີ​ດັ່ງນີ້ ຄື​ການ​ຢ້ຽມຢາມ​ລູກກຳພ້າ​ແລະ​ຍິງໝ້າຍ ທີ່​ມີ​ຄວາມ​ທຸກຮ້ອນ ແລະ​ການ​ຮັກສາ​ຕົວ​ໃຫ້​ພົ້ນ​ຈາກ​ການ​ດ່າງພອຍ​ຂອງ​ໂລກ.</verse>
			</chapter>
			<chapter number="2">
				<verse number="1">ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ໃນ​ຖານະ​ທີ່​ພວກເຈົ້າ​ເປັນ​ຜູ້​ທີ່​ເຊື່ອ​ໃນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຜູ້​ຊົງ​ສະຫງ່າຣາສີ​ນັ້ນ ຢ່າ​ມີ​ການ​ເລືອກ​ໜ້າ​ຄົນ.</verse>
				<verse number="2">ຖ້າ​ວ່າ​ມີ​ຄົນ​ຫນຶ່ງ​ຖື​ແຫວນ​ຄຳ ແລະ​ແຕ່ງຕົວ​ງົດງາມ​ເຂົ້າ​ມາ​ໃນ​ທີ່​ປະຊຸມ​ຂອງ​ພວກເຈົ້າ ແລະ​ມີ​ຄົນ​ທຸກຈົນ​ຜູ້ໜຶ່ງ​ນຸ່ງ​ເຄື່ອງ​ເປື້ອນເປິ​ເຂົ້າ​ມາ​ເໝືອນກັນ.</verse>
				<verse number="3">ຖ້າ​ພວກເຈົ້າ​ຈະ​ສົນໃຈ​ໃນ​ຄົນ​ທີ່​ແຕ່ງຕົວ​ງົດງາມ​ນັ້ນ ແລະ​ທັງ​ກ່າວ​ທັກທາຍ​ປາໄສ​ຮັບຕ້ອນ​ຜູ້​ນັ້ນ​ວ່າ, “ເຊີນ​ນັ່ງ​ບ່ອນ​ເໝາະສົມ​ນີ້​ເທີ້ນ,” ແລະ​ໃນຂະນະ​ດຽວກັນ​ນັ້ນ ເຈົ້າ​ຈະ​ກ່າວ​ແກ່​ຄົນ​ທຸກຈົນ​ນັ້ນ​ວ່າ, “ໃຫ້​ເຈົ້າ​ຢືນ​ຢູ່​ຫັ້ນ,” ຫລື “ໃຫ້​ເຈົ້າ​ນັ່ງ​ທີ່​ຕັ່ງ​ຮອງ​ຕີນ​ເຮົາ​ນີ້.”</verse>
				<verse number="4">ຖ້າ​ເຮັດ​ດັ່ງນັ້ນ ພວກເຈົ້າ​ເປັນ​ຜູ້​ແບ່ງຊັ້ນ​ວັນນະ ແລະ​ກາຍເປັນ​ຜູ້ຕັດສິນ​ຄົນ ດ້ວຍ​ຄວາມ​ຄິດ​ອັນ​ຊົ່ວ​ບໍ່ແມ່ນ​ບໍ?</verse>
				<verse number="5">ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ຟັງ​ເທີ້ນ ພຣະເຈົ້າ​ໄດ້​ເລືອກ​ເອົາ​ຄົນ​ທຸກຈົນ​ໃນ​ໂລກນີ້ ໃຫ້​ເປັນ​ຄົນ​ຮັ່ງມີ​ຝ່າຍ​ຄວາມເຊື່ອ ແລະ​ໃຫ້​ເປັນ​ຜູ້​ຮັບ​ແຜ່ນດິນ​ຂອງ​ພຣະອົງ ທີ່​ພຣະອົງ​ຊົງ​ສັນຍາ​ໄວ້​ສຳລັບ​ຄົນ​ທີ່​ຮັກ​ພຣະອົງ.</verse>
				<verse number="6">ແຕ່​ພວກເຈົ້າ​ໄດ້​ໝິ່ນປະໝາດ​ຄົນ​ທຸກຈົນ ແມ່ນ​ຜູ້ໃດ​ທີ່​ໄດ້​ກົດຂີ່​ພວກເຈົ້າ ແລະ​ຈັບ​ພວກເຈົ້າ​ຂຶ້ນ​ສານ ບໍ່ແມ່ນ​ຄົນ​ຮັ່ງມີ​ນັ້ນ​ບໍ?</verse>
				<verse number="7">ບໍ່ແມ່ນ​ພວກເຂົາ​ນັ້ນ​ຫລື ທີ່​ເວົ້າ​ໝິ່ນປະໝາດ​ຕໍ່​ພຣະນາມ​ອັນ​ປະເສີດ ຊຶ່ງ​ພວກເຈົ້າ​ກໍ​ເປັນ​ຂອງ​ພຣະອົງ?</verse>
				<verse number="8">ຖ້າ​ເຈົ້າ​ທັງຫລາຍ​ເຮັດ​ຕາມ​ພຣະ​ຣາຊບັນຍັດ​ໂດຍ​ຄົບຖ້ວນ​ຕາມ​ພຣະຄຳພີ ຂໍ້​ທີ່​ວ່າ, “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.” ພວກເຈົ້າ​ກໍ​ເຮັດ​ຖືກຕ້ອງ​ແລ້ວ.</verse>
				<verse number="9">ແຕ່​ຖ້າ​ພວກເຈົ້າ​ເລືອກ​ຊັ້ນ​ວັນນະ ພວກເຈົ້າ​ກໍ​ເຮັດ​ຜິດ​ໃນ​ຖານ​ເຮັດ​ບາບ ແລະ​ກົດບັນຍັດ​ກໍ​ລົງໂທດ​ພວກເຈົ້າ​ໃນ​ຖານ​ເປັນ​ຜູ້​ຝ່າຝືນ​ກົດບັນຍັດ.</verse>
				<verse number="10">ຜູ້ໃດ​ທີ່​ຝ່າຝືນ​ກົດບັນຍັດ​ຂໍ້ໃດ​ຂໍ້ໜຶ່ງ ຜູ້ນັ້ນ​ກໍ​ຜິດ​ໃນ​ຖານ​ຝ່າຝືນ​ກົດບັນຍັດ​ທັງໝົດ.</verse>
				<verse number="11">ດ້ວຍວ່າ, ພຣະອົງ​ຜູ້​ທີ່​ກ່າວ​ວ່າ, “ຢ່າ​ຫລິ້ນຊູ້​ສູ່ຜົວເມຍ” ກໍ​ຍັງ​ຊົງ​ກ່າວ​ອີກ​ວ່າ, “ຢ່າ​ຂ້າ​ຄົນ.” ເຖິງ​ແມ່ນ​ວ່າ ເຈົ້າ​ບໍ່ໄດ້​ຫລິ້ນຊູ້​ສູ່ຜົວເມຍ ແຕ່​ໄດ້​ຂ້າ​ຄົນ ເຈົ້າ​ກໍ​ກາຍເປັນ​ຜູ້​ທີ່​ຝ່າຝືນ​ກົດບັນຍັດ​ແລ້ວ.</verse>
				<verse number="12">ເຈົ້າ​ທັງຫລາຍ​ຈົ່ງ​ເວົ້າ​ແລະ​ເຮັດ ເໝືອນ​ຢ່າງ​ຄົນ​ທີ່​ກຳລັງ​ຈະ​ໄດ້​ຮັບ​ການ​ພິພາກສາ ດ້ວຍ​ກົດ​ທີ່​ໃຫ້​ມີ​ເສລີພາບ.</verse>
				<verse number="13">ເພາະວ່າ ໃນ​ການ​ພິພາກສາ ພຣະເຈົ້າ​ຈະ​ບໍ່​ຊົງ​ສຳແດງ​ຄວາມ​ເມດຕາ ຕໍ່​ຜູ້​ທີ່​ບໍ່ໄດ້​ສະແດງ​ຄວາມ​ເມດຕາ ສ່ວນ​ຄວາມ​ເມດຕາ ຍ່ອມ​ມີ​ໄຊຊະນະ​ເໜືອ​ການ​ພິພາກສາ.</verse>
				<verse number="14">ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຖ້າ​ຄົນ​ໜຶ່ງ​ເວົ້າ​ວ່າ​ຕົນ​ມີ​ຄວາມເຊື່ອ ແຕ່​ບໍ່ມີ​ການ​ປະຕິບັດ ຈະ​ມີ​ປະໂຫຍດ​ຫຍັງ? ຄວາມເຊື່ອ​ແບບ​ນັ້ນ ຈະ​ເຮັດ​ໃຫ້​ລາວ​ພົ້ນ​ໄດ້​ບໍ?</verse>
				<verse number="15">ຖ້າ​ພີ່ນ້ອງ​ຊາຍ​ຍິງ​ຄົນ​ໃດ ບໍ່ມີ​ເຄື່ອງນຸ່ງຫົ່ມ​ແລະ​ຂາດເຂີນ​ອາຫານ​ປະຈຳ​ວັນ,</verse>
				<verse number="16">ແລະ​ມີ​ຄົນ​ໃດ​ໃນ​ພວກເຈົ້າ​ເວົ້າ​ແກ່​ເຂົາ​ວ່າ, “ຈົ່ງ​ໄປ​ເປັນສຸກ​ເທີ້ນ ຂໍ​ໃຫ້​ອົບອຸ່ນ​ແລະ​ກິນ​ອີ່ມ,” ແຕ່​ບໍ່ໄດ້​ໃຫ້​ສິ່ງຂອງ​ທີ່​ເຂົາ​ຕ້ອງການ​ສຳລັບ​ຕົວ​ນັ້ນ ຈະ​ເປັນ​ປະໂຫຍດ​ອັນ​ໃດ?</verse>
				<verse number="17">ດັ່ງນັ້ນ ຄວາມເຊື່ອ​ກໍ​ຢ່າງ​ດຽວກັນ ຖ້າ​ບໍ່ມີ​ການ​ປະຕິບັດ ກໍ​ຕາຍ​ແລ້ວ.</verse>
				<verse number="18">ແຕ່​ບາງຄົນ​ຈະ​ກ່າວ​ວ່າ, “ຝ່າຍ​ເຈົ້າ ເຈົ້າ​ມີ​ຄວາມເຊື່ອ ແຕ່​ຝ່າຍ​ຂ້ອຍ​ມີ​ການ​ປະຕິບັດ.” ຈົ່ງ​ສະແດງ​ໃຫ້​ເຮົາ​ເຫັນ​ຄວາມເຊື່ອ​ຂອງ​ເຈົ້າ ຊຶ່ງ​ບໍ່ມີ​ການ​ປະຕິບັດ ແລະ​ຝ່າຍ​ເຮົາ​ຈະ​ສະແດງ​ໃຫ້​ເຈົ້າ​ເຫັນ​ຄວາມເຊື່ອ​ຂອງເຮົາ ດ້ວຍ​ການ​ປະຕິບັດ​ຂອງເຮົາ​ນັ້ນ.</verse>
				<verse number="19">ຝ່າຍ​ພວກເຈົ້າ​ທີ່​ເຊື່ອ​ວ່າ ມີ​ພຣະເຈົ້າ​ແຕ່​ອົງ​ດຽວ​ນັ້ນ​ກໍດີ​ຢູ່​ແລ້ວ, ສ່ວນ​ພວກ​ຜີມານຮ້າຍ​ກໍ​ເຊື່ອ​ເໝືອນກັນ ແລະ​ມັນ​ກໍ​ຢ້ານ​ຈົນ​ຕົວ​ສັ່ນ.</verse>
				<verse number="20">ໂອ ຄົນ​ໂງ່​ເອີຍ, ເຈົ້າ​ຢາກ​ຮຽນຮູ້​ຫລື​ວ່າ ຄວາມເຊື່ອ​ທີ່​ບໍ່ມີ​ການ​ປະຕິບັດ​ນັ້ນ​ກໍ​ໄຮ້​ຜົນ?</verse>
				<verse number="21">ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຖືກ​ພຣະເຈົ້າ​ຊົງ​ຮັບ​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ ກໍ​ໂດຍ​ການ​ປະຕິບັດ​ຂອງ​ເພິ່ນ ໃນ​ການ​ຖວາຍ​ອີຊາກ​ລູກຊາຍ​ຂອງ​ເພິ່ນ​ເທິງ​ແທ່ນບູຊາ.</verse>
				<verse number="22">ເຈົ້າ​ກໍ​ເຫັນ​ແລ້ວ​ວ່າ ຄວາມເຊື່ອ​ກັບ​ການ​ປະຕິບັດ​ຂອງ​ເພິ່ນ ກໍ​ໄປ​ຄວບຄູ່​ກັນ, ຄວາມເຊື່ອ​ຂອງ​ເພິ່ນ​ຖືກ​ເຮັດ​ໃຫ້​ດີ​ຄົບຖ້ວນ​ໄດ້ ກໍ​ໂດຍ​ການ​ປະຕິບັດ,</verse>
				<verse number="23">ແລະ​ກໍ​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ອັບຣາຮາມ​ເຊື່ອ​ພຣະເຈົ້າ ແລະ​ຍ້ອນ​ຄວາມເຊື່ອ​ນັ້ນ ພຣະອົງ​ຈຶ່ງ​ຊົງ​ຮັບ​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.” ດັ່ງນັ້ນ ພຣະອົງ​ຈຶ່ງ​ເອີ້ນ​ອັບຣາຮາມ​ວ່າ, “ສະຫາຍ​ຂອງ​ພຣະເຈົ້າ.”</verse>
				<verse number="24">ເຈົ້າ​ທັງຫລາຍ​ກໍ​ເຫັນ​ແລ້ວ​ວ່າ ຜູ້ໃດ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ກໍ​ເນື່ອງ​ດ້ວຍ​ຄວາມເຊື່ອ​ທີ່​ມີ​ການ​ປະຕິບັດ ແລະ​ບໍ່ແມ່ນ​ດ້ວຍ​ຄວາມເຊື່ອ​ພຽງ​ຢ່າງ​ດຽວ.</verse>
				<verse number="25">ໃນທຳນອງ​ດຽວກັນ​ກັບ​ນາງ​ຣາຮາບ ຍິງໂສເພນີ​ໄດ້​ຮັບຕ້ອນ​ຜູ້​ສົ່ງ​ຂ່າວ ແລ້ວ​ໃຫ້​ພວກເພິ່ນ​ກັບ​ເມືອ​ເສຍ​ທາງ​ອື່ນ ກໍໄດ້​ຊົງ​ຖື​ວ່າ​ຊອບທຳ ເນື່ອງ​ດ້ວຍ​ການ​ປະຕິບັດ​ບໍ່ແມ່ນ​ບໍ?</verse>
				<verse number="26">ເຫດ​ວ່າ ຮ່າງກາຍ​ທີ່​ບໍ່ມີ​ຈິດ​ວິນຍານ ກໍ​ຕາຍ​ແລ້ວ​ສັນໃດ ຄວາມເຊື່ອ​ທີ່​ບໍ່ມີ​ການ​ປະຕິບັດ ກໍ​ຕາຍ​ແລ້ວ​ສັນນັ້ນ​ເໝືອນກັນ.</verse>
			</chapter>
			<chapter number="3">
				<verse number="1">ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຢ່າ​ໄດ້​ພາກັນ​ເປັນ​ອາຈານ​ຈຳນວນ​ຫລວງຫລາຍ ເພາະ​ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ເຮົາ​ທັງຫລາຍ​ທີ່​ເປັນ​ຜູ້​ສອນ​ນັ້ນ ຈະ​ໄດ້​ຮັບ​ການ​ຊົງ​ພິພາກສາ​ໜັກໜ່ວງ​ກວ່າ​ຜູ້​ອື່ນ.</verse>
				<verse number="2">ພວກເຮົາ​ທຸກຄົນ​ເຮັດ​ຜິດພາດ​ຢູ່​ເລື້ອຍໆ ຖ້າ​ຜູ້ໃດ​ບໍ່ໄດ້​ເຮັດ​ຜິດ​ທາງ​ວາຈາ ຜູ້ນັ້ນ​ກໍ​ເປັນ​ຄົນ​ດີ​ຄົບຖ້ວນ ແລະ​ສາມາດ​ບັງຄັບ​ທັງ​ຕົວ​ໄວ້​ໄດ້​ເໝືອນກັນ.</verse>
				<verse number="3">ຖ້າ​ພວກເຮົາ​ເອົາ​ບັງຫຽນ​ໃສ່​ປາກ​ມ້າ ເພື່ອ​ໃຫ້​ມັນ​ຟັງຄວາມ​ແລ້ວ ພວກເຮົາ​ກໍ​ສາມາດ​ບັງຄັບ​ມ້າ​ທັງ​ໂຕ ໃຫ້​ມັນ​ຫັນ​ໄປມາ​ຕາມ​ຄວາມ​ຕ້ອງການ​ໄດ້.</verse>
				<verse number="4">ເບິ່ງແມ! ເຮືອ​ກໍ​ເໝືອນກັນ ຈະ​ລຳ​ໃຫຍ່​ພຽງ​ໃດ​ກໍຕາມ ເມື່ອ​ຖືກ​ລົມ​ແຮງ​ພັດ ມັນ​ກໍ​ຍັງ​ຫັນ​ໄປມາ​ໂດຍ​ອາໄສ​ໄມ້​ຂັດ​ທ້າຍ​ເຮືອ​ອັນ​ນ້ອຍໆ ຕາມ​ຄວາມ​ຕ້ອງການ​ຂອງ​ນາຍ​ທ້າຍ​ເຮືອ.</verse>
				<verse number="5">ລີ້ນ​ກໍ​ຄື​ກັນ​ນັ້ນ​ແຫຼະ ເປັນ​ອະໄວຍະວະ​ສ່ວນ​ນ້ອຍໆ ແຕ່​ສາມາດ​ໂອ້ອວດ​ເຖິງ​ເລື່ອງ​ໃຫຍ່ໆ​ໄດ້. ແປວ​ໄຟ​ພຽງ​ເລັກນ້ອຍ ກໍ​ຍັງ​ສາມາດ​ເຜົາຜານ​ປ່າໄມ້​ໃຫຍ່​ໄດ້.</verse>
				<verse number="6">ລີ້ນ​ກໍ​ເປັນ​ດັ່ງ​ໄຟ ມັນ​ເປັນ​ຄື​ໂລກ​ແຫ່ງ​ຄວາມ​ຊົ່ວຮ້າຍ ທີ່​ຄອບຄອງ​ຢູ່​ໃນ​ຮ່າງກາຍ​ຂອງ​ພວກເຮົາ ແລະ​ເຮັດ​ໃຫ້​ເປື້ອນເປິ​ໄປ​ທົ່ວ​ທັງ​ຮ່າງກາຍ, ມັນ​ເປັນ​ເຊື້ອໄຟ​ທີ່​ເຜົາ​ໄໝ້​ວົງ​ກະແສ​ແຫ່ງ​ຊີວິດ ແລະ​ມັນ​ເອງ​ກໍ​ເປັນ​ໄຟ​ມາ​ຈາກ​ນະຣົກ.</verse>
				<verse number="7">ມະນຸດ​ສາມາດ​ຝຶກແອບ​ສັດ​ທັງໝົດ​ໄດ້ ບໍ່​ວ່າ​ສັດປ່າ​ແລະ​ນົກ ສັດ​ເລືອຄານ​ແລະ​ປາ.</verse>
				<verse number="8">ແຕ່​ບໍ່ມີ​ຜູ້ໃດ​ສາມາດ​ຝຶກແອບ​ລີ້ນ​ໄດ້ ມັນ​ເປັນ​ສິ່ງ​ຊົ່ວ​ແລະ​ເຫຼືອ​ທີ່​ຈະ​ບັງຄັບ​ໄດ້ ເຕັມ​ໄປ​ດ້ວຍ​ພິດຮ້າຍ​ທີ່​ເຖິງ​ແກ່​ຄວາມ​ຕາຍ.</verse>
				<verse number="9">ພວກເຮົາ​ໃຊ້​ລີ້ນ​ສັນລະເສີນ​ອົງພຣະ​ຜູ້​ເປັນເຈົ້າ​ຄື ພຣະບິດາເຈົ້າ, ທັງ​ໃຊ້​ລີ້ນ​ປ້ອຍດ່າ​ເພື່ອນ​ມະນຸດ​ດ້ວຍ​ກັນ ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ສ້າງ​ຕາມ​ພຣະ​ລັກສະນະ​ຂອງ​ພຣະອົງ.</verse>
				<verse number="10">ຄຳ​ສັນລະເສີນ​ແລະ​ຄຳ​ປ້ອຍດ່າ ກໍ​ອອກ​ມາ​ຈາກ​ປາກ​ອັນ​ດຽວກັນ. ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ບໍ່ຄວນ​ໃຫ້​ເປັນ​ຢ່າງ​ນີ້​ເລີຍ.</verse>
				<verse number="11">ບໍ່​ນໍ້າພຸ​ຈະ​ໃຫ້​ນໍ້າຫວານ​ແລະ​ນໍ້າຂົມ​ພຸ່ງ​ອອກ​ມາ​ຈາກ​ຮູ​ດຽວກັນ​ບໍ?</verse>
				<verse number="12">ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຕົ້ນ​ເດື່ອເທດ​ຈະ​ເກີດຜົນ​ເປັນ​ໝາກກອກ​ໄດ້​ບໍ? ຫລື​ເຄືອ​ອະງຸ່ນ​ຈະ​ເກີດຜົນ​ເປັນ​ໝາກ​ເດື່ອເທດ​ໄດ້​ບໍ? ດັ່ງນັ້ນ ນໍ້າເຄັມ​ຈະ​ເກີດ​ເປັນ​ນໍ້າຈືດ​ກໍ​ບໍ່ໄດ້.</verse>
				<verse number="13">ໃນ​ທ່າມກາງ​ພວກເຈົ້າ ຜູ້ໃດ​ທີ່​ມີ​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ ກໍ​ໃຫ້​ຜູ້ນັ້ນ​ພິສູດ​ໃຫ້​ເຫັນ ໂດຍ​ຊີວິດ​ອັນ​ດີງາມ​ຂອງຕົນ ໂດຍ​ການ​ປະຕິບັດ​ອັນ​ດີ ຊຶ່ງ​ປະກອບ​ດ້ວຍ​ການ​ຖ່ອມຕົວ​ແລະ​ສະຕິປັນຍາ.</verse>
				<verse number="14">ແຕ່​ຖ້າ​ພວກເຈົ້າ​ມີ​ໃຈ​ເຫິງສາ​ອັນ​ຂົມຂື່ນ​ແລະ​ມັກໃຫຍ່​ໃຝ່ສູງ ກໍ​ຢ່າ​ໂອ້ອວດ​ແລະ​ຢ່າ​ທໍລະຍົດ​ຕໍ່​ຄວາມຈິງ.</verse>
				<verse number="15">ປັນຍາ​ຢ່າງ​ນີ້ ບໍ່ໄດ້​ມາ​ຈາກ​ເບື້ອງ​ເທິງ ແຕ່​ເປັນ​ປັນຍາ​ຂອງ​ຝ່າຍ​ໂລກນີ້, ເປັນ​ຢ່າງ​ທຳມະດາ​ມະນຸດ​ແລະ​ເປັນ​ຢ່າງ​ມານຮ້າຍ.</verse>
				<verse number="16">ບ່ອນ​ໃດ​ທີ່​ມີ​ຄວາມ​ອິດສາ​ແລະ​ການ​ເຫັນແກ່​ຕົວ ບ່ອນ​ນັ້ນ​ກໍ​ມີ​ການ​ວຸ້ນວາຍ​ແລະ​ມີ​ການ​ຊົ່ວຮ້າຍ​ທຸກ​ຊະນິດ.</verse>
				<verse number="17">ແຕ່​ປັນຍາ​ທີ່​ມາ​ຈາກ​ເບື້ອງ​ເທິງ​ນັ້ນ ກ່ອນ​ອື່ນ​ໝົດ​ກໍ​ບໍຣິສຸດ ແລະ​ປະກອບ​ດ້ວຍ​ຄວາມ​ສະຫງົບສຸກ ຄວາມ​ສຸພາບ​ອ່ອນໂຍນ ຄວາມ​ເປັນ​ມິດ ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ ແລະ​ໃຫ້​ຜົນ​ດີ ບໍ່​ເລືອກ​ໜ້າ​ຄົນ​ແລະ​ບໍ່​ໜ້າຊື່​ໃຈຄົດ.</verse>
				<verse number="18">ຜູ້​ທີ່​ສ້າງ​ສັນຕິສຸກ ກໍ​ຫວ່ານ​ຢ່າງ​ສັນຕິສຸກ ແລະ​ໝາກ​ຜົນ​ທີ່​ເກັບກ່ຽວ​ນັ້ນ ກໍ​ຄື​ຄວາມ​ຊອບທຳ.</verse>
			</chapter>
			<chapter number="4">
				<verse number="1">ອັນ​ໃດ​ເປັນ​ສາເຫດ​ທີ່​ເຮັດ​ໃຫ້​ພວກເຈົ້າ​ຕໍ່ສູ້ ແລະ​ຜິດຖຽງ​ກັນ? ກໍ​ແມ່ນ​ກິເລດ​ຕັນຫາ​ຂອງ​ພວກເຈົ້າ​ນັ້ນ​ແຫຼະ ທີ່​ເຮັດ​ໃຫ້​ມີ​ການ​ຕໍ່ສູ້​ກັນ​ຢູ່​ບໍ່​ຂາດ​ພາຍໃນ​ພວກເຈົ້າ.</verse>
				<verse number="2">ເຈົ້າ​ທັງຫລາຍ​ຢາກ​ໄດ້​ແຕ່​ບໍ່ໄດ້, ພວກເຈົ້າ​ຂ້າ​ກັນ ພວກເຈົ້າ​ເຫິງສາ​ກັນ​ແຕ່​ບໍ່​ສາມາດ​ຈະ​ໄດ້, ພວກເຈົ້າ​ຜິດຖຽງ ແລະ​ທະເລາະ​ວິວາດ​ກັນ ພວກເຈົ້າ​ບໍ່ມີ​ເພາະ​ບໍ່ໄດ້​ຂໍ.</verse>
				<verse number="3">ເຈົ້າ​ທັງຫລາຍ​ຂໍ​ແລະ​ບໍ່ໄດ້​ຮັບ ເພາະ​ຂໍ​ຜິດ ເພື່ອ​ຈະ​ເອົາ​ໄປ​ໃຊ້​ຕາມ​ກິເລດ​ຕັນຫາ​ຂອງຕົນ.</verse>
				<verse number="4">ໂອ ຄົນ​ຫລິ້ນຊູ້​ເອີຍ, ພວກເຈົ້າ​ບໍ່​ຮູ້​ຫລື​ວ່າ ການ​ເປັນ​ມິດ​ຕໍ່​ໂລກ ກໍ​ຄື​ການ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ? ສະນັ້ນ ຜູ້ໃດ​ທີ່​ຢາກ​ເປັນ​ມິດ​ຕໍ່​ໂລກ ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ.</verse>
				<verse number="5">ຫລື​ເຈົ້າ​ທັງຫລາຍ​ຄິດ​ວ່າ​ເປັນ​ການ​ເປົ່າໆ​ບໍ ທີ່​ພຣະຄຳພີ​ກ່າວ​ວ່າ, “ວິນຍານ​ທີ່​ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ຢູ່​ໃນ​ເຮົາ​ທັງຫລາຍ ກໍ​ປາຖະໜາ​ຢ່າງ​ແຮງ​ກ້າ.”</verse>
				<verse number="6">ແຕ່​ພຣະອົງ​ໄດ້​ຊົງ​ປະທານ​ພຣະຄຸນ​ເພີ່ມ​ຂຶ້ນ​ອີກ. ເຫດສະນັ້ນ ພຣະຄຳພີ​ຈຶ່ງ​ກ່າວ​ວ່າ, “ພຣະເຈົ້າ​ຊົງ​ຕໍ່ສູ້​ຄົນ​ທີ່​ຈອງຫອງ ແຕ່​ຊົງ​ປະທານ​ພຣະຄຸນ ແກ່​ຄົນ​ທີ່​ຖ່ອມໃຈ​ລົງ.”</verse>
				<verse number="7">ດ້ວຍເຫດນັ້ນ ເຈົ້າ​ທັງຫລາຍ​ຈົ່ງ​ນ້ອມໃຈ​ຍອມ​ຟັງ​ພຣະເຈົ້າ, ຈົ່ງ​ຕໍ່ສູ້​ກັບ​ມານ ແລະ​ມັນ​ຈະ​ໜີ​ຈາກ​ພວກເຈົ້າ​ໄປ.</verse>
				<verse number="8">ເຈົ້າ​ທັງຫລາຍ​ຈົ່ງ​ເຂົ້າ​ໃກ້​ພຣະເຈົ້າ ແລະ​ພຣະອົງ​ຈະ​ສະເດັດ​ມາ​ໃກ້​ພວກເຈົ້າ ຄົນ​ບາບ​ທັງຫລາຍ​ເອີຍ, ຈົ່ງ​ຊຳລະ​ມື​ໃຫ້​ສະອາດ ແລະ​ຄົນ​ສອງໃຈ​ເອີຍ, ຈົ່ງ​ຊຳລະ​ໃຈ​ຂອງຕົນ​ໃຫ້​ບໍຣິສຸດ</verse>
				<verse number="9">ຈົ່ງ​ເປັນ​ທຸກ​ໂສກເສົ້າ ຈົ່ງ​ຮ້ອງໄຫ້​ແລະ​ຮໍ່າໄຮ ໃຫ້​ການ​ຫົວ​ຂອງຕົນ ກັບ​ກາຍເປັນ​ການ​ໂສກເສົ້າ ແລະ​ໃຫ້​ຄວາມ​ຍິນດີ​ກັບ​ກາຍເປັນ​ຄວາມ​ເສົ້າໝອງ.</verse>
				<verse number="10">ຈົ່ງ​ຖ່ອມຕົວ​ລົງ​ຊ້ອງ​ພຣະພັກ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະອົງ​ຈະ​ຊົງ​ຍົກ​ພວກເຈົ້າ​ຂຶ້ນ.</verse>
				<verse number="11">ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ເວົ້າ​ນິນທາ​ຊຶ່ງກັນແລະກັນ ຜູ້​ທີ່​ເວົ້າ​ນິນທາ​ພີ່ນ້ອງ ຫລື​ກ່າວໂທດ​ໃສ່​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ເວົ້າ​ນິນທາ​ຕໍ່​ກົດບັນຍັດ ແລະ​ກ່າວໂທດ​ຕໍ່​ກົດບັນຍັດ​ນັ້ນ, ແຕ່​ຖ້າ​ເຈົ້າ​ກ່າວໂທດ​ຕໍ່​ກົດບັນຍັດ ເຈົ້າ​ກໍ​ບໍ່​ເປັນ​ຜູ້​ທີ່​ຮັກສາ​ກົດບັນຍັດ, ແຕ່​ເປັນ​ຜູ້ຕັດສິນ​ກົດບັນຍັດ.</verse>
				<verse number="12">ມີ​ຜູ້​ຊົງ​ແຕ່ງຕັ້ງ​ກົດບັນຍັດ​ແລະ​ຜູ້​ຊົງ​ພິພາກສາ ພຽງແຕ່​ອົງ​ດຽວ​ເທົ່ານັ້ນ ຄື​ພຣະອົງ​ຜູ້​ຊົງ​ສາມາດ​ໂຜດ​ໃຫ້​ພົ້ນ ແລະ​ຊົງ​ສາມາດ​ບັນດານ​ໃຫ້​ຈິບຫາຍ​ໄປ​ໄດ້, ແຕ່​ຝ່າຍ​ເຈົ້າ​ເປັນ​ຜູ້ໃດ​ທີ່​ຈະ​ກ່າວໂທດ​ໃສ່​ເພື່ອນບ້ານ​ຂອງຕົນ?</verse>
				<verse number="13">ດັ່ງນັ້ນ ເຈົ້າ​ທັງຫລາຍ​ທີ່​ເຄີຍ​ເວົ້າ​ວ່າ, “ມື້ນີ້​ຫລື​ມື້ອື່ນ ພວກເຮົາ​ຈະ​ເຂົ້າ​ໄປ​ໃນ​ເມືອງນັ້ນ​ເມືອງນີ້ ຈະ​ພັກ​ຢູ່​ທີ່​ນັ້ນ​ປີ​ໜຶ່ງ ແລະ​ຈະ​ຄ້າຂາຍ​ເອົາ​ກຳໄລ.”</verse>
				<verse number="14">ພວກເຈົ້າ​ບໍ່​ຮູ້​ວ່າ ຊີວິດ​ຂອງ​ພວກເຈົ້າ​ຈະ​ເປັນ​ຢ່າງ​ໃດ​ໃນ​ມື້ອື່ນ? ພວກເຈົ້າ​ເປັນ​ດັ່ງ​ໝອກ​ທີ່​ປາກົດ​ຢູ່​ພຽງ​ຊົ່ວຄາວ ແລ້ວ​ກໍ​ຈາງຫາຍ​ໄປ.</verse>
				<verse number="15">ແທນ​ທີ່​ຈະ​ເວົ້າ​ດັ່ງນັ້ນ ພວກເຈົ້າ​ຄວນ​ເວົ້າ​ດັ່ງນີ້, “ຖ້າ​ພຣະເຈົ້າ​ພໍພຣະໄທ ພວກເຮົາ​ກໍ​ຈະ​ມີ​ຊີວິດ​ຢູ່ ແລະ​ຈະ​ເຮັດ​ສິ່ງນັ້ນ ຫຼື​ສິ່ງນີ້.”</verse>
				<verse number="16">ແຕ່​ວ່າ​ດຽວ​ນີ້ ເຈົ້າ​ທັງຫລາຍ​ໂອ້ອວດ​ດ້ວຍ​ຄວາມ​ຖື​ຕົວ, ການ​ໂອ້ອວດ​ຢ່າງ​ນີ້ ກໍ​ລ້ວນແຕ່​ເປັນ​ຄວາມຊົ່ວ.</verse>
				<verse number="17">ດັ່ງນັ້ນ ຖ້າ​ຜູ້ໃດ​ຮູ້​ວ່າ ອັນ​ໃດ​ເປັນ​ການ​ດີ​ແລະ​ບໍ່​ເຮັດ ຜູ້ນັ້ນ​ຈຶ່ງ​ມີ​ບາບ.</verse>
			</chapter>
			<chapter number="5">
				<verse number="1">ບັດນີ້​ຄົນ​ຮັ່ງມີ​ເອີຍ, ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ຍ້ອນ​ຄວາມ​ທຸກ​ລຳບາກ ທີ່​ຈະ​ມາ​ຖືກ​ພວກເຈົ້າ.</verse>
				<verse number="2">ຄວາມ​ຮັ່ງມີ​ຂອງ​ພວກເຈົ້າ​ໄດ້​ເສື່ອມສູນ​ໄປ​ແລ້ວ ແລະ​ເສື້ອຜ້າ​ຂອງ​ພວກເຈົ້າ​ກໍ​ຖືກ​ມອດ​ກັດ​ເສຍ​ແລ້ວ.</verse>
				<verse number="3">ເງິນຄຳ​ຂອງ​ພວກເຈົ້າ​ກໍ​ເກີດ​ເປັນ​ຂີ້ໝ້ຽງ ແລະ​ຂີ້ໝ້ຽງ​ນັ້ນ ຈະ​ເປັນ​ພະຍານ​ຫຼັກຖານ​ຕໍ່ສູ້​ພວກເຈົ້າ ຈະ​ເຜົາຜານ​ເລືອດ​ເນື້ອ​ຂອງ​ພວກເຈົ້າ​ເໝືອນ​ໄຟ. ພວກເຈົ້າ​ໄດ້​ທ້ອນໂຮມ​ຊັບສົມບັດ​ໄວ້​ສຳລັບ​ວັນ​ສຸດທ້າຍ.</verse>
				<verse number="4">ເບິ່ງແມ! ຄ່າຈ້າງ​ຂອງ​ຄົນ​ທີ່​ໄດ້​ກ່ຽວເຂົ້າ​ໃນ​ນາ​ຂອງ​ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ສໍ້ໂກງ​ໄວ້​ນັ້ນ​ກໍ​ຮ້ອງຟ້ອງ​ຂຶ້ນ ແລະ​ສຽງ​ຮ້ອງທຸກ​ຂອງ​ຄົນ​ທີ່​ກ່ຽວເຂົ້າ​ນັ້ນ ກໍໄດ້​ຊົງ​ຊາບ​ແລ້ວ ເຖິງ​ຫູ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງ​ເປັນ​ຈອມພົນ.</verse>
				<verse number="5">ພວກເຈົ້າ​ໄດ້​ລ້ຽງ​ຊີວິດ​ຢູ່​ໃນ​ໂລກ​ຢ່າງ​ຟູມເຟືອຍ​ແລະ​ສະໜຸກ​ສະໜານ, ພວກເຈົ້າ​ໄດ້​ບຳລຸງ​ຈິດໃຈ ເໝືອນ​ລໍຖ້າ​ວັນ​ປະຫານ.</verse>
				<verse number="6">ພວກເຈົ້າ​ໄດ້​ຕັດສິນ​ລົງໂທດ​ແລະ​ໄດ້​ຂ້າ​ຄົນ​ຊອບທຳ​ເສຍ ເຂົາ​ກໍ​ບໍ່ໄດ້​ຕໍ່ສູ້​ພວກເຈົ້າ.</verse>
				<verse number="7">ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ອົດທົນ​ຈົນກວ່າ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ສະເດັດ​ມາ. ຈົ່ງ​ເບິ່ງ​ຊາວ​ປູກຝັງ​ທີ່​ລໍຄອຍ​ຜົນ​ອັນ​ມີຄ່າ ທີ່​ຈະ​ໄດ້​ຮັບ​ຈາກ​ແຜ່ນດິນ ເຂົາ​ພຽນ​ຄອຍ​ຈົນກວ່າ​ມີ​ຝົນ​ຕົ້ນ​ລະດູ​ແລະ​ຝົນ​ປາຍ​ລະດູ.</verse>
				<verse number="8">ພວກເຈົ້າ​ກໍ​ຈົ່ງ​ອົດທົນ​ຢ່າງ​ນັ້ນ​ເໝືອນກັນ, ຈົ່ງ​ຕັ້ງໃຈ​ໃຫ້​ດີ ເພາະ​ໃກ້​ຈະ​ເຖິງ​ເວລາ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ສະເດັດ​ມາ​ແລ້ວ.</verse>
				<verse number="9">ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຢ່າ​ຈົ່ມ​ໃຫ້​ກັນແລະກັນ ເພື່ອ​ວ່າ​ພຣະເຈົ້າ​ຈະ​ບໍ່​ຕັດສິນ​ພວກເຈົ້າ ຜູ້ຕັດສິນ​ກໍ​ຢູ່​ໃກ້​ແລະ​ພ້ອມ​ທີ່​ຈະ​ມາ​ປາກົດ.</verse>
				<verse number="10">ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ເອົາ​ແບບຢ່າງ​ໃນ​ການ​ທົນທຸກ ແລະ​ຄວາມ​ພາກພຽນ​ຂອງ​ພວກ​ຜູ້​ປະກາດ​ພຣະທຳ ຜູ້​ໄດ້​ກ່າວ​ຄວາມ​ໃນ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="11">ເບິ່ງແມ! ພວກເຮົາ​ຖື​ວ່າ​ຄົນ​ເຫຼົ່ານັ້ນ ທີ່​ມີ​ຄວາມ​ໝັ້ນໃຈ​ກໍ​ເປັນ​ສຸກ. ເຈົ້າ​ທັງຫລາຍ​ໄດ້ຍິນ​ເລື່ອງ​ຄວາມ​ໝັ້ນໃຈ​ຂອງທ່ານ​ໂຢບ ແລະ​ໄດ້​ເຫັນ​ແລ້ວ​ວ່າ​ໃນ​ທີ່ສຸດ​ປາຍ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຊົງ​ເຕັມ​ໄປ​ດ້ວຍ​ພຣະ​ເມດຕາ​ກະລຸນາ.</verse>
				<verse number="12">ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ທີ່​ສຳຄັນ​ກວ່າ​ສິ່ງ​ອື່ນໆ​ທັງໝົດ​ກໍ​ຄື ຢ່າ​ສາບານ​ດ້ວຍ​ອ້າງ​ເຖິງ​ສະຫວັນ ຫລື​ແຜ່ນດິນ​ໂລກ ຫລື​ສິ່ງ​ອື່ນໆ, ແຕ່​ສິ່ງໃດ “ແມ່ນ.” ກໍ​ໃຫ້​ວ່າ, “ແມ່ນ.” ສິ່ງໃດ​ທີ່ “ບໍ່ແມ່ນ.” ກໍ​ໃຫ້​ວ່າ, “ບໍ່ແມ່ນ.” ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ໃນ​ການ​ລົງໂທດ.</verse>
				<verse number="13">ມີ​ຜູ້ໃດ​ໃນ​ພວກເຈົ້າ​ທົນທຸກ​ຫລື ຈົ່ງ​ໃຫ້​ຜູ້ນັ້ນ​ພາວັນນາ​ອະທິຖານ ມີ​ຜູ້ໃດ​ຊົມຊື່ນ​ຍິນດີ​ຫລື ໃຫ້​ຜູ້​ນັ້ນ​ຮ້ອງເພງ​ສັນລະເສີນ.</verse>
				<verse number="14">ມີ​ຜູ້ໃດ​ເຈັບໄຂ້​ໄດ້ປ່ວຍ​ຫລື ຈົ່ງ​ໃຫ້​ຜູ້ນັ້ນ​ເຊີນ​ບັນດາ​ເຖົ້າແກ່​ໃນ​ຄຣິສຕະຈັກ ມາ​ພາວັນນາ​ອະທິຖານ​ສຳລັບ​ຕົນ ແລະ​ເອົາ​ນໍ້າມັນ​ຊາໂລມ​ທາ​ຜູ້ນັ້ນ ໃນ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="15">ຄຳ​ພາວັນນາ​ອະທິຖານ​ທີ່​ປະກອບ​ດ້ວຍ​ຄວາມເຊື່ອ ຈະ​ເຮັດ​ໃຫ້​ຜູ້​ປ່ວຍ​ນັ້ນ​ລອດພົ້ນ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ຜູ້ນັ້ນ​ລຸກ​ຂຶ້ນ​ດີ​ເປັນ​ປົກກະຕິ ແລະ​ຖ້າ​ຜູ້ນັ້ນ​ໄດ້​ເຮັດ​ຜິດ​ເຮັດ​ບາບ ພຣະອົງ​ກໍ​ຈະ​ຊົງ​ໂຜດ​ອະໄພ​ໃຫ້.</verse>
				<verse number="16">ເຫດສະນັ້ນ ເຈົ້າ​ທັງຫລາຍ ຈົ່ງ​ສາລະພາບ​ຜິດ​ຂອງຕົນ​ຕໍ່​ກັນແລະກັນ, ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ກັນແລະກັນ, ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ດີ​ພະຍາດ. ຄຳ​ພາວັນນາ​ອະທິຖານ​ຂອງ​ຜູ້​ຊອບທຳ​ມີຣິດ​ສັກສິດ​ເຮັດ​ໃຫ້​ເກີດຜົນ.</verse>
				<verse number="17">ຜູ້ທຳນວາຍ​ເອລີຢາ ກໍ​ເປັນ​ມະນຸດ​ທຳມະດາ​ສາມັນ ເໝືອນ​ດັ່ງ​ພວກເຮົາ ເພິ່ນ​ໄດ້​ພາວັນນາ​ອະທິຖານ​ດ້ວຍ​ໃຈ​ຮ້ອນຮົນ ຂໍ​ບໍ່​ໃຫ້​ຝົນ​ຕົກ ແລະ​ຝົນ​ກໍ​ບໍ່​ຕົກ​ເທິງ​ແຜ່ນດິນ​ເຖິງ​ສາມ​ປີ​ກັບ​ຫົກ​ເດືອນ.</verse>
				<verse number="18">ແລ້ວ​ເພິ່ນ​ກໍ​ພາວັນນາ​ອະທິຖານ​ອີກ ທ້ອງຟ້າ​ກໍໄດ້​ຖອກ​ເທ​ຝົນ​ລົງ​ມາ ແລະ​ແຜ່ນດິນ​ກໍ​ເກີດ​ພືດຜົນ​ນາໆ​ຊະນິດ.</verse>
				<verse number="19">ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຖ້າ​ຄົນ​ໃດ​ໃນ​ພວກເຈົ້າ ຫລົງ​ຜິດ​ໄປ​ຈາກ​ຄວາມຈິງ ຖ້າ​ຜູ້ໃດ​ເຮັດ​ໃຫ້​ຄົນ​ນັ້ນ​ຕ່າວຄືນ​ມາ​ອີກ,</verse>
				<verse number="20">ຈົ່ງ​ຮູ້​ວ່າ ຜູ້​ທີ່​ເຮັດ​ໃຫ້​ຄົນ​ບາບ​ຄົນ​ໜຶ່ງ​ຕ່າວຄືນ​ມາ​ຈາກ​ທາງ​ຜິດ​ຂອງຕົນ​ນັ້ນ ກໍໄດ້​ຊ່ວຍ​ຈິດວິນຍານ​ຂອງ​ຄົນ​ນັ້ນ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ ແລະ​ທັງ​ໃຫ້​ຄວາມ​ຜິດບາບ​ຈຳນວນ​ຫລວງຫລາຍ​ໄດ້​ຮັບ​ການອະໄພ.</verse>
			</chapter>
		</book>
		<book number="60">
			<chapter number="1">
				<verse number="1">ຈາກ ເປໂຕ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ, ເຖິງ ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ຊຶ່ງ​ອາໄສ​ຢູ່​ໃນ​ຕ່າງຖິ່ນ ກະຈັດ​ກະຈາຍ​ຢູ່​ຕາມ​ແຂວງ​ຕ່າງໆ​ເຊັ່ນ: ປົນໂຕ, ຄາລາເຕຍ, ກາປາໂດເກຍ, ເອເຊຍ ແລະ ບີທີເນຍ.</verse>
				<verse number="2">ຄື​ຜູ້​ທີ່​ພຣະເຈົ້າ ພຣະບິດາເຈົ້າ​ໄດ້​ຊົງ​ເລືອກ​ໄວ້​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ຮູ້​ລ່ວງໜ້າ​ໄວ້​ກ່ອນ ເພື່ອ​ພຣະວິນຍານ​ຈະ​ຊົງ​ຊຳລະ​ໃຫ້​ບໍຣິສຸດ ຈະ​ໃຫ້​ນົບ​ນ້ອມ​ເຊື່ອຟັງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຈະ​ໃຫ້​ຮັບ​ການ​ຊຳລະ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ. ຂໍ​ພຣະຄຸນ ແລະ​ສັນຕິສຸກ​ຈົ່ງ​ບັງເກີດ​ທະວີຄູນ​ແກ່​ເຈົ້າ​ທັງຫລາຍ​ເທີ້ນ.</verse>
				<verse number="3">ສາທຸການ​ແດ່​ພຣະເຈົ້າ ພຣະບິດາເຈົ້າ​ແຫ່ງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຜູ້​ໄດ້​ຊົງ​ພຣະ​ມະຫາ​ກະລຸນາ​ແກ່​ພວກເຮົາ ຊົງ​ໂຜດ​ໃຫ້​ພວກເຮົາ​ບັງເກີດ​ໃໝ່ ເຂົ້າ​ສູ່​ຄວາມຫວັງ​ໃຈ​ອັນ​ມີ​ຊີວິດ​ຢູ່​ໂດຍ​ການ​ຄືນພຣະຊົນ​ຂອງ​ພຣະເຢຊູ​ຄຣິດເຈົ້າ,</verse>
				<verse number="4">ເພື່ອ​ຮັບ​ມໍຣະດົກ​ອັນ​ຄົບ​ບໍຣິບູນ ຊຶ່ງ​ພຣະເຈົ້າ​ໄດ້​ຮັກສາ​ໄວ້​ສຳລັບ​ໄພ່ພົນ​ຂອງ​ພຣະອົງ​ໃນ​ສະຫວັນ ຊຶ່ງ​ເປັນ​ບ່ອນ​ທີ່​ບໍ່​ເປື່ອຍເນົ່າ ບໍ່​ຊົ່ວ​ມົວໝອງ​ແລະ​ບໍ່​ຫ່ຽວແຫ້ງ​ຈັກເທື່ອ.</verse>
				<verse number="5">ຊຶ່ງ​ເປັນ​ຜູ້​ທີ່​ຣິດອຳນາດ​ຂອງ​ພຣະເຈົ້າ ຊົງ​ເຝົ້າ​ຮັກສາ​ໄວ້​ດ້ວຍ​ຄວາມເຊື່ອ ຈົນ​ໄດ້​ເຖິງ​ຄວາມ​ພົ້ນ ຊຶ່ງ​ພ້ອມແລ້ວ​ທີ່​ຈະ​ປາກົດ​ໃນ​ວັນ​ສຸດທ້າຍ.</verse>
				<verse number="6">ໃນ​ສິ່ງ​ນີ້​ແຫຼະ ຈຶ່ງ​ຊົມຊື່ນ​ຍິນດີ​ຫລາຍ ເຖິງ​ແມ່ນ​ວ່າ​ດຽວ​ນີ້ ຈຳເປັນ​ທີ່​ພວກເຈົ້າ​ຈະ​ຕ້ອງ​ທົນ​ຄວາມ​ທຸກໂສກ ດ້ວຍ​ການ​ຖືກ​ທົດລອງ​ຕ່າງໆ​ໃນ​ໄລຍະ​ເວລາ​ໜຶ່ງ.</verse>
				<verse number="7">ເຖິງ​ແມ່ນ​ວ່າ ຄຳ​ກໍ​ຍັງ​ຖືກ​ລອງ​ເບິ່ງ​ດ້ວຍ​ໄຟ ແຕ່​ຄວາມເຊື່ອ​ທີ່​ຖືກ​ລອງ​ກໍ​ປະເສີດ​ກວ່າ​ຄຳ ທີ່​ຍ່ອມ​ຮູ້​ສູນຫາຍ​ໄປ. ດັ່ງນັ້ນ ການ​ທົດລອງ​ຕ່າງໆ​ເກີດຂຶ້ນ ເພື່ອ​ໃຫ້​ຄວາມເຊື່ອ​ທີ່​ລອງ​ແລ້ວ​ນັ້ນ ປາກົດ​ວ່າ ຄວນ​ໄດ້​ຮັບ​ຄຳ​ສັນລະເສີນ ສະຫງ່າຣາສີ ແລະ​ກຽດຕິຍົດ ໃນ​ເວລາ​ທີ່​ພຣະເຢຊູ​ຄຣິດເຈົ້າ​ຈະ​ສະເດັດ​ມາ​ປາກົດ.</verse>
				<verse number="8">ພຣະອົງ​ຜູ້​ທີ່​ພວກເຈົ້າ​ຍັງ​ບໍ່ໄດ້​ເຫັນ ແຕ່​ພວກເຈົ້າ​ກໍ​ຍັງ​ຮັກ​ພຣະອົງ​ຢູ່ ເຖິງ​ແມ່ນ​ວ່າ​ຂະນະ​ນີ້ ພວກເຈົ້າ​ບໍ່​ເຫັນ​ພຣະອົງ ແຕ່​ຍັງ​ເຊື່ອ​ແລະ​ຊື່ນຊົມ​ຍິນດີ ດ້ວຍ​ຄວາມ​ຍິນດີ​ອັນ​ຮຸ່ງເຮືອງ ຊຶ່ງ​ເຫຼືອ​ທີ່​ຈະ​ອະທິບາຍ​ໄດ້.</verse>
				<verse number="9">ແລ້ວ​ເຈົ້າ​ທັງຫລາຍ​ຈຶ່ງ​ໄດ້​ຮັບ ຕາມ​ຈຸດປະສົງ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຈົ້າ ຄື​ວິນຍານຈິດ​ຂອງ​ພວກເຈົ້າ​ຈະ​ໄດ້​ລອດພົ້ນ.</verse>
				<verse number="10">ບັນດາ​ຜູ້ທຳນວາຍ​ທີ່​ໄດ້​ທຳນວາຍ​ເຖິງ​ພຣະຄຸນ ຊຶ່ງ​ຈະ​ບັງເກີດ​ແກ່​ເຈົ້າ​ທັງຫລາຍ ກໍໄດ້​ຄົ້ນຄວ້າ​ແລະ​ສືບຖາມ​ຫາ​ຢ່າງ​ຖ້ວນຖີ່ ກ່ຽວກັບ​ເລື່ອງ​ຄວາມ​ພົ້ນ​ນີ້.</verse>
				<verse number="11">ພວກເພິ່ນ​ໄດ້​ສຶບຄົ້ນ​ຫາ​ວ່າ ພຣະວິນຍານ​ຂອງ​ພຣະຄຣິດ ຜູ້​ຊົງ​ສະຖິດ​ຢູ່​ໃນ​ພວກເພິ່ນ ໄດ້​ຖືກ​ບົ່ງບອກ​ໄວ້ ເຖິງ​ຄາວ​ໃດ​ແລະ​ເວລາ​ໃດ ເມື່ອ​ພຣະອົງ​ຊົງ​ທຳນວາຍ​ໄວ້ ເຖິງ​ຄວາມ​ທຸກ​ທໍລະມານ​ຂອງ​ພຣະຄຣິດ ແລະ​ເຖິງ​ສະຫງ່າຣາສີ ທີ່​ຈະ​ມາ​ພາຍຫລັງ​ຄວາມ​ທົນທຸກ​ທໍລະມານ​ນັ້ນ.</verse>
				<verse number="12">ກໍ​ຊົງ​ສຳແດງ​ໃຫ້​ພວກ​ຜູ້ທຳນວາຍ​ນັ້ນ​ຮູ້​ວ່າ ທີ່​ທ່ານ​ເຫຼົ່ານັ້ນ​ໄດ້​ປະຕິບັດ​ໃນ​ເຫດການ​ທັງປວງ​ນັ້ນ ບໍ່ແມ່ນ​ສຳລັບ​ພວກເພິ່ນ​ເອງ ແຕ່​ສຳລັບ​ເຈົ້າ​ທັງຫລາຍ. ບັດນີ້ ຄົນ​ເຫຼົ່ານັ້ນ​ທີ່​ປະກາດ​ຂ່າວປະເສີດ​ແກ່​ເຈົ້າ​ທັງຫລາຍ ໄດ້​ກ່າວ​ສິ່ງ​ເຫຼົ່ານັ້ນ​ແກ່​ພວກເຈົ້າ​ແລ້ວ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ຜູ້​ຊົງ​ຮັບໃຊ້​ມາ​ຈາກ​ສະຫວັນ. ເຫດການ​ເຫຼົ່ານີ້ ເປັນ​ສິ່ງ​ຊຶ່ງ​ພວກ​ເທວະດາ​ປາຖະໜາ​ຈະ​ພິຈາລະນາ​ເບິ່ງ.</verse>
				<verse number="13">ດ້ວຍເຫດນັ້ນ ຈົ່ງ​ຕຽມຕົວ​ຕຽມ​ໃຈ​ໃຫ້​ພ້ອມ ຈົ່ງ​ມີ​ສະຕິ​ລະວັງຕົວ ແລະ​ຈົ່ງ​ຕັ້ງ​ຄວາມຫວັງ​ໃຫ້​ເຕັມ​ບໍຣິບູນ​ໃນ​ພຣະຄຸນ ທີ່​ຈະ​ໂຜດ​ປະທານ​ໃຫ້​ພວກເຈົ້າ ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ມາ​ປາກົດ.</verse>
				<verse number="14">ຈົ່ງ​ເປັນ​ລູກ​ທີ່​ເຊື່ອຟັງ ແລະ​ຢ່າ​ດຳເນີນ​ຊີວິດ​ຕາມ​ຕັນຫາ​ແບບ​ເກົ່າ ທີ່​ພວກເຈົ້າ​ເຄີຍ​ມີ​ໃນ​ຄາວ​ຍັງ​ໂງ່​ຢູ່​ນັ້ນ.</verse>
				<verse number="15">ແຕ່​ເພາະ​ພຣະອົງ ຜູ້​ຊົງ​ເອີ້ນ​ເຈົ້າ​ທັງຫລາຍ​ນັ້ນ​ບໍຣິສຸດ ຝ່າຍ​ພວກເຈົ້າ​ຈົ່ງ​ກາຍເປັນ​ຜູ້​ບໍຣິສຸດ ໃນ​ທາງ​ກິຣິຍາ​ວາຈາ​ທຸກປະການ​ເໝືອນກັນ.</verse>
				<verse number="16">ເພາະ​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ບໍຣິສຸດ ເພາະ​ຝ່າຍ​ເຮົາ​ບໍຣິສຸດ.”</verse>
				<verse number="17">ແລະ​ຖ້າ​ພວກເຈົ້າ​ພາວັນນາ​ອະທິຖານ​ທູນ​ຂໍ​ຕໍ່​ພຣະອົງ ຜູ້​ຊົງ​ພິພາກສາ​ທຸກຄົນ ຕາມ​ກິດຈະການ​ຂອງ​ເຂົາ ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ເອີ້ນ​ພຣະອົງ​ວ່າ, “ພຣະບິດາເຈົ້າ” ກໍຕາມ ຈົ່ງ​ປະຕິບັດ​ໄປ​ດ້ວຍ​ຄວາມ​ຢຳເກງ ຕະຫລອດ​ເວລາ​ທີ່​ພວກເຈົ້າ​ອາໄສ​ຢູ່​ໃນ​ໂລກນີ້.</verse>
				<verse number="18">ເພາະ​ພວກເຈົ້າ​ກໍ​ຮູ້​ຢູ່​ແລ້ວ​ວ່າ ພວກເຈົ້າ​ຖືກ​ໄຖ່​ໃຫ້​ເປັນ​ອິດສະຫລະ ຈາກ​ການ​ດຳເນີນ​ຊີວິດ​ອັນ​ບໍ່ມີ​ປະໂຫຍດ ທີ່​ສືບທອດ​ມາ​ຈາກ​ບັນພະບຸລຸດ​ຂອງ​ພວກເຈົ້າ ບໍ່ແມ່ນ​ໄຖ່​ດ້ວຍ​ສິ່ງຂອງ​ທີ່​ເສື່ອມສູນ​ໄປ ເໝືອນ​ດັ່ງ​ເງິນ ຫລື​ຄຳ</verse>
				<verse number="19">ແຕ່​ຊົງ​ໄຖ່​ດ້ວຍ​ພຣະ​ໂລຫິດ ອັນ​ຊົງ​ມີຄ່າ​ຂອງ​ພຣະຄຣິດ ເໝືອນ​ດັ່ງ​ເລືອດ​ລູກແກະ ທີ່​ບໍ່ມີ​ຕຳໜິ​ຫລື​ຮອຍ​ດ່າງ.</verse>
				<verse number="20">ພຣະອົງ​ໄດ້​ຖືກ​ຊົງ​ເລືອກ​ໄວ້ ໂດຍ​ພຣະເຈົ້າ​ກ່ອນ​ວາງ​ຮາກ​ສ້າງ​ໂລກ ແຕ່​ເພື່ອ​ເຫັນ​ແກ່​ພວກເຈົ້າ ພຣະອົງ​ຈຶ່ງ​ໄດ້​ໃຫ້​ພຣະຄຣິດ​ສະເດັດ​ມາ​ປາກົດ​ໃນ​ເວລາ​ສຸດທ້າຍ.</verse>
				<verse number="21">ໂດຍ​ທາງ​ພຣະອົງ​ນັ້ນ ພວກເຈົ້າ​ຈຶ່ງ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ຊົງ​ປະທານ​ສະຫງ່າຣາສີ​ໃຫ້​ແກ່​ພຣະອົງ ເພື່ອ​ຄວາມເຊື່ອ​ແລະ​ຄວາມຫວັງ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ໃນ​ພຣະເຈົ້າ.</verse>
				<verse number="22">ທີ່​ເຈົ້າ​ທັງຫລາຍ​ໄດ້​ຊຳລະ​ຈິດໃຈ​ຂອງຕົນ ໃຫ້​ບໍຣິສຸດ​ດ້ວຍ​ຄວາມ​ເຊື່ອຟັງ​ຄວາມຈິງ ຈົນ​ມີ​ຄວາມຮັກ​ພວກ​ພີ່ນ້ອງ​ຢ່າງ​ຈິງໃຈ ພວກເຈົ້າ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ.</verse>
				<verse number="23">ດ້ວຍວ່າ, ເຈົ້າ​ທັງຫລາຍ​ໄດ້​ເກີດ​ໃໝ່​ແລ້ວ ບໍ່ແມ່ນ​ເກີດ​ຈາກ​ແນວ​ປູກ​ທີ່​ອາດ​ເປື່ອຍເນົ່າ ແຕ່​ເກີດ​ຈາກ​ແນວ​ປູກ​ທີ່​ບໍ່​ອາດ​ເປືອຍເນົ່າ ຄື​ເກີດ​ຈາກ​ພຣະທຳ​ຂອງ​ພຣະເຈົ້າ ອັນ​ຊົງ​ຊີວິດ​ແລະ​ຕັ້ງໝັ້ນຄົງ.</verse>
				<verse number="24">ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ມະນຸດ​ທຸກຄົນ ເປັນ​ດັ່ງ​ຕົ້ນຫຍ້າ ແລະ​ສະຫງ່າຣາສີ​ຂອງ​ພວກເຂົາ ກໍ​ເປັນ​ດັ່ງ​ດອກ​ຫຍ້າ ຕົ້ນຫຍ້າ​ຫ່ຽວແຫ້ງ​ໄປ ແລະ​ດອກ​ມັນ​ກໍ​ລ່ວງ​ຫລົ່ນ​ໄປ</verse>
				<verse number="25">ແຕ່​ພຣະຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຕັ້ງໝັ້ນຄົງ​ຢູ່​ຕະຫລອດ​ຊົ່ວ​ນິຣັນດອນ.” ພຣະຄຳ​ນັ້ນ ຄື​ຂ່າວປະເສີດ ທີ່​ໄດ້​ປະກາດ​ໃຫ້​ພວກເຈົ້າ​ຮູ້​ແລ້ວ.</verse>
			</chapter>
			<chapter number="2">
				<verse number="1">ເຫດສະນັ້ນ ເຈົ້າ​ທັງຫລາຍ​ຈົ່ງ​ລະຖິ້ມ​ຄວາມ​ຄິດ​ຮ້າຍ​ທັງປວງ ກົນອຸບາຍ​ທຸກຢ່າງ ການ​ໜ້າຊື່​ໃຈຄົດ ຄວາມ​ອິດສາ ແລະ​ຄຳ​ເວົ້າ​ນິນທາ​ທັງໝົດ.</verse>
				<verse number="2">ຈົ່ງ​ເປັນ​ເໝືອນ​ດັ່ງ​ເດັກນ້ອຍໆ​ທີ່​ເກີດ​ໃໝ່ ຈົ່ງ​ຮ້ອນໃຈ​ປາຖະໜາ​ຫາ​ນໍ້ານົມ​ອັນ​ບໍຣິສຸດ​ຝ່າຍ​ຈິດ​ວິນຍານ ເພື່ອ​ວ່າ​ດ້ວຍ​ນໍ້ານົມ​ນັ້ນ ພວກເຈົ້າ​ຈະ​ໄດ້​ຈະເລີນ​ຂຶ້ນ​ເຖິງ​ຄວາມ​ພົ້ນ.</verse>
				<verse number="3">ພວກເຈົ້າ​ໄດ້​ຄົ້ນ​ພົບ ແລະ​ສຳພັດ​ດ້ວຍ​ຕົນເອງ​ແລ້ວ​ວ່າ, ອົງພຣະ​ຜູ້​ເປັນເຈົ້າ​ປະກອບ​ດ້ວຍ​ພຣະ​ເມດຕາ​ກະລຸນາ.</verse>
				<verse number="4">ຈົ່ງ​ມາ​ຫາ​ພຣະອົງ ຜູ້​ຊົງ​ເປັນ​ພຣະ​ສີລາ​ທີ່​ຊົງ​ຊີວິດ ຊຶ່ງ​ຝ່າຍ​ມະນຸດ​ໄດ້​ປະຖິ້ມ​ເສຍ ແຕ່​ຝ່າຍ​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ແລະ​ຊົງ​ຖື​ວ່າ​ມີ​ຄຸນຄ່າ​ສູງ.</verse>
				<verse number="5">ເຈົ້າ​ທັງຫລາຍ​ກໍ​ເປັນ​ເໝືອນ​ຫີນ​ທີ່​ມີ​ຊີວິດ​ຢູ່ ພວກເຈົ້າ​ຈົ່ງ​ຍອມ​ໃຫ້​ພຣະເຈົ້າ​ຊົງ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍ​ວິນຍານ ເປັນ​ປະໂຣຫິດ​ບໍຣິສຸດ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ຝ່າຍ​ວິນຍານ ຊຶ່ງ​ພໍພຣະໄທ​ຂອງ​ພຣະເຈົ້າ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.</verse>
				<verse number="6">ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ, “ເບິ່ງແມ! ເຮົາ​ວາງ​ຫີນ​ກ້ອນ​ໜຶ່ງ​ລົງ ໃນ​ເມືອງ​ຊີໂອນ ເປັນ​ຫີນ​ເສົາ​ເອກ​ທີ່​ເລືອກ​ໄວ້​ແລ້ວ, ແລະ​ເປັນ​ຫີນ​ທີ່​ມີຄ່າ​ອັນ​ປະເສີດ ຜູ້​ທີ່​ວາງໃຈ​ໃນ​ຫີນ​ນັ້ນ ກໍ​ຈະ​ບໍ່ໄດ້​ຮັບ​ ຄວາມ​ອັບອາຍ​ຈັກເທື່ອ.”</verse>
				<verse number="7">ຫີນ​ທີ່​ມີຄ່າສູງ​ຫລາຍນີ້ ມີ​ສຳລັບ​ເຈົ້າ​ທັງຫລາຍ​ທີ່​ວາງໃຈເຊື່ອ ແຕ່​ສຳລັບ​ຄົນ​ທັງຫລາຍ​ທີ່​ບໍ່​ເຊື່ອ​ນັ້ນ “ຫີນ​ທີ່​ຊ່າງກໍ່​ຖິ້ມ​ເສຍ​ແລ້ວ ຫີນ​ນັ້ນ​ແຫຼະ ໄດ້​ກັບ​ກາຍ​ມາ​ເປັນ​ຫີນ​ເສົາ​ເອກ.”</verse>
				<verse number="8">ແລະ “ເປັນ​ຫີນ​ທີ່​ຈະ​ເຮັດ​ໃຫ້​ຄົນ​ຕຳ​ສະດຸດ ແລະ​ເປັນ​ຫີນ​ທີ່​ເຮັດ​ໃຫ້​ ພວກເຂົາ​ສະດຸດ​ລົ້ມ” ທີ່​ພວກເຂົາ​ສະດຸດ​ນັ້ນ ກໍ​ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ພຣະທຳ ພວກເຂົາ​ກໍ​ຖືກ​ຊົງ​ກຳນົດ​ໄວ້ ສຳລັບ​ການ​ນີ້​ແຫຼະ.</verse>
				<verse number="9">ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.</verse>
				<verse number="10">ຄື​ເມື່ອ​ກ່ອນ​ນັ້ນ ເຈົ້າ​ທັງຫຼາຍ​ບໍ່ມີ​ຊາດ, ແຕ່​ບັດນີ້​ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເມື່ອ​ກ່ອນ​ພວກເຈົ້າ​ບໍ່ໄດ້​ຮັບ​ພຣະ​ກະລຸນາ, ແຕ່​ບັດນີ້​ພວກເຈົ້າ​ໄດ້​ຮັບ​ພຣະ​ກະລຸນາ​ແລ້ວ.</verse>
				<verse number="11">ເຈົ້າ​ທັງຫລາຍ​ທີ່ຮັກ​ເອີຍ ຂ້າພະເຈົ້າ​ຂໍ​ເຕືອນ​ສະຕິ​ພວກເຈົ້າ ເໝືອນ​ເປັນ​ຄົນຕ່າງຊາດ​ທີ່​ທ່ອງທ່ຽວ​ໃນ​ໂລກນີ້ ໃຫ້​ງົດເວັ້ນ​ຈາກ​ຕັນຫາ​ແນວ​ມະນຸດ ຊຶ່ງ​ທຳ​ການ​ຕໍ່ສູ້​ຈິດ​ວິນຍານ.</verse>
				<verse number="12">ຈົ່ງ​ດຳເນີນ​ຊີວິດ​ອັນ​ດີງາມ​ຢູ່​ໃນ​ທ່າມກາງ​ຄົນ​ຕ່າງ​ຄວາມເຊື່ອ ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ຖືກ​ກ່າວຫາ​ວ່າ​ເປັນ​ຄົນ​ເຮັດ​ຊົ່ວ​ນັ້ນ, ພວກເຂົາ​ກໍ​ຈະ​ໄດ້​ເຫັນ​ຄຸນຄວາມດີ​ຂອງ​ພວກເຈົ້າ ຈະ​ໄດ້​ສັນລະເສີນ​ພຣະເຈົ້າ ໃນ​ວັນ​ທີ່​ພຣະອົງ​ສະເດັດ​ມາ​ປາກົດ.</verse>
				<verse number="13">ເພາະ​ເຫັນແກ່​ອົງພຣະ​ຜູ້​ເປັນເຈົ້າ ເຈົ້າ​ທັງຫລາຍ​ຈົ່ງ​ຍອມ​ຢູ່​ໃຕ້​ຂໍ້​ບັງຄັບ​ທຸກຢ່າງ ທີ່​ມະນຸດ​ຕັ້ງ​ໄວ້ ບໍ່​ວ່າ​ຜູ້ນັ້ນ​ຈະ​ເປັນ​ກະສັດ​ຜູ້​ສູງສຸດ</verse>
				<verse number="14">ຫລື​ບັນດາ​ຜູ້ປົກຄອງ​ທີ່​ໄດ້​ຮັບ​ແຕ່ງຕັ້ງ​ຈາກ​ເພິ່ນ ໃຫ້​ລົງໂທດ​ຜູ້​ທີ່​ເຮັດ​ຊົ່ວ​ແລະ​ຍ້ອງຍໍ​ຜູ້​ທີ່​ເຮັດ​ດີ.</verse>
				<verse number="15">ດ້ວຍວ່າ, ພຣະເຈົ້າ​ຢາກ​ໃຫ້​ພວກເຈົ້າ​ລະງັບ​ຄວາມ​ໂງ່ງ່າວ​ຂອງ​ຄົນ ດ້ວຍ​ຄຸນຄວາມດີ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.</verse>
				<verse number="16">ຈົ່ງ​ດຳເນີນ​ຊີວິດ​ຢ່າງ​ຄົນ​ມີ​ເສລີພາບ ແຕ່​ຢ່າ​ໃຊ້​ເສລີພາບ​ນັ້ນ ເປັນ​ຂໍ້​ອ້າງ​ເພື່ອ​ເຮັດ​ຄວາມຊົ່ວ ແຕ່​ຈົ່ງ​ດຳເນີນ​ຊີວິດ​ເໝືອນ​ເປັນ​ຂ້ອຍຂ້າ​ຂອງ​ພຣະເຈົ້າ.</verse>
				<verse number="17">ຈົ່ງ​ໃຫ້ກຽດ​ແກ່​ທຸກໆ​ຄົນ ຈົ່ງ​ຮັກ​ບັນດາ​ພີ່ນ້ອງ​ໃນ​ຄວາມເຊື່ອ​ດຽວກັນ ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຈົ່ງ​ເຄົາຣົບ​ນັບຖື​ຜູ້​ທີ່​ມີ​ອຳນາດ​ສູງສຸດ.</verse>
				<verse number="18">ເຈົ້າ​ທັງຫຼາຍ​ຜູ້​ເປັນ​ຄົນ​ຮັບໃຊ້​ເອີຍ, ຈົ່ງ​ຍອມ​ຟັງ​ນາຍ​ຂອງຕົນ ດ້ວຍ​ຄວາມ​ເຄົາຣົບ​ທຸກຢ່າງ ບໍ່ແມ່ນແຕ່​ນາຍ​ຜູ້​ໃຈ​ດີ ແລະ​ຜູ້​ໃຫ້​ຄວາມ​ເຫັນອົກ​ເຫັນໃຈ​ເທົ່ານັ້ນ ແຕ່​ທັງ​ຕໍ່​ນາຍ​ຜູ້​ທີ່​ໂຫດຮ້າຍ​ດ້ວຍ.</verse>
				<verse number="19">ຖ້າ​ພວກເຈົ້າ​ທົນ​ຄວາມ​ທຸກ​ລຳບາກ​ອັນ​ບໍ່​ເປັນທຳ ເນື່ອງ​ຈາກ​ຄວາມເຊື່ອ​ໃນ​ພຣະເຈົ້າ ພຣະອົງ​ຈະ​ຊົງ​ອວຍພອນ​ແກ່​ພວກເຈົ້າ.</verse>
				<verse number="20">ເພາະ​ຖ້າ​ພວກເຈົ້າ​ເຮັດ​ການ​ຊົ່ວ ແລະ​ອົດທົນ​ເອົາ​ການ​ຂ້ຽນຕີ​ເພາະ​ເຮັດ​ຊົ່ວ ຈະ​ເປັນ​ການດີ​ການຊອບ​ຢ່າງ​ໃດ? ແຕ່​ຖ້າ​ພວກເຈົ້າ​ເຮັດ​ການ​ດີ ແລະ​ອົດທົນ​ເອົາ​ຄວາມ​ທຸກ​ທໍລະມານ​ເພາະ​ການ​ດີ​ນັ້ນ ເຈົ້າ​ກໍ​ເປັນ​ທີ່​ພໍພຣະໄທ​ຕໍ່​ພຣະພັກ​ພຣະເຈົ້າ.</verse>
				<verse number="21">ເພາະວ່າ ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໄວ້​ສຳລັບ​ການ​ນີ້​ແຫຼະ ເພາະ​ພຣະຄຣິດ​ກໍໄດ້​ຊົງ​ທົນທຸກ​ທໍລະມານ ແທນ​ເຈົ້າ​ທັງຫລາຍ​ເໝືອນກັນ ໂດຍ​ໃຫ້​ເປັນ​ແບບຢ່າງ​ແກ່​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ໄດ້​ຕິດຕາມ​ຮອຍ​ພຣະບາດ​ຂອງ​ພຣະອົງ.</verse>
				<verse number="22">ພຣະອົງ​ບໍ່ໄດ້​ເຮັດ​ບາບ​ຈັກ​ປະການ ແລະ​ຄວາມ​ຕົວະ​ຈາກ​ປາກ​ຂອງ​ພຣະອົງ​ກໍ​ບໍ່ມີ.</verse>
				<verse number="23">ເມື່ອ​ເຂົາ​ກ່າວ​ຄຳ​ໝິ່ນປະໝາດ​ພຣະອົງ ພຣະອົງ​ກໍ​ບໍ່ໄດ້​ຕອບຄືນ ເມື່ອ​ພຣະອົງ​ທົນທຸກ​ທໍລະມານ​ພຣະອົງ​ກໍ​ບໍ່ໄດ້​ຂູ່ອາຄາດ ແຕ່​ພຣະອົງ​ໄດ້​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ​ຜູ້ຕັດສິນ​ຢ່າງ​ຍຸດຕິທຳ.</verse>
				<verse number="24">ໃນ​ພຣະກາຍ​ຂອງ​ພຣະອົງ​ເອງ ພຣະອົງ​ໄດ້​ຊົງ​ຮັບ​ແບກ​ບາບ​ຂອງ​ພວກເຮົາ​ໄປ​ເຖິງ​ຕົ້ນໄມ້​ນັ້ນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ເສຍ​ຝ່າຍ​ການບາບ ແລະ​ມີ​ຊີວິດ​ຝ່າຍ​ຄວາມ​ຊອບທຳ, ດ້ວຍ​ບາດແຜ​ຂອງ​ພຣະອົງ ເຈົ້າ​ທັງຫລາຍ​ກໍດີ​ປົກກະຕິ​ແລ້ວ.</verse>
				<verse number="25">ເພາະວ່າ ພວກເຈົ້າ​ເປັນ​ເໝືອນ​ດັ່ງ​ແກະ​ທີ່​ຫລົງ​ເສຍ​ໄປ, ແຕ່​ບັດນີ້​ພວກເຈົ້າ​ຖືກ​ນຳ​ຄືນ​ມາ​ຫາ​ພຣະຜູ້ລ້ຽງ ແລະ​ຜູ້​ເບິ່ງແຍງ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ແລ້ວ.</verse>
			</chapter>
			<chapter number="3">
				<verse number="1">ຝ່າຍ​ເຈົ້າ​ທັງຫລາຍ​ຜູ້​ເປັນ​ເມຍ​ກໍ​ເໝືອນກັນ ຈົ່ງ​ຍອມ​ຟັງ​ຜົວ​ຂອງຕົນ ເພື່ອ​ວ່າ​ຖ້າ​ຜົວ​ຜູ້ໃດ​ບໍ່​ເຊື່ອຟັງ​ພຣະທຳ​ຂອງ​ພຣະເຈົ້າ ການ​ປະຕິບັດ​ຂອງ​ເມຍ ກໍ​ອາດ​ຈະ​ຈູງໃຈ​ຜົວ​ໄດ້ ໂດຍ​ບໍ່​ຕ້ອງ​ເວົ້າ​ຫຍັງ​ຈັກ​ຄຳ​</verse>
				<verse number="2">ຄື​ເພື່ອ​ຜົວ​ຈະ​ໄດ້​ເບິ່ງ​ເຫັນ​ການ​ປະຕິບັດ​ອັນ​ບໍຣິສຸດ ແລະ​ອ່ອນນ້ອມ​ຂອງ​ພວກເຈົ້າ​ຜູ້​ເປັນ​ເມຍ.</verse>
				<verse number="3">ການ​ປະດັບ​ຕົບແຕ່ງ​ກາຍ​ນັ້ນ ຢ່າ​ໃຫ້​ເປັນ​ການ​ປະດັບ​ຕົບແຕ່ງ​ພາຍນອກ ຄື​ການ​ແຕ່ງ​ຊົງຜົມ ໃສ່​ເຄື່ອງ​ຄຳ ແລະ​ການ​ນຸ່ງຖື.</verse>
				<verse number="4">ແຕ່​ໃຫ້​ເປັນ​ການ​ປະດັບ​ທີ່​ຊ່ອນ​ໄວ້​ໃນ​ຈິດໃຈ ແຕ່ງ​ດ້ວຍ​ເຄື່ອງ​ປະດັບ​ທີ່​ບໍ່​ຮູ້​ເສື່ອມສູນ ຄື​ດ້ວຍ​ຈິດໃຈ​ອ່ອນ​ສຸພາບ​ແລະ​ສະຫງຽມ​ຄ່ຽມຄົມ ຊຶ່ງ​ເປັນ​ສິ່ງ​ທີ່​ມີ​ຄ່າ​ສູງ​ໃນ​ສາຍ​ພຣະເນດ​ຂອງ​ພຣະເຈົ້າ.</verse>
				<verse number="5">ເຫດ​ວ່າ​ບັນດາ​ແມ່ຍິງ ຜູ້​ທີ່​ມີ​ສິນທຳ​ໃນ​ເຊັ່ນ​ບູຮານ ຜູ້​ຊຶ່ງ​ມີ​ຄວາມຫວັງ​ໃນ​ພຣະເຈົ້າ ໄດ້​ຕົບແຕ່ງ​ກາຍ​ຢ່າງ​ນັ້ນ ໂດຍ​ໄດ້​ຍອມ​ຟັງ​ຜົວ​ຂອງຕົນ.</verse>
				<verse number="6">ເໝືອນ​ດັ່ງ​ນາງ​ຊາຣາ​ໄດ້​ຍອມ​ຟັງ​ອັບຣາຮາມ ແລະ​ເອີ້ນ​ເພິ່ນ​ວ່າ, “ນາຍ.” ຖ້າ​ພວກເຈົ້າ​ເຮັດ​ດີ ບໍ່​ຕົກໃຈ​ຢ້ານກົວ​ຕໍ່​ສິ່ງໃດ ພວກເຈົ້າ​ກໍ​ກາຍເປັນ​ລູກຫລານ​ຂອງ​ນາງ​ແລ້ວ.</verse>
				<verse number="7">ເຈົ້າ​ທັງຫລາຍ​ທີ່​ເປັນ​ຜົວ​ກໍ​ເໝືອນກັນ ຈົ່ງ​ຢູ່​ກິນ​ກັບ​ເມຍ​ດ້ວຍ​ເຂົ້າໃຈ​ວ່າ ນາງ​ເປັນ​ເພດ​ທີ່​ອ່ອນແອ​ກວ່າ ຈົ່ງ​ນັບຖື​ເມຍ ເໝືອນ​ເປັນ​ຜູ້​ຮ່ວມ​ກັນ​ຮັບ​ພຣະຄຸນ​ແຫ່ງ​ຊີວິດ ເປັນ​ມໍຣະດົກ ເພື່ອ​ບໍ່​ໃຫ້​ສິ່ງໃດ​ສິ່ງໜຶ່ງ​ຂັດຂວາງ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ.</verse>
				<verse number="8">ໃນ​ທີ່ສຸດ​ນີ້ ຂໍ​ໃຫ້​ພວກເຈົ້າ​ທຸກຄົນ​ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ, ຈົ່ງ​ເຫັນອົກ​ເຫັນໃຈ​ກັນ, ຈົ່ງ​ຮັກ​ກັນ​ເໝືອນ​ພີ່ນ້ອງ​ຮ່ວມ​ທ້ອງ, ຈົ່ງ​ມີ​ຈິດໃຈ​ເມດຕາ ແລະ​ອ່ອນນ້ອມ​ຖ່ອມຕົວ​ລົງ.</verse>
				<verse number="9">ຢ່າ​ຮ້າຍ​ຕອບ​ແທນ​ການ​ຮ້າຍ ແລະ​ຢ່າ​ປ້ອຍດ່າ​ຕອບ​ແທນ​ການ​ປ້ອຍດ່າ, ແຕ່​ກົງກັນຂ້າມ​ຈົ່ງ​ອວຍພອນ​ແກ່​ພວກເຂົາ. ດ້ວຍວ່າ, ພຣະເຈົ້າ​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຮັດ​ການ​ຢ່າງ​ນີ້​ແຫຼະ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ພຣະພອນ​ມາ​ເປັນ​ມໍຣະດົກ.</verse>
				<verse number="10">ເພາະວ່າ “ຜູ້​ທີ່​ຢາກ​ຮັບ​ຊີວິດ​ອັນ​ດີ ແລະ ປາຖະໜາ​ທີ່​ຈະ​ເຫັນ​ວັນ​ສະໜຸກ ກໍ​ໃຫ້​ຜູ້ນັ້ນ​ຫ້າມ​ລີ້ນ​ຂອງຕົນ​ ບໍ່​ໃຫ້​ເວົ້າ​ຄວາມຊົ່ວ ແລະ ຫ້າມ​ປາກ​ບໍ່​ໃຫ້​ກ່າວ ຄຳ​ອຸບາຍ​ລໍ້ລວງ.</verse>
				<verse number="11">ຈົ່ງ​ໃຫ້​ຜູ້ນັ້ນ​ເວັ້ນ​ໜີ​ຈາກ​ການ​ຊົ່ວ ແລະ​ເຮັດ​ການ​ດີ ຈົ່ງ​ໃຫ້​ຜູ້ນັ້ນ​ສະແຫວງ​ຫາ​ສັນຕິສຸກ ແລະ​ພະຍາຍາມ​ຕິດຕາມ​ໄປ.”</verse>
				<verse number="12">“ພຣະເນດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ເຝົ້າ​ເບິ່ງ​ຄົນ​ຊອບທຳ ແລະ​ພຣະອົງ​ກໍ​ຊົງ​ຮັບ​ຟັງ​ຄຳ​ພາວັນນາ​ ອະທິຖານ​ຂອງ​ເຂົາ ແຕ່​ພຣະພັກ​ຂອງ​ພຣະອົງ ຊົງ​ຕໍ່ສູ້​ບັນດາ​ຄົນ​ທີ່​ເຮັດ​ການ​ຊົ່ວ.”</verse>
				<verse number="13">ຖ້າ​ພວກເຈົ້າ​ດຸໝັ່ນ​ໃນ​ການ​ເຮັດ​ດີ ແມ່ນ​ຜູ້ໃດ​ຈະ​ເຮັດ​ຮ້າຍ​ພວກເຈົ້າ?</verse>
				<verse number="14">ແຕ່​ຖ້າ​ພວກເຈົ້າ​ຕ້ອງ​ທົນທຸກ​ຍ້ອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ພວກເຈົ້າ​ກໍ​ເປັນ​ສຸກ. ຢ່າ​ຢ້ານກົວ​ຕໍ່​ຜູ້​ທີ່​ເຮັດ​ໃຫ້​ເຈົ້າ​ສະດຸ້ງ​ຕົກໃຈ ແລະ​ຢ່າ​ວິຕົກ​ກັງວົນ​ໃຈ​ເລີຍ.</verse>
				<verse number="15">ແຕ່​ໃນ​ໃຈ​ຂອງ​ເຈົ້າ​ທັງຫລາຍ ຈົ່ງ​ເຄົາຣົບ​ນັບຖື​ພຣະຄຣິດ​ວ່າ ເປັນ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ມີ​ໃຈ​ພ້ອມ​ຢູ່​ສະເໝີ ເພື່ອ​ພວກເຈົ້າ​ຈະ​ສາມາດ​ຕອບ​ແກ້​ຕົວ​ໄດ້​ຕໍ່​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ວ່າ, ເຈົ້າ​ມີ​ເຫດຜົນ​ປະການ​ໃດ​ຈຶ່ງ​ມີ​ຄວາມຫວັງ​ຢ່າງ​ນີ້.</verse>
				<verse number="16">ແຕ່​ຈົ່ງ​ຕອບ​ດ້ວຍ​ໃຈ​ສຸພາບ​ແລະ​ຢຳເກງ ແລະ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ຖືກ​ປະໝາດ​ນິນທາ ຄົນ​ທີ່​ກ່າວ​ຫຍາບຊ້າ ຕໍ່​ທຳນຽມ​ຄຣິສຕຽນ​ອັນ​ດີ​ຂອງ​ພວກເຈົ້າ​ນັ້ນ ກໍ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ.</verse>
				<verse number="17">ເພາະວ່າ​ຖ້າ​ນໍ້າພຣະໄທ​ຂອງ​ພຣະເຈົ້າ​ຊົງ​ເຫັນດີ​ໃຫ້​ພວກເຈົ້າ​ທົນທຸກ​ຍ້ອນ​ເຮັດ​ການດີ ກໍ​ດີກວ່າ​ຕ້ອງ​ທົນທຸກ​ຍ້ອນ​ເຮັດ​ການ​ຊົ່ວ.</verse>
				<verse number="18">ດ້ວຍວ່າ, ພຣະຄຣິດ​ກໍ​ເໝືອນກັນ ໄດ້​ສິ້ນພຣະຊົນ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ເພື່ອ​ແທນ​ຄວາມ​ຜິດບາບ ຄື​ພຣະອົງ​ຜູ້​ຊອບທຳ ແທນ​ຜູ້​ບໍ່​ຊອບທຳ ເພື່ອ​ຈະ​ໄດ້​ນຳ​ເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ ຝ່າຍ​ກາຍ​ພຣະອົງ​ຊົງ​ຖືກ​ປະຫານ​ເສຍ ແຕ່​ຝ່າຍ​ວິນຍານ ພຣະອົງ​ຖືກ​ຊົງ​ບັນດານ​ໃຫ້​ຄືນພຣະຊົນ.</verse>
				<verse number="19">ແລະ​ໂດຍ​ທາງ​ວິນຍານ​ນັ້ນ ພຣະອົງ​ໄດ້​ສະເດັດ​ໄປ​ປະກາດ​ແກ່​ບັນດາ​ວິນຍານ​ທີ່​ຖືກ​ຄຸກ​ຢູ່.</verse>
				<verse number="20">ຊຶ່ງ​ເມື່ອ​ກ່ອນ​ນັ້ນ​ບໍ່ໄດ້​ຍອມ​ເຊື່ອຟັງ​ພຣະເຈົ້າ ຄື​ເມື່ອ​ພຣະເຈົ້າ​ຊົງ​ສຳແດງ​ຄວາມ​ອົດທົນ​ດົນນານ. ໃນ​ສະໄໝ​ຂອງ​ໂນອາ ຂະນະທີ່​ເພິ່ນ​ກຳລັງ​ສ້າງ​ເຮືອ​ຢູ່ ໃນ​ເຮືອ​ມີ​ຄົນ​ຈຳນວນ​ໜ້ອຍ ຄື​ແປດ​ຄົນ​ທີ່​ໄດ້​ຜ່ານ​ພົ້ນ​ນໍ້າ​ຖ້ວມ​ນັ້ນ.</verse>
				<verse number="21">ນໍ້າ​ນັ້ນ​ໝາຍເຖິງ​ພິທີ​ຮັບ​ບັບຕິສະມາ ທີ່​ໃຫ້​ພວກເຈົ້າ​ລອດພົ້ນ​ດຽວ​ນີ້ ບັບຕິສະມາ​ນີ້ ບໍ່ແມ່ນ​ການ​ຊຳລະ​ສິ່ງ​ເປື້ອນເປິ​ທາງ​ຮ່າງກາຍ ແຕ່​ເປັນ​ການ​ຮຽນຂໍ​ຕໍ່​ພຣະເຈົ້າ ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ. ບັບຕິສະມາ​ນີ້​ໃຫ້​ເຖິງ​ທີ່​ພົ້ນ ເພາະ​ດ້ວຍ​ການ​ທີ່​ພຣະເຢຊູ​ຄຣິດເຈົ້າ ຊົງ​ເປັນ​ຄືນ​ມາ​ຈາກ​ຕາຍ</verse>
				<verse number="22">ຜູ້​ໄດ້​ສະເດັດ​ເຂົ້າ​ໃນ​ສະຫວັນ ແລະ​ຊົງ​ສະຖິດ​ຢູ່​ເບື້ອງຂວາ​ພຣະຫັດ​ຂອງ​ພຣະເຈົ້າ ໂດຍ​ມີ​ຝູງ​ເທວະດາ​ແລະ​ບັນດາ​ຜູ້​ມີ​ອຳນາດ ແລະ​ຣິດເດດ​ຖືກ​ຊົງ​ມອບ​ໄວ້ ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ​ແລ້ວ.</verse>
			</chapter>
			<chapter number="4">
				<verse number="1">ດ້ວຍວ່າ, ພຣະຄຣິດ​ໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ​ທາງ​ຮ່າງກາຍ ພວກເຈົ້າ​ເອງ​ກໍ​ຕ້ອງ​ເຮັດ​ໃຫ້​ຕົນ​ເຂັ້ມແຂງ ໂດຍ​ມີ​ຄວາມ​ຄິດ​ຢ່າງ​ດຽວ​ກັບ​ພຣະອົງ ເພາະ​ຜູ້​ທີ່​ໄດ້​ທົນທຸກ​ທໍລະມານ​ທາງ​ຮ່າງກາຍ ກໍ​ບໍ່​ພົວພັນ​ໃນ​ຄວາມ​ຜິດບາບ​ອີກ​ຕໍ່ໄປ.</verse>
				<verse number="2">ເພື່ອ​ຈະ​ບໍ່​ດຳເນີນ​ຊີວິດ​ທີ່​ຍັງເຫລືອ​ຢູ່​ໃນ​ໂລກ ຕາມ​ຄວາມ​ປາຖະໜາ​ຂອງ​ມະນຸດ ແຕ່​ດຳເນີນ​ໄປ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.</verse>
				<verse number="3">ດ້ວຍວ່າ, ຜ່ານ​ມາ​ນັ້ນ ພວກເຈົ້າ​ໄດ້​ໃຊ້​ເວລາ​ດົນນານ ເຮັດ​ໃນ​ສິ່ງ​ທີ່​ຄົນ​ຕ່າງ​ຄວາມເຊື່ອ​ມັກ​ເຮັດ ຄື​ເມື່ອ​ພວກເຈົ້າ​ໄດ້​ດຳເນີນ​ຊີວິດ​ຕາມ​ຣາຄະ​ຕັນຫາ, ໃນ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ, ດື່ມ​ເຫຼົ້າ​ເມົາ​ສຸຣາ, ກິນລ້ຽງ​ຢ່າງ​ມົວເມົາ, ຮ່ວມ​ສັງສັນ​ກິນ​ເຫຼົ້າ​ຢ່າງ​ເກີນສ່ວນ ແລະ​ຂາບໄຫວ້​ຮູບເຄົາຣົບ​ທີ່​ໜ້າລັງກຽດ.</verse>
				<verse number="4">ໃນ​ເລື່ອງ​ນີ້ ພວກເຂົາ​ກໍ​ປະຫລາດ​ໃຈ​ທີ່​ພວກເຈົ້າ​ບໍ່​ຍອມ​ແລ່ນ​ໄປ​ເຂົ້າສ່ວນ​ກັບ​ພວກເຂົາ ໃນ​ການ​ຊົ່ວຮ້າຍ​ອັນ​ເຫລືອລົ້ນ​ເໝືອນ​ຢ່າງ​ພວກເຂົາ ແລະ​ພວກເຂົາ​ກໍ​ກ່າວ​ຄຳ​ນິນທາ​ໃສ່​ພວກເຈົ້າ.</verse>
				<verse number="5">ແຕ່​ເຂົາ​ເຫຼົ່ານັ້ນ ຈະ​ຕ້ອງ​ລາຍງານ​ການ​ກະທຳ​ຂອງ​ພວກ​ຕົນ ຕໍ່​ພຣະເຈົ້າ​ຜູ້​ທີ່​ຕຽມພ້ອມ​ແລ້ວ ເພື່ອ​ຈະ​ຕັດສິນ​ທັງ​ຄົນເປັນ​ແລະ​ຄົນຕາຍ.</verse>
				<verse number="6">ດ້ວຍເຫດນີ້ ຂ່າວປະເສີດ​ໄດ້​ປະກາດ​ແກ່​ພວກ​ຄົນ​ທີ່​ຕາຍໄປ​ແລ້ວ​ເໝືອນກັນ ເພື່ອ​ພວກເຂົາ​ຈະ​ໄດ້​ຖືກ​ຊົງ​ພິພາກສາ​ໃນ​ເນື້ອກາຍ ເໝືອນ​ຢ່າງ​ມະນຸດ​ທົ່ວໆ​ໄປ ແລ້ວ​ຈະ​ໄດ້​ມີ​ຊີວິດ​ທາງ​ຈິດ​ວິນຍານ ຢ່າງ​ດຽວ​ກັບ​ພຣະເຈົ້າ.</verse>
				<verse number="7">ອະວະສານ​ຂອງ​ທຸກສິ່ງ​ທັງປວງ​ໃກ້​ຈະ​ມາ​ເຖິງ​ແລ້ວ, ເຫດສະນັ້ນ ເຈົ້າ​ທັງຫລາຍ ຈົ່ງ​ມີ​ສະຕິ​ອັນ​ດີ​ແລະ​ຄອຍ​ລະວັງຕົວ ສຳລັບ​ການ​ພາວັນນາ​ອະທິຖານ.</verse>
				<verse number="8">ທີ່​ສຳຄັນ​ກວ່າ​ສິ່ງ​ອື່ນ​ໃດ​ໝົດ ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ ເພາະ​ຄວາມຮັກ​ກໍ​ປິດບັງ​ຄວາມ​ຜິດບາບ​ໄວ້​ຢ່າງ​ຫລວງຫລາຍ.</verse>
				<verse number="9">ຈົ່ງ​ຕ້ອນຮັບ​ຊຶ່ງກັນແລະກັນ​ໂດຍ​ບໍ່​ຈົ່ມ​ບໍ່​ວ່າ.</verse>
				<verse number="10">ຕາມ​ທີ່​ທຸກຄົນ​ໄດ້​ຮັບ​ສິ່ງ​ທີ່​ຊົງ​ປະທານ​ໃຫ້​ແລ້ວ ກໍ​ໃຫ້​ໃຊ້​ຂອງ​ປະທານ​ນັ້ນ ເພື່ອ​ປະໂຫຍດ​ແກ່​ກັນແລະກັນ ເໝືອນ​ເປັນ​ຜູ້​ຮັບ​ມອບໝາຍ​ທີ່​ດີ ເພື່ອ​ຮັບໃຊ້​ພຣະຄຸນ​ນາໆ​ປະການ​ຂອງ​ພຣະເຈົ້າ.</verse>
				<verse number="11">ຖ້າ​ຜູ້ໃດ​ກ່າວ ກໍ​ໃຫ້​ເໝືອນ​ຜູ້​ກ່າວ​ພຣະທຳ​ຂອງ​ພຣະເຈົ້າ, ຖ້າ​ຜູ້ໃດ​ເປັນ​ຜູ້​ບໍລິການ​ຮັບໃຊ້ ກໍ​ໃຫ້​ບໍລິການ​ຮັບໃຊ້ ເໝືອນ​ຜູ້​ຮັບ​ກຳລັງ​ທີ່​ພຣະເຈົ້າ​ຊົງ​ໂຜດ​ປະທານ​ໃຫ້ ເພື່ອ​ວ່າ​ພຣະເຈົ້າ​ຈະ​ຊົງ​ໄດ້​ຮັບ​ກຽດ​ໃນ​ການ​ທັງປວງ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ. ສະຫງ່າຣາສີ​ແລະ​ຣິດທານຸພາບ ຈົ່ງ​ມີ​ແດ່​ພຣະອົງ​ສືບໆໄປ​ເປັນນິດ ອາແມນ.</verse>
				<verse number="12">ພວກ​ທີ່ຮັກ​ເອີຍ, ຢ່າ​ປະຫລາດ​ໃຈ​ທີ່​ພວກເຈົ້າ​ໄດ້​ຮັບ​ຄວາມ​ທຸກຮ້ອນ​ຢ່າງ​ແສນ​ສາຫັດ​ເປັນ​ການ​ລອງໃຈ ເໝືອນ​ກັບ​ວ່າ​ເປັນ​ເຫດ​ອັນ​ແປກ​ປະຫລາດ​ເກີດຂຶ້ນ​ກັບ​ພວກເຈົ້າ.</verse>
				<verse number="13">ແຕ່​ເຈົ້າ​ທັງຫລາຍ ຈົ່ງ​ຊົມຊື່ນ​ຍິນດີ​ທີ່​ໄດ້​ມີ​ສ່ວນ​ຮ່ວມ ໃນ​ຄວາມ​ທຸກ​ທໍລະມານ​ຂອງ​ພຣະຄຣິດ, ເພື່ອ​ວ່າ ເມື່ອ​ສະຫງ່າຣາສີ​ຂອງ​ພຣະອົງ​ປາກົດ​ຂຶ້ນ ພວກເຈົ້າ​ກໍ​ຈະ​ໄດ້​ຊົມຊື່ນ​ຍິນດີ​ຢ່າງ​ຫລວງຫລາຍ​ເໝືອນກັນ.</verse>
				<verse number="14">ຖ້າ​ເຈົ້າ​ທັງຫລາຍ​ຖືກ​ໝິ່ນປະໝາດ ເພາະ​ພຣະນາມ​ຂອງ​ພຣະຄຣິດ ພວກເຈົ້າ​ກໍ​ເປັນ​ສຸກ ເພາະວ່າ​ພຣະວິນຍານ ຜູ້​ຊົງ​ສະຫງ່າຣາສີ ຄື​ພຣະວິນຍານ​ຂອງ​ພຣະເຈົ້າ ຊົງ​ສະຖິດ​ຢູ່​ກັບ​ພວກເຈົ້າ.</verse>
				<verse number="15">ແຕ່​ວ່າ​ຢ່າ​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ ໄດ້​ຮັບ​ຄວາມ​ທຸກ ເພາະ​ເປັນ​ຜູ້​ຂ້າ​ຄົນ ເປັນ​ຂະໂມຍ ເປັນ​ຜູ້​ທຳຮ້າຍ ຫລື​ເປັນ​ຜູ້​ທ່ຽວ​ຫຍຸ້ງກ່ຽວ​ກັບ​ກິດທຸລະ​ຂອງ​ຄົນອື່ນ.</verse>
				<verse number="16">ແຕ່​ຖ້າ​ຜູ້ໃດ​ໄດ້​ຮັບ​ທຸກ​ເພາະ​ມີ​ຊື່​ວ່າ, ເປັນ​ຄຣິສຕຽນ ກໍ​ຢ່າ​ໃຫ້​ຜູ້ນັ້ນ​ມີ​ຄວາມ​ລະອາຍ ແຕ່​ໃຫ້​ຖວາຍ​ພຣະ​ກຽດ​ແດ່​ພຣະເຈົ້າ​ເພາະ​ຊື່​ນັ້ນ.</verse>
				<verse number="17">ດ້ວຍວ່າ, ເຖິງ​ເວລາ​ແລ້ວ​ທີ່​ການ​ຊົງ​ພິພາກສາ ຈະ​ຕ້ອງ​ເລີ່ມຕົ້ນ​ທີ່​ຄົວ​ວິຫານ​ຂອງ​ພຣະເຈົ້າ ແລະ​ຖ້າ​ການ​ພິພາກສາ​ນັ້ນ​ເລີ່ມຕົ້ນ​ທີ່​ພວກເຮົາ​ກ່ອນ ປາຍ​ທາງ​ຂອງ​ຄົນ​ເຫຼົ່ານັ້ນ ທີ່​ບໍ່​ເຊື່ອຟັງ​ຂ່າວປະເສີດ​ເລື່ອງ​ຂອງ​ພຣະເຈົ້າ​ຈະ​ເປັນ​ຢ່າງ​ໃດ?</verse>
				<verse number="18">ຖ້າ​ຄົນ​ຊອບທຳ​ຈະ​ລອດພົ້ນ​ໄດ້​ດ້ວຍ​ຍາກ ຄົນ​ປະໝາດ​ພຣະເຈົ້າ​ແລະ​ຄົນ​ຜິດບາບ​ຈະ​ໄປ​ຢູ່​ໃສ?</verse>
				<verse number="19">ເພາະສະນັ້ນ ໃຫ້​ຄົນ​ທັງຫລາຍ​ທີ່​ທົນທຸກ​ທໍລະມານ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຈົ່ງ​ຝາກ​ຈິດ​ວິນຍານ​ຂອງຕົນ​ໄວ້​ກັບ​ພຣະອົງ ດ້ວຍ​ການ​ປະຕິບັດ​ອັນ​ດີ ຄື​ໃຫ້​ຝາກ​ໄວ້​ກັບ​ພຣະອົງ ຜູ້​ຊົງ​ສ້າງ​ຜູ້​ທ່ຽງທຳ.</verse>
			</chapter>
			<chapter number="5">
				<verse number="1">ເຫດສະນັ້ນ ຂ້າພະເຈົ້າ​ໃນ​ຖານະ​ທີ່​ເປັນ​ເຖົ້າແກ່​ຄົນ​ໜຶ່ງ ຜູ້​ເປັນ​ພະຍານ​ເຖິງ​ຄວາມ​ທົນທຸກ​ຂອງ​ພຣະຄຣິດ ແລະ​ມີ​ສ່ວນ​ໃນ​ສະຫງ່າຣາສີ ທີ່​ຈະ​ມາ​ປາກົດ​ພາຍ​ຫຼັງ ຈຶ່ງ​ຂໍ​ເຕືອນ​ພວກ​ເຖົ້າແກ່​ໃນ​ທ່າມກາງ​ພວກເຈົ້າ​ວ່າ,</verse>
				<verse number="2">“ຈົ່ງ​ລ້ຽງ​ຝູງແກະ ທີ່​ພຣະເຈົ້າ​ໄດ້​ຝາກ​ໄວ້​ກັບ​ພວກເຈົ້າ ຈົ່ງ​ລ້ຽງ​ຮັກສາ​ດ້ວຍ​ຄວາມ​ເຕັມໃຈ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ບໍ່ແມ່ນ​ດ້ວຍ​ໃຈ​ຂົມຂື່ນ, ຈົ່ງ​ເຮັດ​ວຽກ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ເສຍ​ສະຫລະ ບໍ່ແມ່ນ​ເພື່ອ​ເຫັນແກ່​ຄ່າຈ້າງ​ລາງວັນ ແຕ່​ດ້ວຍ​ໃຈ​ເຫຼື້ອມໃສ.”</verse>
				<verse number="3">ບໍ່ແມ່ນ​ເໝືອນ​ເປັນ​ເຈົ້ານາຍ ເໜືອ​ພວກ​ທີ່​ຊົງ​ຝາກ​ໄວ້​ກັບ​ພວກເຈົ້າ ແຕ່​ໃຫ້​ເປັນ​ແບບຢ່າງ​ອັນ​ດີ​ແກ່​ຝູງແກະ​ນັ້ນ.</verse>
				<verse number="4">ແລະ​ເມື່ອ​ພຣະຜູ້ລ້ຽງ​ອົງ​ຍິ່ງໃຫຍ່​ຈະ​ສະເດັດ​ມາ​ປາກົດ ພວກເຈົ້າ​ຈະ​ໄດ້​ຮັບ​ມົງກຸດ​ອັນ​ຊົງ​ສະຫງ່າຣາສີ​ທີ່​ບໍ່ມີ​ວັນ​ເສົ້າໝອງ.</verse>
				<verse number="5">ໃນທຳນອງ​ດຽວກັນ ພວກເຈົ້າ​ຜູ້​ມີ​ອາຍຸ​ອ່ອນກວ່າ ຈົ່ງ​ນ້ອມຟັງ​ຕໍ່​ພວກ​ອາວຸໂສ. ພວກເຈົ້າ​ທຸກຄົນ ຈົ່ງ​ສວມ​ຄວາມ​ຖ່ອມໃຈ ເພື່ອ​ຮັບໃຊ້​ຊຶ່ງກັນແລະກັນ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ຊົງ​ຕໍ່ສູ້​ຄົນ​ທີ່​ຈອງຫອງ ແຕ່​ຊົງ​ປະທານ​ພຣະຄຸນ​ແກ່​ຜູ້​ທີ່​ຖ່ອມໃຈ​ລົງ.”</verse>
				<verse number="6">ດ້ວຍເຫດນັ້ນ ພວກເຈົ້າ​ຈົ່ງ​ຖ່ອມໃຈ​ລົງ ຢູ່​ໃຕ້​ພຣະຫັດ​ອັນ​ຊົງ​ຣິດ​ຂອງ​ພຣະເຈົ້າ ເພື່ອ​ພຣະອົງ​ຈະ​ຊົງ​ຍົກ​ພວກເຈົ້າ​ຂຶ້ນ ເມື່ອ​ເຖິງ​ເວລາ​ອັນ​ຄວນ.</verse>
				<verse number="7">ຈົ່ງ​ປະ​ຄວາມ​ກະວົນ​ກະວາຍ​ຂອງ​ພວກເຈົ້າ​ໄວ້​ກັບ​ພຣະອົງ ເພາະວ່າ​ພຣະອົງ​ຊົງ​ຫ່ວງໃຍ​ພວກເຈົ້າ​ຢູ່.</verse>
				<verse number="8">ເຈົ້າ​ທັງຫລາຍ​ຈົ່ງ​ຄອຍ​ລະວັງຕົວ​ແລະ​ເຝົ້າ​ຢູ່. ດ້ວຍວ່າ, ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນ​ວຽນ​ໄປມາ​ເໝືອນ​ໂຕ​ສິງ ທີ່​ແຜດ​ສຽງ​ຊອກ​ຫາ​ຄົນ​ທີ່​ມັນ​ຈະ​ກັດ​ກິນ​ໄດ້.</verse>
				<verse number="9">ຈົ່ງ​ຕໍ່ສູ້​ກັບ​ສັດຕູ​ນັ້ນ​ດ້ວຍ​ໃຈ​ໝັ້ນຄົງ​ໃນ​ຄວາມເຊື່ອ ໂດຍ​ຮູ້​ແລ້ວ​ວ່າ​ພີ່ນ້ອງ​ຂອງ​ພວກເຈົ້າ​ທົ່ວ​ໂລກ ກໍ​ປະສົບ​ກັບ​ຄວາມ​ທຸກ​ລຳບາກ​ຢ່າງ​ດຽວກັນ​ນີ້.</verse>
				<verse number="10">ແລະ​ເມື່ອ​ເຈົ້າ​ທັງຫລາຍ​ໄດ້​ທົນທຸກ​ຢູ່​ຊົ່ວ​ຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ຜູ້​ຊົງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຂົ້າ​ໃນ​ສະຫງ່າຣາສີ​ອັນ​ຕະຫລອດໄປ​ໃນ​ພຣະຄຣິດ ພຣະອົງ​ເອງ​ຈະ​ຊົງ​ໂຜດ​ແປງ​ໃຈ​ພວກເຈົ້າ ໃຫ້​ຕັ້ງ​ຂຶ້ນ​ໃໝ່​ແລະ​ຕັ້ງໝັ້ນຄົງ​ຢູ່ ໃຫ້​ມີ​ກຳລັງ​ຂຶ້ນ​ແລະ​ຊົງ​ບັນດານ​ໃຫ້​ມີ​ຮາກ​ອັນ​ແໜ້ນໜາ.</verse>
				<verse number="11">ຣິດທານຸພາບ ຈົ່ງ​ເປັນ​ຂອງ​ພຣະອົງ​ຕະຫລອດໄປ​ເປັນນິດ​ເທີ້ນ ອາແມນ.</verse>
				<verse number="12">ເຮົາ​ໄດ້​ຂຽນ​ຈົດໝາຍ​ສັ້ນໆ​ສະບັບ​ນີ້ ດ້ວຍ​ຄວາມ​ຊ່ວຍເຫລືອ​ຂອງ​ຊີລາ ຜູ້​ທີ່​ເຮົາ​ຖື​ວ່າ​ເປັນ​ພີ່ນ້ອງ​ຜູ້​ສັດຊື່​ຄົນ​ໜຶ່ງ ເຮົາ​ຢາກ​ໜູນ​ນໍ້າໃຈ​ພວກເຈົ້າ ແລະ​ເປັນ​ພະຍານ​ແກ່​ພວກເຈົ້າ​ວ່າ ພຣະຄຸນ​ນີ້​ເປັນ​ພຣະຄຸນ​ອັນ​ແທ້ຈິງ​ຂອງ​ພຣະເຈົ້າ, ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ນັ້ນ.</verse>
				<verse number="13">ນາງ ທີ່​ຢູ່​ເມືອງ​ບາບີໂລນ ຊຶ່ງ​ຊົງ​ເລືອກ​ໄວ້​ຢ່າງ​ດຽວ​ກັບ​ພວກເຈົ້າ ແລະ ມາຣະໂກ ລູກ​ຂອງເຮົາ​ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ເໝືອນກັນ.</verse>
				<verse number="14">ຈົ່ງ​ທັກທາຍ​ກັນ​ດ້ວຍ​ການ​ຈູບ​ທີ່​ສະແດງ​ເຖິງ​ຄວາມຮັກ. ຂໍ​ສັນຕິສຸກ ຈົ່ງ​ມີ​ແກ່​ເຈົ້າ​ທັງຫລາຍ​ທີ່​ຢູ່​ໃນ​ພຣະຄຣິດ​ເທີ້ນ.</verse>
			</chapter>
		</book>
		<book number="61">
			<chapter number="1">
				<verse number="1">ຊີໂມນ​ເປໂຕ ຜູ້ຮັບໃຊ້ ແລະ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ. ຮຽນ ທ່ານ​ທັງຫລາຍ ທີ່​ໄດ້​ຮັບ​ຄວາມເຊື່ອ​ອັນ​ປະເສີດ ເທົ່າທຽມ​ກັນ​ກັບ​ເຮົາ ດ້ວຍ​ຄວາມ​ຊອບທຳ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ ຄື​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ​ຂອງ​ເຮົາ​ທັງຫລາຍ.</verse>
				<verse number="2">ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຈົ່ງ​ເພີ່ມ​ທະວີຄູນ​ແກ່​ເຈົ້າ​ທັງຫລາຍ ໂດຍ​ການ​ຮູ້ຈັກ​ໃນ​ພຣະເຈົ້າ ແລະ​ໃນ​ພຣະເຢຊູເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ.</verse>
				<verse number="3">ດ້ວຍ​ເຫັນ​ແລ້ວ​ວ່າ ຣິດເດດ​ຂອງ​ພຣະເຈົ້າ​ໄດ້​ຊົງ​ປະທານ​ສິ່ງສາລະພັດ​ແກ່​ພວກເຮົາ ຊຶ່ງ​ຈຳເປັນ​ຕໍ່​ຊີວິດ ແລະ​ຕໍ່​ການ​ດຳເນີນ​ຕາມ​ທາງ​ຂອງ​ພຣະເຈົ້າ ໂດຍ​ການ​ຮູ້ຈັກ​ພຣະອົງ ຜູ້​ທີ່​ຊົງ​ເອີ້ນ​ພວກເຈົ້າ​ດ້ວຍ​ສະຫງ່າຣາສີ ແລະ​ຄວາມ​ລໍ້າເລີດ​ຂອງ​ພຣະອົງ​ເອງ.</verse>
				<verse number="4">ດ້ວຍ​ສິ່ງ​ເຫຼົ່ານັ້ນ ພຣະອົງ​ໄດ້​ຊົງ​ປະທານ​ພຣະສັນຍາ​ປະເສີດ​ອັນ​ໃຫຍ່ຫລວງ​ແກ່​ເຮົາ​ທັງຫລາຍ ເພື່ອ​ວ່າ​ດ້ວຍ​ສິ່ງ​ເຫຼົ່ານີ້ ພວກເຈົ້າ​ຈຶ່ງ​ໜີ​ພົ້ນ​ໄດ້​ຈາກ​ຄວາມ​ເສື່ອມໂຊມ​ທີ່​ມີ​ຢູ່​ໃນ​ໂລກນີ້​ເພາະ​ຕັນຫາ ແລະ​ຈະ​ໄດ້​ຮັບ​ສ່ວນ​ໃນ​ສະພາບ​ຂອງ​ພຣະອົງ.</verse>
				<verse number="5">ເພາະ​ເຫດ​ນີ້​ແຫຼະ ເຈົ້າ​ທັງຫລາຍ​ຈົ່ງ​ອົດສາ​ພະຍາຍາມ​ຈົນ​ສຸດ​ກຳລັງ ເພື່ອ​ຈະ​ເອົາ​ຄຸນຄວາມດີ​ເພີ່ມ​ຄວາມເຊື່ອ ແລະ​ເອົາ​ຄວາມຮູ້​ເພີ່ມ​ຄວາມດີ.</verse>
				<verse number="6">ເອົາ​ຄວາມ​ຮູ້ຈັກ​ບັງຄັບ​ຕົນ​ເພີ່ມ​ຄວາມຮູ້ ເອົາ​ຄວາມ​ໝັ້ນໃຈ​ເພີ່ມ​ຄວາມ​ບັງຄັບ​ຕົນ ເອົາ​ຄວາມ​ເຫຼື້ອມໃສ​ໃນ​ພຣະເຈົ້າ​ເພີ່ມ​ຄວາມ​ໝັ້ນໃຈ.</verse>
				<verse number="7">ເອົາ​ຄວາມຮັກ​ພີ່ນ້ອງ​ເພີ່ມ​ຄວາມ​ເຫຼື້ອມໃສ​ໃນ​ພຣະເຈົ້າ ແລະ​ເອົາ​ຄວາມຮັກ​ຄົນ​ທົ່ວໄປ​ເພີ່ມ​ຄວາມຮັກ​ພີ່ນ້ອງ.</verse>
				<verse number="8">ດ້ວຍວ່າ, ຖ້າ​ສິ່ງ​ເຫຼົ່ານີ້ ມີ​ຢູ່​ໃນ​ພວກເຈົ້າ​ຢ່າງ​ບໍຣິບູນ​ແລ້ວ ກໍ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ຄົນ​ດຸໝັ່ນ ແລະ​ເກີດຜົນ​ໃນ​ການ​ຮູ້ຈັກ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ.</verse>
				<verse number="9">ເພາະວ່າ ຜູ້ໃດ​ທີ່​ຂາດ​ສິ່ງ​ເຫຼົ່ານີ້ ກໍ​ເປັນ​ຄົນ​ຕາບອດ, ຕາ​ສັ້ນ ແລະ​ລືມ​ໄປ​ວ່າ​ຕົນ​ໄດ້​ຮັບ​ການ​ຊຳລະລ້າງ ຈາກ​ຜິດບາບ​ອັນ​ເກົ່າ​ກ່ອນ​ຂອງຕົນ​ເສຍ​ແລ້ວ.</verse>
				<verse number="10">ເພາະ​ສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອົດສາ​ພະຍາຍາມ​ຫລາຍກວ່າ​ເກົ່າ ເຮັດ​ໃຫ້​ຕົນເອງ​ເປັນ​ໄປ​ຕາມ​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ແລະ​ຊົງ​ເລືອກ​ໄວ້​ນັ້ນ. ເພາະວ່າ ຖ້າ​ເຮັດ​ຢ່າງ​ນັ້ນ​ແລ້ວ ພວກເຈົ້າ​ກໍ​ຈະ​ບໍ່​ສະດຸດ​ລົ້ມ​ລົງ​ຈັກເທື່ອ.</verse>
				<verse number="11">ດ້ວຍ​ທາງ​ນີ້​ແຫຼະ ພຣະເຈົ້າ​ຈະ​ຊົງ​ປະທານ​ສິດ​ສົມບູນ​ແກ່​ເຈົ້າ​ທັງຫລາຍ ໃຫ້​ເຂົ້າ​ໄປ​ໃນ​ຣາຊ​ແຜ່ນດິນ​ອັນ​ນິຣັນດອນ ຂອງ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ພວກເຮົາ.</verse>
				<verse number="12">ເຫດສະນັ້ນ ເຖິງ​ແມ່ນ​ວ່າ​ເຈົ້າ​ທັງຫລາຍ​ຮູ້ຈັກ ແລະ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມຈິງ​ທີ່​ມີ​ຢູ່​ແລ້ວ​ກໍດີ. ຂ້າພະເຈົ້າ​ກໍ​ພ້ອມ​ຢູ່​ສະເໝີ ທີ່​ຈະ​ເຕືອນ​ສະຕິ​ພວກເຈົ້າ ໃຫ້​ລະນຶກເຖິງ​ສິ່ງ​ເຫຼົ່ານີ້.</verse>
				<verse number="13">ຕາບໃດ​ທີ່​ຂ້າພະເຈົ້າ​ຍັງ​ອາໄສ​ຢູ່​ໃນ​ຮ່າງກາຍ​ນີ້ ຂ້າພະເຈົ້າ​ເຫັນ​ສົມຄວນ​ທີ່​ຈະ​ປຸກ​ເຕືອນ​ພວກເຈົ້າ ໃຫ້​ລະນຶກເຖິງ​ຂໍ້​ຄວາມ​ເຫຼົ່ານີ້.</verse>
				<verse number="14">ເພາະ​ຂ້າພະເຈົ້າ​ຮູ້​ຢູ່​ວ່າ ອີກ​ບໍ່​ດົນ ຂ້າພະເຈົ້າ​ກໍ​ຈະ​ປະຖິ້ມ​ຮ່າງກາຍ​ນີ້​ເສຍ ເໝືອນ​ດັ່ງ​ທີ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ໄດ້​ຊົງ​ສຳແດງ​ແກ່​ຂ້າພະເຈົ້າ​ແລ້ວ.</verse>
				<verse number="15">ແລະ​ຂ້າພະເຈົ້າ​ຈະ​ພະຍາຍາມ​ຫາ​ທາງ​ໃຫ້​ເຈົ້າ​ທັງຫລາຍ ລະນຶກເຖິງ​ສິ່ງ​ເຫຼົ່ານີ້​ໄດ້​ທຸກ​ເວລາ ເມື່ອ​ຂ້າພະເຈົ້າ​ຈາກ​ໂລກນີ້​ໄປ​ແລ້ວ.</verse>
				<verse number="16">ເພາະ​ເມື່ອ​ເຮົາ​ໄດ້​ປະກາດ​ໃຫ້​ເຈົ້າ​ທັງຫລາຍ​ຮູ້​ເຖິງ​ຣິດເດດ ແລະ​ການ​ສະເດັດ​ມາ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ພວກເຮົາ​ບໍ່ໄດ້​ກ່າວ​ຕາມ​ນິຍາຍ​ທີ່​ເຂົາ​ແຕ່ງ​ຂຶ້ນ​ດ້ວຍ​ຄວາມ​ສະຫລາດ ແຕ່​ພວກເຮົາ​ເປັນ​ພະຍານ​ຜູ້​ຮູ້​ເຫັນ​ເດຊານຸພາບ​ຂອງ​ພຣະອົງ.</verse>
				<verse number="17">ເພາະວ່າ ພຣະອົງ​ໄດ້​ຊົງ​ຮັບ​ກຽດ​ແລະ​ສະຫງ່າຣາສີ ຈາກ​ພຣະເຈົ້າ ພຣະບິດາເຈົ້າ ເມື່ອ​ພຣະ​ສຸຣະສຽງ​ຈາກ​ຣັດສະໝີ​ອັນ​ຮຸ່ງເຮືອງ ຊົງ​ກ່າວ​ແກ່​ພຣະອົງ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ ເປັນ​ບຸດ​ທີ່ຮັກ​ຂອງເຮົາ ເຮົາ​ພໍໃຈ​ຫລາຍ​ໃນ​ທ່ານ.”</verse>
				<verse number="18">ຝ່າຍ​ພວກເຮົາ​ກໍ​ໄດ້​ຍິນ​ພຣະ​ສຸຣະສຽງ​ນີ້​ຈາກ​ສະຫວັນ ເມື່ອ​ພວກເຮົາ​ໄດ້​ຢູ່​ກັບ​ພຣະອົງ ທີ່​ພູ​ອັນ​ສັກສິດ​ນັ້ນ.</verse>
				<verse number="19">ສະນັ້ນ ພວກເຮົາ​ຢຶດຖື​ຄຳທຳນວາຍ​ຢ່າງ​ແນ່ນອນ​ກວ່າ​ເກົ່າ ຈະ​ເປັນ​ການ​ດີ ຖ້າ​ເຈົ້າ​ທັງຫລາຍ​ຈະ​ຖື​ຕາມ​ຄຳທຳນວາຍ​ນັ້ນ ເພາະ​ຄຳ​ນັ້ນ​ເປັນ​ເໝືອນ​ແສງ​ໂຄມ ທີ່​ສ່ອງ​ສະຫວ່າງ​ໃນ​ບ່ອນ​ມືດ ຈົນເຖິງ​ວັນ​ຮຸ່ງ​ເຊົ້າ ແລະ​ດາວ​ເພັກ​ຈະ​ສ່ອງ​ຂຶ້ນ​ໃນ​ໃຈ​ຂອງ​ພວກເຈົ້າ.</verse>
				<verse number="20">ກ່ອນ​ອື່ນ​ເຈົ້າ​ທັງຫລາຍ​ຕ້ອງ​ເຂົ້າໃຈ​ຂໍ້​ນີ້ ຄື​ຜູ້ໃດ​ຜູ້ໜຶ່ງ​ຈະ​ຕີ​ຄວາມໝາຍ​ຂອງ​ຄຳທຳນວາຍ ໃນ​ພຣະຄຳພີ​ເອົາ​ເອງ​ບໍ່ໄດ້.</verse>
				<verse number="21">ເພາະວ່າ ຄຳທຳນວາຍ​ນັ້ນ​ບໍ່ໄດ້​ມາ​ຈາກ​ນໍ້າໃຈ​ຂອງ​ມະນຸດ​ຈັກເທື່ອ, ແຕ່​ມະນຸດ​ໄດ້​ກ່າວ​ຄຳ​ທີ່​ມາ​ຈາກ​ພຣະເຈົ້າ ຕາມ​ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ດົນໃຈ.</verse>
			</chapter>
			<chapter number="2">
				<verse number="1">ບັນດາ​ຜູ້​ປະກາດ​ພຣະທຳ​ປອມ ໄດ້​ເກີດ​ມີ​ຂຶ້ນ​ໃນ​ທ່າມກາງ​ໄພ່ພົນ​ຂອງ​ພຣະເຈົ້າ​ໃນ​ເມື່ອ​ກ່ອນ​ສັນໃດ ກໍ​ຈະ​ມີ​ຄູສອນ​ປອມ​ເກີດຂຶ້ນ​ໃນ​ທ່າມກາງ​ພວກເຈົ້າ​ສັນນັ້ນ ພວກເຂົາ​ຈະ​ນຳ​ເອົາ​ຄຳສອນ​ບໍ່​ຈິງ ທີ່​ເປັນ​ການ​ທຳລາຍ​ມາ​ສິດສອນ ຈົນເຖິງ​ກັບ​ປະຕິເສດ​ພຣະອົງ ຜູ້​ຊົງ​ເປັນ​ພຣະເຈົ້າ​ທີ່​ໄດ້​ໄຖ່​ພວກເຂົາ​ໄວ້ ຊຶ່ງ​ຈະ​ນຳ​ຄວາມ​ຈິບຫາຍ​ມາ​ເຖິງ​ຕົວ​ພວກເຂົາ​ໂດຍ​ໄວ.</verse>
				<verse number="2">ຈະ​ມີ​ຫລາຍ​ຄົນ​ຕິດຕາມ​ການ​ຊົ່ວ ອັນ​ຕໍ່າຊ້າ​ຂອງ​ພວກເຂົາ ເນື່ອງ​ຈາກ​ຄົນ​ເຫຼົ່ານັ້ນ​ເປັນ​ເຫດ ທາງ​ຂອງ​ຄວາມຈິງ​ຈະ​ຖືກ​ປະໝາດ.</verse>
				<verse number="3">ແລະ​ດ້ວຍ​ໃຈ​ໂລບ ພວກເຂົາ​ຈະ​ໄດ້​ກຳໄລ​ຈາກ​ພວກເຈົ້າ​ດ້ວຍ​ກ່າວ​ຄຳ​ຕົວະ ການ​ລົງໂທດ​ຄົນ​ເຫຼົ່ານັ້ນ ທີ່​ໄດ້​ຖືກ​ພິພາກສາ​ດົນນານ​ມາ​ແລ້ວ ກໍ​ບໍ່​ເສີຍຊ້າ​ຢູ່. ຄວາມ​ຈິບຫາຍ​ທີ່​ຈະ​ເກີດຂຶ້ນ​ກັບ​ພວກເຂົາ ກໍ​ບໍ່ໄດ້​ລືມ​ພວກເຂົາ.</verse>
				<verse number="4">ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ຍົກເວັ້ນ​ຝູງ​ເທວະດາ​ທີ່​ໄດ້​ເຮັດ​ບາບ​ນັ້ນ, ແຕ່​ໄດ້​ຊົງ​ຊຸກ​ພວກເຂົາ​ລົງ​ໄປ​ສູ່​ພື້ນ​ທໍລະນີ​ເລິກ ຂັງ​ພວກເຂົາ​ໄວ້​ໃນ​ຂຸມ​ມືດ ຄຸມ​ໄວ້​ຈົນເຖິງ​ວັນ​ພິພາກສາ.</verse>
				<verse number="5">ພຣະເຈົ້າ​ບໍ່ໄດ້​ຊົງ​ຍົກເວັ້ນ​ມະນຸດສະໂລກ​ຄາວ​ບູຮານ ແຕ່​ໄດ້​ຮັກສາ​ໂນອາ​ຜູ້​ປະກາດ​ຄວາມ​ຊອບທຳ ກັບ​ຄົນອື່ນ​ອີກ​ເຈັດ​ຄົນ ເມື່ອ​ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ນໍ້າ​ຖ້ວມ​ໂລກ ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ.</verse>
				<verse number="6">ພຣະເຈົ້າ​ໄດ້​ລົງໂທດ​ເມືອງ​ໂຊໂດມ​ແລະ​ເມືອງ​ໂກໂມຣາ​ໃຫ້​ເປັນ​ເຖົ່າ ໂດຍ​ທຳລາຍ​ໃຫ້​ຈິບຫາຍ​ດ້ວຍ​ໄຟ ເພື່ອ​ເປັນ​ຕົວຢ່າງ​ແກ່​ຄົນ​ບໍ່​ນັບຖື​ພຣະເຈົ້າ​ໃນ​ຂັ້ນ​ຕໍ່ໄປ.</verse>
				<verse number="7">ແລະ​ໄດ້​ຊົງ​ໂຜດ​ເອົາ​ໂລດ​ຜູ້​ຊອບທຳ​ນັ້ນ​ໃຫ້​ພົ້ນ ຄື​ຜູ້​ມີ​ຄວາມ​ທຸກໃຈ​ຫລາຍ ຍ້ອນ​ກິຣິຍາ​ທີ່​ຂາດ​ສິນທຳ​ຂອງ​ຄົນຊົ່ວ​ເຫຼົ່ານັ້ນ.</verse>
				<verse number="8">ເພາະ​ເມື່ອ​ຄົນ​ຊອບທຳ​ຜູ້​ນີ້ ຢູ່​ໃນ​ໝູ່​ຄົນຊົ່ວ​ນັ້ນ ການ​ອະທຳ​ຂອງ​ພວກເຂົາ ທີ່​ເພິ່ນ​ໄດ້​ເຫັນ​ແລະ​ໄດ້ຍິນ ກໍ​ເຮັດ​ໃຫ້​ຈິດໃຈ​ທີ່​ຊອບທຳ​ຂອງ​ເພິ່ນ ເປັນ​ທຸກ​ລຳບາກ​ທຸກໆ​ວັນ.</verse>
				<verse number="9">ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ ຈຶ່ງ​ຮູ້ຈັກ​ວິທີ​ທີ່​ຈະ​ໂຜດ​ເອົາ​ຄົນ​ທີ່​ຊອບທຳ ເພື່ອ​ໃຫ້​ພົ້ນ​ຈາກ​ການ​ທົດລອງ ແລະ​ຮູ້ຈັກ​ວິທີ​ຮັກສາ​ຄົນຊົ່ວ​ໄວ້ ເພື່ອ​ໃຫ້​ຢູ່​ໃຕ້​ການ​ລົງໂທດ​ໃນ​ວັນ​ພິພາກສາ.</verse>
				<verse number="10">ເປັນ​ຕົ້ນ​ຈະ​ຊົງ​ລົງໂທດ​ແກ່​ຄົນ​ເຫຼົ່ານັ້ນ ທີ່​ປ່ອຍ​ຕົວ​ໄປ​ຕາມ​ກິເລດ​ຕັນຫາ ແລະ​ໝິ່ນປະໝາດ​ຕໍ່​ອຳນາດ​ທັງໝົດ. ຄູສອນ​ປອມ​ເຫຼົ່ານີ້​ມີ​ໃຈ​ກ້າກັ່ນ ແລະ​ເຮັດ​ຕາມ​ລຳພັງ​ໃຈ ພວກເຂົາ​ບໍ່​ສະທ້ານ​ຕົກໃຈ ເມື່ອ​ກ່າວ​ປະນາມ​ຕໍ່​ຜູ້​ມີ​ຍົດສັກ.</verse>
				<verse number="11">ເຖິງ​ແມ່ນ​ວ່າ ພວກ​ເທວະດາ​ທີ່​ມີ​ຣິດ​ກຳລັງ​ຫລາຍກວ່າ ກໍ​ຍັງ​ບໍ່​ນຳ​ຄຳ​ຮ້ອງຟ້ອງ​ມາ​ກ່າວ​ປະນາມ​ຄົນ​ເຫຼົ່ານັ້ນ ຕໍ່​ພຣະພັກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.</verse>
				<verse number="12">ແຕ່​ຄົນ​ເຫຼົ່ານັ້ນ ເປັນ​ເໝືອນ​ສັດເດຍລະສານ ທີ່​ບໍ່ມີ​ຄວາມ​ຄິດ ແລະ​ເກີດ​ມາ​ຕາມ​ທຳມະຊາດ ເພື່ອ​ຖືກ​ຈັບ​ແລະ​ຖືກ​ຂ້າ. ພວກເຂົາ​ກ່າວ​ປະນາມ​ສິ່ງ​ທີ່​ພວກເຂົາ​ບໍ່​ເຂົ້າໃຈ ພວກເຂົາ​ຈະ​ຕ້ອງ​ຈິບຫາຍ​ໄປ​ຢ່າງ​ດຽວກັນ​ກັບ​ສັດ​ເຫຼົ່ານັ້ນ.</verse>
				<verse number="13">ພວກເຂົາ​ຈະ​ໄດ້​ຮັບ​ໂທດກຳ​ເປັນ​ລາງວັນ​ແຫ່ງ​ການ​ອະທຳ​ຂອງຕົນ. ພວກເຂົາ​ຖື​ເອົາ​ການ​ຫລິ້ນ​ມ່ວນຊື່ນ​ເຮຮາ​ໃນ​ເວລາ​ກາງເວັນ​ເປັນ​ຂອງ​ສະໜຸກ. ພວກເຂົາ​ດ່າງພອຍ​ແລະ​ເປິເປື້ອນ ແລະ​ໃຊ້​ການ​ຫລິ້ນ​ເຮຮາ​ຫລອກລວງ​ເມື່ອ​ກຳລັງ​ກິນລ້ຽງ​ຮ່ວມ​ກັບ​ເຈົ້າ​ທັງຫລາຍ.</verse>
				<verse number="14">ຕາ​ຂອງ​ພວກເຂົາ​ກໍ​ມັກ​ເບິ່ງ​ແຕ່​ຍິງ​ທີ່​ລ່ວງ​ປະເວນີ ບໍ່ຢຸດ​ບໍ່ຢັ້ງ​ໃນ​ການ​ເຮັດ​ບາບ, ພວກເຂົາ​ກ້ຽວກ່ອມ​ຄົນ​ທີ່​ມີ​ໃຈ​ບໍ່​ທ່ຽງໝັ້ນ ພວກເຂົາ​ມີ​ໃຈ​ເກັ່ງ​ໃນ​ການ​ໂລບ, ເປັນ​ຄົນ​ທີ່​ຖືກ​ຊົງ​ປ້ອຍດ່າ​ແລ້ວ.</verse>
				<verse number="15">ພວກເຂົາ​ໄດ້​ປະຖິ້ມ​ທາງ​ຊື່ ຈຶ່ງ​ຫລົງ​ທາງ​ໄປ, ພວກເຂົາ​ຕິດຕາມ​ທາງ​ຂອງ​ບາລາອາມ ລູກ​ເບອໍ ຜູ້​ຊຶ່ງ​ມັກ​ລາງວັນ​ທີ່​ມາ​ຈາກ​ການ​ອະທຳ.</verse>
				<verse number="16">ແຕ່​ບາລາອາມ​ນັ້ນ​ໄດ້​ຖືກ​ຕີ ເພາະ​ການ​ລະເມີດ​ຂອງຕົນ ລໍ​ໂຕ​ປາກ​ບໍ່​ເປັນ​ກໍ​ຍັງ​ໄດ້​ປາກ​ພາສາ​ມະນຸດ ແລະ​ໄດ້​ຫ້າມ​ຄວາມ​ບ້າ​ຂອງ​ບາລາອາມ ຜູ້ທຳນວາຍ​ນັ້ນ​ໃຫ້​ເຊົາ.</verse>
				<verse number="17">ພວກ​ຄູສອນ​ປອມ​ເຫຼົ່ານີ້ ເປັນ​ເໝືອນ​ບໍ່​ທີ່​ຂາດ​ນໍ້າ ເປັນ​ດັ່ງ​ໝອກ​ທີ່​ຖືກ​ລົມພະຍຸ​ພັດ​ໄປ ພຣະເຈົ້າ​ໄດ້​ຈັດ​ຂຸມ​ມືດ​ອັນ​ເລິກ​ໄວ້​ສຳລັບ​ພວກເຂົາ.</verse>
				<verse number="18">ເພາະວ່າ ພວກເຂົາ​ມັກ​ກ່າວ​ຄຳ​ອວດອ້າງ​ອັນ​ເປົ່າໆ ແລະ​ໃຊ້​ຄວາມ​ປາຖະໜາ​ຊົ່ວ​ທາງ​ກາຍ ຫລອກລວງ​ຄົນ​ທັງຫລາຍ ທີ່​ກຳລັງ​ໜີ​ພົ້ນ​ຈາກ ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ການ​ຫລົງ​ຜິດ.</verse>
				<verse number="19">ພວກເຂົາ​ສັນຍາ​ວ່າ ຈະ​ໃຫ້​ຄົນ​ເຫຼົ່ານັ້ນ​ມີ​ອິດສະຫລະ​ພາບ ແຕ່​ພວກເຂົາ​ເອງ​ຍັງ​ເປັນ​ທາດ​ຂອງ​ຄວາມ​ເສື່ອມໂຊມ​ຢູ່ ເພາະວ່າ​ມະນຸດ​ຖືກ​ພ່າຍແພ້​ແກ່​ສິ່ງໃດ​ແລ້ວ, ພວກເຂົາ​ກໍ​ຕົກ​ເປັນ​ທາດ​ຂອງ​ສິ່ງ​ນັ້ນ.</verse>
				<verse number="20">ເພາະວ່າ ຖ້າ​ຫລັງຈາກ​ທີ່​ພວກເຂົາ​ພົ້ນ​ແລ້ວ ຈາກ​ກິເລດ​ຕັນຫາ​ຂອງ​ໂລກນີ້. ດ້ວຍ​ການ​ທີ່​ພວກເຂົາ​ຮູ້ຈັກ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ, ພວກເຂົາ​ກັບ​ໄປ​ພົວພັນ ແລະ​ຖືກ​ພ່າຍແພ້​ແກ່​ຄົນຊົ່ວຮ້າຍ​ນັ້ນ​ອີກ. ສະພາບ​ບັ້ນປາຍ​ຂອງ​ພວກເຂົາ ກໍ​ກັບ​ຊົ່ວຮ້າຍ​ກວ່າ​ບັ້ນຕົ້ນ.</verse>
				<verse number="21">ເພາະ​ຖ້າ​ພວກເຂົາ​ບໍ່ໄດ້​ຮູ້ຈັກ​ທາງ​ຊອບທຳ​ນັ້ນ ກໍ​ຍັງ​ຈະ​ດີກວ່າ​ທີ່​ໄດ້​ຮູ້​ແລ້ວ ແຕ່​ຍັງ​ກັບ​ຫັນ​ຫລັງ​ໃສ່​ກົດບັນຍັດ​ອັນ​ສັກສິດ ທີ່​ຊົງ​ໂຜດ​ມອບ​ໃຫ້​ແກ່​ພວກເຂົາ​ນັ້ນ.</verse>
				<verse number="22">ຊຶ່ງ​ເກີດ​ແກ່​ພວກເຂົາ​ນັ້ນ ກໍ​ເໝືອນ​ດັ່ງ​ສຸພາສິດ​ອັນ​ຖືກຕ້ອງ​ທີ່​ວ່າ, “ໝາ​ໄດ້​ຫລົບ​ໄປ​ກິນ ສິ່ງ​ທີ່​ມັນ​ຮາກ​ອອກ​ມາ” ແລະ “ໝູ​ທີ່​ລ້າງ​ແລ້ວ ກໍ​ກັບ​ລົງ​ ໄປ​ນອນ​ລຸຍ​ໃນ​ບວກ​ອີກ.”</verse>
			</chapter>
			<chapter number="3">
				<verse number="1">ພວກ​ທີ່ຮັກ​ເອີຍ, ນີ້​ແຫຼະ ເປັນ​ຈົດໝາຍ​ສະບັບ​ທີ​ສອງ ທີ່​ຂ້າພະເຈົ້າ​ໄດ້​ຂຽນ​ມາ​ເຖິງ​ເຈົ້າ​ທັງຫລາຍ, ໃນ​ຈົດໝາຍ​ທັງສອງ​ສະບັບ​ນີ້ ຂ້າພະເຈົ້າ​ໄດ້​ປຸກ​ເຕືອນ​ຈິດໃຈ​ອັນ​ສັດຊື່​ຂອງ​ພວກເຈົ້າ​ໃຫ້​ລະນຶກເຖິງ.</verse>
				<verse number="2">ເພື່ອ​ໃຫ້​ພວກເຈົ້າ​ຈົດຈຳ​ຖ້ອຍຄຳ​ທັງຫຼາຍ ຊຶ່ງ​ພວກ​ຜູ້ທຳນວາຍ​ຜູ້​ບໍຣິສຸດ ໄດ້​ກ່າວ​ໄວ້​ເມື່ອ​ກ່ອນ​ນັ້ນ ທັງ​ຂໍ້ຄຳສັ່ງ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ຄື​ພຣະ​ຜູ້​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ ຊຶ່ງ​ພວກ​ອັກຄະສາວົກ​ໄດ້​ສັ່ງສອນ​ແກ່​ພວກເຈົ້າ​ນັ້ນ.</verse>
				<verse number="3">ກ່ອນ​ອື່ນ ຈົ່ງ​ຮູ້​ຂໍ້​ນີ້ ຄື​ຍຸກ​ສຸດທ້າຍ​ຈະ​ມີ​ຄົນ​ເຢາະເຢີ້ຍ​ມາ​ເວົ້າ​ສຽດສີ​ຕາມ​ໃຈ​ປາຖະໜາ​ຂອງຕົນ.</verse>
				<verse number="4">ພວກເຂົາ​ຈະ​ຖາມ​ວ່າ, “ຄຳ​ທີ່​ຊົງ​ສັນຍາ​ໄວ້​ວ່າ ພຣະອົງ​ຈະ​ສະເດັດ​ມາ​ນັ້ນ​ຢູ່​ໃສ? ເພາະວ່າ​ຕັ້ງແຕ່​ບັນພະບຸລຸດ​ລ່ວງລັບ​ໄປ​ແລ້ວ ສິ່ງ​ທັງປວງ​ກໍ​ເປັນ​ຢູ່​ເໝືອນ​ເດີມ ຕັ້ງແຕ່​ເລີ່ມຕົ້ນ​ຊົງ​ສ້າງ​ໂລກ.”</verse>
				<verse number="5">ເພາະວ່າ​ພວກເຂົາ​ເຮັດ​ຄື​ລືມ​ຂໍ້​ນີ້​ເສຍ ດ້ວຍ​ພຣະທຳ​ຂອງ​ພຣະເຈົ້າ ຟ້າ​ສະຫວັນ​ຈຶ່ງ​ໄດ້​ມີ​ຢູ່​ຕັ້ງແຕ່​ບູຮານ ແລະ​ແຜ່ນດິນ​ໂລກ​ຈຶ່ງ​ໄດ້​ເກີດຂຶ້ນ​ຈາກ​ນໍ້າ​ແລະ​ດ້ວຍ​ທາງ​ນໍ້າ.</verse>
				<verse number="6">ດ້ວຍ​ນໍ້າ​ນັ້ນ​ແຫຼະ ມະນຸດສະໂລກ​ໃນ​ສະໄໝ​ບູຮານ ຈຶ່ງ​ຖືກ​ທຳລາຍ​ດ້ວຍ​ນໍ້າ​ຖ້ວມ.</verse>
				<verse number="7">ໂດຍ​ພຣະທຳ​ອັນ​ດຽວກັນ​ນັ້ນ​ແຫຼະ ຟ້າ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ທີ່​ມີ​ຢູ່​ໃນ​ປະຈຸບັນ​ນີ້ ກໍ​ຊົງ​ຮັກສາ​ໄວ້​ສຳລັບ​ໃຫ້​ໄຟ​ເຜົາຜານ​ເສຍ ຄື​ຊົງ​ຮັກສາ​ໄວ້​ຈົນກວ່າ​ຈະ​ເຖິງ​ວັນ​ທີ່​ບັນດາ​ມະນຸດ​ທີ່​ບໍ່​ນັບຖື​ພຣະເຈົ້າ ຈະ​ຊົງ​ຖືກ​ພິພາກສາ​ແລະ​ຈິບຫາຍ​ໄປ.</verse>
				<verse number="8">ແຕ່​ພວກ​ທີ່ຮັກ​ເອີຍ ຢ່າ​ລືມ​ຂໍ້​ນີ້​ວ່າ ຕໍ່​ພຣະພັກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ວັນ​ດຽວ​ກໍ​ເໝືອນ​ກັບ​ພັນ​ປີ ແລະ​ພັນ​ປີ​ກໍ​ເໝືອນ​ກັບ​ວັນ​ດຽວ.</verse>
				<verse number="9">ອົງພຣະ​ຜູ້​ເປັນເຈົ້າ​ບໍ່ໄດ້​ຊົງ​ເສີຍຊ້າ ທີ່​ຈະ​ເຮັດ​ໃຫ້​ພຣະສັນຍາ​ຂອງ​ພຣະອົງ​ສຳເລັດ ເໝືອນ​ດັ່ງ​ທີ່​ບາງຄົນ​ນັ້ນ​ຄິດ​ວ່າ​ຊ້າ ແຕ່​ພຣະອົງ​ຊົງ​ອົດທົນ​ດົນນານ ເພາະ​ເຫັນແກ່​ເຈົ້າ​ທັງຫຼາຍ. ພຣະອົງ​ບໍ່​ປະສົງ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຕ້ອງ​ຈິບຫາຍ​ໄປ, ແຕ່​ຊົງ​ປາຖະໜາ​ທີ່​ຈະ​ໃຫ້​ຄົນ​ທັງປວງ ມາ​ເຖິງ​ການ​ຖິ້ມໃຈເກົ່າ​ເອົາໃຈໃໝ່.</verse>
				<verse number="10">ແຕ່​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ມາ​ເຖິງ​ເໝືອນ​ດັ່ງ​ຂະໂມຍ​ມາ. ໃນ​ວັນ​ນັ້ນ ຟ້າ​ສະຫວັນ​ຈະ​ລ່ວງ​ເສຍ​ໄປ ດ້ວຍ​ສຽງດັງ​ກ້ອງສະໜັ່ນ ໂລກ​ທາດ​ຈະ​ສະຫລາຍ​ໄປ​ດ້ວຍ​ໄຟ ແລະ​ແຜ່ນດິນ​ໂລກ​ກັບ​ທຸກສິ່ງ​ສາລະພັດ​ຈະ​ໄໝ້​ເສຍ​ໝົດ.</verse>
				<verse number="11">ໃນ​ເມື່ອ​ທຸກສິ່ງ​ຈະ​ຖືກ​ທຳລາຍ​ໄປ​ຢ່າງ​ນີ້ ພວກເຈົ້າ​ຄວນ​ຈະ​ເປັນ​ຄົນ​ຢ່າງ​ໃດ? ໃນ​ການ​ດຳເນີນ​ຊີວິດ​ອັນ​ບໍຣິສຸດ​ແລະ​ການ​ນັບຖື​ພຣະເຈົ້າ.</verse>
				<verse number="12">ຈົ່ງ​ຄອຍ​ຖ້າ​ແລະ​ເຮັ່ງຮີບ​ໃຫ້​ວັນ​ຂອງ​ພຣະເຈົ້າ​ມາ​ເຖິງ ຊຶ່ງ​ໃນ​ວັນ​ນັ້ນ ຟ້າ​ສະຫວັນ​ຈະ​ຖືກ​ໄຟ​ເຜົາ​ສະຫລາຍ​ໄປ ແລະ​ໂລກ​ທາດ​ຈະ​ຖືກ​ໄຟ​ຜານ​ສະຫລາຍ​ໄປ.</verse>
				<verse number="13">ແຕ່​ວ່າ ຕາມ​ພຣະສັນຍາ​ຂອງ​ພຣະອົງ ເຮົາ​ທັງຫລາຍ​ຄອຍ​ຖ້າ​ຟ້າ​ສະຫວັນ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່ ຊຶ່ງ​ຄວາມ​ຊອບທຳ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ.</verse>
				<verse number="14">ດ້ວຍເຫດນັ້ນ ພວກ​ທີ່ຮັກ​ເອີຍ, ເມື່ອ​ເຈົ້າ​ທັງຫລາຍ​ກຳລັງ​ຄອຍຖ້າ​ສິ່ງ​ເຫຼົ່ານີ້​ຢູ່ ຈົ່ງ​ອົດສາ​ພະຍາຍາມ​ໃຫ້​ພຣະອົງ​ຊົງ​ພົບ​ພວກເຈົ້າ​ຢູ່​ໃນ​ຄວາມ​ສະຫງົບ ໂດຍ​ບໍ່ມີ​ຈຸດ​ດ່າງ​ພອຍ​ແລະ​ຂໍ້​ຕຳໜິ.</verse>
				<verse number="15">ຈົ່ງ​ຖື​ວ່າ​ການ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ທັງຫລາຍ ຊົງ​ອົດກັ້ນ​ພຣະໄທ​ໄວ້​ດົນນານ​ນັ້ນ ກໍ​ເພື່ອ​ໂຜດ​ພວກເຮົາ​ໃຫ້​ລອດພົ້ນ ເໝືອນ​ດັ່ງ​ໂປໂລ​ນ້ອງ​ທີ່ຮັກ​ຂອງເຮົາ ໄດ້​ຂຽນ​ຈົດໝາຍ​ເຖິງ​ເຈົ້າ​ທັງຫລາຍ ຕາມ​ສະຕິປັນຍາ​ທີ່​ໄດ້​ຊົງ​ປະທານ​ແກ່​ເພິ່ນ​ນັ້ນ.</verse>
				<verse number="16">ໃນ​ຈົດໝາຍ​ທຸກ​ສະບັບ​ຂອງ​ເພິ່ນ ກໍ​ກ່າວ​ເຖິງ​ເຫດການ​ເຫຼົ່ານັ້ນ​ໄວ້​ແລ້ວ, ໃນ​ຈົດໝາຍ​ເຫຼົ່ານັ້ນ ມີ​ບາງ​ຂໍ້​ທີ່​ເຂົ້າໃຈ​ຍາກ ຊຶ່ງ​ຄົນ​ທັງຫລາຍ​ທີ່​ຮູ້ເທົ່າ​ບໍ່​ເຖິງການ ແລະ​ທີ່​ມີ​ໃຈ​ບໍ່​ໝັ້ນຄົງ​ແນ່ນອນ ໄດ້​ບິດເບືອນ​ຂໍ້ຄວາມ​ເຫຼົ່ານັ້ນ​ເສຍ ເໝືອນ​ຢ່າງ​ທີ່​ພວກເຂົາ​ໄດ້​ບິດເບືອນ​ຂໍ້​ອື່ນໆ​ໃນ​ພຣະຄຳພີ ອັນ​ເປັນ​ເຫດ​ໃຫ້​ຕົນເອງ​ຈິບຫາຍ​ໄປ.</verse>
				<verse number="17">ເພາະເຫດນັ້ນ ພວກ​ທີ່ຮັກ​ເອີຍ, ເມື່ອ​ພວກເຈົ້າ​ຮູ້​ເລື່ອງ​ນີ້​ກ່ອນ​ແລ້ວ ກໍ​ຈົ່ງ​ລະວັງ​ໃຫ້​ດີ ເພາະ​ຢ້ານ​ວ່າ​ພວກເຈົ້າ​ຈະ​ຫລົງ​ໄປ​ເຮັດ​ຜິດ ຕາມ​ຄວາມຜິດ​ຂອງ​ຄົນ​ທີ່​ຂາດ​ສິນທຳ​ເຫຼົ່ານັ້ນ ແລະ​ເຈົ້າ​ທັງຫລາຍ​ຈະ​ຕົກ​ເສຍ​ຈາກ​ຄວາມ​ໜັກແໜ້ນ​ໝັ້ນຄົງ​ຂອງ​ພວກ​ຕົນ.</verse>
				<verse number="18">ແຕ່​ຂໍ​ໃຫ້​ເຈົ້າ​ທັງຫລາຍ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ແລະ​ໃນ​ຄວາມຮູ້ ຊຶ່ງ​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ. ຂໍ​ໃຫ້​ພຣະກຽດ​ຈົ່ງ​ມີ​ແດ່​ພຣະອົງ ທັງ​ໃນ​ປະຈຸບັນ​ແລະ​ຕະຫລອດ​ຊົ່ວ​ນິຣັນດອນ ອາແມນ.</verse>
			</chapter>
		</book>
		<book number="62">
			<chapter number="1">
				<verse number="1">ຊຶ່ງ​ມີ​ຢູ່​ແຕ່​ປະຖົມມະການ ຊຶ່ງ​ເຮົາ​ໄດ້ຍິນ ຊຶ່ງ​ເຮົາ​ໄດ້​ເຫັນ​ກັບ​ຕາ ຊຶ່ງ​ເຮົາ​ໄດ້​ພິຈາລະນາ​ເບິ່ງ ແລະ​ມື​ຂອງເຮົາ​ໄດ້​ຈັບ​ຕ້ອງ​ນັ້ນ​ກ່ຽວກັບ​ພຣະທຳ​ອັນ​ຊົງ​ຊີວິດ.</verse>
				<verse number="2">ເມື່ອ​ຊີວິດ​ນັ້ນ​ໄດ້​ມາ​ປາກົດ ພວກເຮົາ​ກໍໄດ້​ເຫັນ. ດັ່ງນັ້ນ ພວກເຮົາ​ຈຶ່ງ​ເປັນ​ພະຍານ​ເຖິງ​ຊີວິດ​ນັ້ນ ແລະ​ປະກາດ​ແກ່​ພວກເຈົ້າ​ເຖິງ​ຊີວິດ​ນິຣັນດອນ ຊຶ່ງ​ໄດ້​ມີ​ຢູ່​ກັບ​ພຣະບິດາເຈົ້າ ແລະ​ໄດ້​ປາກົດ​ແກ່​ພວກເຮົາ.</verse>
				<verse number="3">ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ​ແລະ​ໄດ້ຍິນ​ນັ້ນ ພວກເຮົາ​ກໍ​ປະກາດ​ແກ່​ພວກເຈົ້າ​ເໝືອນກັນ ເພື່ອ​ວ່າ​ພວກເຈົ້າ​ຈະ​ເຂົ້າ​ຮ່ວມ​ສາມັກຄີທຳ​ກັບ​ພວກເຮົາ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ກັບ​ພຣະບິດາເຈົ້າ ແລະ ກັບ​ພຣະເຢຊູ​ຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ.</verse>
				<verse number="4">ພວກເຮົາ​ຂຽນ​ຂໍ້​ຄວາມ​ເຫຼົ່ານີ້ ເພື່ອ​ຄວາມ​ຊົມຊື່ນ​ຍິນດີ​ຂອງ​ພວກເຮົາ ຈະ​ໄດ້​ຄົບ​ເຕັມ​ບໍລິບູນ.</verse>
				<verse number="5">ນີ້ແຫລະ ເປັນ​ຖ້ອຍຄຳ​ທີ່​ພວກເຮົາ​ໄດ້ຍິນ​ຈາກ​ພຣະອົງ ແລະ​ປະກາດ​ແກ່​ພວກເຈົ້າ​ວ່າ, ພຣະເຈົ້າ​ຊົງ​ເປັນ​ຄວາມ​ສະຫວ່າງ ໃນ​ພຣະອົງ​ບໍ່ມີ​ຄວາມມືດ​ເລີຍ.</verse>
				<verse number="6">ຖ້າ​ພວກເຮົາ​ບອກ​ວ່າ ພວກເຮົາ​ຮ່ວມ​ສາມັກຄີທຳ​ກັບ​ພຣະອົງ, ແຕ່​ຍັງ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມມືດ ພວກເຮົາ​ກໍ​ຕົວະ​ທັງ​ຄຳ​ເວົ້າ​ແລະ​ການ​ກະທຳ​ພ້ອມໆ​ກັນ.</verse>
				<verse number="7">ແຕ່​ຖ້າ​ພວກເຮົາ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ເໝືອນ​ດັ່ງ​ພຣະອົງ​ຊົງ​ຢູ່​ໃນ​ຄວາມ​ສະຫວ່າງ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ຊຶ່ງກັນແລະກັນ ແລະ​ພຣະ​ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ ກໍ​ຊຳລະ​ເຮົາ​ທັງຫລາຍ​ຈາກ​ການ​ຜິດບາບ​ທັງ​ສິ້ນ.</verse>
				<verse number="8">ຖ້າ​ພວກເຮົາ​ເວົ້າ​ວ່າ ພວກເຮົາ​ບໍ່ມີ​ບາບ ພວກເຮົາ​ກໍ​ຫລອກລວງ​ຕົນເອງ ແລະ​ພວກເຮົາ​ກໍ​ບໍ່ມີ​ຄວາມຈິງ​ໃນ​ຈິດໃຈ.</verse>
				<verse number="9">ຖ້າ​ເຮົາ​ທັງຫລາຍ​ສາລະພາບ​ຜິດບາບ​ທັງຫຼາຍ​ຂອງ​ພວກເຮົາ ພຣະອົງ​ຊົງ​ສັດຊື່​ແລະ​ທ່ຽງທຳ ຈະ​ຊົງ​ໂຜດ​ຍົກ​ບາບ​ຂອງ​ພວກເຮົາ ແລະ​ຈະ​ຊົງ​ໂຜດ​ຊຳລະລ້າງ​ເຮົາ​ທັງຫລາຍ​ຈາກ​ການ​ອະທຳ​ໝົດ​ສິ້ນ.</verse>
				<verse number="10">ຖ້າ​ພວກເຮົາ​ເວົ້າ​ວ່າ ພວກເຮົາ​ບໍ່ໄດ້​ເຮັດ​ບາບ​ກໍ​ເທົ່າ​ກັບ​ວ່າ ພວກເຮົາ​ເຮັດ​ໃຫ້​ພຣະເຈົ້າ​ເປັນ​ຜູ້​ຕົວະ ແລະ​ພຣະທຳ​ຂອງ​ພຣະອົງ​ກໍ​ບໍ່​ຢູ່​ໃນ​ພວກເຮົາ​ເລີຍ.</verse>
			</chapter>
			<chapter number="2">
				<verse number="1">ລູກ​ນ້ອຍ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຂຽນ​ຂໍ້ຄວາມ​ເຫຼົ່ານີ້​ມາ​ເຖິງ​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ບໍ່ໄດ້​ເຮັດ​ຜິດ ແຕ່​ຖ້າ​ຄົນ​ໃດ​ເຮັດ​ຜິດ ພວກເຮົາ​ກໍ​ມີ​ທະນາຍຄວາມ ຄື​ພຣະເຢຊູ​ຄຣິດເຈົ້າ ຜູ້​ຊົງ​ທ່ຽງທຳ​ທີ່​ສະຖິດ​ຢູ່​ກັບ​ພຣະບິດາເຈົ້າ.</verse>
				<verse number="2">ແມ່ນ​ດ້ວຍ​ພຣະອົງ​ນີ້​ແຫຼະ ທີ່​ພຣະເຈົ້າ​ຊົງ​ຍົກ​ການບາບ​ຂອງ​ພວກເຮົາ​ເສຍ ແລະ​ບໍ່ແມ່ນແຕ່​ການບາບ​ຂອງ​ພວກເຮົາ​ຜູ້​ດຽວ, ແຕ່​ທັງ​ການບາບ​ຂອງ​ມະນຸດ​ທັງປວງ​ໃນ​ໂລກ​ເໝືອນກັນ.</verse>
				<verse number="3">ໃນ​ຂໍ້​ນີ້​ແຫຼະ ເຮົາ​ທັງຫລາຍ​ຄົງ​ສັງເກດ​ໄດ້​ວ່າ ພວກເຮົາ​ຮູ້ຈັກ​ກັບ​ພຣະອົງ ຄື​ວ່າ​ຖ້າ​ພວກເຮົາ​ຖື​ຮັກສາ​ບັນດາ​ກົດບັນຍັດ​ຂອງ​ພຣະອົງ.</verse>
				<verse number="4">ຖ້າ​ຄົນ​ໃດ​ເວົ້າ​ວ່າ, “ຕົນ​ຮູ້ຈັກ​ພຣະອົງ” ແຕ່​ບໍ່​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະອົງ ຄົນ​ນັ້ນ​ກໍ​ເວົ້າ​ຕົວະ ແລະ​ຄວາມຈິງ​ກໍ​ບໍ່ມີ​ຢູ່​ໃນ​ລາວ.</verse>
				<verse number="5">ແຕ່​ຜູ້ໃດ​ກໍຕາມ ທີ່​ຖື​ຮັກສາ​ພຣະທຳ​ຂອງ​ພຣະອົງ, ຜູ້ນັ້ນ​ແຫຼະ ທີ່​ຮັກ​ພຣະເຈົ້າ​ຢ່າງ​ຄົບຖ້ວນ​ບໍຣິບູນ​ໂດຍ​ແທ້. ດ້ວຍເຫດນີ້ ເຮົາ​ທັງຫລາຍ​ຈຶ່ງ​ຮູ້ຈັກ​ວ່າ​ພວກເຮົາ​ຢູ່​ໃນ​ພຣະອົງ,</verse>
				<verse number="6">ຜູ້ໃດ​ທີ່​ເວົ້າ​ວ່າ, “ຕົນ​ຢູ່​ໃນ​ພຣະອົງ” ຜູ້ນັ້ນ​ກໍ​ຄວນ​ດຳເນີນ​ຊີວິດ​ຕາມ​ທາງ​ທີ່​ພຣະອົງ​ຊົງ​ດຳເນີນ​ນັ້ນ​ເໝືອນກັນ.</verse>
				<verse number="7">ພວກ​ທີ່ຮັກ​ເອີຍ, ເຮົາ​ບໍ່ໄດ້​ຂຽນ​ກົດບັນຍັດ​ໃໝ່​ມາ​ເຖິງ​ເຈົ້າ​ທັງຫລາຍ ແຕ່​ເປັນ​ກົດບັນຍັດ​ເກົ່າ ຊຶ່ງ​ເຈົ້າ​ທັງຫລາຍ​ມີ​ຢູ່​ຕັ້ງແຕ່​ເດີມ​ແລ້ວ, ກົດບັນຍັດ​ເກົ່າ​ນັ້ນ ຄື​ພຣະທຳ​ທີ່​ພວກເຈົ້າ​ໄດ້ຍິນ​ມາ​ແລ້ວ.</verse>
				<verse number="8">ເຖິງ​ຢ່າງ​ໃດ​ກໍຕາມ ເຮົາ​ຂຽນ​ກົດບັນຍັດ​ໃໝ່​ມາ​ເຖິງ​ເຈົ້າ​ທັງຫລາຍ ຄື​ຄວາມຈິງ​ໄດ້​ຊົງ​ສຳແດງ​ໃນ​ພຣະອົງ ແລະ​ໃນ​ເຈົ້າ​ທັງຫລາຍ. ເພາະວ່າ​ຄວາມມືດ​ກຳລັງ​ຜ່ານ​ພົ້ນ​ໄປ ແລະ​ຄວາມ​ສະຫວ່າງ​ອັນ​ແທ້ຈິງ​ນັ້ນ ກໍ​ກຳລັງ​ສ່ອງ​ສະຫວ່າງ​ຢູ່​ແລ້ວ.</verse>
				<verse number="9">ຜູ້ໃດ​ທີ່​ເວົ້າ​ວ່າ ຕົນ​ຢູ່​ໃນ​ຄວາມ​ສະຫວ່າງ ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມມືດ​ຈົນເຖິງ​ດຽວ​ນີ້.</verse>
				<verse number="10">ຜູ້​ທີ່​ຮັກ​ພີ່ນ້ອງ​ຂອງຕົນ ກໍ​ຕັ້ງ​ຢູ່​ໃນ​ຄວາມ​ສະຫວ່າງ ແລະ​ເຫດ​ທີ່​ຈະ​ໃຫ້​ສະດຸດ​ໃຈ​ກໍ​ບໍ່ມີ​ໃນ​ຄົນ​ນັ້ນ.</verse>
				<verse number="11">ແຕ່​ຜູ້​ທີ່​ກຽດຊັງ​ພີ່ນ້ອງ​ຂອງຕົນ ກໍ​ຍັງ​ຢູ່​ໃນ​ຄວາມມືດ ແລະ​ທຽວ​ໄປ​ໃນ​ຄວາມມືດ ແລ້ວ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ຈະ​ໄປ​ໃສ ເພາະ​ຄວາມມືດ​ໄດ້​ເຮັດ​ໃຫ້​ຕາ​ຂອງຕົນ​ບອດ​ເສຍ​ແລ້ວ.</verse>
				<verse number="12">ລູກ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ການບາບ​ຂອງ​ພວກເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ ຍ້ອນ​ເຫັນແກ່​ພຣະນາມ​ຂອງ​ພຣະອົງ.</verse>
				<verse number="13">ພໍ່​ທັງຫລາຍ​ເອີຍ, ທີ່​ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ຮູ້ຈັກ​ພຣະອົງ ຜູ້​ດຳລົງ​ຢູ່​ຕັ້ງແຕ່​ຕົ້ນ. ຄົນ​ໜຸ່ມ​ທັງຫລາຍ​ເອີຍ, ທີ່​ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຊະນະ​ມານຊົ່ວຮ້າຍ​ແລ້ວ.</verse>
				<verse number="14">ລູກ​ທັງຫລາຍ​ຂອງເຮົາ​ເອີຍ, ທີ່​ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ຮູ້ຈັກ​ພຣະບິດາເຈົ້າ. ພໍ່​ທັງຫລາຍ​ເອີຍ, ທີ່​ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ຮູ້ຈັກ​ພຣະອົງ ຜູ້​ດຳລົງ​ຢູ່​ຕັ້ງແຕ່​ຕົ້ນ. ຄົນ​ໜຸ່ມ​ທັງຫລາຍ​ເອີຍ, ທີ່​ເຮົາ​ຂຽນ​ຈົດໝາຍ​ມາ​ຫາ​ພວກເຈົ້າ ເພາະ​ພວກເຈົ້າ​ມີ​ກຳລັງ​ແຂງແຮງ, ພຣະທຳ​ຂອງ​ພຣະເຈົ້າ​ກໍ​ຕັ້ງ​ຢູ່​ໃນ​ພວກເຈົ້າ ແລະ​ພວກເຈົ້າ​ໄດ້​ຊະນະ​ມານຊົ່ວຮ້າຍ​ແລ້ວ.</verse>
				<verse number="15">ຢ່າ​ຮັກ​ໂລກ ຫລື​ສິ່ງ​ຂອງ​ທີ່​ມີ​ຢູ່​ໃນ​ໂລກ ຖ້າ​ຜູ້ໃດ​ຮັກ​ໂລກ ຄວາມຮັກ​ຂອງ​ພຣະບິດາເຈົ້າ​ກໍ​ບໍ່​ຢູ່​ໃນ​ຜູ້ນັ້ນ.</verse>
				<verse number="16">ເພາະ​ສາລະພັດ​ທີ່​ມີ​ຢູ່​ໃນ​ໂລກ ຄື​ຕັນຫາ​ຂອງ​ເນື້ອກາຍ ຕັນຫາ​ຂອງ​ຕາ ແລະ​ຄວາມ​ອວດອ້າງ​ເປົ່າໆ​ໃນ​ຊີວິດ​ນີ້ ບໍ່ໄດ້​ເກີດ​ມາ​ຈາກ​ພຣະບິດາເຈົ້າ ແຕ່​ເກີດ​ມາ​ຈາກ​ໂລກ.</verse>
				<verse number="17">ສ່ວນ​ໂລກ​ກັບ​ຕັນຫາ​ຂອງ​ໂລກ​ກຳລັງ​ເສື່ອມສູນ​ໄປ, ແຕ່​ຜູ້​ທີ່​ເຮັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຈະ​ຕັ້ງ​ຢູ່​ຕະຫລອດໄປ​ເປັນນິດ.</verse>
				<verse number="18">ລູກ​ທັງຫລາຍ​ເອີຍ, ບັດນີ້​ເປັນ​ເວລາ​ສຸດທ້າຍ​ແລ້ວ ແລະ​ຕາມ​ທີ່​ເຈົ້າ​ທັງຫລາຍ​ໄດ້ຍິນ​ໄດ້​ຟັງ​ມາ​ແລ້ວ​ວ່າ ຜູ້​ຕໍ່ສູ້​ພຣະຄຣິດ​ຈະ​ມີ​ມາ ບັດນີ້​ຜູ້​ຕໍ່ສູ້​ພຣະຄຣິດ​ກໍ​ເກີດ​ມີ​ມາ​ຫລາຍ​ແລ້ວ. ສະນັ້ນ ພວກເຮົາ​ຈຶ່ງ​ຮູ້​ວ່າ​ເປັນ​ເວລາ​ສຸດທ້າຍ.</verse>
				<verse number="19">ພວກເຂົາ​ເຫຼົ່ານັ້ນ​ໄດ້​ອອກ​ໄປ​ຈາກ​ພວກເຮົາ, ແຕ່​ພວກເຂົາ​ບໍ່ແມ່ນ​ຝ່າຍ​ພວກເຮົາ. ເພາະວ່າ ຖ້າ​ພວກເຂົາ​ແມ່ນ​ຝ່າຍ​ພວກເຮົາ ພວກເຂົາ​ກໍ​ຈະ​ໄດ້​ຕັ້ງ​ຢູ່​ກັບ​ພວກເຮົາ​ຕໍ່ໄປ, (ແຕ່​ພວກເຂົາ​ໄດ້​ອອກ​ໄປ​ແລ້ວ) ເພື່ອ​ປາກົດ​ແຈ້ງ​ວ່າ ເຂົາ​ເຫຼົ່ານັ້ນ​ບໍ່ແມ່ນ​ຝ່າຍ​ພວກເຮົາ​ຈັກ​ຄົນ.</verse>
				<verse number="20">ແຕ່​ຝ່າຍ​ພວກເຈົ້າ​ໄດ້​ຮັບ​ການ​ຊົງ​ຫົດສົງ​ຈາກ​ພຣະອົງ ຜູ້​ຊົງ​ບໍຣິສຸດ​ແລ້ວ, ພວກເຈົ້າ​ທຸກຄົນ​ກໍ​ມີ​ຄວາມຮູ້.</verse>
				<verse number="21">ທີ່​ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ນີ້ ບໍ່ແມ່ນ​ເພາະ​ພວກເຈົ້າ​ບໍ່​ຮູ້​ຄວາມຈິງ, ແຕ່​ຍ້ອນ​ພວກເຈົ້າ​ຮູ້​ຄວາມຈິງ​ແລ້ວ ແລະ​ພວກເຈົ້າ​ກໍ​ຮູ້​ອີກ​ວ່າ ບໍ່ມີ​ຄວາມ​ຕົວະ​ໃດໆ​ທີ່​ມາ​ຈາກ​ຄວາມຈິງ.</verse>
				<verse number="22">ແມ່ນ​ຜູ້ໃດ​ເປັນ​ຜູ້​ເວົ້າ​ຕົວະ ກໍ​ແມ່ນ​ຜູ້​ທີ່​ປະຕິເສດ​ວ່າ ພຣະເຢຊູເຈົ້າ​ບໍ່ແມ່ນ​ພຣະຄຣິດ ຜູ້​ທີ່​ປະຕິເສດ​ພຣະບິດາເຈົ້າ​ແລະ​ພຣະບຸດ ຜູ້ນັ້ນ​ແຫຼະ ເປັນ​ຜູ້​ຕໍ່ສູ້​ພຣະຄຣິດ.</verse>
				<verse number="23">ດ້ວຍວ່າ, ຜູ້​ທີ່​ປະຕິເສດ​ພຣະບຸດ ກໍ​ປະຕິເສດ​ພຣະບິດາເຈົ້າ​ເໝືອນກັນ, ຜູ້​ທີ່​ຍອມ​ຮັບ​ພຣະບຸດ ຜູ້ນັ້ນ​ກໍ​ມີ​ພຣະບິດາເຈົ້າ​ເໝືອນກັນ.</verse>
				<verse number="24">ເຫດສະນັ້ນ ຈົ່ງ​ແນ່ໃຈ​ວ່າ​ພວກເຈົ້າ​ຖື​ຮັກສາ​ຖ້ອຍຄຳ ທີ່​ພວກເຈົ້າ​ໄດ້ຍິນ​ມາ​ຕັ້ງແຕ່​ຕົ້ນ​ນັ້ນ ໄວ້​ໃນ​ຈິດໃຈ​ຂອງ​ພວກເຈົ້າ. ຖ້າ​ພວກເຈົ້າ​ຖື​ຮັກສາ​ຖ້ອຍຄຳ​ເຫຼົ່ານັ້ນ ພວກເຈົ້າ​ກໍ​ມີ​ຊີວິດ​ໃນ​ພຣະບຸດ ແລະ​ໃນ​ພຣະບິດາເຈົ້າ​ເໝືອນກັນ.</verse>
				<verse number="25">ນີ້​ແຫຼະ ເປັນ​ພຣະສັນຍາ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ແກ່​ເຮົາ​ທັງຫລາຍ ຄື​ຊີວິດ​ນິຣັນດອນ.</verse>
				<verse number="26">ເຮົາ​ຂຽນ​ມາ​ບອກ​ພວກເຈົ້າ ກ່ຽວກັບ​ຜູ້​ທີ່​ຈະ​ເຮັດ​ໃຫ້​ພວກເຈົ້າ​ຫລົງ​ຜິດ​ໄປ.</verse>
				<verse number="27">ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ການ​ຊົງ​ຫົດສົງ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ​ນັ້ນ ກໍ​ຍັງ​ຕັ້ງ​ຢູ່​ກັບ​ພວກເຈົ້າ ແລະ​ພວກເຈົ້າ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ສອນ​ອີກ, ເພາະ​ການ​ຊົງ​ຫົດສົງ​ຂອງ​ພຣະອົງ ກຳລັງ​ສັ່ງສອນ​ພວກເຈົ້າ​ເຖິງ​ທຸກສິ່ງ ແລະ​ເປັນ​ຄວາມຈິງ ບໍ່ແມ່ນ​ຄວາມ​ຕົວະ. ການ​ຊົງ​ຫົດສົງ​ໄດ້​ຊົງ​ສອນ​ເຈົ້າ​ທັງຫລາຍ​ຢ່າງ​ໃດ ພວກເຈົ້າ​ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະອົງ​ຢ່າງ​ນັ້ນ.</verse>
				<verse number="28">ແລະ​ບັດນີ້ ລູກ​ນ້ອຍ​ທັງຫລາຍ​ເອີຍ, ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະອົງ​ເພື່ອ​ວ່າ, ເມື່ອ​ພຣະອົງ​ຊົງ​ສະເດັດ​ມາ​ປາກົດ ເຮົາ​ທັງຫລາຍ​ຈະ​ໄດ້​ມີ​ໃຈ​ກ້າ ແລະ​ບໍ່​ຫລົບ​ໜ້າ​ຈາກ​ພຣະອົງ​ດ້ວຍ​ຄວາມ​ອັບອາຍ ເມື່ອ​ພຣະອົງ​ສະເດັດ​ມາ​ນັ້ນ.</verse>
				<verse number="29">ຖ້າ​ເຈົ້າ​ທັງຫລາຍ​ຮູ້​ວ່າ ພຣະອົງ​ຊົງ​ທ່ຽງທຳ ພວກເຈົ້າ​ກໍ​ຮູ້​ໄດ້​ວ່າ ທຸກຄົນ​ທີ່​ປະຕິບັດ​ຕາມ​ຄວາມ​ທ່ຽງທຳ​ນັ້ນ ກໍ​ບັງເກີດ​ມາ​ຈາກ​ພຣະອົງ​ເໝືອນກັນ.</verse>
			</chapter>
			<chapter number="3">
				<verse number="1">ເບິ່ງແມ! ພຣະບິດາເຈົ້າ​ຊົງ​ໂຜດ​ປະທານ​ຄວາມຮັກ​ແກ່​ເຮົາ​ທັງຫລາຍ ເປັນ​ຢ່າງ​ໃດ​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ພວກເຮົາ​ວ່າ ບຸດ​ຂອງ​ພຣະອົງ ແລະ​ພວກເຮົາ​ກໍ​ເປັນ​ຢ່າງ​ນັ້ນ​ແລ້ວ. ເຫດ​ທີ່​ໂລກ​ບໍ່​ຮູ້ຈັກ​ເຮົາ​ທັງຫລາຍ ກໍ​ເພາະ​ເຂົາ​ບໍ່​ຮູ້ຈັກ​ພຣະອົງ​ນັ້ນ​ແຫຼະ.</verse>
				<verse number="2">ພວກ​ທີ່ຮັກ​ເອີຍ, ບັດນີ້​ເຮົາ​ທັງຫລາຍ​ເປັນ​ບຸດ​ຂອງ​ພຣະເຈົ້າ​ແລ້ວ ແລະ​ຍັງ​ບໍ່ໄດ້​ຊົງ​ສຳແດງ​ໃຫ້​ຮູ້​ຄັກ​ວ່າ ຕໍ່ໄປ​ພວກເຮົາ​ຈະ​ເປັນ​ຢ່າງ​ໃດ ແຕ່​ພວກເຮົາ​ຮູ້​ວ່າ​ເມື່ອ​ພຣະອົງ​ສະເດັດ​ມາ​ປາກົດ​ນັ້ນ ເຮົາ​ທັງຫລາຍ​ຈະ​ເປັນ​ເໝືອນ​ພຣະອົງ ເພາະວ່າ​ພວກເຮົາ​ຈະ​ເຫັນ​ພຣະອົງ ຢ່າງ​ທີ່​ພຣະອົງ​ຊົງ​ເປັນ​ຢູ່​ນັ້ນ.</verse>
				<verse number="3">ແລະ​ທຸກຄົນ​ທີ່​ມີ​ຄວາມຫວັງ​ຢ່າງ​ນີ້​ໃນ​ພຣະອົງ ກໍ​ຊຳລະ​ຕົນ​ໃຫ້​ບໍຣິສຸດ ເໝືອນ​ດັ່ງ​ທີ່​ພຣະອົງ​ຊົງ​ບໍຣິສຸດ.</verse>
				<verse number="4">ທຸກຄົນ​ທີ່​ເຮັດ​ບາບ ກໍ​ມີ​ຄວາມຜິດ​ໃນ​ຖານ​ທີ່​ຝ່າຝືນ​ກົດບັນຍັດ ເພາະ​ການບາບ​ແມ່ນ​ການ​ຝ່າຝືນ​ກົດບັນຍັດ.</verse>
				<verse number="5">ພວກເຈົ້າ​ຮູ້​ວ່າ​ພຣະອົງ​ໄດ້​ມາ​ປາກົດ ເພື່ອ​ຍົກ​ເອົາ​ບາບກຳ​ຂອງ​ມະນຸດ ແລະ​ໃນ​ພຣະອົງ​ນັ້ນ​ບໍ່ມີ​ບາບ​ເລີຍ.</verse>
				<verse number="6">ດັ່ງນັ້ນ ຜູ້ໃດ​ທີ່​ຕັ້ງໝັ້ນ​ຢູ່​ໃນ​ພຣະອົງ ຜູ້ນັ້ນ​ກໍ​ບໍ່​ເຮັດ​ບາບ​ອີກ​ຕໍ່ໄປ ສ່ວນ​ຜູ້ໃດ​ທີ່​ຍັງ​ເຮັດ​ບາບ​ຕາມ​ເຄີຍ ຜູ້ນັ້ນ​ກໍ​ຍັງ​ບໍ່​ເຫັນ​ພຣະອົງ ແລະ​ຍັງ​ບໍ່​ຮູ້ຈັກ​ພຣະອົງ.</verse>
				<verse number="7">ລູກ​ນ້ອຍ​ທັງຫລາຍ​ເອີຍ, ຢ່າ​ໃຫ້​ຜູ້ໃດ​ຊັກຈູງ​ພວກເຈົ້າ​ໃຫ້​ຫລົງ ຜູ້​ທີ່​ເຮັດ​ຕາມ​ຄວາມ​ທ່ຽງທຳ ກໍ​ເປັນ​ຜູ້​ທ່ຽງທຳ ເໝືອນ​ພຣະອົງ​ຜູ້​ຊົງ​ທ່ຽງທຳ.</verse>
				<verse number="8">ຜູ້​ທີ່​ຍັງ​ເຮັດ​ບາບ ກໍ​ມາ​ຈາກ​ມານຮ້າຍ, ເພາະວ່າ​ມານຮ້າຍ​ໄດ້​ເຮັດ​ບາບ​ຕັ້ງແຕ່​ຕົ້ນເດີມ​ມາ ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ສະເດັດ​ມາ​ປາກົດ ກໍ​ເພາະ​ເຫດ​ນີ້​ແຫຼະ ຄື​ເພື່ອ​ຊົງ​ທຳລາຍ​ກິດຈະການ​ຂອງ​ມານຮ້າຍ​ເສຍ.</verse>
				<verse number="9">ຜູ້ໃດ​ເກີດ​ຈາກ​ພຣະເຈົ້າ ກໍ​ບໍ່​ເຮັດ​ບາບ​ອີກ​ຕໍ່ໄປ ເພາະ​ສະພາບ​ຂອງ​ພຣະອົງ​ຊົງ​ດຳລົງ​ຢູ່​ໃນ​ຜູ້ນັ້ນ ແລະ​ຜູ້ນັ້ນ​ກໍ​ບໍ່​ອາດ​ເຮັດ​ບາບ​ອີກ​ຕໍ່ໄປ ເພາະ​ຕົນ​ໄດ້​ບັງເກີດ​ຈາກ​ພຣະເຈົ້າ​ແລ້ວ.</verse>
				<verse number="10">ດັ່ງນັ້ນ ຈຶ່ງ​ເຫັນ​ໄດ້​ວ່າ​ຜູ້ໃດ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ​ຜູ້ໃດ​ເປັນ​ລູກ​ຂອງ​ມານຮ້າຍ ຄື​ຜູ້ໃດ​ທີ່​ບໍ່​ເຮັດ​ຕາມ​ຄວາມ​ທ່ຽງທຳ ຫລື​ບໍ່​ຮັກ​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ບໍ່ແມ່ນ​ລູກ​ຂອງ​ພຣະເຈົ້າ.</verse>
				<verse number="11">ຖ້ອຍຄຳ​ທີ່​ພວກເຈົ້າ​ໄດ້ຍິນ​ແລະ​ໄດ້​ຟັງ​ມາ​ຕັ້ງແຕ່​ຕອນ​ຕົ້ນ​ນັ້ນ ຄື​ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ.</verse>
				<verse number="12">ຢ່າ​ໃຫ້​ເປັນ​ເໝືອນ​ກາອິນ ຜູ້​ມາ​ຈາກ​ມານຊົ່ວຮ້າຍ ແລະ​ໄດ້​ຂ້າ​ນ້ອງຊາຍ​ຂອງຕົນ​ເສຍ. ດ້ວຍເຫດໃດ​ລາວ​ຈຶ່ງ​ຂ້າ​ນ້ອງ ກໍ​ເພາະ​ການ​ເຮັດ​ຂອງຕົນ​ຊົ່ວ ແລະ​ການ​ເຮັດ​ຂອງ​ນ້ອງ​ນັ້ນ​ຊອບທຳ.</verse>
				<verse number="13">ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ໂລກນີ້​ກຽດຊັງ​ພວກເຈົ້າ​ຢ່າ​ປະຫລາດ​ໃຈ.</verse>
				<verse number="14">ຝ່າຍ​ເຮົາ​ຮູ້​ແລ້ວ​ວ່າ ພວກເຮົາ​ໄດ້​ຍ້າຍ​ອອກ​ຈາກ​ຄວາມ​ຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ ກໍ​ເພາະ​ພວກເຮົາ​ຮັກ​ພີ່ນ້ອງ. ຜູ້ໃດ​ທີ່​ບໍ່​ຮັກ ຜູ້ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມ​ຕາຍ.</verse>
				<verse number="15">ທຸກຄົນ​ທີ່​ກຽດຊັງ​ພີ່ນ້ອງ​ຂອງຕົນ ກໍ​ເປັນ​ຜູ້​ຂ້າຄົນ ພວກເຈົ້າ​ຮູ້​ແລ້ວ​ວ່າ ຜູ້​ຂ້າຄົນ​ບໍ່ມີ​ຊີວິດ​ນິຣັນດອນ​ຕັ້ງ​ຢູ່​ໃນ​ເຂົາ​ເລີຍ.</verse>
				<verse number="16">ດັ່ງນີ້ແຫລະ ພວກເຮົາ​ຈຶ່ງ​ຮູ້ຈັກ​ຄວາມຮັກ​ໂດຍ​ທີ່​ພຣະຄຣິດ​ໄດ້​ສະຫລະ​ຊີວິດ​ຂອງ​ພຣະອົງ ເພື່ອ​ພວກເຮົາ ແລະ​ພວກເຮົາ​ກໍ​ຄວນ​ສະຫລະ​ຊີວິດ​ຂອງເຮົາ​ເພື່ອ​ພີ່ນ້ອງ​ເໝືອນກັນ.</verse>
				<verse number="17">ແຕ່​ຖ້າ​ຜູ້ໃດ​ມີ​ຊັບສົມບັດ​ໃນ​ໂລກນີ້ ແລະ​ເຫັນ​ພີ່ນ້ອງ​ຂອງຕົນ​ຂັດສົນ ແລ້ວ​ຍັງ​ບໍ່​ຍອມ​ມີ​ໃຈ​ເມດຕາ​ຊ່ວຍເຫລືອ​ຜູ້ນັ້ນ ຄວາມຮັກ​ຕໍ່​ພຣະເຈົ້າ​ຈະ​ດຳລົງ​ຢູ່​ໃນ​ຕົນ​ໄດ້​ຢ່າງ​ໃດ.</verse>
				<verse number="18">ລູກ​ນ້ອຍ​ທັງຫລາຍ​ເອີຍ, ຢ່າ​ໃຫ້​ພວກເຮົາ​ຮັກ​ດ້ວຍ​ຄວາມ​ເວົ້າ​ແລະ​ດ້ວຍ​ປາກ​ເທົ່ານັ້ນ, ແຕ່​ຈົ່ງ​ສະແດງ​ຄວາມຮັກ​ອັນ​ແທ້ຈິງ​ດ້ວຍ​ການ​ກະທຳ.</verse>
				<verse number="19">ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ຮູ້​ວ່າ ພວກເຮົາ​ຢູ່​ຝ່າຍ​ຄວາມຈິງ ຄື​ພວກເຮົາ​ມີ​ຄວາມ​ໝັ້ນໃຈ​ຕໍ່ໜ້າ​ພຣະເຈົ້າ.</verse>
				<verse number="20">ຖ້າ​ໃຈ​ຂອງ​ພວກເຮົາ​ກ່າວໂທດ​ໃສ່​ພວກເຮົາ​ເອງ ພວກເຮົາ​ກໍ​ຮູ້​ວ່າ​ພຣະເຈົ້າ​ໃຫຍ່​ກວ່າ​ໃຈ​ຂອງ​ພວກເຮົາ ແລະ​ພຣະອົງ​ກໍ​ຊົງ​ຮູ້​ທຸກໆ​ສິ່ງ.</verse>
				<verse number="21">ເຫດສະນັ້ນ ເພື່ອນ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຖ້າ​ໃຈ​ຂອງ​ພວກເຮົາ​ບໍ່​ກ່າວໂທດ​ໃສ່​ພວກເຮົາ​ແລ້ວ ພວກເຮົາ​ກໍ​ມີ​ໃຈ​ກ້າ​ມາ​ຢູ່​ຊ້ອງໜ້າ​ພຣະເຈົ້າ.</verse>
				<verse number="22">ແລະ​ເມື່ອ​ພວກເຮົາ​ຂໍ​ສິ່ງໃດ​ຈາກ​ພຣະອົງ ພວກເຮົາ​ກໍໄດ້​ຮັບ​ສິ່ງ​ນັ້ນ ເພາະ​ພວກເຮົາ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ແລະ​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະອົງ​ຊົງ​ພໍພຣະໄທ.</verse>
				<verse number="23">ກົດບັນຍັດ​ຂອງ​ພຣະເຈົ້າ ຄື​ໃຫ້​ພວກເຮົາ​ເຊື່ອ​ໃນ​ພຣະນາມ​ຂອງ​ພຣະເຢຊູ​ຄຣິດເຈົ້າ ພຣະບຸດ​ຂອງ​ພຣະເຈົ້າ ແລະ​ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ ເໝືອນ​ດັ່ງ​ທີ່​ພຣະອົງ​ຊົງ​ສັ່ງ​ພວກເຮົາ.</verse>
				<verse number="24">ທຸກຄົນ​ຜູ້​ທີ່​ຖື​ຮັກສາ​ບັນດາ​ຂໍ້​ບັນຍັດ​ຂອງ​ພຣະເຈົ້າ ກໍ​ຕັ້ງ​ຢູ່​ໃນ​ພຣະອົງ ແລະ​ພຣະອົງ​ກໍ​ຊົງ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ດ້ວຍ​ພຣະວິນຍານ​ທີ່​ພຣະອົງ​ໄດ້​ປະທານ​ໃຫ້​ພວກເຮົາ​ນັ້ນ ພວກເຮົາ​ຈຶ່ງ​ຮູ້​ວ່າ​ພຣະອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຮົາ.</verse>
			</chapter>
			<chapter number="4">
				<verse number="1">ພວກ​ທີ່ຮັກ​ເອີຍ, ຢ່າ​ເຊື່ອ​ວິນຍານ​ທຸກໆ​ດວງ ແຕ່​ຈົ່ງ​ພິສູດ​ວິນຍານ​ທັງຫລາຍ​ນັ້ນ​ວ່າ ມາ​ຈາກ​ພຣະເຈົ້າ​ຫລື​ບໍ່ ເພາະວ່າ​ມີ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ໄດ້​ອອກ​ໄປ​ໃນ​ໂລກ.</verse>
				<verse number="2">ດັ່ງນີ້ແຫລະ ພວກເຈົ້າ​ຈະ​ສາມາດ​ຮູ້​ວ່າ​ເປັນ​ວິນຍານ​ທີ່​ມາ​ຈາກ​ພຣະເຈົ້າ​ໄດ້ ຄື​ທຸກ​ວິນຍານ​ທີ່​ຮັບຮູ້​ວ່າ ພຣະເຢຊູ​ຄຣິດເຈົ້າ​ໄດ້​ສະເດັດ​ມາ​ຮັບ​ຊາດ​ເປັນ​ມະນຸດ ວິນຍານ​ນັ້ນ​ກໍ​ມາ​ຈາກ​ພຣະເຈົ້າ.</verse>
				<verse number="3">ແຕ່​ທຸກ​ວິນຍານ​ທີ່​ບໍ່​ຍອມ​ຮັບ​ພຣະເຢຊູເຈົ້າ ວິນຍານ​ນັ້ນ​ກໍ​ບໍ່ໄດ້​ມາ​ຈາກ​ພຣະເຈົ້າ. ວິນຍານ​ນັ້ນ​ແຫຼະ ເປັນ​ວິນຍານ​ຂອງ​ຜູ້​ຕໍ່ສູ້​ພຣະຄຣິດ ຊຶ່ງ​ພວກເຈົ້າ​ໄດ້ຍິນ​ວ່າ​ຈະ​ມາ ແລະ​ບັດນີ້​ກໍ​ຢູ່​ໃນ​ໂລກ​ແລ້ວ.</verse>
				<verse number="4">ລູກ​ນ້ອຍ​ທັງຫລາຍ​ເອີຍ, ສ່ວນ​ເຈົ້າ​ທັງຫລາຍ​ກໍ​ເປັນ​ຝ່າຍ​ພຣະເຈົ້າ ແລະ​ໄດ້​ຊະນະ​ເຂົາ​ເຫຼົ່ານັ້ນ​ແລ້ວ, ເພາະວ່າ​ພຣະອົງ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ຊົງ​ເປັນ​ໃຫຍ່​ກວ່າ​ຜູ້ນັ້ນ​ທີ່​ຢູ່​ໃນ​ໂລກ.</verse>
				<verse number="5">ຜູ້ທຳນວາຍ​ປອມ​ເຫຼົ່ານັ້ນ​ເວົ້າ​ກ່ຽວກັບ​ເລື່ອງ​ຂອງ​ໂລກ ແລະ​ເປັນ​ຂອງ​ໂລກ. ສະນັ້ນ ໂລກ​ຈຶ່ງ​ເຊື່ອຟັງ​ພວກເຂົາ.</verse>
				<verse number="6">ສ່ວນ​ເຮົາ​ທັງຫລາຍ​ເປັນ​ຝ່າຍ​ພຣະເຈົ້າ ຜູ້ໃດ​ທີ່​ຮູ້ຈັກ​ພຣະເຈົ້າ​ກໍ​ຟັງ​ພວກເຮົາ, ຜູ້ໃດ​ທີ່​ບໍ່​ເປັນ​ຝ່າຍ​ພຣະເຈົ້າ ກໍ​ບໍ່​ຟັງ​ພວກເຮົາ. ດັ່ງນີ້ແຫລະ ພວກເຮົາ​ຈຶ່ງ​ບອກ​ໄດ້​ວ່າ​ວິນຍານ​ຝ່າຍ​ຄວາມຈິງ ແລະ​ວິນຍານ​ຝ່າຍ​ຄວາມຜິດ​ນັ້ນ​ແຕກຕ່າງ​ກັນ​ຢ່າງ​ໃດ.</verse>
				<verse number="7">ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ ເພາະວ່າ​ຄວາມຮັກ​ມາ​ຈາກ​ພຣະເຈົ້າ. ທຸກຄົນ​ທີ່​ຮັກ​ກໍ​ບັງເກີດ​ມາ​ຈາກ​ພຣະເຈົ້າ ແລະ​ຮູ້ຈັກ​ພຣະເຈົ້າ.</verse>
				<verse number="8">ຜູ້ໃດ​ທີ່​ບໍ່​ຮັກ​ກໍ​ບໍ່​ຮູ້ຈັກ​ພຣະເຈົ້າ ເພາະ​ພຣະເຈົ້າ​ຊົງ​ເປັນ​ຄວາມຮັກ.</verse>
				<verse number="9">ຝ່າຍ​ພຣະເຈົ້າ​ໄດ້​ຊົງ​ສຳແດງ​ຄວາມຮັກ​ຂອງ​ພຣະອົງ​ສຳລັບ​ພວກເຮົາ ໂດຍ​ໄດ້​ໃຊ້​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ, ເພື່ອ​ວ່າ​ພວກເຮົາ​ຈະ​ມີ​ຊີວິດ​ດ້ວຍ​ພຣະບຸດ​ນັ້ນ.</verse>
				<verse number="10">ຄວາມຮັກ​ທີ່​ເຮົາ​ກ່າວ​ເຖິງ​ນີ້ ບໍ່ແມ່ນ​ເຮົາ​ທັງຫລາຍ​ໄດ້​ຮັກ​ພຣະເຈົ້າ ແຕ່​ພຣະເຈົ້າ​ໄດ້​ຊົງ​ຮັກ​ພວກເຮົາ ແລະ​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ສະເດັດ​ມາ ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບກຳ​ຂອງ​ພວກເຮົາ.</verse>
				<verse number="11">ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຖ້າ​ພຣະເຈົ້າ​ຊົງ​ຮັກ​ພວກເຮົາ​ຢ່າງ​ນັ້ນ​ແລ້ວ ພວກເຮົາ​ຄວນ​ຮັກ​ຊຶ່ງກັນແລະກັນ.</verse>
				<verse number="12">ຝ່າຍ​ພຣະເຈົ້າ​ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ພຣະອົງ​ຈັກເທື່ອ. ຖ້າ​ເຮົາ​ທັງຫລາຍ​ຮັກ​ຊຶ່ງກັນແລະກັນ ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ໃນ​ເຮົາ​ທັງຫລາຍ ແລະ​ຄວາມຮັກ​ຂອງ​ພຣະອົງ​ກໍ​ສົມບູນ​ໃນ​ພວກເຮົາ.</verse>
				<verse number="13">ດັ່ງນີ້ແຫລະ ເຮົາ​ທັງຫລາຍ​ຈຶ່ງ​ຮູ້​ວ່າ​ພວກເຮົາ​ຢູ່​ໃນ​ພຣະອົງ ແລະ​ພຣະອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຮົາ ເພາະ​ພຣະອົງ​ໄດ້​ຊົງ​ໂຜດ​ປະທານ​ພຣະວິນຍານ​ຂອງ​ພຣະອົງ​ແກ່​ພວກເຮົາ.</verse>
				<verse number="14">ຝ່າຍ​ພວກເຮົາ​ໄດ້​ເຫັນ ແລະ​ເປັນ​ພະຍານ​ວ່າ ພຣະບິດາເຈົ້າ​ໄດ້​ຊົງ​ໃຊ້​ພຣະບຸດ​ມາ ເປັນ​ພຣະ​ຜູ້ໂຜດຊ່ວຍ​ຂອງ​ມະນຸດສະໂລກ.</verse>
				<verse number="15">ຜູ້ໃດ​ຍອມ​ຮັບ​ວ່າ​ພຣະເຢຊູເຈົ້າ ຊົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ໃນ​ຜູ້ນັ້ນ ແລະ​ຜູ້ນັ້ນ​ກໍ​ຕັ້ງ​ຢູ່​ໃນ​ພຣະເຈົ້າ.</verse>
				<verse number="16">ຝ່າຍ​ເຮົາ​ທັງຫລາຍ​ໄດ້​ຮູ້ຈັກ ແລະ​ໄດ້​ເຊື່ອ​ໃນ​ຄວາມຮັກ​ທີ່​ພຣະເຈົ້າ​ໄດ້​ຊົງ​ມີ​ຕໍ່​ພວກເຮົາ ພຣະເຈົ້າ​ຊົງ​ເປັນ​ຄວາມຮັກ ຜູ້ໃດ​ທີ່​ຕັ້ງ​ຢູ່​ໃນ​ຄວາມຮັກ ກໍ​ຢູ່​ໃນ​ພຣະເຈົ້າ ແລະ​ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ໃນ​ຜູ້ນັ້ນ.</verse>
				<verse number="17">ໃນ​ຂໍ້​ນີ້​ແຫຼະ ຄວາມຮັກ​ເປັນ​ທີ່​ສຳເລັດ​ໃນ​ເຮົາ​ທັງຫລາຍ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ມີ​ຄວາມ​ແນ່ໃຈ​ໃນ​ວັນ​ພິພາກສາ ເພາະ​ພຣະຄຣິດ​ຊົງ​ເປັນ​ຢ່າງ​ໃດ ເຮົາ​ທັງຫລາຍ​ຢູ່​ໃນ​ໂລກນີ້​ກໍ​ເປັນ​ຢ່າງ​ນັ້ນ.</verse>
				<verse number="18">ໃນ​ຄວາມຮັກ​ນັ້ນ ບໍ່ມີ​ຄວາມ​ຢ້ານ. ຄວາມຮັກ​ອັນ​ຄົບ​ບໍຣິບູນ​ກໍ​ຂັບໄລ່​ຄວາມ​ຢ້ານ​ທຸກຢ່າງ​ອອກ​ໄປ. ເຫດສະນັ້ນ ຜູ້​ທີ່​ຢ້ານ​ກໍ​ຍັງ​ບໍ່​ສຳເລັດ​ໃນ​ຄວາມຮັກ ເພາະ​ຄວາມ​ຢ້ານ​ມີ​ຄວາມ​ສຳພັນ​ກັບ​ການ​ລົງໂທດ.</verse>
				<verse number="19">ຝ່າຍ​ເຮົາ​ທັງຫຼາຍ​ໄດ້​ຮັກ ເພາະ​ພຣະອົງ​ຊົງ​ຮັກ​ພວກເຮົາ​ກ່ອນ.</verse>
				<verse number="20">ຖ້າ​ຜູ້ໃດ​ເວົ້າ​ວ່າ, “ຂ້າພະເຈົ້າ​ຮັກ​ພຣະເຈົ້າ” ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງຕົນ​ຢູ່ ຜູ້ນັ້ນ​ກໍ​ເປັນ​ຄົນ​ຂີ້ຕົວະ. ດ້ວຍວ່າ, ເມື່ອ​ລາວ​ບໍ່​ຮັກ​ພີ່ນ້ອງ​ທີ່​ຕາ​ເຫັນ​ແລ້ວ ຈະ​ສາມາດ​ຮັກ​ພຣະເຈົ້າ​ທີ່​ຕາ​ບໍ່​ເຫັນ​ໄດ້​ຢ່າງ​ໃດ?</verse>
				<verse number="21">ຂໍ້ຄຳສັ່ງ​ທີ່​ພຣະອົງ​ໄດ້​ມອບ​ແກ່​ພວກເຮົາ​ມີ​ດັ່ງນີ້: “ຜູ້ໃດ​ທີ່​ຮັກ​ພຣະເຈົ້າ​ນັ້ນ ຈົ່ງ​ຮັກ​ພີ່ນ້ອງ​ຂອງຕົນ​ເໝືອນກັນ.”</verse>
			</chapter>
			<chapter number="5">
				<verse number="1">ຜູ້ໃດ​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ຊົງ​ເປັນ​ພຣະຄຣິດ ຜູ້ນັ້ນ​ກໍ​ເກີດ​ຈາກ​ພຣະເຈົ້າ ແລະ​ທຸກຄົນ​ທີ່​ຮັກ​ພຣະເຈົ້າ​ຜູ້​ຊົງ​ໃຫ້​ກຳເນີດ ຜູ້ນັ້ນ​ກໍ​ຮັກ​ລູກ​ຂອງ​ພຣະອົງ​ເໝືອນກັນ.</verse>
				<verse number="2">ໂດຍ​ຂໍ້​ນີ້​ແຫຼະ ເຮົາ​ທັງຫລາຍ​ຈຶ່ງ​ຮູ້​ວ່າ ພວກເຮົາ​ຮັກ​ລູກ​ທັງຫລາຍ​ຂອງ​ພຣະເຈົ້າ ຄື​ເມື່ອ​ພວກເຮົາ​ຮັກ​ພຣະເຈົ້າ ແລະ​ຖື​ຮັກສາ​ບັນດາ​ກົດບັນຍັດ​ຂອງ​ພຣະອົງ.</verse>
				<verse number="3">ເພາະ​ນີ້​ແຫຼະ ເປັນ​ຄວາມຮັກ​ຕໍ່​ພຣະເຈົ້າ ຄື​ໃຫ້​ເຮົາ​ທັງຫລາຍ​ຖື​ຮັກສາ​ບັນດາ​ກົດບັນຍັດ​ຂອງ​ພຣະອົງ ແລະ​ກົດບັນຍັດ​ຂອງ​ພຣະອົງ​ນັ້ນ​ກໍ​ບໍ່​ຍາກ​ໜັກ​ເກີນ​ໄປ,</verse>
				<verse number="4">ເພາະ​ທຸກຄົນ​ທີ່​ເກີດ​ຈາກ​ພຣະເຈົ້າ ກໍ​ມີໄຊ​ຕໍ່​ໂລກ ແລະ​ຄວາມເຊື່ອ​ຂອງ​ພວກເຮົາ​ນີ້​ແຫຼະ ເປັນ​ໄຊຊະນະ​ທີ່​ຊະນະ​ຕໍ່​ໂລກ.</verse>
				<verse number="5">ຜູ້ໃດ​ໜໍ ທີ່​ໄຊຊະນະ​ຕໍ່​ໂລກ ຖ້າ​ບໍ່ແມ່ນ​ຜູ້​ທີ່​ເຊື່ອ​ວ່າ ພຣະເຢຊູເຈົ້າ​ຊົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.</verse>
				<verse number="6">ນີ້​ແຫຼະ ຜູ້​ທີ່​ໄດ້​ມາ​ໂດຍ​ນໍ້າ​ແລະ​ພຣະ​ໂລຫິດ ຄື​ພຣະເຢຊູເຈົ້າ ບໍ່ແມ່ນ​ດ້ວຍ​ນໍ້າ​ສິ່ງ​ດຽວ ແຕ່​ດ້ວຍ​ນໍ້າ​ແລະ​ພຣະ​ໂລຫິດ ແລະ​ພຣະວິນຍານ​ຊົງ​ເປັນ​ພະຍານ ເພາະ​ພຣະວິນຍານ​ຊົງ​ເປັນ​ຄວາມຈິງ.</verse>
				<verse number="7">ມີ​ພະຍານ​ຢູ່​ສາມ​ປະການ</verse>
				<verse number="8">ຄື: ພຣະວິນຍານ ນໍ້າ ແລະ​ພຣະ​ໂລຫິດ ແລະ​ພະຍານ​ທັງ​ສາມ​ນີ້​ກໍ​ສອດຄ່ອງ​ກັນ.</verse>
				<verse number="9">ຖ້າ​ເຮົາ​ທັງຫລາຍ​ຮັບ​ພະຍານ​ຫຼັກຖານ​ຂອງ​ມະນຸດ ພະຍານ​ຫຼັກຖານ​ຂອງ​ພຣະເຈົ້າ​ກໍ​ໃຫຍ່​ກວ່າ, ເພາະວ່າ​ນີ້​ແຫຼະ ພະຍານ​ຫຼັກຖານ​ຂອງ​ພຣະເຈົ້າ ຄື​ພຣະອົງ​ໄດ້​ຊົງ​ເປັນ​ພະຍານ​ອ້າງ​ເຖິງ​ພຣະບຸດ​ຂອງ​ພຣະອົງ.</verse>
				<verse number="10">ຜູ້​ທີ່​ເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ກໍ​ມີ​ພະຍານ​ຢູ່​ໃນ​ຕົວ​ເອງ ຜູ້​ທີ່​ບໍ່​ເຊື່ອ​ພຣະເຈົ້າ ກໍໄດ້​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້​ຕົວະ ເພາະ​ຕົນ​ບໍ່ໄດ້​ເຊື່ອ​ຄຳ​ພະຍານ ທີ່​ພຣະເຈົ້າ​ໄດ້​ຊົງ​ເປັນ​ພະຍານ​ອ້າງ​ເຖິງ​ພຣະບຸດ​ຂອງ​ພຣະອົງ.</verse>
				<verse number="11">ນີ້​ແຫຼະ ເປັນ​ພະຍານ​ຫຼັກຖານ​ນັ້ນ ຄື​ວ່າ​ພຣະເຈົ້າ​ໄດ້​ຊົງ​ໂຜດ​ປະທານ​ຊີວິດ​ນິຣັນດອນ​ໃຫ້​ເຮົາ​ທັງຫລາຍ ແລະ​ຊີວິດ​ນີ້​ມີ​ຢູ່​ໃນ​ພຣະບຸດ​ຂອງ​ພຣະອົງ.</verse>
				<verse number="12">ຜູ້​ທີ່​ມີ​ພຣະບຸດ​ກໍ​ມີ​ຊີວິດ ຜູ້​ທີ່​ບໍ່ມີ​ພຣະບຸດ​ຂອງ​ພຣະເຈົ້າ ກໍ​ບໍ່ມີ​ຊີວິດ.</verse>
				<verse number="13">ຂໍ້ຄວາມ​ເຫຼົ່ານີ້ ເຮົາ​ຂຽນ​ມາ​ເຖິງ​ເຈົ້າ​ທັງຫລາຍ ທີ່​ເຊື່ອ​ໃນ​ພຣະນາມ​ພຣະບຸດ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ ພວກເຈົ້າ​ມີ​ຊີວິດ​ນິຣັນດອນ.</verse>
				<verse number="14">ນີ້ແຫລະ ເປັນ​ຄວາມ​ແນ່ໃຈ​ທີ່​ເຮົາ​ທັງຫລາຍ​ມີ​ຢູ່​ຕໍ່​ພຣະອົງ ຄື​ຖ້າ​ພວກເຮົາ​ທູນ​ຂໍ​ສິ່ງໃດ​ທີ່​ເປັນ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ ພຣະອົງ​ກໍ​ຊົງ​ໂຜດ​ຟັງ​ພວກເຮົາ.</verse>
				<verse number="15">ແລະ​ຖ້າ​ເຮົາ​ທັງຫລາຍ​ຮູ້​ວ່າ​ພຣະອົງ​ຊົງ​ໂຜດ​ຟັງ​ແລ້ວ ເມື່ອ​ພວກເຮົາ​ທູນ​ຂໍ​ສິ່ງໃດ ພວກເຮົາ​ຈຶ່ງ​ຮູ້​ວ່າ ພວກເຮົາ​ໄດ້​ຮັບ​ສິ່ງ​ທີ່​ພວກເຮົາ​ຂໍ​ຈາກ​ພຣະອົງ​ນັ້ນ.</verse>
				<verse number="16">ຖ້າ​ຜູ້ໃດ​ເຫັນ​ພີ່ນ້ອງ​ຂອງຕົນ​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ ຜູ້ນັ້ນ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ແລ້ວ​ພຣະອົງ​ຈະ​ຊົງ​ໂຜດ​ປະທານ​ຊີວິດ​ໃຫ້​ແກ່​ຜູ້​ທີ່​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ​ນັ້ນ, ແຕ່​ຜິດບາບ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ​ກໍ​ມີ​ຢູ່ ເຮົາ​ບໍ່ໄດ້​ເວົ້າ​ວ່າ​ໃຫ້​ພາວັນນາ​ອະທິຖານ​ໃນ​ເລື່ອງ​ຜິດບາບ​ຢ່າງ​ນັ້ນ.</verse>
				<verse number="17">ການ​ອະທຳ​ທຸກຢ່າງ​ກໍ​ເປັນ​ຜິດບາບ ແຕ່​ການບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ​ກໍ​ມີ​ຢູ່.</verse>
				<verse number="18">ເຮົາ​ທັງຫລາຍ​ຮູ້​ແລ້ວ​ວ່າ ຄົນ​ທີ່​ເກີດ​ຈາກ​ພຣະເຈົ້າ ກໍ​ບໍ່​ເຮັດ​ບາບ​ຕາມ​ເຄີຍ, ແຕ່​ພຣະອົງ​ຜູ້​ຊົງ​ບັງເກີດ​ແຕ່​ພຣະເຈົ້າ ກໍ​ຊົງ​ຮັກສາ​ຄົນ​ນັ້ນ ແລະ​ມານຊົ່ວຮ້າຍ​ບໍ່​ສາມາດ​ຈັບ​ຕ້ອງ​ຄົນ​ນັ້ນ​ໄດ້.</verse>
				<verse number="19">ເຮົາ​ທັງຫລາຍ​ຮູ້​ແລ້ວ​ວ່າ ພວກເຮົາ​ເກີດ​ຈາກ​ພຣະເຈົ້າ ມະນຸດສະໂລກ​ທັງໝົດ​ຈົມ​ຢູ່​ໃຕ້​ອຳນາດ​ຂອງ​ມານຊົ່ວຮ້າຍ.</verse>
				<verse number="20">ເຮົາ​ທັງຫລາຍ​ຮູ້​ວ່າ ພຣະບຸດ​ຂອງ​ພຣະເຈົ້າ​ສະເດັດ​ມາ ແລະ​ໄດ້​ຊົງ​ໂຜດ​ປະທານ​ສະຕິປັນຍາ​ໃຫ້​ແກ່​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະ​ຜູ້​ຊົງ​ທ່ຽງແທ້ ແລະ​ເຮົາ​ທັງຫລາຍ​ຢູ່​ໃນ​ພຣະ​ຜູ້​ຊົງ​ທ່ຽງແທ້​ນັ້ນ ຄື​ໃນ​ພຣະເຢຊູ​ຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ, ນີ້ແຫລະ ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ເປັນ​ຊີວິດ​ນິຣັນດອນ.</verse>
				<verse number="21">ລູກ​ນ້ອຍ​ທັງຫລາຍ​ຂອງເຮົາ​ເອີຍ ຈົ່ງ​ລະວັງ​ຮັກສາ​ຕົນ​ຈາກ​ບັນດາ​ຮູບເຄົາຣົບ.</verse>
			</chapter>
		</book>
		<book number="63">
			<chapter number="1">
				<verse number="1">ຈາກ ຜູ້ປົກຄອງ ເຖິງ ທ່ານ​ສຸພາບ​ສະຕຼີ​ທີ່​ຊົງ​ເລືອກ​ໄວ້ ແລະ ພວກ​ລູກ​ຂອງ​ນາງ ຜູ້​ທີ່​ເຮົາ​ຮັກ​ຢ່າງ​ແທ້ຈິງ ບໍ່ແມ່ນ​ເຮົາ​ພຽງ​ຄົນ​ດຽວ ແຕ່​ທຸກຄົນ​ທີ່​ຮູ້​ຄວາມຈິງ​ກໍ​ຮັກ​ເໝືອນກັນ,</verse>
				<verse number="2">ເພາະ​ຄວາມຈິງ​ດຳລົງ​ຢູ່​ໃນ​ພວກເຮົາ ແລະ​ມີ​ຢູ່​ກັບ​ພວກເຮົາ​ຊົ່ວ​ນິຣັນດອນ.</verse>
				<verse number="3">ພຣະຄຸນ ພຣະ​ເມດຕາ ແລະ​ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ ແລະ​ຈາກ​ພຣະເຢຊູ​ຄຣິດເຈົ້າ ພຣະບຸດ​ຂອງ​ພຣະບິດາ​ນັ້ນ ຈະ​ສະຖິດ​ຢູ່​ກັບ​ເຮົາ​ທັງຫລາຍ ໃນ​ຄວາມຈິງ​ແລະ​ໃນ​ຄວາມຮັກ.</verse>
				<verse number="4">ເຮົາ​ດີໃຈ​ຫລາຍ​ທີ່​ຮູ້​ວ່າ ພວກ​ລູກ​ຂອງ​ເຈົ້າ​ບາງຄົນ​ໄດ້​ດຳເນີນ​ຊີວິດ​ໃນ​ຄວາມຈິງ ຕາມ​ທີ່​ພຣະບິດາເຈົ້າ​ໄດ້​ສັ່ງ​ພວກເຮົາ​ນັ້ນ.</verse>
				<verse number="5">ແຕ່​ບັດນີ້ ທ່ານ​ສຸພາບ​ສະຕຼີ​ທີ່ຮັກ​ເອີຍ, ເຮົາ​ຂໍຮ້ອງ​ເຈົ້າ​ທັງຫຼາຍ ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ ນີ້​ບໍ່ແມ່ນ​ກົດບັນຍັດ​ຂໍ້​ໃໝ່​ທີ່​ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ, ແຕ່​ເປັນ​ກົດບັນຍັດ​ທີ່​ພວກເຮົາ​ເຄີຍ​ມີ​ມາ​ແລ້ວ​ຕັ້ງແຕ່​ຕົ້ນເດີມ.</verse>
				<verse number="6">ແລະ​ຄວາມຮັກ​ທີ່​ເຮົາ​ກ່າວ​ເຖິງ​ນີ້ ຄື​ໃຫ້​ພວກເຮົາ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າ ເປັນ​ກົດບັນຍັດ​ທີ່​ພວກເຈົ້າ​ເຄີຍ​ໄດ້​ມີ​ມາ​ແລ້ວ​ຕັ້ງແຕ່​ຕົ້ນເດີມ​ນັ້ນ ເພື່ອ​ໃຫ້​ພວກເຈົ້າ​ທຸກຄົນ​ໄດ້​ປະຕິບັດ​ຕາມ.</verse>
				<verse number="7">ຜູ້​ຫລອກລວງ​ຫລາຍ​ຄົນ​ໄດ້​ອອກ​ໄປ​ທົ່ວ​ໂລກ​ແລ້ວ ເປັນ​ພວກ​ທີ່​ບໍ່​ຍອມ​ຮັບ​ວ່າ ພຣະເຢຊູ​ຄຣິດເຈົ້າ​ໄດ້​ສະເດັດ​ລົງ​ມາ​ຮັບ​ຊາດ​ເປັນ​ມະນຸດ. ຄົນ​ຢ່າງ​ນັ້ນ​ແຫຼະ ເປັນ​ຜູ້​ຫລອກລວງ ແລະ​ເປັນ​ສັດຕູ​ຂອງ​ພຣະຄຣິດ.</verse>
				<verse number="8">ເຫດສະນັ້ນ ພວກເຈົ້າ​ຈົ່ງ​ລະວັງຕົວ​ໃຫ້​ດີ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ເສຍ​ປະໂຫຍດ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ກະທຳ​ນັ້ນ ແຕ່​ຈະ​ໄດ້​ຮັບ​ບຳເໜັດ​ເຕັມ​ສ່ວນ.</verse>
				<verse number="9">ຜູ້ໃດ​ທີ່​ລ່ວງເກີນ ບໍ່​ດຳລົງ​ຢູ່​ໃນ​ຄຳສອນ​ຂອງ​ພຣະຄຣິດ ຜູ້​ນັ້ນ​ກໍ​ບໍ່ມີ​ພຣະເຈົ້າ ຜູ້ໃດ​ທີ່​ດຳລົງ​ຢູ່​ໃນ​ຄຳສັ່ງສອນ​ນີ້ ກໍ​ມີ​ທັງ​ພຣະບິດາເຈົ້າ​ແລະ​ພຣະບຸດ.</verse>
				<verse number="10">ຖ້າ​ຜູ້ໃດ​ມາ​ຫາ​ເຈົ້າ ແລະ​ບໍ່​ເອົາ​ຄຳສອນ​ນີ້​ມາ​ນຳ ກໍ​ຢ່າ​ຮັບ​ຄົນ​ນັ້ນ​ເຂົ້າ​ໃນ​ເຮືອນ ແລະ​ທັງ​ຢ່າ​ສະແດງ​ຄວາມ​ຄຳນັບ​ຕໍ່​ຜູ້ນັ້ນ.</verse>
				<verse number="11">ດ້ວຍວ່າ, ຜູ້ໃດ​ທີ່​ສະແດງ​ຄວາມ​ຄຳນັບ​ຕໍ່​ເຂົາ ຜູ້ນັ້ນ​ກໍ​ເຂົ້າ​ສ່ວນ​ໃນ​ການ​ກະທຳ​ຊົ່ວ​ຂອງ​ເຂົາ​ແລ້ວ.</verse>
				<verse number="12">ເຮົາ​ຍັງ​ມີ​ຫລາຍ​ຢ່າງ ທີ່​ຈະ​ຂຽນ​ມາ​ເຖິງ​ເຈົ້າ​ທັງຫຼາຍ ແຕ່​ເຮົາ​ບໍ່​ຢາກ​ໃຊ້​ເຈ້ຍ​ແລະ​ນໍ້າມຶກ ເຮົາ​ຫວັງ​ວ່າ​ຈະ​ມາ​ຫາ​ພວກເຈົ້າ ແລະ​ເວົ້າ​ກັນ​ປາກ​ຕໍ່​ປາກ ເພື່ອ​ຄວາມ​ຍິນດີ​ຈະ​ໄດ້​ມີ​ຢ່າງ​ເຕັມປ່ຽມ.</verse>
				<verse number="13">ບັນດາ​ລູກ​ຂອງ​ນ້ອງສາວ​ຂອງ​ເຈົ້າ​ທີ່​ຊົງ​ເລືອກ​ໄວ້ ນັ້ນ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຫາ​ພວກເຈົ້າ​ດ້ວຍ.</verse>
			</chapter>
		</book>
		<book number="64">
			<chapter number="1">
				<verse number="1">ຈາກ ເຮົາ ຜູ້ປົກຄອງ ເຖິງ ໄຄໂຢ ຜູ້​ທີ່​ເຮົາ​ຮັກ​ຢ່າງ​ແທ້ຈິງ.</verse>
				<verse number="2">ເພື່ອນ​ທີ່ຮັກ​ຂອງເຮົາ​ເອີຍ, ເຮົາ​ພາວັນນາ​ອະທິຖານ​ຂໍ​ໃຫ້​ເຈົ້າ​ຈະເລີນ​ດີ​ຂຶ້ນ​ໃນ​ທຸກສິ່ງ ແລະ​ໃຫ້​ມີ​ສຸກຂະພາບ​ເຂັ້ມແຂງ ເໝືອນ​ດັ່ງ​ຈິດ​ວິນຍານ​ຂອງ​ເຈົ້າ​ຈະເລີນ​ດີ​ຢູ່​ນັ້ນ.</verse>
				<verse number="3">ເຮົາ​ມີ​ຄວາມ​ຍິນດີ​ຫລາຍ ເມື່ອ​ພີ່ນ້ອງ​ຄຣິສຕຽນ​ບາງຄົນ​ໄດ້​ມາ​ຮອດ ແລະ​ເປັນ​ພະຍານ​ເຖິງ​ຄວາມ​ສັດຊື່​ຂອງ​ເຈົ້າ​ຕໍ່​ຄວາມຈິງ ເໝືອນ​ດັ່ງ​ທີ່​ເຈົ້າ​ໄດ້​ເຄີຍ​ປະຕິບັດ​ຢູ່​ໃນ​ຄວາມຈິງ​ນັ້ນ.</verse>
				<verse number="4">ບໍ່ມີ​ອັນ​ໃດ ທີ່​ເຮັດ​ໃຫ້​ເຮົາ​ດີ​ໃຈ​ຫລາຍ​ໄປ​ກວ່າ​ທີ່​ໄດ້ຍິນ​ວ່າ, ບັນດາ​ລູກ​ຂອງເຮົາ​ໄດ້​ປະຕິບັດ​ຢູ່​ໃນ​ຄວາມຈິງ.</verse>
				<verse number="5">ເພື່ອນ​ທີ່ຮັກ​ຂອງເຮົາ​ເອີຍ, ເມື່ອ​ເຈົ້າ​ປະຕິບັດ​ພາລະກິດ​ຢ່າງ​ສັດຊື່​ສຳລັບ​ພວກ​ພີ່ນ້ອງ​ຄຣິສຕຽນ ແລະ​ຕໍ່​ບັນດາ​ແຂກ​ທີ່​ມາ​ເຮືອນ ກໍ​ສະແດງ​ເຖິງ​ຄວາມ​ຈົງຮັກ​ພັກດີ​ຂອງ​ເຈົ້າ.</verse>
				<verse number="6">ເຂົາ​ເຫຼົ່ານັ້ນ​ໄດ້​ເປັນ​ພະຍານ​ຕໍ່​ຄຣິສຕະຈັກ ໃນ​ເລື່ອງ​ຄວາມຮັກ​ຂອງ​ເຈົ້າ, ຖ້າ​ເຈົ້າ​ຈະ​ຊ່ວຍ​ສົ່ງ​ເຂົາ​ເຫຼົ່ານັ້ນ​ໃຫ້​ສົມກັບ​ການ​ປະຕິບັດ​ພຣະເຈົ້າ ເຈົ້າ​ກໍ​ເຮັດ​ດີ.</verse>
				<verse number="7">ເພາະ​ເຂົາ​ເຫຼົ່ານັ້ນ​ໄດ້​ອອກ​ໄປ ເພາະ​ເຫັນ​ແກ່​ພຣະນາມ​ຂອງ​ພຣະອົງ ແລະ​ບໍ່ໄດ້​ຮັບ​ສິ່ງໃດ​ຈາກ​ຄົນ​ນອກ.</verse>
				<verse number="8">ສະນັ້ນ ຝ່າຍ​ເຮົາ​ທັງຫລາຍ​ຈຳເປັນ​ຕ້ອງ​ສະໜັບ​ສະໜູນ​ອູ້ມ​ຊູ​ຄົນ​ຢ່າງ​ນັ້ນ ເພື່ອ​ພວກເຮົາ​ຈະ​ກາຍເປັນ​ຜູ້​ຮ່ວມງານ​ກັນ​ໃນ​ຄວາມຈິງ.</verse>
				<verse number="9">ເຮົາ​ໄດ້​ຂຽນ​ບາງ​ຢ່າງ​ເຖິງ​ຄຣິສຕະຈັກ ແຕ່​ດີໂອເທເຟ ຜູ້​ມັກ​ຕັ້ງຕົວ​ເປັນ​ໃຫຍ່​ເໜືອ​ໝູ່ ກໍ​ບໍ່​ຍອມ​ຮັບ​ເຮົາ.</verse>
				<verse number="10">ເຫດສະນັ້ນ ຖ້າ​ເຮົາ​ມາ ເຮົາ​ຈະ​ເປີດເຜີຍ​ການ​ທີ່​ລາວ​ເຮັດ ຄື​ລາວ​ໄດ້​ກ່າວ​ໃສ່​ຮ້າຍ​ຕໍ່​ເຮົາ ດ້ວຍ​ຄວາມ​ບໍ່ມີ​ແກ່ນສານ ແລະ​ເທົ່ານັ້ນ​ຍັງ​ບໍ່​ສົມໃຈ ຊໍ້າ​ບໍ່​ໜຳ ລາວ​ຍັງ​ປະຕິເສດ ບໍ່​ຍອມ​ຮັບ​ຕ້ອນ​ຄຣິສຕຽນ​ເຫຼົ່ານັ້ນ ແລ້ວ​ຍັງ​ກີດກັ້ນ​ຄົນ​ທັງຫລາຍ​ທີ່​ຢາກ​ຮັບຕ້ອນ​ພວກເຂົາ ກັບ​ທັງ​ຕັດ​ພວກເຂົາ​ອອກ​ເສຍ​ຈາກ​ຄຣິສຕະຈັກ.</verse>
				<verse number="11">ເພື່ອນ​ທີ່ຮັກ​ເອີຍ, ຢ່າ​ເອົາ​ການ​ຊົ່ວຮ້າຍ​ເປັນ​ແບບຢ່າງ ແຕ່​ຈົ່ງ​ເອົາ​ການ​ດີງາມ ຜູ້​ທີ່​ເຮັດ​ການ​ດີ​ກໍ​ເປັນ​ຂອງ​ພຣະເຈົ້າ ຜູ້​ທີ່​ເຮັດ​ການ​ຊົ່ວ​ກໍ​ບໍ່ໄດ້​ເຫັນ​ພຣະເຈົ້າ.</verse>
				<verse number="12">ສ່ວນ​ເດເມທິໂອ​ນັ້ນ ທຸກຄົນ​ກໍ​ເປັນ​ພະຍານ​ວ່າ ເພິ່ນ​ເປັນ​ຄົນ​ດີ ແລະ​ຄວາມຈິງ​ເອງ​ກໍ​ເປັນ​ພະຍານ ຝ່າຍ​ເຮົາ​ກໍ​ເປັນ​ພະຍານ​ເໝືອນກັນ ແລະ​ເຈົ້າ​ຮູ້​ແລ້ວ​ວ່າ ຄຳ​ພະຍານ​ຂອງເຮົາ​ກໍ​ຈິງ.</verse>
				<verse number="13">ເຮົາ​ມີ​ຂໍ້​ຄວາມ​ຫລາຍ​ຂໍ້ ທີ່​ຈະ​ຂຽນ​ມາ​ເຖິງ​ເຈົ້າ ແຕ່​ບໍ່​ຢາກ​ຂຽນ​ດ້ວຍ​ປາກກາ​ແລະ​ນໍ້າມຶກ.</verse>
				<verse number="14">ເຮົາ​ຫວັງ​ວ່າ ຈະ​ໄດ້​ເຫັນ​ເຈົ້າ​ໃນ​ໄວໆ​ນີ້ ແລະ​ຈະ​ໄດ້​ເວົ້າ​ກັນ​ປາກ​ຕໍ່​ປາກ.</verse>
				<verse number="15">ຂໍ​ສັນຕິສຸກ​ຈົ່ງ​ມີ​ແກ່​ເຈົ້າ. ບັນດາ​ສະຫາຍ​ທາງ​ນີ້ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ເຈົ້າ ຂໍ​ໃຫ້​ເຈົ້າ​ຝາກ​ຄວາມ​ຄິດເຖິງ​ນີ້ ແກ່​ບັນດາ​ສະຫາຍ​ທາງ​ພຸ້ນ​ດ້ວຍ​ອອກ​ນາມຊື່​ຂອງ​ທຸກຄົນ.</verse>
			</chapter>
		</book>
		<book number="65">
			<chapter number="1">
				<verse number="1">ຈາກ ຢູດາ ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ. ເຖິງ ພວກ​ທີ່​ໄດ້​ຖືກ​ເອີ້ນ​ໄວ້​ແລ້ວ​ໂດຍ​ພຣະເຈົ້າ ຄື​ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ຄວາມຮັກ​ຂອງ​ພຣະບິດາເຈົ້າ ແລະ​ໃນ​ຄວາມ​ປ້ອງກັນ​ຮັກສາ​ຂອງ​ພຣະເຢຊູ​ຄຣິດເຈົ້າ.</verse>
				<verse number="2">ຂໍ​ໃຫ້​ຄວາມ​ເມດຕາ ສັນຕິສຸກ ແລະ​ຄວາມຮັກ ຈົ່ງ​ມີ​ເພີ່ມ​ທະວີຄູນ​ແກ່​ພວກເຈົ້າ​ຢ່າງ​ເຕັມລົ້ນ​ເທີ້ນ.</verse>
				<verse number="3">ເພື່ອນ​ທີ່ຮັກ​ຂອງເຮົາ​ເອີຍ, ເຮົາ​ອົດສາ​ພະຍາຍາມ​ຢ່າງ​ສຸດ​ຄວາມ​ສາມາດ ເພື່ອ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ກ່ຽວກັບ​ເລື່ອງ​ຄວາມ​ພົ້ນ​ທີ່​ພວກເຮົາ​ມີ​ຢູ່​ຮ່ວມ​ກັນ ເມື່ອ​ເຮົາ​ເຫັນ​ມີ​ຄວາມ​ຈຳເປັນ​ທີ່​ຈະ​ຕ້ອງ​ຂຽນ​ມາ​ເຕືອນ​ສະຕິ​ພວກເຈົ້າ ໃຫ້​ຕໍ່ສູ້​ເພື່ອ​ຄວາມເຊື່ອ ຊຶ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະອົງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ.</verse>
				<verse number="4">ດ້ວຍວ່າ, ມີ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ບາງຄົນ​ໄດ້​ແອບແຝງ​ເຂົ້າ​ມາ​ຢູ່​ໃນ​ທ່າມກາງ​ພວກເຈົ້າ, ເປັນ​ບຸກຄົນ​ທີ່​ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ເປັນ​ຊ່ອງທາງ​ໃຫ້​ຕົນ​ເຮັດ​ຕາມ​ກິເລດ​ຕັນຫາ ແລະ​ເປັນ​ຜູ້​ທີ່​ປະຕິເສດ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ເຈົ້ານາຍ ແລະ​ເປັນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ແຕ່​ອົງ​ດຽວ​ຂອງ​ພວກເຮົາ. ພຣະຄຳພີ​ໄດ້​ກຳນົດ​ໄວ້​ລ່ວງໜ້າ​ແຕ່​ດົນນານ​ມາ​ແລ້ວ ເຖິງ​ການ​ຕັດສິນ​ລົງໂທດ​ທີ່​ພວກເຂົາ​ຈະ​ໄດ້​ຮັບ.</verse>
				<verse number="5">ເຖິງ​ແມ່ນ​ວ່າ ພວກເຈົ້າ​ຮູ້​ຂໍ້​ຄວາມ​ເຫຼົ່ານີ້​ດີ​ແລ້ວ​ກໍຕາມ ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກເຖິງ​ອົງພຣະ​ຜູ້​ເປັນເຈົ້າ ທີ່​ໄດ້​ຊ່ວຍກູ້​ເອົາ​ຊາວ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ປະເທດ​ເອຢິບ​ຢ່າງ​ໃດ, ແຕ່​ຫລັງຈາກ​ນັ້ນ​ມາ​ໄດ້​ທຳລາຍ​ຄົນ​ເຫຼົ່ານີ້ ທີ່​ບໍ່​ເຊື່ອ​ໃນ​ພຣະອົງ​ເສຍ.</verse>
				<verse number="6">ຈົ່ງ​ຈົດຈຳ​ບັນດາ​ເທວະດາ ທີ່​ບໍ່​ຢູ່​ໃນ​ຂອບເຂດ​ແຫ່ງ​ສິດ​ອຳນາດ​ຂອງຕົນ, ແຕ່​ໄດ້​ປະຖິ້ມ​ບ່ອນ​ຢູ່​ອາໄສ​ຂອງ​ຕົນເອງ ພວກເຂົາ​ໄດ້​ຖືກ​ປະ​ໄວ້​ໃນ​ຄວາມມືດ​ເບື້ອງ​ລຸ່ມ, ຖືກ​ລ່າມໂສ້​ໄວ້​ຕະຫລອດໄປ​ສຳລັບ​ວັນ​ຍິ່ງໃຫຍ່​ທີ່​ຈະ​ມີ​ການ​ຕັດສິນ​ລົງໂທດ.</verse>
				<verse number="7">ເໝືອນ​ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ ພ້ອມ​ທັງ​ເມືອງ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຊຶ່ງ​ຊາວ​ເມືອງ​ເຫຼົ່ານີ້ ໄດ້​ປະພຶດ​ເໝືອນ​ດັ່ງ​ພວກ​ເທວະດາ​ເຫຼົ່ານັ້ນ​ໄດ້​ປະພຶດ ແລະ​ມົ້ວສຸມ​ຢູ່​ໃນ​ການ​ຜິດ​ສິນທຳ​ທາງ​ເພດ ແລະ​ຣາຄະ​ຕັນຫາ. ພວກເຂົາ​ຕ້ອງ​ຖືກ​ໂທດ​ຢູ່​ໃນ​ບຶງໄຟ ທີ່​ໄໝ້​ຢູ່​ຕະຫລອດໄປ​ເປັນນິດ.</verse>
				<verse number="8">ເຖິງປານນັ້ນ ພວກ​ເຫຼົ່ານີ້​ກໍ​ຍັງ​ມົວ​ຝັນ ເຮັດ​ໃຫ້​ຮ່າງກາຍ​ຂອງຕົນ​ຊົ່ວ​ມົວໝອງ, ພວກເຂົາ​ໝິ່ນປະໝາດ​ສິດ​ອຳນາດ​ຂອງ​ພຣະເຈົ້າ ແລະ​ດ່າວ່າ​ບັນດາ​ຜູ້​ມີ​ກຽດ​ສັກສີ​ຢູ່​ເບື້ອງ​ເທິງ.</verse>
				<verse number="9">ແມ່ນແຕ່​ມີຄາເອນ ຜູ້​ເປັນ​ນາຍ​ເທວະດາ ໃນ​ການ​ຜິດຖຽງ​ຂອງ​ເພິ່ນ​ກັບ​ມານຮ້າຍ ທັງສອງ​ໄດ້​ຖົກຖຽງ​ກັນ​ໃນ​ເລື່ອງ​ຊາກສົບ​ຂອງ​ໂມເຊ ມີຄາເອນ​ບໍ່ໄດ້​ກ່າວໂທດ​ມານຮ້າຍ​ດ້ວຍ​ຄຳ​ເວົ້າ​ທີ່​ຫຍາບ​ຊ້າ ແຕ່​ໄດ້​ກ່າວ​ວ່າ, “ຂໍ​ອົງພຣະ​ຜູ້​ເປັນເຈົ້າ​ເປັນ​ຜູ້​ຕິຕຽນ​ເຈົ້າ​ເທີ້ນ.”</verse>
				<verse number="10">ແຕ່​ພວກ​ເຫຼົ່ານີ້ ກ່າວ​ໂຈມຕີ​ດ້ວຍ​ຄຳ​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ພວກເຂົາ​ບໍ່​ເຂົ້າໃຈ ແລະ​ສິ່ງ​ທີ່​ພວກເຂົາ​ຮູ້ຈັກ ດ້ວຍ​ຄວາມ​ຮູ້ສຶກ​ຕາມ​ນິໄສ ເໝືອນ​ດັ່ງ​ສັດຮ້າຍ​ທີ່​ບໍ່ມີ​ຄວາມ​ຄິດ ອັນ​ເປັນ​ເຫດ​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ພວກເຂົາ​ເອງ.</verse>
				<verse number="11">ວິບັດ ຈົ່ງ​ມີ​ແກ່​ພວກເຂົາ ເພາະ​ພວກເຂົາ​ໄດ້​ຕິດຕາມ​ທາງ​ຂອງ​ກາອິນ​ໄປ ແລະ​ເພື່ອ​ເຫັນແກ່​ສິນຈ້າງ​ລາງວັນ ພວກເຂົາ​ໄດ້​ປ່ອຍ​ຕົວ​ໄປ​ໃນ​ທາງ​ຜິດ ເໝືອນ​ດັ່ງ​ທີ່​ບາລາອາມ​ໄດ້​ເຮັດ ແລະ​ພວກເຂົາ​ໄດ້​ຈິບຫາຍ​ໄປ ດ້ວຍ​ການ​ກະບົດ​ຕາມ​ຢ່າງ​ຂອງ​ໂກຣາ.</verse>
				<verse number="12">ຄວາມ​ປະພຶດ​ຂອງ​ພວກເຂົາ​ກໍ​ເປັນ​ເລື່ອງ​ອັບອາຍ ເມື່ອ​ຮ່ວມ​ພາເຂົ້າ​ສາມັກຄີ​ກັບ​ພວກເຈົ້າ ບ່ອນ​ທີ່​ພວກເຂົາ​ກິນລ້ຽງ​ມ່ວນຊື່ນ​ຢ່າງ​ເຖິງ​ໃຈ​ນຳ​ກັນ ໂດຍ​ບໍ່ມີ​ຄວາມ​ລະອາຍ. ພວກເຂົາ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ລ້ຽງ​ແຕ່​ຕົນເອງ ເປັນ​ດັ່ງ​ກ້ອນ​ເມກ​ທີ່​ບໍ່ມີ​ຝົນ ຊຶ່ງ​ໄຫລ​ໄປ​ຕາມ​ລົມ ເປັນ​ດັ່ງ​ຕົ້ນໄມ້​ທີ່​ບໍ່​ເກີດ​ໝາກ ແມ່ນແຕ່​ໃນ​ລະດູ​ໃບໄມ້ລົ່ນ ເປັນ​ດັ່ງ​ຕົ້ນໄມ້​ທີ່​ຕາຍໄປ​ສອງ​ເທື່ອ ແລະ​ຖືກ​ຖອນ​ອອກ​ທັງ​ຮາກ.</verse>
				<verse number="13">ພວກເຂົາ​ເປັນ​ດັ່ງ​ຄື້ນ​ຟອງ​ນໍ້າ​ອັນ​ຮ້າຍແຮງ​ໃນ​ມະຫາສະໝຸດ ທີ່​ພົ່ນ​ການ​ກະທຳ​ອັນ​ໜ້າລະອາຍ​ຂອງຕົນ​ອອກ​ມາ​ຄື​ດັ່ງ​ປູມປວກ. ເປັນ​ດັ່ງ​ດາວ​ລ່ອງລອຍ​ນອກ​ວົງ​ໂຄຈອນ ທີ່​ຊົງ​ຈັດຕຽມ​ບ່ອນ​ໜຶ່ງ​ໄວ້​ຖ້າ​ແລ້ວ ໃນ​ຄວາມມືດ​ອັນ​ໜາຕຶບ​ນິຣັນດອນ.</verse>
				<verse number="14">ແມ່ນແຕ່​ເອນົກ ເຊື້ອສາຍ​ຜູ້​ທີ​ເຈັດ​ນັບ​ຈາກ​ອາດາມ ກໍໄດ້​ທຳນວາຍ​ໄວ້​ລ່ວງໜ້າ​ແລ້ວ ເຖິງ​ຄົນ​ເຫຼົ່ານີ້​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຈະ​ສະເດັດ​ມາ ພ້ອມ​ຝູງ​ເທວະດາ​ຕົນ​ບໍຣິສຸດ​ຂອງ​ພຣະອົງ​ນັບ​ເປັນ​ໝື່ນໆ,</verse>
				<verse number="15">ເພື່ອ​ຈະ​ນຳ​ເອົາ​ການ​ຕັດສິນ​ມາ​ສູ່​ທຸກໆ​ຄົນ ຄື​ລົງໂທດ​ທຸກຄົນ ສຳລັບ​ການ​ກະທຳ​ຊົ່ວ​ທຸກຢ່າງ ທີ່​ພວກເຂົາ​ໄດ້​ເຮັດ​ໃນ​ການ​ບໍ່​ຢຳເກງ​ພຣະເຈົ້າ ແລະ​ສຳລັບ​ຄຳ​ຫຍາບຊ້າ​ທຸກໆ​ຄຳ ທີ່​ຄົນ​ເຫຼົ່ານັ້ນ​ໄດ້​ກ່າວ​ໃສ່ຮ້າຍ​ພຣະອົງ.”</verse>
				<verse number="16">ຄົນ​ເຫຼົ່ານີ້ ເປັນ​ຄົນ​ມັກຈົ່ມ​ມັກວ່າ ພວກເຂົາ​ເຮັດ​ຕາມ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ, ພວກເຂົາ​ເວົ້າ​ອວດອ້າງ​ເຖິງ​ຕົນເອງ ແລະ​ຍ້ອງຍໍ​ຄົນອື່ນ​ເພື່ອ​ຫວັງ​ຜົນ​ປະໂຫຍດ​ສ່ວນຕົວ​ຂອງຕົນ.</verse>
				<verse number="17">ບັນດາ​ເພື່ອນ​ທີ່ຮັກ​ຂອງເຮົາ​ເອີຍ, ຈົ່ງ​ຈົດຈຳ​ຖ້ອຍຄຳ ທີ່​ພວກ​ອັກຄະສາວົກ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ໄດ້​ບອກ​ໄວ້​ກ່ອນ​ແລ້ວ.</verse>
				<verse number="18">ພວກເພິ່ນ​ໄດ້​ບອກ​ພວກທ່ານ​ວ່າ, “ໃນ​ຍຸກ​ສຸດທ້າຍ​ຈະ​ມີ​ຫລາຍ​ຄົນ​ເຢາະເຢີ້ຍ​ພວກທ່ານ ແລະ​ພວກເຂົາ​ຈະ​ເຮັດ​ຕາມ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ ໂດຍ​ບໍ່​ຢຳເກງ​ພຣະເຈົ້າ.”</verse>
				<verse number="19">ແມ່ນ​ພວກ​ຄົນ​ເຫຼົ່ານີ້​ແຫຼະ ທີ່​ສ້າງ​ຄວາມ​ແຕກແຍກ, ພວກເຂົາ​ເຮັດ​ຕາມ​ຕັນຫາ​ຝ່າຍ​ເນື້ອໜັງ ແລະ​ບໍ່ມີ​ພຣະວິນຍານ.</verse>
				<verse number="20">ບັນດາ​ເພື່ອນ​ທີ່ຮັກ​ຂອງເຮົາ​ເອີຍ, ຈົ່ງ​ສ້າງ​ຕົວ​ເອງ​ຂຶ້ນ​ເທິງ​ຄວາມເຊື່ອ​ອັນ​ບໍຣິສຸດ​ຂອງ​ພວກເຈົ້າ, ຈົ່ງ​ພາວັນນາ​ອະທິຖານ​ໃນ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ.</verse>
				<verse number="21">ຈົ່ງ​ຮັກສາ​ຕົວ​ໄວ້​ໃນ​ຄວາມຮັກ​ຂອງ​ພຣະເຈົ້າ ຄອຍຖ້າ​ພຣະ​ກະລຸນາ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຈົນກວ່າ​ຈະ​ໄດ້​ຊີວິດ​ນິຣັນດອນ.</verse>
				<verse number="22">ຈົ່ງ​ສະແດງ​ຄວາມ​ເມດຕາ​ຕໍ່​ຜູ້​ທີ່​ຍັງ​ສົງໄສ.</verse>
				<verse number="23">ຈົ່ງ​ຍາດ​ເອົາ​ບາງຄົນ​ໃຫ້​ພົ້ນ ດ້ວຍ​ດຶງ​ເຂົາ​ອອກ​ຈາກ​ໄຟ, ຈົ່ງ​ເມດຕາ​ອີກ​ບາງຄົນ ດ້ວຍ​ຄວາມ​ຈຽມຕົວ ແລະ​ຈົ່ງ​ໜ່າຍຊັງ​ເສື້ອຜ້າ​ທີ່​ເປື້ອນເປິ​ດ້ວຍ​ຣາຄະ​ຕັນຫາ.</verse>
				<verse number="24">ອັນ​ໜຶ່ງ ຂໍ​ພຣະກຽດ, ພຣະ​ເດຊານຸພາບ, ພຣະ​ອານຸພາບ ແລະ​ສັກດາ​ນຸພາບ​ຈົ່ງ​ມີ​ແດ່​ພຣະອົງ ຜູ້​ທີ່​ສາມາດ​ປ້ອງກັນ​ຮັກສາ​ພວກເຈົ້າ​ໄວ້​ບໍ່​ໃຫ້​ສະດຸດ​ລົ້ມ​ລົງ ແລະ​ນຳ​ພວກເຈົ້າ​ມາ​ຢູ່​ຊ້ອງ​ພຣະພັກ​ອັນ​ສະຫງ່າຣາສີ​ຂອງ​ພຣະອົງ ຢ່າງ​ຜູ້​ທີ່​ບໍ່ມີ​ຄວາມຜິດ ແຕ່​ມີ​ຄວາມ​ຍິນດີ​ອັນ​ເຫລືອລົ້ນ.</verse>
				<verse number="25">ແດ່​ພຣະເຈົ້າ​ອົງ​ດຽວ ອົງ​ພຣະ​ຜູ້​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ເຮົາ​ທັງຫລາຍ ໂດຍ​ພຣະເຢຊູ​ຄຣິດເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ; ສະຫງ່າຣາສີ, ຄວາມຍິ່ງໃຫຍ່, ຣິດເດດ ແລະ​ຣິດອຳນາດ ຈົ່ງ​ມີ​ແດ່​ພຣະອົງ​ທັງ​ໃນ​ອະດີດ, ໃນ​ປະຈຸບັນ ແລະ​ໃນ​ອະນາຄົດ​ຊົ່ວ​ນິຣັນດອນ ອາແມນ.</verse>
			</chapter>
		</book>
		<book number="66">
			<chapter number="1">
				<verse number="1">ການ​ຊົງ​ສຳແດງ​ຂອງ​ພຣະເຢຊູເຈົ້າ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ປະທານ​ແກ່​ພຣະອົງ ເພື່ອ​ຊົງ​ຊີ້ແຈງ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ ຮູ້​ເຖິງ​ເຫດການ​ທັງຫລາຍ​ທີ່​ຕ້ອງ​ບັງເກີດ​ຂຶ້ນ​ໃນ​ບໍ່​ຊ້າ​ນີ້. ພຣະຄຣິດ​ໄດ້​ຊົງ​ໃຊ້​ເທວະດາ​ຂອງ​ພຣະອົງ ໄປ​ສຳແດງ​ໝາຍສຳຄັນ​ແກ່​ໂຢຮັນ ຜູ້ຮັບໃຊ້​ຂອງ​ພຣະອົງ.</verse>
				<verse number="2">ໂຢຮັນ​ໄດ້​ເປັນ​ພະຍານ​ເຖິງ​ຖ້ອຍຄຳ​ທີ່​ມາ​ຈາກ​ພຣະເຈົ້າ ແລະ​ຝ່າຍ​ຄຳ​ພະຍານ​ຂອງ​ພຣະເຢຊູ​ຄຣິດເຈົ້າ ເພິ່ນ​ເປັນ​ພະຍານ​ໃນ​ເຫດການ​ທັງ​ສິ້ນ​ທີ່​ເພິ່ນ​ໄດ້​ເຫັນ.</verse>
				<verse number="3">ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ອ່ານ​ພຣະທຳ​ເຫຼັ້ມ​ນີ້ ແລະ​ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຮັບ​ຟັງ​ຖ້ອຍຄຳ​ແຫ່ງ​ຄຳທຳນວາຍ ແລະ​ປະຕິບັດ​ຕາມ​ຂໍ້ຄວາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ເຫຼັ້ມ​ນີ້. ດ້ວຍວ່າ, ເວລາ​ນັ້ນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ເຫດການ​ເຫຼົ່ານີ້​ຈະ​ເກີດຂຶ້ນ.</verse>
				<verse number="4">ຈາກ ໂຢຮັນ, ຮຽນ ຄຣິສຕະຈັກ​ທັງ​ເຈັດ​ທີ່​ຢູ່​ໃນ​ແຂວງ​ເອເຊຍ. ຂໍ​ໃຫ້​ທ່ານ​ທັງຫລາຍ​ຈົ່ງ​ໄດ້​ຮັບ​ພຣະຄຸນ​ແລະ​ສັນຕິສຸກ​ຈາກ​ພຣະອົງ ຜູ້​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ຜູ້​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຈະ​ສະເດັດ​ມາ​ໃນ​ອະນາຄົດ ແລະ​ຈາກ​ວິນຍານ​ທັງ​ເຈັດ​ທີ່​ເຝົ້າ​ຢູ່​ໜ້າ​ຣາຊບັນລັງ​ຂອງ​ພຣະອົງ</verse>
				<verse number="5">ແລະ​ຈາກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ພະຍານ​ທີ່​ສັດຊື່ ແລະ​ຊົງ​ເປັນ​ຜູ້​ທຳອິດ​ທີ່​ໄດ້​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ ກັບ​ທັງ​ຊົງ​ຄອບຄອງ​ກະສັດ​ທັງຫລາຍ​ໃນ​ໂລກ. ພຣະອົງ​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ໄດ້​ຊົງ​ປົດປ່ອຍ​ພວກເຮົາ​ຈາກ​ການ​ຜິດບາບ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ.</verse>
				<verse number="6">ແລະ​ພຣະອົງ​ໄດ້​ຊົງ​ຕັ້ງ​ເຮົາ​ທັງຫລາຍ ໄວ້​ໃຫ້​ເປັນ​ອານາຈັກ​ແລະ​ເປັນ​ປະໂຣຫິດ​ຂອງ​ພຣະອົງ ພຣະກຽດ​ແລະ​ຣິດທານຸພາບ ຈົ່ງ​ມີ​ແດ່​ພຣະອົງ​ສືບໆໄປ​ເປັນນິດ ອາແມນ.</verse>
				<verse number="7">ເບິ່ງແມ! ພຣະອົງ​ຈະ​ສະເດັດ​ມາ​ມີ​ເມກ​ເປັນ​ຂະບວນ​ແຫ່ ແລະ​ຕາ​ທຸກ​ໜ່ວຍ​ຈະ​ເຫັນ​ພຣະອົງ ແລະ​ຄົນ​ເຫຼົ່ານັ້ນ​ທີ່​ໄດ້​ແທງ​ພຣະອົງ​ຈະ​ເຫັນ​ພຣະອົງ​ເໝືອນກັນ. ມະນຸດ​ທຸກ​ຊາດ​ທົ່ວ​ໂລກ​ຈະ​ຮ້ອງໄຫ້​ຮໍ່າໄຮ​ເພາະ​ພຣະອົງ ຈະ​ເປັນ​ໄປ​ຢ່າງ​ນັ້ນ ອາແມນ.</verse>
				<verse number="8">ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ອົງ​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຈະ​ສະເດັດ​ມາ​ໃນ​ອະນາຄົດ ແລະ​ອົງ​ຊົງ​ຣິດທານຸພາບ​ສູງສຸດ ຊົງ​ກ່າວ​ວ່າ, “ເຮົາ​ຄື​ອາລະຟາ​ແລະ​ໂອເມຄາ.”</verse>
				<verse number="9">ຂ້າພະເຈົ້າ ຄື​ໂຢຮັນ​ພີ່ນ້ອງ​ຂອງ​ເຈົ້າ​ທັງຫລາຍ ຜູ້​ເປັນ​ເພື່ອນ​ຮ່ວມ​ໃນ​ຄວາມ​ຍາກ​ລຳບາກ ຮ່ວມ​ຣາຊອານາຈັກ ແລະ​ຮ່ວມ​ຄວາມ​ພຽນ​ອົດທົນ ຊຶ່ງ​ເປັນ​ປະສົບການ​ໃນ​ພຣະເຢຊູເຈົ້າ. ຂ້າພະເຈົ້າ​ຖືກ​ປ່ອຍ​ໄວ້​ທີ່​ເກາະ​ປັດໂມ ເພາະ​ໄດ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ເນື່ອງ​ດ້ວຍ​ການ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.</verse>
				<verse number="10">ໃນ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ພຣະວິນຍານ​ໄດ້​ຄວບຄຸມ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ ດັງ​ກ້ອງ​ເໝືອນ​ສຽງ​ແກ ກ່າວ​ທາງ​ເບື້ອງ​ຫລັງ​ຂອງ​ຂ້າພະເຈົ້າ.</verse>
				<verse number="11">ສຽງ​ນັ້ນ​ກ່າວ​ວ່າ, “ຈົ່ງ​ຂຽນ​ເລື່ອງ​ທີ່​ເຈົ້າ​ໄດ້​ເຫັນ​ນັ້ນ ໃສ່​ໜັງສື​ມ້ວນ ແລະ​ຝາກ​ໄປ​ເຖິງ​ຄຣິສຕະຈັກ​ທັງ​ເຈັດ ຄື​ຄຣິສຕະຈັກ​ທີ່​ເມືອງ​ເອເຟໂຊ ເມືອງ​ຊະມີນາ ເມືອງ​ເປຄາໂມ ເມືອງ​ທົວເຕຣາ ເມືອງ​ຊາເດ ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ.”</verse>
				<verse number="12">ຂ້າພະເຈົ້າ​ຫລຽວ​ຄືນ​ຫລັງ​ເບິ່ງ​ວ່າ​ແມ່ນ​ຜູ້ໃດ ທີ່​ກຳລັງ​ເວົ້າ​ກັບ​ຂ້າພະເຈົ້າ​ຢູ່​ນັ້ນ ເມື່ອ​ຂ້າພະເຈົ້າ​ຫລຽວ​ໄປ​ກໍ​ເຫັນ​ຄັນ​ຕະກຽງ​ຄຳ​ເຈັດ​ອັນ</verse>
				<verse number="13">ແລະ​ໃນ​ທ່າມກາງ​ຄັນ​ຕະກຽງ​ຄຳ​ເຫຼົ່ານັ້ນ, ມີ​ຜູ້ໜຶ່ງ​ເໝືອນ​ບຸດ​ມະນຸດ ນຸ່ງ​ເສື້ອລ່າມ​ກວມ​ຕີນ ມີ​ຜ້າບ່ຽງ​ຄຳ​ຄຽນ​ເອິກ​ຂອງ​ພຣະອົງ.</verse>
				<verse number="14">ຫົວ​ແລະ​ຜົມ​ຂອງ​ພຣະອົງ ຂາວ​ເໝືອນ​ຂົນແກະ​ສີ​ຂາວ ແລະ​ເໝືອນ​ດັ່ງ​ຫິມະ ຕາ​ຂອງ​ພຣະອົງ​ເໝືອນ​ດັ່ງ​ແປວໄຟ</verse>
				<verse number="15">ຕີນ​ຂອງ​ພຣະອົງ​ເຫຼື້ອມ​ເໝືອນ​ດັ່ງ​ທອງ​ເຫລືອງ​ກ້ຽງ ທີ່​ຖືກ​ຫລອມ​ໃຫ້​ບໍຣິສຸດ​ແລ້ວ ແລະ​ສຽງ​ຂອງ​ພຣະອົງ​ກໍ​ກ້ອງສະໜັ່ນ​ເໝືອນ​ດັ່ງ​ນໍ້າ​ຕົກຕາດ​ໃຫຍ່.</verse>
				<verse number="16">ມື​ເບື້ອງຂວາ​ຂອງ​ພຣະອົງ ຊົງ​ຖື​ດາວ​ເຈັດ​ດວງ ແລະ​ມີ​ດາບ​ສອງ​ຄົມ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ. ໃບ​ໜ້າ​ຂອງ​ພຣະອົງ​ເຫຼື້ອມ​ເໝືອນ​ດັ່ງ​ດວງ​ຕາເວັນ​ທີ່​ສ່ອງ​ແສງກ້າ.</verse>
				<verse number="17">ເມື່ອ​ຂ້າພະເຈົ້າ​ໄດ້​ເຫັນ​ພຣະອົງ ຂ້າພະເຈົ້າ​ກໍ​ລົ້ມ​ລົງ​ໃກ້​ຕີນ​ຂອງ​ພຣະອົງ ເໝືອນ​ກັບ​ຄົນ​ທີ່​ຕາຍ​ແລ້ວ, ແຕ່​ພຣະອົງ​ເດ່​ມື​ຂວາ​ມາ​ຈັບ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ຢ່າ​ສູ່​ຢ້ານ ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ.</verse>
				<verse number="18">ແລະ​ເຮົາ​ເປັນ​ຜູ້​ມີ​ຊີວິດ​ຢູ່ ເຮົາ​ໄດ້​ຕາຍໄປ​ແລ້ວ ແຕ່​ເບິ່ງແມ! ເຮົາ​ກໍ​ມີ​ຊີວິດ​ຢູ່​ນິຣັນດອນ. ເຮົາ​ຖື​ລູກ​ກະແຈ​ແຫ່ງ​ຄວາມຕາຍ​ແລະ​ແດນ​ມໍຣະນາ.</verse>
				<verse number="19">ສະນັ້ນ ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ, ສິ່ງ​ທີ່​ເປັນ​ຢູ່​ດຽວ​ນີ້ ແລະ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ຕາມ​ພາຍຫລັງ.</verse>
				<verse number="20">ນີ້​ແມ່ນ​ຄວາມ​ເລິກລັບ​ຂອງ​ດາວ​ທັງ​ເຈັດ ທີ່​ເຈົ້າ​ເຫັນ​ຢູ່​ໃນ​ມື​ຂວາ​ຂອງເຮົາ ແລະ​ຄັນ​ຕະກຽງ​ຄຳ​ທັງ​ເຈັດ​ນັ້ນ ກໍ​ຄື​ດາວ​ເຈັດ​ດວງ​ນັ້ນ ໄດ້​ແກ່​ເທວະດາ​ແຫ່ງ​ຄຣິສຕະຈັກ​ທັງ​ເຈັດ ແລະ​ຄັນ​ຕະກຽງ​ຄຳ​ເຈັດ​ອັນ ໄດ້​ແກ່​ຄຣິສຕະຈັກ​ທັງ​ເຈັດ.”</verse>
			</chapter>
			<chapter number="2">
				<verse number="1">“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ​ໃນ​ຄຣິສຕະຈັກ​ເມືອງ​ເອເຟໂຊ​ວ່າ, ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຈາກ​ຜູ້​ທີ່​ຖື​ດາວ​ເຈັດ​ດວງ​ໃນ​ມື​ຂວາ ແລະ​ຜູ້​ທີ່​ຍ່າງ​ໄປມາ​ທ່າມກາງ​ຄັນ​ຕະກຽງ​ຄຳ​ເຈັດ​ອັນ:</verse>
				<verse number="2">ເຮົາ​ຮູ້ຈັກ​ການ​ກະທຳ​ຂອງ​ເຈົ້າ ເຮົາ​ຮູ້ຈັກ​ພາລະກິດ​ອັນ​ຍາກ​ລຳບາກ ແລະ​ຄວາມ​ອົດທົນ​ຂອງ​ເຈົ້າ ເຮົາ​ຮູ້​ວ່າ​ເຈົ້າ​ທົນ​ຕໍ່​ຄົນຊົ່ວຮ້າຍ​ບໍ່ໄດ້. ເຈົ້າ​ໄດ້​ລອງໃຈ​ຄົນ​ເຫຼົ່ານັ້ນ​ທີ່​ອວດ​ວ່າ ເປັນ​ອັກຄະສາວົກ, ແຕ່​ພວກເຂົາ​ບໍ່ໄດ້​ເປັນ ແລະ​ເຈົ້າ​ກໍ​ຮູ້ຈັກ​ແລ້ວ​ວ່າ​ພວກເຂົາ​ເປັນ​ຄົນ​ຂີ້ຕົວະ.</verse>
				<verse number="3">ເຮົາ​ຮູ້​ວ່າ​ເຈົ້າ​ໄດ້​ອົດທົນ​ແລະ​ທົນທຸກ ເພາະ​ເຫັນ​ແກ່​ນາມ​ຂອງເຮົາ ແລະ​ເຈົ້າ​ກໍ​ບໍ່ໄດ້​ທໍ້ຖອຍ.</verse>
				<verse number="4">ແຕ່​ເຮົາ​ມີ​ຂໍ້​ຕໍ່ວ່າ​ເຈົ້າ ຄື​ເຈົ້າ​ໄດ້​ປະຖິ້ມ​ຄວາມຮັກ​ເດີມ​ຂອງ​ເຈົ້າ.</verse>
				<verse number="5">ເຫດສະນັ້ນ ຈົ່ງ​ລະນຶກ​ວ່າ​ເຈົ້າ​ໄດ້​ຕົກ​ຈາກ​ສະພາບ​ໃດ​ແລ້ວ ຈົ່ງ​ກັບໃຈ​ເສຍ​ໃໝ່​ແລະ​ເຮັດ​ຕາມ​ຢ່າງ​ເດີມ. ຖ້າບໍ່​ດັ່ງນັ້ນ ເຮົາ​ຈະ​ມາ​ຫາ​ເຈົ້າ ແລະ​ຈະ​ຍົກ​ຄັນ​ຕະກຽງ​ຂອງ​ເຈົ້າ​ອອກ​ຈາກ​ບ່ອນ​ມັນ ເວັ້ນ​ໄວ້​ແຕ່​ເຈົ້າ​ຈະ​ກັບໃຈ​ເສຍ​ໃໝ່.</verse>
				<verse number="6">ແຕ່​ເຈົ້າ​ກໍ​ຍັງ​ມີ​ສິ່ງ​ທີ່​ດີ​ຢູ່ ຄື​ເຈົ້າ​ກຽດຊັງ​ກິດຈະການ​ຂອງ​ພວກ​ນີໂກລາຍເຕ ຊຶ່ງ​ເຮົາ​ເອງ​ກໍ​ກຽດຊັງ​ເໝືອນກັນ.</verse>
				<verse number="7">ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້ໃດ​ທີ່​ມີ​ໄຊຊະນະ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ກິນ​ຜົນ​ຈາກ​ຕົ້ນໄມ້​ແຫ່ງ​ຊີວິດ ຊຶ່ງ​ຢູ່​ໃນ​ສວນ​ຂອງ​ພຣະເຈົ້າ.”</verse>
				<verse number="8">“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ​ໃນ​ຄຣິສຕະຈັກ​ເມືອງ​ຊະມີນາ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ ທີ່​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ຜູ້​ທີ່​ໄດ້​ຕາຍໄປ​ແລ້ວ​ແລະ​ຜູ້​ທີ່​ໄດ້​ເປັນ​ຄືນ​ມາ​ອີກ ຊົງ​ກ່າວ​ດັ່ງນີ້:</verse>
				<verse number="9">ເຮົາ​ຮູ້​ຄວາມ​ເດືອດຮ້ອນ​ຂອງ​ເຈົ້າ ເຮົາ​ຮູ້​ວ່າ​ເຈົ້າ​ຍາກຈົນ (ແຕ່​ທີ່​ຈິງ​ແລ້ວ​ເຈົ້າ​ກໍ​ຮັ່ງມີ) ເຮົາ​ຮູ້​ວ່າ​ເຈົ້າ​ຖືກ​ໃສ່ຮ້າຍ​ປ້າຍສີ ໂດຍ​ພວກ​ທີ່​ອ້າງ​ຕົນ​ວ່າ​ເປັນ​ຄົນ​ຢິວ, ແຕ່​ພວກເຂົາ​ບໍ່ໄດ້​ເປັນ​ດັ່ງ​ທີ່​ພວກເຂົາ​ອ້າງ​ນັ້ນ. ແຕ່​ພວກເຂົາ​ເປັນ​ພັກພວກ​ຂອງ​ມານຊາຕານ.</verse>
				<verse number="10">ຢ່າ​ຊູ່​ຢ້ານ​ຄວາມ​ທຸກ​ທໍຣະມານ​ທີ່​ພວກເຈົ້າ​ກຳລັງ​ຈະ​ໄດ້​ຮັບ​ນັ້ນ. ເບິ່ງແມ! ມານຮ້າຍ​ກຳລັງ​ຈະ​ຈັບ​ພວກເຈົ້າ​ບາງຄົນ​ໃສ່​ຄຸກ ເພື່ອ​ທົດລອງ​ໃຈ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ທຸກ​ລຳບາກ​ໃນ​ລະຫວ່າງ​ສິບ​ວັນ ແຕ່​ເຈົ້າ​ຈົ່ງ​ມີ​ໃຈ​ສັດຊື່​ສຸດຈະຣິດ ຈົນເຖິງ​ວັນ​ຕາຍ ແລ້ວ​ເຮົາ​ຈະ​ເອົາ​ມົງກຸດ​ແຫ່ງ​ຊີວິດ​ໃຫ້​ແກ່​ເຈົ້າ.</verse>
				<verse number="11">ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້​ທີ່​ມີ​ໄຊຊະນະ ຈະ​ບໍ່​ຖືກ​ອັນຕະລາຍ​ຈາກ​ຄວາມ​ຕາຍ​ຄັ້ງ​ທີ​ສອງ.”</verse>
				<verse number="12">“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ເປຄາໂມ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ຜູ້​ທີ່​ຖື​ດາບ​ສອງ​ຄົມ:</verse>
				<verse number="13">ເຮົາ​ຮູ້ຈັກ​ທີ່​ຢູ່​ຂອງ​ເຈົ້າ ຮູ້​ວ່າ​ທີ່​ນັ້ນ​ເປັນ​ບັນລັງ​ຂອງ​ມານຊາຕານ. ເຈົ້າ​ຍັງ​ຢຶດຖື​ນາມ​ຂອງເຮົາ​ໄວ້​ໝັ້ນ ແລະ​ບໍ່ໄດ້​ປະຕິເສດ​ຄວາມເຊື່ອ​ໃນ​ເຮົາ ແມ່ນ​ວ່າ​ໃນ​ເວລາ​ທີ່​ອັນຕິປາ ຜູ້​ເປັນ​ພະຍານ​ທີ່​ສັດຊື່​ຂອງເຮົາ ໄດ້​ຖືກ​ຂ້າ​ເສຍ​ໃນ​ທ່າມກາງ​ພວກເຈົ້າ ໃນ​ບ່ອນ​ທີ່​ມານຊາຕານ​ຢູ່​ກໍຕາມ,</verse>
				<verse number="14">ແຕ່​ເຮົາ​ມີ​ຂໍ້​ຕໍ່ວ່າ​ເຈົ້າ​ບາງ​ຂໍ້​ດັ່ງນີ້ ຄື​ທີ່​ນັ້ນ​ມີ​ບາງຄົນ​ໃນ​ພວກເຈົ້າ ຢຶດຖື​ຄຳສອນ​ຂອງ​ບາລາອາມ ຜູ້​ທີ່​ໄດ້​ສອນ​ບາຫລາກ ເຖິງ​ວິທີ​ນຳພາ​ຊົນຊາດ​ອິດສະຣາເອນ​ໃຫ້​ເຮັດ​ບາບ ໂດຍ​ຊັກຊວນ​ພວກເຂົາ​ໃຫ້​ກິນ​ອາຫານ ທີ່​ຖືກ​ຖວາຍ​ແກ່​ຮູບເຄົາຣົບ ແລະ​ໃຫ້​ປະພຶດ​ຜິດ​ສິນທຳ​ທາງ​ເພດ.</verse>
				<verse number="15">ຢ່າງ​ດຽວກັນ​ນີ້ ມີ​ຄົນ​ໃນ​ພວກເຈົ້າ​ປະຕິບັດ​ຕາມ​ຄຳສອນ​ຂອງ​ພວກ​ນີໂກລາຍເຕ.</verse>
				<verse number="16">ເຫດສະນັ້ນ ຈົ່ງ​ກັບໃຈ​ເສຍ​ໃໝ່, ຖ້າບໍ່​ດັ່ງນັ້ນ ເຮົາ​ຈະ​ມາ​ຫາ​ເຈົ້າ​ໃນ​ບໍ່​ຊ້າ​ນີ້ ແລະ​ຈະ​ຕໍ່ສູ້​ຄົນ​ເຫຼົ່ານັ້ນ ດ້ວຍ​ດາບ​ທີ່​ອອກ​ຈາກ​ປາກ​ຂອງເຮົາ.</verse>
				<verse number="17">ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ເຮົາ​ຈະ​ໃຫ້​ມານາ​ທີ່​ເຊື່ອງ​ໄວ້ ແກ່​ຜູ້​ທີ່​ມີ​ໄຊຊະນະ ແລະ​ຈະ​ໃຫ້​ຫີນ​ຂາວ​ແກ່​ຜູ້ນັ້ນ, ໃນ​ຫີນ​ນັ້ນ​ມີ​ຊື່​ໃໝ່​ຈາລືກ​ໄວ້ ຊຶ່ງ​ບໍ່ມີ​ຜູ້ໃດ​ຮູ້ ນອກຈາກ​ຜູ້​ທີ່​ໄດ້​ຮັບ​ເທົ່ານັ້ນ.”</verse>
				<verse number="18">“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ທົວເຕຣາ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ມີ​ຕາ​ເໝືອນ​ດັ່ງ​ແປວໄຟ ຜູ້​ທີ່​ມີ​ຕີນ​ເໝືອນ​ດັ່ງ​ທອງ​ເຫລືອງ​ກ້ຽງ​ຊົງ​ກ່າວ​ດັ່ງນີ້​ວ່າ,</verse>
				<verse number="19">ເຮົາ​ຮູ້ຈັກ​ການ​ກະທຳ​ຂອງ​ເຈົ້າ ເຮົາ​ຮູ້​ເຖິງ​ຄວາມຮັກ ຄວາມເຊື່ອ ການ​ບົວລະບັດ​ຮັບໃຊ້ ແລະ​ຄວາມ​ອົດທົນ​ຂອງ​ເຈົ້າ. ເຮົາ​ຮູ້​ວ່າ​ການ​ກະທຳ​ເບື້ອງປາຍ​ຂອງ​ເຈົ້າ ຕອນ​ນີ້​ມີ​ຫລາຍກວ່າ​ເບື້ອງຕົ້ນ.</verse>
				<verse number="20">ແຕ່​ເຮົາ​ມີ​ຂໍ້​ຕໍ່​ວ່າ​ເຈົ້າ​ດັ່ງນີ້ ຄື​ເຈົ້າ​ຍອມ​ທົນ​ຟັງ​ຍິງ​ທີ່​ຊື່​ວ່າ​ເຢເຊເບນ ຜູ້​ທີ່​ອ້າງ​ຕົນ​ວ່າ​ເປັນ​ຜູ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ, ນາງ​ສອນ​ແລະ​ນຳພາ​ຜູ້ຮັບໃຊ້​ຂອງເຮົາ ໃຫ້​ປະພຶດ​ຜິດ​ສິນທຳ​ທາງ​ເພດ ແລະ​ໃຫ້​ກິນ​ອາຫານ​ທີ່​ຖືກ​ຖວາຍ​ແກ່​ຮູບເຄົາຣົບ​ນັ້ນ.</verse>
				<verse number="21">ເຮົາ​ໄດ້​ໃຫ້​ໂອກາດ​ນາງ​ກັບໃຈ​ໃໝ່ ແຕ່​ນາງ​ບໍ່​ຢາກ​ກັບໃຈ​ຈາກ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງຕົນ.</verse>
				<verse number="22">ສະນັ້ນ ເຮົາ​ຈຶ່ງ​ຈະ​ຖິ້ມ​ນາງ​ໃສ່​ເທິງ​ຕຽງ​ນອນ ບ່ອນ​ທີ່​ນາງ​ກັບ​ພວກ​ຫລິ້ນຊູ້​ກັບ​ນາງ​ນັ້ນ ຈະ​ໄດ້​ຮັບ​ຄວາມ​ທົນ​ທຸກຢ່າງ​ແສນ​ສາຫັດ. ບັດນີ້ ເຮົາ​ຈະ​ລົງໂທດ​ພວກເຂົາ ຈົນກວ່າ​ພວກເຂົາ​ຈະ​ກັບໃຈ​ໃໝ່​ຈາກ​ຄວາມຊົ່ວ ທີ່​ພວກເຂົາ​ໄດ້​ເຮັດ​ນຳ​ກັນ​ກັບ​ນາງ​ນັ້ນ.</verse>
				<verse number="23">ເຮົາ​ຍັງ​ຈະ​ຂ້າ​ລູກ​ຂອງ​ນາງ​ດ້ວຍ ແລ້ວ​ຄຣິສຕະຈັກ​ທັງຫລາຍ​ກໍ​ຈະ​ຮູ້​ວ່າ ເຮົາ​ເປັນ​ຜູ້​ທີ່​ຮູ້​ຄວາມ​ຄິດ ແລະ​ຄວາມ​ປາຖະໜາ​ໃນ​ໃຈ​ຂອງ​ມະນຸດ​ທຸກຄົນ. ເຮົາ​ຈະ​ຕອບ​ແທນ​ພວກເຈົ້າ​ແຕ່ລະຄົນ ຕາມ​ການ​ກະທຳ​ຂອງຕົນ.</verse>
				<verse number="24">ສ່ວນ​ພວກເຈົ້າ​ທີ່​ຍັງເຫລືອ​ຢູ່​ໃນ​ເມືອງ​ທົວເຕຣາ ທີ່​ບໍ່ໄດ້​ປະຕິບັດ​ຕາມ​ຄຳສອນ​ອັນ​ຊົ່ວຊ້າ​ນີ້ ຄື​ບໍ່ໄດ້​ຮຽນ​ຮູ້​ສິ່ງ​ທີ່​ເຂົາ​ເອີ້ນ​ວ່າ ຄວາມ​ລັບເລິກ​ຂອງ​ມານຊາຕານ. ເຮົາ​ບອກ​ພວກເຈົ້າ​ວ່າ, ‘ເຮົາ​ຈະ​ບໍ່​ເພີ່ມ​ພາລະ​ອື່ນ​ໃດ​ໃສ່​ພວກເຈົ້າ,</verse>
				<verse number="25">ແຕ່​ໃຫ້​ພວກເຈົ້າ​ຢຶດຖື​ສິ່ງ​ທີ່​ພວກເຈົ້າ​ມີ​ຢູ່​ແລ້ວ​ນັ້ນ ໄວ້​ຈົນກວ່າ​ເຮົາ​ຈະ​ມາ.’</verse>
				<verse number="26">ຜູ້​ທີ່​ມີ​ໄຊຊະນະ ແລະ​ຖື​ຮັກສາ​ກິດຈະການ​ຂອງເຮົາ​ໄວ້​ຈົນເຖິງ​ທີ່ສຸດ, ເຮົາ​ຈະ​ໃຫ້​ຜູ້ນັ້ນ​ມີ​ອຳນາດ​ປົກຄອງ​ບັນດາ​ປະຊາຊາດ</verse>
				<verse number="27">ແລະ​ຜູ້ນັ້ນ​ຈະ​ບັງຄັບ​ບັນຊາ​ພວກເຂົາ​ດ້ວຍ​ຄ້ອນເຫລັກ ເໝືອນ​ຢ່າງ​ຊ່າງ​ໝໍ້​ທີ່​ທຳລາຍ​ໝໍ້​ດິນ​ໃຫ້​ແຕກ​ໝຸ່ນ​ເສຍ ຕາມ​ທີ່​ເຮົາ​ນີ້​ໄດ້​ຮັບ​ອຳນາດ​ຈາກ​ພຣະບິດາເຈົ້າ​ຂອງເຮົາ​ເໝືອນກັນ.</verse>
				<verse number="28">ແລະ​ເຮົາ​ຈະ​ປະທານ​ດາວ​ເພັກ (ຮຸ່ງອາຣຸນ) ໃຫ້​ແກ່​ຜູ້ນັ້ນ.</verse>
				<verse number="29">ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ.”</verse>
			</chapter>
			<chapter number="3">
				<verse number="1">“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ຊາເດ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ທີ່​ມີ​ພຣະວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ ແລະ​ດາວ​ທັງ​ເຈັດ​ດວງ ຊົງ​ກ່າວ​ດັ່ງນີ້​ວ່າ, ເຮົາ​ຮູ້​ການ​ກະທຳ​ຂອງ​ເຈົ້າ ເຈົ້າ​ຜູ້​ທີ່​ຊື່​ວ່າ​ຍັງ​ມີ​ຊີວິດ​ຢູ່. ເຖິງ​ແມ່ນ​ເຈົ້າ​ໄດ້​ຕາຍໄປ​ແລ້ວ​ກໍຕາມ.</verse>
				<verse number="2">ສະນັ້ນ ຈົ່ງ​ຕື່ນ​ຂຶ້ນ​ເຊີດຊູ​ສ່ວນ​ທີ່​ເຈົ້າ​ຍັງ​ມີ​ເຫຼືອ​ຢູ່​ໃຫ້​ເຂັ້ມແຂງ ກ່ອນ​ທີ່​ມັນ​ຈະ​ຕາຍໄປ​ໝົດ ເພາະ​ເຮົາ​ພົບ​ວ່າ​ການ​ກະທຳ​ຂອງ​ເຈົ້າ​ນັ້ນ ຍັງ​ບໍ່ທັນ​ສົມບູນ​ຕໍ່ໜ້າ​ພຣະເຈົ້າ​ຂອງເຮົາ​ເທື່ອ.</verse>
				<verse number="3">ເຫດສະນັ້ນ ເຈົ້າ​ຈົ່ງ​ຈຳ​ໄວ້​ວ່າ​ເຈົ້າ​ໄດ້​ຮັບ​ແລະ​ໄດ້ຍິນ​ຢ່າງ​ໃດ ຈົ່ງ​ຖື​ຮັກສາ​ແລະ​ກັບໃຈ​ເສຍ​ໃໝ່. ຖ້າ​ເຈົ້າ​ບໍ່​ຕື່ນ​ຂຶ້ນ ເຮົາ​ຈະ​ມາ​ຫາ​ເຈົ້າ​ເໝືອນ​ດັ່ງ​ຂະໂມຍ ແລະ​ເຈົ້າ​ຈະ​ບໍ່​ຮູ້​ວ່າ​ຍາມ​ໃດ​ເຮົາ​ຈະ​ມາ​ຫາ​ເຈົ້າ.</verse>
				<verse number="4">ແຕ່​ຍັງ​ມີ​ບາງຄົນ​ໃນ​ພວກເຈົ້າ​ທີ່​ເມືອງ​ຊາເດ ທີ່​ຮັກສາ​ເສື້ອຜ້າ​ຂອງຕົນ​ບໍ່​ໃຫ້​ເປິເປື້ອນ ຄົນ​ເຫຼົ່ານັ້ນ​ຈະ​ນຸ່ງ​ເຄື່ອງ​ຂາວ ແລະ​ຍ່າງ​ໄປ​ກັບ​ເຮົາ ເພາະ​ພວກເຂົາ​ເປັນ​ຜູ້​ສົມຄວນ​ຢູ່​ແລ້ວ.</verse>
				<verse number="5">ຜູ້​ທີ່​ມີ​ໄຊຊະນະ ຜູ້ນັ້ນ​ຈະ​ໄດ້​ຫົ່ມ​ເຄື່ອງ​ຂາວ ແລະ​ເຮົາ​ຈະ​ບໍ່​ລຶບ​ຊື່​ຂອງ​ຜູ້ນັ້ນ​ອອກ​ຈາກ​ທະບຽນ​ແຫ່ງ​ຊີວິດ, ແຕ່​ເຮົາ​ຈະ​ຮັບ​ຮອງ​ຊື່​ຜູ້ນັ້ນ​ຊ້ອງ​ພຣະພັກ​ພຣະບິດາເຈົ້າ​ຂອງເຮົາ ແລະ​ຕໍ່ໜ້າ​ຝູງ​ເທວະດາ​ຂອງ​ພຣະອົງ.</verse>
				<verse number="6">ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ.”</verse>
				<verse number="7">“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ຜູ້​ບໍຣິສຸດ​ແລະ​ສັດຊື່ ຜູ້​ຊົງ​ຖື​ຂໍ​ກະແຈ​ຂອງ​ດາວິດ ແລະ​ຜູ້​ຊົງ​ເປີດ​ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ປິດ ແລະ​ຜູ້​ຊົງ​ປິດ​ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເປີດ ຊົງ​ກ່າວ​ດັ່ງນີ້​ວ່າ,</verse>
				<verse number="8">ເຮົາ​ຮູ້ຈັກ​ການ​ກະທຳ​ຂອງ​ເຈົ້າ ເບິ່ງແມ! ເຮົາ​ໄດ້​ໃຫ້​ປະຕູ​ໄຂ​ໄວ້​ຢູ່​ຕໍ່ໜ້າ​ເຈົ້າ ຊຶ່ງ​ບໍ່ມີ​ຜູ້ໃດ​ອັດ​ໄດ້. ເຮົາ​ຮູ້​ວ່າ​ເຈົ້າ​ມີ​ກຳລັງ​ພຽງ​ເລັກນ້ອຍ ແຕ່​ກໍ​ຍັງ​ໄດ້​ຖື​ຮັກສາ​ຖ້ອຍຄຳ​ຂອງເຮົາ ແລະ​ບໍ່ໄດ້​ປະຕິເສດ​ນາມ​ຂອງເຮົາ.</verse>
				<verse number="9">ເບິ່ງແມ! ສ່ວນ​ກຸ່ມ​ຄົນ​ທີ່​ເປັນ​ພັກພວກ​ຂອງ​ມານຊາຕານ ຄື​ຄົນ​ເວົ້າ​ຕົວະ​ເຫຼົ່ານັ້ນ​ທີ່​ອ້າງ​ວ່າ​ເປັນ​ຢິວ​ແຕ່​ບໍ່​ເປັນ​ນັ້ນ ເຮົາ​ຈະ​ໃຫ້​ພວກເຂົາ​ມາ​ຂາບ​ທີ່​ຕີນ​ຂອງ​ເຈົ້າ ແລະ​ຈະ​ໃຫ້​ພວກເຂົາ​ທຸກຄົນ​ຮູ້ຈັກ​ວ່າ​ຝ່າຍ​ເຮົາ​ໄດ້​ຮັກ​ເຈົ້າ.</verse>
				<verse number="10">ເພາະ​ເຈົ້າ​ໄດ້​ຖື​ຮັກສາ​ຄຳສັ່ງ​ຂອງເຮົາ ທີ່​ໃຫ້​ມີ​ຄວາມ​ອົດທົນ​ຢ່າງ​ພາກພຽນ, ຝ່າຍ​ເຮົາ​ຈະ​ຮັກສາ​ເຈົ້າ​ໄວ້​ໃຫ້​ພົ້ນ​ຈາກ​ຄາວ​ຍາກ​ລຳບາກ ທີ່​ຈະ​ມີ​ເທິງ​ແຜ່ນດິນ​ໂລກ​ນີ້ ເພື່ອ​ຈະ​ທົດລອງ​ໃຈ​ຄົນ​ທັງປວງ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ.</verse>
				<verse number="11">ເຮົາ​ຈະ​ມາ​ໃນ​ໄວໆ​ນີ້, ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ເຈົ້າ​ມີ​ຢູ່​ນັ້ນ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ຍາດຊີງ​ເອົາ​ມົງກຸດ​ແຫ່ງ​ໄຊຊະນະ​ຂອງ​ເຈົ້າ​ໄປ​ຈາກ​ເຈົ້າ​ໄດ້.</verse>
				<verse number="12">ເຮົາ​ຈະ​ຕັ້ງ​ຜູ້​ທີ່​ມີ​ໄຊຊະນະ​ນັ້ນ ໃຫ້​ເປັນ​ເສົາ​ໃນ​ວິຫານ​ແຫ່ງ​ພຣະເຈົ້າ​ຂອງເຮົາ ແລະ​ຜູ້ນັ້ນ​ຈະ​ບໍ່​ອອກ​ໄປ​ຈາກ​ພຣະວິຫານ​ຈັກເທື່ອ, ເຮົາ​ຈະ​ຈາລຶກ​ພຣະນາມ​ແຫ່ງ​ພຣະເຈົ້າ​ຂອງເຮົາ​ໃສ່​ຕົວ​ຜູ້ນັ້ນ ກັບ​ທັງ​ຊື່​ນະຄອນ​ເຢຣູຊາເລັມ​ໃໝ່ ຊຶ່ງ​ຈະ​ລົງ​ມາ​ແຕ່​ສະຫວັນ​ຈາກ​ພຣະເຈົ້າ​ຂອງເຮົາ ແລະ​ເຮົາ​ຍັງ​ຈະ​ຈາລຶກ​ນາມ​ໃໝ່​ຂອງເຮົາ​ໃສ່​ຕົວ​ຂອງ​ຜູ້ນັ້ນ​ເໝືອນກັນ.</verse>
				<verse number="13">ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ.”</verse>
				<verse number="14">“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຂອງ​ພຣະອົງ​ທີ່​ເປັນ ອາແມນ ພຣະອົງ​ຜູ້​ເປັນ​ພະຍານ​ຜູ້​ສັດຊື່​ແລະ​ຍຸດຕິທຳ ພຣະອົງ​ເປັນ​ຕົ້ນ​ກຳເນີດ ແຫ່ງ​ສິ່ງສາລະພັດ​ທີ່​ພຣະເຈົ້າ​ຊົງ​ສ້າງ​ໄວ້ ຊົງ​ກ່າວ​ດັ່ງນີ້​ວ່າ,</verse>
				<verse number="15">ເຮົາ​ຮູ້ຈັກ​ການ​ກະທຳ​ຂອງ​ເຈົ້າ ເຮົາ​ຮູ້​ວ່າ​ເຈົ້າ​ບໍ່​ເຢັນ​ບໍ່​ຮ້ອນ. ເຮົາ​ປາຖະໜາ​ເຫຼືອ​ເກີນ ຢາກ​ໃຫ້​ເຈົ້າ​ເຢັນ​ຫລື​ຮ້ອນ</verse>
				<verse number="16">ເພາະ​ເຈົ້າ​ພຽງແຕ່​ອຸ່ນໆ ບໍ່​ເຢັນ​ບໍ່​ຮ້ອນ. ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ຄາຍ​ເຈົ້າ​ອອກ​ຈາກ​ປາກ​ຂອງເຮົາ​ເສຍ</verse>
				<verse number="17">ເພາະ​ເຈົ້າ​ເວົ້າ​ວ່າ, ‘ຂ້ອຍ​ຮັ່ງມີ​ເປັນ​ດີ​ແລ້ວ ຂ້ອຍ​ບໍ່​ຕ້ອງການ​ສິ່ງໃດໆ​ອີກ.’ ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ເຈົ້າ​ເປັນ​ຄົນ​ທຸກໄຮ້​ເຂັນໃຈ ແລະ​ເປັນ​ຄົນ​ໜ້າສົງສານ​ສໍ່າໃດ ເປັນ​ຄົນ​ຂັດສົນ ເປັນ​ຄົນ​ຕາບອດ​ແລະ​ເປືອຍກາຍ​ຢູ່.</verse>
				<verse number="18">ສະນັ້ນ ເຮົາ​ຈຶ່ງ​ແນະນຳ​ເຈົ້າ​ໃຫ້​ຊື້​ຄຳ​ທີ່​ຫລອມ​ບໍຣິສຸດ​ແລ້ວ​ຈາກ​ເຮົາ ຊຶ່ງ​ເປັນ​ຄຳ​ແທ້​ເພື່ອ​ເຈົ້າ​ຈະ​ໄດ້​ເປັນ​ຄົນ​ຮັ່ງມີ ແລະ​ຈົ່ງ​ຊື້​ເສື້ອຜ້າ​ຂາວ​ນຸ່ງ​ຫົ່ມ ເພື່ອ​ປົກປິດ​ຮ່າງກາຍ​ອັນ​ໜ້າ​ອັບອາຍ​ຂອງ​ເຈົ້າ ແລະ​ຈົ່ງ​ຊື້​ຢາ​ໃສ່​ຕາ​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ໄດ້​ເຫັນ​ຮຸ່ງ.</verse>
				<verse number="19">ຝ່າຍ​ເຮົາ ເຮົາ​ຮັກ​ຜູ້ໃດ ເຮົາ​ກໍ​ຕິຕຽນ​ຂ້ຽນ​ສອນ​ຜູ້ນັ້ນ. ເຫດສະນັ້ນ ຈົ່ງ​ມີ​ໃຈ​ຮ້ອນຮົນ​ແລະ​ກັບໃຈ​ເສຍ​ໃໝ່.</verse>
				<verse number="20">ເບິ່ງແມ! ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະຕູ ຖ້າ​ຜູ້ໃດ​ໄດ້ຍິນ​ສຽງ​ຂອງເຮົາ ແລະ​ໄຂ​ປະຕູ ເຮົາ​ຈະ​ເຂົ້າ​ໄປ​ຫາ​ຜູ້ນັ້ນ ແລະ​ຈະ​ຮ່ວມ​ຮັບປະທານ​ອາຫານ​ກັບ​ຜູ້ນັ້ນ ແລະ​ຜູ້ນັ້ນ​ຈະ​ຮ່ວມ​ຮັບປະທານ​ອາຫານ​ກັບ​ເຮົາ.</verse>
				<verse number="21">ຜູ້​ທີ່​ໄຊຊະນະ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ນັ່ງ​ກັບ​ເຮົາ​ເທິງ​ບັນລັງ​ຂອງເຮົາ ເໝືອນ​ກັບ​ທີ່​ເຮົາ​ມີ​ໄຊຊະນະ​ແລ້ວ ແລະ​ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງເຮົາ​ເທິງ​ຣາຊບັນລັງ​ຂອງ​ພຣະອົງ.</verse>
				<verse number="22">ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ.”</verse>
			</chapter>
			<chapter number="4">
				<verse number="1">ພາຍຫລັງ​ເຫດການ​ເຫຼົ່ານີ້​ແລ້ວ ຂ້າພະເຈົ້າ​ກໍໄດ້​ເຫັນ​ນິມິດ​ຢ່າງ​ໜຶ່ງ ຄື​ມີ​ປະຕູ​ໜຶ່ງ​ເປີດ​ຢູ່​ໃນ​ສະຫວັນ. ແລະ​ສຽງ​ທຳອິດ​ເໝືອນ​ສຽງ​ແກ​ທີ່​ຂ້າພະເຈົ້າ​ໄດ້ຍິນ​ນັ້ນ ກ່າວ​ວ່າ, “ຈົ່ງ​ຂຶ້ນ​ມາ​ທີ່​ນີ້ ແລະ​ເຮົາ​ຈະ​ສຳແດງ​ໃຫ້​ເຈົ້າ​ເຫັນ​ເຫດການ​ທີ່​ຕ້ອງ​ເກີດຂຶ້ນ​ໃນ​ພາຍໜ້າ.”</verse>
				<verse number="2">ໃນ​ທັນໃດນັ້ນ ຂ້າພະເຈົ້າ​ໄດ້​ປະກອບ​ໄປ​ດ້ວຍ​ພຣະວິນຍານ ແລະ​ເບິ່ງແມ! ມີ​ຣາຊບັນລັງ​ຕັ້ງ​ຢູ່​ໃນ​ສະຫວັນ ມີ​ທ່ານ​ອົງ​ໜຶ່ງ​ປະທັບ​ຢູ່​ເທິງ​ບັນລັງ​ນັ້ນ.</verse>
				<verse number="3">ໃບ​ໜ້າ​ຂອງ​ພຣະອົງ​ເປັນ​ດັ່ງ​ແກ້ວມະນີໂຊດ​ແລະ​ແກ້ວພິລາ ແລະ​ອ້ອມຮອບ​ບັນລັງ​ນັ້ນ, ມີ​ຮຸ້ງກິນນໍ້າ​ສີ​ຄ້າຍ​ຄື​ແສງ​ແກ້ວມໍຣະກົດ.</verse>
				<verse number="4">ອ້ອມຮອບ​ບັນລັງ​ນັ້ນ ມີ​ບັນລັງ​ອີກ​ຊາວສີ່​ບັນລັງ ແລະ​ມີ​ຜູ້​ອາວຸໂສ​ຊາວສີ່​ທ່ານ ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ທຸກ​ທ່ານ​ນຸ່ງ​ເຄື່ອງ​ຂາວ ແລະ​ສວມ​ມົງກຸດ​ຄຳ​ທີ່​ຫົວ.</verse>
				<verse number="5">ຈາກ​ບັນລັງ​ນັ້ນ ມີ​ຟ້າ​ແມບເຫຼື້ອມ​ທັງ​ສຽງ​ຟ້າຮ້ອງ​ດັງ​ສະໜັ່ນ​ຢູ່​ບໍ່​ຂາດ. ຕໍ່ໜ້າ​ບັນລັງ​ນັ້ນ ມີ​ຕະກຽງ​ໄຕ້​ໄວ້​ຢູ່​ເຈັດ​ໜ່ວຍ ຄື​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ.</verse>
				<verse number="6">ຢູ່​ຕໍ່ໜ້າ​ບັນລັງ​ນັ້ນ ມີ​ສິ່ງ​ໜຶ່ງ​ເໝືອນ​ທະເລ​ແກ້ວມະນີ. ອ້ອມຮອບ​ບັນລັງ​ທຸກ​ດ້ານ​ມີ​ສິ່ງທີ່ມີ​ຊີວິດ​ສີ່​ຕົນ ຊຶ່ງ​ມີ​ຕາ​ເຕັມ​ຢູ່​ທັງ​ຂ້າງໜ້າ​ແລະ​ຂ້າງຫລັງ.</verse>
				<verse number="7">ຕົນ​ທີ​ໜຶ່ງ​ເໝືອນ​ສິງ, ຕົນ​ທີ​ສອງ​ເໝືອນ​ງົວ​ນ້ອຍ, ຕົນ​ທີ​ສາມ​ມີ​ໜ້າ​ເໝືອນ​ມະນຸດ, ຕົນ​ທີ​ສີ່​ເໝືອນ​ນົກອິນຊີ​ທີ່​ກຳລັງ​ບິນ​ຢູ່.</verse>
				<verse number="8">ສິ່ງທີ່ມີ​ຊີວິດ​ທັງ​ສີ່​ຕົນ ທຸກ​ຕົນ​ມີ​ປີກ​ຫົກ​ປີກ ແລະ​ມີ​ຕາ​ເຕັມ​ຂ້າງນອກ​ແລະ​ຂ້າງໃນ. ພວກເພິ່ນ​ຮ້ອງ​ຕະຫລອດ​ວັນ​ຕະຫລອດ​ຄືນ​ບໍ່​ຢຸດ​ບໍ່​ເຊົາ​ວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ຜູ້​ຊົງ​ຣິດທານຸພາບ​ສູງສຸດ ຜູ້​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ແລະ​ຜູ້​ຈະ​ຊົງ​ສະເດັດ​ມາ.”</verse>
				<verse number="9">ເມື່ອ​ສິ່ງທີ່ມີ​ຊີວິດ​ເຫຼົ່ານັ້ນ​ຖວາຍ​ຄຳ​ຍົກຍໍ​ສະຫງ່າຣາສີ ຖວາຍ​ພຣະກຽດ ແລະ ຄຳ​ໂມທະນາ​ຂອບພຣະຄຸນ​ແດ່​ພຣະອົງ ຜູ້​ປະທັບ​ເທິງ​ຣາຊບັນລັງ ຜູ້​ຊົງ​ມີ​ພຣະຊົນ​ດຳລົງ​ຢູ່​ຕະຫລອດ​ຊົ່ວ​ນິຣັນດອນ ເມື່ອໃດ,</verse>
				<verse number="10">ເມື່ອນັ້ນ ບັນດາ​ຜູ້​ອາວຸໂສ​ຊາວສີ່​ທ່ານ ກໍ​ຂາບລົງ​ຖວາຍ​ບັງຄົມ​ພຣະອົງ ຜູ້​ປະທັບ​ເທິງ​ຣາຊບັນລັງ​ນັ້ນ ນະມັດສະການ​ພຣະອົງ ຜູ້​ຊົງພຣະຊົນ​ຢູ່​ຕະຫລອດ​ຊົ່ວ​ນິຣັນດອນ ແລ້ວ​ຖອດ​ມົງກຸດ​ອອກ​ວາງ​ລົງ​ຕໍ່ໜ້າ​ຣາຊບັນລັງ​ຮ້ອງ​ວ່າ,</verse>
				<verse number="11">“ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ທັງຫລາຍ ພຣະອົງ​ຊົງ​ສົມຄວນ​ທີ່​ຈະ​ໄດ້​ຮັບ ສະຫງ່າຣາສີ ກຽດຕິຍົດ ແລະ ຣິດເດດ ເພາະວ່າ​ພຣະອົງ​ໄດ້​ຊົງ​ສ້າງ​ ສັບພະທຸກສິ່ງ​ທັງປວງ. ແລະ​ສັບພະທຸກສິ່ງ​ທັງປວງ​ນັ້ນ ກໍ​ຊົງ​ສ້າງ​ຂຶ້ນ​ແລ້ວ ແລະ​ດຳລົງ​ຢູ່​ຕາມ​ຊອບ​ພຣະໄທ ຂອງ​ພຣະອົງ.”</verse>
			</chapter>
			<chapter number="5">
				<verse number="1">ໃນ​ມື​ຂວາ​ຂອງ​ພຣະອົງ ຜູ້​ຊົງ​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ໜັງສື​ມ້ວນ​ອັນ​ໜຶ່ງ ທີ່​ມີ​ຄຳ​ຂຽນ​ໄວ້​ທັງ​ຂ້າງໃນ​ແລະ​ຂ້າງນອກ ທີ່​ມີ​ຕາປະທັບ​ໄວ້​ເຈັດ​ດວງ.</verse>
				<verse number="2">ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຜູ້​ມີ​ຣິດ​ຕົນ​ໜຶ່ງ ປະກາດ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ຜູ້ໃດ​ໜໍ ເປັນ​ຜູ້​ສົມຄວນ​ທີ່​ຈະ​ແກະ​ຕາປະທັບ ແລະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ?”</verse>
				<verse number="3">ແຕ່​ບໍ່ມີ​ຜູ້ໃດ​ໃນ​ສະຫວັນ ຫລື​ແຜ່ນດິນ​ໂລກ ຫລື​ໃຕ້​ພື້ນ​ໂລກ ມາຍ​ໜັງສື​ມ້ວນ​ນັ້ນ​ອອກ​ແລະ​ເບິ່ງ​ໄດ້.</verse>
				<verse number="4">ຂ້າພະເຈົ້າ​ໄດ້​ຮ້ອງໄຫ້​ຢ່າງ​ຂົມຂື່ນ ເພາະ​ບໍ່ມີ​ຜູ້ໃດ​ສົມຄວນ​ຈະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ​ເບິ່ງ​ໄດ້.</verse>
				<verse number="5">ແລ້ວ​ມີ​ທ່ານ​ຜູ້ໜຶ່ງ​ໃນ​ພວກ​ອາວຸໂສ​ນັ້ນ ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ ເບິ່ງແມ! ສິງ​ຈາກ​ເຜົ່າ​ຢູດາ ໜໍ່ແໜງ​ແຫ່ງ​ເຊື້ອສາຍ​ຂອງ​ດາວິດ ເປັນ​ຜູ້​ມີ​ໄຊຊະນະ​ແລ້ວ ຈຶ່ງ​ສາມາດ​ແກະ​ຕາປະທັບ​ທັງ​ເຈັດ ແລະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ​ໄດ້.”</verse>
				<verse number="6">ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ເມສານ້ອຍ ຢືນ​ຢູ່​ທ່າມກາງ​ບັນລັງ​ອ້ອມຮອບ​ດ້ວຍ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ຕົນ​ແລະ​ພວກ​ອາວຸໂສ. ພຣະ​ເມສານ້ອຍ​ນີ້​ເບິ່ງ​ຄື​ວ່າ​ໄດ້​ຖືກ​ຂ້າ​ແລ້ວ. ພຣະ​ເມສານ້ອຍ​ນັ້ນ ມີ​ເຂົາ​ເຈັດ​ອັນ ມີ​ຕາ​ເຈັດ​ໜ່ວຍ ຊຶ່ງ​ເປັນ​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ ທີ່​ຊົງ​ໃຊ້​ໃຫ້​ອອກ​ໄປ​ທົ່ວ​ແຜ່ນດິນ​ໂລກ.</verse>
				<verse number="7">ແລະ​ພຣະ​ເມສານ້ອຍ​ໄດ້​ຮັບ​ເອົາ​ໜັງສື​ມ້ວນ​ນັ້ນ​ຈາກ​ມື​ຂວາ​ຂອງ​ພຣະອົງ ຜູ້​ຊົງ​ນັ່ງ​ເທິງ​ບັນລັງ​ນັ້ນ.</verse>
				<verse number="8">ເມື່ອ​ຮັບ​ເອົາ​ໜັງສື​ມ້ວນ​ນັ້ນ​ແລ້ວ ສິ່ງທີ່ມີ​ຊີວິດ​ທັງ​ສີ່​ພ້ອມ​ກັບ​ພວກ​ຜູ້​ອາວຸໂສ​ຊາວສີ່​ທ່ານ ກໍ​ກົ້ມ​ຂາບລົງ​ແທບ​ຕີນ​ພຣະ​ເມສານ້ອຍ​ນັ້ນ ແຕ່ລະຄົນ​ຖື​ພິນ​ແລະ​ຂັນ​ຄຳ​ທີ່​ເຕັມ​ດ້ວຍ​ເຄື່ອງຫອມ ຊຶ່ງ​ເປັນ​ຄຳ​ພາວັນນາ​ອະທິຖານ​ແຫ່ງ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ.</verse>
				<verse number="9">ພວກເຂົາ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ, “ພຣະອົງ​ຊົງ​ເປັນ​ຜູ້​ສົມຄວນ ທີ່​ຈະ​ຮັບ​ເອົາ​ໜັງສື​ມ້ວນ ແລະ ແກະ​ຕາປະທັບ ມາຍ​ໜັງສື​ມ້ວນ​ນັ້ນ ດ້ວຍວ່າ​ພຣະອົງ​ຊົງ​ຖືກ​ຂ້າ​ແລ້ວ ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ໄດ້​ຊົງ​ໄຖ່​ມະນຸດ​ທຸກ​ເຜົ່າ, ທຸກ​ຊາດ, ທຸກ​ພາສາ, ທຸກ​ເຊື້ອຊາດ ແລະ ທຸກ​ປະເທດ​ໃຫ້​ມາ​ເຖິງ​ພຣະເຈົ້າ.</verse>
				<verse number="10">ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ ເປັນ​ອານາຈັກ​ແຫ່ງ​ປະໂຣຫິດ ເພື່ອ​ຮັບໃຊ້​ພຣະເຈົ້າ​ຂອງ​ພວກເຮົາ ແລະ​ພວກເຂົາ​ເຫຼົ່ານັ້ນ ຈະ​ໄດ້​ປົກຄອງ​ເທິງ​ແຜ່ນດິນ​ໂລກ.”</verse>
				<verse number="11">ອີກເທື່ອໜຶ່ງ ຂ້າພະເຈົ້າ​ໄດ້​ຫລຽວ​ເບິ່ງ ແລະ​ໄດ້ຍິນ​ສຽງ​ຂອງ​ຝູງ​ເທວະດາ​ເປັນ​ຈຳນວນ​ຫລວງຫລາຍ​ນັບ​ເປັນ​ໂກດໆ ແສນໆ ຊຶ່ງ​ຢືນ​ອ້ອມ​ພຣະຣາຊບັນລັງ​ອ້ອມ​ສິ່ງທີ່ມີ​ຊີວິດ​ທັງ​ສີ່ ແລະ​ອ້ອມ​ພວກ​ຜູ້​ອາວຸໂສ​ນັ້ນ</verse>
				<verse number="12">ແລະ​ຮ້ອງ​ສຽງດັງ​ວ່າ, “ພຣະ​ເມສານ້ອຍ​ທີ່​ຖືກ​ຂ້າ​ແລ້ວ​ນັ້ນ ເປັນ​ຜູ້​ສົມຄວນ​ທີ່​ຈະ​ໄດ້​ຮັບ​ຣິດອຳນາດ, ຊັບສົມບັດ, ສະຕິປັນຍາ, ພະລັງ​ອຳນາດ, ກຽດຕິຍົດ, ສະຫງ່າຣາສີ ແລະ ຄຳ​ສັນລະເສີນ.”</verse>
				<verse number="13">ແລະ​ຂ້າພະເຈົ້າ​ໄດ້ຍິນ​ສຽງ​ສິ່ງທີ່ມີ​ຊີວິດ​ທັງໝົດ​ທັງ​ໃນ​ສະຫວັນ, ເທິງ​ແຜ່ນດິນ​ໂລກ, ໃຕ້​ແຜ່ນດິນ​ໂລກ ແລະ​ໃນ​ມະຫາສະໝຸດ ຄື​ສິ່ງ​ທັງປວງ ຊຶ່ງ​ຢູ່​ໃນ​ທີ່ນັ້ນ​ຮ້ອງ​ວ່າ, “ຂໍ​ໃຫ້​ຄຳ​ສັນລະເສີນ ກຽດຕິຍົດ ສະຫງ່າຣາສີ ແລະ​ຣິດທານຸພາບ ຈົ່ງ​ມີ​ແດ່​ພຣະອົງ ຜູ້​ຊົງ​ປະທັບ ເທິງ​ພຣະຣາຊບັນລັງ ແລະ​ແດ່​ພຣະ​ເມສານ້ອຍ ຕະຫລອດ​ຊົ່ວ​ນິຣັນດອນ.”</verse>
				<verse number="14">ແລະ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ນັ້ນ ກໍ​ຮ້ອງ​ວ່າ, “ອາແມນ” ແລະ​ພວກ​ຜູ້​ອາວຸໂສ​ເຫຼົ່ານັ້ນ ກໍ​ພາກັນ​ຂາບລົງ​ນະມັດສະການ.</verse>
			</chapter>
			<chapter number="6">
				<verse number="1">ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ເມສານ້ອຍ ແກະ​ຕາປະທັບ​ດວງ​ທຳອິດ​ໃນ​ຕາປະທັບ​ທັງ​ເຈັດ​ນັ້ນ​ອອກ​ແລ້ວ ແລະ​ຂ້າພະເຈົ້າ​ໄດ້ຍິນ​ສິ່ງທີ່ມີ​ຊີວິດ​ຕົນ​ທີ​ໜຶ່ງ​ໃນ​ສີ່​ຕົນ​ນັ້ນ ຮ້ອງ​ສຽງດັງ​ເໝືອນ​ຟ້າຮ້ອງ​ວ່າ, “ມາເທາະ!”</verse>
				<verse number="2">ເມື່ອ​ຂ້າພະເຈົ້າ​ຫລຽວ​ເບິ່ງ ກໍ​ເຫັນ​ມ້າ​ສີ​ຂາວ​ໂຕໜຶ່ງ​ອອກ​ມາ ຜູ້​ທີ່​ຂີ່​ມ້າ​ນັ້ນ​ຖື​ທະນູ​ແລະ​ໄດ້​ຮັບ​ມົງກຸດ ແລ້ວ​ຂີ່​ມ້າ​ອອກ​ໄປ​ໂດຍ​ໄວ​ຢ່າງ​ຜູ້​ມີໄຊ ເພື່ອ​ຈະ​ກຳ​ເອົາ​ໄຊຊະນະ.</verse>
				<verse number="3">ເມື່ອ​ພຣະ​ເມສານ້ອຍ​ໄດ້​ແກະ​ຕາປະທັບ​ດວງ​ທີ​ສອງ ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ສິ່ງທີ່ມີ​ຊີວິດ​ຕົນ​ທີ​ສອງ​ຮ້ອງ​ວ່າ, “ມາເທາະ!”</verse>
				<verse number="4">ແລະ​ມີ​ມ້າ​ສີແດງເຂັ້ມ​ໂຕໜຶ່ງ​ອີກ​ອອກ​ມາ ຜູ້​ທີ່​ຂີ່​ມ້າ​ໂຕ​ນີ້​ໄດ້​ຮັບ​ຣິດອຳນາດ​ໃຫ້​ນຳ​ສັນຕິສຸກ​ໄປ​ຈາກ​ແຜ່ນດິນ​ໂລກ ເພື່ອ​ໃຫ້​ມະນຸດ​ທັງປວງ​ສູ້ຮົບ ຂ້າ​ຟັນ​ກັນ ແລະ​ທັງ​ໄດ້​ຮັບ​ດາບ​ໃຫຍ່​ດວງ​ໜຶ່ງ.</verse>
				<verse number="5">ເມື່ອ​ພຣະ​ເມສານ້ອຍ​ໄດ້​ແກະ​ຕາປະທັບ​ດວງ​ທີ​ສາມ​ນັ້ນ​ແລ້ວ ຂ້າພະເຈົ້າ​ໄດ້ຍິນ​ສິ່ງທີ່ມີ​ຊີວິດ​ຕົນ​ທີ​ສາມ​ຮ້ອງ​ວ່າ, “ມາເທາະ!” ເມື່ອ​ຂ້າພະເຈົ້າ​ຫລຽວ​ເບິ່ງ ກໍ​ເຫັນ​ມ້າ​ສີ​ດຳ​ໂຕໜຶ່ງ​ອອກ​ມາ ຜູ້​ຂີ່​ມ້າ​ໂຕ​ນີ້​ຖື​ຄັນ​ຊັ່ງ.</verse>
				<verse number="6">ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ມາ​ຈາກ​ທ່າມກາງ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ນັ້ນ​ຮ້ອງ​ວ່າ, “ເຂົ້າ​ສາລີ​ໜຶ່ງ​ລິດ​ຕໍ່​ແຮງງານ​ມື້​ໜຶ່ງ ແລະ​ເຂົ້າບາເລ​ສາມ​ລິດ​ຕໍ່​ແຮງງານ​ມື້​ໜຶ່ງ ແຕ່​ຢ່າ​ທຳລາຍ​ນໍ້າມັນ​ແລະ​ເຫຼົ້າ​ອະງຸ່ນ.”</verse>
				<verse number="7">ເມື່ອ​ພຣະ​ເມສານ້ອຍ​ໄດ້​ແກະ​ຕາປະທັບ​ດວງ​ທີ​ສີ່ ແລະ​ຂ້າພະເຈົ້າ​ໄດ້ຍິນ​ສິ່ງທີ່ມີ​ຊີວິດ​ຕົນ​ທີ​ສີ່​ຮ້ອງ​ວ່າ, “ມາເທາະ!”</verse>
				<verse number="8">ຂ້າພະເຈົ້າ​ຫລຽວ​ເບິ່ງ​ກໍ​ເຫັນ​ມ້າ​ສີ​ຂຽວ​ອ່ອນ​ໂຕໜຶ່ງ​ອອກ​ມາ ຜູ້​ຂີ່​ມ້າ​ໂຕ​ນີ້​ຊື່​ວ່າ ມັດຈຸຣາດ ແລະ​ແດນ​ມໍຣະນາ ກໍ​ຕິດຕາມ​ມາ​ນຳ. ເຂົາ​ທັງສອງ​ໄດ້​ຮັບ​ສິດ​ອຳນາດ​ເໜືອ​ແຜ່ນດິນ​ໂລກ ໜຶ່ງ​ສ່ວນ​ສີ່ ເພື່ອ​ໃຫ້​ທຳລາຍ​ດ້ວຍ​ດາບ ດ້ວຍ​ຄວາມ​ອຶດຢາກ ດ້ວຍ​ພະຍາດ​ໂຣຄາ ແລະ​ດ້ວຍ​ສັດປ່າ​ໃນ​ແຜ່ນດິນ​ໂລກ.</verse>
				<verse number="9">ເມື່ອ​ພຣະ​ເມສານ້ອຍ​ໄດ້​ແກະ​ຕາປະທັບ​ດວງ​ທີ​ຫ້າ​ນັ້ນ​ແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ດວງ​ວິນຍານ​ຢູ່​ໃຕ້​ແທ່ນບູຊາ ເປັນ​ດວງ​ວິນຍານ​ຂອງ​ຄົນ​ທັງຫລາຍ​ທີ່​ໄດ້​ຖືກ​ຂ້າ ເພາະ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ເປັນ​ຜູ້​ສັດຊື່​ໃນ​ຄຳ​ພະຍານ​ຂອງຕົນ.</verse>
				<verse number="10">ພວກເຂົາ​ໄດ້​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຜູ້​ບໍຣິສຸດ​ແລະ​ທ່ຽງແທ້, ຍັງ​ດົນ​ປານໃດ​ໜໍ ພຣະອົງ​ຈຶ່ງ​ຈະ​ຕັດສິນ​ລົງໂທດ​ຄົນ​ທັງຫລາຍ​ເທິງ​ແຜ່ນດິນ​ໂລກ​ນີ້ ທີ່​ໄດ້​ສັງຫານ​ພວກ​ຂ້ານ້ອຍ​ນັ້ນ?”</verse>
				<verse number="11">ແລ້ວ​ພວກເຂົາ​ທຸກຄົນ​ໄດ້​ຮັບ​ເສື້ອຄຸມ​ສີ​ຂາວ ແລະ​ໄດ້​ຮັບ​ຄຳສັ່ງ​ໃຫ້​ຄອຍ​ຖ້າ​ໄປ​ອີກ​ໄລຍະ​ໜຶ່ງ ຈົນກວ່າ​ຈຳນວນ​ເພື່ອນ​ຜູ້ຮັບໃຊ້ ແລະ​ພີ່ນ້ອງ​ຜູ້​ທີ່​ເຊື່ອ​ມາ​ຄົບ​ຈຳນວນ ຄື​ພວກ​ທີ່​ກຳລັງ​ຈະ​ຖືກ​ຂ້າ​ເໝືອນກັນ​ກັບ​ພວກເຂົາ​ນັ້ນ.</verse>
				<verse number="12">ເມື່ອ​ພຣະ​ເມສານ້ອຍ​ແກະ​ຕາປະທັບ​ດວງ​ທີ​ຫົກ​ແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ແຜ່ນດິນ​ຫວັ່ນໄຫວ​ຢ່າງ​ໃຫຍ່​ເກີດຂຶ້ນ, ດວງ​ຕາເວັນ​ມືດ​ດຳ​ເໝືອນ​ເຄື່ອງ​ໄວ້ທຸກ ແລະ​ດວງເດືອນ​ກໍ​ກາຍເປັນ​ສີແດງ​ເໝືອນ​ເລືອດ.</verse>
				<verse number="13">ດວງດາວ​ທັງຫລາຍ​ໃນ​ທ້ອງຟ້າ​ກໍ​ຕົກລົງ​ເທິງ​ແຜ່ນດິນ ເໝືອນ​ດັ່ງ​ໝາກເດື່ອ​ດິບ​ຕົກ​ຫລົ່ນ​ລົງ​ຈາກ​ຕົ້ນ ເພາະ​ລົມພະຍຸ​ພັດ.</verse>
				<verse number="14">ທ້ອງຟ້າ​ກໍ​ຫົດ​ເຂົ້າ ເໝືອນ​ດັ່ງ​ໜັງສື​ມ້ວນ​ທີ່​ຖືກ​ມ້ວນ​ໄວ້, ພູ​ທຸກ​ໜ່ວຍ ແລະ​ເກາະ​ທຸກ​ແຫ່ງ​ໄດ້​ເຄື່ອນຍ້າຍ​ໄປ​ຈາກ​ບ່ອນ​ເດີມ​ຂອງ​ມັນ.</verse>
				<verse number="15">ແລ້ວ​ກະສັດ​ທັງຫລາຍ​ໃນ​ໂລກ, ພວກ​ຜູ້ປົກຄອງ​ປະເທດ​ແລະ​ພວກ​ເຈົ້ານາຍ, ພວກ​ຄົນ​ຮັ່ງມີ​ແລະ​ພວກ​ຜູ້​ມີ​ອຳນາດ ແລະ​ຄົນ​ທັງຫລາຍ​ບໍ່​ວ່າ​ເປັນ​ທາດຮັບໃຊ້ ຫລື​ເປັນ​ອິດສະຫລະ ຕ່າງ​ກໍ​ໄປ​ລີ້​ຢູ່​ຕາມ​ຖໍ້າ ແລະ​ຢູ່​ໃຕ້​ໂງ່ນຫີນ​ຕາມ​ພູ​ຕ່າງໆ.</verse>
				<verse number="16">ພວກເຂົາ​ເຫຼົ່ານັ້ນ ຮ້ອງ​ບອກ​ພູ​ແລະ​ໂງ່ນຫີນ​ວ່າ, “ຈົ່ງ​ເຈື່ອນ​ລົງ​ເທິງ​ພວກເຮົາ ແລະ​ບັງ​ພວກເຮົາ​ໄວ້​ໃຫ້​ພົ້ນ​ຈາກ​ສາຍ​ຕາ​ຂອງ​ພຣະອົງ ຜູ້​ທີ່​ນັ່ງ​ເທິງ​ບັນລັງ ແລະ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະ​ເມສານ້ອຍ​ນັ້ນ,</verse>
				<verse number="17">ເພາະວ່າ​ວັນ​ສຳຄັນ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ໃຫຍ່​ຂອງ​ພຣະອົງ​ໄດ້​ມາ​ເຖິງ​ແລ້ວ ແລະ​ຜູ້ໃດ​ໜໍ​ອາດ​ຈະ​ທົນ​ຢູ່​ໄດ້?”</verse>
			</chapter>
			<chapter number="7">
				<verse number="1">ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ສີ່​ຕົນ ຢືນ​ຢູ່​ໃນ​ທິດ​ທັງ​ສີ່​ຂອງ​ແຜ່ນດິນ​ໂລກ ຫ້າມ​ລົມ​ທັງ​ສີ່​ທິດ​ບໍ່​ໃຫ້​ພັດ​ໃສ່​ແຜ່ນດິນ ຫລື​ໃສ່​ທະເລ ຫລື​ໃສ່​ຕົ້ນໄມ້​ໃດໆ.</verse>
				<verse number="2">ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ ປາກົດ​ຂຶ້ນ​ຈາກ​ທິດ​ຕາເວັນອອກ ຖື​ຕາປະທັບ​ຂອງ​ພຣະເຈົ້າ​ອົງ​ຊົງພຣະຊົນ​ຢູ່. ເທວະດາ​ຕົນ​ນັ້ນ ໄດ້​ຮ້ອງ​ສຽງດັງ​ໃສ່​ເທວະດາ​ທັງ​ສີ່ ຜູ້​ທີ່​ພຣະເຈົ້າ​ໃຫ້​ມີ​ສິດ​ອຳນາດ​ທຳລາຍ​ແຜ່ນດິນ​ໂລກ​ແລະ​ທະເລ​ນັ້ນ.</verse>
				<verse number="3">ເທວະດາ​ຕົນ​ນັ້ນ​ກ່າວ​ວ່າ, “ຢ່າ​ທຳລາຍ​ແຜ່ນດິນ ທະເລ ຫລື​ຕົ້ນໄມ້ ຈົນກວ່າ​ເຮົາ​ຈະ​ປະທັບຕາ ໃສ່​ໜ້າຜາກ​ຂອງ​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ເສຍ​ກ່ອນ.”</verse>
				<verse number="4">ແລະ​ຂ້າພະເຈົ້າ​ໄດ້ຍິນ​ວ່າ ຈຳນວນ​ຜູ້​ທີ່​ໄດ້​ຮັບ​ການ​ປະທັບຕາ​ຂອງ​ພຣະເຈົ້າ​ໃສ່​ໜ້າຜາກ​ນັ້ນ ມີ​ແສນ​ສີ່ໝື່ນ​ສີ່ພັນ​ຄົນ. ຄົນ​ເຫຼົ່ານີ້​ມາ​ຈາກ​ສິບສອງ​ຕະກຸນ​ໃນ​ພວກ​ອິດສະຣາເອນ.</verse>
				<verse number="5">ຈາກ​ຕະກຸນ​ຢູດາ ມີ​ໜຶ່ງໝື່ນ​ສອງພັນ​ຄົນ, ຈາກ​ຕະກຸນ​ຣູເບັນ ມີ​ໜຶ່ງໝື່ນ​ສອງພັນ​ຄົນ, ຈາກ​ຕະກຸນ​ກາດ ມີ​ໜຶ່ງໝື່ນ​ສອງພັນ​ຄົນ,</verse>
				<verse number="6">ຈາກ​ຕະກຸນ​ອາເຊ ມີ​ໜຶ່ງໝື່ນ​ສອງພັນ​ຄົນ, ຈາກ​ຕະກຸນ​ເນັບທາລີ ມີ​ໜຶ່ງໝື່ນ​ສອງພັນ​ຄົນ, ຈາກ​ຕະກຸນ​ມານາເຊ ມີ​ໜຶ່ງໝື່ນ​ສອງພັນ​ຄົນ,</verse>
				<verse number="7">ຈາກ​ຕະກຸນ​ຊີເມໂອນ ມີ​ໜຶ່ງໝື່ນ​ສອງພັນ​ຄົນ, ຈາກ​ຕະກຸນ​ເລວີ ມີ​ໜຶ່ງໝື່ນ​ສອງພັນ​ຄົນ, ຈາກ​ຕະກຸນ​ອິດຊາຄາ ມີ​ໜຶ່ງໝື່ນ​ສອງພັນ​ຄົນ,</verse>
				<verse number="8">ຈາກ​ຕະກຸນ​ເຊບູໂລນ ມີ​ໜຶ່ງໝື່ນ​ສອງພັນ​ຄົນ, ຈາກ​ຕະກຸນ​ໂຢເຊັບ ມີ​ໜຶ່ງໝື່ນ​ສອງພັນ​ຄົນ, ຈາກ​ຕະກຸນ​ເບັນຢາມິນ ມີ​ໜຶ່ງໝື່ນ​ສອງພັນ​ຄົນ.</verse>
				<verse number="9">ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ປະຊາຊົນ​ຫລວງຫລາຍ​ຈົນ​ນັບ​ບໍ່ຖ້ວນ, ພວກ​ເຫຼົ່ານີ້ ມາ​ຈາກ​ທຸກ​ປະເທດ, ທຸກ​ເຜົ່າ, ທຸກ​ຊົນຊາດ, ທຸກ​ພາສາ, ຄົນ​ເຫຼົ່ານີ້​ນຸ່ງ​ເສື້ອຄຸມ​ສີ​ຂາວ ຖື​ກ້ານຕານ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ຊ້ອງໜ້າ​ພຣະ​ເມສານ້ອຍ.</verse>
				<verse number="10">ພວກເຂົາ​ເປັ່ງ​ສຽງ​ຮ້ອງ​ວ່າ, “ຄວາມ​ລອດພົ້ນ​ຂຶ້ນ​ຢູ່​ກັບ​ພຣະເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ປະທັບ​ຢູ່​ເທິງ​ພຣະຣາຊບັນລັງ ແລະ ຂຶ້ນ​ກັບ​ພຣະ​ເມສານ້ອຍ.”</verse>
				<verse number="11">ແລະ​ເທວະດາ​ທັງໝົດ​ທີ່​ຢືນ​ອ້ອມ​ພຣະຣາຊບັນລັງ ອ້ອມ​ພວກ​ອາວຸໂສ ອ້ອມ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ນັ້ນ ໄດ້​ພາກັນ​ກົ້ມ​ຂາບລົງ​ຊ້ອງໜ້າ​ພຣະ​ບັນລັງ ແລະ​ນະມັດສະການ​ພຣະເຈົ້າ</verse>
				<verse number="12">ໂດຍ​ກ່າວ​ວ່າ, “ອາແມນ ຄຳ​ສັນລະເສີນ, ສະຫງ່າຣາສີ, ສະຕິປັນຍາ, ຄຳ​ໂມທະນາ​ຂອບພຣະຄຸນ, ກຽດຕິຍົດ, ຣິດອຳນາດ ແລະ​ຣິດເດດ ຈົ່ງ​ເປັນ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ຕະຫລອດ​ຊົ່ວ​ນິຣັນດອນ​ເທີ້ນ ອາແມນ.”</verse>
				<verse number="13">ແລ້ວ​ຜູ້ໜຶ່ງ​ໃນ​ພວກ​ອາວຸໂສ ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ພວກ​ທີ່​ນຸ່ງ​ເສື້ອຄຸມ​ສີ​ຂາວ​ນັ້ນ​ແມ່ນ​ໃຜ ແລະ​ມາ​ຈາກ​ໃສ?”</verse>
				<verse number="14">ຂ້າພະເຈົ້າ​ໄດ້​ຕອບ​ຜູ້ນັ້ນ​ວ່າ, “ທ່ານເອີຍ, ທ່ານ​ເອງ​ກໍ​ຮູ້​ຢູ່​ແລ້ວ.” ຜູ້ນັ້ນ​ຈຶ່ງ​ບອກ​ຂ້າພະເຈົ້າ​ວ່າ, “ຄົນ​ເຫຼົ່ານີ້ ແມ່ນ​ພວກ​ທີ່​ໄດ້​ຜ່ານ​ການ​ຖືກ​ຂົ່ມເຫັງ​ຢ່າງ​ໜັກ ພວກເຂົາ​ໄດ້​ຊຳລະ​ເສື້ອລ່າມ​ຂອງ​ພວກເຂົາ​ໃຫ້​ຂາວ​ສະອາດ ດ້ວຍ​ເລືອດ​ຂອງ​ພຣະ​ເມສານ້ອຍ.</verse>
				<verse number="15">ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຢືນ​ຢູ່​ຕໍ່ໜ້າ​ພຣະຣາຊບັນລັງ​ຂອງ​ພຣະເຈົ້າ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ໃນ​ພຣະວິຫານ ທັງ​ກາງເວັນ​ແລະ​ກາງຄືນ ແລະ​ພຣະອົງ​ຜູ້​ທີ່​ປະທັບ​ຢູ່​ເທິງ​ພຣະຣາຊບັນລັງ​ນັ້ນ ຈະ​ຊົງ​ສະຖິດ​ຢູ່​ນຳ​ແລະ​ປົກປ້ອງ​ຄຸ້ມຄອງ​ພວກເຂົາ.</verse>
				<verse number="16">ພວກເຂົາ​ຈະ​ບໍ່​ອຶດເຂົ້າ​ຢາກນໍ້າ​ອີກ​ຕໍ່ໄປ​ຈັກເທື່ອ, ຕາເວັນ​ຫລື​ແສງ​ແດດ​ອັນ​ຮ້ອນກ້າ ຈະ​ບໍ່​ເຜົາ​ໄໝ້​ພວກເຂົາ,</verse>
				<verse number="17">ເພາະ​ພຣະ​ເມສານ້ອຍ​ທີ່​ປະທັບ​ຢູ່​ທ່າມກາງ​ພຣະຣາຊບັນລັງ​ນັ້ນ ຈະ​ເປັນ​ພຣະຜູ້ລ້ຽງ​ຂອງ​ພວກເຂົາ. ພຣະອົງ​ຈະ​ຊົງ​ນຳ​ພວກເຂົາ​ໄປ​ເຖິງ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ. ແລະ​ພຣະເຈົ້າ​ຈະ​ຊົງ​ເຊັດ​ນໍ້າຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ.”</verse>
			</chapter>
			<chapter number="8">
				<verse number="1">ເມື່ອ​ພຣະ​ເມສານ້ອຍ​ໄດ້​ແກະ​ຕາປະທັບ​ດວງ​ທີ​ເຈັດ, ໃນ​ສະຫວັນ​ກໍ​ງຽບ​ສະຫງັດ​ປະມານ​ເຄິ່ງ​ຊົ່ວໂມງ.</verse>
				<verse number="2">ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ເທວະດາ​ເຈັດ​ຕົນ ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າ ແລະ​ເທວະດາ​ເຫຼົ່ານີ້​ໄດ້​ຮັບ​ແກ​ເຈັດ​ອັນ.</verse>
				<verse number="3">ມີ​ເທວະດາ​ອີກ​ຕົນ​ໜຶ່ງ ຖື​ໝໍ້​ຄຳ​ໃສ່​ເຄື່ອງຫອມ​ອອກ​ມາ​ຢືນ​ຢູ່​ຕໍ່ໜ້າ​ແທ່ນບູຊາ. ເພິ່ນ​ໄດ້​ຮັບ​ເຄື່ອງຫອມ​ຢ່າງ​ຫລວງຫລາຍ ເພື່ອ​ຈະ​ຖວາຍ​ຮ່ວມ​ກັບ​ຄຳ​ພາວັນນາ​ອະທິຖານ​ແຫ່ງ​ໄພ່ພົນ​ທັງໝົດ​ຂອງ​ພຣະເຈົ້າ ເທິງ​ແທ່ນບູຊາ​ຄຳ​ທີ່​ຢູ່​ຕໍ່ໜ້າ​ພຣະ​ບັນລັງ​ນັ້ນ.</verse>
				<verse number="4">ຄວັນ​ທີ່​ເຜົາ​ເຄື່ອງຫອມ ພ້ອມ​ທັງ​ຄຳ​ພາວັນນາ​ອະທິຖານ​ຂອງ​ໄພ່ພົນ​ຂອງ​ພຣະເຈົ້າ ໄດ້​ລອຍ​ຂຶ້ນ​ໄປ​ຈາກ​ມື​ຂອງ​ເທວະດາ​ທີ່​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າ.</verse>
				<verse number="5">ແລ້ວ​ເທວະດາ​ຕົນ​ນັ້ນ ໄດ້​ຖື​ໝໍ້​ໄປ​ເອົາ​ໄຟ​ຈາກ​ແທ່ນບູຊາ​ໃສ່​ຈົນ​ເຕັມ ແລ້ວ​ໂຍນ​ໝໍ້​ນັ້ນ ລົງ​ເທິງ​ແຜ່ນດິນ​ໂລກ ແລ້ວ​ກໍ​ເກີດ​ມີ​ຟ້າຮ້ອງ ສຽງ​ແຕກ​ສະໜັ່ນ ຟ້າ​ແມບເຫຼື້ອມ ແລະ​ແຜ່ນດິນ​ຫວັ່ນໄຫວ.</verse>
				<verse number="6">ແລ້ວ​ເທວະດາ​ທັງ​ເຈັດ​ຕົນ ທີ່​ຖື​ແກ​ເຈັດ​ອັນ​ນັ້ນ ຕ່າງ​ກໍ​ຕຽມພ້ອມ​ທີ່​ຈະ​ເປົ່າ.</verse>
				<verse number="7">ເມື່ອ​ເທວະດາ​ຕົນ​ທຳອິດ​ເປົ່າແກ​ຂຶ້ນ ມີ​ໝາກເຫັບ​ແລະ​ໄຟ​ປົນ​ເລືອດ ຖືກ​ຖິ້ມ​ລົງ​ມາ​ເທິງ​ແຜ່ນດິນ​ໂລກ, ໜຶ່ງ​ສ່ວນ​ສາມ​ຂອງ​ແຜ່ນດິນ​ໂລກ​ຖືກ​ໄໝ້, ໜຶ່ງ​ສ່ວນ​ສາມ​ຂອງ​ຕົ້ນໄມ້​ກໍ​ຖືກ​ໄໝ້ ແລະ​ຫຍ້າ​ຂຽວ​ສົດ​ທຸກ​ໃບ​ກໍ​ຖືກ​ເຜົາ​ໄໝ້​ໄປ​ໝົດ.</verse>
				<verse number="8">ເມື່ອ​ເທວະດາ​ຕົນ​ທີ​ສອງ​ເປົ່າແກ​ຂຶ້ນ, ກໍ​ມີ​ສິ່ງ​ໜຶ່ງ​ເໝືອນ​ພູເຂົາ​ໜ່ວຍ​ໃຫຍ່​ທີ່​ໄຟ​ກຳລັງ​ໄໝ້​ຢູ່ ໄດ້​ຖືກ​ຖິ້ມ​ລົງ​ໃນ​ທະເລ ແລະ​ໜຶ່ງ​ສ່ວນ​ສາມ​ຂອງ​ທະເລ​ໄດ້​ກາຍເປັນ​ເລືອດ,</verse>
				<verse number="9">ໜຶ່ງ​ສ່ວນ​ສາມ​ຂອງ​ສິ່ງທີ່ມີ​ຊີວິດ​ຢູ່​ໃນ​ທະເລ​ກໍໄດ້​ຕາຍໄປ ແລະ​ໜຶ່ງ​ສ່ວນ​ສາມ​ຂອງ​ເຮືອ​ທັງຫລາຍ​ໄດ້​ຖືກ​ທຳລາຍ.</verse>
				<verse number="10">ເມື່ອ​ເທວະດາ​ຕົນ​ທີ​ສາມ​ໄດ້​ເປົ່າແກ​ຂຶ້ນ ກໍ​ມີ​ດາວ​ໃຫຍ່​ດວງ​ໜຶ່ງ ທີ່​ໄຟ​ກຳລັງ​ໄໝ້​ຢູ່​ເໝືອນ​ກັບ​ກະບອງ ຕົກລົງ​ຈາກ​ທ້ອງຟ້າ ດາວ​ນັ້ນ​ຕົກ​ໃສ່​ແມ່ນໍ້າ​ໜຶ່ງ​ສ່ວນ​ສາມ ແລະ​ໃສ່​ນໍ້າພຸ​ທັງຫລາຍ.</verse>
				<verse number="11">(ດາວ​ດວງ​ນີ້ ມີ​ຊື່​ວ່າ, “ຂົມ.”) ໜຶ່ງ​ສ່ວນ​ສາມ​ຂອງ​ແມ່ນໍ້າ​ໄດ້​ກາຍເປັນ​ນໍ້າ​ຂົມ ແລະ​ມີ​ຄົນ​ຈຳນວນ​ຫລວງຫລາຍ​ຕາຍ​ຍ້ອນ​ນໍ້າ​ນັ້ນ​ມີ​ຣົດ​ຂົມ.</verse>
				<verse number="12">ເມື່ອ​ເທວະດາ​ຕົນ​ທີ​ສີ່​ໄດ້​ເປົ່າແກ​ຂຶ້ນ, ດວງ​ອາທິດ​ກໍ​ຖືກ​ທຳລາຍ​ເສຍ​ໜຶ່ງ​ສ່ວນ​ສາມ, ດວງຈັນ ແລະ​ດວງດາວ​ທັງຫລາຍ​ກໍ​ເໝືອນກັນ ຈຶ່ງ​ມືດ​ໄປ​ໜຶ່ງ​ສ່ວນ​ສາມ, ກາງເວັນ​ບໍ່​ສະຫວ່າງ​ໜຶ່ງ​ສ່ວນ​ສາມ ແລະ​ໃນ​ກາງຄືນ​ກໍ​ເໝືອນກັນ.</verse>
				<verse number="13">ເມື່ອ​ຂ້າພະເຈົ້າ​ຫລຽວ​ເບິ່ງ ກໍ​ໄດ້​ຍິນ​ສຽງ​ນົກອິນຊີ​ໂຕໜຶ່ງ ບິນ​ຢູ່​ໃນ​ທ້ອງຟ້າ ຮ້ອງ​ສຽງດັງ​ວ່າ, “ວິບັດ ວິບັດ ວິບັດ​ຈະ​ມີ​ແກ່​ຄົນ​ທັງຫລາຍ ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ ເພາະ​ສຽງ​ແກ​ທີ່​ເຫຼືອ ຊຶ່ງ​ເທວະດາ​ທັງ​ສາມ​ກຳລັງ​ຈະ​ເປົ່າ​ນັ້ນ.”</verse>
			</chapter>
			<chapter number="9">
				<verse number="1">ເມື່ອ​ເທວະດາ​ຕົນ​ທີ​ຫ້າ​ເປົ່າແກ​ຂຶ້ນ, ຂ້າພະເຈົ້າ​ໄດ້​ເຫັນ​ດາວ​ດວງ​ໜຶ່ງ​ຕົກ​ຈາກ​ທ້ອງຟ້າ ລົງ​ມາ​ທີ່​ແຜ່ນດິນ​ໂລກ, ດາວ​ດວງ​ນີ້ ໄດ້​ຮັບ​ກະແຈ​ສຳລັບ​ປ່ອງ​ເຫວເລິກ.</verse>
				<verse number="2">ດາວ​ນັ້ນ​ໄດ້​ເປີດ​ປ່ອງ​ເຫວເລິກ​ອອກ ແລະ​ຄວັນໄຟ​ກໍ​ພຸ່ງ​ອອກ​ມາ​ຈາກ​ເຫວ​ນັ້ນ ເໝືອນ​ດັ່ງ​ຄວັນໄຟ​ຈາກ​ເຕົາ​ຫລອມ​ໃຫຍ່ ດວງ​ຕາເວັນ ແລະ​ອາກາດ​ກໍ​ມືດ​ໄປ ເພາະ​ຄວັນ​ທີ່​ຂຶ້ນ​ມາ​ຈາກ​ເຫວເລິກ​ນັ້ນ.</verse>
				<verse number="3">ມີ​ຝູງຕັກແຕນ​ບິນ​ອອກ​ຈາກ​ຄວັນໄຟ​ນັ້ນ ມາ​ສູ່​ແຜ່ນດິນ​ໂລກ ແລະ​ພວກ​ມັນ​ໄດ້​ຮັບ​ອຳນາດ ເໝືອນ​ກັບ​ອຳນາດ​ຂອງ​ແມງງອດ.</verse>
				<verse number="4">ພຣະເຈົ້າ​ຊົງ​ຫ້າມ​ມັນ​ບໍ່​ໃຫ້​ມັນ​ທຳລາຍ​ຫຍ້າ​ເທິງ​ແຜ່ນດິນ​ໂລກ ສິ່ງ​ຂຽວ​ສົດ ຫລື​ຕົ້ນໄມ້​ໃດໆ, ແຕ່​ໃຫ້​ທຳລາຍ​ຄົນ​ເຫຼົ່ານັ້ນ ທີ່​ບໍ່ມີ​ຕາປະທັບ​ຂອງ​ພຣະເຈົ້າ​ທີ່​ໜ້າຜາກ​ຂອງ​ພວກເຂົາ​ເທົ່ານັ້ນ.</verse>
				<verse number="5">ພວກ​ມັນ​ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ຂ້າ​ຄົນ​ເຫຼົ່ານັ້ນ, ແຕ່​ໃຫ້​ທໍລະມານ​ພວກເຂົາ​ພາຍ​ໃນ​ຫ້າ​ເດືອນ ຄວາມ​ເຈັບປວດ​ຂອງ​ການ​ທໍລະມານ​ນີ້ ເປັນ​ເໝືອນ​ຄວາມ​ເຈັບປວດ​ຂອງ​ແມງງອດ​ຕອດ.</verse>
				<verse number="6">ໃນ​ໄລຍະ​ຫ້າ​ເດືອນ​ນັ້ນ ຄົນ​ທັງຫລາຍ​ຈະ​ຊອກ​ຫາ​ຄວາມ​ຕາຍ, ແຕ່​ຈະ​ບໍ່​ພົບ​ຈັກເທື່ອ. ພວກເຂົາ​ຢາກ​ຈະ​ຕາຍ, ແຕ່​ຄວາມ​ຕາຍ​ຈະ​ປົບໜີໄປ​ຈາກ​ພວກເຂົາ.</verse>
				<verse number="7">ຕັກແຕນ​ເຫຼົ່ານັ້ນ ມີ​ລັກສະນະ​ເໝືອນ​ດັ່ງ​ມ້າ​ທີ່​ຕຽມ​ໄວ້​ແລ້ວ​ເພື່ອ​ການ​ຮົບເສິກ, ເທິງ​ຫົວ​ຂອງ​ພວກ​ມັນ​ມີ​ສິ່ງ​ໜຶ່ງ​ເໝືອນ​ກັບ​ມົງກຸດ​ຄຳ ແລະ​ໜ້າ​ຂອງ​ພວກ​ມັນ​ເໝືອນ​ໜ້າ​ມະນຸດ.</verse>
				<verse number="8">ຜົມ​ຂອງ​ພວກ​ມັນ​ເໝືອນ​ຜົມ​ແມ່ຍິງ ແລະ​ແຂ້ວ​ຂອງ​ພວກ​ມັນ​ເໝືອນ​ແຂ້ວ​ສິງ.</verse>
				<verse number="9">ທີ່​ໜ້າເອິກ​ຂອງ​ພວກ​ມັນ​ມີ​ສິ່ງ​ໜຶ່ງ​ເໝືອນ​ແຜ່ນ​ເຫຼັກ​ປ້ອງກັນ​ໜ້າເອິກ, ສຽງ​ປີກ​ຂອງ​ພວກ​ມັນ​ເໝືອນ​ສຽງ​ລົດມ້າ​ຈຳນວນ​ຫລາຍ​ຄັນ ທີ່​ແລ່ນ​ເຂົ້າ​ສູ່​ສະໜາມຮົບ.</verse>
				<verse number="10">ພວກ​ມັນ​ມີ​ຫາງ​ຕອດ​ເໝືອນ​ຫາງ​ແມງງອດ, ດ້ວຍ​ຫາງ​ນີ້ ພວກ​ມັນ​ມີ​ອຳນາດ​ທຳຮ້າຍ​ມະນຸດ​ພາຍ​ໃນ​ຫ້າ​ເດືອນ.</verse>
				<verse number="11">ພວກ​ມັນ​ມີ​ກະສັດ​ອົງ​ໜຶ່ງ​ຄຸ້ມຄອງ ກະສັດ​ອົງ​ນັ້ນ ຄື​ບໍລິວານ​ຂອງ​ເຫວເລິກ​ນັ້ນ ຕາມ​ພາສາ​ເຮັບເຣີ​ເອີ້ນ​ວ່າ ອາບັດໂດນ ຊື່​ພາສາ​ກຣີກ​ເອີ້ນ​ວ່າ ອາໂປລິໂອນ (ໝາຍຄວາມວ່າ “ຜູ້​ທຳລາຍ”).</verse>
				<verse number="12">ວິບັດ​ຂັ້ນ​ທຳອິດ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ ຫລັງຈາກ​ນີ້ ຍັງ​ມີ​ວິບັດ​ສອງ​ປະການ​ຈະ​ເກີດຂຶ້ນ​ໃນ​ພາຍໜ້າ.</verse>
				<verse number="13">ເມື່ອ​ເທວະດາ​ຕົນ​ທີ​ຫົກ​ໄດ້​ເປົ່າແກ​ຂຶ້ນ ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ອອກ​ມາ​ຈາກ​ເຂົາ​ແຫລມ ທີ່​ຢູ່​ແຈ​ທັງ​ສີ່​ຂອງ​ແທ່ນບູຊາ​ຄຳ ທີ່​ຕັ້ງ​ຢູ່​ຕໍ່ໜ້າ​ພຣະເຈົ້າ.</verse>
				<verse number="14">ສຽງ​ນັ້ນ​ສັ່ງ​ເທວະດາ​ຕົນ​ທີ​ຫົກ​ທີ່​ຖື​ແກ​ນັ້ນ​ວ່າ, “ຈົ່ງ​ປົດປ່ອຍ​ເທວະດາ​ທັງ​ສີ່ ທີ່​ຖືກ​ມັດ​ໄວ້​ໃກ້​ແມ່ນໍ້າ​ໃຫຍ່ ເອີຟຣັດ ນັ້ນ​ເສຍ.”</verse>
				<verse number="15">ເທວະດາ​ເຫຼົ່ານັ້ນ ເປັນ​ພວກ​ທີ່​ພຣະເຈົ້າ​ຕຽມ​ໄວ້​ສຳລັບ​ໂມງ, ວັນ, ເດືອນ ແລະ ປີ ຊຶ່ງ​ໄດ້​ຖືກ​ປ່ອຍ​ໄປ​ຂ້າ​ມະນຸດ​ສະໂລກ​ເສຍ​ໜຶ່ງ​ສ່ວນ​ສາມ.</verse>
				<verse number="16">ຂ້າພະເຈົ້າ​ໄດ້ຍິນ​ວ່າ ມີ​ພົນ​ທະຫານ​ມ້າ​ຢູ່​ສອງຮ້ອຍ​ລ້ານ​ຄົນ.</verse>
				<verse number="17">ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ດັ່ງນີ້ ມີ​ຝູງ​ມ້າ​ແລະ​ພວກ​ຄົນ​ຂີ່​ມ້າ ເຄື່ອງ​ປ້ອງກັນ​ເອິກ​ຂອງ​ພວກເຂົາ​ເປັນ​ສີແດງ​ຄື​ໄຟ ເປັນ​ສີຟ້າ​ຄື​ນິນ​ສີຄາມ ແລະ​ເປັນ​ສີເຫລືອງ​ຄື​ມາດ ຫົວ​ຂອງ​ມ້າ​ເຫຼົ່ານັ້ນ​ເໝືອນ​ຫົວ​ສິງ ມີ​ໄຟ ມີ​ຄວັນ ແລະ ມີ​ມາດ​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພວກມັນ.</verse>
				<verse number="18">ໜຶ່ງ​ສ່ວນ​ສາມ​ຂອງ​ມະນຸດ ໄດ້​ຖືກ​ຂ້າ​ດ້ວຍ​ໄພພິບັດ​ສາມ​ຢ່າງ​ນີ້ ຄື: ໄຟ, ຄວັນ ແລະ​ມາດ ທີ່​ໄດ້​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ຝູງ​ມ້າ​ນັ້ນ.</verse>
				<verse number="19">ດ້ວຍວ່າ, ຣິດເດດ​ຂອງ​ມ້າ​ນັ້ນ ມີ​ຢູ່​ໃນ​ປາກ​ແລະ​ໃນ​ຫາງ​ຂອງ​ມັນ​ເໝືອນກັນ. ຫາງ​ຂອງ​ພວກ​ມັນ​ເປັນ​ດັ່ງ​ງູ ແລະ​ມີ​ຫົວ​ຊຶ່ງ​ພວກ​ມັນ​ໃຊ້​ທຳຮ້າຍ​ມະນຸດ​ໄດ້.</verse>
				<verse number="20">ມະນຸດ​ທີ່​ຍັງເຫລືອ​ຢູ່ ເປັນ​ພວກ​ທີ່​ບໍ່ໄດ້​ຖືກ​ຂ້າ​ດ້ວຍ​ໄພພິບັດ​ເຫຼົ່ານັ້ນ, ກໍ​ຍັງ​ບໍ່ໄດ້​ກັບໃຈ​ເສຍ​ໃໝ່ ຈາກ​ສິ່ງ​ທີ່​ພວກ​ຕົນ​ໄດ້​ເຮັດ​ນັ້ນ, ພວກເຂົາ​ບໍ່​ເຊົາ​ບູຊາ​ຜີມານຮ້າຍ ບູຊາ​ຮູບເຄົາຣົບ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງ​ເຫລືອງ, ດ້ວຍ​ຫີນ ແລະ​ດ້ວຍ​ໄມ້​ ຊຶ່ງ​ບໍ່​ສາມາດ​ເຫັນ​ໄດ້, ບໍ່​ສາມາດ​ໄດ້ຍິນ ແລະ​ບໍ່​ສາມາດ​ຍ່າງ​ໄປມາ​ໄດ້.</verse>
				<verse number="21">ພວກເຂົາ​ບໍ່ໄດ້​ກັບໃຈ​ເສຍ​ໃໝ່ ຈາກ​ການ​ຂ້າ​ຟັນ​ກັນ ການ​ເຊື່ອ​ເວດມົນ​ຄາຖາ, ການ​ຜິດ​ສິນທຳ​ທາງ​ເພດ ແລະ​ການ​ລັກ​ຂອງ​ພວກຕົນ.</verse>
			</chapter>
			<chapter number="10">
				<verse number="1">ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ ຜູ້​ມີ​ອຳນາດ​ອີກ​ຕົນ​ໜຶ່ງ ລົງ​ມາ​ຈາກ​ສະຫວັນ ມີ​ເມກ​ປົກຄຸມ​ຕົວ​ໄວ້ ແລະ​ມີ​ຮຸ້ງກິນນໍ້າ​ຢູ່​ເທິງ​ອ້ອມ​ຫົວ, ໜ້າ​ຂອງ​ເພິ່ນ​ເໝືອນ​ດັ່ງ​ຕາເວັນ ແລະ​ຂາ​ເໝືອນ​ດັ່ງ​ເຕົາໄຟ.</verse>
				<verse number="2">ເພິ່ນ​ຖື​ໜັງສື​ມ້ວນ​ນ້ອຍ​ທີ່​ພື​ຢູ່​ໃນ​ມື, ເພິ່ນ​ເອົາ​ຕີນ​ຂວາ​ຢຽບ​ນໍ້າ​ທະເລ ແລະ​ເອົາ​ຕີນ​ຊ້າຍ​ຢຽບ​ເທິງ​ບົກ,</verse>
				<verse number="3">ເພິ່ນ​ຮ້ອງ​ສຽງດັງ​ເໝືອນ​ໂຕ​ສິງ​ຮ້ອງ​ຄຳຣາມ ຫລັງຈາກ​ເພິ່ນ​ຮ້ອງ​ແລ້ວ ສຽງ​ຟ້າຮ້ອງ​ທັງ​ເຈັດ​ກໍ​ດັງ​ຂຶ້ນ.</verse>
				<verse number="4">ພໍ​ສຽງ​ເຫຼົ່ານັ້ນ​ດັງ​ອອກ​ມາ ຂ້າພະເຈົ້າ​ເກືອບ​ຈະ​ລົງ​ມື​ຂຽນ, ແຕ່​ຂ້າພະເຈົ້າ​ໄດ້ຍິນ​ສຽງ​ກ່າວ​ມາ​ຈາກ​ສະຫວັນ​ວ່າ, “ຈົ່ງ​ປົກປິດ​ຖ້ອຍຄຳ​ທີ່​ຟ້າຮ້ອງ​ທັງ​ເຈັດ​ໄດ້​ກ່າວ​ນັ້ນ ເປັນ​ຄວາມລັບ ຢ່າ​ຂຽນ​ລົງ​ໄປ.”</verse>
				<verse number="5">ແລ້ວ​ເທວະດາ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ຢືນ​ຢູ່​ເທິງ​ທະເລ​ແລະ​ເທິງ​ບົກ​ນັ້ນ ກໍ​ຍົກ​ມື​ຂວາ​ຂຶ້ນ​ສູ່​ສະຫວັນ</verse>
				<verse number="6">ແລະ​ສາບານ​ໃນ​ພຣະນາມ​ຂອງ​ພຣະເຈົ້າ ອົງ​ຊົງ​ຊີວິດ​ຢູ່​ນິຣັນດອນ ຜູ້​ທີ່​ໄດ້​ສ້າງ​ສະຫວັນ ແຜ່ນດິນ​ໂລກ ແລະ​ທະເລ ກັບ​ສັບພະທຸກສິ່ງ​ທີ່​ມີ​ຢູ່​ໃນ​ບ່ອນ​ເຫຼົ່ານັ້ນ ວ່າ, “ຈະ​ບໍ່ມີ​ການ​ຊັກຊ້າ​ອີກ​ຕໍ່ໄປ.”</verse>
				<verse number="7">ແຕ່​ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ອອກສຽງ ຄື​ເປົ່າແກ​ຂອງ​ເພິ່ນ​ນັ້ນ, ແຜນການ​ອັນ​ເລິກລັບ​ຂອງ​ພຣະເຈົ້າ​ກໍ​ສຳເລັດຜົນ ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ປະກາດ​ເປັນ​ຂ່າວປະເສີດ​ແກ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ພວກ​ຜູ້ທຳນວາຍ.</verse>
				<verse number="8">ແລ້ວ​ສຽງ​ທີ່​ຂ້າພະເຈົ້າ​ໄດ້ຍິນ​ຈາກ​ສະຫວັນ​ນັ້ນ ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ອີກ​ວ່າ, “ຈົ່ງ​ໄປ​ຮັບ​ເອົາ​ໜັງສື​ມ້ວນ ທີ່​ພື​ຢູ່​ໃນ​ມື​ຂອງ​ເທວະດາ​ຕົນ​ທີ່​ຢືນ​ຢູ່​ເທິງ​ທະເລ​ແລະ​ເທິງ​ບົກ​ນັ້ນ.”</verse>
				<verse number="9">ຂ້າພະເຈົ້າ​ຈຶ່ງ​ໄປ​ຫາ​ເທວະດາ​ຕົນ​ນັ້ນ ແລະ​ຂໍ​ເອົາ​ໜັງສື​ມ້ວນ​ນ້ອຍ​ນັ້ນ. ເພິ່ນ​ໄດ້​ຕອບ​ຂ້າພະເຈົ້າ​ວ່າ, “ເອົາ​ໄປ​ກິນ​ສາ ມັນ​ຈະ​ເຮັດ​ໃຫ້​ທ້ອງ​ຂອງ​ເຈົ້າ​ຂົມ, ແຕ່​ໃນ​ປາກ​ຂອງ​ເຈົ້າ​ຈະ​ຫວານ​ດັ່ງ​ນໍ້າເຜີ້ງ.”</verse>
				<verse number="10">ຂ້າພະເຈົ້າ​ໄດ້​ຈັບ​ເອົາ​ໜັງສື​ມ້ວນ​ນ້ອຍ ຈາກ​ມື​ຂອງ​ເທວະດາ ແລ້ວ​ເອົາ​ມາ​ກິນ ໃນ​ປາກ​ຂອງ​ຂ້າພະເຈົ້າ ມັນ​ກໍ​ຫວານ​ດັ່ງ​ນໍ້າເຜີ້ງ, ເມື່ອ​ຂ້າພະເຈົ້າ​ກິນ​ລົງ​ໄປ​ແລ້ວ ທ້ອງ​ຂອງ​ຂ້າພະເຈົ້າ​ກໍ​ຂົມ.</verse>
				<verse number="11">ແລ້ວ​ຂ້າພະເຈົ້າ​ກໍໄດ້​ຮັບ​ຄຳສັ່ງ​ວ່າ, “ເຈົ້າ​ຕ້ອງ​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ອີກເທື່ອໜຶ່ງ ກ່ຽວກັບ​ບັນດາ​ຊົນຊາດ​ທັງຫລາຍ, ບັນດາ​ປະຊາຊາດ, ພາສາ ແລະ​ກະສັດ​ທັງຫລາຍ.”</verse>
			</chapter>
			<chapter number="11">
				<verse number="1">ແລ້ວ​ຂ້າພະເຈົ້າ​ໄດ້​ຮັບ​ໄມ້ແທກ​ອັນ​ໜຶ່ງ ເໝືອນ​ດັ່ງ​ໄມ້ຄ້ອນເທົ້າ ແລະ​ມີ​ສຽງ​ໜຶ່ງ​ສັ່ງ​ຂ້າພະເຈົ້າ​ວ່າ, “ຈົ່ງ​ລຸກ​ຂຶ້ນ ໄປ​ແທກ​ວິຫານ​ຂອງ​ພຣະເຈົ້າ​ກັບ​ແທ່ນບູຊາ ແລະ​ໃຫ້​ນັບ​ຈຳນວນ​ຄົນ​ທັງຫລາຍ ທີ່​ນະມັດສະການ​ຢູ່​ໃນ​ພຣະວິຫານ​ນັ້ນ.</verse>
				<verse number="2">ແຕ່​ຢ່າ​ແທກ​ບໍລິເວນ​ຂ້າງ​ນອກ​ຂອງ​ພຣະວິຫານ ເພາະ​ບ່ອນ​ນັ້ນ​ໄດ້​ມອບ​ໃຫ້​ພວກ​ບໍ່​ນັບຖື​ພຣະເຈົ້າ​ແລ້ວ ຄື​ພວກ​ທີ່​ຈະ​ຢຽບຢໍ່າ​ນະຄອນ​ສັກສິດ​ເປັນ​ເວລາ​ສີ່ສິບສອງ​ເດືອນ.</verse>
				<verse number="3">ເຮົາ​ຈະ​ໃຊ້​ພະຍານ​ທັງສອງ​ຂອງເຮົາ​ມາ ພວກເຂົາ​ຈະ​ນຸ່ງ​ເສື້ອ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ແລະ​ຈະ​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ ໃນ​ລະຫວ່າງ​ພັນ​ສອງຮ້ອຍ​ຫົກສິບ​ວັນ.”</verse>
				<verse number="4">ພະຍານ​ທັງສອງ​ໄດ້​ແກ່​ຕົ້ນ​ກອກເທດ​ສອງ​ຕົ້ນ ແລະ​ຄັນ​ຕະກຽງ​ຄຳ​ສອງ​ອັນ ຊຶ່ງ​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ.</verse>
				<verse number="5">ຖ້າ​ຜູ້ໃດ​ພະຍາຍາມ​ເຮັດ​ຮ້າຍ​ໃຫ້​ພະຍານ​ທັງສອງ​ນັ້ນ ໄຟ​ຈະ​ອອກ​ມາ​ຈາກ​ປາກ​ຂອງ​ພວກເພິ່ນ ແລະ​ເຜົາຜານ​ສັດຕູ​ຂອງ​ພວກເພິ່ນ​ເສຍ. ຖ້າ​ຜູ້ໃດ​ທີ່​ຢາກ​ທຳຮ້າຍ​ພວກເພິ່ນ ຜູ້ນັ້ນ​ກໍ​ຕ້ອງ​ຕາຍ​ຢ່າງ​ນັ້ນ.</verse>
				<verse number="6">ພະຍານ​ທັງສອງ​ນີ້ ມີ​ສິດ​ອຳນາດ​ທີ່​ຈະ​ອັດ​ທ້ອງຟ້າ​ໄວ້ ເພື່ອ​ບໍ່​ໃຫ້​ຝົນ​ຕົກ​ໃນ​ຂະນະທີ່​ພວກເພິ່ນ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ຢູ່​ນັ້ນ ພວກເພິ່ນ​ຍັງ​ມີ​ສິດ​ອຳນາດ​ເຮັດ​ໃຫ້​ນໍ້າ​ກາຍເປັນ​ເລືອດ​ໄດ້ ທັງ​ມີ​ສິດ​ອຳນາດ​ບັນດານ​ໃຫ້​ໄພ​ອັນຕະລາຍ​ທຸກຢ່າງ ທໍລະມານ​ແຜ່ນດິນ​ໂລກ​ໄດ້​ທຸກ​ເວລາ ຕາມ​ຄວາມ​ປາຖະໜາ.</verse>
				<verse number="7">ເມື່ອ​ພະຍານ​ທັງສອງ ສິ້ນສຸດ​ການ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ແລ້ວ ຈະ​ມີ​ສັດຮ້າຍ​ອອກ​ມາ​ຈາກ​ເຫວເລິກ ແລະ​ຈະ​ຕໍ່ສູ້​ພວກເພິ່ນ. ສັດຮ້າຍ​ນັ້ນ​ຈະ​ຊະນະ​ພວກເພິ່ນ ແລະ​ຂ້າ​ພວກເພິ່ນ​ເສຍ.</verse>
				<verse number="8">ຊາກສົບ​ຂອງ​ທ່ານ​ທັງສອງ​ຈະ​ຢູ່​ເທິງ​ຖະໜົນ​ຂອງ​ມະຫາ​ນະຄອນ ບ່ອນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເພິ່ນ ໄດ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ. ຊື່​ອັນ​ເປັນ​ສັນຍາລັກ​ຂອງ​ນະຄອນ​ນີ້ ແມ່ນ​ເມືອງ​ໂຊໂດມ ແລະ ເມືອງ​ເອຢິບ.</verse>
				<verse number="9">ຄົນ​ຈາກ​ຫລາຍ​ຊົນຊາດ, ຫລາຍ​ເຜົ່າ, ຫລາຍ​ພາສາ ແລະ ຫລາຍ​ປະເທດ​ຈະ​ມາ​ເບິ່ງ​ຊາກສົບ​ຂອງ​ພວກເພິ່ນ ຢູ່​ຕະຫລອດ​ສາມ​ວັນ​ເຄິ່ງ ແລະ​ພວກເຂົາ​ຈະ​ບໍ່​ຍອມ​ໃຫ້​ນຳ​ຊາກສົບ​ເຫຼົ່ານັ້ນ ໄປ​ບັນຈຸ​ໄວ້​ໃນ​ອຸບມຸງ.</verse>
				<verse number="10">ຄົນ​ທົ່ວ​ໂລກ ຕ່າງ​ກໍ​ຈະ​ດີໃຈ​ທີ່​ພະຍານ​ທັງສອງ​ນີ້​ຕາຍໄປ​ແລ້ວ ພວກເຂົາ​ຈະ​ສະເຫລີມ​ສະຫລອງ ແລະ​ສົ່ງ​ຂອງຂວັນ​ໃຫ້​ກັນແລະກັນ ເພາະ​ຜູ້​ປະກາດ​ພຣະທຳ​ທັງສອງ​ນີ້ ໄດ້​ນຳ​ຄວາມ​ທົນທຸກ​ຢ່າງ​ໜັກ​ມາ​ສູ່​ມະນຸດ​ທັງຫລາຍ.</verse>
				<verse number="11">ຫລັງຈາກ​ສາມ​ວັນ​ເຄີ່ງ​ຜ່ານ​ໄປ​ແລ້ວ ລົມຫາຍໃຈ​ທີ່​ມີ​ຊີວິດ​ມາ​ຈາກ​ພຣະເຈົ້າ ກໍໄດ້​ເຂົ້າ​ໄປ​ໃນ​ຊາກສົບ​ຂອງ​ພວກເພິ່ນ ແລະ​ທັງສອງ​ໄດ້​ລຸກ​ຂຶ້ນ ແລະ​ທຸກຄົນ​ທີ່​ໄດ້​ເຫັນ​ພວກເພິ່ນ ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຢ່າງ​ໃຫຍ່ຫລວງ.</verse>
				<verse number="12">ແລ້ວ​ຜູ້​ປະກາດ​ພຣະທຳ​ທັງສອງ ກໍ​ໄດ້​ຍິນ​ສຽງດັງ​ມາ​ຈາກ​ສະຫວັນ​ວ່າ, “ຈົ່ງ​ຂຶ້ນ​ມາ​ເທິງ​ພີ້.” ໃນ​ຂະນະທີ່​ພວກ​ສັດຕູ​ຂອງ​ພວກເພິ່ນ​ເຝົ້າ​ເບິ່ງ​ຢູ່​ນັ້ນ ພວກເພິ່ນ​ກໍ​ຂຶ້ນ​ເມືອ​ໃນ​ເມກ​ເຂົ້າ​ສູ່​ສະຫວັນ.</verse>
				<verse number="13">ໃນ​ຂະນະ​ນັ້ນ​ເອງ ກໍ​ເກີດ​ມີ​ແຜ່ນດິນ​ໄຫວ​ຢ່າງ​ຮ້າຍແຮງ ໜຶ່ງສ່ວນສິບ​ຂອງ​ເມືອງ​ຖືກ​ທຳລາຍ ແລະ​ມີ​ເຈັດພັນ​ຄົນ​ຖືກ​ຂ້າ​ຍ້ອນ​ແຜ່ນດິນ​ໄຫວ​ນັ້ນ ສ່ວນ​ຄົນ​ທີ່​ຍັງເຫລືອ​ຢູ່ ກໍ​ເກີດ​ຢ້ານກົວ​ໃຫຍ່ ຈຶ່ງ​ພາກັນ​ຖວາຍ​ກຽດ ສັນລະເສີນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ແຫ່ງ​ສະຫວັນ.</verse>
				<verse number="14">ໄພພິບັດ​ຂັ້ນ​ທີ​ສອງ​ໄດ້​ຜ່ານ​ພົ້ນ​ໄປ ແຕ່​ໄພພິບັດ​ຂັ້ນ​ທີ​ສາມ ກໍ​ຈະ​ມາ​ເຖິງ​ໃນບໍ່ຊ້າ​ນີ້ແຫລະ.</verse>
				<verse number="15">ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ໄດ້​ເປົ່າແກ​ຂອງຕົນ​ແລ້ວ ກໍ​ມີ​ຫຼາຍ​ສຽງດັງ​ຈາກ​ສະຫວັນ ກ່າວ​ວ່າ, “ຣາຊອານາຈັກ​ໂລກນີ້ ເປັນ​ກຳມະສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ພຣະຄຣິດ​ຂອງ​ພຣະອົງ ແລະ​ພຣະອົງ​ຈະ​ປົກຄອງ​ຕະຫລອດ​ຊົ່ວ​ນິຣັນດອນ.”</verse>
				<verse number="16">ແລ້ວ​ພວກ​ຜູ້​ອາວຸໂສ​ຊາວສີ່​ທ່ານ ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ຂອງ​ພວກ​ຕົນ​ຊ້ອງໜ້າ​ພຣະເຈົ້າ ກໍ​ພາກັນ​ກົ້ມ​ຂາບລົງ​ນະມັດສະການ​ພຣະເຈົ້າ</verse>
				<verse number="17">ກາບ​ທູນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງ​ຣິດທານຸພາບ​ສູງສຸດ ອົງ​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ແລະ​ອົງ​ຊົງ​ດຳລົງ​ຢູ່​ໃນ​ຄາວກ່ອນ ພວກ​ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ ພຣະອົງ ຈຶ່ງ​ໄດ້​ຊົງ​ຕັ້ງຕົ້ນ​ສະເຫວີຍ​ຣາດ ທີ່​ແຜ່ນດິນ​ໂລກ.</verse>
				<verse number="18">ຝ່າຍ​ບັນດາ​ນາໆ​ຊາດ​ກໍ​ມີ​ຄວາມ​ເຄືອງແຄ້ນ ເພາະ​ເວລາ​ທີ່​ຊົງ​ໂກດຮ້າຍ​ໄດ້​ມາ​ເຖິງ ຄື​ຄົນ​ທີ່​ຕາຍ​ແລ້ວ​ຈະ​ຖືກ​ພິພາກສາ​ລົງໂທດ. ແລະ​ເຖິງ​ເວລາ​ທີ່​ຈະ​ຊົງ​ປະທານ​ລາງວັນ ແກ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ພວກ​ຜູ້​ປະກາດ​ພຣະທຳ ແລະ​ໄພ່ພົນ​ຂອງ​ພຣະອົງ​ທຸກຄົນ ຄື​ທຸກຄົນ​ທີ່​ມີ​ຄວາມ​ຢຳເກງ​ພຣະນາມ​ຂອງ​ພຣະອົງ ທັງ​ຜູ້ນ້ອຍ​ແລະ​ຜູ້ໃຫຍ່. ແລະ​ເຖິງ​ເວລາ​ແລ້ວ ທີ່​ພຣະອົງ​ຈະ​ຊົງ​ທຳລາຍ ພວກ​ທີ່​ໄດ້​ທຳລາຍ​ແຜ່ນດິນ​ໂລກ.”</verse>
				<verse number="19">ແລ້ວ​ວິຫານ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ກໍ​ໄຂ​ອອກ ແລະ​ຫີບ​ພັນທະສັນຍາ ກໍ​ປາກົດ​ໃຫ້​ເຫັນ​ຢູ່​ໃນ​ທີ່ນັ້ນ ແລ້ວ​ມີ​ຟ້າ​ແມບເຫຼື້ອມ, ສຽງ​ແຕກ​ສະໜັ່ນ, ຟ້າຮ້ອງ​ຢູ່​ບໍ່​ຂາດ​ໄລຍະ, ແຜ່ນດິນ​ໄຫວ ແລະ​ໝາກເຫັບ​ຕົກ​ຢ່າງ​ຫລວງຫລາຍ.</verse>
			</chapter>
			<chapter number="12">
				<verse number="1">ມີ​ໝາຍສຳຄັນ​ອັນ​ໃຫຍ່​ປາກົດ​ຂຶ້ນ​ໃນ​ສະຫວັນ ຄື​ຍິງ​ຜູ້ໜຶ່ງ ມີ​ດວງອາທິດ​ປົກຄຸມ​ຕົວ​ເໝືອນ​ນຸ່ງ​ເສື້ອຜ້າ ມີ​ດວງເດືອນ​ຢູ່​ໃຕ້​ຕີນ ແລະ​ມີ​ດາວ​ສິບສອງ​ດວງ​ເປັນ​ມົງກຸດ​ສວມ​ຢູ່​ເທິງ​ຫົວ.</verse>
				<verse number="2">ຍິງ​ນັ້ນ​ມີ​ທ້ອງ​ແລະ​ຮ້ອງ​ຄາງ​ເຈັບປວດ​ຢູ່ ກຳລັງ​ຈະ​ເກີດ​ລູກ.</verse>
				<verse number="3">ມີ​ໝາຍສຳຄັນ​ອີກ​ຢ່າງ​ໜຶ່ງ​ປາກົດ​ໃນ​ສະຫວັນ​ດັ່ງນີ້: ມີ​ພະຍານາກ​ໃຫຍ່​ສີແດງ​ໂຕໜຶ່ງ ມີ​ເຈັດ​ຫົວ ສິບ​ເຂົາ ຢູ່​ເທິງ​ຫົວ​ນັ້ນ​ມີ​ມົງກຸດ​ເຈັດ​ອັນ.</verse>
				<verse number="4">ຫາງ​ພະຍານາກ ໄດ້​ຟາດ​ດວງດາວ​ໃນ​ທ້ອງຟ້າ ໜຶ່ງ​ສ່ວນ​ສາມ​ລົງ​ໃສ່​ແຜ່ນດິນ​ໂລກ ແລະ​ພະຍານາກ​ໂຕ​ນັ້ນ ຢືນ​ຢູ່​ຕໍ່ໜ້າ​ຜູ້​ທີ່​ກຳລັງ​ຈະ​ເກີດ​ລູກ ເພື່ອ​ຈະ​ກິນ​ລູກ​ນັ້ນ​ເມື່ອ​ເກີດ​ແລ້ວ.</verse>
				<verse number="5">ແມ່ຍິງ​ນັ້ນ ໄດ້​ເກີດ​ລູກຊາຍ ຜູ້​ຊຶ່ງ​ຈະ​ປົກຄອງ​ປະຊາຊາດ​ທັງປວງ​ດ້ວຍ​ຄ້ອນເຫລັກ ແລະ​ລູກ​ນັ້ນ​ໄດ້​ຖືກ​ຊົງ​ຍົກ​ຂຶ້ນ​ເມືອ​ເຖິງ​ພຣະເຈົ້າ ແລະ​ເຖິງ​ພຣະ​ຣາຊບັນລັງ​ຂອງ​ພຣະອົງ.</verse>
				<verse number="6">ຝ່າຍ​ແມ່ຍິງ​ນັ້ນ ໄດ້​ປົບໜີ​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ມາ​ສູ່​ບ່ອນ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ໃຫ້​ນາງ ເພື່ອ​ວ່າ​ນາງ​ຈະ​ໄດ້​ຮັບ​ການ​ລ້ຽງດູ​ຢູ່​ທີ່​ນັ້ນ ໃນ​ລະຫວ່າງ​ພັນ​ສອງຮ້ອຍ​ຫົກສິບ​ວັນ.</verse>
				<verse number="7">ຂະນະ​ນັ້ນ ໄດ້​ເກີດ​ສົງຄາມ​ຂຶ້ນ​ໃນ​ສະຫວັນ ມີຄາເອນ​ແລະ​ຝູງ​ເທວະດາ​ຝ່າຍ​ຕົນ ໄດ້​ຕໍ່ສູ້​ກັບ​ພະຍານາກ ຝ່າຍ​ພະຍານາກ​ແລະ​ຝູງ​ບໍລິວານ​ຂອງ​ມັນ​ກໍໄດ້​ຕໍ່ສູ້​ຄືນ,</verse>
				<verse number="8">ແຕ່​ພະຍານາກ​ໄດ້​ປະລາໄຊ. ສະນັ້ນ ມັນ​ກັບ​ຝູງ​ບໍລິວານ​ຂອງ​ມັນ​ຈຶ່ງ​ບໍ່ມີ​ບ່ອນ​ຢູ່​ໃນ​ສະຫວັນ​ອີກ​ຕໍ່ໄປ.</verse>
				<verse number="9">ພະຍານາກ​ໃຫຍ່ ຊຶ່ງ​ເປັນ​ງູ​ແຕ່​ດຶກດຳບັນ​ທີ່​ເຂົາ​ເອີ້ນ​ວ່າ ມານຮ້າຍ ແລະມານຊາຕານ ຜູ້​ຫລອກລວງ​ມະນຸດ​ທັງ​ໂລກ ກໍ​ຖືກ​ຊັດ​ຖິ້ມ​ລົງ​ເສຍ ມັນ​ກັບ​ບໍລິວານ​ຂອງ​ມັນ ກໍ​ຖືກ​ຊັດຖິ້ມ​ລົງ​ເທິງ​ແຜ່ນດິນ​ໂລກ.</verse>
				<verse number="10">ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ມາ​ຈາກ​ສະຫວັນ​ວ່າ, “ບັດນີ້​ຄວາມ​ລອດພົ້ນ ຣິດເດດ ແລະ​ຣາຊອານາຈັກ​ແຫ່ງ​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ ກັບ​ທັງ​ຣິດອຳນາດ​ພຣະຄຣິດ​ຂອງ​ພຣະອົງ​ໄດ້​ມາ​ເຖິງ​ແລ້ວ ເພາະວ່າ​ຜູ້​ທີ່​ກ່າວໂທດ​ພວກ​ພີ່ນ້ອງ​ຂອງເຮົາ ຕໍ່​ພຣະພັກ​ພຣະເຈົ້າ​ຂອງເຮົາ ທັງ​ກາງເວັນ​ແລະ​ກາງຄືນ​ນັ້ນ ກໍໄດ້​ຖືກ​ຖິ້ມ​ລົງ​ເສຍ​ແລ້ວ.</verse>
				<verse number="11">ເຂົາ​ເຫຼົ່ານັ້ນ​ໄດ້​ຊະນະ​ພະຍານາກ​ແລ້ວ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະ​ເມສານ້ອຍ ແລະ​ເພາະ​ຄຳ​ພະຍານ​ຂອງ​ພວກເຂົາ​ເອງ ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຕາຍ​ກໍ​ບໍ່​ເສຍ​ດາຍ​ຊີວິດ​ຂອງຕົນ.</verse>
				<verse number="12">ເພາະສະນັ້ນ ສະຫວັນ​ກັບ​ບັນດາ​ຜູ້​ທີ່​ຢູ່​ໃນ​ສະຫວັນ ຈົ່ງ​ຊື່ນຊົມ​ຍິນດີ ແຕ່​ວິບັດ​ຈະ​ມີ​ແກ່​ແຜ່ນດິນ​ໂລກ​ແລະ​ນໍ້າ​ທະເລ ເພາະວ່າ​ມານຮ້າຍ​ໄດ້​ລົງ​ມາ​ຫາ​ເຈົ້າ​ດ້ວຍ​ຄວາມ​ຄຽດແຄ້ນ​ອັນ​ໃຫຍ່ ເພາະ​ມັນ​ຮູ້​ວ່າ​ເວລາ​ຂອງ​ມັນ​ມີ​ໜ້ອຍ.”</verse>
				<verse number="13">ເມື່ອ​ພະຍານາກ​ເຫັນ​ວ່າ ຕົນ​ໄດ້​ຖືກ​ຖິ້ມ​ລົງ​ມາ​ທີ່​ແຜ່ນດິນ​ໂລກ​ແລ້ວ ມັນ​ກໍ​ເລີ່ມ​ຕາມ​ຫາ​ຍິງ​ທີ່​ໄດ້​ເກີດ​ລູກຊາຍ​ນັ້ນ.</verse>
				<verse number="14">ແຕ່​ຍິງ​ຜູ້​ນີ້​ໄດ້​ຮັບ​ປີກ​ສອງ​ອັນ​ຂອງ​ນົກອິນຊີ​ໃຫຍ່ ເພື່ອ​ຈະ​ໄດ້​ບິນ​ໜີໄປ​ຫາ​ບ່ອນ​ຂອງ​ນາງ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ທີ່​ນາງ​ຈະ​ໄດ້​ຮັບ​ການ​ລ້ຽງດູ​ຢູ່​ສາມ​ປີ​ເຄິ່ງ ປອດໄພ​ຈາກ​ການ​ໂຈມຕີ​ຂອງ​ພະຍານາກ.</verse>
				<verse number="15">ພະຍານາກ​ນັ້ນ ໄດ້​ພົ່ນ​ນໍ້າ​ອອກ​ຈາກ​ປາກ​ເໝືອນ​ແມ່ນໍ້າ ໄຫລ​ຕາມ​ຍິງ​ນັ້ນ ເພື່ອ​ຈະ​ໃຫ້​ພັດ​ຍິງ​ນັ້ນ​ໄປ,</verse>
				<verse number="16">ແຕ່​ແຜ່ນດິນ​ໂລກ​ໄດ້​ຊ່ວຍ​ນາງ​ໄວ້ ດ້ວຍ​ການ​ຍະ​ອອກ​ກືນ​ກິນ​ນໍ້າ ທີ່​ພະຍານາກ​ໄດ້​ໃຊ້​ປາກ​ພົ່ນ​ອອກ​ມາ​ນັ້ນ.</verse>
				<verse number="17">ຝ່າຍ​ພະຍານາກ​ກໍ​ຄຽດແຄ້ນ​ຢ່າງ​ໃຫຍ່​ໃຫ້​ຍິງ​ນັ້ນ ແລະ​ອອກ​ໄປ​ຕໍ່ສູ້​ກັບ​ເຊື້ອສາຍ​ຂອງ​ນາງ​ທີ່​ເຫຼືອ​ຢູ່ ຄື​ທຸກຄົນ​ທີ່​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ຢຶດຖື​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.</verse>
				<verse number="18">ຝ່າຍ​ພະຍານາກ​ກໍໄດ້​ຢືນ ຢູ່​ທີ່​ຫາດຊາຍ​ແຄມ​ທະເລ.</verse>
			</chapter>
			<chapter number="13">
				<verse number="1">ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສັດຮ້າຍ​ໂຕໜຶ່ງ ຂຶ້ນ​ມາ​ຈາກ​ທະເລ ມັນ​ມີ​ສິບ​ເຂົາ​ກັບ​ເຈັດ​ຫົວ ແລະ​ຢູ່​ເທິງ​ແຕ່ລະ​ເຂົາ​ມີ​ມົງກຸດ​ອັນ​ໜຶ່ງ ແລະ​ຢູ່​ເທິງ​ແຕ່ລະ​ຫົວ​ມີ​ຊື່​ເປັນ​ຄຳ​ໝິ່ນປະໝາດ​ພຣະເຈົ້າ.</verse>
				<verse number="2">ສັດຮ້າຍ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ນັ້ນ ໂຕ​ເໝືອນ​ເສືອ​ດາວ ຕີນ​ເໝືອນ​ຕີນ​ໝີ ແລະ​ປາກ​ເໝືອນ​ປາກ​ສິງ ພະຍານາກ​ໄດ້​ໃຫ້​ຣິດເດດ ແລະ​ບັນລັງ​ກັບ​ອຳນາດ​ອັນ​ໃຫຍ່​ຫລວງ​ຂອງຕົນ​ແກ່​ສັດຮ້າຍ​ນັ້ນ.</verse>
				<verse number="3">ຫົວ​ໜຶ່ງ​ໃນ​ບັນດາ​ຫົວ​ຂອງ​ສັດຮ້າຍ ເບິ່ງ​ເໝືອນ​ກັບ​ວ່າ ຖືກ​ຟັນ​ເຖິງ​ແກ່​ຄວາມ​ຕາຍ​ແລ້ວ, ແຕ່​ບາດແຜ​ອັນ​ໜ້າ​ຈະ​ຕາຍ​ນັ້ນ ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ຫາຍ​ດີ​ແລ້ວ. ຄົນ​ທັງ​ໂລກ​ຕ່າງ​ກໍ​ປະຫລາດ​ໃຈ​ແລະ​ໄດ້​ຕິດຕາມ​ສັດຮ້າຍ​ໂຕ​ນີ້.</verse>
				<verse number="4">ພວກເຂົາ​ບູຊາ​ພະຍານາກ ເພາະ​ມັນ​ໄດ້​ໃຫ້​ອຳນາດ​ແກ່​ສັດຮ້າຍ​ນັ້ນ ແລະ​ພວກເຂົາ​ໄດ້​ບູຊາ​ສັດຮ້າຍ​ນັ້ນ ໂດຍ​ກ່າວ​ວ່າ, “ໃຜ​ຈະ​ປຽບ​ປານ​ກັບ​ສັດ​ນີ້​ໄດ້ ແລະ​ຜູ້ໃດ​ຈະ​ສາມາດ​ສູ້ຮົບ​ກັບ​ສັດ​ນີ້​ໄດ້.”</verse>
				<verse number="5">ພຣະເຈົ້າ​ຊົງ​ອະນຸຍາດ​ໃຫ້​ສັດ​ນັ້ນ​ມີ​ປາກ ເວົ້າ​ຄຳ​ຈອງຫອງ​ແລະ​ໝິ່ນປະໝາດ ແລະ​ຊົງ​ໃຫ້​ມັນ​ມີ​ອຳນາດ​ເຮັດ​ຢ່າງ​ນັ້ນ​ຕະຫລອດ​ສີ່ສິບສອງ​ເດືອນ.</verse>
				<verse number="6">ມັນ​ອ້າ​ປາກ​ເລີ່ມ​ກ່າວ​ຄຳ​ໝິ່ນປະໝາດ​ຕໍ່​ພຣະເຈົ້າ ຕໍ່​ພຣະນາມ​ຂອງ​ພຣະອົງ ຕໍ່​ທີ່​ສະຖິດ​ຂອງ​ພຣະອົງ ແລະ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເທິງ​ສະຫວັນ​ທັງໝົດ.</verse>
				<verse number="7">ແລະ​ໄດ້​ຊົງ​ໃຫ້​ມັນ​ສູ້ຮົບ​ກັບ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ຊະນະ​ພວກເຂົາ ຍັງ​ຊົງ​ປະທານ​ໃຫ້​ມັນ​ມີ​ອຳນາດ​ເໜືອ​ທຸກ​ຕະກຸນ, ທຸກ​ຊົນຊາດ, ທຸກ​ພາສາ ແລະ​ທຸກ​ປະເທດ.</verse>
				<verse number="8">ບັນດາ​ຄົນ​ທັງໝົດ​ທີ່​ຢູ່​ໃນ​ໂລກ​ຈະ​ບູຊາ​ສັດຮ້າຍ​ນັ້ນ ຄື​ທຸກຄົນ​ທີ່​ບໍ່ມີ​ຊື່​ຈົດ​ໄວ້​ໃນ​ທະບຽນ​ແຫ່ງ​ຊີວິດ ຕັ້ງແຕ່​ຊົງ​ສ້າງ​ໂລກ ຄື​ທະບຽນ​ພຣະ​ເມສານ້ອຍ​ທີ່​ຊົງ​ຖືກ​ຂ້າ​ເສຍ​ນັ້ນ.</verse>
				<verse number="9">ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ເອົາ​ເທີ້ນ</verse>
				<verse number="10">“ຜູ້ໃດ​ທີ່​ກຳນົດ​ໄວ້​ໃຫ້​ໄປ​ເປັນ​ຊະເລີຍ ຜູ້ນັ້ນ​ກໍ​ຈະ​ຕ້ອງ​ໄປ​ເປັນ​ຊະເລີຍ. ຜູ້ໃດ​ທີ່​ກຳນົດ​ໄວ້​ໃຫ້​ຕາຍ​ດ້ວຍ​ດາບ ຜູ້ນັ້ນ​ກໍ​ຈະ​ຕ້ອງ​ຖືກ​ຂ້າ​ດ້ວຍ​ດາບ. ນີ້​ແຫຼະ ຄື​ຄວາມ​ອົດທົນ ແລະ​ຄວາມເຊື່ອ​ທີ່​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ​ຈະ​ຕ້ອງ​ມີ.”</verse>
				<verse number="11">ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ​ອີກ​ໂຕໜຶ່ງ ຂຶ້ນ​ມາ​ຈາກ​ພື້ນດິນ ມັນ​ມີ​ສອງ​ເຂົາ​ເໝືອນ​ເຂົາ​ແກະນ້ອຍ ມັນ​ເວົ້າ​ເໝືອນ​ພະຍານາກ.</verse>
				<verse number="12">ມັນ​ໄດ້​ໃຊ້​ສິດ​ອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ສັດຮ້າຍ​ໂຕ​ທຳອິດ ຢູ່​ຕໍ່ໜ້າ​ສັດຮ້າຍ​ໂຕ​ທຳອິດ​ນັ້ນ ມັນ​ບັງຄັບ​ໃຫ້​ໂລກ​ແລະ​ຄົນ​ທັງໝົດ​ທີ່​ຢູ່​ໃນ​ໂລກ ຂາບໄຫວ້​ສັດຮ້າຍ​ໂຕ​ທຳອິດ ທີ່​ມີ​ບາດແຜ​ເຖິງ​ແກ່​ຄວາມ​ຕາຍ ແຕ່​ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ຫາຍ​ດີ​ແລ້ວ​ນັ້ນ.</verse>
				<verse number="13">ສັດຮ້າຍ​ນັ້ນ ໄດ້​ສະແດງ​ໝາຍສຳຄັນ​ອັນ​ໃຫຍ່ ຈົນ​ເຮັດ​ໃຫ້​ໄຟ​ຕົກ​ຈາກ​ຟ້າ ລົງ​ສູ່​ແຜ່ນດິນ​ໂລກ​ຕໍ່ໜ້າຕໍ່ຕາ​ມະນຸດ.</verse>
				<verse number="14">ມັນ​ຫລອກລວງ​ຄົນ​ທັງຫລາຍ ທີ່​ຢູ່​ໃນ​ໂລກ​ດ້ວຍ​ໝາຍສຳຄັນ ທີ່​ຊົງ​ໃຫ້​ມັນ​ເຮັດ​ຕໍ່ໜ້າ​ສັດຮ້າຍ​ໂຕ​ເດີມ​ນັ້ນ ແລະ​ມັນ​ສັ່ງ​ໃຫ້​ເຂົາ​ສ້າງ​ຮູບ​ສັດຮ້າຍ ທີ່​ຖືກ​ຟັນ​ດ້ວຍ​ດາບ​ແຕ່​ຍັງ​ບໍ່​ຕາຍ​ນັ້ນ.</verse>
				<verse number="15">ຊົງ​ໃຫ້​ມັນ​ມີ​ອຳນາດ ທີ່​ຈະ​ໃຫ້​ລົມຫາຍໃຈ​ແກ່​ຮູບ​ສັດຮ້າຍ​ນັ້ນ ເພື່ອ​ຮູບ​ສັດຮ້າຍ​ນັ້ນ​ຈະ​ປາກ​ໄດ້ ແລະ​ໃຫ້​ມີ​ອຳນາດ​ເຮັດ​ໃຫ້​ບັນດາ​ຄົນ​ທີ່​ບໍ່​ຍອມ​ບູຊາ​ຮູບ​ສັດຮ້າຍ​ນັ້ນ ເຖິງ​ແກ່​ຄວາມ​ຕາຍ.</verse>
				<verse number="16">ມັນ​ຍັງ​ເຮັດ​ໃຫ້​ຄົນ​ທັງໝົດ ທັງ​ນ້ອຍ​ແລະ​ໃຫຍ່ ທັງ​ຮັ່ງມີ​ແລະ​ຍາກຈົນ ທັງ​ເສລີ​ແລະ​ຂ້ອຍຂ້າ ໄດ້​ຮັບ​ເຄື່ອງໝາຍ​ໄວ້​ທີ່​ມື​ຂວາ ຫລື​ທີ່​ໜ້າຜາກ​ຂອງ​ພວກເຂົາ.</verse>
				<verse number="17">ເພື່ອ​ບໍ່​ໃຫ້​ຜູ້ໃດ​ຊື້ ຫລື​ຂາຍ​ໄດ້ ເວັ້ນ​ໄວ້​ແຕ່​ຜູ້​ທີ່​ມີ​ເຄື່ອງໝາຍ​ນັ້ນ ຊຶ່ງ​ເປັນ​ຊື່​ຂອງ​ສັດຮ້າຍ ຫລື​ເລກ​ທີ່​ໝາຍ​ເຖິງ​ຊື່​ມັນ​ນັ້ນ.</verse>
				<verse number="18">ໃນ​ເລື່ອງ​ນີ້ ຕ້ອງ​ໃຊ້​ສະຕິປັນຍາ​ຄວາມຮູ້ ຖ້າ​ຜູ້ໃດ​ມີ​ຄວາມ​ເຂົ້າໃຈ ກໍ​ໃຫ້​ຄິດ​ເລກ​ຂອງ​ສັດຮ້າຍ​ນັ້ນ ເພາະ​ເປັນ​ເລກ​ຂອງ​ບຸກຄົນ​ຜູ້ໜຶ່ງ ເລກ​ຂອງ​ມັນ​ຄື ຫົກຮ້ອຍ​ຫົກສິບ​ຫົກ.</verse>
			</chapter>
			<chapter number="14">
				<verse number="1">ແລ້ວ​ຂ້າພະເຈົ້າ​ກໍໄດ້​ຫລຽວ​ເບິ່ງ ແລະ​ເຫັນ​ພຣະ​ເມສານ້ອຍ​ຢືນ​ຢູ່​ເທິງ​ພູເຂົາ​ຊີໂອນ ແລະ​ຜູ້​ທີ່​ຢູ່​ກັບ​ພຣະອົງ​ແສນ​ສີ່ໝື່ນ​ສີ່ພັນ​ຄົນ ຊຶ່ງ​ເປັນ​ພວກ​ທີ່​ມີ​ພຣະນາມ​ຂອງ​ພຣະອົງ ແລະ​ພຣະນາມ​ພຣະບິດາ​ຂອງ​ພຣະອົງ ຂຽນ​ໄວ້​ທີ່​ໜ້າຜາກ​ຂອງ​ພວກເຂົາ.</verse>
				<verse number="2">ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ຈາກ​ສະຫວັນ ດັງ​ເໝືອນ​ສຽງ​ນໍ້າ​ໄຫລ​ແຮງ ແລະ​ເໝືອນ​ສຽງ​ຟ້າຮ້ອງ​ກ້ອງສະໜັ່ນ ສຽງ​ນັ້ນ​ເໝືອນ​ສຽງ​ພິນ​ທີ່​ພວກ​ນັກດົນຕຼີ​ກຳລັງ​ບັນເລງ​ຢູ່.</verse>
				<verse number="3">ຄົນ​ເຫຼົ່ານັ້ນ​ຮ້ອງເພງ​ບົດ​ໃໝ່​ຕໍ່ໜ້າ​ພຣະຣາຊບັນລັງ ຕໍ່ໜ້າ​ສິ່ງທີ່ມີ​ຊີວິດ​ທັງ​ສີ່ ຕໍ່ໜ້າ​ພວກ​ຜູ້​ອາວຸໂສ ບໍ່ມີ​ຜູ້ໃດ​ສາມາດ​ຮຽນຮູ້​ເພງ​ບົດ​ນັ້ນ​ໄດ້ ເວັ້ນ​ແຕ່​ຄົນ​ແສນ​ສີ່ໝື່ນ​ສີ່ພັນ​ນັ້ນ ທີ່​ໄດ້​ຊົງ​ໄຖ່​ໄວ້​ແລ້ວ​ຈາກ​ແຜ່ນດິນ​ໂລກ.</verse>
				<verse number="4">ຄົນ​ເຫຼົ່ານີ້ ເປັນ​ຜູ້​ທີ່​ບໍ່ມີ​ຄວາມຊົ່ວ​ມົວໝອງ​ກັບ​ແມ່ຍິງ ເພາະ​ພວກເຂົາ​ເປັນ​ພວກ​ພົມມະຈາຣີ. ພຣະ​ເມສານ້ອຍ​ສະເດັດ​ໄປ​ທາງ​ໃດ ແມ່ນ​ຄົນ​ເຫຼົ່ານີ້ ທີ່​ຕາມ​ສະເດັດ​ໄປ. ພວກເພິ່ນ​ໄດ້ຖືກ​ຊົງ​ໄຖ່​ໄວ້​ຈາກ​ມວນ​ມະນຸດ ເພື່ອ​ເປັນ​ຜົນ​ທໍາອິດ​ຖວາຍ​ແດ່​ພຣະເຈົ້າ ແລະ​ພຣະ​ເມສານ້ອຍ.</verse>
				<verse number="5">ຈະ​ຫາ​ຄວາມ​ຕົວະ​ໃນ​ປາກ​ຂອງ​ພວກເຂົາ​ກໍ​ບໍ່​ພົບ ພວກເຂົາ​ບໍ່ມີ​ຈຸດ​ດ່າງ​ພອຍ​ແລ້ວ.</verse>
				<verse number="6">ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ອີກ ບິນ​ໄປ​ໃນ​ທ້ອງຟ້າ ມີ​ຂ່າວປະເສີດ​ອັນ​ນິຣັນດອນ ນຳ​ໄປ​ປະກາດ​ແກ່​ຊາວ​ໂລກ​ທັງປວງ, ແກ່​ທຸກ​ປະເທດ, ທຸກ​ຊົນເຜົ່າ, ທຸກ​ພາສາ ແລະ ທຸກ​ຊົນຊາດ.</verse>
				<verse number="7">ເທວະດາ​ຕົນ​ນັ້ນ​ເປັ່ງ​ສຽງ​ຮ້ອງ​ວ່າ, “ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຍົກຍ້ອງ​ໃຫ້ກຽດ​ແກ່​ພຣະອົງ ເພາະ​ເຖິງ​ເວລາ​ແລ້ວ ທີ່​ພຣະອົງ​ຈະ​ຕັດສິນ​ມະນຸດສະໂລກ ຈົ່ງ​ນະມັດສະການ​ພຣະອົງ ຜູ້​ທີ່​ໄດ້​ສ້າງ​ຟ້າ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ກັບ​ບໍ່​ນໍ້າພຸ​ທັງຫລາຍ.”</verse>
				<verse number="8">ແລະ​ເທວະດາ​ອີກ​ຕົນ​ໜຶ່ງ ເປັນ​ຕົນ​ທີ​ສອງ​ໄດ້​ນຳ​ໄປ ຮ້ອງ​ຂຶ້ນ​ວ່າ, “ບາບີໂລນ​ມະຫາ​ນະຄອນ​ນັ້ນ ຫຼົ້ມຈົມ​ແລ້ວ ຫຼົ້ມຈົມ​ເສຍ​ແລ້ວ ຄື​ນະຄອນ​ທີ່​ເຮັດ​ໃຫ້​ປະຊາຊາດ​ທັງປວງ ດື່ມ​ເຫລົ້າແວງ​ປຸກ​ຢ່າງ​ເຫຼືອ​ເກີນ​ຂອງຕົນ ຕາມ​ຄວາມ​ປາຖະໜາ​ທາງ​ກາມ.”</verse>
				<verse number="9">ມີ​ເທວະດາ​ອີກ​ຕົນ​ໜຶ່ງ ເປັນ​ຕົນ​ທີ​ສາມ​ນຳ​ໄປ ຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ, “ຖ້າ​ຜູ້ໃດ​ບູຊາ​ສັດຮ້າຍ ແລະ​ຮູບ​ຂອງ​ມັນ ແລະ​ຮັບ​ເຄື່ອງໝາຍ​ນັ້ນ ໄວ້​ທີ່​ໜ້າຜາກ​ຫລື​ທີ່​ມື,</verse>
				<verse number="10">ຜູ້ນັ້ນ ຈະ​ຕ້ອງ​ດື່ມ​ເຫລົ້າແວງ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ທີ່​ຊົງ​ຖອກ​ລົງ​ໃນ​ຈອກ​ແຫ່ງ​ຄວາມ​ໂກດຮ້າຍ​ນັ້ນ ໂດຍ​ບໍ່​ປົນ​ກັບ​ສິ່ງໃດ ຜູ້ນັ້ນ​ຈະ​ຖືກ​ທໍລະມານ​ໃນ​ໄຟ​ກັບ​ມາດ ຕໍ່ໜ້າ​ຝູງ​ເທວະດາ​ບໍຣິສຸດ ແລະ​ຕໍ່​ພຣະພັກ​ພຣະ​ເມສານ້ອຍ.</verse>
				<verse number="11">ຄວັນ​ແຫ່ງ​ການ​ທໍລະມານ​ຂອງ​ພວກເຂົາ ກໍ​ພຸ່ງ​ຂຶ້ນ​ຕະຫລອດໄປ​ເປັນນິດ. ຄົນ​ທັງຫລາຍ​ທີ່​ບູຊາ​ສັດຮ້າຍ ແລະ​ຮູບ​ຂອງ​ມັນ ກັບ​ຜູ້​ທີ່​ຮັບ​ເຄື່ອງໝາຍ​ຊື່​ຂອງ​ມັນ​ນັ້ນ ຈະ​ບໍ່ມີ​ເວລາ​ພັກຜ່ອນ ທັງ​ກາງເວັນ​ແລະ​ກາງຄືນ.”</verse>
				<verse number="12">ໃນ​ເລື່ອງ​ນີ້​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ຄື​ຜູ້​ທີ່​ຮັກສາ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ຄວາມເຊື່ອ​ຝ່າຍ​ພຣະເຢຊູເຈົ້າ ກໍ​ຕ້ອງ​ໃຊ້​ຄວາມ​ພຽນ​ອົດທົນ.</verse>
				<verse number="13">ແລະ​ຂ້າພະເຈົ້າ​ໄດ້ຍິນ​ພຣະ​ສຸລະສຽງ​ຈາກ​ສະຫວັນ ຊົງ​ສັ່ງ​ວ່າ, “ຈົ່ງ​ຂຽນ​ໄວ້​ວ່າ ‘ຄົນ​ທັງຫລາຍ​ທີ່​ຕາຍ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຕັ້ງແຕ່​ນີ້​ໄປ​ກໍ​ເປັນ​ສຸກ.”’ ແລະ​ພຣະວິນຍານ​ຊົງ​ຢືນຢັນ​ວ່າ, “ຈິງ​ຢູ່​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ພັກຜ່ອນ​ຈາກ​ການ​ເມື່ອຍຍາກ​ຂອງຕົນ ເພາະ​ການງານ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ ກໍ​ຕິດຕາມ​ພວກເຂົາ​ໄປ.”</verse>
				<verse number="14">ແລ້ວ​ຂ້າພະເຈົ້າ​ກໍໄດ້​ຫລຽວ​ເບິ່ງ ແລະ​ເຫັນ​ເມກ​ສີ​ຂາວ ເທິງ​ເມກ​ນັ້ນ​ມີ​ຜູ້ໜຶ່ງ​ນັ່ງ​ເໝືອນ​ບຸດ​ມະນຸດ ຫົວ​ສວມ​ມົງກຸດ​ຄຳ ແລະ​ມື​ຖື​ກ່ຽວ​ດວງ​ຄົມ.</verse>
				<verse number="15">ໃນ​ຂະນະ​ນັ້ນ ມີ​ເທວະດາ​ຕົນ​ໜຶ່ງ​ອີກ ອອກ​ມາ​ຈາກ​ພຣະວິຫານ ຮ້ອງ​ສຽງດັງ​ໃສ່​ຜູ້​ທີ່​ນັ່ງ​ຢູ່​ເທິງ​ເມກ​ນັ້ນ​ວ່າ, “ຈົ່ງ​ໃຊ້​ກ່ຽວ​ຂອງ​ພຣະອົງ​ກ່ຽວ​ສາ ເພາະ​ເຖິງ​ເວລາ​ກ່ຽວ​ແລ້ວ. ດ້ວຍວ່າ, ຜົນ​ທີ່​ແຜ່ນດິນ​ໂລກ ກໍ​ສຸກ​ພໍ​ເກັບກ່ຽວ​ແລ້ວ.”</verse>
				<verse number="16">ດັ່ງນັ້ນ ທ່ານ​ທີ່​ນັ່ງ​ຢູ່​ເທິງ​ເມກ ຈຶ່ງ​ແກວ່ງ​ກ່ຽວ​ລົງ​ເທິງ​ແຜ່ນດິນ​ໂລກ ແລະ​ແຜ່ນດິນ​ໂລກ​ກໍ​ມີ​ການ​ເກັບກ່ຽວ.</verse>
				<verse number="17">ແລ້ວ​ຂ້າພະເຈົ້າ​ກໍ​ເຫັນ​ເທວະດາ​ຕົນ​ໜຶ່ງ​ອີກ ອອກ​ມາ​ຈາກ​ພຣະວິຫານ​ໃນ​ສະຫວັນ ຖື​ກ່ຽວ​ດວງ​ຄົມ​ເໝືອນກັນ.</verse>
				<verse number="18">ໃນ​ຂະນະ​ນັ້ນ ມີ​ເທວະດາ​ຕົນ​ອື່ນ​ອີກ ລົງ​ມາ​ຈາກ​ແທ່ນບູຊາ ເປັນ​ຜູ້​ມີ​ໜ້າທີ່​ກຳກັບ​ໄຟ, ເທວະດາ​ຕົນ​ນີ້​ໄດ້​ຮ້ອງ​ສຽງດັງ ບອກ​ເທວະດາ​ຕົນ​ທີ່​ຖື​ກ່ຽວ​ດວງ​ຄົມ​ນັ້ນ​ວ່າ, “ຈົ່ງ​ໃຊ້​ກ່ຽວ​ດວງ​ຄົມ​ຂອງທ່ານ ກ່ຽວ​ພວງ​ໝາກອະງຸ່ນ ຈາກ​ສວນອະງຸ່ນ​ທີ່​ແຜ່ນດິນ​ໂລກ ເພາະ​ໝາກອະງຸ່ນ​ສຸກ​ແລ້ວ.”</verse>
				<verse number="19">ດັ່ງນັ້ນ ເທວະດາ​ຕົນ​ນັ້ນ ຈຶ່ງ​ແກວ່ງ​ກ່ຽວ​ລົງ​ມາ​ເທິງ​ແຜ່ນດິນ​ໂລກ ເກັບກ່ຽວ​ຜົນ​ໝາກອະງຸ່ນ​ຈາກ​ເຄືອ​ອະງຸ່ນ ແລະ​ຖິ້ມ​ໃສ່​ອ່າງ​ຢຽບ​ໝາກອະງຸ່ນ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ.</verse>
				<verse number="20">ອ່າງ​ຢຽບ​ໝາກອະງຸ່ນ​ນັ້ນ​ຕັ້ງ​ຢູ່​ນອກ​ເມືອງ ແລະ​ເລືອດ​ກໍ​ໄຫລ​ອອກ​ມາ​ຈາກ​ອ່າງ​ຢຽບ​ໝາກອະງຸ່ນ​ນັ້ນ ເລິກ​ເກືອບ​ເຖິງ​ສອງ​ແມັດ ແລະ​ເປັນ​ສາຍ​ນໍ້າ​ຍາວ​ປະມານ​ສາມຮ້ອຍ​ກິໂລແມັດ.</verse>
			</chapter>
			<chapter number="15">
				<verse number="1">ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ໝາຍສຳຄັນ​ອັນ​ໃຫຍ່ຫລວງ ແລະ​ໜ້າ​ອັດສະຈັນ​ໃນ​ສະຫວັນ​ອີກ​ຢ່າງ​ໜຶ່ງ ຄື​ມີ​ເທວະດາ​ເຈັດ​ຕົນ​ຖື​ໄພ​ອັນຕະລາຍ​ເຈັດ​ຢ່າງ ເປັນ​ໄພ​ອັນຕະລາຍ​ຄັ້ງ​ສຸດທ້າຍ ເພາະວ່າ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ກໍ​ເປັນ​ການ​ສິ້ນສຸດ​ລົງ.</verse>
				<verse number="2">ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສິ່ງ​ໜຶ່ງ ຄື​ທະເລ​ແກ້ວ​ປົນ​ໄຟ, ຂ້າພະເຈົ້າ​ຍັງ​ໄດ້​ເຫັນ​ບັນດາ​ຜູ້​ທີ່​ມີ​ໄຊຊະນະ​ເໜືອ​ສັດຮ້າຍ​ແລະ​ຮູບ​ຂອງ​ມັນ ແລະ​ເໜືອ​ຜູ້​ທີ່​ມີ​ຕົວ​ເລກ​ໝາຍ​ຊື່​ຂອງ​ມັນ ຄົນ​ເຫຼົ່ານີ້​ໄດ້​ຢືນ​ຢູ່​ແຄມ​ທະເລ​ແກ້ວ​ນັ້ນ ພວກເຂົາ​ຖື​ພິນ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ.</verse>
				<verse number="3">ພວກເຂົາ​ຮ້ອງເພງ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ​ເພງ​ຂອງ​ພຣະ​ເມສານ້ອຍ​ນັ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ຊົງ​ຣິດທານຸພາບ​ສູງສຸດ ພຣະ​ຣາຊກິດ​ຂອງ​ພຣະອົງ​ກໍ​ໃຫຍ່​ຫລວງ ແລະ ໜ້າ​ອັດສະຈັນ ຂ້າແດ່​ພຣະມະຫາ​ກະສັດ​ ແຫ່ງ​ປະຊາຊາດ​ທັງປວງ ວິຖີ​ທາງ​ຂອງ​ພຣະອົງ​ກໍ​ຍຸດຕິທຳ ແລະ​ທ່ຽງແທ້.</verse>
				<verse number="4">ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ໃຜ​ໜໍ​ຈະ​ບໍ່​ຢຳເກງ​ພຣະອົງ ແລະ​ຈະ​ບໍ່​ຖວາຍ​ກຽດ​ແດ່​ພຣະນາມ​ຂອງ​ພຣະອົງ ເພາະ​ພຣະອົງ​ຜູ້​ດຽວ​ຊົງ​ເປັນ​ຜູ້​ບໍຣິສຸດ. ປະຊາຊາດ​ທັງປວງ​ຈະ​ມາ​ນະມັດສະການ ຕໍ່​ພຣະພັກ​ພຣະອົງ ເພາະ​ກິດຈະການ​ອັນ​ຍຸດຕິທຳ​ຂອງ​ພຣະອົງ ກໍ​ປາກົດ​ແຈ້ງ​ແລ້ວ.”</verse>
				<verse number="5">ຫລັງຈາກ​ນັ້ນ​ແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ພຣະວິຫານ​ໃນ​ສະຫວັນ ຄື​ຫໍເຕັນ​ສັກສິດ​ແຫ່ງ​ຄຳ​ພະຍານ​ໄດ້​ເປີດ​ອອກ.</verse>
				<verse number="6">ແລ້ວ​ເທວະດາ​ເຈັດ​ຕົນ ທີ່​ຖື​ໄພພິບັດ​ເຈັດ​ຢ່າງ​ນັ້ນ ໄດ້​ອອກ​ມາ​ຈາກ​ພຣະວິຫານ ທຸກ​ຕົນ​ນຸ່ງ​ຜ້າປ່ານ​ເນື້ອລະອຽດ​ເສາະໃສ ແລະ​ໃສ່​ສາຍ​ຮັດ​ໜ້າເອິກ​ທີ່​ເຮັດ​ດ້ວຍ​ຄຳ.</verse>
				<verse number="7">ແລ້ວ​ກໍ​ມີ​ສິ່ງທີ່ມີ​ຊີວິດ​ຕົນ​ໜຶ່ງ​ໃນ​ສີ່​ຕົນ​ນັ້ນ ເອົາ​ຂັນ​ຄຳ​ເຈັດ​ໜ່ວຍ​ໃຫ້​ແກ່​ເທວະດາ​ເຈັດ​ຕົນ​ນັ້ນ ເປັນ​ຂັນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ອົງ​ຊົງພຣະຊົນ​ຢູ່​ຊົ່ວ​ນິຣັນດອນ.</verse>
				<verse number="8">ພຣະວິຫານ​ເຕັມ​ໄປ​ດ້ວຍ​ຄວັນ​ແຫ່ງ​ສະຫງ່າຣາສີ​ແລະ​ຣິດອຳນາດ​ຂອງ​ພຣະເຈົ້າ. ບໍ່ມີ​ຜູ້ໃດ​ເຂົ້າ​ໄປ​ໃນ​ພຣະວິຫານ​ນັ້ນ​ໄດ້ ຈົນກວ່າ​ໄພພິບັດ​ທັງ​ເຈັດ ຂອງ​ເທວະດາ​ທັງ​ເຈັດ​ຕົນ​ນັ້ນ ຈະ​ໄດ້​ສິ້ນສຸດ​ລົງ.</verse>
			</chapter>
			<chapter number="16">
				<verse number="1">ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ແຮງ​ດັງ​ອອກ​ມາ​ຈາກ​ພຣະວິຫານ ກ່າວ​ຕໍ່​ເທວະດາ​ເຈັດ​ຕົນ​ນັ້ນ​ວ່າ, “ຈົ່ງ​ໄປ​ສາ ເອົາ​ຂັນ​ທັງ​ເຈັດ​ໜ່ວຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ໄປ​ຖອກ​ໃສ່​ແຜ່ນດິນ​ໂລກ.”</verse>
				<verse number="2">ເທວະດາ​ຕົນ​ທຳອິດ​ໄດ້​ໄປ​ຖອກ​ຂັນ​ຂອງຕົນ​ໃສ່​ແຜ່ນດິນ​ໂລກ. ຕຸ່ມຝີ​ອັນ​ຮ້າຍແຮງ ແລະ​ເຮັດ​ໃຫ້​ເຈັບປວດ ໄດ້​ເກີດຂຶ້ນ​ຕາມ​ຕົນ​ຕົວ​ຂອງ​ພວກ​ທີ່​ມີ​ເຄື່ອງໝາຍ​ຂອງ​ສັດຮ້າຍ ແລະ​ພວກ​ທີ່​ຂາບໄຫວ້​ຮູບ​ຂອງ​ມັນ.</verse>
				<verse number="3">ແລ້ວ​ເທວະດາ​ຕົນ​ທີ​ສອງ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃສ່​ທະເລ ແລະ​ນໍ້າ​ທະເລ​ກໍໄດ້​ກາຍເປັນ​ເໝືອນ​ດັ່ງ​ເລືອດ​ຂອງ​ຄົນ​ຕາຍ ແລະ​ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ທະເລ​ກໍໄດ້​ຕາຍໄປ​ໝົດ.</verse>
				<verse number="4">ແລ້ວ​ເທວະດາ​ຕົນ​ທີ​ສາມ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃສ່​ແມ່ນໍ້າ​ແລະ​ນໍ້າພຸ​ທັງຫລາຍ ແລະ​ແມ່ນໍ້າ​ກັບ​ນໍ້າພຸ​ເຫຼົ່ານັ້ນ​ກໍໄດ້​ກາຍເປັນ​ເລືອດ.</verse>
				<verse number="5">ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ເທວະດາ​ແຫ່ງ​ນໍ້າ​ນັ້ນ​ຮ້ອງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຜູ້​ບໍຣິສຸດ ຜູ້​ຊົງ​ດຳລົງ​ຢູ່​ບັດນີ້ ແລະ​ຜູ້​ຊົງ​ດຳລົງ​ຢູ່​ໃນ​ຄາວກ່ອນ ພຣະອົງ​ຊົງ​ເປັນ​ຜູ້​ຍຸດຕິທຳ ເພາະ​ພຣະອົງ​ຊົງ​ພິພາກສາ​ເຫດການ​ເຫຼົ່ານີ້.</verse>
				<verse number="6">ເພາະ​ຄົນ​ເຫຼົ່ານັ້ນ​ໄດ້​ເຮັດ​ໃຫ້​ເລືອດ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ຂອງ​ຜູ້​ປະກາດ​ພຣະທຳ​ໄຫລ​ອອກ ແລະ​ພຣະອົງ​ໄດ້​ຊົງ​ປະທານ​ເລືອດ​ໃຫ້​ພວກເຂົາ​ດື່ມ ກໍ​ສົມຄວນ​ກັບ​ການ​ກະທຳ​ຂອງ​ພວກເຂົາ​ແລ້ວ.”</verse>
				<verse number="7">ແລະ​ຂ້າພະເຈົ້າ​ໄດ້ຍິນ​ແທ່ນບູຊາ​ຮ້ອງ​ວ່າ, “ຈິງຢູ່ແລ້ວ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ຊົງ​ຣິດທານຸພາບ​ສູງສຸດ ການ​ພິພາກສາ​ຂອງ​ພຣະອົງ​ກໍ​ທ່ຽງແທ້​ແລະ​ຍຸດຕິທຳ.”</verse>
				<verse number="8">ແລ້ວ​ເທວະດາ​ຕົນ​ທີ​ສີ່ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃສ່​ດວງ​ຕາເວັນ ແລະ​ດວງ​ຕາເວັນ​ກໍໄດ້​ຮັບ​ອະນຸຍາດ​ໃຫ້​ເຜົາໄໝ້​ຄົນ​ທັງຫລາຍ​ດ້ວຍ​ຄວາມຮ້ອນ​ອັນ​ແຮງກ້າ.</verse>
				<verse number="9">ພວກເຂົາ​ໄດ້​ຖືກ​ເຜົາໄໝ້​ດ້ວຍ​ແສງ​ແດດກ້າ ແລະ​ພວກເຂົາ​ກໍໄດ້​ສາບແຊ່ງ​ພຣະນາມ​ຂອງ​ພຣະເຈົ້າ ອົງ​ທີ່​ມີ​ສິດ​ອຳນາດ​ເໜືອ​ໄພພິບັດ​ນັ້ນ ແລະ​ພວກເຂົາ​ບໍ່​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເພື່ອ​ຖວາຍ​ພຣະກຽດ​ແກ່​ພຣະອົງ.</verse>
				<verse number="10">ແລ້ວ​ເທວະດາ​ຕົນ​ທີ​ຫ້າ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃສ່​ບັນລັງ​ຂອງ​ສັດຮ້າຍ ຄວາມມືດ​ຈຶ່ງ​ຕົກ​ໃສ່​ອານາຈັກ​ຂອງ​ສັດຮ້າຍ ແລະ​ຄົນ​ເຫຼົ່ານັ້ນ​ກໍ​ກັດ​ລີ້ນ​ຂອງຕົນ​ເພາະ​ຄວາມ​ເຈັບປວດ</verse>
				<verse number="11">ແລະ​ພວກເຂົາ​ໄດ້​ສາບແຊ່ງ​ພຣະເຈົ້າ​ແຫ່ງ​ສະຫວັນ ຍ້ອນ​ຄວາມ​ເຈັບປວດ​ແລະ​ຕຸ່ມຝີ ທີ່​ເກີດ​ຕາມ​ຕົນຕົວ​ຂອງ​ພວກເຂົາ​ນັ້ນ ແຕ່​ພວກເຂົາ​ບໍ່ໄດ້​ກັບໃຈ​ຈາກ​ການ​ກະທຳ​ຂອງຕົນ.</verse>
				<verse number="12">ແລ້ວ​ເທວະດາ​ຕົນ​ທີ​ຫົກ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃສ່​ແມ່ນໍ້າ​ໃຫຍ່​ເອີຟຣັດ ແມ່ນໍ້າ​ນັ້ນ​ໄດ້​ແຫ້ງ​ໄປ ເພື່ອ​ຕຽມ​ຫົນທາງ​ໄວ້​ໃຫ້​ບັນດາ​ກະສັດ ທີ່​ມາ​ຈາກ​ທິດ​ຕາເວັນອອກ.</verse>
				<verse number="13">ຕໍ່ມາ ຂ້າພະເຈົ້າ​ໄດ້​ເຫັນ​ວິນຍານ​ຊົ່ວຮ້າຍ​ສາມ​ດວງ ມີ​ລັກສະນະ​ເໝືອນ​ໂຕ​ກົບ ວິນຍານ​ນັ້ນ​ໄດ້​ອອກ​ມາ​ຈາກ​ປາກ​ຂອງ​ພະຍານາກ, ປາກ​ຂອງ​ສັດຮ້າຍ ແລະ​ປາກ​ຂອງ​ຜູ້​ປະກາດ​ພຣະທຳ​ປອມ.</verse>
				<verse number="14">ດ້ວຍວ່າ, ວິນຍານ​ເຫຼົ່ານັ້ນ​ເປັນ​ຜີມານຮ້າຍ ທີ່​ເຮັດ​ໝາຍສຳຄັນ ມັນ​ອອກ​ໄປ​ຫາ​ກະສັດ​ທັງຫລາຍ​ທົ່ວ​ພິພົບໂລກ ເພື່ອ​ໃຫ້​ກະສັດ​ເຫຼົ່ານັ້ນ​ມາ​ຮ່ວມ​ກັນ​ສຳລັບ​ການ​ສົງຄາມ ໃນ​ວັນ​ອັນ​ໃຫຍ່ຫລວງ​ຂອງ​ພຣະເຈົ້າ ຜູ້​ຊົງ​ຣິດທານຸພາບ​ສູງສຸດ. (</verse>
				<verse number="15">“ເບິ່ງແມ! ເຮົາ​ຈະ​ມາ​ເໝືອນ​ຂະໂມຍ​ມາ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ເຝົ້າ​ລະວັງ ແລະ​ຮັກສາ​ເສື້ອຜ້າ​ຂອງຕົນ​ໄວ້ ເພື່ອ​ວ່າ​ຕົນ​ຈະ​ບໍ່ໄດ້​ເປືອຍກາຍ ແລະ​ເປັນ​ທີ່​ອັບອາຍ​ໃນ​ທ່າມກາງ​ຄົນ​ທັງຫລາຍ.”)</verse>
				<verse number="16">ແລະ​ວິນຍານ​ເຫຼົ່ານັ້ນ ໄດ້​ພາ​ກະສັດ​ທັງຫລາຍ​ມາ​ຊຸມນຸມ​ກັນ​ໃນ​ບ່ອນ​ໜຶ່ງ ຕາມ​ພາສາ​ເຮັບເຣີ​ເອີ້ນ​ວ່າ, “ອາມາເຄໂດນ.”</verse>
				<verse number="17">ແລ້ວ​ເທວະດາ​ຕົນ​ທີ​ເຈັດ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃນ​ອາກາດ ມີ​ສຽງ​ໜຶ່ງ​ດັງ​ແຮງ​ມາ​ຈາກ​ບັນລັງ​ໃນ​ພຣະວິຫານ ກ່າວ​ວ່າ, “ສຳເລັດ​ແລ້ວ.”</verse>
				<verse number="18">ແລ້ວ​ກໍ​ມີ​ຟ້າ​ແມບເຫຼື້ອມ, ມີ​ສຽງ​ແຕກ​ດັງ​ສະໜັ່ນ, ຟ້າຮ້ອງ​ຢ່າງ​ບໍ່​ຂາດ​ສາຍ ແລະ​ແຜ່ນດິນ​ກໍ​ໄຫວ​ຢ່າງ​ແຮງ. ຕັ້ງແຕ່​ມະນຸດ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ​ໃນ​ໂລກ ບໍ່ເຄີຍ​ມີ​ແຜ່ນດິນ​ຫວັ່ນໄຫວ​ອັນ​ໃຫຍ່ ແລະ​ຮ້າຍແຮງ​ຂະໜາດ​ນີ້​ຈັກເທື່ອ ນີ້​ແມ່ນ​ແຜ່ນດິນ​ໄຫວ​ຄັ້ງ​ຍິ່ງໃຫຍ່​ທີ່ສຸດ</verse>
				<verse number="19">ມະຫາ​ນະຄອນ​ໄດ້​ແຍກ​ອອກ​ເປັນ​ສາມ​ສ່ວນ ແລະ​ເມືອງ​ທັງຫລາຍ​ໃນ​ທຸກ​ປະເທດ​ໄດ້​ຖືກ​ທຳລາຍ. ພຣະເຈົ້າ​ບໍ່ໄດ້​ລືມ​ມະຫາ​ນະຄອນ​ບາບີໂລນ ແລະ​ໄດ້​ຊົງ​ໃຫ້​ນະຄອນ​ນີ້​ດື່ມ​ເຫຼົ້າ​ອະງຸ່ນ ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ.</verse>
				<verse number="20">ເກາະ​ທຸກ​ແຫ່ງ​ໄດ້​ສູນຫາຍ​ໄປ, ພູ​ທຸກ​ໜ່ວຍ​ກໍ​ຊອກ​ຫາ​ບໍ່​ພົບ.</verse>
				<verse number="21">ມີ​ໝາກເຫັບ​ໃຫຍ່ ໜັກ​ກ້ອນ​ລະ​ຫ້າສິບ​ກິໂລກຼາມ ຕົກ​ຈາກ​ທ້ອງຟ້າ​ຖືກ​ຄົນ​ທັງປວງ, ພວກເຂົາ​ໄດ້​ປ້ອຍດ່າ​ພຣະເຈົ້າ ຍ້ອນ​ໄພພິບັດ​ທີ່​ເກີດ​ຈາກ​ໝາກເຫັບ​ນັ້ນ. ດ້ວຍວ່າ ເປັນ​ໄພພິບັດ​ອັນ​ຮ້າຍແຮງ​ເຫລືອເກີນ.</verse>
			</chapter>
			<chapter number="17">
				<verse number="1">ແລ້ວ​ເທວະດາ​ຕົນ​ໜຶ່ງ​ໃນ​ເຈັດ​ຕົນ ທີ່​ຖື​ຂັນ​ທັງ​ເຈັດ​ໜ່ວຍ​ນັ້ນ ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ເຊີນ​ມາ​ທີ່​ນີ້​ເທີ້ນ ເຮົາ​ຈະ​ໃຫ້​ທ່ານ​ເຫັນ​ການ​ຊົງ​ພິພາກສາ​ລົງໂທດ ຍິງໂສເພນີ​ຄົນ​ສຳຄັນ ທີ່​ນັ່ງ​ຢູ່​ເທິງ​ແມ່ນໍ້າ​ອັນ​ຫລວງຫລາຍ.</verse>
				<verse number="2">ຄື​ຍິງ​ນັ້ນ​ທີ່​ບັນດາ​ກະສັດ​ທົ່ວ​ໂລກ ໄດ້​ຫລີ້ນ​ຜິດ​ສິນທຳ​ທາງ​ເພດ​ກັບ​ມັນ ແລະ​ຊາວ​ໂລກ​ທັງຫລາຍ​ໄດ້​ມົວເມົາ​ດ້ວຍ​ເຫລົ້າແວງ ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ມັນ​ນັ້ນ.”</verse>
				<verse number="3">ເທວະດາ​ຕົນ​ນັ້ນ​ໄດ້​ຍົກ​ຂ້າພະເຈົ້າ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງ​ກັນດານ ໂດຍ​ພຣະວິນຍານ. ໃນ​ທີ່ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ແມ່ຍິງ​ຄົນ​ໜຶ່ງ ນັ່ງ​ຢູ່​ເທິງ​ຫລັງ​ສັດຮ້າຍ​ສີແດງເຂັ້ມ​ໂຕໜຶ່ງ ຊຶ່ງ​ມີ​ຫລາຍຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ​ເຕັມ​ໄປ​ທັງ​ຕົວ, ມັນ​ມີ​ເຈັດ​ຫົວ ແລະ​ສິບ​ເຂົາ.</verse>
				<verse number="4">ຍິງ​ຜູ້ນັ້ນ ນຸ່ງ​ເຄື່ອງ​ສີມ່ວງ​ອ່ອນ​ແລະ​ສີແດງເຂັ້ມ ແລະ​ປະດັບ​ຕົວ​ດ້ວຍ​ເຄື່ອງ​ຄຳ, ເພັດພອຍ ແລະ​ໄຂ່ມຸກ. ໃນ​ມື​ຂອງ​ນາງ​ມີ​ຈອກ​ຄຳ ທີ່​ເຕັມ​ແຕ່​ມົນທິນ​ອັນ​ໜ້າຂີ້ດຽດ ເປັນ​ຜົນ​ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ນາງ.</verse>
				<verse number="5">ທີ່​ໜ້າຜາກ​ມີ​ຊື່​ຂຽນ​ໄວ້​ເປັນ​ຄວາມ​ເລິກລັບ​ວ່າ, “ບາບີໂລນ​ມະຫາ​ນະຄອນ ແມ່​ຂອງ​ໂສເພນີ​ທັງຫລາຍ ແລະ​ແມ່​ຂອງ​ສິ່ງ​ທັງປວງ​ທີ່​ໜ້າກຽດ​ໜ້າຊັງ​ໃນ​ແຜ່ນດິນ​ໂລກ.”</verse>
				<verse number="6">ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ຍິງ​ຄົນ​ນັ້ນ ເມົາ​ດ້ວຍ​ເລືອດ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ດ້ວຍ​ເລືອດ​ຂອງ​ບັນດາ​ຜູ້​ທີ່​ຍອມ​ສະຫລະ​ຊີວິດ ເພາະ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ. ເມື່ອ​ຂ້າພະເຈົ້າ​ເຫັນ​ຍິງ​ຄົນ​ນັ້ນ​ແລ້ວ ກໍ​ອັດສະຈັນ​ໃຈ​ຫລາຍ.</verse>
				<verse number="7">ເທວະດາ​ຕົນ​ນັ້ນ​ຖາມ​ຂ້າພະເຈົ້າ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ປະຫລາດ​ໃຈ? ເຮົາ​ຈະ​ບອກ​ໃຫ້​ທ່ານ​ຮູ້​ຄວາມໝາຍ​ອັນ​ເລິກລັບ​ຂອງ​ຍິງ​ຄົນ​ນີ້ ແລະ​ສັດຮ້າຍ​ທີ່​ມີ​ເຈັດ​ຫົວ​ແລະ​ສິບ​ເຂົາ ຊຶ່ງ​ເປັນ​ພາຫານະ​ຂອງ​ຍິງ​ນັ້ນ.</verse>
				<verse number="8">ສັດຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ ໄດ້​ເປັນ​ຢູ່​ໃນ​ຄາວ​ກ່ອນ ແຕ່​ບັດນີ້​ບໍ່ໄດ້​ເປັນ​ຢູ່ ມັນ​ກຳລັງ​ຈະ​ຂຶ້ນ​ມາ​ຈາກ​ເຫວເລິກ ເພື່ອ​ໄປ​ສູ່​ຄວາມ​ຈິບຫາຍ ບັນດາ​ຊາວ​ໂລກ​ທີ່​ບໍ່ມີ​ຊື່​ຈົດ​ໄວ້​ໃນ​ທະບຽນ​ແຫ່ງ​ຊີວິດ ຕັ້ງແຕ່​ເລີ່ມຕົ້ນ​ຊົງ​ສ້າງ​ໂລກ​ນັ້ນ ກໍ​ຈະ​ປະຫລາດ​ໃຈ ເມື່ອ​ພວກເຂົາ​ເຫັນ​ສັດຮ້າຍ​ທີ່​ໄດ້​ເປັນ​ຢູ່​ໃນ​ຄາວ​ກ່ອນ ແຕ່​ບັດນີ້​ບໍ່ໄດ້​ເປັນ​ຢູ່ ແລະ​ກຳລັງ​ຈະ​ມາ​ປາກົດ​ອີກ.”</verse>
				<verse number="9">“ກ່ຽວກັບ​ເລື່ອງ​ນີ້​ແມ່ນ​ໃຫ້​ໃຊ້​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ. ຫົວ​ທັງ​ເຈັດ​ນັ້ນ​ໄດ້​ແກ່​ພູ​ນ້ອຍ​ເຈັດ​ໜ່ວຍ​ທີ່​ຍິງ​ນັ້ນ​ນັ່ງ​ຢູ່. ມັນ​ຍັງ​ໝາຍເຖິງ​ກະສັດ​ເຈັດ​ອົງ</verse>
				<verse number="10">ຊຶ່ງ​ຫ້າ​ອົງ​ໄດ້​ລ່ວງ​ໄປ​ແລ້ວ ອົງ​ໜຶ່ງ​ຊົງ​ກຳລັງ​ເປັນ​ຢູ່ ແລະ​ອີກ​ອົງ​ໜຶ່ງ​ຍັງ​ບໍ່ໄດ້​ສະເດັດ​ມາ. ເມື່ອ​ສະເດັດ​ມາ​ແລ້ວ​ຈະ​ຕ້ອງ​ດຳລົງ​ຢູ່​ຊົ່ວ​ຂະນະ​ໜຶ່ງ.</verse>
				<verse number="11">ສັດຮ້າຍ​ທີ່​ໄດ້​ເປັນ​ຢູ່​ໃນ​ຄາວກ່ອນ ແຕ່​ບັດນີ້​ບໍ່ໄດ້​ເປັນ​ຢູ່​ນັ້ນ ກໍ​ເປັນ​ອົງ​ທີ​ແປດ ແຕ່​ຍັງ​ເປັນ​ອົງ​ໜຶ່ງ​ໃນ​ເຈັດ​ອົງ​ນັ້ນ ແລະ​ຈະ​ໄປ​ສູ່​ຄວາມ​ຈິບຫາຍ.</verse>
				<verse number="12">ເຂົາ​ທັງ​ສິບ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ ໄດ້​ແກ່​ກະສັດ​ສິບ​ອົງ ທີ່​ຍັງ​ບໍ່ໄດ້​ສະເຫວີຍ​ຣາຊສົມບັດ ແຕ່​ຈະ​ໄດ້​ຮັບ​ອຳນາດ​ເໝືອນ​ກະສັດ​ດ້ວຍ​ກັນ​ກັບ​ສັດຮ້າຍ​ນັ້ນ​ໜຶ່ງ​ຊົ່ວໂມງ.</verse>
				<verse number="13">ກະສັດ​ທັງ​ສິບ​ອົງ​ນີ້​ມີ​ຈິດໃຈ​ຢ່າງ​ດຽວກັນ ແລະ​ພວກເຂົາ​ມອບ​ຣິດເດດ ແລະ​ຣິດອຳນາດ​ຂອງຕົນ​ໃຫ້​ແກ່​ສັດຮ້າຍ​ນັ້ນ.</verse>
				<verse number="14">ກະສັດ​ທັງຫລາຍ​ນັ້ນ​ຈະ​ສູ້ຮົບ​ກັບ​ພຣະ​ເມສານ້ອຍ ແລະ​ພຣະ​ເມສານ້ອຍ​ຈະ​ມີ​ໄຊຊະນະ ເພາະວ່າ​ພຣະອົງ​ເປັນ​ອົງ​ພຣະຜູ້​ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ​ເປັນ​ມະຫາ​ກະສັດ​ເໜືອ​ກະສັດ​ທັງຫລາຍ ຝ່າຍ​ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ ເປັນ​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ເອົາ​ແລະ​ຊົງ​ເລືອກ​ໄວ້ ກັບ​ທັງ​ເປັນ​ຜູ້​ສັດຊື່ ກໍ​ຈະ​ມີໄຊ​ດ້ວຍ​ກັນ​ກັບ​ພຣະອົງ.”</verse>
				<verse number="15">ເທວະດາ​ຕົນ​ນັ້ນ ຍັງ​ເວົ້າ​ຕໍ່​ຂ້າພະເຈົ້າ​ອີກ​ວ່າ, “ແມ່ນໍ້າ​ທັງຫລາຍ​ທີ່​ທ່ານ​ໄດ້​ເຫັນ ຊຶ່ງ​ເປັນ​ບ່ອນ​ທີ່​ຍິງໂສເພນີ​ນັ່ງ​ຢູ່​ນັ້ນ ໄດ້​ແກ່​ບັນດາ​ຊົນຊາດ ປະຊາຊົນ​ທັງຫລາຍ ບັນດາ​ປະຊາຊາດ ແລະ​ພາສາ​ຕ່າງໆ.</verse>
				<verse number="16">ເຂົາ​ທັງ​ສິບ​ກັບ​ສັດຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ, ຈະ​ພາກັນ​ກຽດຊັງ​ຍິງໂສເພນີ ຈະ​ເຮັດ​ໃຫ້​ມັນ​ຂາດ​ມິດ​ສະຫາຍ​ແລະ​ເປືອຍກາຍ ຈະ​ກັດ​ກິນ​ຊີ້ນ​ແລະ​ຈະ​ເອົາ​ໄຟ​ເຜົາ​ມັນ​ເສຍ.</verse>
				<verse number="17">ດ້ວຍວ່າ ພຣະເຈົ້າ​ໄດ້​ດົນໃຈ​ໃຫ້​ພວກເຂົາ​ປະຕິບັດ​ຕາມ​ພຣະປະສົງ​ຂອງ​ພຣະອົງ ໂດຍ​ໃຫ້​ພວກເຂົາ​ມີ​ຄວາມ​ຄິດ​ຢ່າງ​ດຽວກັນ ແລະ​ໄດ້​ມອບ​ອານາຈັກ​ຂອງ​ພວກເຂົາ​ໃຫ້​ແກ່​ສັດຮ້າຍ​ນັ້ນ ເພື່ອ​ປົກຄອງ​ຈົນກວ່າ​ຈະ​ສຳເລັດ ຕາມ​ພຣະທຳ​ຂອງ​ພຣະເຈົ້າ.</verse>
				<verse number="18">ຍິງ​ທີ່​ທ່ານ​ເຫັນ​ນັ້ນ ໄດ້​ແກ່​ມະຫາ​ນະຄອນ​ທີ່​ມີ​ອຳນາດ​ເໜືອ​ບັນດາ​ກະສັດ​ທັງຫລາຍ ທົ່ວ​ແຜ່ນດິນ​ໂລກ.”</verse>
			</chapter>
			<chapter number="18">
				<verse number="1">ຫລັງຈາກ​ນັ້ນ​ແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ ລົງ​ມາ​ຈາກ​ສະຫວັນ ມີ​ສິດ​ອຳນາດ​ອັນ​ຍິ່ງໃຫຍ່ ແລະ​ຣັດສະໝີ​ຂອງ​ເພິ່ນ​ກໍ​ສ່ອງ​ແຈ້ງ​ທົ່ວ​ແຜ່ນດິນ​ໂລກ.</verse>
				<verse number="2">ເທວະດາ​ນັ້ນ​ໄດ້​ຮ້ອງ​ປະກາດ​ສຽງ​ແຮງ​ກ້າ​ຂຶ້ນ​ວ່າ, “ບາບີໂລນ​ມະຫາ​ນະຄອນ​ຫຼົ້ມຈົມ​ແລ້ວ ຫຼົ້ມຈົມ​ເສຍ​ແລ້ວ ມັນ​ກາຍເປັນ​ບ່ອນ​ອາໄສ​ຂອງ​ພວກ​ຜີມານຮ້າຍ ເປັນ​ບ່ອນ​ລີ້ຊ່ອນ​ຂອງ​ວິນຍານ​ຊົ່ວຮ້າຍ​ທຸກຢ່າງ ແລະ​ເປັນ​ຄອນ​ນົກ​ບໍ່​ສະອາດ​ແລະ​ໜ້າກຽດ​ໜ້າຊັງ​ທຸກ​ຊະນິດ.</verse>
				<verse number="3">ເພາະວ່າ​ປະຊາຊາດ​ທັງປວງ​ໄດ້​ດື່ມ​ເຫລົ້າແວງ​ປຸກ​ຢ່າງ​ເຫລືອເກີນ ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ນະຄອນ​ນັ້ນ. ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ​ໄດ້​ລ່ວງຜິດ​ສິນທຳ​ທາງ​ເພດ​ກັບ​ນະຄອນ​ນັ້ນ ແລະ​ພໍ່ຄ້າ​ທັງຫລາຍ​ແຫ່ງ​ແຜ່ນດິນ​ໂລກ ໄດ້​ລໍ້າລວຍ​ດ້ວຍ​ຊັບ​ອັນ​ຟຸມເຟືອຍ​ຂອງ​ນະຄອນ​ນັ້ນ.”</verse>
				<verse number="4">ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ອີກ​ຈາກ​ສະຫວັນ​ກ່າວ​ວ່າ, “ໄພ່ພົນ​ຂອງເຮົາ​ເອີຍ, ຈົ່ງ​ອອກ​ມາ​ຈາກ​ມະຫາ​ນະຄອນ​ນັ້ນ​ເສຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ບໍ່ມີ​ສ່ວນ ໃນ​ການບາບ​ຂອງ​ມັນ ເພື່ອ​ເຈົ້າ​ຈະ​ບໍ່ໄດ້​ຖືກ​ໄພ​ອັນຕະລາຍ ທີ່​ຈະ​ເກີດ​ແກ່​ມັນ​ນັ້ນ,</verse>
				<verse number="5">ເພາະ​ການບາບ​ຂອງ​ນະຄອນ​ນັ້ນ ກອງ​ສູງ​ຂຶ້ນ​ພຽງ​ຟ້າ​ແລ້ວ ແລະ​ພຣະເຈົ້າ​ໄດ້​ຊົງ​ຈື່ຈຳ​ການ​ກະທຳ ອັນ​ຊົ່ວຊ້າ​ຂອງ​ມັນ​ໄວ້​ແລ້ວ.</verse>
				<verse number="6">ນະຄອນ​ນັ້ນ​ໄດ້​ໃຫ້​ຜົນ​ຢ່າງ​ໃດ ກໍ​ຈົ່ງ​ໃຫ້​ຜົນ​ແກ່​ມັນ​ຢ່າງ​ນັ້ນ ແລະ​ຈົ່ງ​ຕອບແທນ​ແກ່​ການ​ກະທຳ ຂອງ​ມັນ​ເປັນ​ສອງ​ເທົ່າ. ໃນ​ຈອກ​ທີ່​ມັນ​ໄດ້​ປະສົມ​ໄວ້ ກໍ​ຈົ່ງ​ປະສົມ​ລົງ​ໃນ​ຈອກ​ນັ້ນ​ສອງ​ເທົ່າ.</verse>
				<verse number="7">ນະຄອນ​ນັ້ນ​ໄດ້​ອວດ​ຈອງຫອງ ແລະ​ປ່ອຍ​ຕົວ​ໄປ ຕາມ​ຄວາມ​ສະໜຸກ​ສະໜານ​ເທົ່າ​ໃດ ກໍ​ຈົ່ງ​ໃຫ້​ມັນ​ໄດ້​ຮັບ ການ​ທໍລະມານ ແລະ​ຄວາມ​ໂສກເສົ້າ​ຫລາຍ​ເທົ່ານັ້ນ ເພາະ​ມັນ​ຄິດ​ໃນ​ໃຈ​ວ່າ, ‘ເຮົາ​ຢູ່​ໃນ​ຕຳແໜ່ງ​ຣາຊີນີ ບໍ່ແມ່ນ​ແມ່ໝ້າຍ, ເຮົາ​ຈະ​ບໍ່​ປະສົບ​ຄວາມ​ໂສກເສົ້າ​ຈັກເທື່ອ’</verse>
				<verse number="8">ຍ້ອນ​ການ​ນີ້ ໄພພິບັດ​ຕ່າງໆ ຂອງ​ນະຄອນ​ນັ້ນ ຈະ​ຕົກ​ຖືກ​ນາງ​ໃນ​ວັນ​ດຽວ ຄື​ຄວາມ​ຕາຍ, ຄວາມ​ໂສກເສົ້າ ແລະ​ຄວາມ​ອຶດຢາກ. ແລະ​ໄຟ​ເຜົາຜານ​ນາງ​ໃຫ້​ຈິບຫາຍ ເພາະ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ຜູ້​ຊົງ​ຕັດສິນ​ລົງໂທດ​ນະຄອນ​ນັ້ນ ຊົງ​ປະກອບ​ດ້ວຍ​ພຣະ​ກຳລັງ.”</verse>
				<verse number="9">ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ ທີ່​ໄດ້​ລ່ວງຜິດ​ສິນທຳ​ທາງ​ເພດ​ກັບ​ນະຄອນ​ນັ້ນ ແລະ​ໄດ້​ປ່ອຍ​ຕົວ​ໄປ​ຕາມ​ຄວາມ​ສະໜຸກ​ສະໜານ​ຮ່ວມ​ກັນ​ນັ້ນ ເມື່ອ​ໄດ້​ເຫັນ​ຄວັນໄຟ​ໄໝ້ ມັນ​ກໍ​ຈະ​ຕີ​ເອິກ​ຮ້ອງໄຫ້.</verse>
				<verse number="10">ກະສັດ​ເຫຼົ່ານັ້ນ​ກໍ​ຢືນ​ຢູ່​ຫ່າງໄກ ເພາະ​ຢ້ານ​ໄພ​ແຫ່ງ​ການ​ທໍລະມານ​ຂອງ​ນະຄອນ​ນັ້ນ ແລະ​ຈະ​ກ່າວ​ວ່າ, “ວິບັດ ວິບັດ​ແລ້ວ ບາບີໂລນ​ມະຫາ​ນະຄອນ​ທີ່​ແຂງແຮງ​ເອີຍ ເຈົ້າ​ໄດ້​ຖືກ​ການ​ພິພາກສາ​ລົງໂທດ​ເສຍ ພາຍ​ໃນ​ຊົ່ວໂມງ​ດຽວ​ເທົ່ານັ້ນ.”</verse>
				<verse number="11">ບັນດາ​ພໍ່ຄ້າ​ແຫ່ງ​ແຜ່ນດິນ​ໂລກ ຕ່າງ​ກໍ​ຈະ​ຮ້ອງໄຫ້​ແລະ​ໂສກເສົ້າ ເພາະ​ນະຄອນ​ນັ້ນ​ເໝືອນກັນ, ເພາະວ່າ​ບໍ່ມີ​ຜູ້ໃດ​ຊື້​ສິນຄ້າ​ທີ່​ພວກເຂົາ​ບັນທຸກ​ມາ​ນັ້ນ.</verse>
				<verse number="12">ສິນຄ້າ​ເຫຼົ່ານັ້ນ​ຄື: ຄຳ, ເງິນ, ເພັດພອຍ​ຕ່າງໆ​ແລະ​ໄຂ່ມຸກ, ຜ້າປ່ານ​ເນື້ອລະອຽດ, ຜ້າ​ສີມ່ວງ, ຜ້າ​ໄໝ​ແລະ​ຜ້າ​ສີແດງເຂັ້ມ, ໄມ້​ຫອມ​ທຸກ​ຊະນິດ, ເຄື່ອງໃຊ້​ຕ່າງໆ​ທີ່​ເຮັດ​ດ້ວຍ​ງາ​ຊ້າງ ແລະ​ເຮັດ​ດ້ວຍ​ໄມ້​ອັນ​ມີຄ່າ, ເຮັດ​ດ້ວຍ​ທອງສຳຣິດ ເຮັດ​ດ້ວຍ​ເຫຼັກ ແລະ​ເຮັດ​ດ້ວຍ​ຫີນອ່ອນ,</verse>
				<verse number="13">ເຄື່ອງເທດ​ແລະ​ເຄື່ອງຫອມ, ກຳຍານ, ນໍ້າມັນ​ຫອມ​ແລະ​ເຄື່ອງຫອມ​ເຜົາບູຊາ, ເຫຼົ້າ​ອະງຸ່ນ​ແລະ​ນໍ້າມັນ​ໝາກກອກເທດ, ເຂົ້າ​ແປ້ງ​ລະອຽດ​ແລະ​ເຂົ້າ​ບະເລ, ງົວ​ແລະ​ແກະ, ມ້າ​ແລະ​ລົດມ້າ, ຂ້ອຍໃຊ້, ຕະຫລອດ​ທັງ​ຊີວິດ​ຈິດໃຈ​ມະນຸດ​ດ້ວຍ.</verse>
				<verse number="14">ພວກເຂົາ​ກ່າວ​ວ່າ, “ຜົນ​ທຸກຢ່າງ​ທີ່​ໃຈ​ເຈົ້າ​ປາຖະໜາ​ຢາກ​ໄດ້​ນັ້ນ ກໍ​ສູນຫາຍ​ໄປ​ແລ້ວ ສິ່ງສາລະພັດ​ອັນ​ມີ​ຄ່າ​ແລະ​ຄວາມ​ສວຍສົດ​ງົດງາມ ກໍ​ສູນເສຍ​ໄປ​ຈາກ​ເຈົ້າ​ແລ້ວ ແລະ​ເຈົ້າ​ຈະ​ບໍ່​ພົບ​ເຫັນ​ອີກ​ຈັກເທື່ອ.”</verse>
				<verse number="15">ບັນດາ​ພໍ່ຄ້າ​ທີ່​ໄດ້​ຮັ່ງມີ​ຈາກ​ການ​ຄ້າຂາຍ​ໃນ​ນະຄອນ​ນີ້ ຕ່າງ​ກໍ​ຈະ​ຢືນ​ຢູ່​ຫ່າງໆ ເພາະ​ຢ້ານ​ໄດ້​ຮັບ​ສ່ວນ​ທົນທຸກ​ທໍລະມານ​ກັບ​ນາງ ພວກເຂົາ​ຈະ​ຮ້ອງໄຫ້​ແລະ​ໂສກເສົ້າ</verse>
				<verse number="16">ແລະ​ເປັ່ງ​ສຽງ​ດັງ​ວ່າ, “ວິບັດ ວິບັດ​ແລ້ວ ມະຫາ​ນະຄອນ​ນັ້ນ ທີ່​ເຄີຍ​ນຸ່ງ​ຫົ່ມ​ຜ້າປ່ານ​ເນື້ອລະອຽດ ຜ້າ​ສີມ່ວງ​ອ່ອນ ຜ້າ​ສີແດງເຂັ້ມ ທີ່​ເຄີຍ​ປະດັບ​ຕົວ​ດ້ວຍ​ຄຳ ດ້ວຍ​ເພັດພອຍ​ຕ່າງໆ ແລະ​ດ້ວຍ​ໄຂ່ມຸກ​ນັ້ນ.</verse>
				<verse number="17">ພຽງແຕ່​ຊົ່ວໂມງ​ດຽວ ຊັບສົມບັດ​ເຫຼົ່ານັ້ນ​ກໍໄດ້​ຖືກ​ທຳລາຍ​ເສຍ​ໄປ​ໝົດ.” ນາຍ​ເຮືອ​ກຳປັ່ນ​ທຸກຄົນ ແລະ​ຄົນ​ໂດຍສານ ບັນດາ​ລູກ​ເຮືອ ແລະ​ຄົນ​ທັງໝົດ ທີ່​ມີ​ອາຊີບ​ທາງ​ທະເລ ຕ່າງ​ກໍ​ພາກັນ​ຢືນ​ຢູ່​ຫ່າງໄກ,</verse>
				<verse number="18">ເມື່ອ​ເຫັນ​ຄວັນ​ຈາກ​ແປວໄຟ​ທີ່​ໄໝ້​ນະຄອນ​ນັ້ນ ພວກເຂົາ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ບໍ່ມີ​ນະຄອນ​ໃດ​ເລີຍ ທີ່​ຈະ​ເປັນ​ດັ່ງ​ມະຫາ​ນະຄອນ​ນີ້.”</verse>
				<verse number="19">ພວກເຂົາ​ໄດ້​ເອົາ​ຂີ້ຝຸ່ນ​ດິນ​ໃສ່​ຫົວ​ຂອງຕົນ ພ້ອມ​ທັງ​ຮ້ອງໄຫ້​ແລະ​ໂສກເສົ້າ ເອີ່ຍ​ຂຶ້ນ​ວ່າ, “ວິບັດ ວິບັດ​ແລ້ວ ມະຫາ​ນະຄອນ​ນີ້ ຊຶ່ງ​ໄດ້​ເຮັດ​ໃຫ້​ຄົນ​ທັງໝົດ​ທີ່​ມີ​ເຮືອ​ກຳປັ່ນ​ເດີນ​ທະເລ ເປັນ​ຄົນ​ຮັ່ງມີ​ດ້ວຍ​ຊັບສົມບັດ​ຂອງ​ນາງ, ພາຍ​ໃນ​ຊົ່ວໂມງ​ດຽວ ກໍ​ຖືກ​ຊົງ​ທຳລາຍ​ເສຍ​ໄປ​ໝົດ.”</verse>
				<verse number="20">“ໂອ ສະຫວັນ ແລະ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ໂອ ອັກຄະສາວົກ ແລະ​ຜູ້​ປະກາດ​ພຣະທຳ​ທັງຫລາຍ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເພາະ​ນະຄອນ​ນັ້ນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ພິພາກສາ​ລົງໂທດ​ນະຄອນ​ນັ້ນ ເພື່ອ​ເປັນ​ການ​ແກ້ແຄ້ນ​ໃຫ້​ເຈົ້າ​ທັງຫລາຍ​ແລ້ວ.”</verse>
				<verse number="21">ແລ້ວ​ມີ​ເທວະດາ​ຜູ້​ມີ​ຣິດ​ຕົນ​ໜຶ່ງ ໄດ້​ຍົກ​ຫີນ​ກ້ອນ​ໜຶ່ງ​ເໝືອນ​ຫີນ​ໂມ້​ໃຫຍ່ ຖິ້ມ​ລົງ​ໃນ​ທະເລ ກ່າວ​ວ່າ, “ບາບີໂລນ ມະຫາ​ນະຄອນ​ນັ້ນ ຈະ​ຖືກ​ຖິ້ມ​ລົງ​ໂດຍ​ຮຸນແຮງ​ຢ່າງ​ນີ້​ແຫຼະ, ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ມັນ​ອີກ​ຈັກເທື່ອ.</verse>
				<verse number="22">ສຽງ​ນັກດີດພິນ ນັກເສບ ນັກເປົ່າຂຸ່ຍ ແລະ​ເປົ່າແກ​ຈະ​ບໍ່ໄດ້ຍິນ​ໃນ​ເຈົ້າ​ຕໍ່ໄປ​ອີກ ຈະ​ບໍ່​ພົບ​ຄົນ​ທີ່​ມີ​ວິຊາ​ຊ່າງ​ຢ່າງ​ໃດ​ຈັກ​ຄົນ​ໃນ​ເຈົ້າ​ຕໍ່ໄປ​ອີກ ແລະ​ສຽງ​ໂມ້​ແປ້ງ​ຈະ​ບໍ່ໄດ້ຍິນ​ໃນ​ເຈົ້າ​ຕໍ່ໄປ​ອີກ​ຈັກເທື່ອ.</verse>
				<verse number="23">ຈະ​ບໍ່ມີ​ແສງ​ໂຄມ​ສ່ອງ​ສະຫວ່າງ​ໃນ​ເຈົ້າ​ຕໍ່ໄປ​ອີກ, ຈະ​ບໍ່ມີ​ຜູ້ໃດ​ໄດ້ຍິນ​ສຽງ​ເຈົ້າບ່າວ ເຈົ້າສາວ​ໃນ​ເຈົ້າ​ຕໍ່ໄປ​ອີກ​ຈັກເທື່ອ, ເພາະວ່າ​ບັນດາ​ພໍ່ຄ້າ​ຂອງ​ເຈົ້າ ໄດ້​ເປັນ​ເຈົ້ານາຍ​ແຫ່ງ​ແຜ່ນດິນ​ໂລກ ແລະ​ບັນດາ​ປະຊາຊາດ​ໄດ້​ຖືກ​ຫລອກລວງ ດ້ວຍ​ເວດມົນ​ຄາຖາ​ຂອງ​ເຈົ້າ.</verse>
				<verse number="24">ໃນ​ນະຄອນ​ນັ້ນ ເຂົາ​ໄດ້​ພົບ​ເລືອດ​ຂອງ​ພວກ​ຜູ້​ປະກາດ​ພຣະທຳ ແລະ​ຂອງ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ກັບ​ເລືອດ​ຂອງ​ບັນດາ​ຄົນ​ທີ່​ຖືກ​ຂ້າ​ເທິງ​ແຜ່ນດິນ​ໂລກ​ນັ້ນ.”</verse>
			</chapter>
			<chapter number="19">
				<verse number="1">ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້ຍິນ​ເໝືອນ​ສຽງດັງ​ຂອງ​ປະຊາຊົນ​ຈຳນວນ​ຫລາຍ​ໃນ​ສະຫວັນ ກຳລັງ​ຮ້ອງ​ວ່າ, “ຮາເລລູຢາ ຄວາມ​ພົ້ນ ສະຫງ່າຣາສີ ແລະ​ຣິດອຳນາດ ເປັນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ທັງຫລາຍ.</verse>
				<verse number="2">ດ້ວຍວ່າ, ການ​ຕັດສິນ​ຂອງ​ພຣະອົງ ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຍິງໂສເພນີ​ຄົນ​ສຳຄັນ ຜູ້​ທີ່​ໄດ້​ເຮັດ​ໃຫ້​ໂລກ​ຊົ່ວຊ້າ​ໄປ​ດ້ວຍ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງຕົນ ພຣະເຈົ້າ​ໄດ້​ລົງໂທດ​ນາງ ຍ້ອນ​ນາງ​ໄດ້​ຂ້າ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ.”</verse>
				<verse number="3">ແລ້ວ​ຄົນ​ເຫຼົ່ານັ້ນ​ກໍໄດ້​ຮ້ອງ​ຂຶ້ນ​ເປັນ​ເທື່ອ​ທີ​ສອງ​ວ່າ, “ຮາເລລູຢາ.” ຄວັນ​ຈາກ​ແປວ​ໄຟ​ທີ່​ເຜົາ​ໄໝ້​ນາງ ​ນັ້ນ ກໍ​ພຸ່ງ​ຂຶ້ນ​ຢູ່​ຕະຫລອດ​ນິຣັນດອນ.</verse>
				<verse number="4">ພວກ​ຜູ້​ອາວຸໂສ​ຊາວສີ່​ທ່ານ ແລະ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ໄດ້​ຂາບລົງ ແລະ​ນະມັດສະການ​ພຣະເຈົ້າ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ພວກເພິ່ນ​ກ່າວ​ວ່າ, “ອາແມນ ຮາເລລູຢາ.”</verse>
				<verse number="5">ແລະ​ມີ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ​ວ່າ, “ເຈົ້າ​ທັງຫລາຍ​ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ທີ່​ຢຳເກງ​ພຣະອົງ ທັງ​ຜູ້ໃຫຍ່​ແລະ​ຜູ້ນ້ອຍ ຈົ່ງ​ຖວາຍ​ສັນລະເສີນ​ແດ່​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ.”</verse>
				<verse number="6">ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ເໝືອນ​ສຽງ​ຄົນ​ຈຳນວນ​ຫລວງຫລາຍ ເໝືອນ​ສຽງ​ນໍ້າ​ນອງ​ຕົກຕາດ ແລະ​ເໝືອນ​ຟ້າຮ້ອງ​ສຽງ​ແຮງກ້າ​ວ່າ, “ຮາເລລູຢາ ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ຣິດທານຸພາບ​ອັນ​ສູງສຸດ ໄດ້​ຊົງ​ຂຶ້ນ​ສະເຫວີຍ​ຣາດ​ແລ້ວ.</verse>
				<verse number="7">ໃຫ້​ເຮົາ​ທັງຫລາຍ​ຊົມຊື່ນ​ແລະ​ປິຕິຍິນດີ ພາກັນ​ຖວາຍ​ພຣະກຽດ​ແດ່​ພຣະອົງ ເພາະ​ເຖິງ​ເວລາ​ແຫ່ງ​ການ​ສົມຣົດ​ຂອງ​ພຣະ​ເມສານ້ອຍ​ແລ້ວ ແລະ​ເຈົ້າສາວ​ຂອງ​ພຣະອົງ​ໄດ້​ຕຽມພ້ອມ​ແລ້ວ.</verse>
				<verse number="8">ແລະ​ຊົງ​ໂຜດ​ໃຫ້​ເຈົ້າສາວ​ນັ້ນ ນຸ່ງ​ຫົ່ມ​ຜ້າປ່ານ​ເນື້ອລະອຽດ​ເສາະໃສ​ແລະ​ບໍຣິສຸດ.” (ເພາະ​ຜ້າປ່ານ​ເນື້ອ​ດີ​ນັ້ນ ໄດ້​ແກ່​ການ​ປະຕິບັດ​ອັນ​ຊອບທຳ​ແຫ່ງ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ.)</verse>
				<verse number="9">ເທວະດາ​ຕົນ​ນັ້ນ ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ຂຽນ​ໄວ້​ວ່າ, ຄວາມສຸກ​ມີ​ແກ່​ຄົນ​ທັງຫລາຍ ທີ່​ໄດ້​ຮັບ​ເຊີນ​ມາ​ໃນ​ງານ​ລ້ຽງ​ສົມຣົດ​ຂອງ​ພຣະ​ເມສານ້ອຍ​ນັ້ນ” ແລະ​ເພິ່ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຖ້ອຍຄຳ​ເຫຼົ່ານີ້ ເປັນ​ພຣະທຳ​ທ່ຽງແທ້​ຂອງ​ພຣະເຈົ້າ.”</verse>
				<verse number="10">ແລ້ວ​ຂ້າພະເຈົ້າ​ໄດ້​ກົ້ມ​ຕົວ​ລົງ​ໃກ້​ຕີນ​ພວກ​ເທວະດາ ເພື່ອ​ຈະ​ຂາບໄຫວ້​ເພິ່ນ ແຕ່​ເພິ່ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ລະວັງ ຢ່າ​ເຮັດ​ຢ່າງ​ນັ້ນ ເຮົາ​ເປັນ​ເພື່ອນ​ຜູ້ຮັບໃຊ້​ຮ່ວມ​ກັນ​ກັບ​ທ່ານ ແລະ​ຮ່ວມ​ກັບ​ພີ່ນ້ອງ​ຂອງທ່ານ ທີ່​ຢຶດຖື​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ ຈົ່ງ​ນະມັດສະການ​ພຣະເຈົ້າ​ເທີ້ນ. ເພາະວ່າ​ເນື້ອຄວາມ​ຂອງ​ການ​ປະກາດ​ພຣະທຳ ກໍ​ເປັນ​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.”</verse>
				<verse number="11">ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສະຫວັນ​ໄຂ​ອອກ​ດັ່ງນີ້ ມີ​ມ້າ​ຂາວ​ໂຕໜຶ່ງ ພຣະອົງ​ຜູ້​ປະທັບ​ເທິງ​ຫລັງ​ມ້າ​ນັ້ນ ຊົງ​ພຣະນາມ​ວ່າ, “ສັດຊື່.” ແລະ “ທ່ຽງແທ້.” ພຣະອົງ​ຜູ້​ຊົງ​ພິພາກສາ ແລະ​ສູ້ຮົບ​ດ້ວຍ​ຄວາມ​ຍຸດຕິທຳ.</verse>
				<verse number="12">ດວງຕາ​ຂອງ​ພຣະອົງ​ເປັນ​ເໝືອນ​ດັ່ງ​ແປວໄຟ ແລະ​ມີ​ມົງກຸດ​ຫລາຍ​ອັນ​ເທິງ​ຫົວ​ຂອງ​ພຣະອົງ ທີ່​ເທິງ​ຫົວ​ຂອງ​ພຣະອົງ​ມີ​ຊື່​ໜຶ່ງ​ຂຽນ​ໄວ້ ແຕ່​ບໍ່ມີ​ຜູ້ໃດ​ຮູ້ຈັກ ນອກຈາກ​ພຣະອົງ​ເອງ.</verse>
				<verse number="13">ເສື້ອຄຸມ​ທີ່​ພຣະອົງ​ຊົງ​ຫົ່ມ​ນັ້ນ ກໍ​ຈຸ່ມ​ແລ້ວ​ໃນ​ເລືອດ. ພຣະນາມ​ຂອງ​ພຣະອົງ​ເອີ້ນ​ວ່າ, “ພຣະຄຳ​ຂອງ​ພຣະເຈົ້າ.”</verse>
				<verse number="14">ຝູງ​ກອງທັບ​ໃນ​ສະຫວັນ​ນຸ່ງ​ຜ້າປ່ານ​ເນື້ອລະອຽດ​ສີຂາວ ແລະ​ຂີ່​ມ້າ​ຂາວ​ໄດ້​ແຫ່​ຕິດຕາມ​ພຣະອົງ​ໄປ.</verse>
				<verse number="15">ມີ​ດາບ​ຄົມ​ດວງ​ໜຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ເພື່ອ​ພຣະອົງ​ຈະ​ເອົາ​ຊະນະ​ຊົນຊາດ​ທັງຫລາຍ​ດ້ວຍ​ດາບ​ນັ້ນ. “ພຣະອົງ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນເຫລັກ​ທີ່​ມີ​ອຳນາດ ແລະ​ພຣະອົງ​ຈະ​ຢຽບ​ເອົາ​ນໍ້າ​ອະງຸ່ນ ໃນ​ອ່າງ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ແຮງກ້າ​ຂອງ​ພຣະເຈົ້າ ອົງ​ຊົງ​ຣິດທານຸພາບ​ສູງສຸດ.”</verse>
				<verse number="16">ຕາມ​ເສື້ອຄຸມ​ແລະ​ຕາມ​ກົກຂາ​ຂອງ​ພຣະອົງ ໄດ້​ມີ​ຊື່​ຂຽນ​ໄວ້​ວ່າ, “ຈອມ​ກະສັດ.” ແລະ “ຈອມ​ເຈົ້ານາຍ.”</verse>
				<verse number="17">ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ຢືນ​ຢູ່​ເທິງ​ຕາເວັນ. ເພິ່ນ​ຮ້ອງ​ສຽງດັງ​ໃສ່​ຝູງ​ນົກ​ທີ່​ບິນ​ໄປມາ​ຢູ່​ກາງ​ອາກາດ​ວ່າ, “ຈົ່ງ​ມາ​ໂຮມກັນ​ໃນ​ງານກິນລ້ຽງ​ອັນ​ໃຫຍ່​ຂອງ​ພຣະເຈົ້າ.</verse>
				<verse number="18">ເພື່ອ​ຈະ​ໄດ້​ມາ​ກິນ​ຊີ້ນ​ຂອງ​ບັນດາ​ກະສັດ, ຊີ້ນ​ບັນດາ​ແມ່ທັບ ແລະ​ບັນດາ​ທະຫານ, ຊີ້ນ​ຂອງ​ມ້າ​ກັບ​ຊີ້ນ​ຂອງ​ທະຫານ​ມ້າ, ຊີ້ນ​ຂອງ​ປະຊາຊົນ​ທັງຫລາຍ, ບໍ່​ວ່າ​ເປັນ​ຂ້ອຍໃຊ້ ຫລື​ເປັນ​ອິດສະຫລະ, ທັງ​ຜູ້ໃຫຍ່​ແລະ​ຜູ້ນ້ອຍ.”</verse>
				<verse number="19">ຕໍ່ມາ ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ ແລະ​ບັນດາ​ກະສັດ​ທັງຫລາຍ​ແຫ່ງ​ແຜ່ນດິນ​ໂລກ ພ້ອມ​ທັງ​ກອງທັບ​ຂອງ​ກະສັດ​ເຫຼົ່ານັ້ນ ໄດ້​ມາ​ໂຮມກັນ​ເພື່ອ​ສູ້ຮົບ​ກັບ​ພຣະອົງ ຜູ້​ທີ່​ນັ່ງ​ເທິງ​ຫລັງ​ມ້າ ແລະ​ຕໍ່ສູ້​ກອງທັບ​ຂອງ​ພຣະອົງ.</verse>
				<verse number="20">ສັດຮ້າຍ​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະກາດ​ພຣະທຳ ທີ່​ໄດ້​ເຮັດ​ໝາຍສຳຄັນ​ຕໍ່ໜ້າ​ສັດຮ້າຍ​ນັ້ນ ແລະ​ໃຊ້​ໝາຍສຳຄັນ​ນັ້ນ ຫລອກລວງ​ຄົນ​ທັງຫລາຍ​ທີ່​ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ແລະ​ບູຊາ​ຮູບ​ຂອງ​ມັນ ພວກເຂົາ​ທັງສອງ​ໄດ້​ຖືກ​ຖິ້ມ​ລົງ​ທັງ​ເປັນ ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ດ້ວຍ​ມາດ.</verse>
				<verse number="21">ສ່ວນ​ກອງທັບ​ຂອງ​ພວກເຂົາ​ທີ່​ຍັງເຫລືອ​ຢູ່​ນັ້ນ ກໍ​ຖືກ​ຂ້າ​ດ້ວຍ​ດາບ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ຜູ້​ຊົງ​ນັ່ງ​ເທິງ​ຫລັງ​ມ້າ​ນັ້ນ ແລະ​ຝູງ​ນົກ​ທັງປວງ​ກໍໄດ້​ກິນ​ຊີ້ນ​ຂອງ​ຄົນ​ເຫຼົ່ານັ້ນ​ຈົນ​ອີ່ມ.</verse>
			</chapter>
			<chapter number="20">
				<verse number="1">ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ, ເພິ່ນ​ຖື​ກະແຈ​ຂອງ​ເຫວເລິກ​ແລະ​ຖື​ໂສ້​ເສັ້ນ​ໃຫຍ່.</verse>
				<verse number="2">ເພິ່ນ​ໄດ້​ຈັບ​ເອົາ​ພະຍານາກ ຊຶ່ງ​ເປັນ​ງູ​ແຕ່​ດຶກດຳບັນ ຄື​ມານຮ້າຍ ແລະ​ມານຊາຕານ ໄດ້​ຜູກ​ມັດ​ມັນ​ໄວ້​ໃນ​ລະຫວ່າງ​ພັນ​ປີ.</verse>
				<verse number="3">ແລ້ວ​ເພິ່ນ​ໄດ້​ຖິ້ມ​ມັນ​ລົງ​ໄປ​ໃນ​ເຫວເລິກ ແລະ​ໃສ່​ກະແຈ ທັງ​ຕີ​ຕາປະທັບ​ໃສ່​ດ້ວຍ ເພື່ອ​ບໍ່​ໃຫ້​ມັນ​ໄດ້​ຫລອກລວງ​ບັນດາ​ປະຊາຊາດ​ທັງຫລາຍ​ອີກ​ຕໍ່ໄປ ຈົນກວ່າ​ໜຶ່ງພັນ​ປີ​ຜ່ານ​ພົ້ນ​ໄປ. ຫລັງຈາກ​ນັ້ນ ມັນ​ຈະ​ຕ້ອງ​ຖືກ​ປ່ອຍ​ໃຫ້​ອອກ​ມາ​ພຽງ​ຊົ່ວ​ໄລຍະ​ໜຶ່ງ.</verse>
				<verse number="4">ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ບັນລັງ​ຫລາຍ​ອັນ ແລະ​ຜູ້​ທີ່​ນັ່ງ​ເທິງ​ບັນລັງ​ນັ້ນ ເປັນ​ຜູ້​ທີ່​ໄດ້​ຮັບ​ພຣະຣາຊທານ​ອຳນາດ​ພິພາກສາ ແລະ​ຂ້າພະເຈົ້າ​ຍັງ​ໄດ້​ເຫັນ​ດວງ​ວິນຍານ​ຂອງ​ຄົນ​ທັງປວງ​ທີ່​ຖືກ​ຕັດ​ຄໍ ເພາະ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ ແລະ​ເພາະ​ພຣະທຳ​ຂອງ​ພຣະເຈົ້າ ຄື​ຜູ້​ທີ່​ບໍ່ໄດ້​ບູຊາ​ສັດຮ້າຍ ຫລື​ຮູບ​ຂອງ​ມັນ ແລະ​ບໍ່ໄດ້​ຮັບ​ເຄື່ອງໝາຍ​ຂອງ​ມັນ​ຕິດ​ໄວ້​ທີ່​ໜ້າຜາກ ຫລື​ທີ່​ມື​ຂອງຕົນ. ຄົນ​ເຫຼົ່ານັ້ນ​ກັບຄືນ​ມີ​ຊີວິດ​ໃໝ່ ແລະ​ໄດ້​ຄຸ້ມຄອງ​ຮ່ວມ​ກັບ​ພຣະຄຣິດ​ໃນ​ລະຫວ່າງ​ພັນ​ປີ. (</verse>
				<verse number="5">ນອກຈາກ​ຄົນ​ເຫຼົ່ານີ້ ຄົນອື່ນໆ​ທີ່​ຕາຍ​ແລ້ວ​ບໍ່ໄດ້​ກັບຄືນ​ມີ​ຊີວິດ​ອີກ ຈົນກວ່າ​ພັນ​ປີ​ນັ້ນ​ລ່ວງ​ໄປ​ແລ້ວ).</verse>
				<verse number="6">ຜູ້ໃດ​ທີ່​ມີ​ສ່ວນ​ໃນ​ການ​ຄືນ​ມາ​ຈາກ​ຕາຍ​ຄັ້ງ​ທຳອິດ ຜູ້ນັ້ນ​ກໍ​ເປັນ​ສຸກ​ແລະ​ບໍຣິສຸດ. ຄວາມ​ຕາຍ​ຄັ້ງ​ທີ​ສອງ ຈະ​ບໍ່ມີ​ອຳນາດ​ເໜືອ​ຄົນ​ເຫຼົ່ານັ້ນ ແຕ່​ພວກເຂົາ​ຈະ​ໄດ້​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າ ແລະ​ຂອງ​ພຣະຄຣິດ ທັງ​ຈະ​ຄຸ້ມຄອງ​ຮ່ວມ​ກັບ​ພຣະອົງ​ໃນ​ລະຫວ່າງ​ພັນ​ປີ.</verse>
				<verse number="7">ຫລັງຈາກ​ໜຶ່ງພັນ​ປີ​ຜ່ານ​ພົ້ນ​ໄປ​ແລ້ວ, ມານຊາຕານ​ຈະ​ຖືກ​ປ່ອຍຕົວ​ຈາກ​ບ່ອນ​ຂັງ​ມັນ​ໄວ້,</verse>
				<verse number="8">ມັນ​ຈະ​ອອກ​ໄປ​ຫລອກລວງ​ບັນດາ​ປະຊາຊາດ​ທັງຫລາຍ ທີ່​ກະຈັດ​ກະຈາຍ​ຢູ່​ທົ່ວ​ໂລກ ຄື​ໂກກ​ແລະ​ມາໂກກ ໃຫ້​ມາ​ເຕົ້າໂຮມ​ກັນ​ເພື່ອ​ການ​ເຮັດ​ເສິກ ຈຳນວນ​ຄົນ​ເຫຼົ່ານັ້ນ​ມີ​ຫລວງຫລາຍ ເໝືອນ​ເມັດ​ຊາຍ​ຕາມ​ແຄມ​ຝັ່ງ​ທະເລ.</verse>
				<verse number="9">ພວກເຂົາ​ແຜ່​ກະຈາຍ​ເປັນ​ກອງທັບ​ອອກ​ໄປ​ທົ່ວ​ແຜ່ນດິນ​ໂລກ ແລະ​ໄດ້​ອ້ອມ​ຄ້າຍ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ກັບ​ນະຄອນ​ທີ່​ພຣະອົງ​ຊົງ​ຮັກ​ນັ້ນ. ແຕ່​ໄຟ​ໄດ້​ຕົກລົງ​ມາ​ຈາກ​ສະຫວັນ ແລະ​ທຳລາຍ​ລ້າງຜານ​ພວກເຂົາ​ເສຍ.</verse>
				<verse number="10">ສ່ວນ​ມານຮ້າຍ​ທີ່​ຫລອກລວງ​ຄົນ​ເຫຼົ່ານັ້ນ ກໍໄດ້​ຖືກ​ຖິ້ມ​ລົງ​ໃນ​ບຶງໄຟ​ປົນ​ກັບ​ມາດ​ບ່ອນ​ທີ່​ສັດຮ້າຍ ແລະ​ຜູ້​ປະກາດ​ພຣະທຳ​ປອມ​ໄດ້​ຖືກ​ຖິ້ມ​ລົງ​ໄປ​ແລ້ວ​ນັ້ນ ແລະ​ພວກ​ມັນ​ຈະ​ຕ້ອງ​ຖືກ​ທົນທຸກ​ທໍລະມານ ທັງ​ກາງເວັນ​ແລະ​ກາງຄືນ ຢູ່​ຕະຫລອດ​ນິຣັນດອນ.</verse>
				<verse number="11">ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ບັນລັງ​ໃຫຍ່​ສີ​ຂາວ ທັງ​ເຫັນ​ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ຊົງ​ປາກົດ, ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ກໍ​ພ່າຍ​ໜີ ແລະ​ບ່ອນ​ຢູ່​ສຳລັບ​ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ນັ້ນ​ກໍ​ບໍ່​ເຫັນ​ອີກ.</verse>
				<verse number="12">ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ຄົນ​ທີ່​ຕາຍ​ແລ້ວ ທັງ​ຜູ້​ໃຫຍ່​ແລະ​ຜູ້​ນ້ອຍ ພາກັນ​ຢືນ​ຢູ່​ຕໍ່ໜ້າ​ພຣະ​ບັນລັງ​ນັ້ນ, ໜັງສື​ຕ່າງໆ​ກໍ​ເປີດ​ອອກ ແລະ​ມີ​ໜັງສື​ອີກ​ເຫຼັ້ມ​ໜຶ່ງ ກໍ​ເປີດ​ອອກ​ເໝືອນກັນ ຄື​ໜັງສື​ທະບຽນ​ແຫ່ງ​ຊີວິດ ແລະ​ຄົນ​ທັງຫລາຍ​ທີ່​ຕາຍ​ແລ້ວ ກໍ​ຖືກ​ຕັດສິນ​ຕາມ​ການ​ກະທຳ​ຂອງ​ພວກເຂົາ ດັ່ງ​ທີ່​ມີ​ບັນທຶກ​ໄວ້​ໃນ​ໜັງສື​ເຫຼົ່ານັ້ນ.</verse>
				<verse number="13">ທະເລ​ກໍໄດ້​ສົ່ງ​ຄົນ​ທັງຫລາຍ​ທີ່​ຕາຍ​ໃນ​ທ້ອງ​ທະເລ​ຄືນ​ມາ. ຄວາມ​ຕາຍ​ແລະ​ແດນ​ມໍຣະນາ ກໍໄດ້​ສົ່ງ​ຄົນ​ທັງຫລາຍ​ໃນ​ທີ່ນັ້ນ​ຄືນ​ມາ​ເໝືອນກັນ. ພວກເຂົາ​ທັງໝົດ​ໄດ້​ຖືກ​ຕັດສິນ ຕາມ​ການ​ກະທຳ​ຂອງ​ພວກ​ຕົນ​ທຸກຄົນ.</verse>
				<verse number="14">ຄວາມຕາຍ​ແລະ​ແດນ​ມໍຣະນາ ກໍໄດ້​ຖືກ​ຖິ້ມ​ລົງ​ໃນ​ບຶງໄຟ. ບຶງ​ໄຟ​ນີ້​ແຫຼະ ເປັນ​ຄວາມ​ຕາຍ​ຄັ້ງ​ທີ​ສອງ.</verse>
				<verse number="15">ຖ້າ​ຜູ້ໃດ​ທີ່​ບໍ່ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ທະບຽນ​ແຫ່ງ​ຊີວິດ ຜູ້ນັ້ນ​ກໍ​ຖືກ​ຖິ້ມ​ລົງ​ໃນ​ບຶງໄຟ.</verse>
			</chapter>
			<chapter number="21">
				<verse number="1">ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສະຫວັນ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່ ເພາະວ່າ​ສະຫວັນ​ເດີມ​ແລະ​ແຜ່ນດິນ​ໂລກ​ເດີມ​ນັ້ນ ກໍ​ໄດ້​ລ່ວງ​ໄປ​ແລ້ວ ແລະ​ທະເລ​ກໍ​ບໍ່ມີ​ເໝືອນກັນ.</verse>
				<verse number="2">ຂ້າພະເຈົ້າ​ກໍໄດ້​ເຫັນ​ນະຄອນ​ສັກສິດ ຄື​ນະຄອນ​ເຢຣູຊາເລັມ​ໃໝ່ ກຳລັງ​ລົງ​ມາ​ຈາກ​ສະຫວັນ ແລະ​ຈາກ​ພຣະເຈົ້າ, ນະຄອນ​ນີ້​ໄດ້​ຈັດ​ຕຽມພ້ອມ​ແລ້ວ​ເໝືອນ​ເຈົ້າສາວ​ແຕ່ງຕົວ​ໄວ້​ເພື່ອ​ພົບ​ເຈົ້າບ່າວ​ຂອງຕົນ.</verse>
				<verse number="3">ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ ແລະ​ກ່າວ​ວ່າ, “ເບິ່ງແມ! ທີ່​ສະຖິດ​ຂອງ​ພຣະເຈົ້າ​ກໍ​ຢູ່​ກັບ​ມະນຸດ​ແລ້ວ ພຣະອົງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ໄພ່ພົນ​ຂອງ​ພຣະອົງ ພຣະເຈົ້າ​ເອງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ຈະ​ຊົງ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="4">ພຣະເຈົ້າ​ຈະ​ຊົງ​ເຊັດ​ນໍ້າຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ. ຄວາມຕາຍ​ຈະ​ບໍ່ມີ​ອີກ​ຕໍ່ໄປ. ຄວາມ​ໂສກເສົ້າ, ການ​ຮ້ອງໄຫ້ ແລະ​ຄວາມ​ເຈັບປວດ​ຈະ​ບໍ່ມີ​ອີກ​ຕໍ່ໄປ ເພາະວ່າ​ສິ່ງ​ທີ່​ມີ​ຢູ່​ໃນ​ຄາວ​ກ່ອນ​ນັ້ນ ກໍໄດ້​ຜ່ານ​ພົ້ນ​ໄປ​ແລ້ວ.”</verse>
				<verse number="5">ພຣະອົງ​ຜູ້​ຊົງ​ປະທັບ​ເທິງ​ພຣະ​ຣາຊບັນລັງ ໄດ້​ຊົງ​ກ່າວ​ວ່າ, “ເບິ່ງແມ! ເຮົາ​ໄດ້​ສ້າງ​ທຸກສິ່ງ​ທັງປວງ​ຂຶ້ນ​ໃໝ່.” ແລະ​ພຣະອົງ​ຊົງ​ກ່າວ​ອີກ​ວ່າ, “ຈົ່ງ​ຂຽນ​ໄວ້ ເພາະວ່າ​ຖ້ອຍຄຳ​ເຫຼົ່ານີ້​ແມ່ນ​ສັດຊື່​ແລະ​ທ່ຽງແທ້.”</verse>
				<verse number="6">ພຣະອົງ​ຊົງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ສຳເລັດ​ແລ້ວ ເຮົາ​ນີ້ ຄື​ອາລະຟາ​ແລະ​ໂອເມຄາ ເປັນ​ເບື້ອງຕົ້ນ​ແລະ​ເປັນ​ເບື້ອງປາຍ, ຜູ້ໃດ​ທີ່​ຫິວນໍ້າ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ດື່ມ​ຈາກ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ.</verse>
				<verse number="7">ຜູ້​ທີ່​ໄດ້​ໄຊຊະນະ ຜູ້ນັ້ນ​ຈະ​ໄດ້​ຮັບ​ສິ່ງ​ເຫຼົ່ານີ້ ເປັນ​ມໍຣະດົກ ຄື​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ເປັນ​ບຸດ​ຂອງເຮົາ.</verse>
				<verse number="8">ສ່ວນ​ຄົນ​ຂີ້ຢ້ານ, ຄົນ​ທໍລະຍົດ, ຄົນ​ປະພຶດ​ໃນ​ສິ່ງ​ທີ່​ໜ້າກຽດ​ໜ້າຊັງ, ຜູ້ຂ້າຄົນ, ຄົນ​ປະພຶດ​ຜິດ​ສິນທຳ​ທາງ​ເພດ, ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ທຸກຄົນ​ນັ້ນ ມໍຣະດົກ​ຂອງ​ຄົນ​ເຫຼົ່ານັ້ນ ແມ່ນ​ບຶງໄຟ​ທີ່​ໄໝ້​ຢູ່​ປົນ​ກັບ​ມາດ ຊຶ່ງ​ເປັນ​ຄວາມຕາຍ​ຄັ້ງ​ທີ​ສອງ.”</verse>
				<verse number="9">ເທວະດາ​ຕົນ​ໜຶ່ງ​ໃນ​ເຈັດ​ຕົນ ທີ່​ຖື​ຂັນ​ເຈັດ​ໜ່ວຍ​ທີ່​ເຕັມ​ໄປ​ດ້ວຍ​ໄພພິບັດ​ສຸດທ້າຍ ທັງ​ເຈັດ​ປະການ​ນັ້ນ ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ເຊີນ​ມາ​ທີ່​ນີ້ ເຮົາ​ຈະ​ພາ​ເຈົ້າ​ໄປ​ເບິ່ງ​ເຈົ້າສາວ​ທີ່​ເປັນ​ພັນລະຍາ​ຂອງ​ພຣະ​ເມສານ້ອຍ.”</verse>
				<verse number="10">ເພິ່ນ​ໄດ້​ຍົກ​ຂ້າພະເຈົ້າ​ດ້ວຍ​ພຣະວິນຍານ ໄປ​ເທິງ​ພູ​ສູງ​ໜ່ວຍ​ໃຫຍ່ ແລະ​ໄດ້​ຊີ້​ໃຫ້​ຂ້າພະເຈົ້າ​ເຫັນ​ນະຄອນ​ສັກສິດ ຄື​ນະຄອນ​ເຢຣູຊາເລັມ ຊຶ່ງ​ກຳລັງ​ລົງ​ມາ​ຈາກ​ສະຫວັນ ແລະ​ຈາກ​ພຣະເຈົ້າ.</verse>
				<verse number="11">ນະຄອນ​ນັ້ນ ປະກອບ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ມີ​ແສງ​ຮຸ່ງເຮືອງ​ເໝືອນ​ເພັດ ເໝືອນ​ແກ້ວມະນີໂຊດ​ອັນ​ເສາະໃສ.</verse>
				<verse number="12">ນະຄອນ​ນັ້ນ ມີ​ກຳແພງ​ໃຫຍ່​ແລະ​ສູງ, ມີ​ປະຕູ​ສິບສອງ​ປ່ອງ ແລະ​ມີ​ເທວະດາ​ສິບສອງ​ຕົນ​ເຝົ້າ​ຮັກສາ​ຢູ່ ທີ່​ປະຕູ​ໄດ້​ຈາລຶກ​ຊື່​ສິບສອງ​ຕະກຸນ​ຂອງ​ພວກ​ຊາດ​ອິດສະຣາເອນ​ໄວ້.</verse>
				<verse number="13">ກຳແພງ​ແຕ່ລະ​ດ້ານ ມີ​ປະຕູ​ຢູ່​ສາມ​ປ່ອງ​ຄື: ທິດ​ຕາເວັນອອກ​ມີ​ສາມ​ປ່ອງ ທິດເໜືອ​ມີ​ສາມ​ປ່ອງ ທິດ​ໃຕ້​ມີ​ສາມ​ປ່ອງ ແລະ​ທິດ​ຕາເວັນຕົກ​ມີ​ສາມ​ປ່ອງ.</verse>
				<verse number="14">ກຳແພງ​ນະຄອນ​ນັ້ນ ໄດ້​ຖືກ​ສ້າງ​ຂຶ້ນ​ເທິງ​ຫີນ​ສິບສອງ​ກ້ອນ​ເປັນ​ຮາກຖານ ຫີນ​ແຕ່ລະ​ກ້ອນ ໄດ້​ຈາລຶກ​ຊື່​ອັກຄະສາວົກ​ສິບສອງ​ຄົນ​ຂອງ​ພຣະ​ເມສານ້ອຍ.</verse>
				<verse number="15">ເທວະດາ​ຕົນ​ທີ່​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ນັ້ນ ໄດ້​ຖື​ໄມ້ແທກ​ເປັນ​ຄຳ ສຳລັບ​ແທກ​ນະຄອນ ແທກ​ປະຕູ ແລະ​ກຳແພງ​ຂອງ​ນະຄອນ​ນັ້ນ.</verse>
				<verse number="16">ນະຄອນ​ນັ້ນ ເປັນ​ຮູບ​ສີ່​ຫລ່ຽມ​ມົນທົນ ກວ້າງ​ແລະ​ຍາວ​ເທົ່າ​ກັນ ເທວະດາ​ໄດ້​ເອົາ​ໄມ້ແທກ ມາ​ແທກ​ໄດ້​ດັ່ງນີ້: ຂ້າງ​ລະ​ສອງພັນ​ສີ່ຮ້ອຍ​ກິໂລແມັດ ກວ້າງ, ຍາວ ແລະ​ສູງ​ເທົ່າ​ກັນ​ໝົດ.</verse>
				<verse number="17">ເພິ່ນ​ຍັງ​ໄດ້​ແທກ​ກຳແພງ​ນະຄອນ​ນັ້ນ ໄດ້​ຫົກສິບ​ແມັດ ຕາມ​ເຄື່ອງ​ແທກ​ທີ່​ເທວະດາ​ໃຊ້ ຊຶ່ງ​ເປັນ​ເໝືອນ​ເຄື່ອງ​ແທກ​ທີ່​ມະນຸດ​ເຄີຍ​ໃຊ້.</verse>
				<verse number="18">ກຳແພງ​ນັ້ນ ສ້າງ​ດ້ວຍ​ແກ້ວມະນີໂຊດ ແລະ​ນະຄອນ​ນັ້ນ ສ້າງ​ດ້ວຍ​ຄຳ​ບໍຣິສຸດ​ທີ່​ເສາະໃສ​ເໝືອນ​ແກ້ວ.</verse>
				<verse number="19">ບັນດາ​ຖານ​ຂອງ​ນະຄອນ​ນັ້ນ ປະດັບ​ດ້ວຍ​ເພັດພອຍ​ທຸກ​ຊະນິດ. ຖານ​ທີ​ໜຶ່ງ​ເປັນ​ແກ້ວມະນີໂຊດ, ທີ​ສອງ​ໄພທູນ, ທີ​ສາມ​ໂມຣາ, ທີ​ສີ່​ມໍຣະກົດ,</verse>
				<verse number="20">ທີ​ຫ້າ​ບຸດ, ທີ​ຫົກ​ພິລາ, ທີ​ເຈັດ​ບຸດສະບາ​ຄຳ​ນໍ້າ​ແກ່, ທີ​ແປດ​ເພທາຍ, ທີ​ເກົ້າ​ບຸດສະບາ​ຄຳ​ນໍ້າ​ອ່ອນ, ທີ​ສິບ​ຢົກ, ທີ​ສິບເອັດ​ນິນ ແລະ​ທີ​ສິບສອງ​ເປັນ​ແກ້ວ​ເພທາຍ​ສີມ່ວງ.</verse>
				<verse number="21">ປະຕູ​ທັງ​ສິບສອງ​ນັ້ນ ເຮັດ​ດ້ວຍ​ໄຂ່ມຸກ​ສິບສອງ​ໜ່ວຍ ປະຕູ​ລະ​ໜ່ວຍ ແລະ​ຖະໜົນ​ໃນ​ນະຄອນ​ນັ້ນ ເປັນ​ຄຳ​ບໍຣິສຸດ​ສ່ອງໃສ​ເໝືອນ​ແກ້ວ.</verse>
				<verse number="22">ຂ້າພະເຈົ້າ​ບໍ່ໄດ້​ເຫັນ​ມີ​ພຣະວິຫານ​ຢູ່​ໃນ​ນະຄອນ​ນັ້ນ ເພາະ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແລະ ພຣະ​ເມສານ້ອຍ ເປັນ​ພຣະວິຫານ​ຂອງ​ນະຄອນ​ນັ້ນ.</verse>
				<verse number="23">ນະຄອນ​ນັ້ນ ບໍ່​ຕ້ອງການ​ແສງ​ສະຫວ່າງ​ຂອງ​ດວງອາທິດ ຫລື​ດວງຈັນ, ເພາະວ່າ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ ຊົງ​ເປັນ​ແສງ​ສະຫວ່າງ​ຂອງ​ນະຄອນ​ນັ້ນ ແລະ​ພຣະ​ເມສານ້ອຍ ຊົງ​ເປັນ​ໂຄມໄຟ​ຂອງ​ນະຄອນ​ນັ້ນ.</verse>
				<verse number="24">ປະຊາຊາດ​ທັງໝົດ​ໃນ​ໂລກ ຈະ​ທ່ຽວ​ໄປມາ​ຢູ່​ທ່າມກາງ​ແສງ​ສະຫວ່າງ​ຂອງ​ນະຄອນ​ນັ້ນ ແລະ​ບັນດາ​ກະສັດ​ໃນ​ແຜ່ນດິນ​ໂລກ ຈະ​ນຳ​ເອົາ​ສະຫງ່າຣາສີ​ຂອງຕົນ ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ.</verse>
				<verse number="25">ປະຕູ​ທັງຫລາຍ​ໃນ​ນະຄອນ​ນັ້ນ ຈະ​ເປີດ​ຢູ່​ຕະຫລອດ​ວັນ ຈະ​ບໍ່​ຖືກ​ປິດ​ຈັກເທື່ອ ເພາະວ່າ​ໃນ​ທີ່ນັ້ນ​ບໍ່ມີ​ກາງຄືນ.</verse>
				<verse number="26">ສະຫງ່າຣາສີ​ແລະ​ຄວາມ​ຮັ່ງມີ ແຫ່ງ​ຊັບສົມບັດ​ຂອງ​ຊົນຊາດ​ທັງຫລາຍ ຈະ​ຖືກ​ນຳ​ເຂົ້າ​ມາ​ສູ່​ນະຄອນ​ນັ້ນ.</verse>
				<verse number="27">ແຕ່​ສິ່ງໃດ​ທີ່​ເປັນ​ມົນທິນ​ຊົ່ວຮ້າຍ ຫລື​ຜູ້​ທີ່​ເຮັດ​ໃນ​ສິ່ງ​ທີ່​ອັບອາຍ ໜ້າກຽດ​ໜ້າຊັງ ຫລື​ຄົນ​ຂີ້ຕົວະ ຈະ​ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ​ບໍ່ໄດ້​ເປັນ​ເດັດຂາດ ມີ​ແຕ່​ພວກ​ຄົນ​ທັງຫລາຍ ທີ່​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ທະບຽນ​ແຫ່ງ​ຊີວິດ​ຂອງ​ພຣະ​ເມສານ້ອຍ​ເທົ່ານັ້ນ ຈຶ່ງ​ຈະ​ເຂົ້າ​ໄປ​ໄດ້.</verse>
			</chapter>
			<chapter number="22">
				<verse number="1">ແລ້ວ​ເທວະດາ​ຕົນ​ນັ້ນ ກໍໄດ້​ຊີ້​ໃຫ້​ຂ້າພະເຈົ້າ​ເຫັນ​ແມ່ນໍ້າ​ແຫ່ງ​ຊີວິດ ທີ່​ໃສ​ເໝືອນ​ແກ້ວ ໄຫຼ​ອອກ​ມາ​ຈາກ​ພຣະ​ບັນລັງ​ຂອງ​ພຣະເຈົ້າ ແລະ​ຈາກ​ພຣະ​ເມສານ້ອຍ.</verse>
				<verse number="2">ນໍ້າ​ນັ້ນ​ໄຫລ​ລົງ​ຜ່ານ​ກາງ​ຖະໜົນ​ຂອງ​ນະຄອນ ແຕ່ລະ​ແຄມ​ທັງສອງ​ຟາກ​ຂ້າງ​ຂອງ​ແມ່ນໍ້າ​ນັ້ນ ມີ​ຕົ້ນໄມ້​ແຫ່ງ​ຊີວິດ ຊຶ່ງ​ເກີດຜົນ​ສິບສອງ​ຊະນິດ, ເກີດຜົນ​ທຸກ​ເດືອນ ແລະ​ໃບ​ຂອງ​ຕົ້ນ​ນັ້ນ ໃຊ້​ສຳລັບ​ປິ່ນປົວ​ບັນດາ​ປະຊາຊາດ​ທັງຫລາຍ​ໃຫ້​ດີ.</verse>
				<verse number="3">ຢູ່​ໃນ​ນະຄອນ​ນັ້ນ ບໍ່ມີ​ສິ່ງໃດ​ທີ່​ຕົກ​ຢູ່​ໃນ​ຄຳສາບແຊ່ງ​ຂອງ​ພຣະເຈົ້າ​ອີກ​ຕໍ່ໄປ. ພຣະ​ບັນລັງ​ຂອງ​ພຣະເຈົ້າ ແລະ​ຂອງ​ພຣະ​ເມສານ້ອຍ ຈະ​ຕັ້ງ​ຢູ່​ໃນ​ນະຄອນ​ນັ້ນ ແລະ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຈະ​ບົວລະບັດ​ຮັບໃຊ້​ພຣະອົງ.</verse>
				<verse number="4">ພວກເຂົາ​ຈະ​ເຫັນ​ພຣະເຈົ້າ​ໜ້າ​ຕໍ່ໜ້າ ແລະ​ພຣະນາມ​ຂອງ​ພຣະອົງ​ຈະ​ຊົງ​ປະທັບຕາ​ໃສ່​ໜ້າຜາກ​ຂອງ​ພວກເຂົາ​ໄວ້.</verse>
				<verse number="5">ກາງຄືນ​ຈະ​ບໍ່ມີ​ອີກ​ຕໍ່ໄປ ແລະ​ພວກເຂົາ​ຈະ​ບໍ່​ຕ້ອງການ​ແສງ​ໂຄມໄຟ ຫລື​ແສງ​ຕາເວັນ, ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ເປັນ​ແສງ​ສະຫວ່າງ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ປົກຄອງ​ຢູ່​ຕະຫລອດ​ນິຣັນດອນ.</verse>
				<verse number="6">ເທວະດາ​ຕົນ​ນັ້ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຖ້ອຍຄຳ​ເຫຼົ່ານີ້​ແມ່ນ​ສັດຊື່​ແລະ​ທ່ຽງແທ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ແຫ່ງ​ດວງ​ວິນຍານ​ຂອງ​ບັນດາ​ຜູ້ທຳນວາຍ ໄດ້​ຊົງ​ໃຫ້​ເທວະດາ​ຂອງ​ພຣະອົງ ສຳແດງ​ແກ່​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ ເພື່ອ​ໃຫ້​ຮູ້​ວ່າ​ເຫດການ​ຫຍັງ​ທີ່​ຕ້ອງ​ເກີດຂຶ້ນ​ໃນ​ໄວໆ​ນີ້.”</verse>
				<verse number="7">“ແລະ​ເບິ່ງແມ! ເຮົາ​ຈະ​ມາ​ໃນ​ໄວໆ​ນີ້ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຖື​ຮັກສາ​ຄຳທຳນວາຍ​ໃນ​ໜັງສື​ມ້ວນ​ນີ້.”</verse>
				<verse number="8">ຂ້າພະເຈົ້າ ຄື​ໂຢຮັນ ເປັນ​ຜູ້​ທີ່​ໄດ້ຍິນ​ແລະ​ໄດ້​ເຫັນ​ເຫດການ​ທັງໝົດ​ນີ້. ເມື່ອ​ຂ້າພະເຈົ້າ​ໄດ້ຍິນ​ແລະ​ໄດ້​ເຫັນ​ແລ້ວ ກໍ​ນ້ອມຕົວ​ລົງ​ຈະ​ນະມັດສະການ​ໃກ້​ຕີນ​ຂອງ​ເທວະດາ ຕົນ​ທີ່​ໄດ້​ສຳແດງ​ເຫດການ​ທັງໝົດ​ນີ້​ໃຫ້​ແກ່​ຂ້າພະເຈົ້າ.</verse>
				<verse number="9">ແຕ່​ເທວະດາ​ຕົນ​ນັ້ນ ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ລະວັງ ຢ່າ​ກົ້ມຂາບ​ເຮົາ​ເລີຍ, ເຮົາ​ເອງ​ກໍ​ເປັນ​ເພື່ອນ​ຜູ້ຮັບໃຊ້​ເໝືອນ​ກັບ​ທ່ານ ແລະ​ກັບ​ພວກ​ພີ່ນ້ອງ​ຂອງທ່ານ​ຊຶ່ງ​ເປັນ​ຜູ້​ປະກາດ​ພຣະທຳ ແລະ​ທຸກຄົນ​ທີ່​ຖື​ຮັກສາ​ຖ້ອຍຄຳ​ໃນ​ໜັງສື​ມ້ວນ​ນີ້ ຈົ່ງ​ນະມັດສະການ​ພຣະເຈົ້າ​ເທີ້ນ.”</verse>
				<verse number="10">ແລ້ວ​ເພິ່ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ປົກປິດ​ຖ້ອຍຄຳ​ທຳນວາຍ ໃນ​ໜັງສື​ມ້ວນ​ນີ້​ໄວ້​ເປັນ​ຄວາມ​ລັບ ເພາະ​ເວລາ​ທີ່​ເຫດການ​ຈະ​ເກີດຂຶ້ນ​ນັ້ນ ກໍ​ໃກ້​ເຂົ້າ​ມາ​ແລ້ວ.</verse>
				<verse number="11">ຜູ້ໃດ​ທີ່​ເຮັດ​ຊົ່ວ ກໍ​ໃຫ້​ເຮັດ​ຊົ່ວ​ຕໍ່ໄປ, ຜູ້ໃດ​ທີ່​ເປັນ​ຄົນຊົ່ວຊ້າ ກໍ​ໃຫ້​ເປັນ​ຄົນຊົ່ວຊ້າ​ຕໍ່ໄປ, ຜູ້ໃດ​ທີ່​ເປັນ​ຄົນ​ຊອບທຳ ກໍ​ໃຫ້​ເຮັດ​ການ​ຊອບທຳ​ຕໍ່ໄປ ແລະ​ຜູ້ໃດ​ທີ່​ເປັນ​ຄົນ​ບໍຣິສຸດ ກໍ​ໃຫ້​ເປັນ​ຄົນ​ບໍຣິສຸດ​ຕໍ່ໄປ.”</verse>
				<verse number="12">“ເບິ່ງແມ! ເຮົາ​ຈະ​ມາ​ໃນ​ໄວໆ​ນີ້ ເຮົາ​ຈະ​ເອົາ​ບຳເໜັດ​ຂອງເຮົາ​ມາ​ນຳ ເພື່ອ​ຕອບແທນ​ຕາມ​ການ​ປະຕິບັດ​ຂອງ​ແຕ່ລະຄົນ.</verse>
				<verse number="13">ເຮົາ ຄື​ອາລະຟາ​ແລະ​ໂອເມຄາ ເປັນ​ຜູ້ກົກ​ແລະ​ເປັນ​ຜູ້​ສຸດທ້າຍ ເປັນ​ເບື້ອງຕົ້ນ​ແລະ​ເປັນ​ເບື້ອງປາຍ.”</verse>
				<verse number="14">ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຊຳລະ​ລ້າງ​ເສື້ອຜ້າ​ຂອງຕົນ​ໃຫ້​ສະອາດ ເພື່ອ​ພວກເຂົາ​ຈະ​ມີ​ສິດ​ຢ່າງ​ຖືກຕ້ອງ​ເຂົ້າ​ໄປ​ເຖິງ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ​ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ​ຜ່ານ​ທາງ​ປະຕູ.</verse>
				<verse number="15">ສ່ວນ​ຝູງ​ໝາ​ກັບ​ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ລ່ວງ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຄາດຕະກອນ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ຈະ​ຢູ່​ພາຍ​ນອກ.</verse>
				<verse number="16">“ຝ່າຍ​ເຮົາ ຄື ເຢຊູ ເຮົາ​ໄດ້​ໃຊ້​ເທວະດາ​ຂອງເຮົາ​ໄປ​ເປັນ​ພະຍານ ເພື່ອ​ສຳແດງ​ເຫດການ​ເຫຼົ່ານີ້​ແກ່​ພວກເຈົ້າ ສຳລັບ​ຄຣິສຕະຈັກ​ທັງຫລາຍ ເຮົາ​ນີ້​ເປັນ​ຮາກເຄົ້າ ແລະ​ໜໍ່ເຊື້ອ​ຂອງ​ດາວິດ ເປັນ​ດາວເພັກ​ດວງ​ໃສ​ຮຸ່ງເຮືອງ.”</verse>
				<verse number="17">ຝ່າຍ​ພຣະວິນຍານ ແລະ​ເຈົ້າສາວ​ຊົງ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ໄດ້​ຍິນ​ນັ້ນ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ຫິວນໍ້າ​ເຂົ້າ​ມາ ຜູ້ໃດ​ມີ​ໃຈ​ປາຖະໜາ ກໍ​ໃຫ້​ຜູ້ນັ້ນ​ມາ​ຮັບ​ນໍ້າ​ສຳລັບ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍຄ່າ.</verse>
				<verse number="18">ຝ່າຍ​ຂ້າພະເຈົ້າ​ຂໍ​ເຕືອນ​ທຸກຄົນ ທີ່​ໄດ້ຍິນ​ຄຳທຳນວາຍ​ທັງຫຼາຍ​ໃນ​ໜັງສື​ມ້ວນ​ນີ້​ວ່າ, “ຖ້າ​ຜູ້ໃດ​ຈະ​ເພີ່ມຕື່ມ​ຂໍ້ຄວາມ​ໃດໆ​ໃສ່​ໃນ​ໜັງສື​ມ້ວນ​ນີ້ ພຣະເຈົ້າ​ຈະ​ເອົາ​ໄພພິບັດ​ທີ່​ຂຽນ​ໄວ້​ໃນ​ໜັງສື​ມ້ວນ​ນີ້ ເພີ່ມຕື່ມ​ໃຫ້​ແກ່​ຜູ້ນັ້ນ.</verse>
				<verse number="19">ຖ້າ​ຜູ້ໃດ​ຕັດ​ຂໍ້ຄວາມ​ໃດ​ໜຶ່ງ ອອກ​ຈາກ​ຄຳທຳນວາຍ​ໃນ​ໜັງສື​ມ້ວນ​ນີ້ ພຣະເຈົ້າ​ຈະ​ຊົງ​ຕັດ​ສ່ວນແບ່ງ​ຂອງ​ຜູ້ນັ້ນ ອອກ​ຈາກ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ​ແຫ່ງ​ນະຄອນ​ສັກສິດ ຊຶ່ງ​ໄດ້​ຂຽນ​ໄວ້​ໃນ​ໜັງສື​ມ້ວນ​ນີ້.”</verse>
				<verse number="20">ພຣະອົງ​ຜູ້​ຊົງ​ເປັນ​ພະຍານ​ເຖິງ​ເຫດການ​ເຫຼົ່ານີ້ ຊົງ​ກ່າວ​ວ່າ, “ແນ່ນອນ ເຮົາ​ຈະ​ມາ​ໃນ​ໄວໆ​ນີ້.” ອາແມນ ອົງ​ພຣະເຢຊູເຈົ້າ​ເຊີນ​ສະເດັດ​ມາ​ເທີ້ນ!</verse>
				<verse number="21">ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູເຈົ້າ ຈົ່ງ​ສະຖິດ​ຢູ່​ນຳ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ​ເທີ້ນ ອາແມນ.</verse>
			</chapter>
		</book>
	</testament>
</bible>