﻿<?xml version="1.0" encoding="UTF-8"?>
<bible translation="Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)" link="https://www.bible.com/bible/3755/MAT.1.LCV" status="ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່ ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.">
	<testament name="New">
		<book number="40">
			<chapter number="1">
				<verse number="1">ນີ້​ແມ່ນ​ເຊື້ອສາຍ ​ຂອງ​ພຣະເຢຊູເຈົ້າ​ຜູ້​ເປັນ​ພຣະເມຊີອາ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ດາວິດ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ເຊິ່ງ​ມີ​ດັ່ງນີ້:</verse>
				<verse number="2">ອັບຣາຮາມ​ເປັນ​ພໍ່​ຂອງ​ອີຊາກ, ອີຊາກ​ເປັນ​ພໍ່​ຂອງ​ຢາໂຄບ, ຢາໂຄບ​ເປັນ​ພໍ່​ຂອງ​ຢູດາ ແລະ ອ້າຍ​ນ້ອງ​ຂອງ​ລາວ,</verse>
				<verse number="3">ຢູດາ​ເປັນ​ພໍ່​ຂອງ​ເປເຣັດ ແລະ ເຊຣາ ແມ່​ຂອງ​ພວກເຂົາ​ຊື່​ວ່າ​ຕາມາ, ເປເຣັດ​ເປັນ​ພໍ່​ຂອງ​ເຮຊະໂຣນ, ເຮຊະໂຣນ​ເປັນ​ພໍ່​ຂອງ​ຣາມ,</verse>
				<verse number="4">ຣາມ​ເປັນ​ພໍ່​ຂອງ​ອໍາມີນາດາບ, ອາມມີນາດາບ​ເປັນ​ພໍ່​ຂອງ​ນາໂຊນ, ນາໂຊນ​ເປັນ​ພໍ່​ຂອງ​ຊັນໂມນ,</verse>
				<verse number="5">ຊັນໂມນ​ເປັນ​ພໍ່​ຂອງ​ໂບອາດ ແມ່​ຂອງ​ລາວ​ຊື່​ວ່າ​ຣາຮາບ, ໂບອາດ​ເປັນ​ພໍ່​ຂອງ​ໂອເບັດ ແມ່​ຂອງ​ລາວ​ຊື່​ວ່າ​ຣຸດ, ໂອເບັດ​ເປັນ​ພໍ່​ຂອງ​ເຢຊີ,</verse>
				<verse number="6">ແລະ ເຢຊີ​ເປັນ​ພໍ່​ຂອງ​ກະສັດ​ດາວິດ. ດາວິດ​ເປັນ​ພໍ່​ຂອງ​ໂຊໂລໂມນ, ແມ່​ຂອງ​ໂຊໂລໂມນ​ເຄີຍ​ເປັນ​ເມຍ​ຂອງ​ອູຣີຢາ​ມາ​ກ່ອນ,</verse>
				<verse number="7">ໂຊໂລໂມນ​ເປັນ​ພໍ່​ຂອງ​ເຣໂຫໂບອາມ, ເຣໂຫໂບອາມ​ເປັນ​ພໍ່​ຂອງ​ອາບີຢາ, ອາບີຢາ​ເປັນ​ພໍ່​ຂອງ​ອາຊາ,</verse>
				<verse number="8">ອາຊາ​ເປັນ​ພໍ່​ຂອງ​ເຢໂຮຊາຟັດ, ເຢໂຮຊາຟັດ​ເປັນ​ພໍ່​ຂອງ​ເຢໂຮຣາມ, ເຢໂຮຣາມ​ເປັນ​ພໍ່​ຂອງ​ອຸດສີຢາ,</verse>
				<verse number="9">ອຸດສີຢາ​ເປັນ​ພໍ່​ຂອງ​ໂຢທາມ, ໂຢທາມ​ເປັນ​ພໍ່​ຂອງ​ອາຮາດ, ອາຮາດ​ເປັນ​ພໍ່​ຂອງ​ເຮເສກີຢາ,</verse>
				<verse number="10">ເຮເສກີຢາ​ເປັນ​ພໍ່​ຂອງ​ມານາເຊ, ມານາເຊ​ເປັນ​ພໍ່​ຂອງ​ອາໂມນ, ອາໂມນ​ເປັນ​ພໍ່​ຂອງ​ໂຢຊີຢາ,</verse>
				<verse number="11">ແລະ ໂຢຊີຢາ​ເປັນ​ພໍ່​ຂອງ​ເຢໂກນີຢາ ​ກັບ​ອ້າຍ​ນ້ອງ​ຂອງ​ລາວ​ເມື່ອ​ເວລາ​ທີ່​ຕົກ​ເປັນ​ຊະເລີຍ​ທີ່​ບາບີໂລນ.</verse>
				<verse number="12">ຫລັງຈາກ​ຕົກ​ເປັນ​ຊະເລີຍ​ທີ່​ບາບີໂລນ​ມີ​ລາຍ​ຊື່​ດັ່ງນີ້: ເຢໂຮຍອາກິນ​ເປັນ​ພໍ່​ຂອງ​ເຊອານຕີເອນ, ເຊອານຕີເອນ​ເປັນ​ພໍ່​ຂອງ​ເຊຣຸບບາເບນ,</verse>
				<verse number="13">ເຊຣຸບບາເບນ​ເປັນ​ພໍ່​ຂອງ​ອາບີອຸດ, ອາບີອຸດ​ເປັນ​ພໍ່​ຂອງ​ເອລີອາກີມ, ເອລີອາກີມ​ເປັນ​ພໍ່​ຂອງ​ອາເຊີ,</verse>
				<verse number="14">ອາເຊີ​ເປັນ​ພໍ່​ຂອງ​ຊາດົກ, ຊາດົກ​ເປັນ​ພໍ່​ຂອງ​ອາກີມ, ອາກີມ​ເປັນ​ພໍ່​ຂອງ​ເອລີອຸດ,</verse>
				<verse number="15">ເອລີອຸດ​ເປັນ​ພໍ່​ຂອງ​ເອເລອາຊາ, ເອເລອາຊາ​ເປັນ​ພໍ່​ຂອງ​ມັດທານ, ມັດທານ​ເປັນ​ພໍ່​ຂອງ​ຢາໂຄບ,</verse>
				<verse number="16">ແລະ ຢາໂຄບ​ເປັນ​ພໍ່​ຂອງ​ໂຢເຊັບ​ຜົວ​ຂອງ​ມາຣີ​ຜູ້​ໃຫ້​ກຳເນີດ​ພຣະເຢຊູເຈົ້າ​ຜູ້​ທີ່​ມີ​ຊື່​ວ່າ: ພຣະຄຣິດເຈົ້າ.</verse>
				<verse number="17">ດັ່ງນັ້ນ ຕັ້ງແຕ່​ອັບຣາຮາມ​ລົງ​ມາ​ຈົນ​ເຖິງ​ດາວິດ​ຈຶ່ງ​ມີ​ທັງໝົດ​ສິບສີ່​ຊົ່ວຄົນ, ຕັ້ງແຕ່​ດາວິດ​ມາ​ຈົນ​ເຖິງ​ເມື່ອ​ຄາວ​ທີ່​ຕົກ​ເປັນ​ຊະເລີຍ​ຢູ່​ທີ່​ບາບີໂລນ ມີ​ສິບສີ່​ຊົ່ວຄົນ ແລະ ຕັ້ງແຕ່​ຄາວ​ຕົກ​ເປັນ​ຊະເລີຍ​ຢູ່​ທີ່​ບາບີໂລນ​ຈົນ​ເຖິງ​ພຣະຄຣິດເຈົ້າ ມີ​ສິບສີ່​ຊົ່ວຄົນ.</verse>
				<verse number="18">ເລື່ອງລາວ​ການເກີດ​ຂອງ​ພຣະເຢຊູເຈົ້າ​ຜູ້​ເປັນ​ພຣະເມຊີອາ​ມີ​ດັ່ງນີ້: ມາຣີ​ແມ່​ຂອງ​ພຣະອົງ​ເປັນ​ຄູ່ໝັ້ນ​ຂອງ​ໂຢເຊັບ, ແຕ່​ກ່ອນ​ທີ່​ທັງສອງ​ຈະ​ຢູ່​ກິນ​ຮ່ວມກັນ, ກໍ​ປາກົດ​ວ່າ​ມາຣີ​ໄດ້​ຖືພາ​ແລ້ວ​ໂດຍ​ພຣະວິນຍານບໍລິສຸດເຈົ້າ.</verse>
				<verse number="19">ເນື່ອງຈາກວ່າ​ໂຢເຊັບ​ຄູ່ໝັ້ນ​ຂອງ​ນາງ​ເປັນ​ຄົນສັດຊື່​ຕໍ່​ກົດບັນຍັດ ແລະ ເຖິງ​ຢ່າງໃດ​ກໍ​ຕາມ ລາວ​ບໍ່​ຕ້ອງການ​ຈະ​ເປີດເຜີຍ​ເລື່ອງ​ນີ້​ໃຫ້​ນາງ​ອັບອາຍ​ຕໍ່ໜ້າ​ມະຫາຊົນ, ລາວ​ຈຶ່ງ​ຄິດໃນໃຈ​ວ່າ​ຈະ​ຖອນໝັ້ນ​ນາງ​ຢ່າງ​ງຽບໆ.</verse>
				<verse number="20">ແຕ່​ຫລັງຈາກ​ທີ່​ໂຢເຊັບ​ໄດ້​ພິຈາລະນາ​ເລື່ອງ​ນີ້​ແລ້ວ, ກໍ​ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ມາ​ປາກົດ​ຕໍ່​ລາວ​ໃນ​ຄວາມຝັນ ແລະ ກ່າວ​ວ່າ, “ໂຢເຊັບ​ບຸດ​ດາວິດ​ເອີຍ, ຢ່າ​ຢ້ານ​ເລີຍ​ທີ່​ຈະ​ຮັບ​ເອົາ​ມາຣີ​ມາ​ເປັນ​ເມຍ​ຂອງ​ເຈົ້າ, ເພາະວ່າ​ຜູ້​ທີ່​ປະຕິສົນທິ​ໃນ​ທ້ອງ​ຂອງ​ນາງ​ນັ້ນ​ແມ່ນ​ມາ​ຈາກ​ພຣະວິນຍານບໍລິສຸດເຈົ້າ.</verse>
				<verse number="21">ນາງ​ຈະ​ເກີດ​ລູກຊາຍ​ຜູ້​ໜຶ່ງ ແລະ ເຈົ້າ​ຈົ່ງ​ຕັ້ງ​ຊື່​ເດັກ​ນີ້​ວ່າ ເຢຊູ, ເພາະວ່າ​ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ​ຈາກ​ຄວາມບາບ​ທັງຫລາຍ​ຂອງ​ພວກເຂົາ”.</verse>
				<verse number="22">ເລື່ອງ​ທັງໝົດ​ທີ່​ເກີດຂຶ້ນ​ນີ້ ກໍ​ເພື່ອ​ຈະ​ໃຫ້​ສຳເລັດ​ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ວ່າ:</verse>
				<verse number="23">“ສາວບໍລິສຸດ​ຄົນ​ໜຶ່ງ​ຈະ​ຖືພາ​ແລ້ວ​ເກີດ​ລູກຊາຍ​ຄົນ​ໜຶ່ງ ແລະ ພວກເຂົາ​ຈະ​ເອີ້ນ​ທ່ານ​ວ່າ​ເອມານູເອນ” (ເຊິ່ງ​ມີ​ຄວາມໝາຍ​ວ່າ “ພຣະເຈົ້າ​ຢູ່​ກັບ​ພວກເຮົາ”).</verse>
				<verse number="24">ເມື່ອ​ໂຢເຊັບ​ຕື່ນ​ຂຶ້ນ, ລາວ​ຈຶ່ງ​ປະຕິບັດ​ຕາມ​ທີ່​ເທວະດາ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ສັ່ງ​ລາວ​ໄວ້, ຄື​ຮັບ​ເອົາ​ມາຣີ​ມາ​ເປັນ​ເມຍ​ຂອງ​ຕົນ</verse>
				<verse number="25">ແຕ່​ລາວ​ບໍ່​ໄດ້​ສົມສູ່​ກັບ​ນາງ​ຈົນກວ່າ​ນາງ​ໄດ້​ເກີດ​ລູກຊາຍ​ຄົນ​ໜຶ່ງ ແລະ ໂຢເຊັບ​ຈຶ່ງ​ຕັ້ງ​ຊື່​ໃຫ້​ເດັກ​ນັ້ນ​ວ່າ, ເຢຊູ.</verse>
			</chapter>
			<chapter number="2">
				<verse number="1">ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ໄດ້​ເກີດ​ທີ່​ເບັດເລເຮັມ​ໃນ​ແຂວງ​ຢູດາຍ, ໃນ​ສະໄໝ​ຂອງ​ກະສັດ​ເຮໂຣດ, ມີ​ພວກໂຫລາຈານ ​ຈາກ​ທິດຕາເວັນອອກ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ</verse>
				<verse number="2">ແລະ ໄດ້​ຖາມ​ວ່າ, “ຜູ້​ທີ່​ມາ​ເກີດ​ເປັນ​ກະສັດ​ຂອງ​ຊາວຢິວ​ນັ້ນ​ຢູ່​ໃສ? ພວກເຮົາ​ໄດ້​ເຫັນ​ດາວ​ຂອງ​ເພິ່ນ​ປາກົດ​ຂຶ້ນ​ທາງ​ທິດຕາເວັນອອກ ແລະ ພວກເຮົາ​ຈຶ່ງ​ມາ​ເພື່ອ​ຈະ​ນະມັດສະການ​ເພິ່ນ”.</verse>
				<verse number="3">ເມື່ອ​ກະສັດ​ເຮໂຣດ​ໄດ້​ຍິນ​ດັ່ງນັ້ນ​ແລ້ວ​ກໍ​ກັງວົນໃຈ​ຫລາຍ ແລະ ຊາວ​ເຢຣູຊາເລັມ​ທຸກຄົນ​ກໍ​ພາກັນ​ກັງວົນໃຈ​ນໍາ​ດ້ວຍ.</verse>
				<verse number="4">ເມື່ອ​ເຮໂຣດ​ໄດ້​ເອີ້ນ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ຂອງ​ປະຊາຊົນ​ທັງໝົດ​ມາ​ເຕົ້າໂຮມກັນ​ແລ້ວ, ເພິ່ນ​ກໍ​ໄດ້​ຖາມ​ພວກເຂົາ​ວ່າ​ພຣະຄຣິດເຈົ້າ ​ຈະ​ມາ​ບັງເກີດ​ຢູ່​ທີ່​ໃດ.</verse>
				<verse number="5">ພວກເຂົາ​ຕອບ​ວ່າ, “ຢູ່​ໃນ​ເມືອງ​ເບັດເລເຮັມ​ແຂວງ​ຢູດາຍ, ເພາະ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້​ດັ່ງນີ້​ວ່າ:</verse>
				<verse number="6">“‘ສ່ວນ​ເຈົ້າ ເບັດເລເຮັມ​ໃນ​ດິນແດນ​ຢູດາຍ​ເອີຍ, ເຈົ້າ​ບໍ່​ແມ່ນ​ຜູ້​ເລັກນ້ອຍ​ທີ່ສຸດ​ໃນ​ທ່າມກາງ​ບັນດາ​ຜູ້ປົກຄອງ​ຂອງ​ຢູດາຍ, ເພາະ​ຈະ​ມີ​ຜູ້ປົກຄອງ​ຜູ້​ໜຶ່ງ​ອອກ​ມາ​ຈາກ​ເຈົ້າ ຜູ້​ທີ່​ຈະ​ເປັນ​ຜູ້ລ້ຽງ​ປະຊາຊົນ​ຊາວ​ອິດສະຣາເອນ​ຂອງ​ເຮົາ’ ”.</verse>
				<verse number="7">ດັ່ງນັ້ນ ເຮໂຣດ​ຈຶ່ງ​ເອີ້ນ​ພວກ​ໂຫລາຈານ​ເຂົ້າ​ມາ​ພົບ​ຢ່າງ​ລັບໆ ແລະ ສືບ​ຖາມ​ພວກເຂົາ​ເຖິງ​ເວລາ​ທີ່​ແນ່ນອນ​ທີ່​ດາວ​ນັ້ນ​ໄດ້​ປາກົດ​ຂຶ້ນ.</verse>
				<verse number="8">ແລ້ວ​ເພິ່ນ​ກໍ​ໃຊ້​ພວກໂຫລາຈານ​ໄປ​ຍັງ​ເບັດເລເຮັມ ແລະ ສັ່ງ​ພວກເຂົາ​ວ່າ, “ຈົ່ງ​ໄປ​ຊອກຫາ​ກຸມມານ​ນັ້ນ​ຢ່າງ​ຄັກແນ່. ເມື່ອ​ພວກເຈົ້າ​ພົບ​ເພິ່ນ​ແລ້ວ​ຈົ່ງ​ບອກ​ໃຫ້​ເຮົາ​ຮູ້​ທັນທີ, ເພື່ອ​ເຮົາ​ຈະ​ໄດ້​ໄປ​ນະມັດສະການ​ເພິ່ນ​ເໝືອນກັນ”.</verse>
				<verse number="9">ຫລັງຈາກ​ພວກໂຫລາຈານ​ໄດ້​ຍິນ​ຄຳສັ່ງ​ຂອງ​ກະສັດ​ແລ້ວ, ພວກເຂົາ​ກໍ​ພາກັນ​ເດີນທາງ​ອອກ​ໄປ ແລະ ດາວ​ທີ່​ພວກເຂົາ​ໄດ້​ເຫັນ​ເມື່ອ​ເວລາ​ທີ່​ດາວ​ປາກົດ​ຂຶ້ນ​ນັ້ນ ກໍ​ໄດ້​ນຳໜ້າ​ພວກເຂົາ​ໄປ​ຈົນ​ໄດ້​ມາ​ຢຸດ​ຢູ່​ຊື່​ບ່ອນ​ທີ່​ກຸມມານ​ຢູ່.</verse>
				<verse number="10">ເມື່ອ​ພວກເຂົາ​ໄດ້​ເຫັນ​ດາວ​ນັ້ນ​ແລ້ວ, ພວກເຂົາ​ກໍ​ຊື່ນຊົມຍິນດີ​ຫລາຍ.</verse>
				<verse number="11">ເມື່ອ​ເຂົ້າ​ໄປ​ໃນ​ເຮືອນ, ພວກເຂົາ​ກໍ​ໄດ້​ເຫັນ​ພຣະກຸມມານ​ພ້ອມ​ກັບ​ມາຣີ​ແມ່​ຂອງ​ເພິ່ນ, ແລ້ວ​ພວກເຂົາ​ຈຶ່ງ​ກົ້ມ​ລົງ​ຂາບ ແລະ ນະມັດສະການ​ເພິ່ນ. ແລ້ວ​ພວກເຂົາ​ກໍ​ໄຂ​ຫີບ​ສົມບັດ​ຂອງ​ພວກເຂົາ​ອອກ​ມາ ແລະ ມອບ​ຂອງຖວາຍ​ແກ່​ພຣະອົງ​ຄື: ຄຳ, ກຳຍານ ແລະ ຢາງໄມ້ຫອມ.</verse>
				<verse number="12">ແລະ ພວກເຂົາ​ໄດ້​ຮັບ​ຄຳເຕືອນ​ທາງ​ຄວາມຝັນ​ວ່າ​ບໍ່​ໃຫ້​ກັບ​ໄປ​ຫາ​ເຮໂຣດ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ກັບ​ຄືນ​ໄປ​ປະເທດ​ຂອງ​ຕົນ​ໂດຍ​ໃຊ້​ທາງ​ເສັ້ນ​ອື່ນ.</verse>
				<verse number="13">ເມື່ອ​ພວກໂຫລາຈານ​ໄດ້​ຈາກ​ໄປ​ແລ້ວ, ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ມາ​ປາກົດ​ແກ່​ໂຢເຊັບ​ໃນ​ຄວາມຝັນ ແລະ ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ພາ​ກຸມມານ ແລະ ແມ່​ຂອງ​ເດັກ​ໜີ​ໄປ​ຍັງ​ປະເທດ​ເອຢິບ. ຈົ່ງ​ຢູ່​ທີ່​ນັ້ນ​ຈົນ​ກວ່າ​ເຮົາ​ຈະ​ບອກ​ເຈົ້າ, ເພາະ​ເຮໂຣດ​ກຳລັງ​ຊອກຫາ​ກຸມມານ​ເພື່ອ​ຈະ​ຂ້າ​ເພິ່ນ”.</verse>
				<verse number="14">ໂຢເຊັບ​ຈຶ່ງ​ລຸກ​ຂຶ້ນ ພາ​ກຸມມານ ແລະ ແມ່​ຂອງ​ເພິ່ນ​ເດີນທາງ​ໄປ​ຍັງ​ປະເທດ​ເອຢິບ​ໃນ​ເວລາ​ກາງຄືນ</verse>
				<verse number="15">ແລະ ໄດ້​ຢູ່​ທີ່​ນັ້ນ​ຈົນ​ເຮໂຣດ​ຕາຍ. ເຫດການ​ທີ່​ເກີດຂຶ້ນ​ທັງໝົດ​ນີ້​ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ວ່າ, “ເຮົາ​ໄດ້​ເອີ້ນ​ເອົາ​ບຸດ​ຂອງ​ເຮົາ​ອອກຈາກ​ປະເທດ​ເອຢິບ”.</verse>
				<verse number="16">ເມື່ອ​ເຮໂຣດ​ໄດ້​ຮູ້​ວ່າ​ພວກໂຫລາຈານ​ຫລອກລວງ​ຕົນ, ເພິ່ນ​ກໍ​ໃຈຮ້າຍ​ຫລາຍ ແລະ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ຂ້າ​ເດັກນ້ອຍ​ຜູ້ຊາຍ​ທັງໝົດ​ໃນ​ເບັດເລເຮັມ ແລະ ບໍລິເວນ​ໃກ້ຄຽງ​ທີ່​ມີ​ອາຍຸ​ສອງ​ປີ​ລົງ​ມາ, ເຊິ່ງ​ສອດຄ່ອງ​ກັບ​ເວລາ​ທີ່​ເພິ່ນ​ໄດ້​ຮູ້​ຈາກ​ພວກໂຫລາຈານ.</verse>
				<verse number="17">ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້​ກໍ​ໄດ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ເຢເຣມີຢາ​ໄດ້​ກ່າວ​ໄວ້​ວ່າ:</verse>
				<verse number="18">“ໄດ້​ຍິນ​ສຽງ​ໜຶ່ງ​ໃນ​ບ້ານ​ຣາມາ, ເປັນ​ສຽງ​ຮ້ອງໄຫ້ ແລະ ສຽງ​ຄ່ຳຄວນ, ນາງ​ຣາເຊັນ​ກຳລັງ​ຮ້ອງໄຫ້​ນໍາ​ບັນດາ​ລູກ​ຂອງ​ຕົນ ແລະ ບໍ່​ຍອມຮັບ​ຄຳ​ປອບໃຈ​ໃດໆ, ເພາະ​ລູກ​ທັງຫລາຍ​ນັ້ນ​ຕາຍ​ແລ້ວ”.</verse>
				<verse number="19">ຫລັງຈາກ​ເຮໂຣດ​ໄດ້​ຕາຍ​ແລ້ວ, ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ມາ​ປາກົດ​ແກ່​ໂຢເຊັບ​ທາງ​ຄວາມຝັນ​ໃນ​ປະເທດ​ເອຢິບ</verse>
				<verse number="20">ແລະ ໄດ້​ກ່າວ​ວ່າ, “ຈົ່ງ​ລຸກຂຶ້ນ, ພາ​ກຸມມານ ແລະ ແມ່​ຂອງ​ເພິ່ນ​ກັບ​ຄືນ​ໄປ​ຍັງ​ດິນແດນ​ອິດສະຣາເອນ, ເພາະ​ບັນດາ​ຜູ້​ທີ່​ພະຍາຍາມ​ເອົາ​ຊີວິດ​ກຸມມານ​ນັ້ນ​ໄດ້​ຕາຍ​ແລ້ວ”.</verse>
				<verse number="21">ດັ່ງນັ້ນ, ໂຢເຊັບ​ຈຶ່ງ​ລຸກ​ຂຶ້ນ, ພາ​ກຸມມານ ແລະ ແມ່​ຂອງ​ເພິ່ນ​ມາ​ຍັງ​ດິນແດນ​ອິດສະຣາເອນ</verse>
				<verse number="22">ແຕ່​ເມື່ອ​ລາວ​ໄດ້​ຍິນ​ວ່າ​ອາກເຄລາວ​ໄດ້​ຂຶ້ນ​ປົກຄອງ​ແຂວງ​ຢູດາຍ​ແທນ​ເຮໂຣດ​ຜູ້​ເປັນ​ພໍ່, ໂຢເຊັບ​ກໍ​ຢ້ານ​ທີ່​ຈະ​ໄປ​ທີ່​ນັ້ນ. ຫລັງຈາກ​ໄດ້​ຮັບ​ຄຳເຕືອນ​ໃນ​ຄວາມຝັນ, ໂຢເຊັບ​ຈຶ່ງ​ໄປ​ຍັງ​ແຂວງ​ຄາລີເລ,</verse>
				<verse number="23">ແລະ ໄປ​ອາໄສ​ຢູ່​ທີ່​ເມືອງ​ໜຶ່ງ​ຊື່​ວ່າ​ນາຊາເຣັດ. ດັ່ງນັ້ນ ຈຶ່ງ​ສຳເລັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ວ່າ, “ທ່ານ​ຈະ​ຖືກ​ເອີ້ນ​ວ່າ: ໄທນາຊາເຣັດ”.</verse>
			</chapter>
			<chapter number="3">
				<verse number="1">ໃນ​ວັນ​ເຫລົ່ານັ້ນ ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ເທດສະໜາ​ໃນ​ຖິ່ນແຫ້ງແລ້ງກັນດານ​ທີ່​ແຂວງ​ຢູດາຍ</verse>
				<verse number="2">ແລະ ກ່າວ​ວ່າ, “ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່, ເພາະ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”.</verse>
				<verse number="3">ໂຢຮັນ​ຜູ້​ນີ້​ທີ່​ຖືກ​ກ່າວ​ເຖິງ​ໂດຍ​ຜ່ານ​ຜູ້ທຳນວາຍ​ເອຊາຢາ​ວ່າ: “ສຽງ​ຂອງ​ຜູ້​ໜຶ່ງ​ຮ້ອງ​ໃນ​ຖິ່ນແຫ້ງແລ້ງກັນດານ​ວ່າ, ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ເຮັດ​ຫົນທາງ​ສຳລັບ​ພຣະອົງ​ໃຫ້​ຊື່​ໄປ’”.</verse>
				<verse number="4">ເຄື່ອງນຸ່ງ​ຂອງ​ໂຢຮັນ​ແມ່ນ​ເຮັດ​ຈາກ​ຂົນ​ອູດ ແລະ ເພິ່ນ​ຮັດ​ແອວ​ຂອງ​ເພິ່ນ​ດ້ວຍ​ສາຍແອວ​ໜັງ, ອາຫານ​ຂອງ​ເພິ່ນ​ແມ່ນ​ຕັກແຕນ ແລະ ນ້ຳເຜິ້ງ​ປ່າ.</verse>
				<verse number="5">ປະຊາຊົນ​ຈາກ​ນະຄອນ​ເຢຣູຊາເລັມ, ທົ່ວ​ແຂວງ​ຢູດາຍ ແລະ ທົ່ວ​ຂົງເຂດ​ແມ່ນ້ຳຈໍແດນ​ໄດ້​ພາກັນ​ອອກ​ໄປ​ຫາ​ເພິ່ນ.</verse>
				<verse number="6">ເມື່ອ​ພວກເຂົາ​ສາລະພາບ​ບາບ​ທັງຫລາຍ​ຂອງ​ຕົນ​ແລ້ວ, ໂຢຮັນ​ກໍ​ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ແມ່ນ້ຳຈໍແດນ.</verse>
				<verse number="7">ແຕ່​ເມື່ອ​ໂຢຮັນ​ເຫັນ​ພວກ​ຟາຣີຊາຍ ແລະ ພວກ​ຊາດູກາຍ​ຫລາຍ​ຄົນ​ກຳລັງ​ມາ​ຍັງ​ບ່ອນ​ທີ່​ເພິ່ນ​ໃຫ້​ບັບຕິສະມາ​ຢູ່​ນັ້ນ, ເພິ່ນ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ: “ພວກ​ຊາດ​ງູ​ຮ້າຍ! ຜູ້ໃດ​ຕັກເຕືອນ​ພວກເຈົ້າ​ໃຫ້​ໜີ​ຈາກ​ຄວາມໂກດຮ້າຍ​ທີ່​ຈະ​ມາ​ເຖິງ​ນັ້ນ?</verse>
				<verse number="8">ຈົ່ງ​ເກີດຜົນ​ໃຫ້​ສົມ​ກັບ​ການ​ຖິ້ມໃຈເກົ່າເອົາໃຈໃໝ່.</verse>
				<verse number="9">ແລະ ຢ່າ​ຄິດ​ວ່າ, ‘ພວກເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ’. ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ​ພຣະເຈົ້າ​ສາມາດ​ເຮັດ​ໃຫ້​ລູກຫລານ​ຂອງ​ອັບຣາຮາມ​ເກີດ​ຈາກ​ກ້ອນຫີນ​ເຫລົ່ານີ້​ໄດ້.</verse>
				<verse number="10">ຂວານ​ນັ້ນ​ກໍ​ກຽມພ້ອມ​ຢູ່​ເຫງົ້າໄມ້​ແລ້ວ ແລະ ຕົ້ນໄມ້​ທຸກ​ຕົ້ນ​ທີ່​ບໍ່​ເກີດຜົນ​ດີ​ກໍ​ຈະ​ຖືກ​ຕັດ​ລົງ ແລະ ໂຍນ​ຖິ້ມ​ໃສ່​ໄຟ.</verse>
				<verse number="11">“ເຮົາ​ໃຫ້​ພວກເຈົ້າ​ບັບຕິສະມາ​ດ້ວຍ ​ນ້ຳ​ເພື່ອ​ການ​ຖິ້ມໃຈເກົ່າເອົາໃຈໃໝ່. ແຕ່​ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ​ກໍ​ມີ​ລິດອຳນາດ​ຍິ່ງໃຫຍ່​ກວ່າ​ເຮົາ​ອີກ, ເຊິ່ງ​ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ຈັບ​ເກີບ​ຂອງ​ເພິ່ນ. ເພິ່ນ​ຈະ​ໃຫ້​ພວກເຈົ້າ​ທັງຫລາຍ​ຮັບບັບຕິສະມາ​ດ້ວຍ ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ໄຟ.</verse>
				<verse number="12">ມື​ຂອງ​ພຣະອົງ​ຖື​ກະດົ້ງ​ຝັດເຂົ້າ ແລະ ພຣະອົງ​ຈະ​ເຮັດ​ລານເຂົ້າ​ຂອງ​ພຣະອົງ​ໃຫ້​ກ້ຽງດີ, ຈະ​ຮວບຮວມ​ເອົາ​ເຂົ້າຫວີດ​ຂອງ​ພຣະອົງ​ມາ​ໃສ່​ໄວ້​ໃນ​ເລົ້າ ແລະ ເຜົາ​ແກບ​ດ້ວຍ​ໄຟ​ທີ່​ບໍ່​ຮູ້​ມອດ”.</verse>
				<verse number="13">ແລ້ວ​ພຣະເຢຊູເຈົ້າ​ໄດ້​ມາ​ຈາກ​ແຂວງ​ຄາລີເລ​ມາ​ຍັງ​ແມ່ນ້ຳຈໍແດນ​ເພື່ອ​ຮັບ​ບັບຕິສະມາ​ຈາກ​ໂຢຮັນ.</verse>
				<verse number="14">ແຕ່​ໂຢຮັນ​ພະຍາຍາມ​ຂັດຂວາງ​ພຣະອົງ​ໂດຍ​ກ່າວ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ຂໍ​ຮັບ​ບັບຕິສະມາ​ຈາກ​ພຣະອົງ ແລະ ເປັນ​ການ​ສົມຄວນ​ບໍ​ທີ່​ພຣະອົງ​ມາ​ຫາ​ຂ້ານ້ອຍ?”</verse>
				<verse number="15">ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ເວລາ​ນີ້​ໃຫ້​ເປັນ​ໄປ​ຕາມ​ນັ້ນ​ສາ; ເພາະ​ສົມຄວນ​ແລ້ວ​ທີ່​ພວກເຮົາ​ຈະ​ເຮັດ​ຢ່າງ​ນີ້​ເພື່ອ​ໃຫ້​ຄວາມຊອບທຳ​ທຸກ​ປະການ​ສຳເລັດ​ຄົບຖ້ວນ”. ແລ້ວ​ໂຢຮັນ​ຈຶ່ງ​ຍອມ​ເຮັດຕາມ.</verse>
				<verse number="16">ທັນທີ​ທີ່​ພຣະເຢຊູເຈົ້າ​ໄດ້​ຮັບ​ບັບຕິສະມາ​ແລ້ວ, ພຣະອົງ​ກໍ​ຂຶ້ນ​ຈາກ​ນ້ຳ. ໃນທັນໃດ​ນັ້ນ ສະຫວັນ​ກໍ​ເປີດອອກ ແລະ ພຣະອົງ​ໄດ້​ເຫັນ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ພຣະເຈົ້າ​ເໝືອນດັ່ງ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ.</verse>
				<verse number="17">ແລະ ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ; ເຮົາ​ພໍໃຈ​ເພິ່ນ​ຫລາຍ”.</verse>
			</chapter>
			<chapter number="4">
				<verse number="1">ຫລັງຈາກນັ້ນ ພຣະວິນຍານບໍລິສຸດເຈົ້າ​ໄດ້​ນຳ​ພຣະເຢຊູເຈົ້າ​ໄປ​ຍັງ​ຖິ່ນແຫ້ງແລ້ງກັນດານ​ເພື່ອ​ໃຫ້​ມານຮ້າຍ​ທົດລອງ.</verse>
				<verse number="2">ຫລັງຈາກ​ອົດອາຫານ​ໄດ້​ສີ່ສິບ​ວັນ​ສີ່ສິບ​ຄືນ​ແລ້ວ, ພຣະເຢຊູເຈົ້າ​ກໍ​ຢາກ​ອາຫານ.</verse>
				<verse number="3">ຜູ້ລໍ້ລວງ​ກໍ​ໄດ້​ມາ​ຫາ​ພຣະອົງ ແລະ ກ່າວ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ຈົ່ງ​ສັ່ງ​ກ້ອນຫີນ​ເຫລົ່ານີ້​ໃຫ້​ກາຍເປັນ​ເຂົ້າຈີ່”.</verse>
				<verse number="4">ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: ‘ມະນຸດ​ຈະ​ດຳລົງ​ຊີວິດ​ຢູ່​ດ້ວຍ​ອາຫານ​ພຽງ​ຢ່າງ​ດຽວ​ກໍ​ບໍ່​ໄດ້, ແຕ່​ດ້ວຍ​ທຸກ​ຖ້ອຍຄຳ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພຣະເຈົ້າ’ ”.</verse>
				<verse number="5">ແລ້ວ​ມານຮ້າຍ​ຈຶ່ງ​ໄດ້​ນຳ​ພຣະອົງ​ໄປ​ຍັງ​ນະຄອນ​ສັກສິດ ແລະ ໃຫ້​ພຣະອົງ​ຢືນ​ຢູ່​ເທິງ​ຈຸດ​ທີ່​ສູງ​ສຸດ​ຂອງ​ວິຫານ.</verse>
				<verse number="6">ມານ​ຮ້າຍ​ໄດ້​ເວົ້າ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ຈົ່ງ​ໂດດ​ລົງ​ໄປ. ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “‘ພຣະເຈົ້າ​ຈະ​ສັ່ງ​ໃຫ້​ພວກ​ເທວະດາ​ຂອງ​ພຣະອົງ​ກ່ຽວກັບ​ເລື່ອງ​ທ່ານ, ແລະ ຝູງ​ເທວະດາ​ເຫລົ່ານັ້ນ​ຈະ​ໃຊ້​ມື​ຂອງ​ຕົນ​ອູ້ມ​ທ່ານ ເພື່ອ​ບໍ່​ໃຫ້​ຕີນ​ຂອງ​ທ່ານ​ຕຳ​ກ້ອນຫີນ’ ”.</verse>
				<verse number="7">ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ອີກ​ວ່າ: ‘ຢ່າ​ທົດລອງ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ’ ”.</verse>
				<verse number="8">ອີກ​ເທື່ອ​ໜຶ່ງ, ມານຮ້າຍ​ໄດ້​ພາ​ພຣະອົງ​ໄປ​ເທິງ​ພູ​ທີ່​ສູງ​ຫລາຍ ແລະ ໄດ້​ສະແດງ​ອານາຈັກ​ທັງໝົດ​ຂອງ​ໂລກ ແລະ ຄວາມງົດງາມ​ຂອງ​ອານາຈັກ​ເຫລົ່ານັ້ນ​ໃຫ້​ພຣະອົງ​ເບິ່ງ.</verse>
				<verse number="9">ແລ້ວ​ກໍ​ເວົ້າ​ວ່າ, “ສິ່ງ​ທັງໝົດ​ເຫລົ່ານີ້​ເຮົາ​ຈະ​ຍົກ​ໃຫ້​ທ່ານ ຖ້າ​ທ່ານ​ກົ້ມ​ຂາບ ແລະ ນະມັດສະການ​ເຮົາ”.</verse>
				<verse number="10">ພຣະເຢຊູເຈົ້າ​ກ່າວ​ວ່າ, “ມານຊາຕານ, ຈົ່ງ​ໜີ​ໄປ​ຈາກ​ເຮົາ! ເພາະ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ ແລະ ຮັບໃຊ້​ພຣະອົງ​ແຕ່​ຜູ້​ດຽວ​ເທົ່ານັ້ນ’ ”.</verse>
				<verse number="11">ແລ້ວ​ມານຮ້າຍ​ກໍ​ຈາກ​ພຣະອົງ​ໄປ ແລະ ບັນດາ​ເທວະດາ​ກໍ​ໄດ້​ມາ​ຮັບໃຊ້​ພຣະອົງ.</verse>
				<verse number="12">ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ຂ່າວ​ວ່າ​ໂຢຮັນ​ຖືກ​ຂັງຄຸກ​ແລ້ວ, ພຣະອົງ​ຈຶ່ງ​ກັບຄືນ​ໄປ​ຍັງ​ແຂວງ​ຄາລີເລ.</verse>
				<verse number="13">ພຣະອົງ​ໄດ້​ຍ້າຍ​ຈາກ​ເມືອງ​ນາຊາເຣັດ​ມາ​ອາໄສ​ຢູ່​ທີ່​ເມືອງ​ກາເປນາອູມ, ເຊິ່ງ​ຕັ້ງ​ຢູ່​ແຄມ​ທະເລສາບ​ໃນ​ຂົງເຂດ​ເຊບູໂລນ ແລະ ເນັບທາລີ,</verse>
				<verse number="14">ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ຜູ້ທຳນວາຍ​ເອຊາຢາ​ວ່າ:</verse>
				<verse number="15">“ດິນແດນ​ເຊບູໂລນ ແລະ ດິນແດນ​ເນັບທາລີ, ເສັ້ນທາງ​ສູ່​ທະເລ​ລຽບ​ຕາມ​ແມ່ນ້ຳຈໍແດນ, ແຂວງ​ຄາລີເລ​ແຫ່ງ​ບັນດາ​ຄົນຕ່າງຊາດ</verse>
				<verse number="16">ປະຊາຊົນ​ຜູ້​ທີ່​ໃຊ້​ຊີວິດ​ຢູ່​ໃນ​ຄວາມມືດ ໄດ້​ເຫັນ​ແສງສະຫວ່າງ​ອັນ​ຍິ່ງໃຫຍ່; ບັນດາ​ຜູ້​ອາໄສ​ໃນ​ດິນແດນ​ຂອງ​ເງົາ​ແຫ່ງ​ຄວາມຕາຍ​ນັ້ນ ແສງສະຫວ່າງ​ເລີ່ມ​ສ່ອງສະຫວ່າງ​ຂຶ້ນ​ແລ້ວ”.</verse>
				<verse number="17">ຕັ້ງແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ເລີ່ມຕົ້ນ​ເທດສະໜາ​ວ່າ, “ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ເພາະ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”.</verse>
				<verse number="18">ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ໄປ​ຕາມ​ແຄມ​ທະເລສາບ​ຄາລີເລ​ຢູ່​ນັ້ນ, ພຣະອົງ​ໄດ້​ເຫັນ​ສອງ​ອ້າຍ​ນ້ອງ​ຄື: ຊີໂມນ ທີ່​ມີ​ຊື່​ອີກ​ວ່າ​ເປໂຕ ແລະ ນ້ອງຊາຍ​ຂອງ​ເພິ່ນ​ຊື່​ວ່າ​ອັນເດອາ. ພວກເພິ່ນ​ກຳລັງ​ຢ່ອນມອງ​ຢູ່​ໃນ​ທະເລສາບ, ເພາະ​ພວກເພິ່ນ​ເປັນ​ຄົນຫາປາ.</verse>
				<verse number="19">ພຣະເຢຊູເຈົ້າ​ກ່າວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ ແລະ ເຮົາ​ຈະ​ໃຊ້​ພວກເຈົ້າ​ໃຫ້​ເປັນ​ຜູ້​ຫາ​ຄົນ”.</verse>
				<verse number="20">ໃນທັນໃດ​ນັ້ນ ພວກເພິ່ນ​ກໍ​ປະ​ມອງ​ຂອງ​ຕົນ ແລະ ຕິດຕາມ​ພຣະອົງ​ໄປ.</verse>
				<verse number="21">ຈາກ​ທີ່​ນັ້ນ​ໄປ ພຣະອົງ​ໄດ້​ເຫັນ​ສອງ​ອ້າຍ​ນ້ອງ​ຄື: ຢາໂກໂບ​ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ນ້ອງຊາຍ​ຂອງ​ເພິ່ນ. ພວກເພິ່ນ​ກຳລັງ​ແປງ​ມອງ​ຂອງ​ຕົນ​ຮ່ວມ​ກັບ​ເຊເບດາຍ​ພໍ່​ຂອງ​ພວກເພິ່ນ​ຢູ່​ໃນ​ເຮືອ. ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ເອີ້ນ​ເອົາ​ພວກເພິ່ນ,</verse>
				<verse number="22">ແລະ ໃນທັນໃດ​ນັ້ນ ພວກເພິ່ນ​ທັງສອງ​ກໍ​ປະ​ເຮືອ ແລະ ພໍ່​ຂອງ​ພວກເພິ່ນ​ແລ້ວ​ຕິດຕາມ​ພຣະອົງ​ໄປ.</verse>
				<verse number="23">ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຕາມ​ທຳມະສາລາ​ຂອງ​ພວກເຂົາ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ແລະ ຮັກສາ​ຄົນ​ທີ່​ມີ​ພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍ​ທຸກ​ຊະນິດ​ໃນ​ທ່າມກາງ​ປະຊາຊົນ.</verse>
				<verse number="24">ຂ່າວ​ກ່ຽວກັບ​ພຣະອົງ​ໄດ້​ແຜ່ກະຈາຍ​ໄປ​ທົ່ວ​ປະເທດ​ຊີເຣຍ ແລະ ປະຊາຊົນ​ໄດ້​ນຳ​ຄົນເຈັບປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ມາ​ໃຫ້​ພຣະເຢຊູເຈົ້າ​ຮັກສາ, ມີ​ທັງ​ຄົນ​ທີ່​ເຈັບປວດ​ທໍລະມານ, ຄົນ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ, ຄົນບ້າໝູ, ຄົນເປ້ຍ ແລະ ພຣະອົງ​ໄດ້​ຮັກສາ​ພວກເຂົາ​ໃຫ້​ຫາຍດີ.</verse>
				<verse number="25">ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ຈາກ​ແຂວງ​ຄາລີເລ, ແຂວງ​ເດກາໂປລີ, ເຢຣູຊາເລັມ, ແຂວງ​ຢູດາຍ ແລະ ຈາກ​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳ​ຈໍແດນ​ກໍ​ໄດ້​ຕິດຕາມ​ພຣະອົງ​ໄປ.</verse>
			</chapter>
			<chapter number="5">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ເຫັນ​ປະຊາຊົນ​ຈໍານວນ​ຫລວງຫລາຍ, ພຣະອົງ​ຂຶ້ນ​ໄປ​ຍັງ​ໂນນພູ​ແຫ່ງ​ໜຶ່ງ ແລະ ນັ່ງ​ລົງ​ຢູ່​ທີ່​ນັ້ນ. ພວກສາວົກ​ຂອງ​ພຣະອົງ​ກໍ​ພາກັນ​ມາ​ຫາ​ພຣະອົງ,</verse>
				<verse number="2">ແລະ ພຣະອົງ​ໄດ້​ເລີ່ມ​ຕົ້ນ​ສັ່ງສອນ​ພວກເຂົາ. ພຣະອົງ​ກ່າວ​ວ່າ:</verse>
				<verse number="3">“ຜູ້ໃດ​ຍາກຈົນ​ຝ່າຍ​ວິນຍານ​ກໍ​ເປັນສຸກ, ເພາະວ່າ​ອານາຈັກ​ສະຫວັນ​ເປັນ​ຂອງ​ຜູ້​ນັ້ນ.</verse>
				<verse number="4">ຜູ້ໃດ​ໂສກເສົ້າ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບ​ການ​ເລົ້າໂລມໃຈ.</verse>
				<verse number="5">ຜູ້ໃດ​ມີ​ໃຈ​ອ່ອນ​ສຸພາບ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບ​ແຜ່ນດິນໂລກ​ເປັນ​ມໍລະດົກ.</verse>
				<verse number="6">ຜູ້ໃດ​ອຶດຫິວ ແລະ ກະຫາຍ​ຫາ​ຄວາມຊອບທຳ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ອີ່ມບໍລິບູນ.</verse>
				<verse number="7">ຜູ້ໃດ​ມີ​ໃຈ​ເມດຕາ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບ​ຄວາມເມດຕາ​ຕອບແທນ.</verse>
				<verse number="8">ຜູ້ໃດ​ມີ​ໃຈ​ບໍລິສຸດ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ເຫັນ​ພຣະເຈົ້າ.</verse>
				<verse number="9">ຜູ້ໃດ​ສ້າງ​ຄວາມສະຫງົບສຸກ​ກໍ​ເປັນສຸກ, ເພາະວ່າ​ຈະ​ເອີ້ນ​ຜູ້​ນັ້ນ​ວ່າ​ເປັນ​ລູກ​ຂອງ​ພຣະເຈົ້າ.</verse>
				<verse number="10">ຜູ້ໃດ​ຖືກ​ຂົ່ມເຫັງ​ເພາະ​ເຫັນ​ແກ່​ຄວາມຊອບທຳ​ກໍ​ເປັນສຸກ, ເພາະວ່າ​ອານາຈັກ​ສະຫວັນ​ເປັນ​ຂອງ​ຜູ້​ນັ້ນ.</verse>
				<verse number="11">“ເມື່ອ​ຄົນ​ທັງຫລາຍ​ດູຖູກ, ຂົ່ມເຫັງ ແລະ ກ່າວ​ຮ້າຍ​ພວກເຈົ້າ​ທັງຫລາຍ​ດ້ວຍ​ຄວາມບໍ່ຈິງ​ທຸກ​ຢ່າງ​ເພາະ​ເຫັນ​ແກ່​ເຮົາ​ພວກເຈົ້າ​ກໍ​ເປັນສຸກ.</verse>
				<verse number="12">ຈົ່ງ​ຊື່ນຊົມຍິນດີ ແລະ ຈົ່ງ​ຍິນດີ, ເພາະ​ບຳເໜັດ​ອັນ​ຍິ່ງໃຫຍ່​ຂອງ​ພວກເຈົ້າ​ຢູ່​ໃນ​ສະຫວັນ, ເພາະ​ບັນດາ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ​ກໍ​ຖືກ​ພວກເຂົາ​ຂົ່ມເຫັງ​ຢ່າງ​ດຽວ​ກັນ​ນີ້.</verse>
				<verse number="13">“ພວກເຈົ້າ​ທັງຫລາຍ​ເປັນ​ເກືອ​ສຳລັບ​ໂລກ. ແຕ່​ຖ້າ​ເກືອ​ນັ້ນ​ໝົດ​ຄວາມເຄັມ​ແລ້ວ, ຈະ​ເຮັດ​ໃຫ້​ກັບຄືນ​ມາ​ເຄັມ​ອີກ​ໄດ້​ຢ່າງໃດ? ມັນ​ກໍ​ບໍ່​ມີ​ປະໂຫຍດ​ສຳລັບ​ອັນໃດ, ນອກຈາກ​ຈະ​ຖືກ​ຖິ້ມ​ໄປ ແລະ ຖືກ​ຢຽບ​ຢູ່​ໃຕ້​ຕີນ.</verse>
				<verse number="14">“ພວກເຈົ້າ​ທັງຫລາຍ​ເປັນ​ແສງສະຫວ່າງ​ສຳລັບ​ໂລກ​ນີ້. ເມືອງ​ທີ່​ຕັ້ງ​ຢູ່​ເທິງ​ພູ​ຈະ​ເຊື່ອງ​ໄວ້​ບໍ່​ໄດ້.</verse>
				<verse number="15">ບໍ່​ມີ​ຜູ້ໃດ​ເມື່ອ​ໄຕ້​ຕະກຽງ​ແລ້ວ​ຈະ​ເອົາ​ເຂົ້າ​ໄວ້​ໃນ​ກະບຸງ. ແຕ່​ພວກເຂົາ​ຈະ​ຕັ້ງ​ໄວ້​ເທິງ​ຫລັກຕະກຽງ​ເພື່ອ​ໃຫ້​ສ່ອງສະຫວ່າງ​ແກ່​ທຸກຄົນ​ທີ່​ຢູ່​ໃນ​ເຮືອນ.</verse>
				<verse number="16">ໃນ​ທຳນອງ​ດຽວ​ກັນ, ຈົ່ງ​ໃຫ້​ຄວາມສະຫວ່າງ​ທີ່​ຢູ່​ໃນ​ພວກເຈົ້າ​ນັ້ນ​ສ່ອງແຈ້ງ​ຕໍ່ໜ້າ​ຄົນ​ທັງຫລາຍ ເພື່ອວ່າ​ພວກເຂົາ​ຈະ​ເຫັນ​ຄວາມ​ດີ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ ສັນລະເສີນ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ທີ່​ສະຖິດ​ຢູ່​ໃນ​ສະຫວັນ.</verse>
				<verse number="17">“ຢ່າ​ຄິດ​ວ່າ​ເຮົາ​ມາ​ເພື່ອ​ລຶບລ້າງ​ກົດບັນຍັດ ຫລື ໜັງສື​ຜູ້ທຳນວາຍ; ເຮົາ​ບໍ່​ໄດ້​ມາ​ລຶບລ້າງ​ກົດບັນຍັດ​ແຕ່​ມາ​ເພື່ອ​ເຮັດ​ໃຫ້​ກົດບັນຍັດ​ນັ້ນ​ສຳເລັດ​ຄົບຖ້ວນ.</verse>
				<verse number="18">ເພາະ​ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຕາບໃດ​ທີ່​ສະຫວັນ ແລະ ແຜ່ນດິນໂລກ​ຍັງ​ຕັ້ງ​ຢູ່ ແມ່ນແຕ່​ໂຕ​ອັກສອນ​ທີ່​ນ້ອຍ​ທີ່ສຸດ​ພຽງ​ໂຕ​ໜຶ່ງ ຫລື ຈຸດ​ດຽວ​ກໍ​ຈະ​ບໍ່​ສູນຫາຍ​ໄປ​ຈາກ​ໜັງສື​ກົດບັນຍັດ ຈົນ​ກວ່າ​ທຸກສິ່ງ​ຈະ​ສຳເລັດ​ຄົບຖ້ວນ.</verse>
				<verse number="19">ເຫດສະນັ້ນ ຖ້າ​ຜູ້ໃດ​ບໍ່​ເຊື່ອຟັງ​ບັນດາ​ຄຳສັ່ງ​ຂໍ້​ເລັກນ້ອຍ​ທີ່ສຸດ ແລະ ສອນ​ຄົນ​ອື່ນ​ໃຫ້​ເຮັດ​ຕາມ, ຜູ້​ນັ້ນ​ຈະ​ຖືກ​ເອີ້ນ​ວ່າ​ເປັນ​ຜູ້​ເລັກນ້ອຍ​ທີ່ສຸດ​ໃນ​ອານາຈັກ​ສະຫວັນ, ສ່ວນ​ຜູ້​ທີ່​ປະຕິບັດ​ຕາມ​ກົດບັດຍັດ ແລະ ສັ່ງສອນ​ຄົນ​ອື່ນ​ໃຫ້​ປະຕິບັດ​ຕາມ​ຄຳສັ່ງ​ເຫລົ່ານີ້​ຈະ​ຖືກ​ເອີ້ນ​ວ່າ​ເປັນ​ຜູ້ຍິ່ງໃຫຍ່​ໃນ​ອານາຈັກ​ສະຫວັນ.</verse>
				<verse number="20">ເພາະ​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ​ຖ້າ​ຄວາມຊອບທຳ​ຂອງ​ພວກເຈົ້າ​ບໍ່​ຫລາຍ​ກວ່າ​ຂອງ​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ແລ້ວ, ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ສະຫວັນ​ບໍ່​ໄດ້​ຢ່າງ​ແນ່ນອນ.</verse>
				<verse number="21">“ພວກເຈົ້າ​ທັງຫລາຍ​ເຄີຍ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ແກ່​ຄົນບູຮານ​ວ່າ, ‘ຢ່າ​ຂ້າ​ຄົນ ແລະ ຖ້າ​ຜູ້ໃດ​ຂ້າ​ຄົນ​ຈະ​ຕ້ອງ​ຖືກ​ຕັດສິນ​ລົງໂທດ’.</verse>
				<verse number="22">ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຖ້າ​ຜູ້ໃດ​ໃຈຮ້າຍ​ໃຫ້​ກັບ​ອ້າຍ ຫລື ເອື້ອຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຖືກ​ຕັດສິນລົງໂທດ. ຖ້າ​ຜູ້ໃດ​ເວົ້າ​ດູຖູກ ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ນຳ​ຂຶ້ນ​ສານ ແລະ ຖ້າ​ຜູ້ໃດ​ເວົ້າ​ວ່າ, ‘ຄົນ​ໂງ່ຈ້າ!’ ຜູ້​ນັ້ນ​ຈະ​ຕ້ອງ​ໄດ້​ຮັບ​ອັນຕະລາຍ​ຈາກ​ບຶງໄຟ​ນະລົກ.</verse>
				<verse number="23">“ດັ່ງນັ້ນ, ຖ້າ​ເຈົ້າ​ກຳລັງ​ເອົາ​ເຄື່ອງບູຊາ​ມາ​ຖວາຍ​ທີ່​ແທ່ນບູຊາ ແລະ ຄິດ​ໄດ້​ວ່າ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ມີ​ຂໍ້​ຂຸ້ນເຄືອງໃຈ​ກັບ​ເຈົ້າ​ເພາະ​ເລື່ອງ​ໃດ​ເລື່ອງ​ໜຶ່ງ,</verse>
				<verse number="24">ຈົ່ງ​ປະ​ເຄື່ອງຖວາຍ​ຂອງ​ເຈົ້າ​ໄວ້​ຕໍ່ໜ້າ​ແທ່ນບູຊາ​ແລ້ວ​ກັບ​ໄປ​ຄືນດີ​ກັນ​ກັບ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນ​ກ່ອນ ແລ້ວ​ຈຶ່ງ​ກັບຄືນ​ມາ​ຖວາຍ​ເຄື່ອງບູຊາ​ຂອງ​ເຈົ້າ.</verse>
				<verse number="25">“ຈົ່ງ​ຮີບ​ປອງດອງ​ກັບ​ໂຈດ​ຂອງ​ເຈົ້າ​ຜູ້​ທີ່​ກຳລັງ​ນຳ​ເຈົ້າ​ໄປ​ຂຶ້ນ​ສານ. ຈົ່ງ​ເຮັດ​ໃນ​ຂະນະ​ທີ່​ຍັງ​ຢູ່​ກາງທາງ​ນຳກັນ, ໂຈດ​ຂອງ​ເຈົ້າ​ອາດ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ຜູ້ພິພາກສາ ແລະ ຜູ້ພິພາກສາ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ເຈົ້າໜ້າທີ່, ແລ້ວ​ເຈົ້າ​ກໍ​ຈະ​ຖືກ​ຂັງ​ໄວ້​ໃນ​ຄຸກ.</verse>
				<verse number="26">ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ເຈົ້າ​ຈະ​ອອກ​ມາ​ບໍ່​ໄດ້​ຈົນກວ່າ​ເຈົ້າ​ຈະ​ໃຊ້​ໜີ້​ຄົບ​ທຸກ​ອັດ.</verse>
				<verse number="27">“ພວກເຈົ້າ​ທັງຫລາຍ​ເຄີຍ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຢ່າ​ຫລິ້ນຊູ້’</verse>
				<verse number="28">ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ແນມ​ເບິ່ງ​ຍິງ​ດ້ວຍ​ຕັນຫາ ຜູ້​ນັ້ນ​ກໍ​ໄດ້​ຫລິ້ນຊູ້​ໃນ​ໃຈ​ກັບ​ນາງ​ແລ້ວ.</verse>
				<verse number="29">ຖ້າ​ຕາ​ເບື້ອງຂວາ​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ເຮັດ​ບາບ, ຈົ່ງ​ຄວັດ​ຕາ​ນັ້ນ​ອອກ​ຖິ້ມ​ເສຍ. ເຖິງ​ວ່າ​ຈະ​ຕ້ອງ​ເສຍ​ອະໄວຍະວະ​ສ່ວນ​ໜຶ່ງ​ຂອງ​ຮ່າງກາຍ​ໄປ ກໍ​ຍັງ​ດີ​ກວ່າ​ຮ່າງກາຍ​ທັງໝົດ​ຕ້ອງ​ຖືກ​ໂຍນ​ລົງ​ໃນ​ນະລົກ.</verse>
				<verse number="30">ແລະ ຖ້າ​ມື​ເບື້ອງຂວາ​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ເຮັດ​ບາບ​ກໍ​ຈົ່ງ​ຕັດ​ອອກ ແລະ ໂຍນ​ຖິ້ມ​ເສຍ. ເຖິງ​ວ່າ​ຈະ​ຕ້ອງ​ເສຍ​ອະໄວຍະວະ​ສ່ວນ​ໜຶ່ງ​ໃນ​ຮ່າງກາຍ​ໄປ ກໍ​ຍັງ​ດີ​ກວ່າ​ຮ່າງກາຍ​ທັງໝົດ​ລົງ​ໄປ​ໃນ​ນະລົກ.</verse>
				<verse number="31">“ມີ​ຄຳ​ກ່າວ​ໄວ້​ວ່າ, ‘ຖ້າ​ຜູ້ໃດ​ທີ່​ປະຮ້າງ​ເມຍ​ຂອງ​ຕົນ​ຈະ​ຕ້ອງ​ເຮັດ​ໜັງສື​ຢັ້ງຢືນ​ການຢ່າຮ້າງ​ໃຫ້​ນາງ’.</verse>
				<verse number="32">ແຕ່​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຖ້າ​ຜູ້ໃດ​ຢ່າຮ້າງ​ເມຍ​ຂອງ​ຕົນ​ໂດຍ​ທີ່​ນາງ​ບໍ່​ໄດ້​ຫລິ້ນຊູ້​ກັບ​ຊາຍ​ອື່ນ, ກໍ​ເທົ່າ​ກັບ​ວ່າ​ຜູ້​ນັ້ນ​ເຮັດ​ໃຫ້​ນາງ​ກາຍເປັນ​ຄົນຫລິ້ນຊູ້ ແລະ ຜູ້ໃດ​ແຕ່ງງານ​ກັບ​ຍິງ​ທີ່​ຖືກ​ຢ່າຮ້າງ ຜູ້​ນັ້ນ​ກໍ​ຫລິ້ນຊູ້.</verse>
				<verse number="33">“ອັນ​ໜຶ່ງ​ອີກ, ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ແກ່​ຄົນ​ໃນ​ສະໄໝ​ບູຮານ​ວ່າ, ‘ຢ່າ​ເຮັດ​ຜິດ​ຕໍ່​ຄຳ​ປະຕິຍານ ແຕ່​ຈົ່ງ​ເຮັດ​ຕາມ​ທີ່​ຕົນ​ໄດ້​ປະຕິຍານ​ຕໍ່​ອົງພຣະຜູ້ເປັນເຈົ້າ​ໄວ້​ແລ້ວ​ນັ້ນ’.</verse>
				<verse number="34">ແຕ່​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຢ່າ​ສາບານ ບໍ່​ວ່າ​ຈະ​ສາບານ​ໂດຍ​ອ້າງ​ເຖິງ​ສະຫວັນ ເພາະ​ສະຫວັນ​ເປັນ​ບັນລັງ​ຂອງ​ພຣະເຈົ້າ,</verse>
				<verse number="35">ຫລື ໂດຍ​ອ້າງ​ເຖິງ​ແຜ່ນດິນໂລກ ເພາະ​ແຜ່ນດິນໂລກ​ເປັນ​ບ່ອນຮອງຕີນ​ຂອງ​ພຣະອົງ, ຫລື ໂດຍ​ອ້າງ​ເຖິງ​ເຢຣູຊາເລັມ ເພາະ​ເຢຣູຊາເລັມ​ເປັນ​ເມືອງ​ຂອງ​ກະສັດ​ຜູ້​ຍິ່ງໃຫຍ່.</verse>
				<verse number="36">ແລະ ຢ່າ​ສາບານ​ໂດຍ​ອ້າງ​ເຖິງ​ຫົວ​ຂອງ​ຕົນ, ເພາະ​ພວກເຈົ້າ​ເອງ​ບໍ່​ສາມາດ​ເຮັດ​ໃຫ້​ຜົມ​ກາຍເປັນ​ສີ​ຂາວ ຫລື ດຳ​ໄດ້​ແມ່ນ​ແຕ່​ເສັ້ນ​ດຽວ.</verse>
				<verse number="37">ທັງໝົດ​ທີ່​ພວກເຈົ້າ​ຄວນ​ເວົ້າ​ກໍ​ຄື: ‘ແມ່ນ’ ຫລື ‘ບໍ່​ແມ່ນ’ ເທົ່າ​ນັ້ນ, ຄຳເວົ້າ​ທີ່​ເກີນ​ກວ່າ​ນີ້​ກໍ​ມາ​ຈາກ​ມານຮ້າຍ.</verse>
				<verse number="38">“ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ, ‘ຕາ​ຕໍ່​ຕາ ແລະ ແຂ້ວ​ຕໍ່​ແຂ້ວ’.</verse>
				<verse number="39">ແຕ່​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຢ່າ​ຕໍ່ສູ້​ກັບ​ຄົນຊົ່ວ. ຖ້າ​ຜູ້ໃດ​ຕົບ​ແກ້ມ​ເຈົ້າ​ເບື້ອງຂວາ, ຈົ່ງ​ປິ່ນ​ແກ້ມ​ອີກ​ເບື້ອງໜຶ່ງ​ໃຫ້​ພວກເຂົາ​ເຫມືອນກັນ.</verse>
				<verse number="40">ແລະ ຖ້າ​ມີ​ຜູ້ໃດ​ຕ້ອງການ​ຟ້ອງ​ເອົາ​ເສື້ອ​ຂອງ​ເຈົ້າ, ຈົ່ງ​ເອົາ​ເສື້ອຄຸມ​ຂອງ​ເຈົ້າ​ໃຫ້​ແກ່​ພວກເຂົາ​ດ້ວຍ.</verse>
				<verse number="41">ຖ້າ​ມີ​ຜູ້ໃດ​ບັງຄັບ​ໃຫ້​ພວກເຈົ້າ​ໄປ​ໜຶ່ງ​ກິໂລແມັດ​ກໍ​ຈົ່ງ​ໄປ​ກັບ​ເຂົາ​ສອງ​ກິໂລແມັດ.</verse>
				<verse number="42">ຈົ່ງ​ໃຫ້​ແກ່​ຜູ້​ທີ່​ຂໍ​ຈາກ​ພວກເຈົ້າ ແລະ ຢ່າ​ປິ່ນ​ຫລັງ​ໃສ່​ຜູ້​ທີ່​ຕ້ອງການ​ຈະ​ຂໍ​ຢືມ​ຈາກ​ພວກເຈົ້າ.</verse>
				<verse number="43">“ພວກເຈົ້າ​ທັງຫລາຍ​ໄດ້ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ, ‘ຈົ່ງ​ຮັກ​ເພື່ອນບ້ານ ແລະ ກຽດຊັງ​ສັດຕູ’.</verse>
				<verse number="44">ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ ແລະ ອະທິຖານ​ເພື່ອ​ບັນດາ​ຜູ້​ທີ່​ຂົ່ມເຫັງ​ພວກເຈົ້າ,</verse>
				<verse number="45">ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເປັນ​ລູກ​ຂອງ​ພຣະບິດາເຈົ້າ​ໃນ​ສະຫວັນ. ພຣະອົງ​ໃຫ້​ດວງຕາເວັນ​ຂອງ​ພຣະອົງ​ຂຶ້ນ​ແກ່​ທັງ​ຄົນ​ຊົ່ວ ແລະ ຄົນ​ດີ, ໃຫ້​ຝົນ​ຕົກ​ໃສ່​ທັງ​ຄົນຊອບທຳ ແລະ ຄົນອະທຳ.</verse>
				<verse number="46">ຖ້າ​ພວກເຈົ້າ​ຮັກ​ແຕ່​ຜູ້​ທີ່​ຮັກ​ພວກເຈົ້າ​ເທົ່ານັ້ນ ພວກເຈົ້າ​ຈະ​ໄດ້​ບຳເໜັດ​ຫຍັງ? ແມ່ນແຕ່​ບັນດາ​ຄົນເກັບພາສີ​ກໍ​ຍັງ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ບໍ?</verse>
				<verse number="47">ແລະ ຖ້າ​ພວກເຈົ້າ​ຕ້ອນຮັບ​ສະເພາະ​ແຕ່​ພວກ​ພີ່ນ້ອງ​ຂອງ​ຕົນ​ເທົ່ານັ້ນ ພວກເຈົ້າ​ເຮັດ​ຫຍັງ​ດີ​ຫລາຍ​ກວ່າ​ຄົນ​ອື່ນ​ແດ່? ແມ່ນ​ແຕ່​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ບໍ?</verse>
				<verse number="48">ເຫດສະນັ້ນ, ພວກເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ຄົນ​ດີ​ທີ່ສຸດ ເໝືອນດັ່ງ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ໃນ​ສະຫວັນ​ເປັນ​ຜູ້​ດີ​ທີ່ສຸດ.</verse>
			</chapter>
			<chapter number="6">
				<verse number="1">“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ເຮັດ​ດີ​ຕໍ່ໜ້າ​ຄົນ​ອື່ນ​ເພື່ອ​ໃຫ້​ພວກເຂົາ​ເບິ່ງ​ເຫັນ, ເພາະ​ຖ້າ​ພວກເຈົ້າ​ເຮັດ​ຢ່າງ​ນັ້ນ, ພວກເຈົ້າ​ຈະ​ບໍ່​ໄດ້​ຮັບ​ບຳເໜັດ​ຈາກ​ພຣະບິດາ​ຂອງ​ພວກເຈົ້າ​ໃນ​ສະຫວັນ.</verse>
				<verse number="2">“ດັ່ງນັ້ນ, ເມື່ອ​ພວກເຈົ້າ​ຊ່ວຍເຫລືອ​ຄົນ​ຂັດສົນ, ຢ່າ​ເປົ່າ​ແກ​ໄປ​ກ່ອນ​ໜ້າ​ເໝືອນດັ່ງ​ຄົນໜ້າຊື່ໃຈຄົດ​ເຮັດ​ໃນ​ທຳມະສາລາ ແລະ ຕາມ​ຖະໜົນ​ຫົນທາງ​ເພື່ອ​ໃຫ້​ຄົນ​ອື່ນ​ຍົກຍ້ອງ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຂົາ​ໄດ້​ຮັບ​ບຳເໜັດ​ຂອງ​ຕົນ​ຢ່າງ​ເຕັມທີ່​ແລ້ວ.</verse>
				<verse number="3">ແຕ່​ເມື່ອ​ພວກເຈົ້າ​ຊ່ວຍເຫລືອ​ຄົນ​ຂັດສົນ, ຢ່າ​ໃຫ້​ມື​ຊ້າຍ​ຮູ້​ສິ່ງ​ທີ່​ມື​ຂວາ​ກຳລັງ​ເຮັດ,</verse>
				<verse number="4">ເພື່ອ​ວ່າ​ການ​ຊ່ວຍເຫລືອ​ຂອງ​ພວກເຈົ້າ​ຈະ​ເປັນ​ຄວາມ​ລັບ. ແລ້ວ​ພຣະບິດາ​ຂອງ​ພວກເຈົ້າ ຜູ້​ເບິ່ງ​ເຫັນ​ສິ່ງ​ທີ່​ເຮັດ​ໃນ​ທີ່​ລັບ​ນັ້ນ ຈະ​ໃຫ້​ບຳເໜັດ​ແກ່​ພວກເຈົ້າ.</verse>
				<verse number="5">“ແລະ ເມື່ອ​ພວກເຈົ້າ​ອະທິຖານ, ຢ່າ​ເປັນ​ເໝືອນ​ຄົນໜ້າຊື່ໃຈຄົດ, ເພາະ​ພວກເຂົາ​ມັກ​ຢືນ​ອະທິຖານ​ໃນ​ທຳມະສາລາ ແລະ ຕາມ​ແຈ​ຖະໜົນ​ຫົນທາງ​ເພື່ອ​ໃຫ້​ຄົນ​ອື່ນ​ເຫັນ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຂົາ​ໄດ້​ຮັບ​ບຳເໜັດ​ຂອງ​ພວກເຂົາ​ແລ້ວ​ຈາກ​ມະນຸດ.</verse>
				<verse number="6">ແຕ່​ສຳລັບ​ພວກເຈົ້າ ເມື່ອ​ອະທິຖານ, ຈົ່ງ​ເຂົ້າໄປ​ໃນ​ຫ້ອງ​ຂອງ​ພວກເຈົ້າ, ອັດ​ປະຕູ ແລະ ອະທິຖານ​ຕໍ່​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຜູ້​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ. ແລ້ວ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ເບິ່ງ​ເຫັນ​ສິ່ງ​ທີ່​ເຮັດ​ໃນ​ທີ່​ລັບ​ນັ້ນ ຈະ​ໃຫ້​ບຳເໜັດ​ແກ່​ພວກເຈົ້າ.</verse>
				<verse number="7">ແລະ ເມື່ອ​ພວກເຈົ້າ​ອະທິຖານ, ຢ່າ​ເວົ້າ​ຊ້ຳ​ຄຳ​ເກົ່າ​ເໝືອນ​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ ເພາະ​ພວກເຂົາ​ຄິດ​ວ່າ​ຖ້າ​ເວົ້າ​ຊໍ້າ​ຫລາຍ​ເທື່ອ​ແລ້ວ​ພະ​ຈະ​ໄດ້​ຍິນ.</verse>
				<verse number="8">ຢ່າ​ເຮັດ​ເໝືອນ​ພວກເຂົາ ເພາະ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຮູ້​ສິ່ງ​ທີ່​ເຈົ້າ​ຕ້ອງການ​ກ່ອນ​ທີ່​ພວກເຈົ້າ​ຈະ​ຂໍ​ຕໍ່​ພຣະອົງ.</verse>
				<verse number="9">“ດ້ວຍເຫດນີ້, ພວກເຈົ້າ​ຄວນ​ຈະ​ອະທິຖານ​ດັ່ງນີ້​ວ່າ: “‘ຂ້າແດ່​ພຣະບິດາເຈົ້າ​ຂອງ​ພວກ​ຂ້ານ້ອຍ​ທັງຫລາຍ ຜູ້​ຢູ່​ໃນ​ສະຫວັນ, ຂໍ​ໃຫ້​ນາມ​ຂອງ​ພຣະອົງ​ເປັນ​ທີ່​ເຄົາລົບ​ບູຊາ,</verse>
				<verse number="10">ຂໍ​ໃຫ້​ອານາຈັກ​ຂອງ​ພຣະອົງ​ມາ​ຕັ້ງ​ຢູ່, ຂໍ​ໃຫ້​ຄວາມ​ປະສົງ​ຂອງ​ພຣະອົງ​ສຳເລັດ, ໃນ​ສະຫວັນ​ເປັນ​ຢ່າງ​ໃດ ກໍ​ຂໍ​ໃຫ້​ເປັນ​ຢ່າງ​ນັ້ນ​ທີ່​ແຜ່ນດິນໂລກ.</verse>
				<verse number="11">ຂໍ​ໂຜດ​ໃຫ້​ອາຫານ​ປະຈຳວັນ​ແກ່​ພວກ​ຂ້ານ້ອຍ​ໃນ​ວັນ​ນີ້.</verse>
				<verse number="12">ແລະ ຂໍ​ຍົກ​ໜີ້​ໃຫ້​ພວກ​ຂ້ານ້ອຍ, ເໝືອນ​ທີ່​ພວກ​ຂ້ານ້ອຍ​ໄດ້​ຍົກ​ໜີ້​ໃຫ້​ຜູ້​ທີ່​ເປັນ​ໜີ້​ພວກ​ຂ້ານ້ອຍ​ເໝືອນກັນ.</verse>
				<verse number="13">ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ການທົດລອງ, ແຕ່​ຂໍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ. ດ້ວຍ​ວ່າ, ອານາຈັກ, ລິດອຳນາດ ແລະ ສະຫງ່າລາສີ​ກໍ​ເປັນ​ຂອງ​ພຣະອົງ​ສືບໆ​ໄປ​ເປັນນິດ. ອາແມນ ’.</verse>
				<verse number="14">ຖ້າ​ພວກເຈົ້າ​ຍົກໂທດ​ໃຫ້​ຜູ້​ອື່ນ​ທີ່​ໄດ້​ເຮັດ​ບາບ​ຕໍ່​ພວກເຈົ້າ, ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ ກໍ​ຈະ​ຍົກໂທດ​ໃຫ້​ພວກເຈົ້າ​ເໝືອນ​ກັນ.</verse>
				<verse number="15">ແຕ່​ຖ້າ​ພວກເຈົ້າ​ບໍ່​ຍົກໂທດ​ບາບ​ຂອງ​ພວກເຂົາ, ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ກໍ​ຈະ​ບໍ່​ຍົກໂທດ​ບາບ​ຂອງ​ພວກເຈົ້າ​ເໝືອນກັນ.</verse>
				<verse number="16">“ເມື່ອ​ພວກເຈົ້າ​ຖືສິນອົດອາຫານ, ຢ່າ​ເຮັດ​ໜ້າເສົ້າໝອງ​ເໝືອນດັ່ງ​ຄົນໜ້າຊື່ໃຈຄົດ ເພາະວ່າ​ພວກເຂົາ​ເຮັດ​ໜ້າເສົ້າໝອງ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ເຫັນ​ວ່າ​ພວກເຂົາ​ກຳລັງ​ຖືສິນອົດອາຫານ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຂົາ​ໄດ້​ຮັບ​ບຳເໜັດ​ຂອງ​ພວກເຂົາ​ເຕັມທີ່​ແລ້ວ.</verse>
				<verse number="17">ແຕ່​ເມື່ອ​ພວກເຈົ້າ​ຖືສິນອົດອາຫານ, ຈົ່ງ​ລ້າງ​ໜ້າ ແລະ ເອົາ​ນ້ຳມັນ​ທາ​ຫົວ,</verse>
				<verse number="18">ເພື່ອ​ຈະ​ບໍ່​ເປັນ​ທີ່​ສະດຸດຕາ​ຕໍ່​ຄົນ​ອື່ນ​ວ່າ​ພວກເຈົ້າ​ກຳລັງ​ຖືສິນອົດອາຫານ​ຢູ່, ແຕ່​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ເຫັນ​ສິ່ງ​ທີ່​ເຮັດ​ຢູ່​ໃນ​ທີ່​ລັບ ຈະ​ໃຫ້​ບຳເໜັດ​ແກ່​ພວກເຈົ້າ.</verse>
				<verse number="19">“ຢ່າ​ສະສົມ​ຊັບສົມບັດ​ໄວ້​ສຳລັບ​ຕົນ​ເອງ​ໃນ​ໂລກ, ເຊິ່ງ​ເປັນ​ບ່ອນ​ທີ່​ມອດ ແລະ ຂີ້ໝ້ຽງ​ທຳລາຍ​ໄດ້ ແລະ ບ່ອນ​ທີ່​ໂຈນ​ງັດ​ເຂົ້າ​ໄປ​ລັກ​ເອົາ​ໄດ້.</verse>
				<verse number="20">ແຕ່​ຈົ່ງ​ສະສົມ​ຊັບສົມບັດ​ໄວ້​ສຳລັບ​ຕົນ​ເອງ​ໄວ້​ໃນ​ສະຫວັນ, ບ່ອນ​ທີ່​ມອດ ແລະ ຂີ້ໝ້ຽງ​ທຳລາຍ​ບໍ່​ໄດ້ ແລະ ບ່ອນ​ທີ່​ໂຈນ​ງັດ​ເຂົ້າ​ໄປ​ລັກ​ເອົາ​ບໍ່​ໄດ້.</verse>
				<verse number="21">ເພາະ​ຊັບສົມບັດ​ຂອງ​ພວກເຈົ້າ​ຢູ່​ທີ່​ໃດ ໃຈ​ຂອງ​ພວກເຈົ້າ​ກໍ​ຢູ່​ທີ່​ນັ້ນ​ເໝືອນກັນ.</verse>
				<verse number="22">“ຕາ​ເປັນ​ຕະກຽງ​ຂອງ​ຮ່າງກາຍ. ຖ້າ​ຕາ​ຂອງ​ເຈົ້າ​ປົກກະຕິ​ດີ, ຮ່າງກາຍ​ທຸກ​ສ່ວນ​ຂອງ​ເຈົ້າ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມສະຫວ່າງ.</verse>
				<verse number="23">ແຕ່​ຖ້າ​ຕາ​ຂອງ​ເຈົ້າ​ຜິດ​ປົກກະຕິ, ຮ່າງກາຍ​ທຸກ​ສ່ວນ​ຂອງ​ເຈົ້າ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມມືດ. ຖ້າ​ຄວາມສະຫວ່າງ​ໃນ​ເຈົ້າ​ມືດ​ໄປ, ຄວາມມືດ​ນັ້ນ​ກໍ​ຈະ​ມືດ​ມິດ​ພຽງ​ໃດ​ນໍ!</verse>
				<verse number="24">“ບໍ່​ມີ​ຜູ້ໃດ​ສາມາດ​ຮັບໃຊ້​ນາຍ​ສອງ​ຄົນ​ໄດ້. ບໍ່​ວ່າ​ພວກເຈົ້າ​ຈະ​ກຽດຊັງ​ນາຍ​ຜູ້​ນີ້ ແລະ ຮັກ​ນາຍ​ຜູ້​ນັ້ນ, ຫລື ພວກເຈົ້າ​ຈະ​ອຸທິດຕົນ​ຕໍ່​ນາຍ​ຜູ້​ນີ້ ແລະ ດູຖູກ​ນາຍ​ຜູ້​ນັ້ນ. ພວກເຈົ້າ​ບໍ່​ສາມາດ​ຮັບໃຊ້​ທັງ​ພຣະເຈົ້າ ແລະ ຮັບໃຊ້​ເງິນ​ໄດ້.</verse>
				<verse number="25">“ດ້ວຍເຫດນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຢ່າ​ກະວົນກະວາຍ​ເຖິງ​ຊີວິດ​ຂອງ​ຕົນ​ວ່າ, ຈະ​ກິນ​ຫຍັງ ຫລື ຈະ​ດື່ມ​ຫຍັງ ຫລື ກະວົນກະວາຍ​ເຖິງ​ຮ່າງກາຍ​ຂອງ​ຕົນ​ວ່າ, ຈະ​ນຸ່ງຫົ່ມ​ຫຍັງ. ຊີວິດ​ມີ​ຄ່າ​ຫລາຍ​ກວ່າ​ອາຫານ ແລະ ຮ່າງກາຍ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ເຄື່ອງນຸ່ງຫົ່ມ​ບໍ່​ແມ່ນ​ບໍ?</verse>
				<verse number="26">ຈົ່ງ​ເບິ່ງ​ຝູງ​ນົກ​ໃນ​ອາກາດ; ພວກມັນ​ບໍ່​ໄດ້​ຫວ່ານ ຫລື ບໍ່​ໄດ້​ເກັບກ່ຽວ ຫລື ບໍ່​ໄດ້​ສະສົມ​ໄວ້​ໃນ​ເລົ້າ ແລະ ເຖິງປານນັ້ນ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ​ກໍ​ຍັງ​ລ້ຽງ​ຝູງ​ນົກ​ນັ້ນ​ໄວ້. ພວກເຈົ້າ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ຝູງ​ນົກ​ນັ້ນ​ບໍ່​ແມ່ນ​ບໍ?</verse>
				<verse number="27">ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ທີ່​ກະວົນກະວາຍ​ແລ້ວ​ສາມາດ​ຕໍ່​ຊີວິດ​ຂອງ​ຕົນ​ເອງ​ໃຫ້​ຍືນຍາວ​ອອກ​ໄປ​ອີກ​ຈັກ​ຊົ່ວໂມງ​ໜຶ່ງ​ໄດ້?</verse>
				<verse number="28">“ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກະວົນກະວາຍ​ເຖິງ​ເລື່ອງ​ເຄື່ອງນຸ່ງ? ຈົ່ງ​ເບິ່ງ​ດອກໄມ້​ໃນ​ທົ່ງ​ວ່າ​ໃຫຍ່​ຂຶ້ນ​ມາ​ໄດ້​ຢ່າງໃດ, ມັນ​ບໍ່​ໄດ້​ອອກແຮງ ຫລື ເຂັນຝ້າຍ.</verse>
				<verse number="29">ແຕ່​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ແມ່ນ​ແຕ່​ໂຊໂລໂມນ​ຜູ້​ທີ່​ເຕັມ​ໄປ​ດ້ວຍ​ສະຫງ່າລາສີ ກໍ​ຍັງ​ບໍ່​ໄດ້​ໃສ່​ເຄື່ອງນຸ່ງ​ທີ່​ງາມສະຫງ່າ​ເໝືອນ​ດອກໄມ້​ເຫລົ່ານີ້​ດອກ​ໜຶ່ງ.</verse>
				<verse number="30">ຖ້າ​ພຣະເຈົ້າ​ຕົບແຕ່ງ​ຕົ້ນຫຍ້າ​ທີ່​ຢູ່​ໃນ​ທົ່ງ, ເຊິ່ງ​ເປັນຢູ່​ໃນ​ບ່ອນນີ້​ວັນນີ້ ແລະ ມື້ອື່ນ​ກໍ​ຈະ​ຕ້ອງ​ຖືກ​ຖິ້ມ​ລົງ​ໃສ່​ໄຟ, ພວກເຈົ້າ​ຜູ້​ມີຄວາມເຊື່ອນ້ອຍ​ເອີຍ! ພຣະອົງ​ຈະ​ບໍ່​ຕົບແຕ່ງ​ພວກເຈົ້າ​ຫລາຍ​ກວ່າ​ນັ້ນ​ອີກ​ບໍ?</verse>
				<verse number="31">ດັ່ງນັ້ນ ຢ່າ​ກະວົນກະວາຍ​ວ່າ, ‘ພວກເຮົາ​ຈະ​ກິນ​ຫຍັງ?’ ຫລື ‘ພວກເຮົາ​ຈະ​ດື່ມ​ຫຍັງ?’ ຫລື ‘ພວກເຮົາ​ຈະ​ນຸ່ງຫົ່ມ​ຫຍັງ?’</verse>
				<verse number="32">ເພາະ​ຄົນບໍ່ເຊື່ອ​ພຣະເຈົ້າ​ກໍ​ສະແຫວງຫາ​ສິ່ງ​ທັງໝົດ​ເຫລົ່ານີ້ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ໃນ​ສະຫວັນ​ຮູ້​ວ່າ​ພວກເຈົ້າ​ຕ້ອງການ​ສິ່ງ​ເຫລົ່ານີ້.</verse>
				<verse number="33">ແຕ່​ຈົ່ງ​ສະແຫວງຫາ​ອານາຈັກ​ຂອງ​ພຣະເຈົ້າ ແລະ ຄວາມຊອບທຳ​ຂອງ​ພຣະອົງ​ກ່ອນ, ແລ້ວ​ພຣະອົງ​ຈະ​ມອບ​ທຸກສິ່ງ​ເຫລົ່ານີ້​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="34">ເຫດສະນັ້ນ ຢ່າ​ກະວົນກະວາຍ​ເຖິງ​ມື້ອື່ນ ເພາະ​ມື້ອື່ນ​ກໍ​ຈະ​ມີ​ເລື່ອງ​ກະວົນກະວາຍ​ແລ້ວ. ແຕ່​ລະ​ວັນ​ກໍ​ມີ​ຄວາມທຸກ​ພໍ​ແລ້ວ.</verse>
			</chapter>
			<chapter number="7">
				<verse number="1">“ຢ່າ​ຕັດສິນ, ເພື່ອ​ພວກເຈົ້າ​ເອງ​ຈະ​ບໍ່​ຖືກ​ຕັດສິນ​ເໝືອນກັນ.</verse>
				<verse number="2">ດ້ວຍວ່າ ພວກເຈົ້າ​ຕັດສິນ​ຄົນ​ອື່ນ​ຢ່າງໃດ ພວກເຈົ້າ​ກໍ​ຈະ​ຖືກ​ຕັດສິນ​ຢ່າງນັ້ນ ແລະ ພວກເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງຜອງ​ອັນ​ໃດ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ດ້ວຍ​ເຄື່ອງຜອງ​ອັນ​ນັ້ນ.</verse>
				<verse number="3">“ເປັນຫຍັງ​ເຈົ້າ​ຈຶ່ງ​ແນມເບິ່ງ​ຜົງ​ຂີ້ເລື່ອຍ​ທີ່​ຢູ່​ໃນ​ຕາ​ຂອງ​ພີ່ນ້ອງ​ຂອງ​ເຈົ້າ ແລະ ໄມ້​ທັງ​ທ່ອນ​ທີ່​ຢູ່​ໃນ​ຕາ​ຂອງ​ເຈົ້າ​ເອງ​ພັດ​ແນມເບິ່ງ​ບໍ່​ເຫັນ?</verse>
				<verse number="4">ດ້ວຍ​ເຫດ​ໃດ ເຈົ້າ​ຈຶ່ງ​ເວົ້າ​ຕໍ່​ພີ່ນ້ອງ​ຂອງ​ເຈົ້າ​ວ່າ, ‘ຈົ່ງ​ໃຫ້​ຂ້ອຍ​ເຂ່ຍ​ເອົາ​ຜົງ​ຂີ້ເລື່ອຍ​ອອກ​ຈາກ​ຕາ​ຂອງ​ເຈົ້າ’ ໃນ​ເມື່ອ​ເຈົ້າ​ກໍ​ມີ​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ຕົນ​ຢູ່​ຕະຫລອດ​ເວລາ?</verse>
				<verse number="5">ພວກ​ຄົນ​ໜ້າຊື່ໃຈຄົດ ຈົ່ງ​ເອົາ​ໄມ້​ທັງ​ທ່ອນ​ອອກ​ຈາກ​ຕາ​ຂອງ​ຕົນ​ເອງ​ກ່ອນ, ແລ້ວ​ຫລັງຈາກນັ້ນ​ເຈົ້າ​ກໍ​ຈະ​ເຫັນ​ແຈ້ງ​ດີ ເພື່ອ​ເຂ່ຍ​ຜົງ​ຂີ້ເລື່ອຍ​ອອກ​ຈາກ​ຕາ​ຂອງ​ພີ່ນ້ອງ​ຂອງ​ເຈົ້າ​ໄດ້.</verse>
				<verse number="6">“ຢ່າ​ເອົາ​ຂອງ​ສັກສິດ​ໃຫ້​ແກ່​ໝາ, ຢ່າ​ໂຍນ​ໄຂ່ມຸກ​ຂອງ​ເຈົ້າ​ໃຫ້​ໝູ. ຖ້າ​ເຈົ້າ​ເຮັດ​ຢ່າງນັ້ນ, ພວກມັນ​ຈະ​ຢຽບຢ່ຳ​ໄວ້​ພື້ນ​ຕີນ​ຂອງ​ພວກມັນ, ແລ້ວ​ກັບ​ຄືນ​ມາ​ຈີກ​ເຈົ້າ​ອອກ​ເປັນ​ຕ່ອນໆ.</verse>
				<verse number="7">“ຈົ່ງ​ຂໍ​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ, ຈົ່ງ​ສະແຫວງ​ຫາ​ແລ້ວ​ພວກເຈົ້າ​ຈະ​ໄດ້​ພົບ, ຈົ່ງ​ເຄາະ​ແລ້ວ​ປະຕູ​ຈະ​ເປີດ​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="8">ດ້ວຍວ່າ ທຸກຄົນ​ທີ່​ຂໍ​ກໍ​ຈະ​ໄດ້​ຮັບ, ທຸກຄົນ​ທີ່​ສະແຫວງ​ຫາ​ກໍ​ຈະ​ໄດ້​ພົບ ແລະ ທຸກຄົນ​ທີ່​ເຄາະ ປະຕູ​ກໍ​ຈະ​ເປີດ​ໃຫ້.</verse>
				<verse number="9">“ມີ​ຜູ້ໃດ​ໃນ​ພວກເຈົ້າ​ຖ້າ​ລູກຊາຍ​ຂໍ​ເຂົ້າຈີ່​ຈະ​ເອົາ​ກ້ອນຫີນ​ໃຫ້?</verse>
				<verse number="10">ຫລື ຖ້າ​ລູກ​ຂໍ​ປາ​ຈະ​ເອົາ​ງູ​ໃຫ້?</verse>
				<verse number="11">ເຫດສະນັ້ນ ເຖິງແມ່ນວ່າ​ພວກເຈົ້າ​ຜູ້​ເປັນ​ຄົນຊົ່ວ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງ​ຕົນ, ຫລາຍ​ກວ່າ​ນັ້ນ​ອີກ​ຈັກ​ເທົ່າໃດ! ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ​ຈະ​ໃຫ້​ຂອງ​ດີ​ໃຫ້​ແກ່​ບັນດາ​ຜູ້​ທີ່​ຂໍ​ຈາກ​ພຣະອົງ.</verse>
				<verse number="12">ດັ່ງນັ້ນ, ສິ່ງໃດ​ທີ່​ພວກເຈົ້າ​ຢາກ​ໃຫ້​ຄົນ​ອື່ນ​ເຮັດ​ຕໍ່​ພວກເຈົ້າ ກໍ​ຈົ່ງ​ເຮັດ​ຕໍ່​ພວກເຂົາ​ຢ່າງນັ້ນ​ເໝືອນກັນ, ເພາະ​ນີ້​ແມ່ນ​ຂໍ້​ສະຫລຸບ​ທັງໝົດ​ຂອງ​ໜັງສື​ກົດບັນຍັດ ແລະ ໜັງສື​ຜູ້ທຳນວາຍ.</verse>
				<verse number="13">“ຈົ່ງ​ເຂົ້າໄປ​ທາງ​ປະຕູ​ແຄບ, ເພາະວ່າ​ປະຕູ​ກວ້າງ ແລະ ທາງ​ກວ້າງ​ກໍ​ນຳ​ໄປ​ສູ່​ຄວາມຈິບຫາຍ ແລະ ຄົນ​ເປັນ​ຈຳນວນ​ຫລາຍ​ກໍ​ເຂົ້າ​ໄປ​ທາງ​ນັ້ນ.</verse>
				<verse number="14">ແຕ່​ປະຕູ​ທີ່​ນໍາ​ໄປ​ສູ່​ຊີວິດ​ກໍ​ນ້ອຍ ແລະ ທາງ​ກໍ​ຄັບແຄບ ແລະ ຄົນ​ທີ່​ພົບ​ທາງ​ນັ້ນ​ກໍ​ມີ​ໜ້ອຍ.</verse>
				<verse number="15">“ຈົ່ງ​ລະວັງ​ພວກ​ຜູ້ທຳນວາຍ​ປອມ. ພວກເຂົາ​ມາ​ຫາ​ພວກເຈົ້າ​ໃນ​ຄາບ​ຂອງ​ແກະ, ແຕ່​ພາຍໃນ​ແລ້ວ​ພວກເຂົາ​ໂຫດຮ້າຍ​ຄື​ໝາປ່າ.</verse>
				<verse number="16">ພວກເຈົ້າ​ຈະ​ຮູ້​ວ່າ​ພວກເຂົາ​ເປັນ​ຜູ້ໃດ​ໄດ້​ຈາກ​ຜົນ​ຂອງ​ພວກເຂົາ. ມີ​ຜູ້ໃດ​ເກັບ​ໝາກອະງຸ່ນ​ໄດ້​ຈາກ​ຟຸ່ມໜາມ ແລະ ມີ​ຜູ້ໃດ​ເກັບ​ໝາກເດື່ອ​ໄດ້​ຈາກ​ຕົ້ນໜາມ?</verse>
				<verse number="17">ໃນ​ທຳນອງ​ດຽວ​ກັນ ຕົ້ນໄມ້​ດີ​ຍ່ອມ​ເກີດ​ໝາກ​ດີ, ສ່ວນ​ຕົ້ນໄມ້​ບໍ່​ດີ​ຍ່ອມ​ເກີດ​ໝາກ​ບໍ່​ດີ.</verse>
				<verse number="18">ຕົ້ນໄມ້​ດີ​ຈະ​ເກີດ​ໝາກ​ບໍ່​ດີ​ກໍ​ບໍ່​ໄດ້ ແລະ ຕົ້ນໄມ້​ບໍ່​ດີ​ຈະ​ເກີດ​ໝາກ​ດີ​ກໍ​ບໍ່​ໄດ້.</verse>
				<verse number="19">ຕົ້ນໄມ້​ທຸກ​ຕົ້ນ​ທີ່​ເກີດຜົນ​ບໍ່​ດີ​ຍ່ອມ​ຖືກ​ຕັດ ແລະ ຖືກ​ໂຍນ​ຖິ້ມ​ລົງ​ໃນ​ໄຟ.</verse>
				<verse number="20">ເຫດສະນັ້ນ ພວກເຈົ້າ​ຈະ​ຮູ້​ວ່າ​ພວກເຂົາ​ເປັນ​ຜູ້ໃດ​ໄດ້​ຈາກ​ຜົນ​ຂອງ​ພວກເຂົາ.</verse>
				<verse number="21">“ບໍ່​ແມ່ນ​ທຸກຄົນ​ທີ່​ເອີ້ນ​ເຮົາ​ວ່າ, ‘ອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າ’ ຈະ​ໄດ້​ເຂົ້າ​ໃນ​ອານາຈັກ​ສະຫວັນ, ເຂົ້າ​ໄດ້​ແຕ່​ຜູ້​ທີ່​ປະຕິບັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ຢູ່​ໃນ​ສະຫວັນ.</verse>
				<verse number="22">ໃນ​ວັນ​ນັ້ນ ຫລາຍ​ຄົນ​ຈະ​ເວົ້າ​ກັບ​ເຮົາ​ວ່າ, ‘ອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າ, ພວກຂ້ານ້ອຍ​ໄດ້​ປະກາດ​ພຣະຄຳ​ໃນ​ນາມ​ຂອງ​ພຣະອົງ, ໄດ້​ຂັບໄລ່​ຜີມານຮ້າຍ​ອອກ​ໃນ​ນາມ​ຂອງ​ພຣະອົງ ແລະ ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ປະການ​ໃນ​ນາມ​ຂອງ​ພຣະອົງ​ບໍ່​ແມ່ນ​ບໍ?’</verse>
				<verse number="23">ເມື່ອ​ນັ້ນ​ເຮົາ​ຈະ​ບອກ​ພວກເຂົາ​ຢ່າງ​ຈະແຈ້ງ​ວ່າ, ‘ເຮົາ​ບໍ່​ເຄີຍ​ຮູ້ຈັກ​ພວກເຈົ້າ. ຈົ່ງ​ໜີ​ໄປ​ຈາກ​ເຮົາ, ພວກ​ຄົນ​ຊົ່ວ​ທັງຫລາຍ!’</verse>
				<verse number="24">“ເຫດສະນັ້ນ, ທຸກຄົນ​ທີ່​ໄດ້​ຍິນ​ຖ້ອຍຄຳ​ເຫລົ່ານີ້​ຂອງ​ເຮົາ ແລະ ນຳ​ເອົາ​ໄປ​ປະຕິບັດ ກໍ​ເປັນ​ເໝືອນ​ຄົນ​ສະຫລາດ​ທີ່​ກໍ່ສ້າງ​ເຮືອນ​ຂອງ​ຕົນ​ຢູ່​ເທິງ​ດານຫີນ.</verse>
				<verse number="25">ຝົນ​ກໍ​ຕົກ, ນ້ຳ​ກໍ​ນອງ​ຖ້ວມ​ຂຶ້ນ​ມາ ແລະ ລົມ​ກໍ​ພັດ​ປະທະ​ເຮືອນ​ນັ້ນ ແຕ່​ເຮືອນ​ນັ້ນ​ກໍ​ບໍ່​ໄດ້​ພັງ​ລົງ​ເພາະ​ມີ​ຮາກຖານ​ຢູ່​ເທິງ​ດານຫີນ.</verse>
				<verse number="26">ສ່ວນ​ຄົນ​ທີ່​ໄດ້​ຍິນ​ຖ້ອຍຄຳ​ເຫລົ່ານີ້​ຂອງ​ເຮົາ ແລະ ບໍ່​ໄດ້​ນຳ​ເອົາ​ໄປ​ປະຕິບັດຕາມ ລາວ​ກໍ​ເປັນ​ເໝືອນ​ຄົນໂງ່​ຜູ້​ໜຶ່ງ​ທີ່​ກໍ່ສ້າງ​ເຮືອນ​ຂອງ​ຕົນ​ເທິງ​ດິນຊາຍ.</verse>
				<verse number="27">ເມື່ອ​ຝົນຕົກ​ລົງ​ມາ, ກະແສນ້ຳ​ກໍ​ນອງ​ຖ້ວມ​ຂຶ້ນ​ມາ ແລະ ລົມ​ກໍ​ພັດ​ປະທະ​ເຮືອນ​ນັ້ນ ເຮືອນ​ກໍ​ພັງທະລາຍ​ລົງ”.</verse>
				<verse number="28">ເມື່ອ​ພຣະເຢຊູເຈົ້າ​ກ່າວ​ສິ່ງ​ເຫລົ່ານີ້​ຈົບ​ແລ້ວ, ປະຊາຊົນ​ຕ່າງ​ກໍ​ປະຫລາດໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ,</verse>
				<verse number="29">ເພາະວ່າ​ພຣະອົງ​ໄດ້​ສັ່ງສອນ​ເໝືອນ​ຜູ້​ມີ​ສິດອຳນາດ ແລະ ບໍ່​ເໝືອນ​ກັບ​ພວກ​ຄູສອນກົດບັນຍັດ​ຂອງ​ພວກເຂົາ.</verse>
			</chapter>
			<chapter number="8">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ລົງ​ມາ​ຈາກ​ພູ​ແລ້ວ, ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ມາ.</verse>
				<verse number="2">ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດຂີ້ທູດ ​ໄດ້​ມາ​ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ພຣະອົງ​ພໍໃຈ, ພຣະອົງ​ກໍ​ສາມາດ​ເຮັດ​ໃຫ້​ຂ້ານ້ອຍ​ດີ​ສະອາດ​ໄດ້”.</verse>
				<verse number="3">ພຣະເຢຊູເຈົ້າ​ເດ່​ມື​ອອກ​ໄປ​ແຕະຕ້ອງ​ລາວ ແລະ ກ່າວ​ວ່າ, “ເຮົາ​ພໍໃຈ​ຈະ​ຮັກສາ, ຈົ່ງ​ດີ​ສະອາດ​ສາ!” ໃນ​ທັນໃດ​ນັ້ນ ຊາຍ​ຜູ້​ນັ້ນ​ກໍ​ດີ​ຈາກ​ພະຍາດຂີ້ທູດ.</verse>
				<verse number="4">ແລ້ວ​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ລະວັງ ຢ່າ​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ. ແຕ່​ຈົ່ງ​ໄປ​ສະແດງ​ໂຕ​ຕໍ່​ປະໂລຫິດ ແລະ ຖວາຍ​ເຄື່ອງບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້, ເພື່ອ​ເປັນ​ພະຍານ​ແກ່​ຄົນ​ທັງຫລາຍ​ວ່າ​ເຈົ້າ​ດີ​ສະອາດ​ແລ້ວ”.</verse>
				<verse number="5">ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ກາເປນາອູມ​ແລ້ວ, ມີ​ນາຍຮ້ອຍ​ຜູ້​ໜຶ່ງ​ມາ​ຫາ​ພຣະອົງ​ເພື່ອ​ຂໍ​ຄວາມຊ່ວຍເຫລືອ.</verse>
				<verse number="6">ລາວ​ກ່າວ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຄົນຮັບໃຊ້​ຂອງ​ຂ້ານ້ອຍ​ນອນ​ປ່ວຍ​ເປັນ​ອຳມະພາດ​ຢູ່​ທີ່​ເຮືອນ ທົນທຸກ​ທໍລະມານ​ຫລາຍ”.</verse>
				<verse number="7">ພຣະເຢຊູເຈົ້າ​ກ່າວ​ແກ່​ນາຍຮ້ອຍ​ນັ້ນ​ວ່າ, “ຈະ​ໃຫ້​ເຮົາ​ໄປ​ຮັກສາ​ລາວ​ບໍ?”</verse>
				<verse number="8">ແຕ່​ນາຍຮ້ອຍ​ຜູ້​ນັ້ນ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຂ້ານ້ອຍ​ບໍ່​ສົມຄວນ​ທີ່​ຈະ​ໃຫ້​ພຣະອົງ​ເຂົ້າ​ໄປ​ໃນ​ລຸ່ມ​ຫລັງຄາ​ເຮືອນ​ຂອງ​ຂ້ານ້ອຍ. ຂໍ​ພຽງ​ແຕ່​ພຣະອົງ​ກ່າວ​ເທົ່ານັ້ນ, ແລ້ວ​ຄົນຮັບໃຊ້​ຂອງ​ຂ້ານ້ອຍ​ກໍ​ຈະ​ຫາຍດີ.</verse>
				<verse number="9">ເພາະວ່າ​ຂ້ານ້ອຍ​ເອງ​ຢູ່​ໃຕ້​ບັງຄັບບັນຊາ, ມີ​ທະຫານ​ທີ່​ຢູ່​ໃຕ້​ບັງຄັບບັນຊາ​ຂອງ​ຂ້ານ້ອຍ​ດ້ວຍ. ຂ້ານ້ອຍ​ສັ່ງ​ຄົນ​ນີ້​ວ່າ, ‘ໄປ’ ແລ້ວ​ລາວ​ກໍ​ໄປ, ສັ່ງ​ຄົນ​ນັ້ນ​ວ່າ, ‘ມາ’ ແລ້ວ​ລາວ​ກໍ​ມາ. ຂ້ານ້ອຍ​ສັ່ງ​ຄົນຮັບໃຊ້​ວ່າ, ‘ຈົ່ງ​ເຮັດ​ສິ່ງ​ນີ້’ ແລ້ວ​ລາວ​ກໍ​ເຮັດ​ຕາມ”.</verse>
				<verse number="10">ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນັ້ນ. ພຣະອົງ​ກໍ​ປະຫລາດໃຈ ແລະ ກ່າວ​ກັບ​ບັນດາ​ຜູ້​ທີ່​ຕິດຕາມ​ພຣະອົງ​ມາ​ນັ້ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເຮົາ​ບໍ່​ເຄີຍ​ພົບ​ຜູ້ໃດ​ໃນ​ອິດສະຣາເອນ​ທີ່​ມີ​ຄວາມເຊື່ອ​ໃຫຍ່​ເທົ່າ​ນີ້.</verse>
				<verse number="11">ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຄົນ​ເປັນ​ຈຳນວນ​ຫລາຍ​ຈາກ​ທິດຕາເວັນອອກ ແລະ ທິດຕາເວັນຕົກ ຈະ​ເຂົ້າ​ມາ​ນັ່ງ​ປະຈຳ​ທີ່​ຂອງ​ຕົນ​ໃນ​ງານລ້ຽງ​ຮ່ວມ​ກັບ​ອັບຣາຮາມ, ອີຊາກ ແລະ ຢາໂຄບ​ໃນ​ອານາຈັກ​ສະຫວັນ.</verse>
				<verse number="12">ແຕ່​ພົນລະເມືອງ​ຂອງ​ອານາຈັກ​ນັ້ນ​ຈະ​ຖືກ​ໂຍນຖິ້ມ​ອອກ​ໄປ​ຂ້າງນອກ​ຢູ່​ໃນ​ຄວາມມືດ ບ່ອນ​ທີ່​ຈະ​ມີ​ການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ”.</verse>
				<verse number="13">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ກັບ​ນາຍຮ້ອຍ​ນັ້ນ​ວ່າ, “ຈົ່ງ​ໄປ​ສາ, ໃຫ້​ເປັນ​ໄປ​ຕາມ​ທີ່​ເຈົ້າ​ໄດ້​ເຊື່ອ”. ແລະ ຄົນຮັບໃຊ້​ຂອງ​ລາວ​ກໍ​ຫາຍດີ​ໃນ​ຊົ່ວໂມງ​ນັ້ນ.</verse>
				<verse number="14">ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເປໂຕ, ພຣະອົງ​ໄດ້​ເຫັນ​ແມ່​ເມຍ​ຂອງ​ເປໂຕ​ນອນ​ເປັນ​ໄຂ້​ຢູ່​ເທິງ​ຕຽງ.</verse>
				<verse number="15">ພຣະອົງ​ຈັບ​ມື​ຂອງ​ນາງ ແລະ ໄຂ້​ກໍ​ຫາຍດີ, ແລ້ວ​ນາງ​ຈຶ່ງ​ລຸກຂຶ້ນ ແລະ ເຝົ້າ​ຮັບໃຊ້​ພຣະອົງ.</verse>
				<verse number="16">ເມື່ອ​ເວລາ​ຄ່ຳ​ມາ, ພວກເຂົາ​ກໍ​ໄດ້​ພາ​ບັນດາ​ຄົນ​ທີ່​ມີ​ຜີມານຮ້າຍ​ເຂົ້າ​ສິງ​ມາ​ຫາ​ພຣະອົງ ແລະ ພຣະອົງ​ໄດ້​ຂັບໄລ່​ຜີມານຮ້າຍ​ເຫລົ່ານັ້ນ​ອອກ​ດ້ວຍ​ຄຳສັ່ງ​ຂອງ​ພຣະອົງ ແລະ ໄດ້​ຮັກສາ​ຄົນ​ເຈັບໄຂ້​ທັງໝົດ.</verse>
				<verse number="17">ນີ້​ແມ່ນ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ເອຊາຢາ​ວ່າ: “ພຣະອົງ​ໄດ້​ຮັບ​ຄວາມເຈັບປ່ວຍ​ທັງຫລາຍ​ຂອງ​ພວກເຮົາ ແລະ ແບກ​ຮັບ​ພະຍາດ​ຕ່າງໆ​ຂອງ​ພວກເຮົາ​ໄວ້”.</verse>
				<verse number="18">ເມື່ອ​ພຣະເຢຊູເຈົ້າ​ເຫັນ​ວ່າ​ປະຊາຊົນ​ມາ​ອ້ອມຮອບ​ພຣະອົງ​ຢູ່, ພຣະອົງ​ຈຶ່ງ​ສັ່ງ​ໃຫ້​ຂ້າມ​ທະເລສາບ​ໄປ​ອີກ​ຟາກ​ໜຶ່ງ.</verse>
				<verse number="19">ແລ້ວ​ມີ​ຄູສອນກົດບັນຍັດ​ຄົນ​ໜຶ່ງ​ມາ​ຫາ​ພຣະອົງ ແລະ ເວົ້າ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ຈະ​ຕິດຕາມ​ພຣະອົງ​ບໍ່​ວ່າ​ພຣະອົງ​ຈະ​ໄປ​ບ່ອນໃດ”.</verse>
				<verse number="20">ພຣະເຢຊູເຈົ້າ​ຕອບ​ວ່າ, “ໝາຈິ້ງຈອກ​ຍັງ​ມີ​ໂຜ້ງ​ນອນ ແລະ ນົກ​ກໍ​ຍັງ​ມີ​ຮັງ, ແຕ່​ບຸດມະນຸດ​ບໍ່​ມີ​ບ່ອນ​ທີ່​ຈະ​ວາງ​ຫົວ​ລົງ”.</verse>
				<verse number="21">ສາວົກ​ອີກ​ຄົນ​ໜຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ໃຫ້​ຂ້ານ້ອຍ​ໄປ​ຝັງ​ສົບ​ພໍ່​ຂອງ​ຂ້ານ້ອຍ​ກ່ອນ”.</verse>
				<verse number="22">ແຕ່​ພຣະເຢຊູເຈົ້າ​ບອກ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ ແລະ ປ່ອຍ​ໃຫ້​ຄົນຕາຍ​ຝັງ​ກັນ​ເອງ​ສາ”.</verse>
				<verse number="23">ແລ້ວ​ພຣະອົງ​ກໍ​ລົງ​ໄປ​ທີ່​ເຮືອ ແລະ ພວກສາວົກ​ຂອງ​ພຣະອົງ​ກໍ​ຕິດຕາມ​ພຣະອົງ​ໄປ.</verse>
				<verse number="24">ທັນໃດນັ້ນ ກໍ​ເກີດ​ມີ​ລົມພະຍຸ​ຮຸນແຮງ​ພັດ​ລົງ​ມາ​ກາງ​ທະເລສາບ, ຈົນ​ຄື້ນນ້ຳ​ຊັດ​ຖ້ວມ​ເຮືອ. ແຕ່​ພຣະເຢຊູເຈົ້າ​ນອນຫລັບ​ຢູ່.</verse>
				<verse number="25">ພວກສາວົກ​ໄດ້​ມາ​ປຸກ​ພຣະອົງ​ພ້ອມ​ທັງ​ກ່າວ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຊ່ວຍ​ພວກຂ້ານ້ອຍ​ແດ່​ທ້ອນ! ພວກຂ້ານ້ອຍ​ກຳລັງ​ຈະ​ຈົມນໍ້າ​ແລ້ວ!”</verse>
				<verse number="26">ພຣະເຢຊູເຈົ້າ​ຕອບ​ວ່າ, “ໂອ ຄົນ​ຜູ້​ມີຄວາມເຊື່ອນ້ອຍ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ?” ແລ້ວ​ພຣະອົງ​ລຸກຂຶ້ນ​ສັ່ງຫ້າມ​ລົມ ແລະ ຄື້ນທະເລ, ແລ້ວ​ລົມພະຍຸ ແລະ ຄື້ນທະເລ​ກໍ​ສະຫງົບ​ລົງ.</verse>
				<verse number="27">ຄົນ​ເຫລົ່ານັ້ນ​ກໍ​ພາກັນ​ປະຫລາດໃຈ ແລະ ເວົ້າ​ກັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ? ແມ່ນແຕ່​ລົມພະຍຸ ແລະ ຄື້ນທະເລ​ກໍ​ຍັງ​ເຊື່ອຟັງ​ເພິ່ນ!”</verse>
				<verse number="28">ເມື່ອ​ພຣະອົງ​ຂ້າມ​ຟາກ​ມາ​ເຖິງ​ເຂດແດນ​ກາດາຣາ, ຊາຍ​ສອງ​ຄົນ​ທີ່​ມີ​ຜີມານຮ້າຍ​ສິງ​ຢູ່​ອອກຈາກ​ອຸບມຸງ​ຝັງສົບ​ມາ​ຫາ​ພຣະອົງ. ພວກເຂົາ​ຮຸນແຮງ​ຫລາຍ​ຈົນ​ບໍ່​ມີ​ຜູ້ໃດ​ກ້າ​ຜ່ານ​ເຂົ້າໄປ​ທາງ​ນັ້ນ.</verse>
				<verse number="29">ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ພຣະບຸດ​ຂອງ​ພຣະເຈົ້າ​ເອີຍ, ທ່ານ​ຕ້ອງການ​ສິ່ງໃດ​ຈາກ​ພວກຂ້ານ້ອຍ? ທ່ານ​ມາ​ບ່ອນ​ນີ້​ເພື່ອ​ຈະ​ທໍລະມານ​ພວກຂ້ານ້ອຍ​ກ່ອນ​ເຖິງ​ເວລາ​ກຳນົດ​ບໍ?”</verse>
				<verse number="30">ບໍ່​ໄກ​ຈາກ​ທີ່​ນັ້ນ ມີ​ໝູ​ຝູງ​ໃຫຍ່​ກຳລັງ​ຫາ​ກິນ​ຢູ່.</verse>
				<verse number="31">ຜີມານຮ້າຍ​ຈຶ່ງ​ຂໍຮ້ອງ​ພຣະເຢຊູເຈົ້າ​ວ່າ, “ຖ້າ​ທ່ານ​ຈະ​ຂັບໄລ່​ພວກ​ຂ້ານ້ອຍ​ອອກ​ໄປ ຂໍ​ໃຫ້​ພວກ​ຂ້ານ້ອຍ​ໄປ​ສິງ​ຢູ່​ໃນ​ໝູ​ຝູງ​ນັ້ນ”.</verse>
				<verse number="32">ພຣະອົງ​ໄດ້​ກ່າວ​ຕໍ່​ພວກມັນ​ວ່າ, “ໄປ!” ດັ່ງນັ້ນ ພວກມັນ​ຈຶ່ງ​ອອກໄປ ແລະ ເຂົ້າ​ໄປ​ສິງ​ຢູ່​ໃນ​ໝູ, ແລ້ວ​ໝູ​ທັງ​ຝູງ​ກໍ​ຟ້າວ​ແລ່ນ​ລົງ​ຕາລິ່ງຊັນ​ໂຕນ​ລົງ​ທະເລສາບ​ຈົມນ້ຳ​ຕາຍ​ໝົດ.</verse>
				<verse number="33">ບັນດາ​ຄົນລ້ຽງໝູ​ຕ່າງ​ກໍ​ແລ່ນ​ໜີ ແລະ ເຂົ້າ​ໄປ​ໃນ​ເມືອງ ແລະ ໄດ້​ເລົ່າ​ເລື່ອງ​ທັງໝົດ​ກັບ​ທັງ​ເຫດການ​ທີ່​ໄດ້​ເກີດ​ຂຶ້ນ​ແກ່​ຄົນ​ທີ່​ມີ​ຜີມານຮ້າຍ​ສິງ​ທັງ​ສອງ​ຄົນ​ນັ້ນ.</verse>
				<verse number="34">ດັ່ງນັ້ນ ຄົນ​ທົ່ວ​ທັງ​ເມືອງ​ກໍ​ພາກັນ​ອອກ​ມາ​ພົບ​ພຣະເຢຊູເຈົ້າ ແລະ ເມື່ອ​ພວກເຂົາ​ໄດ້​ເຫັນ​ພຣະອົງ​ແລ້ວ ພວກເຂົາ​ໄດ້​ຂໍຮ້ອງ​ໃຫ້​ພຣະອົງ​ໄປ​ຈາກ​ເຂດແດນ​ຂອງ​ພວກເຂົາ.</verse>
			</chapter>
			<chapter number="9">
				<verse number="1">ພຣະເຢຊູເຈົ້າ​ໄດ້​ລົງ​ເຮືອ, ຂ້າມ​ຟາກ​ໄປ​ຍັງ​ເມືອງ​ຂອງ​ພຣະອົງ​ເອງ.</verse>
				<verse number="2">ພວກເຂົາ​ໄດ້​ຫາມ​ຄົນເປ້ຍ​ຜູ້​ໜຶ່ງ​ທີ່​ນອນ​ຢູ່​ເທິງ​ບ່ອນນອນ​ມາ​ຫາ​ພຣະອົງ. ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຄວາມເຊື່ອ​ຂອງ​ພວກເຂົາ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຄົນເປ້ຍ​ນັ້ນ​ວ່າ, “ລູກ​ເອີຍ ຈົ່ງ​ຊື່ນໃຈ​ສາ, ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ”.</verse>
				<verse number="3">ພວກ​ຄູສອນກົດບັນຍັດ​ບາງຄົນ​ໄດ້​ຍິນ​ດັ່ງນັ້ນ​ກໍ​ຄິດໃນໃຈ​ວ່າ, “ຊາຍ​ຄົນ​ນີ້​ກຳລັງ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ!”</verse>
				<verse number="4">ພຣະເຢຊູເຈົ້າ​ຮູ້ຈັກ​ຄວາມຄິດ​ຂອງ​ພວກເຂົາ​ຈຶ່ງ​ກ່າວ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ຊົ່ວ​ຢູ່​ໃນ​ໃຈ?</verse>
				<verse number="5">ອັນໃດ​ຈະ​ງ່າຍ​ກວ່າ​ກັນ ທີ່​ຈະ​ກ່າວ​ວ່າ, ‘ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ’ ຫລື ຈະ​ກ່າວ​ວ່າ, ‘ຈົ່ງ​ລຸກຂຶ້ນ ແລະ ຍ່າງ​ໄປ’?</verse>
				<verse number="6">ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ທັງຫລາຍ​ຮູ້​ວ່າ, ບຸດມະນຸດ​ມີ​ສິດອຳນາດ​ໃນ​ໂລກ​ທີ່​ຈະ​ອະໄພ​ຄວາມບາບ”. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ກັບ​ຄົນເປ້ຍ​ນັ້ນ​ວ່າ, “ຈົ່ງ​ລຸກຂຶ້ນ ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ກັບ​ເມືອ​ເຮືອນ​ສາ”.</verse>
				<verse number="7">ແລະ ຊາຍ​ຄົນ​ນັ້ນ​ຈຶ່ງ​ລຸກຂຶ້ນ ແລະ ກັບ​ເມືອ​ເຮືອນ.</verse>
				<verse number="8">ເມື່ອ​ປະຊາຊົນ​ໄດ້​ເຫັນ​ດັ່ງນີ້​ແລ້ວ​ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຢ້ານ ແລະ ພວກເຂົາ​ໄດ້​ສັນລະເສີນ​ພຣະເຈົ້າ​ຜູ້​ໃຫ້​ສິດອຳນາດ​ຢ່າງ​ນີ້​ແກ່​ມະນຸດ.</verse>
				<verse number="9">ເມື່ອ​ພຣະເຢຊູເຈົ້າ​ອອກ​ຈາກ​ທີ່​ນັ້ນ​ໄປ​ແລ້ວ, ພຣະອົງ​ເຫັນ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ມັດທາຍ ກຳລັງ​ນັ່ງ​ຢູ່​ທີ່​ດ່ານເກັບພາສີ, ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”. ມັດທາຍ​ກໍ​ລຸກຂຶ້ນ ແລະ ຕິດຕາມ​ພຣະອົງ​ໄປ.</verse>
				<verse number="10">ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ກິນ​ອາຫານແລງ​ຢູ່​ທີ່​ເຮືອນ​ຂອງ​ມັດທາຍ, ມີ​ຄົນເກັບພາສີ ແລະ ຄົນບາບ​ຫລາຍ​ຄົນ​ກໍ​ໄດ້​ມາ​ຮ່ວມ​ກິນ​ອາຫານ​ກັບ​ພຣະອົງ ແລະ ພວກສາວົກ​ຂອງ​ພຣະອົງ.</verse>
				<verse number="11">ເມື່ອ​ພວກ​ຟາຣີຊາຍ​ເຫັນ​ດັ່ງນັ້ນ ຈຶ່ງ​ຖາມ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເປັນ​ຫຍັງ​ອາຈານ​ຂອງ​ພວກເຈົ້າ​ຈຶ່ງ​ກິນ​ອາຫານ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ?”</verse>
				<verse number="12">ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນີ້​ຈຶ່ງ​ກ່າວ​ວ່າ, “ຄົນ​ສຸຂະພາບດີ​ບໍ່​ຕ້ອງການ​ໝໍ ແຕ່​ຄົນເຈັບ​ຕ້ອງການ​ໝໍ.</verse>
				<verse number="13">ແຕ່​ຈົ່ງ​ໄປ ແລະ ສຶກສາ​ໃຫ້​ເຂົ້າໃຈ​ຄວາມໝາຍ​ຂອງ​ຖ້ອຍຄຳ​ທີ່​ວ່າ, ‘ເຮົາ​ປະສົງ​ຄວາມເມດຕາ ບໍ່​ແມ່ນ​ເຄື່ອງບູຊາ’. ເພາະ​ເຮົາ​ບໍ່​ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນຊອບທຳ, ແຕ່​ມາ​ເພື່ອ​ເອີ້ນ​ເອົາ​ຄົນບາບ​ທັງຫລາຍ”.</verse>
				<verse number="14">ຝ່າຍ​ພວກລູກສິດ​ຂອງ​ໂຢຮັນ​ໄດ້​ມາ​ຫາ​ພຣະອົງ ແລະ ຖາມ​ວ່າ, “ດ້ວຍເຫດໃດ ພວກ​ຂ້ານ້ອຍ ແລະ ພວກ​ຟາຣີຊາຍ​ຖືສິນອົດອາຫານ​ຢູ່​ສະເໝີ, ແຕ່​ພວກສາວົກ​ຂອງ​ທ່ານ​ບໍ່​ຖືສິນອົດອາຫານ?”</verse>
				<verse number="15">ພຣະເຢຊູເຈົ້າ​ຕອບ​ວ່າ, “ຈະ​ໃຫ້​ແຂກ​ຂອງ​ເຈົ້າບ່າວ​ໂສກເສົ້າ​ໃນ​ຂະນະ​ທີ່​ເຈົ້າບ່າວ​ຢູ່​ນຳ​ໄດ້​ຢ່າງໃດ? ແຕ່​ເວລາ​ນັ້ນ​ຈະ​ມາ​ເຖິງ ຄື​ເມື່ອ​ເຈົ້າບ່າວ​ຈະ​ຖືກ​ນຳ​ໂຕ​ໄປ​ຈາກ​ພວກເຂົາ ແລ້ວ​ພວກເຂົາ​ຈະ​ຖືສິນອົດອາຫານ.</verse>
				<verse number="16">“ບໍ່​ມີ​ຜູ້ໃດ​ເອົາ​ຕ່ອນ​ຜ້າ​ໃໝ່​ໄປ​ຕາບ​ເສື້ອ​ເກົ່າ ເພາະ​ເມື່ອ​ຕ່ອນ​ຜ້າ​ໃໝ່​ຫົດ​ກໍ​ຈະ​ດຶງ​ເສື້ອ​ເກົ່າ​ໃຫ້​ຂາດ​ຫລາຍ​ຂຶ້ນ​ອີກ.</verse>
				<verse number="17">ແລະ ບໍ່​ມີ​ຜູ້ໃດ​ຖອກ​ເຫລົ້າອະງຸ່ນໃໝ່​ໃສ່​ຖົງໜັງ​ເກົ່າ. ຖ້າ​ພວກເຂົາ​ເຮັດ​ຢ່າງ​ນັ້ນ​ຖົງໜັງ​ກໍ​ຈະ​ແຕກ, ເຫລົ້າອະງຸ່ນ​ຈະ​ໄຫລ​ອອກ​ມາ​ໝົດ ແລະ ຖົງໜັງ​ກໍ​ຈະ​ເສຍຫາຍ. ບໍ່​ດອກ, ພວກເຂົາ​ຕ້ອງ​ຖອກ​ເຫລົ້າອະງຸ່ນໃໝ່​ໃສ່​ໃນ​ຖົງໜັງ​ໃໝ່ ແລະ ເກັບ​ຮັກສາ​ໄວ້​ໄດ້​ທັງ​ສອງ​ຢ່າງ”.</verse>
				<verse number="18">ໃນຂະນະ​ທີ່​ພຣະອົງ​ກ່າວ​ຢູ່​ນັ້ນ, ກໍ​ມີ​ຫົວໜ້າ​ທຳມະສາລາ​ຄົນ​ໜຶ່ງ​ມາ​ຄຸເຂົ່າ​ລົງ ແລະ ເວົ້າ​ຕໍ່​ພຣະອົງ​ວ່າ, “ລູກສາວ​ຂອງ​ຂ້ານ້ອຍ​ຫາ​ກໍ​ຕາຍ​ໄປ. ແຕ່​ຂໍ​ພຣະອົງ​ໄປ​ວາງມື​ໃສ່​ນາງ, ແລ້ວ​ນາງ​ຈະ​ຄືນມາ​ມີຊີວິດ​ອີກ”.</verse>
				<verse number="19">ພຣະເຢຊູເຈົ້າ​ລຸກຂຶ້ນ ແລະ ໄປ​ກັບ​ລາວ, ແລ້ວ​ພວກສາວົກ​ກໍ​ໄປ​ນຳ.</verse>
				<verse number="20">ຂະນະ​ນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ເລືອດຕົກ​ຊຳເຮື້ອ​ມາ​ໄດ້​ສິບສອງ​ປີ​ແລ້ວ ໄດ້​ເຂົ້າ​ມາ​ທາງ​ຫລັງ​ພຣະອົງ ແລະ ບາຍ​ຂອບ​ເສື້ອຄຸມ​ຂອງ​ພຣະອົງ.</verse>
				<verse number="21">ນາງ​ຄິດ​ໃນ​ໃຈ​ວ່າ, “ຖ້າ​ຂ້ານ້ອຍ​ພຽງ​ແຕ່​ໄດ້​ບາຍ​ເສື້ອຄຸມ​ຂອງ​ພຣະອົງ​ເທົ່ານັ້ນ, ຂ້ານ້ອຍ​ກໍ​ຈະ​ດີ​ພະຍາດ”.</verse>
				<verse number="22">ພຣະເຢຊູເຈົ້າ​ຫັນຫລັງ​ມາ​ເຫັນ​ນາງ​ຈຶ່ງ​ກ່າວ​ວ່າ, “ລູກ​ຍິງ​ເອີຍ, ຈົ່ງ​ຊື່ນໃຈ​ສາ, ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍດີ​ແລ້ວ”. ໃນ​ເວລາ​ດຽວ​ກັນ​ນັ້ນ​ນາງ​ກໍ​ດີພະຍາດ.</verse>
				<verse number="23">ເມື່ອ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຫົວໜ້າ​ທຳມະສາລາ​ແລ້ວ​ໄດ້​ເຫັນ​ຄົນ​ເປົ່າ​ປີ່ ແລະ ຄົນ​ສົ່ງ​ສຽງ​ອຶກກະທຶກ​ຢູ່.</verse>
				<verse number="24">ພຣະອົງ​ກ່າວ​ວ່າ, “ຈົ່ງ​ອອກ​ໄປ​ສາ, ເດັກ​ຍິງ​ຜູ້​ນີ້​ຍັງ​ບໍ່​ຕາຍ ນາງ​ພຽງ​ແຕ່​ນອນຫລັບ​ຢູ່”. ແຕ່​ພວກເຂົາ​ພາກັນ​ຫົວຂວັນ​ພຣະອົງ.</verse>
				<verse number="25">ເມື່ອ​ປະຊາຊົນ​ອອກ​ໄປ​ໝົດ​ແລ້ວ, ພຣະອົງ​ເຂົ້າ​ໄປ​ຈັບ​ມື​ຂອງ​ນາງ, ນາງ​ນັ້ນ​ກໍ​ລຸກຂຶ້ນ.</verse>
				<verse number="26">ຂ່າວ​ນີ້​ຈຶ່ງ​ແຜ່ກະຈາຍ​ໄປ​ທົ່ວ​ຂົງເຂດ​ນັ້ນ.</verse>
				<verse number="27">ຂະນະ​ທີ່​ພຣະເຢຊູເຈົ້າ​ອອກ​ໄປ​ຈາກ​ທີ່​ນັ້ນ, ກໍ​ມີ​ຊາຍ​ຕາບອດ​ສອງ​ຄົນ​ຍ່າງ​ຕາມ​ພຣະອົງ​ໄປ ແລະ ຮ້ອງ​ຂຶ້ນ​ວ່າ, “ບຸດ​ດາວິດ​ເອີຍ ຂໍ​ເມດຕາ​ພວກ​ຂ້ານ້ອຍ​ດ້ວຍ!”</verse>
				<verse number="28">ເມື່ອ​ພຣະອົງ​ໄດ້​ເຂົ້າໄປ​ໃນ​ເຮືອນ​ແລ້ວ, ຊາຍ​ຕາບອດ​ທັງ​ສອງ​ຄົນ​ນັ້ນ​ກໍ​ເຂົ້າ​ມາ​ຫາ​ພຣະອົງ. ພຣະອົງ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ເຊື່ອ​ວ່າ​ເຮົາ​ສາມາດ​ຮັກສາ​ພວກເຈົ້າ​ໃຫ້​ຫາຍດີ​ໄດ້​ບໍ?” ພວກເຂົາ​ຕອບ​ວ່າ, “ເຊື່ອ ອົງພຣະຜູ້ເປັນເຈົ້າ​ເອີຍ”.</verse>
				<verse number="29">ພຣະອົງ​ຈຶ່ງ​ບາຍ​ຕາ​ຂອງ​ພວກເຂົາ ແລະ ກ່າວ​ວ່າ, “ໃຫ້​ເປັນ​ໄປ​ຕາມ​ຄວາມເຊື່ອ​ຂອງ​ພວກເຈົ້າ​ສາ”.</verse>
				<verse number="30">ແລ້ວ​ຕາ​ຂອງ​ພວກເຂົາ​ກໍ​ກັບ​ເຫັນຮຸ່ງ​ອີກ. ພຣະເຢຊູເຈົ້າ​ເຕືອນ​ພວກເຂົາ​ຢ່າງ​ໜັກແໜ້ນ​ວ່າ, “ຢ່າ​ບອກ​ເລື່ອງ​ນີ້​ໃຫ້​ຜູ້ໃດ​ຮູ້”.</verse>
				<verse number="31">ແຕ່​ເມື່ອ​ພວກເຂົາ​ຈາກ​ໄປ​ແລ້ວ ກໍ​ປະກາດ​ຂ່າວ​ກ່ຽວກັບ​ພຣະອົງ​ທົ່ວ​ຂົງເຂດ​ນັ້ນ.</verse>
				<verse number="32">ໃນຂະນະ​ທີ່​ພວກເຂົາ​ກຳລັງ​ອອກ​ໄປ​ນັ້ນ, ກໍ​ມີ​ຄົນ​ນຳ​ຊາຍ​ຜູ້​ໜຶ່ງ​ທີ່​ຖືກ​ຜີມານຮ້າຍ​ເຂົ້າ​ສິງ ແລະ ເວົ້າ​ບໍ່​ໄດ້​ມາ​ຫາ​ພຣະເຢຊູເຈົ້າ.</verse>
				<verse number="33">ແລະ ເມື່ອ​ພຣະອົງ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ​ແລ້ວ, ຊາຍ​ທີ່​ເຄີຍ​ປາກກືກ​ນັ້ນ​ກໍ​ເວົ້າ​ໄດ້. ປະຊາຊົນ​ພາກັນ​ປະຫລາດໃຈ ແລະ ເວົ້າ​ກັນ​ວ່າ, “ບໍ່​ເຄີຍ​ເຫັນ​ເຫດການ​ຢ່າງນີ້​ຈັກເທື່ອ​ໃນ​ອິດສະຣາເອນ”.</verse>
				<verse number="34">ແຕ່​ພວກ​ຟາຣີຊາຍ​ເວົ້າ​ວ່າ, “ໂດຍ​ອຳນາດ​ຂອງ​ນາຍ​ຜີມານຮ້າຍ ລາວ​ຈຶ່ງ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້”.</verse>
				<verse number="35">ພຣະເຢຊູເຈົ້າ​ໄດ້​ເດີນທາງ​ຜ່ານ​ໄປ​ຕາມ​ທຸກ​ເມືອງ ແລະ ບ້ານ, ສັ່ງສອນ​ຕາມ​ທຳມະສາລາ​ຕ່າງໆ​ຂອງ​ພວກເຂົາ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ແລະ ຮັກສາ​ຄົນ​ທີ່​ມີ​ພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍ​ທຸກ​ຊະນິດ.</verse>
				<verse number="36">ເມື່ອ​ພຣະອົງ​ແນມ​ເຫັນ​ປະຊາຊົນ​ຈໍານວນ​ຫລວງຫລາຍ ພຣະອົງ​ກໍ​ມີ​ໃຈ​ສົງສານ​ພວກເຂົາ ເພາະ​ພວກເຂົາ​ຖືກ​ລົບກວນ ແລະ ຂາດ​ທີ່​ເພິ່ງພາ​ເໝືອນ​ແກະ​ທີ່​ບໍ່​ມີ​ຜູ້ລ້ຽງ.</verse>
				<verse number="37">ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກສາວົກ​ຂອງ​ພຣະອົງ​ວ່າ, “ການເກັບກ່ຽວ​ກໍ​ມີ​ຫລາຍ ແຕ່​ຄົນງານ​ກໍ​ຍັງ​ມີ​ໜ້ອຍ​ຢູ່</verse>
				<verse number="38">ເຫດສະນັ້ນ ຈົ່ງ​ຂໍ​ອົງພຣະຜູ້ເປັນເຈົ້າ​ຜູ້​ເປັນ​ເຈົ້າຂອງ​ການເກັບກ່ຽວ ເພື່ອ​ໃຫ້​ສົ່ງ​ຄົນງານ​ມາ​ໃນ​ທົ່ງນາ​ແຫ່ງ​ການເກັບກ່ຽວ​ຂອງ​ພຣະອົງ”.</verse>
			</chapter>
			<chapter number="10">
				<verse number="1">ພຣະເຢຊູເຈົ້າ​ເອີ້ນ​ສາວົກ​ສິບສອງ​ຄົນ​ຂອງ​ພຣະອົງ​ມາ ແລະ ໄດ້​ມອບ​ສິດອຳນາດ​ໃຫ້​ແກ່​ພວກເພິ່ນ​ເພື່ອ​ຂັບໄລ່​ວິນຍານສົກກະປົກ ແລະ ຮັກສາ​ພະຍາດ​ພ້ອມ​ທັງ​ຄວາມເຈັບໄຂ້ໄດ້ປ່ວຍ​ທຸກ​ຢ່າງ.</verse>
				<verse number="2">ລາຍຊື່​ຂອງ​ອັກຄະສາວົກ​ສິບສອງ​ຄົນ​ແມ່ນ​ມີ​ດັ່ງນີ້: ຄົນ​ທຳອິດ​ຊື່​ວ່າ: ຊີໂມນ (ຜູ້​ທີ່​ເອີ້ນ​ວ່າ​ເປໂຕ) ແລະ ອັນເດອາ​ນ້ອງຊາຍ​ຂອງ​ເພິ່ນ, ຢາໂກໂບ ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ນ້ອງຊາຍ​ຂອງ​ເພິ່ນ,</verse>
				<verse number="3">ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍ​ຄົນເກັບພາສີ, ຢາໂກໂບ ລູກຊາຍ​ຂອງ​ອາລະຟາຍ ແລະ ທາດາຍ,</verse>
				<verse number="4">ຊີໂມນ​ພັກຊາດນິຍົມ ແລະ ຢູດາ​ອິດສະກາຣີອົດ, ຜູ້​ທໍລະຍົດ​ຕໍ່​ພຣະອົງ.</verse>
				<verse number="5">ພຣະເຢຊູເຈົ້າ​ໃຊ້​ສິບສອງ​ຄົນ​ນີ້​ອອກໄປ​ພ້ອມ​ກັບ​ໃຫ້​ຄຳແນະນໍາ​ດັ່ງນີ້: “ຢ່າ​ໄປ​ໃນ​ທ່າມກາງ​ຄົນຕ່າງຊາດ ຫລື ຢ່າ​ເຂົ້າໄປ​ໃນ​ເມືອງ​ໃດ​ຂອງ​ຊາວຊາມາເຣຍ.</verse>
				<verse number="6">ແຕ່​ຈົ່ງ​ໄປ​ຫາ​ແກະ​ທີ່​ຫລົງເສຍ​ຂອງ​ອິດສະຣາເອນ.</verse>
				<verse number="7">ຄະນະ​ທີ່​ເດີນທາງ​ໄປ, ຈົ່ງ​ປະກາດ​ຂໍ້ຄວາມ​ນີ້​ວ່າ, ‘ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ’.</verse>
				<verse number="8">ຈົ່ງ​ຮັກສາ​ຄົນ​ເຈັບໄຂ້​ໃຫ້​ຫາຍດີ, ຈົ່ງ​ເຮັດ​ໃຫ້​ຄົນຕາຍ​ຟື້ນຄືນ​ມາ, ຈົ່ງ​ເຮັດ​ໃຫ້​ຄົນ​ທີ່​ເປັນ​ພະຍາດຂີ້ທູດ ​ຫາຍດີ ແລະ ຂັບໄລ່​ຜີມານຮ້າຍ​ອອກ. ພວກເຈົ້າ​ທັງຫລາຍ​ໄດ້​ຮັບ​ລ້າໆ​ກໍ​ຈົ່ງ​ໃຫ້​ລ້າໆ.</verse>
				<verse number="9">ຢ່າ​ຖື​ເງິນ ຫລື ຄຳ ຫລື ຫລຽນທອງແດງ​ໄວ້​ໃນ​ສາຍແອວ​ໄປ​ນໍາ</verse>
				<verse number="10">ຢ່າ​ເອົາ​ຖົງ ຫລື ເສື້ອ​ອີກ​ໂຕ​ໜຶ່ງ ຫລື ເກີບ ຫລື ໄມ້ຄ້ອນເທົ້າ​ໄປ​ນຳ ເພາະ​ຄົນງານ​ກໍ​ສົມຄວນ​ໄດ້​ຮັບ​ການລ້ຽງດູ.</verse>
				<verse number="11">“ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ໃດ ຫລື ບ້ານ​ໃດ, ຈົ່ງ​ຊອກຫາ​ຄົນ​ທີ່​ເໝາະສົມ​ຢູ່​ທີ່​ນັ້ນ ແລະ ໃຫ້​ພັກ​ຢູ່​ທີ່​ເຮືອນ​ຂອງ​ພວກເຂົາ​ຈົນ​ກວ່າ​ພວກເຈົ້າ​ຈະ​ຈາກ​ໄປ.</verse>
				<verse number="12">ເມື່ອ​ພວກເຈົ້າ​ເຂົ້າໄປ​ໃນ​ເຮືອນ​ຫລັງ​ໃດ, ຈົ່ງ​ອວຍພອນ​ພວກເຂົາ.</verse>
				<verse number="13">ຖ້າ​ເຮືອນ​ນັ້ນ​ຕ້ອນຮັບ​ພວກເຈົ້າ​ຢ່າງ​ດີ ກໍ​ຂໍ​ໃຫ້​ສັນຕິສຸກ​ຂອງ​ພວກເຈົ້າ​ຢູ່​ກັບ​ເຮືອນ​ນັ້ນ, ຖ້າ​ບໍ່​ເປັນ​ຢ່າງ​ນັ້ນ, ສັນຕິສຸກ​ນັ້ນ​ກໍ​ຈະ​ກັບຄືນ​ມາ​ຫາ​ພວກເຈົ້າ.</verse>
				<verse number="14">ຖ້າ​ຜູ້ໃດ​ບໍ່​ຕ້ອນຮັບ ຫລື ບໍ່​ຟັງ​ຄຳ​ຂອງ​ພວກເຈົ້າ, ຈົ່ງ​ອອກ​ໄປ​ຈາກ​ບ້ານ ຫລື ເມືອງ​ນັ້ນ ແລະ ສັ່ນ​ຂີ້ຝຸ່ນ​ອອກ​ຈາກ​ຕີນ​ຂອງ​ພວກເຈົ້າ.</verse>
				<verse number="15">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ວັນ​ພິພາກສາ​ໂທດ​ຂອງ​ເມືອງ​ໂຊໂດມ ແລະ ໂກໂມຣາ​ກໍ​ຈະ​ເບົາ​ກວ່າ​ໂທດ​ຂອງ​ເມືອງ​ນີ້.</verse>
				<verse number="16">ເຮົາ​ກຳລັງ​ໃຊ້​ພວກເຈົ້າ​ໄປ​ເໝືອນດັ່ງ​ແກະ​ຢູ່​ທ່າມກາງ​ຝູງ​ໝາໄນ. ເຫດສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ ອ່ອນສຸພາບ​ເໝືອນ​ນົກເຂົາ.</verse>
				<verse number="17">“ຈົ່ງ​ລະວັງ​ໂຕ​ໃຫ້​ດີ ພວກເຈົ້າ​ຈະ​ຖືກ​ມອບ​ໃຫ້​ສະພາ​ທ້ອງຖິ່ນ ແລະ ຈະ​ຖືກ​ຂ້ຽນຕີ​ໃນ​ທຳມະສາລາ.</verse>
				<verse number="18">ພວກເຈົ້າ​ຈະ​ຖືກ​ນຳ​ໄປ​ຢູ່​ຕໍ່ໜ້າ​ບັນດາ​ຜູ້ປົກຄອງ ແລະ ບັນດາ​ກະສັດ​ເພື່ອ​ຈະ​ເປັນ​ພະຍານ​ແກ່​ພວກເຂົາ ແລະ ຄົນຕ່າງຊາດ​ເພາະ​ເຫັນ​ແກ່​ເຮົາ.</verse>
				<verse number="19">ແຕ່​ເມື່ອ​ພວກເຂົາ​ຈັບກຸມ​ພວກເຈົ້າ, ຢ່າ​ກັງວົນ​ວ່າ​ຈະ​ເວົ້າ​ສິ່ງໃດ ຫລື ຈະ​ເວົ້າ​ຢ່າງໃດ. ໃນ​ເວລາ​ນັ້ນ​ພວກເຈົ້າ​ຈະ​ໄດ້​ຮັບ​ຖ້ອຍຄຳ​ທີ່​ຈະ​ຕ້ອງ​ເວົ້າ,</verse>
				<verse number="20">ເພາະ​ບໍ່​ແມ່ນ​ພວກເຈົ້າ​ເອງ​ທີ່​ກຳລັງ​ເວົ້າ, ແຕ່​ແມ່ນ​ພຣະວິນຍານ​ຂອງ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ກ່າວ​ຜ່ານ​ພວກເຈົ້າ.</verse>
				<verse number="21">“ອ້າຍ​ເອື້ອຍ​ນ້ອງ​ຈະ​ທໍລະຍົດ​ກັນ​ໃຫ້​ເຖິງ​ຕາຍ ແລະ ພໍ່​ຈະ​ທໍລະຍົດ​ລູກ​ຂອງ​ຕົນ, ລູກ​ຈະ​ລຸກຂຶ້ນ​ຕໍ່ສູ້​ພໍ່​ແມ່​ຂອງ​ຕົນ​ຈົນ​ເຖິງ​ແກ່​ຄວາມຕາຍ.</verse>
				<verse number="22">ຄົນ​ທັງຫລາຍ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ເຮົາ, ແຕ່​ຜູ້ໃດ​ທີ່​ຕັ້ງໝັ້ນຄົງ​ໄດ້​ຈົນ​ເຖິງ​ທີ່ສຸດ ຜູ້​ນັ້ນ​ຈະ​ໄດ້​ພົ້ນ.</verse>
				<verse number="23">ເມື່ອ​ພວກເຈົ້າ​ຖືກ​ຂົ່ມເຫັງ​ໃນ​ບ່ອນ​ໜຶ່ງ, ຈົ່ງ​ໜີ​ໄປ​ຍັງ​ອີກ​ບ່ອນ​ໜຶ່ງ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຈົ້າ​ຈະ​ບໍ່​ທັນ​ໜີ​ໄປ​ຄົບ​ທຸກ​ເມືອງ​ຂອງ​ອິດສະຣາເອນ​ກ່ອນ​ທີ່​ບຸດມະນຸດ​ມາ.</verse>
				<verse number="24">“ລູກສິດ​ບໍ່​ຫ່ອນ​ໃຫຍ່​ກວ່າ​ຄູ​ຂອງ​ຕົນ, ຜູ້ຮັບໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງ​ຕົນ.</verse>
				<verse number="25">ໃຫ້​ລູກສິດ​ສະເໝີ​ກັບ​ຄູ ແລະ ຜູ້ຮັບໃຊ້​ສະເໝີ​ກັບ​ນາຍ​ຂອງ​ຕົນ​ກໍ​ພໍ​ແລ້ວ. ຖ້າ​ຫົວໜ້າ​ຄອບຄົວ​ຖືກ​ເອີ້ນ​ວ່າ​ເບເອນເຊບູນ ສະມາຊິກ​ໃນ​ຄອບຄົວ​ຂອງ​ເຂົາ​ກໍ​ຈະ​ຖືກ​ເອີ້ນ​ຍິ່ງ​ກວ່າ​ນັ້ນ​ຫລາຍ​ເທົ່າໃດ​ນໍ!</verse>
				<verse number="26">“ດັ່ງນັ້ນ ຢ່າ​ຢ້ານ​ພວກເຂົາ​ເລີຍ, ເພາະວ່າ​ບໍ່​ມີ​ສິ່ງໃດ​ທີ່​ຖືກ​ປິດບັງ​ໄວ້​ຈະ​ບໍ່​ໄດ້​ຮັບ​ການເປີດເຜີຍ, ຫລື ເຊື່ອງຊ້ອນ​ໄວ້​ຈະ​ບໍ່​ຖືກ​ເປີດເຜີຍ​ໃຫ້​ຮູ້.</verse>
				<verse number="27">ສິ່ງ​ທີ່​ເຮົາ​ກ່າວ​ກັບ​ພວກເຈົ້າ​ໃນ​ບ່ອນ​ມືດ, ພວກເຈົ້າ​ຈົ່ງ​ກ່າວ​ໃນ​ບ່ອນ​ແຈ້ງ. ສິ່ງ​ທີ່​ຊິ່ມ​ໃສ່​ຫູ​ຂອງ​ພວກເຈົ້າ, ຈົ່ງ​ປະກາດ​ເທິງ​ຫລັງຄາ.</verse>
				<verse number="28">ຢ່າ​ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ​ແຕ່​ບໍ່​ສາມາດ​ຂ້າ​ຈິດວິນຍານ​ໄດ້. ແຕ່​ຈົ່ງ​ຢ້ານ​ພຣະອົງ​ຜູ້​ທີ່​ສາມາດ​ທຳລາຍ​ໄດ້​ທັງ​ຈິດວິນຍານ ແລະ ຮ່າງກາຍ​ໃນ​ນະລົກ.</verse>
				<verse number="29">ນົກຈອກ​ສອງ​ໂຕ​ຂາຍ​ລາຄາ​ອັດ​ໜຶ່ງ ​ບໍ່​ແມ່ນ​ບໍ? ເຖິງປານນັ້ນ​ກໍ​ບໍ່​ມີ​ຈັກໂຕ​ຈະ​ຕົກ​ລົງ​ພື້ນດິນ ຖ້າ​ພຣະບິດາ​ຂອງ​ພວກເຈົ້າ​ບໍ່​ເຫັນ​ພ້ອມ.</verse>
				<verse number="30">ແລະ ແມ່ນ​ແຕ່​ຜົມ​ທຸກ​ເສັ້ນ​ຢູ່​ເທິງ​ຫົວ​ຂອງ​ພວກເຈົ້າ​ກໍ​ຖືກ​ນັບ​ໄວ້​ທັງໝົດ​ແລ້ວ.</verse>
				<verse number="31">ດັ່ງນັ້ນ ຢ່າ​ຢ້ານ​ເລີຍ; ພວກເຈົ້າ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ນົກຈອກ​ຫລາຍ​ໂຕ.</verse>
				<verse number="32">“ຜູ້ໃດ​ກໍ​ຕາມ​ຍອມຮັບ​ເຮົາ​ຕໍ່ໜ້າ​ມະນຸດ, ເຮົາ​ກໍ​ຈະ​ຍອມຮັບ​ຜູ້​ນັ້ນ​ຕໍ່ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ​ໃນ​ສະຫວັນ​ເໝືອນກັນ.</verse>
				<verse number="33">ແຕ່​ຜູ້ໃດ​ທີ່​ປະຕິເສດ​ເຮົາ​ຕໍ່ໜ້າ​ມະນຸດ, ເຮົາ​ກໍ​ຈະ​ປະຕິເສດ​ຜູ້​ນັ້ນ​ຕໍ່ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ​ໃນ​ສະຫວັນ.</verse>
				<verse number="34">“ຢ່າ​ຄິດ​ວ່າ​ເຮົາ​ມາ​ເພື່ອ​ນຳ​ສັນຕິສຸກ​ມາ​ສູ່​ໂລກ, ເຮົາ​ບໍ່​ໄດ້​ນຳ​ສັນຕິສຸກ​ມາ, ແຕ່​ນຳ​ດາບ​ມາ.</verse>
				<verse number="35">ເພາະ​ເຮົາ​ໄດ້​ມາ​ເພື່ອ​ຈະ​ເຮັດ​ໃຫ້, “‘ລູກຊາຍ​ບໍ່​ຖືກ​ກັນ​ກັບ​ພໍ່, ລູກສາວ​ບໍ່​ຖືກ​ກັນ​ກັບ​ແມ່, ລູກໃພ້​ບໍ່​ຖືກ​ກັນ​ກັບ​ແມ່ຍ່າ,</verse>
				<verse number="36">ສັດຕູ​ຂອງ​ພວກເຂົາ​ຈະ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ພວກເຂົາ​ເອງ’.</verse>
				<verse number="37">“ຜູ້ໃດ​ທີ່​ຮັກ​ພໍ່ ຫລື ແມ່​ຂອງ​ຕົນ​ເອງ​ຫລາຍ​ກວ່າ​ຮັກ​ເຮົາ ກໍ​ບໍ່​ສົມຄວນ​ກັບ​ເຮົາ, ຜູ້ໃດ​ທີ່​ຮັກ​ລູກຊາຍ​ລູກສາວ​ຫລາຍ​ກວ່າ​ຮັກ​ເຮົາ ກໍ​ບໍ່​ສົມຄວນ​ຈະ​ຢູ່​ກັບ​ເຮົາ.</verse>
				<verse number="38">ຜູ້ໃດ​ທີ່​ບໍ່​ຮັບ​ເອົາ​ໄມ້ກາງແຂນ​ຂອງ​ຕົນ ແລະ ຕາມ​ເຮົາ​ມາ ກໍ​ບໍ່​ສົມ​ກັບ​ເຮົາ.</verse>
				<verse number="39">ຜູ້ໃດ​ກໍ​ຕາມ​ທີ່​ສະແຫວງຫາ​ຊີວິດ​ຂອງ​ຕົນ​ກໍ​ຈະ​ເສຍ​ຊີວິດ ແລະ ຜູ້ໃດ​ທີ່​ຍອມ​ສະຫລະ​ຊີວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ​ກໍ​ຈະ​ພົບ​ຊີວິດ.</verse>
				<verse number="40">“ຜູ້ໃດ​ທີ່​ຕ້ອນຮັບ​ພວກເຈົ້າ​ກໍ​ຕ້ອນຮັບ​ເຮົາ, ແລະ ຜູ້ໃດ​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ.</verse>
				<verse number="41">ຜູ້ໃດ​ທີ່​ຕ້ອນຮັບ​ຜູ້ທຳນວາຍ​ເພາະ​ເປັນ​ຜູ້ທຳນວາຍ ກໍ​ຈະ​ໄດ້​ຮັບ​ບຳເໜັດ​ເໝືອນ​ຜູ້ທຳນວາຍ, ແລະ ຜູ້ໃດ​ທີ່​ຕ້ອນຮັບ​ຄົນຊອບທຳ​ເພາະ​ເປັນ​ຄົນຊອບທຳ ກໍ​ຈະ​ໄດ້​ຮັບ​ບຳເໜັດ​ເໝືອນ​ຄົນຊອບທຳ.</verse>
				<verse number="42">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ທີ່​ເອົາ​ນ້ຳ​ເຢັນ​ແມ່ນ​ແຕ່​ຈອກ​ໜຶ່ງ​ໃຫ້​ຜູ້​ໜຶ່ງ​ໃນ​ບັນດາ​ຄົນ​ຕໍ່າຕ້ອຍ​ເຫລົ່ານີ້​ເພາະ​ລາວ​ເປັນ​ສາວົກ​ຂອງ​ເຮົາ, ຜູ້​ນັ້ນ​ກໍ​ຈະ​ບໍ່​ຂາດ​ບຳເໜັດ​ຂອງ​ຕົນ​ແນ່ນອນ”.</verse>
			</chapter>
			<chapter number="11">
				<verse number="1">ຫລັງຈາກ​ພຣະເຢຊູເຈົ້າ​ສັ່ງສອນ​ສາວົກ​ສິບສອງ​ຄົນ​ຂອງ​ພຣະອົງ​ຈົບ​ແລ້ວ, ພຣະອົງ​ກໍ​ໄດ້​ຈາກ​ທີ່​ນັ້ນ​ໄປ​ສັ່ງສອນ ແລະ ເທດສະໜາ​ໃນ​ເມືອງ​ຕ່າງໆ​ຂອງ​ແຂວງ​ຄາລີເລ.</verse>
				<verse number="2">ເມື່ອ​ໂຢຮັນ​ຜູ້​ທີ່​ໄດ້​ຖືກ​ຂັງ​ຢູ່​ໃນ​ຄຸກ ໄດ້​ຍິນ​ຂ່າວ​ກ່ຽວກັບ​ກິດຈະການ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ເພິ່ນ​ຈຶ່ງ​ໄດ້​ໃຊ້​ພວກ​ລູກສິດ​ຂອງ​ເພິ່ນ​ໄປ</verse>
				<verse number="3">ຖາມ​ພຣະອົງ​ວ່າ, “ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ, ຫລື ພວກຂ້ານ້ອຍ​ຈະ​ຕ້ອງ​ຄອຍຖ້າ​ຜູ້​ອື່ນ​ອີກ?”</verse>
				<verse number="4">ພຣະເຢຊູເຈົ້າ​ຕອບ​ວ່າ, “ຈົ່ງ​ກັບ​ໄປ​ລາຍງານ​ຕໍ່​ໂຢຮັນ​ຕາມ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ ແລະ ໄດ້​ເຫັນ​ຄື:</verse>
				<verse number="5">ຄົນຕາບອດ​ເບິ່ງເຫັນ​ໄດ້, ຄົນເປ້ຍ​ຍ່າງ​ໄດ້, ຄົນຂີ້ທູດ ​ຖືກ​ຊຳລະ​ໃຫ້​ສະອາດ, ຄົນຫູໜວກ​ກໍ​ໄດ້​ຍິນ, ຄົນຕາຍ​ແລ້ວ​ກໍ​ເປັນຄືນມາ ແລະ ຂ່າວປະເສີດ​ກໍ​ໄດ້​ປະກາດ​ແກ່​ຄົນຍາກຈົນ.</verse>
				<verse number="6">ຜູ້ໃດ​ທີ່​ບໍ່​ສະດຸດ​ກ່ຽວກັບ​ເລື່ອງ​ຂອງ​ເຮົາ​ກໍ​ເປັນສຸກ”.</verse>
				<verse number="7">ຂະນະ​ທີ່​ພວກລູກສິດ​ຂອງ​ໂຢຮັນ​ກຳລັງ​ຈະ​ຈາກ​ໄປ, ພຣະເຢຊູເຈົ້າ​ກໍ​ເລີ່ມ​ກ່າວ​ເຖິງ​ເລື່ອງ​ໂຢຮັນ​ແກ່​ປະຊາຊົນ​ວ່າ: “ພວກເຈົ້າ​ທັງຫລາຍ​ອອກ​ໄປ​ຖິ່ນແຫ້ງແລ້ງກັນດານ​ເພື່ອ​ຢາກ​ເບິ່ງ​ຫຍັງ? ຢາກ​ເບິ່ງ​ຕົ້ນອໍ້​ໄຫວ​ໄປ​ມາ​ຕາມ​ລົມ​ພັດ​ບໍ?</verse>
				<verse number="8">ຖ້າ​ບໍ່​ແມ່ນ, ພວກເຈົ້າ​ອອກ​ໄປ​ເບິ່ງ​ຫຍັງ? ເບິ່ງ​ຄົນ​ນຸ່ງເຄື່ອງ​ທີ່​ລະອຽດ​ຈົບງາມ​ບໍ? ບໍ່​ແມ່ນ, ບັນດາ​ຄົນ​ທີ່​ນຸ່ງເຄື່ອງ​ທີ່​ຈົບງາມ​ກໍ​ຢູ່​ໃນ​ວັງ​ຂອງ​ກະສັດ.</verse>
				<verse number="9">ດັ່ງນັ້ນ ພວກເຈົ້າ​ອອກ​ໄປ​ເບິ່ງ​ຫຍັງ? ໄປ​ເບິ່ງ​ຜູ້ທຳນວາຍ​ບໍ? ແມ່ນ​ແລ້ວ, ເຮົາ​ບອກ​ພວກເຈົ້າ​ວ່າ​ທ່ານ​ຜູ້​ນັ້ນ​ຍິ່ງໃຫຍ່​ກວ່າ​ຜູ້ທຳນວາຍ​ອີກ.</verse>
				<verse number="10">ເພິ່ນ​ແມ່ນ​ຜູ້​ທີ່​ພຣະຄຳພີ​ຂຽນ​ໄວ້​ເຖິງ​ວ່າ: “‘ເຮົາ​ຈະ​ໃຊ້​ທູດ​ຂອງ​ເຮົາ​ໄປ​ກ່ອນໜ້າ​ທ່ານ, ເພື່ອ​ຈັດຕຽມ​ຫົນທາງ​ໄວ້​ລ່ວງໜ້າ​ສຳລັບ​ທ່ານ’.</verse>
				<verse number="11">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ບັນດາ​ຜູ້​ທີ່​ເກີດ​ຈາກ​ແມ່ຍິງ ບໍ່​ມີ​ຜູ້ໃດ​ຍິ່ງໃຫຍ່​ກວ່າ​ໂຢຮັນ​ບັບຕິສະໂຕ; ແຕ່​ຜູ້ຕໍ່າຕ້ອຍ​ທີ່ສຸດ​ໃນ​ອານາຈັກ​ສະຫວັນ​ກໍ​ຍິ່ງໃຫຍ່​ກວ່າ​ເພິ່ນ.</verse>
				<verse number="12">ຕັ້ງ​ແຕ່​ສະໄໝ​ໂຢຮັນ​ບັບຕິສະໂຕ ຈົນເຖິງ​ທຸກ​ວັນ​ນີ້, ອານາຈັກ​ສະຫວັນ​ກໍ​ກຳລັງ​ຖືກ​ຍາດຊີງ​ເອົາ​ຢ່າງ​ຮຸນແຮງ ແລະ ຄົນ​ທີ່​ມີ​ໃຈຮຸນແຮງ​ກໍ​ເປັນ​ຜູ້​ຍາດຊີງ​ເອົາ​ໄດ້.</verse>
				<verse number="13">ເພາະວ່າ​ພວກ​ຜູ້ທຳນວາຍ​ທຸກຄົນ ແລະ ກົດບັນຍັດ​ທັງປວງ​ໄດ້​ທຳນວາຍ​ມາ​ຈົນ​ເຖິງ​ໂຢຮັນ.</verse>
				<verse number="14">ແລະ ຖ້າ​ພວກເຈົ້າ​ເຕັມໃຈ​ຍອມຮັບ​ເອົາ​ຖ້ອຍຄຳ​ນີ້, ໂຢຮັນ​ກໍ​ຄື​ເອລີຢາ​ຜູ້​ທີ່​ຈະ​ມາ.</verse>
				<verse number="15">ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ.</verse>
				<verse number="16">“ເຮົາ​ຈະ​ປຽບທຽບ​ຄົນ​ໃນ​ສະໄໝ​ນີ້​ຄື​ກັບ​ອັນໃດ​ດີ? ພວກເຂົາ​ກໍ​ປຽບເໝືອນ​ເດັກນ້ອຍ​ທີ່​ກຳລັງ​ນັ່ງ​ຢູ່​ກາງ​ຕະຫລາດ ແລະ ຮ້ອງ​ໃສ່​ກັນ​ວ່າ:</verse>
				<verse number="17">“‘ພວກເຮົາ​ເປົ່າປີ່​ໃຫ້​ພວກເຈົ້າ, ແລະ ພວກເຈົ້າ​ກໍ​ບໍ່​ຟ້ອນລຳ, ພວກເຮົາ​ຮ້ອງເພງ​ໄວ້ອາໄລ, ແລະ ພວກເຈົ້າ​ກໍ​ບໍ່​ໂສກເສົ້າ’.</verse>
				<verse number="18">ເພາະວ່າ​ໂຢຮັນ​ມາ​ທັງ​ບໍ່​ກິນ ຫລື ບໍ່​ດື່ມ, ແລະ ພວກເຂົາ​ກໍ​ເວົ້າ​ວ່າ, ‘ເພິ່ນ​ມີ​ຜີມານຮ້າຍ​ສິງ​ຢູ່’.</verse>
				<verse number="19">ບຸດມະນຸດ​ມາ​ທັງ​ກິນ ແລະ ດື່ມ ແລະ ພວກເຂົາ​ກໍ​ເວົ້າ​ວ່າ, ‘ເບິ່ງ​ແມ ລາວ​ເປັນ​ຄົນ​ກິນ​ຫລາຍ ແລະ ຄົນມັກເມົາ, ທັງ​ເປັນ​ເພື່ອນ​ຂອງ​ຄົນເກັບພາສີ ແລະ ຄົນບາບ​ທັງຫລາຍ’. ແຕ່​ສະຕິປັນຍາ​ຂອງ​ພຣະອົງ​ກໍ​ໄດ້​ຮັບ​ການ​ພິສູດ​ແລ້ວ​ວ່າ​ຖືກຕ້ອງ​ໂດຍ​ຜົນ​ຂອງ​ປັນຍາ​ນັ້ນ​ເອງ”.</verse>
				<verse number="20">ແລ້ວ​ພຣະເຢຊູເຈົ້າ​ເລີ່ມ​ຕິຕຽນ​ເມືອງ​ຕ່າງໆ​ທີ່​ສ່ວນ​ຫລາຍ​ພຣະອົງ​ໄດ້​ສະແດງ​ການ​ອັດສະຈັນ, ເພາະວ່າ​ພວກເຂົາ​ບໍ່​ໄດ້​ຖິ້ມໃຈເກົ່າເອົາໃຈໃໝ່.</verse>
				<verse number="21">“ວິບັດ​ແກ່​ເຈົ້າ, ເມືອງ​ໂຂຣາຊິນ! ວິບັດ​ແກ່​ເຈົ້າ, ເມືອງ​ເບັດຊາອີດາ! ເພາະ​ຖ້າ​ການ​ອັດສະຈັນ​ທີ່​ສະແດງ​ໃນ​ພວກເຈົ້າ​ໄດ້​ຖືກ​ສະແດງ​ທີ່​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ​ແລ້ວ, ພວກເຂົາ​ກໍ​ຄົງ​ຖິ້ມໃຈເກົ່າເອົາໃຈໃໝ່​ແຕ່​ດົນ ແລະ ນຸ່ງ​ຜ້າກະສອບເຂົ້າ​ແລ້ວ​ນັ່ງ​ເທິງ​ຂີ້ເຖົ່າ.</verse>
				<verse number="22">ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ໃນ​ວັນ​ພິພາກສາ ໂທດ​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ​ຈະ​ເບົາ​ກວ່າ​ໂທດ​ຂອງ​ພວກເຈົ້າ.</verse>
				<verse number="23">ສ່ວນ​ເຈົ້າ, ເມືອງ​ກາເປນາອູມ​ເອີຍ, ເຈົ້າ​ຈະ​ຖືກ​ຍົກຂຶ້ນ​ພຽງ​ຟ້າສະຫວັນ​ບໍ? ບໍ່​ເລີຍ, ເຈົ້າ​ຈະ​ຕ້ອງ​ລົງ​ໄປ​ນະລົກ. ເພາະ​ຖ້າ​ການ​ອັດສະຈັນ​ທີ່​ໄດ້​ສະແດງ​ໃນ​ພວກເຈົ້າ​ໄດ້​ຖືກ​ສະແດງ​ທີ່​ເມືອງ​ໂຊໂດມ​ແລ້ວ, ເມືອງ​ນັ້ນ​ກໍ​ຄົງ​ຍັງ​ຕັ້ງ​ຢູ່​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້.</verse>
				<verse number="24">ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ໃນ​ວັນ​ພິພາກສາ ໂທດ​ຂອງ​ເມືອງ​ໂຊໂດມ​ຈະ​ເບົາ​ກວ່າ​ໂທດ​ຂອງ​ພວກເຈົ້າ”.</verse>
				<verse number="25">ໃນເວລານັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫລົ່ານີ້​ໄວ້​ຈາກ​ຜູ້ສະຫລາດ ແລະ ຜູ້​ມີ​ສະຕິປັນຍາ, ແຕ່​ໄດ້​ເປີດເຜີຍ​ໃຫ້​ແກ່​ບັນດາ​ເດັກນ້ອຍ​ຮູ້.</verse>
				<verse number="26">ແມ່ນ​ແລ້ວ ພຣະບິດາເຈົ້າ​ເອີຍ, ເພາະ​ພຣະອົງ​ພໍໃຈ​ຢ່າງ​ນັ້ນ.</verse>
				<verse number="27">“ພຣະບິດາເຈົ້າ​ຂອງ​ເຮົາ​ມອບ​ທຸກສິ່ງ​ໃຫ້​ແກ່​ເຮົາ. ບໍ່​ມີ​ຜູ້ໃດ​ຮູ້ຈັກ​ພຣະບຸດ​ນອກ​ຈາກ​ພຣະບິດາເຈົ້າ ແລະ ບໍ່​ມີ​ຜູ້ໃດ​ຮູ້ຈັກ​ພຣະບິດາເຈົ້າ​ນອກ​ຈາກ​ພຣະບຸດ ແລະ ບັນດາ​ຜູ້​ທີ່​ພຣະບຸດ​ໄດ້​ເລືອກ​ທີ່​ຈະ​ເປີດເຜີຍ​ພຣະອົງ.</verse>
				<verse number="28">“ບັນດາ​ຜູ້​ທີ່​ອິດເມື່ອຍ ແລະ ແບກ​ພາລະ​ໜັກ​ຈົ່ງ​ມາ​ຫາ​ເຮົາ ແລະ ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມເຊົາເມື່ອຍ.</verse>
				<verse number="29">ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້ ແລະ ຮຽນ​ຮູ້​ຈາກ​ເຮົາ ເພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນສຸພາບ ແລະ ຖ່ອມລົງ, ແລ້ວ​ຈິດໃຈ​ຂອງ​ພວກເຈົ້າ​ຈະ​ໄດ້​ພົບ​ຄວາມເຊົາເມື່ອຍ.</verse>
				<verse number="30">ເພາະ​ແອກ​ຂອງ​ເຮົາ​ນັ້ນ​ກໍ​ພໍເໝາະ ແລະ ພາລະ​ຂອງ​ເຮົາ​ກໍ​ເບົາ”.</verse>
			</chapter>
			<chapter number="12">
				<verse number="1">ໃນ​ເວລານັ້ນ ພຣະເຢຊູເຈົ້າ​ຍ່າງ​ຜ່ານ​ທົ່ງນາ​ໃນ​ວັນຊະບາໂຕ, ສາວົກ​ຂອງ​ພຣະອົງ​ຫີວເຂົ້າ ແລະ ເລີ່ມ​ເດັດ​ຮວງເຂົ້າ​ມາ​ເກັດ​ກິນ.</verse>
				<verse number="2">ເມື່ອ​ພວກ​ຟາຣີຊາຍ​ເຫັນ​ຢ່າງ​ນັ້ນ, ພວກເຂົາ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ເບິ່ງ​ແມ! ພວກສາວົກ​ຂອງ​ທ່ານ​ເຮັດ​ສິ່ງ​ທີ່​ຜິດ​ກົດບັນຍັດ​ໃນ​ວັນຊະບາໂຕ”.</verse>
				<verse number="3">ພຣະອົງ​ຕອບ​ວ່າ, “ພວກເຈົ້າ​ບໍ່​ເຄີຍ​ອ່ານ​ສິ່ງ​ທີ່​ດາວິດ​ໄດ້​ເຮັດ​ເມື່ອ​ເພິ່ນ ແລະ ຄົນ​ຂອງ​ເພິ່ນ​ຫິວເຂົ້າ​ນັ້ນ​ບໍ?</verse>
				<verse number="4">ເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ ເພິ່ນ​ກັບ​ຄົນ​ຂອງ​ເພິ່ນ​ໄດ້​ກິນ​ເຂົ້າຈີ່​ສັກສິດ ເຊິ່ງ​ຕາມ​ກົດບັນຍັດ​ແລ້ວ​ພວກເພິ່ນ​ບໍ່​ມີ​ສິດ​ທີ່​ຈະ​ກິນ​ເຂົ້າຈີ່​ນັ້ນ ມີ​ແຕ່​ປະໂລຫິດ​ເທົ່ານັ້ນ​ທີ່​ມີ​ສິດ​ກິນ.</verse>
				<verse number="5">ຫລື ພວກເຈົ້າ​ບໍ່​ໄດ້​ອ່ານ​ໃນ​ກົດບັນຍັດ​ທີ່​ວ່າ​ບັນດາ​ປະໂລຫິດ​ໃນ​ວິຫານ​ໄດ້​ເຮັດ​ໜ້າທີ່​ຂອງ​ຕົນ​ໃນ​ວັນສະບາໂຕ ເຊິ່ງ​ເປັນ​ການ​ລະເມີດ​ກົດ​ວັນຊະບາໂຕ ແລະ ຍັງ​ບໍລິສຸດ​ຢູ່​ບໍ?</verse>
				<verse number="6">ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ ​ທີ່​ຍິ່ງໃຫຍ່​ກວ່າ​ວິຫານ​ກໍ​ຢູ່​ທີ່​ນີ້.</verse>
				<verse number="7">ຖ້າ​ພວກເຈົ້າ​ເຂົ້າໃຈ​ຄວາມໝາຍ​ຂອງ​ຖ້ອຍຄຳ​ທີ່​ວ່າ, ‘ເຮົາ​ປະສົງ​ຄວາມເມດຕາ ບໍ່​ແມ່ນ​ເຄື່ອງບູຊາ’ ພວກເຈົ້າ​ກໍ​ຄົງ​ຈະ​ບໍ່​ກ່າວໂທດ​ໃສ່​ຄົນ​ທີ່​ບໍລິສຸດ.</verse>
				<verse number="8">ດ້ວຍວ່າ ບຸດມະນຸດ​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ວັນຊະບາໂຕ”.</verse>
				<verse number="9">ພຣະອົງ​ໄດ້​ອອກ​ຈາກ​ທີ່​ນັ້ນ​ແລ້ວ​ເຂົ້າ​ໄປ​ໃນ​ທຳມະສາລາ​ຂອງ​ພວກເຂົາ,</verse>
				<verse number="10">ແລະ ຢູ່​ທີ່​ນັ້ນ​ມີ​ຊາຍ​ມືລີບ​ຄົນ​ໜຶ່ງ. ພວກເຂົາ​ຊອກຫາ​ສາເຫດ​ທີ່​ຈະ​ຈັບຜິດ​ພຣະເຢຊູເຈົ້າ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ການ​ຮັກສາ​ພະຍາດ​ໃນ​ວັນຊະບາໂຕ​ເປັນ​ການ​ຖືກຕ້ອງ​ຕໍ່​ກົດບັນຍັດ​ບໍ?”</verse>
				<verse number="11">ພຣະອົງ​ຕອບ​ພວກເຂົາ​ວ່າ, “ຖ້າ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ມີ​ແກະ​ໜຶ່ງ​ໂຕ ແລະ ແກະ​ນັ້ນ​ຕົກ​ຂຸມ​ໃນ​ວັນຊະບາໂຕ, ພວກເຈົ້າ​ຈະ​ບໍ່​ຟ້າວ​ດຶງ​ເອົາ​ແກະ​ໂຕ​ນັ້ນ​ຂຶ້ນ​ມາ​ບໍ?</verse>
				<verse number="12">ມະນຸດ​ຜູ້​ໜຶ່ງ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ແກະ​ໜຶ່ງ​ໂຕ​ຫລາຍ​ເທົ່າໃດ​ນໍ. ເຫດສະນັ້ນ, ການ​ເຮັດ​ຄວາມດີ​ໃນ​ວັນຊະບາໂຕ​ກໍ​ຖືກຕ້ອງ​ຕາມ​ກົດບັນຍັດ​ແລ້ວ”.</verse>
				<verse number="13">ແລ້ວ​ພຣະອົງ​ກໍ​ກ່າວ​ກັບ​ຊາຍ​ມືລີບ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດມື​ຂອງ​ເຈົ້າ​ອອກ​ມາ”. ດັ່ງນັ້ນ ລາວ​ຈຶ່ງ​ຢຽດມື​ອອກ ແລະ ມື​ນັ້ນ​ກໍ​ດີ​ເປັນ​ປົກກະຕິ​ເໝືອນ​ກັນ​ກັບ​ມື​ອີກ​ເບື້ອງ​ໜຶ່ງ.</verse>
				<verse number="14">ແຕ່​ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ອອກ​ໄປ ແລະ ວາງແຜນ​ວ່າ​ພວກເຂົາ​ຈະ​ຂ້າ​ພຣະເຢຊູເຈົ້າ​ໄດ້​ຢ່າງໃດ.</verse>
				<verse number="15">ພຣະເຢຊູເຈົ້າ​ຮູ້​ກົນອຸບາຍ​ນີ້​ຈຶ່ງ​ອອກ​ໄປ​ຈາກ​ທີ່​ນັ້ນ. ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ແລະ ພຣະອົງ​ໄດ້​ຮັກສາ​ທຸກຄົນ​ທີ່​ເຈັບປ່ວຍ​ໃຫ້​ດີ​ພະຍາດ.</verse>
				<verse number="16">ພຣະອົງ​ໄດ້​ເຕືອນ​ພວກເຂົາ​ບໍ່​ໃຫ້​ບອກ​ເລື່ອງ​ພຣະອົງ​ແກ່​ຜູ້ໃດ.</verse>
				<verse number="17">ພຣະອົງ​ເຮັດ​ດັ່ງນີ້​ກໍ​ເພື່ອ​ຈະ​ໃຫ້​ສຳເລັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ເອຊາຢາ​ວ່າ:</verse>
				<verse number="18">“ນີ້​ແມ່ນ​ຜູ້ຮັບໃຊ້​ຂອງ​ເຮົາ​ທີ່​ເຮົາ​ໄດ້​ເລືອກ​ໄວ້, ຜູ້​ທີ່​ເຮົາ​ຮັກ ແລະ ຜູ້​ທີ່​ເຮົາ​ພໍໃຈ; ເຮົາ​ຈະ​ເອົາ​ພຣະວິນຍານ​ຂອງ​ເຮົາ​ໃສ່​ໄວ້​ເທິງ​ເພິ່ນ, ແລະ ເພິ່ນ​ຈະ​ປະກາດ​ຄວາມຍຸຕິທຳ​ແກ່​ບັນດາ​ປະຊາຊາດ.</verse>
				<verse number="19">ເພິ່ນ​ຈະ​ບໍ່​ໂຕ້ຖຽງ ຫລື ໃຊ້​ສຽງ​ດັງ; ຈະ​ບໍ່​ມີ​ຜູ້ໃດ​ໄດ້​ຍິນ​ສຽງ​ຂອງ​ເພິ່ນ​ຕາມ​ຫົນທາງ.</verse>
				<verse number="20">ໄມ້ອໍ້​ທີ່​ບວບ​ແລ້ວ​ເພິ່ນ​ຈະ​ບໍ່​ຫັກ, ແລະ ໄສ້ຕະກຽງ​ທີ່​ໃກ້​ຈະ​ມອດ ເພິ່ນ​ຈະ​ບໍ່​ມອດ, ຈົນ​ກວ່າ​ເພິ່ນ​ຈະ​ນຳ​ຄວາມຍຸຕິທຳ​ໄປ​ສູ່​ໄຊຊະນະ.</verse>
				<verse number="21">ບັນດາ​ປະຊາຊາດ​ຈະ​ມອບ​ຄວາມຫວັງ​ຂອງ​ພວກເຂົາ​ໄວ້​ໃນ​ນາມ​ຂອງ​ເພິ່ນ”.</verse>
				<verse number="22">ແລ້ວ​ພວກເຂົາ​ກໍ​ພາ​ຊາຍ​ຜູ້​ໜຶ່ງ​ທີ່​ມີ​ຜີມານຮ້າຍ​ເຂົ້າ​ສິງ ທັງ​ຕາບອດ ແລະ ປາກກືກ​ມາ​ຫາ​ພຣະອົງ ແລະ ພຣະເຢຊູເຈົ້າ​ຮັກສາ​ຊາຍ​ຄົນ​ນັ້ນ, ລາວ​ຈຶ່ງ​ເວົ້າ​ໄດ້ ແລະ ເບິ່ງ​ເຫັນ​ໄດ້.</verse>
				<verse number="23">ປະຊາຊົນ​ທັງໝົດ​ກໍ​ປະຫລາດໃຈ ແລະ ເວົ້າ​ກັນ​ວ່າ, “ເປັນ​ໄປ​ໄດ້​ບໍ​ທີ່​ຄົນ​ນີ້​ຈະ​ເປັນ​ບຸດ​ຂອງ​ດາວິດ?”</verse>
				<verse number="24">ແຕ່​ເມື່ອ​ພວກ​ຟາຣີຊາຍ​ໄດ້​ຍິນ​ເລື່ອງ​ນີ້, ພວກເຂົາ​ກໍ​ເວົ້າ​ວ່າ, “ໂດຍ​ອຳນາດ​ຂອງ​ເບເອນເຊບູນ ນາຍ​ຂອງ​ຜີມານຮ້າຍ​ເທົ່ານັ້ນ ລູກສິດ​ຜູ້​ນີ້​ຈຶ່ງ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້ ”.</verse>
				<verse number="25">ພຣະເຢຊູເຈົ້າ​ຮູ້​ຄວາມຄິດ​ຂອງ​ພວກເຂົາ ແລະ ຈຶ່ງ​ກ່າວ​ກັບ​ພວກເຂົາ​ວ່າ, “ອານາຈັກ​ໃດ​ແຕກແຍກ​ຕໍ່ສູ້​ກັນ​ເອງ​ກໍ​ຈະ​ຖືກ​ທຳລາຍ ແລະ ເມືອງ​ໃດ ຫລື ຄອບຄົວ​ໃດ​ແຕກແຍກ​ກັນ​ເອງ​ກໍ​ຈະ​ຕັ້ງ​ຢູ່​ບໍ່​ໄດ້.</verse>
				<verse number="26">ຖ້າ​ມານຊາຕານ​ຂັບໄລ່​ມານຊາຕານ, ມັນ​ກໍ​ແຕກແຍກ​ຕໍ່ສູ້​ກັນ​ເອງ. ແລ້ວ​ອານາຈັກ​ຂອງ​ມັນ​ຈະ​ຕັ້ງ​ຢູ່​ໄດ້​ຢ່າງໃດ?</verse>
				<verse number="27">ແລະ ຖ້າ​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ອຳນາດ​ຂອງ​ເບເອນເຊບູນ, ແລ້ວ​ຄົນ​ຂອງ​ພວກເຈົ້າ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ອຳນາດ​ຂອງ​ຜູ້ໃດ? ດ້ວຍເຫດນີ້, ພວກເຂົາ​ຈະ​ເປັນ​ຜູ້ຕັດສິນ​ພວກເຈົ້າ.</verse>
				<verse number="28">ແຕ່​ຖ້າ​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ, ອານາຈັກ​ຂອງ​ພຣະເຈົ້າ​ກໍ​ມາ​ເຖິງ​ພວກເຈົ້າ​ແລ້ວ.</verse>
				<verse number="29">“ຫລື ອີກ​ເທື່ອ​ໜຶ່ງ, ຜູ້ໃດ​ຈະ​ສາມາດ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຄົນແຂງແຮງ ແລະ ຂົນ​ເອົາ​ຊັບສິນ​ຂອງ​ເພິ່ນ​ໄປ​ໄດ້​ຢ່າງໃດ​ຖ້າ​ບໍ່​ຈັບ​ຄົນແຂງແຮງ​ນັ້ນ​ມັດ​ໄວ້​ກ່ອນ? ຫລັງຈາກນັ້ນ​ຈຶ່ງ​ປຸ້ນ​ເຮືອນ​ຂອງ​ເພິ່ນ​ໄດ້.</verse>
				<verse number="30">“ຜູ້ໃດ​ບໍ່​ຢູ່​ຝ່າຍ​ເຮົາ​ກໍ​ຕໍ່ສູ້​ເຮົາ ແລະ ຜູ້ໃດ​ບໍ່​ຮວມເຂົ້າ​ກັນ​ກັບ​ເຮົາ ກໍ​ເປັນ​ຜູ້​ເຮັດ​ໃຫ້​ແຕກກະຈັດກະຈາຍ​ໄປ.</verse>
				<verse number="31">ແລະ ດັ່ງນັ້ນ ເຮົາ​ບອກ​ພວກເຈົ້າ​ວ່າ, ການ​ບາບ​ທຸກ​ປະການ ແລະ ຄຳໝິ່ນປະໝາດ​ທຸກ​ຢ່າງ​ສາມາດ​ໃຫ້​ອະໄພ​ໄດ້, ແຕ່​ຄຳເວົ້າ​ທີ່​ໝິ່ນປະໝາດ​ຕໍ່ສູ້​ພຣະວິນຍານບໍລິສຸດເຈົ້າ​ຈະ​ໃຫ້​ອະໄພ​ບໍ່​ໄດ້.</verse>
				<verse number="32">ຜູ້ໃດ​ທີ່​ເວົ້າ​ຄຳ​ໜຶ່ງ​ຕໍ່ສູ້​ບຸດມະນຸດ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ, ແຕ່​ຜູ້ໃດ​ທີ່​ເວົ້າ​ຕໍ່ສູ້​ພຣະວິນຍານບໍລິສຸດເຈົ້າ ຜູ້​ນັ້ນ​ຈະ​ບໍ່​ໄດ້​ຮັບ​ການ​ອະໄພ, ທັງ​ໃນ​ຍຸກ​ນີ້ ຫລື ໃນ​ຍຸກ​ໜ້າ.</verse>
				<verse number="33">“ປູກ​ຕົ້ນໄມ້​ດີ ຜົນ​ຂອງ​ມັນ​ກໍ​ຈະ​ດີ, ຫລື ປູກ​ຕົ້ນໄມ້​ບໍ່​ດີ ຜົນ​ຂອງ​ມັນ​ກໍ​ຈະ​ບໍ່​ດີ, ເພາະວ່າ​ຈະ​ຮູ້ຈັກ​ຕົ້ນໄມ້​ໄດ້​ກໍ​ດ້ວຍ​ຜົນ​ຂອງ​ມັນ.</verse>
				<verse number="34">ພວກ​ຊາດ​ງູ​ຮ້າຍ​ເອີຍ, ພວກເຈົ້າ​ຈະ​ເວົ້າ​ສິ່ງ​ດີ​ໄດ້​ຢ່າງໃດ​ເມື່ອ​ພວກເຈົ້າ​ເປັນ​ຄົນຊົ່ວ? ເພາະ​ໃຈ​ເຕັມ​ລົ້ນ​ດ້ວຍ​ສິ່ງ​ໃດ​ປາກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ.</verse>
				<verse number="35">ຄົນດີ​ຍ່ອມ​ນໍາ​ສິ່ງ​ດີ​ອອກ​ມາ​ຈາກ​ຄັງ​ແຫ່ງ​ຄວາມດີ​ຂອງ​ຕົນ, ແລະ ຄົນຊົ່ວ​ຍ່ອມ​ນໍາ​ສິ່ງ​ຊົ່ວ​ອອກ​ມາ​ຈາກ​ຄັງ​ແຫ່ງ​ຄວາມຊົ່ວ​ຂອງ​ຕົນ.</verse>
				<verse number="36">ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ໃນ​ວັນ​ພິພາກສາ ມະນຸດ​ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ຖ້ອຍຄຳ​ເປົ່າ​ໆ​ທຸກ​ຄຳ​ທີ່​ພວກເຂົາ​ເວົ້າ​ອອກມາ,</verse>
				<verse number="37">ເພາະ​ເຈົ້າ​ຈະ​ພົ້ນໂທດ​ໄດ້​ກໍ​ດ້ວຍ​ຄຳເວົ້າ​ຂອງ​ເຈົ້າ ແລະ ເຈົ້າ​ຈະ​ຖືກ​ໂທດ​ກໍ​ດ້ວຍ​ຄຳເວົ້າ​ຂອງ​ເຈົ້າ”.</verse>
				<verse number="38">ແລ້ວ​ມີ​ບາງຄົນ​ໃນ​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກໍ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ, “ທ່ານ​ອາຈານ​ເອີຍ, ພວກເຮົາ​ຢາກ​ເຫັນ​ໝາຍສຳຄັນ​ຈາກ​ທ່ານ”.</verse>
				<verse number="39">ພຣະອົງ​ຕອບ​ວ່າ, “ຄົນ​ໃນ​ຍຸກ​ທີ່​ຊົ່ວຮ້າຍ ແລະ ຫລິ້ນຊູ້ ຂໍ​ແຕ່​ໝາຍສຳຄັນ! ແຕ່​ຈະ​ບໍ່​ໃຫ້​ໝາຍສຳຄັນ​ໃດ​ນອກຈາກ​ໝາຍສຳຄັນ​ຂອງ​ໂຢນາ​ຜູ້ທຳນວາຍ.</verse>
				<verse number="40">ດ້ວຍວ່າ ໂຢນາ​ຢູ່​ໃນ​ທ້ອງ​ປາ​ໃຫຍ່​ສາມ​ວັນ​ສາມ​ຄືນ​ສັນໃດ, ບຸດມະນຸດ​ກໍ​ຈະ​ຢູ່​ໃນ​ໃຈກາງ​ແຜ່ນດິນ​ໂລກ​ສາມ​ວັນ​ສາມ​ຄືນ​ສັນນັ້ນ.</verse>
				<verse number="41">ໃນ​ການພິພາກສາ, ຊາວ​ເມືອງ​ນີເນເວ​ຈະ​ຢືນ​ຂຶ້ນ​ພ້ອມ​ກັບ​ຄົນ​ຍຸກ​ນີ້ ແລະ ຈະ​ກ່າວໂທດ​ພວກເຂົາ ເພາະ​ຊາວ​ເມືອງ​ນີເນເວ​ໄດ້​ຖິ້ມໃຈເກົ່າເອົາໃຈໃໝ່​ເພາະ​ຄຳເທດສະໜາ​ຂອງ​ໂຢນາ ແລະ ບັດນີ້ ຜູ້ ​ທີ່​ຍິ່ງໃຫຍ່​ກວ່າ​ໂຢນາ​ກໍ​ຢູ່​ທີ່​ນີ້.</verse>
				<verse number="42">ໃນ​ການພິພາກສາ, ລາຊີນີ​ຈາກ​ທິດໃຕ້​ຈະ​ລຸກຂຶ້ນ​ພ້ອມ​ກັບ​ຄົນ​ຍຸກ​ນີ້ ແລະ ຈະ​ກ່າວໂທດ​ພວກເຂົາ ເພາະ​ນາງ​ໄດ້​ເດີນທາງ​ມາ​ຈາກ​ທີ່ສຸດປາຍ​ແຜ່ນດິນໂລກ​ເພື່ອ​ມາ​ຟັງ​ສະຕິປັນຍາ​ຂອງ​ໂຊໂລໂມນ ແລະ ບັດນີ້ ຜູ້​ທີ່​ຍິ່ງໃຫຍ່​ກວ່າ​ໂຊໂລໂມນ​ກໍ​ຢູ່​ທີ່​ນີ້.</verse>
				<verse number="43">“ເມື່ອ​ວິນຍານສົກກະປົກ​ອອກ​ຈາກ​ຄົນ​ແລ້ວ, ມັນ​ກໍ​ໄປ​ທົ່ວ​ບ່ອນ​ແຫ້ງແລ້ງ​ເພື່ອ​ຊອກຫາ​ບ່ອນຢູ່ ແລະ ເມື່ອ​ຊອກຫາ​ບໍ່​ພົບ.</verse>
				<verse number="44">ມັນ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ກັບຄືນ​ໄປ​ເຮືອນ​ທີ່​ເຮົາ​ໄດ້​ອອກມາ’. ເມື່ອ​ມັນ​ມາ​ເຖິງ, ມັນ​ກໍ​ພົບ​ວ່າ​ເຮືອນ​ນັ້ນ​ເປົ່າຫວ່າງ​ຢູ່, ປັດກວາດ​ສະອາດ ແລະ ຈັດ​ເປັນ​ລະບຽບຮຽບຮ້ອຍ​ແລ້ວ.</verse>
				<verse number="45">ມັນ​ຈຶ່ງ​ອອກ​ໄປ​ນຳ​ເອົາ​ວິນຍານຊົ່ວ​ອື່ນໆ​ອີກ​ເຈັດ​ໂຕ​ທີ່​ຊົ່ວຮ້າຍ​ກວ່າ​ມັນ​ອີກ ແລ້ວ​ພວກມັນ​ກໍ​ໄດ້​ເຂົ້າ​ໄປ​ອາໄສ​ຢູ່​ທີ່​ເຮືອນ​ນັ້ນ ແລະ ໃນທີ່ສຸດ​ສະພາບ​ຂອງ​ຄົນ​ນັ້ນ​ກໍ​ຊົ່ວຮ້າຍ​ລົງ​ກວ່າ​ຕອນ​ຕົ້ນ​ອີກ. ຄົນ​ໃນ​ຍຸກ​ທີ່​ຊົ່ວຮ້າຍ​ນີ້​ກໍ​ຈະ​ເປັນ​ຢ່າງ​ນີ້”.</verse>
				<verse number="46">ໃນ​ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ຢູ່​ກັບ​ປະຊາຊົນ​ຢູ່​ນັ້ນ, ມານດາ ແລະ ບັນດາ​ນ້ອງຊາຍ​ຂອງ​ພຣະອົງ​ໄດ້​ມາ​ຢືນ​ຢູ່​ຂ້າງນອກ ເພື່ອ​ຕ້ອງການ​ຈະ​ເວົ້າ​ກັບ​ພຣະອົງ.</verse>
				<verse number="47">ມີ​ຄົນ​ໜຶ່ງ​ໄດ້​ບອກ​ພຣະເຢຊູເຈົ້າ​ວ່າ, “ມານດາ ແລະ ບັນດາ​ນ້ອງຊາຍ​ຂອງ​ທ່ານ​ຢືນ​ຢູ່​ທາງນອກ​ຕ້ອງການ​ຈະ​ເວົ້າ​ກັບ​ທ່ານ”.</verse>
				<verse number="48">ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ລາວ​ວ່າ, “ຜູ້ໃດ​ເປັນ​ມານດາ ແລະ ຜູ້ໃດ​ເປັນ​ນ້ອງຊາຍ​ຂອງ​ເຮົາ?”</verse>
				<verse number="49">ແລ້ວ​ພຣະອົງ​ກໍ​ຊີ້​ໄປ​ທີ່​ພວກສາວົກ​ຂອງ​ພຣະອົງ ແລະ ກ່າວ​ວ່າ, “ນີ້​ຄື​ແມ່ ແລະ ນ້ອງຊາຍ​ຂອງ​ເຮົາ.</verse>
				<verse number="50">ເພາະວ່າ​ຜູ້ໃດ​ທີ່​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະບິດາ​ຂອງ​ເຮົາ​ຜູ້​ຢູ່​ໃນ​ສະຫວັນ​ກໍ​ເປັນ​ນ້ອງຊາຍ, ນ້ອງສາວ ແລະ ແມ່​ຂອງ​ເຮົາ”.</verse>
			</chapter>
			<chapter number="13">
				<verse number="1">ໃນ​ວັນ​ດຽວ​ກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ອອກ​ຈາກ​ເຮືອນ​ໄປ​ນັ່ງ​ຢູ່​ແຄມ​ຝັ່ງ​ທະເລສາບ.</verse>
				<verse number="2">ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ມາ​ເຕົ້າໂຮມກັນ​ອ້ອມ​ພຣະອົງ ຈົນ​ພຣະອົງ​ຕ້ອງ​ລົງ​ໄປ​ນັ່ງ​ຢູ່​ໃນ​ເຮືອ, ສ່ວນ​ປະຊາຊົນ​ທັງໝົດ​ຢືນ​ຢູ່​ເທິງ​ຝັ່ງ.</verse>
				<verse number="3">ແລ້ວ​ພຣະອົງ​ໄດ້​ກ່າວ​ຫລາຍ​ເລື່ອງ​ກັບ​ພວກເຂົາ​ເປັນ​ຄຳອຸປະມາ ໂດຍ​ກ່າວ​ວ່າ: “ມີ​ຊາວນາ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດພືດ.</verse>
				<verse number="4">ຂະນະ​ທີ່​ລາວ​ກຳລັງ​ຫວ່ານ​ເມັດພືດ​ຢູ່​ນັ້ນ, ບາງເມັດ​ກໍ​ຕົກ​ຕາມ​ທາງ ແລ້ວ​ຝູງ​ນົກ​ກໍ​ມາ​ສັບກິນ​ເມັດພືດ​ນັ້ນ​ຈົນ​ໝົດ.</verse>
				<verse number="5">ບາງເມັດ​ຕົກ​ໃສ່​ບ່ອນ​ທີ່​ມີ​ຫີນ, ເຊິ່ງ​ເປັນ​ບ່ອນ​ທີ່​ມີ​ດິນ​ໜ້ອຍ. ເມັດ​ເຫລົ່ານີ້​ຈຶ່ງ​ງອກ​ຂຶ້ນ​ໄດ້​ໄວ, ເພາະ​ພື້ນດິນ​ບໍ່​ເລິກ.</verse>
				<verse number="6">ແຕ່​ເມື່ອ​ຕາເວັນ​ຂຶ້ນ​ມາ, ພືດ​ນັ້ນ​ກໍ​ຖືກ​ແດດເຜົາ ແລະ ຫ່ຽວແຫ້ງ​ໄປ​ເພາະ​ບໍ່​ມີ​ຮາກ.</verse>
				<verse number="7">ບາງເມັດ​ກໍ​ຕົກ​ໃສ່​ທ່າມກາງ​ຟຸ່ມໜາມ, ເຊິ່ງ​ຕົ້ນໜາມ​ເຫລົ່ານີ້​ກໍ​ໃຫຍ່​ຂຶ້ນ ແລະ ຫຸ້ມຮັດ​ພືດ​ເຫລົ່ານັ້ນ.</verse>
				<verse number="8">ຍັງ​ມີ​ບາງເມັດ​ອີກ​ທີ່​ຕົກໃສ່​ດິນ​ດີ​ຈຶ່ງ​ເກີດຜົນ​ຮ້ອຍເທົ່າ, ຫົກສິບ​ເທົ່າ ຫລື ສາມສິບ​ເທົ່າ​ຂອງ​ພືດ​ທີ່​ຫວ່ານ.</verse>
				<verse number="9">ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.</verse>
				<verse number="10">ບັນດາ​ສາວົກ​ຈຶ່ງ​ມາ​ຫາ​ພຣະອົງ ແລະ ຖາມ​ວ່າ, “ເປັນ​ຫຍັງ​ທ່ານ​ຈຶ່ງ​ໃຊ້​ຄຳອຸປະມາ​ເມື່ອ​ທ່ານ​ກ່າວ​ກັບ​ປະຊາຊົນ?”</verse>
				<verse number="11">ພຣະເຢຊູເຈົ້າ​ຕອບ​ວ່າ, “ເພາະວ່າ​ຄວາມເລິກລັບ​ແຫ່ງ​ອານາຈັກ​ສະຫວັນ​ໃຫ້​ພວກເຈົ້າ​ຮູ້​ໄດ້, ແຕ່​ຄົນ​ເຫລົ່ານັ້ນ​ບໍ່​ໃຫ້​ຮູ້.</verse>
				<verse number="12">ຜູ້ໃດ​ກໍ​ຕາມ​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ເພີ່ມເຕີມ​ອີກ ແລະ ພວກເຂົາ​ຈະ​ມີ​ຢ່າງ​ອຸດົມສົມບູນ. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ມີ, ແມ່ນແຕ່​ສິ່ງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ ກໍ​ຈະ​ຖືກ​ຍົກ​ເອົາ​ໄປ​ຈາກ​ພວກເຂົາ.</verse>
				<verse number="13">ດ້ວຍເຫດນີ້ ເຮົາ​ຈຶ່ງ​ກ່າວ​ກັບ​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ: “ເຖິງ​ແມ່ນ​ວ່າ​ພວກເຂົາ​ເບິ່ງ ພວກເຂົາ​ກໍ​ບໍ່​ເຫັນ ເຖິງ​ແມ່ນ​ວ່າ​ພວກເຂົາ​ຟັງ ພວກເຂົາ​ກໍ​ບໍ່​ໄດ້​ຍິນ ຫລື ເຂົ້າໃຈ.</verse>
				<verse number="14">ດັ່ງນັ້ນ ຈຶ່ງ​ເປັນ​ຈິງ​ຕາມ​ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ: “‘ພວກເຈົ້າ​ຈະ​ຟັງ​ແລ້ວ​ຟັງ​ອີກ ແຕ່​ກໍ​ຈະ​ບໍ່​ເຂົ້າໃຈ​ຈັກ​ເທື່ອ ພວກເຈົ້າ​ຈະ​ເບິ່ງ​ແລ້ວ​ເບິ່ງ​ອີກ ແຕ່​ກໍ​ຈະ​ສັງເກດ​ບໍ່​ໄດ້​ຈັກ​ເທື່ອ</verse>
				<verse number="15">ເພາະ​ຈິດໃຈ​ຂອງ​ບັນດາ​ຄົນ​ເຫລົ່ານີ້​ດື້ດ້ານ ພວກເຂົາ​ບໍ່​ຍອມ​ເປີດ​ຫູ​ຂອງ​ພວກເຂົາ, ແລະ ພວກເຂົາ​ປິດ​ຕາ​ຂອງ​ພວກເຂົາ ບໍ່​ດັ່ງນັ້ນ​ແລ້ວ​ພວກເຂົາ​ຈະ​ໄດ້​ເຫັນ​ກັບ​ຕາ​ຂອງ​ພວກເຂົາ, ໄດ້​ຍິນ​ກັບ​ຫູ​ຂອງ​ພວກເຂົາ, ເຂົ້າໃຈ​ດ້ວຍ​ໃຈ​ຂອງ​ພວກເຂົາ. ແລະ ຫັນ​ກັບ​ມາ ແລ້ວ​ເຮົາ​ຈະ​ຮັກສາ​ພວກເຂົາ​ໃຫ້​ຫາຍດີ’.</verse>
				<verse number="16">ແຕ່​ຕາ​ຂອງ​ພວກເຈົ້າ​ກໍ​ເປັນສຸກ​ເພາະ​ໄດ້​ເຫັນ ແລະ ຫູ​ຂອງ​ພວກເຈົ້າ​ກໍ​ເປັນສຸກ​ເພາະ​ໄດ້​ຍິນ</verse>
				<verse number="17">ດ້ວຍວ່າ ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບັນດາ​ຜູ້ທຳນວາຍ ແລະ ຄົນຊອບທຳ​ຫລາຍ​ຄົນ​ຢາກ​ຈະ​ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຫັນ ແຕ່​ກໍ​ບໍ່​ໄດ້​ເຫັນ ແລະ ຢາກ​ຈະ​ໄດ້​ຍິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ​ແຕ່​ກໍ​ບໍ່​ໄດ້​ຍິນ.</verse>
				<verse number="18">“ຈົ່ງ​ຟັງ​ຄວາມໝາຍ​ຂອງ​ຄຳອຸປະມາ​ເລື່ອງ​ຜູ້ຫວ່ານ​ຄື:</verse>
				<verse number="19">ເມື່ອ​ຜູ້ໃດ​ໄດ້​ຍິນ​ພຣະຄຳ​ເລື່ອງ​ອານາຈັກ ແລະ ບໍ່​ເຂົ້າໃຈ ມານຊົ່ວຮ້າຍ​ກໍ​ມາ​ຍາດ​ເອົາ​ພຣະທຳ​ທີ່​ຫວ່ານ​ລົງ​ໃນ​ໃຈ​ຂອງ​ພວກເຂົາ​ໄປ. ນີ້​ຄື​ເມັດພືດ​ທີ່​ຫວ່ານ​ຕາມ​ທາງ.</verse>
				<verse number="20">ເມັດພືດ​ທີ່​ຕົກ​ໃສ່​ເທິງ​ບ່ອນ​ມີ​ຫີນ​ຫລາຍ​ດິນ​ໜ້ອຍ ຄື​ຄົນ​ທີ່​ໄດ້​ຍິນ​ພຣະຄຳ​ແລ້ວ​ກໍ​ຮັບ​ໄວ້​ທັນທີ​ດ້ວຍ​ຄວາມຍິນດີ.</verse>
				<verse number="21">ແຕ່​ຍ້ອນ​ພວກເຂົາ​ບໍ່​ມີ​ຮາກ​ຈຶ່ງ​ທົນ​ຢູ່​ບໍ່​ໄດ້​ດົນ, ເມື່ອ​ມີ​ຄວາມຍາກລຳບາກ ຫລື ຖືກ​ຂົ່ມເຫັງ​ເພາະ​ພຣະຄຳ ພວກເຂົາ​ກໍ​ລົ້ມເລີກ​ໄປ​ທັນທີ.</verse>
				<verse number="22">ເມັດພືດ​ທີ່​ຕົກ​ກາງ​ຟຸ່ມໜາມ ຄື​ຜູ້​ທີ່​ໄດ້​ຍິນ​ພຣະຄຳ​ແຕ່​ມີ​ຄວາມກັງວົນ​ໃນ​ຊີວິດ​ນີ້ ແລະ ຄວາມຫລອກລວງ​ຂອງ​ຄວາມຮັ່ງມີ​ເຂົ້າ​ມາ​ຫຸ້ມຮັດ​ພຣະຄຳ​ນັ້ນ​ໄວ້​ຈຶ່ງ​ບໍ່​ເກີດຜົນ.</verse>
				<verse number="23">ສ່ວນ​ເມັດພືດ​ທີ່​ຕົກ​ໃສ່​ເທິງ​ດິນ​ດີ​ນັ້ນ​ຄື​ຜູ້​ທີ່​ໄດ້​ຍິນ​ພຣະຄຳ ແລະ ເຂົ້າໃຈ​ພຣະຄຳ ຜູ້​ນັ້ນ​ຈຶ່ງ​ເກີດຜົນ​ຮ້ອຍ​ເທົ່າ, ຫົກສິບ​ເທົ່າ ຫລື ສາມສິບ​ເທົ່າ​ຂອງ​ເມັດພືດ​ທີ່​ຫວ່ານ​ລົງ​ໄປ”.</verse>
				<verse number="24">ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ອີກ​ວ່າ: “ອານາຈັກ​ສະຫວັນ​ປຽບເໝືອນ​ຄົນ​ຜູ້​ໜຶ່ງ​ທີ່​ຫວ່ານ​ເມັດພືດ​ພັນ​ດີ​ໃນ​ນາ​ຂອງ​ຕົນ</verse>
				<verse number="25">ແຕ່​ໃນຂະນະ​ທີ່​ທຸກຄົນ​ນອນຫລັບ​ຢູ່​ນັ້ນ​ສັດຕູ​ຂອງ​ລາວ​ກໍ​ມາ ແລະ ຫວ່ານ​ເຂົ້ານົກ ​ໃສ່​ທ່າມກາງ​ເຂົ້າຫວີດ​ແລ້ວ​ກໍ​ໜີ​ໄປ.</verse>
				<verse number="26">ເມື່ອ​ເຂົ້າຫວີດ​ງອກ​ໃຫຍ່​ຂຶ້ນ ແລະ ອອກ​ຮວງ​ແລ້ວ, ກໍ​ມີ​ເຂົ້ານົກ​ປາກົດ​ຂຶ້ນ​ມາ​ນຳ​ເໝືອນ​ກັນ.</verse>
				<verse number="27">“ພວກ​ຜູ້ຮັບໃຊ້​ຂອງ​ຊາຍ​ຄົນ​ນັ້ນ​ຈຶ່ງ​ມາ​ຫາ ແລະ ບອກ​ເຈົ້າຂອງ​ນາ​ວ່າ, ‘ນາຍ​ເອີຍ, ທ່ານ​ໄດ້​ຫວ່ານ​ເມັດ​ພັນ​ທີ່​ດີ​ໃນ​ນາ​ຂອງ​ທ່ານ​ບໍ່​ແມ່ນ​ບໍ? ແລ້ວ​ເຂົ້ານົກ​ນັ້ນ​ມາ​ແຕ່​ໃສ?’</verse>
				<verse number="28">“ຝ່າຍ​ນາຍ​ໄດ້​ຕອບ​ວ່າ, ‘ນີ້​ແມ່ນ​ສັດຕູ​ເປັນ​ຜູ້​ເຮັດ’. “ພວກ​ຜູ້ຮັບໃຊ້​ຈຶ່ງ​ຖາມ​ນາຍ​ວ່າ, ‘ທ່ານ​ຕ້ອງການ​ໃຫ້​ພວກຂ້ານ້ອຍ​ໄປ ແລະ ຫລົກ​ເຂົ້ານົກ​ນັ້ນ​ຖິ້ມ​ບໍ?’</verse>
				<verse number="29">“ນາຍ​ຕອບ​ວ່າ, ‘ບໍ່ ເພາະວ່າ​ໃນຂະນະ​ທີ່​ພວກເຈົ້າ​ຫລົກ​ເຂົ້ານົກ​ຖິ້ມ​ນັ້ນ ພວກເຈົ້າ​ອາດ​ຫລົກ​ເຂົ້າຫວີດ​ຂຶ້ນ​ມາ​ນຳ.</verse>
				<verse number="30">ປະ​ໃຫ້​ເຂົ້າ​ທັງ​ສອງ​ໃຫຍ່​ຂຶ້ນ​ນຳ​ກັນ​ຈົນ​ເຖິງ​ເວລາ​ເກັບກ່ຽວ. ໃນ​ເວລາ​ນັ້ນ​ເຮົາ​ຈະ​ບອກ​ຄົນງານ​ເກັບກ່ຽວ​ໃຫ້​ກ່ຽວ​ເຂົ້ານົກ​ກ່ອນ ແລະ ໂຮມ​ເປັນ​ມັດ​ເຜົາ​ໄຟ​ຖິ້ມ​ເສຍ, ສ່ວນ​ເຂົ້າຫວີດ​ນັ້ນ​ໃຫ້​ໂຮມ​ໄວ້​ໃນ​ເລົ້າ​ຂອງ​ເຮົາ’”.</verse>
				<verse number="31">ພຣະອົງ​ກ່າວ​ຄຳອຸປະມາ​ອີກ​ເລື່ອງ​ໜຶ່ງ​ແກ່​ພວກເຂົາ​ຟັງ​ວ່າ: “ອານາຈັກ​ສະຫວັນ​ປຽບເໝືອນ​ແກ່ນ​ຜັກກາດ​ເມັດ​ໜຶ່ງ ເຊິ່ງ​ມີ​ຊາຍ​ຄົນ​ໜຶ່ງ​ເອົາ​ໄປ​ປູກ​ໃນ​ນາ​ຂອງ​ຕົນ,</verse>
				<verse number="32">ເຖິງແມ່ນວ່າ​ເມັດ​ນັ້ນ​ນ້ອຍ​ກວ່າ​ເມັດ​ທັງຫລາຍ ແຕ່​ເມື່ອ​ງອກ​ຂຶ້ນ​ແລ້ວ​ກໍ​ໃຫຍ່​ກວ່າ​ຜັກ​ຊະນິດ​ອື່ນໆ​ໃນ​ສວນ ແລະ ກາຍ​ເປັນ​ຕົ້ນ ເພື່ອ​ໃຫ້​ຝູງ​ນົກ​ມາ​ງອຍ ແລະ ເຮັດຮັງ​ຢູ່​ຕາມ​ງ່າ​ນັ້ນ”.</verse>
				<verse number="33">ແລ້ວ​ພຣະອົງ​ກ່າວ​ຄຳອຸປະມາ​ອີກ​ເລື່ອງ​ໜຶ່ງ​ແກ່​ພວກເຂົາ​ຟັງ​ວ່າ: “ອານາຈັກ​ສະຫວັນ​ເປັນ​ເໝືອນ​ເຊື້ອແປ້ງ​ທີ່​ຍິງ​ຄົນ​ໜຶ່ງ​ເອົາ​ປະສົມ​ໃສ່​ໃນ​ແປ້ງ​ປະມານ​ສາມສິບ​ກິໂລກຣາມ​ຈົນ​ແປ້ງ​ທັງໝົດ​ຟູ​ຂຶ້ນ”.</verse>
				<verse number="34">ພຣະເຢຊູເຈົ້າ​ໄດ້​ກ່າວ​ສິ່ງ​ທັງໝົດ​ເຫລົ່ານີ້​ແກ່​ປະຊາຊົນ​ເປັນ​ຄຳອຸປະມາ, ນອກ​ຈາກ​ຄຳອຸປະມາ​ແລ້ວ​ພຣະອົງ​ບໍ່​ໄດ້​ກ່າວ​ສິ່ງໃດ​ເລີຍ​ແກ່​ພວກເຂົາ.</verse>
				<verse number="35">ດັ່ງນັ້ນ ຈຶ່ງ​ສຳເລັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ວ່າ: “ເຮົາ​ຈະ​ອ້າ​ປາກ​ຂອງ​ເຮົາ​ກ່າວ​ຄຳອຸປະມາ, ເຮົາ​ຈະ​ບອກ​ຂໍ້ຄວາມ​ທີ່​ປົກບັງ​ໄວ້​ຕັ້ງແຕ່​ເມື່ອ​ສ້າງ​ໂລກ”.</verse>
				<verse number="36">ຫລັງຈາກນັ້ນ ພຣະເຢຊູເຈົ້າ​ອອກໄປ​ຈາກ​ປະຊາຊົນ ແລະ ເຂົ້າໄປ​ໃນ​ເຮືອນ. ບັນດາ​ສາວົກ​ຂອງ​ພຣະອົງ​ກໍ​ມາ​ຫາ​ພຣະອົງ ແລະ ກ່າວ​ວ່າ, “ຂໍ​ທ່ານ​ຊ່ວຍ​ອະທິບາຍ​ຄຳອຸປະມາ​ເລື່ອງ​ເຂົ້ານົກ​ແກ່​ພວກ​ຂ້ານ້ອຍ​ແດ່”.</verse>
				<verse number="37">ພຣະເຢຊູເຈົ້າ​ຕອບ​ວ່າ, “ຜູ້​ທີ່​ຫວ່ານ​ເມັດພືດ​ພັນ​ດີ​ນັ້ນ​ແມ່ນ​ບຸດມະນຸດ,</verse>
				<verse number="38">ສ່ວນ​ນາ​ນັ້ນ​ແມ່ນ​ໂລກ​ນີ້, ເມັດພືດ​ພັນ​ດີ​ແມ່ນ​ພົນລະເມືອງ​ແຫ່ງ​ອານາຈັກ​ສະຫວັນ, ສ່ວນ​ເຂົ້ານົກ​ແມ່ນ​ພົນລະເມືອງ​ຂອງ​ມານຊົ່ວຮ້າຍ,</verse>
				<verse number="39">ແລະ ສັດຕູ​ຜູ້​ທີ່​ຫວ່ານ​ເຂົ້ານົກ​ນັ້ນ​ແມ່ນ​ມານຮ້າຍ. ເວລາ​ເກັບ​ກ່ຽວ​ແມ່ນ​ຄາວສຸດທ້າຍ ແລະ ຜູ້ເກັບກ່ຽວ​ແມ່ນ​ບັນດາ​ເທວະດາ.</verse>
				<verse number="40">“ເຂົ້ານົກ​ຖືກ​ຫລົກ​ເອົາ​ໄປ​ເຜົາ​ໄຟ​ຢ່າງໃດ ຄາວສຸດທ້າຍ​ກໍ​ຈະ​ເປັນ​ຢ່າງນັ້ນ.</verse>
				<verse number="41">ບຸດມະນຸດ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ອອກ​ໄປ ແລະ ກຳຈັດ​ທຸກສິ່ງ​ທີ່​ເປັນ​ຕົ້ນເຫດ​ໃຫ້​ມະນຸດ​ເຮັດ​ບາບ ແລະ ກຳຈັດ​ທຸກຄົນ​ທີ່​ເຮັດ​ຊົ່ວ​ອອກ​ຈາກ​ອານາຈັກ​ຂອງ​ພຣະອົງ.</verse>
				<verse number="42">ແລ້ວ​ຈະ​ໂຍນ​ພວກເຂົາ​ຖິ້ມ​ລົງ​ໃນ​ເຕົາໄຟ​ອັນ​ຮ້ອນກ້າ ບ່ອນ​ທີ່​ຈະ​ມີ​ການຮ້ອງໄຫ້​ຄວນຄາງ ແລະ ຂົບແຂ້ວຄ້ຽວຟັນ.</verse>
				<verse number="43">ແລ້ວ​ບັນດາ​ຜູ້ຊອບທຳ​ຈະ​ສ່ອງສະຫວ່າງ​ເໝືອນດັ່ງ​ດວງຕາເວັນ​ໃນ​ອານາຈັກ​ຂອງ​ພຣະບິດາ​ຂອງ​ພວກເຂົາ. ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.</verse>
				<verse number="44">“ອານາຈັກ​ສະຫວັນ​ປຽບເໝືອນ​ຊັບສົມບັດ​ທີ່​ເຊື່ອງ​ໄວ້​ໃນ​ທົ່ງນາ. ເມື່ອ​ມີ​ຊາຍ​ຄົນ​ໜຶ່ງ​ພົບ​ເຫັນ​ແລ້ວ​ກໍ​ເຊື່ອງ​ໄວ້​ອີກ ແລະ ດ້ວຍ​ຄວາມຕື່ນເຕັ້ນ​ຍິນດີ​ຫລາຍ​ລາວ​ຈຶ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ຕົນ​ມີ ແລ້ວ​ໄປ​ຊື້​ເອົາ​ນາ​ທົ່ງ​ນັ້ນ.</verse>
				<verse number="45">“ອີກ​ປະການ​ໜຶ່ງ, ອານາຈັກ​ສະຫວັນ​ປຽບເໝືອນ​ພໍ່ຄ້າ​ຄົນ​ໜຶ່ງ​ທີ່​ຊອກຫາ​ໄຂ່ມຸກ​ຢ່າງ​ງາມ,</verse>
				<verse number="46">ເມື່ອ​ລາວ​ໄດ້​ພົບ​ໄຂ່ມຸກ​ທີ່​ມີ​ລາຄາ​ແພງ​ເມັດ​ໜຶ່ງ ຈຶ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ຕົນ​ມີ​ຢູ່ ແລ້ວ​ໄປ​ຊື້​ເອົາ​ໄຂ່ມຸກ​ນັ້ນ.</verse>
				<verse number="47">“ເຊັ່ນ​ດຽວ​ກັນ ອານາຈັກ​ສະຫວັນ​ຍັງ​ປຽບເໝືອນ​ກັບ​ມອງ​ທີ່​ຢ່ອນ​ລົງ​ໃນ​ທະເລ ແລະ ຈັບ​ປາ​ໄດ້​ຫລາຍ​ຊະນິດ.</verse>
				<verse number="48">ເມື່ອ​ເຕັມ​ແລ້ວ​ຊາວ​ຫາປາ​ກໍ​ດຶງ​ມອງ​ຂຶ້ນ​ເທິງ​ຝັ່ງ​ແລ້ວ​ນັ່ງລົງ​ເລືອກ​ເອົາ​ແຕ່​ປາ​ໂຕ​ດີ​ໃສ່​ກະຕ່າ​ໄວ້, ສ່ວນ​ໂຕ​ທີ່​ບໍ່​ດີ​ນັ້ນ​ກໍ​ຖິ້ມ​ໄປ.</verse>
				<verse number="49">ເມື່ອ​ສິ້ນຍຸກ​ກໍ​ຈະ​ເປັນ​ຢ່າງ​ນີ້ ຄື​ບັນດາ​ເທວະດາ​ກໍ​ຈະ​ອອກມາ​ແຍກ​ຄົນຊົ່ວ​ອອກ​ຈາກ​ຄົນຊອບທຳ</verse>
				<verse number="50">ແລະ ຈະ​ໂຍນ​ພວກເຂົາ​ຖິ້ມ​ລົງ​ໃນ​ເຕົາໄຟ​ອັນ​ຮ້ອນກ້າ ບ່ອນ​ທີ່​ຈະ​ມີ​ການຮ້ອງໄຫ້​ຄວນຄາງ ແລະ ຂົບແຂ້ວຄ້ຽວຟັນ”.</verse>
				<verse number="51">ພຣະເຢຊູເຈົ້າ​ຖາມ​ວ່າ, “ພວກເຈົ້າ​ເຂົ້າໃຈ​ສິ່ງ​ທັງໝົດ​ເຫລົ່ານີ້​ແລ້ວ​ບໍ?” ພວກເພິ່ນ​ຕອບ​ວ່າ, “ເຂົ້າໃຈ​ແລ້ວ”.</verse>
				<verse number="52">ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ດ້ວຍເຫດນັ້ນ ຄູສອນກົດບັນຍັດ​ທຸກຄົນ​ທີ່​ໄດ້​ຮຽນຮູ້​ເຖິງ​ເລື່ອງ​ອານາຈັກ​ສະຫວັນ ກໍ​ເປັນ​ເໝືອນ​ເຈົ້າຂອງ​ເຮືອນ​ຜູ້​ໜຶ່ງ​ທີ່​ນຳ​ຊັບສົມບັດ​ໃໝ່ ແລະ ຊັບສົມບັດ​ເກົ່າ​ອອກ​ມາ​ຈາກ​ຄັງ​ຂອງ​ຕົນ”.</verse>
				<verse number="53">ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຄຳອຸປະມາ​ເຫລົ່ານີ້​ຈົບ​ແລ້ວ ກໍ​ອອກ​ຈາກ​ທີ່​ນັ້ນ​ໄປ.</verse>
				<verse number="54">ເມື່ອ​ມາ​ເຖິງ​ບ້ານເກີດ​ຂອງ​ພຣະອົງ​ແລ້ວ ພຣະອົງ​ໄດ້​ສັ່ງສອນ​ປະຊາຊົນ​ທັງຫລາຍ​ໃນ​ທຳມະສາລາ​ຂອງ​ພວກເຂົາ ແລະ ພວກເຂົາ​ກໍ​ປະຫລາດໃຈ ແລະ ຖາມ​ກັນ​ວ່າ, “ຄົນ​ນີ້​ໄດ້​ສະຕິປັນຍາ ແລະ ລິດອຳນາດ​ອັນ​ອັດສະຈັນ​ເຫລົ່ານີ້​ມາ​ຈາກ​ໃສ?</verse>
				<verse number="55">ລາວ​ບໍ່​ແມ່ນ​ລູກຊາຍ​ຂອງ​ຊ່າງໄມ້​ນັ້ນ​ບໍ? ແມ່​ຂອງ​ລາວ​ຊື່​ວ່າ​ມາຣີ ແລະ ນ້ອງຊາຍ​ຂອງ​ລາວ​ແມ່ນ​ຢາໂກໂບ, ໂຢເຊັບ, ຊີໂມນ ແລະ ຢູດາ ບໍ່​ແມ່ນ​ບໍ?</verse>
				<verse number="56">ນ້ອງສາວ​ຂອງ​ລາວ​ທຸກຄົນ​ກໍ​ຢູ່​ກັບ​ເຮົາ​ບໍ່​ແມ່ນ​ບໍ? ແລ້ວ​ລາວ​ໄດ້​ສິ່ງ​ທັງໝົດ​ເຫລົ່ານີ້​ມາ​ຈາກ​ໃສ?”</verse>
				<verse number="57">ພວກເຂົາ​ທັງຫລາຍ​ຈຶ່ງ​ບໍ່​ພໍໃຈ​ພຣະອົງ. ຝ່າຍ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ຜູ້ທຳນວາຍ​ບໍ່​ໄດ້​ຂາດ​ຄວາມນັບຖື​ໃນ​ທຸກ​ບ່ອນ ເວັ້ນໄວ້​ແຕ່​ໃນ​ບ້ານເມືອງ ແລະ ໃນ​ຄອບຄົວ​ຂອງ​ຕົນ​ເອງ”.</verse>
				<verse number="58">ແລະ ໃນ​ທີ່​ນັ້ນ​ພຣະອົງ​ບໍ່​ໄດ້​ກະທຳ​ການ​ອັດສະຈັນ​ຫລາຍ​ເພາະ​ພວກເຂົາ​ບໍ່​ມີ​ຄວາມເຊື່ອ.</verse>
			</chapter>
			<chapter number="14">
				<verse number="1">ໃນ​ເວລາ​ນັ້ນ ເຮໂຣດ​ຜູ້ປົກຄອງ​ແຂວງ​ໄດ້​ຍິນ​ຊື່​ສຽງ​ຂອງ​ພຣະເຢຊູເຈົ້າ</verse>
				<verse number="2">ແລະ ເພິ່ນ​ຈຶ່ງ​ເວົ້າ​ຕໍ່​ບັນດາ​ຄົນຮັບໃຊ້​ຂອງ​ຕົນ​ວ່າ, “ຜູ້​ນີ້​ແມ່ນ​ໂຢຮັນ​ບັບຕິສະໂຕ ລາວ​ໄດ້​ເປັນຄືນມາຈາກຕາຍ! ດ້ວຍເຫດນີ້ ຈຶ່ງ​ເຮັດ​ໃຫ້​ລາວ​ມີ​ລິດອຳນາດ​ເຮັດ​ການ​ອັດສະຈັນ​ຕ່າງໆ​ໄດ້”.</verse>
				<verse number="3">ເວລາ​ນີ້​ເຮໂຣດ​ໄດ້​ຈັບ ແລະ ມັດ​ໂຢຮັນ​ແລ້ວ​ຂັງ​ເພິ່ນ​ໄວ້​ໃນ​ຄຸກ ດ້ວຍ​ສາເຫດ​ທີ່​ນາງ​ເຮໂຣເດຍ​ເມຍ​ຂອງ​ຟີລິບ​ນ້ອງຊາຍ​ຂອງ​ຕົນ,</verse>
				<verse number="4">ເນື່ອງ​ຈາກ​ໂຢຮັນ​ເຄີຍ​ເວົ້າ​ກັບ​ເພິ່ນ​ວ່າ, “ເປັນ​ການ​ຜິດ​ກົດບັນຍັດ​ທີ່​ທ່ານ​ເອົາ​ນາງ​ມາ​ເປັນ​ເມຍ”.</verse>
				<verse number="5">ເຮໂຣດ​ຢາກ​ຈະ​ຂ້າ​ໂຢຮັນ​ແຕ່​ເພິ່ນ​ກໍ​ຢ້ານ​ປະຊາຊົນ ເພາະ​ພວກເຂົາ​ຖື​ວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ.</verse>
				<verse number="6">ໃນ​ງານສະຫລອງ​ວັນເກີດ​ຂອງ​ເຮໂຣດ, ລູກສາວ​ຂອງ​ນາງ​ເຮໂຣເດຍ​ໄດ້​ມາ​ຟ້ອນ​ຕໍ່ໜ້າ​ບັນດາ​ແຂກ​ທີ່​ຖືກ​ເຊີນ ແລະ ເຮັດໃຫ້​ເຮໂຣດ​ພໍໃຈ​ຫລາຍ.</verse>
				<verse number="7">ເພິ່ນ​ຈຶ່ງ​ສັນຍາ​ໂດຍ​ສາບານ​ວ່າ​ຈະ​ໃຫ້​ທຸກ​ຢ່າງ​ທີ່​ນາງ​ຂໍ.</verse>
				<verse number="8">ນາງ​ຈຶ່ງ​ຂໍ​ຕາມ​ຄຳແນະນຳ​ຂອງ​ແມ່ ແລະ ນາງ​ກ່າວ​ວ່າ, “ຂໍ​ຫົວ​ຂອງ​ໂຢຮັນ​ບັບຕິສະໂຕ​ໃສ່​ຖາດ​ມາ​ໃຫ້​ຂ້ານ້ອຍ​ໃນ​ທີ່​ນີ້”.</verse>
				<verse number="9">ຝ່າຍ​ກະສັດ​ກໍ​ໜັກໃຈ​ຫລາຍ​ແຕ່​ເພາະ​ໄດ້​ສັນຍາ​ໄວ້​ແລ້ວ ແລະ ເພາະ​ເຫັນ​ແກ່​ໜ້າ​ແຂກ​ທັງຫລາຍ​ຂອງ​ຕົນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ເຮັດ​ຕາມ​ທີ່​ນາງ​ໄດ້​ຂໍ.</verse>
				<verse number="10">ແລະ ໂຢຮັນ​ຈຶ່ງ​ຖືກ​ຕັດຫົວ​ໃນ​ຄຸກ.</verse>
				<verse number="11">ພວກເຂົາ​ກໍ​ເອົາ​ຫົວ​ຂອງ​ໂຢຮັນ​ໃສ່​ຖາດ​ແລ້ວ​ນຳ​ມາ​ມອບ​ໃຫ້​ຍິງ​ນັ້ນ, ນາງ​ກໍ​ຍົກ​ໄປ​ໃຫ້​ແມ່​ຂອງ​ຕົນ.</verse>
				<verse number="12">ພວກ​ລູກສິດ​ຂອງ​ໂຢຮັນ​ໄດ້​ມາ​ຮັບ​ເອົາ​ສົບ​ຂອງ​ເພິ່ນ​ໄປ​ຝັງ ແລ້ວ​ພວກເຂົາ​ກໍ​ໄປ​ບອກ​ພຣະເຢຊູເຈົ້າ​ໃຫ້​ຮູ້.</verse>
				<verse number="13">ເມື່ອ​ພຣະເຢຊູເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ ພຣະອົງ​ກໍ​ລົງ​ເຮືອ​ຈາກ​ທີ່​ນັ້ນ​ໄປ​ບ່ອນ​ທີ່​ງຽບສະຫງົບ​ຢູ່​ຕ່າງຫາກ. ເມື່ອ​ປະຊາຊົນ​ໄດ້​ຍິນ​ດັ່ງນີ້ ກໍ​ອອກ​ຈາກ​ເມືອງ​ຕ່າງໆ​ຕິດຕາມ​ພຣະອົງ​ໄປ.</verse>
				<verse number="14">ເມື່ອ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ​ມາ​ກໍ​ເຫັນ​ປະຊາຊົນ​ຈໍານວນ​ຫລວງຫລາຍ, ພຣະອົງ​ກໍ​ມີ​ໃຈ​ສົງສານ​ພວກເຂົາ ແລະ ຮັກສາ​ພະຍາດ​ຂອງ​ພວກເຂົາ​ໃຫ້​ຫາຍດີ.</verse>
				<verse number="15">ເມື່ອ​ເວລາ​ຄໍ່າ​ມາ​ແລ້ວ ພວກສາວົກ​ກໍ​ມາ​ຫາ​ພຣະອົງ ແລະ ເວົ້າ​ວ່າ, “ບ່ອນນີ້​ກໍ​ເປັນ​ບ່ອນ​ຫ່າງໄກສອກຫລີກ ແລະ ໃກ້​ຄ່ຳ​ແລ້ວ, ຂໍ​ໃຫ້​ປະຊາຊົນ​ເມືອ​ສາ ເພື່ອ​ໃຫ້​ພວກເຂົາ​ໄປ​ຕາມ​ໝູ່ບ້ານ​ຕ່າງໆ ແລະ ຊອກຫາ​ຊື້​ອາຫານ​ສຳລັບ​ພວກເຂົາ​ເອງ”.</verse>
				<verse number="16">ພຣະອົງ​ກ່າວ​ວ່າ, “ພວກເຂົາ​ບໍ່​ຈຳເປັນ​ຕ້ອງ​ເລີກ​ເມືອ​ດອກ. ໃຫ້​ພວກເຈົ້າ​ເອົາ​ອາຫານ​ໃຫ້​ພວກເຂົາ​ກິນ​ສາ”.</verse>
				<verse number="17">ພວກເພິ່ນ​ຕອບ​ວ່າ, “ພວກຂ້ານ້ອຍ​ມີ​ພຽງ​ແຕ່​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ”.</verse>
				<verse number="18">ພຣະອົງ​ກ່າວ​ວ່າ, “ຈົ່ງ​ເອົາ​ມາ​ໃຫ້​ເຮົາ​ທີ່​ນີ້”.</verse>
				<verse number="19">ແລ້ວ​ພຣະອົງ​ໄດ້​ບອກ​ໃຫ້​ປະຊາຊົນ​ນັ່ງ​ລົງ​ເທິງ​ຫຍ້າ, ຮັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ​ນັ້ນ​ແລ້ວ​ເງີຍໜ້າ​ຂຶ້ນ​ເບິ່ງ​ສະຫວັນ, ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ຫັກ​ເຂົ້າຈີ່​ແລ້ວ​ພຣະອົງ​ກໍ​ຍື່ນ​ໃຫ້​ພວກສາວົກ ແລະ ພວກສາວົກ​ຈຶ່ງ​ແຈກຢາຍ​ເຂົ້າຈີ່​ນັ້ນ​ໃຫ້​ແກ່​ປະຊາຊົນ.</verse>
				<verse number="20">ພວກເຂົາ​ທຸກຄົນ​ໄດ້​ກິນອີ່ມ ແລະ ພວກສາວົກ​ກໍ​ເກັບ​ເອົາ​ຕ່ອນ​ຫັກ​ທີ່​ເຫລືອ​ນັ້ນ​ໄວ້​ໄດ້​ເຕັມ​ສິບສອງ​ກະບຸງ.</verse>
				<verse number="21">ຈຳນວນ​ຄົນ​ທີ່​ໄດ້​ກິນ​ອາຫານ​ນັ້ນ​ມີ​ຜູ້ຊາຍ​ປະມານ​ຫ້າພັນ​ຄົນ​ໂດຍ​ບໍ່​ໄດ້​ນັບ​ແມ່ຍິງ ແລະ ເດັກນ້ອຍ.</verse>
				<verse number="22">ໃນທັນໃດ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈັດ​ໃຫ້​ພວກສາວົກ​ເຂົ້າ​ໄປ​ໃນ​ເຮືອ ແລະ ຂ້າມ​ຟາກ​ໄປ​ລ່ວງໜ້າກ່ອນ​ພຣະອົງ, ໃນຂະນະ​ທີ່​ພຣະອົງ​ໄດ້​ບອກ​ປະຊາຊົນ​ໃຫ້​ເລີກ​ເມືອ.</verse>
				<verse number="23">ຫລັງຈາກ​ທີ່​ປະຊາຊົນ​ກັບ​ເມືອ​ໝົດ​ແລ້ວ, ພຣະອົງ​ກໍ​ຂຶ້ນ​ໄປ​ເທິງ​ພູ​ແຕ່​ຜູ້​ດຽວ​ເພື່ອ​ອະທິຖານ ເມື່ອ​ຄ່ຳ​ມາ​ພຣະອົງ​ກໍ​ຍັງ​ຢູ່​ທີ່​ນັ້ນ​ແຕ່​ພຽງ​ຜູ້​ດຽວ</verse>
				<verse number="24">ສ່ວນ​ເຮືອ​ນັ້ນ​ກໍ​ອອກຈາກ​ຝັ່ງ​ໄປ​ໄກ​ພໍ​ສົມຄວນ ແລະ ຖືກ​ຄື້ນນໍ້າ​ປະທະ​ໃສ່​ເພາະ​ລົມ​ພັດ​ປະທະ​ເຮືອ.</verse>
				<verse number="25">ເມື່ອ​ໃກ້​ແຈ້ງ ​ແລ້ວ ພຣະເຢຊູເຈົ້າ​ຍ່າງ​ເທິງ​ໜ້ານ້ຳ​ທະເລສາບ​ມາ​ຫາ​ພວກສາວົກ.</verse>
				<verse number="26">ເມື່ອ​ພວກສາວົກ​ເຫັນ​ພຣະອົງ​ກຳລັງ​ຍ່າງ​ຢູ່​ເທິງ​ທະເລສາບ ພວກເພິ່ນ​ຕ່າງ​ກໍ​ຕົກໃຈ​ຢ້ານ​ຫລາຍ. ພວກເພິ່ນ​ເວົ້າ​ວ່າ, “ຜີ” ແລະ ພວກເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ດ້ວຍ​ຄວາມຢ້ານ.</verse>
				<verse number="27">ແຕ່​ໃນທັນໃດ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ກ້າຫານ! ແມ່ນ​ເຮົາ​ເອງ. ຢ່າ​ຢ້ານ​ເລີຍ”.</verse>
				<verse number="28">ເປໂຕ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ແມ່ນ​ພຣະອົງ​ແທ້ ຂໍ​ບອກ​ໃຫ້​ຂ້ານ້ອຍ​ຍ່າງ​ເທິງ​ໜ້າ​ນ້ຳ​ໄປ​ຫາ​ທ່ານ​ແດ່​ທ້ອນ”.</verse>
				<verse number="29">ພຣະເຢຊູເຈົ້າ​ກ່າວ​ວ່າ, “ມາ​ແມ”. ດັ່ງນັ້ນ ເປໂຕ​ຈຶ່ງ​ອອກຈາກ​ເຮືອ​ແລ້ວ​ຍ່າງ​ເທິງ​ໜ້າ​ນ້ຳ​ໄປ​ຫາ​ພຣະເຢຊູເຈົ້າ.</verse>
				<verse number="30">ແຕ່​ເມື່ອ​ເພິ່ນ​ເຫັນ​ລົມ​ພັດ​ມາ​ແຮງ​ກໍ​ຢ້ານ ແລະ ເມື່ອ​ກຳລັງ​ຈະ​ຈົມ​ກໍ​ຮ້ອງ​ຂຶ້ນ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຊ່ວຍ​ຂ້ານ້ອຍ​ແດ່​ທ້ອນ!”</verse>
				<verse number="31">ໃນທັນໃດ​ນັ້ນ ພຣະເຢຊູເຈົ້າ​ຍື່ນ​ມື​ຂອງ​ພຣະອົງ​ຈັບ​ເພິ່ນ​ໄວ້ ແລະ ກ່າວ​ວ່າ, “ເຈົ້າ​ຜູ້​ມີຄວາມເຊື່ອນ້ອຍ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ສົງໄສ?”</verse>
				<verse number="32">ເມື່ອ​ພຣະອົງ ແລະ ເປໂຕ​ຂຶ້ນ​ໄປ​ໃນ​ເຮືອ​ແລ້ວ ລົມ​ກໍ​ສະຫງົບ​ລົງ.</verse>
				<verse number="33">ແລ້ວ​ພວກສາວົກ​ທີ່​ຢູ່​ໃນ​ເຮືອ​ນັ້ນ​ຈຶ່ງ​ຂາບໄຫ້ວ​ນະມັດສະການ​ພຣະອົງ​ພ້ອມ​ທັງ​ກ່າວ​ວ່າ, “ພຣະອົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ແທ້”.</verse>
				<verse number="34">ເມື່ອ​ພວກເພິ່ນ​ໄດ້​ຂ້າມ​ຟາກ​ແລ້ວ ພວກເພິ່ນ​ກໍ​ມາ​ຂຶ້ນ​ຝັ່ງ​ທີ່​ເຄັນເນຊາເຣັດ.</verse>
				<verse number="35">ແລະ ເມື່ອ​ຄົນ​ຢູ່​ທີ່​ນັ້ນ​ຈື່​ພຣະເຢຊູເຈົ້າ​ໄດ້​ແລ້ວ, ພວກເຂົາ​ກໍ​ສົ່ງ​ຂ່າວ​ໄປ​ທົ່ວ​ຂົງເຂດ​ເມືອງ​ນັ້ນ. ປະຊາຊົນ​ຈຶ່ງ​ນໍາ​ບັນດາ​ຄົນເຈັບປ່ວຍ​ທຸກຄົນ​ມາ​ຫາ​ພຣະອົງ</verse>
				<verse number="36">ແລະ ຂໍຮ້ອງ​ນໍາ​ພຣະອົງ​ໃຫ້​ຄົນເຈັບປ່ວຍ​ນັ້ນ​ໄດ້​ບາຍ​ຂອບ​ເສື້ອຄຸມ​ຂອງ​ພຣະອົງ​ກໍ​ພໍ ແລະ ທຸກຄົນ​ທີ່​ໄດ້​ບາຍ​ກໍ​ຫາຍດີ.</verse>
			</chapter>
			<chapter number="15">
				<verse number="1">ແລ້ວ​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ບາງຄົນ​ໄດ້​ອອກ​ຈາກ​ນະຄອນ​ເຢຣູຊາເລັມ​ມາ​ພົບ​ພຣະເຢຊູເຈົ້າ ແລະ ຖາມ​ພຣະອົງ​ວ່າ,</verse>
				<verse number="2">“ເປັນຫຍັງ​ພວກສາວົກ​ຂອງ​ທ່ານ​ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງ​ພວກ​ເຖົ້າແກ່? ພວກເຂົາ​ບໍ່​ໄດ້​ລ້າງ​ມື​ກ່ອນ​ກິນ​ອາຫານ!”</verse>
				<verse number="3">ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ພວກເຂົາ​ວ່າ, “ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ໂດຍ​ເຫັນ​ແກ່​ທຳນຽມ​ຂອງ​ພວກເຈົ້າ?</verse>
				<verse number="4">ເພາະ​ພຣະເຈົ້າ​ກ່າວ​ວ່າ, ‘ຈົ່ງ​ນັບຖື​ພໍ່ ແລະ ແມ່​ຂອງ​ຕົນ’ ແລະ ‘ຜູ້ໃດ​ທີ່​ສາບແຊ່ງ​ພໍ່ແມ່​ຂອງ​ຕົນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ’</verse>
				<verse number="5">ແຕ່​ຝ່າຍ​ພວກເຈົ້າ​ກັບ​ເວົ້າ​ວ່າ​ຖ້າ​ຄົນ​ໃດ​ປະກາດ​ວ່າ, ‘ສິ່ງ​ໃດ​ທີ່​ເຄີຍ​ໃຊ້​ເພື່ອ​ຊ່ວຍເຫລືອ​ພໍ່ແມ່​ຂອງ​ຕົນ ກໍ​ເປັນ​ສິ່ງ​ທີ່​ອຸທິດ​ຖວາຍ​ແກ່​ພຣະເຈົ້າ​ແລ້ວ’,</verse>
				<verse number="6">ພວກເຂົາ​ຈຶ່ງ​ບໍ່​ຕ້ອງ ‘ນັບຖື​ພໍ່ແມ່​ຂອງ​ຕົນ’ ດ້ວຍ​ສິ່ງ​ນັ້ນ. ດ້ວຍເຫດນີ້ ພວກເຈົ້າ​ໄດ້​ລຶບລ້າງ​ພຣະຄຳ​ຂອງ​ພຣະເຈົ້າ​ເພາະ​ເຫັນ​ແກ່​ທຳນຽມ​ຂອງ​ພວກເຈົ້າ.</verse>
				<verse number="7">ພວກເຈົ້າ​ຄົນໜ້າຊື່ໃຈຄົດ! ເອຊາຢາ​ຜູ້​ທີ່​ໄດ້​ທຳນວາຍ​ກ່ຽວກັບ​ພວກເຈົ້າ​ກໍ​ຖືກຕ້ອງ​ແລ້ວ​ທີ່​ວ່າ:</verse>
				<verse number="8">“‘ປະຊາຊົນ​ເຫລົ່ານີ້​ໃຫ້​ກຽດ​ເຮົາ​ແຕ່​ປາກ, ສ່ວນ​ໃຈ​ຂອງ​ພວກເຂົາ​ຫ່າງໄກ​ຈາກ​ເຮົາ.</verse>
				<verse number="9">ພວກເຂົາ​ນະມັດສະການ​ເຮົາ​ໂດຍ​ບໍ່​ມີ​ປະໂຫຍດ, ຄຳສອນ​ຂອງ​ພວກເຂົາ​ເປັນ​ພຽງ​ກົດເກນ​ທີ່​ມະນຸດ​ສອນ​ຕໍ່​ກັນ​ມາ’ ”.</verse>
				<verse number="10">ພຣະເຢຊູເຈົ້າ​ກໍ​ໄດ້​ເອີ້ນ​ປະຊາຊົນ​ໃຫ້​ມາ​ຫາ​ພຣະອົງ ແລະ ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ຟັງ ແລະ ເຂົ້າໃຈ​ເອົາ​ສາ​ວ່າ,</verse>
				<verse number="11">ບໍ່​ແມ່ນ​ສິ່ງ​ທີ່​ກິນ​ເຂົ້າ​ໄປ​ໃນ​ປາກ​ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’ ແຕ່​ແມ່ນ​ສິ່ງ​ທີ່​ອອກ​ຈາກ​ປາກ​ຂອງ​ພວກເຂົາ​ນັ້ນ​ທີ່​ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’”.</verse>
				<verse number="12">ແລ້ວ​ພວກສາວົກ​ກໍ​ມາ​ຫາ​ພຣະອົງ ແລະ ຖາມ​ວ່າ, “ພຣະອົງ​ຮູ້​ບໍ່​ວ່າ​ພວກ​ຟາຣີຊາຍ​ເຄືອງໃຈ​ຫລາຍ​ທີ່​ພວກເຂົາ​ໄດ້​ຍິນ​ຢ່າງ​ນີ້?”</verse>
				<verse number="13">ພຣະອົງ​ຕອບ​ວ່າ, “ຕົ້ນໄມ້​ທຸກ​ຕົ້ນ​ທີ່​ພຣະບິດາ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ບໍ່​ໄດ້​ປູກ​ໄວ້ ກໍ​ຈະ​ຖືກ​ຂຸດ​ຮາກ​ຖອນ​ເຫງົ້າ.</verse>
				<verse number="14">ຢ່າ​ສົນ​ນໍາ​ພວກເຂົາ, ພວກເຂົາ​ເປັນ​ຄົນ​ນຳ​ທາງ​ທີ່​ຕາບອດ. ຖ້າ​ຄົນ​ຕາບອດ​ນຳທາງ​ໃຫ້​ຄົນ​ຕາບອດ ທັງ​ສອງ​ກໍ​ຈະ​ຕົກລົງ​ໃນ​ຂຸມ”.</verse>
				<verse number="15">ເປໂຕ​ເວົ້າ​ວ່າ, “ຂໍ​ອະທິບາຍ​ຄຳອຸປະມາ​ນີ້​ໃຫ້​ພວກຂ້ານ້ອຍ​ແດ່”.</verse>
				<verse number="16">ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ຍັງ​ບໍ່​ເຂົ້າໃຈ​ອີກ​ບໍ?</verse>
				<verse number="17">ພວກເຈົ້າ​ບໍ່​ເຫັນ​ບໍ​ວ່າ​ສິ່ງໃດ​ກໍ​ຕາມ​ທີ່​ເຂົ້າໄປ​ໃນ​ປາກ​ມະນຸດ​ກໍ​ລົງ​ໄປ​ໃນ​ທ້ອງ​ແລ້ວ​ກໍ​ຖ່າຍ​ອອກ​ມາ?</verse>
				<verse number="18">ແຕ່​ສິ່ງ​ທີ່​ອອກ​ມາ​ຈາກ​ປາກ​ນັ້ນ​ກໍ​ອອກ​ມາ​ຈາກ​ໃຈ ແລະ ສິ່ງ​ເຫລົ່ານີ້​ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’</verse>
				<verse number="19">ເພາະວ່າ​ຄວາມຄິດ​ຊົ່ວຮ້າຍ, ການຂ້າຄົນ, ການຫລິ້ນຊູ້, ການ​ຜິດສິນທຳທາງເພດ, ການລັກ, ການກ່າວຄຳພະຍານ​ບໍ່ຈິງ, ໃສ່ຮ້າຍປ້າຍສີ ລ້ວນ​ແຕ່​ອອກ​ມາ​ຈາກ​ຈິດໃຈ.</verse>
				<verse number="20">ສິ່ງ​ເຫລົ່ານີ້​ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’ ແຕ່​ການ​ກິນ​ອາຫານ​ໂດຍ​ບໍ່​ໄດ້​ລ້າງ​ມື​ນັ້ນ ບໍ່​ໄດ້​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’”.</verse>
				<verse number="21">ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ຍັງ​ຂົງເຂດ​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ.</verse>
				<verse number="22">ມີ​ຍິງ​ຊາວ​ການາອານ​ຄົນ​ໜຶ່ງ​ຈາກ​ຂົງເຂດ​ໃກ້ຄຽງ​ນັ້ນ​ໄດ້​ມາ​ຂໍຮ້ອງ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ ບຸດ​ດາວິດ​ເອີຍ, ຂໍ​ເມດຕາ​ຂ້ານ້ອຍ​ດ້ວຍ! ລູກສາວ​ຂອງ​ຂ້ານ້ອຍ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ​ຢູ່ ແລະ ທຸກທໍລະມານ​ຫລາຍ”.</verse>
				<verse number="23">ພຣະເຢຊູເຈົ້າ​ບໍ່​ຕອບ​ນາງ​ຈັກ​ຄຳ. ພວກສາວົກ​ໄດ້​ມາ​ຫາ​ພຣະອົງ ແລະ ຮ້ອງຂໍ​ວ່າ, “ບອກ​ນາງ​ໜີ​ສາ​ເພາະ​ນາງ​ຮ້ອງ​ຕາມ​ພວກເຮົາ​ມາ”.</verse>
				<verse number="24">ພຣະອົງ​ຕອບ​ວ່າ, “ເຮົາ​ຖືກ​ໃຊ້​ມາ​ຫາ​ແກະ​ທີ່​ເສຍ​ໄປ​ຂອງ​ອິດສະຣາເອນ​ເທົ່ານັ້ນ”.</verse>
				<verse number="25">ຍິງ​ນັ້ນ​ມາ​ຄຸເຂົ່າ​ຕໍ່ໜ້າ​ພຣະອົງ​ແລ້ວ​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຂໍ​ຊ່ວຍ​ຂ້ານ້ອຍ​ດ້ວຍ!”</verse>
				<verse number="26">ພຣະອົງ​ຕອບ​ວ່າ, “ບໍ່​ເປັນ​ການ​ສົມຄວນ​ທີ່​ຈະ​ເອົາ​ອາຫານ​ຂອງ​ລູກ​ໂຍນ​ໃຫ້​ໝາ”.</verse>
				<verse number="27">ນາງ​ຕອບ​ວ່າ, “ແມ່ນ​ແລ້ວ ອົງພຣະຜູ້ເປັນເຈົ້າ​ເອີຍ, ແມ່ນ​ແຕ່​ໝາ​ກໍ​ຍັງ​ໄດ້​ກິນ​ເສດອາຫານ​ທີ່​ຕົກ​ຈາກ​ໂຕະ​ນາຍ​ຂອງ​ມັນ”.</verse>
				<verse number="28">ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ນາງ​ວ່າ, “ນາງ​ເອີຍ, ເຈົ້າ​ມີ​ຄວາມເຊື່ອ​ຍິ່ງໃຫຍ່​ຫລາຍ! ຈົ່ງ​ໃຫ້​ເປັນ​ໄປ​ຕາມ​ທີ່​ເຈົ້າ​ຂໍ​ເທີ້ນ”. ແລະ ໃນ​ເວລາ​ດຽວກັນ​ນັ້ນ​ລູກສາວ​ຂອງ​ນາງ​ກໍ​ຫາຍດີ​ແລ້ວ.</verse>
				<verse number="29">ພຣະເຢຊູເຈົ້າ​ໄດ້​ຈາກ​ທີ່​ນັ້ນ ແລະ ລຽບ​ໄປ​ຕາມ​ແຄມຝັ່ງ​ທະເລ​ຄາລີເລ ແລ້ວ​ພຣະອົງ​ໄດ້​ຂຶ້ນ​ໄປ​ເທິງ​ໂນນພູ ແລະ ນັ່ງລົງ​ທີ່​ນັ້ນ.</verse>
				<verse number="30">ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ມາ​ຫາ​ພຣະອົງ, ພວກເຂົາ​ໄດ້​ນໍາ​ຄົນຂາຫ້ານ, ຄົນຕາບອດ, ຄົນພິການ, ຄົນປາກກືກ ແລະ ຄົນເຈັບປ່ວຍ​ຊະນິດ​ອື່ນໆ​ຫລາຍ​ຄົນ​ມາ​ວາງ​ລົງ​ທີ່​ຕີນ​ຂອງ​ພຣະອົງ ແລ້ວ​ພຣະອົງ​ກໍ​ຮັກສາ​ພວກເຂົາ​ທຸກຄົນ​ໃຫ້​ຫາຍດີ.</verse>
				<verse number="31">ປະຊາຊົນ​ຕ່າງ​ກໍ​ພາກັນ​ປະຫລາດ​ໃຈ​ເມື່ອ​ພວກເຂົາ​ເຫັນ​ຄົນປາກກືກ​ເວົ້າ​ໄດ້, ຄົນພິການ​ຫາຍດີ​ເປັນ​ປົກກະຕິ, ຄົນຂາຫ້ານ​ຍ່າງ​ໄດ້ ແລະ ຄົນຕາບອດ​ເບິ່ງເຫັນ. ແລ້ວ​ພວກເຂົາ​ທັງຫລາຍ​ຕ່າງ​ກໍ​ພາກັນ​ສັນລະເສີນ​ພຣະເຈົ້າ​ຂອງ​ອິດສະຣາເອນ.</verse>
				<verse number="32">ພຣະເຢຊູເຈົ້າ​ໄດ້​ເອີ້ນ​ພວກສາວົກ​ຂອງ​ພຣະອົງ​ມາ ແລະ ກ່າວ​ວ່າ, “ເຮົາ​ສົງສານ​ຄົນ​ເຫລົ່ານີ້ ເພາະ​ພວກເຂົາ​ມາ​ຢູ່​ກັບ​ເຮົາ​ໄດ້​ສາມ​ວັນ​ແລ້ວ ແລະ ບໍ່​ມີ​ຫຍັງ​ກິນ. ເຮົາ​ບໍ່​ຢາກ​ໃຫ້​ພວກເຂົາ​ກັບ​ໄປ​ທັງ​ທີ່​ຍັງ​ຫິວ​ຢູ່, ເພາະ​ພວກເຂົາ​ອາດ​ຈະ​ໝົດ​ແຮງ​ກາງທາງ​ກໍ​ໄດ້”.</verse>
				<verse number="33">ພວກສາວົກ​ຂອງ​ພຣະອົງ​ຕອບ​ວ່າ, “ໃນ​ບ່ອນ​ທີ່​ຫ່າງໄກ​ເຊັ່ນ​ນີ້​ຈະ​ຫາ​ເຂົ້າຈີ່​ຢູ່​ໃສ​ມາ​ພໍ​ລ້ຽງ​ຄົນ​ຈຳນວນ​ຫລວງຫລາຍ​ຢ່າງນີ້?”</verse>
				<verse number="34">ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ມີ​ເຂົ້າຈີ່​ຈັກ​ກ້ອນ?” ພວກເພິ່ນ​ຕອບ​ວ່າ, “ເຈັດ​ກ້ອນ ແລະ ປານ້ອຍ​ສອງ​ສາມ​ໂຕ”.</verse>
				<verse number="35">ພຣະອົງ​ຈຶ່ງ​ບອກ​ປະຊາຊົນ​ໃຫ້​ນັ່ງ​ລົງ​ຕາມ​ພື້ນດິນ.</verse>
				<verse number="36">ແລ້ວ​ພຣະອົງ​ຮັບ​ເອົາ​ເຂົ້າຈີ່​ເຈັດ​ກ້ອນ ແລະ ປາ​ນ້ອຍ​ມາ, ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ ພຣະອົງ​ກໍ​ຫັກ​ເຂົ້າຈີ່​ຍື່ນ​ເຂົ້າຈີ່​ນັ້ນ​ໃຫ້​ພວກສາວົກ, ພວກເພິ່ນ​ຈຶ່ງ​ແຈກຢາຍ​ໃຫ້​ແກ່​ປະຊາຊົນ.</verse>
				<verse number="37">ພວກເຂົາ​ທຸກຄົນ​ໄດ້​ກິນ​ຈົນ​ອີ່ມ. ຫລັງຈາກນັ້ນ ພວກສາວົກ​ໄດ້​ເກັບ​ເອົາ​ຕ່ອນ​ຫັກ​ທີ່​ເຫລືອ​ໄວ້​ໄດ້​ເຕັມ​ເຈັດ​ກະບຸງ.</verse>
				<verse number="38">ຈຳນວນ​ຜູ້​ທີ່​ກິນ​ອາຫານ​ນັ້ນ​ມີ​ສີ່ພັນ​ຄົນ​ໂດຍ​ບໍ່​ໄດ້​ນັບ​ແມ່ຍິງ ແລະ ເດັກນ້ອຍ.</verse>
				<verse number="39">ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ບອກ​ໃຫ້​ປະຊາຊົນ​ເລີກ​ເມືອ​ແລ້ວ, ພຣະອົງ​ກໍ​ຂຶ້ນ​ເຮືອ ແລະ ໄປ​ສູ່​ຂົງເຂດ​ມາຄາດານ.</verse>
			</chapter>
			<chapter number="16">
				<verse number="1">ພວກ​ຟາຣີຊາຍ ແລະ ພວກ​ຊາດູກາຍ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ ໄດ້​ທົດລອງ​ພຣະອົງ​ໂດຍ​ຂໍ​ໃຫ້​ພຣະອົງ​ສະແດງ​ໝາຍສຳຄັນ​ຢ່າງ​ໜຶ່ງ​ຈາກ​ສະຫວັນ.</verse>
				<verse number="2">ພຣະເຢຊູເຈົ້າ​ຕອບ​ວ່າ, “ເມື່ອ​ຄ່ຳ​ມາ ພວກເຈົ້າ​ກໍ​ເວົ້າ​ວ່າ, ‘ອາກາດ​ຈະ​ດີ​ເພາະ​ທ້ອງຟ້າ​ມີ​ສີແດງ’</verse>
				<verse number="3">ແລະ ຕອນ​ເຊົ້າ​ພວກເຈົ້າ​ກໍ​ເວົ້າ​ວ່າ, ‘ວັນ​ນີ້​ຈະ​ເກີດ​ພະຍຸ​ເພາະ​ທ້ອງຟ້າ​ມີ​ສີແດງ ແລະ ມືດຄຶ້ມ’. ພວກເຈົ້າ​ຮູ້ຈັກ​ຕີ​ຄວາມໝາຍ​ປາກົດການ​ຂອງ​ທ້ອງຟ້າ ແຕ່​ພວກເຈົ້າ​ບໍ່​ສາມາດ​ຕີ​ຄວາມໝາຍ​ຂອງ​ໝາຍສຳຄັນ​ຂອງ​ວາລະ​ຕ່າງໆ.</verse>
				<verse number="4">ຄົນ​ໃນ​ຍຸກ​ທີ່​ຊົ່ວຮ້າຍ ແລະ ຫລິ້ນຊູ້​ຊອກຫາ​ແຕ່​ໝາຍສຳຄັນ, ແຕ່​ຈະ​ບໍ່​ໃຫ້​ໝາຍສຳຄັນ​ໃດ​ນອກຈາກ​ໝາຍສຳຄັນ​ຂອງ​ໂຢນາ”. ແລ້ວ​ພຣະເຢຊູເຈົ້າ​ກໍ​ອອກ​ໄປ​ຈາກ​ພວກເຂົາ ແລະ ໄປ​ທາງ​ອື່ນ.</verse>
				<verse number="5">ເມື່ອ​ພວກສາວົກ​ໄດ້​ຂ້າມ​ມາ​ຮອດ​ຝັ່ງ​ດ້ານ​ໜຶ່ງ​ແລ້ວ, ພວກເພິ່ນ​ກໍ​ລືມ​ເອົາ​ເຂົ້າຈີ່​ມາ​ນຳ.</verse>
				<verse number="6">ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ສັງເກດ ແລະ ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ແລະ ພວກ​ຊາດູກາຍ”.</verse>
				<verse number="7">ພວກເພິ່ນ​ຈຶ່ງ​ສົນທະນາກັນ ແລະ ເວົ້າ​ວ່າ, “ເປັນ​ເພາະ​ພວກເຮົາ​ບໍ່​ເອົາ​ເຂົ້າຈີ່​ມາ​ນຳ”.</verse>
				<verse number="8">ພຣະເຢຊູເຈົ້າ​ຮູ້​ເລື່ອງ​ທີ່​ພວກເພິ່ນ​ເວົ້າ​ກັນ​ນັ້ນ ຈຶ່ງ​ຖາມ​ວ່າ, “ພວກເຈົ້າ​ຜູ້​ມີຄວາມເຊື່ອນ້ອຍ​ເອີຍ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ກັນ​ເຖິງ​ເລື່ອງ​ບໍ່​ມີ​ເຂົ້າຈີ່?</verse>
				<verse number="9">ພວກເຈົ້າ​ຍັງ​ບໍ່​ເຂົ້າໃຈ​ບໍ? ພວກເຈົ້າ​ບໍ່​ຈື່​ເລື່ອງ​ເຂົ້າຈີ່​ຫ້າ​ກ້ອນ​ລ້ຽງ​ຄົນ​ຫ້າພັນ​ຄົນ ແລ້ວ​ພວກເຈົ້າ​ເກັບ​ສ່ວນ​ທີ່​ເຫລືອ​ໄດ້​ຈັກ​ກະບຸງ​ບໍ?</verse>
				<verse number="10">ຫລື ເລື່ອງ​ເຂົ້າຈີ່​ເຈັດ​ກ້ອນ​ລ້ຽງ​ຄົນ​ສີ່ພັນ​ຄົນ ແລ້ວ​ພວກເຈົ້າ​ເກັບ​ສ່ວນ​ທີ່​ເຫລືອ​ໄວ້​ໄດ້​ຈັກ​ກະບຸງ?</verse>
				<verse number="11">ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຂົ້າໃຈ​ວ່າ​ເຮົາ​ບໍ່​ໄດ້​ເວົ້າ​ເຖິງ​ເລື່ອງ​ເຂົ້າຈີ່? ແຕ່​ໃຫ້​ພວກເຈົ້າ​ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ແລະ ພວກ​ຊາດູກາຍ”.</verse>
				<verse number="12">ແລ້ວ​ພວກເພິ່ນ​ຈຶ່ງ​ເຂົ້າໃຈ​ວ່າ​ພຣະອົງ​ບໍ່​ໄດ້​ເຕືອນ​ພວກເພິ່ນ​ໃຫ້​ລະວັງ​ເຊື້ອແປ້ງ​ທີ່​ໃຊ້​ໃນ​ເຂົ້າຈີ່ ແຕ່​ໃຫ້​ລະວັງ​ຄຳສັ່ງສອນ​ຂອງ​ພວກ​ຟາຣີຊາຍ ແລະ ພວກ​ຊາດູກາຍ.</verse>
				<verse number="13">ເມື່ອ​ພຣະເຢຊູເຈົ້າ​ໄດ້​ມາ​ເຖິງ​ເຂດ​ກາຍຊາເຣຍ ຟີລິບປອຍ, ພຣະອົງ​ຖາມ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ຄົນ​ທັງຫລາຍ​ເວົ້າ​ກັນ​ວ່າ​ບຸດມະນຸດ​ເປັນ​ຜູ້ໃດ?”</verse>
				<verse number="14">ພວກເພິ່ນ​ຕອບ​ວ່າ, “ບາງຄົນ​ເວົ້າ​ວ່າ​ທ່ານ​ເປັນ​ໂຢຮັນ​ບັບຕິສະໂຕ, ບາງຄົນ​ເວົ້າ​ວ່າ​ທ່ານ​ເປັນ​ເອລີຢາ, ແລະ ຍັງ​ມີ​ຄົນ​ອື່ນໆ​ອີກ​ເວົ້າ​ວ່າ​ທ່ານ​ເປັນ​ເຢເຣມີຢາ ຫລື ຜູ້ທຳນວາຍ​ຄົນ​ໜຶ່ງ​ໃນ​ບັນດາ​ຜູ້ທຳນວາຍ”.</verse>
				<verse number="15">ພຣະອົງ​ຖາມ​ວ່າ, “ແລ້ວ​ພວກເຈົ້າ​ເດ? ພວກເຈົ້າ​ວ່າ​ເຮົາ​ເປັນ​ຜູ້ໃດ?”</verse>
				<verse number="16">ຊີໂມນ​ເປໂຕ​ຕອບ​ວ່າ, “ພຣະອົງ​ເປັນ​ພຣະຄຣິດເຈົ້າ ​ພຣະບຸດ​ຂອງ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່”.</verse>
				<verse number="17">ພຣະເຢຊູເຈົ້າ​ກ່າວ​ວ່າ, “ຄວາມສຸກ​ມີ​ແກ່​ເຈົ້າ ຊີໂມນ​ລູກຊາຍ​ຂອງ​ໂຢນາ​ເອີຍ, ເພາະວ່າ​ມະນຸດ​ບໍ່​ໄດ້​ເປີດເຜີຍ​ຄວາມຈິງ​ນີ້​ໃຫ້​ເຈົ້າ​ຮູ້ ແຕ່​ແມ່ນ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ.</verse>
				<verse number="18">ຝ່າຍ​ເຮົາ​ຈຶ່ງ​ບອກ​ວ່າ, ເຈົ້າ​ຄື​ເປໂຕ ແລະ ເທິງ​ສີລາ​ກ້ອນ​ນີ້​ເຮົາ​ຈະ​ສ້າງ​ຄຣິສຕະຈັກ​ຂອງ​ເຮົາ​ຂຶ້ນ ແລະ ປະຕູ​ແຫ່ງ​ແດນມໍລະນາ ​ຈະ​ເອົາ​ຊະນະ​ຄຣິສຕະຈັກ​ນີ້​ບໍ່​ໄດ້.</verse>
				<verse number="19">ເຮົາ​ຈະ​ມອບ​ກະແຈ​ແຫ່ງ​ອານາຈັກ​ສະຫວັນ​ໃຫ້​ເຈົ້າ, ສິ່ງ​ໃດ​ທີ່​ພວກເຈົ້າ​ຜູກມັດ​ໄວ້​ເທິງ​ແຜ່ນດິນໂລກ​ນີ້ ສິ່ງ​ນັ້ນ​ກໍ​ຈະ ​ຖືກ​ຜູກມັດ​ໄວ້​ໃນ​ສະຫວັນ ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ພວກເຈົ້າ​ຈະ​ແກ້​ໃນ​ແຜ່ນດິນໂລກ​ນີ້ ສິ່ງ​ນັ້ນ​ກໍ​ຈະ ​ຖືກ​ແກ້​ໃຫ້​ຫລຸດ​ແລ້ວ​ໃນ​ສະຫວັນ”.</verse>
				<verse number="20">ແລ້ວ​ພຣະອົງ​ສັ່ງ​ພວກສາວົກ​ຂອງ​ພຣະອົງ​ບໍ່​ໃຫ້​ບອກ​ຜູ້ໃດ​ວ່າ​ພຣະອົງ​ເປັນ​ພຣະຄຣິດເຈົ້າ.</verse>
				<verse number="21">ຕັ້ງ​ແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ເລີ່ມ​ອະທິບາຍ​ໃຫ້​ພວກສາວົກ​ຂອງ​ພຣະອົງ​ຟັງ​ວ່າ​ພຣະອົງ​ຈະ​ຕ້ອງ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ ແລະ ຕ້ອງ​ຖືກ​ທົນທຸກທໍລະມານ​ຫລາຍ​ປະການ​ຈາກ​ພວກ​ເຖົ້າແກ່, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ. ພຣະອົງ​ຈະ​ຕ້ອງ​ຖືກ​ຂ້າ ແລະ ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ສູ່​ຊີວິດ.</verse>
				<verse number="22">ດັ່ງນັ້ນ ເປໂຕ​ຈຶ່ງ​ໄດ້​ພາ​ພຣະອົງ​ຫລີກ​ໄປ​ຕ່າງຫາກ ແລະ ເລີ່ມ​ຕຳໜິ​ພຣະອົງ​ວ່າ, “ບໍ່​ແມ່ນ​ດອກ, ອົງພຣະຜູ້ເປັນເຈົ້າ​ເອີຍ! ສິ່ງ​ນີ້​ຈະ​ບໍ່​ເກີດ​ຂຶ້ນ​ກັບ​ພຣະອົງ​ຈັກເທື່ອ!”</verse>
				<verse number="23">ພຣະເຢຊູເຈົ້າ​ຈຶ່ງ​ຫັນ​ກັບ​ມາ ແລະ ກ່າວ​ກັບ​ເປໂຕ​ວ່າ, “ມານຊາຕານ​ເອີຍ! ຈົ່ງ​ຖອຍ​ໜີ​ໄປ​ຈາກ​ເຮົາ ເຈົ້າ​ເປັນ​ຫີນ​ໃຫ້​ເຮົາ​ສະດຸດ ເຈົ້າ​ບໍ່​ໄດ້​ມີ​ຄວາມຄິດ​ຫວ່ງໃຍ​ເໝືອນດັ່ງ​ພຣະເຈົ້າ ແຕ່​ມີ​ຄວາມຄິດ​ຫ່ວງໃຍ​ເໝືອນດັ່ງ​ມະນຸດ”.</verse>
				<verse number="24">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກສາວົກ​ຂອງ​ພຣະອົງ​ວ່າ, “ຖ້າ​ຜູ້ໃດ​ຢາກ​ເປັນ​ສາວົກ​ຂອງ​ເຮົາ​ໃຫ້​ຜູ້​ນັ້ນ​ປະຕິເສດ​ຕົນເອງ, ຮັບ​ແບກ​ໄມ້ກາງແຂນ​ຂອງ​ຕົນ​ແລ້ວ​ຕິດຕາມ​ເຮົາ​ມາ.</verse>
				<verse number="25">ເພາະ​ຜູ້ໃດ​ກໍ​ຕາມ​ຢາກ​ຮັກສາ​ຊີວິດ ​ຂອງ​ຕົນ​ໄວ້ ຜູ້​ນັ້ນ​ຈະ​ເສຍ​ຊີວິດ ແຕ່​ຜູ້ໃດ​ທີ່​ຍອມ​ສະຫລະ​ຊີວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ ຜູ້​ນັ້ນ​ຈະ​ພົບ​ຊີວິດ.</verse>
				<verse number="26">ຈະ​ມີ​ປະໂຫຍດ​ອັນໃດ​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ໄດ້​ໂລກ​ນີ້​ທັງໝົດ ແຕ່​ຕ້ອງ​ສູນເສຍ​ຈິດວິນຍານ​ຂອງ​ຕົນ? ຫລື ຄົນ​ນັ້ນ​ຈະ​ເອົາ​ສິ່ງ​ໃດ​ມາ​ແລກປ່ຽນ​ເອົາ​ຈິດວິນຍານ​ຂອງ​ຕົນ​ໄດ້?</verse>
				<verse number="27">ເພາະ​ບຸດມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ບັນດາ​ເທວະດາ​ຂອງ​ພຣະອົງ, ເມື່ອ​ນັ້ນ​ພຣະອົງ​ຈະ​ຕອບແທນ​ແກ່​ທຸກຄົນ​ຕາມ​ການກະທຳ​ຂອງ​ພວກເຂົາ.</verse>
				<verse number="28">“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບາງຄົນ​ທີ່​ຢືນ​ຢູ່​ທີ່​ນີ້​ຈະ​ບໍ່​ຮູ້​ລົດ​ຄວາມຕາຍ ຈົນ​ກວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ບຸດມະນຸດ​ມາ​ດ້ວຍ​ອານາຈັກ​ຂອງ​ພຣະອົງ”.</verse>
			</chapter>
			<chapter number="17">
				<verse number="1">ຫົກ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພາ​ເປໂຕ ຢາໂກໂບ ແລະ ໂຢຮັນ ຜູ້​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ​ຂຶ້ນ​ໄປ​ເທິງ​ພູ​ສູງ​ຢູ່​ຕ່າງຫາກ.</verse>
				<verse number="2">ຢູ່​ທີ່​ນັ້ນ ຮ່າງກາຍ​ຂອງ​ພຣະອົງ​ກໍ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ. ໃບໜ້າ​ຂອງ​ພຣະອົງ​ສ່ອງແສງ​ເຫລື້ອມໃສ​ເໝືອນດັ່ງ​ຕາເວັນ ແລະ ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ຂາວ​ເໝືອນດັ່ງ​ແສງສະຫວ່າງ.</verse>
				<verse number="3">ໃນ​ຂະນະ​ນັ້ນ ໂມເຊ ແລະ ເອລີຢາ​ກໍ​ໄດ້​ມາ​ປາກົດ​ໂຕ​ຕໍ່ໜ້າ​ພວກເພິ່ນ ແລະ ກຳລັງ​ສົນທະນາ​ຢູ່​ກັບ​ພຣະເຢຊູເຈົ້າ.</verse>
				<verse number="4">ດັ່ງນັ້ນ ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ເປັນ​ການ​ດີ​ແທ້ໆ​ທີ່​ພວກຂ້ານ້ອຍ​ໄດ້​ມາ​ຢູ່​ບ່ອນນີ້. ຖ້າ​ຫາກ​ພຣະອົງ​ຕ້ອງການ ຂ້ານ້ອຍ​ກໍ​ຈະ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຫລັງ​ໜຶ່ງ​ສຳລັບ​ພຣະອົງ, ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ ອີກ​ຫລັງ​ໜຶ່ງ​ສຳລັບ​ເອລີຢາ”.</verse>
				<verse number="5">ຂະນະ​ທີ່​ເປໂຕ​ກຳລັງ​ເວົ້າ​ຢູ່​ນັ້ນ ກໍ​ມີ​ກ້ອນເມກ​ອັນ​ສຸກໃສ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ແລະ ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ພໍໃຈ​ເພິ່ນ​ຫລາຍ ຈົ່ງ​ເຊື່ອຟັງ​ເພິ່ນ!”</verse>
				<verse number="6">ເມື່ອ​ພວກສາວົກ​ໄດ້​ຍິນ​ສຽງ​ນັ້ນ ພວກເພິ່ນ​ກໍ​ຕົກໃຈ​ຢ້ານ​ຫລາຍ ແລະ ໝູບໜ້າ​ລົງ​ພື້ນດິນ.</verse>
				<verse number="7">ແຕ່​ພຣະເຢຊູເຈົ້າ​ມາ​ຫາ ແລະ ຈັບບາຍ​ພວກເພິ່ນ ແລະ ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ, ຢ່າ​ຢ້ານ​ເລີຍ”.</verse>
				<verse number="8">ເມື່ອ​ພວກເພິ່ນ​ເງີຍ​ໜ້າ​ຂຶ້ນ​ແລ້ວ​ກໍ​ບໍ່​ເຫັນ​ຜູ້ໃດ​ນອກ​ຈາກ​ພຣະເຢຊູເຈົ້າ.</verse>
				<verse number="9">ໃນ​ຂະນະ​ທີ່​ກຳລັງ​ລົງ​ມາ​ແຕ່​ພູເຂົາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ແນະນຳ​ພວກເພິ່ນ​ວ່າ, “ຢ່າ​ບອກ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​ນີ້​ໃຫ້​ແກ່​ຜູ້ໃດ​ຈົນ​ກວ່າ​ບຸດມະນຸດ​ຈະ​ເປັນຄືນມາຈາກຕາຍ”.</verse>
				<verse number="10">ພວກສາວົກ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເປັນຫຍັງ​ພວກ​ຄູສອນກົດບັນຍັດ​ຈຶ່ງ​ເວົ້າ​ວ່າ ເອລີຢາ​ຈະ​ຕ້ອງ​ມາ​ກ່ອນ?”</verse>
				<verse number="11">ພຣະເຢຊູເຈົ້າ​ຕອບ​ວ່າ, “ຖືກ​ແລ້ວ ເອລີຢາ​ຕ້ອງ​ມາ​ກ່ອນ ແລະ ຈະ​ເຮັດ​ໃຫ້​ທຸກສິ່ງ​ຄືນ​ສູ່​ສະພາບເດີມ.</verse>
				<verse number="12">ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ເອລີຢາ​ໄດ້​ມາ​ແລ້ວ ແລະ ພວກເຂົາ​ບໍ່​ຮູ້ຈັກ​ເພິ່ນ ແຕ່​ໄດ້​ເຮັດ​ກັບ​ເພິ່ນ​ທຸກ​ຢ່າງ​ຕາມໃຈ​ມັກ. ໃນ​ທຳນອງ​ດຽວ​ກັນ ບຸດມະນຸດ​ກໍ​ຈະ​ຕ້ອງ​ທົນທຸກທໍລະມານ​ດ້ວຍ​ມື​ຂອງ​ພວກເຂົາ​ເໝືອນກັນ”.</verse>
				<verse number="13">ແລ້ວ​ພວກສາວົກ​ກໍ​ເຂົ້າໃຈ​ວ່າ​ພຣະອົງ​ກຳລັງ​ກ່າວ​ແກ່​ພວກເພິ່ນ​ເຖິງ​ໂຢຮັນ​ບັບຕິສະໂຕ.</verse>
				<verse number="14">ເມື່ອ​ພວກເພິ່ນ​ໄດ້​ມາ​ຮອດ​ປະຊາຊົນ​ແລ້ວ, ມີ​ຊາຍ​ຄົນ​ໜຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ</verse>
				<verse number="15">ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຂໍ​ເມດຕາ​ລູກຊາຍ​ຂອງ​ຂ້ານ້ອຍ​ແດ່​ທ້ອນ ລາວ​ເປັນ​ບ້າໝູ ແລະ ທໍລະມານ​ຫລາຍ ລາວ​ຈົນ​ໂດດ​ໃສ່​ໄຟ ແລະ ໂຕນ​ລົງ​ນໍ້າ​ເລື້ອຍໆ.</verse>
				<verse number="16">ຂ້ານ້ອຍ​ໄດ້​ນໍາ​ລູກ​ມາ​ຫາ​ພວກສາວົກ​ຂອງ​ພຣະອົງ, ແຕ່​ພວກເພິ່ນ​ບໍ່​ສາມາດ​ເຮັດ​ໃຫ້​ລາວ​ຫາຍດີ​ໄດ້”.</verse>
				<verse number="17">ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ ຊົ່ວຊ້າ​ເອີຍ, ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກຊາຍ​ນັ້ນ​ມາ​ຫາ​ເຮົາ​ຢູ່​ທີ່​ນີ້”.</verse>
				<verse number="18">ພຣະເຢຊູເຈົ້າ​ສັ່ງ​ຜີມານຮ້າຍ​ໃຫ້​ອອກ ແລະ ມັນ​ກໍ​ອອກ​ໄປ​ຈາກ​ເດັກນ້ອຍ, ແລ້ວ​ລາວ​ກໍ​ຫາຍດີ​ເປັນ​ປົກກະຕິ​ໃນ​ເວລາ​ນັ້ນ.</verse>
				<verse number="19">ແລ້ວ​ພວກສາວົກ​ກໍ​ມາ​ຫາ​ພຣະເຢຊູເຈົ້າ​ເປັນ​ການ​ສ່ວນໂຕ ແລະ ຖາມ​ພຣະອົງ​ວ່າ, “ເປັນຫຍັງ​ພວກຂ້ານ້ອຍ​ຈຶ່ງ​ບໍ່​ສາມາດ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ​ໄດ້?”</verse>
				<verse number="20">ພຣະອົງ​ຕອບ​ວ່າ, “ເພາະ​ພວກເຈົ້າ​ມີ​ຄວາມເຊື່ອ​ນ້ອຍ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ເທົ່າ​ແກ່ນ​ຜັກກາດ​ເມັດ​ໜຶ່ງ ພວກເຈົ້າ​ກໍ​ສາມາດ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນ​ຈາກ​ບ່ອນນີ້​ໄປ​ຢູ່​ບ່ອນ​ນັ້ນ’ ມັນ​ກໍ​ຈະ​ເຄື່ອນ​ໄປ. ຈະ​ບໍ່​ມີ​ສິ່ງໃດ​ທີ່​ເປັນ​ໄປ​ບໍ່​ໄດ້​ສຳລັບ​ພວກເຈົ້າ”.</verse>
				<verse number="21">ແຕ່​ຜີມານຮ້າຍ​ແບບ​ນີ້​ຈະ​ຂັບໄລ່​ບໍ່​ອອກ ເວັ້ນ​ແຕ່​ດ້ວຍ​ການອະທິຖານ ແລະ ຖືສິນອົດອາຫານ.</verse>
				<verse number="22">ເມື່ອ​ພວກເພິ່ນ​ພາກັນ​ມາ​ເຕົ້າໂຮມກັນ​ຢູ່​ແຂວງ​ຄາລີເລ ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ບຸດມະນຸດ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ມະນຸດ</verse>
				<verse number="23">ພວກເຂົາ​ຈະ​ຂ້າ​ເພິ່ນ ແລະ ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາຈາກຕາຍ​ສູ່​ຊີວິດ”. ແລະ ພວກສາວົກ​ກໍ​ພາກັນ​ໂສກເສົ້າ​ຢ່າງ​ໜັກ.</verse>
				<verse number="24">ເມື່ອ​ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ມາ​ຮອດ​ເມືອງ​ກາເປນາອູມ​ແລ້ວ, ກໍ​ມີ​ຄົນ​ເກັບ​ຄ່າບຳລຸງ​ວິຫານ​ມາ​ຫາ​ເປໂຕ ແລະ ຖາມ​ວ່າ, “ອາຈານ​ຂອງ​ພວກເຈົ້າ​ບໍ່​ເສຍ​ຄ່າບຳລຸງ​ວິຫານ ​ບໍ?”</verse>
				<verse number="25">ເປໂຕ​ຕອບ​ວ່າ, “ເສຍ”. ເມື່ອ​ເປໂຕ​ເຂົ້າ​ມາ​ໃນ​ເຮືອນ ແລ້ວ​ພຣະເຢຊູເຈົ້າ​ກ່າວ​ຂຶ້ນ​ກ່ອນ​ວ່າ, “ຊີໂມນ​ເອີຍ, ເຈົ້າ​ຄິດ​ຢ່າງໃດ ກະສັດ​ໃນ​ໂລກ​ນີ້​ເຄີຍ​ເກັບ​ພາສີ ແລະ ອາກອນ​ຈາກ​ຜູ້ໃດ ເກັບ​ຈາກ​ບັນດາ​ລູກ​ຂອງ​ເພິ່ນ ຫລື ເກັບ​ຈາກ​ຄົນ​ອື່ນ?”</verse>
				<verse number="26">ເປໂຕ​ຕອບ​ວ່າ, “ເກັບ​ຈາກ​ຄົນ​ອື່ນ”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ຖ້າ​ຢ່າງ​ນັ້ນ​ບັນດາ​ລູກ​ກໍ​ບໍ່​ໄດ້​ເສຍ.</verse>
				<verse number="27">ແຕ່​ເພື່ອ​ບໍ່​ຢາກ​ເຮັດ​ໃຫ້​ຄົນ​ເຫລົ່ານີ້​ເສຍໃຈ, ເຈົ້າ​ຈົ່ງ​ໄປ​ຕຶກ​ເບັດ​ທີ່​ທະເລສາບ ເມື່ອ​ໄດ້​ປາ​ໂຕ​ທຳອິດ​ແລ້ວ ຈົ່ງ​ງະ​ປາກ​ມັນ​ອອກ ແລ້ວ​ເຈົ້າ​ຈະ​ພົບ​ເງິນ​ຫລຽນ​ສີ່​ແດຣກມາ​ຢູ່​ໃນ​ປາກ​ຂອງ​ມັນ. ຈົ່ງ​ເອົາ​ເງິນ​ນັ້ນ​ໄປ​ຈ່າຍ​ເປັນ​ຄ່າບຳລຸງ​ວິຫານ​ສຳລັບ​ເຮົາ ແລະ ເຈົ້າ”.</verse>
			</chapter>
			<chapter number="18">
				<verse number="1">ໃນ​ເວລາ​ນັ້ນ ພວກສາວົກ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ ຖາມ​ພຣະອົງ​ວ່າ, “ແລ້ວ​ຜູ້ໃດ​ເປັນ​ຜູ້ໃຫຍ່​ທີ່ສຸດ​ໃນ​ອານາຈັກ​ສະຫວັນ?”</verse>
				<verse number="2">ພຣະອົງ​ເອີ້ນ​ເອົາ​ເດັກນ້ອຍ​ຄົນ​ໜຶ່ງ​ມາ​ຢືນ​ຢູ່​ທ່າມກາງ​ພວກເພິ່ນ.</verse>
				<verse number="3">ແລ້ວ​ພຣະອົງ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພວກເຈົ້າ​ບໍ່​ປ່ຽນແປງ ແລະ ກາຍເປັນ​ເໝືອນ​ເດັກນ້ອຍ, ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ສະຫວັນ​ບໍ່​ໄດ້​ຈັກ​ເທື່ອ.</verse>
				<verse number="4">ເຫດສະນັ້ນ, ຖ້າ​ຜູ້ໃດ​ຖ່ອມໂຕລົງ​ເປັນ​ເໝືອນ​ເດັກ​ຄົນ​ນີ້ ຜູ້​ນັ້ນ​ກໍ​ເປັນ​ໃຫຍ່​ທີ່ສຸດ​ໃນ​ອານາຈັກ​ສະຫວັນ.</verse>
				<verse number="5">“ແລະ​ຜູ້ໃດ​ກໍ​ຕາມ​ທີ່​ຕ້ອນຮັບ​ເດັກນ້ອຍ​ຜູ້​ໜຶ່ງ​ຢ່າງ​ນີ້​ໄວ້​ໃນ​ນາມ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ຕ້ອນຮັບ​ເຮົາ,</verse>
				<verse number="6">ຖ້າ​ຜູ້ໃດ​ເປັນ​ຕົ້ນເຫດ​ພາ​ໃຫ້​ເດັກນ້ອຍ​ຄົນ​ໜຶ່ງ​ໃນ​ບັນດາ​ເດັກນ້ອຍ​ເຫລົ່ານີ້​ທີ່​ເຊື່ອ​ໃນ​ເຮົາ​ຕົກ​ໃນ​ບາບ ໃຫ້​ເອົາ​ຫີນໂມ້ແປ້ງ​ກ້ອນ​ໃຫຍ່​ຜູກ​ຄໍ​ຄົນ​ນັ້ນ​ແລ້ວ​ຖິ້ມ​ລົງ​ໃນ​ທະເລ​ເລິກ​ກໍ​ຍັງ​ດີ​ກວ່າ.</verse>
				<verse number="7">“ວິບັດ​ແກ່​ໂລກ​ນີ້ ເພາະ​ເປັນ​ສິ່ງ​ພາ​ໃຫ້​ມະນຸດ​ຕົກ​ໃນ​ບາບ! ສິ່ງ​ເຫລົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ ແຕ່​ວິບັດ​ແກ່​ຄົນ​ນັ້ນ​ທີ່​ເປັນ​ຕົ້ນເຫດ​ພາ​ໃຫ້​ຕົກ​ໃນ​ບາບ!</verse>
				<verse number="8">ຖ້າ​ມື ຫລື ຕີນ​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ສະດຸດ ກໍ​ຈົ່ງ​ຕັດ​ອອກ​ເສຍ. ຈະ​ເຂົ້າ​ສູ່​ຊີວິດ​ໂດຍ​ທີ່​ມີ​ມື ແລະ ຕີນ​ກຸດ ຫລື ພິການ​ກໍ​ຍັງ​ດີ​ກວ່າ​ມີ​ມື ແລະ ຕີນ​ທັງ​ສອງ​ເບື້ອງ​ແຕ່​ຕ້ອງ​ຖືກ​ໂຍນ​ຖິ້ມ​ລົງ​ໃສ່​ໃນ​ໄຟ​ທີ່​ໄໝ້​ຢູ່​ເປັນນິດ.</verse>
				<verse number="9">ແລະ ຖ້າ​ຕາ​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ສະດຸດ ຈົ່ງ​ຄວັດ​ຕາ​ນັ້ນ​ອອກ​ຖິ້ມ​ເສຍ ຈະ​ເຂົ້າ​ສູ່​ຊີວິດ​ໂດຍ​ທີ່​ມີ​ຕາ​ເບື້ອງ​ດຽວ​ກໍ​ຍັງ​ດີ​ກວ່າ​ມີ​ຕາ​ທັງ​ສອງ​ເບື້ອງ ແຕ່​ຕ້ອງ​ຖືກ​ໂຍນ​ລົງ​ໃສ່​ໃນ​ບຶງ​ໄຟ​ນະລົກ.</verse>
				<verse number="10">“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ດູໜິ່ນ​ເດັກນ້ອຍ​ເຫລົ່ານີ້​ແມ່ນ​ແຕ່​ຜູ້ດຽວ. ເຮົາ​ບອກ​ພວກເຈົ້າ​ວ່າ​ບັນດາ​ເທວະດາ​ຂອງ​ພວກເຂົາ​ໃນ​ສະຫວັນ​ເຝົ້າ​ຢູ່​ຕໍ່​ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ສະເໝີ.</verse>
				<verse number="11">ດ້ວຍວ່າ ບຸດມະນຸດ​ໄດ້​ມາ​ເພື່ອ​ຊອກຫາ ແລະ ຊ່ວຍ​ຄົນ​ທີ່​ຫລົງ​ຫາຍ​ໃຫ້​ລອດພົ້ນ.</verse>
				<verse number="12">“ພວກເຈົ້າ​ຄິດ​ຢ່າງໃດ? ຖ້າ​ຄົນ​ຜູ້​ໜຶ່ງ​ມີ​ແກະ​ຢູ່​ໜຶ່ງຮ້ອຍ​ໂຕ ແລະ ໜຶ່ງ​ໃນ​ຈໍານວນ​ນັ້ນ​ຫລົງເສຍ​ໄປ ລາວ​ຈະ​ບໍ່​ປະ​ແກະ​ເກົ້າສິບເກົ້າ​ໂຕ​ໄວ້​ເທິງ​ເນີນພູ ແລ້ວ​ໄປ​ຊອກຫາ​ໂຕ​ທີ່​ຫລົງຫາຍ​ໄປ​ນັ້ນ​ບໍ?</verse>
				<verse number="13">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ລາວ​ພົບ​ແກະ​ນັ້ນ​ແລ້ວ ຜູ້​ນັ້ນ​ຈະ​ມີ​ຄວາມ​ຊື່ນຊົມຍິນດີ​ໃນ​ແກະ​ໂຕ​ນັ້ນ​ຫລາຍກວ່າ​ແກະ​ເກົ້າສິບເກົ້າ​ໂຕ​ທີ່​ບໍ່​ໄດ້​ຫລົງເສຍ​ໄປ.</verse>
				<verse number="14">ດັ່ງນັ້ນ ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ຢູ່​ໃນ​ສະຫວັນ​ກໍ​ບໍ່​ປາຖະໜາ​ໃຫ້​ເດັກນ້ອຍ​ເຫລົ່ານີ້​ຈິບຫາຍ​ແມ່ນ​ແຕ່​ຄົນ​ດຽວ.</verse>
				<verse number="15">“ຖ້າ​ພີ່ນ້ອງ​ຂອງ​ເຈົ້າ​ເຮັດ​ບາບ​ຕໍ່​ເຈົ້າ ຈົ່ງ​ໄປ​ແຈ້ງ​ຄວາມຜິດ​ນັ້ນ​ແກ່​ພວກເຂົາ​ສອງຕໍ່ສອງ. ຖ້າ​ພວກເຂົາ​ຍອມ​ຟັງ ເຈົ້າ​ກໍ​ຈະ​ໄດ້​ພວກເຂົາ​ນັ້ນ​ຄືນ​ມາ,</verse>
				<verse number="16">ແຕ່​ຖ້າ​ພວກເຂົາ​ບໍ່​ຍອມ​ຟັງ ຈົ່ງ​ພາ​ຄົນ​ໜຶ່ງ ຫລື ສອງ​ຄົນ​ໄປ​ນຳ ເພື່ອ​ວ່າ ‘ທຸກ​ຄະດີ​ຈະ​ຕ້ອງ​ມີ​ພະຍານ​ຢືນຢັນ​ສອງ ຫລື ສາມ​ປາກ’.</verse>
				<verse number="17">ແຕ່​ຖ້າ​ພວກເຂົາ​ປະຕິເສດ​ບໍ່​ຍອມ​ຟັງ ຈົ່ງ​ໄປ​ແຈ້ງ​ເລື່ອງ​ທັງໝົດ​ຕໍ່​ຄຣິສຕະຈັກ ແລະ ຖ້າ​ພວກເຂົາ​ຍັງ​ບໍ່​ຍອມ​ຟັງ​ແມ່ນແຕ່​ຄຣິສຕະຈັກ ກໍ​ໃຫ້​ປະຕິບັດ​ຕໍ່​ພວກເຂົາ​ເໝືອນ​ທີ່​ພວກເຈົ້າ​ເຮັດ​ກັບ​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ ແລະ ຄົນເກັບພາສີ.</verse>
				<verse number="18">“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງ​ໃດ​ກໍ​ຕາມ​ທີ່​ພວກເຈົ້າ​ຈະ​ຜູກມັດ​ໄວ້​ເທິງ​ແຜ່ນດິນໂລກ​ນີ້ ສິ່ງ​ນັ້ນ​ກໍ​ຈະ ​ຖືກ​ຜູກມັດ​ໄວ້​ໃນ​ສະຫວັນ ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ພວກເຈົ້າ​ຈະ​ແກ້​ໃນ​ແຜ່ນດິນໂລກ​ນີ້ ສິ່ງ​ນັ້ນ​ກໍ​ຈະ ​ຖືກ​ແກ້​ໃຫ້​ຫລຸດ​ແລ້ວ​ໃນ​ສະຫວັນ.</verse>
				<verse number="19">“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ອີກ​ວ່າ​ຖ້າ​ສອງ​ຄົນ​ໃນ​ໂລກ​ເຫັນດີ​ຮ່ວມກັນ​ໃນ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ພວກເຂົາ​ຂໍ, ພຣະບິດາ​ຂອງ​ເຮົາ​ໃນ​ສະຫວັນ​ຈະ​ກະທຳ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຂົາ.</verse>
				<verse number="20">ດ້ວຍວ່າ ມີ​ສອງ ຫລື ສາມ​ຄົນ​ມາ​ຮ່ວມ​ເຕົ້າໂຮມ​ກັນ​ໃນ​ນາມ​ຂອງ​ເຮົາ​ຢູ່​ບ່ອນໃດ ເຮົາ​ກໍ​ຢູ່​ກັບ​ພວກເຂົາ​ໃນ​ບ່ອນນັ້ນ”.</verse>
				<verse number="21">ແລ້ວ​ເປໂຕ​ກໍ​ມາ​ຫາ​ພຣະເຢຊູເຈົ້າ ແລະ ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ພີ່ນ້ອງ​ຂອງ​ຂ້ານ້ອຍ​ເຮັດຜິດ​ຕໍ່​ຂ້ານ້ອຍ ຂ້ານ້ອຍ​ຄວນ​ຍົກໂທດ​ໃຫ້​ລາວ​ຈັກ​ເທື່ອ? ເຖິງ​ເຈັດ​ເທື່ອ​ບໍ?”</verse>
				<verse number="22">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ວ່າ, ບໍ່​ແມ່ນ​ເຈັດ​ເທື່ອ ແຕ່​ແມ່ນ​ເຈັດສິບເຈັດ​ເທື່ອ.</verse>
				<verse number="23">“ເຫດສະນັ້ນ, ອານາຈັກ​ສະຫວັນ​ກໍ​ປຽບເໝືອນ​ກະສັດ​ຜູ້​ໜຶ່ງ​ທີ່​ຢາກ​ຈະ​ຄິດ​ບັນຊີ​ກັບ​ຄົນຮັບໃຊ້​ຂອງ​ຕົນ.</verse>
				<verse number="24">ເມື່ອ​ເພິ່ນ​ເລີ່ມຕົ້ນ​ຄິດ​ບັນຊີ​ຢູ່ ກໍ​ມີ​ຄົນ​ໜຶ່ງ​ທີ່​ເປັນ​ໜີ້​ຢູ່​ໜຶ່ງໝື່ນ​ຫລຽນ​ເດນາຣິອົນ ​ຖືກ​ນຳ​ໂຕ​ມາ​ພົບ​ເພິ່ນ.</verse>
				<verse number="25">ເນື່ອງຈາກ​ວ່າ​ລາວ​ບໍ່​ສາມາດ​ຈະ​ໃຊ້​ໜີ້ ກະສັດ​ຈຶ່ງ​ສັ່ງ​ໃຫ້​ຂາຍ​ໂຕ​ລາວ​ພ້ອມທັງ​ເມຍ ແລະ ລູກ ຕະຫລອດ​ທັງ​ທຸກສິ່ງ​ທີ່​ລາວ​ມີ​ເພື່ອ​ມາ​ໃຊ້​ໜີ້.</verse>
				<verse number="26">“ຄົນຮັບໃຊ້​ຄົນ​ນັ້ນ​ກໍ​ຄຸເຂົ່າ​ລົງ​ຕໍ່ໜ້າ​ກະສັດ ແລະ ຮ້ອງຂໍ​ວ່າ, ‘ຂໍ​ຈົ່ງ​ຜ່ອນຜັນ​ໃຫ້​ຂ້ານ້ອຍ​ເທີ້ນ ແລ້ວ​ຂ້ານ້ອຍ​ຈະ​ໃຊ້​ໜີ້​ຄືນ​ທຸກສິ່ງ’.</verse>
				<verse number="27">ກະສັດ​ຄິດ​ເມດຕາ​ສົງສານ​ລາວ ເພິ່ນ​ຈຶ່ງ​ຍົກ​ໜີ້​ໃຫ້ ແລະ ປ່ອຍ​ລາວ​ໄປ.</verse>
				<verse number="28">“ຕໍ່ມາ ເມື່ອ​ຄົນຮັບໃຊ້​ຜູ້​ນີ້​ອອກ​ໄປ​ແລ້ວ ກໍ​ພົບ​ເພື່ອນ​ຄົນຮັບໃຊ້​ນຳ​ກັນ​ຄົນ​ໜຶ່ງ ເຊິ່ງ​ຕິດໜີ້​ຕົນ​ຢູ່​ໜຶ່ງຮ້ອຍ​ຫລຽນ​ເດນາຣິອົນ ລາວ​ຈຶ່ງ​ຄວ້າຈັບ​ຄໍ​ຄົນ​ນັ້ນ​ບີບ​ຈົນ​ແໜ້ນ ແລະ ເວົ້າ​ວ່າ, ‘ຈົ່ງ​ຈ່າຍ​ສິ່ງ​ທີ່​ເຈົ້າ​ເປັນ​ໜີ້​ຄືນ​ມາ!’</verse>
				<verse number="29">“ເພື່ອນ​ຄົນຮັບໃຊ້​ນັ້ນ​ຈຶ່ງ​ຄຸເຂົ່າ​ລົງ ແລະ ຮ້ອງຂໍ​ລາວ​ວ່າ, ‘ຂໍ​ຜ່ອນຜັນ​ໜີ້​ໃຫ້​ເຮົາ​ກ່ອນ ແລ້ວ​ເຮົາ​ຈະ​ໃຊ້​ໜີ້​ຄືນ​ໃຫ້’.</verse>
				<verse number="30">“ແຕ່​ລາວ​ບໍ່​ຍອມ ລາວ​ຈຶ່ງ​ເອົາ​ຊາຍ​ຄົນ​ນັ້ນ​ໄປ​ຂັງ​ຄຸກ​ໄວ້​ຈົນ​ກວ່າ​ຈະ​ສາມາດ​ໃຊ້​ໜີ້.</verse>
				<verse number="31">ເມື່ອ​ພວກ​ຄົນຮັບໃຊ້​ອື່ນໆ​ເຫັນ​ເຫດການ​ທີ່​ເກີດ​ຂຶ້ນ ພວກເຂົາ​ກໍ​ເປັນ​ທຸກໃຈ​ຫລາຍ ຈຶ່ງ​ພາກັນ​ໄປ​ເຂົ້າ​ພົບ​ກະສັດ ແລະ ບອກ​ທຸກ​ຢ່າງ​ທີ່​ເກີດຂຶ້ນ.</verse>
				<verse number="32">“ດັ່ງນັ້ນ ນາຍ​ຈຶ່ງ​ເອີ້ນ​ເອົາ​ຄົນຮັບໃຊ້​ຄົນ​ນັ້ນ​ມາ​ພົບ ແລະ ກ່າວ​ຕໍ່​ລາວ​ວ່າ: ‘ເຈົ້າ​ເປັນ​ຄົນຮັບໃຊ້​ທີ່​ຊົ່ວຮ້າຍ, ເຮົາ​ໄດ້​ຍົກ​ໜີ້​ທັງໝົດ​ຂອງ​ເຈົ້າ​ໃຫ້ ກໍ​ເພາະ​ເຈົ້າ​ໄດ້​ຮ້ອງຂໍ​ຕໍ່​ເຮົາ.</verse>
				<verse number="33">ເຈົ້າ​ບໍ່​ຄວນ​ຄວາມເມດຕາ​ເພື່ອນ​ຄົນຮັບໃຊ້​ຂອງ​ເຈົ້າ​ເໝືອນດັ່ງ​ທີ່​ເຮົາ​ໄດ້​ເມດຕາ​ເຈົ້າ​ບໍ?’</verse>
				<verse number="34">ນາຍ​ໂກດຮ້າຍ​ຫລາຍ​ຈຶ່ງ​ມອບ​ໂຕ​ລາວ​ໃຫ້​ຜູ້ຄຸມຂັງ​ໄປ​ທໍລະມານ​ຈົນ​ກວ່າ​ລາວ​ຈະ​ໃຊ້​ໜີ້​ຄົບ.</verse>
				<verse number="35">“ເຫດສະນັ້ນ ພຣະບິດາ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ຈະ​ເຮັດ​ຢ່າງ​ນັ້ນ​ແກ່​ພວກເຈົ້າ​ທຸກຄົນ ຖ້າ​ພວກເຈົ້າ​ແຕ່ລະຄົນ​ບໍ່​ຍົກໂທດ​ໃຫ້​ພີ່ນ້ອງ​ຈາກ​ໃຈ​ຂອງ​ພວກເຈົ້າ”.</verse>
			</chapter>
			<chapter number="19">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຖ້ອຍຄຳ​ເຫລົ່ານີ້​ຈົບ​ແລ້ວ ພຣະອົງ​ກໍ​ອອກຈາກ​ແຂວງ​ຄາລີເລ​ໄປ​ຍັງ​ແຂວງ​ຢູດາຍ ເຊິ່ງ​ຢູ່​ທາງ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳຈໍແດນ,</verse>
				<verse number="2">ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ແລະ ພຣະອົງ​ໄດ້​ຮັກສາ​ພວກເຂົາ​ໃຫ້​ດີ​ພະຍາດ​ຢູ່​ທີ່​ນັ້ນ.</verse>
				<verse number="3">ພວກ​ຟາຣີຊາຍ​ບາງຄົນ​ໄດ້​ມາ​ຫາ​ພຣະອົງ​ເພື່ອ​ທົດລອງ​ພຣະອົງ. ພວກເຂົາ​ຖາມ​ວ່າ, “ເປັນ​ການ​ຖືກຕ້ອງ​ຕາມ​ກົດບັນຍັດ​ທີ່​ຜູ້ຊາຍ​ຈະ​ຢ່າຮ້າງ​ເມຍ​ຂອງ​ຕົນ​ເພາະ​ສາເຫດ​ໃດ​ກໍ​ຕາມ​ແມ່ນ​ບໍ?”</verse>
				<verse number="4">ພຣະອົງ​ຕອບ​ວ່າ, “ພວກເຈົ້າ​ບໍ່​ໄດ້​ອ່ານ​ພຣະຄຳພີ​ບໍ​ທີ່​ວ່າ​ຕັ້ງແຕ່​ຕົ້ນເດີມ ພຣະຜູ້ສ້າງ ‘ໄດ້​ສ້າງ​ພວກເຂົາ​ໃຫ້​ເປັນ​ຊາຍ ແລະ ຍິງ’,</verse>
				<verse number="5">ແລະ ກ່າວ​ວ່າ, ‘ດ້ວຍເຫດນີ້ ຜູ້ຊາຍ​ຈຶ່ງ​ອອກ​ຈາກ​ພໍ່ແມ່​ຂອງ​ຕົນ​ໄປ​ຜູກພັນ​ຢູ່​ກັບ​ເມຍ​ຂອງ​ຕົນ ແລະ ພວກເຂົາ​ທັງສອງ​ກໍ​ເປັນ​ກາຍ​ດຽວ​ກັນ’?</verse>
				<verse number="6">ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ໄດ້​ເປັນ​ສອງ​ອີກ​ຕໍ່ໄປ, ແຕ່​ເປັນ​ກາຍ​ດຽວ​ກັນ. ເຫດສະນັ້ນ ສິ່ງ​ທີ່​ພຣະເຈົ້າ​ໄດ້​ໃຫ້​ເຂົ້າຮ່ວມກັນ​ແລ້ວ ຢ່າ​ໃຫ້​ມະນຸດ​ເຮັດ​ໃຫ້​ພາກ​ຈາກ​ກັນ”.</verse>
				<verse number="7">ພວກເຂົາ​ຖາມ​ພຣະອົງ​ວ່າ, “ຖ້າ​ຢ່າງ​ນັ້ນ​ເປັນຫຍັງ​ໂມເຊ​ຈຶ່ງ​ສັ່ງ​ໃຫ້​ຜູ້ຊາຍ​ເຮັດ​ໜັງສື​ຢັ້ງຢືນ​ການຢ່າຮ້າງ​ໃຫ້​ເມຍ​ຂອງ​ຕົນ ແລະ ສົ່ງ​ນາງ​ໜີ​ໄປ​ໄດ້?”</verse>
				<verse number="8">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ໂມເຊ​ອະນຸຍາດ​ໃຫ້​ພວກເຈົ້າ​ຢ່າຮ້າງ​ເມຍ​ຂອງ​ຕົນ​ໄດ້ ເພາະ​ໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ແຂງກະດ້າງ. ແຕ່​ບໍ່​ໄດ້​ເປັນ​ຢ່າງ​ນີ້​ຕັ້ງແຕ່​ຕົ້ນ.</verse>
				<verse number="9">ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ຢ່າຮ້າງ​ເມຍ​ຂອງ​ຕົນ​ໂດຍ​ທີ່​ນາງ​ບໍ່​ໄດ້​ຫລິ້ນຊູ້​ກັບ​ຊາຍ​ອື່ນ ແລ້ວ​ໄປ​ແຕ່ງງານ​ກັບ​ຍິງ​ອື່ນ ຜູ້​ນັ້ນ​ກໍ​ຫລິ້ນຊູ້”.</verse>
				<verse number="10">ພວກສາວົກ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ຖ້າ​ການ​ເປັນ​ຜົວເມຍ​ເປັນ​ເຊັ່ນ​ນີ້ ບໍ່​ແຕ່ງງານ​ກໍ​ຄົງ​ຈະ​ດີ​ກວ່າ”.</verse>
				<verse number="11">ພຣະເຢຊູເຈົ້າ​ຕອບ​ວ່າ, “ບໍ່​ແມ່ນ​ທຸກຄົນ​ສາມາດ​ຮັບ​ຄຳສັ່ງສອນ​ນີ້​ໄດ້, ເວັ້ນ​ແຕ່​ບັນດາ​ຜູ້​ທີ່​ພຣະເຈົ້າ​ໃຫ້​ເທົ່ານັ້ນ</verse>
				<verse number="12">ດ້ວຍວ່າ ມີ​ຜູ້​ເປັນ​ກະເທີຍ​ມາ​ແຕ່​ກຳເນີດ​ກໍ​ມີ, ມີ​ມະນຸດ​ເຮັດ​ໃຫ້​ເປັນ​ກະເທີຍ​ກໍ​ມີ ແລະ ຜູ້​ເລືອກ​ຈະ​ເປັນ​ໂສດ​ເພາະ​ເຫັນແກ່​ອານາຈັກ​ສະຫວັນ​ກໍ​ມີ. ຜູ້ໃດ​ຍອມຮັບ​ເຊັ່ນ​ນີ້​ໄດ້​ກໍ​ຈົ່ງ​ຮັບ​ເອົາ”.</verse>
				<verse number="13">ຫລັງຈາກນັ້ນ ປະຊາຊົນ​ໄດ້​ນໍາ​ເດັກນ້ອຍ​ມາ​ຫາ​ພຣະເຢຊູເຈົ້າ​ເພື່ອ​ໃຫ້​ພຣະອົງ​ວາງມື​ໃສ່​ພວກເຂົາ ແລະ ອະທິຖານ​ເພື່ອ​ພວກເຂົາ. ແຕ່​ພວກສາວົກ​ໄດ້​ຫ້າມ​ພວກເຂົາ​ໄວ້.</verse>
				<verse number="14">ພຣະເຢຊູເຈົ້າ​ກ່າວ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກນ້ອຍ​ມາ​ຫາ​ເຮົາ ຢ່າ​ຂັດຂວາງ​ພວກເຂົາ ເພາະ​ອານາຈັກ​ສະຫວັນ​ເປັນ​ຂອງ​ຄົນ​ທີ່​ເປັນ​ເໝືອນ​ເດັກນ້ອຍ​ເຫລົ່ານີ້”.</verse>
				<verse number="15">ເມື່ອ​ພຣະອົງ​ວາງ​ມື​ຂອງ​ພຣະອົງ​ເທິງ​ພວກເຂົາ, ພຣະອົງ​ໄດ້​ອອກ​ຈາກ​ທີ່​ນັ້ນ​ໄປ.</verse>
				<verse number="16">ຄັ້ງໜຶ່ງ ມີ​ຊາຍ​ຄົນ​ໜຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ ຖາມ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ສິ່ງ​ດີ​ອັນໃດ​ຈຶ່ງ​ຈະ​ໄດ້​ຊີວິດ​ນິລັນດອນ?”</verse>
				<verse number="17">ພຣະເຢຊູເຈົ້າ​ຕອບ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ມາ​ຖາມ​ເຮົາ​ວ່າ​ອັນ​ໃດ​ດີ? ມີ​ຢູ່​ພຽງ​ຜູ້ດຽວ​ທີ່​ດີ. ຖ້າ​ເຈົ້າ​ປາຖະໜາ​ຈະ​ເຂົ້າ​ສູ່​ຊີວິດ ຈົ່ງ​ຮັກສາ​ຄຳສັ່ງ​ທັງຫລາຍ​ໄວ້”.</verse>
				<verse number="18">ລາວ​ຖາມ​ຄືນ​ວ່າ, “ຄຳສັ່ງ​ຂໍ້​ໃດ?” ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “‘ຢ່າ​ຂ້າ​ຄົນ, ຢ່າ​ຫລິ້ນຊູ້, ຢ່າ​ລັກ, ຢ່າ​ເປັນ​ພະຍານ​ບໍ່​ຈິງ,</verse>
				<verse number="19">ຈົ່ງ​ນັບຖື​ພໍ່ ແລະ ແມ່​ຂອງ​ເຈົ້າ’ ແລະ ‘ຈົ່ງ​ຮັກ​ເພື່ອນບ້ານ​ຂອງ​ເຈົ້າ​ເໝືອນ​ຮັກ​ຕົນ​ເອງ’ ”.</verse>
				<verse number="20">ຊາຍ​ໜຸ່ມ​ຄົນ​ນັ້ນ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ຖື​ຮັກສາ​ຂໍ້ຄຳສັ່ງ​ເຫລົ່ານີ້​ທັງໝົດ ມີ​ສິ່ງໃດ​ອີກ​ທີ່​ຂ້ານ້ອຍ​ຍັງ​ຂາດ​ຢູ່?”</verse>
				<verse number="21">ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຈົ້າ​ຢາກ​ເປັນ​ຄົນດີ​ຄົບຖວ້ນ, ຈົ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ ແຈກຢາຍ​ໃຫ້​ແກ່​ຄົນຍາກຈົນ ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ, ຫລັງຈາກນັ້ນ ຈົ່ງ​ຕາມ​ເຮົາ​ມາ”.</verse>
				<verse number="22">ເມື່ອ​ຊາຍ​ໜຸ່ມ​ໄດ້​ຍິນ​ເຊັ່ນ​ນັ້ນ, ລາວ​ກໍ​ຈາກ​ໄປ​ດ້ວຍ​ຄວາມທຸກໃຈ​ເພາະ​ລາວ​ເປັນ​ຄົນຮັ່ງມີ​ຫລາຍ.</verse>
				<verse number="23">ແລ້ວ​ພຣະເຢຊູເຈົ້າ​ກ່າວ​ແກ່​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຍາກ​ຫລາຍ​ທີ່​ຄົນຮັ່ງມີ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ສະຫວັນ.</verse>
				<verse number="24">ເຮົາ​ບອກ​ພວກເຈົ້າ​ອີກ​ວ່າ, ໃຫ້​ອູດ​ໂຕ​ໜຶ່ງ​ລອດ​ຮູ​ເຂັມ​ກໍ​ຍັງ​ງ່າຍ​ກວ່າ​ຄົນຮັ່ງມີ​ຈະ​ເຂົ້າ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.</verse>
				<verse number="25">ເມື່ອ​ພວກສາວົກ​ໄດ້​ຍິນ​ດັ່ງນັ້ນ, ພວກເພິ່ນ​ກໍ​ປະຫລາດໃຈ​ຫລາຍ​ຈຶ່ງ​ຖາມ​ວ່າ, “ຖ້າ​ຢ່າງ​ນັ້ນ ຜູ້ໃດ​ສາມາດ​ພົ້ນ​ໄດ້?”</verse>
				<verse number="26">ພຣະເຢຊູເຈົ້າ​ແນມເບິ່ງ​ພວກເພິ່ນ ແລະ ກ່າວ​ວ່າ, “ສຳລັບ​ມະນຸດ​ກໍ​ເປັນ​ໄປ​ບໍ່​ໄດ້, ແຕ່​ສຳລັບ​ພຣະເຈົ້າ​ທຸກສິ່ງ​ເປັນ​ໄປ​ໄດ້”.</verse>
				<verse number="27">ເປໂຕ​ຕອບ​ພຣະອົງ​ວ່າ, “ພວກຂ້ານ້ອຍ​ໄດ້​ປະຖິ້ມ​ທຸກ​ສິ່ງ​ເພື່ອ​ຕິດຕາມ​ພຣະອົງ! ແລ້ວ​ພວກຂ້ານ້ອຍ​ທັງຫລາຍ​ຈະ​ໄດ້​ສິ່ງໃດ​ແດ່?”</verse>
				<verse number="28">ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຂະນະ​ທີ່​ທຸກສິ່ງ​ຖືກ​ສ້າງ​ຂຶ້ນ​ໃໝ່ ເມື່ອ​ບຸດມະນຸດ​ນັ່ງ​ເທິງ​ບັນລັງ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ, ພວກເຈົ້າ​ຜູ້​ໄດ້​ຕິດຕາມ​ເຮົາ​ມາ​ກໍ​ຈະ​ໄດ້​ນັ່ງ​ເທິງ​ບັນລັງ​ສິບສອງ​ບ່ອນ ເພື່ອ​ພິພາກສາ​ຄົນ​ອິດສະຣາເອນ​ສິບສອງ​ເຜົ່າ​ເໝືອນກັນ.</verse>
				<verse number="29">ແລະ ຜູ້ໃດ​ທີ່​ໄດ້​ປະຖິ້ມ​ເຮືອນ ຫລື ອ້າຍ​ເອື້ອຍ​ນ້ອງ ຫລື ພໍ່ແມ່ ຫລື ລູກ ຫລື ໄຮ່ນາ ເພື່ອ​ເຫັນແກ່​ເຮົາ ຜູ້​ນັ້ນ​ຈະ​ໄດ້​ຮັບ​ຜົນຕອບແທນ​ຮ້ອຍ​ເທົ່າ ແລະ ຈະ​ໄດ້​ຊີວິດ​ນິລັນດອນ​ເປັນ​ມໍລະດົກ.</verse>
				<verse number="30">ແຕ່​ມີ​ຫລາຍ​ຄົນ​ທີ່​ເປັນ​ຜູ້ຕົ້ນ​ຈະ​ກັບ​ເປັນ​ຜູ້ປາຍ ແລະ ມີ​ຫລາຍ​ຄົນ​ທີ່​ເປັນ​ຜູ້ປາຍ​ຈະ​ກັບ​ເປັນ​ຜູ້ຕົ້ນ.</verse>
			</chapter>
			<chapter number="20">
				<verse number="1">“ດ້ວຍວ່າ ອານາຈັກ​ສະຫວັນ​ປຽບເໝືອນ​ເຈົ້າ​ຂອງ​ສວນ​ຜູ້​ໜຶ່ງ ເຊິ່ງ​ອອກ​ໄປ​ແຕ່​ເຊົ້າ​ເພື່ອ​ຈ້າງ​ຄົນ​ມາ​ເຮັດວຽກ​ໃນ​ສວນອະງຸ່ນ​ຂອງ​ຕົນ.</verse>
				<verse number="2">ເພິ່ນ​ໄດ້​ເຫັນດີ​ວ່າ​ຈະ​ຈ່າຍ​ຄ່າແຮງງານ​ໃຫ້​ພວກເຂົາ​ວັນ​ລະ​ໜຶ່ງ​ເດນາຣິອົນ ແລ້ວ​ກໍ​ໃຊ້​ພວກເຂົາ​ໄປ​ເຮັດວຽກ​ໃນ​ສວນອະງຸ່ນ​ຂອງ​ຕົນ.</verse>
				<verse number="3">“ໃນ​ເວລາ​ປະມານ​ເກົ້າ​ໂມງ​ເຊົ້າ​ເພິ່ນ​ກໍ​ອອກ​ໄປ ແລະ ເຫັນ​ຫລາຍ​ຄົນ​ຢືນ​ຢູ່​ທີ່​ຕະຫລາດ​ບໍ່ເຮັດຫຍັງ</verse>
				<verse number="4">ເພິ່ນ​ຈຶ່ງ​ບອກ​ພວກເຂົາ​ວ່າ, ‘ໃຫ້​ພວກເຈົ້າ​ໄປ​ເຮັດວຽກ​ໃນ​ສວນອະງຸ່ນ​ຂອງ​ຂ້ອຍ​ເໝືອນກັນ ແລະ ຂ້ອຍ​ຈະ​ຈ່າຍ​ຄ່າ​ແຮງງານ​ໃຫ້​ຕາມ​ສົມຄວນ’.</verse>
				<verse number="5">ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ. “ໃນ​ເວລາ​ປະມານ​ຕອນ​ທ່ຽງ ແລະ ຕອນ​ປະມານ​ສາມ​ໂມງ​ແລງ ເຈົ້າຂອງ​ສວນອະງຸ່ນ​ກໍ​ອອກ​ໄປ​ເຮັດ​ຄື​ເກົ່າ​ອີກ.</verse>
				<verse number="6">ໃນ​ເວລາ​ປະມານ​ຫ້າ​ໂມງ​ແລງ ເພິ່ນ​ກໍ​ອອກ​ໄປ​ອີກ ແລະ ເຫັນ​ຍັງ​ມີ​ຫລາຍ​ຄົນ​ຢືນ​ຢູ່​ທີ່​ນັ້ນ ເພິ່ນ​ຈຶ່ງ​ຖາມ​ພວກເຂົາ​ວ່າ, ‘ເປັນຫຍັງ​ພວກເຈົ້າ​ຈຶ່ງ​ມາ​ຢືນ​ຢູ່​ທີ່​ນີ້​ໝົດ​ມື້​ບໍ່ເຮັດຫຍັງ?’</verse>
				<verse number="7">“ພວກເຂົາ​ຕອບ​ວ່າ, ‘ເພາະ​ບໍ່​ມີ​ຜູ້ໃດ​ຈ້າງ​ພວກເຮົາ’. “ເພິ່ນ​ຈຶ່ງ​ບອກ​ພວກເຂົາ​ວ່າ, ‘ໃຫ້​ພວກເຈົ້າ​ໄປ​ເຮັດວຽກ​ຢູ່​ໃນ​ສວນອະງຸ່ນ​ຂອງ​ຂ້ອຍ​ເໝືອນກັນ’.</verse>
				<verse number="8">“ເມື່ອ​ຮອດ​ຕອນແລງ​ມາ ເຈົ້າຂອງ​ສວນອະງຸ່ນ​ກໍ​ບອກ​ຜູ້ຈັດການ​ສວນ​ຂອງ​ຕົນ​ວ່າ, ‘ຈົ່ງ​ເອີ້ນ​ຄົນງານ​ມາ ແລະ ຈ່າຍ​ຄ່າແຮງງານ​ໃຫ້​ພວກເຂົາ, ເລີ່ມ​ຕັ້ງແຕ່​ຜູ້ຮັບຈ້າງ​ຄົນ​ຫລ້າສຸດ​ໄປ​ຈົນ​ເຖິງ​ຜູ້ຮັບຈ້າງ​ຄົນ​ທຳອິດ’.</verse>
				<verse number="9">“ພວກຄົນ​ຮັບຈ້າງ​ຜູ້​ທີ່​ມາ​ເລີ່ມ​ເຮັດວຽກ​ໃນ​ເວລາ​ປະມານ​ຫ້າ​ໂມງ​ແລງ ກໍ​ໄດ້​ຮັບ​ເງິນ​ຄົນ​ລະ​ໜຶ່ງ​ເດນາຣິອົນ.</verse>
				<verse number="10">ດັ່ງນັ້ນ ຜູ້​ຮັບ​ຈ້າງ​ພວກ​ທີ່​ມາ​ທຳອິດ​ກໍ​ຄິດ​ວ່າ​ຕົນ​ຈະ​ໄດ້​ຮັບ​ຫລາຍກວ່າ​ນັ້ນ ແຕ່​ກໍ​ໄດ້​ຮັບ​ຄົນ​ລະ​ໜຶ່ງ​ເດນາຣິອົນ​ເໝືອນກັນ.</verse>
				<verse number="11">ເມື່ອ​ພວກເຂົາ​ຮັບ​ເງິນ​ແລ້ວ​ຈຶ່ງ​ຈົ່ມ​ຕໍ່​ເຈົ້າຂອງ​ສວນ​ວ່າ,</verse>
				<verse number="12">‘ຄົນຮັບຈ້າງ​ຜູ້​ທີ່​ມາ​ຕາມຫລັງ​ເຮັດວຽກ​ພຽງ​ຊົ່ວໂມງ​ດຽວ​ເທົ່ານັ້ນ ສ່ວນ​ພວກເຮົາ​ເຮັດວຽກ​ໜັກ​ຕາກແດດ​ຮ້ອນ​ມາ​ໝົດ​ມື້ ແຕ່​ທ່ານ​ໄດ້​ຈ່າຍ​ໃຫ້​ພວກເຮົາ​ເທົ່າ​ກັບ​ພວກເຂົາ’.</verse>
				<verse number="13">“ແຕ່​ເຈົ້າຂອງ​ສວນອະງຸ່ນ​ຕອບ​ຄົນ​ໜຶ່ງ​ໃນ​ພວກເຂົາ​ວ່າ, ‘ສະຫາຍ​ເອີຍ, ຂ້ອຍ​ບໍ່​ໄດ້​ສໍ້ໂກງ​ເຈົ້າ ເຈົ້າ​ຕົກລົງ​ເຮັດວຽກ​ໃຫ້​ຂ້ອຍ​ວັນ​ລະ​ໜຶ່ງ​ເດນາຣິອົນ​ບໍ່​ແມ່ນ​ບໍ?</verse>
				<verse number="14">ດັ່ງນັ້ນ ຮັບ​ຄ່າຈ້າງ​ຂອງ​ເຈົ້າ ແລະ ກັບ​ເມືອ​ສາ. ຂ້ອຍ​ພໍໃຈ​ຈະ​ໃຫ້​ຄົນຮັບຈ້າງ​ຜູ້​ທີ່​ມາ​ສຸດທ້າຍ​ນີ້​ເທົ່າກັນ​ກັບ​ເຈົ້າ.</verse>
				<verse number="15">ຂ້ອຍ​ບໍ່​ມີ​ສິດ​ເຮັດ​ໃນ​ສິ່ງ​ທີ່​ຂ້ອຍ​ຢາກ​ເຮັດ​ກັບ​ເງິນ​ຂອງ​ຂ້ອຍ​ບໍ? ຫລື ວ່າ​ເຈົ້າ​ອິດສາ​ເພາະ​ເຫັນ​ຂ້ອຍ​ໃຈ​ດີ?’</verse>
				<verse number="16">“ດັ່ງນັ້ນ ຄົນ​ທີ່​ເປັນ​ຜູ້ປາຍ​ຈະ​ກັບ​ເປັນ​ຜູ້ຕົ້ນ ແລະ ຄົນ​ທີ່​ເປັນ​ຜູ້ຕົ້ນ​ຈະ​ກັບ​ເປັນ​ຜູ້ປາຍ”.</verse>
				<verse number="17">ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ, ພຣະອົງ​ໄດ້​ພາ​ພວກສາວົກ​ສິບສອງ​ຄົນ​ແຍກ​ອອກ​ໄປ​ຕ່າງຫາກ ແລະ ກ່າວ​ກັບ​ພວກເພິ່ນ​ວ່າ,</verse>
				<verse number="18">“ພວກເຮົາ​ກຳລັງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ ແລະ ບຸດມະນຸດ​ຈະ​ຖືກ​ມອບ​ໄວ້​ກັບ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ. ພວກເຂົາ​ຈະ​ລົງໂທດ​ພຣະອົງ​ໃຫ້​ເຖິງ​ຕາຍ.</verse>
				<verse number="19">ແລະ ຈະ​ມອບ​ພຣະອົງ​ໃຫ້​ກັບ​ຄົນຕ່າງຊາດ ພວກເຂົາ​ຈະ​ເຢາະເຢີ້ຍ​ພຣະອົງ, ຈະ​ຂ້ຽນຕີ​ພຣະອົງ ແລະ ຈະ​ຄຶງ​ພຣະອົງ​ໄວ້​ເທິງ​ໄມ້ກາງແຂນ ແລ້ວ​ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ສູ່​ຊີວິດ!”</verse>
				<verse number="20">ຕໍ່ມາ ເມຍ​ຂອງ​ເຊເບດາຍ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ​ພ້ອມ​ກັບ​ລູກຊາຍ​ທັງ​ສອງ​ຂອງ​ຕົນ, ພວກເພິ່ນ​ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ ແລະ ຂໍ​ສິ່ງ​ໜຶ່ງ​ຈາກ​ພຣະອົງ.</verse>
				<verse number="21">ພຣະອົງ​ຖາມ​ວ່າ, “ເຈົ້າ​ຕ້ອງການ​ຫຍັງ?” ນາງ​ຕອບ​ວ່າ, “ຂໍ​ໃຫ້​ລູກຊາຍ​ຂອງ​ຂ້ານ້ອຍ​ໄດ້​ນັ່ງ​ໃນ​ອານາຈັກ​ຂອງ​ພຣະອົງ, ຄື​ໄດ້​ນັ່ງ​ທີ່​ເບື້ອງຂວາ​ຂອງ​ພຣະອົງ​ຄົນ​ໜຶ່ງ ແລະ ເບື້ອງຊ້າຍ​ຂອງ​ພຣະອົງ​ອີກ​ຄົນ​ໜຶ່ງ”.</verse>
				<verse number="22">ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ບໍ່​ຮູ້ຈັກ​ໃນ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ຂໍ​ນັ້ນ, ພວກເຈົ້າ​ຈະ​ດື່ມ​ຈາກ​ຈອກ​ທີ່​ເຮົາ​ກຳລັງ​ຈະ​ດື່ມ​ນັ້ນ​ໄດ້​ບໍ?” ພວກເຂົາ​ຕອບ​ວ່າ, “ພວກເຮົາ​ດື່ມ​ໄດ້”.</verse>
				<verse number="23">ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຈະ​ໄດ້​ດື່ມ​ຈາກ​ຈອກ​ຂອງ​ເຮົາ​ແທ້ ແຕ່​ການ​ທີ່​ຈະ​ໄດ້​ນັ່ງ​ທີ່​ເບື້ອງຂວາ ຫລື ເບື້ອງຊ້າຍ​ຂອງ​ເຮົາ​ນັ້ນ​ບໍ່​ແມ່ນ​ເຮົາ​ຈະ​ເປັນ​ຜູ້​ອະນຸຍາດ. ບ່ອນ​ເຫລົ່ານັ້ນ​ເປັນ​ຂອງ​ບັນດາ​ຜູ້​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ຈັດຕຽມ​ໄວ້​ແລ້ວ”.</verse>
				<verse number="24">ເມື່ອ​ສາວົກ​ອີກ​ສິບ​ຄົນ​ໄດ້​ຍິນ​ເລື່ອງ​ນີ້​ແລ້ວ ພວກເພິ່ນ​ກໍ​ບໍ່​ພໍໃຈ​ກັບ​ສອງ​ອ້າຍ​ນ້ອງ​ນັ້ນ.</verse>
				<verse number="25">ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ພວກສາວົກ​ມາ​ພ້ອມໜ້າ​ກັນ ແລະ ກ່າວ​ວ່າ, “ພວກເຈົ້າ​ທັງຫລາຍ​ຕ່າງ​ກໍ​ຮູ້​ດີ​ວ່າ​ຜູ້ປົກຄອງ​ຂອງ​ຄົນຕ່າງຊາດ​ຍ່ອມ​ເປັນ​ນາຍ​ເໜືອ​ພວກເຂົາ ແລະ ເຈົ້າໜ້າທີ່​ຊັ້ນໃຫຍ່​ກໍ​ໃຊ້​ສິດອຳນາດ​ເໜືອ​ພວກເຂົາ.</verse>
				<verse number="26">ແຕ່​ສຳລັບ​ພວກເຈົ້າ​ບໍ່​ເປັນ​ດັ່ງນັ້ນ ກົງກັນຂ້າມ​ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຢາກ​ເປັນ​ໃຫຍ່ ຜູ້​ນັ້ນ​ຕ້ອງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກເຈົ້າ​ທັງຫລາຍ,</verse>
				<verse number="27">ແລະ ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຢາກ​ເປັນ​ເອກ ຜູ້​ນັ້ນ​ຕ້ອງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກເຈົ້າ</verse>
				<verse number="28">ເໝືອນດັ່ງ​ບຸດມະນຸດ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນ​ຮັບໃຊ້ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ ສະຫລະ​ຊີວິດ​ຂອງ​ພຣະອົງ​ເປັນ​ຄ່າໄຖ່​ເພື່ອ​ຄົນ​ທັງຫລາຍ”.</verse>
				<verse number="29">ໃນ​ຂະນະ​ທີ່​ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ກຳລັງ​ອອກຈາກ​ເມືອງ​ເຢຣີໂກ, ປະຊາຊົນ​ຈໍານວນ​ຫລວງຫລາຍ​ກໍ​ໄດ້​ຕິດຕາມ​ພຣະອົງ​ໄປ.</verse>
				<verse number="30">ມີ​ຊາຍ​ຕາບອດ​ສອງ​ຄົນ​ກຳລັງ​ນັ່ງ​ຢູ່​ແຄມທາງ, ເມື່ອ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ກຳລັງ​ຜ່ານມາ​ທາງ​ນັ້ນ ພວກເຂົາ​ກໍ​ຮ້ອງ​ຂຶ້ນ​ວ່າ, “ອົງພຣະຜູ້ເປັນເຈົ້າ ບຸດ​ດາວິດ​ເອີຍ, ຂໍ​ເມດຕາ​ພວກ​ຂ້ານ້ອຍ​ດ້ວຍ!”</verse>
				<verse number="31">ປະຊາຊົນ​ໄດ້​ຫ້າມ​ໄວ້ ແລະ ບອກ​ພວກເຂົາ​ໃຫ້​ມິດ​ຢູ່, ແຕ່​ພວກເຂົາ​ຍິ່ງ​ຮ້ອງ​ດັງ​ຂຶ້ນ​ວ່າ, “ອົງພຣະຜູ້ເປັນເຈົ້າ ບຸດ​ດາວິດ​ເອີຍ, ຂໍ​ເມດຕາ​ພວກ​ຂ້ານ້ອຍ​ດ້ວຍ!”</verse>
				<verse number="32">ພຣະເຢຊູເຈົ້າ​ຈຶ່ງ​ຢຸດ ແລະ ເອີ້ນ​ຊາຍ​ຕາບອດ​ສອງ​ຄົນ​ນັ້ນ​ມາ. ພຣະອົງ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ຕ້ອງການ​ໃຫ້​ເຮົາ​ເຮັດຫຍັງ​ໃຫ້​ພວກເຈົ້າ?”</verse>
				<verse number="33">ພວກເຂົາ​ຈຶ່ງ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພວກຂ້ານ້ອຍ​ຢາກ​ເຫັນຮຸ່ງ”.</verse>
				<verse number="34">ພຣະເຢຊູເຈົ້າ​ສົງສານ​ພວກເຂົາ ຈຶ່ງ​ບາຍ​ຕາ​ຂອງ​ພວກເຂົາ. ໃນ​ທັນໃດ​ນັ້ນ ພວກເຂົາ​ກໍ​ເຫັນຮຸ່ງ ແລະ ຕິດຕາມ​ພຣະອົງ​ໄປ.</verse>
			</chapter>
			<chapter number="21">
				<verse number="1">ເມື່ອ​ພຣະເຢຊູເຈົ້າ ແລະ ພວກສາວົກ​ເຂົ້າ​ມາ​ໃກ້​ນະຄອນ​ເຢຣູຊາເລັມ​ແລ້ວ ກໍ​ມາ​ຮອດ​ບ້ານ​ເບັດຟາເຄ​ທີ່​ພູເຂົາ​ໝາກກອກ, ພຣະເຢຊູເຈົ້າ​ໄດ້​ໃຊ້​ສາວົກ​ສອງ​ຄົນ​ລ່ວງໜ້າ​ໄປ​ກ່ອນ</verse>
				<verse number="2">ໂດຍ​ສັ່ງ​ພວກເພິ່ນ​ວ່າ, “ຈົ່ງ​ເຂົ້າ​ໄປ​ໃນ​ບ້ານ​ທີ່​ຢູ່​ຕໍ່ໜ້າ​ພວກເຈົ້າ​ນັ້ນ ແລະ ເມື່ອ​ພວກເຈົ້າ​ພົບ​ລໍ​ແມ່​ໂຕ​ໜຶ່ງ​ທີ່​ຖືກ​ມັດ​ຢູ່​ກັບ​ລໍນ້ອຍ​ລູກ​ຂອງ​ມັນ​ຢູ່​ທີ່​ນັ້ນ. ຈົ່ງ​ແກ້​ເຊືອກ​ອອກ ແລ້ວ​ຈູງ​ມາ​ຫາ​ເຮົາ.</verse>
				<verse number="3">ຖ້າ​ມີ​ຜູ້ໃດ​ເວົ້າ​ສິ່ງໃດ, ຈົ່ງ​ບອກ​ວ່າ​ອົງພຣະຜູ້ເປັນເຈົ້າ​ຕ້ອງການ ແລ້ວ​ລາວ​ກໍ​ຈະ​ປ່ອຍ​ໃຫ້​ທັນທີ”.</verse>
				<verse number="4">ເຫດການ​ນີ້​ເປັນ​ໄປ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ວ່າ:</verse>
				<verse number="5">“ຈົ່ງ​ບອກ​ລູກສາວ​ແຫ່ງ​ຊີໂອນ​ວ່າ, ‘ເບິ່ງ​ແມ, ກະສັດ​ຂອງ​ເຈົ້າ​ມາ​ຫາ​ເຈົ້າ ຜູ້​ອ່ອນສຸພາບ ແລະ ຂີ່​ລໍ ແລະ ຢູ່​ເທິງ​ລໍນ້ອຍ ລູກ​ສັດໃຊ້ງານ​ໂຕ​ໜຶ່ງ’”.</verse>
				<verse number="6">ພວກສາວົກ​ທັງ​ສອງ​ຈຶ່ງ​ໄປ​ເຮັດ​ຕາມ​ທີ່​ພຣະເຢຊູເຈົ້າ​ສັ່ງ.</verse>
				<verse number="7">ພວກເພິ່ນ​ໄດ້​ນໍາ​ລໍແມ່ ແລະ ລູກ​ລໍ​ມາ, ເອົາ​ເສື້ອຄຸມ​ຂອງ​ຕົນ​ປູ​ເທິງ​ຫລັງ​ລໍ​ເຫລົ່ານັ້ນ​ເພື່ອ​ໃຫ້​ພຣະເຢຊູເຈົ້າ​ຂຶ້ນ​ນັ່ງ.</verse>
				<verse number="8">ແລ້ວ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ເອົາ​ເສື້ອຄຸມ​ຂອງ​ຕົນ​ປູ​ຕາມ​ຫົນທາງ, ບາງຄົນ​ກໍ​ໄດ້​ຕັດ​ເອົາ​ງ່າໄມ້​ຈາກ​ຕົ້ນໄມ້​ມາ​ປູ​ຕາມ​ຫົນທາງ.</verse>
				<verse number="9">ປະຊາຊົນ​ທີ່​ຍ່າງ​ອອກໜ້າ​ໄປ​ກ່ອນ​ພຣະອົງ ແລະ ຜູ້​ທີ່​ຕິດຕາມ​ມາ​ກໍ​ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ ​ແດ່​ບຸດ​ດາວິດ! “ສັນລະເສີນ​ພຣະອົງ​ຜູ້​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ!” “ໂຮຊັນນາ​ໃນ​ສະຫວັນ​ສູງສຸດ!”</verse>
				<verse number="10">ເມື່ອ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ນະຄອນ​ເຢຣູຊາເລັມ​ແລ້ວ ປະຊາຊົນ​ທົ່ວ​ນະຄອນ​ກໍ​ແຕກຕື່ນ ແລະ ຖາມ​ກັນ​ວ່າ, “ຄົນ​ນີ້​ແມ່ນ​ຜູ້ໃດ?”</verse>
				<verse number="11">ປະຊາຊົນ​ຕອບ​ວ່າ, “ຄົນ​ນີ້​ແມ່ນ​ພຣະເຢຊູເຈົ້າ​ຜູ້ທຳນວາຍ​ທີ່​ມາ​ຈາກ​ເມືອງ​ນາຊາເຣັດ​ແຂວງ​ຄາລີເລ”.</verse>
				<verse number="12">ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ ແລະ ໄດ້​ຂັບໄລ່​ບັນດາ​ຄົນ​ທີ່​ຊື້​ຂາຍ​ຢູ່​ທີ່​ນັ້ນ​ອອກໄປ. ພຣະອົງ​ໄດ້​ຂວ້ຳ​ໂຕະ​ຂອງ​ຄົນ​ຮັບ​ແລກປ່ຽນ​ເງິນ ແລະ ຕັ່ງ​ນັ່ງ​ຂອງ​ຄົນ​ຂາຍ​ນົກເຂົາ.</verse>
				<verse number="13">ພຣະອົງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ວິຫານ​ຂອງ​ເຮົາ​ຈະ​ເປັນ​ທີ່​ເອີ້ນ​ວ່າ​ສະຖານທີ່​ແຫ່ງ​ການອະທິຖານ’ ແຕ່​ພວກເຈົ້າ​ກຳລັງ​ເຮັດ​ໃຫ້​ກາຍເປັນ ‘ຖ້ຳໂຈນ’ ”.</verse>
				<verse number="14">ຄົນຕາບອດ ແລະ ຄົນຂາພິການ​ກໍ​ພາກັນ​ມາ​ຫາ​ພຣະເຢຊູເຈົ້າ​ທີ່​ວິຫານ ແລະ ພຣະອົງ​ກໍ​ຮັກສາ​ພວກເຂົາ​ໃຫ້​ຫາຍດີ.</verse>
				<verse number="15">ແຕ່​ເມື່ອ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ເຫັນ​ສິ່ງ​ຍິ່ງໃຫຍ່​ທີ່​ພຣະອົງ​ໄດ້​ກະທຳ ແລະ ໄດ້​ຍິນ​ພວກ​ເດັກນ້ອຍ​ຮ້ອງ​ສຽງດັງ​ໃນ​ເຂດ​ວິຫານ​ວ່າ, “ໂຮຊັນນາ ແດ່​ບຸດ​ຂອງ​ດາວິດ”, ແລ້ວ​ພວກເຂົາ​ກໍ​ບໍ່​ພໍໃຈ.</verse>
				<verse number="16">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເຈົ້າ​ບໍ່​ໄດ້​ຍິນ​ຄຳ​ທີ່​ເດັກນ້ອຍ​ເຫລົ່ານັ້ນ​ກຳລັງ​ເວົ້າ​ກັນ​ບໍ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ໄດ້​ຍິນ​ແລ້ວ ພວກເຈົ້າ​ບໍ່​ເຄີຍ​ອ່ານ​ພົບ​ບໍ​ໃນ​ຄຳ​ທີ່​ວ່າ, “‘ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຈັດ​ໃຫ້​ຄຳສັນເສີນ​ອັນ​ແທ້ຈິງ ອອກມາ​ຈາກ​ຮິມສົບ​ຂອງ​ເດັກນ້ອຍ ແລະ ເດັກອ່ອນ’ ”.</verse>
				<verse number="17">ແລ້ວ​ພຣະອົງ​ກໍ​ຈາກ​ພວກເຂົາ​ໄປ ແລະ ອອກຈາກ​ນະຄອນ​ໄປ​ຍັງ​ບ້ານ​ເບັດທານີ, ບ່ອນ​ທີ່​ພຣະອົງ​ພັກ​ຄ້າງຄືນ​ຢູ່​ທີ່​ນັ້ນ.</verse>
				<verse number="18">ໃນ​ເວລາ​ເຊົ້າ, ຂະນະ​ທີ່​ພຣະເຢຊູເຈົ້າ​ກັບຄືນ​ເຂົ້າ​ໄປ​ໃນ​ນະຄອນ​ອີກ ພຣະອົງ​ຫິວເຂົ້າ.</verse>
				<verse number="19">ເມື່ອ​ພຣະອົງ​ເຫັນ​ຕົ້ນ​ໝາກເດື່ອ​ຕົ້ນ​ໜຶ່ງ​ຢູ່​ແຄມ​ທາງ ພຣະອົງ​ຈຶ່ງ​ຍ່າງ​ເຂົ້າໄປ​ໃກ້ ແລະ ເຫັນ​ວ່າ​ຕົ້ນ​ໝາກເດື່ອ​ຕົ້ນ​ນັ້ນ​ບໍ່​ມີ​ໝາກ​ມີ​ແຕ່​ໃບ​ເທົ່ານັ້ນ. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຕົ້ນ​ໝາກເດື່ອ​ຕົ້ນ​ນັ້ນ​ວ່າ, “ເຈົ້າ​ຢ່າ​ໄດ້​ເກີດ​ໝາກ​ອີກ​ຕໍ່ໄປ!” ໃນ​ທັນໃດ​ນັ້ນ ຕົ້ນໝາກເດື່ອ​ນັ້ນ​ກໍ​ຫ່ຽວແຫ້ງ​ລົງ.</verse>
				<verse number="20">ເມື່ອ​ພວກສາວົກ​ເຫັນ​ເຊັ່ນນີ້, ພວກເພິ່ນ​ກໍ​ພາກັນ​ປະຫລາດໃຈ. ແລ້ວ​ພາກັນ​ເວົ້າ​ວ່າ, “ຕົ້ນ​ໝາກເດື່ອ​ຫ່ຽວແຫ້ງ​ໄປ​ຢ່າງ​ໄວວາ​ເຊັ່ນ​ນີ້​ໄດ້​ຢ່າງໃດ?”</verse>
				<verse number="21">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ ແລະ ບໍ່​ສົງໄສ ພວກເຈົ້າ​ກໍ​ເຮັດ​ຕໍ່​ຕົ້ນ​ໝາກເດື່ອ​ຕົ້ນ​ນີ້​ໄດ້​ເໝືອນດັ່ງ​ທີ່​ເຮົາ​ໄດ້​ເຮັດ, ບໍ່​ພຽງ​ເທົ່ານັ້ນ ແຕ່​ພວກເຈົ້າ​ຍັງ​ສາມາດ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນຍ້າຍ​ໄປ​ຕົກ​ລົງ​ສູ່​ທະເລ’ ກໍ​ຈະ​ເປັນ​ໄປ​ຕາມ​ນັ້ນ.</verse>
				<verse number="22">ຖ້າ​ພວກເຈົ້າ​ເຊື່ອ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ທຸກ​ສິ່ງ​ທີ່​ພວກເຈົ້າ​ອະທິຖານ​ຂໍ”.</verse>
				<verse number="23">ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ ແລະ ໃນ​ຂະນະ​ທີ່​ພຣະອົງ​ສັ່ງສອນ​ຢູ່​ນັ້ນ ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ຂອງ​ປະຊາຊົນ​ກໍ​ມາ​ຫາ​ພຣະອົງ. ພວກເຂົາ​ໄດ້​ຖາມ​ວ່າ, “ເຈົ້າ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ? ແລະ ຜູ້ໃດ​ໃຫ້​ສິດອຳນາດ​ນີ້​ແກ່​ເຈົ້າ?”</verse>
				<verse number="24">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ຈະ​ຖາມ​ພວກເຈົ້າ​ຂໍ້​ໜຶ່ງ​ເໝືອນກັນ. ຖ້າ​ພວກເຈົ້າ​ຕອບ​ເຮົາ ເຮົາ​ກໍ​ຈະ​ບອກ​ພວກເຈົ້າ​ວ່າ​ເຮົາ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ.</verse>
				<verse number="25">ບັບຕິສະມາ​ຂອງ​ໂຢຮັນ​ມາ​ຈາກ​ໃສ? ມາ​ຈາກ​ສະຫວັນ ຫລື ມາ​ຈາກ​ຂອງ​ມະນຸດ?” ພວກເຂົາ​ໄດ້​ປຶກສາ​ກັນ​ເອງ ແລະ ເວົ້າ​ວ່າ, “ຖ້າ​ພວກເຮົາ​ຕອບ​ວ່າ ‘ມາ​ຈາກ​ສະຫວັນ’ ລາວ​ກໍ​ຈະ​ຖາມ​ວ່າ ‘ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ໂຢຮັນ?’</verse>
				<verse number="26">ແຕ່​ຖ້າ​ພວກເຮົາ​ເວົ້າ​ວ່າ, ‘ມາ​ຈາກ​ມະນຸດ’ ພວກເຮົາ​ກໍ​ຢ້ານ​ປະຊາຊົນ​ເພາະ​ທຸກຄົນ​ຖືວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ”.</verse>
				<verse number="27">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕອບ​ພຣະເຢຊູເຈົ້າ​ວ່າ, “ພວກເຮົາ​ບໍ່​ຮູ້ຈັກ”. ແລ້ວ​ພຣະອົງ​ຈຶ່ງ​ກ່າວ​ວ່າ, “ເຮົາ​ກໍ​ຈະ​ບໍ່​ບອກ​ພວກເຈົ້າ​ເໝືອນກັນ​ວ່າ​ເຮົາ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ.</verse>
				<verse number="28">“ພວກເຈົ້າ​ຄິດ​ຢ່າງໃດ? ມີ​ຊາຍ​ຜູ້​ໜຶ່ງ​ມີ​ລູກຊາຍ​ສອງ​ຄົນ ລາວ​ໄປ​ຫາ​ລູກຊາຍກົກ ແລະ ບອກ​ວ່າ, ‘ລູກ​ເອີຍ, ມື້​ນີ້​ຈົ່ງ​ໄປ​ເຮັດວຽກ​ໃນ​ສວນອະງຸ່ນ​ເດີ້’.</verse>
				<verse number="29">“ລູກຊາຍກົກ​ຕອບ​ວ່າ, ‘ລູກ​ບໍ່​ໄປ’, ແຕ່​ຕໍ່ມາ​ລາວ​ກໍ​ປ່ຽນໃຈ ແລະ ກໍ​ໄປ​ເຮັດວຽກ.</verse>
				<verse number="30">“ແລ້ວ​ພໍ່​ກໍ​ໄປ​ຫາ​ລູກຊາຍ​ຜູ້​ທີ​ສອງ ແລະ ບອກ​ຢ່າງ​ດຽວ​ກັນ. ລູກຊາຍ​ຜູ້​ນີ້​ຕອບ​ວ່າ, ‘ເຈົ້າ ລູກ​ຈະ​ໄປ’ ແຕ່​ລາວ​ບໍ່​ໄດ້​ໄປ.</verse>
				<verse number="31">“ໃນ​ລູກ​ສອງ​ຄົນ​ນີ້​ຜູ້ໃດ​ເຮັດ​ຕາມ​ໃຈ​ພໍ່?” ພວກເຂົາ​ຕອບ​ວ່າ, “ແມ່ນ​ລູກຊາຍກົກ”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນເກັບພາສີ ແລະ ຍິງໂສເພນີ ກຳລັງ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ກ່ອນ​ພວກເຈົ້າ.</verse>
				<verse number="32">ເພາະ​ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ເພື່ອ​ຊີ້​ບອກ​ທາງ​ແຫ່ງ​ຄວາມຊອບທຳ​ໃຫ້​ແກ່​ພວກເຈົ້າ ແລະ ພວກເຈົ້າ​ບໍ່​ເຊື່ອ​ເພິ່ນ, ແຕ່​ຄົນເກັບພາສີ ແລະ ຍິງໂສເພນີ​ໄດ້​ເຊື່ອ​ເພິ່ນ ແລະ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ເຫັນ​ສິ່ງ​ນີ້​ແລ້ວ​ກໍຕາມ ພວກເຈົ້າ​ກໍ​ຍັງ​ບໍ່​ຍອມ​ກັບໃຈ ແລະ ເຊື່ອ​ເພິ່ນ.</verse>
				<verse number="33">“ຈົ່ງ​ຟັງ​ຄຳອຸປະມາ​ເລື່ອງ​ໜຶ່ງ​ອີກ​ຄື ມີ​ເຈົ້າຂອງ​ສວນ​ຄົນ​ໜຶ່ງ​ທີ່​ເຮັດ​ສວນອະງຸ່ນ ເພິ່ນ​ໄດ້​ເຮັດ​ຮົ້ວ​ອ້ອມສວນ​ໄວ້, ເຈາະ​ອ່າງ​ເພື່ອ​ໃຊ້​ເປັນ​ບ່ອນ​ຢຽບ​ເອົາ​ນໍ້າອະງຸ່ນ ແລະ ໄດ້​ສ້າງ​ຫໍຄອຍ​ໄວ້​ເພື່ອ​ເຝົ້າຍາມ. ຫລັງຈາກນັ້ນ ເພິ່ນ​ໄດ້​ໃຫ້​ພວກຊາວສວນ​ເຊົ່າ ແລ້ວ​ເພິ່ນ​ຍ້າຍ​ອອກ​ໄປ​ບ່ອນ​ອື່ນ.</verse>
				<verse number="34">ເມື່ອ​ໃກ້​ຈະ​ເຖິງ​ລະດູ​ເກັບກ່ຽວ ເພິ່ນ​ກໍ​ໃຊ້​ບັນດາ​ຜູ້ຮັບໃຊ້​ຂອງ​ຕົນ​ໄປ​ຫາ​ພວກຄົນເຊົ່າສວນ​ເພື່ອ​ຮັບ​ຜົນລະປູກ​ຂອງ​ເພິ່ນ.</verse>
				<verse number="35">“ແຕ່​ພວກຄົນເຊົ່າສວນ​ໄດ້​ຈັບ​ບັນດາ​ຜູ້ຮັບໃຊ້​ຂອງ​ເພິ່ນ ພວກເຂົາ​ຂ້ຽນຕີ​ຄົນ​ໜຶ່ງ, ຂ້າ​ຄົນ​ໜຶ່ງ ແລະ ເອົາ​ຫີນ​ແກວ່ງ​ໃສ່​ຄົນ​ທີ​ສາມ.</verse>
				<verse number="36">ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຜູ້ຮັບໃຊ້​ຄົນ​ອື່ນ​ໄປ​ຫາ​ພວກເຂົາ​ອີກ​ຫລາຍ​ກວ່າ​ຄັ້ງ​ທຳອິດ ແຕ່​ພວກຄົນເຊົ່າສວນ​ກໍ​ເຮັດ​ຕໍ່​ຄົນ​ເຫລົ່ານັ້ນ​ຢ່າງ​ດຽວກັນ.</verse>
				<verse number="37">ໃນທີ່ສຸດ ເພິ່ນ​ຈຶ່ງ​ສົ່ງ​ລູກຊາຍ​ຂອງ​ຕົນ​ໄປ​ຫາ​ພວກເຂົາ. ເພິ່ນ​ກ່າວ​ວ່າ, ‘ພວກເຂົາ​ຈະ​ໃຫ້​ຄວາມເຄົາລົບ​ນັບຖື​ລູກຊາຍ​ຂອງ​ເຮົາ’.</verse>
				<verse number="38">“ແຕ່​ເມື່ອ​ພວກ​ຄົນເຊົ່າສວນ​ເຫັນ​ຜູ້​ເປັນ​ລູກຊາຍ ພວກເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, ‘ຄົນ​ນີ້​ຄື​ຜູ້ສືບທອດມໍລະດົກ. ໃຫ້​ພວກເຮົາ​ຂ້າ​ມັນ​ແລ້ວ​ຢຶດ​ເອົາ​ມໍລະດົກ​ຂອງ​ມັນ’.</verse>
				<verse number="39">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ລູກຊາຍ​ຂອງ​ເຈົ້າຂອງສວນ​ໂຍນ​ລາວ​ຖິ້ມ​ອອກ​ໄປ​ນອກ​ສວນອະງຸ່ນ​ແລ້ວ​ຂ້າ​ລາວ.</verse>
				<verse number="40">“ເຫດສະນັ້ນ ເມື່ອ​ເຈົ້າຂອງ​ສວນອະງຸ່ນ​ມາ ເພິ່ນ​ຈະ​ເຮັດ​ຢ່າງໃດ​ກັບ​ພວກ​ຄົນເຊົ່າສວນ?”</verse>
				<verse number="41">ພວກເຂົາ​ຕອບ​ວ່າ, “ເພິ່ນ​ຈະ​ນໍາ​ບັນດາ​ຄົນຊົ່ວ​ເຫລົ່ານັ້ນ​ໄປ​ສູ່​ຈຸດຈົບ​ທີ່​ຊົ່ວຮ້າຍ ແລະ ຍົກ​ສວນອະງຸ່ນ​ນັ້ນ​ໃຫ້​ຄົນ​ອື່ນ​ເຊົ່າ ຜູ້​ທີ່​ຍອມ​ມອບ​ສ່ວນແບ່ງ​ຈາກ​ຜົນຜະລິດ​ຂອງ​ຕົນ​ໃຫ້​ເພິ່ນ​ເມື່ອ​ເຖິງ​ລະດູ​ເກັບກ່ຽວ”.</verse>
				<verse number="42">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່​ເຄີຍ​ອ່ານ​ພຣະຄຳພີ​ຂໍ້​ນີ້​ບໍ​ວ່າ: “‘ຫີນ​ທີ່​ຊ່າງ​ກໍ່​ໄດ້​ຖິ້ມ​ແລ້ວ ບັດນີ້​ກໍ​ໄດ້​ກາຍເປັນ​ຫີນເສົາເອກ, ອົງພຣະຜູ້ເປັນເຈົ້າ​ໄດ້​ກະທຳ​ການ​ນີ້ ແລະ ເປັນ​ສິ່ງ​ທີ່​ອັດສະຈັນ​ໃນ​ສາຍຕາ​ຂອງ​ພວກເຮົາ’?</verse>
				<verse number="43">“ດັ່ງນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, ອານາຈັກ​ຂອງ​ພຣະເຈົ້າ​ຈະ​ຖືກ​ຍົກ​ໄປ​ຈາກ​ພວກເຈົ້າ ແລະ ມອບ​ໃຫ້​ແກ່​ບັນດາ​ຊົນຊາດ​ທີ່​ຈະ​ເຮັດ​ໃຫ້​ມັນ​ຜະລິດ​ຜົນ.</verse>
				<verse number="44">ຜູ້ໃດ​ທີ່​ລົ້ມ​ທັບ​ຫີນ​ນີ້ ຜູ້​ນັ້ນ​ຈະ​ຕ້ອງ​ແຕກໝຸ່ນ​ໄປ ແຕ່​ຖ້າ​ຫີນ​ນີ້​ຕົກ​ທັບ​ຜູ້ໃດ ຜູ້​ນັ້ນ​ກໍ​ຈະ​ແຫລກໝຸ່ນ​ໄປ​ເປັນ​ຕ່ອນໆ”.</verse>
				<verse number="45">ເມື່ອ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ໄດ້​ຍິນ​ຄຳອຸປະມາ​ຂອງ​ພຣະເຢຊູເຈົ້າ ພວກເຂົາ​ຮູ້ຈັກ​ວ່າ​ພຣະອົງ​ກຳລັງ​ເວົ້າ​ກ່ຽວກັບ​ພວກເຂົາ.</verse>
				<verse number="46">ພວກເຂົາ​ຈຶ່ງ​ຊອກຫາ​ທາງ​ທີ່​ຈະ​ຈັບ​ພຣະອົງ, ແຕ່​ຍ້ອນ​ພວກເຂົາ​ຢ້ານ​ປະຊາຊົນ ເພາະ​ປະຊາຊົນ​ຖື​ວ່າ​ພຣະອົງ​ເປັນ​ຜູ້ທຳນວາຍ.</verse>
			</chapter>
			<chapter number="22">
				<verse number="1">ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເຂົາ​ເປັນ​ຄຳອຸປະມາ​ອີກ​ວ່າ:</verse>
				<verse number="2">“ອານາຈັກ​ສະຫວັນ​ປຽບເໝືອນ​ກະສັດ​ຜູ້​ໜຶ່ງ​ທີ່​ຕຽມ​ງານກິນລ້ຽງ​ສົມລົດ​ໃຫ້​ແກ່​ລູກຊາຍ​ຂອງ​ເພິ່ນ.</verse>
				<verse number="3">ເພິ່ນ​ໄດ້​ໃຊ້​ພວກ​ຜູ້ຮັບໃຊ້​ຂອງ​ຕົນ​ໄປ​ບອກ​ບັນດາ​ຜູ້​ທີ່​ຖືກ​ເຊີນ​ໃຫ້​ມາ​ຮ່ວມ​ງານລ້ຽງ ແຕ່​ພວກເຂົາ​ບໍ່​ຍອມ​ມາ.</verse>
				<verse number="4">“ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຊ້​ພວກ​ຜູ້ຮັບໃຊ້​ຄົນ​ອື່ນໆ​ອອກໄປ​ອີກ​ໂດຍ​ສັ່ງ​ວ່າ, ‘ຈົ່ງ​ບອກ​ບັນດາ​ຄົນ​ທີ່​ຖືກ​ເຊີນ​ວ່າ​ເຮົາ​ໄດ້​ຈັດຕຽມ​ງານກິນລ້ຽງ​ໄວ້​ພ້ອມ​ແລ້ວ​ຄື: ງົວເຖິກ ແລະ ສັດ​ໂຕ​ອ້ວນພີ​ກໍ​ມີ​ຄົນ​ຂ້າ​ໄວ້​ແລ້ວ ແລະ ທຸກສິ່ງ​ກໍ​ຕຽມ​ພ້ອມ​ແລ້ວ. ຈົ່ງ​ມາ​ຮ່ວມ​ງານລ້ຽງ​ນີ້’.</verse>
				<verse number="5">“ແຕ່​ພວກເຂົາ​ບໍ່​ໄດ້​ເອົາໃຈໃສ່​ຕໍ່​ຄຳເຊີນ​ນັ້ນ​ເລີຍ ແລະ ກໍ​ໄປ​ທາງ​ອື່ນ. ຄົນ​ໜຶ່ງ​ກໍ​ໄປ​ທົ່ງນາ, ອີກ​ຄົນ​ໜຶ່ງ​ກໍ​ໄປ​ເຮັດ​ທຸລະກິດ​ຂອງ​ຕົນ.</verse>
				<verse number="6">ສ່ວນ​ຄົນ​ອື່ນໆ​ອີກ​ກໍ​ຈັບ​ພວກ​ຜູ້ຮັບໃຊ້​ມາ​ຂ້ຽນຕີ ແລະ ຂ້າ​ພວກເຂົາ​ຖິ້ມ.</verse>
				<verse number="7">ກະສັດ​ຈຶ່ງ​ໂກດຮ້າຍ​ຫລາຍ ເພິ່ນ​ໄດ້​ສັ່ງ​ທະຫານ​ອອກໄປ​ທຳລາຍ​ຊີວິດ​ພວກ​ຄາດຕະກອນ​ເຫລົ່ານັ້ນ ແລະ ຈູດ​ເມືອງ​ຂອງ​ພວກເຂົາ.</verse>
				<verse number="8">“ແລ້ວ​ເພິ່ນ​ກ່າວ​ກັບ​ພວກ​ຜູ້ຮັບໃຊ້​ຂອງ​ເພິ່ນ​ວ່າ, ‘ງານກິນລ້ຽງ​ສົມລົດ​ກໍ​ພ້ອມ​ແລ້ວ, ແຕ່​ບັນດາ​ຜູ້​ທີ່​ເຮົາ​ເຊີນ​ໄວ້​ນັ້ນ​ບໍ່​ສົມຄວນ​ໃຫ້​ມາ.</verse>
				<verse number="9">ດັ່ງນັ້ນ ຈົ່ງ​ອອກໄປ​ທີ່​ແຈຖະໜົນ ແລະ ເມື່ອ​ພົບ​ຄົນໃດ​ກໍ​ໃຫ້​ເຊີນ​ມາ​ໃນ​ງານ​ນີ້’.</verse>
				<verse number="10">ແລ້ວ​ພວກ​ຜູ້ຮັບໃຊ້​ຈຶ່ງ​ອອກ​ໄປ​ຕາມ​ຖະໜົນຫົນທາງ ແລະ ຮວບຮວມ​ເອົາ​ຄົນ​ທັງໝົດ​ທີ່​ພວກເຂົາ​ພົບ​ເຫັນ ບໍ່​ວ່າ​ຄົນ​ດີ ຫລື ຄົນຊົ່ວ​ເຂົ້າມາ​ໃນ​ງານ​ນີ້ ແລະ ຫ້ອງ​ງານສົມລົດ​ນັ້ນ​ກໍ​ເຕັມ​ໄປ​ດ້ວຍ​ແຂກ​ຈໍານວນ​ຫລວງຫລາຍ.</verse>
				<verse number="11">“ແຕ່​ເມື່ອ​ກະສັດ​ອອກມາ​ເບິ່ງ​ບັນດາ​ແຂກ​ທີ່​ມາ​ໃນ​ງານ​ກໍ​ເຫັນ​ຊາຍ​ຄົນ​ໜຶ່ງ​ບໍ່​ໄດ້​ນຸ່ງເຄື່ອງ​ສຳລັບ​ງານສົມລົດ</verse>
				<verse number="12">ກະສັດ​ຈຶ່ງ​ຖາມ​ລາວ​ວ່າ, ‘ສະຫາຍ​ເອີຍ, ດ້ວຍເຫດໃດ​ເຈົ້າ​ເຂົ້າ​ມາ​ທີ່​ນີ້​ໂດຍ​ບໍ່​ໄດ້​ນຸ່ງເຄື່ອງ​ສຳລັບ​ງານສົມລົດ?’ ຊາຍ​ຄົນ​ນັ້ນ​ກໍ​ມິດ​ຢູ່​ເວົ້າ​ບໍ່​ອອກ.</verse>
				<verse number="13">“ແລ້ວ​ກະສັດ​ຈຶ່ງ​ສັ່ງ​ພວກ​ຜູ້ຮັບໃຊ້​ວ່າ, ‘ຈົ່ງ​ມັດ​ມື​ມັດ​ຕີນ​ຂອງ​ມັນ​ໄວ້ ແລະ ໂຍນ​ມັນ​ຖິ້ມ​ອອກ​ໄປ​ຍັງ​ບ່ອນ​ທີ່​ມືດ​ພາຍນອກ ທີ່​ນັ້ນ​ຈະ​ມີ​ການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ’.</verse>
				<verse number="14">“ດ້ວຍວ່າ ມີ​ຫລາຍ​ຄົນ​ຖືກ​ເຊີນ ແຕ່​ມີ​ໜ້ອຍ​ຄົນ​ທີ່​ຖືກ​ເລືອກ”.</verse>
				<verse number="15">ແລ້ວ​ພວກ​ຟາຣີຊາຍ​ຈຶ່ງ​ອອກ​ໄປ​ວາງແຜນ​ກັນ​ເພື່ອ​ຈັບຜິດ​ຖ້ອຍຄຳ​ຂອງ​ພຣະອົງ.</verse>
				<verse number="16">ພວກເຂົາ​ຈຶ່ງ​ໃຊ້​ພວກ​ລູກສິດ​ຂອງ​ພວກເຂົາ​ພ້ອມກັບ​ກຸ່ມ​ສະໜັບສະໜູນ​ເຮໂຣດ​ບາງຄົນ​ໄປ​ຫາ​ພຣະອົງ. ພວກເຂົາ​ເວົ້າ​ວ່າ, “ອາຈານ​ເອີຍ, ພວກເຮົາ​ຮູ້​ວ່າ​ທ່ານ​ເປັນ​ຄົນສັດຊື່ ແລະ ທ່ານ​ໄດ້​ສອນ​ທາງ​ຂອງ​ພຣະເຈົ້າ​ຕາມ​ຄວາມ​ຈິງ. ທ່ານ​ບໍ່​ໄດ້​ຖືກ​ຊັກຈູງ​ໂດຍ​ຄົນ​ອື່ນ, ເພາະ​ທ່ານ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ.</verse>
				<verse number="17">ດັ່ງນັ້ນ ຈົ່ງ​ບອກ​ພວກເຮົາ​ແດ່​ວ່າ​ທ່ານ​ຄິດ​ຢ່າງໃດ​ກ່ຽວກັບ​ເລື່ອງ​ນີ້? ເປັນ​ການ​ຖືກຕ້ອງ​ທີ່​ຈະ​ເສຍພາສີ ​ໃຫ້​ແກ່​ກາຍຊາ​ບໍ?”</verse>
				<verse number="18">ແຕ່​ພຣະເຢຊູເຈົ້າ​ຮູ້​ທັນ​ເຈດຕະນາ​ຊົ່ວຮ້າຍ​ຂອງ​ພວກເຂົາ ຈຶ່ງ​ກ່າວ​ວ່າ, “ຄົນໜ້າຊື່ໃຈຄົດ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ພະຍາຍາມ​ຈະ​ຈັບຜິດ​ເຮົາ?</verse>
				<verse number="19">ຈົ່ງ​ເອົາ​ຫລຽນ​ທີ່​ໃຊ້​ເສຍພາສີ​ນັ້ນ​ມາ​ໃຫ້​ເຮົາ​ເບິ່ງ​ດູ”. ພວກເຂົາ​ຈຶ່ງ​ນຳ​ເອົາ​ຫລຽນ​ໜຶ່ງ​ເດນາຣິອົນ​ມາ​ໃຫ້​ພຣະອົງ,</verse>
				<verse number="20">ແລ້ວ​ພຣະອົງ​ກໍ​ຖາມ​ພວກເຂົາ​ວ່າ, “ຮູບ ແລະ ຄຳຈາລຶກ​ນີ້​ເປັນ​ຂອງ​ຜູ້ໃດ?”</verse>
				<verse number="21">ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ”. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ເຫດສະນັ້ນ ສິ່ງໃດ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ ສິ່ງໃດ​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຖວາຍ​ຄືນ​ໃຫ້​ແກ່​ພຣະເຈົ້າ”.</verse>
				<verse number="22">ເມື່ອ​ພວກເຂົາ​ໄດ້​ຍິນ​ເຊັ່ນ​ນີ້​ແລ້ວ ພວກເຂົາ​ຕ່າງ​ກໍ​ປະຫລາດ​ໃຈ​ຈຶ່ງ​ອອກໄປ​ຈາກ​ພຣະອົງ.</verse>
				<verse number="23">ໃນ​ວັນ​ດຽວ​ກັນ​ນັ້ນ ພວກ​ຊາດູກາຍ​ຜູ້​ທີ່​ກ່າວ​ວ່າ​ບໍ່​ມີ​ການເປັນຄືນມາຈາກຕາຍ​ໄດ້​ມາ​ຫາ​ພຣະອົງ​ດ້ວຍ​ຄຳຖາມ.</verse>
				<verse number="24">ພວກເຂົາ​ເວົ້າ​ວ່າ, “ອາຈານ​ເອີຍ, ໂມເຊ​ໄດ້​ບອກ​ພວກເຮົາ​ວ່າ, ຖ້າ​ອ້າຍ​ຂອງ​ຊາຍ​ຄົນ​ໜຶ່ງ​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ ນ້ອງຊາຍ​ຂອງ​ລາວ​ຈະ​ຕ້ອງ​ແຕ່ງງານ​ກັບ​ຍິງໝ້າຍ​ຄົນ​ນັ້ນ​ເພື່ອ​ຈະ​ມີ​ລູກ​ສືບເຊື້ອສາຍ​ໃຫ້​ລາວ.</verse>
				<verse number="25">ບັດນີ້ ຍັງ​ມີ​ອ້າຍນ້ອງ​ເຈັດ​ຄົນ​ທີ່​ຢູ່​ໃນ​ທ່າມກາງ​ພວກເຮົາ ຜູ້​ທີ​ໜຶ່ງ​ໄດ້​ແຕ່ງງານ ແລະ ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ, ດັ່ງນັ້ນ ລາວ​ຈຶ່ງ​ປະ​ເມຍ​ທີ່​ເປັນ​ໝ້າຍ​ໄວ້​ໃຫ້​ນ້ອງຊາຍ​ຂອງ​ຕົນ.</verse>
				<verse number="26">ເຫດການ​ນີ້​ໄດ້​ເກີດຂຶ້ນ​ກັບ​ນ້ອງຊາຍ​ຜູ້​ທີ​ສອງ, ນ້ອງຊາຍ​ຜູ້​ທີ​ສາມ ແລະ ຈົນ​ເຖິງ​ຜູ້​ທີ​ເຈັດ.</verse>
				<verse number="27">ໃນທີ່ສຸດ ແມ່ຍິງ​ຄົນ​ນັ້ນ​ກໍ​ໄດ້​ຕາຍ​ໄປ​ເໝືອນກັນ.</verse>
				<verse number="28">ດັ່ງນັ້ນ ໃນ​ວັນ​ທີ່​ເປັນຄືນມາຈາກຕາຍ​ຍິງ​ຄົນ​ນີ້​ຈະ​ເປັນ​ເມຍ​ຂອງ​ຜູ້ໃດ, ດ້ວຍວ່າ ຊາຍ​ທັງ​ເຈັດ​ຄົນ​ໄດ້​ເປັນ​ຜົວ​ຂອງ​ນາງ​ແລ້ວ?”</verse>
				<verse number="29">ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ຜິດ​ເພາະ​ວ່າ​ພວກເຈົ້າ​ບໍ່​ຮູ້ຈັກ​ພຣະຄຳພີ ຫລື ລິດອຳນາດ​ຂອງ​ພຣະເຈົ້າ.</verse>
				<verse number="30">ໃນ​ວັນ​ທີ່​ມະນຸດ​ເປັນຄືນມາຈາກຕາຍ​ນັ້ນ​ຈະ​ບໍ່​ມີ​ການແຕ່ງງານ ຫລື ຍົກ​ໃຫ້​ເປັນ​ຜົວເມຍ​ກັນ​ອີກ, ພວກເຂົາ​ຈະ​ເປັນ​ເໝືອນ​ເທວະດາ​ໃນ​ສະຫວັນ.</verse>
				<verse number="31">ສຳລັບ​ເລື່ອງ​ການເປັນຄືນມາຈາກຕາຍ​ນັ້ນ ພວກເຈົ້າ​ບໍ່​ເຄີຍ​ໄດ້​ອ່ານ​ຖ້ອຍຄຳ​ທີ່​ພຣະເຈົ້າ​ບອກ​ພວກເຈົ້າ​ບໍ​ວ່າ,</verse>
				<verse number="32">‘ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ ພຣະເຈົ້າ​ຂອງ​ຢາໂຄບ’? ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຄົນເປັນ ພຣະອົງ​ບໍ່​ແມ່ນ​ພຣະເຈົ້າ​ຂອງ​ຄົນຕາຍ”.</verse>
				<verse number="33">ເມື່ອ​ປະຊາຊົນ​ໄດ້​ຍິນ​ດັ່ງ​ນີ້​ແລ້ວ ພວກເຂົາ​ກໍ​ປະຫລາດໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ.</verse>
				<verse number="34">ເມື່ອ​ໄດ້​ຍິນ​ຂ່າວ​ວ່າ​ພຣະເຢຊູເຈົ້າ​ເຮັດ​ໃຫ້​ພວກ​ຊາດູກາຍ​ມິດງຽບ​ໄປ ພວກ​ຟາຣີຊາຍ​ຈຶ່ງ​ພາກັນ​ມາ​ຮວມໂຕ​ກັນ.</verse>
				<verse number="35">ຄົນ​ໜຶ່ງ​ໃນ​ພວກເຂົາ​ທີ່​ເປັນ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ກໍ​ໄດ້​ທົດລອງ​ພຣະອົງ​ໂດຍ​ຖາມ​ວ່າ:</verse>
				<verse number="36">“ອາຈານ​ເອີຍ, ກົດບັນຍັດ​ຂໍ້​ໃດ​ໃນ​ໜັງສື​ກົດບັນຍັດ​ທີ່​ໃຫຍ່​ທີ່ສຸດ?”</verse>
				<verse number="37">ພຣະເຢຊູເຈົ້າ​ຕອບ​ວ່າ, “‘ຈົ່ງ​ຮັກ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ ແລະ ດ້ວຍ​ສຸດ​ຄວາມຄິດ​ຂອງ​ພວກເຈົ້າ’.</verse>
				<verse number="38">ນີ້​ແມ່ນ​ກົດບັນຍັດ​ຂໍ້​ຕົ້ນ ແລະ ຂໍ້​ໃຫຍ່​ທີ່ສຸດ.</verse>
				<verse number="39">ຂໍ້​ທີ​ສອງ​ກໍ​ເໝືອນກັນ​ຄື ‘ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ’.</verse>
				<verse number="40">ໜັງສື​ກົດບັນຍັດ ແລະ ໜັງສື​ຜູ້ທຳນວາຍ​ທັງໝົດ​ກໍ​ຂຶ້ນ​ກັບ​ກົດບັນຍັດ​ສອງ​ຂໍ້​ນີ້”.</verse>
				<verse number="41">ໃນ​ຂະນະ​ທີ່​ພວກ​ຟາຣີຊາຍ​ຍັງ​ເຕົ້າໂຮມ​ກັນ​ຢູ່​ນັ້ນ, ພຣະເຢຊູເຈົ້າ​ຖາມ​ພວກເຂົາ​ວ່າ,</verse>
				<verse number="42">“ພວກເຈົ້າ​ຄິດ​ຢ່າງໃດ​ກ່ຽວກັບ​ພຣະຄຣິດເຈົ້າ? ເພິ່ນ​ເປັນ​ບຸດ​ຂອງ​ຜູ້ໃດ?” ພວກເຂົາ​ຕອບ​ວ່າ, “ເປັນ​ບຸດ​ຂອງ​ດາວິດ”.</verse>
				<verse number="43">ພຣະອົງ​ກ່າວ​ແກ່​ພວກເຂົາ​ວ່າ, “ຖ້າ​ຢ່າງນັ້ນ ດ້ວຍເຫດໃດ​ພຣະວິນຍານບໍລິສຸດເຈົ້າ​ຈຶ່ງ​ດົນໃຈ​ໃຫ້​ດາວິດ​ເອີ້ນ​ພຣະອົງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ’? ເພາະ​ດາວິດ​ໄດ້​ກ່າວ​ວ່າ,</verse>
				<verse number="44">“‘ພຣະເຈົ້າ​ໄດ້​ກ່າວ​ກັບ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ​ວ່າ: “ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາ ຈົນ​ກວ່າ​ເຮົາ​ຈະ​ປາບ​ສັດຕູ​ຂອງ​ເຈົ້າ ໃຫ້​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ”’.</verse>
				<verse number="45">ດັ່ງນັ້ນ ຖ້າ​ດາວິດ​ເອີ້ນ​ພຣະອົງ​ວ່າ ‘ອົງພຣະຜູ້ເປັນເຈົ້າ’ ແລ້ວ​ພຣະອົງ​ຈະ​ເປັນ​ບຸດ​ຂອງ​ດາວິດ​ໄດ້​ຢ່າງໃດ?”</verse>
				<verse number="46">ບໍ່​ມີ​ຜູ້ໃດ​ໃນ​ພວກເຂົາ​ສາມາດ​ຕອບ​ພຣະອົງ​ໄດ້​ຈັກ​ຄຳ ແລະ ນັບ​ແຕ່​ວັນ​ນັ້ນ​ມາ​ກໍ​ບໍ່​ມີ​ຜູ້ໃດ​ກ້າ​ຖາມ​ພຣະອົງ​ອີກ.</verse>
			</chapter>
			<chapter number="23">
				<verse number="1">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ປະຊາຊົນ ແລະ ພວກສາວົກ​ຂອງ​ພຣະອົງ​ວ່າ,</verse>
				<verse number="2">“ພວກ​ຄູສອນກົດບັນຍັດ ແລະ ພວກ​ຟາຣີຊາຍ​ນັ່ງ​ຢູ່​ເທິງ​ບ່ອນນັ່ງ​ຂອງ​ໂມເຊ,</verse>
				<verse number="3">ດັ່ງນັ້ນ ພວກເຈົ້າ​ຕ້ອງ​ລະມັດວະວັງ​ທີ່​ຈະ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພວກເຂົາ​ບອກ​ພວກເຈົ້າ. ແຕ່​ຢ່າ​ເຮັດ​ໃນ​ສິ່ງ​ທີ່​ພວກເຂົາ​ເຮັດ, ເພາະ​ພວກເຂົາ​ບໍ່​ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເຂົາ​ໄດ້​ສັ່ງສອນ.</verse>
				<verse number="4">ພວກເຂົາ​ມັດ​ພາລະໜັກ, ບັນທຸກ​ເອົາ​ສິ່ງ​ຫຍຸ້ງຍາກ​ແລ້ວ​ເອົາ​ວາງ​ໄວ້​ເທິງ​ບ່າ​ຂອງ​ປະຊາຊົນ, ແຕ່​ພວກເຂົາ​ເອງ​ແມ່ນແຕ່​ມື​ນີ້ວ​ດຽວ​ກໍ​ບໍ່​ຍົກ​ຍ້າຍ​ສິ່ງ​ເຫລົ່ານັ້ນ​ໄປ.</verse>
				<verse number="5">“ພວກເຂົາ​ເຮັດ​ທຸກສິ່ງ​ເພື່ອ​ໃຫ້​ຄົນ​ເຫັນ ພວກເຂົາ​ເຮັດ​ແອບໜັງ​ທີ່​ບັນຈຸ​ຂໍ້ພຣະຄຳພີ ​ຂະໜາດ​ໃຫຍ່ ແລະ ຂອບ​ເສື້ອຄຸມ​ຂອງ​ພວກເຂົາ​ກໍ​ເຮັດ​ຍອຍ​ຍາວ​ອອກໄປ.</verse>
				<verse number="6">ພວກເຂົາ​ມັກ​ບ່ອນນັ່ງ​ທີ່​ສຳຄັນ​ທີ່ສຸດ​ໃນ​ງານກິນລ້ຽງ​ຕ່າງໆ ແລະ ມັກ​ບ່ອນນັ່ງ​ທີ່​ສຳຄັນ​ໃນ​ທຳມະສາລາ;</verse>
				<verse number="7">ພວກເຂົາ​ມັກ​ໃຫ້​ຄົນ​ມາ​ຄຳນັບ​ທັກທາຍ​ໃນ​ບ່ອນຊຸມນຸມຊົນ ແລະ ມັກ​ໃຫ້​ເອີ້ນ​ພວກເຂົາ​ວ່າ, ‘ຣັບບີ’.</verse>
				<verse number="8">“ສ່ວນ​ພວກເຈົ້າ​ຢ່າ​ໃຫ້​ຜູ້ໃດ​ເອີ້ນ​ວ່າ, ‘ຣັບບີ’ ເພາະ​ພວກເຈົ້າ​ມີ​ອາຈານ​ພຽງແຕ່​ຜູ້​ດຽວ ແລະ ພວກເຈົ້າ​ທັງໝົດ​ເປັນ​ພີ່ນ້ອງ​ກັນ,</verse>
				<verse number="9">ແລະ ຢ່າ​ເອີ້ນ​ຜູ້ໃດ​ເທິງ​ແຜ່ນດິນ​ໂລກ​ນີ້​ວ່າ, ‘ບິດາ’ ເພາະ​ພວກເຈົ້າ​ມີ​ພຣະບິດາເຈົ້າ​ອົງ​ດຽວ ແລະ ພຣະອົງ​ສະຖິດ​ຢູ່​ໃນ​ສະຫວັນ.</verse>
				<verse number="10">ຢ່າ​ໃຫ້​ຜູ້ໃດ​ເອີ້ນ​ພວກເຈົ້າ​ວ່າ, ‘ຄູສອນ’ ເພາະວ່າ​ພວກເຈົ້າ​ມີ​ຄູສອນ​ພຽງ​ຜູ້​ດຽວ​ຄື​ພຣະຄຣິດເຈົ້າ.</verse>
				<verse number="11">ຜູ້​ເປັນ​ໃຫຍ່ທີ່ສຸດ​ທ່າມກາງ​ພວກເຈົ້າ​ນັ້ນ ຕ້ອງ​ເປັນ​ຜູ້ຮັບໃຊ້​ພວກເຈົ້າ.</verse>
				<verse number="12">ດ້ວຍວ່າ ຜູ້ໃດ​ທີ່​ຍົກ​ຕົນເອງ​ຂຶ້ນ​ຜູ້​ນັ້ນ​ຈະ​ຖືກ​ເຮັດ​ໃຫ້​ຖ່ອມໂຕລົງ ແລະ ຜູ້ໃດ​ທີ່​ຖ່ອມໂຕລົງ​ຈະ​ຖືກ​ຍົກ​ຂຶ້ນ.</verse>
				<verse number="13">“ວິບັດ​ແກ່​ພວກເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ ພວກ​ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ໜ້າ​ຄົນ. ດ້ວຍວ່າ ພວກເຈົ້າ​ເອງ​ບໍ່​ເຂົ້າ​ໄປ​ແລ້ວ​ຍັງ​ຂັດຂວາງ​ຄົນ​ທີ່​ພະຍາຍາມ​ຈະ​ເຂົ້າ​ໄປ.</verse>
				<verse number="14">ວິບັດ​ແກ່​ພວກເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ​ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ເອົາ​ສິ່ງຂອງ ຂອງ​ບັນດາ​ແມ່ໝ້າຍ ແລະ ທຳທ່າ​ອະທິຖານ​ຢ່າງ​ຍືດຍາວ ດັ່ງນັ້ນ ພວກເຈົ້າ​ຈະ​ຖືກ​ລົງໂທດ​ໜັກ​ທີ່ສຸດ.</verse>
				<verse number="15">“ວິບັດ​ແກ່​ເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ທຽວ​ເດີນທາງ​ໄປ​ມາ​ທັງ​ທາງບົກ ແລະ ທາງນໍ້າ​ເພື່ອ​ຈະ​ໄດ້​ຜູ້​ໜຶ່ງ​ມາ​ເຂົ້າ​ສາສະໜາ ແລະ ເມື່ອ​ໄດ້​ມາ​ເຂົ້າ​ແລ້ວ​ພວກເຈົ້າ​ກໍ​ເຮັດ​ໃຫ້​ຄົນ​ນັ້ນ​ເປັນ​ເດັກ​ຂອງ​ນະລົກ ຊົ່ວຮ້າຍ​ຫລາຍ​ກວ່າ​ພວກເຈົ້າ​ອີກ​ສອງ​ເທົ່າ.</verse>
				<verse number="16">“ວິບັດ​ແກ່​ພວກເຈົ້າ ຜູ້ນຳທາງ​ຕາບອດ! ພວກເຈົ້າ​ເວົ້າ​ວ່າ, ‘ຖ້າ​ຜູ້ໃດ​ສາບານ​ໂດຍ​ອ້າງ​ໃສ່​ວິຫານ​ກໍ​ບໍ່​ມີ​ຜົນ​ຫຍັງ, ແຕ່​ຖ້າ​ຜູ້ໃດ​ສາບານ​ໂດຍ​ອ້າງ​ໃສ່​ຄຳ​ໃນ​ວິຫານ ຜູ້​ນັ້ນ​ກໍ​ຕ້ອງ​ເຮັດ​ຕາມ​ທີ່​ຕົນ​ໄດ້​ສາບານ​ໄວ້’.</verse>
				<verse number="17">ພວກຕາບອດ​ທີ່​ໂງ່ຈ້າ​ເອີຍ! ສິ່ງໃດ​ທີ່​ສຳຄັນ​ກວ່າ​ກັນ ຄຳ ຫລື ວິຫານ​ທີ່​ເຮັດ​ໃຫ້​ຄຳ​ນັ້ນ​ສັກສິດ?</verse>
				<verse number="18">ແລະ ພວກເຈົ້າ​ຍັງ​ເວົ້າ​ອີກ​ວ່າ, ‘ຖ້າ​ຜູ້ໃດ​ສາບານ​ໂດຍ​ອ້າງ​ໃສ່​ແທ່ນບູຊາ​ກໍ​ບໍ່​ມີ​ຜົນ​ຫຍັງ, ແຕ່​ຖ້າ​ຜູ້ໃດ​ສາບານ​ໂດຍ​ອ້າງ​ໃສ່​ເຄື່ອງຖວາຍ​ເທິງ​ແທ່ນບູຊາ ຜູ້​ນັ້ນ​ກໍ​ຕ້ອງ​ເຮັດ​ຕາມ​ທີ່​ຕົນ​ໄດ້​ສາບານ​ໄວ້’.</verse>
				<verse number="19">ພວກຄົນຕາບອດ​ເອີຍ! ສິ່ງໃດ​ທີ່​ສຳຄັນ​ກວ່າ​ເຄື່ອງຖວາຍ ຫລື ແທ່ນບູຊາ​ທີ່​ເຮັດ​ໃຫ້​ເຄື່ອງຖວາຍ​ນັ້ນ​ສັກສິດ?</verse>
				<verse number="20">ເຫດສະນັ້ນ ເມື່ອ​ຄົນ​ໃດ​ຈະ​ສາບານ​ໂດຍ​ອ້າງ​ໃສ່​ແທ່ນບູຊາ ກໍ​ໃຫ້​ສາບານ​ໂດຍ​ອ້າງ​ໃສ່​ແທ່ນບູຊາ ແລະ ເຄື່ອງຖວາຍ​ທັງໝົດ​ເທິງ​ແທ່ນບູຊາ​ນັ້ນ​ເໝືອນກັນ,</verse>
				<verse number="21">ແລະ ເມື່ອ​ຄົນ​ໃດ​ສາບານ​ໂດຍ​ອ້າງ​ໃສ່​ວິຫານ ກໍ​ໃຫ້​ສາບານ​ໂດຍ​ອ້າງ​ໃສ່​ວິຫານ ແລະ ພຣະເຈົ້າ​ຜູ້​ສະຖິດ​ໃນ​ວິຫານ​ນັ້ນ​ເໝືອນກັນ.</verse>
				<verse number="22">ແລະ ເມື່ອ​ຄົນໃດ​ສາບານ​ໂດຍ​ອ້າງ​ໃສ່​ສະຫວັນ ກໍ​ໃຫ້​ສາບານ​ໂດຍ​ອ້າງ​ໃສ່​ບັນລັງ​ຂອງ​ພຣະເຈົ້າ ແລະ ພຣະອົງ​ຜູ້​ທີ່​ນັ່ງ​ເທິງ​ບັນລັງ​ນັ້ນ​ເໝືອນກັນ.</verse>
				<verse number="23">“ວິບັດ​ແກ່​ພວກເຈົ້າ ພວກ​ຄູສອນກົດບັນຍັດ ແລະ ພວກ​ຟາຣີຊາຍ​ຄົນໜ້າຊື່ໃຈຄົດ​ເອີຍ! ດ້ວຍວ່າ ພວກເຈົ້າ​ຖວາຍ​ໜຶ່ງສ່ວນສິບ​ຂອງ​ເຄື່ອງເທດ​ຂອງ​ເຈົ້າ ຄື​ຜັກຫອມລາບ, ແກ່ນ​ຜັກຊີ ແລະ ຜັກຄູມິນ. ແຕ່​ພວກເຈົ້າ​ໄດ້​ລະເລີຍ​ສິ່ງ​ທີ່​ສຳຄັນ​ກວ່າ​ນັ້ນ​ໃນ​ກົດບັນຍັດ ຄື​ຄວາມຍຸຕິທຳ, ຄວາມເມດຕາ ແລະ ຄວາມ​ສັດຊື່. ພວກເຈົ້າ​ຄວນ​ປະຕິບັດ​ສິ່ງ​ເຫລົ່ານີ້​ໂດຍ​ບໍ່​ປະຖິ້ມ​ສິ່ງ​ອື່ນ​ດ້ວຍ.</verse>
				<verse number="24">ພວກຜູ້ນຳທາງ​ຕາບອດ​ເອີຍ! ພວກເຈົ້າ​ຕອງ​ເອົາ​ແມງມີ່​ອອກ​ແຕ່​ກືນ​ອູດ​ທັງ​ໂຕ.</verse>
				<verse number="25">“ວິບັດ​ແກ່​ພວກເຈົ້າ ພວກ​ຄູສອນກົດບັນຍັດ ແລະ ພວກ​ຟາຣີຊາຍ​ຄົນໜ້າຊື່ໃຈຄົດ​ເອີຍ! ພວກເຈົ້າ​ລ້າງ​ຈອກ ແລະ ຖ້ວຍຊາມ​ໃຫ້​ສະອາດ​ແຕ່​ພາຍນອກ ແຕ່​ພາຍໃນ​ນັ້ນ​ເຕັມ​ໄປ​ດ້ວຍ​ຄວາມໂລບ ແລະ ການ​ເຮັດ​ຕາມໃຈ​ຕົນ​ເອງ.</verse>
				<verse number="26">ຄົນ​ຟາຣີຊາຍ​ຕາບອດ​ເອີຍ! ຈົ່ງ​ລ້າງ​ຈອກ ແລະ ຖ້ວຍຊາມ​ພາຍໃນ​ກ່ອນ ແລ້ວ​ພາຍນອກ​ກໍ​ຈະ​ສະອາດ​ກ້ຽງ​ດີ​ເໝືອນກັນ.</verse>
				<verse number="27">“ວິບັດ​ແກ່​ພວກເຈົ້າ ພວກ​ຄູສອນກົດບັນຍັດ ແລະ ພວກ​ຟາຣີຊາຍ​ຄົນໜ້າຊື່ໃຈຄົດ​ເອີຍ! ພວກເຈົ້າ​ເປັນ​ເໝືອນ​ອຸບມຸງ​ຝັງສົບ​ທີ່​ທາ​ດ້ວຍ​ປູນຂາວ ເຊິ່ງ​ເບິ່ງ​ພາຍນອກ​ງົດງາມ​ແຕ່​ພາຍໃນ​ນັ້ນ​ເຕັມ​ໄປ​ດ້ວຍ​ກະດູກ​ຄົນຕາຍ ແລະ ຄວາມ​ບໍ່ສະອາດ​ທຸກ​ຢ່າງ.</verse>
				<verse number="28">ໃນ​ທຳນອງ​ດຽວກັນ​ນັ້ນ ພາຍນອກ​ພວກເຈົ້າ​ກໍ​ປາກົດ​ໃຫ້​ຄົນ​ເຫັນ​ວ່າ​ເປັນ​ຄົນຊອບທຳ ແຕ່​ພາຍໃນ​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ໜ້າຊື່ໃຈຄົດ ແລະ ຄວາມ​ຊົ່ວຮ້າຍ.</verse>
				<verse number="29">“ວິບັດ​ແກ່​ພວກເຈົ້າ ພວກ​ຄູສອນກົດບັນຍັດ ແລະ ພວກ​ຟາຣີຊາຍ​ຄົນໜ້າຊື່ໃຈຄົດ​ເອີຍ! ພວກເຈົ້າ​ສ້າງ​ອຸບມຸງ​ຝັງສົບ​ໃຫ້​ບັນດາ​ຜູ້ທຳນວາຍ ແລະ ຕົບແຕ່ງ​ຂຸມຝັງສົບ​ຂອງ​ຄົນຊອບທຳ​ໃຫ້​ງົດງາມ</verse>
				<verse number="30">ແລະ ພວກເຈົ້າ​ເວົ້າ​ວ່າ, ‘ຖ້າ​ພວກເຮົາ​ໄດ້​ຢູ່​ໃນ​ສະໄໝ​ດຽວ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ​ນັ້ນ ພວກເຮົາ​ກໍ​ຄົງ​ຈະ​ບໍ່​ມີ​ສ່ວນ​ກັບ​ພວກເຂົາ​ໃນ​ການ​ຂ້າ​ພວກ​ຜູ້ທຳນວາຍ’.</verse>
				<verse number="31">ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ເປັນພະຍານ​ຕໍ່ສູ້​ຕົນ​ເອງ​ວ່າ​ພວກເຈົ້າ​ເປັນ​ເຊື້ອສາຍ​ຂອງ​ບັນດາ​ຜູ້​ທີ່​ຂ້າ​ພວກ​ຜູ້ທຳນວາຍ​ເຫລົ່ານັ້ນ,</verse>
				<verse number="32">ເຫດສະນັ້ນ ຈົ່ງ​ເຮັດ​ສິ່ງ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ ແລະ ເຮັດ​ໃຫ້​ສຳເລັດ​ຄົບຖ້ວນ​ສາ!</verse>
				<verse number="33">“ພວກ​ງູຮ້າຍ! ພວກ​ງູ​ພິດ​ເອີຍ! ພວກເຈົ້າ​ຈະ​ຫລຸດພົ້ນ​ຈາກ​ການຕັດສິນ​ລົງໂທດ​ໃຫ້​ລົງ​ນະລົກ​ໄດ້​ຢ່າງໃດ?</verse>
				<verse number="34">ດ້ວຍເຫດນີ້ ເຮົາ​ຈຶ່ງ​ໃຊ້​ພວກ​ຜູ້ທຳນວາຍ, ນັກປັດຊະຍາ ແລະ ພວກອາຈານ​ມາ​ຫາ​ພວກເຈົ້າ, ບາງຄົນ​ໃນ​ພວກເຂົາ​ພວກເຈົ້າ​ກໍ​ຂ້າ ແລະ ຄຶງ​ທີ່​ໄມ້ກາງແຂນ, ຄົນ​ອື່ນໆ​ອີກ​ພວກເຈົ້າ​ກໍ​ຈະ​ຂ້ຽນຕີ​ໃນ​ທຳມະສາລາ​ຂອງ​ພວກເຈົ້າ ແລະ ຂົ່ມເຫັງ​ພວກເຂົາ​ໄລ່​ຈາກ​ເມືອງ​ນີ້​ໄປ​ເມືອງ​ນັ້ນ.</verse>
				<verse number="35">ດັ່ງນັ້ນ ເລືອດ​ຂອງ​ຄົນຊອບທຳ​ທັງໝົດ​ທີ່​ຕົກ​ໃສ່​ແຜ່ນດິນໂລກ ແລະ ຈະ​ຕົກ​ຖືກ​ພວກເຈົ້າ, ນັບ​ຕັ້ງ​ແຕ່​ເລືອດ​ຂອງ​ອາເບັນ​ຜູ້ຊອບທຳ​ໄປ​ຈົນ​ເຖິງ​ເລືອດ​ຂອງ​ເຊກາຣີຢາ​ລູກຊາຍ​ຂອງ​ບາຣາຂີຢາ​ທີ່​ພວກເຈົ້າ​ໄດ້​ຂ້າ​ລະຫວ່າງ​ວິຫານ ແລະ ແທ່ນບູຊາ.</verse>
				<verse number="36">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເຫດການ​ເຫລົ່ານີ້​ຈະ​ເກີດຂຶ້ນ​ແກ່​ຄົນ​ສະໄໝ​ນີ້.</verse>
				<verse number="37">“ເຢຣູຊາເລັມ, ເຢຣູຊາເລັມ​ເອີຍ, ເຈົ້າ​ຜູ້​ຂ້າ​ບັນດາ​ຜູ້ທຳນວາຍ ແລະ ເອົາ​ກ້ອນຫີນ​ແກວ່ງ​ໃສ່​ບັນດາ​ຜູ້​ທີ່​ຖືກ​ໃຊ້​ມາ​ຫາ​ເຈົ້າ, ເຮົາ​ປາຖະໜາ​ຫລາຍ​ເທື່ອ​ແລ້ວ​ທີ່​ຈະ​ຮວບຮວມ​ລູກ​ຂອງ​ເຈົ້າ​ໄວ້ ເໝືອນດັ່ງ​ໄກ່​ແມ່​ທີ່​ຮວບຮວມ​ລູກ​ຂອງ​ມັນ​ໄວ້​ໃຕ້​ປີກ ແຕ່​ເຈົ້າ​ບໍ່​ຍິນຍອມ​ເລີຍ.</verse>
				<verse number="38">ເບິ່ງ​ແມ, ເຮືອນ​ຂອງ​ພວກເຈົ້າ​ຖືກ​ປະຖິ້ມ​ໃຫ້​ຮ້າງເປົ່າ</verse>
				<verse number="39">ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ພວກເຈົ້າ​ຈະ​ບໍ່​ໄດ້​ເຫັນ​ເຮົາ​ອີກ​ຈົນ​ກວ່າ​ພວກເຈົ້າ​ຈະ​ເວົ້າ​ວ່າ, ‘ສັນລະເສີນ​ພຣະອົງ​ຜູ້​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ’ ”.</verse>
			</chapter>
			<chapter number="24">
				<verse number="1">ພຣະເຢຊູເຈົ້າ​ອອກ​ຈາກ​ວິຫານ ແລະ ກຳລັງ​ຍ່າງ​ໄປ ພວກສາວົກ​ໄດ້​ມາ​ຫາ​ພຣະອົງ​ເພື່ອ​ຮຽກຮ້ອງ​ຄວາມ​ສົນໃຈ​ຂອງ​ພຣະອົງ​ໄປ​ທີ່​ອາຄານ​ຕ່າງໆ.</verse>
				<verse number="2">ພຣະອົງ​ໄດ້​ຖາມ​ວ່າ, “ພວກເຈົ້າ​ເຫັນ​ສິ່ງ​ເຫລົ່ານີ້​ທັງໝົດ​ບໍ? ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຫີນ​ຢູ່​ທີ່​ນີ້​ຈະ​ບໍ່​ເຫລືອ​ຊ້ອນ​ທັບ​ກັນ​ຈັກ​ກ້ອນ, ທຸກ​ກ້ອນ​ຈະ​ຖືກ​ໂຍນຖິ້ມ​ລົງ​ມາ​ໝົດ”.</verse>
				<verse number="3">ຂະນະ​ທີ່​ພຣະເຢຊູເຈົ້າ​ນັ່ງ​ຢູ່​ເທິງ​ພູເຂົາ​ໝາກກອກ​ນັ້ນ, ພວກສາວົກ​ໄດ້​ມາ​ຫາ​ພຣະອົງ​ເປັນ​ການ​ສ່ວນໂຕ. ແລະ ພວກເພິ່ນ​ຖາມ​ວ່າ, “ຂໍ​ບອກ​ພວກຂ້ານ້ອຍ​ວ່າ​ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອ​ໃດ ແລະ ສິ່ງ​ໃດ​ເປັນ​ໝາຍສຳຄັນ​ເຖິງ​ການ​ມາ​ຂອງ​ພຣະອົງ ແລະ ເປັນ​ໝາຍສຳຄັນ​ວ່າ​ແມ່ນ​ຍຸກສຸດທ້າຍ?”</verse>
				<verse number="4">ພຣະເຢຊູເຈົ້າ​ຕອບ​ວ່າ: “ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຜູ້​ໜຶ່ງ​ຫລອກລວງ​ພວກເຈົ້າ.</verse>
				<verse number="5">ດ້ວຍວ່າ ຈະ​ມີ​ຫລາຍ​ຄົນ​ມາ​ໃນ​ນາມ​ຂອງ​ເຮົາ ແລະ ອ້າງ​ວ່າ, ‘ເຮົາ​ເປັນ​ພຣະຄຣິດເຈົ້າ’ ແລະ ຈະ​ຫລອກລວງ​ຫລາຍ​ຄົນ.</verse>
				<verse number="6">ພວກເຈົ້າ​ຈະ​ໄດ້​ຍິນ​ເຖິງ​ເລື່ອງ​ສົງຄາມ ແລະ ຂ່າວລື​ເລື່ອງ​ການເຮັດສົງຄາມ, ຈົ່ງ​ລະວັງ​ຢ່າ​ຕື່ນຕົກໃຈ. ເຫດການ​ເຫລົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ ແຕ່​ວ່າ​ເວລາ​ສຸດທ້າຍ​ຍັງ​ບໍ່​ມາ​ເຖິງ.</verse>
				<verse number="7">ປະເທດ​ຕໍ່​ປະເທດ, ອານາຈັກ​ຕໍ່​ອານາຈັກ​ຈະ​ສູ້ຮົບ​ກັນ, ຈະ​ເກີດ​ການອຶດຢາກ​ອາຫານ ແລະ ແຜ່ນດິນໄຫວ​ໃນ​ບ່ອນ​ຕ່າງໆ.</verse>
				<verse number="8">ເຫດການ​ທັງໝົດ​ເຫລົ່ານີ້​ແມ່ນ​ຂັ້ນ​ເລີ່ມຕົ້ນ​ຂອງ​ຄວາມເຈັບປວດ​ໃນ​ການເກີດລູກ.</verse>
				<verse number="9">“ແລ້ວ​ພວກເຈົ້າ​ຈະ​ຖືກ​ມອບ​ໄວ້​ໃຫ້​ຖືກ​ຂົ່ມເຫັງ ແລະ ຂ້າ, ທຸກ​ຊົນຊາດ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ເຮົາ.</verse>
				<verse number="10">ໃນເວລານັ້ນ ຫລາຍ​ຄົນ​ຈະ​ຫັນໜີ​ຈາກ​ຄວາມເຊື່ອ, ຈະ​ທໍລະຍົດ​ຫັກຫລັງ ແລະ ກຽດຊັງ​ກັນ</verse>
				<verse number="11">ແລະ ຈະ​ມີ​ຜູ້ທຳນວາຍປອມ​ຫລາຍຄົນ​ເກີດຂຶ້ນ ແລະ ຫລອກລວງ​ຫລາຍຄົນ.</verse>
				<verse number="12">ຄວາມຮັກ​ຂອງ​ຄົນ​ສ່ວນຫລາຍ​ຈະ​ເຢັນ​ລົງ ເພາະ​ຄວາມ​ຊົ່ວຮ້າຍ​ຈະ​ເພີ່ມ​ຂຶ້ນ,</verse>
				<verse number="13">ແຕ່​ຜູ້ໃດ​ທີ່​ຕັ້ງໝັ້ນຄົງ​ໄດ້​ຈົນ​ເຖິງ​ທີ່ສຸດ ຜູ້​ນັ້ນ​ຈະ​ໄດ້​ພົ້ນ</verse>
				<verse number="14">ແລະ ຂ່າວປະເສີດ​ເລື່ອງ​ອານາຈັກ​ນີ້​ຈະ​ໄດ້​ປະກາດ​ໄປ​ທົ່ວ​ໂລກ ເພື່ອ​ເປັນ​ພະຍານ​ແກ່​ຄົນ​ທຸກ​ຊາດ ແລ້ວ​ຍຸກ​ສຸດທ້າຍ​ຈະ​ມາ​ເຖິງ.</verse>
				<verse number="15">“ດັ່ງນັ້ນ ເມື່ອ​ພວກເຈົ້າ​ເຫັນ, ‘ສິ່ງ​ທີ່​ໜ້າກຽດໜ້າຊັງ​ອັນ​ເປັນ​ຕົ້ນເຫດ​ຂອງ​ວິບັດ’ ຕັ້ງ​ຢູ່​ໃນ​ບ່ອນ​ສັກສິດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ດານີເອນ (ໃຫ້​ຜູ້​ອ່ານ​ເຂົ້າໃຈ​ຄວາມໝາຍ​ເອົາ​ເອງ)</verse>
				<verse number="16">ແລ້ວ​ໃຫ້​ບັນດາ​ຜູ້​ທີ່​ຢູ່ໃນ​ແຂວງ​ຢູດາຍ​ໜີ​ໄປ​ທີ່​ພູເຂົາ​ທັງຫລາຍ,</verse>
				<verse number="17">ຜູ້​ທີ່​ຢູ່​ເທິງ​ຫລັງຄາ​ກໍ​ບໍ່​ຕ້ອງ​ລົງ​ມາ​ເກັບ​ເອົາ​ສິ່ງຂອງ​ອອກຈາກ​ເຮືອນ.</verse>
				<verse number="18">ຜູ້​ທີ່​ຢູ່​ຕາມ​ທົ່ງນາ​ນັ້ນ ບໍ່​ຕ້ອງ​ກັບ​ມາ​ເອົາ​ເສື້ອຄຸມ​ຂອງ​ຕົນ.</verse>
				<verse number="19">ໃນ​ວັນ​ເຫລົ່ານັ້ນ​ເປັນ​ໜ້າຢ້ານກົວ​ທີ່ສຸດ​ສຳລັບ​ແມ່ຍິງ​ຖືພາ ແລະ ແມ່ລູກອ່ອນ.</verse>
				<verse number="20">ຈົ່ງ​ອະທິຖານ​ເພື່ອ​ການປົບໜີ​ຂອງ​ພວກເຈົ້າ​ນັ້ນ​ຈະ​ບໍ່​ເກີດຂຶ້ນ​ໃນ​ລະດູໜາວ ຫລື ໃນ​ວັນຊະບາໂຕ.</verse>
				<verse number="21">ເພາະ​ໃນ​ເວລາ​ນັ້ນ​ຈະ​ມີ​ຄວາມທຸກລຳບາກ​ຄັ້ງ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ຕັ້ງແຕ່​ການ​ເລີ່ມຕົ້ນ​ຂອງ​ໂລກ​ຈົນ​ເຖິງ​ທຸກ​ວັນ​ນີ້ ແລະ ຈະ​ບໍ່​ມີ​ຄັ້ງ​ໃດ​ເທົ່າກັບ​ຄັ້ງ​ນີ້​ອີກ.</verse>
				<verse number="22">“ຖ້າ​ວັນ​ເຫລົ່ານັ້ນ​ບໍ່​ໄດ້​ຖືກ​ຕັດ​ໃຫ້​ສັ້ນເຂົ້າ​ແລ້ວ ກໍ​ຈະ​ບໍ່​ມີ​ຄົນ​ໃດ​ພົ້ນ​ເລີຍ, ແຕ່​ເພື່ອ​ເຫັນ​ແກ່​ຜູ້​ທີ່​ໄດ້​ເລືອກ​ໄວ້​ນັ້ນ​ຈະ​ເຮັດ​ໃຫ້​ວັນ​ເຫລົ່ານັ້ນ​ສັ້ນ​ເຂົ້າ.</verse>
				<verse number="23">ໃນ​ເວລາ​ນັ້ນ ຖ້າ​ມີ​ຜູ້ໃດ​ເວົ້າ​ກັບ​ພວກເຈົ້າ​ວ່າ, ‘ເບິ່ງ​ແມ ພຣະຄຣິດເຈົ້າ​ຢູ່​ທີ່​ນີ້!’ ຫລື ‘ພຣະອົງ​ຢູ່​ທີ່​ນັ້ນ!’ ຢ່າ​ໄດ້​ເຊື່ອ.</verse>
				<verse number="24">ດ້ວຍວ່າ ຈະ​ມີ​ພຣະຄຣິດ​ປອມ ແລະ ຜູ້ທຳນວາຍ​ປອມ​ປາກົດ​ຂຶ້ນ ພວກເຂົາ​ຈະ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ອັນ​ຍິ່ງໃຫຍ່​ຫລາຍ​ປະການ, ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນ​ແຕ່​ຜູ້​ທີ່​ໄດ້​ເລືອກ​ໄວ້.</verse>
				<verse number="25">ເບິ່ງ​ແມ ເຮົາ​ໄດ້​ບອກ​ພວກເຈົ້າ​ທັງຫລາຍ​ໃຫ້​ຮູ້​ໄວ້​ລ່ວງໜ້າ​ກ່ອນ​ແລ້ວ.</verse>
				<verse number="26">“ດັ່ງນັ້ນ ຖ້າ​ມີ​ຄົນ​ບອກ​ພວກເຈົ້າ​ວ່າ, ‘ເພິ່ນ​ຢູ່​ທີ່​ນັ້ນ​ໃນ​ຖິ່ນແຫ້ງແລ້ງກັນດານ’ ຢ່າ​ໄດ້​ອອກໄປ​ທີ່​ນັ້ນ ຫລື ມີ​ຄົນ​ບອກ​ວ່າ, ‘ເພິ່ນ​ຢູ່​ທີ່​ນີ້​ໃນ​ຫ້ອງດ້ານໃນ’ ກໍ​ຢ່າ​ໄດ້​ເຊື່ອ.</verse>
				<verse number="27">ດ້ວຍວ່າ ຟ້າແມບເຫລື້ອມ​ອອກ​ມາ​ຈາກ​ທິດຕາເວັນອອກ​ເບິ່ງເຫັນ​ໄດ້​ແມ່ນແຕ່​ຢູ່​ທິດຕາເວັນຕົກ​ຢ່າງໃດ ການ​ມາ​ຂອງ​ບຸດມະນຸດ​ກໍ​ຈະ​ເປັນ​ຢ່າງ​ນັ້ນ.</verse>
				<verse number="28">ຊາກສົບ​ຢູ່​ບ່ອນ​ໃດ ຝູງ​ແຮ້ງ​ກໍ​ຈະ​ເຕົ້າໂຮມກັນ​ຢູ່​ບ່ອນ​ນັ້ນ.</verse>
				<verse number="29">“ໃນ​ທັນໃດ​ນັ້ນ ຫລັງຈາກ​ວັນ​ແຫ່ງ​ຄວາມທຸກລຳບາກ​ເຫລົ່ານີ້, “‘ດວງອາທິດ​ຈະ​ມືດ​ໄປ ແລະ ດວງເດືອນ​ຈະ​ບໍ່​ສ່ອງແສງ ດວງດາວ​ທັງຫລາຍ​ຈະ​ຕົກ​ຈາກ​ທ້ອງຟ້າ ແລະ ສະຫວັນ​ຈະ​ສັ່ນສະເທືອນ’.</verse>
				<verse number="30">“ເມື່ອ​ນັ້ນ​ໝາຍສຳຄັນ​ຂອງ​ບຸດມະນຸດ​ຈະ​ປາກົດ​ຂຶ້ນ​ໃນ​ສະຫວັນ ແລະ ປະຊາຊາດ​ທັງປວງ​ແຫ່ງ​ແຜ່ນດິນໂລກ​ຈະ​ຮ້ອງໄຫ້​ຄວນຄາງ​ເມື່ອ​ພວກເຂົາ​ຈະ​ເຫັນ​ບຸດມະນຸດ​ກຳລັງ​ມາ​ເທິງ​ເມກ​ແຫ່ງ​ສະຫວັນ​ດ້ວຍ​ລິດອຳນາດ ແລະ ສະຫງ່າລາສີ​ອັນ​ຍິ່ງໃຫຍ່.</verse>
				<verse number="31">ພຣະອົງ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ມາ​ພ້ອມ​ກັບ​ສຽງແກ​ດັງ​ກ້ອງສະໜັ່ນ, ເທວະດາ​ເຫລົ່ານັ້ນ​ຈະ​ຮວບຮວມ​ເອົາ​ຜູ້​ທີ່​ເລືອກ​ໄວ້​ຈາກ​ທັງ​ສີ່​ທິດ ຕັ້ງແຕ່​ສຸດ​ຂອບ​ຟ້າສະຫວັນ​ເບື້ອງ​ໜຶ່ງ​ຈົນ​ເຖິງ​ສຸດ​ຂອບ​ຟ້າສະຫວັນ​ອີກ​ເບື້ອງ​ໜຶ່ງ.</verse>
				<verse number="32">“ບັດນີ້ ຈົ່ງ​ຮຽນຮູ້​ເອົາ​ບົດຮຽນ​ນີ້​ຈາກ​ຕົ້ນໝາກເດື່ອ​ຄື: ທັນທີ​ທີ່​ກິ່ງ​ອ່ອນ ແລະ ໃບ​ຂອງ​ມັນ​ປົ່ງ​ອອກມາ ພວກເຈົ້າ​ກໍ​ຮູ້​ວ່າ​ລະດູ​ຮ້ອນ​ໃກ້​ຈະ​ມາ​ເຖິງ​ແລ້ວ.</verse>
				<verse number="33">ຢ່າງ​ດຽວ​ກັນ​ເມື່ອ​ພວກເຈົ້າ​ເຫັນ​ສິ່ງ​ທັງໝົດ​ເຫລົ່ານີ້ ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ພຣະອົງ​ເຂົ້າ​ມາ​ໃກ້​ແລ້ວ, ຢູ່​ທີ່​ປະຕູ​ແລ້ວ.</verse>
				<verse number="34">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນ​ໃນ​ສະໄໝ​ນີ້​ຈະ​ຍັງ​ບໍ່​ທັນ​ລ່ວງລັບ​ໄປ​ກ່ອນ​ຈົນ​ກວ່າ​ສິ່ງ​ທັງໝົດ​ເຫລົ່ານີ້​ຈະ​ເກີດຂຶ້ນ.</verse>
				<verse number="35">ສະຫວັນ ແລະ ແຜ່ນດິນໂລກ​ຈະ​ລ່ວງ​ພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງ​ເຮົາ​ຈະ​ບໍ່​ລ່ວງ​ພົ້ນ​ໄປ​ຈັກເທື່ອ.</verse>
				<verse number="36">“ແຕ່​ເລື່ອງ​ວັນ ຫລື ເວລາ​ນັ້ນ​ບໍ່​ມີ​ຜູ້ໃດ​ຮູ້, ແມ່ນແຕ່​ບັນດາ​ເທວະດາ​ໃນ​ສະຫວັນ ຫລື ພຣະບຸດ ​ກໍ​ບໍ່​ຮູ້, ມີ​ແຕ່​ພຣະບິດາ​ອົງ​ດຽວ​ເທົ່ານັ້ນ​ທີ່​ຮູ້.</verse>
				<verse number="37">ໃນ​ສະໄໝ​ຂອງ​ໂນອາ​ເປັນ​ຢ່າງໃດ ເມື່ອ​ບຸດມະນຸດ​ມາ​ກໍ​ຈະ​ເປັນ​ຢ່າງນັ້ນ.</verse>
				<verse number="38">ເພາະວ່າ​ກ່ອນ​ວັນ​ນ້ຳຖ້ວມໂລກ​ຄົນ​ທັງຫລາຍ​ໄດ້​ກິນ ແລະ ໄດ້​ດື່ມ, ໄດ້​ແຕ່ງງານ ແລະ ຍົກ​ໃຫ້​ເປັນ​ຜົວເມຍ​ກັນ​ຈົນ​ເຖິງ​ວັນ​ທີ່​ໂນອາ​ໄດ້​ເຂົ້າໄປ​ໃນ​ເຮືອ,</verse>
				<verse number="39">ພວກເຂົາ​ບໍ່​ຮູ້​ເລີຍ​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ຈົນກວ່າ​ຖືກ​ນ້ຳຖ້ວມ ແລະ ກວາດລ້າງ​ພວກເຂົາ​ໄປ​ໝົດ. ເມື່ອ​ບຸດມະນຸດ​ມາ​ກໍ​ຈະ​ເປັນ​ດັ່ງນີ້.</verse>
				<verse number="40">ຈະ​ມີ​ຊາຍ​ສອງ​ຄົນ​ຢູ່​ໃນ​ທົ່ງນາ ຄົນ​ໜຶ່ງ​ຈະ​ຖືກ​ຮັບ​ໄປ ແລະ ອີກ​ຄົນ​ໜຶ່ງ​ຈະ​ຖືກ​ປະ​ໄວ້.</verse>
				<verse number="41">ຈະ​ມີ​ຍິງ​ສອງ​ຄົນ​ກຳລັງ​ໂມ້ແປ້ງ​ດ້ວຍ​ເຄື່ອງໂມ້​ທີ່​ໃຊ້​ມື​ຢູ່ ຄົນ​ໜຶ່ງ​ຈະ​ຖືກ​ຮັບ​ໄປ ແລະ ອີກ​ຄົນ​ໜຶ່ງ​ຈະ​ຖືກ​ປະ​ໄວ້.</verse>
				<verse number="42">“ດັ່ງນັ້ນ ຈົ່ງ​ເຝົ້າລະວັງ​ຢູ່ ເພາະ​ພວກເຈົ້າ​ທັງຫລາຍ​ບໍ່​ຮູ້​ວ່າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຈົ້າ​ຈະ​ມາ​ເວລາ​ໃດ.</verse>
				<verse number="43">ແຕ່​ຈົ່ງ​ເຂົ້າໃຈ​ດັ່ງນີ້​ຄື: ຖ້າ​ເຈົ້າຂອງ​ເຮືອນ​ຮູ້​ກ່ອນ​ວ່າ​ຂະໂມຍ​ຈະ​ມາ​ໃນ​ຕອນກາງຄືນ​ຈັກ​ໂມງ ລາວ​ກໍ​ຄົງ​ຈະ​ເຝົ້າລະວັງ​ຢູ່ ແລະ ບໍ່​ປ່ອຍ​ໃຫ້​ຂະໂມຍ​ງັດ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຕົນ​ໄດ້.</verse>
				<verse number="44">ດັ່ງນັ້ນ ພວກເຈົ້າ​ຈະ​ຕ້ອງ​ຕຽມພ້ອມ​ເໝືອນກັນ ເພາະວ່າ​ບຸດມະນຸດ​ຈະ​ມາ​ໃນ​ເວລາ​ທີ່​ພວກເຈົ້າ​ບໍ່​ຄາດຄິດ.</verse>
				<verse number="45">“ແມ່ນ​ຜູ້ໃດ​ທີ່​ເປັນ​ຄົນຮັບໃຊ້​ທີ່​ສັດຊື່ ແລະ ສະຫລາດ, ຜູ້​ທີ່​ນາຍ​ໄດ້​ຕັ້ງ​ໄວ້​ໃຫ້​ຮັບຜິດຊອບ​ບັນດາ​ຄົນຮັບໃຊ້​ໃນ​ເຮືອນ​ຂອງ​ເພິ່ນ ເພື່ອ​ແຈກຢາຍ​ອາຫານ​ໃຫ້​ພວກເຂົາ​ຕາມ​ເວລາ?</verse>
				<verse number="46">ຈະ​ເປັນ​ຜົນ​ດີ​ສຳລັບ​ຄົນຮັບໃຊ້​ຜູ້​ນັ້ນ​ເມື່ອ​ນາຍ​ກັບ​ມາ​ພົບ​ວ່າ​ລາວ​ເຮັດ​ຕາມ​ໜ້າທີ່.</verse>
				<verse number="47">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ຕັ້ງ​ລາວ​ໃຫ້​ເປັນ​ຜູ້​ຮັບຜິດຊອບ​ຊັບສົມບັດ​ທັງໝົດ​ຂອງ​ນາຍ.</verse>
				<verse number="48">ແຕ່​ຖ້າ​ຄົນຮັບໃຊ້​ນັ້ນ​ເປັນ​ຄົນ​ຊົ່ວຮ້າຍ ແລະ ຄິດ​ໃນ​ໃຈ​ວ່າ, ‘ຍັງ​ອີກ​ດົນ​ທີ່​ນາຍ​ຂອງ​ຕົນ​ຈະ​ກັບມາ’</verse>
				<verse number="49">ແລະ ລາວ​ຈຶ່ງ​ເລີ່ມ​ຂ້ຽນຕີ​ຄົນຮັບໃຊ້​ດ້ວຍກັນ ທັງ​ກິນ ແລະ ດື່ມ​ກັບ​ຄົນ​ຂີ້ເມົາ​ດ້ວຍ</verse>
				<verse number="50">ນາຍ​ຂອງ​ຄົນຮັບໃຊ້​ຜູ້​ນັ້ນ​ຈະ​ກັບມາ​ໃນ​ວັນ​ທີ່​ລາວ​ບໍ່​ຄາດຄິດ ແລະ ໃນ​ເວລາ​ທີ່​ລາວ​ບໍ່​ຮູ້.</verse>
				<verse number="51">ນາຍ​ຈະ​ຕັດ​ລາວ​ເປັນ​ຕ່ອນໆ ແລະ ຈັດ​ໃຫ້​ລາວ​ໄປ​ຢູ່​ໃນ​ບ່ອນ​ຂອງ​ຄົນໜ້າຊື່ໃຈຄົດ, ທີ່​ນັ້ນ​ຈະ​ມີ​ການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ.</verse>
			</chapter>
			<chapter number="25">
				<verse number="1">“ໃນ​ເວລາ​ນັ້ນ ອານາຈັກ​ສະຫວັນ​ປຽບເໝືອນ​ສາວບໍລິສຸດ​ສິບ​ຄົນ​ທີ່​ຖື​ຕະກຽງ​ຂອງ​ຕົນ​ອອກ​ໄປ​ຮັບ​ເຈົ້າບ່າວ.</verse>
				<verse number="2">ຫ້າ​ຄົນ​ໃນ​ພວກເຂົາ​ເປັນ​ຄົນໂງ່ ແລະ ອີກ​ຫ້າ​ຄົນ​ເປັນ​ຄົນ​ສະຫລາດ.</verse>
				<verse number="3">ຝ່າຍ​ພວກຄົນໂງ່​ນັ້ນ​ໄດ້​ຖື​ເອົາ​ຕະກຽງ​ຂອງ​ພວກເຂົາ​ໄປ​ແຕ່​ບໍ່​ໄດ້​ເອົາ​ນ້ຳມັນ​ໄປ​ນໍາ.</verse>
				<verse number="4">ສ່ວນ​ພວກຄົນສະຫລາດ​ນັ້ນ​ໄດ້​ເອົາ​ນ້ຳມັນ​ໃສ່​ຂວດ​ຖື​ໄປ​ພ້ອມ​ກັບ​ຕະກຽງ​ຂອງ​ພວກເຂົາ.</verse>
				<verse number="5">ເປັນ​ເວລາ​ດົນນານ​ທີ່​ເຈົ້າບ່າວ​ຈະ​ມາ, ພວກເຂົາ​ທັງໝົດ​ຕ່າງ​ກໍ​ເຫງົານອນ ແລະ ຫລັບ​ໄປ.</verse>
				<verse number="6">“ພໍ​ເຖິງ​ເວລາ​ທ່ຽງຄືນ​ກໍ​ມີ​ສຽງ​ຮ້ອງ​ຂຶ້ນ​ວ່າ: ‘ເຈົ້າບ່າວ​ມາ​ແລ້ວ! ຈົ່ງ​ອອກ​ມາ​ຮັບ​ເພິ່ນ​ເທີ້ນ!’</verse>
				<verse number="7">“ແລ້ວ​ສາວບໍລິສຸດ​ທັງໝົດ​ຈຶ່ງ​ຕື່ນ​ຂຶ້ນ ແລະ ຈັດຕຽມ​ຕະກຽງ​ຂອງ​ຕົນ.</verse>
				<verse number="8">ແລ້ວ​ພວກຄົນໂງ່​ກໍ​ເວົ້າ​ກັບ​ພວກຄົນສະຫລາດ​ວ່າ, ‘ຂໍ​ນ້ຳມັນ​ຂອງ​ພວກເຈົ້າ​ໃຫ້​ພວກຂ້ອຍ​ແດ່ ຕະກຽງ​ຂອງ​ພວກຂ້ອຍ​ໃກ້​ຈະ​ມອດ​ແລ້ວ’.</verse>
				<verse number="9">“ແຕ່​ພວກເຂົາ​ຕອບ​ວ່າ, ‘ບໍ່​ໄດ້​ດອກ ນ້ຳມັນ​ມີ​ບໍ່​ພຽງພໍ​ສຳລັບ​ພວກຂ້ອຍ ແລະ ພວກເຈົ້າ, ຈົ່ງ​ໄປ​ຫາ​ຄົນຂາຍ​ນໍ້າມັນ ແລະ ຊື້​ເອົາ​ສຳລັບ​ພວກເຈົ້າ​ສາ’.</verse>
				<verse number="10">“ແຕ່​ໃນ​ຂະນະ​ທີ່​ພວກເຂົາ​ກຳລັງ​ອອກ​ໄປ​ຊື້​ນໍ້າມັນ​ຢູ່​ນັ້ນ, ເຈົ້າບ່າວ​ກໍ​ມາ​ຮອດ. ພວກສາວບໍລິສຸດ​ທີ່​ຕຽມພ້ອມ​ຢູ່​ແລ້ວ​ກໍ​ເຂົ້າໄປ​ກັບ​ເຈົ້າບ່າວ​ໃນ​ງານກິນລ້ຽງ​ສົມລົດ ແລະ ປະຕູ​ກໍ​ອັດ.</verse>
				<verse number="11">“ຫລັງຈາກນັ້ນ ພວກ​ສາວບໍລິສຸດ​ອີກ​ຫ້າ​ຄົນ​ກໍ​ມາ​ຮອດ ແລະ ຮ້ອງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ! ອົງພຣະຜູ້ເປັນເຈົ້າ​ເອີຍ! ຂໍ​ເປີດ​ປະຕູ​ໃຫ້​ພວກ​ຂ້ານ້ອຍ​ແດ່​ທ້ອນ’.</verse>
				<verse number="12">“ແຕ່​ເພິ່ນ​ໄດ້​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ’.</verse>
				<verse number="13">“ເຫດສະນັ້ນ ຈົ່ງ​ເຝົ້າ​ລະວັງ​ຢູ່ ເພາະວ່າ​ພວກເຈົ້າ​ບໍ່​ຮູ້ຈັກ​ວັນ ຫລື ໂມງ​ນັ້ນ.</verse>
				<verse number="14">“ອີກ​ເທື່ອ​ໜຶ່ງ, ອານາຈັກ​ສະຫວັນ​ຍັງ​ປຽບເໝືອນ​ຊາຍ​ຄົນ​ໜຶ່ງ​ທີ່​ກຳລັງ​ຈະ​ອອກ​ເດີນທາງ​ໄປ ເພິ່ນ​ຈຶ່ງ​ເອີ້ນ​ພວກ​ຄົນຮັບໃຊ້​ຂອງ​ຕົນ​ມາ ແລະ ມອບໝາຍ​ໃຫ້​ພວກເຂົາ​ຮັບຜິດຊອບ​ຊັບສິນ​ຂອງ​ຕົນ.</verse>
				<verse number="15">ເພິ່ນ​ໄດ້​ມອບ​ຄຳ​ຫ້າ​ຖົງ ​ໃຫ້​ຄົນ​ໜຶ່ງ, ສອງ​ຖົງ​ໃຫ້​ຄົນ​ໜຶ່ງ ແລະ ໜຶ່ງ​ຖົງ​ໃຫ້​ອີກ​ຄົນ​ໜຶ່ງ, ຕາມ​ຄວາມ​ສາມາດ​ຂອງ​ແຕ່ລະຄົນ ແລ້ວ​ເພິ່ນ​ກໍ​ອອກ​ເດີນທາງ​ໄປ.</verse>
				<verse number="16">ຄົນ​ທີ່​ໄດ້​ຮັບ​ຄຳ​ຫ້າ​ຖົງ​ກໍ​ນຳ​ໄປ​ລົງທຶນ​ທັນທີ ແລະ ໄດ້​ກຳໄລ​ມາ​ອີກ​ຫ້າ​ຖົງ.</verse>
				<verse number="17">ຄົນ​ທີ່​ໄດ້​ຮັບ​ສອງ​ຖົງ​ກໍ​ເໝືອນກັນ​ໄດ້​ກຳໄລ​ມາ​ອີກ​ສອງ​ຖົງ.</verse>
				<verse number="18">ສ່ວນ​ຄົນ​ທີ່​ໄດ້​ຮັບ​ໜຶ່ງ​ຖົງ​ໄດ້​ໄປ​ຂຸດຂຸມ ແລະ ເອົາ​ຄຳ​ຂອງ​ນາຍ​ເຊື່ອງ​ໄວ້.</verse>
				<verse number="19">“ຫລັງຈາກ​ຜ່ານ​ໄປ​ດົນນານ​ຕໍ່ມາ ນາຍ​ຂອງ​ຄົນຮັບໃຊ້​ເຫລົ່ານັ້ນ​ກໍ​ກັບມາ ແລະ ຄິດບັນຊີ​ກັບ​ພວກເຂົາ.</verse>
				<verse number="20">ຄົນ​ທີ່​ໄດ້​ຮັບ​ຄຳ​ຫ້າ​ຖົງ​ກໍ່​ໄດ້​ເຂົ້າ​ມາ​ພ້ອມ​ກັບ​ກຳໄລ​ອີກ​ຫ້າ​ຖົງ ແລະ ກ່າວ​ວ່າ, ‘ນາຍ​ເອີຍ! ທ່ານ​ໄດ້​ມອບ​ຄຳ​ຫ້າ​ຖົງ​ໃຫ້​ຂ້ານ້ອຍ ເບິ່ງແມ, ຂ້ານ້ອຍ​ໄດ້​ກຳໄລ​ຫ້າ​ຖົງ​ຕື່ມ​ອີກ’.</verse>
				<verse number="21">“ນາຍ​ຂອງ​ລາວ​ຕອບ​ວ່າ, ‘ດີ​ຫລາຍ ເຈົ້າ​ເປັນ​ຄົນຮັບໃຊ້​ທີ່​ດີ ແລະ ສັດຊື່! ເຈົ້າ​ເປັນ​ຜູ້​ສັດຊື່​ໃນ​ຂອງ​ເລັກນ້ອຍ​ເຮົາ​ຈະ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ສິ່ງຂອງ​ຫລາຍຢ່າງ, ຈົ່ງ​ມາ​ຮ່ວມ​ຊື່ນຊົມຍິນດີ​ກັບ​ເຮົາ!’</verse>
				<verse number="22">“ຄົນ​ທີ່​ໄດ້​ຮັບ​ສອງ​ຖົງ​ກໍ​ເຂົ້າມາ​ເໝືອນກັນ ແລະ ກ່າວ​ວ່າ, ‘ນາຍ​ເອີຍ, ທ່ານ​ໄດ້​ມອບ​ຄຳ​ສອງ​ຖົງ​ໃຫ້​ຂ້ານ້ອຍ. ເບິ່ງແມ, ຂ້ານ້ອຍ​ໄດ້​ກຳໄລ​ສອງ​ຖົງ​ຕື່ມ​ອີກ’.</verse>
				<verse number="23">“ນາຍ​ຂອງ​ລາວ​ຕອບ​ວ່າ, ‘ດີ​ຫລາຍ ເຈົ້າ​ເປັນ​ຄົນຮັບໃຊ້​ທີ່​ດີ ແລະ ສັດຊື່! ເຈົ້າ​ເປັນ​ຜູ້​ສັດຊື່​ໃນ​ຂອງ​ເລັກນ້ອຍ​ເຮົາ​ຈະ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ສິ່ງຂອງ​ຫລາຍຢ່າງ. ຈົ່ງ​ມາ​ຮ່ວມ​ຊື່ນຊົມຍິນດີ​ກັບ​ເຮົາ!’</verse>
				<verse number="24">“ແລ້ວ​ຄົນ​ທີ່​ໄດ້​ຮັບ​ຄຳ​ໜຶ່ງ​ຖົງ​ກໍ​ເຂົ້າ​ມາ ແລະ ເວົ້າ​ວ່າ, ‘ນາຍ​ເອີຍ, ຂ້ານ້ອຍ​ຮູ້​ວ່າ​ທ່ານ​ເປັນ​ຄົນ​ເຄັ່ງຄັດ ທ່ານ​ເກັບກ່ຽວ​ຜົນ​ໃນ​ບ່ອນ​ທີ່​ທ່ານ​ບໍ່​ໄດ້​ປູກ ແລະ ທ່ານ​ຮວບຮວມ​ຜົນລະປູກ​ໃນ​ບ່ອນ​ທີ່​ທ່ານ​ບໍ່​ໄດ້​ຫວ່ານ​ເມັດພືດ.</verse>
				<verse number="25">ຂ້ານ້ອຍ​ຢ້ານ​ຈຶ່ງ​ໄດ້​ເອົາ​ຄຳ​ທີ່​ທ່ານ​ມອບ​ໃຫ້​ໄປ​ຝັງ​ດິນ​ໄວ້. ເບິ່ງແມ, ນີ້​ຄື​ຄຳ​ຂອງ​ທ່ານ’.</verse>
				<verse number="26">“ນາຍ​ຂອງ​ລາວ​ຕອບ​ວ່າ, ‘ເຈົ້າ​ຄົນຊົ່ວຊ້າ ແລະ ຜູ້ຮັບໃຊ້​ທີ່​ກຽດຄ້ານ​ເອີຍ! ເຈົ້າ​ກໍ​ຮູ້​ວ່າ​ເຮົາ​ເກັບກ່ຽວ​ເອົາ​ຜົນ​ໃນ​ບ່ອນ​ທີ່​ເຮົາ​ບໍ່​ໄດ້​ຫວ່ານ ແລະ ຮວບຮວມ​ເອົາ​ຜົນລະປູກ​ໃນ​ບ່ອນ​ທີ່​ເຮົາ​ບໍ່​ໄດ້​ຫວ່ານ​ເມັດພືດ.</verse>
				<verse number="27">ດັ່ງນັ້ນ ເຈົ້າ​ຄວນ​ເອົາ​ຄຳ​ຂອງ​ເຮົາ​ໄປ​ຝາກ​ທະນາຄານ​ໄວ້, ເພື່ອ​ວ່າ​ເມື່ອ​ເຮົາ​ກັບມາ​ເຮົາ​ກໍ​ຈະ​ໄດ້​ຄຳ​ນັ້ນ​ຄືນ​ພ້ອມ​ກັບ​ດອກເບ້ຍ.</verse>
				<verse number="28">“‘ດັ່ງນັ້ນ ຈົ່ງ​ເອົາ​ຄຳ​ໜຶ່ງ​ຖົງ​ນັ້ນ​ໄປ​ຈາກ​ມັນ ແລະ ມອບ​ໃຫ້​ຄົນ​ທີ່​ມີ​ສິບ​ຖົງ.</verse>
				<verse number="29">ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ຮັບ​ເພີ່ມເຕີມ​ຂຶ້ນ​ອີກ ແລະ ພວກເຂົາ​ຈະ​ມີ​ຢ່າງ​ອຸດົມສົມບູນ. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ມີ ແມ່ນແຕ່​ສິ່ງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ ກໍ​ຈະ​ຖືກ​ຍົກ​ເອົາ​ໄປ​ຈາກ​ພວກເຂົາ.</verse>
				<verse number="30">ແລະ ໂຍນ​ຄົນຮັບໃຊ້​ຜູ້​ບໍ່​ມີ​ປະໂຫຍດ​ຄົນ​ນີ້​ຖິ້ມ​ອອກໄປ​ຂ້າງນອກ​ໃນ​ທີ່​ມືດ ບ່ອນ​ທີ່​ມີ​ການ​ຮ້ອງໄຫ້ ແລະ ຂົບແຂ້ວ​ຢູ່’.</verse>
				<verse number="31">“ເມື່ອ​ບຸດມະນຸດ​ມາ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະອົງ​ພ້ອມດ້ວຍ​ເທວະດາ​ທັງໝົດ, ພຣະອົງ​ຈະ​ນັ່ງ​ເທິງ​ບັນລັງ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ.</verse>
				<verse number="32">ປະຊາຊາດ​ທັງໝົດ​ຈະ​ມາ​ເຕົ້າໂຮມກັນ​ຢູ່​ຕໍ່ໜ້າ​ພຣະອົງ ແລະ ພຣະອົງ​ຈະ​ແຍກ​ພວກເຂົາ​ອອກ​ຈາກ​ກັນ​ເໝືອນ​ກັບ​ຄົນລ້ຽງສັດ​ແຍກ​ແກະ​ອອກ​ຈາກ​ຝູງ​ແບ້.</verse>
				<verse number="33">ພຣະອົງ​ຈະ​ຈັດ​ໃຫ້​ແກະ​ຢູ່​ເບື້ອງຂວາ​ຂອງ​ພຣະອົງ ສ່ວນ​ຝູງ​ແບ້​ນັ້ນ​ຈະ​ໃຫ້​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ.</verse>
				<verse number="34">“ແລ້ວ​ກະສັດ​ກໍ​ຈະ​ກ່າວ​ກັບ​ບັນດາ​ຜູ້​ທີ່​ຢູ່​ເບື້ອງຂວາ​ຂອງ​ພຣະອົງ​ວ່າ, ‘ມາ​ເທີ້ນ, ພວກເຈົ້າ​ຜູ້​ທີ່​ໄດ້​ຮັບ​ພອນ​ຈາກ​ພຣະບິດາ​ຂອງ​ເຮົາ ຈົ່ງ​ມາ​ຮັບເອົາ​ມໍລະດົກ​ຂອງ​ເຈົ້າ, ອານາຈັກ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ພວກເຈົ້າ​ຕັ້ງແຕ່​ສ້າງ​ໂລກ.</verse>
				<verse number="35">ເພາະ​ເມື່ອ​ເຮົາ​ຫິວເຂົ້າ​ພວກເຈົ້າ​ກໍ​ເອົາ​ໃຫ້​ເຮົາ​ກິນ, ເມື່ອ​ເຮົາ​ຫິວນໍ້າ​ພວກເຈົ້າ​ກໍ​ເອົາ​ໃຫ້​ເຮົາ​ດື່ມ, ເຮົາ​ເປັນ​ຄົນແປກໜ້າ ພວກເຈົ້າ​ກໍ​ໄດ້​ຕ້ອນຮັບ​ເຮົາ​ໄວ້,</verse>
				<verse number="36">ເຮົາ​ຕ້ອງການ​ເຄື່ອງນຸ່ງຫົ່ມ ພວກເຈົ້າ​ກໍ​ເອົາ​ໃຫ້​ເຮົາ​ນຸ່ງຫົ່ມ, ເມື່ອ​ເຮົາ​ເຈັບປ່ວຍ​ພວກເຈົ້າ​ກໍ​ໄດ້​ເບິ່ງແຍງ​ເຮົາ, ເຮົາ​ຢູ່​ໃນ​ຄຸກ​ພວກເຈົ້າ​ກໍ​ໄດ້​ມາ​ຢ້ຽມຢາມ​ເຮົາ’.</verse>
				<verse number="37">“ແລ້ວ​ຝ່າຍ​ພວກ​ຜູ້ຊອບທຳ​ຈະ​ຕອບ​ພຣະອົງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ​ເອີຍ, ເມື່ອໃດ​ທີ່​ພວກຂ້ານ້ອຍ​ເຫັນ​ພຣະອົງ​ຫິວເຂົ້າ ແລະ ໄດ້​ເອົາ​ເຂົ້າ​ໃຫ້​ພຣະອົງ​ກິນ ຫລື ເຫັນ​ພຣະອົງ​ຫິວນ້ຳ ແລະ ໄດ້​ເອົາ​ນໍ້າ​ໃຫ້​ພຣະອົງ​ດື່ມ?</verse>
				<verse number="38">ເມື່ອໃດ​ທີ່​ພວກຂ້ານ້ອຍ​ເຫັນ​ພຣະອົງ​ເປັນ​ຄົນແປກໜ້າ ແລະ ໄດ້​ຕ້ອນຮັບ​ພຣະອົງ​ໄວ້ ຫລື ຖວາຍ​ເຄື່ອງນຸ່ງຫົ່ມ​ເມື່ອ​ພຣະອົງ​ຕ້ອງການ?</verse>
				<verse number="39">ເມື່ອໃດ​ທີ່​ພວກຂ້ານ້ອຍ​ເຫັນ​ພຣະອົງ​ເຈັບປ່ວຍ ຫລື ຢູ່​ໃນ​ຄຸກ ແລະ ໄດ້​ໄປ​ຢ້ຽມຢາມ​ພຣະອົງ?’</verse>
				<verse number="40">“ກະສັດ​ຈະ​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ໄດ້​ເຮັດ​ແກ່​ຜູ້ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ບັນດາ​ພີ່ນ້ອງ​ເຫລົ່ານີ້​ຂອງ​ເຮົາ ພວກເຈົ້າ​ກໍ​ໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ’.</verse>
				<verse number="41">“ແລ້ວ​ພຣະອົງ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ​ວ່າ, ‘ພວກເຈົ້າ​ທັງຫລາຍ​ທີ່​ຖືກ​ສາບແຊ່ງ ຈົ່ງ​ໄປ​ຈາກ​ເຮົາ, ຈົ່ງ​ລົງໄປ​ໃນ​ບຶງ​ໄຟ​ທີ່​ໄໝ້​ຢູ່​ເປັນນິດ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ ບໍລິວານ​ຂອງ​ມັນ.</verse>
				<verse number="42">ເພາະ​ເມື່ອ​ເຮົາ​ຫິວເຂົ້າ ພວກເຈົ້າ​ກໍ​ບໍ່​ໄດ້​ເອົາ​ໃຫ້​ເຮົາ​ກິນ, ເມື່ອ​ເຮົາ​ຫິວນ້ຳ ພວກເຈົ້າ​ກໍ​ບໍ່​ໄດ້​ເອົາ​ໃຫ້​ເຮົາ​ດື່ມ,</verse>
				<verse number="43">ເມື່ອ​ເຮົາ​ເປັນ​ຄົນແປກໜ້າ​ມາ ພວກເຈົ້າ​ກໍ​ບໍ່​ໄດ້​ຕ້ອນຮັບ​ເຮົາ​ໄວ້, ເມື່ອ​ເຮົາ​ຕ້ອງການ​ເຄື່ອງນຸ່ງຫົ່ມ ພວກເຈົ້າ​ກໍ​ບໍ່​ໄດ້​ເອົາ​ໃຫ້​ເຮົາ​ນຸ່ງຫົ່ມ, ເມື່ອ​ເຮົາ​ເຈັບປ່ວຍ ແລະ ຢູ່​ໃນ​ຄຸກ ພວກເຈົ້າ​ກໍ​ບໍ່​ໄດ້​ມາ​ຢ້ຽມຢາມ​ເຮົາ’.</verse>
				<verse number="44">“ແລ້ວ​ພວກເຂົາ​ກໍ​ຈະ​ຕອບ​ພຣະອົງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ​ເອີຍ, ເມື່ອໃດ​ທີ່​ພວກຂ້ານ້ອຍ​ເຫັນ​ພຣະອົງ​ຫິວເຂົ້າ ຫລື ຫິວນ້ຳ ຫລື ເປັນ​ຄົນແປກໜ້າ ຫລື ຕ້ອງການ​ເຄື່ອງນຸ່ງຫົ່ມ ຫລື ເຈັບປ່ວຍ ຫລື ຢູ່​ໃນ​ຄຸກ ແລ້ວ​ພວກຂ້ານ້ອຍ​ບໍ່​ໄດ້​ບົວລະບັດ​ພຣະອົງ?’</verse>
				<verse number="45">“ພຣະອົງ​ກໍ​ຈະ​ຕອບ​ພວກເຂົາ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ບໍ່​ໄດ້​ເຮັດ​ແກ່​ຜູ້ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ຄົນ​ເຫລົ່ານີ້ ພວກເຈົ້າ​ກໍ​ບໍ່​ໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ’.</verse>
				<verse number="46">“ແລ້ວ​ຄົນ​ເຫລົ່ານີ້​ກໍ​ຕ້ອງ​ອອກ​ໄປ​ຮັບໂທດ​ອັນ​ຕະຫລອດໄປ​ເປັນນິດ ແຕ່​ຜູ້ຊອບທຳ​ຈະ​ເຂົ້າ​ສູ່​ຊີວິດ​ນິລັນດອນ”.</verse>
			</chapter>
			<chapter number="26">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຖ້ອຍຄຳ​ເຫລົ່ານີ້​ຈົບ​ແລ້ວ ພຣະອົງ​ກໍ​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ,</verse>
				<verse number="2">“ພວກເຈົ້າ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ຍັງ​ອີກ​ສອງ​ວັນ​ກໍ​ຈະ​ເຖິງ​ເທດສະການ​ປັດສະຄາ ແລະ ບຸດມະນຸດ​ຈະ​ຖືກ​ມອບ​ໃຫ້​ພວກເຂົາ​ຄຶງ​ໄວ້​ທີ່​ໄມ້ກາງແຂນ”.</verse>
				<verse number="3">ຫລັງຈາກນັ້ນ ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ກໍ​ໄດ້​ມາ​ປະຊຸມ​ກັນ​ທີ່​ເຮືອນ​ຂອງ​ມະຫາ​ປະໂລຫິດ ຜູ້​ທີ່​ຊື່​ວ່າ ກາຢະຟາ</verse>
				<verse number="4">ແລະ ພວກເຂົາ​ໄດ້​ວາງແຜນ​ເພື່ອ​ຊອກຫາ​ກົນອຸບາຍ​ທີ່​ຈະ​ຈັບ​ພຣະເຢຊູເຈົ້າ ແລະ ຂ້າ​ພຣະອົງ.</verse>
				<verse number="5">ພວກເຂົາ​ເວົ້າ​ວ່າ, “ແຕ່​ພວກເຮົາ​ບໍ່​ຕ້ອງ​ເຮັດ​ໃນ​ລະຫວ່າງ​ເທດສະການ ເພາະ​ອາດ​ຈະ​ເກີດ​ຄວາມວຸ້ນວາຍ​ຂຶ້ນ​ໃນ​ທ່າມກາງ​ປະຊາຊົນ”.</verse>
				<verse number="6">ໃນຂະນະ​ທີ່​ພຣະເຢຊູເຈົ້າ​ຢູ່​ໃນ​ບ້ານ​ເບັດທານີ​ໃນ​ເຮືອນ​ຂອງ​ຊີໂມນ ຜູ້​ທີ່​ເປັນ​ພະຍາດຂີ້ທູດ,</verse>
				<verse number="7">ມີ​ຍິງ​ຄົນ​ໜຶ່ງ​ເຂົ້າ​ມາ​ຫາ​ພຣະອົງ​ພ້ອມດ້ວຍ​ເຕົ້າຫີນຂາວ​ທີ່​ບັນຈຸ​ນ້ຳຫອມ​ທີ່​ມີ​ລາຄາ​ແພງ ນາງ​ໄດ້​ຖອກ​ນໍ້າຫອມ​ນັ້ນ​ຫົດສົງ​ຫົວ​ຂອງ​ພຣະອົງ​ຂະນະ​ທີ່​ພຣະອົງ​ກຳລັງ​ນັ່ງເອນໂຕ​ຢູ່​ທີ່​ໂຕະ​ອາຫານ.</verse>
				<verse number="8">ເມື່ອ​ພວກສາວົກ​ເຫັນ​ເຫດການ​ນີ້​ພວກເຂົາ​ກໍ​ບໍ່​ພໍໃຈ. ພວກເຂົາ​ຈຶ່ງ​ຖາມ​ວ່າ, “ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ນໍ້າຫອມ​ນີ້​ເສຍ​ໄປ​ລ້າໆ?</verse>
				<verse number="9">ນໍ້າຫອມ​ນີ້​ສາມາດ​ຂາຍ​ໄດ້​ໃນ​ລາຄາ​ສູງ ແລະ ເອົາ​ເງິນ​ນີ້​ໄປ​ແຈກຢາຍ​ໃຫ້​ຄົນຍາກຈົນ​ກໍ​ໄດ້”.</verse>
				<verse number="10">ພຣະເຢຊູເຈົ້າ​ຮູ້​ຄວາມຄິດ​ຂອງ​ພວກເຂົາ ຈຶ່ງ​ກ່າວ​ກັບ​ພວກເຂົາ​ວ່າ, “ພວກເຈົ້າ​ກວນໃຈ​ຍິງ​ຄົນ​ນີ້​ເຮັດຫຍັງ? ນາງ​ໄດ້​ເຮັດ​ສິ່ງ​ດີ​ງາມ​ໃຫ້​ແກ່​ເຮົາ​ແລ້ວ.</verse>
				<verse number="11">ຄົນຍາກຈົນ​ຈະ​ມີ​ຢູ່​ກັບ​ພວກເຈົ້າ​ສະເໝີ ແຕ່​ພວກເຈົ້າ​ຈະ​ບໍ່​ມີ​ເຮົາ​ຢູ່​ນໍາ​ສະເໝີ​ໄປ.</verse>
				<verse number="12">ນາງ​ໄດ້​ຖອກ​ນ້ຳຫອມ​ນີ້​ໃສ່​ຮ່າງກາຍ​ຂອງ​ເຮົາ​ກໍ​ເພື່ອ​ຕຽມ​ການຝັງສົບ​ຂອງ​ເຮົາ.</verse>
				<verse number="13">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຂ່າວປະເສີດ​ນີ້​ຖືກ​ປະກາດ​ໄປ​ທີ່​ໃດ​ກໍ​ຕາມ​ໃນ​ທົ່ວ​ໂລກ, ສິ່ງ​ທີ່​ຍິງ​ຜູ້​ນີ້​ໄດ້​ເຮັດ​ຈະ​ເປັນ​ທີ່​ກ່າວ​ອອກ​ໄປ​ເໝືອນກັນ​ເພື່ອ​ເປັນ​ການລະນຶກ​ເຖິງ​ນາງ”.</verse>
				<verse number="14">ຕໍ່ມາ ຜູ້​ໜຶ່ງ​ໃນ​ພວກສາວົກ​ສິບສອງ​ຄົນ ມີ​ຊື່​ວ່າ​ຢູດາ​ອິດສະກາຣີອົດ​ກໍ​ໄດ້​ໄປ​ພົບ​ພວກຫົວໜ້າ​ປະໂລຫິດ</verse>
				<verse number="15">ແລະ ໄດ້​ຖາມ​ວ່າ, “ພວກທ່ານ​ຈະ​ເອົາ​ອັນ​ໃດ​ໃຫ້​ແກ່​ຂ້ານ້ອຍ​ຖ້າ​ຂ້ານ້ອຍ​ມອບ​ພຣະອົງ​ໃຫ້​ແກ່​ພວກທ່ານ?” ດັ່ງນັ້ນ ພວກເຂົາ​ຈຶ່ງ​ນັບ​ເງິນ​ສາມສິບ​ຫລຽນ​ໃຫ້​ຢູດາ.</verse>
				<verse number="16">ຕັ້ງແຕ່​ນັ້ນ​ມາ ຢູດາ​ກໍ​ເຝົ້າ​ຫາ​ໂອກາດ​ທີ່​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ແກ່​ພວກເຂົາ.</verse>
				<verse number="17">ໃນ​ມື້​ທີ​ໜຶ່ງ​ຂອງ​ເທດສະການ​ເຂົ້າຈີ່​ບໍ່ມີເຊື້ອແປ້ງ ພວກສາວົກ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ ຖາມ​ພຣະອົງ​ວ່າ, “ທ່ານ​ຢາກ​ໃຫ້​ພວກຂ້ານ້ອຍ​ຈັດຕຽມ​ອາຫານ​ປັດສະຄາ​ໃຫ້​ທ່ານ​ຮັບປະທານ​ຢູ່​ທີ່​ໃດ?”</verse>
				<verse number="18">ພຣະອົງ​ຕອບ​ວ່າ, “ຈົ່ງ​ເຂົ້າໄປ​ຫາ​ຄົນ​ໜຶ່ງ​ໃນ​ເມືອງ ແລະ ບອກ​ລາວ​ວ່າ, ‘ອາຈານ​ກ່າວ​ດັ່ງນີ້​ວ່າ: ເວລາ​ທີ່​ເຮົາ​ກຳນົດ​ໃກ້​ເຂົ້າ​ມາ​ແລ້ວ ເຮົາ​ຈະ​ສະຫລອງ​ປັດສະຄາ​ຮ່ວມ​ກັບ​ພວກສາວົກ​ຂອງ​ເຮົາ​ຢູ່​ທີ່​ເຮືອນ​ຂອງ​ເຈົ້າ’”.</verse>
				<verse number="19">ດັ່ງນັ້ນ ພວກສາວົກ​ກໍ​ໄດ້​ປະຕິບັດ​ຕາມ​ທີ່​ພຣະເຢຊູເຈົ້າ​ໄດ້​ສັ່ງ​ພວກເພິ່ນ ແລະ ໄດ້​ຈັດຕຽມ​ປັດສະຄາ​ໄວ້.</verse>
				<verse number="20">ເມື່ອ​ເຖິງ​ຕອນຄ່ຳ​ມາ ພຣະເຢຊູເຈົ້າ​ນັ່ງ​ທີ່​ໂຕະ​ອາຫານ​ຮ່ວມ​ກັບ​ພວກສາວົກ​ສິບສອງ​ຄົນ.</verse>
				<verse number="21">ແລະ ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ຮັບປະທານ​ອາຫານ​ຢູ່​ນັ້ນ ພຣະອົງ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້​ໜຶ່ງ​ໃນ​ພວກເຈົ້າ​ຈະ​ທໍລະຍົດ​ຕໍ່​ເຮົາ”.</verse>
				<verse number="22">ຝ່າຍ​ພວກສາວົກ​ກໍ​ເປັນ​ທຸກໃຈ​ຫລາຍ ແລະ ທຸກຄົນ​ຕ່າງ​ກໍ​ເລີ່ມ​ຖາມ​ພຣະອົງ​ເທື່ອລະຄົນ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ຄົງ​ບໍ່​ໝາຍ​ເຖິງ​ຂ້ານ້ອຍ​ແມ່ນ​ບໍ?”</verse>
				<verse number="23">ພຣະເຢຊູເຈົ້າ​ຕອບ​ວ່າ, “ຜູ້​ທີ່​ຈໍ້າ​ໃນ​ຖ້ວຍ​ຮ່ວມ​ກັບ​ເຮົາ ຄື​ຜູ້​ນັ້ນ ຈະ​ທໍລະຍົດ​ຕໍ່​ເຮົາ.</verse>
				<verse number="24">ບຸດມະນຸດ​ຈະ​ເປັນ​ໄປ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ. ແຕ່​ວິບັດ​ຈະ​ມີ​ແກ່​ຜູ້​ນັ້ນ​ທີ່​ທໍລະຍົດ​ຕໍ່​ບຸດມະນຸດ! ຖ້າ​ລາວ​ບໍ່​ໄດ້​ເກີດ​ມາ​ເລີຍ​ກໍ​ຈະ​ດີ​ຕໍ່​ລາວ​ຫລາຍ​ກວ່າ”.</verse>
				<verse number="25">ແລ້ວ​ຢູດາ​ຜູ້​ທີ່​ຈະ​ທໍລະຍົດ​ຕໍ່​ພຣະອົງ​ຕອບ​ວ່າ, “ອາຈານ​ເອີຍ, ພຣະອົງ​ຄົງ​ບໍ່​ໝາຍ​ເຖິງ​ຂ້ານ້ອຍ​ແມ່ນ​ບໍ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ແມ່ນ​ຕາມ​ທີ່​ເຈົ້າ​ເວົ້າ”.</verse>
				<verse number="26">ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ຮັບປະທານ​ອາຫານ​ຢູ່​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ ແລະ ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ພຣະອົງ​ຫັກ​ເຂົ້າຈີ່​ນັ້ນ​ແລ້ວ​ຍື່ນ​ໃຫ້​ພວກສາວົກ ແລະ ກ່າວ​ວ່າ, “ຈົ່ງ​ຮັບ ແລະ ກິນ​ສາ, ນີ້​ຄື​ກາຍ​ຂອງ​ເຮົາ”.</verse>
				<verse number="27">ແລ້ວ​ພຣະອົງ​ໄດ້​ຈັບ​ເອົາ​ຈອກ​ຂຶ້ນ​ມາ, ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ ພຣະອົງ​ຍື່ນ​ຈອກ​ນັ້ນ​ໃຫ້​ພວກເພິ່ນ ໂດຍ​ກ່າວ​ວ່າ, “ພວກເຈົ້າ​ທຸກຄົນ​ຈົ່ງ​ດື່ມ​ຈາກ​ຈອກ​ນີ້.</verse>
				<verse number="28">ນີ້​ຄື​ເລືອດ​ຂອງ​ເຮົາ ເຊິ່ງ​ເປັນ​ເລືອດ​ແຫ່ງ​ພັນທະສັນຍາ ທີ່​ຖອກ​ອອກ​ມາ​ເພື່ອ​ອະໄພ​ຄວາມບາບ​ໃຫ້​ແກ່​ຄົນ​ທັງຫລາຍ.</verse>
				<verse number="29">ເຮົາ​ບອກ​ພວກເຈົ້າ​ວ່າ, ເຮົາ​ຈະ​ບໍ່​ດື່ມ​ນ້ຳ​ຈາກ​ໝາກອະງຸ່ນ​ນີ້​ອີກ​ຈົນ​ກວ່າ​ຈະ​ເຖິງ​ວັນ​ນັ້ນ​ທີ່​ເຮົາ​ຈະ​ດື່ມ​ນໍ້າອະງຸ່ນໃໝ່​ຮ່ວມ​ກັບ​ພວກເຈົ້າ​ໃນ​ອານາຈັກ​ຂອງ​ພຣະບິດາ​ຂອງ​ເຮົາ”.</verse>
				<verse number="30">ເມື່ອ​ພວກເພິ່ນ​ຮ້ອງເພງ​ສັນລະເສີນ​ບົດ​ໜຶ່ງ​ແລ້ວ, ພວກເພິ່ນ​ກໍ​ພາກັນ​ອອກ​ໄປ​ທີ່​ພູເຂົາ​ໝາກກອກ.</verse>
				<verse number="31">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກສາວົກ​ວ່າ, “ໃນ​ຄືນ​ນີ້ ພວກເຈົ້າ​ທຸກຄົນ​ຈະ​ປະຖິ້ມ​ເຮົາ​ໄປ ເພາະ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “‘ເຮົາ​ຈະ​ຟາດ​ຜູ້ລ້ຽງແກະ ແລະ ຝູງ​ແກະ​ຈະ​ກະຈັດກະຈາຍ​ໄປ’.</verse>
				<verse number="32">ແຕ່​ຫລັງຈາກ​ທີ່​ເຮົາ​ເປັນຄືນມາຈາກຕາຍ​ແລ້ວ ເຮົາ​ຈະ​ໄປ​ທີ່​ແຂວງ​ຄາລີເລ​ກ່ອນໜ້າ​ພວກເຈົ້າ”.</verse>
				<verse number="33">ເປໂຕ​ຈຶ່ງ​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ​ທຸກຄົນ​ຈະ​ໜີ​ໄປ​ຈາກ​ພຣະອົງ​ກໍ​ຕາມ ຂ້ານ້ອຍ​ຈະ​ບໍ່​ໜີ​ຈາກ​ພຣະອົງ​ຈັກ​ເທື່ອ”.</verse>
				<verse number="34">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ຄືນ​ນີ້ ກ່ອນ​ໄກ່​ຂັນ​ເຈົ້າ​ຈະ​ປະຕິເສດ​ເຮົາ​ເຖິງ​ສາມ​ເທື່ອ”.</verse>
				<verse number="35">ແຕ່​ເປໂຕ​ປະກາດ​ວ່າ, “ເຖິງ​ແມ່ນ​ຂ້ານ້ອຍ​ຈະ​ຕ້ອງ​ຕາຍ​ກັບ​ພຣະອົງ ຂ້ານ້ອຍ​ກໍ​ຈະ​ບໍ່​ປະຕິເສດ​ພຣະອົງ​ຈັກ​ເທື່ອ”. ແລ້ວ​ພວກສາວົກ​ທຸກຄົນ​ກໍ​ເວົ້າ​ຢ່າງ​ນັ້ນ​ເໝືອນກັນ.</verse>
				<verse number="36">ແລ້ວ​ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ໄດ້​ໄປ​ບ່ອນ​ໜຶ່ງ​ທີ່​ຊື່​ວ່າ​ເຄັດເຊມາເນ, ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ນັ່ງ​ຢູ່​ທີ່​ນີ້​ຂະນະ​ທີ່​ເຮົາ​ໄປ​ອະທິຖານ​ຢູ່​ທີ່​ນັ້ນ”.</verse>
				<verse number="37">ພຣະອົງ​ໄດ້​ເອົາ​ເປໂຕ ແລະ ລູກຊາຍ​ສອງ​ຄົນ​ຂອງ​ເຊເບດາຍ​ໄປ​ນໍາ. ພຣະອົງ​ເລີ່ມ​ໂສກເສົ້າ ແລະ ເປັນທຸກໃຈ​ຫລາຍ</verse>
				<verse number="38">ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈິດໃຈ​ຂອງ​ເຮົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມໂສກເສົ້າ​ໃກ້​ຈະ​ຕາຍ​ຢູ່​ແລ້ວ ຈົ່ງ​ເຝົ້າ​ລະວັງ​ຢູ່​ທີ່​ນີ້​ກັບ​ເຮົາ”.</verse>
				<verse number="39">ພຣະອົງ​ຍ່າງ​ໄປ​ອີກ​ໜ້ອຍໜຶ່ງ​ໝູບ​ໜ້າ​ລົງ​ພື້ນດິນ ແລະ ອະທິຖານ​ວ່າ, “ພຣະບິດາ​ຂອງ​ລູກ​ເອີຍ, ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ຈອກ​ນີ້​ຜ່ານພົ້ນ​ໄປ​ຈາກ​ລູກ​ດ້ວຍ. ແຕ່​ເຖິງຢ່າງໃດ​ກໍ​ຕາມ​ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”.</verse>
				<verse number="40">ແລ້ວ​ພຣະອົງ​ກໍ​ກັບ​ຄືນ​ມາ​ຫາ​ພວກສາວົກ​ຂອງ​ພຣະອົງ ແລະ ພົບ​ວ່າ​ພວກເພິ່ນ​ກຳລັງ​ນອນຫລັບ​ຢູ່. ພຣະອົງ​ຈຶ່ງ​ຖາມ​ເປໂຕ​ວ່າ, “ພວກເຈົ້າ​ຈະ​ຄອຍເຝົ້າ​ຢູ່​ກັບ​ເຮົາ​ພຽງ​ຊົ່ວໂມງ​ດຽວ​ກໍ​ບໍ່​ໄດ້​ບໍ?</verse>
				<verse number="41">ຈົ່ງ​ເຝົ້າລະວັງ ແລະ ອະທິຖານ​ຢູ່ ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ເຂົ້າ​ໄປ​ໃນ​ການທົດລອງ. ຈິດວິນຍານ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ຮ່າງກາຍ​ກໍ​ອ່ອນກຳລັງ”.</verse>
				<verse number="42">ພຣະອົງ​ໄດ້​ໄປ​ອີກ​ເປັນ​ເທື່ອ​ທີ​ສອງ ແລະ ອະທິຖານ​ວ່າ, “ພຣະບິດາ​ຂອງ​ລູກ​ເອີຍ, ຖ້າ​ຈອກ​ນີ້​ບໍ່​ອາດ​ຜ່ານພົ້ນ​ໄປ ແລະ ຂ້ານ້ອຍ​ຈໍາເປັນ​ຕ້ອງ​ດື່ມ​ຈອກ​ນີ້ ກໍ​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”.</verse>
				<verse number="43">ເມື່ອ​ພຣະອົງ​ກັບ​ຄືນ​ມາ​ກໍ​ພົບ​ວ່າ​ພວກເພິ່ນ​ຍັງ​ນອນຫລັບ​ຢູ່​ຄືເກົ່າ ເພາະວ່າ​ພວກເພິ່ນ​ເຫງົານອນ​ຫລາຍ​ຈົນ​ມືນຕາ​ບໍ່​ຂຶ້ນ.</verse>
				<verse number="44">ພຣະອົງ​ຈຶ່ງ​ປະ​ພວກເພິ່ນ​ໄວ້​ແລ້ວ​ໄປ​ອີກ ແລະ ອະທິຖານ​ເປັນ​ເທື່ອ​ທີສາມ ໂດຍ​ກ່າວ​ສິ່ງ​ດຽວ​ກັນ.</verse>
				<verse number="45">ແລ້ວ​ພຣະອົງ​ກໍ​ໄດ້​ກັບ​ຄືນ​ມາ​ຫາ​ພວກສາວົກ ແລະ ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ຍັງ​ນອນຫລັບ ແລະ ພັກຜ່ອນ​ຢູ່​ບໍ? ເບິ່ງແມ, ເວລາ​ນັ້ນ​ໄດ້​ມາ​ຮອດ​ແລ້ວ ແລະ ບຸດມະນຸດ​ກຳລັງ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ຄົນບາບ​ທັງຫລາຍ.</verse>
				<verse number="46">ຈົ່ງ​ລຸກຂຶ້ນ! ພາ​ກັນ​ໄປ​ເທາະ! ຜູ້​ທີ່​ທໍລະຍົດ​ເຮົາ​ກໍ​ມາ​ທີ່​ນີ້​ແລ້ວ!”</verse>
				<verse number="47">ພຣະອົງ​ກ່າວ​ຍັງ​ບໍ່​ທັນ​ສຸດ​ຄຳ, ຜູ້​ໜຶ່ງ​ໃນ​ຈໍານວນ​ສາວົກ​ສິບສອງ​ຄົນ​ນັ້ນ​ຄື ຢູດາ​ກໍ​ໄດ້​ມາ​ຮອດ​ພ້ອມ​ກັບ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ທີ່​ຖື​ດາບ ແລະ ໄມ້ຄ້ອນ ເຊິ່ງ​ເປັນ​ຄົນ​ທີ່​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ຂອງ​ປະຊາຊົນ​ໃຊ້​ມາ.</verse>
				<verse number="48">ແລ້ວ​ຜູ້ທໍລະຍົດ​ໄດ້​ກຳນົດ​ສັນຍານ​ກັບ​ພວກເຂົາ​ວ່າ, “ຜູ້ໃດ​ທີ່​ເຮົາ​ຈູບຄຳນັບ​ແມ່ນ​ຜູ້​ນັ້ນ ຈົ່ງ​ໄປ​ຈັບກຸມ​ລາວ”.</verse>
				<verse number="49">ຢູດາ​ກໍ​ເຂົ້າ​ໄປ​ຫາ​ພຣະເຢຊູເຈົ້າ​ທັນທີ ແລະ ເວົ້າ​ວ່າ, “ຂໍ​ຄຳນັບ​ຣັບບີ!” ແລ້ວ​ລາວ​ກໍ​ຈູບ​ພຣະອົງ.</verse>
				<verse number="50">ພຣະເຢຊູເຈົ້າ​ຕອບ​ວ່າ, “ສະຫາຍ​ເອີຍ, ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ເຈົ້າ​ມາ​ເພື່ອ​ເຮັດ​ສາ”. ແລ້ວ​ພວກເຂົາ​ກໍ​ເຂົ້າ​ໄປ​ຈັບ​ພຣະເຢຊູເຈົ້າ​ໄວ້.</verse>
				<verse number="51">ໃນ​ຂະນະນັ້ນ ມີ​ຄົນ​ໜຶ່ງ​ທີ່​ໄປ​ກັບ​ພຣະເຢຊູເຈົ້າ​ໄດ້​ເອື້ອມມື​ຈັບ​ດາບ​ຂອງ​ລາວ​ແລ້ວ​ຊັກ​ດາບ​ອອກມາ​ຟັນ​ຫູ​ຂອງ​ຄົນຮັບໃຊ້​ຂອງ​ມະຫາ​ປະໂລຫິດ​ຂາດ​ເບື້ອງໜຶ່ງ.</verse>
				<verse number="52">ພຣະເຢຊູເຈົ້າ​ຈຶ່ງ​ບອກ​ລາວ​ວ່າ, “ຈົ່ງ​ເອົາ​ດາບ​ຂອງ​ເຈົ້າ​ເກັບ​ໃສ່​ຝັກ​ໄວ້​ສາ ເພາະວ່າ​ທຸກຄົນ​ທີ່​ໃຊ້​ດາບ​ກໍ​ຈະ​ຕາຍ​ດ້ວຍ​ດາບ.</verse>
				<verse number="53">ເຈົ້າ​ຄິດ​ວ່າ​ເຮົາ​ບໍ່​ສາມາດ​ຮ້ອງຂໍ​ພຣະບິດາ​ຂອງ​ເຮົາ ແລະ ພຣະອົງ​ຈະ​ໃຫ້​ເທວະດາ​ຫລາຍ​ກວ່າ​ສິບສອງ​ກອງ​ມາ​ຊ່ວຍ​ເຮົາ​ທັນທີ​ບໍ?</verse>
				<verse number="54">ແຕ່​ຖ້າ​ຢ່າງ​ນັ້ນ ຈະ​ເປັນໄປຕາມ​ທີ່​ພຣະຄຳພີ​ກ່າວ​ໄວ້​ໄດ້​ແນວໃດ​ວ່າ​ຈະ​ຕ້ອງ​ເປັນ​ໄປ​ຕາມ​ນີ້?”</verse>
				<verse number="55">ໃນ​ຊົ່ວໂມງ​ນັ້ນ​ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ປະຊາຊົນ​ທັງຫລາຍ​ວ່າ, “ເຮົາ​ກຳລັງ​ກໍ່​ການກະບົດ​ບໍ, ພວກເຈົ້າ​ຈຶ່ງ​ຖື​ດາບ​ຖື​ໄມ້ຄ້ອນ​ມາ​ຈັບ​ເຮົາ? ເຮົາ​ນັ່ງ​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ​ທຸກ​ວັນ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ຈັບ​ເຮົາ.</verse>
				<verse number="56">ແຕ່​ເຫດການ​ທັງໝົດ​ນີ້​ໄດ້​ເປັນ​ໄປ​ຕາມ​ທີ່​ພວກ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ”. ແລ້ວ​ພວກສາວົກ​ທຸກຄົນ​ໄດ້​ປະຖິ້ມ​ພຣະອົງ ແລະ ໜີ​ໄປ.</verse>
				<verse number="57">ບັນດາ​ຜູ້​ທີ່​ຈັບ​ພຣະເຢຊູເຈົ້າ​ນັ້ນ​ໄດ້​ພາ​ພຣະອົງ​ໄປ​ທີ່​ເຮືອນ​ຂອງ​ມະຫາ​ປະໂລຫິດ​ກາຢະຟາ ບ່ອນ​ທີ່​ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ປະຊຸມ​ກັນ.</verse>
				<verse number="58">ສ່ວນ​ເປໂຕ​ກໍ​ໄດ້​ຕິດຕາມ​ພຣະອົງ​ໄປ​ໃນ​ໄລຍະ​ຫ່າງໆ ຈົນ​ມາ​ເຖິງ​ເດີ່ນບ້ານ​ຂອງ​ມະຫາ​ປະໂລຫິດ. ເພິ່ນ​ໄດ້​ເຂົ້າ​ໄປ ແລະ ນັ່ງ​ຢູ່​ກັບ​ພວກທະຫານຍາມ​ເພື່ອ​ຊອມເບິ່ງ​ຜົນ​ທີ່​ຈະ​ເກີດຂຶ້ນ.</verse>
				<verse number="59">ພວກຫົວໜ້າ​ປະໂລຫິດ ແລະ ທັງ​ສະພາ​ແຊນເຮດຣິນ​ໄດ້​ຊອກຫາ​ຫລັກຖານ​ບໍ່​ຈິງ​ມາ​ຕໍ່ສູ້​ພຣະເຢຊູເຈົ້າ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຂ້າ​ພຣະອົງ.</verse>
				<verse number="60">ແຕ່​ພວກເຂົາ​ກໍ​ຊອກຫາ​ຫລັກຖານ​ບໍ່​ໄດ້ ເຖິງ​ແມ່ນ​ຈະ​ມີ​ພະຍານ​ບໍ່​ຈິງ​ຫລາຍຄົນ​ມາ​ກ່າວຫາ​ພຣະອົງ. ໃນທີ່ສຸດ​ກໍ​ມີ​ສອງ​ຄົນ​ອອກມາ</verse>
				<verse number="61">ແລະ ໄດ້​ປະກາດ​ວ່າ, “ຄົນ​ນີ້​ໄດ້​ເວົ້າ​ວ່າ, ‘ເຮົາ​ສາມາດ​ມ້າງ​ວິຫານ​ຂອງ​ພຣະເຈົ້າ​ລົງ ແລະ ສ້າງ​ວິຫານ​ຂຶ້ນ​ໃໝ່​ໄດ້​ພາຍໃນ​ສາມ​ວັນ’”.</verse>
				<verse number="62">ແລ້ວ​ມະຫາ​ປະໂລຫິດ​ຈຶ່ງ​ລຸກ​ຂຶ້ນ​ຢືນ ແລະ ເວົ້າ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ຈະ​ບໍ່​ຕອບ​ຫຍັງ​ບໍ? ຄຳພະຍານ​ທີ່​ຄົນ​ເຫລົ່ານີ້​ກ່າວ​ຕໍ່ສູ້​ເຈົ້າ​ເປັນ​ແນວໃດ?”</verse>
				<verse number="63">ແຕ່​ພຣະເຢຊູເຈົ້າ​ຍັງ​ມິດງຽບ​ຢູ່. ມະຫາ​ປະໂລຫິດ​ຈຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ພາຍໃຕ້​ຄຳສາບານ​ໂດຍ​ອ້າງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່ ເຮົາ​ສັ່ງ​ເຈົ້າ​ວ່າ: ຖ້າ​ເຈົ້າ​ແມ່ນ​ພຣະຄຣິດເຈົ້າ ​ພຣະບຸດ​ຂອງ​ພຣະເຈົ້າ​ກໍ​ຈົ່ງ​ບອກ​ພວກເຮົາ​ມາ”.</verse>
				<verse number="64">ພຣະເຢຊູເຈົ້າ​ຕອບ​ວ່າ, “ແມ່ນ​ຕາມ​ທີ່​ເຈົ້າ​ເວົ້າ. ແຕ່​ເຮົາ​ບອກ​ພວກເຈົ້າ​ທຸກຄົນ​ວ່າ: ຕັ້ງແຕ່​ນີ້​ໄປ​ພວກເຈົ້າ​ຈະ​ໄດ້​ເຫັນ​ບຸດມະນຸດ​ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່ ແລະ ກຳລັງ​ມາ​ເທິງ​ເມກ​ແຫ່ງ​ສະຫວັນ”.</verse>
				<verse number="65">ມະຫາ​ປະໂລຫິດ​ຈຶ່ງ​ຈີກ​ເສື້ອ​ຂອງ​ຕົນ ແລະ ເວົ້າ​ວ່າ, “ລາວ​ໄດ້​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ! ພວກເຮົາ​ຈະ​ຕ້ອງການ​ພະຍານ​ຕື່ມ​ອີກ​ເຮັດຫຍັງ? ເບິ່ງແມ, ບັດນີ້​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ຄຳເວົ້າ​ໝິ່ນປະໝາດ​ແລ້ວ.</verse>
				<verse number="66">ພວກເຈົ້າ​ຄິດ​ຢ່າງໃດ?” ພວກເຂົາ​ຕອບ​ວ່າ, “ລາວ​ສົມຄວນ​ຕາຍ”.</verse>
				<verse number="67">ແລ້ວ​ພວກເຂົາ​ກໍ​ຖົ່ມ​ນ້ຳລາຍ​ໃສ່​ໜ້າ​ຂອງ​ພຣະອົງ ແລະ ທຸບຕີ​ພຣະອົງ​ດ້ວຍ​ກຳປັ້ນ​ຂອງ​ພວກເຂົາ. ຄົນ​ອື່ນໆ​ກໍ​ຕົບ​ພຣະອົງ</verse>
				<verse number="68">ແລະ ເວົ້າ​ວ່າ, “ພຣະຄຣິດເຈົ້າ, ຈົ່ງ​ທຳນວາຍ​ໃຫ້​ພວກເຮົາ​ເບິ່ງ​ດູ​ແມ່ນ​ຜູ້ໃດ​ຕີ​ເຈົ້າ?”</verse>
				<verse number="69">ຝ່າຍ​ເປໂຕ​ນັ່ງ​ຢູ່​ເດີ່ນບ້ານ, ມີ​ຄົນຮັບໃຊ້​ຍິງ​ຄົນ​ໜຶ່ງ​ໄດ້​ມາ​ຫາ​ເພິ່ນ ແລະ ເວົ້າ​ວ່າ, “ເຈົ້າ​ກໍ​ຢູ່​ກັບ​ເຢຊູ​ແຫ່ງ​ຄາລີເລ​ເໝືອນກັນ”.</verse>
				<verse number="70">ແຕ່​ເພິ່ນ​ໄດ້​ຕອບ​ປະຕິເສດ​ຕໍ່ໜ້າ​ທຸກຄົນ. ເພິ່ນ​ກ່າວ​ວ່າ, “ຂ້ອຍ​ບໍ່​ຮູ້​ເລື່ອງ​ທີ່​ເຈົ້າ​ເວົ້າ​ມາ​ນັ້ນ”.</verse>
				<verse number="71">ແລ້ວ​ເພິ່ນ​ກໍ​ຍ່າງ​ອອກ​ໄປ​ປະຕູ​ໜ້າບ້ານ, ມີ​ຄົນຮັບໃຊ້​ຍິງ​ຄົນ​ໜຶ່ງ​ອີກ​ເຫັນ​ເພິ່ນ​ຈຶ່ງ​ເວົ້າ​ກັບ​ຄົນ​ທີ່​ຢືນ​ຢູ່​ໃນ​ບ່ອນ​ນັ້ນ​ວ່າ, “ຄົນ​ນີ້​ເຄີຍ​ຢູ່​ກັບ​ເຢຊູ​ຊາວ​ນາຊາເຣັດ”.</verse>
				<verse number="72">ເພິ່ນ​ໄດ້​ປະຕິເສດ​ອີກ​ພ້ອມທັງ​ສາບານ​ວ່າ: “ຂ້ອຍ​ບໍ່​ຮູ້ຈັກ​ຄົນ​ນັ້ນ!”</verse>
				<verse number="73">ຫລັງຈາກນັ້ນ​ໜ້ອຍ​ໜຶ່ງ ບັນດາ​ຄົນ​ທີ່​ຢືນ​ຢູ່​ບ່ອນ​ນັ້ນ​ກໍ​ມາ​ຫາ​ເປໂຕ ແລະ ເວົ້າ​ວ່າ, “ແມ່ນ​ແທ້ ເຈົ້າ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຂົາ ຟັງ​ຈາກ​ສຳນຽງ​ຂອງ​ເຈົ້າ​ກໍ​ຮູ້”.</verse>
				<verse number="74">ແລ້ວ​ເປໂຕ​ຈຶ່ງ​ເລີ່ມ​ສາບແຊ່ງ ແລະ ສາບານ​ຕໍ່​ພວກເຂົາ​ວ່າ, “ຂ້ອຍ​ບໍ່​ຮູ້ຈັກ​ຊາຍ​ຄົນ​ນັ້ນ!” ໃນ​ທັນໃດ​ນັ້ນ​ໄກ່​ກໍ​ຂັນ.</verse>
				<verse number="75">ເປໂຕ​ຈຶ່ງ​ຈື່​ໄດ້​ເຖິງ​ຄຳ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ກ່ອນ​ໄກ່​ຂັນ​ເຈົ້າ​ຈະ​ປະຕິເສດ​ວ່າ​ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ”. ແລ້ວ​ເພິ່ນ​ຈຶ່ງ​ອອກ​ໄປ​ທາງ​ນອກ ແລະ ຮ້ອງໄຫ້​ຢ່າງ​ຂົມຂື່ນ.</verse>
			</chapter>
			<chapter number="27">
				<verse number="1">ຕັ້ງແຕ່​ເຊົ້າໆ ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ຂອງ​ປະຊາຊົນ​ທັງໝົດ​ໄດ້​ວາງແຜນ​ກັນ​ວ່າ​ຈະ​ຂ້າ​ພຣະເຢຊູເຈົ້າ.</verse>
				<verse number="2">ດັ່ງນັ້ນ ພວກເຂົາ​ໄດ້​ມັດ​ພຣະອົງ ແລະ ນໍາ​ພຣະອົງ​ໄປ​ມອບ​ໃຫ້​ແກ່​ປີລາດ​ຜູ້ປົກຄອງ.</verse>
				<verse number="3">ເມື່ອ​ຢູດາ​ຜູ້​ທີ່​ໄດ້​ທໍລະຍົດ​ພຣະອົງ​ຮູ້​ວ່າ​ພຣະເຢຊູເຈົ້າ​ຖືກ​ຕັດສິນລົງໂທດ, ລາວ​ກໍ​ຮູ້ສຶກ​ກິນແໜງໃຈ ແລະ ຄືນ​ເງິນ​ສາມສິບ​ຫລຽນ​ໃຫ້​ແກ່​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່.</verse>
				<verse number="4">ລາວ​ກ່າວ​ວ່າ, “ຂ້ານ້ອຍ​ໄດ້​ເຮັດ​ບາບ, ເພາະ​ຂ້ານ້ອຍ​ໄດ້​ທໍລະຍົດ​ຕໍ່​ເລືອດ​ຂອງ​ຜູ້ບໍລິສຸດ”. ພວກເຂົາ​ຕອບ​ວ່າ, “ແລ້ວ​ກ່ຽວຂ້ອງ​ຫຍັງ​ກັບ​ພວກເຮົາ? ນັ້ນ​ເປັນ​ຄວາມຮັບຜິດຊອບ​ຂອງ​ເຈົ້າ​ເອງ”.</verse>
				<verse number="5">ດັ່ງນັ້ນ ຢູດາ​ຈຶ່ງ​ໂຍນ​ເງິນ​ນັ້ນ​ເຂົ້າ​ໄປ​ໃນ​ວິຫານ ແລະ ອອກ​ໄປ. ຫລັງຈາກນັ້ນ ລາວ​ກໍ​ອອກ​ໄປ ແລະ ຜູກຄໍຕາຍ.</verse>
				<verse number="6">ພວກຫົວໜ້າ​ປະໂລຫິດ​ໄດ້​ເກັບ​ເອົາ​ເງິນຫລຽນ​ນັ້ນ​ຂຶ້ນ​ມາ ແລະ ເວົ້າ​ວ່າ, “ເປັນ​ການ​ຜິດ​ກົດບັນຍັດ​ທີ່​ຈະ​ເກັບ​ເງິນ​ນີ້​ເຂົ້າ​ໃນ​ຄັງ​ວິຫານ ເຊິ່ງ​ເປັນ​ເງິນ​ຄ່າ​ເລືອດ”.</verse>
				<verse number="7">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕົກລົງ​ກັນ​ວ່າ​ຈະ​ໃຊ້​ເງິນ​ນັ້ນ​ຊື້​ນາ​ຂອງ​ຊ່າງປັ້ນໝໍ້ ເພື່ອ​ໃຫ້​ເປັນ​ບ່ອນ​ຝັງສົບ​ຂອງ​ຊາວຕ່າງດ້າວ.</verse>
				<verse number="8">ດ້ວຍເຫດນີ້ ນາ​ທົ່ງ​ນີ້​ຈຶ່ງ​ມີ​ຊື່​ວ່າ​ນາ​ເລືອດ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້.</verse>
				<verse number="9">ແລ້ວ​ກໍ​ເປັນ​ໄປ​ຕາມ​ທີ່​ຜູ້ທຳນວາຍ​ເຢເຣມີຢາ​ກ່າວ​ໄວ້​ວ່າ: “ພວກເຂົາ​ໄດ້​ເອົາ​ເງິນ​ສາມສິບ​ຫລຽນ​ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ຕັ້ງ​ເປັນ​ຄ່າ​ຕົວ​ຂອງ​ລາວ,</verse>
				<verse number="10">ແລະ ພວກເຂົາ​ໄດ້​ໃຊ້​ເງິນ​ນັ້ນ​ເພື່ອ​ຊື້​ນາ​ຂອງ​ຊ່າງປັ້ນໝໍ້​ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ສັ່ງ​ຂ້າພະເຈົ້າ​ໄວ້”.</verse>
				<verse number="11">ໃນ​ຂະນະ​ດຽວ​ກັນ​ນັ້ນ ພຣະເຢຊູເຈົ້າ​ຢືນ​ຢູ່​ຕໍ່ໜ້າ​ຜູ້ປົກຄອງ ແລະ ຜູ້ປົກຄອງ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ທ່ານ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ແມ່ນ​ຕາມ​ທີ່​ທ່ານ​ເວົ້າ​ນັ້ນ”.</verse>
				<verse number="12">ເມື່ອ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ໄດ້​ກ່າວໂທດ​ໃສ່​ພຣະອົງ, ພຣະອົງ​ບໍ່​ໄດ້​ຕອບ​ຈັກ​ຄຳ​ເລີຍ.</verse>
				<verse number="13">ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເຈົ້າ​ບໍ່​ໄດ້​ຍິນ​ຂໍ້​ກ່າວຫາ​ທີ່​ພວກເຂົາ​ນຳ​ມາ​ຕໍ່ສູ້​ເຈົ້າ​ບໍ?”</verse>
				<verse number="14">ແຕ່​ພຣະເຢຊູເຈົ້າ​ບໍ່​ຕອບ​ຂໍ້​ກ່າວຫາ​ໃດ​ເລີຍ ຈົນ​ເຮັດ​ໃຫ້​ຜູ້ປົກຄອງ​ປະຫລາດໃຈ​ຫລາຍ.</verse>
				<verse number="15">ໃນ​ເທດສະການ​ນັ້ນ ເປັນ​ທຳນຽມ​ທີ່​ຜູ້ປົກຄອງ​ຈະ​ປ່ອຍໂຕ​ນັກໂທດ​ໜຶ່ງ​ຄົນ​ຕາມ​ທີ່​ປະຊາຊົນ​ເລືອກ.</verse>
				<verse number="16">ໃນ​ເວລາ​ນັ້ນ ພວກເຂົາ​ມີ​ນັກໂທດ​ຜູ້​ໜຶ່ງ​ທີ່​ຄົນ​ທົ່ວໄປ​ຮູ້ຈັກ​ດີ​ຊື່​ວ່າ​ເຢຊູ ບາຣາບາ.</verse>
				<verse number="17">ເມື່ອ​ປະຊາຊົນ​ມາ​ເຕົ້າໂຮມກັນ​ແລ້ວ ປີລາດ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ພວກທ່ານ​ຕ້ອງການ​ໃຫ້​ເຮົາ​ປ່ອຍ​ຜູ້ໃດ​ໃຫ້​ພວກທ່ານ ເຢຊູ ບາຣາບາ ຫລື ເຢຊູ​ທີ່​ເອີ້ນ​ວ່າ​ພຣະຄຣິດເຈົ້າ?”</verse>
				<verse number="18">ເພາະ​ປີລາດ​ຮູ້​ດີ​ວ່າ​ການ​ທີ່​ພວກເຂົາ​ໄດ້​ນໍາ​ພຣະເຢຊູເຈົ້າ​ມາ​ມອບ​ໃຫ້​ແກ່​ຕົນ​ນັ້ນ​ເພາະ​ພວກເຂົາ​ອິດສາ.</verse>
				<verse number="19">ໃນ​ຂະນະ​ທີ່​ປີລາດ​ນັ່ງ​ຢູ່​ເທິງ​ບ່ອນ​ພິພາກສາ​ນັ້ນ, ເມຍ​ຂອງ​ເພິ່ນ​ໄດ້​ສົ່ງ​ຂໍ້ຄວາມ​ນີ້​ໃຫ້​ເພິ່ນ​ວ່າ: “ຢ່າ​ໄດ້​ກ່ຽວຂ້ອງ​ກັບ​ຜູ້ບໍລິສຸດ​ຄົນ​ນີ້​ເລີຍ ເພາະ​ວັນ​ນີ້​ຂ້ອຍ​ມີ​ຄວາມທຸກໃຈ​ຫລາຍ​ຍ້ອນ​ຄວາມຝັນ​ກ່ຽວກັບ​ທ່ານ​ຜູ້​ນີ້”.</verse>
				<verse number="20">ແຕ່​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ໄດ້​ຍຸຍົງ​ປະຊາຊົນ​ເພື່ອ​ຂໍ​ໃຫ້​ປ່ອຍ​ບາຣາບາ ແລະ ໃຫ້​ຂ້າ​ພຣະເຢຊູເຈົ້າ.</verse>
				<verse number="21">ຜູ້ປົກຄອງ​ຖາມ​ວ່າ, “ໃນ​ສອງ​ຄົນ​ນີ້ ພວກທ່ານ​ຕ້ອງການ​ໃຫ້​ຂ້າພະເຈົ້າ​ປ່ອຍ​ຜູ້ໃດ?” ພວກເຂົາ​ຕອບ​ວ່າ, “ບາຣາບາ”.</verse>
				<verse number="22">ປີລາດ​ຈຶ່ງ​ຖາມ​ວ່າ, “ຖ້າ​ຢ່າງ​ນັ້ນ​ພວກທ່ານ​ຈະ​ໃຫ້​ຂ້າພະເຈົ້າ​ເຮັດ​ຢ່າງໃດ​ແກ່​ເຢຊູ​ຜູ້​ທີ່​ເອີ້ນ​ວ່າ​ພຣະຄຣິດເຈົ້າ?” ພວກເຂົາ​ທຸກຄົນ​ພາກັນ​ຕອບ​ວ່າ, “ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ!”</verse>
				<verse number="23">ປີລາດ​ຈຶ່ງ​ຖາມ​ວ່າ, “ເປັນຫຍັງ? ລາວ​ໄດ້​ເຮັດ​ຜິດ​ຫຍັງ?” ແຕ່​ພວກເຂົາ​ຍິ່ງ​ຮ້ອງ​ດັງ​ຂຶ້ນ​ອີກ​ວ່າ, “ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ!”</verse>
				<verse number="24">ເມື່ອ​ປີລາດ​ເຫັນ​ວ່າ​ບໍ່​ມີ​ຜົນ​ຫຍັງ​ມີ​ແຕ່​ການວຸ້ນວາຍ​ກຳລັງ​ເກີດຂຶ້ນ, ເພິ່ນ​ຈຶ່ງ​ເອົາ​ນ້ຳ​ມາ ແລະ ລ້າງ​ມື​ຕໍ່ໜ້າ​ປະຊາຊົນ ແລ້ວ​ເພິ່ນ​ກໍ​ກ່າວ​ວ່າ, “ຂ້າພະເຈົ້າ​ບໍລິສຸດ​ຈາກ​ເລືອດ​ຂອງ​ຊາຍ​ຄົນ​ນີ້ ແຕ່​ເປັນ​ຄວາມຮັບຜິດຊອບ​ຂອງ​ພວກທ່ານ!”</verse>
				<verse number="25">ປະຊາຊົນ​ທັງໝົດ​ຕອບ​ວ່າ, “ໃຫ້​ເລືອດ​ຂອງ​ລາວ​ຕົກ​ຖືກ​ພວກເຮົາ ແລະ ລູກຫລານ​ຂອງ​ພວກເຮົາ!”</verse>
				<verse number="26">ແລ້ວ​ປີລາດ​ຈຶ່ງ​ປ່ອຍ​ບາຣາບາ​ໃຫ້​ພວກເຂົາ ແຕ່​ເພິ່ນ​ໄດ້​ໃຫ້​ຄົນ​ຂ້ຽນຕີ​ພຣະເຢຊູເຈົ້າ ແລະ ມອບ​ພຣະອົງ​ໃຫ້​ໄປ​ຄຶງ​ທີ່​ໄມ້ກາງແຂນ.</verse>
				<verse number="27">ຫລັງຈາກ​ນັ້ນ ພວກທະຫານ​ຂອງ​ຜູ້ປົກຄອງ​ໄດ້​ນຳ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ສານ​ເພໂທຣຽມ ແລະ ຮວບຮວມ​ກອງທັບທະຫານ​ທັງໝົດ​ມາ​ອ້ອມ​ພຣະອົງ.</verse>
				<verse number="28">ພວກເຂົາ​ແກ້​ເຄື່ອງນຸ່ງ​ຂອງ​ພຣະອົງ​ອອກ ແລ້ວ​ເອົາ​ເສື້ອຄຸມ​ສີແດງເຂັ້ມ​ມາ​ນຸ່ງ​ໃຫ້​ພຣະອົງ.</verse>
				<verse number="29">ຫລັງຈາກ​ນັ້ນ ກໍ​ສານ​ມົງກຸດ​ໜາມ​ແລ້ວ​ສຸບໃສ່​ຫົວ​ຂອງ​ພຣະອົງ. ພວກເຂົາ​ເອົາ​ໄມ້​ໃສ່​ມື​ເບື້ອງຂວາ​ໃຫ້​ພຣະອົງ​ຖື. ແລ້ວ​ພວກເຂົາ​ກໍ​ຄຸເຂົ່າລົງ​ຕໍ່ໜ້າ​ພຣະອົງ ແລະ ເຢາະເຢີ້ຍ​ພຣະອົງ​ວ່າ, “ຂ້າແດ່​ກະສັດ​ຂອງ​ຊາວ​ຢິວ ຂໍ​ຈົ່ງ​ໄດ້​ຮັບ​ກຽດ!”</verse>
				<verse number="30">ພວກເຂົາ​ໄດ້​ຖົ່ມ​ນ້ຳລາຍ​ໃສ່​ພຣະອົງ ແລະ ເອົາ​ໄມ້​ນັ້ນ​ຟາດ​ຫົວ​ຂອງ​ພຣະອົງ​ຟາດ​ແລ້ວ​ຟາດ​ອີກ.</verse>
				<verse number="31">ຫລັງຈາກ​ພວກເຂົາ​ເຢາະເຢີ້ຍ​ພຣະອົງ​ແລ້ວ ພວກເຂົາ​ກໍ​ແກ້​ເສື້ອຄຸມ​ອອກ ແລະ ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ເອງ​ມາ​ນຸ່ງ​ໃຫ້​ພຣະອົງ. ຫລັງຈາກນັ້ນ ພວກເຂົາ​ໄດ້​ນຳ​ພຣະອົງ​ອອກ​ໄປ​ເພື່ອ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ.</verse>
				<verse number="32">ໃນ​ຂະນະ​ທີ່​ພວກເຂົາ​ກຳລັງ​ອອກໄປ​ນັ້ນ ພວກເຂົາ​ໄດ້​ພົບ​ຊາຍ​ຊາວ​ກີເຣເນ​ຄົນ​ໜຶ່ງ​ຊື່​ວ່າ​ຊີໂມນ ພວກເຂົາ​ຈຶ່ງ​ບັງຄັບ​ລາວ​ໃຫ້​ແບກ​ໄມ້ກາງແຂນ​ນັ້ນ.</verse>
				<verse number="33">ເມື່ອ​ພວກເຂົາ​ມາ​ເຖິງ​ບ່ອນ​ໜຶ່ງ​ທີ່​ເອີ້ນ​ວ່າ​ໂຄລະໂຄທາ (ເຊິ່ງ​ແປ​ວ່າ​ສະຖານທີ່​ແຫ່ງ​ກະໂຫລກຫົວ).</verse>
				<verse number="34">ພວກເຂົາ​ໄດ້​ເອົາ​ເຫລົ້າອະງຸ່ນ​ປະສົມ​ກັບ​ນ້ຳບີ​ໃຫ້​ພຣະເຢຊູເຈົ້າ​ດື່ມ ເມື່ອ​ຊິມ​ເບິ່ງ​ແລ້ວ​ພຣະອົງ​ກໍ​ບໍ່​ຍອມ​ດື່ມ.</verse>
				<verse number="35">ເມື່ອ​ພວກເຂົາ​ໄດ້​ຄຶງ​ພຣະອົງ​ທີ່​ໄມ້ກາງແຂນ​ແລ້ວ, ພວກເຂົາ​ກໍ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ມາ​ຈັບສະຫລາກ​ແບ່ງປັນ​ກັນ.</verse>
				<verse number="36">ແລະ ພວກເຂົາ​ກໍ​ນັ່ງລົງ​ຢູ່​ທີ່​ນັ້ນ​ເພື່ອ​ເຝົ້າເບິ່ງ​ພຣະອົງ.</verse>
				<verse number="37">ຢູ່​ເທິງ​ຫົວ​ຂອງ​ພຣະອົງ​ພວກເຂົາ​ໄດ້​ຂຽນ​ຂໍ້ກ່າວຫາ​ພຣະອົງ​ຕິດ​ໄວ້​ວ່າ: “ນີ້​ຄື​ເຢຊູ ກະສັດ​ຂອງ​ຊາວຢິວ”.***</verse>
				<verse number="38">ໂຈນ​ສອງ​ຄົນ​ກໍ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ພ້ອມ​ກັບ​ພຣະອົງ, ຄົນ​ໜຶ່ງ​ຢູ່​ເບື້ອງຂວາ​ຂອງ​ພຣະອົງ ແລະ ອີກ​ຄົນ​ໜຶ່ງ​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ.</verse>
				<verse number="39">ບັນດາ​ຄົນ​ທີ່​ຜ່ານ​ໄປ​ມາ​ຕ່າງ​ກໍ​ດູຖູກ​ພຣະອົງ, ພາກັນ​ແກວ່ງຫົວ</verse>
				<verse number="40">ແລະ ເວົ້າ​ວ່າ, “ເຈົ້າ​ຜູ້​ທີ່​ຈະ​ທຳລາຍ​ວິຫານ​ແລ້ວ​ສ້າງຂຶ້ນ​ໃໝ່​ໃນ​ສາມວັນ, ຈົ່ງ​ຊ່ວຍ​ຕົນເອງ​ໃຫ້​ພົ້ນ​ສາ! ລົງ​ມາ​ຈາກ​ໄມ້ກາງແຂນ​ເບິ່ງ​ດູ​ຖ້າ​ເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ!”</verse>
				<verse number="41">ໃນ​ທຳນອງ​ດຽວ​ກັນ​ນັ້ນ ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ກໍ​ເຢາະເຢີ້ຍ​ພຣະອົງ.</verse>
				<verse number="42">ພວກເຂົາ​ເວົ້າ​ວ່າ, “ລາວ​ຊ່ວຍ​ຄົນ​ອື່ນ​ໃຫ້​ພົ້ນ​ໄດ້ ແຕ່​ລາວ​ບໍ່​ສາມາດ​ຊ່ວຍ​ຕົນ​ເອງ​ໄດ້! ລາວ​ເປັນ​ກະສັດ​ຂອງ​ຊາວ​ອິດສະຣາເອນ! ໃຫ້​ລາວ​ລົງ​ມາ​ຈາກ​ໄມ້ກາງແຂນ​ດຽວ​ນີ້ ແລ້ວ​ພວກເຮົາ​ຈະ​ເຊື່ອ​ໃນ​ລາວ.</verse>
				<verse number="43">ລາວ​ໄວ້ໃຈ​ໃນ​ພຣະເຈົ້າ ກໍ​ໃຫ້​ພຣະອົງ​ຊ່ວຍ​ລາວ​ດຽວ​ນີ້​ສາ​ຖ້າ​ພຣະອົງ​ຍັງ​ຕ້ອງການ​ລາວ​ຢູ່ ເພາະ​ລາວ​ເວົ້າ​ວ່າ, ‘ເຮົາ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ’”.</verse>
				<verse number="44">ໃນ​ທຳນອງ​ດຽວກັນ​ນັ້ນ ພວກໂຈນ​ທີ່​ຖືກ​ຄຶງ​ພ້ອມ​ກັບ​ພຣະອົງ​ກໍ​ພາກັນ​ເວົ້າ​ດູຖູກ​ພຣະອົງ​ເໝືອນກັນ.</verse>
				<verse number="45">ແລ້ວ​ກໍ​ເກີດ​ຄວາມມືດມົວ​ທົ່ວ​ແຜ່ນດິນ​ຕັ້ງແຕ່​ເວລາ​ຕອນທ່ຽງ​ຈົນ​ເຖິງ​ບ່າຍ​ສາມ​ໂມງ.</verse>
				<verse number="46">ປະມານ​ບ່າຍ​ສາມ​ໂມງ​ພຣະເຢຊູເຈົ້າ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ເອລີ, ເອລີ, ແລມາ ຊາບັກທານີ?” ເຊິ່ງ​ແປວ່າ “ພຣະເຈົ້າ​ຂອງ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຂ້ານ້ອຍ ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ປະຖິ້ມ​ຂ້ານ້ອຍ?”</verse>
				<verse number="47">ເມື່ອ​ບາງຄົນ​ທີ່​ຢືນ​ຢູ່​ທີ່​ນັ້ນ​ໄດ້​ຍິນ​ດັ່ງນີ້​ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ລາວ​ຮ້ອງ​ຫາ​ເອລີຢາ”.</verse>
				<verse number="48">ທັນໃດນັ້ນ ມີ​ຄົນ​ໜຶ່ງ​ໃນ​ພວກເຂົາ​ໄດ້​ແລ່ນ​ໄປ​ເອົາ​ຟອງນ້ຳ​ຈຸ່ມ​ເຫລົ້າອະງຸ່ນສົ້ມ ສຽບ​ໃສ່​ໄມ້​ແລ້ວ​ຍື່ນ​ໃຫ້​ພຣະເຢຊູເຈົ້າ​ດື່ມ.</verse>
				<verse number="49">ຄົນ​ອື່ນໆ​ໄດ້​ເວົ້າ​ວ່າ, “ຢ່າ​ໄປ​ຫຍຸ້ງກ່ຽວ​ກັບ​ລາວ ໃຫ້​ພວກເຮົາ​ເບິ່ງ​ວ່າ​ເອລີຢາ​ຈະ​ມາ​ຊ່ວຍ​ລາວ​ໃຫ້​ພົ້ນ ຫລື ບໍ່”.</verse>
				<verse number="50">ແລະ ເມື່ອ​ພຣະເຢຊູເຈົ້າ​ຮ້ອງຂຶ້ນ​ດ້ວຍ​ສຽງດັງ​ອີກ​ເທື່ອ​ໜຶ່ງ ແລ້ວ​ພຣະອົງ​ກໍ​ສິ້ນ​ລົມ​ຫາຍ​ໃຈ.</verse>
				<verse number="51">ໃນ​ຂະນະ​ນັ້ນ ຜ້າກັ້ງ​ໃນ​ວິຫານ​ກໍ​ຈີກຂາດ​ເປັນ​ສອງ​ຕ່ອນ​ຕັ້ງແຕ່​ເທິງ​ຮອດ​ລຸ່ມ, ເກີດ​ແຜ່ນດິນ​ໄຫວ, ໂງ່ນຫີນ​ກໍ​ແຕກ​ອອກຈາກ​ກັນ,</verse>
				<verse number="52">ອຸບມຸງ​ຝັງສົບ​ທັງຫລາຍ​ໄດ້​ເປີດອອກ ແລະ ຮ່າງກາຍ​ຂອງ​ຄົນ​ບໍລິສຸດ​ທັງຫລາຍ​ທີ່​ຕາຍ​ໄປ​ແລ້ວ​ກໍ​ຟື້ນຄືນ​ສູ່​ຊີວິດ.</verse>
				<verse number="53">ຫລັງ​ຈາກ​ພຣະເຢຊູເຈົ້າ​ເປັນຄືນມາຈາກຕາຍ​ແລ້ວ ພວກເຂົາ​ຈຶ່ງ​ໄດ້​ອອກຈາກ​ອຸບມຸງ ແລະ ໄດ້​ເຂົ້າ​ໄປ​ໃນ​ນະຄອນ​ສັກສິດ ແລະ ໄດ້​ປາກົດ​ແກ່​ຫລາຍຄົນ.</verse>
				<verse number="54">ເມື່ອ​ນາຍຮ້ອຍ ແລະ ບັນດາ​ຄົນ​ທີ່​ຢູ່​ກັບ​ເພິ່ນ​ທີ່​ເຝົ້າຍາມ​ພຣະເຢຊູເຈົ້າ​ຢູ່ ໄດ້​ເຫັນ​ແຜ່ນດິນໄຫວ ແລະ ທຸກ​ເຫດການ​ທີ່​ເກີດຂຶ້ນ​ກໍ​ຢ້ານກົວ​ຫລາຍ ແລະ ຮ້ອງຂຶ້ນ​ວ່າ, “ແທ້ຈິງ​ແລ້ວ ທ່ານ​ຜູ້​ນີ້​ເປັນ​ພຣະບຸດ ​ຂອງ​ພຣະເຈົ້າ!”</verse>
				<verse number="55">ແມ່ຍິງ​ຫລາຍຄົນ​ຢູ່​ທີ່​ນັ້ນ​ໄດ້​ເຝົ້າເບິ່ງ​ຢູ່​ຫ່າງໆ. ພວກເຂົາ​ໄດ້​ຕິດຕາມ​ພຣະເຢຊູເຈົ້າ​ມາ​ແຕ່​ຄາລີເລ​ເພື່ອ​ບົວລະບັດ​ພຣະອົງ.</verse>
				<verse number="56">ໃນ​ພວກແມ່ຍິງ​ເຫລົ່ານີ້​ມີ​ມາຣີ​ຊາວ​ມັກດາລາ, ມາຣີ​ແມ່​ຂອງ​ຢາໂກໂບ ແລະ ໂຢເຊັບ ແລະ ແມ່​ຂອງ​ລູກ​ເຊເບດາຍ.</verse>
				<verse number="57">ເມື່ອ​ເວລາ​ຄໍ່າ​ໃກ້​ເຂົ້າ​ມາ, ມີ​ເສດຖີ​ຄົນ​ໜຶ່ງ​ມາ​ຈາກ​ອາຣີມາທາຍ ຊື່​ວ່າ​ໂຢເຊັບ, ເພິ່ນ​ກໍ​ເປັນ​ສາວົກ​ຂອງ​ພຣະເຢຊູເຈົ້າ</verse>
				<verse number="58">ເພິ່ນ​ໄປ​ພົບ​ປີລາດ​ເພື່ອ​ຂໍ​ເອົາ​ສົບ​ຂອງ​ພຣະເຢຊູເຈົ້າ ແລະ ປີລາດ​ກໍ​ໄດ້​ສັ່ງ​ໃຫ້​ມອບ​ສົບ​ຂອງ​ພຣະອົງ​ໃຫ້​ແກ່​ເພິ່ນ.</verse>
				<verse number="59">ໂຢເຊັບ​ໄດ້​ນໍາເອົາ​ສົບ​ມາ, ເອົາ​ຜ້າຝ້າຍລິນິນ​ສະອາດ​ຫໍ່​ສົບ​ຂອງ​ພຣະອົງ,</verse>
				<verse number="60">ແລ້ວ​ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ​ໃໝ່​ຂອງ​ຕົນ​ທີ່​ເຈາະ​ໄວ້​ໃນ​ຫີນ ແລະ ກຶ່ງ​ກ້ອນຫີນ​ໃຫຍ່​ປິດ​ທາງເຂົ້າ​ອຸບມຸງ​ໄວ້ ແລ້ວ​ເພິ່ນ​ກໍ​ຈາກ​ໄປ.</verse>
				<verse number="61">ມາຣີ​ຊາວ​ມັກດາລາ ແລະ ມາຣີ​ຄົນ​ໜຶ່ງ​ອີກ​ກໍ​ນັ່ງ​ຢູ່​ທີ່​ນັ້ນ​ກົງກັນຂ້າມ​ກັບ​ອຸບມຸງ.</verse>
				<verse number="62">ວັນ​ຕໍ່ມາ ຖັດ​ຈາກ​ວັນ​ຈັດຕຽມ ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ໄດ້​ພາກັນ​ໄປ​ພົບ​ປີລາດ.</verse>
				<verse number="63">ພວກເຂົາ​ເວົ້າ​ວ່າ, “ນາຍ​ເອີຍ, ພວກຂ້າພະເຈົ້າ​ຈື່​ໄດ້​ວ່າ​ຂະນະ​ທີ່​ຄົນຫລອກລວງ​ຜູ້​ນັ້ນ​ຍັງ​ມີຊີວິດ​ຢູ່​ໄດ້​ເວົ້າ​ວ່າ, ‘ຫລັງ​ຈາກ​ສາມ​ວັນ​ເຮົາ​ຈະ​ເປັນຄືນມາ​ອີກ’.</verse>
				<verse number="64">ດັ່ງນັ້ນ ຂໍ​ໃຫ້​ທ່ານ​ສັ່ງ​ໃຫ້​ຄົນ​ເຝົ້າຍາມ​ອຸບມຸງ​ຢ່າງ​ແໜ້ນໜາ​ຈົນ​ເຖິງ​ວັນ​ທີ​ສາມ ຢ້ານ​ວ່າ​ພວກສາວົກ​ຂອງ​ລາວ​ຈະ​ມາ​ລັກ​ເອົາ​ສົບ​ໄປ ແລະ ບອກ​ປະຊາຊົນ​ວ່າ​ລາວ​ເປັນຄືນມາຈາກຕາຍ​ແລ້ວ. ການຫລອກລວງ​ຄັ້ງ​ສຸດທ້າຍ​ນີ້​ຈະ​ຮ້າຍແຮງ​ກວ່າ​ຄັ້ງ​ທຳອິດ”.</verse>
				<verse number="65">ປີລາດ​ຈຶ່ງ​ຕອບ​ວ່າ, “ເອົາ​ຄົນຍາມ​ໄປ​ສາ ເຝົ້າຍາມ​ອຸບມຸງ​ຢ່າງ​ແໜ້ນໜາ​ຕາມ​ທີ່​ພວກທ່ານ​ເຮັດ​ໄດ້”.</verse>
				<verse number="66">ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ ແລະ ເຮັດ​ອຸບມຸງ​ໃຫ້​ແໜ້ນໜາ​ໂດຍ​ປະທັບຕາ​ທີ່​ກ້ອນຫີນ ແລະ ໄດ້​ຈັດ​ຄົນ​ເຝົ້າຍາມ​ຢູ່.</verse>
			</chapter>
			<chapter number="28">
				<verse number="1">ຫລັງຈາກ​ວັນຊະບາໂຕ, ເວລາ​ຮຸ່ງເຊົ້າ​ວັນ​ຕົ້ນ​ສັບປະດາ ມາຣີ​ຊາວ​ມັກດາລາ ແລະ ມາຣີ​ຄົນ​ໜຶ່ງ​ອີກ​ໄດ້​ໄປ​ເບິ່ງ​ທີ່​ອຸບມຸງ.</verse>
				<verse number="2">ເກີດ​ແຜ່ນດິນໄຫວ​ຢ່າງ​ຮຸນແຮງ ເພາະ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ລົງມາ​ຈາກ​ສະຫວັນ ແລະ ໄປ​ທີ່​ອຸບມຸງ, ກຶ່ງ​ກ້ອນຫີນ​ອອກ​ຈາກ​ປາກ​ອຸບມຸງ​ແລ້ວ​ນັ່ງ​ຢູ່​ເທິງ​ກ້ອນຫີນ​ນັ້ນ.</verse>
				<verse number="3">ເທວະດາ​ຕົນ​ນີ້​ມີ​ລັກສະນະ​ເໝືອນ​ແສງຟ້າແມບ, ເຄື່ອງນຸ່ງ​ກໍ​ຂາວ​ເໝືອນ​ຫິມະ.</verse>
				<verse number="4">ພວກຄົນຍາມ​ທີ່​ເຝົ້າ​ຢູ່​ກໍ​ຢ້ານ​ເທວະດາ​ຕົນ​ນັ້ນ​ຈົນ​ໂຕສັ່ນ ແລະ ກາຍເປັນ​ເໝືອນ​ຄົນຕາຍ.</verse>
				<verse number="5">ເທວະດາ​ນັ້ນ​ໄດ້​ກ່າວ​ແກ່​ພວກແມ່ຍິງ​ວ່າ, “ຢ່າ​ຢ້ານ​ເລີຍ, ເພາະ​ເຮົາ​ຮູ້​ວ່າ​ພວກເຈົ້າ​ມາ​ຊອກຫາ​ພຣະເຢຊູເຈົ້າ​ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.</verse>
				<verse number="6">ພຣະອົງ​ບໍ່​ໄດ້​ຢູ່​ທີ່​ນີ້ ພຣະອົງ​ເປັນຄືນມາ​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ຈົ່ງ​ມາ​ເບິ່ງ​ບ່ອນ​ທີ່​ພວກເຂົາ​ວາງ​ຮ່າງກາຍ​ຂອງ​ພຣະອົງ​ໄວ້.</verse>
				<verse number="7">ແລ້ວ​ຈົ່ງ​ຟ້າວ​ໄປ​ບອກ​ພວກສາວົກ​ຂອງ​ພຣະອົງ​ວ່າ, ‘ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ ແລະ ກຳລັງ​ໄປ​ແຂວງ​ຄາລີເລ​ກ່ອນໜ້າ​ພວກເຈົ້າ. ພວກເຈົ້າ​ຈະ​ເຫັນ​ພຣະອົງ​ໃນ​ທີ່​ນັ້ນ’. ບັດນີ້ ເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ”.</verse>
				<verse number="8">ດັ່ງນັ້ນ ແມ່ຍິງ​ເຫລົ່ານັ້ນ​ຈຶ່ງ​ຟ້າວ​ອອກໄປ​ຈາກ​ອຸບມຸງ, ທັງ​ຢ້ານ​ທັງ​ຊື່ນຊົມຍິນດີ​ຫລາຍ ແລະ ແລ່ນ​ໄປ​ບອກ​ພວກສາວົກ​ຂອງ​ພຣະອົງ.</verse>
				<verse number="9">ໃນ​ທັນໃດ​ນັ້ນ ພຣະເຢຊູເຈົ້າ​ໄດ້​ມາ​ພົບ​ພວກເຂົາ ແລະ​ກ່າວ​ທັກທາຍ​ພວກເຂົາ. ພວກເຂົາ​ກໍ​ເຂົ້າມາ​ຫາ​ພຣະອົງ ແລະ ຈັບ​ຕີນ​ຂອງ​ພຣະອົງ ແລະ ຂາບລົງ​ນະມັດສະການ​ພຣະອົງ.</verse>
				<verse number="10">ແລ້ວ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ຢ່າ​ຢ້ານ​ເລີຍ, ຈົ່ງ​ໄປ​ບອກ​ບັນດາ​ພີ່ນ້ອງ​ຂອງ​ເຮົາ​ໃຫ້​ໄປ​ຍັງ​ແຂວງ​ຄາລີເລ, ພວກເຂົາ​ຈະ​ເຫັນ​ເຮົາ​ຢູ່​ທີ່​ນັ້ນ”.</verse>
				<verse number="11">ໃນ​ຂະນະ​ທີ່​ແມ່ຍິງ​ເຫລົ່ານັ້ນ​ກຳລັງ​ເດີນທາງ​ໄປ, ຄົນຍາມ​ບາງຄົນ​ໄດ້​ເຂົ້າ​ໄປ​ໃນ​ເມືອງ ແລະ ໄດ້​ລາຍງານ​ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ​ຕໍ່​ພວກຫົວໜ້າ​ປະໂລຫິດ.</verse>
				<verse number="12">ເມື່ອ​ພວກຫົວໜ້າ​ປະໂລຫິດ​ໄດ້​ປະຊຸມກັນ​ກັບ​ພວກ​ເຖົ້າແກ່ ແລະ ວາງແຜນການ​ແລ້ວ, ພວກເຂົາ​ກໍ​ເອົາ​ເງິນ​ຈໍານວນຫລາຍ​ໃຫ້​ພວກທະຫານ</verse>
				<verse number="13">ພ້ອມ​ທັງ​ສັ່ງ​ວ່າ, “ພວກເຈົ້າ​ຈົ່ງ​ເວົ້າ​ວ່າ, ‘ພວກສາວົກ​ໄດ້​ມາ​ລັກເອົາ​ສົບ​ໄປ​ໃນ​ຕອນກາງຄືນ​ໃນ​ຂະນະ​ທີ່​ພວກເຮົາ​ນອນຫລັບ​ຢູ່’.</verse>
				<verse number="14">ຖ້າ​ເລື່ອງ​ນີ້​ຮູ້​ໄປ​ເຖິງ​ຜູ້ປົກຄອງ ພວກເຮົາ​ຈະ​ເວົ້າ​ແກ້ໂຕ​ກັບ​ເພິ່ນ ແລະ ປ້ອງກັນ​ພວກເຈົ້າ​ບໍ່​ໃຫ້​ມີ​ບັນຫາ”.</verse>
				<verse number="15">ດັ່ງນັ້ນ ພວກທະຫານ​ຈຶ່ງ​ຮັບເງິນ ແລະ ພາກັນ​ເຮັດ​ຕາມ​ຄຳແນະນໍາ​ນັ້ນ. ແລ້ວ​ເລື່ອງ​ນີ້​ໄດ້​ຖືກ​ເຜີຍແຜ່​ໄປ​ຢ່າງ​ກວ້າງຂວາງ​ໃນ​ທ່າມກາງ​ຊາວຢິວ​ຈົນ​ເຖິງ​ທຸກ​ວັນ​ນີ້.</verse>
				<verse number="16">ແລ້ວ​ພວກສາວົກ​ທັງ​ສິບເອັດ​ຄົນ​ຈຶ່ງ​ໄປ​ທີ່​ແຂວງ​ຄາລີເລ, ໄປ​ທີ່​ພູເຂົາ​ບ່ອນ​ທີ່​ພຣະເຢຊູເຈົ້າ​ໄດ້​ບອກ​ພວກເພິ່ນ​ໄວ້.</verse>
				<verse number="17">ເມື່ອ​ພວກເພິ່ນ​ໄດ້​ເຫັນ​ພຣະອົງ​ແລ້ວ ພວກເພິ່ນ​ກໍ​ຂາບ​ລົງ​ນະມັດສະການ​ພຣະອົງ ແຕ່​ບາງຄົນ​ໃນ​ພວກເພິ່ນ​ຍັງ​ສົງໄສ​ຢູ່.</verse>
				<verse number="18">ແລ້ວ​ພຣະເຢຊູເຈົ້າ​ເຂົ້າ​ມາ​ຫາ​ພວກເພິ່ນ ແລະ ກ່າວ​ວ່າ, “ສິດອຳນາດ​ທັງໝົດ​ໃນ​ສະຫວັນ ແລະ ໃນ​ແຜ່ນດິນໂລກ​ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.</verse>
				<verse number="19">ເຫດສະນັ້ນ ຈົ່ງ​ໄປ ແລະ ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ, ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ ​ນາມ​ແຫ່ງ​ພຣະບິດາ ພຣະບຸດ ແລະ ພຣະວິນຍານບໍລິສຸດເຈົ້າ,</verse>
				<verse number="20">ສັ່ງສອນ​ພວກເຂົາ​ໃຫ້​ເຊື່ອຟັງ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ. ແລະ ແນ່ນອນ ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນຍຸກ”.</verse>
			</chapter>
		</book>
		<book number="41">
			<chapter number="1">
				<verse number="1">ຂ່າວປະເສີດ​ເລື່ອງ​ພຣະເຢຊູເຈົ້າ​ພຣະເມຊີອາ ພຣະບຸດ​ຂອງ​ພຣະເຈົ້າ ​ໄດ້​ເລີ່ມຕົ້ນ​ດັ່ງນີ້,</verse>
				<verse number="2">ໃນ​ພຣະທຳ​ເອຊາຢາ​ຜູ້ທຳນວາຍ​ມີ​ຂຽນ​ໄວ້​ວ່າ: “ເຮົາ​ຈະ​ໃຊ້​ທູດ​ຂອງ​ເຮົາ​ໄປ​ກ່ອນໜ້າ​ທ່ານ ເພື່ອ​ຈັດຕຽມ​ຫົນທາງ​ສຳລັບ​ທ່ານ”</verse>
				<verse number="3">“ສຽງ​ຂອງ​ຜູ້​ໜຶ່ງ​ຮ້ອງ​ໃນ​ຖິ່ນແຫ້ງແລ້ງກັນດານ​ວ່າ, ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ​ອົງພຣະຜູ້ເປັນເຈົ້າ, ຈົ່ງ​ເຮັດ​ຫົນທາງ​ສຳລັບ​ພຣະອົງ​ໃຫ້​ຊື່​ໄປ’”.</verse>
				<verse number="4">ແລ້ວ​ໂຢຮັນ​ບັບຕິສະໂຕ​ກໍ​ໄດ້​ປາກົດ​ໂຕ​ໃນ​ຖິ່ນແຫ້ງແລ້ງກັນດານ ແລະ ໄດ້​ເທດສະໜາ​ເລື່ອງ​ການ​ຮັບ​ບັບຕິສະມາ​ທີ່​ສະແດງ​ເຖິງ​ການ​ຖິ້ມໃຈເກົ່າເອົາໃຈໃໝ່ ເພື່ອ​ຮັບ​ການອະໄພ​ບາບ.</verse>
				<verse number="5">ປະຊາຊົນ​ທົ່ວ​ແຂວງ​ຢູດາຍ ແລະ ຊາວ​ເຢຣູຊາເລັມ​ທັງໝົດ​ໄດ້​ພາກັນ​ອອກ​ໄປ​ຫາ​ເພິ່ນ. ເມື່ອ​ພວກເຂົາ​ສາລະພາບ​ບາບ​ທັງຫລາຍ​ຂອງ​ຕົນ​ແລ້ວ ໂຢຮັນ​ກໍ​ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ແມ່ນ້ຳຈໍແດນ.</verse>
				<verse number="6">ໂຢຮັນ​ນຸ່ງເຄື່ອງ​ທີ່​ເຮັດ​ຈາກ​ຂົນ​ອູດ ເພິ່ນ​ຮັດ​ແອວ​ຂອງ​ເພິ່ນ​ດ້ວຍ​ສາຍແອວ​ໜັງ ແລະ ເພິ່ນ​ກິນ​ຕັກແຕນ ແລະ ນ້ຳເຜິ້ງ​ປ່າ.</verse>
				<verse number="7">ແລະ ນີ້​ແມ່ນ​ຂໍ້ຄວາມ​ຂອງ​ເພິ່ນ​ຄື: “ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ, ເຊິ່ງ​ເຮົາ​ບໍ່​ສົມຄວນ​ແມ່ນ​ແຕ່​ຈະ​ກົ້ມລົງ​ແກ້​ສາຍຮັດເກີບ​ຂອງ​ເພິ່ນ.</verse>
				<verse number="8">ເຮົາ​ໃຫ້​ພວກເຈົ້າ​ທັງຫລາຍ​ບັບຕິສະມາ​ດ້ວຍ​ນ້ຳ ແຕ່​ພຣະອົງ​ຈະ​ໃຫ້​ພວກເຈົ້າ​ທັງຫລາຍ​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ”.</verse>
				<verse number="9">ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ມາ​ຈາກ​ບ້ານ​ນາຊາເຣັດ​ໃນ​ແຂວງ​ຄາລີເລ ແລະ ຮັບ​ບັບຕິສະມາ​ຈາກ​ໂຢຮັນ​ໃນ​ແມ່ນ້ຳຈໍແດນ.</verse>
				<verse number="10">ໃນຂະນະ​ທີ່​ພຣະເຢຊູເຈົ້າ​ຂຶ້ນ​ຈາກ​ນ້ຳ​ນັ້ນ, ພຣະອົງ​ກໍ​ເຫັນ​ສະຫວັນ​ເປີດ​ອອກ ແລະ ມີ​ພຣະວິນຍານບໍລິສຸດເຈົ້າ​ເໝືອນດັ່ງ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ.</verse>
				<verse number="11">ແລ້ວ​ມີ​ສຽງ​ໜຶ່ງ​ມາ​ຈາກ​ສະຫວັນ​ວ່າ: “ທ່ານ​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ ເຮົາ​ພໍໃຈ​ທ່ານ​ຫລາຍ”.</verse>
				<verse number="12">ໃນທັນໃດ​ນັ້ນ ພຣະວິນຍານບໍລິສຸດເຈົ້າ​ໄດ້​ພາ​ພຣະອົງ​ເຂົ້າໄປ​ໃນ​ຖິ່ນແຫ້ງແລ້ງກັນດານ,</verse>
				<verse number="13">ພຣະອົງ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ເປັນ​ເວລາ​ສີ່ສິບ​ວັນ, ຖືກ​ທົດລອງ​ໂດຍ​ມານຊາຕານ. ພຣະອົງ​ຢູ່​ກັບ​ສັດ​ປ່າ ແລະ ບັນດາ​ເທວະດາ​ໄດ້​ມາ​ບົວລະບັດ​ພຣະອົງ.</verse>
				<verse number="14">ຫລັງ​ຈາກ​ໂຢຮັນ​ຖືກ​ຂັງຄຸກ​ແລ້ວ ພຣະເຢຊູເຈົ້າ​ໄດ້​ໄປ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ທີ່​ແຂວງ​ຄາລີເລ.</verse>
				<verse number="15">ພຣະອົງ​ກ່າວ​ວ່າ, “ເວລາ​ທີ່​ໄດ້​ກຳນົດ​ໄວ້​ມາ​ເຖິງ​ແລ້ວ ແລະ ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ແລ້ວ. ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ເຊື່ອ​ໃນ​ຂ່າວປະເສີດ!”</verse>
				<verse number="16">ຂະນະ​ທີ່​ພຣະເຢຊູເຈົ້າ​ຍ່າງ​ໄປ​ຕາມ​ແຄມ​ທະເລສາບ​ຄາລີເລ​ຢູ່​ນັ້ນ, ພຣະອົງ​ໄດ້​ເຫັນ​ຊີໂມນ ແລະ ນ້ອງຊາຍ​ຂອງ​ເພິ່ນ​ຊື່​ວ່າ​ອັນເດອາ ກຳລັງ​ຢ່ອນມອງ​ຢູ່​ໃນ​ທະເລສາບ, ເພາະ​ພວກເພິ່ນ​ເປັນ​ຄົນຫາປາ.</verse>
				<verse number="17">ພຣະເຢຊູເຈົ້າ​ກ່າວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ ແລະ ເຮົາ​ຈະ​ໃຊ້​ພວກເຈົ້າ​ໃຫ້​ເປັນ​ຜູ້​ຫາ​ຄົນ”.</verse>
				<verse number="18">ໃນທັນໃດ​ນັ້ນ ພວກເພິ່ນ​ກໍ​ປະ​ມອງ​ຂອງ​ຕົນ ແລະ ຕິດຕາມ​ພຣະອົງ​ໄປ.</verse>
				<verse number="19">ເມື່ອ​ພຣະອົງ​ເດີນ​ທາງ​ໄປ​ອີກ​ໜ້ອຍ​ໜຶ່ງ ພຣະອົງ​ກໍ​ເຫັນ​ຢາໂກໂບ​ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ຜູ້​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ ກຳລັງ​ແປງ​ມອງ​ຂອງ​ຕົນ​ຢູ່​ໃນ​ເຮືອ.</verse>
				<verse number="20">ພໍ​ພຣະເຢຊູເຈົ້າ​ເຫັນ​ຈຶ່ງ​ເອີ້ນ​ເອົາ​ພວກເພິ່ນ​ທັນທີ ແລະ ພວກເພິ່ນ​ຈຶ່ງ​ປະ​ພໍ່​ຂອງ​ຕົນ​ຄື​ເຊເບດາຍ ແລະ ລູກຈ້າງ​ໄວ້​ໃນ​ເຮືອ​ແລ້ວ​ຕິດຕາມ​ພຣະອົງ​ໄປ.</verse>
				<verse number="21">ພຣະເຢຊູເຈົ້າ ແລະ ບັນດາ​ສາວົກ​ຂອງ​ພຣະອົງ​ໄດ້​ໄປ​ຍັງ​ເມືອງ​ກາເປນາອູມ, ແລະ ເມື່ອ​ເຖິງ​ວັນຊະບາໂຕ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ໄດ້​ເລີ່ມຕົ້ນ​ສັ່ງສອນ.</verse>
				<verse number="22">ປະຊາຊົນ​ໄດ້​ຕ່າງ​ກໍ​ປະຫລາດໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ, ເພາະວ່າ​ພຣະອົງ​ໄດ້​ສັ່ງສອນ​ພວກເຂົາ​ເໝືອນ​ຜູ້​ມີ​ສິດອຳນາດ, ບໍ່​ເໝືອນ​ກັບ​ພວກ​ຄູສອນກົດບັນຍັດ.</verse>
				<verse number="23">ໃນ​ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ໃນ​ທຳມະສາລາ​ທີ່​ໄດ້​ຖືກ​ວິນຍານສົກກະປົກ​ເຂົ້າ​ສິງ​ຢູ່ ແລະ ຮ້ອງ​ຂຶ້ນ​ວ່າ,</verse>
				<verse number="24">“ເຢຊູ​ຊາວ​ນາຊາເຣັດ, ທ່ານ​ຕ້ອງການ​ສິ່ງໃດ​ຈາກ​ພວກຂ້ານ້ອຍ? ທ່ານ​ມາ​ເພື່ອ​ທຳລາຍ​ພວກຂ້ານ້ອຍ​ບໍ? ຂ້ານ້ອຍ​ຮູ້​ວ່າ​ທ່ານ​ເປັນ​ຜູ້ໃດ ທ່ານ​ຄື​ອົງ​ບໍລິສຸດ​ຂອງ​ພຣະເຈົ້າ!”</verse>
				<verse number="25">ພຣະເຢຊູເຈົ້າ​ສັ່ງ​ວິນຍານສົກກະປົກ​ຢ່າງ​ເດັດຂາດ​ວ່າ, “ມິດງຽບ! ຈົ່ງ​ອອກ​ມາ​ຈາກ​ລາວ​ດຽວ​ນີ້!”</verse>
				<verse number="26">ວິນຍານສົກກະປົກ​ໄດ້​ເຮັດ​ໃຫ້​ຊາຍ​ຄົນ​ນັ້ນ​ຊັກດິ້ນ​ຢ່າງ​ຮຸນແຮງ ແລ້ວ​ຮ້ອງ​ສຽງດັງ ແລະ ກໍ​ອອກ​ໄປ​ຈາກ​ລາວ.</verse>
				<verse number="27">ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ຖາມ​ກັນ​ວ່າ, “ນີ້​ແມ່ນ​ຫຍັງ? ເປັນ​ຄຳສັ່ງສອນ​ໃໝ່ ແລະ ທັງ​ຍັງ​ມີ​ສິດອຳນາດ! ທ່ານ​ຜູ້​ນີ້​ສັ່ງ​ວິນຍານສົກກະປົກ ແລະ ພວກມັນ​ກໍ​ຍອມ​ເຊື່ອຟັງ​ເພິ່ນ”.</verse>
				<verse number="28">ຊື່ສຽງ​ຂອງ​ພຣະອົງ​ຈຶ່ງ​ແຜ່​ໄປ​ທົ່ວ​ແຂວງ​ຄາລີເລ​ຢ່າງ​ວ່ອງໄວ.</verse>
				<verse number="29">ໃນ​ທັນທີ​ທີ່​ພວກເພິ່ນ​ອອກ​ຈາກ​ທຳມະສາລາ ພວກເພິ່ນ​ກໍ​ໄປ​ກັບ​ຢາໂກໂບ ແລະ ໂຢຮັນ ໄປ​ທີ່​ເຮືອນ​ຂອງ​ຊີໂມນ ແລະ ອັນເດອາ.</verse>
				<verse number="30">ແມ່​ເມຍ​ຂອງ​ຊີໂມນ​ນອນ​ເປັນ​ໄຂ້​ຢູ່​ເທິງ​ຕຽງ, ພວກເຂົາ​ຈຶ່ງ​ບອກ​ເລື່ອງ​ຂອງ​ນາງ​ໃຫ້​ພຣະອົງ​ຮູ້​ທັນທີ.</verse>
				<verse number="31">ດັ່ງນັ້ນ ພຣະອົງ​ຈຶ່ງ​ເຂົ້າ​ໄປ​ໃກ້ ແລະ ຈັບ​ມື​ຂອງ​ນາງ ແລະ ຊ່ວຍ​ນາງ​ໃຫ້​ລຸກຂຶ້ນ. ໃນທັນໃດ​ນັ້ນ ໄຂ້​ກໍ​ຫາຍ ແລະ ນາງ​ຈຶ່ງ​ເຝົ້າ​ຮັບໃຊ້​ພວກເພິ່ນ.</verse>
				<verse number="32">ຕອນແລງ​ວັນ​ນັ້ນ​ຫລັງຈາກ​ຕາເວັນ​ຕົກດິນ ປະຊາຊົນ​ກໍ​ໄດ້​ພາ​ບັນດາ​ຄົນ​ທີ່​ເຈັບປ່ວຍ ແລະ ຄົນ​ທີ່​ຖືກ​ຜີມານຮ້າຍ​ເຂົ້າສິງ​ມາ​ຫາ​ພຣະເຢຊູເຈົ້າ.</verse>
				<verse number="33">ຄົນ​ເມືອງ​ທັງໝົດ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ປະຕູ,</verse>
				<verse number="34">ແລະ ພຣະເຢຊູເຈົ້າ​ໄດ້​ຮັກສາ​ຫລາຍ​ຄົນ​ທີ່​ເຈັບໄຂ້​ໄດ້​ປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ໃຫ້​ຫາຍດີ. ພຣະອົງ​ຍັງ​ໄດ້​ຂັບໄລ່​ຜີມານຮ້າຍ​ຫລາຍ​ໂຕ​ອອກ​ໄປ, ແຕ່​ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜີມານຮ້າຍ​ທັງຫລາຍ​ເວົ້າ​ຫຍັງ​ຈັກ​ຄຳ ເພາະ​ພວກມັນ​ຮູ້​ວ່າ​ພຣະອົງ​ເປັນ​ຜູ້ໃດ.</verse>
				<verse number="35">ໃນ​ເວລາ​ເຊົ້າ​ມືດ ພຣະເຢຊູເຈົ້າ​ໄດ້​ລຸກຂຶ້ນ, ແລ້ວ​ອອກ​ຈາກ​ເຮືອນ​ໄປ​ຍັງ​ບ່ອນ​ທີ່​ງຽບສະຫງົບ ບ່ອນ​ທີ່​ພຣະອົງ​ໄດ້​ອະທິຖານ​ນັ້ນ.</verse>
				<verse number="36">ຊີໂມນ ແລະ ເພື່ອນ​ທີ່​ຢູ່​ນຳ​ກັນ​ກໍ​ໄດ້​ອອກ​ໄປ​ຊອກຫາ​ພຣະອົງ,</verse>
				<verse number="37">ເມື່ອ​ພົບ​ແລ້ວ ພວກເພິ່ນ​ກໍ​ຮ້ອງ​ອອກ​ມາ​ວ່າ: “ທຸກຄົນ​ກຳລັງ​ຊອກຫາ​ທ່ານ​ຢູ່!”</verse>
				<verse number="38">ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ພວກເພິ່ນ​ວ່າ, “ໃຫ້​ພວກເຮົາ​ໄປ​ຍັງ​ບ່ອນ​ອື່ນໆ​ໃນ​ຂົງເຂດ​ໃກ້ຄຽງ​ນີ້ ເພື່ອ​ເຮົາ​ຈະ​ໄດ້​ປະກາດ​ຂ່າວປະເສີດ​ຢູ່​ທີ່​ນັ້ນ​ດ້ວຍ. ເຮົາ​ໄດ້​ມາ​ກໍ​ເພື່ອ​ພາລະກິດ​ນີ້​ແຫລະ”.</verse>
				<verse number="39">ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ ໄດ້​ເທດສະໜາ​ໃນ​ທຳມະສາລາ ແລະ ຂັບໄລ່​ຜີມານຮ້າຍ​ທັງຫລາຍ​ໃຫ້​ອອກ​ໄປ.</verse>
				<verse number="40">ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດຂີ້ທູດ ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ ຄຸເຂົ່າ​ລົງ​ອ້ອນວອນ​ຂໍ​ພຣະອົງ​ວ່າ, “ຖ້າ​ພຣະອົງ​ເຕັມໃຈ ພຣະອົງ​ກໍ​ສາມາດ​ເຮັດ​ໃຫ້​ຂ້ານ້ອຍ​ດີ​ສະອາດ​ໄດ້”.</verse>
				<verse number="41">ພຣະເຢຊູເຈົ້າ​ໃຈຮ້າຍ. ພຣະອົງ​ເດ່​ມື​ອອກ​ໄປ​ແຕະຕ້ອງ​ລາວ ແລະ ກ່າວ​ວ່າ, “ເຮົາ​ພໍໃຈ​ຈະ​ຮັກສາ ຈົ່ງ​ດີ​ສະອາດ​ສາ!”</verse>
				<verse number="42">ໃນທັນໃດ​ນັ້ນ ພະຍາດ​ຂີ້ທູດ​ກໍ​ຫາຍ​ໄປ​ຈາກ​ຊາຍ​ຄົນ​ນີ້ ແລະ ລາວ​ຈຶ່ງ​ດີ​ສະອາດ.</verse>
				<verse number="43">ແລ້ວ​ພຣະເຢຊູເຈົ້າ​ໄດ້​ສົ່ງ​ລາວ​ໜີ​ໄປ​ທັນທີ ພ້ອມ​ກັບ​ເຕືອນ​ຢ່າງ​ເຂັ້ມງວດ​ວ່າ:</verse>
				<verse number="44">“ຈົ່ງ​ລະວັງ​ຢ່າ​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ ແຕ່​ຈົ່ງ​ໄປ​ສະແດງ​ໂຕ​ຕໍ່​ປະໂລຫິດ ແລະ ຖວາຍ​ເຄື່ອງບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້, ເພື່ອ​ເປັນ​ພະຍານ​ໃຫ້​ແກ່​ຄົນ​ທັງຫລາຍ​ວ່າ​ເຈົ້າ​ດີ​ສະອາດ​ແລ້ວ”.</verse>
				<verse number="45">ແຕ່​ພໍ​ຊາຍ​ຄົນ​ນີ້​ຈາກ​ໄປ​ແລ້ວ ລາວ​ພັດ​ໄປ​ປະກາດ​ເລື່ອງ​ນີ້​ໃຫ້​ແຜ່ກະຈາຍ​ໄປ​ທົ່ວ​ທຸກ​ບ່ອນ ຍ້ອນ​ຂ່າວ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ເມືອງ​ໄດ້​ຢ່າງ​ເປີດເຜີຍ​ອີກ​ຕໍ່​ໄປ ແຕ່​ພຣະອົງ​ໄດ້​ອາໄສ​ຢູ່​ນອກ​ເມືອງ​ໃນ​ບ່ອນ​ປ່ຽວ. ເຖິງ​ປານ​ນັ້ນ ກໍ​ຍັງ​ມີ​ຄົນ​ຈາກ​ທຸກ​ທີ່​ທຸກ​ບ່ອນ​ມາ​ຫາ​ພຣະອົງ.</verse>
			</chapter>
			<chapter number="2">
				<verse number="1">ສອງສາມ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ກາເປນາອູມ​ອີກ, ປະຊາຊົນ​ທັງຫລາຍ​ຕ່າງ​ກໍ​ໄດ້​ຍິນ​ຂ່າວ​ວ່າ​ພຣະອົງ​ໄດ້​ມາ​ເຮືອນ.</verse>
				<verse number="2">ດັ່ງນັ້ນ ປະຊາຊົນ​ຢ່າງ​ຫລວງຫລາຍ​ຈຶ່ງ​ມາ​ເຕົ້າໂຮມກັນ​ຢູ່​ທີ່​ນັ້ນ​ຈົນ​ບໍ່​ມີ​ບ່ອນ​ຫວ່າງ​ແມ່ນແຕ່​ທີ່​ນອກ​ປະຕູ​ທາງເຂົ້າ ແລະ ພຣະອົງ​ໄດ້​ສັ່ງສອນ​ພຣະທຳ​ສູ່​ພວກເຂົາ​ຟັງ.</verse>
				<verse number="3">ມີ​ຊາຍ​ສີ່​ຄົນ​ຫາມ​ຄົນເປ້ຍ​ຜູ້​ໜຶ່ງ​ມາ​ຫາ​ພຣະອົງ.</verse>
				<verse number="4">ແຕ່​ພວກເຂົາ​ບໍ່​ສາມາດ​ເຂົ້າ​ໄປ​ຫາ​ພຣະເຢຊູເຈົ້າ​ໄດ້​ເພາະ​ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ, ພວກເຂົາ​ຈຶ່ງ​ຮື້​ຫລັງຄາ​ຊື່​ບ່ອນ​ທີ່​ພຣະອົງ​ກຳລັງ​ສັ່ງສອນ​ຢູ່​ນັ້ນ ແລ້ວ​ຢ່ອນ​ບ່ອນນອນ​ທີ່​ຄົນເປ້ຍ​ນັ້ນ​ນອນ​ຢູ່​ລົງ​ມາ.</verse>
				<verse number="5">ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຄວາມເຊື່ອ​ຂອງ​ພວກເຂົາ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຄົນເປ້ຍ​ນັ້ນ​ວ່າ, “ລູກ​ເອີຍ, ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ”.</verse>
				<verse number="6">ແຕ່​ມີ​ພວກ​ຄູສອນກົດບັນຍັດ​ບາງຄົນ​ທີ່​ນັ່ງ​ຢູ່​ທີ່​ນັ້ນ​ຄິດ​ໃນ​ໃຈ​ວ່າ,</verse>
				<verse number="7">“ເປັນຫຍັງ​ຄົນ​ນີ້​ຈຶ່ງ​ເວົ້າ​ຢ່າງ​ນີ້? ລາວ​ກຳລັງ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ! ນອກຈາກ​ພຣະເຈົ້າ​ແລ້ວ ຈະ​ມີ​ຜູ້ໃດ​ສາມາດ​ອະໄພ​ບາບ​ໄດ້?”</verse>
				<verse number="8">ພຣະເຢຊູເຈົ້າ​ຮູ້​ໃນ​ໃຈ​ຂອງ​ພຣະອົງ​ທັນທີ​ວ່າ​ພວກເຂົາ​ກຳລັງ​ຄິດ​ຫຍັງ​ຢູ່ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ຢ່າງ​ນັ້ນ?</verse>
				<verse number="9">ອັນໃດ​ຈະ​ງ່າຍ​ກວ່າ​ກັນ​ທີ່​ຈະ​ກ່າວ​ແກ່​ຄົນເປ້ຍ​ນັ້ນ​ວ່າ, ‘ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ’ ຫລື ກ່າວ​ວ່າ ‘ຈົ່ງ​ລຸກຂຶ້ນ, ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ຍ່າງ​ໄປ?’</verse>
				<verse number="10">ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ທັງຫລາຍ​ຮູ້​ວ່າ​ບຸດມະນຸດ​ມີ​ສິດອຳນາດ​ໃນ​ໂລກ​ທີ່​ຈະ​ອະໄພ​ຄວາມບາບ” ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ກັບ​ຄົນເປ້ຍ​ນັ້ນ​ວ່າ,</verse>
				<verse number="11">“ເຮົາ​ສັ່ງ​ເຈົ້າ​ວ່າ, ຈົ່ງ​ລຸກຂຶ້ນ, ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ເມືອ​ເຮືອນ​ສາ”.</verse>
				<verse number="12">ລາວ​ຈຶ່ງ​ລຸກຂຶ້ນ, ຍົກ​ເອົາ​ບ່ອນນອນ​ຂອງ​ຕົນ ແລະ ກໍ​ຍ່າງ​ອອກ​ໄປ​ຕໍ່ໜ້າ​ຄົນ​ທັງຫລາຍ. ທຸກຄົນ​ຕ່າງ​ກໍ​ປະຫລາດໃຈ ແລະ ສັນລະເສີນ​ພຣະເຈົ້າ ແລະ ເວົ້າ​ວ່າ, “ພວກເຮົາ​ບໍ່​ເຄີຍ​ພົບເຫັນ​ເຫດການ​ຢ່າງ​ນີ້​ຈັກ​ເທື່ອ!”</verse>
				<verse number="13">ອີກ​ຄັ້ງ​ຫນຶ່ງ ພຣະເຢຊູເຈົ້າ​ໄດ້​ອອກ​ໄປ​ທີ່​ແຄມຝັ່ງ​ທະເລສາບ. ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ພາກັນ​ມາ​ຫາ​ພຣະອົງ ແລະ ພຣະອົງ​ໄດ້​ສັ່ງສອນ​ພວກເຂົາ.</verse>
				<verse number="14">ໃນຂະນະ​ທີ່​ພຣະອົງ​ຍ່າງ​ໄປ​ຕາມ​ທາງ​ນັ້ນ ພຣະອົງ​ກໍ​ເຫັນ​ເລວີ ລູກຊາຍ​ຂອງ​ອາລະຟາຍ ກຳລັງ​ນັ່ງ​ຢູ່​ດ່ານເກັບພາສີ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”, ແລ້ວ​ເລວີ​ກໍ​ລຸກຂຶ້ນ ແລະ ຕິດຕາມ​ພຣະອົງ​ໄປ.</verse>
				<verse number="15">ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ກິນ​ອາຫານແລງ​ຢູ່​ເຮືອນ​ຂອງ​ເລວີ, ມີ​ຄົນເກັບພາສີ ແລະ ຄົນບາບ​ຫລາຍ​ຄົນ​ກໍ​ໄດ້​ມາ​ຮ່ວມ​ກິນ​ອາຫານ​ກັບ​ພຣະອົງ ແລະ ພວກສາວົກ​ຂອງ​ພຣະອົງ, ເພາະວ່າ​ມີ​ຫລາຍ​ຄົນ​ໄດ້​ຕິດຕາມ​ພຣະອົງ.</verse>
				<verse number="16">ເມື່ອ​ພວກ​ຄູສອນກົດບັນຍັດ​ຜູ້​ທີ່​ເປັນ​ຟາຣີຊາຍ​ໄດ້​ເຫັນ​ພຣະອົງ​ກຳລັງ​ກິນ​ອາຫານ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ, ພວກເຂົາ​ຈຶ່ງ​ຖາມ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເປັນຫຍັງ​ເພິ່ນ​ຈຶ່ງ​ກິນ​ອາຫານ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ?”</verse>
				<verse number="17">ເມື່ອ​ໄດ້​ຍິນ​ດັ່ງນີ້, ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ພວກເຂົາ​ວ່າ, “ຄົນ​ສຸຂະພາບດີ​ບໍ່​ຕ້ອງການ​ໝໍ, ແຕ່​ຄົນເຈັບ​ຕ້ອງການ​ໝໍ. ເຮົາ​ບໍ່​ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນຊອບທຳ, ແຕ່​ມາ​ເພື່ອ​ເອີ້ນ​ເອົາ​ຄົນບາບ​ທັງຫລາຍ”.</verse>
				<verse number="18">ໃນຂະນະ​ນັ້ນ ພວກລູກສິດ​ຂອງ​ໂຢຮັນ ແລະ ພວກ​ຟາຣີຊາຍ ກຳລັງ​ຖືສິນອົດອາຫານ​ຢູ່. ມີ​ບາງຄົນ​ມາ​ຖາມ​ພຣະເຢຊູເຈົ້າ​ວ່າ, “ດ້ວຍເຫດໃດ ພວກລູກສິດ​ຂອງ​ໂຢຮັນ ແລະ ພວກ​ຟາຣີຊາຍ​ຈຶ່ງ​ຖືສິນອົດອາຫານ, ແຕ່​ເປັນຫຍັງ​ພວກສາວົກ​ຂອງ​ທ່ານ​ບໍ່​ຖືສິນອົດອາຫານ?”</verse>
				<verse number="19">ພຣະເຢຊູເຈົ້າ​ຕອບ​ວ່າ, “ຈະ​ໃຫ້​ແຂກ​ຂອງ​ເຈົ້າ​ບ່າວ​ຖືສິນອົດອາຫານ​ຂະນະ​ທີ່​ເຈົ້າບ່າວ​ຢູ່​ນຳ​ໄດ້​ຢ່າງໃດ? ເມື່ອ​ໃດ​ເຈົ້າບ່າວ​ຍັງ​ຢູ່​ນຳ​ພວກເຂົາ ພວກເຂົາ​ກໍ​ເຮັດ​ຢ່າງ​ນັ້ນ​ບໍ່​ໄດ້.</verse>
				<verse number="20">ແຕ່​ເວລາ​ນັ້ນ​ຈະ​ມາ​ເຖິງ ຄື​ເມື່ອ​ເຈົ້າບ່າວ​ຈະ​ຖືກ​ນໍາ​ໂຕ​ໄປ​ຈາກ​ພວກເຂົາ, ວັນ​ນັ້ນ​ແຫລະ ພວກເຂົາ​ຈະ​ຖືສິນອົດອາຫານ.</verse>
				<verse number="21">“ບໍ່​ມີ​ຜູ້ໃດ​ທີ່​ເອົາ​ຕ່ອນ​ຜ້າ​ໃໝ່​ໄປ​ຕາບ​ເສື້ອ​ເກົ່າ. ຖ້າ​ເຮັດ​ຢ່າງ​ນັ້ນ​ຜ້າ​ໃໝ່​ຈະ​ຫົດ ແລະ ເຮັດ​ໃຫ້​ເສື້ອ​ເກົ່າ​ຂາດ​ເປັນ​ຮູ​ໃຫຍ່​ຕື່ມ​ອີກ.</verse>
				<verse number="22">ແລະ ບໍ່​ມີ​ຜູ້ໃດ​ທີ່​ຖອກ​ເຫລົ້າອະງຸ່ນໃໝ່​ໃສ່​ຖົງໜັງ​ເກົ່າ. ຖ້າ​ເຮັດ​ຢ່າງ​ນັ້ນ ເຫລົ້າອະງຸ່ນ​ຈະ​ເຮັດ​ໃຫ້​ຖົງໜັງ​ນັ້ນ​ແຕກ ແລະ ເຫລົ້າອະງຸ່ນ​ກັບ​ທັງ​ຖົງ​ກໍ​ຈະ​ເສຍຫາຍ. ບໍ່​ດອກ, ພວກເຂົາ​ຕ້ອງ​ຖອກ​ເຫລົ້າອະງຸ່ນ​ໃໝ່​ໃສ່​ໃນ​ຖົງໜັງ​ໃໝ່​ເທົ່ານັ້ນ”.</verse>
				<verse number="23">ໃນ​ວັນຊະບາໂຕ​ວັນ​ໜຶ່ງ ພຣະເຢຊູເຈົ້າ​ໄດ້​ຍ່າງ​ຜ່ານ​ທົ່ງນາ, ໃນ​ຂະນະ​ທີ່​ຍ່າງ​ໄປ​ຕາມ​ທາງ​ນັ້ນ ພວກສາວົກ​ຂອງ​ພຣະອົງ​ໄດ້​ເດັດ​ຮວງເຂົ້າ.</verse>
				<verse number="24">ດັ່ງນັ້ນ ພວກ​ຟາຣີຊາຍ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ເບິ່ງ​ແມ, ເປັນຫຍັງ​ພວກເຂົາ​ຈຶ່ງ​ເຮັດ​ສິ່ງ​ທີ່​ຜິດ​ກົດບັນຍັດ​ໃນ​ວັນຊະບາໂຕ?”</verse>
				<verse number="25">ພຣະອົງ​ຕອບ​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່​ເຄີຍ​ອ່ານ​ໃນ​ສິ່ງ​ທີ່​ດາວິດ ແລະ ຄົນ​ຂອງ​ເພິ່ນ​ໄດ້​ເຮັດ​ເມື່ອ​ເພິ່ນ​ຫິວເຂົ້າ ແລະ ຂັດສົນ​ນັ້ນ​ບໍ?</verse>
				<verse number="26">ໃນ​ສະໄໝ​ນັ້ນ ແມ່ນ​ອາບີອາທາ​ເປັນ​ມະຫາ​ປະໂລຫິດ, ດາວິດ​ໄດ້​ເຂົ້າ​ໄປ​ໃນ​ທີ່ສະຖິດ​ຂອງ​ພຣະເຈົ້າ ແລະ ກິນ​ເຂົ້າຈີ່​ສັກສິດ, ເຊິ່ງ​ຕາມ​ກົດບັນຍັດ​ແລ້ວ ມີ​ແຕ່​ປະໂລຫິດ​ເທົ່ານັ້ນ​ທີ່​ມີ​ສິດ​ກິນ​ເຂົ້າຈີ່​ນີ້​ໄດ້. ແລະ ດາວິດ​ຍັງ​ໄດ້​ເອົາ​ເຂົ້າຈີ່​ນັ້ນ​ໃຫ້​ຄົນ​ຂອງ​ເພິ່ນ​ກິນ​ນຳ​ອີກ​ດ້ວຍ”.</verse>
				<verse number="27">ແລ້ວ​ພຣະອົງ​ກໍ​ກ່າວ​ກັບ​ພວກເຂົາ​ວ່າ, “ວັນຊະບາໂຕ​ຖືກ​ຕັ້ງ​ໄວ້​ເພື່ອ​ມະນຸດ, ບໍ່​ແມ່ນ​ມະນຸດ​ຖືກ​ຕັ້ງ​ໄວ້​ເພື່ອ​ວັນຊະບາໂຕ.</verse>
				<verse number="28">ດັ່ງນັ້ນ ບຸດມະນຸດ​ຈຶ່ງ​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ວັນຊະບາໂຕ”.</verse>
			</chapter>
			<chapter number="3">
				<verse number="1">ອີກ​ຄັ້ງ​ໜຶ່ງ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ຢູ່​ທີ່​ນັ້ນ​ມີ​ຊາຍ​ມືລີບ​ຄົນ​ໜຶ່ງ.</verse>
				<verse number="2">ມີ​ບາງຄົນ​ໃນ​ພວກເຂົາ​ກຳລັງ​ຊອກຫາ​ສາເຫດ​ທີ່​ຈະ​ກ່າວໂທດ​ພຣະເຢຊູເຈົ້າ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕິດຕາມ​ເບິ່ງ​ພຣະອົງ​ຢ່າງ​ໃກ້ຊິດ​ວ່າ​ພຣະອົງ​ຈະ​ຮັກສາ​ຊາຍ​ຄົນ​ນີ້​ໃນ​ວັນຊະບາໂຕ ຫລື ບໍ່.</verse>
				<verse number="3">ພຣະເຢຊູເຈົ້າ​ກ່າວ​ແກ່​ຊາຍ​ມືລີບ​ວ່າ, “ຈົ່ງ​ຢືນຂຶ້ນ​ຕໍ່ໜ້າ​ທຸກ​ຄົນ”.</verse>
				<verse number="4">ແລ້ວ​ພຣະເຢຊູເຈົ້າ​ຖາມ​ພວກເຂົາ​ວ່າ, “ອັນ​ໃດ​ທີ່​ຖືກຕ້ອງ​ຕາມ​ກົດບັນຍັດ​ໃນ​ວັນຊະບາໂຕ ຈະ​ເຮັດ​ດີ ຫລື ເຮັດ​ຊົ່ວ, ຈະ​ຊ່ວຍ​ຊີວິດ ຫລື ທຳລາຍ​ຊີວິດ?” ແຕ່​ພວກເຂົາ​ໄດ້​ມິດ​ຢູ່.</verse>
				<verse number="5">ພຣະອົງ​ແນມ​ໄປ​ເບິ່ງ​ພວກເຂົາ​ດ້ວຍ​ຄວາມເຄືອງໃຈ ແລະ ເປັນທຸກໃຈ​ທີ່ສຸດ​ທີ່​ພວກເຂົາ​ໃຈ​ແຂງກະດ້າງ. ພຣະອົງ​ຈຶ່ງ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ”. ລາວ​ກໍ​ເຮັດ​ຕາມ ແລະ ມື​ຂອງ​ລາວ​ກໍ​ດີ​ເປັນ​ປົກກະຕິ​ທຸກ​ຢ່າງ.</verse>
				<verse number="6">ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ອອກ​ໄປ ແລະ ເລີ່ມ​ວາງແຜນ​ກັບ​ກຸ່ມ​ສະໜັບສະໜູນ​ເຮໂຣດ​ວ່າ​ຈະ​ຂ້າ​ພຣະເຢຊູເຈົ້າ.</verse>
				<verse number="7">ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ໄດ້​ແຍກໂຕ​ຈາກ​ທີ່​ນັ້ນ​ໄປ​ຍັງ​ທະເລສາບ, ມີ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ມາ​ຈາກ​ແຂວງ​ຄາລີເລ​ໄດ້​ຕິດຕາມ​ພຣະອົງ​ໄປ.</verse>
				<verse number="8">ເມື່ອ​ພວກເຂົາ​ໄດ້​ຍິນ​ເຖິງ​ສິ່ງ​ຕ່າງໆ​ທີ່​ພຣະອົງ​ໄດ້​ກະທຳ​ແລ້ວ, ມີ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ທີ່​ມາ​ຈາກ​ແຂວງ​ຢູດາຍ, ຈາກ​ເຢຣູຊາເລັມ, ຈາກ​ເຂດແດນ​ອີດູມາຍ ແລະ ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳຈໍແດນ ແລະ ຂົງເຂດ​ອ້ອມແອ້ມ​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ​ໄດ້​ພາກັນ​ມາ​ຫາ​ພຣະອົງ.</verse>
				<verse number="9">ເພາະ​ຍ້ອນ​ປະຊາຊົນ​ເຫລົ່ານີ້ ພຣະອົງ​ຈຶ່ງ​ສັ່ງ​ພວກສາວົກ​ຂອງ​ພຣະອົງ​ໃຫ້​ຕຽມ​ເຮືອ​ນ້ອຍ​ໄວ້​ໃຫ້​ພຣະອົງ​ລຳ​ໜຶ່ງ, ເພື່ອ​ບໍ່​ໃຫ້​ປະຊາຊົນ​ມາ​ບຽດ​ພຣະອົງ.</verse>
				<verse number="10">ເນື່ອງ​ຈາກ​ວ່າ ພຣະເຢຊູເຈົ້າ​ໄດ້​ຮັກສາ​ຫລາຍຄົນ​ໃຫ້​ຫາຍດີ, ດັ່ງນັ້ນ ບັນດາ​ຜູ້​ທີ່​ເຈັບ​ເປັນ​ດ້ວຍ​ພະຍາດ​ຕ່າງໆ​ຈຶ່ງ​ບຽດ​ກັນ​ເຂົ້າ​ມາ​ເພື່ອ​ທີ່​ຈະ​ໄດ້​ຈັບບາຍ​ພຣະອົງ.</verse>
				<verse number="11">ເມື່ອ​ໃດ​ທີ່​ພວກ​ວິນຍານສົກກະປົກ​ໄດ້​ເຫັນ​ພຣະອົງ ພວກມັນ​ກໍ​ຂາບ​ລົງ​ຕໍ່ໜ້າ​ພຣະອົງ ແລະ ຮ້ອງ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ”.</verse>
				<verse number="12">ແຕ່​ພຣະອົງ​ຫ້າມ​ພວກມັນ​ຢ່າງ​ເດັດຂາດ​ບໍ່​ໃຫ້​ບອກ​ຄົນ​ອື່ນ​ກ່ຽວກັບ​ເລື່ອງ​ຂອງ​ພຣະອົງ.</verse>
				<verse number="13">ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູເຂົາ​ແຫ່ງ​ໜຶ່ງ ແລະ ເອີ້ນ​ເອົາ​ບັນດາ​ຜູ້​ທີ່​ພຣະອົງ​ຕ້ອງການ​ມາ​ຫາ​ພຣະອົງ, ແລະ ພວກເພິ່ນ​ໄດ້​ມາ​ຫາ​ພຣະອົງ.</verse>
				<verse number="14">ພຣະອົງ​ໄດ້​ແຕ່ງຕັ້ງ​ສິບສອງ​ຄົນ​ໃຫ້​ເປັນ​ອັກຄະສາວົກ ​ໃຫ້​ຢູ່​ກັບ​ພຣະອົງ ແລະ ພຣະອົງ​ຈະ​ໃຊ້​ພວກເພິ່ນ​ອອກ​ໄປ​ປະກາດ,</verse>
				<verse number="15">ແລະ ໃຫ້​ພວກເພິ່ນ​ມີ​ສິດອຳນາດ​ທີ່​ຈະ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້.</verse>
				<verse number="16">ບັນດາ​ສິບສອງ​ຄົນ​ທີ່​ພຣະອົງ​ໄດ້​ແຕ່ງຕັ້ງ​ມີ​ດັ່ງນີ້: ຊີໂມນ (ພຣະອົງ​ໄດ້​ຕັ້ງ​ຊື່​ໃຫ້​ວ່າ​ເປໂຕ),</verse>
				<verse number="17">ຢາໂກໂບ​ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ຜູ້​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ (ພຣະອົງ​ໄດ້​ຕັ້ງ​ຊື່​ໃຫ້​ທັງ​ສອງ​ຄົນ​ວ່າ​ໂບອະເນເຄ ເຊິ່ງ​ມີ​ຄວາມໝາຍ​ວ່າ​ລູກຟ້າຮ້ອງ),</verse>
				<verse number="18">ອັນເດອາ, ຟີລິບ, ບາຣະໂທໂລມາຍ, ມັດທາຍ, ໂທມາ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ທາດາຍ, ຊີໂມນ​ຜູ້ຮັກຊາດ</verse>
				<verse number="19">ແລະ ຢູດາ​ອິດສະກາຣີອົດ, ຜູ້​ທີ່​ທໍລະຍົດ​ຕໍ່​ພຣະອົງ.</verse>
				<verse number="20">ແລ້ວ​ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ ແລະ ປະຊາຊົນ​ກໍ​ໄດ້​ມາ​ເຕົ້າໂຮມກັນ​ອີກ​ຈົນ​ພຣະອົງ ແລະ ພວກສາວົກ​ຂອງ​ພຣະອົງ​ບໍ່​ມີ​ເວລາ​ແມ່ນແຕ່​ຈະ​ຮັບປະທານ​ອາຫານ.</verse>
				<verse number="21">ເມື່ອ​ຄົນ​ໃນ​ຄອບຄົວ​ຂອງ​ພຣະອົງ​ໄດ້​ຍິນ​ເລື່ອງ​ນີ້ ພວກເຂົາ​ກໍ​ມາ​ເພື່ອ​ຈະ​ຫ້າມ​ພຣະອົງ​ໄວ້, ເພາະ​ພວກເຂົາ​ເວົ້າ​ວ່າ, “ພຣະອົງ​ເສຍສະຕິ​ໄປ​ແລ້ວ”.</verse>
				<verse number="22">ແລະ ພວກ​ຄູສອນກົດບັນຍັດ​ທີ່​ລົງ​ມາ​ຈາກ​ນະຄອນ​ເຢຣູຊາເລັມ​ໄດ້​ເວົ້າ​ວ່າ, “ຜູ້​ນີ້​ຖືກ​ເບເອນເຊບູນ ​ເຂົ້າ​ສິງ​ຢູ່! ໂດຍ​ອຳນາດ​ຂອງ​ນາຍ​ຜີມານຮ້າຍ ລາວ​ຈຶ່ງ​ຂັບໄລ່​ພວກຜີມານຮ້າຍ​ອອກ​ໄດ້”.</verse>
				<verse number="23">ສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ພວກເຂົາ​ມາ ແລະ ກ່າວ​ກັບ​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ, “ມານຊາຕານ​ຈະ​ຂັບໄລ່​ມານຊາຕານ​ອອກ​ໄດ້​ຢ່າງ​ໃດ?</verse>
				<verse number="24">ຖ້າ​ອານາຈັກ​ໃດ​ເກີດ​ແຕກແຍກກັນ​ແລ້ວ ອານາຈັກ​ນັ້ນ​ກໍ​ຕັ້ງ​ຢູ່​ຕໍ່ໄປ​ບໍ່​ໄດ້.</verse>
				<verse number="25">ຖ້າ​ເຮືອນ​ຫລັງ​ໃດ​ເກີດ​ແຕກແຍກກັນ ເຮືອນ​ຫລັງນັ້ນ​ກໍ​ຈະ​ຕັ້ງ​ຢູ່​ບໍ່​ໄດ້.</verse>
				<verse number="26">ແລະ ຖ້າ​ມານຊາຕານ​ຕໍ່ຕ້ານ​ກັນ​ເອງ ແລະ ແຕກແຍກກັນ, ມັນ​ກໍ​ຕັ້ງ​ຢູ່​ບໍ່​ໄດ້ ຈຸດຈົບ​ຂອງ​ມັນ​ກໍ​ມາ​ເຖິງ​ແລ້ວ.</verse>
				<verse number="27">ຕາມຄວາມຈິງ​ແລ້ວ ບໍ່​ມີ​ຜູ້ໃດ​ສາມາດ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຄົນແຂງແຮງ​ໄດ້ ເວັ້ນໄວ້​ແຕ່​ໄດ້​ມັດ​ຄົນແຂງແຮງ​ນັ້ນ​ໄວ້​ກ່ອນ ແລ້ວ​ຈຶ່ງ​ປຸ້ນ​ເຮືອນ​ຂອງ​ລາວ​ໄດ້.</verse>
				<verse number="28">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ການ​ບາບ ແລະ ຄຳ​ໝິ່ນປະໝາດ​ທຸກຢ່າງ​ທີ່​ມະນຸດ​ກ່າວ​ສາມາດ​ໃຫ້​ອະໄພ​ໄດ້.</verse>
				<verse number="29">ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ໝິ່ນປະໝາດ​ຕໍ່ສູ້​ພຣະວິນຍານບໍລິສຸດເຈົ້າ​ຈະ​ບໍ່​ໄດ້​ຮັບ​ການ​ອະໄພ​ຈັກເທື່ອ, ພວກເຂົາ​ໄດ້​ເຮັດ​ຄວາມຜິດ​ອັນ​ເປັນ​ບາບ​ຕິດ​ໂຕ​ຕະຫລອດໄປ”.</verse>
				<verse number="30">ພຣະອົງ​ກ່າວ​ຢ່າງ​ນີ້​ກໍ​ເພາະ​ພວກເຂົາ​ໄດ້​ເວົ້າ​ວ່າ, “ເພິ່ນ​ມີ​ວິນຍານສົກກະປົກ​ເຂົ້າ​ສິງ​ຢູ່”.</verse>
				<verse number="31">ແລ້ວ​ມານດາ ແລະ ພວກ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ​ກໍ​ມາ​ເຖິງ. ພວກເຂົາ​ໄດ້​ຢືນ​ຢູ່​ຂ້າງນອກ ແລະ ໃຊ້​ຄົນ​ເຂົ້າ​ໄປ​ເອີ້ນ​ພຣະອົງ.</verse>
				<verse number="32">ປະຊາຊົນ​ນັ່ງ​ອ້ອມ​ພຣະອົງ​ຢູ່ ແລະ ພວກເຂົາ​ໄດ້​ບອກ​ພຣະອົງ​ວ່າ, “ມານດາ ແລະ ບັນດາ​ນ້ອງຊາຍ​ຂອງ​ທ່ານ​ກຳລັງ​ຊອກຫາ​ທ່ານຢູ່​ທາງນອກ”.</verse>
				<verse number="33">ພຣະອົງ​ຖາມ​ວ່າ, “ຜູ້ໃດ​ເປັນ​ມານດາ ແລະ ຜູ້ໃດ​ເປັນ​ພວກ​ນ້ອງຊາຍ​ຂອງ​ເຮົາ?”</verse>
				<verse number="34">ແລ້ວ​ພຣະອົງ​ກໍ​ຫລຽວ​ເບິ່ງ​ບັນດາ​ປະຊາຊົນ​ທີ່​ນັ່ງ​ອ້ອມ​ພຣະອົງ​ຢູ່​ນັ້ນ ແລະ ໄດ້​ກ່າວ​ວ່າ, “ນີ້​ຄື​ແມ່ ແລະ ນ້ອງຊາຍ​ຂອງ​ເຮົາ!</verse>
				<verse number="35">ຜູ້ໃດ​ທີ່​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ຜູ້​ນັ້ນ​ກໍ​ເປັນ​ນ້ອງຊາຍ ແລະ ເປັນ​ນ້ອງສາວ ແລະ ເປັນ​ແມ່​ຂອງ​ເຮົາ”.</verse>
			</chapter>
			<chapter number="4">
				<verse number="1">ແລ້ວ​ພຣະເຢຊູເຈົ້າ​ໄດ້​ສັ່ງສອນ​ທີ່​ແຄມ​ທະເລສາບ​ອີກ. ປະຊາຊົນ​ໄດ້​ມາ​ເຕົ້າໂຮມກັນ​ອ້ອມ​ພຣະອົງ​ຢ່າງ​ແໜ້ນໜາ​ຫລາຍ ຈົນ​ພຣະອົງ​ຕ້ອງ​ລົງ​ໄປ​ນັ່ງ​ໃນ​ເຮືອ​ຢູ່​ແຄມ​ຝັ່ງ​ທະເລສາບ, ສ່ວນ​ປະຊາຊົນ​ນັ້ນ​ຢູ່​ເທິງ​ບົກ​ຕາມ​ແຄມ​ຝັ່ງ.</verse>
				<verse number="2">ພຣະອົງ​ໄດ້​ໃຊ້​ຄຳອຸປະມາ​ຫລາຍ​ເລື່ອງ​ເພື່ອ​ສອນ​ພວກເຂົາ ແລະ ພຣະອົງ​ໄດ້​ສອນ​ວ່າ:</verse>
				<verse number="3">“ຈົ່ງ​ຟັງ​ໃຫ້​ດີ! ມີ​ຊາວນາ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດພືດ.</verse>
				<verse number="4">ໃນຂະນະ​ທີ່​ລາວ​ກຳລັງ​ຫວ່ານ​ເມັດພືດ​ຢູ່​ນັ້ນ ບາງເມັດ​ກໍ​ຕົກ​ຕາມ​ທາງ ແລ້ວ​ຝູງ​ນົກ​ກໍ​ສັບກິນ​ເມັດພືດ​ນັ້ນ​ຈົນ​ໝົດ.</verse>
				<verse number="5">ບາງເມັດ​ຕົກ​ໃສ່​ບ່ອນ​ທີ່​ມີ​ຫີນ ເຊິ່ງ​ເປັນ​ບ່ອນ​ທີ່​ມີ​ດິນ​ໜ້ອຍ ເມັດ​ເຫລົ່ານີ້​ຈຶ່ງ​ງອກ​ຂຶ້ນ​ໄດ້​ໄວ​ເພາະ​ພື້ນດິນ​ບໍ່​ເລິກ.</verse>
				<verse number="6">ແຕ່​ເມື່ອ​ຕາເວັນ​ຂຶ້ນ​ມາ​ພືດ​ນັ້ນ​ກໍ​ຖືກ​ແດດເຜົາ ແລະ ຫ່ຽວແຫ້ງ​ໄປ​ເພາະ​ບໍ່​ມີ​ຮາກ.</verse>
				<verse number="7">ບາງເມັດ​ກໍ​ຕົກ​ໃສ່​ທ່າມກາງ​ຟຸ່ມໜາມ, ເຊິ່ງ​ຕົ້ນໜາມ​ເຫລົ່ານີ້​ກໍ​ໃຫຍ່​ຂຶ້ນ ແລະ ຫຸ້ມຮັດ​ພືດ​ເຫລົ່ານັ້ນ ຈຶ່ງ​ເກີດຜົນ​ບໍ່​ໄດ້.</verse>
				<verse number="8">ຍັງ​ມີ​ບາງເມັດ​ອີກ​ທີ່​ຕົກໃສ່​ດິນ​ດີ ພືດ​ກໍ​ງອກ​ຂຶ້ນ​ມາ, ເຕີບໃຫຍ່​ຂຶ້ນ ແລະ ເກີດຜົນ​ສາມສິບ​ເທົ່າ, ຫົກສິບ​ເທົ່າ, ແລະ ຮ້ອຍ​ເທົ່າ”.</verse>
				<verse number="9">ແລ້ວ​ພຣະເຢຊູເຈົ້າ​ກ່າວ​ວ່າ, “ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.</verse>
				<verse number="10">ເມື່ອ​ພຣະອົງ​ຢູ່​ຕາມ​ລຳພັງ​ແລ້ວ, ພວກສາວົກ​ທັງ​ສິບສອງ​ຄົນ​ກັບ​ຄົນ​ອື່ນໆ​ທີ່​ຕິດຕາມ​ພຣະອົງ​ບາງຄົນ​ຈຶ່ງ​ຖາມ​ພຣະອົງ​ກ່ຽວ​ກັບ​ຄຳອຸປະມາ​ດັ່ງ​ກ່າວ.</verse>
				<verse number="11">ພຣະອົງ​ບອກ​ພວກເຂົາ​ວ່າ, “ຄວາມເລິກລັບ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ​ໃຫ້​ພວກເຈົ້າ​ຮູ້​ໄດ້. ແຕ່​ສ່ວນ​ຄົນນອກ​ນັ້ນ ທຸກຢ່າງ​ຈະ​ໃຊ້​ຄຳອຸປະມາ</verse>
				<verse number="12">ເພື່ອ​ວ່າ, “‘ພວກເຂົາ​ເບິ່ງ​ແລ້ວ​ເບິ່ງ​ອີກ​ແຕ່​ກໍ​ຈະ​ບໍ່​ເຫັນ ແລະ ຈະ​ຟັງ​ແລ້ວ​ຟັງ​ອີກ​ແຕ່​ຈະ​ບໍ່​ເຂົ້າໃຈ ບໍ່​ດັ່ງນັ້ນ​ແລ້ວ ພວກເຂົາ​ຈະ​ຫັນ​ກັບ​ຄືນ​ມາ ແລະ ໄດ້​ຮັບ​ການ​ອະໄພ!’ ”</verse>
				<verse number="13">ແລ້ວ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ບໍ່​ເຂົ້າໃຈ​ຄຳອຸປະມາ​ນີ້​ບໍ? ຖ້າ​ເປັນ​ຢ່າງນັ້ນ ພວກເຈົ້າ​ຈະ​ເຂົ້າໃຈ​ຄຳອຸປະມາ​ເລື່ອງ​ອື່ນ​ໄດ້​ຢ່າງໃດ?</verse>
				<verse number="14">ຊາວນາ​ນັ້ນ​ໄດ້​ຫວ່ານ​ພຣະທຳ.</verse>
				<verse number="15">ບາງຄົນ​ກໍ​ເປັນ​ເໝືອນ​ເມັດພືດ​ທີ່​ຕົກ​ຕາມ​ທາງ. ຄື​ຄົນ​ທີ່​ໄດ້​ຍິນ​ພຣະຄຳ, ທັນໃດນັ້ນ ມານຊາຕານ​ກໍ​ມາ​ຍາດຊີງ​ເອົາ​ພຣະຄຳ​ທີ່​ໄດ້​ຫວ່ານ​ລົງ​ໃນ​ພວກເຂົາ​ໄປ.</verse>
				<verse number="16">ບາງຄົນ​ກໍ​ເປັນ​ເໝືອນ​ເມັດພືດ​ທີ່​ຫວ່ານ​ລົງ​ເທິງ​ບ່ອນ​ມີ​ຫີນ​ຫລາຍ, ເມື່ອ​ໄດ້​ຍິນ​ພຣະຄຳ​ແລ້ວ​ກໍ​ຮັບ​ເອົາ​ໄວ້​ທັນທີ​ດ້ວຍ​ຄວາມຍິນດີ.</verse>
				<verse number="17">ແຕ່​ຍ້ອນ​ພວກເຂົາ​ບໍ່​ມີ​ຮາກ​ຈຶ່ງ​ທົນ​ຢູ່​ບໍ່​ໄດ້​ດົນ. ເມື່ອ​ມີ​ຄວາມຍາກລຳບາກ ຫລື ຖືກ​ຂົ່ມເຫັງ​ເພາະ​ພຣະຄຳ ພວກເຂົາ​ກໍ​ລົ້ມເລີກ​ໄປ​ທັນທີ.</verse>
				<verse number="18">ຍັງ​ມີ​ບາງຄົນ​ເປັນ​ເໝືອນ​ເມັດພືດ​ທີ່​ຫວ່ານ​ລົງ​ກາງ​ຟຸ່ມໜາມ, ຄື​ຜູ້​ທີ່​ໄດ້​ຍິນ​ພຣະຄຳ,</verse>
				<verse number="19">ແຕ່​ມີ​ຄວາມກັງວົນ​ໃນ​ຊີວິດ​ນີ້, ຄວາມຫລອກລວງ​ຂອງ​ຄວາມຮັ່ງມີ ແລະ ຕະຫລອດ​ທັງ​ຄວາມປາຖະໜາ​ໃນ​ສິ່ງ​ຕ່າງໆ​ໄດ້​ເຂົ້າ​ມາ​ຫຸ້ມຮັດ​ພຣະຄຳ​ໄວ້ ຈຶ່ງ​ເຮັດ​ໃຫ້​ພຣະຄຳ​ບໍ່​ເກີດຜົນ.</verse>
				<verse number="20">ບາງຄົນ​ເປັນ​ເໝືອນ​ເມັດພືດ​ທີ່​ຫວ່ານ​ລົງ​ດິນ​ດີ, ຄື​ຜູ້​ທີ່​ໄດ້​ຍິນ​ພຣະຄຳ, ຕ້ອນຮັບ​ເອົາ​ພຣະຄຳ​ໄວ້ ແລະ ເກີດຜົນ​ສາມສິບ​ເທົ່າ, ຫົກສິບ​ເທົ່າ ແລະ ຮ້ອຍ​ເທົ່າ​ຂອງ​ທີ່​ໄດ້​ຫວ່ານ​ລົງ​ໄປ”.</verse>
				<verse number="21">ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ເອົາ​ຕະກຽງ​ວາງ​ໄວ້​ໃນ​ກະບຸງ ຫລື ເອົາ​ວາງ​ໄວ້​ຢູ່​ກ້ອງ​ຕຽງນອນ​ແທນທີ່​ພວກເຈົ້າ​ຈະ​ຕັ້ງ​ໄວ້​ເທິງ​ຫລັກຕະກຽງ​ບໍ?</verse>
				<verse number="22">ເພາະ​ສິ່ງໃດ​ທີ່​ຖືກ​ເຊື່ອງຊ້ອນ​ໄວ້​ຈະ​ຖືກ​ນຳ​ອອກມາ​ປາກົດ​ໃຫ້​ເຫັນ ແລະ ສິ່ງໃດ​ທີ່​ຖືກ​ປິດບັງ​ໄວ້​ກໍ​ຈະ​ຖືກ​ນຳ​ມາ​ເປີດເຜີຍ​ໃຫ້​ຮູ້.</verse>
				<verse number="23">ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.</verse>
				<verse number="24">ພຣະອົງ​ກ່າວ​ຕໍ່​ໄປ​ອີກ​ວ່າ, “ຈົ່ງ​ພິຈາລະນາ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ​ໃຫ້​ດີ. ພວກເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງຜອງ​ຢ່າງໃດ, ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ດ້ວຍ​ເຄື່ອງຜອງ​ຢ່າງນັ້ນ ແລະ ຈະ​ໄດ້​ຮັບ​ຫລາຍກວ່າ​ນັ້ນ​ອີກ.</verse>
				<verse number="25">ຜູ້ໃດ​ກໍ​ຕາມ​ທີ່​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ຮັບ​ເພີ່ມເຕີມ​ຂຶ້ນ​ອີກ, ສ່ວນ​ຜູ້​ທີ່​ບໍ່​ມີ ແມ່ນແຕ່​ສິ່ງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ ກໍ​ຈະ​ຖືກ​ຍົກ​ເອົາ​ໄປ​ຈາກ​ພວກເຂົາ”.</verse>
				<verse number="26">ພຣະອົງ​ກ່າວ​ອີກ​ວ່າ, “ອານາຈັກ​ຂອງ​ພຣະເຈົ້າ​ກໍ​ເປັນ​ເໝືອນ ຄົນ​ໜຶ່ງ​ຫວ່ານ​ເມັດພືດ​ລົງ​ໃນ​ດິນ.</verse>
				<verse number="27">ໃນ​ເວລາ​ກາງເວັນ ແລະ ເວລາ​ກາງຄືນ ບໍ່​ວ່າ​ລາວ​ຈະ​ນອນຫລັບ ຫລື ຕື່ນ​ຂຶ້ນ, ເມັດພືດ​ນັ້ນ​ກໍ​ງອກ ແລະ ເຕີບໃຫຍ່​ຂຶ້ນ ເຖິງ​ວ່າ​ລາວ​ບໍ່​ຮູ້​ວ່າ​ມັນ​ງອກ​ຂຶ້ນ​ໄດ້​ຢ່າງໃດ.</verse>
				<verse number="28">ແມ່ນ​ດິນ​ເອງ​ທີ່​ເຮັດ​ໃຫ້​ເມັດພືດ​ງອກ​ຂຶ້ນ, ທຳອິດ​ເປັນ​ຕົ້ນອ່ອນ ຕໍ່ມາ​ກໍ​ມີ​ເມັດເຂົ້າ​ເຕັມ​ຮວງ.</verse>
				<verse number="29">ທັນທີ​ທີ່​ເຂົ້າ​ສຸກ​ແລ້ວ ລາວ​ກໍ​ໃຊ້​ກ່ຽວ​ເພື່ອ​ກ່ຽວ​ເຂົ້າ​ນັ້ນ ເພາະ​ເວລາ​ເກັບກ່ຽວ​ໄດ້​ມາ​ເຖິງ​ແລ້ວ”.</verse>
				<verse number="30">ພຣະອົງ​ກ່າວ​ອີກ​ວ່າ, “ພວກເຮົາ​ຈະ​ປຽບ​ອານາຈັກ​ຂອງ​ພຣະເຈົ້າ​ກັບ​ສິ່ງ​ໃດ​ດີ, ຫລື ຈະ​ໃຊ້​ຄຳອຸປະມາ​ຢ່າງໃດ​ເພື່ອ​ມາ​ອະທິບາຍ​ເຖິງ​ອານາຈັກ​ນີ້?</verse>
				<verse number="31">ອານາຈັກ​ຂອງ​ພຣະເຈົ້າ​ນັ້ນ​ກໍ​ປຽບເໝືອນ​ແກ່ນ​ຜັກກາດ​ເມັດ​ໜຶ່ງ, ເຊິ່ງ​ເປັນ​ເມັດ​ທີ່​ນ້ອຍ​ທີ່ສຸດ​ກວ່າ​ເມັດ​ໃດໆ​ທັງໝົດ​ໃນ​ໂລກ.</verse>
				<verse number="32">ແຕ່​ເມື່ອ​ຫວ່ານ​ລົງ​ໄປ​ແລ້ວ ມັນ​ກໍ​ງອກ​ຂຶ້ນ ແລະ ກາຍ​ເປັນ​ຕົ້ນ​ທີ່​ໃຫຍ່​ທີ່ສຸດ​ກວ່າ​ຜັກ​ຊະນິດ​ອື່ນໆ​ໃນ​ສວນ ແລະ ແຕກ​ກິ່ງ​ໃຫຍ່​ອອກ​ຈົນ​ຝູງ​ນົກ​ສາມາດ​ມາ​ເຮັດຮັງ​ຢູ່​ໄດ້”.</verse>
				<verse number="33">ພຣະເຢຊູເຈົ້າ​ໄດ້​ກ່າວ​ຖ້ອຍຄຳ​ເປັນ​ຄຳອຸປະມາ​ຫລາຍ​ເລື່ອງ​ຢ່າງ​ດຽວ​ກັນ​ນີ້​ໃຫ້​ພວກເຂົາ​ຟັງ, ຕາມ​ທີ່​ພວກເຂົາ​ສາມາດ​ເຂົ້າໃຈ​ໄດ້.</verse>
				<verse number="34">ພຣະອົງ​ກ່າວ​ກັບ​ພວກເຂົາ​ທຸກຄົນ​ເປັນ​ຄຳອຸປະມາ. ແຕ່​ເມື່ອ​ພຣະອົງ​ຢູ່​ຕາມ​ລຳພັງ​ກັບ​ພວກສາວົກ​ຂອງ​ພຣະອົງ​ແລ້ວ ພຣະອົງ​ກໍ​ອະທິບາຍ​ທຸກໆ​ສິ່ງ.</verse>
				<verse number="35">ໃນ​ຕອນຄ່ຳ​ຂອງ​ວັນ​ດຽວ​ກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ໄປ​ອີກ​ຟາກ​ໜຶ່ງ​ເທາະ”.</verse>
				<verse number="36">ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ພາ​ພຣະອົງ​ລົງ​ໄປ​ໃນ​ເຮືອ​ທີ່​ພຣະອົງ​ເຄີຍ​ຢູ່​ໂດຍ​ປະ​ປະຊາຊົນ​ໄວ້ ແລະ ມີ​ເຮືອ​ລຳ​ອື່ນໆ​ໄປ​ນຳ​ດ້ວຍ.</verse>
				<verse number="37">ແລ້ວ​ເກີດ​ມີ​ລົມພະຍຸ​ຮຸນແຮງ ແລະ ຄື້ນນ້ຳ​ໄດ້​ຊັດ​ຖ້ວມ​ເຮືອ​ຈົນ​ເຮືອ​ເກືອບ​ຈະ​ຈົມ.</verse>
				<verse number="38">ພຣະເຢຊູເຈົ້າ​ນອນ​ໝູນ​ໝອນ​ຫລັບ​ຢູ່​ທ້າຍເຮືອ. ພວກສາວົກ​ຈຶ່ງ​ໄປ​ປຸກ​ພຣະອົງ ແລະ ເວົ້າ​ວ່າ, “ອາຈານ​ເອີຍ, ພວກຂ້ານ້ອຍ​ກຳລັງ​ຈະ​ຈົມນໍ້າ​ແລ້ວ ພຣະອົງ​ບໍ່​ເປັນຫ່ວງ​ພວກຂ້ານ້ອຍ​ບໍ?”</verse>
				<verse number="39">ພຣະອົງ​ຈຶ່ງ​ຕື່ນ​ຂຶ້ນ​ມາ, ສັ່ງຫ້າມ​ລົມພະຍຸ ແລະ ຄື້ນທະເລ​ວ່າ, “ຈົ່ງ​ມິດ! ງຽບສະຫງົບ​ແມ!” ແລ້ວ​ລົມພະຍຸ​ກໍ​ຢຸດ​ພັດ ແລະ ຄື້ນທະເລ​ກໍ​ສະຫງົບ​ລົງ.</verse>
				<verse number="40">ພຣະອົງ​ກ່າວ​ກັບ​ພວກສາວົກ​ວ່າ, “ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຢ້ານ​ຫລາຍ​ແທ້? ພວກເຈົ້າ​ຍັງ​ບໍ່​ມີ​ຄວາມເຊື່ອ​ຢູ່​ບໍ?”</verse>
				<verse number="41">ພວກສາວົກ​ໄດ້​ພາກັນ​ຕົກໃຈ​ຢ້ານ​ຫລາຍ ແລະ ຕ່າງ​ກໍ​ຖາມ​ກັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ​ນໍ? ແມ່ນແຕ່​ລົມພະຍຸ ແລະ ຄື້ນທະເລ​ກໍ​ຍັງ​ເຊື່ອຟັງ​ເພິ່ນ!”</verse>
			</chapter>
			<chapter number="5">
				<verse number="1">ເມື່ອ​ພວກເພິ່ນ​ຂ້າມ​ຟາກ​ມາ​ຮອດ​ເມືອງ​ເຄຣາເຊນ.</verse>
				<verse number="2">ພໍ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ​ໄປ, ມີ​ຊາຍ​ຄົນ​ໜຶ່ງ​ທີ່​ຖືກ​ວິນຍານສົກກະປົກ​ເຂົ້າ​ສິງ​ຢູ່​ໄດ້​ອອກ​ຈາກ​ອຸບມຸງ​ຝັງສົບ​ມາ​ພົບ​ພຣະອົງ.</verse>
				<verse number="3">ຊາຍ​ຜູ້​ນີ້​ເຄີຍ​ອາໄສ​ຢູ່​ຕາມ​ອຸບມຸງ​ຝັງສົບ ແລະ ບໍ່​ມີ​ຜູ້ໃດ​ສາມາດ​ມັດ ຫລື ແມ່ນ​ແຕ່​ລ່າມ​ໂສ້​ລາວ​ໄວ້​ໄດ້.</verse>
				<verse number="4">ເພາະ​ລາວ​ເຄີຍ​ຖືກ​ລ່າມ​ໂສ້​ໃສ່​ມື ແລະ ຕີນ​ຂອງ​ລາວ​ຫລາຍ​ເທື່ອ​ແລ້ວ, ແຕ່​ລາວ​ກໍ​ຫັກ​ໂສ້​ຂາດ. ບໍ່​ມີ​ຜູ້ໃດ​ແຂງແຮງ​ພໍ​ທີ່​ຈະ​ປາບ​ລາວ​ໄດ້.</verse>
				<verse number="5">ລາວ​ໄດ້​ແຜດສຽງຮ້ອງ​ຢູ່​ຕາມ​ອຸບມຸງ​ຝັງສົບ ແລະ ຕາມ​ເນີນ​ພູເຂົາ​ທັງ​ກາງເວັນ ແລະ ກາງຄືນ ແລ້ວ​ກໍ​ເອົາ​ຫີນ​ປາດ​ຕົນ​ເອງ.</verse>
				<verse number="6">ເມື່ອ​ລາວ​ເຫັນ​ພຣະເຢຊູເຈົ້າ​ແຕ່​ໄກໆ, ລາວ​ໄດ້​ແລ່ນ​ມາ​ຫາ ແລະ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ.</verse>
				<verse number="7">ລາວ​ຮ້ອງ​ດ້ວຍ​ສຸດສຽງ​ຂອງ​ລາວ​ວ່າ, “ພຣະເຢຊູ ພຣະບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ເອີຍ, ທ່ານ​ຕ້ອງການ​ສິ່ງໃດ​ຈາກ​ຂ້ານ້ອຍ? ຂໍ​ໃຫ້​ທ່ານ​ສັນຍາ​ໃນ​ນາມ​ພຣະເຈົ້າ​ວ່າ​ຈະ​ບໍ່​ທໍລະມານ​ຂ້ານ້ອຍ!”</verse>
				<verse number="8">ເພາະ​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ມັນ​ວ່າ, “ວິນຍານສົກກະປົກ ຈົ່ງ​ອອກ​ມາ​ຈາກ​ຊາຍ​ຄົນ​ນີ້!”</verse>
				<verse number="9">ແລ້ວ​ພຣະເຢຊູເຈົ້າ​ໄດ້​ຖາມ​ມັນ​ວ່າ, “ເຈົ້າ​ຊື່​ຫຍັງ?” ມັນ​ຕອບ​ວ່າ, “ຊື່​ກອງທັບ, ເພາະ​ພວກຂ້ານ້ອຍ​ມີ​ຢູ່​ນຳກັນ​ຫລາຍ​ໂຕ”.</verse>
				<verse number="10">ແລະ ມັນ​ຈຶ່ງ​ອ້ອນວອນຂໍ​ນຳ​ພຣະເຢຊູເຈົ້າ​ເພື່ອ​ບໍ່​ໃຫ້​ຂັບໄລ່​ພວກມັນ​ອອກ​ຈາກ​ເຂດແດນ​ນັ້ນ.</verse>
				<verse number="11">ຢູ່​ໃກ້​ພູ​ນັ້ນ ມີ​ໝູ​ຝູງ​ໃຫຍ່​ກຳລັງ​ຫາ​ກິນ​ຢູ່​ຕາມ​ເນີນພູ.</verse>
				<verse number="12">ພວກ​ຜີມານຮ້າຍ​ຈຶ່ງ​ຂໍຮ້ອງ​ພຣະເຢຊູເຈົ້າ​ວ່າ, “ຂໍ​ໃຫ້​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ສິງ​ຢູ່​ໃນ​ໝູ​ຝູງ​ນັ້ນ​ສາ”.</verse>
				<verse number="13">ພຣະອົງ​ກໍ​ໄດ້​ອະນຸຍາດ​ໃຫ້, ແລ້ວ​ວິນຍານສົກກະປົກ​ເຫລົ່ານັ້ນ​ກໍ​ອອກຈາກ​ຊາຍ​ຜູ້​ນັ້ນ ແລະ ເຂົ້າ​ໄປ​ສິງ​ຢູ່​ໃນ​ຝູງ​ໝູ. ໝູ​ທັງໝົດ​ປະມານ​ສອງພັນ​ໂຕ​ກໍ​ຟ້າວ​ແລ່ນ​ລົງ​ຕາລິ່ງຊັນ​ໂຕນ​ລົງ​ທະເລສາບ​ຈົມນ້ຳ​ຕາຍ​ໝົດ.</verse>
				<verse number="14">ບັນດາ​ຄົນລ້ຽງໝູ​ຕ່າງ​ກໍ​ແລ່ນ​ໜີ ແລະ ໄປ​ເລົ່າ​ເລື່ອງ​ນີ້​ຢູ່​ໃນ​ເມືອງ ແລະ ຕາມ​ຊົນນະບົດ, ດັ່ງນັ້ນ ປະຊາຊົນ​ຈຶ່ງ​ພາກັນ​ອອກມາ​ເບິ່ງ​ເຫດການ​ທີ່​ໄດ້​ເກີດຂຶ້ນ.</verse>
				<verse number="15">ເມື່ອ​ພວກເຂົາ​ມາ​ຫາ​ພຣະເຢຊູເຈົ້າ, ພວກເຂົາ​ກໍ​ເຫັນ​ຊາຍ​ທີ່​ຖືກ​ຜີມານຮ້າຍ​ເປັນ​ກອງທັບ​ເຄີຍ​ເຂົ້າສິງ​ຢູ່ ເຫັນ​ລາວ​ນຸ່ງຫົ່ມ​ເສື້ອຜ້າ ແລະ ມີ​ສະຕິ​ດີ, ພວກເຂົາ​ຈຶ່ງ​ຢ້ານ.</verse>
				<verse number="16">ບັນດາ​ຜູ້​ທີ່​ໄດ້​ເຫັນ​ເຫດການ​ກໍ​ໄດ້​ເລົ່າ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ຊາຍ​ທີ່​ຖືກ​ຜີມານຮ້າຍ​ສິງ ແລະ ເລົ່າ​ກ່ຽວກັບ​ຝູງ​ໝູ​ນັ້ນ​ສູ່​ປະຊາຊົນ​ຟັງ.</verse>
				<verse number="17">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ໄປ​ຈາກ​ເຂດແດນ​ຂອງ​ພວກເຂົາ.</verse>
				<verse number="18">ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ລົງ​ເຮືອ, ຊາຍ​ທີ່​ມີ​ຜີມານຮ້າຍ​ເຄີຍ​ສິງ​ນັ້ນ ກໍ​ຂໍຮ້ອງ​ໄປ​ກັບ​ພຣະອົງ.</verse>
				<verse number="19">ພຣະເຢຊູເຈົ້າ​ບໍ່​ອະນຸຍາດ​ໃຫ້​ລາວ​ໄປ​ນຳ ແຕ່​ໄດ້​ກ່າວ​ວ່າ, “ຈົ່ງ​ກັບ​ເມືອ​ບ້ານ​ໄປ​ຫາ​ຍາດພີ່ນ້ອງ​ຂອງ​ເຈົ້າ ແລະ ບອກ​ພວກເຂົາ​ເຖິງ​ເຫດການ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ກະທຳ​ສຳລັບ​ເຈົ້າ ແລະ ພຣະອົງ​ເມດຕາ​ຕໍ່​ເຈົ້າ​ຢ່າງໃດ”.</verse>
				<verse number="20">ດັ່ງນັ້ນ ຊາຍ​ຜູ້​ນີ້​ຈຶ່ງ​ລາ​ພຣະເຢຊູເຈົ້າ​ໄປ ແລະ ເລີ່ມ​ປະກາດ​ໃນ​ແຂວງ​ເດກາໂປລີ ​ວ່າ​ພຣະເຢຊູເຈົ້າ​ໄດ້​ກະທຳ​ເພື່ອ​ລາວ​ຫລາຍ​ຢ່າງ. ແລະ ຄົນ​ທັງປວງ​ຕ່າງ​ກໍ​ປະຫລາດໃຈ.</verse>
				<verse number="21">ເມື່ອ​ພຣະເຢຊູເຈົ້າ​ໄດ້​ຂີ່​ເຮືອ​ຂ້າມ​ຟາກ​ທະເລສາບ​ກັບ​ມາ​ອີກ, ຂະນະ​ທີ່​ພຣະອົງ​ຢູ່​ທີ່​ແຄມ​ທະເລສາບ​ນັ້ນ ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ມາ​ເຕົ້າໂຮມກັນ​ອ້ອມ​ພຣະອົງ.</verse>
				<verse number="22">ມີ​ຫົວໜ້າ​ທຳມະສາລາ​ຄົນ​ໜຶ່ງ​ຊື່​ວ່າ​ຢາອີໂຣ​ໄດ້​ມາ​ທີ່​ນັ້ນ ເມື່ອ​ລາວ​ເຫັນ​ພຣະເຢຊູເຈົ້າ​ຈຶ່ງ​ໝູບລົງ​ທີ່​ຕີນ​ຂອງ​ພຣະອົງ</verse>
				<verse number="23">ແລ້ວ​ຂໍຮ້ອງ​ພຣະອົງ​ດ້ວຍ​ຄວາມຮ້ອນຮົນໃຈ​ວ່າ, “ລູກສາວ​ຂອງ​ຂ້ານ້ອຍ​ເຈັບໜັກ​ກຳລັງ​ຈະ​ຕາຍ​ແລ້ວ ຂໍ​ທ່ານ​ກະລຸນາ​ໄປ​ວາງມື​ໃສ່​ນາງ​ດ້ວຍ​ເຖີດ ເພື່ອ​ນາງ​ຈະ​ຫາຍດີ ແລະ ມີຊີວິດ​ຢູ່”.</verse>
				<verse number="24">ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ໄປ​ກັບ​ລາວ. ມີ​ປະຊາຊົນ​ຕິດຕາມ​ພຣະອົງ​ມາ​ຢ່າງ​ໜາແໜ້ນ ແລະ ບຽດ​ກັນ​ຢູ່​ອ້ອມ​ພຣະອົງ.</verse>
				<verse number="25">ໃນ​ທີ່​ນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ເລືອດຕົກ​ຊຳເຮື້ອ​ມາ​ໄດ້​ສິບສອງ​ປີ​ແລ້ວ.</verse>
				<verse number="26">ນາງ​ໄດ້​ຮັບ​ຄວາມທຸກທໍລະມານ​ຫລາຍ ເຖິງ​ແມ່ນ​ວ່າ​ມີ​ໝໍ​ຫລາຍ​ຄົນ​ໄດ້​ປິ່ນປົວ ແລະ ເສຍ​ເງິນ​ຈົນ​ໝົດ​ໂຕ​ແລ້ວ, ແທນ​ທີ່​ນາງ​ຈະ​ດີ​ຂຶ້ນ ແຕ່​ອາການ​ກັບ​ຊຸດໂຊມ​ລົງ.</verse>
				<verse number="27">ເມື່ອ​ນາງ​ໄດ້​ຍິນ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ ນາງ​ຈຶ່ງ​ຍ່າງ​ປົນ​ກັບ​ປະຊາຊົນ​ມາ​ທາງ​ຫລັງ​ພຣະອົງ ແລະ ບາຍ​ເສື້ອຄຸມ​ຂອງ​ພຣະອົງ,</verse>
				<verse number="28">ເພາະ​ນາງ​ຄິດ​ວ່າ, “ຖ້າ​ເຮົາ​ໄດ້​ບາຍ​ພຽງ​ແຕ່​ເສື້ອຄຸມ​ຂອງ​ເພິ່ນ​ເທົ່ານັ້ນ​ເຮົາ​ກໍ​ຈະ​ດີ​ພະຍາດ”.</verse>
				<verse number="29">ໃນທັນໃດ​ນັ້ນ ເລືອດ​ທີ່​ຕົກ​ນັ້ນ​ກໍ​ຢຸດ​ທັນທີ ແລະ ນາງ​ຮູ້ສຶກ​ວ່າ​ຕົນ​ດີພະຍາດ​ແລ້ວ.</verse>
				<verse number="30">ຝ່າຍ​ພຣະເຢຊູເຈົ້າ​ຮູ້​ທັນທີ​ວ່າ​ລິດເດດ​ໄດ້​ອອກຈາກ​ພຣະອົງ. ພຣະອົງ​ຈຶ່ງ​ປິ່ນໜ້າ​ມາ​ທາງ​ປະຊາຊົນ ແລະ ຖາມ​ວ່າ, “ຜູ້ໃດ​ບາຍ​ເຄື່ອງນຸ່ງ​ຂອງ​ເຮົາ?”</verse>
				<verse number="31">ພວກສາວົກ​ຂອງ​ພຣະອົງ​ຕອບ​ວ່າ, “ທ່ານ​ກໍ​ເຫັນ​ຢູ່​ແລ້ວ​ວ່າ​ປະຊາຊົນ​ຢ່າງ​ແໜ້ນໜາ​ບຽດ​ທ່ານ, ແລ້ວ​ເປັນຫຍັງ​ທ່ານ​ຈຶ່ງ​ຖາມ​ອີກ​ວ່າ ‘ຜູ້ໃດ​ໄດ້​ບາຍ​ເຮົາ?’”</verse>
				<verse number="32">ແຕ່​ພຣະເຢຊູເຈົ້າ​ຍັງ​ຫລຽວ​ໄປ​ອ້ອມໆ​ເພື່ອ​ຊອກ​ເບິ່ງ​ວ່າ​ຜູ້ໃດ​ທີ່​ເຮັດ​ຢ່າງ​ນັ້ນ.</verse>
				<verse number="33">ຝ່າຍ​ຍິງ​ຄົນ​ນັ້ນ​ຮູ້​ດີ​ວ່າ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ຕົນ, ນາງ​ຈຶ່ງ​ມາ​ໝູບລົງ​ທີ່​ຕີນ​ຂອງ​ພຣະອົງ​ດ້ວຍ​ຄວາມຢ້ານ, ແລ້ວ​ເວົ້າ​ຄວາມຈິງ​ທັງໝົດ​ໃຫ້​ພຣະອົງ​ຟັງ.</verse>
				<verse number="34">ພຣະອົງ​ກ່າວ​ກັບ​ນາງ​ວ່າ, “ລູກ​ຍິງ​ເອີຍ, ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍດີ​ແລ້ວ. ຈົ່ງ​ກັບ​ໄປ​ດ້ວຍ​ສັນຕິສຸກ ແລະ ພົ້ນ​ຈາກ​ຄວາມທຸກທໍລະມານ​ສາ”.</verse>
				<verse number="35">ໃນຂະນະ​ທີ່​ພຣະເຢຊູເຈົ້າ​ຍັງ​ກ່າວ​ຢູ່ ກໍ​ມີ​ບາງຄົນ​ຈາກ​ເຮືອນ​ຂອງ​ຢາອີໂຣ​ຫົວໜ້າ​ທຳມະສາລາ ພວກເຂົາ​ບອກ​ວ່າ, “ລູກສາວ​ຂອງ​ທ່ານ​ຕາຍ​ແລ້ວ ຈະ​ລົບກວນ​ອາຈານ​ເຮັດ​ຫຍັງ?”</verse>
				<verse number="36">ພຣະເຢຊູເຈົ້າ​ບໍ່​ຟັງ​ສິ່ງ​ທີ່​ພວກເຂົາ​ໄດ້​ເວົ້າ​ນັ້ນ ແຕ່​ກ່າວ​ແກ່​ຢາອີໂຣ​ວ່າ, “ຢ່າ​ຢ້ານ​ເລີຍ, ຈົ່ງ​ເຊື່ອ​ເທົ່ານັ້ນ”.</verse>
				<verse number="37">ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜູ້ໃດ​ຕິດຕາມ​ພຣະອົງ​ໄປ​ຍົກເວັ້ນ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ນ້ອງຊາຍ​ຂອງ​ຢາໂກໂບ.</verse>
				<verse number="38">ເມື່ອ​ມາ​ຮອດ​ເຮືອນ​ຂອງ​ຫົວໜ້າ​ທຳມະສາລາ​ແລ້ວ, ພຣະເຢຊູເຈົ້າ​ກໍ​ເຫັນ​ຄວາມວຸ້ນວາຍ, ມີ​ຄົນ​ຮ້ອງໄຫ້ ແລະ ສະອື້ນ​ສຽງດັງ.</verse>
				<verse number="39">ພຣະອົງ​ເຂົ້າ​ໄປ​ໃນ​ເຮືອນ ແລະ ກ່າວ​ກັບ​ພວກເຂົາ​ວ່າ, “ພວກເຈົ້າ​ຮ້ອງໄຫ້​ຄ່ຳຄວນ ແລະ ວຸ້ນວາຍ​ເຮັດ​ຫຍັງ? ເດັກນ້ອຍ​ຍັງ​ບໍ່​ຕາຍ​ພຽງ​ແຕ່​ນອນຫລັບ​ຢູ່”.</verse>
				<verse number="40">ແຕ່​ພວກເຂົາ​ພາກັນ​ຫົວຂວັນ​ພຣະອົງ. ຫລັງ​ຈາກ​ທີ່​ພຣະອົງ​ໃຫ້​ຄົນ​ທັງປວງ​ອອກ​ໄປ​ແລ້ວ ພຣະອົງ​ກໍ​ເອົາ​ພໍ່ແມ່​ຂອງ​ເດັກນ້ອຍ ແລະ ພວກສາວົກ​ທີ່​ຢູ່​ກັບ​ພຣະອົງ​ເຂົ້າ​ໄປ​ໃນ​ຫ້ອງ​ທີ່​ເດັກນ້ອຍ​ນັ້ນ​ນອນ​ຢູ່.</verse>
				<verse number="41">ພຣະອົງ​ຈັບ​ມື​ເດັກນ້ອຍ ແລະ ກ່າວ​ຕໍ່​ນາງ​ວ່າ, “ຕາລີທາ ກຸມ!” (ເຊິ່ງ​ແປ​ວ່າ “ນາງ​ນ້ອຍ​ເອີຍ, ເຮົາ​ບອກ​ເຈົ້າ​ວ່າ, ຈົ່ງ​ລຸກຂຶ້ນ!”).</verse>
				<verse number="42">ທັນໃດນັ້ນ ນາງ​ກໍ​ລຸກຂຶ້ນ ແລະ ຍ່າງ​ໄປ​ມາ (ນາງ​ອາຍຸ​ໄດ້​ສິບສອງ​ປີ). ພວກເຂົາ​ໄດ້​ພາກັນ​ປະຫລາດໃຈ​ຫລາຍ​ໃນ​ສິ່ງ​ນີ້.</verse>
				<verse number="43">ພຣະອົງ​ໄດ້​ສັ່ງຫ້າມ​ບໍ່​ໃຫ້​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ​ເດັດຂາດ ແລະ ສັ່ງ​ໃຫ້​ພວກເຂົາ​ເອົາ​ອາຫານ​ມາ​ໃຫ້​ນາງ​ກິນ.</verse>
			</chapter>
			<chapter number="6">
				<verse number="1">ພຣະເຢຊູເຈົ້າ​ອອກ​ຈາກ​ທີ່​ນັ້ນ ແລະ ກັບ​ໄປ​ຍັງ​ບ້ານເກີດ​ຂອງ​ພຣະອົງ, ໂດຍ​ມີ​ພວກສາວົກ​ຂອງ​ພຣະອົງ​ຕິດຕາມ​ໄປ​ນຳ.</verse>
				<verse number="2">ເມື່ອ​ເຖິງ​ວັນຊະບາໂຕ, ພຣະອົງ​ກໍ​ໄດ້​ເລີ່ມຕົ້ນ​ສັ່ງສອນ​ໃນ​ທຳມະສາລາ ແລະ ຫລາຍ​ຄົນ​ທີ່​ໄດ້​ຟັງ​ພຣະອົງ​ຕ່າງ​ກໍ​ປະຫລາດໃຈ. ພວກເຂົາ​ຖາມ​ວ່າ, “ຊາຍ​ຄົນ​ນີ້​ເອົາ​ຄຳສັ່ງສອນ​ເຫລົ່ານີ້​ມາ​ແຕ່​ໃສ? ສະຕິປັນຍາ​ທີ່​ລາວ​ໄດ້​ຮັບ​ນີ້​ແມ່ນ​ສະຕິປັນຍາ​ຢ່າງ​ໃດ, ຈຶ່ງ​ເຮັດ​ການ​ອັດສະຈັນ​ໄດ້!</verse>
				<verse number="3">ລາວ​ເປັນ​ຊ່າງໄມ້​ບໍ່​ແມ່ນ​ບໍ? ລາວ​ເປັນ​ລູກຊາຍ​ຂອງ​ນາງ​ມາຣີ ເປັນ​ອ້າຍ​ຂອງ​ຢາໂກໂບ, ໂຢເຊັບ, ຢູດາ ແລະ ຊີໂມນ​ບໍ່​ແມ່ນ​ບໍ? ພວກ​ນ້ອງສາວ​ຂອງ​ລາວ​ກໍ​ຢູ່​ກັບ​ພວກເຮົາ​ບໍ່​ແມ່ນ​ບໍ?” ແລ້ວ​ພວກເຂົາ​ທັງຫລາຍ​ຈຶ່ງ​ບໍ່​ພໍໃຈ​ພຣະອົງ.</verse>
				<verse number="4">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຜູ້ທຳນວາຍ​ບໍ່​ໄດ້​ຂາດ​ຄວາມນັບຖື​ໃນ​ທຸກ​ບ່ອນ ເວັ້ນໄວ້​ແຕ່​ໃນ​ບ້ານເມືອງ, ບັນດາ​ຍາດພີ່ນ້ອງ ແລະ ໃນ​ຄອບຄົວ​ຂອງ​ຕົນ​ເອງ”.</verse>
				<verse number="5">ພຣະອົງ​ບໍ່​ສາມາດ​ເຮັດ​ການ​ອັດສະຈັນ​ໃດໆ​ຢູ່​ທີ່​ນັ້ນ, ນອກຈາກ​ພຣະອົງ​ໄດ້​ວາງມື​ໃສ່​ຄົນ​ເຈັບໄຂ້ໄດ້ປ່ວຍ​ບາງຄົນ ແລະ ຮັກສາ​ພວກເຂົາ​ໃຫ້​ຫາຍດີ.</verse>
				<verse number="6">ແລະ ພຣະອົງ​ປະຫລາດໃຈ​ໃນ​ຄວາມ​ບໍ່ເຊື່ອ​ຂອງ​ພວກເຂົາ. ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ໄດ້​ສັ່ງສອນ​ຕາມ​ບ້ານ​ຕ່າງໆ​ທີ່​ຢູ່​ອ້ອມຮອບ​ເຂດ​ນັ້ນ.</verse>
				<verse number="7">ພຣະອົງ​ໄດ້​ເອີ້ນ​ສາວົກ​ສິບສອງ​ຄົນ​ມາ ແລະ ເລີ່ມ​ໃຊ້​ພວກເພິ່ນ​ອອກໄປ​ເປັນ​ຄູ່ໆ ໂດຍ​ໃຫ້​ພວກເພິ່ນ​ມີ​ສິດອຳນາດ​ເໜືອ​ວິນຍານສົກກະປົກ​ທັງຫລາຍ.</verse>
				<verse number="8">ນີ້​ແມ່ນ​ຄຳແນະນໍາ​ຂອງ​ພຣະອົງ​ຄື: “ບໍ່​ຕ້ອງ​ເອົາ​ສິ່ງໃດ​ຕິດໂຕ​ໄປ​ໃນ​ການເດີນທາງ​ນອກຈາກ​ໄມ້ຄ້ອນເທົ້າ​ເທົ່ານັ້ນ, ບໍ່​ຕ້ອງ​ເອົາ​ອາຫານ, ຖົງ ຫລື ເງິນ​ໃສ່​ໃນ​ສາຍແອວ​ໄປ​ນຳ.</verse>
				<verse number="9">ຈົ່ງ​ໃສ່​ເກີບ ແຕ່​ບໍ່​ຕ້ອງ​ຕຽມ​ເສື້ອ​ອີກ​ໂຕ​ໜຶ່ງ​ໄປ​ນຳ.</verse>
				<verse number="10">ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ໃດ, ຈົ່ງ​ພັກ​ຢູ່​ທີ່​ເຮືອນ​ນັ້ນ​ຈົນກວ່າ​ພວກເຈົ້າ​ຈະ​ໄປ​ຈາກ​ເມືອງ​ນັ້ນ.</verse>
				<verse number="11">ຖ້າ​ບ່ອນ​ໃດ​ບໍ່​ຕ້ອນຮັບ ຫລື ບໍ່​ຮັບ​ຟັງ​ພວກເຈົ້າ, ຈົ່ງ​ໄປ​ຈາກ​ບ່ອນ​ນັ້ນ ແລະ ສັ່ນ​ຂີ້ຝຸ່ນ​ອອກ​ຈາກ​ຕີນ​ຂອງ​ພວກເຈົ້າ​ເພື່ອ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ”.</verse>
				<verse number="12">ພວກສາວົກ​ຈຶ່ງ​ອອກ​ໄປ ແລະ ເທດສະໜາ​ໃຫ້​ປະຊາຊົນ​ຖິ້ມໃຈເກົ່າເອົາໃຈໃໝ່.</verse>
				<verse number="13">ພວກເພິ່ນ​ໄດ້​ຂັບໄລ່​ຜີມານຮ້າຍ​ອອກ​ຫລາຍ​ໂຕ ແລະ ໄດ້​ເຈີມ​ຄົນເຈັບປ່ວຍ​ຫລາຍ​ຄົນ​ດ້ວຍ​ນ້ຳມັນ ແລະ ຮັກສາ​ພວກເຂົາ​ໃຫ້​ຫາຍດີ.</verse>
				<verse number="14">ກະສັດ​ເຮໂຣດ ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະເຢຊູເຈົ້າ ເພາະ​ຊື່​ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ. ບາງຄົນ​ໄດ້​ເວົ້າ​ວ່າ, ພຣະເຢຊູເຈົ້າ​ແມ່ນ​ໂຢຮັນ​ບັບຕິສະໂຕ​ຜູ້​ທີ່​ເປັນຄືນມາຈາກຕາຍ, ດັ່ງນັ້ນ ເພິ່ນ​ຈຶ່ງ​ມີ​ລິດອຳນາດ​ເຮັດ​ການ​ອັດສະຈັນ​ຕ່າງໆ​ໄດ້.</verse>
				<verse number="15">ສ່ວນ​ຄົນ​ອື່ນ​ກໍ​ເວົ້າ​ວ່າ, “ເພິ່ນ​ແມ່ນ​ເອລີຢາ”. ແລະ ຍັງ​ມີ​ຄົນ​ອື່ນໆ​ອີກ​ອ້າງ​ວ່າ, “ເພິ່ນ​ເປັນ​ຜູ້ທຳນວາຍ, ເໝືອນ​ກັນ​ກັບ​ຜູ້​ໜຶ່ງ​ໃນ​ບັນດາ​ຜູ້ທຳນວາຍ​ໃນ​ເມື່ອກ່ອນ”.</verse>
				<verse number="16">ແຕ່​ເມື່ອ​ເຮໂຣດ​ໄດ້​ຍິນ​ຢ່າງ​ນັ້ນ ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ລາວ​ແມ່ນ​ໂຢຮັນ ຜູ້​ທີ່​ເຮົາ​ໄດ້​ສັ່ງ​ໃຫ້​ຕັດ​ຫົວ, ລາວ​ເປັນຄືນມາຈາກຕາຍ​ແລ້ວ!”</verse>
				<verse number="17">ເພາະ​ເຮໂຣດ​ເອງ​ເປັນ​ຜູ້​ສັ່ງ​ໃຫ້​ຈັບ​ໂຢຮັນ​ມາ​ລ່າມໂສ້ ແລະ ຂັງ​ລາວ​ໄວ້​ໃນ​ຄຸກ. ກະສັດ​ເຮໂຣດ​ເຮັດ​ເຊັ່ນນີ້ ເພາະ​ນາງ​ເຮໂຣເດຍ​ຜູ້​ທີ່​ເຄີຍ​ເປັນ​ເມຍ​ຂອງ​ຟີລິບ​ນ້ອງຊາຍ​ຂອງ​ຕົນ​ເມື່ອກ່ອນ ເຊິ່ງ​ເຮໂຣດ​ໄດ້​ແຕ່ງງານ​ນຳ​ນາງ.</verse>
				<verse number="18">ເນື່ອງ​ຈາກ​ໂຢຮັນ​ເຄີຍ​ເວົ້າ​ກັບ​ເຮໂຣດ​ວ່າ, “ທ່ານ​ໄດ້​ເຮັດ​ຜິດ​ຕໍ່​ກົດບັນຍັດ​ໃນ​ການ​ທີ່​ເອົາ​ນ້ອງໃພ້​ຂອງ​ທ່ານ​ມາ​ເປັນ​ເມຍ”.</verse>
				<verse number="19">ດັ່ງນັ້ນ, ນາງ​ເຮໂຣເດຍ​ຈຶ່ງ​ຄຽດແຄ້ນ​ໃຫ້​ໂຢຮັນ ແລະ ຕ້ອງການ​ຂ້າ​ເພິ່ນ​ແຕ່​ກໍ​ເຮັດ​ບໍ່​ໄດ້,</verse>
				<verse number="20">ເພາະວ່າ​ເຮໂຣດ​ຢ້ານ​ໂຢຮັນ ແລະ ປົກປ້ອງ​ເພິ່ນ​ໄວ້​ເພາະ​ຮູ້​ວ່າ​ເພິ່ນ​ເປັນ​ຜູ້ຊອບທຳ ແລະ ບໍລິສຸດ. ເມື່ອ​ເຮໂຣດ​ໄດ້​ຟັງ​ໂຢຮັນ​ເວົ້າ​ກໍ​ມຶນງົງ​ສົງໄສ ແຕ່​ເພິ່ນ​ກໍ​ຍັງ​ຢາກ​ຟັງ​ໂຢຮັນ.</verse>
				<verse number="21">ໃນ​ທີ່ສຸດ​ໂອກາດ​ກໍ​ມາ​ເຖິງ. ໃນ​ງານສະຫລອງ​ວັນເກີດ​ຂອງ​ເຮໂຣດ ເມື່ອ​ເພິ່ນ​ໄດ້​ຈັດ​ງານລ້ຽງສະຫລອງ ແລະ ເຊື້ອເຊີນ​ບັນດາ​ຂ້າລາຊະການ​ຊັ້ນສູງ​ມາ​ຮ່ວມ​ຄື: ຄະນະ​ລັດຖະບານ, ບັນດາ​ນາຍທະຫານ​ໃນ​ກອງທັບ ແລະ ບັນດາ​ບຸກຄົນ​ສຳຄັນ​ຕ່າງໆ​ໃນ​ແຂວງ​ຄາລີເລ.</verse>
				<verse number="22">ເມື່ອ​ລູກສາວ​ຂອງ​ນາງ​ເຮໂຣເດຍ​ໄດ້​ເຂົ້າ​ມາ​ຟ້ອນ​ໃນ​ຫ້ອງ​ຈັດງານ ນາງ​ເຮັດ​ໃຫ້​ເຮໂຣດ​ພໍໃຈ​ຫລາຍ ແລະ ບັນດາ​ແຂກ​ທີ່​ໄດ້​ເຊີນ​ມາ. ກະສັດ​ຈຶ່ງ​ກ່າວ​ກັບ​ຍິງສາວ​ນັ້ນ​ວ່າ, “ເຈົ້າ​ຢາກ​ໄດ້​ສິ່ງ​ໃດ​ຈົ່ງ​ຂໍ​ມາ ແລ້ວ​ເຮົາ​ຈະ​ໃຫ້​ຕາມ​ທີ່​ເຈົ້າ​ຂໍ”.</verse>
				<verse number="23">ແລະ ເພິ່ນ​ກໍ​ສັນຍາ​ໂດຍ​ປະຕິຍານ​ວ່າ, “ສິ່ງ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຂໍ​ເຮົາ​ຈະ​ໃຫ້​ແກ່​ເຈົ້າ ແມ່ນແຕ່​ເຄິ່ງ​ໜຶ່ງ​ຂອງ​ອານາຈັກ​ຂອງ​ເຮົາ”.</verse>
				<verse number="24">ດັ່ງນັ້ນ ນາງ​ຈຶ່ງ​ອອກ​ໄປ​ຖາມ​ແມ່​ຂອງ​ຕົນ​ວ່າ, “ລູກ​ຈະ​ຂໍ​ສິ່ງ​ໃດ​ດີ?” ແມ່​ຈຶ່ງ​ຕອບ​ວ່າ, “ຂໍ​ຫົວ​ຂອງ​ໂຢຮັນ​ບັບຕິສະໂຕ”.</verse>
				<verse number="25">ນາງ​ຈຶ່ງ​ຟ້າວ​ມາ​ຕອບ​ກະສັດ​ທັນທີ​ວ່າ, “ຂ້ານ້ອຍ​ຕ້ອງການ​ໃຫ້​ທ່ານ​ເອົາ​ຫົວ​ຂອງ​ໂຢຮັນ​ບັບຕິສະໂຕ​ໃສ່​ຖາດ​ມາ​ໃຫ້​ຂ້ານ້ອຍ​ຢູ່​ບ່ອນນີ້​ດຽວນີ້”.</verse>
				<verse number="26">ຝ່າຍ​ກະສັດ​ກໍ​ໜັກໃຈ​ຫລາຍ, ແຕ່​ເພາະ​ໄດ້​ສັນຍາ​ໄວ້​ແລ້ວ ແລະ ເພາະ​ເຫັນ​ແກ່​ໜ້າ​ແຂກ​ທັງຫລາຍ​ຂອງ​ຕົນ ເພິ່ນ​ບໍ່​ຢາກ​ປະຕິເສດ​ນາງ.</verse>
				<verse number="27">ດັ່ງນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃນ​ທັນທີ​ໃຫ້​ທະຫານ​ນັກຂ້າ​ນຳ​ຫົວ​ຂອງ​ໂຢຮັນ​ມາ. ທະຫານ​ກໍ​ໄປ​ຕັດ​ຫົວ​ຂອງ​ໂຢຮັນ​ໃນ​ຄຸກ,</verse>
				<verse number="28">ແລ້ວ​ນຳ​ຫົວ​ຂອງ​ໂຢຮັນ​ໃສ່​ຖາດ​ມາ​ມອບ​ໃຫ້​ຍິງ​ນັ້ນ, ແລະ ນາງ​ກໍ​ເອົາ​ໄປ​ໃຫ້​ແມ່​ຂອງ​ຕົນ.</verse>
				<verse number="29">ເມື່ອ​ພວກ​ລູກສິດ​ຂອງ​ໂຢຮັນ​ຮູ້​ຂ່າວ​ນີ້ ພວກເຂົາ​ກໍ​ມາ​ເອົາ​ສົບ​ຂອງ​ເພິ່ນ ແລ້ວ​ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ.</verse>
				<verse number="30">ຝ່າຍ​ພວກ​ອັກຄະສາວົກ​ໄດ້​ກັບ​ມາ​ຫາ​ພຣະເຢຊູເຈົ້າ ແລະ ລາຍງານ​ຕໍ່​ພຣະອົງ​ເຖິງ​ທຸກ​ສິ່ງ​ທີ່​ພວກເພິ່ນ​ໄດ້​ເຮັດ ແລະ ໄດ້​ສັ່ງສອນ.</verse>
				<verse number="31">ເນື່ອງ​ຈາກ​ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ທຽວ​ໄປ​ມາ​ຈົນ​ພວກເພິ່ນ​ບໍ່​ມີ​ເວລາ​ກິນເຂົ້າ, ພຣະອົງ​ຈຶ່ງ​ກ່າວ​ກັບ​ພວກສາວົກ​ວ່າ, “ພວກເຈົ້າ​ທັງຫລາຍ​ຈົ່ງ​ຕາມ​ເຮົາ​ມາ ອອກໄປ​ຫາ​ບ່ອນ​ທີ່​ມິດງຽບ ແລະ ພັກຜ່ອນ​ຈັກ​ຄາວ​ໜຶ່ງ”.</verse>
				<verse number="32">ດັ່ງນັ້ນ, ພຣະອົງ​ກັບ​ພວກສາວົກ​ຈຶ່ງ​ລົງ​ເຮືອ​ໄປ​ຍັງ​ບ່ອນ​ທີ່​ມິດງຽບ.</verse>
				<verse number="33">ແຕ່​ຫລາຍຄົນ​ໄດ້​ເຫັນ​ພວກເພິ່ນ​ອອກໄປ​ກໍ​ຈື່​ໄດ້​ທັນທີ ແລະ ພາກັນ​ແລ່ນ​ຈາກ​ເມືອງ​ຕ່າງໆ​ໄປ​ເຖິງ​ທີ່​ນັ້ນ​ລ່ວງໜ້າ​ກ່ອນ​ພວກເພິ່ນ.</verse>
				<verse number="34">ເມື່ອ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ​ມາ​ກໍ​ເຫັນ​ປະຊາຊົນ​ຈໍານວນ​ຫລວງຫລາຍ ພຣະອົງ​ກໍ​ມີ​ໃຈ​ສົງສານ​ພວກເຂົາ, ເພາະ​ພວກເຂົາ​ເປັນ​ເໝືອນ​ແກະ​ທີ່​ບໍ່​ມີ​ຜູ້ລ້ຽງ. ດັ່ງນັ້ນ ພຣະອົງ​ຈຶ່ງ​ເລີ່ມຕົ້ນ​ສັ່ງສອນ​ພວກເຂົາ​ຫລາຍ​ເລື່ອງ.</verse>
				<verse number="35">ເມື່ອ​ຄ້າຍຄ່ຳ​ແລ້ວ ພວກສາວົກ​ຈຶ່ງ​ມາ​ບອກ​ພຣະອົງ​ວ່າ, “ບ່ອນນີ້​ຫ່າງໄກ​ຫລາຍ ແລະ ກໍ​ຄ່ຳ​ແລ້ວ.</verse>
				<verse number="36">ຂໍ​ໃຫ້​ປະຊາຊົນ​ເຫລົ່ານີ້​ເມືອ​ສາ ເພື່ອ​ພວກເຂົາ​ຈະ​ໄດ້​ໄປ​ຊອກຫາ​ຊື້​ອາຫານ​ສຳລັບ​ພວກເຂົາ​ເອງ​ຕາມ​ໝູ່ບ້ານ​ຕ່າງໆ​ໃນ​ແຖບ​ນີ້”.</verse>
				<verse number="37">ແຕ່​ພຣະອົງ​ຕອບ​ວ່າ, “ພວກເຈົ້າ​ຈົ່ງ​ເອົາ​ອາຫານ​ໃຫ້​ພວກເຂົາ​ກິນ​ສາ”. ພວກສາວົກ​ຕອບ​ວ່າ, “ຈະ​ຕ້ອງ​ໃຊ້​ເງິນ​ເທົ່າ​ກັບ​ຄ່າຈ້າງ​ຂອງ​ຄົນງານ​ຄົນ​ໜຶ່ງ​ຫລາຍກວ່າ​ເຄິ່ງ​ປີ! ພວກເຮົາ​ຕ້ອງ​ໃຊ້​ເງິນ​ຫລາຍ​ຂະໜາດ​ນັ້ນ​ເພື່ອ​ໄປ​ຊື້​ອາຫານ​ມາ​ໃຫ້​ພວກເຂົາ​ກິນ​ບໍ?”</verse>
				<verse number="38">ພຣະອົງ​ຈຶ່ງ​ຖາມ​ວ່າ, “ພວກເຈົ້າ​ມີ​ເຂົ້າຈີ່​ຈັກ​ກ້ອນ? ຈົ່ງ​ໄປ​ເບິ່ງ​ແມ”. ເມື່ອ​ພວກເພິ່ນ​ໄປ​ຊອກ​ເບິ່ງ​ແລ້ວ ກໍ​ມາ​ບອກ​ພຣະເຢຊູເຈົ້າ​ວ່າ, “ມີ​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ”.</verse>
				<verse number="39">ແລ້ວ​ພຣະເຢຊູເຈົ້າ​ໄດ້​ສັ່ງ​ພວກສາວົກ​ໃຫ້​ໄປ​ບອກ​ປະຊາຊົນ​ໃຫ້​ນັ່ງ​ລົງ​ເປັນ​ກຸ່ມ​ຕາມ​ຫຍ້າ​ຂຽວສົດ.</verse>
				<verse number="40">ແລ້ວ​ພວກເຂົາ​ກໍ​ນັ່ງ​ເປັນ​ກຸ່ມ ກຸ່ມ​ລະ​ຮ້ອຍ​ຄົນ ແລະ ຫ້າສິບ​ຄົນ.</verse>
				<verse number="41">ແລ້ວ​ພຣະເຢຊູເຈົ້າ​ກໍ​ຈັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ​ນັ້ນ​ມາ ແລ້ວ​ເງີຍໜ້າ​ຂຶ້ນ​ເບິ່ງ​ສະຫວັນ, ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ຫັກ​ເຂົ້າຈີ່​ແລ້ວ​ພຣະອົງ​ກໍ​ຍື່ນ​ໃຫ້​ພວກສາວົກ​ຂອງ​ພຣະອົງ​ເພື່ອ​ແຈກຢາຍ​ໃຫ້​ປະຊາຊົນ. ພຣະອົງ​ຍັງ​ແບ່ງ​ປາ​ສອງ​ໂຕ​ໃຫ້​ພວກເຂົາ​ທົ່ວ​ເຖິງ​ກັນ​ອີກ​ດ້ວຍ.</verse>
				<verse number="42">ພວກເຂົາ​ທຸກຄົນ​ໄດ້​ກິນ​ອີ່ມ​ແລ້ວ.</verse>
				<verse number="43">ແລະ ພວກສາວົກ​ກໍ​ເກັບ​ເຂົ້າຈີ່​ຕ່ອນ​ທີ່​ຫັກ ແລະ ປາ​ທີ່​ເຫລືອ​ນັ້ນ​ໄດ້​ເຕັມ​ສິບສອງ​ກະບຸງ.</verse>
				<verse number="44">ໃນ​ຈຳນວນ​ຜູ້ຊາຍ​ທີ່​ໄດ້​ກິນ​ອາຫານ​ນັ້ນ​ມີ​ຫ້າພັນ​ຄົນ.</verse>
				<verse number="45">ໃນທັນໃດ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈັດ​ໃຫ້​ພວກສາວົກ​ຂອງ​ພຣະອົງ​ເຂົ້າ​ໄປ​ໃນ​ເຮືອ ແລະ ຂ້າມ​ຟາກ​ໄປ​ຍັງ​ເມືອງ​ເບັດຊາອີດາ​ລ່ວງໜ້າກ່ອນ​ພຣະອົງ, ໃນຂະນະ​ທີ່​ພຣະອົງ​ບອກ​ປະຊາຊົນ​ໃຫ້​ເລີກ​ເມືອ.</verse>
				<verse number="46">ຫລັງ​ຈາກ​ແຍກ​ຈາກ​ພວກເຂົາ​ແລ້ວ, ພຣະອົງ​ກໍ​ຂຶ້ນ​ໄປ​ເທິງ​ພູ​ເພື່ອ​ອະທິຖານ.</verse>
				<verse number="47">ເມື່ອ​ຄ່ຳ​ມາ​ແລ້ວ ເຮືອ​ທີ່​ພວກສາວົກ​ຂີ່​ໄປ​ນັ້ນ​ກໍ​ຢູ່​ກາງ​ທະເລສາບ ແລະ ພຣະອົງ​ຢູ່​ທີ່​ແຄມ​ຝັ່ງ​ແຕ່​ຜູ້​ດຽວ,</verse>
				<verse number="48">ພຣະອົງ​ເຫັນ​ວ່າ​ພວກສາວົກ​ພາຍເຮືອ​ຕ້ານ​ທວນລົມ​ທີ່​ປະທະ​ຢູ່. ໃນ​ຊ່ວງ​ໃກ້​ແຈ້ງ ​ພຣະເຢຊູເຈົ້າ​ຍ່າງ​ເທິງ​ໜ້ານ້ຳ​ທະເລສາບ​ມາ​ຫາ​ພວກເພິ່ນ. ພຣະອົງ​ກຳລັງ​ຈະ​ກາຍ​ພວກເພິ່ນ​ໄປ,</verse>
				<verse number="49">ແຕ່​ເມື່ອ​ພວກສາວົກ​ເຫັນ​ພຣະອົງ​ກຳລັງ​ຍ່າງ​ຢູ່​ເທິງ​ທະເລສາບ, ພວກເພິ່ນ​ກໍ​ຄິດ​ວ່າ​ພຣະອົງ​ແມ່ນ​ຜີ. ພວກເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ</verse>
				<verse number="50">ເພາະ​ທຸກຄົນ​ທີ່​ໄດ້​ເຫັນ​ພຣະອົງ​ຕ່າງ​ກໍ​ຕົກໃຈ​ຢ້ານ​ຫລາຍ. ໃນທັນໃດ​ນັ້ນ ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ກ້າຫານ! ແມ່ນ​ເຮົາ​ເອງ. ຢ່າ​ຢ້ານ​ເລີຍ”.</verse>
				<verse number="51">ແລ້ວ​ພຣະອົງ​ກໍ​ຂຶ້ນ​ໄປ​ໃນ​ເຮືອ​ຫາ​ພວກເພິ່ນ ແລະ ລົມ​ກໍ​ສະຫງົບ​ລົງ. ພວກເພິ່ນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ​ຫລາຍ,</verse>
				<verse number="52">ເພາະ​ພວກເພິ່ນ​ຍັງ​ບໍ່​ເຂົ້າໃຈ​ກ່ຽວກັບ​ເລື່ອງ​ເຂົ້າຈີ່; ຈິດໃຈ​ຂອງ​ພວກເພິ່ນ​ຍັງ​ແຂງກະດ້າງ​ຢູ່.</verse>
				<verse number="53">ເມື່ອ​ພວກເພິ່ນ​ໄດ້​ຂ້າມ​ຟາກ​ແລ້ວ ພວກເພິ່ນ​ກໍ​ມາ​ຂຶ້ນ​ຝັ່ງ​ທີ່​ເຄັນເນຊາເຣັດ ແລະ ຈອດ​ເຮືອ​ໄວ້​ຢູ່​ທີ່​ນັ້ນ.</verse>
				<verse number="54">ທັນທີ​ທີ່​ພວກເພິ່ນ​ຂຶ້ນ​ຈາກ​ເຮືອ, ປະຊາຊົນ​ກໍ​ຈື່​ພຣະເຢຊູເຈົ້າ​ໄດ້.</verse>
				<verse number="55">ບັນດາ​ຄົນ​ເຫລົ່ານັ້ນ​ຈຶ່ງ​ແລ່ນ​ໄປ​ທົ່ວ​ຂົງເຂດ​ນັ້ນ ແລະ ນຳ​ເອົາ​ບັນດາ​ຄົນເຈັບປ່ວຍ​ວາງ​ໃສ່​ເທິງ​ບ່ອນນອນ​ຫາມ​ໄປ​ທຸກ​ບ່ອນ​ທີ່​ໄດ້​ຍິນ​ວ່າ​ພຣະອົງ​ໄປ.</verse>
				<verse number="56">ບໍ່​ວ່າ​ພຣະອົງ​ເຂົ້າ​ໄປ​ຢູ່​ທີ່​ໃດ ທັງ​ໃນ​ໝູ່ບ້ານ, ໃນ​ເມືອງ ຫລື ໃນ​ຊົນນະບົດ ພວກເຂົາ​ກໍ​ຫາມ​ຄົນເຈັບ​ມາ​ໄວ້​ທີ່​ບ່ອນຊຸມຊົນ. ພວກເຂົາ​ໄດ້​ຂໍຮ້ອງ​ພຣະອົງ​ໃຫ້​ຄົນເຈັບປ່ວຍ​ນັ້ນ​ໄດ້​ບາຍ​ແຕ່​ພຽງ​ຂອບ​ເສື້ອຄຸມ​ຂອງ​ພຣະອົງ​ກໍ​ພໍ ແລະ ທຸກຄົນ​ທີ່​ໄດ້​ບາຍ​ກໍ​ຫາຍດີ.</verse>
			</chapter>
			<chapter number="7">
				<verse number="1">ຝ່າຍ​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ບາງຄົນ​ທີ່​ໄດ້​ມາ​ແຕ່​ນະຄອນ​ເຢຣູຊາເລັມ ແລະ ເຕົ້າໂຮມກັນ​ຫຸ້ມອ້ອມ​ພຣະເຢຊູເຈົ້າ</verse>
				<verse number="2">ແລະ ເຫັນ​ພວກສາວົກ​ບາງຄົນ​ຂອງ​ພຣະອົງ​ຮັບປະທານ​ອາຫານ​ໂດຍ​ບໍ່​ໄດ້​ລ້າງມື​ກອ່ນ ເຊິ່ງ​ຖື​ວ່າ​ເປັນມົນທິນ.</verse>
				<verse number="3">(ພວກ​ຟາຣີຊາຍ ແລະ ຄົນ​ຢິວ​ທົ່ວໄປ​ນັ້ນ ຖື​ຕາມ​ປະເພນີ​ທີ່​ສືບທອດ​ມາ​ຈາກ​ບັນດາ​ເຖົ້າແກ່​ວ່າ​ຈະ​ບໍ່​ຮັບປະທານ​ອາຫານ​ຈົນກວ່າ​ຈະ​ໄດ້​ລ້າງມື​ຕາມ​ພິທີ​ກ່ອນ.</verse>
				<verse number="4">ເມື່ອ​ພວກເຂົາ​ກັບ​ມາ​ຈາກ​ຕະຫລາດ​ຖ້າ​ບໍ່​ໄດ້​ຊຳລະ​ໂຕ​ກ່ອນ ພວກເຂົາ​ກໍ​ຈະ​ບໍ່​ຍອມ​ກິນ ແລະ ຍັງ​ມີ​ທຳນຽມ​ອື່ນໆ​ອີກ​ຫລາຍ​ຢ່າງ​ເຊັ່ນ​ວ່າ: ການ​ລ້າງ​ຈອກ, ໝໍ້ ແລະ ພາຊະນະ​ຕ່າງໆ.)</verse>
				<verse number="5">ດັ່ງນັ້ນ ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເປັນຫຍັງ​ພວກສາວົກ​ຂອງ​ທ່ານ​ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງ​ພວກ​ເຖົ້າແກ່ ແຕ່​ຮັບປະທານ​ອາຫານ​ດ້ວຍ​ມື​ທີ່​ເປັນມົນທິນ?”</verse>
				<verse number="6">ພຣະອົງ​ຕອບ​ພວກເຂົາ​ວ່າ, “ເອຊາຢາ​ໄດ້​ທຳນວາຍ​ກ່ຽວກັບ​ພວກເຈົ້າ​ກໍ​ຖືກຕ້ອງ​ແລ້ວ​ວ່າ​ພວກເຈົ້າ​ເປັນ​ຄົນໜ້າຊື່ໃຈຄົດ, ຕາມ​ທີ່​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “‘ປະຊາຊົນ​ເຫລົ່ານີ້​ໃຫ້​ກຽດ​ເຮົາ​ແຕ່​ປາກ, ສ່ວນ​ໃຈ​ຂອງ​ພວກເຂົາ​ຫ່າງໄກ​ຈາກ​ເຮົາ.</verse>
				<verse number="7">ພວກເຂົາ​ນະມັດສະການ​ເຮົາ​ໂດຍ​ບໍ່​ມີ​ປະໂຫຍດ ຄຳສອນ​ຂອງ​ພວກເຂົາ​ເປັນ​ພຽງ​ກົດເກນ​ທີ່​ມະນຸດ​ສອນ​ຕໍ່​ກັນ​ມາ’.</verse>
				<verse number="8">ພວກເຈົ້າ​ໄດ້​ປະຖິ້ມ​ຂໍ້​ຄຳສັ່ງ​ຂອງ​ພຣະເຈົ້າ ແລະ ໄປ​ຢຶດຖື​ຄຳສັ່ງສອນ​ຂອງ​ມະນຸດ”.</verse>
				<verse number="9">ແລະ ພຣະອົງ​ກໍ​ກ່າວ​ຕໍ່ໄປ​ວ່າ, “ພວກເຈົ້າ​ມີ​ວິທີ​ຫລີກລ້ຽງ​ຄຳສັ່ງ​ຂອງ​ພຣະເຈົ້າ​ເພື່ອ​ໄປ​ເຮັດ​ຕາມ ​ທຳນຽມ​ຂອງ​ຕົນ!</verse>
				<verse number="10">ເພາະ​ໂມເຊ​ໄດ້​ກ່າວ​ວ່າ, ‘ຈົ່ງ​ນັບຖື​ພໍ່ ແລະ ແມ່​ຂອງ​ຕົນ’ ແລະ ‘ຜູ້ໃດ​ທີ່​ສາບແຊ່ງ​ພໍ່ ແລະ ແມ່​ຂອງ​ຕົນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ’</verse>
				<verse number="11">ແຕ່​ຝ່າຍ​ພວກເຈົ້າ​ກັບ​ເວົ້າ​ວ່າ​ຖ້າ​ຄົນ​ໃດ​ປະກາດ​ວ່າ, ‘ສິ່ງ​ໃດ​ທີ່​ເຄີຍ​ໃຊ້​ເພື່ອ​ຊ່ວຍເຫລືອ​ພໍ່ແມ່​ຂອງ​ຕົນ ສິ່ງ​ນັ້ນ​ກໍ​ເປັນ​ໂກຣະບານ’ (ກໍ​ເປັນ​ສິ່ງ​ທີ່​ອຸທິດ​ຖວາຍ​ແກ່​ພຣະເຈົ້າ​ແລ້ວ),</verse>
				<verse number="12">ແລ້ວ​ພວກເຈົ້າ​ຈຶ່ງ​ບໍ່​ອະນຸຍາດ​ໃຫ້​ຜູ້​ນັ້ນ​ເຮັດ​ສິ່ງໃດ​ໃຫ້​ພໍ່​ແມ່​ຂອງ​ຕົນ​ອີກ​ຕໍ່ໄປ.</verse>
				<verse number="13">ດ້ວຍເຫດນີ້ ພວກເຈົ້າ​ໄດ້​ລຶບລ້າງ​ພຣະຄຳ​ຂອງ​ພຣະເຈົ້າ​ໂດຍ​ການ​ຢຶດ​ເອົາ​ທຳນຽມ​ທີ່​ສືບທອດ​ກັນ​ມາ ແລະ ຍັງ​ມີ​ອີກ​ຫລາຍ​ຢ່າງ​ທີ່​ພວກເຈົ້າ​ເຮັດ​ຜິດ​ແບບ​ນີ້”.</verse>
				<verse number="14">ແລ້ວ​ພຣະເຢຊູເຈົ້າ​ກໍ​ໄດ້​ເອີ້ນ​ປະຊາຊົນ​ໃຫ້​ມາ​ຫາ​ພຣະອົງ​ອີກ​ເທື່ອ​ໜຶ່ງ ແລະ ກ່າວ​ວ່າ, “ທຸກຄົນ​ຈົ່ງ​ຟັງ​ເຮົາ ແລະ ເຂົ້າໃຈ​ຂໍ້​ນີ້.</verse>
				<verse number="15">ບໍ່​ມີ​ສິ່ງໃດ​ທີ່​ຢູ່​ພາຍນອກ​ທີ່​ເຂົ້າໄປ​ໃນ​ມະນຸດ​ແລ້ວ​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’. ແຕ່​ແມ່ນ​ສິ່ງ​ທີ່​ອອກ​ມາ​ຈາກ​ມະນຸດ​ນັ້ນ​ແຫລະ ທີ່​ເຮັດ​ໃຫ້​ພວກເຂົາ​ເປັນມົນທິນ”.</verse>
				<verse number="16">ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ.</verse>
				<verse number="17">ຫລັງຈາກ​ພຣະອົງ​ໄດ້​ຈາກ​ປະຊາຊົນ​ໄປ ແລະ ເຂົ້າໄປ​ໃນ​ເຮືອນ​ແລ້ວ, ພວກສາວົກ​ໄດ້​ຖາມ​ພຣະອົງ​ກ່ຽວ​ກັບ​ຄຳອຸປະມາ​ນີ້.</verse>
				<verse number="18">ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ຍັງ​ບໍ່​ເຂົ້າໃຈ​ອີກ​ບໍ? ພວກເຈົ້າ​ບໍ່​ເຫັນ​ບໍ​ວ່າ​ບໍ່​ມີ​ສິ່ງໃດ​ຈາກ​ພາຍນອກ​ທີ່​ເຂົ້າ​ໄປ​ໃນ​ໂຕ​ມະນຸດ​ແລ້ວ​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’ ໄດ້?</verse>
				<verse number="19">ເພາະວ່າ​ສິ່ງ​ນັ້ນ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ໃຈ​ຂອງ​ພວກເຂົາ ແຕ່​ເຂົ້າ​ໄປ​ໃນ​ທ້ອງ​ຂອງ​ພວກເຂົາ​ແລ້ວ​ກໍ​ຖ່າຍ​ອອກ​ມາ​ຈາກ​ຮ່າງກາຍ”. (ທີ່​ພຣະເຢຊູເຈົ້າ​ກ່າວ​ເຊັ່ນ​ນີ້​ເປັນ​ການປະກາດ​ວ່າ​ອາຫານ​ທຸກຊະນິດ “ປາດສະຈາກ​ມົນທິນ”.)</verse>
				<verse number="20">ພຣະອົງ​ກໍ​ກ່າວ​ຕໍ່​ໄປ​ອີກ​ວ່າ, “ແມ່ນ​ສິ່ງ​ທີ່​ອອກ​ມາ​ຈາກ​ມະນຸດ​ນັ້ນ​ແຫລະ ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’.</verse>
				<verse number="21">ເພາະ​ທີ່​ອອກ​ມາ​ຈາກ​ພາຍໃນ, ອອກມາ​ຈາກ​ຈິດໃຈ​ຂອງ​ມະນຸດ​ຄື: ຄວາມຄິດຊົ່ວ, ການ​ຜິດສິນທຳທາງເພດ, ການລັກ, ການຂ້າຄົນ,</verse>
				<verse number="22">ການຫລິ້ນຊູ້, ຄວາມໂລບ, ການປອງຮ້າຍ, ການສໍ້ໂກງ, ລາຄະຕັນຫາ, ຄວາມອິດສາ, ໃສ່ຮ້າຍປ້າຍສີ, ຄວາມຈອງຫອງ, ຄວາມໂງ່ຈ້າ.</verse>
				<verse number="23">ທັງໝົດ​ເຫລົ່ານີ້​ແມ່ນ​ອອກມາ​ຈາກ​ພາຍໃນ ແລະ ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’”.</verse>
				<verse number="24">ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຈາກ​ທີ່​ນັ້ນ ແລະ ໄປ​ຍັງ​ຂົງເຂດ​ເມືອງ​ຕີເຣ, ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໜຶ່ງ ແລະ ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ຮູ້​ວ່າ​ພຣະອົງ​ຢູ່​ທີ່​ນັ້ນ ແຕ່​ພຣະອົງ​ກໍ​ປິດບັງ​ໄວ້​ບໍ່​ໄດ້.</verse>
				<verse number="25">ແລ້ວ​ກໍ​ມີ​ຍິງ​ຄົນ​ໜຶ່ງ ເຊິ່ງ​ລູກສາວ​ນ້ອຍ​ຂອງ​ນາງ​ຖືກ​ວິນຍານສົກກະປົກ​ເຂົ້າ​ສິງ​ຢູ່ ເມື່ອ​ນາງ​ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະອົງ​ກໍ​ຟ້າວ​ມາ ແລະ ຂາບລົງ​ທີ່​ຕີນ​ຂອງ​ພຣະອົງ.</verse>
				<verse number="26">ຍິງ​ຜູ້​ນີ້​ເປັນ​ຊາວກຣີກ, ເກີດ​ຢູ່​ໃນ​ຊີເຣຍເຟນີເຊຍ. ນາງ​ມາ​ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ຊ່ວຍ​ຂັບໄລ່​ຜີມານຮ້າຍ​ອອກ​ຈາກ​ລູກສາວ​ຂອງ​ນາງ.</verse>
				<verse number="27">ພຣະອົງ​ບອກ​ນາງ​ວ່າ, “ຕ້ອງ​ໃຫ້​ເດັກນ້ອຍ​ທັງຫລາຍ​ກິນ​ອີ່ມ​ກ່ອນ ບໍ່​ເປັນ​ການ​ຖືກຕ້ອງ​ທີ່​ຈະ​ເອົາ​ອາຫານ​ຂອງ​ລູກ​ໂຍນ​ໃຫ້​ໝາ”.</verse>
				<verse number="28">ນາງ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ແມ່ນ​ແຕ່​ໝາ​ທີ່​ຢູ່​ກ້ອງ​ໂຕະ​ກໍ​ຍັງ​ໄດ້​ກິນ​ເສດອາຫານ​ທີ່​ເຫລືອ​ຈາກ​ເດັກນ້ອຍ”.</verse>
				<verse number="29">ແລ້ວ​ພຣະອົງ​ຈຶ່ງ​ກ່າວ​ແກ່​ນາງ​ວ່າ, “ຈົ່ງ​ໄປ​ສາ, ເພາະ​ຄຳຕອບ​ຂອງ​ເຈົ້າ ຜີມານຮ້າຍ​ໄດ້​ອອກ​ຈາກ​ລູກສາວ​ຂອງ​ເຈົ້າ​ແລ້ວ”.</verse>
				<verse number="30">ນາງ​ຈຶ່ງ​ກັບ​ເມືອ​ເຮືອນ ແລະ ເຫັນ​ລູກສາວ​ຂອງ​ຕົນ​ນອນ​ຢູ່​ເທິງ​ຕຽງ ແລະ ຜີມານຮ້າຍ​ນັ້ນ​ໄດ້​ອອກ​ໄປ​ແລ້ວ.</verse>
				<verse number="31">ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຈາກ​ຂົງເຂດ​ເມືອງ​ຕີເຣ ຜ່ານ​ເມືອງ​ຊີໂດນ, ສູ່​ທະເລສາບ​ຄາລີເລ ໂດຍ​ຜ່ານ​ໄປ​ທາງ​ຂົງເຂດ​ເດກາໂປລີ.</verse>
				<verse number="32">ຢູ່​ທີ່​ນັ້ນ​ມີ​ປະຊາຊົນ​ບາງຄົນ​ໄດ້​ນໍາ​ຊາຍ​ຜູ້​ໜຶ່ງ​ທີ່​ຫູໜວກ ແລະ ເວົ້າ​ເກືອບ​ບໍ່​ໄດ້​ເລີຍ​ມາ​ຫາ​ພຣະອົງ ແລະ ຂໍຮ້ອງ​ພຣະອົງ​ໃຫ້​ວາງມື​ໃສ່​ຊາຍ​ຜູ້​ນັ້ນ.</verse>
				<verse number="33">ຫລັງຈາກ​ທີ່​ພຣະອົງ​ໄດ້​ພາ​ລາວ​ອອກ​ໄປ​ຫ່າງ​ຈາກ​ປະຊາຊົນ, ແລ້ວ​ພຣະເຢຊູເຈົ້າ​ກໍ​ໃຊ້​ນິ້ວມື​ສອດ​ເຂົ້າ​ໄປ​ໃນ​ຫູ​ທັງ​ສອງ​ຂອງ​ຊາຍ​ຜູ້​ນັ້ນ, ແລ້ວ​ບ້ວນ​ນ້ຳລາຍ​ເອົາ​ໄປ​ແປະ​ໃສ່​ທີ່​ລີ້ນ​ຂອງ​ລາວ.</verse>
				<verse number="34">ພຣະອົງ​ເງີຍ​ໜ້າ​ເບິ່ງ​ສະຫວັນ​ພ້ອມ​ທັງ​ຖອນ​ຫາຍໃຈ​ຍາວ ແລະ ກ່າວ​ກັບ​ລາວ​ວ່າ “ເອຟາທາ!” (ເຊິ່ງ​ແປ​ວ່າ: “ຈົ່ງ​ເປີດ​ອອກ!”).</verse>
				<verse number="35">ໃນທັນໃດ​ນັ້ນ ຫູ​ທັງ​ສອງ​ຂອງ​ຊາຍ​ຄົນ​ນັ້ນ​ກໍ​ໄດ້​ເປີດ​ອອກ ແລະ ລີ້ນ​ຂອງ​ລາວ​ກໍ​ເຊົາ​ຂັດ ແລະ ລາວ​ເລີ່ມ​ເວົ້າ​ໄດ້​ຊັດເຈນ.</verse>
				<verse number="36">ພຣະເຢຊູເຈົ້າ​ສັ່ງ​ພວກເຂົາ​ບໍ່​ໃຫ້​ເລົ່າ​ເລື່ອງ​ນີ້​ແກ່​ຜູ້ໃດ. ແຕ່​ຍິ່ງ​ພຣະອົງ​ສັ່ງຫ້າມ​ພວກເຂົາ ພວກເຂົາ​ກໍ​ຍິ່ງ​ເວົ້າ​ເລື່ອງ​ນີ້​ໄປ​ທົ່ວ.</verse>
				<verse number="37">ປະຊາຊົນ​ຕ່າງ​ກໍ​ປະຫລາດໃຈ​ຫລາຍ ຈຶ່ງ​ເວົ້າ​ກັນ​ວ່າ, “ພຣະອົງ​ກະທຳ​ແຕ່​ສິ່ງ​ດີ​ທັງ​ນັ້ນ. ແມ່ນ​ແຕ່​ຄົນຫູໜວກ​ພຣະອົງ​ກໍ​ເຮັດ​ໃຫ້​ໄດ້​ຍິນ ແລະ ຄົນປາກກືກ​ກໍ​ເຮັດ​ໃຫ້​ເວົ້າ​ໄດ້”.</verse>
			</chapter>
			<chapter number="8">
				<verse number="1">ໃນ​ຊ່ວງ​ວັນ​ເຫລົ່ານັ້ນ ມີ​ປະຊາຊົນ​ອີກ​ຈໍານວນ​ຫລວງຫລາຍ​ໄດ້​ມາ​ເຕົ້າໂຮມກັນ. ເນື່ອງ​ຈາກ​ວ່າ ພວກເຂົາ​ບໍ່​ມີ​ອາຫານ​ກິນ, ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ພວກສາວົກ​ຂອງ​ພຣະອົງ​ມາ ແລະ ກ່າວ​ວ່າ,</verse>
				<verse number="2">“ເຮົາ​ສົງສານ​ຄົນ​ເຫລົ່ານີ້​ເພາະ​ພວກເຂົາ​ມາ​ຢູ່​ກັບ​ເຮົາ​ໄດ້​ສາມ​ວັນ​ແລ້ວ ແລະ ບໍ່​ມີ​ຫຍັງ​ກິນ.</verse>
				<verse number="3">ຖ້າ​ເຮົາ​ໃຫ້​ພວກເຂົາ​ກັບ​ໄປ​ທັງ​ທີ່​ຍັງ​ຫິວ​ຢູ່​ພວກເຂົາ​ອາດ​ຈະ​ໝົດ​ແຮງ​ກາງທາງ​ກໍ​ໄດ້​ເພາະ​ບາງຄົນ​ກໍ​ມາ​ແຕ່​ໄກ”.</verse>
				<verse number="4">ພວກສາວົກ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ແຕ່​ໃນ​ທີ່​ຫ່າງໄກ​ເຊັ່ນ​ນີ້​ຈະ​ຫາ​ເຂົ້າຈີ່​ຢູ່​ໃສ​ມາ​ພໍ​ລ້ຽງ​ພວກເຂົາ?”</verse>
				<verse number="5">ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ມີ​ເຂົ້າຈີ່​ຈັກ​ກ້ອນ?” ພວກເພິ່ນ​ຕອບ​ວ່າ, “ເຈັດ​ກ້ອນ”.</verse>
				<verse number="6">ພຣະອົງ​ບອກ​ປະຊາຊົນ​ໃຫ້​ນັ່ງ​ລົງ​ຕາມ​ພື້ນດິນ. ເມື່ອ​ພຣະອົງ​ຮັບ​ເອົາ​ເຂົ້າຈີ່​ເຈັດ​ກ້ອນ ແລະ ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ພຣະອົງ​ກໍ​ຫັກ​ເຂົ້າຈີ່​ຍື່ນ​ໃຫ້​ພວກສາວົກ​ຂອງ​ພຣະອົງ​ເພື່ອ​ແຈກຢາຍ​ໃຫ້​ແກ່​ປະຊາຊົນ ແລະ ພວກເພິ່ນ​ກໍ​ເຮັດ​ຕາມ​ນັ້ນ.</verse>
				<verse number="7">ພວກເຂົາ​ຍັງ​ມີ​ປານ້ອຍ​ຈຳນວນ​ໜຶ່ງ, ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ປາ​ເຫລົ່ານີ້ ແລະ ໃຫ້​ພວກສາວົກ​ນຳ​ໄປ​ແຈກຢາຍ​ເໝືອນ​ກັນ.</verse>
				<verse number="8">ປະຊາຊົນ​ຕ່າງ​ກໍ​ກິນ​ຈົນ​ອີ່ມ. ຫລັງຈາກນັ້ນ ພວກສາວົກ​ໄດ້​ເກັບ​ເອົາ​ຕ່ອນ​ຫັກ​ທີ່​ເຫລືອ​ໄວ້​ໄດ້​ເຕັມ​ເຈັດ​ກະບຸງ.</verse>
				<verse number="9">ໃນ​ທີ່​ນັ້ນ ມີ​ຜູ້ຊາຍ​ປະມານ​ສີ່ພັນ​ຄົນ. ຫລັງຈາກ​ທີ່​ພຣະອົງ​ໃຫ້​ພວກເຂົາ​ກັບ​ໄປ​ແລ້ວ,</verse>
				<verse number="10">ພຣະອົງ​ກໍ​ລົງ​ເຮືອ​ໄປ​ກັບ​ພວກສາວົກ​ຂອງ​ພຣະອົງ ແລະ ໄປ​ເຖິງ​ຂົງເຂດ​ເມືອງ​ດານມານຸທາ.</verse>
				<verse number="11">ພວກ​ຟາຣີຊາຍ​ໄດ້​ມາ​ຫາ ແລະ ເລີ່ມ​ຖາມ​ພຣະເຢຊູເຈົ້າ. ເພື່ອ​ທົດລອງ​ພຣະອົງ ພວກເຂົາ​ຂໍ​ໃຫ້​ພຣະອົງ​ສະແດງ​ໝາຍສຳຄັນ​ຢ່າງ​ໜຶ່ງ​ຈາກ​ສະຫວັນ.</verse>
				<verse number="12">ພຣະອົງ​ຖອນ​ຫາຍໃຈ​ຍາວ ແລະ ກ່າວ​ວ່າ, “ເປັນຫຍັງ​ຄົນ​ໃນ​ຍຸກ​ນີ້​ຈຶ່ງ​ຂໍ​ແຕ່​ໝາຍສຳຄັນ? ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຈະ​ບໍ່​ໃຫ້​ໝາຍສຳຄັນ​ໃດໆ​ແກ່​ພວກເຂົາ”.</verse>
				<verse number="13">ແລ້ວ​ພຣະອົງ​ກໍ​ຈາກ​ພວກເຂົາ​ກັບ​ລົງ​ໄປ​ໃນ​ເຮືອ ແລະ ຂ້າມ​ທະເລສາບ​ໄປ​ຍັງ​ຟາກ​ອື່ນ.</verse>
				<verse number="14">ພວກສາວົກ​ໄດ້​ລືມ​ເອົາ​ເຂົ້າຈີ່​ມາ​ນຳ ແລະ ຢູ່​ໃນ​ເຮືອ​ກໍ​ມີ​ເຂົ້າຈີ່​ພຽງ​ແຕ່​ກ້ອນ​ດຽວ.</verse>
				<verse number="15">ພຣະເຢຊູເຈົ້າ​ກ່າວ​ເຕືອນ​ພວກເພິ່ນ​ວ່າ, “ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ແລະ ເຊື້ອແປ້ງ​ຂອງ​ເຮໂຣດ​ໃຫ້​ດີ”.</verse>
				<verse number="16">ພວກເພິ່ນ​ຈຶ່ງ​ສົນທະນາກັນ ແລະ ເວົ້າ​ວ່າ, “ເປັນ​ເພາະ​ພວກເຮົາ​ບໍ່​ມີ​ເຂົ້າຈີ່”.</verse>
				<verse number="17">ພຣະເຢຊູເຈົ້າ​ຮູ້​ເລື່ອງ​ທີ່​ພວກເພິ່ນ​ເວົ້າ​ກັນ​ນັ້ນ ຈຶ່ງ​ຖາມ​ພວກເພິ່ນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ກັນ​ເຖິງ​ເລື່ອງ​ບໍ່​ມີ​ເຂົ້າຈີ່? ພວກເຈົ້າ​ຍັງ​ບໍ່​ເຫັນ ຫລື ຍັງ​ບໍ່​ເຂົ້າໃຈ​ບໍ? ໃຈ​ຂອງ​ພວກເຈົ້າ​ແຂງກະດ້າງ​ແມ່ນ​ບໍ?</verse>
				<verse number="18">ພວກເຈົ້າ​ມີ​ຕາ​ແຕ່​ເບິ່ງ​ບໍ່​ເຫັນ, ມີ​ຫູ​ແຕ່​ບໍ່​ໄດ້ຍິນ​ບໍ? ແລະ ພວກເຈົ້າ​ຈື່​ບໍ່​ໄດ້​ບໍ?</verse>
				<verse number="19">ເມື່ອ​ເຮົາ​ຫັກ​ເຂົ້າຈີ່​ຫ້າ​ກ້ອນ​ລ້ຽງ​ຄົນ​ຫ້າພັນ​ຄົນ, ພວກເຈົ້າ​ເກັບ​ສ່ວນ​ທີ່​ເຫລືອ​ໄດ້​ຈັກ​ກະບຸງ?” ພວກເພິ່ນ​ຕອບ​ວ່າ, “ສິບສອງ​ກະບຸງ”.</verse>
				<verse number="20">ພຣະອົງ​ຖາມ​ວ່າ, “ແລະ ເມື່ອ​ເຮົາ​ຫັກ​ເຂົ້າຈີ່​ເຈັດ​ກ້ອນ​ລ້ຽງ​ຄົນ​ສີ່ພັນ​ຄົນ, ພວກເຈົ້າ​ເກັບ​ສ່ວນ​ທີ່​ເຫລືອ​ໄວ້​ໄດ້​ຈັກ​ກະບຸງ?” ພວກເພິ່ນ​ຕອບ​ວ່າ, “ເຈັດ​ກະບຸງ”.</verse>
				<verse number="21">ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ຍັງ​ບໍ່​ເຂົ້າໃຈ​ຢູ່​ບໍ?”</verse>
				<verse number="22">ເມື່ອ​ພຣະເຢຊູເຈົ້າ ແລະ ພວກສາວົກ​ມາ​ຮອດ​ເມືອງ​ເບັດຊາອີດາ, ມີ​ບາງ​ຄົນ​ໄດ້​ພາ​ຊາຍ​ຕາບອດ​ຜູ້​ໜຶ່ງ​ມາ ແລະ ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ວາງມື​ໃສ່​ລາວ.</verse>
				<verse number="23">ພຣະອົງ​ຈູງ​ມື​ຄົນ​ຕາບອດ​ອອກ​ໄປ​ນອກ​ໝູ່​ບ້ານ. ເມື່ອ​ພຣະອົງ​ຖົ່ມ​ນ້ຳລາຍ​ໃສ່​ຕາ​ທັງ​ສອງ​ຂອງ​ຊາຍ​ຜູ້​ນີ້ ແລະ ວາງມື​ໃສ່​ລາວ​ແລ້ວ ພຣະອົງ​ກໍ​ຖາມ​ລາວ​ວ່າ, “ເຈົ້າ​ເຫັນ​ຫຍັງ​ບໍ?”</verse>
				<verse number="24">ລາວ​ໄດ້​ເງີຍ​ໜ້າ​ຂຶ້ນ​ເບິ່ງ ແລະ ຕອບ​ວ່າ, “ຂ້ານ້ອຍ​ເຫັນ​ຄົນ, ພວກເຂົາ​ເໝືອນ​ຕົ້ນໄມ້​ຍ່າງ​ໄປ​ຍ່າງ​ມາ”.</verse>
				<verse number="25">ພຣະເຢຊູເຈົ້າ​ວາງມື​ໃສ່​ທີ່​ຕາ​ຂອງ​ລາວ​ອີກ​ເທື່ອ​ໜຶ່ງ. ແລ້ວ​ຕາ​ທັງສອງ​ຂອງ​ລາວ​ກໍ​ເປີດ​ອອກ, ສາຍຕາ​ຂອງ​ລາວ​ກໍ​ດີ​ເປັນປົກກະຕິ ແລະ ເບິ່ງ​ເຫັນ​ທຸກ​ຢ່າງ​ໄດ້​ຊັດເຈນ.</verse>
				<verse number="26">ພຣະເຢຊູເຈົ້າ​ຈຶ່ງ​ໃຫ້​ລາວ​ກັບ​ເມືອ​ໂດຍ​ສັ່ງ​ວ່າ, “ຢ່າ​ເຂົ້າໄປ​ໃນ​ໝູ່ບ້ານ ”.</verse>
				<verse number="27">ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ໄດ້​ໄປ​ຍັງ​ໝູ່​ບ້ານ​ໃກ້​ເຂດ​ເມືອງ​ກາຍຊາເຣຍ ຟີລິບປອຍ. ໃນ​ລະຫວ່າງທາງ​ພຣະອົງ​ໄດ້​ຖາມ​ພວກເພິ່ນ​ວ່າ, “ຄົນ​ທັງຫລາຍ​ເວົ້າ​ກັນ​ວ່າ​ເຮົາ​ເປັນ​ຜູ້ໃດ?”</verse>
				<verse number="28">ພວກເພິ່ນ​ຕອບ​ວ່າ, “ບາງຄົນ​ເວົ້າ​ວ່າ​ທ່ານ​ແມ່ນ​ໂຢຮັນ​ບັບຕິສະໂຕ, ບາງຄົນ​ເວົ້າ​ວ່າ​ທ່ານ​ແມ່ນ​ເອລີຢາ ແລະ ຍັງ​ມີ​ຄົນ​ອື່ນໆ​ອີກ​ເວົ້າ​ວ່າ​ທ່ານ​ເປັນ​ຄົນ​ໜຶ່ງ​ໃນ​ບັນດາ​ຜູ້ທຳນວາຍ”.</verse>
				<verse number="29">ພຣະອົງ​ຖາມ​ວ່າ, “ແລ້ວ​ພວກເຈົ້າ​ເດ? ພວກເຈົ້າ​ວ່າ​ເຮົາ​ເປັນ​ຜູ້ໃດ?” ເປໂຕ​ຕອບ​ວ່າ, “ພຣະອົງ​ເປັນ​ພຣະຄຣິດເຈົ້າ ”.</verse>
				<verse number="30">ແລ້ວ​ພຣະເຢຊູເຈົ້າ​ເຕືອນ​ພວກເພິ່ນ​ບໍ່​ໃຫ້​ບອກ​ຜູ້ໃດ​ກ່ຽວກັບ​ເລື່ອງ​ຂອງ​ພຣະອົງ.</verse>
				<verse number="31">ຕັ້ງ​ແຕ່​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ໄດ້​ເລີ່ມ​ສັ່ງສອນ​ພວກສາວົກ​ວ່າ​ບຸດມະນຸດ​ຈະ​ຕ້ອງ​ຖືກ​ທົນທຸກທໍລະມານ​ຫລາຍ​ປະການ. ຖືກ​ພວກ​ເຖົ້າແກ່, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ປະຕິເສດ, ພຣະອົງ​ຈະ​ຕ້ອງ​ຖືກ​ຂ້າ ແລະ ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ອີກ.</verse>
				<verse number="32">ພຣະອົງ​ໄດ້​ກ່າວ​ເລື່ອງ​ນີ້​ສູ່​ພວກເພິ່ນ​ຟັງ​ຢ່າງ​ຈະແຈ້ງ, ເປໂຕ​ຈຶ່ງ​ໄດ້​ພາ​ພຣະອົງ​ຫລີກ​ໄປ​ຕ່າງຫາກ ແລະ ເລີ່ມ​ຕຳໜິ​ພຣະອົງ.</verse>
				<verse number="33">ແຕ່​ເມື່ອ​ພຣະເຢຊູເຈົ້າ​ຫັນ​ກັບ​ມາ​ເບິ່ງ​ພວກສາວົກ​ຂອງ​ພຣະອົງ, ພຣະອົງ​ຕຳໜິ​ເປໂຕ, ພຣະອົງ​ກ່າວ​ວ່າ, “ມານຊາຕານ​ເອີຍ! ຈົ່ງ​ຖອຍ​ໜີ​ໄປ​ຈາກ​ເຮົາ ເຈົ້າ​ບໍ່​ໄດ້​ມີ​ຄວາມຄິດ​ຫວ່ງໃຍ​ເໝືອນດັ່ງ​ພຣະເຈົ້າ ແຕ່​ມີ​ຄວາມຄິດ​ຫ່ວງໃຍ​ເໝືອນດັ່ງ​ມະນຸດ”.</verse>
				<verse number="34">ແລ້ວ​ພຣະອົງ​ເອີ້ນ​ປະຊາຊົນ​ກັບ​ພວກສາວົກ​ເຂົ້າ​ມາ ແລະ ກ່າວ​ວ່າ, “ຖ້າ​ຜູ້ໃດ​ຢາກ​ເປັນ​ສາວົກ​ຂອງ​ເຮົາ, ໃຫ້​ຜູ້​ນັ້ນ​ປະຕິເສດ​ຕົນເອງ ແລະ ຮັບ​ແບກ​ໄມ້ກາງແຂນ​ຂອງ​ຕົນ​ແລ້ວ​ຕິດຕາມ​ເຮົາ​ມາ.</verse>
				<verse number="35">ເພາະ​ຜູ້ໃດ​ທີ່​ຢາກ​ຮັກສາ​ຊີວິດ ​ຂອງ​ຕົນ​ໃຫ້​ພົ້ນ ຜູ້​ນັ້ນ​ກໍ​ຈະ​ເສຍ​ຊີວິດ, ເພາະ​ຜູ້ໃດ​ທີ່​ຍອມ​ສະຫລະ​ຊີວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ ແລະ ຂ່າວປະເສີດ ຜູ້​ນັ້ນ​ກໍ​ຈະ​ຖືກ​ຊ່ວຍ​ຊີວິດ​ໃຫ້​ພົ້ນ.</verse>
				<verse number="36">ຈະ​ມີ​ປະໂຫຍດ​ອັນໃດ ທີ່​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ໄດ້​ໂລກ​ນີ້​ທັງໝົດ ແຕ່​ຕ້ອງ​ສູນເສຍ​ຈິດວິນຍານ​ຂອງ​ຕົນ?</verse>
				<verse number="37">ຫລື ຄົນ​ນັ້ນ​ຈະ​ເອົາ​ສິ່ງ​ໃດ​ມາ​ແລກປ່ຽນ​ເອົາ​ຈິດວິນຍານ​ຂອງ​ຕົນ​ໄດ້?</verse>
				<verse number="38">ຖ້າ​ຜູ້ໃດ​ອັບອາຍ​ໃນ​ເລື່ອງ​ເຮົາ ແລະ ໃນ​ເລື່ອງ​ຖ້ອຍຄຳ​ຂອງ​ເຮົາ​ໃນ​ຍຸກ​ທີ່​ບາບ ແລະ ຫລິ້ນຊູ້, ບຸດມະນຸດ​ກໍ​ຈະ​ອັບອາຍ​ໃນ​ເລື່ອງ​ຄົນ​ນັ້ນ ເມື່ອ​ພຣະອົງ​ມາ​ປາກົດ​ໃນ​ສະຫງ່າລາສີ​ຂອງ​ພຣະບິດາ ພ້ອມ​ກັບ​ບັນດາ​ເທວະດາ​ບໍລິສຸດ”.</verse>
			</chapter>
			<chapter number="9">
				<verse number="1">ແລະ ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບາງຄົນ​ທີ່​ຢືນ​ຢູ່​ໃນ​ທີ່​ນີ້​ຈະ​ບໍ່​ຮູ້​ລົດ​ຂອງ​ຄວາມຕາຍ​ຈົນ​ກວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ມາ​ຕັ້ງ​ຢູ່​ດ້ວຍ​ລິດອຳນາດ”.</verse>
				<verse number="2">ຫົກ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ຂຶ້ນ​ໄປ​ເທິງ​ພູ​ສູງ​ຢູ່​ຕ່າງຫາກ. ຢູ່​ທີ່​ນັ້ນ ຮ່າງກາຍ​ຂອງ​ພຣະອົງ​ກໍ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ.</verse>
				<verse number="3">ເຄື່ອງນຸ່ງ​ຂອງ​ພຣະອົງ​ກາຍເປັນ​ສີຂາວ​ສ່ອງແສງ​ເຫລື້ອມໃສ, ຂາວ​ກວ່າ​ສິ່ງໃດ​ໃນ​ໂລກ​ນີ້​ຈະ​ຟອກ​ໃຫ້​ຂາວ​ເຊັ່ນ​ນັ້ນ​ໄດ້.</verse>
				<verse number="4">ແລ້ວ​ໂມເຊ ແລະ ເອລີຢາ​ກໍ​ໄດ້​ມາ​ປາກົດ​ໂຕ​ຕໍ່ໜ້າ​ພວກເພິ່ນ ແລະ ກຳລັງ​ສົນທະນາ​ຢູ່​ກັບ​ພຣະເຢຊູເຈົ້າ.</verse>
				<verse number="5">ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອາຈານ​ເອີຍ, ດີ​ແທ້ໆ​ທີ່​ພວກຂ້ານ້ອຍ​ໄດ້​ມາ​ຢູ່​ບ່ອນນີ້. ຂໍ​ໃຫ້​ພວກຂ້ານ້ອຍ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຫລັງ​ໜຶ່ງ​ສຳລັບ​ພຣະອົງ, ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ ຫລັງ​ໜຶ່ງ​ສຳລັບ​ເອລີຢາ”.</verse>
				<verse number="6">(ເປໂຕ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ສິ່ງໃດ​ດີ ເພາະ​ພວກເພິ່ນ​ຕົກໃຈຢ້ານ​ຫລາຍ.)</verse>
				<verse number="7">ແລ້ວ​ກໍ​ມີ​ກ້ອນເມກ​ປາກົດ​ຂຶ້ນ​ມາ​ປົກຄຸມ​ພວກເພິ່ນ​ໄວ້, ແລະ ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້, ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ, ຈົ່ງ​ເຊື່ອຟັງ​ເພິ່ນ!”</verse>
				<verse number="8">ທັນໃດ​ນັ້ນ ເມື່ອ​ພວກເພິ່ນ​ຫລຽວ​ເບິ່ງ​ອ້ອມຮອບ​ໂຕ​ກໍ​ບໍ່​ເຫັນ​ຜູ້ໃດ ນອກຈາກ​ພຣະເຢຊູເຈົ້າ​ເທົ່ານັ້ນ​ທີ່​ຢູ່​ກັບ​ພວກເພິ່ນ.</verse>
				<verse number="9">ໃນ​ຂະນະ​ທີ່​ກຳລັງ​ລົງ​ມາ​ແຕ່​ພູເຂົາ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ສັ່ງ​ພວກເພິ່ນ​ວ່າ​ຢ່າ​ບອກ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​ນີ້​ໃຫ້​ແກ່​ຜູ້ໃດ​ຈົນ​ກວ່າ​ບຸດມະນຸດ​ຈະ​ເປັນຄືນມາຈາກຕາຍ.</verse>
				<verse number="10">ພວກສາວົກ​ທັງ​ສາມ​ໄດ້​ຖືຮັກສາ​ຂໍ້ຄຳສັ່ງ​ນີ້​ໄວ້​ກັບ​ຕົນເອງ ໂດຍ​ປຶກສາ​ກັນ​ວ່າ, “ການເປັນຄືນມາຈາກຕາຍ” ໝາຍ​ຄວາມ​ວ່າ​ແນວໃດ.</verse>
				<verse number="11">ແລະ ພວກເພິ່ນ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເປັນຫຍັງ​ພວກ​ຄູສອນກົດບັນຍັດ​ຈຶ່ງ​ເວົ້າ​ວ່າ​ເອລີຢາ​ຈະ​ຕ້ອງ​ມາ​ກ່ອນ?”</verse>
				<verse number="12">ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ຖືກ​ແລ້ວ, ເອລີຢາ​ຕ້ອງ​ມາ​ກ່ອນ ແລະ ເຮັດ​ໃຫ້​ທຸກສິ່ງ​ກັບ​ຄືນ​ສູ່​ສະພາບເດີມ. ດ້ວຍເຫດໃດ​ຈຶ່ງ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ​ບຸດມະນຸດ​ຈະ​ຖືກ​ທົນທຸກທໍລະມານ​ຢ່າງ​ໜັກໜ່ວງ ແລະ ຖືກ​ປະຕິເສດ?</verse>
				<verse number="13">ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ເອລີຢາ​ໄດ້​ມາ​ແລ້ວ ແລະ ພວກເຂົາ​ໄດ້​ເຮັດ​ກັບ​ເພິ່ນ​ຕາມໃຈ​ມັກ​ທຸກ​ຢ່າງ ດັ່ງ​ທີ່​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ເພິ່ນ”.</verse>
				<verse number="14">ເມື່ອ​ພວກເພິ່ນ​ໄດ້​ມາ​ຮອດ​ສາວົກ​ຄົນ​ອື່ນໆ​ແລ້ວ ພວກເພິ່ນ​ກໍ​ເຫັນ​ປະຊາຊົນ​ຢ່າງ​ຫລວງຫລາຍ​ຫຸ້ມອ້ອມ​ພວກເຂົາ​ຢູ່ ແລະ ພວກ​ຄູສອນກົດບັນຍັດ​ກຳລັງ​ໂຕ້ຖຽງ​ກັບ​ພວກເຂົາ​ຢູ່.</verse>
				<verse number="15">ໃນທັນໃດ​ນັ້ນ ເມື່ອ​ປະຊາຊົນ​ທັງຫລາຍ​ເຫັນ​ພຣະເຢຊູເຈົ້າ, ພວກເຂົາ​ກໍ​ປະຫລາດໃຈ​ຫລາຍ ແລະ ພາກັນ​ຟ້າວ​ແລ່ນ​ເຂົ້າ​ມາ​ຄຳນັບ​ພຣະອົງ.</verse>
				<verse number="16">ພຣະອົງ​ຈຶ່ງ​ຖາມ​ວ່າ, “ພວກເຈົ້າ​ກຳລັງ​ໂຕ້ຖຽງ​ກັນ​ເຖິງ​ເລື່ອງ​ຫຍັງ?”</verse>
				<verse number="17">ມີ​ຊາຍ​ຄົນ​ໜຶ່ງ​ໃນ​ບັນດາ​ປະຊາຊົນ​ນັ້ນ​ຕອບ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ໄດ້​ນໍາ​ລູກຊາຍ​ຂອງ​ຂ້ານ້ອຍ​ມາ​ຫາ​ທ່ານ, ລາວ​ຖືກ​ຜີມານຮ້າຍ​ສິງ​ຈົນ​ເຮັດ​ໃຫ້​ລາວ​ປາກກືກ.</verse>
				<verse number="18">ເມື່ອ​ມັນ​ເຂົ້າ​ສິງ​ລາວ​ເທື່ອ​ໃດ, ມັນ​ກໍ​ເຮັດ​ໃຫ້​ລາວ​ລົ້ມລົງ​ພື້ນ, ແລະ ມີ​ນ້ຳລາຍ​ຟູມປາກ​ທັງ​ກັດແຂ້ວ ແລະ ໂຕ​ແຂງ​ໄປ​ໝົດ​ທັງ​ຮ່າງກາຍ. ຂ້ານ້ອຍ​ຂໍ​ໃຫ້​ພວກສາວົກ​ຂອງ​ທ່ານ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ, ແຕ່​ພວກເພິ່ນ​ບໍ່​ສາມາດ​ເຮັດ​ໄດ້”.</verse>
				<verse number="19">ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ​ເອີຍ, ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ເຮົາ​ຈະ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກຊາຍ​ນັ້ນ​ມາ​ຫາ​ເຮົາ”.</verse>
				<verse number="20">ພວກເຂົາ​ກໍ​ໄດ້​ພາ​ເດັກນ້ອຍ​ມາ​ຫາ​ພຣະອົງ. ເມື່ອ​ຜີມານຮ້າຍ​ທີ່​ສິງ​ຢູ່​ໃນ​ໂຕ​ເດັກນ້ອຍ​ນັ້ນ​ໄດ້​ເຫັນ​ພຣະເຢຊູເຈົ້າ, ທັນໃດ​ນັ້ນ ມັນ​ກໍ​ເຮັດ​ໃຫ້​ເດັກນ້ອຍ​ນັ້ນ​ລົ້ມລົງ​ພື້ນດິນ, ຊັກດິ້ນ​ລົ້ມລົງ​ກິ້ງ​ໄປ​ມາ ແລະ ມີ​ນ້ຳລາຍ​ຟູມປາກ.</verse>
				<verse number="21">ພຣະເຢຊູເຈົ້າ​ໄດ້​ຖາມ​ພໍ່​ຂອງ​ເດັກນ້ອຍ​ວ່າ, “ລາວ​ເປັນ​ຢ່າງ​ນີ້​ມາ​ດົນ​ປານໃດ​ແລ້ວ?” ລາວ​ຕອບ​ວ່າ, “ເປັນ​ມາ​ຕັ້ງ​ແຕ່​ນ້ອຍ​ພຸ້ນ</verse>
				<verse number="22">ຫລາຍ​ເທື່ອ​ແລ້ວ​ທີ່​ມັນ​ຊຸກ​ລາວ​ໃຫ້​ຕົກນ້ຳ ແລະ ຕົກ​ໃສ່​ໄຟ​ເພື່ອ​ຂ້າ​ລາວ. ແຕ່​ຖ້າ​ທ່ານ​ສາມາດ​ຊ່ວຍ​ໄດ້ ຂໍ​ສົງສານ​ພວກຂ້ານ້ອຍ ແລະ ຊ່ວຍ​ພວກຂ້ານ້ອຍ​ແດ່​ທ້ອນ”.</verse>
				<verse number="23">ພຣະເຢຊູເຈົ້າ​ກ່າວ​ວ່າ, “‘ຖ້າ​ສາມາດ​ຊ່ວຍ​ໄດ້’ ບໍ? ທຸກສິ່ງ​ເປັນ​ໄປ​ໄດ້​ສຳລັບ​ຜູ້​ທີ່​ເຊື່ອ”.</verse>
				<verse number="24">ໃນ​ທັນໃດ​ນັ້ນ ພໍ່​ຂອງ​ເດັກນ້ອຍ​ນັ້ນ​ໄດ້​ຮ້ອງ​ຕອບ​ທັນທີ​ວ່າ, “ຂ້ານ້ອຍ​ເຊື່ອ; ຂໍ​ຊ່ວຍ​ຂ້ານ້ອຍ​ໃຫ້​ມີ​ຄວາມເຊື່ອ​ຫລາຍກວ່າ​ນີ້​ແດ່​ທ້ອນ!”</verse>
				<verse number="25">ເມື່ອ​ພຣະເຢຊູເຈົ້າ​ເຫັນ​ປະຊາຊົນ​ກຳລັງ​ບຸບຽດກັນ​ເຂົ້າ​ມາ​ໃກ້ ພຣະອົງ​ຈຶ່ງ​ສັ່ງ​ວິນຍານສົກກະປົກ, “ວິນຍານ​ປາກກືກ ແລະ ຫູໜວກ ເຮົາ​ສັ່ງ​ພວກເຈົ້າ​ໃຫ້​ອອກ​ຈາກ​ເດັກນ້ອຍ ແລະ ຢ່າ​ກັບ​ເຂົ້າ​ໄປ​ສິງ​ລາວ​ອີກ​ຈັກເທື່ອ”.</verse>
				<verse number="26">ຜີມານຮ້າຍ​ນັ້ນ​ແຜດສຽງ​ຂຶ້ນ ມັນ​ເຮັດ​ໃຫ້​ເດັກນ້ອຍ​ຊັກດິ້ນ​ຢ່າງ​ແຮງ ແລ້ວ​ກໍ​ອອກ​ໜີ​ໄປ. ເດັກນ້ອຍ​ນັ້ນ​ກາຍເປັນ​ເໝືອນ​ຄົນ​ຕາຍ ຈົນ​ຫລາຍ​ຄົນ​ທັງຫລາຍ​ເວົ້າ​ວ່າ, “ລາວ​ຕາຍ​ແລ້ວ”.</verse>
				<verse number="27">ແຕ່​ພຣະເຢຊູເຈົ້າ​ຈັບ​ມື​ເດັກນ້ອຍ ແລະ ດຶງ​ຂຶ້ນ ແລ້ວ​ລາວ​ກໍ​ລຸກຢືນ​ຂຶ້ນ.</verse>
				<verse number="28">ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ, ພວກສາວົກ​ຂອງ​ພຣະອົງ​ກໍ​ຖາມ​ພຣະອົງ​ເປັນ​ການ​ສ່ວນໂຕ​ວ່າ, “ເປັນຫຍັງ​ພວກຂ້ານ້ອຍ​ຈຶ່ງ​ບໍ່​ສາມາດ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ​ໄດ້?”</verse>
				<verse number="29">ພຣະອົງ​ຕອບ​ວ່າ, “ຜີຮ້າຍ​ແບບນີ້​ຈະ​ຂັບໄລ່​ອອກ​ດ້ວຍ​ວິທີ​ອື່ນ​ບໍ່​ໄດ້ ເວັ້ນໄວ້​ແຕ່​ດ້ວຍ​ການອະທິຖານ​ເທົ່ານັ້ນ ”.</verse>
				<verse number="30">ພວກເພິ່ນ​ໄດ້​ຈາກ​ທີ່​ນັ້ນ ແລະ ຜ່ານ​ແຂວງ​ຄາລີເລ​ໄປ. ພຣະເຢຊູເຈົ້າ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ຮູ້​ບ່ອນ​ທີ່​ພວກເພິ່ນ​ຢູ່,</verse>
				<verse number="31">ເພາະ​ພຣະອົງ​ກຳລັງ​ສັ່ງສອນ​ພວກສາວົກ​ຢູ່. ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ບຸດມະນຸດ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ມະນຸດ. ພວກເຂົາ​ຈະ​ຂ້າ​ເພິ່ນ, ແລະ ຫລັງຈາກ​ສາມ​ວັນ​ພຣະອົງ​ຈະ​ເປັນຄືນມາຈາກຕາຍ”.</verse>
				<verse number="32">ແຕ່​ພວກເພິ່ນ​ບໍ່​ເຂົ້າໃຈ​ວ່າ​ພຣະອົງ​ໝາຍ​ເຖິງ​ສິ່ງ​ໃດ ແລະ ພວກເພິ່ນ​ກໍ​ຢ້ານ​ທີ່​ຈະ​ຖາມ​ພຣະອົງ​ເຖິງ​ເລື່ອງ​ນີ້.</verse>
				<verse number="33">ເມື່ອ​ພວກເພິ່ນ​ມາ​ຮອດ​ເມືອງ​ກາເປນາອູມ. ຂະນະ​ທີ່​ພຣະອົງ​ຢູ່​ໃນ​ເຮືອນ ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ໃນ​ລະຫວ່າງ​ທາງ​ນັ້ນ ພວກເຈົ້າ​ໄດ້​ຖົກຖຽງກັນ​ເຖິງ​ເລື່ອງ​ຫຍັງ?”</verse>
				<verse number="34">ແຕ່​ພວກເພິ່ນ​ມິດ​ຢູ່ ເພາະ​ໃນ​ລະຫວ່າງ​ທາງ​ນັ້ນ​ພວກເພິ່ນ​ໄດ້​ຖົກຖຽງ​ກັນ​ວ່າ​ຜູ້ໃດ​ເປັນ​ໃຫຍ່​ທີ່ສຸດ.</verse>
				<verse number="35">ພຣະເຢຊູເຈົ້າ​ຈຶ່ງ​ນັ່ງ​ລົງ ແລ້ວ​ເອີ້ນ​ພວກສາວົກ​ທັງ​ສິບສອງ​ຄົນ​ມາ ແລະ ກ່າວ​ວ່າ, “ຖ້າ​ຜູ້ໃດ​ຢາກ​ເປັນ​ຜູ້ຕົ້ນ ຜູ້​ນັ້ນ​ຕ້ອງ​ເປັນ​ຜູ້ປາຍ ແລະ ເປັນ​ຜູ້ຮັບໃຊ້​ຂອງ​ຄົນ​ທັງຫລາຍ”.</verse>
				<verse number="36">ພຣະອົງ​ເອົາ​ເດັກນ້ອຍ​ຄົນ​ໜຶ່ງ​ມາ​ຢືນ​ຢູ່​ທ່າມກາງ​ພວກເພິ່ນ. ພຣະອົງ​ອຸ້ມ​ເດັກນ້ອຍ​ນັ້ນ​ໄວ້ ແລ້ວ​ກ່າວ​ກັບ​ພວກເພິ່ນ​ວ່າ,</verse>
				<verse number="37">“ຜູ້ໃດ​ກໍ​ຕາມ​ທີ່​ຕ້ອນຮັບ​ເດັກນ້ອຍ​ຄົນ​ໜຶ່ງ​ໃນ​ບັນດາ​ເດັກນ້ອຍ​ເຫລົ່ານີ້​ໄວ້​ໃນ​ນາມ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ບໍ່​ໄດ້​ຕ້ອນຮັບ​ເຮົາ​ເທົ່ານັ້ນ ແຕ່​ຍັງ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ເໝືອນກັນ”.</verse>
				<verse number="38">ໂຢຮັນ​ກ່າວ​ວ່າ, “ອາຈານ​ເອີຍ, ພວກຂ້ານ້ອຍ​ເຫັນ​ຊາຍ​ຄົນ​ໜຶ່ງ ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງ​ທ່ານ ແລະ ພວກຂ້ານ້ອຍ​ຈຶ່ງ​ຫ້າມ​ລາວ, ເພາະ​ລາວ​ບໍ່​ໄດ້​ຢູ່​ໃນ​ກຸ່ມ​ຂອງ​ພວກເຮົາ”.</verse>
				<verse number="39">ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ຢ່າ​ຫ້າມ​ລາວ​ເລີຍ, ເພາະ​ບໍ່​ມີ​ຜູ້ໃດ​ທີ່​ເຮັດ​ການ​ອັດສະຈັນ​ໃນ​ນາມ​ຂອງ​ເຮົາ ແລະ ພາຍຫລັງ​ມາ​ຈະ​ເວົ້າ​ສິ່ງ​ທີ່​ບໍ່​ດີ​ກ່ຽວກັບ​ເຮົາ,</verse>
				<verse number="40">ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຕໍ່ສູ້​ພວກເຮົາ​ກໍ​ຢູ່​ຝ່າຍ​ພວກເຮົາ.</verse>
				<verse number="41">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ທີ່​ເອົາ​ນ້ຳ​ຈອກ​ໜຶ່ງ​ໃຫ້​ພວກເຈົ້າ​ໃນ​ນາມ​ຂອງ​ເຮົາ ເພາະ​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະຄຣິດເຈົ້າ ຜູ້​ນັ້ນ​ຈະ​ບໍ່​ຂາດ​ບຳເໜັດ​ຂອງ​ຕົນ”.</verse>
				<verse number="42">“ຖ້າ​ຜູ້ໃດ​ເປັນຕົ້ນເຫດ​ພາ​ໃຫ້​ເດັກນ້ອຍ​ຄົນ​ໜຶ່ງ​ໃນ​ບັນດາ​ເດັກນ້ອຍ​ເຫລົ່ານີ້​ທີ່​ເຊື່ອ​ໃນ​ເຮົາ​ຕົກ​ໃນ​ບາບ ໃຫ້​ເອົາ​ຫີນໂມ້ແປ້ງ​ກ້ອນ​ໃຫຍ່​ຜູກ​ຄໍ​ຄົນ​ນັ້ນ​ແລ້ວ​ຖິ້ມ​ລົງ​ໃນ​ທະເລ​ເລິກ​ກໍ​ຍັງ​ດີ​ກວ່າ.</verse>
				<verse number="43">ຖ້າ​ມື​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ສະດຸດ, ກໍ​ຈົ່ງ​ຕັດ​ອອກ​ເສຍ. ຈະ​ເຂົ້າ​ສູ່​ຊີວິດ​ໂດຍ​ທີ່​ມີ​ມື​ເບື້ອງ​ດຽວ​ກໍ​ຍັງ​ດີ​ກວ່າ​ມີ​ມື​ທັງ​ສອງ​ເບື້ອງ​ແຕ່​ຕ້ອງ​ລົງ​ໄປ​ໃນ​ນະລົກ, ບ່ອນ​ທີ່​ໄຟ​ບໍ່​ມອດ​ຈັກ​ເທື່ອ.</verse>
				<verse number="44">ບ່ອນ​ທີ່ ‘ໂຕໜອນ​ຂອງ​ຄົນ​ເຫລົ່ານັ້ນ​ບໍ່​ມີ​ມື້​ຕາຍ ແລະ ໄຟ​ກໍ​ບໍ່​ຮູ້ຈັກ​ມອດ’</verse>
				<verse number="45">ແລະ ຖ້າ​ຕີນ​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ສະດຸດ, ກໍ​ຈົ່ງ​ຕັດ​ອອກ​ເສຍ. ຈະ​ເຂົ້າ​ສູ່​ຊີວິດ​ໂດຍ​ທີ່​ມີ​ຕີນ​ກຸດ​ເບື້ອງ​ດຽວ​ກໍ​ຍັງ​ດີ​ກວ່າ​ມີ​ຕີນ​ທັງ​ສອງ​ເບື້ອງ ແຕ່​ຕ້ອງ​ຖືກ​ໂຍນ​ຖິ້ມ​ລົງ​ນະລົກ.</verse>
				<verse number="46">ບ່ອນ​ທີ່ ‘ໂຕໜອນ​ຂອງ​ຄົນ​ເຫລົ່ານັ້ນ​ບໍ່​ມີ​ມື້​ຕາຍ ແລະ ໄຟ​ກໍ​ບໍ່​ຮູ້ຈັກ​ມອດ’</verse>
				<verse number="47">ແລະ ຖ້າ​ຕາ​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ສະດຸດ, ຈົ່ງ​ຄວັດ​ຕາ​ນັ້ນ​ອອກ​ຖິ້ມ​ເສຍ. ຈະ​ເຂົ້າ​ສູ່​ອານາຈັກ​ຂອງ​ພຣະເຈົ້າ​ໂດຍ​ທີ່​ມີ​ຕາ​ເບື້ອງ​ດຽວ​ກໍ​ຍັງ​ດີ​ກວ່າ​ມີ​ຕາ​ທັງ​ສອງ​ເບື້ອງ​ແຕ່​ຕ້ອງ​ຖືກ​ໂຍນ​ລົງ​ໄປ​ໃນ​ນະລົກ,</verse>
				<verse number="48">ບ່ອນ​ທີ່ “‘ໂຕໜອນ​ທີ່​ກັດ​ກິນ​ຄົນ​ເຫລົ່ານັ້ນ​ບໍ່​ມີ​ມື້​ຕາຍ, ແລະ ໄຟ​ກໍ​ບໍ່​ຮູ້​ມອດ​ຈັກ​ເທື່ອ’.</verse>
				<verse number="49">ທຸກຄົນ​ຈະ​ຕ້ອງ​ຖືກ​ເອືອບ​ດ້ວຍ​ເກືອ​ແລ້ວ​ຊຳລະ​ດ້ວຍ​ໄຟ.</verse>
				<verse number="50">“ເກືອ​ເປັນ​ຂອງ​ດີ, ແຕ່​ຖ້າ​ເກືອ​ໝົດ​ຄວາມເຄັມ​ແລ້ວ​ພວກເຈົ້າ​ຈະ​ເຮັດ​ໃຫ້​ກັບຄືນ​ມາ​ເຄັມ​ອີກ​ໄດ້​ຢ່າງໃດ? ພວກເຈົ້າ​ທັງຫລາຍ​ຈົ່ງ​ມີ​ເກືອ​ໃນ​ໂຕ ແລະ ຢູ່​ຮ່ວມກັນ​ຢ່າງ​ສະຫງົບສຸກ”.</verse>
			</chapter>
			<chapter number="10">
				<verse number="1">ຕໍ່ມາ ພຣະເຢຊູເຈົ້າ​ກໍ​ອອກຈາກ​ທີ່​ນັ້ນ​ໄປ​ຍັງ​ແຂວງ​ຢູດາຍ ແລ້ວ​ພຣະອົງ​ກໍ​ຂ້າມ​ແມ່ນ້ຳຈໍແດນ​ທາງ​ຟາກ​ເບື້ອງ​ນັ້ນ. ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ມາ​ຫາ​ພຣະອົງ​ອີກ, ແລະ ພຣະອົງ​ກໍ​ໄດ້​ສັ່ງສອນ​ພວກເຂົາ​ເໝືອນດັ່ງ​ທີ່​ພຣະອົງ​ເຄີຍ​ເຮັດ​ມາ.</verse>
				<verse number="2">ພວກ​ຟາຣີຊາຍ​ບາງຄົນ​ໄດ້​ມາ​ທົດລອງ​ພຣະອົງ​ໂດຍ​ຖາມ​ພຣະອົງ​ວ່າ, “ເປັນ​ການ​ຖືກຕ້ອງ​ຕາມ​ກົດບັນຍັດ​ທີ່​ຜູ້ຊາຍ​ຈະ​ຢ່າຮ້າງ​ເມຍ​ຂອງ​ຕົນ​ແມ່ນ​ບໍ?”</verse>
				<verse number="3">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ໂມເຊ​ໄດ້​ໃຫ້​ຂໍ້​ຄຳສັ່ງ​ໄວ້​ຢ່າງ​ໃດ?”</verse>
				<verse number="4">ພວກເຂົາ​ຕອບ​ວ່າ, “ໂມເຊ​ໄດ້​ອະນຸຍາດ​ໃຫ້​ຜູ້ຊາຍ​ຂຽນ​ໜັງສື​ຢັ້ງຢືນ​ການຢ່າຮ້າງ ແລະ ສົ່ງ​ນາງ​ໜີ​ໄປ”.</verse>
				<verse number="5">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເພາະ​ໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ແຂງກະດ້າງ ໂມເຊ​ຈຶ່ງ​ໄດ້​ຂຽນ​ກົດບັນຍັດ​ຂໍ້​ນີ້​ໃຫ້​ພວກເຈົ້າ.</verse>
				<verse number="6">ຕັ້ງແຕ່​ເລີ່ມຕົ້ນ​ທີ່​ສ້າງ​ໂລກ​ນັ້ນ ພຣະເຈົ້າ ‘ໄດ້​ສ້າງ​ພວກເຂົາ​ໃຫ້​ເປັນ​ຊາຍ ແລະ ຍິງ’.</verse>
				<verse number="7">‘ດ້ວຍເຫດນີ້ ຜູ້ຊາຍ​ຈຶ່ງ​ອອກ​ຈາກ​ພໍ່ແມ່​ຂອງ​ຕົນ ແລະ ໄປ​ຜູກພັນ​ຢູ່​ກັບ​ເມຍ ​ຂອງ​ຕົນ</verse>
				<verse number="8">ແລະ ພວກເຂົາ​ທັງ​ສອງ​ກໍ​ເປັນ​ກາຍ​ດຽວ​ກັນ’. ດັ່ງນັ້ນ, ພວກເຂົາ​ຈຶ່ງ​ບໍ່​ໄດ້​ເປັນ​ສອງ​ອີກ​ຕໍ່ໄປ ແຕ່​ເປັນ​ກາຍ​ດຽວ​ກັນ.</verse>
				<verse number="9">ເຫດສະນັ້ນ ສິ່ງ​ທີ່​ພຣະເຈົ້າ​ໄດ້​ໃຫ້​ເຂົ້າຮ່ວມກັນ​ແລ້ວ ຢ່າ​ໃຫ້​ມະນຸດ​ເຮັດ​ໃຫ້​ພາກ​ຈາກ​ກັນ”.</verse>
				<verse number="10">ເມື່ອ​ພວກເພິ່ນ​ກັບ​ເຂົ້າ​ໄປ​ໃນ​ເຮືອນ​ອີກ, ພວກສາວົກ​ກໍ​ໄດ້​ຖາມ​ພຣະເຢຊູເຈົ້າ​ກ່ຽວກັບ​ເລື່ອງ​ນີ້.</verse>
				<verse number="11">ພຣະອົງ​ຈຶ່ງ​ຕອບ​ວ່າ, “ຜູ້ໃດ​ທີ່​ຢ່າຮ້າງ​ເມຍ​ຂອງ​ຕົນ​ແລ້ວ​ໄປ​ແຕ່ງງານ​ກັບ​ຍິງ​ອື່ນ ຜູ້​ນັ້ນ​ກໍ​ຫລິ້ນຊູ້.</verse>
				<verse number="12">ແລະ ຖ້າ​ນາງ​ຢ່າຮ້າງ​ຜົວ​ຂອງ​ຕົນ​ແລ້ວ​ໄປ​ແຕ່ງງານ​ກັບ​ຊາຍ​ອື່ນ ນາງ​ກໍ​ຫລິ້ນຊູ້”.</verse>
				<verse number="13">ປະຊາຊົນ​ໄດ້​ນໍາ​ເດັກນ້ອຍ​ມາ​ຫາ​ພຣະເຢຊູເຈົ້າ​ເພື່ອ​ໃຫ້​ພຣະອົງ​ວາງມື​ໃສ່​ພວກເຂົາ, ແຕ່​ພວກສາວົກ​ໄດ້​ຫ້າມ​ພວກເຂົາ​ໄວ້.</verse>
				<verse number="14">ເມື່ອ​ພຣະເຢຊູເຈົ້າ​ເຫັນ​ດັ່ງນັ້ນ, ພຣະອົງ​ກໍ​ບໍ່​ພໍໃຈ​ຈຶ່ງ​ກ່າວ​ແກ່​ພວກສາວົກ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກນ້ອຍ​ເຫລົ່ານັ້ນ​ມາ​ຫາ​ເຮົາ, ແລະ ຢ່າ​ຂັດຂວາງ​ພວກເຂົາ, ເພາະ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ຂອງ​ຄົນ​ທີ່​ເປັນ​ເໝືອນ​ເດັກນ້ອຍ​ເຫລົ່ານີ້​ແຫລະ.</verse>
				<verse number="15">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ບໍ່​ຮັບ​ເອົາ​ອານາຈັກ​ຂອງ​ພຣະເຈົ້າ​ເໝືອນດັ່ງ​ເດັກນ້ອຍ ຜູ້​ນັ້ນ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່​ໄດ້​ຈັກ​ເທື່ອ”.</verse>
				<verse number="16">ແລ້ວ​ພຣະອົງ​ກໍ​ໄດ້​ອູ້ມ​ເດັກນ້ອຍ​ໄວ້​ໃນ​ແຂນ​ຂອງ​ພຣະອົງ, ວາງ​ມື​ຂອງ​ພຣະອົງ​ເທິງ​ພວກເຂົາ ແລະ ອວຍພອນ​ພວກເຂົາ.</verse>
				<verse number="17">ເມື່ອ​ພຣະເຢຊູເຈົ້າ​ອອກ​ເດີນທາງ​ຕໍ່​ໄປ, ມີ​ຊາຍ​ຄົນ​ໜຶ່ງ​ແລ່ນ​ມາ​ຫາ​ພຣະອົງ ແລະ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ​ແລ້ວ​ຖາມ​ວ່າ, “ອາຈານ​ຜູ້​ປະເສີດ​ເອີຍ, ຂ້ານ້ອຍ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ຊີວິດ​ນິລັນດອນ?”</verse>
				<verse number="18">ພຣະເຢຊູເຈົ້າ​ຕອບ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເອີ້ນ​ເຮົາ​ວ່າ​ຜູ້ປະເສີດ? ບໍ່​ມີ​ຜູ້ໃດ​ທີ່​ປະເສີດ​ນອກ​ຈາກ​ພຣະເຈົ້າ​ອົງ​ດຽວ​ເທົ່ານັ້ນ.</verse>
				<verse number="19">ເຈົ້າ​ກໍ​ຮູ້ຈັກ​ພຣະບັນຍັດ​ແລ້ວ​ວ່າ, ‘ຢ່າ​ຂ້າ​ຄົນ, ຢ່າ​ຫລິ້ນຊູ້, ຢ່າ​ລັກ, ຢ່າ​ເປັນ​ພະຍານ​ບໍ່​ຈິງ, ຢ່າ​ສໍ້ໂກງ, ຈົ່ງ​ໃຫ້​ກຽດ​ພໍ່ ແລະ ແມ່​ຂອງ​ຕົນ’ ”.</verse>
				<verse number="20">ຊາຍ​ຄົນ​ນັ້ນ​ໄດ້​ຕອບ​ວ່າ, “ອາຈານ​ເອີຍ, ທັງໝົດ​ເຫລົ່ານີ້ ຂ້ານ້ອຍ​ໄດ້​ຖື​ຮັກສາ​ຕັ້ງ​ແຕ່​ເປັນ​ເດັກນ້ອຍ”.</verse>
				<verse number="21">ພຣະເຢຊູເຈົ້າ​ແນມເບິ່ງ​ລາວ​ດ້ວຍ​ຄວາມຮັກ ແລະ ກ່າວ​ວ່າ, “ເຈົ້າ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ​ຄື: ຈົ່ງ​ໄປ, ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ ແຈກຢາຍ​ໃຫ້​ແກ່​ຄົນຍາກຈົນ, ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ. ຫລັງຈາກນັ້ນ ຈົ່ງ​ຕາມ​ເຮົາ​ມາ”.</verse>
				<verse number="22">ເມື່ອ​ໄດ້​ຍິນ​ດັ່ງນັ້ນ​ໜ້າ​ຂອງ​ລາວ​ກໍ​ເສົ້າ​ລົງ. ລາວ​ຈາກ​ໄປ​ດ້ວຍ​ຄວາມທຸກໃຈ ເພາະ​ລາວ​ເປັນ​ຄົນຮັ່ງມີ​ຫລາຍ.</verse>
				<verse number="23">ພຣະເຢຊູເຈົ້າ​ແນມເບິ່ງ​ອ້ອມຮອບ​ແລ້ວ​ກ່າວ​ກັບ​ພວກສາວົກ​ວ່າ, “ມັນ​ຍາກ​ແທ້​ທີ່​ຄົນຮັ່ງມີ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ!”</verse>
				<verse number="24">ພວກສາວົກ​ຕ່າງ​ກໍ​ປະຫລາດໃຈ​ໃນ​ຄຳເວົ້າ​ຂອງ​ພຣະອົງ. ແຕ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ອີກ​ວ່າ, “ລູກ​ເອີຍ, ຍາກ​ຫລາຍ ​ທີ່​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ!</verse>
				<verse number="25">ໃຫ້​ອູດ​ໂຕ​ໜຶ່ງ​ລອດ​ຮູ​ເຂັມ​ຍັງ​ງ່າຍ​ກວ່າ​ຄົນຮັ່ງມີ​ຜູ້​ໜຶ່ງ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.</verse>
				<verse number="26">ພວກສາວົກ​ກໍ​ຍິ່ງ​ປະຫລາດ​ໃຈ​ຫລາຍ​ຂຶ້ນ ຈຶ່ງ​ເວົ້າ​ກັນ​ວ່າ, “ຖ້າ​ຢ່າງ​ນັ້ນ ຜູ້ໃດ​ສາມາດ​ພົ້ນ​ໄດ້?”</verse>
				<verse number="27">ພຣະເຢຊູເຈົ້າ​ແນມເບິ່ງ​ພວກເພິ່ນ ແລະ ກ່າວ​ວ່າ, “ສຳລັບ​ມະນຸດ​ກໍ​ເປັນ​ໄປ​ບໍ່​ໄດ້ ແຕ່​ສຳລັບ​ພຣະເຈົ້າ​ທຸກສິ່ງ​ເປັນ​ໄປ​ໄດ້”.</verse>
				<verse number="28">ແລ້ວ​ເປໂຕ​ກໍ​ກ່າວ​ຂຶ້ນ​ວ່າ, “ພວກຂ້ານ້ອຍ​ໄດ້​ປະຖິ້ມ​ທຸກ​ສິ່ງ​ເພື່ອ​ຕິດຕາມ​ພຣະອົງ!”</verse>
				<verse number="29">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ທີ່​ໄດ້​ປະຖິ້ມ​ເຮືອນ ຫລື ອ້າຍ​ເອື້ອຍ​ນ້ອງ ຫລື ພໍ່ແມ່ ຫລື ລູກ ຫລື ໄຮ່ນາ​ຂອງ​ຕົນ​ເພື່ອ​ເຮົາ ແລະ ເພື່ອ​ຂ່າວປະເສີດ</verse>
				<verse number="30">ຜູ້​ນັ້ນ​ຈະ​ໄດ້​ຮັບ​ຜົນຕອບແທນ​ຮ້ອຍ​ເທົ່າ​ໃນ​ຍຸກ​ນີ້​ຄື: ເຮືອນ, ອ້າຍ​ເອື້ອຍ​ນ້ອງ, ພໍ່ແມ່, ລູກ, ໄຮ່ນາ, ລວມ​ທັງ​ການຂົ່ມເຫັງ ແລະ ໃນ​ຍຸກ​ໜ້າ​ຈະ​ໄດ້​ຊີວິດ​ນິລັນດອນ.</verse>
				<verse number="31">ແຕ່​ມີ​ຫລາຍ​ຄົນ​ທີ່​ເປັນ​ຜູ້ຕົ້ນ​ຈະ​ກັບ​ເປັນ​ຜູ້ປາຍ ແລະ ຜູ້ປາຍ​ຈະ​ກັບ​ເປັນ​ຜູ້ຕົ້ນ”.</verse>
				<verse number="32">ພວກເພິ່ນ​ກຳລັງ​ເດີນທາງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ, ໂດຍ​ມີ​ພຣະເຢຊູເຈົ້າ​ນຳໜ້າ​ພວກເພິ່ນ​ໄປ, ແລະ ພວກສາວົກ​ກໍ​ພາກັນ​ປະຫລາດໃຈ, ສ່ວນ​ຄົນ​ທີ່​ມາ​ຕາມຫລັງ​ນັ້ນ​ຕ່າງ​ກໍ​ມີ​ຄວາມຢ້ານ. ແລ້ວ​ພຣະເຢຊູເຈົ້າ​ກໍ​ພາ​ພວກສາວົກ​ທັງ​ສິບສອງ​ຄົນ​ແຍກ​ອອກ​ໄປ​ຕ່າງຫາກ​ອີກ ແລະ ກ່າວ​ເຖິງ​ສິ່ງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ກັບ​ພຣະອົງ​ວ່າ,</verse>
				<verse number="33">“ພວກເຮົາ​ກຳລັງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ ແລະ ບຸດມະນຸດ​ຈະ​ຖືກ​ມອບ​ໄວ້​ກັບ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ. ພວກເຂົາ​ຈະ​ລົງໂທດ​ພຣະອົງ​ໃຫ້​ເຖິງ​ຕາຍ ແລະ ຈະ​ມອບ​ພຣະອົງ​ໃຫ້​ກັບ​ຄົນຕ່າງຊາດ,</verse>
				<verse number="34">ພວກເຂົາ​ຈະ​ເຢາະເຢີ້ຍ​ພຣະອົງ ແລະ ຈະ​ຖົ່ມ​ນ້ຳລາຍ​ໃສ່​ພຣະອົງ, ຈະ​ຂ້ຽນຕີ​ພຣະອົງ ແລະ ຈະ​ຂ້າ​ພຣະອົງ. ສາມ​ວັນ​ຕໍ່ມາ​ພຣະອົງ​ຈະ​ເປັນຄືນມາ”.</verse>
				<verse number="35">ແລ້ວ​ຢາໂກໂບ ແລະ ໂຢຮັນ​ລູກຊາຍ​ຂອງ​ເຊເບດາຍ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ ເວົ້າ​ວ່າ, “ອາຈານ​ເອີຍ, ພວກຂ້ານ້ອຍ​ຢາກ​ໃຫ້​ທ່ານ​ເຮັດ​ຕາມ​ຄຳຂໍ​ຂອງ​ພວກຂ້ານ້ອຍ”.</verse>
				<verse number="36">ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ຕ້ອງການ​ໃຫ້​ເຮົາ​ເຮັດ​ຫຍັງ​ໃຫ້​ພວກເຈົ້າ?”</verse>
				<verse number="37">ພວກເພິ່ນ​ຕອບ​ວ່າ, “ເມື່ອ​ພຣະອົງ​ໄດ້​ຮັບ​ສະຫງ່າລາສີ ຂໍ​ໃຫ້​ພວກຂ້ານ້ອຍ​ໄດ້​ນັ່ງ​ທີ່​ເບື້ອງຂວາ​ຂອງ​ພຣະອົງ ແລະ ອີກ​ຄົນ​ໜຶ່ງ​ນັ່ງ​ທີ່​ເບື້ອງຊ້າຍ​ຂອງ​ພຣະອົງ”.</verse>
				<verse number="38">ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ບໍ່​ຮູ້ຈັກ​ໃນ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ຂໍ​ນັ້ນ ຈອກ​ທີ່​ເຮົາ​ຈະ​ດື່ມ​ນັ້ນ​ພວກເຈົ້າ​ຈະ​ດື່ມ​ໄດ້​ບໍ? ແລະ ບັບຕິສະມາ​ທີ່​ເຮົາ​ຮັບ​ນັ້ນ​ພວກເຈົ້າ​ຈະ​ຮັບ​ໄດ້​ບໍ?”</verse>
				<verse number="39">ພວກເພິ່ນ​ຕອບ​ວ່າ, “ໄດ້​ພຣະອົງ​ເຈົ້າ”. ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຈະ​ໄດ້​ດື່ມ​ຈາກ​ຈອກ​ທີ່​ເຮົາ​ດື່ມ​ແທ້ ແລະ ບັບຕິສະມາ​ທີ່​ເຮົາ​ຮັບ ພວກເຈົ້າ​ກໍ​ຕ້ອງ​ໄດ້​ຮັບ​ແທ້,</verse>
				<verse number="40">ແຕ່​ການ​ນັ່ງ​ທີ່​ເບື້ອງຂວາ ຫລື ເບື້ອງຊ້າຍ​ຂອງ​ເຮົາ​ນັ້ນ​ບໍ່​ແມ່ນ​ເຮົາ​ຈະ​ເປັນ​ຜູ້​ອະນຸຍາດ. ບ່ອນ​ເຫລົ່ານັ້ນ​ເປັນ​ຂອງ​ບັນດາ​ຜູ້​ທີ່​ໄດ້​ຖືກ​ຈັດຕຽມ​ໄວ້​ແລ້ວ”.</verse>
				<verse number="41">ເມື່ອ​ສາວົກ​ອີກ​ສິບ​ຄົນ​ໄດ້​ຍິນ​ເຖິງ​ເລື່ອງ​ນີ້​ແລ້ວ ພວກເພິ່ນ​ກໍ​ບໍ່​ພໍໃຈ​ກັບ​ຢາໂກໂບ ແລະ ໂຢຮັນ.</verse>
				<verse number="42">ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ພວກສາວົກ​ມາ​ພ້ອມໜ້າ​ກັນ ແລະ ກ່າວ​ວ່າ, “ພວກເຈົ້າ​ທັງຫລາຍ​ຕ່າງ​ກໍ​ຮູ້​ດີ​ວ່າ​ບັນດາ​ຜູ້​ທີ່​ຖື​ວ່າ​ເປັນ​ຜູ້ປົກຄອງ​ຂອງ​ຄົນຕ່າງຊາດ​ຍ່ອມ​ເປັນ​ນາຍ​ເໜືອ​ພວກເຂົາ ແລະ ເຈົ້າໜ້າທີ່​ຊັ້ນໃຫຍ່​ກໍ​ໃຊ້​ສິດອຳນາດ​ເໜືອ​ພວກເຂົາ.</verse>
				<verse number="43">ແຕ່​ສຳລັບ​ພວກເຈົ້າ​ບໍ່​ເປັນ​ດັ່ງນັ້ນ ກົງກັນຂ້າມ, ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຢາກ​ເປັນ​ໃຫຍ່ ຜູ້​ນັ້ນ​ຕ້ອງ​ເປັນ​ຜູ້ຮັບໃຊ້​ພວກເຈົ້າ​ທັງຫລາຍ,</verse>
				<verse number="44">ແລະ ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຢາກ​ເປັນ​ເອກ ຜູ້​ນັ້ນ​ຕ້ອງ​ເປັນ​ຜູ້ຮັບໃຊ້​ຂອງ​ທຸກຄົນ.</verse>
				<verse number="45">ເພາະ​ແມ່ນ​ແຕ່​ບຸດມະນຸດ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນ​ຮັບໃຊ້, ແຕ່​ມາ​ເພື່ອ​ຮັບໃຊ້, ແລະ ສະຫລະ​ຊີວິດ​ຂອງ​ພຣະອົງ​ເປັນ​ຄ່າໄຖ່​ເພື່ອ​ຄົນ​ທັງຫລາຍ”.</verse>
				<verse number="46">ຫລັງຈາກ​ນັ້ນ ພວກເພິ່ນ​ກໍ​ມາ​ຮອດ​ເມືອງ​ເຢຣີໂກ. ຂະນະ​ທີ່​ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ພ້ອມ​ກັບ​ປະຊາຊົນ​ກຸ່ມ​ໃຫຍ່​ກຳລັງ​ຈະ​ອອກຈາກ​ເມືອງ, ມີ​ຊາຍ​ຕາບອດ​ຄົນ​ໜຶ່ງ​ຊື່​ວ່າ​ບາຣະຕີມາຍ (ທີ່​ເປັນ​ລູກຊາຍ​ຂອງ​ຕີມາຍ) ນັ່ງ​ຂໍທານ​ຢູ່​ແຄມທາງ.</verse>
				<verse number="47">ເມື່ອ​ລາວ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ກຳລັງ​ມາ​ໃກ້, ລາວ​ກໍ​ຮ້ອງສຽງດັງ​ຂຶ້ນ​ວ່າ, “ພຣະເຢຊູເຈົ້າ ບຸດ​ດາວິດ, ຂໍ​ເມດຕາ​ຂ້ານ້ອຍ​ດ້ວຍ!”</verse>
				<verse number="48">ມີ​ຫລາຍ​ຄົນ​ໄດ້​ຫ້າມ​ໄວ້ ແລະ ບອກ​ລາວ​ໃຫ້​ມິດ​ຢູ່, ແຕ່​ລາວ​ຍິ່ງ​ຮ້ອງ​ດັງ​ຂຶ້ນ​ກວ່າ​ເກົ່າ​ວ່າ, “ບຸດ​ດາວິດ​ເອີຍ, ຂໍ​ເມດຕາ​ຂ້ານ້ອຍ​ດ້ວຍ!”</verse>
				<verse number="49">ພຣະເຢຊູເຈົ້າ​ຈຶ່ງ​ຢຸດ ແລະ ກ່າວ​ວ່າ, “ຈົ່ງ​ເອີ້ນ​ລາວ​ມາ”. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ເອີ້ນ​ເອົາ​ຊາຍ​ຕາບອດ​ນັ້ນ​ມາ ແລະ ເວົ້າ​ວ່າ, “ຈົ່ງ​ດີໃຈ! ແລະ ລຸກຂຶ້ນ! ພຣະອົງ​ກຳລັງ​ເອີ້ນ​ເຈົ້າ”.</verse>
				<verse number="50">ລາວ​ຈຶ່ງ​ໂຍນ​ເສື້ອຄຸມ​ຂອງ​ຕົນ​ຖິ້ມ ແລ້ວ​ຟ້າວ​ກະໂດດ​ໄປ​ຫາ​ພຣະເຢຊູເຈົ້າ.</verse>
				<verse number="51">ພຣະອົງ​ຖາມ​ລາວ​ວ່າ, “ເຈົ້າ​ຕ້ອງການ​ໃຫ້​ເຮົາ​ເຮັດ​ຫຍັງ​ໃຫ້​ເຈົ້າ?” ລາວ​ຈຶ່ງ​ຕອບ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ຢາກ​ເບິ່ງ​ເຫັນ”.</verse>
				<verse number="52">ພຣະເຢຊູເຈົ້າ​ກ່າວ​ວ່າ, “ໄປ​ສາ, ຄວາມເຊື່ອ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ຫາຍດີ​ແລ້ວ”. ໃນທັນໃດນັ້ນ​ລາວ​ກໍ​ເຫັນຮຸ່ງ ແລະ ຕິດຕາມ​ພຣະເຢຊູເຈົ້າ​ໄປ​ຕາມ​ທາງ.</verse>
			</chapter>
			<chapter number="11">
				<verse number="1">ເມື່ອ​ພຣະເຢຊູເຈົ້າ ແລະ ພວກສາວົກ​ເຂົ້າ​ມາ​ໃກ້​ນະຄອນ​ເຢຣູຊາເລັມ​ແລ້ວ ກໍ​ມາ​ຮອດ​ບ້ານ​ເບັດຟາເຄ ແລະ ບ້ານ​ເບັດທານີ​ທີ່​ພູເຂົາ​ໝາກກອກ, ພຣະເຢຊູເຈົ້າ​ໄດ້​ໃຊ້​ສາວົກ​ສອງ​ຄົນ​ຂອງ​ພຣະອົງ​ລ່ວງໜ້າ​ໄປ​ກ່ອນ,</verse>
				<verse number="2">ໂດຍ​ສັ່ງ​ພວກເພິ່ນ​ວ່າ, “ຈົ່ງ​ໄປ​ໃນ​ບ້ານ​ທີ່​ຢູ່​ຕໍ່ໜ້າ​ພວກເຈົ້າ​ນັ້ນ ເມື່ອ​ເຂົ້າ​ໄປ​ແລ້ວ​ພວກເຈົ້າ​ຈະ​ພົບ​ລໍນ້ອຍ​ໂຕ​ໜຶ່ງ​ທີ່​ຖືກ​ມັດ​ຢູ່ ເຊິ່ງ​ຍັງ​ບໍ່​ເຄີຍ​ມີ​ຜູ້ໃດ​ໄດ້​ຂຶ້ນ​ຂີ່​ຈັກ​ເທື່ອ. ຈົ່ງ​ແກ້​ເຊືອກ​ອອກ ແລ້ວ​ຈູງ​ມາ​ທີ່​ນີ້.</verse>
				<verse number="3">ຖ້າ​ມີ​ຜູ້ໃດ​ຖາມ​ວ່າ, ‘ເປັນຫຍັງ​ຈຶ່ງ​ເຮັດ​ແນວ​ນີ້?’ ຈົ່ງ​ບອກ​ວ່າ, ‘ອົງພຣະຜູ້ເປັນເຈົ້າ​ຕ້ອງການ ແລະ ບໍ່​ດົນ​ກໍ​ຈະ​ສົ່ງ​ມັນ​ຄືນ​ມາ​ບ່ອນ​ນີ້’”.</verse>
				<verse number="4">ແລ້ວ​ພວກສາວົກ​ທັງ​ສອງ​ຈຶ່ງ​ໄປ ແລະ ກໍ​ພົບ​ລໍນ້ອຍ​ໂຕ​ໜຶ່ງ​ຢູ່​ແຄມທາງ​ທີ່​ຖືກ​ມັດ​ໄວ້​ຢູ່​ໃກ້​ປະຕູເຮືອນ. ຂະນະ​ທີ່​ພວກເພິ່ນ​ກຳລັງ​ແກ້ເຊືອກ​ຢູ່​ນັ້ນ,</verse>
				<verse number="5">ມີ​ບາງຄົນ​ທີ່​ຢືນ​ຢູ່​ໃນ​ທີ່​ນັ້ນ​ຖາມ​ວ່າ, “ພວກເຈົ້າ​ກຳລັງ​ເຮັດ​ຫຍັງ? ພວກເຈົ້າ​ແກ້ເຊືອກ​ເອົາ​ລໍນ້ອຍ​ນັ້ນ​ໄປ​ເຮັດ​ຫຍັງ?”</verse>
				<verse number="6">ພວກເພິ່ນ​ຈຶ່ງ​ຕອບ​ຕາມ​ທີ່​ພຣະເຢຊູເຈົ້າ​ໄດ້​ສັ່ງ​ໄວ້, ແລ້ວ​ຄົນ​ເຫລົ່ານັ້ນ​ຈຶ່ງ​ຍອມ​ໃຫ້​ພວກເພິ່ນ​ເອົາ​ໄປ.</verse>
				<verse number="7">ພວກເພິ່ນ​ໄດ້​ຈູງ​ລໍນ້ອຍ​ນັ້ນ​ມາ​ຫາ​ພຣະເຢຊູເຈົ້າ ແລ້ວ​ພວກເພິ່ນ​ກໍ​ເອົາ​ເສື້ອຄຸມ​ຂອງ​ຕົນ​ປູ​ເທິງ​ຫລັງ​ລໍ, ພຣະອົງ​ຂຶ້ນ​ນັ່ງ​ຢູ່​ເທິງ​ຫລັງ​ລໍນ້ອຍ​ນັ້ນ.</verse>
				<verse number="8">ມີ​ປະຊາຊົນ​ຫລາຍ​ຄົນ​ໄດ້​ເອົາ​ເສື້ອຄຸມ​ຂອງ​ຕົນ​ປູ​ລົງ​ຕາມ​ຫົນທາງ, ແລະ ບາງຄົນ​ກໍ​ໄດ້​ຕັດ​ເອົາ​ງ່າໄມ້​ຕາມ​ທົ່ງນາ​ມາ​ປູ​ຕາມ​ຫົນທາງ.</verse>
				<verse number="9">ບັນດາ​ຄົນ​ທີ່​ຍ່າງ​ນຳໜ້າ​ໄປ​ກ່ອນ ແລະ ບັນດາ​ຄົນ​ທີ່​ຕາມຫລັງ​ພຣະເຢຊູເຈົ້າ​ໄປ​ຕ່າງ​ກໍ​ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ! “ສັນລະເສີນ​ພຣະອົງ​ຜູ້​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ!”</verse>
				<verse number="10">“ຂໍ​ໃຫ້​ອານາຈັກ​ຂອງ​ດາວິດ​ບັນພະບຸລຸດ​ຂອງ​ພວກເຮົາ​ທີ່​ຈະ​ມາ​ນີ້ ຈົ່ງ​ຈະເລີນ!” “ໂຮຊັນນາ​ໃນ​ສະຫວັນ​ສູງສຸດ!”</verse>
				<verse number="11">ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ນະຄອນ​ເຢຣູຊາເລັມ ແລ້ວ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ. ພຣະອົງ​ໄດ້​ຫລຽວເບິ່ງ​ທຸກສິ່ງ, ແຕ່​ເນື່ອງ​ຈາກ​ວ່າ​ໃກ້​ຄ່ຳ​ແລ້ວ ພຣະອົງ​ຈຶ່ງ​ກັບ​ໄປ​ຍັງ​ບ້ານ​ເບັດທານີ​ກັບ​ພວກສາວົກ​ທັງ​ສິບສອງ​ຄົນ.</verse>
				<verse number="12">ໃນ​ວັນ​ຕໍ່ມາ ຂະນະ​ທີ່​ພຣະເຢຊູເຈົ້າ​ກັບ​ພວກສາວົກ​ກຳລັງ​ອອກ​ຈາກ​ບ້ານ​ເບັດທານີ​ໄປ, ພຣະເຢຊູເຈົ້າ​ຫິວເຂົ້າ.</verse>
				<verse number="13">ພຣະອົງ​ເຫັນ​ຕົ້ນ​ໝາກເດື່ອ​ຕົ້ນ​ໜຶ່ງ​ທີ່​ມີ​ໃບ​ດົກໜາ​ດີ ແລະ ພຣະອົງ​ກໍ​ໄປ​ເບິ່ງ​ວ່າ​ມັນ​ມີ​ໝາກ​ບໍ່. ແຕ່​ເມື່ອ​ພຣະອົງ​ໄປ​ເຖິງ​ຕົ້ນ​ໝາກເດື່ອ​ແລ້ວ​ກໍ​ພົບ​ວ່າ​ບໍ່​ມີ​ໝາກ​ມີ​ແຕ່​ໃບ​ເທົ່ານັ້ນ ເພາະ​ບໍ່​ແມ່ນ​ລະດູ​ເກີດ​ໝາກ</verse>
				<verse number="14">ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ຕໍ່​ຕົ້ນໝາກເດື່ອ​ນັ້ນ​ວ່າ, “ຕັ້ງແຕ່​ນີ້​ໄປ ຢ່າ​ໃຫ້​ຜູ້ໃດ​ໄດ້​ກິນ​ໝາກ​ຂອງ​ມຶງ​ອີກ​ຈັກ​ເທື່ອ”. ແລະ ພວກສາວົກ​ຂອງ​ພຣະອົງ​ກໍ​ໄດ້​ຍິນ​ຄຳ​ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ.</verse>
				<verse number="15">ເມື່ອ​ມາ​ເຖິງ​ນະຄອນ​ເຢຣູຊາເລັມ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ ພຣະອົງ​ໄດ້​ເລີ່ມ​ຂັບໄລ່​ບັນດາ​ຄົນ​ທີ່​ຊື້ ແລະ ຂາຍ​ຢູ່​ທີ່​ນັ້ນ​ອອກໄປ. ພຣະອົງ​ໄດ້​ຂວ້ຳ​ໂຕະ​ຂອງ​ຄົນ​ຮັບ​ແລກປ່ຽນ​ເງິນ ແລະ ຕັ່ງ​ນັ່ງ​ຂອງ​ຄົນ​ຂາຍ​ນົກເຂົາ,</verse>
				<verse number="16">ແລະ ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜູ້ໃດ​ຂົນ​ສິນຄ້າ​ຜ່ານ​ເດີ່ນ​ວິຫານ.</verse>
				<verse number="17">ແລ້ວ​ພຣະອົງ​ກໍ​ໄດ້​ສັ່ງສອນ​ພວກເຂົາ​ວ່າ, “ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ບໍ່​ແມ່ນ​ບໍ​ວ່າ: “‘ວິຫານ​ຂອງ​ເຮົາ​ຈະ​ເປັນ​ທີ່​ເອີ້ນ​ວ່າ​ວິຫານ​ແຫ່ງ​ການອະທິຖານ​ສຳລັບ​ຄົນ​ທຸກ​ຊາດ’? ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ກາຍເປັນ ‘ຖ້ຳໂຈນ’ ”.</verse>
				<verse number="18">ເມື່ອ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ຍິນ​ຢ່າງ​ນັ້ນ ພວກເຂົາ​ຈຶ່ງ​ເລີ່ມ​ຊອກຫາ​ທາງ​ທີ່​ຈະ​ຂ້າ​ພຣະອົງ, ພວກເຂົາ​ຢ້ານ​ພຣະອົງ, ເພາະ​ປະຊາຊົນ​ທັງໝົດ​ກໍ​ປະຫລາດໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ.</verse>
				<verse number="19">ພໍ​ຕອນ​ຄ່ຳ​ມາ ພຣະເຢຊູເຈົ້າ ແລະ ພວກສາວົກ ​ຂອງ​ພຣະອົງ​ກໍ​ອອກຈາກ​ເມືອງ.</verse>
				<verse number="20">ໃນ​ຕອນເຊົ້າ ຂະນະ​ທີ່​ພວກເພິ່ນ​ມາ​ຕາມ​ທາງ, ພວກເພິ່ນ​ໄດ້​ເຫັນ​ຕົ້ນໝາກເດື່ອ​ຫ່ຽວແຫ້ງ​ໄປ​ຈົນ​ເຖິງ​ຮາກ.</verse>
				<verse number="21">ເປໂຕ​ຈື່​ໄດ້ ແລະ ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ຣັບບີ​ເອີຍ, ເບິ່ງ​ແມ! ຕົ້ນ​ໝາກເດື່ອ​ທີ່​ພຣະອົງ​ສາບແຊ່ງ​ນັ້ນ​ໄດ້​ຫ່ຽວແຫ້ງ​ໄປ​ແລ້ວ!”</verse>
				<verse number="22">ພຣະເຢຊູເຈົ້າ​ຕອບ​ວ່າ, “ຈົ່ງ​ມີ​ຄວາມເຊື່ອ ​ໃນ​ພຣະເຈົ້າ,</verse>
				<verse number="23">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ກໍ​ຕາມ​ທີ່​ສັ່ງ​ພູເຂົາ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນຍ້າຍ​ລົງ​ໄປ​ສູ່​ທະເລ’ ແລະ ບໍ່​ມີ​ຄວາມ​ສົງໄສ​ໃນ​ໃຈ ແຕ່​ເຊື່ອ​ວ່າ​ຈະ​ເປັນ​ໄປ​ຕາມ​ທີ່​ພວກເຂົາ​ເວົ້າ ແລ້ວ​ກໍ​ຈະ​ເປັນ​ຈິງ​ຕາມ​ນັ້ນ.</verse>
				<verse number="24">ດ້ວຍເຫດນັ້ນ ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ອະທິຖານ​ຂໍ ຈົ່ງ​ເຊື່ອ​ວ່າ​ພວກເຈົ້າ​ໄດ້​ຮັບ​ແລ້ວ ແລະ ພວກເຈົ້າ​ຈະ​ໄດ້​ຮັບ​ສິ່ງ​ນັ້ນ.</verse>
				<verse number="25">ແລະ ເມື່ອ​ພວກເຈົ້າ​ຢືນ​ອະທິຖານ, ຖ້າ​ພວກເຈົ້າ​ມີ​ເລື່ອງ​ກັບ​ຜູ້ໃດ​ຜູ້​ໜຶ່ງ ຈົ່ງ​ຍົກໂທດ​ໃຫ້​ພວກເຂົາ ເພື່ອ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ​ຈະ​ຍົກໂທດ​ບາບ​ຂອງ​ພວກເຈົ້າ ”.</verse>
				<verse number="26">ແຕ່​ຖ້າ​ພວກເຈົ້າ​ບໍ່​ຍອມ​ຍົກໂທດ ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ​ກໍ​ຈະ​ບໍ່​ຍົກໂທດ​ບາບ​ຂອງ​ພວກເຈົ້າ​ເໝືອນກັນ.</verse>
				<verse number="27">ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ໄດ້​ກັບຄືນ​ເຂົ້າໄປ​ໃນ​ນະຄອນ​ເຢຣູຊາເລັມ​ອີກ​ເທື່ອ​ໜຶ່ງ ແລະ ໃນຂະນະ​ທີ່​ພຣະເຢຊູເຈົ້າ​ໄດ້​ຍ່າງ​ເຂົ້າໄປ​ໃນ​ເດີ່ນ​ວິຫານ ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ກໍ​ມາ​ຫາ​ພຣະອົງ,</verse>
				<verse number="28">ພວກເຂົາ​ໄດ້​ຖາມ​ວ່າ “ເຈົ້າ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ? ແລະ ຜູ້ໃດ​ໃຫ້​ສິດອຳນາດ​ແກ່​ເຈົ້າ​ເຮັດ​ສິ່ງ​ນີ້?”</verse>
				<verse number="29">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ຈະ​ຖາມ​ພວກເຈົ້າ​ຂໍ້​ໜຶ່ງ​ເໝືອນກັນ. ຈົ່ງ​ຕອບ​ເຮົາ ແລະ ເຮົາ​ຈະ​ບອກ​ພວກເຈົ້າ​ວ່າ​ເຮົາ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ.</verse>
				<verse number="30">ບັບຕິສະມາ​ຂອງ​ໂຢຮັນ​ນັ້ນ​ມາ​ຈາກ​ສະຫວັນ ຫລື ມາ​ຈາກ​ມະນຸດ? ຈົ່ງ​ບອກ​ເຮົາ​ມາ​ເບິ່ງ​ດູ!”</verse>
				<verse number="31">ພວກເຂົາ​ໄດ້​ປຶກສາ​ກັນ​ເອງ ແລະ ເວົ້າ​ວ່າ, “ຖ້າ​ພວກເຮົາ​ຕອບ​ວ່າ ‘ມາ​ຈາກ​ສະຫວັນ’ ລາວ​ກໍ​ຈະ​ຖາມ​ວ່າ, ‘ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ໂຢຮັນ?’</verse>
				<verse number="32">ແຕ່​ຖ້າ​ພວກເຮົາ​ເວົ້າ​ວ່າ, ‘ມາ​ຈາກ​ມະນຸດ’…” (ພວກເຂົາ​ຢ້ານ​ປະຊາຊົນ ເພາະ​ທຸກຄົນ​ຖືວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ​ແທ້ໆ.)</verse>
				<verse number="33">ດັ່ງນັ້ນ, ພວກເຂົາ​ຈຶ່ງ​ຕອບ​ພຣະເຢຊູເຈົ້າ​ວ່າ, “ພວກເຮົາ​ບໍ່​ຮູ້ຈັກ”. ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ເຮົາ​ກໍ​ຈະ​ບໍ່​ບອກ​ພວກເຈົ້າ​ເໝືອນກັນ​ວ່າ​ເຮົາ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ”.</verse>
			</chapter>
			<chapter number="12">
				<verse number="1">ແລ້ວ​ພຣະເຢຊູເຈົ້າ​ກໍ​ໄດ້​ເລີ່ມຕົ້ນ​ກ່າວ​ແກ່​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ: “ມີ​ຊາຍ​ຄົນ​ໜຶ່ງ​ເຮັດ​ສວນອະງຸ່ນ. ເພິ່ນ​ໄດ້​ເຮັດ​ຮົ້ວ​ອ້ອມສວນ​ໄວ້, ເຈາະ​ອ່າງ​ເພື່ອ​ໃຊ້​ເປັນ​ບ່ອນ​ຢຽບ​ເອົາ​ນໍ້າອະງຸ່ນ ແລະ ໄດ້​ສ້າງ​ຫໍຄອຍ​ໄວ້​ເພື່ອ​ເຝົ້າຍາມ. ຫລັງຈາກນັ້ນ ເພິ່ນ​ໄດ້​ໃຫ້​ພວກຊາວສວນ​ເຊົ່າ ແລ້ວ​ເພິ່ນ​ກໍ​ຍ້າຍ​ອອກ​ໄປ​ບ່ອນ​ອື່ນ.</verse>
				<verse number="2">ເມື່ອ​ເຖິງ​ລະດູ​ເກັບກ່ຽວ​ເພິ່ນ​ກໍ​ສົ່ງ​ຜູ້ຮັບໃຊ້​ຄົນ​ໜຶ່ງ​ໄປ​ຫາ​ພວກຄົນເຊົ່າສວນ ເພື່ອ​ຮັບ​ສ່ວນແບ່ງ​ຂອງ​ຜົນລະປູກ​ຈາກ​ສວນອະງຸ່ນ​ນຳ​ພວກເຂົາ.</verse>
				<verse number="3">ແຕ່​ພວກຄົນເຊົ່າສວນ​ໄດ້​ຈັບ​ລາວ​ມາ, ຂ້ຽນຕີ ແລະ ສົ່ງ​ລາວ​ກັບ​ໄປ​ມື​ເປົ່າ.</verse>
				<verse number="4">ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຜູ້ຮັບໃຊ້​ຄົນ​ອື່ນ​ໄປ​ຫາ​ພວກເຂົາ​ອີກ ພວກເຂົາ​ກໍ​ຟາດ​ຫົວ​ຂອງ​ຄົນ​ນັ້ນ ແລະ ເຮັດ​ໃຫ້​ລາວ​ອັບອາຍຂາຍໜ້າ.</verse>
				<verse number="5">ເພິ່ນ​ກໍ​ຍັງ​ສົ່ງ​ຜູ້ຮັບໃຊ້​ຄົນ​ອື່ນ​ໄປ​ອີກ ແລະ ພວກເຂົາ​ກໍ​ຂ້າ​ຄົນ​ນັ້ນ​ເສຍ. ເຈົ້າຂອງສວນ​ກໍ​ຍັງ​ສົ່ງ​ຄົນຮັບໃຊ້​ໄປ​ອີກ​ຫລາຍໆ​ຄົນ, ພວກເຮົາ​ກໍ​ຂ້ຽນຕີ​ບາງຄົນ ແລະ ພວກເຂົາ​ກໍ​ຂ້າ​ບາງຄົນ.</verse>
				<verse number="6">“ເພິ່ນ​ຈຶ່ງ​ເຫລືອ​ແຕ່​ຄົນ​ດຽວ​ທີ່​ຈະ​ໃຊ້​ມາ​ຄື​ລູກຊາຍ ຜູ້​ທີ່​ເພິ່ນ​ຮັກ. ເພິ່ນ​ຈຶ່ງ​ສົ່ງ​ລູກ​ຄົນ​ນັ້ນ​ໄປ​ເປັນ​ຄົນ​ສຸດທ້າຍ ໂດຍ​ກ່າວ​ວ່າ, ‘ພວກເຂົາ​ຈະ​ໃຫ້​ຄວາມເຄົາລົບ​ນັບຖື​ລູກຊາຍ​ຂອງ​ເຮົາ’.</verse>
				<verse number="7">“ແຕ່​ພວກ​ຄົນເຊົ່າສວນ​ເວົ້າ​ກັນ​ວ່າ, ‘ຄົນ​ນີ້​ເປັນ​ຜູ້ສືບທອດມໍລະດົກ. ໃຫ້​ພວກເຮົາ​ຂ້າ​ລາວ​ແລ້ວ​ມໍລະດົກ​ຈະ​ຕົກ​ເປັນ​ຂອງ​ພວກເຮົາ’.</verse>
				<verse number="8">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ລູກຊາຍ​ຂອງ​ເຈົ້າຂອງສວນ ແລະ ຂ້າ​ລາວ, ແລ້ວ​ພວກເຂົາ​ກໍ​ໂຍນ​ລາວ​ຖິ້ມ​ອອກ​ໄປ​ນອກ​ສວນອະງຸ່ນ.</verse>
				<verse number="9">“ພຣະເຢຊູເຈົ້າ​ຖາມ​ວ່າ ແລ້ວ​ເຈົ້າຂອງ​ສວນອະງຸ່ນ​ຈະ​ເຮັດ​ຢ່າງໃດ? ເພິ່ນ​ຈະ​ມາ​ຂ້າ​ພວກ​ຄົນເຊົ່າສວນ ແລະ ເອົາ​ສວນອະງຸ່ນ​ນັ້ນ​ໃຫ້​ຄົນ​ອື່ນ​ເຊົ່າ.</verse>
				<verse number="10">ພວກເຈົ້າ​ຍັງ​ບໍ່​ໄດ້​ອ່ານ​ພຣະຄຳພີ​ຂໍ້​ນີ້​ບໍ​ວ່າ: “‘ຫີນ​ທີ່​ຊ່າງ​ກໍ່​ໄດ້​ຖິ້ມ​ແລ້ວ ບັດນີ້​ກໍ​ໄດ້​ກາຍເປັນ​ຫີນເສົາເອກ,</verse>
				<verse number="11">ອົງພຣະຜູ້ເປັນເຈົ້າ​ໄດ້​ກະທຳ​ການ​ນີ້ ແລະ ເປັນ​ສິ່ງ​ທີ່​ອັດສະຈັນ​ໃນ​ສາຍຕາ​ຂອງ​ພວກເຮົາ ’”.</verse>
				<verse number="12">ດັ່ງນັ້ນ ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ຈຶ່ງ​ໄດ້​ຊອກຫາ​ທາງ​ທີ່​ຈະ​ຈັບ​ພຣະອົງ ພວກເຂົາ​ຮູ້ຈັກ​ວ່າ​ພຣະອົງ​ກ່າວ​ຄຳອຸປະມາ​ນີ້​ຕໍ່ສູ້​ພວກເຂົາ. ແຕ່​ຍ້ອນ​ພວກເຂົາ​ຢ້ານ​ປະຊາຊົນ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ຈາກ​ພຣະອົງ ແລະ ໄປ​ທາງ​ອື່ນ.</verse>
				<verse number="13">ແລ້ວ​ພວກເຂົາ​ກໍ​ໃຊ້​ຟາຣີຊາຍ​ບາງຄົນ ແລະ ກຸ່ມ​ສະໜັບສະໜູນ​ເຮໂຣດ​ມາ​ຫາ​ພຣະເຢຊູເຈົ້າ​ເພື່ອ​ຈັບຜິດ​ຖ້ອຍຄຳ​ຂອງ​ພຣະອົງ.</verse>
				<verse number="14">ພວກເຂົາ​ໄດ້​ມາ​ຫາ​ພຣະອົງ ແລະ ເວົ້າ​ວ່າ, “ອາຈານ​ເອີຍ, ພວກເຮົາ​ຮູ້​ວ່າ​ທ່ານ​ເປັນ​ຄົນສັດຊື່ ແລະ ທ່ານ​ບໍ່​ໄດ້​ຖືກ​ຊັກຈູງ​ໂດຍ​ຄົນ​ອື່ນ, ເພາະ​ທ່ານ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ, ແຕ່​ທ່ານ​ໄດ້​ສອນ​ທາງ​ຂອງ​ພຣະເຈົ້າ​ຕາມ​ຄວາມຈິງ. ເປັນ​ການ​ຖືກຕ້ອງ​ທີ່​ຈະ​ເສຍພາສີ​ໃຫ້​ແກ່​ກາຍຊາ​ບໍ?</verse>
				<verse number="15">ພວກເຮົາ​ຄວນ​ເສຍ ຫລື ພວກເຮົາ​ບໍ່​ຄວນ​ເສຍ?” ແຕ່​ພຣະເຢຊູເຈົ້າ​ຮູ້​ທັນ​ກົນອຸບາຍ​ຂອງ​ພວກເຂົາ ຈຶ່ງ​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ພະຍາຍາມ​ຈະ​ຈັບຜິດ​ເຮົາ? ຈົ່ງ​ນຳ​ເງິນ​ໜຶ່ງ​ຫລຽນ​ມາ​ໃຫ້​ເຮົາ​ເບິ່ງ​ດູ”.</verse>
				<verse number="16">ພວກເຂົາ​ກໍ​ເອົາ​ຫລຽນ​ມາ​ໃຫ້ ແລະ ພຣະອົງ​ກໍ​ຖາມ​ພວກເຂົາ​ວ່າ, “ຮູບ​ນີ້​ເປັນ​ຂອງ​ຜູ້ໃດ? ແລະ ຄຳຈາລຶກ​ນີ້​ເປັນ​ຂອງ​ຜູ້ໃດ?” ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ”.</verse>
				<verse number="17">ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຖວາຍ​ຄືນ​ໃຫ້​ແກ່​ພຣະເຈົ້າ”. ເມື່ອ​ທຸກຄົນ​ໄດ້​ຍິນ​ຄຳຕອບ​ຂອງ​ພຣະເຢຊູເຈົ້າ​ແລ້ວ ພວກເຂົາ​ຕ່າງ​ກໍ​ປະຫລາດໃຈ​ໃນ​ພຣະອົງ.</verse>
				<verse number="18">ແລ້ວ​ພວກ​ຊາດູກາຍ​ຜູ້​ທີ່​ກ່າວ​ວ່າ​ບໍ່​ມີ​ການເປັນຄືນມາຈາກຕາຍ ໄດ້​ມາ​ຖາມ​ພຣະເຢຊູເຈົ້າ.</verse>
				<verse number="19">ພວກເຂົາ​ເວົ້າ​ວ່າ, “ອາຈານ​ເອີຍ, ໂມເຊ​ໄດ້​ຂຽນ​ເປັນ​ຄຳສັ່ງ​ສຳລັບ​ພວກເຮົາ​ໄວ້​ວ່າ​ຖ້າ​ອ້າຍ​ຂອງ​ຊາຍ​ຜູ້​ໜຶ່ງ​ຕາຍ​ປະ​ເມຍ​ຂອງ​ຕົນ​ໂດຍ​ບໍ່​ມີ​ລູກ, ຊາຍ​ຄົນ​ນັ້ນ​ຈະ​ຕ້ອງ​ແຕ່ງງານ​ກັບ​ຍິງໝ້າຍ​ຄົນ​ນັ້ນ​ເພື່ອ​ຈະ​ມີ​ລູກ​ສືບເຊື້ອສາຍ​ໃຫ້​ອ້າຍ​ຂອງ​ຕົນ.</verse>
				<verse number="20">ຍັງ​ມີ​ອ້າຍນ້ອງ​ເຈັດ​ຄົນ. ຜູ້​ທີ​ໜຶ່ງ​ໄດ້​ແຕ່ງງານ ແລະ ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ.</verse>
				<verse number="21">ແລ້ວ​ຜູ້​ທີ​ສອງ​ກໍ​ໄດ້​ແຕ່ງງານ​ກັບ​ຍິງ​ນັ້ນ ແລະ ລາວ​ກໍ​ໄດ້​ຕາຍ​ໄປ​ອີກ​ໂດຍ​ບໍ່​ມີ​ລູກ. ຜູ້​ທີ​ສາມ​ກໍ​ເໝືອນກັນ.</verse>
				<verse number="22">ອ້າຍນ້ອງ​ທັງ​ເຈັດ​ໄດ້​ເອົາ​ຍິງ​ນັ້ນ​ມາ​ເປັນ​ເມຍ ແລະ ພວກເຂົາ​ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ, ແລ້ວ​ໃນ​ທີ່ສຸດ​ຍິງ​ນັ້ນ​ກໍ​ໄດ້​ຕາຍ​ໄປ​ເໝືອນກັນ.</verse>
				<verse number="23">ໃນ​ວັນ​ທີ່​ເປັນຄືນມາຈາກຕາຍ​ຍິງ​ຄົນ​ນີ້​ຈະ​ເປັນ​ເມຍ​ຂອງ​ຜູ້ໃດ? ດ້ວຍວ່າ​ຊາຍ​ທັງ​ເຈັດ​ຄົນ​ໄດ້​ເປັນ​ຜົວ​ຂອງ​ນາງ​ແລ້ວ”.</verse>
				<verse number="24">ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ບໍ່​ຜິດ​ເພາະ​ວ່າ​ພວກເຈົ້າ​ບໍ່​ຮູ້ຈັກ​ພຣະຄຳພີ ຫລື ລິດອຳນາດ​ຂອງ​ພຣະເຈົ້າ​ບໍ?</verse>
				<verse number="25">ເມື່ອ​ຄົນຕາຍ​ຄືນ​ສູ່​ຊີວິດ​ນັ້ນ​ຈະ​ບໍ່​ມີ​ການແຕ່ງງານ ຫລື ຍົກ​ໃຫ້​ເປັນ​ຜົວເມຍ​ກັນ​ອີກ ພວກເຂົາ​ຈະ​ເປັນ​ເໝືອນ​ເທວະດາ​ໃນ​ສະຫວັນ.</verse>
				<verse number="26">ສຳລັບ​ເລື່ອງ​ຄົນຕາຍ​ເປັນຄືນມາ​ນັ້ນ ພວກເຈົ້າ​ບໍ່​ເຄີຍ​ໄດ້​ອ່ານ​ຖ້ອຍຄຳ​ກ່ຽວກັບ​ເລື່ອງ​ຂອງ​ໂມເຊ ທີ່​ຟຸ່ມໄມ້​ມີ​ໄຟ​ລຸກໄໝ້​ນັ້ນ​ບໍ? ພຣະເຈົ້າ​ໄດ້​ກ່າວ​ກັບ​ເພິ່ນ​ດັ່ງນີ້, ‘ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ ພຣະເຈົ້າ​ຂອງ​ຢາໂຄບ’?</verse>
				<verse number="27">ພຣະອົງ​ບໍ່ແມ່ນ​ພຣະເຈົ້າ​ຂອງ​ຄົນຕາຍ, ແຕ່​ແມ່ນ​ພຣະເຈົ້າ​ຂອງ​ຄົນເປັນ. ພວກເຈົ້າ​ເຂົ້າໃຈ​ຜິດ​ຫລາຍ​ແລ້ວ!”</verse>
				<verse number="28">ມີ​ຄູສອນກົດບັນຍັດ​ຄົນ​ໜຶ່ງ​ໄດ້​ເຂົ້າ​ມາ ແລະ ໄດ້​ຍິນ​ພຣະເຢຊູເຈົ້າ​ກັບ​ພວກຊາດູກາຍ​ກຳລັງ​ຖົກຖຽງ​ກັນ​ຢູ່. ເຫັນ​ວ່າ​ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ໄດ້​ດີ, ລາວ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ໃນ​ບັນດາ​ກົດບັນຍັດ​ທັງໝົດ​ຂໍ້​ໃດ​ສຳຄັນ​ທີ່ສຸດ?”</verse>
				<verse number="29">ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຂໍ້​ທີ່​ສຳຄັນ​ທີ່ສຸດ​ຄື ‘ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ, ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ພວກເຮົາ, ອົງພຣະຜູ້ເປັນເຈົ້າ​ເປັນ​ໜຶ່ງ​ດຽວ.</verse>
				<verse number="30">ຈົ່ງ​ຮັກ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ ດ້ວຍ​ສຸດ​ຈິດ ດ້ວຍ​ສຸດ​ຄວາມຄິດ ແລະ ດ້ວຍ​ສຸດ​ກຳລັງ​ຂອງ​ເຈົ້າ’.</verse>
				<verse number="31">ສ່ວນ​ຂໍ້​ທີ​ສອງ​ຄື: ‘ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ’. ບໍ່​ມີ​ກົດບັນຍັດ​ຂໍ້​ໃດ​ທີ່​ໃຫຍ່​ກວ່າ​ສອງ​ຂໍ້​ນີ້”.</verse>
				<verse number="32">ຄູສອນກົດບັນຍັດ​ຄົນ​ນີ້​ຈຶ່ງ​ຕອບ​ວ່າ, “ທ່ານ​ອາຈານ​ຕອບ​ໄດ້​ດີ, ທີ່​ທ່ານ​ໄດ້​ກ່າວ​ນັ້ນ​ຖືກຕ້ອງ​ແລ້ວ​ທີ່​ວ່າ​ພຣະເຈົ້າ​ເປັນ​ໜຶ່ງ ແລະ ບໍ່​ມີ​ພະ​ອື່ນ​ນອກ​ຈາກ​ພຣະອົງ.</verse>
				<verse number="33">ການ​ທີ່​ຮັກ​ພຣະອົງ​ດ້ວຍ​ສຸດ​ຫົວໃຈ, ສຸດ​ຄວາມເຂົ້າໃຈ ແລະ ສຸດ​ກຳລັງ​ຂອງ​ທ່ານ ແລະ ການ​ທີ່​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ​ກໍ​ສຳຄັນ​ຫລາຍ​ກວ່າ​ເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍ​ທັງຫລາຍ”.</verse>
				<verse number="34">ເມື່ອ​ພຣະເຢຊູເຈົ້າ​ເຫັນ​ວ່າ​ລາວ​ຕອບ​ດ້ວຍ​ຄວາມສະຫລາດ ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ເຈົ້າ​ບໍ່​ໄດ້​ຢູ່​ໄກ​ຈາກ​ອານາຈັກ​ຂອງ​ພຣະເຈົ້າ”. ຕັ້ງແຕ່​ນັ້ນ​ມາ​ກໍ​ບໍ່​ມີ​ຜູ້ໃດ​ກ້າ​ຖາມ​ພຣະອົງ​ອີກ.</verse>
				<verse number="35">ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ, ພຣະອົງ​ໄດ້​ຖາມ​ວ່າ, “ດ້ວຍເຫດໃດ​ພວກ​ຄູສອນກົດບັນຍັດ​ຈຶ່ງ​ເວົ້າ​ໄດ້​ວ່າ​ພຣະຄຣິດເຈົ້າ ​ເປັນ​ບຸດ​ຂອງ​ດາວິດ?</verse>
				<verse number="36">ດາວິດ​ເອງ​ເມື່ອ​ກ່າວ​ໂດຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ປະກາດ​ວ່າ: “‘ພຣະເຈົ້າ​ໄດ້​ກ່າວ​ກັບ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ​ວ່າ: “ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາ ຈົນ​ກວ່າ​ເຮົາ​ຈະ​ປາບ​ສັດຕູ​ທັງຫລາຍ​ຂອງ​ເຈົ້າ ໃຫ້​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ”’.</verse>
				<verse number="37">ໃນ​ເມື່ອ​ກະສັດ​ດາວິດ​ເອງ​ຍັງ​ເອີ້ນ​ພຣະອົງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ’ ແລ້ວ​ພຣະອົງ​ຈະ​ເປັນ​ບຸດ​ຂອງ​ດາວິດ​ໄດ້​ຢ່າງໃດ?” ປະຊາຊົນ​ຈໍານວນ​ຫລວງຫລາຍ​ຟັງ​ພຣະອົງ​ດ້ວຍ​ຄວາມຊື່ນຊົມຍິນດີ.</verse>
				<verse number="38">ໃນ​ຂະນະ​ທີ່​ພຣະເຢຊູເຈົ້າ​ສັ່ງສອນ​ຢູ່​ນັ້ນ ພຣະອົງ​ໄດ້​ກ່າວ​ວ່າ, “ຈົ່ງ​ລະວັງ​ພວກ​ຄູສອນກົດບັນຍັດ​ໃຫ້​ດີ. ພວກເຂົາ​ມັກ​ນຸ່ງ​ເສື້ອຄຸມຍາວ​ຍ່າງ​ໄປ​ມາ ແລະ ມັກ​ໃຫ້​ຄົນ​ມາ​ຄຳນັບ​ທັກທາຍ​ໃນ​ບ່ອນຊຸມນຸມຊົນ,</verse>
				<verse number="39">ມັກ​ນັ່ງ​ໃນ​ບ່ອນນັ່ງ​ທີ່​ສຳຄັນ​ໃນ​ທຳມະສາລາ ແລະ ບ່ອນນັ່ງ​ທີ່​ມີ​ກຽດ​ໃນ​ງານກິນລ້ຽງ​ຕ່າງໆ.</verse>
				<verse number="40">ພວກເຂົາ​ສໍ້ໂກງ​ເອົາ​ເຮືອນ​ຂອງ​ບັນດາ​ແມ່ໝ້າຍ ແລະ ເຮັດ​ທຳທ່າ​ອະທິຖານ​ຢ່າງ​ຍືດຍາວ​ເພື່ອ​ໃຫ້​ຄົນ​ເຫັນ. ຄົນ​ເຫລົ່ານີ້​ຈະ​ຖືກ​ລົງໂທດ​ໜັກ​ທີ່ສຸດ”.</verse>
				<verse number="41">ພຣະເຢຊູເຈົ້າ​ນັ່ງ​ຢູ່​ກົງກັນຂ້າມ​ກັບ​ບ່ອນ​ທີ່​ຮັບ​ເງິນ​ຖວາຍ​ຂອງ​ວິຫານ​ນັ້ນ ແລະ ພຣະອົງ​ສັງເກດ​ເບິ່ງ​ປະຊາຊົນ​ປ່ອນ​ເງິນ​ຂອງ​ພວກເຂົາ​ລົງ​ໃສ່​ຄັງ​ວິຫານ. ຄົນຮັ່ງມີ​ຫລາຍຄົນ​ໄດ້​ປ່ອນ​ເງິນ​ລົງ​ຈໍານວນ​ຫລວງຫລາຍ.</verse>
				<verse number="42">ແຕ່​ແມ່ໝ້າຍ​ທີ່​ຍາກຈົນ​ຄົນ​ໜຶ່ງ​ໄດ້​ມາ ແລະ ປ່ອນ​ຫລຽນທອງແດງ​ຂະໜາດ​ນ້ອຍໆ​ສອງ​ຫລຽນ, ເຊິ່ງ​ມີ​ມູນຄ່າ​ເທົ່າກັບ​ສອງສາມ​ເຊັນ ​ເທົ່າ​ນັ້ນ​ລົງ​ຖວາຍ.</verse>
				<verse number="43">ພຣະເຢຊູເຈົ້າ​ເອີ້ນ​ພວກສາວົກ​ຂອງ​ພຣະອົງ​ມາ ແລະ ກ່າວ​ກັບ​ພວກເພິ່ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ແມ່ໝ້າຍ​ຍາກຈົນ​ຄົນ​ນີ້​ໄດ້​ຖວາຍ​ເຂົ້າ​ຄັງ​ວິຫານ​ຫລາຍກວ່າ​ຄົນ​ອື່ນ​ທັງໝົດ.</verse>
				<verse number="44">ເພາະ​ພວກເຂົາ​ທັງໝົດ​ລ້ວນ​ແຕ່​ເອົາ​ສ່ວນ​ໜຶ່ງ​ຈາກ​ຄວາມຮັ່ງມີ​ຂອງ​ພວກເຂົາ​ມາ​ຖວາຍ, ແຕ່​ແມ່ໝ້າຍ​ຄົນ​ນີ້​ໄດ້​ເອົາ​ທຸກສິ່ງ​ທີ່​ຕົນ​ມີ​ຢູ່​ສຳລັບ​ລ້ຽງ​ຊີວິດ​ມາ​ຖວາຍ”.</verse>
			</chapter>
			<chapter number="13">
				<verse number="1">ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ອອກ​ຈາກ​ວິຫານ​ໄປ, ສາວົກ​ຄົນ​ໜຶ່ງ​ກໍ​ເວົ້າ​ກັບ​ພຣະອົງ​ວ່າ, “ເບິ່ງ​ແມ, ອາຈານ​ເອີຍ! ຫີນ​ຄື​ກ້ອນ​ໃຫຍ່​ແທ້! ອາຄານ​ເຫລົ່ານີ້​ຊ່າງ​ງົດງາມ​ແທ້!”</verse>
				<verse number="2">ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ເຫັນ​ອາຄານ​ໃຫຍ່​ເຫລົ່ານັ້ນ​ບໍ? ຫີນ​ຢູ່​ທີ່​ນີ້​ຈະ​ບໍ່​ເຫລືອ​ຈັກ​ກ້ອນ, ທຸກ​ກ້ອນ​ຈະ​ຖືກ​ໂຍນຖິ້ມ​ລົງ​ມາ​ໝົດ”.</verse>
				<verse number="3">ຂະນະ​ທີ່​ພຣະເຢຊູເຈົ້າ​ນັ່ງ​ຢູ່​ເທິງ​ພູເຂົາ​ໝາກກອກ ກົງກັນຂ້າມ​ກັບ​ວິຫານ, ເປໂຕ, ຢາໂກໂບ, ໂຢຮັນ ແລະ ອັນເດອາ​ໄດ້​ມາ​ຖາມ​ພຣະອົງ​ເປັນ​ການ​ສ່ວນ​ໂຕ​ວ່າ,</verse>
				<verse number="4">“ຂໍ​ບອກ​ພວກຂ້ານ້ອຍ​ແດ່​ວ່າ​ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອ​ໃດ? ແລະ ສິ່ງ​ໃດ​ຈະ​ເປັນ​ໝາຍສຳຄັນ​ວ່າ​ເຫດການ​ທັງໝົດ​ເຫລົ່ານີ້​ກຳລັງ​ຈະ​ສຳເລັດ?”</verse>
				<verse number="5">ພຣະເຢຊູເຈົ້າ​ກໍ​ກ່າວ​ກັບ​ພວກເພິ່ນ​ວ່າ: “ຈົ່ງ​ລະວັງ​ໃຫ້​ດີ​ຢ່າ​ໃຫ້​ຜູ້ໃດ​ຜູ້​ໜຶ່ງ​ຫລອກລວງ​ພວກເຈົ້າ.</verse>
				<verse number="6">ຫລາຍ​ຄົນ​ມາ​ໃນ​ນາມ​ຂອງ​ເຮົາ ແລະ ອ້າງ​ໂຕ​ວ່າ, ‘ເຮົາ​ເປັນ​ຜູ້​ນັ້ນ’ ແລະ ຈະ​ຫລອກລວງ​ຫລາຍ​ຄົນ.</verse>
				<verse number="7">ເມື່ອ​ພວກເຈົ້າ​ໄດ້​ຍິນ​ເຖິງ​ເລື່ອງ​ສົງຄາມ ແລະ ຂ່າວລື​ເລື່ອງ​ການເຮັດສົງຄາມ ຢ່າ​ຕື່ນຕົກໃຈ. ເຫດການ​ເຫລົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ ແຕ່​ວ່າ​ເວລາ​ສຸດທ້າຍ​ຈະ​ຍັງ​ບໍ່​ມາ​ເຖິງ.</verse>
				<verse number="8">ປະເທດ​ຕໍ່​ປະເທດ ແລະ ອານາຈັກ​ຕໍ່​ອານາຈັກ​ຈະ​ສູ້ຮົບ​ກັນ. ຈະ​ເກີດ​ແຜ່ນດິນໄຫວ​ໃນ​ບ່ອນ​ຕ່າງໆ ແລະ ຈະ​ເກີດ​ການອຶດຢາກ​ອາຫານ. ເຫດການ​ເຫລົ່ານີ້​ແມ່ນ​ຂັ້ນ​ເລີ່ມຕົ້ນ​ຂອງ​ຄວາມເຈັບປວດ​ໃນ​ການເກີດລູກ.</verse>
				<verse number="9">“ພວກເຈົ້າ​ຈົ່ງ​ລະວັງ​ໂຕ​ໃຫ້​ດີ. ພວກເຈົ້າ​ຈະ​ຖືກ​ມອບ​ໃຫ້​ສະພາ​ທ້ອງຖິ່ນ ແລະ ຈະ​ຖືກ​ຂ້ຽນຕີ​ໃນ​ທຳມະສາລາ. ພວກເຈົ້າ​ຈະ​ຢືນ​ຢູ່​ຕໍ່ໜ້າ​ບັນດາ​ຜູ້ປົກຄອງ ແລະ ກະສັດ​ທັງຫລາຍ​ເພື່ອ​ເປັນ​ພະຍານ​ແກ່​ພວກເຂົາ​ເພື່ອ​ເຮົາ.</verse>
				<verse number="10">ຂ່າວປະເສີດ​ຈະ​ຕ້ອງ​ປະກາດ​ໄປ​ທົ່ວ​ປະຊາຊາດ​ທັງໝົດ​ກ່ອນ.</verse>
				<verse number="11">ເມື່ອ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຖືກ​ຈັບ ແລະ ຖືກ​ສົ່ງ​ໄປ​ຂຶ້ນ​ສານ, ພວກເຈົ້າ​ຢ່າ​ກັງວົນ​ໄປ​ກ່ອນ​ລ່ວງໜ້າ​ວ່າ​ຈະ​ເວົ້າ​ຢ່າງໃດ. ຈົ່ງ​ເວົ້າ​ໄປ​ຕາມ​ຖ້ອຍຄຳ​ທີ່​ໃຫ້​ແກ່​ພວກເຈົ້າ​ໃນ​ເວລາ​ນັ້ນ, ເພາະ​ບໍ່ແມ່ນ​ພວກເຈົ້າ​ທີ່​ເປັນ​ຜູ້​ເວົ້າ ແຕ່​ແມ່ນ​ພຣະວິນຍານບໍລິສຸດເຈົ້າ.</verse>
				<verse number="12">“ອ້າຍ​ເອື້ອຍ​ນ້ອງ​ຈະ​ທໍລະຍົດ​ກັນ​ໃຫ້​ເຖິງ​ຕາຍ ແລະ ພໍ່​ຈະ​ທໍລະຍົດ​ລູກ. ລູກ​ຈະ​ລຸກຂຶ້ນ​ຕໍ່ສູ້​ພໍ່​ແມ່​ຂອງ​ຕົນ​ຈົນ​ເຖິງ​ແກ່​ຄວາມຕາຍ.</verse>
				<verse number="13">ຄົນ​ທັງຫລາຍ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຮົາ, ແຕ່​ຜູ້ໃດ​ທີ່​ຕັ້ງໝັ້ນຄົງ​ໄດ້​ຈົນ​ເຖິງ​ທີ່ສຸດ ຜູ້​ນັ້ນ​ຈະ​ໄດ້​ພົ້ນ.</verse>
				<verse number="14">“ເມື່ອ​ພວກເຈົ້າ​ເຫັນ ‘ສິ່ງ​ທີ່​ໜ້າກຽດໜ້າຊັງ​ອັນ​ເປັນ​ຕົ້ນເຫດ​ຂອງ​ວິບັດ’ ຕັ້ງ​ຢູ່​ໃນ​ບ່ອນ​ບໍ່​ສົມຄວນ​ຈະ​ຕັ້ງ (ໃຫ້​ຜູ້​ອ່ານ​ເຂົ້າໃຈ​ຄວາມໝາຍ​ເອົາ​ເອງ) ແລ້ວ​ໃຫ້​ບັນດາ​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ໜີ​ໄປ​ທີ່​ພູເຂົາ​ທັງຫລາຍ.</verse>
				<verse number="15">ຜູ້​ທີ່​ຢູ່​ເທິງ​ຫລັງຄາ ກໍ​ບໍ່​ຕ້ອງ​ລົງ​ມາ ຫລື ເຂົ້າໄປ​ໃນ​ເຮືອນ​ເພື່ອ​ເກັບ​ເອົາ​ສິ່ງ​ຂອງ​ອອກ​ໄປ.</verse>
				<verse number="16">ສ່ວນ​ຜູ້​ທີ່​ຢູ່​ໃນ​ທົ່ງນາ ກໍ​ບໍ່​ຕ້ອງ​ກັບຄືນ​ໄປ​ເອົາ​ເສື້ອຜ້າ​ຂອງ​ຕົນ.</verse>
				<verse number="17">ວັນ​ເຫລົ່ານັ້ນ​ໜ້າຢ້ານກົວ​ທີ່ສຸດ​ສຳລັບ​ແມ່ຍິງ​ຖືພາ ແລະ ແມ່ລູກອ່ອນ!</verse>
				<verse number="18">ຈົ່ງ​ອະທິຖານ​ເພື່ອ​ວ່າ​ເຫດການ​ເຫລົ່ານີ້​ຈະ​ບໍ່​ເກີດຂຶ້ນ​ໃນ​ລະດູໜາວ,</verse>
				<verse number="19">ເພາະວ່າ ໃນ​ເວລາ​ນັ້ນ​ຈະ​ມີ​ຄວາມທຸກລຳບາກ​ຄັ້ງ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ຕັ້ງແຕ່​ຕົ້ນເດີມ ເມື່ອ​ພຣະເຈົ້າ​ໄດ້​ສ້າງ​ໂລກ​ຈົນ​ເຖິງ​ທຸກ​ວັນ​ນີ້ ແລະ ຈະ​ບໍ່​ມີ​ຄັ້ງ​ໃດ​ເທົ່າກັບ​ຄັ້ງ​ນີ້​ອີກ.</verse>
				<verse number="20">“ຖ້າ​ອົງພຣະຜູ້ເປັນເຈົ້າ​ບໍ່​ໄດ້​ຕັດ​ວັນ​ເຫລົ່ານັ້ນ​ໃຫ້​ສັ້ນເຂົ້າ​ແລ້ວ ກໍ​ຈະ​ບໍ່​ມີ​ຄົນ​ໃດ​ພົ້ນ​ເລີຍ. ແຕ່​ເພື່ອ​ເຫັນ​ແກ່​ຜູ້​ທີ່​ໄດ້​ເລືອກ​ໄວ້​ນັ້ນ, ຈະ​ເຮັດ​ໃຫ້​ວັນ​ເຫລົ່ານັ້ນ​ສັ້ນ​ເຂົ້າ.</verse>
				<verse number="21">ໃນ​ເວລາ​ນັ້ນ​ຖ້າ​ມີ​ຜູ້ໃດ​ເວົ້າ​ກັບ​ພວກເຈົ້າ​ວ່າ, ‘ເບິ່ງ​ແມ ພຣະຄຣິດເຈົ້າ ​ຢູ່​ທີ່​ນີ້!’ ຫລື ‘ເບິ່ງແມ! ພຣະອົງ​ຢູ່​ທີ່​ນັ້ນ!’ ຢ່າ​ໄດ້​ເຊື່ອ.</verse>
				<verse number="22">ດ້ວຍວ່າ ຈະ​ມີ​ພຣະຄຣິດ​ປອມ ແລະ ຜູ້ທຳນວາຍ​ປອມ​ປາກົດ​ຂຶ້ນ. ພວກເຂົາ​ຈະ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຫລາຍ​ປະການ. ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນ​ແຕ່​ຜູ້​ທີ່​ໄດ້​ເລືອກ​ໄວ້.</verse>
				<verse number="23">ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ, ເຮົາ​ໄດ້​ບອກ​ພວກເຈົ້າ​ທັງຫລາຍ​ໃຫ້​ຮູ້​ທຸກ​ສິ່ງ​ໄວ້​ລ່ວງໜ້າ​ກ່ອນ​ແລ້ວ.</verse>
				<verse number="24">“ແຕ່​ໃນ​ວັນ​ເຫລົ່ານັ້ນ, ຫລັງ​ຈາກ​ຄວາມທຸກລຳບາກ “‘ດວງອາທິດ​ຈະ​ມືດ​ໄປ ແລະ ດວງເດືອນ​ຈະ​ບໍ່​ສ່ອງແສງ,</verse>
				<verse number="25">ດວງດາວ​ທັງຫລາຍ​ຈະ​ຕົກ​ຈາກ​ທ້ອງຟ້າ, ແລະ ສະຫວັນ​ຈະ​ສັ່ນສະເທືອນ’.</verse>
				<verse number="26">“ເມື່ອ​ນັ້ນ​ຄົນ​ທັງຫລາຍ​ຈະ​ເຫັນ​ບຸດມະນຸດ​ມາ​ໃນ​ເມກ​ດ້ວຍ​ລິດອຳນາດ ແລະ ສະຫງ່າລາສີ​ອັນ​ຍິ່ງໃຫຍ່.</verse>
				<verse number="27">ແລະ ພຣະອົງ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ອອກ​ໄປ​ເພື່ອ​ຮວບຮວມ​ເອົາ​ຜູ້​ທີ່​ເລືອກ​ໄວ້​ຈາກ​ທັງ​ສີ່​ທິດ, ຕັ້ງແຕ່​ທີ່ສຸດປາຍ​ແຜ່ນດິນໂລກ​ຈົນ​ເຖິງ​ທີ່ສຸດປາຍ​ຟ້າສະຫວັນ.</verse>
				<verse number="28">“ບັດນີ້ ຈົ່ງ​ຮຽນຮູ້​ເອົາ​ບົດຮຽນ​ນີ້​ຈາກ​ຕົ້ນໝາກເດື່ອ​ຄື: ທັນທີ​ທີ່​ກິ່ງ​ອ່ອນ ແລະ ໃບ​ຂອງ​ມັນ​ປົ່ງ​ອອກມາ ພວກເຈົ້າ​ກໍ​ຮູ້​ວ່າ​ລະດູ​ຮ້ອນ​ໃກ້​ຈະ​ມາ​ເຖິງ.</verse>
				<verse number="29">ຢ່າງ​ດຽວກັນ, ເມື່ອ​ພວກເຈົ້າ​ເຫັນ​ສິ່ງ​ເຫລົ່ານີ້​ເກີດຂຶ້ນ, ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ສິ່ງ​ນີ້ ​ເຂົ້າ​ມາ​ໃກ້​ແລ້ວ, ຢູ່​ທີ່​ປະຕູ​ແລ້ວ.</verse>
				<verse number="30">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນ​ໃນ​ສະໄໝ​ນີ້ ​ຈະ​ຍັງ​ບໍ່​ທັນ​ລ່ວງລັບ​ໄປ​ກ່ອນ​ຈົນ​ກວ່າ​ສິ່ງ​ທັງໝົດ​ເຫລົ່ານີ້​ຈະ​ເກີດຂຶ້ນ.</verse>
				<verse number="31">ສະຫວັນ ແລະ ແຜ່ນດິນໂລກ​ຈະ​ລ່ວງ​ພົ້ນ​ໄປ ແຕ່​ຖ້ອຍຄຳ​ຂອງ​ເຮົາ​ຈະ​ບໍ່​ລ່ວງ​ພົ້ນ​ໄປ​ຈັກເທື່ອ.</verse>
				<verse number="32">“ແຕ່​ເລື່ອງ​ວັນ ຫລື ເວລາ​ນັ້ນ​ບໍ່​ມີ​ຜູ້ໃດ​ຮູ້, ແມ່ນແຕ່​ບັນດາ​ເທວະດາ​ໃນ​ສະຫວັນ ຫລື ພຣະບຸດ​ກໍ​ບໍ່​ຮູ້, ມີ​ແຕ່​ພຣະບິດາ​ອົງ​ດຽວ​ເທົ່ານັ້ນ​ທີ່​ຮູ້.</verse>
				<verse number="33">ຈົ່ງ​ລະມັດລະວັງ! ຈົ່ງ​ເຝົ້າ​ລະວັງ​ຢູ່! ພວກເຈົ້າ​ບໍ່​ຮູ້​ວ່າ​ເວລາ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ໃດ.</verse>
				<verse number="34">ປຽບເໝືອນ​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ອອກ​ຈາກ​ເຮືອນ​ຂອງ​ຕົນ​ໄປ ແລະ ໄດ້​ແຕ່ງຕັ້ງ​ໃຫ້​ຄົນຮັບໃຊ້​ຮັບຜິດຊອບ​ໜ້າທີ່​ຕ່າງໆ​ຕາມ​ແຕ່ລະຄົນ​ໄດ້​ຮັບ​ມອບໝາຍ ແລະ ບອກ​ຄົນເຝົ້າປະຕູ​ໃຫ້​ເຝົ້າລະວັງ​ໄວ້​ໃຫ້​ດີ.</verse>
				<verse number="35">“ເຫດສະນັ້ນ ຈົ່ງ​ເຝົ້າ​ລະວັງ​ຢູ່ ເພາະ​ພວກເຈົ້າ​ທັງຫລາຍ​ບໍ່​ຮູ້​ວ່າ​ເຈົ້າຂອງ​ເຮືອນ​ຈະ​ກັບ​ມາ​ເມື່ອ​ໃດ, ຈະ​ກັບ​ມາ​ເວລາ​ຄ່ຳ ຫລື ເວລາ​ທ່ຽງຄືນ, ເວລາ​ໄກ່ຂັນ, ຫລື ເວລາ​ຮຸ່ງເຊົ້າ.</verse>
				<verse number="36">ຖ້າ​ເພິ່ນ​ກັບ​ມາ​ກະທັນຫັນ ກໍ​ຢ່າ​ໃຫ້​ເພິ່ນ​ຈະ​ພົບ​ວ່າ​ພວກເຈົ້າ​ກຳລັງ​ຫລັບ​ຢູ່.</verse>
				<verse number="37">ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ​ນີ້ ເຮົາ​ກໍ​ກ່າວ​ເຕືອນ​ແກ່​ທຸກຄົນ​ເໝືອນ​ກັນ​ວ່າ: ‘ຈົ່ງ​ເຝົ້າ​ລະວັງ​ຢູ່!’”</verse>
			</chapter>
			<chapter number="14">
				<verse number="1">ບັດນີ້ ຍັງ​ອີກ​ສອງ​ວັນ​ກໍ​ຈະ​ເຖິງ​ເທດສະການ​ປັດສະຄາ ແລະ ເທດສະການ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ຕ່າງ​ກໍ​ກຳລັງ​ຊອກຫາ​ກົນອຸບາຍ​ທີ່​ຈະ​ຈັບ​ພຣະເຢຊູເຈົ້າ ແລະ ຂ້າ​ພຣະອົງ.</verse>
				<verse number="2">ຄື​ພວກເຂົາ​ເວົ້າ​ວ່າ, “ແຕ່​ຢ່າ​ເຮັດ​ໃນ​ລະຫວ່າງ​ເທດສະການ ບໍ່​ດັ່ງນັ້ນ​ປະຊາຊົນ​ອາດ​ຈະ​ກໍ່​ຄວາມວຸ້ນວາຍ”.</verse>
				<verse number="3">ໃນຂະນະ​ທີ່​ພຣະອົງ​ຢູ່​ທີ່​ບ້ານ​ເບັດທານີ, ກຳລັງ​ນັ່ງເອນໂຕ​ຢູ່​ທີ່​ໂຕະ​ອາຫານ​ທີ່​ຢູ່​ໃນ​ເຮືອນ​ຂອງ​ຊີໂມນ​ຜູ້​ທີ່​ເປັນ​ພະຍາດຂີ້ທູດ, ມີ​ຍິງ​ຄົນ​ໜຶ່ງ​ເຂົ້າ​ມາ​ພ້ອມດ້ວຍ​ເຕົ້າຫີນຂາວ ເຊິ່ງ​ບັນຈຸ​ນ້ຳຫອມ​ທີ່​ມີ​ລາຄາ​ແພງ, ນ້ຳຫອມ​ນັ້ນ​ເຮັດ​ຈາກ​ເຄື່ອງຫອມ​ບໍລິສຸດ. ນາງ​ໄດ້​ຫັກ​ຄໍ​ເຕົ້າ​ນັ້ນ ແລະ ຖອກ​ນ້ຳຫອມ​ຫົດສົງ​ຫົວ​ພຣະອົງ.</verse>
				<verse number="4">ມີ​ບາງຄົນ​ໃນ​ທີ່​ນັ້ນ​ບໍ່​ພໍໃຈ ຈຶ່ງ​ເວົ້າ​ກັນ​ວ່າ, “ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ນ້ຳຫອມ​ນີ້​ເສຍ​ໄປ​ລ້າໆ?</verse>
				<verse number="5">ນ້ຳຫອມ​ນີ້​ສາມາດ​ຂາຍ​ໄດ້​ໃນ​ລາຄາ​ສູງ​ຫລາຍ​ກວ່າ​ຄ່າຈ້າງ​ຂອງ​ຄົນງານ​ຜູ້​ໜຶ່ງ​ໝົດ​ທັງ​ປີ ເພື່ອ​ຈະ​ໄດ້​ເອົາ​ເງິນ​ໄປ​ໃຫ້​ຄົນຍາກຈົນ”. ແລ້ວ​ພວກເຂົາ​ກໍ​ຕຳໜິ​ຍິງ​ຜູ້​ນີ້​ຢ່າງ​ໜັກ.</verse>
				<verse number="6">ແຕ່​ພຣະເຢຊູເຈົ້າ​ກ່າວ​ວ່າ, “ປ່ອຍ​ນາງ​ເທາະ, ພວກເຈົ້າ​ໄປ​ກວນໃຈ​ນາງ​ເຮັດ​ຫຍັງ? ນາງ​ໄດ້​ເຮັດ​ສິ່ງ​ດີ​ງາມ​ໃຫ້​ແກ່​ເຮົາ.</verse>
				<verse number="7">ພວກເຈົ້າ​ຈະ​ມີ​ຄົນຍາກຈົນ​ຢູ່​ກັບ​ພວກເຈົ້າ​ສະເໝີ ແລະ ພວກເຈົ້າ​ສາມາດ​ຊ່ວຍ​ພວກເຂົາ​ໄດ້​ທຸກ​ເວລາ​ຕາມ​ທີ່​ພວກເຈົ້າ​ຕ້ອງການ. ແຕ່​ພວກເຈົ້າ​ຈະ​ບໍ່​ມີ​ເຮົາ​ຢູ່​ນໍາ​ສະເໝີ​ໄປ.</verse>
				<verse number="8">ນາງ​ເຮັດ​ເທົ່າ​ທີ່​ນາງ​ເຮັດ​ໄດ້. ນາງ​ຖອກ​ນ້ຳຫອມ​ໃສ່​ຮ່າງກາຍ​ຂອງ​ເຮົາ​ກໍ​ເພື່ອ​ເປັນ​ການ​ຕຽມ​ພິທີ​ຝັງສົບ​ຂອງ​ເຮົາ​ໄວ້​ລ່ວງໜ້າ.</verse>
				<verse number="9">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຂ່າວປະເສີດ​ຖືກ​ປະກາດ​ໄປ​ທີ່​ໃດ​ກໍ​ຕາມ​ໃນ​ທົ່ວ​ໂລກ, ສິ່ງ​ທີ່​ຍິງ​ຜູ້​ນີ້​ໄດ້​ເຮັດ​ຈະ​ເປັນ​ທີ່​ກ່າວ​ອອກ​ໄປ​ເໝືອນກັນ, ເພື່ອ​ເປັນ​ການລະນຶກ​ເຖິງ​ນາງ”.</verse>
				<verse number="10">ແລ້ວ​ຢູດາ​ອິດສະກາຣີອົດ, ຄົນ​ໜຶ່ງ​ໃນ​ພວກສາວົກ​ສິບສອງ​ຄົນ, ກໍ​ໄດ້​ໄປ​ພົບ​ພວກຫົວໜ້າ​ປະໂລຫິດ​ເພື່ອ​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ.</verse>
				<verse number="11">ບັນດາ​ຫົວໜ້າ​ປະໂລຫິດ​ດີໃຈ​ຫລາຍ​ທີ່​ໄດ້​ຍິນ​ເລື່ອງ​ນີ້ ແລະ ສັນຍາ​ວ່າ​ຈະ​ເອົາ​ເງິນ​ໃຫ້​ລາວ. ດັ່ງນັ້ນ ຢູດາ​ຈຶ່ງ​ຊອກຫາ​ໂອກາດ​ທີ່​ຈະ​ມອບ​ພຣະເຢຊູເຈົ້າ​ແກ່​ພວກເຂົາ.</verse>
				<verse number="12">ໃນ​ວັນ​ທີ​ໜຶ່ງ​ຂອງ​ເທດສະການ​ເຂົ້າຈີ່​ບໍ່ມີເຊື້ອແປ້ງ, ເຊິ່ງ​ຕາມ​ທຳນຽມ​ຈະ​ຖວາຍ​ລູກແກະ​ປັດສະຄາ, ບັນດາ​ສາວົກ​ຂອງ​ພຣະເຢຊູເຈົ້າ​ໄດ້​ຖາມ​ພຣະອົງ​ວ່າ, “ທ່ານ​ຢາກ​ໃຫ້​ພວກຂ້ານ້ອຍ​ໄປ​ຈັດຕຽມ​ອາຫານ​ປັດສະຄາ​ໃຫ້​ທ່ານ​ຮັບປະທານ​ຢູ່​ທີ່​ໃດ?”</verse>
				<verse number="13">ດັ່ງນັ້ນ ພຣະອົງ​ຈຶ່ງ​ໃຊ້​ສາວົກ​ສອງ​ຄົນ​ໃນ​ພວກເພິ່ນ​ໄປ​ພ້ອມ​ກັບ​ບອກ​ພວກເພິ່ນ​ວ່າ, “ຈົ່ງ​ເຂົ້າໄປ​ໃນ​ເມືອງ ແລະ ຈະ​ມີ​ຊາຍ​ຄົນ​ໜຶ່ງ​ແບກ​ໄຫນ້ຳ​ມາ​ພົບ​ພວກເຈົ້າ. ຈົ່ງ​ຕາມ​ລາວ​ໄປ.</verse>
				<verse number="14">ຈົ່ງ​ບອກ​ເຈົ້າຂອງ​ເຮືອນ​ທີ່​ລາວ​ເຂົ້າໄປ​ນັ້ນ​ວ່າ, ‘ອາຈານ​ຖາມ​ວ່າ: ຫ້ອງ​ຮັບແຂກ​ຂອງ​ເຮົາ ຢູ່​ທີ່​ໃດ, ບ່ອນ​ທີ່​ເຮົາ​ຈະ​ຮັບປະທານ​ອາຫານ​ປັດສະຄາ​ຮ່ວມ​ກັບ​ພວກສາວົກ​ຂອງ​ເຮົາ​ຢູ່​ທີ່​ໃດ?’</verse>
				<verse number="15">ແລ້ວ​ລາວ​ກໍ​ຈະ​ພາ​ພວກເຈົ້າ​ໄປ​ເບິ່ງ​ຫ້ອງ​ໃຫຍ່​ຊັ້ນເທິງ ເຊິ່ງ​ຕົບແຕ່ງ​ຕຽມ​ໄວ້​ຮຽບຮ້ອຍ​ແລ້ວ. ຈົ່ງ​ຕຽມ​ທຸກສິ່ງ​ໄວ້​ສຳລັບ​ພວກເຮົາ​ຢູ່​ບ່ອນ​ນັ້ນ”.</verse>
				<verse number="16">ພວກສາວົກ​ກໍ​ໄປ ແລະ ໄດ້​ເຂົ້າໄປ​ໃນ​ເມືອງ ແລ້ວ​ກໍ​ພົບ​ສິ່ງ​ຕ່າງໆ​ຕາມ​ທີ່​ພຣະເຢຊູເຈົ້າ​ໄດ້​ບອກ​ພວກເພິ່ນ​ໄວ້. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ໄດ້​ຈັດຕຽມ​ປັດສະຄາ​ໄວ້.</verse>
				<verse number="17">ເມື່ອ​ເຖິງ​ຕອນຄ່ຳ​ມາ ພຣະເຢຊູເຈົ້າ​ກໍ​ມາ​ພ້ອມ​ກັບ​ພວກສາວົກ​ສິບສອງ​ຄົນ.</verse>
				<verse number="18">ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ນັ່ງເອນໂຕ​ຮັບປະທານ​ອາຫານ​ຢູ່​ທີ່​ໂຕະອາຫານ ພຣະອົງ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້​ໜຶ່ງ​ໃນ​ພວກເຈົ້າ​ຈະ​ທໍລະຍົດ​ຕໍ່​ເຮົາ ຄື​ຜູ້​ທີ່​ກຳລັງ​ຮັບປະທານ​ອາຫານ​ຮ່ວມ​ກັບ​ເຮົາ”.</verse>
				<verse number="19">ພວກສາວົກ​ຕ່າງ​ກໍ​ເສຍໃຈ ແລະ ຖາມ​ພຣະອົງ​ເທື່ອລະຄົນ​ວ່າ, “ພຣະອົງ​ຄົງ​ບໍ່​ໝາຍ​ເຖິງ​ຂ້ານ້ອຍ​ແມ່ນ​ບໍ?”</verse>
				<verse number="20">ພຣະເຢຊູເຈົ້າ​ຕອບ​ວ່າ, “ແມ່ນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ສິບສອງ​ຄົນ​ນີ້​ແຫລະ ເປັນ​ຄົນ​ທີ່​ຢິບ​ອາຫານ​ຈຸ່ມ​ໃນ​ຖ້ວຍ​ດຽວ​ກັນ​ກັບ​ເຮົາ.</verse>
				<verse number="21">ບຸດມະນຸດ​ຈະ​ຕ້ອງ​ເປັນ​ໄປ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ. ແຕ່​ວິບັດ​ຈະ​ມີ​ແກ່​ຜູ້​ນັ້ນ​ທີ່​ທໍລະຍົດ​ຕໍ່​ບຸດມະນຸດ! ຖ້າ​ລາວ​ບໍ່​ໄດ້​ເກີດ​ມາ​ເລີຍ​ກໍ​ຈະ​ດີ​ຕໍ່​ລາວ​ຫລາຍ​ກວ່າ”.</verse>
				<verse number="22">ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ຮັບປະທານ​ອາຫານ​ຢູ່​ນັ້ນ, ພຣະເຢຊູເຈົ້າ​ໄດ້​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ ແລະ ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ພຣະອົງ​ຫັກ​ເຂົ້າຈີ່​ນັ້ນ​ແລ້ວ​ຍື່ນ​ໃຫ້​ພວກສາວົກ ແລະ ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ເຂົ້າຈີ່​ນີ້, ນີ້​ຄື​ກາຍ​ຂອງ​ເຮົາ”.</verse>
				<verse number="23">ແລ້ວ​ພຣະອົງ​ກໍ​ຈັບ​ເອົາ​ຈອກ​ມາ ແລະ ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ພຣະອົງ​ຍື່ນ​ຈອກ​ນັ້ນ​ໃຫ້​ພວກເພິ່ນ ແລະ ພວກເພິ່ນ​ທຸກຄົນ​ກໍ​ດື່ມ​ຈາກ​ຈອກ​ນັ້ນ.</verse>
				<verse number="24">ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ນີ້​ຄື​ເລືອດ​ຂອງ​ເຮົາ ເຊິ່ງ​ເປັນ​ເລືອດ​ແຫ່ງ​ພັນທະສັນຍາ ທີ່​ຖອກ​ອອກ​ມາ​ເພື່ອ​ຄົນ​ທັງຫລາຍ.</verse>
				<verse number="25">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເຮົາ​ຈະ​ບໍ່​ດື່ມ​ນ້ຳ​ຈາກ​ໝາກອະງຸ່ນ​ນີ້​ອີກ​ຈົນ​ຈະ​ເຖິງ​ວັນ​ນັ້ນ​ທີ່​ເຮົາ​ຈະ​ດື່ມ​ນໍ້າອະງຸ່ນໃໝ່​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.</verse>
				<verse number="26">ເມື່ອ​ພວກເພິ່ນ​ຮ້ອງເພງ​ສັນລະເສີນ​ບົດ​ໜຶ່ງ​ແລ້ວ ພວກເພິ່ນ​ກໍ​ພາກັນ​ອອກ​ໄປ​ທີ່​ພູເຂົາ​ໝາກກອກ.</verse>
				<verse number="27">ພຣະເຢຊູເຈົ້າ​ກ່າວ​ແກ່​ພວກສາວົກ​ວ່າ, “ພວກເຈົ້າ​ທຸກຄົນ​ຈະ​ປະຖິ້ມ​ເຮົາ​ໄປ ເພາະ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “‘ເຮົາ​ຈະ​ຟາດ​ຜູ້ລ້ຽງແກະ ແລະ ຝູງ​ແກະ​ຈະ​ກະຈັດກະຈາຍ​ໄປ’.</verse>
				<verse number="28">ແຕ່​ຫລັງຈາກ​ທີ່​ເຮົາ​ເປັນຄືນມາຈາກຕາຍ​ແລ້ວ ເຮົາ​ຈະ​ໄປ​ທີ່​ແຂວງ​ຄາລີເລ​ກ່ອນໜ້າ​ພວກເຈົ້າ”.</verse>
				<verse number="29">ເປໂຕ​ປະກາດ​ວ່າ, “ເຖິງ​ແມ່ນ​ວ່າ​ທຸກຄົນ​ຈະ​ປະຖິ້ມ​ພຣະອົງ​ໄປ​ກໍ​ຕາມ ຂ້ານ້ອຍ​ຈະ​ບໍ່​ໜີ​ໄປ​ຈາກ​ພຣະອົງ”.</verse>
				<verse number="30">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ວັນ​ນີ້, ຄືນ​ນີ້​ແຫລະ ກ່ອນ​ໄກ່​ຂັນ​ສອງ​ເທື່ອ ເຈົ້າ​ເອງ​ຈະ​ປະຕິເສດ​ວ່າ​ບໍ່​ຮູ້ຈັກ​ເຮົາ​ສາມ​ເທື່ອ”.</verse>
				<verse number="31">ແຕ່​ເປໂຕ​ຍັງ​ຢືນຢັນ​ຢ່າງ​ໜັກແໜ້ນ​ວ່າ, “ເຖິງ​ແມ່ນ​ຂ້ານ້ອຍ​ຈະ​ຕ້ອງ​ຕາຍ​ກັບ​ພຣະອົງ, ຂ້ານ້ອຍ​ກໍ​ຈະ​ບໍ່​ປະຕິເສດ​ພຣະອົງ”. ແລ້ວ​ພວກສາວົກ​ທຸກຄົນ​ກໍ​ເວົ້າ​ຢ່າງ​ນັ້ນ​ເໝືອນກັນ.</verse>
				<verse number="32">ແລ້ວ​ພວກເພິ່ນ​ໄດ້​ໄປ​ບ່ອນ​ໜຶ່ງ​ທີ່​ຊື່​ວ່າ​ເຄັດເຊມາເນ, ພຣະເຢຊູເຈົ້າ​ກ່າວ​ແກ່​ພວກສາວົກ​ຂອງ​ພຣະອົງ​ວ່າ, “ຈົ່ງ​ນັ່ງ​ຢູ່​ທີ່​ນີ້​ຂະນະ​ທີ່​ເຮົາ​ອະທິຖານ”.</verse>
				<verse number="33">ພຣະອົງ​ໄດ້​ເອົາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ໄປ​ກັບ​ພຣະອົງ, ພຣະອົງ​ເລີ່ມ​ໂສກເສົ້າ ແລະ ເປັນທຸກໃຈ​ຫລາຍ.</verse>
				<verse number="34">ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ. “ຈິດໃຈ​ຂອງ​ເຮົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມໂສກເສົ້າ​ໃກ້​ຈະ​ຕາຍ​ຢູ່​ແລ້ວ. ຈົ່ງ​ເຝົ້າ​ລະວັງ​ຢູ່​ທີ່​ນີ້”.</verse>
				<verse number="35">ພຣະອົງ​ຍ່າງ​ໄປ​ອີກ​ໜ້ອຍໜຶ່ງ, ພຣະອົງ​ໝູບ​ລົງ​ພື້ນດິນ ແລະ ອະທິຖານ​ວ່າ​ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ຊົ່ວໂມງ​ນີ້​ຜ່ານພົ້ນ​ໄປ​ຈາກ​ພຣະອົງ.</verse>
				<verse number="36">ພຣະອົງ​ກ່າວ​ວ່າ, “ອັບບາ ພຣະບິດາເຈົ້າ​ເອີຍ, ທຸກສິ່ງ​ເປັນ​ໄປ​ໄດ້​ສຳລັບ​ພຣະອົງ. ຂໍ​ເອົາ​ຈອກ​ນີ້​ໄປ​ຈາກ​ລູກ​ດ້ວຍ. ແຕ່​ເຖິງຢ່າງໃດ​ກໍ​ຕາມ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”.</verse>
				<verse number="37">ແລ້ວ​ພຣະອົງ​ກໍ​ກັບ​ຄືນ​ມາ​ຫາ​ພວກສາວົກ​ຂອງ​ພຣະອົງ ແລະ ພົບ​ວ່າ​ພວກເພິ່ນ​ກຳລັງ​ນອນຫລັບ​ຢູ່ ພຣະອົງ​ຈຶ່ງ​ກ່າວ​ກັບ​ເປໂຕ​ວ່າ, “ຊີໂມນ​ເອີຍ, ເຈົ້າ​ນອນຫລັບ​ຢູ່​ບໍ? ເຈົ້າ​ຈະ​ເຝົ້າລະວັງ​ຢູ່​ຈັກ​ຊົ່ວໂມງ​ດຽວ​ບໍ່​ໄດ້​ບໍ?</verse>
				<verse number="38">ຈົ່ງ​ເຝົ້າລະວັງ ແລະ ອະທິຖານ​ຢູ່ ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ເຂົ້າ​ໄປ​ໃນ​ການທົດລອງ. ຈິດວິນຍານ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ຮ່າງກາຍ​ກໍ​ອ່ອນກຳລັງ”.</verse>
				<verse number="39">ພຣະອົງ​ໄດ້​ໄປ ແລະ ອະທິຖານ​ຢ່າງ​ດຽວ​ກັນ​ອີກ​ເທື່ອ​ໜຶ່ງ.</verse>
				<verse number="40">ເມື່ອ​ພຣະອົງ​ກັບ​ຄືນ​ມາ​ກໍ​ພົບ​ວ່າ​ພວກເພິ່ນ​ຍັງ​ນອນຫລັບ​ຢູ່​ຄືເກົ່າ ເພາະວ່າ​ພວກເພິ່ນ​ເຫງົານອນ​ຫລາຍ​ຈົນ​ມືນຕາ​ບໍ່​ຂຶ້ນ. ພວກເພິ່ນ​ກໍ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ກັບ​ພຣະອົງ​ຢ່າງໃດ.</verse>
				<verse number="41">ເມື່ອ​ພຣະອົງ​ກັບ​ຄືນ​ມາ​ເປັນ​ເທື່ອ​ທີ​ສາມ ພຣະອົງ​ກໍ​ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ຍັງ​ນອນຫລັບ ແລະ ພັກຜ່ອນ​ຢູ່​ບໍ? ພໍ​ແລ້ວ! ເວລາ​ມາ​ຮອດ​ແລ້ວ. ເບິ່ງ​ແມ, ບຸດມະນຸດ​ກຳລັງ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ຄົນບາບ​ທັງຫລາຍ.</verse>
				<verse number="42">ຈົ່ງ​ລຸກຂຶ້ນ! ພາກັນ​ໄປ​ເທາະ! ຜູ້​ທີ່​ທໍລະຍົດ​ເຮົາ​ກໍ​ມາ​ທີ່​ນີ້​ແລ້ວ!”</verse>
				<verse number="43">ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຍັງ​ບໍ່​ທັນ​ສຸດ​ຄຳ, ຢູດາ ໜຶ່ງ​ໃນ​ພວກສາວົກ​ສິບສອງ​ຄົນ​ກໍ​ມາ​ປາກົດ. ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ຖື​ດາບ ແລະ ໄມ້ຄ້ອນ​ມາ​ກັບ​ລາວ​ດ້ວຍ, ເຊິ່ງ​ເປັນ​ຄົນ​ທີ່​ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ໃຊ້​ມາ.</verse>
				<verse number="44">ຜູ້ທໍລະຍົດ​ໄດ້​ກຳນົດ​ສັນຍານ​ກັບ​ພວກເຂົາ​ວ່າ, “ຜູ້ໃດ​ທີ່​ເຮົາ​ຈູບຄຳນັບ​ແມ່ນ​ຜູ້​ນັ້ນ ຈົ່ງ​ໄປ​ຈັບກຸມ​ລາວ ແລະ ເອົາ​ລາວ​ອອກ​ໄປ​ໃຫ້​ຢູ່​ໃຕ້​ການຄວບຄຸມ”.</verse>
				<verse number="45">ຢູດາ​ກໍ​ເຂົ້າ​ໄປ​ຫາ​ພຣະເຢຊູເຈົ້າ​ທັນທີ ແລະ ເວົ້າ​ວ່າ, “ຣັບບີ​ເອີຍ!” ແລ້ວ​ກໍ​ຈູບ​ພຣະອົງ.</verse>
				<verse number="46">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຄວ້າຈັບ​ພຣະເຢຊູເຈົ້າ ແລະ ຈັບ​ພຣະອົງ​ໄວ້.</verse>
				<verse number="47">ແລ້ວ​ມີ​ຄົນ​ໜຶ່ງ​ໃນ​ຈຳນວນ​ຄົນ​ທີ່​ຢືນ​ຢູ່​ໃນ​ທີ່​ນັ້ນ​ໄດ້​ຊັກ​ດາບ​ອອກມາ​ຟັນ​ຫູ​ຄົນຮັບໃຊ້​ຂອງ​ມະຫາ​ປະໂລຫິດ​ຂາດ​ເບື້ອງໜຶ່ງ.</verse>
				<verse number="48">ພຣະເຢຊູເຈົ້າ​ໄດ້​ກ່າວ​ວ່າ, “ເຮົາ​ກຳລັງ​ກໍ່​ການກະບົດ​ບໍ ພວກເຈົ້າ​ຖື​ດາບ​ຖື​ໄມ້ຄ້ອນ​ມາ​ຈັບ​ເຮົາ?</verse>
				<verse number="49">ເຮົາ​ຢູ່​ກັບ​ພວກເຈົ້າ, ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ​ທຸກ​ວັນ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ຈັບ​ເຮົາ. ແຕ່​ຈະ​ຕ້ອງ​ສຳເລັດ​ຕາມ​ທີ່​ກ່າວ​ໄວ້​ໃນ​ພຣະຄຳພີ”.</verse>
				<verse number="50">ແລ້ວ​ທຸກຄົນ​ໄດ້​ປະຖິ້ມ​ພຣະອົງ ແລະ ໜີ​ໄປ.</verse>
				<verse number="51">ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ນຸ່ງ​ຜ້າຝ້າຍລິນິນ​ແຕ່​ຜືນ​ດຽວ​ຕິດຕາມ​ພຣະເຢຊູເຈົ້າ​ໄປ. ພວກເຂົາ​ໄດ້​ຄວ້າຈັບ​ຊາຍ​ໜຸ່ມ​ນັ້ນ,</verse>
				<verse number="52">ລາວ​ໄດ້​ປະ​ຜ້າ​ຜືນ​ທີ່​ນຸ່ງ​ຢູ່​ນັ້ນ​ຖິ້ມ ແລະ ໜີ​ໄປ​ໂຕ​ເປົ່າ.</verse>
				<verse number="53">ພວກເຂົາ​ໄດ້​ພາ​ພຣະເຢຊູເຈົ້າ​ໄປ​ຫາ​ມະຫາ​ປະໂລຫິດ, ບ່ອນ​ທີ່​ພວກຫົວໜ້າ​ປະໂລຫິດ, ພວກ​ເຖົ້າແກ່ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ພາກັນ​ມາ​ເຕົ້າໂຮມກັນ​ຢູ່.</verse>
				<verse number="54">ສ່ວນ​ເປໂຕ​ໄດ້​ຕິດຕາມ​ພຣະອົງ​ໄປ​ໃນ​ໄລຍະ​ຫ່າງໆ ແລະ ເຂົ້າ​ໄປ​ໃນ​ເດີ່ນບ້ານ​ຂອງ​ມະຫາ​ປະໂລຫິດ. ແລ້ວ​ນັ່ງ​ຝີງໄຟ​ຢູ່​ກັບ​ພວກທະຫານຍາມ.</verse>
				<verse number="55">ພວກຫົວໜ້າ​ປະໂລຫິດ ແລະ ສະມາຊິກ​ສະພາ​ແຊນເຮດຣິນ​ທັງໝົດ ໄດ້​ຊອກຫາ​ຫລັກຖານ​ມາ​ຕໍ່ສູ້​ພຣະເຢຊູເຈົ້າ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຂ້າ​ພຣະອົງ, ແຕ່​ພວກເຂົາ​ກໍ​ຊອກຫາ​ຫລັກຖານ​ບໍ່​ໄດ້.</verse>
				<verse number="56">ມີ​ຫລາຍ​ຄົນ​ກ່າວ​ຄຳພະຍານ​ບໍ່​ຈິງ​ຕໍ່ສູ້​ພຣະອົງ, ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ຂັດແຍ້ງ​ກັນ​ເອງ.</verse>
				<verse number="57">ຕໍ່ມາ ມີ​ບາງຄົນ​ຢືນຂຶ້ນ​ກ່າວ​ຄຳພະຍານ​ບໍ່​ຈິງ​ຕໍ່ສູ້​ພຣະອົງ​ວ່າ:</verse>
				<verse number="58">“ພວກເຮົາ​ໄດ້​ຍິນ​ລາວ​ກ່າວ​ວ່າ, ‘ເຮົາ​ຈະ​ມ້າງ​ວິຫານ​ຫລັງ​ນີ້​ທີ່​ສ້າງຂຶ້ນ​ດ້ວຍ​ມື​ມະນຸດ ແລະ ໃນ​ສາມ​ວັນ​ເຮົາ​ຈະ​ສ້າງຂຶ້ນ​ໃໝ່ ເຊິ່ງ​ບໍ່​ໄດ້​ສ້າງ​ດ້ວຍ​ມື​ມະນຸດ’”.</verse>
				<verse number="59">ເຖິງ​ປານ​ນັ້ນ ຄຳພະຍານ​ຂອງ​ພວກເຂົາ​ກໍ​ຍັງ​ຂັດແຍ້ງ​ກັນ.</verse>
				<verse number="60">ມະຫາ​ປະໂລຫິດ​ຈຶ່ງ​ລຸກ​ຂຶ້ນ​ຢືນ​ຕໍ່ໜ້າ​ພວກເຂົາ ແລະ ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ຈະ​ບໍ່​ຕອບ​ຫຍັງ​ບໍ? ຄຳພະຍານ​ທີ່​ຄົນ​ເຫລົ່ານີ້​ກ່າວ​ຕໍ່ສູ້​ເຈົ້າ​ເປັນ​ແນວໃດ?”</verse>
				<verse number="61">ແຕ່​ພຣະເຢຊູເຈົ້າ​ຍັງ​ມິດງຽບ​ຢູ່ ແລະ ບໍ່​ໄດ້​ຕອບ​ຫຍັງ. ມະຫາ​ປະໂລຫິດ​ຈຶ່ງ​ຖາມ​ພຣະອົງ​ອີກ​ວ່າ, “ເຈົ້າ​ເປັນ​ພຣະຄຣິດເຈົ້າ ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ເປັນ​ທີ່​ໄດ້​ຮັບ​ການ​ຍົກຍ້ອງ​ສັນເສີນ​ບໍ?”</verse>
				<verse number="62">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ເປັນ ແລະ ພວກເຈົ້າ​ຈະ​ໄດ້​ເຫັນ​ບຸດມະນຸດ​ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່ ແລະ ກຳລັງ​ມາ​ເທິງ​ເມກ​ແຫ່ງ​ສະຫວັນ”.</verse>
				<verse number="63">ມະຫາ​ປະໂລຫິດ​ຈຶ່ງ​ຈີກ​ເສື້ອ​ຂອງ​ຕົນ ແລະ ຖາມ​ວ່າ, “ພວກເຮົາ​ຈະ​ຕ້ອງການ​ພະຍານ​ຕື່ມ​ອີກ​ເຮັດຫຍັງ?</verse>
				<verse number="64">ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຍິນ​ຄຳເວົ້າ​ໝິ່ນປະໝາດ​ແລ້ວ. ພວກເຈົ້າ​ຄິດ​ຢ່າງໃດ?” ພວກເຂົາ​ທັງໝົດ​ເຫັນດີ​ພ້ອມກັນ​ວ່າ​ພຣະອົງ​ສົມຄວນ​ຕາຍ.</verse>
				<verse number="65">ມີ​ບາງຄົນ​ໃນ​ພວກເຂົາ​ໄດ້​ເລີ່ມ​ຖົ່ມ​ນ້ຳລາຍ​ໃສ່​ພຣະອົງ, ພວກເຂົາ​ເອົາ​ຜ້າ​ປິດ​ຕາ​ພຣະອົງ ແລະ ທຸບຕີ​ພຣະອົງ​ດ້ວຍ​ກຳປັ້ນ​ຂອງ​ພວກເຂົາ ແລະ ເວົ້າ​ວ່າ, “ທວາຍ​ເບິ່ງ​ດູ” ແມ່ນ​ຜູ້ໃດ​ຕີ​ເຈົ້າ ແລ້ວ​ພວກ​ຍາມ​ກໍ​ເອົາ​ພຣະອົງ​ໄປ ແລະ ທຸບຕີ​ພຣະອົງ.</verse>
				<verse number="66">ໃນ​ຂະນະ​ທີ່​ເປໂຕ​ຍັງ​ຢູ່​ທາງລຸ່ມ​ທີ່​ເດີ່ນບ້ານ​ນັ້ນ, ມີ​ຄົນຮັບໃຊ້​ຍິງ​ຄົນ​ໜຶ່ງ​ຂອງ​ມະຫາ​ປະໂລຫິດ​ໄດ້​ຜ່ານ​ມາ.</verse>
				<verse number="67">ເມື່ອ​ນາງ​ເຫັນ​ເປໂຕ​ຝີງໄຟ​ຢູ່, ນາງ​ກໍ​ຈ້ອງຕາ​ເບິ່ງ​ເພິ່ນ. ນາງ​ເວົ້າ​ວ່າ, “ເຈົ້າ​ກໍ​ເຄີຍ​ຢູ່​ກັບ​ເຢຊູ​ຊາວ​ນາຊາເຣັດ​ເໝືອນກັນ”.</verse>
				<verse number="68">ແຕ່​ເປໂຕ​ໄດ້​ປະຕິເສດ ແລະ ເພິ່ນ​ເວົ້າ​ວ່າ, “ຂ້ອຍ​ບໍ່​ຮູ້ ແລະ ບໍ່​ເຂົ້າໃຈ​ໃນ​ສິ່ງ​ທີ່​ເຈົ້າ​ກຳລັງ​ເວົ້າ”, ແລ້ວ​ກໍ​ຍ່າງ​ອອກ​ໄປ​ບ່ອນ​ປະຕູ​ທາງເຂົ້າ.</verse>
				<verse number="69">ເມື່ອ​ສາວໃຊ້​ຄົນ​ນັ້ນ​ໄດ້​ເຫັນ​ເພິ່ນ​ຢູ່​ທີ່​ນັ້ນ ນາງ​ຈຶ່ງ​ເວົ້າ​ກັບ​ບັນດາ​ຄົນ​ທີ່​ຢືນ​ຢູ່​ແຖບ​ນັ້ນ​ອີກ​ວ່າ, “ຄົນນີ້​ກໍ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຂົາ”.</verse>
				<verse number="70">ແຕ່​ເປໂຕ​ໄດ້​ປະຕິເສດ​ອີກ. ຫລັງຈາກນັ້ນ​ໜ້ອຍໜຶ່ງ ບັນດາ​ຄົນ​ທີ່​ຢືນ​ຢູ່​ໃກ້​ກໍ​ເວົ້າ​ຕໍ່​ເປໂຕ​ວ່າ, “ແມ່ນ​ແທ້ ເຈົ້າ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຂົາ, ເພາະ​ເຈົ້າ​ເປັນ​ຊາວ​ຄາລີເລ”.</verse>
				<verse number="71">ເປໂຕ​ຈຶ່ງ​ເລີ່ມ​ສາບແຊ່ງ ແລະ ສາບານ​ຕໍ່​ພວກເຂົາ​ວ່າ, “ຂ້ອຍ​ບໍ່​ຮູ້ຈັກ​ຊາຍ​ຄົນ​ນີ້”.</verse>
				<verse number="72">ໃນທັນໃດນັ້ນ ໄກ່​ກໍ​ຂັນ​ເປັນ​ເທື່ອ​ທີ​ສອງ. ເປໂຕ​ຈຶ່ງ​ຈື່​ໄດ້​ເຖິງ​ຄຳ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ລາວ​ວ່າ: “ກ່ອນ​ໄກ່​ຂັນ​ສອງ​ເທື່ອ ເຈົ້າ​ຈະ​ປະຕິເສດ​ວ່າ ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ”. ແລ້ວ​ເປໂຕ​ຈຶ່ງ​ຮ້ອງໄຫ້​ອອກມາ​ດ້ວຍ​ຄວາມເສຍໃຈ.</verse>
			</chapter>
			<chapter number="15">
				<verse number="1">ເມື່ອ​ຮຸ່ງເຊົ້າ​ມາ ພວກຫົວໜ້າ​ປະໂລຫິດ, ພວກ​ເຖົ້າແກ່, ພວກ​ຄູສອນກົດບັນຍັດ ແລະ ບັນດາ​ສະມາຊິກ​ສະພາ​ແຊນເຮດຣິນ​ທັງໝົດ​ໄດ້​ປຶກສາຫາລື​ກັນ​ເພື່ອ​ວາງແຜນ​ຂອງ​ພວກເຂົາ. ດັ່ງນັ້ນ ພວກເຂົາ​ໄດ້​ມັດ​ພຣະເຢຊູເຈົ້າ ແລະ ນໍາ​ພຣະອົງ​ໄປ​ມອບ​ໃຫ້​ແກ່​ປີລາດ.</verse>
				<verse number="2">ສ່ວນ​ປີລາດ​ໄດ້​ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ແມ່ນ​ຕາມ​ທີ່​ທ່ານ​ເວົ້າ​ນັ້ນ”.</verse>
				<verse number="3">ພວກຫົວໜ້າ​ປະໂລຫິດ​ໄດ້​ກ່າວໂທດ​ໃສ່​ພຣະເຢຊູເຈົ້າ​ຫລາຍ​ເລື່ອງ.</verse>
				<verse number="4">ດັ່ງນັ້ນ, ປີລາດ​ຈຶ່ງ​ຖາມ​ພຣະອົງ​ອີກ​ວ່າ, “ເຈົ້າ​ຈະ​ບໍ່​ຕອບ​ຫຍັງ​ບໍ? ເບິ່ງ​ແມ ພວກເຂົາ​ກ່າວ​ຟ້ອງ​ເຈົ້າ​ຕັ້ງ​ຫລາຍ​ຢ່າງ”.</verse>
				<verse number="5">ແຕ່​ພຣະເຢຊູເຈົ້າ​ບໍ່​ຕອບ​ຫຍັງ ແລະ ປີລາດ​ຈຶ່ງ​ປະຫລາດໃຈ​ຫລາຍ.</verse>
				<verse number="6">ບັດນີ້ ເປັນ​ທຳນຽມ​ໃນ​ເທດສະການ​ທີ່​ຈະ​ປ່ອຍ​ນັກໂທດ​ໜຶ່ງ​ຄົນ​ຕາມ​ທີ່​ປະຊາຊົນ​ຂໍຮ້ອງ.</verse>
				<verse number="7">ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ບາຣາບາ ຖືກ​ຂັງຄຸກ​ຮ່ວມ​ກັບ​ພວກກະບົດ​ທີ່​ໄດ້​ຂ້າ​ຄົນ​ໃນ​ການກະບົດ​ນັ້ນ.</verse>
				<verse number="8">ປະຊາຊົນ​ໄດ້​ຂຶ້ນ​ໄປ​ຫາ​ປີລາດ ແລະ ໄດ້​ຂໍ​ໃຫ້​ປີລາດ​ເຮັດ​ຕາມ​ທີ່​ເພິ່ນ​ເຄີຍ​ໄດ້​ປະຕິບັດ​ມາ.</verse>
				<verse number="9">ປີລາດ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ພວກທ່ານ​ຢາກ​ໃຫ້​ເຮົາ​ປ່ອຍ​ກະສັດ​ຂອງ​ຊາວ​ຢິວ​ໃຫ້​ແກ່​ພວກທ່ານ​ບໍ?”</verse>
				<verse number="10">ປີລາດ​ຮູ້​ດີ​ວ່າ​ການ​ທີ່​ພວກຫົວໜ້າ​ປະໂລຫິດ​ໄດ້​ນຳ​ພຣະເຢຊູເຈົ້າ​ມາ​ມອບ​ໃຫ້​ແກ່​ຕົນ​ນັ້ນ ເພາະ​ພວກເຂົາ​ອິດສາ.</verse>
				<verse number="11">ແຕ່​ພວກ​ຫົວໜ້າ​ປະໂລຫິດ​ໄດ້​ຍຸຍົງ​ປະຊາຊົນ​ໃຫ້​ຮ້ອງຂໍ​ປີລາດ​ໃຫ້​ປ່ອຍ​ບາຣາບາ​ແທນ.</verse>
				<verse number="12">ປີລາດ​ຖາມ​ພວກເຂົາ​ອີກ​ວ່າ, “ແລ້ວ​ພວກທ່ານ​ຈະ​ໃຫ້​ເຮົາ​ເຮັດ​ຢ່າງໃດ​ກັບ​ຜູ້​ທີ່​ພວກທ່ານ​ເອີ້ນ​ວ່າ​ກະສັດ​ຂອງ​ຊາວ​ຢິວ?”</verse>
				<verse number="13">ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ”.</verse>
				<verse number="14">ປີລາດ​ຈຶ່ງ​ຖາມ​ວ່າ, “ເປັນຫຍັງ? ລາວ​ໄດ້​ກໍ່​ອາດຊະຍາກຳ​ຫຍັງ?” ແຕ່​ພວກເຂົາ​ຍິ່ງ​ຮ້ອງ​ດັງ​ຂຶ້ນ​ອີກ​ວ່າ, “ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ!”</verse>
				<verse number="15">ເພື່ອ​ເອົາໃຈ​ປະຊາຊົນ ປີລາດ​ຈຶ່ງ​ປ່ອຍ​ບາຣາບາ​ໃຫ້​ພວກເຂົາ. ເພິ່ນ​ໄດ້​ໃຫ້​ຄົນ​ຂ້ຽນຕີ​ພຣະເຢຊູເຈົ້າ ແລະ ມອບ​ພຣະອົງ​ໃຫ້​ໄປ​ຄຶງ​ທີ່​ໄມ້ກາງແຂນ.</verse>
				<verse number="16">ພວກທະຫານ​ໄດ້​ນຳ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ວັງ​ຂອງ​ຜູ້ປົກຄອງ (ຄື​ສານ​ເພໂທຣຽມ) ແລ້ວ​ກໍ​ເອີ້ນ​ກອງທັບທະຫານ​ມາ​ເຕົ້າໂຮມກັນ​ໃນ​ທີ່​ນັ້ນ.</verse>
				<verse number="17">ພວກເຂົາ​ໄດ້​ເອົາ​ເສື້ອຄຸມ​ສີມ່ວງ​ມາ​ນຸ່ງ​ໃຫ້​ພຣະອົງ. ຫລັງຈາກ​ນັ້ນ ກໍ​ສານ​ມົງກຸດ​ໜາມ​ແລ້ວ​ສຸບໃສ່​ຫົວ​ຂອງ​ພຣະອົງ.</verse>
				<verse number="18">ແລ້ວ​ພວກເຂົາ​ກໍ​ເລີ່ມ​ຮ້ອງ​ຂຶ້ນ​ວ່າ, “ກະສັດ​ແຫ່ງ​ຊາວຢິວ​ເອີຍ ຈົ່ງ​ຈະເລີນ!”</verse>
				<verse number="19">ພວກເຂົາ​ຟາດ​ຫົວ​ພຣະອົງ​ດ້ວຍ​ໄມ້ຄ້ອນ, ຟາດ​ແລ້ວ​ຟາດ​ອີກ ແລະ ຖົ່ມ​ນ້ຳລາຍ​ໃສ່​ພຣະອົງ. ພວກເຂົາ​ໄດ້​ຄຸເຂົ່າ​ລົງ​ເຮັດ​ຄື​ວ່າ​ຄຳນັບ​ພຣະອົງ.</verse>
				<verse number="20">ແລະ ເມື່ອ​ພວກເຂົາ​ໄດ້​ເຢາະເຢີ້ຍ​ພຣະອົງ​ແລ້ວ, ພວກເຂົາ​ກໍ​ແກ້​ເສື້ອຄຸມ​ສີມ່ວງ​ອອກ ແລະ ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ເອງ​ມາ​ນຸ່ງ​ໃຫ້​ພຣະອົງ. ຫລັງຈາກນັ້ນ​ພວກເຂົາ​ໄດ້​ນຳ​ພຣະອົງ​ອອກ​ໄປ​ເພື່ອ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ.</verse>
				<verse number="21">ຊາຍ​ຄົນ​ໜຶ່ງ​ມາ​ຈາກ​ເມືອງ​ກີເຣເນ ຊື່​ວ່າ​ຊີໂມນ, ເຊິ່ງ​ເປັນ​ພໍ່​ຂອງ​ອາເລັກຊັນເດີ ແລະ ຣູໂຟ, ລາວ​ກຳລັງ​ມາ​ແຕ່​ນອກ​ເມືອງ​ຜ່ານ​ໄປ​ທາງ​ນັ້ນ ແລະ ພວກເຂົາ​ໄດ້​ບັງຄັບ​ລາວ​ໃຫ້​ແບກ​ໄມ້ກາງແຂນ​ນັ້ນ.</verse>
				<verse number="22">ພວກເຂົາ​ໄດ້​ພາ​ພຣະເຢຊູເຈົ້າ​ໄປ​ຍັງ​ບ່ອນ​ໜຶ່ງ​ທີ່​ເອີ້ນ​ວ່າ​ໂຄລະໂຄທາ (ເຊິ່ງ​ແປ​ວ່າ​ສະຖານທີ່​ແຫ່ງ​ກະໂຫລກຫົວ).</verse>
				<verse number="23">ແລ້ວ​ພວກເຂົາ​ໄດ້​ເອົາ​ເຫລົ້າອະງຸ່ນ​ປະສົມ​ກັບ​ຢາງໄມ້ຫອມ​ຊະນິດ​ໜຶ່ງ​ໃຫ້​ພຣະເຢຊູເຈົ້າ​ດື່ມ, ແຕ່​ພຣະອົງ​ບໍ່​ຍອມ​ດື່ມ.</verse>
				<verse number="24">ພວກເຂົາ​ໄດ້​ຄຶງ​ພຣະອົງ​ທີ່​ໄມ້ກາງແຂນ​ໄວ້. ພວກເຂົາ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ມາ​ຈັບສະຫລາກ​ແບ່ງປັນ​ກັນ​ເພື່ອ​ເບິ່ງ​ວ່າ​ແຕ່ລະຄົນ​ຈະ​ໄດ້​ອັນໃດ.</verse>
				<verse number="25">ເມື່ອ​ພວກເຂົາ​ຄຶງ​ພຣະອົງ​ທີ່​ໄມ້ກາງແຂນ​ນັ້ນ​ແມ່ນ​ເວລາ​ເກົ້າໂມງ​ເຊົ້າ.</verse>
				<verse number="26">ມີ​ປ້າຍ​ທີ່​ພວກເຂົາ​ຂຽນ​ຂໍ້ກ່າວຫາ​ທີ່​ລົງໂທດ​ພຣະອົງ ເຊິ່ງ​ອ່ານ​ວ່າ: “ກະສັດ​ຂອງ​ຊາວຢິວ”.***</verse>
				<verse number="27">ພວກເຂົາ​ຍັງ​ໄດ້​ຄຶງ​ໂຈນ​ສອງ​ຄົນ​ທີ່​ໄມ້ກາງແຂນ​ພ້ອມ​ກັບ​ພຣະອົງ, ຄົນ​ໜຶ່ງ​ຢູ່​ເບື້ອງຂວາ ແລະ ອີກ​ຄົນ​ໜຶ່ງ​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ.</verse>
				<verse number="28">ແລະ ຈຶ່ງ​ເປັນ​ຈິງ​ຕາມ​ພຣະຄຳພີ​ທີ່​ວ່າ, “ພວກເຂົາ​ຖືກ​ນັບ​ເປັນ​ຄົນ​ທີ່​ລ່ວງລະເມີດ”.</verse>
				<verse number="29">ບັນດາ​ຄົນ​ທີ່​ຜ່ານ​ໄປ​ມາ​ຕ່າງ​ກໍ​ດູຖູກ​ພຣະອົງ, ພາກັນ​ແກວ່ງຫົວ ແລະ ເວົ້າ​ວ່າ, “ເປັນ​ຢ່າງ​ໃດ! ເຈົ້າ​ຜູ້​ທີ່​ຈະ​ທຳລາຍ​ວິຫານ​ແລ້ວ​ສ້າງຂຶ້ນ​ໃໝ່​ໃນ​ສາມວັນ,</verse>
				<verse number="30">ຈົ່ງ​ລົງ​ມາ​ຈາກ​ໄມ້ກາງແຂນ ແລະ ຊ່ວຍ​ຕົນເອງ​ໃຫ້​ພົ້ນ​ສາ!”</verse>
				<verse number="31">ໃນ​ທຳນອງ​ດຽວ​ກັນ​ນັ້ນ ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ກໍ​ໄດ້​ພາກັນ​ເຢາະເຢີ້ຍ​ພຣະອົງ​ໃນ​ທ່າມກາງ​ພວກເຂົາ​ເອງ​ເໝືອນກັນ​ວ່າ, “ລາວ​ຊ່ວຍ​ຄົນ​ອື່ນ​ໃຫ້​ພົ້ນ​ໄດ້ ແຕ່​ລາວ​ບໍ່​ສາມາດ​ຊ່ວຍ​ຕົນ​ເອງ​ໄດ້!</verse>
				<verse number="32">ໃຫ້​ພຣະຄຣິດເຈົ້າ, ກະສັດ​ຂອງ​ຊາວ​ອິດສະຣາເອນ ລົງ​ມາ​ຈາກ​ໄມ້ກາງແຂນ​ດຽວນີ້, ເພື່ອ​ພວກເຮົາ​ຈະ​ໄດ້​ເຫັນ ແລະ ໄດ້​ເຊື່ອ”. ບັນດາ​ຜູ້​ທີ່​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ພ້ອມ​ກັບ​ພຣະເຢຊູເຈົ້າ​ກໍ​ພາກັນ​ເວົ້າ​ດູຖູກ​ພຣະອົງ​ເໝືອນກັນ.</verse>
				<verse number="33">ເມື່ອ​ເຖິງ​ເວລາ​ຕອນທ່ຽງ ທົ່ວ​ແຜ່ນດິນ​ກໍ​ເກີດ​ຄວາມມືດມົວ​ຈົນ​ເຖິງ​ບ່າຍ​ສາມ​ໂມງ.</verse>
				<verse number="34">ພໍ​ເຖິງ​ບ່າຍ​ສາມ​ໂມງ ພຣະເຢຊູເຈົ້າ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ເອໂລອີ, ເອໂລອີ, ແລມາ ຊາບັກທານີ?” ເຊິ່ງ​ແປວ່າ: “ພຣະເຈົ້າ​ຂອງ​ຂ້ານ້ອຍ, ພຣະເຈົ້າ​ຂອງ​ຂ້ານ້ອຍ, ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ປະຖິ້ມ​ຂ້ານ້ອຍ?”</verse>
				<verse number="35">ເມື່ອ​ບາງຄົນ​ທີ່​ຢືນ​ຢູ່​ໃກ້​ທີ່​ນັ້ນ​ໄດ້​ຍິນ​ດັ່ງນີ້ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ຟັງ​ແມ, ລາວ​ຮ້ອງ​ຫາ​ເອລີຢາ”.</verse>
				<verse number="36">ມີ​ຄົນ​ໜຶ່ງ​ແລ່ນ​ໄປ​ເອົາ​ຟອງນ້ຳ​ຈຸ່ມ​ເຫລົ້າອະງຸ່ນສົ້ມ​ສຽບ​ໃສ່​ໄມ້ ແລ້ວ​ຍື່ນ​ໃຫ້​ພຣະເຢຊູເຈົ້າ​ດື່ມ ແລະ ເວົ້າ​ວ່າ, “ຢ່າ​ໄປ​ຫຍຸ້ງກ່ຽວ​ກັບ​ລາວ. ໃຫ້​ພວກເຮົາ​ເບິ່ງ​ວ່າ​ເອລີຢາ​ຈະ​ມາ​ຊ່ວຍ​ລາວ​ລົງ​ຈາກ​ໄມ້ກາງແຂນ​ບໍ່”.</verse>
				<verse number="37">ເມື່ອ​ພຣະເຢຊູເຈົ້າ​ຮ້ອງ​ດ້ວຍ​ສຽງດັງ​ແລ້ວ​ກໍ​ສິ້ນ​ລົມຫາຍໃຈ.</verse>
				<verse number="38">ຜ້າກັ້ງ​ໃນ​ວິຫານ​ກໍ​ຈີກຂາດ​ເປັນ​ສອງ​ຕ່ອນ​ຕັ້ງແຕ່​ເທິງ​ຮອດ​ລຸ່ມ.</verse>
				<verse number="39">ແລະ ເມື່ອ​ນາຍທະຫານ​ຜູ້​ທີ່​ຢືນ​ຢູ່​ຕໍ່ໜ້າ​ພຣະເຢຊູເຈົ້າ ໄດ້​ເຫັນ​ວ່າ​ພຣະອົງ​ຕາຍ​ຢ່າງ​ໃດ, ລາວ​ຈຶ່ງ​ເວົ້າ​ວ່າ, “ແທ້ຈິງ​ແລ້ວ ທ່ານ​ຜູ້​ນີ້​ເປັນ​ພຣະບຸດ ​ຂອງ​ພຣະເຈົ້າ!”</verse>
				<verse number="40">ມີ​ແມ່ຍິງ​ບາງຄົນ​ທີ່​ເຝົ້າ​ເບິ່ງ​ຢູ່​ຫ່າງໆ. ໃນ​ພວກເຂົາ​ນັ້ນ​ມີ​ມາຣີ​ຊາວ​ມັກດາລາ, ມາຣີ​ແມ່​ຂອງ​ຢາໂກໂບ​ຜູ້​ເປັນ​ນ້ອງຊາຍ, ໂຢເຊ ແລະ ນາງ​ຊາໂລເມ.</verse>
				<verse number="41">ແມ່ຍິງ​ເຫລົ່ານີ້​ໄດ້​ຕິດຕາມ​ພຣະເຢຊູເຈົ້າ ແລະ ບົວລະບັດ​ພຣະອົງ​ໃນ​ແຂວງ​ຄາລີເລ. ຍັງ​ມີ​ແມ່ຍິງ​ຄົນ​ອື່ນໆ​ອີກ​ຫລາຍ​ຄົນ​ທີ່​ໄດ້​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ​ກັບ​ພຣະອົງ ກໍ​ຢູ່​ທີ່​ນັ້ນ​ເໝືອນ​ກັນ.</verse>
				<verse number="42">ເນື່ອງ​ຈາກ​ວ່າ​ວັນ​ນັ້ນ​ເປັນ​ວັນ​ຈັດຕຽມ (ເປັນ​ວັນ​ກ່ອນ​ທີ່​ຈະ​ເຖິງ​ວັນຊະບາໂຕ). ດັ່ງນັ້ນ ເມື່ອ​ເວລາຄໍ່າ​ມາ,</verse>
				<verse number="43">ໂຢເຊັບ​ຈາກ​ອາຣີມາທາຍ ເພິ່ນ​ເປັນ​ສະມາຊິກ​ສະພາສູງສຸດ​ທີ່​ສຳຄັນ​ຄົນ​ໜຶ່ງ ເພິ່ນ​ເປັນ​ຜູ້​ທີ່​ລໍຖ້າ​ການ​ມາ​ປາກົດ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ, ເພິ່ນ​ກ້າ​ເຂົ້າ​ໄປ​ພົບ​ປີລາດ​ເພື່ອ​ຂໍ​ເອົາ​ສົບ​ຂອງ​ພຣະເຢຊູເຈົ້າ.</verse>
				<verse number="44">ແຕ່​ປີລາດ​ປະຫລາດໃຈ​ຫລາຍ​ທີ່​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ໄດ້​ຕາຍ​ແລ້ວ. ດັ່ງນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ນາຍທະຫານ​ເຂົ້າ​ມາ​ຖາມ​ວ່າ​ພຣະອົງ​ຕາຍ​ແລ້ວ​ບໍ.</verse>
				<verse number="45">ເມື່ອ​ຮູ້​ຄຳຕອບ​ຈາກ​ນາຍທະຫານ​ແລ້ວ ເພິ່ນ​ກໍ​ໄດ້​ມອບ​ສົບ​ໃຫ້​ແກ່​ໂຢເຊັບ.</verse>
				<verse number="46">ດັ່ງນັ້ນ ໂຢເຊັບ​ໄດ້​ຊື້​ຜ້າຝ້າຍລິນິນ ແລ້ວ​ໄດ້​ນໍາເອົາ​ສົບ​ລົງມາ​ຈາກ​ໄມ້ກາງແຂນ ແລະ ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ​ຫີນ​ທີ່​ເຈາະ​ໄວ້ ແລະ ເພິ່ນ​ກໍ​ກຶ່ງ​ກ້ອນຫີນ​ໃຫຍ່​ປິດ​ທາງເຂົ້າ​ອຸບມຸງ​ໄວ້.</verse>
				<verse number="47">ສ່ວນ​ມາຣີ​ຊາວ​ມັກດາລາ ແລະ ມາຣີ​ແມ່​ຂອງ​ໂຢເຊັບ ​ກໍ​ໄດ້​ເຫັນ​ບ່ອນ​ທີ່​ໄວ້​ສົບ​ຂອງ​ພຣະເຢຊູເຈົ້າ.</verse>
			</chapter>
			<chapter number="16">
				<verse number="1">ເມື່ອ​ວັນຊະບາໂຕ​ຜ່ານພົ້ນ​ໄປ​ແລ້ວ ມາຣີ​ຊາວ​ມັກດາລາ, ມາຣີ​ແມ່​ຂອງ​ຢາໂກໂບ ແລະ ນາງ​ຊາໂລເມ​ກໍ​ຊື້​ເຄື່ອງຫອມ​ເພື່ອ​ເອົາ​ໄປ​ຫົດສົງ​ສົບ​ຂອງ​ພຣະເຢຊູເຈົ້າ.</verse>
				<verse number="2">ໃນ​ວັນ​ຕົ້ນ​ສັບປະດາ​ແຕ່​ເຊົ້າ ພວກເຂົາ​ກໍ​ໄປ​ເຖິງ​ອຸບມຸງ​ນັ້ນ</verse>
				<verse number="3">ແລະ ຖາມ​ກັນ​ວ່າ, “ຜູ້ໃດ​ນໍ​ຈະ​ຊ່ວຍ​ກຶ່ງ​ກ້ອນຫີນ​ນັ້ນ​ອອກ​ຈາກ​ປາກ​ອຸບມຸງ​ໃຫ້​ພວກເຮົາ?”</verse>
				<verse number="4">ແຕ່​ພໍ​ພວກເຂົາ​ແນມເບິ່ງ​ກໍ​ເຫັນ​ວ່າ​ຫີນ​ກ້ອນ​ໃຫຍ່​ນັ້ນ​ຖືກ​ກຶ່ງ​ອອກ​ແລ້ວ.</verse>
				<verse number="5">ເມື່ອ​ພວກເຂົາ​ເຂົ້າ​ໄປ​ໃນ​ອຸບມຸງ​ກໍ​ໄດ້​ເຫັນ​ຊາຍໜຸ່ມ​ຜູ້​ໜຶ່ງ​ນຸ່ງ​ເສື້ອຄຸມ​ຍາວ​ສີຂາວ ນັ່ງ​ຢູ່​ເບື້ອງຂວາ ພວກນາງ​ກໍ​ຕົກໃຈຢ້ານ​ຫລາຍ.</verse>
				<verse number="6">ຊາຍໜຸ່ມ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ຢ່າ​ຕື່ນຕົກໃຈ​ເລີຍ, ພວກເຈົ້າ​ມາ​ຊອກຫາ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ. ພຣະອົງ​ເປັນຄືນມາ​ແລ້ວ! ພຣະອົງ​ບໍ່​ໄດ້​ຢູ່​ທີ່​ນີ້. ຈົ່ງ​ເບິ່ງ​ບ່ອນ​ທີ່​ພວກເຂົາ​ວາງ​ຮ່າງກາຍ​ຂອງ​ພຣະອົງ​ໄວ້​ແມ.</verse>
				<verse number="7">ແຕ່​ຈົ່ງ​ໄປ​ບອກ​ພວກສາວົກ​ຂອງ​ພຣະອົງ ແລະ ເປໂຕ​ວ່າ, ‘ພຣະອົງ​ກຳລັງ​ໄປ​ແຂວງ​ຄາລີເລ​ກ່ອນໜ້າ​ພວກເຈົ້າ. ພວກເຈົ້າ​ຈະ​ເຫັນ​ພຣະອົງ​ໃນ​ທີ່​ນັ້ນ ຕາມ​ທີ່​ພຣະອົງ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ’”.</verse>
				<verse number="8">ພວກເຂົາ​ຢ້ານ​ຈົນ​ໂຕສັ່ນ ແລະ ສັບສົນ ຈຶ່ງ​ພາກັນ​ຟ້າວ​ອອກ​ໜີ​ໄປ​ຈາກ​ອຸບມຸງ. ພວກເຂົາ​ບໍ່​ໄດ້​ເວົ້າ​ອັນ​ໃດ​ກັບ​ຜູ້ໃດ ເພາະ​ວ່າ​ພວກເຂົາ​ຢ້ານ. (ເອກະສານ​ເກົ່າ​ທີ່ສຸດ ແລະ ຫລັກຖານ​ບູຮານ​ອື່ນໆບໍ່​ມີ ຂໍ້.)</verse>
				<verse number="9">ເມື່ອ​ຮຸ່ງເຊົ້າ​ຂອງ​ວັນ​ຕົ້ນ​ສັບປະດາ ຫລັງ​ຈາກ​ທີ່​ພຣະເຢຊູເຈົ້າ​ເປັນຄືນມາຈາກຕາຍ​ແລ້ວ, ພຣະອົງ​ໄດ້​ປາກົດ​ແກ່​ນາງ​ມາຣີ​ຊາວ​ມັກດາລາ​ເປັນ​ຜູ້ທຳອິດ ຄື​ຜູ້​ທີ່​ພຣະເຢຊູເຈົ້າ​ໄດ້​ຂັບໄລ່​ຜີມານຮ້າຍ​ເຈັດ​ໂຕ​ອອກ​ນັ້ນ.</verse>
				<verse number="10">ມາຣີ​ຈຶ່ງ​ໄປ​ບອກ​ບັນດາ​ຜູ້​ທີ່​ເຄີຍ​ຢູ່​ກັບ​ພຣະອົງ, ຜູ້​ທີ່​ກຳລັງ​ໄວ້ທຸກ ແລະ ຮ້ອງໄຫ້​ຢູ່.</verse>
				<verse number="11">ເມື່ອ​ພວກເຂົາ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ມີຊີວິດ​ຢູ່ ແລະ ທັງ​ໄດ້​ຍິນ​ນາງ​ເວົ້າ​ວ່າ​ຕົນ​ໄດ້​ເຫັນ​ພຣະອົງ​ດ້ວຍ, ພວກເຂົາ​ກໍ​ບໍ່ເຊື່ອ.</verse>
				<verse number="12">ຫລັງຈາກນັ້ນ​ແລ້ວ ພຣະເຢຊູເຈົ້າ​ກໍ​ໄດ້​ປາກົດ​ໃນ​ລັກສະນະ​ໜຶ່ງ​ອີກ​ແກ່​ສາວົກ​ສອງ​ຄົນ​ໃນຂະນະ​ທີ່​ພວກເພິ່ນ​ເດີນ​ທາງ​ຢູ່​ນອກ​ເມືອງ.</verse>
				<verse number="13">ທັງ​ສອງ​ໄດ້​ກັບ​ມາ​ເລົ່າ​ໃຫ້​ສາວົກ​ຄົນ​ອື່ນໆ​ຟັງ ແຕ່​ພວກເພິ່ນ​ກໍ​ຍັງ​ບໍ່​ເຊື່ອ.</verse>
				<verse number="14">ຕໍ່ມາ ພຣະເຢຊູເຈົ້າ​ກໍ​ໄດ້​ປາກົດ​ແກ່​ສາວົກ​ສິບເອັດ​ຄົນ​ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ກິນເຂົ້າ​ຢູ່, ພຣະອົງ​ໄດ້​ຕຳໜິ​ພວກເພິ່ນ​ທີ່​ຂາດ​ຄວາມເຊື່ອ ແລະ ດື້ດ້ານ​ທີ່​ບໍ່​ຍອມ​ເຊື່ອ​ຜູ້​ທີ່​ໄດ້​ເຫັນ​ພຣະອົງ​ຫລັງຈາກ​ທີ່​ພຣະອົງ​ໄດ້​ເປັນຄືນມາ​ແລ້ວ.</verse>
				<verse number="15">ພຣະອົງ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ອອກ​ໄປ​ທົ່ວ​ໂລກ ປະກາດ​ຂ່າວປະເສີດ​ແກ່​ມະນຸດ​ທັງໝົດ.</verse>
				<verse number="16">ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ ແລະ ຮັບ​ບັບຕິສະມາ​ກໍ​ຈະ​ໄດ້​ພົ້ນ, ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ບໍ່ເຊື່ອ​ກໍ​ຈະ​ຖືກ​ຕັດສິນ​ລົງໂທດ.</verse>
				<verse number="17">ແລະ ໝາຍສຳຄັນ​ເຫລົ່ານີ້​ຈະ​ຕິດຕາມ​ຄົນ​ທີ່​ເຊື່ອ​ດັ່ງນີ້​ຄື: ພວກເຂົາ​ຈະ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງ​ເຮົາ, ພວກເຂົາ​ຈະ​ເວົ້າ​ພາສາ​ໃໝ່ໆ​ໄດ້,</verse>
				<verse number="18">ພວກເຂົາ​ຈະ​ຈັບ​ງູ​ດ້ວຍ​ມື​ເປົ່າ ແລະ ເມື່ອ​ພວກເຂົາ​ດື່ມ​ຂອງ​ທີ່​ມີ​ພິດ ສິ່ງ​ເຫລົ່ານີ້​ຈະ​ບໍ່​ເປັນ​ອັນຕະລາຍ​ແກ່​ພວກເຂົາ, ເມື່ອ​ພວກເຂົາ​ວາງມື​ໃສ່​ຄົນ​ເຈັບປ່ວຍ ແລະ ຄົນ​ເຫລົ່ານັ້ນ​ກໍ​ຈະ​ຫາຍດີ”.</verse>
				<verse number="19">ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ແກ່​ພວກເພິ່ນ​ແລ້ວ ພຣະອົງ​ກໍ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ ແລະ ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ.</verse>
				<verse number="20">ຝ່າຍ​ພວກສາວົກ​ກໍ​ອອກ​ໄປ​ເທດສະໜາ​ທົ່ວ​ທຸກ​ບ່ອນ ແລະ ອົງພຣະຜູ້ເປັນເຈົ້າ​ໄດ້​ຮ່ວມງານ​ກັບ​ພວກເພິ່ນ ແລະ ພຣະອົງ​ໄດ້​ຢືນຢັນ​ຖ້ອຍຄຳ​ຂອງ​ພຣະອົງ​ດ້ວຍ​ໝາຍສຳຄັນ​ທີ່​ເກີດຂຶ້ນ.</verse>
			</chapter>
		</book>
		<book number="42">
			<chapter number="1">
				<verse number="1">ມີ​ຫລາຍ​ຄົນ​ໄດ້​ຮຽບຮຽງ​ເລື່ອງລາວ​ຕ່າງໆ​ທີ່​ເກີດ​ຂຶ້ນ ​ໃນ​ທ່າມກາງ​ພວກເຮົາ​ທັງຫລາຍ,</verse>
				<verse number="2">ຕາມ​ທີ່​ສົ່ງ​ຕໍ່​ມາ​ເຖິງ​ພວກເຮົາ​ຈາກ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ເຫັນ​ກັບ​ຕາ​ຕັ້ງ​ແຕ່​ຕົ້ນ ແລະ ເປັນ​ຜູ້ຮັບໃຊ້​ຖ້ອຍຄຳ.</verse>
				<verse number="3">ດັ່ງນັ້ນ ຫລັງຈາກ​ທີ່​ຂ້າພະເຈົ້າ​ໄດ້​ສືບສວນ​ທຸກ​ສິ່ງ​ຢ່າງ​ລະອຽດ​ມາ​ຕັ້ງແຕ່​ຕົ້ນ​ແລ້ວ, ຂ້າພະເຈົ້າ​ຈຶ່ງ​ຕັດສິນໃຈ​ຂຽນ​ລຳດັບ​ເຫດການ​ເພື່ອ​ທ່ານ ເທໂອຟີໂລ​ທີ່​ນັບຖື,</verse>
				<verse number="4">ເພື່ອ​ທ່ານ​ຈະ​ໄດ້​ຮູ້​ວ່າ​ສິ່ງ​ຕ່າງໆ​ທີ່​ທ່ານ​ໄດ້​ຮຽນຮູ້​ມາ​ນັ້ນ​ເຊື່ອຖື​ໄດ້​ແນ່ນອນ.</verse>
				<verse number="5">ໃນ​ສະໄໝ​ຂອງ​ກະສັດ​ເຮໂຣດ​ແຫ່ງ​ຢູດາຍ ມີ​ປະໂລຫິດ​ຄົນ​ໜຶ່ງ​ຊື່​ວ່າ ເຊກາຣີຢາ ຢູ່​ໃນ​ສັງ​ກັດ​ຂອງ​ປະໂລຫິດ​ອາບີຢາ, ເມຍ​ຂອງ​ເພິ່ນ​ຊື່ ເອລີຊາເບັດ ກໍ​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ​ເໝືອນ​ກັນ.</verse>
				<verse number="6">ທັງ​ສອງ​ຄົນ​ເປັນ​ຄົນຊອບທຳ​ໃນ​ສາຍຕາ​ຂອງ​ພຣະເຈົ້າ, ຢຶດ​ຖື​ຄຳສັ່ງ ແລະ ທຸກ​ຂໍ້ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢ່າງ​ບໍ່ມີຕຳໜິ.</verse>
				<verse number="7">ແຕ່​ພວກເພິ່ນ​ບໍ່​ມີ​ລູກ​ເພາະ​ນາງ​ເອລີຊາເບັດ​ເປັນໝັນ ແລະ ທັງ​ສອງ​ກໍ​ເຖົ້າແກ່​ແລ້ວ.</verse>
				<verse number="8">ຄັ້ງ​ໜຶ່ງ​ເມື່ອ​ກອງ​ເວນ​ຂອງ​ເຊກາຣີຢາ​ຖືກ​ເຂົ້າ​ປະຕິບັດ​ໜ້າທີ່ ແລະ ເພິ່ນ​ກຳລັງ​ປະຕິບັດ​ໜ້າທີ່​ໃນ​ຖານະ​ເປັນ​ປະໂລຫິດ​ຕໍ່ໜ້າ​ພຣະເຈົ້າ,</verse>
				<verse number="9">ເພິ່ນ​ໄດ້​ຮັບ​ເລືອກ​ໂດຍ​ການ​ຈັບ​ສະຫລາກ​ຕາມ​ທຳນຽມ​ຂອງ​ປະໂລຫິດ​ເພື່ອ​ເຂົ້າ​ໄປ​ເຜົາ​ເຄື່ອງຫອມ​ໃນ​ວິຫານ​ຂອງ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="10">ແລະ ເມື່ອ​ເຖິງ​ເວລາ​ເຜົາ​ເຄື່ອງຫອມ ຜູ້​ນະມັດສະການ​ທຸກຄົນ​ທີ່​ເຕົ້າໂຮມ​ກັນ​ກໍ​ອະທິຖານ​ຢູ່​ຂ້າງນອກ.</verse>
				<verse number="11">ແລ້ວ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ກໍ​ມາ​ປາກົດ​ແກ່​ເພິ່ນ​ໂດຍ​ຢືນ​ຢູ່​ເບື້ອງຂວາ​ຂອງ​ແທ່ນເຜົາ​ເຄື່ອງຫອມ.</verse>
				<verse number="12">ເມື່ອ​ເຊກາຣີຢາ​ເຫັນ​ເທວະດາ​ນັ້ນ​ກໍ​ຕື່ນຕົກໃຈ ແລະ ມີ​ຄວາມ​ຢ້ານກົວ.</verse>
				<verse number="13">ແຕ່​ເທວະດາ​ຕົນ​ນັ້ນ​ກ່າວ​ກັບ​ເພິ່ນ​ວ່າ: “ເຊກາຣີຢາ, ຢ່າ​ຢ້ານ​ເລີຍ, ພຣະເຈົ້າ​ໄດ້​ຍິນ​ຄຳອະທິຖານ​ຂອງ​ເຈົ້າ​ແລ້ວ. ເອລີຊາເບັດ​ເມຍ​ຂອງ​ເຈົ້າ​ຈະ​ເກີດ​ລູກຊາຍ, ຈົ່ງ​ຕັ້ງ​ຊື່​ໃຫ້​ເພິ່ນ​ວ່າ​ໂຢຮັນ.</verse>
				<verse number="14">ເພິ່ນ​ຈະ​ເປັນ​ຄວາມ​ຊື່ນຊົມຍິນດີ ແລະ ຄວາມ​ສຸກໃຈ​ຂອງ​ເຈົ້າ ແລະ ຄົນ​ທັງຫລາຍ​ຈະ​ຍິນດີ​ເມື່ອ​ເພິ່ນ​ເກີດ​ມາ,</verse>
				<verse number="15">ເພາະ​ເພິ່ນ​ຈະ​ເປັນ​ຜູ້ຍິ່ງໃຫຍ່​ໃນ​ສາຍຕາ​ຂອງ​ອົງພຣະຜູ້ເປັນເຈົ້າ. ເພິ່ນ​ຈະ​ບໍ່​ດື່ມ​ເຫລົ້າອະງຸ່ນ ແລະ ຂອງ​ມຶນເມົາ ແລະ ເພິ່ນ​ຈະ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ຕັ້ງແຕ່​ກ່ອນ​ທີ່​ເພິ່ນ​ເກີດ​ມາ.</verse>
				<verse number="16">ເພິ່ນ​ຈະ​ນຳ​ປະຊາຊົນ​ອິດສະຣາເອນ​ຈຳນວນ​ຫລວງຫລາຍ​ກັບ​ຄືນ​ມາ​ຫາ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="17">ແລະ ເພິ່ນ​ຈະ​ອອກໜ້າ​ກ່ອນ​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຈິດວິນຍານ ແລະ ລິດອຳນາດ​ຂອງ​ເອລີຢາ, ເພື່ອ​ໃຫ້​ຈິດໃຈ​ຂອງ​ພໍ່​ຫັນ​ມາ​ຫາ​ລູກ ແລະ ນຳ​ຄົນບໍ່ເຊື່ອຟັງ​ຫັນ​ມາ​ສູ່​ປັນຍາ​ຂອງ​ຄົນຊອບທຳ ເພື່ອ​ຈັດຕຽມ​ຊົນຊາດ​ໜຶ່ງ​ໄວ້​ສຳລັບ​ອົງພຣະຜູ້ເປັນເຈົ້າ”.</verse>
				<verse number="18">ເຊກາຣີຢາ​ຖາມ​ເທວະດາ​ນັ້ນ​ວ່າ, “ຂ້ານ້ອຍ​ຈະ​ແນ່ໃຈ​ໃນ​ເລື່ອງ​ນີ້​ໄດ້​ແນວໃດ? ຂ້ານ້ອຍ​ເປັນ​ຊາຍ​ທີ່​ເຖົ້າແກ່ ແລະ ເມຍ​ຂອງ​ຂ້ານ້ອຍ​ກໍ​ມີ​ອາຍຸ​ຫລາຍ​ແລ້ວ”.</verse>
				<verse number="19">ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, “ເຮົາ​ແມ່ນ​ຄັບຣີເອນ. ເຮົາ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າ, ພຣະອົງ​ສົ່ງ​ເຮົາ​ມາ​ເວົ້າ​ກັບ​ເຈົ້າ ແລະ ໃຫ້​ມາ​ບອກ​ຂ່າວດີ​ນີ້​ແກ່​ເຈົ້າ.</verse>
				<verse number="20">ແລະ ບັດນີ້​ເຈົ້າ​ຈະ​ເປັນ​ໃບ້ ແລະ ບໍ່​ສາມາດ​ເວົ້າ​ໄດ້​ຈົນ​ເຖິງ​ວັນ​ທີ່​ເຫດການ​ເຫລົ່ານີ້​ຈະ​ເກີດ​ຂຶ້ນ, ເພາະ​ເຈົ້າ​ບໍ່​ເຊື່ອ​ຖ້ອຍຄຳ​ຂອງ​ເຮົາ, ເຊິ່ງ​ຈະ​ເປັນຈິງ​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້”.</verse>
				<verse number="21">ໃນ​ຂະນະ​ນັ້ນ ປະຊາຊົນ​ກໍ​ກຳລັງ​ລໍຖ້າ​ເຊກາຣີຢາ ແລະ ກຳລັງ​ສົງໄສ​ວ່າ​ເປັນຫຍັງ​ເພິ່ນ​ຈຶ່ງ​ຢູ່​ໃນ​ວິຫານ​ດົນ​ແທ້.</verse>
				<verse number="22">ເມື່ອ​ເພິ່ນ​ອອກ​ມາ ເພິ່ນ​ກໍ​ເວົ້າ​ກັບ​ພວກເຂົາ​ບໍ່​ໄດ້. ພວກເຂົາ​ຈຶ່ງ​ເຂົ້າໃຈ​ວ່າ​ເພິ່ນ​ໄດ້​ເຫັນ​ນິມິດ​ຢູ່​ໃນ​ວິຫານ, ເພາະ​ເພິ່ນ​ໄດ້​ພະຍາຍາມ​ໃຊ້​ມື​ສື່ສານ​ກັບ​ພວກເຂົາ ແຕ່​ກໍ​ຍັງ​ບໍ່​ສາມາດ​ເວົ້າ​ໄດ້.</verse>
				<verse number="23">ເມື່ອ​ເພິ່ນ​ເຮັດ​ໜ້າທີ່​ຈົນ​ຄົບ​ກຳນົດ​ເວລາ​ແລ້ວ ເພິ່ນ​ກໍ​ກັບ​ບ້ານ.</verse>
				<verse number="24">ຫລັງຈາກ​ນັ້ນ ນາງ​ເອລີຊາເບັດ​ເມຍ​ຂອງ​ເພິ່ນ​ກໍ​ຖືພາ ແລະ ບໍ່​ໄດ້​ອອກ​ໄປ​ໃສ​ເປັນ​ເວລາ​ຫ້າ​ເດືອນ.</verse>
				<verse number="25">ນາງ​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ກະທຳ​ການ​ນີ້​ເພື່ອ​ຂ້ານ້ອຍ. ໃນ​ວັນ​ເຫລົ່ານີ້​ພຣະອົງ​ໄດ້​ສະແດງ​ຄວາມ​ກະລຸນາ​ຂອງ​ພຣະອົງ ແລະ ເອົາ​ຄວາມອັບອາຍ​ຂອງ​ຂ້ານ້ອຍ​ທີ່​ມີ​ຢູ່​ໃນ​ທ່າມກາງ​ຄົນ​ທັງຫລາຍ​ອອກ​ໄປ”.</verse>
				<verse number="26">ໃນ​ເດືອນ​ທີ​ຫົກ​ທີ່​ນາງ​ເອລີຊາເບັດ​ກຳລັງ​ຖືພາ​ຢູ່​ນັ້ນ, ພຣະເຈົ້າ​ໄດ້​ສົ່ງ​ເທວະດາ​ຄັບຣີເອນ​ມາ​ຍັງ​ເມືອງ​ນາຊາເຣັດ​ໃນ​ແຂວງ​ຄາລີເລ,</verse>
				<verse number="27">ໃຫ້​ມາ​ຫາ​ສາວບໍລິສຸດ​ຄົນ​ໜຶ່ງ​ທີ່​ເປັນ​ຄູ່ໝັ້ນ​ຂອງ​ໂຢເຊັບ, ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ດາວິດ. ສາວບໍລິສຸດ​ຄົນ​ນັ້ນ​ມີ​ຊື່​ວ່າ​ມາຣີ.</verse>
				<verse number="28">ເທວະດາ​ຕົນ​ນັ້ນ​ໄດ້​ໄປ​ຫາ​ນາງ ແລະ ກ່າວ​ວ່າ, “ນາງ​ເອີຍ ເຈົ້າ​ເປັນ​ທີ່​ພໍໃຈ​ຫລາຍ! ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ເຈົ້າ”.</verse>
				<verse number="29">ນາງ​ມາຣີ​ຈຶ່ງ​ກະວົນກະວາຍ​ໃຈ​ຫລາຍ​ໃນ​ຖ້ອຍຄຳ​ຂອງ​ເພິ່ນ ແລະ ສົງໄສ​ວ່າ​ການ​ທັກທາຍ​ແບບ​ນີ້​ໝາຍ​ເຖິງ​ອັນໃດ.</verse>
				<verse number="30">ແຕ່​ເທວະດາ​ນັ້ນ​ໄດ້​ກ່າວ​ແກ່​ນາງ​ວ່າ, “ມາຣີ​ເອີຍ, ຢ່າ​ຢ້ານ​ເລີຍ ເຈົ້າ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພຣະເຈົ້າ.</verse>
				<verse number="31">ເຈົ້າ​ຈະ​ຖືພາ ແລະ ເກີດ​ລູກຊາຍ, ຈົ່ງ​ຕັ້ງ​ຊື່​ລູກ​ນັ້ນ​ວ່າ​ເຢຊູ.</verse>
				<verse number="32">ພຣະອົງ​ຈະ​ຍິ່ງໃຫຍ່ ແລະ ໄດ້​ຊື່​ວ່າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ. ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຈະ​ມອບ​ບັນລັງ​ຂອງ​ດາວິດ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ພຣະອົງ​ໃຫ້​ແກ່​ພຣະອົງ,</verse>
				<verse number="33">ແລະ ພຣະອົງ​ຈະ​ປົກຄອງ​ເຊື້ອສາຍ​ຂອງ​ຢາໂຄບ​ຕະຫລອດໄປ, ອານາຈັກ​ຂອງ​ພຣະອົງ​ຈະ​ບໍ່​ມີ​ວັນ​ສິ້ນສຸດ​ເລີຍ”.</verse>
				<verse number="34">ນາງ​ມາຣີ​ຈຶ່ງ​ຖາມ​ເທວະດາ​ນັ້ນ​ວ່າ, “ຈະ​ເປັນ​ຢ່າງ​ນັ້ນ​ໄດ້​ແນວໃດ​ໃນ​ເມື່ອ​ຂ້ານ້ອຍ​ຍັງ​ເປັນ​ສາວບໍລິສຸດ​ຢູ່?”</verse>
				<verse number="35">ເທວະດາ​ນັ້ນ​ໄດ້​ຕອບ​ວ່າ, “ພຣະວິນຍານບໍລິສຸດເຈົ້າ​ຈະ​ລົງ​ມາ​ເທິງ​ເຈົ້າ ແລະ ລິດອຳນາດ​ຂອງ​ພຣະເຈົ້າ​ສູງສຸດ​ຈະ​ປົກຄຸມ​ເຈົ້າ​ໄວ້. ດັ່ງນັ້ນ ອົງ​ບໍລິສຸດ​ທີ່​ຈະ​ເກີດ​ມາ​ຈະ​ໄດ້​ຊື່​ວ່າ ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.</verse>
				<verse number="36">ແມ່ນ​ແຕ່​ເອລີຊາເບັດ​ພີ່ນ້ອງ​ຂອງ​ເຈົ້າ ກໍ​ຈະ​ໄດ້​ລູກຊາຍ​ໃນ​ໄວ​ເຖົ້າ ແລະ ຍິງ​ທີ່​ຄົນ​ເວົ້າ​ວ່າ​ເປັນໝັນ​ກໍ​ຖືພາ​ໄດ້​ຫົກ​ເດືອນ​ແລ້ວ.</verse>
				<verse number="37">ເພາະ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ບໍ່​ມີ​ວັນ​ລົ້ມເຫລວ”.</verse>
				<verse number="38">ນາງ​ມາຣີ​ກ່າວ​ວ່າ, “ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ອົງພຣະຜູ້ເປັນເຈົ້າ, ຂໍ​ໃຫ້​ເປັນ​ຈິງ​ຕາມ​ຄຳ​ຂອງ​ທ່ານ”. ແລ້ວ​ເທວະດາ​ນັ້ນ​ກໍ​ຈາກ​ນາງ​ໄປ.</verse>
				<verse number="39">ໃນ​ເວລາ​ນັ້ນ​ມາຣີ​ໄດ້​ຕຽມຕົວ ແລະ ຟ້າວ​ໄປ​ຍັງ​ເມືອງ​ໜຶ່ງ​ທີ່​ຢູ່​ເນີນພູເຂົາ​ຂອງ​ແຂວງ​ຢູດາຍ,</verse>
				<verse number="40">ນາງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເຊກາຣີຢາ ແລະ ກ່າວ​ທັກທາຍ​ນາງ​ເອລີຊາເບັດ.</verse>
				<verse number="41">ເມື່ອ​ນາງ​ເອລີຊາເບັດ​ໄດ້​ຍິນ​ຄຳທັກທາຍ​ຂອງ​ນາງ​ມາຣີ, ລູກ​ໃນ​ທ້ອງ​ຂອງ​ນາງ​ກໍ​ດີ້ນ ແລະ ນາງ​ເອລີຊາເບັດ​ກໍ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ.</verse>
				<verse number="42">ນາງ​ຈຶ່ງ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ, “ເຈົ້າ​ໄດ້​ຮັບ​ພອນ​ຫລາຍ​ທີ່ສຸດ​ໃນ​ທ່າມກາງ​ແມ່ຍິງ​ທັງຫລາຍ ແລະ ລູກ​ທີ່​ເຈົ້າ​ຈະ​ເກີດ​ອອກ​ມາ​ນັ້ນ​ກໍ​ໄດ້​ຮັບ​ພອນ​ດ້ວຍ!</verse>
				<verse number="43">ແຕ່​ດ້ວຍ​ເຫດ​ໃດ​ຂ້ານ້ອຍ​ຈຶ່ງ​ໄດ້​ຮັບ​ຄວາມ​ກະລຸນາ​ຫລາຍ​ເຊັ່ນ​ນີ້ ທີ່​ແມ່​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ​ໄດ້​ມາ​ຢ້ຽມຢາມ​ຂ້ານ້ອຍ?</verse>
				<verse number="44">ພໍ​ແຕ່​ຂ້ານ້ອຍ​ໄດ້​ຍິນ​ສຽງ​ທັກທາຍ​ຂອງ​ນາງ ລູກ​ໃນ​ທ້ອງ​ຂອງ​ຂ້ານ້ອຍ​ກໍ​ດີ້ນ​ດ້ວຍ​ຄວາມຊື່ນຊົມຍິນດີ.</verse>
				<verse number="45">ພອນ​ນັ້ນ​ເປັນ​ຂອງ​ນາງ​ທີ່​ເຊື່ອ​ວ່າ​ອົງພຣະຜູ້ເປັນເຈົ້າ​ຈະ​ເຮັດ​ຕາມ​ສັນຍາ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ນາງ!”</verse>
				<verse number="46">ແລະ ນາງ​ມາຣີ​ຈຶ່ງ​ກ່າວ​ວ່າ: “ຈິດໃຈ​ຂອງ​ຂ້ານ້ອຍ​ຍົກຍ້ອງ​ອົງພຣະຜູ້ເປັນເຈົ້າ</verse>
				<verse number="47">ແລະ ຈິດວິນຍານ​ຂອງ​ຂ້ານ້ອຍ​ກໍ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ຂ້ານ້ອຍ,</verse>
				<verse number="48">ເພາະ​ພຣະອົງ​ໄດ້​ໃສ່​ໃຈ ຕໍ່​ຖານະ​ອັນ​ຕ່ຳຕ້ອຍ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ. ຈາກ​ນີ້​ໄປ​ຄົນ​ທຸກ​ຍຸກ​ຈະ​ເອີ້ນ​ຂ້ານ້ອຍ​ວ່າ​ຜູ້​ໄດ້​ຮັບ​ພອນ,</verse>
				<verse number="49">ເພາະ​ວ່າ​ພຣະອົງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ເຮັດ​ສິ່ງ​ຍິ່ງໃຫຍ່​ເພື່ອ​ຂ້ານ້ອຍ ນາມ​ຂອງ​ພຣະອົງ​ບໍລິສຸດ.</verse>
				<verse number="50">ຄວາມ​ເມດຕາ​ຂອງ​ພຣະອົງ​ກໍ​ແຜ່​ມາ​ເຖິງ​ບັນດາ​ຄົນ​ທີ່​ຢຳເກງ​ພຣະອົງ, ຈາກ​ຄົນ​ຊົ່ວ​ອາຍຸ​ນີ້​ໄປ​ຫາ​ຄົນ​ຊົ່ວ​ອາຍຸ​ໜ້າ.</verse>
				<verse number="51">ພຣະອົງ​ກະທຳ​ການ​ຍິ່ງໃຫຍ່​ດ້ວຍ​ແຂນ​ຂອງ​ພຣະອົງ, ພຣະອົງ​ເຮັດ​ໃຫ້​ຄົນ​ທີ່​ມີ​ໃຈ​ອວດອ້າງ​ຈອງຫອງ​ກະຈັດກະຈາຍ​ໄປ.</verse>
				<verse number="52">ພຣະອົງ​ໄດ້​ປົດ​ບັນດາ​ຜູ້ປົກຄອງ​ລົງ​ຈາກ​ບັນລັງ​ຂອງ​ພວກເຂົາ ແຕ່​ໄດ້​ຍົກ​ຄົນ​ຕ່ຳຕ້ອຍ​ຂຶ້ນ.</verse>
				<verse number="53">ພຣະອົງ​ໃຫ້​ຄົນ​ອຶດຢາກ​ເຕັມ​ໄປ​ດ້ວຍ​ສິ່ງ​ດີ ແຕ່​ສົ່ງ​ຄົນ​ຮັ່ງມີ​ໜີ​ໄປ​ມື​ເປົ່າ.</verse>
				<verse number="54">ພຣະອົງ​ຊ່ວຍ​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ ໂດຍ​ພຣະອົງ​ບໍ່​ລືມ​ທີ່​ຈະ​ເມດຕາ</verse>
				<verse number="55">ຕໍ່​ອັບຣາຮາມ ແລະ ເຊື້ອສາຍ​ຂອງ​ເພິ່ນ​ຕະຫລອດໄປ, ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ”.</verse>
				<verse number="56">ນາງ​ມາຣີ​ໄດ້​ພັກເຊົາ​ຢູ່​ກັບ​ເອລີຊາເບັດ​ປະມານ​ສາມ​ເດືອນ​ແລ້ວ​ຈຶ່ງ​ກັບ​ເຮືອນ.</verse>
				<verse number="57">ເມື່ອ​ເຖິງ​ກຳນົດ​ເວລາ​ທີ່​ນາງ​ເອລີຊາເບັດ​ຈະ​ເກີດ​ລູກ, ນາງ​ກໍ​ເກີດ​ລູກຊາຍ​ຄົນ​ໜຶ່ງ.</verse>
				<verse number="58">ບັນດາ​ເພື່ອນ​ບ້ານ ແລະ ຍາດພີ່ນ້ອງ​ຂອງ​ນາງ​ໄດ້​ຍິນ​ວ່າ​ອົງພຣະຜູ້ເປັນເຈົ້າ​ສະແດງ​ຄວາມ​ເມດຕາ​ອັນ​ຍິ່ງໃຫຍ່​ແກ່​ນາງ ແລະ ພວກເຂົາ​ກໍ​ໄດ້​ມາ​ຮ່ວມ​ຍິນດີ​ກັບ​ນາງ.</verse>
				<verse number="59">ໃນ​ວັນ​ທີ​ແປດ ພວກເພິ່ນ​ກໍ​ໃຫ້​ເດັກນ້ອຍ​ນັ້ນ​ຮັບ​ພິທີຕັດ ແລະ ພວກເພິ່ນ​ກຳລັງ​ຈະ​ຕັ້ງ​ຊື່​ໃຫ້​ເດັກນ້ອຍ​ນັ້ນ​ວ່າ​ເຊກາຣີຢາ​ຕາມ​ຊື່​ຂອງ​ພໍ່,</verse>
				<verse number="60">ແຕ່​ແມ່​ຂອງ​ເດັກນ້ອຍ​ໄດ້​ທ້ວງ​ຂຶ້ນ​ວ່າ, “ບໍ່​ໄດ້! ລາວ​ຕ້ອງ​ມີ​ຊື່​ວ່າ​ໂຢຮັນ”.</verse>
				<verse number="61">ພວກເຂົາ​ກ່າວ​ກັບ​ນາງ​ວ່າ, “ໃນ​ບັນດາ​ຍາດພີ່ນ້ອງ​ຂອງ​ເຈົ້າ​ບໍ່​ມີ​ຜູ້ໃດ​ທີ່​ໃຊ້​ຊື່​ນັ້ນ”.</verse>
				<verse number="62">ແລ້ວ​ພວກເຂົາ​ໃຊ້​ພາສາ​ໃບ້​ຖາມ​ພໍ່​ຂອງ​ເດັກນ້ອຍ​ເພື່ອ​ຕ້ອງການ​ຮູ້​ວ່າ​ເພິ່ນ​ຢາກ​ຕັ້ງ​ຊື່​ລູກ​ວ່າ​ແນວໃດ.</verse>
				<verse number="63">ເພິ່ນ​ຈຶ່ງ​ຂໍ​ໃຫ້​ເອົາ​ແຜ່ນກະດານ​ມາ​ແລ້ວ​ຂຽນ​ລົງ​ໄປ​ວ່າ, “ຊື່​ຂອງ​ລາວ​ແມ່ນ​ໂຢຮັນ” ເຊິ່ງ​ສ້າງ​ຄວາມປະຫລາດໃຈ​ແກ່​ທຸກຄົນ.</verse>
				<verse number="64">ໃນ​ທັນໃດ​ນັ້ນ ປາກ​ຂອງ​ເພິ່ນ​ກໍ​ເປີດ​ອອກ ແລະ ລີ້ນ​ຂອງ​ເພິ່ນ​ກໍ​ເຊົາ​ຕິດຂັດ ແລ້ວ​ເພິ່ນ​ກໍ​ເລີ່ມ​ກ່າວ ແລະ ສັນລະເສີນ​ພຣະເຈົ້າ.</verse>
				<verse number="65">ເພື່ອນ​ບ້ານ​ທຸກຄົນ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານ ແລະ ຄົນ​ທັງຫລາຍ​ກໍ​ພາກັນ​ເວົ້າ​ເຖິງ​ເລື່ອງ​ເຫລົ່ານີ້​ໄປ​ທົ່ວ​ເຂດ​ເນີນພູເຂົາ​ຂອງ​ແຂວງ​ຢູດາຍ.</verse>
				<verse number="66">ທຸກຄົນ​ທີ່​ໄດ້​ຍິນ​ເລື່ອງ​ນີ້​ຕ່າງ​ກໍ​ປະຫລາດໃຈ ແລະ ຖາມ​ກັນ​ວ່າ, “ແລ້ວ​ເດັກນ້ອຍ​ຄົນ​ນີ້​ຈະ​ເປັນ​ແນວໃດ​ນໍ?” ເພາະ​ມື​ຂອງ​ອົງພຣະຜູ້ເປັນເຈົ້າ​ຢູ່​ນຳ​ລາວ.</verse>
				<verse number="67">ຝ່າຍ​ເຊກາຣີຢາ​ຜູ້​ເປັນ​ພໍ່​ກໍ​ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ກ່າວ​ທຳນວາຍ​ວ່າ:</verse>
				<verse number="68">ສັນລະເສີນ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ອິດສະຣາເອນ, ເພາະ​ພຣະອົງ​ມາ​ຢ້ຽມຢາມ​ບັນດາ​ຄົນ​ຂອງ​ພຣະອົງ ແລະ ໄຖ່​ພວກເຂົາ.</verse>
				<verse number="69">ພຣະອົງ​ຍົກຊູ​ເຂົາສັດ ​ແຫ່ງ​ຄວາມພົ້ນ​ສຳລັບ​ພວກເຮົາ ໃນ​ເຊື້ອສາຍ​ຂອງ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ</verse>
				<verse number="70">(ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ຜ່ານ​ບັນດາ​ຜູ້ທຳນວາຍ​ບໍລິສຸດ​ຂອງ​ພຣະອົງ​ຕັ້ງແຕ່​ສະໄໝ​ບູຮານ),</verse>
				<verse number="71">ໃຫ້​ພົ້ນ​ຈາກ​ພວກ​ສັດຕູ​ຂອງ​ພວກເຮົາ ແລະ ພົ້ນ​ຈາກ​ມື​ຂອງ​ທຸກຄົນ​ທີ່​ກຽດຊັງ​ພວກເຮົາ</verse>
				<verse number="72">ເພື່ອ​ສະແດງ​ຄວາມເມດຕາ​ຕໍ່​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ ແລະ ເພື່ອ​ເປັນ​ການ​ລະນຶກ​ເຖິງ​ພັນທະສັນຍາ​ອັນ​ບໍລິສຸດ​ຂອງ​ພຣະອົງ,</verse>
				<verse number="73">ຄຳສາບານ​ທີ່​ພຣະອົງ​ໄດ້​ສາບານ​ໄວ້​ກັບ​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຄື:</verse>
				<verse number="74">ຈະ​ກອບກູ້​ພວກເຮົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ພວກ​ສັດຕູ​ຂອງ​ພວກເຮົາ, ແລະ ໃຫ້​ພວກເຮົາ​ສາມາດ​ຮັບໃຊ້​ພຣະອົງ​ໂດຍ​ປາດສະຈາກ​ຄວາມຢ້ານ</verse>
				<verse number="75">ໃນ​ຄວາມບໍລິສຸດ ແລະ ຄວາມຊອບທຳ​ຕໍ່ໜ້າ​ພຣະອົງ​ຕະຫລອດ​ຊີວິດ​ຂອງ​ພວກເຮົາ.</verse>
				<verse number="76">“ແລະ ສ່ວນ​ເຈົ້າ, ລູກ​ຂອງ​ພໍ່, ເຈົ້າ​ຈະ​ໄດ້​ຊື່​ວ່າ​ຜູ້ທຳນວາຍ​ຂອງ​ອົງ​ສູງສຸດ, ເພາະວ່າ​ເຈົ້າ​ຈະ​ໄປ​ກ່ອນໜ້າ​ອົງພຣະຜູ້ເປັນເຈົ້າ​ເພື່ອ​ຈັດຕຽມ​ທາງ​ສຳລັບ​ພຣະອົງ,</verse>
				<verse number="77">ເພື່ອ​ຈະ​ໃຫ້​ຄົນ​ຂອງ​ພຣະອົງ​ຮູ້​ເຖິງ​ຄວາມພົ້ນ ຜ່ານ​ການ​ອະໄພ​ບາບ​ຂອງ​ພວກເຂົາ,</verse>
				<verse number="78">ເພາະ​ໂດຍ​ຄວາມ​ເມດຕາ​ອັນ​ອ່ອນໂຍນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ, ແສງ​ສະຫວ່າງ​ໃນ​ຍາມ​ຮຸ່ງເຊົ້າ​ຈາກ​ສະຫວັນ​ຈະ​ມາ​ຫາ​ພວກເຮົາ</verse>
				<verse number="79">ເພື່ອ​ສ່ອງສະຫວ່າງ​ແກ່​ບັນດາ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ຄວາມມືດ ແລະ ຢູ່​ໃນ​ເງົາ​ຂອງ​ຄວາມຕາຍ, ເພື່ອ​ຈະ​ນຳພາ​ຕີນ​ຂອງ​ພວກເຮົາ​ໄປ​ສູ່​ທາງ​ແຫ່ງ​ສັນຕິສຸກ”.</verse>
				<verse number="80">ແລ້ວ​ເດັກນ້ອຍ​ຄົນ​ນັ້ນ​ກໍ​ເຕີບໃຫຍ່​ຂຶ້ນ ແລະ ຝ່າຍ​ວິນຍານ​ກໍ​ເຂັ້ມແຂງ, ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ຈົນ​ເຖິງ​ວັນ​ທີ່​ຈະ​ໄດ້​ມາ​ປາກົດ​ແກ່​ປະຊາຊົນ​ອິດສະຣາເອນ.</verse>
			</chapter>
			<chapter number="2">
				<verse number="1">ໃນ​ເວລາ​ນັ້ນ ກາຍຊາ​ໂອຄຸໂຕ​ໄດ້​ອອກ​ຄຳສັ່ງ​ໃຫ້​ພົນລະເມືອງ​ໃນ​ທົ່ວ​ທັງ​ຈັກກະພົບ​ໂຣມ​ໄປ​ຈົດທະບຽນ​ສຳມະໂນຄົວ.</verse>
				<verse number="2">(ນີ້​ແມ່ນ​ການ​ຈົດທະບຽນ​ສຳມະໂນຄົວ​ຄັ້ງ​ທຳອິດ​ໃນ​ສະໄໝ​ທີ່​ກີເຣນີໂອ​ເປັນ​ຜູ້ປົກຄອງ​ແຂວງ​ຊີເຣຍ.)</verse>
				<verse number="3">ທຸກຄົນ​ຕ່າງ​ກໍ​ໄປ​ຈົດທະບຽນ​ສຳມະໂນຄົວ​ຕາມ​ບ້ານເມືອງ​ຂອງ​ຕົນ.</verse>
				<verse number="4">ດັ່ງນັ້ນ ໂຢເຊັບ​ຈຶ່ງ​ເດີນທາງ​ຈາກ​ເມືອງ​ນາຊາເຣັດ​ໃນ​ແຂວງ​ຄາລີເລ​ຂຶ້ນ​ໄປ​ຍັງ​ເບັດເລເຮັມ​ເມືອງ​ຂອງ​ດາວິດ​ໃນ​ແຂວງ​ຢູດາຍ ເພາະວ່າ​ເພິ່ນ​ເປັນ​ເຊື້ອສາຍ​ຂອງ​ດາວິດ.</verse>
				<verse number="5">ເພິ່ນ​ໄດ້​ໄປ​ຈົດທະບຽນ​ຢູ່​ທີ່​ນັ້ນ​ກັບ​ນາງ​ມາຣີ​ຄູ່ໝັ້ນ​ຂອງ​ເພິ່ນ​ທີ່​ກຳລັງ​ຖືພາ​ຢູ່.</verse>
				<verse number="6">ໃນ​ຂະນະ​ທີ່​ພວກເພິ່ນ​ຢູ່​ທີ່​ນັ້ນ ກໍ​ພໍ​ດີ​ຄົບ​ກຳນົດ​ທີ່​ນາງ​ມາຣີ​ຈະ​ເກີດ​ລູກ,</verse>
				<verse number="7">ນາງ​ໄດ້​ເກີດ​ລູກຊາຍ​ກົກ, ນາງ​ໄດ້​ເອົາ​ຜ້າອ້ອມ​ມາ​ພັນ​ລູກ ແລະ ວາງ​ໄວ້​ໃນ​ຮາງຫຍ້າ ເພາະວ່າ​ໃນ​ໂຮງແຮມ​ບໍ່​ມີ​ຫ້ອງ​ຫວ່າງ​ສຳລັບ​ພວກເພິ່ນ​ເລີຍ.</verse>
				<verse number="8">ແລະ ມີ​ຄົນລ້ຽງແກະ​ອາໄສ​ຢູ່​ໃນ​ທົ່ງນາ​ໃກ້​ແຖບ​ນັ້ນ ເຝົ້າ​ຝູງ​ແກະ​ຂອງ​ພວກເຂົາ​ໃນ​ເວລາ​ກາງຄືນ.</verse>
				<verse number="9">ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ມາ​ປາກົດ​ແກ່​ພວກເຂົາ ແລະ ສະຫງ່າລາສີ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ສ່ອງ​ອ້ອມຮອບ​ພວກເຂົາ, ເຮັດ​ໃຫ້​ພວກເຂົາ​ຕົກໃຈ​ຢ້ານ.</verse>
				<verse number="10">ແຕ່​ເທວະດາ​ຕົນ​ນັ້ນ​ກ່າວ​ແກ່​ພວກເຂົາ​ວ່າ, “ຢ່າ​ຢ້ານ​ເລີຍ. ເຮົາ​ນຳ​ຂ່າວດີ​ມາ​ໃຫ້​ພວກທ່ານ ເຊິ່ງ​ເຮັດ​ໃຫ້​ທຸກຄົນ​ຊື່ນຊົມຍິນດີ​ຢ່າງ​ໃຫຍ່.</verse>
				<verse number="11">ໃນ​ວັນ​ນີ້​ທີ່​ເມືອງ​ຂອງ​ດາວິດ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ອົງ​ໜຶ່ງ​ໄດ້​ມາ​ບັງເກີດ​ເພື່ອ​ພວກເຈົ້າ, ພຣະອົງ​ຄື​ພຣະເມຊີອາ, ອົງພຣະຜູ້ເປັນເຈົ້າ.</verse>
				<verse number="12">ນີ້​ຈະ​ເປັນ​ໝາຍສຳຄັນ​ແກ່​ພວກເຈົ້າ​ຄື: ພວກເຈົ້າ​ຈະ​ໄດ້​ພົບ​ເດັກນ້ອຍ​ຄົນ​ໜຶ່ງ​ພັນ​ຜ້າອ້ອມ​ນອນ​ຢູ່​ໃນ​ຮາງຫຍ້າ”.</verse>
				<verse number="13">ໃນ​ທັນໃດ​ນັ້ນ ກອງທັບ​ສະຫວັນ​ໝູ່​ໃຫຍ່​ມາ​ປາກົດ​ພ້ອມ​ກັບ​ເທວະດາ​ຕົນ​ນັ້ນ​ຮ່ວມ​ກັນ​ສັນລະເສີນ​ພຣະເຈົ້າ ແລະ ກ່າວ​ວ່າ,</verse>
				<verse number="14">“ຂໍ​ກຽດຕິຍົດ​ຈົ່ງ​ມີ​ແກ່​ພຣະເຈົ້າ​ໃນ​ສະຫວັນ​ສູງສຸດ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ຜູ້​ທີ່​ພຣະອົງ​ພໍໃຈ​ເທິງ​ແຜ່ນດິນໂລກ​ນີ້”.</verse>
				<verse number="15">ເມື່ອ​ບັນດາ​ເທວະດາ​ເຫລົ່ານັ້ນ​ຈາກ​ພວກເຂົາ​ໄປ ແລະ ກັບ​ຂຶ້ນ​ສູ່​ສະຫວັນ​ແລ້ວ ພວກ​ຜູ້ລ້ຽງແກະ​ກໍ​ເວົ້າ​ກັນ​ວ່າ, “ໃຫ້​ພວກເຮົາ​ພາກັນ​ໄປ​ຍັງ​ເມືອງ​ເບັດເລເຮັມ ແລະ ໄປ​ເບິ່ງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້​ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ບອກ​ພວກເຮົາ”.</verse>
				<verse number="16">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຟ້າວ​ໄປ ແລະ ພົບ​ນາງ​ມາຣີ​ກັບ​ໂຢເຊັບ ແລະ ເດັກນ້ອຍ​ທີ່​ນອນ​ຢູ່​ໃນ​ຮາງຫຍ້າ.</verse>
				<verse number="17">ເມື່ອ​ພວກເຂົາ​ໄດ້​ເຫັນ​ພຣະອົງ​ແລ້ວ ພວກເຂົາ​ກໍ​ໄດ້​ກະຈາຍ​ຂ່າວ​ເລື່ອງ​ທີ່​ເທວະດາ​ໄດ້​ບອກ​ເລື່ອງ​ເດັກນ້ອຍ​ຄົນ​ນັ້ນ,</verse>
				<verse number="18">ແລະ ທຸກຄົນ​ທີ່​ໄດ້​ຍິນ​ກໍ​ປະຫລາດໃຈ​ໃນ​ສິ່ງ​ທີ່​ພວກຜູ້ລ້ຽງແກະ​ໄດ້​ບອກ​ແກ່​ພວກເຂົາ.</verse>
				<verse number="19">ແຕ່​ນາງ​ມາຣີ​ກໍ​ໄດ້​ເກັບ​ເລື່ອງ​ທັງໝົດ​ນີ້​ໄວ້ ແລະ ຄິດ​ທົບທວນ​ຢູ່​ໃນ​ໃຈ.</verse>
				<verse number="20">ແລ້ວ​ພວກຜູ້ລ້ຽງແກະ​ກໍ​ກັບ​ຄືນ​ໄປ​ຖວາຍ​ກຽດ ແລະ ສັນລະເສີນ​ພຣະເຈົ້າ​ສຳລັບ​ທຸກສິ່ງ​ທີ່​ພວກເຂົາ​ໄດ້​ຍິນ ແລະ ໄດ້​ເຫັນ ເພາະວ່າ​ເຫດການ​ໄດ້​ເປັນ​ໄປ​ຕາມ​ທີ່​ເທວະດາ​ນັ້ນ​ໄດ້​ບອກ​ພວກເຂົາ​ໄວ້.</verse>
				<verse number="21">ໃນ​ວັນ​ທີ​ແປດ ກໍ​ເຖິງ​ເວລາ​ທີ່​ເດັກນ້ອຍ​ຄົນ​ນັ້ນ​ຕ້ອງ​ຮັບ​ພິທີຕັດ, ເດັກນ້ອຍ​ຄົນ​ນັ້ນ​ມີ​ຊື່​ວ່າ​ເຢຊູ ຕາມ​ຊື່​ທີ່​ເທວະດາ​ໄດ້​ບອກ​ໄວ້​ກ່ອນ​ທີ່​ນາງ​ມາຣີ​ຍັງ​ບໍ່​ທັນ​ໄດ້​ຖືພາ.</verse>
				<verse number="22">ເມື່ອ​ເຖິງ​ເວລາ​ທີ່​ຈະ​ເຮັດ​ພິທີ​ຊຳລະ​ຕາມ​ກົດບັນຍັດ​ຂອງ​ໂມເຊ, ໂຢເຊັບ ແລະ ນາງ​ມາຣີ​ຈຶ່ງ​ໄດ້​ນຳ​ພຣະເຢຊູເຈົ້າ​ໄປ​ທີ່​ເຢຣູຊາເລັມ​ເພື່ອ​ຖວາຍ​ແກ່​ອົງພຣະຜູ້ເປັນເຈົ້າ</verse>
				<verse number="23">(ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ອົງພຣະຜູ້ເປັນເຈົ້າ​ວ່າ, “ລູກຊາຍ​ກົກ​ທຸກຄົນ​ຈະ​ຕ້ອງ​ນຳ​ມາ​ຖວາຍ​ແກ່​ອົງພຣະຜູ້ເປັນເຈົ້າ”),</verse>
				<verse number="24">ແລະ ເພື່ອ​ຖວາຍ​ເຄື່ອງບູຊາ​ຕາມ​ທີ່​ກ່າວ​ໄວ້​ໃນ​ກົດບັນຍັດ​ຂອງ​ອົງພຣະຜູ້ເປັນເຈົ້າ​ຄື: “ນົກເຂົາ​ຄູ່​ໜຶ່ງ ຫລື ນົກກາງແກ​ໜຸ່ມ​ສອງ​ໂຕ”.</verse>
				<verse number="25">ບັດນີ້ ມີ​ຊາຍ​ຄົນ​ໜຶ່ງ​ໃນ​ເຢຣູຊາເລັມ​ຊື່​ວ່າ​ຊີເມໂອນ, ເພິ່ນ​ເປັນ​ຄົນ​ຊອບທຳ ແລະ ຢຳເກງ​ພຣະເຈົ້າ. ເພິ່ນ​ກຳລັງ​ຄອຍຖ້າ​ເວລາ​ທີ່​ປະຊາຊົນ​ອິດສະຣາເອນ​ຈະ​ໄດ້​ຮັບ​ການ​ປອບໃຈ ແລະ ພຣະວິນຍານບໍລິສຸດເຈົ້າ​ກໍ​ຢູ່​ກັບ​ເພິ່ນ.</verse>
				<verse number="26">ພຣະວິນຍານບໍລິສຸດເຈົ້າ​ໄດ້​ສະແດງ​ໃຫ້​ເພິ່ນ​ຮູ້​ວ່າ​ເພິ່ນ​ຈະ​ບໍ່​ຕາຍ​ຈົນ​ກວ່າ​ຈະ​ໄດ້​ເຫັນ​ພຣະເມຊີອາ​ຂອງ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="27">ພຣະວິນຍານບໍລິສຸດເຈົ້າ​ໄດ້​ນຳ​ເພິ່ນ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ. ເມື່ອ​ພໍ່​ແມ່​ໄດ້​ນຳ​ເອົາ​ເດັກນ້ອຍ​ເຢຊູ​ມາ​ເພື່ອ​ປະກອບ​ພິທີ​ໃຫ້​ແກ່​ເດັກນ້ອຍ​ນັ້ນ​ຕາມ​ທຳນຽມ​ຂອງ​ກົດບັນຍັດ​ທີ່​ໄດ້​ກຳນົດ​ໄວ້,</verse>
				<verse number="28">ຊີເມໂອນ​ກໍ​ໄດ້​ອູ້ມ​ພຣະເຢຊູເຈົ້າ​ໄວ້​ໃນ​ອ້ອມແຂນ​ຂອງ​ຕົນ ແລະ ສັນລະເສີນ​ພຣະເຈົ້າ​ວ່າ:</verse>
				<verse number="29">“ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ​ອົງເຈົ້ານາຍ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້, ບັດນີ້ ຂໍ​ພຣະອົງ​ໃຫ້ ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄປ​ຢ່າງ​ເປັນສຸກ.</verse>
				<verse number="30">ເພາະວ່າ​ຕາ​ຂອງ​ຂ້ານ້ອຍ​ໄດ້​ເຫັນ​ຄວາມພົ້ນ​ທີ່​ມາ​ຈາກ​ພຣະອົງ​ແລ້ວ,</verse>
				<verse number="31">ຄວາມພົ້ນ​ທີ່​ພຣະອົງ​ໄດ້​ຈັດຕຽມ​ໄວ້​ຕໍ່ໜ້າ​ປະຊາຊາດ​ທັງໝົດ​ຄື:</verse>
				<verse number="32">ແສງສະຫວ່າງ​ເພື່ອ​ເປີດເຜີຍ​ແກ່​ບັນດາ​ຄົນຕ່າງຊາດ, ແລະ ເພື່ອ​ເປັນ​ສະຫງ່າລາສີ​ແກ່​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ”.</verse>
				<verse number="33">ພໍ່​ແມ່​ຂອງ​ເດັກນ້ອຍ​ກໍ​ປະຫລາດໃຈ​ໃນ​ຖ້ອຍຄຳ​ທີ່​ຊີເມໂອນ​ໄດ້​ກ່າວ​ກ່ຽວກັບ​ເດັກນ້ອຍ​ຄົນ​ນັ້ນ.</verse>
				<verse number="34">ຫລັງຈາກ​ນັ້ນ ຊີເມໂອນ​ໄດ້​ອວຍພອນ​ພວກເພິ່ນ ແລະ ກ່າວ​ກັບ​ນາງ​ມາຣີ​ແມ່​ຂອງ​ເດັກນ້ອຍ​ນັ້ນ​ວ່າ, “ເດັກນ້ອຍ​ຄົນ​ນີ້​ຖືກ​ກຳນົດ​ໄວ້​ເພື່ອ​ເຮັດ​ໃຫ້​ຄົນ​ອິດສະຣາເອນ​ລົ້ມ​ລົງ ແລະ ລຸກ​ຂຶ້ນ, ແລະ ຖືກ​ກຳນົດ​ໄວ້​ໃຫ້​ເປັນ​ໝາຍສຳຄັນ​ທີ່​ຈະ​ຖືກ​ເວົ້າ​ຕໍ່ຕ້ານ,</verse>
				<verse number="35">ເພື່ອ​ຄວາມຄິດ​ໃນ​ໃຈ​ຂອງ​ຄົນ​ທັງຫລາຍ​ຈະ​ຖືກ​ເປີດເຜີຍ​ອອກ. ແລະ ດາບ​ຈະ​ແທງ​ຊອດ​ຈິດໃຈ​ຂອງ​ເຈົ້າ​ເອງ​ເໝືອນກັນ”.</verse>
				<verse number="36">ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ວ່າ​ອານາ, ເປັນ​ລູກສາວ​ຂອງ​ຟານູເອັນ​ຕະກູນ​ອາເຊ. ນາງ​ເປັນ​ຄົນ​ເຖົ້າແກ່​ຫລາຍ​ແລ້ວ, ຫລັງ​ຈາກ​ແຕ່ງງານ​ມາ​ນາງ​ຢູ່​ກັບ​ຜົວ​ໄດ້​ເຈັດ​ປີ,</verse>
				<verse number="37">ແລ້ວ​ກໍ​ເປັນ​ໝ້າຍ​ມາ​ຈົນ​ເຖິງ​ອາຍຸ 84 ປີ. ນາງ​ບໍ່​ເຄີຍ​ອອກ​ຈາກ​ບໍລິເວນ​ວິຫານ​ເລີຍ ແຕ່​ເຝົ້າ​ນະມັດສະການ​ພຣະເຈົ້າ​ທັງ​ກາງເວັນ ແລະ ກາງຄືນ, ຖືສິນ​ອົດອາຫານ ແລະ ອະທິຖານ.</verse>
				<verse number="38">ໃນ​ເວລາ​ນັ້ນ ນາງ​ໄດ້​ເຂົ້າ​ມາ​ຫາ​ພວກເພິ່ນ​ແລ້ວ​ຂອບພຣະຄຸນ​ພຣະເຈົ້າ ແລະ ເວົ້າ​ເຖິງ​ເດັກນ້ອຍ​ຄົນ​ນີ້​ໃຫ້​ແກ່​ທຸກຄົນ​ທີ່​ລໍຖ້າ​ການ​ໄຖ່​ເຢຣູຊາເລັມ​ຟັງ.</verse>
				<verse number="39">ເມື່ອ​ໂຢເຊັບ ແລະ ນາງ​ມາຣີ ໄດ້​ເຮັດ​ທຸກສິ່ງ​ຕາມ​ທີ່​ກຳນົດ​ໄວ້​ໃນ​ກົດບັນຍັດ​ຂອງ​ອົງພຣະຜູ້ເປັນເຈົ້າ​ແລ້ວ, ພວກເພິ່ນ​ກໍ​ກັບ​ມາ​ທີ່​ນາຊາເຣັດ​ເມືອງ​ຂອງ​ຕົນ​ໃນ​ແຂວງ​ຄາລີເລ.</verse>
				<verse number="40">ແລະ ເດັກນ້ອຍ​ນັ້ນ​ກໍ​ເຕີບໃຫຍ່ ແລະ ແຂງແຮງ, ພຣະອົງ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ ແລະ ພຣະຄຸນ​ຂອງ​ພຣະເຈົ້າ​ກໍ​ຢູ່​ກັບ​ພຣະອົງ.</verse>
				<verse number="41">ໃນ​ທຸກ​ປີ ພໍ່ແມ່​ຂອງ​ພຣະເຢຊູເຈົ້າ​ຈະ​ຂຶ້ນ​ໄປ​ທີ່​ເຢຣູຊາເລັມ​ເພື່ອ​ຮ່ວມ​ເທດສະການ​ປັດສະຄາ.</verse>
				<verse number="42">ເມື່ອ​ພຣະເຢຊູເຈົ້າ​ມີ​ອາຍຸ​ໄດ້ 12 ປີ, ພວກເພິ່ນ​ກໍ​ໄດ້​ໄປ​ຮ່ວມ​ເທດສະການ​ນີ້​ຕາມ​ທຳນຽມ.</verse>
				<verse number="43">ຫລັງຈາກ​ເທດສະການ​ນີ້​ສິ້ນສຸດ​ລົງ​ແລ້ວ, ຂະນະ​ທີ່​ພໍ່ແມ່​ຂອງ​ພຣະອົງ​ກຳລັງ​ເດີນທາງ​ກັບ​ຄືນ​ເມືອ​ເຮືອນ, ພຣະເຢຊູເຈົ້າ​ຍັງ​ຢູ່​ໃນ​ເຢຣູຊາເລັມ, ແຕ່​ພວກເພິ່ນ​ບໍ່​ຮູ້.</verse>
				<verse number="44">ຄິດ​ວ່າ​ຢູ່​ໃນ​ກຸ່ມ​ຄົນ​ທີ່​ມາ​ດ້ວຍ​ກັນ, ເມື່ອ​ພວກເພິ່ນ​ເດີນທາງ​ຕໍ່ໄປ​ໄດ້​ໜຶ່ງ​ວັນ. ແລ້ວ​ພວກ​ເພິ່ນ​ກໍ​ເລີ່ມ​ຊອກຫາ​ພຣະເຢຊູເຈົ້າ​ໃນ​ທ່າມກາງ​ຍາດພີ່ນ້ອງ ແລະ ໝູ່ເພື່ອນ.</verse>
				<verse number="45">ເມື່ອ​ພວກເພິ່ນ​ບໍ່​ພົບ​ພຣະອົງ, ພວກເພິ່ນ​ຈຶ່ງ​ກັບ​ໄປ​ຊອກຫາ​ທີ່​ເຢຣູຊາເລັມ.</verse>
				<verse number="46">ສາມ​ມື້​ຕໍ່ມາ​ພວກເພິ່ນ​ຈຶ່ງ​ພົບ​ພຣະເຢຊູເຈົ້າ​ຢູ່​ທີ່​ເດີ່ນ​ວິຫານ, ພຣະອົງ​ນັ່ງ​ຢູ່​ໃນ​ທ່າມກາງ​ບັນດາ​ອາຈານ, ກຳລັງ​ຟັງ ແລະ ຖາມ​ບັນດາ​ອາຈານ​ເຫລົ່ານັ້ນ.</verse>
				<verse number="47">ທຸກຄົນ​ທີ່​ໄດ້​ຟັງ​ພຣະອົງ​ກ່າວ ຕ່າງ​ກໍ​ປະຫລາດໃຈ​ໃນ​ສະຕິປັນຍາ ແລະ ຄຳຕອບ​ຂອງ​ພຣະອົງ.</verse>
				<verse number="48">ເມື່ອ​ພໍ່ແມ່​ໄດ້​ເຫັນ​ພຣະອົງ​ກໍ​ປະຫລາດໃຈ. ຜູ້​ເປັນ​ແມ່​ຈຶ່ງ​ກ່າວ​ແກ່​ພຣະອົງ​ວ່າ, “ລູກ​ເອີຍ, ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ເຮັດ​ກັບ​ພວກເຮົາ​ຢ່າງ​ນີ້? ພໍ່​ກັບ​ແມ່​ຮ້ອນຮົນ​ໃຈ​ຕາມ​ຫາ​ລູກ”.</verse>
				<verse number="49">ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຕາມ​ຫາ​ເຮົາ? ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ເຮົາ​ຕ້ອງ​ຢູ່​ໃນ​ບ້ານ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ?”</verse>
				<verse number="50">ແຕ່​ພວກເພິ່ນ​ບໍ່​ເຂົ້າໃຈ​ໃນ​ສິ່ງ​ທີ່​ພຣະອົງ​ເວົ້າ​ກັບ​ພວກເພິ່ນ.</verse>
				<verse number="51">ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກັບ​ຄືນ​ໄປ​ຍັງ​ເມືອງ​ນາຊາເຣັດ​ກັບ​ພວກເພິ່ນ ແລະ ເຊື່ອຟັງ​ພວກເພິ່ນ. ສ່ວນ​ນາງ​ມາຣີ​ກໍ​ເກັບ​ເລື່ອງ​ທັງໝົດ​ນີ້​ໄວ້​ໃນ​ໃຈ.</verse>
				<verse number="52">ແລະ ພຣະເຢຊູເຈົ້າ​ກໍ​ເຕີບໃຫຍ່​ຂຶ້ນ​ທັງ​ທາງ​ດ້ານ​ສະຕິປັນຍາ ແລະ ດ້ານ​ຮ່າງກາຍ ແລະ ເປັນ​ທີ່​ພໍໃຈ​ຂອງ​ພຣະເຈົ້າ ແລະ ເປັນ​ທີ່​ພໍໃຈ​ຂອງ​ຄົນ​ທັງຫລາຍ.</verse>
			</chapter>
			<chapter number="3">
				<verse number="1">ໃນ​ລາຊະການ​ປີ​ທີ​ສິບຫ້າ​ຂອງ​ຕີເບຣີໂອ​ກາຍຊາ, ໃນ​ເວລາ​ນັ້ນ​ປົນທຽວ​ປີລາດ​ເປັນ​ຜູ້ປົກຄອງ​ແຂວງ​ຢູດາຍ, ເຮໂຣດ​ໄດ້​ເປັນ​ຜູ້ປົກຄອງ​ແຂວງ​ຄາລີເລ, ສ່ວນ​ຟີລິບ​ນ້ອງຊາຍ​ຂອງ​ເຮໂຣດ​ເປັນ​ຜູ້ປົກຄອງ​ແຂວງ​ອີຕູຣາຍ ແລະ ທາໂຄນິດ, ລີຊາເນຍ​ເປັນ​ຜູ້ປົກຄອງ​ແຂວງ​ອາບີເລັນ.</verse>
				<verse number="2">ໃນ​ສະໄໝ​ທີ່​ອັນນາ ແລະ ກາຢະຟາ​ເປັນ​ມະຫາ​ປະໂລຫິດ, ພຣະຄຳ​ຂອງ​ພຣະເຈົ້າ​ກໍ​ໄດ້​ມາ​ເຖິງ​ໂຢຮັນ​ລູກຊາຍ​ຂອງ​ເຊກາຣີຢາ​ໃນ​ຖິ່ນແຫ້ງແລ້ງກັນດານ.</verse>
				<verse number="3">ເພິ່ນ​ໄດ້​ອອກ​ໄປ​ທົ່ວ​ຂົງເຂດ​ແມ່ນ້ຳ​ຈໍແດນ, ໄດ້​ເທດສະໜາ​ເລື່ອງ​ການ​ຮັບ​ບັບຕິສະມາ​ທີ່​ສະແດງ​ເຖິງ​ການ​ຖິ້ມໃຈເກົ່າເອົາໃຈໃໝ່​ເພື່ອ​ຮັບ​ການ​ອະໄພ​ບາບ.</verse>
				<verse number="4">ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ໜັງສື​ຂອງ​ຜູ້ທຳນວາຍ​ເອຊາຢາ​ວ່າ: “ສຽງ​ຂອງ​ຜູ້​ໜຶ່ງ​ຮ້ອງ​ໃນ​ຖິ່ນແຫ້ງແລ້ງກັນດານ​ວ່າ, ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ​ອົງພຣະຜູ້ເປັນເຈົ້າ, ຈົ່ງ​ເຮັດ​ຫົນທາງ​ໃຫ້​ຊື່​ສຳລັບ​ພຣະອົງ.</verse>
				<verse number="5">ຮ່ອມພູ​ທຸກ​ບ່ອນ​ຈະ​ຕ້ອງ​ຖົມ​ໃຫ້​ເຕັມ, ພູ ແລະ ເນີນພູ​ທຸກ​ໜ່ວຍ​ຕ້ອງ​ເຮັດ​ໃຫ້​ຕ່ຳ​ລົງ. ທາງ​ຄົດລ້ຽວ​ຈະ​ຕ້ອງ​ກາຍ​ເປັນ​ທາງ​ຊື່, ທາງ​ທີ່​ມີ​ຕໍ​ຈົ່ງ​ເຮັດ​ໃຫ້​ກ້ຽງ​ດີ.</verse>
				<verse number="6">ແລະ ມະນຸດ​ທຸກຄົນ​ຈະ​ໄດ້​ເຫັນ​ຄວາມພົ້ນ​ຂອງ​ພຣະເຈົ້າ’”.</verse>
				<verse number="7">ໂຢຮັນ​ຈຶ່ງ​ກ່າວ​ກັບ​ປະຊາຊົນ​ທີ່​ມາ​ຮັບ​ບັບຕິສະມາ​ນໍາ​ເພິ່ນ​ວ່າ, “ເຈົ້າ​ພວກ​ງູ​ຮ້າຍ! ຜູ້ໃດ​ຕັກເຕືອນ​ພວກເຈົ້າ​ໃຫ້​ໜີ​ຈາກ​ຄວາມ​ໂກດຮ້າຍ​ທີ່​ຈະ​ມາ​ເຖິງ​ນັ້ນ?</verse>
				<verse number="8">ຈົ່ງ​ເກີດຜົນ​ໃຫ້​ສົມ​ກັບ​ການ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຢ່າ​ຄິດ​ວ່າ, ‘ພວກເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ’. ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ​ພຣະເຈົ້າ​ສາມາດ​ເຮັດ​ໃຫ້​ລູກຫລານ​ຂອງ​ອັບຣາຮາມ​ເກີດ​ຈາກ​ກ້ອນຫີນ​ເຫລົ່ານີ້​ກໍ​ໄດ້.</verse>
				<verse number="9">ຂວານ​ວາງ​ຢູ່​ເຫງົ້າໄມ້​ແລ້ວ, ແລະ ຕົ້ນໄມ້​ທຸກ​ຕົ້ນ​ທີ່​ບໍ່​ເກີດຜົນ​ດີ​ກໍ​ຈະ​ຖືກ​ຕັດ ແລະ ໂຍນ​ຖິ້ມ​ໃສ່​ໄຟ”.</verse>
				<verse number="10">ປະຊາຊົນ​ຈຶ່ງ​ຖາມ​ວ່າ, “ແລ້ວ​ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ?”</verse>
				<verse number="11">ໂຢຮັນ​ຕອບ​ວ່າ, “ຄົນ​ທີ່​ມີ​ເສື້ອ​ສອງ​ໂຕ​ຈົ່ງ​ແບ່ງປັນ​ໃຫ້​ແກ່​ຄົນ​ທີ່​ບໍ່​ມີ, ແລ້ວ​ຜູ້ໃດ​ທີ່​ມີ​ອາຫານ​ກໍ​ຈົ່ງ​ແບ່ງປັນ​ໃຫ້​ແກ່​ຄົນ​ທີ່​ບໍ່​ມີ​ເໝືອນກັນ”.</verse>
				<verse number="12">ແມ່ນ​ແຕ່​ບັນດາ​ຄົນເກັບພາສີ​ກໍ​ມາ​ຂໍ​ຮັບ​ບັບຕິສະມາ. ພວກເຂົາ​ຖາມ​ວ່າ, “ທ່ານ​ອາຈານ, ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ?”</verse>
				<verse number="13">ເພິ່ນ​ບອກ​ພວກເຂົາ​ວ່າ, “ຢ່າ​ເກັບ​ພາສີ​ເກີນ​ກວ່າ​ທີ່​ພວກທ່ານ​ໄດ້​ຮັບ​ຄຳສັ່ງ”.</verse>
				<verse number="14">ແລ້ວ​ພວກ​ທະຫານ​ກໍ​ມາ​ຖາມ​ເພິ່ນ​ວ່າ, “ແລ້ວ​ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ?” ເພິ່ນ​ຕອບ​ວ່າ, “ຢ່າ​ຂົ່ມຂູ່​ເອົາ​ເງິນ ແລະ ຢ່າ​ໃສ່ຮ້າຍ​ຜູ້ໃດ ຈົ່ງ​ພໍໃຈ​ກັບ​ຄ່າຈ້າງ​ຂອງ​ຕົນ”.</verse>
				<verse number="15">ປະຊາຊົນ​ກຳລັງ​ລໍຖ້າ​ຢ່າງ​ຄາດຫວັງ ແລະ ທຸກຄົນ​ຕ່າງ​ກໍ​ພາກັນ​ສົງໄສ​ໃນ​ໃຈ​ວ່າ​ໂຢຮັນ​ອາດ​ຈະ​ເປັນ​ພຣະຄຣິດເຈົ້າ.</verse>
				<verse number="16">ໂຢຮັນ​ຕອບ​ພວກເຂົາ​ທັງໝົດ​ວ່າ, “ເຮົາ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ ​ນ້ຳ. ແຕ່​ມີ​ຜູ້​ໜຶ່ງ​ທີ່​ມີ​ລິດອຳນາດ​ໃຫຍ່​ກວ່າ​ເຮົາ​ຈະ​ມາ ເຮົາ​ບໍ່​ສົມຄວນ​ແມ່ນ​ແຕ່​ຈະ​ແກ້​ສາຍຮັດ​ເກີບ​ໃຫ້​ເພິ່ນ. ພຣະອົງ​ຈະ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ໄຟ.</verse>
				<verse number="17">ໃນ​ມື​ຂອງ​ພຣະອົງ​ຖື​ກະດົ້ງ​ຝັດເຂົ້າ​ເພື່ອ​ຈະ​ເຮັດ​ລານເຂົ້າ​ຂອງ​ພຣະອົງ​ໃຫ້​ກ້ຽງດີ ແລະ ເພື່ອ​ຈະ​ຮວບຮວມ​ເອົາ​ເຂົ້າຫວີດ​ມາ​ໃສ່​ໄວ້​ໃນ​ເລົ້າ​ຂອງ​ພຣະອົງ, ແຕ່​ພຣະອົງ​ຈະ​ເຜົາ​ແກບ​ດ້ວຍ​ໄຟ​ທີ່​ບໍ່​ຮູ້​ມອດ”.</verse>
				<verse number="18">ແລະ ໂຢຮັນ​ໄດ້​ແນະນຳ​ຕັກເຕືອນ​ປະຊາຊົນ​ອີກ​ຫລາຍ​ຢ່າງ ແລະ ປະກາດ​ຂ່າວປະເສີດ​ກັບ​ພວກເຂົາ.</verse>
				<verse number="19">ແຕ່​ເມື່ອ​ໂຢຮັນ​ຕຳໜິ​ເຮໂຣດ​ຜູ້ປົກຄອງ​ເມືອງ​ເພາະ​ເພິ່ນ​ໄດ້​ແຕ່ງງານ​ກັບ​ນາງ​ເຮໂຣເດຍ, ເມຍ​ຂອງ​ນ້ອງຊາຍ​ຂອງ​ຕົນ ແລະ ສິ່ງ​ຊົ່ວຮ້າຍ​ຫລາຍ​ຢ່າງ​ທີ່​ເພິ່ນ​ໄດ້​ເຮັດ,</verse>
				<verse number="20">ເຮໂຣດ​ກໍ​ເຮັດ​ຊົ່ວ​ໜັກ​ຂຶ້ນ​ຕື່ມ​ອີກ​ໂດຍ​ຈັບ​ໂຢຮັນ​ຂັງ​ໄວ້​ໃນ​ຄຸກ.</verse>
				<verse number="21">ເມື່ອ​ຄົນ​ທັງຫລາຍ​ກຳລັງ​ຮັບ​ບັບຕິສະມາ​ຢູ່, ພຣະເຢຊູເຈົ້າ​ກໍ​ຮັບ​ບັບຕິສະມາ​ເໝືອນກັນ. ໃນ​ຂະນະ​ທີ່​ພຣະອົງ​ກຳລັງ​ອະທິຖານ​ຢູ່​ນັ້ນ, ສະຫວັນ​ກໍ​ເປີດ​ອອກ</verse>
				<verse number="22">ແລະ ພຣະວິນຍານບໍລິສຸດເຈົ້າ​ໃນ​ຮູບຮ່າງ​ເໝືອນ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ ແລ້ວ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ: “ທ່ານ​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ; ເຮົາ​ພໍໃຈ​ທ່ານ​ຫລາຍ”.</verse>
				<verse number="23">ບັດນີ້ ພຣະເຢຊູເຈົ້າ​ເລີ່ມ​ປະຕິບັດ​ພາລະກິດ​ຂອງ​ພຣະອົງ​ເມື່ອ​ພຣະອົງ​ມີ​ອາຍຸ​ໄດ້​ປະມານ​ສາມສິບ​ປີ. ຄົນ​ທັງຫລາຍ​ຄິດ​ວ່າ​ພຣະອົງ​ເປັນ​ລູກຊາຍ​ຂອງ​ໂຢເຊັບ, ຜູ້​ເປັນ​ລູກຊາຍ​ຂອງ​ເຮລີ,</verse>
				<verse number="24">ຜູ້​ເປັນ​ລູກຊາຍ​ຂອງ​ມັດທາດ, ຜູ້​ເປັນ​ລູກຊາຍ​ຂອງ​ເລວີ, ຜູ້​ເປັນ​ລູກຊາຍ​ຂອງ​ເມລະຂີ, ຜູ້​ເປັນ​ລູກຊາຍ​ຂອງ​ຢັນນາ, ຜູ້​ເປັນ​ລູກຊາຍ​ຂອງ​ໂຢເຊັບ,</verse>
				<verse number="25">ຜູ້​ເປັນ​ລູກຊາຍ​ຂອງ​ມັດຕາເທຍ, ຜູ້​ເປັນ​ລູກຊາຍ​ຂອງ​ອາໂມ, ຜູ້​ເປັນ​ລູກຊາຍ​ຂອງ​ນາຮູມ, ຜູ້​ເປັນ​ລູກຊາຍ​ຂອງ​ເອຊະລີ, ຜູ້​ເປັນ​ລູກຊາຍ​ຂອງ​ນາຄາຍ,</verse>
				<verse number="26">ຜູ້​ເປັນ​ລູກຊາຍ​ຂອງ​ມາອາດ, ຜູ້​ເປັນ​ລູກຊາຍ​ຂອງ​ມັດຕາເທຍ, ຜູ້​ເປັນ​ລູກຊາຍ​ຂອງ​ເຊເມອິນ, ຜູ້​ເປັນ​ລູກຊາຍ​ຂອງ​ໂຢເຊັກ, ຜູ້​ເປັນ​ລູກຊາຍ​ຂອງ​ໂຢດາ,</verse>
				<verse number="27">ຜູ້​ເປັນ​ລູກຊາຍ​ຂອງ​ໂຢຮານັນ, ຜູ້​ເປັນ​ລູກຊາຍ​ຂອງ​ເຣສາ, ຜູ້​ເປັນ​ລູກຊາຍ​ຂອງ​ເຊຣຸບບາເບນ, ຜູ້​ເປັນ​ລູກຊາຍ​ຂອງ​ເຊອານຕີເອນ, ຜູ້​ເປັນ​ລູກຊາຍ​ຂອງ​ເນຣິ,</verse>
				<verse number="28">ຜູ້​ເປັນ​ລູກຊາຍ​ຂອງ​ເມລະຂີ, ຜູ້​ເປັນ​ລູກຊາຍ​ຂອງ​ອັດດີ, ຜູ້​ເປັນ​ລູກຊາຍ​ຂອງ​ໂກຊາມ, ຜູ້​ເປັນ​ລູກຊາຍ​ຂອງ​ເອັນມາດາມ, ຜູ້​ເປັນ​ລູກຊາຍ​ຂອງ​ເອຣະ,</verse>
				<verse number="29">ຜູ້​ເປັນ​ລູກຊາຍ​ຂອງ​ໂຢຊວຍ, ຜູ້​ເປັນ​ລູກຊາຍ​ຂອງ​ເອລີເອເຊ, ຜູ້​ເປັນ​ລູກຊາຍ​ຂອງ​ໂຢຣີມ, ຜູ້​ເປັນ​ລູກຊາຍ​ຂອງ​ມັດທາດ, ຜູ້​ເປັນ​ລູກຊາຍ​ຂອງ​ເລວີ,</verse>
				<verse number="30">ຜູ້​ເປັນ​ລູກຊາຍ​ຂອງ​ຊີເມໂອນ, ຜູ້​ເປັນ​ລູກຊາຍ​ຂອງ​ຢູດາ, ຜູ້​ເປັນ​ລູກຊາຍ​ຂອງ​ໂຢເຊັບ, ຜູ້​ເປັນ​ລູກຊາຍ​ຂອງ​ໂຢນາມ, ຜູ້​ເປັນ​ລູກຊາຍ​ຂອງ​ເອລີອາກີມ,</verse>
				<verse number="31">ຜູ້​ເປັນ​ລູກຊາຍ​ຂອງ​ເມເລອາ, ຜູ້​ເປັນ​ລູກຊາຍ​ຂອງ​ເມັນນາ, ຜູ້​ເປັນ​ລູກຊາຍ​ຂອງ​ມັດຕາທາ, ຜູ້​ເປັນ​ລູກຊາຍ​ຂອງ​ນາທານ, ຜູ້​ເປັນ​ລູກຊາຍ​ຂອງ​ດາວິດ,</verse>
				<verse number="32">ຜູ້​ເປັນ​ລູກຊາຍ​ຂອງ​ເຢຊີ, ຜູ້​ເປັນ​ລູກຊາຍ​ຂອງ​ໂອເບັດ, ຜູ້​ເປັນ​ລູກຊາຍ​ຂອງ​ໂບອາດ, ຜູ້​ເປັນ​ລູກຊາຍ​ຂອງ​ສານໂມນ, ຜູ້​ເປັນ​ລູກຊາຍ​ຂອງ​ນາໂຊນ,</verse>
				<verse number="33">ຜູ້​ເປັນ​ລູກຊາຍ​ຂອງ​ອາມມີນາດາບ, ຜູ້​ເປັນ​ລູກຊາຍ​ຂອງ​ຣາມ, ຜູ້​ເປັນ​ລູກຊາຍ​ຂອງ​ເຮຊະໂຣນ, ຜູ້​ເປັນ​ລູກຊາຍ​ຂອງ​ເປເຣັດ, ຜູ້​ເປັນ​ລູກຊາຍ​ຂອງ​ຢູດາ,</verse>
				<verse number="34">ຜູ້​ເປັນ​ລູກຊາຍ​ຂອງ​ຢາໂຄບ, ຜູ້​ເປັນ​ລູກຊາຍ​ຂອງ​ອີຊາກ, ຜູ້​ເປັນ​ລູກຊາຍ​ຂອງ​ອັບຣາຮາມ, ຜູ້​ເປັນ​ລູກຊາຍ​ຂອງ​ເຕຣາ, ຜູ້​ເປັນ​ລູກຊາຍ​ຂອງ​ນາໂຮ,</verse>
				<verse number="35">ຜູ້​ເປັນ​ລູກຊາຍ​ຂອງ​ເສຣຸກ, ຜູ້​ເປັນ​ລູກຊາຍ​ຂອງ​ເຣອູ, ຜູ້​ເປັນ​ລູກຊາຍ​ຂອງ​ເປເລັກ, ຜູ້​ເປັນ​ລູກຊາຍ​ຂອງ​ເອເບ, ຜູ້​ເປັນ​ລູກຊາຍ​ຂອງ​ເສລາ,</verse>
				<verse number="36">ຜູ້​ເປັນ​ລູກຊາຍ​ຂອງ​ກາຍນານ, ຜູ້​ເປັນ​ລູກຊາຍ​ຂອງ​ອາກຟາສາດ, ຜູ້​ເປັນ​ລູກຊາຍ​ຂອງ​ເຊມ, ຜູ້​ເປັນ​ລູກຊາຍ​ຂອງ​ໂນອາ, ຜູ້​ເປັນ​ລູກຊາຍ​ຂອງ​ລາເມັກ,</verse>
				<verse number="37">ຜູ້​ເປັນ​ລູກຊາຍ​ຂອງ​ເມທຸເສລາ, ຜູ້​ເປັນ​ລູກຊາຍ​ຂອງ​ເອນົກ, ຜູ້​ເປັນ​ລູກຊາຍ​ຂອງ​ຢາເຣັດ, ຜູ້​ເປັນ​ລູກຊາຍ​ຂອງ​ມະຫາລາເລນ, ຜູ້​ເປັນ​ລູກຊາຍ​ຂອງ​ເກນານ,</verse>
				<verse number="38">ຜູ້​ເປັນ​ລູກຊາຍ​ຂອງ​ເອໂນດ, ຜູ້​ເປັນ​ລູກຊາຍ​ຂອງ​ເຊດ, ຜູ້​ເປັນ​ລູກຊາຍ​ຂອງ​ອາດາມ, ຜູ້​ເປັນ​ລູກຊາຍ​ຂອງ​ພຣະເຈົ້າ.</verse>
			</chapter>
			<chapter number="4">
				<verse number="1">ພຣະເຢຊູເຈົ້າ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ, ພຣະອົງ​ກັບ​ມາ​ຈາກ​ແມ່ນ້ຳ​ຈໍແດນ ແລະ ພຣະວິນຍານບໍລິສຸດເຈົ້າ​ນຳ​ພຣະອົງ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ,</verse>
				<verse number="2">ພຣະອົງ​ຖືກ​ມານຮ້າຍ​ທົດລອງ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສີ່ສິບ​ວັນ. ໃນ​ລະຫວ່າງ​ວັນ​ເຫລົ່ານັ້ນ​ພຣະອົງ​ບໍ່​ໄດ້​ກິນ​ຫຍັງ​ເລີຍ ແລະ ເມື່ອ​ສິ້ນສຸດ​ສີ່ສິບ​ວັນ​ແລ້ວ​ພຣະອົງ​ກໍ​ຢາກ​ອາຫານ.</verse>
				<verse number="3">ມານຮ້າຍ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ສັ່ງ​ກ້ອນຫີນ​ເຫລົ່ານີ້​ໃຫ້​ກາຍເປັນ​ເຂົ້າຈີ່”.</verse>
				<verse number="4">ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: ‘ມະນຸດ​ຈະ​ດຳລົງ​ຊີວິດ​ຢູ່​ດ້ວຍ​ອາຫານ​ພຽງ​ຢ່າງ​ດຽວ​ກໍ​ບໍ່​ໄດ້’ ”.</verse>
				<verse number="5">ແລ້ວ​ມານຮ້າຍ​ໄດ້​ນຳ​ພຣະອົງ​ຂຶ້ນ​ໄປ​ບ່ອນ​ທີ່​ສູງ ແລະ ໄດ້​ສະແດງ​ອານາຈັກ​ທັງໝົດ​ຂອງ​ໂລກ​ໃຫ້​ພຣະອົງ​ເຫັນ​ໃນ​ພິບ​ຕາ​ດຽວ.</verse>
				<verse number="6">ແລະ ມານຮ້າຍ​ໄດ້​ເວົ້າ​ຕໍ່​ພຣະອົງ​ວ່າ, “ເຮົາ​ຈະ​ໃຫ້​ສິດອຳນາດ ແລະ ສະຫງ່າລາສີ​ທັງໝົດ​ນີ້​ແກ່​ທ່ານ ເພາະ​ສິ່ງ​ທັງໝົດ​ເຫລົ່ານີ້​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ແລ້ວ ແລະ ເຮົາ​ຈະ​ມອບ​ໃຫ້​ແກ່​ຜູ້ໃດ​ກໍ​ໄດ້​ຕາມ​ທີ່​ເຮົາ​ຕ້ອງການ.</verse>
				<verse number="7">ດັ່ງນັ້ນ ຖ້າ​ທ່ານ​ນະມັດສະການ​ເຮົາ ສິ່ງ​ທັງໝົດ​ນີ້​ຈະ​ເປັນ​ຂອງ​ທ່ານ”.</verse>
				<verse number="8">ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: ‘ຈົ່ງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ ແລະ ຮັບໃຊ້​ພຣະອົງ​ແຕ່​ຜູ້​ດຽວ’ ”.</verse>
				<verse number="9">ມານຮ້າຍ​ໄດ້​ນຳ​ພຣະອົງ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ ແລະ ໃຫ້​ພຣະອົງ​ຢືນ​ຢູ່​ເທິງ​ຈຸດ​ສູງ​ສຸດ​ຂອງ​ວິຫານ​ແລ້ວ​ເວົ້າ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ໂດດ​ລົງ​ໄປ​ຈາກ​ທີ່​ນີ້.</verse>
				<verse number="10">ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “‘ພຣະເຈົ້າ​ຈະ​ສັ່ງ​ໃຫ້​ຝູງ​ເທວະດາ​ຂອງ​ພຣະອົງ ມາ​ຄອຍ​ລະວັງ​ປົກປັກຮັກສາ​ທ່ານ.</verse>
				<verse number="11">ບັນດາ​ເທວະດາ​ຈະ​ເອົາ​ມື​ຂອງ​ຕົນ​ອູ້ມ​ທ່ານ​ໄວ້ ເພື່ອ​ບໍ່​ໃຫ້​ຕີນ​ຂອງ​ທ່ານ​ຕຳ​ກ້ອນຫີນ’ ”.</verse>
				<verse number="12">ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຄຳ​ກ່າວ​ໄວ້​ໃນ​ພຣະຄຳພີ​ວ່າ: ‘ຢ່າ​ທົດລອງ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ’ ”.</verse>
				<verse number="13">ເມື່ອ​ມານຮ້າຍ​ໄດ້​ທົດລອງ​ທຸກ​ຢ່າງ​ນີ້​ແລ້ວ, ມັນ​ກໍ​ຈາກ​ພຣະອົງ​ໄປ​ຈົນ​ກວ່າ​ເຖິງ​ເວລາ​ທີ່​ມີ​ໂອກາດ​ອີກ.</verse>
				<verse number="14">ພຣະເຢຊູເຈົ້າ​ໄດ້​ກັບ​ຄືນ​ມາ​ແຂວງ​ຄາລີເລ​ດ້ວຍ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ ແລະ ຂ່າວ​ເລື່ອງ​ຂອງ​ພຣະອົງ​ໄດ້​ກະຈາຍ​ໄປ​ທົ່ວ​ເຂດ​ນັ້ນ.</verse>
				<verse number="15">ພຣະອົງ​ສັ່ງສອນ​ໃນ​ທຳມະສາລາ​ຕ່າງໆ​ຂອງ​ພວກເຂົາ, ທຸກຄົນ​ພາກັນ​ສັນລະເສີນ​ພຣະເຈົ້າ.</verse>
				<verse number="16">ແລ້ວ​ພຣະອົງ​ໄປ​ທີ່​ນາຊາເຣັດ​ບ່ອນ​ທີ່​ພຣະອົງ​ຈະເລີນ​ເຕີບໃຫຍ່​ຂຶ້ນ, ແລະ ໃນ​ວັນຊະບາໂຕ ພຣະອົງ​ເຂົ້າ​ໄປ​ໃນ​ທຳມະສາລາ​ຕາມ​ປົກກະຕິ ແລະ ໄດ້​ຢືນ​ຂຶ້ນ​ອ່ານ​ພຣະຄຳ.</verse>
				<verse number="17">ພວກເຂົາ​ໄດ້​ຍື່ນ​ໜັງສື​ມ້ວນ​ຂອງ​ຜູ້ທຳນວາຍ​ເອຊາຢາ​ໃຫ້​ພຣະອົງ. ເມື່ອ​ເປີດ​ອອກ​ມາ​ກໍ​ພົບ​ຂໍ້ຄວາມ​ທີ່​ຂຽນ​ໄວ້​ວ່າ:</verse>
				<verse number="18">“ພຣະວິນຍານ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢູ່​ເທິງ​ຂ້ານ້ອຍ ເພາະ​ພຣະອົງ​ເຈີມ​ແຕ່ງຕັ້ງ​ຂ້ານ້ອຍ​ໄວ້ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນຍາກຈົນ. ພຣະອົງ​ໃຊ້​ຂ້ານ້ອຍ​ໄປ​ປະກາດ​ອິດສະຫລະພາບ​ແກ່​ນັກໂທດ ແລະ ໃຫ້​ຄົນຕາບອດ​ໄດ້​ເຫັນຮຸ່ງ, ປົດປ່ອຍ​ຜູ້​ທີ່​ຖືກ​ກົດຂີ່ຂົ່ມເຫັງ​ໃຫ້​ເປັນ​ອິດສະຫລະ,</verse>
				<verse number="19">ໃຫ້​ປະກາດ​ປີ​ແຫ່ງ​ຄວາມເມດຕາ​ຂອງ​ອົງພຣະຜູ້ເປັນເຈົ້າ”.</verse>
				<verse number="20">ແລ້ວ​ພຣະອົງ​ກໍ​ໄດ້​ມ້ວນ​ໜັງສືມ້ວນ​ໄວ້ ແລ້ວ​ໄດ້​ສົ່ງ​ໜັງສືມ້ວນ​ນັ້ນ​ຄືນ​ໃຫ້​ແກ່​ເຈົ້າໜ້າທີ່​ແລ້ວ​ນັ່ງ​ລົງ. ສາຍຕາ​ຂອງ​ທຸກຄົນ​ໃນ​ທຳມະສາລາ​ກໍ​ຈ້ອງ​ເບິ່ງ​ພຣະອົງ,</verse>
				<verse number="21">ພຣະເຢຊູເຈົ້າ​ກ່າວ​ຂຶ້ນ​ວ່າ, “ໃນ​ວັນ​ນີ້​ພຣະຄຳພີ​ຕອນ​ທີ່​ພວກທ່ານ​ໄດ້​ຟັງ​ນັ້ນ​ເປັນຈິງ​ແລ້ວ”.</verse>
				<verse number="22">ຄົນ​ທັງປວງ​ເວົ້າ​ຍົກຍ້ອງ​ພຣະອົງ ແລະ ປະຫລາດໃຈ​ໃນ​ຖ້ອຍຄຳ​ທີ່​ເຕັມ​ດ້ວຍ​ຄວາມ​ເມດຕາ​ຈາກ​ປາກ​ຂອງ​ພຣະອົງ. ພວກເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ຄົນ​ນີ້​ເປັນ​ລູກ​ຂອງ​ໂຢເຊັບ​ບໍ່​ແມ່ນ​ບໍ?”</verse>
				<verse number="23">ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ແນ່ນອນ ພວກເຈົ້າ​ຄົງ​ຈະ​ຍົກ​ສຸພາສິດ​ນີ້​ກ່າວ​ຕໍ່​ເຮົາ​ວ່າ: ‘ທ່ານ​ໝໍ, ຈົ່ງ​ປິ່ນປົວ​ຕົນ​ເອງ​ສາ!’ ແລະ ພວກເຈົ້າ​ຈະ​ເວົ້າ​ຕໍ່​ເຮົາ​ວ່າ, ‘ສິ່ງ​ທີ່​ພວກເຮົາ​ໄດ້​ຍິນ​ວ່າ​ທ່ານ​ເຮັດ​ຢູ່​ໃນ​ເມືອງ​ກາເປນາອູມ​ນັ້ນ ຈົ່ງ​ເຮັດ​ໃນ​ເມືອງ​ຂອງ​ຕົນ​ບ່ອນ​ນີ້​ເໝືອນກັນ’”.</verse>
				<verse number="24">ພຣະອົງ​ກ່າວ​ຕໍ່ໄປ​ອີກ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບໍ່​ມີ​ຜູ້ທຳນວາຍ​ຄົນ​ໃດ​ທີ່​ໄດ້​ຮັບ​ການ​ຍອມຮັບ​ໃນ​ບ້ານເມືອງ​ຂອງ​ຕົນ.</verse>
				<verse number="25">ເຮົາ​ຢືນຢັນ​ກັບ​ພວກເຈົ້າ​ວ່າ​ມີ​ແມ່ໝ້າຍ​ຫລາຍ​ຄົນ​ຢູ່​ອິດສະຣາເອນ​ໃນ​ຂອງ​ສະໄໝ​ເອລີຢາ, ເມື່ອ​ເວລາ​ທີ່​ທ້ອງຟ້າ​ຖືກ​ປິດ​ບໍ່​ໃຫ້​ຝົນ​ຕົກ​ເປັນ​ເວລາ​ສາມ​ປີ​ເຄິ່ງ ແລະ ເກີດ​ການອຶດຢາກ​ອາຫານ​ຢ່າງ​ຮ້າຍແຮງ​ທົ່ວ​ແຜ່ນດິນ,</verse>
				<verse number="26">ແຕ່​ເອລີຢາ​ກໍ​ບໍ່​ໄດ້​ຖືກ​ສົ່ງ​ໄປ​ຫາ​ຜູ້ໃດ​ຈັກ​ຄົນ ນອກຈາກ​ແມ່ໝ້າຍ​ຄົນ​ໜຶ່ງ​ທີ່​ເມືອງ​ຊາເຣັບຕາ​ໃນ​ຂົງເຂດ​ຊີໂດນ​ເທົ່ານັ້ນ.</verse>
				<verse number="27">ແລະ ໃນ​ສະໄໝ​ຂອງ​ຜູ້ທຳນວາຍ​ເອລີຊາ​ກໍ​ມີ​ຄົນຂີ້ທູດ ​ຈຳນວນ​ຫລວງຫລາຍ​ໃນ​ອິດສະຣາເອນ ແຕ່​ບໍ່​ມີ​ຜູ້ໃດ​ໃນ​ພວກເຂົາ​ຖືກ​ຊຳລະ​ໃຫ້​ສະອາດ​ນອກຈາກ​ນາອາມານ​ຊາວ​ຊີເຣຍ​ເທົ່ານັ້ນ”.</verse>
				<verse number="28">ເມື່ອ​ຄົນ​ທັງຫລາຍ​ໃນ​ທຳມະສາລາ​ໄດ້​ຍິນ​ດັ່ງນີ້​ກໍ​ໃຈຮ້າຍ​ທີ່​ສຸດ.</verse>
				<verse number="29">ພວກເຂົາ​ຈຶ່ງ​ລຸກຂຶ້ນ​ຂັບໄລ່​ພຣະອົງ​ອອກ​ໄປ​ຈາກ​ເມືອງ ແລະ ນຳ​ພຣະອົງ​ໄປ​ຍັງ​ໜ້າຜາ​ຂອງ​ເນີນພູ​ທີ່​ເມືອງ​ຕັ້ງ​ຢູ່​ນັ້ນ ເພື່ອ​ຈະ​ຊຸກ​ພຣະອົງ​ລົງ​ໄປ​ຈາກ​ໜ້າຜາ.</verse>
				<verse number="30">ແຕ່​ພຣະອົງ​ຍ່າງ​ຜ່າ​ປະຊາຊົນ ແລະ ຈາກ​ໄປ​ຕາມ​ທາງ​ຂອງ​ພຣະອົງ.</verse>
				<verse number="31">ຫລັງຈາກ​ນັ້ນ ພຣະອົງ​ກໍ​ໄປ​ຍັງ​ເມືອງ​ກາເປນາອູມ ເຊິ່ງ​ເປັນ​ເມືອງ​ໜຶ່ງ​ໃນ​ແຂວງ​ຄາລີເລ, ແລະ ພຣະອົງ​ເລີ່ມຕົ້ນ​ສັ່ງສອນ​ປະຊາຊົນ​ໃນ​ວັນຊະບາໂຕ.</verse>
				<verse number="32">ພວກເຂົາ​ຕ່າງ​ກໍ​ປະຫລາດໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ ເພາະ​ຖ້ອຍຄຳ​ຂອງ​ພຣະອົງ​ນັ້ນ​ມີ​ສິດອຳນາດ.</verse>
				<verse number="33">ຊາຍ​ຄົນ​ໜຶ່ງ​ໃນ​ທຳມະສາລາ​ມີ​ຜີມານຮ້າຍ​ເຂົ້າ​ສິງ​ຢູ່ ເຊິ່ງ​ເປັນ​ວິນຍານສົກກະປົກ. ມັນ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ,</verse>
				<verse number="34">“ຈົ່ງ​ອອກ​ໄປ! ເຢຊູ​ຊາວ​ນາຊາເຣັດ, ທ່ານ​ຕ້ອງການ​ສິ່ງໃດ​ຈາກ​ພວກຂ້ານ້ອຍ? ທ່ານ​ມາ​ເພື່ອ​ທຳລາຍ​ພວກຂ້ານ້ອຍ​ບໍ? ຂ້ານ້ອຍ​ຮູ້​ວ່າ​ທ່ານ​ເປັນ​ຜູ້ໃດ ທ່ານ​ຄື​ອົງ​ບໍລິສຸດ​ຂອງ​ພຣະເຈົ້າ!”</verse>
				<verse number="35">ພຣະເຢຊູເຈົ້າ​ສັ່ງ​ຢ່າງ​ເດັດຂາດ​ວ່າ, “ມິດງຽບ! ຈົ່ງ​ອອກ​ມາ​ຈາກ​ລາວ​ດຽວ​ນີ້!” ແລ້ວ​ຜີມານຮ້າຍ​ໄດ້​ເຮັດ​ໃຫ້​ຄົນ​ນີ້​ລົ້ມລົງ​ຕໍ່ໜ້າ​ພວກເຂົາ​ທັງໝົດ ແລະ ອອກ​ໄປ​ຈາກ​ລາວ​ໂດຍ​ບໍ່​ໄດ້​ເຮັດ​ອັນຕະລາຍ​ແຕ່​ຢ່າງໃດ.</verse>
				<verse number="36">ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ເວົ້າ​ກັນ​ວ່າ, “ຖ້ອຍຄຳ​ເຫລົ່ານີ້​ແມ່ນ​ຫຍັງ? ເພາະວ່າ​ເພິ່ນ​ໄດ້​ສັ່ງ​ວິນຍານສົກກະປົກ​ເຫລົ່ານີ້​ດ້ວຍ​ສິດອຳນາດ ແລະ ລິດເດດ ແລ້ວ​ມັນ​ກໍ​ອອກ​ມາ!”</verse>
				<verse number="37">ແລ້ວ​ຊື່ສຽງ​ຂອງ​ພຣະອົງ​ຈຶ່ງ​ແຜ່​ໄປ​ທົ່ວ​ທຸກ​ບ່ອນ​ໃນ​ຂົງເຂດ​ນັ້ນ.</verse>
				<verse number="38">ພຣະເຢຊູເຈົ້າ​ໄດ້​ອອກ​ຈາກ​ທຳມະສາລາ ແລະ ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຊີໂມນ. ໃນ​ຂະນະ​ນັ້ນ ແມ່​ເມຍ​ຂອງ​ຊີໂມນ​ກຳລັງ​ທຸກທໍລະມານ​ເພາະ​ມີ​ໄຂ້​ຂຶ້ນ​ສູງ, ແລະ ພວກເຂົາ​ຈຶ່ງ​ຂໍ​ໃຫ້​ພຣະເຢຊູເຈົ້າ​ຊ່ວຍ​ນາງ.</verse>
				<verse number="39">ດັ່ງນັ້ນ ພຣະອົງ​ຈຶ່ງ​ໂນ້ມ​ໂຕ​ລົງ ແລະ ສັ່ງ​ຫ້າມ​ໄຂ້​ນັ້ນ ແລ້ວ​ໄຂ້​ນັ້ນ​ກໍ​ຫາຍ​ໄປ​ຈາກ​ນາງ. ນາງ​ຈຶ່ງ​ລຸກຂຶ້ນ​ທັນທີ ແລະ ເລີ່ມ​ຮັບໃຊ້​ພຣະອົງ​ກັບ​ພວກສາວົກ.</verse>
				<verse number="40">ເມື່ອ​ຕາເວັນ​ກຳລັງ​ຕົກ​ດິນ ປະຊາຊົນ​ໄດ້​ນຳ​ຄົນ​ເຈັບປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ມາ​ຫາ​ພຣະເຢຊູເຈົ້າ, ພຣະອົງ​ໄດ້​ວາງ​ມື​ໃສ່​ພວກເຂົາ​ແຕ່ລະຄົນ ແລະ ປິ່ນປົວ​ພວກເຂົາ​ໃຫ້​ຫາຍດີ.</verse>
				<verse number="41">ຫລາຍກວ່າ​ນັ້ນ​ອີກ, ມີ​ຜີມານຮ້າຍ​ໄດ້​ອອກ​ມາ​ຈາກ​ຫລາຍ​ຄົນ ແລະ ຮ້ອງ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ!” ແຕ່​ພຣະເຢຊູເຈົ້າ​ສັ່ງ​ຫ້າມ​ພວກມັນ ແລະ ບໍ່​ອະນຸຍາດ​ໃຫ້​ພວກມັນ​ເວົ້າ ເພາະ​ພວກມັນ​ຮູ້​ວ່າ​ພຣະອົງ​ເປັນ​ພຣະຄຣິດເຈົ້າ.</verse>
				<verse number="42">ພໍ​ຮຸ່ງເຊົ້າ​ມາ ພຣະເຢຊູເຈົ້າ​ກໍ​ອອກ​ໄປ​ຍັງ​ບ່ອນ​ທີ່​ງຽບສະຫງົບ. ປະຊາຊົນ​ຕ່າງ​ກໍ​ຊອກຫາ​ພຣະອົງ ແລະ ເມື່ອ​ພວກເຂົາ​ພົບ​ພຣະອົງ​ແລ້ວ ພວກເຂົາ​ກໍ​ພະຍາຍາມ​ໜ່ວງໜ່ຽວ​ພຣະອົງ​ໄວ້​ບໍ່​ໃຫ້​ໄປ​ຈາກ​ພວກເຂົາ.</verse>
				<verse number="43">ແຕ່​ພຣະອົງ​ກ່າວ​ວ່າ, “ເຮົາ​ຕ້ອງ​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ​ໃຫ້​ແກ່​ເມືອງ​ອື່ນໆ​ເໝືອນກັນ ເພາະ​ເຮົາ​ຖືກ​ໃຊ້​ມາ​ກໍ​ເພື່ອ​ພາລະກິດ​ນີ້​ແຫລະ”.</verse>
				<verse number="44">ແລະ ພຣະອົງ​ໄດ້​ສືບຕໍ່​ເທດສະໜາ​ໃນ​ທຳມະສາລາ​ຕ່າງໆ​ໃນ​ແຂວງ​ຢູດາຍ.</verse>
			</chapter>
			<chapter number="5">
				<verse number="1">ວັນ​ໜຶ່ງ​ຂະນະ​ທີ່​ພຣະເຢຊູເຈົ້າ​ຢືນ​ຢູ່​ທີ່​ແຄມ​ທະເລສາບ​ເຄັນເນຊາເຣັດ ​ໂດຍ​ມີ​ປະຊາຊົນ​ກຳລັງ​ຫຸ້ມ​ອ້ອມ​ພຣະອົງ ເພື່ອ​ຟັງ​ພຣະຄຳ​ຂອງ​ພຣະເຈົ້າ,</verse>
				<verse number="2">ພຣະອົງ​ຫລຽວ​ເຫັນ​ເຮືອ​ສອງ​ລຳ​ຈອດ​ຢູ່​ແຄມຝັ່ງ ສ່ວນ​ຄົນຫາປາ​ກໍ​ຂຶ້ນ​ຈາກ​ເຮືອ​ແລ້ວ​ກຳລັງ​ລ້າງ​ມອງ​ຢູ່.</verse>
				<verse number="3">ພຣະອົງ​ຈຶ່ງ​ລົງ​ເຮືອ​ລຳ​ໜຶ່ງ ເຊິ່ງ​ເປັນ​ເຮືອ​ຂອງ​ຊີໂມນ ແລະ ຂໍ​ໃຫ້​ເພິ່ນ​ຖອຍ​ເຮືອ​ອອກ​ໄປ​ຈາກ​ຝັ່ງ​ໜ້ອຍໜຶ່ງ. ແລ້ວ​ພຣະອົງ​ກໍ​ນັ່ງ​ລົງ ແລະ ສັ່ງສອນ​ປະຊາຊົນ​ຈາກ​ເທິງ​ເຮືອ.</verse>
				<verse number="4">ຫລັງຈາກ​ພຣະອົງ​ສັ່ງສອນ​ຈົບ​ແລ້ວ, ພຣະອົງ​ຈຶ່ງ​ກ່າວ​ກັບ​ຊີໂມນ​ວ່າ, “ຈົ່ງ​ຖອຍ​ເຮືອ​ອອກ​ໄປ​ສູ່​ບ່ອນ​ນ້ຳ​ເລິກ ແລ້ວ​ຈົ່ງ​ຢ່ອນ ​ມອງ​ລົງ​ເພື່ອ​ຈັບ​ປາ”.</verse>
				<verse number="5">ຊີໂມນ​ຕອບ​ວ່າ, “ອາຈານ​ເອີຍ, ພວກຂ້ານ້ອຍ​ຫາປາ​ຢ່າງ​ໜັກໜ່ວງ​ມາ​ຕະຫລອດ​ຄືນ ແລະ ຈັບ​ປາ​ບໍ່​ໄດ້​ປາ​ຈັກ​ໂຕ. ແຕ່​ເພາະ​ພຣະອົງ​ບອກ​ຢ່າງ​ນັ້ນ ຂ້ານ້ອຍ​ກໍ​ຈະ​ຢ່ອນ​ມອງ​ລົງ”.</verse>
				<verse number="6">ເມື່ອ​ພວກເພິ່ນ​ໄດ້​ຢ່ອນ​ມອງ​ລົງ, ພວກເພິ່ນ​ກໍ​ຈັບ​ປາ​ໄດ້​ຈຳນວນ​ຫລວງຫລາຍ​ຈົນ​ມອງ​ຂອງ​ພວກເພິ່ນ​ກຳລັງ​ຈະ​ຂາດ.</verse>
				<verse number="7">ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ສັນຍານ​ໃຫ້​ໝູ່​ທີ່​ຢູ່​ໃນ​ເຮືອ​ລຳ​ອື່ນ​ມາ​ຊ່ວຍ, ພວກເຂົາ​ຈຶ່ງ​ມາ​ຊ່ວຍ ແລະ ໄດ້​ປາ​ເຕັມ​ເຮືອ​ທັງ​ສອງ​ລຳ​ຈົນ​ເຮືອ​ແຊມ​ເກືອບ​ຫລົ້ມ.</verse>
				<verse number="8">ເມື່ອ​ຊີໂມນເປໂຕ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ຢ່າງ​ນີ້​ເພິ່ນ​ກໍ​ຂາບ​ລົງ​ທີ່​ຫົວເຂົ່າ​ຂອງ​ພຣະເຢຊູເຈົ້າ ແລະ ກ່າວ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ ຂໍ​ໃຫ້​ໄປ​ຈາກ​ຂ້ານ້ອຍ​ສາ ເພາະ​ຂ້ານ້ອຍ​ເປັນ​ຄົນບາບ!”</verse>
				<verse number="9">ເພາະ​ເພິ່ນ​ກັບ​ໝູ່​ຂອງ​ເພິ່ນ​ທັງໝົດ​ໄດ້​ປະຫລາດໃຈ​ທີ່​ພວກເຂົາ​ຈັບ​ປາ​ໄດ້​ຢ່າງ​ຫລວງຫລາຍ​ເຊັ່ນ​ນີ້,</verse>
				<verse number="10">ຢາໂກໂບ ແລະ ໂຢຮັນ​ລູກຊາຍ​ຂອງ​ເຊເບດາຍ ຜູ້​ຮ່ວມງານ​ຂອງ​ຊີໂມນ​ກໍ​ປະຫລາດໃຈ​ເໝືອນກັນ. ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ກັບ​ຊີໂມນ​ວ່າ, “ຢ່າ​ຢ້ານ​ເລີຍ, ຕັ້ງແຕ່​ນີ້​ໄປ​ພວກເຈົ້າ​ຈະ​ເປັນ​ຜູ້ຫາຄົນ”.</verse>
				<verse number="11">ດັ່ງນັ້ນ ພວກເຂົາ​ຈຶ່ງ​ດຶງ​ເຮືອ​ຂຶ້ນ​ແຄມ​ຝັ່ງ, ແລ້ວ​ປະຖິ້ມ​ທຸກສິ່ງ ແລະ ຕິດຕາມ​ພຣະອົງ​ໄປ.</verse>
				<verse number="12">ໃນຂະນະ​ທີ່​ພຣະເຢຊູເຈົ້າ​ຢູ່​ໃນ​ເມືອງ​ແຫ່ງ​ໜຶ່ງ, ມີ​ຊາຍ​ຄົນ​ໜຶ່ງ​ເປັນ​ພະຍາດ​ຂີ້ທູດ ​ເຕັມໂຕ​ຍ່າງ​ມາ​ຕາມ​ທາງ. ເມື່ອ​ລາວ​ເຫັນ​ພຣະເຢຊູເຈົ້າ​ລາວ​ຈຶ່ງ​ກົ້ມໜ້າ​ໝອບ​ລົງ​ພື້ນດິນ ແລະ ອ້ອນວອນ​ຂໍ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ ຖ້າ​ພຣະອົງ​ເຕັມໃຈ ພຣະອົງ​ກໍ​ສາມາດ​ເຮັດ​ໃຫ້​ຂ້ານ້ອຍ​ສະອາດ​ໄດ້”.</verse>
				<verse number="13">ພຣະເຢຊູເຈົ້າ​ເດ່​ມື​ອອກ​ໄປ​ແຕະ​ລາວ ແລະ ກ່າວ​ວ່າ, “ເຮົາ​ເຕັມໃຈ​ຈະ​ຮັກສາ ຈົ່ງ​ດີ​ສະອາດ​ສາ!” ໃນ​ທັນໃດ​ນັ້ນ ພະຍາດຂີ້ທູດ​ກໍ​ຫາຍ​ໄປ​ຈາກ​ລາວ.</verse>
				<verse number="14">ແລ້ວ​ພຣະເຢຊູເຈົ້າ​ໄດ້​ສັ່ງ​ລາວ​ວ່າ, “ຢ່າ​ບອກ​ຜູ້ໃດ ແຕ່​ຈົ່ງ​ໄປ​ສະແດງ​ໂຕ​ຕໍ່​ປະໂລຫິດ ແລະ ຖວາຍ​ເຄື່ອງບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້, ເພື່ອ​ເປັນ​ພະຍານ​ໃຫ້​ຄົນ​ທັງຫລາຍ​ວ່າ​ເຈົ້າ​ດີ​ສະອາດ​ແລ້ວ”.</verse>
				<verse number="15">ແຕ່​ຂ່າວ​ກ່ຽວກັບ​ພຣະອົງ​ກໍ​ໄດ້​ກະຈາຍ​ອອກ​ໄປ​ຫລາຍ​ຂຶ້ນ ຈົນ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ໄດ້​ພາກັນ​ມາ​ຟັງ​ພຣະອົງ ແລະ ຮັບ​ການຮັກສາ​ໃຫ້​ຫາຍດີ​ຈາກ​ພະຍາດ​ຕ່າງໆ​ຂອງ​ພວກເຂົາ.</verse>
				<verse number="16">ແຕ່​ພຣະເຢຊູເຈົ້າ​ມັກ​ຈະ​ແຍກ​ໂຕ​ໄປ​ຢູ່​ໃນ​ບ່ອນ​ທີ່​ສະຫງົບ ແລະ ອະທິຖານ.</verse>
				<verse number="17">ມື້​ໜຶ່ງ ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່, ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກໍ​ນັ່ງ​ຢູ່​ທີ່​ນັ້ນ​ດ້ວຍ. ພວກເຂົາ​ມາ​ຈາກ​ທຸກ​ບ້ານ​ໃນ​ແຂວງ​ຄາລີເລ ແລະ ຈາກ​ແຂວງ​ຢູດາຍ ແລະ ຈາກ​ນະຄອນ​ເຢຣູຊາເລັມ. ລິດອຳນາດ​ຂອງ​ອົງພຣະຜູ້ເປັນເຈົ້າ​ກໍ​ຢູ່​ນຳ​ພຣະອົງ​ເພື່ອ​ຮັກສາ​ຄົນເຈັບ.</verse>
				<verse number="18">ແລ້ວ​ກໍ​ມີ​ຄົນ​ຫາມ​ຄົນເປ້ຍ​ຜູ້​ໜຶ່ງ​ທີ່​ນອນ​ຢູ່​ເທິງ​ບ່ອນນອນ​ມາ ແລະ ພະຍາຍາມ​ຈະ​ຫາມ​ລາວ​ເຂົ້າ​ໄປ​ໃນ​ເຮືອນ​ເພື່ອ​ວາງ​ລາວ​ລົງ​ຕໍ່ໜ້າ​ພຣະເຢຊູເຈົ້າ.</verse>
				<verse number="19">ເມື່ອ​ພວກເຂົາ​ຊອກຫາ​ທາງ​ທີ່​ຈະ​ເຮັດ​ບໍ່​ໄດ້​ເພາະ​ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ, ພວກເຂົາ​ຈຶ່ງ​ຂຶ້ນ​ໄປ​ເທິງ​ຫລັງຄາ​ເຮືອນ​ແລ້ວ​ຢ່ອນ​ບ່ອນນອນ​ທີ່​ຄົນເປ້ຍ​ນັ້ນ​ນອນ​ຢູ່ ຜ່ານ​ປ່ອງ​ຫລັງຄາ​ລົງ​ມາ​ທາງ​ກາງ​ປະຊາຊົນ ເຊິ່ງ​ຢູ່​ຕໍ່ໜ້າ​ພຣະເຢຊູເຈົ້າ.</verse>
				<verse number="20">ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຄວາມເຊື່ອ​ຂອງ​ພວກເຂົາ, ພຣະອົງ​ຈຶ່ງ​ກ່າວ​ວ່າ, “ສະຫາຍ​ເອີຍ ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ”.</verse>
				<verse number="21">ພວກ​ຟາຣີຊາຍ​ກັບ​ພວກ​ຄູສອນກົດບັນຍັດ​ຈຶ່ງ​ເລີ່ມ​ຄິດໃນໃຈ​ວ່າ, “ຄົນ​ທີ່​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ຄົນ​ນີ້​ແມ່ນ​ຜູ້ໃດ? ນອກຈາກ​ພຣະເຈົ້າ​ແລ້ວ​ຈະ​ມີ​ຜູ້ໃດ​ສາມາດ​ອະໄພ​ບາບ​ໄດ້?”</verse>
				<verse number="22">ພຣະເຢຊູເຈົ້າ​ຮູ້​ວ່າ​ພວກເຂົາ​ຄິດ​ສິ່ງ​ໃດ​ຢູ່ ແລະ ຈຶ່ງ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ໃນ​ໃຈ​ຢ່າງ​ນັ້ນ?</verse>
				<verse number="23">ທີ່​ຈະ​ກ່າວ​ວ່າ, ‘ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ’ ກັບ ‘ຈົ່ງ​ລຸກຂຶ້ນ ແລະ ຍ່າງ​ໄປ’ ອັນໃດ​ຈະ​ງ່າຍ​ກວ່າ​ກັນ?</verse>
				<verse number="24">ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ບຸດມະນຸດ​ມີ​ສິດອຳນາດ​ໃນ​ໂລກ​ທີ່​ຈະ​ອະໄພ​ຄວາມບາບ”. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ກັບ​ຄົນເປ້ຍ​ນັ້ນ​ວ່າ, “ເຮົາ​ສັ່ງ​ເຈົ້າ​ວ່າ ຈົ່ງ​ລຸກຂຶ້ນ, ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ກັບ​ເມືອ​ເຮືອນ​ສາ”.</verse>
				<verse number="25">ໃນທັນໃດ​ນັ້ນ ລາວ​ຈຶ່ງ​ລຸກຂຶ້ນ​ຕໍ່ໜ້າ​ຄົນ​ທັງຫລາຍ​ແລ້ວ​ຍົກ​ເອົາ​ບ່ອນນອນ ແລະ ກັບ​ເມືອ​ເຮືອນ​ພ້ອມທັງ​ຮ້ອງ​ສັນລະເສີນ​ພຣະເຈົ້າ.</verse>
				<verse number="26">ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ສັນລະເສີນ​ພຣະເຈົ້າ. ພວກເຂົາ​ຢ້ານກົວ​ຫລາຍ​ຈຶ່ງ​ກ່າວ​ວ່າ, “ວັນນີ້​ພວກເຮົາ​ໄດ້​ເຫັນ​ສິ່ງ​ທີ່​ເຫລືອເຊື່ອ”.</verse>
				<verse number="27">ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ອອກ​ໄປ ແລະ ເຫັນ​ຄົນເກັບພາສີ​ຜູ້​ໜຶ່ງ​ຊື່​ວ່າ​ເລວີ​ນັ່ງ​ຢູ່​ທີ່​ດ່ານເກັບພາສີ. ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”</verse>
				<verse number="28">ແລ້ວ​ເລວີ​ກໍ​ລຸກຂຶ້ນ ແລະ ປະຖິ້ມ​ທຸກສິ່ງ​ຕິດຕາມ​ພຣະອົງ​ໄປ.</verse>
				<verse number="29">ແລ້ວ​ເລວີ​ກໍ​ໄດ້​ຈັດ​ງານລ້ຽງ​ໃຫຍ່​ຂຶ້ນ​ທີ່​ເຮືອນ​ຂອງ​ລາວ​ຖວາຍ​ແກ່​ພຣະເຢຊູເຈົ້າ, ມີ​ຄົນເກັບພາສີ​ກຸ່ມ​ໃຫຍ່ ແລະ ຄົນ​ອື່ນໆ​ອີກ​ຈຳນວນ​ຫລວງຫລາຍ​ກໍ​ມາ​ຮ່ວມ​ກິນ​ອາຫານ​ກັບ​ພວກເຂົາ​ດ້ວຍ.</verse>
				<verse number="30">ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ ຜູ້​ທີ່​ເປັນ​ຝ່າຍ​ຂອງ​ພວກເຂົາ ໄດ້​ຈົ່ມ​ຕຳໜິ​ຕໍ່​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກິນ​ອາຫານ ແລະ ດື່ມ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ?”</verse>
				<verse number="31">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ຄົນ​ສຸຂະພາບດີ​ບໍ່​ຕ້ອງການ​ໝໍ ແຕ່​ຄົນເຈັບ​ຕ້ອງການ​ໝໍ.</verse>
				<verse number="32">ເຮົາ​ບໍ່​ໄດ້​ມາ​ເພື່ອ​ເອີ້ນ​ຄົນຊອບທຳ ແຕ່​ມາ​ເພື່ອ​ເອີ້ນ​ຄົນບາບ​ໃຫ້​ກັບໃຈໃໝ່”.</verse>
				<verse number="33">ພວກເຂົາ​ໄດ້​ເວົ້າ​ຕໍ່​ພຣະອົງ​ວ່າ, “ພວກລູກສິດ​ຂອງ​ໂຢຮັນ​ມັກ​ຖືສິນອົດອາຫານ ແລະ ອະທິຖານ​ຢູ່​ສະເໝີ, ແລະ ສາວົກ​ຂອງ​ພວກ​ຟາຣີຊາຍ​ກໍ​ເຮັດ​ເໝືອນກັນ ແຕ່​ພວກ​ສາວົກ​ຂອງ​ທ່ານ​ພັດ​ກິນ ແລະ ດື່ມ”.</verse>
				<verse number="34">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຈະ​ໃຫ້​ບັນດາ​ເພື່ອນ​ຂອງ​ເຈົ້າບ່າວ​ຖືສິນອົດອາຫານ​ໃນ​ຂະນະ​ທີ່​ເຈົ້າບ່າວ​ຍັງ​ຢູ່​ກັບ​ພວກເຂົາ​ໄດ້​ບໍ?</verse>
				<verse number="35">ແຕ່​ເວລາ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ເຈົ້າບ່າວ​ຈະ​ຖືກ​ນຳ​ໂຕ​ໄປ​ຈາກ​ພວກເຂົາ, ໃນ​ວັນ​ເຫລົ່ານັ້ນ​ພວກເຂົາ​ຈະ​ຖືສິນອົດອາຫານ”.</verse>
				<verse number="36">ພຣະອົງ​ກ່າວ​ຄຳອຸປະມາ​ນີ້​ໃຫ້​ພວກເຂົາ​ຟັງ​ວ່າ, “ບໍ່​ມີ​ຜູ້ໃດ​ທີ່​ຈີກ​ເອົາ​ຜ້າ​ຈາກ​ເສື້ອ​ໃໝ່​ໄປ​ຕາບ​ເສື້ອ​ເກົ່າ. ຖ້າ​ເຮັດ​ດັ່ງນັ້ນ​ພວກເຂົາ​ກໍ​ຈະ​ເຮັດ​ໃຫ້​ເສື້ອ​ໃໝ່​ຂາດ​ເສຍ​ໄປ ແລະ ຜ້າ​ຕ່ອນ​ໃໝ່​ກໍ​ບໍ່​ສົມ​ກັບ​ເສື້ອ​ເກົ່າ.</verse>
				<verse number="37">ແລະ ບໍ່​ມີ​ຜູ້ໃດ​ທີ່​ຖອກ​ເຫລົ້າອະງຸ່ນ​ໃໝ່​ໃສ່​ຖົງໜັງ​ເກົ່າ. ຖ້າ​ເຮັດ​ຢ່າງ​ນັ້ນ​ເຫລົ້າອະງຸ່ນ​ໃໝ່​ຈະ​ເຮັດ​ໃຫ້​ຖົງໜັງ​ນັ້ນ​ແຕກ, ເຫລົ້າອະງຸ່ນ​ຈະ​ໄຫລ​ອອກ​ມາ ແລະ ຖົງໜັງ​ກໍ​ຈະ​ເສຍຫາຍ.</verse>
				<verse number="38">ບໍ່​ດອກ, ເຫລົ້າອະງຸ່ນ​ໃໝ່​ຈະ​ຕ້ອງ​ຖອກ​ໃສ່​ໃນ​ຖົງໜັງ​ໃໝ່</verse>
				<verse number="39">ແລະ ບໍ່​ມີ​ຜູ້ໃດ​ເມື່ອ​ໄດ້​ດື່ມ​ເຫລົ້າອະງຸ່ນ​ເກົ່າ​ແລ້ວ​ຈະ​ຢາກ​ໄດ້​ເຫລົ້າອະງຸ່ນ​ໃໝ່ ເພາະ​ພວກເຂົາ​ຍ່ອມ​ເວົ້າ​ວ່າ, ‘ອັນ​ເກົ່າ​ນັ້ນ​ດີ​ກວ່າ’”.</verse>
			</chapter>
			<chapter number="6">
				<verse number="1">ໃນ​ວັນຊະບາໂຕ​ວັນ​ໜຶ່ງ ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ຜ່ານ​ທົ່ງນາ ແລະ ພວກສາວົກ​ຂອງ​ພຣະອົງ​ກໍ​ເລີ່ມ​ເດັດ​ຮວງເຂົ້າ​ມາ​ຖູ​ໃນ​ມື ແລະ ກິນ​ເມັດ​ເຂົ້າ​ນັ້ນ.</verse>
				<verse number="2">ພວກ​ຟາຣີຊາຍ​ບາງຄົນ​ຈຶ່ງ​ຖາມ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ສິ່ງ​ທີ່​ຜິດ​ກົດບັນຍັດ​ໃນ​ວັນຊະບາໂຕ?”</verse>
				<verse number="3">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່​ເຄີຍ​ອ່ານ​ໃນ​ສິ່ງ​ທີ່​ດາວິດ​ເຮັດ​ເມື່ອ​ເພິ່ນ ແລະ ຄົນ​ຂອງ​ເພິ່ນ​ຫິວເຂົ້າ​ນັ້ນ​ບໍ?</verse>
				<verse number="4">ດາວິດ​ໄດ້​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ ເອົາ​ເຂົ້າຈີ່​ສັກສິດ​ມາ​ກິນ ເຊິ່ງ​ຕາມ​ກົດບັນຍັດ​ແລ້ວ​ມີ​ແຕ່​ປະໂລຫິດ​ເທົ່ານັ້ນ​ທີ່​ຈະ​ກິນ​ໄດ້ ແລະ ດາວິດ​ຍັງ​ໄດ້​ເອົາ​ເຂົ້າຈີ່​ນັ້ນ​ໃຫ້​ຄົນ​ຂອງ​ເພິ່ນ​ກິນ​ນຳ​ດ້ວຍ”.</verse>
				<verse number="5">ແລ້ວ​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ບຸດມະນຸດ​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ວັນຊະບາໂຕ”.</verse>
				<verse number="6">ໃນ​ວັນຊະບາໂຕ​ອີກ​ວັນ​ໜຶ່ງ ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ກຳລັງ​ສັ່ງສອນ​ຢູ່ ແລະ ທີ່​ນັ້ນ​ມີ​ຊາຍ​ຄົນ​ໜຶ່ງ​ມື​ເບື້ອງຂວາ​ລີບ.</verse>
				<verse number="7">ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກຳລັງ​ຈ້ອງ​ຈັບ​ຜິດ​ພຣະເຢຊູເຈົ້າ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕິດຕາມ​ພຣະອົງ​ຢ່າງ​ໃກ້ຊິດ​ເພື່ອ​ເບິ່ງ​ວ່າ​ພຣະອົງ​ຈະ​ຮັກສາ​ຄົນເຈັບ​ໃນ​ວັນຊະບາໂຕ​ບໍ່.</verse>
				<verse number="8">ແຕ່​ພຣະເຢຊູເຈົ້າ​ຮູ້​ວ່າ​ພວກເຂົາ​ກຳລັງ​ຄິດ​ສິ່ງ​ໃດ​ຢູ່ ຈຶ່ງ​ກ່າວ​ກັບ​ຊາຍ​ມື​ລີບ​ວ່າ, “ຈົ່ງ​ລຸກຂຶ້ນ ແລະ ຢືນ​ຕໍ່ໜ້າ​ທຸກຄົນ”. ດັ່ງນັ້ນ​ລາວ​ຈຶ່ງ​ລຸກຂຶ້ນ ແລະ ໄປ​ຢືນ​ຢູ່​ທີ່​ນັ້ນ.</verse>
				<verse number="9">ແລ້ວ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ເຮົາ​ຂໍ​ຖາມ​ພວກເຈົ້າ​ວ່າ, ເຮັດດີ ຫລື ເຮັດ​ຊົ່ວ, ຊ່ວຍ​ຊີວິດ ຫລື ທຳລາຍ​ຊີວິດ ອັນໃດ​ທີ່​ຖືກຕ້ອງ​ຕາມ​ກົດບັນຍັດ​ໃນ​ວັນຊະບາໂຕ?”</verse>
				<verse number="10">ພຣະອົງ​ເບິ່ງ​ໄປ​ອ້ອມຮອບ​ພວກເຂົາ​ທຸກຄົນ ແລະ ກ່າວ​ກັບ​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ອອກ​ມາ” ລາວ​ກໍ​ເຮັດ​ຕາມ ແລະ ມື​ຂອງ​ລາວ​ກໍ​ດີ​ເປັນ​ປົກກະຕິ​ທຸກ​ຢ່າງ.</verse>
				<verse number="11">ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຄຽດແຄ້ນ ແລະ ເລີ່ມ​ປຶກສາ​ກັນ​ວ່າ​ຈະ​ເຮັດ​ຢ່າງໃດ​ກັບ​ພຣະເຢຊູເຈົ້າ.</verse>
				<verse number="12">ວັນ​ໜຶ່ງ​ພຣະເຢຊູເຈົ້າ​ອອກ​ໄປ​ທີ່​ພູ​ໜ່ວຍ​ໜຶ່ງ​ເພື່ອ​ອະທິຖານ ແລະ ໃຊ້​ເວລາ​ອະທິຖານ​ຕໍ່​ພຣະເຈົ້າ​ຕະຫລອດ​ຄືນ.</verse>
				<verse number="13">ເມື່ອ​ຮຸ່ງ​ເຊົ້າ​ມາ, ພຣະອົງ​ໄດ້​ເອີ້ນ​ພວກສາວົກ​ມາ​ຫາ​ພຣະອົງ ແລະ ໄດ້​ເລືອກ​ເອົາ​ພວກເພິ່ນ​ສິບສອງ​ຄົນ, ເຊິ່ງ​ພຣະອົງ​ແຕ່ງຕັ້ງ​ໃຫ້​ເປັນ​ອັກຄະສາວົກ​ຄື:</verse>
				<verse number="14">ຊີໂມນ (ເຊິ່ງ​ພຣະອົງ​ຕັ້ງ​ຊື່​ໃຫ້​ວ່າ​ເປໂຕ), ອັນເດອາ​ນ້ອງຊາຍ​ຂອງ​ເປໂຕ, ຢາໂກໂບ, ໂຢຮັນ, ຟີລິບ, ບາຣະໂທໂລມາຍ,</verse>
				<verse number="15">ມັດທາຍ, ໂທມາ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ​ຜູ້​ທີ່​ເອີ້ນ​ວ່າ​ພັກຊາດນິຍົມ,</verse>
				<verse number="16">ຢູດາ​ລູກຊາຍ​ຂອງ​ຢາໂກໂບ, ແລະ ຢູດາ ອິດສະກາຣີອົດ​ຜູ້​ທີ່​ກາຍເປັນ​ຄົນທໍລະຍົດ.</verse>
				<verse number="17">ພຣະອົງ​ລົງ​ມາ​ກັບ​ພວກເພິ່ນ ແລະ ຢືນ​ຢູ່ໃນ​ທີ່​ຮາບພຽງ​ແຫ່ງ​ໜຶ່ງ. ມີ​ພວກສາວົກ​ຂອງ​ພຣະອົງ​ກໍ​ຢູ່​ທີ່​ນັ້ນ ແລະ ປະຊາຊົນ​ຈຳນວນ​ຫລວງຫລາຍ​ມາ​ຈາກ​ທົ່ວ​ແຂວງ​ຢູດາຍ, ຈາກ​ເຢຣູຊາເລັມ ແລະ ຈາກ​ຝັ່ງ​ທະເລ​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ,</verse>
				<verse number="18">ພວກເຂົາ​ມາ​ເພື່ອ​ຈະ​ຟັງ​ພຣະອົງ ແລະ ເພື່ອ​ຈະ​ຮັບ​ການຮັກສາ​ພະຍາດ​ຕ່າງໆ​ຂອງ​ພວກເຂົາ. ຄົນ​ທີ່​ຖືກ​ວິນຍານສົກກະປົກ​ລົບກວນ​ກໍ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ,</verse>
				<verse number="19">ແລະ ປະຊາຊົນ​ທັງຫລາຍ​ໄດ້​ພະຍາຍາມ​ແຕະ​ຕົວ​ພຣະອົງ ເພາະ​ລິດອຳນາດ​ໄດ້​ອອກ​ມາ​ຈາກ​ພຣະອົງ ແລະ ຮັກສາ​ພວກເຂົາ​ທຸກຄົນ​ໃຫ້​ຫາຍດີ.</verse>
				<verse number="20">ພຣະເຢຊູເຈົ້າ​ຫລຽວເບິ່ງ​ພວກສາວົກ​ຂອງ​ພຣະອົງ ແລະ ກ່າວ​ວ່າ: “ພຣະພອນ​ມີ​ແກ່​ພວກເຈົ້າ​ຜູ້​ທີ່​ຍາກຈົນ, ເພາະ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ຂອງ​ພວກເຈົ້າ​ແລ້ວ.</verse>
				<verse number="21">ພຣະພອນ​ມີ​ແກ່​ພວກເຈົ້າ​ຜູ້​ທີ່​ອຶດຫິວ​ໃນ​ເວລາ​ນີ້ ເພາະ​ພວກເຈົ້າ​ຈະ​ໄດ້​ອີ່ມບໍລິບູນ. ພຣະພອນ​ມີ​ແກ່​ພວກເຈົ້າ​ຜູ້​ທີ່​ຮ້ອງໄຫ້​ຢູ່​ໃນ​ເວລາ​ນີ້ ເພາະວ່າ​ພວກເຈົ້າ​ຈະ​ໄດ້​ຫົວຂັວນ.</verse>
				<verse number="22">ພຣະພອນ​ມີ​ແກ່​ພວກເຈົ້າ​ເມື່ອ​ຄົນ​ກຽດຊັງ​ພວກເຈົ້າ ເມື່ອ​ຄົນ​ທັງຫລາຍ​ຕັດ​ພວກເຈົ້າ​ອອກ ແລະ ດູຖູກ​ພວກເຈົ້າ ແລະ ໃສ່ຮ້າຍ​ພວກເຈົ້າ​ວ່າ​ຊົ່ວຊ້າ ເພາະ​ເຫັນແກ່​ບຸດມະນຸດ.</verse>
				<verse number="23">“ໃນ​ວັນ​ນັ້ນ ຈົ່ງ​ຊື່ນຊົມຍິນດີ ແລະ ກະໂດດເຕັ້ນ​ດ້ວຍ​ຄວາມຍິນດີ ເພາະ​ບຳເໜັດ​ຂອງ​ພວກເຈົ້າ​ໃນ​ສະຫວັນ​ນັ້ນ​ຍິ່ງໃຫຍ່. ເພາະວ່າ​ບັນພະບຸລຸດ​ຂອງ​ພວກເຂົາ ກໍ​ໄດ້​ເຮັດ​ຢ່າງ​ດຽວ​ກັນ​ນັ້ນ​ກັບ​ບັນດາ​ຜູ້ທຳນວາຍ.</verse>
				<verse number="24">“ແຕ່​ວິບັດ​ມີ​ແກ່​ພວກເຈົ້າ​ຜູ້​ຮັ່ງມີ ເພາະ​ພວກເຈົ້າ​ໄດ້​ຮັບ​ຄວາມ​ສຸກ​ສະບາຍ​ແລ້ວ.</verse>
				<verse number="25">ວິບັດ​ມີ​ແກ່​ພວກເຈົ້າ​ທີ່​ອີ່ມເຕັມ​ຢູ່​ເວລາ​ນີ້, ເພາະວ່າ​ພວກເຈົ້າ​ຈະ​ອຶດຫິວ. ວິບັດ​ມີ​ແກ່​ພວກເຈົ້າ​ທີ່​ກຳລັງ​ຫົວ​ຂັວນ​ຢູ່​ເວລາ​ນີ້ ເພາະ​ພວກເຈົ້າ​ຈະ​ໂສກເສົ້າ ແລະ ຮ້ອງໄຫ້.</verse>
				<verse number="26">ວິບັດ​ມີ​ແກ່​ພວກເຈົ້າ​ເມື່ອ​ທຸກຄົນ​ຍົກຍ້ອງ​ພວກເຈົ້າ ເພາະ​ບັນພະບຸລຸດ​ຂອງ​ພວກເຂົາ​ກໍ​ໄດ້​ເຮັດ​ຢ່າງ​ດຽວ​ກັນ​ນີ້​ກັບ​ບັນດາ​ຜູ້ທຳນວາຍ​ປອມ.</verse>
				<verse number="27">“ແຕ່​ເຮົາ​ບອກ​ພວກເຈົ້າ​ທີ່​ກຳລັງ​ຟັງ​ເຮົາ​ກ່າວ​ຢູ່​ວ່າ: ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ, ຈົ່ງ​ເຮັດ​ດີ​ຕໍ່​ຜູ້​ທີ່​ກຽດຊັງ​ພວກເຈົ້າ,</verse>
				<verse number="28">ຈົ່ງ​ອວຍພອນ​ຜູ້​ທີ່​ປ້ອຍດ່າ​ພວກເຈົ້າ, ຈົ່ງ​ອະທິຖານ​ເພື່ອ​ຜູ້​ທີ່​ຂົ່ມເຫັງ​ພວກເຈົ້າ.</verse>
				<verse number="29">ຖ້າ​ຜູ້ໃດ​ຕົບ​ແກ້ມ​ຂອງ​ພວກເຈົ້າ​ເບື້ອງ​ໜຶ່ງ ຈົ່ງ​ປິ່ນ​ແກ້ມ​ອີກ​ເບື້ອງ​ໜຶ່ງ​ໃຫ້​ພວກເຂົາ. ຖ້າ​ຜູ້ໃດ​ເອົາ​ເສື້ອຊັ້ນນອກ​ຂອງ​ເຈົ້າ​ໄປ ກໍ​ຢ່າ​ໄດ້​ຫວງຫ້າມ​ພວກເຂົາ.</verse>
				<verse number="30">ຈົ່ງ​ໃຫ້​ແກ່​ທຸກຄົນ​ທີ່​ຂໍ​ຈາກ​ພວກເຈົ້າ ແລະ ຖ້າ​ຜູ້ໃດ​ເອົາ​ສິ່ງ​ທີ່​ເປັນ​ຂອງ​ພວກເຈົ້າ​ໄປ ຢ່າ​ທວງ​ເອົາ​ສິ່ງ​ນັ້ນ​ກັບ​ຄືນ​ມາ.</verse>
				<verse number="31">ຖ້າ​ພວກເຈົ້າ​ຢາກ​ໃຫ້​ຄົນ​ອື່ນ​ເຮັດ​ຢ່າງໃດ​ແກ່​ພວກເຈົ້າ ກໍ​ຈົ່ງ​ເຮັດ​ຕໍ່​ພວກເຂົາ​ຢ່າງນັ້ນ​ເໝືອນກັນ.</verse>
				<verse number="32">“ຖ້າ​ພວກເຈົ້າ​ຮັກ​ແຕ່​ຜູ້​ທີ່​ຮັກ​ພວກເຈົ້າ​ເທົ່ານັ້ນ ພວກເຈົ້າ​ຈະ​ໄດ້​ປະໂຫຍດ​ອັນໃດ? ແມ່ນແຕ່​ບັນດາ​ຄົນບາບ​ກໍ​ຍັງ​ຮັກ​ຄົນ​ທີ່​ຮັກ​ພວກເຂົາ​ເໝືອນກັນ.</verse>
				<verse number="33">ແລະ ຖ້າ​ພວກເຈົ້າ​ເຮັດດີ​ຕໍ່​ຄົນ​ທີ່​ດີ​ຕໍ່​ເຈົ້າ​ເທົ່ານັ້ນ, ຈະ​ເປັນ​ຄຸນ​ຫຍັງ​ແກ່​ພວກເຈົ້າ? ແມ່ນແຕ່​ບັນດາ​ຄົນບາບ​ກໍ​ຍັງ​ເຮັດ​ຢ່າງ​ນັ້ນ​ເໝືອນກັນ.</verse>
				<verse number="34">ແລະ ຖ້າ​ພວກເຈົ້າ​ໃຫ້​ຄົນ​ຢືມ​ໂດຍ​ຫວັງ​ວ່າ​ຈະ​ໄດ້​ຄືນ​ຈາກ​ພວກເຂົາ, ຈະ​ເປັນ​ຄຸນ​ຫຍັງ​ແກ່​ພວກເຈົ້າ? ແມ່ນແຕ່​ບັນດາ​ຄົນບາບ​ກໍ​ຍັງ​ໃຫ້​ຄົນບາບ​ຢືມ, ໂດຍ​ຫວັງ​ວ່າ​ຈະ​ໄດ້​ຄືນ​ຄົບຖ້ວນ.</verse>
				<verse number="35">ແຕ່​ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ, ຈົ່ງ​ເຮັດ​ດີ​ຕໍ່​ພວກເຂົາ ແລະ ຈົ່ງ​ໃຫ້​ພວກເຂົາ​ຢືມ​ໂດຍ​ບໍ່​ຫວັງ​ວ່າ​ຈະ​ໄດ້​ສິ່ງໃດ​ຄືນ​ມາ. ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ບຳເໜັດ​ອັນ​ໃຫຍ່ ແລະ ພວກເຈົ້າ​ຈະ​ໄດ້​ເປັນ​ລູກ​ຂອງ​ພຣະເຈົ້າ​ຜູ້​ສູງສຸດ, ເພາະວ່າ​ພຣະອົງ​ຍັງ​ກະລຸນາ​ຕໍ່​ຄົນ​ເນລະຄຸນ ແລະ ຄົນຊົ່ວ.</verse>
				<verse number="36">ຈົ່ງ​ມີ​ຄວາມ​ເມດຕາ​ເໝືອນດັ່ງ​ທີ່​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ມີ​ຄວາມ​ເມດຕາ.</verse>
				<verse number="37">“ຢ່າ​ຕັດສິນ​ຄົນ​ອື່ນ ແລ້ວ​ພວກເຈົ້າ​ຈະ​ບໍ່​ຖືກ​ຕັດສິນ. ຢ່າ​ກ່າວໂທດ​ຄົນ​ອື່ນ ແລ້ວ​ພວກເຈົ້າ​ຈະ​ບໍ່​ຖືກ​ກ່າວໂທດ. ຈົ່ງ​ຍົກໂທດ​ໃຫ້​ຄົນ​ອື່ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ການຍົກໂທດ.</verse>
				<verse number="38">ຈົ່ງ​ໃຫ້​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ. ດ້ວຍ​ເຄື່ອງຜອງ​ທີ່​ຍັດ​ສັ່ນ​ລົງ​ແໜ້ນ​ເຕັມລົ້ນ​ຈະ​ຖືກ​ເທ​ລົງ​ໃນ​ຕັກ​ຂອງ​ພວກເຈົ້າ. ເພາະວ່າ​ພວກເຈົ້າ​ຈະ​ໃຊ້​ເຄື່ອງຜອງ​ອັນໃດ​ກໍ​ຈະ​ໃຊ້​ເຄື່ອງຜອງ​ອັນ​ດຽວ​ກັນ​ນັ້ນ​ຕວງ​ໃຫ້​ພວກເຈົ້າ”.</verse>
				<verse number="39">ພຣະອົງ​ຍັງ​ກ່າວ​ຄຳອຸປະມາ​ນີ້​ແກ່​ພວກເຂົາ​ອີກ​ວ່າ, “ຄົນຕາບອດ​ຈະ​ນຳ​ທາງ​ຄົນຕາບອດ​ໄດ້​ບໍ? ພວກເຂົາ​ຈະ​ບໍ່​ຕົກ​ຂຸມ​ບໍ?</verse>
				<verse number="40">ລູກສິດ​ຈະ​ບໍ່​ເໜືອ​ກວ່າ​ຄູ​ຂອງ​ຕົນ ແຕ່​ລູກສິດ​ທຸກຄົນ​ທີ່​ໄດ້​ຮັບ​ການ​ຝຶກອົບຮົມ​ຢ່າງ​ຄົບຖ້ວນ​ສົມບູນ​ແລ້ວ ກໍ​ຈະ​ເປັນ​ເໝືອນ​ຄູ​ຂອງ​ຕົນ.</verse>
				<verse number="41">“ເປັນຫຍັງ​ເຈົ້າ​ຈຶ່ງ​ແນມເບິ່ງ​ຜົງ​ຂີ້ເລື່ອຍ​ທີ່​ຢູ່​ໃນ​ຕາ​ຂອງ​ພີ່ນ້ອງ​ຂອງ​ເຈົ້າ ແຕ່​ບໍ່​ສົນໃຈ​ກັບ​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ເຈົ້າ​ເອງ?</verse>
				<verse number="42">ດ້ວຍ​ເຫດ​ໃດ ເຈົ້າ​ຈຶ່ງ​ເວົ້າ​ຕໍ່​ພີ່ນ້ອງ​ຂອງ​ເຈົ້າ​ວ່າ, ‘ພີ່ນ້ອງ, ຈົ່ງ​ໃຫ້​ຂ້ອຍ​ເຂ່ຍ​ເອົາ​ຂີ້ເຫຍື້ອ​ອອກ​ຈາກ​ຕາ​ຂອງ​ເຈົ້າ’ ໃນ​ເມື່ອ​ໂຕ​ເຈົ້າ​ເອງ​ກໍ​ຍັງ​ບໍ່​ເຫັນ​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ຕົນ? ພວກ​ຄົນ​ໜ້າຊື່ໃຈຄົດ, ຈົ່ງ​ເອົາ​ໄມ້​ທັງ​ທ່ອນ​ອອກ​ຈາກ​ຕາ​ຂອງ​ຕົນ​ເອງ​ກ່ອນ ແລະ ຫລັງ​ຈາກ​ນັ້ນ​ເຈົ້າ​ກໍ​ຈະ​ເຫັນ​ແຈ້ງ​ດີ ຈຶ່ງ​ຈະ​ເຂ່ຍ​ຜົງ​ຂີ້ເລື່ອຍ​ອອກ​ຈາກ​ຕາ​ຂອງ​ພີ່ນ້ອງ​ຂອງ​ເຈົ້າ​ໄດ້.</verse>
				<verse number="43">“ຕົ້ນໄມ້​ດີ​ຍ່ອມ​ບໍ່​ໃຫ້​ຜົນ​ຊົ່ວ ແລະ ຕົ້ນໄມ້​ຊົ່ວ​ຍ່ອມ​ບໍ່​ໃຫ້​ຜົນ​ດີ.</verse>
				<verse number="44">ເຮົາ​ຈະ​ຮູ້​ຈັກ​ຕົ້ນໄມ້​ແຕ່​ລະ​ຕົ້ນ​ໄດ້​ດ້ວຍ​ຜົນ​ຂອງ​ມັນ. ຄົນ​ຈະ​ບໍ່​ເກັບ​ໝາກເດື່ອ​ຈາກ​ຟຸ່ມໜາມ ຫລື ຈະ​ບໍ່​ເກັບ​ໝາກອະງຸ່ນ​ຈາກ​ເຄືອໜາມ.</verse>
				<verse number="45">ຄົນດີ​ຍ່ອມ​ນຳ​ສິ່ງ​ດີ​ອອກ​ມາ​ຈາກ​ຄວາມດີ​ທີ່​ສະສົມ​ໄວ້​ໃນ​ໃຈ​ຂອງ​ຕົນ, ສ່ວນ​ຄົນຊົ່ວ​ກໍ​ນຳ​ສິ່ງ​ຊົ່ວ​ອອກ​ມາ​ຈາກ​ຄວາມຊົ່ວ​ທີ່​ສະສົມ​ໄວ້​ໃນ​ໃຈ​ຂອງ​ຕົນ. ເພາະ​ໃຈ​ເຕັມ​ລົ້ນ​ດ້ວຍ​ສິ່ງ​ໃດ​ປາກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ.</verse>
				<verse number="46">“ດ້ວຍ​ເຫດ​ໃດ​ພວກເຈົ້າ​ຈຶ່ງ​ເອີ້ນ​ເຮົາ​ວ່າ, ‘ອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າ’ ແລະ ບໍ່​ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ?</verse>
				<verse number="47">ທຸກຄົນ​ທີ່​ມາ​ຫາ​ເຮົາ ແລະ ໄດ້​ຍິນ​ຖ້ອຍຄຳ​ເຫລົ່ານີ້​ຂອງ​ເຮົາ ແລະ ນຳ​ເອົາ​ໄປ​ປະຕິບັດ, ເຮົາ​ຈະ​ສະແດງ​ໃຫ້​ພວກເຈົ້າ​ຮູ້​ວ່າ​ພວກເຂົາ​ປຽບເໝືອນ​ຜູ້ໃດ.</verse>
				<verse number="48">ພວກເຂົາ​ປຽບເໝືອນ​ຄົນ​ຜູ້​ໜຶ່ງ​ທີ່​ກໍ່ສ້າງ​ເຮືອນ, ລາວ​ຂຸດ​ດິນ​ລົງ​ເລິກ ແລະ ວາງ​ຮາກຖານ​ເຮືອນ​ໃສ່​ເທິງ​ດານຫີນ. ເມື່ອ​ນ້ຳ​ມາ​ຖ້ວມ, ແລ້ວ​ກະແສນ້ຳ​ໄຫລ​ແຮງ​ພັດ​ໃສ່​ເຮືອນ ແຕ່​ບໍ່​ສາມາດ​ສັ່ນ​ສະເທືອນ​ເຮືອນ​ໄດ້​ເພາະ​ເຮືອນ​ນັ້ນ​ສ້າງ​ໄວ້​ຢ່າງ​ດີ.</verse>
				<verse number="49">ແຕ່​ສ່ວນ​ຜູ້​ທີ່​ໄດ້​ຍິນ​ຖ້ອຍຄຳ​ທັງຫລາຍ​ຂອງ​ເຮົາ ແລະ ບໍ່​ໄດ້​ນຳ​ເອົາ​ໄປ​ປະຕິບັດ​ຕາມ ລາວ​ກໍ​ປຽບເໝືອນ​ຄົນ​ຜູ້​ໜຶ່ງ​ທີ່​ກໍ່ສ້າງ​ເຮືອນ​ຂອງ​ຕົນ​ຢູ່​ເທິງ​ພື້ນດິນ​ໂດຍ​ບໍ່​ໄດ້​ວາງ​ຮາກຖານ. ເມື່ອ​ກະແສນ້ຳ​ໄຫລ​ແຮງ​ພັດ​ໃສ່​ເຮືອນ, ເຮືອນ​ນັ້ນ​ກໍ​ພັງທະລາຍ​ລົງ ແລະ ຖືກ​ທຳລາຍ​ໝົດ​ເລີຍ”.</verse>
			</chapter>
			<chapter number="7">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ກ່າວ​ສິ່ງ​ເຫລົ່ານີ້​ໃຫ້​ປະຊາຊົນ​ຟັງ​ຈົນ​ຈົບ​ແລ້ວ, ພຣະອົງ​ກໍ​ເຂົ້າ​ໄປ​ໃນ​ເມືອງ​ກາເປນາອູມ.</verse>
				<verse number="2">ຢູ່​ທີ່​ນັ້ນ​ມີ​ຄົນຮັບໃຊ້​ຂອງ​ນາຍຮ້ອຍ​ຄົນ​ໜຶ່ງ, ເຊິ່ງ​ນາຍ​ຮັກ​ຫລາຍ, ລາວ​ປ່ວຍ​ໜັກ ແລະ ໃກ້​ຈະ​ຕາຍ.</verse>
				<verse number="3">ເມື່ອ​ນາຍຮ້ອຍ​ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະເຢຊູເຈົ້າ​ແລ້ວ ເພິ່ນ​ຈຶ່ງ​ໄດ້​ໃຊ້​ພວກ​ເຖົ້າແກ່​ບາງຄົນ​ຂອງ​ພວກ​ຢິວ​ໄປ​ເຊີນ​ພຣະເຢຊູເຈົ້າ​ໃຫ້​ມາ​ຮັກສາ​ຄົນຮັບໃຊ້​ຂອງ​ເພິ່ນ.</verse>
				<verse number="4">ເມື່ອ​ພວກເຂົາ​ມາ​ຮອດ​ພຣະເຢຊູເຈົ້າ​ແລ້ວ ພວກເຂົາ​ກໍ​ຮ້ອງຂໍ​ພຣະເຢຊູເຈົ້າ​ດ້ວຍ​ໃຈ​ຮ້ອນຮົນ​ວ່າ, “ນາຍຮ້ອຍ​ຄົນ​ນີ້​ເປັນ​ຄົນ​ທີ່​ພຣະອົງ​ສົມຄວນ​ຈະ​ໄປ​ຊ່ວຍ​ແທ້,</verse>
				<verse number="5">ເພາະ​ເພິ່ນ​ຮັກ​ຊົນຊາດ​ຂອງ​ພວກເຮົາ ແລະ ໄດ້​ສ້າງ​ທຳມະສາລາ​ໃຫ້​ພວກເຮົາ”.</verse>
				<verse number="6">ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ໄປ​ກັບ​ພວກເຂົາ. ເມື່ອ​ພຣະອົງ​ມາ​ໃກ້​ຈະ​ຮອດ​ເຮືອນ​ນັ້ນ​ແລ້ວ, ນາຍຮ້ອຍ​ໄດ້​ໃຊ້​ບັນດາ​ໝູ່​ມາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຢ່າ​ໃຫ້​ເປັນ​ການ​ລຳບາກ​ພຣະອົງ​ເລີຍ, ເພາະ​ຂ້ານ້ອຍ​ບໍ່​ສົມຄວນ​ທີ່​ຈະ​ໃຫ້​ພຣະອົງ​ເຂົ້າ​ໄປ​ໃນ​ລຸ່ມ​ຫລັງຄາ​ເຮືອນ​ຂອງ​ຂ້ານ້ອຍ.</verse>
				<verse number="7">ດ້ວຍເຫດນີ້ ຂ້ານ້ອຍ​ຈຶ່ງ​ຄິດ​ວ່າ​ຕົນ​ເອງ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ມາ​ຫາ​ພຣະອົງ. ຂໍ​ພຽງ​ແຕ່​ພຣະອົງ​ກ່າວ​ເທົ່ານັ້ນ ແລະ ຄົນຮັບໃຊ້​ຂອງ​ຂ້ານ້ອຍ​ກໍ​ຈະ​ຫາຍດີ.</verse>
				<verse number="8">ເພາະວ່າ​ຂ້ານ້ອຍ​ເອງ​ມີ​ທັງ​ຜູ້​ບັງຄັບບັນຊາ ແລະ ມີ​ທະຫານ​ທີ່​ຢູ່​ໃຕ້​ບັງຄັບບັນຊາ​ຂອງ​ຂ້ານ້ອຍ​ດ້ວຍ. ຂ້ານ້ອຍ​ສັ່ງ​ຄົນ​ນີ້​ວ່າ, ‘ໄປ’ ແລ້ວ​ລາວ​ກໍ​ໄປ, ສັ່ງ​ຄົນ​ນັ້ນ​ວ່າ, ‘ມາ’ ແລ້ວ​ລາວ​ກໍ​ມາ, ຂ້ານ້ອຍ​ສັ່ງ​ຄົນຮັບໃຊ້​ວ່າ, ‘ຈົ່ງ​ເຮັດ​ສິ່ງ​ນີ້’ ແລ້ວ​ລາວ​ກໍ​ເຮັດ​ຕາມ”.</verse>
				<verse number="9">ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນັ້ນ ພຣະອົງ​ກໍ​ປະຫລາດໃຈ​ໃນ​ລາວ ແລ້ວ​ຫັນ​ມາ​ກ່າວ​ກັບ​ປະຊາຊົນ​ທີ່​ຕິດຕາມ​ພຣະອົງ​ມາ​ນັ້ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ວ່າ​ເຮົາ​ບໍ່​ເຄີຍ​ພົບ​ຄວາມເຊື່ອ​ໃຫຍ່​ເທົ່າ​ນີ້​ແມ່ນແຕ່​ໃນ​ອິດສະຣາເອນ”.</verse>
				<verse number="10">ແລ້ວ​ຄົນ​ເຫລົ່ານັ້ນ​ທີ່​ຖືກ​ໃຊ້​ມາ​ກໍ​ກັບ​ຄືນ​ໄປ​ເຮືອນ ແລະ ພົບ​ວ່າ​ຄົນຮັບໃຊ້​ຜູ້​ນັ້ນ​ຫາຍດີ​ແລ້ວ.</verse>
				<verse number="11">ຫລັງຈາກ​ນັ້ນ​ບໍ່​ດົນ, ພຣະເຢຊູເຈົ້າ​ໄດ້​ໄປ​ໃນ​ເມືອງ​ໜຶ່ງ​ຊື່​ວ່າ​ນາອິນ, ພວກສາວົກ ແລະ ປະຊາຊົນ​ຈຳນວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ.</verse>
				<verse number="12">ເມື່ອ​ພຣະອົງ​ມາ​ເກືອບ​ຮອດ​ປະຕູ​ເມືອງ, ກໍ​ມີ​ຄົນ​ຫາມ​ສົບ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ອອກ​ມາ ລາວ​ເປັນ​ລູກຊາຍ​ຄົນ​ດຽວ​ຂອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ແມ່ໝ້າຍ. ແລະ ປະຊາຊົນ​ຈຳນວນ​ຫລວງຫລາຍ​ກໍ​ມາ​ຈາກ​ເມືອງ​ພ້ອມ​ກັບ​ຍິງ​ນັ້ນ.</verse>
				<verse number="13">ເມື່ອ​ອົງພຣະຜູ້ເປັນເຈົ້າ​ໄດ້​ເຫັນ​ຍິງ​ນັ້ນ, ພຣະອົງ​ກໍ​ສົງສານ​ນາງ​ຫລາຍ ແລະ ກ່າວ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ”.</verse>
				<verse number="14">ແລ້ວ​ພຣະອົງ​ກໍ​ໄດ້​ເຂົ້າ​ໄປ​ໃກ້ ແລະ ແຕະ​ຫີບສົບ​ທີ່​ພວກເຂົາ​ກຳລັງ​ຫາມ​ຢູ່​ນັ້ນ ບັນດາ​ຄົນ​ທີ່​ຫາມ​ຫີບສົບ​ກໍ​ຢຸດ​ຢືນ​ຢູ່. ພຣະອົງ​ກ່າວ​ວ່າ, “ຊາຍໜຸ່ມ​ເອີຍ, ເຮົາ​ສັ່ງ​ເຈົ້າ​ວ່າ​ຈົ່ງ​ລຸກຂຶ້ນ!”</verse>
				<verse number="15">ແລ້ວ​ຄົນ​ທີ່​ຕາຍ​ນັ້ນ​ກໍ​ລຸກຂຶ້ນ​ນັ່ງ ແລະ ເລີ່ມ​ເວົ້າ, ພຣະເຢຊູເຈົ້າ​ຈຶ່ງ​ມອບ​ຊາຍ​ຄົນ​ນັ້ນ​ຄືນ​ໃຫ້​ແມ່​ຂອງ​ລາວ.</verse>
				<verse number="16">ຄົນ​ທັງຫລາຍ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານກົວ ແລະ ສັນລະເສີນ​ພຣະເຈົ້າ. ພວກເຂົາ​ເວົ້າ​ວ່າ, “ຜູ້ທຳນວາຍ​ຍິ່ງໃຫຍ່​ຜູ້​ໜຶ່ງ​ໄດ້​ມາ​ປາກົດ​ໃນ​ທ່າມກາງ​ພວກເຮົາ​ແລ້ວ. ພຣະເຈົ້າ​ໄດ້​ມາ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ”.</verse>
				<verse number="17">ຂ່າວ​ກ່ຽວກັບ​ພຣະເຢຊູເຈົ້າ​ນີ້​ກໍ​ໄດ້​ແຜ່ລາມ​ໄປ​ທົ່ວ​ແຂວງ​ຢູດາຍ ແລະ ຂົງເຂດ​ທີ່​ຢູ່​ອ້ອມຮອບ​ນັ້ນ.</verse>
				<verse number="18">ພວກລູກສິດ​ຂອງ​ໂຢຮັນ​ກໍ​ໄດ້​ເລົ່າ​ສິ່ງ​ທັງໝົດ​ເຫລົ່ານີ້​ໃຫ້​ເພິ່ນ​ຟັງ. ໂຢຮັນ​ຈຶ່ງ​ເອີ້ນ​ລູກສິດ​ສອງ​ຄົນ​ມາ</verse>
				<verse number="19">ແລະ ໃຊ້​ພວກເຂົາ​ໄປ​ພົບ​ອົງພຣະຜູ້ເປັນເຈົ້າ ເພື່ອ​ຖາມ​ວ່າ, “ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ, ຫລື ພວກຂ້ານ້ອຍ​ຈະ​ຕ້ອງ​ຄອຍຖ້າ​ຜູ້​ອື່ນ​ອີກ?”</verse>
				<verse number="20">ເມື່ອ​ພວກເຂົາ​ພົບ​ພຣະເຢຊູເຈົ້າ​ແລ້ວ ພວກເຂົາ​ກໍ​ເວົ້າ​ກັບ​ພຣະອົງ​ວ່າ, “ໂຢຮັນ​ບັບຕິສະໂຕ​ໄດ້​ໃຊ້​ພວກຂ້ານ້ອຍ​ມາ​ຖາມ​ທ່ານ​ວ່າ, ‘ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ, ຫລື ພວກຂ້ານ້ອຍ​ຈະ​ຕ້ອງ​ຄອຍຖ້າ​ຜູ້​ອື່ນ​ອີກ?’”</verse>
				<verse number="21">ໃນ​ເວລາ​ດຽວ​ກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຮັກສາ​ຫລາຍ​ຄົນ​ທີ່​ເປັນ​ພະຍາດ​ຕ່າງໆ, ຄົນເຈັບປ່ວຍ ແລະ ຄົນ​ທີ່​ມີ​ວິນຍານຊົ່ວຮ້າຍ​ເຂົ້າ​ສິງ ແລະ ເຮັດ​ໃຫ້​ຄົນຕາບອດ​ຫລາຍ​ຄົນ​ເບິ່ງເຫັນ.</verse>
				<verse number="22">ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ກັບ​ສອງ​ຄົນ​ນັ້ນ​ວ່າ, “ຈົ່ງ​ກັບ​ໄປ​ລາຍງານ​ຕໍ່​ໂຢຮັນ​ຕາມ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ຄື: ຄົນຕາບອດ​ເບິ່ງເຫັນ​ໄດ້, ຄົນເປ້ຍ​ຍ່າງ​ໄດ້, ຄົນຂີ້ທູດ ​ກໍ​ໄດ້​ຖືກ​ຊຳລະ​ໃຫ້​ສະອາດ, ຄົນຫູໜວກ​ກໍ​ໄດ້​ຍິນ, ຄົນຕາຍ​ແລ້ວ​ກໍ​ເປັນຄືນມາ ແລະ ຂ່າວປະເສີດ​ໄດ້​ປະກາດ​ແກ່​ຄົນຍາກຈົນ.</verse>
				<verse number="23">ພຣະພອນ​ມີ​ແກ່​ຄົນ​ທີ່​ບໍ່​ສະດຸດ​ກ່ຽວກັບ​ເລື່ອງ​ຂອງ​ເຮົາ”.</verse>
				<verse number="24">ຫລັງຈາກ​ຄົນ​ທີ່​ໂຢຮັນ​ໄດ້​ໃຊ້​ມາ​ນັ້ນ​ກັບ​ໄປ​ແລ້ວ ພຣະເຢຊູເຈົ້າ​ຈຶ່ງ​ເລີ່ມ​ກ່າວ​ກັບ​ປະຊາຊົນ​ກ່ຽວກັບ​ໂຢຮັນ​ວ່າ: “ພວກເຈົ້າ​ທັງຫລາຍ​ອອກ​ໄປ​ຖິ່ນແຫ້ງແລ້ງກັນດານ​ເພື່ອ​ຢາກ​ເບິ່ງ​ຫຍັງ? ຢາກ​ເບິ່ງ​ຕົ້ນອໍ້​ໄຫວ​ໄປ​ມາ​ຕາມ​ລົມ​ພັດ​ບໍ?</verse>
				<verse number="25">ຖ້າ​ບໍ່​ແມ່ນ, ພວກເຈົ້າ​ອອກ​ໄປ​ເບິ່ງ​ຫຍັງ? ເບິ່ງ​ຄົນ​ນຸ່ງເຄື່ອງ​ທີ່​ລະອຽດ​ຈົບງາມ​ບໍ? ບໍ່​ແມ່ນ, ບັນດາ​ຄົນ​ທີ່​ນຸ່ງເຄື່ອງ​ລາຄາ​ແພງ ແລະ ຢູ່​ກິນ​ດ້ວຍ​ຂອງ​ປານີດ​ນັ້ນ​ກໍ​ຢູ່​ໃນ​ວັງ.</verse>
				<verse number="26">ແຕ່​ພວກເຈົ້າ​ອອກ​ໄປ​ເບິ່ງ​ຫຍັງ? ໄປ​ເບິ່ງ​ຜູ້ທຳນວາຍ​ບໍ? ແມ່ນ​ແລ້ວ, ເຮົາ​ບອກ​ພວກເຈົ້າ​ວ່າ​ທ່ານ​ຜູ້​ນັ້ນ​ຍິ່ງໃຫຍ່​ກວ່າ​ຜູ້ທຳນວາຍ​ອີກ.</verse>
				<verse number="27">ແມ່ນ​ຜູ້​ນີ້​ແຫລະ​ທີ່​ພຣະຄຳພີ​ຂຽນ​ໄວ້​ເຖິງ​ເພິ່ນ​ວ່າ: “‘ເຮົາ​ຈະ​ໃຊ້​ທູດ​ຂອງ​ເຮົາ​ມາ​ກ່ອນ​ທ່ານ ເພື່ອ​ຈັດຕຽມ​ຫົນທາງ​ໄວ້​ສຳລັບ​ທ່ານ​ລ່ວງໜ້າ’.</verse>
				<verse number="28">ເຮົາ​ບອກ​ພວກເຈົ້າ​ວ່າ, ໃນ​ບັນດາ​ຜູ້​ທີ່​ເກີດ​ຈາກ​ແມ່ຍິງ​ບໍ່​ມີ​ຜູ້ໃດ​ຍິ່ງໃຫຍ່​ກວ່າ​ໂຢຮັນ; ດັ່ງນັ້ນ ຜູ້ຕໍ່າຕ້ອຍ​ທີ່ສຸດ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ກໍ​ຍິ່ງໃຫຍ່​ກວ່າ​ເພິ່ນ”.</verse>
				<verse number="29">(ປະຊາຊົນ​ທັງໝົດ​ແມ່ນ​ແຕ່​ຄົນເກັບພາສີ​ເມື່ອ​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະເຢຊູເຈົ້າ​ກໍ​ຍອມຮັບ​ວ່າ​ທາງ​ຂອງ​ພຣະເຈົ້າ​ຖືກຕ້ອງ ເພາະ​ພວກເຂົາ​ໄດ້​ຮັບ​ບັບຕິສະມາ​ຈາກ​ໂຢຮັນ​ແລ້ວ.</verse>
				<verse number="30">ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ບໍ່​ຍອມຮັບ​ເຈດຕະນາ​ຂອງ​ພຣະເຈົ້າ​ທີ່​ມີ​ຕໍ່​ພວກເຂົາ, ເພາະ​ພວກເຂົາ​ບໍ່​ໄດ້​ບັບຕິສະມາ​ຈາກ​ໂຢຮັນ.)</verse>
				<verse number="31">ພຣະເຢຊູເຈົ້າ​ກ່າວ​ຕໍ່ໄປ​ວ່າ, “ດັ່ງນັ້ນ ເຮົາ​ຈະ​ປຽບທຽບ​ຄົນ​ໃນ​ສະໄໝ​ນີ້​ຄື​ກັບ​ອັນໃດ​ດີ? ພວກເຂົາ​ເປັນ​ເໝືອນ​ຫຍັງ?</verse>
				<verse number="32">ພວກເຂົາ​ກໍ​ປຽບເໝືອນ​ເດັກນ້ອຍ​ທີ່​ກຳລັງ​ນັ່ງ​ຢູ່​ກາງ​ຕະຫລາດ ແລະ ຮ້ອງ​ໃສ່​ກັນ​ວ່າ: “‘ພວກເຮົາ​ເປົ່າປີ່​ໃຫ້​ພວກເຈົ້າ, ແລະ ພວກເຈົ້າ​ກໍ​ບໍ່​ຟ້ອນລຳ; ພວກເຮົາ​ຮ້ອງເພງ​ໄວ້ອາໄລ, ພວກເຈົ້າ​ກໍ​ບໍ່​ຮ້ອງໄຫ້’.</verse>
				<verse number="33">ເພາະວ່າ​ໂຢຮັນ​ບັບຕິສະໂຕ​ມາ ເພິ່ນ​ບໍ່​ກິນ​ເຂົ້າຈີ່ ຫລື ບໍ່​ດື່ມ​ເຫລົ້າອະງຸ່ນ, ພວກເຈົ້າ​ກໍ​ເວົ້າ​ວ່າ, ‘ເພິ່ນ​ມີ​ຜີມານຮ້າຍ​ສິງ​ຢູ່’.</verse>
				<verse number="34">ສ່ວນ​ບຸດມະນຸດ​ມາ​ທັງ​ກິນ ແລະ ດື່ມ ພວກເຈົ້າ​ກໍ​ເວົ້າ​ວ່າ, ‘ເບິ່ງ​ແມ ລາວ​ເປັນ​ຄົນ​ກິນ​ຫລາຍ ແລະ ຄົນມັກເມົາ, ທັງ​ເປັນ​ເພື່ອນ​ຂອງ​ຄົນເກັບພາສີ ແລະ ຄົນບາບ​ທັງຫລາຍ’.</verse>
				<verse number="35">ແຕ່​ສະຕິປັນຍາ​ຂອງ​ພຣະອົງ​ກໍ​ໄດ້​ຮັບ​ການພິສູດ​ແລ້ວ​ວ່າ​ຖືກຕ້ອງ​ໂດຍ​ຄົນ​ທັງຫລາຍ​ທີ່​ປະຕິບັດ​ຕາມ​ປັນຍາ​ນັ້ນ ”.</verse>
				<verse number="36">ມີ​ຄົນ​ຟາຣີຊາຍ​ຄົນ​ໜຶ່ງ​ໄດ້​ເຊີນ​ພຣະເຢຊູເຈົ້າ​ໄປ​ຮັບປະທານ​ອາຫານຄໍ່າ​ກັບ​ຕົນ, ພຣະອົງ​ຈຶ່ງ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຟາຣີຊາຍ​ຄົນ​ນັ້ນ ແລະ ນັ່ງ​ເອນ​ໂຕ​ຢູ່​ທີ່​ໂຕະ.</verse>
				<verse number="37">ມີ​ຍິງ​ຄົນ​ໜຶ່ງ​ໃນ​ເມືອງ​ນັ້ນ​ທີ່​ໄດ້​ດຳເນີນຊີວິດ​ຢູ່​ໃນ​ຄວາມບາບ ເມື່ອ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ກຳລັງ​ຮັບປະທານ​ອາຫານ​ຢູ່​ທີ່​ເຮືອນ​ຂອງ​ຟາຣີຊາຍ​ຄົນ​ນັ້ນ, ນາງ​ຈຶ່ງ​ໄດ້​ໄປ​ທີ່​ນັ້ນ​ພ້ອມດ້ວຍ​ເຕົ້າຫີນຂາວ​ທີ່​ບັນຈຸ​ນ້ຳຫອມ.</verse>
				<verse number="38">ໃນ​ຂະນະ​ທີ່​ນາງ​ຢືນ​ຢູ່​ທາງຫລັງ​ໃກ້​ຕີນ​ຂອງ​ພຣະອົງ​ຮ້ອງໄຫ້, ນາງ​ກໍ​ເລີ່ມ​ເຮັດ​ໃຫ້​ຕີນ​ຂອງ​ພຣະອົງ​ປຽກ​ດ້ວຍ​ນໍ້າຕາ​ຂອງ​ນາງ, ແລ້ວ​ນາງ​ກໍ​ເຊັດ​ຕີນ​ຂອງ​ພຣະອົງ​ດ້ວຍ​ຜົມ​ຂອງ​ຕົນ, ທັງ​ຈູບ ແລະ ຖອກ​ນ້ຳຫອມ​ຫົດ​ຕີນ​ຂອງ​ພຣະອົງ.</verse>
				<verse number="39">ເມື່ອ​ຄົນ​ຟາຣີຊາຍ​ຜູ້​ທີ່​ເຊີນ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຢ່າງ​ນັ້ນ​ກໍ​ຄິດ​ໃນ​ໃຈ​ວ່າ, “ຖ້າ​ຜູ້​ນີ້​ເປັນ​ຜູ້ທຳນວາຍ​ແທ້ ເພິ່ນ​ຄົງ​ຮູ້​ວ່າ​ຜູ້​ທີ່​ມາ​ແຕະຕ້ອງ​ເພິ່ນ​ນັ້ນ​ເປັນ​ຜູ້ໃດ ແລະ ເປັນ​ຍິງ​ປະເພດ​ໃດ ນາງ​ເປັນ​ຄົນບາບ”.</verse>
				<verse number="40">ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຊີໂມນ​ເອີຍ, ເຮົາ​ມີ​ສິ່ງ​ໜຶ່ງ​ຈະ​ບອກ​ເຈົ້າ”. ລາວ​ຕອບ​ວ່າ, “ທ່ານ​ອາຈານ​ເອີຍ, ເຊີນ​ກ່າວ​ມາ​ເລີຍ”.</verse>
				<verse number="41">ພຣະອົງ​ກ່າວ​ວ່າ, “ມີ​ຊາຍ​ສອງ​ຄົນ​ທີ່​ເປັນໜີ້​ເງິນ​ຂອງ​ເຈົ້າໜີ້​ຄົນ​ໜຶ່ງ, ຄົນ​ໜຶ່ງ​ເປັນໜີ້​ເງິນ​ຢູ່​ຫ້າຮ້ອຍ​ຫລຽນ​ເດນາຣິອົນ ແລະ ອີກ​ຄົນ​ໜຶ່ງ​ເປັນໜີ້​ເງິນ​ຢູ່​ຫ້າສິບ​ຫລຽນ.</verse>
				<verse number="42">ເມື່ອ​ທັງ​ສອງ​ຄົນ​ບໍ່​ມີ​ເງິນ​ຈະ​ໃຊ້​ໜີ້ ເພິ່ນ​ຈຶ່ງ​ຍົກ​ໜີ້​ໃຫ້​ພວກເຂົາ​ທັງ​ສອງ. ໃນ​ສອງ​ຄົນ​ນີ້​ແມ່ນ​ຜູ້ໃດ​ຈະ​ຮັກ​ເຈົ້າໜີ້​ຫລາຍ​ກວ່າ​ກັນ?”</verse>
				<verse number="43">ຊີໂມນ​ຕອບ​ວ່າ, “ຂ້ານ້ອຍ​ຄິດ​ວ່າ​ຄົນ​ທີ່​ເປັນໜີ້​ຫລາຍ​ແລ້ວ​ໄດ້​ຮັບ​ການຍົກໜີ້​ໃຫ້”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຈົ້າ​ຕັດສິນ​ຖືກຕ້ອງ​ແລ້ວ”.</verse>
				<verse number="44">ແລ້ວ​ພຣະອົງ​ກໍ​ຫລຽວ​ໄປ​ເບິ່ງ​ຍິງ​ຄົນ​ນັ້ນ ແລະ ກ່າວ​ກັບ​ຊີໂມນ​ວ່າ, “ເຈົ້າ​ເຫັນ​ຍິງ​ຄົນ​ນີ້ ຫລື ບໍ່? ເຮົາ​ໄດ້​ເຂົ້າ​ມາ​ໃນ​ເຮືອນ​ຂອງ​ເຈົ້າ. ເຈົ້າ​ບໍ່​ໄດ້​ເອົາ​ນ້ຳ​ມາ​ໃຫ້​ເຮົາ​ລ້າງ​ຕີນ, ສ່ວນ​ນາງ​ໄດ້​ລ້າງ​ຕີນ​ຂອງ​ເຮົາ​ດ້ວຍ​ນໍ້າຕາ ແລະ ເຊັດ​ຕີນ​ຂອງ​ເຮົາ​ດ້ວຍ​ຜົມ​ຂອງ​ນາງ.</verse>
				<verse number="45">ເຈົ້າ​ບໍ່​ໄດ້​ຈູບ​ເຮົາ ແຕ່​ຍິງ​ຜູ້​ນີ້ ຕັ້ງແຕ່​ເຮົາ​ເຂົ້າ​ມາ​ໃນ​ເຮືອນ ນາງ​ຈູບ​ຕີນ​ຂອງ​ເຮົາ​ບໍ່​ຢຸດ​ເລີຍ.</verse>
				<verse number="46">ເຈົ້າ​ບໍ່​ໄດ້​ເອົາ​ນ້ຳມັນ​ຫົດ​ຫົວ​ຂອງ​ເຮົາ, ແຕ່​ນາງ​ໄດ້​ເອົາ​ນ້ຳຫອມ​ຫົດ​ຕີນ​ຂອງ​ເຮົາ.</verse>
				<verse number="47">ເຫດສະນັ້ນ ເຮົາ​ຈຶ່ງ​ບອກ​ເຈົ້າ​ວ່າ, ຄວາມບາບ​ທັງຫລາຍ​ຂອງ​ນາງ​ໄດ້​ຮັບ​ການ​ອະໄພ​ແລ້ວ​ຕາມ​ທີ່​ໄດ້​ເຫັນ​ຈາກ​ຄວາມຮັກ​ອັນ​ຫລວງຫລາຍ​ຂອງ​ນາງ ແຕ່​ຜູ້​ທີ່​ໄດ້​ຮັບ​ການ​ອະໄພ​ໜ້ອຍ​ກໍ​ຮັກ​ໜ້ອຍ”.</verse>
				<verse number="48">ແລ້ວ​ພຣະເຢຊູເຈົ້າ​ກ່າວ​ກັບ​ຍິງ​ນັ້ນ​ວ່າ, “ຄວາມບາບ​ທັງຫລາຍ​ຂອງ​ເຈົ້າ​ໄດ້​ຮັບ​ການ​ອະໄພ​ແລ້ວ”.</verse>
				<verse number="49">ບັນດາ​ແຂກ​ຮັບ​ເຊີນ​ທັງຫລາຍ​ກໍ​ເລີ່ມ​ເວົ້າ​ກັນ​ວ່າ, “ຜູ້​ນີ້​ແມ່ນ​ຜູ້ໃດ ຈຶ່ງ​ໃຫ້​ອະໄພ​ຄວາມບາບ​ໄດ້?”</verse>
				<verse number="50">ພຣະເຢຊູເຈົ້າ​ກ່າວ​ກັບ​ຍິງ​ຄົນ​ນັ້ນ​ວ່າ, “ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ພົ້ນ​ແລ້ວ, ຈົ່ງ​ໄປ​ດ້ວຍ​ສັນຕິສຸກ​ເທີ້ນ”.</verse>
			</chapter>
			<chapter number="8">
				<verse number="1">ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ຕາມ​ເມືອງ ແລະ ບ້ານ​ຕ່າງໆ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ. ສາວົກ​ທັງ​ສິບສອງ​ຄົນ​ກໍ​ໄປ​ກັບ​ພຣະອົງ</verse>
				<verse number="2">ພ້ອມ​ກັບ​ບັນດາ​ແມ່ຍິງ​ທີ່​ພຣະອົງ​ໄດ້​ຮັກສາ​ໃຫ້​ພົ້ນ​ຈາກ​ວິນຍານຊົ່ວຮ້າຍ ແລະ ຫາຍດີ​ຈາກ​ພະຍາດ​ຕ່າງໆ​ຄື: ມາຣີ (ຜູ້​ທີ່​ເອີ້ນ​ວ່າ​ຊາວ​ມັກດາລາ) ຜູ້​ທີ່​ພຣະອົງ​ຂັບໄລ່​ວິນຍານຊົ່ວຮ້າຍ​ເຈັດ​ໂຕ​ອອກ​ຈາກ​ນາງ,</verse>
				<verse number="3">ໂຢຮັນນາ​ເມຍ​ຂອງ​ຈູຊາ ຜູ້​ທີ່​ເປັນ​ຜູ້ຈັດການ​ດູແລ​ໃນ​ເຮືອນ​ຂອງ​ເຮໂຣດ, ນາງ​ຊູຊັນນາ ແລະ ແມ່ຍິງ​ຄົນ​ອື່ນໆ​ອີກ​ຫລາຍ​ຄົນ. ແມ່ຍິງ​ເຫລົ່ານີ້​ເຄີຍ​ບົວລະບັດ​ພວກເພິ່ນ​ດ້ວຍ​ຊັບສິນ​ຂອງ​ຕົນ​ເອງ.</verse>
				<verse number="4">ໃນ​ຂະນະ​ທີ່​ປະຊາຊົນ​ຈຳນວນ​ຫລວງຫລາຍ​ມາ​ເຕົ້າໂຮມກັນ​ຢູ່ ແລະ ປະຊາຊົນ​ຈາກ​ເມືອງ​ນັ້ນ​ເມືອງ​ນີ້​ກຳລັງ​ພາກັນ​ມາ​ຫາ​ພຣະເຢຊູເຈົ້າ, ພຣະອົງ​ກ່າວ​ຄຳອຸປະມາ​ນີ້​ວ່າ:</verse>
				<verse number="5">“ຊາວນາ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດພືດ. ຂະນະ​ທີ່​ລາວ​ກຳລັງ​ຫວ່ານ​ເມັດພືດ​ຢູ່​ນັ້ນ ບາງເມັດ​ກໍ​ຕົກ​ຕາມ​ທາງ ແລ້ວ​ເມັດພືດ​ນັ້ນ​ກໍ​ຖືກ​ຢຽບຢໍ່າ ແລະ ຝູງ​ນົກ​ກໍ​ມາ​ສັບກິນ​ເມັດພືດ​ນັ້ນ​ຈົນ​ໝົດ.</verse>
				<verse number="6">ບາງ​ເມັດ​ກໍ​ຕົກ​ໃສ່​ພື້ນດິນ​ທີ່​ມີ​ຫີນ ເມື່ອ​ມັນ​ງອກ​ຂຶ້ນ​ມາ​ກໍ​ຫ່ຽວແຫ້ງ​ໄປ​ເພາະ​ຂາດ​ຄວາມ​ຊຸ່ມ.</verse>
				<verse number="7">ບາງເມັດ​ກໍ​ຕົກ​ໃສ່​ທ່າມກາງ​ຟຸ່ມໜາມ ເຊິ່ງ​ຕົ້ນໜາມ​ເຫລົ່ານີ້​ກໍ​ໃຫຍ່​ຂຶ້ນ ແລະ ຫຸ້ມຮັດ​ພືດ​ເຫລົ່ານັ້ນ.</verse>
				<verse number="8">ຍັງ​ມີ​ບາງເມັດ​ທີ່​ຕົກໃສ່​ດິນ​ດີ. ພືດ​ກໍ​ງອກ​ຂຶ້ນ​ມາ​ແລ້ວ​ກໍ​ເກີດຜົນ​ຫລາຍ​ກວ່າ​ທີ່​ໄດ້​ຫວ່ານ​ຮ້ອຍ​ເທົ່າ”. ເມື່ອ​ພຣະອົງ​ກ່າວ​ດັ່ງນີ້​ແລ້ວ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.</verse>
				<verse number="9">ແລ້ວ​ພວກສາວົກ​ກໍ​ຖາມ​ພຣະອົງ​ເຖິງ​ຄວາມໝາຍ​ຂອງ​ຄຳອຸປະມາ​ນີ້.</verse>
				<verse number="10">ພຣະອົງ​ກ່າວ​ວ່າ, “ສິ່ງ​ເລິກລັບ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ​ກໍ​ໃຫ້​ພວກເຈົ້າ​ຮູ້ ແຕ່​ສຳລັບ​ຄົນ​ອື່ນ​ນັ້ນ​ເຮົາ​ໄດ້​ກ່າວ​ເປັນ​ຄຳອຸປະມາ ເພື່ອ​ວ່າ, “‘ເຖິງ​ແມ່ນ​ວ່າ​ພວກເຂົາ​ເບິ່ງ, ພວກເຂົາ​ກໍ​ບໍ່​ເຫັນ ເຖິງ​ແມ່ນ​ວ່າ​ພວກເຂົາ​ຟັງ, ພວກເຂົາ​ກໍ​ບໍ່​ເຂົ້າໃຈ’.</verse>
				<verse number="11">“ຄວາມໝາຍ​ຂອງ​ຄຳອຸປະມາ​ກໍ​ຄື ເມັດພືດ​ທີ່​ຫວ່ານ​ນັ້ນ​ແມ່ນ​ພຣະຄຳ​ຂອງ​ພຣະເຈົ້າ,</verse>
				<verse number="12">ເມັດພືດ​ທີ່​ຕົກ​ໃສ່​ຕາມ​ທາງ​ຄື​ຜູ້​ທີ່​ໄດ້​ຍິນ ແລ້ວ​ມານຮ້າຍ​ກໍ​ມາ​ເອົາ​ພຣະຄຳ​ໄປ​ຈາກ​ໃຈ​ຂອງ​ພວກເຂົາ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຊື່ອ ແລະ ໄດ້​ພົ້ນ.</verse>
				<verse number="13">ເມັດພືດ​ທີ່​ຕົກ​ໃສ່​ເທິງ​ພື້ນ​ຫີນ​ຄື​ຜູ້​ທີ່​ໄດ້​ຍິນ ແລ້ວ​ຮັບ​ເອົາ​ພຣະຄຳ​ດ້ວຍ​ຄວາມຍິນດີ, ແຕ່​ພວກເຂົາ​ບໍ່​ມີ​ຮາກ. ພວກເຂົາ​ເຊື່ອ​ຢູ່​ພຽງ​ຊົ່ວໄລຍະໜຶ່ງ, ແຕ່​ເມື່ອ​ພວກເຂົາ​ຖືກ​ທົດລອງ​ພວກເຂົາ​ກໍ​ລົ້ມເລີກ​ໄປ.</verse>
				<verse number="14">ເມັດພືດ​ທີ່​ຕົກ​ກາງ​ຟຸ່ມໜາມ​ຄື​ຜູ້​ທີ່​ໄດ້​ຍິນ ແຕ່​ໃນ​ຂະນະ​ທີ່​ພວກເຂົາ​ດຳເນີນຊີວິດ​ໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ​ນັ້ນ ພວກເຂົາ​ກໍ​ຖືກ​ຄວາມກັງວົນ​ໃນ​ຊີວິດ, ຄວາມຮັ່ງມີ ແລະ ຄວາມສະໜຸກສະໜານ​ເຂົ້າ​ມາ​ຫຸ້ມຮັດ​ພວກເຂົາ​ໄວ້ ພວກເຂົາ​ຈຶ່ງ​ບໍ່​ເປັນ​ຜູ້ໃຫຍ່.</verse>
				<verse number="15">ສ່ວນ​ເມັດພືດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ​ຄື​ບັນດາ​ຜູ້​ທີ່​ມີ​ຈິດໃຈ​ດີ ແລະ ສູງສົ່ງ, ຜູ້​ທີ່​ໄດ້​ຍິນ​ພຣະຄຳ​ແລ້ວ​ຮັບໄວ້ ແລະ ດ້ວຍ​ຄວາມອົດທົນ​ຈຶ່ງ​ເກີດຜົນ​ໄດ້.</verse>
				<verse number="16">“ບໍ່​ມີ​ຜູ້ໃດ​ເມື່ອ​ໄຕ້​ຕະກຽງ​ແລ້ວ​ຈະ​ເອົາ​ເຂົ້າ​ໄວ້​ໃນ​ໄຫ ຫລື ວາງ​ໄວ້​ກ້ອງ​ຕຽງນອນ. ແຕ່​ຈະ​ຕັ້ງ​ໄວ້​ເທິງ​ຫລັກຕະກຽງ​ເພື່ອ​ວ່າ​ຄົນ​ທັງຫລາຍ​ທີ່​ເຂົ້າ​ມາ​ຈະ​ໄດ້​ເຫັນ​ແສງສະຫວ່າງ.</verse>
				<verse number="17">ເພາະ​ບໍ່​ມີ​ສິ່ງໃດ​ທີ່​ເຊື່ອງ​ໄວ້​ແລ້ວ​ຈະ​ບໍ່​ຖືກ​ເປີດເຜີຍ ແລະ ບໍ່​ມີ​ສິ່ງໃດ​ທີ່​ປິດບັງ​ໄວ້​ແລ້ວ​ຈະ​ບໍ່​ຮູ້ ຫລື ບໍ່​ຖືກ​ນຳ​ອອກ​ມາ​ເປີດເຜີຍ.</verse>
				<verse number="18">ເຫດສະນັ້ນ ຈົ່ງ​ພິຈາລະນາ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຟັງ​ໃຫ້​ດີ. ດ້ວຍ​ວ່າ​ຜູ້ໃດ​ທີ່​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ຮັບ​ເພີ່ມ​ຂຶ້ນ​ອີກ; ສ່ວນ​ຜູ້​ທີ່​ບໍ່​ມີ ແມ່ນແຕ່​ສິ່ງ​ທີ່​ພວກເຂົາ​ຄິດ​ວ່າ​ພວກເຂົາ​ມີ​ຢູ່​ນັ້ນ​ກໍ​ຈະ​ຖືກ​ເອົາ​ໄປ​ຈາກ​ພວກເຂົາ”.</verse>
				<verse number="19">ໃນ​ຂະນະ​ນັ້ນ ແມ່ ແລະ ພວກ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ​ໄດ້​ມາ​ຫາ​ພຣະອົງ, ແຕ່​ບໍ່​ສາມາດ​ເຂົ້າ​ໃກ້​ພຣະອົງ​ໄດ້​ເພາະ​ຄົນ​ໜາແໜ້ນ​ຫລາຍ.</verse>
				<verse number="20">ມີ​ບາງຄົນ​ໄດ້​ບອກ​ພຣະອົງ​ວ່າ, “ແມ່ ແລະ ພວກ​ນ້ອງຊາຍ​ຂອງ​ທ່ານ​ຢືນ​ຢູ່​ທາງນອກ​ຕ້ອງການ​ພົບ​ທ່ານ”.</verse>
				<verse number="21">ພຣະອົງ​ຕອບ​ວ່າ, “ແມ່ ແລະ ພວກ​ນ້ອງຊາຍ​ຂອງ​ເຮົາ​ຄື​ບັນດາ​ຜູ້​ທີ່​ໄດ້​ຍິນ​ພຣະຄຳ​ຂອງ​ພຣະເຈົ້າ ແລະ ນຳ​ໄປ​ປະຕິບັດ”.</verse>
				<verse number="22">ວັນ​ໜຶ່ງ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ທະເລສາບ​ໄປ​ອີກ​ຟາກ​ໜຶ່ງ​ເທາະ”. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ພາກັນ​ຂີ່​ເຮືອ​ອອກ​ໄປ.</verse>
				<verse number="23">ໃນ​ຂະນະ​ທີ່​ພວກເພິ່ນ​ຂີ່​ເຮືອ​ຂ້າມ​ໄປ​ນັ້ນ ພຣະເຢຊູເຈົ້າ​ໄດ້​ນອນຫລັບ. ເກີດ​ມີ​ລົມພະຍຸ​ຮຸນແຮງ​ພັດ​ລົງ​ມາ​ກາງ​ທະເລສາບ ຈົນ​ຄື້ນນໍ້າ​ຊັດ​ເຂົ້າ​ເຮືອ ແລະ ພວກເພິ່ນ​ກໍ​ຕົກ​ຢູ່​ໃນ​ອັນຕະລາຍ​ຢ່າງ​ໃຫຍ່.</verse>
				<verse number="24">ພວກສາວົກ​ຈຶ່ງ​ໄປ​ຫາ ແລະ ປຸກ​ພຣະອົງ ໂດຍ​ເວົ້າ​ວ່າ, “ນາຍ, ນາຍ​ເອີຍ, ພວກຂ້ານ້ອຍ​ກຳລັງ​ຈະ​ຈົມນ້ຳ​ແລ້ວ!” ພຣະອົງ​ກໍ​ລຸກຂຶ້ນ​ສັ່ງຫ້າມ​ລົມພະຍຸ ແລະ ຄື້ນທະເລ, ລົມພະຍຸ​ກໍ​ຢຸດ​ສະຫງົບ​ລົງ​ທັນທີ ແລະ ທຸກ​ຢ່າງ​ກໍ​ມິດ​ງຽບສະຫງົບ.</verse>
				<verse number="25">ພຣະອົງ​ຖາມ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ຄວາມເຊື່ອ​ຂອງ​ພວກເຈົ້າ​ຢູ່​ໃສ?” ພວກເພິ່ນ​ຢ້ານ ແລະ ປະຫລາດໃຈ​ຈຶ່ງ​ຖາມ​ກັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ​ນໍ? ແມ່ນແຕ່​ລົມພະຍຸ ແລະ ຄື້ນທະເລ​ກໍ​ຍັງ​ຍອມ​ເຊື່ອຟັງ​ຄຳສັ່ງ​ຂອງ​ເພິ່ນ”.</verse>
				<verse number="26">ເມື່ອ​ພວກເພິ່ນ​ຂີ່​ເຮືອ​ມາ​ເຖິງ​ເຂດແດນ​ເຄຣາເຊນ, ເຊິ່ງ​ຢູ່​ຄົນ​ລະ​ຟາກ​ກັບ​ຄາລີເລ.</verse>
				<verse number="27">ເມື່ອ​ພຣະເຢຊູເຈົ້າ​ກ້າວ​ຂຶ້ນ​ໄປ​ເທິງ​ຝັ່ງ, ພຣະອົງ​ກໍ​ພົບ​ຊາຍ​ຄົນ​ໜຶ່ງ​ຈາກ​ເມືອງ​ນັ້ນ​ທີ່​ຖືກ​ຜີມານຮ້າຍ​ຫລາຍ​ໂຕ​ເຂົ້າ​ສິງ​ຢູ່. ເປັນ​ເວລາ​ດົນນານ​ແລ້ວ​ທີ່​ຊາຍ​ຄົນ​ນີ້​ບໍ່​ໄດ້​ນຸ່ງເຄື່ອງ ແລະ ບໍ່​ໄດ້​ຢູ່​ໃນ​ເຮືອນ ແຕ່​ອາໄສ​ຢູ່​ຕາມ​ອຸບມຸງ​ຝັງສົບ.</verse>
				<verse number="28">ເມື່ອ​ລາວ​ເຫັນ​ພຣະເຢຊູເຈົ້າ, ລາວ​ກໍ​ຮ້ອງ​ຂຶ້ນ ແລະ ໝອບ​ລົງ​ທີ່​ຕີນ​ຂອງ​ພຣະອົງ​ແລ້ວ​ຮ້ອງ​ສຸດ​ສຽງ​ວ່າ, “ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ, ພຣະອົງ​ຕ້ອງການ​ສິ່ງໃດ​ຈາກ​ຂ້ານ້ອຍ? ຂໍ​ຢ່າ​ທໍລະມານ​ຂ້ານ້ອຍ​ເລີຍ!”</verse>
				<verse number="29">ເພາະວ່າ​ພຣະເຢຊູເຈົ້າ​ໄດ້​ສັ່ງ​ວິນຍານສົກກະປົກ​ໃຫ້​ອອກ​ມາ​ຈາກ​ຊາຍ​ຄົນ​ນີ້. ວິນຍານສົກກະປົກ​ໄດ້​ສິງ​ລາວ​ຫລາຍ​ເທື່ອ​ແລ້ວ ເຖິງ​ວ່າ​ເອົາ​ໂສ້​ລ່າມ​ມື​ລ່າມ​ຕີນ​ຂອງ​ມັນ ແລະ ຈັດ​ຄົນເຝົ້າຍາມ, ມັນ​ກໍ​ຫັກ​ໂສ້​ຖິ້ມ ແລະ ຜີມານຮ້າຍ​ໄດ້​ບີບບັງຄັບ​ລາວ​ໃຫ້​ອອກ​ໄປ​ຢູ່​ໃນ​ບ່ອນ​ທີ່​ປ່ຽວ.</verse>
				<verse number="30">ພຣະເຢຊູເຈົ້າ​ໄດ້​ຖາມ​ມັນ​ວ່າ, “ມຶງ​ຊື່​ຫຍັງ?” ມັນ​ຕອບ​ວ່າ, “ຊື່​ກອງທັບ”, ເພາະ​ມີ​ຜີມານຮ້າຍ​ຫລາຍ​ໂຕ​ສິງ​ຢູ່​ໃນ​ລາວ.</verse>
				<verse number="31">ແລະ ພວກມັນ​ຈຶ່ງ​ອ້ອນວອນຂໍ​ພຣະອົງ​ບໍ່​ໃຫ້​ສັ່ງ​ພວກມັນ​ກັບ​ໄປ​ໃນ​ເຫວເລິກ.</verse>
				<verse number="32">ຢູ່​ທີ່​ນັ້ນ​ມີ​ໝູ​ຝູງ​ໃຫຍ່​ກຳລັງ​ຫາ​ກິນ​ຢູ່​ຕາມ​ເນີນພູ, ພວກຜີມານຮ້າຍ​ຈຶ່ງ​ຂໍຮ້ອງ​ພຣະເຢຊູເຈົ້າ​ອະນຸຍາດ​ໃຫ້​ພວກມັນ​ໄປ​ສິງ​ຢູ່​ໃນ​ຝູງ​ໝູ ແລະ ພຣະອົງ​ກໍ​ອະນຸຍາດ.</verse>
				<verse number="33">ແລ້ວ​ພວກ​ຜີມານຮ້າຍ​ຈຶ່ງ​ອອກ​ຈາກ​ຊາຍ​ຄົນ​ນັ້ນ​ເຂົ້າ​ໄປ​ສິງ​ໃນ​ໝູ ແລ້ວ​ໝູ​ທັງ​ຝູງ​ກໍ​ຟ້າວ​ແລ່ນ​ລົງ​ຕະລິ່ງຊັນ​ໂຕນ​ລົງ​ທະເລສາບ​ຈົມນ້ຳ​ຕາຍ​ໝົດ.</verse>
				<verse number="34">ເມື່ອ​ບັນດາ​ຄົນລ້ຽງໝູ​ເຫັນ​ສິ່ງ​ທີ່​ເກີດຂຶ້ນ, ພວກເຂົາ​ກໍ​ແລ່ນ​ໜີ ແລະ ໄປ​ເລົ່າ​ເລື່ອງ​ນີ້​ຢູ່​ໃນ​ເມືອງ ແລະ ຢູ່​ນອກ​ເມືອງ,</verse>
				<verse number="35">ແລ້ວ​ປະຊາຊົນ​ກໍ​ອອກ​ມາ​ເບິ່ງ​ວ່າ​ເກີດ​ຫຍັງ​ຂຶ້ນ. ເມື່ອ​ພວກເຂົາ​ມາ​ຫາ​ພຣະເຢຊູເຈົ້າ​ກໍ​ພົບ​ວ່າ​ຜີມານຮ້າຍ​ໄດ້​ອອກ​ຈາກ​ຊາຍ​ຄົນ​ນັ້ນ​ໄປ​ແລ້ວ, ລາວ​ນັ່ງ​ຢູ່​ໃກ້​ຕີນ​ຂອງ​ພຣະເຢຊູເຈົ້າ, ນຸ່ງ​ເສື້ອຜ້າ ແລະ ມີ​ສະຕິ​ດີ ພວກເຂົາ​ຈຶ່ງ​ຢ້ານ.</verse>
				<verse number="36">ບັນດາ​ຜູ້​ທີ່​ໄດ້​ເຫັນ​ເຫດການ​ກໍ​ໄດ້​ເລົ່າ​ໃຫ້​ປະຊາຊົນ​ຟັງ​ວ່າ​ຊາຍ​ທີ່​ຖືກ​ຜີມານຮ້າຍ​ສິງ​ໄດ້​ຫາຍດີ​ເປັນ​ປົກກະຕິ​ໄດ້​ຢ່າງໃດ.</verse>
				<verse number="37">ຊາວ​ເມືອງ​ເຄຣາເຊນ ແລະ ຄົນ​ທັງໝົດ​ຈຶ່ງ​ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ໄປ​ຈາກ​ພວກເຂົາ, ເພາະ​ພວກເຂົາ​ຢ້ານ​ຫລາຍ. ດັ່ງນັ້ນ ພຣະອົງ​ຈຶ່ງ​ເຂົ້າໄປ​ໃນ​ເຮືອ ແລະ ຈາກ​ໄປ.</verse>
				<verse number="38">ຊາຍ​ຄົນ​ທີ່​ຜີມານຮ້າຍ​ໄດ້​ອອກ​ໄປ​ຈາກ​ລາວ​ແລ້ວ​ນັ້ນ​ໄດ້​ຂໍ​ໄປ​ກັບ​ພຣະອົງ, ແຕ່​ພຣະເຢຊູເຈົ້າ​ໄດ້​ສົ່ງ​ລາວ​ກັບ​ຄືນ​ໄປ ແລະ ສັ່ງ​ວ່າ,</verse>
				<verse number="39">“ຈົ່ງ​ກັບ​ຄືນ​ເຮືອນ ແລະ ບອກ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ເພື່ອ​ເຈົ້າ”. ແລ້ວ​ຊາຍ​ຄົນ​ນັ້ນ​ຈຶ່ງ​ກັບ​ໄປ ແລະ ບອກ​ໃຫ້​ຄົນ​ທົ່ວ​ທັງ​ເມືອງ​ຟັງ​ເຖິງ​ສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ​ເພື່ອ​ລາວ.</verse>
				<verse number="40">ເມື່ອ​ພຣະເຢຊູເຈົ້າ​ໄດ້​ຂ້າມ​ຟາກ​ກັບ​ມາ​ແລ້ວ, ປະຊາຊົນ​ກໍ​ພາກັນ​ຕ້ອນຮັບ​ພຣະອົງ​ເພາະ​ພວກເຂົາ​ກຳລັງ​ຄອຍຖ້າ​ພຣະອົງ​ຢູ່.</verse>
				<verse number="41">ໃນ​ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ຊື່​ຢາອີໂຣ​ທີ່​ເປັນ​ຫົວໜ້າ​ທຳມະສາລາ​ໄດ້​ມາ​ໝູບ​ລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ ອ້ອນວອນຂໍ​ໃຫ້​ພຣະອົງ​ໄປ​ທີ່​ເຮືອນ​ຂອງ​ຕົນ</verse>
				<verse number="42">ເພາະ​ລູກສາວ​ຄົນ​ດຽວ​ຂອງ​ລາວ​ອາຍຸ​ປະມານ​ສິບສອງ​ປີ ກຳລັງ​ໃກ້​ຈະ​ຕາຍ. ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ເດີນທາງ​ໄປ​ນັ້ນ ກໍ​ມີ​ປະຊາຊົນ​ມາ​ບຸບຽດ​ພຣະອົງ​ໄປ​ຢ່າງ​ໜາແໜ້ນ​ຫລາຍ.</verse>
				<verse number="43">ໃນ​ທີ່​ນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ເລືອດຕົກ​ຊຳເຮື້ອ​ມາ​ໄດ້​ສິບສອງ​ປີ ​ແລ້ວ ແຕ່​ບໍ່​ມີ​ຄົນໃດ​ສາມາດ​ຮັກສາ​ນາງ​ໃຫ້​ຫາຍດີ​ໄດ້.</verse>
				<verse number="44">ນາງ​ຈຶ່ງ​ຫຍັບ​ເຂົ້າ​ມາ​ທາງ​ຫລັງ​ພຣະອົງ ແລະ ບາຍ​ຂອບ​ເສື້ອຄຸມ​ຂອງ​ພຣະອົງ, ໃນທັນໃດ​ນັ້ນ​ເລືອດ​ຂອງ​ນາງ​ກໍ​ຢຸດ​ໄຫລ​ທັນທີ.</verse>
				<verse number="45">ພຣະເຢຊູເຈົ້າ​ຖາມ​ວ່າ, “ແມ່ນ​ຜູ້ໃດ​ໄດ້​ບາຍ​ເຮົາ?” ຄົນ​ທັງປວງ​ຕ່າງ​ກໍ​ປະຕິເສດ. ເປໂຕ​ຈຶ່ງ​ຕອບ​ວ່າ, “ນາຍ​ເອີຍ, ກໍ​ແມ່ນ​ປະຊາຊົນ​ທີ່​ກຳລັງ​ຫຸ້ມ ແລະ ບຸບຽດ​ທ່ານ”.</verse>
				<verse number="46">ແຕ່​ພຣະເຢຊູເຈົ້າ​ກ່າວ​ວ່າ, “ມີ​ຜູ້​ໜຶ່ງ​ໄດ້​ບາຍ​ເຮົາ, ເຮົາ​ຮູ້ສຶກ​ວ່າ​ລິດເດດ​ໄດ້​ຜ່ານ​ອອກ​ຈາກ​ໂຕ​ເຮົາ”.</verse>
				<verse number="47">ຝ່າຍ​ຍິງ​ຄົນ​ນັ້ນ​ເຫັນ​ວ່າ​ບໍ່​ອາດ​ຈະ​ເຊື່ອງ​ໂຕ​ໄດ້​ແລ້ວ ກໍ​ຢ້ານ​ຈົນ​ໂຕສັ່ນ ແລະ ເຂົ້າ​ມາ​ໝອບ​ລົງ​ທີ່​ຕີນ​ຂອງ​ພຣະອົງ. ນາງ​ເວົ້າ​ກັບ​ພຣະອົງ​ຕໍ່ໜ້າ​ຄົນ​ທັງປວງ​ເຖິງ​ສາເຫດ​ທີ່​ໄດ້​ບາຍ​ພຣະອົງ ແລະ ທີ່​ຕົນ​ດີພະຍາດ​ທັນທີ.</verse>
				<verse number="48">ພຣະອົງ​ຈຶ່ງ​ກ່າວ​ກັບ​ນາງ​ວ່າ, “ລູກ​ຍິງ, ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍດີ​ແລ້ວ. ຈົ່ງ​ກັບ​ໄປ​ດ້ວຍ​ສັນຕິສຸກ”.</verse>
				<verse number="49">ໃນຂະນະ​ທີ່​ພຣະເຢຊູເຈົ້າ​ຍັງ​ກ່າວ​ຢູ່​ນັ້ນ ກໍ​ມີ​ຄົນ​ມາ​ຈາກ​ເຮືອນ​ຂອງ​ຢາອີໂຣ ຫົວໜ້າ​ທຳມະສາລາ. ລາວ​ບອກ​ວ່າ, “ລູກສາວ​ຂອງ​ທ່ານ​ຕາຍ​ແລ້ວ. ຢ່າ​ລົບກວນ​ອາຈານ​ເລີຍ”.</verse>
				<verse number="50">ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ກໍ​ກ່າວ​ກັບ​ລາວ​ວ່າ, “ຢ່າ​ຢ້ານ​ເລີຍ ຈົ່ງ​ເຊື່ອ​ເທົ່ານັ້ນ ແລ້ວ​ນາງ​ກໍ​ຈະ​ຫາຍດີ”.</verse>
				<verse number="51">ເມື່ອ​ພຣະອົງ​ມາ​ເຖິງ​ເຮືອນ​ຂອງ​ຢາອີໂຣ, ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜູ້ໃດ​ຕິດຕາມ​ເຂົ້າ​ໄປ​ທາງ​ໃນ​ກັບ​ພຣະອົງ​ຍົກເວັ້ນ​ເປໂຕ, ຢາໂກໂບ, ໂຢຮັນ ແລະ ພໍ່​ແມ່​ຂອງ​ເດັກນ້ອຍ​ເທົ່ານັ້ນ.</verse>
				<verse number="52">ໃນ​ເວລາ​ດຽວກັນ​ນັ້ນ ຄົນ​ທັງຫລາຍ​ກໍ​ກຳລັງ​ຮ້ອງໄຫ້ ແລະ ໄວ້ທຸກ​ໃຫ້​ແກ່​ນາງ​ຢູ່​ນັ້ນ, ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢຸດ​ຮ້ອງໄຫ້​ສາ, ລາວ​ຍັງ​ບໍ່​ຕາຍ​ພຽງ​ແຕ່​ນອນຫລັບ​ຢູ່”.</verse>
				<verse number="53">ແລ້ວ​ພວກເຂົາ​ກໍ​ພາກັນ​ຫົວຂວັນ​ພຣະອົງ ເພາະ​ຮູ້​ວ່າ​ນາງ​ຕາຍ​ແລ້ວ.</verse>
				<verse number="54">ແຕ່​ພຣະເຢຊູເຈົ້າ​ຈັບ​ມື​ເດັກນ້ອຍ​ນັ້ນ ແລະ ກ່າວ​ວ່າ, “ລູກ​ຂອງ​ເຮົາ​ເອີຍ, ຈົ່ງ​ລຸກຂຶ້ນ!”</verse>
				<verse number="55">ແລ້ວ​ຈິດວິນຍານ​ຂອງ​ນາງ​ກໍ​ກັບ​ຄືນ​ມາ, ໃນທັນໃດ​ນັ້ນ​ນາງ​ກໍ​ລຸກຂຶ້ນ​ຢືນ. ແລ້ວ​ພຣະເຢຊູເຈົ້າ​ກໍ​ສັ່ງ​ໃຫ້​ເອົາ​ອາຫານ​ມາ​ໃຫ້​ນາງ​ກິນ.</verse>
				<verse number="56">ພໍ່​ແມ່​ຂອງ​ເດັກນ້ອຍ​ນັ້ນ​ຕ່າງ​ກໍ​ປະຫລາດໃຈ​ຫລາຍ ແຕ່​ພຣະອົງ​ສັ່ງ​ພວກເຂົາ​ບໍ່​ໃຫ້​ບອກ​ຜູ້ໃດ​ເຖິງ​ເຫດການ​ທີ່​ເກີດ​ຂຶ້ນ​ນີ້.</verse>
			</chapter>
			<chapter number="9">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ໄດ້​ເອີ້ນ​ສາວົກ​ສິບສອງ​ຄົນ​ມາ​ພ້ອມກັນ, ພຣະອົງ​ໄດ້​ມອບ​ລິດອຳນາດ ແລະ ສິດອຳນາດ​ໃຫ້​ແກ່​ພວກເພິ່ນ​ເພື່ອ​ຂັບໄລ່​ຜີມານຮ້າຍ​ທັງໝົດ ແລະ ເພື່ອ​ຮັກສາ​ພະຍາດ​ຕ່າງໆ,</verse>
				<verse number="2">ແລະ ພຣະອົງ​ໃຊ້​ພວກເພິ່ນ​ອອກ​ໄປ​ເພື່ອ​ປະກາດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ເພື່ອ​ຮັກສາ​ຄົນເຈັບປ່ວຍ.</verse>
				<verse number="3">ພຣະອົງ​ໄດ້​ສັ່ງ​ພວກເພິ່ນ​ວ່າ: “ເມື່ອ​ເດີນທາງ​ໄປ​ນັ້ນ ບໍ່​ໃຫ້​ນຳເອົາ​ສິ່ງໃດ​ຕິດໂຕ​ໄປ​ນຳ ບໍ່​ວ່າ​ຈະ​ເປັນ​ໄມ້ຄ້ອນເທົ້າ, ຖົງ, ອາຫານ, ເງິນ ຫລື ເສື້ອ​ອີກ​ຜືນ​ໜຶ່ງ.</verse>
				<verse number="4">ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ໃດ ຈົ່ງ​ພັກ​ຢູ່​ທີ່​ນັ້ນ​ຈົນກວ່າ​ພວກເຈົ້າ​ຈະ​ໄປ​ຈາກ​ເມືອງ​ນັ້ນ.</verse>
				<verse number="5">ຖ້າ​ປະຊາຊົນ​ບໍ່​ຕ້ອນຮັບ​ພວກເຈົ້າ, ຈົ່ງ​ອອກ​ຈາກ​ເມືອງ​ຂອງ​ພວກເຂົາ​ໄປ ແລະ ຈົ່ງ​ສັ່ນ​ຂີ້ຝຸ່ນ​ອອກ​ຈາກ​ຕີນ​ຂອງ​ພວກເຈົ້າ​ເພື່ອ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ”.</verse>
				<verse number="6">ແລ້ວ​ພວກສາວົກ​ຈຶ່ງ​ອອກ​ເດີນທາງ​ໄປ​ຕາມ​ບ້ານ​ຕ່າງໆ ເພື່ອ​ປະກາດ​ຂ່າວປະເສີດ ແລະ ເພື່ອ​ຮັກສາ​ຄົນ​ເຈັບປ່ວຍ​ທຸກບ່ອນ​ໃຫ້​ຫາຍດີ.</verse>
				<verse number="7">ຝ່າຍ​ເຮໂຣດ ຜູ້ປົກຄອງ​ແຂວງ​ໄດ້​ຍິນ​ເລື່ອງ​ທີ່​ເກີດ​ຂຶ້ນ​ທັງໝົດ ເພິ່ນ​ຈຶ່ງ​ກັງວົນໃຈ​ເພາະວ່າ​ບາງຄົນ​ກໍ​ເວົ້າ​ວ່າ​ໂຢຮັນ​ເປັນຄືນມາຈາກຕາຍ,</verse>
				<verse number="8">ສ່ວນ​ຄົນ​ອື່ນ​ກໍ​ເວົ້າ​ວ່າ​ເອລີຢາ​ໄດ້​ມາ​ປາກົດ​ໂຕ, ແລະ ທັງ​ຍັງ​ມີ​ຄົນ​ອື່ນໆ​ອີກ​ທີ່​ບອກ​ວ່າ​ແມ່ນ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໃນ​ສະໄໝ​ກ່ອນ​ໄດ້​ເປັນຄືນມາຈາກຕາຍ.</verse>
				<verse number="9">ແຕ່​ເຮໂຣດ​ເວົ້າ​ວ່າ, “ເຮົາ​ໄດ້​ຕັດ​ຫົວ​ໂຢຮັນ​ແລ້ວ. ແຕ່​ຄົນ​ທີ່​ເຮົາ​ໄດ້​ຍິນ​ຊື່​ສຽງ​ນີ້​ແມ່ນ​ຜູ້ໃດ?” ແລ້ວ​ເຮໂຣດ​ຈຶ່ງ​ຫາ​ໂອກາດ​ທີ່​ຈະ​ພົບ​ພຣະອົງ.</verse>
				<verse number="10">ເມື່ອ​ພວກ​ອັກຄະສາວົກ​ກັບ​ຄືນ​ມາ​ແລ້ວ, ພວກເພິ່ນ​ກໍ​ໄດ້​ລາຍງານ​ພຣະເຢຊູເຈົ້າ​ເຖິງ​ສິ່ງ​ທີ່​ພວກເພິ່ນ​ໄດ້​ເຮັດ. ແລ້ວ​ພຣະອົງ​ຈຶ່ງ​ພາ​ພວກເພິ່ນ​ແຍກໂຕ​ອອກ​ໄປ​ຕ່າງຫາກ​ທີ່​ເມືອງ​ໜຶ່ງ​ຊື່​ວ່າ​ເບັດຊາອີດາ,</verse>
				<verse number="11">ແຕ່​ເມື່ອ​ປະຊາຊົນ​ຮູ້​ເຖິງ​ເລື່ອງ​ນີ້​ກໍ​ໄດ້​ຕິດຕາມ​ພຣະອົງ​ໄປ. ພຣະອົງ​ກໍ​ໄດ້​ຕ້ອນຮັບ​ພວກເຂົາ ແລະ ກ່າວ​ກັບ​ພວກເຂົາ​ເຖິງ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ຮັກສາ​ບັນດາ​ຜູ້​ທີ່​ຕ້ອງການ​ການຮັກສາ.</verse>
				<verse number="12">ເມື່ອ​ຕາເວັນ​ກຳລັງ​ຈະ​ຕົກດິນ ພວກສາວົກ​ທັງ​ສິບສອງ​ຄົນ​ກໍ​ມາ​ຫາ​ພຣະອົງ ແລະ ເວົ້າ​ວ່າ, “ຂໍ​ໃຫ້​ປະຊາຊົນ​ກັບ​ເມືອ​ເພື່ອ​ພວກເຂົາ​ຈະ​ໄດ້​ຊອກຫາ​ອາຫານ ແລະ ຊອກຫາ​ທີ່ພັກ​ຕາມ​ໝູ່ບ້ານ​ຕ່າງໆ ແລະ ຕາມ​ຊົນນະບົດ​ໃນ​ແຖບ​ນີ້ ເພາະ​ພວກເຮົາ​ຢູ່​ໃນ​ບ່ອນ​ຫ່າງໄກສອກຫລີກ”.</verse>
				<verse number="13">ພຣະອົງ​ຕອບ​ວ່າ, “ພວກເຈົ້າ​ເອົາ​ອາຫານ​ໃຫ້​ພວກເຂົາ​ກິນ​ສາ”. ພວກເພິ່ນ​ຕອບ​ວ່າ, “ພວກຂ້ານ້ອຍ​ມີ​ພຽງ​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ​ເທົ່ານັ້ນ ນອກຈາກ​ວ່າ​ພວກຂ້ານ້ອຍ​ຈະ​ໄປ​ຊື້​ອາຫານ​ມາ​ໃຫ້​ປະຊາຊົນ​ທັງໝົດ​ນີ້”.</verse>
				<verse number="14">(ໃນ​ທີ່​ນັ້ນ​ມີ​ຜູ້ຊາຍ​ປະມານ​ຫ້າພັນ​ຄົນ.) ແຕ່​ພຣະອົງ​ກ່າວ​ກັບ​ພວກສາວົກ​ວ່າ, “ໃຫ້​ພວກເຂົາ​ນັ່ງ​ລົງ​ເປັນ​ກຸ່ມ ກຸ່ມ​ລະ​ປະມານ​ຫ້າສິບ​ຄົນ”.</verse>
				<verse number="15">ພວກສາວົກ​ກໍ​ເຮັດ​ຕາມ​ນັ້ນ, ທຸກຄົນ​ຈຶ່ງ​ນັ່ງ​ລົງ.</verse>
				<verse number="16">ພຣະເຢຊູເຈົ້າ​ກໍ​ຮັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ​ນັ້ນ​ມາ ແລ້ວ​ເງີຍໜ້າ​ຂຶ້ນ​ເບິ່ງ​ສະຫວັນ, ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ຫັກ​ເຂົ້າຈີ່​ນັ້ນ ແລ້ວ​ພຣະອົງ​ກໍ​ຍື່ນ​ໃຫ້​ພວກສາວົກ​ເພື່ອ​ແຈກຢາຍ​ແກ່​ປະຊາຊົນ.</verse>
				<verse number="17">ພວກເຂົາ​ທຸກຄົນ​ໄດ້​ກິນອີ່ມ ແລະ ພວກສາວົກ​ກໍ​ເກັບ​ເອົາ​ຕ່ອນ​ຫັກ​ທີ່​ເຫລືອ​ນັ້ນ​ໄວ້​ໄດ້​ເຕັມ​ສິບສອງ​ກະບຸງ.</verse>
				<verse number="18">ຢູ່​ມາ​ມື້​ໜຶ່ງ ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ອະທິຖານ​ເປັນ​ການ​ສ່ວນໂຕ​ຢູ່ ແລະ ພວກສາວົກ​ຂອງ​ພຣະອົງ​ກໍ​ຢູ່​ນຳ​ພຣະອົງ​ດ້ວຍ, ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ປະຊາຊົນ​ເວົ້າ​ກັນ​ວ່າ​ເຮົາ​ເປັນ​ຜູ້ໃດ?”</verse>
				<verse number="19">ພວກເພິ່ນ​ຕອບ​ວ່າ, “ບາງຄົນ​ເວົ້າ​ວ່າ​ທ່ານ​ແມ່ນ​ໂຢຮັນ​ຜູ້​ໃຫ້​ບັບຕິສະມາ, ບາງຄົນ​ເວົ້າ​ວ່າ​ທ່ານ​ແມ່ນ​ເອລີຢາ ແລະ ຍັງ​ມີ​ບາງຄົນ​ເວົ້າ​ວ່າ​ທ່ານ​ແມ່ນ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໃນ​ສະໄໝ​ກ່ອນ​ໄດ້​ຟື້ນ​ຂຶ້ນ​ມາ”.</verse>
				<verse number="20">ພຣະອົງ​ຖາມ​ວ່າ, “ແລ້ວ​ພວກເຈົ້າ​ເດ? ພວກເຈົ້າ​ວ່າ​ເຮົາ​ເປັນ​ຜູ້ໃດ?” ເປໂຕ​ຕອບ​ວ່າ, “ພຣະອົງ​ເປັນ​ພຣະເມຊີອາ​ຂອງ​ພຣະເຈົ້າ”.</verse>
				<verse number="21">ພຣະເຢຊູເຈົ້າ​ເຕືອນ​ພວກເພິ່ນ​ບໍ່​ໃຫ້​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ</verse>
				<verse number="22">ແລະ​ກ່າວ​ອີກ​ວ່າ, “ບຸດມະນຸດ​ຈະ​ຕ້ອງ​ທົນທຸກທໍລະມານ​ຫລາຍ​ຢ່າງ ແລະ ຖືກ​ພວກ​ເຖົ້າແກ່, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ປະຕິເສດ, ພຣະອົງ​ຈະ​ຕ້ອງ​ຖືກ​ຂ້າ ແລະ ໃນ​ວັນ​ທີ​ສາມ​ຈະ​ເປັນຄືນມາ​ສູ່​ຊີວິດ”.</verse>
				<verse number="23">ແລ້ວ​ພຣະອົງ​ກ່າວ​ກັບ​ພວກເພິ່ນ​ທັງໝົດ​ວ່າ, “ຖ້າ​ຜູ້ໃດ​ຢາກ​ຕິດຕາມ​ເຮົາ​ມາ, ໃຫ້​ຜູ້​ນັ້ນ​ປະຕິເສດ​ຕົນ​ເອງ ແລ້ວ​ຮັບ​ແບກ​ໄມ້ກາງແຂນ​ຂອງ​ຕົນ​ທຸກ​ວັນ ແລະ ຕິດຕາມ​ເຮົາ​ມາ.</verse>
				<verse number="24">ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ຢາກ​ຮັກສາ​ຊີວິດ​ຂອງ​ຕົນ​ໄວ້​ໃຫ້​ພົ້ນ ຜູ້​ນັ້ນ​ຈະ​ເສຍ​ຊີວິດ, ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ສະຫລະ​ຊີວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ ຜູ້​ນັ້ນ​ກໍ​ຈະ​ຊ່ວຍ​ຊີວິດ​ຂອງ​ຕົນ​ໃຫ້​ພົ້ນ.</verse>
				<verse number="25">ຈະ​ມີ​ປະໂຫຍດ​ອັນໃດ​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ໄດ້​ໂລກ​ນີ້​ທັງໝົດ, ແຕ່​ຕ້ອງ​ສູນເສຍ ຫລື ສູນເສຍ​ໂຕ​ເອງ​ໄປ?</verse>
				<verse number="26">ຜູ້ໃດ​ກໍ​ຕາມ​ອັບອາຍ​ໃນ​ເລື່ອງ​ເຮົາ ແລະ ຖ້ອຍຄຳ​ຂອງ​ເຮົາ, ບຸດມະນຸດ​ກໍ​ຈະ​ອັບອາຍ​ໃນ​ເລື່ອງ​ຜູ້​ນັ້ນ​ເມື່ອ​ພຣະອົງ​ມາ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະອົງ ແລະ ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ​ພ້ອມ​ທັງ​ສະຫງ່າລາສີ​ຂອງ​ບັນດາ​ເທວະດາ​ບໍລິສຸດ.</verse>
				<verse number="27">“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບາງຄົນ​ທີ່​ຢືນ​ຢູ່​ໃນ​ທີ່​ນີ້​ຈະ​ບໍ່​ຮູ້​ລົດ​ຄວາມຕາຍ​ຈົນ​ກວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ”.</verse>
				<verse number="28">ປະມານ​ແປດ​ວັນ​ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ດັ່ງນັ້ນ​ແລ້ວ, ພຣະອົງ​ພາ​ເປໂຕ ຢາໂກໂບ ແລະ ໂຢຮັນ​ຂຶ້ນ​ໄປ​ເທິງ​ພູ​ກັບ​ພຣະອົງ​ເພື່ອ​ອະທິຖານ.</verse>
				<verse number="29">ຂະນະ​ທີ່​ພຣະອົງ​ກຳລັງ​ອະທິຖານ​ຢູ່​ນັ້ນ, ໃບໜ້າ​ຂອງ​ພຣະອົງ​ກໍ​ປ່ຽນແປງ​ໄປ ແລະ ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ຮຸ່ງເຫລື້ອມ​ດັ່ງ​ແສງ​ຟ້າແມບ.</verse>
				<verse number="30">ມີ​ຊາຍ​ສອງ​ຄົນ​ຄື: ໂມເຊ ແລະ ເອລີຢາ ມາ​ປາກົດ​ໂຕ​ດ້ວຍ​ສະຫງ່າລາສີ​ເປັ່ງປະກາຍ ແລະ ກຳລັງ​ສົນທະນາ​ຢູ່​ກັບ​ພຣະເຢຊູເຈົ້າ.</verse>
				<verse number="31">ພວກເພິ່ນ​ໄດ້​ສົນທະນາ​ເຖິງ​ການ​ຈາກ​ໄປ​ຂອງ​ພຣະອົງ, ເຊິ່ງ​ພຣະອົງ​ກຳລັງ​ຈະ​ເຮັດ​ໃຫ້​ສຳເລັດ​ທີ່​ເຢຣູຊາເລັມ.</verse>
				<verse number="32">ເປໂຕ ແລະ ບັນດາ​ເພື່ອນ​ຂອງ​ຕົນ​ຕ່າງ​ກໍ​ເຫງົານອນ​ຫລາຍ, ແຕ່​ເມື່ອ​ພວກເພິ່ນ​ຕື່ນ​ຂຶ້ນ​ແລ້ວ, ພວກເພິ່ນ​ກໍ​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ແລະ ເຫັນ​ຊາຍ​ສອງ​ຄົນ​ຢືນ​ຢູ່​ກັບ​ພຣະອົງ.</verse>
				<verse number="33">ຂະນະ​ທີ່​ສອງ​ຄົນ​ນັ້ນ​ກຳລັງ​ຈະ​ຈາກ​ພຣະເຢຊູເຈົ້າ​ໄປ, ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ນາຍ​ເອີຍ, ດີ​ແທ້ໆ​ທີ່​ພວກຂ້ານ້ອຍ​ໄດ້​ມາ​ຢູ່​ບ່ອນນີ້. ຂໍ​ໃຫ້​ພວກຂ້ານ້ອຍ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຫລັງ​ໜຶ່ງ​ສຳລັບ​ພຣະອົງ, ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ ອີກ​ຫລັງ​ໜຶ່ງ​ສຳລັບ​ເອລີຢາ”. (ເປໂຕ​ບໍ່​ຮູ້​ວ່າ​ຕົນ​ເອງ​ກຳລັງ​ເວົ້າ​ຫຍັງ​ຢູ່.)</verse>
				<verse number="34">ໃນຂະນະ​ທີ່​ເປໂຕ​ກຳລັງ​ເວົ້າ​ຢູ່​ນັ້ນ, ກໍ​ມີ​ກ້ອນເມກ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ພວກເພິ່ນ​ກໍ​ຢ້ານ​ຫລາຍ​ເມື່ອ​ຢູ່​ໃນ​ກ້ອນເມກ​ນັ້ນ.</verse>
				<verse number="35">ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນເມກ​ນັ້ນ​ວ່າ, “ນີ້​ເປັນ​ບຸດ​ຂອງ​ເຮົາ ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້ ຈົ່ງ​ເຊື່ອຟັງ​ເພິ່ນ”.</verse>
				<verse number="36">ເມື່ອ​ສຽງ​ນັ້ນ​ສະຫງົບ​ລົງ​ແລ້ວ ພວກເພິ່ນ​ກໍ​ເຫັນ​ວ່າ​ມີ​ແຕ່​ພຣະເຢຊູເຈົ້າ​ອົງ​ດຽວ. ສ່ວນ​ພວກສາວົກ​ກໍ​ເກັບ​ເລື່ອງ​ນີ້​ໄວ້​ໃນ​ໃຈ ແລະ ພວກເພິ່ນ​ບໍ່​ໄດ້​ບອກ​ຜູ້ໃດ​ເຖິງ​ສິ່ງ​ທີ່​ພວກເພິ່ນ​ໄດ້​ເຫັນ​ໃນ​ເວລາ​ນັ້ນ.</verse>
				<verse number="37">ວັນ​ຕໍ່ມາ ເມື່ອ​ພວກເພິ່ນ​ໄດ້​ລົງ​ມາ​ຈາກ​ພູ​ແລ້ວ, ກໍ​ມີ​ປະຊາຊົນ​ຢ່າງ​ຫລວງຫລາຍ​ມາ​ພົບ​ພຣະອົງ.</verse>
				<verse number="38">ມີ​ຊາຍ​ຄົນ​ໜຶ່ງ​ໃນ​ບັນດາ​ປະຊາຊົນ​ນັ້ນ​ຮ້ອງ​ຂຶ້ນ​ວ່າ, “ອາຈານ​ເອີຍ, ຂໍ​ພຣະອົງ​ມາ​ເບິ່ງ​ລູກຊາຍ​ຂອງ​ຂ້ານ້ອຍ​ດ້ວຍ ເພາະ​ລາວ​ເປັນ​ລູກຊາຍ​ຄົນ​ດຽວ​ຂອງ​ຂ້ານ້ອຍ.</verse>
				<verse number="39">ມີ​ວິນຍານ​ເຂົ້າ​ສິງ​ລາວ ແລະ ລາວ​ກໍ​ຮ້ອງ​ຂຶ້ນ​ທັນທີ, ມັນ​ເຮັດ​ໃຫ້​ລາວ​ຊັກດິ້ນ​ຢ່າງ​ແຮງ​ຈົນ​ນໍ້າລາຍ​ຟູມ​ປາກ. ມັນ​ບໍ່​ຍອມ​ອອກ​ຈາກ​ໂຕ​ລາວ​ເລີຍ ແລະ ມັນ​ທຳລາຍ​ລາວ.</verse>
				<verse number="40">ຂ້ານ້ອຍ​ໄດ້​ຂໍຮ້ອງ​ພວກສາວົກ​ຂອງ​ພຣະອົງ​ໃຫ້​ຂັບໄລ່​ມັນ​ອອກ ແຕ່​ພວກເພິ່ນ​ກໍ​ເຮັດ​ບໍ່​ໄດ້”.</verse>
				<verse number="41">ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ສະໄໝ​ທີ່​ຂາດຄວາມເຊື່ອ ແລະ ຊົ່ວຊ້າ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ແລະ ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ລູກຊາຍ​ຂອງ​ເຈົ້າ​ມາ​ທີ່​ນີ້”.</verse>
				<verse number="42">ແມ່ນ​ແຕ່​ໃນ​ຂະນະ​ທີ່​ເດັກນ້ອຍ​ນັ້ນ​ກຳລັງ​ມາ ວິນຍານສົກກະປົກ​ໄດ້​ເຮັດ​ໃຫ້​ເດັກນ້ອຍ​ນັ້ນ​ລົ້ມ​ຊັກດິ້ນ​ລົງ​ພື້ນດິນ​ກິ້ງເກືອກ​ໄປ​ມາ. ແຕ່​ພຣະເຢຊູເຈົ້າ​ສັ່ງ​ວິນຍານສົກກະປົກ​ນັ້ນ​ໃຫ້​ອອກ​ໄປ ແລະ ຮັກສາ​ເດັກນ້ອຍ​ຄົນ​ນັ້ນ​ໃຫ້​ຫາຍດີ ແລ້ວ​ສົ່ງ​ຄືນ​ໃຫ້​ພໍ່​ຂອງ​ລາວ.</verse>
				<verse number="43">ພວກເຂົາ​ທັງຫລາຍ​ຕ່າງ​ກໍ​ປະຫລາດໃຈ​ໃນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ. ໃນ​ຂະນະ​ທີ່​ທຸກຄົນ​ຍັງ​ປະຫລາດໃຈ​ໃນ​ທຸກສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ​ຢູ່​ນັ້ນ, ພຣະອົງ​ກໍ​ກ່າວ​ແກ່​ພວກສາວົກ​ຂອງ​ພຣະອົງ​ວ່າ,</verse>
				<verse number="44">“ຈົ່ງ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ເຮົາ​ຈະ​ບອກ​ພວກເຈົ້າ​ໃຫ້​ດີ​ຄື: ບຸດມະນຸດ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ມະນຸດ”.</verse>
				<verse number="45">ແຕ່​ພວກເພິ່ນ​ບໍ່​ເຂົ້າໃຈ​ຖ້ອຍຄຳ​ເຫລົ່ານີ້. ເພາະ​ຖ້ອຍຄຳ​ນີ້​ຖືກ​ປິດບັງ​ໄວ້​ຈາກ​ພວກເພິ່ນ ເພື່ອ​ວ່າ​ພວກເພິ່ນ​ຈະ​ບໍ່​ເຂົ້າໃຈ ແລະ ພວກເພິ່ນ​ກໍ​ຢ້ານ​ທີ່​ຈະ​ຖາມ​ພຣະອົງ​ເຖິງ​ເລື່ອງ​ນີ້.</verse>
				<verse number="46">ການ​ໂຕ້ຖຽງ​ກັນ​ໄດ້​ເລີ່ມ​ຂຶ້ນ​ໃນ​ທ່າມກາງ​ພວກສາວົກ​ວ່າ​ຜູ້ໃດ​ໃນ​ພວກເພິ່ນ​ຈະ​ເປັນ​ຜູ້ໃຫຍ່​ທີ່ສຸດ.</verse>
				<verse number="47">ພຣະເຢຊູເຈົ້າ​ຮູ້​ຄວາມຄິດ​ໃນ​ໃຈ​ຂອງ​ພວກເພິ່ນ, ຈຶ່ງ​ເອົາ​ເດັກນ້ອຍ​ຄົນ​ໜຶ່ງ​ມາ​ຢືນ​ຢູ່​ທາງຂ້າງ​ພຣະອົງ</verse>
				<verse number="48">ແລ້ວ​ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ຕ້ອນຮັບ​ເດັກນ້ອຍ​ນີ້​ໃນ​ນາມ​ຂອງ​ເຮົາ​ກໍ​ຕ້ອນຮັບ​ເຮົາ ແລະ ຜູ້​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ ເພາະ​ວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ໃນ​ພວກເຈົ້າ​ທັງໝົດ​ຄື​ຜູ້​ຍິ່ງໃຫຍ່​ທີ່ສຸດ”.</verse>
				<verse number="49">ແລ້ວ​ໂຢຮັນ​ເວົ້າ​ວ່າ, “ນາຍ​ເອີຍ ພວກຂ້ານ້ອຍ​ເຫັນ​ຊາຍ​ຄົນ​ໜຶ່ງ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງ​ທ່ານ ແລະ ພວກຂ້ານ້ອຍ​ຈຶ່ງ​ຫ້າມ​ລາວ​ເພາະ​ລາວ​ບໍ່​ໄດ້​ຢູ່​ໃນ​ກຸ່ມ​ຂອງ​ພວກເຮົາ”.</verse>
				<verse number="50">ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢ່າ​ຫ້າມ​ລາວ​ເລີຍ, ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຕໍ່ສູ້​ພວກທ່ານ​ກໍ​ເປັນ​ຝ່າຍ​ພວກທ່ານ​ແລ້ວ”.</verse>
				<verse number="51">ເມື່ອ​ໃກ້​ເຖິງ​ເວລາ​ທີ່​ພຣະອົງ​ຈະ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ​ແລ້ວ, ພຣະເຢຊູເຈົ້າ​ຕັ້ງໃຈ​ຈະ​ໄປ​ທີ່​ເຢຣູຊາເລັມ</verse>
				<verse number="52">ແລະ ພຣະອົງ​ໄດ້​ສົ່ງ​ຜູ້ຮັບໃຊ້​ລ່ວງໜ້າ​ໄປ​ກ່ອນ, ພວກເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ບ້ານ​ແຫ່ງ​ໜຶ່ງ​ຂອງ​ຊາວ​ຊາມາເຣຍ ເພື່ອ​ຕຽມ​ທຸກສິ່ງ​ໄວ້​ສຳລັບ​ພຣະອົງ,</verse>
				<verse number="53">ແຕ່​ປະຊາຊົນ​ຢູ່​ທີ່​ນັ້ນ​ບໍ່​ຕ້ອນຮັບ​ພຣະອົງ ເພາະ​ພຣະອົງ​ມຸ່ງໜ້າ​ໄປ​ທີ່​ເຢຣູຊາເລັມ.</verse>
				<verse number="54">ເມື່ອ​ສາວົກ​ຂອງ​ພຣະອົງ ຢາໂກໂບ ແລະ ໂຢຮັນ​ເຫັນ​ຢ່າງ​ນັ້ນ​ພວກເພິ່ນ​ກໍ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຢາກ​ໃຫ້​ພວກ​ຂ້ານ້ອຍ​ສັ່ງ​ໄຟ​ຈາກ​ສະຫວັນ​ລົງ​ມາ​ທຳລາຍ​ພວກເຂົາ ​ບໍ?”</verse>
				<verse number="55">ແຕ່​ພຣະເຢຊູເຈົ້າ​ຫັນໜ້າ​ມາ​ກ່າວ​ຕຳໜິ​ພວກເພິ່ນ.</verse>
				<verse number="56">ແລ້ວ ​ພຣະອົງ ແລະ ພວກສາວົກ​ຂອງ​ພຣະອົງ​ກໍ​ໄປ​ຍັງ​ບ້ານ​ອື່ນ.</verse>
				<verse number="57">ຂະນະ​ທີ່​ພຣະເຢຊູເຈົ້າ​ກັບ​ພວກສາວົກ​ຂອງ​ພຣະອົງ​ຍ່າງ​ໄປ​ຕາມ​ທາງ, ກໍ​ໄດ້​ມີ​ຊາຍ​ຄົນ​ໜຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ຂ້ານ້ອຍ​ຈະ​ຕິດຕາມ​ພຣະອົງ​ບໍ່​ວ່າ​ພຣະອົງ​ຈະ​ໄປ​ບ່ອນໃດ”.</verse>
				<verse number="58">ພຣະເຢຊູເຈົ້າ​ຕອບ​ວ່າ, “ໝາຈິ້ງຈອກ​ກໍ​ຍັງ​ມີ​ໂຜ້ງ​ນອນ ແລະ ນົກ​ກໍ​ຍັງ​ມີ​ຮັງ, ແຕ່​ບຸດມະນຸດ​ບໍ່​ມີ​ບ່ອນ​ທີ່​ຈະ​ວາງ​ຫົວ​ລົງ”.</verse>
				<verse number="59">ພຣະອົງ​ກ່າວ​ແກ່​ຊາຍ​ຄົນ​ໜຶ່ງ​ອີກ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”. ແຕ່​ລາວ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍ​ໃຫ້​ຂ້ານ້ອຍ​ໄປ​ຝັງ​ສົບ​ພໍ່​ຂອງ​ຂ້ານ້ອຍ​ກ່ອນ”.</verse>
				<verse number="60">ພຣະເຢຊູເຈົ້າ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ຄົນຕາຍ​ຝັງ​ກັນ​ເອງ​ສາ, ສ່ວນ​ເຈົ້າ​ຈົ່ງ​ໄປ​ປະກາດ​ອານາຈັກ​ຂອງ​ພຣະເຈົ້າ”.</verse>
				<verse number="61">ມີ​ຄົນ​ອື່ນ​ອີກ​ໄດ້​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍ​ຈະ​ຕິດຕາມ​ພຣະອົງ​ໄປ ແຕ່​ຂໍ​ໃຫ້​ຂ້ານ້ອຍ​ກັບ​ເມືອ​ສັ່ງລາ​ຄອບຄົວ​ຂອງ​ຂ້ານ້ອຍ​ກ່ອນ”.</verse>
				<verse number="62">ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຜູ້ໃດ​ທີ່​ເອົາ​ມື​ຈັບ​ງ້ອນ​ໄຖ​ແລ້ວ​ຍັງ​ຫລຽວ​ຄືນ​ຫລັງ ຜູ້​ນັ້ນ​ກໍ​ບໍ່​ສົມ​ກັບ​ການຮັບໃຊ້​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.</verse>
			</chapter>
			<chapter number="10">
				<verse number="1">ຕໍ່ມາ​ອົງພຣະຜູ້ເປັນເຈົ້າ​ແຕ່ງຕັ້ງ​ອີກ​ເຈັດສິບສອງ​ຄົນ ແລະ ສົ່ງ​ພວກເພິ່ນ​ອອກໄປ​ເປັນ​ຄູ່​ລ່ວງໜ້າ​ພຣະອົງ​ໄປ​ຍັງ​ທຸກ​ເມືອງ ແລະ ທຸກ​ບ່ອນ​ທີ່​ພຣະອົງ​ກຳລັງ​ຈະ​ໄປ.</verse>
				<verse number="2">ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ການ​ເກັບກ່ຽວ​ກໍ​ມີ​ຫລາຍ, ແຕ່​ຄົນງານ​ກໍ​ຍັງ​ມີ​ໜ້ອຍ​ຢູ່. ເຫດສະນັ້ນ, ຈົ່ງ​ຂໍ​ອົງພຣະຜູ້ເປັນເຈົ້າ​ແຫ່ງ​ການ​ເກັບກ່ຽວ, ເພື່ອ​ໃຫ້​ສົ່ງ​ຄົນງານ​ມາ​ໃນ​ທົ່ງນາ​ແຫ່ງ​ການ​ເກັບກ່ຽວ​ຂອງ​ພຣະອົງ.</verse>
				<verse number="3">ຈົ່ງ​ໄປ! ເຮົາ​ກຳລັງ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນດັ່ງ​ລູກແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ.</verse>
				<verse number="4">ຢ່າ​ຖື​ຖົງເງິນ ຫລື ຖົງເຄື່ອງ ຫລື ເກີບ​ໄປ​ນຳ ແລະ ຢ່າ​ແວ່​ທັກທາຍ​ຜູ້ໃດ​ຕາມ​ທາງ.</verse>
				<verse number="5">“ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໃດ​ກໍ​ຕາມ ກ່ອນ​ອື່ນ​ໃຫ້​ກ່າວ​ວ່າ, ‘ສັນຕິສຸກ​ຈົ່ງ​ມີ​ແກ່​ເຮືອນ​ຫລັງ​ນີ້’.</verse>
				<verse number="6">ຖ້າ​ມີ​ຄົນ​ຮັກ​ສັນຕິສຸກ​ຢູ່​ໃນ​ເຮືອນ​ນັ້ນ, ສັນຕິສຸກ​ຂອງ​ພວກເຈົ້າ​ກໍ​ຈະ​ຢູ່​ກັບ​ພວກເຂົາ, ຖ້າ​ບໍ່​ເປັນ​ຢ່າງ​ນັ້ນ ສັນຕິສຸກ​ກໍ​ຈະ​ກັບ​ຄືນ​ມາ​ຫາ​ພວກເຈົ້າ.</verse>
				<verse number="7">ຈົ່ງ​ພັກ​ຢູ່​ທີ່​ເຮືອນ​ນັ້ນ, ກິນ ແລະ ດື່ມ​ຕາມ​ທີ່​ພວກເຂົາ​ຈັດ​ມາ​ໃຫ້​ພວກເຈົ້າ, ເພາະ​ຄົນງານ​ກໍ​ສົມຄວນ​ໄດ້​ຮັບ​ຄ່າຈ້າງ​ຂອງ​ຕົນ. ຢ່າ​ຍ້າຍ​ຈາກ​ເຮືອນ​ນີ້​ໄປ​ສູ່​ເຮືອນ​ອື່ນ.</verse>
				<verse number="8">“ເມື່ອ​ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ເມືອງ​ໃດ​ກໍ​ຕາມ ແລະ ໄດ້​ຮັບ​ການຕ້ອນຮັບ, ຈົ່ງ​ກິນ​ຕາມ​ທີ່​ພວກເຂົາ​ຈັດຫາ​ໃຫ້​ພວກເຈົ້າ.</verse>
				<verse number="9">ຈົ່ງ​ຮັກສາ​ຄົນເຈັບປ່ວຍ​ຢູ່​ໃນ​ເມືອງ​ນັ້ນ ແລະ ບອກ​ພວກເຂົາ​ວ່າ, ‘ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ພວກເຈົ້າ​ແລ້ວ’.</verse>
				<verse number="10">ແຕ່​ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ໜຶ່ງ ແລະ ບໍ່​ໄດ້​ຮັບ​ການ​ຕ້ອນຮັບ, ຈົ່ງ​ອອກ​ໄປ​ທີ່​ກາງ​ຖະໜົນ​ຂອງ​ເມືອງ​ນັ້ນ ແລະ ເວົ້າ​ວ່າ,</verse>
				<verse number="11">‘ແມ່ນ​ແຕ່​ຂີ້ຝຸ່ນ​ຂອງ​ເມືອງ​ນີ້​ທີ່​ຕິດ​ຕີນ​ຂອງ​ພວກເຮົາ ພວກເຮົາ​ກໍ​ຈະ​ເຊັດ​ອອກ​ເພື່ອ​ເປັນ​ການ​ເຕືອນ​ພວກເຈົ້າ. ແຕ່​ຈົ່ງ​ຈຳ​ໄວ້​ໃນ​ຂໍ້​ນີ້​ວ່າ: ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ແລ້ວ’.</verse>
				<verse number="12">ເຮົາ​ບອກ​ພວກເຈົ້າ​ວ່າ, ໃນ​ວັນ​ນັ້ນ​ໂທດ​ຂອງ​ເມືອງ​ໂຊໂດມ ກໍ​ຈະ​ເບົາ​ກວ່າ​ໂທດ​ຂອງ​ເມືອງ​ນີ້.</verse>
				<verse number="13">“ວິບັດ​ແກ່​ເຈົ້າ ເມືອງ​ໂຂຣາຊິນ! ວິບັດ​ແກ່​ເຈົ້າ ເມືອງ​ເບັດຊາອີດາ! ເພາະ​ຖ້າ​ການ​ອັດສະຈັນ​ທີ່​ສະແດງ​ໃນ​ພວກເຈົ້າ​ໄດ້​ຖືກ​ສະແດງ​ທີ່​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ​ແລ້ວ, ພວກເຂົາ​ກໍ​ຄົງ​ຖິ້ມໃຈເກົ່າເອົາໃຈໃໝ່​ແຕ່​ດົນ ແລະ ນຸ່ງ​ຜ້າກະສອບເຂົ້າ ແລ້ວ​ນັ່ງ​ເທິງ​ຂີ້ເຖົ່າ.</verse>
				<verse number="14">ແຕ່​ໃນ​ວັນ​ພິພາກສາ​ນັ້ນ ໂທດ​ຂອງ​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ​ຈະ​ເບົາ​ກວ່າ​ໂທດ​ຂອງ​ພວກເຈົ້າ.</verse>
				<verse number="15">ສ່ວນ​ເຈົ້າ ເມືອງ​ກາເປນາອູມ, ເຈົ້າ​ຈະ​ຖືກ​ຍົກ​ຂຶ້ນ​ສູງ​ພຽງ​ຟ້າສະຫວັນ​ບໍ? ບໍ່​ເລີຍ ເຈົ້າ​ຈະ​ຕ້ອງ​ລົງ​ໄປ​ນະລົກ.</verse>
				<verse number="16">“ຜູ້ໃດ​ກໍ​ຕາມ​ທີ່​ຟັງ​ພວກເຈົ້າ​ກໍ​ໄດ້​ຟັງ​ເຮົາ, ຜູ້ໃດ​ທີ່​ບໍ່​ຍອມຮັບ​ພວກເຈົ້າ​ກໍ​ບໍ່​ຍອມຮັບ​ເຮົາ, ຜູ້ໃດ​ທີ່​ບໍ່​ຍອມຮັບ​ເຮົາ​ກໍ​ບໍ່​ຍອມຮັບ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ”.</verse>
				<verse number="17">ພວກ​ເຈັດສິບສອງ​ຄົນ​ນັ້ນ​ກໍ​ກັບ​ມາ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ, ແມ່ນ​ແຕ່​ພວກ​ຜີມານຮ້າຍ​ກໍ​ຍອມ​ຟັງ​ພວກຂ້ານ້ອຍ ເມື່ອ​ພວກຂ້ານ້ອຍ​ສັ່ງ​ມັນ​ໃນ​ນາມ​ຂອງ​ພຣະອົງ”.</verse>
				<verse number="18">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ເຫັນ​ມານຊາຕານ​ຕົກ​ລົງ​ຈາກ​ສະຫວັນ​ເໝືອນ​ດັ່ງ​ຟ້າແມບ.</verse>
				<verse number="19">ເຮົາ​ໄດ້​ໃຫ້​ສິດອຳນາດ​ແກ່​ພວກເຈົ້າ​ທີ່​ຈະ​ຢຽບ​ງູ ແລະ ແມງງອດ ແລະ ໃຫ້​ມີ​ໄຊຊະນະ​ເໜືອ​ອຳນາດ​ທັງໝົດ​ຂອງ​ສັດຕູ ແລະ ບໍ່​ມີ​ສິ່ງໃດ​ຈະ​ເຮັດ​ອັນຕະລາຍ​ແກ່​ພວກເຈົ້າ​ໄດ້.</verse>
				<verse number="20">ແຕ່​ຢ່າ​ຍິນດີ​ທີ່​ວິນຍານ​ຕ່າງໆ​ຍອມ​ຟັງ​ພວກເຈົ້າ, ແຕ່​ຈົ່ງ​ຍິນດີ ເພາະ​ຊື່​ຂອງ​ພວກເຈົ້າ​ຖືກ​ຈົດ​ໄວ້​ແລ້ວ​ໃນ​ສະຫວັນ”.</verse>
				<verse number="21">ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ເຕັມລົ້ນ​ດ້ວຍ​ຄວາມຊື່ນຊົມຍິນດີ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ ແລະ ຈຶ່ງ​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫລົ່ານີ້​ໄວ້​ຈາກ​ຄົນ​ສະຫລາດ ແລະ ນັກ​ຮຽນຮູ້, ແຕ່​ໄດ້​ເປີດເຜີຍ​ໃຫ້​ແກ່​ບັນດາ​ເດັກນ້ອຍ. ພຣະບິດາເຈົ້າ​ເອີຍ, ແມ່ນ​ແລ້ວ ເພາະ​ນີ້​ຄື​ສິ່ງ​ທີ່​ພຣະອົງ​ຍິນດີ​ຈະ​ເຮັດ.</verse>
				<verse number="22">“ພຣະບິດາເຈົ້າ​ຂອງ​ເຮົາ​ມອບ​ທຸກສິ່ງ​ໃຫ້​ແກ່​ເຮົາ. ບໍ່​ມີ​ຜູ້ໃດ​ຮູ້ຈັກ​ວ່າ​ພຣະບຸດ​ເປັນ​ຜູ້ໃດ​ນອກ​ຈາກ​ພຣະບິດາເຈົ້າ ແລະ ບໍ່​ມີ​ຜູ້ໃດ​ຮູ້ຈັກ​ວ່າ​ພຣະບິດາເຈົ້າ​ເປັນ​ຜູ້ໃດ​ນອກ​ຈາກ​ພຣະບຸດ ແລະ ບັນດາ​ຜູ້​ທີ່​ພຣະບຸດ​ໄດ້​ເລືອກ​ທີ່​ຈະ​ເປີດເຜີຍ​ພຣະອົງ​ແກ່​ພວກເຂົາ”.</verse>
				<verse number="23">ຫລັງຈາກ​ນັ້ນ ພຣະອົງ​ຫັນ​ໄປ​ຫາ​ພວກສາວົກ ແລະ ກ່າວ​ກັບ​ພວກເພິ່ນ​ເປັນ​ການ​ສ່ວນ​ໂຕ​ວ່າ, “ພຣະພອນ​ມີ​ແກ່​ຕາ​ທັງຫລາຍ​ທີ່​ໄດ້​ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຫັນ.</verse>
				<verse number="24">ເຮົາ​ບອກ​ພວກເຈົ້າ​ວ່າ, ບັນດາ​ຜູ້ທຳນວາຍ ແລະ ກະສັດ​ທັງຫລາຍ​ຢາກ​ຈະ​ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຫັນ ແຕ່​ກໍ​ບໍ່​ໄດ້​ເຫັນ, ແລະ ຢາກ​ໄດ້​ຍິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ ແຕ່​ກໍ​ບໍ່​ໄດ້​ຍິນ”.</verse>
				<verse number="25">ຄັ້ງ​ໜຶ່ງ ມີ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ຄົນ​ໜຶ່ງ​ໄດ້​ຢືນ​ຂຶ້ນ​ທົດລອງ​ພຣະເຢຊູເຈົ້າ​ໂດຍ​ຖາມ​ວ່າ, “ອາຈານ​ເອີຍ ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ຊີວິດ​ນິລັນດອນ​ເປັນ​ມໍລະດົກ?”</verse>
				<verse number="26">ພຣະອົງ​ຈຶ່ງ​ຕອບ​ວ່າ, “ກົດບັນຍັດ​ມີ​ຂຽນ​ໄວ້​ວ່າ​ຢ່າງໃດ? ເມື່ອ​ທ່ານ​ອ່ານ​ແລ້ວ​ເຂົ້າໃຈ​ວ່າ​ຢ່າງໃດ?”</verse>
				<verse number="27">ລາວ​ຕອບ​ວ່າ, “‘ຈົ່ງ​ຮັກ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ ແລະ ດ້ວຍ​ສຸດ​ຈິດ ແລະ ດ້ວຍ​ສຸດ​ກຳລັງ ແລະ ດ້ວຍ​ສຸດ​ຄວາມຄິດ​ຂອງ​ເຈົ້າ’ ແລະ ‘ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ’ ”.</verse>
				<verse number="28">ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ຕອບ​ຖືກ​ແລ້ວ ຈົ່ງ​ປະຕິບັດ​ຕາມ​ນີ້​ແລ້ວ​ທ່ານ​ຈະ​ໄດ້​ຊີວິດ”.</verse>
				<verse number="29">ແຕ່​ຄົນ​ນັ້ນ​ຢາກ​ສະແດງ​ຕົນ​ວ່າ​ເປັນ​ຄົນ​ມີ​ສິນທຳ, ລາວ​ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ວ່າ, “ແລ້ວ​ແມ່ນ​ຜູ້ໃດ​ເປັນ​ເພື່ອນບ້ານ​ຂອງ​ຂ້ານ້ອຍ?”</verse>
				<verse number="30">ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ຈາກ​ເຢຣູຊາເລັມ​ລົງ​ໄປ​ສູ່​ເມືອງ​ເຢຣີໂກ, ເມື່ອ​ລາວ​ຖືກ​ໂຈມຕີ​ໂດຍ​ພວກນັກປຸ້ນ. ພວກເຂົາ​ໄດ້​ແກ້​ເອົາ​ເຄື່ອງນຸ່ງ​ຂອງ​ລາວ​ອອກ, ຕີ​ລາວ​ຈົນ​ເກືອບ​ຕາຍ​ແລ້ວ​ກໍ​ຈາກ​ໄປ, ປະຖິ້ມ​ລາວ​ໄວ້.</verse>
				<verse number="31">ມີ​ປະໂລຫິດ​ຄົນ​ໜຶ່ງ​ບັງເອີນ​ໄດ້​ລົງ​ໄປ​ທາງ​ດຽວ​ກັນ​ນັ້ນ ແລະ ເມື່ອ​ລາວ​ໄດ້​ເຫັນ​ຊາຍ​ຄົນ​ນັ້ນ​ລາວ​ກໍ​ຫລີກ​ໄປ​ອີກ​ຟາກ​ອື່ນ.</verse>
				<verse number="32">ມີ​ຊາວ​ເລວີ​ຄົນ​ໜຶ່ງ​ກໍ​ເຮັດ​ເໝືອນກັນ ເມື່ອ​ມາ​ເຖິງ​ບ່ອນ​ນັ້ນ ແລະ ເຫັນ​ຊາຍ​ຄົນ​ນັ້ນ​ລາວ​ກໍ​ຍ່າງ​ຫລີກ​ໄປ​ອີກ​ຟາກ​ອື່ນ.</verse>
				<verse number="33">ແຕ່​ມີ​ຊາວ​ຊາມາເຣຍ​ຄົນ​ໜຶ່ງ​ເດີນທາງ​ມາ​ເຖິງ​ບ່ອນ​ທີ່​ຊາຍ​ຄົນ​ນັ້ນ​ຢູ່, ເມື່ອ​ຊາວ​ຊາມາເຣຍ​ຄົນ​ນັ້ນ​ເຫັນ​ລາວ​ແລ້ວ​ກໍ​ສົງສານ​ລາວ.</verse>
				<verse number="34">ຊາວ​ຊາມາເຣຍ​ຄົນ​ນັ້ນ​ກໍ​ເຂົ້າ​ໄປ​ຫາ​ລາວ ແລ້ວ​ເອົາ​ເຫລົ້າອະງຸ່ນ​ກັບ​ນ້ຳມັນ​ຖອກ​ໃສ່​ບາດແຜ​ນັ້ນ ແລະ ເອົາ​ຜ້າ​ພັນ​ບາດ​ໃຫ້ ແລ້ວ​ກໍ​ໂຈມ​ຊາຍ​ຄົນ​ນັ້ນ​ຂຶ້ນ​ຂີ່​ລໍ​ຂອງ​ຕົນ, ພາ​ລາວ​ໄປ​ທີ່​ໂຮງແຮມ ແລະ ເບິ່ງແຍງ​ລາວ.</verse>
				<verse number="35">ມື້​ຕໍ່ມາ​ລາວ​ໄດ້​ມອບ​ເງິນ​ສອງ​ຫລຽນ​ເດນາຣິອົນ​ໃຫ້​ເຈົ້າຂອງ​ໂຮງແຮມ​ພ້ອມ​ກັບ​ບອກ​ວ່າ, ‘ຈົ່ງ​ຊ່ວຍ​ເບິ່ງແຍງ​ຊາຍ​ຄົນ​ນີ້​ໃຫ້​ດີ ແລະ ເມື່ອ​ຂ້ອຍ​ກັບ​ມາ ຖ້າ​ມີ​ສ່ວນ​ເກີນ​ຂ້ອຍ​ຈະ​ຈ່າຍ​ຄືນ​ໃຫ້’.</verse>
				<verse number="36">“ໃນ​ສາມ​ຄົນ​ນີ້ ທ່ານ​ຄິດ​ວ່າ​ຜູ້ໃດ​ທີ່​ເປັນ​ເພື່ອນບ້ານ​ຂອງ​ຊາຍ​ທີ່​ຖືກ​ພວກໂຈນ​ປຸ້ນ​ນັ້ນ?”</verse>
				<verse number="37">ຜູ້ຊຳນານ​ດ້ານ​ກົດບັນຍັດ​ຄົນ​ນັ້ນ​ຕອບ​ວ່າ, “ແມ່ນ​ຜູ້​ທີ່​ໄດ້​ສະແດງ​ຄວາມເມດຕາ​ຕໍ່​ລາວ”. ພຣະເຢຊູເຈົ້າ​ກ່າວ​ກັບ​ລາວ​ວ່າ, “ທ່ານ​ຈົ່ງ​ໄປ​ເຮັດ​ຢ່າງ​ນັ້ນ​ເໝືອນກັນ”.</verse>
				<verse number="38">ໃນ​ຂະນະ​ທີ່​ພຣະເຢຊູເຈົ້າ​ເດີນທາງ​ໄປ​ກັບ​ພວກສາວົກ​ຂອງ​ພຣະອົງ, ພຣະອົງ​ກໍ​ມາ​ເຖິງ​ບ້ານ​ແຫ່ງ​ໜຶ່ງ ທີ່​ນັ້ນ​ມີ​ຍິງ​ຄົນ​ໜຶ່ງ​ຊື່​ວ່າ​ມາທາ ນາງ​ໄດ້​ເປີດ​ບ້ານ​ຂອງ​ຕົນ​ຕ້ອນຮັບ​ພຣະອົງ.</verse>
				<verse number="39">ມາທາ​ມີ​ນ້ອງສາວ​ຄົນ​ໜຶ່ງ​ຊື່​ວ່າ​ມາຣີ ຜູ້​ທີ່​ນັ່ງ​ຢູ່​ໃກ້​ຕີນ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ຟັງ​ຖ້ອຍຄຳ​ຂອງ​ພຣະອົງ.</verse>
				<verse number="40">ຝ່າຍ​ມາທາ​ນັ້ນ​ວຸ້ນວາຍ​ຢູ່​ກັບ​ການຈັດຕຽມ​ສິ່ງ​ຕ່າງໆ​ທີ່​ຕ້ອງ​ເຮັດ. ດັ່ງນັ້ນ ນາງ​ຈຶ່ງ​ມາ​ຫາ​ພຣະອົງ ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ, ພຣະອົງ​ບໍ່​ສົນໃຈ​ແດ່​ບໍ​ທີ່​ນ້ອງສາວ​ຂອງ​ຂ້ານ້ອຍ​ປະ​ໃຫ້​ຂ້ານ້ອຍ​ເຮັດ​ວຽກ​ຢູ່​ຄົນ​ດຽວ, ບອກ​ໃຫ້​ນາງ​ມາ​ຊ່ວຍ​ຂ້ານ້ອຍ​ແດ່!”</verse>
				<verse number="41">ອົງພຣະຜູ້ເປັນເຈົ້າ​ຕອບ​ວ່າ, “ມາທາ ມາທາ​ເອີຍ, ເຈົ້າ​ກັງວົນ ແລະ ວຸ້ນວາຍ​ນຳ​ຫລາຍ​ສິ່ງ​ແທ້​ນໍ,</verse>
				<verse number="42">ແຕ່​ມີ​ພຽງ​ສິ່ງ​ດຽວ​ເທົ່ານັ້ນ​ທີ່​ຈຳເປັນ. ມາຣີ​ໄດ້​ເລືອກ​ສິ່ງ​ທີ່​ດີ​ກວ່າ ແລະ ບໍ່​ມີ​ຜູ້ໃດ​ຈະ​ເອົາ​ສິ່ງ​ນັ້ນ​ໄປ​ຈາກ​ນາງ​ໄດ້”.</verse>
			</chapter>
			<chapter number="11">
				<verse number="1">ວັນ​ໜຶ່ງ​ພຣະເຢຊູເຈົ້າ​ອະທິຖານ​ຢູ່​ໃນ​ສະຖານທີ່​ແຫ່ງ​ໜຶ່ງ. ເມື່ອ​ພຣະອົງ​ອະທິຖານ​ຈົບ​ແລ້ວ, ສາວົກ​ຄົນ​ໜຶ່ງ​ກໍ​ເວົ້າ​ກັບ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍ​ສອນ​ພວກຂ້ານ້ອຍ​ອະທິຖານ​ເໝືອນ​ດັ່ງ​ທີ່​ໂຢຮັນ​ໄດ້​ສອນ​ພວກລູກສິດ​ຂອງ​ເພິ່ນ​ດ້ວຍ”.</verse>
				<verse number="2">ພຣະອົງ​ຈຶ່ງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເມື່ອ​ພວກເຈົ້າ​ອະທິຖານ ຈົ່ງ​ກ່າວ​ວ່າ: “‘ຂ້າແດ່​ພຣະບິດາເຈົ້າ ຂໍ​ໃຫ້​ນາມ​ຂອງ​ພຣະອົງ​ເປັນ​ທີ່​ເຄົາລົບ​ບູຊາ, ຂໍ​ໃຫ້​ອານາຈັກ​ຂອງ​ພຣະອົງ​ມາ​ຕັ້ງ​ຢູ່,</verse>
				<verse number="3">ຂໍ​ໂຜດ​ໃຫ້​ອາຫານ​ປະຈຳວັນ​ແກ່​ພວກ​ຂ້ານ້ອຍ​ໃນ​ແຕ່ລະວັນ.</verse>
				<verse number="4">ຂໍ​ໂຜດ​ຍົກໂທດ​ຄວາມບາບ​ຂອງ​ພວກ​ຂ້ານ້ອຍ, ດ້ວຍວ່າ​ພວກ​ຂ້ານ້ອຍ​ໄດ້​ຍົກໂທດ​ໃຫ້​ທຸກຄົນ​ທີ່​ເຮັດ​ຜິດ​ບາບ​ຕໍ່​ພວກ​ຂ້ານ້ອຍ ​ເໝືອນກັນ. ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ການທົດລອງ ’”.</verse>
				<verse number="5">ແລ້ວ​ພຣະອົງ​ກໍ​ກ່າວ​ກັບ​ພວກເພິ່ນ​ວ່າ, “ສົມມຸດ​ວ່າ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ມີ​ມິດສະຫາຍ​ຄົນ​ໜຶ່ງ, ແລະ ຈະ​ໄປ​ຫາ​ມິດສະຫາຍ​ຄົນ​ນັ້ນ​ໃນ​ເວລາ​ທ່ຽງ​ຄືນ ແລະ ເວົ້າ​ວ່າ, ‘ສະຫາຍ​ເອີຍ ຂໍ​ໃຫ້​ເຮົາ​ຢືມ​ເຂົ້າ​ຈີ່​ຈັກ​ສາມ​ກ້ອນ​ແດ່</verse>
				<verse number="6">ເພາະ​ມີ​ເພື່ອນ​ຄົນ​ໜຶ່ງ​ຂອງ​ເຮົາ​ເດີນທາງ​ມາ​ແວ່ ແລະ ເຮົາ​ບໍ່​ມີ​ຫຍັງ​ຈະ​ໃຫ້​ລາວ​ກິນ’.</verse>
				<verse number="7">“ແລ້ວ​ຄົນ​ທີ່​ຢູ່​ໃນ​ເຮືອນ​ກໍ​ຈະ​ຕອບ​ວ່າ, ‘ຢ່າ​ລົບກວນ​ເຮົາ​ເລີຍ. ປະຕູ​ກໍ​ອັດ​ແລ້ວ ແລະ ພວກລູກ​ຂອງ​ເຮົາ​ກໍ​ນອນ​ຢູ່​ກັບ​ເຮົາ​ເທິງ​ຕຽງ. ເຮົາ​ລຸກ​ຂຶ້ນ​ໄປ​ເອົາ​ສິ່ງໃດ​ໃຫ້​ເຈົ້າ​ບໍ່​ໄດ້​ດອກ’.</verse>
				<verse number="8">ເຮົາ​ບອກ​ພວກເຈົ້າ​ວ່າ, ເຖິງ​ແມ່ນ​ວ່າ​ລາວ​ຈະ​ບໍ່​ຍອມ​ລຸກຂຶ້ນ ແລະ ເອົາ​ເຂົ້າຈີ່​ໃຫ້​ພວກເຈົ້າ​ເພາະ​ເຫັນ​ແກ່​ຄວາມ​ເປັນ​ເພື່ອນ​ກັນ, ແຕ່​ເພາະ​ຄວາມກ້າ​ທີ່​ບໍ່​ມີ​ຄວາມອາຍ​ຂອງ​ພວກເຈົ້າ, ລາວ​ກໍ​ຈະ​ລຸກຂຶ້ນ ແລະ ເອົາ​ໃຫ້​ຕາມ​ທີ່​ພວກເຈົ້າ​ຕ້ອງການ​ແນ່ນອນ.</verse>
				<verse number="9">“ດັ່ງນັ້ນ ເຮົາ​ບອກ​ພວກເຈົ້າ​ວ່າ: ຈົ່ງ​ຂໍ​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ, ຈົ່ງ​ສະແຫວງ​ຫາ​ແລ້ວ​ພວກເຈົ້າ​ຈະ​ພົບ, ຈົ່ງ​ເຄາະ​ແລ້ວ​ປະຕູ​ຈະ​ເປີດ​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="10">ເພາະ​ທຸກຄົນ​ທີ່​ຂໍ​ກໍ​ໄດ້​ຮັບ, ທຸກຄົນ​ທີ່​ສະແຫວງ​ຫາ​ກໍ​ໄດ້​ພົບ, ແລະ ທຸກຄົນ​ທີ່​ເຄາະ ປະຕູ​ກໍ​ຈະ​ເປີດ​ໃຫ້.</verse>
				<verse number="11">“ມີ​ຜູ້ໃດ​ໃນ​ພວກເຈົ້າ​ທີ່​ເປັນ​ພໍ່ ຖ້າ​ລູກຊາຍ​ຂໍ ​ປາ​ກໍ​ຈະ​ເອົາ​ງູ​ໃຫ້​ແທນ?</verse>
				<verse number="12">ຫລື ຖ້າ​ລູກ​ຂໍ​ໄຂ່​ກໍ​ຈະ​ເອົາ​ແມງງອດ​ໃຫ້?</verse>
				<verse number="13">ເຫດສະນັ້ນ ເຖິງແມ່ນວ່າ​ພວກເຈົ້າ​ຜູ້​ເປັນ​ຄົນຊົ່ວ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງ​ຕົນ, ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ໃນ​ສະຫວັນ​ຈະ​ໃຫ້​ພຣະວິນຍານບໍລິສຸດເຈົ້າ​ແກ່​ບັນດາ​ຜູ້​ທີ່​ຂໍ​ຈາກ​ພຣະອົງ​ຫລາຍ​ກວ່າ​ນັ້ນ​ຈັກ​ເທົ່າ​ໃດ!”</verse>
				<verse number="14">ພຣະເຢຊູເຈົ້າ​ກຳລັງ​ຂັບໄລ່​ຜີປາກກືກ​ໂຕ​ໜຶ່ງ​ອອກ, ເມື່ອ​ຜີປາກກືກ​ອອກ​ໄປ​ແລ້ວ ຄົນ​ປາກກືກ​ນັ້ນ​ຈຶ່ງ​ເວົ້າ​ໄດ້ ແລະ ປະຊາຊົນ​ຕ່າງ​ກໍ​ປະຫລາດໃຈ.</verse>
				<verse number="15">ແຕ່​ບາງຄົນ​ໃນ​ພວກເຂົາ​ເວົ້າ​ວ່າ, “ໂດຍ ອຳນາດ​ເບເອນເຊບູນ ​ນາຍ​ຂອງ​ຜີມານຮ້າຍ ລາວ​ຈຶ່ງ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້”.</verse>
				<verse number="16">ສ່ວນ​ຄົນ​ອື່ນ​ນັ້ນ​ກໍ​ໄດ້​ທົດລອງ​ພຣະອົງ​ໂດຍ​ຂໍ​ໃຫ້​ພຣະອົງ​ສະແດງ​ໝາຍສຳຄັນ​ຢ່າງ​ໜຶ່ງ​ຈາກ​ສະຫວັນ.</verse>
				<verse number="17">ພຣະເຢຊູເຈົ້າ​ຮູ້​ຄວາມຄິດ​ຂອງ​ພວກເຂົາ ແລະ ຈຶ່ງ​ກ່າວ​ກັບ​ພວກເຂົາ​ວ່າ: “ອານາຈັກ​ໃດ​ແຕກແຍກ​ຕໍ່ສູ້​ກັນ​ເອງ​ກໍ​ຈະ​ຖືກ​ທຳລາຍ ແລະ ຄອບຄົວ​ໃດ​ແຕກແຍກ​ຕໍ່ສູ້​ກັນ​ເອງ​ກໍ​ຈະ​ຫລົ້ມຈົມ.</verse>
				<verse number="18">ຖ້າ​ມານຊາຕານ​ແຕກແຍກ​ຕໍ່ສູ້​ກັນ​ເອງ, ອານາຈັກ​ຂອງ​ມັນ​ຈະ​ຕັ້ງໝັ້ນຄົງ​ຢູ່​ໄດ້​ຢ່າງໃດ? ເຮົາ​ເວົ້າ​ຢ່າງ​ນີ້​ເພາະ​ເຈົ້າ​ເວົ້າ​ວ່າ​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້​ໂດຍ​ເບເອນເຊບູນ.</verse>
				<verse number="19">ຖ້າ​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ອຳນາດ​ຂອງ​ເບເອນເຊບູນ ແລ້ວ​ພວກ​ລູກສິດ​ຂອງ​ພວກເຈົ້າ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ອຳນາດ​ຂອງ​ຜູ້ໃດ? ດ້ວຍເຫດນີ້, ພວກເຂົາ​ຈະ​ເປັນ​ຜູ້ຕັດສິນ​ພວກເຈົ້າ.</verse>
				<verse number="20">ແຕ່​ຖ້າ​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ນິ້ວມື​ຂອງ​ພຣະເຈົ້າ, ດັ່ງນັ້ນ ອານາຈັກ​ຂອງ​ພຣະເຈົ້າ​ກໍ​ມາ​ເຖິງ​ພວກເຈົ້າ​ແລ້ວ.</verse>
				<verse number="21">“ເມື່ອ​ຄົນແຂງແຮງ​ຜູ້​ໜຶ່ງ​ຖື​ອາວຸດ​ຄົບຊຸດ ແລະ ເຝົ້າ​ລະວັງ​ເຮືອນ​ຂອງ​ຕົນ​ຢູ່, ຊັບສິນ​ຂອງ​ລາວ​ທັງໝົດ​ກໍ​ປອດໄພ.</verse>
				<verse number="22">ແຕ່​ເມື່ອ​ມີ​ຄົນ​ທີ່​ແຂງແຮງ​ກວ່າ​ເຂົ້າ​ມາ​ໂຈມຕີ ແລະ ເອົາ​ຊະນະ​ລາວ​ໄດ້, ຄົນ​ນັ້ນ​ກໍ​ຈະ​ເອົາ​ອາວຸດ​ທັງໝົດ​ທີ່​ເຈົ້າຂອງ​ເຮືອນ​ໄວ້ໃຈ​ນັ້ນ​ໄປ ແລະ ແບ່ງປັນ​ສິ່ງຂອງ​ທີ່​ຢຶດ​ມາ​ໄດ້.</verse>
				<verse number="23">“ຜູ້ໃດ​ບໍ່​ຢູ່​ຝ່າຍ​ເຮົາ​ກໍ​ຕໍ່ສູ້​ເຮົາ, ແລະ ຜູ້ໃດ​ບໍ່​ຮວມເຂົ້າ​ກັນ​ກັບ​ເຮົາ ກໍ​ເປັນ​ຜູ້​ເຮັດ​ໃຫ້​ກະຈັດກະຈາຍ​ໄປ.</verse>
				<verse number="24">“ເມື່ອ​ວິນຍານສົກກະປົກ​ອອກ​ຈາກ​ຄົນ​ແລ້ວ, ມັນ​ກໍ​ໄປ​ທົ່ວ​ບ່ອນ​ແຫ້ງແລ້ງ​ເພື່ອ​ຊອກຫາ​ບ່ອນຢູ່ ແລະ ເມື່ອ​ຊອກຫາ​ບ່ອນຢູ່​ບໍ່​ພົບ, ມັນ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ກັບ​ຄືນ​ໄປ​ເຮືອນ​ທີ່​ເຮົາ​ໄດ້​ອອກ​ມາ’.</verse>
				<verse number="25">ເມື່ອ​ມັນ​ມາ​ເຖິງ​ກໍ​ພົບ​ວ່າ​ເຮືອນ​ນັ້ນ​ປັດກວາດ​ສະອາດ ແລະ ຈັດ​ເປັນ​ລະບຽບຮຽບຮ້ອຍ​ແລ້ວ.</verse>
				<verse number="26">ມັນ​ຈຶ່ງ​ອອກ​ໄປ​ນຳ​ເອົາ​ວິນຍານຊົ່ວ​ອື່ນໆ​ອີກ​ເຈັດ​ໂຕ​ທີ່​ຊົ່ວຮ້າຍ​ກວ່າ​ມັນ​ອີກ ແລ້ວ​ພວກມັນ​ກໍ​ໄດ້​ເຂົ້າ​ໄປ​ອາໄສ​ຢູ່​ທີ່​ເຮືອນ​ນັ້ນ ແລະ ໃນທີ່ສຸດ​ສະພາບ​ຂອງ​ຄົນ​ນັ້ນ​ກໍ​ຊົ່ວຮ້າຍ​ລົງ​ກວ່າ​ຕອນ​ຕົ້ນ​ອີກ”.</verse>
				<verse number="27">ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ສິ່ງ​ເຫລົ່ານີ້​ຢູ່, ກໍ​ມີ​ຍິງ​ຄົນ​ໜຶ່ງ​ໃນ​ຝູງຊົນ​ຮ້ອງ​ຂຶ້ນ​ວ່າ, “ພຣະພອນ​ມີ​ແກ່​ແມ່​ຜູ້​ໃຫ້​ກຳເນີດ​ທ່ານ ແລະ ລ້ຽງດູ​ທ່ານ”.</verse>
				<verse number="28">ພຣະອົງ​ຕອບ​ວ່າ, “ພຣະພອນ​ມີ​ແກ່​ບັນດາ​ຜູ້​ທີ່​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະເຈົ້າ ແລະ ເຊື່ອຟັງ​ຫລາຍ​ກວ່າ”.</verse>
				<verse number="29">ຂະນະ​ທີ່​ປະຊາຊົນ​ມາ​ເຕົ້າໂຮມ​ກັນ​ຫລາຍ​ຂຶ້ນ, ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ຄົນ​ໃນ​ຍຸກ​ນີ້​ຊົ່ວຮ້າຍ. ພວກເຂົາ​ຂໍ​ແຕ່​ໝາຍສຳຄັນ, ແຕ່​ຈະ​ບໍ່​ໃຫ້​ໝາຍສຳຄັນ​ໃດ ນອກຈາກ​ໝາຍສຳຄັນ​ຂອງ​ໂຢນາ.</verse>
				<verse number="30">ເພາະ​ໂຢນາ​ເປັນ​ໝາຍສຳຄັນ​ແກ່​ຊາວ​ນີເນເວ, ບຸດມະນຸດ​ກໍ​ເປັນ​ໝາຍສຳຄັນ​ແກ່​ຄົນ​ຍຸກ​ນີ້​ເໝືອນກັນ.</verse>
				<verse number="31">ໃນ​ວັນ​ພິພາກສາ, ລາຊີນີ​ຈາກ​ທິດໃຕ້​ຈະ​ລຸກຂຶ້ນ​ພ້ອມ​ກັບ​ຄົນ​ຍຸກ​ນີ້ ແລະ ຈະ​ກ່າວໂທດ​ພວກເຂົາ, ເພາະ​ນາງ​ໄດ້​ເດີນທາງ​ມາ​ຈາກ​ສຸດປາຍ​ແຜ່ນດິນໂລກ​ເພື່ອ​ມາ​ຟັງ​ສະຕິປັນຍາ​ຂອງ​ໂຊໂລໂມນ, ແລະ ບັດນີ້ ຜູ້ ​ທີ່​ຍິ່ງໃຫຍ່​ກວ່າ​ໂຊໂລໂມນ​ກໍ​ຢູ່​ທີ່​ນີ້.</verse>
				<verse number="32">ໃນ​ວັນ​ພິພາກສາ, ຊາວ​ເມືອງ​ນີເນເວ​ຈະ​ຢືນ​ຂຶ້ນ​ພ້ອມ​ກັບ​ຄົນ​ຍຸກ​ນີ້ ແລະ ຈະ​ກ່າວໂທດ​ພວກເຂົາ ເພາະ​ຊາວ​ນີເນເວ​ໄດ້​ຖິ້ມໃຈເກົ່າເອົາໃຈໃໝ່​ເພາະ​ຄຳເທດສະໜາ​ຂອງ​ໂຢນາ, ແລະ ບັດນີ້ ຜູ້​ທີ່​ຍິ່ງໃຫຍ່​ກວ່າ​ໂຢນາ​ກໍ​ຢູ່​ທີ່​ນີ້.</verse>
				<verse number="33">“ບໍ່​ມີ​ຜູ້ໃດ​ໄຕ້​ຕະກຽງ​ແລ້ວ​ຕັ້ງ​ໄວ້​ໃນ​ບ່ອນ​ລັບ​ບັງ ຫລື ເອົາ​ກະບຸງ​ມາ​ງວາມ​ໄວ້, ແຕ່​ພວກເຂົາ​ຈະ​ຕັ້ງ​ໄວ້​ເທິງ​ຫລັກຕະກຽງ ເພື່ອ​ວ່າ​ຄົນ​ທັງຫລາຍ​ທີ່​ເຂົ້າ​ມາ​ຈະ​ໄດ້​ເຫັນ​ແສງສະຫວ່າງ.</verse>
				<verse number="34">ຕາ​ຂອງ​ເຈົ້າ​ເປັນ​ຕະກຽງ​ຂອງ​ຮ່າງກາຍ. ເມື່ອ​ຕາ​ຂອງ​ເຈົ້າ​ປົກກະຕິ​ດີ, ຮ່າງກາຍ​ຂອງ​ເຈົ້າ​ທຸກ​ສ່ວນ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມສະຫວ່າງ. ແຕ່​ເມື່ອ​ຕາ​ຂອງ​ເຈົ້າ​ຜິດ​ປົກກະຕິ, ຮ່າງກາຍ​ຂອງ​ເຈົ້າ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມມືດ​ເໝືອນກັນ.</verse>
				<verse number="35">ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ​ຢ່າ​ໃຫ້​ຄວາມສະຫວ່າງ​ທີ່​ມີ​ຢູ່​ໃນ​ເຈົ້າ​ນັ້ນ​ມືດ​ໄປ.</verse>
				<verse number="36">ເຫດສະນັ້ນ ຖ້າ​ຮ່າງກາຍ​ຂອງ​ເຈົ້າ​ທຸກ​ສ່ວນ​ເຕັມ​ໄປ​ດ້ວຍ​ຄວາມສະຫວ່າງ ແລະ ບໍ່​ມີ​ສ່ວນ​ໃດ​ໃນ​ຄວາມມືດ, ຮ່າງກາຍ​ຂອງ​ເຈົ້າ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມສະຫວ່າງ​ເໝືອນດັ່ງ​ເວລາ​ທີ່​ແສງ​ຕະກຽງ​ສ່ອງ​ມາ​ໃສ່​ເຈົ້າ”.</verse>
				<verse number="37">ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຈົບ​ແລ້ວ, ກໍ​ມີ​ຄົນ​ຟາຣີຊາຍ​ຜູ້​ໜຶ່ງ​ເຊີນ​ພຣະອົງ​ໄປ​ຮ່ວມ​ກິນ​ອາຫານ​ກັບ​ລາວ, ພຣະອົງ​ຈຶ່ງ​ເຂົ້າ​ໄປ ແລະ ນັ່ງເອນໂຕ​ລົງ​ຢູ່​ທີ່​ໂຕະ.</verse>
				<verse number="38">ແຕ່​ຄົນ​ຟາຣີຊາຍ​ຜູ້​ນັ້ນ​ກໍ​ແປກໃຈ​ເມື່ອ​ສັງເກດ​ເຫັນ​ວ່າ​ພຣະອົງ​ບໍ່​ໄດ້​ລ້າງ​ມື​ກ່ອນ​ກິນ​ອາຫານ.</verse>
				<verse number="39">ແລ້ວ​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ກັບ​ລາວ​ວ່າ, “ບັດນີ້, ເຈົ້າ ພວກ​ຟາຣີຊາຍ​ເອີຍ, ພວກເຈົ້າ​ລ້າງ​ຈອກ ແລະ ຖ້ວຍຊາມ​ໃຫ້​ສະອາດ​ແຕ່​ພາຍນອກ ແຕ່​ພາຍໃນ​ຂອງ​ພວກເຈົ້າ​ນັ້ນ​ເຕັມ​ໄປ​ດ້ວຍ​ຄວາມໂລບ ແລະ ຄວາມ​ຊົ່ວຮ້າຍ.</verse>
				<verse number="40">ພວກ​ຄົນໂງ່​ເອີຍ! ພຣະເຈົ້າ​ຜູ້​ທີ່​ສ້າງ​ພາຍນອກ​ກໍ​ສ້າງ​ພາຍໃນ​ເໝືອນກັນ​ບໍ່​ແມ່ນ​ບໍ?</verse>
				<verse number="41">ແຕ່​ບັດນີ້​ສິ່ງ​ທີ່​ມີ​ຢູ່​ພາຍໃນ​ພວກເຈົ້າ ​ຈົ່ງ​ເຜື່ອແຜ່​ແກ່​ຄົນທຸກຍາກ ແລ້ວ​ທຸກສິ່ງ​ກໍ​ຈະ​ສະອາດ​ສຳລັບ​ເຈົ້າ.</verse>
				<verse number="42">“ວິບັດ​ແກ່​ພວກເຈົ້າ ພວກ​ຟາຣີຊາຍ​ເອີຍ, ເພາະ​ພວກເຈົ້າ​ຖວາຍ​ໜຶ່ງສ່ວນສິບ​ຂອງ​ຜັກຫອມລາບ, ຜັກຣູ ແລະ ຜັກ​ສະໝຸນໄພ​ອື່ນໆ​ທຸກ​ຊະນິດ​ຂອງ​ພວກເຈົ້າ​ໃຫ້​ແກ່​ພຣະເຈົ້າ, ແຕ່​ພວກເຈົ້າ​ໄດ້​ລະເລີຍ​ຄວາມຍຸຕິທຳ ແລະ ຄວາມຮັກ​ຂອງ​ພຣະເຈົ້າ. ພວກເຈົ້າ​ຄວນ​ປະຕິບັດ​ສິ່ງ​ຕໍ່ມາ​ໂດຍ​ບໍ່​ປະຖິ້ມ​ສິ່ງ​ທຳອິດ.</verse>
				<verse number="43">“ວິບັດ​ແກ່​ພວກເຈົ້າ ພວກ​ຟາຣີຊາຍ, ເພາະ​ພວກເຈົ້າ​ມັກ​ບ່ອນນັ່ງ​ທີ່​ສຳຄັນ​ທີ່ສຸດ​ໃນ​ທຳມະສາລາ ແລະ ມັກ​ໃຫ້​ຄົນ​ມາ​ຄຳນັບ​ທັກທາຍ​ໃນ​ບ່ອນຊຸມນຸມຊົນ.</verse>
				<verse number="44">“ວິບັດ​ແກ່​ພວກເຈົ້າ ເພາະ​ພວກເຈົ້າ​ເປັນ​ເໝືອນ​ຂຸມຝັງສົບ​ທີ່​ບໍ່​ມີ​ເຄື່ອງໝາຍ​ໄວ້, ເຊິ່ງ​ຄົນ​ທັງຫລາຍ​ຍ່າງ​ຢຽບ​ໄປ​ມາ​ໂດຍ​ບໍ່​ຮູ້​ວ່າ​ເປັນ​ຂຸມຝັງສົບ”.</verse>
				<verse number="45">ພວກ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ຄົນ​ໜຶ່ງ​ໄດ້​ຕອບ​ພຣະອົງ​ວ່າ, “ທ່ານ​ອາຈານ​ເອີຍ, ເມື່ອ​ທ່ານ​ກ່າວ​ສິ່ງ​ເຫລົ່ານີ້ ທ່ານ​ກໍ​ໝິ່ນປະໝາດ​ພວກເຮົາ​ເໝືອນກັນ”.</verse>
				<verse number="46">ພຣະເຢຊູເຈົ້າ​ຕອບ​ວ່າ, “ວິບັດ​ແກ່​ພວກເຈົ້າ ພວກ​ຜູ້ຊຳນານ​ດ້ານ​ກົດບັນຍັດ, ເພາະວ່າ​ພວກເຈົ້າ​ວາງ​ພາລະໜັກ​ທີ່​ແບກ​ເກືອບ​ບໍ່​ໄຫວ​ແກ່​ຄົນ​ອື່ນ, ສ່ວນ​ພວກເຈົ້າ​ເອງ​ແມ່ນ​ແຕ່​ມື​ນິ້ວ​ດຽວ​ກໍ​ບໍ່​ຍົກ​ຊ່ວຍ​ພວກເຂົາ.</verse>
				<verse number="47">“ວິບັດ​ແກ່​ພວກເຈົ້າ ເພາະ​ພວກເຈົ້າ​ສ້າງ​ອຸບມຸງ​ຝັງສົບ​ໃຫ້​ບັນດາ​ຜູ້ທຳນວາຍ ແລະ ບັນພະບຸລຸດ​ຂອງ​ພວກເຈົ້າ​ເອງ​ທີ່​ໄດ້​ຂ້າ​ພວກເຂົາ.</verse>
				<verse number="48">ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ເປັນພະຍານ​ໄດ້​ວ່າ​ພວກເຈົ້າ​ເຫັນພ້ອມ​ກັບ​ສິ່ງ​ທີ່​ບັນພະບຸລຸດ​ຂອງ​ຕົນ​ໄດ້​ເຮັດ​ໄວ້. ພວກເຂົາ​ໄດ້​ຂ້າ​ພວກຜູ້ທຳນວາຍ, ສ່ວນ​ພວກເຈົ້າ​ກໍ​ເປັນ​ຜູ້​ສ້າງ​ຂຸມຝັງສົບ​ໃຫ້​ພວກເຂົາ.</verse>
				<verse number="49">ເພາະ​ດ້ວຍເຫດນີ້ ພຣະເຈົ້າ​ຈຶ່ງ​ກ່າວ​ດ້ວຍ​ປັນຍາ​ຂອງ​ພຣະອົງ​ວ່າ, ‘ເຮົາ​ຈະ​ໃຊ້​ພວກ​ຜູ້ທຳນວາຍ ແລະ ພວກ​ອັກຄະສາວົກ​ໄປ​ຫາ​ພວກເຂົາ ເຊິ່ງ​ບາງຄົນ​ຈະ​ຖືກ​ພວກເຂົາ​ຂ້າ ແລະ ບາງຄົນ​ຈະ​ຖືກ​ພວກເຂົາ​ຂົ່ມເຫັງ’.</verse>
				<verse number="50">ເຫດສະນັ້ນ ຄົນ​ໃນ​ຍຸກ​ນີ້​ຈະ​ຕ້ອງ​ໄດ້​ຮັບຜິດຊອບ​ເລືອດ​ຂອງ​ຜູ້ທຳນວາຍ​ທັງໝົດ​ທີ່​ໄຫລ​ອອກ​ຕັ້ງແຕ່​ເລີ່ມ​ສ້າງ​ໂລກ,</verse>
				<verse number="51">ນັບ​ຈາກ​ເລືອດ​ຂອງ​ອາເບັນ​ຈົນ​ເຖິງ​ເລືອດ​ຂອງ​ເຊກາຣີຢາ, ຜູ້​ທີ່​ຖືກ​ຂ້າ​ລະຫວ່າງ​ແທ່ນບູຊາ​ກັບ​ວິຫານ. ເຮົາ​ບອກ​ພວກເຈົ້າ​ວ່າ, ຄົນ​ໃນ​ຍຸກ​ນີ້​ຈະ​ຕ້ອງ​ຮັບຜິດຊອບ​ສິ່ງ​ທັງໝົດ​ນີ້.</verse>
				<verse number="52">“ວິບັດ​ແກ່​ພວກເຈົ້າ ພວກ​ຜູ້ຊຳນານ​ດ້ານ​ກົດບັນຍັດ, ເພາະ​ພວກເຈົ້າ​ໄດ້​ເອົາ​ກະແຈ​ແຫ່ງ​ຄວາມຮູ້​ໄປ, ພວກເຈົ້າ​ເອງ​ບໍ່​ເຂົ້າ​ໄປ​ແລ້ວ​ຍັງ​ຂັດຂວາງ​ຄົນ​ເຫລົ່ານັ້ນ​ທີ່​ກຳລັງ​ເຂົ້າ​ໄປ”.</verse>
				<verse number="53">ເມື່ອ​ພຣະເຢຊູເຈົ້າ​ອອກໄປ​ຂ້າງນອກ, ພວກ​ຟາຣີຊາຍ​ກັບ​ພວກ​ຄູສອນກົດບັນຍັດ​ກໍ​ເລີ່ມ​ຕໍ່ຕ້ານ​ພຣະອົງ​ຢ່າງ​ຮຸນແຮງ ແລະ ເລີ່ມ​ພາກັນ​ຕັ້ງ​ຄຳຖາມ​ໃສ່​ພຣະອົງ,</verse>
				<verse number="54">ເພື່ອ​ຄອຍຖ້າ​ຈັບຜິດ​ສິ່ງ​ທີ່​ພຣະອົງ​ຈະ​ເວົ້າ.</verse>
			</chapter>
			<chapter number="12">
				<verse number="1">ໃນ​ຂະນະ​ດຽວກັນ​ນັ້ນ, ເມື່ອ​ປະຊາຊົນ​ຫລາຍ​ພັນ​ຄົນ​ມາ​ເຕົ້າໂຮມ​ກັນ ຈົນ​ພວກເຂົາ​ບຽດ​ກັນ​ຢູ່​ນັ້ນ, ພຣະເຢຊູເຈົ້າ​ກໍ​ເລີ່ມຕົ້ນ​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ: “ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ຄື​ຄວາມ​ໜ້າຊື່ໃຈຄົດ.</verse>
				<verse number="2">ບໍ່​ມີ​ສິ່ງໃດ​ທີ່​ຖືກ​ປິດບັງ​ໄວ້​ຈະ​ບໍ່​ຖືກ​ເປີດເຜີຍ ຫລື ເຊື່ອງຊ້ອນ​ໄວ້​ຈະ​ບໍ່​ຖືກ​ເປີດເຜີຍ​ໃຫ້​ຮູ້.</verse>
				<verse number="3">ສິ່ງ​ທີ່​ພວກເຈົ້າ​ກ່າວ​ໃນ​ບ່ອນ​ມືດ​ຈະ​ໄດ້​ຍິນ​ໃນ​ບ່ອນ​ແຈ້ງ, ແລະ ສິ່ງ​ທີ່​ພວກເຈົ້າ​ຊິ່ມ​ໃສ່​ຫູ​ຢູ່​ໃນ​ຫ້ອງ​ດ້ານ​ໃນ ກໍ​ຈະ​ຖືກ​ປະກາດ​ຈາກ​ຫລັງຄາ.</verse>
				<verse number="4">“ມິດສະຫາຍ​ຂອງ​ເຮົາ​ເອີຍ, ເຮົາ​ບອກ​ພວກເຈົ້າ​ວ່າ, ຢ່າ​ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ ແລ້ວ​ຫລັງຈາກ​ນັ້ນ​ກໍ​ເຮັດ​ສິ່ງໃດ​ບໍ່​ໄດ້​ອີກ.</verse>
				<verse number="5">ແຕ່​ເຮົາ​ຈະ​ສະແດງ​ໃຫ້​ພວກເຈົ້າ​ເຫັນ​ວ່າ​ພວກເຈົ້າ​ຄວນ​ຢ້ານ​ຜູ້ໃດ​ຄື: ຈົ່ງ​ຢ້ານ​ພຣະອົງ​ຜູ້​ທີ່​ຈະ​ຂ້າ​ຮ່າງກາຍ​ຂອງ​ເຈົ້າ​ແລ້ວ​ກໍ​ຍັງ​ມີ​ສິດອຳນາດ​ທີ່​ຈະ​ຖິ້ມ​ພວກເຈົ້າ​ລົງ​ນະລົກ​ໄດ້. ເຮົາ​ບອກ​ພວກເຈົ້າ​ວ່າ, ແມ່ນ​ແລ້ວ ຈົ່ງ​ຢ້ານ​ພຣະອົງ.</verse>
				<verse number="6">ນົກຈອກ​ຫ້າ​ໂຕ​ຂາຍ​ລາຄາ​ສອງ​ອັດ​ບໍ່​ແມ່ນ​ບໍ? ເຖິງ​ປານ​ນັ້ນ​ກໍ​ບໍ່​ມີ​ຈັກໂຕ​ທີ່​ພຣະເຈົ້າ​ລືມ.</verse>
				<verse number="7">ແມ່ນ​ແຕ່​ຜົມ​ທຸກ​ເສັ້ນ​ຢູ່​ເທິງ​ຫົວ​ຂອງ​ພວກເຈົ້າ​ກໍ​ຖືກ​ນັບ​ໄວ້​ທັງໝົດ​ແລ້ວ. ຢ່າ​ຢ້ານ​ເລີຍ, ພວກເຈົ້າ​ມີ​ຄ່າ​ຫລາຍ​ກວ່າ​ນົກຈອກ​ຫລາຍ​ໂຕ.</verse>
				<verse number="8">“ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ກໍ​ຕາມ​ຍອມຮັບ​ເຮົາ​ຕໍ່ໜ້າ​ມະນຸດ, ບຸດມະນຸດ​ກໍ​ຈະ​ຍອມຮັບ​ຜູ້​ນັ້ນ​ຕໍ່ໜ້າ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ເໝືອນກັນ.</verse>
				<verse number="9">ແຕ່​ຜູ້ໃດ​ທີ່​ປະຕິເສດ​ເຮົາ​ຕໍ່ໜ້າ​ມະນຸດ ຜູ້​ນັ້ນ​ກໍ​ຈະ​ຖືກ​ປະຕິເສດ​ຕໍ່ໜ້າ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ເໝືອນກັນ.</verse>
				<verse number="10">ແລະ ຜູ້ໃດ​ທີ່​ເວົ້າ​ຄຳ​ໜຶ່ງ​ຕໍ່ສູ້​ບຸດມະນຸດ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ, ແຕ່​ຜູ້ໃດ​ທີ່​ເວົ້າ​ໝິ່ນປະໝາດ​ຕໍ່ສູ້​ພຣະວິນຍານບໍລິສຸດເຈົ້າ ຜູ້​ນັ້ນ​ຈະ​ບໍ່​ໄດ້​ຮັບ​ການ​ອະໄພ.</verse>
				<verse number="11">“ເມື່ອ​ພວກເຈົ້າ​ຖືກ​ນຳ​ເຂົ້າໄປ​ຢູ່​ຕໍ່ໜ້າ​ທຳມະສາລາ, ບັນດາ​ຜູ້ປົກຄອງ ຫລື ຜູ້​ມີ​ສິດອຳນາດ, ຢ່າ​ຄິດ​ກະວົນກະວາຍ​ວ່າ​ພວກເຈົ້າ​ຈະ​ປ້ອງກັນ​ຕົນ​ເອງ​ຢ່າງໃດ ຫລື ຈະ​ເວົ້າ​ສິ່ງໃດ,</verse>
				<verse number="12">ເພາະ​ໃນ​ເວລາ​ນັ້ນ​ພຣະວິນຍານບໍລິສຸດເຈົ້າ​ຈະ​ສອນ​ພວກເຈົ້າ​ວ່າ​ພວກເຈົ້າ​ຄວນ​ເວົ້າ​ສິ່ງໃດ”.</verse>
				<verse number="13">ມີ​ຄົນ​ໜຶ່ງ​ໃນ​ປະຊາຊົນ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ, “ທ່ານ​ອາຈານ, ຊ່ວຍ​ບອກ​ອ້າຍ​ຂອງ​ຂ້ານ້ອຍ​ໃຫ້​ແບ່ງປັນ​ມໍລະດົກ​ແກ່​ຂ້ານ້ອຍ​ດ້ວຍ”.</verse>
				<verse number="14">ພຣະເຢຊູເຈົ້າ​ຕອບ​ວ່າ, “ຊາຍ​ເອີຍ, ຜູ້ໃດ​ຕັ້ງ​ເຮົາ​ໃຫ້​ເປັນ​ຜູ້ພິພາກສາ ຫລື ເປັນ​ຜູ້​ແບ່ງ​ມໍລະດົກ​ລະຫວ່າງ​ພວກເຈົ້າ?”</verse>
				<verse number="15">ແລ້ວ​ພຣະອົງ​ຈຶ່ງ​ກ່າວ​ກັບ​ພວກເຂົາ​ວ່າ, “ຈົ່ງ​ລະວັງ​ໃຫ້​ດີ! ຈົ່ງ​ຮັກສາ​ໂຕ​ໄວ້​ໃຫ້​ພົ້ນ​ຈາກ​ຄວາມໂລບ​ທຸກ​ຢ່າງ, ເພາະ​ຊີວິດ​ຂອງ​ມະນຸດ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ຊັບສິ່ງຂອງ​ອັນ​ອຸດົມສົມບູນ”.</verse>
				<verse number="16">ແລະ ພຣະອົງ​ໄດ້​ບອກ​ຄຳອຸປະມາ​ນີ້​ແກ່​ພວກເຂົາ​ວ່າ, “ທີ່​ດິນ​ຂອງ​ເສດຖີ​ຄົນ​ໜຶ່ງ​ໄດ້​ໃຫ້​ຜົນລະປູກ​ຢ່າງ​ອຸດົມສົມບູນ.</verse>
				<verse number="17">ລາວ​ຈຶ່ງ​ຄິດ​ໃນ​ໃຈ​ວ່າ, ‘ເຮົາ​ຈະ​ເຮັດ​ແນວໃດ​ດີ? ເຮົາ​ບໍ່​ມີ​ບ່ອນ​ທີ່​ຈະ​ເກັບ​ຜົນລະປູກ​ທັງໝົດ​ນີ້​ໄວ້’.</verse>
				<verse number="18">“ແລ້ວ​ລາວ​ກໍ​ເວົ້າ​ວ່າ, ‘ເຮົາ​ຈະ​ເຮັດ​ດັ່ງນີ້​ຄື ເຮົາ​ຈະ​ມ້າງ​ເລົ້າ​ທັງຫລາຍ​ຂອງ​ເຮົາ​ລົງ​ແລ້ວ​ສ້າງ​ເລົ້າ​ໃໝ່​ຂຶ້ນ​ໃຫ້​ໃຫຍ່​ກວ່າ​ເກົ່າ ແລະ ຈະ​ເອົາ​ຜົນລະປູກ​ສວ່ນ​ທີ່​ເຫລືອ​ຂອງ​ເຮົາ​ເກັບ​ໄວ້​ຢູ່​ບ່ອນ​ນັ້ນ.</verse>
				<verse number="19">ແລ້ວ​ເຮົາ​ກໍ​ຈະ​ເວົ້າ​ກັບ​ຕົນ​ເອງ​ວ່າ, “ເຈົ້າ​ມີ​ຜົນລະປູກ​ເກັບ​ໄວ້​ພຽງພໍ​ສຳລັບ​ຫລາຍ​ປີ, ຈົ່ງ​ໃຊ້​ຊີວິດ​ໃຫ້​ສະບາຍ, ກິນ, ດື່ມ ແລະ ສະໜຸກສະໜານ​ສາ”’.</verse>
				<verse number="20">“ແຕ່​ພຣະເຈົ້າ​ກ່າວ​ແກ່​ລາວ​ວ່າ, ‘ຄົນໂງ່​ເອີຍ! ຄືນ​ນີ້​ຊີວິດ​ຂອງ​ເຈົ້າ​ຈະ​ຖືກ​ເອີ້ນ​ເອົາ​ຄືນ​ຈາກ​ເຈົ້າ. ແລ້ວ​ຜູ້ໃດ​ຈະ​ເປັນ​ຜູ້​ທີ່​ໄດ້​ຮັບ​ສິ່ງຂອງ​ທີ່​ເຈົ້າ​ຕຽມ​ໄວ້​ສຳລັບ​ເຈົ້າ​ເອງ?’</verse>
				<verse number="21">“ຜູ້ໃດ​ທີ່​ສະສົມ​ສິ່ງຂອງ​ໄວ້​ສຳລັບ​ຕົນ​ເອງ​ແຕ່​ບໍ່​ໄດ້​ຮັ່ງມີ​ເພື່ອ​ພຣະເຈົ້າ​ກໍ​ເປັນ​ຢ່າງ​ນີ້​ແຫລະ”.</verse>
				<verse number="22">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ກ່າວ​ພວກສາວົກ​ວ່າ, “ເຫດສະນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຢ່າ​ກະວົນກະວາຍ​ເຖິງ​ຊີວິດ​ຂອງ​ຕົນ​ວ່າ​ຈະ​ກິນ​ຫຍັງ ຫລື ຮ່າງກາຍ​ຂອງ​ຕົນ​ວ່າ​ຈະ​ນຸ່ງຫົ່ມ​ຫຍັງ.</verse>
				<verse number="23">ເພາະວ່າ​ຊີວິດ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ອາຫານ ແລະ ຮ່າງກາຍ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ເຄື່ອງນຸ່ງຫົ່ມ.</verse>
				<verse number="24">ຈົ່ງ​ພິຈາລະນາ​ເບິ່ງ​ຝູງ​ກາ: ພວກມັນ​ບໍ່​ໄດ້​ຫວ່ານ ຫລື ບໍ່​ໄດ້​ເກັບກ່ຽວ, ພວກມັນ​ບໍ່​ມີ​ບ່ອນ​ເກັບ​ສິ່ງຂອງ ຫລື ບໍ່​ມີ​ເລົ້າ, ແຕ່​ພຣະເຈົ້າ​ກໍ​ຍັງ​ລ້ຽງດູ​ພວກມັນ. ພວກເຈົ້າ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ຝູງ​ນົກ​ເຫລົ່ານັ້ນ!</verse>
				<verse number="25">ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ທີ່​ກະວົນກະວາຍ​ແລ້ວ​ສາມາດ​ຕໍ່​ຊີວິດ​ຂອງ​ຕົນ​ເອງ​ອອກ​ໄປ​ອີກ​ຈັກ​ຊົ່ວໂມງ​ໜຶ່ງ​ໄດ້?</verse>
				<verse number="26">ໃນ​ເມື່ອ​ພວກເຈົ້າ​ເຮັດ​ໃນ​ສິ່ງ​ເລັກນ້ອຍ​ນີ້​ບໍ່​ໄດ້​ແລ້ວ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກະວົນກະວາຍ​ເຖິງ​ສິ່ງ​ອື່ນໆ?</verse>
				<verse number="27">“ຈົ່ງ​ສັງເກດ​ເບິ່ງ​ວ່າ​ດອກໄມ້ປ່າ​ໃຫຍ່​ຂຶ້ນ​ມາ​ໄດ້​ຢ່າງໃດ, ມັນ​ບໍ່​ໄດ້​ອອກແຮງ ຫລື ເຂັນຝ້າຍ. ແຕ່​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ແມ່ນ​ແຕ່​ໂຊໂລໂມນ​ຜູ້​ທີ່​ເຕັມ​ໄປ​ດ້ວຍ​ສະຫງ່າລາສີ ກໍ​ຍັງ​ບໍ່​ໄດ້​ໃສ່​ເຄື່ອງນຸ່ງ​ທີ່​ງາມສະຫງ່າ​ເໝືອນ​ດອກໄມ້​ເຫລົ່ານີ້​ດອກ​ໜຶ່ງ.</verse>
				<verse number="28">ຖ້າ​ພຣະເຈົ້າ​ຕົບແຕ່ງ​ຕົ້ນຫຍ້າ​ທີ່​ຢູ່​ໃນ​ທົ່ງ ເຊິ່ງ​ເປັນຢູ່​ໃນ​ບ່ອນນີ້​ວັນນີ້ ແລະ ມື້ອື່ນ​ກໍ​ຈະ​ຕ້ອງ​ຖືກ​ຖິ້ມ​ລົງ​ໃສ່​ໄຟ, ພວກເຈົ້າ​ຜູ້​ມີຄວາມເຊື່ອນ້ອຍ​ເອີຍ! ພຣະອົງ​ຈະ​ບໍ່​ຕົບແຕ່ງ​ພວກເຈົ້າ​ຫລາຍ​ກວ່າ​ນັ້ນ​ອີກ​ບໍ?</verse>
				<verse number="29">ແລະ ຢ່າ​ກະວົນກະວາຍ​ວ່າ​ພວກເຈົ້າ​ຈະ​ກິນ​ຫຍັງ ຫລື ຈະ​ດື່ມ​ຫຍັງ.</verse>
				<verse number="30">ເພາະ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ທົ່ວ​ໂລກ​ກໍ​ສະແຫວງຫາ​ສິ່ງ​ທັງໝົດ​ເຫລົ່ານີ້ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຮູ້​ວ່າ​ພວກເຈົ້າ​ຕ້ອງການ​ສິ່ງ​ເຫລົ່ານີ້.</verse>
				<verse number="31">ແຕ່​ຈົ່ງ​ສະແຫວງຫາ​ອານາຈັກ​ຂອງ​ພຣະເຈົ້າ, ແລ້ວ​ພຣະອົງ​ຈະ​ມອບ​ສິ່ງ​ເຫລົ່ານີ້​ໃຫ້​ແກ່​ພວກເຈົ້າ​ດ້ວຍ.</verse>
				<verse number="32">“ແກະ​ຝູງ​ນ້ອຍ ຢ່າ​ຢ້ານ​ເລີຍ, ເພາະ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ພໍໃຈ​ທີ່​ຈະ​ມອບ​ອານາຈັກ​ນັ້ນ​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="33">ຈົ່ງ​ຂາຍ​ສິ່ງຂອງ​ທັງໝົດ​ທີ່​ພວກເຈົ້າ​ມີ ແລະ ບໍລິຈາກ​ແກ່​ຄົນທຸກຍາກ. ຈົ່ງ​ຈັດຕຽມ​ຖົງເງິນ​ທີ່​ບໍ່​ມີ​ມື້​ຫລຸ້ຍຫ້ຽນ​ໄວ້​ສຳລັບ​ຕົນ​ເອງ ຄື​ຊັບສົມບັດ​ໃນ​ສະຫວັນ​ທີ່​ບໍ່​ໝົດ​ຈັກເທື່ອ, ໃນ​ບ່ອນ​ທີ່​ບໍ່​ມີ​ໂຈນ​ເຂົ້າ​ໃກ້ ແລະ ບໍ່​ມີ​ມອດ​ມາ​ທຳລາຍ.</verse>
				<verse number="34">ເພາະ​ຊັບສົມບັດ​ຂອງ​ພວກເຈົ້າ​ຢູ່​ທີ່ໃດ, ໃຈ​ຂອງ​ພວກເຈົ້າ​ກໍ​ຢູ່​ທີ່​ນັ້ນ​ເໝືອນກັນ.</verse>
				<verse number="35">“ຈົ່ງ​ແຕ່ງກາຍ​ໃຫ້​ພ້ອມ​ເພື່ອ​ການຮັບໃຊ້ ແລະ ຮັກສາ​ບັນດາ​ຕະກຽງ​ຂອງ​ພວກເຈົ້າ​ໃຫ້​ລຸກ​ໄໝ້​ຢູ່,</verse>
				<verse number="36">ເໝືອນດັ່ງ​ຄົນຮັບໃຊ້​ທີ່​ກຳລັງ​ຄອຍຖ້າ​ຮັບ​ນາຍ​ຂອງ​ຕົນ​ທີ່​ຈະ​ກັບ​ຈາກ​ງານລ້ຽງ​ສະຫລອງ​ແຕ່ງງານ ເພື່ອວ່າ​ເມື່ອ​ນາຍ​ກັບ​ມາ ແລະ ເຄາະ​ປະຕູ ພວກເຂົາ​ຈະ​ເປີດ​ປະຕູ​ຮັບ​ນາຍ​ໄດ້​ທັນທີ.</verse>
				<verse number="37">ເປັນ​ຜົນ​ດີ​ສຳລັບ​ຄົນຮັບໃຊ້​ເຫລົ່ານັ້ນ​ທີ່​ນາຍ​ກັບ​ມາ​ແລ້ວ​ພົບ​ວ່າ​ພວກເຂົາ​ກຳລັງ​ຄອຍຖ້າ​ຢູ່. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ແຕ່ງກາຍ​ຂອງ​ຕົນ​ໃຫ້​ພ້ອມ​ທີ່​ຈະ​ຮັບໃຊ້ ແລະ ໃຫ້​ຄົນຮັບໃຊ້​ເຫລົ່ານັ້ນ​ນັ່ງລົງ​ທີ່​ໂຕະ ແລ້ວ​ນາຍ​ຈະ​ມາ​ຄອຍ​ບົວລະບັດ​ພວກເຂົາ.</verse>
				<verse number="38">ເປັນ​ຜົນ​ດີ​ສຳລັບ​ຄົນຮັບໃຊ້​ເຫລົ່ານັ້ນ​ທີ່​ເມື່ອ​ນາຍ​ພົບ​ວ່າ​ພວກເຂົາ​ຕຽມພ້ອມ​ຢູ່, ແມ່ນແຕ່​ນາຍ​ນັ້ນ​ມາ​ໃນ​ເວລາ​ທ່ຽງຄືນ ຫລື ຂ້ອນແຈ້ງ.</verse>
				<verse number="39">ແຕ່​ຈົ່ງ​ເຂົ້າໃຈ​ດັ່ງນີ້​ຄື: ຖ້າ​ເຈົ້າຂອງ​ເຮືອນ​ຮູ້​ກ່ອນ​ວ່າ​ຂະໂມຍ​ຈະ​ມາ​ໃນ​ຊົ່ວໂມງ​ໃດ, ລາວ​ກໍ​ຄົງ​ຈະ​ບໍ່​ປ່ອຍ​ໃຫ້​ຂະໂມຍ​ງັດ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຕົນ​ໄດ້.</verse>
				<verse number="40">ພວກເຈົ້າ​ຈະ​ຕ້ອງ​ຕຽມພ້ອມ​ເໝືອນກັນ ເພາະວ່າ​ບຸດມະນຸດ​ຈະ​ມາ​ໃນ​ເວລາ​ທີ່​ພວກເຈົ້າ​ບໍ່​ຄາດຄິດ”.</verse>
				<verse number="41">ແລ້ວ​ເປໂຕ​ກໍ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ກ່າວ​ຄຳອຸປະມາ​ນີ້​ແກ່​ພວກຂ້ານ້ອຍ ຫລື ແກ່​ທຸກຄົນ?”</verse>
				<verse number="42">ອົງພຣະຜູ້ເປັນເຈົ້າ​ຕອບ​ວ່າ, “ແມ່ນ​ຜູ້ໃດ​ເປັນ​ຜູ້ຈັດການ​ທີ່​ສັດຊື່ ແລະ ສະຫລາດ, ຜູ້​ທີ່​ນາຍ​ໄດ້​ຕັ້ງ​ໄວ້​ໃຫ້​ຮັບຜິດຊອບ​ຄົນຮັບໃຊ້​ຂອງ​ເພິ່ນ ເພື່ອ​ແຈກຢາຍ​ອາຫານ​ໃຫ້​ພວກເຂົາ​ຕາມ​ເວລາ?</verse>
				<verse number="43">ຈະ​ເປັນ​ຜົນ​ດີ​ສຳລັບ​ຄົນຮັບໃຊ້​ຜູ້​ນັ້ນ​ເມື່ອ​ນາຍ​ກັບ​ມາ​ພົບ​ວ່າ​ລາວ​ເຮັດ​ຕາມ​ໜ້າທີ່.</verse>
				<verse number="44">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ຕັ້ງ​ລາວ​ໃຫ້​ເປັນ​ຜູ້​ຮັບຜິດຊອບ​ຊັບສົມບັດ​ທັງໝົດ​ຂອງ​ນາຍ.</verse>
				<verse number="45">ແຕ່​ຖ້າ​ຄົນຮັບໃຊ້​ຄິດ​ໃນ​ໃຈ​ວ່າ, ‘ຍັງ​ອີກ​ດົນ​ທີ່​ນາຍ​ຂອງ​ຕົນ​ຈະ​ກັບມາ’ ລາວ​ຈຶ່ງ​ເລີ່ມ​ຂ້ຽນຕີ​ເພື່ອນ​ຄົນຮັບໃຊ້​ທັງ​ຜູ້ຊາຍ ແລະ ແມ່ຍິງ, ກິນ ແລະ ດື່ມ​ຈົນ​ເມົາ.</verse>
				<verse number="46">ນາຍ​ຂອງ​ຄົນຮັບໃຊ້​ຜູ້​ນັ້ນ​ຈະ​ກັບມາ​ໃນ​ວັນ​ທີ່​ລາວ​ບໍ່​ຄາດຄິດ ແລະ ໃນ​ເວລາ​ທີ່​ລາວ​ບໍ່​ຮູ້. ນາຍ​ຈະ​ຕັດ​ລາວ​ເປັນ​ຕ່ອນໆ ແລະ ຈັດ​ໃຫ້​ລາວ​ໄປ​ຢູ່​ໃນ​ບ່ອນ​ຂອງ​ຄົນ​ທີ່​ບໍ່ເຊື່ອ.</verse>
				<verse number="47">“ຄົນຮັບໃຊ້​ທີ່​ຮູ້ຈັກ​ໃຈ​ນາຍ​ແຕ່​ບໍ່​ໄດ້​ຕຽມພ້ອມ ແລະ ບໍ່​ເຮັດ​ໃນ​ສິ່ງ​ທີ່​ນາຍ​ຕ້ອງການ​ກໍ​ຈະ​ຕ້ອງ​ຖືກ​ຂ້ຽນຕີ​ຢ່າງ​ໜັກ.</verse>
				<verse number="48">ສ່ວນ​ຄົນ​ທີ່​ບໍ່​ຮູ້ຈັກ ແລະ ເຮັດ​ສິ່ງ​ທີ່​ສົມຄວນ​ຖືກ​ລົງໂທດ​ກໍ​ຈະ​ຖືກ​ຂ້ຽນ​ໜ້ອຍ. ທຸກຄົນ​ທີ່​ໄດ້​ຮັບ​ຫລາຍ​ຈະ​ຖືກ​ຮຽກຮ້ອງ​ເອົາ​ຈາກ​ຜູ້​ນັ້ນ​ຫລາຍ ແລະ ຄົນ​ທີ່​ໄດ້​ຮັບ​ມອບໝາຍ​ໄວ້​ຫລາຍ ກໍ​ຈະ​ຖືກ​ທວງ​ເອົາ​ຈາກ​ຜູ້​ນັ້ນ​ຫລາຍ.</verse>
				<verse number="49">“ເຮົາ​ມາ​ເພື່ອ​ນຳ​ເອົາ​ໄຟ​ມາ​ສູ່​ໂລກ ແລະ ເຮົາ​ປາຖະໜາ​ຢ່າງ​ທີ່​ຈະ​ໃຫ້​ໄຟ​ນັ້ນ​ລຸກ​ຂຶ້ນ​ແລ້ວ!</verse>
				<verse number="50">ແຕ່​ເຮົາ​ຈະ​ຕ້ອງ​ຜ່ານ​ບັບຕິສະມາ​ຢ່າງ​ໜຶ່ງ ແລະ ເຮົາ​ກໍ​ເປັນ​ທຸກໃຈ​ຫລາຍ​ຈົນ​ກວ່າ​ບັບຕິສະມາ​ນັ້ນ​ຈະ​ສຳເລັດ​ຄົບຖ້ວນ!</verse>
				<verse number="51">ພວກເຈົ້າ​ຄິດ​ວ່າ​ເຮົາ​ມາ​ເພື່ອ​ນຳ​ເອົາ​ສັນຕິສຸກ​ມາ​ສູ່​ໂລກ​ບໍ? ບໍ່​ເລີຍ, ເຮົາ​ບອກ​ພວກເຈົ້າ​ວ່າ​ເຮົາ​ນຳ​ເອົາ​ການ​ແຕກແຍກ​ມາ.</verse>
				<verse number="52">ນັບ​ແຕ່​ນີ້​ຕໍ່​ໄປ ຫ້າ​ຄົນ​ໃນ​ຄອບຄົວ​ດຽວ​ຈະ​ແຕກແຍກ​ກັນ​ຄື: ສາມ​ຕໍ່ສູ້​ສອງ ແລະ ສອງ​ຕໍ່ສູ້​ສາມ.</verse>
				<verse number="53">ພວກເຂົາ​ຈະ​ແຕກແຍກ​ກັນ, ພໍ່​ຈະ​ຕໍ່ສູ້​ລູກຊາຍ ແລະ ລູກຊາຍ​ຈະ​ຕໍ່ສູ້​ພໍ່, ແມ່​ຈະ​ຕໍ່ສູ້​ລູກສາວ ແລະ ລູກສາວ​ຈະ​ຕໍ່ສູ້​ແມ່, ແມ່ຍ່າ​ຈະ​ຕໍ່ສູ້​ລູກໃພ້ ແລະ ລູກໃພ້​ຈະ​ຕໍ່ສູ້​ແມ່ຍ່າ”.</verse>
				<verse number="54">ແລ້ວ​ພຣະອົງ​ກ່າວ​ແກ່​ປະຊາຊົນ​ອີກ​ວ່າ: “ເມື່ອ​ພວກເຈົ້າ​ທັງຫລາຍ​ເຫັນ​ເມກ​ກຳລັງ​ລອຍ​ຂຶ້ນ​ທາງ​ທິດຕາເວັນຕົກ ພວກເຈົ້າ​ກໍ​ເວົ້າ​ທັນທີ​ວ່າ, ‘ຝົນ​ກຳລັງ​ຈະ​ຕົກ’ ແລະ ຝົນ​ກໍ​ຕົກ.</verse>
				<verse number="55">ແລະ ເມື່ອ​ລົມ​ພັດ​ມາ​ທາງ​ທິດໃຕ້, ພວກເຈົ້າ​ກໍ​ເວົ້າ​ວ່າ, ‘ອາກາດ​ຈະ​ຮ້ອນ’ ແລະ ກໍ​ເປັນ​ດັ່ງນັ້ນ​ແທ້.</verse>
				<verse number="56">ພວກ​ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ຮູ້ຈັກ​ຕີຄວາມໝາຍ​ປາກົດການ​ຂອງ​ແຜ່ນດິນໂລກ ແລະ ທ້ອງຟ້າ. ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຮູ້​ຕີ​ຄວາມໝາຍ​ປາກົດການ​ຂອງ​ປັດຈຸບັນ​ນີ້?</verse>
				<verse number="57">“ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ບໍ່​ຕັດສິນ​ເອງ​ວ່າ​ສິ່ງໃດ​ຖືກຕ້ອງ?</verse>
				<verse number="58">ຂະນະ​ທີ່​ເຈົ້າ​ໄປ​ກັບ​ໂຈດ​ຂອງ​ເຈົ້າ​ເພື່ອ​ພົບ​ຜູ້ພິພາກສາ, ຈົ່ງ​ພະຍາຍາມ​ຫາ​ທາງ​ຕົກລົງ​ກັບ​ລາວ​ໃຫ້​ໄດ້​ເມື່ອ​ຍັງ​ຢູ່​ກາງທາງ, ໂຈດ​ຂອງ​ເຈົ້າ​ອາດ​ຈະ​ລາກ​ເຈົ້າ​ໄປ​ພົບ​ຜູ້ພິພາກສາ ແລະ ຜູ້ພິພາກສາ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ເຈົ້າໜ້າທີ່ ແລະ ເຈົ້າໜ້າທີ່​ຈະ​ຈັບ​ເຈົ້າ​ເຂົ້າ​ຄຸກ.</verse>
				<verse number="59">ເຮົາ​ບອກ​ເຈົ້າ​ວ່າ, ເຈົ້າ​ຈະ​ອອກ​ມາ​ບໍ່​ໄດ້​ຈົນກວ່າ​ເຈົ້າ​ຈະ​ໃຊ້​ໜີ້​ຄົບ”.</verse>
			</chapter>
			<chapter number="13">
				<verse number="1">ໃນ​ເວລາ​ນັ້ນ ມີ​ບາງຄົນ​ໄດ້​ບອກ​ພຣະເຢຊູເຈົ້າ​ກ່ຽວກັບ​ເລື່ອງ​ຊາວ​ຄາລີເລ​ກຸ່ມ​ໜຶ່ງ ເຊິ່ງ​ປີລາດ​ເຮັດ​ໃຫ້​ເລືອດ​ຂອງ​ພວກເຂົາ​ປົນ​ກັບ​ເຄື່ອງບູຊາ​ຂອງ​ພວກເຂົາ.</verse>
				<verse number="2">ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ຄິດ​ວ່າ​ຊາວ​ຄາລີເລ​ເຫລົ່ານັ້ນ​ເປັນ​ຄົນບາບ​ຫລາຍ​ກວ່າ​ຊາວ​ຄາລີເລ​ຄົນ​ອື່ນໆ​ທັງໝົດ​ເພາະ​ພວກເຂົາ​ຖືກ​ຄວາມທຸກລຳບາກ​ຢ່າງ​ນີ້​ບໍ?</verse>
				<verse number="3">ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ບໍ່​ແມ່ນ! ແຕ່​ຖ້າ​ພວກເຈົ້າ​ທັງຫລາຍ​ບໍ່​ຖິ້ມໃຈເກົ່າເອົາໃຈໃໝ່, ພວກເຈົ້າ​ກໍ​ຈະ​ຈິບຫາຍ​ໄປ​ເໝືອນກັນ.</verse>
				<verse number="4">ຫລື ສິບແປດ​ຄົນ​ເຫລົ່ານັ້ນ​ທີ່​ຕາຍ​ເມື່ອ​ຫໍຄອຍ​ສີໂລອາມ​ພັງ​ລົງ​ມາ​ທັບ​ພວກເຂົາ, ພວກເຈົ້າ​ຄິດ​ວ່າ​ພວກເຂົາ​ມີ​ຄວາມຜິດ​ຫລາຍ​ກວ່າ​ຄົນ​ອື່ນໆ​ທີ່​ອາໄສ​ຢູ່​ໃນ​ເຢຣູຊາເລັມ​ບໍ?</verse>
				<verse number="5">ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ບໍ່​ແມ່ນ! ແຕ່​ຖ້າ​ພວກເຈົ້າ​ບໍ່​ຖິ້ມໃຈເກົ່າເອົາໃຈໃໝ່, ພວກເຈົ້າ​ກໍ​ຈະ​ຈິບຫາຍ​ໄປ​ເໝືອນກັນ”.</verse>
				<verse number="6">ແລ້ວ​ພຣະອົງ​ກໍ​ໄດ້​ກ່າວ​ຄຳອຸປະມາ​ດັ່ງນີ້​ວ່າ: “ຊາຍ​ຄົນ​ໜຶ່ງ​ມີ​ຕົ້ນໝາກເດື່ອ​ຕົ້ນໜຶ່ງ​ໄວ້​ໃນ​ສວນອະງຸ່ນ​ຂອງ​ຕົນ, ລາວ​ໄປ​ຊອກຫາ​ໝາກ​ແຕ່​ບໍ່​ພົບ.</verse>
				<verse number="7">ລາວ​ຈຶ່ງ​ເວົ້າ​ກັບ​ຊາຍ​ຜູ້​ເບິ່ງແຍງ​ສວນອະງຸ່ນ​ວ່າ, ‘ເຮົາ​ມາ​ຊອກຫາ​ໝາກ​ຈາກ​ຕົ້ນໝາກເດື່ອ​ໃນ​ຕົ້ນ​ນີ້​ສາມ​ປີ​ແລ້ວ ແຕ່​ບໍ່​ເຄີຍ​ພົບ​ເລີຍ. ຈົ່ງ​ຕັດ​ມັນ​ຖິ້ມ​ສາ! ຈະ​ປູກ​ມັນ​ໃຫ້​ເສຍ​ດິນ​ເຮັດຫຍັງ?’</verse>
				<verse number="8">“ແຕ່​ຄົນ​ເບິ່ງແຍງ​ສວນ​ຕອບ​ວ່າ, ‘ນາຍ​ເອີຍ ຂໍ​ປ່ອຍ​ມັນ​ໄວ້​ອີກ​ໜຶ່ງ​ປີ, ຂ້ານ້ອຍ​ຈະ​ຂຸດ​ດິນ​ອ້ອມ​ມັນ ແລະ ໃສ່​ຝຸ່ນ​ໃຫ້​ມັນ.</verse>
				<verse number="9">ປີ​ໜ້າ​ຖ້າ​ມັນ​ເກີດ​ໝາກ​ກໍ​ຈະ​ດີ​ຫລາຍ! ແຕ່​ຖ້າ​ບໍ່​ເກີດ​ໝາກ​ກໍ​ຈະ​ຕັດ​ມັນ​ລົງ’”.</verse>
				<verse number="10">ໃນ​ວັນຊະບາໂຕ​ວັນ​ໜຶ່ງ ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່​ໃນ​ທຳມະສາລາ​ແຫ່ງ​ໜຶ່ງ,</verse>
				<verse number="11">ໃນ​ທີ່​ນັ້ນ​ມີ​ຍິງ​ຄົນ​ໜຶ່ງ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ​ມາ​ສິບແປດ​ປີ, ນາງ​ເປັນ​ຫລັງກົ່ງ ແລະ ບໍ່​ສາມາດ​ຢືດ​ໂຕ​ຊື່​ໄດ້​ເລີຍ.</verse>
				<verse number="12">ເມື່ອ​ພຣະເຢຊູເຈົ້າ​ເຫັນ​ນາງ ພຣະອົງ​ຈຶ່ງ​ເອີ້ນ​ນາງ​ອອກ​ມາ​ທາງ​ໜ້າ ແລະ ກ່າວ​ກັບ​ນາງ​ວ່າ, “ນາງ​ເອີຍ, ເຈົ້າ​ໄດ້​ພົ້ນ​ຈາກ​ຄວາມ​ພິການ​ຂອງ​ເຈົ້າ​ແລ້ວ”.</verse>
				<verse number="13">ແລ້ວ​ພຣະອົງ​ໄດ້​ວາງ​ມື​ທັງ​ສອງ​ໃສ່​ນາງ, ໃນທັນໃດ​ນັ້ນ​ນາງ​ກໍ​ຢືດ​ໂຕ​ຊື່ ແລະ ສັນລະເສີນ​ພຣະເຈົ້າ.</verse>
				<verse number="14">ຫົວໜ້າ​ທຳມະສາລາ​ບໍ່​ພໍໃຈ​ທີ່​ພຣະເຢຊູເຈົ້າ​ຮັກສາ​ພະຍາດ​ໃນ​ວັນຊະບາໂຕ ຈຶ່ງ​ກ່າວ​ກັບ​ປະຊາຊົນ​ວ່າ, “ມີ​ຫົກ​ວັນ​ທີ່​ໃຫ້​ເຮັດ​ວຽກງານ. ດັ່ງນັ້ນ ຈົ່ງ​ມາ​ຮັບ​ການຮັກສາ​ໃນ​ວັນ​ເຫລົ່ານັ້ນ ບໍ່​ແມ່ນ​ໃນ​ວັນຊະບາໂຕ”.</verse>
				<verse number="15">ອົງພຣະຜູ້ເປັນເຈົ້າ​ຕອບ​ເພິ່ນ​ວ່າ, “ພວກເຈົ້າ ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ແຕ່ລະຄົນ​ກໍ​ປ່ອຍ​ງົວ ຫລື ລໍ​ຂອງ​ຕົນ​ຈາກ​ຄອກ ແລະ ພາ​ມັນ​ອອກ​ໄປ​ກິນນ້ຳ​ໃນ​ວັນຊະບາໂຕ​ບໍ່​ແມ່ນ​ບໍ?</verse>
				<verse number="16">ແລ້ວ​ຍິງ​ຄົນ​ນີ້​ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ ຖືກ​ມານຊາຕານ​ຜູກມັດ​ມາ​ຕະຫລອດ​ສິບແປດ​ປີ ບໍ່​ສົມຄວນ​ບໍ​ທີ່​ຈະ​ປົດປ່ອຍ​ນາງ​ໃຫ້​ເປັນ​ອິດສະຫລະ​ໃນ​ວັນຊະບາໂຕ?”</verse>
				<verse number="17">ເມື່ອ​ພຣະອົງ​ກ່າວ​ຢ່າງ​ນີ້​ກໍ​ເຮັດ​ໃຫ້​ສັດຕູ​ທັງໝົດ​ຂອງ​ພຣະອົງ​ອັບອາຍຂາຍໜ້າ, ແຕ່​ປະຊາຊົນ​ຊື່ນຊົມຍິນດີ​ກັບ​ສິ່ງ​ອັດສະຈັນ​ທັງປວງ​ທີ່​ພຣະອົງ​ໄດ້​ກະທຳ.</verse>
				<verse number="18">ແລ້ວ​ພຣະເຢຊູເຈົ້າ​ຖາມ​ວ່າ, “ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ເໝືອນ​ອັນໃດ? ເຮົາ​ຈະ​ປຽບທຽບ​ອານາຈັກ​ນັ້ນ​ກັບ​ອັນໃດ​ດີ?</verse>
				<verse number="19">ກໍ​ເໝືອນ​ແກ່ນ​ຜັກກາດ​ເມັດ​ໜຶ່ງ ເຊິ່ງ​ມີ​ຊາຍ​ຄົນ​ໜຶ່ງ​ເອົາ​ໄປ ແລ້ວ​ກໍ​ປູກ​ໄວ້​ໃນ​ສວນ​ຂອງ​ຕົນ. ມັນ​ກໍ​ໃຫຍ່​ຂຶ້ນ ແລະ ກາຍເປັນ​ຕົ້ນໄມ້​ໃຫ້​ຝູງ​ນົກ​ຈັບ​ຢູ່​ຕາມ​ງ່າ​ຂອງ​ມັນ”.</verse>
				<verse number="20">ພຣະອົງ​ຖາມ​ວ່າ, “ເຮົາ​ຈະ​ປຽບທຽບ​ອານາຈັກ​ຂອງ​ພຣະເຈົ້າ​ກັບ​ອັນ​ໃດ​ດີ?</verse>
				<verse number="21">ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ເໝືອນ​ເຊື້ອແປ້ງ​ທີ່​ຍິງ​ຄົນ​ໜຶ່ງ​ເອົາ​ປະສົມ​ໃສ່​ໃນ​ແປ້ງ​ປະມານ 27 ກິໂລກຣາມ​ຈົນ​ແປ້ງ​ທັງໝົດ​ຟູ​ຂຶ້ນ”.</verse>
				<verse number="22">ຫລັງຈາກນັ້ນ ພຣະເຢຊູເຈົ້າ​ເດີນທາງ​ໄປ​ສັ່ງສອນ​ທົ່ວ​ເມືອງ ແລະ ໝູ່ບ້ານ​ຕ່າງໆ​ຂະນະ​ທີ່​ພຣະອົງ​ມຸ່ງໜ້າ​ໄປ​ທີ່​ເຢຣູຊາເລັມ.</verse>
				<verse number="23">ມີ​ບາງຄົນ​ໄດ້​ຖາມ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ, ມີ​ພຽງ​ໜ້ອຍ​ຄົນ​ເທົ່ານັ້ນ​ທີ່​ຈະ​ໄດ້​ພົ້ນ​ບໍ?” ພຣະອົງ​ໄດ້​ກ່າວ​ກັບ​ພວກເຂົາ​ວ່າ,</verse>
				<verse number="24">“ຈົ່ງ​ພະຍາຍາມ​ໃຫ້​ສຸດ​ຄວາມສາມາດ​ທີ່​ຈະ​ເຂົ້າ​ໄປ​ທາງ​ປະຕູ​ຄັບແຄບ, ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ມີ​ຫລາຍ​ຄົນ​ພະຍາຍາມ​ຈະ​ເຂົ້າ​ໄປ ແຕ່​ຈະ​ບໍ່​ສາມາດ​ເຂົ້າ​ໄປ​ໄດ້.</verse>
				<verse number="25">ເມື່ອ​ເຈົ້າຂອງ​ເຮືອນ​ລຸກຂຶ້ນ ແລະ ອັດ​ປະຕູ​ແລ້ວ, ພວກເຈົ້າ​ກໍ​ຈະ​ຢືນ​ເຄາະ​ປະຕູ​ຢູ່​ທາງນອກ ແລະ ອ້ອນວອນຂໍ​ວ່າ, ‘ທ່ານ​ເອີຍ, ຂໍ​ເປີດ​ປະຕູ​ໃຫ້​ພວກ​ຂ້ານ້ອຍ​ດ້ວຍ’. “ແຕ່​ເພິ່ນ​ຈະ​ຕອບ​ວ່າ, ‘ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ ຫລື ບໍ່​ຮູ້​ວ່າ​ພວກເຈົ້າ​ມາ​ຈາກ​ໃສ’.</verse>
				<verse number="26">“ເມື່ອ​ນັ້ນ​ພວກເຈົ້າ​ຈະ​ຕອບ​ວ່າ, ‘ພວກຂ້ານ້ອຍ​ເຄີຍ​ກິນ ແລະ ດື່ມ​ກັບ​ທ່ານ ແລະ ທ່ານ​ເຄີຍ​ມາ​ສັ່ງສອນ​ຢູ່​ຕາມ​ຖະໜົນ​ຂອງ​ພວກຂ້ານ້ອຍ’.</verse>
				<verse number="27">“ແຕ່​ເພິ່ນ​ຈະ​ຕອບ​ວ່າ, ‘ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ ຫລື ບໍ່​ຮູ້​ວ່າ​ພວກເຈົ້າ​ມາ​ຈາກ​ໃສ. ຈົ່ງ​ໄປ​ໃຫ້​ໄກ​ຈາກ​ເຮົາ ພວກ​ຄົນຊົ່ວ​ທຸກຄົນ!’</verse>
				<verse number="28">“ທີ່​ນັ້ນ​ຈະ​ມີ​ການ​ຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ, ເມື່ອ​ພວກເຈົ້າ​ເຫັນ​ອັບຣາຮາມ, ອີຊາກ, ຢາໂຄບ ແລະ ຜູ້ທຳນວາຍ​ທັງໝົດ​ໃນ​ອານາຈັກ​ຂອງ​ພຣະເຈົ້າ, ແຕ່​ຝ່າຍ​ພວກເຈົ້າ​ເອງ​ຈະ​ຖືກ​ໂຍນຖິ້ມ​ອອກ​ມາ.</verse>
				<verse number="29">ຈະ​ມີ​ຄົນ​ມາ​ຈາກ​ທິດຕາເວັນອອກ, ທິດຕາເວັນຕົກ, ທິດເໜືອ ແລະ ທິດໃຕ້, ຈະ​ເຂົ້າ​ມາ​ປະຈຳທີ່​ຂອງ​ຕົນ​ທີ່​ງານ​ສະຫລອງ​ໃນ​ອານາຈັກ​ຂອງ​ພຣະເຈົ້າ.</verse>
				<verse number="30">ເບິ່ງ​ແມ! ບັນດາ​ຜູ້​ທີ່​ເປັນ​ຜູ້ປາຍ​ຈະ​ເປັນ​ຜູ້ຕົ້ນ ແລະ ຜູ້ຕົ້ນ​ຈະ​ເປັນ​ຜູ້ປາຍ”.</verse>
				<verse number="31">ໃນ​ເວລາ​ນັ້ນ ມີ​ພວກ​ຟາຣີຊາຍ​ບາງຄົນ​ມາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ໃຫ້​ທ່ານ​ອອກ​ໜີ​ໄປ​ຈາກ​ບ່ອນ​ນີ້ ແລະ ໄປ​ບ່ອນ​ອື່ນ​ສາ. ເຮໂຣດ​ຕ້ອງການ​ຈະ​ຂ້າ​ທ່ານ”.</verse>
				<verse number="32">ພຣະອົງ​ຕອບ​ວ່າ, “ໄປ​ບອກ​ໝາຈິ້ງຈອກ​ໂຕ​ນັ້ນ​ວ່າ, ‘ເຮົາ​ຈະ​ຂັບໄລ່​ພວກ​ຜີມານຮ້າຍ ແລະ ຮັກສາ​ຄົນ​ໃຫ້​ດີ​ພະຍາດ​ໃນ​ມື້ນີ້ ແລະ ມື້ອື່ນ ແລະ ໃນ​ວັນ​ທີ​ສາມ​ເຮົາ​ຈະ​ບັນລຸ​ເປົ້າໝາຍ​ຂອງ​ເຮົາ’.</verse>
				<verse number="33">ໃນ​ກໍລະນີ​ໃດ​ກໍ​ຕາມ, ເຮົາ​ຈະ​ຕ້ອງ​ດຳເນີນ​ຕໍ່ໄປ​ໃນ​ມື້ນີ້ ແລະ ມື້ອື່ນ ແລະ ມື້​ຕໍ່ໄປ ເພາະ​ບໍ່​ມີ​ຜູ້ທຳນວາຍ​ຄົນ​ໃດ​ຕາຍ​ນອກ​ເຢຣູຊາເລັມ​ແນ່ນອນ!</verse>
				<verse number="34">“ເຢຣູຊາເລັມ ເຢຣູຊາເລັມ​ເອີຍ, ເຈົ້າ​ຜູ້​ຂ້າ​ບັນດາ​ຜູ້ທຳນວາຍ ແລະ ເອົາ​ກ້ອນຫີນ​ແກວ່ງ​ໃສ່​ບັນດາ​ຜູ້​ທີ່​ຖືກ​ໃຊ້​ມາ​ຫາ​ເຈົ້າ. ເຮົາ​ປາຖະໜາ​ຫລາຍ​ເທື່ອ​ແລ້ວ​ທີ່​ຈະ​ຮວບຮວມ​ລູກ​ຂອງ​ເຈົ້າ​ໄວ້ ເໝືອນດັ່ງ​ໄກ່​ແມ່​ທີ່​ຮວບຮວມ​ລູກ​ຂອງ​ມັນ​ໄວ້​ໃຕ້​ປີກ​ຂອງ​ມັນ, ແຕ່​ເຈົ້າ​ບໍ່​ຍິນຍອມ​ເລີຍ!</verse>
				<verse number="35">ເບິ່ງ​ແມ, ເຮືອນ​ຂອງ​ພວກເຈົ້າ​ຈະ​ຖືກ​ປະຖິ້ມ​ໃຫ້​ຮ້າງເປົ່າ. ເຮົາ​ບອກ​ພວກເຈົ້າ​ວ່າ, ພວກເຈົ້າ​ຈະ​ບໍ່​ໄດ້​ເຫັນ​ເຮົາ​ອີກ​ຈົນ​ກວ່າ​ພວກເຈົ້າ​ຈະ​ເວົ້າ​ວ່າ, ‘ຂໍ​ໃຫ້​ພຣະພອນ​ມີ​ແດ່​ພຣະອົງ​ຜູ້​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ’ ”.</verse>
			</chapter>
			<chapter number="14">
				<verse number="1">ໃນ​ວັນຊະບາໂຕ​ວັນ​ໜຶ່ງ, ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ກິນ​ອາຫານ​ໃນ​ເຮືອນ​ຂອງ​ຜູ້ນຳ​ຊາວ​ຟາຣີຊາຍ​ຄົນ​ໜຶ່ງ, ພຣະອົງ​ຖືກ​ຕິດຕາມ​ເບິ່ງ​ຢ່າງ​ໃກ້ຊິດ.</verse>
				<verse number="2">ຢູ່​ທີ່​ນັ້ນ​ມີ​ຊາຍ​ຄົນ​ໜຶ່ງ​ມີ​ອາການ​ບວມ​ຕາມ​ຮ່າງກາຍ​ມາ​ຢູ່​ຕໍ່ໜ້າ​ພຣະອົງ.</verse>
				<verse number="3">ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ພວກ​ຟາຣີຊາຍ ແລະ ພວກ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ວ່າ, “ຜິດ​ກົດບັນຍັດ​ບໍ​ທີ່​ຈະ​ຮັກສາ​ພະຍາດ​ໃນ​ວັນຊະບາໂຕ?”</verse>
				<verse number="4">ແຕ່​ພວກເຂົາ​ກໍ​ຍັງ​ມິດ​ຢູ່. ພຣະອົງ​ຈຶ່ງ​ປະຄອງ​ຊາຍ​ຄົນ​ນັ້ນ ແລະ ຮັກສາ​ລາວ​ໃຫ້​ຫາຍດີ ແລ້ວ​ກໍ​ປ່ອຍ​ລາວ​ໄປ.</verse>
				<verse number="5">ຫລັງຈາກນັ້ນ ພຣະອົງ​ໄດ້​ຖາມ​ພວກເຂົາ​ວ່າ, “ຖ້າ​ລູກ ຫລື ງົວ​ຂອງ​ຜູ້​ໃດ​ຜູ້​ໜຶ່ງ​ໃນ​ພວກເຈົ້າ​ຕົກ​ລົງ​ນ້ຳສ້າງ​ໃນ​ວັນຊະບາໂຕ ພວກເຈົ້າ​ຈະ​ບໍ່​ຟ້າວ​ດຶງ​ເອົາ​ມັນ​ຂຶ້ນ​ມາ​ທັນທີ​ບໍ?”</verse>
				<verse number="6">ແລ້ວ​ພວກເຂົາ​ກໍ​ບໍ່​ມີ​ສິ່ງໃດ​ຈະ​ເວົ້າ.</verse>
				<verse number="7">ເມື່ອ​ພຣະອົງ​ສັງເກດ​ເຫັນ​ວ່າ​ບັນດາ​ຜູ້​ທີ່​ຖືກ​ເຊີນ​ມາ​ນັ້ນ​ໄດ້​ເລືອກ​ບ່ອນນັ່ງ​ທີ່​ມີ​ກຽດ, ພຣະອົງ​ຈຶ່ງ​ກ່າວ​ຄຳອຸປະມາ​ໃຫ້​ພວກເຂົາ​ຟັງ​ວ່າ:</verse>
				<verse number="8">“ເມື່ອ​ມີ​ບາງຄົນ​ເຊີນ​ເຈົ້າ​ໄປ​ງານລ້ຽງ​ແຕ່ງງານ, ຢ່າ​ເລືອກ​ບ່ອນນັ່ງ​ທີ່​ມີ​ກຽດ ເພາະ​ຄົນ​ທີ່​ສຳຄັນ​ກວ່າ​ເຈົ້າ​ອາດ​ຖືກ​ເຊີນ​ໄວ້​ແລ້ວ.</verse>
				<verse number="9">ຖ້າ​ເປັນ​ດັ່ງນັ້ນ, ເຈົ້າພາບ​ຜູ້​ທີ່​ເຊີນ​ເຈົ້າ ແລະ ແຂກ​ອີກ​ຄົນ​ອື່ນ​ກໍ​ຈະ​ມາ​ບອກ​ເຈົ້າ​ວ່າ, ‘ຈົ່ງ​ເອົາ​ບ່ອນ​ທີ່​ເຈົ້າ​ນັ່ງ​ໃຫ້​ແກ່​ທ່ານ​ຜູ້​ນີ້’. ແລ້ວ​ເຈົ້າ​ຕ້ອງ​ຍ້າຍ​ລົງ​ໄປ​ນັ່ງ​ໃນ​ບ່ອນ​ທີ່​ສຳຄັນ​ໜ້ອຍ​ທີ່ສຸດ​ດ້ວຍ​ຄວາມອັບອາຍ.</verse>
				<verse number="10">ແຕ່​ເມື່ອ​ເຈົ້າ​ໄດ້​ຖືກ​ເຊີນ​ແລ້ວ, ຈົ່ງ​ໄປ​ນັ່ງ​ໃນ​ບ່ອນ​ທີ່​ຕ່ຳ​ທີ່ສຸດ, ເພື່ອ​ວ່າ​ເມື່ອ​ເຈົ້າພາບ​ມາ ລາວ​ຈະ​ບອກ​ເຈົ້າ​ວ່າ, ‘ສະຫາຍ​ເອີຍ ເຊີນ​ຍ້າຍ​ຂຶ້ນ​ມາ​ນັ່ງ​ບ່ອນ​ທີ່​ດີ​ກວ່າ​ນີ້​ສາ’. ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ກຽດ​ຕໍ່ໜ້າ​ແຂກ​ຄົນ​ອື່ນ​ທຸກຄົນ.</verse>
				<verse number="11">ດ້ວຍວ່າ ທຸກຄົນ​ທີ່​ຍົກ​ຕົນ​ເອງ​ຂຶ້ນ​ຈະ​ຖືກ​ກົດ​ລົງ, ແລະ ຜູ້ໃດ​ທີ່​ຖ່ອມ​ຕົນ​ເອງ​ລົງ​ຈະ​ຖືກ​ຍົກ​ຂຶ້ນ”.</verse>
				<verse number="12">ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ຜູ້​ທີ່​ເຊີນ​ພຣະອົງ​ວ່າ, “ເມື່ອ​ເຈົ້າ​ຈັດ​ອາຫານທ່ຽງ ຫລື ອາຫານຄ່ຳ​ລ້ຽງ ຢ່າ​ໄດ້​ເຊີນ​ບັນດາ​ສະຫາຍ, ອ້າຍ​ເອື້ອຍ​ນ້ອງ, ຍາດພີ່ນ້ອງ ຫລື ເພື່ອນບ້ານ​ຂອງ​ເຈົ້າ​ທີ່​ຮັ່ງມີ, ເພາະ​ຖ້າ​ເຈົ້າ​ເຮັດ​ຢ່າງນັ້ນ ພວກເຂົາ​ອາດ​ຈະ​ເຊີນ​ເຈົ້າ​ຄືນ ແລະ ນັ້ນ​ກໍ​ເປັນ​ອັນ​ວ່າ​ເຈົ້າ​ໄດ້​ຮັບ​ການ​ຕອບແທນ​ແລ້ວ.</verse>
				<verse number="13">ແຕ່​ເມື່ອ​ເຈົ້າ​ຈັດ​ງານກິນລ້ຽງ ຈົ່ງ​ເຊີນ​ຄົນຍາກຈົນ, ຄົນພິການ, ຄົນຂາເສັ້ງ ແລະ ຄົນຕາບອດ.</verse>
				<verse number="14">ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ພຣະພອນ. ເຖິງ​ແມ່ນ​ວ່າ​ພວກເຂົາ​ບໍ່​ສາມາດ​ຕອບແທນ​ເຈົ້າ​ໄດ້, ແຕ່​ເຈົ້າ​ຈະ​ໄດ້​ຮັບ​ຜົນ​ຕອບແທນ​ເມື່ອ​ຜູ້ຊອບທຳ​ເປັນຄືນມາຈາກຕາຍ”.</verse>
				<verse number="15">ເມື່ອ​ຜູ້​ໜຶ່ງ​ໃນ​ບັນດາ​ຄົນ​ເຫລົ່ານັ້ນ​ທີ່​ນັ່ງ​ຮ່ວມ​ໂຕະອາຫານ​ກັບ​ພຣະອົງ​ໄດ້​ຍິນ​ດັ່ງນັ້ນ, ລາວ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ພຣະພອນ​ມີ​ແກ່​ຜູ້​ທີ່​ໄດ້​ຮ່ວມ​ກິນ​ທີ່​ງານລ້ຽງ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.</verse>
				<verse number="16">ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ກຳລັງ​ຈັດຕຽມ​ງານລ້ຽງ​ໃຫຍ່ ແລະ ໄດ້​ເຊີນ​ແຂກ​ຫລາຍ​ຄົນ​ມາ​ຮ່ວມ.</verse>
				<verse number="17">ເມື່ອ​ເຖິງ​ເວລາ​ເລີ່ມ​ງານລ້ຽງ​ແລ້ວ ເພິ່ນ​ໄດ້​ໃຊ້​ຜູ້ຮັບໃຊ້​ຂອງ​ຕົນ​ໄປ​ບອກ​ບັນດາ​ຜູ້​ທີ່​ຖືກ​ເຊີນ​ນັ້ນ​ວ່າ, ‘ເຊີນ​ມາ, ເພາະ​ບັດນີ້​ທຸກ​ຢ່າງ​ກໍ​ຕຽມພ້ອມ​ແລ້ວ’.</verse>
				<verse number="18">“ແຕ່​ພວກເຂົາ​ທຸກຄົນ​ພາກັນ​ເລີ່ມ​ຫາ​ຂໍ້​ອ້າງ, ຄົນ​ທຳອິດ​ບອກ​ວ່າ, ‘ຂ້ອຍ​ຫາ​ກໍ​ຊື້​ດິນນາ​ໜຶ່ງ​ທົ່ງ ແລະ ຂ້ອຍ​ຈຳເປັນ​ຕ້ອງ​ໄປ​ເບິ່ງ​ນາ​ນັ້ນ. ຂ້ອຍ​ຕ້ອງ​ຂໍ​ໂທດ​ນຳ​ຫລາຍໆ’.</verse>
				<verse number="19">“ອີກ​ຄົນ​ໜຶ່ງ​ບອກ​ວ່າ, ‘ຂ້ອຍ​ຫາ​ກໍ​ຊື້​ງົວ​ມາ​ຫ້າ​ຄູ່ ແລະ ກຳລັງ​ໄປ​ລອງ​ເບິ່ງ​ງົວ​ນັ້ນ. ຂ້ອຍ​ຕ້ອງ​ຂໍ​ໂທດ​ນຳ​ຫລາຍໆ’.</verse>
				<verse number="20">“ຍັງ​ມີ​ອີກ​ຄົນ​ໜຶ່ງ​ເວົ້າ​ວ່າ, ‘ຂ້ອຍ​ຫາ​ກໍ​ແຕ່ງງານ, ດັ່ງນັ້ນ​ຂ້ອຍ​ຈຶ່ງ​ໄປ​ບໍ່​ໄດ້’.</verse>
				<verse number="21">“ຜູ້ຮັບໃຊ້​ຈຶ່ງ​ກັບ​ມາ ແລະ ໄດ້​ລາຍງານ​ນາຍ​ຂອງ​ຕົນ. ແລ້ວ​ເຈົ້າຂອງເຮືອນ​ກໍ​ໃຈຮ້າຍ​ຫລາຍ ແລະ ສັ່ງ​ຜູ້ຮັບໃຊ້​ຂອງ​ຕົນ​ວ່າ, ‘ຈົ່ງ​ຟ້າວ​ອອກ​ໄປ​ຕາມ​ຖະໜົນຫົນທາງ ແລະ ທຸກ​ມຸມ​ທຸກແຈ​ໃນ​ເມືອງ ແລ້ວ​ພາ​ຄົນຍາກຈົນ, ຄົນພິການ, ຄົນຕາບອດ ແລະ ຄົນຂາເສັ້ງ​ມາ’.</verse>
				<verse number="22">“ຜູ້ຮັບໃຊ້​ຕອບ​ວ່າ, ‘ທ່ານ​ເອີຍ, ຂ້ານ້ອຍ​ໄດ້​ປະຕິບັດ​ຕາມ​ທີ່​ທ່ານ​ສັ່ງ​ແລ້ວ ແຕ່​ກໍ​ຍັງ​ມີ​ບ່ອນ​ຫວ່າງ​ຢູ່’.</verse>
				<verse number="23">“ດັ່ງນັ້ນ ນາຍ​ຈຶ່ງ​ບອກ​ຜູ້ຮັບໃຊ້​ນັ້ນ​ວ່າ, ‘ຈົ່ງ​ອອກ​ໄປ​ຕາມ​ຖະໜົນຫົນທາງ​ໃນ​ຊົນນະບົດ ແລະ ນຳ​ເອົາ​ພວກເຂົາ​ເຂົ້າ​ມາ ເພື່ອ​ວ່າ​ເຮືອນ​ຂອງ​ເຮົາ​ຈະ​ເຕັມ.</verse>
				<verse number="24">ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ໃນ​ບັນດາ​ຄົນ​ທີ່​ຖືກ​ເຊີນ​ໄວ້​ນັ້ນ​ຈະ​ບໍ່​ໄດ້​ຊີມ​ອາຫານ​ໃນ​ງານກິນລ້ຽງ​ຂອງ​ເຮົາ​ຈັກ​ຄົນ’”.</verse>
				<verse number="25">ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ໄດ້​ຮ່ວມ​ເດີນທາງ​ໄປ​ກັບ​ພຣະເຢຊູເຈົ້າ ແລະ ພຣະອົງ​ຈຶ່ງ​ຫັນ​ມາ​ກ່າວ​ກັບ​ພວກເຂົາ​ວ່າ,</verse>
				<verse number="26">“ຖ້າ​ຜູ້ໃດ​ມາ​ຫາ​ເຮົາ ແລະ ບໍ່​ຊັງ ​ພໍ່​ແມ່, ເມຍ, ລູກ ແລະ ອ້າຍ​ເອື້ອຍ​ນ້ອງ ຫລື ແມ່ນແຕ່​ຊີວິດ​ຂອງ​ຕົນ​ເອງ, ຜູ້​ນັ້ນ​ຈະ​ເປັນ​ສາວົກ​ຂອງ​ເຮົາ​ບໍ່​ໄດ້.</verse>
				<verse number="27">ແລະ ຜູ້ໃດ​ທີ່​ບໍ່​ໄດ້​ແບກ​ກາງແຂນ​ຂອງ​ຕົນ ແລະ ຕາມ​ເຮົາ​ມາ ຜູ້​ນັ້ນ​ຈະ​ເປັນ​ສາວົກ​ຂອງ​ເຮົາ​ບໍ່​ໄດ້.</verse>
				<verse number="28">“ສົມມຸດ​ວ່າ ຜູ້​ໜຶ່ງ​ໃນ​ພວກເຈົ້າ​ຕ້ອງການ​ຈະ​ສ້າງ​ຫໍຄອຍ​ແຫ່ງ​ໜຶ່ງ. ລາວ​ຈະ​ບໍ່​ນັ່ງ​ລົງ​ຄິດໄລ່​ລາຄາ​ກ່ອນ​ວ່າ​ຕົນ​ຈະ​ມີ​ເງິນ​ພຽງພໍ​ທີ່​ຈະ​ສ້າງ​ໃຫ້​ສຳເລັດ ຫລື ບໍ່?</verse>
				<verse number="29">ເພາະວ່າ​ຖ້າ​ພວກເຈົ້າ​ວາງ​ຮາກຖານ​ລົງ​ແລ້ວ ແລະ ບໍ່​ສາມາດ​ສ້າງ​ໃຫ້​ສຳເລັດ​ໄດ້, ທຸກຄົນ​ທີ່​ເຫັນ​ກໍ​ຈະ​ກ່າວ​ເຢາະເຢີ້ຍ​ພວກເຈົ້າ,</verse>
				<verse number="30">ໂດຍ​ກ່າວ​ວ່າ, ‘ຄົນ​ນີ້​ເລີ່ມຕົ້ນ​ກໍ່ສ້າງ ແຕ່​ບໍ່​ສາມາດ​ເຮັດ​ໃຫ້​ສຳເລັດ’.</verse>
				<verse number="31">“ຫລື ສົມມຸດ​ວ່າ​ມີ​ກະສັດ​ຜູ້​ໜຶ່ງ​ກຳລັງ​ຈະ​ອອກ​ໄປ​ເຮັດ​ສົງຄາມ​ກັບ​ກະສັດ​ຜູ້​ໜຶ່ງ​ອີກ. ເພິ່ນ​ຈະ​ບໍ່​ນັ່ງ​ລົງ​ແລ້ວ​ພິຈາລະນາ​ເບິ່ງ​ວ່າ​ຕົນ​ມີ​ກຳລັງ​ສິບພັນ​ຄົນ​ຈະ​ສາມາດ​ຕໍ່ຕ້ານ​ກັບ​ຜູ້​ທີ່​ມາ​ຕໍ່ສູ້​ເພິ່ນ​ທີ່​ມີ​ກຳລັງ​ຊາວພັນ​ຄົນ​ບໍ?</verse>
				<verse number="32">ຖ້າ​ເພິ່ນ​ບໍ່​ສາມາດ​ຕໍ່ຕ້ານ​ໄດ້, ເພິ່ນ​ກໍ​ຈະ​ສົ່ງ​ທູດ​ໄປ​ຕັ້ງແຕ່​ອີກ​ຝ່າຍ​ໜຶ່ງ​ຍັງ​ຢູ່​ໄກ ແລະ ຖາມ​ເງື່ອນໄຂ​ຂອງ​ການ​ສະຫງົບເສິກ.</verse>
				<verse number="33">ໃນ​ທຳນອງ​ດຽວ​ກັນ, ທຸກຄົນ​ໃນ​ພວກເຈົ້າ​ທີ່​ບໍ່​ໄດ້​ສະຫລະ​ທຸກສິ່ງ​ທີ່​ຕົນ​ມີ​ຢູ່, ພວກເຈົ້າ​ຈະ​ເປັນ​ສາວົກ​ຂອງ​ເຮົາ​ບໍ່​ໄດ້.</verse>
				<verse number="34">“ເກືອ​ເປັນ​ຂອງ​ດີ, ແຕ່​ຖ້າ​ເກືອ​ໝົດ​ຄວາມເຄັມ​ແລ້ວ​ຈະ​ເຮັດ​ໃຫ້​ກັບ​ຄືນ​ມາ​ເຄັມ​ອີກ​ໄດ້​ຢ່າງໃດ?</verse>
				<verse number="35">ຈະ​ໃຊ້​ເປັນ​ຝຸ່ນ​ໃສ່​ດິນ ຫລື ຈະ​ໃຊ້​ປະສົມ​ກັບ​ກອງ​ຂີ້ສັດ​ກໍ​ບໍ່​ໄດ້, ເກືອ​ນັ້ນ​ຍ່ອມ​ຖືກ​ຖິ້ມ​ໄປ. “ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.</verse>
			</chapter>
			<chapter number="15">
				<verse number="1">ໃນ​ເວລາ​ນັ້ນ ພວກ​ຄົນເກັບພາສີ ແລະ ພວກ​ຄົນບາບ​ໄດ້​ມາ​ເຕົ້າໂຮມ​ກັນ​ເພື່ອ​ຟັງ​ພຣະເຢຊູເຈົ້າ.</verse>
				<verse number="2">ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ຈົ່ມ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ຕ້ອນຮັບ​ພວກ​ຄົນບາບ ແລະ ຮ່ວມ​ກິນ​ອາຫານ​ກັບ​ພວກເຂົາ”.</verse>
				<verse number="3">ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ຄຳອຸປະມາ​ໃຫ້​ພວກເຂົາ​ຟັງ​ວ່າ:</verse>
				<verse number="4">“ສົມມຸດ​ວ່າ​ໃນ​ພວກເຈົ້າ​ມີ​ຄົນ​ໜຶ່ງ​ມີ​ແກະ​ຢູ່​ໜຶ່ງຮ້ອຍ​ໂຕ ແລະ ໜຶ່ງ​ໃນ​ຈຳນວນ​ນັ້ນ​ຫາຍ​ໄປ, ລາວ​ຈະ​ບໍ່​ປະ​ແກະ​ເກົ້າສິບເກົ້າ​ໂຕ​ໄວ້​ກາງ​ທົ່ງຫຍ້າ ແລ້ວ​ໄປ​ຊອກຫາ​ໂຕ​ທີ່​ຫາຍ​ໄປ​ນັ້ນ​ຈົນ​ກວ່າ​ລາວ​ຈະ​ພົບ​ບໍ?</verse>
				<verse number="5">ແລະ ເມື່ອ​ລາວ​ພົບ​ແກະ​ນັ້ນ​ແລ້ວ ລາວ​ກໍ​ແບກ​ແກະ​ນັ້ນ​ໃສ່​ບ່າ​ຂອງ​ຕົນ​ດ້ວຍ​ຄວາມຊື່ນຊົມຍິນດີ</verse>
				<verse number="6">ແລະ ກັບ​ຄືນ​ເຮືອນ. ຫລັງຈາກນັ້ນ​ລາວ​ກໍ​ເອີ້ນ​ເອົາ​ບັນດາ​ມິດສະຫາຍ ແລະ ເພື່ອນບ້ານ​ຂອງ​ຕົນ​ມາ​ພ້ອມ​ກັນ ແລະ ກ່າວ​ວ່າ, ‘ມາ​ຮ່ວມ​ຍິນດີ​ກັບ​ເຮົາ ເຮົາ​ໄດ້​ພົບ​ແກະ​ໂຕ​ທີ່​ຫລົງ​ຫາຍ​ນັ້ນ​ແລ້ວ’.</verse>
				<verse number="7">ເຮົາ​ບອກ​ພວກເຈົ້າ​ວ່າ​ໃນ​ທຳນອງ​ດຽວ​ກັນ​ນີ້ ໃນ​ສະຫວັນ​ຈະ​ມີ​ຄວາມ​ຊື່ນຊົມຍິນດີ​ຫລາຍ​ທີ່​ຄົນບາບ​ຜູ້​ໜຶ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ຫລາຍ​ກວ່າ​ໃນ​ຄົນ​ຊອບທຳ​ເກົ້າສິບເກົ້າ​ຄົນ​ທີ່​ບໍ່​ຢາກ​ຖິ້ມໃຈເກົ່າເອົາໃຈໃໝ່.</verse>
				<verse number="8">“ຫລື ສົມມຸດ​ວ່າ​ຍິງ​ຄົນ​ໜຶ່ງ​ມີ​ຫລຽນ​ເງິນ​ຢູ່​ສິບ​ຫລຽນ ແລະ ເສຍ​ໄປ​ໜຶ່ງ​ຫລຽນ. ນາງ​ຈະ​ບໍ່​ໄຕ້​ຕະກຽງ, ກວາດ​ເຮືອນ ແລະ ຄົ້ນຫາ​ຢ່າງ​ຄັກແນ່​ຈົນ​ກວ່າ​ນາງ​ຈະ​ພົບ​ຫລຽນ​ນັ້ນ​ບໍ?</verse>
				<verse number="9">ແລະ ເມື່ອ​ພົບ​ຫລຽນ​ນັ້ນ​ແລ້ວ, ນາງ​ກໍ​ເອີ້ນ​ບັນດາ​ມິດສະຫາຍ ແລະ ເພື່ອນບ້ານ​ຂອງ​ຕົນ​ມາ​ພ້ອມ​ໜ້າ​ກັນ ແລະ ກ່າວ​ວ່າ, ‘ມາ​ຮ່ວມ​ຍິນດີ​ກັບ​ເຮົາ ເພາະ​ເຮົາ​ໄດ້​ພົບ​ຫລຽນ​ທີ່​ເສຍ​ນັ້ນ​ແລ້ວ’.</verse>
				<verse number="10">ໃນ​ທຳນອງ​ດຽວກັນ​ນີ້ ເຮົາ​ບອກ​ພວກເຈົ້າ​ວ່າ, ຈະ​ມີ​ຄວາມຊື່ນຊົມຍິນດີ​ໃນ​ທ່າມກາງ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທີ່​ມີ​ຄົນບາບ​ຜູ້​ໜຶ່ງ​ຖິ້ມໃຈເກົ່າເອົາໃຈໃໝ່”.</verse>
				<verse number="11">ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ຕໍ່ໄປ​ວ່າ, “ຢູ່​ທີ່​ນັ້ນ​ມີ​ຊາຍ​ຄົນ​ໜຶ່ງ​ມີ​ລູກຊາຍ​ສອງ​ຄົນ.</verse>
				<verse number="12">ຜູ້ເປັນ​ນ້ອງ​ໄດ້​ເວົ້າ​ກັບ​ພໍ່​ວ່າ, ‘ພໍ່​ເອີຍ, ຂໍ​ເອົາ​ຊັບສົມບັດ​ສ່ວນ​ທີ່​ເປັນ​ຂອງ​ລູກ​ນັ້ນ​ໃຫ້​ລູກ​ສາ’. ດັ່ງນັ້ນ ລາວ​ຈຶ່ງ​ໄດ້​ແບ່ງ​ຊັບສົມບັດ​ຂອງ​ຕົນ​ໃຫ້​ລູກ​ທັງ​ສອງ.</verse>
				<verse number="13">“ຕໍ່ມາ​ບໍ່​ດົນ​ເທົ່າໃດ, ລູກຊາຍຫລ້າ​ກໍ​ໄດ້​ຮວບຮວມ​ຊັບສົມບັດ​ທັງໝົດ​ຂອງ​ຕົນ​ແລ້ວ​ອອກ​ໄປ​ທ່ຽວ​ແດນ​ໄກ ແລະ ໄດ້​ຜານ​ຊັບ​ຂອງ​ຕົນ​ທີ່​ມີ​ຢູ່​ນັ້ນ​ດ້ວຍ​ການ​ໃຊ້​ຊີວິດ​ຢ່າງ​ຟຸມເຟືອຍ.</verse>
				<verse number="14">ຫລັງຈາກ​ທີ່​ລາວ​ໃຊ້ຈ່າຍ​ຊັບ​ຈົນ​ໝົດ​ແລ້ວ, ກໍ​ເກີດ​ການອຶດຢາກ​ອາຫານ​ຢ່າງ​ຮ້າຍແຮງ​ໃນ​ທົ່ວ​ປະເທດ ແລ້ວ​ລາວ​ກໍ​ເລີ່ມ​ຂັດສົນ.</verse>
				<verse number="15">ດັ່ງນັ້ນ ລາວ​ຈຶ່ງ​ໄປ​ຂໍ​ຮັບຈ້າງ​ຢູ່​ນຳ​ຊາວ​ເມືອງ​ຄົນ​ໜຶ່ງ ຄົນ​ນັ້ນ​ກໍ​ໃຊ້​ລາວ​ອອກ​ໄປ​ລ້ຽງ​ໝູ​ຢູ່​ທົ່ງນາ.</verse>
				<verse number="16">ລາວ​ຄິດ​ຢາກ​ອີ່ມ​ທ້ອງ​ດ້ວຍ​ໝາກຖົ່ວ​ທີ່​ໝູ​ກິນ ແຕ່​ບໍ່​ມີ​ຜູ້ໃດ​ເອົາ​ອັນໃດ​ໃຫ້​ລາວ​ກິນ.</verse>
				<verse number="17">“ເມື່ອ​ລາວ​ຄິດ​ໄດ້​ລາວ​ຈຶ່ງ​ເວົ້າ​ວ່າ, ‘ພໍ່​ຂອງ​ເຮົາ​ມີ​ລູກຈ້າງ​ຫລາຍ​ຄົນ, ພວກເຂົາ​ຍັງ​ມີ​ອາຫານ​ກິນ​ຢ່າງ​ເຫລືອເຟືອ ແຕ່​ເຮົາ​ກຳລັງ​ຫິວ​ເກືອບ​ຈະ​ຕາຍ​ຢູ່​ທີ່​ນີ້!</verse>
				<verse number="18">ເຮົາ​ຈະ​ລຸກ​ຂຶ້ນ ແລະ ກັບ​ໄປ​ຫາ​ພໍ່​ຂອງ​ເຮົາ ແລະ ເວົ້າ​ກັບ​ເພິ່ນ​ວ່າ: ພໍ່​ເອີຍ, ລູກ​ໄດ້​ເຮັດ​ບາບ​ຕໍ່​ສະຫວັນ ແລະ ຕໍ່​ພໍ່​ແລ້ວ.</verse>
				<verse number="19">ລູກ​ບໍ່​ສົມຄວນ​ຈະ​ໄດ້​ເອີ້ນ​ຊື່​ວ່າ​ເປັນ​ລູກ​ຂອງ​ພໍ່​ອີກ​ຕໍ່​ໄປ ຂໍ​ໃຫ້​ລູກ​ເປັນ​ເໝືອນ​ລູກຈ້າງ​ຄົນ​ໜຶ່ງ​ຂອງ​ພໍ່​ດ້ວຍ’.</verse>
				<verse number="20">ດັ່ງນັ້ນ ລາວ​ຈຶ່ງ​ລຸກ​ຂຶ້ນ ແລະ ກັບ​ຄືນ​ໄປ​ຫາ​ພໍ່​ຂອງ​ລາວ. “ແຕ່​ໃນ​ຂະນະ​ທີ່​ລາວ​ຍັງ​ຢູ່​ແຕ່​ໄກ, ພໍ່​ຂອງ​ລາວ​ໄດ້​ເຫັນ​ລາວ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ສົງສານ​ລາວ, ພໍ່​ຈຶ່ງ​ແລ່ນ​ອອກ​ໄປ​ຫາ​ລູກຊາຍ ແລ້ວ​ໂອບກອດ ແລະ ຈູບ​ລາວ.</verse>
				<verse number="21">“ລູກຊາຍ​ໄດ້​ເວົ້າ​ກັບ​ພໍ່​ວ່າ, ‘ພໍ່​ເອີຍ ລູກ​ໄດ້​ເຮັດ​ບາບ​ຕໍ່​ສະຫວັນ ແລະ ຕໍ່​ພໍ່​ແລ້ວ, ລູກ​ບໍ່​ສົມຄວນ​ຈະ​ໄດ້​ເອີ້ນ​ຊື່​ວ່າ​ເປັນ​ລູກ​ຂອງ​ພໍ່​ອີກ​ຕໍ່​ໄປ ’.</verse>
				<verse number="22">“ແຕ່​ຜູ້​ເປັນ​ພໍ່​ໄດ້​ເອີ້ນ​ບອກ​ພວກ​ຄົນຮັບໃຊ້​ຂອງ​ຕົນ​ວ່າ, ‘ໄວໆ! ຈົ່ງ​ເອົາ​ເສື້ອຄຸມ​ທີ່​ດີ​ທີ່ສຸດ​ມາ​ແລ້ວ​ນຸ່ງ​ໃຫ້​ລາວ, ຈົ່ງ​ສວມ​ແຫວນ​ໃສ່​ນິ້ວມື​ຂອງ​ລາວ ແລະ ສຸບ​ເກີບ​ໃສ່​ຕີນ​ຂອງ​ລາວ.</verse>
				<verse number="23">ຈົ່ງ​ນຳ​ລູກງົວ​ໂຕ​ຕຸ້ຍພີ​ມາ​ຂ້າ ແລ້ວ​ຈັດ​ງານລ້ຽງ ແລະ ສະຫລອງ.</verse>
				<verse number="24">ເພາະ​ລູກຊາຍ​ຄົນ​ນີ້​ຂອງ​ເຮົາ​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ອີກ, ລາວ​ເສຍ​ໄປ​ແລ້ວ ແລະ ໄດ້​ພົບ​ກັນ​ອີກ’. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເລີ່ມ​ພາກັນ​ສະຫລອງ.</verse>
				<verse number="25">“ໃນ​ຂະນະ​ນັ້ນ, ລູກຊາຍກົກ​ຢູ່​ທີ່​ທົ່ງນາ. ເມື່ອ​ລາວ​ກັບມາ​ໃກ້​ຈະ​ຮອດ​ເຮືອນ ລາວ​ກໍ​ໄດ້​ຍິນ​ສຽງ​ດົນຕີ ແລະ ສຽງ​ຟ້ອນລຳ.</verse>
				<verse number="26">ດັ່ງນັ້ນ​ລາວ​ຈຶ່ງ​ເອີ້ນ​ຄົນຮັບໃຊ້​ຄົນ​ໜຶ່ງ​ມາ​ຖາມ​ວ່າ​ເກີດ​ຫຍັງ​ຂຶ້ນ.</verse>
				<verse number="27">ຄົນຮັບໃຊ້​ຜູ້​ນັ້ນ​ຕອບ​ວ່າ, ‘ນ້ອງຊາຍ​ຂອງ​ທ່ານ​ໄດ້​ກັບ​ມາ​ແລ້ວ, ແລະ ພໍ່​ຂອງ​ທ່ານ​ຈຶ່ງ​ໃຫ້​ຂ້າ​ລູກງົວ​ໂຕ​ຕຸ້ຍພີ ເພາະ​ທ່ານ​ໄດ້​ລາວ​ກັບ​ຄືນ​ມາ​ຢ່າງ​ປອດໄພ’.</verse>
				<verse number="28">“ຝ່າຍ​ຜູ້​ເປັນ​ອ້າຍ​ກໍ​ໃຈຮ້າຍ ແລະ ບໍ່​ຍອມ​ເຂົ້າ​ມາ​ໃນ​ເຮືອນ, ຜູ້​ເປັນ​ພໍ່​ຈຶ່ງ​ອອກ​ໄປ ແລະ ຂໍຮ້ອງ​ລາວ​ໃຫ້​ເຂົ້າ​ມາ.</verse>
				<verse number="29">ແຕ່​ລາວ​ໄດ້​ຕອບ​ພໍ່​ວ່າ, ‘ເບິ່ງ​ແມ! ລູກ​ໄດ້​ຮັບໃຊ້​ພໍ່​ດັ່ງ​ທາດ​ຕະຫລອດ​ມາ​ຫລາຍ​ປີ ແລະ ບໍ່​ເຄີຍ​ຝ່າຝືນ​ຄຳສັ່ງ​ຂອງ​ພໍ່​ຈັກ​ເທື່ອ. ແມ່ນແຕ່​ແບ້ໜຸ່ມ​ໂຕ​ໜຶ່ງ​ພໍ່​ກໍ​ຍັງ​ບໍ່​ເຄີຍ​ຍົກ​ໃຫ້​ລູກ​ເພື່ອ​ຈັດງານລ້ຽງ​ສະຫລອງ​ກັບ​ໝູ່​ເພື່ອນ.</verse>
				<verse number="30">ແຕ່​ເມື່ອ​ລູກ​ຂອງ​ພໍ່​ຄົນ​ນີ້ ຜູ້​ທີ່​ໄດ້​ຜານ​ຊັບສົມບັດ​ຂອງ​ພໍ່​ໝົດ​ດ້ວຍ​ການ​ໄປ​ຄົບຫາ​ກັບ​ພວກ​ໂສເພນີ​ໄດ້​ກັບ​ຄືນ​ມາ, ພໍ່​ກໍ​ຍັງ​ຂ້າ​ລູກງົວ​ໂຕ​ຕຸ້ຍພີ​ເພື່ອ​ລາວ’.</verse>
				<verse number="31">“ພໍ່​ກ່າວ​ວ່າ, ‘ລູກ​ເອີຍ ເຈົ້າ​ຢູ່​ກັບ​ພໍ່​ຕະຫລອດ​ມາ ແລະ ທຸກສິ່ງ​ທີ່​ພໍ່​ມີ​ກໍ​ເປັນ​ຂອງ​ເຈົ້າ.</verse>
				<verse number="32">ແຕ່​ທີ່​ພວກເຮົາ​ຕ້ອງ​ສະຫລອງ ແລະ ຊື່ນຊົມຍິນດີ​ນັ້ນ, ເພາະ​ນ້ອງຊາຍ​ຂອງ​ເຈົ້າ​ຄົນ​ນີ້​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ອີກ. ລາວ​ເສຍ​ໄປ​ແລ້ວ ແລະ ໄດ້​ພົບ​ກັນ​ອີກ’”.</verse>
			</chapter>
			<chapter number="16">
				<verse number="1">ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກສາວົກ​ວ່າ: “ຍັງ​ມີ​ເສດຖີ​ຄົນ​ໜຶ່ງ​ທີ່​ຜູ້ຈັດການ​ຂອງ​ເພິ່ນ​ຖືກ​ກ່າວຫາ​ວ່າ​ກຳລັງ​ຜານ​ຊັບສິນ​ຂອງ​ເພິ່ນ.</verse>
				<verse number="2">ດັ່ງນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຜູ້ຈັດການ​ຄົນ​ນັ້ນ​ມາ ແລະ ຖາມ​ວ່າ, ‘ເລື່ອງ​ທີ່​ເຮົາ​ໄດ້​ຍິນ​ກ່ຽວກັບ​ເຈົ້າ​ນັ້ນ​ເປັນ​ຢ່າງໃດ? ຈົ່ງ​ເອົາ​ບັນຊີ​ທີ່​ເຈົ້າ​ຈັດການ​ຢູ່​ນັ້ນ​ມາ, ເພາະ​ເຈົ້າ​ບໍ່​ສາມາດ​ເປັນ​ຜູ້ຈັດການ​ຕໍ່​ໄປ​ໄດ້​ອີກ’.</verse>
				<verse number="3">“ຜູ້ຈັດການ​ຄົນ​ນັ້ນ​ຄິດ​ໃນ​ໃຈ​ວ່າ, ‘ຈະ​ເຮັດ​ແນວໃດ​ດີ? ນາຍ​ກຳລັງ​ຈະ​ປົດ​ເຮົາ​ອອກ​ຈາກ​ວຽກ. ເຮົາ​ກໍ​ບໍ່​ມີ​ແຮງ​ຈະ​ຂຸດ​ດິນ ແລະ ຈະ​ໄປ​ຂໍທານ​ກໍ​ອາຍ.</verse>
				<verse number="4">ເຮົາ​ຮູ້​ແລ້ວ​ວ່າ​ເຮົາ​ຈະ​ເຮັດ​ຢ່າງໃດ​ດີ ເພື່ອ​ວ່າ​ເມື່ອ​ເຮົາ​ອອກ​ຈາກ​ໜ້າທີ່​ນີ້​ແລ້ວ​ຈະ​ໄດ້​ມີ​ຄົນ​ຕ້ອນຮັບ​ເຮົາ​ເຂົ້າ​ໄປ​ເຮືອນ​ຂອງ​ພວກເຂົາ’.</verse>
				<verse number="5">“ດັ່ງນັ້ນ ລາວ​ຈຶ່ງ​ເອີ້ນ​ຜູ້​ເປັນໜີ້​ຂອງ​ນາຍ​ມາ​ເທື່ອ​ລະ​ຄົນ. ລາວ​ຖາມ​ຄົນ​ທຳອິດ​ວ່າ, ‘ເຈົ້າ​ເປັນໜີ້​ນາຍ​ຂອງ​ເຮົາ​ຢູ່​ເທົ່າໃດ?’</verse>
				<verse number="6">“ລາວ​ຕອບ​ວ່າ, ‘ເປັນໜີ້​ນ້ຳມັນໝາກກອກ​ສາມພັນ​ລິດ’. “ຜູ້ຈັດການ​ຄົນ​ນັ້ນ​ບອກ​ລາວ​ວ່າ, ‘ຈົ່ງ​ນຳ​ເອກະສານ​ຂອງ​ເຈົ້າ​ມາ, ຮີບ​ນັ່ງ​ລົງ​ແກ້​ໃຫ້​ເປັນ​ໜຶ່ງ​ພັນ​ຫ້າ​ຮ້ອຍ’.</verse>
				<verse number="7">“ຫລັງຈາກນັ້ນ​ລາວ​ກໍ​ຖາມ​ຄົນ​ທີ​ສອງ​ວ່າ, ‘ແລະ ເຈົ້າ​ເປັນໜີ້​ຢູ່​ເທົ່າໃດ?’ “ລາວ​ຕອບ​ວ່າ, ‘ເປັນໜີ້​ເຂົ້າຫວີດ​ສາມສິບ​ໂຕນ’. “ຜູ້ຈັດການ​ຄົນ​ນັ້ນ​ບອກ​ລາວ​ວ່າ, ‘ຈົ່ງ​ນຳ​ເອກະສານ​ມາ​ໄວໆ ແລະ ແກ້​ໃຫ້​ເປັນ​ຊາວສີ່​ໂຕນ’.</verse>
				<verse number="8">“ແລ້ວ​ນາຍ​ຈຶ່ງ​ຍ້ອງຍໍ​ຜູ້ຈັດການ​ທີ່​ບໍ່​ສັດຊື່​ຄົນ​ນີ້​ເພາະ​ລາວ​ໄດ້​ເຮັດ​ຢ່າງ​ສະຫລາດ. ເພາະ​ຄົນ​ຝ່າຍ​ໂລກ​ນີ້​ສະຫລາດ​ຫລາຍ​ກວ່າ​ຄົນ​ຝ່າຍ​ຄວາມສະຫວ່າງ​ໃນ​ການ​ເຮັດ​ທຸລະກິດ​ກັບ​ຄົນ​ປະເພດ​ດຽວ​ກັນ.</verse>
				<verse number="9">ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ໃຊ້​ຊັບສົມບັດ​ຝ່າຍ​ໂລກ​ເພື່ອ​ສ້າງ​ມິດ​ສຳລັບ​ພວກເຈົ້າ​ເອງ ເພື່ອ​ວ່າ​ເມື່ອ​ເວລາ​ຊັບ​ນັ້ນ​ໝົດ​ໄປ​ແລ້ວ​ເຈົ້າ​ຈະ​ໄດ້​ຮັບ​ການ​ຕ້ອນຮັບ​ເຂົ້າ​ສູ່​ບ່ອນຢູ່​ອັນ​ຖາວອນ​ເປັນນິດ.</verse>
				<verse number="10">“ຜູ້ໃດ​ກໍ​ຕາມ​ທີ່​ໄວ້ໃຈ​ໄດ້​ໃນ​ສິ່ງ​ເລັກນ້ອຍ ກໍ​ໄວ້ໃຈ​ໄດ້​ໃນ​ສິ່ງ​ໃຫຍ່​ເໝືອນກັນ, ແລະ ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ສັດຊື່​ໃນ​ສິ່ງ​ເລັກນ້ອຍ ກໍ​ຈະ​ບໍ່​ສັດຊື່​ໃນ​ສິ່ງ​ໃຫຍ່​ເໝືອນກັນ.</verse>
				<verse number="11">ດັ່ງນັ້ນ ຖ້າ​ພວກເຈົ້າ​ສັດຊື່​ໃນ​ເບິ່ງແຍງ​ຊັບສົມບັດ​ຝ່າຍ​ໂລກ​ບໍ່​ໄດ້, ຜູ້ໃດ​ຈະ​ໄວ້ໃຈ​ໃຫ້​ພວກເຈົ້າ​ເບິ່ງແຍງ​ຊັບສົມບັດ​ອັນ​ແທ້​ຈິງ?</verse>
				<verse number="12">ແລະ ຖ້າ​ພວກເຈົ້າ​ໄວ້ໃຈ​ໃຫ້​ເບິ່ງແຍງ​ຊັບສິນ​ຂອງ​ຄົນ​ອື່ນ​ບໍ່​ໄດ້, ຜູ້ໃດ​ຈະ​ມອບ​ຊັບສິນ​ໃຫ້​ເປັນ​ຂອງ​ພວກເຈົ້າ?</verse>
				<verse number="13">“ບໍ່​ມີ​ຜູ້ໃດ​ສາມາດ​ຮັບໃຊ້​ນາຍ​ສອງ​ຄົນ​ໄດ້. ບໍ່​ວ່າ​ພວກເຈົ້າ​ຈະ​ກຽດຊັງ​ນາຍ​ຜູ້​ນີ້ ແລະ ຮັກ​ນາຍ​ຜູ້​ນັ້ນ ຫລື ພວກເຈົ້າ​ຈະ​ອຸທິດຕົນ​ຕໍ່​ນາຍ​ຜູ້​ນີ້ ແລະ ດູຖູກ​ນາຍ​ຜູ້​ນັ້ນ. ພວກເຈົ້າ​ບໍ່​ສາມາດ​ຮັບໃຊ້​ທັງ​ພຣະເຈົ້າ ແລະ ຮັບໃຊ້​ເງິນ​ໄດ້”.</verse>
				<verse number="14">ຝ່າຍ​ພວກ​ຟາຣີຊາຍ​ຜູ້​ທີ່​ຮັກເງິນ​ເມື່ອ​ໄດ້​ຍິນ​ເລື່ອງ​ທັງ​ໝົດ​ນີ້​ແລ້ວ​ກໍ​ເຢາະເຢີ້ຍ​ພຣະເຢຊູເຈົ້າ.</verse>
				<verse number="15">ພຣະອົງ​ກ່າວ​ກັບ​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ຄົນ​ທີ່​ເຮັດ​ໃຫ້​ຕົນ​ເອງ​ຊອບທຳ​ໃນ​ສາຍຕາ​ຄົນ​ອື່ນ, ແຕ່​ພຣະເຈົ້າ​ຮູ້ຈັກ​ຈິດໃຈ​ຂອງ​ພວກເຈົ້າ. ສິ່ງ​ທີ່​ຄົນ​ທັງຫລາຍ​ຖື​ວ່າ​ມີ​ຄຸນຄ່າ​ສູງ​ກໍ​ເປັນ​ທີ່​ໜ້າ​ລັງກຽດ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າ.</verse>
				<verse number="16">“ກົດບັນຍັດ ແລະ ຄຳສອນ​ຂອງ​ຜູ້ທຳນວາຍ​ໄດ້​ຮັບ​ການ​ປະກາດ​ຕະຫລອດ​ມາ​ຈົນ​ເຖິງ​ສະໄໝ​ຂອງ​ໂຢຮັນ. ຕັ້ງແຕ່​ເວລາ​ນັ້ນ​ມາ ຂ່າວປະເສີດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ​ກໍ​ໄດ້​ຖືກ​ປະກາດ​ໄປ ແລະ ທຸກຄົນ​ກໍ​ກຳລັງ​ຍາດ​ກັນ​ເຂົ້າ​ໄປ​ໃນ​ອານາຈັກ​ນັ້ນ.</verse>
				<verse number="17">ຟ້າ ແລະ ດິນ​ຈະ​ສູນຫາຍ​ໄປ ກໍ​ຍັງ​ງ່າຍ​ກວ່າ​ທີ່​ຈຸດ​ໜຶ່ງ​ໃນ​ກົດບັນຍັດ​ຈະ​ຕົກ​ຫລົ່ນ.</verse>
				<verse number="18">“ຜູ້ໃດ​ທີ່​ຢ່າຮ້າງ​ເມຍ​ຂອງ​ຕົນ ແລະ ໄປ​ແຕ່ງງານ​ກັບ​ຍິງ​ອື່ນ ຜູ້​ນັ້ນ​ກໍ​ຫລິ້ນຊູ້ ແລະ ຊາຍ​ໃດ​ທີ່​ແຕ່ງງານ​ກັບ​ຍິງ​ທີ່​ຖືກ​ຢ່າຮ້າງ ຜູ້​ນັ້ນ​ກໍ​ຫລິ້ນຊູ້.</verse>
				<verse number="19">“ຍັງ​ມີ​ເສດຖີ​ຄົນ​ໜຶ່ງ​ທີ່​ນຸ່ງ​ຊຸດ​ສີມ່ວງ ແລະ ຜ້າຝ້າຍລິນິນ​ເນື້ອ​ລະອຽດ​ດີ ແລະ ໃຊ້​ຊີວິດ​ຢ່າງ​ສຸກສະບາຍ​ທຸກ​ມື້.</verse>
				<verse number="20">ມີ​ຂໍທານ​ຄົນ​ໜຶ່ງ​ຊື່​ລາຊາໂຣ ມີ​ບາດແຜ​ເຕັມ​ໂຕ​ນອນ​ຢູ່​ທີ່​ປະຕູ​ເຮືອນ​ຂອງ​ເສດຖີ</verse>
				<verse number="21">ແລະ ລໍຖ້າ​ກິນ​ອາຫານ​ທີ່​ຕົກ​ຈາກ​ໂຕະ​ຂອງ​ເສດຖີ. ແມ່ນ​ແຕ່​ໝາ​ກໍ​ຍັງ​ມາ​ເລຍ​ບາດແຜ​ຂອງ​ລາວ.</verse>
				<verse number="22">“ຢູ່​ຕໍ່ມາ ຂໍທານ​ນັ້ນ​ກໍ​ໄດ້​ຕາຍ ແລະ ບັນດາ​ເທວະດາ​ໄດ້​ຮັບ​ລາວ​ໄປ​ໄວ້​ຢູ່​ທາງ​ຂ້າງ​ຂອງ​ອັບຣາຮາມ. ຝ່າຍ​ເສດຖີ​ຄົນ​ນັ້ນ​ກໍ​ຕາຍ​ໄປ​ເໝືອນກັນ ແລະ ຖືກ​ຝັງ​ໄວ້.</verse>
				<verse number="23">ເມື່ອ​ຢູ່​ໃນ​ນະລົກ ​ກໍ​ທຸກທໍລະມານ​ຫລາຍ, ເສດຖີ​ນັ້ນ​ຈຶ່ງ​ເງີຍ​ໜ້າ​ຂຶ້ນ​ເຫັນ​ອັບຣາຮາມ​ຢູ່​ແຕ່​ໄກ ມີ​ລາຊາໂຣ​ຢູ່​ທາງ​ຂ້າງ​ຂອງ​ເພິ່ນ.</verse>
				<verse number="24">ດັ່ງນັ້ນ ລາວ​ຈຶ່ງ​ຮ້ອງ​ບອກ​ວ່າ, ‘ອັບຣາຮາມ ບິດາ​ເອີຍ, ສົງສານ​ຂ້ານ້ອຍ​ດ້ວຍ ແລະ ໃຊ້​ລາຊາໂຣ​ເອົາ​ປາຍ​ນິ້ວມື​ຈຸ່ມ​ນ້ຳ​ມາ​ແຕະ​ໃສ່​ລີ້ນ​ຂອງ​ຂ້ານ້ອຍ​ໃຫ້​ເຢັນ​ລົງ ເພາະ​ຂ້ານ້ອຍ​ທຸກທໍລະມານ​ຫລາຍ​ຢູ່​ໃນ​ແປວໄຟ​ນີ້’.</verse>
				<verse number="25">“ແຕ່​ອັບຣາຮາມ​ຕອບ​ວ່າ, ‘ລູກ​ເອີຍ, ຈົ່ງ​ຈື່​ໄວ້​ວ່າ​ໃນ​ຕະຫລອດ​ຊີວິດ​ຂອງ​ເຈົ້າ ເຈົ້າ​ໄດ້​ຮັບ​ແຕ່​ສິ່ງ​ດີ ຂະນະ​ທີ່​ລາຊາໂຣ​ໄດ້​ຮັບ​ແຕ່​ສິ່ງ​ບໍ່​ດີ, ແຕ່​ດຽວນີ້​ລາວ​ໄດ້​ຮັບ​ການ​ເລົ້າໂລມໃຈ​ຢູ່​ທີ່​ນີ້​ແລ້ວ ສ່ວນ​ເຈົ້າ​ກໍ​ຢູ່​ໃນ​ຄວາມ​ທຸກທໍລະມານ.</verse>
				<verse number="26">ນອກຈາກ​ທັງໝົດ​ນີ້​ແລ້ວ ລະຫວ່າງ​ພວກເຮົາ ແລະ ພວກເຈົ້າ​ກໍ​ມີ​ເຫວ​ໃຫຍ່​ຂວາງ​ກັ້ນ​ຢູ່, ເພື່ອ​ວ່າ​ຜູ້ໃດ​ທີ່​ຢາກ​ຈະ​ຂ້າມ​ຈາກ​ທີ່​ນີ້​ໄປ​ຫາ​ພວກເຈົ້າ​ກໍ​ບໍ່​ໄດ້ ຫລື ຜູ້ໃດ​ຈະ​ຂ້າມ​ຈາກ​ບ່ອນ​ນັ້ນ​ມາ​ຫາ​ພວກເຮົາ​ກໍ​ບໍ່​ໄດ້’.</verse>
				<verse number="27">“ລາວ​ຈຶ່ງ​ຕອບ​ວ່າ, ‘ບິດາ​ເອີຍ, ຖ້າ​ຢ່າງ​ນັ້ນ ຂ້ານ້ອຍ​ຂໍຮ້ອງ​ທ່ານ​ໃຫ້​ໃຊ້​ລາຊາໂຣ​ໄປ​ຫາ​ຄອບຄົວ​ຂອງ​ຂ້ານ້ອຍ​ດ້ວຍ,</verse>
				<verse number="28">ເພາະ​ຂ້ານ້ອຍ​ມີ​ອ້າຍນ້ອງ​ຫ້າ​ຄົນ, ໃຫ້​ລາຊາໂຣ​ເຕືອນ​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ມາ​ໃນ​ບ່ອນ​ທີ່​ທຸກທໍລະມານ​ນີ້​ເໝືອນກັນ’.</verse>
				<verse number="29">“ອັບຣາຮາມ​ຕອບ​ວ່າ, ‘ພວກເຂົາ​ມີ​ໂມເຊ ແລະ ບັນດາ​ຜູ້ທຳນວາຍ​ຢູ່​ແລ້ວ ຈົ່ງ​ໃຫ້​ພວກເຂົາ​ຟັງ​ຄົນ​ເຫລົ່ານັ້ນ’.</verse>
				<verse number="30">“ເສດຖີ​ຄົນ​ນັ້ນ​ຈຶ່ງ​ກ່າວ​ວ່າ, ‘ບໍ່​ແມ່ນ​ດອກ ອັບຣາຮາມ ບິດາ​ເອີຍ, ແຕ່​ຖ້າ​ມີ​ຜູ້​ໜຶ່ງ​ເປັນຄືນຈາກຕາຍ​ແລ້ວ​ໄປ​ຫາ​ພວກເຂົາ, ພວກເຂົາ​ກໍ​ຄົງ​ຈະ​ຖິ້ມໃຈເກົ່າເອົາໃຈໃໝ່’.</verse>
				<verse number="31">“ແຕ່​ອັບຣາຮາມ​ກ່າວ​ກັບ​ລາວ​ວ່າ, ‘ຖ້າ​ພວກເຂົາ​ບໍ່​ຟັງ​ໂມເຊ ແລະ ບັນດາ​ຜູ້ທຳນວາຍ​ແລ້ວ, ເຖິງ​ຈະ​ມີ​ຄົນ​ຄືນ​ມາ​ຈາກ​ຕາຍ​ພວກເຂົາ​ກໍ​ຈະ​ບໍ່​ຍອມ​ເຊື່ອ’”.</verse>
			</chapter>
			<chapter number="17">
				<verse number="1">ພຣະເຢຊູເຈົ້າ​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ: “ສິ່ງ​ທີ່​ເປັນ​ຕົ້ນເຫດ​ໃຫ້​ຄົນ​ສະດຸດລົ້ມ​ຈະ​ມີ​ມາ​ແນ່ນອນ, ແຕ່​ວິບັດ​ແກ່​ທຸກ​ຄົນ​ທີ່​ເປັນ​ຕົ້ນເຫດ​ໃຫ້​ສິ່ງ​ເຫລົ່ານັ້ນ​ມາ.</verse>
				<verse number="2">ເອົາ​ຫີນໂມ້ແປ້ງ​ຜູກ​ໃສ່​ຄໍ​ຂອງ​ພວກເຂົາ​ແລ້ວ​ຖິ້ມ​ລົງ​ໃນ​ທະເລ​ກໍ​ຍັງ​ດີ​ກວ່າ​ປ່ອຍ​ໃຫ້​ພວກເຂົາ​ເປັນ​ຕົ້ນເຫດ​ເຮັດ​ໃຫ້​ຄົນ​ໜຶ່ງ​ໃນ​ຜູ້​ເລັກນ້ອຍ​ເຫລົ່ານີ້​ສະດຸດລົ້ມ.</verse>
				<verse number="3">ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ. “ຖ້າ​ພີ່ນ້ອງ​ຂອງ​ພວກເຈົ້າ​ເຮັດ​ບາບ​ຕໍ່​ພວກເຈົ້າ, ຈົ່ງ​ຕັກເຕືອນ​ພວກເຂົາ ແລະ ຖ້າ​ພວກເຂົາ​ກັບໃຈໃໝ່ ຈົ່ງ​ອະໄພ​ໃຫ້​ພວກເຂົາ.</verse>
				<verse number="4">ເຖິງ​ແມ່ນ​ວ່າ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່​ເຈົ້າ​ເຈັດ​ເທື່ອ​ໃນ​ວັນ​ດຽວ ແລະ ກັບ​ມາ​ຫາ​ເຈົ້າ​ເຈັດ​ເທື່ອ​ແລ້ວ​ເວົ້າ​ວ່າ, ‘ຂ້ອຍ​ກັບໃຈໃໝ່​ແລ້ວ’ ພວກເຈົ້າ​ຈະ​ຕ້ອງ​ຍົກໂທດ​ໃຫ້​ພວກເຂົາ”.</verse>
				<verse number="5">ພວກ​ອັກຄະສາວົກ​ເວົ້າ​ຕໍ່​ອົງພຣະຜູ້ເປັນເຈົ້າ​ວ່າ, “ຂໍ​ເພີ່ມເຕີມ​ຄວາມເຊື່ອ​ຂອງ​ພວກຂ້ານ້ອຍ​ດ້ວຍ!”</verse>
				<verse number="6">ພຣະອົງ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ພຽງ​ເລັກນ້ອຍ​ເທົ່າ​ແກ່ນ​ຜັກກາດ​ເມັດ​ໜຶ່ງ, ພວກເຈົ້າ​ຈະ​ສັ່ງ​ຕົ້ນມອນ​ນີ້​ວ່າ, ‘ຈົ່ງ​ຖອນ​ຮາກ​ອອກ​ໄປ​ປູກ​ໃນ​ທະເລ’ ແລະ ມັນ​ກໍ​ຈະ​ເຊື່ອຟັງ​ພວກເຈົ້າ.</verse>
				<verse number="7">“ສົມມຸດ​ວ່າ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ມີ​ຄົນຮັບໃຊ້​ໄຖນາ ຫລື ເບິ່ງແຍງ​ແກະ. ເມື່ອ​ຄົນຮັບໃຊ້​ກັບ​ມາ​ຈາກ​ທົ່ງນາ​ລາວ​ຈະ​ບອກ​ຄົນຮັບໃຊ້​ຄົນ​ນັ້ນ​ບໍ​ວ່າ, ‘ມາ​ດຽວນີ້ ມາ​ນັ່ງ​ກິນ​ອາຫານ’?</verse>
				<verse number="8">ລາວ​ຈະ​ບໍ່​ເວົ້າ​ບໍ​ວ່າ, ‘ຈົ່ງ​ຕຽມ​ອາຫານຄໍ່າ​ໃຫ້​ເຮົາ, ຕຽມໂຕ​ໃຫ້​ພ້ອມ ແລະ ເຝົ້າ​ຮັບໃຊ້​ເຮົາ​ໃນ​ຂະນະ​ທີ່​ເຮົາ​ກິນ ແລະ ດື່ມ, ຫລັງຈາກນັ້ນ​ເຈົ້າ​ຈຶ່ງ​ກິນ ແລະ ດື່ມ’?</verse>
				<verse number="9">ນາຍ​ຈະ​ຂອບໃຈ​ຄົນຮັບໃຊ້​ເພາະ​ລາວ​ໄດ້​ເຮັດ​ຕາມ​ຄຳ​ສັ່ງ​ບໍ?</verse>
				<verse number="10">ດັ່ງນັ້ນ ພວກເຈົ້າ​ກໍ​ເໝືອນກັນ, ເມື່ອ​ພວກເຈົ້າ​ໄດ້​ປະຕິບັດ​ທຸກສິ່ງ​ຕາມ​ຄຳສັ່ງ​ທີ່​ໃຫ້​ເຮັດ​ແລ້ວ ກໍ​ຄວນ​ເວົ້າ​ວ່າ, ‘ພວກຂ້ານ້ອຍ​ເປັນ​ຄົນຮັບໃຊ້​ທີ່​ບໍ່​ມີ​ຄຸນຄ່າ, ພວກຂ້ານ້ອຍ​ພຽງ​ແຕ່​ໄດ້​ເຮັດ​ຕາມ​ໜ້າທີ່​ຂອງ​ພວກຂ້ານ້ອຍ​ເທົ່ານັ້ນ’”.</verse>
				<verse number="11">ລະຫວ່າງ​ທາງ​ໄປ​ເຢຣູຊາເລັມ, ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ຕາມ​ເຂດແດນ​ລະຫວ່າງ​ແຂວງ​ຊາມາເຣຍ ແລະ ຄາລີເລ.</verse>
				<verse number="12">ຂະນະ​ທີ່​ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ໝູ່ບ້ານ​ແຫ່ງ​ໜຶ່ງ, ມີ​ຊາຍ​ຂີ້ທູດ ​ສິບ​ຄົນ​ລໍຖ້າ​ພົບ​ພຣະອົງ. ພວກເຂົາ​ຢືນ​ຢູ່​ແຕ່​ໄກ.</verse>
				<verse number="13">ພວກເຂົາ​ຮ້ອງ​ສຽງ​ດັງ​ວ່າ, “ພຣະເຢຊູເຈົ້າ ນາຍ​ເອີຍ, ສົງສານ​ພວກເຮົາ​ດ້ວຍ!”</verse>
				<verse number="14">ເມື່ອ​ພຣະອົງ​ເຫັນ​ພວກເຂົາ​ກໍ​ກ່າວ​ວ່າ, “ຈົ່ງ​ໄປ​ສະແດງ​ໂຕ​ກັບ​ພວກ​ປະໂລຫິດ”. ຂະນະ​ທີ່​ພວກເຂົາ​ກຳລັງ​ຍ່າງ​ໄປ​ນັ້ນ ພວກເຂົາ​ກໍ​ຫາຍດີ.</verse>
				<verse number="15">ຄົນ​ໜຶ່ງ​ໃນ​ພວກເຂົາ​ເມື່ອ​ເຫັນ​ວ່າ​ຕົນ​ໄດ້​ດີ​ພະຍາດ​ແລ້ວ​ຈຶ່ງ​ກັບ​ມາ ແລະ ສັນລະເສີນ​ພຣະເຈົ້າ​ດ້ວຍ​ສຽງ​ດັງ.</verse>
				<verse number="16">ລາວ​ຖິ້ມ​ໂຕ​ລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ​ແລ້ວ​ຂອບພຣະຄຸນ​ພຣະອົງ. ລາວ​ເປັນ​ຊາວ​ຊາມາເຣຍ.</verse>
				<verse number="17">ພຣະເຢຊູເຈົ້າ​ຖາມ​ວ່າ, “ມີ​ສິບ​ຄົນ​ດີ​ພະຍາດ​ບໍ່​ແມ່ນ​ບໍ? ອີກ​ເກົ້າ​ຄົນ​ນັ້ນ​ຢູ່​ໃສ?</verse>
				<verse number="18">ບໍ່​ມີ​ຈັກ​ຄົນ​ກັບ​ຄືນ​ມາ​ສັນລະເສີນ​ພຣະເຈົ້າ​ນອກຈາກ​ຄົນຕ່າງຊາດ​ຄົນ​ນີ້​ບໍ?”</verse>
				<verse number="19">ແລ້ວ​ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ລຸກຂຶ້ນ ແລະ ໄປ​ສາ ຄວາມເຊື່ອ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ດີ​ພະຍາດ​ແລ້ວ”.</verse>
				<verse number="20">ຄັ້ງ​ໜຶ່ງ ມີ​ພວກ​ຟາຣີຊາຍ​ໄດ້​ຖາມ​ວ່າ​ອານາຈັກ​ຂອງ​ພຣະເຈົ້າ​ຈະ​ມາ​ເຖິງ​ເມື່ອໃດ, ພຣະເຢຊູເຈົ້າ​ຕອບ​ວ່າ, “ການ​ມາ​ຂອງ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່​ແມ່ນ​ສິ່ງ​ທີ່​ສັງເກດ​ໄດ້,</verse>
				<verse number="21">ຫລື ຄົນ​ທັງຫລາຍ​ຈະ​ບໍ່​ເວົ້າ​ວ່າ, ‘ອານາຈັກ​ນັ້ນ​ຢູ່​ທີ່​ນີ້’ ຫລື ‘ຢູ່​ທີ່​ນັ້ນ’ ເພາະ​ອານາຈັກ​ຂອງ​ພຣະເຈົ້າ​ຢູ່​ໃນ​ທ່າມກາງ ​ພວກເຈົ້າ”.</verse>
				<verse number="22">ຫລັງຈາກ​ນັ້ນ ພຣະອົງ​ກໍ​ກ່າວ​ກັບ​ພວກສາວົກ​ວ່າ, “ເວລາ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ພວກເຈົ້າ​ຢາກ​ຈະ​ເຫັນ​ພຽງ​ແຕ່​ວັນ​ໜຶ່ງ​ຂອງ​ບຸດມະນຸດ ແຕ່​ພວກເຈົ້າ​ຈະ​ບໍ່​ເຫັນ.</verse>
				<verse number="23">ຄົນ​ທັງຫລາຍ​ຈະ​ບອກ​ພວກເຈົ້າ​ວ່າ, ‘ພຣະອົງ​ຢູ່​ທີ່​ນັ້ນ!’ ຫລື ‘ພຣະອົງ​ຢູ່​ທີ່​ນີ້!’ ຢ່າ​ໄປ​ແລ່ນ​ຕາມ​ພວກເຂົາ.</verse>
				<verse number="24">ດ້ວຍ​ວ່າ ໃນ​ວັນ​ຂອງ​ບຸດມະນຸດ ​ຈະ​ມາ​ເໝືອນດັ່ງ​ສາຍ​ຟ້າແມບ​ທີ່​ສ່ອງແສງ​ສະຫວ່າງ​ຈາກ​ຂອບຟ້າ​ເບື້ອງໜຶ່ງ​ຈົນ​ເຖິງ​ຂອບຟ້າ​ອີກ​ເບື້ອງໜຶ່ງ.</verse>
				<verse number="25">ແຕ່​ກ່ອນ​ໜ້າ​ນັ້ນ ພຣະອົງ​ຕ້ອງ​ທົນທຸກທໍລະມານ​ຫລາຍ​ຢ່າງ ແລະ ຄົນ​ໃນ​ສະໄໝ​ນີ້​ຈະ​ປະຕິເສດ​ພຣະອົງ.</verse>
				<verse number="26">“ເຫດການ​ໃນ​ສະໄໝ​ຂອງ​ໂນອາ​ເປັນ​ຢ່າງໃດ ໃນ​ສະໄໝ​ຂອງ​ບຸດມະນຸດ​ກໍ​ຈະ​ເປັນ​ຢ່າງນັ້ນ,</verse>
				<verse number="27">ຄົນ​ທັງຫລາຍ​ໄດ້​ກິນ, ໄດ້​ດື່ມ, ໄດ້​ແຕ່ງງານ ແລະ ໄດ້​ຍົກ​ໃຫ້​ເປັນ​ຜົວເມຍ​ກັນ​ຈົນ​ເຖິງ​ວັນ​ທີ່​ໂນອາ​ໄດ້​ເຂົ້າ​ໄປ​ໃນ​ເຮືອ. ຫລັງຈາກ​ນັ້ນ ນ້ຳ​ກໍ​ມາ​ຖ້ວມ ແລະ ໄດ້​ທຳລາຍ​ພວກເຂົາ​ທັງໝົດ.</verse>
				<verse number="28">“ໃນ​ສະໄໝ​ຂອງ​ໂລດ​ກໍ​ເໝືອນກັນ. ຄົນ​ທັງຫລາຍ​ໄດ້​ກິນ ແລະ ໄດ້​ດື່ມ, ໄດ້​ຊື້ ແລະ ໄດ້​ຂາຍ, ໄດ້​ປູກ​ຝັງ ແລະ ໄດ້​ກໍ່​ສ້າງ.</verse>
				<verse number="29">ແຕ່​ໃນ​ວັນ​ທີ່​ໂລດ​ໄດ້​ອອກໄປ​ຈາກ​ເມືອງ​ໂຊໂດມ, ໄຟ ແລະ ມາດ​ໄດ້​ຕົກ​ມາ​ຈາກ​ຟ້າ ແລະ ໄດ້​ທຳລາຍ​ພວກເຂົາ​ທຸກ​ຄົນ.</verse>
				<verse number="30">“ຈະ​ເປັນ​ດັ່ງ​ນີ້​ແຫລະ​ໃນ​ວັນ​ທີ່​ບຸດມະນຸດ​ມາ.</verse>
				<verse number="31">ໃນ​ວັນ​ນັ້ນ ຄົນ​ທີ່​ຢູ່​ເທິງ​ຫລັງຄາ, ກໍ​ບໍ່​ຕ້ອງ​ລົງ​ມາ​ເພື່ອ​ເກັບ​ເອົາ​ສິ່ງຂອງ​ທີ່​ຢູ່​ໃນ​ເຮືອນ. ເຊັ່ນ​ດຽວ​ກັນ​ກັບ​ຄົນ​ທີ່​ຢູ່​ໃນ​ທົ່ງນາ​ກໍ​ບໍ່​ຕ້ອງ​ກັບ​ຄືນ​ມາ​ເອົາ​ສິ່ງ​ໃດ.</verse>
				<verse number="32">ຈົ່ງ​ລະນຶກ​ເຖິງ​ເມຍ​ຂອງ​ໂລດ!</verse>
				<verse number="33">ຜູ້ໃດ​ກໍ​ຕາມ​ທີ່​ພະຍາຍາມ​ຮັກສາ​ຊີວິດ​ຂອງ​ຕົນ ຜູ້​ນັ້ນ​ຈະ​ເສຍ​ຊີວິດ, ແລະ ຜູ້ໃດ​ກໍ​ຕາມ​ທີ່​ສະຫລະ​ຊີວິດ ຜູ້​ນັ້ນ​ກໍ​ຮັກສາ​ຊີວິດ​ໄວ້.</verse>
				<verse number="34">ເຮົາ​ບອກ​ພວກເຈົ້າ​ວ່າ, ໃນ​ຄືນ​ນັ້ນ​ຈະ​ມີ​ສອງ​ຄົນ​ນອນ​ຢູ່​ໃນ​ຕຽງ​ດຽວ​ກັນ ຄົນ​ໜຶ່ງ​ຈະ​ຖືກ​ຮັບ​ໄປ ແລະ ອີກ​ຄົນ​ໜຶ່ງ​ຈະ​ຖືກ​ປະ​ໄວ້.</verse>
				<verse number="35">ຈະ​ມີ​ຍິງ​ສອງ​ຄົນ​ກຳລັງ​ໂມ້ແປ້ງ​ຢູ່​ນຳ​ກັນ ຄົນ​ໜຶ່ງ​ຈະ​ຖືກ​ຮັບ​ໄປ ແລະ ອີກ​ຄົນ​ໜຶ່ງ​ຈະ​ຖືກ​ປະ​ໄວ້ ”.</verse>
				<verse number="36">ສອງ​ຄົນ​ຢູ່​ໃນ​ທົ່ງນາ ຄົນ​ໜຶ່ງ​ຈະ​ຖືກ​ຮັບ​ໄປ ແລະ ອີກ​ຄົນ​ໜຶ່ງ​ຈະ​ຖືກ​ປະ​ໄວ້.</verse>
				<verse number="37">ພວກເຂົາ​ຖາມ​ວ່າ, “ຢູ່​ບ່ອນ​ໃດ, ອົງພຣະຜູ້ເປັນເຈົ້າ?” ພຣະອົງ​ຕອບ​ວ່າ, “ຊາກ​ສົບ​ຢູ່​ບ່ອນໃດ ຝູງ​ແຮ້ງ​ກໍ​ຈະ​ເຕົ້າໂຮມ​ກັນ​ຢູ່​ບ່ອນ​ນັ້ນ”.</verse>
			</chapter>
			<chapter number="18">
				<verse number="1">ແລ້ວ​ພຣະເຢຊູເຈົ້າ​ໄດ້​ບອກ​ພວກສາວົກ​ຂອງ​ພຣະອົງ​ເປັນ​ຄຳອຸປະມາ​ເພື່ອ​ສະແດງ​ໃຫ້​ພວກເພິ່ນ​ເຫັນ​ວ່າ​ພວກເພິ່ນ​ຄວນ​ອະທິຖານ​ຢູ່​ສະເໝີ ແລະ ບໍ່​ຢຸດ.</verse>
				<verse number="2">ພຣະອົງ​ກ່າວ​ວ່າ: “ໃນ​ເມືອງ​ໜຶ່ງ​ມີ​ຜູ້ພິພາກສາ​ຄົນ​ໜຶ່ງ​ທີ່​ບໍ່​ຢຳເກງ​ພຣະເຈົ້າ ແລະ ບໍ່​ສົນໃຈ​ສິ່ງ​ທີ່​ມະນຸດ​ຄິດ.</verse>
				<verse number="3">ແລະ ໃນ​ເມືອງ​ນັ້ນ​ມີ​ແມ່ໝ້າຍ​ຄົນ​ໜຶ່ງ​ທີ່​ໝັ່ນ​ມາ​ຫາ​ລາວ ແລະ ອ້ອນວອນ​ວ່າ, ‘ຂໍ​ໃຫ້​ຄວາມຍຸຕິທຳ​ຕໍ່​ຄະດີ​ຂອງ​ຂ້ອຍ​ດ້ວຍ’.</verse>
				<verse number="4">“ເປັນ​ເວລາ​ດົນນານ​ແລ້ວ​ທີ່​ຜູ້​ພິພາກສາ​ຄົນ​ນີ້​ໄດ້​ປະຕິເສດ. ແຕ່​ໃນ​ທີ່ສຸດ ເພິ່ນ​ກໍ​ຄິດ​ໃນ​ໃຈ​ວ່າ, ‘ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ຢຳເກງ​ພຣະເຈົ້າ ຫລື ບໍ່​ສົນໃຈ​ສິ່ງ​ທີ່​ມະນຸດ​ຄິດ,</verse>
				<verse number="5">ແຕ່​ເພາະ​ແມ່ໝ້າຍ​ຄົນ​ນີ້​ມາ​ກວນ​ໃຈ​ເຮົາ​ຢູ່​ຕະຫລອດ ເຮົາ​ຈະ​ໃຫ້​ຄວາມຍຸຕິທຳ​ແກ່​ລາວ ເພື່ອ​ລາວ​ຈະ​ບໍ່​ໄດ້​ມາ​ລົບກວນ​ເຮົາ​ອີກ!’”</verse>
				<verse number="6">ແລ້ວ​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ຟັງ​ສິ່ງ​ທີ່​ຜູ້ພິພາກສາ​ບໍ່ຍຸຕິທຳ​ຄົນ​ນີ້​ກ່າວ.</verse>
				<verse number="7">ແລ້ວ​ພຣະເຈົ້າ​ຈະ​ບໍ່​ໃຫ້​ຄວາມຍຸຕິທຳ​ແກ່​ຜູ້​ທີ່​ພຣະອົງ​ເລືອກ​ໄວ້ ຜູ້​ທີ່​ຮ້ອງຂໍ​ພຣະອົງ​ທັງ​ກາງເວັນ ແລະ ກາງຄືນ​ບໍ? ພຣະອົງ​ຈະ​ສືບຕໍ່​ຊັກຊ້າ​ໃນ​ການ​ໃຫ້​ຄວາມຍຸຕິທຳ​ແກ່​ພວກເຂົາ​ຢູ່​ບໍ?</verse>
				<verse number="8">ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ພຣະອົງ​ຈະ​ໃຫ້​ພວກເຂົາ​ໄດ້​ຮັບ​ຄວາມຍຸຕິທຳ​ໂດຍ​ໄວ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ບຸດມະນຸດ​ມາ ພຣະອົງ​ຈະ​ພົບ​ຄວາມເຊື່ອ​ໃນ​ໂລກ​ຢູ່​ບໍ?”</verse>
				<verse number="9">ສຳລັບ​ບາງຄົນ​ທີ່​ໝັ້ນໃຈ​ໃນ​ຄວາມ​ຊອບທຳ​ຂອງ​ຕົນເອງ ແລະ ດູຖູກ​ຄົນ​ອື່ນ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ນີ້​ວ່າ,</verse>
				<verse number="10">“ມີ​ຊາຍ​ສອງ​ຄົນ​ຂຶ້ນ​ໄປ​ທີ່​ວິຫານ​ເພື່ອ​ອະທິຖານ, ຄົນ​ໜຶ່ງ​ເປັນ​ຄົນ​ຟາຣີຊາຍ ແລະ ອີກ​ຄົນ​ໜຶ່ງ​ເປັນ​ຄົນເກັບພາສີ.</verse>
				<verse number="11">ຄົນ​ຟາຣີຊາຍ​ນັ້ນ​ຢືນ​ຢູ່​ຄົນ​ດຽວ ແລະ ອະທິຖານ​ວ່າ: ‘ຂ້າ​ແດ່​ພຣະເຈົ້າ, ຂອບພຣະຄຸນ​ພຣະອົງ​ທີ່​ຂ້ານ້ອຍ​ບໍ່​ເປັນ​ເໝືອນ​ຄົນ​ອື່ນ​ຄື: ເປັນ​ຄົນຂີ້ລັກ, ຄົນຊົ່ວ, ຄົນຫລິ້ນຊູ້ ຫລື ແມ່ນແຕ່​ເປັນ​ເໝືອນ​ຄົນເກັບພາສີ​ຜູ້​ນີ້.</verse>
				<verse number="12">ຂ້ານ້ອຍ​ຖືສິນ​ອົດອາຫານ​ອາທິດ​ລະ​ສອງ​ເທື່ອ ແລະ ຖວາຍ​ໜຶ່ງສ່ວນສິບ​ຈາກ​ທຸກສິ່ງ​ທີ່​ໄດ້​ມາ’.</verse>
				<verse number="13">“ແຕ່​ຄົນເກັບພາສີ​ນັ້ນ​ຢືນ​ຢູ່​ແຕ່​ໄກ. ລາວ​ບໍ່​ກ້າ​ແມ່ນແຕ່​ຈະ​ເງີຍ​ໜ້າ​ຂຶ້ນ​ສູ່​ຟ້າ, ແຕ່​ທຸບຕີ​ເອິກ​ຂອງ​ຕົນ ແລະ ເວົ້າ​ວ່າ, ‘ຂ້າ​ແດ່​ພຣະເຈົ້າ, ຂໍ​ພຣະອົງ​ເມດຕາ​ຂ້ານ້ອຍ​ຜູ້​ເປັນ​ຄົນບາບ​ດ້ວຍ’.</verse>
				<verse number="14">“ເຮົາ​ບອກ​ພວກເຈົ້າ​ວ່າ​ຄົນ​ນີ້​ແຫລະ ເມື່ອ​ກັບ​ໄປ​ທີ່​ເຮືອນ​ຂອງ​ຕົນ​ກໍ​ຖື​ວ່າ​ເປັນ​ຄົນຊອບທຳ​ຕໍ່ໜ້າ​ພຣະເຈົ້າ​ຫລາຍ​ກວ່າ​ຄົນ​ອື່ນ. ເພາະວ່າ​ທຸກຄົນ​ທີ່​ຍົກ​ຕົນ​ເອງ​ຂຶ້ນ​ຈະ​ຖືກ​ກົດ​ລົງ ແລະ ຜູ້ໃດ​ທີ່​ຖ່ອມຕົວ​ລົງ​ຈະ​ຖືກ​ຍົກ​ຂຶ້ນ”.</verse>
				<verse number="15">ປະຊາຊົນ​ໄດ້​ນຳ​ລູກນ້ອຍ​ມາ​ຫາ​ພຣະເຢຊູເຈົ້າ​ເພື່ອ​ໃຫ້​ພຣະອົງ​ວາງ​ມື​ໃສ່​ພວກເຂົາ. ເມື່ອ​ພວກສາວົກ​ເຫັນ​ຈຶ່ງ​ໄດ້​ຫ້າມ​ພວກເຂົາ​ໄວ້.</verse>
				<verse number="16">ແຕ່​ພຣະເຢຊູເຈົ້າ​ເອີ້ນ​ເອົາ​ເດັກນ້ອຍ​ມາ​ຫາ​ພຣະອົງ ແລ້ວ​ກ່າວ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກນ້ອຍ​ເຫລົ່ານັ້ນ​ມາ​ຫາ​ເຮົາ ແລະ ຢ່າ​ຂັດຂວາງ​ພວກເຂົາ, ເພາະ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ຂອງ​ຄົນ​ທີ່​ເປັນ​ເໝືອນ​ເດັກນ້ອຍ​ເຫລົ່ານີ້​ແຫລະ.</verse>
				<verse number="17">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ບໍ່​ຮັບ​ອານາຈັກ​ຂອງ​ພຣະເຈົ້າ​ເໝືອນດັ່ງ​ເດັກນ້ອຍ ຜູ້​ນັ້ນ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່​ໄດ້​ຈັກ​ເທື່ອ”.</verse>
				<verse number="18">ມີ​ຜູ້ປົກຄອງ​ຄົນ​ໜຶ່ງ​ຖາມ​ພຣະອົງ​ວ່າ, “ອາຈານ​ຜູ້​ປະເສີດ, ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ຊີວິດ​ນິລັນດອນ​ເປັນ​ມໍລະດົກ?”</verse>
				<verse number="19">ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເອີ້ນ​ເຮົາ​ວ່າ​ຜູ້ປະເສີດ? ບໍ່​ມີ​ຜູ້ໃດ​ທີ່​ປະເສີດ​ນອກ​ຈາກ​ພຣະເຈົ້າ​ອົງ​ດຽວ​ເທົ່ານັ້ນ.</verse>
				<verse number="20">ເຈົ້າ​ກໍ​ຮູ້ຈັກ​ພຣະບັນຍັດ​ແລ້ວ​ວ່າ: ‘ຢ່າ​ຫລິ້ນຊູ້, ຢ່າ​ຂ້າ​ຄົນ, ຢ່າ​ລັກ, ຢ່າ​ເປັນ​ພະຍານ​ບໍ່​ຈິງ, ຈົ່ງ​ໃຫ້​ກຽດ​ພໍ່ ແລະ ແມ່​ຂອງ​ຕົນ’ ”.</verse>
				<verse number="21">ລາວ​ຕອບ​ວ່າ, “ທັງໝົດ​ນີ້​ຂ້ານ້ອຍ​ໄດ້​ຖື​ຮັກສາ​ມາ​ຕັ້ງແຕ່​ນ້ອຍ​ແລ້ວ”.</verse>
				<verse number="22">ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນີ້​ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ເຈົ້າ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ. ຄື​ຈົ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ ແຈກຢາຍ​ໃຫ້​ຄົນຍາກຈົນ ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ. ຫລັງຈາກນັ້ນ ຈົ່ງ​ຕາມ​ເຮົາ​ມາ”.</verse>
				<verse number="23">ເມື່ອ​ລາວ​ໄດ້​ຍິນ​ດັ່ງນັ້ນ​ລາວ​ກໍ​ທຸກໃຈ​ຫລາຍ ເພາະ​ລາວ​ເປັນ​ຄົນຮັ່ງມີ​ຫລາຍ.</verse>
				<verse number="24">ພຣະເຢຊູເຈົ້າ​ແນມເບິ່ງ​ລາວ ແລະ ກ່າວ​ວ່າ, “ຄົນຮັ່ງມີ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ກໍ​ຍາກ​ແທ້!</verse>
				<verse number="25">ແທ້ຈິງ​ແລ້ວ ອູດ​ໂຕ​ໜຶ່ງ​ຈະ​ລອດ​ຮູ​ເຂັມ​ກໍ​ຍັງ​ງ່າຍ​ກວ່າ​ຄົນຮັ່ງມີ​ຜູ້​ໜຶ່ງ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.</verse>
				<verse number="26">ບັນດາ​ຜູ້​ທີ່​ໄດ້​ຍິນ​ຢ່າງ​ນີ້​ກໍ​ຖາມ​ວ່າ, “ຖ້າ​ຢ່າງ​ນັ້ນ ຜູ້ໃດ​ສາມາດ​ພົ້ນ​ໄດ້?”</verse>
				<verse number="27">ພຣະເຢຊູເຈົ້າ​ຕອບ​ວ່າ, “ສິ່ງ​ທີ່​ເປັນ​ໄປ​ບໍ່​ໄດ້​ສຳລັບ​ມະນຸດ​ແມ່ນ​ເປັນ​ໄປ​ໄດ້​ສຳລັບ​ພຣະເຈົ້າ”.</verse>
				<verse number="28">ເປໂຕ​ເວົ້າ​ກັບ​ພຣະອົງ​ວ່າ, “ພວກຂ້ານ້ອຍ​ໄດ້​ປະຖິ້ມ​ທຸກສິ່ງ​ທີ່​ມີ​ເພື່ອ​ຕິດຕາມ​ພຣະອົງ!”</verse>
				<verse number="29">ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ໄດ້​ປະຖິ້ມ​ເຮືອນ ຫລື ເມຍ ຫລື ອ້າຍ​ເອື້ອຍ​ນ້ອງ ຫລື ພໍ່ແມ່ ຫລື ລູກ ເພື່ອ​ເຫັນແກ່​ອານາຈັກ​ຂອງ​ພຣະເຈົ້າ</verse>
				<verse number="30">ຈະ​ໄດ້​ຮັບ​ສິ່ງ​ຕອບແທນ​ຫລາຍ​ເທົ່າ​ໃນ​ຍຸກ​ນີ້ ແລະ ຈະ​ໄດ້​ຊີວິດ​ນິລັນດອນ​ໃນ​ຍຸກ​ໜ້າ”.</verse>
				<verse number="31">ພຣະເຢຊູເຈົ້າ​ໄດ້​ພາ​ພວກສາວົກ​ທັງ​ສິບສອງ​ຄົນ​ແຍກ​ອອກ​ໄປ​ຕ່າງຫາກ ແລະ ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຮົາ​ກຳລັງ​ຂຶ້ນ​ໄປ​ເຢຣູຊາເລັມ ແລະ ທຸກສິ່ງ​ທີ່​ບັນດາ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້​ກ່ຽວກັບ​ບຸດມະນຸດ​ນັ້ນ​ຈະ​ສຳເລັດ.</verse>
				<verse number="32">ພຣະອົງ​ຈະ​ຖືກ​ມອບ​ໄວ້​ກັບ​ຄົນຕ່າງຊາດ. ພວກເຂົາ​ຈະ​ເຢາະເຢີ້ຍ​ພຣະອົງ, ຈະ​ດູຖູກ​ພຣະອົງ ແລະ ຈະ​ຖົ່ມ​ນ້ຳລາຍ​ໃສ່​ພຣະອົງ,</verse>
				<verse number="33">ພວກເຂົາ​ຈະ​ຂ້ຽນຕີ ແລະ ຈະ​ຂ້າ​ພຣະອົງ ແລ້ວ​ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ອີກ”.</verse>
				<verse number="34">ແຕ່​ພວກສາວົກ​ບໍ່​ເຂົ້າໃຈ​ໃນ​ສິ່ງ​ເຫລົ່ານີ້​ເລີຍ. ເພາະ​ຄວາມໝາຍ​ຂອງ​ສິ່ງ​ເຫລົ່ານີ້​ໄດ້​ຖືກ​ປິດບັງ​ໄວ້​ຈາກ​ພວກເພິ່ນ ແລະ ພວກເພິ່ນ​ບໍ່​ຮູ້​ວ່າ​ພຣະອົງ​ກຳລັງ​ເວົ້າ​ເຖິງ​ເລື່ອງ​ຫຍັງ.</verse>
				<verse number="35">ຂະນະ​ທີ່​ພຣະເຢຊູເຈົ້າ​ມາ​ໃກ້​ເມືອງ​ເຢຣີໂກ, ກໍ​ມີ​ຊາຍ​ຕາບອດ​ຄົນ​ໜຶ່ງ​ກຳລັງ​ນັ່ງ​ຂໍທານ​ຢູ່​ແຄມທາງ.</verse>
				<verse number="36">ເມື່ອ​ລາວ​ໄດ້​ຍິນ​ສຽງ​ປະຊາຊົນ​ກຳລັງ​ຍ່າງ​ຜ່ານ​ໄປ, ລາວ​ຈຶ່ງ​ຖາມ​ວ່າ​ກຳລັງ​ເກີດ​ຫຍັງ​ຂຶ້ນ.</verse>
				<verse number="37">ພວກເຂົາ​ຈຶ່ງ​ບອກ​ລາວ​ວ່າ, “ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ກຳລັງ​ຍ່າງ​ຜ່ານ​ມາ”.</verse>
				<verse number="38">ຊາຍ​ຕາບອດ​ຄົນ​ນັ້ນ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ພຣະເຢຊູເຈົ້າ​ບຸດ​ດາວິດ, ຂໍ​ເມດຕາ​ຂ້ານ້ອຍ​ດ້ວຍ!”</verse>
				<verse number="39">ບັນດາ​ຜູ້​ທີ່​ຍ່າງ​ນຳໜ້າ​ຈຶ່ງ​ຫ້າມ​ລາວ​ໄວ້ ແລະ ບອກ​ລາວ​ໃຫ້​ມິດ​ຢູ່ ແຕ່​ລາວ​ຍິ່ງ​ຮ້ອງ​ດັງ​ຂຶ້ນ​ກວ່າ​ເກົ່າ​ວ່າ, “ບຸດ​ດາວິດ​ເອີຍ, ຂໍ​ເມດຕາ​ຂ້ານ້ອຍ​ດ້ວຍ!”</verse>
				<verse number="40">ພຣະເຢຊູເຈົ້າ​ຈຶ່ງ​ຢຸດ ແລະ ສັ່ງ​ໃຫ້​ຄົນ​ພາ​ລາວ​ມາ​ຫາ​ພຣະອົງ. ເມື່ອ​ລາວ​ເຂົ້າ​ມາ​ໃກ້​ແລ້ວ ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ລາວ​ວ່າ,</verse>
				<verse number="41">“ເຈົ້າ​ຕ້ອງການ​ໃຫ້​ເຮົາ​ເຮັດ​ຫຍັງ​ໃຫ້​ເຈົ້າ?” ລາວ​ຈຶ່ງ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍ​ຢາກ​ເບິ່ງ​ເຫັນ”.</verse>
				<verse number="42">ພຣະເຢຊູເຈົ້າ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ເຫັນຮຸ່ງ​ສາ ຄວາມເຊື່ອ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ຫາຍດີ​ແລ້ວ”.</verse>
				<verse number="43">ໃນ​ທັນໃດ​ນັ້ນ ລາວ​ກໍ​ເຫັນຮຸ່ງ ແລະ ຕິດຕາມ​ພຣະເຢຊູເຈົ້າ​ໄປ ພ້ອມ​ກັບ​ສັນລະເສີນ​ພຣະເຈົ້າ. ເມື່ອ​ທຸກຄົນ​ໄດ້​ເຫັນ​ເຫດການ​ນັ້ນ​ແລ້ວ ພວກເຂົາ​ກໍ​ສັນລະເສີນ​ພຣະເຈົ້າ​ເໝືອນກັນ.</verse>
			</chapter>
			<chapter number="19">
				<verse number="1">ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ເມືອງ​ເຢຣີໂກ ແລະ ກຳລັງ​ຜ່ານ​ເມືອງ​ນັ້ນ​ໄປ</verse>
				<verse number="2">ມີ​ຊາຍ​ຄົນ​ໜຶ່ງ​ຢູ່​ທີ່​ນັ້ນ​ຊື່​ຊັກຂ່າຍ, ລາວ​ເປັນ​ຫົວໜ້າ​ຄົນເກັບພາສີ ແລະ ເປັນ​ຄົນຮັ່ງມີ.</verse>
				<verse number="3">ລາວ​ຢາກ​ເຫັນ​ພຣະເຢຊູເຈົ້າ​ວ່າ​ເປັນ​ຄົນ​ແນວໃດ, ແຕ່​ວ່າ​ລາວ​ເປັນ​ຄົນ​ເຕ້ຍ​ຈຶ່ງ​ເບິ່ງ​ບໍ່​ເຫັນ​ເພາະ​ຄົນ​ແໜ້ນ​ຫລາຍ.</verse>
				<verse number="4">ລາວ​ຈຶ່ງ​ແລ່ນ​ອອກ​ໜ້າ​ກ່ອນ​ແລ້ວ​ປີນ​ຂຶ້ນ​ຕົ້ນໝາກເດື່ອ​ເພື່ອ​ຈະ​ໄດ້​ເຫັນ​ພຣະອົງ, ເພາະ​ພຣະເຢຊູເຈົ້າ​ກຳລັງ​ຜ່ານ​ໄປ​ທາງ​ນັ້ນ.</verse>
				<verse number="5">ເມື່ອ​ພຣະເຢຊູເຈົ້າ​ມາ​ເຖິງ​ທີ່​ນັ້ນ ພຣະອົງ​ກໍ​ເງີຍໜ້າ​ຂຶ້ນ​ແລ້ວ​ເວົ້າ​ກັບ​ລາວ​ວ່າ, “ຊັກຂ່າຍ, ຟ້າວ​ລົງ​ມາ​ສາ. ເພາະ​ວັນ​ນີ້​ເຮົາ​ຕ້ອງ​ພັກ​ຢູ່​ເຮືອນ​ຂອງ​ເຈົ້າ”.</verse>
				<verse number="6">ດັ່ງນັ້ນ​ລາວ​ຈຶ່ງ​ລົງ​ມາ​ທັນທີ ແລະ ຕ້ອນຮັບ​ພຣະອົງ​ດ້ວຍ​ຄວາມຊື່ນຊົມຍິນດີ.</verse>
				<verse number="7">ເມື່ອ​ຄົນ​ທັງໝົດ​ເຫັນ​ດັ່ງນັ້ນ​ກໍ​ພາກັນ​ເລີ່ມ​ຈົ່ມ​ວ່າ, “ພຣະອົງ​ໄປ​ພັກ​ຢູ່​ໃນ​ເຮືອນ​ຂອງ​ຄົນບາບ”.</verse>
				<verse number="8">ແຕ່​ຊັກຂ່າຍ​ລຸກ​ຂຶ້ນ​ເວົ້າ​ກັບ​ອົງພຣະຜູ້ເປັນເຈົ້າ​ວ່າ, “ເບິ່ງ​ແມ! ອົງພຣະຜູ້ເປັນເຈົ້າ, ເວລາ​ນີ້​ຂ້ານ້ອຍ​ຂໍ​ຍົກ​ຊັບສົມບັດ​ເຄິ່ງ​ໜຶ່ງ​ໃຫ້​ແກ່​ຄົນຍາກຈົນ ແລະ ຖ້າ​ຂ້ານ້ອຍ​ໄດ້​ສໍ້ໂກງ​ເອົາ​ສິ່ງ​ໃດ​ຂອງ​ຜູ້ໃດ, ຂ້ານ້ອຍ​ກໍ​ຂໍ​ໃຊ້​ຄືນ​ໃຫ້​ສີ່​ເທົ່າ”.</verse>
				<verse number="9">ພຣະເຢຊູເຈົ້າ​ກ່າວ​ກັບ​ລາວ​ວ່າ, “ໃນ​ວັນນີ້​ຄວາມພົ້ນ​ໄດ້​ມາ​ເຖິງ​ເຮືອນ​ຫລັງ​ນີ້​ແລ້ວ, ເພາະ​ຊາຍ​ຄົນ​ນີ້​ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ເໝືອນກັນ.</verse>
				<verse number="10">ດ້ວຍວ່າ ບຸດມະນຸດ​ໄດ້​ມາ​ເພື່ອ​ຊອກຫາ ແລະ ຊ່ວຍ​ຄົນ​ທີ່​ຫລົງ​ຫາຍ​ໃຫ້​ລອດພົ້ນ”.</verse>
				<verse number="11">ໃນ​ຂະນະ​ທີ່​ຄົນ​ທັງຫລາຍ​ກຳລັງ​ຟັງ​ຢູ່​ນັ້ນ, ພຣະອົງ​ກໍ​ກ່າວ​ຄຳອຸປະມາ​ໃຫ້​ພວກເຂົາ​ຟັງ​ຕໍ່ໄປ ເພາະວ່າ​ພຣະອົງ​ມາ​ໃກ້​ຈະ​ເຖິງ​ນະຄອນ​ເຢຣູຊາເລັມ​ແລ້ວ ແລະ ຄົນ​ທັງຫລາຍ​ຄິດ​ວ່າ​ອານາຈັກ​ຂອງ​ພຣະເຈົ້າ​ຈະ​ປາກົດ​ທັນທີ.</verse>
				<verse number="12">ພຣະອົງ​ກ່າວ​ວ່າ: “ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ເຈົ້ານາຍ​ໄດ້​ອອກ​ໄປ​ແດນໄກ​ເພື່ອ​ຮັບ​ການແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ແລ້ວ​ຈະ​ກັບ​ຄືນ​ມາ,</verse>
				<verse number="13">ເພິ່ນ​ຈຶ່ງ​ເອີ້ນ​ຄົນຮັບໃຊ້​ສິບ​ຄົນ​ມາ​ແລ້ວ​ມອບ​ເງິນ​ໃຫ້​ຄົນ​ລະ​ໜຶ່ງ​ມີນາ ແລະ ສັ່ງ​ວ່າ, ‘ຈົ່ງ​ນຳ​ເງິນ​ນີ້​ໄປ​ເປັນ​ທຶນ​ຄ້າຂາຍ​ຈົນ​ກວ່າ​ເຮົາ​ຈະ​ກັບ​ມາ’.</verse>
				<verse number="14">“ແຕ່​ປະຊາຊົນ​ທີ່​ຢູ່​ພາຍໃຕ້​ການ​ປົກຄອງ​ຂອງ​ເພິ່ນ​ໄດ້​ກຽດຊັງ​ເພິ່ນ ພວກເຂົາ​ຈຶ່ງ​ໃຊ້​ຜູ້​ແທນ​ໄປ​ຫາ​ເພິ່ນ​ເພື່ອ​ບອກ​ວ່າ, ‘ພວກເຮົາ​ບໍ່​ຕ້ອງການ​ໃຫ້​ຊາຍ​ຜູ້​ນີ້​ມາ​ເປັນ​ກະສັດ​ປົກຄອງ​ພວກເຮົາ’.</verse>
				<verse number="15">“ເຖິງ​ຢ່າງ​ໃດ​ກໍ​ຕາມ ເພິ່ນ​ຜູ້​ນີ້​ກໍ​ຍັງ​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ກະສັດ ແລະ ໄດ້​ກັບ​ຄືນ​ມາ​ເຮືອນ, ແລ້ວ​ເພິ່ນ​ຈຶ່ງ​ເອີ້ນ​ເອົາ​ຄົນຮັບໃຊ້​ທີ່​ເພິ່ນ​ໄດ້​ມອບ​ເງິນ​ໃຫ້​ນັ້ນ​ມາ​ພົບ ເພື່ອ​ຈະ​ໄດ້​ຮູ້​ວ່າ​ພວກເຂົາ​ໄດ້​ກຳໄລ​ມາ​ຫລາຍ​ເທົ່າໃດ.</verse>
				<verse number="16">“ຄົນ​ທຳອິດ​ເຂົ້າ​ມາ ແລະ ເວົ້າ​ວ່າ, ‘ນາຍ​ເອີຍ, ເງິນ​ໜຶ່ງ​ມີນາ​ຂອງ​ທ່ານ​ໄດ້​ກຳໄລ​ມາ​ອີກ​ສິບ​ມີນາ’.</verse>
				<verse number="17">“ນາຍ​ຂອງ​ລາວ​ຕອບ​ວ່າ, ‘ດີ​ຫລາຍ ເຈົ້າ​ເປັນ​ຄົນຮັບໃຊ້​ທີ່​ດີ​ຂອງ​ເຮົາ! ເພາະ​ເຈົ້າ​ສັດຊື່​ໄວ້​ໃຈ​ໄດ້​ໃນ​ສິ່ງ​ເລັກນ້ອຍ, ຈົ່ງ​ປົກຄອງ​ສິບ​ຫົວເມືອງ’.</verse>
				<verse number="18">“ຄົນ​ທີ​ສອງ​ເຂົ້າ​ມາ ແລະ ເວົ້າ​ວ່າ, ‘ນາຍ​ເອີຍ ເງິນ​ໜຶ່ງ​ມີນາ​ຂອງ​ທ່ານ​ໄດ້​ກຳໄລ​ມາ​ອີກ​ຫ້າ​ມີນາ’.</verse>
				<verse number="19">“ນາຍ​ຂອງ​ລາວ​ຕອບ​ວ່າ, ‘ໃຫ້​ເຈົ້າ​ປົກຄອງ​ຫ້າ​ຫົວເມືອງ’.</verse>
				<verse number="20">“ຫລັງຈາກນັ້ນ​ຄົນຮັບໃຊ້​ອີກ​ຄົນ​ໜຶ່ງ​ເຂົ້າ​ມາ ແລະ ເວົ້າ​ວ່າ, ‘ນາຍ​ເອີຍ ນີ້​ຄື​ເງິນ​ໜຶ່ງ​ມີນາ​ຂອງ​ທ່ານ, ຂ້ານ້ອຍ​ໄດ້​ເອົາ​ຜ້າ​ຫໍ່​ເກັບ​ໄວ້.</verse>
				<verse number="21">ຂ້ານ້ອຍ​ຢ້ານ​ທ່ານ ເພາະ​ທ່ານ​ເປັນ​ຄົນ​ເຄັ່ງຄັດ, ທ່ານ​ເກັບ​ກຳໄລ​ຈາກ​ທຸລະກິດ​ທີ່​ທ່ານ​ບໍ່​ໄດ້​ລົງ​ທຶນ ແລະ ເກັບກ່ຽວ​ຜົນ​ທີ່​ທ່ານ​ບໍ່​ໄດ້​ຫວ່ານ’.</verse>
				<verse number="22">“ນາຍ​ຂອງ​ລາວ​ຕອບ​ວ່າ, ‘ເຈົ້າ​ຄົນຮັບໃຊ້​ຊົ່ວຊ້າ! ເຮົາ​ຈະ​ຕັດສິນ​ລົງໂທດ​ເຈົ້າ​ຈາກ​ຄຳເວົ້າ​ຂອງ​ເຈົ້າ​ເອງ. ເຈົ້າ​ຮູ້ຈັກ​ວ່າ​ເຮົາ​ເປັນ​ຄົນ​ເຄັ່ງຄັດ, ເກັບ​ກຳໄລ​ຈາກ​ທຸລະກິດ​ທີ່​ເຮົາ​ເອງ​ບໍ່​ໄດ້​ລົງ​ທຶນ ແລະ ເກັບກ່ຽວ​ຜົນ​ທີ່​ເຮົາ​ບໍ່​ໄດ້​ຫວ່ານ?</verse>
				<verse number="23">ແລ້ວ​ເປັນຫຍັງ​ເຈົ້າ​ບໍ່​ນຳ​ເງິນ​ໄປ​ຝາກ​ໄວ້ ເພື່ອ​ວ່າ​ເມື່ອ​ເຮົາ​ກັບມາ​ແລ້ວ​ເຮົາ​ຈະ​ໄດ້​ຮັບ​ເງິນ​ຄືນ​ພ້ອມ​ດ້ວຍ​ດອກເບ້ຍ?’</verse>
				<verse number="24">“ແລ້ວ​ເພິ່ນ​ກໍ​ສັ່ງ​ຄົນ​ທີ່​ຢືນ​ຢູ່​ທີ່​ນັ້ນ​ວ່າ, ‘ຈົ່ງ​ເອົາ​ເງິນ​ມີນາ​ນັ້ນ​ໄປ​ຈາກ​ມັນ ແລະ ມອບ​ໃຫ້​ແກ່​ຄົນ​ທີ່​ມີ​ສິບ​ມີນາ’.</verse>
				<verse number="25">“ແຕ່​ພວກເຂົາ​ເວົ້າ​ວ່າ, ‘ນາຍ​ເອີຍ ຄົນ​ນັ້ນ​ມີ​ຢູ່​ສິບ​ມີນາ​ແລ້ວ!’</verse>
				<verse number="26">“ເພິ່ນ​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ວ່າ, ທຸກຄົນ​ທີ່​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ຮັບ​ເພີ່ມເຕີມ​ອີກ, ສ່ວນ​ຜູ້​ທີ່​ບໍ່​ມີ ແມ່ນແຕ່​ສິ່ງ​ທີ່​ພວກເຂົາ​ມີ​ຢູ່​ກໍ​ຈະ​ຖືກ​ຍົກ​ເອົາ​ໄປ.</verse>
				<verse number="27">ຝ່າຍ​ພວກ​ສັດຕູ​ຂອງ​ເຮົາ​ທີ່​ບໍ່​ຕ້ອງການ​ໃຫ້​ເຮົາ​ເປັນ​ກະສັດ​ປົກຄອງ​ພວກເຂົາ​ນັ້ນ ຈົ່ງ​ພາ​ພວກເຂົາ​ມາ​ທີ່​ນີ້ ແລະ ຂ້າ​ພວກເຂົາ​ຕໍ່ໜ້າ​ເຮົາ’”.</verse>
				<verse number="28">ຫລັງ​ຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ດັ່ງນີ້​ແລ້ວ ພຣະອົງ​ກໍ​ນຳ​ໜ້າ​ຂຶ້ນ​ໄປ​ຍັງ​ເຢຣູຊາເລັມ.</verse>
				<verse number="29">ເມື່ອ​ມາ​ໃກ້​ບ້ານ​ເບັດຟາເຄ ແລະ ເບັດທານີ​ທີ່​ເນີນພູ ເຊິ່ງ​ເອີ້ນ​ວ່າ​ພູເຂົາ​ໝາກກອກ, ພຣະອົງ​ໄດ້​ໃຊ້​ສາວົກ​ສອງ​ຄົນ​ອອກ​ໄປ​ໂດຍ​ສັ່ງ​ພວກເພິ່ນ​ວ່າ,</verse>
				<verse number="30">“ຈົ່ງ​ເຂົ້າ​ໄປ​ໃນ​ບ້ານ​ທີ່​ຢູ່​ຕໍ່ໜ້າ​ນັ້ນ, ເມື່ອ​ເຂົ້າ​ໄປ​ແລ້ວ​ພວກເຈົ້າ​ຈະ​ພົບ​ລໍນ້ອຍ​ໂຕ​ໜຶ່ງ​ມັດ​ຢູ່ ເຊິ່ງ​ຍັງ​ບໍ່​ເຄີຍ​ມີ​ຜູ້ໃດ​ໄດ້​ຂຶ້ນ​ຂີ່​ຈັກ​ເທື່ອ. ຈົ່ງ​ແກ້​ເຊືອກ​ອອກ ແລ້ວ​ຈູງ​ມາ​ທີ່​ນີ້.</verse>
				<verse number="31">ຖ້າ​ມີ​ຜູ້ໃດ​ຖາມ​ພວກເຈົ້າ​ວ່າ, ‘ແກ້​ເອົາ​ມັນ​ໄປ​ເຮັດ​ຫຍັງ?’ ຈົ່ງ​ບອກ​ວ່າ, ‘ອົງພຣະຜູ້ເປັນເຈົ້າ​ຕ້ອງການ’”.</verse>
				<verse number="32">ແລ້ວ​ສາວົກ​ທີ່​ຖືກ​ໃຊ້​ນັ້ນ​ກໍ​ອອກ​ໄປ ແລະ ພົບ​ຕາມ​ທີ່​ພຣະອົງ​ບອກ​ພວກເພິ່ນ​ໄວ້.</verse>
				<verse number="33">ຂະນະ​ທີ່​ພວກເພິ່ນ​ກຳລັງ​ແກ້​ເຊືອກ​ທີ່​ຜູກ​ລໍນ້ອຍ​ອອກ​ຢູ່​ນັ້ນ ເຈົ້າຂອງ​ລໍ​ກໍ​ຖາມ​ວ່າ, “ພວກເຈົ້າ​ແກ້​ເອົາ​ລໍນ້ອຍ​ໄປ​ເຮັດ​ຫຍັງ?”</verse>
				<verse number="34">ພວກເພິ່ນ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ຕ້ອງການ”.</verse>
				<verse number="35">ແລ້ວ​ພວກເພິ່ນ​ກໍ​ຈູງ​ລໍນ້ອຍ​ມາ​ຫາ​ພຣະເຢຊູເຈົ້າ, ພວກເພິ່ນ​ກໍ​ເອົາ​ເສື້ອຄຸມ​ຂອງ​ຕົນ​ປູ​ເທິງ​ຫລັງ​ລໍ ແລ້ວ​ໃຫ້​ພຣະເຢຊູເຈົ້າ​ຂຶ້ນ​ນັ່ງ​ຢູ່​ເທິງ​ລໍນ້ອຍ​ນັ້ນ.</verse>
				<verse number="36">ຂະນະ​ທີ່​ພຣະເຢຊູເຈົ້າ​ຂີ່​ໄປ​ນັ້ນ, ປະຊາຊົນ​ກໍ​ເອົາ​ເສື້ອຄຸມ​ຂອງ​ຕົນ​ປູ​ລົງ​ຕາມ​ທາງ.</verse>
				<verse number="37">ເມື່ອ​ພຣະອົງ​ມາ​ໃກ້​ບ່ອນ​ທີ່​ເປັນ​ທາງ​ລົງ​ຈາກ​ພູເຂົາ​ໝາກກອກ, ປະຊາຊົນ​ທີ່​ເປັນ​ສາວົກ​ຂອງ​ພຣະອົງ​ຕ່າງ​ກໍ​ພາກັນ​ສັນລະເສີນ​ພຣະເຈົ້າ​ສຽງ​ດັງ​ດ້ວຍ​ຄວາມຊື່ນຊົມຍິນດີ​ໃນ​ການ​ອັດສະຈັນ​ທັງໝົດ​ທີ່​ພວກເຂົາ​ໄດ້​ເຫັນ​ໂດຍ​ເວົ້າ​ວ່າ,</verse>
				<verse number="38">“ພຣະພອນ​ມີ​ແດ່​ກະສັດ​ຜູ້​ທີ່​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ!” “ສັນຕິສຸກ​ຈົ່ງ​ມີ​ໃນ​ສະຫວັນ ແລະ ສະຫງ່າລາສີ​ຈົ່ງ​ມີ​ໃນ​ທີ່​ສູງສຸດ!”</verse>
				<verse number="39">ພວກ​ຟາຣີຊາຍ​ບາງຄົນ​ໃນ​ປະຊາຊົນ​ໄດ້​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອາຈານ, ຈົ່ງ​ຫ້າມ​ພວກສາວົກ​ຂອງ​ທ່ານ​ດ້ວຍ!”</verse>
				<verse number="40">ພຣະອົງ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ວ່າ ຖ້າ​ພວກເຂົາ​ມິດງຽບ​ຢູ່ ກ້ອນຫີນ​ທັງຫລາຍ​ກໍ​ຈະ​ເປັ່ງ​ສຽງ​ຮ້ອງ​ຂຶ້ນ”.</verse>
				<verse number="41">ເມື່ອ​ພຣະອົງ​ມາ​ໃກ້ ແລະ ເຫັນ​ເຢຣູຊາເລັມ​ແລ້ວ, ພຣະອົງ​ກໍ​ຮ້ອງໄຫ້​ເພາະ​ສົງສານ​ນະຄອນ​ນັ້ນ</verse>
				<verse number="42">ແລະ ໄດ້​ກ່າວ​ວ່າ, “ຖ້າ​ພຽງແຕ່​ເຈົ້າ​ໄດ້​ຮູ້​ໃນ​ວັນນີ້​ວ່າ​ອັນ​ໃດ​ຈະ​ນຳ​ສັນຕິສຸກ​ມາ​ສູ່​ເຈົ້າ ແຕ່​ບັດນີ້​ສິ່ງ​ນັ້ນ​ໄດ້​ຖືກ​ປິດບັງ​ຈາກ​ສາຍຕາ​ຂອງ​ເຈົ້າ​ແລ້ວ.</verse>
				<verse number="43">ວັນ​ເຫລົ່ານັ້ນ​ຈະ​ມາ​ເຖິງ​ເຈົ້າ ເມື່ອ​ສັດຕູ​ຂອງ​ເຈົ້າ​ຂຸດ​ຄູ​ກັ້ນ​ເພື່ອ​ໂຈມຕີ​ເຈົ້າ ແລະ ອ້ອມ​ເຈົ້າ​ໄວ້​ທຸກ​ດ້ານ.</verse>
				<verse number="44">ພວກເຂົາ​ຈະ​ແກວ່ງ​ເຈົ້າ​ລົງ​ພື້ນດິນ, ເຈົ້າ​ກັບ​ລູກຫລານ​ພາຍ​ໃນ​ກຳແພງ​ຂອງ​ເຈົ້າ ພວກເຂົາ​ຈະ​ບໍ່​ປ່ອຍ​ໃຫ້​ເຫລືອ​ກ້ອນຫີນ​ຊ້ອນ​ທັບ​ກັນ​ຈັກ​ກ້ອນ ເພາະວ່າ​ເຈົ້າ​ບໍ່​ຮູ້ຈັກ​ເວລາ​ທີ່​ພຣະເຈົ້າ​ຈະ​ມາ​ຫາ​ເຈົ້າ”.</verse>
				<verse number="45">ເມື່ອ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ ແລະ ເລີ່ມ​ຂັບໄລ່​ບັນດາ​ຄົນ​ທີ່​ຊື້​ຂາຍ​ຢູ່​ທີ່​ນັ້ນ​ອອກໄປ.</verse>
				<verse number="46">ພຣະອົງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ວິຫານ​ຂອງ​ເຮົາ​ຈະ​ເປັນ​ສະຖານທີ່​ແຫ່ງ​ການອະທິຖານ’ ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ກາຍເປັນ ‘ຖ້ຳໂຈນ’ ”.</verse>
				<verse number="47">ພຣະອົງ​ໄດ້​ສັ່ງສອນ​ຢູ່​ທີ່​ວິຫານ​ທຸກ​ວັນ. ແຕ່​ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ບັນດາ​ຜູ້ນຳ​ໃນ​ທ່າມກາງ​ປະຊາຊົນ​ກໍ​ພະຍາຍາມ​ຊອກຫາ​ທາງ​ທີ່​ຈະ​ຂ້າ​ພຣະອົງ</verse>
				<verse number="48">ແຕ່​ພວກເຂົາ​ບໍ່​ເຫັນ​ຊ່ອງທາງ​ທີ່​ຈະ​ເຮັດ​ໄດ້, ເພາະ​ປະຊາຊົນ​ທັງຫລາຍ​ຕັ້ງໃຈ​ຟັງ​ຖ້ອຍຄຳ​ຂອງ​ພຣະອົງ.</verse>
			</chapter>
			<chapter number="20">
				<verse number="1">ມື້​ໜຶ່ງ​ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ປະຊາຊົນ​ຢູ່​ໃນ​ເດີ່ນ​ວິຫານ ແລະ ກຳລັງ​ປະກາດ​ຂ່າວປະເສີດ​ຢູ່​ນັ້ນ, ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ກໍ​ມາ​ຫາ​ພຣະອົງ.</verse>
				<verse number="2">ພວກເຂົາ​ເວົ້າ​ວ່າ, “ຈົ່ງ​ບອກ​ພວກເຮົາ​ມາ​ວ່າ​ເຈົ້າ​ມີ​ສິດອຳນາດ​ອັນ​ໃດ​ທີ່​ເຮັດ​ສິ່ງ​ເຫລົ່ານີ້? ຜູ້ໃດ​ໃຫ້​ສິດອຳນາດ​ນີ້​ແກ່​ເຈົ້າ?”</verse>
				<verse number="3">ພຣະອົງ​ຕອບ​ວ່າ, “ເຮົາ​ຈະ​ຖາມ​ພວກເຈົ້າ​ຂໍ້​ໜຶ່ງ​ເໝືອນກັນ. ຈົ່ງ​ບອກ​ເຮົາ​ມາ​ວ່າ:</verse>
				<verse number="4">ບັບຕິສະມາ​ຂອງ​ໂຢຮັນ​ນັ້ນ​ມາ​ຈາກ​ສະຫວັນ ຫລື ຈາກ​ມະນຸດ?”</verse>
				<verse number="5">ພວກເຂົາ​ໄດ້​ປຶກສາ​ກັນ ແລະ ເວົ້າ​ວ່າ, “ຖ້າ​ພວກເຮົາ​ຕອບ​ວ່າ, ‘ມາ​ຈາກ​ສະຫວັນ’ ລາວ​ກໍ​ຈະ​ຖາມ​ວ່າ, ‘ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ໂຢຮັນ?’</verse>
				<verse number="6">ແຕ່​ຖ້າ​ພວກເຮົາ​ເວົ້າ​ວ່າ, ‘ມາ​ຈາກ​ມະນຸດ’ ປະຊາຊົນ​ທັງຫລາຍ​ກໍ​ຈະ​ເອົາ​ຫີນ​ແກວ່ງ​ໃສ່​ພວກເຮົາ ເພາະ​ພວກເຂົາ​ຖື​ວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ”.</verse>
				<verse number="7">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ບໍ່​ຮູ້ຈັກ​ວ່າ​ມາ​ຈາກ​ໃສ”.</verse>
				<verse number="8">ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ເຮົາ​ກໍ​ຈະ​ບໍ່​ບອກ​ພວກເຈົ້າ​ເໝືອນກັນ​ວ່າ​ເຮົາ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ”.</verse>
				<verse number="9">ແລ້ວ​ພຣະອົງ​ໄດ້​ເຫລົ່າ​ຄຳອຸປະມາ​ນີ້​ໃຫ້​ປະຊາຊົນ​ຟັງ​ວ່າ: “ມີ​ຊາຍ​ຄົນ​ໜຶ່ງ​ເຮັດ​ສວນອະງຸ່ນ ແລ້ວ​ເອົາ​ສວນ​ນັ້ນ​ໃຫ້​ພວກ​ຊາວສວນ​ເຊົ່າ ແລະ ກໍ​ຍ້າຍ​ໄປ​ບ່ອນ​ອື່ນ​ເປັນ​ເວລາ​ດົນນານ.</verse>
				<verse number="10">ເມື່ອ​ເຖິງ​ລະດູ​ເກັບກ່ຽວ ເພິ່ນ​ກໍ​ສົ່ງ​ຜູ້ຮັບໃຊ້​ໄປ​ຫາ​ພວກ​ຄົນເຊົ່າສວນ​ເພື່ອ​ຮັບ​ສ່ວນແບ່ງ​ຂອງ​ຜົນລະປູກ​ຈາກ​ສວນອະງຸ່ນ. ແຕ່​ພວກ​ຄົນເຊົ່າສວນ​ໄດ້​ຂ້ຽນຕີ ແລະ ສົ່ງ​ລາວ​ກັບ​ໄປ​ມື​ເປົ່າ.</verse>
				<verse number="11">ເພິ່ນ​ຈຶ່ງ​ສົ່ງ​ຜູ້ຮັບໃຊ້​ຄົນ​ອື່ນ​ໄປ​ອີກ, ພວກເຂົາ​ກໍ​ຂ້ຽນຕີ​ຜູ້ຮັບໃຊ້​ຄົນ​ນັ້ນ​ເຮັດ​ໃຫ້​ອັບອາຍ​ຂາຍ​ໜ້າ ແລະ ສົ່ງ​ລາວ​ກັບ​ໄປ​ມື​ເປົ່າ​ອີກ.</verse>
				<verse number="12">ເພິ່ນ​ຈຶ່ງ​ສົ່ງ​ຜູ້ຮັບໃຊ້​ຄົນ​ທີ​ສາມ​ໄປ​ອີກ, ພວກເຂົາ​ກໍ​ທຳຮ້າຍ​ຜູ້ຮັບໃຊ້​ຄົນ​ນັ້ນ ແລະ ໂຍນ​ລາວ​ຖິ້ມ​ອອກ​ນອກ​ສວນ.</verse>
				<verse number="13">“ແລ້ວ​ເຈົ້າຂອງ​ສວນອະງຸ່ນ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ຢ່າງ​ໃດ​ດີ? ເຮົາ​ຈະ​ສົ່ງ​ລູກຊາຍ​ຂອງ​ເຮົາ ຜູ້​ທີ່​ເຮົາ​ຮັກ​ໄປ ບາງເທື່ອ​ພວກເຂົາ​ຈະ​ໃຫ້​ຄວາມເຄົາລົບ​ນັບຖື​ລາວ’.</verse>
				<verse number="14">“ແຕ່​ເມື່ອ​ພວກ​ຄົນເຊົ່າສວນ​ເຫັນ​ລາວ​ແລ້ວ, ພວກເຂົາ​ກໍ​ປຶກສາ​ກັນ​ວ່າ, ‘ຄົນ​ນີ້​ເປັນ​ຜູ້ສືບທອດມໍລະດົກ. ໃຫ້​ພວກເຮົາ​ຂ້າ​ລາວ​ແລ້ວ​ມໍລະດົກ​ຈະ​ຕົກ​ເປັນ​ຂອງ​ພວກເຮົາ’.</verse>
				<verse number="15">ດັ່ງນັ້ນ ພວກເຂົາ​ຈຶ່ງ​ໂຍນ​ລາວ​ຖິ້ມ​ອອກ​ໄປ​ນອກ​ສວນອະງຸ່ນ​ແລ້ວ​ຂ້າ​ລາວ. “ແລ້ວ​ເຈົ້າຂອງ​ສວນອະງຸ່ນ​ຈະ​ເຮັດ​ຢ່າງໃດ​ກັບ​ພວກ​ຄົນເຊົ່າສວນ?</verse>
				<verse number="16">ເພິ່ນ​ຈະ​ມາ ແລະ ຂ້າ​ພວກ​ຄົນເຊົ່າສວນ ແລະ ເອົາ​ສວນອະງຸ່ນ​ນັ້ນ​ໃຫ້​ຄົນອື່ນ​ເຊົ່າ”. ເມື່ອ​ປະຊາຊົນ​ໄດ້​ຍິນ​ດັ່ງນີ້ ພວກເຂົາ​ກໍ​ເວົ້າ​ວ່າ, “ຂໍ​ຢ່າ​ໃຫ້​ເປັນ​ຢ່າງ​ນັ້ນ​ເລີຍ!”</verse>
				<verse number="17">ພຣະເຢຊູເຈົ້າ​ແນມ​ໄປ​ເບິ່ງ​ທີ່​ພວກເຂົາ ແລະ ຖາມ​ວ່າ, “ແລ້ວ​ຄຳ​ທີ່​ຂຽນ​ໄວ້​ໃນ​ພຣະຄຳພີ​ນັ້ນ​ໝາຍ​ຄວາມ​ວ່າ​ຢ່າງໃດ​ທີ່​ວ່າ: “‘ຫີນ​ທີ່​ຊ່າງ​ກໍ່​ໄດ້​ຖິ້ມ​ແລ້ວ ໄດ້​ກາຍເປັນ​ຫີນເສົາເອກ ’.</verse>
				<verse number="18">ຜູ້ໃດ​ທີ່​ລົ້ມ​ທັບ​ຫີນ​ນີ້ ຜູ້​ນັ້ນ​ຈະ​ຕ້ອງ​ແຕກໝຸ່ນ​ໄປ ແຕ່​ຖ້າ​ຫີນ​ນີ້​ຕົກ​ທັບ​ຜູ້ໃດ ຜູ້​ນັ້ນ​ກໍ​ຈະ​ແຫລກໝຸ່ນ​ໄປ​ເປັນ​ຕ່ອນໆ”.</verse>
				<verse number="19">ພວກ​ຄູສອນກົດບັນຍັດ ແລະ ພວກຫົວໜ້າ​ປະໂລຫິດ​ຊອກຫາ​ທາງ​ທີ່​ຈະ​ຈັບ​ພຣະອົງ​ທັນທີ ເພາະ​ພວກເຂົາ​ຮູ້ຈັກ​ວ່າ​ພຣະອົງ​ກ່າວ​ຄຳອຸປະມາ​ນີ້​ຕໍ່ສູ້​ພວກເຂົາ. ແຕ່​ຍ້ອນ​ພວກເຂົາ​ຢ້ານ​ປະຊາຊົນ.</verse>
				<verse number="20">ພວກເຂົາ​ໄດ້​ຕິດຕາມ​ເບິ່ງ​ພຣະອົງ​ຢ່າງ​ໃກ້ຊິດ ໂດຍ​ໃຊ້​ພວກ​ສອດແນມ ເຊິ່ງ​ເຮັດຄື​ວ່າ​ຈິງໃຈ. ພວກເຂົາ​ຫວັງ​ຈະ​ຈັບ​ຜິດ​ຖ້ອຍຄຳ​ຂອງ​ພຣະເຢຊູເຈົ້າ ເພື່ອ​ຈະ​ມອບ​ພຣະອົງ​ໄວ້​ໃນ​ການ​ປົກຄອງ ແລະ ສິດອຳນາດ​ຂອງ​ຜູ້ປົກຄອງ.</verse>
				<verse number="21">ດັ່ງນັ້ນ ພວກ​ສອດແນມ​ຈຶ່ງ​ມາ​ຖາມ​ພຣະອົງ​ວ່າ, “ທ່ານ​ອາຈານ, ພວກເຮົາ​ຮູ້​ວ່າ​ທ່ານ​ກ່າວ ແລະ ສອນ​ສິ່ງ​ທີ່​ຖືກຕ້ອງ ແລະ ທ່ານ​ບໍ່​ໄດ້​ສະແດງ​ຄວາມລຳອຽງ ແຕ່​ສອນ​ທາງ​ຂອງ​ພຣະເຈົ້າ​ຕາມ​ຄວາມຈິງ.</verse>
				<verse number="22">ທີ່​ພວກເຮົາ​ຈະ​ເສຍ​ພາສີ​ໃຫ້​ແກ່​ກາຍຊາ​ນັ້ນ​ເປັນ​ການ​ຖືກຕ້ອງ​ບໍ?”</verse>
				<verse number="23">ພຣະເຢຊູເຈົ້າ​ຮູ້​ທັນ​ກົນອຸບາຍ​ຂອງ​ພວກເຂົາ ແລະ ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ,</verse>
				<verse number="24">“ຈົ່ງ​ເອົາ​ເງິນ​ໜຶ່ງ​ຫລຽນ​ເດນາຣິອົນ​ມາ​ໃຫ້​ເຮົາ​ເບິ່ງ​ດູ. ຮູບ ແລະ ຄຳຈາລຶກ​ໄວ້​ໃນ​ຫລຽນ​ນັ້ນ​ເປັນ​ຂອງ​ຜູ້ໃດ?” ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ”.</verse>
				<verse number="25">ແລ້ວ​ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ດັ່ງນັ້ນ ສິ່ງ​ທີ່​ເປັນ​ຂອງ​ກາຍຊາ​ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ​ກໍ​ຄືນ​ໃຫ້​ແກ່​ພຣະເຈົ້າ”.</verse>
				<verse number="26">ພວກເຂົາ​ບໍ່​ສາມາດ​ຈັບ​ຜິດ​ສິ່ງ​ທີ່​ພຣະອົງ​ກ່າວ​ໃນ​ທີ່​ສາທະລະນະ​ໄດ້. ແລ້ວ​ພວກເຂົາ​ຈຶ່ງ​ມິດງຽບ​ຢູ່​ເພາະ​ປະຫລາດໃຈ​ໃນ​ຄຳຕອບ​ຂອງ​ພຣະອົງ.</verse>
				<verse number="27">ຍັງ​ມີ​ບາງຄົນ​ໃນ​ພວກ​ຊາດູກາຍ​ທີ່​ເວົ້າ​ວ່າ​ບໍ່​ມີ​ການ​ເປັນຄືນມາຈາກຕາຍ​ໄດ້​ມາ​ຖາມ​ພຣະເຢຊູເຈົ້າ.</verse>
				<verse number="28">ພວກເຂົາ​ເວົ້າ​ວ່າ, “ທ່ານ​ອາຈານ, ໂມເຊ​ໄດ້​ຂຽນ​ຄຳສັ່ງ​ສຳລັບ​ພວກເຮົາ​ໄວ້​ວ່າ, ຖ້າ​ອ້າຍ​ຂອງ​ຊາຍ​ຜູ້​ໜຶ່ງ​ຕາຍ​ປະ​ເມຍ​ຂອງ​ຕົນ​ໂດຍ​ບໍ່​ມີ​ລູກ ຊາຍ​ຄົນ​ນັ້ນ​ຈະ​ຕ້ອງ​ແຕ່ງງານ​ກັບ​ຍິງໝ້າຍ​ຄົນ​ນັ້ນ​ເພື່ອ​ຈະ​ມີ​ລູກ​ສືບເຊື້ອສາຍ​ໃຫ້​ອ້າຍ​ຂອງ​ຕົນ.</verse>
				<verse number="29">ບັດນີ້ ຍັງ​ມີ​ອ້າຍນ້ອງ​ເຈັດ​ຄົນ. ຜູ້​ທີ​ໜຶ່ງ​ໄດ້​ແຕ່ງງານ​ກັບ​ແມ່ຍິງ​ຄົນ​ໜຶ່ງ ແລະ ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ.</verse>
				<verse number="30">ຜູ້​ທີ​ສອງ</verse>
				<verse number="31">ແລະ ຫລັງຈາກນັ້ນ​ຜູ້​ທີ​ສາມ​ກໍ​ໄດ້​ແຕ່ງງານ​ກັບ​ນາງ ແລະ ເຫດການ​ດຽວ​ກັນ​ນີ້​ໄດ້​ເກີດ​ຂຶ້ນ​ກັບ​ທັງ​ເຈັດ​ຄົນ, ຄື​ພວກເຂົາ​ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ.</verse>
				<verse number="32">ໃນ​ທີ່ສຸດ​ຍິງ​ນັ້ນ​ກໍ​ໄດ້​ຕາຍ​ໄປ​ເໝືອນກັນ.</verse>
				<verse number="33">ດັ່ງນັ້ນ ໃນ​ວັນ​ທີ່​ເປັນຄືນມາຈາກຕາຍ​ຍິງ​ຄົນ​ນີ້​ຈະ​ເປັນ​ເມຍ​ຂອງ​ຜູ້ໃດ, ດ້ວຍວ່າ​ຊາຍ​ທັງ​ເຈັດ​ຄົນ​ໄດ້​ລ້ວນ​ແຕ່​ໄດ້​ແຕ່ງງານ​ກັບ​ນາງ?”</verse>
				<verse number="34">ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ຍຸກ​ນີ້​ເຄີຍ​ແຕ່ງງານ ແລະ ຍົກ​ໃຫ້​ເປັນ​ຜົວ​ເມຍ​ກັນ.</verse>
				<verse number="35">ແຕ່​ຄົນ​ທີ່​ຖື​ວ່າ​ສົມຄວນ​ມີ​ສ່ວນ​ໃນ​ຍຸກ​ທີ່​ຈະ​ມາ​ເຖິງ ແລະ ໃນ​ການ​ເປັນຄືນມາຈາກຕາຍ​ນັ້ນ​ຈະ​ບໍ່​ມີ​ການແຕ່ງງານ ຫລື ຍົກ​ໃຫ້​ເປັນ​ຜົວເມຍ​ກັນ​ອີກ,</verse>
				<verse number="36">ແລະ ພວກເຂົາ​ຈະ​ເປັນ​ເໝືອນ​ເທວະດາ​ທີ່​ຕາຍ​ບໍ່​ເປັນ. ພວກເຂົາ​ເປັນ​ລູກ​ຂອງ​ພຣະເຈົ້າ ເພາະ​ພວກເຂົາ​ເປັນ​ລູກ​ແຫ່ງ​ການ​ເປັນຄືນມາຈາກຕາຍ.</verse>
				<verse number="37">ແຕ່​ໃນ​ເລື່ອງ​ໄຟໄໝ້​ຟຸ່ມໄມ້​ນັ້ນ ແມ່ນແຕ່​ໂມເຊ​ຍັງ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ຄົນຕາຍ​ເປັນຄືນມາ, ເພາະ​ເພິ່ນ​ເອີ້ນ​ອົງພຣະຜູ້ເປັນເຈົ້າ​ວ່າ, ‘ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ ພຣະເຈົ້າ​ຂອງ​ຢາໂຄບ’.</verse>
				<verse number="38">ພຣະອົງ​ບໍ່​ແມ່ນ​ພຣະເຈົ້າ​ຂອງ​ຄົນຕາຍ ແຕ່​ເປັນ​ພຣະເຈົ້າ​ຂອງ​ຄົນເປັນ ເພາະ​ສຳລັບ​ພຣະອົງ​ແລ້ວ​ທຸກຄົນ​ຍັງ​ມີຊີວິດ​ຢູ່”.</verse>
				<verse number="39">ແລ້ວ​ຄູສອນກົດບັນຍັດ​ບາງຄົນ​ໄດ້​ຕອບ​ວ່າ, “ທ່ານ​ອາຈານ, ທ່ານ​ເວົ້າ​ດີ​ຫລາຍ!”</verse>
				<verse number="40">ແລະ ບໍ່​ມີ​ຜູ້ໃດ​ກ້າ​ຖາມ​ພຣະອົງ​ອີກ.</verse>
				<verse number="41">ຫລັງຈາກນັ້ນ ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ດ້ວຍເຫດໃດ​ຈຶ່ງ​ເວົ້າ​ວ່າ​ພຣະຄຣິດເຈົ້າ ​ເປັນ​ບຸດ​ຂອງ​ດາວິດ?</verse>
				<verse number="42">ດາວິດ​ເອງ​ໄດ້​ປະກາດ​ໄວ້​ໃນ​ພຣະທຳ​ເພງສັນລະເສີນ​ວ່າ: “‘ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ກັບ​ອົງ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ວ່າ: “ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາ</verse>
				<verse number="43">ຈົນ​ກວ່າ​ເຮົາ​ຈະ​ເຮັດ​ໃຫ້​ສັດຕູ​ທັງຫລາຍ​ຂອງ​ເຈົ້າ ເປັນ​ບ່ອນຮອງຕີນ​ຂອງ​ເຈົ້າ”’.</verse>
				<verse number="44">ດາວິດ​ເອີ້ນ​ພຣະອົງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ’. ແລ້ວ​ພຣະອົງ​ຈະ​ເປັນ​ບຸດ​ຂອງ​ດາວິດ​ໄດ້​ຢ່າງໃດ?”</verse>
				<verse number="45">ໃນ​ຂະນະ​ທີ່​ປະຊາຊົນ​ທັງຫລາຍ​ກຳລັງ​ຟັງ​ຢູ່​ນັ້ນ, ພຣະເຢຊູເຈົ້າ​ກໍ​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ,</verse>
				<verse number="46">“ຈົ່ງ​ລະວັງ​ພວກ​ຄູສອນກົດບັນຍັດ​ໃຫ້​ດີ. ພວກເຂົາ​ມັກ​ນຸ່ງ​ເສື້ອຄຸມ​ຍາວ​ຍ່າງ​ໄປ​ມາ ແລະ ມັກ​ໃຫ້​ຄົນ​ມາ​ຄຳນັບ​ທັກທາຍ​ໃນ​ບ່ອນ​ຊຸມນຸມຊົນ, ມັກ​ນັ່ງ​ໃນ​ບ່ອນນັ່ງ​ທີ່​ສຳຄັນ​ໃນ​ທຳມະສາລາ ແລະ ບ່ອນນັ່ງ​ທີ່​ມີ​ກຽດ​ໃນ​ງານກິນລ້ຽງ​ຕ່າງໆ.</verse>
				<verse number="47">ພວກເຂົາ​ສໍ້ໂກງ​ເອົາ​ເຮືອນ​ຂອງ​ບັນດາ​ແມ່ໝ້າຍ ແລະ ເຮັດ​ທຳທ່າ​ອະທິຖານ​ຢ່າງ​ຍືດຍາວ​ເພື່ອ​ໃຫ້​ຄົນ​ເຫັນ. ຄົນ​ເຫລົ່ານີ້​ຈະ​ຖືກ​ລົງໂທດ​ໜັກ​ທີ່ສຸດ”.</verse>
			</chapter>
			<chapter number="21">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ເງີຍໜ້າ​ຂຶ້ນ, ພຣະອົງ​ເຫັນ​ພວກ​ຄົນຮັ່ງມີ​ກຳລັງ​ເອົາ​ເງິນ​ຖວາຍ​ປ່ອນ​ໃສ່​ໃນ​ຄັງ​ຂອງ​ວິຫານ.</verse>
				<verse number="2">ແລະ ພຣະອົງ​ເຫັນ​ແມ່ໝ້າຍ​ທີ່​ຍາກຈົນ​ຄົນ​ໜຶ່ງ​ກຳລັງ​ປ່ອນ​ຫລຽນ​ທອງແດງ​ນ້ອຍໆ​ສອງ​ຫລຽນ ​ລົງ​ໃສ່​ເໝືອນກັນ.</verse>
				<verse number="3">ພຣະອົງ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ແມ່ໝ້າຍ​ຍາກຈົນ​ຄົນ​ນີ້​ໄດ້​ຖວາຍ​ຫລາຍກວ່າ​ຄົນ​ອື່ນ​ທັງໝົດ.</verse>
				<verse number="4">ເພາະ​ຄົນ​ເຫລົ່ານັ້ນ​ລ້ວນ​ແຕ່​ເອົາ​ສ່ວນ​ເລັກນ້ອຍ​ຈາກ​ຄວາມຮັ່ງມີ​ຂອງ​ພວກເຂົາ​ມາ​ຖວາຍ, ແຕ່​ແມ່ໝ້າຍ​ຄົນ​ນີ້​ເຖິງ​ແມ່ນ​ວ່າ​ນາງ​ຍາກຈົນ​ທີ່ສຸດ​ກໍ​ຕາມ ນາງ​ກໍ​ຍັງ​ເອົາ​ທັງໝົດ​ທີ່​ນາງ​ມີ​ຢູ່​ສຳລັບ​ລ້ຽງ​ຊີວິດ​ນັ້ນ​ມາ​ຖວາຍ”.</verse>
				<verse number="5">ບາງຄົນ​ໃນ​ພວກສາວົກ​ຂອງ​ພຣະອົງ​ເວົ້າ​ເຖິງ​ການ​ປະດັບປະດາ​ວິຫານ​ດ້ວຍ​ກ້ອນຫີນ​ທີ່​ງົດງາມ ແລະ ຂອງ​ຖວາຍ​ຕ່າງໆ​ທີ່​ອຸທິດ​ແກ່​ພຣະເຈົ້າ. ແຕ່​ພຣະເຢຊູເຈົ້າ​ກ່າວ​ວ່າ,</verse>
				<verse number="6">“ສິ່ງ​ຕ່າງໆ​ທີ່​ພວກເຈົ້າ​ເຫັນ​ຢູ່​ທີ່​ນີ້, ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຫີນ​ຢູ່​ທີ່​ນີ້​ຈະ​ບໍ່​ເຫລືອ​ຊ້ອນ​ທັບ​ກັນ​ຈັກ​ກ້ອນ, ທຸກ​ກ້ອນ​ຈະ​ຖືກ​ໂຍນ​ຖິ້ມ​ລົງ​ມາ​ໝົດ”.</verse>
				<verse number="7">ພວກເພິ່ນ​ໄດ້​ຖາມ​ວ່າ, “ອາຈານ, ສິ່ງ​ເຫລົ່ານີ້​ຈະ​ເກີດຂຶ້ນ​ເມື່ອໃດ? ແລະ ສິ່ງ​ໃດ​ຈະ​ເປັນ​ໝາຍສຳຄັນ​ວ່າ​ສິ່ງ​ເຫລົ່ານີ້​ກຳລັງ​ຈະ​ເກີດຂຶ້ນ?”</verse>
				<verse number="8">ພຣະອົງ​ກ່າວ​ວ່າ, “ຈົ່ງ​ລະວັງ​ໃຫ້​ດີ​ເພື່ອ​ພວກເຈົ້າ​ຈະ​ບໍ່​ຖືກ​ຫລອກລວງ. ດ້ວຍວ່າ ຈະ​ມີ​ຫລາຍ​ຄົນ​ມາ​ໃນ​ນາມ​ຂອງ​ເຮົາ, ອ້າງ​ໂຕ​ວ່າ, ‘ເຮົາ​ເປັນ​ຜູ້​ນັ້ນ’ ແລະ ‘ເວລາ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ’. ຢ່າ​ໄດ້​ຕາມ​ພວກເຂົາ​ໄປ.</verse>
				<verse number="9">ເມື່ອ​ພວກເຈົ້າ​ໄດ້​ຍິນ​ເລື່ອງ​ສົງຄາມ ແລະ ການ​ກໍ່​ຄວາມວຸ້ນວາຍ, ຢ່າ​ຕື່ນຕົກໃຈ. ເຫດການ​ເຫລົ່ານີ້​ຕ້ອງ​ເກີດຂຶ້ນ​ກ່ອນ, ແຕ່​ເວລາ​ສຸດທ້າຍ​ຈະ​ຍັງ​ບໍ່​ມາ​ທັນທີ”.</verse>
				<verse number="10">ແລ້ວ​ພຣະອົງ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, “ປະເທດ​ຕໍ່​ປະເທດ, ອານາຈັກ​ຕໍ່​ອານາຈັກ​ຈະ​ສູ້ຮົບ​ກັນ.</verse>
				<verse number="11">ຈະ​ເກີດ​ແຜ່ນດິນໄຫວ​ຄັ້ງ​ໃຫຍ່, ການອຶດຢາກ​ອາຫານ ແລະ ເກີດ​ໂລກລະບາດ​ໃນ​ບ່ອນ​ຕ່າງໆ ຕະຫລອດ​ຈົນ​ເກີດ​ເຫດການ​ອັນ​ໜ້າຢ້ານ ແລະ ໝາຍສຳຄັນ​ອັນ​ໃຫຍ່​ຈາກ​ສະຫວັນ.</verse>
				<verse number="12">“ແຕ່​ກ່ອນ​ເຫດການ​ທັງປວງ​ເຫລົ່ານີ້​ຈະ​ເກີດຂຶ້ນ ພວກເຂົາ​ຈະ​ຈັບກຸມ​ພວກເຈົ້າ ແລະ ຂົ່ມເຫັງ​ພວກເຈົ້າ. ພວກເຂົາ​ຈະ​ມອບ​ພວກເຈົ້າ​ໄວ້​ໃນ​ທຳມະສາລາ ແລະ ຂັງ​ພວກເຈົ້າ​ໄວ້​ໃນ​ຄຸກ. ພວກເຈົ້າ​ຈະ​ຖືກ​ຄຸມໂຕ​ໄປ​ພົບ​ບັນດາ​ກະສັດ ແລະ ບັນດາ​ຜູ້ປົກຄອງ ແລະ ທັງໝົດ​ນີ້​ເປັນ​ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ.</verse>
				<verse number="13">ແລະ ພວກເຈົ້າ​ຈະ​ໄດ້​ເປັນ​ພະຍານ​ໃຫ້​ແກ່​ເຮົາ.</verse>
				<verse number="14">ແຕ່​ພວກເຈົ້າ​ຕ້ອງ​ຕັ້ງໃຈ​ຢ່າ​ກັງວົນ​ໄປ​ກ່ອນ​ລ່ວງໜ້າ​ວ່າ​ຈະ​ກ່າວ​ປ້ອງກັນ​ຕົນ​ເອງ​ຢ່າງໃດ.</verse>
				<verse number="15">ເພາະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ທັງຫລາຍ​ມີ​ຖ້ອຍຄຳ ແລະ ສະຕິປັນຍາ​ທີ່​ບັນດາ​ຜູ້​ທີ່​ເປັນ​ສັດຕູ​ຂອງ​ພວກເຈົ້າ​ບໍ່​ສາມາດ​ຕໍ່ຕ້ານ ຫລື ໂຕ້ແຍ້ງ​ໄດ້.</verse>
				<verse number="16">ແມ່ນແຕ່​ພໍ່​ແມ່, ອ້າຍ​ເອື້ອຍ​ນ້ອງ, ພີ່ນ້ອງ ແລະ ສະຫາຍ​ຂອງ​ພວກເຈົ້າ​ກໍ​ຈະ​ທໍລະຍົດ​ພວກເຈົ້າ​ເໝືອນກັນ ແລະ ຈະ​ໃຫ້​ບາງຄົນ​ໃນ​ພວກເຈົ້າ​ຖືກ​ຂ້າ.</verse>
				<verse number="17">ຄົນ​ທັງຫລາຍ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ.</verse>
				<verse number="18">ແຕ່​ຜົມ​ເສັ້ນ​ດຽວ​ຢູ່​ເທິງ​ຫົວ​ຂອງ​ພວກເຈົ້າ​ຈະ​ບໍ່​ຈິບຫາຍ.</verse>
				<verse number="19">ຈົ່ງ​ຕັ້ງໝັ້ນຄົງ ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ​ຊີວິດ.</verse>
				<verse number="20">“ເມື່ອ​ພວກເຈົ້າ​ເຫັນ​ກອງທັບ​ຕ່າງໆ​ກຳລັງ​ອ້ອມ​ເຢຣູຊາເລັມ, ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ຄວາມ​ຫາຍະນະ​ໃກ້​ເຂົ້າ​ມາ​ແລ້ວ.</verse>
				<verse number="21">ເມື່ອ​ນັ້ນ​ໃຫ້​ບັນດາ​ຄົນ​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ໜີ​ໄປ​ທີ່​ພູເຂົາ​ທັງຫລາຍ, ບັນດາ​ຄົນ​ທີ່​ຢູ່​ໃນ​ເມືອງ​ກໍ​ໃຫ້​ອອກ​ໄປ ແລະ ບັນດາ​ຄົນ​ທີ່​ຢູ່​ນອກ​ເມືອງ​ກໍ​ບໍ່​ໃຫ້​ເຂົ້າ​ມາ​ໃນ​ເມືອງ.</verse>
				<verse number="22">ເພາະວ່າ​ນີ້​ເປັນ​ເວລາ​ແຫ່ງ​ການ​ລົງໂທດ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ທຸກ​ປະການ.</verse>
				<verse number="23">ໃນ​ວັນ​ເຫລົ່ານັ້ນ​ເປັນ​ໜ້າຢ້ານກົວ​ທີ່ສຸດ​ສຳລັບ​ແມ່ຍິງ​ຖືພາ ແລະ ແມ່ລູກອ່ອນ! ຈະ​ເກີດ​ຄວາມທຸກລຳບາກ​ຄັ້ງ​ໃຫຍ່​ໃນ​ແຜ່ນດິນ ແລະ ຈະ​ມີ​ຄວາມໂກດຮ້າຍ​ຕໍ່​ປະຊາຊົນ​ນີ້.</verse>
				<verse number="24">ພວກເຂົາ​ທັງຫລາຍ​ຈະ​ລົ້ມຕາຍ​ດ້ວຍ​ຄົມດາບ ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ແລະ ຖືກ​ນຳ​ໄປ​ຍັງ​ທົ່ວ​ທຸກ​ປະເທດ. ຄົນຕ່າງຊາດ​ຈະ​ຢຽບຢ່ຳ​ເຢຣູຊາເລັມ​ຈົນ​ຄົບ​ເວລາ​ທີ່​ກຳນົດ​ຂອງ​ຄົນຕ່າງຊາດ.</verse>
				<verse number="25">“ຈະ​ມີ​ໝາຍສຳຄັນ​ທີ່​ດວງອາທິດ, ດວງເດືອນ ແລະ ດວງດາວ​ທັງຫລາຍ. ຊົນຊາດ​ຕ່າງໆ​ໃນ​ໂລກ​ນີ້​ຈະ​ຕົກ​ຢູ່​ໃນ​ຄວາມທຸກທໍລະມານ ແລະ ຄວາມວຸ້ນວາຍ​ເພາະ​ເກີດ​ສຽງ​ກ້ອງກັງວານ ແລະ ເກີດ​ຄວາມປັ່ນປ່ວນ​ໃນ​ທ້ອງ​ທະເລ.</verse>
				<verse number="26">ຄົນ​ທັງຫລາຍ​ຈະ​ສະຫລົບ​ໄປ​ເພາະ​ຄວາມຢ້ານ, ວິຕົກກັງວົນ​ກັບ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ໂລກ ເພາະ​ສະຫວັນ​ຈະ​ສັ່ນສະເທືອນ.</verse>
				<verse number="27">ໃນ​ເວລາ​ນັ້ນ​ພວກເຂົາ​ທັງຫລາຍ​ຈະ​ເຫັນ​ບຸດມະນຸດ​ກຳລັງ​ມາ​ໃນ​ເມກ​ດ້ວຍ​ລິດອຳນາດ ແລະ ສະຫງ່າລາສີ​ອັນ​ຍິ່ງໃຫຍ່.</verse>
				<verse number="28">ເມື່ອ​ເຫດການ​ເຫລົ່ານີ້​ເລີ່ມ​ຂຶ້ນ ພວກເຈົ້າ​ຈົ່ງ​ລຸກຂຶ້ນ​ຢືນ ແລະ ເງີຍ​ຫົວ​ຂຶ້ນ ເພາະ​ການ​ໄຖ່​ຂອງ​ພວກເຈົ້າ​ໃກ້​ຈະ​ມາ​ເຖິງ​ແລ້ວ”.</verse>
				<verse number="29">ພຣະອົງ​ກ່າວ​ຄຳອຸປະມາ​ນີ້​ໃຫ້​ພວກເຂົາ​ຟັງ​ວ່າ: “ຈົ່ງ​ເບິ່ງ​ຕົ້ນໝາກເດື່ອ ແລະ ຕົ້ນໄມ້​ທັງໝົດ.</verse>
				<verse number="30">ເມື່ອ​ໃບ​ຂອງ​ມັນ​ເລີ່ມ​ປົ່ງ ພວກເຈົ້າ​ກໍ​ສາມາດ​ຮູ້​ດ້ວຍ​ຕົນ​ເອງ​ວ່າ​ລະດູ​ຮ້ອນ​ໃກ້​ຈະ​ມາ​ເຖິງ​ແລ້ວ.</verse>
				<verse number="31">ຢ່າງ​ດຽວ​ກັນ, ເມື່ອ​ພວກເຈົ້າ​ເຫັນ​ສິ່ງ​ເຫລົ່ານີ້​ເກີດຂຶ້ນ ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ອານາຈັກ​ຂອງ​ພຣະເຈົ້າ​ໃກ້​ເຂົ້າ​ມາ​ແລ້ວ.</verse>
				<verse number="32">“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນ​ໃນ​ສະໄໝ​ນີ້ ​ຈະ​ຍັງ​ບໍ່​ທັນ​ລ່ວງລັບ​ໄປ​ກ່ອນ​ຈົນ​ກວ່າ​ສິ່ງ​ທັງໝົດ​ເຫລົ່ານີ້​ຈະ​ເກີດຂຶ້ນ.</verse>
				<verse number="33">ຟ້າ ແລະ ດິນ​ຈະ​ລ່ວງ​ພົ້ນ​ໄປ ແຕ່​ຖ້ອຍຄຳ​ຂອງ​ເຮົາ​ຈະ​ບໍ່​ລ່ວງ​ພົ້ນ​ໄປ​ຈັກເທື່ອ.</verse>
				<verse number="34">“ຈົ່ງ​ລະວັງ​ໃຫ້​ດີ, ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ຈົມ​ຢູ່​ກັບ​ການ​ກິນລ້ຽງ, ດື່ມ​ເຫລົ້າ​ມຶນເມົາ ແລະ ຄວາມກັງວົນ​ຂອງ​ຊີວິດ ແລະ ວັນ​ນັ້ນ​ກໍ​ຈະ​ມາ​ເຖິງ​ພວກເຈົ້າ​ຢ່າງ​ໄວ​ເໝືອນ​ກັບ​ບ້ວງແຮ້ວ.</verse>
				<verse number="35">ເພາະ​ວັນ​ນັ້ນ​ຈະ​ມາ​ເຖິງ​ທຸກຄົນ​ທີ່​ໃຊ້​ຊີວິດ​ຢູ່​ເທິງ​ແຜ່ນດິນໂລກ.</verse>
				<verse number="36">ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ​ຢູ່​ສະເໝີ ແລະ ອະທິຖານ ເພື່ອ​ພວກເຈົ້າ​ຈະ​ສາມາດ​ຫລຸດພົ້ນ​ຈາກ​ສິ່ງ​ທັງປວງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ໄດ້, ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ຢືນ​ຢູ່​ຕໍ່ໜ້າ​ບຸດມະນຸດ​ໄດ້”.</verse>
				<verse number="37">ພຣະເຢຊູເຈົ້າ​ສັ່ງສອນ​ທີ່​ວິຫານ​ທຸກ​ວັນ ແລະ ທຸກ​ຄືນ​ພຣະອົງ​ກໍ​ອອກ​ໄປ​ຢູ່​ທີ່​ເນີນ​ພູເຂົາ​ໝາກກອກ,</verse>
				<verse number="38">ປະຊາຊົນ​ທັງຫລາຍ​ກໍ​ໄດ້​ມາ​ທີ່​ວິຫານ​ຕັ້ງແຕ່​ຮຸ່ງເຊົ້າ​ເພື່ອ​ຟັງ​ພຣະອົງ.</verse>
			</chapter>
			<chapter number="22">
				<verse number="1">ບັດນີ້ ເທດສະການ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ​ທີ່​ເອີ້ນ​ວ່າ​ປັດສະຄາ​ກໍ​ມາ​ໃກ້​ແລ້ວ,</verse>
				<verse number="2">ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ພະຍາຍາມ​ຊອກຫາ​ທາງ​ທີ່​ຈະ​ກຳຈັດ​ພຣະເຢຊູເຈົ້າ ແຕ່​ພວກເຂົາ​ກໍ​ຢ້ານ​ປະຊາຊົນ.</verse>
				<verse number="3">ແລ້ວ​ມານຊາຕານ​ກໍ​ເຂົ້າ​ສິງ​ຢູ່​ໃນ​ໃຈ​ຂອງ​ຢູດາ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ອິດສະກາຣີອົດ, ເຊິ່ງ​ເປັນ​ຜູ້​ໜຶ່ງ​ໃນ​ພວກສາວົກ​ສິບສອງ​ຄົນ.</verse>
				<verse number="4">ແລະ ຢູດາ​ຈຶ່ງ​ໄດ້​ອອກ​ໄປ​ພົບ​ພວກ​ຫົວໜ້າ​ປະໂລຫິດ ແລະ ນາຍທະຫານ​ເຝົ້າຍາມ​ວິຫານ ແລະ ປຶກສາ​ກັບ​ພວກເຂົາ​ວ່າ​ລາວ​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ​ໄດ້​ຢ່າງໃດ.</verse>
				<verse number="5">ຄົນ​ເຫລົ່ານັ້ນ​ຕ່າງ​ກໍ​ດີໃຈ ແລະ ຕົກລົງ​ວ່າ​ຈະ​ເອົາ​ເງິນ​ໃຫ້​ລາວ.</verse>
				<verse number="6">ສ່ວນ​ຢູດາ​ກໍ​ຕົກລົງ​ຕາມ​ນັ້ນ ແລະ ຊອກຫາ​ໂອກາດ​ທີ່​ຈະ​ມອບ​ພຣະອົງ​ໃຫ້​ພວກເຂົາ​ເມື່ອ​ປະຊາຊົນ​ບໍ່​ຢູ່​ທີ່​ນັ້ນ.</verse>
				<verse number="7">ເມື່ອ​ເຖິງ​ວັນ​ເທດສະການ​ເຂົ້າຈີ່​ບໍ່ມີເຊື້ອແປ້ງ ເຊິ່ງ​ຈະ​ຕ້ອງ​ຖວາຍ​ແກະ​ສຳລັບ​ປັດສະຄາ,</verse>
				<verse number="8">ພຣະເຢຊູເຈົ້າ​ໃຊ້​ເປໂຕ​ກັບ​ໂຢຮັນ​ອອກ​ໄປ ໂດຍ​ສັ່ງ​ວ່າ, “ຈົ່ງ​ໄປ​ຈັດຕຽມ​ອາຫານ​ປັດສະຄາ​ໄວ້​ເພື່ອ​ພວກເຮົາ​ຈະ​ໄດ້​ກິນ”.</verse>
				<verse number="9">ພວກເພິ່ນ​ຖາມ​ວ່າ, “ພຣະອົງ​ຕ້ອງການ​ໃຫ້​ພວກຂ້ານ້ອຍ​ຈັດຕຽມ​ອາຫານ​ປັດສະຄາ​ຢູ່​ທີ່​ໃດ?”</verse>
				<verse number="10">ພຣະອົງ​ຕອບ​ວ່າ, “ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ຈະ​ມີ​ຊາຍ​ຄົນ​ໜຶ່ງ​ແບກ​ໄຫນ້ຳ​ມາ​ພົບ​ພວກເຈົ້າ ຈົ່ງ​ຕາມ​ລາວ​ໄປ​ໃນ​ເຮືອນ​ທີ່​ລາວ​ເຂົ້າ​ໄປ​ນັ້ນ</verse>
				<verse number="11">ແລະ ຈົ່ງ​ບອກ​ເຈົ້າຂອງ​ເຮືອນ​ວ່າ, ‘ທ່ານ​ອາຈານ​ຖາມ​ວ່າ: ຫ້ອງ​ຮັບແຂກ​ຢູ່​ທີ່​ໃດ, ບ່ອນ​ທີ່​ເຮົາ​ຈະ​ກິນ​ອາຫານ​ປັດສະຄາ​ຮ່ວມ​ກັບ​ພວກສາວົກ​ຂອງ​ເຮົາ​ຢູ່​ທີ່​ໃດ?’</verse>
				<verse number="12">ເຈົ້າຂອງ​ເຮືອນ​ຈະ​ໃຫ້​ພວກເຈົ້າ​ເຫັນ​ຫ້ອງ​ໃຫຍ່​ຊັ້ນເທິງ, ເຊິ່ງ​ຕົບແຕ່ງ​ຕຽມ​ໄວ້​ຮຽບຮ້ອຍ​ແລ້ວ. ຈົ່ງ​ຈັດຕຽມ​ປັດສະຄາ​ຢູ່​ບ່ອນ​ນັ້ນ”.</verse>
				<verse number="13">ແລ້ວ​ພວກເພິ່ນ​ກໍ​ໄປ ແລະ ໄດ້​ພົບ​ສິ່ງ​ຕ່າງໆ​ຕາມ​ທີ່​ພຣະເຢຊູເຈົ້າ​ໄດ້​ບອກ​ພວກເພິ່ນ​ໄວ້. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ໄດ້​ຈັດຕຽມ​ປັດສະຄາ​ໄວ້.</verse>
				<verse number="14">ເມື່ອ​ເຖິງ​ເວລາ​ແລ້ວ, ພຣະເຢຊູເຈົ້າ​ກໍ​ໄດ້​ນັ່ງ​ຮ່ວມ​ໂຕະ​ກັບ​ພວກ​ອັກຄະສາວົກ.</verse>
				<verse number="15">ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເຮົາ​ປາຖະໜາ​ຫລາຍ​ທີ່​ຈະ​ກິນ​ປັດສະຄາ​ນີ້​ຮ່ວມ​ກັບ​ພວກເຈົ້າ​ກ່ອນ​ທີ່​ເຮົາ​ຈະ​ທົນທຸກທໍລະມານ.</verse>
				<verse number="16">ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ເຮົາ​ຈະ​ບໍ່​ກິນ​ປັດສະຄາ​ນີ້​ອີກ​ຈົນ​ກວ່າ​ປັດສະຄາ​ນີ້​ຈະ​ສຳເລັດ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.</verse>
				<verse number="17">ພຣະອົງ​ຈັບ​ເອົາ​ຈອກ, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ​ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ຈອກ​ນີ້ ແລະ ຢາຍ​ໃຫ້​ກັນ​ດື່ມ.</verse>
				<verse number="18">ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ​ເຮົາ​ຈະ​ບໍ່​ດື່ມ​ເຫລົ້າອະງຸ່ນ​ອີກ​ຈົນ​ກວ່າ​ອານາຈັກ​ຂອງ​ພຣະເຈົ້າ​ຈະ​ມາ​ເຖິງ”.</verse>
				<verse number="19">ແລະ ພຣະອົງ​ຈັບ​ເອົາ​ເຂົ້າຈີ່, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ​ຫັກ​ເຂົ້າຈີ່​ນັ້ນ ແລ້ວ​ຍື່ນ​ໃຫ້​ພວກເພິ່ນ ແລະ ກ່າວ​ວ່າ: “ນີ້​ຄື​ກາຍ​ຂອງ​ເຮົາ ເຊິ່ງ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ, ຈົ່ງ​ເຮັດ​ຢ່າງ​ນີ້​ເພື່ອ​ເປັນ​ການ​ລະນຶກ​ເຖິງ​ເຮົາ”.</verse>
				<verse number="20">ຫລັງຈາກ​ກິນ​ອາຫານແລງ​ແລ້ວ ພຣະອົງ​ກໍ​ຈັບ​ເອົາ​ຈອກ​ມາ ແລະ ເຮັດ​ຢ່າງ​ດຽວ​ກັນ ໂດຍ​ກ່າວ​ວ່າ, “ຈອກ​ນີ້​ຄື​ພັນທະສັນຍາ​ໃໝ່​ດ້ວຍ​ເລືອດ​ຂອງ​ເຮົາ ເຊິ່ງ​ຖອກ​ອອກ​ມາ​ເພື່ອ​ພວກເຈົ້າ​ທັງຫລາຍ.</verse>
				<verse number="21">ແຕ່​ມື​ຂອງ​ຜູ້​ທີ່​ຈະ​ທໍລະຍົດ​ເຮົາ​ກໍ​ຢູ່​ເທິງ​ໂຕະ​ນີ້​ດ້ວຍ​ກັນ​ກັບ​ເຮົາ.</verse>
				<verse number="22">ບຸດມະນຸດ​ຈະ​ເປັນ​ໄປ​ຕາມ​ທີ່​ໄດ້​ກຳນົດ​ໄວ້ ແຕ່​ວິບັດ​ຈະ​ມີ​ແກ່​ຜູ້​ທີ່​ທໍລະຍົດ​ຕໍ່​ບຸດມະນຸດ”.</verse>
				<verse number="23">ພວກສາວົກ​ຈຶ່ງ​ເລີ່ມ​ຖາມ​ກັນ​ເອງ​ວ່າ​ແມ່ນ​ຜູ້ໃດ​ໃນ​ພວກເພິ່ນ​ທີ່​ຈະ​ເຮັດ​ຢ່າງ​ນີ້.</verse>
				<verse number="24">ແລ້ວ​ກໍ​ມີ​ການ​ໂຕ້ຖຽງ​ກັນ​ໃນ​ທ່າມກາງ​ພວກເພິ່ນ​ວ່າ​ໃນ​ພວກເພິ່ນ​ຜູ້ໃດ​ທີ່​ເປັນ​ຜູ້ໃຫຍ່​ທີ່ສຸດ.</verse>
				<verse number="25">ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ກະສັດ​ຂອງ​ຄົນຕ່າງຊາດ​ຍ່ອມ​ເປັນ​ເຈົ້ານາຍ​ເໜືອ​ພວກເຂົາ ແລະ ບັນດາ​ຜູ້​ທີ່​ໃຊ້​ສິດອຳນາດ​ເໜືອ​ພວກເຂົາ​ຕ່າງ​ກໍ​ເອີ້ນ​ຕົນ​ເອງ​ວ່າ​ເປັນ​ຜູ້​ມີ​ບຸນຄຸນ.</verse>
				<verse number="26">ແຕ່​ສຳລັບ​ພວກເຈົ້າ​ແລ້ວ​ບໍ່​ເປັນ​ດັ່ງນັ້ນ. ກົງກັນຂ້າມ​ຜູ້​ທີ່​ເປັນ​ໃຫຍ່​ທີ່ສຸດ​ໃນ​ທ່າມກາງ​ພວກເຈົ້າ ຕ້ອງ​ເປັນ​ເໝືອນດັ່ງ​ຜູ້​ນ້ອຍ​ທີ່ສຸດ ແລະ ຜູ້​ທີ່​ປົກຄອງ​ໃຫ້​ເປັນ​ເໝືອນດັ່ງ​ຜູ້​ທີ່​ຮັບໃຊ້.</verse>
				<verse number="27">ດ້ວຍວ່າ​ຜູ້ໃດ​ເປັນ​ໃຫຍ່​ກວ່າ​ກັນ ແມ່ນ​ຜູ້​ທີ່​ນັ່ງ​ຢູ່​ໂຕະ ຫລື ຜູ້​ທີ່​ຮັບໃຊ້? ແມ່ນ​ຜູ້​ທີ່​ນັ່ງ​ຢູ່​ໂຕະ​ບໍ່​ແມ່ນ​ບໍ? ແຕ່​ເຮົາ​ຢູ່​ທ່າມກາງ​ພວກເຈົ້າ​ເໝືອນດັ່ງ​ຄົນຮັບໃຊ້.</verse>
				<verse number="28">ພວກເຈົ້າ​ເປັນ​ຜູ້​ທີ່​ຢືນ​ຢູ່​ຄຽງຂ້າງ​ເຮົາ​ໃນ​ຍາມ​ທີ່​ເຮົາ​ປະເຊີນ​ກັບ​ການທົດລອງ.</verse>
				<verse number="29">ແລະ ເຮົາ​ຍົກ​ອານາຈັກ​ໜຶ່ງ​ໃຫ້​ແກ່​ພວກເຈົ້າ ເໝືອນ​ທີ່​ພຣະບິດາເຈົ້າ​ໄດ້​ຍົກ​ອານາຈັກ​ໜຶ່ງ​ໃຫ້​ແກ່​ເຮົາ​ເໝືອນກັນ,</verse>
				<verse number="30">ເພື່ອ​ພວກເຈົ້າ​ຈະ​ຮ່ວມ​ກິນ ແລະ ດື່ມ​ທີ່​ໂຕະ​ຂອງ​ເຮົາ​ໃນ​ອານາຈັກ​ຂອງ​ເຮົາ ແລະ ນັ່ງ​ເທິງ​ບັນລັງ, ຕັດສິນ​ອິດສະຣາເອນ​ສິບສອງ​ເຜົ່າ.</verse>
				<verse number="31">“ຊີໂມນ, ຊີໂມນ​ເອີຍ, ມານຊາຕານ​ໄດ້​ຂໍ​ໃຫ້​ຝັດຮ່ອນ​ເຈົ້າ ​ທັງໝົດ​ເໝືອນ​ຝັດຮ່ອນ​ເຂົ້າຫວີດ.</verse>
				<verse number="32">ແຕ່​ຊີໂມນ​ເອີຍ ເຮົາ​ໄດ້​ອະທິຖານ​ເພື່ອ​ເຈົ້າ ເພື່ອ​ຄວາມເຊື່ອ​ຂອງ​ເຈົ້າ​ຈະ​ບໍ່​ລົ້ມເຫລວ ແລະ ເມື່ອ​ເຈົ້າ​ຫັນ​ຄືນ​ກັບ​ມາ​ແລ້ວ ຈົ່ງ​ຊູ​ກຳລັງ​ບັນດາ​ພີ່ນ້ອງ​ຂອງ​ເຈົ້າ​ໃຫ້​ເຂັ້ມແຂງ​ຂຶ້ນ”.</verse>
				<verse number="33">ແຕ່​ເປໂຕ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍ​ພ້ອມ​ທີ່​ຈະ​ໄປ​ກັບ​ພຣະອົງ​ບໍ່​ວ່າ​ຈະ​ຖືກ​ຄຸກ ຫລື ຕ້ອງ​ຕາຍ”.</verse>
				<verse number="34">ພຣະເຢຊູເຈົ້າ​ຕອບ​ວ່າ, “ເປໂຕ ເຮົາ​ບອກ​ເຈົ້າ​ວ່າ, ວັນ​ນີ້​ກ່ອນ​ໄກ່​ຂັນ ເຈົ້າ​ຈະ​ປະຕິເສດ​ວ່າ​ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ”.</verse>
				<verse number="35">ຫລັງຈາກນັ້ນ ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ເມື່ອ​ເຮົາ​ໄດ້​ໃຊ້​ພວກເຈົ້າ​ອອກ​ໄປ​ໂດຍ​ບໍ່​ມີ​ຖົງເງິນ, ຖົງເຄື່ອງ ຫລື ເກີບ ພວກເຈົ້າ​ໄດ້​ຂາດເຂີນ​ສິ່ງໃດ​ບໍ?” ພວກເພິ່ນ​ຕອບ​ວ່າ, “ບໍ່​ຂາດເຂີນ​ສິ່ງໃດ​ເລີຍ”.</verse>
				<verse number="36">ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ແຕ່​ບັດນີ້​ຖ້າ​ພວກເຈົ້າ​ມີ​ຖົງເງິນ ກໍ​ຈົ່ງ​ເອົາ​ໄປ​ນຳ ແລະ ຖົງເຄື່ອງ​ກໍ​ເໝືອນ​ກັນ ແລະ ຖ້າ​ເຈົ້າ​ບໍ່​ມີ​ດາບ ຈົ່ງ​ຂາຍ​ເສື້ອຄຸມ ແລະ ໄປ​ຊື້​ດາບ​ດວງ​ໜຶ່ງ​ໄວ້.</verse>
				<verse number="37">ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: ‘ແລະ ທ່ານ​ຖືກ​ນັບ​ເຂົ້າ​ເປັນ​ພວກ​ດຽວ​ກັນ​ກັບ​ຄົນ​ລ່ວງລະເມີດ’ ແລະ ເຮົາ​ບອກ​ພວກເຈົ້າ​ວ່າ​ຂໍ້ຄວາມ​ນີ້​ຈະ​ຕ້ອງ​ສຳເລັດ​ໃນ​ເຮົາ. ແມ່ນ​ແລ້ວ, ສິ່ງ​ທີ່​ຂຽນ​ໄວ້​ກ່ຽວກັບ​ເຮົາ​ກຳລັງ​ຈະ​ສຳເລັດ”.</verse>
				<verse number="38">ພວກສາວົກ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ, ເບິ່ງ​ແມ ດາບ​ສອງ​ດວງ​ນີ້”. ພຣະອົງ​ຕອບ​ວ່າ, “ພໍ​ແລ້ວ”.</verse>
				<verse number="39">ພຣະເຢຊູເຈົ້າ​ໄປ​ຍັງ​ພູເຂົາ​ໝາກກອກ​ຕາມ​ເຄີຍ ແລະ ພວກສາວົກ​ກໍ​ໄດ້​ຕິດຕາມ​ພຣະອົງ​ໄປ​ດ້ວຍ.</verse>
				<verse number="40">ເມື່ອ​ມາ​ເຖິງ​ທີ່​ນັ້ນ​ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ອະທິຖານ​ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ຕົກ​ເຂົ້າ​ໄປ​ໃນ​ການທົດລອງ”.</verse>
				<verse number="41">ແລ້ວ​ພຣະອົງ​ຖອຍ​ອອກ​ຈາກ​ພວກເພິ່ນ​ໄປ​ປະມານ​ໄລຍະ​ທີ່​ແກວ່ງ​ກ້ອນຫີນ​ເຖິງ, ພຣະອົງ​ຄຸເຂົ່າ​ລົງ​ອະທິຖານ​ວ່າ,</verse>
				<verse number="42">“ພຣະບິດາເຈົ້າ​ເອີຍ, ຖ້າ​ເປັນ​ພຣະອົງ​ຍິນດີ ຂໍ​ເອົາ​ຈອກ​ນີ້​ໄປ​ຈາກ​ລູກ​ດ້ວຍ; ແຕ່​ເຖິງຢ່າງໃດ​ກໍ​ຕາມ ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ ແຕ່​ຂໍ​ໃຫ້​ສຳເລັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”.</verse>
				<verse number="43">ແລ້ວ​ກໍ​ມີ​ເທວະດາ​ຕົນ​ໜຶ່ງ​ຈາກ​ສະຫວັນ​ມາ​ປາກົດ​ແກ່​ພຣະອົງ ແລະ ຊູ​ກຳລັງ​ພຣະອົງ​ຂຶ້ນ.</verse>
				<verse number="44">ພຣະເຢຊູເຈົ້າ​ທຸກໃຈ​ຫລາຍ, ພຣະອົງ​ຕັ້ງໃຈ​ອະທິຖານ​ຫລາຍ​ຂຶ້ນ ແລະ ເຫື່ອ​ຂອງ​ພຣະອົງ​ເປັນ​ຄື​ເລືອດ​ໄຫລ​ຢາດ​ລົງ​ທີ່​ພື້ນດິນ.</verse>
				<verse number="45">ເມື່ອ​ພຣະອົງ​ລຸກ​ຂຶ້ນ​ຈາກ​ການ​ອະທິຖານ ແລະ ກັບມາ​ຫາ​ພວກສາວົກ, ພຣະອົງ​ພົບ​ວ່າ​ພວກເພິ່ນ​ກຳລັງ​ນອນຫລັບ​ຢູ່, ຕ່າງ​ກໍ​ພາກັນ​ໝົດ​ແຮງ​ເພາະ​ຄວາມ​ໂສກເສົ້າ.</verse>
				<verse number="46">ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ນອນຫລັບ​ຢູ່? ຈົ່ງ​ລຸກຂຶ້ນ ແລະ ອະທິຖານ​ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ເຂົ້າ​ໄປ​ໃນ​ການທົດລອງ”.</verse>
				<verse number="47">ເມື່ອ​ພຣະອົງ​ກ່າວ​ຍັງ​ບໍ່​ທັນ​ສຸດ​ຄຳ​ກໍ​ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ເຂົ້າ​ມາ ແລະ ຜູ້​ໜຶ່ງ​ທີ່​ມີ​ຊື່​ວ່າ​ຢູດາ ເປັນ​ຄົນ​ໜຶ່ງ​ໃນ​ສາວົກ​ສິບສອງ​ຄົນ​ນັ້ນ. ຢູດາ​ເຂົ້າ​ມາ​ໃກ້​ພຣະເຢຊູເຈົ້າ​ເພື່ອ​ຈູບ​ພຣະອົງ,</verse>
				<verse number="48">ແຕ່​ພຣະເຢຊູເຈົ້າ​ຖາມ​ລາວ​ວ່າ, “ຢູດາ ເຈົ້າ​ກຳລັງ​ຈະ​ທໍລະຍົດ​ບຸດມະນຸດ​ດ້ວຍ​ການ​ຈູບ​ບໍ?”</verse>
				<verse number="49">ເມື່ອ​ບັນດາ​ຜູ້​ຕິດຕາມ​ພຣະເຢຊູເຈົ້າ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ນັ້ນ​ຈຶ່ງ​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ, ໃຫ້​ພວກຂ້ານ້ອຍ​ເອົາ​ດາບ​ຟັນ​ເລີຍ​ບໍ?”</verse>
				<verse number="50">ແລ້ວ​ສາວົກ​ຄົນ​ໜຶ່ງ​ໄດ້​ຟັນ​ຫູ​ຄົນຮັບໃຊ້​ຂອງ​ມະຫາ​ປະໂລຫິດ​ຂາດ​ເບື້ອງຂວາ.</verse>
				<verse number="51">ແຕ່​ພຣະເຢຊູເຈົ້າ​ຕອບ​ວ່າ, “ຢ່າ​ເຮັດ​ອີກ!” ແລະ ພຣະອົງ​ບາຍ​ຫູ​ຂອງ​ຄົນ​ນັ້ນ ແລະ ຮັກສາ​ລາວ​ໃຫ້​ຫາຍດີ.</verse>
				<verse number="52">ແລ້ວ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກ​ຫົວໜ້າ​ປະໂລຫິດ, ພວກນາຍທະຫານ​ເຝົ້າຍາມ​ວິຫານ ແລະ ພວກ​ເຖົ້າແກ່​ທີ່​ມາ​ຈັບ​ພຣະອົງ​ນັ້ນ​ວ່າ, “ເຮົາ​ກຳລັງ​ກໍ່​ການກະບົດ​ບໍ, ພວກເຈົ້າ​ຈຶ່ງ​ຖື​ດາບ​ຖື​ໄມ້ຄ້ອນ​ມາ?</verse>
				<verse number="53">ທຸກ​ວັນ​ເຮົາ​ຢູ່​ກັບ​ພວກເຈົ້າ​ໃນ​ເດີ່ນ​ວິຫານ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ຈັບ​ເຮົາ. ແຕ່​ນີ້​ເປັນ​ຊົ່ວໂມງ​ຂອງ​ພວກເຈົ້າ ເມື່ອ​ຄວາມມືດ​ປົກຄອງ”.</verse>
				<verse number="54">ຫລັງຈາກ​ຈັບ​ພຣະເຢຊູເຈົ້າ​ແລ້ວ ພວກເຂົາ​ກໍ​ໄດ້​ພາ​ພຣະອົງ​ເຂົ້າໄປ​ທີ່​ເຮືອນ​ຂອງ​ມະຫາ​ປະໂລຫິດ. ເປໂຕ​ກໍ​ໄດ້​ຕິດຕາມ​ໄປ​ໃນ​ໄລຍະ​ຫ່າງໆ.</verse>
				<verse number="55">ແລະ ເມື່ອ​ພວກເຂົາ​ດັງ​ໄຟ​ທີ່​ກາງ​ເດີ່ນບ້ານ ແລະ ພາກັນ​ນັ່ງລົງ ເປໂຕ​ກໍ​ນັ່ງ​ກັບ​ພວກເຂົາ.</verse>
				<verse number="56">ມີ​ຄົນຮັບໃຊ້​ຍິງ​ຄົນ​ໜຶ່ງ​ໄດ້​ເຫັນ​ເປໂຕ​ນັ່ງ​ຝີງ​ໄຟ​ຢູ່ ນາງ​ຈຶ່ງ​ຈ້ອງ​ເບິ່ງ​ລາວ ແລະ ເວົ້າ​ວ່າ, “ຊາຍ​ຜູ້​ນີ້​ກໍ​ຢູ່​ກັບ​ຄົນ​ນັ້ນ”.</verse>
				<verse number="57">ແຕ່​ເປໂຕ​ໄດ້​ຕອບ​ປະຕິເສດ​ວ່າ, “ນາງ​ເອີຍ ຂ້ອຍ​ບໍ່​ຮູ້ຈັກ​ລາວ”.</verse>
				<verse number="58">ຕໍ່ມາ​ໜ້ອຍໜຶ່ງ ກໍ​ມີ​ບາງຄົນ​ເຫັນ​ເປໂຕ ແລະ ເວົ້າ​ວ່າ, “ເຈົ້າ​ກໍ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຂົາ​ເໝືອນກັນ”. ເປໂຕ​ໄດ້​ຕອບ​ປະຕິເສດ​ວ່າ, “ຊາຍ​ເອີຍ ຂ້ອຍ​ບໍ່​ໄດ້​ເປັນ!”</verse>
				<verse number="59">ຢູ່​ມາ​ປະມານ​ອີກ​ຊົ່ວໂມງ​ໜຶ່ງ​ກໍ​ມີ​ຄົນ​ໜຶ່ງ​ອີກ​ຢືນຢັນ​ວ່າ, “ຄົນ​ນີ້​ຢູ່​ກັບ​ລາວ​ແທ້ໆ ເພາະວ່າ​ລາວ​ເປັນ​ຊາວ​ຄາລີເລ​ເໝືອນກັນ”.</verse>
				<verse number="60">ເປໂຕ​ຕອບ​ວ່າ, “ຊາຍ​ເອີຍ ຂ້ອຍ​ບໍ່​ຮູ້ຈັກ​ວ່າ​ເຈົ້າ​ກຳລັງ​ເວົ້າ​ເຖິງ​ເລື່ອງໃດ!” ເປໂຕ​ເວົ້າ​ຍັງ​ບໍ່​ທັນ​ສຸດຄຳ​ໄກ່​ກໍ​ຂັນ.</verse>
				<verse number="61">ອົງພຣະຜູ້ເປັນເຈົ້າ​ໄດ້​ຫັນ​ມາ​ເບິ່ງ​ເປໂຕ. ແລ້ວ​ເປໂຕ​ຈຶ່ງ​ຈື່​ໄດ້​ເຖິງ​ຄຳ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ກັບ​ເພິ່ນ​ໄວ້​ວ່າ: “ວັນນີ້, ກ່ອນ​ໄກ່​ຂັນ​ເຈົ້າ​ຈະ​ປະຕິເສດ​ເຮົາ​ເຖິງ​ສາມ​ເທື່ອ”.</verse>
				<verse number="62">ແລ້ວ​ເພິ່ນ​ຈຶ່ງ​ອອກ​ໄປ​ທາງ​ນອກ ແລະ ຮ້ອງໄຫ້​ຢ່າງ​ຂົມຂື່ນ.</verse>
				<verse number="63">ບັນດາ​ຜູ້​ທີ່​ຄຸມ​ໂຕ​ພຣະເຢຊູເຈົ້າ​ຕ່າງ​ກໍ​ພາ​ກັນ​ເລີ່ມ​ເຢາະເຢີ້ຍ ແລະ ທຸບຕີ​ພຣະອົງ.</verse>
				<verse number="64">ພວກເຂົາ​ເອົາ​ຜ້າ​ປິດ​ຕາ​ພຣະອົງ​ໄວ້ ແລະ ຖາມ​ພຣະອົງ​ວ່າ, “ທວາຍ​ເບິ່ງ​ດູ! ແມ່ນ​ຜູ້ໃດ​ຕີ​ເຈົ້າ?”</verse>
				<verse number="65">ແລະ ພວກເຂົາ​ກໍ​ເວົ້າ​ດູຖູກ​ພຣະອົງ​ອີກ​ຫລາຍ​ປະການ.</verse>
				<verse number="66">ເມື່ອ​ຮຸ່ງເຊົ້າ​ມາ ສະພາ​ຂອງ​ພວກ​ເຖົ້າແກ່​ໃນ​ກຸ່ມ​ປະຊາຊົນ ລວມ​ທັງ​ພວກ​ຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ມາ​ປະຊຸມ​ກັນ, ພຣະເຢຊູເຈົ້າ​ຖືກ​ນຳ​ໂຕ​ມາ​ຢູ່​ຕໍ່ໜ້າ​ພວກເຂົາ.</verse>
				<verse number="67">ພວກເຂົາ​ໄດ້​ຖາມ​ວ່າ, “ຖ້າ​ເຈົ້າ​ເປັນ​ພຣະຄຣິດເຈົ້າ ​ກໍ​ຈົ່ງ​ບອກ​ພວກເຮົາ​ມາ”. ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຮົາ​ບອກ​ພວກເຈົ້າ ພວກເຈົ້າ​ກໍ​ຈະ​ບໍ່​ເຊື່ອ​ເຮົາ,</verse>
				<verse number="68">ແລະ ຖ້າ​ເຮົາ​ຖາມ​ພວກເຈົ້າ ພວກເຈົ້າ​ກໍ​ຈະ​ບໍ່​ຕອບ​ເຮົາ.</verse>
				<verse number="69">ແຕ່​ວ່າ​ຕັ້ງແຕ່​ນີ້​ໄປ ບຸດມະນຸດ​ຈະ​ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່”.</verse>
				<verse number="70">ແລ້ວ​ພວກເຂົາ​ກໍ​ຖາມ​ພຣະອົງ​ວ່າ, “ຖ້າ​ຢ່າງ​ນັ້ນ ເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ບໍ?” ພຣະອົງ​ຕອບ​ພວກເຂົາ​ວ່າ, “ພວກເຈົ້າ​ທັງຫລາຍ​ເວົ້າ​ຖືກ​ແລ້ວ​ວ່າ​ເຮົາ​ເປັນ”.</verse>
				<verse number="71">ແລ້ວ​ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ພວກເຮົາ​ຈະ​ຕ້ອງການ​ພະຍານ​ອື່ນ​ອີກ​ເຮັດຫຍັງ? ພວກເຮົາ​ເອງ​ກໍ​ໄດ້​ຍິນ​ສິ່ງ​ນີ້​ຈາກ​ປາກ​ຂອງ​ມັນ​ເອງ​ແລ້ວ”.</verse>
			</chapter>
			<chapter number="23">
				<verse number="1">ຫລັງຈາກນັ້ນ ທີ່​ປະຊຸມ​ທັງໝົດ​ຈຶ່ງ​ລຸກຂຶ້ນ ແລະ ນຳ​ພຣະອົງ​ໄປ​ຫາ​ປີລາດ</verse>
				<verse number="2">ແລະ ພວກເຂົາ​ໄດ້​ເລີ່ມ​ກ່າວຫາ​ພຣະອົງ ໂດຍ​ເວົ້າ​ວ່າ, “ພວກເຮົາ​ພົບ​ວ່າ​ຊາຍ​ຄົນ​ນີ້​ກຳລັງ​ໂຄ່ນລົ້ມ​ປະເທດຊາດ​ຂອງ​ພວກເຮົາ. ລາວ​ຄັດຄ້ານ​ການ​ເສຍພາສີ​ໃຫ້​ແກ່​ກາຍຊາ ແລະ ອ້າງ​ຕົນ​ວ່າ​ເປັນ​ພຣະຄຣິດເຈົ້າ ຄື​ເປັນ​ກະສັດ​ອົງ​ໜຶ່ງ”.</verse>
				<verse number="3">ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ແມ່ນ​ຕາມ​ທີ່​ທ່ານ​ເວົ້າ​ນັ້ນ”.</verse>
				<verse number="4">ແລ້ວ​ປີລາດ​ຈຶ່ງ​ປະກາດ​ແກ່​ພວກ​ຫົວໜ້າ​ປະໂລຫິດ ແລະ ປະຊາຊົນ​ວ່າ, “ເຮົາ​ບໍ່​ເຫັນ​ຄວາມຜິດ​ໃນ​ຊາຍ​ຜູ້​ນີ້​ຈັກ​ປະການ”.</verse>
				<verse number="5">ແຕ່​ພວກເຂົາ​ຍັງ​ເວົ້າ​ຢືນຢັນ​ວ່າ, “ລາວ​ໃຊ້​ຄຳສອນ​ຍຸຍົງ​ປະຊາຊົນ​ທົ່ວ​ແຂວງ​ຢູດາຍ. ເລີ່ມ​ຕັ້ງແຕ່​ແຂວງ​ຄາລີເລ​ຕະຫລອດ​ຈົນ​ມາ​ເຖິງ​ທີ່​ນີ້​ແລ້ວ”.</verse>
				<verse number="6">ເມື່ອ​ປີລາດ​ໄດ້​ຍິນ​ດັ່ງນີ້, ປີລາດ​ຈຶ່ງ​ຖາມ​ວ່າ​ຊາຍ​ຄົນ​ນີ້​ເປັນ​ຊາວ​ຄາລີເລ​ບໍ.</verse>
				<verse number="7">ເມື່ອ​ຮູ້​ວ່າ​ພຣະເຢຊູເຈົ້າ​ມາ​ຈາກ​ຂົງເຂດ​ທີ່​ເຮໂຣດ​ປົກຄອງ, ເພິ່ນ​ຈຶ່ງ​ສົ່ງ​ພຣະອົງ​ໄປ​ຫາ​ເຮໂຣດ ເຊິ່ງ​ໃນ​ເວລາ​ນັ້ນ​ຍັງ​ຢູ່​ທີ່​ເຢຣູຊາເລັມ​ເໝືອນກັນ.</verse>
				<verse number="8">ເມື່ອ​ເຮໂຣດ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກໍ​ດີໃຈ​ຫລາຍ ເພາະວ່າ​ເພິ່ນ​ຢາກ​ເຫັນ​ພຣະອົງ​ມາ​ດົນ​ແລ້ວ. ຫລັງ​ຈາກ​ທີ່​ເພິ່ນ​ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະອົງ, ເຮໂຣດ​ຫວັງ​ຈະ​ເຫັນ​ພຣະອົງ​ສະແດງ​ໝາຍສຳຄັນ​ບາງ​ຢ່າງ.</verse>
				<verse number="9">ດັ່ງນັ້ນ ເຮໂຣດ​ຈຶ່ງ​ຖາມ​ພຣະອົງ​ຫລາຍ​ຢ່າງ ແຕ່​ພຣະເຢຊູເຈົ້າ​ບໍ່​ໄດ້​ຕອບ​ຈັກ​ຄຳ​ເລີຍ.</verse>
				<verse number="10">ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ກໍ​ຢືນ​ຢູ່​ທີ່​ນັ້ນ ແລະ ກ່າວຫາ​ພຣະອົງ​ຢ່າງ​ຮຸນແຮງ.</verse>
				<verse number="11">ຫລັງຈາກນັ້ນ ເຮໂຣດ​ກັບ​ບັນດາ​ທະຫານ​ຂອງ​ຕົນ​ກໍ​ໄດ້​ເຢາະເຢີ້ຍ ແລະ ໄດ້​ດູໝິ່ນ​ພຣະອົງ, ເອົາ​ເສື້ອຄຸມ​ທີ່​ສະຫງ່າງາມ​ມາ​ນຸ່ງ​ໃຫ້​ພຣະອົງ ແລ້ວ​ສົ່ງ​ພຣະອົງ​ກັບ​ຄືນ​ໄປ​ຫາ​ປີລາດ.</verse>
				<verse number="12">ໃນ​ວັນ​ນັ້ນ ເຮໂຣດ ແລະ ປີລາດ​ໄດ້​ກາຍມາ​ເປັນ​ເພື່ອນ​ກັນ, ແຕ່​ກ່ອນ​ພວກເຂົາ​ເປັນ​ສັດຕູ​ກັນ.</verse>
				<verse number="13">ປີລາດ​ເອີ້ນ​ພວກ​ຫົວໜ້າ​ປະໂລຫິດ, ພວກ​ຜູ້ປົກຄອງ ແລະ ປະຊາຊົນ​ມາ​ປະຊຸມ​ກັນ,</verse>
				<verse number="14">ແລ້ວ​ກ່າວ​ກັບ​ພວກເຂົາ​ວ່າ, “ພວກເຈົ້າ​ທັງຫລາຍ​ໄດ້​ນຳ​ຊາຍ​ຜູ້​ນີ້​ມາ​ພົບ​ເຮົາ​ໃນ​ຖານະ​ລາວ​ເປັນ​ຜູ້​ຊັກຊວນ​ປະຊາຊົນ​ໃຫ້​ກະບົດ. ເຮົາ​ໄດ້​ສືບສວນ​ຕໍ່ໜ້າ​ພວກທ່ານ​ແລ້ວ ແລະ ບໍ່​ເຫັນ​ຄວາມຜິດ​ໃດ​ວ່າ​ຊາຍ​ຄົນ​ນີ້​ຜິດ​ຕາມ​ຂໍ້ກ່າວຫາ​ຂອງ​ພວກທ່ານ.</verse>
				<verse number="15">ທັງ​ເຮໂຣດ​ກໍ​ເຊັ່ນ​ກັນ, ເພາະ​ເຮໂຣດ​ໄດ້​ສົ່ງ​ລາວ​ກັບ​ມາ​ຫາ​ເຮົາ​ດັ່ງ​ທີ່​ພວກທ່ານ​ເຫັນ​ຢູ່​ນີ້, ຊາຍ​ຜູ້​ນີ້​ບໍ່​ໄດ້​ເຮັດ​ສິ່ງໃດ​ທີ່​ສົມຄວນ​ຮັບ​ໂທດ​ເຖິງ​ຕາຍ.</verse>
				<verse number="16">ເຫດສະນັ້ນ, ເຮົາ​ຈະ​ລົງໂທດ​ລາວ ແລະ ປ່ອຍ​ລາວ​ໄປ”.</verse>
				<verse number="17">ຕາມ​ທຳນຽມ​ແລ້ວ ປີລາດ​ຕ້ອງ​ປ່ອຍ​ໜຶ່ງ​ຄົນ​ໃຫ້​ພວກເຂົາ​ໃນ​ເທດສະການ​ນັ້ນ.</verse>
				<verse number="18">ແຕ່​ປະຊາຊົນ​ທັງໝົດ​ພາກັນ​ຮ້ອງຂຶ້ນ​ວ່າ, “ກຳຈັດ​ຄົນ​ນີ້​ສາ! ແລ້ວ​ຈົ່ງ​ປ່ອຍ​ບາຣາບາ​ໃຫ້​ພວກເຮົາ!”</verse>
				<verse number="19">(ບາຣາບາ​ຖືກ​ຈັບ​ເຂົ້າ​ຄຸກ​ເພາະ​ກໍ່​ການ​ກະບົດ​ໃນ​ເຢຣູຊາເລັມ ແລະ ເພາະ​ຂ້າ​ຄົນ.)</verse>
				<verse number="20">ປີລາດ​ຢາກ​ປ່ອຍ​ພຣະເຢຊູເຈົ້າ​ຈຶ່ງ​ຮ້ອງຂໍ​ພວກເຂົາ​ອີກ.</verse>
				<verse number="21">ແຕ່​ພວກເຂົາ​ໄດ້​ຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ, “ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ! ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ!”</verse>
				<verse number="22">ປີລາດ​ໄດ້​ເວົ້າ​ກັບ​ພວກເຂົາ​ເປັນ​ເທື່ອ​ທີ​ສາມ​ວ່າ, “ເປັນຫຍັງ? ຊາຍ​ຄົນ​ນີ້​ໄດ້​ເຮັດ​ຜິດ​ຫຍັງ? ເຮົາ​ບໍ່​ພົບ​ວ່າ​ລາວ​ເຮັດ​ຜິດ​ຫຍັງ​ທີ່​ສົມຄວນ​ຮັບ​ໂທດ​ເຖິງ​ຕາຍ. ເຫດສະນັ້ນ ເຮົາ​ຈະ​ລົງໂທດ ແລະ ປ່ອຍ​ລາວ​ໄປ”.</verse>
				<verse number="23">ແຕ່​ພວກເຂົາ​ຍັງ​ຮ້ອງ​ສຽງດັງ​ບໍ່​ຢຸດ ຮຽກຮ້ອງ​ໃຫ້​ຄຶງ​ພຣະອົງ​ທີ່​ໄມ້ກາງແຂນ ແລະ ສຽງຮ້ອງ​ຂອງ​ພວກເຂົາ​ກໍ​ຊະນະ.</verse>
				<verse number="24">ດັ່ງນັ້ນ ປີລາດ​ຈຶ່ງ​ຕັດສິນໃຈ​ເຮັດ​ຕາມ​ທີ່​ພວກເຂົາ​ຮຽກຮ້ອງ.</verse>
				<verse number="25">ເພິ່ນ​ໄດ້​ປ່ອຍ​ຄົນ​ທີ່​ຖືກ​ຈັບ​ເຂົ້າ​ຄຸກ​ເພາະ​ກໍ່​ການ​ກະບົດ ແລະ ຂ້າ​ຄົນ, ຜູ້​ທີ່​ພວກເຂົາ​ຮ້ອງຂໍ ແລະ ໄດ້​ຍອມ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ​ຕາມ​ຄວາມ​ຕ້ອງການ​ຂອງ​ພວກເຂົາ.</verse>
				<verse number="26">ໃນຂະນະ​ທີ່​ພວກເຂົາ​ນຳ​ພຣະເຢຊູເຈົ້າ​ອອກໄປ, ພວກເຂົາ​ໄດ້​ຈັບ​ຊີໂມນ​ຊາວ​ກີເຣເນ ທີ່​ເດີນທາງ​ມາ​ຈາກ​ຊົນນະບົດ ແລ້ວ​ເອົາ​ໄມ້ກາງແຂນ​ວາງ​ໃສ່​ລາວ ແລະ ໃຫ້​ລາວ​ແບກ​ຕາມຫລັງ​ພຣະເຢຊູເຈົ້າ​ໄປ.</verse>
				<verse number="27">ປະຊາຊົນ​ຈຳນວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ລວມ​ທັງ​ພວກ​ແມ່ຍິງ​ທີ່​ຕີ​ເອິກ​ຮ້ອງໄຫ້​ຄ່ຳຄວນ​ສຽງດັງ​ເພາະ​ພຣະອົງ.</verse>
				<verse number="28">ພຣະເຢຊູເຈົ້າ​ຫັນ​ມາ​ກ່າວ​ກັບ​ພວກ​ແມ່ຍິງ​ເຫລົ່ານັ້ນ​ວ່າ, “ລູກສາວ​ແຫ່ງ​ເຢຣູຊາເລັມ​ເອີຍ, ຢ່າ​ຮ້ອງໄຫ້​ເພື່ອ​ເຮົາ​ເລີຍ ຈົ່ງ​ຮ້ອງໄຫ້​ເພື່ອ​ຕົນ​ເອງ ແລະ ບັນດາ​ລູກ​ຂອງ​ພວກເຈົ້າ​ສາ.</verse>
				<verse number="29">ເພາະ​ເວລາ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ພວກເຈົ້າ​ຈະ​ກ່າວ​ວ່າ, ‘ພຣະພອນ​ມີ​ແກ່​ແມ່ຍິງ​ທີ່​ເປັນໝັນ, ມົດລູກ​ທີ່​ບໍ່​ເຄີຍ​ເກີດລູກ ແລະ ເຕົ້ານົມ​ທີ່​ບໍ່​ເຄີຍ​ໃຫ້​ນົມ​ລູກ!’</verse>
				<verse number="30">ເວລາ​ນັ້ນ, “‘ພວກເຂົາ​ຈະ​ກ່າວ​ແກ່​ພູເຂົາ​ທັງຫລາຍ​ວ່າ, “ຈົ່ງ​ເຈື່ອນ​ມາ​ທັບ​ພວກເຮົາ​ສາ!” ແລະ ບອກ​ເນີນພູ​ທັງຫລາຍ​ວ່າ, “ຈົ່ງ​ປົກຄຸມ​ພວກເຮົາ​ໄວ້!”’</verse>
				<verse number="31">ເພາະ​ຖ້າ​ຄົນ​ທັງຫລາຍ​ຍັງ​ເຮັດ​ຢ່າງ​ນີ້​ກັບ​ຕົ້ນໄມ້​ທີ່​ຍັງ​ຂຽວ​ສົດ​ຢູ່ ແລ້ວ​ຈະ​ມີ​ຫຍັງ​ເກີດຂຶ້ນ​ເມື່ອ​ຕົ້ນໄມ້​ທີ່​ແຫ້ງ​ແລ້ວ?”</verse>
				<verse number="32">ມີ​ໂຈນ​ອີກ​ສອງ​ຄົນ​ຖືກ​ນຳ​ໂຕ​ໄປ​ຂ້າ​ພ້ອມ​ກັບ​ພຣະອົງ.</verse>
				<verse number="33">ເມື່ອ​ມາ​ເຖິງ​ບ່ອນ​ທີ່​ເອີ້ນ​ວ່າ​ກະໂຫລກຫົວ, ພວກເຂົາ​ກໍ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ​ພ້ອມ​ກັບ​ໂຈນ​ສອງ​ຄົນ​ຄື, ຄົນ​ໜຶ່ງ​ຢູ່​ເບື້ອງຂວາ, ຄົນ​ໜຶ່ງ​ອີກ​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ.</verse>
				<verse number="34">ພຣະເຢຊູເຈົ້າ​ກ່າວ​ວ່າ, “ພຣະບິດາເຈົ້າ​ເອີຍ, ຂໍ​ຍົກໂທດ​ໃຫ້​ພວກເຂົາ ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ກຳລັງ​ເຮັດ​ຫຍັງ”. ແລ້ວ​ພວກເຂົາ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ມາ​ຈັບສະຫລາກ​ແບ່ງປັນ​ກັນ.</verse>
				<verse number="35">ປະຊາຊົນ​ກໍ​ພາກັນ​ຢືນ​ເບິ່ງ​ຢູ່​ທີ່​ນັ້ນ ແລະ ພວກ​ຜູ້ປົກຄອງ​ໄດ້​ເວົ້າ​ເຢາະເຢີ້ຍ​ພຣະອົງ​ວ່າ, “ລາວ​ຊ່ວຍ​ຄົນອື່ນ​ໃຫ້​ພົ້ນ​ໄດ້ ກໍ​ໃຫ້​ລາວ​ຊ່ວຍ​ຕົນ​ເອງ​ຖ້າ​ລາວ​ເປັນ​ພຣະຄຣິດເຈົ້າ​ຂອງ​ພຣະເຈົ້າ​ຜູ້​ທີ່​ພຣະອົງ​ເລືອກ​ໄວ້”.</verse>
				<verse number="36">ພວກທະຫານ​ກໍ​ເຂົ້າ​ມາ​ເຢາະເຢີ້ຍ​ພຣະອົງ​ເໝືອນກັນ. ພວກເຂົາ​ໄດ້​ເອົາ​ເຫລົ້າອະງຸ່ນສົ້ມ​ໃຫ້​ພຣະອົງ</verse>
				<verse number="37">ແລ້ວ​ເວົ້າ​ວ່າ, “ຖ້າ​ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ກໍ​ຈົ່ງ​ຊ່ວຍ​ຕົນ​ເອງ​ໃຫ້​ພົ້ນ​ສາ”.</verse>
				<verse number="38">ຢູ່​ເທິງ​ຫົວ​ຂອງ​ພຣະອົງ​ມີ​ປ້າຍ​ຂຽນ​ຕິດ​ໄວ້ ເຊິ່ງ​ອ່ານ​ວ່າ: “ນີ້​ຄື​ກະສັດ​ຂອງ​ຊາວຢິວ”.***</verse>
				<verse number="39">ໂຈນ​ຄົນ​ໜຶ່ງ​ທີ່​ຖືກ​ຄຶງ​ຢູ່​ທີ່​ນັ້ນ ໄດ້​ເວົ້າ​ດູຖູກ​ພຣະອົງ​ວ່າ, “ເຈົ້າ​ເປັນ​ພຣະຄຣິດເຈົ້າ​ບໍ່​ແມ່ນ​ບໍ? ຈົ່ງ​ຊ່ວຍ​ຕົນ​ເອງ ແລະ ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ແມ!”</verse>
				<verse number="40">ແຕ່​ໂຈນ​ອີກ​ຄົນ​ໜຶ່ງ​ໄດ້​ຕຳໜິ​ລາວ ແລະ ເວົ້າ​ວ່າ, “ເຈົ້າ​ບໍ່​ຢ້ານ​ພຣະເຈົ້າ​ບໍ ເພາະ​ເຈົ້າ​ເອງ​ກໍ​ຖືກ​ໂທດ​ເໝືອນ​ກັນ​ກັບ​ເພິ່ນ?</verse>
				<verse number="41">ພວກເຮົາ​ກໍ​ສົມຄວນ​ຖືກ​ລົງໂທດ​ແລ້ວ ເພາະ​ພວກເຮົາ​ກຳລັງ​ໄດ້​ຮັບ​ສິ່ງ​ທີ່​ສົມ​ກັບ​ການ​ກະທຳ​ທີ່​ພວກເຮົາ​ໄດ້​ເຮັດ. ແຕ່​ທ່ານ​ຜູ້​ນີ້​ບໍ່​ໄດ້​ເຮັດ​ຜິດ​ຫຍັງ​ເລີຍ”.</verse>
				<verse number="42">ແລ້ວ​ລາວ​ກໍ​ເວົ້າ​ວ່າ, “ພຣະເຢຊູເຈົ້າ​ເອີຍ, ຂໍ​ລະນຶກ​ເຖິງ​ຂ້ານ້ອຍ​ດ້ວຍ​ເມື່ອ​ພຣະອົງ​ເຂົ້າ​ສູ່​ອານາຈັກ​ຂອງ​ພຣະອົງ ”.</verse>
				<verse number="43">ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ວັນນີ້​ເຈົ້າ​ຈະ​ຢູ່​ກັບ​ເຮົາ​ໃນ​ທີ່​ສຸກຂະເສີມ”.</verse>
				<verse number="44">ເວລາ​ນັ້ນ​ປະມານ​ຕອນທ່ຽງ ແລະ ເກີດ​ຄວາມ​ມືດມົວ​ໄປ​ທົ່ວ​ແຜ່ນດິນ​ຈົນ​ເຖິງ​ເວລາ​ບ່າຍ​ສາມ​ໂມງ,</verse>
				<verse number="45">ເພາະ​ດວງອາທິດ​ຢຸດ​ສ່ອງແສງ ແລະ ຜ້າກັ້ງ​ໃນ​ວິຫານ​ກໍ​ຈີກຂາດ​ເປັນ​ສອງ​ຕ່ອນ.</verse>
				<verse number="46">ພຣະເຢຊູເຈົ້າ​ຮ້ອງ​ສຽງດັງ​ວ່າ, “ພຣະບິດາເຈົ້າ​ເອີຍ, ຂ້ານ້ອຍ​ຂໍ​ມອບ​ຈິດວິນຍານ​ຂອງ​ຂ້ານ້ອຍ​ໄວ້​ໃນ​ມື​ຂອງ​ພຣະອົງ”. ເມື່ອ​ກ່າວ​ດັ່ງນີ້​ແລ້ວ​ພຣະອົງ​ກໍ​ສິ້ນ​ລົມຫາຍໃຈ.</verse>
				<verse number="47">ເມື່ອ​ນາຍຮ້ອຍ​ໄດ້​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ນີ້ ຈຶ່ງ​ສັນລະເສີນ​ພຣະເຈົ້າ ແລະ ກ່າວ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຄົນຊອບທຳ​ຢ່າງ​ແນ່ນອນ”.</verse>
				<verse number="48">ເມື່ອ​ຄົນ​ທັງຫລາຍ​ທີ່​ມາ​ເຕົ້າໂຮມກັນ​ເພື່ອ​ເປັນ​ພະຍານ​ໃນ​ເຫດການ​ນີ້​ໄດ້​ເຫັນ​ສິ່ງ​ທີ່​ເກີດຂຶ້ນ​ແລ້ວ, ພວກເຂົາ​ກໍ​ທຸບຕີ​ເອິກ​ດ້ວຍ​ຄວາມເສຍໃຈ ແລະ ກໍ​ຈາກ​ໄປ.</verse>
				<verse number="49">ແຕ່​ທຸກຄົນ​ທີ່​ຮູ້ຈັກ​ພຣະອົງ, ລວມ​ທັງ​ພວກແມ່ຍິງ​ທີ່​ຕິດຕາມ​ພຣະອົງ​ມາ​ຈາກ​ຄາລີເລ ຕ່າງ​ກໍ​ຢືນ​ເຝົ້າ​ເບິ່ງ​ສິ່ງ​ເຫລົ່ານີ້​ຢູ່​ຫ່າງໆ.</verse>
				<verse number="50">ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ໂຢເຊັບ ເປັນ​ສະມາຊິກ​ສະພາ, ເພິ່ນ​ເປັນ​ຄົນ​ດີ ແລະ ທ່ຽງທຳ</verse>
				<verse number="51">ເພິ່ນ​ຜູ້​ນີ້​ບໍ່​ໄດ້​ເຫັນດີ​ຕາມ​ມະຕິ ແລະ ການກະທຳ​ຂອງ​ຄົນ​ເຫລົ່ານັ້ນ. ເພິ່ນ​ມາ​ຈາກ​ເມືອງ​ອາຣີມາທາຍ​ແຂວງ​ຢູດາຍ ແລະ ເພິ່ນ​ກຳລັງ​ຄອຍ​ຖ້າ​ອານາຈັກ​ຂອງ​ພຣະເຈົ້າ.</verse>
				<verse number="52">ໂຢເຊັບ​ໄດ້​ເຂົ້າ​ພົບ​ປີລາດ​ເພື່ອ​ຂໍ​ເອົາ​ສົບ​ຂອງ​ພຣະເຢຊູເຈົ້າ.</verse>
				<verse number="53">ຫລັງຈາກນັ້ນ ເພິ່ນ​ກໍ​ເອົາ​ສົບ​ຂອງ​ພຣະອົງ​ລົງ​ມາ ເອົາ​ຜ້າຝ້າຍລິນິນ​ຫໍ່ ແລະ ວາງ​ສົບ​ຂອງ​ພຣະອົງ​ໄວ້​ໃນ​ອຸບມຸງ​ທີ່​ເຈາະ​ໄວ້​ໃນ​ຫີນ ແລະ ອຸບມຸງ​ຝັງສົບ​ນີ້​ຍັງ​ບໍ່​ເຄີຍ​ວາງ​ສົບ​ຂອງ​ຜູ້ໃດ​ຈັກເທື່ອ.</verse>
				<verse number="54">ວັນ​ນັ້ນ​ເປັນ​ວັນ​ຈັດຕຽມ ແລະ ວັນຊະບາໂຕ​ກຳລັງ​ຈະ​ເລີ່ມ​ຂຶ້ນ.</verse>
				<verse number="55">ສ່ວນ​ພວກແມ່ຍິງ​ທີ່​ຕິດຕາມ​ພຣະເຢຊູເຈົ້າ​ຈາກ​ຄາລີເລ​ມາ ກໍ​ໄດ້​ຕິດຕາມ​ໂຢເຊັບ​ໄປ ແລະ ໄດ້​ເຫັນ​ອຸບມຸງ​ຕະຫລອດ​ຈົນ​ໄດ້​ເຫັນ​ວ່າ​ເພິ່ນ​ວາງ​ສົບ​ຂອງ​ພຣະອົງ​ໄວ້​ໃນ​ອຸບມຸງ​ຢ່າງໃດ.</verse>
				<verse number="56">ຫລັງຈາກນັ້ນ ພວກເຂົາ​ກໍ​ກັບ​ຄືນ​ເມືອ​ເຮືອນ ແລະ ໄປ​ຈັດຕຽມ​ເຄື່ອງຫອມ​ກັບ​ນ້ຳມັນຫອມ. ແຕ່​ພວກເຂົາ​ຕ້ອງ​ໄດ້​ຢຸດພັກ​ໃນ​ວັນຊະບາໂຕ ເພາະ​ເປັນ​ການເຊື່ອຟັງ​ພຣະບັນຍັດ.</verse>
			</chapter>
			<chapter number="24">
				<verse number="1">ແຕ່​ຮຸ່ງເຊົ້າ​ຂອງ​ວັນ​ຕົ້ນ​ສັບປະດາ ພວກແມ່ຍິງ​ໄດ້​ນຳ​ເອົາ​ເຄື່ອງຫອມ​ທີ່​ຕຽມ​ໄວ້​ນັ້ນ​ມາ​ທີ່​ອຸບມຸງ.</verse>
				<verse number="2">ພວກເຂົາ​ໄດ້​ເຫັນ​ວ່າ​ກ້ອນຫີນ​ໄດ້​ຖືກ​ກຶ່ງອອກ​ຈາກ​ປາກ​ອຸບມຸງ​ແລ້ວ,</verse>
				<verse number="3">ແຕ່​ເມື່ອ​ພວກເຂົາ​ເຂົ້າ​ໄປ ພວກເຂົາ​ກໍ​ບໍ່​ພົບ​ສົບ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ.</verse>
				<verse number="4">ໃນຂະນະ​ທີ່​ພວກເຂົາ​ກຳລັງ​ສົງໄສ​ກ່ຽວກັບ​ເລື່ອງ​ນີ້​ຢູ່, ໃນ​ທັນໃດ​ນັ້ນ ກໍ​ມີ​ຊາຍ​ສອງ​ຄົນ​ນຸ່ງເຄື່ອງ​ທີ່​ຮຸ່ງ​ເຫລື້ອມ​ເໝືອນ​ຟ້າແມບ​ມາ​ຢືນ​ຢູ່​ທາງ​ຂ້າງ​ພວກເຂົາ.</verse>
				<verse number="5">ດ້ວຍ​ຄວາມຢ້ານກົວ​ຂອງ​ພວກເຂົາ ພວກແມ່ຍິງ​ຈຶ່ງ​ໄດ້​ໝອບລົງ​ທີ່​ພື້ນດິນ ແຕ່​ຊາຍ​ສອງ​ຄົນ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ມາ​ຊອກຫາ​ຄົນເປັນ​ໃນ​ທ່າມກາງ​ຄົນຕາຍ?</verse>
				<verse number="6">ພຣະອົງ​ບໍ່​ໄດ້​ຢູ່​ທີ່​ນີ້, ພຣະອົງ​ເປັນຄືນມາ​ແລ້ວ! ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ບອກ​ພວກເຈົ້າ​ໄວ້​ໃນຂະນະ​ທີ່​ພຣະອົງ​ຍັງ​ຢູ່​ກັບ​ພວກເຈົ້າ​ໃນ​ແຂວງ​ຄາລີເລ​ວ່າ:</verse>
				<verse number="7">‘ບຸດມະນຸດ​ຈະ​ຕ້ອງ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ບັນດາ​ຄົນບາບ, ພຣະອົງ​ຈະ​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແລະ ໃນ​ວັນ​ທີ​ສາມ​ຈະ​ເປັນຄືນມາ​ອີກ’”.</verse>
				<verse number="8">ແລ້ວ​ພວກເຂົາ​ຈຶ່ງ​ລະນຶກ​ເຖິງ​ຖ້ອຍຄຳ​ຂອງ​ພຣະອົງ.</verse>
				<verse number="9">ເມື່ອ​ພວກເຂົາ​ກັບ​ມາ​ຈາກ​ອຸບມຸງ​ແລ້ວ, ພວກເຂົາ​ກໍ​ເລົ່າ​ເຫດການ​ທັງໝົດ​ນີ້​ໃຫ້​ພວກ​ອັກຄະສາວົກ​ສິບເອັດ​ຄົນ ແລະ ຄົນ​ອື່ນ​ທັງໝົດ​ຟັງ.</verse>
				<verse number="10">ເຊິ່ງ​ມີ​ມາຣີ​ຊາວ​ມັກດາລາ, ໂຢຮັນນາ, ມາຣີ​ແມ່​ຂອງ​ຢາໂກໂບ ແລະ ພ້ອມ​ກັບ​ແມ່ຍິງ​ຄົນ​ອື່ນ​ທີ່​ຢູ່​ກັບ​ພວກເຂົາ​ທີ່​ໄດ້​ເລົ່າ​ເຫດການ​ນີ້​ໃຫ້​ພວກ​ອັກຄະສາວົກ​ຟັງ.</verse>
				<verse number="11">ແຕ່​ພວກເພິ່ນ​ບໍ່ເຊື່ອ​ພວກແມ່ຍິງ ເພາະ​ຄຳເວົ້າ​ຂອງ​ພວກເຂົາ​ເບິ່ງ​ຄື​ໄຮ້ສາລະ.</verse>
				<verse number="12">ເຖິງ​ຢ່າງໃດກໍຕາມ ເປໂຕ​ໄດ້​ລຸກຂຶ້ນ​ແລ້ວ​ແລ່ນ​ໄປ​ທີ່​ອຸບມຸງ. ເພິ່ນ​ກົ້ມລົງ​ເບິ່ງ​ໄປ​ທົ່ວ. ເພິ່ນ​ເຫັນ​ແຕ່​ຜ້າຝ້າຍລິນິນ​ກອງ​ຢູ່ ແລະ ເພິ່ນ​ກໍ​ກັບ​ຄືນ​ໄປ​ດ້ວຍ​ຄວາມຄິດ​ສົງໄສ​ໃນ​ສິ່ງ​ທີ່​ເກີດຂຶ້ນ.</verse>
				<verse number="13">ບັດນີ້ ໃນ​ວັນ​ດຽວ​ກັນ​ນັ້ນ​ສາວົກ​ສອງ​ຄົນ​ກຳລັງ​ເດີນທາງ​ໄປ​ບ້ານ​ໜຶ່ງ​ທີ່​ມີ​ຊື່​ວ່າ​ເອມາອູດ, ເຊິ່ງ​ໄກ​ຈາກ​ເຢຣູຊາເລັມ​ປະມານ 7 ໄມ.</verse>
				<verse number="14">ພວກເພິ່ນ​ໄດ້​ສົນທະນາ​ກັນ​ກ່ຽວກັບ​ທຸກສິ່ງ​ທີ່​ໄດ້​ເກີດຂຶ້ນ​ນັ້ນ.</verse>
				<verse number="15">ຂະນະ​ທີ່​ພວກເພິ່ນ​ກຳລັງ​ສົນທະນາ ແລະ ປຶກສາ​ກັນ​ເຖິງ​ສິ່ງ​ເຫລົ່ານັ້ນ​ຢູ່, ພຣະເຢຊູເຈົ້າ​ເອງ​ໄດ້​ມາ ແລະ ຍ່າງ​ໄປ​ກັບ​ພວກເພິ່ນ,</verse>
				<verse number="16">ແຕ່​ພວກເພິ່ນ​ກໍ​ຖືກ​ເຮັດ​ໃຫ້​ຈື່​ພຣະອົງ​ບໍ່​ໄດ້.</verse>
				<verse number="17">ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ຂະນະ​ທີ່​ຍ່າງ​ມາ​ຕາມ​ທາງ​ນັ້ນ​ພວກເຈົ້າ​ໄດ້​ສົນທະນາ​ກັນ​ເຖິງ​ເລື່ອງ​ຫຍັງ?” ແລ້ວ​ພວກເພິ່ນ​ກໍ​ຢຸດ​ຢືນ​ຢູ່, ຕ່າງ​ກໍ​ມີ​ສີ​ໜ້າ​ໂສກເສົ້າ.</verse>
				<verse number="18">ແລ້ວ​ຄົນ​ໜຶ່ງ​ຊື່​ກະໂລປາ​ໄດ້​ຖາມ​ພຣະອົງ​ວ່າ, “ທ່ານ​ເປັນ​ພຽງ​ແຂກ​ທີ່​ມາ​ຢ້ຽມຢາມ​ເຢຣູຊາເລັມ​ຈຶ່ງ​ບໍ່​ຮູ້​ເຫດການ​ຕ່າງໆ​ທີ່​ເກີດຂຶ້ນ​ລະຫວ່າງ​ວັນ​ເຫລົ່ານັ້ນ​ບໍ?”</verse>
				<verse number="19">ພຣະອົງ​ຖາມ​ວ່າ, “ເຫດການ​ອັນໃດ?” ພວກເພິ່ນ​ຈຶ່ງ​ຕອບ​ວ່າ, “ເລື່ອງ​ພຣະເຢຊູເຈົ້າ​ໄທນາຊາເຣັດ, ພຣະອົງ​ເປັນ​ຜູ້ທຳນວາຍ, ມີ​ລິດອຳນາດ​ໃນ​ຖ້ອຍຄຳ ແລະ ການ​ກະທຳ​ຕໍ່ໜ້າ​ພຣະເຈົ້າ ແລະ ຕໍ່ໜ້າ​ຄົນ​ທັງປວງ.</verse>
				<verse number="20">ພວກ​ຫົວໜ້າ​ປະໂລຫິດ ແລະ ພວກຜູ້ປົກຄອງ​ຂອງ​ພວກເຮົາ​ໄດ້​ມອບ​ພຣະອົງ​ໄວ້​ໃຫ້​ຮັບ​ໂທດ​ເຖິງ​ຕາຍ, ພວກເຂົາ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ,</verse>
				<verse number="21">ແຕ່​ພວກເຮົາ​ຫວັງ​ວ່າ​ພຣະອົງ​ຄື​ຜູ້​ທີ່​ຈະ​ມາ​ໄຖ່​ຊົນຊາດ​ອິດສະຣາເອນ. ແລະ ຫລາຍ​ກວ່າ​ນັ້ນ​ອີກ ວັນ​ນີ້​ກໍ​ເປັນ​ວັນ​ທີ​ສາມ​ແລ້ວ​ນັບ​ຕັ້ງແຕ່​ເຫດການ​ນັ້ນ​ໄດ້​ເກີດຂຶ້ນ.</verse>
				<verse number="22">ນອກ​ຈາກ​ນີ້ ແມ່ຍິງ​ບາງຄົນ​ໃນ​ພວກເຮົາ​ຍັງ​ເຮັດ​ໃຫ້​ພວກເຮົາ​ປະຫລາດໃຈ​ຄື ພວກເຂົາ​ໄດ້​ໄປ​ທີ່​ອຸບມຸງ​ແຕ່​ຮຸ່ງເຊົ້າ​ວັນ​ນີ້.</verse>
				<verse number="23">ແຕ່​ບໍ່​ພົບ​ສົບ​ຂອງ​ພຣະອົງ. ພວກເຂົາ​ໄດ້​ກັບ​ມາ​ບອກ​ພວກເຮົາ​ວ່າ​ພວກເຂົາ​ໄດ້​ເຫັນ​ນິມິດ​ຄື​ມີ​ເທວະດາ​ມາ​ບອກ​ວ່າ​ພຣະອົງ​ຍັງ​ມີຊີວິດ​ຢູ່.</verse>
				<verse number="24">ແລ້ວ​ສະຫາຍ​ຂອງ​ພວກເຮົາ​ບາງ​ຄົນ​ກໍ​ໄດ້​ໄປ​ທີ່​ອຸບມຸງ ແລະ ໄດ້​ພົບເຫັນ​ເໝືອນ​ທີ່​ພວກແມ່ຍິງ​ໄດ້​ບອກ​ນັ້ນ, ແຕ່​ພວກເພິ່ນ​ບໍ່​ໄດ້​ເຫັນ​ພຣະເຢຊູເຈົ້າ”.</verse>
				<verse number="25">ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຄື​ໂງ່​ແທ້ ແລະ ຊ້າ​ທີ່​ຈະ​ເຊື່ອ​ທຸກ​ຄຳ​ທີ່​ບັນດາ​ພວກ​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້!</verse>
				<verse number="26">ພຣະຄຣິດເຈົ້າ ​ຕ້ອງ​ທົນທຸກທໍລະມານ​ຕໍ່​ສິ່ງ​ເຫລົ່ານັ້ນ​ກ່ອນ ແລ້ວ​ຈຶ່ງ​ເຂົ້າ​ສູ່​ສະຫງ່າລາສີ​ຂອງ​ພຣະອົງ​ບໍ່​ແມ່ນ​ບໍ?”</verse>
				<verse number="27">ຈາກ​ນັ້ນ ພຣະອົງ​ຈຶ່ງ​ອະທິບາຍ​ທຸກຢ່າງ​ທີ່​ກ່າວ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ​ເອງ​ໃຫ້​ພວກເພິ່ນ​ທັງ​ສອງ​ຟັງ​ຕັ້ງແຕ່​ໂມເຊ​ຕະຫລອດ​ຈົນ​ບັນດາ​ຜູ້ທຳນວາຍ​ທັງໝົດ.</verse>
				<verse number="28">ເມື່ອ​ພວກເພິ່ນ​ມາ​ໃກ້​ບ້ານ​ທີ່​ພວກເພິ່ນ​ກຳລັງ​ຈະ​ໄປ​ນັ້ນ, ພຣະເຢຊູເຈົ້າ​ເຮັດ​ຄື​ຈະ​ຜ່ານ​ໄປ​ເລີຍ.</verse>
				<verse number="29">ແຕ່​ພວກເພິ່ນ​ໄດ້​ໜ່ວງໜ່ຽວ​ພຣະອົງ​ວ່າ, “ແວ່​ພັກເຊົາ​ຢູ່​ກັບ​ພວກເຮົາ​ກ່ອນ​ເພາະ​ໃກ້​ຈະ​ຄ່ຳ, ກາງເວັນ​ກໍ​ຈະ​ໝົດ​ໄປ​ແລ້ວ”. ດັ່ງນັ້ນ ພຣະອົງ​ຈຶ່ງ​ເຂົ້າ​ໄປ​ພັກເຊົາ​ຢູ່​ກັບ​ພວກເພິ່ນ.</verse>
				<verse number="30">ເມື່ອ​ພຣະອົງ​ນັ່ງ​ຮ່ວມ​ໂຕະ​ກັບ​ພວກເພິ່ນ ພຣະອົງ​ໄດ້​ຈັບ​ເອົາ​ເຂົ້າຈີ່, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ຫັກ​ເຂົ້າຈີ່​ແລ້ວ​ເລີ່ມ​ຍື່ນ​ໃຫ້​ພວກເພິ່ນ.</verse>
				<verse number="31">ຫລັງຈາກນັ້ນ ຕາ​ຂອງ​ພວກເພິ່ນ​ກໍ​ຖືກ​ເປີດ​ອອກ ແລະ ພວກເພິ່ນ​ຈື່​ພຣະອົງ​ໄດ້ ແລ້ວ​ພຣະອົງ​ກໍ​ຫາຍ​ໄປ​ຈາກ​ສາຍຕາ​ຂອງ​ພວກເພິ່ນ.</verse>
				<verse number="32">ພວກເພິ່ນ​ຈຶ່ງ​ເວົ້າ​ກັນ​ວ່າ, “ໃຈ​ຂອງ​ພວກເຮົາ​ກໍ​ຮ້ອນຮົນ​ຢູ່​ພາຍໃນ​ຂະນະ​ທີ່​ພຣະອົງ​ກ່າວ​ກັບ​ພວກເຮົາ​ຕາມ​ທາງ ແລະ ໄດ້​ຍົກ​ພຣະຄຳພີ​ມາ​ອະທິບາຍ​ໃຫ້​ພວກເຮົາ​ຟັງ​ບໍ່​ແມ່ນ​ບໍ?”</verse>
				<verse number="33">ພວກເພິ່ນ​ທັງ​ສອງ​ກໍ​ລຸກຂຶ້ນ​ກັບ​ໄປ​ທີ່​ເຢຣູຊາເລັມ​ທັນທີ. ພວກເພິ່ນ​ໄດ້​ພົບ​ສາວົກ​ສິບເອັດ​ຄົນ​ກັບ​ຄົນ​ອື່ນໆ​ເຕົ້າໂຮມ​ກັນ​ຢູ່</verse>
				<verse number="34">ແລະ ກຳລັງ​ເວົ້າ​ກັນ​ວ່າ, “ເປັນ​ຄວາມຈິງ​ແທ້! ອົງພຣະຜູ້ເປັນເຈົ້າ​ເປັນຄືນມາ​ແລ້ວ, ແລະ ພຣະອົງ​ໄດ້​ປາກົດ​ແກ່​ຊີໂມນ”.</verse>
				<verse number="35">ແລ້ວ​ທັງ​ສອງ​ຄົນ​ນັ້ນ​ກໍ​ໄດ້​ເລົ່າ​ເຫດການ​ທີ່​ເກີດຂຶ້ນ​ຕາມ​ທາງ ແລະ ທີ່​ພວກເພິ່ນ​ຈື່​ພຣະເຢຊູເຈົ້າ​ໄດ້​ແມ່ນ​ເວລາ​ທີ່​ພຣະອົງ​ຫັກ​ເຂົ້າຈີ່.</verse>
				<verse number="36">ຂະນະ​ທີ່​ພວກເຂົາ​ກຳລັງ​ເລົ່າ​ເຫດການ​ນີ້​ຢູ່, ພຣະເຢຊູເຈົ້າ​ເອງ​ກໍ​ໄດ້​ມາ​ຢືນ​ຢູ່​ທ່າມກາງ​ພວກເພິ່ນ ແລະ ກ່າວ​ວ່າ, “ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ”.</verse>
				<verse number="37">ພວກເພິ່ນ​ສະດຸ້ງ​ຕົກໃຈ​ຢ້ານ​ຫລາຍ, ຄິດ​ວ່າ​ຕົນ​ເຫັນ​ຜີ.</verse>
				<verse number="38">ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ວຸ້ນວາຍໃຈ? ເປັນຫຍັງ​ຈຶ່ງ​ຄິດ​ສົງໄສ​ຂຶ້ນ​ໃນ​ຈິດໃຈ​ຂອງ​ພວກເຈົ້າ?</verse>
				<verse number="39">ຈົ່ງ​ເບິ່ງ​ມື ແລະ ຕີນ​ຂອງ​ເຮົາ. ນີ້​ແມ່ນ​ເຮົາ​ເອງ! ສຳພັດ​ເຮົາ​ເບິ່ງ; ເພາະວ່າ​ຜີ​ບໍ່​ມີ​ເນື້ອໜັງ ແລະ ກະດູກ ເໝືອນ​ທີ່​ພວກເຈົ້າ​ເຫັນ​ຢູ່​ວ່າ​ເຮົາ​ມີ”.</verse>
				<verse number="40">ເມື່ອ​ພຣະອົງ​ກ່າວ​ດັ່ງນີ້​ແລ້ວ ພຣະອົງ​ກໍ​ໄດ້​ໃຫ້​ພວກເພິ່ນ​ເບິ່ງ​ມື ແລະ ຕີນ​ຂອງ​ພຣະອົງ.</verse>
				<verse number="41">ແລະ ໃນຂະນະ​ທີ່​ພວກເພິ່ນ​ຍັງ​ບໍ່ເຊື່ອ​ເລື່ອງ​ນີ້​ເພາະ​ຄວາມຊື່ນຊົມຍິນດີ ແລະ ຍັງ​ປະຫລາດໃຈ​ຢູ່, ພຣະອົງ​ຈຶ່ງ​ຖາມ​ພວກເພິ່ນ​ວ່າ, “ຢູ່​ທີ່​ນີ້​ພວກເຈົ້າ​ມີ​ຫຍັງ​ໃຫ້​ກິນ​ບໍ?”</verse>
				<verse number="42">ພວກເພິ່ນ​ກໍ​ເອົາ​ປາ​ປີ້ງ​ຕ່ອນ​ໜຶ່ງ​ມາ​ໃຫ້​ພຣະອົງ,</verse>
				<verse number="43">ແລະ ພຣະອົງ​ຮັບ​ເອົາ​ປາ​ມາ​ກິນ​ຕໍ່ໜ້າ​ພວກເພິ່ນ.</verse>
				<verse number="44">ແລ້ວ​ພຣະອົງ​ກໍ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ນີ້​ຄື​ສິ່ງ​ທີ່​ເຮົາ​ບອກ​ໄວ້​ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ຄື: ທຸກສິ່ງ​ຈະ​ຕ້ອງ​ເກີດຂຶ້ນ​ຕາມ​ທີ່​ມີ​ຂຽນ​ໄວ້​ກ່ຽວກັບ​ເຮົາ​ໃນ​ກົດບັນຍັດ​ຂອງ​ໂມເຊ, ຂໍ້​ຂຽນ​ຜູ້ທຳນວາຍ ແລະ ໃນ​ເພງສັນລະເສີນ”.</verse>
				<verse number="45">ຫລັງຈາກນັ້ນ ພຣະອົງ​ໄດ້​ເປີດ​ຈິດໃຈ​ຂອງ​ພວກເພິ່ນ​ເພື່ອ​ພວກເພິ່ນ​ຈະ​ສາມາດ​ເຂົ້າ​ໃຈ​ພຣະຄຳພີ.</verse>
				<verse number="46">ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ນີ້​ຄື​ສິ່ງ​ທີ່​ຂຽນ​ໄວ້​ຄື ພຣະຄຣິດເຈົ້າ​ຕ້ອງ​ທົນທຸກທໍລະມານ ແລະ ຕ້ອງ​ເປັນຄືນມາຈາກຕາຍ​ໃນ​ວັນ​ທີ​ສາມ,</verse>
				<verse number="47">ແລະ ການ​ຖິ້ມໃຈເກົ່າເອົາໃຈໃໝ່​ເພື່ອ​ການອະໄພ​ບາບ​ຈະ​ຖືກ​ປະກາດ​ໃນ​ນາມ​ຂອງ​ພຣະອົງ​ແກ່​ທຸກ​ຊົນຊາດ, ເຊິ່ງ​ເລີ່ມ​ຕັ້ງແຕ່​ທີ່​ເຢຣູຊາເລັມ.</verse>
				<verse number="48">ພວກເຈົ້າ​ທັງຫລາຍ​ຄື​ພະຍານ​ໃນ​ເລື່ອງ​ເຫລົ່ານີ້.</verse>
				<verse number="49">ເຮົາ​ຈະ​ສົ່ງ​ສິ່ງ​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ໄດ້​ສັນຍາ​ໄວ້​ມາ​ໃຫ້​ພວກເຈົ້າ, ແຕ່​ຈົ່ງ​ຢູ່​ໃນ​ເມືອງ​ນີ້​ຈົນ​ກວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ລິດອຳນາດ​ທີ່​ມາ​ຈາກ​ເບື້ອງເທິງ”.</verse>
				<verse number="50">ເມື່ອ​ພຣະອົງ​ພາ​ພວກເພິ່ນ​ອອກ​ໄປ​ທີ່​ຂົງເຂດ​ໃກ້ຄຽງ​ໃນ​ເບັດທານີ​ແລ້ວ, ພຣະອົງ​ຍົກ​ມື​ຂອງ​ພຣະອົງ​ຂຶ້ນ​ອວຍພອນ​ພວກເພິ່ນ.</verse>
				<verse number="51">ໃນຂະນະ​ທີ່​ພຣະອົງ​ກຳລັງ​ອວຍພອນ​ພວກເພິ່ນ​ຢູ່​ນັ້ນ ພຣະອົງ​ກໍ​ຈາກ​ພວກເພິ່ນ​ໄປ ແລະ ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ.</verse>
				<verse number="52">ພວກເພິ່ນ​ທັງຫລາຍ​ຈຶ່ງ​ນະມັດສະການ​ພຣະອົງ ແລະ ກັບຄືນ​ໄປ​ທີ່​ເຢຣູຊາເລັມ​ດ້ວຍ​ຄວາມຊື່ນຊົມຍິນດີ​ອັນ​ໃຫຍ່.</verse>
				<verse number="53">ແລະ ພວກເພິ່ນ​ໄດ້​ຢູ່​ໃນ​ບໍລິເວນ​ວິຫານ​ເປັນ​ປະຈຳ​ເພື່ອ​ສັນລະເສີນ​ພຣະເຈົ້າ.</verse>
			</chapter>
		</book>
		<book number="43">
			<chapter number="1">
				<verse number="1">ເມື່ອ​ຕົ້ນເດີມ​ນັ້ນ​ພຣະທຳ​ດຳລົງ​ຢູ່ ແລະ ພຣະທຳ​ຢູ່​ກັບ​ພຣະເຈົ້າ, ແລະ ພຣະທຳ​ເປັນ​ພຣະເຈົ້າ.</verse>
				<verse number="2">ພຣະອົງ​ຢູ່​ກັບ​ພຣະເຈົ້າ​ຕັ້ງແຕ່​ຕົ້ນເດີມ.</verse>
				<verse number="3">ທຸກສິ່ງ​ຖືກ​ສ້າງຂຶ້ນ​ໂດຍ​ທາງ​ພຣະອົງ, ໃນ​ບັນດາ​ສິ່ງ​ທີ່​ຖືກ​ສ້າງຂຶ້ນ​ມາ​ນັ້ນ, ບໍ່​ມີ​ຈັກ​ສິ່ງ​ທີ່​ບໍ່​ໄດ້​ຖືກ​ສ້າງຂຶ້ນ​ໂດຍ​ທາງ​ພຣະອົງ.</verse>
				<verse number="4">ໃນ​ພຣະອົງ​ຄື​ຊີວິດ ແລະ ຊີວິດ​ນັ້ນ​ເປັນ​ຄວາມສະຫວ່າງ​ຂອງ​ມະນຸດ.</verse>
				<verse number="5">ຄວາມສະຫວ່າງ​ສ່ອງ​ເຂົ້າ​ມາ​ໃນ​ຄວາມມືດ ແລະ ຄວາມມືດ​ນັ້ນ​ກໍ​ບໍ່​ໄດ້​ຊະນະ ​ຄວາມສະຫວ່າງ.</verse>
				<verse number="6">ພຣະເຈົ້າ​ໄດ້​ໃຊ້​ຜູ້​ໜຶ່ງ​ມາ​ຊື່​ວ່າ​ໂຢຮັນ.</verse>
				<verse number="7">ເພິ່ນ​ໄດ້​ມາ​ໃນ​ຖານະ​ເປັນພະຍານ​ເພື່ອ​ຢືນຢັນ​ກ່ຽວກັບ​ຄວາມສະຫວ່າງ​ນັ້ນ, ເພື່ອ​ວ່າ​ຄົນ​ທັງປວງ​ຈະ​ໄດ້​ເຊື່ອ​ຜ່ານ​ທາງ​ເພິ່ນ.</verse>
				<verse number="8">ເພິ່ນ​ເອງ​ບໍ່ແມ່ນ​ຄວາມສະຫວ່າງ​ນັ້ນ, ເພິ່ນ​ໄດ້​ມາ​ພຽງແຕ່​ເປັນພະຍານ​ຂອງ​ຄວາມສະຫວ່າງ​ນັ້ນ.</verse>
				<verse number="9">ເປັນ​ຄວາມສະຫວ່າງ​ແທ້​ທີ່​ໃຫ້​ຄວາມສະຫວ່າງ​ແກ່​ມະນຸດ​ທຸກຄົນ​ທີ່​ກຳລັງ​ເຂົ້າ​ມາ​ໃນ​ໂລກ.</verse>
				<verse number="10">ພຣະອົງ​ຢູ່​ໃນ​ໂລກ ແລະ ເຖິງແມ່ນວ່າ​ໂລກ​ຖືກ​ສ້າງຂຶ້ນ​ໂດຍ​ທາງ​ພຣະອົງ, ແຕ່​ໂລກ​ກໍ​ບໍ່​ໄດ້​ຮູ້ຈັກ​ພຣະອົງ.</verse>
				<verse number="11">ພຣະອົງ​ໄດ້​ເຂົ້າ​ມາ​ໃນ​ບ່ອນ​ຂອງ​ພຣະອົງ, ແຕ່​ຄົນ​ຂອງ​ພຣະອົງ​ເອງ​ບໍ່​ຕ້ອນຮັບ​ພຣະອົງ.</verse>
				<verse number="12">ແຕ່​ສ່ວນ​ບັນດາ​ຜູ້​ທີ່​ຕ້ອນຮັບ​ພຣະອົງ ຄື​ຜູ້​ທີ່​ເຊື່ອ​ໃນ​ນາມ​ຂອງ​ພຣະອົງ, ພຣະອົງ​ກໍ​ໃຫ້​ສິດ​ເປັນ​ບຸດ​ຂອງ​ພຣະເຈົ້າ</verse>
				<verse number="13">ຄື​ເປັນ​ລູກ​ທີ່​ບໍ່​ໄດ້​ເກີດ​ຈາກ​ການສືບເຊື້ອສາຍ​ຕາມ​ທຳມະຊາດ ຫລື ຄວາມຕ້ອງການ​ຂອງ​ມະນຸດ ຫລື ຈາກ​ຄວາມຕ້ອງການ​ຂອງ​ຜົວ, ແຕ່​ເກີດ​ຈາກ​ພຣະເຈົ້າ.</verse>
				<verse number="14">ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ.</verse>
				<verse number="15">(ໂຢຮັນ​ໄດ້​ເປັນພະຍານ​ກ່ຽວກັບ​ພຣະອົງ ເພິ່ນ​ໄດ້​ຮ້ອງ​ປະກາດ​ວ່າ, “ຜູ້​ນີ້​ຄື​ຜູ້​ທີ່​ເຮົາ​ໄດ້​ເວົ້າ​ເຖິງ​ເມື່ອ​ເຮົາ​ກ່າວ​ວ່າ, ‘ພຣະອົງ​ຜູ້​ທີ່​ມາ​ພາຍຫລັງ​ເຮົາ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ ເພາະ​ພຣະອົງ​ເປັນຢູ່​ກ່ອນ​ເຮົາ’”.)</verse>
				<verse number="16">ພວກເຮົາ​ທຸກຄົນ​ໄດ້​ຮັບ​ພຣະຄຸນ​ຊ້ອນ​ພຣະຄຸນ​ຈາກ​ຄວາມບໍລິບູນ​ຂອງ​ພຣະອົງ​ແລ້ວ.</verse>
				<verse number="17">ເພາະ​ກົດບັນຍັດ​ໄດ້​ຖືກ​ມອບ​ໃຫ້​ຜ່ານ​ທາງ​ໂມເຊ, ສ່ວນ​ພຣະຄຸນ ແລະ ຄວາມຈິງ​ນັ້ນ​ໄດ້​ມາ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ.</verse>
				<verse number="18">ບໍ່​ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ ແລະ ເປັນ​ຜູ້​ທີ່​ມີ​ຄວາມສຳພັນ​ໃກ້ຊິດ​ທີ່ສຸດ​ກັບ​ພຣະບິດາເຈົ້າ ໄດ້​ເປີດເຜີຍ​ພຣະເຈົ້າ​ພວກເຮົາ​ຮູ້ຈັກ.</verse>
				<verse number="19">ນີ້​ແມ່ນ​ຄຳພະຍານ​ຂອງ​ໂຢຮັນ ເມື່ອ​ພວກເຈົ້າໜ້າທີ່​ຊາວຢິວ​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ໄດ້​ໃຊ້​ບັນດາ​ປະໂລຫິດ ແລະ ພວກ​ເລວີ​ມາ​ຖາມ​ເພິ່ນ​ວ່າ​ທ່ານ​ແມ່ນ​ຜູ້ໃດ.</verse>
				<verse number="20">ເພິ່ນ​ກໍ​ບໍ່​ໄດ້​ປະຕິເສດ ແຕ່​ເພິ່ນ​ຍອມຮັບ​ຢ່າງ​ເປີດເຜີຍ​ວ່າ, “ເຮົາ​ບໍ່ແມ່ນ​ພຣະຄຣິດເຈົ້າ ”.</verse>
				<verse number="21">ພວກເຂົາ​ຈຶ່ງ​ຖາມ​ເພິ່ນ​ວ່າ, “ຖ້າ​ດັ່ງນັ້ນ ທ່ານ​ແມ່ນ​ຜູ້ໃດ? ທ່ານ​ແມ່ນ​ເອລີຢາ​ບໍ?” ເພິ່ນ​ຕອບ​ວ່າ, “ເຮົາ​ບໍ່ແມ່ນ”. ພວກເຂົາ​ຖາມ​ວ່າ, “ທ່ານ​ແມ່ນ​ຜູ້ທຳນວາຍ​ບໍ?” ເພິ່ນ​ຕອບ​ວ່າ, “ບໍ່ແມ່ນ”.</verse>
				<verse number="22">ໃນ​ທີ່ສຸດ​ພວກເຂົາ​ຈຶ່ງ​ກ່າວ​ວ່າ, “ທ່ານ​ແມ່ນ​ຜູ້ໃດ? ຈົ່ງ​ຕອບ​ພວກເຮົາ​ມາ ເພື່ອ​ພວກເຮົາ​ຈະ​ໄດ້​ນໍາ​ເອົາ​ຄຳຕອບ​ໄປ​ບອກ​ບັນດາ​ຜູ້​ທີ່​ໃຊ້​ພວກເຮົາ​ມາ, ທ່ານ​ອ້າງ​ໂຕ​ທ່ານ​ເອງ​ວ່າ​ເປັນ​ຜູ້ໃດ?”</verse>
				<verse number="23">ໂຢຮັນ​ຈຶ່ງ​ຕອບ​ຕາມ​ທີ່​ເອຊາຢາ​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ເປັນ​ສຽງ​ຂອງ​ຜູ້​ຮ້ອງ​ໃນ​ຖິ່ນແຫ້ງແລ້ງກັນດານ​ວ່າ, ‘ຈົ່ງ​ເຮັດ​ຫົນທາງ​ສຳລັບ​ອົງພຣະຜູ້ເປັນເຈົ້າ​ໃຫ້​ຊື່​ໄປ’”.</verse>
				<verse number="24">ພວກ​ຟາຣີຊາຍ​ບາງຄົນ​ທີ່​ຖືກ​ໃຊ້​ມາ​ນັ້ນ</verse>
				<verse number="25">ຈຶ່ງ​ຖາມ​ເພິ່ນ​ວ່າ, “ຖ້າ​ທ່ານ​ບໍ່ແມ່ນ​ພຣະຄຣິດເຈົ້າ ບໍ່ແມ່ນ​ເອລີຢາ ຫລື ຜູ້ທຳນວາຍ​ນັ້ນ ເປັນຫຍັງ​ທ່ານ​ຈຶ່ງ​ໃຫ້​ຮັບ​ບັບຕິສະມາ?”</verse>
				<verse number="26">ໂຢຮັນ​ຕອບ​ວ່າ, “ເຮົາ​ໃຫ້​ບັບຕິສະມາ​ດ້ວຍ ​ນ້ຳ ແຕ່​ມີ​ຜູ້​ໜຶ່ງ​ທີ່​ຢືນ​ຢູ່​ໃນ​ທ່າມກາງ​ພວກທ່ານ​ທີ່​ພວກທ່ານ​ບໍ່​ຮູ້ຈັກ.</verse>
				<verse number="27">ພຣະອົງ​ເປັນ​ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ, ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ແກ້​ສາຍ​ຮັດ​ເກີບ​ຂອງ​ເພິ່ນ”.</verse>
				<verse number="28">ເຫດການ​ທັງໝົດ​ນີ້​ເກີດ​ຂຶ້ນ​ທີ່​ບ້ານ​ເບັດທານີ ເຊິ່ງ​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳຈໍແດນ ບ່ອນ​ທີ່​ໂຢຮັນ​ກຳລັງ​ໃຫ້​ຮັບ​ບັບຕິສະມາ.</verse>
				<verse number="29">ໃນ​ວັນ​ຕໍ່ມາ​ໂຢຮັນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ມາຫາ​ຕົນ ແລະ ຈຶ່ງ​ກ່າວ​ວ່າ, “ເບິ່ງ​ແມ! ລູກແກະ​ຂອງ​ພຣະເຈົ້າ ຜູ້​ຮັບ​ເອົາ​ບາບ​ຂອງ​ໂລກ​ໄປ!</verse>
				<verse number="30">ນີ້​ແຫລະ​ຄື​ຜູ້​ທີ່​ເຮົາ​ໝາຍ​ເຖິງ​ເມື່ອ​ເຮົາ​ກ່າວ​ວ່າ, ‘ພຣະອົງ​ຜູ້​ທີ່​ມາ​ພາຍຫລັງ​ເຮົາ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ ເພາະ​ພຣະອົງ​ເປັນຢູ່​ກ່ອນ​ເຮົາ’.</verse>
				<verse number="31">ເຮົາ​ເອງ​ກໍ​ບໍ່​ຮູ້ຈັກ​ພຣະອົງ ແຕ່​ເຫດຜົນ​ທີ່​ເຮົາ​ມາ​ໃຫ້​ບັບຕິສະມາ​ດ້ວຍ​ນ້ຳ​ກໍ​ເພື່ອ​ໃຫ້​ພຣະອົງ​ເປັນ​ທີ່​ປາກົດແຈ້ງ​ແກ່​ປະຊາຊົນ​ອິດສະຣາເອນ”.</verse>
				<verse number="32">ແລ້ວ​ໂຢຮັນ​ກໍ​ເປັນພະຍານ​ດັ່ງນີ້​ວ່າ: “ເຮົາ​ໄດ້​ເຫັນ​ພຣະວິນຍານບໍລິສຸດເຈົ້າ​ເໝືອນດັ່ງ​ນົກເຂົາ​ລົງ​ມາ​ຈາກ​ສະຫວັນ ແລະ ມາ​ຢູ່​ເທິງ​ພຣະອົງ.</verse>
				<verse number="33">ແລະ ເຮົາ​ເອງ​ກໍ​ບໍ່​ຮູ້​ວ່າ​ພຣະອົງ​ເປັນ​ຜູ້ໃດ, ແຕ່​ຜູ້​ທີ່​ໃຊ້​ເຮົາ​ມາ​ໃຫ້​ບັບຕິສະມາ​ດ້ວຍ​ນ້ຳ​ໄດ້​ກ່າວ​ກັບ​ເຮົາ​ໄວ້​ວ່າ, ‘ເຈົ້າ​ເຫັນ​ພຣະວິນຍານ​ລົງມາ​ສະຖິດ​ຢູ່​ເທິງ​ຜູ້ໃດ ຜູ້​ນັ້ນ​ແຫລະ​ເປັນ​ຜູ້​ທີ່​ຈະ​ໃຫ້​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ’.</verse>
				<verse number="34">ເຮົາ​ໄດ້​ເຫັນ​ແລ້ວ ແລະ ເຮົາ​ເປັນພະຍານ​ໄດ້​ວ່າ ນີ້​ຄື​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້”.</verse>
				<verse number="35">ວັນ​ຕໍ່ມາ ໂຢຮັນ​ກັບ​ລູກສິດ​ສອງ​ຄົນ​ກໍ​ຢູ່​ບ່ອນ​ນັ້ນ​ອີກ.</verse>
				<verse number="36">ເມື່ອ​ເພິ່ນ​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຜ່ານ​ໄປ ເພິ່ນ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ເບິ່ງ​ລູກແກະ​ຂອງ​ພຣະເຈົ້າ!”</verse>
				<verse number="37">ເມື່ອ​ລູກສິດ​ທັງ​ສອງ​ໄດ້​ຍິນ​ເພິ່ນ​ກ່າວ​ຢ່າງ​ນັ້ນ ຈຶ່ງ​ຕິດຕາມ​ພຣະເຢຊູເຈົ້າ​ໄປ.</verse>
				<verse number="38">ພຣະເຢຊູເຈົ້າ​ຫລຽວຄືນຫລັງ​ເຫັນ​ພວກເພິ່ນ​ຕິດຕາມ​ມາ ຈຶ່ງ​ຖາມ​ວ່າ, “ພວກທ່ານ​ຕ້ອງການ​ຫຍັງ​ບໍ?” ພວກເພິ່ນ​ຕອບ​ວ່າ, “ຣັບບີ (ເຊິ່ງ​ແປ​ວ່າ​ອາຈານ) ທ່ານ​ພັກ​ຢູ່​ທີ່​ໃດ?”</verse>
				<verse number="39">ພຣະອົງ​ຕອບ​ວ່າ, “ເຊີນ​ມາ ແລ້ວ​ພວກທ່ານ​ຈະ​ເຫັນ”. ພວກເພິ່ນ​ຈຶ່ງ​ໄປ ແລະ ໄດ້​ເຫັນ​ບ່ອນ​ທີ່​ພຣະອົງ​ພັກ​ຢູ່ ແລະ ພວກເພິ່ນ​ກໍ​ຢູ່​ກັບ​ພຣະອົງ​ໃນ​ວັນ​ນັ້ນ ເຊິ່ງ​ເປັນ​ເວລາ​ປະມານ​ບ່າຍ​ສີ່​ໂມງ.</verse>
				<verse number="40">ອັນເດອາ​ນ້ອງຊາຍ​ຂອງ​ຊີໂມນ​ເປໂຕ ເປັນ​ຜູ້​ໜຶ່ງ​ໃນ​ສອງ​ຄົນ​ທີ່​ໄດ້​ຍິນ​ໂຢຮັນ​ກ່າວ ແລະ ໄດ້​ຕິດຕາມ​ພຣະເຢຊູເຈົ້າ​ໄປ.</verse>
				<verse number="41">ສິ່ງ​ທຳອິດ​ທີ່​ອັນເດອາ​ເຮັດ​ກໍ​ຄື​ໄປ​ຫາ​ຊີໂມນ​ຜູ້​ເປັນ​ອ້າຍ ແລະ ບອກ​ເພິ່ນ​ວ່າ, “ພວກເຮົາ​ໄດ້​ພົບ​ພຣະເມຊີອາ​ແລ້ວ” (ຄື ພຣະຄຣິດເຈົ້າ)</verse>
				<verse number="42">ແລະ ກໍ​ພາ​ລາວ​ມາ​ຫາ​ພຣະເຢຊູເຈົ້າ. ພຣະເຢຊູເຈົ້າ​ແນມເບິ່ງ​ລາວ ແລະ ກ່າວ​ວ່າ, “ເຈົ້າ​ຄື​ຊີໂມນ​ລູກ​ຂອງ​ໂຢຮັນ ແຕ່​ເຈົ້າ​ຈະ​ໄດ້​ຊື່​ວ່າ​ເກຟາ” (ເຊິ່ງ​ແປວ່າ ເປໂຕ).</verse>
				<verse number="43">ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຕັດສິນໃຈ​ທີ່​ຈະ​ໄປ​ແຂວງ​ຄາລີເລ, ພຣະອົງ​ໄດ້​ພົບ​ຟີລິບ ແລະ ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”.</verse>
				<verse number="44">ຟີລິບ​ເປັນ​ຄົນ​ມາ​ຈາກ​ເມືອງ​ເບັດຊາອີດາ​ເໝືອນ​ກັນ​ກັບ​ອັນເດອາ ແລະ ເປໂຕ.</verse>
				<verse number="45">ຟີລິບ​ໄດ້​ພົບ​ນະທານາເອັນ ແລະ ບອກ​ລາວ​ວ່າ, “ພວກເຮົາ​ໄດ້​ພົບ​ຜູ້​ທີ່​ໂມເຊ​ໄດ້​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ ແລະ ບັນດາ​ຜູ້ທຳນວາຍ​ກໍ​ໄດ້​ຂຽນ​ໄວ້​ເໝືອນ​ກັນ​ຄື ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ລູກ​ຂອງ​ໂຢເຊັບ”.</verse>
				<verse number="46">ນະທານາເອັນ​ໄດ້​ຖາມ​ວ່າ, “ນາຊາເຣັດ! ຈະ​ມີ​ສິ່ງ​ດີ​ອັນໃດ​ມາ​ຈາກ​ທີ່​ນັ້ນ​ໄດ້​ບໍ?” ຟີລິບ​ຕອບວ່າ, “ມາ​ເບິ່ງ​ສາ”.</verse>
				<verse number="47">ເມື່ອ​ພຣະເຢຊູເຈົ້າ​ເຫັນ​ນະທານາເອັນ​ເຂົ້າ​ມາ​ຫາ​ກໍ​ກ່າວ​ເຖິງ​ລາວ​ວ່າ, “ຜູ້​ນີ້​ເປັນ​ຄົນ​ອິດສະຣາເອນ​ແທ້ ໃນ​ໂຕ​ລາວ​ບໍ່​ມີ​ກົນອຸບາຍ​ອັນ​ໃດ​ເລີຍ”.</verse>
				<verse number="48">ນະທານາເອັນ​ຖາມ​ວ່າ, “ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ໄດ້​ຢ່າງໃດ?” ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ເຫັນ​ເຈົ້າ​ຂະນະ​ທີ່​ເຈົ້າ​ຍັງ​ຢູ່​ກ້ອງ​ຕົ້ນໝາກເດື່ອ​ນັ້ນ ກ່ອນ​ທີ່​ຟີລິບ​ຈະ​ເອີ້ນ​ເຈົ້າ”.</verse>
				<verse number="49">ນະທານາເອັນ​ຈຶ່ງ​ຮ້ອງ​ວ່າ, “ຣັບບີ ພຣະອົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ພຣະອົງ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ”.</verse>
				<verse number="50">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ເຊື່ອ ​ເພາະ​ເຮົາ​ບອກ​ເຈົ້າ​ວ່າ​ເຮົາ​ເຫັນ​ເຈົ້າ​ຢູ່​ກ້ອງ​ຕົ້ນໝາກເດື່ອ. ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ຍິ່ງໃຫຍ່​ກວ່າ​ນັ້ນ​ອີກ”.</verse>
				<verse number="51">ແລ້ວ​ພຣະອົງ​ກ່າວ​ຕໍ່ໄປ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຈົ້າ​ຈະ​ເຫັນ​ສະຫວັນ​ເປີດອອກ ແລະ ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ຂຶ້ນ ແລະ ລົງ​ເທິງ ​ບຸດມະນຸດ”.</verse>
			</chapter>
			<chapter number="2">
				<verse number="1">ໃນ​ວັນ​ທີ​ສາມ ມີ​ງານ​ແຕ່ງງານ​ທີ່​ຈັດ​ຂຶ້ນ​ຢູ່​ບ້ານ​ການາ​ໃນ​ແຂວງ​ຄາລີເລ. ແມ່​ຂອງ​ພຣະເຢຊູເຈົ້າ​ກໍ​ຢູ່​ທີ່​ນັ້ນ</verse>
				<verse number="2">ແລະ ພຣະເຢຊູເຈົ້າ​ກັບ​ພວກສາວົກ​ຂອງ​ພຣະອົງ​ກໍ​ຖືກ​ເຊີນ​ໄປ​ງານ​ແຕ່ງງານ​ເໝືອນກັນ.</verse>
				<verse number="3">ເມື່ອ​ເຫລົ້າອະງຸ່ນ​ໝົດ​ແລ້ວ, ແມ່​ຂອງ​ພຣະເຢຊູເຈົ້າ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ພວກເຂົາ​ບໍ່​ມີ​ເຫລົ້າອະງຸ່ນ​ເຫລືອ​ແລ້ວ”.</verse>
				<verse number="4">ພຣະເຢຊູເຈົ້າ​ຕອບ​ວ່າ, “ຍິງ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ໃຫ້​ເຮົາ​ໄປ​ຫຍຸ້ງກ່ຽວ​ນໍາ? ເພາະ​ເວລາ​ຂອງ​ເຮົາ​ຍັງ​ບໍ່​ທັນ​ມາ​ເຖິງ”.</verse>
				<verse number="5">ແມ່​ຂອງ​ພຣະອົງ​ຈຶ່ງ​ບອກ​ບັນດາ​ຄົນຮັບໃຊ້​ວ່າ, “ຈົ່ງ​ເຮັດ​ທຸກຢ່າງ​ຕາມ​ທີ່​ເພິ່ນ​ບອກ​ພວກເຈົ້າ”.</verse>
				<verse number="6">ໃນ​ບ່ອນ​ນັ້ນ​ມີ​ອ່າງຫີນ​ຕັ້ງ​ຢູ່​ຫົກ​ໜ່ວຍ, ເປັນ​ອ່າງ​ທີ່​ໃຊ້​ໃນ​ພິທີ​ຊຳລະ​ຂອງ​ຊາວຢິວ, ແຕ່​ລະ​ໜ່ວຍ​ໃສ່​ນ້ຳ​ໄດ້ 20 ຫາ 30 ກາລອນ.</verse>
				<verse number="7">ພຣະເຢຊູເຈົ້າ​ກ່າວ​ພວກ​ຄົນຮັບໃຊ້​ວ່າ, “ຈົ່ງ​ຕັກ​ນ້ຳ​ໃສ່​ອ່າງ​ໃຫ້​ເຕັມ;” ດັ່ງນັ້ນ​ພວກເຂົາ​ຈຶ່ງ​ຕັກ​ນ້ຳ​ໃສ່​ຈົນ​ເຕັມ​ພໍດີ​ກັບ​ປາກອ່າງ.</verse>
				<verse number="8">ແລ້ວ​ພຣະອົງ​ບອກ​ພວກເຂົາ​ວ່າ, “ບັດນີ້ ຈົ່ງ​ຕັກ​ອອກມາ ແລ້ວ​ເອົາ​ໄປ​ໃຫ້​ເຈົ້າພາບ​ງານລ້ຽງ”. ພວກເຂົາ​ກໍ​ໄດ້​ເຮັດ​ຕາມ,</verse>
				<verse number="9">ແລະ ເຈົ້າພາບ​ງານລ້ຽງ​ກໍ​ໄດ້​ຊີມ​ນ້ຳ​ທີ່​ກາຍເປັນ​ເຫລົ້າອະງຸ່ນ​ນັ້ນ. ລາວ​ບໍ່​ຮູ້​ເລີຍ​ວ່າ​ເຫລົ້າອະງຸ່ນ​ນີ້​ມາ​ຈາກ​ໃສ, ແຕ່ວ່າ​ບັນດາ​ຄົນຮັບໃຊ້​ທີ່​ໄດ້​ຕັກ​ນ້ຳ​ກໍ​ຮູ້​ວ່າ​ມາ​ຈາກ​ໃສ. ເຈົ້າພາບ​ຈຶ່ງ​ເອີ້ນ​ເຈົ້າບ່າວ​ມາ​ທາງ​ຂ້າງ</verse>
				<verse number="10">ແລະ ເວົ້າ​ວ່າ, “ທຸກຄົນ​ກໍ​ເຄີຍ​ເອົາ​ເຫລົ້າອະງຸ່ນ​ອັນ​ດີ​ມາ​ໃຫ້​ດື່ມ​ກ່ອນ ແລະ ເມື່ອ​ແຂກ​ທັງຫລາຍ​ດື່ມ​ຫລາຍ​ແລ້ວ​ຈຶ່ງ​ເອົາ​ເຫລົ້າອະງຸ່ນ​ລາຄາ​ຖືກ​ກວ່າ​ມາ​ໃຫ້ ແຕ່​ເຈົ້າ​ພັດ​ເກັບ​ເຫລົ້າອະງຸ່ນ​ທີ່​ດີ​ທີ່ສຸດ​ໄວ້​ຈົນ​ເຖິງ​ດຽວນີ້”.</verse>
				<verse number="11">ສິ່ງ​ທີ່​ພຣະເຢຊູເຈົ້າ​ກະທຳ​ໃນ​ທີ່​ນີ້ ເປັນ​ໝາຍສຳຄັນ​ຄັ້ງ​ທຳອິດ​ຂອງ​ພຣະອົງ​ທີ່​ບ້ານ​ການາ​ໃນ​ແຂວງ​ຄາລີເລ. ພຣະອົງ​ໄດ້​ສະແດງ​ສະຫງ່າລາສີ​ຂອງ​ພຣະອົງ ແລະ ບັນດາ​ສາວົກ​ຂອງ​ພຣະອົງ​ກໍ​ໄດ້​ເຊື່ອ​ໃນ​ພຣະອົງ.</verse>
				<verse number="12">ຫລັງຈາກນັ້ນ ພຣະອົງ​ໄດ້​ໄປ​ຍັງ​ເມືອງ​ກາເປນາອູມ​ພ້ອມ​ກັບ​ແມ່, ພວກນ້ອງຊາຍ ແລະ ພວກສາວົກ​ຂອງ​ພຣະອົງ. ພວກເພິ່ນ​ໄດ້​ພັກ​ຢູ່​ທີ່​ນັ້ນ​ສອງສາມ​ວັນ.</verse>
				<verse number="13">ເມື່ອ​ໃກ້​ຈະ​ເຖິງ​ເທດສະການ​ປັດສະຄາ​ຂອງ​ຊາວຢິວ, ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="14">ໃນ​ເດີ່ນ​ວິຫານ ພຣະອົງ​ໄດ້​ພົບ​ຄົນ​ຂາຍ​ງົວ, ແກະ, ແລະ ນົກເຂົາ ແລະ ມີ​ບາງຄົນ​ນັ່ງ​ຢູ່​ທີ່​ໂຕະ​ຮັບ​ແລກປ່ຽນເງິນ.</verse>
				<verse number="15">ພຣະອົງ​ຈຶ່ງ​ໃຊ້​ເຊືອກ​ເຮັດ​ເປັນ​ແສ້​ແລ້ວ​ໄລ່​ພວກເຂົາ​ທັງໝົດ​ລວມ​ທັງ​ແກະ ແລະ ງົວ ອອກ​ຈາກ​ເດີ່ນ​ວິຫານ. ພຣະອົງ​ໄດ້​ຖອກ​ຫລຽນ​ເງິນ ແລະ ຂວ້ຳ​ໂຕະ​ຂອງ​ຄົນ​ຮັບ​ແລກປ່ຽນເງິນ.</verse>
				<verse number="16">ພຣະອົງ​ກ່າວ​ກັບ​ຄົນ​ຂາຍ​ນົກເຂົາ​ວ່າ, “ຈົ່ງ​ເອົາ​ສິ່ງ​ເຫລົ່ານີ້​ອອກ​ໄປ​ຈາກ​ບ່ອນນີ້! ຢ່າ​ເຮັດ​ໃຫ້​ວິຫານ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ​ກາຍເປັນ​ຕະຫລາດ!”</verse>
				<verse number="17">ພວກສາວົກ​ຂອງ​ພຣະອົງ​ຈຶ່ງ​ລະນຶກ​ເຖິງ​ຖ້ອຍຄຳ​ທີ່​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຄວາມ​ຮ້ອນໃຈ​ສຳລັບ​ວິຫານ​ຂອງ​ພຣະອົງ​ກໍ​ໄໝ້​ຢູ່​ພາຍໃນ​ຂ້ານ້ອຍ”.</verse>
				<verse number="18">ແລ້ວ​ພວກ​ຢິວ​ໄດ້​ຖາມ​ພຣະອົງ​ວ່າ, “ເຈົ້າ​ຈະ​ສະແດງ​ໝາຍສຳຄັນ​ອັນໃດ​ໃຫ້​ພວກເຮົາ​ເຫັນ​ວ່າ​ເຈົ້າ​ມີ​ສິດອຳນາດ​ທີ່​ຈະ​ເຮັດ​ສິ່ງ​ທັງໝົດ​ນີ້?”</verse>
				<verse number="19">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ມ້າງ​ວິຫານ​ນີ້​ລົງ ແລ້ວ​ເຮົາ​ຈະ​ສ້າງຂຶ້ນ​ໃໝ່​ພາຍໃນ​ສາມ​ວັນ”.</verse>
				<verse number="20">ພວກ​ຢິວ​ຕອບ​ວ່າ, “ວິຫານ​ນີ້​ໄດ້​ໃຊ້​ເວລາ​ສ້າງ​ເຖິງ​ສີ່ສິບຫົກ​ປີ​ຈຶ່ງ​ສຳເລັດ, ສ່ວນ​ເຈົ້າ​ຈະ​ສ້າງຂຶ້ນ​ໃໝ່​ພາຍໃນ​ສາມ​ວັນ​ບໍ?”</verse>
				<verse number="21">ແຕ່​ວິຫານ​ທີ່​ພຣະອົງ​ກ່າວ​ເຖິງ​ນັ້ນ​ຄື​ຮ່າງກາຍ​ຂອງ​ພຣະອົງ.</verse>
				<verse number="22">ຫລັງ​ຈາກ​ທີ່​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ, ພວກສາວົກ​ຈຶ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ແລ້ວ​ພວກເພິ່ນ​ຈຶ່ງ​ເຊື່ອ​ພຣະຄຳພີ ແລະ ຖ້ອຍຄຳ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ນັ້ນ.</verse>
				<verse number="23">ໃນຂະນະ​ທີ່​ພຣະອົງ​ຍັງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ໃນ​ເທດສະການ​ປັດສະຄາ​ນັ້ນ, ພຣະອົງ​ໄດ້​ສະແດງ​ໝາຍສຳຄັນ​ຫລາຍ​ຢ່າງ ມີ​ຄົນ​ຈໍານວນ​ຫລາຍ​ໄດ້​ເຫັນ ແລະ ໄດ້​ເຊື່ອ​ໃນ​ນາມ ​ຂອງ​ພຣະອົງ.</verse>
				<verse number="24">ແຕ່​ພຣະເຢຊູເຈົ້າ​ບໍ່​ໄດ້​ວາງໃຈ​ພວກເຂົາ; ເພາະ​ພຣະອົງ​ຮູ້ຈັກ​ມະນຸດ​ທັງຫລາຍ.</verse>
				<verse number="25">ພຣະອົງ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ມາ​ເປັນພະຍານ​ເຖິງ​ເລື່ອງ​ມະນຸດ, ເພາະ​ພຣະອົງ​ຮູ້ຈັກ​ດີ​ວ່າ​ມີ​ຫຍັງ​ແດ່​ຢູ່​ໃນ​ແຕ່ລະຄົນ.</verse>
			</chapter>
			<chapter number="3">
				<verse number="1">ມີ​ຟາຣີຊາຍ​ຄົນ​ໜຶ່ງ​ຊື່​ນີໂກເດມ, ເປັນ​ສະມາຊິກ​ສະພາ​ການປົກຄອງ​ຂອງ​ຢິວ,</verse>
				<verse number="2">ລາວ​ໄດ້​ມາຫາ​ພຣະເຢຊູເຈົ້າ​ໃນ​ເວລາ​ກາງຄືນ ແລະ ເວົ້າ​ວ່າ, “ຣັບບີ ພວກເຮົາ​ຮູ້​ຢູ່​ວ່າ​ທ່ານ​ເປັນ​ຄູສອນ​ຜູ້​ມາ​ຈາກ​ພຣະເຈົ້າ. ເພາະ​ບໍ່​ມີ​ຜູ້ໃດ​ສາມາດ​ສະແດງ​ໝາຍສຳຄັນ​ທີ່​ທ່ານ​ເຮັດ​ຢູ່​ນັ້ນ ຖ້າ​ພຣະເຈົ້າ​ບໍ່​ໄດ້​ສະຖິດ​ຢູ່​ນໍາ​ຜູ້​ນັ້ນ”.</verse>
				<verse number="3">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ບໍ່​ມີ​ຜູ້ໃດ​ສາມາດ​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ໄດ້ ຖ້າ​ພວກເຂົາ​ບໍ່​ບັງເກີດ​ໃໝ່ ”.</verse>
				<verse number="4">ນີໂກເດມ​ຖາມ​ວ່າ, “ຄົນ​ຈະ​ເກີດໃໝ່​ໄດ້​ຢ່າງໃດ​ເມື່ອ​ພວກເຂົາ​ເຖົ້າແກ່​ແລ້ວ? ແນ່ນອນ ພວກເຂົາ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ທ້ອງ​ແມ່​ເປັນ​ເທື່ອ​ທີ​ສອງ​ເພື່ອ​ເກີດ​ອອກມາ​ໃໝ່​ໄດ້!”</verse>
				<verse number="5">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່​ເກີດ​ຈາກ​ນ້ຳ ແລະ ຈາກ​ພຣະວິນຍານ ຜູ້​ນັ້ນ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່​ໄດ້.</verse>
				<verse number="6">ຜູ້​ທີ່​ເກີດ​ຈາກ​ເນື້ອໜັງ​ກໍ​ເປັນ​ເນື້ອໜັງ ແລະ ຜູ້​ທີ່​ເກີດ​ຈາກ​ພຣະວິນຍານ ​ກໍ​ເປັນ​ວິນຍານ.</verse>
				<verse number="7">ຢ່າ​ປະຫລາດໃຈ​ທີ່​ເຮົາ​ບອກ​ເຈົ້າ​ວ່າ, ເຈົ້າ ​ຈໍາເປັນ​ຕ້ອງ​ບັງເກີດ​ໃໝ່.</verse>
				<verse number="8">ລົມ​ຢາກ​ພັດ​ໄປ​ທິດ​ໃດ​ມັນ​ກໍ​ພັດ​ໄປ​ທິດ​ນັ້ນ, ເຈົ້າ​ໄດ້​ຍິນ​ສຽງ​ຂອງ​ລົມ, ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ລົມ​ພັດ​ມາ​ຈາກ​ໃສ ຫລື ພັດ​ໄປ​ທິດ​ໃດ, ທຸກຄົນ​ທີ່​ເກີດ​ຈາກ​ພຣະວິນຍານ​ກໍ​ເປັນ​ດັ່ງນີ້​ແຫລະ”.</verse>
				<verse number="9">ນີໂກເດມ​ຖາມ​ວ່າ, “ສິ່ງ​ນີ້​ຈະ​ເປັນ​ໄປ​ໄດ້​ຢ່າງໃດ?”</verse>
				<verse number="10">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ເປັນ​ອາຈານ​ຂອງ​ຄົນ​ອິດສະຣາເອນ ແລ້ວ​ເຈົ້າ​ຍັງ​ບໍ່​ເຂົ້າໃຈ​ສິ່ງ​ເຫລົ່ານີ້​ບໍ?</verse>
				<verse number="11">ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຮົາ​ເວົ້າ​ໃນ​ສິ່ງ​ທີ່​ພວກເຮົາ​ຮູ້ ແລະ ພວກເຮົາ​ເປັນພະຍານ​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ, ແຕ່​ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ຍອມຮັບ​ເອົາ​ຄຳພະຍານ​ຂອງ​ພວກເຮົາ.</verse>
				<verse number="12">ເຮົາ​ໄດ້​ເວົ້າ​ກັບ​ເຈົ້າ​ເຖິງ​ສິ່ງ​ໃນ​ໂລກ​ນີ້ ແລະ ເຈົ້າ​ບໍ່​ເຊື່ອ ແລ້ວ​ຖ້າ​ເຮົາ​ເວົ້າ​ເຖິງ​ສິ່ງ​ໃນ​ສະຫວັນ​ເຈົ້າ​ຈະ​ເຊື່ອ​ໄດ້​ຢ່າງໃດ?</verse>
				<verse number="13">ບໍ່​ມີ​ຜູ້ໃດ​ເຄີຍ​ຂຶ້ນ​ໄປ​ສະຫວັນ​ເວັ້ນ​ແຕ່​ຜູ້​ທີ່​ມາ​ຈາກ​ສະຫວັນ​ຄື ບຸດມະນຸດ.</verse>
				<verse number="14">ໂມເຊ​ຍົກ​ງູ​ຂຶ້ນ​ໃນ​ຖິ່ນແຫ້ງແລ້ງກັນດານ​ຢ່າງໃດ, ບຸດມະນຸດ​ກໍ​ຕ້ອງ​ຖືກ​ຍົກ​ຂຶ້ນ ​ຢ່າງນັ້ນ,</verse>
				<verse number="15">ເພື່ອວ່າ​ທຸກຄົນ​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ມີ​ຊີວິດ​ນິລັນດອນ”.</verse>
				<verse number="16">ເພາະ​ພຣະເຈົ້າ​ຮັກ​ໂລກ​ຈົນ​ໄດ້​ມອບ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ມີ​ຊີວິດ​ອັນ​ຕະຫລອດໄປ​ເປັນນິດ.</verse>
				<verse number="17">ເພາະວ່າ​ພຣະເຈົ້າ​ບໍ່​ໄດ້​ໃຊ້​ພຣະບຸດ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຕັດສິນ​ລົງໂທດ​ໂລກ ແຕ່​ເພື່ອ​ຊ່ວຍ​ໂລກ​ໃຫ້​ລອດພົ້ນ​ໂດຍ​ທາງ​ພຣະບຸດ​ນັ້ນ.</verse>
				<verse number="18">ຜູ້ໃດ​ທີ່​ເຊື່ອ​ໃນ​ພຣະອົງ​ກໍ​ບໍ່​ຖືກ​ພິພາກສາ ແຕ່​ຜູ້ໃດ​ທີ່​ບໍ່​ເຊື່ອ​ກໍ​ຖືກ​ພິພາກສາ​ຢູ່​ແລ້ວ ເພາະ​ພວກເຂົາ​ບໍ່​ເຊື່ອ​ໃນ​ນາມ​ຂອງ​ພຣະບຸດ​ອົງ​ດຽວ​ຂອງ​ພຣະເຈົ້າ.</verse>
				<verse number="19">ຄຳ​ຕັດສິນ​ເປັນ​ດັ່ງນີ້​ຄື ຄວາມສະຫວ່າງ​ໄດ້​ເຂົ້າ​ມາ​ໃນ​ໂລກ, ແຕ່​ມະນຸດ​ຮັກ​ຄວາມມືດ​ແທນ​ທີ່​ຈະ​ຮັກ​ຄວາມສະຫວ່າງ ເພາະ​ການກະທຳ​ຂອງ​ພວກເຂົາ​ຊົ່ວຮ້າຍ.</verse>
				<verse number="20">ທຸກຄົນ​ທີ່​ເຮັດ​ຊົ່ວ​ກໍ​ກຽດຊັງ​ຄວາມສະຫວ່າງ ແລະ ຈະ​ບໍ່​ເຂົ້າ​ມາ​ໃນ​ຄວາມສະຫວ່າງ​ເພາະ​ຢ້ານ​ວ່າ​ການກະທຳ​ຂອງ​ຕົນ​ຈະ​ຖືກ​ເປີດເຜີຍ.</verse>
				<verse number="21">ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ມີຊີວິດ​ຢູ່​ໂດຍ​ຄວາມຈິງ ກໍ​ຈະ​ມາ​ສູ່​ຄວາມສະຫວ່າງ ເພື່ອ​ໃຫ້​ເຫັນ​ຈະແຈ້ງ​ວ່າ​ສິ່ງ​ທີ່​ພວກເຂົາ​ເຮັດ​ນັ້ນ ໄດ້​ເຮັດ​ໄປ​ໂດຍ​ເພິ່ງພາ​ພຣະເຈົ້າ.</verse>
				<verse number="22">ຫລັງຈາກນັ້ນ ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ກໍ​ໄດ້​ອອກ​ໄປ​ຍັງ​ເຂດ​ຊົນນະບົດ​ຂອງ​ແຂວງ​ຢູດາຍ, ຢູ່​ທີ່​ນັ້ນ​ພຣະອົງ​ໃຊ້​ເວລາ​ຢູ່​ກັບ​ພວກເຂົາ ແລະ ໃຫ້​ບັບຕິສະມາ.</verse>
				<verse number="23">ໂຢຮັນ​ກໍ​ກຳລັງ​ໃຫ້​ບັບຕິສະມາ​ຢູ່​ເໝືອນກັນ​ທີ່​ບ້ານ​ໄອນົນ​ໃກ້​ບ້ານ​ຊາລິມ, ເພາະ​ທີ່​ນັ້ນ​ມີ​ນ້ຳ​ຫລາຍ ແລະ ປະຊາຊົນ​ໄດ້​ພາກັນ​ມາ​ຫາ​ໂຢຮັນ ແລະ ຮັບ​ບັບຕິສະມາ.</verse>
				<verse number="24">(ນີ້​ແມ່ນ​ກ່ອນ​ໂຢຮັນ​ຖືກ​ຂັງ​ຄຸກ.)</verse>
				<verse number="25">ເກີດ​ການໂຕ້ຖຽງກັນ​ຂຶ້ນ​ລະຫວ່າງ​ລູກສິດ​ບາງຄົນ​ຂອງ​ໂຢຮັນ​ກັບ​ຊາວ​ຢິວ​ຄົນ​ໜຶ່ງ ​ກ່ຽວກັບ​ເລື່ອງ​ພິທີ​ຊຳລະ.</verse>
				<verse number="26">ພວກເຂົາ​ຈຶ່ງ​ມາ​ຫາ​ໂຢຮັນ ແລະ ເວົ້າ​ກັບ​ເພິ່ນ​ວ່າ, “ອາຈານ​ເອີຍ, ເບິ່ງແມ ຊາຍ​ຄົນ​ນັ້ນ​ເຄີຍ​ຢູ່​ກັບ​ທ່ານ​ທີ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳຈໍແດນ ຄື​ຜູ້​ທີ່​ທ່ານ​ເປັນພະຍານ​ເຖິງ​ນັ້ນ, ເພິ່ນ​ກຳລັງ​ໃຫ້​ບັບຕິສະມາ​ຢູ່ ແລະ ທຸກຄົນ​ກໍ​ກຳລັງ​ໄປ​ຫາ​ເພິ່ນ”.</verse>
				<verse number="27">ໂຢຮັນ​ຕອບ​ວ່າ, “ມະນຸດ​ສາມາດ​ຮັບ​ພຽງແຕ່​ສິ່ງ​ທີ່​ມອບ​ໃຫ້​ພວກເຂົາ​ຈາກ​ສະຫວັນ​ເທົ່ານັ້ນ.</verse>
				<verse number="28">ພວກເຈົ້າ​ເອງ​ກໍ​ເປັນພະຍານ​ໄດ້​ເຖິງ​ຄຳເວົ້າ​ຂອງ​ເຮົາ​ທີ່​ວ່າ, ‘ເຮົາ​ບໍ່​ແມ່ນ​ພຣະເມຊີອາ ​ແຕ່​ເປັນ​ຜູ້​ທີ່​ຖືກ​ໃຊ້​ມາ​ກ່ອນໜ້າ​ພຣະອົງ’.</verse>
				<verse number="29">ເຈົ້າສາວ​ກໍ​ເປັນ​ຂອງ​ເຈົ້າບ່າວ. ເພື່ອນ​ຂອງ​ເຈົ້າບ່າວ​ກໍ​ຄອຍຖ້າ​ຟັງ​ເຈົ້າບ່າວ​ຢູ່ ແລະ ເຕັມ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ​ເມື່ອ​ໄດ້​ຍິນ​ສຽງ​ຂອງ​ເຈົ້າບ່າວ. ເຮົາ​ກໍ​ມີ​ຄວາມຊື່ນຊົມຍິນດີ​ຢ່າງ​ນັ້ນ ແລະ ບັດນີ້​ຄວາມຊື່ນຊົມຍິນດີ​ນັ້ນ​ກໍ​ຄົບຖ້ວນ​ແລ້ວ.</verse>
				<verse number="30">ພຣະອົງ​ຈະ​ຕ້ອງ​ໃຫຍ່​ຂຶ້ນ ແຕ່​ເຮົາ​ຈະ​ຕ້ອງ​ນ້ອຍ​ລົງ”.</verse>
				<verse number="31">ຜູ້​ທີ່​ມາ​ຈາກ​ເບື້ອງເທິງ​ນັ້ນ​ກໍ​ຢູ່​ເໜືອ​ກວ່າ​ທຸກສິ່ງ, ຜູ້​ທີ່​ມາ​ຈາກ​ໂລກ​ກໍ​ເປັນ​ຂອງ​ໂລກ ແລະ ເວົ້າ​ຢ່າງ​ຄົນ​ທີ່​ມາ​ຈາກ​ໂລກ. ພຣະອົງ​ຜູ້​ທີ່​ມາ​ຈາກ​ສະຫວັນ​ກໍ​ຢູ່​ເໜືອ​ທຸກສິ່ງ.</verse>
				<verse number="32">ພຣະອົງ​ເປັນພະຍານ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ເຫັນ ແລະ ໄດ້​ຍິນ, ແຕ່​ບໍ່​ມີ​ຜູ້ໃດ​ຍອມຮັບ​ຄຳພະຍານ​ຂອງ​ພຣະອົງ.</verse>
				<verse number="33">ແຕ່​ຜູ້​ທີ່​ຍອມຮັບ​ຄຳພະຍານ​ນັ້ນ​ກໍ​ຢືນຢັນ​ວ່າ​ພຣະເຈົ້າ​ເປັນ​ຈິງ.</verse>
				<verse number="34">ເພາະ​ຜູ້​ທີ່​ພຣະເຈົ້າ​ໃຊ້​ມາ​ກໍ​ຈະ​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ, ເພາະວ່າ​ພຣະເຈົ້າ ​ມອບ​ພຣະວິນຍານ​ໃຫ້​ໂດຍ​ບໍ່​ຈຳກັດ.</verse>
				<verse number="35">ພຣະບິດາ​ຮັກ​ພຣະບຸດ ແລະ ມອບ​ທຸກສິ່ງ​ໄວ້​ໃນ​ມື​ຂອງ​ພຣະບຸດ.</verse>
				<verse number="36">ຜູ້ໃດ​ທີ່​ເຊື່ອ​ໃນ​ພຣະບຸດ​ກໍ​ມີຊີວິດ​ນິລັນດອນ, ແຕ່​ຜູ້ໃດ​ທີ່​ບໍ່​ຍອມຮັບ​ພຣະບຸດ​ກໍ​ຈະ​ບໍ່​ໄດ້​ຊີວິດ​ນິລັນດອນ, ເພາະ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຍັງ​ຢູ່​ກັບ​ພວກເຂົາ.</verse>
			</chapter>
			<chapter number="4">
				<verse number="1">ເມື່ອ​ພຣະເຢຊູເຈົ້າ​ໄດ້​ຮູ້​ວ່າ​ພວກ​ຟາຣີຊາຍ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ມີ​ສາວົກ ແລະ ໃຫ້​ບັບຕິສະມາ​ຫລາຍກວ່າ​ໂຢຮັນ,</verse>
				<verse number="2">ເຖິງ​ແມ່ນ​ວ່າ​ຄວາມຈິງ​ແລ້ວ​ບໍ່​ແມ່ນ​ພຣະເຢຊູເຈົ້າ​ທີ່​ໃຫ້​ບັບຕິສະມາ ແຕ່​ແມ່ນ​ພວກສາວົກ​ຂອງ​ພຣະອົງ.</verse>
				<verse number="3">ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ອອກ​ຈາກ​ແຂວງ​ຢູດາຍ ແລະ ກັບ​ໄປ​ຍັງ​ແຂວງ​ຄາລີເລ​ອີກ.</verse>
				<verse number="4">ບັດນີ້ ພຣະອົງ​ຈະ​ຕ້ອງ​ໄດ້​ຜ່ານ​ແຂວງ​ຊາມາເຣຍ​ໄປ.</verse>
				<verse number="5">ດັ່ງນັ້ນ ພຣະອົງ​ຈຶ່ງ​ມາ​ເຖິງ​ເມືອງ​ໜຶ່ງ​ໃນ​ແຂວງ​ຊາມາເຣຍ​ຊື່​ວ່າ​ຊີຂາ ເຊິ່ງ​ຢູ່​ໃກ້​ກັບ​ດິນ​ຕອນ​ທີ່​ຢາໂຄບ​ໄດ້​ມອບ​ໃຫ້​ໂຢເຊັບ ລູກຊາຍ​ຂອງ​ເພິ່ນ.</verse>
				<verse number="6">ນ້ຳສ້າງ​ຂອງ​ຢາໂຄບ​ກໍ​ຢູ່​ທີ່​ນັ້ນ ແລະ ພຣະເຢຊູເຈົ້າ​ອິດເມື່ອຍ​ຈາກ​ການເດີນທາງ, ພຣະອົງ​ຈຶ່ງ​ນັ່ງ​ລົງ​ທີ່​ແຄມ​ນ້ຳສ້າງ. ຂະນະ​ນັ້ນ​ເປັນ​ເວລາ​ປະມານ​ຕອນທ່ຽງ.</verse>
				<verse number="7">ເມື່ອ​ຍິງ​ຊາວ​ຊາມາເຣຍ​ຄົນ​ໜຶ່ງ​ໄດ້​ມາ​ຕັກ​ນ້ຳ ພຣະເຢຊູເຈົ້າ​ກ່າວ​ກັບ​ນາງ​ວ່າ, “ຂໍ​ນໍ້າ​ໃຫ້​ເຮົາ​ດື່ມ​ແດ່​ໄດ້​ບໍ?”</verse>
				<verse number="8">(ພວກສາວົກ​ຂອງ​ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ເພື່ອ​ຊື້​ອາຫານ.)</verse>
				<verse number="9">ຍິງ​ຊາວ​ຊາມາເຣຍ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ, “ທ່ານ​ເປັນ​ຄົນຢິວ ສ່ວນ​ຂ້ານ້ອຍ​ເປັນ​ຍິງ​ຊາວ​ຊາມາເຣຍ. ດ້ວຍ​ເຫດໃດ​ທ່ານ​ຈຶ່ງ​ມາ​ຂໍ​ດື່ມນ້ຳ​ຈາກ​ຂ້ານ້ອຍ?” (ເພາະ​ຊາວ​ຢິວ​ບໍ່​ຄົບຄ້າສະມາຄົມ​ກັບ​ຊາວ​ຊາມາເຣຍ.)</verse>
				<verse number="10">ພຣະເຢຊູເຈົ້າ​ຕອບ​ນາງ​ວ່າ, “ຖ້າ​ເຈົ້າ​ຮູ້ຈັກ​ຂອງຂວັນ​ທີ່​ພຣະເຈົ້າ​ມອບ​ໃຫ້ ແລະ ຮູ້ຈັກ​ຜູ້​ທີ່​ກຳລັງ​ຂໍ​ດື່ມນ້ຳ​ຈາກ​ເຈົ້າ, ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ແລະ ເພິ່ນ​ຈະ​ໃຫ້​ນ້ຳ​ທີ່​ມີຊີວິດ​ແກ່​ເຈົ້າ”.</verse>
				<verse number="11">ນາງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ນາຍ​ເອີຍ ທ່ານ​ບໍ່​ມີ​ສິ່ງໃດ​ທີ່​ຈະ​ໃຊ້​ຕັກ​ນ້ຳ ແລະ ນ້ຳສ້າງ​ກໍ​ເລິກ ທ່ານ​ຈະ​ເອົາ​ນ້ຳ​ທີ່​ມີຊີວິດ​ມາ​ຈາກ​ໃສ?</verse>
				<verse number="12">ທ່ານ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ຢາໂຄບ ບັນພະບຸລຸດ​ຂອງ​ພວກເຮົາ ຜູ້​ໄດ້​ໃຫ້​ນ້ຳສ້າງ​ນີ້​ແກ່​ພວກເຮົາ​ບໍ? ແລະ ຢາໂຄບ​ເອງ​ກັບ​ລູກຫລານ​ຕະຫລອດ​ຈົນ​ສັດລ້ຽງ ກໍ​ດື່ມນ້ຳ​ຈາກ​ນ້ຳສ້າງ​ນີ້”.</verse>
				<verse number="13">ພຣະເຢຊູເຈົ້າ​ຕອບ​ນາງ​ວ່າ, “ທຸກຄົນ​ທີ່​ດື່ມນ້ຳ​ນີ້​ຍັງ​ຈະ​ຫິວນໍ້າ​ອີກ,</verse>
				<verse number="14">ແຕ່​ຜູ້ໃດ​ດື່ມນ້ຳ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ບໍ່​ຫິວນໍ້າ​ອີກ​ຈັກເທື່ອ, ແທ້ຈິງ​ແລ້ວ ນ້ຳ​ທີ່​ເຮົາ​ຈະ​ໃຫ້​ພວກເຂົາ​ນັ້ນ​ຈະ​ກາຍເປັນ​ນ້ຳພຸ​ໃນ​ໂຕ​ຂອງ​ພວກເຂົາ ແລະ ຈະ​ພຸ່ງຂຶ້ນ​ສູ່​ຊີວິດ​ນິລັນດອນ”.</verse>
				<verse number="15">ນາງ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ, “ນາຍ​ເອີຍ ຂໍ​ນໍ້າ​ນີ້​ໃຫ້​ຂ້ານ້ອຍ​ເພື່ອ​ຂ້ານ້ອຍ​ຈະ​ບໍ່​ຫິວນໍ້າ​ອີກ ແລະ ບໍ່​ຕ້ອງ​ກັບ​ມາ​ຕັກ​ນ້ຳ​ຢູ່​ທີ່​ນີ້​ອີກ”.</verse>
				<verse number="16">ພຣະເຢຊູເຈົ້າ​ບອກ​ນາງ​ວ່າ, “ຈົ່ງ​ໄປ​ເອີ້ນ​ຜົວ​ຂອງ​ເຈົ້າ​ມາ​ທີ່​ນີ້”.</verse>
				<verse number="17">ນາງ​ຕອບ​ວ່າ, “ຂ້ານ້ອຍ​ບໍ່​ມີ​ຜົວ”. ພຣະເຢຊູເຈົ້າ​ກ່າວ​ກັບ​ນາງ​ວ່າ, “ເຈົ້າ​ເວົ້າ​ຖືກ​ແລ້ວ​ວ່າ​ເຈົ້າ​ບໍ່​ມີ​ຜົວ.</verse>
				<verse number="18">ແທ້ຈິງ​ແລ້ວ ເຈົ້າ​ມີ​ຜົວ​ຫ້າ​ຄົນ​ແລ້ວ ແລະ ຊາຍ​ຄົນ​ທີ່​ເຈົ້າ​ຢູ່​ນຳ​ເວລາ​ນີ້​ກໍ​ບໍ່​ແມ່ນ​ຜົວ​ຂອງ​ເຈົ້າ. ສິ່ງ​ທີ່​ເຈົ້າ​ຫາ​ກໍ​ເວົ້າ​ໄປ​ນັ້ນ​ກໍ​ເປັນ​ຄວາມຈິງ​ແທ້”.</verse>
				<verse number="19">ນາງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ນາຍ​ເອີຍ ຂ້ານ້ອຍ​ເຫັນ​ຄັກ​ແລ້ວ​ວ່າ​ທ່ານ​ເປັນ​ຜູ້ທຳນວາຍ.</verse>
				<verse number="20">ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ​ໄດ້​ນະມັດສະການ​ທີ່​ພູ​ນີ້, ແຕ່​ພວກທ່ານ​ຊາວ​ຢິວ​ອ້າງ​ວ່າ​ບ່ອນ​ທີ່​ພວກຂ້ານ້ອຍ​ຄວນ​ນະມັດສະການ​ຕ້ອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ”.</verse>
				<verse number="21">ພຣະເຢຊູເຈົ້າ​ກ່າວ​ກັບ​ນາງ​ວ່າ, “ຍິງ​ເອີຍ ຈົ່ງ​ເຊື່ອ​ໃນ​ເຮົາ​ເທາະ ໃກ້​ຈະ​ເຖິງ​ເວລາ​ແລ້ວ​ທີ່​ພວກເຈົ້າ​ຈະ​ບໍ່​ໄດ້​ນະມັດສະການ​ພຣະບິດາເຈົ້າ​ຢູ່​ທີ່​ພູ​ນີ້ ຫລື ທີ່​ນະຄອນ​ເຢຣູຊາເລັມ,</verse>
				<verse number="22">ພວກເຈົ້າ​ຊາວ​ຊາມາເຣຍ​ນະມັດສະການ​ສິ່ງ​ທີ່​ພວກເຈົ້າ​ບໍ່​ຮູ້ຈັກ, ສ່ວນ​ພວກເຮົາ​ນະມັດສະການ​ສິ່ງ​ທີ່​ພວກເຮົາ​ຮູ້ຈັກ ເພາະ​ຄວາມພົ້ນ​ມາ​ທາງ​ຊາວ​ຢິວ.</verse>
				<verse number="23">ແຕ່​ເວລາ​ນັ້ນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ແລະ ບັດນີ້​ກໍ​ມາ​ເຖິງ​ແລ້ວ​ທີ່​ຜູ້ນະມັດສະການ​ທີ່​ແທ້ຈິງ​ຈະ​ນະມັດສະການ​ພຣະບິດາເຈົ້າ​ໃນ​ພຣະ​ວິນຍານ ແລະ ໃນ​ຄວາມ​ຈິງ, ເພາະວ່າ​ພຣະບິດາເຈົ້າ​ຊອກ​ຫາ​ຜູ້​ທີ່​ນະມັດສະການ​ພຣະອົງ​ແບບ​ນັ້ນ.</verse>
				<verse number="24">ພຣະເຈົ້າ​ເປັນ​ວິນຍານ, ຜູ້​ທີ່​ນະມັດສະການ​ພຣະອົງ​ຕ້ອງ​ນະມັດສະການ​ໃນ​ພຣະວິນຍານ ແລະ ໃນ​ຄວາມ​ຈິງ”.</verse>
				<verse number="25">ນາງ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ, “ຂ້ານ້ອຍ​ຮູ້​ວ່າ​ພຣະເມຊີອາ (ທີ່​ເອີ້ນວ່າ​ພຣະຄຣິດເຈົ້າ) ກຳລັງ​ມາ. ເມື່ອ​ພຣະອົງ​ມາ​ແລ້ວ ພຣະອົງ​ຈະ​ອະທິບາຍ​ທຸກສິ່ງ​ແກ່​ພວກຂ້ານ້ອຍ”.</verse>
				<verse number="26">ແລ້ວ​ພຣະເຢຊູເຈົ້າ​ໄດ້​ບອກ​ນາງ​ວ່າ, “ເຮົາ​ຜູ້​ທີ່​ກຳລັງ​ເວົ້າ​ຢູ່​ກັບ​ເຈົ້າ​ຢູ່​ນີ້ແຫລະ ຄື​ທ່ານ​ຜູ້​ນັ້ນ”.</verse>
				<verse number="27">ໃນຂະນະ​ນັ້ນ ພວກສາວົກ​ຂອງ​ພຣະອົງ​ກໍ​ກັບ​ມາ​ຮອດ ແລະ ພາກັນ​ປະຫລາດໃຈ​ທີ່​ເຫັນ​ພຣະອົງ​ກຳລັງ​ສົນທະນາ​ຢູ່​ກັບ​ແມ່ຍິງ ແຕ່​ບໍ່​ມີ​ຜູ້ໃດ​ຖາມ​ວ່າ, “ພຣະອົງ​ຕ້ອງການ​ຫຍັງ?” ຫລື “ເປັນຫຍັງ​ພຣະອົງ​ຈຶ່ງ​ສົນທະນາ​ກັບ​ນາງ?”</verse>
				<verse number="28">ແລ້ວ​ຍິງ​ຄົນ​ນັ້ນ​ກໍ​ໄດ້​ປະ​ໄຫນ້ຳ​ຂອງ​ຕົນ​ກັບຄືນ​ເຂົ້າ​ໄປ​ໃນ​ເມືອງ ແລະ ບອກ​ຄົນ​ທັງຫລາຍ​ວ່າ,</verse>
				<verse number="29">“ຈົ່ງ​ມາ​ເບິ່ງ​ຊາຍ​ຜູ້​ໜຶ່ງ​ທີ່​ບອກ​ຂ້ອຍ​ເຖິງ​ທຸກສິ່ງ​ທີ່​ຂ້ອຍ​ເຄີຍ​ໄດ້​ເຮັດ​ຜ່ານມາ ທ່ານ​ຜູ້ນີ້​ບໍ່​ແມ່ນ​ພຣະຄຣິດເຈົ້າ ​ບໍ?”</verse>
				<verse number="30">ພວກເຂົາ​ຈຶ່ງ​ອອກຈາກ​ເມືອງ​ໄປ​ຫາ​ພຣະອົງ.</verse>
				<verse number="31">ໃນຂະນະ​ນັ້ນ ພວກສາວົກ​ໄດ້​ຂໍຮ້ອງ​ພຣະອົງ​ວ່າ, “ອາຈານ​ເອີຍ ຂໍ​ເຊີນ​ຮັບປະທານ​ອາຫານ”.</verse>
				<verse number="32">ແຕ່​ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເຮົາ​ມີ​ອາຫານ​ກິນ​ທີ່​ພວກເຈົ້າ​ບໍ່​ຮູ້”.</verse>
				<verse number="33">ດັ່ງນັ້ນ ພວກສາວົກ​ຈຶ່ງ​ເວົ້າ​ກັນ​ວ່າ, “ມີ​ຄົນ​ເອົາ​ອາຫານ​ມາ​ໃຫ້​ພຣະອົງ​ກິນ​ແລ້ວ​ບໍ?”</verse>
				<verse number="34">ພຣະເຢຊູເຈົ້າ​ກ່າວ​ວ່າ, “ອາຫານ​ຂອງ​ເຮົາ​ຄື​ການ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ ແລະ ເຮັດ​ພັນທະກິດ​ຂອງ​ພຣະອົງ​ໃຫ້​ສຳເລັດ.</verse>
				<verse number="35">ພວກເຈົ້າ​ເວົ້າ​ບໍ່​ແມ່ນ​ບໍ​ວ່າ​ອີກ​ສີ່​ເດືອນ​ກໍ​ຈະ​ເຖິງ​ລະດູ​ເກັບກ່ຽວ? ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ມືນຕາ ແລະ ເບິ່ງ​ທີ່​ທົ່ງນາ! ເຂົ້າ​ກໍ​ສຸກ​ພ້ອມ​ທີ່​ຈະ​ເກັບກ່ຽວ​ແລ້ວ.</verse>
				<verse number="36">ແມ່ນແຕ່​ເວລາ​ນີ້​ຜູ້​ທີ່​ກ່ຽວ​ກໍ​ກຳລັງ​ຮັບ​ຄ່າຈ້າງ ແລະ ຮວບຮວມ​ເອົາ​ຜົນລະປູກ​ໄວ້​ສຳລັບ​ຊີວິດ​ນິລັນດອນ, ເພື່ອ​ວ່າ​ທັງ​ຜູ້ຫວ່ານ ແລະ ຜູ້ເກັບກ່ຽວ​ຈະ​ຊື່ນຊົມຍິນດີ​ນຳກັນ.</verse>
				<verse number="37">ເພາະ​ເຫດ​ນີ້ແຫລະ ຄຳ​ທີ່​ວ່າ, ‘ຄົນ​ໜຶ່ງ​ຫວ່ານ ແລະ ອີກ​ຄົນ​ໜຶ່ງ​ເກັບກ່ຽວ​ກໍ​ເປັນ​ຄວາມຈິງ​ແທ້’.</verse>
				<verse number="38">ເຮົາ​ໄດ້​ໃຊ້​ພວກເຈົ້າ​ທັງຫລາຍ​ໄປ​ເກັບກ່ຽວ​ສິ່ງ​ທີ່​ພວກເຈົ້າ​ບໍ່​ໄດ້​ອອກແຮງ​ເຮັດ. ຄົນອື່ນ​ໄດ້​ເຮັດ​ວຽກ​ໜັກ ແລະ ພວກເຈົ້າ​ໄດ້​ເກັບກ່ຽວ​ຜົນປະໂຫຍດ​ຈາກ​ແຮງງານ​ຂອງ​ພວກເຂົາ”.</verse>
				<verse number="39">ຊາວ​ຊາມາເຣຍ​ເປັນ​ຈໍານວນ​ຫລວງຫລາຍ​ຈາກ​ເມືອງ​ນັ້ນ​ໄດ້​ເຊື່ອ​ໃນ​ພຣະອົງ ເພາະ​ຄຳພະຍານ​ຂອງ​ຍິງ​ນັ້ນ, “ພຣະອົງ​ໄດ້​ບອກ​ທຸກສິ່ງ​ທີ່​ຂ້ອຍ​ເຄີຍ​ໄດ້​ເຮັດ​ມາ”.</verse>
				<verse number="40">ດັ່ງນັ້ນ ເມື່ອ​ຊາວ​ຊາມາເຣຍ​ມາ​ຫາ​ພຣະອົງ, ພວກເຂົາ​ຈຶ່ງ​ຂໍຮ້ອງ​ໃຫ້​ພຣະອົງ​ຢູ່​ກັບ​ພວກເຂົາ ແລະ ພຣະອົງ​ກໍ​ຢູ່​ທີ່​ນັ້ນ​ສອງ​ວັນ.</verse>
				<verse number="41">ມີ​ຄົນ​ອື່ນໆ​ອີກ​ຈໍານວນ​ຫລວງຫລາຍ​ໄດ້​ກາຍເປັນ​ຜູ້​ທີ່​ເຊື່ອ​ເພາະ​ດ້ວຍ​ຖ້ອຍຄຳ​ຂອງ​ພຣະອົງ.</verse>
				<verse number="42">ພວກເຂົາ​ໄດ້​ເວົ້າ​ກັບ​ຍິງ​ຄົນ​ນັ້ນ​ວ່າ, “ຕັ້ງແຕ່​ນີ້​ໄປ ພວກເຮົາ​ບໍ່​ໄດ້​ເຊື່ອ​ພຽງ​ເພາະ​ຄຳເວົ້າ​ຂອງ​ເຈົ້າ, ແຕ່​ເພາະ​ດຽວນີ້​ພວກເຮົາ​ໄດ້​ຍິນ​ເພິ່ນ​ເອງ​ເວົ້າ ແລະ ພວກເຮົາ​ກໍ​ຮູ້​ວ່າ​ພຣະອົງ​ນີ້​ແຫລະ ທີ່​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ໂລກ​ແທ້ຈິງ”.</verse>
				<verse number="43">ຫລັງ​ຈາກ​ສອງ​ວັນ​ຜ່ານ​ໄປ ພຣະເຢຊູເຈົ້າ​ໄດ້​ອອກ​ຈາກ​ທີ່​ນັ້ນ​ໄປ​ຍັງ​ແຂວງ​ຄາລີເລ.</verse>
				<verse number="44">(ພຣະອົງ​ເອງ​ໄດ້​ເປັນ​ພະຍານ​ວ່າ​ຜູ້ທຳນວາຍ​ບໍ່​ໄດ້​ຮັບ​ຄວາມນັບຖື​ໃນ​ບ້ານເມືອງ​ຂອງ​ຕົນ​ເອງ.)</verse>
				<verse number="45">ເມື່ອ​ພຣະອົງ​ໄປ​ຮອດ​ແຂວງ​ຄາລີເລ​ແລ້ວ, ຊາວ​ຄາລີເລ​ກໍ​ໄດ້​ຕ້ອນຮັບ​ພຣະອົງ. ພວກເຂົາ​ໄດ້​ເຄີຍ​ເຫັນ​ທຸກສິ່ງ​ທີ່​ພຣະອົງ​ກະທຳ​ໃນ​ເທດສະການ​ປັດສະຄາ​ທີ່​ນະຄອນ​ເຢຣູຊາເລັມ ເພາະ​ພວກເຂົາ​ຢູ່​ທີ່​ນັ້ນ​ເໝືອນກັນ.</verse>
				<verse number="46">ແລ້ວ​ພຣະອົງ​ໄດ້​ໄປ​ຍັງ​ບ້ານ​ການາ​ໃນ​ແຂວງ​ຄາລີເລ​ອີກ​ເທື່ອ​ໜຶ່ງ, ຄື​ບ່ອນ​ທີ່​ພຣະອົງ​ໄດ້​ປ່ຽນ​ນ້ຳ​ໃຫ້​ກາຍເປັນ​ເຫລົ້າອະງຸ່ນ. ແລະ ມີ​ຂ້າລາຊະການ​ຄົນ​ໜຶ່ງ ເຊິ່ງ​ລູກຊາຍ​ຂອງ​ລາວ​ນອນ​ປ່ວຍ​ຢູ່​ທີ່​ເມືອງ​ກາເປນາອູມ,</verse>
				<verse number="47">ເມື່ອ​ຊາຍ​ຄົນນີ້​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ໄດ້​ອອກຈາກ​ແຂວງ​ຢູດາຍ​ມາ​ເຖິງ​ແຂວງ​ຄາລີເລ​ແລ້ວ ຈຶ່ງ​ມາ​ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ມາ​ຮັກສາ​ລູກຊາຍ​ຂອງ​ຕົນ​ທີ່​ໃກ້​ຈະ​ຕາຍ​ແລ້ວ.</verse>
				<verse number="48">ພຣະເຢຊູເຈົ້າ​ກ່າວ​ກັບ​ລາວ​ວ່າ, “ຖ້າ​ພວກເຈົ້າ​ທັງຫລາຍ​ບໍ່​ເຫັນ​ການ​ອັດສະຈັນ ແລະ ໝາຍສຳຄັນ ພວກເຈົ້າ​ກໍ​ຈະ​ບໍ່​ເຊື່ອ”.</verse>
				<verse number="49">ຂ້າລາຊະການ​ຜູ້​ນັ້ນ​ເວົ້າ​ວ່າ, “ນາຍ​ເອີຍ ຂໍ​ໃຫ້​ທ່ານ​ລົງ​ໄປ​ກ່ອນ​ທີ່​ລູກ​ຂອງ​ຂ້ານ້ອຍ​ຈະ​ຕາຍ”.</verse>
				<verse number="50">ພຣະເຢຊູເຈົ້າ​ຕອບ​ວ່າ, “ຈົ່ງ​ກັບ​ເມືອ​ສາ ລູກຊາຍ​ຂອງ​ເຈົ້າ​ຈະ​ຍັງ​ມີຊີວິດ​ຢູ່”. ຊາຍ​ຄົນ​ນັ້ນ​ເຊື່ອ​ຄຳ​ທີ່​ພຣະເຢຊູເຈົ້າ​ກ່າວ ແລະ ລາ​ກັບຄືນ​ເມືອ,</verse>
				<verse number="51">ໃນ​ຂະນະ​ທີ່​ລາວ​ກຳລັງ​ກັບຄືນ​ເມືອ​ນັ້ນ ກໍ​ພົບ​ກັບ​ພວກ​ຄົນຮັບໃຊ້​ຂອງ​ລາວ​ທີ່​ມາ​ບອກ​ຂ່າວ​ວ່າ​ລູກຊາຍ​ຂອງ​ລາວ​ຍັງ​ມີຊີວິດ​ຢູ່.</verse>
				<verse number="52">ເມື່ອ​ລາວ​ຖາມ​ເຖິງ​ເວລາ​ທີ່​ລູກຊາຍ​ຂອງ​ລາວ​ມີ​ອາການ​ດີ​ຂຶ້ນ ຄົນ​ເຫລົ່ານັ້ນ​ໄດ້​ບອກ​ວ່າ, “ລາວ​ດີ​ໄຂ້​ມື້ວານ​ນີ້​ຕອນ​ບ່າຍ​ໜຶ່ງ​ໂມງ”.</verse>
				<verse number="53">ແລ້ວ​ຜູ້​ເປັນ​ພໍ່​ຈຶ່ງ​ນຶກ​ໄດ້​ວ່າ​ເປັນ​ເວລາ​ດຽວ​ກັນ​ກັບ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ຕົນ​ວ່າ, “ລູກຊາຍ​ຂອງ​ເຈົ້າ​ຈະ​ຍັງ​ມີຊີວິດ​ຢູ່”. ດັ່ງນັ້ນ ລາວ ແລະ ຄົນ​ໃນ​ຄອບຄົວ​ຂອງ​ລາວ​ທັງໝົດ​ຈຶ່ງ​ໄດ້​ເຊື່ອ.</verse>
				<verse number="54">ນີ້​ຄື​ໝາຍສຳຄັນ​ເທື່ອ​ທີ​ສອງ​ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ​ຫລັງຈາກ​ທີ່​ໄດ້​ອອກຈາກ​ແຂວງ​ຢູດາຍ​ມາ​ຍັງ​ແຂວງ​ຄາລີເລ.</verse>
			</chapter>
			<chapter number="5">
				<verse number="1">ຕໍ່ມາ​ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ເພື່ອ​ຮ່ວມ​ເທດສະການ​ຂອງ​ຊາວຢິວ.</verse>
				<verse number="2">ໃນ​ນະຄອນ​ເຢຣູຊາເລັມ ໃກ້​ປະຕູ​ແກະ​ມີ​ສະນ້ຳ​ແຫ່ງ​ໜຶ່ງ​ເອີ້ນ​ຕາມ​ພາສາ​ອາຣາມິກ​ວ່າ​ເບັດສະທາ ແລະ ສະນໍ້າ​ນີ້​ມີ​ສາລາ​ຫ້າ​ຫລັງ​ອ້ອມ​ຢູ່,</verse>
				<verse number="3">ຢູ່​ບ່ອນນີ້​ມີ​ຄົນພິການ​ຈໍານວນ​ຫລວງຫລາຍ​ນອນ​ຢູ່​ເຊັ່ນ ຄົນຕາບອດ, ຄົນຂາເສັ້ງ, ຄົນເປ້ຍ.</verse>
				<verse number="4">ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ລົງ​ມາ ແລະ ກວນ​ນ້ຳ​ເປັນ​ບາງຄັ້ງຄາວ. ໃນ​ແຕ່​ລະ​ເທື່ອ​ທີ່​ນ້ຳ​ເຟືອນ​ຄົນທຳອິດ​ທີ່​ລົງ​ໄປ​ໃນ​ສະນໍ້າ​ກໍ​ຈະ​ໄດ້​ຮັບ​ການປິ່ນປົວ​ຈາກ​ພະຍາດ​ຕ່າງໆ​ທີ່​ພວກເຂົາ​ເປັນ.</verse>
				<verse number="5">ຢູ່​ທີ່​ນັ້ນ​ມີ​ຊາຍ​ຄົນ​ໜຶ່ງ​ເຈັບປ່ວຍ​ມາ​ໄດ້​ສາມສິບແປດ​ປີ​ແລ້ວ.</verse>
				<verse number="6">ເມື່ອ​ພຣະເຢຊູເຈົ້າ​ເຫັນ​ລາວ​ນອນ​ຢູ່​ໃນ​ທີ່​ນັ້ນ ແລະ ຮູ້​ວ່າ​ລາວ​ຕົກ​ຢູ່​ໃນ​ສະພາບ​ນີ້​ມາ​ດົນນານ​ແລ້ວ, ພຣະອົງ​ໄດ້​ຖາມ​ລາວ​ວ່າ, “ເຈົ້າ​ຢາກ​ຈະ​ຫາຍດີ​ບໍ?”</verse>
				<verse number="7">ຄົນ​ປ່ວຍ​ນັ້ນ​ຈຶ່ງ​ຕອບ​ວ່າ, “ນາຍ​ເອີຍ, ເວລາ​ນ້ຳ​ເຟືອນ​ຂຶ້ນ​ບໍ່​ມີ​ຜູ້ໃດ​ຈະ​ຊ່ວຍ​ເອົາ​ຂ້ານ້ອຍ​ລົງ​ໄປ​ໃນ​ສະນ້ຳ. ໃນຂະນະ​ທີ່​ຂ້ານ້ອຍ​ພະຍາຍາມ​ຈະ​ລົງ​ໄປ ຄົນ​ອື່ນ​ກໍ​ລົງ​ໄປ​ກ່ອນ​ແລ້ວ”.</verse>
				<verse number="8">ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ລຸກຂຶ້ນ! ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ຍ່າງ​ໄປ”.</verse>
				<verse number="9">ໃນທັນໃດ​ນັ້ນ ຊາຍ​ຄົນ​ນັ້ນ​ກໍ​ດີພະຍາດ, ລາວ​ຈຶ່ງ​ຍົກ​ເອົາ​ບ່ອນນອນ​ຂອງ​ຕົນ​ຍ່າງ​ໄປ. ວັນ​ທີ່​ເຫດການ​ໄດ້​ເກີດຂຶ້ນ​ນັ້ນ​ເປັນ​ວັນ​ຊະບາໂຕ,</verse>
				<verse number="10">ດັ່ງນັ້ນ ພວກ​ຢິວ​ຈຶ່ງ​ເວົ້າ​ກັບ​ຄົນ​ທີ່​ຫາຍດີ​ພະຍາດ​ນັ້ນ​ວ່າ, “ນີ້​ເປັນ​ວັນຊະບາໂຕ ກົດບັນຍັດ​ຫ້າມ​ບໍ່​ໃຫ້​ເຈົ້າ​ແບກ​ບ່ອນນອນ”.</verse>
				<verse number="11">ແຕ່​ລາວ​ຕອບ​ວ່າ, “ຜູ້​ທີ່​ຮັກສາ​ຂ້ານ້ອຍ​ໃຫ້​ດີພະຍາດ​ໄດ້​ບອກ​ຂ້ານ້ອຍ​ວ່າ, ‘ຈົ່ງ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ຍ່າງ​ໄປ’”.</verse>
				<verse number="12">ພວກເຂົາ​ຈຶ່ງ​ຖາມ​ຊາຍ​ຄົນ​ນັ້ນ​ວ່າ, “ຄົນ​ທີ່​ບອກ​ໃຫ້​ເຈົ້າ​ຍົກ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ ແລະ ຍ່າງ​ໄປ​ນັ້ນ​ແມ່ນ​ຜູ້ໃດ?”</verse>
				<verse number="13">ຄົນ​ທີ່​ໄດ້​ດີພະຍາດ​ນັ້ນ​ບໍ່​ຮູ້​ວ່າ​ພຣະອົງ​ແມ່ນ​ຜູ້ໃດ ເພາະ​ພຣະເຢຊູເຈົ້າ​ໄດ້​ໜີ​ໄປ​ປົນ​ກັບ​ປະຊາຊົນ​ທີ່​ຢູ່​ໃນ​ບ່ອນ​ນັ້ນ.</verse>
				<verse number="14">ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພົບ​ຊາຍ​ຄົນ​ນັ້ນ​ໃນ​ວິຫານ ແລ້ວ​ພຣະອົງ​ຈຶ່ງ​ບອກ​ລາວ​ວ່າ, “ເບິ່ງແມ, ເຈົ້າ​ດີພະຍາດ​ແລ້ວ ຢ່າ​ສູ່​ເຮັດບາບ​ອີກ​ຕໍ່​ໄປ ບໍ່​ດັ່ງນັ້ນ​ສິ່ງຊົ່ວຮ້າຍ​ກວ່າ​ນີ້​ຈະ​ເກີດ​ຂຶ້ນ​ກັບ​ເຈົ້າ”.</verse>
				<verse number="15">ຊາຍ​ຄົນ​ນັ້ນ​ກໍ​ໄປ ແລະ ບອກ​ພວກ​ຢິວ​ວ່າ ແມ່ນ​ພຣະເຢຊູເຈົ້າ​ທີ່​ໄດ້​ເຮັດ​ໃຫ້​ຕົນ​ດີພະຍາດ.</verse>
				<verse number="16">ດັ່ງນັ້ນ, ເພາະ​ພຣະເຢຊູເຈົ້າ​ໄດ້​ກະທຳ​ສິ່ງ​ເຫລົ່ານີ້​ໃນ​ວັນ​ຊະບາໂຕ ພວກຜູ້ນຳ​ຢິວ​ຈຶ່ງ​ເລີ່ມ​ຂົ່ມເຫັງ​ພຣະອົງ.</verse>
				<verse number="17">ໃນ​ການປ້ອງກັນ​ຂອງ​ພຣະອົງ ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ພຣະບິດາ​ຂອງ​ເຮົາ​ເຮັດ​ກິດຈະການ​ຂອງ​ພຣະອົງ​ສະເໝີ​ຈົນ​ເຖິງ​ທຸກວັນ​ນີ້ ແລະ ເຮົາ​ກໍ​ເຮັດ​ກິດຈະການ​ນັ້ນ​ເໝືອນກັນ”.</verse>
				<verse number="18">ດ້ວຍເຫດນີ້​ພວກເຂົາ​ຈຶ່ງ​ພະຍາຍາມ​ຫາ​ໂອກາດ​ທີ່​ຈະ​ຂ້າ​ພຣະເຢຊູເຈົ້າ ເພາະ​ພຣະອົງ​ບໍ່​ພຽງ​ແຕ່​ລະເມີດ​ກົດບັນຍັດ​ວັນ​ຊະບາໂຕ​ເທົ່ານັ້ນ ແຕ່​ຍັງ​ໄດ້​ເອີ້ນ​ພຣະເຈົ້າ​ວ່າ​ເປັນ​ພຣະບິດາ​ຂອງ​ພຣະອົງ​ເອງ ເຊິ່ງ​ເປັນ​ການ​ຍົກ​ພຣະອົງ​ເອງ​ເທົ່າທຽມ​ກັບ​ພຣະເຈົ້າ.</verse>
				<verse number="19">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພຣະບຸດ​ຈະ​ກະທຳ​ສິ່ງ​ໜຶ່ງ​ສິ່ງ​ໃດ​ໂດຍ​ຕົນ​ເອງ​ບໍ່​ໄດ້, ພຣະອົງ​ສາມາດ​ກະທຳ​ໄດ້​ແຕ່​ພຽງ​ສິ່ງ​ທີ່​ເຫັນ​ພຣະບິດາເຈົ້າ​ຂອງ​ພຣະອົງ​ກະທຳ ເພາະ​ພຣະບິດາຈົ້າ​ກະທຳ​ສິ່ງ​ໃດ ພຣະບຸດ​ກໍ​ກະທຳ​ສິ່ງ​ນັ້ນ​ເໝືອນກັນ.</verse>
				<verse number="20">ເພາະ​ພຣະບິດາ​ຮັກ​ພຣະບຸດ ແລະ ສະແດງ​ໃຫ້​ພຣະບຸດ​ເຫັນ​ທຸກສິ່ງ​ທີ່​ພຣະອົງ​ເອງ​ກະທຳ​ຢູ່. ແລ້ວ​ພຣະອົງ​ຈະ​ສະແດງ​ໃຫ້​ພຣະບຸດ​ເຫັນ​ສິ່ງ​ຍິ່ງໃຫຍ່​ກວ່າ​ນີ້​ອີກ ເພື່ອ​ວ່າ​ພວກເຈົ້າ​ຈະ​ປະຫລາດໃຈ.</verse>
				<verse number="21">ເພາະ​ພຣະບິດາເຈົ້າ​ບັນດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ​ໃຫ້​ເປັນຄືນມາ ແລະ ໃຫ້ຊີວິດ​ແກ່​ພວກເຂົາ​ຢ່າງໃດ ພຣະບຸດ​ກໍ​ຈະ​ໃຫ້​ຊີວິດ​ແກ່​ຜູ້​ທີ່​ພຣະອົງ​ພໍໃຈ​ທີ່​ຈະ​ໃຫ້​ຢ່າງ​ນັ້ນ​ເໝືອນກັນ.</verse>
				<verse number="22">ຫລາຍກວ່າ​ນັ້ນ ພຣະບິດາເຈົ້າ​ບໍ່​ໄດ້​ພິພາກສາ​ຜູ້ໃດ ແຕ່​ພຣະອົງ​ມອບ​ການພິພາກສາ​ທັງໝົດ​ໃຫ້​ແກ່​ພຣະບຸດ,</verse>
				<verse number="23">ເພື່ອ​ຄົນ​ທັງຫລາຍ​ຈະ​ໄດ້​ຖວາຍກຽດ​ແກ່​ພຣະບຸດ​ເໝືອນ​ທີ່​ພວກເຂົາ​ໄດ້​ຖວາຍກຽດ​ແກ່​ພຣະບິດາເຈົ້າ. ຜູ້​ໃດ​ກໍ​ຕາມ​ທີ່​ບໍ່​ຖວາຍກຽດ​ແກ່​ພຣະບຸດ​ກໍ​ບໍ່​ໄດ້​ຖວາຍກຽດ​ແກ່​ພຣະບິດາເຈົ້າ ຜູ້​ທີ່​ໄດ້​ໃຊ້​ພຣະບຸດ​ມາ.</verse>
				<verse number="24">“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ຟັງ​ຄຳ​ຂອງ​ເຮົາ ແລະ ເຊື່ອ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ ຜູ້​ນັ້ນ​ກໍ​ມີຊີວິດ​ນິລັນດອນ ແລະ ຈະ​ບໍ່​ເຂົ້າ​ໃນ​ການພິພາກສາ, ແຕ່​ໄດ້​ຜ່ານພົ້ນ​ຈາກ​ຄວາມຕາຍ​ໄປ​ສູ່​ຊີວິດ​ແລ້ວ.</verse>
				<verse number="25">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເວລາ​ນັ້ນ​ໃກ້​ເຂົ້າ​ມາ ແລະ ບັດນີ້​ກໍ​ມາ​ເຖິງ​ແລ້ວ ເມື່ອ​ຜູ້​ທີ່​ຕາຍ​ແລ້ວ​ຈະ​ໄດ້​ຍິນ​ສຽງ​ພຣະບຸດ​ຂອງ​ພຣະເຈົ້າ ແລະ ບັນດາ​ຜູ້​ທີ່​ໄດ້​ຍິນ​ກໍ​ຈະ​ມີຊີວິດ.</verse>
				<verse number="26">ເພາະວ່າ​ພຣະບິດາເຈົ້າ​ມີຊີວິດ​ໃນ​ພຣະອົງ​ເອງ​ສັນໃດ ພຣະອົງ​ກໍ​ໃຫ້​ພຣະບຸດ​ມີ​ຊີວິດ​ໃນ​ພຣະອົງ​ເອງ​ສັນນັ້ນ.</verse>
				<verse number="27">ແລະ ພຣະອົງ​ໃຫ້​ພຣະບຸດ​ມີ​ສິດອຳນາດ​ພິພາກສາ ເພາະວ່າ​ພຣະອົງ​ເປັນ​ບຸດມະນຸດ.</verse>
				<verse number="28">“ຢ່າ​ປະຫລາດໃຈ​ໃນ​ຂໍ້​ນີ້, ເພາະ​ຈະ​ເຖິງ​ເວລາ​ໜຶ່ງ​ເມື່ອ​ທຸກ​ຄົນ​ທີ່​ຢູ່​ໃນ​ຂຸມຝັງສົບ​ຂອງ​ຕົນ​ຈະ​ໄດ້​ຍິນ​ສຽງ​ຂອງ​ພຣະບຸດ</verse>
				<verse number="29">ແລະ ຈະ​ໄດ້​ອອກມາ, ບັນດາ​ຜູ້​ທີ່​ເຮັດ​ດີ​ກໍ​ຈະ​ເປັນຄືນມາ​ສູ່​ຊີວິດ ແລະ ຜູ້​ທີ່​ເຮັດ​ຊົ່ວ​ກໍ​ຈະ​ເປັນຄືນມາ​ເພື່ອ​ຮັບ​ການ​ລົງໂທດ.</verse>
				<verse number="30">ເຮົາ​ເຮັດ​ສິ່ງໃດ​ຕາມໃຈ​ເຮົາ​ເອງ​ບໍ່​ໄດ້, ເຮົາ​ພິພາກສາ​ຕາມ​ທີ່​ເຮົາ​ໄດ້​ຍິນ​ເທົ່ານັ້ນ ແລະ ຄຳພິພາກສາ​ຂອງ​ເຮົາ​ກໍ​ຍຸຕິທຳ, ເພາະ​ເຮົາ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ເອງ​ພໍໃຈ ແຕ່​ເຮັດ​ໃຫ້​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ນັ້ນ​ພໍໃຈ.</verse>
				<verse number="31">“ຖ້າ​ເຮົາ​ເປັນ​ພະຍານ​ໃຫ້​ກັບ​ຕົນເອງ, ຄຳພະຍານ​ຂອງ​ເຮົາ​ກໍ​ບໍ່​ໜ້າ​ເຊື່ອຖື.</verse>
				<verse number="32">ມີ​ຜູ້​ໜຶ່ງ​ອີກ​ທີ່​ເປັນ​ພະຍານ​ໃຫ້​ເຮົາ ແລະ ເຮົາ​ຮູ້​ວ່າ​ຄຳພະຍານ​ຂອງ​ລາວ​ກ່ຽວກັບ​ເຮົາ​ເຊື່ອຖື​ໄດ້.</verse>
				<verse number="33">“ພວກເຈົ້າ​ໄດ້​ໃຊ້​ຄົນ​ໄປ​ຫາ​ໂຢຮັນ ແລະ ໂຢຮັນ​ໄດ້​ເປັນ​ພະຍານ​ເຖິງ​ຄວາມຈິງ.</verse>
				<verse number="34">ບໍ່​ແມ່ນ​ວ່າ​ເຮົາ​ຍອມ​ຮັບ​ຄຳພະຍານ​ຂອງ​ມະນຸດ ແຕ່​ເຮົາ​ເວົ້າ​ເຖິງ​ເລື່ອງ​ນີ້​ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ພົ້ນ.</verse>
				<verse number="35">ໂຢຮັນ​ເປັນ​ຕະກຽງ​ທີ່​ລຸກ ແລະ ໃຫ້​ແສງສະຫວ່າງ ແລ້ວ​ພວກເຈົ້າ​ກໍ​ເລືອກ​ທີ່​ຈະ​ຍິນດີ​ໃນ​ຄວາມສະຫວ່າງ​ຂອງ​ລາວ​ຊົ່ວຂະນະໜຶ່ງ.</verse>
				<verse number="36">“ເຮົາ​ມີ​ຄຳພະຍານ​ທີ່​ສຳຄັນ​ກວ່າ​ຄຳພະຍານ​ຂອງ​ໂຢຮັນ​ອີກ ເພາະ​ງານ​ທີ່​ພຣະບິດາເຈົ້າ​ໄດ້​ມອບໝາຍ​ແກ່​ເຮົາ​ເພື່ອ​ເຮັດ​ໃຫ້​ສຳເລັດ ຄື​ທຸກ​ງານ​ທີ່​ເຮົາ​ກຳລັງ​ເຮັດ​ຢູ່​ນີ້​ແຫລະ ທີ່​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ວ່າ​ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ.</verse>
				<verse number="37">ແລະ ພຣະບິດາເຈົ້າ​ຜູ້​ທີ່​ໃຊ້​ເຮົາ​ມາ ພຣະອົງ​ເອງ​ໄດ້​ເປັນ​ພະຍານ​ໃຫ້​ເຮົາ. ພວກເຈົ້າ​ບໍ່​ເຄີຍ​ໄດ້​ຍິນ​ສຽງ ແລະ ບໍ່​ເຄີຍ​ເຫັນ​ຮູບຮ່າງ​ຂອງ​ພຣະອົງ​ຈັກເທື່ອ,</verse>
				<verse number="38">ພວກເຈົ້າ​ບໍ່​ໄດ້​ມີ​ຖ້ອຍຄຳ​ຂອງ​ພຣະອົງ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ ເພາະວ່າ​ພວກເຈົ້າ​ບໍ່​ເຊື່ອ​ໃນ​ຜູ້​ທີ່​ພຣະອົງ​ໄດ້​ໃຊ້​ມາ​ນັ້ນ.</verse>
				<verse number="39">ພວກເຈົ້າ​ສຶກສາ ​ໃນ​ພຣະຄຳພີ​ເພາະ​ພວກເຈົ້າ​ຄິດ​ວ່າ​ໂດຍ​ພຣະຄຳພີ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ​ນິລັນດອນ. ຂໍ້​ພຣະຄຳພີ​ເຫລົ່ານັ້ນ​ທີ່​ເປັນ​ພະຍານ​ກ່ຽວກັບ​ເຮົາ,</verse>
				<verse number="40">ແຕ່​ເຖິງ​ປານ​ນັ້ນ ພວກເຈົ້າ​ກໍ​ບໍ່​ຍອມ​ມາ​ຫາ​ເຮົາ​ເພື່ອ​ຈະ​ໄດ້​ຊີວິດ.</verse>
				<verse number="41">“ເຮົາ​ບໍ່​ຮັບ​ເອົາ​ກຽດຕິຍົດ​ຈາກ​ການ​ເປັນ​ມະນຸດ,</verse>
				<verse number="42">ແຕ່​ເຮົາ​ຮູ້ຈັກ​ພວກເຈົ້າ, ເຮົາ​ຮູ້​ວ່າ​ພວກເຈົ້າ​ບໍ່​ໄດ້​ມີ​ຄວາມຮັກ​ຂອງ​ພຣະເຈົ້າ​ຢູ່​ໃນ​ຫົວໃຈ​ຂອງ​ພວກເຈົ້າ.</verse>
				<verse number="43">ເຮົາ​ໄດ້​ມາ​ໃນ​ນາມ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ພວກເຈົ້າ​ບໍ່​ໄດ້​ຍອມຮັບ​ເຮົາ ແຕ່​ຖ້າ​ຜູ້​ອື່ນ​ມາ​ໃນ​ນາມ​ຊື່​ຂອງ​ຕົນເອງ ພວກເຈົ້າ​ກໍ​ຈະ​ຍອມຮັບ​ຜູ້​ນັ້ນ.</verse>
				<verse number="44">ພວກເຈົ້າ​ສາມາດ​ເຊື່ອ​ໄດ້​ຢ່າງໃດ ຖ້າ​ຫາກ​ພວກເຈົ້າ​ຮັບ​ເອົາ​ກຽດຕິຍົດ​ຈາກ​ມະນຸດ​ດ້ວຍ​ກັນ ແຕ່​ບໍ່​ໄດ້​ຊອກຫາ​ກຽດຕິຍົດ​ຈາກ​ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ ​ແຕ່​ພຽງ​ອົງ​ດຽວ?</verse>
				<verse number="45">“ແຕ່​ຢ່າ​ຄິດ​ວ່າ​ເຮົາ​ຈະ​ຟ້ອງ​ພວກເຈົ້າ​ຕໍ່​ພຣະບິດາເຈົ້າ. ຜູ້​ທີ່​ຟ້ອງ​ພວກເຈົ້າ​ຄື​ໂມເຊ ຜູ້​ທີ່​ພວກເຈົ້າ​ໄດ້​ມອບ​ຄວາມຫວັງ​ໄວ້​ນໍາ​ນັ້ນ.</verse>
				<verse number="46">ຖ້າ​ພວກເຈົ້າ​ເຊື່ອ​ໂມເຊ ພວກເຈົ້າ​ຄວນ​ເຊື່ອ​ເຮົາ, ເພາະ​ໂມເຊ​ໄດ້​ຂຽນ​ກ່ຽວກັບ​ເຮົາ.</verse>
				<verse number="47">ແຕ່​ເພາະ​ພວກເຈົ້າ​ບໍ່​ເຊື່ອ​ສິ່ງ​ທີ່​ໂມເຊ​ໄດ້​ຂຽນ​ໄວ້​ແລ້ວ ພວກເຈົ້າ​ຈະ​ເຊື່ອ​ສິ່ງ​ທີ່​ເຮົາ​ກ່າວ​ໄດ້​ຢ່າງໃດ?”</verse>
			</chapter>
			<chapter number="6">
				<verse number="1">ຕໍ່ມາ ພຣະເຢຊູເຈົ້າ​ຂ້າມ​ໄປ​ອີກ​ຟາກ​ໜຶ່ງ​ຂອງ​ທະເລສາບ​ຄາລີເລ (ຄື​ທະເລ​ຕີເບເຣຍ),</verse>
				<verse number="2">ແລະ ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ​ເພາະ​ພວກເຂົາ​ໄດ້​ເຫັນ​ໝາຍສຳຄັນ​ທີ່​ພຣະອົງ​ສະແດງ​ໂດຍ​ການຮັກສາ​ຄົນເຈັບປ່ວຍ.</verse>
				<verse number="3">ແລ້ວ​ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ເນີນພູ ແລະ ນັ່ງ​ລົງ​ກັບ​ພວກສາວົກ​ຂອງ​ພຣະອົງ.</verse>
				<verse number="4">ເທດສະການ​ປັດສະຄາ​ຂອງ​ຊາວ​ຢິວ​ກໍ​ໃກ້​ເຂົ້າ​ມາ​ແລ້ວ.</verse>
				<verse number="5">ເມື່ອ​ພຣະເຢຊູເຈົ້າ​ຫລຽວ​ເຫັນ​ຄົນ​ເປັນ​ຈໍານວນ​ຫລວງຫລາຍ​ກຳລັງ​ມາ​ຫາ​ພຣະອົງ, ພຣະອົງ​ກ່າວ​ກັບ​ຟີລິບ​ວ່າ, “ພວກເຮົາ​ຈະ​ໄປ​ຫາ​ຊື້​ອາຫານ​ຢູ່​ໃສ​ມາ​ໃຫ້​ຄົນ​ເຫລົ່ານີ້​ກິນ?”</verse>
				<verse number="6">ພຣະອົງ​ຖາມ​ເຊັ່ນ​ນີ້​ກໍ​ເພື່ອ​ຈະ​ລອງໃຈ​ຟີລິບ​ເທົ່ານັ້ນ, ເພາະ​ພຣະອົງ​ຄິດໃນໃຈ​ໄວ້​ແລ້ວ​ວ່າ​ຈະ​ເຮັດ​ຢ່າງໃດ.</verse>
				<verse number="7">ຟີລິບ​ຕອບ​ພຣະອົງ​ວ່າ, “ຈະ​ຕ້ອງ​ໃຊ້​ເງິນ​ເທົ່າ​ກັບ​ຄ່າຈ້າງ​ຂອງ​ຄົນງານ​ຄົນ​ໜຶ່ງ​ຫລາຍກວ່າ​ເຄິ່ງ​ປີ ​ເພື່ອ​ພໍ​ຊື້​ເຂົ້າຈີ່​ໃຫ້​ຄົນ​ເຫລົ່ານີ້​ກິນ​ຄົນ​ລະ​ຄຳ!”</verse>
				<verse number="8">ສາວົກ​ອີກ​ຄົນ​ໜຶ່ງ​ຂອງ​ພຣະອົງ​ຄື​ອັນເດອາ​ນ້ອງຊາຍ​ຂອງ​ຊີໂມນ​ເປໂຕ ເວົ້າ​ຂຶ້ນ​ວ່າ,</verse>
				<verse number="9">“ເດັກນ້ອຍ​ຄົນ​ໜຶ່ງ​ຢູ່​ທີ່​ນີ້​ມີ​ເຂົ້າຈີ່​ຫ້າ​ກ້ອນ​ທີ່​ເຮັດ​ດ້ວຍ​ເຂົ້າບາເລ ແລະ ປາ​ນ້ອຍ​ສອງ​ໂຕ, ແຕ່​ຈະ​ພຽງພໍ​ໄດ້​ຢ່າງໃດ​ກັບ​ຄົນ​ຫລວງຫລາຍ​ເຊັ່ນ​ນີ້?”</verse>
				<verse number="10">ພຣະເຢຊູເຈົ້າ​ກ່າວ​ວ່າ, “ໃຫ້​ປະຊາຊົນ​ນັ່ງລົງ”. ຢູ່​ບ່ອນນັ້ນ​ມີ​ຫຍ້າ​ຫລາຍ ແລະ ພວກເຂົາ​ຈຶ່ງ​ນັ່ງລົງ (ຢູ່​ທີ່​ນັ້ນ​ນັບ​ແຕ່​ຜູ້ຊາຍ​ມີ​ປະມານ​ຫ້າພັນ​ຄົນ).</verse>
				<verse number="11">ແລ້ວ​ພຣະເຢຊູເຈົ້າ​ກໍ​ຈັບ​ເອົາ​ເຂົ້າຈີ່​ນັ້ນ​ມາ ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ ຈຶ່ງ​ແຈກຢາຍ​ໃຫ້​ແກ່​ຜູ້​ທີ່​ນັ່ງ​ຢູ່​ທີ່​ນັ້ນ​ໃຫ້​ຫລາຍ​ຕາມ​ທີ່​ພວກເຂົາ​ຕ້ອງການ. ພຣະອົງ​ຈັບ​ເອົາ​ປາ​ມາ​ເຮັດ​ຢ່າງ​ດຽວ​ກັນ.</verse>
				<verse number="12">ເມື່ອ​ທຸກຄົນ​ກິນ​ອີ່ມ​ແລ້ວ ພຣະອົງ​ໄດ້​ບອກ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ຈົ່ງ​ເກັບ​ຮວບຮວມ​ຈໍານວນ​ທີ່​ເຫລືອ​ໄວ້ ຢ່າ​ໃຫ້​ມີ​ອັນໃດ​ເສຍ​ໄປ”.</verse>
				<verse number="13">ພວກເຂົາ​ຈຶ່ງ​ເກັບ​ຈໍານວນ​ທີ່​ເຫລືອ​ຈາກ​ເຂົ້າຈີ່​ຫ້າ​ກ້ອນ​ທີ່​ເຮັດ​ຈາກ​ເຂົ້າບາເລ​ໄດ້​ເຕັມ​ສິບສອງ​ກະບຸງ.</verse>
				<verse number="14">ຫລັງຈາກ​ທີ່​ປະຊາຊົນ​ໄດ້​ເຫັນ​ໝາຍສຳຄັນ​ທີ່​ພຣະເຢຊູເຈົ້າ​ໄດ້​ສະແດງ​ແລ້ວ, ພວກເຂົາ​ກໍ​ເລີ່ມ​ເວົ້າ​ວ່າ, “ແນ່ນອນ​ຜູ້​ນີ້​ຕ້ອງ​ແມ່ນ​ຜູ້ທຳນວາຍ​ທີ່​ກຳນົດ​ວ່າ​ຈະ​ເຂົ້າ​ມາ​ໃນ​ໂລກ”.</verse>
				<verse number="15">ພຣະເຢຊູເຈົ້າ​ຮູ້ຈັກ​ວ່າ​ພວກເຂົາ​ຕັ້ງໃຈ​ຈະ​ມາ​ໃຊ້​ກຳລັງ​ບັງຄັບ​ໃຫ້​ເອົາ​ພຣະອົງ​ຂຶ້ນ​ເປັນ​ກະສັດ, ພຣະອົງ​ຈຶ່ງ​ຂຶ້ນ​ໄປ​ເທິງ​ພູ​ອີກ​ແຕ່​ຜູ້​ດຽວ.</verse>
				<verse number="16">ເມື່ອ​ຄ່ຳ​ມາ​ແລ້ວ ພວກສາວົກ​ຂອງ​ພຣະອົງ​ໄດ້​ລົງ​ມາ​ທີ່​ທະເລສາບ,</verse>
				<verse number="17">ບ່ອນ​ທີ່​ພວກເພິ່ນ​ເຂົ້າ​ໄປ​ໃນ​ເຮືອ ແລະ ຂ້າມ​ຟາກ​ໄປ​ຍັງ​ເມືອງ​ກາເປນາອູມ. ຂະນະ​ນັ້ນ​ກໍ​ມືດ​ແລ້ວ ແລະ ພຣະເຢຊູເຈົ້າ​ກໍ​ຍັງ​ບໍ່​ທັນ​ໄດ້​ໄປ​ຫາ​ພວກເພິ່ນ​ເທື່ອ.</verse>
				<verse number="18">ມີ​ລົມ​ພັດ​ແຮງ​ຈົນ​ເຮັດ​ໃຫ້​ນ້ຳ​ທະເລ​ປັ່ນປ່ວນ.</verse>
				<verse number="19">ເມື່ອ​ພວກເພິ່ນ​ພາຍເຮືອ​ໄປ​ໄດ້​ປະມານ 5 ຫລື 6 ແມັດ ພວກເພິ່ນ​ກໍ​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ຢູ່​ເທິງ​ໜ້ານ້ຳ​ເຂົ້າ​ມາ​ຫາ​ເຮືອ, ພວກເພິ່ນ​ຈຶ່ງ​ຕົກໃຈ​ຢ້ານ​ຫລາຍ.</verse>
				<verse number="20">ແຕ່​ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ແມ່ນ​ເຮົາ​ເອງ ຢ່າ​ຢ້ານ​ເລີຍ”.</verse>
				<verse number="21">ແລ້ວ​ພວກເພິ່ນ​ຈຶ່ງ​ເຕັມໃຈ​ຮັບ​ພຣະອົງ​ຂຶ້ນ​ໄປ​ໃນ​ເຮືອ ແລະ ໃນທັນໃດ​ນັ້ນ​ເຮືອ​ກໍ​ມາ​ເຖິງ​ຝັ່ງ​ທີ່​ພວກເພິ່ນ​ກຳລັງ​ມຸ່ງໜ້າ​ໄປ​ນັ້ນ.</verse>
				<verse number="22">ມື້​ຕໍ່ມາ​ປະຊາຊົນ​ທີ່​ຢູ່​ອີກ​ຟາກ​ໜຶ່ງ​ນັ້ນ ເຫັນ​ວ່າ​ກ່ອນໜ້າ​ນັ້ນ​ມີ​ເຮືອ​ຢູ່​ທີ່​ນັ້ນ​ພຽງ​ແຕ່​ລຳ​ດຽວ, ແລະ ພຣະເຢຊູເຈົ້າ​ກໍ​ບໍ່​ໄດ້​ລົງ​ເຮືອ​ລຳ​ນັ້ນ​ໄປ​ກັບ​ພວກສາວົກ ມີ​ແຕ່​ພວກສາວົກ​ເທົ່ານັ້ນ​ໄປ.</verse>
				<verse number="23">ແລ້ວ​ມີ​ເຮືອ​ລຳ​ອື່ນ​ທີ່​ມາ​ຈາກ​ເມືອງ​ຕີເບເຣຍ​ມາ​ຈອດ​ໃກ້​ບ່ອນ​ທີ່​ປະຊາຊົນ​ໄດ້​ກິນ​ເຂົ້າຈີ່​ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ໄດ້​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ.</verse>
				<verse number="24">ເມື່ອ​ປະຊາຊົນ​ເຫັນ​ວ່າ​ພຣະເຢຊູເຈົ້າ​ກັບ​ພວກສາວົກ​ບໍ່​ໄດ້​ຢູ່​ບ່ອນ​ນັ້ນ ພວກເຂົາ​ຈຶ່ງ​ລົງ​ເຮືອ ແລະ ໄປ​ທີ່​ເມືອງ​ກາເປນາອູມ​ເພື່ອ​ຕາມຫາ​ພຣະເຢຊູເຈົ້າ.</verse>
				<verse number="25">ເມື່ອ​ພວກເຂົາ​ພົບ​ພຣະອົງ​ຢູ່​ທີ່​ອີກ​ຟາກ​ໜຶ່ງ​ຂອງ​ທະເລສາບ, ພວກເຂົາ​ກໍ​ຖາມ​ພຣະອົງ​ວ່າ, “ຣັບບີ, ທ່ານ​ມາ​ເຖິງ​ທີ່​ນີ້​ເວລາ​ໃດ?”</verse>
				<verse number="26">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຈົ້າ​ຊອກຫາ​ເຮົາ ບໍ່​ແມ່ນ​ເພາະ​ພວກເຈົ້າ​ໄດ້​ເຫັນ​ໝາຍສຳຄັນ​ທີ່​ເຮົາ​ເຮັດ​ນັ້ນ ແຕ່​ເພາະ​ພວກເຈົ້າ​ໄດ້​ກິນ​ເຂົ້າຈີ່​ຈົນ​ອີ່ມ.</verse>
				<verse number="27">ຢ່າ​ສະແຫວງຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ສະແຫວງຫາ​ອາຫານ​ທີ່​ຕັ້ງໝັ້ນຄົງ​ຢູ່​ເຖິງ​ຊີວິດ​ນິລັນດອນ ເຊິ່ງ​ບຸດມະນຸດ​ຈະ​ໃຫ້​ແກ່​ພວກເຈົ້າ. ເພາະ​ແມ່ນ​ພຣະອົງ​ນີ້​ແຫລະ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ຮັບຮອງ​ພຣະອົງ​ໄວ້​ແລ້ວ”.</verse>
				<verse number="28">ແລ້ວ​ພວກເຂົາ​ຖາມ​ພຣະອົງ​ວ່າ, “ພວກຂ້ານ້ອຍ​ຕ້ອງ​ເຮັດ​ແນວໃດ​ຈຶ່ງ​ຈະ​ເຮັດ​ງານ​ທີ່​ພຣະເຈົ້າ​ຕ້ອງການ​ໃຫ້​ເຮັດ​ໄດ້?”</verse>
				<verse number="29">ພຣະເຢຊູເຈົ້າ​ຕອບ​ວ່າ, “ງານ​ຂອງ​ພຣະເຈົ້າ​ຄື: ຈົ່ງ​ເຊື່ອ​ໃນ​ຜູ້​ທີ່​ພຣະອົງ​ໃຊ້​ມາ”.</verse>
				<verse number="30">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ທ່ານ​ຈະ​ໃຫ້​ໝາຍສຳຄັນ​ອັນໃດ​ເພື່ອ​ພວກຂ້ານ້ອຍ​ຈະ​ໄດ້​ເຫັນ ແລະ ເຊື່ອ​ທ່ານ? ທ່ານ​ຈະ​ເຮັດຫຍັງ​ແດ່?</verse>
				<verse number="31">ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ​ໄດ້​ກິນ​ມານາ​ໃນ​ຖິ່ນແຫ້ງແລ້ງກັນດານ​ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: ‘ພຣະອົງ​ໃຫ້​ອາຫານ​ຈາກ​ສະຫວັນ​ແກ່​ພວກເຂົາ​ກິນ’ ”.</verse>
				<verse number="32">ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບໍ່​ແມ່ນ​ໂມເຊ​ທີ່​ເປັນ​ຜູ້​ເອົາ​ອາຫານ​ມາ​ຈາກ​ສະຫວັນ​ນັ້ນ​ໃຫ້​ແກ່​ພວກເຈົ້າ ແຕ່​ແມ່ນ​ພຣະບິດາເຈົ້າ​ຂອງ​ເຮົາ​ທີ່​ເອົາ​ອາຫານ​ແທ້​ຈາກ​ສະຫວັນ​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="33">ເພາະ​ອາຫານ​ຈາກ​ພຣະເຈົ້າ​ແມ່ນ​ອາຫານ​ທີ່​ລົງ​ມາ​ຈາກ​ສະຫວັນ ແລະ ໃຫ້​ຊີວິດ​ແກ່​ໂລກ”.</verse>
				<verse number="34">ພວກເຂົາ​ຕອບ​ວ່າ, “ນາຍ​ເອີຍ, ຂໍ​ໃຫ້​ອາຫານ​ນີ້​ໃຫ້​ແກ່ພວກ​ຂ້ານ້ອຍ​ຢູ່​ເລື້ອຍໆ​ແດ່​ທ້ອນ”.</verse>
				<verse number="35">ແລ້ວ​ພຣະເຢຊູເຈົ້າ​ປະກາດ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ອາຫານ​ແຫ່ງ​ຊີວິດ. ຜູ້ໃດ​ກໍ​ຕາມ​ທີ່​ມາ​ຫາ​ເຮົາ​ຈະ​ບໍ່​ຫິວເຂົ້າ​ຈັກເທື່ອ ແລະ ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ​ກໍ​ຈະ​ບໍ່​ຫິວນ້ຳ​ຈັກເທື່ອ.</verse>
				<verse number="36">ແຕ່​ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ​ວ່າ, ພວກເຈົ້າ​ໄດ້​ເຫັນ​ເຮົາ ແລະ ພວກເຈົ້າ​ກໍ​ຍັງ​ບໍ່​ເຊື່ອ.</verse>
				<verse number="37">ຄົນ​ເຫລົ່ານັ້ນ​ທັງໝົດ​ທີ່​ພຣະບິດາເຈົ້າ​ມອບ​ໃຫ້​ແກ່​ເຮົາ​ກໍ​ຈະ​ມາ​ຫາ​ເຮົາ ແລະ ຜູ້ໃດ​ກໍ​ຕາມ​ທີ່​ມາຫາ​ເຮົາ ເຮົາ​ຈະ​ບໍ່​ຂັບໄລ່​ໄປ​ຈັກເທື່ອ.</verse>
				<verse number="38">ເພາະວ່າ​ເຮົາ​ໄດ້​ລົງ​ມາ​ຈາກ​ສະຫວັນ​ບໍ່​ແມ່ນ​ເພື່ອ​ເຮັດ​ຕາມໃຈ​ຂອງ​ເຮົາ​ເອງ ແຕ່​ເພື່ອ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ.</verse>
				<verse number="39">ແລະ ນີ້​ແມ່ນ​ຄວາມ​ປະສົງ​ຂອງ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ​ຄື ບໍ່​ໃຫ້​ເຮົາ​ສູນເສຍ​ຄົນ​ທັງປວງ​ທີ່​ພຣະອົງ​ມອບ​ໃຫ້​ແກ່​ເຮົາ​ແມ່ນແຕ່​ຄົນດຽວ ແຕ່​ຈະ​ໃຫ້​ພວກເຂົາ​ເປັນຄືນມາ​ໃນ​ວັນ​ສຸດທ້າຍ.</verse>
				<verse number="40">ເພາະ​ພຣະບິດາເຈົ້າ​ຂອງ​ເຮົາ​ປະສົງ​ໃຫ້​ທຸກຄົນ​ທີ່​ແນມເບິ່ງ​ພຣະບຸດ ແລະ ເຊື່ອ​ໃນ​ພຣະອົງ​ຈະ​ມີ​ຊີວິດ​ນິລັນດອນ ແລະ ເຮົາ​ຈະ​ໃຫ້​ພວກເຂົາ​ເປັນຄືນມາ​ໃນ​ວັນ​ສຸດທ້າຍ”.</verse>
				<verse number="41">ແລ້ວ​ພວກ​ຢິວ​ຈຶ່ງ​ເລີ່ມ​ພາກັນ​ຈົ່ມ​ກ່ຽວກັບ​ພຣະອົງ​ເພາະ​ພຣະອົງ​ກ່າວ​ວ່າ, “ເຮົາ​ເປັນ​ອາຫານ​ທີ່​ລົງ​ມາ​ຈາກ​ສະຫວັນ”.</verse>
				<verse number="42">ພວກເຂົາ​ເວົ້າ​ວ່າ, “ຜູ້​ນີ້​ແມ່ນ​ເຢຊູ​ລູກຊາຍ​ຂອງ​ໂຢເຊັບ​ບໍ່​ແມ່ນ​ບໍ? ພວກເຮົາ​ກໍ​ຮູ້ຈັກ​ພໍ່​ແມ່​ຂອງ​ລາວ, ດ້ວຍເຫດໃດ ລາວ​ຈຶ່ງ​ເວົ້າ​ວ່າ ‘ເຮົາ​ລົງ​ມາ​ຈາກ​ສະຫວັນ’?”</verse>
				<verse number="43">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ພາກັນ​ເຊົາ​ຈົ່ມ​ສາ.</verse>
				<verse number="44">ບໍ່​ມີ​ຜູ້ໃດ​ມາ​ຫາ​ເຮົາ​ໄດ້​ນອກຈາກ​ພຣະບິດາເຈົ້າ​ຜູ້​ໃຊ້​ເຮົາ​ມາ​ນັ້ນ​ຊັກນໍາ​ພວກເຂົາ ແລະ ເຮົາ​ຈະ​ໃຫ້​ພວກເຂົາ​ເປັນຄືນມາ​ໃນ​ວັນ​ສຸດທ້າຍ.</verse>
				<verse number="45">ມີ​ຄຳ​ຂຽນ​ໄວ້​ໃນ​ໜັງສື​ຜູ້ທຳນວາຍ​ວ່າ: ‘ພວກເຂົາ​ທັງຫລາຍ​ຈະ​ໄດ້​ຮັບ​ການສອນ​ຈາກ​ພຣະເຈົ້າ’. ທຸກຄົນ​ທີ່​ໄດ້​ຍິນ​ພຣະບິດາເຈົ້າ ແລະ ຮຽນຮູ້​ຈາກ​ພຣະອົງ​ກໍ​ມາ​ຫາ​ເຮົາ.</verse>
				<verse number="46">ບໍ່​ມີ​ຜູ້ໃດ​ໄດ້​ເຫັນ​ພຣະບິດາເຈົ້າ​ນອກຈາກ​ຜູ້​ທີ່​ມາ​ຈາກ​ພຣະເຈົ້າ​ເທົ່ານັ້ນ​ທີ່​ໄດ້​ເຫັນ​ພຣະບິດາເຈົ້າ.</verse>
				<verse number="47">ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຜູ້​ທີ່​ເຊື່ອ​ໃນ​ເຮົາ​ກໍ​ມີ​ຊີວິດ​ນິລັນດອນ.</verse>
				<verse number="48">ເຮົາ​ເປັນ​ອາຫານ​ແຫ່ງ​ຊີວິດ.</verse>
				<verse number="49">ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ກິນ​ມານາ​ໃນ​ຖິ່ນແຫ້ງແລ້ງກັນດານ ເຖິງປານນັ້ນ​ພວກເຂົາ​ກໍ​ຕາຍ,</verse>
				<verse number="50">ແຕ່​ນີ້​ຄື​ອາຫານ​ທີ່​ລົງ​ມາ​ຈາກ​ສະຫວັນ ເຊິ່ງ​ຄົນໃດ​ໄດ້​ກິນ​ແລ້ວ​ຈະ​ບໍ່​ຕາຍ.</verse>
				<verse number="51">ເຮົາ​ເປັນ​ອາຫານ ເຊິ່ງ​ໃຫ້​ຊີວິດ​ທີ່​ລົງ​ມາ​ຈາກ​ສະຫວັນ. ຜູ້ໃດ​ກໍ​ຕາມ​ໄດ້​ກິນ​ອາຫານ​ນີ້​ຈະ​ມີ​ຊີວິດ​ຢູ່​ຕະຫລອດໄປ. ອາຫານ​ນີ້​ແມ່ນ​ເນື້ອກາຍ​ຂອງ​ເຮົາ ເຊິ່ງ​ເຮົາ​ຈະ​ໃຫ້​ເພື່ອ​ໂລກ​ນີ້​ຈະ​ໄດ້​ມີ​ຊີວິດ”.</verse>
				<verse number="52">ແລ້ວ​ພວກ​ຢິວ​ຈຶ່ງ​ເລີ່ມ​ຜິດຖຽງ​ກັນ​ຢ່າງ​ຮຸນແຮງ​ວ່າ, “ຊາຍ​ຜູ້​ນີ້​ຈະ​ເອົາ​ເນື້ອ​ກາຍ​ຂອງ​ຕົນ​ໃຫ້​ພວກເຮົາ​ກິນ​ໄດ້​ຢ່າງໃດ?”</verse>
				<verse number="53">ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພວກເຈົ້າ​ບໍ່​ກິນ​ເນື້ອກາຍ​ຂອງ​ບຸດມະນຸດ ແລະ ດື່ມ​ເລືອດ​ຂອງ​ພຣະອົງ, ພວກເຈົ້າ​ກໍ​ຈະ​ບໍ່​ມີ​ຊີວິດ​ຢູ່​ພາຍໃນ​ໂຕ​ຂອງ​ພວກເຈົ້າ.</verse>
				<verse number="54">ຜູ້ໃດ​ກໍ​ຕາມ​ທີ່​ກິນ​ເນື້ອກາຍ ແລະ ດື່ມ​ເລືອດ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ມີ​ຊີວິດ​ນິລັນດອນ ແລະ ເຮົາ​ຈະ​ໃຫ້​ພວກເຂົາ​ເປັນຄືນມາ​ໃນ​ວັນ​ສຸດທ້າຍ.</verse>
				<verse number="55">ເພາະ​ເນື້ອກາຍ​ຂອງ​ເຮົາ​ເປັນ​ອາຫານ​ແທ້ ແລະ ເລືອດ​ຂອງ​ເຮົາ​ກໍ​ເປັນ​ເຄື່ອງດື່ມ​ແທ້.</verse>
				<verse number="56">ຜູ້ໃດ​ກໍ​ຕາມ​ທີ່​ກິນ​ເນື້ອກາຍ ແລະ ດື່ມ​ເລືອດ​ຂອງ​ເຮົາ, ຜູ້​ນັ້ນ​ກໍ​ຢູ່​ໃນ​ເຮົາ ແລະ ເຮົາ​ກໍ​ຢູ່​ໃນ​ພວກເຂົາ.</verse>
				<verse number="57">ພຣະບິດາເຈົ້າ​ຜູ້​ມີ​ຊີວິດ​ຢູ່​ໄດ້​ໃຊ້​ເຮົາ​ມາ ແລະ ເຮົາ​ມີຊີວິດ​ຢູ່​ເພາະ​ພຣະບິດາເຈົ້າ​ສັນໃດ ຜູ້​ທີ່​ກິນ​ເຮົາ​ກໍ​ຈະ​ມີຊີວິດ​ຢູ່​ເພາະ​ເຮົາ​ສັນນັ້ນ.</verse>
				<verse number="58">ນີ້​ຄື​ອາຫານ​ທີ່​ລົງ​ມາ​ຈາກ​ສະຫວັນ. ບັນພະບຸລຸດ​ຂອງ​ພວກເຈົ້າ​ກິນ​ມານາ ແລະ ຕາຍ​ໄປ, ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ກິນ​ອາຫານ​ນີ້​ຈະ​ມີຊີວິດ​ຢູ່​ຕະຫລອດໄປ”.</verse>
				<verse number="59">ພຣະອົງ​ໄດ້​ກ່າວ​ສິ່ງ​ເຫລົ່ານີ້​ຂະນະ​ທີ່​ສັ່ງສອນ​ຢູ່​ໃນ​ທຳມະສາລາ​ໃນ​ເມືອງ​ກາເປນາອູມ.</verse>
				<verse number="60">ເມື່ອ​ໄດ້​ຍິນ​ດັ່ງນັ້ນ ສາວົກ​ຂອງ​ພຣະອົງ​ຫລາຍ​ຄົນ​ຈຶ່ງ​ເວົ້າ​ວ່າ, “ຄຳສອນ​ນີ້​ຍາກ​ແທ້. ຜູ້ໃດ​ຈະ​ຮັບ​ໄດ້?”</verse>
				<verse number="61">ພຣະອົງ​ຮູ້​ວ່າ​ພວກສາວົກ​ຂອງ​ພຣະອົງ​ກຳລັງ​ຈົ່ມ​ເຖິງ​ເລື່ອງ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເລື່ອງ​ນີ້​ເຮັດໃຫ້​ພວກເຈົ້າ​ເຄືອງໃຈ​ບໍ?</verse>
				<verse number="62">ຖ້າ​ພວກເຈົ້າ​ເຫັນ​ບຸດມະນຸດ​ຂຶ້ນ​ເມືອ​ຍັງ​ບ່ອນ​ທີ່​ພຣະອົງ​ເຄີຍ​ຢູ່​ແຕ່ກ່ອນ​ນັ້ນ​ພວກເຈົ້າ​ຈະ​ວ່າ​ຢ່າງໃດ!</verse>
				<verse number="63">ພຣະວິນຍານ​ໃຫ້​ຊີວິດ ເນື້ອໜັງ​ບໍ່​ສຳຄັນ​ຫຍັງ​ເລີຍ. ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ນັ້ນ​ແມ່ນ​ເຕັມ​ໄປ​ດ້ວຍ​ວິນຍານ ແລະ ຊີວິດ,</verse>
				<verse number="64">ເຖິງປານນັ້ນ​ກໍ​ຍັງ​ມີ​ບາງຄົນ​ໃນ​ພວກເຈົ້າ​ຍັງ​ບໍ່​ເຊື່ອ”. ເພາະ​ພຣະເຢຊູເຈົ້າ​ຮູ້​ຕັ້ງ​ແຕ່​ທຳອິດ​ວ່າ​ຄົນໃດ​ໃນ​ພວກເພິ່ນ​ທີ່​ບໍ່​ເຊື່ອ ແລະ ແມ່ນ​ຄົນ​ໃດ​ທີ່​ຈະ​ທໍລະຍົດ​ພຣະອົງ.</verse>
				<verse number="65">ພຣະອົງ​ກ່າວ​ຕໍ່​ໄປ​ວ່າ, “ດ້ວຍເຫດນີ້ ເຮົາ​ຈຶ່ງ​ໄດ້​ບອກ​ພວກເຈົ້າ​ວ່າ​ບໍ່​ມີ​ຜູ້ໃດ​ມາ​ຫາ​ເຮົາ​ໄດ້ ນອກຈາກ​ພຣະບິດາເຈົ້າ​ຈະ​ໃຫ້​ຜູ້​ນັ້ນ​ມາ”.</verse>
				<verse number="66">ຈາກ​ເວລາ​ນັ້ນ​ມາ ສາວົກ​ຂອງ​ພຣະອົງ​ຫລາຍ​ຄົນ​ກໍ​ຫັນ​ຫລັງ​ກັບ ແລະ ເຊົາ​ຕິດຕາມ​ພຣະອົງ.</verse>
				<verse number="67">ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ພວກສາວົກ​ສິບສອງ​ຄົນ​ວ່າ, “ພວກເຈົ້າ​ເດ ຢາກ​ຖອຍໜີ​ໄປ​ເໝືອນກັນ​ບໍ?”</verse>
				<verse number="68">ຝ່າຍ​ຊີໂມນ​ເປໂຕ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ ພວກຂ້ານ້ອຍ​ຈະ​ໄປ​ຫາ​ຜູ້ໃດ? ພຣະອົງ​ມີ​ຖ້ອຍຄຳ​ແຫ່ງ​ຊີວິດ​ນິລັນດອນ.</verse>
				<verse number="69">ພວກຂ້ານ້ອຍ​ເຊື່ອ ແລະ ຮູ້​ແລ້ວ​ວ່າ​ພຣະອົງ​ເປັນ​ອົງ​ບໍລິສຸດ​ຂອງ​ພຣະເຈົ້າ”.</verse>
				<verse number="70">ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ວ່າ, “ເຮົາ​ໄດ້​ເລືອກ​ພວກເຈົ້າ​ທັງ​ສິບສອງ​ຄົນ​ໄວ້​ບໍ່​ແມ່ນ​ບໍ? ເຖິງປານນັ້ນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ກໍ​ເປັນ​ມານຮ້າຍ!”</verse>
				<verse number="71">(ພຣະອົງ​ໝາຍ​ເຖິງ​ຢູດາ​ຜູ້​ເປັນ​ລູກຊາຍ​ຂອງ​ຊີໂມນ​ອິດສະກາຣິອົດ, ເຖິງ​ແມ່ນ​ຢູດາ​ເປັນ​ໜຶ່ງ​ໃນ​ສາວົກ​ສິບສອງ​ຄົນ ແຕ່​ຕໍ່ມາ​ລາວ​ກໍ​ທໍລະຍົດ​ພຣະອົງ.)</verse>
			</chapter>
			<chapter number="7">
				<verse number="1">ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ໄປ​ທົ່ວ​ແຂວງ​ຄາລີເລ. ແຕ່​ພຣະອົງ​ບໍ່​ຢາກ​ໄປ​ແຂວງ​ຢູດາຍ ເພາະ​ພວກຜູ້ນຳ​ຊາວຢິວ​ຢູ່​ທີ່​ນັ້ນ​ກຳລັງ​ຊອກຫາ​ວິທີ​ທີ່​ຈະ​ຂ້າ​ພຣະອົງ.</verse>
				<verse number="2">ແຕ່​ເມື່ອ​ໃກ້​ຈະ​ເຖິງ​ເທດສະການ​ປຸກຕູບຢູ່​ຂອງ​ຊາວຢິວ​ແລ້ວ,</verse>
				<verse number="3">ບັນດາ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ຈົ່ງ​ອອກ​ຈາກ​ຄາລີເລ ແລະ ໄປ​ຍັງ​ແຂວງ​ຢູດາຍ, ເພື່ອ​ວ່າ​ພວກສາວົກ​ຂອງ​ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ.</verse>
				<verse number="4">ບໍ່​ມີ​ຜູ້ໃດ​ຢາກ​ເປັນ​ທີ່​ຮູ້ຈັກ​ຂອງ​ສາທາລະນະ​ແລ້ວ​ຍັງ​ເຮັດ​ໃນ​ທີ່​ລັບ. ໃນ​ເມື່ອ​ເຈົ້າ​ກຳລັງ​ເຮັດ​ສິ່ງ​ເຫລົ່ານີ້ ກໍ​ຈົ່ງ​ສະແດງ​ຕົນເອງ​ຕໍ​ໂລກ”.</verse>
				<verse number="5">ເພາະວ່າ​ແມ່ນແຕ່​ບັນດາ​ນ້ອງຊາຍ​ຂອງ​ພຣະອົງ​ເອງ​ກໍ​ບໍ່​ເຊື່ອ​ໃນ​ພຣະອົງ.</verse>
				<verse number="6">ເຫດສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ບອກ​ພວກເຂົາ​ວ່າ, “ເວລາ​ຂອງ​ເຮົາ​ຍັງ​ບໍ່​ມາ​ເຖິງ ສຳລັບ​ພວກເຈົ້າ​ແລ້ວ​ເວລາ​ໃດ​ກໍ​ເໝາະສົມ.</verse>
				<verse number="7">ໂລກ​ບໍ່​ສາມາດ​ກຽດຊັງ​ພວກເຈົ້າ ແຕ່​ໂລກ​ກຽດຊັງ​ເຮົາ​ເພາະ​ເຮົາ​ເປັນ​ພະຍານ​ວ່າ​ກິດຈະການ​ຂອງ​ໂລກ​ນັ້ນ​ຊົ່ວຮ້າຍ.</verse>
				<verse number="8">ພວກເຈົ້າ​ໄປ​ຮ່ວມ​ເທດສະການ​ນັ້ນ​ສາ. ຝ່າຍ​ເຮົາ​ບໍ່ ​ໄປ​ເທດສະການ​ນັ້ນ, ເພາະ​ເວລາ​ທີ່​ເໝາະສົມ​ສຳລັບ​ເຮົາ​ຍັງ​ບໍ່​ທັນ​ມາເຖິງ”.</verse>
				<verse number="9">ຫລັງຈາກ​ພຣະອົງ​ກ່າວ​ດັ່ງນີ້​ແລ້ວ ພຣະອົງ​ໄດ້​ພັກ​ຢູ່​ທີ່​ແຂວງ​ຄາລີເລ.</verse>
				<verse number="10">ເຖິງຢ່າງໃດກໍຕາມ, ຫລັງຈາກ​ທີ່​ພວກ​ນ້ອງຊາຍ​ຂອງ​ພຣະອົງ​ໄປ​ງານ​ເທດສະການ​ແລ້ວ, ພຣະອົງ​ກໍ​ໄປ​ເໝືອນກັນ, ບໍ່​ໄດ້​ເປີດເຜີຍ ແຕ່​ໄປ​ຢ່າງ​ລັບໆ.</verse>
				<verse number="11">ບັດນີ້ ຢູ່​ທີ່​ງານ​ເທດສະການ​ພວກຜູ້ນຳ​ຊາວຢິວ​ໄດ້​ແນມ​ຫາ​ພຣະອົງ ແລະ ຖາມ​ວ່າ, “ຄົນ​ນັ້ນ​ຢູ່ໃສ?”</verse>
				<verse number="12">ຢູ່​ທ່າມກາງ​ປະຊາຊົນ​ນັ້ນ​ຕ່າງ​ກໍ​ມີ​ສຽງກະຊິບ​ກ່ຽວກັບ​ພຣະອົງ​ກະຈາຍ​ໄປ. ບາງຄົນ​ກໍ​ເວົ້າ​ວ່າ, “ລາວ​ເປັນ​ຄົນ​ດີ”. ສ່ວນ​ຄົນ​ອື່ນ​ກໍ​ເວົ້າ​ວ່າ, “ບໍ່​ແມ່ນ, ລາວ​ຫລອກລວງ​ປະຊາຊົນ”.</verse>
				<verse number="13">ແຕ່​ບໍ່​ມີ​ຜູ້ໃດ​ກ້າ​ເວົ້າ​ເຖິງ​ເລື່ອງ​ຂອງ​ພຣະອົງ​ຢ່າງ​ເປີດເຜີຍ​ເພາະ​ຢ້ານ​ພວກຜູ້ນຳ.</verse>
				<verse number="14">ເມື່ອ​ເທດສະການ​ດຳເນີນ​ໄປ​ໄດ້​ເຄິ່ງໜຶ່ງ​ແລ້ວ ພຣະເຢຊູເຈົ້າ​ກໍ​ໄດ້​ເຂົ້າ​ໄປ​ທີ່​ເດີ່ນ​ວິຫານ ແລະ ເລີ່ມຕົ້ນ​ສັ່ງສອນ.</verse>
				<verse number="15">ພວກ​ຢິວ​ຢູ່​ທີ່​ນັ້ນ​ກໍ​ປະຫລາດໃຈ ແລະ ໄດ້​ຖາມ​ວ່າ, “ຄົນ​ນີ້​ໄດ້​ຄວາມຮູ້​ຢ່າງ​ນີ້​ມາ​ໄດ້​ແນວໃດ ໃນ​ເມື່ອ​ລາວ​ບໍ່​ໄດ້​ຮຽນ​ມາ?”</verse>
				<verse number="16">ພຣະເຢຊູເຈົ້າ​ຕອບ​ວ່າ, “ຄຳສອນ​ຂອງ​ເຮົາ​ບໍ່​ແມ່ນ​ຂອງ​ເຮົາ​ເອງ ແຕ່​ຄຳສອນ​ນັ້ນ​ມາ​ຈາກ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ.</verse>
				<verse number="17">ຖ້າ​ຜູ້ໃດ​ເລືອກ​ທີ່​ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ຜູ້​ນັ້ນ​ກໍ​ຈະ​ຮູ້​ວ່າ​ຄຳສອນ​ຂອງ​ເຮົາ​ມາ​ຈາກ​ພຣະເຈົ້າ ຫລື ວ່າ​ເຮົາ​ເວົ້າ​ເອົາ​ເອງ.</verse>
				<verse number="18">ຜູ້ໃດ​ກໍ​ຕາມ​ທີ່​ເວົ້າ​ເອົາ​ເອງ​ກໍ​ເວົ້າ​ເພື່ອ​ຫາ​ກຽດ​ໃສ່​ຕົນເອງ ແຕ່​ຜູ້​ທີ່​ສະແຫວງຫາ​ກຽດ​ຂອງ​ພຣະອົງ​ຜູ້​ໃຊ້​ຕົນ​ມາ​ກໍ​ເປັນ​ຄົນ​ຂອງ​ຄວາມ​ຈິງ; ໃນ​ໂຕ​ຜູ້​ນັ້ນ​ບໍ່​ມີ​ຄວາມຕົວະ​ເລີຍ.</verse>
				<verse number="19">ໂມເຊ​ບໍ່​ໄດ້​ໃຫ້​ກົດບັນຍັດ​ແກ່​ພວກເຈົ້າ​ບໍ? ແຕ່​ບໍ່​ມີ​ຜູ້ໃດ​ໃນ​ພວກເຈົ້າ​ຮັກສາ​ກົດບັນຍັດ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ພະຍາຍາມ​ທີ່​ຈະ​ຂ້າ​ເຮົາ?”</verse>
				<verse number="20">ປະຊາຊົນ​ຕອບ​ວ່າ, “ເຈົ້າ​ມີ​ຜີມານຮ້າຍ​ສິງ​ຢູ່ ແມ່ນ​ຜູ້ໃດ​ພະຍາຍາມ​ທີ່​ຈະ​ຂ້າ​ເຈົ້າ?”</verse>
				<verse number="21">ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ເຮົາ​ໄດ້​ເຮັດການ​ອັດສະຈັນ​ຢ່າງ​ໜຶ່ງ ແລະ ພວກເຈົ້າ​ທັງຫລາຍ​ກໍ​ພາກັນ​ປະຫລາດໃຈ​ແລ້ວ.</verse>
				<verse number="22">ເຖິງປານນັ້ນ ເພາະ​ໂມເຊ​ໄດ້​ໃຫ້​ພວກເຈົ້າ​ຮັບ​ພິທີຕັດ (ເຖິງແມ່ນວ່າ​ແທ້ຈິງ​ແລ້ວ​ການ​ຮັບ​ພິທີຕັດ​ບໍ່​ໄດ້​ມາ​ຈາກ​ໂມເຊ ແຕ່​ມາ​ຈາກ​ບັນພະບຸລຸດ), ພວກເຈົ້າ​ກໍ​ໄດ້​ໃຫ້​ເດັກນ້ອຍ​ຜູ້ຊາຍ​ຮັບ​ພິທີຕັດ​ໃນ​ວັນ​ຊະບາໂຕ.</verse>
				<verse number="23">ບັດນີ້ ຖ້າ​ເດັກນ້ອຍ​ຜູ້ຊາຍ​ຍັງ​ຮັບ​ພິທີຕັດ​ໃນ​ວັນ​ຊະບາໂຕ ເພື່ອ​ບໍ່​ໃຫ້​ກົດບັນຍັດ​ຂອງ​ໂມເຊ​ຖືກ​ລະເມີດ, ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໃຈຮ້າຍ​ໃຫ້​ເຮົາ​ທີ່​ໄດ້​ຮັກສາ​ທົ່ວ​ທັງ​ຮ່າງກາຍ​ຂອງ​ມະນຸດ​ໃນ​ວັນ​ຊະບາໂຕ?</verse>
				<verse number="24">ຈົ່ງ​ຢຸດ​ຕັດສິນ​ຕາມ​ທີ່​ເຫັນ​ພຽງ​ພາຍນອກ ແຕ່​ຈົ່ງ​ຕັດສິນ​ໃຫ້​ຖືກຕ້ອງ​ຕາມ​ຄວາມເປັນຈິງ”.</verse>
				<verse number="25">ເມື່ອ​ເຖິງ​ຕອນ​ນີ້ ຊາວ​ເຢຣູຊາເລັມ​ບາງຄົນ​ເລີ່ມ​ຖາມ​ຂຶ້ນ​ວ່າ, “ບໍ່​ແມ່ນ​ຊາຍ​ຄົນ​ນີ້​ບໍ​ທີ່​ພວກເຂົາ​ພະຍາຍາມ​ທີ່​ຈະ​ຂ້າ?</verse>
				<verse number="26">ລາວ​ຢູ່​ທີ່​ນີ້ ແລະ ກຳລັງ​ເວົ້າ​ຢູ່​ຢ່າງ​ເປີດເຜີຍ ແລະ ພວກເຂົາ​ກໍ​ບໍ່​ໄດ້​ເວົ້າ​ຫຍັງ​ກັບ​ລາວ​ຈັກ​ຄຳ. ພວກ​ຜູ້ມີອຳນາດ​ສະຫລຸບ​ໄດ້​ແນ່ນອນ​ແລ້ວ​ແມ່ນ​ບໍ​ວ່າ​ລາວ​ເປັນ​ພຣະຄຣິດເຈົ້າ?</verse>
				<verse number="27">ແຕ່​ພວກເຮົາ​ຮູ້​ວ່າ​ຊາຍ​ຄົນ​ນີ້​ມາ​ຈາກ​ໃສ ເມື່ອ​ພຣະຄຣິດເຈົ້າ​ມາ​ຈະ​ບໍ່​ມີ​ຜູ້ໃດ​ຮູ້​ວ່າ​ພຣະອົງ​ມາ​ຈາກ​ໃສ”.</verse>
				<verse number="28">ດັ່ງນັ້ນ ຂະນະ​ທີ່​ພຣະເຢຊູເຈົ້າ​ຍັງ​ກຳລັງ​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ, ພຣະອົງ​ຮ້ອງ​ສຽງດັງ​ວ່າ, “ແມ່ນ​ແລ້ວ, ພວກເຈົ້າ​ຮູ້ຈັກ​ເຮົາ ແລະ ພວກເຈົ້າ​ຮູ້​ວ່າ​ເຮົາ​ມາ​ຈາກ​ໃສ. ເຮົາ​ບໍ່​ໄດ້​ມາ​ດ້ວຍ​ສິດອຳນາດ​ຂອງ​ເຮົາ​ເອງ, ແຕ່​ພຣະອົງ​ຜູ້​ໄດ້​ໃຊ້​ເຮົາ​ມາ​ນັ້ນ​ເປັນ​ຄວາມ​ຈິງ. ພວກເຈົ້າ​ບໍ່​ຮູ້ຈັກ​ພຣະອົງ,</verse>
				<verse number="29">ແຕ່​ເຮົາ​ຮູ້ຈັກ​ພຣະອົງ​ເພາະ​ເຮົາ​ມາ​ຈາກ​ພຣະອົງ ແລະ ພຣະອົງ​ໄດ້​ໃຊ້​ເຮົາ​ມາ”.</verse>
				<verse number="30">ເມື່ອ​ໄດ້​ຟັງ​ດັ່ງນັ້ນ​ແລ້ວ ພວກເຂົາ​ກໍ​ພະຍາຍາມ​ທີ່​ຈະ​ຈັບ​ພຣະອົງ, ແຕ່​ບໍ່​ມີ​ຜູ້ໃດ​ລົງ​ມື​ຈັບ​ພຣະອົງ ເພາະ​ຍັງ​ບໍ່​ເຖິງ​ກຳນົດ​ເວລາ​ຂອງ​ພຣະອົງ.</verse>
				<verse number="31">ແຕ່​ປະຊາຊົນ​ຫລາຍ​ຄົນ​ກໍ​ຍັງ​ເຊື່ອ​ໃນ​ພຣະອົງ​ຢູ່. ພວກເຂົາ​ເວົ້າ​ວ່າ, “ເມື່ອ​ພຣະຄຣິດເຈົ້າ​ມາ, ພຣະອົງ​ຈະ​ສະແດງ​ໝາຍສຳຄັນ​ຫລວງຫລາຍ​ກວ່າ​ຜູ້​ນີ້​ບໍ?”</verse>
				<verse number="32">ພວກ​ຟາຣີຊາຍ​ໄດ້​ຍິນ​ປະຊາຊົນ​ຊິ່ມ​ກັນ​ເລື່ອງ​ພຣະອົງ​ຢ່າງ​ນັ້ນ. ດັ່ງນັ້ນ ພວກ​ຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ຈຶ່ງ​ສົ່ງ​ຄົນຍາມ​ວິຫານ​ໄປ​ຈັບ​ພຣະອົງ.</verse>
				<verse number="33">ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ພຽງ​ໄລຍະ​ເວລາ​ສັ້ນ, ແລ້ວ​ເຮົາ​ຈະ​ໄປ​ຫາ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ.</verse>
				<verse number="34">ພວກເຈົ້າ​ຈະ​ຊອກຫາ​ເຮົາ ແຕ່​ພວກເຈົ້າ​ຈະ​ບໍ່​ພົບ​ເຮົາ ແລະ ບ່ອນ​ທີ່​ເຮົາ​ຢູ່​ນັ້ນ, ພວກເຈົ້າ​ບໍ່​ສາມາດ​ໄປ​ໄດ້”.</verse>
				<verse number="35">ພວກ​ຢິວ​ຈຶ່ງ​ເວົ້າ​ຕໍ່​ກັນ​ວ່າ, “ຊາຍ​ຜູ້​ນີ້​ຕັ້ງ​ໃຈ​ຈະ​ໄປ​ໃສ​ທີ່​ພວກເຮົາ​ບໍ່​ສາມາດ​ຊອກຫາ​ລາວ? ລາວ​ຈະ​ໄປ​ຫາ​ຄົນ​ຂອງ​ພວກເຮົາ​ທີ່​ກະແຈກກະຈາຍ​ຢູ່​ທ່າມກາງ​ພວກກຣີກ ແລະ ໄປ​ສອນ​ພວກ​ກຣີກ​ນັ້ນ​ບໍ?</verse>
				<verse number="36">ລາວ​ໝາຍຄວາມ​ວ່າ​ຢ່າງໃດ​ເມື່ອ​ລາວ​ເວົ້າ​ວ່າ, ‘ພວກເຈົ້າ​ຈະ​ຊອກຫາ​ເຮົາ​ແຕ່​ບໍ່​ພົບ​ເຮົາ’ ແລະ ‘ບ່ອນ​ທີ່​ເຮົາ​ຢູ່​ນັ້ນ, ພວກເຈົ້າ​ບໍ່​ສາມາດ​ໄປ​ໄດ້’?”</verse>
				<verse number="37">ໃນ​ວັນ​ສຸດທ້າຍ ແລະ ເປັນ​ວັນ​ສຳຄັນ​ທີ່ສຸດ​ຂອງ​ເທດສະການ, ພຣະເຢຊູເຈົ້າ​ໄດ້​ຢືນ​ຂຶ້ນ ແລະ ກ່າວ​ດ້ວຍ​ສຽງດັງ​ວ່າ, “ຖ້າ​ຜູ້ໃດ​ຫິວນ້ຳ​ໃຫ້​ມາ​ຫາ​ເຮົາ ແລະ ດື່ມ.</verse>
				<verse number="38">ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ ແມ່ນ້ຳ​ແຫ່ງ​ຊີວິດ​ຈະ​ໄຫລ​ອອກ​ມາ​ຈາກ​ພາຍໃນ​ພວກເຂົາ”.</verse>
				<verse number="39">ສິ່ງ​ທີ່​ພຣະອົງ​ກ່າວ​ນັ້ນ​ພຣະອົງ​ໝາຍເຖິງ​ພຣະວິນຍານ ເຊິ່ງ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ​ຕາມ​ພາຍຫລັງ. ໃນ​ເວລາ​ນັ້ນ​ຍັງ​ບໍ່​ທັນ​ໄດ້​ໃຫ້​ພຣະວິນຍານ​ເທື່ອ, ເນື່ອງຈາກ​ພຣະເຢຊູເຈົ້າ​ຍັງ​ບໍ່​ໄດ້​ຮັບ​ສະຫງ່າລາສີ.</verse>
				<verse number="40">ເມື່ອ​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະອົງ​ແລ້ວ ປະຊາຊົນ​ບາງຄົນ​ກໍ​ເວົ້າ​ວ່າ, “ຊາຍ​ຜູ້ນີ້​ເປັນ​ຜູ້ທຳນວາຍ​ຢ່າງ​ແນ່ນອນ”.</verse>
				<verse number="41">ຄົນ​ອື່ນໆ​ກໍ​ເວົ້າ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ພຣະຄຣິດເຈົ້າ”. ແຕ່​ຍັງ​ມີ​ຄົນ​ອື່ນ​ອີກ​ຖາມ​ວ່າ, “ພຣະຄຣິດເຈົ້າ​ຈະ​ມາ​ຈາກ​ຄາລີເລ​ໄດ້​ຢ່າງໃດ?</verse>
				<verse number="42">ພຣະຄຳພີ​ບອກ​ໄວ້​ບໍ່​ແມ່ນ​ບໍ​ວ່າ​ພຣະຄຣິດເຈົ້າ​ຈະ​ມາ​ຈາກ​ເຊື້ອສາຍ ​ຂອງ​ດາວິດ ແລະ ຈາກ​ເບັດເລເຮັມ ເມືອງ​ທີ່​ດາວິດ​ຢູ່?”</verse>
				<verse number="43">ດ້ວຍເຫດນີ້ ປະຊາຊົນ​ຈຶ່ງ​ມີ​ຄວາມເຫັນ​ແຕກແຍກ​ກັນ​ໃນ​ເລື່ອງ​ຂອງ​ພຣະເຢຊູເຈົ້າ.</verse>
				<verse number="44">ບາງຄົນ​ຕ້ອງການ​ທີ່​ຈະ​ຈັບ​ພຣະອົງ ແຕ່​ບໍ່​ມີ​ຜູ້ໃດ​ລົງ​ມື​ຈັບ​ພຣະອົງ.</verse>
				<verse number="45">ໃນ​ທີ່ສຸດ​ພວກຄົນຍາມ​ວິຫານ​ຈຶ່ງ​ກັບ​ໄປ​ຫາ​ພວກ​ຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ, ຄົນ​ເຫລົ່ານັ້ນ​ໄດ້​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ບໍ່​ຈັບ​ລາວ​ມາ?”</verse>
				<verse number="46">ພວກຄົນຍາມ​ຕອບ​ວ່າ, “ບໍ່​ເຄີຍ​ມີ​ຜູ້ໃດ​ເວົ້າ​ເໝືອນ​ຊາຍ​ຜູ້​ນີ້​ເວົ້າ”.</verse>
				<verse number="47">ພວກ​ຟາຣີຊາຍ​ເວົ້າ​ຕອບ​ຄືນ​ວ່າ, “ພວກເຈົ້າ​ໝາຍຄວາມ​ວ່າ​ລາວ​ໄດ້​ຫລອກລວງ​ພວກເຈົ້າ​ເໝືອນກັນ​ບໍ?</verse>
				<verse number="48">ມີ​ພວກ​ຜູ້ນຳ ຫລື ພວກ​ຟາຣີຊາຍ​ຄົນ​ໃດ​ແດ່​ທີ່​ໄດ້​ເຊື່ອ​ໃນ​ລາວ?</verse>
				<verse number="49">ບໍ່​ມີ! ຄົນ​ກຸ່ມ​ນີ້​ບໍ່​ຮູ້​ສິ່ງ​ໃດ​ກ່ຽວກັບ​ກົດບັນຍັດ​ເລີຍ ພວກເຂົາ​ຖືກ​ສາບແຊ່ງ​ຢູ່​ແລ້ວ”.</verse>
				<verse number="50">ນີໂກເດມ ຜູ້​ທີ່​ໄດ້​ມາ​ຫາ​ພຣະເຢຊູເຈົ້າ​ກ່ອນ​ໜ້າ​ນີ້ ແລະ ເປັນ​ຄົນ​ໜຶ່ງ​ໃນ​ຈໍານວນ​ພວກເຂົາ​ໄດ້​ຖາມ​ວ່າ,</verse>
				<verse number="51">“ກົດໝາຍ​ຂອງ​ພວກເຮົາ​ຈະ​ຕັດສິນ​ລົງໂທດ​ຜູ້ໃດ​ໂດຍ​ບໍ່​ຟັງ​ລາວ​ກ່ອນ​ວ່າ​ລາວ​ໄດ້​ເຮັດ​ຫຍັງ​ມາ​ບໍ?”</verse>
				<verse number="52">ພວກເຂົາ​ຕອບ​ວ່າ, “ເຈົ້າ​ກໍ​ມາ​ຈາກ​ຄາລີເລ​ເໝືອນກັນ​ບໍ? ຈົ່ງ​ໄປ​ຄົ້ນ​ເບິ່ງ​ໃນ​ພຣະຄຳພີ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ຜູ້ທຳນວາຍ ​ບໍ່​ໄດ້​ມາ​ຈາກ​ຄາລີເລ”. ———————————————————— [ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ໃນ​ຍຸກທຳອິດ ແລະ ທີ່​ໜ້າ​ເຊື່ອຖື​ທີ່ສຸດ​ຫລາຍ​ສະບັບ ຕະຫລອດ​ຈົນ​ຫລັກຖານ​ອື່ນໆ​ບໍ່​ມີ ໂຢຮັນ 7:53–8:11.]</verse>
				<verse number="53">ແລ້ວ​ທຸກຄົນ​ຕ່າງ​ກໍ​ກັບ​ຄືນ​ເມືອ​ເຮືອນ​ຂອງ​ຕົນ.</verse>
			</chapter>
			<chapter number="8">
				<verse number="1">ແຕ່​ພຣະເຢຊູເຈົ້າ​ໄດ້​ໄປ​ຍັງ​ພູເຂົາ​ໝາກກອກ.</verse>
				<verse number="2">ພໍ​ຮຸ່ງເຊົ້າ​ພຣະອົງ​ກໍ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ​ອີກ, ບ່ອນ​ທີ່​ຄົນ​ທັງຫລາຍ​ໄດ້​ມາ​ເຕົ້າໂຮມກັນ​ຢູ່​ອ້ອມ​ພຣະອົງ ແລະ ພຣະອົງ​ນັ່ງລົງ​ເພື່ອ​ສັ່ງສອນ​ພວກເຂົາ.</verse>
				<verse number="3">ພວກ​ຄູສອນກົດບັນຍັດ ແລະ ພວກ​ຟາຣີຊາຍ​ໄດ້​ນຳເອົາ​ຍິງ​ຄົນ​ໜຶ່ງ​ທີ່​ຖືກ​ຈັບ​ໃນ​ຖານ​ຫລິ້ນຊູ້​ມາ. ພວກເຂົາ​ໄດ້​ໃຫ້​ນາງ​ຢືນ​ຢູ່​ຕໍ່ໜ້າ​ຄົນ​ກຸ່ມ​ນັ້ນ</verse>
				<verse number="4">ແລ້ວ​ກ່າວ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ອາຈານ​ເອີຍ, ຍິງ​ຜູ້​ນີ້​ຖືກ​ຈັບ​ໃນ​ເວລາ​ທີ່​ກຳລັງ​ຫລິ້ນຊູ້​ຢູ່.</verse>
				<verse number="5">ໃນ​ໜັງສື​ກົດບັນຍັດ​ຂອງ​ໂມເຊ​ໄດ້​ສັ່ງ​ໃຫ້​ພວກເຮົາ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ແມ່ຍິງ​ທີ່​ເຮັດ​ຢ່າງ​ນີ້. ສ່ວນ​ທ່ານ​ຈະ​ວ່າ​ຢ່າງໃດ?”</verse>
				<verse number="6">ພວກເຂົາ​ໃຊ້​ຄຳຖາມ​ນີ້​ເປັນ​ບ້ວງແຮ້ວ​ເພື່ອ​ຊອກຫາ​ເຫດ​ກ່າວຫາ​ພຣະອົງ. ແຕ່​ພຣະເຢຊູເຈົ້າ​ກົ້ມລົງ ແລະ ໃຊ້​ນິ້ວມື​ຂຽນ​ລົງ​ທີ່​ພື້ນດິນ.</verse>
				<verse number="7">ເມື່ອ​ພວກເຂົາ​ຍັງ​ຖາມ​ບໍ່​ຢຸດ ພຣະອົງ​ຈຶ່ງ​ຢືດ​ໂຕ​ຂຶ້ນ​ແລ້ວ​ກ່າວ​ກັບ​ພວກເຂົາ​ວ່າ, “ຜູ້ໃດ​ໃນ​ພວກເຈົ້າ​ທີ່​ບໍ່ມີບາບ​ໃຫ້​ຜູ້​ນັ້ນ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ນາງ​ເປັນ​ຄົນ​ທຳອິດ”.</verse>
				<verse number="8">ແລ້ວ​ພຣະອົງ​ກໍ​ກົ້ມລົງ​ຂຽນ​ໃສ່​ພື້ນດິນ​ອີກ.</verse>
				<verse number="9">ໃນ​ເວລາ​ນັ້ນ, ບັນດາ​ຄົນ​ທີ່​ໄດ້​ຍິນ​ກໍ​ເລີ່ມ​ໜີ​ອອກໄປ​ເທື່ອ​ລະ​ຄົນ ເລີ່ມ​ຈາກ​ຜູ້ເຖົ້າ​ກ່ອນ​ຈົນ​ເຫລືອ​ແຕ່​ພຣະເຢຊູເຈົ້າ​ກັບ​ຍິງ​ຄົນ​ນັ້ນ​ທີ່​ຍັງ​ຢືນ​ຢູ່​ທີ່​ນັ້ນ.</verse>
				<verse number="10">ພຣະເຢຊູເຈົ້າ​ຈຶ່ງ​ຢືດ​ໂຕ​ຂຶ້ນ ແລະ ຖາມ​ວ່າ, “ນາງ​ເອີຍ, ພວກເຂົາ​ໄປ​ໃສ​ໝົດ? ບໍ່​ມີ​ຜູ້ໃດ​ລົງໂທດ​ເຈົ້າ​ບໍ?”</verse>
				<verse number="11">ນາງ​ຕອບ​ວ່າ, “ນາຍ​ເອີຍ, ບໍ່​ມີ​ຜູ້ໃດ”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ກໍ​ບໍ່​ຕັດສິນລົງໂທດ​ເຈົ້າ​ເໝືອນກັນ. ບັດນີ້ ຈົ່ງ​ໄປ​ສາ ແລະ ຈົ່ງ​ລະ​ຖິ້ມ​ວິຖີ​ຊີວິດ​ບາບ​ຂອງ​ເຈົ້າ”. ————————————————————</verse>
				<verse number="12">ເມື່ອ​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ປະຊາຊົນ​ອີກ, ພຣະອົງ​ກ່າວ​ວ່າ, “ເຮົາ​ນີ້​ແຫລະ ເປັນ​ຄວາມສະຫວ່າງ​ຂອງ​ໂລກ. ຜູ້ໃດ​ກໍ​ຕາມ​ທີ່​ຕາມ​ເຮົາ​ມາ​ຈະ​ບໍ່​ເດີນ​ໃນ​ຄວາມມືດ, ແຕ່​ຈະ​ມີ​ຄວາມສະຫວ່າງ​ແຫ່ງ​ຊີວິດ”.</verse>
				<verse number="13">ພວກ​ຟາຣີຊາຍ​ຈຶ່ງ​ທ້າທາຍ​ພຣະອົງ​ວ່າ, “ເບິ່ງແມ! ທ່ານ​ເປັນ​ພະຍານ​ໃຫ້​ແກ່​ຕົນເອງ ຄຳພະຍານ​ຂອງ​ທ່ານ​ກໍ​ເຊື່ອຖື​ບໍ່​ໄດ້”.</verse>
				<verse number="14">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຖິງ​ແມ່ນ​ເຮົາ​ເປັນ​ພະຍານ​ໃຫ້​ຕົນເອງ, ຄຳພະຍານ​ຂອງ​ເຮົາ​ກໍ​ຖືກຕ້ອງ ເພາະ​ເຮົາ​ຮູ້​ວ່າ​ເຮົາ​ມາ​ແຕ່​ໃສ ແລະ ຈະ​ໄປ​ໃສ. ແຕ່​ພວກເຈົ້າ​ບໍ່​ຮູ້​ເລີຍ​ວ່າ​ເຮົາ​ມາ​ແຕ່​ໃສ ຫລື ຈະ​ໄປ​ໃສ.</verse>
				<verse number="15">ພວກເຈົ້າ​ຕັດສິນ​ຕາມ​ມາດຕະຖານ​ຂອງ​ມະນຸດ; ສ່ວນ​ເຮົາ​ບໍ່​ຕັດສິນ​ຜູ້ໃດ.</verse>
				<verse number="16">ແຕ່​ຖ້າ​ເຮົາ​ຕັດສິນ, ຄຳຕັດສິນ​ຂອງ​ເຮົາ​ກໍ​ຖືກຕ້ອງ ເພາະ​ເຮົາ​ບໍ່​ໄດ້​ເຮັດ​ໂດຍ​ເຮົາ​ເອງ​ຜູ້​ດຽວ ພຣະບິດາເຈົ້າ​ຜູ້​ໃຊ້​ເຮົາ​ມາ​ໄດ້​ສະຖິດ​ຢູ່​ກັບ​ເຮົາ.</verse>
				<verse number="17">ໃນ​ໜັງສື​ກົດບັນຍັດ​ຂອງ​ພວກເຈົ້າ​ເອງ​ກໍ​ຂຽນ​ໄວ້​ວ່າ​ຄຳພະຍານ​ຂອງ​ສອງ​ຄົນ​ກໍ​ເປັນ​ຄວາມ​ຈິງ.</verse>
				<verse number="18">ເຮົາ​ເປັນ​ພະຍານ​ໃຫ້​ໂຕ​ເຮົາ​ເອງ ແລະ ພະຍານ​ອີກ​ຜູ້​ໜຶ່ງ​ຂອງ​ເຮົາ​ກໍ​ຄື​ພຣະບິດາເຈົ້າ​ຜູ້​ໃຊ້​ເຮົາ​ມາ”.</verse>
				<verse number="19">ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ພຣະບິດາເຈົ້າ​ຂອງ​ທ່ານ​ຢູ່​ໃສ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ບໍ່​ຮູ້ຈັກ​ເຮົາ ຫລື ພຣະບິດາເຈົ້າ​ຂອງ​ເຮົາ, ຖ້າ​ພວກເຈົ້າ​ຮູ້ຈັກ​ເຮົາ ພວກເຈົ້າ​ກໍ​ຮູ້ຈັກ​ພຣະບິດາເຈົ້າ​ຂອງ​ເຮົາ​ເໝືອນກັນ”.</verse>
				<verse number="20">ພຣະເຢຊູເຈົ້າ​ກ່າວ​ຄຳ​ເຫລົ່ານີ້​ໃນ​ຂະນະ​ທີ່​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ​ໃກ້​ກັບ​ບ່ອນວາງ​ເຄື່ອງຖວາຍ. ແຕ່​ກໍ​ບໍ່​ມີ​ຜູ້ໃດ​ຈັບ​ພຣະອົງ, ເພາະ​ຍັງ​ບໍ່​ເຖິງ​ເວລາ​ຂອງ​ພຣະອົງ​ເທື່ອ.</verse>
				<verse number="21">ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກເຂົາ​ອີກ​ເທື່ອ​ໜຶ່ງ​ວ່າ, “ເຮົາ​ກຳລັງ​ຈະ​ໄປ ແລ້ວ​ພວກເຈົ້າ​ຈະ​ຊອກຫາ​ເຮົາ ແລະ ພວກເຈົ້າ​ຈະ​ຕາຍ​ໃນ​ຄວາມບາບ​ຂອງ​ພວກເຈົ້າ. ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ພວກເຈົ້າ​ບໍ່​ສາມາດ​ໄປ​ໄດ້”.</verse>
				<verse number="22">ຖ້ອຍຄຳ​ນີ້​ເຮັດ​ໃຫ້​ພວກ​ຢິວ​ຖາມ​ກັນ​ວ່າ, “ລາວ​ຈະ​ຂ້າໂຕຕາຍ​ບໍ? ເພາະ​ລາວ​ເວົ້າ​ວ່າ, ‘ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ພວກເຈົ້າ​ບໍ່​ສາມາດ​ໄປ​ໄດ້’?”</verse>
				<verse number="23">ແຕ່​ພຣະອົງ​ກ່າວ​ຕໍ່ໄປ​ວ່າ, “ພວກເຈົ້າ​ມາ​ຈາກ​ເບື້ອງລຸ່ມ ເຮົາ​ມາ​ຈາກ​ເບື້ອງເທິງ. ພວກເຈົ້າ​ເປັນ​ຂອງ​ຝ່າຍ​ໂລກ​ນີ້ ເຮົາ​ບໍ່​ໄດ້​ເປັນ​ຂອງ​ຝ່າຍ​ໂລກ​ນີ້.</verse>
				<verse number="24">ເຮົາ​ໄດ້​ບອກ​ພວກເຈົ້າ​ທັງຫລາຍ​ວ່າ​ພວກເຈົ້າ​ຈະ​ຕາຍ​ໃນ​ຄວາມບາບ​ຂອງ​ພວກເຈົ້າ, ຖ້າ​ພວກເຈົ້າ​ບໍ່​ເຊື່ອ​ວ່າ​ເຮົາ​ເປັນ​ຜູ້​ນັ້ນ ພວກເຈົ້າ​ຈະ​ຕາຍ​ໃນ​ບາບ​ຂອງ​ພວກເຈົ້າ​ຢ່າງ​ແນ່ນອນ”.</verse>
				<verse number="25">ພວກເຂົາ​ຈຶ່ງ​ຖາມວ່າ, “ທ່ານ​ແມ່ນ​ຜູ້ໃດ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ເປັນ​ຜູ້​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ຕັ້ງແຕ່​ຕົ້ນ​ນັ້ນ.</verse>
				<verse number="26">ເຮົາ​ມີ​ຫລາຍ​ຢ່າງ​ທີ່​ຈະ​ກ່າວ​ໃນ​ການ​ຕັດສິນ​ພວກເຈົ້າ ແຕ່​ພຣະອົງ​ຜູ້​ໃຊ້​ເຮົາ​ມາ​ນັ້ນ​ກໍ​ເຊື່ອຖື​ໄດ້ ແລະ ສິ່ງ​ທີ່​ເຮົາ​ໄດ້​ຍິນ​ມາ​ຈາກ​ພຣະອົງ​ນັ້ນ​ເຮົາ​ກໍ​ແຈ້ງ​ແກ່​ໂລກ”.</verse>
				<verse number="27">ພວກເຂົາ​ບໍ່​ໄດ້​ເຂົ້າໃຈ​ວ່າ​ພຣະອົງ​ກຳລັງ​ບອກ​ພວກເຂົາ​ກ່ຽວກັບ​ພຣະບິດາເຈົ້າ​ຂອງ​ພຣະອົງ.</verse>
				<verse number="28">ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ເມື່ອໃດ​ພວກເຈົ້າ​ທັງຫລາຍ​ຍົກ ​ບຸດມະນຸດ​ຂຶ້ນ​ແລ້ວ ເມື່ອ​ນັ້ນ​ແຫລະ ພວກເຈົ້າ​ຈຶ່ງ​ຈະ​ຮູ້​ວ່າ​ເຮົາ​ເປັນ​ຜູ້​ນັ້ນ ແລະ ເຮົາ​ບໍ່​ໄດ້​ເຮັດ​ສິ່ງໃດ​ຕາມໃຈ​ຂອງ​ເຮົາ​ເອງ ແຕ່​ກ່າວ​ຕາມ​ທີ່​ພຣະບິດາເຈົ້າ​ໄດ້​ສອນ​ເຮົາ​ໄວ້.</verse>
				<verse number="29">ພຣະອົງ​ຜູ້​ໃຊ້​ເຮົາ​ມາ​ກໍ​ສະຖິດ​ຢູ່​ກັບ​ເຮົາ, ພຣະອົງ​ບໍ່​ໄດ້​ປະຖິ້ມ​ເຮົາ​ໄວ້​ພຽງ​ຄົນ​ດຽວ ເພາະ​ເຮົາ​ເຮັດ​ສິ່ງ​ທີ່​ພຣະອົງ​ພໍໃຈ​ສະເໝີ”.</verse>
				<verse number="30">ເມື່ອ​ພຣະອົງ​ກ່າວ​ດັ່ງນີ້​ແລ້ວ ຫລາຍ​ຄົນ​ກໍ​ໄດ້​ເຊື່ອ​ໃນ​ພຣະອົງ.</verse>
				<verse number="31">ພຣະເຢຊູເຈົ້າ​ກ່າວ​ຕໍ່​ພວກ​ຢິວ​ທີ່​ໄດ້​ເຊື່ອ​ໃນ​ພຣະອົງ​ວ່າ, “ຖ້າ​ພວກເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄຳສັ່ງສອນ​ຂອງ​ເຮົາ ພວກເຈົ້າ​ກໍ​ເປັນ​ສາວົກ​ແທ້​ຂອງ​ເຮົາ.</verse>
				<verse number="32">ແລ້ວ​ພວກເຈົ້າ​ຈະ​ໄດ້​ຮູ້ຈັກ​ຄວາມຈິງ ແລະ ຄວາມຈິງ​ນັ້ນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ອິດສະຫລະ”.</verse>
				<verse number="33">ພວກເຂົາ​ຕອບ​ວ່າ, “ພວກເຮົາ​ເປັນ​ລູກຫລານ ​ຂອງ​ອັບຣາຮາມ ແລະ ບໍ່​ເຄີຍ​ເປັນ​ຂ້າທາດ​ຂອງ​ຜູ້ໃດ. ເປັນ​ຫຍັງ​ທ່ານ​ຈຶ່ງ​ເວົ້າ​ວ່າ​ພວກເຮົາ​ຈະ​ເປັນ​ອິດສະຫລະ?”</verse>
				<verse number="34">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ທຸກຄົນ​ທີ່​ເຮັດ​ບາບ​ກໍ​ເປັນ​ຂ້າທາດ​ຂອງ​ບາບ​ນັ້ນ.</verse>
				<verse number="35">ຂ້າທາດ​ບໍ່​ໄດ້​ຢູ່​ໃນ​ຄອບຄົວ​ຕະຫລອດໄປ ແຕ່​ລູກຊາຍ​ກໍ​ຢູ່​ໃນ​ຄອບຄົວ​ຕະຫລອດໄປ.</verse>
				<verse number="36">ດັ່ງນັ້ນ ຖ້າ​ພຣະບຸດ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ອິດສະຫລະ ພວກເຈົ້າ​ກໍ​ຈະ​ເປັນ​ອິດສະຫລະ​ຢ່າງ​ແທ້ຈິງ.</verse>
				<verse number="37">ເຮົາ​ຮູ້​ວ່າ​ພວກເຈົ້າ​ເປັນ​ລູກຫລານ​ຂອງ​ອັບຣາຮາມ. ພວກເຈົ້າ​ຊອກຫາ​ໂອກາດ​ເພື່ອ​ຈະ​ຂ້າ​ເຮົາ ເພາະ​ຄຳສັ່ງສອນ​ຂອງ​ເຮົາ​ບໍ່​ໄດ້​ເຂົ້າ​ສູ່​ໃຈ​ຂອງ​ພວກເຈົ້າ.</verse>
				<verse number="38">ເຮົາ​ກຳລັງ​ບອກ​ພວກເຈົ້າ​ເຖິງ​ສິ່ງ​ທີ່​ເຮົາ​ໄດ້​ເຫັນ​ເມື່ອ​ຢູ່​ກັບ​ພຣະບິດາເຈົ້າ ແລະ ພວກເຈົ້າ​ກໍ​ເຮັດ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ​ຈາກ​ພໍ່​ຂອງ​ພວກເຈົ້າ ”.</verse>
				<verse number="39">ພວກເຂົາ​ຕອບ​ວ່າ, “ພໍ່​ຂອງ​ພວກເຮົາ​ແມ່ນ​ອັບຣາຮາມ”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ຖ້າ​ພວກເຈົ້າ​ເປັນ​ລູກ​ຂອງ​ອັບຣາຮາມ ພວກເຈົ້າ​ກໍ​ຈະ ​ເຮັດ​ສິ່ງ​ທີ່​ອັບຣາຮາມ​ໄດ້​ເຮັດ.</verse>
				<verse number="40">ແຕ່​ບັດນີ້ ພວກເຈົ້າ​ຕັ້ງໃຈ​ຊອກຫາ​ໂອກາດ​ທີ່​ຈະ​ຂ້າ​ເຮົາ, ຜູ້​ທີ່​ໄດ້​ບອກ​ພວກເຈົ້າ​ເຖິງ​ຄວາມຈິງ​ທີ່​ເຮົາ​ໄດ້​ຍິນ​ມາ​ຈາກ​ພຣະເຈົ້າ. ອັບຣາຮາມ​ບໍ່​ໄດ້​ເຮັດ​ຢ່າງ​ນີ້.</verse>
				<verse number="41">ພວກເຈົ້າ​ກຳລັງ​ເຮັດ​ຕາມ​ສິ່ງ​ທີ່​ພໍ່​ຂອງ​ພວກເຈົ້າ​ເອງ​ໄດ້​ເຮັດ”. ພວກເຂົາ​ຄັດຄ້ານ​ວ່າ, “ພວກເຮົາ​ບໍ່​ແມ່ນ​ລູກ​ທີ່​ເກີດ​ນອກກົດໝາຍ ພວກເຮົາ​ມີ​ພຣະບິດາເຈົ້າ​ອົງ​ດຽວ​ຄື​ພຣະເຈົ້າ​ເທົ່ານັ້ນ”.</verse>
				<verse number="42">ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ຖ້າ​ພຣະເຈົ້າ​ເປັນ​ພຣະບິດາ​ຂອງ​ພວກເຈົ້າ​ແລ້ວ, ພວກເຈົ້າ​ກໍ​ຈະ​ຮັກ​ເຮົາ, ເພາະ​ເຮົາ​ມາ​ຈາກ​ພຣະເຈົ້າ ແລະ ເຮົາ​ຢູ່​ທີ່​ນີ້​ແລ້ວ. ເຮົາ​ບໍ່​ໄດ້​ມາ​ເອງ, ແຕ່​ພຣະອົງ​ໄດ້​ໃຊ້​ເຮົາ​ມາ.</verse>
				<verse number="43">ເປັນຫຍັງ​ພາສາ​ຂອງ​ເຮົາ​ບໍ່​ຊັດເຈນ​ຕໍ່​ພວກເຈົ້າ​ບໍ? ເພາະ​ພວກເຈົ້າ​ບໍ່​ສາມາດ​ໄດ້​ຮັບ​ຟັງ​ສິ່ງ​ທີ່​ເຮົາ​ກ່າວ.</verse>
				<verse number="44">ພວກເຈົ້າ​ທັງຫລາຍ​ເປັນ​ຂອງ​ພໍ່​ຂອງ​ພວກເຈົ້າ, ມານຮ້າຍ ແລະ ພວກເຈົ້າ​ຕ້ອງການ​ເຮັດ​ຕາມ​ຄວາມປາຖະໜາ​ຂອງ​ພໍ່​ຂອງ​ພວກເຈົ້າ. ມັນ​ເປັນ​ຜູ້​ຂ້າ​ຄົນ​ຕັ້ງແຕ່​ຕົ້ນເດີມ​ມາ​ແລ້ວ, ມັນ​ບໍ່​ໄດ້​ຕັ້ງໝັ້ນ​ຢູ່​ໃນ​ຄວາມຈິງ, ເພາະ​ໃນ​ໂຕ​ມັນ​ບໍ່​ມີ​ຄວາມຈິງ. ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍ​ເວົ້າ​ຕາມ​ສັນດານ​ຂອງ​ມັນ​ເອງ​ເພາະ​ມັນ​ເປັນ​ຜູ້ຕົວະ ແລະ ເປັນ​ພໍ່​ຂອງ​ຄຳຕົວະ.</verse>
				<verse number="45">ແຕ່​ເພາະ​ເຮົາ​ບອກ​ຄວາມຈິງ ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ເຮົາ!</verse>
				<verse number="46">ໃນ​ພວກເຈົ້າ​ມີ​ຜູ້ໃດ​ແດ່​ທີ່​ພິສູດ​ໄດ້​ວ່າ​ເຮົາ​ເຮັດ​ບາບ? ຖ້າ​ເຮົາ​ເວົ້າ​ຄວາມຈິງ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ເຮົາ?</verse>
				<verse number="47">ຜູ້ໃດ​ກໍ​ຕາມ​ທີ່​ເປັນ​ຂອງ​ພຣະເຈົ້າ​ຍ່ອມ​ຮັບ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າ​ກ່າວ. ເຫດຜົນ​ທີ່​ພວກເຈົ້າ​ບໍ່​ຮັບ​ຟັງ​ກໍ​ເພາະວ່າ​ພວກເຈົ້າ​ບໍ່​ໄດ້​ເປັນ​ຂອງ​ພຣະເຈົ້າ”.</verse>
				<verse number="48">ພວກ​ຢິວ​ຕອບ​ພຣະອົງ​ວ່າ, “ພວກເຮົາ​ເວົ້າ​ຖືກຕ້ອງ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ​ເຈົ້າ​ເປັນ​ຊາວ​ຊາມາເຣຍ ແລະ ມີ​ຜີມານຮ້າຍ​ສິງ​ຢູ່?”</verse>
				<verse number="49">ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ບໍ່​ໄດ້​ຖືກ​ຜີມານຮ້າຍ​ສິງ, ແຕ່​ເຮົາ​ຖວາຍ​ກຽດ​ແກ່​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ພວກເຈົ້າ​ບໍ່​ໃຫ້​ກຽດ​ເຮົາ.</verse>
				<verse number="50">ເຮົາ​ບໍ່​ໄດ້​ສະແຫວງຫາ​ກຽດ​ສຳລັບ​ຕົນເອງ ແຕ່​ມີ​ຜູ້​ໜຶ່ງ​ຊອກຫາ​ໃຫ້​ເຮົາ ແລະ ພຣະອົງ​ເປັນ​ຜູ້​ຕັດສິນ.</verse>
				<verse number="51">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ປະຕິບັດ​ຕາມ​ຄຳ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ຈະ​ບໍ່​ພົບ​ກັບ​ຄວາມຕາຍ​ຈັກເທື່ອ”.</verse>
				<verse number="52">ເມື່ອ​ພວກ​ຢິວ​ໄດ້​ຍິນ​ຢ່າງ​ນີ້​ກໍ​ຮ້ອງ​ຂຶ້ນ​ວ່າ, “ດຽວນີ້​ພວກເຮົາ​ຮູ້​ແລ້ວ​ວ່າ​ຜີມານຮ້າຍ​ສິງ​ເຈົ້າ​ຢູ່! ອັບຣາຮາມ​ໄດ້​ຕາຍ​ໄປ​ແລ້ວ ແລະ ບັນດາ​ຜູ້ທຳນວາຍ​ກໍ​ໄດ້​ຕາຍ​ໄປ​ແລ້ວ​ເໝືອນກັນ, ແຕ່​ເຈົ້າ​ມາ​ເວົ້າ​ວ່າ​ຜູ້ໃດ​ກໍ​ຕາມ​ປະຕິບັດ​ຕາມ​ຄຳ​ຂອງ​ເຈົ້າ​ຜູ້​ນັ້ນ​ຈະ​ບໍ່​ໄດ້​ຊິມ​ລົດ​ຄວາມຕາຍ​ຈັກເທື່ອ.</verse>
				<verse number="53">ເຈົ້າ​ຍິ່ງໃຫຍ່​ກວ່າ​ອັບຣາຮາມ​ພໍ່​ຂອງ​ພວກເຮົາ​ບໍ? ອັບຣາຮາມ​ໄດ້​ຕາຍ​ໄປ​ແລ້ວ ແລະ ບັນດາ​ຜູ້ທຳນວາຍ​ກໍ​ໄດ້​ຕາຍ​ໄປ​ແລ້ວ​ເໝືອນກັນ. ແລ້ວ​ເຈົ້າ​ຄິດ​ວ່າ​ເຈົ້າ​ເປັນ​ຜູ້ໃດ?”</verse>
				<verse number="54">ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຮົາ​ຍົກຍ້ອງ​ໃຫ້​ກຽດ​ແກ່​ເຮົາ​ເອງ, ກຽດ​ຂອງ​ເຮົາ​ກໍ​ບໍ່​ມີ​ຄວາມໝາຍ. ພຣະບິດາເຈົ້າ​ຂອງ​ເຮົາ​ຄື​ຜູ້​ທີ່​ພວກເຈົ້າ​ບອກ​ວ່າ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ເປັນ​ຜູ້​ທີ່​ຍົກຍ້ອງ​ໃຫ້​ກຽດ​ເຮົາ.</verse>
				<verse number="55">ເຖິງແມ່ນວ່າ​ພວກເຈົ້າ​ຍັງ​ບໍ່​ຮູ້ຈັກ​ພຣະອົງ, ແຕ່​ເຮົາ​ຮູ້ຈັກ​ພຣະອົງ. ຖ້າ​ເຮົາ​ກ່າວ​ວ່າ​ເຮົາ​ບໍ່​ຮູ້ຈັກ​ພຣະອົງ ເຮົາ​ກໍ​ເປັນ​ຄົນຂີ້ຕົວະ​ເໝືອນ​ກັນ​ກັບ​ພວກເຈົ້າ, ແຕ່​ເຮົາ​ຮູ້ຈັກ​ພຣະອົງ ແລະ ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.</verse>
				<verse number="56">ອັບຣາຮາມ​ພໍ່​ຂອງ​ພວກເຈົ້າ​ມີ​ຄວາມຊື່ນຊົມຍິນດີ​ທີ່​ຈະ​ເຫັນ​ວັນ​ຂອງ​ເຮົາ, ເພິ່ນ​ກໍ​ໄດ້​ເຫັນ​ແລ້ວ ແລະ ມີ​ຄວາມຊື່ນຊົມຍິນດີ”.</verse>
				<verse number="57">ພວກ​ຢິວ​ເວົ້າ​ກັບ​ພຣະອົງ​ວ່າ, “ເຈົ້າ​ມີ​ອາຍຸ​ຍັງ​ບໍ່​ຮອດ​ຫ້າສິບ​ປີ ແລະ ເຈົ້າ​ໄດ້​ເຫັນ​ອັບຣາຮາມ​ແລ້ວ​ບໍ!”</verse>
				<verse number="58">ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ກ່ອນ​ອັບຣາຮາມ​ເກີດ, ເຮົາ​ກໍ​ເປັນ​ຢູ່​ແລ້ວ!”</verse>
				<verse number="59">ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ເອົາ​ກ້ອນຫີນ​ຂຶ້ນ​ມາ​ເພື່ອ​ຈະ​ແກວ່ງ​ໃສ່​ພຣະອົງ, ແຕ່​ພຣະເຢຊູເຈົ້າ​ຫລີກໜີ ແລະ ອອກໄປ​ຈາກ​ບໍລິເວນ​ວິຫານ.</verse>
			</chapter>
			<chapter number="9">
				<verse number="1">ຂະນະ​ທີ່​ພຣະອົງ​ຍ່າງ​ໄປ​ຕາມ​ທາງ, ພຣະອົງ​ເຫັນ​ຊາຍ​ຄົນ​ໜຶ່ງ​ຕາບອດ​ມາ​ແຕ່​ເກີດ.</verse>
				<verse number="2">ພວກສາວົກ​ຖາມ​ພຣະອົງ​ວ່າ, “ອາຈານ​ເອີຍ, ຜູ້ໃດ​ນໍ​ທີ່​ໄດ້​ເຮັດບາບ ຊາຍ​ຄົນ​ນີ້ ຫລື ພໍ່​ແມ່​ຂອງ​ລາວ, ລາວ​ຈຶ່ງ​ເກີດ​ມາ​ຕາບອດ?”</verse>
				<verse number="3">ພຣະເຢຊູເຈົ້າ​ກ່າວ​ວ່າ, “ບໍ່​ແມ່ນ​ຊາຍ​ຄົນ​ນີ້ ຫລື ພໍ່​ແມ່​ຂອງ​ລາວ​ທີ່​ເຮັດບາບ ແຕ່​ສິ່ງ​ນີ້​ເກີດຂຶ້ນ​ເພື່ອ​ພາລະກິດ​ຂອງ​ພຣະເຈົ້າ​ຈະ​ສະແດງ​ໃນ​ຊີວິດ​ຂອງ​ລາວ.</verse>
				<verse number="4">ຕາບ​ໃດ​ທີ່​ຍັງ​ເປັນ​ເວລາ​ກາງເວັນ​ຢູ່, ພວກເຮົາ​ທັງຫລາຍ​ຕ້ອງ​ເຮັດ​ພາລະກິດ​ຂອງ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ. ເວລາ​ກາງຄືນ​ກໍ​ໃກ້​ຈະ​ມາ​ເຖິງ​ແລ້ວ, ເວລາ​ນັ້ນ​ບໍ່​ມີ​ຜູ້ໃດ​ເຮັດ​ການ​ໄດ້.</verse>
				<verse number="5">ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ໃນ​ໂລກ​ນີ້ ເຮົາ​ກໍ​ເປັນ​ຄວາມສະຫວ່າງ​ຂອງ​ໂລກ”.</verse>
				<verse number="6">ເມື່ອ​ພຣະອົງ​ກ່າວ​ດັ່ງນີ້​ແລ້ວ​ພຣະອົງ​ກໍ​ຖົ່ມ​ນ້ຳລາຍ​ລົງ​ພື້ນດິນ ເຮັດ​ເປັນ​ຂີ້ຕົມ ແລະ ທາ​ໃສ່​ຕາ​ຂອງ​ຊາຍ​ຄົນ​ນັ້ນ.</verse>
				<verse number="7">ພຣະອົງ​ສັ່ງ​ລາວ​ວ່າ, “ຈົ່ງ​ໄປ​ລ້າງ​ອອກ​ທີ່​ສະນ້ຳ​ສີໂລອາມ” (ສີໂລອາມ​ແປ​ວ່າ ໃຊ້​ໄປ). ດັ່ງນັ້ນ ຊາຍ​ຄົນ​ນັ້ນ​ຈຶ່ງ​ໄປ​ລ້າງ​ຂີ້ຕົມ​ອອກ ແລະ ຂະນະ​ທີ່​ກັບ​ຄືນ​ມາ​ເຮືອນ​ກໍ​ເຫັນຮຸ່ງ.</verse>
				<verse number="8">ເພື່ອນບ້ານ​ຂອງ​ລາວ ແລະ ຜູ້​ທີ່​ເຄີຍ​ເຫັນ​ລາວ​ນັ່ງ​ຂໍທານ​ກໍ​ຖາມ​ກັນ​ວ່າ, “ຄົນ​ນີ້​ບໍ່​ແມ່ນ​ຄົນ​ທີ່​ເຄີຍ​ນັ່ງ​ຂໍທານ​ນັ້ນ​ບໍ?”</verse>
				<verse number="9">ບາງຄົນ​ກໍ​ວ່າ​ແມ່ນ​ແລ້ວ. ຄົນ​ອື່ນໆ​ກໍ​ເວົ້າ​ວ່າ, “ບໍ່​ແມ່ນ ພຽງ​ແຕ່​ໜ້າຕາ​ລາວ​ຄື​ກັນ​ເທົ່ານັ້ນ”. ແຕ່​ໂຕ​ລາວ​ເອງ​ຢືນຢັນ​ວ່າ, “ຂ້ອຍ​ຄື​ຊາຍ​ຄົນ​ນັ້ນ”.</verse>
				<verse number="10">ພວກເຂົາ​ຖາມ​ລາວ​ວ່າ, “ແລ້ວ​ຕາ​ຂອງ​ເຈົ້າ​ເຫັນຮຸ່ງ​ໄດ້​ແນວໃດ?”</verse>
				<verse number="11">ລາວ​ຕອບ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ເຢຊູ ໄດ້​ເຮັດ​ຂີ້ຕົມ​ແລ້ວ​ທາ​ໃສ່​ຕາ​ທັງ​ສອງ​ເບື້ອງ​ຂອງ​ຂ້ອຍ ແລະ ສັ່ງ​ໃຫ້​ຂ້ອຍ​ໄປ​ລ້າງ​ອອກ​ທີ່​ສະນ້ຳ​ສີໂລອາມ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ໄປ​ລ້າງ​ອອກ​ແລ້ວ​ຂ້ອຍ​ກໍ​ເບິ່ງ​ເຫັນ​ໄດ້”.</verse>
				<verse number="12">ພວກເຂົາ​ຖາມ​ວ່າ, “ຊາຍ​ຄົນ​ນັ້ນ​ຢູ່​ໃສ?” ລາວ​ຕອບ​ວ່າ, “ຂ້ອຍ​ບໍ່​ຮູ້”.</verse>
				<verse number="13">ພວກເຂົາ​ຈຶ່ງ​ພາ​ຄົນ​ທີ່​ເຄີຍ​ຕາບອດ​ມາ​ພົບ​ພວກ​ຟາຣີຊາຍ.</verse>
				<verse number="14">ວັນ​ທີ່​ພຣະເຢຊູເຈົ້າ​ໄດ້​ເຮັດ​ຂີ້ຕົມ ແລະ ຮັກສາ​ຕາ​ຂອງ​ຊາຍ​ຄົນ​ນັ້ນ​ໃຫ້​ເຊົາ​ບອດ​ເປັນ​ວັນ​ຊະບາໂຕ.</verse>
				<verse number="15">ດັ່ງນັ້ນ ພວກ​ຟາຣີຊາຍ​ຈຶ່ງ​ຖາມ​ຊາຍ​ຄົນ​ນັ້ນ​ເໝືອນກັນ​ວ່າ​ລາວ​ເຫັນຮຸ່ງ​ໄດ້​ຢ່າງໃດ. ຊາຍ​ຄົນ​ນັ້ນ​ກໍ​ຕອບ​ວ່າ, “ເພິ່ນ​ຜູ້​ນັ້ນ​ໄດ້​ເອົາ​ຂີ້ຕົມ​ທາ​ໃສ່​ຕາ​ທັງ​ສອງ​ເບື້ອງ​ຂອງ​ຂ້ານ້ອຍ, ແລ້ວ​ຂ້ານ້ອຍ​ໄປ​ລ້າງ​ອອກ ແລະ ດຽວ​ນີ້​ຂ້ານ້ອຍ​ກໍ​ເຫັນຮຸ່ງ”.</verse>
				<verse number="16">ພວກ​ຟາຣີຊາຍ​ບາງຄົນ​ຈຶ່ງ​ເວົ້າ​ວ່າ, “ຊາຍ​ຄົນ​ນີ້​ບໍ່​ໄດ້​ມາ​ຈາກ​ພຣະເຈົ້າ ເພາະ​ລາວ​ບໍ່​ຖືຮັກສາ​ວັນ​ຊະບາໂຕ”. ແຕ່​ຄົນ​ອື່ນ​ກໍ​ຖາມວ່າ, “ຄົນບາບ​ຈະ​ສະແດງ​ໝາຍສຳຄັນ​ຢ່າງ​ນີ້​ໄດ້​ແນວໃດ?” ດັ່ງນັ້ນ ພວກເຂົາ​ຈຶ່ງ​ແຕກແຍກກັນ.</verse>
				<verse number="17">ໃນ​ທີ່ສຸດ ພວກເຂົາ​ຈຶ່ງ​ຖາມ​ຊາຍ​ຕາບອດ​ອີກ​ວ່າ, “ເຈົ້າ​ຈະ​ວ່າ​ຢ່າງໃດ​ກ່ຽວກັບ​ເລື່ອງ​ຄົນ​ນັ້ນ? ໃນ​ເມື່ອ​ລາວ​ຮັກສາ​ຕາ​ຂອງ​ເຈົ້າ​ໃຫ້​ເຊົາ​ບອດ”. ລາວ​ຕອບ​ວ່າ, “ເພິ່ນ​ເປັນ​ຜູ້ທຳນວາຍ”.</verse>
				<verse number="18">ພວກ​ຢິວ​ຍັງ​ບໍ່​ເຊື່ອ​ວ່າ​ລາວ​ເຄີຍ​ຕາບອດ ແລະ ກັບ​ມາ​ເຫັນຮຸ່ງ​ໄດ້ ຈົນ​ວ່າ​ພວກເຂົາ​ໄດ້​ໄປ​ເອີ້ນ​ເອົາ​ພໍ່​ແມ່​ຂອງ​ລາວ​ມາ.</verse>
				<verse number="19">ພວກເຂົາ​ຖາມ​ວ່າ, “ຄົນ​ນີ້​ເປັນ​ລູກຊາຍ​ຂອງ​ພວກເຈົ້າ​ແມ່ນ​ບໍ? ຄົນ​ນີ້​ເປັນ​ຄົນ​ທີ່​ພວກເຈົ້າ​ບອກ​ວ່າ​ຕາບອດ​ມາ​ແຕ່​ເກີດ​ແມ່ນ​ບໍ? ບັດນີ້ ລາວ​ເຫັນຮຸ່ງ​ໄດ້​ແນວໃດ?”</verse>
				<verse number="20">ພໍ່​ແມ່​ຂອງ​ລາວ​ຕອບ​ວ່າ, “ພວກຂ້ານ້ອຍ​ຮູ້​ວ່າ​ລາວ​ເປັນ​ລູກຊາຍ​ຂອງ​ພວກຂ້ານ້ອຍ ແລະ ພວກຂ້ານ້ອຍ​ຮູ້​ວ່າ​ລາວ​ຕາບອດ​ມາ​ຕັ້ງແຕ່​ເກີດ.</verse>
				<verse number="21">ແຕ່​ພວກຂ້ານ້ອຍ​ບໍ່​ຮູ້​ວ່າ ດຽວນີ້​ລາວ​ເຫັນຮຸ່ງ​ໄດ້​ແນວໃດ ຫລື ຜູ້ໃດ​ຮັກສາ​ຕາ​ຂອງ​ລາວ​ໃຫ້​ເຊົາ​ບອດ. ຈົ່ງ​ຖາມ​ລາວ​ສາ. ລາວ​ເປັນ​ຜູ້ໃຫຍ່​ແລ້ວ ລາວ​ເວົ້າ​ເອງ​ໄດ້”.</verse>
				<verse number="22">ພໍ່​ແມ່​ຂອງ​ລາວ​ເວົ້າ​ຢ່າງ​ນີ້​ກໍ​ເພາະ​ຢ້ານ​ພວກຜູ້ນຳ​ຂອງ​ຢິວ ເພາະ​ພວກເຂົາ​ໄດ້​ຕົກລົງ​ກັນ​ໄວ້​ແລ້ວ​ວ່າ​ຖ້າ​ຜູ້ໃດ​ຍອມຮັບ​ພຣະເຢຊູເຈົ້າ​ວ່າ​ເປັນ​ພຣະຄຣິດເຈົ້າ ​ຈະ​ຕ້ອງ​ຖືກ​ໄລ່​ອອກ​ຈາກ​ທຳມະສາລາ.</verse>
				<verse number="23">ດ້ວຍເຫດນີ້​ພໍ່​ແມ່​ຂອງ​ລາວ​ຈຶ່ງ​ບອກ​ວ່າ, “ລາວ​ເປັນ​ຜູ້ໃຫຍ່​ແລ້ວ, ຈົ່ງ​ຖາມ​ລາວ​ເອງ”.</verse>
				<verse number="24">ພວກເຂົາ​ຈຶ່ງ​ເອີ້ນ​ເອົາ​ຄົນ​ທີ່​ເຄີຍ​ຕາບອດ​ມາ​ພົບ​ເປັນ​ເທື່ອ​ທີສອງ ແລະ ເວົ້າ​ວ່າ, “ຈົ່ງ​ຖວາຍ​ກຽດ​ແກ່​ພຣະເຈົ້າ​ດ້ວຍ​ການເວົ້າ​ຄວາມຈິງ. ພວກເຮົາ​ຮູ້​ວ່າ​ຄົນ​ນັ້ນ​ເປັນ​ຄົນບາບ”.</verse>
				<verse number="25">ລາວ​ຕອບ​ວ່າ, “ເພິ່ນ​ເປັນ​ຄົນບາບ ຫລື ບໍ່​ນັ້ນ, ຂ້ານ້ອຍ​ບໍ່​ຮູ້. ສິ່ງ​ດຽວ​ທີ່​ຂ້ານ້ອຍ​ຮູ້​ຄື ຂ້ານ້ອຍ​ເຄີຍ​ຕາບອດ ແຕ່​ມາ​ດຽວນີ້​ຂ້ານ້ອຍ​ເຫັນຮຸ່ງ​ແລ້ວ!”</verse>
				<verse number="26">ແລ້ວ​ພວກເຂົາ​ຈຶ່ງ​ຖາມວ່າ, “ເພິ່ນ​ໄດ້​ເຮັດ​ຢ່າງໃດ​ກັບ​ເຈົ້າ? ເພິ່ນ​ເຮັດ​ວິທີ​ໃດ​ຕາ​ຂອງ​ເຈົ້າ​ຈຶ່ງ​ເຊົາ​ບອດ?”</verse>
				<verse number="27">ລາວ​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ບອກ​ພວກທ່ານ​ແລ້ວ ແລະ ພວກທ່ານ​ບໍ່​ຟັງ. ເປັນຫຍັງ​ພວກທ່ານ​ຈຶ່ງ​ຢາກ​ຟັງ​ອີກ? ບໍ່​ແມ່ນ​ພວກທ່ານ​ຢາກ​ເປັນ​ສາວົກ​ຂອງ​ເພິ່ນ​ເໝືອນກັນ​ບໍ?”</verse>
				<verse number="28">ແລ້ວ​ພວກເຂົາ​ຈຶ່ງ​ພາກັນ​ເວົ້າ​ດູຖູກ​ລາວ​ຢ່າງ​ໃຫຍ່ ແລະ ເວົ້າ​ວ່າ, “ເຈົ້າ​ເປັນ​ສາວົກ​ຂອງ​ຄົນ​ນັ້ນ! ສ່ວນ​ພວກເຮົາ​ເປັນ​ສາວົກ​ຂອງ​ໂມເຊ!</verse>
				<verse number="29">ພວກເຮົາ​ຮູ້​ວ່າ​ພຣະເຈົ້າ​ໄດ້​ກ່າວ​ກັບ​ໂມເຊ ແຕ່​ສຳລັບ​ຄົນ​ນັ້ນ, ພວກເຮົາ​ບໍ່​ຮູ້ຈັກ​ວ່າ​ລາວ​ມາ​ຈາກ​ໃສ”.</verse>
				<verse number="30">ຊາຍ​ຄົນ​ນັ້ນ​ຕອບ​ວ່າ, “ປະຫລາດໃຈ​ແທ້! ພວກທ່ານ​ບໍ່​ຮູ້ຈັກ​ວ່າ​ເພິ່ນ​ມາ​ຈາກ​ໃສ ແຕ່​ເພິ່ນ​ໄດ້​ຮັກສາ​ຕາ​ຂອງ​ຂ້ານ້ອຍ​ໃຫ້​ເຊົາ​ບອດ.</verse>
				<verse number="31">ພວກເຮົາ​ຮູ້ຈັກ​ວ່າ​ພຣະເຈົ້າ​ບໍ່​ຟັງ​ຄົນບາບ. ພຣະອົງ​ຟັງ​ຄົນ​ທີ່​ຢຳເກງ​ພຣະເຈົ້າ ແລະ ເຮັດ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ.</verse>
				<verse number="32">ບໍ່​ມີ​ຜູ້ໃດ​ເຄີຍ​ໄດ້​ຍິນ​ເລື່ອງ​ການຮັກສາ​ຄົນຕາບອດ​ຕັ້ງແຕ່​ເກີດ​ໃຫ້​ເຫັນຮຸ່ງ​ໄດ້.</verse>
				<verse number="33">ຖ້າ​ຊາຍ​ຄົນ​ນີ້​ບໍ່​ໄດ້​ມາ​ຈາກ​ພຣະເຈົ້າ​ແລ້ວ​ເພິ່ນ​ກໍ​ບໍ່​ສາມາດ​ເຮັດ​ສິ່ງໃດ​ໄດ້”.</verse>
				<verse number="34">ພວກເຂົາ​ຕອບ​ໂຕ້​ລາວ​ວ່າ, “ເຈົ້າ​ຕົກ​ຢູ່​ໃນ​ຄວາມບາບ​ມາ​ຕັ້ງແຕ່​ເກີດ; ເຈົ້າ​ກ້າ​ມາ​ສັ່ງສອນ​ພວກເຮົາ​ໄດ້​ຢ່າງໃດ!” ແລ້ວ​ພວກເຂົາ​ກໍ​ໄລ່​ລາວ​ອອກໄປ.</verse>
				<verse number="35">ພຣະເຢຊູເຈົ້າ​ໄດ້​ຍິນ​ວ່າ​ພວກເຂົາ​ໄດ້​ໄລ່​ລາວ​ອອກໄປ​ແລ້ວ ແລະ ເມື່ອ​ພຣະອົງ​ພົບ​ລາວ, ພຣະອົງ​ຈຶ່ງ​ຖາມ​ລາວ​ວ່າ, “ເຈົ້າ​ເຊື່ອ​ໃນ​ບຸດມະນຸດ​ບໍ?”</verse>
				<verse number="36">ຊາຍ​ຄົນ​ນັ້ນ​ເວົ້າ​ວ່າ, “ນາຍ​ເອີຍ, ຜູ້ໃດ​ຄື​ບຸດມະນຸດ? ຂໍ​ບອກ​ຂ້ານ້ອຍ​ແດ່ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ໄດ້​ເຊື່ອ​ໃນ​ພຣະອົງ”.</verse>
				<verse number="37">ພຣະເຢຊູເຈົ້າ​ກ່າວ​ວ່າ, “ບັດນີ້​ເຈົ້າ​ກໍ​ໄດ້​ເຫັນ​ພຣະອົງ​ແລ້ວ, ແທ້ຈິງແລ້ວ ພຣະອົງ​ຄື​ຜູ້​ທີ່​ກຳລັງ​ເວົ້າ​ກັບ​ເຈົ້າ​ຢູ່”.</verse>
				<verse number="38">ຄົນ​ນັ້ນ​ຈຶ່ງ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຂ້ານ້ອຍ​ເຊື່ອ​ແລ້ວ” ແລະ ລາວ​ກໍ​ຂາບໄຫວ້​ນະມັດສະການ​ພຣະອົງ.</verse>
				<verse number="39">ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ໄດ້​ມາ​ໃນ​ໂລກ​ນີ້​ເພື່ອ​ການ​ພິພາກສາ, ເພື່ອ​ວ່າ​ຄົນຕາບອດ​ຈະ​ເຫັນຮຸ່ງ ແລະ ຜູ້​ທີ່​ເຫັນຮຸ່ງ​ຈະ​ກາຍ​ເປັນ​ຄົນຕາບອດ”.</verse>
				<verse number="40">ພວກ​ຟາຣີຊາຍ​ບາງຄົນ​ທີ່​ຢູ່​ກັບ​ພຣະອົງ​ໄດ້​ຍິນ​ດັ່ງນັ້ນ ຈຶ່ງ​ຖາມ​ວ່າ, “ແມ່ນຫຍັງ? ພວກເຮົາ​ກໍ​ຕາບອດ​ເໝືອນກັນ​ບໍ?”</verse>
				<verse number="41">ພຣະເຢຊູເຈົ້າ​ກ່າວ​ວ່າ, “ຖ້າ​ພວກເຈົ້າ​ຕາບອດ​ພວກເຈົ້າ​ກໍ​ຄົງ​ຈະ​ບໍ່​ມີ​ຄວາມບາບ, ແຕ່​ບັດນີ້ ພວກເຈົ້າ​ເວົ້າ​ວ່າ​ເຮົາ​ເຫັນຮຸ່ງ​ຢູ່, ເຫດສະນັ້ນ ຄວາມຜິດບາບ​ຂອງ​ພວກເຈົ້າ​ຈຶ່ງ​ຍັງ​ມີ​ຢູ່.</verse>
			</chapter>
			<chapter number="10">
				<verse number="1">“ພວກເຈົ້າ​ທີ່​ເປັນ​ພວກ​ຟາຣີຊາຍ​ເອີຍ ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນ​ທີ່​ບໍ່​ໄດ້​ເຂົ້າ​ຄອກ​ແກະ​ທາງ​ປະຕູ​ແຕ່​ປີນ​ເຂົ້າ​ທາງ​ອື່ນ​ນັ້ນ​ກໍ​ເປັນ​ຂະໂມຍ ແລະ ໂຈນ.</verse>
				<verse number="2">ສ່ວນ​ຄົນ​ທີ່​ເຂົ້າ​ທາງ​ປະຕູ​ກໍ​ເປັນ​ຜູ້ລ້ຽງ​ແກະ.</verse>
				<verse number="3">ຄົນຍາມ​ປະຕູ​ກໍ​ໄຂ​ປະຕູ​ໃຫ້​ຄົນ​ນັ້ນ ແລະ ແກະ​ກໍ​ຟັງ​ສຽງ​ຂອງ​ເພິ່ນ. ເພິ່ນ​ເອີ້ນ​ແກະ​ຂອງ​ຕົນ​ຕາມ​ຊື່​ຂອງ​ມັນ ແລະ ພາ​ພວກມັນ​ອອກ​ໄປ.</verse>
				<verse number="4">ເມື່ອ​ເພິ່ນ​ໄດ້​ພາ​ແກະ​ທັງໝົດ​ຂອງ​ຕົນ​ອອກມາ​ແລ້ວ ເພິ່ນ​ກໍ​ນຳໜ້າ​ພວກມັນ​ໄປ ແລະ ແກະ​ຂອງ​ເພິ່ນ​ກໍ​ຕິດຕາມ​ເພິ່ນ​ໄປ​ເພາະ​ພວກມັນ​ຮູ້ຈັກ​ສຽງ​ຂອງ​ເພິ່ນ.</verse>
				<verse number="5">ແຕ່​ຝູງແກະ​ຈະ​ບໍ່​ຕິດຕາມ​ຄົນແປກໜ້າ, ແທ້ຈິງແລ້ວ, ພວກມັນ​ຈະ​ແລ່ນ​ໜີ​ໄປ​ຈາກ​ຄົນ​ນັ້ນ​ເພາະ​ພວກມັນ​ບໍ່​ຮູ້ຈັກ​ສຽງ​ຂອງ​ຄົນແປກໜ້າ”.</verse>
				<verse number="6">ພຣະເຢຊູເຈົ້າ​ໃຊ້​ຄຳປຽບທຽບ​ນີ້ ແຕ່​ພວກ​ຟາຣີຊາຍ​ບໍ່​ເຂົ້າໃຈ​ວ່າ​ພຣະອົງ​ກຳລັງ​ບອກ​ສິ່ງ​ໃດ​ແກ່​ພວກເຂົາ.</verse>
				<verse number="7">ເຫດສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ອີກ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເຮົາ​ນີ້​ແຫລະ​ເປັນ​ປະຕູ​ສຳລັບ​ແກະ.</verse>
				<verse number="8">ບັນດາ​ຜູ້​ທີ່​ມາ​ກ່ອນໜ້າ​ເຮົາ​ນັ້ນ​ເປັນ​ຂະໂມຍ ແລະ ໂຈນ, ແຕ່​ແກະ​ບໍ່​ໄດ້​ຟັງ​ພວກເຂົາ.</verse>
				<verse number="9">ເຮົາ​ນີ້​ແຫລະ​ເປັນ​ປະຕູ​ນັ້ນ ຜູ້ໃດ​ກໍ​ຕາມ​ທີ່​ເຂົ້າ​ມາ​ທາງ​ເຮົາ​ຈະ​ໄດ້​ພົ້ນ. ພວກເຂົາ​ຈະ​ເຂົ້າ​ມາ ແລະ ອອກ​ໄປ, ແລ້ວ​ກໍ​ພົບ​ທົ່ງຫຍ້າ.</verse>
				<verse number="10">ຂະໂມຍ​ມາ​ກໍ​ພຽງ​ແຕ່​ຈະ​ລັກ, ຈະ​ຂ້າ ແລະ ທຳລາຍ​ເທົ່ານັ້ນ. ເຮົາ​ໄດ້​ມາ​ເພື່ອ​ພວກເຂົາ​ຈະ​ໄດ້​ຊີວິດ ແລະ ຈະ​ໄດ້​ຊີວິດ​ຢ່າງ​ຄົບບໍລິບູນ.</verse>
				<verse number="11">“ເຮົາ​ເປັນ​ຜູ້ລ້ຽງແກະ​ທີ່​ດີ. ຜູ້ລ້ຽງແກະ​ທີ່​ດີ​ນັ້ນ​ຍ່ອມ​ສະຫລະ​ຊີວິດ​ຂອງ​ຕົນ​ເພື່ອ​ແກະ.</verse>
				<verse number="12">ຄົນຮັບຈ້າງ​ບໍ່​ແມ່ນ​ຜູ້ລ້ຽງແກະ ແລະ ບໍ່​ໄດ້​ເປັນ​ເຈົ້າຂອງ​ແກະ. ດັ່ງນັ້ນ ເມື່ອ​ລາວ​ເຫັນ​ໝາໄນ​ມາ​ລາວ​ກໍ​ປະຖິ້ມ​ແກະ ແລະ ແລ່ນ​ໜີ​ໄປ. ແລ້ວ​ໝາໄນ​ກໍ​ເຂົ້າ​ມາ​ທຳຮ້າຍ​ແກະ ແລະ ເຮັດ​ໃຫ້​ແຕກຊະ​ກັນ​ໄປ.</verse>
				<verse number="13">ຄົນ​ນັ້ນ​ໄດ້​ແລ່ນ​ໜີ​ໄປ​ເພາະ​ວ່າ​ລາວ​ເປັນ​ພຽງ​ແຕ່​ຄົນຮັບຈ້າງ ແລະ ລາວ​ບໍ່​ໄດ້​ຫ່ວງໃຍ​ນຳ​ແກະ​ເລີຍ.</verse>
				<verse number="14">“ເຮົາ​ນີ້​ແຫລະ​ເປັນ​ຜູ້ລ້ຽງ​ທີ່​ດີ ເຮົາ​ຮູ້ຈັກ​ແກະ​ຂອງ​ເຮົາ ແລະ ແກະ​ຂອງ​ເຮົາ​ກໍ​ຮູ້ຈັກ​ເຮົາ</verse>
				<verse number="15">ເໝືອນດັ່ງ​ທີ່​ພຣະບິດາເຈົ້າ​ຮູ້ຈັກ​ເຮົາ ແລະ ເຮົາ​ກໍ​ຮູ້ຈັກ​ພຣະບິດາເຈົ້າ ແລະ ເຮົາ​ສະຫລະ​ຊີວິດ​ຂອງ​ເຮົາ​ເພື່ອ​ແກະ​ນັ້ນ.</verse>
				<verse number="16">ເຮົາ​ຍັງ​ມີ​ແກະ​ອື່ນ​ທີ່​ບໍ່​ແມ່ນ​ຂອງ​ຄອກ​ນີ້. ເຮົາ​ຈະ​ຕ້ອງ​ນໍາ​ແກະ​ເຫລົ່ານັ້ນ​ມາ​ເໝືອນກັນ. ແກະ​ເຫລົ່ານັ້ນ​ຈະ​ຟັງ​ສຽງ​ຂອງ​ເຮົາ​ເໝືອນກັນ ແລະ ຈະ​ຮວມ​ກັນ​ເປັນ​ຝູງ​ດຽວ ແລະ ມີ​ຜູ້ລ້ຽງ​ແຕ່​ຜູ້​ດຽວ.</verse>
				<verse number="17">ເຫດຜົນ​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ຮັກ​ເຮົາ​ກໍ​ເພາະ​ເຮົາ​ໄດ້​ສະຫລະ​ຊີວິດ​ຂອງ​ເຮົາ​ພຽງ​ແຕ່​ຈະ​ຮັບ​ຊີວິດ​ນັ້ນ​ຄືນມາ​ອີກ.</verse>
				<verse number="18">ບໍ່​ມີ​ຜູ້ໃດ​ຈະ​ຍາດ​ເອົາ​ຊີວິດ​ໄປ​ຈາກ​ເຮົາ, ແຕ່​ເຮົາ​ໄດ້​ສະຫລະ​ຊີວິດ​ດ້ວຍ​ຄວາມສະໝັກໃຈ​ຂອງ​ເຮົາ​ເອງ. ເຮົາ​ມີ​ສິດ​ທີ່​ຈະ​ສະຫລະ​ຊີວິດ​ນັ້ນ ແລະ ມີ​ສິດ​ທີ່​ຈະ​ຮັບ​ຊີວິດ​ຄືນ​ມາ​ອີກ. ເຮົາ​ໄດ້​ຮັບ​ຄຳສັ່ງ​ນີ້​ຈາກ​ພຣະບິດາເຈົ້າ​ຂອງ​ເຮົາ”.</verse>
				<verse number="19">ພວກ​ຢິວ​ທີ່​ໄດ້​ຍິນ​ຖ້ອຍຄຳ​ເຫລົ່ານີ້​ກໍ​ແຕກແຍກ​ກັນ​ອີກ.</verse>
				<verse number="20">ຫລາຍຄົນ​ໃນ​ພວກເຂົາ​ເວົ້າ​ວ່າ, “ລາວ​ຖືກ​ຜີມານຮ້າຍ​ສິງ​ຢູ່ ແລະ ກຳລັງ​ເປັນ​ບ້າ. ຟັງ​ລາວ​ເຮັດຫຍັງ?”</verse>
				<verse number="21">ແຕ່​ຄົນ​ອື່ນ​ກໍ​ເວົ້າ​ວ່າ, “ຄຳ​ເຫລົ່ານີ້​ບໍ່​ແມ່ນ​ຄຳເວົ້າ​ຂອງ​ຄົນ​ທີ່​ຖືກ​ຜີມານຮ້າຍ​ສິງ. ຜີມານຮ້າຍ​ຈະ​ເຮັດ​ໃຫ້​ຄົນຕາບອດ​ເຫັນຮຸ່ງ​ໄດ້​ບໍ?”</verse>
				<verse number="22">ແລ້ວ​ກໍ​ມາເຖິງ​ເທດສະການ​ສະຫລອງ​ວິຫານ ​ທີ່​ນະຄອນ​ເຢຣູຊາເລັມ, ເຊິ່ງ​ເປັນ​ລະດູ​ໜາວ,</verse>
				<verse number="23">ແລະ ພຣະເຢຊູເຈົ້າ​ຍ່າງ​ຢູ່​ທີ່​ລະບຽງ​ຂອງ​ໂຊໂລໂມນ​ໃນ​ເດີ່ນ​ວິຫານ.</verse>
				<verse number="24">ພວກ​ຢິວ​ທີ່​ຢູ່​ທີ່​ນັ້ນ​ໄດ້​ມາ​ຫຸ້ມ​ອ້ອມ​ພຣະອົງ ແລະ ເວົ້າ​ວ່າ, “ທ່ານ​ຈະ​ເຮັດ​ໃຫ້​ພວກເຮົາ​ຢູ່​ໃນ​ຄວາມສົງໄສ​ດົນ​ປານໃດ? ຖ້າ​ທ່ານ​ເປັນ​ພຣະຄຣິດເຈົ້າ ​ກໍ​ຈົ່ງ​ບອກ​ພວກເຮົາ​ໃຫ້​ຮູ້​ຢ່າງ​ແຈ່ມແຈ້ງ​ສາ”.</verse>
				<verse number="25">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ, ແຕ່​ພວກເຈົ້າ​ບໍ່​ເຊື່ອ. ພາລະກິດ​ທີ່​ເຮົາ​ເຮັດ​ໃນ​ນາມ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ​ກໍ​ເປັນ​ພະຍານ​ຢືນຢັນ​ໃຫ້​ແກ່​ເຮົາ,</verse>
				<verse number="26">ແຕ່​ພວກເຈົ້າ​ບໍ່​ເຊື່ອ​ເພາະ​ພວກເຈົ້າ​ບໍ່​ແມ່ນ​ແກະ​ຂອງ​ເຮົາ.</verse>
				<verse number="27">ແກະ​ຂອງ​ເຮົາ​ກໍ​ຟັງ​ສຽງ​ຂອງ​ເຮົາ, ເຮົາ​ຮູ້ຈັກ​ແກະ​ນັ້ນ ແລະ ແກະ​ນັ້ນ​ກໍ​ຕິດຕາມ​ເຮົາ.</verse>
				<verse number="28">ເຮົາ​ໃຫ້​ຊີວິດ​ນິລັນດອນ​ແກ່​ແກະ​ນັ້ນ ແລະ ແກະ​ນັ້ນ​ຈະ​ບໍ່​ຈິບຫາຍ​ຈັກເທື່ອ, ບໍ່​ມີ​ຜູ້ໃດ​ຍາດ​ເອົາ​ແກະ​ນັ້ນ​ອອກ​ໄປ​ຈາກ​ມື​ຂອງ​ເຮົາ​ໄດ້.</verse>
				<verse number="29">ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ໄດ້​ມອບ​ແກະ​ນັ້ນ​ໃຫ້​ແກ່​ເຮົາ​ຍິ່ງໃຫຍ່​ກວ່າ​ທຸກສິ່ງ ບໍ່​ມີ​ຜູ້ໃດ​ຈະ​ຍາດ​ເອົາ​ແກະ​ນັ້ນ​ຈາກ​ມື​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ​ໄດ້.</verse>
				<verse number="30">ເຮົາ​ກັບ​ພຣະບິດາເຈົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ”.</verse>
				<verse number="31">ເປັນ​ອີກ​ຄັ້ງ​ໜຶ່ງ​ທີ່​ພວກ​ຢິວ​ຈັບ​ເອົາ​ກ້ອນຫີນ​ຂຶ້ນ​ມາ​ເພື່ອ​ຈະ​ແກວ່ງ​ໃສ່​ພຣະອົງ,</verse>
				<verse number="32">ແຕ່​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ເຮົາ​ໄດ້​ສະແດງ​ສິ່ງ​ດີ​ຫລາຍ​ຢ່າງ​ທີ່​ມາ​ຈາກ​ພຣະບິດາເຈົ້າ​ໃຫ້​ພວກເຈົ້າ​ເຫັນ. ພວກເຈົ້າ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ເຮົາ​ເພາະ​ເຫດ​ອັນ​ໃດ?”</verse>
				<verse number="33">ພວກ​ຢິວ​ຕອບ​ວ່າ, “ທີ່​ເຮົາ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ເຈົ້າ​ບໍ່​ແມ່ນ​ເພາະ​ສິ່ງ​ດີ ແຕ່​ເພາະ​ເຈົ້າ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ, ເພາະ​ເຈົ້າ​ເປັນ​ພຽງ​ມະນຸດ​ແຕ່​ຕັ້ງ​ຕົນ​ເອງ​ເປັນ​ພຣະເຈົ້າ”.</verse>
				<verse number="34">ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ​ຂອງ​ພວກເຈົ້າ​ບໍ່​ແມ່ນ​ບໍ​ວ່າ, ‘ເຮົາ​ໄດ້​ກ່າວ​ວ່າ​ພວກເຈົ້າ​ເປັນ​ພະ’?</verse>
				<verse number="35">ຖ້າ​ຄົນ​ເຫລົ່ານັ້ນ​ທີ່​ພຣະຄຳ​ຂອງ​ພຣະເຈົ້າ​ມາ​ເຖິງ​ຖືກ​ເອີ້ນ​ວ່າ​ເປັນ ‘ພະ’ ແລະ ຖ້າ​ພຣະຄຳພີ​ຖືກຕ້ອງ​ສະເໝີ</verse>
				<verse number="36">ແລ້ວ​ຜູ້​ທີ່​ພຣະບິດາເຈົ້າ​ເລືອກ​ໄວ້ ແລະ ໃຊ້​ເຂົ້າ​ມາ​ໃນ​ໂລກ​ນີ້​ຈະ​ວ່າ​ແນວໃດ? ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ກ່າວຫາ​ເຮົາ​ວ່າ​ເຮົາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ເພາະ​ເຮົາ​ກ່າວ​ວ່າ, ‘ເຮົາ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ’?</verse>
				<verse number="37">ຖ້າ​ເຮົາ​ບໍ່​ໄດ້​ເຮັດ​ພາລະກິດ​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ເຮັດ​ກໍ​ຢ່າ​ເຊື່ອ​ເຮົາ​ເລີຍ.</verse>
				<verse number="38">ແຕ່​ຖ້າ​ເຮົາ​ເຮັດ​ພາລະກິດ​ນັ້ນ, ເຖິງແມ່ນວ່າ​ພວກເຈົ້າ​ບໍ່​ເຊື່ອ​ເຮົາ​ກໍ​ຕາມ, ແຕ່​ຈົ່ງ​ເຊື່ອ​ໃນ​ພາລະກິດ​ນັ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້ຈັກ ແລະ ເຂົ້າໃຈ​ວ່າ​ພຣະບິດາເຈົ້າ​ຢູ່​ໃນ​ເຮົາ ແລະ ເຮົາ​ຢູ່​ໃນ​ພຣະບິດາເຈົ້າ”.</verse>
				<verse number="39">ເຫດສະນັ້ນ ພວກເຂົາ​ຈຶ່ງ​ພະຍາຍາມ​ຈະ​ຈັບ​ພຣະອົງ​ອີກ ແຕ່​ພຣະອົງ​ໜີ​ພົ້ນ​ຈາກ​ການຈັບກຸມ​ຂອງ​ພວກເຂົາ​ໄປ​ໄດ້.</verse>
				<verse number="40">ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ຂ້າມ​ແມ່ນ້ຳຈໍແດນ​ກັບ​ໄປ​ຍັງ​ບ່ອນ​ທີ່​ໂຢຮັນ​ເຄີຍ​ໃຫ້​ຮັບ​ບັບຕິສະມາ. ພຣະອົງ​ຢູ່​ທີ່​ນັ້ນ,</verse>
				<verse number="41">ແລະ ມີ​ຫລາຍ​ຄົນ​ໄດ້​ພາກັນ​ມາ​ຫາ​ພຣະອົງ. ພວກເຂົາ​ເວົ້າ​ວ່າ, “ເຖິງແມ່ນວ່າ​ໂຢຮັນ​ບໍ່​ເຄີຍ​ສະແດງ​ໝາຍສຳຄັນ​ຈັກ​ຢ່າງ, ແຕ່​ທຸກສິ່ງ​ທີ່​ໂຢຮັນ​ບອກ​ກ່ຽວກັບ​ທ່ານ​ຜູ້​ນີ້​ກໍ່​ເປັນ​ເປັນ​ຄວາມ​ຈິງ”.</verse>
				<verse number="42">ແລະ ໃນ​ທີ່​ນັ້ນ​ກໍ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະເຢຊູເຈົ້າ.</verse>
			</chapter>
			<chapter number="11">
				<verse number="1">ບັດນີ້​ມີ​ຊາຍ​ຄົນ​ໜຶ່ງ​ກຳລັງ​ປ່ວຍ​ຢູ່​ຊື່​ວ່າ​ລາຊາໂຣ. ລາວ​ມາ​ຈາກ​ບ້ານ​ເບັດທານີ, ບ້ານ​ທີ່​ມາຣີ ແລະ ມາທາ​ເອື້ອຍ​ຂອງ​ລາວ​ຢູ່.</verse>
				<verse number="2">(ມາຣີ​ຜູ້​ນີ້​ແມ່ນ​ຜູ້​ທີ່​ນ້ອງຊາຍ​ຂອງ​ລາວ​ຄື​ລາຊາໂຣ​ກຳລັງ​ປ່ວຍ​ຢູ່, ໄດ້​ເອົາ​ນ້ຳມັນຫອມ​ຖອກ​ຫົດສົງ​ອົງພຣະຜູ້ເປັນເຈົ້າ ແລະ ເອົາ​ຜົມ​ຂອງ​ຕົນ​ເຊັດ​ຕີນ​ຂອງ​ພຣະອົງ).</verse>
				<verse number="3">ດັ່ງນັ້ນ ເອື້ອຍ​ທັງ​ສອງ​ຈຶ່ງ​ໃຫ້​ຄົນ​ໄປ​ບອກ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຜູ້​ທີ່​ພຣະອົງ​ຮັກ​ນັ້ນ​ກຳລັງ​ປ່ວຍ​ຢູ່”.</verse>
				<verse number="4">ເມື່ອ​ພຣະອົງ​ໄດ້​ຍິນ​ດັ່ງນັ້ນ​ແລ້ວ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ຄວາມເຈັບປ່ວຍ​ນີ້​ຈະ​ບໍ່​ເຖິງ​ແກ່​ຄວາມຕາຍ. ແຕ່​ເກີດຂຶ້ນ​ເພື່ອ​ກຽດຕິຍົດ​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ຮັບກຽດ​ເພາະ​ການ​ນີ້”.</verse>
				<verse number="5">ພຣະເຢຊູເຈົ້າ​ຮັກ​ມາທາ​ກັບ​ນ້ອງສາວ​ຂອງ​ນາງ ແລະ ລາຊາໂຣ.</verse>
				<verse number="6">ເມື່ອ​ພຣະອົງ​ໄດ້​ຍິນ​ວ່າ​ລາຊາໂຣ​ເຈັບປ່ວຍ ພຣະອົງ​ຍັງ​ພັກ​ຢູ່​ບ່ອນ​ທີ່​ພຣະອົງ​ພັກ​ຢູ່​ນັ້ນ​ອີກ​ສອງ​ວັນ.</verse>
				<verse number="7">ແລະ ຫລັງຈາກ​ນັ້ນ ພຣະອົງ​ຈຶ່ງ​ກ່າວ​ກັບ​ພວກສາວົກ​ວ່າ, “ໃຫ້​ພວກເຮົາ​ກັບ​ໄປ​ແຂວງ​ຢູດາຍ”.</verse>
				<verse number="8">ພວກສາວົກ​ໄດ້​ກ່າວ​ວ່າ, “ອາຈານ​ເອີຍ, ເມື່ອ​ບໍ່​ດົນ​ມາ​ນີ້​ພວກ​ຢິວ​ພະຍາຍາມ​ຈະ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ພຣະອົງ ແລ້ວ​ພຣະອົງ​ຍັງ​ຈະ​ກັບ​ຄືນ​ໄປ​ທີ່​ນັ້ນ​ອີກ​ບໍ?”</verse>
				<verse number="9">ພຣະເຢຊູເຈົ້າ​ຕອບ​ວ່າ, “ກາງເວັນ​ມີ​ສິບສອງ​ຊົ່ວໂມງ​ບໍ່​ແມ່ນ​ບໍ? ຜູ້​ທີ່​ຍ່າງ​ໃນ​ເວລາ​ກາງເວັນ​ຈະ​ບໍ່​ຊູນສະດຸດ ເພາະ​ພວກເຂົາ​ເບິ່ງ​ເຫັນ​ໂດຍ​ຄວາມສະຫວ່າງ​ຂອງ​ໂລກ​ນີ້.</verse>
				<verse number="10">ແຕ່​ຖ້າ​ລາວ​ຍ່າງ​ໃນ​ເວລາ​ກາງຄືນ​ລາວ​ກໍ​ຈະ​ຊູນສະດຸດ ເພາະ​ພວກເຂົາ​ບໍ່​ມີ​ຄວາມສະຫວ່າງ​ໃນ​ໂຕ”.</verse>
				<verse number="11">ຫລັງ​ຈາກ​ທີ່​ພຣະອົງ​ກ່າວ​ດັ່ງນັ້ນ​ແລ້ວ, ພຣະອົງ​ກໍ​ບອກ​ພວກສາວົກ​ຕື່ມ​ອີກ​ວ່າ, “ລາຊາໂຣ​ເພື່ອນ​ຂອງ​ເຮົາ​ກໍ​ນອນຫລັບ​ໄປ​ແລ້ວ ແຕ່​ເຮົາ​ຈະ​ໄປ​ທີ່​ນັ້ນ​ເພື່ອ​ປຸກ​ລາວ​ໃຫ້​ຕື່ນ​ຂຶ້ນ”.</verse>
				<verse number="12">ພວກສາວົກ​ຂອງ​ພຣະອົງ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ລາວ​ນອນ​ຫລັບ​ລາວ​ກໍ​ຄົງ​ຈະ​ດີ​ຂຶ້ນ”.</verse>
				<verse number="13">ພຣະເຢຊູເຈົ້າ​ໄດ້​ກ່າວ​ເຖິງ​ການຕາຍ​ຂອງ​ລາຊາໂຣ, ແຕ່​ພວກສາວົກ​ຄິດ​ວ່າ​ພຣະອົງ​ໝາຍເຖິງ​ການ​ນອນຫລັບ​ທຳມະດາ.</verse>
				<verse number="14">ດັ່ງນັ້ນ ພຣະອົງ​ຈຶ່ງ​ບອກ​ພວກເພິ່ນ​ຢ່າງ​ຈະ​ແຈ້ງ​ວ່າ, “ລາຊາໂຣ​ໄດ້​ຕາຍ​ແລ້ວ,</verse>
				<verse number="15">ແລະ ເພາະ​ເຫັນ​ແກ່​ພວກເຈົ້າ​ເຮົາ​ຈຶ່ງ​ດີໃຈ​ທີ່​ບໍ່​ໄດ້​ຢູ່​ທີ່​ນັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເຊື່ອ. ແຕ່​ໃຫ້​ພວກເຮົາ​ໄປ​ຫາ​ລາວ​ເທາະ”.</verse>
				<verse number="16">ໂທມາ​ທີ່​ມີ​ຊື່​ອີກ​ວ່າ​ດີໄດມັດ ໄດ້​ເວົ້າ​ກັບ​ພວກສາວົກ​ຄົນ​ອື່ນໆ​ວ່າ, “ໃຫ້​ພວກເຮົາ​ພາກັນ​ໄປ​ນຳ​ກັນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ກັບ​ພຣະອົງ”.</verse>
				<verse number="17">ເມື່ອ​ພຣະເຢຊູເຈົ້າ​ມາ​ຮອດ​ກໍ​ພົບ​ວ່າ​ລາຊາໂຣ​ຢູ່​ໃນ​ອຸບມຸງ​ຝັງສົບ​ໄດ້​ສີ່​ວັນ​ແລ້ວ.</verse>
				<verse number="18">ບ້ານ​ເບັດທານີ​ກໍ​ຢູ່​ຫ່າງ​ຈາກ​ນະຄອນ​ເຢຣູຊາເລັມ​ປະມານ 3 ກິໂລແມັດ,</verse>
				<verse number="19">ຊາວ​ຢິວ​ຫລາຍ​ຄົນ​ໄດ້​ມາ​ຫາ​ມາທາ ແລະ ມາຣີ​ເພື່ອ​ເລົ້າໂລມໃຈ​ພວກເຂົາ​ທີ່​ໄດ້​ສູນເສຍ​ນ້ອງຊາຍ.</verse>
				<verse number="20">ເມື່ອ​ມາທາ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ກຳລັງ​ມາ, ນາງ​ກໍ​ອອກໄປ​ຕ້ອນຮັບ​ພຣະອົງ ສ່ວນ​ມາຣີ​ນັ້ນ​ຍັງ​ຢູ່​ທີ່​ເຮືອນ.</verse>
				<verse number="21">ມາທາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ພຣະອົງ​ຢູ່​ທີ່​ນີ້​ນ້ອງຊາຍ​ຂອງ​ຂ້ານ້ອຍ​ຄົງ​ຈະ​ບໍ່​ຕາຍ.</verse>
				<verse number="22">ແຕ່​ຂ້ານ້ອຍ​ຮູ້​ວ່າ​ແມ່ນແຕ່​ເວລາ​ນີ້​ສິ່ງ​ໃດ​ທີ່​ພຣະອົງ​ຂໍ ພຣະເຈົ້າ​ຈະ​ມອບ​ໃຫ້​ແກ່​ພຣະອົງ”.</verse>
				<verse number="23">ພຣະເຢຊູເຈົ້າ​ກ່າວ​ຕໍ່​ນາງ​ວ່າ, “ນ້ອງຊາຍ​ຂອງ​ເຈົ້າ​ຈະ​ຟື້ນຄືນມາ​ອີກ”.</verse>
				<verse number="24">ມາທາ​ຕອບ​ວ່າ, “ຂ້ານ້ອຍ​ກໍ​ຮູ້ຈັກ​ແລ້ວ​ວ່າ​ລາວ​ຈະ​ຟື້ນຄືນມາ​ອີກ​ໃນ​ການເປັນຄືນມາຈາກຕາຍ​ໃນ​ວັນ​ສຸດທ້າຍ”.</verse>
				<verse number="25">ພຣະເຢຊູເຈົ້າ​ກ່າວ​ຕໍ່​ນາງ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ເຫດ​ໃຫ້​ຄົນ​ທັງປວງ​ເປັນຄືນມາຈາກຕາຍ ແລະ ເປັນ​ຊີວິດ. ຜູ້​ທີ່​ເຊື່ອ​ໃນ​ເຮົາ​ເຖິງ​ວ່າ​ຕາຍ​ໄປ​ແລ້ວ​ກໍ​ຈະ​ມີຊີວິດ​ຢູ່</verse>
				<verse number="26">ຜູ້ໃດ​ກໍ​ຕາມ​ທີ່​ມີຊີວິດ​ຢູ່​ໂດຍ​ເຊື່ອ​ໃນ​ເຮົາ​ກໍ​ຈະ​ບໍ່​ຕາຍ​ຈັກເທື່ອ. ເຈົ້າ​ເຊື່ອ​ຢ່າງ​ນີ້​ບໍ?”</verse>
				<verse number="27">ນາງ​ຕອບ​ວ່າ, “ເຊື່ອ​ຢູ່​ແລ້ວ​ອົງພຣະຜູ້ເປັນເຈົ້າ​ເອີຍ, ຂ້ານ້ອຍ​ເຊື່ອ​ແລ້ວ​ວ່າ​ພຣະອົງ​ເປັນ​ພຣະຄຣິດເຈົ້າ ພຣະບຸດ​ຂອງ​ພຣະເຈົ້າ​ຜູ້​ເຂົ້າ​ມາ​ໃນ​ໂລກ​ນີ້”.</verse>
				<verse number="28">ຫລັງຈາກ​ທີ່​ມາທາ​ກ່າວ​ດັ່ງນີ້​ແລ້ວ ນາງ​ກໍ​ກັບ​ຄືນ​ໄປ ແລະ ເອີ້ນ​ມາຣີ​ນ້ອງສາວ​ຂອງ​ຕົນ ແລະ ບອກ​ວ່າ, “ອາຈານ​ຢູ່​ທີ່​ນີ້​ແລ້ວ ແລະ ກຳລັງ​ຖາມ​ຫາ​ເຈົ້າ”.</verse>
				<verse number="29">ເມື່ອ​ມາຣີ​ໄດ້​ຟັງ​ຢ່າງ​ນັ້ນ ນາງ​ຈຶ່ງ​ຟ້າວ​ລຸກຂຶ້ນ​ແລ້ວ​ໄປ​ຫາ​ພຣະອົງ.</verse>
				<verse number="30">ໃນຂະນະ​ນັ້ນ ພຣະເຢຊູເຈົ້າ​ຍັງ​ບໍ່​ໄດ້​ເຂົ້າ​ມາ​ໃນ​ບ້ານ​ເທື່ອ ແຕ່​ຍັງ​ຢູ່​ໃນ​ບ່ອນ​ທີ່​ມາທາ​ມາ​ພົບ​ພຣະອົງ​ນັ້ນ.</verse>
				<verse number="31">ເມື່ອ​ພວກ​ຢິວ​ທີ່​ກຳລັງ​ເລົ້າໂລມໃຈ​ມາຣີ​ຢູ່​ໃນ​ເຮືອນ​ເຫັນ​ວ່າ​ນາງ​ຟ້າວ​ລຸກ​ອອກ​ໄປ, ພວກເຂົາ​ຈຶ່ງ​ຕາມ​ນາງ​ໄປ ເພາະ​ຄິດວ່າ​ນາງ​ຈະ​ໄປ​ຮ້ອງໄຫ້​ຢູ່​ທີ່​ອຸບມຸງ​ຝັງສົບ​ພຸ້ນ.</verse>
				<verse number="32">ເມື່ອ​ມາຣີ​ມາ​ຮອດ​ບ່ອນ​ທີ່​ພຣະເຢຊູເຈົ້າ​ຢູ່ ແລະ ໄດ້​ເຫັນ​ພຣະອົງ, ນາງ​ກໍ​ໝູບລົງ​ທີ່​ຕີນ​ຂອງ​ພຣະອົງ ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ພຣະອົງ​ຢູ່​ທີ່​ນີ້​ນ້ອງຊາຍ​ຂອງ​ຂ້ານ້ອຍ​ກໍ​ຄົງ​ບໍ່​ຕາຍ”.</verse>
				<verse number="33">ເມື່ອ​ພຣະເຢຊູເຈົ້າ​ເຫັນ​ນາງ​ຮ້ອງໄຫ້ ແລະ ພວກ​ຢິວ​ທີ່​ມາ​ກັບ​ນາງ​ກໍ​ຮ້ອງໄຫ້​ເໝືອນກັນ, ພຣະອົງ​ກໍ​ເປັນ​ທຸກ ແລະ ສະເທືອນ​ໃຈ​ຫລາຍ</verse>
				<verse number="34">ແລະ ຖາມ​ວ່າ, “ພວກເຈົ້າ​ໄດ້​ເອົາ​ສົບ​ໄປ​ວາງໄວ້​ຢູ່​ໃສ?” ພວກເຂົາ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ ຂໍ​ເຊີນ​ມາ​ເບິ່ງ”.</verse>
				<verse number="35">ພຣະເຢຊູເຈົ້າ​ຮ້ອງໄຫ້.</verse>
				<verse number="36">ແລ້ວ​ພວກ​ຢິວ​ຈຶ່ງ​ເວົ້າ​ວ່າ, “ເບິ່ງ​ແມ, ພຣະອົງ​ຮັກ​ລາວ​ຫລາຍ​ປານໃດ!”</verse>
				<verse number="37">ແຕ່​ບາງຄົນ​ເວົ້າ​ວ່າ, “ພຣະອົງ​ຜູ້​ໄດ້​ເຮັດ​ໃຫ້​ຊາຍ​ຕາບອດ​ເຫັນຮຸ່ງ​ໄດ້ ແລ້ວ​ຈະ​ເຮັດໃຫ້​ຄົນ​ນີ້​ບໍ່​ຕາຍ​ບໍ່​ໄດ້​ບໍ?”</verse>
				<verse number="38">ພຣະເຢຊູເຈົ້າ​ສະເທືອນໃຈ​ຫລາຍ​ອີກ, ພຣະອົງ​ມາ​ທີ່​ອຸບມຸງ​ຝັງສົບ ເຊິ່ງ​ເປັນ​ຖ້ຳ​ທີ່​ມີ​ຫີນ​ກ້ອນ​ໜຶ່ງ​ວາງ​ຕັນ​ທາງເຂົ້າ.</verse>
				<verse number="39">ພຣະອົງ​ກ່າວ​ວ່າ, “ຈົ່ງ​ກຶ່ງ​ກ້ອນຫີນ​ອອກ”. ມາທາ​ເອື້ອຍ​ຂອງ​ຜູ້​ຕາຍ​ນັ້ນ​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ປານ​ນີ້​ສົບ​ຄົງ​ມີ​ກິ່ນ​ເໝັນ​ແລ້ວ ເພາະ​ລາວ​ຢູ່​ໃນ​ອຸບມຸງ​ມາ​ໄດ້​ສີ່​ວັນ​ແລ້ວ”.</verse>
				<verse number="40">ຫລັງຈາກນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ເຮົາ​ບອກ​ເຈົ້າ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ ຖ້າ​ເຈົ້າ​ເຊື່ອ ເຈົ້າ​ຈະ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະເຈົ້າ?”</verse>
				<verse number="41">ດັ່ງນັ້ນ ພວກເຂົາ​ຈຶ່ງ​ກຶ່ງ​ກ້ອນຫີນ​ອອກ ແລ້ວ​ພຣະເຢຊູເຈົ້າ​ເງີຍໜ້າ​ຂຶ້ນ ແລະ ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ຂ້ານ້ອຍ​ຂອບພຣະຄຸນ​ພຣະອົງ​ທີ່​ພຣະອົງ​ຮັບ​ຟັງ​ຂ້ານ້ອຍ.</verse>
				<verse number="42">ຂ້ານ້ອຍ​ຮູ້ຈັກ​ວ່າ​ພຣະອົງ​ຮັບ​ຟັງ​ຂ້ານ້ອຍ​ຢູ່​ສະເໝີ, ແຕ່​ທີ່​ຂ້ານ້ອຍ​ເວົ້າ​ຢ່າງ​ນີ້​ກໍ​ເພື່ອ​ເຫັນ​ແກ່​ຄົນ​ທັງຫລາຍ​ທີ່​ຢືນ​ຢູ່​ທີ່​ນີ້ ເພື່ອ​ພວກເຂົາ​ຈະ​ໄດ້​ເຊື່ອ​ວ່າ​ພຣະອົງ​ໃຊ້​ຂ້ານ້ອຍ​ມາ”.</verse>
				<verse number="43">ເມື່ອ​ກ່າວ​ດັ່ງນີ້​ແລ້ວ ພຣະເຢຊູເຈົ້າ​ເອີ້ນ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ລາຊາໂຣ​ເອີຍ, ຈົ່ງ​ອອກມາ​ສາ!”</verse>
				<verse number="44">ຜູ້​ຕາຍ​ນັ້ນ​ກໍ​ອອກມາ ມີ​ແຜ່ນ​ຜ້າຝ້າຍລິນິນ​ພັນ​ມື ແລະ ຕີນ​ຂອງ​ລາວ ແລະ ມີ​ຜ້າ​ຜືນ​ໜຶ່ງ​ຄຸມ​ໜ້າ​ຂອງ​ລາວ​ໄວ້. ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ແກ້​ຜ້າພັນສົບ​ອອກ ແລະ ປ່ອຍ​ລາວ​ໄປ”.</verse>
				<verse number="45">ເຫດສະນັ້ນ ຊາວ​ຢິວ​ຫລາຍ​ຄົນ​ທີ່​ມາ​ຢ້ຽມຢາມ​ມາຣີ ແລະ ໄດ້​ເຫັນ​ສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ເຮັດ​ນັ້ນ ກໍ​ເຊື່ອ​ພຣະອົງ.</verse>
				<verse number="46">ແຕ່​ບາງຄົນ​ໃນ​ພວກເຂົາ​ໄດ້​ໄປ​ພົບ​ພວກ​ຟາຣີຊາຍ ແລະ ເລົ່າ​ສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ເຮັດ​ໃຫ້​ພວກເຂົາ​ຟັງ.</verse>
				<verse number="47">ແລ້ວ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ເອີ້ນ​ປະຊຸມ​ສະພາ​ແຊນເຮດຣິນ. ພວກເຂົາ​ຖາມ​ກັນ​ວ່າ, “ພວກເຮົາ​ເຮັດ​ຫຍັງ​ໄດ້​ແດ່? ຊາຍ​ຄົນ​ນີ້​ກຳລັງ​ສະແດງ​ໝາຍສຳຄັນ​ຫລາຍ​ຢ່າງ.</verse>
				<verse number="48">ຖ້າ​ພວກເຮົາ​ປ່ອຍ​ໃຫ້​ລາວ​ເຮັດ​ແບບ​ນີ້​ຕໍ່ໄປ ທຸກ​ຄົນ​ກໍ​ຈະ​ພາກັນ​ເຊື່ອ​ລາວ ແລ້ວ​ພວກໂຣມ​ກໍ​ຈະ​ມາ​ເອົາ​ທັງ​ວິຫານ ແລະ ຊາດ​ຂອງ​ພວກເຮົາ​ໄປ”.</verse>
				<verse number="49">ຫລັງຈາກ​ນັ້ນ ມີ​ຜູ້​ໜຶ່ງ​ໃນ​ພວກເຂົາ​ຊື່​ວ່າ​ກາຢະຟາ ຜູ້​ທີ່​ເປັນ​ມະຫາ​ປະໂລຫິດ​ປະຈຳການ​ໃນ​ປີ​ນັ້ນ ໄດ້​ເວົ້າ​ຂຶ້ນ​ວ່າ, “ພວກທ່ານ​ບໍ່​ຮູ້ຈັກ​ຫຍັງ​ເລີຍ!</verse>
				<verse number="50">ພວກທ່ານ​ບໍ່​ໄດ້​ເຂົ້າໃຈ​ວ່າ​ມັນ​ຈະ​ເປັນ​ປະໂຫຍດ​ສຳລັບ​ພວກທ່ານ ທີ່​ໃຫ້​ຄົນ​ໜຶ່ງ​ຕາຍ​ເພື່ອ​ປະຊາຊົນ​ກໍ​ດີ​ກວ່າ​ຈະ​ໃຫ້​ຄົນ​ທັງ​ຊາດ​ຕ້ອງ​ຈິບຫາຍ”.</verse>
				<verse number="51">ເພິ່ນ​ບໍ່​ໄດ້​ເວົ້າ​ດັ່ງນີ້​ຕາມ​ຄວາມຄິດ​ຂອງ​ຕົນເອງ ແຕ່​ເວົ້າ​ໃນ​ຖານະ​ມະຫາ​ປະໂລຫິດ​ປະຈຳການ​ໃນ​ປີ​ນັ້ນ, ເພິ່ນ​ໄດ້​ທຳນວາຍ​ວ່າ​ພຣະເຢຊູເຈົ້າ​ຈະ​ຕາຍ​ເພື່ອ​ຊົນຊາດ​ຢິວ,</verse>
				<verse number="52">ແລະ ບໍ່​ພຽງ​ແຕ່​ຊົນຊາດ​ນີ້​ເທົ່ານັ້ນ​ແຕ່​ຍັງ​ຕາຍ​ເພື່ອ​ລູກ​ຂອງ​ພຣະເຈົ້າ​ທີ່​ກະຈັດກະຈາຍ​ຢູ່, ເພື່ອ​ນໍາ​ພວກເຂົາ​ເຂົ້າ​ມາ​ຮວມ​ກັນ​ເປັນ​ອັນໜຶ່ງອັນດຽວກັນ.</verse>
				<verse number="53">ດັ່ງນັ້ນ ຕັ້ງແຕ່​ມື້​ນັ້ນ​ມາ ພວກເຂົາ​ຈຶ່ງ​ວາງແຜນ​ຈະ​ເອົາ​ຊີວິດ​ຂອງ​ພຣະອົງ.</verse>
				<verse number="54">ເຫດສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ໄດ້​ເຄື່ອນໄຫວ​ຢ່າງ​ເປີດເຜີຍ​ໃນ​ທ່າມກາງ​ປະຊາຊົນ​ໃນ​ແຂວງ​ຢູດາຍ​ອີກ​ຕໍ່​ໄປ. ແຕ່​ພຣະອົງ​ໄດ້​ແຍກ​ໄປ​ຍັງ​ເຂດ​ໃກ້​ຖິ່ນແຫ້ງແລ້ງກັນດານ​ຈົນ​ຮອດ​ບ້ານ​ເອຟະຣາອິມ, ພຣະອົງ​ພັກ​ຢູ່​ທີ່​ນັ້ນ​ກັບ​ພວກສາວົກ​ຂອງ​ພຣະອົງ.</verse>
				<verse number="55">ເມື່ອ​ໃກ້​ຈະ​ເຖິງ​ເທດສະການ​ປັດສະຄາ​ຂອງ​ຊາວຢິວ, ຄົນ​ຈໍານວນ​ຫລວງຫລາຍ​ຈາກ​ຊົນນະບົດ​ເດີນທາງ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ເພື່ອ​ປະກອບ​ພິທີ​ຊຳລະ​ໂຕ​ກ່ອນ​ເທດສະການ​ປັດສະຄາ.</verse>
				<verse number="56">ພວກເຂົາ​ສືບຕໍ່​ຊອກຫາ​ພຣະເຢຊູເຈົ້າ ແລະ ຂະນະ​ທີ່​ພວກເຂົາ​ຢືນ​ຢູ່​ໃນ​ເດີ່ນ​ວິຫານ​ພວກເຂົາ​ກໍ​ຖາມ​ກັນ​ວ່າ, “ເຈົ້າ​ຄິດ​ຢ່າງໃດ? ເພິ່ນ​ຄົງ​ຈະ​ບໍ່​ມາ​ໃນ​ງານ​ເທດສະການ​ນີ້​ເລີຍ​ແມ່ນ​ບໍ?”</verse>
				<verse number="57">ຝ່າຍ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ໄດ້​ອອກ​ຄຳສັ່ງ​ໄວ້​ວ່າ​ຖ້າ​ຜູ້ໃດ​ຮູ້​ວ່າ​ພຣະເຢຊູເຈົ້າ​ຢູ່​ບ່ອນ​ໃດ​ໃຫ້​ມາ​ລາຍງານ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ໄປ​ຈັບ​ພຣະອົງ.</verse>
			</chapter>
			<chapter number="12">
				<verse number="1">ຫົກ​ວັນ​ກ່ອນ​ເຖິງ​ເທດສະການ​ປັດສະຄາ ພຣະເຢຊູເຈົ້າ​ມາ​ຮອດ​ບ້ານ​ເບັດທານີ, ເຊິ່ງ​ເປັນ​ທີ່ຢູ່​ຂອງ​ລາຊາໂຣ​ຜູ້​ທີ່​ພຣະເຢຊູເຈົ້າ​ໄດ້​ເຮັດ​ໃຫ້​ເປັນຄືນມາຈາກຕາຍ.</verse>
				<verse number="2">ມີ​ການ​ຈັດ​ງານລ້ຽງ​ຢູ່​ທີ່​ນັ້ນ​ເພື່ອ​ເປັນ​ກຽດ​ແກ່​ພຣະເຢຊູເຈົ້າ, ນາງ​ມາທາ​ກໍ​ຮັບໃຊ້​ຢູ່, ໃນຂະນະ​ນັ້ນ​ລາຊາໂຣ​ເປັນ​ຜູ້​ໜຶ່ງ​ໃນ​ທ່າມກາງ​ຜູ້​ທີ່​ນັ່ງ​ຮ່ວມ​ໂຕະ​ກັບ​ພຣະອົງ.</verse>
				<verse number="3">ແລ້ວ​ນາງ​ມາຣີ​ກໍ​ໄດ້​ເອົາ​ນ້ຳຫອມ​ບໍລິສຸດ​ປະມານ​ເຄິ່ງ​ລິດ ​ທີ່​ມີ​ລາຄາ​ແພງ​ມາ ນາງ​ໄດ້​ຖອກ​ນໍ້າຫອມ​ນັ້ນ​ຫົດ​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ ໃຊ້​ຜົມ​ຂອງ​ຕົນ​ເຊັດ​ຕີນ​ຂອງ​ພຣະອົງ. ຈົນ​ທົ່ວ​ທັງ​ເຮືອນ​ຫອມກຸ້ມ​ດ້ວຍ​ກິ່ນ​ນ້ຳຫອມ​ນັ້ນ.</verse>
				<verse number="4">ແຕ່​ສາວົກ​ຄົນ​ໜຶ່ງ​ຂອງ​ພຣະອົງ ຄື​ຢູດາ​ອິດສະກາຣິອົດ ຜູ້​ທີ່​ຈະ​ທໍລະຍົດ​ຕໍ່​ພຣະອົງ​ໄດ້​ຄັດຄ້ານ​ຂຶ້ນ​ມາ​ວ່າ,</verse>
				<verse number="5">“ເປັນຫຍັງ​ຈຶ່ງ​ບໍ່​ຂາຍ​ນ້ຳຫອມ​ນີ້ ແລະ ເອົາ​ເງິນ​ໄປ​ແຈກຢາຍ​ໃຫ້​ຄົນຍາກຈົນ? ນ້ຳຫອມ​ນີ້​ມີ​ມູນຄ່າ​ເທົ່າ​ກັບ​ຄ່າຈ້າງ​ຂອງ​ຄົນງານ​ຜູ້​ໜຶ່ງ​ໝົດ​ທັງ​ປີ ”.</verse>
				<verse number="6">ການ​ທີ່​ລາວ​ເວົ້າ​ຢ່າງ​ນີ້​ບໍ່​ແມ່ນ​ເພາະ​ລາວ​ຫ່ວງໃຍ​ນໍາ​ຄົນຍາກຈົນ​ແຕ່​ເພາະ​ລາວ​ເປັນ​ຄົນຂີ້ລັກ, ໃນ​ຖານະ​ເປັນ​ຜູ້​ຖື​ຖົງ​ເງິນ ລາວ​ເຄີຍ​ຍັກຍອກ​ເອົາ​ເງິນ​ທີ່​ໃສ່​ໄວ້​ໃນ​ຖົງ​ນັ້ນ​ໄປ.</verse>
				<verse number="7">ພຣະເຢຊູເຈົ້າ​ຕອບ​ວ່າ, “ປ່ອຍ​ນາງ​ເທາະ ຕັ້ງໃຈ​ວ່າ​ນາງ​ຄວນ​ຈະ​ເກັບ​ນ້ຳຫອມ​ນີ້​ໄວ້​ສຳລັບ​ວັນ​ຝັງສົບ​ຂອງ​ເຮົາ.</verse>
				<verse number="8">ພວກເຈົ້າ​ຈະ​ມີ​ຄົນຍາກຈົນ​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ສະເໝີ ແຕ່​ພວກເຈົ້າ​ຈະ​ບໍ່​ມີ​ເຮົາ​ຢູ່​ນໍາ​ສະເໝີ​ໄປ”.</verse>
				<verse number="9">ໃນ​ຂະນະ​ດຽວ​ກັນ​ນັ້ນ​ກໍ​ມີ​ຊາວ​ຢິວ​ຈໍານວນ​ຫລວງຫລາຍ​ຮູ້​ວ່າ​ພຣະເຢຊູເຈົ້າ​ຢູ່​ໃນ​ທີ່​ນັ້ນ​ຈຶ່ງ​ພາກັນ​ມາ, ພວກເຂົາ​ບໍ່​ໄດ້​ມາ​ພຽງ​ເພາະ​ພຣະອົງ​ເທົ່ານັ້ນ​ແຕ່​ເພື່ອ​ຈະ​ໄດ້​ເຫັນ​ລາຊາໂຣ​ເໝືອນກັນ, ຜູ້​ທີ່​ພຣະເຢຊູເຈົ້າ​ເຮັດ​ໃຫ້​ເປັນຄືນມາຈາກຕາຍ​ນັ້ນ.</verse>
				<verse number="10">ດັ່ງນັ້ນ ພວກຫົວໜ້າ​ປະໂລຫິດ​ຈຶ່ງ​ວາງແຜນ​ຈະ​ຂ້າ​ລາຊາໂຣ​ເໝືອນກັນ,</verse>
				<verse number="11">ເພາະ​ລາຊາໂຣ ເປັນ​ຕົ້ນເຫດ​ໃຫ້​ຊາວ​ຢິວ​ຫລາຍຄົນ​ໄປ​ຫາ​ພຣະເຢຊູເຈົ້າ ແລະ ເຊື່ອ​ໃນ​ພຣະອົງ.</verse>
				<verse number="12">ໃນ​ວັນ​ຕໍ່ມາ ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ທີ່​ມາ​ງານ​ເທດສະການ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ກຳລັງ​ມາ​ນະຄອນ​ເຢຣູຊາເລັມ.</verse>
				<verse number="13">ພວກເຂົາ​ກໍ​ພາກັນ​ຖື​ກ້ານຕານ​ອອກ​ມາ​ຕ້ອນຮັບ​ພຣະອົງ ແລະ ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ! ” “ສັນລະເສີນ​ພຣະອົງ​ຜູ້​ທີ່​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ!” “ສັນລະເສີນ​ອົງ​ກະສັດ​ຂອງ​ຊາດ​ອິດສະຣາເອນ!”</verse>
				<verse number="14">ພຣະເຢຊູເຈົ້າ​ພົບ​ລໍນ້ອຍ​ໂຕ​ໜຶ່ງ ແລະ ຂຶ້ນ​ຂີ່​ລໍ​ນັ້ນ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ:</verse>
				<verse number="15">“ຢ່າ​ຢ້ານ​ເລີຍ, ລູກສາວ​ແຫ່ງ​ຊີໂອນ; ເບິ່ງ​ແມ, ກະສັດ​ຂອງ​ເຈົ້າ​ກຳລັງ​ມາ ນັ່ງ​ຢູ່​ເທິງ​ລໍ”.</verse>
				<verse number="16">ໃນ​ຕອນທຳອິດ​ນັ້ນ​ພວກສາວົກ​ຂອງ​ພຣະອົງ​ບໍ່​ທັນ​ເຂົ້າໃຈ​ເຫດການ​ທັງໝົດ​ນີ້. ແຕ່​ເມື່ອ​ຫລັງຈາກ​ພຣະເຢຊູເຈົ້າ​ໄດ້​ຮັບ​ສະຫງ່າລາສີ​ແລ້ວ ພວກເພິ່ນ​ຈຶ່ງ​ຮູ້​ວ່າ​ສິ່ງ​ເຫລົ່ານີ້​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ ແລະ ໄດ້​ກະທຳ​ສິ່ງ​ເຫລົ່ານີ້​ຕໍ່​ພຣະອົງ.</verse>
				<verse number="17">ຝ່າຍ​ຄົນ​ທັງປວງ​ທີ່​ຢູ່​ກັບ​ພຣະອົງ​ເມື່ອ​ພຣະອົງ​ເອີ້ນ​ລາຊາໂຣ​ອອກຈາກ​ອຸບມຸງ​ຝັງສົບ ແລະ ເຮັດ​ໃຫ້​ລາວ​ເປັນຄືນມາຈາກຕາຍ​ນັ້ນ​ກໍ​ພາກັນ​ສືບຕໍ່​ເຜີຍແຜ່​ຂ່າວ​ອອກໄປ.</verse>
				<verse number="18">ປະຊາຊົນ​ຈໍານວນ​ຫລວງຫລາຍ​ຈຶ່ງ​ພາກັນ​ອອກໄປ​ພົບ​ພຣະອົງ ເພາະ​ໄດ້​ຍິນ​ວ່າ​ພຣະອົງ​ສະແດງ​ໝາຍສຳຄັນ​ນີ້.</verse>
				<verse number="19">ດັ່ງນັ້ນ ພວກ​ຟາຣີຊາຍ​ຈຶ່ງ​ເວົ້າ​ຕໍ່​ກັນ​ວ່າ, “ເຫັນ​ບໍ, ພວກເຮົາ​ເຮັດ​ຫຍັງ​ບໍ່​ໄດ້​ເລີຍ. ເບິ່ງ​ແມ ໝົດ​ທັງ​ໂລກ​ກໍ​ຕິດຕາມ​ມັນ​ໄປ!”</verse>
				<verse number="20">ດຽວນີ້​ມີ​ຊາວ​ກຣີກ​ບາງຄົນ​ໃນ​ບັນດາ​ຄົນ​ທັງຫລາຍ​ທີ່​ຂຶ້ນ​ໄປ​ເພື່ອ​ນະມັດສະການ​ໃນ​ເທດສະການ​ນັ້ນ.</verse>
				<verse number="21">ພວກເຂົາ​ໄດ້​ໄປ​ຫາ​ຟີລິບ ຜູ້​ທີ່​ມາ​ຈາກ​ເບັດຊາອີດາ​ໃນ​ແຂວງ​ຄາລີເລ ດ້ວຍ​ຄຳ​ຂໍຮ້ອງ​ວ່າ, “ນາຍ​ເອີຍ, ພວກຂ້ານ້ອຍ​ຢາກ​ເຫັນ​ພຣະເຢຊູເຈົ້າ”.</verse>
				<verse number="22">ຟີລິບ​ຈຶ່ງ​ໄປ​ບອກ​ອັນເດອາ ແລ້ວ​ອັນເດອາ ແລະ ຟີລິບ​ກໍ​ກັບ​ໄປ​ບອກ​ພຣະເຢຊູເຈົ້າ.</verse>
				<verse number="23">ພຣະເຢຊູເຈົ້າ​ຕອບ​ວ່າ, “ເວລາ​ນັ້ນ​ກໍ​ມາ​ເຖິງ​ແລ້ວ​ທີ່​ບຸດມະນຸດ​ຈະ​ຕ້ອງ​ໄດ້​ຮັບກຽດ.</verse>
				<verse number="24">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ເມັດ​ເຂົ້າຫວີດ​ບໍ່​ຕົກ​ລົງ​ພື້ນດິນ ແລະ ຕາຍ​ໄປ ກໍ​ຄົງ​ຈະ​ມີ​ຢູ່​ພຽງ​ແຕ່​ເມັດ​ດຽວ. ແຕ່​ຖ້າ​ເມັດ​ນັ້ນ​ໄດ້​ຕາຍ​ໄປ​ກໍ​ຈະ​ເກີດຜົນ​ໃຫ້​ມີ​ເມັດ​ອື່ນໆ​ຫລາຍ​ຂຶ້ນ.</verse>
				<verse number="25">ຜູ້​ທີ່​ຮັກ​ຊີວິດ​ຂອງ​ຕົນ​ກໍ​ຈະ​ເສຍ​ຊີວິດ ສ່ວນ​ຜູ້​ທີ່​ຊັງ​ຊີວິດ​ຂອງ​ຕົນ​ໃນ​ໂລກ​ນີ້​ກໍ​ຈະ​ຮັກສາ​ຊີວິດ​ໄວ້ ແລະ ມີຊີວິດ​ນິລັນດອນ.</verse>
				<verse number="26">ຜູ້ໃດ​ກໍ​ຕາມ​ທີ່​ຮັບໃຊ້​ເຮົາ​ຜູ້​ນັ້ນ​ຕ້ອງ​ຕິດຕາມ​ເຮົາ​ມາ ແລະ ເຮົາ​ຢູ່​ບ່ອນໃດ, ຜູ້ຮັບໃຊ້​ຂອງ​ເຮົາ​ກໍ​ຈະ​ຢູ່​ບ່ອນນັ້ນ​ເໝືອນກັນ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະ​ໃຫ້​ກຽດ​ແກ່​ຜູ້​ທີ່​ຮັບໃຊ້​ເຮົາ.</verse>
				<verse number="27">“ເວລາ​ນີ້​ຈິດໃຈ​ຂອງ​ເຮົາ​ວຸ້ນວາຍ ແລະ ເຮົາ​ຈະ​ກ່າວ​ວ່າ​ຢ່າງໃດ? ຈະ​ວ່າ ‘ຂ້າແດ່​ພຣະບິດາເຈົ້າ, ຂໍ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຊົ່ວໂມງ​ນີ້​ໄປ​ແດ່​ທ້ອນ’ ຢ່າງ​ນັ້ນ​ບໍ? ບໍ່​ເລີຍ, ເພາະ​ເຮົາ​ມາ​ເຖິງ​ຊົ່ວໂມງ​ນີ້​ກໍ​ເພື່ອ​ການ​ນີ້​ແຫລະ.</verse>
				<verse number="28">ຂ້າແດ່​ພຣະບິດາເຈົ້າ ຂໍ​ເຮັດ​ໃຫ້​ນາມ​ຂອງ​ພຣະອົງ​ໄດ້​ຮັບ​ກຽດ!” ແລ້ວ​ກໍ​ມີ​ສຽງ​ມາ​ຈາກ​ສະຫວັນ​ວ່າ, “ເຮົາ​ໄດ້​ເຮັດ​ໃຫ້​ນາມ​ຂອງ​ເຮົາ​ໄດ້​ຮັບ​ກຽດ​ແລ້ວ ແລະ ເຮົາ​ຈະ​ເຮັດ​ໃຫ້​ນາມ​ຂອງ​ເຮົາ​ໄດ້​ຮັບກຽດ​ອີກ”.</verse>
				<verse number="29">ຄົນ​ທັງຫລາຍ​ທີ່​ຢູ່​ທີ່​ນັ້ນ ແລະ ໄດ້​ຍິນ​ສຽງ​ນີ້​ກໍ​ກ່າວ​ວ່າ​ເກີດ​ຟ້າຮ້ອງ, ຄົນ​ອື່ນໆ​ກໍ​ເວົ້າ​ວ່າ​ມີ​ເທວະດາ​ຕົນ​ໜຶ່ງ​ໄດ້​ເວົ້າ​ກັບ​ພຣະອົງ.</verse>
				<verse number="30">ພຣະເຢຊູເຈົ້າ​ກ່າວ​ວ່າ, “ສຽງ​ນີ້​ເກີດ​ຂຶ້ນ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຈົ້າ​ທັງຫລາຍ​ບໍ່​ແມ່ນ​ເພື່ອ​ເຮົາ.</verse>
				<verse number="31">ບັດນີ້ ເຖິງ​ເວລາ​ພິພາກສາ​ໂລກ​ນີ້​ແລ້ວ ແລະ ຜູ້ປົກຄອງ​ໂລກ​ນີ້​ຈະ​ຖືກ​ຂັບໄລ່​ອອກ​ໄປ.</verse>
				<verse number="32">ແຕ່​ເມື່ອ​ເຮົາ​ຖືກ​ຍົກ​ຂຶ້ນ ​ຈາກ​ແຜ່ນດິນໂລກ​ນີ້​ແລ້ວ, ເຮົາ​ຈະ​ນຳ​ຄົນ​ທັງຫລາຍ​ມາ​ຫາ​ເຮົາ”.</verse>
				<verse number="33">ພຣະອົງ​ກ່າວ​ດັ່ງນີ້​ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ພຣະອົງ​ຈະ​ຕາຍ​ຢ່າງໃດ.</verse>
				<verse number="34">ຄົນ​ທັງຫລາຍ​ຈຶ່ງ​ເວົ້າ​ຂຶ້ນ​ວ່າ, “ພວກເຮົາ​ໄດ້​ຍິນ​ຈາກ​ພຣະບັນຍັດ​ວ່າ​ພຣະຄຣິດເຈົ້າ ​ຈະ​ມີຊີວິດ​ນິລັນດອນ, ແລ້ວ​ດ້ວຍເຫດໃດ ທ່ານ​ຈຶ່ງ​ເວົ້າ​ວ່າ, ‘ບຸດມະນຸດ​ຈະ​ຕ້ອງ​ຖືກ​ຍົກຂຶ້ນ ’? ‘ບຸດມະນຸດ’ ນີ້​ຄື​ຜູ້ໃດ?”</verse>
				<verse number="35">ແລ້ວ​ພຣະເຢຊູເຈົ້າ​ໄດ້​ບອກ​ພວກເຂົາ​ວ່າ, “ພວກເຈົ້າ​ຈະ​ມີ​ຄວາມສະຫວ່າງ​ອີກ​ໜ້ອຍໜຶ່ງ. ຈົ່ງ​ເດີນ​ຕໍ່ໄປ​ຂະນະ​ທີ່​ຍັງ​ມີ​ແສງສະຫວ່າງ​ຢູ່ ກ່ອນ​ທີ່​ຄວາມມືດ​ຈະ​ຄອບຄອງ​ພວກເຈົ້າ, ຜູ້​ທີ່​ເດີນ​ຢູ່​ໃນ​ຄວາມມືດ​ນັ້ນ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ.</verse>
				<verse number="36">ຈົ່ງ​ເຊື່ອ​ໃນ​ຄວາມສະຫວ່າງ​ຂະນະ​ທີ່​ພວກເຈົ້າ​ຍັງ​ມີ​ຄວາມສະຫວ່າງ ເພື່ອ​ພວກເຈົ້າ​ຈະ​ໄດ້​ກາຍເປັນ​ລູກ​ຂອງ​ຄວາມສະຫວ່າງ”. ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຈົບ​ແລ້ວ​ພຣະອົງ​ກໍ​ຈາກ​ໄປ ແລະ ຫລົບຫລີກ​ໃຫ້​ພົ້ນ​ຈາກ​ພວກເຂົາ.</verse>
				<verse number="37">ເຖິງ​ແມ່ນ​ວ່າ​ພຣະເຢຊູເຈົ້າ​ໄດ້​ສະແດງ​ໝາຍສຳຄັນ​ຫລາຍ​ຢ່າງ​ຕໍ່ໜ້າ​ພວກເຂົາ​ກໍ​ຕາມ, ພວກເຂົາ​ກໍ​ຍັງ​ບໍ່​ເຊື່ອ​ໃນ​ພຣະອົງ.</verse>
				<verse number="38">ເພື່ອ​ໃຫ້​ເປັນ​ໄປ​ຕາມ​ຄຳ​ຂອງ​ຜູ້ທຳນວາຍ​ເອຊາຢາ​ທີ່​ວ່າ: “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ຜູ້ໃດ​ໄດ້​ເຊື່ອ​ໃນ​ຖ້ອຍຄຳ​ຂອງ​ພວກເຮົາ ແລະ ແຂນ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ສະແດງ​ແກ່​ຜູ້ໃດ?”</verse>
				<verse number="39">ດ້ວຍເຫດນີ້​ພວກເຂົາ​ຈຶ່ງ​ບໍ່​ສາມາດ​ເຊື່ອ ເພາະ​ຕາມ​ທີ່​ເອຊາຢາ​ກ່າວ​ໄວ້​ອີກ​ຕອນ​ໜຶ່ງ​ວ່າ:</verse>
				<verse number="40">“ພຣະອົງ​ໄດ້​ເຮັດ​ໃຫ້​ຕາ​ຂອງ​ພວກເຂົາ​ບອດ ແລະ ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ແຂງກະດ້າງ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ສາມາດ​ເຫັນ​ດ້ວຍ​ຕາ ບໍ່​ເຂົ້າໃຈ​ດ້ວຍ​ຫົວໃຈ​ຂອງ​ພວກເຂົາ ບໍ່​ຫັນ​ກັບ​ຄືນ​ມາ ແລະ ເຮົາ​ຈະ​ຮັກສາ​ພວກເຂົາ​ໃຫ້​ຫາຍດີ”.</verse>
				<verse number="41">ເອຊາຢາ​ໄດ້​ກ່າວ​ຢ່າງ​ນີ້​ກໍ​ເພາະ​ເພິ່ນ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະເຢຊູເຈົ້າ ແລະ ໄດ້​ກ່າວ​ເຖິງ​ພຣະອົງ.</verse>
				<verse number="42">ເຖິງ​ຢ່າງ​ໃດ ໃນ​ເວລາ​ດຽວກັນ​ນັ້ນ​ເຖິງ​ວ່າ​ໃນ​ທ່າມກາງ​ພວກ​ຜູ້ນຳ​ກໍ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະອົງ. ແຕ່​ພວກເຂົາ​ບໍ່​ຍອມ​ຮັບ​ຄວາມເຊື່ອ​ຂອງ​ຕົນ​ຢ່າງ​ເປີດເຜີຍ​ເພາະ​ຢ້ານ​ຈະ​ຖືກ​ພວກ​ຟາຣີຊາຍ​ໄລ່​ອອກ​ຈາກ​ທຳມະສາລາ,</verse>
				<verse number="43">ດ້ວຍວ່າ ພວກເຂົາ​ຮັກ​ການຍ້ອງຍໍ​ຈາກ​ມະນຸດ​ຫລາຍກວ່າ​ການ​ຍ້ອງຍໍ​ຈາກ​ພຣະເຈົ້າ.</verse>
				<verse number="44">ແລ້ວ​ພຣະເຢຊູເຈົ້າ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ​ກໍ​ບໍ່​ໄດ້​ເຊື່ອ​ໃນ​ເຮົາ​ເທົ່ານັ້ນ, ແຕ່​ຍັງ​ເຊື່ອ​ໃນ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ.</verse>
				<verse number="45">ຜູ້​ທີ່​ເບິ່ງ​ເຮົາ​ກໍ​ເຫັນ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ.</verse>
				<verse number="46">ເຮົາ​ໄດ້​ເຂົ້າ​ມາ​ໃນ​ໂລກ​ນີ້​ໃນ​ຖານະ​ທີ່​ເປັນ​ຄວາມສະຫວ່າງ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ເຮົາ​ຈະ​ບໍ່​ຢູ່​ໃນ​ຄວາມມືດ.</verse>
				<verse number="47">“ຖ້າ​ຜູ້ໃດ​ໄດ້​ຍິນ​ຖ້ອຍຄຳ​ຂອງ​ເຮົາ​ແຕ່​ບໍ່​ປະຕິບັດ​ຕາມ​ຖ້ອຍຄຳ​ນັ້ນ, ເຮົາ​ກໍ​ບໍ່​ພິພາກສາ​ຜູ້​ນັ້ນ. ເພາະ​ເຮົາ​ບໍ່​ໄດ້​ມາ​ເພື່ອ​ພິພາກສາ​ໂລກ ແຕ່​ມາ​ເພື່ອ​ຊ່ວຍ​ໂລກ​ໃຫ້​ພົ້ນ.</verse>
				<verse number="48">ມີ​ຜູ້ພິພາກສາ​ສຳລັບ​ຄົນ​ທີ່​ປະຕິເສດ​ເຮົາ ແລະ ບໍ່​ຍອມຮັບ​ຖ້ອຍຄຳ​ຂອງ​ເຮົາ, ຖ້ອຍຄຳ​ທີ່​ເຮົາ​ກ່າວ​ນີ້​ແຫລະ​ຈະ​ຕັດສິນ​ລົງໂທດ​ພວກເຂົາ​ໃນ​ວັນ​ສຸດທ້າຍ.</verse>
				<verse number="49">ເພາະ​ເຮົາ​ບໍ່​ໄດ້​ກ່າວ​ຕາມໃຈ​ຂອງ​ເຮົາ​ເອງ, ແຕ່​ພຣະບິດາເຈົ້າ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ນັ້ນ​ບັນຊາ​ເຮົາ​ໃຫ້​ກ່າວ​ທຸກ​ຄຳ​ທີ່​ເຮົາ​ຕ້ອງ​ກ່າວ.</verse>
				<verse number="50">ເຮົາ​ຮູ້​ວ່າ​ຄຳສັ່ງ​ຂອງ​ພຣະອົງ​ນຳ​ໄປ​ສູ່​ຊີວິດ​ນິລັນດອນ. ດັ່ງນັ້ນ, ສິ່ງໃດ​ກໍ​ຕາມ​ທີ່​ເຮົາ​ກ່າວ​ກໍ​ຄື​ສິ່ງ​ທີ່​ພຣະບິດາເຈົ້າ​ໄດ້​ບອກ​ໃຫ້​ເຮົາ​ກ່າວ”.</verse>
			</chapter>
			<chapter number="13">
				<verse number="1">ເມື່ອ​ໃກ້​ຈະ​ເຖິງ​ເທດສະການ​ປັດສະຄາ​ແລ້ວ, ພຣະເຢຊູເຈົ້າ​ຮູ້​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ພຣະອົງ​ຈະ​ຈາກ​ໂລກ​ນີ້​ໄປ​ຫາ​ພຣະບິດາເຈົ້າ. ພຣະອົງ​ຮັກ​ຄົນ​ຂອງ​ພຣະອົງ​ຜູ້​ທີ່​ຢູ່​ໃນ​ໂລກ​ນີ້, ພຣະອົງ​ໄດ້​ຮັກ​ພວກເຂົາ​ຈົນ​ເຖິງ​ທີ່ສຸດ.</verse>
				<verse number="2">ເມື່ອ​ພຣະອົງ​ກຳລັງ​ຮັບປະທານ​ອາຫານ​ຄ່ຳ​ຢູ່ ແລະ ມານຮ້າຍ​ກໍ​ໄດ້​ເຂົ້າ​ສິງ​ໃນ​ໃຈ​ຂອງ​ຢູດາ​ລູກ​ຂອງ​ຊີໂມນ ອິດສະກາຣີອົດ​ໃຫ້​ມີ​ຄວາມຄິດ​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ.</verse>
				<verse number="3">ພຣະເຢຊູເຈົ້າ​ຮູ້​ວ່າ​ພຣະບິດາເຈົ້າ​ໄດ້​ມອບ​ທຸກ​ສິ່ງ​ໄວ້​ໃຕ້​ອຳນາດ​ຂອງ​ພຣະອົງ ແລະ ຮູ້​ວ່າ​ພຣະອົງ​ມາ​ຈາກ​ພຣະເຈົ້າ ແລະ ກຳລັງ​ກັບ​ເມືອ​ຫາ​ພຣະເຈົ້າ.</verse>
				<verse number="4">ດັ່ງນັ້ນ ພຣະອົງ​ຈຶ່ງ​ລຸກຂຶ້ນ​ຈາກ​ໂຕະອາຫານ ແກ້​ເສື້ອຄຸມ​ຂອງ​ພຣະອົງ​ອອກ ແລະ ເອົາ​ຜ້າເຊັດໂຕ​ມັດແອວ​ຂອງ​ພຣະອົງ.</verse>
				<verse number="5">ຫລັງຈາກນັ້ນ ກໍ​ຖອກ​ນ້ຳ​ໃສ່​ອ່າງນໍ້າ ແລະ ເລີ່ມຕົ້ນ​ລ້າງ​ຕີນ​ໃຫ້​ພວກສາວົກ​ຂອງ​ພຣະອົງ ແລະ ເຊັດ​ດ້ວຍ​ຜ້າເຊັດໂຕ​ທີ່​ພຣະອົງ​ມັດແອວ​ໄວ້​ນັ້ນ.</verse>
				<verse number="6">ເມື່ອ​ພຣະອົງ​ມາ​ຮອດ​ຊີໂມນ​ເປໂຕ ເພິ່ນ​ຈຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ຈະ​ລ້າງ​ຕີນ​ຂອງ​ຂ້ານ້ອຍ​ບໍ?”</verse>
				<verse number="7">ພຣະເຢຊູເຈົ້າ​ຕອບ​ວ່າ, “ສິ່ງ​ທີ່​ເຮົາ​ກຳລັງ​ເຮັດ​ຢູ່​ໃນ​ເວລາ​ນີ້​ເຈົ້າ​ບໍ່​ເຂົ້າໃຈ ແຕ່​ເຈົ້າ​ຈະ​ເຂົ້າໃຈ​ຕາມພາຍຫລັງ”.</verse>
				<verse number="8">ເປໂຕ​ຕອບ​ວ່າ, “ບໍ່, ພຣະອົງ​ຈະ​ລ້າງ​ຕີນ​ຂອງ​ຂ້ານ້ອຍ​ບໍ່​ໄດ້”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ຖ້າ​ເຮົາ​ບໍ່​ລ້າງຕີນ​ໃຫ້​ເຈົ້າ ເຈົ້າ​ຈະ​ບໍ່​ມີ​ສ່ວນ​ໃນ​ເຮົາ”.</verse>
				<verse number="9">ຊີໂມນ​ເປໂຕ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ ຖ້າ​ເປັນ​ຢ່າງ​ນັ້ນ​ບໍ່​ພຽງ​ແຕ່​ຕີນ​ຂອງ​ຂ້ານ້ອຍ ແຕ່​ລ້າງ​ທັງ​ມື ແລະ ຫົວ​ຂອງ​ຂ້ານ້ອຍ​ນຳ​ດ້ວຍ!”</verse>
				<verse number="10">ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ວ່າ, “ຜູ້​ທີ່​ອາບນ້ຳ​ແລ້ວ​ລ້າງ​ແຕ່​ຕີນ​ກໍ​ພໍ ເພາະ​ທົ່ວ​ທັງ​ຮ່າງກາຍ​ກໍ​ສະອາດ​ຢູ່​ແລ້ວ. ພວກເຈົ້າ​ທັງຫລາຍ​ກໍ​ສະອາດ ເຖິງ​ວ່າ​ຈະ​ບໍ່​ແມ່ນ​ໝົດ​ທຸກ​ຄົນ”.</verse>
				<verse number="11">ເພາະ​ພຣະອົງ​ຮູ້​ແລ້ວ​ວ່າ​ແມ່ນ​ຜູ້ໃດ​ຈະ​ທໍລະຍົດ​ຕໍ່​ພຣະອົງ, ດ້ວຍເຫດນີ້​ພຣະອົງ​ຈຶ່ງ​ກ່າວ​ວ່າ​ບໍ່ແມ່ນ​ໝົດ​ທຸກ​ຄົນ​ທີ່​ສະອາດ.</verse>
				<verse number="12">ເມື່ອ​ພຣະອົງ​ລ້າງ​ຕີນ​ພວກເພິ່ນ​ແລ້ວ, ພຣະອົງ​ກໍ​ນຸ່ງ​ເສື້ອ​ຄືນ​ແລ້ວ​ກັບ​ໄປ​ທີ່​ບ່ອນ​ຂອງ​ພຣະອົງ ແລະ ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ເຂົ້າໃຈ​ເຖິງ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ແລ້ວ​ບໍ?</verse>
				<verse number="13">ພວກເຈົ້າ​ເອີ້ນ​ເຮົາ​ວ່າ ‘ອາຈານ’ ແລະ ‘ອົງພຣະຜູ້ເປັນເຈົ້າ’ ເຊິ່ງ​ຖືກຕ້ອງ​ແລ້ວ, ເພາະ​ນັ້ນ​ຄື​ສິ່ງ​ທີ່​ເຮົາ​ເປັນ.</verse>
				<verse number="14">ດັ່ງນັ້ນ ຖ້າ​ເຮົາ​ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ອາຈານ​ຂອງ​ພວກເຈົ້າ​ຍັງ​ໄດ້​ລ້າງຕີນ​ໃຫ້​ພວກເຈົ້າ​ສັນໃດ, ພວກເຈົ້າ​ກໍ​ຄວນ​ລ້າງຕີນ​ໃຫ້​ກັນແລະກັນ​ສັນນັ້ນ.</verse>
				<verse number="15">ເຮົາ​ໄດ້​ວາງ​ແບບຢ່າງ​ໄວ້​ເພື່ອ​ພວກເຈົ້າ​ຈະ​ໄດ້​ເຮັດ​ເໝືອນ​ທີ່​ເຮົາ​ໄດ້​ເຮັດ​ເພື່ອ​ພວກເຈົ້າ​ແລ້ວ.</verse>
				<verse number="16">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນຮັບໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງ​ຕົນ ແລະ ຜູ້​ທີ່​ຖືກ​ໃຊ້​ໄປ​ກໍ​ບໍ່​ຫ່ອນ​ໃຫຍ່​ກວ່າ​ຜູ້​ທີ່​ໃຊ້​ຕົນ​ໄປ​ນັ້ນ.</verse>
				<verse number="17">ເມື່ອ​ພວກເຈົ້າ​ຮູ້​ສິ່ງ​ເຫລົ່ານີ້​ແລ້ວ ຖ້າ​ພວກເຈົ້າ​ປະຕິບັດຕາມ​ພວກເຈົ້າ​ກໍ​ຈະ​ເປັນສຸກ.</verse>
				<verse number="18">“ເຮົາ​ບໍ່​ໄດ້​ໝາຍ​ເຖິງ​ທຸກ​ຄົນ​ໃນ​ພວກເຈົ້າ, ເຮົາ​ຮູ້ຈັກ​ບັນດາ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້​ນັ້ນ ແຕ່​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ພຣະຄຳພີ​ທີ່​ກ່າວ​ໄວ້​ວ່າ: ‘ຜູ້​ທີ່​ຮັບປະທານ​ອາຫານ​ຮ່ວມ​ກັບ​ເຮົາ ຍັງ​ໄດ້​ຫັນມາ ​ຕໍ່ສູ້​ເຮົາ’.</verse>
				<verse number="19">“ບັດນີ້ ເຮົາ​ກຳລັງ​ບອກ​ພວກເຈົ້າ​ກ່ອນ​ເຫດການ​ນີ້​ຈະ​ເກີດຂຶ້ນ, ເພື່ອ​ວ່າ​ເມື່ອ​ສິ່ງ​ນີ້​ເກີດຂຶ້ນ​ແລ້ວ​ພວກເຈົ້າ​ຈະ​ໄດ້​ເຊື່ອ​ວ່າ​ເຮົາ​ເປັນ​ຜູ້​ທີ່​ເຮົາ​ເປັນ.</verse>
				<verse number="20">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ທີ່​ຕ້ອນຮັບ​ຜູ້​ທີ່​ເຮົາ​ໃຊ້​ໄປ​ກໍ​ຕ້ອນຮັບ​ເຮົາ​ເໝືອນກັນ ແລະ ຜູ້​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ”.</verse>
				<verse number="21">ເມື່ອ​ພຣະເຢຊູເຈົ້າ​ກ່າວ​ດັ່ງນີ້​ແລ້ວ ພຣະອົງ​ກໍ​ເປັນທຸກ​ໃຈ ແລະ ກ່າວ​ຢືນຢັນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້​ໜຶ່ງ​ໃນ​ພວກເຈົ້າ​ຈະ​ທໍລະຍົດ​ຕໍ່​ເຮົາ”.</verse>
				<verse number="22">ພວກສາວົກ​ແນມເບິ່ງ​ໜ້າ​ກັນ ບໍ່​ຮູ້​ວ່າ​ພຣະອົງ​ໝາຍ​ເຖິງ​ຄົນ​ໃດ​ໃນ​ພວກເພິ່ນ.</verse>
				<verse number="23">ມີ​ຜູ້​ໜຶ່ງ​ໃນ​ພວກສາວົກ​ທີ່​ພຣະເຢຊູເຈົ້າ​ຮັກ​ກຳລັງ​ນັ່ງເອນໂຕ​ໃກ້​ກັບ​ພຣະອົງ.</verse>
				<verse number="24">ຊີໂມນ​ເປໂຕ​ຍິກ​ໜ້າ​ບອກ​ສາວົກ​ຜູ້​ນີ້ ແລະ ເວົ້າ​ວ່າ, “ຈົ່ງ​ຖາມ​ພຣະອົງ​ວ່າ​ພຣະອົງ​ໝາຍ​ເຖິງ​ຄົນ​ໃດ”.</verse>
				<verse number="25">ຂະນະ​ທີ່​ເນີ້ງໂຕ​ອີງ​ພຣະເຢຊູເຈົ້າ​ຢູ່​ນັ້ນ ເພິ່ນ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຄົນ​ນັ້ນ​ແມ່ນ​ຜູ້ໃດ?”</verse>
				<verse number="26">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ຈະ​ເອົາ​ເຂົ້າຈີ່​ປ່ຽງ​ນີ້​ຈ້ຳ​ແລ້ວ​ຍື່ນ​ໃຫ້​ຜູ້ໃດ​ກໍ​ແມ່ນ​ຜູ້​ນັ້ນ​ແຫລະ”. ແລ້ວ​ພຣະອົງ​ກໍ​ຈັບ​ເຂົ້າຈີ່​ປ່ຽງ​ໜຶ່ງ​ຈ້ຳ ແລະ ຍື່ນ​ໃຫ້​ແກ່​ຢູດາ​ລູກ​ຂອງ​ຊີໂມນ ອິດສະກາຣີອົດ.</verse>
				<verse number="27">ທັນທີ​ທີ່​ຢູດາ​ຮັບ​ເອົາ​ເຂົ້າຈີ່​ນັ້ນ ມານຊາຕານ​ກໍ​ເຂົ້າ​ສິງ​ຢູ່​ໃນ​ລາວ. ພຣະເຢຊູເຈົ້າ​ບອກ​ລາວ​ວ່າ, “ສິ່ງ​ທີ່​ເຈົ້າ​ກຳລັງ​ຈະ​ເຮັດ ກໍ​ຈົ່ງ​ຟ້າວ​ເຮັດ​ສາ”.</verse>
				<verse number="28">ແຕ່​ບໍ່​ມີ​ຜູ້ໃດ​ຈັກ​ຄົນ​ທີ່​ນັ່ງ​ຮ່ວມ​ໂຕະອາຫານ​ເຂົ້າໃຈ​ວ່າ​ເປັນຫຍັງ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ລາວ​ຢ່າງ​ນີ້.</verse>
				<verse number="29">ເນື່ອງ​ຈາກ​ວ່າ ຢູດາ​ເປັນ​ຄົນ​ຖື​ເງິນ ບາງຄົນ​ຈຶ່ງ​ຄິດ​ວ່າ​ພຣະເຢຊູເຈົ້າ​ບອກ​ໃຫ້​ລາວ​ໄປ​ຊື້​ສິ່ງຂອງ​ຈຳເປັນ​ສຳລັບ​ງານ​ສະຫລອງ​ເທດສະການ ຫລື ໃຫ້​ລາວ​ເອົາ​ເຄື່ອງຂອງ​ໄປ​ໃຫ້​ແກ່​ຄົນຍາກຈົນ.</verse>
				<verse number="30">ເມື່ອ​ຢູດາ​ຮັບ​ເຂົ້າຈີ່​ປ່ຽງ​ນັ້ນ​ແລ້ວ, ລາວ​ກໍ​ອອກ​ໄປ​ທັນທີ. ຂະນະ​ນັ້ນ​ເປັນ​ເວລາ​ກາງຄືນ.</verse>
				<verse number="31">ເມື່ອ​ຢູດາ​ອອກ​ໄປ​ແລ້ວ ພຣະເຢຊູເຈົ້າ​ກ່າວ​ວ່າ, “ບັດນີ້ ບຸດມະນຸດ​ໄດ້​ຮັບ​ກຽດຕິຍົດ​ແລ້ວ ແລະ ພຣະເຈົ້າ​ກໍ​ໄດ້​ຮັບກຽດ​ເພາະ​ບຸດມະນຸດ.</verse>
				<verse number="32">ຖ້າ​ພຣະເຈົ້າ​ໄດ້​ຮັບກຽດ​ເພາະ​ບຸດມະນຸດ, ພຣະເຈົ້າ​ເອງ​ກໍ​ຈະ​ໃຫ້​ບຸດມະນຸດ​ໄດ້​ຮັບ​ກຽດຕິຍົດ​ຮ່ວມ​ກັນ​ກັບ​ພຣະອົງ ແລະ ຈະ​ໃຫ້​ບຸດມະນຸດ​ໄດ້​ຮັບ​ກຽດຕິຍົດ​ໃນ​ທັນທີ.</verse>
				<verse number="33">“ລູກນ້ອຍ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ອີກ​ບໍ່​ດົນ. ພວກເຈົ້າ​ຈະ​ຊອກຫາ​ເຮົາ, ແລະ ດັ່ງ​ທີ່​ເຮົາ​ໄດ້​ບອກ​ພວກ​ຢິວ​ໄວ້​ແລ້ວ, ດັ່ງນັ້ນ​ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ໃນ​ເວລາ​ນີ້​ວ່າ: ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ, ພວກເຈົ້າ​ບໍ່​ສາມາດ​ໄປ​ໄດ້.</verse>
				<verse number="34">“ເຮົາ​ໃຫ້​ບັນຍັດ​ໃໝ່​ແກ່​ພວກເຈົ້າ​ທັງຫລາຍ​ຄື: ຈົ່ງ​ຮັກ​ເຊິ່ງກັນແລະກັນ. ເຮົາ​ຮັກ​ພວກເຈົ້າ​ຢ່າງ​ໃດ ພວກເຈົ້າ​ກໍ່​ຈົ່ງ​ຮັກ​ເຊິ່ງກັນແລະກັນ​ຢ່າງ​ນັ້ນ.</verse>
				<verse number="35">ຖ້າ​ພວກເຈົ້າ​ຮັກ​ເຊິ່ງກັນແລະກັນ ທຸກຄົນ​ກໍ​ຈະ​ຮູ້​ວ່າ​ພວກເຈົ້າ​ເປັນ​ສາວົກ​ຂອງ​ເຮົາ”.</verse>
				<verse number="36">ຊີໂມນ​ເປໂຕ​ຖາມ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ກຳລັງ​ຈະ​ໄປ​ໃສ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ບ່ອນ​ທີ່​ເຮົາ​ກຳລັງ​ຈະ​ໄປ​ໃນ​ເວລາ​ນີ້​ນັ້ນ ເຈົ້າ​ຕາມ​ໄປ​ບໍ່​ໄດ້ ແຕ່​ພາຍຫລັງ​ເຈົ້າ​ຈະ​ຕາມ​ໄປ”.</verse>
				<verse number="37">ເປໂຕ​ຖາມວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ເປັນຫຍັງ​ຂ້ານ້ອຍ​ຈຶ່ງ​ຕາມ​ພຣະອົງ​ໄປ​ໃນ​ເວລາ​ນີ້​ບໍ່​ໄດ້? ຂ້ານ້ອຍ​ຍອມ​ສະຫລະ​ຊີວິດ​ເພື່ອ​ພຣະອົງ”.</verse>
				<verse number="38">ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ວ່າ, “ເຈົ້າ​ຈະ​ສະຫລະ​ຊີວິດ​ຂອງ​ເຈົ້າ​ເພື່ອ​ເຮົາ​ແທ້​ບໍ? ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ກ່ອນ​ໄກ່​ຂັນ​ເຈົ້າ​ຈະ​ປະຕິເສດ​ເຮົາ​ເຖິງ​ສາມ​ເທື່ອ!</verse>
			</chapter>
			<chapter number="14">
				<verse number="1">“ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ວຸ້ນວາຍ​ໄປ, ພວກເຈົ້າ​ຈົ່ງ​ເຊື່ອ​ໃນ​ພຣະເຈົ້າ ແລະ ຈົ່ງ​ເຊື່ອ​ໃນ​ເຮົາ​ເໝືອນກັນ.</verse>
				<verse number="2">ໃນ​ຜາສາດ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ​ມີ​ຫ້ອງ​ຢູ່​ຫລວງຫລາຍ; ຖ້າ​ບໍ່​ມີ​ເຮົາ​ຄົງ​ໄດ້​ບອກ​ພວກເຈົ້າ​ແລ້ວ ເຮົາ​ກຳລັງ​ໄປ​ບ່ອນ​ນັ້ນ ເພື່ອ​ຈັດຕຽມ​ບ່ອນ​ໄວ້​ສຳລັບ​ພວກເຈົ້າ,</verse>
				<verse number="3">ແລະ ເມື່ອ​ເຮົາ​ໄປ​ຈັດຕຽມ​ບ່ອນ​ໄວ້​ສຳລັບ​ພວກເຈົ້າ, ເຮົາ​ຈະ​ກັບ​ຄືນ​ມາ​ຮັບ​ເອົາ​ພວກເຈົ້າ​ໄປ​ຢູ່​ກັບ​ເຮົາ​ເພື່ອ​ວ່າ​ເຮົາ​ຢູ່​ທີ່​ໃດ​ພວກເຈົ້າ​ກໍ​ຈະ​ຢູ່​ທີ່​ນັ້ນ​ເໝືອນກັນ.</verse>
				<verse number="4">ພວກເຈົ້າ​ຮູ້ຈັກ​ທາງ​ໄປ​ສູ່​ບ່ອນ​ທີ່​ເຮົາ​ກຳລັງ​ຈະ​ໄປ​ນັ້ນ”.</verse>
				<verse number="5">ໂທມາ​ເວົ້າ​ຕໍ່​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພວກຂ້ານ້ອຍ​ບໍ່​ຮູ້ຈັກ​ວ່າ​ທ່ານ​ກຳລັງ​ຈະ​ໄປ​ໃສ, ດັ່ງນັ້ນ​ພວກຂ້ານ້ອຍ​ຈະ​ຮູ້ຈັກ​ທາງ​ນັ້ນ​ໄດ້​ຢ່າງໃດ?”</verse>
				<verse number="6">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ ເປັນ​ຊີວິດ. ບໍ່​ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້​ນອກ​ຈາກ​ມາ​ທາງ​ເຮົາ.</verse>
				<verse number="7">ຖ້າ​ພວກເຈົ້າ​ຮູ້ຈັກ​ເຮົາ​ແທ້ໆ ພວກເຈົ້າ​ກໍ​ຈະ​ຮູ້ຈັກ ​ພຣະບິດາເຈົ້າ​ຂອງ​ເຮົາ​ເໝືອນກັນ. ຕັ້ງ​ແຕ່​ນີ້​ໄປ, ພວກເຈົ້າ​ກໍ​ຮູ້ຈັກ​ພຣະອົງ ແລະ ໄດ້​ເຫັນ​ພຣະອົງ​ແລ້ວ”.</verse>
				<verse number="8">ຟີລິບ​ໄດ້​ເວົ້າ​ຕໍ່​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຂໍ​ສະແດງ​ພຣະບິດາເຈົ້າ​ໃຫ້​ພວກຂ້ານ້ອຍ​ໄດ້​ເຫັນ​ກໍ​ພຽງພໍ​ແລ້ວ​ສຳລັບ​ພວກຂ້ານ້ອຍ”.</verse>
				<verse number="9">ພຣະເຢຊູເຈົ້າ​ຕອບ​ວ່າ, “ຟີລິບ​ເອີຍ, ເຮົາ​ໄດ້​ຢູ່​ກັບ​ພວກເຈົ້າ​ຕັ້ງ​ດົນນານ​ແລ້ວ​ເຈົ້າ​ຍັງ​ບໍ່​ຮູ້ຈັກ​ເຮົາ​ບໍ? ຜູ້​ທີ່​ໄດ້​ເຫັນ​ເຮົາ​ກໍ​ໄດ້​ເຫັນ​ພຣະບິດາເຈົ້າ. ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ບອກ​ວ່າ, ‘ຂໍ​ສະແດງ​ພຣະບິດາເຈົ້າ​ໃຫ້​ພວກຂ້ານ້ອຍ​ໄດ້​ເຫັນ’?</verse>
				<verse number="10">ພວກເຈົ້າ​ບໍ່​ເຊື່ອ​ບໍ​ວ່າ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ ແລະ ພຣະບິດາເຈົ້າ​ຢູ່​ໃນ​ເຮົາ? ຖ້ອຍຄຳ​ທີ່​ເຮົາ​ກ່າວ​ແກ່​ພວກເຈົ້າ​ນັ້ນ​ເຮົາ​ບໍ່​ໄດ້​ກ່າວ​ໂດຍ​ສິດອຳນາດ​ຂອງ​ເຮົາ​ເອງ. ແຕ່​ແມ່ນ​ພຣະບິດາເຈົ້າ​ຜູ້​ຢູ່​ໃນ​ເຮົາ​ເປັນ​ຜູ້​ກະທຳ​ກິດຈະການ​ຂອງ​ພຣະອົງ.</verse>
				<verse number="11">ຈົ່ງ​ເຊື່ອ​ໃນ​ເຮົາ​ເມື່ອ​ເຮົາ​ກ່າວ​ວ່າ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ ແລະ ພຣະບິດາເຈົ້າ​ຢູ່​ໃນ​ເຮົາ, ຫລື ຢ່າງ​ນ້ອຍ​ກໍ​ໃຫ້​ເຊື່ອ​ໃນ​ຫລັກຖານ​ຂອງ​ກິດຈະການ​ນັ້ນ.</verse>
				<verse number="12">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ​ກໍ​ຈະ​ເຮັດ​ກິດຈະການ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເໝືອນກັນ ແລະ ພວກເຂົາ​ຈະ​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່​ກວ່າ​ນີ້​ອີກ, ເພາະ​ເຮົາ​ກຳລັງ​ຈະ​ໄປ​ຫາ​ພຣະບິດາເຈົ້າ.</verse>
				<verse number="13">ສິ່ງໃດ​ທີ່​ພວກເຈົ້າ​ຂໍ​ໃນ​ນາມ​ຂອງ​ເຮົາ ເຮົາ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ ເພື່ອ​ວ່າ​ພຣະບິດາເຈົ້າ​ຈະ​ໄດ້​ຮັບກຽດ​ໂດຍ​ທາງ​ພຣະບຸດ.</verse>
				<verse number="14">ຖ້າ​ພວກເຈົ້າ​ຂໍ​ສິ່ງ​ໃດ​ໃນ​ນາມ​ຂອງ​ເຮົາ ແລະ ເຮົາ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ.</verse>
				<verse number="15">“ຖ້າ​ພວກເຈົ້າ​ຮັກ​ເຮົາ ຈົ່ງ​ຖືຮັກສາ​ບັນດາ​ຄຳສັ່ງ​ຂອງ​ເຮົາ.</verse>
				<verse number="16">ແລະ ເຮົາ​ຈະ​ຂໍ​ຕໍ່​ພຣະບິດາເຈົ້າ ແລະ ພຣະອົງ​ຈະປະທານ​ຜູ້ຊ່ວຍ​ອີກ​ອົງ​ໜຶ່ງ​ເພື່ອ​ຊ່ວຍ ແລະ ຢູ່​ກັບ​ພວກເຈົ້າ​ຕະຫລອດໄປ​ເປັນນິດ</verse>
				<verse number="17">ຄື​ອົງ​ພຣະວິນຍານ​ແຫ່ງ​ຄວາມຈິງ. ໂລກ​ບໍ່​ອາດ​ຈະ​ຮັບ​ພຣະອົງ​ໄດ້ ເພາະ​ໂລກ​ບໍ່​ເຫັນ ແລະ ບໍ່​ຮູ້ຈັກ​ພຣະອົງ. ແຕ່​ພວກເຈົ້າ​ຮູ້ຈັກ​ພຣະອົງ​ເພາະ​ພຣະອົງ​ຢູ່​ກັບ​ພວກເຈົ້າ ແລະ ຈະ​ຢູ່ ​ໃນ​ພວກເຈົ້າ.</verse>
				<verse number="18">ເຮົາ​ຈະ​ບໍ່​ປະຖິ້ມ​ພວກເຈົ້າ​ໃຫ້​ເປັນ​ລູກກຳພ້າ, ເຮົາ​ຈະ​ມາຫາ​ພວກເຈົ້າ.</verse>
				<verse number="19">ອີກ​ບໍ່​ດົນ ໂລກ​ກໍ​ຈະ​ບໍ່​ເຫັນ​ເຮົາ​ອີກ ແຕ່​ພວກເຈົ້າ​ຈະ​ເຫັນ​ເຮົາ ເພາະ​ເຮົາ​ມີຊີວິດ​ຢູ່ ພວກເຈົ້າ​ກໍ​ຈະ​ມີຊີວິດ​ຢູ່​ເໝືອນກັນ.</verse>
				<verse number="20">ໃນ​ວັນ​ນັ້ນ ພວກເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ພວກເຈົ້າ​ຢູ່​ໃນ​ເຮົາ ແລະ ເຮົາ​ຢູ່​ໃນ​ພວກເຈົ້າ.</verse>
				<verse number="21">ຜູ້ໃດ​ກໍ​ຕາມ​ທີ່​ຖືຮັກສາ​ຄຳສັ່ງ​ຂອງ​ເຮົາ ແລະ ເຊື່ອຟັງ​ຄຳສັ່ງ​ນັ້ນ ແມ່ນ​ຜູ້​ນັ້ນ​ແຫລະ​ທີ່​ຮັກ​ເຮົາ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະຮັກ​ຜູ້​ທີ່​ຮັກ​ເຮົາ ແລະ ເຮົາ​ກໍ​ຈະ​ຮັກ​ພວກເຂົາ ແລະ ຈະ​ສະແດງ​ໂຕ​ເຮົາ​ເອງ​ແກ່​ພວກເຂົາ​ດ້ວຍ”.</verse>
				<verse number="22">ແລ້ວ​ຢູດາ (ບໍ່ແມ່ນ​ຢູດາ​ອິດສະກາຣີອົດ) ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ດ້ວຍເຫດໃດ ພຣະອົງ​ຈຶ່ງ​ເຈດຕະນາ​ທີ່​ຈະ​ສະແດງ​ພຣະອົງ​ເອງ​ໃຫ້​ແກ່​ພວກຂ້ານ້ອຍ​ແຕ່​ບໍ່​ສະແດງ​ໃຫ້​ແກ່​ໂລກ?”</verse>
				<verse number="23">ພຣະເຢຊູເຈົ້າ​ຕອບ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ຮັກ​ເຮົາ ກໍ​ຈະ​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະ​ຮັກ​ພວກເຂົາ, ພຣະບິດາເຈົ້າ​ກັບ​ເຮົາ​ຈະ​ມາ​ຫາ​ພວກເຂົາ ແລະ ຈະ​ຢູ່​ກັບ​ພວກເຂົາ.</verse>
				<verse number="24">ຜູ້​ທີ່​ບໍ່​ຮັກ​ເຮົາ​ກໍ​ຈະ​ບໍ່​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ. ຖ້ອຍຄຳ​ເຫລົ່ານີ້​ທີ່​ພວກເຈົ້າ​ໄດ້​ຍິນ​ນັ້ນ​ບໍ່​ແມ່ນ​ຂອງ​ເຮົາ​ເອງ ແຕ່​ເປັນ​ຂອງ​ພຣະບິດາເຈົ້າ​ຜູ້​ທີ່​ໃຊ້​ເຮົາ​ມາ.</verse>
				<verse number="25">“ຂໍ້ຄວາມ​ທັງໝົດ​ນີ້​ເຮົາ​ໄດ້​ກ່າວ​ໄວ້​ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ.</verse>
				<verse number="26">ແຕ່​ພຣະຜູ້ຊ່ວຍ​ຄື​ອົງ​ພຣະວິນຍານບໍລິສຸດເຈົ້າ ຜູ້​ທີ່​ພຣະບິດາເຈົ້າ​ຈະ​ໃຊ້​ມາ​ໃນ​ນາມ​ຂອງ​ເຮົາ ຈະ​ສັ່ງສອນ​ທຸກສິ່ງ​ແກ່​ພວກເຈົ້າ ແລະ ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ທຸກສິ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ.</verse>
				<verse number="27">ເຮົາ​ມອບ​ສັນຕິສຸກ​ໄວ້​ກັບ​ພວກເຈົ້າ, ສັນຕິສຸກ​ທີ່​ເຮົາ​ມອບ​ໃຫ້​ນັ້ນ​ບໍ່​ເໝືອນ​ສັນຕິສຸກ​ທີ່​ໂລກ​ໃຫ້. ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ວຸ້ນວາຍ​ໄປ ແລະ ຢ່າ​ຢ້ານ​ເລີຍ.</verse>
				<verse number="28">“ພວກເຈົ້າ​ໄດ້​ຍິນ​ເຮົາ​ບອກ​ພວກເຈົ້າ​ແລ້ວ​ວ່າ, ‘ເຮົາ​ກຳລັງ​ຈະ​ຈາກ​ໄປ ແລະ ເຮົາ​ກຳລັງ​ຈະ​ກັບມາ​ຫາ​ພວກເຈົ້າ​ອີກ’. ຖ້າ​ພວກເຈົ້າ​ຮັກ​ເຮົາ ພວກເຈົ້າ​ກໍ​ຈະ​ດີໃຈ​ທີ່​ເຮົາ​ກຳລັງ​ໄປ​ຫາ​ພຣະບິດາເຈົ້າ ເພາະ​ພຣະບິດາເຈົ້າ​ຍິ່ງໃຫຍ່​ກວ່າ​ເຮົາ.</verse>
				<verse number="29">ເຮົາ​ໄດ້​ບອກ​ພວກເຈົ້າ​ເວລາ​ນີ້​ກ່ອນ​ສິ່ງ​ນັ້ນ​ຈະ​ເກີດຂຶ້ນ ເພື່ອ​ວ່າ​ເມື່ອ​ສິ່ງ​ນັ້ນ​ເກີດຂຶ້ນ​ແລ້ວ ພວກເຈົ້າ​ຈະ​ໄດ້​ເຊື່ອ.</verse>
				<verse number="30">ເຮົາ​ຈະ​ເວົ້າ​ກັບ​ພວກເຈົ້າ​ໄດ້​ອີກ​ບໍ່​ດົນ ເພາະ​ຜູ້ປົກຄອງ​ໂລກ​ນີ້​ກຳລັງ​ຈະ​ມາ. ຜູ້​ນັ້ນ​ບໍ່​ມີ​ສິດອຳນາດ​ເໜືອ​ເຮົາ.</verse>
				<verse number="31">ແຕ່​ລາວ​ມາ​ເພື່ອ​ໂລກ​ນີ້​ຈະ​ໄດ້​ຮູ້ຈັກ​ວ່າ​ເຮົາ​ຮັກ​ພຣະບິດາເຈົ້າ ແລະ ໄດ້​ເຮັດ​ຕາມ​ທີ່​ພຣະບິດາເຈົ້າ​ໄດ້​ສັ່ງ​ເຮົາ​ໄວ້. “ຈົ່ງ​ລຸກຂຶ້ນ, ໃຫ້​ພວກເຮົາ​ພາກັນ​ໄປ​ເທາະ.</verse>
			</chapter>
			<chapter number="15">
				<verse number="1">“ເຮົາ​ເປັນ​ເຄືອອະງຸ່ນ​ແທ້ ແລະ ພຣະບິດາເຈົ້າ​ຂອງ​ເຮົາ​ເປັນ​ຜູ້ເບິ່ງແຍງຮັກສາ.</verse>
				<verse number="2">ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດຜົນ​ພຣະອົງ​ລິ​ຖິ້ມ​ເສຍ, ສ່ວນ​ທຸກ​ກິ່ງ​ທີ່​ເກີດຜົນ​ພຣະອົງ​ຕອນ ​ເພື່ອ​ວ່າ​ໃຫ້​ເກີດຜົນ​ຫລາຍຂຶ້ນ.</verse>
				<verse number="3">ພວກເຈົ້າ​ສະອາດ​ແລ້ວ​ເພາະ​ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ.</verse>
				<verse number="4">ຈົ່ງ​ເຂົ້າສະໜິດ​ຢູ່​ໃນ​ເຮົາ ແລະ ເຮົາ​ເຂົ້າສະໜິດ​ຢູ່​ໃນ​ພວກເຈົ້າ. ກິ່ງ​ຈະ​ເກີດຜົນ​ເອງ​ບໍ່​ໄດ້​ນອກຈາກ​ຈະ​ຕິດ​ຢູ່​ກັບ​ເຄືອ​ສັນໃດ, ພວກເຈົ້າ​ທັງຫລາຍ​ກໍ​ຈະ​ເກີດຜົນ​ເອງ​ບໍ່​ໄດ້ ນອກຈາກ​ຈະ​ເຂົ້າສະໜິດ​ຢູ່​ໃນ​ເຮົາ​ສັນນັ້ນ.</verse>
				<verse number="5">“ເຮົາ​ເປັນ​ເຄືອອະງຸ່ນ ພວກເຈົ້າ​ເປັນ​ກິ່ງ. ຖ້າ​ຜູ້ໃດ​ເຂົ້າສະໜິດ​ຢູ່​ໃນ​ເຮົາ ແລະ ເຮົາ​ຢູ່​ໃນ​ຜູ້​ນັ້ນ, ຜູ້​ນັ້ນ​ແຫລະ​ຈະ​ເກີດຜົນ​ຫລາຍ ເພາະ​ຖ້າ​ແຍກ​ຈາກ​ເຮົາ​ແລ້ວ ພວກເຈົ້າ​ບໍ່​ສາມາດ​ເຮັດ​ສິ່ງໃດ​ໄດ້.</verse>
				<verse number="6">ຖ້າ​ຜູ້ໃດ​ບໍ່​ເຂົ້າສະໜິດ​ຢູ່​ໃນ​ເຮົາ ຜູ້​ນັ້ນ​ຈະ​ເປັນ​ເໝືອນ​ກິ່ງ​ໜຶ່ງ​ທີ່​ຖືກ​ຕັດ​ຖິ້ມ ແລະ ຫ່ຽວແຫ້ງ​ໄປ, ກິ່ງ​ເຫລົ່ານີ້​ຈະ​ຖືກ​ເກັບ​ໄປ​ໂຍນຖິ້ມ​ໃສ່​ໄຟ ແລະ ເຜົາໄໝ້.</verse>
				<verse number="7">ຖ້າ​ພວກເຈົ້າ​ເຂົ້າສະໜິດ​ຢູ່​ໃນ​ເຮົາ ແລະ ຖ້ອຍຄຳ​ຂອງ​ເຮົາ​ຝັງ​ຢູ່​ໃນ​ພວກເຈົ້າ​ແລ້ວ, ພວກເຈົ້າ​ປາຖະໜາ​ສິ່ງໃດ​ຈົ່ງ​ຂໍ ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ​ສິ່ງນັ້ນ.</verse>
				<verse number="8">ເມື່ອ​ພວກເຈົ້າ​ເກີດຜົນ​ຫລາຍ​ກໍ​ເປັນ​ການ​ຖວາຍ​ກຽດ​ແກ່​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ເປັນ​ການ​ສະແດງ​ໃຫ້​ເຫັນ​ວ່າ​ພວກເຈົ້າ​ເອງ​ເປັນ​ສາວົກ​ຂອງ​ເຮົາ.</verse>
				<verse number="9">“ພຣະບິດາເຈົ້າ​ໄດ້​ຮັກ​ເຮົາ​ຢ່າງໃດ ເຮົາ​ກໍ​ຮັກ​ພວກເຈົ້າ​ຢ່າງນັ້ນ. ບັດນີ້ ຈົ່ງ​ຕັ້ງໝັ້ນ​ຢູ່​ໃນ​ຄວາມຮັກ​ຂອງ​ເຮົາ.</verse>
				<verse number="10">ຖ້າ​ພວກເຈົ້າ​ເຊື່ອຟັງ​ຄຳສັ່ງ​ຂອງ​ເຮົາ ພວກເຈົ້າ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ໃນ​ຄວາມຮັກ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ເຮົາ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຕັ້ງ​ຢູ່​ໃນ​ຄວາມຮັກ​ຂອງ​ພຣະອົງ.</verse>
				<verse number="11">ເຮົາ​ໄດ້​ບອກ​ສິ່ງ​ນີ້​ແກ່​ພວກເຈົ້າ​ເພື່ອ​ວ່າ​ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ຈະ​ຢູ່​ໃນ​ພວກເຈົ້າ ແລະ ເພື່ອ​ວ່າ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ຈະ​ຄົບເຕັມບໍລິບູນ.</verse>
				<verse number="12">ຄຳສັ່ງ​ຂອງ​ເຮົາ​ກໍ​ຄື: ຈົ່ງ​ຮັກ​ເຊິ່ງກັນແລະກັນ​ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ຮັກ​ພວກເຈົ້າ.</verse>
				<verse number="13">ບໍ່​ມີ​ຜູ້ໃດ​ມີ​ຄວາມຮັກ​ຍິ່ງໃຫຍ່​ກວ່າ​ນີ້​ຄື: ການ​ທີ່​ຜູ້​ໜຶ່ງ​ຍອມ​ສະຫລະ​ຊີວິດ​ເພື່ອ​ມິດສະຫາຍ​ຂອງ​ຕົນ.</verse>
				<verse number="14">ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ເຮົາ ພວກເຈົ້າ​ກໍ​ເປັນ​ມິດສະຫາຍ​ຂອງ​ເຮົາ.</verse>
				<verse number="15">ເຮົາ​ບໍ່​ເອີ້ນ​ພວກເຈົ້າ​ວ່າ​ຄົນຮັບໃຊ້​ອີກ​ຕໍ່ໄປ, ເພາະວ່າ​ຄົນຮັບໃຊ້​ບໍ່​ຮູ້ຈັກ​ວ່າ​ນາຍ​ຂອງ​ຕົນ​ກຳລັງ​ເຮັດ​ຫຍັງ, ແຕ່​ເຮົາ​ເອີ້ນ​ພວກເຈົ້າ​ວ່າ​ມິດສະຫາຍ ເພາະວ່າ​ທຸກສິ່ງ​ທີ່​ເຮົາ​ໄດ້​ຮຽນຮູ້​ຈາກ​ພຣະບິດາເຈົ້າ​ຂອງ​ເຮົາ ເຮົາ​ໄດ້​ສະແດງ​ໃຫ້​ພວກເຈົ້າ​ຮູ້​ແລ້ວ.</verse>
				<verse number="16">ບໍ່​ແມ່ນ​ພວກເຈົ້າ​ທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ, ແຕ່​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ ແລະ ໄດ້​ແຕ່ງຕັ້ງ​ພວກເຈົ້າ​ໃຫ້​ໄປ ແລະ ເກີດຜົນ, ເພື່ອ​ຜົນ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ຖາວອນ. ເພື່ອວ່າ​ເມື່ອ​ພວກເຈົ້າ​ຈະ​ຂໍ​ສິ່ງໃດ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງ​ເຮົາ ພຣະອົງ​ກໍ​ຈະປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="17">ນີ້​ແມ່ນ​ຄຳສັ່ງ​ຂອງ​ເຮົາ​ຄື: ຈົ່ງ​ຮັກ​ເຊິ່ງກັນແລະກັນ.</verse>
				<verse number="18">“ຖ້າ​ໂລກ​ກຽດຊັງ​ພວກເຈົ້າ, ຈົ່ງ​ຮູ້​ວ່າ​ໂລກ​ໄດ້​ກຽດຊັງ​ເຮົາ​ກ່ອນ​ແລ້ວ.</verse>
				<verse number="19">ຖ້າ​ພວກເຈົ້າ​ເປັນ​ຂອງ​ໂລກ. ໂລກ​ກໍ​ຈະ​ຮັກ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຂອງ​ມັນ. ແຕ່​ເພາະ​ພວກເຈົ້າ​ບໍ່​ໄດ້​ເປັນ​ຂອງ​ໂລກ​ເພາະວ່າ​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ​ອອກ​ມາ​ຈາກ​ໂລກ​ແລ້ວ. ດ້ວຍເຫດນີ້ ໂລກ​ຈຶ່ງ​ກຽດຊັງ​ພວກເຈົ້າ.</verse>
				<verse number="20">ຈົ່ງ​ລະນຶກ​ເຖິງ​ຂໍ້ຄວາມ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ໄວ້​ວ່າ: ‘ຄົນຮັບໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງ​ຕົນ’ ຖ້າ​ພວກເຂົາ​ຂົ່ມເຫັງ​ເຮົາ, ພວກເຂົາ​ກໍ​ຈະ​ຂົ່ມເຫັງ​ພວກເຈົ້າ​ເໝືອນກັນ. ຖ້າ​ພວກເຂົາ​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ, ພວກເຂົາ​ກໍ​ຈະ​ເຊື່ອຟັງ​ຄຳສອນ​ຂອງ​ພວກເຈົ້າ​ເໝືອນກັນ.</verse>
				<verse number="21">ພວກເຂົາ​ຈະ​ປະຕິບັດ​ຕໍ່​ພວກເຈົ້າ​ຢ່າງ​ນີ້​ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ, ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ.</verse>
				<verse number="22">ຖ້າ​ເຮົາ​ບໍ່​ໄດ້​ມາ​ກ່າວ​ແກ່​ພວກເຂົາ, ພວກເຂົາ​ກໍ​ຄົງ​ບໍ່​ມີ​ຄວາມຜິດບາບ. ແຕ່​ບັດນີ້ ພວກເຂົາ​ບໍ່​ມີ​ຂໍ້​ແກ້ໂຕ​ໃຫ້​ກັບ​ຄວາມບາບ​ຂອງ​ຕົນ​ແລ້ວ.</verse>
				<verse number="23">ຜູ້​ທີ່​ກຽດຊັງ​ເຮົາ​ກໍ​ກຽດຊັງ​ພຣະບິດາເຈົ້າ​ຂອງ​ເຮົາ​ເໝືອນກັນ.</verse>
				<verse number="24">ຖ້າ​ເຮົາ​ບໍ່​ໄດ້​ເຮັດ​ກິດຈະການ​ໃນ​ທ່າມກາງ​ພວກເຂົາ ເຊິ່ງ​ບໍ່​ເຄີຍ​ມີ​ຜູ້ໃດ​ໄດ້​ເຮັດ​ມາ​ກ່ອນ​ນັ້ນ, ພວກເຂົາ​ກໍ​ຄົງ​ບໍ່​ມີ​ຄວາມບາບ. ແຕ່​ບັດນີ້ ພວກເຂົາ​ໄດ້​ເຫັນ ແລະ ໄດ້​ກຽດຊັງ​ທັງ​ເຮົາ​ກັບ​ພຣະບິດາເຈົ້າ​ຂອງ​ເຮົາ.</verse>
				<verse number="25">ແຕ່​ເພື່ອ​ໃຫ້​ເປັນຈິງ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ​ຂອງ​ພວກເຂົາ​ທີ່​ວ່າ: ‘ພວກເຂົາ​ໄດ້​ກຽດຊັງ​ເຮົາ​ໂດຍ​ບໍ່​ມີ​ເຫດຜົນ’.</verse>
				<verse number="26">“ເຮົາ​ຈະ​ສົ່ງ​ອົງ​ພຣະຜູ້ຊ່ວຍ​ຈາກ​ພຣະບິດາເຈົ້າ​ມາ​ຫາ​ພວກເຈົ້າ​ຄື ພຣະວິນຍານ​ແຫ່ງ​ຄວາມຈິງ ເຊິ່ງ​ເປັນ​ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ເມື່ອ​ພຣະອົງ​ມາ​ແລ້ວ ພຣະອົງ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ.</verse>
				<verse number="27">ແລະ ພວກເຈົ້າ​ຈະ​ຕ້ອງ​ເປັນ​ພະຍານ​ເໝືອນກັນ, ເພາະ​ພວກເຈົ້າ​ໄດ້​ຢູ່​ກັບ​ເຮົາ​ມາ​ຕັ້ງ​ແຕ່​ຕົ້ນ​ແລ້ວ.</verse>
			</chapter>
			<chapter number="16">
				<verse number="1">“ຂໍ້ຄວາມ​ທັງໝົດ​ນີ້​ເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້ ເພື່ອ​ພວກເຈົ້າ​ຈະ​ບໍ່​ຫລົງທາງ​ໄປ.</verse>
				<verse number="2">ພວກເຂົາ​ຈະ​ຂັບໄລ່​ພວກເຈົ້າ​ອອກຈາກ​ທຳມະສາລາ, ໃນ​ຄວາມເປັນຈິງ​ແລ້ວ ເວລາ​ກຳລັງ​ຈະ​ມາ​ເຖິງ​ເມື່ອ​ຜູ້​ທີ່​ຂ້າ​ພວກເຈົ້າ​ຈະ​ຄິດ​ວ່າ​ພວກເຂົາ​ກຳລັງ​ຮັບໃຊ້​ພຣະເຈົ້າ​ຢູ່.</verse>
				<verse number="3">ພວກເຂົາ​ຈະ​ເຮັດ​ຢ່າງ​ນັ້ນ​ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ພຣະບິດາເຈົ້າ ແລະ ບໍ່​ຮູ້ຈັກ​ເຮົາ.</verse>
				<verse number="4">ເຮົາ​ໄດ້​ບອກ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ ເພື່ອວ່າ​ເມື່ອ​ເວລາ​ຂອງ​ພວກເຂົາ​ມາ​ເຖິງ ພວກເຈົ້າ​ຈະ​ໄດ້​ລະນຶກ​ວ່າ​ເຮົາ​ໄດ້​ເຕືອນ​ພວກເຈົ້າ​ໄວ້​ແລ້ວ. ເຮົາ​ບໍ່​ໄດ້​ບອກ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ​ຕັ້ງແຕ່​ຕົ້ນ ເພາະວ່າ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ.</verse>
				<verse number="5">“ແຕ່​ບັດນີ້ ເຮົາ​ກຳລັງ​ຈະ​ໄປ​ຫາ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ, ແຕ່​ກໍ​ບໍ່​ມີ​ຜູ້ໃດ​ຈັກ​ຄົນ​ໃນ​ພວກເຈົ້າ​ທີ່​ຖາມ​ເຮົາ​ວ່າ, ‘ພຣະອົງ​ກຳລັງ​ຈະ​ໄປ​ໃສ?’</verse>
				<verse number="6">ເພາະ​ເຮົາ​ໄດ້​ບອກ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ​ໄວ້​ແລ້ວ ພວກເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມທຸກໂສກ.</verse>
				<verse number="7">ແຕ່​ເຮົາ​ບອກ​ຄວາມຈິງ​ແກ່​ພວກເຈົ້າ​ວ່າ, ການ​ທີ່​ເຮົາ​ຈະ​ຈາກ​ພວກເຈົ້າ​ໄປ​ນັ້ນ​ກໍ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຈົ້າ. ຖ້າ​ເຮົາ​ບໍ່​ຈາກໄປ ອົງ​ພຣະຜູ້ຊ່ວຍ​ກໍ​ຈະ​ບໍ່​ມາ​ຫາ​ພວກເຈົ້າ, ແຕ່​ຖ້າ​ເຮົາ​ຈາກ​ໄປ​ເຮົາ​ຈະ​ໃຊ້​ພຣະອົງ​ມາ​ຫາ​ພວກເຈົ້າ.</verse>
				<verse number="8">ເມື່ອ​ພຣະອົງ​ມາ, ພຣະອົງ​ຈະເຮັດ​ໃຫ້​ໂລກ​ສຳນຶກ​ໃນ​ຄວາມຜິດ​ໃນ​ເລື່ອງ​ບາບ, ຄວາມຊອບທຳ ແລະ ການພິພາກສາ:</verse>
				<verse number="9">ໃນ​ເລື່ອງ​ຄວາມບາບ ກໍ​ເພາະ​ມະນຸດ​ບໍ່​ເຊື່ອ​ໃນ​ເຮົາ,</verse>
				<verse number="10">ໃນ​ເລື່ອງ​ຄວາມຊອບທຳ ກໍ​ເພາະ​ເຮົາ​ກຳລັງ​ຈະ​ໄປ​ຫາ​ພຣະບິດາເຈົ້າ ບ່ອນ​ທີ່​ພວກເຈົ້າ​ບໍ່​ສາມາດ​ເຫັນ​ເຮົາ​ອີກ​ຕໍ່ໄປ,</verse>
				<verse number="11">ແລະ ໃນ​ເລື່ອງ​ການ​ພິພາກສາ ກໍ​ເພາະ​ບັດນີ້​ຜູ້ປົກຄອງ​ໂລກ​ນີ້​ຖືກ​ຕັດສິນລົງໂທດ​ແລ້ວ.</verse>
				<verse number="12">“ເຮົາ​ຍັງ​ມີ​ອີກ​ຫລາຍ​ສິ່ງ​ທີ່​ຈະ​ກ່າວ​ກັບ​ພວກເຈົ້າ, ຫລາຍ​ເກີນ​ກວ່າ​ທີ່​ພວກເຈົ້າ​ຈະ​ຮັບ​ໄດ້​ໃນ​ເວລາ​ນີ້.</verse>
				<verse number="13">ແຕ່​ເມື່ອ​ພຣະວິນຍານ​ແຫ່ງ​ຄວາມຈິງ​ມາ ພຣະອົງ​ຈະນຳ​ພວກເຈົ້າ​ໄປ​ສູ່​ຄວາມຈິງ​ທັງໝົດ. ພຣະອົງ​ຈະ​ບໍ່​ກ່າວ​ໂດຍ​ພຣະອົງ​ເອງ​ແຕ່​ຈະ​ກ່າວ​ສະເພາະ​ສິ່ງ​ທີ່ໄດ້​ຍິນ ແລະ ຈະ​ບອກ​ພວກເຈົ້າ​ໃຫ້​ຮູ້ຈັກ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ.</verse>
				<verse number="14">ພຣະອົງ​ຈະ​ຖວາຍ​ກຽດ​ເຮົາ​ໂດຍ​ການ​ນຳ​ເອົາ​ສິ່ງ​ທີ່​ເປັນ​ຂອງ​ເຮົາ​ມາ​ສະແດງ​ໃຫ້​ພວກເຈົ້າ​ໄດ້​ຮູ້.</verse>
				<verse number="15">ທຸກສິ່ງ​ທີ່​ເປັນ​ຂອງ​ພຣະບິດາເຈົ້າ​ກໍ​ເປັນ​ຂອງ​ເຮົາ. ດ້ວຍເຫດນີ້, ເຮົາ​ຈຶ່ງ​ກ່າວ​ວ່າ​ພຣະວິນຍານ​ຮັບ​ສິ່ງ​ທີ່​ເປັນ​ຂອງ​ເຮົາ​ນັ້ນ​ມາ​ສະແດງ​ໃຫ້​ພວກເຈົ້າ​ໄດ້​ຮູ້”.</verse>
				<verse number="16">ພຣະເຢຊູເຈົ້າ​ກ່າວ​ຕໍ່​ໄປ​ອີກ​ວ່າ, “ອີກ​ບໍ່​ດົນ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ແລະ ຫລັງຈາກ​ນັ້ນ​ບໍ່​ດົນ​ພວກເຈົ້າ​ກໍ​ຈະ​ເຫັນ​ເຮົາ”.</verse>
				<verse number="17">ສາວົກ​ຂອງ​ພຣະອົງ​ບາງຄົນ​ຈຶ່ງ​ຖາມ​ກັນ​ວ່າ, “ພຣະອົງ​ໝາຍຄວາມ​ວ່າ​ຢ່າງໃດ​ທີ່​ກ່າວ​ວ່າ, ‘ອີກ​ບໍ່​ດົນ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ແລະ ຫລັງຈາກ​ນັ້ນ​ບໍ່​ດົນ​ພວກເຈົ້າ​ກໍ​ຈະ​ເຫັນ​ເຮົາ’? ແລະ ຍັງ​ເວົ້າ​ວ່າ ‘ເພາະ​ເຮົາ​ກຳລັງ​ຈະ​ໄປ​ຫາ​ພຣະບິດາເຈົ້າ’?”</verse>
				<verse number="18">ພວກເພິ່ນ​ຍັງ​ຖາມ​ກັນ​ວ່າ, “ທີ່​ພຣະອົງ​ກ່າວ​ວ່າ ‘ອີກ​ບໍ່​ດົນ’ ນັ້ນ​ໝາຍຄວາມ​ວ່າ​ຢ່າງ​ໃດ? ພວກເຮົາ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ພຣະອົງ​ກ່າວ​ເລີຍ”.</verse>
				<verse number="19">ພຣະເຢຊູເຈົ້າ​ເຫັນ​ວ່າ​ພວກເພິ່ນ​ຢາກ​ຖາມ​ພຣະອົງ​ກ່ຽວກັບ​ເລື່ອງ​ນີ້, ດັ່ງນັ້ນ​ພຣະອົງ​ຈຶ່ງກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ກຳລັງ​ຖາມ​ກັນ​ໃນ​ເລື່ອງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ​ວ່າ​ເຮົາ​ໝາຍຄວາມ​ວ່າ​ຢ່າງໃດ​ທີ່​ກ່າວ​ວ່າ, ‘ອີກ​ບໍ່​ດົນ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ແລະ ຫລັງຈາກ​ນັ້ນ​ອີກ​ບໍ​ດົນ​ພວກເຈົ້າ​ກໍ​ຈະ​ເຫັນ​ເຮົາ’ ແມ່ນ​ບໍ?</verse>
				<verse number="20">ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຈົ້າ​ຈະ​ຮ້ອງໄຫ້​ຄ່ຳຄວນ​ໃນຂະນະ​ທີ່​ໂລກ​ຊື່ນຊົມຍິນດີ. ພວກເຈົ້າ​ຈະ​ມີ​ຄວາມທຸກໂສກ​ແຕ່​ຄວາມທຸກໂສກ​ຂອງ​ພວກເຈົ້າ​ນັ້ນ​ຈະ​ກາຍເປັນ​ຄວາມຊື່ນຊົມຍິນດີ.</verse>
				<verse number="21">ຍິງ​ທີ່​ຈະ​ເກີດລູກ​ກໍ​ຍ່ອມ​ເຈັບປວດ​ເພາະ​ເຖິງ​ກຳນົດ​ແລ້ວ, ແຕ່​ເມື່ອ​ລູກ​ເກີດ​ອອກ​ມາ​ແລ້ວ​ນາງ​ກໍ​ລືມ​ຄວາມເຈັບປວດ​ທໍລະມານ​ເພາະ​ນາງ​ຊື່ນຊົມຍິນດີ​ທີ່​ເດັກນ້ອຍ​ຄົນ​ໜຶ່ງ​ໄດ້​ເກີດ​ມາ​ໃນ​ໂລກ.</verse>
				<verse number="22">ພວກເຈົ້າ​ກໍ​ເໝືອນກັນ ບັດນີ້​ເປັນ​ເວລາ​ແຫ່ງ​ຄວາມທຸກໂສກ​ຂອງ​ພວກເຈົ້າ, ແຕ່​ເຮົາ​ຈະ​ເຫັນ​ພວກເຈົ້າ​ອີກ ແລະ ພວກເຈົ້າ​ຈະ​ຊື່ນຊົມຍິນດີ, ແລະ ບໍ່​ມີ​ຜູ້ໃດ​ຈະ​ເອົາ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ໄປ​ໄດ້.</verse>
				<verse number="23">ໃນ​ວັນ​ນັ້ນ​ພວກເຈົ້າ​ຈະ​ບໍ່​ຖາມ​ເຮົາ​ເຖິງ​ສິ່ງໃດ​ອີກ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງໃດ​ທີ່​ພວກເຈົ້າ​ຂໍ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງ​ເຮົາ ພຣະອົງ​ກໍ​ຈະປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="24">ຈົນ​ເຖິງ​ບັດນີ້​ພວກເຈົ້າ​ຍັງ​ບໍ່​ໄດ້​ຂໍ​ສິ່ງໃດ​ໃນ​ນາມ​ຂອງ​ເຮົາ​ເລີຍ. ຈົ່ງ​ຂໍ​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ ແລະ ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ຈະ​ເຕັມບໍລິບູນ.</verse>
				<verse number="25">“ເຖິງແມ່ນວ່າ​ເຮົາ​ໄດ້​ກ່າວ​ເປັນ​ຄຳປຽບທຽບ​ຕະຫລອດ​ມາ, ແຕ່​ອີກ​ບໍ່​ດົນ​ເຮົາ​ຈະ​ບໍ່​ໃຊ້​ພາສາ​ແບບ​ນີ້​ອີກ​ຕໍ່ໄປ ແຕ່​ເຮົາ​ຈະ​ບອກ​ພວກເຈົ້າ​ຢ່າງ​ຈະແຈ້ງ​ກ່ຽວກັບ​ເລື່ອງ​ພຣະບິດາເຈົ້າ​ຂອງ​ເຮົາ.</verse>
				<verse number="26">ໃນ​ວັນ​ນັ້ນ ພວກເຈົ້າ​ຈະ​ຂໍ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງ​ເຮົາ. ເຮົາ​ບໍ່​ໄດ້​ເວົ້າ​ວ່າ​ເຮົາ​ຈະ​ຂໍ​ພຣະບິດາເຈົ້າ​ແທນ​ພວກເຈົ້າ.</verse>
				<verse number="27">ດ້ວຍວ່າ ພຣະບິດາເຈົ້າ​ເອງ​ກໍ​ຮັກ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຮັກ​ເຮົາ ແລະ ໄດ້​ເຊື່ອ​ວ່າ​ເຮົາ​ມາ​ຈາກ​ພຣະເຈົ້າ.</verse>
				<verse number="28">ເຮົາ​ມາ​ຈາກ​ພຣະບິດາເຈົ້າ ແລະ ເຂົ້າ​ມາ​ໃນ​ໂລກ, ບັດນີ້ ເຮົາ​ກຳລັງ​ຈະ​ໄປ​ຈາກ​ໂລກ ແລະ ກັບ​ໄປ​ຫາ​ພຣະບິດາເຈົ້າ”.</verse>
				<verse number="29">ແລ້ວ​ພວກສາວົກ​ຂອງ​ພຣະເຢຊູເຈົ້າ​ຈຶ່ງ​ເວົ້າ​ວ່າ, “ບັດນີ້ ພຣະອົງ​ກ່າວ​ຢ່າງ​ຈະແຈ້ງ​ໂດຍ​ບໍ່​ມີ​ຄຳປຽບທຽບ.</verse>
				<verse number="30">ດຽວນີ້​ພວກຂ້ານ້ອຍ​ຮູ້​ແລ້ວ​ວ່າ​ພຣະອົງ​ຮູ້ຈັກ​ທຸກສິ່ງ ແລະ ພຣະອົງ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ຜູ້ໃດ​ມາ​ຖາມ​ພຣະອົງ. ສິ່ງ​ນີ້​ເຮັດ​ໃຫ້​ພວກຂ້ານ້ອຍ​ທັງຫລາຍ​ເຊື່ອ​ວ່າ​ພຣະອົງມາ​ຈາກ​ພຣະເຈົ້າ”.</verse>
				<verse number="31">ພຣະເຢຊູເຈົ້າ​ຕອບ​ວ່າ, “ບັດນີ້​ພວກເຈົ້າ​ເຊື່ອ​ແລ້ວ​ບໍ?</verse>
				<verse number="32">ແຕ່​ເວລາ​ນັ້ນ​ກຳລັງ​ຈະ​ມາ ແລະ ກໍ​ໄດ້​ມາ​ເຖິງ​ແລ້ວ ເມື່ອ​ພວກເຈົ້າ​ແຕ່ລະຄົນ​ຈະ​ຕ້ອງ​ກະແຈກກະຈາຍກັນ​ໄປ​ຍັງ​ເຮືອນ​ຂອງ​ຕົນ. ພວກເຈົ້າ​ຈະ​ປະຖິ້ມ​ເຮົາ​ໄວ້​ແຕ່​ຜູ້ດຽວ. ແຕ່​ເຮົາ​ກໍ​ບໍ່​ໄດ້​ຢູ່​ຜູ້ດຽວ ເພາະ​ພຣະບິດາເຈົ້າ​ຂອງ​ເຮົາ​ຢູ່​ກັບ​ເຮົາ.</verse>
				<verse number="33">“ເຮົາ​ໄດ້​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ເພື່ອ​ພວກເຈົ້າ​ຈະ​ໄດ້​ມີ​ສັນຕິສຸກ​ໃນ​ເຮົາ. ໃນ​ໂລກ​ນີ້​ພວກເຈົ້າ​ຈະ​ມີ​ຄວາມທຸກຍາກລໍາບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ! ເພາະ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ”.</verse>
			</chapter>
			<chapter number="17">
				<verse number="1">ຫລັງ​ຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ສິ່ງ​ເຫລົ່ານີ້​ແລ້ວ ພຣະອົງ​ເງີຍ​ໜ້າ​ຂຶ້ນ​ສູ່​ສະຫວັນ ແລະ ອະທິຖານ​ວ່າ: “ພຣະບິດາເຈົ້າ​ເອີຍ, ເຖິງ​ເວລາ​ແລ້ວ. ຂໍໃຫ້​ພຣະບຸດ​ຂອງ​ພຣະອົງ​ໄດ້​ຮັບ​ສະຫງ່າລາສີ ເພື່ອ​ວ່າ​ພຣະບຸດ​ຂອງ​ພຣະອົງ​ຈະ​ໄດ້​ຖວາຍ​ສະຫງ່າລາສີ​ແກ່​ພຣະອົງ.</verse>
				<verse number="2">ເພາະ​ພຣະອົງ​ໃຫ້​ພຣະບຸດ​ມີ​ສິດອຳນາດ​ເໜືອ​ຄົນ​ທັງປວງ ເພື່ອ​ພຣະບຸດ​ຈະ​ໄດ້​ໃຫ້​ຊີວິດ​ນິລັນດອນ​ແກ່​ຄົນ​ທັງປວງ​ທີ່​ພຣະອົງ​ໄດ້ມອບ​ໃຫ້​ແກ່​ພຣະບຸດ​ນັ້ນ.</verse>
				<verse number="3">ນີ້​ແຫລະ​ແມ່ນ​ຊີວິດ​ນິລັນດອນ​ຄື: ຊີວິດ​ທີ່​ພວກເຂົາ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ ຮູ້ຈັກ​ພຣະເຢຊູຄຣິດເຈົ້າ​ຜູ້​ທີ່​ພຣະອົງໃຊ້​ມາ.</verse>
				<verse number="4">ຂ້ານ້ອຍ​ໄດ້​ຖວາຍ​ສະຫງ່າລາສີ​ແກ່​ພຣະອົງ​ໃນ​ໂລກ ໂດຍ​ເຮັດ​ພາລະກິດ​ທີ່​ພຣະອົງ​ມອບໝາຍ​ໃຫ້​ແກ່​ຂ້ານ້ອຍ​ເຮັດ​ນັ້ນ​ສຳເລັດ​ແລ້ວ.</verse>
				<verse number="5">ແລະ ບັດນີ້ ພຣະບິດາເຈົ້າ​ເອີຍ, ຂໍໃຫ້​ຂ້ານ້ອຍ​ໄດ້​ຮັບ​ສະຫງ່າລາສີ​ຢູ່​ຕໍ່ໜ້າ​ພຣະອົງ ຄື​ສະຫງ່າລາສີ​ທີ່​ຂ້ານ້ອຍ​ໄດ້​ມີ​ຮ່ວມ​ກັບ​ພຣະອົງ​ຕັ້ງແຕ່​ກ່ອນ​ສ້າງ​ໂລກ​ນັ້ນ.</verse>
				<verse number="6">“ຂ້ານ້ອຍ​ໄດ້​ເປີດເຜີຍ​ພຣະອົງ ​ແກ່​ບັນດາ​ຄົນ​ທັງຫລາຍ​ຈາກ​ໂລກ​ນີ້​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ຂ້ານ້ອຍ. ພວກເຂົາ​ເປັນ​ຂອງ​ພຣະອົງ, ພຣະອົງ​ໄດ້​ມອບ​ພວກເຂົາ​ໃຫ້​ແກ່​ຂ້ານ້ອຍ ແລະ ພວກເຂົາ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="7">ບັດນີ້ ພວກເຂົາ​ຮູ້ຈັກ​ວ່າ​ທຸກສິ່ງ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ​ນັ້ນ​ມາ​ຈາກ​ພຣະອົງ.</verse>
				<verse number="8">ເພາະ​ຖ້ອຍຄຳ​ທີ່​ພຣະອົງ​ໄດ້​ໃຫ້​ນັ້ນ ຂ້ານ້ອຍ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ແລະ ພວກເຂົາ​ກໍ​ໄດ້​ຮັບ​ໄວ້​ແລ້ວ. ພວກເຂົາ​ທັງຫລາຍ​ຮູ້​ຢ່າງ​ແນ່ນອນ​ວ່າ​ຂ້ານ້ອຍ​ໄດ້​ມາ​ຈາກ​ພຣະອົງ ແລະ ພວກເຂົາ​ເຊື່ອ​ວ່າ​ພຣະອົງ​ໄດ້​ໃຊ້​ຂ້ານ້ອຍ​ມາ.</verse>
				<verse number="9">ຂ້ານ້ອຍ​ອະທິຖານ​ເພື່ອ​ພວກເຂົາ. ຂ້ານ້ອຍ​ບໍ່​ໄດ້​ອະທິຖານ​ເພື່ອ​ໂລກ ແຕ່​ເພື່ອ​ຄົນ​ເຫລົ່ານັ້ນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພາະ​ພວກເຂົາ​ເປັນ​ຂອງ​ພຣະອົງ.</verse>
				<verse number="10">ທຸກສິ່ງ​ທີ່​ຂ້ານ້ອຍ​ມີ​ກໍ​ເປັນ​ຂອງ​ພຣະອົງ ແລະ ທຸກສິ່ງ​ທີ່​ພຣະອົງ​ມີ​ກໍ​ເປັນ​ຂອງ​ຂ້ານ້ອຍ, ແລະ ຂ້ານ້ອຍ​ໄດ້​ຮັບ​ສະຫງ່າລາສີ​ຜ່ານ​ທາງ​ພວກເຂົາ.</verse>
				<verse number="11">ຂ້ານ້ອຍ​ຈະ​ບໍ່​ຢູ່​ໃນ​ໂລກ​ອີກ​ຕໍ່ໄປ​ແຕ່​ພວກເຂົາ​ຍັງ​ຈະ​ຢູ່​ໃນ​ໂລກ ແລະ ຂ້ານ້ອຍ​ກຳລັງ​ຈະ​ໄປ​ຫາ​ພຣະອົງ. ພຣະບິດາເຈົ້າ​ຜູ້​ບໍລິສຸດ​ເອີຍ, ຂໍ​ປົກປ້ອງ​ຄຸ້ມຄອງ​ພວກເຂົາ​ໄວ້​ໂດຍ​ລິດອຳນາດ​ແຫ່ງ​ນາມ​ຂອງ​ພຣະອົງ, ຄື​ນາມ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພື່ອ​ວ່າ​ພວກເຂົາ​ຈະ​ເປັນ​ອັນໜຶ່ງອັນດຽວກັນ​ເໝືອນດັ່ງ​ພຣະອົງ​ກັບ​ຂ້ານ້ອຍ​ເປັນ​ອັນໜຶ່ງອັນດຽວກັນ.</verse>
				<verse number="12">ເມື່ອ​ຂ້ານ້ອຍ​ຍັງ​ຢູ່​ກັບ​ພວກເຂົາ, ຂ້ານ້ອຍ​ກໍ​ໄດ້​ປົກປ້ອງ ແລະ ຮັກສາ​ພວກເຂົາ​ໄວ້​ໃຫ້​ປອດໄພ​ໂດຍ​ລິດອຳນາດ​ແຫ່ງ​ນາມ​ຂອງ​ພຣະອົງ ຄື​ນາມ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ. ບໍ່​ມີ​ຈັກ​ຄົນ​ທີ່​ສູນເສຍ​ໄປ ຍົກເວັ້ນ​ແຕ່​ຜູ້​ດຽວ​ທີ່​ຈະ​ຕ້ອງ​ຈິບຫາຍ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ.</verse>
				<verse number="13">“ບັດນີ້ ຂ້ານ້ອຍ​ກຳລັງ​ຈະ​ໄປ​ຫາ​ພຣະອົງ ແຕ່​ຂ້ານ້ອຍ​ກ່າວ​ສິ່ງ​ເຫລົ່ານີ້​ຂະນະ​ທີ່​ຂ້ານ້ອຍ​ຍັງ​ຢູ່​ໃນ​ໂລກ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມຊື່ນຊົມຍິນດີ​ຂອງ​ຂ້ານ້ອຍ​ຢ່າງ​ເຕັມລົ້ນ​ຢູ່​ພາຍໃນ​ພວກເຂົາ.</verse>
				<verse number="14">ຂ້ານ້ອຍ​ໄດ້​ມອບ​ຖ້ອຍຄຳ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຂົາ​ແລ້ວ ແລະ ໂລກ​ໄດ້​ກຽດຊັງ​ພວກເຂົາ​ເພາະ​ພວກເຂົາ​ບໍ່​ໄດ້​ເປັນ​ຂອງ​ໂລກ​ອີກ​ຕໍ່ໄປ​ເໝືອນ​ທີ່​ຂ້ານ້ອຍ​ບໍ່​ໄດ້​ເປັນ​ຂອງ​ໂລກ.</verse>
				<verse number="15">ຂ້ານ້ອຍ​ບໍ່​ໄດ້​ອະທິຖານ​ຂໍ​ໃຫ້​ພຣະອົງ​ເອົາ​ພວກເຂົາ​ອອກ​ໄປ​ຈາກ​ໂລກ ແຕ່​ຂໍ​ໃຫ້​ພຣະອົງ​ປົກປ້ອງ​ພວກເຂົາ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ.</verse>
				<verse number="16">ພວກເຂົາ​ບໍ່​ເປັນ​ຂອງ​ໂລກ​ເໝືອນດັ່ງ​ທີ່​ຂ້ານ້ອຍ​ບໍ່​ໄດ້​ເປັນ​ຂອງ​ໂລກ.</verse>
				<verse number="17">ຂໍ​ຊຳລະ​ພວກເຂົາ​ໃຫ້​ບໍລິສຸດ ​ດ້ວຍ​ຄວາມຈິງ, ພຣະທຳ​ຂອງ​ພຣະອົງ​ເປັນ​ຄວາມຈິງ.</verse>
				<verse number="18">ພຣະອົງ​ໃຊ້​ຂ້ານ້ອຍ​ເຂົ້າ​ມາ​ໃນ​ໂລກ​ສັນໃດ ຂ້ານ້ອຍ​ກໍ​ໄດ້​ໃຊ້​ພວກເຂົາ​ໄປ​ໃນ​ໂລກ​ສັນນັ້ນ.</verse>
				<verse number="19">ເພາະ​ເຫັນ​ແກ່​ພວກເຂົາ ຂ້ານ້ອຍ​ຈຶ່ງ​ຊຳລະ​ຕົນ​ໃຫ້​ບໍລິສຸດ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ຢ່າງ​ແທ້ຈິງ​ເໝືອນກັນ.</verse>
				<verse number="20">“ຂ້ານ້ອຍ​ບໍ່​ໄດ້​ອະທິຖານ​ເພື່ອ​ພວກເຂົາ​ເທົ່ານັ້ນ. ແຕ່​ຂ້ານ້ອຍ​ອະທິຖານ​ເພື່ອ​ບັນດາ​ຜູ້​ທີ່​ຈະ​ເຊື່ອ​ໃນ​ຂ້ານ້ອຍ​ຜ່ານ​ທາງ​ຖ້ອຍຄຳ​ຂອງ​ພວກເຂົາ​ເໝືອນກັນ,</verse>
				<verse number="21">ເພື່ອ​ພວກເຂົາ​ທັງໝົດ​ຈະ​ເປັນ​ອັນໜຶ່ງອັນດຽວກັນ, ພຣະບິດາເຈົ້າ​ເອີຍ, ພຣະອົງ​ຢູ່​ໃນ​ຂ້ານ້ອຍ ແລະ ຂ້ານ້ອຍ​ຢູ່​ໃນ​ພຣະອົງ​ຢ່າງໃດ ກໍ​ຂໍ​ໃຫ້​ພວກເຂົາ​ຢູ່​ໃນ​ພຣະອົງ ແລະ ຢູ່​ໃນ​ຂ້ານ້ອຍ​ຢ່າງນັ້ນ​ເໝືອນກັນ ເພື່ອ​ໂລກ​ຈະ​ໄດ້​ເຊື່ອ​ວ່າ​ແມ່ນ​ພຣະອົງ​ທີ່​ໃຊ້​ຂ້ານ້ອຍ​ມາ.</verse>
				<verse number="22">ສະຫງ່າລາສີ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ຂ້ານ້ອຍ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ເປັນອັນໜຶ່ງອັນດຽວກັນ ເໝືອນດັ່ງ​ພຣະອົງ​ກັບ​ຂ້ານ້ອຍ​ເປັນ​ອັນໜຶ່ງອັນດຽວກັນ​ຄື,</verse>
				<verse number="23">ຂ້ານ້ອຍ​ຢູ່​ໃນ​ພວກເຂົາ ແລະ ພຣະອົງ​ສະຖິດ​ຢູ່​ໃນ​ຂ້ານ້ອຍ. ຂໍ​ໃຫ້​ພວກເຂົາ​ໄດ້​ເປັນ​ອັນໜຶ່ງອັນດຽວກັນ​ຢ່າງ​ສົມບູນ ເພື່ອ​ໃຫ້​ໂລກ​ຮູ້​ວ່າ​ພຣະອົງໃຊ້​ຂ້ານ້ອຍ​ມາ ແລະ ພຣະອົງ​ໄດ້​ຮັກ​ພວກເຂົາ​ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ຮັກ​ຂ້ານ້ອຍ.</verse>
				<verse number="24">“ພຣະບິດາເຈົ້າ​ເອີຍ, ຂ້ານ້ອຍ​ປາຖະໜາ​ໃຫ້​ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ໄດ້​ຢູ່​ກັບ​ຂ້ານ້ອຍ​ໃນ​ບ່ອນ​ທີ່​ຂ້ານ້ອຍ​ຢູ່ ແລະ ໃຫ້​ພວກເຂົາ​ເຫັນ​ສະຫງ່າລາສີ​ຂອງ​ຂ້ານ້ອຍ, ສະຫງ່າລາສີ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພາະ​ພຣະອົງ​ຮັກ​ຂ້ານ້ອຍ​ຕັ້ງແຕ່​ກ່ອນ​ທີ່​ພຣະອົງ​ສ້າງ​ໂລກ.</verse>
				<verse number="25">“ພຣະບິດາເຈົ້າ​ຜູ້ຊອບທຳ, ເຖິງ​ໂລກ​ນີ້​ບໍ່​ຮູ້ຈັກ​ພຣະອົງ ແຕ່​ຂ້ານ້ອຍ​ຮູ້ຈັກ​ພຣະອົງ, ແລະ ພວກເຂົາ​ກໍ​ຮູ້ຈັກ​ວ່າ​ພຣະອົງໃຊ້​ຂ້ານ້ອຍ​ມາ.</verse>
				<verse number="26">ຂ້ານ້ອຍ​ໄດ້​ເຮັດ​ໃຫ້​ພວກເຂົາ​ຮູ້ຈັກ​ນາມ​ຂອງ​ພຣະອົງ ແລະ ຈະ​ເຮັດ​ໃຫ້​ພວກເຂົາ​ຮູ້ຈັກ​ອີກ ເພື່ອ​ຄວາມຮັກ​ທີ່​ພຣະອົງ​ມີ​ຕໍ່​ຂ້ານ້ອຍ​ນັ້ນ​ຈະ​ຢູ່​ໃນ​ພວກເຂົາ ແລະ ເພື່ອ​ຂ້ານ້ອຍ​ເອງ​ຈະ​ຢູ່​ໃນ​ພວກເຂົາ​ເໝືອນກັນ”.</verse>
			</chapter>
			<chapter number="18">
				<verse number="1">ເມື່ອ​ພຣະອົງ​ອະທິຖານ​ຈົບ​ແລ້ວ, ພຣະເຢຊູເຈົ້າ​ໄດ້​ອອກ​ໄປ​ກັບ​ພວກສາວົກ​ຂອງ​ພຣະອົງ ແລະ ຂ້າມ​ຮ່ອມພູ​ກິດໂຣນ​ໄປ. ອີກ​ຟາກ​ໜຶ່ງ​ຢູ່​ບ່ອນ​ນັ້ນ​ມີ​ສວນ​ແຫ່ງ​ໜຶ່ງ, ພຣະອົງ​ໄດ້​ເຂົ້າໄປ​ໃນ​ສວນ​ນັ້ນ​ພ້ອມ​ກັບ​ພວກສາວົກ​ຂອງ​ພຣະອົງ.</verse>
				<verse number="2">ຝ່າຍ​ຢູດາ​ຜູ້​ທີ່​ທໍລະຍົດ​ພຣະອົງ​ກໍ​ຮູ້ຈັກ​ບ່ອນ​ນັ້ນ ເພາະ​ພຣະເຢຊູເຈົ້າ​ໄດ້​ພົບ​ກັບ​ພວກສາວົກ​ຂອງ​ພຣະອົງ​ໃນ​ບ່ອນ​ນັ້ນ​ຢູ່​ເລື້ອຍໆ.</verse>
				<verse number="3">ດັ່ງນັ້ນ ຢູດາ​ຈຶ່ງ​ພາ​ພວກທະຫານ ແລະ ພວກ​ເຈົ້າໜ້າທີ່​ຈຳນວນ​ໜຶ່ງ​ທີ່​ມາ​ຈາກ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ ມາ​ທີ່​ສວນ​ນັ້ນ. ພວກເຂົາ​ຖື​ກະບອງ, ໂຄມໄຟ ແລະ ອາວຸດ​ມາ​ພ້ອມ.</verse>
				<verse number="4">ພຣະເຢຊູເຈົ້າ​ຮູ້ຈັກ​ທຸກສິ່ງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ກັບ​ພຣະອົງ, ພຣະອົງ​ຈຶ່ງ​ອອກ​ໄປ ແລະ ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ຕ້ອງການ​ຜູ້ໃດ?”</verse>
				<verse number="5">ພວກເຂົາ​ຕອບ​ວ່າ, “ເຢຊູ​ຊາວ​ນາຊາເຣັດ”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ຜູ້​ນັ້ນ” (ແລະ​ຢູດາ​ຜູ້​ທີ່​ທໍລະຍົດ​ກໍ​ຢືນ​ຢູ່​ກັບ​ພວກເຂົາ​ຢູ່​ທີ່​ນັ້ນ.)</verse>
				<verse number="6">ເມື່ອ​ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ຜູ້​ນັ້ນ” ພວກເຂົາ​ກໍ​ຖອຍຫລັງ ແລະ ລົ້ມລົງ​ກັບ​ພື້ນດິນ.</verse>
				<verse number="7">ພຣະເຢຊູເຈົ້າ​ຖາມ​ພວກເຂົາ​ອີກ​ວ່າ, “ພວກເຈົ້າ​ຕ້ອງການ​ຜູ້ໃດ?” ແລະ ພວກເຂົາ​ເວົ້າ​ວ່າ, “ເຢຊູ​ຊາວ​ນາຊາເຣັດ”.</verse>
				<verse number="8">ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ​ວ່າ​ເຮົາ​ຄື​ຜູ້​ນັ້ນ. ຖ້າ​ພວກເຈົ້າ​ກຳລັງ​ຊອກຫາ​ເຮົາ ຈົ່ງ​ປ່ອຍ​ຄົນ​ເຫລົ່ານີ້​ໄປ​ສາ”.</verse>
				<verse number="9">ສິ່ງ​ນີ້​ເກີດຂຶ້ນ​ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ຖ້ອຍຄຳ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ວ່າ, “ຄົນ​ເຫລົ່ານັ້ນ​ທີ່​ພຣະອົງ​ມອບ​ໃຫ້​ແກ່​ຂ້ານ້ອຍ​ບໍ່​ໄດ້​ສູນເສຍ​ໄປ​ແມ່ນ​ແຕ່​ຄົນ​ດຽວ”.</verse>
				<verse number="10">ແລ້ວ​ຊີໂມນ​ເປໂຕ ຜູ້​ທີ່​ມີ​ດາບ ກໍ​ຖອດ​ດາບ​ຂອງ​ຕົນ​ອອກມາ​ຟັນ​ຫູ​ຄົນຮັບໃຊ້​ຂອງ​ມະຫາ​ປະໂລຫິດ​ຂາດ​ເບື້ອງຂວາ. (ຄົນຮັບໃຊ້​ຄົນ​ນັ້ນ​ຊື່​ມາລະໂຂ.)</verse>
				<verse number="11">ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ເອົາ​ດາບ​ຂອງ​ເຈົ້າ​ເກັບ​ໃສ່​ຝັກ​ໄວ້​ສາ! ເຮົາ​ຈະ​ບໍ່​ດື່ມ​ຈອກ​ທີ່​ພຣະບິດາເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ບໍ?”</verse>
				<verse number="12">ແລ້ວ​ກອງທະຫານ​ພ້ອມ​ດ້ວຍ​ນາຍພັນ ແລະ ເຈົ້າໜ້າທີ່​ຂອງ​ພວກ​ຢິວ​ຈຶ່ງ​ຈັບ​ພຣະເຢຊູເຈົ້າ​ມັດ​ໄວ້</verse>
				<verse number="13">ແລະ ພາ​ພຣະອົງ​ໄປ​ຫາ​ອັນນາ​ກ່ອນ, ອັນນາ​ເປັນ​ພໍ່​ເມຍ​ຂອງ​ກາຢະຟາ​ຜູ້​ທີ່​ເປັນ​ມະຫາ​ປະໂລຫິດ​ປະຈຳການ​ໃນ​ປີ​ນັ້ນ.</verse>
				<verse number="14">ກາຢະຟາ​ຄື​ຜູ້​ທີ່​ເຄີຍ​ແນະນຳ​ພວກ​ຢິວ​ວ່າ, ໃຫ້​ຊາຍ​ຄົນ​ດຽວ​ຕາຍ​ເພື່ອ​ປະຊາຊົນ​ທັງໝົດ​ກໍ​ດີ​ກວ່າ.</verse>
				<verse number="15">ຊີໂມນ​ເປໂຕ ແລະ ສາວົກ​ອີກ​ຄົນ​ໜຶ່ງ​ໄດ້​ຕິດຕາມ​ພຣະເຢຊູເຈົ້າ​ໄປ, ສາວົກ​ຜູ້ນີ້​ໄດ້​ຕິດຕາມ​ພຣະເຢຊູເຈົ້າ​ໄປ​ຈົນ​ເຖິງ​ເດີ່ນ​ເຮືອນ​ຂອງ​ມະຫາ​ປະໂລຫິດ ເພາະ​ລາວ​ຮູ້ຈັກ​ກັບ​ມະຫາ​ປະໂລຫິດ,</verse>
				<verse number="16">ແຕ່​ເປໂຕ​ຕ້ອງ​ລໍຖ້າ​ຢູ່​ທາງນອກ​ປະຕູ. ສາວົກ​ຄົນ​ອື່ນ​ຜູ້​ທີ່​ຮູ້ຈັກ​ກັບ​ມະຫາ​ປະໂລຫິດ​ໄດ້​ກັບ​ອອກມາ​ເວົ້າ​ກັບ​ຍິງ​ທີ່​ເຮັດ​ໜ້າທີ່​ຢູ່​ທີ່​ນັ້ນ ແລະ ພາ​ເປໂຕ​ເຂົ້າໄປ​ທາງ​ໃນ.</verse>
				<verse number="17">ຍິງ​ຄົນ​ນັ້ນ​ຖາມ​ເປໂຕ​ວ່າ, “ເຈົ້າ​ແມ່ນ​ສາວົກ​ຂອງ​ຊາຍ​ຄົນ​ນັ້ນ​ເໝືອນກັນ​ບໍ?” ເປໂຕ​ຕອບ​ວ່າ, “ບໍ່​ແມ່ນ”.</verse>
				<verse number="18">ຂະນະ​ນັ້ນ​ອາກາດ​ໜາວເຢັນ, ພວກ​ຄົນຮັບໃຊ້ ແລະ ພວກ​ເຈົ້າໜ້າທີ່​ຢືນ​ຢູ່​ອ້ອມ​ກອງໄຟ​ທີ່​ພວກເຂົາ​ດັງ​ຂຶ້ນ​ເພື່ອ​ເຮັດ​ໃຫ້​ອຸ່ນ. ເປໂຕ​ກໍ​ຢືນ​ຝີງໄຟ​ກັບ​ພວກເຂົາ​ເໝືອນກັນ.</verse>
				<verse number="19">ໃນຂະນະ​ດຽວ​ກັນ​ນັ້ນ ມະຫາ​ປະໂລຫິດ​ໄດ້​ຖາມ​ພຣະເຢຊູເຈົ້າ​ກ່ຽວກັບ​ພວກສາວົກ ແລະ ຄຳສອນ​ຂອງ​ພຣະອົງ.</verse>
				<verse number="20">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ກ່າວ​ກັບ​ໂລກ​ຢ່າງ​ເປີດເຜີຍ. ເຮົາ​ໄດ້​ສັ່ງສອນ​ໃນ​ທຳມະສາລາ ຫລື ໃນ​ວິຫານ​ຢູ່​ສະເໝີ, ສະຖານ​ທີ່​ເຫລົ່ານີ້​ເປັນ​ບ່ອນ​ທີ່​ຊາວຢິວ​ທັງໝົດ​ມາ​ເຕົ້າໂຮມ​ກັນ. ເຮົາ​ບໍ່​ໄດ້​ເວົ້າ​ສິ່ງ​ໃດ​ທີ່​ເປັນ​ຄວາມລັບ.</verse>
				<verse number="21">ຖາມ​ເຮົາ​ເຮັດຫຍັງ? ຈົ່ງ​ຖາມ​ຄົນ​ທັງຫລາຍ​ທີ່​ໄດ້​ຟັງ​ເຮົາ​ກ່າວ. ພວກເຂົາ​ຮູ້ຈັກ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ​ແນ່ນອນ”.</verse>
				<verse number="22">ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຢ່າງ​ນັ້ນ​ແລ້ວ, ເຈົ້າໜ້າທີ່​ຄົນ​ໜຶ່ງ​ທີ່​ຢືນ​ຢູ່​ໃກ້​ນັ້ນ​ກໍ​ຕົບ​ໜ້າ​ພຣະອົງ ແລະ ຖາມ​ວ່າ, “ເຈົ້າ​ຕອບ​ມະຫາ​ປະໂລຫິດ​ຢ່າງ​ນີ້​ບໍ?”</verse>
				<verse number="23">ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຮົາ​ໄດ້​ເວົ້າ​ສິ່ງ​ໃດ​ຜິດ​ກໍ​ຈົ່ງ​ເປັນ​ພະຍານ​ເບິ່ງ​ວ່າ​ຜິດ​ບ່ອນໃດ. ແຕ່​ຖ້າ​ເຮົາ​ໄດ້​ເວົ້າ​ຄວາມຈິງ​ເປັນຫຍັງ​ເຈົ້າ​ຈຶ່ງ​ຕົບ​ໜ້າ​ເຮົາ?”</verse>
				<verse number="24">ແລ້ວ​ອັນນາ​ຈຶ່ງ​ສົ່ງ​ພຣະເຢຊູເຈົ້າ​ທີ່​ຍັງ​ຖືກ​ມັດ​ຢູ່​ນັ້ນ ໄປ​ພົບ​ມະຫາ​ປະໂລຫິດ​ກາຢະຟາ.</verse>
				<verse number="25">ໃນຂະນະ​ນັ້ນ, ຊີໂມນ​ເປໂຕ​ຍັງ​ຢືນ​ຢູ່​ທີ່​ນັ້ນ​ເພື່ອ​ໃຫ້​ຕົນເອງ​ອົບອຸ່ນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ເພິ່ນ​ວ່າ, “ເຈົ້າ​ເປັນ​ສາວົກ​ຄົນ​ໜຶ່ງ​ຂອງ​ລາວ​ບໍ່​ແມ່ນ​ບໍ?” ເປໂຕ​ປະຕິເສດ​ວ່າ, “ຂ້ອຍ​ບໍ່​ໄດ້​ເປັນ”.</verse>
				<verse number="26">ຄົນຮັບໃຊ້​ຄົນ​ໜຶ່ງ​ຂອງ​ມະຫາ​ປະໂລຫິດ​ທີ່​ເປັນ​ພີ່ນ້ອງ​ກັບ​ຄົນ​ທີ່​ຖືກ​ເປໂຕ​ຟັນ​ຫູ​ຂາດ​ນັ້ນ​ກໍ​ຢືນຢັນ​ວ່າ, “ຂ້ອຍ​ເຫັນ​ເຈົ້າ​ຢູ່​ກັບ​ລາວ​ໃນ​ສວນ​ໝາກກອກ​ບໍ່​ແມ່ນ​ບໍ?”</verse>
				<verse number="27">ເປໂຕ​ປະຕິເສດ​ອີກ ແລະ ໃນທັນໃດ​ນັ້ນ​ໄກ່​ກໍ​ເລີ່ມ​ຂັນ.</verse>
				<verse number="28">ຫລັງຈາກນັ້ນ ພວກ​ຢິວ​ໄດ້​ນໍາ​ພຣະເຢຊູເຈົ້າ​ອອກຈາກ​ເຮືອນ​ຂອງ​ກາຢະຟາ​ໄປ​ຍັງ​ວັງ​ຂອງ​ຜູ້ປົກຄອງ​ຊາວໂຣມ. ຕອນ​ນີ້​ຍັງ​ເປັນ​ເວລາ​ເຊົ້າ​ມືດ​ຢູ່, ພວກ​ຢິວ​ຈຶ່ງ​ບໍ່​ເຂົ້າໄປ​ໃນ​ວັງ​ເພື່ອ​ຫລີກເວັ້ນ​ການ​ເປັນມົນທິນ​ຕາມ​ທຳນຽມ, ເພາະວ່າ​ພວກເຂົາ​ຕ້ອງການ​ໃຫ້​ຕົນເອງ​ສາມາດ​ກິນ​ອາຫານ​ປັດສະຄາ​ໄດ້.</verse>
				<verse number="29">ດັ່ງນັ້ນ ປີລາດ​ຈຶ່ງ​ອອກ​ມາ​ພົບ​ພວກເຂົາ ແລະ ຖາມ​ວ່າ, “ພວກທ່ານ​ໄດ້​ຟ້ອງ​ຊາຍ​ຄົນ​ນີ້​ໃນ​ເລື່ອງໃດ?”</verse>
				<verse number="30">ພວກເຂົາ​ຕອບ​ວ່າ, “ຖ້າ​ລາວ​ບໍ່​ແມ່ນ​ຜູ້ຮ້າຍ​ພວກເຮົາ​ກໍ​ຄົງ​ບໍ່​ພາ​ລາວ​ມາ​ມອບ​ໃຫ້​ແກ່​ທ່ານ​ດອກ”.</verse>
				<verse number="31">ປີລາດ​ກ່າວ​ວ່າ, “ໃຫ້​ພວກທ່ານ​ນຳ​ໂຕ​ລາວ​ໄປ​ຕັດສິນ​ຕາມ​ກົດໝາຍ​ຂອງ​ທ່ານ​ເອງ​ເທາະ”. ພວກ​ຢິວ​ຄັດຄ້ານ​ວ່າ, “ແຕ່​ພວກເຮົາ​ບໍ່​ມີ​ສິດ​ຂ້າ​ຜູ້ໃດ”.</verse>
				<verse number="32">ສິ່ງ​ນີ້​ເກີດຂຶ້ນ​ກໍ​ເພື່ອ​ຈະ​ເປັນ​ຈິງ​ຕາມ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ໄວ້​ວ່າ​ພຣະອົງ​ຈະ​ຕາຍ​ຢ່າງໃດ.</verse>
				<verse number="33">ປີລາດ​ຈຶ່ງ​ກັບ​ເຂົ້າ​ໄປ​ໃນ​ວັງ ແລ້ວ​ເອີ້ນ​ພຣະເຢຊູເຈົ້າ​ມາ ແລະ ຖາມ​ພຣະອົງ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?”</verse>
				<verse number="34">ພຣະເຢຊູເຈົ້າ​ຖາມ​ວ່າ, “ຄຳຖາມ​ນີ້​ເປັນ​ຄວາມຄິດ​ຂອງ​ທ່ານ​ເອງ ຫລື ມີ​ຄົນ​ອື່ນ​ບອກ​ທ່ານ​ກ່ຽວກັບ​ເລື່ອງ​ຂອງ​ເຮົາ?”</verse>
				<verse number="35">ປີລາດ​ຕອບ​ວ່າ, “ຂ້ອຍ​ເປັນ​ຄົນ​ຢິວ​ບໍ? ຄົນ​ຮ່ວມ​ຊາດ​ຂອງ​ເຈົ້າ ແລະ ພວກຫົວໜ້າ​ປະໂລຫິດ​ຂອງ​ເຈົ້າ​ໄດ້​ນຳ​ໂຕ​ເຈົ້າ​ມາ​ມອບ​ໃຫ້​ຂ້ອຍ. ເຈົ້າ​ໄດ້​ເຮັດ​ຫຍັງ​ຜິດ​ແດ່?”</verse>
				<verse number="36">ພຣະເຢຊູເຈົ້າ​ຕອບ​ວ່າ, “ອານາຈັກ​ຂອງ​ເຮົາ​ບໍ່​ໄດ້​ເປັນ​ຂອງ​ໂລກ​ນີ້. ຖ້າ​ເປັນ​ດັ່ງນັ້ນ​ແລ້ວ ພວກ​ຜູ້ຮັບໃຊ້​ຂອງ​ເຮົາ​ກໍ​ຄົງ​ຈະ​ຕໍ່ສູ້​ເພື່ອ​ປ້ອງກັນ​ບໍ່​ໃຫ້​ພວກ​ຢິວ​ຈັບ​ໂຕ​ເຮົາ. ແຕ່​ບັດນີ້​ອານາຈັກ​ຂອງ​ເຮົາ​ແມ່ນ​ມາ​ຈາກ​ບ່ອນ​ອື່ນ”.</verse>
				<verse number="37">ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ຖ້າ​ຢ່າງ​ນັ້ນ​ເຈົ້າ​ເປັນ​ກະສັດ​ບໍ!” ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ເອງ​ເປັນ​ຜູ້​ບອກ​ວ່າ​ເຮົາ​ເປັນ​ກະສັດ. ແທ້​ຈິງ​ແລ້ວ ເພາະ​ເຫດ​ນີ້​ເຮົາ​ຈຶ່ງ​ເກີດ​ມາ ແລະ ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຈະ​ເປັນ​ພະຍານ​ເຖິງ​ຄວາມຈິງ. ທຸກ​ຄົນ​ທີ່​ຢູ່​ຝ່າຍ​ຄວາມຈິງ​ກໍ​ຍ່ອມ​ຟັງ​ເຮົາ”.</verse>
				<verse number="38">ປີລາດ​ຖາມວ່າ, “ຄວາມຈິງ​ນັ້ນ​ແມ່ນຫຍັງ?” ເມື່ອ​ປີລາດ​ຖາມ​ດັ່ງນັ້ນ​ແລ້ວ​ເພິ່ນ​ກໍ​ອອກມາ​ຫາ​ພວກ​ຢິວ​ອີກ ແລະ ບອກ​ພວກເຂົາ​ວ່າ, “ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຊາຍ​ຄົນ​ນີ້.</verse>
				<verse number="39">ແຕ່​ເປັນ​ທຳນຽມ​ຂອງ​ພວກທ່ານ​ທີ່​ໃຫ້​ເຮົາ​ປ່ອຍ​ນັກໂທດ​ໜຶ່ງ​ຄົນ​ໃຫ້​ແກ່​ພວກທ່ານ​ໃນ​ເທດສະການ​ປັດສະຄາ, ພວກທ່ານ​ຢາກ​ໃຫ້​ເຮົາ​ປ່ອຍ ‘ກະສັດ​ຂອງ​ຊາວ​ຢິວ’ ບໍ?”</verse>
				<verse number="40">ພວກເຂົາ​ທັງຫລາຍ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ບໍ່, ບໍ່​ແມ່ນ​ຊາຍ​ຄົນ​ນີ້! ປ່ອຍ​ບາຣາບາ​ໃຫ້​ພວກເຮົາ!” ບາຣາບາ​ນັ້ນ​ໄດ້​ມີ​ສ່ວນຮ່ວມ​ໃນ​ການກະບົດ.</verse>
			</chapter>
			<chapter number="19">
				<verse number="1">ຫລັງຈາກ​ນັ້ນ ປີລາດ​ຈຶ່ງ​ໃຫ້​ເອົາ​ພຣະເຢຊູເຈົ້າ​ໄປ​ຂ້ຽນຕີ.</verse>
				<verse number="2">ພວກທະຫານ​ໄດ້​ສານ​ມົງກຸດ​ໜາມ​ແລ້ວ​ສຸບໃສ່​ຫົວ​ຂອງ​ພຣະເຢຊູເຈົ້າ ແລະ ໃຫ້​ພຣະອົງ​ນຸ່ງ​ເສື້ອຄຸມ​ສີມ່ວງ</verse>
				<verse number="3">ແລ້ວ​ພວກເຂົາ​ໄດ້​ເຂົ້າ​ມາຫາ​ພຣະອົງ​ຫລາຍ​ຄັ້ງ ແລະ ກ່າວ​ວ່າ, “ຂໍ​ໃຫ້​ກະສັດ​ຂອງ​ຊາວ​ຢິວ ຂໍ​ຈົ່ງ​ຈະເລີນ!” ແລະ ພວກເຂົາ​ກໍ​ຕົບ​ໜ້າ​ຂອງ​ພຣະອົງ.</verse>
				<verse number="4">ປີລາດ​ໄດ້​ອອກ​ໄປ​ອີກ​ເທື່ອ​ໜຶ່ງ ແລະ ກ່າວ​ກັບ​ພວກ​ຢິວ​ວ່າ, “ເບິ່ງ​ແມ ເຮົາ​ກຳລັງ​ນຳ​ໂຕ​ລາວ​ອອກມາ​ໃຫ້​ພວກທ່ານ​ເພື່ອ​ພວກທ່ານ​ຈະ​ໄດ້​ຮູ້​ວ່າ​ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຄົນ​ນີ້”.</verse>
				<verse number="5">ເມື່ອ​ພຣະເຢຊູເຈົ້າ​ອອກ​ມາ ພຣະອົງ​ສວມ​ມົງກຸດ​ໜາມ ແລະ ເສື້ອຄຸມ​ສີມ່ວງ, ປີລາດ​ກ່າວ​ກັບ​ພວກເຂົາ​ວ່າ, “ລາວ​ຢູ່​ບ່ອນນີ້​ແລ້ວ!”</verse>
				<verse number="6">ເມື່ອ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຈົ້າໜ້າທີ່​ເຫັນ​ພຣະອົງ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຄຶງ​ໄວ້​ທີ່​ໄມ້ກາງແຂນ! ຄຶງ​ໄວ້​ທີ່​ໄມ້ກາງແຂນ!” ແຕ່​ປີລາດ​ຕອບ​ວ່າ, “ໃຫ້​ພວກທ່ານ​ເອົາ​ລາວ​ໄປ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ສາ. ຝ່າຍ​ເຮົາ, ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຊາຍ​ຄົນ​ນີ້”.</verse>
				<verse number="7">ພວກ​ຢິວ​ຢືນຢັນ​ວ່າ, “ພວກເຮົາ​ມີ​ກົດບັນຍັດ ແລະ ຕາມ​ກົດບັນຍັດ​ນັ້ນ​ລາວ​ຕ້ອງ​ຕາຍ ເພາະ​ລາວ​ອ້າງ​ໂຕເອງ​ວ່າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ”.</verse>
				<verse number="8">ເມື່ອ​ປີລາດ​ໄດ້​ຍິນ​ຢ່າງ​ນີ້ ເພິ່ນ​ກໍ​ຕົກໃຈ​ຢ້ານ​ຫລາຍ​ຂຶ້ນ,</verse>
				<verse number="9">ເພິ່ນ​ຈຶ່ງ​ກັບຄືນ​ເຂົ້າ​ໄປ​ໃນ​ວັງ ແລະ ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ມາ​ແຕ່​ໃສ?” ແຕ່​ພຣະເຢຊູເຈົ້າ​ບໍ່​ໄດ້​ຕອບ​ຫຍັງ.</verse>
				<verse number="10">ປີລາດ​ເວົ້າ​ຕໍ່​ພຣະອົງ​ວ່າ, “ເຈົ້າ​ບໍ່​ເວົ້າ​ກັບ​ເຮົາ​ບໍ? ເຈົ້າ​ບໍ່​ຮູ້ຈັກ​ບໍ​ວ່າ​ເຮົາ​ມີ​ອຳນາດ​ທີ່​ຈະ​ປ່ອຍ​ໂຕ​ເຈົ້າ ຫລື ຄຶງ​ເຈົ້າ​ທີ່​ໄມ້ກາງແຂນ​ກໍ​ໄດ້?”</verse>
				<verse number="11">ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຈະ​ບໍ່​ມີ​ອຳນາດ​ເໜືອ​ເຮົາ ຖ້າ​ເບື້ອງເທິງ​ບໍ່​ມອບ​ໃຫ້​ແກ່​ເຈົ້າ. ເຫດສະນັ້ນ ຜູ້​ທີ່​ໄດ້​ມອບ​ເຮົາ​ໃຫ້​ແກ່​ເຈົ້າ​ກໍ​ມີ​ຄວາມບາບ​ຮ້າຍແຮງ​ກວ່າ”.</verse>
				<verse number="12">ຫລັງຈາກນັ້ນ ປີລາດ​ກໍ​ຫາ​ວິທີທາງ​ທີ່​ຈະ​ປ່ອຍ​ພຣະເຢຊູເຈົ້າ ແຕ່​ພວກ​ຢິວ​ຮ້ອງ​ສຽງດັງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ວ່າ, “ຖ້າ​ທ່ານ​ປ່ອຍ​ຊາຍ​ຄົນ​ນີ້​ໄປ ທ່ານ​ກໍ​ບໍ່​ແມ່ນ​ມິດ​ຂອງ​ກາຍຊາ. ຜູ້ໃດ​ທີ່​ອ້າງ​ໂຕເອງ​ວ່າ​ເປັນ​ກະສັດ ກໍ​ເປັນ​ສັດຕູ​ກັນ​ກັບ​ກາຍຊາ”.</verse>
				<verse number="13">ເມື່ອ​ປີລາດ​ໄດ້​ຍິນ​ຢ່າງ​ນັ້ນ, ເພິ່ນ​ກໍ​ພາ​ພຣະເຢຊູເຈົ້າ​ອອກມາ​ທາງນອກ ແລະ ນັ່ງ​ເທິງ​ບັນລັງ​ພິພາກສາ​ໃນ​ບ່ອນ​ທີ່​ເອີ້ນ​ວ່າ​ລານຫີນ (ພາສາ​ອາຣາມິກ​ເອີ້ນວ່າ​ຄັບບາທາ.)</verse>
				<verse number="14">ໃນ​ວັນ​ນັ້ນ​ເປັນ​ວັນ​ຈັດຕຽມ​ກ່ອນ​ເທດສະການ​ປັດສະຄາ ເຊິ່ງ​ເປັນ​ເວລາ​ປະມານ​ທ່ຽງວັນ. ປີລາດ​ເວົ້າ​ກັບ​ພວກ​ຢິວ​ວ່າ, “ນີ້​ຄື​ກະສັດ​ຂອງ​ພວກທ່ານ”.</verse>
				<verse number="15">ແຕ່​ພວກເຂົາ​ຮ້ອງ​ສຽງ​ດັງ​ວ່າ, “ເອົາ​ມັນ​ໄປ! ເອົາ​ມັນ​ໄປ! ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ!” ປີລາດ​ຖາມ​ວ່າ, “ພວກທ່ານ​ຈະ​ໃຫ້​ເຮົາ​ຄຶງ​ກະສັດ​ຂອງ​ພວກທ່ານ​ທີ່​ໄມ້ກາງແຂນ​ບໍ?” ພວກຫົວໜ້າ​ປະໂລຫິດ​ຕອບ​ວ່າ, “ນອກຈາກ​ກາຍຊາ​ແລ້ວ​ພວກເຮົາ​ບໍ່​ມີ​ກະສັດ”.</verse>
				<verse number="16">ໃນທີ່ສຸດ​ປີລາດ​ກໍ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ​ເພື່ອ​ນໍາ​ໄປ​ຄຶງ​ໄວ້​ທີ່​ໄມ້ກາງແຂນ. ດັ່ງນັ້ນ ພວກທະຫານ​ຈຶ່ງ​ຄຸມໂຕ​ພຣະເຢຊູເຈົ້າ​ອອກ​ໄປ.</verse>
				<verse number="17">ພຣະອົງ​ແບກ​ໄມ້ກາງແຂນ​ຂອງ​ພຣະອົງ​ອອກ​ໄປ​ຍັງ​ບ່ອນ​ທີ່​ເອີ້ນ​ວ່າ​ສະຖານທີ່​ແຫ່ງ​ກະໂຫລກຫົວ (ພາສາ​ອາຣາມິກ​ເອີ້ນ​ວ່າ​ໂຄລະໂຄທາ.)</verse>
				<verse number="18">ໃນ​ທີ່​ນັ້ນ ພວກເຂົາ​ໄດ້​ຄຶງ​ພຣະອົງ​ໄວ້​ເທິງ​ໄມ້ກາງແຂນ​ກັບ​ຊາຍ​ສອງ​ຄົນ ເຊິ່ງ​ຢູ່​ຄົນ​ລະ​ຂ້າງ ແລະ ພຣະເຢຊູເຈົ້າ​ຢູ່​ທາງກາງ.</verse>
				<verse number="19">ປີລາດ​ໄດ້​ສັ່ງ​ໃຫ້​ຂຽນ​ປ້າຍ​ຕິດ​ໃສ່​ເທິງ​ໄມ້ກາງແຂນ​ວ່າ, ເຢຊູ​ຊາວ​ນາຊາເຣັດ ກະສັດ​ຂອງ​ຊາວຢິວ.***</verse>
				<verse number="20">ພວກ​ຢິວ​ຫລາຍ​ຄົນ​ໄດ້​ອ່ານ​ປ້າຍ​ນີ້, ເພາະ​ບ່ອນ​ທີ່​ພຣະເຢຊູເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ນັ້ນ​ຢູ່​ໃກ້​ກັບ​ຕົວເມືອງ ແລະ ປ້າຍ​ນັ້ນ​ຂຽນ​ໄວ້​ເປັນ​ພາສາ​ອາຣາມິກ, ພາສາ​ລາຕິນ ແລະ ພາສາ​ກຣີກ.</verse>
				<verse number="21">ພວກຫົວໜ້າ​ປະໂລຫິດ​ຂອງ​ຊາວຢິວ​ຈຶ່ງ​ຄັດຄ້ານ​ປີລາດ​ວ່າ, “ຢ່າ​ຂຽນ​ວ່າ ‘ກະສັດ​ຂອງ​ຊາວຢິວ’ ແຕ່​ໃຫ້​ຂຽນ​ວ່າ​ຊາຍ​ຄົນນີ້​ອ້າງ​ຕົນ​ວ່າ​ເປັນ​ກະສັດ​ຂອງ​ຊາວຢິວ”.</verse>
				<verse number="22">ປີລາດ​ຕອບ​ວ່າ, “ສິ່ງ​ທີ່​ເຮົາ​ໄດ້​ຂຽນ​ແລ້ວ​ກໍ​ແລ້ວ​ໄປ”.</verse>
				<verse number="23">ເມື່ອ​ພວກທະຫານ​ຄຶງ​ພຣະເຢຊູເຈົ້າ​ໄວ້​ທີ່​ໄມ້ກາງແຂນ​ແລ້ວ ພວກເຂົາ​ກໍ​ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ມາ​ແບ່ງ​ເປັນ​ສີ່​ສ່ວນ​ປັນ​ກັນ​ຄົນ​ລະ​ສ່ວນ ຍັງ​ເຫລືອ​ແຕ່​ເສື້ອຊັ້ນໃນ ເຊິ່ງ​ເປັນ​ເສື້ອ​ບໍ່​ມີ​ຮອຍ​ຕໍ່ ທີ່​ຕໍ່າ​ເປັນ​ຜືນ​ດຽວ​ກັນ​ຕັ້ງແຕ່​ເທິງ​ລົງ​ລຸ່ມ.</verse>
				<verse number="24">ພວກເຂົາ​ເວົ້າ​ກັນ​ວ່າ, “ຢ່າ​ຈີກ​ເສື້ອ​ຜືນ​ນີ້​ເລີຍ ໃຫ້​ພວກເຮົາ​ຈັບສະຫລາກ​ກັນ​ວ່າ​ແມ່ນ​ຜູ້ໃດ​ຈະ​ໄດ້​ເສື້ອ​ຜືນ​ນີ້”. ສິ່ງ​ນີ້​ໄດ້​ເກີດຂຶ້ນ​ກໍ​ເພື່ອ​ຈະ​ໃຫ້​ສຳເລັດ​ຕາມ​ພຣະຄຳພີ​ທີ່​ວ່າ, “ພວກເຂົາ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ຂ້ານ້ອຍ​ມາ​ແບ່ງ​ປັນ​ກັນ ແລະ ເອົາ​ເສື້ອຜ້າ​ຂອງ​ຂ້ານ້ອຍ​ມາ​ຈັບສະຫລາກ”. ພວກທະຫານ​ໄດ້​ເຮັດ​ຢ່າງ​ນີ້​ແຫລະ.</verse>
				<verse number="25">ຜູ້​ທີ່​ຢືນ​ຢູ່​ໃກ້​ໄມ້ກາງແຂນ​ຂອງ​ພຣະເຢຊູເຈົ້າ​ນັ້ນ​ມີ​ແມ່​ຂອງ​ພຣະອົງ, ນ້າສາວ​ຂອງ​ພຣະອົງ, ມາຣີ​ເມຍ​ຂອງ​ກະໂລປາ ແລະ ມາຣີ​ຊາວ​ມັກດາລາ.</verse>
				<verse number="26">ເມື່ອ​ພຣະເຢຊູເຈົ້າ​ເຫັນ​ແມ່​ຂອງ​ພຣະອົງ ແລະ ສາວົກ​ທີ່​ພຣະອົງ​ຮັກ​ຢືນ​ຢູ່​ໃກ້ໆ, ພຣະອົງ​ຈຶ່ງ​ກ່າວ​ກັບ​ແມ່​ຂອງ​ພຣະອົງ​ວ່າ, “ນາງ​ເອີຍ, ນີ້​ແຫລະ ຄື​ລູກຊາຍ​ຂອງ​ເຈົ້າ”</verse>
				<verse number="27">ແລະ ກ່າວ​ກັບ​ສາວົກ​ຄົນ​ນັ້ນ​ວ່າ, “ນີ້​ຄື​ແມ່​ຂອງ​ເຈົ້າ”. ຕັ້ງແຕ່​ນັ້ນ​ມາ​ສາວົກ​ຄົນ​ນີ້​ກໍ​ຮັບ​ແມ່​ຂອງ​ພຣະອົງ​ມາ​ຢູ່​ທີ່​ເຮືອນ​ຂອງ​ຕົນ.</verse>
				<verse number="28">ຫລັງຈາກນັ້ນ ເມື່ອ​ພຣະອົງຮູ້​ວ່າ​ທຸກສິ່ງ​ໄດ້​ສຳເລັດ​ຄົບຖ້ວນ​ແລ້ວ ແລະ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ, ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ເຮົາ​ຫິວນ້ຳ”.</verse>
				<verse number="29">ໃນ​ທີ່​ນັ້ນ​ມີ​ອ່າງ​ໜ່ວຍ​ໜຶ່ງ​ທີ່​ມີ​ເຫລົ້າອະງຸ່ນສົ້ມ​ຕັ້ງ​ຢູ່, ພວກເຂົາ​ຈຶ່ງ​ເອົາ​ຟອງນ້ຳ​ຈຸ່ມ​ໃສ່​ເຫລົ້າອະງຸ່ນ​ສົ້ມ​ແລ້ວ​ເອົາ​ສຽບ​ໃສ່​ປາຍ​ໄມ້​ຫູສົບ​ຍົກ​ຂຶ້ນ​ໃສ່​ປາກ​ຂອງ​ພຣະເຢຊູເຈົ້າ.</verse>
				<verse number="30">ເມື່ອ​ພຣະອົງ​ຮັບ​ເຫລົ້າອະງຸ່ນສົ້ມ​ນັ້ນ​ແລ້ວ ກໍກ່າວ​ວ່າ, “ສຳເລັດ​ແລ້ວ”. ຈາກ​ນັ້ນ ພຣະອົງ​ກໍ​ກົ້ມຫົວ​ລົງ ແລະ ມອບ​ຈິດວິນຍານ​ໄວ້.</verse>
				<verse number="31">ວັນ​ນັ້ນ​ເປັນ​ວັນ​ຈັດຕຽມ ແລະ ຮຸ່ງເຊົ້າ​ມາ​ກໍ​ຈະ​ເປັນ​ວັນ​ຊະບາໂຕ​ພິເສດ. ເນື່ອງ​ຈາກ​ພວກ​ຢິວ​ບໍ່​ຕ້ອງການ​ໃຫ້​ສົບ​ຄ້າງ​ຢູ່​ເທິງ​ໄມ້ກາງແຂນ​ໃນ​ຊ່ວງ​ວັນ​ຊະບາໂຕ, ພວກເຂົາ​ຈຶ່ງ​ຂໍ​ອະນຸຍາດ​ຈາກ​ປີລາດ​ເພື່ອ​ທຸບ​ຂາ​ຜູ້​ທີ່​ຖືກ​ຄຶງ​ໃຫ້​ຫັກ ແລະ ເອົາ​ສົບ​ລົງ​ມາ.</verse>
				<verse number="32">ດັ່ງນັ້ນ ພວກທະຫານ​ຈຶ່ງ​ມາ​ທຸບ​ຂາ​ຂອງ​ຊາຍ​ຄົນ​ທຳອິດ​ທີ່​ຖືກ​ຄຶງ​ໄວ້​ເທິງ​ໄມ້ກາງແຂນ​ພ້ອມ​ກັນ​ກັບ​ພຣະເຢຊູເຈົ້າ, ແລ້ວ​ກໍ​ມາ​ທຸບ​ຂາ​ຂອງ​ຄົນ​ໜຶ່ງ​ອີກ.</verse>
				<verse number="33">ແຕ່​ເມື່ອ​ພວກເຂົາ​ມາ​ເຖິງ​ພຣະເຢຊູເຈົ້າ​ກໍ​ເຫັນ​ວ່າ​ພຣະອົງ​ຕາຍ​ແລ້ວ, ພວກເຂົາ​ຈຶ່ງ​ບໍ່​ໄດ້​ທຸບ​ຂາ​ຂອງ​ພຣະອົງ.</verse>
				<verse number="34">ແຕ່​ທະຫານ​ຄົນ​ໜຶ່ງ​ເອົາ​ຫອກ​ແທງ​ໃສ່​ຂ້າງ​ຂອງ​ພຣະເຢຊູເຈົ້າ ເລືອດ ແລະ ນ້ຳ​ກໍ​ໄຫລ​ອອກ​ມາ​ທັນທີ.</verse>
				<verse number="35">ຜູ້​ທີ່​ເຫັນ​ເຫດການ​ນັ້ນ​ໄດ້​ເປັນ​ພະຍານ ແລະ ຄຳພະຍານ​ຂອງ​ລາວ​ກໍ​ເປັນ​ຄວາມ​ຈິງ. ລາວ​ຮູ້​ວ່າ​ຕົນ​ເວົ້າ​ຄວາມຈິງ ແລະ ລາວ​ໄດ້​ເປັນ​ພະຍານ​ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ເຊື່ອ​ເໝືອນກັນ.</verse>
				<verse number="36">ສິ່ງ​ເຫລົ່ານີ້​ໄດ້​ເກີດຂຶ້ນ​ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ຂໍ້​ພຣະຄຳພີ​ທີ່​ວ່າ, “ກະດູກ​ຂອງ​ເພິ່ນ​ຈະ​ບໍ່​ຖືກ​ຫັກ​ຈັກ​ເຫລັ້ມ”.</verse>
				<verse number="37">ແລະ ຍັງ​ມີ​ພຣະຄຳພີ​ອີກ​ຕອນ​ໜຶ່ງ​ທີ່​ກ່າວ​ວ່າ, “ພວກເຂົາ​ທັງຫລາຍ​ຈະ​ຫລຽວ​ເບິ່ງ​ຜູ້​ທີ່​ພວກເຂົາ​ໄດ້​ແທງ​ນັ້ນ”.</verse>
				<verse number="38">ຫລັງຈາກນັ້ນ ໂຢເຊັບ​ຊາວ​ອາຣີມາທາຍ​ໄດ້​ໄປ​ຂໍ​ເອົາ​ສົບ​ຂອງ​ພຣະເຢຊູເຈົ້າ​ຈາກ​ປີລາດ. ໂຢເຊັບ​ເປັນ​ສາວົກ​ຂອງ​ພຣະເຢຊູເຈົ້າ​ແຕ່​ບໍ່​ກ້າ​ສະແດງ​ໂຕ​ເພາະ​ຢ້ານ​ພວກ​ຢິວ. ເມື່ອ​ປີລາດ​ອະນຸຍາດ​ແລ້ວ ລາວ​ກໍ​ມາ​ເອົາ​ສົບ​ຂອງ​ພຣະອົງ​ໄປ.</verse>
				<verse number="39">ນີໂກເດມ ຜູ້​ທີ່​ກ່ອນໜ້ານີ້​ເຄີຍ​ມາ​ຫາ​ພຣະເຢຊູເຈົ້າ​ໃນ​ເວລາ​ກາງຄືນ​ກໍ​ມາ​ຮ່ວມ​ເໝືອນກັນ. ນີໂກເດມ​ໄດ້​ນຳ​ເຄື່ອງຫອມ ຄື​ຢາງໄມ້ຫອມ​ປະສົມ​ກັບ​ອາໂລເອ ມີ​ນ້ຳໜັກ​ປະມານ​ສາມສິບສີ່​ກິໂລກຣາມ​ມາ.</verse>
				<verse number="40">ທັງ​ສອງ​ຄົນ​ໄດ້​ເອົາ​ສົບ​ຂອງ​ພຣະເຢຊູເຈົ້າ​ລົງ​ມາ ແລ້ວ​ເອົາ​ຕ່ອນ​ຜ້າຝ້າຍລິນິນ​ພັນ​ສົບ​ຂອງ​ພຣະອົງ​ພ້ອມ​ກັບ​ເຄື່ອງຫອມ​ຕາມ​ທຳນຽມ​ການຝັງສົບ​ຂອງ​ຊາວຢິວ.</verse>
				<verse number="41">ໃນ​ບ່ອນ​ທີ່​ພຣະເຢຊູເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ນັ້ນ ມີ​ສວນ​ແຫ່ງ​ໜຶ່ງ, ແລະ ໃນ​ສວນ​ນັ້ນ​ມີ​ອຸບມຸງ​ຝັງສົບ​ໃໝ່​ທີ່​ຍັງ​ບໍ່​ເຄີຍ​ຝັງ​ສົບ​ຜູ້ໃດ​ມາ​ກ່ອນ.</verse>
				<verse number="42">ເນື່ອງ​ຈາກ​ວ່າ ວັນ​ນັ້ນ​ເປັນ​ວັນ​ຈັດຕຽມ​ຂອງ​ພວກ​ຢິວ ແລະ ອຸບມຸງ​ນັ້ນ​ກໍ​ຢູ່​ໃກ້, ພວກເພິ່ນ​ຈຶ່ງ​ເອົາ​ສົບ​ຂອງ​ພຣະເຢຊູເຈົ້າ​ວາງ​ໄວ້​ຢູ່​ທີ່​ນັ້ນ.</verse>
			</chapter>
			<chapter number="20">
				<verse number="1">ຕອນເຊົ້າ​ຂອງ​ວັນ​ຕົ້ນ​ສັບປະດາ​ໃນຂະນະ​ທີ່​ຍັງ​ມືດ​ຢູ່, ມາຣີ​ຊາວ​ມັກດາລາ​ໄດ້​ມາ​ທີ່​ອຸບມຸງ​ຝັງສົບ ແລະ ເຫັນ​ວ່າ​ກ້ອນຫີນ​ຖືກ​ກຶ່ງອອກ​ຈາກ​ປາກ​ອຸບມຸງ​ແລ້ວ.</verse>
				<verse number="2">ດັ່ງນັ້ນ ນາງ​ຈຶ່ງ​ແລ່ນ​ໄປ​ຫາ​ຊີໂມນ​ເປໂຕ ແລະ ສາວົກ​ຄົນ​ອື່ນ​ຜູ້​ທີ່​ພຣະເຢຊູເຈົ້າ​ຮັກ​ນັ້ນ ແລະ ເວົ້າ​ວ່າ, “ພວກເຂົາ​ໄດ້​ເອົາ​ອົງພຣະຜູ້ເປັນເຈົ້າ​ອອກ​ຈາກ​ອຸບມຸງ​ແລ້ວ ແລະ ພວກເຮົາ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ເອົາ​ພຣະອົງ​ໄປ​ໄວ້​ບ່ອນໃດ!”</verse>
				<verse number="3">ດັ່ງນັ້ນ ເປໂຕ​ກັບ​ສາວົກ​ຄົນ​ອື່ນ​ຈຶ່ງ​ອອກໄປ​ທີ່​ອຸບມຸງ,</verse>
				<verse number="4">ທັງ​ສອງ​ຄົນ​ແລ່ນ​ໄປ ແຕ່​ສາວົກ​ຄົນ​ອື່ນ​ແລ່ນ​ໄວ​ກວ່າ​ເປໂຕ ເພິ່ນ​ຈຶ່ງ​ມາ​ຮອດ​ອຸບມຸງ​ກ່ອນ.</verse>
				<verse number="5">ເພິ່ນ​ກົ້ມ​ລົງ ແລະ ເບິ່ງ​ເຂົ້າ​ໄປ​ທາງ​ໃນ​ກໍ​ເຫັນ​ຜ້າຝ້າຍລິນິນ​ວາງ​ຢູ່ ແຕ່​ເພິ່ນ​ບໍ່​ໄດ້​ເຂົ້າ​ໄປ​ທາງໃນ.</verse>
				<verse number="6">ແລ້ວ​ຊີໂມນ​ເປໂຕ​ທີ່​ນຳ​ມາ​ຕາມຫລັງ​ກໍ​ແລ່ນ​ຊື່​ເຂົ້າ​ໄປ​ໃນ​ອຸບມຸງ​ເລີຍ, ເພິ່ນ​ເຫັນ​ຜ້າຝ້າຍລິນິນ​ວາງ​ຢູ່</verse>
				<verse number="7">ພ້ອມ​ກັບ​ຜ້າ​ທີ່​ພັນ​ອ້ອມ​ຫົວ​ຂອງ​ພຣະເຢຊູເຈົ້າ. ຜ້າ​ນັ້ນ​ຍັງ​ວາງ​ຢູ່​ບ່ອນ​ເກົ່າ ເຊິ່ງ​ແຍກ​ຕ່າງຫາກ​ຈາກ​ຜ້າຝ້າຍລິນິນ.</verse>
				<verse number="8">ແລ້ວ​ສາວົກ​ຄົນ​ອື່ນ​ທີ່​ມາ​ຮອດ​ອຸບມຸງ​ກ່ອນ​ກໍ​ໄດ້​ເຂົ້າ​ມາ​ທາງ​ໃນ​ນຳ​ກັນ, ເພິ່ນ​ໄດ້​ເຫັນ ແລະ ໄດ້​ເຊື່ອ.</verse>
				<verse number="9">(ພວກເພິ່ນ​ຍັງ​ບໍ່​ເຂົ້າໃຈ​ຂໍ້​ພຣະຄຳພີ​ທີ່​ມີ​ຂຽນ​ໄວ້​ວ່າ​ພຣະເຢຊູເຈົ້າ​ຕ້ອງ​ເປັນຄືນມາຈາກຕາຍ.)</verse>
				<verse number="10">ແລ້ວ​ສາວົກ​ທັງສອງ​ຄົນ​ກໍ​ກັບຄືນ​ເມືອ​ເຮືອນ​ຂອງ​ຕົນ,</verse>
				<verse number="11">ແຕ່​ນາງ​ມາຣີ​ໄດ້​ຢືນ​ຮ້ອງໄຫ້​ຢູ່​ຂ້າງນອກ​ອຸບມຸງ. ໃນຂະນະ​ທີ່​ນາງ​ຮ້ອງໄຫ້​ຢູ່​ນັ້ນ ນາງ​ໄດ້​ກົ້ມ​ລົງ​ເບິ່ງ​ເຂົ້າໄປ​ໃນ​ອຸບມຸງ</verse>
				<verse number="12">ແລະ ໄດ້​ເຫັນ​ເທວະດາ​ສອງ​ຕົນ​ໃສ່​ຊຸດ​ສີຂາວ ນັ່ງ​ຢູ່​ໃນ​ບ່ອນ​ທີ່​ພວກເຂົາ​ເຄີຍ​ວາງ​ສົບ​ຂອງ​ພຣະເຢຊູເຈົ້າ, ຕົນ​ໜຶ່ງ​ຢູ່​ເບື້ອງຫົວ ອີກ​ຕົນ​ໜຶ່ງ​ຢູ່​ເບື້ອງຕີນ.</verse>
				<verse number="13">ເທວະດາ​ທັງ​ສອງ​ຕົນ​ນັ້ນ​ໄດ້​ຖາມ​ນາງ​ມາຣີ​ວ່າ, “ນາງ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້?” ນາງ​ມາຣີ​ຕອບ​ວ່າ, “ເພາະ​ພວກເຂົາ​ໄດ້​ເອົາ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ​ໄປ​ແລ້ວ ແລະ ຂ້ານ້ອຍ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ເອົາ​ພຣະອົງ​ໄປ​ໄວ້​ຢູ່​ໃສ”.</verse>
				<verse number="14">ແລ້ວ​ນາງ​ມາຣີ​ກໍ​ໄດ້​ຫັນຫລັງມາ ແລະ ເຫັນ​ພຣະເຢຊູເຈົ້າ​ຢືນ​ຢູ່​ທີ່​ນັ້ນ, ແຕ່​ນາງ​ບໍ່​ຮູ້ຈັກ​ວ່າ​ແມ່ນ​ພຣະເຢຊູເຈົ້າ.</verse>
				<verse number="15">ພຣະອົງ​ກ່າວ​ວ່າ, “ນາງ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້? ເຈົ້າ​ກຳລັງ​ຊອກຫາ​ຜູ້ໃດ?” ນາງ​ມາຣີ​ຄິດ​ວ່າ​ພຣະອົງ​ເປັນ​ຄົນ​ຮັກສາ​ສວນ​ຈຶ່ງ​ຕອບ​ວ່າ, “ນາຍ​ເອີຍ, ຖ້າ​ທ່ານ​ໄດ້​ເອົາ​ພຣະອົງ​ໄປ ຂໍ​ທ່ານ​ບອກ​ຂ້ານ້ອຍ​ໃຫ້​ຮູ້​ແດ່​ວ່າ​ທ່ານ​ເອົາ​ພຣະອົງ​ໄປ​ໄວ້​ຢູ່​ໃສ ແລະ ຂ້ານ້ອຍ​ຈະ​ໄດ້​ໄປ​ຮັບ​ເອົາ​ພຣະອົງ”.</verse>
				<verse number="16">ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ນາງ​ວ່າ, “ມາຣີ​ເອີຍ”. ນາງ​ມາຣີ​ຫັນ​ໜ້າ​ກັບ​ມາ​ຫາ​ພຣະອົງ ແລະ ຮ້ອງ​ອອກ​ມາ​ເປັນ​ພາສາ​ອາຣາມິກ​ວ່າ, “ຣັບໂບນີ!” (ເຊິ່ງ​ແປ​ວ່າ “ອາຈານ”).</verse>
				<verse number="17">ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢ່າ​ໜ່ວງໜ່ຽວ​ເຮົາ​ໄວ້ ເພາະ​ເຮົາ​ຍັງ​ບໍ່​ໄດ້​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ. ຈົ່ງ​ໄປ​ຫາ​ພວກ​ພີ່ນ້ອງ​ຂອງ​ເຮົາ ແລະ ບອກ​ພວກເຂົາ​ວ່າ, ‘ເຮົາ​ກຳລັງ​ຈະ​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ, ຈະ​ຂຶ້ນ​ໄປ​ຫາ​ພຣະເຈົ້າ​ຂອງ​ເຮົາ ແລະ ພຣະເຈົ້າ​ຂອງ​ພວກເຈົ້າ’”.</verse>
				<verse number="18">ດັ່ງນັ້ນ ນາງ​ມາຣີ​ຊາວ​ມັກດາລາ​ຈຶ່ງ​ໄປ​ບອກ​ຂ່າວ​ນີ້​ແກ່​ພວກສາວົກ​ວ່າ, “ຂ້ານ້ອຍ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ແລ້ວ!” ແລະ ໄດ້​ເລົ່າ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້ກ່າວ​ກັບ​ນາງ.</verse>
				<verse number="19">ຕອນຄ່ຳ​ຂອງ​ວັນ​ຕົ້ນ​ສັບປະດາ​ນັ້ນ, ເມື່ອ​ພວກສາວົກ​ມາ​ຢູ່​ນຳ​ກັນ ພວກເພິ່ນ​ອັດ​ປະຕູ​ໃສ່​ກະແຈ​ເພາະ​ຢ້ານ​ພວກ​ຢິວ, ພຣະເຢຊູເຈົ້າ​ກໍ​ໄດ້​ເຂົ້າ​ມາ​ຢືນ​ຢູ່​ໃນ​ທ່າມກາງ​ພວກເພິ່ນ ແລະ ກ່າວ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ!”</verse>
				<verse number="20">ເມື່ອ​ພຣະອົງ​ກ່າວ​ແລ້ວ ພຣະອົງ​ໄດ້​ໃຫ້​ພວກເຂົາ​ເບິ່ງ​ມື ແລະ ຂ້າງ​ຂອງ​ພຣະອົງ. ເມື່ອ​ພວກສາວົກ​ເຫັນ​ອົງພຣະຜູ້ເປັນເຈົ້າ​ແລ້ວ ກໍ​ເຕັມ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ.</verse>
				<verse number="21">ພຣະເຢຊູເຈົ້າ​ກ່າວ​ອີກ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ເຈົ້າ​ທັງຫລາຍ! ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ​ຢ່າງໃດ ເຮົາ​ກໍ​ໃຊ້​ພວກເຈົ້າ​ໄປ​ຢ່າງນັ້ນ”.</verse>
				<verse number="22">ເມື່ອ​ກ່າວ​ດັ່ງນັ້ນ​ແລ້ວ ພຣະອົງ​ເປົ່າ​ລົມຫາຍໃຈ​ອອກ​ໃສ່​ພວກເພິ່ນ​ພ້ອມ​ທັງ​ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ພຣະວິນຍານບໍລິສຸດເຈົ້າ.</verse>
				<verse number="23">ຖ້າ​ພວກເຈົ້າ​ອະໄພ​ຄວາມບາບ​ຂອງ​ຜູ້ໃດ, ຜູ້​ນັ້ນ​ກໍ​ໄດ້​ຮັບ​ການອະໄພ​ແລ້ວ, ແຕ່​ຖ້າ​ພວກເຈົ້າ​ທັງຫລາຍ​ບໍ່​ອະໄພ​ໃຫ້​ກັບ​ຜູ້ໃດ ພວກເຂົາ​ກໍ​ບໍ່​ໄດ້​ຮັບ​ການ​ໃຫ້​ອະໄພ”.</verse>
				<verse number="24">ຝ່າຍ​ໂທມາ (ທີ່​ເອີ້ນ​ວ່າ​ດີໄດມັດ) ໜຶ່ງ​ໃນ​ສາວົກ​ສິບສອງ​ຄົນ​ທີ່​ບໍ່​ໄດ້​ຢູ່​ນຳ​ພວກສາວົກ​ໃນ​ເວລາ​ທີ່​ພຣະເຢຊູເຈົ້າ​ມາ​ປາກົດ.</verse>
				<verse number="25">ດັ່ງນັ້ນ ສາວົກ​ຄົນ​ອື່ນ​ຈຶ່ງ​ບອກ​ລາວ​ວ່າ, “ພວກເຮົາ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ແລ້ວ!” ແຕ່​ໂທມາ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ຖ້າ​ຂ້ອຍ​ບໍ່​ໄດ້​ເຫັນ​ຮອຍ​ຕະປູ​ຢູ່​ທີ່​ຝາມື​ຂອງ​ພຣະອົງ, ບໍ່​ໄດ້​ເອົາ​ນິ້ວມື​ແຍ່​ໃສ່​ທີ່​ຮູ​ຕະປູ​ນັ້ນ ແລະ ບໍ່​ໄດ້​ເອົາ​ມື​ແຍ່​ໃສ່​ທີ່​ຂ້າງ​ຂອງ​ພຣະອົງ ຂ້ອຍ​ກໍ​ຈະ​ບໍ່​ເຊື່ອ”.</verse>
				<verse number="26">ໜຶ່ງ​ອາທິດ​ຕໍ່ມາ ພວກສາວົກ​ຂອງ​ພຣະອົງ​ໄດ້​ຢູ່​ຮ່ວມກັນ​ໃນ​ເຮືອນ​ຫລັງ​ນັ້ນ​ອີກ, ໂທມາ​ກໍ​ຢູ່​ກັບ​ພວກເພິ່ນ​ດ້ວຍ. ປະຕູ​ກໍ​ອັດ​ໃສ່​ໄລກອນ​ໄວ້ ແຕ່​ພຣະເຢຊູເຈົ້າ​ກໍ​ເຂົ້າ​ມາ​ຢືນຢູ່​ໃນ​ທ່າມກາງ​ພວກເພິ່ນ ແລະ ກ່າວ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ!”</verse>
				<verse number="27">ຫລັງຈາກນັ້ນ ພຣະອົງກ່າວ​ກັບ​ໂທມາ​ວ່າ, “ຈົ່ງ​ເອົາ​ນິ້ວມື​ຂອງ​ເຈົ້າ​ມາ​ວາງ​ໃສ່​ບ່ອນນີ້ ຈົ່ງ​ເບິ່ງ​ມື​ຂອງ​ເຮົາ ແລະ ເອົາ​ມື​ຂອງ​ເຈົ້າ​ມາ​ວາງ​ໃສ່​ທີ່​ຂ້າງ​ຂອງ​ເຮົາ. ຈົ່ງ​ເຊົາ​ສົງໄສ ແລະ ຈົ່ງ​ເຊື່ອ”.</verse>
				<verse number="28">ໂທມາ​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ ແລະ ພຣະເຈົ້າ​ຂອງ​ຂ້ານ້ອຍ!”</verse>
				<verse number="29">ແລ້ວ​ພຣະເຢຊູເຈົ້າ​ບອກ​ລາວ​ວ່າ, “ເພາະ​ເຈົ້າ​ໄດ້​ເຫັນ​ເຮົາ​ເຈົ້າ​ຈຶ່ງ​ເຊື່ອ​ບໍ ຄວາມສຸກ​ມີ​ແກ່​ຜູ້​ທີ່​ບໍ່​ໄດ້​ເຫັນ​ແຕ່​ກໍ​ຍັງ​ເຊື່ອ”.</verse>
				<verse number="30">ພຣະເຢຊູເຈົ້າ​ເຮັດ​ໝາຍສຳຄັນ​ອື່ນ​ອີກ​ຫລາຍ​ປະການ​ຕໍ່ໜ້າ​ພວກສາວົກ​ຂອງ​ພຣະອົງ ເຊິ່ງ​ບໍ່​ໄດ້​ບັນທຶກ​ໄວ້​ໃນ​ພຣະຄຳພີ​ເຫລັ້ມ​ນີ້.</verse>
				<verse number="31">ແຕ່​ເລື່ອງ​ເຫລົ່ານີ້​ໄດ້​ບັນທຶກ​ໄວ້​ກໍ​ເພື່ອ​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ເຊື່ອ​ວ່າ ​ພຣະເຢຊູເຈົ້າ​ເປັນ​ພຣະເມຊີອາ ພຣະບຸດ​ຂອງ​ພຣະເຈົ້າ ແລະ ໂດຍ​ຄວາມເຊື່ອ​ໃນ​ນາມ​ຂອງ​ພຣະອົງ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ.</verse>
			</chapter>
			<chapter number="21">
				<verse number="1">ຕໍ່ມາ ພຣະເຢຊູເຈົ້າ​ປາກົດ​ແກ່​ພວກສາວົກ​ຂອງ​ພຣະອົງ​ອີກ​ທີ່​ທະເລ​ຄາລີເລ. ເຫດການ​ເກີດຂຶ້ນ​ດັ່ງນີ້​ຄື</verse>
				<verse number="2">ຊີໂມນ​ເປໂຕ, ໂທມາ (ທີ່​ເອີ້ນ​ວ່າ​ດີໄດມັດ), ນະທານາເອັນ ມາ​ຈາກ​ບ້ານ​ການາ​ໃນ​ແຂວງ​ຄາລີເລ, ລູກຊາຍ​ທັງ​ສອງ​ຂອງ​ເຊເບດາຍ ແລະ ສາວົກ​ອີກ​ສອງ​ຄົນ​ກໍ​ຢູ່​ນຳ​ກັນ.</verse>
				<verse number="3">ຊີໂມນ​ເປໂຕ​ບອກ​ພວກເພິ່ນ​ວ່າ, “ຂ້ອຍ​ຈະ​ອອກ​ໄປ​ຫາປາ”. ພວກເພິ່ນ​ເວົ້າ​ວ່າ, “ພວກເຮົາ​ຈະ​ໄປ​ນຳ​ເຈົ້າ​ດ້ວຍ”. ພວກເພິ່ນ​ຈຶ່ງ​ລົງ​ເຮືອ​ອອກ​ໄປ ແຕ່​ໃນ​ຄືນ​ນັ້ນ​ພວກເພິ່ນ​ຫາປາ​ບໍ່​ໄດ້​ຈັກໂຕ.</verse>
				<verse number="4">ເມື່ອ​ຮຸ່ງເຊົ້າ​ມາ ພຣະເຢຊູເຈົ້າ​ຢືນ​ຢູ່​ເທິງ​ແຄມຝັ່ງ ແຕ່​ພວກສາວົກ​ບໍ່​ຮູ້ຈັກ​ວ່າ​ແມ່ນ​ພຣະເຢຊູເຈົ້າ.</verse>
				<verse number="5">ພຣະເຢຊູເຈົ້າ​ຮ້ອງ​ຖາມ​ວ່າ, “ເພື່ອນ​ເອີຍ, ບໍ່​ມີ​ປາ​ເລີຍ​ບໍ?” ພວກເພິ່ນ​ຕອບ​ວ່າ, “ບໍ່​ມີ”.</verse>
				<verse number="6">ພຣະອົງ​ຈຶ່ງກ່າວ​ວ່າ, “ຈົ່ງ​ຖິ້ມ​ມອງ​ລົງ​ເບື້ອງຂວາ​ຂອງ​ເຮືອ​ແມ ແລ້ວ​ພວກເຈົ້າ​ຈຶ່ງ​ຈະ​ໄດ້​ປາ”. ດັ່ງນັ້ນ ເມື່ອ​ພວກເພິ່ນ​ຖິ້ມ​ມອງ​ລົງ​ກໍ​ໄດ້​ປາ​ຈໍານວນ​ຫລວງຫລາຍ​ຈົນ​ດຶງ​ມອງ​ຂຶ້ນ​ບໍ່​ໄດ້.</verse>
				<verse number="7">ແລ້ວ​ສາວົກ​ຄົນ​ທີ່​ພຣະເຢຊູເຈົ້າ​ຮັກ​ຈຶ່ງ​ເວົ້າ​ກັບ​ເປໂຕ​ວ່າ, “ແມ່ນ​ອົງພຣະຜູ້ເປັນເຈົ້າ!” ເມື່ອ​ຊີໂມນ​ເປໂຕ​ໄດ້​ຍິນ​ລາວ​ເວົ້າ​ວ່າ, “ແມ່ນ​ອົງພຣະຜູ້ເປັນເຈົ້າ” ເປໂຕ​ກໍ​ຈັບ​ເສື້ອຊັ້ນນອກ​ມາ​ນຸ່ງ (ເພາະ​ເພິ່ນ​ໄດ້​ຖອດ​ໄວ້) ແລ້ວ​ໂດດ​ລົງ​ນ້ຳ.</verse>
				<verse number="8">ສາວົກ​ຄົນ​ອື່ນໆ​ກໍ​ໄດ້​ນັ່ງ​ເຮືອ​ຕາມ​ໄປ​ພ້ອມທັງ​ດຶງ​ມອງ​ທີ່​ມີ​ປາ​ເຕັມ​ຢູ່​ນັ້ນ​ມາ​ນຳ, ເພາະ​ພວກເພິ່ນ​ຢູ່​ບໍ່​ໄກ​ຈາກ​ຝັ່ງ, ຄື​ປະມານ 200 ສອກ ​ເທົ່ານັ້ນ.</verse>
				<verse number="9">ເມື່ອ​ພວກເພິ່ນ​ຂຶ້ນ​ເຖິງ​ຝັ່ງ​ແລ້ວ​ພວກເພິ່ນ​ກໍ​ເຫັນ​ຖ່ານໄຟ​ລຸກ​ຢູ່ ພ້ອມທັງ​ມີ​ປາ​ປິ້ງ​ຢູ່​ທາງ​ເທິງ​ຖ່ານໄຟ​ນັ້ນ ແລະ ມີ​ເຂົ້າຈີ່​ຈຳນວນ​ໜຶ່ງ.</verse>
				<verse number="10">ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ເອົາ​ປາ​ບາງໂຕ​ທີ່​ພວກເຈົ້າ​ຫາ​ກໍ​ຈັບ​ໄດ້​ມາ​ນໍາ”.</verse>
				<verse number="11">ຊີໂມນ​ເປໂຕ​ປີນ​ຂຶ້ນ​ເຮືອ​ແລ້ວ​ດຶງ​ມອງ​ຂຶ້ນ​ຝັ່ງ, ມີ​ປາ​ໃຫຍ່​ເຕັມ​ມອງ​ນັບ​ໄດ້ 153 ໂຕ, ເຖິງ​ວ່າ​ຈະ​ມີ​ປາ​ຈໍານວນ​ຫລວງຫລາຍ​ມອງ​ກໍ​ຍັງ​ບໍ່​ຂາດ.</verse>
				<verse number="12">ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ພາກັນ​ມາ​ກິນເຂົ້າ​ເຊົ້າ​ສາ”. ບໍ່​ມີ​ສາວົກ​ຄົນ​ໃດ​ກ້າ​ຖາມວ່າ, “ທ່ານ​ແມ່ນ​ຜູ້ໃດ?” ພວກເພິ່ນ​ຮູ້ຈັກ​ຢູ່​ແລ້ວ​ວ່າ​ແມ່ນ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="13">ພຣະເຢຊູເຈົ້າ​ມາ​ຈັບ​ເອົາ​ເຂົ້າຈີ່ ແລະ ຍື່ນ​ໃຫ້​ພວກເພິ່ນ, ພຣະອົງ​ຈັບ​ເອົາ​ປາ ແລະ ເຮັດ​ຢ່າງ​ດຽວ​ກັນ.</verse>
				<verse number="14">ນີ້​ເປັນ​ເທື່ອ​ທີ​ສາມ​ທີ່​ພຣະເຢຊູເຈົ້າ​ປາກົດ​ແກ່​ພວກສາວົກ​ຂອງ​ພຣະອົງ ຫລັງຈາກ​ທີ່​ພຣະອົງ​ເປັນຄືນມາຈາກຕາຍ.</verse>
				<verse number="15">ເມື່ອ​ພວກເພິ່ນ​ຮັບປະທານ​ອາຫານ​ແລ້ວ, ພຣະເຢຊູເຈົ້າ​ກ່າວ​ກັບ​ຊີໂມນ​ເປໂຕ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ຫລາຍ​ກວ່າ​ສິ່ງ​ເຫລົ່ານີ້​ບໍ?” ເປໂຕ​ຕອບ​ວ່າ, “ໂດຍ ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ຈຶ່ງ​ສັ່ງ​ວ່າ, “ຈົ່ງ​ລ້ຽງ​ແກະ​ໜຸ່ມ​ຂອງ​ເຮົາ​ເດີ”.</verse>
				<verse number="16">ພຣະເຢຊູເຈົ້າ​ກ່າວ​ອີກ​ຄັ້ງ​ທີ​ສອງ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຕອບ​ວ່າ, “ໂດຍ ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ຈຶ່ງ​ສັ່ງ​ວ່າ, “ຈົ່ງ​ລ້ຽງ​ຮັກສາ​ແກະ​ຂອງ​ເຮົາ​ເດີ”.</verse>
				<verse number="17">ພຣະອົງ​ກ່າວ​ກັບ​ລາວ​ເປັນ​ຄັ້ງ​ທີ​ສາມ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຮູ້ສຶກ​ເຈັບປວດ​ໃຈ ເພາະ​ພຣະເຢຊູເຈົ້າ​ໄດ້ຖາມ​ຕົນ​ເປັນ​ເທື່ອ​ທີ​ສາມ​ວ່າ, “ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະອົງ​ຮູ້ຈັກ​ທຸກສິ່ງ ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ທັງຫລາຍ​ຂອງ​ເຮົາ​ເດີ.</verse>
				<verse number="18">ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ເມື່ອ​ເຈົ້າ​ຍັງ​ໜຸ່ມ ເຈົ້າ​ແຕ່ງໂຕ​ຂອງ​ເຈົ້າ​ເອງ ແລະ ທຽວ​ໄປ​ມາ​ຕາມ​ທີ່​ເຈົ້າ​ຕ້ອງການ ແຕ່​ເມື່ອ​ເຈົ້າ​ເຖົ້າແກ່​ແລ້ວ ເຈົ້າ​ຈະ​ຢຽດ​ມື​ຂອງ​ເຈົ້າ​ອອກ ແລະ ມີ​ຄົນ​ອື່ນ​ມາ​ແຕ່ງໂຕ​ໃຫ້​ເຈົ້າ ແລະ ຈະ​ພາ​ເຈົ້າ​ໄປ​ຍັງ​ບ່ອນ​ທີ່​ເຈົ້າ​ບໍ່​ຢາກ​ໄປ”.</verse>
				<verse number="19">ພຣະເຢຊູເຈົ້າ​ກ່າວ​ຢ່າງ​ນີ້​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເປໂຕ​ຈະ​ຖວາຍ​ກຽດ​ແກ່​ພຣະເຈົ້າ​ດ້ວຍ​ການ​ຕາຍ​ຢ່າງໃດ. ແລ້ວ​ພຣະອົງ​ຈຶ່ງ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ!”</verse>
				<verse number="20">ເປໂຕ​ຫັນຫລັງ​ມາ​ເຫັນ​ສາວົກ​ທີ່​ພຣະເຢຊູເຈົ້າ​ຮັກ​ກຳລັງ​ຕິດຕາມ​ມາ (ເຊິ່ງ​ເປັນ​ສາວົກ​ຄົນ​ດຽວ​ກັນ​ກັບ​ຜູ້​ທີ່​ເນີ້ງ​ໂຕ​ອີງ​ພຣະເຢຊູເຈົ້າ​ໃນ​ລະຫວ່າງ​ຮັບປະທານ​ອາຫານຄ່ຳ​ໃນ​ວັນ​ນັ້ນ ແລະ ເຄີຍ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ແມ່ນ​ຜູ້ໃດ​ທີ່​ຈະ​ທໍລະຍົດ​ຕໍ່​ພຣະອົງ?”)</verse>
				<verse number="21">ເມື່ອ​ເປໂຕ​ເຫັນ​ລາວ​ກໍ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ແລ້ວ​ຄົນ​ນີ້​ເດ​ຈະ​ເປັນ​ຢ່າງ​ໃດ?”</verse>
				<verse number="22">ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຮົາ​ຢາກ​ໃຫ້​ລາວ​ມີຊີວິດ​ຢູ່​ຈົນ​ເຮົາ​ກັບ​ມາ ຈະ​ກ່ຽວຂ້ອງ​ຫຍັງ​ກັບ​ເຈົ້າ? ເຈົ້າ​ຈົ່ງ​ຕາມ​ເຮົາ​ມາ”.</verse>
				<verse number="23">ເພາະ​ເຫດ​ນີ້ ຈຶ່ງ​ມີ​ຂ່າວລື​ໄປ​ໃນ​ທ່າມກາງ​ພວກ​ພີ່ນ້ອງ​ວ່າ​ສາວົກ​ຄົນ​ນັ້ນ​ຈະ​ບໍ່​ຕາຍ. ແຕ່​ພຣະເຢຊູເຈົ້າ​ບໍ່​ໄດ້​ກ່າວ​ວ່າ​ລາວ​ຈະ​ບໍ່​ຕາຍ ແຕ່​ພຣະອົງ​ກ່າວ​ວ່າ, “ຖ້າ​ເຮົາ​ຕ້ອງການ​ໃຫ້​ລາວ​ມີຊີວິດ​ຢູ່​ຈົນ​ເຮົາ​ກັບ​ມາ ຈະ​ກ່ຽວຂ້ອງ​ຫຍັງ​ກັບ​ເຈົ້າ?”</verse>
				<verse number="24">ສາວົກ​ຄົນ​ນີ້​ແຫລະ ທີ່​ເປັນ​ພະຍານ​ເຖິງ​ເຫດການ​ເຫລົ່ານີ້ ແລະ ເປັນ​ຜູ້​ຈົດ​ບັນທຶກ​ໄວ້. ພວກເຮົາ​ກໍ​ຮູ້ຈັກ​ວ່າ​ຄຳພະຍານ​ຂອງ​ເພິ່ນ​ນັ້ນ​ເປັນ​ຈິງ.</verse>
				<verse number="25">ພຣະເຢຊູເຈົ້າ​ໄດ້ເຮັດ​ສິ່ງ​ອື່ນໆ​ອີກ​ຫລາຍ​ຢ່າງ. ຖ້າ​ຈະ​ຂຽນ​ໄວ້​ທັງໝົດ ຂ້າພະເຈົ້າ​ຄິດ​ວ່າ​ທົ່ວ​ທັງ​ໂລກ​ນີ້​ຈະ​ບໍ່​ມີ​ບ່ອນ​ພໍ​ສຳລັບ​ໜັງສື​ຕ່າງໆ​ທີ່​ຈະ​ຂຽນ​ຂຶ້ນ​ນັ້ນ.</verse>
			</chapter>
		</book>
		<book number="44">
			<chapter number="1">
				<verse number="1">ຮຽນ​ທ່ານ​ເທໂອຟີໂລ, ໃນ​ໜັງສື​ເຫລັ້ມ​ກ່ອນ, ຂ້າພະເຈົ້າ​ໄດ້​ຂຽນ​ກ່ຽວກັບ​ທຸກ​ສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ເລີ່ມຕົ້ນ​ກະທຳ ແລະ ສັ່ງສອນ</verse>
				<verse number="2">ຈົນ​ເຖິງ​ວັນ​ທີ່​ພຣະອົງ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ, ຫລັງ​ຈາກ​ໄດ້​ໃຫ້​ຄຳ​ແນະນຳ​ຜ່ານ​ທາງ​ພຣະວິນຍານບໍລິສຸດເຈົ້າ​ແກ່​ບັນດາ​ອັກຄະສາວົກ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້.</verse>
				<verse number="3">ຫລັງຈາກ​ທີ່​ພຣະອົງ​ໄດ້​ທົນທຸກທໍລະມານ, ພຣະອົງ​ກໍ​ໄດ້​ສະແດງ​ພຣະອົງ​ແກ່​ຄົນ​ເຫລົ່ານັ້ນ ແລະ ໄດ້​ໃຫ້​ຂໍ້​ພິສູດ​ທີ່​ເຮັດ​ໃຫ້​ມີ​ຄວາມໝັ້ນໃຈ​ຫລາຍ​ປະການ​ວ່າ​ພຣະອົງ​ມີຊີວິດ​ຢູ່. ພຣະອົງ​ໄດ້​ປາກົດ​ແກ່​ພວກເພິ່ນ​ໃນ​ລະຫວ່າງ​ສີ່ສິບ​ວັນ ແລະ ໄດ້​ກ່າວ​ກ່ຽວກັບ​ອານາຈັກ​ຂອງ​ພຣະເຈົ້າ.</verse>
				<verse number="4">ຄັ້ງໜຶ່ງ ໃນ​ຂະນະ​ທີ່​ພຣະອົງ​ຮ່ວມ​ກິນ​ອາຫານ​ກັບ​ພວກເພິ່ນ, ພຣະອົງ​ໄດ້​ໃຫ້​ຄຳສັ່ງ​ນີ້​ແກ່​ພວກເພິ່ນ​ວ່າ: “ຢ່າ​ອອກໄປ​ຈາກ​ເຢຣູຊາເລັມ, ແຕ່​ຈົ່ງ​ຖ້າ​ຮັບ​ຂອງປະທານ​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ໄດ້​ສັນຍາ​ໄວ້​ຕາມ​ທີ່​ພວກເຈົ້າ​ໄດ້​ຍິນ​ເຮົາ​ກ່າວ​ໄວ້.</verse>
				<verse number="5">ດ້ວຍວ່າ ໂຢຮັນ​ໄດ້​ໃຫ້​ບັບຕິສະມາ​ດ້ວຍ ​ນ້ຳ ແຕ່​ອີກ​ບໍ່​ເທົ່າໃດ​ວັນ​ພວກເຈົ້າ​ຈະ​ໄດ້​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ”.</verse>
				<verse number="6">ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ມາ​ເຕົ້າໂຮມກັນ​ຢູ່​ອ້ອມ​ພຣະອົງ ແລະ ຖາມ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຈະ​ສ້າງ​ອານາຈັກ​ອິດສະຣາເອນ​ຄືນ​ໃໝ່​ໃນ​ເວລາ​ນີ້​ບໍ?”</verse>
				<verse number="7">ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ບໍ່​ແມ່ນ​ໜ້າທີ່​ຂອງ​ພວກເຈົ້າ​ທີ່​ຈະ​ຮູ້​ເວລາ ຫລື ວັນ​ທີ່​ພຣະບິດາເຈົ້າ​ໄດ້​ກຳນົດ​ໄວ້​ດ້ວຍ​ສິດອຳນາດ​ຂອງ​ພຣະອົງ​ແລ້ວ.</verse>
				<verse number="8">ແຕ່​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ລິດອຳນາດ ເມື່ອ​ພຣະວິນຍານບໍລິສຸດເຈົ້າ​ມາ​ຢູ່​ເທິງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ເປັນ​ພະຍານ​ຝ່າຍ​ເຮົາ​ໃນ​ເຢຣູຊາເລັມ ແລະ ຕະຫລອດ​ທົ່ວ​ແຂວງ​ຢູດາຍ​ກັບ​ແຂວງ​ຊາມາເຣຍ ແລະ ຈົນ​ເຖິງ​ສຸດປາຍ​ແຜ່ນດິນໂລກ”.</verse>
				<verse number="9">ຫລັງຈາກ​ພຣະອົງ​ໄດ້​ກ່າວ​ດັ່ງນີ້​ແລ້ວ, ພຣະອົງ​ກໍ​ຖືກ​ຮັບ​ຂຶ້ນ​ໄປ​ຕໍ່ໜ້າ​ຕໍ່ຕາ​ຂອງ​ພວກເພິ່ນ ແລະ ມີ​ເມກ​ມາ​ປົກຄຸມ​ພຣະອົງ​ໄວ້​ຈາກ​ສາຍຕາ​ຂອງ​ພວກເພິ່ນ.</verse>
				<verse number="10">ເມື່ອ​ພວກເພິ່ນ​ກຳລັງ​ແນມ​ເບິ່ງ​ທ້ອງຟ້າ​ໃນ​ຂະນະ​ທີ່​ພຣະອົງ​ຂຶ້ນ​ໄປ, ໃນ​ທັນໃດ​ນັ້ນ ມີ​ຊາຍ​ສອງ​ຄົນ​ນຸ່ງ​ຊຸດ​ຂາວ​ຢືນ​ຢູ່​ຂ້າງ​ພວກເພິ່ນ.</verse>
				<verse number="11">ແລະ ພວກເພິ່ນ​ຈຶ່ງ​ກ່າວ​ວ່າ, “ຊາວ​ຄາລີເລ​ເອີຍ, ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຢືນ​ເບິ່ງ​ທ້ອງຟ້າ​ຢູ່​ບ່ອນ​ນີ້? ພຣະເຢຊູເຈົ້າ​ອົງ​ດຽວ​ກັນ​ນີ້​ທີ່​ຖືກ​ຮັບ​ໄປ​ຈາກ​ພວກເຈົ້າ​ຂຶ້ນ​ສູ່​ສະຫວັນ​ນັ້ນ ຈະ​ກັບ​ຄືນ​ມາ​ອີກ​ໃນ​ແບບ​ດຽວ​ກັນ​ກັບ​ທີ່​ພວກທ່ານ​ໄດ້​ເຫັນ​ພຣະອົງ​ຂຶ້ນ​ສູ່​ສະຫວັນ”.</verse>
				<verse number="12">ຫລັງຈາກນັ້ນ ພວກ​ອັກຄະສາວົກ​ກໍ​ໄດ້​ລົງ​ມາ​ຈາກ​ພູເຂົາ​ທີ່​ເອີ້ນ​ວ່າ​ພູເຂົາ​ໝາກກອກ ແລ້ວ​ກັບ​ຄືນ​ໄປ​ທີ່​ເຢຣູຊາເລັມ ເຊິ່ງ​ໄລຍະ​ທາງ​ເທົ່າ​ກັບ​ທີ່​ອະນຸຍາດ​ໃຫ້​ຍ່າງ​ໃນ​ວັນຊະບາໂຕ.</verse>
				<verse number="13">ເມື່ອ​ພວກເພິ່ນ​ມາ​ເຖິງ​ທີ່​ນັ້ນ ພວກເພິ່ນ​ກໍ​ໄດ້​ຂຶ້ນ​ໄປ​ທີ່​ຫ້ອງ​ພັກ​ຊັ້ນເທິງ​ບ່ອນ​ທີ່​ພວກເພິ່ນ​ເຄີຍ​ພັກເຊົາ. ໃນ​ພວກເພິ່ນ​ມີ: ເປໂຕ, ໂຢຮັນ, ຢາໂກໂບ, ອັນເດອາ, ຟີລິບ, ໂທມາ, ບາຣະໂທໂລມາຍ, ມັດທາຍ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ​ຜູ້ຮັກຊາດ ແລະ ຢູດາ​ລູກຊາຍ​ຂອງ​ຢາໂກໂບ.</verse>
				<verse number="14">ພວກເພິ່ນ​ທັງໝົດ​ໄດ້​ຮ່ວມ​ໃຈ​ກັນ​ອະທິຖານ​ຢ່າງ​ສະໝໍ່າສະເໝີ​ໂດຍ​ມີ​ພວກແມ່ຍິງ, ມາຣີ​ແມ່​ຂອງ​ພຣະເຢຊູເຈົ້າ ແລະ ພວກ​ນ້ອງຊາຍ​ຂອງ​ພຣະອົງ.</verse>
				<verse number="15">ໃນ​ວັນ​ນັ້ນ ເປໂຕ​ໄດ້​ຢືນ​ຂຶ້ນ​ທ່າມກາງ​ບັນດາ​ຜູ້ທີ່ເຊື່ອ (ໂດຍ​ມີ​ປະມານ​ຮ້ອຍຊາວ​ຄົນ)</verse>
				<verse number="16">ແລະ ກ່າວ​ວ່າ, “ພີ່ນ້ອງ ​ທັງຫລາຍ ພຣະຄຳພີ​ຈະ​ຕ້ອງ​ເປັນຈິງ​ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໄດ້​ກ່າວ​ໄວ້​ລ່ວງໜ້າ​ແຕ່​ດົນນານ​ມາ​ແລ້ວ​ຜ່ານທາງ​ດາວິດ​ເລື່ອງ​ຢູດາ ຜູ້​ທີ່​ນຳພາ​ຄົນ​ທັງຫລາຍ​ໄປ​ຈັບກຸມ​ພຣະເຢຊູເຈົ້າ,</verse>
				<verse number="17">ລາວ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຮົາ ແລະ ມີ​ສ່ວນຮ່ວມ​ໃນ​ພັນທະກິດ​ນີ້”.</verse>
				<verse number="18">(ຢູດາ​ໄດ້​ນຳ​ເງິນ​ທີ່​ໄດ້​ມາ​ຈາກ​ການ​ເຮັດ​ຊົ່ວ​ຂອງ​ຕົນ​ໄປ​ຊື້​ດິນ​ຕອນ​ໜຶ່ງ, ລາວ​ໄດ້​ລົ້ມລົງ​ຫົວ​ຟາດ​ພື້ນ​ຢູ່​ທີ່​ນັ້ນ ເລົາຄີງ​ແຕກ​ໄສ້​ໄຫລ​ອອກ​ມາ​ໝົດ.</verse>
				<verse number="19">ທຸກຄົນ​ໃນ​ເຢຣູຊາເລັມ​ຕ່າງ​ກໍ​ໄດ້​ຍິນ​ເລື່ອງ​ນີ້, ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອີ້ນ​ດິນ​ຕອນ​ນັ້ນ​ຕາມ​ພາສາ​ຂອງ​ຕົນ​ວ່າ, ອະເກັນດາມາ ນັ້ນ​ກໍ​ຄື​ນາ​ເລືອດ.)</verse>
				<verse number="20">ເປໂຕ​ກ່າວ​ວ່າ, “ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ໜັງສື​ເພງສັນລະເສີນ​ວ່າ: “‘ຂໍ​ໃຫ້​ທີ່ຢູ່​ຂອງ​ລາວ​ຮົກຮ້າງ​ຫວ່າງເປົ່າ, ຢ່າ​ໃຫ້​ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່​ນັ້ນ’. ແລະ “‘ໃຫ້​ຄົນ​ອື່ນ​ຂຶ້ນ​ມາ​ຮັບ​ຕຳແໜ່ງ​ແທນ​ລາວ’.</verse>
				<verse number="21">ເຫດສະນັ້ນ ຈຶ່ງ​ຈຳເປັນ​ຕ້ອງ​ເລືອກ​ເອົາ​ຄົນ​ໜຶ່ງ​ໃນ​ຈຳນວນ​ຜູ້ຊາຍ​ທີ່​ໄດ້​ຢູ່​ກັບ​ພວກເຮົາ​ຕະຫລອດ​ຊ່ວງ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ຢູ່​ກັບ​ພວກເຮົາ,</verse>
				<verse number="22">ຄື​ຕັ້ງແຕ່​ບັບຕິສະມາ​ຂອງ​ໂຢຮັນ​ຈົນ​ເຖິງ​ເວລາ​ທີ່​ພຣະເຢຊູເຈົ້າ​ຖືກ​ຮັບ​ຂຶ້ນ​ໄປ​ຈາກ​ພວກເຮົາ. ເພາະ​ສິ່ງ​ເຫລົ່ານີ້​ຈະ​ຕ້ອງ​ເປັນ​ພະຍານ​ຮ່ວມ​ກັບ​ພວກເຮົາ​ເຖິງ​ການ​ເປັນຄືນມາຈາກຕາຍ​ຂອງ​ພຣະອົງ”.</verse>
				<verse number="23">ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ໄດ້​ສະເໜີ​ຊາຍ​ສອງ​ຄົນ​ຄື: ໂຢເຊັບ ທີ່​ເອີ້ນ​ວ່າ​ບາຣະຊັບບາ (ແລະ ມີ​ອີກ​ຊື່​ໜຶ່ງ​ວ່າ​ຢູສະໂຕ) ແລະ ມັດເທຍ.</verse>
				<verse number="24">ຫລັງຈາກນັ້ນ ພວກເພິ່ນ​ກໍ​ອະທິຖານ​ວ່າ, “ອົງພຣະຜູ້ເປັນເຈົ້າ ພຣະອົງ​ຮູ້​ຈິດໃຈ​ຂອງ​ທຸກຄົນ. ຂໍ​ສະແດງ​ໃຫ້​ພວກເຮົາ​ເຫັນ​ວ່າ​ພຣະອົງ​ໄດ້​ເລືອກ​ເອົາ​ຄົນ​ໃດ​ໃນ​ສອງ​ຄົນ​ນີ້</verse>
				<verse number="25">ເພື່ອ​ຮັບ​ໜ້າທີ່​ພັນທະກິດ​ຂອງ​ອັກຄະສາວົກ ເຊິ່ງ​ຢູດາ​ໄດ້​ປະຖິ້ມ​ແລ້ວ​ໄປ​ສູ່​ບ່ອນ​ຂອງ​ຕົນ”.</verse>
				<verse number="26">ແລ້ວ​ພວກເພິ່ນ​ກໍ​ໄດ້​ຈັບ​ສະຫລາກ ແລະ ສະຫລາກ​ນີ້​ໄດ້​ຕົກ​ຖືກ​ມັດເທຍ, ດັ່ງນັ້ນ ລາວ​ຈຶ່ງ​ຖືກ​ຮວມ​ເຂົ້າ​ກັບ​ພວກ​ອັກຄະສາວົກ​ສິບເອັດ​ຄົນ.</verse>
			</chapter>
			<chapter number="2">
				<verse number="1">ເມື່ອ​ເຖິງ​ວັນ​ເພັນເຕຄໍສະເຕ, ພວກເພິ່ນ​ທັງໝົດ​ໄດ້​ມາ​ເຕົ້າໂຮມກັນ​ຢູ່​ໃນ​ບ່ອນ​ດຽວ.</verse>
				<verse number="2">ໃນ​ທັນໃດ​ນັ້ນ ກໍ​ມີ​ສຽງ​ໜຶ່ງ​ຈາກ​ສະຫວັນ​ເໝືອນ​ສຽງ​ພະຍຸ​ແຮງ​ດັງ​ກ້ອງ​ໄປ​ທົ່ວ​ເຮືອນ​ທີ່​ພວກເພິ່ນ​ນັ່ງ​ຢູ່​ນັ້ນ.</verse>
				<verse number="3">ພວກເພິ່ນ​ເຫັນ​ລີ້ນ​ເປັນ​ເໝືອນ​ຮູບ​ແປວໄຟ​ແຕກກະຈາຍ​ອອກ​ໄປ ແລະ ມາ​ຢູ່​ເທິງ​ພວກເພິ່ນ​ແຕ່ລະຄົນ.</verse>
				<verse number="4">ພວກເພິ່ນ​ທຸກຄົນ​ຈຶ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ເລີ່ມ​ເວົ້າ​ພາສາ​ແປກໆ ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໃຫ້​ພວກເພິ່ນ​ເວົ້າ​ໄດ້.</verse>
				<verse number="5">ໃນ​ຂະນະ​ນັ້ນ ມີ​ຊາວຢິວ​ຜູ້​ຢຳເກງ​ພຣະເຈົ້າ​ຈາກ​ທຸກ​ຊາດ​ທົ່ວ​ໃຕ້​ສະຫວັນ​ມາ​ພັກອາໄສ​ຢູ່​ເຢຣູຊາເລັມ.</verse>
				<verse number="6">ເມື່ອ​ພວກເພິ່ນ​ໄດ້​ຍິນສຽງ​ນີ້​ແລ້ວ ຄົນ​ທັງຫລາຍ​ກໍ​ມາ​ເຕົ້າໂຮມກັນ​ດ້ວຍ​ຄວາມສັບສົນ ເພາະ​ແຕ່ລະຄົນ​ຕ່າງ​ກໍ​ໄດ້​ຍິນ​ພວກເຂົາ​ເວົ້າ​ພາສາ​ຂອງ​ຕົນ.</verse>
				<verse number="7">ພວກເຂົາ​ຈຶ່ງ​ຖາມ​ດ້ວຍ​ຄວາມປະຫລາດໃຈ​ທີ່ສຸດ​ວ່າ, “ຄົນ​ເຫລົ່ານີ້​ທີ່​ກຳລັງ​ເວົ້າ​ຢູ່​ແມ່ນ​ຊາວ​ຄາລີເລ​ທັງໝົດ​ບໍ່​ແມ່ນ​ບໍ?</verse>
				<verse number="8">ແລ້ວ​ດ້ວຍເຫດໃດ ພວກເຮົາ​ແຕ່ລະຄົນ​ຈຶ່ງ​ໄດ້​ຍິນ​ພວກເຂົາ​ເວົ້າ​ພາສາ​ທ້ອງຖິ່ນ​ຂອງ​ພວກເຮົາ?</verse>
				<verse number="9">ຄື​ຊາວປາເທຍ, ຊາວເມເດຍ ແລະ ຊາວເອລາມ; ຄົນ​ທີ່​ຢູ່​ໃນ​ແຖບ​ເມໂຊໂປຕາເມຍ, ຢູດາຍ ແລະ ກາປາໂດເກຍ, ປົນໂຕ ແລະ ເອເຊຍ,</verse>
				<verse number="10">ຟີເຄຍ ແລະ ປຳຟີເລຍ, ເອຢິບ ແລະ ສ່ວນ​ຕ່າງໆ​ຂອງ​ລີເບຍ ເຊິ່ງ​ໃກ້​ກັບ​ກີເຣເນ, ຜູ້​ມາ​ຢ້ຽມຢາມ​ຈາກ​ນະຄອນ​ໂຣມ</verse>
				<verse number="11">(ທັງ​ຄົນ​ຢິວ ແລະ ຄົນ​ຕ່າງຊາດ​ທີ່​ຖື​ສາສະໜາ​ຢິວ), ຊາວ​ກະເຣເຕ ແລະ ຊາວອາຣັບ ພວກເຮົາ​ໄດ້​ຍິນ​ພວກເຂົາ​ປະກາດ​ເຖິງ​ຄວາມອັດສະຈັນ​ຂອງ​ພຣະເຈົ້າ​ດ້ວຍ​ພາສາ​ຂອງ​ພວກເຮົາ​ເອງ!”</verse>
				<verse number="12">ພວກເຂົາ​ຕ່າງ​ກໍ​ປະຫລາດໃຈ ແລະ ສັບສົນ, ພວກເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ສິ່ງ​ນີ້​ໝາຍຄວາມ​ວ່າ​ແນວ​ໃດ?”</verse>
				<verse number="13">ແຕ່​ບາງຄົນ​ກໍ​ໄດ້​ເຢາະເຢີ້ຍ​ພວກເຂົາ ແລະ ເວົ້າ​ວ່າ, “ພວກເຂົາ​ໄດ້​ດື່ມ​ເຫລົ້າອະງຸ່ນ​ຫລາຍ​ເກີນ​ໄປ”.</verse>
				<verse number="14">ແລ້ວ​ເປໂຕ​ຈຶ່ງ​ໄດ້​ຢືນ​ຂຶ້ນ​ພ້ອມ​ກັບ​ອັກຄະສາວົກ​ສິບເອັດ​ຄົນ ແລະ ກ່າວ​ຄຳປາໄສ​ຕໍ່​ປະຊາຊົນ​ດ້ວຍ​ສຽງ​ດັງ​ວ່າ, “ພີ່ນ້ອງ​ຊາວ​ຢິວ ແລະ ທ່ານ​ທັງຫລາຍ​ທີ່​ອາໄສ​ຢູ່​ໃນ​ເຢຣູຊາເລັມ, ຂໍ​ໃຫ້​ຂ້າພະເຈົ້າ​ໄດ້​ຊີ້ແຈງ​ເລື່ອງ​ນີ້​ແກ່​ພວກທ່ານ​ທັງຫລາຍ ຈົ່ງ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ຂ້າພະເຈົ້າ​ຈະ​ກ່າວ​ໃຫ້​ດີ.</verse>
				<verse number="15">ຄົນ​ເຫລົ່ານີ້​ບໍ່​ໄດ້​ເມົາເຫລົ້າ​ເໝືອນ​ທີ່​ພວກທ່ານ​ຄິດ. ເຊິ່ງ​ຫາ​ກໍ​ເກົ້າ​ໂມງ​ເຊົ້າ!</verse>
				<verse number="16">ບໍ່​ແມ່ນ, ເຫດການ​ນີ້​ແມ່ນ​ໄດ້​ເປັນ​ໄປ​ຕາມ​ທີ່​ຜູ້ທຳນວາຍ​ໂຢເອນ​ໄດ້​ກ່າວ​ໄວ້​ວ່າ:</verse>
				<verse number="17">“‘ພຣະເຈົ້າ​ກ່າວ​ວ່າ, ໃນ​ວັນ​ສຸດທ້າຍ ເຮົາ​ຈະ​ເທ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ເຮົາ​ເທິງ​ທຸກ​ຄົນ. ລູກຊາຍ ແລະ ລູກສາວ​ຂອງ​ພວກເຈົ້າ​ຈະ​ທຳນວາຍ, ພວກຊາຍໜຸ່ມ​ຂອງ​ພວກເຈົ້າ​ຈະ​ເຫັນ​ນິມິດ, ພວກ​ຊາຍ​ເຖົ້າ​ຂອງ​ພວກເຈົ້າ​ຈະ​ຝັນ​ເຫັນ.</verse>
				<verse number="18">ເມື່ອ​ເຖິງ​ເວລາ​ນັ້ນ ເຮົາ​ຈະ​ເທ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ເຮົາ ລົງ​ມາ​ເທິງ​ຜູ້ຮັບໃຊ້​ຂອງ​ເຮົາ​ທັງ​ຊາຍ ແລະ ຍິງ ແລະ ພວກເຂົາ​ຈະ​ທຳນວາຍ.</verse>
				<verse number="19">ເຮົາ​ຈະ​ສະແດງ​ການ​ອັດສະຈັນ​ໃນ​ຟ້າສະຫວັນ​ເບື້ອງເທິງ ແລະ ໝາຍສຳຄັນ​ທີ່​ແຜ່ນດິນໂລກ​ເບື້ອງລຸ່ມ, ຈະ​ມີ​ເລືອດ​ກັບ​ໄຟ ແລະ ມີ​ອາຍຄວັນ.</verse>
				<verse number="20">ດວງຕາເວັນ​ຈະ​ຖືກ​ປ່ຽນ​ເປັນ​ຄວາມມືດ ແລະ ດວງເດືອນ​ຈະ​ກາຍເປັນ​ເລືອດ ກ່ອນ​ວັນ​ອັນ​ຍິ່ງໃຫຍ່ ແລະ ເຕັມ​ດ້ວຍ​ສະຫງ່າລາສີ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ​ເຖິງ.</verse>
				<verse number="21">ແລະ ທຸກຄົນ​ທີ່​ຮ້ອງ​ອອກ​ນາມ​ຂອງ ອົງພຣະຜູ້ເປັນເຈົ້າ​ກໍ​ຈະ​ໄດ້​ຮັບ ຄວາມພົ້ນ’.</verse>
				<verse number="22">“ປະຊາຊົນ​ອິດສະຣາເອນ, ຂໍ​ຈົ່ງ​ຟັງ​ສິ່ງ​ນີ້ ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ເປັນ​ຜູ້​ທີ່​ພຣະເຈົ້າ​ໄດ້​ສະແດງ​ໃຫ້​ພວກທ່ານ​ຮູ້​ເຫັນ​ຢ່າງ​ຈະແຈ້ງ​ແລ້ວ​ດ້ວຍ​ການ​ອັດສະຈັນ, ການອິດທິຣິດ ແລະ ດ້ວຍ​ໝາຍສຳຄັນ​ຕ່າງໆ, ເຊິ່ງ​ພຣະເຈົ້າ​ໄດ້​ກະທຳ​ໃນ​ທ່າມກາງ​ພວກເຈົ້າ​ຜ່ານ​ທາງ​ພຣະອົງ, ຕາມ​ທີ່​ພວກທ່ານ​ເອງ​ກໍ​ຮູ້​ເລື່ອງ​ນີ້​ຢູ່​ແລ້ວ.</verse>
				<verse number="23">ພຣະເຢຊູເຈົ້າ​ຜູ້​ນີ້​ໄດ້​ຖືກ​ມອບ​ໃຫ້​ພວກທ່ານ​ຕາມ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ແຜນການ​ໄວ້ ແລະ ໄດ້​ຮູ້​ລ່ວງໜ້າ​ກ່ອນ​ແລ້ວ ແລະ ໂດຍ​ການ​ຊ່ວຍເຫລືອ​ຂອງ​ຄົນ​ຊົ່ວຮ້າຍ ພວກທ່ານ​ຈຶ່ງ​ໄດ້​ຈັບ​ພຣະອົງ​ໄປ​ຂ້າ​ດ້ວຍ​ການ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ.</verse>
				<verse number="24">ແຕ່​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ ໄດ້​ປົດປ່ອຍ​ພຣະອົງ​ອອກ​ຈາກ​ຄວາມເຈັບປວດ, ອອກ​ຈາກ​ອຳນາດ​ແຫ່ງ​ຄວາມຕາຍ, ເພາະ​ຄວາມຕາຍ​ບໍ່​ສາມາດ​ຈະ​ກັກ​ຈ່ອງ​ພຣະອົງ​ໄວ້​ໄດ້.</verse>
				<verse number="25">ເພາະວ່າ​ດາວິດ​ໄດ້​ກ່າວ​ເຖິງ​ພຣະອົງ​ວ່າ: “‘ຂ້ານ້ອຍ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ຢູ່​ຕໍ່ໜ້າ​ຂ້ານ້ອຍ​ຕະຫລອດ​ເວລາ ເພາະວ່າ​ພຣະອົງ​ຢູ່​ກໍ້າຂວາ​ມື​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່​ຫວັ່ນໄຫວ.</verse>
				<verse number="26">ເຫດສະນັ້ນ ຈິດໃຈ​ຂອງ​ຂ້ານ້ອຍ​ຈຶ່ງ​ຍິນດີ ແລະ ລີ້ນ​ຂອງ​ຂ້ານ້ອຍ​ກໍ​ຊື່ນຊົມຍິນດີ; ຮ່າງກາຍ​ຂອງ​ຂ້ານ້ອຍ​ກໍ​ຈະ​ພັກຜ່ອນ​ດ້ວຍ​ຄວາມຫວັງ,</verse>
				<verse number="27">ເພາະ​ພຣະອົງ​ຈະ​ບໍ່​ປະຖິ້ມ​ຂ້ານ້ອຍ​ໄວ້​ໃນ​ແດນຄົນຕາຍ ພຣະອົງ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້ບໍລິສຸດ​ຂອງ​ພຣະອົງ​ສຳພັດ​ກັບ​ຄວາມ​ເປື່ອຍເນົ່າ.</verse>
				<verse number="28">ພຣະອົງ​ໄດ້​ເຮັດ​ໃຫ້​ຂ້ານ້ອຍ​ໄດ້​ຮູ້​ຫົນທາງ​ແຫ່ງ​ຊີວິດ ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ເຕັມ​ບໍລິບູນ​ດ້ວຍ​ຄວາມຊື່ນຊົມຍິນດີ​ເມື່ອ​ຢູ່​ຕໍ່ໜ້າ​ພຣະອົງ’.</verse>
				<verse number="29">“ພີ່ນ້ອງ​ທັງຫລາຍ​ຊາວ​ອິດສະຣາເອນ, ຂ້າພະເຈົ້າ​ບອກ​ພວກເຈົ້າ​ໄດ້​ຢ່າງ​ໝັ້ນໃຈ​ວ່າ, ດາວິດ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ຕາຍ ແລະ ໄດ້​ຖືກ​ຝັງ​ໄວ້​ແລ້ວ ແລະ ອຸບມຸງ​ຂອງ​ເພິ່ນ​ກໍ​ຢູ່​ບ່ອນ​ນີ້​ຈົນ​ເຖິງ​ທຸກ​ວັນ​ນີ້.</verse>
				<verse number="30">ແຕ່​ເພິ່ນ​ເປັນ​ຜູ້ທຳນວາຍ ແລະ ຮູ້​ວ່າ​ພຣະເຈົ້າ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ກັບ​ເພິ່ນ​ວ່າ​ພຣະອົງ​ຈະ​ຕັ້ງ​ຜູ້​ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ເພິ່ນ​ໃຫ້​ຄອງ​ບັນລັງ​ຂອງ​ເພິ່ນ.</verse>
				<verse number="31">ດາວິດ​ຮູ້​ລ່ວງໜ້າ​ກ່ອນ​ແລ້ວ, ເພິ່ນ​ຈຶ່ງ​ໄດ້​ກ່າວ​ເຖິງ​ການ​ເປັນຄືນມາຈາກຕາຍ​ຂອງ​ພຣະຄຣິດເຈົ້າ, ວ່າ​ພຣະເຈົ້າ​ຈະ​ບໍ່​ປະຖິ້ມ​ພຣະອົງ​ໄວ້​ໃນ​ແດນຄົນຕາຍ, ຫລື ເນື້ອກາຍ​ຂອງ​ພຣະອົງ​ກໍ​ບໍ່​ເປື່ອຍເນົ່າ.</verse>
				<verse number="32">ພຣະເຈົ້າ​ໃຫ້​ພຣະເຢຊູເຈົ້າ​ຜູ້​ນີ້​ໃຫ້​ເປັນຄືນມາຈາກຕາຍ ແລະ ພວກຂ້າພະເຈົ້າ​ທຸກຄົນ​ຕ່າງ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ຄວາມຈິງ​ນີ້.</verse>
				<verse number="33">ເມື່ອ​ພຣະອົງ​ຖືກ​ຍົກ​ຂຶ້ນ​ສູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ແລ້ວ ພຣະອົງ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ຈາກ​ພຣະບິດາເຈົ້າ​ຕາມ​ສັນຍາ ແລະ ໄດ້​ເທ​ລົງ​ມາ ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ຢູ່​ນີ້.</verse>
				<verse number="34">ເພາະ​ດາວິດ​ບໍ່​ໄດ້​ຂຶ້ນ​ໄປ​ເທິງ​ສະຫວັນ, ແຕ່​ເພິ່ນ​ໄດ້​ກ່າວ​ວ່າ, “‘ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ກັບ​ອົງ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ວ່າ: “ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາ</verse>
				<verse number="35">ຈົນກວ່າ​ເຮົາ​ຈະ​ເຮັດ​ໃຫ້​ສັດຕູ​ທັງຫລາຍ​ຂອງ​ເຈົ້າ ເປັນ​ບ່ອນຮອງຕີນ​ຂອງ​ເຈົ້າ”’.</verse>
				<verse number="36">“ເຫດສະນັ້ນ ໃຫ້​ປະຊາຊົນ​ອິດສະຣາເອນ​ທັງຫລາຍ​ໝັ້ນໃຈ​ໃນ​ສິ່ງ​ນີ້​ຄື ພຣະເຈົ້າ​ໄດ້​ຕັ້ງ​ພຣະເຢຊູເຈົ້າ​ຜູ້​ນີ້ ທີ່​ພວກທ່ານ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ໃຫ້​ເປັນ​ທັງ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ພຣະເມຊີອາ”.</verse>
				<verse number="37">ເມື່ອ​ຄົນ​ທັງຫລາຍ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ ພວກເຂົາ​ຕ່າງ​ກໍ​ຮູ້ສຶກ​ເຈັບຊ້ຳ​ກິນແໜງໃຈ​ຫລາຍ ຈຶ່ງ​ເວົ້າ​ກັບ​ເປໂຕ ແລະ ອັກຄະສາວົກ​ຄົນ​ອື່ນໆ​ວ່າ, “ພີ່ນ້ອງ ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ?”</verse>
				<verse number="38">ເປໂຕ​ຕອບ​ວ່າ, “ພວກທ່ານ​ທຸກຄົນ​ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ເພື່ອ​ບາບ​ຂອງ​ພວກທ່ານ​ຈະ​ໄດ້​ຮັບ​ການອະໄພ ແລະ ພວກທ່ານ​ກໍ​ຈະ​ໄດ້​ຮັບ​ຂອງປະທານ​ຄື​ພຣະວິນຍານບໍລິສຸດເຈົ້າ.</verse>
				<verse number="39">ສັນຍາ​ນີ້​ມີ​ໄວ້​ເພື່ອ​ພວກທ່ານ​ທັງຫລາຍ ແລະ ລູກຫລານ​ຂອງ​ພວກທ່ານ ຕະຫລອດ​ຈົນ​ຄົນ​ທັງປວງ​ທີ່​ຢູ່​ຫ່າງ​ໄກ ຄື​ທຸກຄົນ​ທີ່​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ພວກເຮົາ​ຈະ​ເອີ້ນ”.</verse>
				<verse number="40">ແລ້ວ​ເປໂຕ​ໄດ້​ເຕືອນ​ພວກເຂົາ​ອີກ​ຫລາຍ​ຄຳ ແລະ ອ້ອນວອນ​ວ່າ, “ຈົ່ງ​ເອົາ​ຕົວ​ເອງ​ໃຫ້​ພົ້ນ​ຈາກ​ຄົນ​ໃນ​ຍຸກ​ເສື່ອມຊາມ​ນີ້”.</verse>
				<verse number="41">ບັນດາ​ຜູ້​ທີ່​ຍອມຮັບ​ຖ້ອຍຄຳ​ຂອງ​ເປໂຕ​ກໍ​ໄດ້​ຮັບ​ບັບຕິສະມາ ແລະ ໃນ​ວັນ​ນັ້ນ ມີ​ສາວົກ​ເພີ່ມ​ຂຶ້ນ​ອີກ​ປະມານ​ສາມພັນ​ຄົນ.</verse>
				<verse number="42">ພວກເຂົາ​ທັງຫລາຍ​ໄດ້​ອຸທິດ​ຕົວ​ເອງ​ໃນ​ຄຳສອນ​ຂອງ​ພວກ​ອັກຄະສາວົກ ແລະ ໃນ​ການ​ຮ່ວມ​ສາມັກຄີທຳ, ໃນ​ການ​ຫັກ​ເຂົ້າຈີ່ ແລະ ໃນ​ອະທິຖານ.</verse>
				<verse number="43">ທຸກຄົນ​ຕ່າງ​ກໍ​ຢ້ານ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຫລາຍ​ຢ່າງ​ທີ່​ພວກ​ອັກຄະສາວົກ​ໄດ້​ເຮັດ.</verse>
				<verse number="44">ບັນດາ​ຄົນ​ທີ່​ເຊື່ອ​ນັ້ນ​ກໍ​ໄດ້​ຢູ່​ຮ່ວມ​ກັນ ແລະ ໄດ້​ນຳ​ເອົາ​ສິ່ງຂອງ​ທີ່​ຕົນ​ມີ​ຢູ່​ນັ້ນ​ມາ​ເປັນ​ຂອງ​ສ່ວນລວມ.</verse>
				<verse number="45">ພວກເຂົາ​ໄດ້​ຂາຍ​ທີ່ດິນ ແລະ ຊັບສິ່ງຂອງ​ເພື່ອ​ແຈກຢາຍ​ໃຫ້​ແຕ່ລະຄົນ ຜູ້​ທີ່​ມີ​ຄວາມຈຳເປັນ.</verse>
				<verse number="46">ທຸກໆ​ວັນ ພວກເຂົາ​ໄດ້​ສືບຕໍ່​ມາ​ເຕົ້າໂຮມກັນ​ທີ່​ເດີ່ນ​ວິຫານ. ພວກເຂົາ​ຫັກ​ເຂົ້າຈີ່​ຕາມ​ບ້ານ​ຂອງ​ຕົນ ແລະ ກິນ​ອາຫານ​ຮ່ວມກັນ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ດ້ວຍ​ຄວາມຈິງໃຈ,</verse>
				<verse number="47">ພວກເຂົາ​ພາກັນ​ສັນລະເສີນ​ພຣະເຈົ້າ ແລະ ເປັນ​ທີ່​ພໍໃຈ​ຂອງ​ຄົນ​ທັງໝົດ. ແລ້ວ​ອົງພຣະຜູ້ເປັນເຈົ້າ​ກໍ​ໄດ້​ໃຫ້​ມີ​ຜູ້​ທີ່​ໄດ້​ຮັບ​ຄວາມພົ້ນ​ເພີ່ມ​ຈຳນວນ​ຂຶ້ນ​ທຸກໆ​ວັນ.</verse>
			</chapter>
			<chapter number="3">
				<verse number="1">ມື້​ໜຶ່ງ ຂະນະ​ທີ່​ເປໂຕ​ກັບ​ໂຢຮັນ​ກຳລັງ​ຂຶ້ນ​ໄປ​ທີ່​ວິຫານ​ໃນ​ເວລາ​ອະທິຖານ ຄື​ຕອນ​ບ່າຍ​ສາມ​ໂມງ.</verse>
				<verse number="2">ມີ​ຊາຍ​ຄົນ​ໜຶ່ງ​ເປັນ​ຄົນຂາເປ້ຍ​ມາ​ຕັ້ງແຕ່​ເກີດ​ຖືກ​ຫາມ​ມາ​ທີ່​ປະຕູ​ວິຫານ​ທີ່​ເອີ້ນ​ວ່າ​ປະຕູ​ງາມ, ເຊິ່ງ​ເປັນ​ບ່ອນ​ທີ່​ລາວ​ຖືກ​ຫາມ​ມາ​ວາງ​ໄວ້​ທຸກ​ມື້​ເພື່ອ​ຂໍທານ​ຈາກ​ຄົນ​ທີ່​ຈະ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ.</verse>
				<verse number="3">ເມື່ອ​ລາວ​ເຫັນ​ເປໂຕ ແລະ ໂຢຮັນ​ກຳລັງ​ຈະ​ເຂົ້າ​ໄປ, ລາວ​ຈຶ່ງ​ຂໍ​ເງິນ​ນຳ​ພວກເພິ່ນ.</verse>
				<verse number="4">ເປໂຕ​ໄດ້​ຈ້ອງຕາ​ເບິ່ງ​ທີ່​ລາວ, ສ່ວນ​ໂຢຮັນ​ກໍ​ເໝືອນກັນ. ແລ້ວ​ເປໂຕ​ຈຶ່ງ​ເວົ້າ​ວ່າ, “ຈົ່ງ​ເບິ່ງ​ພວກເຮົາ​ແມ!”</verse>
				<verse number="5">ດັ່ງນັ້ນ​ລາວ​ຈຶ່ງ​ຈ້ອງຕາ​ເບິ່ງ​ພວກເພິ່ນ, ໂດຍ​ຫວັງ​ວ່າ​ຈະ​ໄດ້​ຮັບ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຈາກ​ພວກເພິ່ນ.</verse>
				<verse number="6">ເປໂຕ​ຈຶ່ງ​ເວົ້າ​ວ່າ, “ເງິນ ຫລື ຄຳ​ເຮົາ​ບໍ່​ມີ, ແຕ່​ສິ່ງ​ທີ່​ເຮົາ​ມີ​ນັ້ນ​ເຮົາ​ຈະ​ໃຫ້​ແກ່​ເຈົ້າ. ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ຊາວ​ນາຊາເຣັດ, ຈົ່ງ​ຍ່າງ​ໄປ”.</verse>
				<verse number="7">ເປໂຕ​ໄດ້​ຈັບ​ມື​ເບື້ອງຂວາ​ຂອງ​ລາວ, ຊ່ວຍ​ດຶງ​ລາວ​ຂຶ້ນ, ທັນໃດນັ້ນ ຕີນ ແລະ ຂໍ່ຕີນ​ຂອງ​ຊາຍ​ຜູ້​ນີ້​ກໍ​ມີ​ແຮງ​ຂຶ້ນ.</verse>
				<verse number="8">ລາວ​ໄດ້​ໂດດ​ຢືນ​ຂຶ້ນ ແລະ ເລີ່ມ​ຍ່າງ. ຫລັງຈາກນັ້ນ ລາວ​ກໍ​ເຂົ້າໄປ​ໃນ​ເດີ່ນ​ວິຫານ​ກັບ​ເປໂຕ ແລະ ໂຢຮັນ, ຍ່າງ ແລະ ໂດດ​ເຕັ້ນ, ແລ້ວ​ກໍ​ສັນລະເສີນ​ພຣະເຈົ້າ.</verse>
				<verse number="9">ເມື່ອ​ປະຊາຊົນ​ທຸກຄົນ​ໄດ້​ເຫັນ​ລາວ​ຍ່າງ​ໄປ ແລະ ສັນລະເສີນ​ພຣະເຈົ້າ</verse>
				<verse number="10">ພວກເຂົາ​ຈຶ່ງ​ຈື່​ໄດ້​ວ່າ​ລາວ​ເປັນ​ຄົນ​ດຽວ​ກັນ​ກັບ​ຜູ້​ທີ່​ເຄີຍ​ນັ່ງ​ຂໍທານ​ຢູ່​ທີ່​ປະຕູ​ງາມ​ຂອງ​ວິຫານ, ແລ້ວ​ພວກເຂົາ​ຈຶ່ງ​ປະຫລາດໃຈ ແລະ ອັດສະຈັນໃຈ​ໃນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ຊາຍ​ຄົນ​ນີ້.</verse>
				<verse number="11">ໃນ​ຂະນະ​ທີ່​ຄົນຂໍທານ​ຄົນ​ນັ້ນ​ຍັງ​ຈັບ​ມື​ເປໂຕ ແລະ ໂຢຮັນ​ຢູ່, ປະຊາຊົນ​ທັງໝົດ​ຕ່າງ​ກໍ​ປະຫລາດໃຈ ແລະ ພາກັນ​ແລ່ນ​ມາ​ຫາ​ພວກເພິ່ນ​ໃນ​ບໍລິເວນ​ທີ່​ເອີ້ນ​ວ່າ​ລະບຽງ​ຂອງ​ໂຊໂລໂມນ.</verse>
				<verse number="12">ເມື່ອ​ເປໂຕ​ເຫັນ​ຢ່າງ​ນີ້, ເພິ່ນ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ: “ພີ່ນ້ອງ​ຊາວ​ອິດສະຣາເອນ, ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ເຮັດ​ໃຫ້​ພວກທ່ານ​ປະຫລາດໃຈ? ເປັນ​ຫຍັງ​ຈຶ່ງ​ຈ້ອງຕາ​ເບິ່ງ​ຄື​ກັບ​ວ່າ​ພວກເຮົາ​ເຮັດ​ໃຫ້​ຄົນ​ນີ້​ຍ່າງ​ໄດ້​ດ້ວຍ​ລິດອຳນາດ ຫລື ຄວາມຊອບທຳ​ຂອງ​ພວກເຮົາ​ເອງ?</verse>
				<verse number="13">ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ຂອງ​ພຣະອົງ ເຊິ່ງ​ທ່ານ​ທັງຫລາຍ​ໄດ້​ມອບ​ພຣະອົງ​ໃຫ້​ໄປ​ຖືກ​ຂ້າ ແລະ ໄດ້​ປະຕິເສດ​ພຣະອົງ​ຕໍ່ໜ້າ​ປີລາດ, ເຖິງ​ແມ່ນ​ວ່າ​ປີລາດ​ຕັ້ງໃຈ​ໄວ້​ແລ້ວ​ຈະ​ປ່ອຍ​ພຣະອົງ​ໄປ.</verse>
				<verse number="14">ພວກທ່ານ​ໄດ້​ປະຕິເສດ​ອົງ​ບໍລິສຸດ ແລະ ຊອບທຳ, ແຕ່​ຂໍ​ໃຫ້​ປ່ອຍ​ຜູ້ຮ້າຍ​ຂ້າຄົນ​ໃຫ້​ແກ່​ພວກທ່ານ​ແທນ.</verse>
				<verse number="15">ພວກທ່ານ​ທັງຫລາຍ​ໄດ້​ຂ້າ​ພຣະອົງ​ຜູ້​ທີ່​ໃຫ້​ຊີວິດ, ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ, ຝ່າຍ​ພວກເຮົາ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ນີ້.</verse>
				<verse number="16">ໂດຍ​ຄວາມເຊື່ອ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ, ຊາຍ​ຜູ້​ນີ້​ທີ່​ພວກທ່ານ​ເຫັນ ແລະ ຮູ້ຈັກ​ຈຶ່ງ​ມີ​ແຮງ​ຂຶ້ນ​ມາ. ໂດຍ​ນາມ​ຂອງ​ພຣະເຢຊູເຈົ້າ ແລະ ຄວາມເຊື່ອ​ທີ່​ມາ​ທາງ​ພຣະອົງ​ເຮັດ​ໃຫ້​ຄົນ​ນີ້​ດີ​ເປັນ​ປົກກະຕິ​ຕາມ​ທີ່​ພວກທ່ານ​ທັງຫລາຍ​ໄດ້​ເຫັນ.</verse>
				<verse number="17">“ມາ​ບັດນີ້ ພີ່ນ້ອງ​ຊາວ​ອິດສະຣາເອນ ຂ້າພະເຈົ້າ​ຮູ້​ແລ້ວ​ວ່າ​ສິ່ງ​ທີ່​ພວກທ່ານ​ໄດ້​ເຮັດ​ໄປ​ຕາມ​ຄວາມ​ບໍ່​ຮູ້ ພວກ​ຜູ້ນຳ​ຂອງ​ພວກທ່ານ​ກໍ​ເຮັດ​ເໝືອນ​ກັນ.</verse>
				<verse number="18">ແຕ່​ພຣະເຈົ້າ​ໄດ້​ໃຫ້​ສິ່ງ​ນີ້​ເກີດຂຶ້ນ​ເພື່ອ​ຈະ​ເປັນຈິງ​ຕາມ​ທີ່​ໄດ້​ກ່າວ​ໄວ້​ລ່ວງໜ້າ​ຜ່ານ​ທາງ​ຜູ້ທຳນວາຍ​ທັງໝົດ​ວ່າ ພຣະຄຣິດເຈົ້າ ​ຂອງ​ພຣະອົງ​ຕ້ອງ​ທົນທຸກທໍລະມານ.</verse>
				<verse number="19">ດັ່ງນັ້ນ, ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຫັນ​ຄືນ​ມາ​ຫາ​ພຣະເຈົ້າ, ເພື່ອ​ວ່າ​ບາບ​ທັງຫລາຍ​ຂອງ​ພວກທ່ານ​ຈະ​ຖືກ​ລຶບລ້າງ​ອອກ​ໄປ, ເວລາ​ແຫ່ງ​ຄວາມ​ສົດຊື່ນ​ຈະ​ມາ​ຈາກ​ອົງພຣະຜູ້ເປັນເຈົ້າ,</verse>
				<verse number="20">ແລະ ເພື່ອ​ພຣະອົງ​ຈະ​ສົ່ງ​ພຣະເຢຊູເຈົ້າ​ຜູ້​ທີ່​ຖືກ​ແຕ່ງຕັ້ງ​ໄວ້​ເປັນ​ພຣະເມຊີອາ​ເພື່ອ​ພວກທ່ານ.</verse>
				<verse number="21">ສະຫວັນ​ຈະ​ຕ້ອງ​ຮັບ​ພຣະອົງ​ໄວ້​ຈົນ​ກວ່າ​ຈະ​ເຖິງ​ເວລາ​ທີ່​ພຣະເຈົ້າ​ຟື້ນຟູ​ໃຫ້​ທຸກສິ່ງ​ນັ້ນ​ດີ​ເໝືອນ​ເດີມ ຕາມ​ທີ່​ໄດ້​ສັນຍາ​ໄວ້​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ບໍລິສຸດ​ຂອງ​ພຣະອົງ​ຕັ້ງ​ແຕ່​ດົນນານ​ມາ​ແລ້ວ.</verse>
				<verse number="22">ເພາະ​ໂມເຊ​ໄດ້​ກ່າວ​ໄວ້​ວ່າ, ‘ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ພວກທ່ານ​ຈະ​ຕັ້ງ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຂຶ້ນ​ມາ​ຈາກ​ພີ່ນ້ອງ​ຂອງ​ພວກທ່ານ ເໝືອນ​ກັບ​ຂ້າພະເຈົ້າ; ພວກທ່ານ​ຕ້ອງ​ເຊື່ອຟັງ​ທຸກສິ່ງ​ທີ່​ເພິ່ນ​ບອກ.</verse>
				<verse number="23">ຜູ້ໃດ​ທີ່​ບໍ່​ເຊື່ອຟັງ​ເພິ່ນ​ຈະ​ຖືກ​ຕັດຂາດ​ຈາກ​ປະຊາຊົນ​ຂອງ​ເພິ່ນ’.</verse>
				<verse number="24">“ແທ້ຈິງ​ແລ້ວ, ບັນດາ​ຜູ້ທຳນວາຍ​ທັງຫລາຍ​ເລີ່ມ​ຕັ້ງແຕ່​ຊາມູເອນ​ທີ່​ໄດ້​ທຳນວາຍ​ເຖິງ​ເຫດການ​ຂອງ​ວັນ​ເວລາ​ເຫລົ່ານີ້.</verse>
				<verse number="25">ແລະ ທ່ານ​ທັງຫລາຍ​ເປັນ​ຜູ້ຮັບມໍລະດົກ​ຂອງ​ບັນດາ​ຜູ້ທຳນວາຍ ແລະ ຂອງ​ພັນທະສັນຍາ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ບັນພະບຸລຸດ​ຂອງ​ພວກທ່ານ. ພຣະອົງ​ໄດ້​ກ່າວ​ກັບ​ອັບຣາຮາມ​ວ່າ, ‘ປະຊາຊາດ​ທົ່ວ​ໂລກ​ຈະ​ໄດ້​ຮັບ​ພອນ​ຜ່ານທາງ​ເຊື້ອສາຍ​ຂອງ​ເຈົ້າ’.</verse>
				<verse number="26">ເມື່ອ​ພຣະເຈົ້າ​ໄດ້​ເລືອກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ, ກໍ​ສົ່ງ​ພຣະອົງ​ມາ​ຫາ​ພວກທ່ານ​ທັງຫລາຍ​ກ່ອນ ເພື່ອ​ອວຍພອນ​ພວກທ່ານ ໂດຍ​ເຮັດ​ໃຫ້​ແຕ່ລະຄົນ​ຫັນ​ໜີ​ຈາກ​ການ​ຊົ່ວຮ້າຍ​ຂອງ​ຕົນ”.</verse>
			</chapter>
			<chapter number="4">
				<verse number="1">ຂະນະ​ທີ່​ເປໂຕ ແລະ ໂຢຮັນ​ຍັງ​ກ່າວ​ແກ່​ປະຊາຊົນ​ຢູ່​ນັ້ນ ບັນດາ​ປະໂລຫິດ, ຫົວໜ້າ​ເຝົ້າ​ຍາມ​ວິຫານ ແລະ ພວກ​ຊາດູກາຍ​ກໍ​ໄດ້​ມາ​ຫາ​ພວກເພິ່ນ.</verse>
				<verse number="2">ພວກເຂົາ​ຂັດເຄືອງໃຈ​ຫລາຍ​ເພາະ​ພວກ​ອັກຄະສາວົກ​ໄດ້​ສັ່ງສອນ ແລະ ໄດ້​ປະກາດ​ແກ່​ຄົນ​ທັງຫລາຍ​ເຖິງ​ເລື່ອງ​ການ​ເປັນຄືນມາ​ຈາກຕາຍ​ໂດຍ​ອ້າງ​ວ່າ​ພຣະເຢຊູຄຣິດເຈົ້າ​ເປັນຄືນມາ​ຈາກ​ຕາຍ​ແລ້ວ.</verse>
				<verse number="3">ພວກເຂົາ​ໄດ້​ຈັບ​ເປໂຕ ແລະ ໂຢຮັນ​ໄວ້, ເນື່ອງ​ຈາກ​ວ່າ​ຄໍ່າ​ແລ້ວ​ພວກເຂົາ​ຈຶ່ງ​ຂັງ​ພວກເພິ່ນ​ໄວ້​ໃນ​ຄຸກ​ຈົນ​ເຖິງ​ມື້​ຕໍ່ມາ.</verse>
				<verse number="4">ແຕ່​ຫລາຍຄົນ​ກໍ​ໄດ້​ເຊື່ອ​ເມື່ອ​ໄດ້​ຍິນ​ຄຳສັ່ງສອນ​ນັ້ນ; ດັ່ງນັ້ນ ຈຶ່ງ​ມີ​ຈຳນວນ​ພວກ​ຜູ້ຊາຍ​ທີ່​ເຊື່ອ​ເພີ່ມ​ຂຶ້ນ​ປະມານ​ຫ້າພັນ​ຄົນ.</verse>
				<verse number="5">ໃນ​ມື້​ຕໍ່ມາ​ພວກ​ຜູ້ນຳ, ພວກ​ເຖົ້າແກ່ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ມາ​ປະຊຸມ​ກັນ​ທີ່​ເຢຣູຊາເລັມ.</verse>
				<verse number="6">ມະຫາ​ປະໂລຫິດ​ອັນນາ, ກາຢະຟາ, ໂຢຮັນ, ອາເລັກຊັນເດີ ແລະ ຄົນ​ອື່ນໆ​ທີ່​ເປັນ​ສະມາຊິກ​ໃນ​ຄອບຄົວ​ຂອງ​ມະຫາ​ປະໂລຫິດ​ກໍ​ຢູ່​ທີ່​ນັ້ນ.</verse>
				<verse number="7">ພວກເຂົາ​ໄດ້​ນຳ​ເອົາ​ເປໂຕ ແລະ ໂຢຮັນ​ມາ​ຢູ່​ຕໍ່ໜ້າ ແລະ ຖາມ​ພວກເຂົາ​ວ່າ: “ພວກເຈົ້າ​ເຮັດ​ການ​ນີ້​ໂດຍ​ລິດອຳນາດ ຫລື ໃນ​ນາມ​ຂອງ​ຜູ້ໃດ?”</verse>
				<verse number="8">ແລ້ວ​ເປໂຕ, ຜູ້​ທີ່​ເຕັມ​ລົ້ນ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ: “ຮຽນ​ບັນດາ​ທ່ານ​ຜູ້ນຳ​ປະຊາຊົນ ແລະ ບັນດາ​ເຖົ້າແກ່​ທີ່​ນັບຖື!</verse>
				<verse number="9">ໃນ​ວັນ​ນີ້ ຖ້າ​ພວກເຮົາ​ຖືກ​ເອີ້ນ​ມາ​ໃຫ້​ການ​ເພາະ​ເລື່ອງ​ທີ່​ສະແດງ​ຄວາມເມດຕາ​ແກ່​ຄົນເປ້ຍ ແລະ ຖືກ​ຖາມ​ວ່າ​ລາວ​ດີ​ເປັນ​ປົກກະຕິ​ໄດ້​ຢ່າງໃດ,</verse>
				<verse number="10">ກໍ​ຂໍ​ໃຫ້​ພວກທ່ານ ແລະ ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຮູ້​ວ່າ: ສິ່ງ​ນີ້​ເປັນ​ໄປ​ໂດຍ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ຊາວ​ນາຊາເຣັດ ທີ່​ພວກທ່ານ​ທັງຫລາຍ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ, ໂດຍ​ນາມ​ຂອງ​ພຣະອົງ​ນັ້ນ​ເອງ ຊາຍ​ຜູ້​ທີ່​ຢືນ​ຢູ່​ຕໍ່ໜ້າ​ພວກທ່ານ​ນີ້​ຈຶ່ງ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ.</verse>
				<verse number="11">ພຣະເຢຊູເຈົ້າ​ອົງ​ເປັນ “‘ຫີນ​ທີ່​ພວກທ່ານ​ທັງຫລາຍ​ຜູ້​ເປັນ​ຊ່າງ​ກໍ່​ໄດ້​ຖິ້ມ​ແລ້ວ, ກໍ​ໄດ້​ກາຍເປັນ​ຫີນເສົາເອກ ​ແລ້ວ’.</verse>
				<verse number="12">ໃນ​ຜູ້​ອື່ນ​ຄວາມ​ລອດພົ້ນ​ບໍ່​ມີ, ເພາະ​ບໍ່​ມີ​ນາມ​ຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ​ສະຫວັນ​ທີ່​ຈະ​ມອບ​ໃຫ້​ແກ່​ມະນຸດ ເພື່ອ​ເຮັດ​ໃຫ້​ພວກເຮົາ​ທັງຫລາຍ​ຕ້ອງ​ໄດ້​ພົ້ນ”.</verse>
				<verse number="13">ເມື່ອ​ພວກເຂົາ​ເຫັນ​ຄວາມກ້າຫານ​ຂອງ​ເປໂຕ ແລະ ໂຢຮັນ ແລະ ສັງເກດ​ວ່າ​ພວກເພິ່ນ​ເປັນ​ຄົນທຳມະດາ​ສາມັນ​ຂາດ​ການສຶກສາ, ພວກເຂົາ​ກໍ​ປະຫລາດໃຈ ແລະ ນຶກ​ຂຶ້ນ​ໄດ້​ວ່າ​ຄົນ​ເຫລົ່ານີ້​ເຄີຍ​ຢູ່​ກັບ​ພຣະເຢຊູເຈົ້າ.</verse>
				<verse number="14">ແຕ່​ເນື່ອງ​ຈາກ​ວ່າ​ພວກເຂົາ​ໄດ້​ເຫັນ​ຊາຍ​ທີ່​ຫາຍດີ​ພະຍາດ​ນັ້ນ​ຢືນ​ຢູ່​ກັບ​ເປໂຕ ແລະ ໂຢຮັນ ພວກເຂົາ​ກໍ​ເວົ້າ​ຫຍັງ​ບໍ່​ໄດ້.</verse>
				<verse number="15">ດັ່ງນັ້ນ ພວກເຂົາ​ຈຶ່ງ​ສັ່ງ​ໃຫ້​ພວກເພິ່ນ​ອອກ​ໄປ​ຈາກ​ທີ່​ປະຊຸມ​ສະພາ​ແຊນເຮດຣິນ ແລ້ວ​ຈຶ່ງ​ປຶກສາ​ຫາລື​ກັນ​ວ່າ,</verse>
				<verse number="16">“ພວກເຮົາ​ຈະ​ເຮັດ​ຢ່າງ​ໃດ​ກັບ​ທັງ​ສອງ​ຄົນ​ນີ້? ເພາະ​ທຸກຄົນ​ທີ່​ຢູ່​ໃນ​ເຢຣູຊາເລັມ​ຕ່າງ​ກໍ​ຮູ້​ວ່າ​ພວກເຂົາ​ໄດ້​ເຮັດ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່​ນີ້ ແລະ ພວກເຮົາ​ກໍ​ປະຕິເສດ​ການ​ນີ້​ບໍ່​ໄດ້.</verse>
				<verse number="17">ແຕ່​ເພື່ອ​ຢຸດຕິ​ເລື່ອງ​ນີ້​ບໍ່​ໃຫ້​ແຜ່​ອອກ​ໄປ​ຕື່ມ​ອີກ​ໃນ​ທ່າມກາງ​ປະຊາຊົນ, ພວກເຮົາ​ຕ້ອງ​ສັ່ງຫ້າມ​ຄົນ​ເຫລົ່ານີ້​ບໍ່​ໃຫ້​ເວົ້າ​ອອກ​ຊື່​ນັ້ນ​ແກ່​ຜູ້ໃດ​ເດັດຂາດ”.</verse>
				<verse number="18">ຫລັງຈາກນັ້ນ ພວກເຂົາ​ຈຶ່ງ​ເອີ້ນ​ພວກເພິ່ນ​ມາ​ອີກ ແລະ ສັ່ງຫ້າມ​ເດັດຂາດ​ບໍ່​ໃຫ້​ເວົ້າ ຫລື ສອນ​ໃນ​ນາມ​ພຣະເຢຊູເຈົ້າ​ອີກ.</verse>
				<verse number="19">ແຕ່​ເປໂຕ ແລະ ໂຢຮັນ​ຕອບ​ວ່າ, “ໃຫ້​ເຊື່ອຟັງ​ພວກທ່ານ ຫລື ເຊື່ອຟັງ​ພຣະເຈົ້າ ອັນ​ໃດ​ເປັນ​ສິ່ງ​ທີ່​ຖືກ​ຕ້ອງ​ຕໍ່​ສາຍຕາ​ພຣະເຈົ້າ ພວກທ່ານ​ຈົ່ງ​ຕັດສິນ​ເອົາ​ເອງ!</verse>
				<verse number="20">ສຳລັບ​ພວກເຮົາ​ແລ້ວ, ຈະ​ໃຫ້​ພວກເຮົາ​ຢຸດ​ເວົ້າ​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ ແລະ ໄດ້​ຍິນ​ມາ​ກໍ​ບໍ່​ໄດ້”.</verse>
				<verse number="21">ຫລັງ​ຈາກ​ໄດ້​ຂົ່ມຂູ່​ແລ້ວ​ພວກເຂົາ​ກໍ​ປ່ອຍ​ພວກເພິ່ນ​ໄປ. ພວກເຂົາ​ຕັດສິນໃຈ​ບໍ່​ໄດ້​ວ່າ​ຈະ​ລົງໂທດ​ພວກເພິ່ນ​ຢ່າງໃດ, ເພາະ​ປະຊາຊົນ​ທັງໝົດ​ພາກັນ​ສັນລະເສີນ​ພຣະເຈົ້າ​ໃນ​ສິ່ງ​ທີ່​ເກີດຂຶ້ນ​ນັ້ນ,</verse>
				<verse number="22">ເພາະ​ຊາຍ​ຄົນ​ທີ່​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ​ຢ່າງ​ອັດສະຈັນ​ນັ້ນ​ມີ​ອາຍຸ​ເກີນ​ກວ່າ​ສີ່ສິບ​ປີ​ແລ້ວ.</verse>
				<verse number="23">ເມື່ອ​ເປໂຕ ແລະ ໂຢຮັນ​ໄດ້​ຮັບ​ການ​ປ່ອຍ​ໂຕ​ແລ້ວ, ພວກເພິ່ນ​ກໍ​ກັບ​ໄປ​ຫາ​ເພື່ອນ​ຂອງ​ຕົນ ແລະ ເລົ່າ​ເລື່ອງ​ທັງໝົດ​ທີ່​ພວກ​ຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ໄດ້​ເວົ້າ​ແກ່​ພວກເພິ່ນ​ນັ້ນ.</verse>
				<verse number="24">ເມື່ອ​ພວກເຂົາ​ໄດ້​ຍິນ​ດັ່ງນີ້​ແລ້ວ, ພວກເຂົາ​ກໍ​ພ້ອມ​ໃຈ​ກັນ​ຍົກສຽງ​ຂຶ້ນ​ອະທິຖານ​ຕໍ່​ພຣະເຈົ້າ. ພວກເຂົາ​ກ່າວ​ວ່າ, “ອົງພຣະຜູ້ເປັນເຈົ້າ​ອົງ​ເຈົ້ານາຍ, ພຣະອົງ​ສ້າງ​ຟ້າສະຫວັນ ແລະ ແຜ່ນດິນໂລກ, ນໍ້າທະເລ ແລະ ທຸກໆ​ສິ່ງ​ທີ່​ຢູ່​ໃນ​ນັ້ນ.</verse>
				<verse number="25">ພຣະອົງ​ໄດ້​ກ່າວ​ໂດຍ​ພຣະວິນຍານບໍລິສຸດເຈົ້າ ໂດຍ​ຜ່ານ​ປາກ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ດາວິດ​ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ​ວ່າ: “‘ດ້ວຍ​ເຫດ​ໃດ​ຊົນຊາດ​ທັງຫລາຍ​ຈຶ່ງ​ກະບົດ ແລະ ປະຊາຊົນ​ຈຶ່ງ​ກໍ່​ອຸບາຍ​ອັນ​ໄຮ້ປະໂຫຍດ?</verse>
				<verse number="26">ບັນດາ​ກະສັດ​ຂອງ​ໂລກ​ລຸກ​ຂຶ້ນ​ຂັດຂືນ ແລະ ພວກ​ຜູ້ປົກຄອງ​ໄດ້​ຮວມ​ຕົວ​ກັນ ຕໍ່ສູ້​ອົງພຣະຜູ້ເປັນເຈົ້າ ແລະ ຕໍ່ສູ້​ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ໄວ້ ’.</verse>
				<verse number="27">ຄວາມຈິງ​ແລ້ວ ເຮໂຣດ ແລະ ປົນທຽວ​ປີລາດ​ໄດ້​ມາ​ພົບປະ​ກັນ​ກັບ​ຄົນຕ່າງຊາດ ແລະ ປະຊາຊົນ​ອິດສະຣາເອນ​ໃນ​ນະຄອນ​ນີ້ ເພື່ອ​ຮ່ວມ​ກັນ​ຕໍ່ສູ້​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ບໍລິສຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ໄວ້.</verse>
				<verse number="28">ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ກໍ​ເປັນ​ສິ່ງ​ທີ່​ພຣະອົງ​ກຳນົດ​ໄວ້​ກ່ອນ​ແລ້ວ​ທີ່​ຈະ​ໃຫ້​ເກີດ​ຂຶ້ນ​ໂດຍ​ອຳນາດ ແລະ ຄວາມ​ປະສົງ​ຂອງ​ພຣະອົງ.</verse>
				<verse number="29">ອົງພຣະຜູ້ເປັນເຈົ້າ, ບັດນີ້ ຂໍ​ຟັງ​ຄຳ​ຂົ່ມຂູ່​ຂອງ​ພວກເຂົາ ແລະ ຂໍ​ໃຫ້​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ສາມາດ​ກ່າວ​ພຣະຄຳ​ຂອງ​ພຣະອົງ​ດ້ວຍ​ໃຈ​ກ້າຫານ.</verse>
				<verse number="30">ຂໍ​ຢຽດ​ມື​ຂອງ​ພຣະອົງ​ອອກ​ເພື່ອ​ຮັກສາ ແລະ ຂໍ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ​ໂດຍ​ນາມ​ຂອງ​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ບໍລິສຸດ​ຂອງ​ພຣະອົງ​ດ້ວຍ”.</verse>
				<verse number="31">ຫລັງ​ຈາກ​ພວກເຂົາ​ໄດ້​ອະທິຖານ​ຈົບ​ແລ້ວ, ບ່ອນ​ທີ່​ພວກເຂົາ​ເຕົ້າໂຮມກັນ​ຢູ່​ນັ້ນ​ກໍ​ສັ່ນສະເທືອນ. ແລະ ພວກເຂົາ​ທັງໝົດ​ກໍ​ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ​ຢ່າງ​ກ້າຫານ.</verse>
				<verse number="32">ຜູ້​ທີ່​ເຊື່ອ​ທັງໝົດ​ກໍ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ບໍ່​ມີ​ຜູ້ໃດ​ຈັກ​ຄົນ​ອ້າງ​ວ່າ​ສິ່ງຂອງ​ທີ່​ຕົນ​ມີ​ຢູ່​ນັ້ນ​ເປັນ​ຂອງ​ຕົນ​ເອງ, ແຕ່​ພວກເຂົາ​ແບ່ງປັນ​ທຸກສິ່ງ​ທີ່​ພວກເຂົາ​ມີ.</verse>
				<verse number="33">ດ້ວຍ​ອຳນາດ​ທີ່​ຍິ່ງໃຫຍ່ ບັນດາ​ອັກຄະສາວົກ​ໄດ້​ເປັນ​ພະຍານ​ຢ່າງ​ຕໍ່ເນື່ອງ​ເຖິງ​ການ​ເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ. ແລະ ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ເຕັມ​ລົ້ນ​ຢູ່​ກັບ​ພວກເຂົາ​ທຸກຄົນ</verse>
				<verse number="34">ເຊິ່ງ​ໃນ​ທ່າມກາງ​ພວກເຂົາ​ບໍ່​ມີ​ຜູ້ໃດ​ຂັດສົນ. ເພາະ​ບາງຄັ້ງ​ຜູ້​ທີ່​ມີ​ທີ່ດິນ ຫລື ເຮືອນ​ກໍ​ຂາຍ​ເຮືອນ​ນັ້ນ, ແລ້ວ​ນຳ​ເອົາ​ເງິນ​ທີ່​ໄດ້​ຈາກ​ການ​ຂາຍ​ນັ້ນ</verse>
				<verse number="35">ມາ​ວາງ​ລົງ​ທີ່​ຕີນ​ຂອງ​ພວກ​ອັກຄະສາວົກ ແລ້ວ​ຈຶ່ງ​ແຈກຢາຍ​ໃຫ້​ແຕ່ລະຄົນ​ຕາມ​ຄວາມ​ຈຳເປັນ.</verse>
				<verse number="36">ໂຢເຊັບ​ຄົນ​ເລວີ​ຈາກ​ເກາະ​ໄຊປຣັດ ຜູ້​ທີ່​ພວກ​ອັກຄະສາວົກ​ເອີ້ນ​ຊື່​ລາວ​ວ່າ​ບາຣະນາບາ (ແປວ່າ ລູກ​ຜູ້​ໃຫ້​ກຳລັງໃຈ)</verse>
				<verse number="37">ກໍ​ໄດ້​ຂາຍ​ດິນນາ​ຂອງ​ຕົນ​ທົ່ງ​ໜຶ່ງ ແລ້ວ​ນຳ​ເງິນ​ຈຳນວນ​ນັ້ນ​ມາ​ວາງ​ລົງ​ທີ່​ຕີນ​ຂອງ​ພວກ​ອັກຄະສາວົກ.</verse>
			</chapter>
			<chapter number="5">
				<verse number="1">ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ອານາເນຍ ພ້ອມ​ກັບ​ຊາຟີຣາ​ເມຍ​ຂອງ​ລາວ, ກໍ​ໄດ້​ຂາຍ​ທີ່ດິນ​ຕອນ​ໜຶ່ງ​ເໝືອນກັນ.</verse>
				<verse number="2">ລາວ​ໄດ້​ເກັບ​ເງິນ​ສ່ວນ​ໜຶ່ງ​ໄວ້​ເພື່ອ​ຕົນ​ເອງ ເຊິ່ງ​ເມຍ​ຂອງ​ລາວ​ກໍ​ຮູ້​ດີ, ແຕ່​ໄດ້​ນຳ​ເງິນ​ສ່ວນ​ທີ່​ເຫລືອ​ມາ​ວາງ​ລົງ​ທີ່​ຕີນ​ຂອງ​ພວກ​ອັກຄະສາວົກ.</verse>
				<verse number="3">ແລ້ວ​ເປໂຕ​ຈຶ່ງ​ກ່າວ​ວ່າ, “ອານາເນຍ, ດ້ວຍເຫດໃດ ໃຈ​ຂອງ​ເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ມານຊາຕານ ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະວິນຍານບໍລິສຸດເຈົ້າ ແລະ ເກັບ​ເງິນ​ຄ່າ​ທີ່ດິນ​ຈຳນວນ​ໜຶ່ງ​ທີ່​ເຈົ້າ​ໄດ້​ຮັບ​ສຳລັບ​ທີ່ດິນ​ໄວ້​ເພື່ອ​ເຈົ້າ​ເອງ?</verse>
				<verse number="4">ກ່ອນ​ທີ່​ເຈົ້າ​ບໍ່​ທັນ​ໄດ້​ຂາຍ ດິນ​ຕອນ​ນີ້​ກໍ​ເປັນ​ຂອງ​ເຈົ້າ​ບໍ່​ແມ່ນ​ບໍ? ແລະ ເມື່ອ​ຂາຍ​ດິນ​ນັ້ນ​ແລ້ວ, ເງິນ​ກໍ​ຢູ່​ໃນ​ອຳນາດ​ຂອງ​ເຈົ້າ​ບໍ່​ແມ່ນ​ບໍ? ແມ່ນຫຍັງ​ເຮັດ​ໃຫ້​ເຈົ້າ​ຄິດ​ເຮັດ​ຢ່າງ​ນີ້? ເຈົ້າ​ບໍ່​ໄດ້​ຕົວະ​ມະນຸດ​ແຕ່​ໄດ້​ຕົວະ​ພຣະເຈົ້າ”.</verse>
				<verse number="5">ເມື່ອ​ອານາເນຍ​ໄດ້​ຍິນ​ດັ່ງ​ນີ້, ລາວ​ກໍ​ລົ້ມ​ລົງ​ຕາຍ. ແລະ ຄົນ​ທັງປວງ​ທີ່​ໄດ້​ຍິນ​ສິ່ງ​ທີ່​ເກີດຂຶ້ນ​ນັ້ນ​ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຢ່າງ​ໃຫຍ່.</verse>
				<verse number="6">ແລ້ວ​ພວກຊາຍໜຸ່ມ​ຈຳນວນ​ໜຶ່ງ​ຈຶ່ງ​ເຂົ້າ​ມາ​ຫໍ່​ສົບ​ລາວ ແລະ ຫາມ​ອອກ​ໄປ​ຝັງ.</verse>
				<verse number="7">ຫລັງຈາກ​ນັ້ນ ປະມານ​ສາມ​ຊົ່ວ​ໂມງ​ຕໍ່ມາ ເມຍ​ຂອງ​ລາວ​ກໍ​ເຂົ້າ​ມາ, ໂດຍ​ທີ່​ຍັງ​ບໍ່​ຮູ້​ເລື່ອງ​ທີ່​ເກີດ​ຂຶ້ນ.</verse>
				<verse number="8">ເປໂຕ​ໄດ້​ຖາມ​ນາງ​ວ່າ, “ຈົ່ງ​ບອກ​ເຮົາ​ວ່າ ເຈົ້າ​ກັບ​ອານາເນຍ​ຂາຍ​ທີ່ດິນ​ໄດ້​ເງິນ​ເທົ່າ​ນີ້​ບໍ?” ນາງ​ຕອບ​ວ່າ, “ແມ່ນ, ໄດ້​ເທົ່ານັ້ນ”.</verse>
				<verse number="9">ເປໂຕ​ຈຶ່ງ​ກ່າວ​ກັບ​ນາງ​ວ່າ, “ພວກເຈົ້າ​ກ້າ​ທົດລອງ​ພຣະວິນຍານ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ຢ່າງ​ໃດ? ຈົ່ງ​ຟັງ! ຕີນ​ຂອງ​ບັນດາ​ຜູ້​ຝັງ​ສົບ​ຜົວ​ຂອງ​ເຈົ້າ​ກໍ​ຢູ່​ທີ່​ປະຕູ ແລະ ພວກເຂົາ​ຈະ​ຫາມ​ເຈົ້າ​ອອກ​ໄປ​ເໝືອນກັນ”.</verse>
				<verse number="10">ໃນ​ທັນໃດ​ນັ້ນ ນາງ​ກໍ​ລົ້ມ​ລົງ​ຕາຍ​ທີ່​ຕີນ​ຂອງ​ເປໂຕ. ເມື່ອ​ພວກຊາຍໜຸ່ມ​ເຂົ້າ​ມາ​ກໍ​ເຫັນ​ວ່າ​ນາງ​ຕາຍ​ແລ້ວ, ຈຶ່ງ​ຫາມ​ເອົາ​ສົບ​ໄປ​ຝັງ​ຂ້າງ​ຜົວ​ຂອງ​ນາງ.</verse>
				<verse number="11">ຄຣິສຕະຈັກ​ທັງໝົດ ແລະ ຄົນ​ທັງປວງ​ທີ່​ໄດ້​ຍິນ​ເຫດການ​ເຫລົ່ານີ້​ຕ່າງ​ກໍ​ພາກັນ​ຕົກໃຈ​ຢ້ານກົວ​ຫລາຍ.</verse>
				<verse number="12">ພວກ​ອັກຄະສາວົກ​ໄດ້​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຫລາຍ​ຢ່າງ​ໃນ​ທ່າມກາງ​ປະຊາຊົນ. ແລະ ຜູ້ທີ່ເຊື່ອ​ທັງໝົດ​ມັກ​ມາ​ເຕົ້າໂຮມກັນ​ທີ່​ລະບຽງ​ຂອງ​ໂຊໂລໂມນ.</verse>
				<verse number="13">ສ່ວນ​ຄົນ​ອື່ນໆ​ບໍ່​ມີ​ຜູ້ໃດ​ກ້າ​ມາ​ຮ່ວມ​ກັບ​ພວກເພິ່ນ, ເຖິງ​ແມ່ນ​ວ່າ​ພວກເພິ່ນ​ເປັນ​ທີ່​ເຄົາລົບ​ນັບຖື​ຢ່າງ​ສູງ​ຂອງ​ປະຊາຊົນ​ຈຳນວນ​ຫລາຍ​ກໍ​ຕາມ.</verse>
				<verse number="14">ແຕ່​ເຖິງ​ປານ​ນັ້ນ ກໍ​ຍັງ​ມີ​ຜູ້ຊາຍ ແລະ ແມ່ຍິງ​ຈຳນວນ​ຫລວງຫລາຍ​ທີ່​ໄດ້​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ມີ​ຈຳນວນ​ເພີ່ມ​ຂຶ້ນ.</verse>
				<verse number="15">ຈົນ​ວ່າ​ພວກເຂົາ​ໄດ້​ຫາມ​ຄົນເຈັບປ່ວຍ​ໄປ​ວາງ​ໄວ້​ຕາມ​ຫົນທາງ ແລະ ໃຫ້​ຄົນເຈັບປ່ວຍ​ນອນ​ເທິງ​ບ່ອນນອນ ແລະ ເທິງ​ເສື່ອ ເພື່ອ​ວ່າ​ຢ່າງ​ນ້ອຍ​ເມື່ອ​ເປໂຕ​ຍ່າງ​ຜ່ານ​ໄປ​ນັ້ນ​ເງົາ​ຂອງ​ເພິ່ນ​ຈະ​ໄດ້​ຖືກ​ບາງຄົນ.</verse>
				<verse number="16">ມີ​ຄົນ​ຈຳນວນ​ຫລວງຫລາຍ​ອອກ​ມາ​ຈາກ​ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມຂ້າງ​ເຢຣູຊາເລັມ​ມາ​ເຕົ້າໂຮມກັນ, ໄດ້​ນຳ​ເອົາ​ຄົນເຈັບປ່ວຍ ແລະ ຄົນ​ທີ່​ທໍລະມານ​ຍ້ອນ​ວິນຍານສົກກະປົກ​ເຂົ້າ​ສິງ ແລະ ພວກເຂົາ​ທັງໝົດ​ກໍ​ໄດ້​ຮັບ​ການ​ຮັກສາ​ໃຫ້​ຫາຍດີ.</verse>
				<verse number="17">ແລ້ວ​ມະຫາ​ປະໂລຫິດ ແລະ ພັກພວກ​ທັງໝົດ​ຂອງ​ຕົນ​ຄື​ພວກ​ທີ່​ເປັນ​ສະມາຊິກ​ຂອງ​ພວກ​ຊາດູກາຍ, ກໍ​ເຕັມ​ໄປ​ດ້ວຍ​ຄວາມອິດສາ.</verse>
				<verse number="18">ພວກເຂົາ​ຈຶ່ງ​ໄດ້​ຈັບ​ເອົາ​ພວກ​ອັກຄະສາວົກ ແລະ ຂັງ​ພວກເພິ່ນ​ໄວ້​ໃນ​ຄຸກ​ສາທາລະນະ.</verse>
				<verse number="19">ແຕ່​ໃນ​ເວລາ​ກາງຄືນ​ກໍ​ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ເປີດ​ປະຕູ​ຕ່າງໆ​ໃນ​ຄຸກ​ແລ້ວ​ພາ​ພວກເພິ່ນ​ອອກ​ມາ.</verse>
				<verse number="20">ແລະ ກ່າວ​ວ່າ, “ຈົ່ງ​ໄປ​ຢືນ​ຢູ່​ໃນ​ເດີ່ນ​ວິຫານ ແລະ ເລົ່າ​ໃຫ້​ປະຊາຊົນ​ຟັງ​ເລື່ອງ​ຊີວິດ​ໃໝ່​ທັງໝົດ​ນີ້”.</verse>
				<verse number="21">ພໍ​ຮຸ່ງເຊົ້າ​ມາ ພວກ​ອັກຄະສາວົກ​ກໍ​ໄດ້​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ​ຕາມ​ທີ່​ພວກເພິ່ນ​ໄດ້​ຍິນ ແລະ ເລີ່ມ​ຕົ້ນ​ສັ່ງສອນ​ປະຊາຊົນ. ເມື່ອ​ມະຫາ​ປະໂລຫິດ​ກັບ​ພັກພວກ​ຂອງ​ຕົນ​ມາ​ເຖິງ, ພວກເຂົາ​ກໍ​ເອີ້ນ​ສະມາຊິກ​ສະພາ​ແຊນເຮດຣິນ ຄື​ພວກ​ເຖົ້າແກ່​ຊາວ​ອິດສະຣາເອນ​ທຸກຄົນ​ໃຫ້​ມາ​ປະຊຸມ ແລ້ວ​ໃຊ້​ຄົນ​ໄປ​ຄຸກ​ເພື່ອ​ນຳ​ເອົາ​ພວກ​ອັກຄະສາວົກ​ອອກ​ມາ.</verse>
				<verse number="22">ແຕ່​ເມື່ອ​ພວກ​ເຈົ້າໜ້າທີ່​ໄປ​ເຖິງ​ຄຸກ, ພວກ​ເຈົ້າໜ້າທີ່​ກໍ​ບໍ່​ພົບ​ພວກ​ອັກຄະສາວົກ​ຢູ່​ທີ່​ນັ້ນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ກັບ​ມາ​ລາຍງານ​ວ່າ,</verse>
				<verse number="23">“ພວກຂ້ານ້ອຍ​ເຫັນ​ຄຸກ​ອັດໄວ້​ຢ່າງ​ແໜ້ນໜາ ແລະ ຄົນ​ເຝົ້າຍາມ​ກໍ​ຢືນ​ເຝົ້າ​ຢູ່​ທີ່​ປະຕູ; ແຕ່​ເມື່ອ​ພວກຂ້ານ້ອຍ​ໄຂ​ເຂົ້າ​ໄປ​ຂ້າງ​ໃນ​ແລ້ວ​ກໍ​ບໍ່​ເຫັນ​ຜູ້ໃດ”.</verse>
				<verse number="24">ເມື່ອ​ຫົວໜ້າ​ຄົນຍາມ​ວິຫານ ແລະ ຫົວໜ້າ​ປະໂລຫິດ​ໄດ້​ຍິນ​ລາຍງານ​ນີ້​ແລ້ວ​ກໍ​ງົງ, ປະຫລາດໃຈ​ວ່າ​ເລື່ອງ​ນີ້​ຈະ​ເປັນ​ຢ່າງ​ໃດ​ຕໍ່​ໄປ.</verse>
				<verse number="25">ແລ້ວ​ມີ​ຄົນ​ໜຶ່ງ​ມາ ແລະ ກ່າວ​ວ່າ, “ເບິ່ງ​ແມ! ຄົນ​ທີ່​ພວກທ່ານ​ທັງຫລາຍ​ໄດ້​ຂັງ​ໄວ້​ໃນ​ຄຸກ​ນັ້ນ​ກຳລັງ​ຢືນ​ສັ່ງສອນ​ປະຊາຊົນ​ຢູ່​ໃນ​ເດີ່ນ​ວິຫານ”.</verse>
				<verse number="26">ຫົວໜ້າ​ຍາມ​ວິຫານ​ກັບ​ເຈົ້າໜ້າທີ່​ຂອງ​ຕົນ​ຈຶ່ງ​ພາກັນ​ອອກ​ໄປ ແລະ ນຳ​ເອົາ​ພວກ​ອັກຄະສາວົກ​ກັບ​ມາ. ພວກເຂົາ​ບໍ່​ໄດ້​ໃຊ້​ກຳລັງ, ເພາະ​ພວກເຂົາ​ຢ້ານ​ຖືກ​ປະຊາຊົນ​ແກວ່ງ​ກ້ອນຫີນ​ໃສ່.</verse>
				<verse number="27">ພວກ​ອັກຄະສາວົກ​ໄດ້​ຖືກ​ນຳ​ເຂົ້າ​ມາ ແລະ ໃຫ້​ຢືນ​ຢູ່​ຕໍ່ໜ້າ​ສະພາ​ແຊນເຮດຣິນ​ເພື່ອ​ໃຫ້​ມະຫາ​ປະໂລຫິດ​ສືບສວນ.</verse>
				<verse number="28">ມະຫາປະໂລຫິດ​ກ່າວ​ວ່າ, “ພວກເຮົາ​ສັ່ງຫ້າມ​ເດັດຂາດ​ບໍ່​ໃຫ້​ພວກເຈົ້າ​ສັ່ງສອນ​ໃນ​ນາມ​ຊື່​ນີ້, ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ຄຳສັ່ງສອນ​ນັ້ນ​ແຜ່​ອອກໄປ​ທົ່ວ​ເຢຣູຊາເລັມ ແລະ ຕັ້ງໃຈ​ເຮັດ​ໃຫ້​ພວກເຮົາ​ມີ​ຄວາມຜິດ​ຍ້ອນ​ຄວາມຕາຍ​ຂອງ​ຊາຍ​ຜູ້​ນີ້”.</verse>
				<verse number="29">ເປໂຕ ແລະ ອັກຄະສາວົກ​ຄົນ​ອື່ນໆ​ຕອບ​ວ່າ: “ພວກຂ້ານ້ອຍ​ຕ້ອງ​ເຊື່ອຟັງ​ພຣະເຈົ້າ​ຫລາຍ​ກວ່າ​ເຊື່ອຟັງ​ມະນຸດ!</verse>
				<verse number="30">ພຣະເຢຊູເຈົ້າ​ທີ່​ພວກທ່ານ​ທັງຫລາຍ​ໄດ້​ຂ້າ​ໂດຍ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ນັ້ນ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ເຮັດ​ໃຫ້​ເປັນຄືນມາຈາກຕາຍ​ແລ້ວ.</verse>
				<verse number="31">ພຣະເຈົ້າ​ໄດ້​ຍົກ​ພຣະເຢຊູເຈົ້າ​ຂຶ້ນ​ໃຫ້​ຢູ່​ເບື້ອງຂວາ​ມື​ຂອງ​ພຣະອົງ ໃຫ້​ເປັນ​ອົງ​ເຈົ້າຊາຍ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ ເພື່ອ​ພຣະອົງ​ຈະ​ໃຫ້​ປະຊາຊົນ​ອິດສະຣາເອນ​ກັບໃຈໃໝ່ ແລະ ໄດ້​ຮັບ​ການ​ອະໄພ​ບາບ​ຂອງ​ພວກເຂົາ.</verse>
				<verse number="32">ພວກຂ້ານ້ອຍ​ຈຶ່ງ​ເປັນ​ພະຍານ​ເຖິງ​ເລື່ອງ​ເຫລົ່ານີ້ ແລະ ພຣະວິນຍານບໍລິສຸດເຈົ້າ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ບັນດາ​ຜູ້​ທີ່​ເຊື່ອຟັງ​ພຣະອົງ​ນັ້ນ ກໍ​ເປັນ​ພະຍານ​ເໝືອນກັນ”.</verse>
				<verse number="33">ເມື່ອ​ພວກເຂົາ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ, ພວກເຂົາ​ກໍ​ໃຈຮ້າຍ​ແຮງ ແລະ ຕ້ອງການ​ຈະ​ຂ້າ​ພວກ​ອັກຄະສາວົກ.</verse>
				<verse number="34">ແຕ່​ມີ​ຟາຣີຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຄາມາລິເອັນ ເປັນ​ຄູສອນກົດບັນຍັດ​ທີ່​ຄົນ​ທັງຫລາຍ​ນັບຖື, ເພິ່ນ​ໄດ້​ຢືນ​ຂຶ້ນ​ໃນ​ທີ່​ປະຊຸມ​ສະພາ​ແຊນເຮດຣິນ ແລະ ສັ່ງ​ໃຫ້​ນຳ​ພວກ​ອັກຄະສາວົກ​ອອກ​ໄປ​ຂ້າງ​ນອກ​ຊົ່ວໄລຍະ​ໜຶ່ງ.</verse>
				<verse number="35">ຫລັງຈາກນັ້ນ ເພິ່ນ​ຈຶ່ງ​ກ່າວ​ແກ່​ສະພາ​ແຊນເຮດຣິນ​ວ່າ: “ປະຊາຊົນ​ອິດສະຣາເອນ, ຈົ່ງ​ພິຈາລະນາ​ຢ່າງ​ລະມັດລະວັງ​ເຖິງ​ສິ່ງ​ທີ່​ພວກເຈົ້າ​ຕັ້ງໃຈ​ຈະ​ເຮັດ​ກັບ​ຄົນ​ເຫລົ່ານີ້​ໃຫ້​ດີ.</verse>
				<verse number="36">ເມື່ອ​ບໍ່​ດົນ​ມາ​ນີ້ ທູດາ​ໄດ້​ປາກົດ​ຕົວ, ອ້າງ​ຕົນ​ເອງ​ວ່າ​ເປັນ​ຄົນ​ສຳຄັນ ແລະ ມີ​ປະມານ​ສີ່ຮ້ອຍ​ຄົນ​ໄດ້​ຮ່ວມ​ກຳລັງ​ກັບ​ລາວ. ແຕ່​ລາວ​ໄດ້​ຖືກ​ຂ້າ, ຜູ້​ທີ່​ຕິດຕາມ​ລາວ​ທັງໝົດ​ກໍ​ແຕກ​ກະຈັດ​ກະຈາຍ​ໄປ ແລະ ທັງໝົດ​ເຮັດ​ຫຍັງ​ບໍ່​ໄດ້.</verse>
				<verse number="37">ຕໍ່ມາ​ຈາກ​ລາວ, ຢູດາ​ຊາວ​ຄາລີເລ​ໄດ້​ປາກົດ​ຂຶ້ນ​ໃນ​ຊ່ວງ​ທີ່​ມີ​ການ​ຈົດ​ທະບຽນ​ສຳມະໂນຄົວ ແລະ ນຳພາ​ກຸ່ມ​ປະຊາຊົນ​ສູ່​ການ​ກະບົດ. ລາວ​ກໍ​ໄດ້​ຖືກ​ຂ້າ​ຕາຍ​ເໝືອນ​ກັນ ແລະ ຜູ້​ທີ່​ຕິດຕາມ​ລາວ​ທັງໝົດ​ກໍ​ໄດ້​ແຕກ​ກະຈັດ​ກະຈາຍ​ໄປ.</verse>
				<verse number="38">ເຫດສະນັ້ນ ໃນ​ກໍລະນີ​ນີ້​ຂ້າພະເຈົ້າ​ຂໍ​ແນະນຳ​ພວກເຈົ້າ​ທັງຫລາຍ​ວ່າ: ຢ່າ​ດຳເນີນ​ການ​ໃດ​ຕໍ່​ຄົນ​ເຫລົ່ານີ້​ເລີຍ! ປ່ອຍ​ພວກເຂົາ​ໄປ! ເພາະ​ຖ້າ​ເປົ້າໝາຍ ຫລື ກິດຈະການ​ຂອງ​ພວກເຂົາ​ມາ​ຈາກ​ມະນຸດ, ມັນ​ກໍ​ຈະ​ເສື່ອມສູນ​ໄປ​ເອງ.</verse>
				<verse number="39">ແຕ່​ຖ້າ​ສິ່ງ​ນີ້​ມາ​ຈາກ​ພຣະເຈົ້າ, ພວກເຈົ້າ​ກໍ​ບໍ່​ສາມາດ​ຢຸດຕິ​ຄົນ​ເຫລົ່ານີ້​ໄດ້; ຈະ​ກາຍ​ເປັນ​ວ່າ​ພວກເຈົ້າ​ເອງ​ນັ້ນ​ແຫລະ ທີ່​ຕໍ່ສູ້​ກັບ​ພຣະເຈົ້າ”.</verse>
				<verse number="40">ຄຳປາໄສ​ຂອງ​ເພິ່ນ​ໄດ້​ໂນ້ມນ້າວ​ພວກເຂົາ. ພວກເຂົາ​ຈຶ່ງ​ເອີ້ນ​ພວກ​ອັກຄະສາວົກ​ເຂົ້າ​ມາ ແລະ ໄດ້​ຂ້ຽນ​ພວກເພິ່ນ. ແລ້ວ​ພວກເຂົາ​ກໍ​ໄດ້​ສັ່ງ​ພວກເພິ່ນ​ບໍ່​ໃຫ້​ກ່າວ​ອອກ​ນາມ​ຂອງ​ພຣະເຢຊູເຈົ້າ​ອີກ ແລະ ປ່ອຍ​ພວກເພິ່ນ​ໄປ.</verse>
				<verse number="41">ພວກ​ອັກຄະສາວົກ​ໄດ້​ອອກ​ຈາກ​ສະພາ​ແຊນເຮດຣິນ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ​ເພາະ​ພວກເພິ່ນ​ຖື​ວ່າ​ຄຸ້ມຄ່າ​ທີ່​ໄດ້​ທົນທຸກ​ອັບອາຍ​ເພາະ​ເຫັນ​ແກ່​ນາມ​ນັ້ນ.</verse>
				<verse number="42">ທຸກໆ​ມື້ ໃນ​ເດີ່ນ​ວິຫານ ແລະ ຕາມ​ເຮືອນ​ຕ່າງໆ, ພວກເພິ່ນ​ບໍ່​ເຄີຍ​ຢຸດ​ສັ່ງສອນ ແລະ ປະກາດ​ຂ່າວປະເສີດ​ວ່າ​ພຣະເຢຊູເຈົ້າ​ຄື​ພຣະເມຊີອາ.</verse>
			</chapter>
			<chapter number="6">
				<verse number="1">ໃນ​ຄາວ​ນັ້ນ ເມື່ອ​ສາວົກ​ມີ​ຈຳນວນ​ເພີ່ມ​ຂຶ້ນ, ຊາວຢິວ​ທີ່​ມາ​ຈາກ​ປະເທດ​ທີ່​ເວົ້າ​ພາສາ​ກຣີກ ​ໄດ້​ຈົ່ມ​ບໍ່​ພໍໃຈ​ຕໍ່​ຊາວ​ຢິວ​ທີ່​ເວົ້າ​ພາສາ​ເຮັບເຣີ​ເປັນ​ພາສາ​ແມ່ ເພາະ​ພວກ​ແມ່ໝ້າຍ​ໃນ​ກຸ່ມ​ຂອງ​ພວກເຂົາ​ບໍ່​ໄດ້​ຮັບ​ການ​ເອົາໃຈໃສ່​ໃນ​ເວລາ​ແຈກຢາຍ​ອາຫານ​ປະຈຳ​ວັນ.</verse>
				<verse number="2">ດັ່ງນັ້ນ ພວກ​ອັກຄະສາວົກ​ທັງ​ສິບສອງ​ຄົນ​ຈຶ່ງ​ເອີ້ນ​ສາວົກ​ທັງໝົດ​ມາ​ລວມ​ກັນ​ແລ້ວ​ກ່າວ​ວ່າ, “ເປັນ​ການ​ບໍ່​ຖືກຕ້ອງ​ເລີຍ​ທີ່​ພວກເຮົາ​ຈະ​ປະຖິ້ມ​ພັນທະກິດ​ແຫ່ງ​ພຣະຄຳ​ຂອງ​ພຣະເຈົ້າ​ເພື່ອ​ໄປ​ຮັບໃຊ້​ທີ່​ໂຕະ​ອາຫານ​ນັ້ນ.</verse>
				<verse number="3">ພີ່ນ້ອງ​ທັງຫລາຍ, ຈົ່ງ​ເລືອກ​ເອົາ​ເຈັດ​ຄົນ​ໃນ​ທ່າມກາງ​ພວກເຈົ້າ ເຊິ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ສະຕິປັນຍາ. ພວກເຮົາ​ຈະ​ມອບ​ໜ້າທີ່​ນີ້​ໃຫ້​ພວກເຂົາ</verse>
				<verse number="4">ສ່ວນ​ພວກເຮົາ​ກໍ​ຈະ​ເອົາໃຈໃສ່​ໃນ​ການ​ອະທິຖານ ແລະ ພັນທະກິດ​ແຫ່ງ​ພຣະທຳ”.</verse>
				<verse number="5">ຄົນ​ໃນ​ທີ່​ປະຊຸມ​ທັງໝົດ​ພໍໃຈ​ກັບ​ຂໍ້ສະເໜີ​ນີ້. ພວກເຂົາ​ຈຶ່ງ​ເລືອກ​ເອົາ​ຊະເຕຟາໂນ, ຜູ້ຊາຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມເຊື່ອ ແລະ ພຣະວິນຍານບໍລິສຸດເຈົ້າ; ພ້ອມ​ທັງ​ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ ແລະ ນີໂກລາໂອ​ຈາກ​ອັນຕີໂອເຂຍ​ທີ່​ເຂົ້າ​ສາສະໜາ​ຢິວ.</verse>
				<verse number="6">ພວກເຂົາ​ໄດ້​ນຳ​ທັງ​ເຈັດ​ຄົນ​ນີ້​ມາ​ຫາ​ພວກ​ອັກຄະສາວົກ ແລະ ພວກ​ອັກຄະສາວົກ​ກໍ​ໄດ້​ອະທິຖານ ແລະ ວາງມື​ໃສ່​ພວກເຂົາ.</verse>
				<verse number="7">ດັ່ງນັ້ນ ພຣະຄຳ​ຂອງ​ພຣະເຈົ້າ​ຈຶ່ງ​ແຜ່​ຂະຫຍາຍ​ອອກ​ໄປ. ສາວົກ​ໃນ​ເຢຣູຊາເລັມ​ໄດ້​ມີ​ຈຳນວນ​ເພີ່ມ​ຂຶ້ນ​ຢ່າງ​ໄວວາ ແລະ ປະໂລຫິດ​ຈຳນວນ​ຫລວງຫລາຍ​ໄດ້​ມາ​ຮັບ​ເຊື່ອ.</verse>
				<verse number="8">ຝ່າຍ​ຊະເຕຟາໂນ, ຊາຍ​ຜູ້​ທີ່​ເຕັມ​ໄປ​ດ້ວຍ​ພຣະຄຸນ ແລະ ລິດອຳນາດ​ຂອງ​ພຣະເຈົ້າ, ໄດ້​ສະແດງ​ການ​ອັດສະຈັນ ແລະ ໝາຍສຳຄັນ​ຍິ່ງໃຫຍ່​ຫລາຍ​ຢ່າງ​ໃນ​ທ່າມກາງ​ປະຊາຊົນ.</verse>
				<verse number="9">ເຖິງ​ຢ່າງໃດ​ກໍ​ຕາມ, ກໍ​ຖືກ​ຕໍ່ຕ້ານ​ຈາກ​ສະມາຊິກ​ຂອງ​ທຳມະສາລາ​ຂອງ​ພວກ​ຢິວ​ແຫ່ງ​ອິດສະຫລະ (ຕາມ​ທີ່​ພວກເຂົາ​ເອີ້ນ​ກັນ) ຄື​ພວກ​ຢິວ​ຈາກ​ເມືອງ​ກີເຣເນ, ເມືອງ​ອາເລັກຊັນເດຍ ທັງ​ຈາກ​ແຂວງ​ກີລີເກຍ ແລະ ເອເຊຍ​ໄດ້​ເລີ່ມ​ໂຕ້ຖຽງ​ກັບ​ຊະເຕຟາໂນ.</verse>
				<verse number="10">ແຕ່​ພວກເຂົາ​ບໍ່​ສາມາດ​ລຸກຂຶ້ນ​ຕໍ່ສູ້​ສະຕິປັນຍາ​ທີ່​ພຣະວິນຍານບໍລິສຸດເຈົ້າ​ມອບ​ໃຫ້​ເພິ່ນ​ໃນ​ຂະນະ​ທີ່​ເພິ່ນ​ກ່າວ.</verse>
				<verse number="11">ແລ້ວ​ພວກເຂົາ​ຈຶ່ງ​ຍຸຍົງ​ໃຫ້​ບາງ​ຄົນ​ເວົ້າ​ວ່າ, “ພວກເຮົາ​ໄດ້​ຍິນ​ຊະເຕຟາໂນ​ເວົ້າ​ຄຳ​ໝິ່ນປະໝາດ​ຕໍ່ສູ້​ໂມເຊ ແລະ ຕໍ່ສູ້​ພຣະເຈົ້າ”.</verse>
				<verse number="12">ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຍຸຍົງ​ປະຊາຊົນ, ພວກ​ເຖົ້າແກ່ ແລະ ພວກ​ຄູສອນກົດບັນຍັດ​ໃຫ້​ລຸກຮື້​ຂຶ້ນ. ພວກເຂົາ​ໄດ້​ຈັບ​ຊະເຕຟາໂນ ແລະ ນຳເອົາ​ເພິ່ນ​ໄປ​ຕໍ່ໜ້າ​ສະພາ​ແຊນເຮດຣິນ.</verse>
				<verse number="13">ພວກເຂົາ​ໄດ້​ສ້າງ​ພະຍານ​ບໍ່​ຈິງ​ມາ​ໃຫ້​ການ​ວ່າ, “ຊາຍ​ຄົນ​ນີ້​ເວົ້າ​ຕໍ່ສູ້​ບ່ອນ​ສັກສິດ​ແຫ່ງ​ນີ້ ແລະ ຕໍ່ສູ້​ກົດບັນຍັດ​ຢ່າງ​ບໍ່​ຢຸດຢັ້ງ.</verse>
				<verse number="14">ເພາະ​ພວກເຮົາ​ໄດ້​ຍິນ​ລາວ​ເວົ້າ​ວ່າ​ເຢຊູ​ແຫ່ງ​ນາຊາເຣັດ​ຈະ​ທຳລາຍ​ສະຖານທີ່​ນີ້ ແລະ ປ່ຽນ​ທຳນຽມ​ທີ່​ໂມເຊ​ໄດ້​ໃຫ້​ໄວ້​ກັບ​ພວກເຮົາ”.</verse>
				<verse number="15">ບັນດາ​ຄົນ​ທັງໝົດ​ທີ່​ນັ່ງ​ຢູ່​ໃນ​ສະພາ​ແຊນເຮດຣິນ​ໄດ້​ຈ້ອງ​ເບິ່ງ​ຊະເຕຟາໂນ​ດ້ວຍ​ຄວາມຕັ້ງໃຈ ແລະ ພວກເຂົາ​ເຫັນ​ໜ້າ​ຂອງ​ເພິ່ນ​ເປັນ​ເໝືອນ​ໜ້າ​ຂອງ​ເທວະດາ.</verse>
			</chapter>
			<chapter number="7">
				<verse number="1">ແລ້ວ​ມະຫາ​ປະໂລຫິດ ຈຶ່ງ​ຖາມ​ຊະເຕຟາໂນ​ວ່າ, “ຄຳ​ກ່າວຫາ​ເຫລົ່ານີ້​ເປັນ​ຄວາມຈິງ​ບໍ?”</verse>
				<verse number="2">ຊະເຕຟາໂນ​ຕອບ​ວ່າ, “ພີ່ນ້ອງ ແລະ ຜູ້​ອາວຸໂສ​ທັງຫລາຍ, ຂໍ​ໃຫ້​ຟັງ​ຂ້ານ້ອຍ! ພຣະເຈົ້າ​ຜູ້​ເຕັມ​ດ້ວຍ​ສະຫງ່າລາສີ​ໄດ້​ປາກົດ​ຕົວ​ແກ່​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ໃນຂະນະ​ທີ່​ເພິ່ນ​ຍັງ​ຢູ່​ໃນ​ເມໂຊໂປຕາເມຍ, ກ່ອນ​ທີ່​ເພິ່ນ​ໄດ້​ໄປ​ອາໄສ​ໃນ​ເມືອງ​ຮາຣານ.</verse>
				<verse number="3">ພຣະເຈົ້າ​ກ່າວ​ວ່າ, ‘ເຈົ້າ​ຈົ່ງ​ອອກຈາກ​ບ້ານເມືອງ​ຂອງ​ເຈົ້າ ແລະ ຈາກ​ຍາດພີ່ນ້ອງ​ຂອງ​ເຈົ້າ, ແລ້ວ​ໄປ​ຍັງ​ດິນແດນ​ທີ່​ເຮົາ​ຈະ​ສະແດງ​ໃຫ້​ເຈົ້າ​ໄດ້​ເຫັນ’.</verse>
				<verse number="4">“ດັ່ງນັ້ນ ອັບຣາຮາມ​ຈຶ່ງ​ອອກ​ຈາກ​ດິນແດນ​ຂອງ​ຊາວ​ເຄນເດຍ ແລະ ໄດ້​ໄປ​ອາໄສ​ຢູ່​ໃນ​ເມືອງ​ຮາຣານ. ຫລັງ​ຈາກ​ທີ່​ພໍ່​ຂອງ​ເພິ່ນ​ໄດ້​ຕາຍ​ໄປ, ພຣະເຈົ້າ​ໄດ້​ສົ່ງ​ເພິ່ນ​ໄປ​ທີ່​ດິນແດນ​ນີ້ ບ່ອນ​ທີ່​ພວກເຈົ້າ​ອາໄສ​ຢູ່​ເວລາ​ນີ້.</verse>
				<verse number="5">ພຣະເຈົ້າ​ບໍ່​ໄດ້​ໃຫ້​ກຳມະສິດ​ໃນ​ທີ່ດິນ​ນີ້​ແກ່​ເພິ່ນ, ແມ່ນແຕ່​ທີ່ດິນ​ເທົ່າ​ກັບ​ຮອຍ​ຕີນ​ທີ່​ເພິ່ນ​ຈະ​ຢຽບ​ໃສ່. ແຕ່​ພຣະເຈົ້າ​ຍັງ​ໄດ້​ສັນຍາ​ກັບ​ເພິ່ນ​ວ່າ ເພິ່ນ ແລະ ເຊື້ອສາຍ​ຂອງ​ເພິ່ນ​ທີ່​ມາ​ຕາມຫລັງ​ເພິ່ນ​ຈະ​ຄອບຄອງ​ດິນແດນ​ນີ້, ເຖິງ​ແມ່ນ​ວ່າ​ໃນ​ເວລາ​ນັ້ນ​ອັບຣາຮາມ​ຍັງ​ບໍ່​ມີ​ລູກ​ກໍ​ຕາມ.</verse>
				<verse number="6">ພຣະເຈົ້າ​ກ່າວ​ກັບ​ເພິ່ນ​ວ່າ: ‘ເຊື້ອສາຍ​ຂອງ​ເຈົ້າ​ຈະ​ເປັນ​ຄົນຕ່າງດ້າວ​ຢູ່​ໃນ​ຕ່າງ​ແດນ ແລະ ພວກເຂົາ​ຕົກ​ເປັນ​ຂ້າທາດ ແລະ ຈະ​ຖືກ​ກົດຂີ່ຂົ່ມເຫັງ​ເປັນ​ເວລາ​ສີ່ຮ້ອຍ​ປີ.</verse>
				<verse number="7">ພຣະເຈົ້າ​ກ່າວ​ອີກ​ວ່າ, ແຕ່​ເຮົາ​ຈະ​ລົງໂທດ​ຊົນຊາດ​ທີ່​ພວກເຂົາ​ເປັນ​ທາດ​ຮັບໃຊ້​ຢູ່​ນັ້ນ ແລະ ຫລັງ​ຈາກ​ນັ້ນ ພວກເຂົາ​ຈະ​ອອກ​ຈາກ​ດິນແດນ​ນັ້ນ ແລະ ມາ​ນະມັດສະການ​ເຮົາ​ໃນ​ບ່ອນ​ນີ້’.</verse>
				<verse number="8">ແລ້ວ​ພຣະອົງ​ໄດ້​ໃຫ້​ພັນທະສັນຍາ​ແຫ່ງ​ການ​ຮັບພິທີຕັດ​ແກ່​ອັບຣາຮາມ. ແລະ ຕໍ່ມາ​ອັບຣາຮາມ​ກໍ​ໄດ້​ລູກຊາຍ​ຊື່​ວ່າ​ອີຊາກ ແລະ ເພິ່ນ​ໃຫ້​ອີຊາກ​ຮັບພິທີຕັດ​ເມື່ອ​ອາຍຸ​ໄດ້​ແປດ​ມື້. ຫລັງຈາກນັ້ນ ອີຊາກ​ກໍ​ມີ​ລູກຊາຍ​ຊື່​ວ່າ​ຢາໂຄບ ແລະ ຢາໂຄບ​ເປັນ​ພໍ່​ຂອງ​ບັນພະບຸລຸດ​ທັງ​ສິບສອງ​ຄົນ​ນັ້ນ.</verse>
				<verse number="9">“ຍ້ອນ​ບັນພະບຸລຸດ​ເຫລົ່ານັ້ນ​ໄດ້​ອິດສາ​ໂຢເຊັບ, ພວກເຂົາ​ຈຶ່ງ​ຂາຍ​ເພິ່ນ​ໄປ​ເປັນ​ທາດ​ຢູ່​ທີ່​ປະເທດ​ເອຢິບ. ແຕ່​ພຣະເຈົ້າ​ໄດ້​ສະຖິດ​ຢູ່​ກັບ​ເພິ່ນ</verse>
				<verse number="10">ແລະ ຊ່ວຍ​ເພິ່ນ​ໃຫ້​ພົ້ນ​ຈາກ​ຄວາມຍາກລຳບາກ​ທັງໝົດ​ຂອງ​ເພິ່ນ. ພຣະອົງ​ໃຫ້​ໂຢເຊັບ​ມີ​ສະຕິປັນຍາ ແລະ ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ຟາໂຣ ກະສັດ​ແຫ່ງ​ເອຢິບ. ດັ່ງນັ້ນ ຟາໂຣ​ຈຶ່ງ​ໄດ້​ແຕ່ງຕັ້ງ​ໃຫ້​ເພິ່ນ​ປົກຄອງ​ທົ່ວ​ປະເທດ​ເອຢິບ ແລະ ວັງ​ທັງໝົດ​ຂອງ​ເພິ່ນ​ດ້ວຍ.</verse>
				<verse number="11">“ຕໍ່ມາ ການ​ອຶດຢາກ​ອາຫານ​ກໍ​ໂຈມຕີ​ທົ່ວ​ທັງ​ປະເທດ​ເອຢິບ ແລະ ການາອານ, ເຮັດ​ໃຫ້​ເກີດ​ຄວາມທຸກຍາກລຳບາກ​ຄັ້ງ​ໃຫຍ່ ແລະ ບັນພະບຸລຸດ​ຂອງ​ພວກເຮົາ​ບໍ່​ສາມາດ​ຫາ​ອາຫານ​ໄດ້​ເລີຍ.</verse>
				<verse number="12">ເມື່ອ​ຢາໂຄບ​ໄດ້​ຍິນ​ຂ່າວ​ວ່າ, ມີ​ເຂົ້າ​ຢູ່​ໃນ​ປະເທດ​ເອຢິບ, ເພິ່ນ​ຈຶ່ງ​ສົ່ງ​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ​ໄປ​ຢ້ຽມຢາມ​ເປັນ​ເທື່ອ​ທຳອິດ.</verse>
				<verse number="13">ໃນ​ການ​ໄປ​ຢ້ຽມຢາມ​ເທື່ອ​ທີ​ສອງ​ຂອງ​ພວກເພິ່ນ​ນັ້ນ, ໂຢເຊັບ​ໄດ້​ບອກ​ອ້າຍ​ນ້ອງ​ຂອງ​ເພິ່ນ​ວ່າ​ເພິ່ນ​ເປັນ​ຜູ້​ໃດ ແລະ ຟາໂຣ​ກໍ​ໄດ້​ຮູ້​ກ່ຽວກັບ​ຄອບຄົວ​ຂອງ​ໂຢເຊັບ.</verse>
				<verse number="14">ຫລັງຈາກ​ນັ້ນ, ໂຢເຊັບ​ຈຶ່ງ​ສົ່ງ​ຄົນ​ໄປ​ຮັບ​ຢາໂຄບ​ພໍ່​ຂອງ​ເພິ່ນ ແລະ ຄອບຄົວ​ຂອງ​ເພິ່ນ​ທັງໝົດ, ລວມ​ມີ​ເຈັດສິບຫ້າ​ຄົນ.</verse>
				<verse number="15">ແລ້ວ​ຢາໂຄບ​ຈຶ່ງ​ໄດ້​ລົງ​ໄປ​ຢູ່​ປະເທດ​ເອຢິບ, ບ່ອນ​ທີ່​ເພິ່ນ ແລະ ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ຕາຍ​ຢູ່​ທີ່​ນັ້ນ.</verse>
				<verse number="16">ສົບ​ຂອງ​ພວກເພິ່ນ​ຖືກ​ນຳ​ກັບ​ມາ​ໄວ້​ໃນ​ອຸບມຸງ​ທີ່​ເມືອງ​ຊີເຄມ ເຊິ່ງ​ອັບຣາຮາມ​ໄດ້​ຊື້​ມາ​ຈາກ​ລູກ​ຂອງ​ຮາໂມ​ທີ່​ຊີເຄມ​ດ້ວຍ​ເງິນ​ຈຳນວນ​ໜຶ່ງ.</verse>
				<verse number="17">“ເມື່ອ​ໃກ້​ເຖິງ​ກຳນົດ​ເວລາ​ທີ່​ສັນຍາ ເຊິ່ງ​ພຣະເຈົ້າ​ໄດ້​ໃຫ້​ໄວ້​ກັບ​ອັບຣາຮາມ​ຈະ​ເປັນ​ຈິງ, ຈຳນວນ​ປະຊາຊົນ​ຂອງ​ພວກເຮົາ​ໃນ​ປະເທດ​ເອຢິບ​ກໍ​ເພີ່ມ​ຂຶ້ນ​ຢ່າງ​ຫລວງຫລາຍ.</verse>
				<verse number="18">ແລ້ວ ‘ກະສັດ​ຜູ້​ໃໝ່​ອີກ​ຜູ້​ໜຶ່ງ​ທີ່​ບໍ່​ຮູ້ຈັກ​ໂຢເຊັບ​ໄດ້​ຂຶ້ນ​ປົກຄອງ​ປະເທດ​ເອຢິບ’.</verse>
				<verse number="19">ກະສັດ​ຜູ້​ນີ້​ໄດ້​ໃຊ້​ກົນອຸບາຍ​ຈັດການ​ກັບ​ຄົນ​ຂອງ​ພວກເຮົາ ແລະ ກົດຂີ່​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ​ໂດຍ​ບັງຄັບ​ໃຫ້​ພວກເພິ່ນ​ເອົາ​ເດັກນ້ອຍ​ເກີດໃໝ່​ຂອງ​ພວກເພິ່ນ​ໄປ​ຖິ້ມ ເພື່ອ​ໃຫ້​ພວກເຂົາ​ຕາຍ.</verse>
				<verse number="20">“ໃນ​ເວລາ​ນັ້ນ ໂມເຊ​ໄດ້​ເກີດ​ມາ ແລະ ເພິ່ນ​ເປັນ​ເດັກນ້ອຍ​ທີ່​ມີ​ລັກສະນະ​ພິເສດ​ກວ່າ​ເດັກນ້ອຍ​ທົ່ວໄປ. ຈຶ່ງ​ໄດ້​ຮັບ​ການລ້ຽງດູ​ໃນ​ເຮືອນ​ຂອງ​ພໍ່​ຂອງ​ເພິ່ນ​ຈົນ​ອາຍຸ​ໄດ້​ສາມ​ເດືອນ.</verse>
				<verse number="21">ເມື່ອ​ເພິ່ນ​ຖືກ​ນຳ​ໄປ​ຖິ້ມ​ໄວ້​ຢູ່​ທາງນອກ, ລູກສາວ​ຂອງ​ຟາໂຣ​ກໍ​ໄດ້​ຮັບ​ເອົາ ແລະ ນຳ​ເພິ່ນ​ໄປ​ລ້ຽງ​ໄວ້​ເປັນ​ລູກຊາຍ​ຂອງ​ນາງ​ເອງ.</verse>
				<verse number="22">ໂມເຊ​ໄດ້​ຮັບ​ການ​ສຶກສາ​ວິຊາ​ຄວາມຮູ້​ທຸກ​ຂະແໜງ​ຂອງ​ຊາວເອຢິບ ແລະ ມີ​ອຳນາດ​ທັງ​ຄຳເວົ້າ ແລະ ການ​ກະທຳ.</verse>
				<verse number="23">“ເມື່ອ​ໂມເຊ​ມີ​ອາຍຸ​ໄດ້​ສີ່ສິບ​ປີ, ເພິ່ນ​ກໍ​ໄດ້​ຕັດສິນໃຈ​ໄປ​ຢ້ຽມຢາມ​ພີ່ນ້ອງ​ຊາວ​ອິດສະຣາເອນ.</verse>
				<verse number="24">ເພິ່ນ​ໄດ້​ເຫັນ​ຊາວ​ອິດສະຣາເອນ​ຄົນ​ໜຶ່ງ​ຖືກ​ຊາວເອຢິບ​ຂົ່ມເຫັງ, ດັ່ງນັ້ນ​ເພິ່ນ​ຈຶ່ງ​ເຂົ້າ​ໄປ​ປ້ອງກັນ​ລາວ​ໄວ້ ແລະ ແກ້ແຄ້ນ​ແທນ​ລາວ​ໂດຍ​ການ​ຂ້າ​ຊາວເອຢິບ​ຄົນ​ນັ້ນ.</verse>
				<verse number="25">ໂມເຊ​ຄິດ​ວ່າ ພີ່ນ້ອງ​ຂອງ​ເພິ່ນ​ຈະ​ສຳນຶກ​ວ່າ​ພຣະເຈົ້າ​ໃຊ້​ເພິ່ນ​ໃຫ້​ມາ​ຊ່ວຍ​ກອບກູ້​ເອົາ​ພວກເຂົາ, ແຕ່​ພວກເຂົາ​ບໍ່​ໄດ້​ຄິດ​ຢ່າງ​ນັ້ນ​ເລີຍ.</verse>
				<verse number="26">ມື້​ຕໍ່ມາ ໂມເຊ​ພົບ​ຊາວ​ອິດສະຣາເອນ​ສອງ​ຄົນ​ກຳລັງ​ຕໍ່ສູ້​ກັນ​ຢູ່. ເພິ່ນ​ພະຍາຍາມ​ໃຫ້​ພວກເຂົາ​ຄືນດີ​ກັນ​ໂດຍ​ເວົ້າ​ວ່າ, ‘ຊາຍ​ເອີຍ ພວກເຈົ້າ​ເປັນ​ພີ່ນ້ອງ​ກັນ; ເປັນຫຍັງ​ຈຶ່ງ​ເຮັດ​ຮ້າຍ​ຕໍ່​ກັນ?’</verse>
				<verse number="27">“ແຕ່​ຄົນ​ທີ່​ກຳລັງ​ຂົ່ມເຫັງ​ອີກ​ຄົນ​ໜຶ່ງ​ໄດ້​ຊຸກ​ໂມເຊ​ອອກ​ໄປ ແລະ ເວົ້າ​ວ່າ, ‘ຜູ້ໃດ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ປົກຄອງ ແລະ ເປັນ​ຜູ້ຕັດສິນ​ພວກຂ້ອຍ?</verse>
				<verse number="28">ເຈົ້າ​ຄິດ​ຈະ​ຂ້າ​ຂ້ອຍ​ເໝືອນ​ທີ່​ເຈົ້າ​ໄດ້​ຂ້າ​ຄົນເອຢິບ​ມື້​ວານ​ນີ້​ບໍ?’</verse>
				<verse number="29">ເມື່ອ​ໂມເຊ​ໄດ້​ຍິນ​ເຊັ່ນ​ນັ້ນ, ເພິ່ນ​ຈຶ່ງ​ໜີ​ໄປ​ອາໄສ​ຢູ່​ທີ່​ມີດີອານ, ບ່ອນ​ທີ່​ເພິ່ນ​ໄດ້​ຕັ້ງຖິ່ນຖານ​ຢູ່​ທີ່​ນັ້ນ​ໃນ​ຖານະ​ຄົນຕ່າງດ້າວ ແລະ ມີ​ລູກຊາຍ​ສອງ​ຄົນ.</verse>
				<verse number="30">“ຫລັງຈາກ​ສີ່ສິບ​ປີ​ຜ່ານ​ໄປ, ມີ​ເທວະດາ​ຕົນ​ໜຶ່ງ​ໄດ້​ມາ​ປາກົດ​ແກ່​ໂມເຊ​ໃນ​ແປວໄຟ​ທີ່​ໄໝ້​ຟຸ່ມໄມ້​ໃນ​ຖິ່ນແຫ້ງແລ້ງກັນດານ​ໃກ້​ກັບ​ພູເຂົາ​ຊີນາຍ.</verse>
				<verse number="31">ເມື່ອ​ໂມເຊ​ເຫັນ​ສິ່ງ​ນັ້ນ​ແລ້ວ, ເພິ່ນ​ກໍ​ປະຫລາດໃຈ​ໃນ​ສິ່ງ​ທີ່​ເຫັນ. ຂະນະ​ທີ່​ເພິ່ນ​ເຂົ້າ​ໄປ​ເບິ່ງ​ໃກ້ໆ, ເພິ່ນ​ກໍ​ໄດ້​ຍິນ​ສຽງ​ຂອງ​ອົງພຣະຜູ້ເປັນເຈົ້າ​ກ່າວ​ວ່າ:</verse>
				<verse number="32">‘ເຮົາ​ເປັນ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ເຈົ້າ, ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ’. ໂມເຊ​ຢ້ານ​ຈົນ​ໂຕສັ່ນ ແລະ ບໍ່​ກ້າ​ທີ່​ຈະ​ຫລຽວ​ເບິ່ງ.</verse>
				<verse number="33">“ແລ້ວ​ອົງພຣະຜູ້ເປັນເຈົ້າ​ກ່າວ​ແກ່​ເພິ່ນ​ວ່າ, ‘ຈົ່ງ​ປົດ​ເກີບ​ຂອງ​ເຈົ້າ​ອອກ, ເພາະ​ບ່ອນ​ທີ່​ເຈົ້າ​ກຳລັງ​ຢືນ​ຢູ່​ເປັນ​ບ່ອນ​ສັກສິດ.</verse>
				<verse number="34">ເຮົາ​ໄດ້​ເຫັນ​ການກົດຂີ່ຂົ່ມເຫັງ​ປະຊາຊົນ​ຂອງ​ເຮົາ​ໃນ​ປະເທດ​ເອຢິບ​ແລ້ວ. ເຮົາ​ໄດ້​ຍິນ​ສຽງ​ໂອ່ຍຄາງ​ຂອງ​ພວກເຂົາ, ເຮົາ​ຈຶ່ງ​ລົງ​ມາ​ເພື່ອ​ປົດປ່ອຍ​ພວກເຂົາ​ທັງຫລາຍ​ໃຫ້​ເປັນ​ອິດສະຫລະ. ມາ​ບັດນີ້ ເຮົາ​ຈະ​ສົ່ງ​ເຈົ້າ​ກັບ​ຄືນ​ໄປ​ຍັງ​ປະເທດ​ເອຢິບ’.</verse>
				<verse number="35">“ນີ້​ແມ່ນ​ໂມເຊ​ຄົນ​ດຽວ​ກັນ​ທີ່​ຖືກ​ພວກເຂົາ​ປະຕິເສດ​ດ້ວຍ​ຄຳເວົ້າ​ວ່າ, ‘ຜູ້ໃດ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ປົກຄອງ ແລະ ເປັນ​ຜູ້ຕັດສິນ?’ ເພິ່ນ​ໄດ້​ຖືກ​ສົ່ງ​ໄປ​ໃຫ້​ເປັນ​ຜູ້ປົກຄອງ​ຂອງ​ພວກເຂົາ ແລະ ເປັນ​ຜູ້ປົດປ່ອຍ​ພວກເຂົາ​ໂດຍ​ພຣະເຈົ້າ​ເອງ, ຜ່ານ​ທາງ​ເທວະດາ​ຜູ້​ທີ່​ໄດ້​ປາກົດ​ແກ່​ເພິ່ນ​ໃນ​ຟຸ່ມໄມ້​ນັ້ນ.</verse>
				<verse number="36">ໂມເຊ​ໄດ້​ນຳ​ພວກເຂົາ​ອອກ​ຈາກ​ປະເທດ​ເອຢິບ ແລະ ໄດ້​ສະແດງ​ການ​ອັດສະຈັນ ແລະ ໝາຍສຳຄັນ​ຕ່າງໆ​ໃນ​ເອຢິບ, ທະເລແດງ ແລະ ໃນ​ຖິ່ນແຫ້ງແລ້ງກັນດານ​ຕະຫລອດ​ສີ່ສິບ​ປີ.</verse>
				<verse number="37">“ໂມເຊ​ຄົນ​ນີ້​ແຫລະ ທີ່​ບອກ​ຊາວ​ອິດສະຣາເອນ​ວ່າ, ‘ພຣະເຈົ້າ​ຈະ​ສົ່ງ​ຜູ້ທຳນວາຍ​ຄົນ​ໜຶ່ງ​ມາ​ເພື່ອ​ພວກເຈົ້າ​ເໝືອນດັ່ງ​ຂ້າພະເຈົ້າ ເພິ່ນ​ຈະ​ມາ​ຈາກ​ພີ່ນ້ອງ​ຂອງ​ພວກເຈົ້າ​ເອງ’.</verse>
				<verse number="38">ເພິ່ນ​ໄດ້​ຢູ່​ກັບ​ຊຸມຊົນ​ໃນ​ຖິ່ນແຫ້ງແລ້ງກັນດານ, ຢູ່​ກັບ​ເທວະດາ​ຜູ້​ທີ່​ກ່າວ​ກັບ​ເພິ່ນ​ເທິງ​ພູເຂົາ​ຊີນາຍ ແລະ ກັບ​ບັນພະບຸລຸດ​ຂອງ​ພວກເຮົາ​ທັງຫລາຍ; ແລະ ເພິ່ນ​ໄດ້​ຮັບ​ຖ້ອຍຄຳ​ທີ່ໃຫ້​ຊີວິດ ເຊິ່ງ​ສຶບທອດ​ມາ​ເຖິງ​ພວກເຮົາ.</verse>
				<verse number="39">“ແຕ່​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ​ບໍ່​ຍອມ​ເຊື່ອຟັງ​ເພິ່ນ. ພວກເຂົາ​ໄດ້​ປະຕິເສດ​ເພິ່ນ ເພາະ​ພວກເຂົາ​ມີ​ໃຈ​ປາຖະໜາ​ຈະ​ກັບ​ໄປ​ຍັງ​ປະເທດ​ເອຢິບ.</verse>
				<verse number="40">ພວກເຂົາ​ຈຶ່ງ​ເວົ້າ​ກັບ​ອາໂຣນ​ວ່າ, ‘ຂໍ​ຈົ່ງ​ສ້າງ​ພະ​ໃຫ້​ພວກເຮົາ​ເພື່ອ​ຈະ​ນຳໜ້າ​ພວກເຮົາ​ໄປ​ດ້ວຍ. ເພາະ​ພວກເຮົາ​ບໍ່​ຮູ້​ວ່າ​ເກີດ​ຫຍັງ​ຂຶ້ນ​ກັບ​ໂມເຊ! ຜູ້​ທີ່​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ’.</verse>
				<verse number="41">ໃນ​ເວລາ​ນັ້ນ ພວກເຂົາ​ໄດ້​ສ້າງ​ຮູບເຄົາລົບ​ເປັນ​ຮູບ​ງົວນ້ອຍ​ໂຕ​ໜຶ່ງ​ຂຶ້ນ. ພວກເຂົາ​ໄດ້​ນຳ​ເຄື່ອງບູຊາ​ມາ​ຖວາຍ​ແກ່​ຮູບເຄົາລົບ​ນັ້ນ ແລະ ໄດ້​ຈັດງານ​ສະຫລອງ​ເພື່ອ​ເປັນ​ກຽດ​ແກ່​ສິ່ງ​ທີ່​ສ້າງ​ຂຶ້ນ​ດ້ວຍ​ມື​ຂອງ​ຕົນ.</verse>
				<verse number="42">ແຕ່​ພຣະເຈົ້າ​ຫັນ​ຫລັງ​ຈາກ​ພວກເຂົາ ແລະ ປ່ອຍ​ໃຫ້​ພວກເຂົາ​ຂາບໄຫວ້​ດວງຕາເວັນ, ດວງເດືອນ ແລະ ດວງດາວ. ຕາມ​ທີ່​ຂຽນ​ໄວ້​ໃນ​ໜັງສື​ຂອງ​ບັນດາ​ຜູ້ທຳນວາຍ​ວ່າ: “‘ປະຊາຊົນ​ອິດສະຣາເອນ​ເອີຍ, ຕະຫລອດ​ສີ່ສິບ​ປີ​ໃນ​ຖິ່ນແຫ້ງແລ້ງກັນດານ ພວກເຈົ້າ​ໄດ້​ມອບ​ເຄື່ອງບູຊາ ແລະ ເຄື່ອງຖວາຍ​ແກ່​ເຮົາ​ບໍ?</verse>
				<verse number="43">ພວກເຈົ້າ​ຂົນ​ຫໍເຕັນ​ຂອງ​ພະ​ໂມລົກ ແລະ ດວງດາວ​ຂອງ​ພະ​ເຣຟານ​ຂອງ​ພວກເຈົ້າ​ໄປ​ນຳ, ຮູບເຄົາລົບ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ສ້າງຂຶ້ນ​ເພື່ອ​ຂາບໄຫວ້. ເຫດສະນັ້ນ ເຮົາ​ຈະ​ສົ່ງ​ພວກເຈົ້າ​ໄປ​ເປັນ​ຊະເລີຍ’ ໄກ​ກວ່າ​ບາບີໂລນ.</verse>
				<verse number="44">“ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ມີ​ຫໍເຕັນ​ແຫ່ງ​ພັນທະສັນຍາ​ຢູ່​ກັບ​ພວກເຂົາ​ໃນ​ຖິ່ນແຫ້ງແລ້ງກັນດານ. ເຊິ່ງ​ໄດ້​ສ້າງຂຶ້ນ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ໂມເຊ, ຕາມ​ແບບ​ທີ່​ໂມເຊ​ໄດ້​ເຫັນ.</verse>
				<verse number="45">ເມື່ອ​ໄດ້​ຮັບ​ຫໍເຕັນ​ແລ້ວ, ບັນພະບຸລຸດ​ຂອງ​ພວກເຮົາ​ທີ່​ຢູ່​ພາຍໃຕ້​ການ​ນຳ​ຂອງ​ໂຢຊວຍ ກໍ​ໄດ້​ນຳ​ຫໍເຕັນ​ນັ້ນ​ໄປ​ກັບ​ພວກເຂົາ​ເມື່ອ​ພວກເຂົາ​ເຂົ້າ​ຢຶດຄອງ​ດິນແດນ​ຈາກ​ຊົນຊາດ​ຕ່າງໆ​ທີ່​ພຣະເຈົ້າ​ໄດ້​ຂັບໄລ່​ໄປ​ຕໍ່ໜ້າ​ພວກເຂົາ. ຫໍເຕັນ​ນີ້​ກໍ​ຍັງ​ມີ​ຢູ່​ໃນ​ດິນແດນ​ຈົນ​ເຖິງ​ສະໄໝ​ຂອງ​ດາວິດ,</verse>
				<verse number="46">ຜູ້​ທີ່​ຊື່ນຊົມຍິນດີ​ກັບ​ຄວາມ​ພໍໃຈ​ຂອງ​ພຣະເຈົ້າ. ແລະ ເພິ່ນ​ໄດ້​ຂໍ​ສ້າງ​ບ່ອນ​ສະຖິດ​ໃຫ້​ພຣະເຈົ້າ​ຂອງ​ຢາໂຄບ.</verse>
				<verse number="47">ແຕ່​ວ່າ​ແມ່ນ​ໂຊໂລໂມນ​ທີ່​ເປັນ​ຜູ້​ສ້າງ​ວິຫານ​ໃຫ້​ພຣະອົງ.</verse>
				<verse number="48">“ເຖິງ​ຢ່າງໃດ​ກໍ​ຕາມ, ອົງ​ຜູ້​ສູງສຸດ​ກໍ​ບໍ່​ໄດ້​ສະຖິດ​ຢູ່​ໃນ​ບ່ອນ​ທີ່​ມື​ມະນຸດ​ສ້າງ​ຂຶ້ນ. ຕາມ​ທີ່​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ວ່າ:</verse>
				<verse number="49">“ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ວ່າ, ‘ສະຫວັນ​ເປັນ​ບັນລັງ​ຂອງ​ເຮົາ, ແລະ ແຜ່ນດິນໂລກ​ເປັນ​ບ່ອນຮອງຕີນ​ຂອງ​ເຮົາ. ພວກເຈົ້າ​ຈະ​ສ້າງ​ບ້ານ​ແບບ​ໃດ​ສຳລັບ​ເຮົາ? ຫລື ສະຖານທີ່​ພັກຜ່ອນ​ຂອງ​ເຮົາ​ຈະ​ຢູ່​ທີ່​ໃດ?</verse>
				<verse number="50">ມື​ຂອງ​ເຮົາ​ໄດ້​ສ້າງ​ສິ່ງ​ເຫລົ່ານີ້​ທັງໝົດ​ບໍ່​ແມ່ນ​ບໍ?’</verse>
				<verse number="51">“ພວກເຈົ້າ​ເປັນ​ຄົນ​ຫົວ​ແຂງ! ໃຈ ແລະ ຫູ​ຂອງ​ພວກເຈົ້າ​ຍັງ​ບໍ່​ໄດ້​ຮັບພິທີຕັດ. ພວກເຈົ້າ​ກໍ​ເປັນ​ເໝືອນ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຄື: ພວກເຈົ້າ​ທັງຫລາຍ​ຕໍ່ຕ້ານ​ພຣະວິນຍານບໍລິສຸດເຈົ້າ​ຢູ່​ສະເໝີ!</verse>
				<verse number="52">ມີ​ຜູ້ທຳນວາຍ​ຄົນໃດ​ແດ່​ທີ່​ບໍ່​ໄດ້​ຖືກ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຂົ່ມເຫັງ? ພວກເຂົາ​ຂ້າ​ແມ່ນ​ແຕ່​ບັນດາ​ຜູ້​ທີ່​ທຳນວາຍ​ເຖິງ​ການ​ມາ​ຂອງ​ອົງ​ຜູ້ຊອບທຳ. ແລະ ບັດນີ້ ພວກເຈົ້າ​ກໍ​ຍັງ​ທໍລະຍົດ ແລະ ຂ້າ​ພຣະອົງ.</verse>
				<verse number="53">ພວກເຈົ້າ​ທັງຫລາຍ​ເປັນ​ຜູ້​ໄດ້​ຮັບ​ກົດບັນຍັດ​ທີ່​ໄດ້​ມອບ​ໃຫ້​ຜ່ານທາງ​ເທວະດາ ແຕ່​ບໍ່​ໄດ້​ເຊື່ອຟັງ​ກົດບັນຍັດ​ນັ້ນ​ເລີຍ”.</verse>
				<verse number="54">ເມື່ອ​ສະມາຊິກ​ສະພາ​ແຊນເຮດຣິນ​ໄດ້​ຍິນ​ດັ່ງນີ້, ພວກເຂົາ​ກໍ​ໃຈຮ້າຍ​ແຮງ ແລະ ກັດ​ແຂ້ວ​ໃສ່​ຊະເຕຟາໂນ.</verse>
				<verse number="55">ແຕ່​ຊະເຕຟາໂນ, ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ, ໄດ້​ເງີຍໜ້າ​ຂຶ້ນ​ສູ່​ສະຫວັນ ແລະ ເຫັນ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເຫັນ​ພຣະເຢຊູເຈົ້າ​ຢືນ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ.</verse>
				<verse number="56">ເພິ່ນ​ກ່າວ​ວ່າ, “ເບິ່ງ​ແມ, ຂ້າພະເຈົ້າ​ເຫັນ​ສະຫວັນ​ເປີດ​ອອກ ແລະ ບຸດມະນຸດ​ຢືນ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ”.</verse>
				<verse number="57">ໃນ​ຂະນະ​ນັ້ນ ພວກເຂົາ​ໄດ້​ເອົາ​ມື​ອັດ​ຫູ​ຕົນ​ໄວ້ ແລະ ຮ້ອງ​ຈົນ​ສຸດ​ສຽງ​ຂອງ​ພວກເຂົາ, ພວກເຂົາ​ພາກັນ​ຫລູບ​ເຂົ້າ​ໃສ່​ຊະເຕຟາໂນ,</verse>
				<verse number="58">ແລ້ວ​ລາກ​ເພິ່ນ​ອອກ​ໄປ​ຈາກ​ເມືອງ ແລະ ເລີ່ມ​ແກວ່ງ​ກ້ອນຫີນ​ໃສ່​ເພິ່ນ. ໃນຂະນະ​ດຽວ​ກັນ​ນັ້ນ, ຄົນ​ທັງຫລາຍ​ທີ່​ເປັນ​ພະຍານ​ໄດ້​ພາກັນ​ວາງ​ເສື້ອຄຸມ​ຂອງ​ພວກເຂົາ​ໄວ້​ທີ່​ຕີນ​ຂອງ​ຊາຍໜຸ່ມ​ຄົນ​ໜຶ່ງ​ທີ່​ຊື່​ວ່າ​ໂຊໂລ.</verse>
				<verse number="59">ຂະນະ​ທີ່​ພວກເຂົາ​ກຳລັງ​ແກວ່ງ​ກ້ອນຫີນ​ໃສ່​ເພິ່ນ​ຢູ່​ນັ້ນ, ຊະເຕຟາໂນ​ໄດ້​ອະທິຖານ​ວ່າ, “ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ, ຂໍ​ຮັບ​ເອົາ​ຈິດວິນຍານ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ”.</verse>
				<verse number="60">ແລ້ວ​ເພິ່ນ​ກໍ​ຄຸເຂົ່າ​ລົງ ແລະ ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍ​ຢ່າ​ຖື​ໂທດ​ພວກເຂົາ​ເພາະ​ບາບ​ນີ້​ເລີຍ”. ແລ້ວ​ເພິ່ນ​ກໍ​ຂາດ​ໃຈ​ຕາຍ.</verse>
			</chapter>
			<chapter number="8">
				<verse number="1">ແລະ ໂຊໂລ​ກໍ​ເຫັນ​ພ້ອມ​ກັບ​ການ​ຂ້າ​ຊະເຕຟາໂນ. ໃນ​ວັນ​ນັ້ນ ມີ​ການ​ຂົ່ມເຫັງ​ຄຣິສຕະຈັກ​ຄັ້ງ​ໃຫຍ່​ໃນ​ເຢຣູຊາເລັມ ແລະ ພວກລູກສິດ​ທັງໝົດ​ຍົກເວັ້ນ​ພວກ​ອັກຄະສາວົກ​ຕ່າງ​ກໍ​ໄດ້​ກະຈັດ​ກະຈາຍ​ໄປ​ທົ່ວ​ແຂວງ​ຢູດາຍ ແລະ ແຂວງ​ຊາມາເຣຍ.</verse>
				<verse number="2">ຜູ້ຊາຍ​ບາງ​ຄົນ​ທີ່​ຢຳເກງ​ພຣະເຈົ້າ​ໄດ້​ນຳ​ເອົາ​ສົບ​ຊະເຕຟາໂນ​ໄປ​ຝັງ​ໄວ້ ແລະ ມີ​ການ​ຮ້ອງໄຫ້​ໄວ້ທຸກ​ໃຫ້​ເພິ່ນ​ຢ່າງ​ໜັກ.</verse>
				<verse number="3">ແຕ່​ໂຊໂລ​ນັ້ນ​ກໍ​ເລີ່ມ​ທຳລາຍ​ຄຣິສຕະຈັກ. ເພິ່ນ​ເຂົ້າ​ໄປ​ຕາມ​ບ້ານ​ເຮືອນ, ດຶງ​ລາກ​ເອົາ​ທັງ​ຜູ້ຊາຍ ແລະ ແມ່ຍິງ​ອອກ​ມາ​ແລ້ວ​ເອົາ​ພວກເຂົາ​ໄປ​ຂັງ​ໄວ້​ໃນ​ຄຸກ.</verse>
				<verse number="4">ບັນດາ​ຜູ້​ທີ່​ກະຈັດ​ກະຈາຍ​ໄປ​ນັ້ນ ກໍ​ໄດ້​ພາກັນ​ປະກາດ​ພຣະຄຳ​ຕາມ​ບ່ອນ​ຕ່າງໆ​ທີ່​ພວກເຂົາ​ໄປ.</verse>
				<verse number="5">ສ່ວນ​ຟີລິບ​ໄດ້​ລົງ​ໄປ​ທີ່​ເມືອງ​ໜຶ່ງ​ໃນ​ແຂວງ​ຊາມາເຣຍ ແລະ ປະກາດ​ເລື່ອງ​ພຣະຄຣິດເຈົ້າ ​ໃນ​ທີ່​ນັ້ນ.</verse>
				<verse number="6">ເມື່ອ​ປະຊາຊົນ​ໄດ້​ຍິນ​ຟີລິບ ແລະ ໄດ້​ເຫັນ​ໝາຍສຳຄັນ​ທີ່​ເພິ່ນ​ໄດ້​ສະແດງ​ແລ້ວ, ພວກເຂົາ​ທັງໝົດ​ກໍ​ພາກັນ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ເພິ່ນ​ກ່າວ.</verse>
				<verse number="7">ວິນຍານສົກກະປົກ​ທີ່​ສິງ​ຢູ່​ໃນ​ຫລາຍ​ຄົນ​ກໍ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ ແລ້ວ​ອອກ​ມາ​ຈາກ​ຄົນ​ເຫລົ່ານັ້ນ ແລະ ຄົນ​ທີ່​ເປັນ​ເປ້ຍ ແລະ ຂາເສັ້ງ​ຫລາຍ​ຄົນ​ກໍ​ຫາຍດີ​ເປັນ​ປົກກະຕິ.</verse>
				<verse number="8">ດັ່ງນັ້ນ ເມືອງ​ນັ້ນ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຍິນດີ.</verse>
				<verse number="9">ໃນ​ເມືອງ​ນີ້ ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຊີໂມນ​ໄດ້​ໃຊ້​ເວດມົນຄາຖາ ມາ​ໄລຍະໜຶ່ງ​ແລ້ວ ແລະ ໄດ້​ເຮັດ​ໃຫ້​ຊາວ​ຊາມາເຣຍ​ທັງໝົດ​ອັດສະຈັນ​ໃຈ. ລາວ​ໄດ້​ໂອ້ອວດ​ວ່າ​ລາວ​ເປັນ​ຜູ້​ໜຶ່ງ​ທີ່​ສຳຄັນ​ຫລາຍ,</verse>
				<verse number="10">ແລະ ຄົນ​ທັງໝົດ, ທັງ​ຜູ້ໃຫຍ່​ຜູ້ນ້ອຍ​ຕ່າງ​ກໍ​ສົນໃຈ​ຟັງ​ລາວ ແລະ ພາກັນ​ຍົກຍ້ອງ​ວ່າ, “ຊາຍ​ຜູ້​ນີ້​ເປັນ​ລິດອຳນາດ​ຂອງ​ພຣະເຈົ້າ​ທີ່​ເອີ້ນ​ກັນ​ວ່າ​ມະຫິດທິລິດ”.</verse>
				<verse number="11">ພວກເຂົາ​ໄດ້​ຕິດຕາມ​ລາວ​ເພາະ​ໄດ້​ອັດສະຈັນ​ໃຈ​ໃນ​ເວດມົນຄາຖາ​ຂອງ​ລາວ​ມາ​ແຕ່​ດົນນານ.</verse>
				<verse number="12">ແຕ່​ເມື່ອ​ຟີລິບ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ນາມ​ຂອງ​ພຣະເຢຊູຄຣິດເຈົ້າ, ພວກເຂົາ​ກໍ​ເຊື່ອ​ຟີລິບ ແລະ ໄດ້​ຮັບ​ບັບຕິສະມາ​ທັງ​ຜູ້ຊາຍ ແລະ ແມ່ຍິງ.</verse>
				<verse number="13">ຝ່າຍ​ຊີໂມນ​ເອງ​ກໍ​ໄດ້​ເຊື່ອ​ເໝືອນ​ກັນ ແລະ ໄດ້​ຮັບ​ບັບຕິສະມາ. ແລ້ວ​ລາວ​ກໍ​ຕິດຕາມ​ຟີລິບ​ໄປ​ທຸກ​ບ່ອນ ແລະ ຮູ້ສຶກ​ປະຫລາດໃຈ​ທີ່​ໄດ້​ເຫັນ​ໝາຍສຳຄັນ ແລະ ການ​ອັດສະຈັນ​ອັນ​ຍິ່ງໃຫຍ່​ນັ້ນ.</verse>
				<verse number="14">ເມື່ອ​ພວກ​ອັກຄະສາວົກ​ທີ່​ຢູ່​ໃນ​ເຢຣູຊາເລັມ​ໄດ້​ຍິນ​ຂ່າວ​ວ່າ​ຊາວ​ຊາມາເຣຍ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ​ແລ້ວ, ພວກເຂົາ​ຈຶ່ງ​ໄດ້​ສົ່ງ​ເປໂຕ ແລະ ໂຢຮັນ​ໄປ​ທີ່​ຊາມາເຣຍ.</verse>
				<verse number="15">ເມື່ອ​ພວກເພິ່ນ​ມາ​ເຖິງ, ພວກເພິ່ນ​ກໍ​ໄດ້​ອະທິຖານ​ເພື່ອ​ບັນດາ​ຜູ້ທີ່ເຊື່ອ​ໃໝ່​ຢູ່​ທີ່​ນັ້ນ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ,</verse>
				<verse number="16">ເພາະ​ພຣະວິນຍານບໍລິສຸດເຈົ້າ​ຍັງ​ບໍ່​ທັນ​ໄດ້​ລົງ​ມາ​ເທິງ​ພວກເຂົາ​ຈັກ​ຄົນ; ພວກເຂົາ​ພຽງ​ແຕ່​ໄດ້​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ເທົ່ານັ້ນ.</verse>
				<verse number="17">ແລ້ວ​ເປໂຕ ແລະ ໂຢຮັນ​ກໍ​ວາງມື​ໃສ່​ພວກເຂົາ ແລະ ພວກເຂົາ​ກໍ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ.</verse>
				<verse number="18">ເມື່ອ​ຊີໂມນ​ໄດ້​ເຫັນ​ຄົນ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ໂດຍ​ອັກຄະສາວົກ​ວາງມື​ໃສ່, ລາວ​ຈຶ່ງ​ໄດ້​ນຳ​ເງິນ​ມາ​ມອບ​ໃຫ້​ພວກເພິ່ນ</verse>
				<verse number="19">ແລະ ເວົ້າ​ວ່າ, “ຂໍ​ມອບ​ຄວາມ​ສາມາດ​ນີ້​ໃຫ້​ແກ່​ຂ້ານ້ອຍ​ດ້ວຍ ເພື່ອ​ວ່າ​ເມື່ອ​ຂ້ານ້ອຍ​ວາງມື​ໃສ່​ຜູ້ໃດ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ”.</verse>
				<verse number="20">ເປໂຕ​ຕອບ​ວ່າ: “ຂໍ​ໃຫ້​ເງິນ​ຂອງ​ເຈົ້າ​ຈິບຫາຍ​ໄປ​ພ້ອມ​ກັບ​ເຈົ້າ, ເພາະ​ເຈົ້າ​ຄິດ​ວ່າ​ເຈົ້າ​ສາມາດ​ຊື້​ຂອງປະທານ​ຈາກ​ພຣະເຈົ້າ​ດ້ວຍ​ເງິນ!</verse>
				<verse number="21">ເຈົ້າ​ບໍ່​ມີ​ສ່ວນ ຫລື ກ່ຽວຂ້ອງ​ໃນ​ພັນທະກິດ​ນີ້, ເພາະ​ຈິດໃຈ​ຂອງ​ເຈົ້າ​ບໍ່​ໄດ້​ສັດຊື່​ຕໍ່ໜ້າ​ພຣະເຈົ້າ.</verse>
				<verse number="22">ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່​ຈາກ​ການ​ຊົ່ວຮ້າຍ ແລະ ອະທິຖານ​ຕໍ່​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມຫວັງ​ວ່າ​ພຣະອົງ​ຈະ​ໃຫ້​ອະໄພ​ແກ່​ເຈົ້າ ເພາະ​ໄດ້​ມີ​ຄວາມຄິດ​ເຊັ່ນ​ນີ້​ຢູ່​ໃນ​ໃຈ.</verse>
				<verse number="23">ເພາະ​ເຮົາ​ເຫັນ​ວ່າ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມຂົມຂື່ນ ແລະ ຕົກ​ເປັນ​ທາດ​ຂອງ​ຄວາມບາບ”.</verse>
				<verse number="24">ແລ້ວ​ຊີໂມນ​ຈຶ່ງ​ຕອບ​ວ່າ, “ອະທິຖານ​ຕໍ່​ອົງພຣະຜູ້ເປັນເຈົ້າ​ເພື່ອ​ຂ້ານ້ອຍ​ດ້ວຍ ເພື່ອ​ວ່າ​ເຫດການ​ຕ່າງໆ​ທີ່​ທ່ານ​ໄດ້​ກ່າວ​ມາ​ນັ້ນ​ຈະ​ບໍ່​ເກີດຂຶ້ນ​ກັບ​ຂ້ານ້ອຍ”.</verse>
				<verse number="25">ຫລັງຈາກ​ທີ່​ເປໂຕ ແລະ ໂຢຮັນ​ໄດ້​ປະກາດ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕໍ່ໄປ ແລະ ໄດ້​ເປັນ​ພະຍານ​ກ່ຽວກັບ​ພຣະເຢຊູເຈົ້າ​ແລ້ວ, ພວກເພິ່ນ​ກໍ​ກັບ​ໄປ​ທີ່​ເຢຣູຊາເລັມ, ປະກາດ​ຂ່າວປະເສີດ​ຕາມ​ບ້ານ​ຂອງ​ຊາວ​ຊາມາເຣຍ​ຫລາຍ​ບ່ອນ.</verse>
				<verse number="26">ບັດນີ້ ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ສັ່ງ​ຟີລິບ​ວ່າ, “ຈົ່ງ​ໄປ​ທາງ​ທິດໃຕ້​ໄປ​ຍັງ​ເສັ້ນທາງ​ທີ່​ເອີ້ນ​ວ່າ​ທາງ​ກັນດານ ຕາມ​ທາງ​ຈາກ​ເຢຣູຊາເລັມ​ລົງ​ໄປ​ສູ່​ເມືອງ​ກາຊາ”.</verse>
				<verse number="27">ດັ່ງນັ້ນ ຟີລິບ​ຈຶ່ງ​ອອກ​ເດີນທາງ​ໄປ, ໃນ​ລະຫວ່າງ​ທາງ​ເພິ່ນ​ໄດ້​ພົບ​ຂັນທີ​ຊາວ​ເອທີໂອເປຍ ​ຄົນ​ໜຶ່ງ, ເປັນ​ຂ້າລາຊະການ​ສຳຄັນ​ທີ່​ເບິ່ງແຍງ​ຄັງ​ຊັບ​ທັງໝົດ​ຂອງ​ກັນເດກາ, ຄື​ລາຊີນີ​ແຫ່ງ​ເອທີໂອເປຍ. ຂ້າລາຊະການ​ຜູ້​ນີ້​ໄດ້​ມາ​ນະມັດສະການ​ທີ່​ເຢຣູຊາເລັມ,</verse>
				<verse number="28">ແລະ ໃນຂະນະ​ທີ່​ນັ່ງ​ລົດມ້າ​ກຳລັງ​ເມືອ​ເຮືອນ, ເພິ່ນ​ໄດ້​ອ່ານ​ໜັງສື​ຂອງ​ຜູ້ທຳນວາຍ​ເອຊາຢາ​ຢູ່.</verse>
				<verse number="29">ພຣະວິນຍານບໍລິສຸດເຈົ້າ​ໄດ້​ບອກ​ຟີລິບ​ວ່າ, “ຈົ່ງ​ໄປ​ຫາ​ລົດ​ມ້າ​ຄັນ​ນັ້ນ ແລະ ຢຸດ​ຢູ່​ໃກ້​ລົດມ້າ​ນັ້ນ”.</verse>
				<verse number="30">ແລ້ວ​ຟີລິບ​ຈຶ່ງ​ແລ່ນ​ຫຍັບ​ເຂົ້າ​ໄປ​ໃກ້​ລົດມ້າ​ນັ້ນ ແລະ ໄດ້​ຍິນ​ຊາຍ​ຄົນ​ນັ້ນ​ກຳລັງ​ອ່ານ​ໜັງສື​ຂອງ​ຜູ້ທຳນວາຍ​ເອຊາຢາ​ຢູ່. ຟີລິບ​ຈຶ່ງ​ຖາມ​ວ່າ, “ທີ່​ທ່ານ​ອ່ານ​ຢູ່​ນັ້ນ​ທ່ານ​ເຂົ້າໃຈ​ບໍ?”</verse>
				<verse number="31">ຂ້າລາຊະການ​ຕອບ​ວ່າ, “ຂ້ອຍ​ຈະ​ເຂົ້າໃຈ​ໄດ້​ຢ່າງໃດ​ຖ້າ​ບໍ່​ມີ​ຜູ້ໃດ​ອະທິບາຍ​ໃຫ້​ຂ້ອຍ​ຟັງ?” ດັ່ງນັ້ນ ເພິ່ນ​ຈຶ່ງ​ເຊີນ​ຟີລິບ​ຂຶ້ນ​ນັ່ງ​ລົດມ້າ​ໄປ​ນຳ​ເພິ່ນ.</verse>
				<verse number="32">ນີ້​ແມ່ນ​ຂໍ້​ຄວາມ​ໃນ​ພຣະຄຳພີ​ທີ່​ຄົນ​ຂັນທີ​ກຳລັງ​ອ່ານ​ຢູ່​ຄື: “ເພິ່ນ​ຖືກ​ນຳ​ໂຕ​ໄປ​ເໝືອນ​ແກະ​ທີ່​ຖືກ​ນຳ​ໄປ​ຂ້າ ແລະ ເໝືອນ​ລູກແກະ​ທີ່​ມິດ​ຢູ່​ຕໍ່ໜ້າ​ຜູ້​ທີ່​ຕັດຂົນ, ດັ່ງນັ້ນ ເພິ່ນ​ຈຶ່ງ​ບໍ່​ເປີດ​ປາກ​ຂອງ​ເພິ່ນ.</verse>
				<verse number="33">ໃນ​ຄວາມອັບອາຍ​ຂອງ​ເພິ່ນ ເພິ່ນ​ບໍ່ໄດ້​ຮັບ​ຄວາມຍຸຕິທຳ. ຜູ້ໃດ​ຈະ​ເລົ່າ​ເຖິງ​ເຊື້ອສາຍ​ຂອງ​ເພິ່ນ​ໄດ້? ເພາະວ່າ​ຊີວິດ​ຂອງ​ເພິ່ນ​ໄດ້​ຖືກ​ເອົາ​ໄປ​ຈາກ​ໂລກ​ເສຍ​ແລ້ວ”.</verse>
				<verse number="34">ຂ້າລາຊະການ​ຫັນ​ມາ​ຖາມ​ຟີລິບ​ວ່າ, “ຂໍ​ບອກ​ຂ້ອຍ​ແດ່​ວ່າ, ຜູ້ທຳນວາຍ​ທີ່​ກຳລັງ​ກ່າວ​ເຖິງ​ນັ້ນ​ແມ່ນ​ຜູ້ໃດ, ແມ່ນ​ຜູ້ທຳນວາຍ​ເອງ ຫລື ຜູ້​ອື່ນ​ອີກ?”</verse>
				<verse number="35">ແລ້ວ​ຟີລິບ​ຈຶ່ງ​ເລີ່ມ​ຈາກ​ຂໍ້​ພຣະຄຳພີ​ຕອນ​ນັ້ນ ແລະ ບອກ​ເພິ່ນ​ເຖິງ​ຂ່າວປະເສີດ​ເລື່ອງ​ຂອງ​ພຣະເຢຊູເຈົ້າ.</verse>
				<verse number="36">ຂະນະ​ທີ່​ພວກເພິ່ນ​ເດີນທາງ​ໄປ​ຕາມ​ຖະໜົນ, ພວກເພິ່ນ​ໄດ້​ມາ​ເຖິງ​ບ່ອນ​ທີ່​ມີ​ນ້ຳ​ບ່ອນ​ໜຶ່ງ ແລະ ຂ້າລາຊະການ​ຈຶ່ງ​ເວົ້າ​ວ່າ, “ເບິ່ງ​ແມ, ບ່ອນ​ນີ້​ມີ​ນ້ຳ. ມີ​ສິ່ງໃດ​ທີ່​ຂັດຂວາງ​ຂ້ອຍ​ບໍ່​ໃຫ້​ຮັບ​ບັບຕິສະມາ​ບໍ?”</verse>
				<verse number="37">ຟີລິບ​ເວົ້າ​ວ່າ, “ຖ້າ​ທ່ານ​ເຊື່ອ​ດ້ວຍ​ສຸດໃຈ​ຂອງ​ທ່ານ ກໍ​ຮັບ​ບັບຕິສະມາ​ໄດ້”. ຂ້າລາຊະການ​ຕອບ​ວ່າ, “ຂ້ອຍ​ເຊື່ອ​ວ່າ​ພຣະເຢຊູຄຣິດເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ”.</verse>
				<verse number="38">ແລ້ວ​ເພິ່ນ​ໄດ້​ສັ່ງ​ໃຫ້​ຢຸດ​ລົດມ້າ. ຫລັງຈາກ​ນັ້ນ ຟີລິບ​ກັບ​ຂ້າລາຊະການ​ກໍ​ໄດ້​ລົງ​ໄປ​ໃນ​ນ້ຳ ແລະ ຟີລິບ​ກໍ​ໃຫ້​ເພິ່ນ​ຮັບ​ບັບຕິສະມາ.</verse>
				<verse number="39">ເມື່ອ​ພວກເພິ່ນ​ຂຶ້ນ​ຈາກ​ນ້ຳ​ແລ້ວ, ພຣະວິນຍານ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ຮັບ​ເອົາ​ຟີລິບ​ໄປ​ທັນທີ ແລະ ຂ້າລາຊະການ​ຄົນ​ນັ້ນ​ກໍ​ບໍ່​ເຫັນ​ຟີລິບ​ອີກ​ເລີຍ, ແຕ່​ເດີນທາງ​ຕໍ່ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ.</verse>
				<verse number="40">ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຟີລິບ​ໄດ້​ມາ​ປາກົດ​ທີ່​ເມືອງ​ອາໂຊໂຕ ແລະ ເດີນທາງ​ໄປ​ທົ່ວ, ປະກາດ​ຂ່າວປະເສີດ​ໃນ​ທຸກ​ເມືອງ​ຈົນ​ມາ​ເຖິງ​ເມືອງ​ກາຍຊາເຣຍ.</verse>
			</chapter>
			<chapter number="9">
				<verse number="1">ໃນ​ຂະນະ​ດຽວ​ກັນ​ນັ້ນ, ໂຊໂລ​ຍັງ​ສືບຕໍ່​ຂົ່ມຂູ່​ວ່າ​ຈະ​ຂ້າ​ພວກສາວົກ​ຂອງ​ອົງພຣະຜູ້ເປັນເຈົ້າ. ໂຊໂລ​ໄດ້​ເຂົ້າ​ພົບ​ມະຫາ​ປະໂລຫິດ</verse>
				<verse number="2">ແລະ ຂໍ​ໜັງສື​ແນະນຳ​ໂຕ​ໄປ​ຍັງ​ທຳມະສາລາ​ຕ່າງໆ​ໃນ​ເມືອງ​ດາມັສກັດ, ເພື່ອ​ວ່າ​ຖ້າ​ລາວ​ພົບ​ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອຖື “ທາງນັ້ນ” ບໍ່​ວ່າ​ຜູ້ຊາຍ ຫລື ແມ່ຍິງ, ລາວ​ກໍ​ຈະ​ຈັບ​ພວກເຂົາ​ເປັນ​ນັກໂທດ​ແລ້ວ​ນຳ​ໄປ​ເຢຣູຊາເລັມ.</verse>
				<verse number="3">ເມື່ອ​ລາວ​ເດີນທາງ​ມາ​ໃກ້​ຈະ​ຮອດ​ເມືອງ​ດາມັສກັດ, ໃນ​ທັນໃດ​ນັ້ນ ກໍ​ມີ​ແສງສະຫວ່າງ​ຈາກ​ສະຫວັນ​ສ່ອງ​ແມບມາບ​ລົງ​ມາ​ອ້ອມ​ລາວ.</verse>
				<verse number="4">ລາວ​ລົ້ມລົງ​ພື້ນດິນ ແລະ ໄດ້​ຍິນ​ສຽງ​ໜຶ່ງ​ກ່າວ​ຕໍ່​ລາວ​ວ່າ, “ໂຊໂລ, ໂຊໂລ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ?”</verse>
				<verse number="5">ໂຊໂລ​ໄດ້​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ຄື​ຜູ້ໃດ?” ພຣະອົງ​ຕອບ​ວ່າ, “ເຮົາ​ຄື​ເຢຊູ​ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ”.</verse>
				<verse number="6">ບັດນີ້ “ຈົ່ງ​ລຸກຂຶ້ນ​ເຂົ້າ​ໄປ​ໃນ​ເມືອງ, ແລ້ວ​ຈະ​ມີ​ຜູ້​ບອກ​ເຈົ້າ​ໃຫ້​ຮູ້​ວ່າ​ເຈົ້າ​ຕ້ອງ​ເຮັດ​ຢ່າງໃດ”.</verse>
				<verse number="7">ຜູ້ຊາຍ​ທັງຫລາຍ​ທີ່​ຮ່ວມ​ເດີນທາງ​ໄປ​ກັບ​ໂຊໂລ​ນັ້ນ​ຕ່າງ​ກໍ​ຢືນ​ນິ້ງ​ຢູ່​ເວົ້າ​ບໍ່​ອອກ, ພວກເຂົາ​ໄດ້​ຍິນ​ສຽງ​ນັ້ນ​ແຕ່​ບໍ່​ເຫັນ​ຜູ້ໃດ.</verse>
				<verse number="8">ໂຊໂລ​ໄດ້​ລຸກຂຶ້ນ​ຈາກ​ພື້ນດິນ, ແຕ່​ພໍ​ເມື່ອ​ລາວ​ມືນ​ຕາ​ຂຶ້ນ​ກໍ​ເບິ່ງ​ບໍ່​ເຫັນ​ສິ່ງໃດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈູງ​ມື​ໂຊໂລ​ເຂົ້າ​ໄປ​ເມືອງ​ດາມັສກັດ.</verse>
				<verse number="9">ເປັນ​ເວລາ​ສາມ​ວັນ​ທີ່​ໂຊໂລ​ຕາບອດ ແລະ ທັງ​ບໍ່​ໄດ້​ກິນ ແລະ ບໍ່​ໄດ້​ດື່ມ​ຫຍັງ.</verse>
				<verse number="10">ໃນ​ເມືອງ​ດາມັສກັດ ມີ​ສາວົກ​ຄົນ​ໜຶ່ງ​ຊື່​ອານາເນຍ, ອົງພຣະຜູ້ເປັນເຈົ້າ​ເອີ້ນ​ລາວ​ໃນ​ນິມິດ​ວ່າ, “ອານາເນຍ!” ລາວ​ຕອບ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ”.</verse>
				<verse number="11">ອົງພຣະຜູ້ເປັນເຈົ້າ​ບອກ​ລາວ​ວ່າ, “ຈົ່ງ​ໄປ​ທີ່​ເຮືອນ​ຂອງ​ຢູດາ​ທີ່​ຢູ່​ເທິງ​ຖະໜົນ​ຊື່ ແລະ ໃຫ້​ຖາມ​ຫາ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ວ່າ​ໂຊໂລ​ຜູ້​ທີ່​ມາ​ຈາກ​ເມືອງ​ຕາໂຊ, ເພາະ​ລາວ​ກຳລັງ​ອະທິຖານ​ຢູ່,</verse>
				<verse number="12">ໃນ​ນິມິດ​ລາວ​ໄດ້​ເຫັນ​ຊາຍ​ຄົນ​ໜຶ່ງ​ຊື່​ອານາເນຍ​ເຂົ້າ​ມາ ແລະ ວາງ​ມື​ໃສ່​ລາວ​ເພື່ອ​ໃຫ້​ລາວ​ເຫັນຮຸ່ງ​ໄດ້​ອີກ”.</verse>
				<verse number="13">ອານາເນຍ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍ​ໄດ້​ຍິນ​ຫລາຍ​ຄົນ​ເວົ້າ​ເຖິງ​ເລື່ອງ​ຊາຍ​ຄົນ​ນີ້ ແລະ ຄວາມ​ຊົ່ວຮ້າຍ​ທັງໝົດ​ທີ່​ລາວ​ໄດ້​ເຮັດ​ຕໍ່​ຜູ້​ບໍລິສຸດ​ຂອງ​ພຣະອົງ​ໃນ​ເຢຣູຊາເລັມ.</verse>
				<verse number="14">ແລະ ລາວ​ໄດ້​ມາ​ທີ່​ນີ້​ດ້ວຍ​ສິດອຳນາດ​ຈາກ​ຫົວໜ້າ​ປະໂລຫິດ​ເພື່ອ​ຈັບກຸມ​ຄົນ​ທັງໝົດ​ທີ່​ຮ້ອງ​ອອກ​ນາມ​ຂອງ​ພຣະອົງ”.</verse>
				<verse number="15">ແຕ່​ອົງພຣະຜູ້ເປັນເຈົ້າ​ກ່າວ​ແກ່​ອານາເນຍ​ວ່າ, “ຈົ່ງ​ໄປ​ສາ! ເພາະວ່າ​ຊາຍ​ຄົນ​ນີ້​ເປັນ​ເຄື່ອງມື​ທີ່​ເຮົາ​ໄດ້​ເລືອກ​ໄວ້​ເພື່ອ​ໃຫ້​ປະກາດ​ນາມ​ຂອງ​ເຮົາ​ກັບ​ຄົນຕ່າງຊາດ, ບັນດາ​ກະສັດ​ຂອງ​ພວກເຂົາ ແລະ ຊາວ​ອິດສະຣາເອນ.</verse>
				<verse number="16">ເຮົາ​ຈະ​ສະແດງ​ໃຫ້​ລາວ​ເຫັນ​ວ່າ​ລາວ​ຕ້ອງ​ທົນທຸກ​ຫລາຍ​ເທົ່າໃດ​ເພາະ​ນາມ​ຂອງ​ເຮົາ”.</verse>
				<verse number="17">ແລ້ວ​ອານາເນຍ​ກໍ​ໄປ ແລະ ເຂົ້າ​ໄປ​ໃນ​ເຮືອນ​ນັ້ນ. ລາວ​ໄດ້​ວາງມື​ໃສ່​ໂຊໂລ, ລາວ​ເວົ້າ​ວ່າ, “ອ້າຍ​ໂຊໂລ, ອົງພຣະຜູ້ເປັນເຈົ້າ​ຄື​ພຣະເຢຊູເຈົ້າ ຜູ້​ທີ່​ໄດ້​ປາກົດ​ແກ່​ເຈົ້າ​ລະຫວ່າງ​ທາງ​ທີ່​ເຈົ້າ​ກຳລັງ​ມາ​ນັ້ນ ໄດ້​ສົ່ງ​ເຮົາ​ມາ​ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ເຫັນຮຸ່ງ​ອີກ ແລະ ເພື່ອ​ເຈົ້າ​ຈະ​ໄດ້​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ”.</verse>
				<verse number="18">ທັນໃດ​ນັ້ນ, ກໍ​ມີ​ສິ່ງ​ໜຶ່ງ​ເໝືອນ​ເກັດປາ​ຕົກ​ຈາກ​ຕາ​ຂອງ​ໂຊໂລ ແລະ ເພິ່ນ​ກໍ​ເຫັນຮຸ່ງ​ໄດ້​ອີກ. ໂຊໂລ​ຈຶ່ງ​ລຸກຂຶ້ນ ແລະ ຮັບ​ບັບຕິສະມາ.</verse>
				<verse number="19">ແລະ ຫລັງຈາກ​ກິນ​ອາຫານ​ແລ້ວ, ເພິ່ນ​ກໍ​ມີ​ແຮງ​ຂຶ້ນ. ໂຊໂລ​ໄດ້​ພັກ​ຢູ່​ກັບ​ພວກສາວົກ​ໃນ​ເມືອງ​ດາມັສກັດ​ເປັນ​ເວລາ​ຫລາຍ​ວັນ.</verse>
				<verse number="20">ເພິ່ນ​ກໍ​ໄດ້​ເລີ່ມ​ເທດສະໜາ​ທັນທີ​ໃນ​ທຳມະສາລາ​ຕ່າງໆ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.</verse>
				<verse number="21">ທຸກຄົນ​ທີ່​ໄດ້​ຍິນ​ກໍ​ປະຫລາດໃຈ ແລະ ຖາມ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ທຳລາຍ​ບັນດາ​ຜູ້​ທີ່​ຮ້ອງ​ອອກ​ນາມ​ນີ້​ໃນ​ເຢຣູຊາເລັມ​ແມ່ນ​ບໍ? ແລະ ລາວ​ມາ​ທີ່​ນີ້​ກໍ​ເພື່ອ​ຈັບ​ເອົາ​ຄົນ​ເຫລົ່ານັ້ນ​ເປັນ​ນັກໂທດ​ສົ່ງ​ໃຫ້​ຫົວໜ້າ​ປະໂລຫິດ​ແມ່ນ​ບໍ?”</verse>
				<verse number="22">ແຕ່​ການ​ປະກາດ​ຂອງ​ໂຊໂລ​ກໍ​ຍິ່ງ​ມີ​ລິດອຳນາດ​ເຂັ້ມແຂງ​ຂຶ້ນ ໂດຍ​ພິສູດ​ໃຫ້​ເຫັນ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ ແລະ ເຮັດ​ໃຫ້​ຊາວຢິວ​ໃນ​ເມືອງ​ດາມັສກັດ​ສັບສົນ.</verse>
				<verse number="23">ຫລັງຈາກ​ຫລາຍ​ວັນ​ຜ່ານໄປ, ພວກ​ຢິວ​ໄດ້​ວາງ​ແຜນການ​ຈະ​ຂ້າ​ໂຊໂລ,</verse>
				<verse number="24">ແຕ່​ໂຊໂລ​ໄດ້​ຮູ້​ແຜນການ​ຂອງ​ພວກເຂົາ. ຄົນ​ເຫລົ່ານີ້​ໄດ້​ເຝົ້າ​ຍາມ​ຢູ່​ທີ່​ປະຕູ​ເມືອງ​ທັງ​ກາງເວັນ ແລະ ກາງຄືນ​ເພື່ອ​ຈະ​ຂ້າ​ເພິ່ນ.</verse>
				<verse number="25">ແຕ່​ລູກສິດ​ຂອງ​ໂຊໂລ​ໄດ້​ພາ​ເພິ່ນ​ອອກ​ມາ​ຕອນ​ກາງຄືນ​ໂດຍ​ໃຫ້​ເພິ່ນ​ເຂົ້າ​ໃນ​ກະຕ່າ​ແລ້ວ​ຢ່ອນ​ລົງ​ມາ​ຕາມ​ປ່ອງ​ກຳແພງ​ເມືອງ.</verse>
				<verse number="26">ເມື່ອ​ໂຊໂລ​ມາ​ເຖິງ​ເຢຣູຊາເລັມ, ເພິ່ນ​ກໍ​ພະຍາຍາມ​ທີ່​ຈະ​ເຂົ້າ​ຮ່ວມ​ກັບ​ພວກສາວົກ, ແຕ່​ພວກສາວົກ​ທັງໝົດ​ພາກັນ​ຢ້ານ​ເພິ່ນ, ເພາະ​ບໍ່​ເຊື່ອ​ວ່າ​ເພິ່ນ​ເປັນ​ສາວົກ​ແທ້ໆ.</verse>
				<verse number="27">ແຕ່​ບາຣະນາບາ​ໄດ້​ພາ​ເພິ່ນ​ໄປ​ພົບ​ບັນດາ​ອັກຄະສາວົກ. ບາຣະນາບາ​ໄດ້​ເລົ່າເລື່ອງ​ໃຫ້​ພວກເພິ່ນ​ຟັງ​ວ່າ​ໂຊໂລ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ໃນ​ກາງທາງ​ນັ້ນ​ຢ່າງໃດ ແລະ ພຣະອົງ​ໄດ້​ກ່າວ​ກັບ​ເພິ່ນ​ຢ່າງໃດ ແລະ ເພິ່ນ​ໄດ້​ເທດສະໜາ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ທີ່​ເມືອງ​ດາມັສກັດ​ດ້ວຍ​ໃຈ​ກ້າຫານ​ຢ່າງໃດ​ດ້ວຍ.</verse>
				<verse number="28">ດັ່ງນັ້ນ ໂຊໂລ​ຈຶ່ງ​ໄດ້​ພັກ​ຢູ່​ກັບ​ພວກເພິ່ນ ແລະ ທຽວ​ໄປ​ມາ​ຢ່າງ​ອິດສະຫລະ​ໃນ​ເຢຣູຊາເລັມ ແລະ ກ່າວ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມ​ກ້າຫານ.</verse>
				<verse number="29">ເພິ່ນ​ຍັງ​ໄດ້​ສົນທະນາ ແລະ ໂຕ້ຕອບ​ກັບ​ຊາວ​ຢິວ​ຜູ້​ທີ່​ເວົ້າ​ພາສາ​ກຣີກ, ແຕ່​ພວກເຂົາ​ພະຍາຍາມ​ຈະ​ຂ້າ​ເພິ່ນ.</verse>
				<verse number="30">ເມື່ອ​ຄົນທີ່ເຊື່ອ​ໄດ້​ຮູ້​ເລື່ອງ​ນີ້, ພວກເຂົາ​ຈຶ່ງ​ໄດ້​ພາ​ໂຊໂລ​ລົງ​ໄປ​ທີ່​ເມືອງ​ກາຍຊາເຣຍ ແລະ ສົ່ງ​ເພິ່ນ​ຕໍ່​ໄປ​ທີ່​ເມືອງ​ຕາໂຊ.</verse>
				<verse number="31">ຫລັງຈາກນັ້ນ ຄຣິສຕະຈັກ​ທົ່ວ​ແຂວງ​ຢູດາຍ, ຄາລີເລ ແລະ ຊາມາເຣຍ​ຈຶ່ງ​ຊື່ນຊົມຍິນດີ​ໃນ​ເວລາ​ແຫ່ງ​ຄວາມ​ສະຫງົບສຸກ ແລະ ເຂັ້ມແຂງ​ຂຶ້ນ. ຄຣິສຕະຈັກ​ໄດ້​ເພີ່ມ​ຈຳນວນ​ຫລາຍ​ຂຶ້ນ. ດຳເນີນຊີວິດ​ຢູ່​ໃນ​ຄວາມ​ຢຳເກງ​ອົງພຣະຜູ້ເປັນເຈົ້າ ແລະ ໄດ້​ຮັບ​ກຳລັງໃຈ​ຈາກ​ພຣະວິນຍານບໍລິສຸດເຈົ້າ, ຈຳນວນ​ຜູ້​ທີ່​ເຊື່ອ​ຈຶ່ງ​ເພີ່ມ​ຂຶ້ນ.</verse>
				<verse number="32">ຝ່າຍ​ເປໂຕ​ນັ້ນ​ໄດ້​ເດີນທາງ​ໄປ​ຍັງ​ບ່ອນ​ຕ່າງໆ, ເພິ່ນ​ໄດ້​ໄປ​ຢ້ຽມຢາມ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ທີ່​ຢູ່​ໃນ​ເມືອງ​ລິດດາ.</verse>
				<verse number="33">ໃນ​ທີ່​ນັ້ນ​ເພິ່ນ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ໄອເນ, ຜູ້​ທີ່​ເປັນ​ອຳມະພາດ ແລະ ນອນ​ຢູ່​ກັບ​ຕຽງ​ມາ​ໄດ້​ແປດ​ປີ​ແລ້ວ.</verse>
				<verse number="34">ເປໂຕ​ເວົ້າ​ກັບ​ລາວ​ວ່າ, “ໄອເນ, ພຣະເຢຊູຄຣິດເຈົ້າ​ໄດ້​ເຮັດໃຫ້​ເຈົ້າ​ຫາຍດີ​ແລ້ວ. ຈົ່ງ​ລຸກ​ຂຶ້ນ ແລະ ມ້ຽນ​ບ່ອນນອນ​ຂອງ​ເຈົ້າ”. ທັນ​ໃດ​ນັ້ນ ໄອເນ​ກໍ​ລຸກ​ຂຶ້ນ.</verse>
				<verse number="35">ບັນດາ​ຄົນ​ທັງຫລາຍ​ທີ່ຢູ່​ໃນ​ເມືອງ​ລິດດາ ແລະ ຊາໂຣນ ໄດ້​ເຫັນ​ລາວ​ດັ່ງນັ້ນ​ແລ້ວ​ກໍ​ກັບໃຈ​ມາ​ຫາ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="36">ໃນ​ເມືອງ​ຢົບປາ ມີ​ສາວົກ​ຄົນ​ໜຶ່ງ​ຊື່​ວ່າ​ຕາບີທາ (ນາງ​ມີ​ຊື່​ເປັນ​ພາສາກຣີກ​ວ່າ​ໂດຣະກາ) ນາງ​ເຮັດ​ແຕ່​ຄວາມດີ ແລະ ຊ່ວຍເຫລືອ​ຜູ້ຍາກຈົນ​ຢູ່​ສະເໝີ.</verse>
				<verse number="37">ໃນ​ເວລາ​ນັ້ນ ນາງ​ໄດ້​ເຈັບປ່ວຍ ແລະ ຕາຍ​ໄປ, ແລ້ວ​ສົບ​ຂອງ​ນາງ​ໄດ້​ຮັບ​ການ​ລ້າງ​ແລ້ວ ແລະ ວາງໄວ້​ທີ່​ຫ້ອງ​ຊັ້ນເທິງ.</verse>
				<verse number="38">ເມືອງ​ລິດດາ​ຢູ່​ໃກ້​ກັບ​ເມືອງ​ຢົບປາ; ດັ່ງນັ້ນ ເມື່ອ​ພວກສາວົກ​ໄດ້​ຂ່າວ​ວ່າ​ເປໂຕ​ຢູ່ໃນ​ເມືອງ​ລິດດາ, ພວກເຂົາ​ຈຶ່ງ​ສົ່ງ​ຊາຍ​ສອງ​ຄົນ​ມາ​ຫາ​ເພິ່ນ ແລະ ຂໍຮ້ອງ​ເພິ່ນ​ວ່າ, “ຂໍ​ໃຫ້​ມາ​ຫາ​ພວກເຮົາ​ໃນ​ທັນທີ!”</verse>
				<verse number="39">ເປໂຕ​ຈຶ່ງ​ໄປ​ກັບ​ພວກເຂົາ ແລະ ເມື່ອ​ເພິ່ນ​ມາ​ຮອດ​ແລ້ວ​ພວກເຂົາ​ກໍ​ພາ​ເປໂຕ​ຂຶ້ນ​ໄປ​ຍັງ​ຫ້ອງ​ຊັ້ນເທິງ. ມີ​ບັນດາ​ແມ່ໝ້າຍ​ມາ​ຢືນ​ອ້ອມ​ເປໂຕ, ຮ້ອງໄຫ້ ແລະ ຊີ້​ໃຫ້​ເພິ່ນ​ເບິ່ງ​ເຄື່ອງນຸ່ງ​ຕ່າງໆ​ທີ່​ໂດຣະກາ​ໄດ້​ເຮັດ​ໃຫ້​ເມື່ອ​ນາງ​ຍັງ​ມີຊີວິດ​ຢູ່​ກັບ​ພວກເຂົາ.</verse>
				<verse number="40">ເປໂຕ​ໄດ້​ໃຫ້​ທຸກຄົນ​ອອກ​ໄປ​ຈາກ​ຫ້ອງ; ແລ້ວ​ເພິ່ນ​ໄດ້​ຄຸເຂົ່າ​ລົງ ແລະ ອະທິຖານ. ເພິ່ນ​ຫັນ​ໄປ​ຫາ​ຍິງ​ທີ່​ຕາຍ​ແລ້ວ​ນັ້ນ, ເພິ່ນ​ເວົ້າ​ວ່າ, “ຕາບີທາ, ຈົ່ງ​ລຸກ​ຂຶ້ນ”. ນາງ​ກໍ​ມືນ​ຕາ ແລະ ເມື່ອ​ເຫັນ​ເປໂຕ​ນາງ​ກໍ​ລຸກ​ຂຶ້ນ​ນັ່ງ.</verse>
				<verse number="41">ເພິ່ນ​ຈຶ່ງ​ຈັບ​ມື​ນາງ​ໃຫ້​ຢືນ​ຂຶ້ນ​ແລ້ວ​ເອີ້ນ​ຜູ້ທີ່ເຊື່ອ​ທຸກຄົນ, ໂດຍສະເພາະ​ພວກ​ແມ່ໝ້າຍ​ນັ້ນ​ມາ ແລະ ເພິ່ນ​ໄດ້​ມອບ​ນາງ​ທີ່​ຄືນ​ມາ​ນັ້ນ​ໃຫ້​ແກ່​ພວກເຂົາ.</verse>
				<verse number="42">ເລື່ອງ​ນີ້​ໄດ້​ເປັນ​ທີ່​ຮູ້ຈັກ​ທົ່ວ​ເມືອງ​ຢົບປາ ແລະ ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="43">ຝ່າຍ​ເປໂຕ​ກໍ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຢົບປາ​ເປັນ​ເວລາ​ຫລາຍ​ວັນ​ກັບ​ຊ່າງຟອກໜັງ​ທີ່​ມີ​ຊື່​ວ່າ​ຊີໂມນ.</verse>
			</chapter>
			<chapter number="10">
				<verse number="1">ທີ່​ເມືອງ​ກາຍຊາເຣຍ ມີ​ຊາຍ​ຄົນໜຶ່ງ​ທີ່​ຊື່​ວ່າ​ໂກເນລີໂອ, ນາຍຮ້ອຍ​ຢູ່​ໃນ​ກອງທະຫານ​ທີ່​ເອີ້ນ​ວ່າ​ກອງ​ອີຕາລີ.</verse>
				<verse number="2">ເພິ່ນ ແລະ ຄອບຄົວ​ຂອງ​ເພິ່ນ​ແມ່ນ​ຢຶດໝັ້ນ​ໃນ​ສາສະໜາ ແລະ ຢຳເກງ​ພຣະເຈົ້າ, ເພິ່ນ​ເຄີຍ​ຊ່ວຍເຫລືອ​ຄົນຍາກຈົນ​ດ້ວຍ​ໃຈກວ້າງຂວາງ ແລະ ອະທິຖານ​ຕໍ່​ພຣະເຈົ້າ​ເປັນ​ປະຈຳ.</verse>
				<verse number="3">ມີ​ມື້​ໜຶ່ງ ປະມານ​ບ່າຍ​ສາມ​ໂມງ​ເພິ່ນ​ໄດ້​ເຫັນ​ນິມິດ. ເພິ່ນ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ​ຢ່າງ​ຊັດເຈນ, ເທວະດາ​ຕົນ​ນັ້ນ​ເຂົ້າ​ມາ​ຫາ​ເພິ່ນ ແລະ ກ່າວ​ວ່າ, “ໂກເນລີໂອ!”</verse>
				<verse number="4">ໂກເນລີໂອ​ໄດ້​ຈ້ອງ​ເບິ່ງ​ເທວະດາ​ຕົນ​ນັ້ນ​ດ້ວຍ​ຄວາມຢ້ານ. ເພິ່ນ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ, ມີ​ຫຍັງ​ບໍ?” ເທວະດາ​ຕອບ​ວ່າ, “ຄຳອະທິຖານ​ຂອງ​ເຈົ້າ ແລະ ສິ່ງ​ທີ່​ເຈົ້າ​ໃຫ້​ແກ່​ຄົນຍາກຈົນ​ນັ້ນ​ຂຶ້ນ​ໄປ​ເປັນ​ເຄື່ອງບູຊາ​ໃຫ້​ຈົດຈຳ​ຕໍ່ໜ້າ​ພຣະເຈົ້າ​ແລ້ວ.</verse>
				<verse number="5">ບັດນີ້ ຈົ່ງ​ສົ່ງ​ຄົນ​ໄປ​ເມືອງ​ຢົບປາ​ເພື່ອ​ເຊີນ​ເອົາ​ຊາຍ​ຜູ້​ໜຶ່ງ​ຊື່​ວ່າ​ຊີໂມນ ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ ເປໂຕ.</verse>
				<verse number="6">ເພິ່ນ​ພັກ​ຢູ່​ກັບ​ຊີໂມນ​ຊ່າງຟອກໜັງ, ຜູ້​ທີ່​ມີ​ເຮືອນ​ຢູ່​ແຄມທະເລ”.</verse>
				<verse number="7">ເມື່ອ​ເທວະດາ​ທີ່​ມາ​ບອກ​ເພິ່ນ​ໄດ້​ຈາກ​ໄປ​ແລ້ວ, ໂກເນລີໂອ​ຈຶ່ງ​ເອີ້ນ​ຜູ້ຮັບໃຊ້​ສອງ​ຄົນ ແລະ ທະຫານ​ຮັບໃຊ້​ຄົນ​ໜຶ່ງ​ທີ່​ຖື​ສາສະໜາ​ຢ່າງ​ເຄັ່ງຄັດ​ມາ​ພົບ​ເພິ່ນ.</verse>
				<verse number="8">ແລ້ວ​ເພິ່ນ​ໄດ້​ເລົ່າ​ທຸກ​ເຫດການ​ທີ່​ເກີດຂຶ້ນ​ນັ້ນ​ໃຫ້​ພວກເຂົາ​ຟັງ ແລະ ສົ່ງ​ພວກເຂົາ​ໄປ​ທີ່​ເມືອງ​ຢົບປາ.</verse>
				<verse number="9">ມື້​ຕໍ່​ມາ ປະມານ​ຕອນທ່ຽງ ຂະນະ​ທີ່​ພວກເຂົາ​ກຳລັງ​ເດີນທາງ​ມາ ແລະ ໃກ້​ຈະ​ຮອດ​ເມືອງ​ນັ້ນ​ແລ້ວ, ເປໂຕ​ໄດ້​ຂຶ້ນ​ໄປ​ເທິງ​ຫລັງຄາ​ເພື່ອ​ອະທິຖານ.</verse>
				<verse number="10">ເພິ່ນ​ຮູ້ສຶກ​ຫິວ ແລະ ຢາກ​ຈະ​ຫາ​ບາງ​ຢ່າງ​ມາ​ກິນ, ແລະ ໃນ​ລະຫວ່າງ​ທີ່​ຄົນ​ກຳລັງ​ຈັດຕຽມ​ອາຫານ​ຢູ່​ນັ້ນ, ເປໂຕ​ກໍ​ລືມ​ຄີງ​ໄປ.</verse>
				<verse number="11">ເພິ່ນ​ໄດ້​ເຫັນ​ສະຫວັນ​ເປີດ​ອອກ ແລະ ມີ​ສິ່ງ​ໜຶ່ງ​ເໝືອນ​ຜ້າ​ຜືນ​ໃຫຍ່​ຖືກ​ຢ່ອນ​ລົງ​ມາ​ເທິງ​ໂລກ​ທັງ​ສີ່​ມູມ.</verse>
				<verse number="12">ໃນ​ຜ້າ​ຜືນ​ທີ່​ຢ່ອນ​ມາ​ເທິງ​ໂລກ​ນັ້ນ​ມີ​ສັດ​ທຸກ​ຊະນິດ ລວມ​ທັງ​ສັດສີ່ຕີນ, ສັດເລືອຄານ ແລະ ນົກ.</verse>
				<verse number="13">ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ກ່າວ​ແກ່​ເພິ່ນ​ວ່າ, “ເປໂຕ​ເອີຍ, ຈົ່ງ​ລຸກ​ຂຶ້ນ. ແລ້ວ​ຂ້າ​ກິນ​ສາ”.</verse>
				<verse number="14">ເປໂຕ​ຕອບ​ວ່າ, “ບໍ່​ໄດ້​ເດັດຂາດ ອົງພຣະຜູ້ເປັນເຈົ້າ! ຂ້ານ້ອຍ​ບໍ່​ເຄີຍ​ກິນ​ສິ່ງ​ທີ່​ບໍ່​ໄດ້​ຖືກ​ຊຳລະ​ໃຫ້​ສະອາດ ຫລື ສິ່ງ​ທີ່​ເປັນມົນທິນ​ເລີຍ”.</verse>
				<verse number="15">ສຽງ​ນັ້ນ​ກ່າວ​ແກ່​ເພິ່ນ​ເປັນ​ເທື່ອ​ທີ​ສອງ​ວ່າ, “ຢ່າ​ເອີ້ນ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ຊຳລະ​ໃຫ້​ສະອາດ​ແລ້ວ​ວ່າ​ເປັນມົນທິນ”.</verse>
				<verse number="16">ເຫດການ​ນີ້​ໄດ້​ເກີດຂຶ້ນ​ເຖິງ​ສາມ​ເທື່ອ ແລະ ທັນໃດ​ນັ້ນ ຜ້າ​ຜືນ​ນັ້ນ​ກໍ​ຖືກ​ຮັບ​ຄືນ​ຂຶ້ນ​ສູ່​ສະຫວັນ.</verse>
				<verse number="17">ໃນ​ຂະນະ​ທີ່​ເປໂຕ​ຍັງ​ສົງໄສ​ກ່ຽວກັບ​ຄວາມໝາຍ​ຂອງ​ນິມິດ​ຢູ່​ນັ້ນ, ຄົນ​ທີ່​ໂກເນລີໂອ​ໄດ້​ສົ່ງ​ມາ​ນັ້ນ​ກໍ​ໄດ້​ພົບ​ເຮືອນ​ຂອງ​ຊີໂມນ ແລະ ໄດ້​ມາ​ຢືນ​ຢູ່​ທີ່​ປະຕູ​ເຮືອນ​ແລ້ວ.</verse>
				<verse number="18">ພວກເຂົາ​ຮ້ອງ​ຖາມ​ວ່າ, ຊີໂມນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເປໂຕ ໄດ້​ມາ​ພັກ​ຢູ່​ທີ່​ນີ້​ບໍ.</verse>
				<verse number="19">ຂະນະ​ທີ່​ເປໂຕ​ກຳລັງ​ຄິດ​ເຖິງ​ເລື່ອງ​ນິມິດ​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ແກ່​ເພິ່ນ​ວ່າ, “ຊີໂມນ​ເອີຍ ມີ​ຊາຍ​ສາມ​ຄົນ ​ກຳລັງ​ຊອກຫາ​ເຈົ້າ​ຢູ່.</verse>
				<verse number="20">ດັ່ງນັ້ນ ຈົ່ງ​ລຸກຂຶ້ນ​ແລ້ວ​ລົງ​ໄປ​ຂ້າງລຸ່ມ. ຢ່າ​ລັງເລໃຈ​ທີ່​ຈະ​ໄປ​ກັບ​ພວກເຂົາ, ເພາະ​ແມ່ນ​ເຮົາ​ເອງ​ທີ່​ໄດ້​ສົ່ງ​ພວກເຂົາ​ມາ”.</verse>
				<verse number="21">ເປໂຕ​ຈຶ່ງ​ລົງ​ໄປ ແລະ ບອກ​ຊາຍ​ເຫລົ່ານັ້ນ​ວ່າ, “ເຮົາ​ຄື​ຜູ້​ທີ່​ພວກເຈົ້າ​ກຳລັງ​ຊອກຫາ​ຢູ່. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ມາ​ທີ່​ນີ້?”</verse>
				<verse number="22">ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ມາ​ຈາກ​ນາຍຮ້ອຍ​ໂກເນລີໂອ. ເພິ່ນ​ຜູ້ຊອບທຳ ແລະ ຢຳເກງ​ພຣະເຈົ້າ​ຄົນ​ໜຶ່ງ, ເປັນ​ຜູ້​ທີ່​ເຄົາລົບນັບຖື​ຂອງ​ປະຊາຊົນ​ຊາວຢິວ​ທັງໝົດ. ເທວະດາ​ຜູ້​ບໍລິສຸດ​ໄດ້​ບອກ​ນາຍຮ້ອຍ​ໃຫ້​ມາ​ເຊີນ​ທ່ານ​ໄປ​ທີ່​ເຮືອນ​ຂອງ​ເພິ່ນ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຟັງ​ສິ່ງ​ທີ່​ທ່ານ​ຈະ​ກ່າວ”.</verse>
				<verse number="23">ແລ້ວ​ເປໂຕ​ຈຶ່ງ​ເຊີນ​ພວກເຂົາ​ເຂົ້າ​ມາ​ໃນ​ເຮືອນ​ເພື່ອ​ເປັນ​ແຂກ​ຂອງ​ເພິ່ນ. ໃນ​ມື້​ຕໍ່ມາ ເປໂຕ​ກໍ​ໄດ້​ອອກ​ເດີນທາງ​ໄປ​ກັບ​ພວກເຂົາ ແລະ ມີ​ພີ່ນ້ອງ​ທີ່​ເຊື່ອ​ບາງຄົນ​ຈາກ​ເມືອງ​ຢົບປາ​ກໍ​ໄປ​ນຳ​ເພິ່ນ​ດ້ວຍ.</verse>
				<verse number="24">ມື້​ຕໍ່ມາ​ອີກ ເປໂຕ​ກໍ​ໄດ້​ມາ​ເຖິງ​ເມືອງ​ກາຍຊາເຣຍ. ໂກເນລີໂອ​ກຳລັງ​ຄອຍຖ້າ​ຕ້ອນຮັບ​ພວກເຂົາ​ຢູ່ ແລະ ໄດ້​ເຊີນ​ເອົາ​ຍາດພີ່ນ້ອງ ແລະ ໝູ່​ສະໜິດ​ມາ​ເຕົ້າໂຮມ​ກັນ.</verse>
				<verse number="25">ພໍ​ເປໂຕ​ເຂົ້າໄປ​ໃນ​ເຮືອນ ໂກເນລີໂອ​ກໍ​ອອກ​ມາ​ຕ້ອນຮັບ ແລະ ຂາບ​ລົງ​ທີ່​ຕີນ​ຂອງ​ເປໂຕ​ດ້ວຍ​ຄວາມ​ຢຳເກງ.</verse>
				<verse number="26">ແຕ່​ເປໂຕ​ດຶງ​ລາວ​ໃຫ້​ລຸກຂຶ້ນ​ພ້ອມ​ທັງ​ເວົ້າ​ວ່າ, “ຈົ່ງ​ຢືນ​ຂຶ້ນ, ເຮົາ​ເອງ​ກໍ​ເປັນ​ພຽງ​ມະນຸດ​ຄົນ​ໜຶ່ງ”.</verse>
				<verse number="27">ໃນ​ຂະນະ​ທີ່​ກຳລັງ​ສົນທະນາ​ກັບ​ລາວ​ຢູ່​ນັ້ນ, ເປໂຕ​ໄດ້​ເຂົ້າ​ໄປ​ທາງໃນ ແລະ ພົບ​ປະຊາຊົນ​ຫລວງຫລາຍ​ເຕົ້າໂຮມ​ກັນ​ຢູ່.</verse>
				<verse number="28">ເພິ່ນ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ: “ທ່ານ​ທັງຫລາຍ​ກໍ​ຮູ້​ດີ​ວ່າ​ເປັນ​ການ​ຜິດ​ກົດບັນຍັດ​ຂອງ​ພວກເຮົາ​ທີ່​ຊາວຢິວ​ຈະ​ຄົບ​ຫາ​ສະມາຄົມ ຫລື ຢ້ຽມຢາມ​ຄົນຕ່າງຊາດ. ແຕ່​ພຣະເຈົ້າ​ໄດ້​ສະແດງ​ໃຫ້​ແກ່​ຂ້າພະເຈົ້າ​ໄດ້​ເຫັນ​ວ່າ​ບໍ່​ຄວນ​ເອີ້ນ​ຜູ້ໃດ​ວ່າ​ບໍ່​ສະອາດ ຫລື ເປັນມົນທິນ.</verse>
				<verse number="29">ດັ່ງນັ້ນ ເມື່ອ​ມີ​ຄົນ​ໄປ​ເຊີນ​ຂ້າພະເຈົ້າ, ຂ້າພະເຈົ້າ​ກໍ​ມາ​ໂດຍ​ບໍ່​ຂັດຂ້ອງ​ປະການ​ໃດ. ຂ້າພະເຈົ້າ​ຈຶ່ງ​ຂໍ​ຖາມ​ວ່າ, ເປັນຫຍັງ​ພວກທ່ານ​ຈຶ່ງ​ໄດ້​ສົ່ງ​ຄົນ​ໄປ​ເຊີນ​ຂ້າພະເຈົ້າ​ມາ?”</verse>
				<verse number="30">ໂກເນລີໂອ​ຕອບ​ວ່າ: “ເມື່ອ​ສາມ​ວັນ​ຜ່ານ​ມາ​ນີ້​ໃນ​ເວລາ​ທີ່​ຂ້ານ້ອຍ​ກຳລັງ​ອະທິຖານ​ຢູ່​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ໃນ​ເວລາ​ດຽວ​ກັນ​ນີ້, ເວລາ​ບ່າຍ​ສາມ​ໂມງ, ທັນໃດ​ນັ້ນ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ນຸ່ງເຄື່ອງ​ເຫລື້ອມໃສ​ມາ​ຢືນ​ຢູ່​ຕໍ່ໜ້າ​ຂ້ານ້ອຍ</verse>
				<verse number="31">ແລ້ວ ເວົ້າ​ວ່າ, ‘ໂກເນລີໂອ​ເອີຍ ພຣະເຈົ້າ​ໄດ້​ຍິນ​ຄຳອະທິຖານ​ຂອງ​ເຈົ້າ ແລະ ໄດ້​ລະນຶກ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ໃຫ້​ແກ່​ຄົນຍາກຈົນ​ແລ້ວ.</verse>
				<verse number="32">ຈົ່ງ​ສົ່ງ​ຄົນ​ໄປ​ເມືອງ​ຢົບປາ​ເພື່ອ​ເຊີນ​ເອົາ​ຊີໂມນ ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເປໂຕ. ເພິ່ນ​ເປັນ​ແຂກ​ພັກອາໄສ​ຢູ່​ທີ່​ເຮືອນ​ຂອງ​ຊີໂມນ​ຊ່າງຟອກໜັງ, ຜູ້​ທີ່​ມີ​ເຮືອນ​ຢູ່​ແຄມທະເລ’.</verse>
				<verse number="33">ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ສົ່ງ​ຄົນ​ໄປ​ເຊີນ​ທ່ານ​ທັນທີ ແລະ ດີ​ແທ້ໆ​ທີ່​ທ່ານ​ກໍ​ກະລຸນາ​ມາ. ບັດນີ້ ພວກຂ້ານ້ອຍ​ທັງຫລາຍ​ກໍ​ຢູ່​ທີ່​ນີ້​ພ້ອມ​ກັນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ເພື່ອ​ຮັບຟັງ​ທຸກໆ​ສິ່ງ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ສັ່ງ​ທ່ານ​ໃຫ້​ບອກ​ພວກຂ້ານ້ອຍ”.</verse>
				<verse number="34">ແລ້ວ​ເປໂຕ​ຈຶ່ງ​ເລີ່ມຕົ້ນ​ກ່າວ​ວ່າ: “ບັດນີ້ ຂ້າພະເຈົ້າ​ຮູ້ຈັກ​ຄັກ​ແລ້ວ​ວ່າ, ພຣະເຈົ້າ​ບໍ່​ໄດ້​ສະແດງ​ຄວາມ​ລຳອຽງ</verse>
				<verse number="35">ແຕ່​ຍອມຮັບ​ຄົນ​ຈາກ​ທຸກ​ຊາດ​ທີ່​ຢຳເກງ​ພຣະອົງ ແລະ ເຮັດ​ສິ່ງ​ທີ່​ຖືກຕ້ອງ.</verse>
				<verse number="36">ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ, ໃຫ້​ປະກາດ​ຂ່າວປະເສີດ​ແຫ່ງ​ສັນຕິສຸກ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ທຸກຄົນ.</verse>
				<verse number="37">ພວກທ່ານ​ກໍ​ຮູ້​ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ທົ່ວ​ແຂວງ​ຢູດາຍ, ເລີ່ມ​ທີ່​ທະເລ​ຄາລີເລ​ຫລັງຈາກ​ທີ່​ໂຢຮັນ​ໄດ້​ໄປ​ປະກາດ​ເລື່ອງ​ບັບຕິສະມາ,</verse>
				<verse number="38">ຄື​ເລື່ອງ​ທີ່​ພຣະເຈົ້າ​ໄດ້​ເຈີມ​ຕັ້ງ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ລິດອຳນາດ ແລະ ທີ່​ພຣະອົງ​ໄດ້​ເດີນທາງ​ໄປ​ເຮັດ​ຄວາມດີ ແລະ ຮັກສາ​ທຸກຄົນ​ທີ່​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ມານຮ້າຍ​ຢ່າງ​ໃດ ເພາະ​ພຣະເຈົ້າ​ຢູ່​ກັບ​ພຣະອົງ.</verse>
				<verse number="39">“ພວກຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ທຸກສິ່ງ​ທີ່​ພຣະອົງ​ກະທຳ ທັງ​ໃນ​ດິນແດນ​ຂອງ​ຊາວ​ຢິວ ແລະ ໃນ​ເຢຣູຊາເລັມ. ພວກເຂົາ​ໄດ້​ຂ້າ​ພຣະອົງ​ໂດຍ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ,</verse>
				<verse number="40">ແຕ່​ໃນ​ວັນ​ທີ​ສາມ ພຣະເຈົ້າ​ໄດ້​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ ແລະ ໃຫ້​ພຣະອົງ​ປາກົດ​ຕົວ​ໃຫ້​ຄົນ​ເຫັນ.</verse>
				<verse number="41">ບໍ່​ແມ່ນ​ທຸກຄົນ​ທີ່​ໄດ້​ເຫັນ​ພຣະອົງ ມີ​ແຕ່​ພະຍານ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ເທົ່ານັ້ນ​ທີ່​ໄດ້​ເຫັນ, ຄື​ປາກົດ​ແກ່​ພວກຂ້າພະເຈົ້າ​ຜູ້​ທີ່​ໄດ້​ກິນ ແລະ ໄດ້​ດື່ມ​ກັບ​ພຣະອົງ​ຫລັງ​ຈາກ​ທີ່​ພຣະອົງ​ຄືນ​ມາ​ຈາກ​ຕາຍ.</verse>
				<verse number="42">ພຣະອົງ​ສັ່ງ​ໃຫ້​ພວກຂ້າພະເຈົ້າ​ປະກາດ​ແກ່​ຄົນ​ທັງຫລາຍ ແລະ ໃຫ້​ເປັນ​ພະຍານ​ວ່າ​ພຣະອົງ​ແມ່ນ​ຜູ້​ທີ່​ພຣະເຈົ້າ​ຕັ້ງ​ໃຫ້​ເປັນ​ຜູ້ພິພາກສາ​ທັງ​ຄົນເປັນ ແລະ ຄົນຕາຍ.</verse>
				<verse number="43">ຜູ້ທຳນວາຍ​ທັງໝົດ​ກໍ​ຢືນຢັນ​ກ່ຽວກັບ​ພຣະອົງ​ວ່າ, ທຸກຄົນ​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ບາບ​ຜ່ານທາງ​ນາມ​ຂອງ​ພຣະອົງ”.</verse>
				<verse number="44">ຂະນະ​ທີ່​ເປໂຕ​ຍັງ​ກ່າວ​ຖ້ອຍຄຳ​ເຫລົ່ານີ້​ຢູ່​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ທຸກຄົນ​ທີ່​ກຳລັງ​ຟັງ​ຖ້ອຍຄຳ​ນັ້ນ.</verse>
				<verse number="45">ບັນດາ​ຜູ້ທີ່ເຊື່ອ​ທີ່​ໄດ້​ຮັບ​ພິທີຕັດ​ແລ້ວ ຄື​ຄົນ​ທີ່​ມາ​ກັບ​ເປໂຕ​ກໍ​ປະຫລາດໃຈ​ທີ່​ພຣະເຈົ້າ​ເທ​ຂອງປະທານ​ຄື​ພຣະວິນຍານບໍລິສຸດເຈົ້າ​ລົງ​ມາ​ໃຫ້​ຄົນຕ່າງຊາດ​ເໝືອນກັນ.</verse>
				<verse number="46">ເພາະ​ພວກເຂົາ​ໄດ້​ຍິນ​ຄົນ​ເຫລົ່ານີ້​ເວົ້າ​ພາສາ​ແປກໆ ແລະ ສັນລະເສີນ​ພຣະເຈົ້າ. ແລ້ວ​ເປໂຕ​ໄດ້​ກ່າວ​ວ່າ,</verse>
				<verse number="47">“ບໍ່​ມີ​ຜູ້ໃດ​ຈະ​ຫ້າມ​ຄົນ​ເຫລົ່ານີ້​ບໍ່​ໃຫ້​ຮັບ​ບັບຕິສະມາ​ດ້ວຍ​ນ້ຳ​ຢ່າງ​ແນ່ນອນ. ໃນ​ເມື່ອ​ພວກເຂົາ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ເໝືອນ​ດັ່ງ​ພວກເຮົາ​ແລ້ວ”.</verse>
				<verse number="48">ດັ່ງນັ້ນ ເປໂຕ​ຈຶ່ງ​ສັ່ງ​ໃຫ້​ຄົນ​ເຫລົ່ານີ້​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ. ຫລັງຈາກ​ນັ້ນ ພວກເຂົາ​ກໍ​ຂໍ​ເປໂຕ​ໃຫ້​ພັກ​ຢູ່​ກັບ​ພວກເຂົາ​ອີກ​ສອງ​ສາມ​ມື້.</verse>
			</chapter>
			<chapter number="11">
				<verse number="1">ບັນດາ​ອັກຄະສາວົກ ແລະ ພວກ​ພີ່ນ້ອງ​ທີ່​ເຊື່ອ​ທົ່ວ​ແຂວງ​ຢູດາຍ ໄດ້​ຍິນ​ວ່າ​ຄົນຕ່າງຊາດ​ກໍ​ໄດ້​ຮັບ​ພຣະຄຳ​ຂອງ​ພຣະເຈົ້າ​ເໝືອນກັນ.</verse>
				<verse number="2">ດັ່ງນັ້ນ ເມື່ອ​ເປໂຕ​ກັບ​ຄືນ​ມາ​ທີ່​ເຢຣູຊາເລັມ ພວກ​ຜູ້ທີ່ເຊື່ອ​ທີ່​ໄດ້​ຮັບ​ພິທີຕັດ​ແລ້ວ​ກໍ​ວິພາກວິຈານ​ເພິ່ນ</verse>
				<verse number="3">ແລະ ເວົ້າ​ວ່າ, “ທ່ານ​ໄດ້​ເຂົ້າໄປ​ໃນ​ເຮືອນ​ຂອງ​ຄົນ​ທີ່​ບໍ່​ໄດ້​ຮັບ​ພິທີຕັດ ແລະ ຮັບປະທານ​ອາຫານ​ກັບ​ພວກເຂົາ”.</verse>
				<verse number="4">ເປໂຕ​ຈຶ່ງ​ເລີ່ມ​ອະທິບາຍ​ເລື່ອງ​ທັງໝົດ​ຈາກ​ຈຸດເລີ່ມຕົ້ນ​ແກ່​ພວກເຂົາ​ຟັງ​ວ່າ:</verse>
				<verse number="5">“ຂ້າພະເຈົ້າ​ຢູ່​ທີ່​ເມືອງ​ຢົບປາ​ກຳລັງ​ອະທິຖານ​ຢູ່ ແລະ ກໍ​ລືມຄີງ​ໄປ ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ນິມິດ. ຂ້າພະເຈົ້າ​ເຫັນ​ສິ່ງ​ໜຶ່ງ​ເໝືອນ​ຜ້າ​ຜືນ​ໃຫຍ່​ທັງສີ່​ມູມ​ຢ່ອນ​ຈາກ​ສະຫວັນ​ລົງ​ມາ​ບ່ອນ​ທີ່​ຂ້າພະເຈົ້າ​ຢູ່.</verse>
				<verse number="6">ຂ້າພະເຈົ້າ​ເບິ່ງ​ເຂົ້າ​ໄປ​ທາງໃນ​ກໍ​ເຫັນ​ສັດ​ບົກ​ສີ່​ຕີນ, ສັດ​ປ່າ, ສັດເລືອຄານ ແລະ ນົກ​ຕ່າງໆ.</verse>
				<verse number="7">ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ບອກ​ຂ້າພະເຈົ້າ​ວ່າ, ‘ເປໂຕ, ຈົ່ງ​ລຸກຂຶ້ນ. ຈົ່ງ​ຂ້າ ແລະ ກິນ​ສາ’.</verse>
				<verse number="8">“ຂ້າພະເຈົ້າ​ຕອບ​ວ່າ, ‘ບໍ່​ໄດ້ ອົງພຣະຜູ້ເປັນເຈົ້າ! ບໍ່​ເຄີຍ​ມີ​ສິ່ງ​ທີ່​ເປັນມົນທິນ ຫລື ສິ່ງ​ທີ່​ບໍ່​ສະອາດ​ເຂົ້າ​ໄປ​ໃນ​ປາກ​ຂອງ​ຂ້ານ້ອຍ​ຈັກ​ເທື່ອ’.</verse>
				<verse number="9">“ສຽງ​ນັ້ນ​ກ່າວ​ຈາກ​ສະຫວັນ​ເປັນ​ເທື່ອ​ທີ​ສອງ​ວ່າ, ‘ຢ່າ​ເອີ້ນ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ຊຳລະ​ໃຫ້​ສະອາດ​ແລ້ວ​ວ່າ​ເປັນ​ມົນທິນ’.</verse>
				<verse number="10">ເຫດການ​ເຊັ່ນ​ນີ້​ໄດ້​ເກີດ​ຂຶ້ນ​ເຖິງ​ສາມ​ເທື່ອ, ແລ້ວ​ສິ່ງ​ທັງໝົດ​ນັ້ນ​ກໍ​ຖືກ​ຮັບ​ຄືນ​ສູ່​ສະຫວັນ​ອີກ.</verse>
				<verse number="11">“ໃນ​ທັນໃດ​ນັ້ນ ກໍ​ມີ​ຊາຍ​ສາມ​ຄົນ​ທີ່​ຖືກ​ສົ່ງ​ຈາກ​ເມືອງ​ກາຍຊາເຣຍ​ມາ​ຫາ​ຂ້າພະເຈົ້າ ພວກເຂົາ​ໄດ້​ມາ​ຢຸດ​ຢູ່​ທີ່​ເຮືອນ​ບ່ອນ​ທີ່​ຂ້າພະເຈົ້າ​ອາໄສ​ຢູ່.</verse>
				<verse number="12">ພຣະວິນຍານບໍລິສຸດເຈົ້າ​ໄດ້​ສັ່ງ​ໃຫ້​ຂ້າພະເຈົ້າ​ໄປ​ກັບ​ພວກເຂົາ​ໂດຍ​ບໍ່​ໃຫ້​ລັງເລໃຈ. ພີ່ນ້ອງ​ຫົກ​ຄົນ​ເຫລົ່ານີ້​ກໍ​ໄດ້​ໄປ​ກັບ​ຂ້າພະເຈົ້າ​ເໝືອນກັນ ແລະ ພວກເຮົາ​ໄດ້​ເຂົ້າໄປ​ໃນ​ເຮືອນ​ຂອງ​ຊາຍ​ຜູ້​ນັ້ນ.</verse>
				<verse number="13">ເພິ່ນ​ໄດ້​ເລົ່າ​ເຫດການ​ໃຫ້​ພວກຂ້າພະເຈົ້າ​ຟັງ​ວ່າ ເພິ່ນ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ມາ​ປາກົດ​ໃນ​ເຮືອນ​ຂອງ​ເພິ່ນ ແລະ ກ່າວ​ວ່າ, ‘ຈົ່ງ​ສົ່ງ​ຄົນ​ໄປ​ເມືອງ​ຢົບປາ ເພື່ອ​ເຊີນ​ເອົາ​ຊີໂມນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເປໂຕ.</verse>
				<verse number="14">ລາວ​ຈະ​ກ່າວ​ຖ້ອຍຄຳ​ໃຫ້​ເຈົ້າ​ຟັງ ຜ່ານ​ທາງ​ຖ້ອຍຄຳ​ນັ້ນ ເຈົ້າ ແລະ ທຸກຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ພົ້ນ’.</verse>
				<verse number="15">“ເມື່ອ​ຂ້າພະເຈົ້າ​ເລີ່ມຕົ້ນ​ກ່າວ, ພຣະວິນຍານບໍລິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ພວກເຂົາ​ເໝືອນ​ທີ່​ໄດ້​ລົງ​ມາ​ເທິງ​ພວກເຮົາ​ໃນ​ຕອນຕົ້ນ​ນັ້ນ.</verse>
				<verse number="16">ແລ້ວ​ຂ້າພະເຈົ້າ​ຈຶ່ງ​ໄດ້​ລະນຶກ​ເຖິງ​ຖ້ອຍຄຳ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ໄວ້​ວ່າ: ‘ໂຢຮັນ​ໄດ້​ໃຫ້​ບັບຕິສະມາ​ດ້ວຍ ​ນ້ຳ, ແຕ່​ຝ່າຍ​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ບັບຕິສະມາ​ດ້ວຍ ​ພຣະວິນຍານບໍລິສຸດເຈົ້າ’.</verse>
				<verse number="17">ດັ່ງນັ້ນ ຖ້າ​ພຣະເຈົ້າ​ໃຫ້​ພວກເຂົາ​ໄດ້​ຮັບ​ຂອງປະທານ​ຢ່າງ​ດຽວ​ກັນ​ກັບ​ໃຫ້​ພວກເຮົາ​ຜູ້​ທີ່​ເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ແລ້ວ, ຂ້າພະເຈົ້າ​ເປັນ​ຜູ້ໃດ​ທີ່​ຄິດ​ຈະ​ຂັດຂວາງ​ພຣະເຈົ້າ​ໄດ້?”</verse>
				<verse number="18">ເມື່ອ​ພວກເຂົາ​ໄດ້​ຍິນ​ຢ່າງນີ້​ແລ້ວ, ພວກເຂົາ​ກໍ​ບໍ່​ມີ​ຂໍ້​ຄັດຄ້ານ​ອັນ​ໃດ​ອີກ ແລະ ພາກັນ​ສັນລະເສີນ​ພຣະເຈົ້າ​ວ່າ, ໂດຍ​ກ່າວ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ​ແລ້ວ, ແມ່ນແຕ່​ຄົນຕ່າງຊາດ​ພຣະເຈົ້າ​ກໍ​ຍັງ​ອະນຸຍາດ​ໃຫ້​ກັບໃຈໃໝ່​ເຂົ້າ​ສູ່​ຊີວິດ​ດ້ວຍ”.</verse>
				<verse number="19">ບັດນີ້ ບັນດາ​ຜູ້​ທີ່​ໄດ້​ແຕກ​ກະຈັດ​ກະຈາຍ​ໄປ​ເພາະ​ການ​ຂົ່ມເຫັງ​ທີ່​ເກີດ​ຂຶ້ນ​ເມື່ອ​ຊະເຕຟາໂນ​ຖືກ​ຂ້າ​ນັ້ນ ຕ່າງ​ກໍ​ພາກັນ​ເດີນທາງ​ໄປ​ໄກ​ຈົນ​ເຖິງ​ເມືອງ​ໂຟນີເຊຍ, ເກາະ​ໄຊປຣັດ ແລະ ເມືອງ​ອັນຕີໂອເຂຍ ແລະ ໄດ້​ປະກາດ​ພຣະທຳ​ໃຫ້​ພຽງ​ແຕ່​ຊາວຢິວ​ເທົ່າ​ນັ້ນ.</verse>
				<verse number="20">ແຕ່​ກໍ​ມີ​ບາງຄົນ​ໃນ​ພວກເຂົາ​ທີ່​ມາ​ຈາກ​ເກາະ​ໄຊປຣັດ ແລະ ຈາກ​ເມືອງ​ກີເຣເນ​ໄດ້​ໄປ​ທີ່​ເມືອງ​ອັນຕີໂອເຂຍ ແລະ ໄດ້​ເລີ່ມຕົ້ນ​ປະກາດ​ຂ່າວປະເສີດ​ເລື່ອງ​ອົງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ແກ່​ຊາວ​ກຣີກ​ອີກ​ດ້ວຍ.</verse>
				<verse number="21">ມື​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ຢູ່​ນຳ​ພວກເຂົາ ແລະ ມີ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ເຊື່ອ ແລະ ກັບໃຈ​ມາ​ຫາ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="22">ຂ່າວ​ກ່ຽວກັບ​ເລື່ອງ​ນີ້​ໄດ້​ໄປ​ເຖິງ​ຄຣິສຕະຈັກ​ໃນ​ເຢຣູຊາເລັມ ແລະ ພວກເຂົາ​ຈຶ່ງ​ສົ່ງ​ບາຣະນາບາ​ໄປ​ທີ່​ເມືອງ​ອັນຕີໂອເຂຍ.</verse>
				<verse number="23">ເມື່ອ​ບາຣະນາບາ​ໄດ້​ມາ​ຮອດ ແລະ ໄດ້​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ, ເພິ່ນ​ກໍ​ດີໃຈ ແລະ ໜູນໃຈ​ພວກເຂົາ​ທຸກຄົນ​ໃຫ້​ສືບຕໍ່​ສັດຊື່​ຕໍ່​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ສຸດ​ໃຈ​ຂອງ​ພວກເຂົາ.</verse>
				<verse number="24">ບາຣະນາບາ​ເປັນ​ຄົນ​ດີ, ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ຄວາມເຊື່ອ, ແລ້ວ​ຈຶ່ງ​ມີ​ຄົນ​ຈຳນວນ​ຫລວງຫລາຍ​ໄດ້​ມາ​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="25">ຫລັງ​ຈາກ​ນັ້ນ ບາຣະນາບາ​ໄດ້​ໄປ​ທີ່​ເມືອງ​ຕາໂຊ​ເພື່ອ​ຊອກຫາ​ໂຊໂລ,</verse>
				<verse number="26">ແລະ ເມື່ອ​ພົບ​ເພິ່ນ​ແລ້ວ, ເພິ່ນ​ກໍ​ນຳ​ໂຊໂລ​ໄປ​ທີ່​ເມືອງ​ອັນຕີໂອເຂຍ. ດັ່ງນັ້ນ ບາຣະນາບາ ແລະ ໂຊໂລ​ໄດ້​ພົບປະ​ກັບ​ຄຣິສຕະຈັກ​ທີ່​ນັ້ນ​ຕະຫລອດ​ໜຶ່ງ​ປີ​ເຕັມ ແລະ ໄດ້​ສັ່ງສອນ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ. ພວກສາວົກ​ໄດ້​ຊື່​ວ່າ​ຄຣິສຕຽນ​ເປັນ​ເທື່ອ​ທຳອິດ​ທີ່​ເມືອງ​ອັນຕີໂອເຂຍ​ນັ້ນ​ເອງ.</verse>
				<verse number="27">ໃນ​ເວລາ​ນັ້ນ ມີ​ຜູ້ທຳນວາຍ​ບາງຄົນ​ລົງ​ຈາກ​ເຢຣູຊາເລັມ​ມາ​ທີ່​ເມືອງ​ອັນຕີໂອເຂຍ.</verse>
				<verse number="28">ຄົນ​ໜຶ່ງ​ໃນ​ພວກເຂົາ​ທີ່​ຊື່​ອາຄະໂບ, ໄດ້​ຢືນ​ຂຶ້ນ ແລະ ໄດ້​ທຳນວາຍ​ຜ່ານທາງ​ພຣະວິນຍານ​ວ່າ​ຈະ​ເກີດ​ມີ​ການ​ອຶດຢາກ​ອາຫານ​ຢ່າງ​ຮ້າຍແຮງ​ຂຶ້ນ​ທົ່ວ​ຈັກກະພົບ​ໂຣມ. (ເຫດການ​ຄັ້ງ​ນີ້​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ກະລາວດີໂອ.)</verse>
				<verse number="29">ພວກສາວົກ​ຈຶ່ງ​ຕັດສິນໃຈ​ວ່າ​ຈະ​ຮ່ວມ​ກັນ​ຊ່ວຍເຫລືອ​ບັນດາ​ພີ່ນ້ອງ​ທີ່​ອາໄສ​ຢູ່​ໃນ​ແຂວງ​ຢູດາຍ​ຕາມ​ຄວາມສາມາດ​ຂອງ​ແຕ່ລະຄົນ.</verse>
				<verse number="30">ພວກເພິ່ນ​ໄດ້​ເຮັດ​ຕາມ​ນັ້ນ​ໂດຍ​ຝາກ​ສິ່ງຂອງ​ໃຫ້​ບາຣະນາບາ​ກັບ​ໂຊໂລ​ນຳ​ໄປ​ຊ່ວຍ​ບັນດາ​ຜູ້ອາວຸໂສ​ໃນ​ຄຣິສຕະຈັກ.</verse>
			</chapter>
			<chapter number="12">
				<verse number="1">ໃນ​ເວລາ​ນັ້ນ ກະສັດ​ເຮໂຣດ​ໄດ້​ຈັບກຸມ​ຄົນ​ຂອງ​ຄຣິສຕະຈັກ​ໄປ ໂດຍ​ເຈດຕະນາ​ຈະ​ຂົ່ມເຫັງ​ພວກເຂົາ.</verse>
				<verse number="2">ເຮໂຣດ​ໄດ້​ຂ້າ​ຢາໂກໂບ​ອ້າຍ​ຂອງ​ໂຢຮັນ​ດ້ວຍ​ດາບ.</verse>
				<verse number="3">ເມື່ອ​ເຮໂຣດ​ເຫັນ​ວ່າ​ການ​ກະທຳ​ເຊັ່ນນີ້​ເປັນ​ທີ່​ພໍໃຈ​ທ່າມກາງ​ພວກ​ຢິວ, ເພິ່ນ​ຈຶ່ງ​ສັ່ງ​ຈັບ​ເປໂຕ​ເໝືອນກັນ. ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ຊ່ວງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ.</verse>
				<verse number="4">ຫລັງຈາກ​ຈັບ​ເປໂຕ​ແລ້ວ, ເພິ່ນ​ກໍ​ຂັງ​ເປໂຕ​ໄວ້​ໃນ​ຄຸກ ໂດຍ​ມີ​ທະຫານ​ສີ່​ໝູ່ ໝູ່​ລະ​ສີ່​ຄົນ​ເປັນ​ຜູ້​ເຝົ້າ​ຍາມ. ເຮໂຣດ​ຕັ້ງໃຈ​ຈະ​ນຳ​ເປໂຕ​ອອກ​ມາ​ສືບສວນ​ໃນ​ທີ່​ສາທາລະນະ ຫລັງຈາກ​ເທດສະການ​ປັດສະຄາ.</verse>
				<verse number="5">ດັ່ງນັ້ນ ເປໂຕ​ຈຶ່ງ​ຖືກ​ຄຸມຂັງ​ໄວ້​ຢູ່​ໃນ​ຄຸກ, ແຕ່​ຄຣິສຕະຈັກ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າ​ເພື່ອ​ເພິ່ນ​ດ້ວຍ​ໃຈ​ຮ້ອນຮົນ.</verse>
				<verse number="6">ໃນ​ເວລາ​ກາງຄືນ​ກ່ອນ​ທີ່​ເຮໂຣດ​ຈະ​ນຳ​ເປໂຕ​ອອກ​ມາ​ສືບສວນ, ເປໂຕ​ກໍ​ກຳລັງ​ນອນຫລັບ​ຢູ່​ລະຫວ່າງ​ກາງ​ທະຫານ​ສອງ​ຄົນ, ຖືກ​ລ່າມ​ດ້ວຍ​ໂສ້​ສອງ​ເສັ້ນ ແລະ ຕໍ່ໜ້າ​ປະຕູ​ຄຸກ​ກໍ​ມີ​ທະຫານ​ຍາມ​ຢືນ​ເຝົ້າ​ຢູ່.</verse>
				<verse number="7">ໃນ​ທັນໃດ​ນັ້ນ ກໍ​ມີ​ເທວະດາ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕົນ​ໜຶ່ງ​ໄດ້​ມາ​ປາກົດ ແລະ ໄດ້​ມີ​ແສງສະຫວ່າງ​ສ່ອງ​ເຂົ້າ​ໄປ​ໃນ​ຫ້ອງ​ຄຸມຂັງ. ເທວະດາ​ຕົນ​ນັ້ນ​ໄດ້​ຕົບ​ທີ່​ຂ້າງ​ຂອງ​ເປໂຕ ແລະ ປຸກ​ເພິ່ນ​ໃຫ້​ຕື່ນ. ເທວະດາ​ເວົ້າ​ວ່າ, “ລຸກ​ຂຶ້ນ​ໄວໆ!” ແລ້ວ​ໂສ້​ທັງຫລາຍ​ກໍ​ຫລຸດ​ອອກ​ຈາກ​ຂໍ້ມື​ຂອງ​ເປໂຕ.</verse>
				<verse number="8">ແລ້ວ​ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, “ຈົ່ງ​ນຸ່ງ​ເສື້ອຜ້າ ແລະ ໃສ່​ເກີບ​ຂອງ​ເຈົ້າ​ສາ”. ແລະ ເປໂຕ​ກໍ​ເຮັດ​ຕາມ. ແລ້ວ​ເທວະດາ​ກໍ​ບອກ​ວ່າ, “ຈົ່ງ​ນຸ່ງ​ເສື້ອຄຸມ​ແລ້ວ​ຕາມ​ເຮົາ​ມາ”.</verse>
				<verse number="9">ເປໂຕ​ກໍ​ໄດ້​ຕາມ​ອອກ​ໄປ​ຈາກ​ຄຸກ. ເພິ່ນ​ບໍ່​ຮູ້​ວ່າ​ສິ່ງ​ທີ່​ເທວະດາ​ເຮັດ​ຢູ່​ນັ້ນ​ເປັນ​ເລື່ອງ​ຈິງ, ເພິ່ນ​ຄິດ​ວ່າ​ຕົນ​ເອງ​ກຳລັງ​ເຫັນ​ນິມິດ.</verse>
				<verse number="10">ເມື່ອ​ພວກເພິ່ນ​ອອກ​ໄປ​ພົ້ນ​ຈາກ​ທະຫານ​ຍາມ​ຊຸດ​ທີ​ໜຶ່ງ ແລະ ຊຸດ​ທີ​ສອງ​ແລ້ວ ກໍ​ມາ​ເຖິງ​ປະຕູ​ເຫລັກ​ທີ່​ຈະ​ເຂົ້າໄປ​ໃນ​ເມືອງ. ປະຕູ​ນັ້ນ​ກໍ​ໄຂ​ອອກ​ເອງ​ໃຫ້​ພວກເພິ່ນ ແລະ ພວກເພິ່ນ​ກໍ​ຜ່ານ​ປະຕູ​ນັ້ນ​ໄປ. ເມື່ອ​ພວກເພິ່ນ​ຍ່າງ​ໄປ​ເຖິງ​ທາງ​ແຍກ ທັນໃດ​ນັ້ນ ເທວະດາ​ຕົນ​ນັ້ນ​ກໍ​ຈາກ​ເພິ່ນ​ໄປ.</verse>
				<verse number="11">ເປໂຕ​ຈຶ່ງ​ຮູ້ສຶກ​ຕົວ ແລະ ເວົ້າ​ວ່າ, “ດຽວ​ນີ້​ເຮົາ​ຮູ້​ແນ່ນອນ​ແລ້ວ​ວ່າ​ອົງພຣະຜູ້ເປັນເຈົ້າ​ໃຊ້​ເທວະດາ​ຂອງ​ພຣະອົງ​ມາ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ເຮໂຣດ ແລະ ຈາກ​ການ​ປອງຮ້າຍ​ທັງຫລາຍ​ຂອງ​ພວກ​ຢິວ”.</verse>
				<verse number="12">ເມື່ອ​ເພິ່ນ​ຄິດ​ໄດ້​ຢ່າງ​ນີ້, ເພິ່ນ​ກໍ​ໄປ​ຍັງ​ເຮືອນ​ຂອງ​ມາຣີ​ຜູ້​ເປັນ​ແມ່​ຂອງ​ໂຢຮັນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ມາຣະໂກ, ບ່ອນ​ທີ່​ຫລາຍ​ຄົນ​ໄດ້​ເຕົ້າໂຮມກັນ ແລະ ອະທິຖານ.</verse>
				<verse number="13">ເປໂຕ​ໄດ້​ເຄາະ​ທີ່​ປະຕູ​ຊັ້ນນອກ, ມີ​ຄົນຮັບໃຊ້​ຜູ້​ໜຶ່ງ​ຊື່​ນາງ​ໂຣດາ​ມາ​ຕອບ​ທີ່​ປະຕູ.</verse>
				<verse number="14">ເມື່ອ​ນາງ​ຈື່​ສຽງ​ຂອງ​ເປໂຕ​ໄດ້, ນາງ​ກໍ​ຊື່ນຊົມຍິນດີ​ຫລາຍ​ຈົນ​ແລ່ນ​ກັບ​ໄປ​ໂດຍ​ບໍ່​ໄດ້​ເປີດ​ປະຕູ​ໃຫ້ ແລະ ຮ້ອງ​ວ່າ, “ເປໂຕ​ຢືນ​ຢູ່​ທີ່​ປະຕູ!”</verse>
				<verse number="15">ຄົນ​ເຫລົ່ານັ້ນ​ຈຶ່ງ​ເວົ້າ​ວ່າ, “ເຈົ້າ​ເສຍສະຕິ​ໄປ​ແລ້ວ”. ແຕ່​ເມື່ອ​ນາງ​ຢືນຢັນ​ວ່າ​ເປັນ​ຢ່າງ​ນັ້ນ​ແທ້, ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ຕ້ອງ​ເປັນ​ເທວະດາ​ປະຈຳໂຕ​ຂອງ​ເປໂຕ”.</verse>
				<verse number="16">ແຕ່​ເປໂຕ​ຍັງ​ເຄາະ​ປະຕູ​ບໍ່​ຢຸດ ແລະ ເມື່ອ​ພວກເຂົາ​ເປີດ​ປະຕູ ແລະ ເຫັນ​ວ່າ​ແມ່ນ​ເປໂຕ, ພວກເຂົາ​ກໍ​ປະຫລາດໃຈ.</verse>
				<verse number="17">ແຕ່​ເປໂຕ​ໂບກ​ມື​ໃຫ້​ພວກເຂົາ​ມິດ ແລ້ວ​ເລົ່າ​ເຖິງ​ເລື່ອງ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ນຳ​ເພິ່ນ​ອອກ​ມາ​ຈາກ​ຄຸກ​ໄດ້​ຢ່າງໃດ. ເພິ່ນ​ເວົ້າ​ວ່າ, “ຈົ່ງ​ບອກ​ເລື່ອງ​ນີ້​ແກ່​ຢາໂກໂບ ແລະ ພວກ​ພີ່ນ້ອງ​ທີ່​ເຊື່ອ​ທັງຫລາຍ​ໃຫ້​ຮູ້​ດ້ວຍ”. ແລ້ວ​ເພິ່ນ​ກໍ​ຈາກ​ໄປ​ບ່ອນ​ອື່ນ.</verse>
				<verse number="18">ເມື່ອ​ຮຸ່ງເຊົ້າ​ມາ, ພວກ​ທະຫານ​ກໍ​ພາ​ກັນ​ສັບສົນ​ວຸ້ນວາຍ​ຫລາຍ​ວ່າ​ເກີດ​ຫຍັງ​ຂຶ້ນ​ກັບ​ເປໂຕ.</verse>
				<verse number="19">ຫລັງຈາກ​ເຮໂຣດ​ໃຫ້​ຊອກຫາ​ໂຕ​ເປໂຕ​ຈົນ​ທົ່ວ​ແຕ່​ບໍ່​ພົບ​ເພິ່ນ. ເຮໂຣດ​ຈຶ່ງ​ສືບສວນ​ພວກ​ທະຫານ​ຍາມ ແລະ ອອກ​ຄຳສັ່ງ​ວ່າ​ພວກເຂົາ​ຕ້ອງ​ຖືກ​ປະຫານ​ຊີວິດ. ຫລັງຈາກນັ້ນ ເຮໂຣດ​ໄດ້​ອອກຈາກ​ແຂວງ​ຢູດາຍ​ໄປ​ສູ່​ກາຍຊາເຣຍ ແລະ ອາໄສ​ຢູ່​ທີ່​ນັ້ນ.</verse>
				<verse number="20">ເຮໂຣດ​ເຄີຍ​ມີ​ເລື່ອງ​ບາດໝາງ​ກັບ​ປະຊາຊົນ​ຊາວ​ຕີເຣ ແລະ ຊາວຊີໂດນ, ບັດນີ້​ພວກເຂົາ​ໄດ້​ມາ​ຮ່ວມ​ກັນ ແລະ ພະຍາຍາມ​ເພື່ອ​ໃຫ້​ໄດ້​ພົບ​ກັບ​ເພິ່ນ. ໂດຍ​ການ​ສະໜັບສະໜູນ​ຂອງ​ບຣາຊະໂຕ, ຜູ້ຮັບໃຊ້​ສ່ວນ​ຕົວ​ທີ່​ເຊື່ອຖືໄດ້​ຂອງ​ກະສັດ, ພວກເຂົາ​ມາ​ຂໍ​ຄືນ​ດີ​ເພາະ​ພວກເຂົາ​ຕ້ອງ​ໄດ້​ອາໄສ​ສະບຽງ​ອາຫານ​ຈາກ​ດິນແດນ​ຂອງ​ກະສັດ.</verse>
				<verse number="21">ໃນ​ວັນ​ນັດ​ພົບ ເຮໂຣດ​ກໍ​ນຸ່ງ​ເສື້ອຄຸມ​ຂອງ​ກະສັດ ນັ່ງ​ເທິງ​ບັນລັງ​ຂອງ​ຕົນ ແລະ ກ່າວ​ຄຳປາໄສ​ຕໍ່​ປະຊາຊົນ.</verse>
				<verse number="22">ພວກເຂົາ​ໄດ້​ຮ້ອງ​ສຽງດັງ​ຂຶ້ນ​ວ່າ, “ນີ້​ເປັນ​ສຽງ​ເທບພະເຈົ້າ​ບໍ່​ແມ່ນ​ສຽງ​ມະນຸດ”.</verse>
				<verse number="23">ໃນ​ທັນໃດ​ນັ້ນ, ເພາະ​ວ່າ​ເຮໂຣດ​ບໍ່​ສັນລະເສີນ​ພຣະເຈົ້າ, ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ເຮັດ​ໃຫ້​ເຮໂຣດ​ເຈັບປ່ວຍ ແລະ ຖືກ​ໜອນ​ກັດກິນ​ຈົນ​ຕາຍ.</verse>
				<verse number="24">ແຕ່​ພຣະຄຳ​ຂອງ​ພຣະເຈົ້າ​ຍັງ​ສືບຕໍ່​ຈະເລີນ​ຂຶ້ນ ແລະ ແຜ່​ໄປ.</verse>
				<verse number="25">ເມື່ອ​ບາຣະນາບາ ແລະ ໂຊໂລ​ເຮັດ​ພັນທະກິດ​ຂອງ​ພວກເພິ່ນ​ສຳເລັດ​ແລ້ວ, ພວກເພິ່ນ​ກໍ​ກັບ​ຈາກ ​ເຢຣູຊາເລັມ ແລະ ພາ​ໂຢຮັນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ ມາຣະໂກ​ໄປ​ນຳ.</verse>
			</chapter>
			<chapter number="13">
				<verse number="1">ບັດນີ້ ໃນ​ຄຣິສຕະຈັກ​ທີ່​ເມືອງ​ອັນຕີໂອເຂຍ​ມີ​ຜູ້ທຳນວາຍ ແລະ ອາຈານ​ຄື: ບາຣະນາບາ, ຊີເມໂອນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ນີເກີ, ລູກີໂອ​ຊາວ​ກີເຣເນ, ມານາເອນ (ຜູ້​ທີ່​ໄດ້​ຮັບ​ການ​ລ້ຽງດູ​ໃຫ້​ເຕີບໃຫຍ່​ຂຶ້ນ​ດ້ວຍ​ກັນ​ກັບ​ເຮໂຣດ​ຜູ້ປົກຄອງ​ແຂວງ) ແລະ ໂຊໂລ.</verse>
				<verse number="2">ໃນ​ຂະນະ​ທີ່​ພວກເຂົາ​ທັງຫລາຍ​ກຳລັງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ ແລະ ຖືສິນ​ອົດອາຫານ​ຢູ່​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ວ່າ, “ຈົ່ງ​ແຍກ​ບາຣະນາບາ ແລະ ໂຊໂລ​ໄວ້​ສຳລັບ​ງານ​ທີ່​ເຮົາ​ໄດ້​ເອີ້ນ​ໃຫ້​ພວກເຂົາ​ເຮັດ”.</verse>
				<verse number="3">ດັ່ງນັ້ນ ຫລັງຈາກ​ທີ່​ພວກເຂົາ​ໄດ້​ຖືສິນ​ອົດອາຫານ ແລະ ອະທິຖານ​ແລ້ວ, ພວກເຂົາ​ກໍ​ໄດ້​ວາງ​ມື​ໃສ່​ພວກເພິ່ນ​ທັງ​ສອງ​ແລ້ວ​ສົ່ງ​ພວກເພິ່ນ​ອອກໄປ.</verse>
				<verse number="4">ພວກເພິ່ນ​ທັງ​ສອງ​ຈຶ່ງ​ຖືກ​ສົ່ງ​ອອກ​ໄປ​ໂດຍ​ພຣະວິນຍານບໍລິສຸດເຈົ້າ, ພວກເພິ່ນ​ໄດ້​ລົງໄປ​ທີ່​ເມືອງ​ແຊລູເກຍ ແລະ ນັ່ງ​ເຮືອ​ຈາກ​ທີ່​ນັ້ນ​ມາ​ຍັງ​ເກາະ​ໄຊປຣັດ.</verse>
				<verse number="5">ເມື່ອ​ພວກເພິ່ນ​ມາ​ຮອດ​ເມືອງ​ຊາລາມີ​ແລ້ວ, ພວກເພິ່ນ​ກໍ​ໄດ້​ປະກາດ​ພຣະຄຳ​ຂອງ​ພຣະເຈົ້າ​ໃນ​ທຳມະສາລາ​ຂອງ​ຊາວ​ຢິວ. ໂຢຮັນ​ກໍ​ຢູ່​ກັບ​ພວກເພິ່ນ​ເປັນ​ຜູ້ຊ່ວຍ​ຂອງ​ພວກເພິ່ນ​ດ້ວຍ.</verse>
				<verse number="6">ພວກເພິ່ນ​ໄດ້​ເດີນທາງ​ໄປ​ທົ່ວ​ເກາະ​ຈົນ​ມາ​ຮອດ​ເມືອງ​ປາໂຟ. ຢູ່​ທີ່​ນັ້ນ ພວກເພິ່ນ​ໄດ້​ພົບ​ໝໍເວດມົນຄາຖາ​ຊາວ​ຢິວ ເຊິ່ງ​ເປັນ​ຜູ້ທຳນວາຍ​ປອມ​ຊື່​ບາຣະເຢຊູ,</verse>
				<verse number="7">ຜູ້​ທີ່​ເປັນ​ຄົນຮັບໃຊ້​ຂອງ​ຜູ້ປົກຄອງ​ເກາະ, ຄື​ເຊຄີໂອໂປໂລ. ຜູ້ປົກຄອງ​ເກາະ​ຄົນ​ນີ້​ເປັນ​ຄົນ​ສະຫລາດ, ເພິ່ນ​ໄດ້​ສົ່ງ​ຄົນ​ໄປ​ເຊີນ​ບາຣະນາບາ ແລະ ໂຊໂລ​ໄປ​ພົບ ເພາະ​ເພິ່ນ​ຢາກ​ຟັງ​ພຣະຄຳ​ຂອງ​ພຣະເຈົ້າ.</verse>
				<verse number="8">ແຕ່​ເອລີມາ ໝໍເວດມົນຄາຖາ (ເປັນ​ຊື່​ຂອງ​ລາວ​ມີ​ຄວາມໝາຍ​ຢ່າງ​ນັ້ນ) ໄດ້​ມາ​ຂັດຂວາງ​ພວກເພິ່ນ​ທັງ​ສອງ​ໄວ້​ໂດຍ​ພະຍາຍາມ​ຈະ​ປ່ຽນ​ໃຈ​ຜູ້ປົກຄອງ​ໃຫ້​ອອກ​ຈາກ​ຄວາມເຊື່ອ.</verse>
				<verse number="9">ແລ້ວ​ໂຊໂລ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ໂປໂລ ຜູ້​ທີ່​ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ໄດ້​ຈ້ອງ​ໄປ​ເບິ່ງ​ທີ່​ເອລີມາ ແລະ ເວົ້າ​ວ່າ,</verse>
				<verse number="10">“ເຈົ້າ​ຜູ້​ເປັນ​ລູກ​ຂອງ​ມານຮ້າຍ ແລະ ຜູ້​ເປັນ​ສັດຕູ​ຂອງ​ທຸກສິ່ງ​ທີ່​ຊອບທຳ! ເຈົ້າ​ຜູ້​ເຕັມ​ໄປ​ດ້ວຍ​ກົນອຸບາຍ ແລະ ການ​ຫລອກລວງ​ທຸກ​ຊະນິດ. ເຈົ້າ​ຈະ​ບໍ່​ເຊົາ​ບິດເບືອນ​ຫົນທາງ​ອັນ​ຖືກຕ້ອງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈັກ​ເທື່ອ​ບໍ?</verse>
				<verse number="11">ບັດນີ້ ມື​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ຈັດການ​ກັບ​ເຈົ້າ, ເຈົ້າ​ຈະ​ຕາບອດ​ເບິ່ງ​ບໍ່​ເຫັນ​ແມ່ນ​ແຕ່​ແສງຕາເວັນ​ຕະຫລອດ​ຊ່ວງ​ເວລາ​ໜຶ່ງ”. ທັນໃດ​ນັ້ນ ໝອກ ແລະ ຄວາມມືດມົວ​ກໍ​ເຂົ້າ​ມາ​ປົກຄຸມ​ລາວ ແລະ ລາວ​ຕ້ອງ​ງົມ​ຊອກຫາ​ຄົນ​ເພື່ອ​ໃຫ້​ຈູງ​ມື​ຂອງ​ຕົນ​ໄປ.</verse>
				<verse number="12">ເມື່ອ​ຜູ້ປົກຄອງ​ໄດ້​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ນັ້ນ, ເພິ່ນ​ກໍ​ໄດ້​ເຊື່ອ, ເພາະ​ເພິ່ນ​ອັດສະຈັນ​ໃຈ​ໃນ​ຄຳສອນ​ກ່ຽວກັບ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="13">ໂປໂລ​ກັບ​ຜູ້ຮ່ວມງານ​ຂອງ​ເພິ່ນ​ໄດ້​ລົງ​ເຮືອ​ຈາກ​ເມືອງ​ປາໂຟ​ເດີນທາງ​ໄປ​ທີ່​ເມືອງ​ເປກາ​ໃນ​ແຂວງ​ປຳຟີເລຍ, ບ່ອນ​ທີ່​ໂຢຮັນ​ໄດ້​ປະ​ພວກເພິ່ນ​ໄວ້​ເພື່ອ​ກັບ​ຄືນ​ໄປ​ຍັງ​ເຢຣູຊາເລັມ.</verse>
				<verse number="14">ຈາກ​ເມືອງ​ເປກາ ພວກເພິ່ນ​ໄດ້​ເດີນທາງ​ຕໍ່​ມາ​ຍັງ​ເມືອງ​ອັນຕີໂອເຂຍ​ແຂວງ​ປີຊີເດຍ. ໃນ​ວັນຊະບາໂຕ ພວກເພິ່ນ​ກໍ​ເຂົ້າ​ໄປ​ນັ່ງ​ໃນ​ທຳມະສາລາ.</verse>
				<verse number="15">ຫລັງຈາກ​ອ່ານ​ໜັງສື​ກົດບັນຍັດ ແລະ ໜັງສື​ຜູ້ທຳນວາຍ​ແລ້ວ, ບັນດາ​ຫົວໜ້າ​ທຳມະສາລາ​ກໍ​ໃຫ້​ຄົນ​ໄປ​ບອກ​ພວກເພິ່ນ​ວ່າ, “ພີ່ນ້ອງ, ຖ້າ​ພວກທ່ານ​ມີ​ຄຳ​ໜູນໃຈ​ແກ່​ປະຊາຊົນ​ເຫລົ່ານີ້​ກໍ​ເຊີນ​ກ່າວ​ໄດ້”.</verse>
				<verse number="16">ໂປໂລ​ຢືນ​ຂຶ້ນ, ໃຊ້​ມື​ຂອງ​ຕົນ​ເຮັດ​ເປັນ​ສັນຍານ ແລະ ເວົ້າ​ວ່າ: “ພີ່ນ້ອງ​ອິດສະຣາເອນ ແລະ ພວກເຈົ້າ​ຊາວຕ່າງຊາດ​ຜູ້​ນະມັດສະການ​ພຣະເຈົ້າ, ເຊີນ​ຟັງ​ຂ້າພະເຈົ້າ!</verse>
				<verse number="17">ພຣະເຈົ້າ​ຂອງ​ຊົນຊາດ​ອິດສະຣາເອນ​ໄດ້​ເລືອກ​ເອົາ​ບັນພະບຸລຸດ​ຂອງ​ພວກເຮົາ; ພຣະອົງ​ເຮັດ​ໃຫ້​ປະຊາຊົນ​ຈະເລີນ​ຮຸ່ງເຮືອງ​ຂະນະ​ທີ່​ພວກເພິ່ນ​ຢູ່​ໃນ​ປະເທດ​ເອຢິບ; ພຣະອົງ​ໄດ້​ນຳ​ພວກເພິ່ນ​ອອກ​ມາ​ຈາກ​ປະເທດ​ນັ້ນ​ດ້ວຍ​ລິດອຳນາດ​ອັນ​ຍິ່ງໃຫຍ່;</verse>
				<verse number="18">ພຣະອົງ​ໄດ້​ອົດທົນ​ຕໍ່​ການ​ປະພຶດ ​ຂອງ​ພວກເພິ່ນ​ເປັນ​ເວລາ​ສີ່ສິບ​ປີ​ໃນ​ຖິ່ນແຫ້ງແລ້ງກັນດານ;</verse>
				<verse number="19">ແລະ ພຣະອົງ​ໄດ້​ໂຄ່ນລົ້ມ​ເຈັດ​ຊົນຊາດ​ໃນ​ການາອານ, ໂດຍ​ການ​ມອບ​ດິນແດນ​ຂອງ​ພວກເຂົາ​ໃຫ້​ເປັນ​ມໍລະດົກ​ແກ່​ຄົນ​ຂອງ​ພຣະອົງ.</verse>
				<verse number="20">ທັງໝົດ​ນີ້​ໃຊ້​ເວລາ​ປະມານ​ສີ່ຮ້ອຍຫ້າສິບ​ປີ. “ຫລັງຈາກ​ນັ້ນ ພຣະເຈົ້າ​ໄດ້​ມອບ​ຜູ້ພິພາກສາ​ໃຫ້​ແກ່​ພວກເຂົາ​ຈົນ​ເຖິງ​ສະໄໝ​ຂອງ​ຜູ້ທຳນວາຍ​ຊາມູເອນ.</verse>
				<verse number="21">ແລ້ວ​ປະຊາຊົນ​ໄດ້​ຂໍ​ໃຫ້​ມີ​ກະສັດ ແລະ ພຣະເຈົ້າ​ກໍ​ມອບ​ໂຊນ​ລູກຊາຍ​ຂອງ​ກີເຊ, ຈາກ​ຕະກຸນ​ເບັນຢາມິນ​ໃຫ້​ແກ່​ພວກເພິ່ນ, ໃຫ້​ປົກຄອງ​ຢູ່​ສີ່ສິບ​ປີ.</verse>
				<verse number="22">ຫລັງຈາກ​ທີ່​ພຣະເຈົ້າ​ໄດ້​ປົດ​ໂຊນ​ລົງ​ແລ້ວ, ພຣະອົງ​ກໍ​ຕັ້ງ​ດາວິດ​ຂຶ້ນ​ເປັນ​ກະສັດ. ພຣະເຈົ້າ​ໄດ້​ເປັນ​ພະຍານ​ກ່ຽວກັບ​ດາວິດ​ວ່າ: ‘ເຮົາ​ໄດ້​ພົບ​ດາວິດ​ລູກຊາຍ​ຂອງ​ເຢຊີ, ເປັນ​ຜູ້​ທີ່​ຕາມ​ໃຈ​ເຮົາ, ລາວ​ຈະ​ເຮັດ​ທຸກສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ລາວ​ເຮັດ’.</verse>
				<verse number="23">“ຈາກ​ເຊື້ອສາຍ​ເດວິດ​ນີ້​ເອງ ພຣະເຈົ້າ​ໄດ້​ນຳ​ພຣະເຢຊູເຈົ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ມາ​ໃຫ້​ປະຊາຊົນ​ອິດສະຣາເອນ, ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.</verse>
				<verse number="24">ກ່ອນ​ທີ່​ພຣະເຢຊູເຈົ້າ​ມາ, ໂຢຮັນ​ໄດ້​ປະກາດ​ເລື່ອງ​ການ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຮັບ​ບັບຕິສະມາ​ໃຫ້​ຄົນ​ອິດສະຣາເອນ​ທັງໝົດ.</verse>
				<verse number="25">ເມື່ອ​ໂຢຮັນ​ໃກ້​ຈະ​ສຳເລັດ​ພາລະກິດ​ຂອງ​ຕົນ​ແລ້ວ, ເພິ່ນ​ໄດ້​ກ່າວ​ວ່າ: ‘ພວກເຈົ້າ​ທັງຫລາຍ​ຄິດ​ວ່າ​ຂ້າພະເຈົ້າ​ແມ່ນ​ຜູ້ໃດ? ຂ້າພະເຈົ້າ​ບໍ່​ແມ່ນ​ຜູ້​ທີ່​ພວກເຈົ້າ​ກຳລັງ​ຊອກຫາ​ຢູ່​ນັ້ນ. ແຕ່​ມີ​ຜູ້​ໜຶ່ງ​ກຳລັງ​ຈະ​ມາ​ພາຍຫລັງ​ຂ້າພະເຈົ້າ ຜູ້​ທີ່​ຂ້າພະເຈົ້າ​ບໍ່​ສົມຄວນ​ແມ່ນ​ແຕ່​ຈະ​ແກ້​ສາຍຮັດ​ເກີບ​ຂອງ​ເພິ່ນ’.</verse>
				<verse number="26">“ພີ່ນ້ອງ​ທັງຫລາຍ​ຜູ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ ແລະ ທ່ານ​ຊາວຕ່າງຊາດ​ທັງຫລາຍ​ຜູ້​ຢຳເກງ​ພຣະເຈົ້າ, ເລື່ອງລາວ​ແຫ່ງ​ຄວາມພົ້ນ​ນີ້​ຖືກ​ສົ່ງ​ມາ​ກໍ​ເພື່ອ​ພວກເຮົາ.</verse>
				<verse number="27">ຊາວ​ເຢຣູຊາເລັມ ແລະ ພວກ​ຜູ້ປົກຄອງ​ຂອງ​ພວກເຂົາ​ບໍ່​ໄດ້​ຮູ້​ວ່າ​ພຣະເຢຊູເຈົ້າ​ຄື​ຜູ້ໃດ, ແຕ່​ໃນ​ການ​ຕັດສິນ​ລົງໂທດ​ພຣະອົງ​ນັ້ນ ພວກເຂົາ​ກໍ​ໄດ້​ເຮັດ​ຕາມ​ຄຳ​ຂອງ​ຜູ້ທຳນວາຍ​ທີ່​ພວກເຂົາ​ໄດ້​ອ່ານ​ຢູ່​ທຸກ​ວັນຊະບາໂຕ.</verse>
				<verse number="28">ເຖິງ​ແມ່ນ​ວ່າ​ພວກເຂົາ​ຫາ​ເຫດ​ໃຫ້​ຮັບ​ໂທດ​ປະຫານ​ບໍ່​ໄດ້​ກໍ​ຕາມ, ພວກເຂົາ​ກໍ​ຍັງ​ຮ້ອງຂໍ​ໃຫ້​ປີລາດ​ຂ້າ​ພຣະອົງ.</verse>
				<verse number="29">ເມື່ອ​ພວກເຂົາ​ໄດ້​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ມີ​ຂຽນ​ໄວ້​ກ່ຽວກັບ​ພຣະອົງ​ແລ້ວ, ພວກເຂົາ​ກໍ​ນຳ​ສົບ​ຂອງ​ພຣະອົງ​ລົງ​ມາ​ຈາກ​ໄມ້ກາງແຂນ ແລະ ວາງ​ພຣະອົງ​ໄວ້​ໃນ​ອຸບມຸງ.</verse>
				<verse number="30">ແຕ່​ພຣະເຈົ້າ​ໄດ້​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ,</verse>
				<verse number="31">ແລະ ບັນດາ​ຜູ້​ທີ່​ເຄີຍ​ເດີນທາງ​ກັບ​ພຣະອົງ​ຈາກ​ແຂວງ​ຄາລີເລ​ມາ​ເຢຣູຊາເລັມ​ໄດ້​ເຫັນ​ພຣະອົງ​ເປນ​ເວລາ​ຫລາຍ​ວັນ. ບັດນີ້ ພວກເຂົາ​ໄດ້​ເປັນ​ພະຍານ​ເລື່ອງ​ຂອງ​ພຣະອົງ​ກັບ​ປະຊາຊົນ​ຂອງ​ພວກເຮົາ.</verse>
				<verse number="32">“ພວກເຮົາ​ບອກ​ຂ່າວປະເສີດ​ນີ້​ກັບ​ທ່ານ​ທັງຫລາຍ​ວ່າ: ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ​ນັ້ນ,</verse>
				<verse number="33">ພຣະເຈົ້າ​ໄດ້​ເຮັດ​ແລ້ວ​ເພື່ອ​ພວກເຮົາ​ທີ່​ເປັນ​ລູກຫລານ​ຂອງ​ພວກເຂົາ, ໂດຍ​ໄດ້​ໃຫ້​ພຣະເຢຊູເຈົ້າ​ເປັນຄືນມາ, ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ເພງສັນລະເສີນ​ບົດທີ​ສອງ​ວ່າ: “‘ທ່ານ​ເປັນ​ບຸດ​ຂອງ​ເຮົາ; ວັນ​ນີ້​ເຮົາ​ໄດ້​ເປັນ​ບິດາ​ຂອງ​ທ່ານ ’.</verse>
				<verse number="34">ພຣະເຈົ້າ​ໄດ້​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ເພື່ອ​ວ່າ​ພຣະອົງ​ຈະ​ບໍ່​ຕ້ອງ​ເປື່ອຍເນົ່າ​ຈັກ​ເທື່ອ. ເພາະ​ພຣະເຈົ້າ​ໄດ້​ກ່າວ​ວ່າ, “‘ເຮົາ​ຈະ​ໃຫ້​ພອນ​ບໍລິສຸດ ແລະ ໝັ້ນຄົງ​ແກ່​ພວກເຈົ້າ​ທັງຫລາຍ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ກັບ​ດາວິດ’.</verse>
				<verse number="35">ແລະ ພຣະອົງ​ໄດ້​ກ່າວ​ໄວ້​ໃນ​ບົດ​ອື່ນ​ເໝືອນກັນ​ວ່າ: “‘ພຣະອົງ​ຈະ​ບໍ່​ປ່ອຍ​ໃຫ້​ອົງ​ບໍລິສຸດ​ຂອງ​ພຣະອົງ​ເປື່ອຍເນົ່າ’.</verse>
				<verse number="36">“ບັດນີ້ ເມື່ອ​ດາວິດ​ໄດ້​ຮັບໃຊ້​ຕາມ​ຈຸດປະສົງ​ຂອງ​ພຣະເຈົ້າ​ໃນ​ຊົ່ວ​ອາຍຸ​ຂອງ​ເພິ່ນ​ແລ້ວ, ເພິ່ນ​ກໍ​ລ່ວງລັບ​ໄປ; ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ກັບ​ບັນດາ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ຮ່າງກາຍ​ຂອງ​ເພິ່ນ​ກໍ​ເປື່ອຍເນົ່າ​ໄປ.</verse>
				<verse number="37">ແຕ່​ພຣະອົງ​ຜູ້​ທີ່​ພຣະເຈົ້າ​ໃຫ້​ເປັນຄືນມາຈາກຕາຍ​ນັ້ນ​ບໍ່​ພົບ​ຄວາມ​ເປື່ອຍເນົ່າ.</verse>
				<verse number="38">“ເຫດສະນັ້ນ, ພີ່ນ້ອງ​ທັງຫລາຍ, ຂ້າພະເຈົ້າ​ຢາກ​ໃຫ້​ພວກທ່ານ​ຮູ້​ວ່າ​ໂດຍ​ທາງ​ພຣະເຢຊູເຈົ້າ​ນີ້ ບາບ​ຈຶ່ງ​ໄດ້​ຮັບ​ການ​ອະໄພ ນີ້​ຄື​ຂໍ້​ທີ່​ພຣະເຈົ້າ​ໃຫ້​ປະກາດ​ກັບ​ພວກທ່ານ.</verse>
				<verse number="39">ໂດຍ​ທາງ​ພຣະອົງ​ນັ້ນ ທຸກຄົນ​ທີ່​ເຊື່ອ​ກໍ​ໄດ້​ຮັບ​ອິດສະຫລະ​ຈາກ​ບາບ​ທຸກ​ຢ່າງ, ເຊິ່ງ​ເປັນ​ການ​ຊຳລະ​ທີ່​ພວກເຈົ້າ​ບໍ່​ສາມາດ​ໄດ້​ມາ​ພາຍໃຕ້​ກົດບັນຍັດ​ຂອງ​ໂມເຊ.</verse>
				<verse number="40">ຈົ່ງ​ລະວັງ​ໃຫ້​ດີ ເພື່ອ​ວ່າ​ສິ່ງ​ທີ່​ບັນດາ​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ນັ້ນ​ຈະ​ບໍ່​ເກີດຂຶ້ນ​ກັບ​ພວກທ່ານ​ຄື:</verse>
				<verse number="41">“‘ເບິ່ງແມ, ພວກເຈົ້າ​ຄົນ​ທີ່​ມັກ​ເຢາະເຢີ້ຍ, ຈົ່ງ​ສົງໄສ ແລະ ຈິບຫາຍ​ໄປ ເພາະ​ເຮົາ​ກຳລັງ​ຈະ​ເຮັດ​ບາງ​ສິ່ງ​ໃນ​ຍຸກ​ຂອງ​ພວກເຈົ້າ ເຖິງ​ແມ່ນ​ວ່າ​ມີ​ບາງຄົນ​ໄດ້​ບອກ​ພວກເຈົ້າ​ແລ້ວ​ກໍ​ຕາມ ພວກເຈົ້າ​ກໍ​ຈະ​ບໍ່​ເຊື່ອ​ຈັກເທື່ອ’ ”.</verse>
				<verse number="42">ຂະນະ​ທີ່​ໂປໂລ ແລະ ບາຣະນາບາ​ກຳລັງ​ອອກ​ຈາກ​ທຳມະສາລາ, ປະຊາຊົນ​ກໍ​ໄດ້​ເຊີນ​ພວກເພິ່ນ​ໃຫ້​ກ່າວ​ຂໍ້ຄວາມ​ເຫລົ່ານີ້​ອີກ​ໃນ​ວັນຊະບາໂຕ​ຖັດ​ໄປ.</verse>
				<verse number="43">ເມື່ອ​ຄົນ​ທີ່​ໄປ​ເຕົ້າໂຮມ​ກັນ​ໄດ້​ເລີກ​ໄປ​ແລ້ວ, ຊາວ​ຢິວ​ຫລາຍ​ຄົນ ແລະ ຄົນ​ທີ່​ບໍ່​ແມ່ນ​ຢິວ​ທີ່​ມາ​ນັບຖື​ສາສະໜາ​ຢິວ​ຫລາຍ​ຄົນ​ກໍ​ໄດ້​ຕິດຕາມ​ໂປໂລ ແລະ ບາຣະນາບາ​ໄປ, ພວກເພິ່ນ​ກໍ​ໄດ້​ສົນທະນາ ແລະ ຂໍຮ້ອງ​ພວກເຂົາ​ໃຫ້​ໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ຕໍ່ໄປ.</verse>
				<verse number="44">ໃນ​ວັນຊະບາໂຕ​ຕໍ່ມາ ຄົນ​ເກືອບ​ໝົດ​ທັງ​ເມືອງ​ໄດ້​ມາ​ເຕົ້າໂຮມກັນ​ເພື່ອ​ຟັງ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="45">ເມື່ອ​ພວກ​ຢິວ​ເຫັນ​ຄົນ​ຫລວງຫລາຍ, ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມອິດສາ. ພວກເຂົາ​ຈຶ່ງ​ເລີ່ມ​ຄັດຄ້ານ​ຕໍ່​ສິ່ງ​ທີ່​ໂປໂລ​ກຳລັງ​ກ່າວ ແລະ ຫຸ້ມ​ຂົ່ມເຫັງ​ເພິ່ນ.</verse>
				<verse number="46">ແລ້ວ​ໂປໂລ ແລະ ບາຣະນາບາ​ຈຶ່ງ​ໂຕ້ຕອບ​ພວກເຂົາ​ຢ່າງ​ກ້າຫານ​ວ່າ: “ພວກເຮົາ​ຈຳເປັນ​ຕ້ອງ​ປະກາດ​ພຣະຄຳ​ຂອງ​ພຣະເຈົ້າ​ກັບ​ພວກທ່ານ​ກ່ອນ. ແຕ່​ໃນ​ເມື່ອ​ພວກທ່ານ​ປະຕິເສດ​ພຣະຄຳ ແລະ ບໍ່​ເຫັນ​ວ່າ​ຕົວ​ພວກທ່ານ​ເອງ​ສົມຄວນ​ກັບ​ຊີວິດ​ນິລັນດອນ, ບັດນີ້ ພວກເຮົາ​ກໍ​ຈະ​ຫັນ​ໄປ​ຫາ​ບັນດາ​ຄົນຕ່າງຊາດ.</verse>
				<verse number="47">ເພາະ​ນີ້​ແມ່ນ​ສິ່ງ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ສັ່ງ​ພວກເຮົາ​ໄວ້​ວ່າ: “‘ເຮົາ​ໄດ້​ເຮັດ​ໃຫ້​ເຈົ້າ ​ເປັນ​ແສງສະຫວ່າງ​ແກ່​ຄົນຕ່າງຊາດ ເພື່ອ​ເຈົ້າ​ຈະ​ນຳ​ຄວາມພົ້ນ​ໄປ​ຈົນ​ເຖິງ​ສຸດ​ປາຍ​ແຜ່ນດິນໂລກ’ ”.</verse>
				<verse number="48">ເມື່ອ​ຄົນຕ່າງຊາດ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ, ພວກເຂົາ​ກໍ​ດີໃຈ ແລະ ຍົກຍ້ອງ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ; ແລະ ບັນດາ​ຜູ້​ທີ່​ໄດ້​ຖືກ​ເລືອກ​ໄວ້​ສຳລັບ​ຊີວິດ​ນິລັນດອນ​ກໍ​ໄດ້​ເຊື່ອ.</verse>
				<verse number="49">ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ແຜ່​ອອກ​ໄປ​ທົ່ວ​ດິນແດນ​ນັ້ນ.</verse>
				<verse number="50">ແຕ່​ພວກ​ຜູ້ນຳ​ຢິວ​ໄດ້​ຍຸຍົງ​ພວກແມ່ຍິງ​ຊົນ​ຊັ້ນ​ສູງ​ທີ່​ຢຳເກງ​ພຣະເຈົ້າ ແລະ ພວກຜູ້ຊາຍ​ທີ່​ເປັນ​ຜູ້ນຳ​ໃນ​ເມືອງ​ນັ້ນ. ພວກເຂົາ​ເຮັດ​ໃຫ້​ຄົນ​ເຫລົ່ານີ້​ຂົ່ມເຫັງ​ຕໍ່ຕ້ານ​ໂປໂລ​ກັບ​ບາຣະນາບາ ແລະ ໄດ້​ຂັບໄລ່​ພວກເພິ່ນ​ທັງສອງ​ຄົນ​ອອກ​ຈາກ​ດິນແດນ​ຂອງ​ພວກເຂົາ.</verse>
				<verse number="51">ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ສັ່ນ​ຂີ້ຝຸ່ນ​ອອກ​ຈາກ​ຕີນ​ຂອງ​ພວກເພິ່ນ​ເພື່ອ​ເປັນ​ການ​ເຕືອນ​ພວກເຂົາ ແລ້ວ​ກໍ​ອອກ​ເດີນທາງ​ໄປ​ຍັງ​ເມືອງ​ອີໂກນີອົມ.</verse>
				<verse number="52">ແລະ ບັນດາ​ສາວົກ​ກໍ​ເຕັມລົ້ນ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ເຕັມລົ້ນ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ.</verse>
			</chapter>
			<chapter number="14">
				<verse number="1">ທີ່​ເມືອງ​ອີໂກນີອົມ ໂປໂລ​ກັບ​ບາຣະນາບາ​ໄດ້​ເຂົ້າໄປ​ໃນ​ທຳມະສາລາ​ຂອງ​ພວກ​ຢິວ​ຕາມ​ປົກກະຕິ. ຢູ່​ທີ່​ນັ້ນ ພວກເພິ່ນ​ໄດ້​ປະກາດ​ຢ່າງ​ເກີດຜົນ​ຈົນ​ມີ​ຄົນຢິວ ແລະ ຄົນກຣີກ​ຈຳນວນ​ຫລາຍ​ມາ​ເຊື່ອ.</verse>
				<verse number="2">ແຕ່​ພວກ​ຢິວ​ທີ່​ບໍ່​ຍອມ​ເຊື່ອ​ໄດ້​ຍຸຍົງ​ຄົນຕ່າງຊາດ​ອື່ນ​ອີກ ແລະ ເບື່ອເມົາ​ຄວາມຄິດ​ຂອງ​ພວກເຂົາ​ໃຫ້​ຕໍ່ຕ້ານ​ພວກ​ພີ່ນ້ອງ.</verse>
				<verse number="3">ດັ່ງນັ້ນ ໂປໂລ​ກັບ​ບາຣະນາບາ​ຈຶ່ງ​ໄດ້​ອາໄສ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ດົນນານ, ພວກເພິ່ນ​ໄດ້​ກ່າວ​ຢ່າງ​ກ້າຫານ​ເພື່ອ​ອົງພຣະຜູ້ເປັນເຈົ້າ, ຜູ້​ຢືນຢັນ​ຖ້ອຍຄຳ​ແຫ່ງ​ພຣະຄຸນ​ຂອງ​ພຣະອົງ ໂດຍ​ໃຫ້​ພວກເພິ່ນ​ສາມາດ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ.</verse>
				<verse number="4">ປະຊາຊົນ​ໃນ​ເມືອງ​ນັ້ນ​ໄດ້​ແຍກ​ເປັນ​ສອງ​ຝ່າຍ; ຝ່າຍ​ໜຶ່ງ​ຢູ່​ຝ່າຍ​ຢິວ, ອີກ​ຝ່າຍ​ໜຶ່ງ​ຢູ່​ກັບ​ຝ່າຍ​ອັກຄະສາວົກ.</verse>
				<verse number="5">ມີ​ການ​ວາງແຜນຮ້າຍ​ກຳລັງ​ເກີດຂຶ້ນ​ທ່າມກາງ​ພວກ​ຄົນຕ່າງຊາດ​ກັບ​ພວກ​ຄົນຢິວ ແລະ ບັນດາ​ຫົວໜ້າ​ຂອງ​ພວກເຂົາ, ເພື່ອ​ຂົ່ມເຫັງ​ພວກເພິ່ນ ແລະ ເອົາ​ຫີນ​ແກວ່ງ​ໃສ່​ໂປໂລ​ກັບ​ບາຣະນາບາ.</verse>
				<verse number="6">ແຕ່​ພວກເພິ່ນ​ຮູ້​ແຜນການ​ນັ້ນ ແລ້ວ​ພວກເພິ່ນ​ຈຶ່ງ​ໜີ​ໄປ​ຍັງ​ເມືອງ​ລີສະຕຣາ ແລະ ເມືອງ​ເດຣະເບ​ໃນ​ແຂວງ​ລີກາໂອເນຍ ແລະ ໃນ​ດິນແດນ​ໃກ້​ຄຽງ​ນັ້ນ,</verse>
				<verse number="7">ພວກເພິ່ນ​ໄດ້​ສືບຕໍ່​ປະກາດ​ຂ່າວປະເສີດ​ຢູ່​ທີ່​ນັ້ນ.</verse>
				<verse number="8">ທີ່​ເມືອງ​ລີສະຕຣາ ມີ​ຊາຍ​ພິການ​ຄົນ​ໜຶ່ງ​ນັ່ງ​ຢູ່​ທີ່​ນັ້ນ. ລາວ​ເປັນ​ເປ້ຍ​ມາ​ຕັ້ງແຕ່​ເກີດ ແລະ ບໍ່​ເຄີຍ​ຍ່າງ​ຈັກເທື່ອ.</verse>
				<verse number="9">ລາວ​ນັ່ງ​ຟັງ​ໂປໂລ​ໃນ​ຂະນະ​ທີ່​ເພິ່ນ​ກຳລັງ​ເວົ້າ​ຢູ່. ໂປໂລ​ໄດ້​ແນມ​ໄປ​ທີ່​ລາວ​ໂດຍ​ກົງ, ກໍ​ໄດ້​ເຫັນ​ວ່າ​ລາວ​ມີ​ຄວາມເຊື່ອ​ພໍ​ທີ່​ຈະ​ຫາຍດີ​ໄດ້</verse>
				<verse number="10">ແລະ ໄດ້​ຮ້ອງຂຶ້ນ​ວ່າ, “ຈົ່ງ​ລຸກຂຶ້ນ​ຢືນ!” ຄົນ​ນັ້ນ​ກໍ​ກະໂດດ​ຂຶ້ນ​ຢືນ ແລະ ເລີ່ມ​ຍ່າງ​ໄປ​ມາ.</verse>
				<verse number="11">ເມື່ອ​ປະຊາຊົນ​ໄດ້​ເຫັນ​ສິ່ງ​ທີ່​ໂປໂລ​ໄດ້​ເຮັດ​ນັ້ນ, ພວກເຂົາ​ກໍ​ຮ້ອງ​ຂຶ້ນ​ເປັນ​ພາສາ​ລີກາໂອເນຍ​ວ່າ, “ບັນດາ​ພະ​ທັງຫລາຍ​ໄດ້​ແປງ​ກາຍ​ເປັນ​ມະນຸດ​ລົງ​ມາ​ຫາ​ພວກເຮົາ​ແລ້ວ!”</verse>
				<verse number="12">ພວກເຂົາ​ເອີ້ນ​ບາຣະນາບາ​ວ່າ​ພະຊູດ ແລະ ເອີ້ນ​ໂປໂລ​ວ່າ​ພະເຮຣະເມ ເພາະວ່າ​ສ່ວນຫລາຍ​ແມ່ນ​ໂປໂລ​ເປັນ​ຜູ້​ເວົ້າ.</verse>
				<verse number="13">ປະໂລຫິດ​ຂອງ​ພະຊູດ ເຊິ່ງ​ມີ​ວິຫານ​ທີ່​ຕັ້ງ​ຢູ່​ນອກ​ເມືອງ, ໄດ້​ນຳ​ເອົາ​ງົວເຖິກ ແລະ ພວງມາລາ​ມາ​ທີ່​ປະຕູ​ເມືອງ ແລະ ປະຊາຊົນ​ຢາກ​ຖວາຍ​ເຄື່ອງບູຊາ​ໃຫ້​ແກ່​ພວກເພິ່ນ.</verse>
				<verse number="14">ແຕ່​ເມື່ອ​ອັກຄະສາວົກ​ບາຣະນາບາ​ກັບ​ໂປໂລ ໄດ້​ຍິນ​ເລື່ອງ​ນີ້, ພວກເພິ່ນ​ກໍ​ຈີກ​ເຄື່ອງນຸ່ງ​ຂອງ​ຕົນ​ແລ້ວ​ຟ້າວ​ແລ່ນ​ເຂົ້າ​ໄປ​ໃນ​ທ່າມກາງ​ປະຊາຊົນ ແລະ ຮ້ອງຂຶ້ນ​ວ່າ,</verse>
				<verse number="15">“ທ່ານ​ທັງຫລາຍ​ເອີຍ, ເປັນຫຍັງ​ຈຶ່ງ​ເຮັດ​ຢ່າງ​ນີ້? ພວກເຮົາ​ກໍ​ເປັນ​ມະນຸດ​ທຳມະດາ​ເໝືອນກັນ​ກັບ​ພວກທ່ານ. ພວກເຮົາ​ກຳລັງ​ນຳ​ເອົາ​ຂ່າວປະເສີດ​ມາ​ໃຫ້​ພວກທ່ານ, ເພື່ອ​ໃຫ້​ພວກທ່ານ​ກັບໃຈ​ຈາກ​ສິ່ງ​ທີ່​ບໍ່ມີ​ປະໂຫຍດ​ເຫລົ່ານີ້​ມາ​ຫາ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຜູ້​ສ້າງ​ຟ້າສະຫວັນ ແລະ ແຜ່ນດິນໂລກ, ນໍ້າທະເລ ແລະ ທຸກໆ​ສິ່ງ​ທີ່​ຢູ່​ໃນ​ນັ້ນ.</verse>
				<verse number="16">ໃນ​ອະດີດ​ນັ້ນ, ພຣະອົງ​ປ່ອຍ​ໃຫ້​ຊົນຊາດ​ທັງປວງ​ໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ.</verse>
				<verse number="17">ເຖິງ​ປານ​ນັ້ນ ພຣະອົງ​ກໍ​ຍັງ​ໃຫ້​ມີ​ພະຍານ​ເຖິງ​ພຣະອົງ​ເອງ​ຄື: ພຣະອົງ​ສະແດງ​ຄວາມເມດຕາ​ໂດຍ​ໃຫ້​ຝົນ​ຕົກ​ຈາກ​ຟ້າ​ສະຫວັນ ແລະ ໃຫ້​ມີ​ຜົນລະປູກ​ຕາມ​ລະດູການ​ແກ່​ພວກທ່ານ, ພຣະອົງ​ໃຫ້​ອາຫານ​ອັນ​ອຸດົມສົມບູນ​ແກ່​ພວກທ່ານ ແລະ ໃຫ້​ຈິດໃຈ​ຂອງ​ພວກທ່ານ​ເຕັມ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ”.</verse>
				<verse number="18">ແມ່ນແຕ່​ດ້ວຍ​ຖ້ອຍຄຳ​ເຫລົ່ານີ້, ກໍ​ຍັງ​ຍາກ​ທີ່​ພວກເພິ່ນ​ຈະ​ຫ້າມ​ປະຊາຊົນ​ບໍ່​ໃຫ້​ຖວາຍ​ເຄື່ອງບູຊາ​ແກ່​ພວກເພິ່ນ.</verse>
				<verse number="19">ແລ້ວ​ມີ​ພວກ​ຢິວ​ບາງຄົນ​ມາ​ຈາກ​ເມືອງ​ອັນຕີໂອເຂຍ ແລະ ເມືອງ​ອີໂກນີອົມ ໄດ້​ຊັກຊວນ​ປະຊາຊົນ​ໃຫ້​ມາ​ເຂົ້າ​ຂ້າງ​ພວກເຂົາ​ໄດ້​ສຳເລັດ. ພວກເຂົາ​ໄດ້​ເອົາ​ຫີນ​ແກວ່ງ​ໃສ່​ໂປໂລ ແລະ ລາກ​ເພິ່ນ​ອອກ​ໄປ​ນອກ​ເມືອງ​ເພາະ​ຄິດ​ວ່າ​ເພິ່ນ​ຕາຍ​ແລ້ວ.</verse>
				<verse number="20">ແຕ່​ຫລັງຈາກ​ທີ່​ພວກສາວົກ​ໄດ້​ເຂົ້າ​ມາ​ເຕົ້າໂຮມກັນ​ອ້ອມ​ເພິ່ນ, ໂປໂລ​ກໍ​ລຸກຂຶ້ນ ແລະ ກັບ​ເຂົ້າ​ໄປ​ໃນ​ເມືອງ. ມື້​ຕໍ່ມາ ເພິ່ນ​ກັບ​ບາຣະນາບາ​ກໍ​ອອກ​ເດີນທາງ​ໄປ​ທີ່​ເມືອງ​ເດຣະເບ.</verse>
				<verse number="21">ພວກເພິ່ນ​ໄດ້​ປະກາດ​ຂ່າວປະເສີດ​ໃນ​ເມືອງ​ນັ້ນ ແລະ ມີ​ຄົນ​ຈຳນວນ​ຫລວງຫລາຍ​ມາ​ເປັນ​ສາວົກ. ຫລັງຈາກນັ້ນ ພວກເພິ່ນ​ກໍ​ໄດ້​ກັບ​ຄືນ​ໄປ​ຍັງ​ເມືອງ​ລີສະຕຣາ, ເມືອງ​ອີໂກນີອົມ ແລະ ເມືອງ​ອັນຕີໂອເຂຍ,</verse>
				<verse number="22">ເພື່ອ​ໜູນໃຈ​ພວກສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ ໄດ້​ໜູນໃຈ​ພວກເຂົາ​ໃຫ້​ຕັ້ງ​ໝັ້ນຄົງ​ໃນ​ຄວາມເຊື່ອ. ພວກເຂົາ​ກ່າວ​ວ່າ, “ພວກເຮົາ​ຕ້ອງ​ຜ່ານຜ່າ​ຄວາມ​ທຸກຍາກ​ລຳບາກ​ຫລາຍ​ຢ່າງ​ເພື່ອ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.</verse>
				<verse number="23">ໂປໂລ​ກັບ​ບາຣະນາບາ​ໄດ້​ແຕ່ງຕັ້ງ​ພວກຜູ້ປົກຄອງ ​ໃນ​ແຕ່​ລະ​ຄຣິສຕະຈັກ ແລະ ພາກັນ​ຖືສິນ​ອົດອາຫານ​ອະທິຖານ​ເພື່ອ​ມອບ​ພວກເຂົາ​ໄວ້​ກັບ​ອົງພຣະຜູ້ເປັນເຈົ້າ​ຜູ້​ທີ່​ພວກເຂົາ​ວາງໃຈ.</verse>
				<verse number="24">ຫລັງຈາກ​ໄປ​ທົ່ວ​ແຂວງ​ປີຊີເດຍ​ແລ້ວ​ພວກເພິ່ນ​ກໍ​ມາ​ເຖິງ​ແຂວງ​ປຳຟີເລຍ</verse>
				<verse number="25">ແລະ ເມື່ອ​ໄດ້​ປະກາດ​ພຣະຄຳ​ໃນ​ເມືອງ​ເປກາ​ແລ້ວ, ພວກເພິ່ນ​ກໍ​ໄດ້​ເດີນທາງ​ໄປ​ທີ່​ເມືອງ​ອັດຕາເລຍ.</verse>
				<verse number="26">ແລະ ຈາກ​ເມືອງ​ອັດຕາເລຍ ພວກເພິ່ນ​ໄດ້​ລົງ​ເຮືອ​ກັບຄືນ​ໄປ​ເມືອງ​ອັນຕີໂອເຂຍ ຄື​ເມືອງ​ທີ່​ພວກເພິ່ນ​ຖືກ​ມອບ​ໄວ້​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ໃຫ້​ເຮັດ​ພັນທະກິດ ເຊິ່ງ​ບັດນີ້​ພວກເພິ່ນ​ໄດ້​ເຮັດ​ສຳເລັດ​ແລ້ວ.</verse>
				<verse number="27">ເມື່ອ​ມາ​ຮອດ​ທີ່​ນັ້ນ, ພວກເພິ່ນ​ໄດ້​ເອີ້ນ​ເອົາ​ສະມາຊິກ​ໃນ​ຄຣິສຕະຈັກ​ມາ​ປະຊຸມ ແລະ ລາຍງານ​ທຸກສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ຜ່ານ​ພວກເພິ່ນ ແລະ ວິທີ​ທີ່​ພຣະອົງ​ໄດ້​ເປີດ​ປະຕູ​ແຫ່ງ​ຄວາມເຊື່ອ​ໃຫ້​ແກ່​ບັນດາ​ຄົນຕ່າງຊາດ.</verse>
				<verse number="28">ແລະ ພວກເພິ່ນ​ໄດ້​ພັກ​ຢູ່​ທີ່​ນັ້ນ​ກັບ​ພວກສາວົກ​ເປັນ​ເວລາ​ດົນນານ.</verse>
			</chapter>
			<chapter number="15">
				<verse number="1">ມີ​ບາງຄົນ​ລົງ​ຈາກ​ແຂວງ​ຢູດາຍ​ມາ​ທີ່​ເມືອງ​ອັນຕີໂອເຂຍ ແລະ ສັ່ງສອນ​ພວກ​ພີ່ນ້ອງ​ວ່າ: “ຖ້າ​ພວກເຈົ້າ​ບໍ່​ຮັບ​ພິທີຕັດ​ຕາມ​ທຳນຽມ​ທີ່​ໂມເຊ​ໄດ້​ສອນ​ໄວ້ ພວກເຈົ້າ​ກໍ​ຈະ​ບໍ່​ໄດ້​ຮັບ​ຄວາມພົ້ນ”.</verse>
				<verse number="2">ຄຳສອນ​ນີ້​ໄດ້​ເຮັດ​ໃຫ້​ໂປໂລ​ກັບ​ບາຣະນາບາ​ໂຕ້ຖຽງ​ກັບ​ພວກເຂົາ​ຢ່າງ​ຮຸນແຮງ. ດັ່ງນັ້ນ ໂປໂລ​ກັບ​ບາຣະນາບາ​ຈຶ່ງ​ໄດ້​ຮັບ​ການ​ແຕ່ງຕັ້ງ​ພ້ອມ​ກັບ​ຜູ້ທີ່ເຊື່ອ​ບາງຄົນ​ໃຫ້​ຂຶ້ນ​ໄປ​ພົບ​ບັນດາ​ອັກຄະສາວົກ ແລະ ຜູ້ປົກຄອງ​ທີ່​ເຢຣູຊາເລັມ​ກ່ຽວກັບ​ບັນຫາ​ນີ້.</verse>
				<verse number="3">ຄຣິສຕະຈັກ​ໄດ້​ໃຊ້​ພວກເພິ່ນ​ໄປ ແລະ ຂະນະ​ທີ່​ພວກເພິ່ນ​ເດີນທາງ​ຜ່ານ​ແຂວງ​ໂຟນີເຊຍ​ກັບ​ຊາມາເຣຍ, ພວກເພິ່ນ​ກໍ​ໄດ້​ເລົ່າ​ເລື່ອງ​ທີ່​ຄົນຕ່າງຊາດ​ໄດ້​ກັບໃຈໃໝ່. ຂ່າວ​ນີ້​ເຮັດ​ໃຫ້​ພີ່ນ້ອງ​ທັງຫລາຍ​ມີ​ຄວາມຍິນດີ​ຫລາຍ.</verse>
				<verse number="4">ເມື່ອ​ພວກເພິ່ນ​ມາ​ເຖິງ​ເຢຣູຊາເລັມ, ພວກເພິ່ນ​ກໍ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ຄຣິສຕະຈັກ, ຈາກ​ພວກ​ອັກຄະສາວົກ ແລະ ພວກ​ຜູ້ປົກຄອງ, ພວກເພິ່ນ​ໄດ້​ລາຍງານ​ທຸກສິ່ງ​ທີ່​ພຣະເຈົ້າ​ໄດ້​ເຮັດ​ຜ່ານ​ພວກເພິ່ນ​ໃຫ້​ຄົນ​ເຫລົ່ານັ້ນ​ຟັງ.</verse>
				<verse number="5">ຫລັງຈາກນັ້ນ ຜູ້​ເຊື່ອ​ບາງຄົນ​ທີ່​ຢູ່ໃນ​ກຸ່ມ​ພວກ​ຟາຣີຊາຍ​ໄດ້​ຢືນຂຶ້ນ ແລະ ເວົ້າ​ວ່າ, “ຄົນຕ່າງຊາດ​ຕ້ອງ​ຮັບ​ພິທີຕັດ ແລະ ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ໂມເຊ”.</verse>
				<verse number="6">ບັນດາ​ອັກຄະສາວົກ ແລະ ພວກ​ຜູ້ປົກຄອງ​ໄດ້​ປະຊຸມ​ກັນ​ເພື່ອ​ພິຈາລະນາ​ບັນຫາ​ນີ້.</verse>
				<verse number="7">ຫລັງຈາກ​ປຶກສາຫາລື​ກັນ​ຫລາຍ​ແລ້ວ, ເປໂຕ​ກໍ​ລຸກຂຶ້ນ​ກ່າວ​ວ່າ: “ພີ່ນ້ອງ​ທັງຫລາຍ ພວກເຈົ້າ​ຮູ້​ຢູ່​ແລ້ວ​ວ່າ​ກ່ອນ​ໜ້າ​ນີ້​ພຣະເຈົ້າ​ໄດ້​ເລືອກ​ຂ້າພະເຈົ້າ​ຈາກ​ທ່າມກາງ​ພວກເຈົ້າ ເພື່ອ​ຄົນຕ່າງຊາດ​ຈະ​ໄດ້​ຍິນ​ຖ້ອຍຄຳ​ແຫ່ງ​ຂ່າວປະເສີດ​ຈາກ​ຮິມສົບ​ຂອງ​ເຮົາ ແລະ ເຊື່ອ.</verse>
				<verse number="8">ພຣະເຈົ້າ​ຜູ້​ຮູ້​ຈິດໃຈ​ມະນຸດ ໄດ້​ສະແດງ​ວ່າ​ພຣະອົງ​ຍອມ​ຮັບ​ພວກເຂົາ​ໂດຍ​ໃຫ້​ພຣະວິນຍານບໍລິສຸດເຈົ້າ​ແກ່​ພວກເຂົາ, ເໝືອນ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ.</verse>
				<verse number="9">ພຣະອົງ​ບໍ່​ໄດ້​ຈຳແນກ​ລະຫວ່າງ​ພວກເຮົາ​ກັບ​ພວກເຂົາ, ເພາະ​ພຣະອົງ​ໄດ້​ຊຳລະ​ຈິດໃຈ​ຂອງ​ພວກເຂົາ​ໃຫ້​ບໍລິສຸດ​ດ້ວຍ​ຄວາມເຊື່ອ.</verse>
				<verse number="10">ເມື່ອ​ເປັນ​ດັ່ງນັ້ນ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ພະຍາຍາມ​ທົດລອງ​ພຣະເຈົ້າ​ໂດຍ​ເອົາ​ແອກ​ວາງ​ໃສ່​ຄໍ​ຂອງ​ພວກ​ຄົນຕ່າງຊາດ ເຊິ່ງ​ທັງ​ພວກເຮົາ ຫລື ບັນພະບຸລຸດ​ຂອງ​ພວກເຮົາ​ກໍ​ບໍ່​ສາມາດ​ທີ່​ຈະ​ແບກ​ໄດ້?</verse>
				<verse number="11">ຢ່າ​ເລີຍ! ພວກເຮົາ​ເຊື່ອ​ວ່າ​ພວກເຮົາ​ຈະ​ພົ້ນ​ໄດ້​ກໍ​ໂດຍ​ພຣະຄຸນ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ເໝືອນ​ກັນ​ກັບ​ພວກເຂົາ”.</verse>
				<verse number="12">ທຸກຄົນ​ໃນ​ທີ່​ປະຊຸມ​ກໍ​ມິດງຽບ​ຟັງ​ບາຣະນາບາ​ກັບ​ໂປໂລ​ເລົ່າ​ເຖິງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ​ທີ່​ພຣະເຈົ້າ​ໄດ້​ເຮັດ​ຜ່ານ​ພວກເພິ່ນ​ທ່າມກາງ​ຄົນຕ່າງຊາດ.</verse>
				<verse number="13">ເມື່ອ​ພວກເພິ່ນ​ເວົ້າ​ຈົບ​ແລ້ວ, ຢາໂກໂບ​ກໍ​ກ່າວ​ຂຶ້ນ. ເພິ່ນ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ, ຂໍ​ໃຫ້​ຟັງ​ຂ້າພະເຈົ້າ​ກ່ອນ.</verse>
				<verse number="14">ຊີໂມນ ​ໄດ້​ອະທິບາຍ​ໃຫ້​ພວກເຮົາ​ຟັງ​ແລ້ວ​ວ່າ ພຣະເຈົ້າ​ໄດ້​ສະແດງ​ຄວາມຫ່ວງໃຍ​ຂອງ​ພຣະອົງ​ຕັ້ງແຕ່​ທຳອິດ ໂດຍ​ເລືອກ​ຄົນຕ່າງຊາດ​ບາງຄົນ​ມາ​ເປັນ​ຂອງ​ພຣະອົງ.</verse>
				<verse number="15">ຖ້ອຍຄຳ​ຂອງ​ພວກ​ຜູ້ທຳນວາຍ​ກໍ​ສອດຄ່ອງ​ກັບ​ເລື່ອງ​ນີ້ ຕາມ​ທີ່​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ:</verse>
				<verse number="16">“‘ຫລັງ​ຈາກ​ນີ້​ເຮົາ​ຈະ​ກັບ​ຄືນ​ມາ ແລະ ຈະ​ສ້າງ​ຫໍເຕັນ​ຂອງ​ດາວິດ​ທີ່​ລົ້ມ​ລົງ​ຂຶ້ນ​ມາ​ໃໝ່. ເຮົາ​ຈະ​ສ້າງ​ສິ່ງ​ທີ່​ຫັກ​ພັງ​ຂຶ້ນ​ມາ​ໃໝ່, ແລະ ເຮົາ​ຈະ​ເຮັດ​ໃຫ້​ສິ່ງ​ເຫລົ່ານັ້ນ​ຄືນ​ສູ່​ສະພາບ​ດີ</verse>
				<verse number="17">ເພື່ອ​ຄົນ​ທີ່​ເຫລືອ​ຢູ່​ຈະ​ສະແຫວງ​ຫາ​ອົງພະຜູ້ເປັນເຈົ້າ, ແມ່ນ​ແຕ່​ຄົນຕ່າງຊາດ​ທັງໝົດ​ທີ່​ຮັບຮູ້​ນາມ​ຂອງ​ເຮົາ, ກ່າວ​ໄວ້​ໂດຍ​ອົງພຣະຜູ້ເປັນເຈົ້າ, ຜູ້​ໄດ້​ກະທຳ​ສິ່ງ​ເຫລົ່ານີ້’</verse>
				<verse number="18">ເຊິ່ງ​ເປັນ​ທີ່​ຮູ້​ກັນ​ມາ​ດົນນານ​ແລ້ວ.</verse>
				<verse number="19">“ດັ່ງນັ້ນ ຂ້າພະເຈົ້າ​ເຫັນ​ວ່າ​ພວກເຮົາ​ບໍ່​ຄວນ​ສ້າງ​ຄວາມ​ລຳບາກ​ໃຫ້​ກັບ​ຄົນຕ່າງຊາດ​ທີ່​ຫັນ​ມາ​ຫາ​ພຣະເຈົ້າ</verse>
				<verse number="20">ແຕ່​ໃຫ້​ພວກເຮົາ​ຂຽນ​ໄປ​ຫາ​ພວກເຂົາ, ໂດຍ​ບອກ​ພວກເຂົາ​ໃຫ້​ລະເວັ້ນ​ຈາກ​ອາຫານ​ທີ່​ມີ​ມົນທິນ​ເພາະ​ຮູບເຄົາລົບ, ຈາກ​ການ​ຜິດສິນທຳ​ທາງ​ເພດ, ຈາກ​ການ​ກິນ​ຊີ້ນສັດ​ທີ່​ຖືກ​ຮັດ​ຄໍ​ຕາຍ ແລະ ຈາກ​ການ​ກິນ​ເລືອດ.</verse>
				<verse number="21">ເພາະ​ກົດບັນຍັດ​ຂອງ​ໂມເຊ​ໄດ້​ຖືກ​ເທດສະໜາ​ໃນ​ທຸກ​ເມືອງ​ຕັ້ງແຕ່​ດົນນານ​ມາ​ແລ້ວ ແລະ ໄດ້​ຖືກ​ອ່ານ​ໃນ​ທຳມະສາລາ​ທຸກ​ວັນຊະບາໂຕ”.</verse>
				<verse number="22">ແລ້ວ​ພວກ​ອັກຄະສາວົກ ແລະ ພວກ​ຜູ້ປົກຄອງ​ກັບ​ທຸກຄົນ​ໃນ​ຄຣິສຕະຈັກ, ໄດ້​ຕັດສິນໃຈ​ທີ່​ຈະ​ເລືອກ​ເອົາ​ບາງຄົນ​ໃນ​ພວກເພິ່ນ​ແລ້ວ​ສົ່ງ​ໄປ​ທີ່​ເມືອງ​ອັນຕີໂອເຂຍ​ພ້ອມ​ກັບ​ໂປໂລ ແລະ ບາຣະນາບາ. ພວກເພິ່ນ​ໄດ້​ເລືອກ​ເອົາ​ຢູດາ (ຫລື​ເອີ້ນ​ກັນ​ວ່າ​ບາຣະຊັບບາ) ກັບ​ຊີລາ, ຊາຍ​ທັງສອງ​ຄົນນີ້​ເປັນ​ຜູ້ນຳ​ໃນ​ກຸ່ມ​ພວກ​ພີ່ນ້ອງ.</verse>
				<verse number="23">ແລ້ວ​ພວກເພິ່ນ​ໄດ້​ຝາກ​ຈົດໝາຍ​ໃຫ້​ພວກເຂົາ​ຖື​ໄປ​ນຳ​ດັ່ງ​ນີ້: ຈາກ​ບັນດາ​ອັກຄະສາວົກ ແລະ ຜູ້ອາວຸໂສ ຜູ້​ເປັນ​ພີ່ນ້ອງ​ຂອງ​ພວກທ່ານ, ເຖິງ ຜູ້ທີ່ເຊື່ອ​ທີ່​ເປັນ​ຄົນຕ່າງຊາດ​ໃນ​ເມືອງ​ອັນຕີໂອເຂຍ ໃນ​ແຂວງ​ຊີເຣຍ ແລະ ໃນ​ແຂວງ​ກີລີເກຍ: ຂໍ​ສົ່ງ​ຄຳ​ທັກທາຍ.</verse>
				<verse number="24">ພວກເຮົາ​ໄດ້​ຍິນ​ຂ່າວ​ວ່າ​ມີ​ບາງຄົນ​ໃນ​ພວກເຮົາ​ໄດ້​ໄປ​ຫາ​ພວກທ່ານ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ພວກເຮົາ ແລະ ໄປ​ລົບກວນ​ຈິດໃຈ​ຂອງ​ພວກທ່ານ​ໂດຍ​ເວົ້າ​ສິ່ງ​ທີ່​ເຮັດ​ໃຫ້​ພວກທ່ານ​ບໍ່​ສະບາຍໃຈ.</verse>
				<verse number="25">ດັ່ງນັ້ນ ພວກເຮົາ​ທຸກຄົນ​ເຫັນດີ​ທີ່​ຈະ​ເລືອກ​ເອົາ​ບາງຄົນ ແລະ ສົ່ງ​ພວກເຂົາ​ມາ​ຫາ​ພວກທ່ານ​ພ້ອມ​ກັບ​ບາຣະນາບາ ແລະ ໂປໂລ​ເພື່ອນ​ທີ່ຮັກ​ຂອງ​ເຮົາ</verse>
				<verse number="26">ຄື​ຜູ້​ທີ່​ຍອມ​ເສຍສະຫລະ​ຊີວິດ​ຂອງ​ຕົນ​ເພື່ອ​ເຫັນແກ່​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.</verse>
				<verse number="27">ດ້ວຍ​ເຫດ​ນີ້ ພວກເຮົາ​ຈຶ່ງ​ສົ່ງ​ຢູດາ​ກັບ​ຊີລາ​ມາ​ເພື່ອ​ຢືນຢັນ​ຄຳເວົ້າ​ໃນ​ສິ່ງ​ທີ່​ພວກເຮົາ​ໄດ້​ຂຽນ.</verse>
				<verse number="28">ດ້ວຍວ່າ ພຣະວິນຍານບໍລິສຸດເຈົ້າ​ກັບ​ພວກເຮົາ​ເຫັນດີ​ຮ່ວມ​ກັນ​ແລ້ວ​ວ່າ​ບໍ່​ໃຫ້​ວາງ​ພາລະ​ໜັກ​ໃດ​ໃຫ້​ພວກທ່ານ​ເວັ້ນ​ແຕ່​ຂໍ້​ກຳນົດ​ຕໍ່ໄປ​ນີ້​ຄື:</verse>
				<verse number="29">ພວກທ່ານ​ທັງຫລາຍ​ຈົ່ງ​ລະເວັ້ນ​ຈາກ​ອາຫານ​ທີ່​ຖວາຍບູຊາ​ແກ່​ຮູບ​ເຄົາລົບ, ໃຫ້​ລະເວັ້ນ​ຈາກ​ການ​ກິນ​ເລືອດ, ໃຫ້​ລະເວັ້ນ​ຈາກ​ການ​ກິນ​ຊີ້ນສັດ​ທີ່​ຖືກ​ຮັດ​ຄໍ​ຕາຍ ແລະ ໃຫ້​ລະເວັ້ນ​ຈາກ​ການ​ຜິດສິນທຳ​ທາງເພດ. ຖ້າ​ພວກທ່ານ​ລະເວັ້ນ​ຈາກ​ສິ່ງ​ເຫລົ່ານີ້ ພວກທ່ານ​ກໍ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ຂໍ​ອຳລາ.</verse>
				<verse number="30">ດັ່ງນັ້ນ ຄົນ​ເຫລົ່ານັ້ນ​ຈຶ່ງ​ອອກ​ເດີນທາງ​ໄປ​ຍັງ​ເມືອງ​ອັນຕີໂອເຂຍ, ບ່ອນ​ທີ່​ພວກເພິ່ນ​ໄດ້​ເຕົ້າໂຮມກັນ​ໃນ​ຄຣິສຕະຈັກ ແລະ ໄດ້​ມອບ​ຈົດໝາຍ​ໃຫ້.</verse>
				<verse number="31">ປະຊາຊົນ​ໄດ້​ອ່ານ​ຈົດໝາຍ​ນັ້ນ​ແລ້ວ ແລະ ທຸກຄົນ​ພາກັນ​ດີໃຈ​ເພາະ​ຄຳ​ໜູນໃຈ​ໃນ​ຈົດໝາຍ​ນັ້ນ.</verse>
				<verse number="32">ຢູດາ​ກັບ​ຊີລາ​ເອງ​ທີ່​ເປັນ​ຜູ້ທຳນວາຍ, ພວກເພິ່ນ​ໄດ້​ເວົ້າ​ຫລາຍສິ່ງ​ຫລາຍຢ່າງ​ເພື່ອ​ໜູນໃຈ ແລະ ເສີມສ້າງ​ພວກ​ພີ່ນ້ອງ​ໃຫ້​ເຂັ້ມແຂງ.</verse>
				<verse number="33">ຫລັງຈາກ​ໃຊ້​ເວລາ​ຢູ່​ທີ່​ນັ້ນ​ໄດ້​ໄລຍະ​ໜຶ່ງ​ແລ້ວ, ພວກ​ພີ່ນ້ອງ​ຜູ້ທີ່ເຊື່ອ​ກໍ​ໄດ້​ສົ່ງ​ພວກເພິ່ນ​ກັບ​ໄປ​ຫາ​ບັນດາ​ພີ່ນ້ອງ​ຜູ້​ທີ່​ໃຊ້​ພວກເພິ່ນ​ມາ​ພ້ອມ​ທັງ​ອວຍພອນ​ໃຫ້​ມີ​ສັນຕິສຸກ.</verse>
				<verse number="34">ແຕ່​ຊີລາ​ຕັດສິນໃຈ​ທີ່​ຈະ​ຢູ່​ທີ່​ນັ້ນ​ຕໍ່.</verse>
				<verse number="35">ສ່ວນ​ໂປໂລ​ກັບ​ບາຣະນາບາ​ຍັງ​ຢູ່​ທີ່​ເມືອງ​ອັນຕີໂອເຂຍ, ພວກເພິ່ນ​ກັບ​ຄົນ​ອື່ນໆ​ໄດ້​ຮ່ວມ​ກັນ​ສັ່ງສອນ ແລະ ປະກາດ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຮ່ວມ​ກັບ​ອີກ​ຫລາຍ​ຄົນ.</verse>
				<verse number="36">ຕໍ່ມາ ໂປໂລ​ໄດ້​ເວົ້າ​ກັບ​ບາຣະນາບາ​ວ່າ, “ໃຫ້​ພວກເຮົາ​ກັບ​ໄປ​ຢ້ຽມຢາມ​ຜູ້ທີ່ເຊື່ອ​ໃນ​ທຸກ​ເມືອງ​ທີ່​ພວກເຮົາ​ໄດ້​ປະກາດ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເບິ່ງ​ວ່າ​ພວກເຂົາ​ເປັນ​ຢ່າງໃດ”.</verse>
				<verse number="37">ບາຣະນາບາ​ຕ້ອງການ​ຈະ​ພາ​ໂຢຮັນ ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ມາຣະໂກ​ໄປ​ນຳ,</verse>
				<verse number="38">ແຕ່​ໂປໂລ​ເຫັນ​ວ່າ​ບໍ່​ຄວນ​ເອົາ​ລາວ​ໄປ​ນຳ ເພາະ​ໂຢຮັນ​ເຄີຍ​ປະຖິ້ມ​ພວກເພິ່ນ​ທີ່​ແຂວງ​ປຳຟີເລຍ ແລະ ບໍ່​ໄດ້​ຮ່ວມ​ງານ​ອີກ.</verse>
				<verse number="39">ພວກເພິ່ນ​ໄດ້​ຂັດແຍ້ງ​ກັນ​ຢ່າງ​ຮຸນແຮງ​ຈົນ​ຕ້ອງ​ແຍກ​ກັນ. ບາຣະນາບາ​ໄດ້​ພາ​ມາຣະໂກ​ລົງ​ເຮືອ​ໄປ​ຍັງ​ເກາະ​ໄຊປຣັດ,</verse>
				<verse number="40">ແຕ່​ໂປໂລ​ໄດ້​ເລືອກ​ຊີລາ ແລະ ຈາກ​ໄປ ໂດຍ​ພີ່ນ້ອງ​ຜູ້ທີ່ເຊື່ອ​ໄດ້​ມອບ​ພວກເພິ່ນ​ໄວ້​ໃນ​ພຣະຄຸນ​ຂອງ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="41">ພວກເພິ່ນ​ໄດ້​ໄປ​ທົ່ວ​ແຂວງ​ຊີເຣຍ ແລະ ກີລີເກຍ, ໜູນໃຈ​ຄຣິສຕະຈັກ​ຕ່າງໆ​ໃຫ້​ເຂັ້ມແຂງ​ຂຶ້ນ.</verse>
			</chapter>
			<chapter number="16">
				<verse number="1">ໂປໂລ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ເດຣະເບ ແລະ ຫລັງ​ຈາກ​ນັ້ນ​ກໍ​ໄປ​ຍັງ​ເມືອງ​ລີສະຕຣາ, ຢູ່​ທີ່​ນັ້ນ​ມີ​ສາວົກ​ຄົນ​ໜຶ່ງ​ຊື່​ຕີໂມທຽວ​ອາໄສ​ຢູ່, ແມ່​ຂອງ​ລາວ​ເປັນ​ຄົນ​ທີ່​ເຊື່ອ ແລະ ເປັນ​ຄົນຢິວ​ແຕ່​ພໍ່​ຂອງ​ລາວ​ເປັນ​ຄົນກຣີກ.</verse>
				<verse number="2">ຕີໂມທຽວ​ເປັນ​ຜູ້​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ບັນດາ​ຜູ້ທີ່ເຊື່ອ​ທີ່​ເມືອງ​ລີສະຕຣາ ແລະ ເມືອງ​ອີໂກນີອົມ.</verse>
				<verse number="3">ໂປໂລ​ຕ້ອງການ​ຈະ​ພາ​ຕີໂມທຽວ​ຮ່ວມ​ເດີນທາງ​ໄປ​ນຳ, ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຫ້​ລາວ​ຮັບ​ພິທີຕັດ​ເພາະ​ເຫັນ​ແກ່​ຊາວຢິວ​ທີ່​ຢູ່​ໃນ​ຂົງເຂດ​ນັ້ນ, ເພາະວ່າ​ຄົນ​ເຫລົ່ານັ້ນ​ກໍ​ຮູ້​ວ່າ​ພໍ່​ຂອງ​ລາວ​ເປັນ​ຄົນກຣີກ.</verse>
				<verse number="4">ຂະນະ​ທີ່​ພວກເພິ່ນ​ກຳລັງ​ເດີນທາງ​ໄປ​ຍັງ​ເມືອງ​ຕ່າງໆ, ພວກເພິ່ນ​ກໍ​ໄດ້​ມອບ​ຂໍ້​ຕົກລົງ​ຂອງ​ພວກ​ອັກຄະສາວົກ ແລະ ພວກ​ຜູ້ປົກຄອງ​ໃນ​ເຢຣູຊາເລັມ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ໄດ້​ປະຕິບັດ​ຕາມ.</verse>
				<verse number="5">ດັ່ງນັ້ນ ຄຣິສຕະຈັກ​ຕ່າງໆ​ຈຶ່ງ​ເຂັ້ມແຂງ​ໃນ​ຄວາມເຊື່ອ ແລະ ສະມາຊິກ​ກໍ​ມີ​ຈຳນວນ​ເພີ່ມ​ຂຶ້ນ​ທຸກວັນ.</verse>
				<verse number="6">ໂປໂລ​ກັບ​ຜູ້ຮ່ວມງານ​ຂອງ​ເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ດິນແດນ​ຟີເຄຍ ແລະ ຄາລາເຕຍ, ເພາະ​ພຣະວິນຍານບໍລິສຸດເຈົ້າ​ຍັງ​ບໍ່​ໃຫ້​ປະກາດ​ພຣະຄຳ​ໃນ​ເອເຊຍ.</verse>
				<verse number="7">ເມື່ອ​ພວກເພິ່ນ​ມາ​ເຖິງ​ຊາຍແດນ​ແຂວງ​ມີເຊຍ, ພວກເພິ່ນ​ກໍ​ພະຍາຍາມ​ຈະ​ເຂົ້າ​ໄປ​ໃນ​ແຂວງ​ບີທີເນຍ, ແຕ່​ພຣະວິນຍານ​ຂອງ​ພຣະເຢຊູເຈົ້າ​ບໍ່​ໃຫ້​ພວກເພິ່ນ​ປະກາດ.</verse>
				<verse number="8">ພວກເພິ່ນ​ຈຶ່ງ​ຜ່ານ​ແຂວງ​ມີເຊຍ ແລະ ລົງ​ໄປ​ຍັງ​ເມືອງ​ໂທອາດ.</verse>
				<verse number="9">ໃນ​ເວລາ​ກາງຄືນ ໂປໂລ​ໄດ້​ຮັບ​ນິມິດ ເຫັນ​ຊາຍ​ຊາວ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ຮ້ອງຂໍ​ເພິ່ນ​ວ່າ, “ຂໍ​ມາ​ຊ່ວຍ​ພວກຂ້ານ້ອຍ​ທີ່​ແຂວງ​ມາເກໂດເນຍ​ດ້ວຍ”.</verse>
				<verse number="10">ຫລັງຈາກ​ໂປໂລ​ເຫັນ​ນິມິດ​ນີ້​ແລ້ວ, ພວກເຮົາ​ກໍ​ຕຽມພ້ອມ​ທັນທີ​ທີ່​ຈະ​ໄປ​ຍັງ​ແຂວງ​ມາເກໂດເນຍ, ເພາະ​ເຫັນ​ວ່າ​ພຣະເຈົ້າ​ໄດ້​ເອີ້ນ​ພວກເຮົາ​ໃຫ້​ໄປ​ປະກາດ​ຂ່າວປະເສີດ​ແກ່​ພວກເຂົາ.</verse>
				<verse number="11">ຈາກ​ເມືອງ​ໂທອາດ​ພວກເຮົາ​ໄດ້​ລົງ​ເຮືອ ແລະ ໄດ້​ເດີນທາງ​ໄປ​ຍັງ​ເກາະ​ຊາໂມທາເກ ແລະ ໃນ​ມື້​ຕໍ່ມາ​ກໍ​ມາ​ເຖິງ​ເມືອງ​ເນອາໂປລີ.</verse>
				<verse number="12">ພວກເຮົາ​ເດີນທາງ​ຈາກ​ທີ່​ນັ້ນ​ໄປ​ຍັງ​ເມືອງ​ຟີລິບປອຍ, ເຊິ່ງ​ເປັນ​ເມືອງ​ຂຶ້ນ​ຂອງ​ຊາວໂຣມ ແລະ ເປັນ​ເມືອງ​ເອກ​ຂອງ​ແຂວງ​ມາເກໂດເນຍ, ພວກເຮົາ​ພັກ​ຢູ່​ທີ່​ນັ້ນ​ຫລາຍ​ວັນ.</verse>
				<verse number="13">ໃນ​ວັນ​ຊະບາໂຕ ພວກເຮົາ​ໄດ້​ອອກ​ນອກ​ປະຕູ​ເມືອງ​ໄປ​ທີ່​ແມ່ນ້ຳ, ບ່ອນ​ທີ່​ພວກເຮົາ​ຄິດ​ວ່າ​ຈະ​ພົບ​ບ່ອນ​ອະທິຖານ. ພວກເຮົາ​ໄດ້​ນັ່ງ​ລົງ​ໂອ້ລົມ​ກັບ​ພວກແມ່ຍິງ​ທີ່​ເຕົ້າໂຮມກັນ​ຢູ່​ທີ່​ນັ້ນ.</verse>
				<verse number="14">ມີ​ຍິງ​ຄົນ​ໜຶ່ງ​ໃນ​ບັນດາ​ຄົນ​ທີ່​ກຳລັງ​ຟັງ​ຢູ່​ນັນ​ຊື່​ວ່າ​ລີເດຍ ເປັນ​ຄົນ​ຄ້າຂາຍ​ຜ້າ​ສີມ່ວງ ນາງ​ມາ​ຈາກ​ເມືອງ​ທົວເຕຣາ, ນາງ​ເປັນ​ຜູ້​ນະມັດສະການ​ພຣະເຈົ້າ. ອົງພຣະຜູ້ເປັນເຈົ້າ​ເປີດ​ໃຈ​ນາງ​ໃຫ້​ຕອບສະໜອງ​ຕໍ່​ຖ້ອຍຄຳ​ຂອງ​ໂປໂລ.</verse>
				<verse number="15">ເມື່ອ​ນາງ​ກັບ​ສະມາຊິກ​ໃນ​ຄົວເຮືອນ​ຂອງ​ນາງ​ໄດ້​ຮັບ​ບັບຕິສະມາ​ແລ້ວ, ນາງ​ໄດ້​ເຊີນ​ພວກເຮົາ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ນາງ. ນາງ​ເວົ້າ​ວ່າ, “ຖ້າ​ທ່ານ​ເຫັນ​ວ່າ​ຂ້ານ້ອຍ​ເປັນ​ຜູ້ທີ່ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ, ຂໍ​ເຊີນ​ມາ​ພັກ​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ດ້ວຍ”. ນາງ​ໄດ້​ຊັກຊວນ​ຈົນ​ພວກເຮົາ​ຂັດ​ບໍ່​ໄດ້.</verse>
				<verse number="16">ຄັ້ງ​ໜຶ່ງ ຂະນະ​ທີ່​ພວກເຮົາ​ກຳລັງ​ຈະ​ໄປ​ຍັງ​ບ່ອນ​ອະທິຖານ, ມີ​ຂ້າທາດ​ຍິງ​ຄົນ​ໜຶ່ງ​ທີ່​ມີ​ວິນຍານ​ໝໍດູ​ສິງ​ຢູ່​ມາ​ພົບ​ພວກເຮົາ, ຍິງ​ນີ້​ຫາ​ເງິນ​ໃຫ້​ນາຍ​ຂອງ​ຕົນ​ໄດ້​ເປັນ​ຈຳນວນ​ຫລວງຫລາຍ​ຈາກ​ການ​ດູມໍ.</verse>
				<verse number="17">ນາງ​ໄດ້​ຕິດຕາມ​ໂປໂລ​ກັບ​ພວກເຮົາ​ມາ ແລະ ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫລົ່ານີ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ອົງ​ສູງສຸດ, ພວກເພິ່ນ​ມາ​ບອກ​ເລື່ອງ​ທາງ​ຄວາມພົ້ນ​ໃຫ້​ແກ່​ພວກເຈົ້າ”.</verse>
				<verse number="18">ນາງ​ເຮັດ​ຢ່າງ​ນີ້​ເປັນ​ເວລາ​ຫລາຍ​ວັນ. ໃນ​ທີ່​ສຸດ​ໂປໂລ​ກໍ​ເກີດ​ລຳຄານ​ຫລາຍ​ຈົນ​ເພິ່ນ​ຫັນ​ໄປ​ອ້ອມຮອບ ແລະ ສັ່ງ​ວິນຍານຊົ່ວ​ນັ້ນ​ວ່າ, “ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ເຮົາ​ສັ່ງ​ໃຫ້​ວິນຍານຊົ່ວ​ນີ້​ຈົ່ງ​ອອກ​ມາ​ຈາກ​ໂຕ​ຂອງ​ນາງ!” ວິນຍານຊົ່ວ​ນັ້ນ​ກໍ​ອອກ​ຈາກ​ນາງ​ທັນທີ.</verse>
				<verse number="19">ເມື່ອ​ເຈົ້າ​ຂອງ​ຂ້າທາດ​ນັ້ນ​ເຫັນ​ວ່າ​ຄວາມຫວັງ​ທີ່​ຈະ​ຫາ​ເງິນ​ຂອງ​ພວກເຂົາ​ໄດ້​ໝົດ​ໄປ​ແລ້ວ, ພວກເຂົາ​ຈຶ່ງ​ຈັບ​ໂປໂລ​ກັບ​ຊີລາ ແລະ ລາກ​ພວກເພິ່ນ​ມາ​ທີ່​ບ່ອນ​ຊຸມນຸມ​ຊົນ​ເພື່ອ​ພົບ​ຜູ້ມີອຳນາດ.</verse>
				<verse number="20">ພວກເຂົາ​ນຳ​ພວກເພິ່ນ​ມາ​ຢູ່​ຕໍ່ໜ້າ​ຄະນະ​ຜູ້ປົກຄອງ​ເມືອງ​ແລ້ວ​ເວົ້າ​ວ່າ, “ຄົນ​ເຫລົ່ານີ້​ເປັນ​ຢິວ ແລະ ກຳລັງ​ກໍ່ກວນ​ບ້ານເມືອງ​ຂອງ​ພວກເຮົາ​ໃຫ້​ວຸ້ນວາຍ</verse>
				<verse number="21">ໂດຍ​ແນະນຳ​ສັ່ງສອນ​ທຳນຽມ​ອັນ​ຜິດ​ກົດໝາຍ​ສຳລັບ​ພວກເຮົາ​ຊາວ​ໂຣມ​ໃຫ້​ຍອມຮັບ ຫລື ປະຕິບັດຕາມ”.</verse>
				<verse number="22">ປະຊາຊົນ​ກໍ​ຮ່ວມ​ໂຈມຕີ​ໂປໂລ​ກັບ​ຊີລາ, ຄະນະ​ຜູ້ປົກຄອງ​ເມືອງ​ໄດ້​ສັ່ງ​ໃຫ້​ຈີກ​ເຄື່ອງນຸ່ງ​ຂອງ​ພວກເພິ່ນ​ອອກ ແລະ ຂ້ຽນຕີ​ພວກເພິ່ນ​ດ້ວຍ​ໄມ້ແສ້.</verse>
				<verse number="23">ຫລັງຈາກ​ພວກເພິ່ນ​ຖືກ​ຂ້ຽນຕີ​ຢ່າງ​ໜັກ​ແລ້ວ, ພວກເພິ່ນ​ກໍ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ຄຸກ ແລະ ສັ່ງ​ຄົນ​ຮັກສາ​ຄຸກ​ໃຫ້​ເຝົ້າ​ຢ່າງ​ເຂັ້ມງວດ.</verse>
				<verse number="24">ເມື່ອ​ໄດ້​ຮັບ​ຄຳສັ່ງ​ຢ່າງ​ນັ້ນ​ແລ້ວ, ເຈົ້າໜ້າທີ່​ກໍ​ຂັງ​ພວກເພິ່ນ​ໄວ້​ໃນ​ຫ້ອງ​ຂັງ​ຊັ້ນ​ໃນ ແລະ ມັດ​ຕີນ​ຂອງ​ພວກເພິ່ນ​ໃສ່​ຂື່​ໄວ້.</verse>
				<verse number="25">ປະມານ​ທ່ຽງຄືນ ໂປໂລ​ກັບ​ຊີລາ ກຳລັງ​ພາກັນ​ອະທິຖານ ແລະ ຮ້ອງເພງ​ສັນລະເສີນ​ພຣະເຈົ້າ ແລະ ພວກນັກໂທດ​ຄົນ​ອື່ນໆ​ກໍ​ຟັງ​ຢູ່.</verse>
				<verse number="26">ທັນໃດ​ນັ້ນ ກໍ​ເກີດ​ແຜ່ນດິນໄຫວ​ຮຸນແຮງ​ຈົນ​ຮາກຖານ​ຂອງ​ຄຸກ​ສັ່ນ​ສະເທືອນ. ໃນ​ທັນໃດ​ນັ້ນ ປະຕູ​ຄຸກ​ທຸກ​ບານ​ກໍ​ໄຂ​ອອກ​ທັນທີ ແລະ ໂສ້​ທີ່​ມັດ​ນັກໂທດ​ທຸກຄົນ​ກໍ​ຫລຸດ​ອອກ.</verse>
				<verse number="27">ເມື່ອ​ເຈົ້າໜ້າທີ່​ຕື່ນ​ຂຶ້ນ ແລະ ເຫັນ​ວ່າ​ປະຕູ​ຄຸກ​ໄຂ​ຢູ່ ຈຶ່ງ​ຖອດ​ດາບ​ອອກມາ​ກຳລັງ​ຈະ​ຂ້າ​ຕົນ​ເອງ​ເພາະ​ຄິດ​ວ່າ​ນັກໂທດ​ໜີ​ໄປ​ແລ້ວ.</verse>
				<verse number="28">ແຕ່​ໂປໂລ​ຮ້ອງ​ຂຶ້ນ​ວ່າ, “ຢ່າ​ເຮັດ​ຮ້າຍ​ໃຫ້​ຕົນ​ເອງ! ພວກເຮົາ​ຍັງ​ຢູ່​ທີ່​ນີ້​ທຸກຄົນ!”</verse>
				<verse number="29">ເຈົ້າໜ້າທີ່​ໄດ້​ເອີ້ນ​ໃຫ້​ຈຸດ​ໄຟ ແລ້ວ​ແລ່ນ​ເຂົ້າ​ມາ​ໝອບ​ລົງ​ທັງ​ໂຕ​ສັ່ນ​ຕໍ່ໜ້າ​ໂປໂລ​ກັບ​ຊີລາ.</verse>
				<verse number="30">ແລ້ວ​ລາວ​ກໍ​ໄດ້​ພາ​ພວກເພິ່ນ​ອອກ​ມາ​ແລ້ວ​ຖາມ​ວ່າ, “ທ່ານ​ເອີຍ, ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ຮັບ​ຄວາມພົ້ນ?”</verse>
				<verse number="31">ພວກເພິ່ນ​ຕອບ​ວ່າ, “ຈົ່ງ​ເຊື່ອ​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ແລ້ວ​ເຈົ້າ​ກັບ​ຄົວເຮືອນ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ຄວາມພົ້ນ”.</verse>
				<verse number="32">ແລ້ວ​ພວກເພິ່ນ​ກໍ​ໄດ້​ປະກາດ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ໃຫ້​ແກ່​ເຈົ້າໜ້າທີ່ ແລະ ແກ່​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ເຮືອນ​ຂອງ​ລາວ.</verse>
				<verse number="33">ຕອນ​ກາງຄືນ​ໃນ​ຊົ່ວໂມງ​ດຽວ​ກັນ​ນັ້ນ ຜູ້​ຮັກສາ​ຄຸກ​ກໍ​ພາ​ພວກເພິ່ນ​ໄປ​ລ້າງ​ບາດແຜ; ແລ້ວ​ຜູ້​ຮັກສາ​ຄຸກ​ກັບ​ຄອບຄົວ​ຂອງ​ລາວ​ທັງໝົດ​ກໍ​ຮັບ​ບັບຕິສະມາ​ທັນທີ.</verse>
				<verse number="34">ຜູ້​ຮັກສາ​ຄຸກ​ໄດ້​ພາ​ພວກເພິ່ນ​ເຂົ້າໄປ​ໃນ​ເຮືອນ ແລະ ຈັດ​ອາຫານ​ມາ​ລ້ຽງ​ພວກເພິ່ນ, ຜູ້​ຮັກສາ​ຄຸກ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ​ທີ່​ລາວ​ເອງ ແລະ ທຸກຄົນ​ໃນ​ຄອບຄົວ​ຂອງ​ລາວ​ໄດ້​ມາ​ເຊື່ອ​ພຣະເຈົ້າ.</verse>
				<verse number="35">ພໍ​ຮຸ່ງເຊົ້າ​ມາ ຄະນະ​ຜູ້ປົກຄອງ​ເມືອງ​ໄດ້​ໃຊ້​ເຈົ້າໜ້າທີ່​ມາ​ພ້ອມ​ກັບ​ຄຳສັ່ງ​ວ່າ, “ຈົ່ງ​ປ່ອຍ​ຄົນ​ເຫລົ່ານັ້ນ​ໄປ”.</verse>
				<verse number="36">ຜູ້​ຮັກສາ​ຄຸກ​ໄດ້​ບອກ​ໂປໂລ​ວ່າ, “ຄະນະ​ຜູ້ປົກຄອງ​ເມືອງ​ໄດ້​ສັ່ງ​ໃຫ້​ປ່ອຍ​ໂຕ​ທ່ານ​ກັບ​ຊີລາ, ບັດນີ້ ຂໍ​ໃຫ້​ພວກທ່ານ​ອອກ​ໄປ​ດ້ວຍ​ສັນຕິສຸກ”.</verse>
				<verse number="37">ແຕ່​ໂປໂລ​ເວົ້າ​ກັບ​ພວກ​ເຈົ້າໜ້າທີ່​ວ່າ: “ພວກເຂົາ​ໄດ້​ຂ້ຽນ​ພວກເຮົາ​ໃນ​ທີ່​ສາທາລະນະ​ໂດຍ​ບໍ່​ໄດ້​ສືບສວນ​ທັງ​ທີ່​ພວກເຮົາ​ເອງ​ກໍ​ເປັນ​ພົນລະເມືອງ​ໂຣມ ແລະ ຈັບ​ພວກເຮົາ​ເຂົ້າ​ຄຸກ ແລ້ວ​ບັດນີ້​ພວກເຂົາ​ຢາກ​ສົ່ງ​ພວກເຮົາ​ໃຫ້​ອອກ​ໄປ​ຢ່າງ​ງຽບໆ​ຊັ້ນ​ບໍ? ບໍ່​ໄດ້! ໃຫ້​ພວກເຂົາ​ມາ​ເອງ ແລະ ພາ​ພວກເຮົາ​ອອກ​ໄປ”.</verse>
				<verse number="38">ພວກ​ເຈົ້າໜ້າທີ່​ໄດ້​ກັບ​ໄປ​ລາຍງານ​ເລື່ອງ​ນີ້​ແກ່​ຄະນະ​ຜູ້ປົກຄອງ​ເມືອງ ແລະ ເມື່ອ​ພວກເຂົາ​ໄດ້​ຍິນ​ວ່າ​ໂປໂລ​ກັບ​ຊີລາ​ເປັນ​ພົນລະເມືອງ​ຂອງ​ໂຣມ​ກໍ​ພາ​ກັນ​ຕົກໃຈ.</verse>
				<verse number="39">ພວກເຂົາ​ມາ​ເອົາ​ໃຈ​ພວກເພິ່ນ ແລະ ພາ​ພວກເພິ່ນ​ອອກ​ຈາກ​ຄຸກ​ແລ້ວ​ຂໍຮ້ອງ​ໃຫ້​ພວກເພິ່ນ​ອອກ​ໄປ​ຈາກ​ເມືອງ​ນັ້ນ.</verse>
				<verse number="40">ຫລັງຈາກ​ໂປໂລ ແລະ ຊີລາ​ອອກ​ຈາກ​ຄຸກ​ແລ້ວ​ກໍ​ໄດ້​ມາ​ທີ່​ເຮືອນ​ຂອງ​ນາງ​ລີເດຍ, ພວກເພິ່ນ​ໄດ້​ພົບ​ກັບ​ພວກ​ພີ່ນ້ອງ ແລະ ໜູນໃຈ​ພວກເຂົາ​ແລ້ວ​ກໍ​ລາ​ຈາກ​ໄປ.</verse>
			</chapter>
			<chapter number="17">
				<verse number="1">ເມື່ອ​ໂປໂລ ແລະ ຜູ້ຮ່ວມງານ​ຂອງ​ເພິ່ນ​ໄດ້​ຜ່ານ​ເມືອງ​ອຳຟີໂປລີ ແລະ ເມືອງ​ອາໂປໂລນີ​ແລ້ວ, ພວກເພິ່ນ​ກໍ​ມາ​ເຖິງ​ເມືອງ​ເທສະໂລນິກ, ເຊິ່ງ​ໃນ​ທີ່​ນັ້ນ​ມີ​ທຳມະສາລາ​ຂອງ​ຊາວຢິວ.</verse>
				<verse number="2">ໂປໂລ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ​ຕາມ​ທີ່​ເພິ່ນ​ເຄີຍ​ປະຕິບັດ​ມາ ແລະ ໃນ​ວັນຊະບາໂຕ​ທັງ​ສາມ​ອາທິດ ໂປໂລ​ໄດ້​ຍົກ​ຂໍ້​ພຣະຄຳພີ​ຂຶ້ນ​ມາ​ຕອບໂຕ້​ກັບ​ພວກເຂົາ,</verse>
				<verse number="3">ໂດຍ​ອະທິບາຍ ແລະ ພິສູດ​ໃຫ້​ເຫັນ​ວ່າ, ພຣະຄຣິດເຈົ້າ ​ຕ້ອງ​ທົນທຸກ​ທໍລະມານ ແລະ ເປັນຄືນມາຈາກຕາຍ. ໂປໂລ​ກ່າວ​ວ່າ, “ພຣະເຢຊູເຈົ້າ​ຜູ້​ທີ່​ຂ້າພະເຈົ້າ​ປະກາດ​ແກ່​ພວກເຈົ້າ​ນີ້​ຄື​ພຣະເມຊີອາ ”.</verse>
				<verse number="4">ຄົນຢິວ​ບາງຄົນ​ໄດ້​ເຫັນດີ​ນຳ ແລະ ເຂົ້າ​ຮ່ວມ​ກັບ​ໂປໂລ ແລະ ຊີລາ ຕະຫລອດ​ທັງ​ຄົນກຣີກ​ຜູ້​ຢຳເກງ​ພຣະເຈົ້າ​ຈຳນວນ​ຫລາຍ ແລະ ແມ່ຍິງ​ຊົນ​ຊັ້ນ​ສູງ​ຫລາຍ​ຄົນ.</verse>
				<verse number="5">ແຕ່​ພວກ​ຢິວ​ເກີດ​ອິດສາ​ຈຶ່ງ​ລະດົມ​ນັກເລງ​ຕາມ​ຕະຫລາດ​ມາ​ຕັ້ງ​ກຸ່ມ​ກັນ ກໍ່​ຄວາມວຸ້ນວາຍ​ຂຶ້ນ​ໃນ​ເມືອງ. ພວກເຂົາ​ບຸກລຸກ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຢາຊົນ ເພື່ອ​ຄົ້ນຫາ​ໂປໂລ​ກັບ​ຊີລາ ເພື່ອ​ຈະ​ນຳ​ພວກເພິ່ນ​ອອກ​ມາ​ໃຫ້​ປະຊາຊົນ.</verse>
				<verse number="6">ແຕ່​ເມື່ອ​ບໍ່​ພົບ, ພວກເຂົາ​ກໍ​ລາກ​ຢາຊົນ​ກັບ​ພວກ​ພີ່ນ້ອງ​ທີ່​ເຊື່ອ​ບາງຄົນ​ໄປ​ຫາ​ເຈົ້າໜ້າທີ່​ຂອງ​ເມືອງ ແລະ ຮ້ອງ​ຂຶ້ນ​ວ່າ: “ຄົນ​ເຫລົ່ານີ້​ໄດ້​ສ້າງ​ບັນຫາ​ມາ​ທົ່ວ​ໂລກ​ແລ້ວ ບັດນີ້​ໄດ້​ມາ​ບ່ອນ​ນີ້,</verse>
				<verse number="7">ແລະ ຢາຊົນ​ກໍ​ໄດ້​ຕ້ອນຮັບ​ພວກເຂົາ​ໄວ້​ໃນ​ເຮືອນ​ຂອງ​ຕົນ. ພວກເຂົາ​ທັງໝົດ​ໄດ້​ທ້າທາຍ​ຕໍ່​ຄຳສັ່ງ​ຂອງ​ກາຍຊາ, ພວກເຂົາ​ກ່າວ​ວ່າ ມີ​ກະສັດ​ອີກ​ອົງ​ໜຶ່ງ​ທີ່​ເອີ້ນ​ວ່າ​ເຢຊູ”.</verse>
				<verse number="8">ເມື່ອ​ປະຊາຊົນ ແລະ ເຈົ້າໜ້າທີ່​ຂອງ​ເມືອງ​ໄດ້​ຍິນ​ດັ່ງນັ້ນ​ແລ້ວ​ກໍ​ວຸ້ນວາຍ​ຂຶ້ນ.</verse>
				<verse number="9">ຫລັງຈາກນັ້ນ ພວກເຂົາ​ຈຶ່ງ​ໃຫ້​ຢາຊົນ​ກັບ​ຄົນ​ທີ່​ເຫລືອ​ຈ່າຍ​ຄ່າ​ປະກັນ​ໂຕ​ແລ້ວ​ປ່ອຍ​ພວກເພິ່ນ​ໄປ.</verse>
				<verse number="10">ພໍ​ເຖິງ​ກາງຄືນ ພວກ​ພີ່ນ້ອງ​ຜູ້ທີ່ເຊື່ອ​ກໍ​ສົ່ງ​ໂປໂລ​ກັບ​ຊີລາ​ໄປ​ຍັງ​ເມືອງ​ເບເຣຍ. ເມື່ອ​ພວກເພິ່ນ​ມາ​ຮອດ​ກໍ​ເຂົ້າ​ໄປ​ໃນ​ທຳມະສາລາ​ຂອງ​ຊາວຢິວ.</verse>
				<verse number="11">ຄົນຢິວ​ໃນ​ເມືອງ​ເບເຣຍ​ມີ​ຈິດໃຈ​ດີ​ງາມ​ກວ່າ​ຊາວ​ເທສະໂລນິກ ເພາະ​ພວກເຂົາ​ໄດ້​ຮັບ​ຟັງ​ຖ້ອຍຄຳ​ດ້ວຍ​ຄວາມ​ກະຕືລືລົ້ນ ແລະ ສຶກສາ​ພຣະຄຳພີ​ທຸກ​ວັນ ເພື່ອ​ກວດ​ເບິ່ງ​ວ່າ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ​ນັ້ນ​ເປັນ​ຄວາມ​ຈິງ.</verse>
				<verse number="12">ຜົນ​ກໍ​ຄື​ມີ​ຊາວຢິວ​ຫລາຍ​ຄົນ​ໄດ້​ເຊື່ອ ພ້ອມ​ທັງ​ພວກ​ແມ່ຍິງ​ຊົນ​ຊັ້ນ​ສູງ​ຊາວກຣີກ​ຈຳນວນ​ໜຶ່ງ ແລະ ຜູ້ຊາຍ​ຊາວກຣີກ​ອີກ​ຫລາຍຄົນ.</verse>
				<verse number="13">ເມື່ອ​ພວກ​ຢິວ​ໃນ​ເມືອງ​ເທສະໂລນິກ​ຮູ້​ວ່າ​ໂປໂລ​ກຳລັງ​ປະກາດ​ພຣະຄຳ​ຂອງ​ພຣະເຈົ້າ​ທີ່​ເມືອງ​ເບເຣຍ, ບາງຄົນ​ໃນ​ພວກເຂົາ​ຈຶ່ງ​ໄປ​ທີ່​ນັ້ນ​ເໝືອນກັນ, ພວກເຂົາ​ໄດ້​ກໍ່ກວນ ແລະ ປັ່ນປ່ວນ​ປະຊາຊົນ.</verse>
				<verse number="14">ພວກ​ພີ່ນ້ອງ​ທີ່​ເຊື່ອ​ຈຶ່ງ​ສົ່ງ​ໂປໂລ​ໄປ​ທີ່​ແຄມທະເລ​ທັນທີ, ສ່ວນ​ຊີລາ​ກັບ​ຕີໂມທຽວ​ຍັງ​ຢູ່​ທີ່​ເມືອງ​ເບເຣຍ.</verse>
				<verse number="15">ຄົນ​ທີ່​ຄຸ້ມກັນ​ໂປໂລ​ນັ້ນ​ກໍ​ໄປ​ກັບ​ພວກເພິ່ນ​ໄປ​ຍັງ​ອາແຖນ ແລະ ຫລັງຈາກນັ້ນ​ກໍ​ຮັບ​ຄຳສັ່ງ​ຈາກ​ເພິ່ນ​ໃຫ້​ບອກ​ຊີລາ​ກັບ​ຕີໂມທຽວ​ຕາ​ໄປ​ສົມທົບ​ກັບ​ເພິ່ນ​ໄວ​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້.</verse>
				<verse number="16">ໃນ​ຂະນະ​ທີ່​ໂປໂລ​ລໍຖ້າ​ຊີລາ​ກັບ​ຕີໂມທຽວ​ຢູ່​ໃນ​ອາແຖນ, ເພິ່ນ​ກໍ​ທຸກໃຈ​ຫລາຍ​ທີ່​ເຫັນ​ເມືອງ​ນີ້​ເຕັມ​ໄປ​ດ້ວຍ​ຮູບເຄົາລົບ.</verse>
				<verse number="17">ດັ່ງນັ້ນ ເພິ່ນ​ຈຶ່ງ​ຍົກ​ເຫດຜົນ​ມາ​ໂຕ້ຕອບ​ກັບ​ທັງ​ຄົນ​ຢິວ ແລະ ຄົນ​ກຣີກ​ທີ່​ຢຳເກງ​ພຣະເຈົ້າ​ໃນ​ທຳມະສາລາ ແລະ ທຸກຄົນ​ທີ່​ເພິ່ນ​ພົບ​ຕາມ​ຕະຫລາດ​ໃນ​ແຕ່ລະວັນ.</verse>
				<verse number="18">ມີ​ນັກປັດຊະຍາ​ຂອງ​ພວກ​ເອປີກູຣຽວ ແລະ ພວກ​ຊະໂຕອິກ​ກຸ່ມ​ໜຶ່ງ​ມາ​ໂຕ້ຕອບ​ກັບ​ໂປໂລ​ດ້ວຍ. ບາງຄົນ​ໃນ​ພວກເຂົາ​ຖາມ​ວ່າ, “ນັກເວົ້າ​ຄົນ​ນີ້​ພະຍາຍາມ​ຈະ​ເວົ້າ​ຫຍັງ?” ຄົນ​ອື່ນໆ​ເວົ້າ​ວ່າ, “ເບິ່ງ​ຄື​ລາວ​ຈະ​ນຳ​ພະ​ຕ່າງດ້າວ​ມາ​ເຜີຍແຜ່”. ທີ່​ພວກເຂົາ​ເວົ້າ​ຢ່າງ​ນີ້​ກໍ​ເພາະ​ໂປໂລ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະເຢຊູເຈົ້າ ແລະ ການ​ເປັນຄືນມາຈາກຕາຍ.</verse>
				<verse number="19">ແລ້ວ​ພວກເຂົາ​ຈຶ່ງ​ນຳ​ເອົາ​ໂປໂລ​ມາ​ທີ່​ສະພາ​ອາເຣໂອປາໂຂ, ບ່ອນ​ທີ່​ພວກເຂົາ​ເວົ້າ​ຕໍ່​ເພິ່ນ​ວ່າ, “ພວກເຮົາ​ຂໍ​ຮູ້​ຄຳສອນ​ໃໝ່​ທີ່​ເຈົ້າ​ກຳລັງ​ເວົ້າ​ເຖິງ​ນັ້ນ​ໄດ້​ບໍ່?</verse>
				<verse number="20">ເຈົ້າ​ນຳ​ເອົາ​ຄວາມຄິດ​ແປກໆ​ເຂົ້າ​ມາ ແລະ ພວກເຮົາ​ຢາກ​ຮູ້​ວ່າ​ສິ່ງ​ເຫລົ່ານີ້​ມີ​ຄວາມໝາຍ​ວ່າ​ຢ່າງໃດ”.</verse>
				<verse number="21">(ຊາວ​ອາແຖນ ແລະ ຊາວ​ຕ່າງດ້າວ​ທັງໝົດ​ທີ່​ອາໄສ​ຢູ່​ທີ່​ນັ້ນ​ແຕ່ລະວັນ​ບໍ່​ໄດ້​ເຮັດ​ຫຍັງ​ນອກ​ຈາກ​ໂອ້ລົມ ແລະ ຮັບ​ຟັງ​ຄວາມຄິດ​ໃໝ່ໆ.)</verse>
				<verse number="22">ໂປໂລ​ຈຶ່ງ​ຢືນ​ຂຶ້ນ​ຕໍ່ໜ້າ​ທີ່​ປະຊຸມ​ສະພາ​ອາເຣໂອປາໂຂ ແລ້ວ​ກ່າວ​ວ່າ: “ຊາວ​ອາແຖນ​ທັງຫລາຍ​ທີ່​ນັບຖື! ຂ້າພະເຈົ້າ​ເຫັນ​ວ່າ​ພວກທ່ານ​ທັງຫລາຍ​ເປັນ​ຜູ້​ເຄັ່ງຄັດ​ສາສະໜາ​ຫລາຍ​ໃນ​ທຸກ​ດ້ານ.</verse>
				<verse number="23">ເພາະ​ຂະນະ​ທີ່​ຂ້າພະເຈົ້າ​ໄດ້​ຍ່າງ​ໄປ​ທົ່ວ ແລະ ໄດ້​ສັງເກດ​ເບິ່ງ​ສິ່ງ​ທີ່​ພວກທ່ານ​ນະມັດສະການ, ຂ້າພະເຈົ້າ​ເຫັນ​ແທ່ນບູຊາ​ແທ່ນ​ໜຶ່ງ​ທີ່​ມີ​ຄຳຈາລຶກ​ໄວ້​ວ່າ: ‘ແດ່​ພຣະເຈົ້າ​ທີ່​ບໍ່​ຮູ້ຈັກ’.***ເພາະ​ພວກທ່ານ​ບໍ່​ວ່າ​ພວກທ່ານ​ນະມັດສະການ​ຫຍັງ​ຢູ່ ແລະ ນີ້​ແມ່ນ​ສິ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ຈະ​ປະກາດ​ແກ່​ພວກທ່ານ.</verse>
				<verse number="24">“ພຣະເຈົ້າ​ຜູ້​ໄດ້​ສ້າງ​ໂລກ ແລະ ສິ່ງ​ທັງປວງ​ໃນ​ໂລກ ຄື​ອົງພຣະຜູ້ເປັນເຈົ້າ​ເໜືອ​ສະຫວັນ ແລະ ແຜ່ນດິນໂລກ, ພຣະອົງ​ບໍ່​ໄດ້​ອາໄສ​ຢູ່​ໃນ​ວິຫານ​ທີ່​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ.</verse>
				<verse number="25">ແລະ ພຣະອົງ​ບໍ່​ໄດ້​ເພິ່ງພາ​ການ​ບົວລະບັດ​ຈາກ​ມື​ມະນຸດ​ເໝືອນ​ວ່າ​ພຣະອົງ​ຕ້ອງການ​ສິ່ງ​ໃດ​ສິ່ງ​ໜຶ່ງ. ເພາະວ່າ​ພຣະອົງ​ເອງ​ທີ່​ເປັນ​ຜູ້​ໃຫ້​ຊີວິດ, ລົມ​ຫາຍໃຈ ແລະ ສັບພະທຸກສິ່ງ​ແກ່​ມະນຸດ.</verse>
				<verse number="26">ຈາກ​ມະນຸດ​ພຽງ​ຄົນ​ດຽວ ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ທຸກ​ຊົນຊາດ ໃຫ້​ພວກເຂົາ​ອາໄສ​ຢູ່​ທົ່ວ​ໂລກ, ພຣະອົງ​ກຳນົດ​ເວລາ​ໃນ​ປະຫວັດສາດ ແລະ ເຂດແດນ​ທີ່​ພວກເຂົາ​ຄວນ​ຈະ​ຢູ່.</verse>
				<verse number="27">ພຣະເຈົ້າ​ເຮັດ​ຢ່າງ​ນີ້​ກໍ​ເພື່ອ​ມະນຸດ​ຈະ​ໄດ້​ສະແຫວງ​ຫາ​ພຣະອົງ ແລະ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຊອກ​ຫາ​ພຣະອົງ ແລະ ພົບ​ພຣະອົງ, ເຖິງ​ວ່າ​ພຣະອົງ​ບໍ່​ໄດ້​ຢູ່​ໄກ​ຈາກ​ພວກເຮົາ​ທຸກຄົນ​ເລີຍ.</verse>
				<verse number="28">‘ເພາະວ່າ​ໃນ​ພຣະອົງ​ນັ້ນ ພວກເຮົາ​ມີຊີວິດ​ເຄື່ອນໄຫວ​ໄປ​ມາ ແລະ ເປັນ​ຢູ່’ ດັ່ງ​ທີ່​ນັກແຕ່ງ​ກາບກອນ​ຂອງ​ພວກທ່ານ​ບາງຄົນ​ເວົ້າ​ວ່າ, ‘ພວກເຮົາ​ເປັນ​ເຊື້ອສາຍ​ຂອງ​ພຣະອົງ’.</verse>
				<verse number="29">“ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ເປັນ​ເຊື້ອສາຍ​ຂອງ​ພຣະເຈົ້າ ພວກເຮົາ​ກໍ​ບໍ່​ຄວນ​ຄິດ​ວ່າ​ພຣະເຈົ້າ​ເປັນ​ຄຳ, ເປັນ​ເງິນ ຫລື ເປັນ​ຫີນ ເປັນ​ຮູບ​ປັ້ນ​ທີ່​ມະນຸດ​ອອກແບບ ແລະ ສ້າງ​ຂຶ້ນ.</verse>
				<verse number="30">ໃນ​ອະດີດ​ພຣະເຈົ້າ​ເບິ່ງ​ຂ້າມ​ຄວາມໂງ່​ເຊັ່ນນັ້ນ ແຕ່​ບັດນີ້ ພຣະອົງ​ໄດ້​ສັ່ງ​ມະນຸດ​ທຸກຄົນ​ໃນ​ທົ່ວ​ທຸກ​ບ່ອນ​ໃຫ້​ຖິ້ມໃຈເກົ່າເອົາໃຈໃໝ່.</verse>
				<verse number="31">ເພາະ​ພຣະອົງ​ໄດ້​ກຳນົດ​ວັນ​ໜຶ່ງ​ທີ່​ພຣະອົງ​ຈະ​ພິພາກສາ​ໂລກ​ດ້ວຍ​ຄວາມຍຸຕິທຳ​ໂດຍ​ຊາຍ​ຜູ້​ໜຶ່ງ​ທີ່​ໄດ້​ພຣະອົງ​ໄດ້​ແຕ່ງຕັ້ງ​ໄວ້. ພຣະອົງ​ໄດ້​ພິສູດ​ສິ່ງ​ນີ້​ແກ່​ທຸກຄົນ​ເຫັນ ໂດຍ​ໃຫ້​ຊາຍ​ຜູ້​ນີ້​ເປັນຄືນມາຈາກຕາຍ”.</verse>
				<verse number="32">ເມື່ອ​ພວກເຂົາ​ໄດ້​ຍິນ​ເລື່ອງ​ການ​ເປັນຄືນມາຈາກຕາຍ, ບາງຄົນ​ໃນ​ພວກເຂົາ​ກໍ​ຫົວ​ເຢາະເຢີ້ຍ, ແຕ່​ຄົນ​ອື່ນໆ​ກໍ​ເວົ້າ​ວ່າ, “ພວກເຮົາ​ຢາກ​ຟັງ​ເຈົ້າ​ເວົ້າ​ເຖິງ​ເລື່ອງ​ນີ້​ອີກ”.</verse>
				<verse number="33">ແລ້ວ​ໂປໂລ​ກໍ​ອອກ​ໄປ​ຈາກ​ສະພາ.</verse>
				<verse number="34">ມີ​ບາງຄົນ​ໄດ້​ຕິດຕາມ​ໂປໂລ ແລະ ໄດ້​ຮັບ​ເຊື່ອ. ທ່າມກາງ​ຄົນ​ເຫລົ່ານັ້ນ​ມີ​ດັ່ງນີ້, ດີໂອນີຊີໂອ ຜູ້​ເປັນ​ສະມາຊິກ​ຄົນ​ໜຶ່ງ​ຂອງ​ສະພາ​ອາເຣໂອປາໂຂ, ແມ່ຍິງ​ຄົນ​ໜຶ່ງ​ຊື່​ດາມາຣີ ແລະ ຄົນ​ອື່ນ​ອີກ​ຈຳນວນ​ໜຶ່ງ.</verse>
			</chapter>
			<chapter number="18">
				<verse number="1">ຫລັງຈາກນັ້ນ ໂປໂລ​ໄດ້​ອອກ​ຈາກ​ອາແຖນ ແລະ ໄປ​ຍັງ​ເມືອງ​ໂກຣິນໂທ.</verse>
				<verse number="2">ທີ່​ນັ້ນ ເພິ່ນ​ໄດ້​ພົບ​ຊາວຢິວ​ຄົນ​ໜຶ່ງ​ຊື່​ວ່າ​ອາກີລາ, ເປັນ​ຄົນ​ທີ່​ຢູ່​ແຂວງ​ປົນໂຕ, ເຊິ່ງ​ຫາ​ກໍ​ມາ​ຈາກ​ອີຕາລີ ພ້ອມ​ກັບ​ເມຍ​ຂອງ​ລາວ​ຊື່​ວ່າ​ປີຊະກີລາ, ເພາະ​ຈັກກະພັດ​ກະລາວດີໂອ​ໄດ້​ອອກ​ຄຳສັ່ງ​ໃຫ້​ຊາວຢິວ​ທັງໝົດ​ອອກ​ໄປ​ຈາກ​ໂຣມ. ໂປໂລ​ຈຶ່ງ​ໄປ​ຫາ​ສອງ​ຄົນ​ນີ້,</verse>
				<verse number="3">ແລະ ເພາະວ່າ​ໂປໂລ​ມີ​ອາຊີບ​ເປັນ​ຊ່າງ​ເຮັດ​ຜ້າເຕັນ​ເໝືອນ​ກັນ​ກັບ​ພວກເຂົາ, ເພິ່ນ​ຈຶ່ງ​ໄດ້​ພັກ ແລະ ເຮັດ​ວຽກ​ຢູ່​ກັບ​ພວກເຂົາ.</verse>
				<verse number="4">ທຸກ​ວັນຊະບາໂຕ ໂປໂລ​ໄດ້​ສົນທະນາ​ໂຕ້ຕອບ​ຊາວ​ຢິວ ແລະ ຊາວ​ກຣີກ​ໃນ​ທຳມະສາລາ​ເພື່ອ​ພະຍາຍາມ​ໃຫ້​ພວກເຂົາ​ຮັບ​ເຊື່ອ.</verse>
				<verse number="5">ເມື່ອ​ຊີລາ​ກັບ​ຕີໂມທຽວ​ກັບ​ມາ​ຈາກ​ແຂວງ​ມາເກໂດເນຍ, ໂປໂລ​ກໍ​ອຸທິດ​ຕົນ​ເອງ​ທັງໝົດ​ເພື່ອ​ເທດສະໜາ, ເປັນພະຍານ​ກັບ​ຊາວຢິວ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ.</verse>
				<verse number="6">ແຕ່​ເມື່ອ​ພວກ​ຢິວ​ຕໍ່ຕ້ານ ແລະ ໃສ່​ຮ້າຍ​ໂປໂລ, ເພິ່ນ​ຈຶ່ງ​ສັ່ນ​ເຄື່ອງນຸ່ງ​ຂອງ​ເພິ່ນ​ປະທ້ວງ ແລະ ເວົ້າ​ກັບ​ພວກເຂົາ​ວ່າ, “ໃຫ້​ເລືອດ​ຂອງ​ພວກເຈົ້າ​ຕົກ​ໃສ່​ຫົວ​ຂອງ​ພວກເຈົ້າ​ເອງ! ຂ້າພະເຈົ້າ​ບໍ່​ມີ​ສ່ວນ​ຫຍັງ​ນຳ. ຕັ້ງແຕ່​ນີ້​ຕໍ່ໄປ ຂ້າພະເຈົ້າ​ຈະ​ໄປ​ຫາ​ຄົນຕ່າງຊາດ”.</verse>
				<verse number="7">ແລ້ວ​ໂປໂລ​ກໍ​ໄດ້​ອອກ​ຈາກ​ທຳມະສາລາ​ໄປ​ຍັງ​ເຮືອນ​ຂອງ​ຕີໂຢ ຢູຊະໂຕ ທີ່​ຢູ່​ໃກ້​ກັບ​ທຳມະສາລາ, ລາວ​ເປັນ​ຄົນ​ໜຶ່ງ​ທີ່​ນະມັດສະການ​ພຣະເຈົ້າ.</verse>
				<verse number="8">ຝ່າຍ​ກີສະໂປ ຫົວໜ້າ​ທຳມະສາລາ​ກັບ​ທຸກຄົນ​ໃນ​ຄອບຄົວ​ຂອງ​ຕົນ​ກໍ​ໄດ້​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ; ແລະ ຊາວ​ໂກຣິນໂທ​ຫລາຍ​ຄົນ​ທີ່​ໄດ້​ຍິນ​ພຣະທຳ​ທີ່​ໂປໂລ​ກ່າວ​ນັ້ນ​ກໍ​ໄດ້​ເຊື່ອ ແລະ ຮັບ​ບັບຕິສະມາ.</verse>
				<verse number="9">ມີ​ຄືນ​ໜຶ່ງ ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ກັບ​ໂປໂລ​ໃນ​ນິມິດ​ວ່າ: “ຢ່າ​ຢ້ານ​ເລີຍ, ຈົ່ງ​ປະກາດ​ຕໍ່ໄປ, ຢ່າ​ມິດ​ຢູ່.</verse>
				<verse number="10">ເພາະ​ເຮົາ​ຢູ່​ກັບ​ເຈົ້າ ແລະ ບໍ່​ມີ​ຜູ້ໃດ​ຈະ​ໂຈມຕີ ແລະ ເຮັດ​ຮ້າຍ​ໃຫ້​ເຈົ້າ​ໄດ້, ເພາະ​ເຮົາ​ມີ​ຄົນ​ຫລວງ​ຫລາຍ​ໃນ​ເມືອງ​ນີ້”.</verse>
				<verse number="11">ດັ່ງນັ້ນ ໂປໂລ​ຈຶ່ງ​ຢູ່​ສັ່ງສອນ​ພຣະຄຳ​ຂອງ​ພຣະເຈົ້າ​ຢູ່​ເມືອງ​ໂກຣິນໂທ​ນີ້​ຕະຫລອດ​ປີ​ໜຶ່ງ​ກັບ​ຫົກ​ເດືອນ.</verse>
				<verse number="12">ໃນ​ຂະນະ​ທີ່​ຄາລີໂອ​ເປັນ​ຜູ້ປົກຄອງ​ແຂວງ​ອະຂາຢາ, ພວກ​ຢິວ​ໃນ​ໂກຣິນໂທ​ໄດ້​ຮ່ວມ​ກັນ​ຕໍ່ຕ້ານ​ໂປໂລ ແລະ ນຳ​ເພິ່ນ​ໄປ​ຂຶ້ນ​ສານ.</verse>
				<verse number="13">ພວກເຂົາ​ຟ້ອງ​ວ່າ, “ຊາຍ​ຜູ້​ນີ້​ໄດ້​ຊັກຊວນ​ປະຊາຊົນ​ໃຫ້​ນະມັດສະການ​ພຣະເຈົ້າ​ໃນ​ທາງ​ທີ່​ຜິດ​ກົດໝາຍ”.</verse>
				<verse number="14">ເມື່ອ​ໂປໂລ​ກຳລັງ​ຈະ​ເອີ່ຍ​ປາກ​ເວົ້າ, ຄາລີໂອ​ກໍ​ເວົ້າ​ກັບ​ພວກ​ຢິວ​ວ່າ, “ຖ້າ​ພວກເຈົ້າ​ຊາວຢິວ​ຈະ​ຮ້ອງທຸກ ບໍ່​ວ່າ​ຄວາມຜິດ​ທາງ​ອາຊະຍາ ຫລື ຄະດີ​ສໍ້ໂກງ​ຮ້າຍແຮງ ກໍ​ສົມຄວນ​ທີ່​ເຮົາ​ຈະ​ຮັບຟັງ​ພວກເຈົ້າ.</verse>
				<verse number="15">ແຕ່​ນີ້​ເປັນ​ບັນຫາ​ເລື່ອງ​ຖ້ອຍຄຳ, ເລື່ອງ​ຊື່​ຕ່າງໆ ແລະ ເລື່ອງ​ກົດບັນຍັດ​ຂອງ​ພວກເຈົ້າ​ເອງ, ຈົ່ງ​ໄປ​ຕົກລົງ​ກັນ​ເອງ. ເຮົາ​ຈະ​ບໍ່​ຕັດສິນ​ເລື່ອງ​ເຫລົ່ານີ້”.</verse>
				<verse number="16">ດັ່ງນັ້ນ ເພິ່ນ​ຈຶ່ງ​ໄລ່​ພວກເຂົາ​ອອກ​ໄປ​ຈາກ​ສານ.</verse>
				<verse number="17">ແລ້ວ​ພວກເຂົາ​ຈຶ່ງ​ຈັບ​ໂຊຊະເຖນ ຫົວໜ້າ​ທຳມະສາລາ​ໄປ​ຂ້ຽນຕີ​ຢູ່​ຕໍ່ໜ້າ​ສານ; ແລະ ຄາລີໂອ​ກໍ​ບໍ່​ສົນໃຈ​ຫຍັງ.</verse>
				<verse number="18">ຫລັງຈາກ​ທີ່​ໂປໂລ​ພັກ​ຢູ່​ໃນ​ເມືອງ​ໂກຣິນໂທ​ຊົ່ວໄລຍະ​ໜຶ່ງ. ແລ້ວ​ເພິ່ນ​ກໍ​ຈາກ​ພວກ​ພີ່ນ້ອງ​ລົງ​ເຮືອ​ໄປ​ແຂວງ​ຊີເຣຍ ໂດຍ​ມີ​ປີຊະກີລາ​ກັບ​ອາກີລາ​ໄປ​ນຳ​ດ້ວຍ. ກ່ອນ​ທີ່​ເພິ່ນ​ຈະ​ລົງ​ເຮືອ​ໄປ, ເພິ່ນ​ໄດ້​ແຖ​ຫົວ​ທີ່​ເມືອງ​ເກັນເຂໄອ​ເພາະ​ໄດ້​ສາບານ​ຕົນ​ໄວ້.</verse>
				<verse number="19">ເມື່ອ​ເດີນທາງ​ມາ​ເຖິງ​ເມືອງ​ເອເຟໂຊ, ບ່ອນ​ທີ່​ໂປໂລ​ໄດ້​ປະ​ປີຊະກີລາ​ກັບ​ອາກີລາ​ໄວ້. ສ່ວນ​ເພິ່ນ​ເອງ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ສົນທະນາ​ໂຕ້ຕອບ​ກັບ​ພວກ​ຢິວ.</verse>
				<verse number="20">ເມື່ອ​ພວກເຂົາ​ຂໍ​ໃຫ້​ເພິ່ນ​ຢູ່​ຕໍ່ໄປ​ກັບ​ພວກເຂົາ​ອີກ, ເພິ່ນ​ກໍ​ໄດ້​ປະຕິເສດ.</verse>
				<verse number="21">ແຕ່​ໃນ​ຂະນະ​ທີ່​ເພິ່ນ​ລາ​ຈາກ​ໄປ​ນັ້ນ, ໂປໂລ​ໄດ້​ສັນຍາ​ວ່າ, “ຖ້າ​ແມ່ນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ເຮົາ​ຈະ​ກັບ​ຄືນ​ມາ​ຫາ​ພວກເຈົ້າ​ອີກ”. ແລ້ວ​ເພິ່ນ​ກໍ​ລົງ​ເຮືອ​ຈາກ​ເມືອງ​ເອເຟໂຊ​ໄປ.</verse>
				<verse number="22">ເມື່ອ​ເພິ່ນ​ມາ​ຮອດ​ເມືອງ​ກາຍຊາເຣຍ​ແລ້ວ, ເພິ່ນ​ໄດ້​ຂຶ້ນ​ໄປ​ທີ່​ເຢຣູຊາເລັມ ແລະ ທັກທາຍ​ພີ່ນ້ອງ​ໃນ​ຄຣິສຕະຈັກ ແລະ ຈາກນັ້ນ​ເພິ່ນ​ກໍ​ໄດ້​ເດີນທາງ​ລົງ​ໄປ​ທີ່​ເມືອງ​ອັນຕີໂອເຂຍ.</verse>
				<verse number="23">ຫລັງຈາກ​ພັກ​ຢູ່​ທີ່​ເມືອງ​ອັນຕີໂອເຂຍ​ໄດ້​ຊົ່ວໄລຍະ​ໜຶ່ງ​ແລ້ວ, ໂປໂລ​ກໍ​ເດີນທາງ​ໄປ​ຈາກ​ທີ່​ນັ້ນ ແລະ ໄປ​ຍັງ​ບ່ອນ​ຕ່າງໆ​ທົ່ວ​ແຂວງ​ຄາລາເຕຍ ແລະ ຟີເຄຍ, ເພື່ອ​ໜູນໃຈ​ສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ.</verse>
				<verse number="24">ໃນ​ຂະນະ​ດຽວ​ກັນ​ນັ້ນ ມີ​ຊາວຢິວ​ຄົນ​ໜຶ່ງ​ຊື່​ວ່າ​ອາໂປໂລ, ເປັນ​ຊາວ​ອາເລັກຊັນເດຍ​ຕັ້ງແຕ່​ເກີດ, ລາວ​ໄດ້​ມາ​ທີ່​ເມືອງ​ເອເຟໂຊ. ລາວ​ເປັນ​ຜູ້​ທີ່​ມີ​ການສຶກສາ ແລະ ມີ​ຄວາມ​ຊຳນານ​ທາງດ້ານ​ພຣະຄຳພີ​ເປັນ​ຢ່າງ​ດີ.</verse>
				<verse number="25">ລາວ​ໄດ້​ຮັບ​ການ​ຝຶກຝົນ​ໃນ​ທາງ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ລາວ​ເວົ້າ​ດ້ວຍ​ໃຈຮ້ອນຮົນ ​ແທ້ໆ ແລະ ສັ່ງສອນ​ເລື່ອງ​ພຣະເຢຊູເຈົ້າ​ຢ່າງ​ຖືກຕ້ອງ, ເຖິງ​ວ່າ​ລາວ​ຮູ້​ຈັກ​ພຽງ​ແຕ່​ບັບຕິສະມາ​ຂອງ​ໂຢຮັນ​ເທົ່ານັ້ນ.</verse>
				<verse number="26">ລາວ​ເລີ່ມຕົ້ນ​ກ່າວ​ໃນ​ທຳມະສາລາ​ດ້ວຍໃຈ​ກ້າຫານ. ເມື່ອ​ປີຊະກີລາ​ກັບ​ອາກີລາ​ໄດ້​ຟັງ​ແລ້ວ, ພວກເຂົາ​ກໍ​ໄດ້​ເຊີນ​ລາວ​ມາ​ເຮືອນ​ເພື່ອ​ອະທິບາຍ​ເລື່ອງ​ທາງ​ຂອງ​ພຣະເຈົ້າ​ໃຫ້​ລາວ​ເຂົ້າໃຈ​ຫລາຍ​ຂຶ້ນ.</verse>
				<verse number="27">ເມື່ອ​ອາໂປໂລ​ຕ້ອງການ​ຈະ​ໄປ​ທີ່​ແຂວງ​ອະຂາຢາ, ພວກ​ພີ່ນ້ອງ​ກໍ​ໄດ້​ໜູນໃຈ​ລາວ ແລະ ໄດ້​ຂຽນ​ຈົດໝາຍ​ຝາກ​ເຖິງ​ພວກສາວົກ​ທີ່​ນັ້ນ​ໃຫ້​ຕ້ອນຮັບ​ລາວ. ເມື່ອ​ລາວ​ມາ​ຮອດ​ແລ້ວ, ລາວ​ກໍ​ໄດ້​ຊ່ວຍເຫລືອ​ບັນດາ​ຜູ້​ທີ່​ເຊື່ອ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ​ຢ່າງ​ຫລວງຫລາຍ.</verse>
				<verse number="28">ເພາະ​ລາວ​ໄດ້​ໂຕ້ຕອບ​ຢ່າງ​ແຂງແຮງ​ກັບ​ພວກ​ຢິວ​ຕໍ່ໜ້າ​ຄົນ​ທັງຫລາຍ, ລາວ​ໄດ້​ຍົກ​ຂໍ້​ພຣະຄຳພີ​ມາ​ພິສູດ​ວ່າ​ພຣະເຢຊູເຈົ້າ​ຄື​ພຣະເມຊີອາ.</verse>
			</chapter>
			<chapter number="19">
				<verse number="1">ຂະນະ​ທີ່​ອາໂປໂລ​ຍັງ​ຢູ່​ທີ່​ເມືອງ​ໂກຣິນໂທ, ໂປໂລ​ໄດ້​ເດີນທາງ​ຂ້າມ​ເຂດ​ພູເຂົາ ແລະ ມາ​ຮອດ​ເມືອງ​ເອເຟໂຊ. ເພິ່ນ​ໄດ້​ພົບ​ສາວົກ​ບາງຄົນ​ຢູ່​ທີ່​ນັ້ນ</verse>
				<verse number="2">ແລະ ຖາມ​ພວກເຂົາ​ວ່າ, “ເມື່ອ ​ພວກເຈົ້າ​ໄດ້​ຮັບ​ເຊື່ອ​ນັ້ນ​ພວກເຈົ້າ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ແລ້ວ​ບໍ?” ພວກເຂົາ​ຕອບ​ວ່າ, “ບໍ່ ພວກເຮົາ​ບໍ່​ເຄີຍ​ແມ່ນ​ແຕ່​ໄດ້​ຍິນ​ວ່າ​ມີ​ພຣະວິນຍານບໍລິສຸດເຈົ້າ”.</verse>
				<verse number="3">ດັ່ງນັ້ນ ໂປໂລ​ຈຶ່ງ​ຖາມ​ວ່າ, “ແລ້ວ​ພວກເຈົ້າ​ໄດ້​ຮັບ​ບັບຕິສະມາ​ແບບ​ໃດ?” ພວກເຂົາ​ຕອບ​ວ່າ, “ບັບຕິສະມາ​ຂອງ​ໂຢຮັນ”.</verse>
				<verse number="4">ໂປໂລ​ຈຶ່ງ​ເວົ້າ​ວ່າ, “ບັບຕິສະມາ​ຂອງ​ໂຢຮັນ​ຄື​ບັບຕິສະມາ​ແຫ່ງ​ການ​ຖິ້ມໃຈເກົ່າເອົາໃຈໃໝ່. ໂຢຮັນ​ໄດ້​ບອກ​ຄົນ​ໃຫ້​ເຊື່ອ​ໃນ​ພຣະອົງ​ຜູ້​ທີ່​ມາ​ພາຍ​ຫລັງ​ຕົນ, ຄື​ໃຫ້​ເຊື່ອ​ໃນ​ພຣະເຢຊູເຈົ້າ”.</verse>
				<verse number="5">ເມື່ອ​ໄດ້​ຍິນ​ດັ່ງນີ້, ພວກເຂົາ​ກໍ​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ.</verse>
				<verse number="6">ເມື່ອ​ໂປໂລ​ວາງມື​ໃສ່​ພວກເຂົາ, ພຣະວິນຍານບໍລິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ພວກເຂົາ ແລະ ພວກເຂົາ​ກໍ​ເວົ້າ​ພາສາ​ແປກໆ ແລະ ທຳນວາຍ.</verse>
				<verse number="7">ຄົນ​ທັງໝົດ​ນີ້​ເປັນ​ຜູ້ຊາຍ​ມີ​ປະມານ​ສິບສອງ​ຄົນ.</verse>
				<verse number="8">ໂປໂລ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ກ່າວ​ດ້ວຍ​ໃຈ​ກ້າຫານ​ເປັນ​ເວລາ​ສາມ​ເດືອນ, ມີ​ການ​ໂຕ້ຖຽງ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ຢ່າງ​ໜ້າ​ຟັງ.</verse>
				<verse number="9">ແຕ່​ບາງຄົນ​ໃນ​ພວກເຂົາ​ມີ​ໃຈ​ດື້ດ້ານ; ພວກເຂົາ​ບໍ່​ຍອມ​ເຊື່ອ ແລະ ກ່າວ​ໃສ່ຮ້າຍ “ທາງນັ້ນ” ຕໍ່ໜ້າ​ຄົນ​ທັງຫລາຍ. ດັ່ງນັ້ນ ໂປໂລ​ຈຶ່ງ​ໄປ​ຈາກ​ພວກເຂົາ. ເພິ່ນ​ໄດ້​ພາ​ພວກສາວົກ​ແຍກ​ອອກ​ໄປ​ກັບ​ເພິ່ນ ແລະ ໄດ້​ສົນທະນາກັນ​ໃນ​ຫ້ອງປະຊຸມ​ຂອງ​ຕີລາໂນ​ທຸກ​ວັນ.</verse>
				<verse number="10">ພວກເພິ່ນ​ເຮັດ​ຢ່າງ​ນີ້​ຢູ່​ສອງ​ປີ ຈົນ​ຊາວ​ຢິວ ແລະ ຊາວ​ກຣີກ​ທັງຫລາຍ​ທີ່​ຢູ່​ໃນ​ແຂວງ​ເອເຊຍ​ໄດ້​ຍິນ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="11">ພຣະເຈົ້າ​ເຮັດ​ການ​ອັດສະຈັນ​ພິເສດ​ເຫລືອເຊື່ອ​ຜ່ານ​ທາງ​ໂປໂລ,</verse>
				<verse number="12">ແມ່ນ​ແຕ່​ເມື່ອ​ນຳ​ເອົາ​ຜ້າ​ເຊັດ​ໜ້າ​ກັບ​ຜ້າ​ກັນເປື້ອນ​ທີ່​ຖືກ​ໂຕ​ເພິ່ນ​ໄປ​ວາງ​ໃສ່​ຄົນເຈັບປ່ວຍ, ຄົນ​ເຫລົ່ານັ້ນ​ກໍ​ດີພະຍາດ ແລະ ຜີມານຮ້າຍ​ກໍ​ອອກໄປ​ຈາກ​ພວກເຂົາ.</verse>
				<verse number="13">ຊາວຢິວ​ບາງຄົນ​ທີ່​ທຽວ​ໄປ​ຕາມ​ບ່ອນ​ຕ່າງໆ​ແລ້ວ​ຂັບໄລ່​ວິນຍານຊົ່ວຮ້າຍ​ກໍ​ພະຍາຍາມ​ໃຊ້​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ກັບ​ຄົນ​ທີ່​ຖືກ​ຜີມານຮ້າຍ​ສິງ. ພວກເຂົາ​ຈະ​ສັ່ງ​ວ່າ, “ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ຜູ້​ທີ່​ໂປໂລ​ປະກາດ, ເຮົາ​ສັ່ງ​ເຈົ້າ​ໃຫ້​ອອກ​ໄປ”.</verse>
				<verse number="14">ຍັງ​ມີ​ຊາວຢິວ​ຜູ້​ໜຶ່ງ​ຊື່​ວ່າ​ຊະເກວາ ເປັນ​ຫົວໜ້າ​ປະໂລຫິດ​ມີ​ລູກຊາຍ​ເຈັດ​ຄົນ​ກໍ​ໄດ້​ເຮັດ​ຢ່າງ​ນີ້.</verse>
				<verse number="15">ມື້​ໜຶ່ງ ວິນຍານຊົ່ວຮ້າຍ​ໄດ້​ຕອບ​ພວກເຂົາ​ວ່າ, “ພຣະເຢຊູເຈົ້າ​ເຮົາ​ກໍ​ຮູ້​ຈັກ ແລະ ເຮົາ​ກໍ​ເຄີຍ​ໄດ້​ຍິນ​ເລື່ອງ​ໂປໂລ, ແຕ່​ພວກເຈົ້າ​ແມ່ນ​ຜູ້ໃດ?”</verse>
				<verse number="16">ແລ້ວ​ຄົນ​ທີ່​ມີ​ວິນຍານຊົ່ວຮ້າຍ​ເຂົ້າ​ສິງ​ນັ້ນ​ກໍ​ກະໂດດ​ເຂົ້າ​ໃສ່​ພວກເຂົາ ແລະ ເອົາ​ຊະນະ​ພວກເຂົາ​ທັງໝົດ. ຄົນ​ນັ້ນ​ໄດ້​ທຸບຕີ​ພວກເຂົາ​ຈົນ​ຕ້ອງ​ແລ່ນ​ໜີ​ອອກ​ຈາກ​ເຮືອນ​ທັງ​ທີ່​ເປືອຍ​ກາຍ ແລະ ເລືອດ​ອອກ​ຢູ່.</verse>
				<verse number="17">ເມື່ອ​ເລື່ອງ​ນີ້​ໄປ​ເຖິງ​ຫູ​ຊາວ​ຢິວ ແລະ ຊາວ​ກຣີກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ພວກເຂົາ​ທັງຫລາຍ​ກໍ​ຖືກ​ຈູ່ໂຈມ​ດ້ວຍ​ຄວາມ​ຢ້ານ ແລະ ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ກໍ​ເປັນ​ທີ່​ຍົກຍ້ອງ​ສັນລະເສີນ.</verse>
				<verse number="18">ບັດນີ້ ຄົນ​ທີ່​ເຊື່ອ​ຫລາຍ​ຄົນ​ໄດ້​ມາ​ສາລະພາບ ແລະ ເປີດເຜີຍ​ການ​ກະທຳ​ອັນ​ຊົ່ວຮ້າຍ​ທີ່​ພວກເຂົາ​ໄດ້​ເຮັດ​ມາ.</verse>
				<verse number="19">ມີ​ຫລາຍ​ຄົນ​ທີ່​ເຄີຍ​ໃຊ້​ເວດມົນຄາຖາ​ກໍ​ນຳ​ຕຳລາ​ຂອງ​ຕົນ​ມາ​ເຜົາ​ຖິ້ມ​ຕໍ່ໜ້າ​ຄົນ​ທັງຫລາຍ. ເມື່ອ​ພວກເຂົາ​ຄິດໄລ່​ມູນຄ່າ​ຂອງ​ຕຳລາ​ນັ້ນ​ແລ້ວ, ລວມ​ທັງໝົດ​ຕົກ​ເປັນ​ເງິນ​ເຖິງ​ຫ້າສິບພັນ​ຫລຽນ​ແດກມາ.</verse>
				<verse number="20">ດ້ວຍ​ເຫດ​ນີ້ ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ໄດ້​ແຜ່​ໄປ​ຢ່າງ​ກວ້າງຂວາງ ແລະ ຂະຫຍາຍ​ອອກ​ໄປ​ຢ່າງ​ແຂງແຮງ.</verse>
				<verse number="21">ຫລັງຈາກ​ເຫດການ​ເຫລົ່ານີ້​ເກີດ​ຂຶ້ນ​ແລ້ວ, ໂປໂລ​ກໍ​ຕັດສິນໃຈ ​ວ່າ​ຈະ​ໄປ​ເຢຣູຊາເລັມ, ໂດຍ​ຜ່ານທາງ​ແຂວງ​ມາເກໂດເນຍ ແລະ ອະຂາຢາ. ເພິ່ນ​ກ່າວ​ວ່າ, “ຫລັງ​ຈາກ​ທີ່​ເຮົາ​ໄດ້​ໄປ​ທີ່​ນັ້ນ​ແລ້ວ, ເຮົາ​ຕ້ອງ​ໄປ​ຢ້ຽມຢາມ​ໂຣມ​ເໝືອນ​ກັນ”.</verse>
				<verse number="22">ດັ່ງນັ້ນ ໂປໂລ​ຈຶ່ງ​ໃຊ້​ຜູ້ຊ່ວຍ​ຂອງ​ຕົນ​ສອງ​ຄົນ​ຄື​ຕີໂມທຽວ​ກັບ​ເອຣາຊະໂຕ​ໄປ​ຍັງ​ແຂວງ​ມາເກໂດເນຍ, ຂະນະ​ທີ່​ເພິ່ນ​ຍັງ​ພັກ​ຢູ່​ແຂວງ​ເອເຊຍ​ຕໍ່​ອີກ​ໄລຍະໜຶ່ງ.</verse>
				<verse number="23">ໃນ​ເວລາ​ນັ້ນ ເກີດ​ເຫດການ​ວຸ້ນວາຍ​ຄັ້ງ​ໃຫຍ່​ຂຶ້ນ​ກ່ຽວກັບ​ເລື່ອງ “ທາງນັ້ນ”.</verse>
				<verse number="24">ມີ​ຊ່າງຕີເງິນ​ຄົນ​ໜຶ່ງ​ຊື່​ວ່າ​ເດເມທີໂອ, ຜູ້​ທີ່​ເປັນ​ຄົນ​ສ້າງ​ຮູບຈຳລອງ​ວິຫານ​ຂະໜາດ​ນ້ອຍ​ຂອງ​ພະອາເຕມາ​ດ້ວຍ​ເງິນ, ເຊິ່ງ​ເຮັດ​ລາຍໄດ້​ໃຫ້​ພວກ​ຊ່າງ​ຫັດຖະກຳ​ຢູ່​ທີ່​ນັ້ນ​ຫລາຍ.</verse>
				<verse number="25">ລາວ​ຈຶ່ງ​ເອີ້ນ​ບັນດາ​ຊ່າງ​ເຫລົ່ານັ້ນ​ກັບ​ຄົນງານ​ທີ່​ກ່ຽວຂ້ອງ​ກັບ​ທຸລະກິດ​ມາ ແລະ ເວົ້າ​ວ່າ: “ສະຫາຍ​ທັງຫລາຍ, ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ຢູ່​ວ່າ​ພວກເຮົາ​ໄດ້​ຮັບ​ລາຍໄດ້​ດີ​ຈາກ​ທຸລະກິດ​ນີ້.</verse>
				<verse number="26">ແລະ ພວກເຈົ້າ​ກໍ​ໄດ້​ເຫັນ ແລະ ໄດ້​ຍິນ​ທີ່​ໂປໂລ​ຄົນ​ນີ້​ຊັກຊວນ​ຄົນ​ທັງຫລາຍ​ໃຫ້​ຫລົງທາງ​ທັງ​ໃນ​ເອເຟໂຊ​ກັບ​ທົ່ວ​ແຂວງ​ເອເຊຍ. ລາວ​ເວົ້າ​ວ່າ​ບັນດາ​ຮູບ​ປັ້ນ​ທີ່​ມື​ມະນຸດ​ສ້າງ​ຂຶ້ນ​ນັ້ນ​ບໍ່​ໄດ້​ແມ່ນ​ເທບພະເຈົ້າ​ເລີຍ.</verse>
				<verse number="27">ສິ່ງ​ນີ້​ເປັນ​ອັນຕະລາຍ​ເພາະ​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ການ​ຄ້າ​ຂອງ​ພວກເຮົາ​ເສຍ​ຊື່​ສຽງ​ເທົ່ານັ້ນ, ແຕ່​ຍັງ​ຈະ​ເຮັດ​ໃຫ້​ວິຫານ​ຂອງ​ເທບທິດາ​ອາເຕມາ​ຜູ້​ຍິ່ງໃຫຍ່​ໝົດ​ຄວາມໝາຍ​ດ້ວຍ ແລະ ເທບທິດາ​ເອງ​ທີ່​ຄົນ​ທັງຫລາຍ​ຂາບໄຫວ້​ທົ່ວ​ແຂວງ​ເອເຊຍ ແລະ ທົ່ວ​ໂລກ ຈະ​ຖືກ​ປຸ້ນ​ເອົາ​ຄວາມຍິ່ງໃຫຍ່​ອັນ​ສັກສິດ​ຂອງ​ພະນາງ​ໄປ”.</verse>
				<verse number="28">ເມື່ອ​ພວກເຂົາ​ໄດ້​ຍິນ​ດັ່ງນັ້ນ​ແລ້ວ, ພວກເຂົາ​ກໍ​ໃຈຮ້າຍ​ຫລາຍ ແລະ ເລີ່ມ​ຮ້ອງ​ຂຶ້ນ​ວ່າ: “ພະອາເຕມາ​ຂອງ​ຊາວ​ເອເຟໂຊ​ນັ້ນ​ຍິ່ງໃຫຍ່!”</verse>
				<verse number="29">ບໍ່​ດົນ​ກໍ​ເກີດ​ຄວາມວຸ້ນວາຍ​ທົ່ວ​ທັງ​ເມືອງ​ຂຶ້ນ. ປະຊາຊົນ​ໄດ້​ຈັບ​ໄຄໂຢ​ກັບ​ອາຣິດຕາໂຂ, ຜູ້​ເປັນ​ເພື່ອນ​ຮ່ວມ​ເດີນທາງ​ຂອງ​ໂປໂລ​ຈາກ​ແຂວງ​ມາເກໂດເນຍ ແລະ ພວກເຂົາ​ທັງໝົດ​ຈຶ່ງ​ຮີບ​ພາກັນ​ເຂົ້າໄປ​ໃນ​ໂຮງລະຄອນ.</verse>
				<verse number="30">ໂປໂລ​ຢາກ​ຈະ​ປາກົດ​ຕໍ່ໜ້າ​ປະຊາຊົນ, ແຕ່​ພວກສາວົກ​ບໍ່​ຍອມ.</verse>
				<verse number="31">ແມ່ນແຕ່​ເຈົ້າໜ້າທີ່​ບາງຄົນ​ຂອງ​ແຂວງ​ນັ້ນ ເຊິ່ງ​ເປັນ​ໝູ່​ຂອງ​ໂປໂລ​ກໍ​ສົ່ງ​ຂ່າວ​ມາ​ຂໍຮ້ອງ​ບໍ່​ໃຫ້​ເພິ່ນ​ເຂົ້າ​ໄປ​ໃນ​ໂຮງລະຄອນ​ນັ້ນ.</verse>
				<verse number="32">ມີ​ຄວາມສັບສົນ​ໃນ​ທີ່​ປະຊຸມ ບາງຄົນ​ຮ້ອງ​ບອກ​ວ່າ​ຢ່າງ​ນີ້ ບາງຄົນ​ຮ້ອງ​ບອກ​ວ່າ​ຢ່າງ​ນັ້ນ. ປະຊາຊົນ​ສ່ວນຫລາຍ​ບໍ່​ຮູ້​ວ່າ​ເປັນຫຍັງ​ຕົນ​ເອງ​ຈຶ່ງ​ມາ​ທີ່​ນັ້ນ.</verse>
				<verse number="33">ພວກ​ຢິວ​ທີ່​ຢູ່​ໃນ​ຝູງຊົນ​ໄດ້​ຊຸກ​ອາເລັກຊັນເດີ​ອອກ​ໄປ​ຂ້າງໜ້າ ແລະ ບາງຄົນ​ໃນ​ປະຊາຊົນ​ກໍ​ຮ້ອງ​ສັ່ງ​ລາວ. ລາວ​ໂບກ​ມື​ໃຫ້​ງຽບ​ເພື່ອ​ຈະ​ກ່າວ​ແກ້​ຕໍ່ໜ້າ​ປະຊາຊົນ.</verse>
				<verse number="34">ແຕ່​ເມື່ອ​ພວກເຂົາ​ຮູ້​ວ່າ​ລາວ​ເປັນ​ຊາວ​ຢິວ, ພວກເຂົາ​ກໍ​ຮ້ອງ​ເປັນ​ສຽງ​ດຽວ​ກັນ​ປະມານ​ສອງ​ຊົ່ວໂມງ​ວ່າ: “ພະອາເຕມາ​ຂອງ​ຊາວ​ເອເຟໂຊ​ນັ້ນ​ຍິ່ງໃຫຍ່!”</verse>
				<verse number="35">ເຈົ້າໜ້າທີ່​ຂອງ​ເມືອງ​ນັ້ນ​ກໍ​ເຮັດ​ໃຫ້​ປະຊາຊົນ​ງຽບ​ລົງ​ແລ້ວ​ກ່າວ​ວ່າ: “ຊາວ​ເອເຟໂຊ​ເອີຍ ຜູ້ໃດ​ກໍ​ຮູ້​ວ່າ​ຊາວ​ເມືອງ​ເອເຟໂຊ​ເປັນ​ຜູ້ຮັກສາ​ວິຫານ​ຂອງ​ພະອາເຕມາ​ຜູ້​ຍິ່ງໃຫຍ່ ຕະຫລອດ​ຈົນ​ຮູບຈຳລອງ​ຂອງ​ພະນາງ​ຕົກ​ລົງ​ມາ​ຈາກ​ຟ້າ​ສະຫວັນ?</verse>
				<verse number="36">ເຫດສະນັ້ນ, ໃນ​ເມື່ອ​ຄວາມຈິງ​ເຫລົ່ານີ້​ບໍ່​ອາດ​ປະຕິເສດ​ໄດ້, ພວກເຈົ້າ​ທັງຫລາຍ​ກໍ​ຄວນ​ງຽບສະຫງົບ​ຢ່າ​ເຮັດ​ສິ່ງໃດ​ໂດຍ​ບໍ່​ໄດ້​ຄິດ​ກ່ອນ.</verse>
				<verse number="37">ພວກເຈົ້າ​ນຳ​ຄົນ​ເຫລົ່ານີ້​ມາ​ບ່ອນ​ນີ້​ໂດຍ​ທີ່​ພວກເຂົາ​ບໍ່​ໄດ້​ເປັນ​ຄົນ​ປຸ້ນ​ວິຫານ​ຕ່າງໆ ຫລື ບໍ່​ໄດ້​ໝິ່ນປະໝາດ​ເທບທິດາ​ຂອງ​ພວກເຮົາ.</verse>
				<verse number="38">ແລ້ວ​ຖ້າ​ເດເມທີໂອ​ກັບ​ພວກ​ຊ່າງ​ຫັດຖະກຳ​ມີ​ເລື່ອງ​ຈະ​ຮ້ອງທຸກ​ກ່ຽວກັບ​ຄົນ​ໃດ​ຄົນ​ໜຶ່ງ, ສານ​ກໍ​ເປີດ​ຢູ່ ແລະ ຜູ້ກວດການ​ກໍ​ມີ, ພວກເຂົາ​ສາມາດ​ຟ້ອງ​ໄດ້.</verse>
				<verse number="39">ຖ້າ​ພວກເຈົ້າ​ມີ​ຂໍ້​ກ່າວຫາ​ອັນໃດ​ອີກ​ກໍ​ຕ້ອງ​ຕົກລົງ​ກັນ​ໃນ​ທີ່​ປະຊຸມ​ຕາມ​ກົດໝາຍ.</verse>
				<verse number="40">ພວກເຮົາ​ສ່ຽງ​ຕໍ່​ການ​ເປັນ​ຜູ້​ຖືກ​ກ່າວຫາ​ວ່າ​ເປັນ​ຜູ້​ກໍ່​ຄວາມ​ວຸ້ນວາຍ​ເພາະ​ເຫດການ​ທີ່​ເກີດຂຶ້ນ​ໃນ​ວັນ​ນີ້. ໃນ​ກໍລະນີ​ນີ້​ພວກເຮົາ​ບໍ່​ສາມາດ​ອະທິບາຍ​ເຖິງ​ຄວາມ​ວຸ້ນວາຍ​ນີ້​ໄດ້, ເພາະ​ພວກເຮົາ​ບໍ່​ມີ​ຂໍ້​ອ້າງ​ສຳລັບ​ເລື່ອງ​ນີ້”.</verse>
				<verse number="41">ຫລັງຈາກ​ກ່າວ​ຢ່າງ​ນີ້​ແລ້ວ ເພິ່ນ​ກໍ​ສັ່ງ​ໃຫ້​ເລີກ​ປະຊຸມ.</verse>
			</chapter>
			<chapter number="20">
				<verse number="1">ເມື່ອ​ຄວາມ​ວຸ້ນວາຍ​ສະຫງົບ​ລົງ​ແລ້ວ, ໂປໂລ​ກໍ​ໄດ້​ເອີ້ນ​ເອົາ​ພວກສາວົກ​ມາ, ຫລັງຈາກ​ໜູນໃຈ​ພວກເຂົາ​ແລ້ວ ກໍ​ກ່າວ​ລາ ແລະ ອອກ​ເດີນທາງ​ໄປ​ມາເກໂດເນຍ.</verse>
				<verse number="2">ເພິ່ນ​ໄດ້​ເດີນທາງ​ໄປ​ທົ່ວ​ຂົງເຂດ​ນັ້ນ, ກ່າວ​ຖ້ອຍຄຳ​ໜູນໃຈ​ຫລາຍ​ປະການ​ແກ່​ຄົນ​ທັງຫລາຍ ແລະ ໃນ​ທີ່ສຸດ​ກໍ​ເດີນທາງ​ມາ​ເຖິງ​ປະເທດ​ກຣີກ,</verse>
				<verse number="3">ເພິ່ນ​ໄດ້​ພັກ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສາມ​ເດືອນ. ເພາະ​ພວກ​ຢິວ​ກຳລັງ​ວາງແຜນ​ຈະ​ທຳຮ້າຍ​ເພິ່ນ ຂະນະ​ທີ່​ເພິ່ນ​ກຳລັງ​ຈະ​ລົງ​ເຮືອ​ໄປ​ແຂວງ​ຊີເຣຍ, ເພິ່ນ​ຈຶ່ງ​ໄດ້​ຕັດສິນໃຈ​ກັບ​ໄປ​ທາງ​ແຂວງ​ມາເກໂດເນຍ.</verse>
				<verse number="4">ຜູ້​ທີ່​ຮ່ວມ​ເດີນທາງ​ໄປ​ກັບ​ໂປໂລ​ໄດ້​ມີ​ໂຊປາເຕ​ລູກຊາຍ​ຂອງ​ປີໂຣ​ຈາກ​ເມືອງ​ເບເຣຍ, ອາຣິດຕາໂຂ ແລະ ເຊກຸນໂດ​ຈາກ​ເມືອງ​ເທສະໂລນິກ, ໄຄໂຢ​ຈາກ​ເມືອງ​ເດຣະເບ, ຕີໂມທຽວ, ຕີຂີໂກ ແລະ ໂທຟີໂມ ຈາກ​ແຂວງ​ເອເຊຍ.</verse>
				<verse number="5">ຄົນ​ເຫລົ່ານີ້​ໄດ້​ເດີນທາງ​ໄປ​ລ່ວງໜ້າ​ກ່ອນ ແລະ ຄອຍຖ້າ​ພວກເຮົາ​ຢູ່​ທີ່​ເມືອງ​ໂທອາດ.</verse>
				<verse number="6">ແຕ່​ຫລັງຈາກ​ຜ່ານ​ເທດສະການ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ​ໄປ​ແລ້ວ, ພວກເຮົາ​ກໍ​ລົງເຮືອ​ຈາກ​ເມືອງ​ຟີລິບປອຍ ແລະ ອີກ​ຫ້າ​ວັນ​ກໍ​ມາ​ສົມທົບ​ກັບ​ພວກເຂົາ​ທີ່​ເມືອງ​ໂທອາດ, ພວກເຮົາ​ໄດ້​ພັກ​ຢູ່​ທີ່​ນັ້ນ​ເຈັດ​ວັນ.</verse>
				<verse number="7">ໃນ​ວັນ​ຕົ້ນ​ອາທິດ ພວກເຮົາ​ໄດ້​ມາ​ປະຊຸມ​ກັນ​ເພື່ອ​ຫັກ​ເຂົ້າຈີ່. ໂປໂລ​ກ່າວ​ແກ່​ຄົນ​ທັງຫລາຍ ແລະ ເພາະ​ເພິ່ນ​ຕັ້ງໃຈ​ຈະ​ຈາກ​ໄປ​ໃນ​ວັນ​ຕໍ່​ໄປ​ຈຶ່ງ​ສືບຕໍ່​ເວົ້າ​ຈົນ​ເຖິງ​ທ່ຽງຄືນ.</verse>
				<verse number="8">ໃນ​ຫ້ອງ​ຊັ້ນເທິງ​ທີ່​ພວກເຮົາ​ປະຊຸມ​ກັນ​ນັ້ນ​ມີ​ຕະກຽງ​ຫລາຍ​ໜ່ວຍ.</verse>
				<verse number="9">ມີ​ຊາຍໜຸ່ມ​ຄົນ​ໜຶ່ງ​ຊື່​ຢູຕີໂຂ​ນັ່ງ​ຢູ່​ເທິງ​ຂອບ​ປ່ອງຢ້ຽມ, ຍິ່ງ​ໂປໂລ​ເວົ້າ​ດົນ​ລາວ​ກໍ​ຍິ່ງ​ເຫງົານອນ​ຫລາຍ​ຂຶ້ນ. ເມື່ອ​ລາວ​ນອນຫລັບສະໜິດ​ແລ້ວ​ລາວ​ຈຶ່ງ​ຕົກ​ຈາກ​ຊັ້ນ​ສາມ​ລົງ​ມາ​ຈົນ​ເຖິງ​ພື້ນດິນ ພໍ​ປະຄອງ​ຂຶ້ນ​ມາ​ກໍ​ພົບ​ວ່າ​ຕາຍ​ແລ້ວ.</verse>
				<verse number="10">ໂປໂລ​ໄດ້​ລົງ​ໄປ​ແລ້ວ​ກົ້ມ​ລົງ​ກອດ​ລາວ​ໄວ້ ແລະ ເວົ້າ​ວ່າ, “ບໍ່​ຕ້ອງ​ຕົກໃຈ ລາວ​ຍັງ​ມີ​ຊີວິດ​ຢູ່!”</verse>
				<verse number="11">ຫລັງ​ຈາກ​ນັ້ນ ໂປໂລ​ກໍ​ກັບ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນເທິງ​ອີກ ແລ້ວ​ຫັກ​ເຂົ້າຈີ່ ແລະ ກິນ. ຫລັງຈາກ​ໄດ້​ສົນທະນາ​ກັນ​ຕໍ່​ຈົນ​ເຖິງ​ຮຸ່ງເຊົ້າ, ເພິ່ນ​ຈຶ່ງ​ຈາກ​ໄປ.</verse>
				<verse number="12">ຄົນ​ທັງຫລາຍ​ຈຶ່ງ​ພາ​ຊາຍໜຸ່ມ​ຄົນ​ທີ່​ຟື້ນ​ນັ້ນ​ກັບ​ເມືອ​ເຮືອນ ແລະ ຮູ້ສຶກ​ສະບາຍໃຈ​ຫລາຍ.</verse>
				<verse number="13">ພວກເຮົາ​ລົງ​ເຮືອ​ເດີນທາງ​ໄປ​ຍັງ​ເມືອງ​ອາໂຊ, ບ່ອນ​ທີ່​ພວກເຮົາ​ຈະ​ໄປ​ຮັບ​ໂປໂລ​ຕາມ​ທີ່​ໄດ້​ນັດ​ໄວ້ ເພາະ​ເພິ່ນ​ຈະ​ມາ​ອາໂຊ​ທາງບົກ.</verse>
				<verse number="14">ເມື່ອ​ເພິ່ນ​ໄດ້​ພົບ​ພວກເຮົາ​ທີ່​ເມືອງ​ອາໂຊ ພວກເຮົາ​ກໍ​ຮັບ​ເພິ່ນ​ລົງ​ເຮືອ ແລະ ເດີນທາງ​ຕໍ່​ໄປ​ຍັງ​ເມືອງ​ມີຕີເລເນ.</verse>
				<verse number="15">ມື້​ຕໍ່ມາ​ພວກເຮົາ​ກໍ​ລົງ​ເຮືອ​ອອກ​ຈາກ​ທີ່​ນັ້ນ ແລະ ໄດ້​ມາ​ເຖິງ​ເກາະ​ຂີໂອ. ມື້​ຕໍ່ມາ​ພວກເຮົາ​ກໍ​ມາ​ເຖິງ​ເກາະ​ຊາໂມ ແລະ ໃນ​ມື້​ຕໍ່ມາ​ອີກ​ກໍ​ມາ​ເຖິງ​ມີເລໂຕ.</verse>
				<verse number="16">ໂປໂລ​ໄດ້​ຕັດສິນໃຈ​ຂີ່ເຮືອ​ກາຍ​ເມືອງ​ເອເຟໂຊ​ໄປ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ​ຢູ່​ທີ່​ແຂວງ​ເອເຊຍ, ເພາະ​ຖ້າ​ເປັນ​ໄປ​ໄດ້​ເພິ່ນ​ຈະ​ຟ້າວ​ໄປ​ເຢຣູຊາເລັມ, ເພື່ອ​ໃຫ້​ທັນ​ວັນ​ເພັນເຕຄໍສະເຕ.</verse>
				<verse number="17">ຈາກ​ເມືອງ​ມີເລໂຕ, ໂປໂລ​ໃຊ້​ຄົນ​ໄປ​ເຊີນ​ບັນດາ​ຜູ້ປົກຄອງ​ຄຣິສຕະຈັກ​ເອເຟໂຊ​ມາ.</verse>
				<verse number="18">ເມື່ອ​ພວກເຂົາ​ມາ​ເຖິງ​ແລ້ວ, ເພິ່ນ​ກໍ​ກ່າວ​ກັບ​ຄົນ​ເຫລົ່ານັ້ນ​ວ່າ: “ທ່ານ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ​ຂ້າພະເຈົ້າ​ໃຊ້​ຊີວິດ​ຢູ່​ຢ່າງໃດ​ຕະຫລອດ​ເວລາ​ທີ່​ຂ້າພະເຈົ້າ​ຢູ່​ກັບ​ພວກທ່ານ​ຕັ້ງແຕ່​ມື້​ທຳອິດ​ທີ່​ຂ້າພະເຈົ້າ​ໄດ້​ເຂົ້າ​ມາ​ໃນ​ແຂວງ​ເອເຊຍ.</verse>
				<verse number="19">ຂ້າພະເຈົ້າ​ຮັບໃຊ້​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມ​ຖ່ອມໃຈ​ຫລາຍ ແລະ ດ້ວຍ​ນ້ຳຕາ ແລະ ເຖິງ​ວ່າ​ຖືກ​ທົດລອງ​ຢ່າງ​ໜັກ​ຈາກ​ແຜນ​ຮ້າຍ​ຂອງ​ພວກ​ຢິວ​ທີ່​ເປັນ​ຄູ່​ຕໍ່ສູ້​ຂອງ​ຂ້າພະເຈົ້າ.</verse>
				<verse number="20">ທ່ານ​ທັງຫລາຍ​ຮູ້​ແລ້ວ​ວ່າ​ຂ້າພະເຈົ້າ​ບໍ່​ໄດ້​ລໍຊ້າ​ທີ່​ຈະ​ເທດສະໜາ​ສິ່ງໃດ​ທີ່​ເປັນ​ປະໂຫຍດ​ກັບ​ພວກທ່ານ​ເລີຍ ແຕ່​ໄດ້​ສັ່ງສອນ​ທັງ​ໃນ​ບ່ອນ​ສາທາລະນະ ແລະ ຕາມ​ບ້ານ​ເຮືອນ​ຕ່າງໆ.</verse>
				<verse number="21">ຂ້າພະເຈົ້າ​ໄດ້​ປະກາດ​ແກ່​ຄົນ​ຢິວ ແລະ ຄົນ​ກຣີກ​ວ່າ ພວກເຂົາ​ຕ້ອງ​ຖິ້ມໃຈເກົ່າເອົາໃຈໃໝ່​ກັບ​ຄືນ​ມາ​ຫາ​ພຣະເຈົ້າ ແລະ ເຊື່ອ​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.</verse>
				<verse number="22">“ແລະ ບັດນີ້ ພຣະວິນຍານ​ໄດ້​ບັງຄັບ​ໃຫ້​ຂ້າພະເຈົ້າ​ໄປ​ເຢຣູຊາເລັມ, ບໍ່ຮູ້​ວ່າ​ຈະ​ເກີດ​ອັນໃດ​ຂຶ້ນ​ກັບ​ຂ້າພະເຈົ້າ​ໃນ​ທີ່​ນັ້ນ,</verse>
				<verse number="23">ຮູ້​ພຽງ​ແຕ່ວ່າ​ໃນ​ທຸກ​ເມືອງ​ທີ່​ໄປ​ພຣະວິນຍານບໍລິສຸດເຈົ້າ​ໄດ້​ເຕືອນ​ຂ້າພະເຈົ້າ​ວ່າ​ຄຸກ ແລະ ຄວາມທຸກຍາກລຳບາກ​ກຳລັງ​ຄອຍຖ້າ​ຂ້າພະເຈົ້າ​ຢູ່.</verse>
				<verse number="24">ເຖິງ​ຢ່າງໃດ​ກໍ​ຕາມ ຂ້າພະເຈົ້າ​ຖື​ວ່າ​ຊີວິດ​ຂອງ​ຂ້າພະເຈົ້າ​ບໍ່​ໄດ້​ມີ​ຄຸນຄ່າ​ອັນ​ໃດ​ສຳລັບ​ຕົນ​ເອງ, ຈຸດໝາຍ​ດຽວ​ຄື​ແລ່ນ​ໃຫ້​ເຖິງ​ຫລັກໄຊ ແລະ ເຮັດ​ພາລະກິດ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໄວ້​ໃຫ້​ສຳເລັດ ຄື​ພາລະກິດ​ໃນ​ການ​ເປັນພະຍານ​ເຖິງ​ຂ່າວປະເສີດ​ເລື່ອງ​ພຣະຄຸນ​ຂອງ​ພຣະເຈົ້າ.</verse>
				<verse number="25">“ບັດນີ້ ຂ້າພະເຈົ້າ​ຮູ້​ວ່າ​ບໍ່​ມີ​ຈັກ​ຄົນ​ໃນ​ພວກທ່ານ​ທີ່​ຂ້າພະເຈົ້າ​ໄດ້​ທຽວ​ໄປ​ປະກາດ​ເຖິງ​ອານາຈັກ​ຂອງ​ພຣະເຈົ້າ​ໃຫ້​ຟັງ​ນັ້ນ​ຈະ​ໄດ້​ເຫັນ​ຂ້າພະເຈົ້າ​ອີກ.</verse>
				<verse number="26">ເຫດສະນັ້ນ, ຂ້າພະເຈົ້າ​ຈຶ່ງ​ຂໍ​ປະກາດ​ແກ່​ພວກທ່ານ​ໃນ​ວັນ​ນີ້​ວ່າ ຂ້າພະເຈົ້າ​ພົ້ນ​ຈາກ​ຄວາມ​ຮັບຜິດຊອບ​ຕໍ່​ຄວາມຕາຍ​ຂອງ​ທຸກຄົນ.</verse>
				<verse number="27">ເພາະ​ຂ້າພະເຈົ້າ​ບໍ່​ໄດ້​ລໍຊ້າ​ທີ່​ຈະ​ປະກາດ​ໃຫ້​ພວກທ່ານ​ທັງຫລາຍ​ຮູ້​ຄວາມ​ປະສົງ​ທຸກຢ່າງ​ຂອງ​ພຣະເຈົ້າ.</verse>
				<verse number="28">ຈົ່ງ​ລະວັງ​ທັງ​ພວກທ່ານ​ເອງ ແລະ ຝູງ​ແກະ​ທີ່​ພຣະວິນຍານບໍລິສຸດເຈົ້າ​ຕັ້ງ​ພວກທ່ານ​ໃຫ້​ເປັນ​ຜູ້ປົກຄອງ. ຈົ່ງ​ເປັນ​ຜູ້​ລ້ຽງແກະ​ສຳລັບ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ເຊິ່ງ​ໄຖ່​ມາ​ດ້ວຍ​ເລືອດ ​ຂອງ​ພຣະອົງ​ເອງ.</verse>
				<verse number="29">ຂ້າພະເຈົ້າ​ຮູ້​ວ່າ​ເມື່ອ​ຂ້າພະເຈົ້າ​ຈາກ​ໄປ​ແລ້ວ ຈະ​ມີ​ພວກ​ໝາໄນ​ຮ້າຍກາດ​ຈະ​ເຂົ້າ​ມາ​ໃນ​ພວກທ່ານ ແລະ ຈະ​ບໍ່​ລະເວັ້ນ​ຊີວິດ​ຂອງ​ຝູງ​ແກະ​ເລີຍ.</verse>
				<verse number="30">ແມ່ນແຕ່​ໃນ​ທ່າມກາງ​ພວກທ່ານ​ເອງ​ກໍ​ຈະ​ມີ​ຄົນ​ລຸກຂຶ້ນ​ມາ​ເວົ້າ​ບິດເບືອນ​ຄວາມ​ຈິງ ເພື່ອ​ຈະ​ດຶງ​ພວກສາວົກ​ໄປ​ຕິດຕາມ​ພວກເຂົາ.</verse>
				<verse number="31">ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ! ຈົ່ງ​ຈື່ຈຳ​ໄວ້​ວ່າ​ທັງ​ກາງຄືນ ແລະ ກາງເວັນ​ຕະຫລອດ​ສາມ​ປີ ຂ້າພະເຈົ້າ​ບໍ່​ເຄີຍ​ຢຸດ​ໃນ​ການ​ເຕືອນ​ພວກທ່ານ​ທຸກຄົນ​ດ້ວຍ​ນ້ຳຕາ.</verse>
				<verse number="32">“ບັດນີ້ ຂ້າພະເຈົ້າ​ຂໍ​ມອບ​ພວກທ່ານ​ທັງຫລາຍ​ໄວ້​ກັບ​ພຣະເຈົ້າ ແລະ ໄວ້​ກັບ​ພຣະຄຳ​ແຫ່ງ​ພຣະຄຸນ​ຂອງ​ພຣະອົງ ເຊິ່ງ​ສາມາດ​ເສີມ​ສ້າງ​ພວກທ່ານ ແລະ ໃຫ້​ພວກທ່ານ​ມີ​ມໍລະດົກ​ຮ່ວມ​ກັບ​ຄົນ​ທັງຫລາຍ​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ.</verse>
				<verse number="33">ຂ້າພະເຈົ້າ​ບໍ່ໄດ້​ໂລບ​ເອົາ​ເງິນ ຫລື ຄຳ ຫລື ເຄື່ອງນຸ່ງ​ຂອງ​ຜູ້ໃດ.</verse>
				<verse number="34">ພວກທ່ານ​ເອງ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ດ້ວຍ​ສອງ​ມື​ຂອງ​ຂ້າພະເຈົ້າ​ນີ້​ໄດ້​ຫາ​ລ້ຽງ​ຕົນ​ເອງ ແລະ ເພື່ອນຮ່ວມງານ​ຂອງ​ຂ້າພະເຈົ້າ.</verse>
				<verse number="35">ທຸກສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຮັດ ຂ້າພະເຈົ້າ​ກໍ​ສະແດງ​ໃຫ້​ພວກທ່ານ​ເຫັນ​ແລ້ວ​ວ່າ​ພວກເຮົາ​ຕ້ອງ​ຊ່ວຍ​ຄົນ​ທີ່​ອ່ອນແອ ດ້ວຍ​ການ​ເຮັດ​ວຽກ​ໜັກ, ຈົ່ງ​ຈື່ຈຳ​ຖ້ອຍຄຳ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ເອງ​ໄດ້​ກ່າວ​ໄວ້​ໃຫ້​ດີ​ວ່າ, ‘ການ​ໃຫ້​ເປັນ​ເຫດ​ໃຫ້​ມີ​ຄວາມສຸກ​ຫລາຍ​ກວ່າ​ການ​ຮັບ’”.</verse>
				<verse number="36">ເມື່ອ​ກ່າວ​ຈົບ​ແລ້ວ​ໂປໂລ​ກໍ​ຄຸເຂົ່າ​ລົງ​ອະທິຖານ​ຮ່ວມ​ກັບ​ພວກເຂົາ.</verse>
				<verse number="37">ພວກເຂົາ​ທັງໝົດ​ຮ້ອງໄຫ້​ຂະນະ​ທີ່​ໂອບ​ກອດ ແລະ ຈູບ​ລາ​ໂປໂລ.</verse>
				<verse number="38">ສິ່ງ​ທີ່​ເຮັດ​ໃຫ້​ພວກເຂົາ​ໂສກເສົ້າ​ທີ່ສຸດ​ຄື​ເມື່ອ​ໂປໂລ​ເວົ້າ​ວ່າ​ພວກເຂົາ​ຈະ​ບໍ່​ໄດ້​ເຫັນ​ໜ້າ​ຂອງ​ເພິ່ນ​ອີກ, ຫລັງຈາກນັ້ນ​ພວກເຂົາ​ກໍ​ພາກັນ​ໄປ​ສົ່ງ​ໂປໂລ​ທີ່​ເຮືອ.</verse>
			</chapter>
			<chapter number="21">
				<verse number="1">ເມື່ອ​ພວກເຮົາ​ແຍກ​ຈາກ​ຄົນ​ເຫລົ່ານັ້ນ​ແລ້ວ, ພວກເຮົາ​ກໍ​ອອກ​ສູ່​ທະເລ ແລະ ຂີ່ເຮືອ​ກົງ​ໄປ​ທີ່​ເກາະ​ໂກດ. ໃນ​ວັນ​ຕໍ່ມາ​ກໍ​ມາ​ເຖິງ​ເກາະ​ໂຣໂດ ແລະ ຈາກ​ທີ່​ນັ້ນ​ມາ​ເຖິງ​ເມືອງ​ປາຕາຣາ.</verse>
				<verse number="2">ພວກເຮົາ​ໄດ້​ພົບ​ເຮືອ​ລຳ​ໜຶ່ງ​ກຳລັງ​ຂ້າມ​ໄປ​ຍັງ​ເມືອງ​ໂຟນີເຊຍ, ຈຶ່ງ​ລົງ​ເຮືອ​ລຳ​ນັ້ນ ແລະ ເດີນທາງ​ຕໍ່ໄປ.</verse>
				<verse number="3">ຫລັງຈາກ​ແນມ​ເຫັນ​ເກາະ​ໄຊປຣັດ ແລະ ລ່ອງ​ເຮືອ​ຜ່ານ​ທາງ​ໃຕ້​ຂອງ​ເກາະ​ລົງ​ມາ​ເຖິງ​ແຂວງ​ຊີເຣຍ. ພວກເຮົາ​ກໍ​ຈອດ​ທີ່​ທ່າ​ເມືອງ​ຕີເຣ​ບ່ອນ​ທີ່​ຂົນ​ສິນຄ້າ​ລົງ.</verse>
				<verse number="4">ພວກເຮົາ​ໄດ້​ພົບ​ພວກສາວົກ​ຢູ່​ທີ່​ນັ້ນ ແລະ ພັກ​ຢູ່​ກັບ​ພວກເຂົາ​ເປັນ​ເວລາ​ເຈັດ​ມື້. ພວກເຂົາ​ຂໍຮ້ອງ​ໂປໂລ​ໂດຍ​ການ​ນຳພາ​ຂອງ​ພຣະວິນຍານບໍລິສຸດເຈົ້າ​ວ່າ​ບໍ່​ໃຫ້​ເພິ່ນ​ໄປ​ເຢຣູຊາເລັມ.</verse>
				<verse number="5">ແຕ່​ເມື່ອ​ເຖິງ​ເວລາ​ແລ້ວ​ພວກເຮົາ​ກໍ​ໄດ້​ກ່າວ​ອຳລາ ແລະ ອອກ​ເດີນທາງ​ຕໍ່ໄປ. ພວກສາວົກ​ທັງໝົດ​ຕະຫລອດ​ຈົນ​ເມຍ​ກັບ​ບັນດາ​ລູກ​ຂອງ​ພວກເຂົາ​ກໍ​ໄດ້​ມາ​ສົ່ງ​ພວກເຮົາ​ອອກ​ຈາກ​ເມືອງ ແລະ ພວກເຮົາ​ກໍ​ຄຸເຂົ່າ​ລົງ​ອະທິຖານ​ຢູ່​ທີ່​ຫາດຊາຍ.</verse>
				<verse number="6">ຫລັງຈາກ​ກ່າວ​ອຳລາ​ກັນ​ແລ້ວ, ພວກເຮົາ​ກໍ​ລົງ​ເຮືອ, ສ່ວນ​ພວກເຂົາ​ກໍ​ພາກັນ​ກັບ​ບ້ານ.</verse>
				<verse number="7">ພວກເຮົາ​ໄດ້​ສືບຕໍ່​ເດີນທາງ​ຈາກ​ເມືອງ​ຕີເຣ​ມາ​ຂຶ້ນ​ຝັ່ງ​ທີ່​ເມືອງ​ປະໂຕເລມາຍ, ຢູ່​ທີ່​ນັ້ນ ພວກເຮົາ​ໄດ້​ໄປ​ທັກທາຍ​ພວກ​ພີ່ນ້ອງ ແລະ ພັກ​ຢູ່​ກັບ​ພວກເຂົາ​ມື້​ໜຶ່ງ.</verse>
				<verse number="8">ມື້​ຕໍ່ມາ​ພວກເຮົາ​ກໍ​ອອກ​ຈາກ​ທີ່​ນັ້ນ, ພວກເຮົາ​ມາ​ເຖິງ​ເມືອງ​ກາຍຊາເຣຍ ແລະ ໄດ້​ພັກ​ຢູ່​ທີ່​ເຮືອນ​ຂອງ​ຟີລິບ​ຜູ້​ປະກາດ​ຂ່າວປະເສີດ, ເຊິ່ງ​ເປັນ​ຜູ້​ໜຶ່ງ​ໃນ​ກຸ່ມ​ເຈັດ​ຄົນ​ນັ້ນ.</verse>
				<verse number="9">ຟີລິບ​ມີ​ລູກສາວ​ສີ່​ຄົນ​ຍັງ​ບໍ່​ໄດ້​ແຕ່ງງານ ແລະ ຕ່າງ​ກໍ​ເປັນ​ຜູ້​ທີ່​ທຳນວາຍ.</verse>
				<verse number="10">ຫລັງຈາກ​ພວກເຮົາ​ພັກ​ຢູ່​ທີ່​ນັ້ນ​ໄດ້​ຫລາຍວັນ​ແລ້ວ, ກໍ​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ອາຄະໂບ​ມາ​ຈາກ​ແຂວງ​ຢູດາຍ.</verse>
				<verse number="11">ເຂົ້າ​ມາ​ຫາ​ພວກເຮົາ, ລາວ​ເອົາ​ສາຍແອວ​ຂອງ​ໂປໂລ​ມັດ​ມື​ມັດ​ຕີນ​ຂອງ​ຕົນ​ເອງ ແລະ ເວົ້າ​ວ່າ, “ພຣະວິນຍານບໍລິສຸດເຈົ້າ​ກ່າວ​ວ່າ, ‘ຊາວຢິວ​ໃນ​ເຢຣູຊາເລັມ​ຈະ​ມັດ​ເຈົ້າຂອງ​ສາຍ​ຮັດ​ແອວ​ນີ້​ຢ່າງນີ້​ແຫລະ ແລະ ຈະ​ມອບ​ລາວ​ໃຫ້​ຄົນຕ່າງຊາດ’”.</verse>
				<verse number="12">ເມື່ອ​ພວກເຮົາ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ, ພວກເຮົາ​ກັບ​ຄົນ​ອື່ນ​ທີ່​ຢູ່​ທີ່​ນັ້ນ​ຈຶ່ງ​ຮ້ອງຂໍ​ໂປໂລ​ບໍ່​ໃຫ້​ຂຶ້ນ​ໄປ​ທີ່​ເຢຣູຊາເລັມ.</verse>
				<verse number="13">ແລ້ວ​ໂປໂລ​ໄດ້​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຮ້ອງໄຫ້ ແລະ ເຮັດ​ໃຫ້​ເຮົາ​ເສຍ​ໃຈ​ຢ່າງ​ນີ້? ເຮົາ​ຕຽມພ້ອມ​ບໍ່​ແມ່ນ​ແຕ່​ໃຫ້​ພວກເຂົາ​ມັດ​ເຮົາ​ເທົ່ານັ້ນ, ແຕ່​ພ້ອມ​ທີ່​ຈະ​ຕາຍ​ຢູ່​ໃນ​ເຢຣູຊາເລັມ​ດ້ວຍ ເພື່ອ​ເຫັນ​ແກ່​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ”.</verse>
				<verse number="14">ເມື່ອ​ພວກເຮົາ​ບໍ່​ສາມາດ​ຊັກຊວນ​ໃຫ້​ເພິ່ນ​ປ່ຽນໃຈ​ແລ້ວ, ພວກເຮົາ​ຈຶ່ງ​ຢຸດ​ຂໍຮ້ອງ​ເພິ່ນ ແລະ ເວົ້າວ່າ, “ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ອົງພຣະຜູ້ເປັນເຈົ້າ”.</verse>
				<verse number="15">ຫລັງຈາກນັ້ນ ພວກເຮົາ​ກໍ​ເລີ່ມ​ອອກ​ເດີນທາງ​ຂຶ້ນ​ໄປ​ເຢຣູຊາເລັມ.</verse>
				<verse number="16">ມີ​ສາວົກ​ບາງຄົນ​ຈາກ​ເມືອງ​ກາຍຊາເຣຍ​ໄດ້​ໄປ​ກັບ​ພວກເຮົາ​ດ້ວຍ ແລະ ນຳພາ​ພວກເຮົາ​ມາ​ເຮືອນ​ຂອງ​ມານະໂຊນ, ບ່ອນ​ທີ່​ພວກເຮົາ​ຈະ​ພັກ​ຢູ່​ທີ່​ນັ້ນ. ມານະໂຊນ​ມາ​ຈາກ​ເກາະ​ໄຊປຣັດ ແລະ ເປັນ​ຜູ້​ໜຶ່ງ​ໃນ​ບັນດາ​ສາວົກ​ລຸ້ນ​ທຳອິດ.</verse>
				<verse number="17">ເມື່ອ​ພວກເຮົາ​ມາ​ເຖິງ​ເຢຣູຊາເລັມ​ແລ້ວ, ພວກ​ພີ່ນ້ອງ​ກໍ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງ​ອົບອຸ່ນ.</verse>
				<verse number="18">ໃນ​ມື້​ຕໍ່ມາ ໂປໂລ​ກັບ​ພວກເຮົາ​ໄປ​ພົບ​ຢາໂກໂບ ແລະ ຜູ້ອາວຸໂສ​ທັງໝົດ​ກໍ​ຢູ່​ທີ່​ນັ້ນ.</verse>
				<verse number="19">ໂປໂລ​ໄດ້​ທັກທາຍ​ພວກເຂົາ ແລະ ລາຍງານ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ທ່າມກາງ​ຄົນຕ່າງຊາດ ຜ່ານທາງ​ພັນທະກິດ​ຂອງ​ຕົນ​ຢ່າງ​ລະອຽດ.</verse>
				<verse number="20">ເມື່ອ​ພວກເຂົາ​ໄດ້​ຍິນ​ແລ້ວ, ພວກເຂົາ​ກໍ​ສັນລະເສີນ​ພຣະເຈົ້າ. ແລ້ວ​ພວກເຂົາ​ກໍ​ເວົ້າ​ກັບ​ໂປໂລ​ວ່າ: “ອ້າຍ​ເອີຍ, ທ່ານ​ກໍ​ເຫັນ​ຊາວຢິວ​ຈຳນວນ​ຫລາຍ​ພັນ​ຄົນ​ໄດ້​ເຊື່ອ ແລະ ພວກເຂົາ​ທັງໝົດ​ລ້ວນ​ແຕ່​ເຄັ່ງຄັດ​ໃນ​ກົດບັນຍັດ.</verse>
				<verse number="21">ພວກເຂົາ​ໄດ້​ຍິນ​ຂ່າວ​ວ່າ​ທ່ານ​ສັ່ງສອນ​ບັນດາ​ຊາວຢິວ​ທີ່​ຢູ່​ທ່າມກາງ​ຄົນຕ່າງຊາດ​ໃຫ້​ຫັນໜີ​ຈາກ​ໂມເຊ, ໂດຍ​ບອກ​ພວກເຂົາ​ວ່າ​ບໍ່​ຕ້ອງ​ໃຫ້​ລູກຫລານ​ຮັບພິທີຕັດ ຫລື ດຳເນີນຊີວິດ​ຕາມ​ທຳນຽມ​ຂອງ​ພວກເຮົາ.</verse>
				<verse number="22">ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ? ພວກເຂົາ​ຄົງ​ໄດ້​ຍິນ​ວ່າ​ທ່ານ​ມາ​ທີ່​ນີ້​ແລ້ວ​ຢ່າງ​ແນ່ນອນ.</verse>
				<verse number="23">ດັ່ງນັ້ນ ຈົ່ງ​ເຮັດ​ຕາມ​ທີ່​ພວກເຮົາ​ບອກ​ທ່ານ. ມີ​ຊາຍ​ສີ່​ຄົນ​ທີ່​ຢູ່​ກັບ​ພວກເຮົາ​ທີ່​ສາບານ​ຕົວ​ໄວ້.</verse>
				<verse number="24">ຈົ່ງ​ພາ​ຄົນ​ເຫລົ່ານີ້​ໄປ, ຮ່ວມ​ພິທີ​ຊຳລະ​ຕົວ​ຂອງ​ພວກເຂົາ ແລະ ຈ່າຍ​ຄ່າ​ທຳນຽມ​ໃຫ້​ພວກເຂົາ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ແຖ​ຫົວ. ແລ້ວ​ທຸກຄົນ​ຈະ​ໄດ້​ຮູ້​ວ່າ​ສິ່ງ​ທີ່​ພວກເຂົາ​ໄດ້​ຍິນ​ມາ​ກ່ຽວກັບ​ທ່ານ​ນັ້ນ​ບໍ່​ເປັນ​ຄວາມຈິງ, ແຕ່​ທ່ານ​ເອງ​ໄດ້​ດຳເນີນຊີວິດ​ດ້ວຍ​ການ​ເຊື່ອຟັງ​ກົດບັນຍັດ.</verse>
				<verse number="25">ສຳລັບ​ຄົນຕ່າງຊາດ​ທີ່​ຮັບ​ເຊື່ອ​ແລ້ວ, ພວກເຮົາ​ໄດ້​ຂຽນ​ຈົດໝາຍ​ແຈ້ງ​ໃຫ້​ພວກເຂົາ​ຮູ້​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ຕົກລົງ​ກັນ​ວ່າ​ໃຫ້​ພວກເຂົາ​ລະເວັ້ນ​ຈາກ​ການ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ຮູບເຄົາລົບ, ລະເວັ້ນ​ຈາກ​ການກິນ​ເລືອດ, ລະເວັ້ນ​ຈາກ​ການກິນ​ຊີ້ນສັດ​ທີ່​ຖືກ​ຮັດຄໍ​ຕາຍ ແລະ ລະເວັ້ນ​ຈາກ​ການ​ຜິດສິນທຳທາງເພດ”.</verse>
				<verse number="26">ມື້​ຕໍ່ມາ ໂປໂລ​ຈຶ່ງ​ໄດ້​ພາ​ສີ່​ຄົນ​ນັ້ນ​ໄປ ແລະ ຊຳລະ​ຕົວ​ເພິ່ນ​ເອງ​ຮ່ວມ​ກັບ​ພວກເຂົາ. ແລ້ວ​ເພິ່ນ​ກໍ​ເຂົ້າ​ໄປ​ໃນ​ວິຫານ​ເພື່ອ​ປະກາດ​ວັນ​ຄົບ​ກຳນົດ​ການ​ຊຳລະ​ຕົວ​ຈະ​ສິ້ນສຸດ​ລົງ ແລະ ການ​ຖວາຍ​ເຄື່ອງບູຊາ​ສຳລັບ​ພວກເຂົາ​ແຕ່ລະຄົນ.</verse>
				<verse number="27">ເມື່ອ​ໃກ້​ຄົບ​ເຈັດ​ວັນ ຊາວຢິວ​ບາງຄົນ​ທີ່​ມາ​ຈາກ​ແຂວງ​ເອເຊຍ​ເຫັນ​ໂປໂລ​ທີ່​ວິຫານ. ພວກເຂົາ​ຈຶ່ງ​ປຸກລະດົມ​ປະຊາຊົນ​ທັງໝົດ​ໃຫ້​ຈັບ​ໂປໂລ,</verse>
				<verse number="28">ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ປະຊາຊົນ​ອິດສະຣາເອນ, ຊ່ວຍ​ພວກເຮົາ​ແດ່! ຄົນ​ນີ້​ແຫລະ​ທີ່​ເປັນ​ຜູ້​ສັ່ງສອນ​ຄົນ​ທັງຫລາຍ​ໃນ​ທຸກບ່ອນ​ໃຫ້​ຕໍ່ຕ້ານ​ຊົນຊາດ​ຂອງ​ພວກເຮົາ, ໃຫ້​ຕໍ່ຕ້ານ​ກົດບັນຍັດ​ຂອງ​ເຮົາ ແລະ ສະຖານທີ່​ແຫ່ງ​ນີ້. ຫລາຍ​ກວ່າ​ນັ້ນ​ອີກ ລາວ​ໄດ້​ພາ​ຄົນກຣີກ​ເຂົ້າ​ມາ​ໃນ​ບໍລິເວນ​ວິຫານ ແລະ ເຮັດ​ໃຫ້​ສະຖານທີ່​ສັກສິດ​ນີ້​ເປັນ​ມົນທິນ”.</verse>
				<verse number="29">(ກ່ອນ​ໜ້າ​ນີ້​ພວກເຂົາ​ເຫັນ​ໂທຟີໂມ ຊາວ​ເອເຟໂຊ​ຢູ່​ກັບ​ໂປໂລ​ໃນ​ເມືອງ​ຈຶ່ງ​ຄິດ​ວ່າ​ໂປໂລ​ໄດ້​ພາ​ລາວ​ເຂົ້າ​ໄປ​ໃນ​ບໍລິເວນ​ວິຫານ.)</verse>
				<verse number="30">ຄົນ​ທົ່ວ​ເມືອງ​ກໍ​ແຕກຕື່ນ ແລະ ຄົນ​ແລ່ນ​ມາ​ຈາກ​ທຸກ​ທິດ. ຈັບ​ໂປໂລ, ພວກເຂົາ​ໄດ້​ລາກ​ໂຕ​ເພິ່ນ​ອອກ​ຈາກ​ວິຫານ​ແລ້ວ​ອັດ​ປະຕູ​ທັນທີ.</verse>
				<verse number="31">ຂະນະ​ທີ່​ພວກເຂົາ​ກຳລັງ​ຫາ​ທາງ​ຈະ​ຂ້າ​ໂປໂລ​ຢູ່​ນັ້ນ, ຂ່າວ​ກໍ​ໄປ​ເຖິງ​ນາຍພັນ​ກອງທັບ​ທະຫານ​ໂຣມ​ວ່າ​ທົ່ວ​ເຢຣູຊາເລັມ​ເກີດ​ຄວາມ​ວຸ້ນວາຍ.</verse>
				<verse number="32">ລາວ​ຈຶ່ງ​ໄດ້​ນຳ​ເຈົ້າໜ້າທີ່​ກັບ​ທະຫານ​ແລ່ນ​ອອກ​ໄປ​ຫາ​ປະຊາຊົນ​ທັນທີ. ເມື່ອ​ພວກ​ກໍ່​ຄວາມ​ວຸ້ນວາຍ​ເຫັນ​ນາຍພັນ​ກັບ​ທະຫານ​ມາ​ກໍ​ຢຸດ​ທຸບຕີ​ໂປໂລ.</verse>
				<verse number="33">ດັ່ງນັ້ນ ນາຍພັນ​ຈຶ່ງ​ເຂົ້າ​ໄປ​ຫາ ແລະ ຈັບ​ເພິ່ ແລ້ວ​ສັ່ງ​ໃຫ້​ເອົາ​ໂສ້​ສອງ​ເສັ້ນ​ລ່າມ​ເພິ່ນ​ໄວ້​ແລ້ວ​ຖາມ​ວ່າ​ເພິ່ນ​ເປັນ​ຜູ້ໃດ ແລະ ເພິ່ນ​ໄດ້​ເຮັດ​ຫຍັງ.</verse>
				<verse number="34">ບາງຄົນ​ໃນ​ພວກປະຊາຊົນ​ຮ້ອງ​ບອກ​ວ່າ​ຢ່າງ​ນີ້ ບາງຄົນ​ຮ້ອງ​ບອກ​ວ່າ​ຢ່າງ​ນັ້ນ ເມື່ອ​ນາຍພັນ​ບໍ່​ສາມາດ​ຈັບ​ຄວາມ​ຈິງ​ໄດ້ ຈຶ່ງ​ສັ່ງ​ໃຫ້​ນຳ​ຕົວ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ​ທະຫານ.</verse>
				<verse number="35">ເມື່ອ​ໂປໂລ​ມາ​ຮອດ​ຂັ້ນໄດ ຝູງຊົນ​ມີ​ຄວາມ​ຮຸນແຮງ​ຫລາຍ​ຈົນ​ພວກ​ທະຫານ​ຈຳເປັນ​ຕ້ອງ​ຫາມ​ໂປໂລ​ໄປ.</verse>
				<verse number="36">ສ່ວນ​ປະຊາຊົນ​ທີ່​ຕິດຕາມ​ໄປ​ນັ້ນ​ກໍ​ຍັງ​ສືບຕໍ່​ຮ້ອງ​ວ່າ, “ຈົ່ງ​ເອົາ​ມັນ​ໄປ​ຂ້າ!”</verse>
				<verse number="37">ຂະນະ​ທີ່​ພວກ​ທະຫານ​ກຳລັງ​ຈະ​ນຳ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ​ທະຫານ, ເພິ່ນ​ໄດ້​ຖາມ​ນາຍພັນ​ວ່າ, “ຂ້ານ້ອຍ​ຂໍ​ເວົ້າ​ບາງ​ສິ່ງ​ກັບ​ທ່ານ​ແດ່​ໄດ້​ບໍ່?” ນາຍພັນ​ຖາມ​ວ່າ, “ເຈົ້າ​ເວົ້າ​ພາສາ​ກຣີກ​ໄດ້​ບໍ່?</verse>
				<verse number="38">ຖ້າ​ດັ່ງນັ້ນ ເຈົ້າ​ກໍ​ບໍ່​ແມ່ນ​ຄົນເອຢິບ​ຄົນ​ນັ້ນ​ທີ່​ກ່ອນ​ໜ້າ​ນີ້​ໄດ້​ກໍ່​ກະບົດ ແລະ ນຳ​ຜູ້​ກໍ່​ການ​ຮ້າຍ​ສີ່ພັນ​ຄົນ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ​ບໍ?”</verse>
				<verse number="39">ໂປໂລ​ຕອບວ່າ, “ຂ້ານ້ອຍ​ເປັນ​ຄົນຢິວ​ຈາກ​ເມືອງ​ຕາໂຊ ໃນ​ແຂວງ​ກີລີເກຍ ເປັນ​ພົນລະເມືອງ​ຈາກ​ເມືອງ​ທີ່​ສຳຄັນ. ຂໍ​ທ່ານ​ອະນຸຍາດ​ໃຫ້​ຂ້ານ້ອຍ​ກ່າວ​ແກ່​ປະຊາຊົນ​ດ້ວຍ”.</verse>
				<verse number="40">ເມື່ອ​ນາຍພັນ​ອະນຸຍາດ​ແລ້ວ ໂປໂລ​ຈຶ່ງ​ຢືນ​ຢູ່​ທີ່​ຂັ້ນໄດ ແລະ ໂບກມື ໃຫ້​ປະຊາຊົນ​ງຽບ​ລົງ. ເມື່ອ​ຄົນ​ທັງຫລາຍ​ງຽບ​ລົງ​ແລ້ວ ໂປໂລ​ຈຶ່ງ​ກ່າວ​ເປັນ​ພາສາ​ອາຣາມິກ ​ວ່າ:</verse>
			</chapter>
			<chapter number="22">
				<verse number="1">“ອ້າຍ ແລະ ພໍ່​ທັງຫລາຍ​ເອີຍ, ບັດນີ້​ຂໍ​ໃຫ້​ຟັງ​ຄຳ​ໃຫ້​ການ​ຂອງ​ຂ້າພະເຈົ້າ​ດ້ວຍ”.</verse>
				<verse number="2">ເມື່ອ​ປະຊາຊົນ​ໄດ້​ຍິນ​ເພິ່ນ​ກ່າວ​ເປັນ​ພາສາ​ອາຣາມິກ, ພວກເຂົາ​ກໍ​ງຽບ​ລົງ​ກວ່າ​ເກົ່າ. ແລ້ວ​ໂປໂລ​ຈຶ່ງ​ກ່າວ​ວ່າ,</verse>
				<verse number="3">“ຂ້າພະເຈົ້າ​ເປັນ​ຄົນຢິວ ເກີດ​ທີ່​ເມືອງ​ຕາໂຊ​ໃນ​ແຂວງ​ກີລີເກຍ​ແຕ່​ເຕີບໃຫຍ່​ຂຶ້ນ​ຢູ່​ໃນ​ເມືອງ​ນີ້. ຂ້າພະເຈົ້າ​ເປັນ​ລູກສິດ​ຂອງ​ອາຈານ​ຄາມາລິເອັນ ໄດ້​ຮັບ​ການ​ອົບຮົມ​ຢ່າງ​ຄົບຖ້ວນ​ໃນ​ກົດບັນຍັດ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ. ຂ້າພະເຈົ້າ​ມີ​ໃຈ​ກະຕືລືລົ້ນ​ເພື່ອ​ພຣະເຈົ້າ​ເໝືອນດັ່ງ​ທ່ານ​ທັງຫລາຍ​ໃນ​ວັນ​ນີ້.</verse>
				<verse number="4">ຂ້າພະເຈົ້າ​ໄດ້​ຂົ່ມເຫັງ​ບັນດາ​ຜູ້​ຕິດຕາມ ‘ທາງນັ້ນ’ ຈົນ​ພວກເຂົາ​ເສຍ​ຊີວິດ, ໄດ້​ຈັບກຸມ​ທັງ​ຜູ້ຊາຍ ແລະ ແມ່ຍິງ ແລ້ວ​ໂຍນ​ພວກເຂົາ​ເຂົ້າ​ຄຸກ,</verse>
				<verse number="5">ມະຫາ​ປະໂລຫິດ ແລະ ສະມາຊິກ​ສະພາ​ທຸກຄົນ​ສາມາດ​ເປັນພະຍານ​ໄດ້. ຂ້າພະເຈົ້າ​ກໍ​ໄດ້​ຮັບ​ຈົດໝາຍ​ຈາກ​ພວກເພິ່ນ​ໄປ​ເຖິງ​ພວກພີ່ນ້ອງ​ຂອງ​ພວກເຂົາ​ໃນ​ເມືອງ​ດາມັສກັດ, ແລ້ວ​ເດີນທາງ​ໄປ​ທີ່​ນັ້ນ​ເພື່ອ​ຈັບ​ຄົນ​ເຫລົ່ານີ້​ໄປ​ເປັນ​ນັກໂທດ ແລະ ນຳ​ໄປ​ເຢຣູຊາເລັມ​ເພື່ອ​ລົງໂທດ.</verse>
				<verse number="6">“ປະມານ​ຕອນທ່ຽງ ໃນ​ຂະນະ​ທີ່​ຂ້າພະເຈົ້າ​ມາ​ໃກ້​ຈະ​ເຖິງ​ເມືອງ​ດາມັສກັດ, ໃນ​ທັນໃດ​ນັ້ນ ກໍ​ມີ​ແສງສະຫວ່າງ​ກ້າ​ຈາກ​ສະຫວັນ​ສ່ອງ​ລົງ​ມາ​ອ້ອມ​ຂ້າພະເຈົ້າ.</verse>
				<verse number="7">ຂ້າພະເຈົ້າ​ລົ້ມ​ລົງ​ທີ່​ພື້ນ ແລະ ໄດ້​ຍິນ​ສຽງ​ໜຶ່ງ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, ‘ໂຊໂລ! ໂຊໂລ​ເອີຍ! ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ?’</verse>
				<verse number="8">“ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະອົງ​ເປັນ​ຜູ້ໃດ?’ “ພຣະອົງ​ຕອບ​ວ່າ, ‘ເຮົາ​ແມ່ນ​ເຢຊູ​ຊາວ​ນາຊາເຣັດ​ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ’.</verse>
				<verse number="9">ບັນດາ​ຄົນ​ທີ່​ໄປ​ກັບ​ຂ້າພະເຈົ້າ​ໄດ້​ເຫັນ​ແສງ​ສະຫວ່າງ​ນັ້ນ ແຕ່​ບໍ່​ເຂົ້າໃຈ​ສຽງ​ຂອງ​ພຣະອົງ​ຜູ້​ທີ່​ກ່າວ​ກັບ​ຂ້າພະເຈົ້າ.</verse>
				<verse number="10">“ຂ້າພະເຈົ້າ​ຖາມ​ວ່າ, ‘ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ແນວໃດ?’ “ອົງພຣະຜູ້ເປັນເຈົ້າ​ກ່າວ​ວ່າ, ‘ຈົ່ງ​ລຸກຂຶ້ນ ເຂົ້າ​ໄປ​ໃນ​ເມືອງ​ດາມັສກັດ, ຢູ່​ທີ່​ນັ້ນ​ຈະ​ມີ​ຄົນ​ບອກ​ເຖິງ​ສິ່ງ​ທັງໝົດ​ທີ່​ໄດ້​ກຳນົດ​ໃຫ້​ເຈົ້າ​ເຮັດ’.</verse>
				<verse number="11">ຄົນ​ທີ່​ໄປ​ກັບ​ຂ້າພະເຈົ້າ​ໄດ້​ຈູງ​ມື​ຂ້າພະເຈົ້າ​ແລ້ວ​ພາ​ເຂົ້າ​ໄປ​ເມືອງ​ດາມັສກັດ ເພາະ​ແສງ​ກ້າ​ນັ້ນ​ເຮັດ​ໃຫ້​ຂ້າພະເຈົ້າ​ຕາບອດ.</verse>
				<verse number="12">“ມີ​ຊາຍ​ຄົນ​ໜຶ່ງ​ຊື່​ອານາເນຍ​ມາ​ຫາ​ຂ້າພະເຈົ້າ, ເພິ່ນ​ເປັນ​ຄົນ​ເຄັ່ງຄັດ​ໃນ​ກົດບັນຍັດ ແລະ ເປັນ​ທີ່​ນັບຖື​ຂອງ​ຊາວຢິວ​ທັງຫລາຍ​ທີ່​ນັ້ນ​ຫລາຍ.</verse>
				<verse number="13">ເພິ່ນ​ໄດ້​ຢືນ​ຢູ່​ທາງຂ້າງ​ຂ້າພະເຈົ້າ ແລະ ເວົ້າ​ວ່າ, ‘ອ້າຍ​ໂຊໂລ ຈົ່ງ​ເຫັນຮຸ່ງ​ອີກ​ສາ!’ ວິນາທີ​ນັ້ນ ຂ້າພະເຈົ້າ​ກໍ​ສາມາດ​ເບິ່ງ​ເຫັນ​ເພິ່ນ​ໄດ້.</verse>
				<verse number="14">“ແລ້ວ​ເພິ່ນ​ຈຶ່ງ​ເວົ້າ​ວ່າ, ‘ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ເລືອກ​ເຈົ້າ​ເພື່ອ​ໃຫ້​ຮູ້​ຄວາມ​ປະສົງ​ຂອງ​ພຣະອົງ ແລະ ໃຫ້​ໄດ້​ເຫັນ​ອົງ​ຜູ້ຊອບທຳ ແລະ ໃຫ້​ໄດ້​ຍິນ​ຖ້ອຍຄຳ​ຈາກ​ປາກ​ຂອງ​ພຣະອົງ.</verse>
				<verse number="15">ເຈົ້າ​ຈະ​ເປັນ​ພະຍານ​ຂອງ​ພຣະອົງ​ກັບ​ຄົນ​ທັງຫລາຍ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ,</verse>
				<verse number="16">ແລະ ບັດນີ້ ເຈົ້າ​ຊັກຊ້າ​ຢູ່​ເຮັດຫຍັງ? ຈົ່ງ​ລຸກຂຶ້ນ​ຮັບ​ບັບຕິສະມາ ແລະ ຊຳລະ​ລ້າງ​ບາບ​ທັງຫລາຍ​ຂອງ​ເຈົ້າ ໂດຍ​ຮ້ອງ​ອອກ​ນາມ​ຂອງ​ພຣະອົງ’.</verse>
				<verse number="17">“ເມື່ອ​ຂ້າພະເຈົ້າ​ກັບ​ຄືນ​ມາ​ທີ່​ເຢຣູຊາເລັມ ໃນ​ຂະນະ​ທີ່​ກຳລັງ​ອະທິຖານ​ຢູ່​ໃນ​ວິຫານ​ນັ້ນ, ຂ້າພະເຈົ້າ​ກໍ​ລືມຄີງ​ໄປ</verse>
				<verse number="18">ແລະ ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ໄວໆ! ຈົ່ງ​ຮີບ​ອອກ​ໄປ​ຈາກ​ເຢຣູຊາເລັມ​ດຽວ​ນີ້ ເພາະ​ຄົນ​ຢູ່​ທີ່​ນີ້​ຈະ​ບໍ່​ຍອມ​ຮັບ​ຄຳພະຍານ​ຂອງ​ເຈົ້າ​ທີ່​ກ່ຽວກັບ​ເຮົາ’.</verse>
				<verse number="19">“ຂ້າພະເຈົ້າ​ຕອບ​ວ່າ, ‘ອົງພຣະຜູ້ເປັນເຈົ້າ ຄົນ​ເຫລົ່ານີ້​ຮູ້​ດີ​ວ່າ​ຂ້ານ້ອຍ​ເຄີຍ​ໄປ​ທີ່​ທຳມະສາລາ​ຕ່າງໆ​ເພື່ອ​ຈັບກຸມ ແລະ ຂ້ຽນຕີ​ບັນດາ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ.</verse>
				<verse number="20">ແລະ ເມື່ອ​ເລືອດ​ຂອງ​ຊະເຕຟາໂນ​ຜູ້​ທີ່​ສະຫລະ​ຊີວິດ​ເພື່ອ​ຄວາມເຊື່ອ ​ຫລັ່ງ​ອອກ​ມາ ຂ້ານ້ອຍ​ກໍ​ຢືນ​ຢູ່​ທີ່​ນັ້ນ​ເຫັນດີ​ນຳ ແລະ ເຝົ້າ​ເຄື່ອງນຸ່ງ​ໃຫ້​ຄົນ​ທີ່​ຂ້າ​ຊະເຕຟາໂນ’.</verse>
				<verse number="21">“ແລ້ວ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ໄປ​ສາ ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ໄກ, ໄປ​ຫາ​ຄົນຕ່າງຊາດ’”.</verse>
				<verse number="22">ປະຊາຊົນ​ໄດ້​ຟັງ​ໂປໂລ​ກ່າວ​ມາ​ເຖິງ​ຕອນ​ນີ້ ກໍ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ, “ກຳຈັດ​ລາວ​ຈາກ​ແຜ່ນດິນ! ລາວ​ບໍ່​ສົມຄວນ​ມີຊີວິດ​ຢູ່!”</verse>
				<verse number="23">ຂະນະ​ທີ່​ພວກເຂົາ​ກຳລັງ​ຮ້ອງ​ສຽງ​ດັງ​ພ້ອມທັງ​ແກ້​ເສື້ອຄຸມ​ອອກ ແລະ ຊັດ​ຂີ້ຝຸ່ນ​ຂຶ້ນ​ໄປ​ໃນ​ອາກາດ,</verse>
				<verse number="24">ນາຍພັນ​ກໍ​ສັ່ງ​ໃຫ້​ນຳ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ​ທະຫານ, ລາວ​ສັ່ງ​ໃຫ້​ຂ້ຽນຕີ​ໂປໂລ ແລະ ສືບສວນ​ຫາ​ສາເຫດ​ທີ່​ເຮັດ​ໃຫ້​ປະຊາຊົນ​ຮ້ອງ​ສຽງ​ດັງ​ໃສ່​ໂປໂລ​ຢ່າງ​ນີ້.</verse>
				<verse number="25">ເມື່ອ​ພວກເຂົາ​ຈັບ​ໂປໂລ​ມັດ​ຄຶງ​ໄວ້​ເພື່ອ​ຈະ​ຂ້ຽນຕີ ໂປໂລ​ຈຶ່ງ​ເວົ້າ​ຕໍ່​ນາຍຮ້ອຍ​ທີ່​ຢືນ​ຢູ່​ໃນ​ທີ່​ນັ້ນ​ວ່າ, “ການ​ຂ້ຽນຕີ​ພົນລະເມືອງ​ໂຣມ​ທີ່​ຍັງ​ບໍ່​ທັນ​ໄດ້​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ແມ່ນ​ຖືກຕ້ອງ​ຕາມ​ກົດໝາຍ​ບໍ?”</verse>
				<verse number="26">ເມື່ອ​ນາຍຮ້ອຍ​ໄດ້​ຍິນ​ຢ່າງ​ນັ້ນ​ກໍ​ໄປ​ຫາ​ນາຍພັນ ແລະ ລາຍງານ. ນາຍຮ້ອຍ​ຖາມ​ວ່າ, “ທ່ານ​ຈະ​ເຮັດ​ແນວໃດ? ຊາຍ​ຜູ້​ນີ້​ເປັນ​ພົນລະເມືອງ​ໂຣມ”.</verse>
				<verse number="27">ນາຍພັນ​ຈຶ່ງ​ໄປ​ຫາ​ໂປໂລ ແລະ ຖາມ​ວ່າ, “ຈົ່ງ​ບອກ​ເຮົາ ເຈົ້າ​ເປັນ​ພົນລະເມືອງ​ໂຣມ​ບໍ?” ໂປໂລ​ຕອບ​ວ່າ, “ແມ່ນ​ແລ້ວ”.</verse>
				<verse number="28">ນາຍພັນ​ຈຶ່ງ​ເວົ້າ​ວ່າ, “ຂ້ອຍ​ຕ້ອງ​ໄດ້​ຈ່າຍ​ເງິນ​ຈຳນວນ​ຫລວງຫລາຍ​ເພື່ອ​ຈະ​ໄດ້​ສັນຊາດ​ໂຣມ”. ໂປໂລ​ຕອບ​ວ່າ, “ແຕ່​ຂ້ານ້ອຍ​ເປັນ​ຄົນ​ສັນຊາດ​ໂຣມ​ໂດຍ​ກຳເນີດ”.</verse>
				<verse number="29">ແລ້ວ​ບັນດາ​ຜູ້​ທີ່​ຈະ​ສືບສວນ​ໂປໂລ​ຈຶ່ງ​ຖອຍ​ອອກໄປ​ຈາກ​ເພິ່ນ​ທັນທີ, ສ່ວນ​ນາຍພັນ​ເອງ​ກໍ​ຕົກໃຈ​ຢ້ານ​ທີ່​ໄດ້​ສັ່ງ​ລ່າມ​ໂສ້​ໂປໂລ ເຊິ່ງ​ເປັນ​ພົນລະເມືອງ​ໂຣມ.</verse>
				<verse number="30">ນາຍພັນ​ຢາກ​ຮູ້​ຄັກແນ່​ວ່າ​ເປັນຫຍັງ​ໂປໂລ​ຈຶ່ງ​ຖືກ​ຊາວຢິວ​ກ່າວຫາ, ດັ່ງນັ້ນ ມື້​ຕໍ່ມາ​ເພິ່ນ​ຈຶ່ງ​ປ່ອຍ​ໂປໂລ ແລະ ສັ່ງ​ໃຫ້​ພວກຫົວໜ້າ​ປະໂລຫິດ​ກັບ​ສະມາຊິກ​ສະພາ​ແຊນເຮດຣິນ​ທັງໝົດ​ມາ​ປະຊຸມ​ກັນ. ຫລັງຈາກນັ້ນ ເພິ່ນ​ກໍ​ໄດ້​ນຳ​ໂປໂລ​ໄປ ແລະ ໃຫ້​ຢືນ​ຢູ່​ຕໍ່ໜ້າ​ພວກເຂົາ.</verse>
			</chapter>
			<chapter number="23">
				<verse number="1">ໂປໂລ​ຈ້ອງ​ເບິ່ງ​ໄປ​ທີ່​ສະມາຊິກ​ສະພາ​ແຊນເຮດຣິນ ແລະ ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ ເຮົາ​ໄດ້​ເຮັດ​ໜ້າທີ່​ຂອງ​ຕົນ​ຕໍ່​ພຣະເຈົ້າ​ດ້ວຍ​ຈິດສຳນຶກ​ທີ່​ດີ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້”.</verse>
				<verse number="2">ດ້ວຍເຫດນີ້​ມະຫາ​ປະໂລຫິດ​ອານາເນຍ​ຈຶ່ງ​ໄດ້​ສັ່ງ​ໃຫ້​ຄົນ​ທີ່​ຢືນ​ຢູ່​ໃກ້​ຕົບ​ປາກ​ໂປໂລ.</verse>
				<verse number="3">ແລ້ວ​ໂປໂລ​ຈຶ່ງ​ເວົ້າ​ກັບ​ເພິ່ນ​ວ່າ, “ພຣະເຈົ້າ​ຈະ​ຕົບ​ເຈົ້າ​ຜູ້​ເປັນ​ຝາ​ທີ່​ທາ​ດ້ວຍ​ປູນຂາວ! ເຈົ້າ​ນັ່ງ​ຢູ່​ທີ່​ນັ້ນ​ເພື່ອ​ຕັດສິນ​ເຮົາ​ຕາມ​ກົດບັນຍັດ ແຕ່​ເຈົ້າ​ຍັງ​ຝ່າຝືນ​ກົດບັນຍັດ​ໂດຍ​ສັ່ງ​ຄົນ​ໃຫ້​ຕົບ​ປາກ​ເຮົາ!”</verse>
				<verse number="4">ບັນດາ​ຄົນ​ທີ່​ຢືນ​ຢູ່​ໃກ້​ໂປໂລ​ຈຶ່ງ​ເວົ້າ​ວ່າ, “ເຈົ້າ​ບັງອາດ​ໝິ່ນປະໝາດ​ມະຫາ​ປະໂລຫິດ​ຂອງ​ພຣະເຈົ້າ!”</verse>
				<verse number="5">ໂປໂລ​ຈຶ່ງ​ຕອບ​ວ່າ, “ພີ່ນ້ອງ​ທັງຫລາຍ ຂ້າພະເຈົ້າ​ບໍ່ຮູ້​ວ່າ​ທ່ານ​ເປັນ​ມະຫາ​ປະໂລຫິດ ເພາະ​ມີ​ຄຳຂຽນ​ໄວ້​ວ່າ: ‘ຢ່າ​ເວົ້າ​ລ່ວງເກີນ​ຜູ້ມີອຳນາດ​ປົກຄອງ​ໃນ​ທ່າມກາງ​ພວກເຈົ້າ’ ”.</verse>
				<verse number="6">ເມື່ອ​ໂປໂລ​ຮູ້​ວ່າ​ບາງຄົນ​ໃນ​ພວກເຂົາ​ເປັນ​ພວກ​ຊາດູກາຍ ແລະ ບາງຄົນ​ກໍ​ເປັນ​ຟາຣີຊາຍ, ເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່ໜ້າ​ສະພາ​ແຊນເຮດຣິນ​ວ່າ, “ພີ່ນ້ອງ​ທັງຫລາຍ, ຂ້າພະເຈົ້າ​ເປັນ​ຄົນຟາຣີຊາຍ, ສືບເຊື້ອສາຍ​ມາ​ຈາກ​ຟາຣີຊາຍ. ຂ້າພະເຈົ້າ​ຖືກ​ພິຈາລະນາ​ຄະດີ​ກໍ​ເພາະ​ຂ້າພະເຈົ້າ​ມີ​ຄວາມຫວັງ​ໃນ​ການ​ເປັນຄືນມາຈາກຕາຍ”.</verse>
				<verse number="7">ເມື່ອ​ເພິ່ນ​ເວົ້າ​ຢ່າງ​ນັ້ນ​ແລ້ວ, ກໍ​ມີ​ການ​ໂຕ້ຖຽງກັນ​ລະຫວ່າງ ພວກ​ຟາຣີຊາຍ​ກັບ​ພວກ​ຊາດູກາຍ ແລະ ກອງປະຊຸມ​ກໍ​ໄດ້​ແບ່ງ​ອອກ​ເປັນ​ສອງ​ຝ່າຍ.</verse>
				<verse number="8">(ພວກ​ຊາດູກາຍ​ບອກ​ວ່າ​ບໍ່​ມີ​ການ​ເປັນຄືນມາຈາກຕາຍ, ບໍ່​ມີ​ເທວະດາ ແລະ ບໍ່​ມີ​ວິນຍານ, ແຕ່​ພວກ​ຟາຣີຊາຍ​ເຊື່ອ​ວ່າ​ມີ​ສິ່ງ​ເຫລົ່ານີ້​ທັງໝົດ.)</verse>
				<verse number="9">ແລ້ວ​ກໍ​ເກີດ​ຄວາມ​ວຸ້ນວາຍ​ຄັ້ງ​ໃຫຍ່ ແລະ ມີ​ພວກ​ຄູສອນກົດບັນຍັດ​ທີ່​ເປັນ​ຟາຣີຊາຍ​ບາງຄົນ​ໄດ້​ລຸກຂຶ້ນ ແລະ ຄັດຄ້ານ​ຢ່າງ​ດຸເດືອດ. ພວກເຂົາ​ເວົ້າ​ວ່າ, “ເຮົາ​ເຫັນ​ວ່າ​ຊາຍ​ຄົນ​ນີ້​ບໍ່​ໄດ້​ເຮັດ​ຫຍັງ​ຜິດ, ອາດ​ເປັນ​ວິນຍານ ຫລື ເທວະດາ​ເວົ້າ​ກັບ​ລາວ​ກໍ​ໄດ້?”</verse>
				<verse number="10">ການ​ໂຕ້ຖຽງ​ຮຸນແຮງ​ຂຶ້ນ​ຈົນ​ນາຍພັນ​ຢ້ານ​ວ່າ​ໂປໂລ​ຈະ​ຖືກ​ພວກເຂົາ​ຈີກ​ເປັນ​ຕ່ອນໆ. ເພິ່ນ​ຈຶ່ງ​ໄດ້​ສັ່ງ​ທະຫານ​ໃຫ້​ລົງ​ໄປ​ເອົາ​ໂປໂລ​ອອກມາ​ຈາກ​ຄົນ​ເຫລົ່ານັ້ນ ແລະ ນຳ​ເພິ່ນ​ເຂົ້າ​ໄປ​ທີ່​ຄ້າຍ​ທະຫານ.</verse>
				<verse number="11">ໃນ​ຄືນ​ຕໍ່ມາ ອົງພຣະຜູ້ເປັນເຈົ້າ​ຢືນ​ຢູ່​ໃກ້​ໂປໂລ ແລະ ກ່າວ​ວ່າ, “ຈົ່ງ​ກ້າຫານ! ດັ່ງ​ທີ່​ເຈົ້າ​ໄດ້​ເປັນພະຍານ​ໃຫ້​ເຮົາ​ໃນ​ເຢຣູຊາເລັມ​ຢ່າງ​ໃດ, ເຈົ້າ​ກໍ​ຈະ​ຕ້ອງ​ເປັນ​ພະຍານ​ໃນ​ໂຣມ​ຢ່າງ​ນັ້ນ”.</verse>
				<verse number="12">ເຊົ້າ​ວັນ​ຕໍ່ມາ​ພວກ​ຢິວ​ໄດ້​ເຕົ້າໂຮມກັນ​ວາງແຜນ ແລະ ຜູກມັດ​ກັນ​ດ້ວຍ​ຄຳສາບານ​ວ່າ​ຈະ​ບໍ່​ກິນ ຫລື ດື່ມ​ຈົນ​ກວ່າ​ຈະ​ໄດ້​ຂ້າ​ໂປໂລ.</verse>
				<verse number="13">ຄົນ​ທີ່​ຮ່ວມ​ໃນ​ແຜນການ​ນີ້​ມີ​ຊາຍ​ຫລາຍ​ກວ່າ​ສີ່ສິບ​ຄົນ.</verse>
				<verse number="14">ແລ້ວ​ພວກເຂົາ​ກໍ​ໄດ້​ໄປ​ພົບ​ພວກ​ຫົວໜ້າ​ປະໂລຫິດ ແລະ ພວກ​ຜູ້ອາວຸໂສ ແລ້ວ​ເວົ້າ​ວ່າ, “ຂ້າພະເຈົ້າ​ທັງຫລາຍ​ໄດ້​ສາບານ​ໄວ້​ຢ່າງ​ໜັກແໜ້ນ​ວ່າ​ຈະ​ບໍ່​ກິນ ຫລື ດື່ມ​ອັນໃດ​ຈົນ​ກວ່າ​ຈະ​ໄດ້​ຂ້າ​ໂປໂລ.</verse>
				<verse number="15">ດັ່ງນັ້ນ ບັດນີ້ ຂໍ​ໃຫ້​ພວກທ່ານ​ກັບ​ສະພາ​ແຊນເຮດຣິນ​ຍື່ນ​ຄຳຮ້ອງ​ຕໍ່​ນາຍພັນ​ໃຫ້​ນຳ​ເອົາ​ໂປໂລ​ມາ​ຕໍ່ໜ້າ​ພວກທ່ານ ໂດຍ​ອ້າງ​ເຫດຜົນ​ວ່າ​ຕ້ອງການ​ສືບສວນ​ຫາ​ຂໍ້ມູນ​ກ່ຽວກັບ​ຄະດີ​ຂອງ​ລາວ​ໃຫ້​ຊັດເຈນ​ຕື່ມ​ອີກ. ສ່ວນ​ພວກເຮົາ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຂ້າ​ລາວ​ກ່ອນ​ທີ່​ລາວ​ຈະ​ມາ​ເຖິງ​ທີ່​ນີ້”.</verse>
				<verse number="16">ແຕ່​ລູກຊາຍ​ຂອງ​ນ້ອງສາວ​ໂປໂລ​ຮູ້​ແຜນການ​ນີ້, ລາວ​ຈຶ່ງ​ເຂົ້າ​ໄປ​ໃນ​ຄ້າຍ​ທະຫານ ແລະ ບອກ​ໂປໂລ.</verse>
				<verse number="17">ແລ້ວ​ໂປໂລ​ກໍ​ເອີ້ນ​ນາຍຮ້ອຍ​ຄົນ​ໜຶ່ງ​ມາ ແລະ ບອກ​ວ່າ, “ຈົ່ງ​ພາ​ຊາຍໜຸ່ມ​ຜູ້​ນີ້​ໄປ​ພົບ​ນາຍພັນ; ລາວ​ມີ​ເລື່ອງ​ຈະ​ແຈ້ງ​ໃຫ້​ເພິ່ນ​ຮູ້”.</verse>
				<verse number="18">ດັ່ງນັ້ນ ນາຍຮ້ອຍ​ຜູ້​ນີ້​ຈຶ່ງ​ພາ​ລາວ​ໄປ​ພົບ​ນາຍພັນ. ນາຍຮ້ອຍ​ບອກ​ວ່າ, “ໂປໂລ​ຜູ້​ທີ່​ເປັນ​ນັກໂທດ​ໄດ້​ຂໍ​ຂ້ານ້ອຍ​ໃຫ້​ພາ​ຊາຍໜຸ່ມ​ຄົນ​ນີ້​ມາ​ພົບ​ທ່ານ ເພາະວ່າ​ລາວ​ມີ​ເລື່ອງ​ຈະ​ບອກ​ໃຫ້​ທ່ານ​ຮູ້”.</verse>
				<verse number="19">ນາຍພັນ​ຈຶ່ງ​ຈູງ​ມື​ຊາຍໜຸ່ມ​ຄົນ​ນັ້ນ​ອອກ​ມາ ແລະ ຖາມ​ວ່າ, “ເຈົ້າ​ຕ້ອງການ​ຈະ​ບອກ​ເລື່ອງ​ຫຍັງ​ແກ່​ເຮົາ?”</verse>
				<verse number="20">ລາວ​ຕອບ​ວ່າ: “ພວກ​ຢິວ​ຕົກລົງ​ກັນ​ຈະ​ຂໍ​ໃຫ້​ທ່ານ​ນຳ​ໂຕ​ໂປໂລ​ລົງ​ໄປ​ຕໍ່ໜ້າ​ສະພາ​ແຊນເຮດຣິນ​ໃນ​ມື້​ອື່ນ ໂດຍ​ອ້າງ​ເຫດຜົນ​ວ່າ​ກອງປະຊຸມ​ຕ້ອງການ​ຢາກ​ໄດ້​ຂໍ້ມູນ​ກ່ຽວກັບ​ລາວ​ໃຫ້​ຄັກແນ່​ຕື່ມ​ອີກ.</verse>
				<verse number="21">ຂໍ​ທ່ານ​ຢ່າ​ໄດ້​ອະນຸມັດ, ເພາະວ່າ​ພວກເຂົາ​ຫລາຍ​ກວ່າ​ສີ່ສິບ​ຄົນ​ທີ່​ກຳລັງ​ລໍຖ້າ​ປອງຮ້າຍ​ໂປໂລ. ພວກເຂົາ​ໄດ້​ສາບານ​ໄວ້​ວ່າ​ຈະ​ບໍ່​ກິນ ຫລື ດື່ມ​ອັນໃດ​ຈົນ​ກວ່າ​ຈະ​ໄດ້​ຂ້າ​ໂປໂລ. ບັດນີ້ ພວກເຂົາ​ພ້ອມ​ແລ້ວ, ລໍຖ້າ​ແຕ່​ທ່ານ​ອະນຸມັດ​ຕາມ​ຄຳຂໍ​ຂອງ​ພວກເຂົາ”.</verse>
				<verse number="22">ນາຍພັນ​ຈຶ່ງ​ໃຫ້​ຊາຍໜຸ່ມ​ນັ້ນ​ໄປ ແລະ ເຕືອນ​ລາວ​ວ່າ: “ຢ່າ​ບອກ​ຜູ້ໃດ​ວ່າ​ເຈົ້າ​ໄດ້​ມາ​ລາຍງານ​ເລື່ອງ​ນີ້​ສູ່​ຂ້ອຍ​ຟັງ”.</verse>
				<verse number="23">ຫລັງຈາກນັ້ນ ນາຍພັນ​ກໍ​ເອີ້ນ​ນາຍຮ້ອຍ​ສອງ​ຄົນ​ມາ ແລະ ສັ່ງ​ພວກເຂົາ​ວ່າ, “ຈົ່ງ​ຕຽມ​ກຳລັງ​ທະຫານ​ສອງຮ້ອຍ​ຄົນ, ທະຫານ​ມ້າ​ເຈັດສິບ​ຄົນ ແລະ ທະຫານຫອກ ​ສອງຮ້ອຍ​ຄົນ​ເພື່ອ​ໄປ​ທີ່​ເມືອງ​ກາຍຊາເຣຍ​ໃນເວລາ​ເກົ້າໂມງ​ຂອງ​ຄືນ​ນີ້,</verse>
				<verse number="24">ຈົ່ງ​ຈັດຫາ​ມ້າ​ໃຫ້​ໂປໂລ​ຂີ່​ເພື່ອ​ໂປໂລ​ຈະ​ໄປ​ເຖິງ​ຜູ້ປົກຄອງ​ເຟລິກ​ຢ່າງ​ປອດໄພ”.</verse>
				<verse number="25">ແລ້ວ​ນາຍພັນ​ກໍ​ຂຽນ​ຈົດໝາຍ​ສະບັບ​ໜຶ່ງ​ໂດຍ​ມີ​ໃຈຄວາມ​ດັ່ງນີ້:</verse>
				<verse number="26">ຂ້າພະເຈົ້າ ກລາວດີໂອລີເຊຍ, ຮຽນ​ພະນະ​ທ່ານ, ເຟລິກ​ຜູ້ປົກຄອງ: ຂໍ​ຄຳນັບ.</verse>
				<verse number="27">ພວກ​ຢິວ​ໄດ້​ຈັບ​ໂຕ​ຊາຍ​ຄົນ​ນີ້​ໄວ້ ແລະ ເກືອບ​ຈະ​ຂ້າ​ລາວ ແຕ່​ຂ້າພະເຈົ້າ​ໄດ້​ນຳ​ທະຫານ​ເຂົ້າ​ຊ່ວຍ​ລາວ​ໄວ້​ໄດ້ ເພາະ​ຂ້າພະເຈົ້າ​ຮູ້​ວ່າ​ລາວ​ເປັນ​ຄົນ​ສັນຊາດ​ໂຣມ.</verse>
				<verse number="28">ຂ້າພະເຈົ້າ​ຢາກ​ຮູ້​ວ່າ​ເປັນຫຍັງ​ພວກເຂົາ​ຈຶ່ງ​ກ່າວຫາ​ລາວ, ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ນຳ​ໂຕ​ລາວ​ໄປ​ທີ່​ສະພາ​ແຊນເຮດຣິນ​ຂອງ​ພວກເຂົາ,</verse>
				<verse number="29">ຂ້າພະເຈົ້າ​ພົບ​ວ່າ​ຄຳ​ກ່າວຫາ​ນັ້ນ​ແມ່ນ​ເລື່ອງ​ກົດບັນຍັດ​ຂອງ​ພວກເຂົາ​ເອງ, ແຕ່​ບໍ່​ມີ​ຂໍ້​ກ່າວຫາ​ອັນໃດ​ທີ່​ສົມຄວນ​ຈະ​ສັ່ງ​ປະຫານ​ຊີວິດ ຫລື ຂັງຄຸກ.</verse>
				<verse number="30">ເມື່ອ​ຂ້າພະເຈົ້າ​ໄດ້​ຮັບ​ແຈ້ງ​ວ່າ​ມີ​ແຜນການ​ກຳຈັດ​ຊາຍ​ຄົນ​ນີ້, ຂ້າພະເຈົ້າ​ຈຶ່ງ​ສົ່ງ​ລາວ​ມາ​ຫາ​ທ່ານ​ທັນທີ. ຂ້າພະເຈົ້າ​ຍັງ​ໄດ້​ສັ່ງ​ໃຫ້​ຜູ້​ກ່າວຫາ​ມາ​ວ່າ​ຄວາມ​ກັນ​ຕໍ່ໜ້າ​ທ່ານ.</verse>
				<verse number="31">ພວກທະຫານ​ຈຶ່ງ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ, ພວກເຂົາ​ໄດ້​ນຳ​ເອົາ​ໂປໂລ​ໄປ​ໃນ​ຄືນ​ນັ້ນ​ເອງ ແລະ ລາວ​ໄປ​ໄກ​ຈົນ​ເຖິງ​ເມືອງ​ອັນຕີປາຕີ.</verse>
				<verse number="32">ມື້​ຕໍ່ມາ ພວກເຂົາ​ກໍ​ໃຫ້​ພວກ​ທະຫານມ້າ​ນຳ​ເພິ່ນ​ເດີນທາງ​ຕໍ່ໄປ, ສ່ວນ​ພວກເຂົາ​ກັບ​ຄືນ​ມາ​ທີ່​ຄ້າຍ​ທະຫານ.</verse>
				<verse number="33">ເມື່ອ​ພວກ​ທະຫານມ້າ​ໄປ​ເຖິງ​ເມືອງ​ກາຍຊາເຣຍ, ພວກເຂົາ​ກໍ​ມອບ​ຈົດໝາຍ​ໃຫ້​ຜູ້ປົກຄອງ ແລະ ມອບ​ໂປໂລ​ໃຫ້​ແກ່​ເພິ່ນ​ດ້ວຍ.</verse>
				<verse number="34">ເມື່ອ​ຜູ້ປົກຄອງ​ອ່ານ​ຈົດໝາຍ​ແລ້ວ​ຈຶ່ງ​ຖາມ​ວ່າ​ໂປໂລ​ມາ​ຈາກ​ແຂວງ​ໃດ, ເມື່ອ​ຮູ້​ວ່າ​ມາຈາກ​ກີລີເກຍ,</verse>
				<verse number="35">ເພິ່ນ​ຈຶ່ງ​ເວົ້າວ່າ, “ເຮົາ​ຈະ​ຟັງ​ກໍລະນີ​ຂອງ​ເຈົ້າ​ເມື່ອ​ຜູ້ກ່າວຫາ​ມາ​ຊ້ອງໜ້າ​ກັນ​ທີ່​ນີ້”. ຈາກນັ້ນ​ເພິ່ນ​ກໍ​ສັ່ງ​ໃຫ້​ຄຸມໂຕ​ໂປໂລ​ໄວ້​ທີ່​ວັງ​ຂອງ​ເຮໂຣດ.</verse>
			</chapter>
			<chapter number="24">
				<verse number="1">ຫ້າ​ວັນ​ຕໍ່ມາ ມະຫາ​ປະໂລຫິດ​ອານາເນຍ​ກໍ​ໄດ້​ເດີນທາງ​ລົງ​ໄປ​ກາຍຊາເຣຍ​ພ້ອມ​ກັບ​ພວກ​ຜູ້ອາວຸໂສ​ບາງຄົນ ແລະ ທະນາຍຄວາມ​ຊື່​ວ່າ​ເຕຕູໂລ ແລະ ພວກເຂົາ​ນຳ​ເອົາ​ຂໍ້​ກ່າວຫາ​ໄປ​ຟ້ອງ​ໂປໂລ​ຢູ່​ຕໍ່ໜ້າ​ຜູ້ປົກຄອງ.</verse>
				<verse number="2">ເມື່ອ​ໂປໂລ​ຖືກ​ເອີ້ນ​ຕົວ​ເຂົ້າ​ມາ​ແລ້ວ, ເຕຕູໂລ​ກໍ​ສະເໜີ​ຄະດີ​ຂອງ​ເພິ່ນ​ຕໍ່ໜ້າ​ຜູ້ປົກຄອງ​ເຟລິກ​ວ່າ: “ຮຽນ​ພະນະທ່ານ​ເຟລິກ​ທີ່​ນັບຖື ພວກຂ້າພະເຈົ້າ​ທັງຫລາຍ​ມີ​ຄວາມ​ສະຫງົບສຸກ​ມາ​ເປັນ​ເວລາ​ດົນນານ​ພາຍໃຕ້​ການ​ປົກຄອງ​ຂອງ​ທ່ານ ແລະ ການ​ທີ່​ທ່ານ​ເຫັນ​ເຫດການ​ລ່ວງໜ້າ​ໄດ້​ນັ້ນ ເຮັດ​ໃຫ້​ມີ​ການ​ປະຕິຮູບ​ຕ່າງໆ​ເກີດ​ຂຶ້ນ​ໃນ​ປະເທດ​ນີ້.</verse>
				<verse number="3">ທ່ານ​ເຟລິກ​ທີ່​ນັບຖື, ພວກ​ຂ້າພະເຈົ້າ​ນ້ອມຮັບ​ສິ່ງ​ນີ້​ດ້ວຍ​ຄວາມສຳນຶກ​ໃນ​ບຸນຄຸນ​ຢ່າງ​ຍິ່ງ​ໃນ​ທຸກຫົນທຸກແຫ່ງ ແລະ ໃນ​ທຸກໆ​ດ້ານ.</verse>
				<verse number="4">ແຕ່​ເພື່ອ​ບໍ່​ໃຫ້​ເປັນ​ການ​ລົບກວນ​ທ່ານ​ຫລາຍ​ເກີນ​ໄປ, ຂ້າພະເຈົ້າ​ຂໍ​ຄວາມກະລຸນາ​ຈາກ​ທ່ານ​ໃຫ້​ຮັບ​ຟັງ​ພວກຂ້າພະເຈົ້າ​ໂດຍ​ສະຫລຸບ​ສັ້ນ​ໆ.</verse>
				<verse number="5">“ພວກຂ້າພະເຈົ້າ​ພົບ​ວ່າ​ຊາຍ​ຜູ້ນີ້​ເປັນ​ຄົນ​ສ້າງ​ບັນຫາ, ປຸກລະດົມ​ການ​ຈາລາຈົນ​ໃນ​ທ່າມກາງ​ຊາວຢິວ​ທັງໝົດ​ທົ່ວ​ໂລກ. ລາວ​ເປັນ​ແກນນຳ​ຄົນ​ໜຶ່ງ​ຂອງ​ລັດທິ​ນາຊາເຣັດ</verse>
				<verse number="6">ແລະ ຍັງ​ພະຍາຍາມ​ຈະ​ເຮັດ​ໃຫ້​ວິຫານ​ເສື່ອມເສຍ​ຄວາມ​ສັກສິດ; ດັ່ງນັ້ນ ພວກຂ້າພະເຈົ້າ​ຈຶ່ງ​ຈັບກຸມ​ລາວ​ໄວ້.</verse>
				<verse number="7">ແຕ່​ນາຍພັນ​ລີເຊຍ​ມາ ແລະ ໃຊ້​ກຳລັງ​ເອົາ​ໂຕ​ລາວ​ໄປ​ຈາກ​ມື​ຂອງ​ພວກເຮົາ ແລະ ສັ່ງ​ຄົນ​ທີ່​ກ່າວຫາ​ນັ້ນ​ໃຫ້​ມາ​ຟ້ອງ​ຕໍ່ໜ້າ​ທ່ານ</verse>
				<verse number="8">ຂໍ​ໃຫ້​ທ່ານ​ສືບສວນ​ລາວ​ເອງ ແລ້ວ​ທ່ານ​ຈະ​ຮູ້​ຄວາມຈິງ​ກ່ຽວກັບ​ຂໍ້​ກ່າວຫາ​ທັງໝົດ​ທີ່​ພວກຂ້າພະເຈົ້າ​ກຳລັງ​ນຳ​ມາ​ກ່າວຫາ​ລາວ”.</verse>
				<verse number="9">ພວກ​ຢິວ​ຄົນ​ອື່ນ ກໍ​ໄດ້​ເຂົ້າ​ຮ່ວມ​ກ່າວຫາ​ນຳ, ໄດ້​ຢືນຢັນ​ວ່າ​ສິ່ງ​ເຫລົ່ານີ້​ເປັນ​ຄວາມ​ຈິງ.</verse>
				<verse number="10">ເມື່ອ​ຜູ້ປົກຄອງ​ສັນຍານ​ໃຫ້​ໂປໂລ​ເວົ້າ, ເພິ່ນ​ຈຶ່ງ​ຕອບ​ວ່າ: “ຂ້າພະເຈົ້າ​ຮູ້​ວ່າ​ທ່ານ​ເປັນ​ຜູ້ພິພາກສາ​ໃຫ້​ຊົນຊາດ​ນີ້​ມາ​ຕະຫລອດ​ຫລາຍ​ປີ; ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຍິນດີ​ທີ່​ຈະ​ຂໍ​ແກ້​ຂໍ້​ກ່າວຫາ​ຂອງ​ຕົນ​ເອງ.</verse>
				<verse number="11">ທ່ານ​ສາມາດ​ກວດສອບ​ໄດ້​ຢ່າງ​ງ່າຍ​ວ່າ​ຂ້າພະເຈົ້າ​ໄດ້​ຂຶ້ນ​ໄປ​ນະມັດສະການ​ທີ່​ເຢຣູຊາເລັມ​ນັ້ນ​ຍັງ​ບໍ່​ເກີນ​ສິບສອງ​ວັນ.</verse>
				<verse number="12">ຜູ້​ທີ່​ກ່າວຫາ​ຂ້າພະເຈົ້າ​ບໍ່​ໄດ້​ເຫັນ​ວ່າ​ຂ້າພະເຈົ້າ​ໂຕ້ຖຽງ​ກັບ​ຜູ້ໃດ​ທີ່​ວິຫານ, ຫລື ປຸກລະດົມ​ຄົນ​ໃນ​ທຳມະສາລາ​ຕ່າງໆ ຫລື ບ່ອນອື່ນ​ໃນ​ເມືອງ.</verse>
				<verse number="13">ແລະ ພວກເຂົາ​ກໍ​ພິສູດ​ສິ່ງ​ທີ່​ພວກເຂົາ​ກ່າວຫາ​ຂ້າພະເຈົ້າ​ໃຫ້​ທ່ານ​ບໍ່​ໄດ້.</verse>
				<verse number="14">ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າພະເຈົ້າ​ກໍ​ຍອມຮັບ​ວ່າ​ຂ້າພະເຈົ້າ​ນະມັດສະການ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ໃນ​ຖານະ​ຜູ້​ຕິດຕາມ ‘ທາງນັ້ນ’, ເຊິ່ງ​ພວກເຂົາ​ເອີ້ນ​ວ່າ​ນິກາຍ​ໜຶ່ງ. ຂ້າພະເຈົ້າ​ເຊື່ອ​ທຸກສິ່ງ​ທີ່​ສອດຄ່ອງ​ກັບ​ກົດບັນຍັດ ແລະ ທຸກສິ່ງ​ທີ່​ໄດ້​ຂຽນ​ໄວ້​ໃນ​ໜັງສື​ຜູ້ທຳນວາຍ,</verse>
				<verse number="15">ແລະ ຂ້າພະເຈົ້າ​ມີ​ຄວາມຫວັງ​ໃນ​ພຣະເຈົ້າ​ເໝືອນ​ກັບ​ຄົນ​ເຫລົ່ານີ້​ວ່າ ຈະ​ມີ​ການ​ເປັນຄືນມາຈາກຕາຍ​ທັງ​ຂອງ​ຄົນຊອບທຳ ແລະ ຄົນຊົ່ວ.</verse>
				<verse number="16">ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ພະຍາຍາມ​ຮັກສາ​ຈິດສຳນຶກ​ອັນ​ດີງາມ​ຕໍ່ໜ້າ​ພຣະເຈົ້າ ແລະ ຕໍ່ໜ້າ​ມະນຸດ.</verse>
				<verse number="17">“ຫລັງ​ຈາກ​ຫາຍ​ໄປ​ຫລາຍ​ປີ, ຂ້າພະເຈົ້າ​ໄດ້​ມາ​ທີ່​ເຢຣູຊາເລັມ​ເພື່ອ​ນຳ​ເງິນ​ມາ​ໃຫ້​ພີ່ນ້ອງ​ທີ່​ທຸກຍາກ ແລະ ຖວາຍ​ເຄື່ອງບູຊາ.</verse>
				<verse number="18">ເວລາ​ທີ່​ພວກເຂົາ​ພົບ​ຂ້າພະເຈົ້າ​ເຮັດ​ສິ່ງ​ນີ້​ຢູ່​ທີ່​ເດີ່ນ​ວິຫານ ຂ້າພະເຈົ້າ​ໄດ້​ຊຳລະ​ຕົວ​ໃຫ້​ສະອາດ​ຕາມ​ພິທີ​ແລ້ວ. ບໍ່​ມີ​ປະຊາຊົນ​ຢູ່​ກັບ​ຂ້າພະເຈົ້າ​ເລີຍ, ອີກ​ທັງ​ຂ້າພະເຈົ້າ​ບໍ່​ໄດ້​ກ່ຽວຂ້ອງ​ກັບ​ການ​ວຸ້ນວາຍ​ໃດ​ເລີຍ.</verse>
				<verse number="19">ແຕ່​ມີ​ຊາວຢິວ​ບາງຄົນ​ຈາກ​ແຂວງ​ເອເຊຍ, ເຊິ່ງ​ຄວນ​ຈະ​ຢູ່​ຕໍ່ໜ້າ​ທ່ານ​ທີ່​ນີ້ ແລະ ນຳ​ເອົາ​ຂໍ້​ກ່າວຫາ​ມາ​ຖ້າ​ພວກເຂົາ​ມີ​ຫຍັງ​ຈະ​ຟ້ອງ​ຂ້າພະເຈົ້າ.</verse>
				<verse number="20">ຫລື ໃຫ້​ຄົນ​ເຫລົ່ານີ້​ທີ່​ຢູ່​ບ່ອນນີ້​ລະບຸ​ຄວາມ​ຜິດ​ທີ່​ພວກເຂົາ​ເຫັນ​ໃນ​ຂ້າພະເຈົ້າ​ເມື່ອ​ເວລາ​ທີ່​ຂ້າພະເຈົ້າ​ຢືນ​ຢູ່​ຕໍ່ໜ້າ​ສະພາ​ແຊນເຮດຣິນ.</verse>
				<verse number="21">ນອກຈາກ​ເລື່ອງ​ນີ້​ເລື່ອງ​ດຽວ​ທີ່​ຂ້າພະເຈົ້າ​ໄດ້​ຮ້ອງ​ຂຶ້ນ​ຂະນະ​ຢືນ​ຢູ່​ຕໍ່ໜ້າ​ພວກເຂົາ​ວ່າ: ‘ທີ່​ຂ້າພະເຈົ້າ​ຕ້ອງ​ຖືກ​ດຳເນີນ​ຄະດີ​ຕໍ່ໜ້າ​ທ່ານ​ໃນ​ວັນ​ນີ້ ກໍ​ເພາະ​ຂ້າພະເຈົ້າ​ເຊື່ອ​ໃນ​ການ​ເປັນຄືນມາຈາກຕາຍ’”.</verse>
				<verse number="22">ຫລັງຈາກ​ນັ້ນ ເຟລິກ ຜູ້​ທີ່​ຄຸ້ນເຄີຍ​ດີ​ກັບ​ເລື່ອງ “ທາງນັ້ນ”, ຈຶ່ງ​ສັ່ງ​ເລື່ອນ​ການ​ພິຈາລະນາ​ຄະດີ. ເພິ່ນ​ກ່າວ​ວ່າ, “ເຮົາ​ຈະ​ຕັດສິນ​ຄະດີ​ຂອງ​ເຈົ້າ​ເມື່ອ​ນາຍພັນ​ລີເຊຍ​ມາ​ເຖິງ”.</verse>
				<verse number="23">ເຟລິກ​ໄດ້​ສັ່ງ​ນາຍຮ້ອຍ​ໃຫ້​ເຝົ້າ​ໂປໂລ ແຕ່​ຜ່ອນຜັນ​ໃຫ້​ມີ​ອິດສະຫລະ ແລະ ອະນຸຍາດ​ໃຫ້​ເພື່ອນ​ຂອງ​ໂປໂລ​ເບິ່ງແຍງ​ຊ່ວຍເຫລືອ​ເພິ່ນ​ໃນ​ສິ່ງ​ທີ່​ຈຳເປັນ.</verse>
				<verse number="24">ຫລາຍ​ວັນ​ຕໍ່ມາ ເຟລິກ​ມາ​ພ້ອມ​ກັບ​ດູຊີນລາ​ເມຍ​ຂອງ​ເພິ່ນ ເຊິ່ງ​ເປັນ​ຊາວຢິວ. ເພິ່ນ​ໄດ້​ເອີ້ນ​ໂປໂລ​ມາ​ພົບ ແລະ ຟັງ​ໂປໂລ​ເວົ້າ​ເຖິງ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າເຢຊູ.</verse>
				<verse number="25">ຂະນະ​ທີ່​ໂປໂລ​ເວົ້າ​ເຖິງ​ຄວາມຊອບທຳ, ການ​ຄວບຄຸມ​ຕົນເອງ ແລະ ການ​ພິພາກສາ​ທີ່​ຈະ​ມາ​ເຖິງ, ເຟລິກ​ກໍ​ຢ້ານ ແລະ ບອກ​ວ່າ, “ພໍ​ເທົ່າ​ນີ້​ກ່ອນ​ສຳລັບ​ວັນ​ນີ້! ເຈົ້າ​ໄປ​ໄດ້. ເອົາ​ໄວ້​ມີ​ໂອກາດ​ແລ້ວ​ຂ້ອຍ​ຈະ​ເອີ້ນ​ເຈົ້າ​ມາ​ອີກ”.</verse>
				<verse number="26">ຂະນະ​ດຽວ​ກັນ​ນັ້ນ ເຟລິກ​ກໍ​ມີ​ຄວາມຫວັງ​ວ່າ​ໂປໂລ​ຈະ​ໃຫ້​ສິນບົນ​ແກ່​ຕົນ​ຈຶ່ງ​ເອີ້ນ​ໃຫ້​ມາ​ສົນທະນາ​ເລື້ອຍໆ.</verse>
				<verse number="27">ເມື່ອ​ສອງ​ປີ​ຜ່ານ​ໄປ, ໂປກີໂອເຟຊະໂຕ​ມາ​ຮັບ​ຕຳແໜ່ງ​ແທນ​ເຟລິກ, ແຕ່​ເຟລິກ​ຢາກ​ເອົາ​ໃຈ​ພວກ​ຢິວ​ຈຶ່ງ​ປະ​ໂປໂລ​ໄວ້​ໃນ​ຄຸກ.</verse>
			</chapter>
			<chapter number="25">
				<verse number="1">ເມື່ອ​ເຟຊະໂຕ​ມາ​ຮອດ​ແຂວງ​ນັ້ນ​ໄດ້​ສາມ​ວັນ​ແລ້ວ, ເພິ່ນ​ກໍ​ອອກ​ຈາກ​ເມືອງ​ກາຍຊາເຣຍ​ຂຶ້ນ​ໄປ​ທີ່​ເຢຣູຊາເລັມ,</verse>
				<verse number="2">ບ່ອນ​ທີ່​ບັນດາ​ຫົວໜ້າ​ປະໂລຫິດ ແລະ ບັນດາ​ຜູ້ນຳ​ຊາວຢິວ​ມາ​ປາກົດ​ຕໍ່ໜ້າ​ເພິ່ນ ແລະ ພວກເຂົາ​ຍື່ນ​ຟ້ອງ​ໂປໂລ.</verse>
				<verse number="3">ພວກເຂົາ​ຂໍຮ້ອງ​ເຟຊະໂຕ​ໃຫ້​ເຫັນ​ແກ່​ພວກເຂົາ, ໂດຍ​ໃຫ້​ຍ້າຍ​ໂປໂລ​ມາ​ທີ່​ເຢຣູຊາເລັມ, ເພາະວ່າ​ພວກເຂົາ​ຕຽມ​ແຜນການ​ຈະ​ລັດ​ຂ້າ​ໂປໂລ​ກາງທາງ.</verse>
				<verse number="4">ເຟຊະໂຕ​ຕອບ​ວ່າ, “ໂປໂລ​ຖືກ​ຄຸມ​ໂຕ​ຢູ່​ທີ່​ເມືອງ​ກາຍຊາເຣຍ ແລະ ເຮົາ​ເອງ​ກໍ​ກຳລັງ​ຈະ​ໄປ​ທີ່​ນັ້ນ​ໃນ​ໄວໆ​ນີ້</verse>
				<verse number="5">ຈົ່ງ​ໃຫ້​ຜູ້ນຳ​ບາງຄົນ​ໄປ​ກັບ​ເຮົາ ແລະ ຖ້າ​ລາວ​ໄດ້​ເຮັດ​ຜິດ​ປະການ​ໃດ, ພວກເຂົາ​ສາມາດ​ຍື່ນ​ຟ້ອງ​ລາວ​ຢູ່​ທີ່​ນັ້ນ”.</verse>
				<verse number="6">ຫລັງຈາກ​ພັກ​ຢູ່​ກັບ​ພວກເຂົາ​ໄດ້​ແປດ​ຫາ​ສິບ​ວັນ​ແລ້ວ, ເຟຊະໂຕ​ກໍ​ລົງ​ໄປ​ທີ່​ເມືອງ​ກາຍຊາເຣຍ. ໃນ​ວັນ​ຕໍ່ມາ ເຟຊະໂຕ​ນັ່ງ​ໃນ​ສານ​ພິຈາລະນາ​ຄະດີ ແລະ ສັ່ງ​ໃຫ້​ນຳ​ເອົາ​ໂປໂລ​ເຂົ້າ​ມາ​ຊ້ອງໜ້າ​ເພິ່ນ.</verse>
				<verse number="7">ເມື່ອ​ໂປໂລ​ເຂົ້າ​ມາ​ແລ້ວ, ພວກ​ຢິວ​ທີ່​ລົງ​ມາ​ຈາກ​ເຢຣູຊາເລັມ​ກໍ​ເຂົ້າ​ໄປ​ຢືນ​ອ້ອມ​ໂປໂລ​ໄວ້. ພວກເຂົາ​ນຳ​ເອົາ​ຂໍ້​ກ່າວຫາ​ທີ່​ຮ້າຍແຮງ​ຫລາຍ​ປະການ​ຕໍ່ສູ້​ໂປໂລ, ແຕ່​ພວກເຂົາ​ບໍ່​ສາມາດ​ພິສູດ​ໄດ້.</verse>
				<verse number="8">ແລ້ວ​ໂປໂລ​ຈຶ່ງ​ແກ້​ຂໍ້​ກ່າວຫາ​ວ່າ: “ຂ້າພະເຈົ້າ​ບໍ່​ໄດ້​ເຮັດ​ສິ່ງໃດ​ຜິດ​ຕໍ່​ກົດບັນຍັດ​ຂອງ​ຢິວ ຫລື ຕໍ່​ວິຫານ ຫລື ຕໍ່​ກາຍຊາ”.</verse>
				<verse number="9">ເຟຊະໂຕ​ຢາກ​ເອົາ​ໃຈ​ພວກ​ຢິວ​ຈຶ່ງ​ກ່າວ​ກັບ​ໂປໂລ​ວ່າ, “ເຈົ້າ​ເຕັມໃຈ​ຈະ​ຂຶ້ນ​ໄປ​ເຢຣູຊາເລັມ​ເພື່ອ​ສູ້​ຄະດີ​ຕາມ​ຂໍ້​ກ່າວຫາ​ເຫລົ່ານີ້​ຕໍ່ໜ້າ​ເຮົາ​ຢູ່​ທີ່​ນັ້ນ​ບໍ?”</verse>
				<verse number="10">ໂປໂລ​ຕອບ​ວ່າ: “ຂະນະ​ນີ້​ຂ້າພະເຈົ້າ​ກໍ​ກຳລັງ​ຢືນ​ຢູ່​ຕໍ່ໜ້າ​ສານ​ຂອງ​ກາຍຊາ ເຊິ່ງ​ເປັນ​ບ່ອນ​ທີ່​ຂ້າພະເຈົ້າ​ສົມຄວນ​ຈະ​ຖືກ​ສືບສວນ​ຢູ່​ແລ້ວ. ຂ້າພະເຈົ້າ​ບໍ່​ໄດ້​ເຮັດ​ສິ່ງໃດ​ຜິດ​ຕໍ່​ພວກ​ຢິວ​ຕາມ​ທີ່​ທ່ານ​ເອງ​ກໍ​ຮູ້​ດີ,</verse>
				<verse number="11">ເຖິງ​ຢ່າງ​ໃດ​ກໍ​ຕາມ ຖ້າ​ຂ້າພະເຈົ້າ​ໄດ້​ເຮັດ​ຜິດ​ອັນໃດ​ທີ່​ສົມຄວນ​ຈະ​ມີ​ໂທດ​ເຖິງ​ຕາຍ, ຂ້າພະເຈົ້າ​ກໍ​ຍອມຕາຍ​ໂດຍ​ບໍ່​ຂັດຂືນ​ເລີຍ. ແຕ່​ຖ້າ​ຂໍ້​ກ່າວຫາ​ຂອງ​ຊາວຢິວ​ເຫລົ່ານີ້​ບໍ່​ເປັນ​ຄວາມ​ຈິງ​ແລ້ວ, ກໍ​ບໍ່​ມີ​ຜູ້ໃດ​ມີ​ສິດ​ມອບ​ຂ້າພະເຈົ້າ​ໃຫ້​ພວກເຂົາ. ຂ້າພະເຈົ້າ​ຂໍ​ອຸທອນ​ໄປ​ເຖິງ​ກາຍຊາ!”</verse>
				<verse number="12">ຫລັງຈາກ​ເຟຊະໂຕ​ຫາລື​ກັບ​ຄະນະ​ທີ່ປຶກສາ​ແລ້ວ, ເພິ່ນ​ກໍ​ປະກາດ​ວ່າ: “ເຈົ້າ​ໄດ້​ອຸທອນ​ໄປ​ເຖິງ​ກາຍຊາ, ເຈົ້າ​ກໍ​ຕ້ອງ​ໄປ​ຫາ​ກາຍຊາ!”</verse>
				<verse number="13">ສອງ​ສາມ​ວັນ​ຕໍ່ມາ ກະສັດ​ອັກຄຣີປາ​ກັບ​ນາງ​ເບນີເກ​ກໍ​ມາ​ຢ້ຽມ​ຄຳນັບ​ເຟຊະໂຕ​ທີ່​ເມືອງ​ກາຍຊາເຣຍ.</verse>
				<verse number="14">ເນື່ອງຈາກ​ພວກເພິ່ນ​ຢູ່​ທີ່​ນັ້ນ​ຫລາຍ​ວັນ, ເຟຊະໂຕ​ຈຶ່ງ​ປຶກສາ​ເລື່ອງ​ຂອງ​ໂປໂລ​ກັບ​ກະສັດ. ເພິ່ນ​ກ່າວ​ວ່າ: “ຢູ່​ທີ່​ນີ້​ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ນັກໂທດ​ທີ່​ເຟລິກ​ໄດ້​ປະ​ໄວ້,</verse>
				<verse number="15">ເມື່ອ​ຂ້າພະເຈົ້າ​ໄປ​ທີ່​ນະຄອນ​ເຢຣູຊາເລັມ, ບັນດາ​ຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ຂອງ​ພວກ​ຢິວ​ໄດ້​ນຳ​ເອົາ​ຂໍ້ກ່າວຫາ​ຕໍ່ຕ້ານ​ລາວ ແລະ ຂໍ​ໃຫ້​ຂ້າພະເຈົ້າ​ຕັດສິນ​ລົງໂທດ​ລາວ.</verse>
				<verse number="16">“ຂ້າພະເຈົ້າ​ບອກ​ພວກເຂົາ​ວ່າ​ບໍ່​ແມ່ນ​ທຳນຽມ​ຂອງ​ໂຣມ​ທີ່​ຈະ​ມອບ​ໃຜກໍຕາມ​ກ່ອນ​ທີ່​ພວກເຂົາ​ໄດ້​ມາ​ຊ້ອງໜ້າ​ກັບ​ຜູ້ກ່າວຫາ​ຂອງ​ພວກເຂົາ ແລະ ມີ​ໂອກາດ​ທີ່​ຈະ​ປ້ອງກັນ​ຕົນເອງ​ຕໍ່​ຂໍ້ກ່າວຫາ​ນັ້ນ.</verse>
				<verse number="17">ເມື່ອ​ພວກເຂົາ​ມາ​ບ່ອນນີ້​ກັບ​ຂ້າພະເຈົ້າ, ຂ້າພະເຈົ້າ​ກໍ​ບໍ່​ລໍຊ້າ​ຕໍ່​ກໍລະນີ, ແຕ່​ນັ່ງ​ໃນ​ສານ​ພິຈາລະນາ​ຄະດີ​ໃນ​ວັນ​ຕໍ່ມາ ແລະ ໄດ້​ສັ່ງ​ໃຫ້​ນຳເອົາ​ຊາຍ​ຜູ້​ນີ້​ເຂົ້າ​ມາ.</verse>
				<verse number="18">ພໍ​ໂຈດ​ລຸກຂຶ້ນ​ເວົ້າ​ກໍ​ບໍ່ໄດ້​ຟ້ອງຮ້ອງ​ເລື່ອງ​ຄວາມຜິດ​ທາງອາຍາ​ໃດ​ຕາມ​ທີ່​ຂ້າພະເຈົ້າ​ຄາດໝາຍ​ໄວ້</verse>
				<verse number="19">ແຕ່​ພວກເຂົາ​ກັບ​ໂຕ້ແຍ້ງກັນ​ໃນ​ປະເດັນ​ຕ່າງໆ ກ່ຽວກັບ​ສາສະໜາ​ຂອງ​ພວກເຂົາ​ເອງ ແລະ ກ່ຽວກັບ​ຊາຍ​ຄົນ​ໜຶ່ງ​ທີ່​ຕາຍ​ໄປ​ແລ້ວ​ຊື່ ເຢຊູ ຜູ້​ທີ່​ໂປໂລ​ອ້າງ​ວ່າ​ເພິ່ນ​ຍັງ​ມີຊີວິດ​ຢູ່.</verse>
				<verse number="20">ຂ້າພະເຈົ້າ​ບໍ່ຮູ້​ວ່າ​ຈະ​ສືບສວນ​ເລື່ອງ​ນີ້​ຢ່າງໃດ​ດີ, ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຖາມ​ຈຳເລີຍ​ວ່າ​ຖ້າ​ລາວ​ເຕັມໃຈ​ຈະ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ​ເພື່ອ​ສູ້​ຄະດີ​ຢູ່​ທີ່​ນັ້ນ​ຕາມ​ຂໍ້ກ່າວຫາ​ເຫລົ່ານີ້​ບໍ.</verse>
				<verse number="21">ແຕ່​ເມື່ອ​ໂປໂລ​ໄດ້​ອຸທອນ​ຂໍ​ຢູ່​ລໍຖ້າ​ການຕັດສິນ​ຂອງ​ຈັກກະພັດ, ຂ້າພະເຈົ້າ​ຈຶ່ງ​ສັ່ງ​ໃຫ້​ຄຸມ​ລາວ​ໄວ້​ຈົນ​ກວ່າ​ຈະ​ໄດ້​ສົ່ງ​ລາວ​ໄປ​ໃຫ້​ກາຍຊາ”.</verse>
				<verse number="22">ແລ້ວ​ອັກຄຣີປາ​ຈຶ່ງ​ເວົ້າ​ກັບ​ເຟຊະໂຕ​ວ່າ, “ຂ້າພະເຈົ້າ​ກໍ​ຢາກ​ຟັງ​ຊາຍ​ຜູ້​ນີ້​ເວົ້າ​ດ້ວຍ​ຕົນເອງ​ເໝືອນກັນ”. ເຟຊະໂຕ​ຕອບ​ວ່າ, “ມື້​ອື່ນ​ທ່ານ​ຈະ​ໄດ້​ຟັງ​ລາວ​ເວົ້າ”.</verse>
				<verse number="23">ໃນ​ວັນຕໍ່ມາ ອັກຄຣີປາ​ກັບ​ນາງ​ເບນີເກ​ໄດ້​ມາເຖິງ​ຢ່າງ​ສະຫງ່າຜ່າເຜີຍ ແລະ ເຂົ້າ​ໄປ​ໃນ​ຫ້ອງພິຈາລະນາຄະດີ​ກັບ​ບັນດາ​ທະຫານ​ທີ່​ມີ​ຍົດສູງ ແລະ ບຸກຄົນ​ສຳຄັນ​ຂອງ​ເມືອງ​ນັ້ນ. ເຟຊະໂຕ​ສັ່ງ​ໃຫ້​ນຳເອົາ​ໂປໂລ​ເຂົ້າມາ.</verse>
				<verse number="24">ເຟຊະໂຕ​ກ່າວ​ວ່າ: “ຮຽນ​ກະສັດ​ອັກຄຣີປາ​ທີ່​ນັບຖື ແລະ ທ່ານ​ທັງຫລາຍ​ທີ່​ມີ​ໜ້າ​ກັບ​ພວກຂ້າພະເຈົ້າ​ໃນ​ທີ່​ນີ້, ພວກທ່ານ​ກໍ​ໄດ້​ເຫັນ​ຊາຍ​ຜູ້​ນີ້​ແລ້ວ! ຄື​ຜູ້​ທີ່​ຊາວຢິວ​ທັງຫລາຍ​ໄດ້​ຮ້ອງຂໍ​ຕໍ່​ຂ້າພະເຈົ້າ​ກ່ຽວກັບ​ລາວ​ທັງ​ໃນ​ນະຄອນ​ເຢຣູຊາເລັມ ແລະ ໃນ​ເມືອງ​ກາຍຊາເຣຍ​ແຫ່ງ​ນີ້, ພວກເຂົາ​ຮ້ອງຂຶ້ນ​ວ່າ​ຊາຍ​ຜູ້​ນີ້​ບໍ່​ສົມຄວນ​ມີຊີວິດ​ຢູ່​ຕໍ່ໄປ.</verse>
				<verse number="25">ຂ້າພະເຈົ້າ​ພົບ​ວ່າ​ລາວ​ບໍ່ໄດ້​ເຮັດ​ສິ່ງໃດ​ທີ່​ສົມຄວນ​ຈະ​ຕ້ອງ​ຕາຍ, ແຕ່​ເພາະ​ລາວ​ໄດ້​ອຸທອນ​ໄປ​ເຖິງ​ຈັກກະພັດ ຂ້າພະເຈົ້າ​ຈຶ່ງ​ຕັດສິນໃຈ​ສົ່ງ​ລາວ​ໄປ​ທີ່​ໂຣມ.</verse>
				<verse number="26">ແຕ່​ຂ້າພະເຈົ້າ​ບໍ່ມີ​ສິ່ງໃດ​ຊັດເຈນ​ພໍ​ທີ່​ຈະ​ຂຽນ​ເປັນ​ລາຍງານ​ເຖິງ​ຈັກກະພັດ​ກ່ຽວກັບ​ຊາຍ​ຜູ້​ນີ້. ເຫດສະນັ້ນ, ຂ້າພະເຈົ້າ​ຈຶ່ງ​ນຳ​ລາວ​ມາ​ຢູ່​ຕໍ່ໜ້າ​ທ່ານ​ທັງຫລາຍ ແລະ ໂດຍ​ສະເພາະ​ຕໍ່ໜ້າ​ທ່ານ​ກະສັດ​ອັກຄຣີປາ, ເພື່ອ​ວ່າ​ຂ້າພະເຈົ້າ​ຈະ​ໄດ້​ຂໍ້ມູນ​ທີ່​ຈະ​ຖວາຍ​ລາຍງານ​ຈາກ​ຜົນ​ການສືບສວນ​ຄັ້ງ​ນີ້.</verse>
				<verse number="27">ເພາະ​ຂ້າພະເຈົ້າ​ຄິດ​ວ່າ​ຖ້າ​ສົ່ງ​ນັກໂທດ​ໄປ​ທີ່​ໂຣມ​ໂດຍ​ບໍ່ໄດ້​ລະບຸ​ຂໍ້ກ່າວຫາ​ທີ່​ຊັດເຈນ​ກໍ​ເປັນ​ເລື່ອງ​ທີ່​ບໍ່​ມີ​ເຫດຜົນ”.</verse>
			</chapter>
			<chapter number="26">
				<verse number="1">ແລ້ວ​ອັກຄຣີປາ​ຈຶ່ງ​ກ່າວ​ກັບ​ໂປໂລ​ວ່າ, “ເຈົ້າ​ໄດ້​ຮັບ​ອະນຸຍາດ​ໃຫ້​ເວົ້າ​ແກ້​ຄະດີ​ຂອງ​ເຈົ້າ​ເອງ”. ດັ່ງນັ້ນ ໂປໂລ​ຈຶ່ງ​ໂບກມື​ຂອງ​ຕົນ ແລະ ເລີ່ມ​ແກ້​ຄະດີ​ວ່າ:</verse>
				<verse number="2">“ຂ້າແດ່​ກະສັດ​ອັກຄຣີປາ, ຂ້ານ້ອຍ​ຂໍ​ຖື​ເປັນ​ໂອກາດ​ດີ​ທີ່​ໄດ້​ຢືນຢູ່​ຕໍ່ໜ້າ​ທ່ານ​ວັນ​ນີ້​ເພື່ອ​ແກ້​ຂໍ້ກ່າວຫາ​ທັງຫລາຍ​ຂອງ​ພວກ​ຢິວ,</verse>
				<verse number="3">ທີ່​ຂ້ານ້ອຍ​ຮູ້ສຶກ​ເຊັ່ນນີ້​ກໍ​ເພາະ​ທ່ານ​ຮູ້ຈັກ​ທຳນຽມ ແລະ ຂໍ້​ຂັດແຍ້ງ​ຕ່າງໆ​ທັງຫລາຍ​ຂອງ​ຊາວຢິວ​ເປັນ​ຢ່າງດີ. ເຫດສະນັ້ນ, ຂໍ​ໃຫ້​ທ່ານ​ອົດທົນ​ຟັງ​ຂ້ານ້ອຍ​ສາ.</verse>
				<verse number="4">“ພວກ​ຢິວ​ທຸກ​ຄົນ​ຮູ້​ແນວທາງ​ການດຳເນີນຊີວິດ​ຂອງ​ຂ້ານ້ອຍ​ມາ​ຕັ້ງແຕ່​ຂ້ານ້ອຍ​ຍັງ​ເປັນ​ເດັກນ້ອຍ, ນັບ​ຕັ້ງແຕ່​ກຳເນີດ​ໃນ​ບ້ານເມືອງ​ຂອງ​ຂ້ານ້ອຍ​ເອງ ແລະ ທັງ​ໃນ​ນະຄອນ​ເຢຣູຊາເລັມ​ເໝືອນກັນ.</verse>
				<verse number="5">ພວກເຂົາ​ໄດ້​ຮູ້ຈັກ​ຂ້ານ້ອຍ​ມາ​ດົນນານ​ແລ້ວ ແລະ ສາມາດ​ເປັນ​ພະຍານ​ໄດ້​ຖ້າ​ພວກເຂົາ​ເຕັມໃຈ, ວ່າ​ຂ້ານ້ອຍ​ປະຕິບັດ​ຕາມ​ນິກາຍ​ທີ່​ເຄັ່ງຄັດ​ທີ່ສຸດ​ໃນ​ສາສະໜາ​ຂອງ​ພວກຂ້ານ້ອຍ, ຄື​ດຳເນີນຊີວິດ​ໃນ​ຖານ​ະ​ຟາຣີຊາຍ​ຄົນ​ໜຶ່ງ.</verse>
				<verse number="6">ແລະ ບັດນີ້ ທີ່​ຂ້ານ້ອຍ​ຖືກ​ສືບສວນ​ໃນ​ວັນນີ້​ກໍ​ເພາະ​ຂ້ານ້ອຍ​ມີ​ຄວາມຫວັງ​ໃນ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ.</verse>
				<verse number="7">ເປັນ​ຄຳ​ສັນຍາ​ທີ່​ພວກຂ້ານ້ອຍ​ສິບສອງ​ຕະກຸນ​ຫວັງ​ວ່າ​ຈະ​ເປັນຈິງ​ຂະນະ​ທີ່​ພວກເຂົາ​ຮ້ອນຮົນ​ບົວລະບັດ​ພຣະເຈົ້າ​ທັງ​ກາງເວັນ ແລະ ກາງຄືນ. ຂ້າແດ່​ກະສັດ​ອັກຄຣີປາ, ເພາະ​ຄວາມຫວັງ​ນີ້​ເອງ​ພວກ​ຢິວ​ເຫລົ່ານີ້​ຈຶ່ງ​ກ່າວຫາ​ຂ້ານ້ອຍ.</verse>
				<verse number="8">ດ້ວຍເຫດໃດ ພວກທ່ານ​ຈຶ່ງ​ເຫັນວ່າ​ເປັນ​ໄປ​ບໍ່ໄດ້​ທີ່​ພຣະເຈົ້າ​ຈະ​ເຮັດ​ໃຫ້​ຄົນຕາຍ​ເປັນຄືນມາຈາກຕາຍ?</verse>
				<verse number="9">“ຂ້ານ້ອຍ​ເອງ​ກໍ​ເຄີຍ​ເຊື່ອ​ວ່າ ຈະ​ຕ້ອງ​ເຮັດ​ທຸກ​ວິທີ​ເທົ່າ​ທີ່​ເປັນໄປໄດ້​ເພື່ອ​ຕໍ່ຕ້ານ​ນາມ​ຂອງ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ.</verse>
				<verse number="10">ແລະ ນັ້ນ​ແຫລະ​ຄື​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ໃນ​ເຢຣູຊາເລັມ. ຂ້ານ້ອຍ​ໄດ້​ຈັບ​ຄົນ​ຂອງ​ພຣະເຈົ້າ​ຫລາຍ​ຄົນ​ເຂົ້າ​ຄຸກ ໂດຍ​ອາໄສ​ສິດອຳນາດ​ຂອງ​ບັນດາ​ຫົວໜ້າ​ປະໂລຫິດ ແລະ ເມື່ອ​ພວກເຂົາ​ຖືກ​ຂ້າ, ຂ້ານ້ອຍ​ກໍ​ເຫັນພ້ອມ​ດ້ວຍ.</verse>
				<verse number="11">ຫລາຍ​ຄັ້ງ​ຂ້ານ້ອຍ​ໄປ​ຕາມ​ທຳມະສາລາ​ຕ່າງໆ​ເພື່ອ​ລົງໂທດ​ພວກເຂົາ ແລະ ພະຍາຍາມ​ບີບບັງຄັບ​ໃຫ້​ພວກເຂົາ​ກ່າວ​ຄຳໝິ່ນປະໝາດ​ຕໍ່​ພຣະເຈົ້າ. ຂ້ານ້ອຍ​ຄຽດແຄ້ນ​ພວກເຂົາ​ແຮງ​ຈົນ​ວ່າ​ຕາມ​ໄປ​ຂົ່ມເຫັງ​ພວກເຂົາ​ທີ່​ເມືອງ​ຕ່າງໆ​ໃນ​ຕ່າງປະເທດ.</verse>
				<verse number="12">“ໃນ​ການເດີນທາງ​ຄັ້ງ​ໜຶ່ງ ຂ້ານ້ອຍ​ກຳລັງ​ຈະ​ໄປ​ຍັງ​ເມືອງ​ດາມັສກັດ ໂດຍ​ໄດ້​ຮັບ​ສິດອຳນາດ ແລະ ການ​ມອບໝາຍ​ຈາກ​ມະຫາ​ປະໂລຫິດ.</verse>
				<verse number="13">ກະສັດ​ອັກຄຣີປາ​ທີ່​ນັບຖື, ປະມານ​ຕອນທ່ຽງ​ໃນ​ຂະນະ​ທີ່​ຢູ່​ກາງທາງ ຂ້ານ້ອຍ​ເຫັນ​ແສງສະຫວ່າງ​ຈາກ​ສະຫວັນ ແສງ​ກ້າ​ກວ່າ​ແສງອາທິດ ສ່ອງ​ອ້ອມ​ຂ້ານ້ອຍ ແລະ ຄົນ​ທີ່​ເດີນທາງ​ໄປ​ກັບ​ຂ້ານ້ອຍ.</verse>
				<verse number="14">ພວກຂ້ານ້ອຍ​ທັງໝົດ​ລົ້ມລົງ​ພື້ນດິນ ແລະ ຂ້ານ້ອຍ​ໄດ້​ຍິນ​ສຽງ​ໜຶ່ງ​ກ່າວ​ຕໍ່​ຂ້ານ້ອຍ​ເປັນ​ພາສາ​ອາຣາມິກ ​ວ່າ, ‘ໂຊໂລ, ໂຊໂລ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ? ເປັນ​ການ​ຍາກ​ທີ່​ເຈົ້າ​ຈະ​ຄັດຄ້ານ​ຄວາມປະສົງ​ຂອງ​ເຮົາ’.</verse>
				<verse number="15">“ແລ້ວ​ຂ້ານ້ອຍ​ຈຶ່ງ​ຖາມ​ວ່າ, ‘ອົງພຣະຜູ້ເປັນເຈົ້າ​ເອີຍ ພຣະອົງ​ເປັນ​ຜູ້ໃດ?’ “ອົງພຣະຜູ້ເປັນເຈົ້າ​ຕອບ​ວ່າ, ‘ເຮົາ​ແມ່ນ​ເຢຊູ​ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ​ນັ້ນ​ແຫລະ.</verse>
				<verse number="16">ບັດນີ້​ຈົ່ງ​ລຸກຂຶ້ນ ແລະ ຢືນ​ຢູ່. ເຮົາ​ໄດ້​ປາກົດ​ແກ່​ເຈົ້າ​ກໍ​ເພື່ອ​ແຕ່ງຕັ້ງ​ເຈົ້າ​ເປັນ​ຜູ້ຮັບໃຊ້ ແລະ ເປັນ​ພະຍານ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ​ກ່ຽວກັບ​ເຮົາ ແລະ ສິ່ງ​ທີ່​ເຮົາ​ຈະ​ສະແດງ​ແກ່​ເຈົ້າ.</verse>
				<verse number="17">ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ພີ່ນ້ອງ​ຮ່ວມຊາດ​ຂອງ​ເຈົ້າ​ເອງ ແລະ ຈາກ​ຄົນຕ່າງຊາດ. ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ຫາ​ພວກເຂົາ</verse>
				<verse number="18">ເພື່ອ​ເປີດ​ຕາ​ຂອງ​ພວກເຂົາ ແລະ ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈາກ​ອຳນາດ​ຂອງ​ມານຊາຕານ​ມາຫາ​ພຣະເຈົ້າ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ​ບາບ ແລະ ໄດ້​ຢູ່​ໃນ​ທ່າມກາງ​ຜູ້​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໂດຍ​ເຊື່ອ​ໃນ​ເຮົາ’.</verse>
				<verse number="19">“ຫລັງຈາກນັ້ນ ຂ້າແດ່​ກະສັດ​ອັກຄຣີປາ ຂ້ານ້ອຍ​ຈຶ່ງ​ບໍ່​ຂັດຂືນ​ຕໍ່​ນິມິດ​ຈາກ​ສະຫວັນ​ນັ້ນ.</verse>
				<verse number="20">ທຳອິດ ຂ້ານ້ອຍ​ໄດ້​ປະກາດ​ແກ່​ຄົນ​ທັງຫລາຍ​ໃນ​ເມືອງ​ດາມັສກັດ, ຈາກນັ້ນ​ກໍ​ໄດ້​ປະກາດ​ແກ່​ຄົນ​ທັງຫລາຍ​ໃນ​ນະຄອນ​ເຢຣູຊາເລັມ ແລະ ທົ່ວ​ແຂວງ​ຢູດາຍ ແລະ ແກ່​ຄົນຕ່າງຊາດ​ເໝືອນກັນ, ຂ້ານ້ອຍ​ໄດ້​ປະກາດ​ວ່າ​ໃຫ້​ພວກເຂົາ​ຖິ້ມໃຈເກົ່າເອົາໃຈໃໝ່, ຫັນ​ມາຫາ​ພຣະເຈົ້າ ແລະ ສະແດງ​ໃຫ້​ເຫັນ​ການກັບໃຈໃໝ່​ດ້ວຍ​ການກະທຳ​ຂອງ​ຕົນ.</verse>
				<verse number="21">ດ້ວຍເຫດນີ້​ແຫລະ ພວກ​ຢິວ​ຈຶ່ງ​ຈັບກຸມ​ຂ້ານ້ອຍ​ທີ່​ເດີ່ນ​ວິຫານ ແລະ ພະຍາຍາມ​ຈະ​ຂ້າ​ຂ້ານ້ອຍ.</verse>
				<verse number="22">ແຕ່​ພຣະເຈົ້າ​ໄດ້​ຊ່ວຍ​ຂ້ານ້ອຍ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້; ດັ່ງນັ້ນ​ຂ້ານ້ອຍ​ຈຶ່ງ​ໄດ້​ມາ​ຢືນ​ຢູ່​ທີ່​ນີ້ ແລະ ເປັນ​ພະຍານ​ຕໍ່​ຜູ້ໃຫຍ່ ແລະ ຜູ້ນ້ອຍ. ຂ້ານ້ອຍ​ບໍ່ໄດ້​ເວົ້າ​ເລື່ອງ​ອື່ນ​ໃດ​ນອກເໜືອ​ຈາກ​ສິ່ງ​ທີ່​ບັນດາ​ຜູ້ທຳນວາຍ ແລະ ໂມເຊ​ກ່າວ​ໄວ້​ວ່າ​ຈະ​ຕ້ອງ​ເກີດຂຶ້ນ,</verse>
				<verse number="23">ຄື​ທີ່​ພຣະຄຣິດເຈົ້າ ​ຈະ​ຕ້ອງ​ທົນທຸກທໍລະມານ ແລະ, ໃນ​ຖານະ​ທີ່​ເປັນ​ຜູ້ທຳອິດ​ທີ່​ເປັນຄືນມາຈາກຕາຍ ແລະ ນຳ​ແສງສະຫວ່າງ​ມາ​ສູ່​ຄົນ​ຂອງ​ພຣະອົງ​ເອງ ແລະ ຄົນຕ່າງຊາດ”.</verse>
				<verse number="24">ມາ​ເຖິງ​ຕອນ​ນີ້​ເຟຊະໂຕ​ກໍ​ຮ້ອງ​ຂຶ້ນ​ຂັດ​ໂປໂລ​ວ່າ, “ໂປໂລ​ເອີຍ! ເຈົ້າ​ເປັນ​ບ້າ​ໄປ​ແລ້ວ, ເຈົ້າ​ຮຽນ​ຫລາຍ​ຈົນ​ເຮັດ​ໃຫ້​ເຈົ້າ​ເປັນ​ບ້າ”.</verse>
				<verse number="25">ໂປໂລ​ຕອບ​ວ່າ, “ພະນະທ່ານ ເຟຊະໂຕ ຂ້ານ້ອຍ​ບໍ່ໄດ້​ເປັນ​ບ້າ, ສິ່ງ​ທີ່​ຂ້ານ້ອຍ​ກຳລັງ​ເວົ້າ​ເປັນ​ຄວາມຈິງ ແລະ ສົມເຫດສົມຜົນ.</verse>
				<verse number="26">ກະສັດ​ເອງ​ກໍ​ຮູ້​ເລື່ອງ​ເຫລົ່ານີ້​ດີ ແລະ ຂ້ານ້ອຍ​ສາມາດ​ຕອບ​ໄດ້​ຢ່າງ​ເປີດເຜີຍ. ຂ້ານ້ອຍ​ເຊື່ອ​ວ່າ​ບໍ່ມີ​ຈັກ​ສິ່ງ​ທີ່​ພົ້ນ​ຈາກ​ສາຍຕາ​ຂອງ​ກະສັດ, ເພາະ​ສິ່ງ​ເຫລົ່ານີ້​ບໍ່ໄດ້​ເກີດຂຶ້ນ​ໃນ​ບ່ອນ​ລັບລີ້.</verse>
				<verse number="27">ຂ້າແດ່​ກະສັດ​ອັກຄຣີປາ ທ່ານ​ເຊື່ອ​ພວກ​ຜູ້ທຳນວາຍ​ບໍ? ຂ້ານ້ອຍ​ຮູ້​ວ່າ​ທ່ານ​ເຊື່ອ”.</verse>
				<verse number="28">ແລ້ວ​ອັກຄຣີປາ​ຈຶ່ງ​ເວົ້າ​ກັບ​ໂປໂລ​ວ່າ, “ເຈົ້າ​ຄິດ​ວ່າ​ໃນ​ເວລາ​ສັ້ນໆ​ເທົ່ານີ້​ເຈົ້າ​ຈະ​ຊັກຊວນ​ໃຫ້​ເຮົາ​ເປັນ​ຄຣິສຕຽນ​ໄດ້​ບໍ?”</verse>
				<verse number="29">ໂປໂລ​ຕອບ​ວ່າ, “ບໍ່ວ່າ​ໃນ​ເວລາ​ສັ້ນ ຫລື ຍາວ ຂ້ານ້ອຍ​ກໍ​ອະທິຖານ​ຕໍ່​ພຣະເຈົ້າ​ວ່າ ບໍ່ແມ່ນ​ເພື່ອ​ທ່ານ​ເທົ່ານັ້ນ​ແຕ່​ຂໍ​ໃຫ້​ຄົນ​ທັງຫລາຍ​ທີ່​ຟັງ​ຂ້ານ້ອຍ​ກ່າວ​ຢູ່​ໃນ​ວັນນີ້​ເປັນ​ເໝືອນ​ຂ້ານ້ອຍ, ເວັ້ນໄວ້​ແຕ່​ການ​ຖືກ​ລ່າມ​ໂສ້​ຢ່າງນີ້”.</verse>
				<verse number="30">ກະສັດ​ລຸກຂຶ້ນ, ຜູ້ປົກຄອງ, ນາງ​ເບນີເກ ແລະ ຄົນ​ທັງຫລາຍ​ທີ່​ນັ່ງ​ຢູ່​ກໍ​ລຸກຂຶ້ນ​ພ້ອມກັບ​ກະສັດ.</verse>
				<verse number="31">ຫລັງ​ຈາກ​ພວກເຂົາ​ອອກໄປ​ຈາກ​ຫ້ອງ​ນັ້ນ​ແລ້ວ, ພວກເຂົາ​ເລີ່ມ​ເວົ້າ​ກັນ​ວ່າ, “ຊາຍ​ຄົນນີ້​ບໍ່ໄດ້​ເຮັດ​ສິ່ງໃດ​ທີ່​ສົມຄວນ​ຕ້ອງ​ຮັບໂທດ​ປະຫານ​ຊີວິດ ຫລື ຂັງ​ຄຸກ”.</verse>
				<verse number="32">ອັກຄຣີປາ​ເວົ້າ​ກັບ​ເຟຊະໂຕ​ວ່າ, “ຖ້າ​ຊາຍ​ຄົນ​ນີ້​ບໍ່​ໄດ້​ອຸທອນ​ໄປ​ເຖິງ​ກາຍຊາ​ກໍ​ປ່ອຍ​ລາວ​ໄປ​ໄດ້”.</verse>
			</chapter>
			<chapter number="27">
				<verse number="1">ເມື່ອ​ມີ​ການຕັດສິນໃຈ​ໃຫ້​ພວກເຮົາ​ລົງເຮືອ​ໄປ​ຍັງ​ອີຕາລີ, ໂປໂລ ແລະ ນັກໂທດ​ອື່ນໆ​ບາງຄົນ​ຈຶ່ງ​ຖືກ​ສົ່ງ​ໃຫ້​ນາຍຮ້ອຍ​ຢູລີໂອ, ຜູ້​ທີ່​ຂຶ້ນ​ກັບ​ກອງທັບ​ຂອງ​ຈັກກະພັດ.</verse>
				<verse number="2">ພວກເຮົາ​ລົງ​ເຮືອ​ລຳ​ໜຶ່ງ​ຈາກ​ເມືອງ​ອາຣະມິດ ເຊິ່ງ​ກຳລັງ​ຈະ​ໄປ​ຍັງ​ທ່າ​ຕ່າງໆ​ຕາມ​ຊາຍ​ຝັ່ງ​ຂອງ​ແຂວງ​ເອເຊຍ, ແລ້ວ​ພວກເຮົາ​ກໍ​ອອກ​ໄປ​ສູ່​ທະເລ. ອາຣິດຕາໂຂ ຊາວ​ມາເກໂດເນຍ​ທີ່​ມາ​ຈາກ​ເມືອງ​ເທສະໂລນິກ​ກໍ​ຢູ່​ກັບ​ພວກເຮົາ​ດ້ວຍ.</verse>
				<verse number="3">ວັນ​ຕໍ່ມາ ພວກເຮົາ​ຈອດ​ທີ່​ເມືອງ​ຊີໂດນ; ຝ່າຍ​ຢູລີໂອ ມີ​ຄວາມເມດຕາ​ຕໍ່​ໂປໂລ ຈຶ່ງ​ອະນຸຍາດ​ໃຫ້​ເພິ່ນ​ໄປ​ຫາ​ເພື່ອນ​ຂອງ​ເພິ່ນ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຈັດຫາ​ສິ່ງ​ທີ່​ຈຳເປັນ​ໃຫ້​ແກ່​ເພິ່ນ.</verse>
				<verse number="4">ຈາກ​ທີ່​ນັ້ນ ພວກເຮົາ​ອອກ​ສູ່​ທະເລ​ເດີນທາງ​ອີກ ແລະ ໄດ້​ຜ່ານ​ໄປ​ທາງດ້ານ​ບັງລົມ​ຂອງ​ເກາະ​ໄຊປຣັດ ເນື່ອງຈາກວ່າ​ພວກເຮົາ​ແລ່ນ​ຕ້ານ​ກະແສລົມ.</verse>
				<verse number="5">ເມື່ອ​ພວກເຮົາ​ແລ່ນ​ຂ້າມ​ທະເລ​ລຽບຝັ່ງ​ແຂວງ​ກີລີເກຍ​ກັບ​ປຳຟີເລຍ, ພວກເຮົາ​ກໍ​ໄດ້​ມາ​ຈອດ​ທີ່​ເມືອງ​ມີຣາ​ໃນ​ແຂວງ​ລີເກຍ.</verse>
				<verse number="6">ໃນ​ທີ່​ນັ້ນ ນາຍຮ້ອຍ​ໄດ້​ພົບ​ເຮືອ​ຈາກ​ເມືອງ​ອາເລັກຊັນເດຍ ເຊິ່ງ​ກຳລັງ​ຈະ​ໄປ​ປະເທດ​ອີຕາລີ ແລະ ພວກເຮົາ​ຈຶ່ງ​ລົງ​ໄປ​ຂຶ້ນ​ເຮືອ​ລຳ​ນັ້ນ.</verse>
				<verse number="7">ເຮົາ​ແລ່ນ​ຊ້າໆ​ຢູ່​ຫລາຍ​ວັນ ແລະ ກໍ​ມາ​ເຖິງ​ເມືອງ​ກະນີໂດ​ຢ່າງ​ຍາກລຳບາກ. ເມື່ອ​ລົມພັດ​ຕ້ານ​ພວກເຮົາ​ຈຶ່ງ​ແລ່ນ​ມາ​ທາງດ້ານ​ບັງລົມ​ຂອງ​ເກາະ​ກະເຣເຕ​ທີ່​ກົງກັນຂ້າມ​ເມືອງ​ສານໂມນ.</verse>
				<verse number="8">ພວກເຮົາ​ແລ່ນເຮືອ​ລຽບ​ຝັ່ງ​ຢ່າງ​ຍາກລຳບາກ ແລະ ມາເຖິງ​ບ່ອນ​ໜຶ່ງ​ທີ່​ເອີ້ນ​ວ່າ​ທ່າງາມ, ໃກ້​ເມືອງ​ລາເຊ.</verse>
				<verse number="9">ເມື່ອ​ເສຍ​ເວລາ​ໄປ​ຫລາຍ ແລະ ການ​ແລ່ນເຮືອ​ກໍ​ອັນຕະລາຍ ເພາະ​ບັດນີ້​ເປັນ​ຊ່ວງ​ຫລັງ​ວັນ​ອົດອາຫານ ​ແລ້ວ. ດັ່ງນັ້ນ ໂປໂລ​ຈຶ່ງ​ເຕືອນ​ວ່າ,</verse>
				<verse number="10">“ທ່ານ​ທັງຫລາຍ​ເອີຍ ເຮົາ​ເຫັນ​ວ່າ​ການເດີນທາງ​ຂອງ​ພວກເຮົາ​ຈະ​ເປັນ​ອັນຕະລາຍ ແລະ ເຮັດ​ໃຫ້​ເກີດ​ຄວາມເສຍຫາຍ​ຢ່າງ​ຫລວງຫລາຍ​ແກ່​ເຮືອ ແລະ ສິນຄ້າ, ແລະ ຕະຫລອດ​ຮອດ​ຊີວິດ​ຂອງ​ພວກເຮົາ​ເອງ​ດ້ວຍ”.</verse>
				<verse number="11">ແຕ່​ນາຍຮ້ອຍ, ແທນທີ່​ຈະ​ຟັງ​ສິ່ງ​ທີ່​ໂປໂລ​ກ່າວ, ລາວ​ພັດ​ຟັງ​ຄຳແນະນຳ​ຂອງ​ນາຍທ້າຍ ແລະ ເຈົ້າຂອງ​ເຮືອ.</verse>
				<verse number="12">ເນື່ອງຈາກວ່າ​ທ່າງາມ​ນັ້ນ​ບໍ່​ເໝາະສົມ​ທີ່​ຈະ​ຈອດ​ໃນ​ລະດູໜາວ, ຄົນ​ສ່ວນຫລາຍ​ຈຶ່ງ​ຕົກລົງ​ວ່າ​ພວກເຮົາ​ຄວນ​ແລ່ນເຮືອ​ຕໍ່ໄປ, ໂດຍ​ຫວັງວ່າ​ຈະ​ໄປ​ໃຫ້​ເຖິງ​ເມືອງ​ໂຟນິກ ແລະ ຈອດ​ພັກ​ໃນ​ລະດູໜາວ​ທີ່​ນັ້ນ. ໂຟນິກ​ເປັນ​ທ່າເຮືອ​ຂອງ​ເກາະ​ກະເຣເຕ, ຫັນໜ້າ​ໄປ​ທາງ​ຕາເວັນຕົກສຽງໃຕ້​ກັບ​ຕາເວັນຕົກສຽງເໜືອ.</verse>
				<verse number="13">ເມື່ອ​ລົມ​ທິດໃຕ້​ພັດມາ​ຄ່ອຍໆ, ພວກເຂົາ​ກໍ​ຄິດ​ວ່າ​ຄົງ​ເປັນ​ໄປ​ຕາມ​ທີ່​ຫວັງ​ໄວ້; ຈຶ່ງ​ຖອນ​ສະໝໍ​ເຮືອ​ຂຶ້ນ​ແລ້ວ​ແລ່ນເຮືອ​ລຽບ​ຝັ່ງ​ເກາະ​ຂອງ​ກະເຣເຕ.</verse>
				<verse number="14">ບໍ່​ດົນ​ເຮືອ​ກໍ​ຖືກ​ລົມພະຍຸ​ໝຸນ​ແຮງ​ທີ່​ເອີ້ນ​ວ່າ, “ລົມ​ຕາເວັນອອກສຽງເໜືອ”, ຊັດ​ອອກຈາກ​ເກາະ.</verse>
				<verse number="15">ເຮືອ​ຕິດ​ຢູ່ໃນ​ພະຍຸ ແລະ ຕ້ານ​ລົມ​ບໍ່​ໄຫວ; ດັ່ງນັ້ນ ພວກເຮົາ​ຈຶ່ງ​ປ່ອຍ​ເຮືອ​ໄປ​ຕາມ​ກະແສລົມ.</verse>
				<verse number="16">ຂະນະ​ທີ່​ພວກເຮົາ​ກຳລັງ​ຜ່ານ​ດ້ານ​ບັງລົມ​ຂອງ​ເກາະ​ນ້ອຍໆ​ທີ່​ຊື່​ວ່າ​ກາວດາ, ພວກເຮົາ​ເກືອບ​ຈະ​ບໍ່​ສາມາດ​ຮັກສາ​ເຮືອກູ້ໄພ​ໄວ້​ໄດ້.</verse>
				<verse number="17">ດັ່ງນັ້ນ ພວກລູກເຮືອ​ຈຶ່ງ​ຍົກ​ເຮືອກູ້ໄພ​ຂຶ້ນ​ມາ​ໄວ້​ເທິງ​ເຮືອ. ແລ້ວ​ພວກເຂົາ​ກໍ​ເອົາ​ເຊືອກ​ລອດ​ກ້ອງ​ເຮືອ​ໃຫຍ່​ເພື່ອ​ຢຶດ​ເຮືອ​ໄວ້​ນຳກັນ. ເພາະ​ພວກເຂົາ​ຢ້ານ​ວ່າ​ຈະ​ຄຸງ​ຫາດຊາຍ​ທີ່​ຊື່​ວ່າ​ຊີຣະຕີ, ພວກເຂົາ​ຈຶ່ງ​ຢ່ອນ​ສະໝໍເຮືອ ແລະ ປ່ອຍ​ເຮືອ​ໄປ​ຕາມ​ກະແສລົມ.</verse>
				<verse number="18">ພວກເຮົາ​ໄດ້​ຮັບ​ຄວາມຮຸນແຮງ​ຈາກ​ລົມພະຍຸ​ຊັດ​ກະໜ່ຳ​ໃສ່​ເຮືອ​ຢ່າງ​ໜັກ​ຈົນ​ໃນ​ມື້​ໃໝ່​ມາ​ພວກເຂົາ​ຕ້ອງ​ເລີ່ມ​ຖິ້ມ​ສິນຄ້າ​ລົງ​ທະເລ.</verse>
				<verse number="19">ໃນ​ມື້​ທີສາມ ພວກເຂົາ​ຕ້ອງ​ຖິ້ມ​ເຄື່ອງ​ອຸປະກອນ​ປະຈຳ​ເຮືອ​ດ້ວຍ​ມື​ຂອງ​ພວກເຂົາ​ເອງ.</verse>
				<verse number="20">ເມື່ອ​ບໍ່​ເຫັນ​ຕາເວັນ​ດວງດາວ​ຕະຫລອດ​ຫລາຍ​ວັນ ແລະ ພະຍຸ​ຍັງ​ພັດ​ກະໜ່ຳ​ບໍ່​ຢຸດ, ໃນທີ່ສຸດ​ພວກເຮົາ​ກໍ​ບໍ່​ເຫລືອ​ຄວາມຫວັງ​ທີ່​ຈະ​ລອດ​ຊີວິດ.</verse>
				<verse number="21">ຫລັງຈາກ​ທີ່​ພວກເຂົາ​ບໍ່​ມີ​ອາຫານ​ກິນ​ເປັນ​ເວລາ​ດົນນານ, ໂປໂລ​ກໍ​ຢືນຂຶ້ນ​ຕໍ່ໜ້າ​ພວກເຂົາ ແລະ ກ່າວ​ວ່າ: “ທ່ານ​ທັງຫລາຍ​ເອີຍ ພວກທ່ານ​ຄວນ​ຈະ​ຟັງ​ຄຳແນະນຳ​ຂອງ​ເຮົາ​ທີ່​ບໍ່ໃຫ້​ແລ່ນເຮືອ​ອອກຈາກ​ເກາະ​ກະເຣເຕ; ເພື່ອ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ປະເຊີນ​ກັບ​ອັນຕະລາຍ ແລະ ການສູນເສຍ​ເຊັ່ນ​ນີ້.</verse>
				<verse number="22">ແຕ່​ບັດນີ້​ເຮົາ​ຂໍ​ໃຫ້​ພວກທ່ານ​ເຮັດ​ໃຈ​ເຂັ້ມແຂງ​ໄວ້, ເພາະ​ຈະ​ບໍ່​ມີ​ຈັກ​ຄົນ​ໃນ​ພວກທ່ານ​ຕ້ອງ​ເສຍ​ຊີວິດ; ມີ​ແຕ່​ເຮືອ​ເທົ່ານັ້ນ​ທີ່​ຈະ​ເພພັງ.</verse>
				<verse number="23">ມື້ຄືນ​ນີ້​ເອງ ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ​ຜູ້​ເປັນ​ເຈົ້າຂອງ​ໂຕ​ເຮົາ ຜູ້​ທີ່​ເຮົາ​ຮັບໃຊ້​ຢູ່​ນັ້ນ​ໄດ້​ມາ​ຢືນ​ຄຽງຂ້າງ​ເຮົາ</verse>
				<verse number="24">ແລະ ບອກ​ວ່າ, ‘ໂປໂລ​ເອີຍ ຢ່າ​ຢ້ານ​ເລີຍ. ເຈົ້າ​ຕ້ອງ​ຢືນ​ໃຫ້​ການ​ຕໍ່ໜ້າ​ກາຍຊາ; ແລະ ພຣະເຈົ້າ​ເມດຕາ​ເຈົ້າ​ໂດຍ​ໃຫ້​ຄົນ​ທັງຫລາຍ​ທີ່​ຢູ່ໃນ​ເຮືອ​ກັບ​ເຈົ້າ​ລອດຊີວິດ’.</verse>
				<verse number="25">ດັ່ງນັ້ນ, ຂໍ​ໃຫ້​ພວກທ່ານ​ທັງຫລາຍ​ເຂັ້ມແຂງ​ໄວ້, ເພາະ​ເຮົາ​ເຊື່ອ​ໃນ​ພຣະເຈົ້າ​ວ່າ​ຈະ​ເປັນ​ຕາມ​ທີ່​ພຣະອົງ​ໄດ້​ບອກ​ເຮົາ​ໄວ້.</verse>
				<verse number="26">ເຖິງຢ່າງໃດ​ກໍ​ຕາມ​ພວກເຮົາ​ຈະ​ຕ້ອງ​ຄຸງ​ຢູ່​ເກາະ​ແຫ່ງ​ໜຶ່ງ”.</verse>
				<verse number="27">ຄືນ​ທີ​ສິບສີ່​ພວກເຮົາ​ຍັງ​ຖືກ​ພະຍຸ​ພັດ​ຂ້າມ​ທະເລ​ອາດຣີອາຕິກ, ເມື່ອ​ປະມານ​ທ່ຽງຄືນ​ພວກ​ລູກເຮືອ​ຮູ້ສຶກ​ວ່າ​ພວກເຂົາ​ມາ​ໃກ້​ບົກ​ແລ້ວ.</verse>
				<verse number="28">ພວກເຂົາ​ຈຶ່ງ​ຢັ່ງ​ເບິ່ງ​ລະດັບ​ນ້ຳ ແລະ ພົບ​ວ່າ​ເລິກ​ປະມານ​ສາມສິບເຈັດ​ແມັດ. ຫລັງຈາກນັ້ນ ບໍ່​ດົນ​ພວກເຂົາ​ກໍ​ຢັ່ງ​ເບິ່ງ​ລະດັບ​ນ້ຳ​ອີກ ແລະ ພົບ​ວ່າ​ເລິກ​ປະມານ​ຊາວເຈັດ​ແມັດ.</verse>
				<verse number="29">ພວກເຮົາ​ຢ້ານ​ວ່າ​ເຮືອ​ຈະ​ຕຳ​ກັບ​ໂງ່ນຫີນ​ຈຶ່ງ​ຖິ້ມ​ສະໝໍ​ທາງ​ທ້າຍເຮືອ​ສີ່​ອັນ ແລະ ອະທິຖານ​ຂໍ​ໃຫ້​ແຈ້ງ​ໄວໆ.</verse>
				<verse number="30">ພວກ​ລູກເຮືອ​ຫາ​ທາງ​ໜີ​ຈາກ​ເຮືອ​ໃຫຍ່ ພວກເຂົາ​ຈຶ່ງ​ຢ່ອນ​ເຮືອກູ້ໄພ​ລົງ​ທະເລ​ເຮັດ​ຄື​ວ່າ​ຈະ​ຢ່ອນ​ສະໝໍ​ຈາກ​ຫົວເຮືອ.</verse>
				<verse number="31">ໂປໂລ​ຈຶ່ງ​ບອກ​ນາຍຮ້ອຍ​ກັບ​ພວກ​ທະຫານ​ວ່າ, “ຖ້າ​ຄົນ​ເຫລົ່ານີ້​ບໍ່​ຢູ່​ໃນ​ເຮືອ​ພວກທ່ານ​ກໍ​ຈະ​ບໍ່​ລອດ​ຊີວິດ”.</verse>
				<verse number="32">ດັ່ງນັ້ນ, ພວກທະຫານ​ຈຶ່ງ​ຕັດ​ເຊືອກ​ທີ່​ຢຶດ​ເຮືອກູ້ໄພ​ໄວ້ ແລະ ປ່ອຍ​ໃຫ້​ຕົກ​ລົງ​ນ້ຳ​ໄປ.</verse>
				<verse number="33">ເມື່ອ​ໃກ້​ຈະ​ຮຸ່ງເຊົ້າ ໂປໂລ​ກໍ​ເຊີນຊວນ​ຄົນ​ທັງໝົດ​ໃຫ້​ກິນອາຫານ. ເພິ່ນ​ເວົ້າວ່າ, “ຕະຫລອດ​ສິບສີ່​ວັນ​ທີ່​ຜ່ານ​ມາ​ພວກທ່ານ​ມີ​ແຕ່​ລໍຖ້າ ແລະ ບໍ່​ມີ​ອາຫານ​ຢູ່​ທ້ອງ ພວກທ່ານ​ບໍ່ໄດ້​ກິນ​ຫຍັງ​ເລີຍ.</verse>
				<verse number="34">ບັດນີ້ ເຮົາ​ຂໍ​ໃຫ້​ພວກທ່ານ​ກິນ​ອາຫານ​ເພື່ອ​ຈະ​ໄດ້​ຮັກສາ​ຊີວິດ​ໃຫ້​ຢູ່​ລອດ. ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກທ່ານ​ຕ້ອງ​ສູນເສຍ​ຜົມ​ເທິງ​ຫົວ​ຂອງ​ຕົນ​ຈັກ​ເສັ້ນ”.</verse>
				<verse number="35">ຫລັງຈາກ​ກ່າວ​ຢ່າງ​ນີ້​ແລ້ວ, ໂປໂລ​ກໍ​ຈັບ​ເຂົ້າຈີ່, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຕໍ່ໜ້າ​ພວກເຂົາ​ທັງຫລາຍ. ແລ້ວ​ເພິ່ນ​ກໍ​ຫັກ​ເຂົ້າຈີ່ ແລະ ເລີ່ມ​ກິນ.</verse>
				<verse number="36">ພວກເຂົາ​ທຸກຄົນ​ຕ່າງ​ກໍ​ໄດ້​ຮັບ​ກຳລັງໃຈ ແລະ ກິນ​ອາຫານ.</verse>
				<verse number="37">ພວກເຮົາ​ມີ​ດ້ວຍ​ກັນ​ທັງໝົດ 276 ຄົນ ຢູ່​ໃນ​ເຮືອ.</verse>
				<verse number="38">ເມື່ອ​ພວກເຂົາ​ກິນ​ອາຫານ​ອີ່ມ​ເທົ່າ​ທີ່​ພວກເຂົາ​ຕ້ອງການ​ແລ້ວ, ພວກເຂົາ​ກໍ​ເຮັດ​ໃຫ້​ເຮືອ​ເບົາ​ລົງ​ໂດຍ​ຖິ້ມ​ເມັດພືດ​ລົງ​ທະເລ.</verse>
				<verse number="39">ເມື່ອ​ແຈ້ງ​ແລ້ວ, ພວກເຂົາ​ຈື່​ບໍ່ໄດ້​ວ່າ​ແມ່ນ​ແຄມຝັ່ງ​ໃດ, ແຕ່​ພວກເຂົາ​ຫລຽວເຫັນ​ອ່າວ​ແຫ່ງ​ໜຶ່ງ​ທີ່​ມີ​ຫາດຊາຍ, ບ່ອນ​ທີ່​ພວກເຂົາ​ຕັດສິນໃຈ​ວ່າ​ຖ້າ​ເປັນ​ໄປ​ໄດ້​ຈະ​ໃຫ້​ເຮືອ​ເຂົ້າ​ຄຸງ​ຫາດ​ນັ້ນ.</verse>
				<verse number="40">ພວກເຂົາ​ຈຶ່ງ​ຕັດ​ສະໝໍ​ເຮືອ​ປ່ອຍ​ລົງ​ທະເລ ແລະ ເວລາ​ດຽວກັນ​ກໍ​ແກ້​ເຊືອກ​ທີ່​ມັດ​ຫາງເສືອເຮືອ​ອອກ​ແລ້ວ​ຊັກ​ໃບເຮືອ​ທີ່​ຫົວເຮືອ​ຂຶ້ນ​ໃຫ້​ຖືກ​ລົມ​ແລ້ວ​ແລ່ນ​ຊື່​ເຂົ້າ​ຫາ​ຝັ່ງ.</verse>
				<verse number="41">ແຕ່​ເຮືອ​ຕຳ​ຫາດຊາຍ ແລະ ຄຸງ​ດິນຊາຍ. ຫົວເຮືອ​ຕິດແໜ້ນ​ເຄື່ອນໄຫວ​ບໍ່ໄດ້ ແລະ ທ້າຍເຮືອ​ກໍ​ແຕກ​ເປັນ​ປ່ຽງໆ​ເພາະ​ຖືກ​ກະແສນ້ຳ​ທີ່​ໄຫລແຮງ​ທັ່ງ​ໃສ່.</verse>
				<verse number="42">ພວກທະຫານ​ຄິດ​ຈະ​ຂ້າ​ນັກໂທດ​ເພື່ອ​ປ້ອງກັນ​ບໍ່ໃຫ້​ຄົນ​ໃດ​ລອຍນ້ຳ​ໜີ.</verse>
				<verse number="43">ແຕ່​ນາຍຮ້ອຍ​ຕ້ອງການ​ຈະ​ຊ່ວຍ​ຊີວິດ​ໂປໂລ​ໄວ້ ຈຶ່ງ​ຫ້າມ​ພວກເຂົາ​ບໍ່​ໃຫ້​ປະຕິບັດ​ຕາມ​ແຜນການ​ຂອງ​ພວກເຂົາ. ນາຍຮ້ອຍ​ຈຶ່ງ​ສັ່ງ​ຄົນ​ທີ່​ລອຍນ້ຳ​ເປັນ​ໃຫ້​ໂດດ​ລົງ​ນ້ຳ​ລອຍ​ເຂົ້າ​ຝັ່ງ​ກ່ອນ.</verse>
				<verse number="44">ສ່ວນ​ຄົນ​ທີ່​ເຫລືອ​ກໍ​ລອຍ​ເຟືອ​ໄມ້ແປ້ນ ຫລື ທ່ອນໄມ້​ທີ່​ຫັກ​ຈາກ​ເຮືອ​ຕາມ​ໄປ. ໂດຍ​ວິທີ​ນີ້​ທຸກຄົນ​ຈຶ່ງ​ຂຶ້ນ​ຝັ່ງ​ດ້ວຍ​ຄວາມ​ປອດໄພ.</verse>
			</chapter>
			<chapter number="28">
				<verse number="1">ເມື່ອ​ຂຶ້ນ​ຝັ່ງ​ໂດຍ​ປອດໄພ​ແລ້ວ, ພວກເຮົາ​ຈຶ່ງ​ຮູ້​ວ່າ​ເກາະ​ນັ້ນ​ຊື່​ວ່າ​ເກາະ​ມັນຕາ.</verse>
				<verse number="2">ຊາວເກາະ​ໄດ້​ສະແດງ​ຄວາມເມດຕາ​ຕໍ່​ພວກເຮົາ​ຢ່າງ​ດີ​ທີ່ສຸດ. ພວກເຂົາ​ດັງໄຟ​ຕ້ອນຮັບ​ພວກເຮົາ​ທຸກຄົນ​ເພາະ​ຝົນຕົກ ແລະ ກໍ​ໜາວ.</verse>
				<verse number="3">ໂປໂລ​ເກັບເອົາ​ກິ່ງໄມ້​ມາ​ມັດ​ໜຶ່ງ, ຂະນະ​ທີ່​ເພິ່ນ​ກຳລັງ​ເອົາ​ໄມ້​ມັດ​ໃສ່​ໄຟ​ຢູ່​ທີ່​ນັ້ນ ກໍ​ມີ​ງູພິດ​ໂຕ​ໜຶ່ງ​ເມື່ອ​ຖືກ​ຄວາມຮ້ອນ​ຈຶ່ງ​ອອກມາ​ຂົບ​ຕິດ​ຢູ່​ທີ່​ມື​ຂອງ​ເພິ່ນ.</verse>
				<verse number="4">ເມື່ອ​ຊາວເກາະ​ເຫັນ​ງູ​ຫ້ອຍ​ຢູ່​ທີ່​ມື​ຂອງ​ໂປໂລ, ພວກເຂົາ​ກໍ​ເວົ້າ​ກັນ​ວ່າ, “ຊາຍ​ຜູ້​ນີ້​ຕ້ອງ​ເປັນ​ຜູ້ຂ້າຄົນ​ແນ່ນອນ; ເພາະ​ເຖິງ​ແມ່ນວ່າ​ລາວ​ລອດຕາຍ​ຈາກ​ທະເລ, ແຕ່​ເຈົ້າ​ແຫ່ງ​ຄວາມຍຸຕິທຳ​ກໍ​ຍັງ​ບໍ່​ປ່ອຍ​ໃຫ້​ລາວ​ມີຊີວິດ​ຢູ່”.</verse>
				<verse number="5">ແຕ່​ໂປໂລ​ສັ່ນ​ງູ​ໂຕ​ນັ້ນ​ຖິ້ມລົງ​ໃສ່​ໄຟ ແລະ ບໍ່ໄດ້​ຮັບ​ອັນຕະລາຍ​ແຕ່​ຢ່າງ​ໃດ.</verse>
				<verse number="6">ພວກເຂົາ​ກໍ​ລໍຖ້າ​ເບິ່ງ​ວ່າ​ໂປໂລ​ຈະ​ໂຕ​ບວມ​ຂຶ້ນ ຫລື ລົ້ມຕາຍ​ທັນທີ; ແຕ່​ຫລັງຈາກ​ລໍຖ້າ​ເບິ່ງ​ຢູ່​ດົນນານ ແລະ ບໍ່​ເຫັນ​ສິ່ງໃດ​ຜິດປົກກະຕິ​ເກີດຂຶ້ນ​ກັບ​ເພິ່ນ, ພວກເຂົາ​ຈຶ່ງ​ປ່ຽນ​ຄວາມຄິດ ແລະ ເວົ້າ​ວ່າ​ໂປໂລ​ເປັນ​ເທບພະເຈົ້າ.</verse>
				<verse number="7">ຫົວໜ້າ​ເກາະ​ຊື່​ປົບລີໂອ​ມີ​ທີ່ດິນ​ຢູ່​ໃກ້​ທີ່​ນັ້ນ. ລາວ​ໄດ້​ຕ້ອນຮັບ​ພວກເຮົາ​ເຂົ້າ​ສູ່​ເຮືອນ​ຂອງ​ລາວ ແລະ ເບິ່ງແຍງ​ຕ້ອນຮັບ​ພວກເຮົາ​ເປັນ​ຢ່າງ​ດີ​ຕະຫລອດ​ສາມ​ວັນ.</verse>
				<verse number="8">ພໍ່​ຂອງ​ປົບລີໂອ​ນັ້ນ​ນອນ​ຢູ່​ເທິງ​ຕຽງ, ທໍລະມານ​ເພາະ​ເປັນ​ໄຂ້ ແລະ ເປັນ​ທ້ອງບິດ. ໂປໂລ​ຈຶ່ງ​ເຂົ້າໄປ​ເບິ່ງ​ລາວ, ແລະ ຫລັງຈາກ​ອະທິຖານ​ແລ້ວ ເພິ່ນ​ກໍ​ວາງມື​ໃສ່​ລາວ ແລະ ຮັກສາ​ລາວ​ໃຫ້​ຫາຍດີ.</verse>
				<verse number="9">ເມື່ອ​ເຫດການ​ນີ້​ເກີດຂຶ້ນ, ຄົນ​ທີ່​ເຈັບໄຂ້ໄດ້ປ່ວຍ​ຄົນ​ອື່ນໆ​ທີ່​ເກາະ​ນັ້ນ​ກໍ​ມາ ແລະ ຮັບການ​ຮັກສາ​ໃຫ້​ຫາຍດີ.</verse>
				<verse number="10">ພວກເຂົາ​ໃຫ້​ກຽດ​ພວກເຮົາ​ຫລາຍຢ່າງ; ແລະ ເມື່ອ​ພວກເຮົາ​ພ້ອມແລ້ວ​ທີ່​ຈະ​ອອກ​ເຮືອ​ໄປ ພວກເຂົາ​ກໍ​ນຳ​ສິ່ງຂອງ​ທີ່​ຈຳເປັນ​ມາ​ໃຫ້​ພວກເຮົາ.</verse>
				<verse number="11">ຫລັງຈາກ​ສາມ​ເດືອນ​ຕໍ່ມາ ພວກເຮົາ​ກໍ​ລົງ​ເຮືອ​ລຳ​ໜຶ່ງ​ທີ່​ມາ​ຈາກ​ເມືອງ​ອາເລັກຊັນເດຍ​ທີ່​ມີ​ຊື່​ສະຫລັກ​ໄວ້​ທີ່​ຫົວເຮືອ​ວ່າ: “ເທບພະເຈົ້າ​ຝາແຝດ” ຄື​ກາຊະຕໍ ແລະ ປຸນຫລຸກ ເຊິ່ງ​ໄດ້​ມາ​ຄ້າງ​ຢູ່​ໃນ​ເກາະ​ນັ້ນ​ຕະຫລອດ​ລະດູໜາວ.</verse>
				<verse number="12">ພວກເຮົາ​ຈອດ​ແວ່​ພັກ​ທີ່​ເມືອງ​ຊີຣະກູ​ເປັນ​ເວລາ​ສາມ​ວັນ.</verse>
				<verse number="13">ຈາກ​ເມືອງ​ນີ້​ພວກເຮົາ​ໄດ້​ຂີ່ເຮືອ​ມາ​ຮອດ​ເມືອງ​ເຣຄີໂອມ, ມື້ຕໍ່ມາ ລົມ​ທິດໃຕ້​ກໍ​ເລີ່ມ​ພັດ​ມາ ແລະ ໃນ​ມື້ຕໍ່ມາ​ກໍ​ຮອດ​ເມືອງ​ໂປຕີໂອລີ.</verse>
				<verse number="14">ພວກເຮົາ​ໄດ້​ພົບ​ພີ່ນ້ອງ​ທີ່​ເຊື່ອ​ບາງຄົນ​ຢູ່​ທີ່​ນັ້ນ, ພວກເຂົາ​ໄດ້​ເຊີນ​ໃຫ້​ພວກເຮົາ​ພັກ​ຢູ່​ນຳ​ໜຶ່ງ​ອາທິດ​ແລ້ວ​ພວກເຮົາ​ກໍ​ອອກ​ເດີນທາງ​ໄປ​ຮອດ​ນະຄອນ​ໂຣມ.</verse>
				<verse number="15">ພວກ​ພີ່ນ້ອງ​ທີ່​ເຊື່ອ​ໃນ​ນະຄອນ​ໂຣມ​ໄດ້​ຍິນ​ຂ່າວ​ວ່າ​ພວກເຮົາ​ຈະ​ມາ, ພວກເຂົາ​ຈຶ່ງ​ເດີນທາງ​ມາ​ແຕ່​ໄກ​ເພື່ອ​ອອກມາ​ພົບ​ພວກເຮົາ​ທີ່​ຕະຫລາດ​ອາປີໂອ ແລະ ທີ່​ສາລາ​ສາມ​ຫລັງ. ເມື່ອ​ໄດ້​ເຫັນ​ຄົນ​ເຫລົ່ານີ້​ໂປໂລ​ກໍ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ໄດ້​ຮັບ​ການໜູນໃຈ​ຂຶ້ນ.</verse>
				<verse number="16">ເມື່ອ​ພວກເຮົາ​ມາ​ຮອດ​ນະຄອນ​ໂຣມ, ໂປໂລ​ໄດ້​ຮັບ​ອະນຸຍາດ​ໃຫ້​ຢູ່​ຕ່າງຫາກ, ໂດຍ​ມີ​ທະຫານ​ຄົນ​ໜຶ່ງ​ເປັນ​ຜູ້ຍາມ​ຮັກສາ​ເພິ່ນ​ໄວ້.</verse>
				<verse number="17">ສາມ​ວັນ​ຕໍ່ມາ ໂປໂລ​ໄດ້​ເຊີນ​ບັນດາ​ຜູ້ນຳ​ຊາວຢິວ​ມາ​ປະຊຸມ. ເມື່ອ​ພວກເຂົາ​ມາ​ພ້ອມໜ້າກັນ​ແລ້ວ, ໂປໂລ​ກໍ​ກ່າວ​ຕໍ່​ພວກເຂົາ​ວ່າ: “ພີ່ນ້ອງ​ທັງຫລາຍ​ເອີຍ ເຖິງແມ່ນວ່າ​ຂ້າພະເຈົ້າ​ບໍ່​ໄດ້​ເຮັດ​ຜິດ​ອັນໃດ​ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ພວກເຮົາ ຫລື ຜິດ​ທຳນຽມ​ຂອງ​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ, ຂ້າພະເຈົ້າ​ກໍ​ໄດ້​ຖືກ​ຈັບກຸມ​ໃນ​ນະຄອນ​ເຢຣູຊາເລັມ ແລະ ຖືກ​ມອບ​ໃຫ້​ພວກ​ໂຣມ.</verse>
				<verse number="18">ພວກເຂົາ​ສອບຖາມ​ຂ້າພະເຈົ້າ ແລະ ຕ້ອງການ​ຢາກ​ປ່ອຍ​ຂ້າພະເຈົ້າ, ເພາະ​ຂ້າພະເຈົ້າ​ບໍ່ໄດ້​ເຮັດ​ສິ່ງໃດ​ຜິດ​ທີ່​ສົມຄວນ​ຈະ​ຕ້ອງ​ຕາຍ.</verse>
				<verse number="19">ແຕ່​ພວກ​ຢິວ​ຄັດຄ້ານ, ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຈຳເປັນ​ຕ້ອງ​ອຸທອນ​ເຖິງ​ກາຍຊາ. ແນ່ນອນ​ຂ້າພະເຈົ້າ​ບໍ່​ມີ​ຄວາມຕັ້ງໃຈ​ຈະ​ນຳເອົາ​ຂໍ້ກ່າວຫາ​ໃດໆ​ມາ​ຕໍ່ສູ້​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້າພະເຈົ້າ.</verse>
				<verse number="20">ດ້ວຍເຫດນີ້ ຂ້າພະເຈົ້າ​ຈຶ່ງ​ຂໍ​ພົບ​ພວກທ່ານ ແລະ ໂອ້ລົມ​ກັບ​ພວກທ່ານ. ເປັນ​ເພາະ​ຄວາມຫວັງ​ຂອງ​ຊົນຊາດ​ອິດສະຣາເອນ ຂ້າພະເຈົ້າ​ຈຶ່ງ​ຖືກ​ລ່າມ​ດ້ວຍ​ໂສ້​ຢ່າງ​ນີ້”.</verse>
				<verse number="21">ພວກເຂົາ​ຕອບ​ວ່າ, “ພວກເຮົາ​ບໍ່ໄດ້​ຮັບ​ຈົດໝາຍ​ໃດໆ​ຈາກ​ແຂວງ​ຢູດາຍ​ກ່ຽວກັບ​ທ່ານ, ແລະ ກໍ​ບໍ່ມີ​ພີ່ນ້ອງ​ຄົນ​ໃດ​ທີ່​ມາຈາກ​ທີ່ນັ້ນ​ໄດ້​ລາຍງານ ຫລື ເວົ້າ​ອັນໃດ​ບໍ່ດີ​ກ່ຽວກັບ​ທ່ານ.</verse>
				<verse number="22">ແຕ່​ພວກເຮົາ​ຢາກ​ຟັງ​ຄວາມຄິດ​ຂອງ​ທ່ານ, ເພາະ​ພວກເຮົາ​ຮູ້​ຢູ່​ວ່າ​ຄົນ​ທັງຫລາຍ​ທີ່​ຢູ່​ທົ່ວ​ທຸກບ່ອນ​ຕ່າງ​ກໍ​ເວົ້າ​ຕິຕຽນ​ນິກາຍ​ນີ້”.</verse>
				<verse number="23">ພວກເຂົາ​ໄດ້​ນັດໝາຍ​ວັນ​ທີ່​ຈະ​ພົບ​ກັບ​ໂປໂລ, ແລະ ຄົນ​ເປັນ​ຈຳນວນ​ຫລາຍ​ພາກັນ​ມາ​ຍັງ​ທີ່ພັກ​ຂອງ​ເພິ່ນ. ເພິ່ນ​ເປັນພະຍານ​ແກ່​ພວກເຂົາ​ຕັ້ງແຕ່​ເຊົ້າ​ຈົນ​ຄ່ຳ, ເພິ່ນ​ອະທິບາຍ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ອະທິບາຍ​ຈາກ​ເລື່ອງ​ກົດບັນຍັດ​ຂອງ​ໂມເຊ ແລະ ຈາກ​ບັນດາ​ຜູ້ທຳນວາຍ ເພິ່ນ​ພະຍາຍາມ​ຊັກຊວນ​ໃຫ້​ພວກເຂົາ​ເຊື່ອ​ພຣະເຢຊູເຈົ້າ.</verse>
				<verse number="24">ບາງຄົນ​ກໍ​ເຊື່ອ​ໃນ​ສິ່ງ​ທີ່​ເພິ່ນ​ໄດ້​ກ່າວ, ແຕ່​ບາງຄົນ​ກໍ​ບໍ່ເຊື່ອ.</verse>
				<verse number="25">ພວກເຂົາ​ມີ​ຄວາມເຫັນ​ບໍ່​ລົງລອຍກັນ​ທ່າມກາງ​ພວກເຂົາ​ເອງ ແລະ ເລີ່ມ​ລາ​ຈາກ​ກັນ​ໄປ​ຫລັງຈາກ​ທີ່​ໂປໂລ​ກ່າວ​ລົງທ້າຍ​ວ່າ: “ເປັນຈິງ​ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໄດ້​ກ່າວ​ກັບ​ບັນພະບຸລຸດ​ຂອງ​ພວກທ່ານ​ຜ່ານ​ທາງ​ຜູ້ທຳນວາຍ​ເອຊາຢາ​ວ່າ:</verse>
				<verse number="26">“‘ຈົ່ງ​ໄປ​ຫາ​ຊົນຊາດ​ນີ້ ແລະ ບອກ​ພວກເຂົາ​ວ່າ, “ເຈົ້າ​ຈະ​ຟັງ​ແລ້ວ​ຟັງ​ອີກ​ແຕ່​ຈະ​ບໍ່​ເຂົ້າໃຈ; ເຈົ້າ​ຈະ​ເບິ່ງ​ແລ້ວ​ເບິ່ງ​ອີກ​ແຕ່​ຈະ​ບໍ່​ສັງເກດເຫັນ”.</verse>
				<verse number="27">ເພາະ​ຈິດໃຈ​ຂອງ​ຊົນຊາດ​ນີ້​ດື້ດ້ານ; ພວກເຂົາ​ເກືອບ​ຈະ​ບໍ່​ຍອມ​ຟັງ​ດ້ວຍ​ຫູ​ຂອງ​ພວກເຂົາ, ແລະ ພວກເຂົາ​ໄດ້​ປິດຕາ​ຂອງ​ພວກເຂົາ​ເສຍ. ຖ້າ​ບໍ່​ດັ່ງນັ້ນ​ພວກເຂົາ​ຈະ​ເຫັນ​ດ້ວຍ​ຕາ​ຂອງ​ພວກເຂົາ, ໄດ້​ຍິນ​ດ້ວຍ​ຫູ, ເຂົ້າໃຈ​ດ້ວຍ​ຈິດໃຈ​ຂອງ​ພວກເຂົາ ແລະ ຫັນກັບ​ຄືນມາ, ແລ້ວ​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ຫາຍດີ’.</verse>
				<verse number="28">“ເຫດສະນັ້ນ ຂ້າພະເຈົ້າ​ຢາກ​ໃຫ້​ທ່ານ​ຮູ້​ວ່າ​ຄວາມພົ້ນ​ຂອງ​ພຣະເຈົ້າ​ໄດ້​ຖືກ​ນຳ​ໄປ​ເຖິງ​ຄົນຕ່າງຊາດ​ແລ້ວ ແລະ ພວກເຂົາ​ຈະ​ຮັບ​ຟັງ!”</verse>
				<verse number="29">ຫລັງ​ຈາກ​ໂປໂລ​ກ່າວ​ເຊັ່ນ​ນີ້​ແລ້ວ ພວກ​ຢິວ​ກໍ​ຈາກ​ໄປ ແລະ ໂຕ້ຖຽງ​ກັນ​ເອງ​ຢ່າງ​ໃຫຍ່.</verse>
				<verse number="30">ຕະຫລອດ​ເວລາ​ສອງ​ປີ​ເຕັມ​ທີ່​ໂປໂລ​ໄດ້​ພັກ​ອາໄສ​ຢູ່​ໃນ​ເຮືອນ​ທີ່​ເພິ່ນ​ເຊົ່າ​ໄວ້ ແລະ ເພິ່ນ​ໄດ້​ຕ້ອນຮັບ​ຄົນ​ທັງຫລາຍ​ທີ່​ມາ​ຫາ​ເພິ່ນ.</verse>
				<verse number="31">ເພິ່ນ​ໄດ້​ປະກາດ​ອານາຈັກ​ຂອງ​ພຣະເຈົ້າ ແລະ ສອນ​ເລື່ອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມກ້າຫານ ແລະ ໂດຍ​ບໍ່​ຖືກ​ຂັດຂວາງ.</verse>
			</chapter>
		</book>
		<book number="45">
			<chapter number="1">
				<verse number="1">ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ ໂປໂລ ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ ແລະ ຖືກ​ແຍກ​ໄວ້​ເພື່ອ​ຂ່າວປະເສີດ​ຂອງ​ພຣະເຈົ້າ,</verse>
				<verse number="2">ຄື​ຂ່າວປະເສີດ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ລ່ວງໜ້າ ໂດຍ​ຜ່ານທາງ​ບັນດາ​ຜູ້ທຳນວາຍ​ຂອງ​ພຣະອົງ​ໃນ​ພຣະຄຳພີ​ສັກສິດ.</verse>
				<verse number="3">ຂ່າວປະເສີດ​ນັ້ນ​ກ່ຽວກັບ​ພຣະບຸດ​ຂອງ​ພຣະອົງ ຜູ້​ທີ່​ໃນ​ຖານະ​ມະນຸດ ເຊິ່ງ​ເປັນ​ເຊື້ອສາຍ​ຂອງ​ດາວິດ​ຝ່າຍ​ເນື້ອກາຍ,</verse>
				<verse number="4">ແລະ ຜູ້​ທີ່​ໂດຍ​ທາງ​ພຣະວິນຍານ​ແຫ່ງ​ຄວາມບໍລິສຸດ ພຣະອົງ​ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ດ້ວຍ​ລິດອຳນາດ ​ໂດຍ​ການເປັນຄືນມາຈາກຕາຍ ຄື​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.</verse>
				<verse number="5">ພວກເຮົາ​ໄດ້​ຮັບ​ພຣະຄຸນ ແລະ ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ອັກຄະສາວົກ​ໂດຍ​ຜ່ານທາງ​ພຣະອົງ ເພື່ອ​ເອີ້ນ​ເອົາ​ບັນດາ​ຄົນຕ່າງຊາດ​ທັງຫລາຍ​ມາ​ສູ່​ການ​ເຊື່ອຟັງ​ທີ່​ມາ​ທາງ​ຄວາມເຊື່ອ​ເພື່ອ​ນາມ​ຂອງ​ພຣະອົງ.</verse>
				<verse number="6">ແລະ ພວກເຈົ້າ​ກໍ​ຮ່ວມ​ຢູ່​ໃນ​ບັນດາ​ຄົນຕ່າງຊາດ​ຜູ້​ທີ່​ໄດ້​ເອີ້ນ​ໃຫ້​ເປັນ​ຂອງ​ພຣະເຢຊູຄຣິດເຈົ້າ​ເໝືອນກັນ.</verse>
				<verse number="7">ເຖິງ​ທຸກ​ຄົນ​ທີ່​ຢູ່​ໃນ​ນະຄອນ​ໂຣມ ຜູ້​ທີ່​ພຣະເຈົ້າ​ຮັກ ແລະ ໄດ້​ເອີ້ນ​ໃຫ້​ເປັນ​ຄົນ​ບໍລິສຸດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.</verse>
				<verse number="8">ກ່ອນອື່ນ ເຮົາ​ຂອບພຣະຄຸນ​ພຣະເຈົ້າ​ຂອງ​ເຮົາ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ​ເພື່ອ​ພວກເຈົ້າ​ທຸກຄົນ, ເພາະ​ຄວາມເຊື່ອ​ຂອງ​ພວກເຈົ້າ​ກຳລັງ​ຖືກ​ກ່າວ​ໄປ​ທົ່ວ​ໂລກ.</verse>
				<verse number="9">ພຣະເຈົ້າ​ຜູ້​ທີ່​ເຮົາ​ຮັບໃຊ້​ດ້ວຍ​ສຸດ​ໃຈ​ໃນ​ການປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ຂອງ​ພຣະອົງ​ນັ້ນ​ເປັນ​ພະຍານ​ໃຫ້​ເຮົາ​ວ່າ ເຮົາ​ລະນຶກ​ເຖິງ​ພວກເຈົ້າ​ຢູ່​ສະເໝີ</verse>
				<verse number="10">ໃນ​ຄຳອະທິຖານ​ຂອງ​ເຮົາ​ທຸກ​ຄັ້ງ ແລະ ເຮົາ​ອະທິຖານ​ວ່າ​ໃນ​ທີ່ສຸດ​ນີ້​ຖ້າ​ເປັນ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ຂໍ​ໃຫ້​ເຮົາ​ມີ​ໂອກາດ​ມາ​ຫາ​ພວກເຈົ້າ.</verse>
				<verse number="11">ເຮົາ​ປາຖະໜາ​ຢາກ​ເຫັນ​ພວກເຈົ້າ​ເພື່ອ​ເຮົາ​ຈະ​ໄດ້​ແບ່ງປັນ​ຂອງປະທານ​ຝ່າຍ​ຈິດວິນຍານ​ບາງ​ຢ່າງ​ໃຫ້​ແກ່​ພວກເຈົ້າ ເພື່ອ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ</verse>
				<verse number="12">ຄື​ວ່າ​ພວກເຈົ້າ ແລະ ເຮົາ​ຈະ​ໄດ້​ໜູນໃຈ​ເຊິ່ງກັນແລະກັນ​ໂດຍ​ຄວາມເຊື່ອ​ຂອງ​ພວກເຮົາ​ທັງ​ສອງ​ຝ່າຍ.</verse>
				<verse number="13">ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ເຮົາ​ໄດ້​ວາງແຜນ​ໄວ້​ຫລາຍ​ເທື່ອ​ແລ້ວ​ທີ່​ຈະ​ມາ​ຢ້ຽມຢາມ​ພວກເຈົ້າ (ແຕ່​ຈົນ​ເຖິງ​ດຽວນີ້​ກໍ​ຍັງ​ມີ​ເຫດ​ຂັດຂວາງ​ຢູ່) ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເກັບກ່ຽວ​ຜົນ​ບາງຢ່າງ​ໃນ​ທ່າມກາງ​ພວກເຈົ້າ ເໝືອນດັ່ງ​ທີ່​ເຮົາ​ໄດ້​ເກັບກ່ຽວ​ຜົນ​ໃນ​ທ່າມກາງ​ຄົນຕ່າງຊາດ​ອື່ນໆ.</verse>
				<verse number="14">ເຮົາ​ມີ​ພັນທະ​ຕໍ່​ທັງ​ຊາວ​ກຣີກ ແລະ ຜູ້​ທີ່​ບໍ່​ແມ່ນ​ຊາວ​ກຣີກ, ທັງ​ຕໍ່​ຄົນມີປັນຍາ ແລະ ທັງ​ຕໍ່​ຄົນໂງ່.</verse>
				<verse number="15">ດ້ວຍເຫດນີ້ ເຮົາ​ຈຶ່ງ​ກະຕືລືລົ້ນ​ທີ່​ຈະ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ​ຜູ້​ທີ່​ຢູ່​ໃນ​ນະຄອນ​ໂຣມ​ເໝືອນກັນ.</verse>
				<verse number="16">ດ້ວຍວ່າ ເຮົາ​ບໍ່​ອາຍ​ເລື່ອງ​ຂ່າວປະເສີດ, ເພາະວ່າ​ຂ່າວປະເສີດ​ເປັນ​ລິດອຳນາດ​ຂອງ​ພຣະເຈົ້າ ເຊິ່ງ​ນໍາ​ເອົາ​ຄວາມພົ້ນ​ໄປ​ເຖິງ​ທຸກຄົນ​ທີ່​ເຊື່ອ​ຄື: ຄົນ​ຢິວ​ກ່ອນ ແລະ ຈາກນັ້ນ​ກໍ​ໄປ​ເຖິງ​ຄົນຕ່າງຊາດ.</verse>
				<verse number="17">ເພາະ​ໃນ​ຂ່າວປະເສີດ​ນັ້ນ ຄວາມຊອບທຳ​ຂອງ​ພຣະເຈົ້າ​ກໍ​ໄດ້​ຮັບ​ການເປີດເຜີຍ ເປັນ​ຄວາມຊອບທຳ​ທີ່​ເລີ່ມຕົ້ນ​ດ້ວຍ​ຄວາມເຊື່ອ ແລະ ສຸດທ້າຍ​ກໍ​ດ້ວຍ​ຄວາມເຊື່ອ, ດັ່ງ​ທີ່​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ: “ຄົນຊອບທຳ​ຈະ​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ”.</verse>
				<verse number="18">ພຣະເຈົ້າ​ໄດ້​ສະແດງ​ຄວາມໂກດຮ້າຍ​ຈາກ​ສະຫວັນ​ຕໍ່ສູ້​ຄວາມ​ອະທຳ ແລະ ຄວາມ​ຊົ່ວຮ້າຍ​ທັງໝົດ​ຂອງ​ມະນຸດ ຜູ້​ທີ່​ໃຊ້​ຄວາມ​ຊົ່ວຮ້າຍ​ຂອງ​ຕົນ​ປົກປິດ​ຄວາມຈິງ,</verse>
				<verse number="19">ດ້ວຍວ່າ​ສິ່ງ​ທີ່​ອາດ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ກ່ຽວກັບ​ພຣະເຈົ້າ​ນັ້ນ​ກໍ​ໄດ້​ປາກົດ​ແຈ້ງ​ແກ່​ພວກເຂົາ, ເພາະວ່າ​ພຣະເຈົ້າ​ໄດ້​ກະທຳ​ສິ່ງ​ເຫລົ່ານີ້​ໃຫ້​ປາກົດ​ແຈ້ງ​ແກ່​ພວກເຂົາ​ແລ້ວ.</verse>
				<verse number="20">ເພາະວ່າ​ຕັ້ງແຕ່​ການ​ສ້າງ​ໂລກ ສະພາບ​ທີ່​ບໍ່​ປາກົດ​ຂອງ​ພຣະເຈົ້າ ຄື​ລິດອຳນາດ​ອັນ​ຖາວອນ ແລະ ຄວາມເປັນພຣະເຈົ້າ​ຂອງ​ພຣະອົງ​ພວກເຮົາ​ກໍ​ໄດ້​ເຫັນ​ຢ່າງ​ຊັດເຈນ ແລະ ເຂົ້າໃຈ​ໄດ້​ຈາກ​ສິ່ງ​ທີ່​ໄດ້​ສ້າງ​ຂຶ້ນ, ດັ່ງນັ້ນ ມະນຸດ​ຈຶ່ງ​ບໍ່​ມີ​ຂໍ້​ແກ້​ໂຕ​ໄດ້.</verse>
				<verse number="21">ເພາະ​ເຖິງແມ່ນວ່າ​ພວກເຂົາ​ໄດ້​ຮູ້ຈັກ​ພຣະເຈົ້າ​ແລ້ວ, ພວກເຂົາ​ກໍ​ບໍ່​ໄດ້​ຖວາຍ​ກຽດ​ແກ່​ພຣະອົງ​ໃຫ້​ສົມ​ກັບ​ການ​ທີ່​ພຣະອົງ​ເປັນ​ພຣະເຈົ້າ ທັງ​ບໍ່​ໄດ້​ຂອບພຣະຄຸນ​ພຣະອົງ, ແຕ່ວ່າ​ຄວາມຄິດ​ຂອງ​ພວກເຂົາ​ກາຍເປັນ​ສິ່ງ​ທີ່​ໄຮ້ປະໂຫຍດ ແລະ ຈິດໃຈ​ອັນ​ໂງ່​ຂອງ​ພວກເຂົາ​ກໍ​ມືດມົວ​ໄປ.</verse>
				<verse number="22">ເຖິງ​ພວກເຂົາ​ອ້າງ​ຕົນ​ວ່າ​ເປັນ​ຄົນມີປັນຍາ ພວກເຂົາ​ກໍ​ກາຍເປັນ​ຄົນ​ໂງ່</verse>
				<verse number="23">ແລະ ເອົາ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຜູ້​ເປັນ​ອະມະຕະ​ໄປ​ແລກປ່ຽນ​ກັບ​ຮູບເຄົາລົບ​ທີ່​ສ້າງ​ຂຶ້ນ​ຕາມ​ແບບ​ຂອງ​ມະນຸດ​ທີ່​ຕ້ອງ​ຕາຍ, ຕາມ​ແບບ​ຂອງ​ສັດປີກ, ສັດເລືອຄານ ແລະ ສັດ​ຕ່າງໆ.</verse>
				<verse number="24">ເຫດສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ປ່ອຍ​ພວກເຂົາ​ໃຫ້​ເຮັດ​ບາບ​ທາງເພດ​ຕາມ​ຕັນຫາ​ຊົ່ວ​ໃນ​ໃຈ​ຂອງ​ພວກເຂົາ ເຮັດ​ສິ່ງ​ທີ່​ໜ້າອັບອາຍ​ທາງ​ຮ່າງກາຍ​ຕໍ່​ກັນ.</verse>
				<verse number="25">ພວກເຂົາ​ເອົາ​ຄວາມຈິງ​ເລື່ອງ​ພຣະເຈົ້າ​ມາ​ປ່ຽນ​ກັບ​ຄວາມບໍ່ຈິງ, ພວກເຂົາ​ຂາບໄຫວ້ ແລະ ບົວລະບັດ​ຮັບໃຊ້​ສິ່ງ​ທີ່​ໄດ້​ສ້າງ​ຂຶ້ນ​ມາ​ແທນ​ພຣະເຈົ້າ​ຜູ້​ສ້າງ ຜູ້​ເປັນ​ທີ່​ສັນລະເສີນ​ຕະຫລອດໄປ​ເປັນນິດ. ອາແມນ.</verse>
				<verse number="26">ເພາະ​ດ້ວຍເຫດນີ້ ພຣະເຈົ້າ​ຈຶ່ງ​ປ່ອຍ​ພວກເຂົາ​ໄວ້​ໃນ​ກິເລດຕັນຫາ​ອັນ​ໜ້າອັບອາຍ. ແມ່ນແຕ່​ພວກແມ່ຍິງ​ຂອງ​ພວກເຂົາ​ກໍ​ປ່ຽນ​ຈາກ​ການ​ມີ​ຄວາມສຳພັນ​ທາງເພດ​ຕາມ​ທຳມະຊາດ​ໃຫ້​ຜິດທຳມະຊາດ​ໄປ.</verse>
				<verse number="27">ໃນ​ທຳນອງ​ດຽວ​ກັນ ພວກຜູ້ຊາຍ​ກໍ​ເລີກ​ມີ​ຄວາມສຳພັນ​ທາງເພດ​ຕາມ​ທຳມະຊາດ​ກັບ​ແມ່ຍິງ ແລະ ເຕັມ​ດ້ວຍ​ໄຟ​ແຫ່ງ​ກິເລດຕັນຫາ​ຕໍ່​ກັນ. ຜູ້ຊາຍ​ກັບ​ຜູ້ຊາຍ​ເຮັດ​ການຊົ່ວ​ໜ້າອັບອາຍ​ຕໍ່​ກັນ, ພວກເຂົາ​ຈຶ່ງ​ໄດ້​ຮັບ​ການລົງໂທດ​ທີ່​ສົມ​ກັບ​ການກະທຳ​ຂອງ​ຕົນ.</verse>
				<verse number="28">ຫລາຍກວ່ານັ້ນ, ເນື່ອງຈາກ​ພວກເຂົາ​ບໍ່​ເຫັນ​ຄຸນຄ່າ​ຂອງ​ການ​ຮູ້ຈັກ​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ພວກເຂົາ​ໃຫ້​ມີ​ຈິດໃຈ​ຊົ່ວຊ້າ ເຮັດ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ.</verse>
				<verse number="29">ພວກເຂົາ​ຈຶ່ງ​ກາຍເປັນ​ຄົນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ທຸກ​ຢ່າງ, ຄວາມ​ຊົ່ວຮ້າຍ, ຄວາມໂລບ ແລະ ການປອງຮ້າຍ. ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມອິດສາ, ການຂ້າຟັນ, ການ​ຕໍ່ສູ້​ຊິງດີຊິງເດັ່ນ, ການລໍ້ລວງ ແລະ ການຄິດຮ້າຍຕໍ່ກັນ. ພວກເຂົາ​ມັກ​ເວົ້າ​ນິນທາ,</verse>
				<verse number="30">ໃສ່ຮ້າຍປ້າຍສີກັນ, ກຽດຊັງ​ພຣະເຈົ້າ, ອວດດີ, ໝິ່ນປະໝາດ ແລະ ອວດໂຕ. ພວກເຂົາ​ຄິດຫາ​ທາງ​ໃໝ່ໆ​ຂຶ້ນ​ໃນ​ການເຮັດຊົ່ວ, ພວກເຂົາ​ບໍ່​ເຊື່ອຟັງ​ພໍ່​ແມ່​ຂອງ​ຕົນ,</verse>
				<verse number="31">ພວກເຂົາ​ບໍ່​ມີ​ຄວາມເຂົ້າໃຈ, ບໍ່​ມີ​ຄວາມຊື່ສັດ, ບໍ່​ມີ​ຄວາມຮັກ, ບໍ່ມີຄວາມເມດຕາ.</verse>
				<verse number="32">ເຖິງແມ່ນວ່າ ພວກເຂົາ​ຮູ້​ກົດບັນຍັດ​ອັນ​ຊອບທຳ​ຂອງ​ພຣະເຈົ້າ​ທີ່​ກ່າວ​ວ່າ ຄົນ​ທີ່​ກະທຳ​ຢ່າງ​ນັ້ນ​ກໍ​ສົມຄວນ​ຕ້ອງ​ຕາຍ, ເຖິງປານນັ້ນ ພວກເຂົາ​ກໍ​ຍັງ​ເຮັດ​ຢູ່ ແລະ ຍັງ​ເຫັນພ້ອມ​ກັບ​ຄົນ​ທີ່​ເຮັດ​ຢ່າງ​ນັ້ນ​ອີກ​ດ້ວຍ.</verse>
			</chapter>
			<chapter number="2">
				<verse number="1">ເຫດສະນັ້ນ ພວກເຈົ້າ​ກໍ​ບໍ່​ມີ​ຂໍ້​ແກ້ໂຕ, ພວກເຈົ້າ​ຜູ້​ຕັດສິນ​ຄົນ​ອື່ນ ເພາະວ່າ​ພວກເຈົ້າ​ຈະ​ຕັດສິນ​ຄົນ​ອື່ນ​ດ້ວຍ​ປະການ​ໃດ ພວກເຈົ້າ​ກໍ​ກ່າວໂທດ​ໃສ່​ຕົນ​ເອງ​ດ້ວຍ, ເພາະວ່າ​ພວກເຈົ້າ​ຜູ້​ເປັນ​ຄົນ​ຕັດສິນ​ຄົນ​ອື່ນ​ກໍ​ຍັງ​ເຮັດ​ຢ່າງ​ດຽວ​ກັນ.</verse>
				<verse number="2">ພວກເຮົາ​ຮູ້​ຢູ່​ວ່າ​ການ​ທີ່​ພຣະເຈົ້າ​ພິພາກສາ​ລົງໂທດ​ຜູ້​ທີ່​ເຮັດ​ຢ່າງ​ນັ້ນ​ແມ່ນ​ອີງໃສ່​ຄວາມຈິງ.</verse>
				<verse number="3">ດັ່ງນັ້ນ ເມື່ອ​ເຈົ້າ​ຜູ້​ເປັນ​ພຽງ​ແຕ່​ມະນຸດ​ທີ່​ຕັດສິນ​ຄົນ​ອື່ນ​ກໍ​ຍັງ​ເຮັດ​ຢ່າງ​ດຽວ​ກັນ​ກັບ​ພວກເຂົາ, ພວກເຈົ້າ​ຄິດ​ວ່າ​ພວກເຈົ້າ​ຈະ​ໜີ​ຈາກ​ການພິພາກສາລົງໂທດ​ຂອງ​ພຣະເຈົ້າ​ໄດ້​ບໍ?</verse>
				<verse number="4">ຫລື ພວກເຈົ້າ​ໝິ່ນປະໝາດ​ຄວາມເມດຕາ​ອັນ​ອຸດົມສົມບູນ​ຂອງ​ພຣະອົງ, ຄວາມອົດກັ້ນ ແລະ ຄວາມອົດທົນ​ອັນ​ລົ້ນເຫລືອ​ຂອງ​ພຣະອົງ, ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຄວາມເມດຕາ​ຂອງ​ພຣະເຈົ້າ​ນັ້ນ​ແມ່ນ​ມີ​ໄວ້​ເພື່ອ​ນຳ​ພວກເຈົ້າ​ໃຫ້​ກັບໃຈ​ໃໝ່?</verse>
				<verse number="5">ແຕ່​ເພາະ​ພວກເຈົ້າ​ມີ​ໃຈ​ແຂງກະດ້າງ ແລະ ບໍ່​ຍອມ​ກັບໃຈ, ພວກເຈົ້າ​ຈຶ່ງ​ສະສົມ​ຄວາມໂກດຮ້າຍ​ຕໍ່ສູ້​ຕົນເອງ​ໄວ້​ສຳລັບ​ວັນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ, ເມື່ອ​ພຣະອົງ​ສະແດງ​ການ​ພິພາກສາ​ອັນ​ຊອບທຳ.</verse>
				<verse number="6">ພຣະເຈົ້າ “ຈະ​ຕອບແທນ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຂົາ”.</verse>
				<verse number="7">ສຳລັບ​ຄົນ​ທີ່​ບໍ່​ທໍ້ຖອຍ​ໃນ​ການ​ເຮັດ​ຄວາມດີ ຄື​ຄົນ​ທີ່​ສະແຫວງຫາ​ສະຫງ່າລາສີ, ກຽດຕິຍົດ ແລະ ຊີວິດ​ທີ່​ຕາຍບໍ່ເປັນ​ນັ້ນ, ພຣະອົງ​ກໍ​ຈະ​ໃຫ້​ຊີວິດ​ນິລັນດອນ​ແກ່​ພວກເຂົາ.</verse>
				<verse number="8">ແຕ່​ຜູ້​ທີ່​ສະແຫວງຫາ​ຜົນປະໂຫຍດ​ໃສ່​ຕົນເອງ ແລະ ຜູ້​ທີ່​ປະຕິເສດ​ຄວາມຈິງ ແລະ ຕິດຕາມ​ຄວາມ​ຊົ່ວ​ຈະ​ໄດ້​ຮັບ​ຄວາມ​ໂກດຮ້າຍ ແລະ ການ​ລົງໂທດ.</verse>
				<verse number="9">ຄວາມທຸກລຳບາກ ແລະ ຄວາມໂສກເສົ້າເສຍໃຈ​ຈະ​ເກີດ​ມີ​ແກ່​ມະນຸດ​ທຸກຄົນ​ທີ່​ເຮັດ​ຊົ່ວ​ຄື: ພວກ​ຢິວ​ກ່ອນ ຕໍ່ມາ​ກໍ​ແມ່ນ​ຄົນຕ່າງຊາດ;</verse>
				<verse number="10">ແຕ່​ສະຫງ່າລາສີ, ກຽດຕິຍົດ ແລະ ສັນຕິສຸກ​ຈະ​ເກີດ​ມີ​ແກ່​ທຸກຄົນ​ທີ່​ເຮັດ​ຄວາມດີ​ຄື: ພວກ​ຢິວ​ກ່ອນ ຕໍ່ມາ​ກໍ​ແມ່ນ​ຄົນຕ່າງຊາດ.</verse>
				<verse number="11">ເພາະວ່າ​ພຣະເຈົ້າ​ບໍ່​ໄດ້​ເຫັນແກ່​ໜ້າ​ຜູ້ໃດ.</verse>
				<verse number="12">ຄົນບາບ​ທຸກ​ຄົນ​ທີ່​ບໍ່ມີກົດບັນຍັດ ແລະ ໄດ້​ເຮັດ​ບາບ​ຈະ​ຕ້ອງ​ຈິບຫາຍ​ໄປ​ໂດຍ​ບໍ່​ຕ້ອງ​ອ້າງເຖິງ​ກົດບັນຍັດ, ແຕ່​ຄົນບາບ​ທຸກຄົນ​ທີ່​ຢູ່​ພາຍໃຕ້​ກົດບັນຍັດ ແລະ ໄດ້​ເຮັດ​ບາບ​ຈະ​ຖືກ​ຕັດສິນ​ຕາມ​ກົດບັນຍັດ​ນັ້ນ.</verse>
				<verse number="13">ດ້ວຍວ່າ ຜູ້​ທີ່​ຊອບທຳ​ໃນ​ສາຍຕາ​ພຣະເຈົ້າ​ບໍ່​ແມ່ນ​ຜູ້​ທີ່​ໄດ້​ຍິນ​ໄດ້​ຟັງ​ກົດບັນຍັດ ແຕ່​ແມ່ນ​ຜູ້​ທີ່​ໄດ້​ເຮັດ​ຕາມ​ກົດບັນຍັດ​ເທົ່ານັ້ນ​ທີ່​ພຣະເຈົ້າ​ຈະ​ປະກາດ​ວ່າ​ເປັນ​ຜູ້ຊອບທຳ.</verse>
				<verse number="14">(ແທ້ຈິງແລ້ວ ຄົນຕ່າງຊາດ​ຜູ້​ທີ່​ບໍ່​ມີ​ກົດບັນຍັດ ເມື່ອ​ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ກົດບັນຍັດ​ກຳນົດ​ໄວ້​ຕາມ​ນິໄສ​ປົກກະຕິ​ຂອງ​ພວກເຂົາ​ແລ້ວ ພວກເຂົາ​ກໍ​ຍັງ​ເປັນ​ກົດບັນຍັດ​ໃຫ້​ຕົນເອງ​ເຖິງ​ແມ່ນ​ວ່າ​ພວກເຂົາ​ບໍ່​ມີ​ກົດບັນຍັດ​ກໍ​ຕາມ.</verse>
				<verse number="15">ເພາະ​ພວກເຂົາ​ສະແດງ​ໃຫ້​ເຫັນ​ວ່າ​ຂໍ້ກຳນົດ​ຕ່າງໆ​ຂອງ​ກົດບັນຍັດ ໄດ້​ຈາລຶກ​ຢູ່​ໃນ​ຫົວໃຈ​ຂອງ​ພວກເຂົາ, ຈິດສຳນຶກ​ຂອງ​ພວກເຂົາ​ກໍ​ເປັນ​ພະຍານ​ເໝືອນກັນ ແລະ ຄວາມຄິດ​ຂອງ​ພວກເຂົາ​ນັ້ນ​ແຫລະ​ທີ່​ກ່າວໂທດ ຫລື ຈະ​ແກ້ໂຕ​ໃຫ້​ພວກເຂົາ.)</verse>
				<verse number="16">ສິ່ງ​ນີ້​ຈະ​ເກີດຂຶ້ນ​ໃນ​ວັນ​ທີ່​ພຣະເຈົ້າ​ຈະ​ໃຫ້​ພຣະເຢຊູຄຣິດເຈົ້າ ພິພາກສາ​ຄວາມລັບ​ຂອງ​ມະນຸດ ຕາມ​ທີ່​ລະບຸ​ໄວ້​ໃນ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.</verse>
				<verse number="17">ແຕ່​ຖ້າ​ພວກເຈົ້າ​ເອີ້ນ​ຕົນ​ເອງ​ວ່າ​ເປັນ​ຄົນ​ຢິວ, ຖ້າ​ພວກເຈົ້າ​ເພິ່ງພາ​ກົດບັນຍັດ ແລະ ອວດອ້າງ​ວ່າ​ພວກເຈົ້າ​ມີ​ຄວາມສຳພັນ​ໃກ້ຊິດ​ກັບ​ພຣະເຈົ້າ,</verse>
				<verse number="18">ຖ້າ​ພວກເຈົ້າ​ຮູ້​ຄວາມ​ປະສົງ​ຂອງ​ພຣະອົງ ແລະ ເຫັນພ້ອມ​ໃນ​ສິ່ງ​ທີ່​ດີເລີດ ເພາະ​ພວກເຈົ້າ​ໄດ້​ຮັບ​ການ​ສອນ​ຈາກ​ກົດບັນຍັດ,</verse>
				<verse number="19">ຖ້າ​ພວກເຈົ້າ​ໝັ້ນໃຈ​ວ່າ​ຕົນ​ເປັນ​ຜູ້ນຳທາງ​ໃຫ້​ຄົນຕາບອດ, ເປັນ​ຄວາມສະຫວ່າງ​ໃຫ້​ແກ່​ຜູ້​ທີ່​ຕົກ​ຢູ່​ໃນ​ຄວາມມືດ,</verse>
				<verse number="20">ເປັນ​ຜູ້ສອນ​ຄົນໂງ່, ເປັນ​ຄູສອນ​ເດັກນ້ອຍ ເພາະ​ເຈົ້າ​ມີ​ຄວາມຮູ້ ແລະ ຄວາມຈິງ​ທີ່​ຢູ່​ໃນ​ກົດບັນຍັດ</verse>
				<verse number="21">ແລ້ວ​ພວກເຈົ້າ​ຜູ້​ສອນ​ຄົນອື່ນ​ເປັນ​ຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ສອນ​ຕົນ​ເອງ? ພວກເຈົ້າ​ຜູ້​ເທດສະໜາ​ວ່າ​ຢ່າລັກ, ແຕ່​ພວກເຈົ້າ​ຍັງ​ລັກ​ຢູ່​ບໍ?</verse>
				<verse number="22">ພວກເຈົ້າ​ຜູ້​ກ່າວ​ວ່າ​ຢ່າ​ຫລິ້ນຊູ້ ແຕ່​ພວກເຈົ້າ​ເອງ​ຍັງ​ຫລິ້ນຊູ້​ຢູ່​ບໍ? ພວກເຈົ້າ​ຜູ້​ກຽດຊັງ​ຮູບເຄົາລົບ ແຕ່​ພວກເຈົ້າ​ເອງ​ຍັງ​ປຸ້ນ​ວິຫານ​ຢູ່​ບໍ?</verse>
				<verse number="23">ພວກເຈົ້າ​ຜູ້​ອວດອ້າງ​ໃນ​ກົດບັນຍັດ ແຕ່​ພວກເຈົ້າ​ເອງ​ໝິ່ນປະໝາດ​ພຣະເຈົ້າ​ໂດຍ​ຝ່າຝືນ​ກົດບັນຍັດ​ບໍ?</verse>
				<verse number="24">ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ນາມ​ຂອງ​ພຣະເຈົ້າ​ຖືກ​ໝິ່ນປະໝາດ​ໃນ​ທ່າມກາງ​ຄົນຕ່າງຊາດ​ກໍ​ເພາະ​ພວກເຈົ້າ​ທັງຫລາຍ”.</verse>
				<verse number="25">ການ​ຮັບພິທີຕັດ​ນັ້ນ​ກໍ​ມີ​ປະໂຫຍດ​ແທ້​ຖ້າ​ພວກເຈົ້າ​ຮັກສາ​ກົດບັນຍັດ, ແຕ່​ຖ້າ​ພວກເຈົ້າ​ລ່ວງລະເມີດ​ກົດບັນຍັດ ການ​ທີ່​ພວກເຈົ້າ​ຮັບພິທີຕັດ​ນັ້ນ​ກໍ​ເໝືອນ​ບໍ່​ໄດ້​ຮັບ​ເລີຍ.</verse>
				<verse number="26">ດັ່ງນັ້ນ ຖ້າ​ຜູ້​ທີ່​ບໍ່​ໄດ້​ຮັບພິທີຕັດ​ຕາມ​ຂໍ້ກຳນົດ​ຂອງ​ກົດບັນຍັດ ຈະ​ຖື​ວ່າ​ພວກເຂົາ​ໄດ້​ຮັບພິທີຕັດ​ແລ້ວ​ບໍ່​ແມ່ນ​ບໍ?</verse>
				<verse number="27">ຜູ້​ທີ່​ບໍ່​ໄດ້​ຮັບພິທີຕັດ​ທາງ​ກາຍ​ແຕ່​ຍັງ​ເຮັດ​ຕາມ​ກົດບັນຍັດ ຈະ​ລົງໂທດ​ພວກເຈົ້າ​ຜູ້​ລະເມີດ​ກົດບັນຍັດ ເຖິງວ່າ​ພວກເຈົ້າ​ມີ ​ກົດບັນຍັດ​ເປັນ​ຕົວອັກສອນ ແລະ ໄດ້​ຮັບ​ພິທີຕັດ​ແລ້ວ.</verse>
				<verse number="28">ຜູ້​ທີ່​ເປັນ​ຄົນ​ຢິວ​ແທ້​ທີ່​ບໍ່​ແມ່ນ​ຄົນ​ຢິວ​ແຕ່​ພຽງ​ພາຍນອກ, ທັງ​ການ​ຮັບພິທີຕັດ​ແທ້​ກໍ​ບໍ່ແມ່ນ​ການ​ຮັບພິທີຕັດ​ແຕ່​ພຽງ​ພາຍນອກ ແລະ ທາງ​ຮ່າງກາຍ​ເທົ່ານັ້ນ.</verse>
				<verse number="29">ແຕ່​ຄົນຢິວ​ແທ້​ຄື​ຄົນ​ທີ່​ເປັນ​ຢິວ​ພາຍໃນ ແລະ ການ​ຮັບພິທີຕັດ​ແທ້​ນັ້ນ​ຄື ການ​ຮັບພິທີຕັດ​ທາງ​ຈິດໃຈ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ ບໍ່​ແມ່ນ​ເປັນ​ໄປ​ຕາມ​ຕົວອັກສອນ​ໃນ​ກົດບັນຍັດ ຄົນ​ຢ່າງນັ້ນ​ຮັບ​ຄຳສັນລະເສີນ​ຈາກ​ພຣະເຈົ້າ​ບໍ່​ແມ່ນ​ຈາກ​ມະນຸດ.</verse>
			</chapter>
			<chapter number="3">
				<verse number="1">ຖ້າ​ຢ່າງ​ນັ້ນ ການ​ເປັນ​ຄົນຢິວ​ຈະ​ໄດ້​ປຽບ​ກວ່າ​ຄົນອື່ນ​ຢ່າງໃດ ຫລື ການ​ຮັບພິທີຕັດ​ມີ​ປະໂຫຍດ​ອັນໃດ?</verse>
				<verse number="2">ກໍ​ມີ​ປະໂຫຍດ​ຫລາຍ​ໃນ​ທຸກດ້ານ! ປະການ​ທຳອິດ ພວກເຂົາ​ໄດ້​ຮັບ​ມອບໝາຍ​ໃຫ້​ຮັກສາ​ທຸກ​ຖ້ອຍຄຳ​ຂອງ​ພຣະເຈົ້າ.</verse>
				<verse number="3">ຖ້າ​ມີ​ບາງຄົນ​ບໍ່ສັດຊື່ ແລ້ວ​ຈະ​ເປັນ​ຢ່າງ​ໃດ? ຄວາມບໍ່ສັດຊື່​ຂອງ​ພວກເຂົາ​ນັ້ນ​ຈະ​ເຮັດ​ໃຫ້​ຄວາມ​ສັດຊື່​ຂອງ​ພຣະເຈົ້າ​ເສຍ​ປະໂຫຍດ​ບໍ?</verse>
				<verse number="4">ບໍ່​ເປັນ​ຢ່າງ​ນັ້ນ! ພຣະເຈົ້າ​ກ່າວ​ແຕ່​ຄວາມຈິງ ເຖິງ​ແມ່ນ​ວ່າ​ມະນຸດ​ທຸກຄົນ​ຈະ​ເປັນ​ຄົນ​ເວົ້າຕົວະ​ກໍ​ຕາມ. ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ເພື່ອ​ພຣະອົງ​ຈະ​ໄດ້​ຮັບ​ການພິສູດ​ວ່າ ເປັນ​ຝ່າຍ​ຖືກ​ເມື່ອ​ພຣະອົງ​ກ່າວ ແລະ ຊະນະ​ເມື່ອ​ພຣະອົງ​ພິພາກສາ”.</verse>
				<verse number="5">ແຕ່​ຖ້າ​ຄວາມ​ອະທຳ​ຂອງ​ພວກເຮົາ​ເຮັດ​ໃຫ້​ເຫັນ​ຄວາມຊອບທຳ​ຂອງ​ພຣະເຈົ້າ​ຊັດເຈນ​ຫລາຍ​ຂຶ້ນ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ພຣະເຈົ້າ​ບໍ່ຍຸຕິທຳ​ບໍ​ທີ່​ໃຫ້​ຄວາມໂກດຮ້າຍ​ຂອງ​ພຣະອົງ​ລົງ​ມາ​ເທິງ​ພວກເຮົາ? (ເຮົາ​ກຳລັງ​ໃຊ້​ເຫດຜົນ​ຢ່າງ​ມະນຸດ.)</verse>
				<verse number="6">ບໍ່​ແມ່ນ​ຢ່າງ​ນັ້ນ​ແນ່ນອນ! ເພາະ​ຖ້າ​ເປັນ​ຢ່າງ​ນັ້ນ​ແລ້ວ, ພຣະເຈົ້າ​ຈະ​ພິພາກສາ​ໂລກ​ໄດ້​ຢ່າງໃດ?</verse>
				<verse number="7">ມີ​ບາງຄົນ​ອາດ​ຕອບໂຕ້​ວ່າ, “ຖ້າ​ຄວາມຕົວະ​ຂອງ​ເຮົາ​ເຮັດ​ໃຫ້​ເຫັນ​ຄວາມສັດຊື່​ຂອງ​ພຣະເຈົ້າ​ຊັດເຈນ​ຂຶ້ນ ແລະ ເປັນ​ການ​ເພີ່ມເຕີມ​ກຽດຕິຍົດ​ຂອງ​ພຣະອົງ, ແລ້ວ​ເປັນຫຍັງ​ເຮົາ​ຍັງ​ຖືກ​ຕັດສິນ​ລົງໂທດ​ວ່າ​ເປັນ​ຄົນບາບ?”</verse>
				<verse number="8">ເປັນຫຍັງ​ບໍ່​ກ່າວ​ວ່າ, “ໃຫ້​ພວກເຮົາ​ເຮັດ​ຊົ່ວ​ເພື່ອ​ຄວາມດີ​ຈະ​ໄດ້​ເກີດຂຶ້ນ”? ຕາມ​ທີ່​ມີ​ບາງຄົນ​ໃສ່ຮ້າຍ​ວ່າ​ເຮົາ​ເວົ້າ​ຢ່າງ​ນັ້ນ. ການ​ລົງໂທດ​ຄົນ​ຢ່າງນັ້ນ​ກໍ​ຍຸຕິທຳ​ແລ້ວ.</verse>
				<verse number="9">ຖ້າ​ດັ່ງນັ້ນ​ແລ້ວ​ເຮົາ​ຈະ​ສະຫລຸບ​ວ່າ​ຢ່າງໃດ? ພວກເຮົາ​ຊາວ​ຢິວ​ໄດ້ປຽບ ​ກວ່າ​ຄົນ​ອື່ນ​ບໍ? ບໍ່​ເປັນ​ດັ່ງນັ້ນ​ດອກ! ເພາະ​ເຮົາ​ກໍ​ໄດ້​ຊີ້​ໃຫ້​ເຫັນ​ແລ້ວ​ວ່າ​ທັງ​ຄົນຢິວ ແລະ ຄົນຕ່າງຊາດ​ກໍ​ລ້ວນ​ແຕ່​ຢູ່​ໃຕ້​ອຳນາດ​ຂອງ​ຄວາມບາບ​ເໝືອນ​ກັນ​ທຸກຄົນ.</verse>
				<verse number="10">ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ບໍ່​ມີ​ຈັກ​ຄົນ​ທີ່​ຊອບທຳ ບໍ່​ມີ​ແມ່ນ​ແຕ່​ຄົນ​ດຽວ;</verse>
				<verse number="11">ບໍ່​ມີ​ຜູ້ໃດ​ທີ່​ເຂົ້າໃຈ ບໍ່​ມີ​ຜູ້ໃດ​ທີ່​ສະແຫວງຫາ​ພຣະເຈົ້າ.</verse>
				<verse number="12">ທຸກຄົນ​ໄດ້​ຫັນໜີ​ໄປ, ພວກເຂົາ​ພາກັນ​ກາຍເປັນ​ຄົນໄຮ້ຄ່າ​ໄປ​ໝົດ; ບໍ່​ມີ​ຈັກ​ຄົນ​ທີ່​ເຮັດ​ຄວາມດີ ບໍ່​ມີ​ແມ່ນ​ແຕ່​ຄົນ​ດຽວ”.</verse>
				<verse number="13">“ຄໍ​ຂອງ​ພວກເຂົາ​ຄື​ຂຸມຝັງສົບ​ທີ່​ໄຂ​ຢູ່ ພວກເຂົາ​ໃຊ້​ລີ້ນ​ຂອງ​ຕົນ​ໃນ​ການລໍ້ລວງ”. “ມີ​ພິດ​ງູຮ້າຍ​ຢູ່​ທີ່​ຮິມສົບ​ຂອງ​ພວກເຂົາ”.</verse>
				<verse number="14">“ປາກ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ຄຳ​ສາບແຊ່ງ ແລະ ຄຳ​ຂົມຂື່ນ”.</verse>
				<verse number="15">“ຕີນ​ຂອງ​ພວກເຂົາ​ວ່ອງໄວ​ໃນ​ການ​ເຮັດ​ໃຫ້​ນອງ​ເລືອດ;</verse>
				<verse number="16">ພວກເຂົາ​ປະ​ແຕ່​ຄວາມຈິບຫາຍ ແລະ ຄວາມທຸກ​ໄວ້​ຕາມທາງ​ຂອງ​ພວກເຂົາ,</verse>
				<verse number="17">ແລະ ພວກເຂົາ​ບໍ່​ຮູ້ຈັກ​ທາງ​ແຫ່ງ​ຄວາມ​ສະຫງົບສຸກ”.</verse>
				<verse number="18">“ພວກເຂົາ​ບໍ່​ຄິດ​ທີ່​ຈະ​ຢ້ານກົວ​ພຣະເຈົ້າ​ເລີຍ”.</verse>
				<verse number="19">ບັດນີ້ ພວກເຮົາ​ຮູ້​ວ່າ​ສິ່ງໃດ​ທີ່​ກົດບັນຍັດ​ໄດ້​ກ່າວ​ໄວ້​ກໍ​ກ່າວ​ແກ່​ຜູ້​ທີ່​ຢູ່​ໃຕ້​ກົດບັນຍັດ, ເພື່ອວ່າ​ທຸກ​ປາກ​ຈະ​ມິດງຽບ​ຢູ່ ແລະ ເພື່ອ​ໃຫ້​ທັງ​ໂລກ​ຮັບຜິດຊອບ​ຕໍ່​ພຣະເຈົ້າ.</verse>
				<verse number="20">ເຫດສະນັ້ນ, ບໍ່​ມີ​ຜູ້ໃດ​ທີ່​ຖືວ່າ​ເປັນ​ຄົນຊອບທຳ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ໂດຍ​ການ​ເຮັດ​ຕາມ​ກົດບັນຍັດ, ກົດບັນຍັດ​ພຽງ​ແຕ່​ເຮັດ​ໃຫ້​ພວກເຮົາ​ສັງເກດ​ຮູ້ຈັກ​ຄວາມບາບ.</verse>
				<verse number="21">ແຕ່​ບັດນີ້ ຄວາມຊອບທຳ​ຈາກ​ພຣະເຈົ້າ ເຊິ່ງ​ຢູ່​ນອກ​ກົດບັນຍັດ​ນັ້ນ​ໄດ້​ປາກົດ​ແຈ້ງ​ແລ້ວ, ເຊິ່ງ​ໜັງສື​ກົດບັນຍັດ ແລະ ໜັງສື​ຜູ້ທຳນວາຍ​ໄດ້​ເປັນ​ພະຍານ​ເຖິງ​ເລື່ອງ​ນີ້.</verse>
				<verse number="22">ຄວາມຊອບທຳ​ນີ້​ແມ່ນ​ໄດ້​ມາ​ຜ່ານ​ທາງ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ໄປ​ເຖິງ​ທຸກຄົນ​ທີ່​ເຊື່ອ ເຊິ່ງ​ບໍ່​ມີ​ຂໍ້​ແຕກຕ່າງ​ກັນ​ລະຫວ່າງ​ຄົນຢິວ ແລະ ຄົນຕ່າງຊາດ,</verse>
				<verse number="23">ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ ແລະ ຂາດ​ຈາກ​ສະຫງ່າລາສີ​ຂອງ​ພຣະເຈົ້າ,</verse>
				<verse number="24">ແລະ ພຣະເຈົ້າ​ໄດ້​ຖື​ວ່າ​ພວກເຂົາ​ເປັນ​ຄົນຊອບທຳ ໂດຍ​ພຣະຄຸນ​ຂອງ​ພຣະອົງ​ທີ່​ບໍ່​ຄິດຄ່າ ຜ່ານທາງ​ການ​ໄຖ່​ທີ່​ມາ​ໂດຍ​ພຣະຄຣິດເຈົ້າເຢຊູ.</verse>
				<verse number="25">ພຣະເຈົ້າ​ໃຫ້​ພຣະເຢຊູເຈົ້າ​ເປັນ​ເຄື່ອງຖວາຍບູຊາໄຖ່ບາບ ​ແກ່​ທຸກຄົນ​ທີ່​ມີ​ຄວາມເຊື່ອ​ໃນ​ໂລຫິດ​ຂອງ​ພຣະເຢຊູເຈົ້າ. ພຣະເຈົ້າ​ກະທຳ​ເຊັ່ນ​ນີ້​ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ຄວາມ​ຍຸຕິທຳ​ຂອງ​ພຣະອົງ ເພາະ​ໂດຍ​ຄວາມ​ອົດກັ້ນ ພຣະອົງ​ຈຶ່ງ​ບໍ່​ໄດ້​ລົງໂທດ​ພວກເຂົາ​ທີ່​ໄດ້​ເຮັດ​ບາບ​ກ່ອນໜ້າ​ນັ້ນ.</verse>
				<verse number="26">ພຣະອົງ​ໄດ້​ເຮັດ​ຢ່າງ​ນີ້​ກໍ​ເພື່ອ​ສະແດງ​ຄວາມຍຸຕິທຳ​ຂອງ​ພຣະອົງ​ໃນ​ເວລາ​ປັດຈຸບັນ ເພື່ອ​ວ່າ​ພຣະອົງ​ຈະ​ເປັນ​ຜູ້ຊອບທຳ ແລະ ເປັນ​ຜູ້​ທີ່​ເຮັດ​ໃຫ້​ບັນດາ​ຄົນ​ທີ່​ມີ​ຄວາມເຊື່ອ​ໃນ​ພຣະເຢຊູເຈົ້າ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ດ້ວຍ.</verse>
				<verse number="27">ເມື່ອ​ເປັນ​ຢ່າງນີ້​ແລ້ວ ເຮົາ​ມີ​ສິ່ງໃດ​ທີ່​ຈະ​ອວດອ້າງ​ໄດ້? ບໍ່​ມີ​ເລີຍ ຈະ​ອ້າງ​ສິ່ງໃດ​ເປັນ​ຫລັກ? ຈະ​ອ້າງ​ວ່າ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ​ບໍ? ບໍ່​ດອກ, ແຕ່​ໂດຍ​ການ​ອ້າງ​ຄວາມເຊື່ອ​ເປັນ​ຫລັກ.</verse>
				<verse number="28">ເພາະ​ພວກເຮົາ​ຢືນຢັນ​ວ່າ​ຄົນໃດຄົນ​ໜຶ່ງ​ຈະ​ຖືວ່າ​ເປັນ​ຄົນຊອບທຳ​ໄດ້​ກໍ​ໂດຍ​ຄວາມເຊື່ອ ບໍ່ແມ່ນ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ.</verse>
				<verse number="29">ຫລື ພຣະເຈົ້າ​ເປັນ​ພຣະເຈົ້າ​ຂອງ​ຄົນຢິວ​ເທົ່ານັ້ນ​ບໍ? ພຣະອົງ​ບໍ່​ໄດ້​ເປັນ​ພຣະເຈົ້າ​ຂອງ​ຄົນຕ່າງຊາດ​ດ້ວຍ​ບໍ? ແມ່ນ​ແລ້ວ, ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຄົນຕ່າງຊາດ​ດ້ວຍ,</verse>
				<verse number="30">ດ້ວຍວ່າ ມີ​ພຣະເຈົ້າ​ພຽງ​ແຕ່​ອົງ​ດຽວ, ພຣະອົງ​ຈະ​ຖືວ່າ​ຄົນ​ທີ່​ຮັບພິທີຕັດ​ນັ້ນ​ເປັນຄົນຊອບທຳ​ໂດຍ​ຄວາມເຊື່ອ ແລະ ຈະ​ຖືວ່າ​ຄົນ​ທີ່​ບໍ່ຮັບພິທີຕັດ​ກໍ​ເປັນ​ຄົນຊອບທຳ​ໂດຍ​ທາງ​ຄວາມເຊື່ອ​ເໝືອນກັນ.</verse>
				<verse number="31">ຖ້າ​ຢ່າງ​ນັ້ນ ພວກເຮົາ​ລຶບລ້າງ​ກົດບັນຍັດ​ດ້ວຍ​ຄວາມເຊື່ອ​ບໍ? ບໍ່​ແມ່ນ​ຢ່າງນັ້ນ​ດອກ! ພວກເຮົາ​ເປັນ​ຜູ້​ສະໜັບສະໜູນ​ກົດບັນຍັດ.</verse>
			</chapter>
			<chapter number="4">
				<verse number="1">ຖ້າ​ຢ່າງ​ນັ້ນ ພວກເຮົາ​ຈະ​ວ່າ​ຢ່າງໃດ​ເຖິງ​ເລື່ອງ​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຕາມ​ສາຍເລືອດ?</verse>
				<verse number="2">ຖ້າ​ພຣະເຈົ້າ​ຖືວ່າ​ອັບຣາຮາມ​ເປັນ​ຜູ້ຊອບທຳ​ໂດຍ​ການປະຕິບັດ ເພິ່ນ​ກໍ​ມີ​ສິ່ງ​ທີ່​ຈະ​ອວດອ້າງ​ໄດ້ ແຕ່​ຕໍ່ໜ້າ​ພຣະເຈົ້າ​ແລ້ວ​ບໍ່​ເປັນ​ຢ່າງ​ນັ້ນ​ເລີຍ.</verse>
				<verse number="3">ພຣະຄຳພີ​ກ່າວ​ວ່າ​ຢ່າງໃດ? “ອັບຣາຮາມ​ເຊື່ອ​ພຣະເຈົ້າ ແລະ ເພາະ​ຄວາມເຊື່ອ​ນີ້​ພຣະອົງ​ຖື​ວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ”.</verse>
				<verse number="4">ສ່ວນ​ຄົນ​ທີ່​ເຮັດການ​ກໍ​ບໍ່​ຖືວ່າ​ຄ່າຈ້າງ​ຂອງ​ລາວ​ເປັນ​ຂອງຂັວນ ແຕ່​ຖືວ່າ​ເປັນ​ສິ່ງ​ທີ່​ລາວ​ສົມຄວນ​ໄດ້​ຮັບ.</verse>
				<verse number="5">ສ່ວນ​ຄົນ​ທີ່​ບໍ່​ໄດ້​ອາໄສ​ການປະຕິບັດ ແຕ່​ໄດ້​ວາງໃຈ​ໃນ​ພຣະເຈົ້າ​ຜູ້​ເຮັດ​ໃຫ້​ຄົນຊົ່ວ​ເປັນ​ຄົນຊອບທຳ ພຣະອົງ​ຖືວ່າ​ຄວາມເຊື່ອ​ຂອງ​ລາວ​ເປັນ​ຄວາມຊອບທຳ.</verse>
				<verse number="6">ດາວິດ​ໄດ້​ກ່າວ​ຢ່າງ​ດຽວກັນ​ນີ້​ເມື່ອ​ເພິ່ນ​ໄດ້​ເວົ້າ​ເຖິງ​ຄວາມສຸກ​ຂອງ​ຜູ້​ທີ່​ພຣະເຈົ້າ​ຖືວ່າ​ເປັນ​ຜູ້ຊອບທຳ​ໂດຍ​ບໍ່​ໄດ້​ອາໄສ​ການປະຕິບັດ​ວ່າ:</verse>
				<verse number="7">“ຄວາມສຸກ​ມີ​ແກ່​ບັນດາ ຜູ້​ທີ່​ໄດ້​ຮັບ​ການ​ອະໄພ​ໃນ​ການ​ລ່ວງລະເມີດ​ຂອງ​ຕົນ, ຜູ້​ທີ່​ບາບ​ທັງຫລາຍ​ຂອງ​ຕົນ​ໄດ້​ຮັບ​ການປົກບັງ​ໄວ້​ແລ້ວ.</verse>
				<verse number="8">ຄວາມສຸກ​ມີ​ແກ່ ຜູ້​ທີ່​ອົງພຣະຜູ້ເປັນເຈົ້າ​ຈະ​ບໍ່​ຖືໂທດ​ບາບ​ຂອງ​ພວກເຂົາ​ອີກ”.</verse>
				<verse number="9">ຄວາມສຸກ​ນີ້​ມີ​ແກ່​ຜູ້​ທີ່​ໄດ້​ຮັບ​ພິທີຕັດ​ເທົ່ານັ້ນ ຫລື ມີ​ແກ່​ຜູ້​ທີ່​ບໍ່ຮັບພິທີຕັດ​ເໝືອນກັນ? ພວກເຮົາ​ໄດ້​ກ່າວ​ແລ້ວ​ວ່າ​ເພາະ​ຄວາມເຊື່ອ​ຂອງ​ອັບຣາຮາມ​ພຣະອົງ​ຖື​ວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ.</verse>
				<verse number="10">ສິ່ງ​ນີ້​ເກີດຂຶ້ນ​ເມື່ອໃດ? ກ່ອນ ຫລື ຫລັງຈາກ​ທີ່​ເພິ່ນ​ໄດ້​ຮັບ​ພິທີຕັດ? ບໍ່​ແມ່ນ​ຫລັງຈາກ​ຮັບ​ພິທີຕັດ ແຕ່​ເກີດຂຶ້ນ​ກ່ອນ​ໄດ້​ຮັບ​ພິທີຕັດ!</verse>
				<verse number="11">ແລະ ເພິ່ນ​ໄດ້​ຮັບ​ພິທີຕັດ​ເປັນ​ເຄື່ອງໝາຍ ເຊິ່ງ​ເປັນ​ຕາປະທັບ​ແຫ່ງ​ຄວາມຊອບທຳ​ທີ່​ເພິ່ນ​ໄດ້​ມາ​ໂດຍ​ຄວາມເຊື່ອ​ໃນ​ຂະນະ​ທີ່​ເພິ່ນ​ຍັງ​ບໍ່​ໄດ້​ຮັບ​ພິທີຕັດ. ດ້ວຍເຫດ​ນີ້ ເພິ່ນ​ຈຶ່ງ​ເປັນ​ບິດາ​ຂອງ​ຄົນ​ທັງຫລາຍ​ທີ່​ເຊື່ອ​ແຕ່​ຍັງ​ບໍ່​ໄດ້​ຮັບ​ພິທີຕັດ ເຊິ່ງ​ພຣະເຈົ້າ​ຖືວ່າ​ພວກເຂົາ​ເຫລົ່ານັ້ນ​ເປັນ​ຜູ້ຊອບທຳ​ດ້ວຍ.</verse>
				<verse number="12">ແລະ ເພິ່ນ​ຍັງ​ເປັນ​ບິດາ​ຂອງ​ຜູ້​ທີ່​ຮັບ​ພິທີຕັດ​ແລ້ວ ຄົນ​ເຫລົ່ານີ້​ບໍ່​ພຽງແຕ່​ຮັບ​ພິທີຕັດ​ເທົ່ານັ້ນ ແຕ່​ຍັງ​ມີ​ຄວາມເຊື່ອ​ຕາມ​ແບບ​ຄວາມເຊື່ອ​ທີ່​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ມີ​ຕັ້ງແຕ່​ກ່ອນ​ທີ່​ເພິ່ນ​ຈະ​ຮັບ​ພິທີຕັດ​ນັ້ນ.</verse>
				<verse number="13">ບໍ່​ແມ່ນ​ໂດຍ​ທາງ​ກົດບັນຍັດ ແຕ່​ໂດຍ​ທາງ​ຄວາມຊອບທຳ​ທີ່​ມາ​ຈາກ​ຄວາມເຊື່ອ, ອັບຣາຮາມ ແລະ ເຊື້ອສາຍ​ຂອງ​ເພິ່ນ​ຈຶ່ງ​ໄດ້​ຮັບ​ຄຳ​ສັນຍາ​ໃຫ້​ເປັນ​ຜູ້​ທີ່​ຈະ​ໄດ້​ຮັບ​ໂລກ​ນີ້​ເປັນ​ມໍລະດົກ.</verse>
				<verse number="14">ເພາະ​ຖ້າ​ບັນດາ​ຜູ້​ທີ່​ຢຶດຖື​ກົດບັນຍັດ​ໄດ້​ເປັນ​ຜູ້​ຮັບ​ມໍລະດົກ ຄວາມເຊື່ອ​ກໍ​ເສຍປະໂຫຍດ ແລະ ຄຳ​ສັນຍາ​ຂອງ​ພຣະເຈົ້າ​ກໍ​ບໍ່​ມີ​ຄຸນຄ່າ​ເລີຍ,</verse>
				<verse number="15">ເພາະ​ກົດບັນຍັດ​ເປັນເຫດ​ໃຫ້​ຄວາມໂກດຮ້າຍ​ນັ້ນ​ມາ​ເຖິງ, ແລະ ບ່ອນ​ໃດ​ທີ່​ບໍ່​ມີ​ກົດບັນຍັດ ບ່ອນ​ນັ້ນ​ກໍ​ບໍ່​ມີ​ການລ່ວງລະເມີດ.</verse>
				<verse number="16">ເຫດສະນັ້ນ ຄຳ​ສັນຍາ​ຈຶ່ງ​ມາ​ທາງ​ຄວາມເຊື່ອ, ເພື່ອ​ວ່າ​ສິ່ງ​ທີ່​ສັນຍາ​ຈະ​ໄດ້​ເປັນ​ໂດຍ​ພຣະຄຸນ ແລະ ເປັນ​ທີ່​ວາງໃຈ​ແກ່​ເຊື້ອສາຍ​ຂອງ​ອັບຣາຮາມ​ທຸກຄົນ, ບໍ່​ແມ່ນ​ແຕ່​ຜູ້​ທີ່​ຖື​ກົດບັນຍັດ​ເທົ່ານັ້ນ ແຕ່​ແມ່ນ​ຜູ້​ທີ່​ມີ​ຄວາມເຊື່ອ​ຢ່າງດຽວ​ກັນ​ກັບ​ອັບຣາຮາມ​ດ້ວຍ. ເພິ່ນ​ເປັນ​ບິດາ​ຂອງ​ພວກເຮົາ​ທັງໝົດ.</verse>
				<verse number="17">ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ: “ເຮົາ​ໄດ້​ໃຫ້​ເຈົ້າ​ເປັນ​ບິດາ​ຂອງ​ຫລາຍ​ຊົນຊາດ”. ເພິ່ນ​ເປັນ​ບິດາ​ຂອງ​ເຮົາ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຜູ້​ທີ່​ເພິ່ນ​ເຊື່ອ ຄື​ພຣະເຈົ້າ​ຜູ້​ໃຫ້​ຊີວິດ​ແກ່​ຄົນ​ທີ່​ຕາຍ​ແລ້ວ ແລະ ເອີ້ນ​ສິ່ງ​ທີ່​ບໍ່​ມີ​ໃຫ້​ມີ​ຂຶ້ນ​ມາ.</verse>
				<verse number="18">ທັງ​ທີ່​ບໍ່​ສົມຄວນ​ຈະ​ມີ​ຄວາມຫວັງ​ອັນໃດ ອັບຣາຮາມ​ກໍ​ຍັງ​ເຊື່ອ​ເພາະ​ເພິ່ນ​ມີ​ຄວາມຫວັງ​ເພິ່ນ​ຈຶ່ງ​ໄດ້​ເປັນ​ບິດາ​ຂອງ​ຫລາຍ​ຊົນຊາດ​ເໝືອນ​ທີ່​ໄດ້​ກ່າວ​ກັບ​ເພິ່ນ​ໄວ້​ແລ້ວ​ວ່າ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ເປັນ​ຢ່າງ​ນັ້ນ​ແຫລະ”.</verse>
				<verse number="19">ຄວາມເຊື່ອ​ຂອງ​ເພິ່ນ​ບໍ່​ໄດ້​ຖອຍລົງ​ເລີຍ ເຖິງແມ່ນວ່າ​ເພິ່ນ​ປະເຊີນ​ກັບ​ຄວາມຈິງ​ທີ່​ວ່າ​ຮ່າງກາຍ​ຂອງ​ເພິ່ນ​ເໝືອນ​ໄດ້​ຕາຍ​ໄປ​ແລ້ວ ເພາະ​ເພິ່ນ​ມີ​ອາຍຸ​ປະມານ​ຮ້ອຍປີ​ແລ້ວ ແລະ ຄວາມຈິງ​ທີ່​ວ່າ​ທ້ອງ​ຂອງ​ນາງ​ຊາຣາ​ກໍ​ເປັນ​ເໝືອນ​ກັບ​ຕາຍ​ແລ້ວ.</verse>
				<verse number="20">ແຕ່​ເພິ່ນ​ກໍ​ບໍ່​ໄດ້​ສົງໄສ​ໃນ​ຄຳ​ສັນຍາ​ຂອງ​ພຣະເຈົ້າ ແຕ່​ເຂັ້ມແຂງ​ຂຶ້ນ​ໃນ​ຄວາມເຊື່ອ ແລະ ໄດ້​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ,</verse>
				<verse number="21">ເພາະ​ເຊື່ອໝັ້ນ​ເຕັມ​ທີ່​ວ່າ​ພຣະເຈົ້າ​ມີ​ລິດອຳນາດ​ທີ່​ຈະ​ເຮັດ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.</verse>
				<verse number="22">ນີ້​ຄື​ເຫດຜົນ​ທີ່ “ເພາະ​ຄວາມເຊື່ອ​ນີ້​ພຣະອົງ​ຖື​ວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ”.</verse>
				<verse number="23">ຄຳ​ວ່າ “ຖືວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ” ນີ້ ບໍ່​ໄດ້​ຂຽນ​ໄວ້​ສຳລັບ​ເພິ່ນ​ຜູ້​ດຽວ,</verse>
				<verse number="24">ແຕ່​ສຳລັບ​ພວກເຮົາ​ທັງຫລາຍ​ຜູ້​ທີ່​ພຣະເຈົ້າ​ຖືວ່າ​ເປັນ​ຜູ້ຊອບທຳ​ດ້ວຍ, ສຳລັບ​ພວກເຮົາ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຜູ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເປັນຄືນມາຈາກຕາຍ.</verse>
				<verse number="25">ພຣະເຢຊູເຈົ້າ​ໄດ້​ຖືກ​ມອບໄວ້​ໃຫ້​ເຖິງ​ແກ່​ຄວາມຕາຍ​ເພາະ​ບາບກຳ​ຂອງ​ພວກເຮົາ ແລະ ໄດ້​ຄືນມາ​ມີຊີວິດ​ເພື່ອ​ໃຫ້​ພວກເຮົາ​ເປັນ​ຜູ້ຊອບທຳ.</verse>
			</chapter>
			<chapter number="5">
				<verse number="1">ເຫດສະນັ້ນ, ເມື່ອ​ພວກເຮົາ​ໄດ້​ຖືກນັບ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ​ແລ້ວ, ພວກເຮົາ ​ຈຶ່ງ​ມີ​ສັນຕິສຸກ​ກັບ​ພຣະເຈົ້າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ,</verse>
				<verse number="2">ໂດຍ​ທາງ​ພຣະອົງ ພວກເຮົາ​ຈຶ່ງ​ໄດ້​ເຂົ້າ​ໃນ​ຮົ່ມ​ພຣະຄຸນ​ທີ່​ພວກເຮົາ​ຢືນຢູ່​ດ້ວຍ​ຄວາມເຊື່ອ. ແລະ ພວກເຮົາ ​ຈຶ່ງ​ຊື່ນຊົມຍິນດີ​ໃນ​ຄວາມຫວັງ​ທີ່​ຈະ​ໄດ້​ມີສ່ວນ​ໃນ​ສະຫງ່າລາສີ​ຂອງ​ພຣະເຈົ້າ.</verse>
				<verse number="3">ຫລາຍກວ່ານັ້ນ​ອີກ ແຕ່​ພວກເຮົາ ​ຍັງ​ຊື່ນຊົມຍິນດີ​ໃນ​ຄວາມທຸກຍາກລໍາບາກ​ຂອງ​ພວກເຮົາ​ດ້ວຍ, ເພາະ​ພວກເຮົາ​ຮູ້​ແລ້ວ​ວ່າ​ຄວາມທຸກຍາກລໍາບາກ​ນັ້ນ​ເຮັດ​ໃຫ້​ເກີດ​ມີ​ຄວາມອົດທົນ,</verse>
				<verse number="4">ຄວາມອົດທົນ​ເຮັດ​ໃຫ້​ພວກເຮົາ​ມີ​ລັກສະນະນິໄສ​ທີ່​ພິສູດ​ແລ້ວ​ວ່າ​ໃຊ້ການໄດ້ ແລະ ລັກສະນະນິໄສ​ຢ່າງນີ້​ເຮັດ​ໃຫ້​ມີ​ຄວາມຫວັງ</verse>
				<verse number="5">ແລະ ຄວາມຫວັງ​ບໍ່​ເຮັດ​ໃຫ້​ພວກເຮົາ​ຕ້ອງ​ອັບອາຍ ເພາະວ່າ​ພຣະເຈົ້າ​ໄດ້​ຖອກເທ​ຄວາມຮັກ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ​ຜູ້​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຮົາ​ແລ້ວ.</verse>
				<verse number="6">ຂະນະ​ທີ່​ພວກເຮົາ​ຍັງ​ຂາດ​ກຳລັງ​ຢູ່​ນັ້ນ, ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ຄົນບາບ​ໃນ​ເວລາ​ທີ່​ເໝາະສົມ.</verse>
				<verse number="7">ຫາ​ຍາກ​ທີ່ສຸດ​ຈະ​ມີ​ຄົນ​ຍອມ​ຕາຍ​ເພື່ອ​ຄົນຊອບທຳ, ເຖິງ​ວ່າ​ອາດ​ຈະ​ມີ​ບາງຄົນ​ກ້າ​ຕາຍ​ເພື່ອ​ຄົນ​ດີ​ກໍ​ໄດ້.</verse>
				<verse number="8">ແຕ່​ພຣະເຈົ້າ​ໄດ້​ສະແດງ​ຄວາມຮັກ​ຂອງ​ພຣະອົງ​ເອງ​ແກ່​ພວກເຮົາ​ທັງຫລາຍ​ຄື: ຂະນະ​ທີ່​ພວກເຮົາ​ຍັງ​ເປັນ​ຄົນບາບ​ຢູ່​ນັ້ນ ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ພວກເຮົາ.</verse>
				<verse number="9">ໃນ​ເມື່ອ​ບັດນີ້​ພວກເຮົາ​ໄດ້​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ແລ້ວ​ໂດຍ​ເລືອດ​ຂອງ​ພຣະອົງ​ແລ້ວ ຫລາຍ​ກວ່າ​ນັ້ນ​ອີກ​ພວກເຮົາ​ຈະ​ໄດ້​ພົ້ນ​ຈາກ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຜ່ານທາງ​ພຣະອົງ​ຢ່າງ​ແນ່ນອນ!</verse>
				<verse number="10">ເພາະວ່າ​ຖ້າ​ພວກເຮົາ​ຍັງ​ໄດ້​ຄືນດີກັນ​ກັບ​ພຣະເຈົ້າ​ໂດຍ​ການຕາຍ​ຂອງ​ພຣະບຸດ​ຂອງ​ພຣະອົງ​ໃນຂະນະ​ທີ່​ພວກເຮົາ​ເຄີຍເປັນ​ສັດຕູ​ກັນ​ກັບ​ພຣະອົງ ຫລາຍ​ກວ່າ​ນັ້ນ​ອີກ​ເມື່ອ​ພວກເຮົາ​ໄດ້​ຄືນດີ​ກັນ​ກັບ​ພຣະອົງ​ແລ້ວ ພວກເຮົາ​ກໍ​ຈະ​ໄດ້​ຮັບ​ຄວາມພົ້ນ​ຜ່ານທາງ​ຊີວິດ​ຂອງ​ພຣະອົງ​ຢ່າງ​ແນ່ນອນ!</verse>
				<verse number="11">ບໍ່​ພຽງແຕ່​ເທົ່ານັ້ນ ພວກເຮົາ​ຍັງ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ດ້ວຍ, ບັດນີ້ ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ຄືນດີ​ກັນ​ກັບ​ພຣະເຈົ້າ​ແລ້ວ.</verse>
				<verse number="12">ເຫດສະນັ້ນ, ຄວາມບາບ​ໄດ້​ເຂົ້າມາ​ໃນ​ໂລກ​ຜ່ານທາງ​ມະນຸດ​ຄົນ​ດຽວ ແລະ ຄວາມບາບ​ນັ້ນ​ກໍ​ນຳ​ຄວາມຕາຍ​ມາ ແລະ ໂດຍ​ທາງ​ນີ້​ແຫລະ ຄວາມຕາຍ​ຈຶ່ງ​ມາ​ເຖິງ​ມະນຸດ​ທຸກຄົນ​ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ.</verse>
				<verse number="13">ແທ້ຈິງແລ້ວ ຄວາມບາບ​ກໍ​ມີ​ຢູ່​ໃນ​ໂລກ​ກ່ອນ​ມີ​ກົດບັນຍັດ, ແຕ່​ເມື່ອ​ຍັງ​ບໍ່​ມີ​ກົດບັນຍັດ​ກໍ​ບໍ່​ຖືວ່າ​ມີ​ບາບ.</verse>
				<verse number="14">ເຖິງຢ່າງໃດ​ກໍ​ຕາມ, ຄວາມຕາຍ​ກໍ​ຄອບຄອງ​ມາ​ຕັ້ງແຕ່​ສະໄໝ​ຂອງ​ອາດາມ​ຈົນ​ເຖິງ​ສະໄໝ​ຂອງ​ໂມເຊ, ແມ່ນ​ແຕ່​ຄົນ​ທີ່​ບໍ່​ໄດ້​ເຮັດ​ບາບ​ໂດຍ​ລະເມີດ​ຄຳສັ່ງ​ເໝືອນ​ກັບ​ອາດາມ ຜູ້​ທີ່​ເປັນ​ແບບ​ຂອງ​ພຣະອົງ​ຜູ້​ທີ່​ຈະ​ມາ​ພາຍຫລັງ.</verse>
				<verse number="15">ແຕ່​ວ່າ​ຂອງປະທານ​ນັ້ນ​ຕ່າງ​ຈາກ​ການລ່ວງລະເມີດ. ເພາະ​ຖ້າ​ຄົນ​ຈຳນວນ​ຫລວງຫລາຍ​ຕ້ອງ​ຕາຍ​ໂດຍ​ການລ່ວງລະເມີດ​ຂອງ​ມະນຸດ​ພຽງແຕ່​ຄົນ​ດຽວ, ຫລາຍກວ່ານັ້ນ​ອີກ​ເທົ່າໃດ ພຣະຄຸນ​ຂອງ​ພຣະເຈົ້າ ແລະ ຂອງປະທານ​ທີ່​ມາ​ໂດຍ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ຜູ້​ດຽວ​ນັ້ນ ກໍ​ຈະ​ໄຫລລົ້ນ​ໄປ​ສູ່​ຄົນ​ຈຳນວນ​ຫລວງຫລາຍ!</verse>
				<verse number="16">ແລະ ຂອງປະທານ​ຈາກ​ພຣະເຈົ້າ​ກໍ​ບໍ່​ສາມາດ​ທຽບ​ກັບ​ຜົນ​ທີ່​ເກີດ​ຈາກ​ບາບ​ຂອງ​ມະນຸດ​ຄົນດຽວ​ຄື: ການພິພາກສາ​ເກີດຂຶ້ນ​ຫລັງຈາກ​ການເຮັດບາບ​ພຽງແຕ່​ເທື່ອ​ດຽວ ແລະ ນຳ​ໄປ​ສູ່​ການລົງໂທດ, ແຕ່​ຂອງປະທານ​ເກີດຂຶ້ນ​ຫລັງຈາກ​ການລ່ວງລະເມີດ​ຫລາຍ​ຄັ້ງ ແລະ ນຳ​ໄປ​ສູ່​ການ​ນັບ​ວ່າ​ເປັນ​ຜູ້ຊອບທຳ.</verse>
				<verse number="17">ຖ້າຫາກວ່າ​ໂດຍ​ການລ່ວງລະເມີດ​ຂອງ​ມະນຸດ​ຄົນດຽວ ເປັນເຫດ​ໃຫ້​ຄວາມຕາຍ​ໄດ້​ຄອບຄອງ​ໂດຍ​ຜ່ານທາງ​ມະນຸດ​ຄົນດຽວ​ນັ້ນ, ຫລາຍກວ່ານັ້ນ​ອີກ​ເທົ່າໃດ ບັນດາ​ຜູ້​ທີ່​ໄດ້​ຮັບ​ພຣະຄຸນ​ອັນ​ບໍລິບູນ ແລະ ຂອງປະທານ​ແຫ່ງ​ຄວາມຊອບທຳ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ຢ່າງ​ລົ້ນເຫລືອ ກໍ​ຈະ​ຄອບຄອງ​ໃນ​ຊີວິດ​ໂດຍ​ຜ່ານ​ທາງ​ມະນຸດ​ຜູ້​ດຽວ​ຄື ພຣະເຢຊູຄຣິດເຈົ້າ.</verse>
				<verse number="18">ດັ່ງນັ້ນ, ການລ່ວງລະເມີດ​ພຽງແຕ່​ເທື່ອ​ດຽວ​ສົ່ງ​ຜົນ​ໃຫ້​ຄົນ​ທັງຫລາຍ​ຖືກ​ລົງໂທດ​ຢ່າງໃດ ການກະທຳ​ອັນ​ຊອບທຳ​ພຽງແຕ່​ເທື່ອ​ດຽວ​ກໍ​ສົ່ງ​ຜົນ​ໃຫ້​ຄົນ​ທັງຫລາຍ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ ແລະ ໄດ້​ຮັບ​ຊີວິດ​ຢ່າງນັ້ນ.</verse>
				<verse number="19">ດ້ວຍວ່າ ການ​ບໍ່​ເຊື່ອຟັງ​ຂອງ​ມະນຸດ​ຄົນ​ດຽວ​ເຮັດ​ໃຫ້​ຄົນ​ຈຳນວນຫລາຍ​ເປັນ​ຄົນບາບ​ຢ່າງໃດ ການເຊື່ອຟັງ​ຂອງ​ມະນຸດ​ຄົນດຽວ​ກໍ​ເຮັດໃຫ້​ຄົນ​ຈຳນວນຫລາຍ​ເປັນ​ຜູ້ຊອບທຳ​ຢ່າງນັ້ນ.</verse>
				<verse number="20">ກົດບັນຍັດ​ຖືກ​ນຳ​ເຂົ້າ​ມາ​ກໍ​ເພື່ອ​ໃຫ້​ການລ່ວງລະເມີດ​ປາກົດ​ເພີ່ມ​ຂຶ້ນ. ແຕ່​ບ່ອນໃດ​ມີ​ບາບ​ເພີ່ມ​ຂຶ້ນ, ບ່ອນນັ້ນ​ກໍ​ມີ​ພຣະຄຸນ​ເພີ່ມ​ຂຶ້ນ​ຕື່ມ,</verse>
				<verse number="21">ເພື່ອ​ວ່າ​ຄວາມບາບ​ໄດ້​ຄອບຄອງ​ໃນ​ຄວາມຕາຍ​ຢ່າງໃດ ພຣະຄຸນ​ກໍ​ຈະ​ໄດ້​ຄອບຄອງ​ຜ່ານທາງ​ຄວາມຊອບທຳ ເພື່ອ​ຊີວິດ​ນິລັນດອນ​ຈະ​ມາ​ທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຢ່າງນັ້ນ.</verse>
			</chapter>
			<chapter number="6">
				<verse number="1">ຖ້າ​ເປັນ​ຢ່າງ​ນັ້ນ​ແລ້ວ​ພວກເຮົາ​ຈະ​ວ່າ​ຢ່າງໃດ? ພວກເຮົາ​ຄວນ​ສືບຕໍ່​ເຮັດ​ບາບ​ເພື່ອ​ວ່າ​ພຣະຄຸນ​ຂອງ​ພຣະເຈົ້າ​ອາດ​ເພີ່ມ​ຂຶ້ນ​ບໍ?</verse>
				<verse number="2">ບໍ່​ເປັນ​ຢ່າງນັ້ນ​ດອກ! ພວກເຮົາ​ເປັນ​ຜູ້​ທີ່​ໄດ້​ຕາຍ​ຕໍ່​ບາບກຳ​ນັ້ນ​ແລ້ວ; ພວກເຮົາ​ຈະ​ດຳເນີນຊີວິດ​ໃນ​ຄວາມບາບ​ນັ້ນ​ຕໍ່ໄປ​ໄດ້​ຢ່າງໃດ?</verse>
				<verse number="3">ຫລື ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ພວກເຮົາ​ທັງໝົດ​ທີ່​ໄດ້​ຮັບ​ບັບຕິສະມາ​ເຂົ້າ​ໃນ​ພຣະຄຣິດເຈົ້າເຢຊູ ກໍ​ໄດ້​ຮັບ​ບັບຕິສະມາ​ເຂົ້າ​ໃນ​ຄວາມຕາຍ​ຂອງ​ພຣະອົງ?</verse>
				<verse number="4">ເຫດສະນັ້ນ, ພວກເຮົາ​ຈຶ່ງ​ຖືກ​ຝັງ​ໄວ້​ກັບ​ພຣະອົງ​ແລ້ວ ໂດຍ​ການ​ຮັບ​ບັບຕິສະມາ​ເຂົ້າ​ໃນ​ຄວາມຕາຍ​ຂອງ​ພຣະອົງ ເພື່ອ​ວ່າ​ພວກເຮົາ​ເອງ​ກໍ​ຈະ​ໄດ້​ມີ​ຊີວິດ​ໃໝ່ ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ຖືກ​ເຮັດ​ໃຫ້​ເປັນຄືນມາຈາກຕາຍ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ.</verse>
				<verse number="5">ເພາະ​ຖ້າ​ພວກເຮົາ​ໄດ້​ມີ​ສ່ວນຮ່ວມ​ກັບ​ພຣະອົງ​ໃນ​ການຕາຍ​ເໝືອນ​ພຣະອົງ​ແລ້ວ, ພວກເຮົາ​ກໍ​ຈະ​ມີ​ສ່ວນຮ່ວມ​ໃນ​ການ​ເປັນຄືນມາຈາກຕາຍ​ເໝືອນ​ພຣະອົງ.</verse>
				<verse number="6">ເພາະ​ພວກເຮົາ​ຮູ້​ແລ້ວ​ວ່າ ຊີວິດ​ເກົ່າ​ຂອງ​ພວກເຮົາ​ຖືກ​ຄຶງ​ໄວ້​ກັບ​ພຣະອົງ​ແລ້ວ ເພື່ອ​ວ່າ​ກາຍ​ທີ່​ຖືກ​ຄອບຄອງ​ໂດຍ​ບາບ​ນັ້ນ​ຈະ​ຖືກ​ກຳຈັດ​ໄປ ເພື່ອ​ພວກເຮົາ​ຈະ​ບໍ່​ເປັນ​ຂ້າທາດ​ຂອງ​ຄວາມບາບ​ອີກ​ຕໍ່ໄປ</verse>
				<verse number="7">ເພາະວ່າ ຜູ້ໃດ​ທີ່​ຕາຍ​ໄປ​ແລ້ວ​ກໍ​ເປັນ​ອິດສະຫລະ​ຈາກ​ຄວາມບາບ.</verse>
				<verse number="8">ບັດນີ້ ຖ້າ​ພວກເຮົາ​ໄດ້​ຕາຍ​ກັບ​ພຣະຄຣິດເຈົ້າ​ແລ້ວ, ພວກເຮົາ​ເຊື່ອ​ວ່າ​ພວກເຮົາ​ຈະ​ມີຊີວິດ​ຢູ່​ດ້ວຍກັນ​ກັບ​ພຣະອົງ.</verse>
				<verse number="9">ເພາະ​ພວກເຮົາ​ຮູ້​ວ່າ​ພຣະຄຣິດເຈົ້າ​ຖືກ​ເຮັດ​ໃຫ້​ເປັນຄືນມາຈາກຕາຍ​ແລ້ວ ພຣະອົງ​ຈະ​ບໍ່​ມີ​ວັນ​ຕາຍ​ອີກ, ຄວາມຕາຍ​ບໍ່​ມີ​ອຳນາດ​ເໜືອ​ພຣະອົງ​ອີກ​ຕໍ່ໄປ.</verse>
				<verse number="10">ທີ່​ພຣະອົງ​ຕາຍ​ນັ້ນ​ກໍ​ຕາຍ​ຕໍ່​ບາບ​ຄັ້ງ​ດຽວ​ພໍ ແຕ່​ທີ່​ພຣະອົງ​ມີຊີວິດ​ຢູ່​ນັ້ນ​ພຣະອົງ​ກໍ​ມີຊີວິດ​ຢູ່​ເພື່ອ​ພຣະເຈົ້າ.</verse>
				<verse number="11">ໃນ​ທຳນອງດຽວກັນ ຈົ່ງ​ຖື​ວ່າ​ພວກເຈົ້າ​ເອງ​ໄດ້​ຕາຍ​ຕໍ່​ຄວາມບາບ​ແລ້ວ ແຕ່​ມີຊີວິດ​ຢູ່​ເພື່ອ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ.</verse>
				<verse number="12">ເຫດສະນັ້ນ, ຢ່າ​ໃຫ້​ຄວາມບາບ​ໄດ້​ຄອບຄອງ​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ ເຊິ່ງ​ເຮັດ​ໃຫ້​ພວກເຈົ້າ​ຕ້ອງ​ຍອມ​ເຮັດຕາມ​ຄວາມປາຖະໜາ​ຊົ່ວ​ຂອງ​ຮ່າງກາຍ​ນັ້ນ.</verse>
				<verse number="13">ຢ່າ​ມອບ​ອະໄວຍະວະ​ສ່ວນ​ໃດ​ໃນ​ຮ່າງກາຍ​ຂອງ​ພວກເຈົ້າ​ໃຫ້​ແກ່​ຄວາມບາບ ເພື່ອ​ເປັນ​ເຄື່ອງມື​ຂອງ​ຄວາມ​ຊົ່ວຮ້າຍ ແຕ່​ຈົ່ງ​ຖວາຍ​ໂຕ​ຂອງ​ພວກເຈົ້າ​ເອງ​ແກ່​ພຣະເຈົ້າ​ໃນ​ຖານະ​ເປັນ​ຜູ້​ທີ່​ຖືກ​ບັນດານ​ໃຫ້​ເປັນຄືນມາຈາກຕາຍ​ສູ່​ຊີວິດ; ແລະ ຈົ່ງ​ຖວາຍ​ອະໄວຍະວະ​ທຸກ​ສ່ວນ​ໃນ​ຮ່າງກາຍ​ຂອງ​ພວກເຈົ້າ​ແກ່​ພຣະອົງ ເພື່ອ​ເປັນ​ເຄື່ອງມື​ຂອງ​ຄວາມຊອບທຳ.</verse>
				<verse number="14">ເພາະ​ຄວາມບາບ​ຈະ​ບໍ່​ເປັນ​ນາຍ​ຂອງ​ພວກເຈົ້າ​ອີກ​ຕໍ່ໄປ, ເພາະວ່າ​ພວກເຈົ້າ​ບໍ່​ໄດ້​ຢູ່​ພາຍໃຕ້​ກົດບັນຍັດ, ແຕ່​ຢູ່​ພາຍໃຕ້​ພຣະຄຸນ.</verse>
				<verse number="15">ຖ້າ​ເປັນ​ເຊັ່ນ​ນີ້​ແລ້ວ​ຈະ​ວ່າ​ຢ່າງໃດ? ພວກເຮົາ​ຈະ​ເຮັດບາບ​ເພາະ​ພວກເຮົາ​ບໍ່​ໄດ້​ຢູ່​ພາຍໃຕ້​ກົດບັນຍັດ​ແຕ່​ຢູ່​ພາຍໃຕ້​ພຣະຄຸນ​ບໍ? ຢ່າ​ໃຫ້​ເປັນ​ຢ່າງນັ້ນ​ເລີຍ!</verse>
				<verse number="16">ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ເມື່ອ​ພວກເຈົ້າ​ຍອມ​ມອບ​ພວກເຈົ້າ​ເອງ​ໃຫ້​ເຊື່ອຟັງ​ຢ່າງ​ຂ້າທາດ​ຕໍ່​ຜູ້ໃດ ພວກເຈົ້າ​ກໍ​ເປັນ​ຂ້າທາດ​ຂອງ​ຜູ້​ທີ່​ພວກເຈົ້າ​ເຊື່ອຟັງ​ນັ້ນ? ບໍ່​ວ່າ​ພວກເຈົ້າ​ຈະ​ເປັນ​ຂ້າທາດ​ຂອງ​ຄວາມບາບ ເຊິ່ງ​ນຳ​ໄປ​ສູ່​ຄວາມຕາຍ ຫລື ເປັນ​ຂ້າທາດ​ຂອງ​ການເຊື່ອຟັງ ເຊິ່ງ​ນຳໄປ​ສູ່​ຄວາມຊອບທຳ.</verse>
				<verse number="17">ແຕ່​ຈົ່ງ​ຂອບພຣະຄຸນ​ພຣະເຈົ້າ​ທີ່​ເຖິງແມ່ນວ່າ​ພວກເຈົ້າ​ເຄີຍ​ເປັນ​ຂ້າທາດ​ຂອງ​ຄວາມບາບ ແຕ່​ພວກເຈົ້າ​ກໍ​ໄດ້​ເຊື່ອຟັງ​ຄຳສອນ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ພວກເຈົ້າ​ນັ້ນ​ຢ່າງ​ສຸດ​ໃຈ.</verse>
				<verse number="18">ພວກເຈົ້າ​ໄດ້​ຮັບ​ການປົດປ່ອຍ​ໃຫ້​ເປັນ​ອິດສະຫລະ​ຈາກ​ຄວາມບາບ ແລະ ໄດ້​ກາຍເປັນ​ຂ້າທາດ​ຂອງ​ຄວາມຊອບທຳ​ແລ້ວ.</verse>
				<verse number="19">ເຮົາ​ກຳລັງ​ຍົກ​ຕົວຢ່າງ​ຈາກ​ຊີວິດ​ປະຈໍາ​ວັນ​ກໍ​ເພາະ​ຄວາມຈໍາກັດ​ຂອງ​ຄວາມ​ເປັນ​ມະນຸດ​ຂອງ​ພວກເຈົ້າ. ເຊັ່ນ​ດຽວ​ກັນ​ກັບ​ທີ່​ພວກເຈົ້າ​ເຄີຍ​ມອບ​ຕົນ​ເອງ​ໃຫ້​ເປັນ​ຂ້າທາດ​ຂອງ​ຄວາມ​ເປື້ອນເປິ ແລະ ຄວາມ​ຊົ່ວຮ້າຍ​ທີ່​ເພີ່ມ​ຂຶ້ນ​ເລື້ອຍໆ​ຢ່າງໃດ, ບັດນີ້ ພວກເຈົ້າ​ກໍ​ຈົ່ງ​ມອບ​ຕົນ​ເອງ​ໃຫ້​ເປັນ​ຂ້າທາດ​ຂອງ​ຄວາມຊອບທຳ​ທີ່​ນຳ​ມາ​ສູ່​ຄວາມບໍລິສຸດ.</verse>
				<verse number="20">ເມື່ອ​ພວກເຈົ້າ​ເປັນ​ຂ້າທາດ​ຂອງ​ຄວາມບາບ ພວກເຈົ້າ​ກໍ​ບໍ່​ໄດ້​ຢູ່​ພາຍໃຕ້​ການຄຸ້ມຄອງ​ຂອງ​ຄວາມຊອບທຳ.</verse>
				<verse number="21">ໃນ​ເວລາ​ນັ້ນ​ພວກເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ສິ່ງ​ເຫລົ່ານັ້ນ ເຊິ່ງ​ເວລາ​ນີ້​ພວກເຈົ້າ​ກໍ​ລະອາຍໃຈ? ຜົນ​ຂອງ​ສິ່ງ​ເຫລົ່ານັ້ນ​ກໍ​ຄື​ຄວາມຕາຍ!</verse>
				<verse number="22">ແຕ່​ບັດນີ້​ພວກເຈົ້າ​ໄດ້​ເປັນ​ອິດສະຫລະ​ຈາກ​ຄວາມບາບ​ແລ້ວ ແລະ ໄດ້​ກາຍເປັນ​ຂ້າທາດ​ຂອງ​ພຣະເຈົ້າ​ແລ້ວ, ປະໂຫຍດ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ນຳ​ໄປ​ສູ່​ຄວາມບໍລິສຸດ ແລະ ຜົນ​ທີ່​ໄດ້​ຮັບ​ກໍ​ຄື​ຊີວິດ​ນິລັນດອນ.</verse>
				<verse number="23">ເພາະ​ຄ່າຕອບແທນ​ຂອງ​ຄວາມບາບ​ກໍ​ຄື​ຄວາມຕາຍ, ແຕ່​ຂອງປະທານ​ທີ່​ມາ​ຈາກ​ພຣະເຈົ້າ​ກໍ​ຄື​ຊີວິດ​ນິລັນດອນ​ໃນ ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.</verse>
			</chapter>
			<chapter number="7">
				<verse number="1">ພີ່ນ້ອງ​ທັງຫລາຍ​ພວກເຈົ້າ​ບໍ່​ຮູ້​ບໍ, ເພາະ​ເຮົາ​ກຳລັງ​ເວົ້າ​ກັບ​ບັນດາ​ຄົນ​ທີ່​ຮູ້​ກົດບັນຍັດ ວ່າ​ກົດບັນຍັດ​ນັ້ນ​ມີ​ສິດອຳນາດ​ເໜືອ​ຜູ້ໃດຜູ້​ໜຶ່ງ​ກໍ​ໃນຂະນະ​ທີ່​ຜູ້​ນັ້ນ​ຍັງ​ມີຊີວິດ​ຢູ່​ເທົ່ານັ້ນ?</verse>
				<verse number="2">ຕົວຢ່າງ, ຕາມ​ກົດບັນຍັດ​ແລ້ວ​ແມ່ຍິງ​ທີ່​ແຕ່ງງານ​ແລ້ວ​ກໍ​ມີ​ຂໍ້ຜູກມັດ​ກັບ​ຜົວ​ຂອງ​ນາງ​ຕາບໃດ​ທີ່​ຜົວ​ຍັງ​ມີຊີວິດ​ຢູ່, ແຕ່​ຖ້າ​ຜົວ​ຂອງ​ນາງ​ຕາຍ​ໄປ, ນາງ​ກໍ​ພົ້ນ​ຈາກ​ກົດ​ທີ່​ຜູກມັດ​ນາງ​ກັບ​ຜົວ​ຂອງ​ນາງ.</verse>
				<verse number="3">ດັ່ງນັ້ນ ຖ້າ​ນາງ​ໄປ​ມີ​ເພດສຳພັນ​ກັບ​ຊາຍ​ອື່ນ​ຂະນະ​ທີ່​ຜົວ​ຂອງ​ນາງ​ຍັງ​ມີຊີວິດ​ຢູ່​ນາງ​ກໍ​ໄດ້​ຊື່​ວ່າ​ເປັນ​ຍິງ​ຫລິ້ນຊູ້. ແຕ່​ຖ້າ​ຜົວ​ຂອງ​ນາງ​ຕາຍ​ແລ້ວ, ນາງ​ກໍ​ໄດ້​ພົ້ນ​ຈາກ​ກົດ​ນັ້ນ ແລະ ຖ້າ​ນາງ​ໄປ​ແຕ່ງງານ​ກັບ​ຊາຍ​ອື່ນ​ອີກ ນາງ​ກໍ​ບໍ່​ໄດ້​ເປັນ​ຍິງຫລິ້ນຊູ້.</verse>
				<verse number="4">ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ພວກເຈົ້າ​ກໍ​ເໝືອນກັນ​ໄດ້​ຕາຍ​ຈາກ​ກົດບັນຍັດ​ໂດຍ​ທາງ​ກາຍ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ເພື່ອ​ພວກເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ໜຶ່ງ​ອີກ​ຄື ເປັນ​ຂອງ​ພຣະອົງ​ຜູ້​ທີ່​ເປັນຄືນມາຈາກຕາຍ ເພື່ອ​ວ່າ​ພວກເຮົາ​ຈະ​ເກີດຜົນ​ຖວາຍ​ແກ່​ພຣະເຈົ້າ.</verse>
				<verse number="5">ເພາະ​ເມື່ອ​ພວກເຮົາ​ຖືກ​ທຳມະຊາດ​ບາບ ​ຄວບຄຸມ​ຢູ່​ຈຶ່ງ​ຖືກ​ກົດບັນຍັດ​ກະຕຸ້ນ​ຕັນຫາຊົ່ວ​ໃຫ້​ອອກລິດ​ໃນ​ຮ່າງກາຍ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ເກີດຜົນ​ອັນ​ນຳ​ໄປ​ສູ່​ຄວາມຕາຍ.</verse>
				<verse number="6">ແຕ່​ບັດນີ້ ໂດຍ​ການຕາຍ​ຕໍ່​ສິ່ງ​ທີ່​ຄັ້ງ​ໜຶ່ງ​ເຄີຍ​ຜູກມັດ​ພວກເຮົາ ພວກເຮົາ​ກໍ​ໄດ້​ຮັບ​ການປົດປ່ອຍ​ຈາກ​ກົດບັນຍັດ​ແລ້ວ ເພື່ອ​ຮັບໃຊ້​ຕາມ​ທາງ​ໃໝ່​ຄື​ຕາມ​ພຣະວິນຍານບໍລິສຸດເຈົ້າ, ບໍ່​ແມ່ນ​ຕາມ​ທາງ​ເກົ່າ ຄື​ຕາມ​ກົດບັນຍັດ​ທີ່​ເປັນ​ຕົວອັກສອນ.</verse>
				<verse number="7">ຖ້າ​ເປັນ​ຢ່າງນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງໃດ? ກົດບັນຍັດ​ຄື​ຄວາມບາບ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ແນ່ນອນ! ແທ້ຈິງ​ແລ້ວ​ຖ້າ​ບໍ່​ແມ່ນ​ເພາະ​ກົດບັນຍັດ​ເຮົາ​ກໍ​ບໍ່​ຮູ້​ວ່າ​ອັນໃດ​ຄື​ບາບ ເພາະ​ຖ້າ​ກົດບັນຍັດ​ບໍ່​ໄດ້​ກ່າວ​ໄວ້​ວ່າ, “ຢ່າ​ໂລບ”. ເຮົາ​ກໍ​ບໍ່​ຮູ້​ວ່າ​ອັນໃດ​ຄື​ຄວາມໂລບ.</verse>
				<verse number="8">ແຕ່ວ່າ​ຄວາມບາບ​ໄດ້​ສວຍໂອກາດ​ຈາກ​ພຣະບັນຍັດ​ມາ​ກໍ່​ຄວາມໂລບ​ທຸກ​ຊະນິດ​ຂຶ້ນ​ໃນ​ໂຕ​ເຮົາ. ເພາະ​ຖ້າ​ບໍ່​ມີ​ກົດບັນຍັດ​ຄວາມບາບ​ກໍ​ຕາຍ​ແລ້ວ.</verse>
				<verse number="9">ຄັ້ງ​ໜຶ່ງ ເຮົາ​ເຄີຍ​ດຳເນີນຊີວິດ​ໂດຍ​ບໍ່​ມີ​ກົດບັນຍັດ, ແຕ່​ພໍ​ມີ​ພຣະບັນຍັດ​ຄວາມບາບ​ກໍ​ມີຊີວິດ​ຂຶ້ນ​ມາ ແລະ ເຮົາ​ກໍ​ຕາຍ.</verse>
				<verse number="10">ເຮົາ​ພົບ​ວ່າ​ພຣະບັນຍັດ​ມີ​ຈຸດປະສົງ​ນຳ​ຊີວິດ​ມາ​ໃຫ້ ແຕ່​ຄວາມຈິງ​ແລ້ວ​ນຳ​ຄວາມຕາຍ​ມາ​ໃຫ້.</verse>
				<verse number="11">ເພາະວ່າ ຄວາມບາບ​ໄດ້​ສວຍໂອກາດ​ຈາກ​ພຣະບັນຍັດ​ມາ​ຫລອກລວງ​ເຮົາ ແລະ ຄວາມບາບ​ໄດ້​ເຮັດ​ໃຫ້​ເຮົາ​ຕາຍ​ໂດຍ​ທາງ​ພຣະບັນຍັດ​ນັ້ນ.</verse>
				<verse number="12">ດ້ວຍເຫດນັ້ນ ກົດບັນຍັດ​ຈຶ່ງ​ສັກສິດ ແລະ ພຣະບັນຍັດ​ກໍ​ສັກສິດ, ຊອບທຳ ແລະ ດີ.</verse>
				<verse number="13">ຖ້າ​ຢ່າງ​ນັ້ນ​ແລ້ວ ສິ່ງ​ທີ່​ດີງາມ​ກໍ​ກາຍເປັນ​ຄວາມຕາຍ​ສຳລັບ​ເຮົາ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ດອກ! ແຕ່​ເພື່ອ​ໃຫ້​ຮູ້​ຈັກ​ວ່າ​ບາບ​ຄື​ບາບ, ບາບ​ນຳໃຊ້​ສິ່ງ​ທີ່​ດີ​ເພື່ອ​ນໍາເອົາ​ຄວາມຕາຍ​ມາ​ສູ່​ເຮົາ. ເພື່ອວ່າ​ໂດຍ​ຜ່ານ​ທາງ​ພຣະບັນຍັດ​ຈະ​ໄດ້​ເຫັນ​ວ່າ​ຄວາມບາບ​ນັ້ນ​ຊົ່ວຮ້າຍ​ຫລາຍ​ທີ່ສຸດ.</verse>
				<verse number="14">ພວກເຮົາ​ຮູ້​ແລ້ວ​ວ່າ​ກົດບັນຍັດ​ເປັນ​ເລື່ອງ​ຝ່າຍ​ຈິດວິນຍານ, ແຕ່​ເຮົາ​ບໍ່​ໄດ້​ຢູ່​ຝ່າຍ​ຈິດວິນຍານ, ເຮົາ​ຖືກ​ຂາຍ​ໃຫ້​ເປັນ​ຂ້າທາດ​ຂອງ​ຄວາມບາບ.</verse>
				<verse number="15">ເຮົາ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ເຮົາ​ເຮັດ​ຢູ່ ເພາະ​ສິ່ງ​ທີ່​ເຮົາ​ຢາກ​ເຮັດ​ເຮົາ​ບໍ່​ໄດ້​ເຮັດ ແຕ່​ສິ່ງ​ທີ່​ເຮົາ​ກຽດຊັງ​ເຮົາ​ກັບ​ໄປ​ເຮັດ.</verse>
				<verse number="16">ແລະ ຖ້າ​ເຮົາ​ເຮັດ​ສິ່ງ​ທີ່​ເຮົາ​ບໍ່​ຢາກ​ເຮັດ​ນັ້ນ ເຮົາ​ກໍ​ເຫັນພ້ອມ​ວ່າ​ກົດບັນຍັດ​ນັ້ນ​ດີ.</verse>
				<verse number="17">ດັ່ງນັ້ນ ຈຶ່ງ​ບໍ່​ແມ່ນ​ໂຕ​ເຮົາ​ເອງ​ທີ່​ເປັນ​ຜູ້​ເຮັດ​ສິ່ງ​ນີ້​ອີກ​ຕໍ່ໄປ ແຕ່​ແມ່ນ​ຄວາມບາບ​ທີ່​ຢູ່​ໃນ​ໂຕ​ເຮົາ​ເປັນ​ຜູ້​ເຮັດ.</verse>
				<verse number="18">ເພາະ​ເຮົາ​ຮູ້​ວ່າ​ບໍ່​ມີ​ສິ່ງ​ດີ​ອັນໃດ​ຢູ່​ໃນ​ໂຕ​ເຮົາ, ນັ້ນ​ກໍ​ຄື ທຳມະຊາດ​ບາບ ​ຂອງ​ເຮົາ​ທີ່​ຢູ່​ໃນ. ເພາະວ່າ​ເຮົາ​ປາຖະໜາ​ຈະ​ເຮັດ​ສິ່ງ​ທີ່​ດີ ແຕ່​ເຮົາ​ເຮັດ​ບໍ່​ໄດ້.</verse>
				<verse number="19">ດ້ວຍວ່າ ເຮົາ​ບໍ່​ໄດ້​ເຮັດ​ສິ່ງ​ດີ​ທີ່​ເຮົາ​ຢາກ​ເຮັດ ແຕ່​ສິ່ງ​ທີ່​ຊົ່ວ​ທີ່​ເຮົາ​ບໍ່​ຢາກ​ເຮັດ​ເຮົາ​ກໍ​ຍັງ​ເຮັດ​ຢູ່.</verse>
				<verse number="20">ຖ້າ​ເຮົາ​ເຮັດ​ສິ່ງ​ທີ່​ເຮົາ​ເອງ​ບໍ່​ຢາກ​ເຮັດ​ກໍ​ບໍ່ແມ່ນ​ໂຕ​ເຮົາ​ເອງ​ເປັນ​ຜູ້​ເຮັດ ແຕ່​ແມ່ນ​ຄວາມບາບ​ທີ່​ຢູ່​ໃນ​ໂຕ​ເຮົາ​ເປັນ​ຜູ້​ເຮັດ.</verse>
				<verse number="21">ດັ່ງນັ້ນ ເຮົາ​ຈຶ່ງ​ພົບ​ວ່າ​ມີ​ກົດ​ນີ້​ຢູ່​ຄື: ເມື່ອ​ເຮົາ​ຢາກ​ເຮັດ​ສິ່ງ​ທີ່​ດີ ຄວາມຊົ່ວ​ກໍ​ຢູ່​ທີ່​ນັ້ນ​ກັບ​ເຮົາ​ແລ້ວ.</verse>
				<verse number="22">ເພາະວ່າ​ສ່ວນເລິກ​ໃນ​ຈິດໃຈ​ຂອງ​ເຮົາ​ແລ້ວ​ເຮົາ​ປິຕິຍິນດີ​ໃນ​ກົດບັນຍັດ​ຂອງ​ພຣະເຈົ້າ,</verse>
				<verse number="23">ແຕ່​ເຮົາ​ເຫັນ​ກົດ​ອື່ນ​ອີກ​ຢູ່​ໃນ​ຮ່າງກາຍ​ຂອງ​ເຮົາ, ກົດ​ນີ້​ຕໍ່ສູ້​ກັບ​ກົດ​ພາຍໃນ​ຈິດໃຈ​ຂອງ​ເຮົາ ແລະ ເຮັດໃຫ້​ເຮົາ​ເປັນ​ນັກໂທດ​ຂອງ​ກົດ​ແຫ່ງ​ຄວາມບາບ​ທີ່​ຢູ່​ໃນ​ຮ່າງກາຍ​ຂອງ​ເຮົາ.</verse>
				<verse number="24">ເຮົາ​ເປັນ​ຄົນ​ທີ່​ໜ້າເວດທະນາ​ແທ້​ນໍ! ຜູ້ໃດ​ຈະ​ກອບກູ້​ເຮົາ​ໃຫ້​ລອດພົ້ນ​ຈາກ​ຮ່າງກາຍ​ແຫ່ງ​ຄວາມຕາຍ​ນີ້​ໄດ້?</verse>
				<verse number="25">ຂອບພຣະຄຸນ​ພຣະເຈົ້າ ຜູ້​ຊ່ວຍ​ໃຫ້​ເຮົາ​ລອດພົ້ນ​ໄດ້​ໂດຍ​ຜ່ານ​ທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ! ເຫດສະນັ້ນ ທາງດ້ານ​ຈິດໃຈ​ຂອງ​ເຮົາ ເຮົາ​ກໍ​ເປັນ​ຂ້າທາດ​ຂອງ​ກົດບັນຍັດ​ຂອງ​ພຣະເຈົ້າ ແຕ່​ໃນ​ດ້ານ​ທຳມະຊາດ​ບາບ ເຮົາ​ກໍ​ເປັນ​ຂ້າທາດ​ຂອງ​ກົດ​ແຫ່ງ​ຄວາມບາບ.</verse>
			</chapter>
			<chapter number="8">
				<verse number="1">ເຫດສະນັ້ນ ບັດນີ້​ຈຶ່ງ​ບໍ່​ມີ​ການລົງໂທດ​ແກ່​ບັນດາ​ຜູ້​ທີ່​ຢູ່ໃນ​ພຣະເຢຊູຄຣິດເຈົ້າ</verse>
				<verse number="2">ເພາະວ່າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ກົດ​ຂອງ​ພຣະວິນຍານບໍລິສຸດເຈົ້າ​ອັນ​ເຮັດ​ໃຫ້​ມີ​ຊີວິດ​ນັ້ນ ໄດ້​ປົດປ່ອຍ​ເຈົ້າ ​ໃຫ້​ເປັນ​ອິດສະຫລະ​ຈາກ​ກົດ​ຂອງ​ຄວາມບາບ ແລະ ຄວາມຕາຍ.</verse>
				<verse number="3">ເພາະ​ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່​ໄດ້ ເນື່ອງ​ຈາກ​ເນື້ອໜັງ ​ເຮັດ​ໃຫ້​ອ່ອນແອ​ນັ້ນ​ພຣະເຈົ້າ​ກໍ​ໄດ້​ເຮັດ​ແລ້ວ ໂດຍ​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ເອງ​ມາ​ໃນ​ສະພາບ​ເໝືອນ​ກັບ​ມະນຸດ​ທີ່​ເປັນ​ຄົນບາບ ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ຄວາມບາບ ແລະ ດັ່ງນັ້ນ​ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຄວາມບາບ​ໃນ​ມະນຸດ​ທີ່​ເປັນ​ຄົນບາບ,</verse>
				<verse number="4">ເພື່ອ​ຂໍ້ກຳນົດ​ອັນ​ຊອບທຳ​ຂອງ​ກົດບັນຍັດ​ຈະ​ໄດ້​ສຳເລັດ​ຄົບຖ້ວນ​ໃນ​ພວກເຮົາ​ທັງຫລາຍ ຜູ້​ທີ່​ບໍ່​ດຳເນີນຊີວິດ​ຕາມ​ທຳມະຊາດ​ບາບ ແຕ່​ດຳເນີນຊີວິດ​ຕາມ​ພຣະວິນຍານບໍລິສຸດເຈົ້າ.</verse>
				<verse number="5">ຜູ້​ທີ່​ດຳເນີນຊີວິດ​ຕາມ​ເນື້ອໜັງ​ກໍ​ໃສ່ໃຈ​ໃນ​ສິ່ງ​ທີ່​ເນື້ອໜັງ​ຕ້ອງການ ແຕ່​ຜູ້​ທີ່​ດຳເນີນຊີວິດ​ຕາມ​ພຣະວິນຍານບໍລິສຸດເຈົ້າ ກໍ​ໃສ່ໃຈ​ໃນ​ສິ່ງ​ທີ່​ພຣະວິນຍານບໍລິສຸດເຈົ້າ​ຕ້ອງການ.</verse>
				<verse number="6">ຈິດໃຈ​ທີ່​ຖືກ​ຄວບຄຸມ​ໂດຍ​ເນື້ອໜັງ ​ກໍ​ນໍາ​ໄປ​ສູ່​ຄວາມຕາຍ ແຕ່​ຈິດໃຈ​ທີ່​ຄວບຄຸມ​ໂດຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ນໍາ​ໄປ​ສູ່​ຊີວິດ ແລະ ສັນຕິສຸກ,</verse>
				<verse number="7">ຈິດໃຈ​ທີ່​ຖືກ​ຄວບຄຸມ​ໂດຍ​ເນື້ອໜັງ ​ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ, ມັນ​ບໍ່​ຍອມ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ ມັນ​ຈະ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ​ກໍ​ບໍ່​ໄດ້.</verse>
				<verse number="8">ບັນດາ​ຜູ້​ທີ່​ຢູ່​ຝ່າຍ​ເນື້ອໜັງ​ກໍ​ບໍ່​ສາມາດ​ເຮັດ​ໃຫ້​ພຣະເຈົ້າ​ພໍໃຈ​ໄດ້.</verse>
				<verse number="9">ເຖິງ​ຢ່າງໃດ​ກໍ​ຕາມ ຖ້າ​ພຣະວິນຍານ​ຂອງ​ພຣະເຈົ້າ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທັງຫລາຍ ພວກເຈົ້າ​ກໍ​ບໍ່​ໄດ້​ຢູ່​ຝ່າຍ​ເນື້ອໜັງ​ແຕ່​ຢູ່​ຝ່າຍ​ພຣະວິນຍານ ແລະ ຖ້າ​ຜູ້ໃດ​ບໍ່​ມີ​ພຣະວິນຍານ​ຂອງ​ພຣະຄຣິດເຈົ້າ ຜູ້​ນັ້ນ​ກໍ​ບໍ່​ໄດ້​ເປັນ​ຂອງ​ພຣະຄຣິດເຈົ້າ.</verse>
				<verse number="10">ແຕ່​ຖ້າ​ພຣະຄຣິດເຈົ້າ​ຢູ່​ໃນ​ພວກເຈົ້າ ເຖິງ​ວ່າ​ຮ່າງກາຍ​ຂອງ​ພວກເຈົ້າ​ຈະ​ຕາຍ​ໄປ​ເພາະ​ຄວາມບາບ ແຕ່​ພຣະວິນຍານ​ໃຫ້​ຊີວິດ ​ເພາະ​ຄວາມຊອບທຳ.</verse>
				<verse number="11">ແລະ ຖ້າ​ພຣະວິນຍານ​ຂອງ​ພຣະອົງ​ຜູ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ເປັນຄືນມາຈາກຕາຍ​ຢູ່​ໃນ​ພວກເຈົ້າ, ພຣະວິນຍານ​ຜູ້​ເຮັດ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ​ນັ້ນ​ກໍ​ຈະ​ໃຫ້ຊີວິດ​ແກ່​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ເໝືອນກັນ ເພາະ​ພຣະວິນຍານ​ທີ່​ຢູ່​ໃນ​ພວກເຈົ້າ.</verse>
				<verse number="12">ເຫດສະນັ້ນ, ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຈຶ່ງ​ມີ​ພັນທະ​ແຕ່​ບໍ່​ແມ່ນ​ພັນທະ​ຕໍ່​ເນື້ອໜັງ​ທີ່​ເຮົາ​ຕ້ອງ​ດຳເນີນຊີວິດ​ຕາມ​ຢ່າງ​ເນື້ອໜັງ​ນັ້ນ.</verse>
				<verse number="13">ເພາະ​ຖ້າ​ພວກເຈົ້າ​ດຳເນີນຊີວິດ​ຕາມ​ເນື້ອໜັງ​ພວກເຈົ້າ​ກໍ​ຈະ​ຕາຍ, ແຕ່​ຖ້າ​ພວກເຈົ້າ​ໄດ້​ປະຫານ​ການກະທຳ​ອັນ​ຊົ່ວຮ້າຍ​ຂອງ​ຮ່າງກາຍ​ຂອງ​ພວກເຈົ້າ​ໂດຍ​ພຣະວິນຍານ ພວກເຈົ້າ​ກໍ​ຈະ​ມີຊີວິດ​ຢູ່.</verse>
				<verse number="14">ເພາະ​ພຣະວິນຍານ​ຂອງ​ພຣະເຈົ້າ​ນຳພາ​ຜູ້ໃດ ຜູ້​ນັ້ນ​ແຫລະ​ເປັນ​ບຸດ​ຂອງ​ພຣະເຈົ້າ.</verse>
				<verse number="15">ພຣະວິນຍານ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ພວກເຈົ້າ​ເປັນ​ຂ້າທາດ, ເພື່ອ​ໃຫ້​ພວກເຈົ້າ​ມີຊີວິດ​ຢູ່​ໃນ​ຄວາມຢ້ານກົວ​ອີກ, ແຕ່​ກົງກັນຂ້າມ ພຣະວິນຍານ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຖືກ​ຮັບ​ມາ​ເປັນ​ບຸດ ແລະ ໂດຍ​ພຣະອົງ ພວກເຮົາ​ຈຶ່ງ​ຮ້ອງ​ວ່າ, “ອັບບາ, ພໍ່”.</verse>
				<verse number="16">ພຣະວິນຍານ​ເອງ​ໄດ້​ຢືນຢັນ​ຮ່ວມ​ກັບ​ຈິດວິນຍານ​ຂອງ​ພວກເຮົາ​ວ່າ​ພວກເຮົາ​ເປັນ​ບຸດ​ຂອງ​ພຣະເຈົ້າ.</verse>
				<verse number="17">ບັດນີ້ ຖ້າ​ພວກເຮົາ​ເປັນ​ບຸດ​ຂອງ​ພຣະອົງ​ແລ້ວ​ພວກເຮົາ​ກໍ​ເປັນ​ຜູ້ຮັບ​ມໍລະດົກ ຄື​ເປັນ​ຜູ້ຮັບ​ມໍລະດົກ​ຈາກ​ພຣະເຈົ້າ ແລະ ເປັນ​ຜູ້​ຮ່ວມ​ຮັບ​ມໍລະດົກ​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ, ຖ້າ​ພວກເຮົາ​ຮ່ວມ​ທົນທຸກທໍລະມານ​ດ້ວຍ​ກັນ​ກັບ​ພຣະອົງ ພວກເຮົາ​ກໍ​ຈະ​ໄດ້​ຮ່ວມ​ໃນ​ສະຫງ່າລາສີ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="18">ເຮົາ​ເຫັນ​ວ່າ​ຄວາມທຸກທໍລະມານ​ຂອງ​ພວກເຮົາ​ໃນ​ປັດຈຸບັນ​ແມ່ນ​ທຽບ​ບໍ່​ໄດ້​ກັບ​ສະຫງ່າລາສີ​ທີ່​ຈະ​ເປີດເຜີຍ​ໃນ​ພວກເຮົາ.</verse>
				<verse number="19">ເພາະ​ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ຈົດຈໍ່​ຄອຍຖ້າ​ໃຫ້​ບຸດ​ທັງຫລາຍ​ຂອງ​ພຣະເຈົ້າ​ປາກົດ.</verse>
				<verse number="20">ເພາະວ່າ ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ນັ້ນ​ໄດ້​ຕົກ​ຢູ່​ພາຍໃຕ້​ຄວາມຫຍຸ້ງຍາກ​ບໍ່​ແມ່ນ​ຕາມໃຈມັກ​ຂອງ​ມັນ​ເອງ ແຕ່​ໂດຍ​ຄວາມຕັ້ງໃຈ​ຂອງ​ຜູ້​ທີ່​ບັງຄັບ​ໃຫ້​ມັນ​ຕ້ອງ​ຕົກ​ຢູ່ໃນ​ສະພາບ​ດັ່ງກ່າວ ໂດຍ​ມີ​ຄວາມຫວັງ</verse>
				<verse number="21">ວ່າ, ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ນັ້ນ​ຈະ​ໄດ້​ຮັບ​ການປົດປ່ອຍ​ຈາກ​ການຜູກມັດ​ໃຫ້​ຕ້ອງ​ເສື່ອມສູນ ແລະ ຈະ​ຖືກ​ນຳ​ເຂົ້າ​ສູ່​ເສລີພາບ​ອັນ​ຮຸ່ງເຮືອງ​ຂອງ​ບຸດ​ທັງຫລາຍຂອງ​ພຣະເຈົ້າ.</verse>
				<verse number="22">ພວກເຮົາ​ຮູ້​ຢູ່​ວ່າ​ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ທັງໝົດ​ນັ້ນ​ກຳລັງ​ໂອ່ຍຄາງ​ດ້ວຍ​ຄວາມເຈັບປວດ ເຫມືອນດັ່ງ​ແມ່ຍິງ​ເຈັບທ້ອງ​ຈະ​ເກີດລູກ​ຈົນ​ເຖິງ​ປັດຈຸບັນ​ນີ້.</verse>
				<verse number="23">ບໍ່​ພຽງ​ເທົ່າ​ນັ້ນ ແມ່ນ​ແຕ່​ພວກເຮົາ​ເອງ​ຜູ້​ທີ່​ມີ​ພຣະວິນຍານ​ເປັນ​ຜົນທຳອິດ​ກໍ​ຍັງ​ໂອ່ຍຄາງ​ຢູ່​ພາຍໃນ​ເໝືອນກັນ​ຂະນະ​ທີ່​ພວກເຮົາ​ຄອຍຖ້າ​ການ​ຮັບ​ເປັນ​ບຸດບຸນທຳ​ຂອງ​ພວກເຮົາ​ໄປ​ສູ່​ການ​ເປັນ​ບຸດ ຄື​ການ​ໄຖ່​ຮ່າງກາຍ​ຂອງ​ພວກເຮົາ​ໃຫ້​ລອດພົ້ນ.</verse>
				<verse number="24">ເພາະວ່າ​ໃນ​ຄວາມຫວັງ​ນີ້​ພວກເຮົາ​ໄດ້​ຮັບ​ຄວາມພົ້ນ​ແລ້ວ ແຕ່​ຄວາມຫວັງ​ທີ່​ຕາ​ເຫັນ​ໄດ້​ນັ້ນ​ກໍ​ບໍ່ແມ່ນ​ຄວາມຫວັງ​ເລີຍ. ຜູ້ໃດ​ແດ່​ຍັງ​ຈະ​ຫວັງ​ໃນ​ສິ່ງ​ທີ່​ຕົນ​ເອງ​ມີ​ຢູ່​ແລ້ວ?</verse>
				<verse number="25">ແຕ່​ຖ້າ​ພວກເຮົາ​ຫວັງ​ໃນ​ສິ່ງ​ທີ່​ພວກເຮົາ​ຍັງ​ບໍ່​ມີ ພວກເຮົາ​ກໍ​ຈະ​ຄອຍຖ້າ​ສິ່ງ​ນັ້ນ​ດ້ວຍ​ຄວາມອົດທົນ.</verse>
				<verse number="26">ໃນ​ທຳນອງ​ດຽວ​ກັນ​ນັ້ນ ພຣະວິນຍານ​ຊ່ວຍ​ພວກເຮົາ​ໃນ​ຍາມ​ທີ່​ພວກເຮົາ​ອ່ອນກຳລັງ. ພວກເຮົາ​ບໍ່​ຮູ້​ວ່າ​ພວກເຮົາ​ຄວນ​ຈະ​ອະທິຖານ​ຂໍ​ສິ່ງໃດ ແຕ່​ພຣະວິນຍານ​ເອງ​ຈະ​ອະທິຖານ​ອ້ອນວອນ​ແທນ​ພວກເຮົາ ດ້ວຍ​ການ​ໂອ່ຍຄາງ​ທີ່​ບໍ່​ອາດ​ຈະ​ຫາ​ຖ້ອຍຄຳ​ໃດ​ມາ​ບັນລະຍາຍ​ໄດ້.</verse>
				<verse number="27">ແລະ ພຣະເຈົ້າ​ຜູ້​ທີ່​ຄົ້ນຫາ​ຫົວໃຈ​ຂອງ​ພວກເຮົາ​ກໍ​ຮູ້​ຄວາມນຶກຄິດ​ຂອງ​ພຣະວິນຍານ ເພາະວ່າ​ພຣະວິນຍານ​ອະທິຖານ​ອ້ອນວອນ​ແທນ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.</verse>
				<verse number="28">ແລະ ພວກເຮົາ​ຮູ້​ແລ້ວ​ວ່າ​ໃນ​ທຸກໆ​ສິ່ງ​ພຣະເຈົ້າ​ເຮັດ​ໃຫ້​ເກີດ​ຜົນ​ດີ​ແກ່​ບັນດາ​ຜູ້​ທີ່​ຮັກ​ພຣະອົງ ຄື​ຜູ້​ທີ່ ​ໄດ້​ເອີ້ນ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ.</verse>
				<verse number="29">ເພາະ​ບັນດາ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ລ່ວງໜ້າ​ແລ້ວ​ນັ້ນ ພຣະອົງ​ກໍ​ໄດ້​ກຳນົດ​ໄວ້​ກ່ອນ​ເພື່ອ​ໃຫ້​ເປັນ​ເໝືອນ​ພຣະບຸດ​ຂອງ​ພຣະອົງ ເພື່ອ​ພຣະບຸດ​ຈະ​ໄດ້​ເປັນ​ບຸດກົກ​ໃນ​ທ່າມກາງ​ພີ່ນ້ອງ​ຫລາຍຄົນ.</verse>
				<verse number="30">ແລະ ບັນດາ​ຜູ້​ທີ່​ພຣະອົງ​ກຳນົດ​ໄວ້​ກ່ອນ​ນັ້ນ​ພຣະອົງ​ກໍ​ເອີ້ນ​ເໝືອນກັນ, ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ​ນັ້ນ ພຣະອົງ​ກໍ​ຖືວ່າ​ເປັນ​ຜູ້ຊອບທຳ​ເໝືອນກັນ, ບັນດາ​ຜູ້​ທີ່​ພຣະອົງ​ຖືວ່າ​ເປັນ​ຜູ້ຊອບທຳ ພຣະອົງ​ກໍ​ໃຫ້​ຮັບ​ສະຫງ່າລາສີ​ເໝືອນກັນ.</verse>
				<verse number="31">ຖ້າ​ເປັນ​ຢ່າງນັ້ນ​ແລ້ວ​ພວກເຮົາ​ຈະ​ວ່າ​ຢ່າງໃດ​ເພື່ອ​ຕອບສະໜອງ​ຕໍ່​ສິ່ງ​ເຫລົ່ານີ້? ຖ້າ​ພຣະເຈົ້າ​ຢູ່​ຝ່າຍ​ພວກເຮົາ​ຜູ້ໃດ​ຈະ​ຕໍ່ສູ້​ພວກເຮົາ​ໄດ້?</verse>
				<verse number="32">ພຣະອົງ​ຜູ້​ບໍ່​ໄດ້​ຫວງ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ແຕ່​ໄດ້​ມອບ​ພຣະບຸດ​ນັ້ນ​ໃຫ້​ແກ່​ພວກເຮົາ​ທຸກຄົນ ຖ້າ​ເປັນ​ຢ່າງນັ້ນ​ພຣະອົງ​ຈະ​ບໍ່​ເມດຕາ​ໃຫ້​ທຸກສິ່ງ​ແກ່​ພວກເຮົາ​ພ້ອມ​ກັບ​ພຣະບຸດ​ນັ້ນ​ບໍ?</verse>
				<verse number="33">ຜູ້ໃດ​ຈະ​ຟ້ອງ​ບັນດາ​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້​ແລ້ວ? ເພາະ​ພຣະເຈົ້າ​ເອງ​ຖືວ່າ​ພວກເຮົາ​ເປັນ​ຜູ້ຊອບທຳ.</verse>
				<verse number="34">ຜູ້ໃດ​ຈະ​ກ່າວໂທດ​ໄດ້​ອີກ? ບໍ່​ມີ​ຜູ້ໃດ. ພຣະເຢຊູຄຣິດເຈົ້າ​ຜູ້​ຕາຍ ແລະ ຫລາຍກວ່າ​ນັ້ນ​ອີກ ພຣະເຈົ້າ​ໄດ້​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ ບັດນີ້ ພຣະອົງ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ ແລະ ກຳລັງ​ອະທິຖານ​ອ້ອນວອນ​ເພື່ອ​ພວກເຮົາ​ດ້ວຍ.</verse>
				<verse number="35">ຜູ້ໃດ​ຈະ​ແຍກ​ພວກເຮົາ​ອອກຈາກ​ຄວາມຮັກ​ຂອງ​ພຣະຄຣິດເຈົ້າ​ໄດ້? ຈະ​ເປັນ​ຄວາມເດືອດຮ້ອນ ຫລື ຄວາມທຸກຍາກລຳບາກ ຫລື ການຂົ່ມເຫັງ ຫລື ການອຶດຢາກ ຫລື ການເປືອຍກາຍ ຫລື ໄພອັນຕະລາຍ ຫລື ຄົມດາບ?</verse>
				<verse number="36">ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພາະ​ເຫັນ​ແກ່​ພຣະອົງ ພວກຂ້ານ້ອຍ​ຈຶ່ງ​ປະເຊີນ​ຄວາມຕາຍ​ໝົດ​ມື້​ຈົນ​ຄ່ຳ; ພວກຂ້ານ້ອຍ​ທັງຫລາຍ​ຖືກ​ຖື​ວ່າ​ເປັນເໝືອນ​ແກະ​ສຳລັບ​ເອົາ​ໄວ້​ຂ້າ”.</verse>
				<verse number="37">ບໍ່​ແມ່ນ​ດອກ ໃນ​ສະຖານະການ​ທັງໝົດ​ນີ້ ພວກເຮົາ​ເປັນ​ຍິ່ງກວ່າ​ຜູ້ມີໄຊ ໂດຍ​ທາງ​ພຣະອົງ​ຜູ້​ຮັກ​ພວກເຮົາ​ທັງຫລາຍ.</verse>
				<verse number="38">ເພາະ​ເຮົາ​ເຊື່ອໝັ້ນ​ວ່າ ບໍ່​ວ່າ​ຄວາມຕາຍ ຫລື ຊີວິດ, ບໍ່​ວ່າ​ເທວະດາ ຫລື ຜີມານຮ້າຍ, ບໍ່​ວ່າ​ໃນ​ປັດຈຸບັນ ຫລື ໃນ​ອະນາຄົດ ຫລື ລິດອຳນາດ​ໃດໆ,</verse>
				<verse number="39">ບໍ່​ວ່າ​ຄວາມສູງ ຫລື ຄວາມເລິກ ຫລື ສິ່ງ​ອື່ນ​ໃດ​ໃນ​ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ທັງໝົດ ກໍ​ບໍ່​ສາມາດ​ແຍກ​ພວກເຮົາ​ອອກ​ຈາກ​ຄວາມຮັກ​ຂອງ​ພຣະເຈົ້າ​ທີ່​ມີ​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໄດ້.</verse>
			</chapter>
			<chapter number="9">
				<verse number="1">ເຮົາ​ຢູ່​ໃນ​ພຣະຄຣິດເຈົ້າ​ເຮົາ​ເວົ້າ​ຄວາມຈິງ ເຮົາ​ບໍ່​ໄດ້​ກຳລັງ​ເວົ້າຕົວະ, ຈິດສຳນຶກ​ຂອງ​ເຮົາ​ກໍ​ຢືນຢັນ​ໂດຍ​ພຣະວິນຍານບໍລິສຸດເຈົ້າ​ວ່າ</verse>
				<verse number="2">ເຮົາ​ມີ​ຄວາມທຸກໂສກ​ໜັກ ແລະ ເຈັບປວດ​ຫົວໃຈ​ຢ່າງ​ບໍ່ສິ້ນສຸດ.</verse>
				<verse number="3">ເພາະ​ເຮົາ​ປາຖະໜາ​ວ່າ ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ເຮົາ​ເອງ​ຖືກ​ສາບແຊ່ງ ແລະ ຖືກ​ຕັດຂາດ​ຈາກ​ພຣະຄຣິດເຈົ້າ ເພື່ອ​ເຫັນ​ແກ່​ພີ່ນ້ອງ​ຂອງ​ເຮົາ​ຜູ້​ເປັນ​ຄົນ​ເຊື້ອຊາດ​ດຽວ​ກັນ​ກັບ​ເຮົາ,</verse>
				<verse number="4">ຄື​ປະຊາຊົນ​ອິດສະຣາເອນ. ພວກເຂົາ​ໄດ້​ຖືກ​ຮັບ​ມາ​ເປັນ​ບຸດ​ຂອງ​ພຣະເຈົ້າ, ໄດ້ຮັບ​ສະຫງ່າລາສີ​ຂອງ​ພຣະເຈົ້າ, ໄດ້​ຮັບ​ບັນດາ​ພັນທະສັນຍາ, ໄດ້​ຮັບ​ກົດບັນຍັດ, ພິທີ​ນະມັດສະການ​ໃນ​ວິຫານ ແລະ ສັນຍາ​ຕ່າງໆ.</verse>
				<verse number="5">ພວກເຂົາ​ມີ​ບັນພະບຸລຸດ​ຜູ້​ຍິ່ງໃຫຍ່ ແລະ ເມື່ອ​ພຣະຄຣິດເຈົ້າ​ບັງເກີດ​ເປັນ​ມະນຸດ ພຣະອົງ​ກໍ​ສືບເຊື້ອສາຍ​ມາ​ຈາກ​ພວກເຂົາ, ຂໍ​ໃຫ້​ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ເໜືອ​ສິ່ງ​ສາລະພັດ ຈົ່ງ​ໄດ້​ຮັບ​ການ​ສັນລະເສີນ​ຕະຫລອດໄປ​ເປັນນິດ! ອາແມນ.</verse>
				<verse number="6">ບໍ່ແມ່ນ​ວ່າ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ນັ້ນ​ໄດ້​ລົ້ມເຫລວ​ໄປ ເພາະວ່າ​ບໍ່​ແມ່ນ​ທຸກຄົນ​ທີ່​ສືບເຊື້ອສາຍ​ຈາກ​ອິດສະຣາເອນ​ນັ້ນ​ຈະ​ເປັນ​ອິດສະຣາເອນ.</verse>
				<verse number="7">ບໍ່​ແມ່ນ​ທຸກຄົນ​ທີ່​ສືບເຊື້ອສາຍ​ຂອງ​ອັບຣາຮາມ​ຈະ​ເປັນ​ລູກຫລານ​ຂອງ​ອັບຣາຮາມ. ແຕ່​ກົງກັນຂ້າມ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ນັບ​ມາ​ທາງ​ອີຊາກ”.</verse>
				<verse number="8">ໝາຍຄວາມ​ວ່າ​ຄົນ​ທີ່​ເປັນ​ບຸດ​ຂອງ​ພຣະເຈົ້າ​ນັ້ນ​ບໍ່ແມ່ນ​ເປັນ​ບຸດ​ຕາມ​ສາຍເລືອດ ແຕ່​ເປັນ​ບຸດ​ຕາມ​ສັນຍາ ຈຶ່ງ​ຖືວ່າ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ.</verse>
				<verse number="9">ເພາະ​ຄຳ​ສັນຍາ​ໄດ້​ລະບຸ​ໄວ້​ວ່າ, “ເມື່ອ​ເຖິງ​ເວລາ​ທີ່​ກຳນົດ​ເຮົາ​ຈະ​ກັບຄືນມາ ແລະ ນາງ​ຊາຣາ​ກໍ​ຈະ​ມີ​ລູກຊາຍ​ຄົນ​ໜຶ່ງ”.</verse>
				<verse number="10">ບໍ່​ແມ່ນ​ພຽງແຕ່​ເທົ່ານັ້ນ, ແຕ່​ລູກຊາຍ​ສອງ​ຄົນ​ທີ່​ເຣເບກາ​ຖືພາ​ໃນ​ເວລາ​ດຽວ​ກັນ​ກໍ​ມີ​ພໍ່​ຄົນ​ດຽວ​ກັນ​ຄື​ອີຊາກ ເຊິ່ງ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ.</verse>
				<verse number="11">ແຕ່​ກ່ອນ​ທີ່​ລູກແຝດ​ນັ້ນ​ຈະ​ເກີດ​ມາ ຫລື ກ່ອນ​ທີ່​ພວກເຂົາ​ຈະ​ເຮັດ​ສິ່ງ​ດີ ຫລື ສິ່ງ​ຊົ່ວ​ອັນໃດ, ກໍ​ເພື່ອ​ວ່າ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ໃນ​ການ​ເລືອກ​ນັ້ນ​ຈະ​ຕັ້ງໝັ້ນຄົງ​ຢູ່</verse>
				<verse number="12">ຄື​ບໍ່ແມ່ນ​ເປັນໄປ​ຕາມ​ການປະຕິບັດ ແຕ່​ເປັນໄປ​ຕາມ​ພຣະອົງ​ຜູ້​ເອີ້ນ ພຣະອົງ​ໄດ້​ກ່າວ​ກັບ​ນາງ​ວ່າ, “ຜູ້​ເປັນ​ອ້າຍ​ຈະ​ຮັບໃຊ້​ຜູ້​ເປັນ​ນ້ອງ”.</verse>
				<verse number="13">ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເຮົາ​ໄດ້​ຮັກ​ຢາໂຄບ, ແຕ່​ເຮົາ​ໄດ້​ກຽດຊັງ​ເອຊາວ”.</verse>
				<verse number="14">ແລ້ວ​ພວກເຮົາ​ຈະ​ວ່າ​ຢ່າງໃດ? ພຣະເຈົ້າ​ບໍ່ຍຸຕິທຳ​ບໍ? ບໍ່ແມ່ນ​ດອກ!</verse>
				<verse number="15">ເພາະ​ພຣະອົງ​ກ່າວ​ກັບ​ໂມເຊ​ວ່າ, “ເຮົາ​ຈະ​ເມດຕາ​ຜູ້ໃດ ເຮົາ​ກໍ​ເມດຕາ​ຜູ້​ນັ້ນ ແລະ ເຮົາ​ຈະ​ກະລຸນາ​ຜູ້ໃດ ເຮົາ​ກໍ​ກະລຸນາ​ຜູ້​ນັ້ນ”.</verse>
				<verse number="16">ເຫດສະນັ້ນ, ສິ່ງ​ນີ້​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ຄວາມປາຖະໜາ ຫລື ຄວາມພະຍາຍາມ​ຂອງ​ມະນຸດ ແຕ່​ຂຶ້ນ​ຢູ່​ກັບ​ຄວາມ​ເມດຕາ​ຂອງ​ພຣະເຈົ້າ.</verse>
				<verse number="17">ເພາະ​ໃນ​ພຣະຄຳພີ ພຣະເຈົ້າ​ກ່າວ​ແກ່​ຟາໂຣ​ວ່າ, “ເຮົາ​ໄດ້​ຍົກ​ເຈົ້າ​ຂຶ້ນ​ກໍ​ເພື່ອ​ຈຸດປະສົງ​ຂໍ້​ນີ້ ເພື່ອ​ເຮົາ​ຈະ​ໄດ້​ສະແດງ​ລິດອຳນາດ​ຂອງ​ເຮົາ​ໃຫ້​ປາກົດ​ທາງ​ເຈົ້າ ແລະ ເພື່ອ​ນາມ​ຂອງ​ເຮົາ​ປະກາດ​ໄປ​ທົ່ວ​ໂລກ”.</verse>
				<verse number="18">ເຫດສະນັ້ນ, ພຣະເຈົ້າ​ເມດຕາ​ຕໍ່​ຜູ້​ທີ່​ປະສົງ​ຈະ​ເມດຕາ ແລະ ພຣະອົງ​ປະສົງ​ຈະ​ໃຫ້​ຜູ້ໃດ​ມີ​ໃຈ​ແຂງກະດ້າງ ພຣະອົງ​ກໍ​ເຮັດ​ໃຫ້​ຜູ້​ນັ້ນ​ມີ​ໃຈ​ແຂງກະດ້າງ.</verse>
				<verse number="19">ບາງຄົນ​ໃນ​ພວກເຈົ້າ​ຈະ​ກ່າວ​ກັບ​ເຮົາ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ ເປັນຫຍັງ​ພຣະເຈົ້າ​ຍັງ​ຕຳໜິ​ພວກເຮົາ​ຢູ່? ເພາະ​ຜູ້ໃດ​ຈະ​ຂັດຂືນ​ຄວາມ​ປະສົງ​ຂອງ​ພຣະອົງ​ໄດ້?”</verse>
				<verse number="20">ແຕ່​ມະນຸດ​ເອີຍ, ພວກເຈົ້າ​ເປັນ​ຜູ້ໃດ​ຈຶ່ງ​ກ້າ​ກ່າວ​ຕອບໂຕ້​ພຣະເຈົ້າ​ໄດ້? “ສົມຄວນ​ບໍ​ທີ່​ສິ່ງ​ທີ່​ຖືກ​ສ້າງ​ຈະ​ກ່າວ​ກັບ​ຜູ້ສ້າງ​ວ່າ, ‘ເປັນຫຍັງ​ເຈົ້າ​ຈຶ່ງ​ສ້າງ​ຂ້ອຍ​ແບບ​ນີ້’?”</verse>
				<verse number="21">ຊ່າງປັ້ນໝໍ້​ນັ້ນ​ບໍ່​ມີ​ສິດ​ເອົາ​ດິນ​ກ້ອນ​ດຽວ​ກັນ​ມາ​ປັ້ນ​ເປັນ​ພາຊະນະ​ເພື່ອ​ວັດຖຸປະສົງ​ພິເສດ ແລະ ປັ້ນ​ເປັນ​ພາຊະນະ​ເພື່ອ​ໃຊ້​ງານ​ທົ່ວໄປ​ບໍ?</verse>
				<verse number="22">ຈະ​ເປັນ​ຢ່າງ​ໃດ​ຖ້າຫາກ​ວ່າ​ພຣະເຈົ້າ​ຈະ​ເລືອກ​ທີ່​ຈະ​ສະແດງ​ຄວາມໂກດຮ້າຍ​ຂອງ​ພຣະອົງ ແລະ ເຮັດ​ໃຫ້​ລິດອຳນາດ​ຂອງ​ພຣະອົງ​ເປັນ​ທີ່​ຮູ້ຈັກ, ແຕ່​ພຣະອົງ​ໄດ້​ອົດທົນ​ອົດກັ້ນ​ຕໍ່​ຜູ້​ທີ່​ເປັນ​ເປົ້າ​ຂອງ​ຄວາມໂກດຮ້າຍ​ຂອງ​ພຣະອົງ ເຊິ່ງ​ຈັດຕຽມ​ໄວ້​ສຳລັບ​ຄວາມຈິບຫາຍ?</verse>
				<verse number="23">ຈະ​ວ່າ​ຢ່າງໃດ​ຖ້າ​ພຣະອົງ​ກະທຳ​ຢ່າງ​ນີ້​ເພື່ອ​ສະແດງ​ສະຫງ່າລາສີ​ອັນ​ອຸດົມສົມບູນ​ແກ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ຄວາມເມດຕາ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ຈັດຕຽມ​ໄວ້​ລ່ວງໜ້າ​ເພື່ອ​ສະຫງ່າລາສີ​ນັ້ນ?</verse>
				<verse number="24">ລວມທັງ​ພວກເຮົາ​ທັງຫລາຍ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ​ໄວ້​ເໝືອນກັນ, ບໍ່​ແມ່ນ​ຈາກ​ຄົນຢິວ​ເທົ່ານັ້ນ ແຕ່​ຈາກ​ຄົນຕ່າງຊາດ​ດ້ວຍ.</verse>
				<verse number="25">ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ໃນ​ພຣະທຳ​ໂຮເສອາ​ວ່າ, “ເຮົາ​ຈະ​ເອີ້ນ​ຜູ້​ທີ່​ບໍ່​ໄດ້​ເປັນ​ພົນລະເມືອງ​ຂອງ​ເຮົາ​ວ່າ ‘ພົນລະເມືອງ​ຂອງ​ເຮົາ’ ແລະ ເອີ້ນ​ຜູ້​ທີ່​ເຮົາ​ບໍ່​ຮັກ​ວ່າ ‘ຜູ້​ທີ່​ເຮົາ​ຮັກ’”,</verse>
				<verse number="26">ແລະ “ໃນ​ບ່ອນ​ທີ່​ກ່າວ​ແກ່​ພວກເຂົາ​ວ່າ, ‘ພວກເຈົ້າ​ບໍ່​ແມ່ນ​ປະຊາຊົນ​ຂອງ​ເຮົາ’, ພວກເຂົາ​ຈະ​ໄດ້​ຊື່​ວ່າ ‘ບຸດ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່’”.</verse>
				<verse number="27">ເອຊາຢາ​ປະກາດ​ກ່ຽວກັບ​ຊົນຊາດ​ອິດສະຣາເອນ​ວ່າ, “ເຖິງ​ວ່າ​ຊົນຊາດ​ອິດສະຣາເອນ​ຈະ​ມີ​ຫລວງຫລາຍ​ເໝືອນດັ່ງ​ເມັດຊາຍ​ທີ່​ແຄມທະເລ ແຕ່​ຈະ​ມີ​ໜ້ອຍ​ຄົນ​ເທົ່ານັ້ນ​ຈະ​ໄດ້​ພົ້ນ.</verse>
				<verse number="28">ດ້ວຍວ່າ ອົງພຣະຜູ້ເປັນເຈົ້າ​ຈະ​ພິພາກສາ ລົງໂທດ​ໂລກ​ນີ້​ໂດຍ​ໄວ ແລະ ເດັດຂາດ”.</verse>
				<verse number="29">ຕາມ​ທີ່​ເອຊາຢາ​ໄດ້​ກ່າວ​ໄວ້​ລ່ວງໜ້າ​ວ່າ, “ຖ້າ​ອົງພຣະຜູ້ເປັນເຈົ້າ​ຜູ້​ມີ​ລິດອຳນາດຍິ່ງໃຫຍ່ ບໍ່​ໄດ້​ໃຫ້​ພວກເຮົາ​ມີ​ເຊື້ອສາຍ​ເຫລືອ​ຢູ່ ພວກເຮົາ​ກໍ​ຄົງ​ຈະ​ເປັນ​ເໝືອນ​ເມືອງ​ໂຊໂດມ ພວກເຮົາ​ກໍ​ຄົງ​ຈະ​ເປັນ​ເໝືອນ​ເມືອງ​ໂກໂມຣາ”.</verse>
				<verse number="30">ຖ້າ​ເປັນ​ດັ່ງນີ້​ແລ້ວ​ພວກເຮົາ​ຈະ​ວ່າ​ຢ່າງໃດ? ຄົນຕ່າງຊາດ​ຜູ້​ທີ່​ບໍ່​ໄດ້​ດິ້ນລົນ​ຫາ​ຄວາມຊອບທຳ​ກໍ​ຍັງ​ໄດ້​ຮັບ​ຄວາມຊອບທຳ​ຄື ຄວາມຊອບທຳ​ໂດຍ​ທາງ​ຄວາມເຊື່ອ,</verse>
				<verse number="31">ແຕ່​ຊົນຊາດ​ອິດສະຣາເອນ​ທີ່​ດິ້ນລົນ​ຫາ​ກົດບັນຍັດ​ແຫ່ງ​ຄວາມຊອບທຳ ກໍ​ບໍ່​ໄດ້​ບັນລຸ​ເປົ້າໝາຍ​ຂອງ​ພວກເຂົາ.</verse>
				<verse number="32">ເປັນຫຍັງ​ຈຶ່ງ​ບໍ່​ໄດ້? ກໍ​ເພາະ​ວ່າ​ພວກເຂົາ​ບໍ່​ໄດ້​ດິ້ນລົນ​ຫາ​ດ້ວຍ​ຄວາມເຊື່ອ ແຕ່​ເຮັດ​ຄື​ກັບ​ວ່າ​ຈະ​ໄດ້​ມາ​ດ້ວຍ​ການປະຕິບັດ. ພວກເຂົາ​ຈຶ່ງ​ສະດຸດ​ກ້ອນຫີນ​ທີ່​ເຮັດ​ໃຫ້​ຊູນສະດຸດ​ນັ້ນ.</verse>
				<verse number="33">ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເບິ່ງ​ແມ, ເຮົາ​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ໃນ​ເມືອງ​ຊີໂອນ ເຊິ່ງ​ເຮັດ​ໃຫ້​ຄົນ​ທັງຫລາຍ​ສະດຸດ ແລະ ເປັນ​ຫີນ​ທີ່​ເຮັດ​ໃຫ້​ພວກເຂົາ​ລົ້ມ​ລົງ ແລະ ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ບໍ່​ໄດ້​ຮັບ​ຄວາມອັບອາຍ​ຈັກເທື່ອ”.</verse>
			</chapter>
			<chapter number="10">
				<verse number="1">ພີ່ນ້ອງ​ທັງຫລາຍ​ເອີຍ, ຄວາມປາຖະໜາ​ໃນ​ໃຈ ແລະ ຄຳອະທິຖານ​ຂອງ​ເຮົາ​ຕໍ່​ພຣະເຈົ້າ​ເພື່ອ​ຊົນຊາດ​ອິດສະຣາເອນ​ຄື ຂໍ​ໃຫ້​ພວກເຂົາ​ທັງຫລາຍ​ໄດ້​ຮັບ​ຄວາມພົ້ນ.</verse>
				<verse number="2">ເພາະ​ເຮົາ​ສາມາດ​ເປັນ​ພະຍານ​ໄດ້​ວ່າ ພວກເຂົາ​ຮ້ອນຮົນ​ເພື່ອ​ພຣະເຈົ້າ ແຕ່​ຄວາມຮ້ອນຮົນ​ຂອງ​ພວກເຂົາ​ບໍ່​ໄດ້​ຕັ້ງ​ຢູ່​ເທິງ​ຄວາມຮູ້.</verse>
				<verse number="3">ເນື່ອງ​ຈາກ​ພວກເຂົາ​ບໍ່​ຮູ້​ຈັກ​ຄວາມຊອບທຳ​ຂອງ​ພຣະເຈົ້າ ແລະ ພະຍາຍາມ​ຕັ້ງ​ຄວາມຊອບທຳ​ຂອງ​ຕົນ​ເອງ​ຂຶ້ນ​ມາ, ພວກເຂົາ​ຈຶ່ງ​ບໍ່​ຍອມຮັບ​ຄວາມຊອບທຳ​ຂອງ​ພຣະເຈົ້າ.</verse>
				<verse number="4">ພຣະຄຣິດເຈົ້າ​ເປັນ​ບົດສະຫລຸບ​ສຸດທ້າຍ​ຂອງ​ກົດບັນຍັດ ເພື່ອ​ຈະ​ມີ​ຄວາມຊອບທຳ​ສຳລັບ​ທຸກຄົນ​ທີ່​ເຊື່ອ.</verse>
				<verse number="5">ໂມເຊ​ໄດ້​ຂຽນ​ເຖິງ​ຄວາມຊອບທຳ​ຕາມ​ກົດບັນຍັດ​ໄວ້​ຢ່າງ​ນີ້​ວ່າ, “ຜູ້ໃດ​ທີ່​ເຮັດ​ສິ່ງ​ເຫລົ່ານີ້​ຈະ​ມີຊີວິດ​ຢູ່​ໂດຍ​ສິ່ງ​ເຫລົ່ານີ້”.</verse>
				<verse number="6">ແຕ່​ຄວາມຊອບທຳ​ໂດຍ​ຄວາມເຊື່ອ​ກ່າວ​ວ່າ, “ຢ່າ​ຄິດ​ໃນ​ໃຈ​ວ່າ, ‘ຜູ້ໃດ​ຈະ​ຂຶ້ນ​ໄປ​ເທິງ​ສະຫວັນ?’ ” (ຄື​ນໍາ​ເອົາ​ພຣະຄຣິດເຈົ້າ​ລົງ​ມາ)</verse>
				<verse number="7">“ຫລື ‘ຜູ້ໃດ​ຈະ​ລົງ​ໄປ​ໃນ​ບ່ອນເລິກ?’” (ຄື​ນໍາເອົາ​ພຣະຄຣິດເຈົ້າ​ຂຶ້ນ​ມາ​ຈາກ​ຄວາມຕາຍ).</verse>
				<verse number="8">ແຕ່​ຄວາມຊອບທຳ​ນັ້ນ​ໄດ້​ກ່າວ​ໄວ້​ຢ່າງໃດ? “ຖ້ອຍຄຳ​ນີ້​ຢູ່​ໃກ້​ເຈົ້າ ຢູ່​ໃນ​ປາກ​ຂອງ​ເຈົ້າ ແລະ ຢູ່​ໃນ​ໃຈ​ຂອງ​ເຈົ້າ” ຄື​ຖ້ອຍຄຳ​ແຫ່ງ​ຄວາມເຊື່ອ​ທີ່​ພວກເຮົາ​ກຳລັງ​ປະກາດ​ຢູ່​ນັ້ນ,</verse>
				<verse number="9">ຖ້າ​ເຈົ້າ​ຍອມຮັບ​ດ້ວຍ​ປາກ​ຂອງ​ເຈົ້າ​ວ່າ, “ພຣະເຢຊູເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ” ແລະ ເຊື່ອ​ໃນ​ໃຈ​ຂອງ​ເຈົ້າ​ວ່າ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ ເຈົ້າ​ກໍ​ຈະ​ໄດ້​ຮັບ​ຄວາມພົ້ນ.</verse>
				<verse number="10">ດ້ວຍວ່າ ເຈົ້າ​ເຊື່ອ​ດ້ວຍ​ໃຈ ຈຶ່ງ​ໄດ້​ຖືວ່າ​ເປັນ​ຜູ້ຊອບທຳ ແລະ ເພາະ​ເຈົ້າ​ຍອມຮັບ​ດ້ວຍ​ປາກ ຈຶ່ງ​ໃຫ້​ເຈົ້າ​ໄດ້​ລອດພົ້ນ.</verse>
				<verse number="11">ຕາມ​ທີ່​ພຣະຄຳພີ​ກ່າວ​ໄວ້​ວ່າ, “ຜູ້ໃດ​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ບໍ່​ໄດ້​ຮັບ​ຄວາມອັບອາຍ”.</verse>
				<verse number="12">ເພາະ​ບໍ່​ມີ​ຄວາມແຕກຕ່າງກັນ​ລະຫວ່າງ​ຄົນຢິວ ແລະ ຄົນຕ່າງຊາດ ອົງພຣະຜູ້ເປັນເຈົ້າ​ອົງ​ດຽວ​ກັນ​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ຄົນ​ທັງປວງ ແລະ ອວຍພອນ​ຢ່າງ​ບໍລິບູນ​ແກ່​ທຸກຄົນ​ທີ່​ຮ້ອງຫາ​ພຣະອົງ,</verse>
				<verse number="13">ເພາະວ່າ, “ທຸກຄົນ​ທີ່​ຮ້ອງ​ອອກ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ກໍ​ຈະ​ໄດ້​ຮັບ​ຄວາມພົ້ນ”.</verse>
				<verse number="14">ແຕ່​ຜູ້​ທີ່​ຍັງ​ບໍ່​ເຊື່ອ​ຈະ​ຮ້ອງຫາ​ພຣະອົງ​ໄດ້​ຢ່າງໃດ? ແລະ ຜູ້​ທີ່​ຍັງ​ບໍ່​ເຄີຍ​ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະອົງ ຈະ​ເຊື່ອ​ໃນ​ພຣະອົງ​ໄດ້​ຢ່າງໃດ? ແລະ ຖ້າ​ບໍ່​ມີ​ຜູ້ໃດ​ປະກາດ​ໃຫ້​ພວກເຂົາ​ຟັງ ພວກເຂົາ​ຈະ​ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະອົງ​ໄດ້​ຢ່າງໃດ?</verse>
				<verse number="15">ແລະ ຖ້າ​ບໍ່​ມີ​ຜູ້ໃດ​ໃຊ້​ພວກເຂົາ​ໄປ ພວກເຂົາ​ຈະ​ໄປ​ປະກາດ​ໄດ້​ຢ່າງໃດ? ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຕີນ​ຂອງ​ຜູ້​ນຳ​ຂ່າວປະເສີດ​ມາ​ກໍ​ງົດງາມ​ແທ້​ນໍ!”</verse>
				<verse number="16">ແຕ່​ບໍ່ແມ່ນ​ວ່າ​ຄົນ​ອິດສະຣາເອນ​ທຸກຄົນ​ຈະ​ຍອມຮັບ​ຂ່າວປະເສີດ​ນັ້ນ ເພາະ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຜູ້ໃດ​ແດ່​ທີ່​ໄດ້​ເຊື່ອ​ໃນ​ຖ້ອຍຄຳ​ຂອງ​ພວກເຮົາ?”</verse>
				<verse number="17">ດັ່ງນັ້ນ ຄວາມເຊື່ອ​ເກີດຂຶ້ນ​ໄດ້​ກໍ​ເພາະ​ການ​ໄດ້​ຍິນ​ຖ້ອຍຄຳ ແລະ ຖ້ອຍຄຳ​ທີ່​ໄດ້​ຍິນ​ນັ້ນ​ກໍ​ຄື​ເລື່ອງ​ຂອງ​ພຣະຄຣິດເຈົ້າ.</verse>
				<verse number="18">ແຕ່​ເຮົາ​ຂໍ​ຖາມວ່າ, “ພວກເຂົາ​ບໍ່​ໄດ້​ຍິນ​ບໍ?” ແນ່ນອນ​ພວກເຂົາ​ໄດ້​ຍິນ​ແລ້ວ. “ສຽງ​ຂອງ​ພວກເຂົາ​ໄດ້​ອອກ​ໄປ​ທົ່ວ​ໂລກ ຖ້ອຍຄຳ​ຂອງ​ພວກເຂົາ​ໄປ​ເຖິງ​ທີ່ສຸດປາຍ​ແຜ່ນດິນໂລກ”.</verse>
				<verse number="19">ເຮົາ​ຂໍ​ຖາມ​ອີກ​ວ່າ ຊົນຊາດ​ອິດສະຣາເອນ​ບໍ່​ເຂົ້າໃຈ​ບໍ? ຕອນທຳອິດ​ໂມເຊ​ກ່າວ​ວ່າ, “ເຮົາ​ຈະ​ເຮັດໃຫ້​ເຈົ້າ​ອິດສາ​ບັນດາ​ຜູ້​ທີ່​ບໍ່​ແມ່ນ​ຊົນຊາດ; ເຮົາ​ຈະ​ຍົວະ​ໃຫ້​ເຈົ້າ​ໃຈຮ້າຍ​ດ້ວຍ​ຊົນຊາດ​ທີ່​ບໍ່​ມີ​ຄວາມເຂົ້າໃຈ”.</verse>
				<verse number="20">ແລະ ເອຊາຢາ​ກ້າ​ກ່າວ​ວ່າ, “ບັນດາ​ຜູ້​ທີ່​ບໍ່​ໄດ້​ສະແຫວງຫາ​ເຮົາ​ກໍ​ພົບ​ເຮົາ ເຮົາ​ໄດ້​ສະແດງ​ຕົນ​ເອງ​ແກ່​ບັນດາ​ຜູ້​ທີ່​ບໍ່​ໄດ້​ເອີ້ນ​ຫາ​ເຮົາ”.</verse>
				<verse number="21">ແຕ່​ເພິ່ນ​ກ່າວ​ເຖິງ​ພວກ​ອິດສະຣາເອນ​ວ່າ, “ເຮົາ​ໄດ້​ຍື່ນ​ມື​ຂອງ​ເຮົາ​ອອກ​ໝົດ​ມື້ ໃຫ້​ແກ່​ຊົນຊາດ​ທີ່​ບໍ່​ເຊື່ອຟັງ ແລະ ດື້ດ້ານ”.</verse>
			</chapter>
			<chapter number="11">
				<verse number="1">ຖ້າ​ຢ່າງ​ນັ້ນ ເຮົາ​ຂໍ​ຖາມ​ວ່າ, ພຣະເຈົ້າ​ໄດ້​ປະຖິ້ມ​ຄົນ​ຂອງ​ພຣະອົງ​ແລ້ວ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ດອກ! ເຮົາ​ເອງ​ກໍ​ເປັນ​ຊາວ​ອິດສະຣາເອນ​ຄົນ​ໜຶ່ງ, ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ມາ​ຈາກ​ເຜົ່າ​ເບັນຢາມິນ.</verse>
				<verse number="2">ພຣະເຈົ້າ​ບໍ່​ໄດ້​ປະຕິເສດ​ບັນດາ​ຄົນ​ຂອງ​ພຣະອົງ​ທີ່​ພຣະອົງ​ຮູ້ຈັກ​ຕັ້ງ​ແຕ່​ກ່ອນ​ແລ້ວ. ພວກເຈົ້າ​ບໍ່​ຮູ້​ພຣະຄຳພີ​ຕອນ​ທີ່​ກ່າວ​ເຖິງ​ເອລີຢາ​ນັ້ນ​ບໍ ທີ່​ເພິ່ນ​ໄດ້​ອຸທອນ​ຕໍ່​ພຣະເຈົ້າ​ກ່ຽວກັບ​ອິດສະຣາເອນ​ວ່າ,</verse>
				<verse number="3">“ອົງພຣະຜູ້ເປັນເຈົ້າ​ເອີຍ, ພວກເຂົາ​ໄດ້​ຂ້າ​ບັນດາ​ຜູ້ທຳນວາຍ​ຂອງ​ພຣະອົງ, ແລະ ຮື້​ແທ່ນບູຊາ​ຂອງ​ພຣະອົງ​ລົງ, ມີ​ພຽງແຕ່​ຂ້ານ້ອຍ​ຜູ້​ດຽວ​ທີ່​ເຫລືອ​ຢູ່ ແລະ ພວກເຂົາ​ກໍ​ກຳລັງ​ພະຍາຍາມ​ຈະ​ຂ້າ​ຂ້ານ້ອຍ​ເໝືອນກັນ”?</verse>
				<verse number="4">ແລະ ພຣະເຈົ້າ​ໄດ້​ຕອບ​ເພິ່ນ​ວ່າ​ຢ່າງໃດ? “ເຮົາ​ໄດ້​ສະຫງວນ​ຄົນ​ໄວ້​ສຳລັບ​ເຮົາ​ເຈັດພັນ​ຄົນ ເຊິ່ງ​ບໍ່​ໄດ້​ຄຸເຂົ່າລົງ​ຂາບໄຫວ້​ພະ​ບາອານ”.</verse>
				<verse number="5">ດ້ວຍເຫດນັ້ນ ໃນ​ປັດຈຸບັນ​ນີ້​ກໍ​ຍັງ​ມີ​ຄົນ​ທີ່​ເຫລືອ​ຢູ່ ເຊິ່ງ​ຖືກ​ເລືອກ​ໄວ້​ໂດຍ​ພຣະຄຸນ.</verse>
				<verse number="6">ແລະ ຖ້າ​ເລືອກ​ໂດຍ​ພຣະຄຸນ​ແລ້ວ ກໍ​ບໍ່ແມ່ນ​ໂດຍ​ການປະຕິບັດ​ອີກ​ຕໍ່ໄປ, ເພາະ​ຖ້າ​ໂດຍ​ການປະຕິບັດ ພຣະຄຸນ​ຈະ​ບໍ່ແມ່ນ​ພຣະຄຸນ​ອີກ​ຕໍ່ໄປ.</verse>
				<verse number="7">ຖ້າ​ດັ່ງນັ້ນ​ແລ້ວ​ຈະ​ວ່າ​ຢ່າງໃດ? ປະຊາຊົນ​ອິດສະຣາເອນ​ບໍ່​ໄດ້​ຮັບ​ໃນ​ສິ່ງ​ທີ່​ພວກເຂົາ​ດິ້ນລົນ​ຊອກຫາ ແຕ່​ຜູ້​ທີ່​ເລືອກ​ໄວ້​ນັ້ນ​ເປັນ​ຜູ້​ທີ່​ໄດ້​ຮັບ, ສ່ວນ​ຄົນ​ອື່ນ​ນັ້ນ​ກໍ​ຖືກ​ເຮັດ​ໃຫ້​ມີ​ໃຈ​ແຂງກະດ້າງ​ໄປ</verse>
				<verse number="8">ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ໄດ້​ໃຫ້​ວິນຍານ​ແຫ່ງ​ຄວາມ​ມຶນຊາ​ແກ່​ພວກເຂົາ, ຕາ​ທີ່​ເບິ່ງ​ບໍ່​ເຫັນ ແລະ ຫູ​ທີ່​ບໍ່​ສາມາດ​ຍິນ ຈົນ​ເຖິງ​ທຸກ​ວັນ​ນີ້”.</verse>
				<verse number="9">ແລະ ດາວິດ​ກ່າວ​ວ່າ, “ຂໍ​ໃຫ້​ໂຕະອາຫານ​ຂອງ​ພວກເຂົາ​ກາຍ​ເປັນ​ບ້ວງແຮ້ວ ແລະ ເປັນ​ກັບດັກ ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ສະດຸດ ແລະ ເປັນ​ການລົງໂທດ​ສຳລັບ​ພວກເຂົາ.</verse>
				<verse number="10">ຂໍ​ໃຫ້​ຕາ​ຂອງ​ພວກເຂົາ​ມືດມົວ​ໄປ ເພື່ອ​ພວກເຂົາ​ຈະ​ເບິ່ງ​ບໍ່​ເຫັນ ແລະ ຂໍ​ໃຫ້​ຫລັງ​ຂອງ​ພວກເຂົາ​ກົ່ງ​ຕະຫລອດໄປ”.</verse>
				<verse number="11">ເຮົາ​ຈຶ່ງ​ຖາມ​ອີກ​ວ່າ: ພວກເຂົາ​ສະດຸດ​ລົ້ມ​ຈົນ​ລຸກ​ບໍ່​ຂຶ້ນ​ບໍ? ບໍ່​ເປັນ​ຢ່າງນັ້ນ​ດອກ! ແຕ່​ຍ້ອນ​ການລ່ວງລະເມີດ​ຂອງ​ພວກເຂົາ, ຄວາມພົ້ນ​ຈຶ່ງ​ມາ​ເຖິງ​ຄົນຕ່າງຊາດ​ເພື່ອ​ເຮັດ​ໃຫ້​ຄົນອິດສະຣາເອນ​ມີ​ໃຈ​ອິດສາ.</verse>
				<verse number="12">ແຕ່​ຖ້າ​ການລ່ວງລະເມີດ​ຂອງ​ພວກເຂົາ​ໝາຍ​ເຖິງ​ຄວາມຮັ່ງມີ​ສຳລັບ​ໂລກ, ແລະ ການສູນເສຍ​ຂອງ​ພວກເຂົາ​ໝາຍ​ເຖິງ​ຄວາມຮັ່ງມີ​ສຳລັບ​ຄົນຕ່າງຊາດ​ແລ້ວ, ຄວາມສົມບູນ​ຂອງ​ພວກເຂົາ​ຍິ່ງ​ຈະ​ນຳ​ຄວາມຮັ່ງມີ​ມາ​ໃຫ້​ຫລາຍ​ເທົ່າໃດ​ນໍ!</verse>
				<verse number="13">ເຮົາ​ກຳລັງ​ເວົ້າ​ກັບ​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ. ເນື່ອງຈາກວ່າ​ເຮົາ​ເປັນ​ອັກຄະສາວົກ​ທີ່​ຖືກ​ໃຊ້​ມາ​ຫາ​ຄົນຕ່າງຊາດ, ເຮົາ​ມີ​ຄວາມພູມໃຈ​ໃນ​ພັນທະກິດ​ຂອງ​ເຮົາ</verse>
				<verse number="14">ໂດຍ​ມີ​ຄວາມຫວັງ​ວ່າ​ເຮົາ​ຈະ​ຊັກຊວນ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຮົາ​ໃຫ້​ເກີດ​ຄວາມອິດສາ ແລະ ເພື່ອ​ຊ່ວຍ​ພວກເຂົາ​ບາງຄົນ​ໃຫ້​ພົ້ນ​ໄດ້.</verse>
				<verse number="15">ເພາະ​ຖ້າ​ການ​ທີ່​ພຣະເຈົ້າ​ປະຖິ້ມ​ພວກເຂົາ ເປັນເຫດ​ໃຫ້​ໂລກ​ນີ້​ຄືນດີ​ກັນ​ກັບ​ພຣະອົງ​ແລ້ວ, ການ​ທີ່​ພຣະອົງ​ຮັບ​ເອົາ​ພວກເຂົາ​ກັບ​ຄືນມາ​ອີກ​ນັ້ນ ກໍ​ເປັນ​ເໝືອນ​ກັບ​ວ່າ​ພວກເຂົາ​ໄດ້​ຕາຍ​ໄປ​ແລ້ວ ແລະ ກັບຄືນມາ​ມີ​ຊີວິດ​ອີກ.</verse>
				<verse number="16">ຖ້າ​ແປ້ງ​ສ່ວນ​ທີ່​ໄດ້​ຖວາຍ​ເປັນ​ຜົນທຳອິດ​ນັ້ນ​ບໍລິສຸດ ແປ້ງ​ທັງກ້ອນ​ນັ້ນ​ກໍ​ຍ່ອມ​ບໍລິສຸດ, ຖ້າ​ຮາກ​ຕົ້ນໄມ້​ບໍລິສຸດ ກິ່ງ​ທັງໝົດ​ກໍ​ບໍລິສຸດ​ເໝືອນກັນ.</verse>
				<verse number="17">ຖ້າ​ກິ່ງກ້ານ​ບາງ​ສ່ວນ​ຖືກ​ຫັກ​ອອກ​ໄປ ແລະ ເຖິງແມ່ນ​ເຈົ້າ​ຈະ​ເປັນ​ໜໍ່​ຂອງ​ຕົ້ນໝາກກອກ​ປ່າ ເຈົ້າ​ກໍ​ຖືກ​ນຳມາ​ຕໍ່ເຂົ້າ​ໃນ​ທ່າມກາງ​ກິ່ງ​ອື່ນໆ, ແລະ ບັດນີ້ ເຈົ້າ​ກໍ​ໄດ້​ຮັບ​ນ້ຳ​ຫລໍ່ລ້ຽງ​ຈາກ​ຮາກ​ຕົ້ນໝາກກອກເທດ​ນັ້ນ,</verse>
				<verse number="18">ກໍ​ຢ່າ​ຄິດ​ວ່າ​ຕົນ​ເອງ​ຢູ່​ເໜືອ​ກວ່າ​ກິ່ງ​ເຫລົ່ານັ້ນ. ຖ້າ​ເຈົ້າ​ເປັນ​ຢ່າງ​ນັ້ນ ກໍ​ຈົ່ງ​ພິຈາລະນາ​ສິ່ງ​ນີ້​ວ່າ: ບໍ່​ແມ່ນ​ເຈົ້າ​ທີ່​ຄ້ຳຊູ​ຮາກ ແຕ່​ແມ່ນ​ຮາກ​ທີ່​ຄ້ຳຊູ​ເຈົ້າ.</verse>
				<verse number="19">ແລ້ວ​ເຈົ້າ​ຈະ​ເວົ້າ​ວ່າ, “ກິ່ງ​ເຫລົ່ານັ້ນ​ຖືກ​ຫັກອອກ​ເພື່ອ​ວ່າ​ຈະ​ໄດ້​ເອົາ​ຂ້ອຍ​ມາ​ຕໍ່​ເຂົ້າ​ໃສ່”.</verse>
				<verse number="20">ກໍ​ແມ່ນ​ແລ້ວ ແຕ່​ທີ່​ພວກເຂົາ​ຖືກ​ຫັກ​ອອກ​ໄປ​ນັ້ນ​ກໍ​ເພາະ​ບໍ່​ເຊື່ອ ສ່ວນ​ເຈົ້າ​ຢູ່​ໄດ້​ກໍ​ເພາະ​ຄວາມເຊື່ອ. ຢ່າ​ໄດ້​ຈອງຫອງ​ເລີຍ, ແຕ່​ຈົ່ງ​ຢຳເກງ.</verse>
				<verse number="21">ເພາະວ່າ ຖ້າ​ພຣະເຈົ້າ​ຍັງ​ບໍ່​ໄດ້​ລະເວັ້ນ​ກິ່ງ​ເດີມ​ໄວ້ ພຣະອົງ​ກໍ​ຈະ​ບໍ່​ລະເວັ້ນ​ເຈົ້າ​ໄວ້​ເໝືອນກັນ.</verse>
				<verse number="22">ເຫດສະນັ້ນ, ຈົ່ງ​ພິຈາລະນາ​ທັງ​ຄວາມເມດຕາ ແລະ ຄວາມເຂັ້ມງວດ​ຂອງ​ພຣະເຈົ້າ​ຄື: ເຂັ້ມງວດ​ກັບ​ບັນດາ​ຜູ້​ທີ່​ລົ້ມລົງ, ແຕ່​ເມດຕາ​ເຈົ້າ​ກໍ​ຕໍ່​ເມື່ອ​ເຈົ້າ​ຍັງ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເມດຕາ​ຂອງ​ພຣະອົງ. ຖ້າ​ບໍ່​ດັ່ງນັ້ນ​ເຈົ້າ​ກໍ​ຈະ​ຖືກ​ຕັດ​ອອກ​ເໝືອນກັນ.</verse>
				<verse number="23">ແລະ ຖ້າ​ພວກເຂົາ​ບໍ່​ດື້ດ້ານ​ຢູ່​ໃນ​ຄວາມ​ບໍ່ເຊື່ອ ພວກເຂົາ​ກໍ​ຈະ​ຖືກ​ນໍາ​ມາ​ຕໍ່​ເຂົ້າໃສ່ ເພາະວ່າ​ພຣະເຈົ້າ​ສາມາດ​ນຳ​ພວກເຂົາ​ມາ​ຕໍ່​ເຂົ້າໃສ່​ໄດ້​ອີກ.</verse>
				<verse number="24">ດ້ວຍວ່າ ຖ້າ​ເຈົ້າ​ຖືກ​ຕັດອອກ​ຈາກ​ຕົ້ນ​ທີ່​ເປັນ​ຕົ້ນໝາກກອກປ່າ​ຕາມ​ທຳມະຊາດ ແລະ ນຳ​ມາ​ຕໍ່​ກິ່ງ​ເຂົ້າ​ກັບ​ຕົ້ນໝາກກອກ​ບ້ານ​ທີ່​ຂັດ​ກັບ​ທຳມະຊາດ ຈະ​ງ່າຍ​ກວ່າ​ນັ້ນ​ຫລາຍ​ເທົ່າໃດ​ທີ່​ຈະ​ນຳ​ເອົາ​ກິ່ງ​ຕ່າງໆ​ຕາມ​ທຳມະຊາດ​ມາ​ຕໍ່​ເຂົ້າ​ກັບ​ຕົ້ນ​ເດີມ​ຂອງ​ມັນ​ເອງ!</verse>
				<verse number="25">ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເລື່ອງ​ຂໍ້ລັບເລິກ​ນີ້ ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ຖືຕົນ ຄື​ອິດສະຣາເອນ​ບາງຄົນ​ຈະ​ມີ​ໃຈແຂງກະດ້າງ​ຈົນ​ກວ່າ​ຄົນຕ່າງຊາດ​ໄດ້​ເຂົ້າມາ​ຄົບ​ຈຳນວນ</verse>
				<verse number="26">ແລະ ດ້ວຍ​ວິທີ​ນີ້ ອິດສະຣາເອນ​ທັງໝົດ​ກໍ​ຈະ​ພົ້ນ​ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ພຣະຜູ້ຊ່ວຍໃຫ້ພົ້ນ​ຈະ​ມາ​ຈາກ​ຊີໂອນ, ພຣະອົງ​ຈະ​ກຳຈັດ​ຄວາມອະທຳ​ໃຫ້​ພົ້ນ​ຈາກ​ຢາໂຄບ.</verse>
				<verse number="27">ແລະ ນີ້​ເປັນ ​ພັນທະສັນຍາ​ຂອງ​ເຮົາ​ກັບ​ພວກເຂົາ ເມື່ອ​ເຮົາ​ຍົກ​ຄວາມບາບ​ຂອງ​ພວກເຂົາ​ໄປ”.</verse>
				<verse number="28">ຖ້າ​ຈະ​ເວົ້າ​ຕາມ​ຂ່າວປະເສີດ ພວກເຂົາ​ເປັນ​ສັດຕູ​ເພື່ອ​ເຫັນ​ແກ່​ພວກເຈົ້າ ແຕ່​ຖ້າ​ຈະ​ເວົ້າ​ຕາມ​ການ​ເລືອກ​ໄວ້​ນັ້ນ ພວກເຂົາ​ກໍ​ເປັນ​ທີ່ຮັກ​ເພື່ອ​ເຫັນ​ແກ່​ບັນດາ​ບັນພະບຸລຸດ,</verse>
				<verse number="29">ເພາະວ່າ​ຂອງປະທານ​ຈາກ​ພຣະເຈົ້າ ແລະ ການ​ເອີ້ນ​ຂອງ​ພຣະອົງ​ນັ້ນ​ປ່ຽນແປງບໍ່ໄດ້.</verse>
				<verse number="30">ເໝືອນກັນ​ກັບ​ພວກເຈົ້າ​ເອງ​ຜູ້​ທີ່​ເມື່ອກ່ອນ​ເຄີຍ​ບໍ່​ເຊື່ອ​ຟັງ​ພຣະເຈົ້າ ແຕ່​ບັດນີ້ ໄດ້​ຮັບ​ຄວາມ​ເມດຕາ​ອັນ​ເປັນ​ຜົນ​ມາ​ຈາກ​ການ​ບໍ່​ເຊື່ອ​ຟັງ​ຂອງ​ພວກເຂົາ,</verse>
				<verse number="31">ດັ່ງນັ້ນ ໃນ​ເວລາ​ນີ້​ພວກເຂົາ​ກໍ​ບໍ່​ເຊື່ອ​ຟັງ​ເໝືອນກັນ ເພື່ອວ່າ​ບັດນີ້ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ຄວາມ​ເມດຕາ​ອັນ​ເປັນ​ຜົນ​ມາ​ຈາກ​ຄວາມ​ເມດຕາ​ຂອງ​ພຣະເຈົ້າ​ທີ່​ມີ​ຕໍ່​ພວກເຈົ້າ.</verse>
				<verse number="32">ດ້ວຍວ່າ ພຣະເຈົ້າ​ໄດ້​ປ່ອຍ​ໃຫ້​ມະນຸດ​ທັງຫລາຍ​ບໍ່ເຊື່ອຟັງ ເພື່ອ​ວ່າ​ພຣະອົງ​ຈະ​ເມດຕາ​ພວກເຂົາ​ທຸກຄົນ.</verse>
				<verse number="33">ໂອ ຄວາມຮັ່ງມີ​ແຫ່ງ​ປັນຍາ ແລະ ຄວາມຮູ້​ຂອງ​ພຣະເຈົ້າ​ກໍ​ເລິກເຊິ່ງ​ແທ້! ຂໍ້ຕັດສິນ​ຂອງ​ພຣະອົງ​ນັ້ນ​ກໍ​ບໍ່​ສາມາດ​ຢັ່ງຮູ້​ໄດ້ ແລະ ວິຖີທາງ​ຂອງ​ພຣະອົງ​ກໍ​ເກີນກວ່າ​ຈະ​ຄົ້ນຫາ​ໄດ້!</verse>
				<verse number="34">“ຜູ້ໃດ​ນໍ ຮູ້​ຈິດໃຈ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້? ຫລື ຜູ້ໃດ​ນໍ ທີ່​ເປັນ​ທີ່ປຶກສາ​ຂອງ​ພຣະອົງ?”</verse>
				<verse number="35">“ຜູ້ໃດ​ນໍ ເຄີຍ​ຖວາຍ​ສິ່ງໃດ​ໃຫ້​ພຣະເຈົ້າ ທີ່​ພຣະເຈົ້າ​ຈະ​ຕ້ອງ​ໃຊ້ຄືນ​ແກ່​ຕົນ?”</verse>
				<verse number="36">ດ້ວຍວ່າ ສິ່ງສາລະພັດ​ມາ​ຈາກ​ພຣະອົງ ໂດຍ​ພຣະອົງ ແລະ ເພື່ອ​ພຣະອົງ ຂໍ​ໃຫ້​ສະຫງ່າລາສີ ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ! ອາແມນ.</verse>
			</chapter>
			<chapter number="12">
				<verse number="1">ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ ເພື່ອ​ເຫັນແກ່​ຄວາມ​ເມດຕາ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ຮຽກຮ້ອງ​ພວກເຈົ້າ​ທັງຫລາຍ​ໃຫ້​ຖວາຍ​ຮ່າງກາຍ​ຂອງ​ພວກເຈົ້າ​ແກ່​ພຣະເຈົ້າ ເພື່ອ​ເປັນ​ເຄື່ອງຖວາຍ​ບູຊາ​ທີ່​ມີຊີວິດ, ທີ່​ບໍລິສຸດ ແລະ ທີ່​ພໍໃຈ​ພຣະເຈົ້າ ນີ້​ເປັນ​ການນະມັດສະການ​ທີ່​ແທ້ຈິງ ແລະ ເໝາະສົມ.</verse>
				<verse number="2">ຢ່າ​ດຳເນີນຊີວິດ​ເໝືອນ​ຢ່າງ​ຄົນ​ໃນ​ໂລກ​ນີ້ ແຕ່​ຈົ່ງ​ຮັບ​ການປ່ຽນແປງ​ຈິດໃຈ​ຂອງ​ພວກເຈົ້າ​ໃໝ່ ແລ້ວ​ພວກເຈົ້າ​ຈະ​ສາມາດ​ພິສູດ ແລະ ຢືນຢັນ​ໄດ້​ວ່າ​ສິ່ງໃດ​ຄື​ຄວາມ​ປະສົງ​ທີ່​ດີ, ເປັນ​ທີ່​ຍອມ​ຮັບ ແລະ ສົມບູນແບບ​ຂອງ​ພຣະເຈົ້າ.</verse>
				<verse number="3">ເພາະ​ໂດຍ​ພຣະຄຸນ​ທີ່​ໄດ້​ໃຫ້​ແກ່​ເຮົາ ເຮົາ​ຂໍ​ກ່າວ​ແກ່​ພວກເຈົ້າ​ທຸກຄົນ​ວ່າ: ຢ່າ​ຄິດ​ປະເມີນ​ຕົນ​ເອງ​ສູງ​ເກີນກວ່າ​ທີ່​ຄວນ ແຕ່​ຈົ່ງ​ຄິດ​ປະເມີນ​ຕົນ​ຢ່າງ​ມີ​ສະຕິ​ຕາມ​ຂະໜາດ​ຄວາມເຊື່ອ​ທີ່​ພຣະເຈົ້າ​ໄດ້​ໃຫ້​ພວກເຈົ້າ​ແຕ່ລະຄົນ​ນັ້ນ.</verse>
				<verse number="4">ເພາະວ່າ ພວກເຮົາ​ແຕ່ລະຄົນ​ມີ​ຮ່າງກາຍ​ດຽວ​ທີ່​ປະກອບ​ດ້ວຍ​ອະໄວຍະວະ​ຫລາຍ​ຢ່າງ ແລະ ອະໄວຍະວະ​ເຫລົ່ານັ້ນ​ກໍ​ມີ​ໜ້າທີ່​ບໍ່​ຄື​ກັນ​ສັນໃດ,</verse>
				<verse number="5">ດັ່ງນັ້ນ ໃນ​ພຣະຄຣິດເຈົ້າ ພວກເຮົາ​ຫລາຍຄົນ​ກໍ​ປະກອບ​ເຂົ້າ​ເປັນ​ກາຍ​ດຽວ ແລະ ແຕ່ລະ​ອະໄວຍະວະ​ກໍ​ເປັນ​ສ່ວນຫນຶ່ງ​ຂອງ​ອະໄວຍະວະ​ທັງໝົດ​ສັນນັ້ນ.</verse>
				<verse number="6">ພວກເຮົາ​ມີ​ຂອງປະທານ​ແຕກຕ່າງ​ກັນ ຕາມ​ພຣະຄຸນ​ທີ່​ໄດ້​ໃຫ້​ແກ່​ພວກເຮົາ. ຖ້າ​ຜູ້ໃດ​ມີ​ຂອງປະທານ​ດ້ານ​ການ​ປະກາດ​ພຣະທຳ ກໍ​ຈົ່ງ​ໃຊ້​ຂອງປະທານ​ນີ້​ຕາມ​ຂະໜາດ​ຄວາມເຊື່ອ​ທີ່​ຕົນ​ມີ.</verse>
				<verse number="7">ຖ້າ​ມີ​ດ້ານ​ການບົວລະບັດ​ຮັບໃຊ້ ກໍ​ຈົ່ງ​ບົວລະບັດ​ຮັບໃຊ້, ຖ້າ​ມີ​ດ້ານ​ການສັ່ງສອນ ກໍ​ຈົ່ງ​ສັ່ງສອນ,</verse>
				<verse number="8">ຖ້າ​ມີ​ດ້ານ​ການໜູນໃຈ ກໍ​ຈົ່ງ​ໜູນໃຈ, ຖ້າ​ມີ​ດ້ານ​ການບໍລິຈາກ ກໍ​ຈົ່ງ​ບໍລິຈາກ​ດ້ວຍ​ໃຈກວ້າງຂວາງ, ຖ້າ​ມີ​ດ້ານ​ການເປັນຜູ້ນຳ ກໍ​ຈົ່ງ​ປົກຄອງ​ດ້ວຍ​ຄວາມເອົາໃຈໃສ່, ຖ້າ​ມີ​ດ້ານ​ການສະແດງ​ຄວາມເມດຕາ ກໍ​ຈົ່ງ​ເຮັດ​ດ້ວຍ​ໃຈຍິນດີ.</verse>
				<verse number="9">ຈົ່ງ​ຮັກ​ດ້ວຍ​ຄວາມ​ຈິງໃຈ ຈົ່ງ​ກຽດຊັງ​ສິ່ງ​ທີ່​ຊົ່ວ ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ດີ.</verse>
				<verse number="10">ຈົ່ງ​ຮັກເຊິ່ງກັນແລະກັນ​ເໝືອນດັ່ງ​ພີ່ນ້ອງ ຈົ່ງ​ໃຫ້​ກຽດ​ເຊິ່ງກັນແລະກັນ​ໂດຍ​ຖື​ວ່າ​ຜູ້​ອື່ນ​ດີ​ກວ່າ​ຕົນ.</verse>
				<verse number="11">ຢ່າ​ຂາດ​ຄວາມ​ກະຕືລືລົ້ນ ແຕ່​ຈົ່ງ​ຮັກສາ​ຄວາມຮ້ອນຮົນ​ຝ່າຍ​ຈິດວິນຍານ​ຂອງ​ພວກເຈົ້າ​ໄວ້ ແລະ ຮັບໃຊ້​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="12">ຈົ່ງ​ຊື່ນຊົມຍິນດີ​ໃນ​ຄວາມຫວັງ ຈົ່ງ​ອົດທົນ​ຕໍ່​ຄວາມຍາກລໍາບາກ ແລະ ຈົ່ງ​ສັດຊື່​ໃນ​ການ​ອະທິຖານ.</verse>
				<verse number="13">ຈົ່ງ​ແບ່ງປັນ​ແກ່​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຜູ້​ທີ່​ມີ​ຄວາມຕ້ອງການ. ຈົ່ງ​ຕ້ອນຮັບແຂກ​ດ້ວຍ​ໃຈເຫລື້ອມໃສ.</verse>
				<verse number="14">ຈົ່ງ​ອວຍພອນ​ແກ່​ຜູ້​ທີ່​ຂົ່ມເຫັງ​ພວກເຈົ້າ, ຈົ່ງ​ອວຍພອນ ແລະ ຢ່າ​ປ້ອຍດ່າ​ເລີຍ.</verse>
				<verse number="15">ຈົ່ງ​ຊື່ນຊົມຍິນດີ​ຮ່ວມ​ກັບ​ຜູ້​ທີ່​ຊື່ນຊົມຍິນດີ ຈົ່ງ​ຮ້ອງໄຫ້​ຮ່ວມ​ກັບ​ຜູ້​ທີ່​ຮ້ອງໄຫ້.</verse>
				<verse number="16">ຈົ່ງ​ຢູ່​ຮ່ວມກັນ​ດ້ວຍ​ຄວາມປອງດອງ ຢ່າ​ອວດອົ່ງຈອງຫອງ ແຕ່​ຈົ່ງ​ເຕັມໃຈ​ຄົບຫາສະມາຄົມ​ກັບ​ຄົນ​ທີ່​ມີ​ຖານະ​ທີ່​ຕ່ຳ ຢ່າ​ອວດອົ່ງທະນົງຕົນ.</verse>
				<verse number="17">ຢ່າ​ເຮັດ​ຊົ່ວ​ຕອບແທນ​ຄົນ​ທີ່​ເຮັດ​ຊົ່ວ ຈົ່ງ​ເອົາໃຈໃສ່​ເຮັດ​ໃນ​ສິ່ງ​ທີ່​ຄົນ​ທັງຫລາຍ​ເຫັນ​ວ່າ​ຖືກຕ້ອງ.</verse>
				<verse number="18">ຖ້າ​ເປັນ​ໄດ້ ໃນ​ເລື່ອງ​ທີ່​ຂຶ້ນ​ຢູ່​ກັບ​ພວກເຈົ້າ​ນັ້ນ ຈົ່ງ​ຢູ່​ກັບ​ທຸກໆ​ຄົນ​ຢ່າງ​ສະຫງົບສຸກ.</verse>
				<verse number="19">ເພື່ອນ​ທີ່ຮັກ​ຂອງ​ເຮົາ​ເອີຍ, ຢ່າ​ແກ້ແຄ້ນ​ເລີຍ ແຕ່​ຈົ່ງ​ປ່ອຍ​ໃຫ້​ພຣະເຈົ້າ​ສະແດງ​ຄວາມໂກດຮ້າຍ​ຂອງ​ພຣະອົງ ເພາະ​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ການ​ແກ້ແຄ້ນ​ເປັນ​ໜ້າທີ່​ຂອງ​ເຮົາ ເຮົາ​ເອງ​ຈະ​ເປັນ​ຜູ້​ຕອບແທນ”. ອົງພຣະຜູ້ເປັນເຈົ້າ​ກ່າວ​ດັ່ງນີ້.</verse>
				<verse number="20">ໃນ​ທາງ​ກົງກັນຂ້າມ, “ຖ້າ​ສັດຕູ​ຂອງ​ເຈົ້າ​ຫິວເຂົ້າ ຈົ່ງ​ເອົາ​ອາຫານ​ໃຫ້​ລາວ​ກິນ ເມື່ອ​ລາວ​ຫິວນ້ຳ ຈົ່ງ​ເອົາ​ນ້ຳ​ໃຫ້​ລາວ​ດື່ມ ການ​ເຮັດ​ຢ່າງນັ້ນ, ເປັນການ​ທີ່​ເຈົ້າ​ໄດ້​ກອງ​ຖ່ານໄຟ​ທີ່​ລຸກໄໝ້​ຢູ່​ໃສ່​ໄວ້​ເທິງ​ຫົວ​ຂອງ​ລາວ”.</verse>
				<verse number="21">ຢ່າ​ໃຫ້​ຄວາມ​ຊົ່ວ​ໄດ້​ຊະນະ​ເຈົ້າ ແຕ່​ຈົ່ງ​ຊະນະ​ຄວາມຊົ່ວ​ດ້ວຍ​ຄວາມດີ.</verse>
			</chapter>
			<chapter number="13">
				<verse number="1">ທຸກຄົນ​ຕ້ອງ​ຍອມເຊື່ອຟັງ​ຜູ້​ມີ​ອຳນາດ​ປົກຄອງ ເພາະ​ບໍ່​ມີ​ຜູ້ໃດ​ມີ​ອຳນາດ​ເວັ້ນ​ແຕ່​ພຣະເຈົ້າ​ແຕ່ງຕັ້ງ​ຂຶ້ນ. ອຳນາດ​ຕ່າງໆ​ທີ່​ມີ​ຢູ່​ນັ້ນ​ກໍ​ລ້ວນ​ແຕ່​ໄດ້​ຮັບ​ການແຕ່ງຕັ້ງ​ຈາກ​ພຣະເຈົ້າ.</verse>
				<verse number="2">ເຫດສະນັ້ນ ຜູ້ໃດ​ທີ່​ຕໍ່ຕ້ານ​ຜູ້​ມີ​ອຳນາດ​ກໍ​ກຳລັງ​ຕໍ່ຕ້ານ​ຜູ້​ທີ່​ພຣະເຈົ້າ​ໄດ້​ແຕ່ງຕັ້ງ ແລະ ຜູ້ໃດ​ທີ່​ເຮັດ​ເຊັ່ນ​ນັ້ນ​ກໍ​ຈະ​ນຳ​ການຕັດສິນ​ລົງໂທດ​ມາ​ສູ່​ຕົນເອງ.</verse>
				<verse number="3">ດ້ວຍວ່າ ພວກ​ຜູ້ປົກຄອງ​ນັ້ນ​ບໍ່​ເປັນ​ໜ້າ​ຢ້ານ​ສຳລັບ​ຄົນ​ທີ່​ເຮັດ​ຖືກ ແຕ່​ເປັນ​ໜ້າ​ຢ້ານ​ສຳລັບ​ຄົນ​ທີ່​ເຮັດ​ຜິດ. ເຈົ້າ​ຢາກ​ຈະ​ພົ້ນ​ຈາກ​ຄວາມຢ້ານ​ຕໍ່​ຜູ້​ມີ​ອຳນາດ​ແມ່ນ​ບໍ? ດັ່ງນັ້ນ ກໍ​ຈົ່ງ​ເຮັດ​ແຕ່​ສິ່ງ​ທີ່​ຖືກຕ້ອງ ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ການຍ້ອງຍໍ.</verse>
				<verse number="4">ເພາະ​ຜູ້​ມີ​ອຳນາດ​ນັ້ນ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ເກີດ​ຜົນປະໂຫຍດ​ຂອງ​ເຈົ້າ ແຕ່​ຖ້າ​ເຈົ້າ​ເຮັດ​ຜິດ​ກໍ​ຈົ່ງ​ຢ້ານ ເພາະ​ພວກຜູ້ປົກຄອງ​ນັ້ນ​ບໍ່​ໄດ້​ຖື​ດາບ​ໄວ້​ລ້າໆ. ພວກເພິ່ນ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເປັນ​ຕົວແທນ​ຂອງ​ຄວາມໂກດຮ້າຍ​ທີ່​ຈະ​ນຳ​ເອົາ​ການລົງໂທດ​ມາ​ສູ່​ຜູ້​ທີ່​ເຮັດ​ຜິດ.</verse>
				<verse number="5">ເຫດສະນັ້ນ ຈຶ່ງ​ຈໍາເປັນ​ຕ້ອງ​ຍອມ​ເຊື່ອຟັງ​ຜູ້​ມີ​ອຳນາດ ບໍ່​ພຽງ​ເພາະ​ເຫັນ​ແກ່​ຄວາມຢ້ານ​ການລົງໂທດ ແຕ່​ເພາະ​ເຫັນ​ແກ່​ຈິດສຳນຶກ​ດ້ວຍ.</verse>
				<verse number="6">ນີ້​ຄື​ເຫດຜົນ​ທີ່​ພວກເຈົ້າ​ເສຍ​ພາສີ ເພາະ​ຜູ້​ມີ​ອຳນາດ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ຜູ້​ໃຫ້​ເວລາ​ທັງໝົດ​ຂອງ​ຕົນ​ໃນ​ການປົກຄອງ​ບ້ານ​ເມືອງ.</verse>
				<verse number="7">ຈົ່ງ​ໃຫ້​ແກ່​ທຸກ​ຄົນ​ໃນ​ສິ່ງ​ທີ່​ພວກເຈົ້າ​ໜີ້​ພວກເຂົາ​ຄື: ຖ້າ​ພວກເຈົ້າ​ໜີ້​ພາສີ ຈົ່ງ​ເສຍ​ພາສີ, ຖ້າ​ຕິດຄ້າງ​ອາກອນ ຈົ່ງ​ເສຍ​ອາກອນ, ຖ້າ​ສົມຄວນ​ໃຫ້​ຄວາມເຄົາລົບ ຈົ່ງ​ໃຫ້​ຄວາມເຄົາລົບ, ຖ້າ​ສົມຄວນ​ໃຫ້​ກຽດ ຈົ່ງ​ໃຫ້​ກຽດ.</verse>
				<verse number="8">ຢ່າ​ຕິດຄ້າງ​ເປັນ​ໜີ້​ຜູ້ໃດ ເວັ້ນ​ແຕ່​ໜີ້​ທີ່​ບໍ່​ອາດ​ຈ່າຍຄືນ​ໄດ້​ໝົດ ຄື​ຄວາມຮັກ​ທີ່​ມີ​ຕໍ່​ກັນແລະກັນ ເພາະ​ຜູ້​ທີ່​ຮັກ​ຄົນອື່ນ​ກໍ​ໄດ້​ປະຕິບັດ​ຕາມ​ກົດບັນຍັດ​ຢ່າງ​ຄົບຖ້ວນ​ແລ້ວ.</verse>
				<verse number="9">ຂໍ້ບັນຍັດ​ທີ່​ວ່າ, “ຢ່າ​ຫລິ້ນຊູ້”, “ຢ່າ​ຂ້າຄົນ”, “ຢ່າ​ລັກຊັບ”, “ຢ່າ​ໂລບ”, ແລະ ພຣະບັນຍັດ​ອື່ນໆ​ກໍ​ລວມ​ຢູ່ໃນ​ຂໍ້​ດຽວ​ກັນ​ນີ້​ຄື, “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ”.</verse>
				<verse number="10">ຄວາມຮັກ​ບໍ່​ເຮັດ​ອັນຕະລາຍ​ຕໍ່​ເພື່ອນບ້ານ​ຂອງ​ຕົນ ເຫດສະນັ້ນ ການ​ມີ​ຄວາມຮັກ​ຈຶ່ງ​ເປັນ​ການປະຕິບັດ​ຕາມ​ກົດບັນຍັດ​ຢ່າງ​ຄົບຖ້ວນ​ແລ້ວ.</verse>
				<verse number="11">ແລະ ຈົ່ງ​ເຮັດ​ຢ່າງ​ນີ້, ຈົ່ງ​ເຂົ້າໃຈ​ເວລາ​ປັດຈຸບັນ​ຄື ເຖິງ​ເວລາ​ແລ້ວ ທີ່​ພວກເຈົ້າ​ຈະ​ຕື່ນ​ຈາກ​ຫລັບ ເພາະວ່າ​ບັດນີ້ ຄວາມພົ້ນ​ຂອງ​ພວກເຮົາ​ແມ່ນ​ໃກ້​ເຂົ້າ​ມາ​ຫລາຍ​ຂຶ້ນ​ກວ່າ​ເວລາ​ທີ່​ພວກເຮົາ​ໄດ້​ເຊື່ອ​ໃນ​ຕອນທຳອິດ.</verse>
				<verse number="12">ກາງຄືນ​ໃກ້​ຈະ​ໝົດ​ໄປ ກາງເວັນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ດັ່ງນັ້ນ ໃຫ້​ພວກເຮົາ​ຖອດ​ພຶດຕິກຳ​ຂອງ​ຄວາມມືດ​ອອກໄປ ແລະ ສວມ​ຍຸດທະພັນ​ຂອງ​ຄວາມສະຫວ່າງ.</verse>
				<verse number="13">ໃຫ້​ເຮົາ​ປະພຶດ​ຕົນ​ຢ່າງ​ເໝາະສົມ​ເໝືອນ​ຢູ່​ໃນ​ເວລາ​ກາງເວັນ, ບໍ່​ໄປ​ມົ້ວສຸມ ແລະ ເມົາເຫລົ້າ, ບໍ່​ເຮັດ​ຜິດສິນທຳທາງເພດ ແລະ ມົວເມົາ, ບໍ່​ວິວາດຜິດຖຽງ ແລະ ອິດສາ​ກັນ.</verse>
				<verse number="14">ແຕ່​ຈົ່ງ​ປະດັບ​ກາຍ​ດ້ວຍ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຢ່າ​ຄິດ​ຈັດຫາ​ອັນໃດ​ເພື່ອ​ສະໜອງ​ຄວາມປາຖະໜາ​ຂອງ​ທຳມະຊາດ​ບາບ.</verse>
			</chapter>
			<chapter number="14">
				<verse number="1">ຈົ່ງ​ຍອມຮັບ​ຜູ້​ທີ່​ອ່ອນແອ​ໃນ​ຄວາມເຊື່ອ ໂດຍ​ບໍ່​ການຜິດຖຽງກັນ​ໃນ​ເລື່ອງ​ຄວາມເຫັນແຕກຕ່າງກັນ.</verse>
				<verse number="2">ຄົນ​ໜຶ່ງ​ເຊື່ອ​ວ່າ​ກິນ​ໄດ້​ທຸກ​ຢ່າງ, ແຕ່​ອີກ​ຄົນ​ໜຶ່ງ​ທີ່​ມີ​ຄວາມເຊື່ອ​ອ່ອນແອ ກໍ​ກິນ​ແຕ່​ຜັກ​ເທົ່ານັ້ນ.</verse>
				<verse number="3">ຄົນ​ທີ່​ກິນ​ທຸກ​ຢ່າງ​ກໍ​ຢ່າ​ໄດ້​ໝິ່ນປະໝາດ​ຄົນ​ທີ່​ບໍ່​ກິນ ແລະ ຄົນ​ທີ່​ບໍ່​ກິນ​ກໍ​ຢ່າ​ໄດ້​ຕັດສິນ​ຄົນ​ທີ່​ກິນ ເພາະ​ພຣະເຈົ້າ​ໄດ້​ຍອມຮັບ​ພວກເຂົາ​ແລ້ວ.</verse>
				<verse number="4">ເຈົ້າ​ແມ່ນ​ຜູ້ໃດ​ຈຶ່ງ​ຈະ​ຕັດສິນ​ຄົນຮັບໃຊ້​ຂອງ​ຄົນ​ອື່ນ? ຜູ້ຮັບໃຊ້​ນັ້ນ​ຈະ​ຕັ້ງໝັ້ງຄົງ ຫລື ລົ້ມລົງ​ກໍ​ຂຶ້ນ​ຢູ່​ກັບ​ນາຍ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ຕັ້ງໝັ້ນຄົງ​ຢູ່​ໄດ້ ເພາະ​ອົງພຣະຜູ້ເປັນເຈົ້າ​ສາມາດ​ເຮັດ​ໃຫ້​ພວກເຂົາ​ຕັ້ງໝັ້ນຄົງ​ຢູ່​ໄດ້.</verse>
				<verse number="5">ຄົນ​ໜຶ່ງ​ຖື​ວ່າ​ວັນ​ໜຶ່ງ​ສັກສິດ​ກວ່າ​ອີກ​ວັນ​ໜຶ່ງ; ສ່ວນ​ອີກ​ຄົນ​ໜຶ່ງ​ຖື​ວ່າ​ທຸກ​ວັນ​ກໍ​ເໝືອນກັນ​ໝົດ. ແຕ່ລະຄົນ​ຄວນ​ແນ່ໃຈ​ໃນ​ຄວາມຄິດເຫັນ​ຂອງ​ຕົນ​ຢ່າງ​ເຕັມທີ່.</verse>
				<verse number="6">ຜູ້ໃດ​ກໍ​ຕາມ​ຖື​ວັນ​ໃດ​ວັນ​ໜຶ່ງ​ເປັນ​ພິເສດ ກໍ​ຖື​ເພື່ອ​ອົງພຣະຜູ້ເປັນເຈົ້າ. ຜູ້​ທີ່​ກິນ​ຊີ້ນ ກໍ​ກິນ​ເພື່ອ​ອົງພຣະຜູ້ເປັນເຈົ້າ​ເພາະ​ພວກເຂົາ​ໄດ້​ຂອບພຣະຄຸນ​ພຣະເຈົ້າ ແລະ ຜູ້​ທີ່​ບໍ່​ກິນ ກໍ​ບໍ່​ກິນ​ເພື່ອ​ອົງພຣະຜູ້ເປັນເຈົ້າ ແລະ ຂອບພຣະຄຸນ​ພຣະເຈົ້າ.</verse>
				<verse number="7">ເພາະ​ບໍ່​ມີ​ຜູ້ໃດ​ໃນ​ພວກເຮົາ​ຈັກ​ຄົນ​ທີ່​ມີຊີວິດ​ຢູ່​ເພື່ອ​ຕົນ​ເອງ​ເທົ່ານັ້ນ ແລະ ບໍ່​ມີ​ຜູ້ໃດ​ໃນ​ພວກເຮົາ​ຈັກ​ຄົນ​ທີ່​ຕາຍ​ເພື່ອ​ຕົນ​ເອງ​ເທົ່ານັ້ນ.</verse>
				<verse number="8">ຖ້າ​ພວກເຮົາ​ຢູ່ ພວກເຮົາ​ກໍ​ຢູ່​ເພື່ອ​ອົງພຣະຜູ້ເປັນເຈົ້າ ແລະ ຖ້າ​ພວກເຮົາ​ຕາຍ ພວກເຮົາ​ກໍ​ຕາຍ​ເພື່ອ​ອົງພຣະຜູ້ເປັນເຈົ້າ, ດັ່ງນັ້ນ ບໍ່​ວ່າ​ພວກເຮົາ​ຈະ​ຢູ່ ຫລື ຕາຍ, ພວກເຮົາ​ກໍ​ເປັນ​ຂອງ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="9">ເພາະ​ເຫດ​ນີ້​ແຫລະ, ພຣະຄຣິດເຈົ້າ​ໄດ້​ຕາຍ ແລະ ໄດ້​ຄືນມາ​ສູ່​ຊີວິດ ກໍ​ເພື່ອ​ພຣະອົງ​ຈະ​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ທັງ​ຄົນຕາຍ ແລະ ຄົນເປັນ.</verse>
				<verse number="10">ແລ້ວ​ເປັນຫຍັງ ພວກເຈົ້າ​ຈຶ່ງ​ຕັດສິນ​ພີ່ນ້ອງ​ຂອງ​ຕົນ? ຫລື ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໝິ່ນປະໝາດ​ພີ່ນ້ອງ​ຂອງ​ຕົນ? ເພາະວ່າ ພວກເຮົາ​ທຸກ​ຄົນ​ຈະ​ຕ້ອງ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະເຈົ້າ</verse>
				<verse number="11">ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ອົງພຣະຜູ້ເປັນເຈົ້າ​ກ່າວ​ວ່າ, ‘ເຮົາ​ມີຊີວິດ​ຢູ່​ແນ່ນອນ​ສັນໃດ ທຸກ​ຄົນ​ຈະ​ຄຸເຂົ່າ​ຂາບ​ລົງ​ຕໍ່ໜ້າ​ເຮົາ​ສັນນັ້ນ; ທຸກ​ລີ້ນ​ຈະ​ຍອມຮັບ​ພຣະເຈົ້າ’”.</verse>
				<verse number="12">ດັ່ງນັ້ນ ພວກເຮົາ​ແຕ່ລະຄົນ​ຈະ​ຕ້ອງ​ລາຍງານ​ເລື່ອງ​ຂອງ​ຕົນ​ເອງ​ຕໍ່​ພຣະເຈົ້າ.</verse>
				<verse number="13">ເຫດສະນັ້ນ ໃຫ້​ພວກເຮົາ​ເລີກ​ຕັດສິນ​ກັນ. ແຕ່​ຈົ່ງ​ຕັດສິນໃຈ​ວ່າ​ຈະ​ບໍ່​ວາງ​ສິ່ງ​ທີ່​ເຮັດ​ໃຫ້​ສະດຸດ ຫລື ວາງ​ເຄື່ອງ​ກີດຂວາງ​ໃນ​ທາງ​ຂອງ​ພີ່ນ້ອງ.</verse>
				<verse number="14">ໃນ​ຖານະ​ຜູ້​ທີ່​ຢູ່​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ເຮົາ​ແນ່ໃຈ​ຢ່າງ​ເຕັມທີ່​ວ່າ​ບໍ່​ມີ​ອາຫານ​ໃດ ​ເປັນມົນທິນ​ໃນ​ໂຕ​ຂອງ​ມັນ​ເອງ, ແຕ່​ຖ້າ​ຜູ້ໃດ​ຖືວ່າ​ສິ່ງໃດ​ເປັນມົນທິນ ສິ່ງ​ນັ້ນ​ກໍ​ເປັນມົນທິນ​ສຳລັບ​ລາວ.</verse>
				<verse number="15">ຖ້າ​ພີ່ນ້ອງ​ຂອງ​ພວກເຈົ້າ​ເປັນທຸກໃຈ​ເພາະ​ສິ່ງ​ທີ່​ພວກເຈົ້າ​ກິນ ພວກເຈົ້າ​ກໍ​ບໍ່​ໄດ້​ປະພຶດ​ຕົນ​ດ້ວຍ​ຄວາມຮັກ​ອີກ​ຕໍ່ໄປ. ຢ່າ​ໃຫ້​ການກິນ​ຂອງ​ພວກເຈົ້າ​ທຳລາຍ​ຄົນ​ທີ່​ພຣະຄຣິດເຈົ້າ​ໄດ້​ຕາຍ​ແທນ​ນັ້ນ​ຕ້ອງ​ຈິບຫາຍ​ໄປ.</verse>
				<verse number="16">ດັ່ງນັ້ນ ຢ່າ​ໃຫ້​ສິ່ງ​ທີ່​ເຈົ້າ​ເຫັນ​ວ່າ​ດີ​ນັ້ນ​ຖືກ​ກ່າວ​ວ່າ​ເປັນ​ສິ່ງ​ຊົ່ວຮ້າຍ.</verse>
				<verse number="17">ດ້ວຍວ່າ ອານາຈັກ​ຂອງ​ພຣະເຈົ້າ​ບໍ່ແມ່ນ​ເລື່ອງ​ຂອງ​ການກິນ ແລະ ການດື່ມ ແຕ່​ເປັນ​ເລື່ອງ​ຂອງ​ຄວາມຊອບທຳ, ສັນຕິສຸກ ແລະ ຄວາມຊື່ນຊົມຍິນດີ​ໃນ​ພຣະວິນຍານບໍລິສຸດເຈົ້າ,</verse>
				<verse number="18">ເພາະວ່າ ຜູ້ໃດ​ທີ່​ຮັບໃຊ້​ພຣະຄຣິດເຈົ້າ​ຢ່າງ​ນີ້​ກໍ​ເປັນ​ທີ່​ພໍໃຈ​ພຣະເຈົ້າ ແລະ ເປັນ​ທີ່​ພໍໃຈ​ມະນຸດ​ດ້ວຍ.</verse>
				<verse number="19">ເຫດສະນັ້ນ, ໃຫ້​ພວກເຮົາ​ພະຍາຍາມ​ທີ່​ຈະ​ເຮັດ​ສິ່ງ​ທີ່​ນຳ​ໄປ​ສູ່​ຄວາມ​ສະຫງົບສຸກ ແລະ ການເສີມສ້າງ​ເຊິ່ງກັນແລະກັນ.</verse>
				<verse number="20">ຢ່າ​ທຳລາຍ​ກິດຈະການ​ຂອງ​ພຣະເຈົ້າ​ເພາະ​ເຫັນ​ແກ່​ອາຫານ​ເລີຍ. ອາຫານ​ທຸກ​ຢ່າງ​ປາດສະຈາກ​ມົນທິນ​ກໍ​ຈິງ, ແຕ່​ຖ້າ​ຄົນ​ໃດ​ທີ່​ກິນ​ສິ່ງ​ໃດ​ແລ້ວ​ເຮັດ​ໃຫ້​ຄົນ​ອື່ນ​ສະດຸດໃຈ​ກໍ​ມີ​ຄວາມຜິດ.</verse>
				<verse number="21">ການ​ບໍ່​ກິນ​ຊີ້ນ​ສັດ ຫລື ດື່ມ​ເຫລົ້າອະງຸ່ນ ຫລື ເຮັດ​ສິ່ງ​ອື່ນ​ໃດ ກໍ​ດີ​ກວ່າ​ເປັນ​ຕົ້ນເຫດ​ໃຫ້​ພີ່ນ້ອງ​ສະດຸດໃຈ.</verse>
				<verse number="22">ດັ່ງນັ້ນ ສິ່ງ​ໃດ​ກໍ​ຕາມ​ທີ່​ພວກເຈົ້າ​ເຊື່ອ​ກ່ຽວກັບ​ເລື່ອງ​ເຫລົ່ານີ້ ຈົ່ງ​ຢຶດຖື​ໄວ້​ເປັນ​ເລື່ອງ​ລະຫວ່າງ​ພວກເຈົ້າ​ເອງ​ກັບ​ພຣະເຈົ້າ. ຄວາມສຸກ​ມີ​ແກ່​ຜູ້​ທີ່​ບໍ່​ກ່າວ​ໂທດ​ຕົນ​ເອງ​ໃນ​ສິ່ງ​ທີ່​ຕົນ​ເຫັນ​ວ່າ​ດີ.</verse>
				<verse number="23">ແຕ່​ຜູ້​ທີ່​ຍັງ​ສົງໄສ​ຢູ່​ນັ້ນ ຖ້າ​ພວກເຂົາ​ກິນ​ກໍ​ມີ​ຄວາມຜິດ ເພາະ​ພວກເຂົາ​ບໍ່​ໄດ້​ກິນ​ຕາມ​ຄວາມເຊື່ອ ແລະ ສິ່ງໃດ​ທີ່​ເຮັດ​ໄປ​ໂດຍ​ບໍ່​ເກີດ​ຈາກ​ຄວາມເຊື່ອ​ກໍ​ເປັນ​ບາບ.</verse>
			</chapter>
			<chapter number="15">
				<verse number="1">ພວກເຮົາ​ທີ່​ເຂັ້ມແຂງ​ແລ້ວ​ກໍ​ຄວນ​ອົດທົນ​ຕໍ່​ຄວາມຜິດພາດ​ຂອງ​ຜູ້​ທີ່​ຍັງ​ອ່ອນ​ຕໍ່​ຄວາມເຊື່ອ ແລະ ພວກເຮົາ​ບໍ່​ຄວນ​ເຮັດ​ຕາມ​ຄວາມພໍໃຈ​ຂອງ​ຕົນ​ເອງ.</verse>
				<verse number="2">ພວກເຮົາ​ແຕ່ລະຄົນ​ຄວນ​ເຮັດ​ໃຫ້​ເພື່ອນບ້ານ​ພໍໃຈ ເພື່ອ​ເປັນ​ຜົນ​ດີ​ແກ່​ພວກເຂົາ, ເພື່ອ​ເສີມສ້າງ​ພວກເຂົາ​ຂຶ້ນ.</verse>
				<verse number="3">ເພາະ​ແມ່ນ​ແຕ່​ພຣະຄຣິດເຈົ້າ​ກໍ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ພຣະອົງ​ເອງ​ພໍໃຈ, ແຕ່​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ຄຳໝິ່ນປະໝາດ​ຂອງ​ຜູ້​ທີ່​ໝິ່ນປະໝາດ​ພຣະອົງ​ນັ້ນ​ໄດ້​ຕົກໃສ່​ຂ້ານ້ອຍ”.</verse>
				<verse number="4">ເພາະ​ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ອະດີດ​ກໍ​ຂຽນ​ຂຶ້ນ​ເພື່ອ​ສັ່ງສອນ​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ມີ​ຄວາມຫວັງ​ໂດຍ​ຄວາມອົດທົນ ແລະ ມີ​ກຳລັງໃຈ​ຈາກ​ພຣະຄຳພີ.</verse>
				<verse number="5">ຂໍ​ພຣະເຈົ້າ​ຜູ້​ໃຫ້​ຄວາມອົດທົນ ແລະ ກຳລັງໃຈ​ນັ້ນ​ໄດ້​ໃຫ້​ພວກເຈົ້າ​ທັງຫລາຍ​ເປັນ​ນ້ຳໜຶ່ງໃຈດຽວກັນ​ຕາມ​ຢ່າງ​ພຣະເຢຊູຄຣິດເຈົ້າ,</verse>
				<verse number="6">ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຖວາຍ​ກຽດ​ແກ່​ພຣະເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຈິດໃຈ​ດຽວ​ກັນ ແລະ ສຽງ​ດຽວ​ກັນ.</verse>
				<verse number="7">ດັ່ງນັ້ນ, ຈົ່ງ​ຍອມຮັບ​ເຊິ່ງກັນແລະກັນ ເໝືອນດັ່ງ​ພຣະຄຣິດເຈົ້າ​ຍອມຮັບ​ພວກເຈົ້າ ເພື່ອ​ຈະ​ນຳ​ການ​ສັນລະເສີນ​ມາ​ຖວາຍ​ແກ່​ພຣະເຈົ້າ.</verse>
				<verse number="8">ດ້ວຍວ່າ ເຮົາ​ຂໍ​ບອກ​ພວກເຈົ້າ​ວ່າ​ພຣະຄຣິດເຈົ້າ​ໄດ້​ກາຍເປັນ​ຜູ້ຮັບໃຊ້​ຂອງ​ພວກ​ຢິວ ທີ່​ເປັນ​ການສະແດງ​ຄວາມຈິງ​ຂອງ​ພຣະເຈົ້າ ເພື່ອ​ຢືນຢັນ​ຄຳ​ສັນຍາ​ທີ່​ໄດ້​ໃຫ້​ໄວ້​ກັບ​ບັນດາ​ບັນພະບຸລຸດ</verse>
				<verse number="9">ເພື່ອ​ໃຫ້​ຄົນຕ່າງຊາດ​ໄດ້​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ​ເພາະ​ຄວາມ​ເມດຕາ​ຂອງ​ພຣະອົງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເຫດສະນັ້ນ ຂ້ານ້ອຍ​ຈຶ່ງ​ຈະ​ສັນລະເສີນ​ພຣະອົງ​ໃນ​ທ່າມກາງ​ຄົນຕ່າງຊາດ​ທັງຫລາຍ; ຂ້ານ້ອຍ​ຈະ​ຮ້ອງເພງ​ສັນລະເສີນ​ນາມ​ຂອງ​ພຣະອົງ”.</verse>
				<verse number="10">ແລະ ກ່າວ​ອີກ​ວ່າ, “ຄົນຕ່າງຊາດ​ທັງຫລາຍ​ເອີຍ ຈົ່ງ​ຊື່ນຊົມຍິນດີ​ຮ່ວມ​ກັບ​ຄົນ​ຂອງ​ພຣະອົງ”.</verse>
				<verse number="11">ແລະ ອີກ​ຕອນ​ໜຶ່ງ​ທີ່​ວ່າ, “ຄົນຕ່າງຊາດ​ທັງໝົດ​ເອີຍ ຈົ່ງ​ສັນລະເສີນ​ອົງພຣະຜູ້ເປັນເຈົ້າ ຊົນຊາດ​ທັງໝົດ​ເອີຍ ຈົ່ງ​ຮ້ອງເພງ​ສັນລະເສີນ​ພຣະອົງ”.</verse>
				<verse number="12">ແລະ ເອຊາຢາ​ກໍ​ກ່າວ​ອີກ​ວ່າ, “ຮາກ​ຂອງ​ເຢຊີ ຈະ​ປົ່ງ​ຂຶ້ນ​ມາ, ຜູ້​ທີ່​ຈະ​ຂຶ້ນ​ມາ​ເພື່ອ​ປົກຄອງ​ປະຊາຊາດ​ທັງຫລາຍ ຄົນຕ່າງຊາດ​ທັງຫລາຍ​ຈະ​ມີ​ຄວາມຫວັງ​ໃນ​ພຣະອົງ”.</verse>
				<verse number="13">ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ຄວາມຫວັງ​ເຮັດ​ໃຫ້​ພວກເຈົ້າ​ບໍລິບູນ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ສັນຕິສຸກ​ທັງປວງ​ເໝືອນ​ທີ່​ພວກເຈົ້າ​ວາງໃຈ​ໃນ​ພຣະອົງ ເພື່ອວ່າ​ພວກເຈົ້າ​ຈະ​ເຕັມລົ້ນ​ດ້ວຍ​ຄວາມຫວັງ​ໂດຍ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ.</verse>
				<verse number="14">ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ ເຮົາ​ແນ່ໃຈ​ວ່າ​ພວກເຈົ້າ​ເອງ​ບໍລິບູນ​ດ້ວຍ​ຄວາມດີ, ເຕັມ​ໄປ​ດ້ວຍ​ຄວາມຮູ້ ແລະ ສາມາດ​ສັ່ງສອນ​ກັນແລະກັນ​ໄດ້.</verse>
				<verse number="15">ແຕ່​ເຮົາ​ກ້າ​ຂຽນ​ບາງ​ເລື່ອງ​ເຖິງ​ພວກເຈົ້າ ກໍ​ເພື່ອ​ຈະ​ເຕືອນ​ພວກເຈົ້າ​ໃນ​ເລື່ອງ​ເຫລົ່ານັ້ນ​ອີກ ກໍ​ຍ້ອນ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ປະ​ທານ​ໃຫ້​ແກ່​ເຮົາ</verse>
				<verse number="16">ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູຄຣິດເຈົ້າ​ໄປ​ຍັງ​ຄົນຕ່າງຊາດ ເຮັດໜ້າທີ່ປະໂລຫິດ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ ເພື່ອວ່າ​ຄົນຕ່າງຊາດ​ຈະ​ໄດ້​ກາຍເປັນ​ເຄື່ອງຖວາຍບູຊາ​ທີ່​ພຣະເຈົ້າ​ຍອມຮັບ ເຊິ່ງ​ພຣະວິນຍານບໍລິສຸດເຈົ້າ​ໄດ້​ຊຳລະ​ໃຫ້​ບໍລິສຸດ​ແລ້ວ.</verse>
				<verse number="17">ເຫດສະນັ້ນ, ໃນ​ພຣະເຢຊູຄຣິດເຈົ້າ ເຮົາ​ພູມໃຈ​ໃນ​ສິ່ງ​ຕ່າງໆ​ທີ່​ໄດ້​ເຮັດໃຫ້​ແກ່​ພຣະເຈົ້າ.</verse>
				<verse number="18">ເຮົາ​ບໍ່​ກ້າ​ຈະ​ກ່າວ​ເຖິງ​ສິ່ງ​ໃດ​ນອກຈາກ​ສິ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ກະທຳ​ຜ່ານທາງ​ເຮົາ ໃນ​ການ​ນຳ​ຄົນຕ່າງຊາດ​ມາ​ເຊື່ອຟັງ​ພຣະເຈົ້າ​ດ້ວຍ​ສິ່ງ​ທີ່​ເຮົາ​ໄດ້​ເວົ້າ ແລະ ໄດ້​ເຮັດ</verse>
				<verse number="19">ຄື​ດ້ວຍ​ລິດອຳນາດ​ແຫ່ງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ ໂດຍ​ທາງ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ ເຮົາ​ຈຶ່ງ​ໄດ້​ປະກາດ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ​ຢ່າງ​ຄົບຖ້ວນ​ໃນ​ທຸກ​ບ່ອນ ຕັ້ງແຕ່​ນະຄອນ​ເຢຣູຊາເລັມ​ໄປ​ທົ່ວ​ຈົນ​ມາ​ຮອດ​ອີລີຣິກົມ.</verse>
				<verse number="20">ເຮົາ​ປາຖະໜາ​ສະເໝີ​ວ່າ​ຈະ​ປະກາດ​ຂ່າວປະເສີດ​ໃນ​ບ່ອນ​ທີ່​ບໍ່​ມີ​ຜູ້ໃດ​ຮູ້​ຈັກ​ພຣະຄຣິດເຈົ້າ ເພື່ອວ່າ​ເຮົາ​ຈະ​ໄດ້​ບໍ່​ກໍ່​ຂຶ້ນ​ເທິງ​ຮາກຖານ​ທີ່​ຄົນອື່ນ​ວາງ​ໄວ້</verse>
				<verse number="21">ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ບັນດາ​ຄົນ​ທີ່​ບໍ່​ເຄີຍ​ຖືກ​ບອກ​ເຖິງ​ເລື່ອງ​ຂອງ​ພຣະອົງ​ກໍ​ຈະ​ໄດ້​ເຫັນ ແລະ ບັນດາ​ຄົນ​ທີ່​ບໍ່​ເຄີຍ​ໄດ້​ຍິນ​ນັ້ນ​ກໍ​ຈະ​ເຂົ້າໃຈ”.</verse>
				<verse number="22">ນີ້​ແມ່ນ​ສາເຫດ​ທີ່​ຂັດຂວາງ​ເຮົາ​ຢູ່​ສະເໝີ ເຮັດໃຫ້​ເຮົາ​ບໍ່​ໄດ້​ມາ​ຫາ​ພວກເຈົ້າ.</verse>
				<verse number="23">ແຕ່​ບັດນີ້​ບໍ່​ມີ​ບ່ອນໃດ​ເຫລືອ​ໃຫ້​ເຮົາ​ເຮັດ​ພາລະກິດ​ໃນ​ຂົງເຂດ​ເຫລົ່ານີ້​ແລ້ວ ແລະ ເນື່ອງ​ຈາກ​ເຮົາ​ປາຖະໜາ​ທີ່​ຈະ​ມາຫາ​ພວກເຈົ້າ​ຫລາຍ​ປີ​ແລ້ວ</verse>
				<verse number="24">ເຮົາ​ຈຶ່ງ​ວາງແຜນ​ຈະ​ມາຫາ​ພວກເຈົ້າ​ຕອນ​ເວລາ​ທີ່​ໄປ​ປະເທດ​ສະເປນ​ນັ້ນ. ເຮົາ​ຫວັງວ່າ​ຈະ​ໄດ້​ມາ​ຢ້ຽມຢາມ​ພວກເຈົ້າ​ຂະນະ​ເດີນທາງ​ຜ່ານ​ໄປ ແລະ ຫວັງ​ຈະໃຫ້​ພວກເຈົ້າ​ຊ່ວຍເຫລືອ​ເຮົາ​ໃນ​ການເດີນທາງ​ໄປ​ທີ່​ນັ້ນ ຫລັງຈາກ​ໄດ້​ຢ້ຽມຢາມ​ຖາມ​ຂ່າວ ແລະ ຫລັງຈາກ​ໄດ້​ພົບປະ​ສັງສັນ​ຢູ່​ກັບ​ພວກເຈົ້າ​ໄລຍະໜຶ່ງ.</verse>
				<verse number="25">ແຕ່​ຂະນະ​ນີ້​ເຮົາ​ກຳລັງ​ເດີນທາງ​ໄປ​ນະຄອນ​ເຢຣູຊາເລັມ ເພື່ອ​ຮັບໃຊ້​ບັນດາ​ຄົນ​ຂອງ​ພຣະເຈົ້າ​ຢູ່​ທີ່​ນັ້ນ.</verse>
				<verse number="26">ເພາະ​ພີ່ນ້ອງ​ໃນ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ຍິນດີ​ທີ່​ຈະ​ບໍລິຈາກ​ໃຫ້​ແກ່​ຜູ້​ທີ່​ຍາກຈົນ​ໃນ​ທ່າມກາງ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ.</verse>
				<verse number="27">ພວກເຂົາ​ຍິນດີ​ທີ່​ຈະ​ເຮັດ​ຢ່າງ​ນັ້ນ ແລະ ຄວາມຈິງ​ແລ້ວ​ພວກເຂົາ​ກໍ​ເປັນ​ໜີ້​ພີ່ນ້ອງ​ເຫລົ່ານັ້ນ​ດ້ວຍ ເພາະວ່າ​ຖ້າ​ຄົນຕ່າງຊາດ​ມີ​ສ່ວນຮ່ວມ​ໃນ​ພອນ​ຝ່າຍ​ຈິດວິນຍານ​ຂອງ​ຊາວ​ຢິວ ພວກເຂົາ​ກໍ​ເປັນ​ໜີ້​ພີ່ນ້ອງ​ຊາວ​ຢິວ ກໍ​ສົມຄວນ​ທີ່​ຈະ​ແບ່ງປັນ​ພອນ​ຝ່າຍ​ວັດຖຸ​ໃຫ້​ແກ່​ພີ່ນ້ອງ​ເຫລົ່ານັ້ນ.</verse>
				<verse number="28">ດັ່ງນັ້ນ ຫລັງຈາກ​ສຳເລັດ​ພາລະກິດ​ນີ້ ແລະ ເບິ່ງແຍງ​ຈົນ​ແນ່ໃຈ​ວ່າ​ພວກພີ່ນ້ອງ​ໄດ້​ຮັບ​ເຄື່ອງຊ່ວຍເຫລືອ​ນີ້​ຮຽບຮ້ອຍ​ແລ້ວ ເຮົາ​ກໍ​ຈະ​ໄປ​ປະເທດ​ສະເປນ ແລະ ແວ່​ຢ້ຽມຢາມ​ພວກເຈົ້າ​ໃນ​ລະຫວ່າງ​ທາງ.</verse>
				<verse number="29">ເຮົາ​ຮູ້​ວ່າ ເມື່ອ​ມາຫາ​ພວກເຈົ້າ​ນັ້ນ ເຮົາ​ຈະ​ມາ​ພ້ອມ​ດ້ວຍ​ພອນ​ອັນ​ບໍລິບູນ​ຂອງ​ພຣະຄຣິດເຈົ້າ.</verse>
				<verse number="30">ພີ່ນ້ອງ​ທັງຫລາຍ​ເອີຍ ໂດຍ​ເຫັນແກ່​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ໂດຍ​ເຫັນແກ່​ຄວາມຮັກ​ຈາກ​ພຣະວິນຍານບໍລິສຸດເຈົ້າ ເຮົາ​ຂໍ​ໃຫ້​ພວກເຈົ້າ​ຮ່ວມ​ໃນ​ການຕໍ່ສູ້​ຂອງ​ເຮົາ​ດ້ວຍ​ການ​ອະທິຖານ​ຕໍ່​ພຣະເຈົ້າ​ເພື່ອ​ເຮົາ.</verse>
				<verse number="31">ຂໍ​ອະທິຖານ​ໃຫ້​ເຮົາ​ໄດ້ຮັບ​ການ​ຊ່ວຍເຫລືອ​ໃຫ້​ພົ້ນ​ຈາກ​ຄົນທີ່ບໍ່ເຊື່ອ​ທັງຫລາຍ​ໃນ​ແຂວງ​ຢູດາຍ ແລະ ຂໍ​ໃຫ້​ບັນດາ​ຄົນ​ຂອງ​ພຣະເຈົ້າ​ໃນ​ນະຄອນ​ເຢຣູຊາເລັມ​ຍອມ​ຮັບ​ເຄຶ່ອງຊ່ວຍເຫລືອ​ຂອງ​ເຮົາ,</verse>
				<verse number="32">ເພື່ອວ່າ ໂດຍ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ເຮົາ​ຈະ​ໄດ້​ມາຫາ​ພວກເຈົ້າ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ໄດ້ຮັບ​ຄວາມຊື່ນໃຈ​ຮ່ວມກັນ​ກັບ​ພວກເຈົ້າ.</verse>
				<verse number="33">ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ. ອາແມນ.</verse>
			</chapter>
			<chapter number="16">
				<verse number="1">ເຮົາ​ຂໍ​ຝາກ​ນ້ອງສາວ​ຂອງ​ເຮົາ ຄື​ນາງ​ຟອຍເບ ເຊິ່ງ​ເປັນ​ຜູ້ດູແລ ​ຂອງ​ຄຣິສຕະຈັກ​ໃນ​ເມືອງ​ເກັນເຂໄອ.</verse>
				<verse number="2">ເຮົາ​ຂໍ​ໃຫ້​ພວກເຈົ້າ​ຮັບ​ນາງ​ໄວ້​ໃນ​ອົງພຣະຜູ້ເປັນເຈົ້າ​ຕາມ​ສົມຄວນ​ແກ່​ຄົນ​ຂອງ​ພຣະເຈົ້າ ແລະ ຊ່ວຍເຫລືອ​ນາງ​ໃນ​ທຸກສິ່ງ​ທີ່​ນາງ​ຕ້ອງການ ເພາະວ່າ​ນາງ​ເອງ​ໄດ້​ຊ່ວຍເຫລືອ​ຄົນ​ຈໍານວນ​ຫລາຍ​ລວມທັງ​ເຮົາ​ດ້ວຍ.</verse>
				<verse number="3">ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ປີຊະກີລາ ແລະ ອາກີລາ ເພື່ອນຮ່ວມງານ​ຂອງ​ເຮົາ​ໃນ​ພຣະເຢຊູຄຣິດເຈົ້າ.</verse>
				<verse number="4">ພວກເພິ່ນ​ໄດ້​ສ່ຽງ​ຊີວິດ​ຂອງ​ຕົນ​ເອງ​ເພື່ອ​ເຮົາ. ບໍ່​ພຽງ​ແຕ່​ເຮົາ​ເທົ່ານັ້ນ ແຕ່​ຄຣິສຕະຈັກ​ທັງຫລາຍ​ຂອງ​ຄົນຕ່າງຊາດ​ກໍ​ສຳນຶກ​ໃນ​ບຸນຄຸນ​ຂອງ​ພວກເພິ່ນ​ດ້ວຍ.</verse>
				<verse number="5">ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຄຣິສຕະຈັກ​ທີ່​ໄດ້​ມາ​ຮ່ວມ​ປະຊຸມ​ທີ່​ເຮືອນ​ຂອງ​ພວກເພິ່ນ​ເໝືອນກັນ. ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເອປາຍເນດ​ເພື່ອນ​ທີ່ຮັກ​ຂອງ​ເຮົາ ເຊິ່ງ​ເປັນ​ຄົນ​ທຳອິດ​ໃນ​ແຂວງ​ເອເຊຍ​ທີ່​ກັບໃຈ​ມາ​ເຊື່ອ​ໃນ​ພຣະຄຣິດເຈົ້າ.</verse>
				<verse number="6">ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ນາງ​ມາຣີ ຜູ້​ທີ່​ໄດ້​ເຮັດວຽກ​ຢ່າງ​ໜັກໜ່ວງ​ເພື່ອ​ພວກເຈົ້າ​ທັງຫລາຍ.</verse>
				<verse number="7">ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ອັນດາໂຣນິໂກ ແລະ ນາງ​ຢູເນຍ ຍາດຕິພີ່ນ້ອງ​ຂອງ​ເຮົາ​ທີ່​ເຄີຍ​ຕິດ​ຄຸກ​ກັບ​ເຮົາ. ພວກເພິ່ນ​ເປັນ​ຄົນ​ມີ​ຊື່​ສຽງ​ດີ​ໃນ​ທ່າມກາງ​ພວກ​ອັກຄະສາວົກ ແລະ ມາ​ເຊື່ອ​ໃນ​ພຣະຄຣິດເຈົ້າ​ກ່ອນ​ເຮົາ​ດ້ວຍ.</verse>
				<verse number="8">ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ອຳເປຍ ຜູ້​ເປັນ​ທີ່ຮັກ​ຂອງ​ເຮົາ​ໃນ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="9">ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ອູຣະບານ​ເພື່ອນຮ່ວມງານ​ຂອງ​ພວກເຮົາ​ໃນ​ພຣະຄຣິດເຈົ້າ ແລະ ຊະຕາຂີ​ເພື່ອນ​ທີ່ຮັກ​ຂອງ​ເຮົາ.</verse>
				<verse number="10">ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ອະເປເລ ຜູ້​ທີ່​ຈົ່ງຮັກພັກດີ​ຕໍ່​ພຣະຄຣິດເຈົ້າ. ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ບັນດາ​ຜູ້​ທີ່​ຢູ່​ໃນ​ຄອບຄົວ​ຂອງ​ອາຣິສະໂຕບູໂລ.</verse>
				<verse number="11">ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຮໂຣດີໂອນ ຍາດພີ່ນ້ອງ​ຂອງ​ເຮົາ. ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຄອບຄົວ​ຂອງ​ນາຣະກິດ ຜູ້​ທີ່​ຢູ່​ໃນ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="12">ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ນາງ​ຕີຝາຍນາ ແລະ ນາງ​ທີໂຟຊາ ແມ່ຍິງ​ທີ່​ໄດ້​ເຮັດວຽກ​ຢ່າງ​ໜັກໜ່ວງ​ໃນ​ອົງພຣະຜູ້ເປັນເຈົ້າ. ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເປຊີດາ​ເພື່ອນ​ທີ່ຮັກ​ຂອງ​ເຮົາ ແມ່ຍິງ​ອີກ​ຄົນ​ໜຶ່ງ​ທີ່ໄດ້​ເຮັດວຽກ​ຢ່າງ​ໜັກໜ່ວງ​ໃນ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="13">ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຣູໂຟ ຜູ້​ທີ່​ເລືອກ​ໄວ້​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ແມ່​ຂອງ​ເພິ່ນ​ຜູ້​ທີ່​ເປັນ​ແມ່​ຂອງ​ເຮົາ​ດ້ວຍ.</verse>
				<verse number="14">ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ອາຊິນກຣິດ, ຟະເລໂກນ, ເຮຣະເມ, ປະໂຕບາ, ເຮຣະມາ ແລະ ບັນດາ​ພີ່ນ້ອງ​ທີ່​ຢູ່​ກັບ​ພວກເພິ່ນ.</verse>
				<verse number="15">ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຟີໂລໂລກ, ຢູລີອາ, ເນເຣ​ກັບ​ນ້ອງສາວ​ຂອງ​ເພິ່ນ ແລະ ໂອລິມປາ​ກັບ​ຄົນ​ຂອງ​ພຣະເຈົ້າ​ທຸກ​ຄົນ​ທີ່​ຢູ່​ກັບ​ພວກເພິ່ນ.</verse>
				<verse number="16">ຈົ່ງ​ທັກທາຍ​ກັນ​ດ້ວຍ​ການ​ຈູບ​ອັນ​ບໍລິສຸດ. ຄຣິສຕະຈັກ​ທັງຫລາຍ​ຂອງ​ພຣະຄຣິດເຈົ້າ ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ທັງຫລາຍ​ດ້ວຍ.</verse>
				<verse number="17">ພີ່ນ້ອງ​ທັງຫລາຍ ເຮົາ​ຂໍ​ໃຫ້​ພວກເຈົ້າ​ລະວັງ​ບັນດາ​ຜູ້​ທີ່​ເປັນເຫດ​ໃຫ້​ເກີດ​ຄວາມແຕກແຍກ ແລະ ເປັນເຫດ​ໃຫ້​ພວກເຈົ້າ​ສະດຸດ ເຊິ່ງ​ຂັດ​ກັບ​ຫລັກຄຳສອນ​ທີ່​ພວກເຈົ້າ​ໄດ້​ຮຽນ​ມາ​ແລ້ວ. ຈົ່ງ​ຢູ່​ຫ່າງ​ຈາກ​ຄົນ​ພວກເຂົາ.</verse>
				<verse number="18">ດ້ວຍວ່າ ຄົນ​ຢ່າງນີ້​ບໍ່​ໄດ້​ຮັບໃຊ້​ພຣະຄຣິດເຈົ້າ​ຂອງ​ພວກເຮົາ ແຕ່​ພວກເຂົາ​ເຮັດ​ເພື່ອ​ປາກ​ເພື່ອ​ທ້ອງ​ຂອງ​ຕົນ​ເອງ. ພວກເຂົາ​ລໍ້ລວງ​ຄົນຊື່​ດ້ວຍ​ຄຳເວົ້າ​ອັນ​ອ່ອນຫວານ ແລະ ຄຳຍ້ອງຍໍ​ທີ່​ບໍ່​ຈິງໃຈ.</verse>
				<verse number="19">ຄົນ​ທັງຫລາຍ​ໄດ້​ຍິນ​ເຖິງ​ການເຊື່ອຟັງ​ຂອງ​ພວກເຈົ້າ​ແລ້ວ, ເຮົາ​ຈຶ່ງ​ຊື່ນຊົມຍິນດີ​ນໍາ​ພວກເຈົ້າ ແຕ່​ເຮົາ​ກໍ​ຢາກ​ໃຫ້​ພວກເຈົ້າ​ສະຫລາດ​ໃນ​ສິ່ງ​ທີ່​ດີ ແລະ ເປັນ​ຄົນໂງ່​ໃນ​ສິ່ງ​ທີ່​ຊົ່ວຮ້າຍ.</verse>
				<verse number="20">ຍັງ​ອີກ​ບໍ່​ດົນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຈະ​ທຳລາຍ​ຊາຕານ​ໄວ້​ໃຕ້​ຕີນ​ຂອງ​ພວກເຈົ້າ. ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.</verse>
				<verse number="21">ຕີໂມທຽວ ເພື່ອນຮ່ວມງານ​ຂອງ​ເຮົາ​ກັບ​ລູກີໂອ, ຢາໂຊນ ແລະ ໂຊຊີປາໂທ ຍາດພີ່ນ້ອງ​ຂອງ​ເຮົາ ກໍ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ​ທັງຫລາຍ​ດ້ວຍ.</verse>
				<verse number="22">ເຮົາ​ຄື ເຕຣະຕຽວ​ຜູ້​ຂຽນ​ຈົດໝາຍ​ສະບັບ​ນີ້ ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ໃນ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="23">ທ່ານ​ໄຄໂຢ ຜູ້​ທີ່​ມີ​ນໍ້າໃຈ​ຕ້ອນຮັບ​ເຮົາ​ກັບ​ທັງ​ຄຣິສຕະຈັກ​ບ່ອນ​ນີ້ ກໍ​ໄດ້​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ. ເອຣາຊະໂຕ ຜູ້​ອຳນວຍການ​ຝ່າຍ​ກິດຈະການ​ສາທາລະນະ​ຂອງ​ເມືອງ​ນີ້ ແລະ ກູອາໂຕ ພີ່ນ້ອງ​ຂອງ​ພວກເຮົາ ກໍ​ໄດ້​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ.</verse>
				<verse number="24">ຂໍ​ໃຫ້​ພຣະຄຸນ​ແຫ່ງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ເຮົາ​ຢູ່​ກັບ​ພວກເຈົ້າ​ທຸກຄົນ ອາແມນ.</verse>
				<verse number="25">ບັດນີ້ ແດ່​ພຣະອົງ​ຜູ້​ສາມາດ​ເຮັດ​ໃຫ້​ພວກເຈົ້າ​ຕັ້ງໝັ້ນຄົງ​ຢູ່​ໂດຍ​ຂ່າວປະເສີດ​ຂອງ​ເຮົາ​ຄື ຂໍ້ຄວາມ​ທີ່​ເຮົາ​ໄດ້​ປະກາດ​ເລື່ອງ​ພຣະເຢຊູຄຣິດເຈົ້າ ເຊິ່ງ​ສອດຄ່ອງ​ກັບ​ການເປິດເຜິຍ​ຂໍ້ເລິກລັບ​ທີ່​ໄດ້​ປິດບັງ​ໄວ້​ຕັ້ງແຕ່​ເວລາ​ດົນນານ​ຜ່ານ​ມາ,</verse>
				<verse number="26">ແຕ່​ບັດນີ້ ໄດ້​ຖືກ​ເປີດເຜີຍ ແລະ ເຮັດ​ໃຫ້​ເປັນ​ທີ່​ຮູ້ຈັກ​ຜ່ານທາງ​ຂໍ້ຂຽນ​ຕ່າງໆ​ຂອງ​ການທຳນວາຍ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ອົງ​ນິລັນດອນ ເພື່ອ​ຄົນຕ່າງຊາດ​ທັງປວງ​ຈະ​ໄດ້​ມາ​ເຊື່ອຟັງ​ພຣະອົງ​ໂດຍ​ທາງ​ຄວາມເຊື່ອ</verse>
				<verse number="27">ແດ່​ພຣະເຈົ້າ​ຜູ້​ດຽວ​ຜູ້​ປ່ຽມ​ດ້ວຍ​ສະຕິປັນຍາ​ໄດ້​ຮັບ​ສະຫງ່າລາສີ​ຕະຫລອດໄປ​ເປັນນິດ​ທາງ​ພຣະເຢຊູຄຣິດເຈົ້າ! ອາແມນ.</verse>
			</chapter>
		</book>
		<book number="46">
			<chapter number="1">
				<verse number="1">ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ໂຊຊະເຖນ ພີ່ນ້ອງ​ຂອງ​ພວກເຮົາ,</verse>
				<verse number="2">ເຖິງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກຣິນໂທ ຜູ້​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ຄົນ​ທີ່​ບໍລິສຸດ​ຂອງ​ພຣະອົງ​ດ້ວຍ​ກັນ​ກັບ​ຄົນ​ທັງໝົດ​ໃນ​ທຸກແຫ່ງຫົນ​ທີ່​ຮ້ອງອອກ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຂົາ ແລະ ຂອງ​ພວກເຮົາ:</verse>
				<verse number="3">ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາເຈົ້າ​ຂອງ​ພວກເຮົາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.</verse>
				<verse number="4">ເຮົາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ເພາະ​ພຣະຄຸນ​ຂອງ​ພຣະອົງ​ທີ່​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ.</verse>
				<verse number="5">ເພາະ​ໃນ​ພຣະອົງ​ນັ້ນ​ພວກເຈົ້າ​ໄດ້​ຮັບ​ຄວາມຈະເລີນ​ຂຶ້ນ​ໃນ​ທຸກດ້ານ ຄື​ດ້ວຍ​ວາຈາ​ທຸກ​ປະເພດ ແລະ ດ້ວຍ​ຄວາມຮູ້​ທຸກຢ່າງ​ຂອງ​ພວກເຈົ້າ</verse>
				<verse number="6">ດັ່ງນັ້ນ​ພຣະເຈົ້າ​ຈຶ່ງ​ຢືນຢັນ​ຄຳພະຍານ​ຂອງ​ພວກເຮົາ​ກ່ຽວກັບ​ພຣະຄຣິດເຈົ້າ​ໃນ​ທ່າມກາງ​ພວກເຈົ້າ.</verse>
				<verse number="7">ເຫດສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ຂາດ​ຂອງປະທານ​ຝ່າຍ​ວິນຍານ​ໃດໆ​ໃນ​ຂະນະ​ທີ່​ພວກເຈົ້າ​ລໍຄອຍ​ຢ່າງ​ຈົດຈໍ່​ເພື່ອ​ການ​ມາ​ປາກົດ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.</verse>
				<verse number="8">ພຣະອົງ​ຈະ​ຮັກສາ​ພວກເຈົ້າ​ໃຫ້​ຕັ້ງໝັ້ນຄົງ​ຢູ່​ຈົນເຖິງ​ວັນສຸດທ້າຍ, ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່ມີຕຳໜິ​ໃນ​ວັນ​ແຫ່ງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.</verse>
				<verse number="9">ພຣະເຈົ້າ​ສັດຊື່ ຜູ້​ທີ່​ໄດ້​ເອີ້ນ​ພວກເຈົ້າ​ທັງຫລາຍ​ໃຫ້​ເຂົ້າຮ່ວມ​ສາມັກຄີທຳ​ກັບ​ພຣະບຸດ​ຂອງ​ພຣະອົງ ຄື​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.</verse>
				<verse number="10">ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ວ່າ, ຂໍ​ໃຫ້​ພວກເຈົ້າ​ທຸກຄົນ​ຍອມຮັບ​ກັນແລະກັນ​ໃນ​ສິ່ງ​ທີ່​ພວກເຈົ້າ​ເວົ້າ ແລ້ວ​ຈຶ່ງ​ຈະ​ບໍ່​ມີ​ການແຕກແຍກ​ເກີດຂຶ້ນ​ໃນ​ທ່າມກາງ​ພວກເຈົ້າ, ແຕ່​ເພື່ອ​ພວກເຈົ້າ​ຈະ​ເປັນ​ນໍ້າໜຶ່ງໃຈດຽວ​ກັນ​ຢ່າງ​ສົມບູນ​ໃນ​ຄວາມຄິດ ແລະ ຈິດໃຈ.</verse>
				<verse number="11">ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ມີ​ບາງຄົນ​ໃນ​ຄອບຄົວ​ຂອງ​ນາງ​ຂະໂລເອ​ໄດ້​ບອກ​ເຮົາ​ວ່າ​ເກີດ​ມີ​ການຜິດຖຽງກັນ​ໃນ​ທ່າມກາງ​ພວກເຈົ້າ.</verse>
				<verse number="12">ໃນ​ສິ່ງ​ເຮົາ​ໝາຍ​ເຖິງ​ຄື: ຄົນ​ໜຶ່ງ​ໃນ​ພວກເຈົ້າ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ໂປໂລ”; ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ອາໂປໂລ”; ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ເກຟາ ” ແລະ ຍັງ​ມີ​ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ພຣະຄຣິດເຈົ້າ”.</verse>
				<verse number="13">ພຣະຄຣິດເຈົ້າ​ຖືກ​ແບ່ງ​ແຍກ​ແລ້ວ​ບໍ? ໂປໂລ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ​ເພື່ອ​ພວກເຈົ້າ​ບໍ? ພວກເຈົ້າ​ໄດ້ຮັບ​ບັບຕິສະມາ​ເຂົ້າ​ໃນ ​ນາມ​ຂອງ ໂປໂລ ຊັ້ນ​ບໍ?</verse>
				<verse number="14">ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ທີ່​ເຮົາ​ບໍ່​ໄດ້​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ​ບັບຕິສະມາ​ຈາກ​ເຮົາ ນອກຈາກ​ທ່ານ​ກີສະໂປ ແລະ ທ່ານ​ໄຄໂຢ.</verse>
				<verse number="15">ດັ່ງນັ້ນ ຈຶ່ງ​ບໍ່​ມີ​ຜູ້ໃດ​ສາມາດ​ເວົ້າ​ໄດ້​ວ່າ​ພວກເຈົ້າ​ໄດ້​ບັບຕິສະມາ​ໃນ​ນາມ​ຂອງ​ເຮົາ.</verse>
				<verse number="16">(ແມ່ນ​ແທ້, ເຮົາ​ໄດ້​ໃຫ້​ບັບຕິສະມາ​ແກ່​ຄົນ​ໃນ​ຄອບຄົວ​ຂອງ​ສະເຕຟານາ​ດ້ວຍ; ນອກຈາກ​ນັ້ນ ເຮົາ​ຈື່​ບໍ່​ໄດ້​ວ່າ​ເຮົາ​ໄດ້​ໃຫ້​ບັບຕິສະມາ​ແກ່​ຜູ້ໃດ​ອີກ.)</verse>
				<verse number="17">ເພາະ​ພຣະຄຣິດເຈົ້າ​ບໍ່​ໄດ້​ໃຊ້​ເຮົາ​ມາ​ເພື່ອ​ໃຫ້​ບັບຕິສະມາ, ແຕ່​ເພື່ອ​ໃຫ້​ປະກາດ​ຂ່າວປະເສີດ ໂດຍ​ບໍ່​ໄດ້​ໃຊ້​ສະຕິປັນຍາ ແລະ ໂວຫານ​ຂອງ​ມະນຸດ, ເພາະ​ຢ້ານ​ວ່າ​ໄມ້ກາງແຂນ​ຂອງ​ພຣະຄຣິດເຈົ້າ​ນັ້ນ​ຈະ​ໝົດ​ລິດອຳນາດ​ໄປ.</verse>
				<verse number="18">ເພາະ​ຂໍ້ຄວາມ​ທີ່​ກ່ຽວກັບ​ໄມ້ກາງແຂນ​ນັ້ນ​ຖືວ່າ​ເປັນ​ເລື່ອງ​ໂງ່​ຕໍ່​ຄົນ​ທີ່​ກຳລັງ​ຈະ​ຈິບຫາຍ, ແຕ່​ຕໍ່​ພວກເຮົາ​ທີ່​ກຳລັງ​ຈະ​ພົ້ນ​ນັ້ນ ຖືວ່າ​ເປັນ​ລິດອຳນາດ​ຂອງ​ພຣະເຈົ້າ.</verse>
				<verse number="19">ເພາະ​ມີ​ຂໍ້ຄວາມ​ໄດ້​ຖືກ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ເຮົາ​ຈະ​ທຳລາຍ​ສະຕິປັນຍາ​ຂອງ​ຄົນ​ມີ​ປັນຍາ; ເຮົາ​ຈະ​ເຮັດ​ໃຫ້​ຄວາມສະຫລາດ​ຂອງ​ຄົນສະຫລາດ​ໄຮ້​ຜົນ”.</verse>
				<verse number="20">ຄົນ​ມີ​ປັນຍາ​ຢູ່​ໃສ? ຫລື ຄູສອນກົດບັນຍັດ​ຢູ່​ໃສ? ນັກປັດຊະຍາ​ຂອງ​ຄົນ​ຍຸກ​ນີ້​ຢູ່​ໃສ? ພຣະເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ສະຕິປັນຍາ​ຂອງ​ໂລກ​ນີ້​ໂງ່​ບໍ?</verse>
				<verse number="21">ເພາະ​ໂດຍ​ປັນຍາ​ຂອງ​ພຣະເຈົ້າ​ນັ້ນ ໂລກ​ບໍ່​ອາດ​ຮູ້ຈັກ​ພຣະອົງ​ດ້ວຍ​ສະຕິປັນຍາ​ຂອງ​ຕົນ​ເອງ. ພຣະເຈົ້າ​ຈຶ່ງ​ພໍໃຈ​ທີ່​ຈະ​ຊ່ວຍ​ບັນດາ​ຜູ້​ທີ່​ເຊື່ອ​ໃຫ້​ພົ້ນ​ໂດຍ​ຄຳເທດສະໜາ​ເລື່ອງ​ທີ່​ຖືວ່າ​ໂງ່.</verse>
				<verse number="22">ຊາວຢິວ​ຮຽກຮ້ອງ​ໝາຍສຳຄັນ ແລະ ຊາວ​ກຣີກ​ກໍ​ສະແຫວງ​ຫາ​ສະຕິປັນຍາ,</verse>
				<verse number="23">ແຕ່​ພວກເຮົາ​ເທດສະໜາ​ເລື່ອງ​ພຣະຄຣິດເຈົ້າ​ຜູ້​ຖືກ​ຄຶງ​ເທິງ​ໄມ້ກາງແຂນ ເຊິ່ງ​ເປັນ​ຫີນ​ທີ່​ສະດຸດ​ສຳລັບ​ຊາວ​ຢິວ ແລະ ຖືວ່າ​ເປັນ​ເລື່ອງ​ໂງ່​ສຳລັບ​ບັນດາ​ຄົນຕ່າງຊາດ,</verse>
				<verse number="24">ແຕ່​ສຳລັບ​ບັນດາ​ຜູ້​ທີ່​ພຣະເຈົ້າ​ເອີ້ນ, ທັງ​ຊາວຢິວ ແລະ ຊາວ​ກຣີກ, ພຣະຄຣິດເຈົ້າ​ຄື​ລິດອຳນາດ ແລະ ປັນຍາ​ຂອງ​ພຣະເຈົ້າ.</verse>
				<verse number="25">ເພາະ​ຄວາມໂງ່​ຂອງ​ພຣະເຈົ້າ​ກໍ​ຍັງ​ສະຫລາດ​ກວ່າ​ສະຕິປັນຍາ​ຂອງ​ມະນຸດ ແລະ ຄວາມອ່ອນແອ​ຂອງ​ພຣະເຈົ້າ ກໍ​ຍັງ​ເຂັ້ມແຂງ​ກວ່າ​ກຳລັງ​ຂອງ​ມະນຸດ.</verse>
				<verse number="26">ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ພິຈາລະນາ​ເບິ່ງ​ວ່າ ພວກເຈົ້າ​ເຄີຍ​ເປັນ​ຢ່າງໃດ​ເມື່ອ​ພຣະເຈົ້າ​ເອີ້ນ​ພວກເຈົ້າ. ໃນ​ພວກເຈົ້າ​ມີ​ໜ້ອຍຄົນ​ທີ່​ສະຫລາດ​ຕາມ​ມາດຕະຖານ​ຂອງ​ມະນຸດ; ມີ​ໜ້ອຍຄົນ​ທີ່​ມີ​ອຳນາດ, ມີ​ໜ້ອຍຄົນ​ທີ່​ມີ​ການ​ກຳເນີດ​ທີ່​ສູງສົ່ງ.</verse>
				<verse number="27">ແຕ່​ພຣະເຈົ້າ​ໄດ້​ເລືອກ​ສິ່ງ​ທີ່​ໂລກ​ເຫັນວ່າ​ໂງ່ ເພື່ອ​ໃຫ້​ຄົນສະຫລາດ​ອັບອາຍ; ພຣະເຈົ້າ​ໄດ້​ເລືອກ​ສິ່ງ​ທີ່​ໂລກ​ເຫັນວ່າ​ອ່ອນແອ ເພື່ອ​ໃຫ້​ຄົນແຂງແຮງ​ອັບອາຍ,</verse>
				<verse number="28">ພຣະເຈົ້າ​ໄດ້​ເລືອກ​ສິ່ງ​ທີ່​ຕ່ຳຕ້ອຍ​ຂອງ​ໂລກ ແລະ ສິ່ງ​ທີ່​ພວກເຂົາ​ດູໝິ່ນ ແລະ ສິ່ງ​ທີ່​ບໍ່​ສຳຄັນ​ຫຍັງ ເພື່ອ​ລຶບລ້າງ​ສິ່ງ​ທີ່​ໂລກ​ຖື​ວ່າ​ສຳຄັນ,</verse>
				<verse number="29">ເພື່ອວ່າ​ຈະ​ບໍ່​ມີ​ຜູ້ໃດ​ຈະ​ໂອ້ອວດ​ໄດ້​ຕໍ່ໜ້າ​ພຣະອົງ.</verse>
				<verse number="30">ເພາະ​ໂດຍ​ພຣະອົງ ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ ຜູ້​ເປັນ​ປັນຍາ​ຈາກ​ພຣະເຈົ້າ​ເພື່ອ​ເຮົາ ນັ້ນ​ຄື​ເປັນ​ຄວາມຊອບທຳ, ຄວາມບໍລິສຸດ ແລະ ການ​ໄຖ່​ຂອງ​ພວກເຮົາ.</verse>
				<verse number="31">ເຫດສະນັ້ນ, ດັ່ງ​ທີ່​ມີ​ຂໍ້ຄວາມ​ໄດ້​ຖືກ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ຜູ້​ທີ່​ອວດ ຈົ່ງ​ອວດ​ອົງພຣະຜູ້ເປັນເຈົ້າ”.</verse>
			</chapter>
			<chapter number="2">
				<verse number="1">ພີ່ນ້ອງ​ທັງຫລາຍ​ເອີຍ, ແລະ ດັ່ງນັ້ນ​ເລື່ອງ​ນັ້ນ​ກໍ​ຢູ່​ກັບ​ເຮົາ​ແລ້ວ. ເມື່ອ​ເຮົາ​ໄດ້​ມາຫາ​ພວກເຈົ້າ, ເຮົາ​ບໍ່​ໄດ້​ມາ​ດ້ວຍ​ຄຳເວົ້າ​ອັນ​ມີ​ໂວຫານ ຫລື ສະຕິປັນຍາ​ຂອງ​ມະນຸດ​ດັ່ງ​ທີ່​ເຮົາ​ປະກາດ​ຄຳພະຍານ​ກ່ຽວກັບ​ພຣະເຈົ້າ ​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="2">ເພາະ​ເຮົາ​ຕັ້ງໃຈ​ໄວ້​ແລ້ວ​ວ່າ ຂະນະ​ທີ່​ເຮົາ​ຢູ່​ກັບ​ພວກເຈົ້າ ເຮົາ​ຈະ​ບໍ່​ໃສ່ໃຈ​ໃນ​ເລື່ອງ​ໃດ​ເລີຍ ນອກຈາກ​ເລື່ອງ​ຂອງ​ພຣະເຢຊູຄຣິດເຈົ້າ ແລະ ການ​ທີ່​ພຣະອົງ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ.</verse>
				<verse number="3">ເຮົາ​ມາ​ຫາ​ພວກເຈົ້າ​ດ້ວຍ​ຄວາມອ່ອນແອ​ກັບ​ຄວາມ​ຢ້ານກົວ​ທີ່ສຸດ​ຈົນ​ຕົວສັ່ນ.</verse>
				<verse number="4">ຄຳເວົ້າ ແລະ ຄຳເທດສະໜາ​ຂອງ​ເຮົາ​ບໍ່ແມ່ນ​ຖ້ອຍຄຳ​ແຫ່ງ​ສະຕິປັນຍາ ແລະ ຖ້ອຍຄຳ​ແຫ່ງ​ການເລົ້າໂລມໃຈ, ແຕ່​ເປັນ​ການສະແດງ​ໃຫ້​ເຫັນ​ເຖິງ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ,</verse>
				<verse number="5">ເພື່ອ​ວ່າ​ຄວາມເຊື່ອ​ຂອງ​ພວກເຈົ້າ​ຈະ​ບໍ່​ອາໄສ​ສະຕິປັນຍາ​ຂອງ​ມະນຸດ, ແຕ່​ອາໄສ​ລິດອຳນາດ​ຂອງ​ພຣະເຈົ້າ.</verse>
				<verse number="6">ເຖິງຢ່າງໃດ​ກໍ​ຕາມ ພວກເຮົາ​ກ່າວ​ຖ້ອຍຄຳ​ແຫ່ງ​ສະຕິປັນຍາ​ກັບ​ບັນດາ​ຜູ້​ທີ່​ເປັນ​ຜູ້ໃຫຍ່​ແລ້ວ, ແຕ່​ບໍ່ແມ່ນ​ສະຕິປັນຍາ​ຂອງ​ຍຸກ​ນີ້ ຫລື ສະຕິປັນຍາ​ຂອງ​ຜູ້ປົກຄອງ​ຂອງ​ຍຸກ​ນີ້, ຜູ້​ທີ່​ກຳລັງ​ຈະ​ເສື່ອມສູນ​ໄປ.</verse>
				<verse number="7">ບໍ່ແມ່ນ​ດອກ, ແຕ່​ພວກເຮົາ​ປະກາດ​ເຖິງ​ປັນຍາ​ຂອງ​ພຣະເຈົ້າ, ເປັນ​ຄວາມເລິກລັບ​ທີ່​ເຊື່ອງຊ້ອນ​ໄວ້ ແລະ ເຊິ່ງ​ພຣະເຈົ້າ​ໄດ້​ກຳນົດ​ໄວ້​ເພື່ອ​ເປັນ​ສະຫງ່າລາສີ​ຂອງ​ພວກເຮົາ​ຕັ້ງແຕ່​ກ່ອນ​ເລີ່ມ​ສ້າງໂລກ.</verse>
				<verse number="8">ບໍ່​ມີ​ຜູ້ປົກຄອງ​ຄົນໃດ​ຂອງ​ຍຸກ​ນີ້ ທີ່​ເຂົ້າໃຈ​ປັນຍາ​ນີ້, ເພາະ​ຖ້າ​ພວກເຂົາ​ເຂົ້າໃຈ ພວກເຂົາ​ກໍ​ຈະ​ບໍ່​ຄຶງ​ອົງພຣະຜູ້ເປັນເຈົ້າ​ຜູ້​ສະຫງ່າລາສີ​ໄວ້​ເທິງ​ໄມ້ກາງແຂນ.</verse>
				<verse number="9">ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ສິ່ງ​ທີ່​ຕາ​ບໍ່​ເຫັນ, ສິ່ງ​ທີ່​ຫູ​ບໍ່​ໄດ້​ຍິນ ແລະ ສິ່ງ​ທີ່​ມະນຸດ​ຄິດ​ບໍ່​ອອກ ຄື​ສິ່ງ​ທີ່​ພຣະເຈົ້າ​ຈັດຕຽມ​ໄວ້​ສຳລັບ​ຄົນ​ເຫລົ່ານັ້ນ​ຜູ້​ທີ່​ຮັກ​ພຣະອົງ”.</verse>
				<verse number="10">ແຕ່​ພຣະເຈົ້າ​ໄດ້​ເປີດເຜີຍ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຮົາ​ໂດຍ​ທາງ​ພຣະວິນຍານ​ຂອງ​ພຣະອົງ. ພຣະວິນຍານ​ຢັ່ງຮູ້​ທຸກໆ​ສິ່ງ, ແມ່ນແຕ່​ສິ່ງ​ເລິກ​ຂອງ​ພຣະເຈົ້າ.</verse>
				<verse number="11">ດ້ວຍວ່າ ຜູ້ໃດ​ນໍ​ຈະ​ຮູ້​ຄວາມຄິດ​ຂອງ​ມະນຸດ​ໄດ້ ເວັ້ນໄວ້​ແຕ່​ຈິດວິນຍານ​ທີ່​ຢູ່​ໃນ​ມະນຸດ​ຜູ້​ນັ້ນ? ໃນ​ວິທີ​ດຽວກັນ ບໍ່​ມີ​ຜູ້ໃດ​ຮູ້​ຄວາມຄິດ​ຂອງ​ພຣະເຈົ້າ​ໄດ້ ນອກຈາກ​ພຣະວິນຍານ​ຂອງ​ພຣະເຈົ້າ.</verse>
				<verse number="12">ພວກເຮົາ​ບໍ່​ໄດ້​ຮັບ​ວິນຍານ​ຂອງ​ໂລກ​ນີ້, ແຕ່​ຮັບ​ພຣະວິນຍານ​ເຊິ່ງ​ມາ​ຈາກ​ພຣະເຈົ້າ, ເພື່ອ​ວ່າ​ພວກເຮົາ​ຈະ​ເຂົ້າໃຈ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ເຕັມໃຈ​ໃຫ້​ພວກເຮົາ.</verse>
				<verse number="13">ນີ້​ຄື​ສິ່ງ​ທີ່​ພວກເຮົາ​ກ່າວ, ບໍ່ແມ່ນ​ດ້ວຍ​ຖ້ອຍຄຳ​ທີ່​ສະຕິປັນຍາ​ຂອງ​ມະນຸດ​ໄດ້​ສັ່ງສອນ​ໄວ້, ແຕ່​ດ້ວຍ​ຖ້ອຍຄຳ​ທີ່​ພຣະວິນຍານ​ໄດ້​ສັ່ງສອນ​ໄວ້, ເປັນ​ການສະແດງ​ຄວາມຈິງ​ດ້ານ​ຈິດວິນຍານ​ດ້ວຍ​ຖ້ອຍຄຳ​ຝ່າຍ​ຈິດວິນຍານ​ທີ່​ໄດ້​ສັ່ງສອນ​ໄວ້.</verse>
				<verse number="14">ຄົນ​ທີ່​ບໍ່​ມີ​ພຣະວິນຍານ ກໍ​ບໍ່​ສາມາດ​ຍອມຮັບ​ສິ່ງ​ທີ່​ມາ​ຈາກ​ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້ ແຕ່​ພວກເຂົາ​ຖືວ່າ​ສິ່ງ​ເຫລົ່ານີ້​ເປັນ​ເລື່ອງ​ໂງ່ ແລະ ພວກເຂົາ​ບໍ່​ສາມາດ​ເຂົ້າໃຈ​ສິ່ງ​ເຫລົ່ານັ້ນ ເພາະວ່າ​ຕ້ອງ​ອາໄສ​ການໄຈ້ແຍກ​ຝ່າຍຈິດວິນຍານ​ຈຶ່ງ​ຈະ​ເຂົ້າໃຈ​ສິ່ງ​ເຫລົ່ານັ້ນ​ໄດ້.</verse>
				<verse number="15">ບຸກຄົນ​ທີ່​ມີ​ພຣະວິນຍານ​ກໍ​ຕັດສິນ​ກ່ຽວກັບ​ທຸກໆ​ສິ່ງ​ໄດ້, ແຕ່​ບຸກຄົນ​ດັ່ງກ່າວ​ນັ້ນ​ບໍ່ໄດ້​ຂຶ້ນຢູ່​ກັບ​ການຕັດສິນ​ຂອງ​ມະນຸດ​ເທົ່ານັ້ນ,</verse>
				<verse number="16">ເພາະວ່າ “ຜູ້ໃດ​ນໍ ຮູ້​ຈິດໃຈ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້ ເພື່ອ​ວ່າ​ຈະ​ໃຫ້​ຄຳແນະນຳ​ແກ່​ພຣະອົງ​ໄດ້?” ແຕ່​ພວກເຮົາ​ມີ​ຈິດໃຈ​ຂອງ​ພຣະຄຣິດເຈົ້າ.</verse>
			</chapter>
			<chapter number="3">
				<verse number="1">ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ບໍ່​ສາມາດ​ເວົ້າ​ກັບ​ພວກເຈົ້າ​ເໝືອນດັ່ງ​ຄົນ​ທີ່​ດຳເນີນຊີວິດ​ໂດຍ​ພຣະວິນຍານ ແຕ່​ຕ້ອງ​ໄດ້​ເວົ້າ​ກັບ​ພວກເຈົ້າ​ເໝືອນດັ່ງ​ຄົນ​ທີ່​ຍັງ​ຢູ່​ຝ່າຍ​ໂລກ ຄື​ຜູ້​ທີ່​ຍັງ​ເປັນ​ເດັກນ້ອຍ​ໃນ​ພຣະຄຣິດເຈົ້າ.</verse>
				<verse number="2">ເຮົາ​ໄດ້​ປ້ອນ​ພວກເຈົ້າ​ດ້ວຍ​ນ້ຳນົມ ບໍ່ແມ່ນ​ດ້ວຍ​ອາຫານ​ແຂງ, ເພາະວ່າ​ພວກເຈົ້າ​ຍັງ​ບໍ່​ສາມາດ​ຮັບ​ອາຫານ​ນັ້ນ​ໄດ້​ເທື່ອ. ແທ້ຈິງແລ້ວ ພວກເຈົ້າ​ກໍ​ຍັງ​ບໍ່​ພ້ອມ​ເທື່ອ.</verse>
				<verse number="3">ພວກເຈົ້າ​ຍັງ​ຢູ່​ຝ່າຍໂລກ. ເພາະ​ເນື່ອງຈາກ​ວ່າ​ຍັງ​ມີ​ການອິດສາ​ກັນ ແລະ ການຜິດຖຽງ​ກັນ​ໃນ​ທ່າມກາງ​ພວກເຈົ້າ​ຢູ່, ພວກເຈົ້າ​ຢູ່​ຝ່າຍໂລກ​ບໍ່ແມ່ນ​ບໍ? ພວກເຈົ້າ​ບໍ່​ໄດ້​ປະພຶດ​ຕົນ​ເໝືອນ​ດັ່ງ​ມະນຸດ​ທຳມະດາ​ບໍ?</verse>
				<verse number="4">ເພາະ​ໃນ​ເມື່ອ​ຜູ້​ໜຶ່ງ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ໂປໂລ”, ແລະ ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ອາໂປໂລ”, ພວກເຈົ້າ​ກໍ​ເປັນພຽງ​ມະນຸດ​ທຳມະດາ​ບໍ່ແມ່ນ​ບໍ?</verse>
				<verse number="5">ອາໂປໂລ​ແມ່ນ​ຜູ້ໃດ? ແລະ ໂປໂລ​ແມ່ນ​ຜູ້ໃດ? ກໍ​ເປັນພຽງ​ຜູ້ຮັບໃຊ້​ເທົ່ານັ້ນ, ຄື​ຜູ້​ທີ່​ນຳ​ພວກເຈົ້າ​ມາ​ເຊື່ອ ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໜ້າທີ່​ໃຫ້​ແຕ່ລະຄົນ.</verse>
				<verse number="6">ເຮົາ​ເປັນ​ຜູ້​ປູກ​ເມັດພືດ, ອາໂປໂລ​ເປັນ​ຜູ້​ຫົດນ້ຳ​ເມັດພືດ​ນັ້ນ, ແຕ່​ພຣະເຈົ້າ​ເຮັດ​ໃຫ້​ເມັດພືດ​ນັ້ນ​ເຕີບໃຫຍ່​ຂຶ້ນ.</verse>
				<verse number="7">ດັ່ງນັ້ນ ບໍ່​ວ່າ​ຜູ້​ປູກ ຫລື ຜູ້​ຫົດນ້ຳ​ກໍ​ບໍ່​ສຳຄັນ​ອັນໃດ, ແຕ່​ພຣະເຈົ້າ​ເທົ່ານັ້ນ ຜູ້​ເຮັດໃຫ້​ສິ່ງ​ຕ່າງໆ​ນັ້ນ​ເຕີບໃຫຍ່​ຂຶ້ນ.</verse>
				<verse number="8">ຜູ້​ປູກ ແລະ ຜູ້​ຫົດນ້ຳ​ກໍ​ມີ​ຈຸດປະສົງ​ດຽວ​ກັນ ແລະ ພວກເຂົາ​ແຕ່ລະຄົນ​ກໍ​ຈະ​ໄດ້ຮັບ​ບຳເໜັດ​ຕາມ​ການງານ​ຂອງ​ຕົນ.</verse>
				<verse number="9">ເພາະ​ພວກເຮົາ​ເປັນ​ຜູ້​ຮ່ວມ​ກັນ​ທຳງານ​ໃນ​ການຮັບໃຊ້​ຂອງ​ພຣະເຈົ້າ; ພວກເຈົ້າ​ທັງຫລາຍ​ເປັນ​ໄຮ່ນາ​ຂອງ​ພຣະເຈົ້າ, ເປັນ​ຕຶກ​ຂອງ​ພຣະເຈົ້າ.</verse>
				<verse number="10">ໂດຍ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ, ເຮົາ​ໄດ້​ວາງ​ຮາກຖານ​ເໝືອນ​ດັ່ງ​ນາຍຊ່າງ​ທີ່​ສະຫລາດ ແລະ ຄົນ​ອື່ນ​ກໍ​ມາ​ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ. ແຕ່ວ່າ​ແຕ່ລະຄົນ​ຄວນ​ກໍ່​ຂຶ້ນ​ດ້ວຍ​ຄວາມ​ລະວັງ.</verse>
				<verse number="11">ເພາະວ່າ​ບໍ່ມີ​ຜູ້ໃດ​ຈະ​ສາມາດ​ວາງ​ຮາກຖານ​ອື່ນ​ອີກ ນອກຈາກ​ຮາກຖານ​ທີ່​ໄດ້​ວາງ​ໄວ້​ແລ້ວ​ນັ້ນ ຄື​ພຣະເຢຊູຄຣິດເຈົ້າ.</verse>
				<verse number="12">ຖ້າ​ຜູ້ໃດ​ຈະ​ໃຊ້​ຄຳ, ເງິນ, ຫີນ​ທີ່​ມີ​ລາຄາ​ແພງ, ໄມ້, ຫຍ້າ​ແຫ້ງ, ຫລື ເຟືອງແຫ້ງ ເພື່ອ​ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ,</verse>
				<verse number="13">ຜົນງານ​ຂອງ​ພວກເຂົາ​ກໍ​ຈະ​ປາກົດ​ໃຫ້​ເຫັນ​ວ່າ​ເປັນ​ຢ່າງໃດ, ເພາະວ່າ​ວັນ​ນັ້ນ​ສິ່ງ​ນີ້​ຈະ​ປາກົດ​ໃຫ້​ເຫັນ​ແຈ່ມແຈ້ງ. ຜົນງານ​ຂອງ​ພວກເຂົາ​ຈະ​ຖືກ​ເປີດເຜີຍ​ດ້ວຍ​ໄຟ, ແລ້ວ​ໄຟ​ນັ້ນ​ກໍ​ຈະ​ທົດສອບ​ຄຸນນະພາບ​ຜົນງານ​ຂອງ​ແຕ່ລະຄົນ.</verse>
				<verse number="14">ຖ້າ​ສິ່ງ​ທີ່​ລາວ​ກໍ່​ຂຶ້ນ​ຍັງ​ຄົງ​ຢູ່ ຜູ້​ກໍ່​ນັ້ນ​ກໍ​ຈະ​ໄດ້ຮັບ​ລາງວັນ.</verse>
				<verse number="15">ແຕ່​ຖ້າ​ສິ່ງ​ທີ່​ລາວ​ກໍ່​ຂຶ້ນ​ຖືກ​ເຜົາໄໝ້, ຜູ້​ກໍ່​ນັ້ນ​ກໍ​ຈະ​ສູນສິ້ນ​ໄປ ແຕ່​ກໍ​ຍັງ​ຈະ​ໄດ້​ພົ້ນ ແຕ່​ເໝືອນ​ຄົນ​ທີ່​ພົ້ນ​ຈາກ​ໄຟ​ເທົ່າ​ນັ້ນ.</verse>
				<verse number="16">ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ພວກເຈົ້າ​ເອງ​ເປັນ​ວິຫານ​ຂອງ​ພຣະເຈົ້າ ແລະ ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ສະຖິດ​ຢູ່​ພາຍໃນ​ພວກເຈົ້າ?</verse>
				<verse number="17">ຖ້າ​ຜູ້ໃດ​ທຳລາຍ​ວິຫານ​ຂອງ​ພຣະເຈົ້າ ພຣະເຈົ້າ​ຈະ​ທຳລາຍ​ຜູ້​ນັ້ນ. ເພາະ​ວິຫານ​ຂອງ​ພຣະເຈົ້າ​ເປັນ​ທີ່​ສັກສິດ ແລະ ພວກເຈົ້າ​ທີ່​ຮ່ວມກັນ​ນັ້ນແຫລະ​ເປັນ​ວິຫານ​ນັ້ນ.</verse>
				<verse number="18">ຢ່າ​ຫລອກລວງ​ຕົນເອງ. ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຄິດວ່າ​ຕົນ​ເປັນ​ຄົນສະຫລາດ​ຕາມ​ມາດຕະຖານ​ຂອງ​ຄົນ​ຍຸກ​ນີ້ ຜູ້​ນັ້ນ​ກໍ​ຄວນ​ຈະ​ກາຍ​ເປັນ “ຄົນໂງ່” ເພື່ອ​ວ່າ​ພວກເຈົ້າ​ຈະ​ກາຍ​ເປັນ​ຄົນສະຫລາດ.</verse>
				<verse number="19">ເພາະ​ສະຕິປັນຍາ​ຂອງ​ໂລກ​ນີ້​ກໍ​ເປັນ​ຄວາມໂງ່​ໃນ​ສາຍຕາ​ຂອງ​ພຣະເຈົ້າ. ຕາມ​ທີ່​ມີ​ຂຽນ​ໄວ້​ວ່າ: “ພຣະອົງ​ຈັບ​ຄົນສະຫລາດ​ດ້ວຍ​ອຸບາຍ​ຂອງ​ພວກເຂົາ​ເອງ”.</verse>
				<verse number="20">ແລະ ມີ​ຂຽນ​ໄວ້​ອີກ​ວ່າ: “ອົງພຣະຜູ້ເປັນເຈົ້າ​ຮູ້​ວ່າ​ຄວາມຄິດ​ຂອງ​ຄົນສະຫລາດ​ນັ້ນ​ບໍ່​ມີ​ປະໂຫຍດ”.</verse>
				<verse number="21">ດັ່ງນັ້ນ​ແຫລະ ຢ່າ​ໂອ້ອວດ​ເຖິງ​ຜູ້ນຳ​ທີ່​ເປັນ​ມະນຸດ​ອີກ​ເລີຍ! ດ້ວຍວ່າ ສິ່ງ​ທັງໝົດ​ກໍ​ເປັນ​ຂອງ​ພວກເຈົ້າ​ແລ້ວ,</verse>
				<verse number="22">ບໍ່​ວ່າ​ໂປໂລ ຫລື ອາໂປໂລ ຫລື ເກຟາ ຫລື ໂລກ​ນີ້ ຫລື ຊີວິດ ຫລື ຄວາມຕາຍ ຫລື ປັດຈຸບັນ ຫລື ອະນາຄົດ ທັງໝົດ​ກໍ​ເປັນ​ຂອງ​ພວກເຈົ້າ,</verse>
				<verse number="23">ແລະ ພວກເຈົ້າ​ກໍ​ເປັນ​ຂອງ​ພຣະຄຣິດເຈົ້າ ແລະ ພຣະຄຣິດເຈົ້າ​ເປັນ​ຂອງ​ພຣະເຈົ້າ.</verse>
			</chapter>
			<chapter number="4">
				<verse number="1">ດັ່ງນີ້​ແຫລະ ພວກເຈົ້າ​ຄວນ​ຈະ​ຖື​ພວກເຮົາ​ວ່າ: ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ ແລະ ເປັນ​ຜູ້​ທີ່​ໄດ້ຮັບ​ມອບໝາຍ​ສິ່ງ​ເລິກລັບ​ຂອງ​ພຣະເຈົ້າ​ທີ່​ໄດ້​ເປີດເຜີຍ​ນັ້ນ.</verse>
				<verse number="2">ບັດນີ້​ຈຶ່ງ​ເປັນ​ການຮຽກຮ້ອງ​ວ່າ ຜູ້​ທີ່​ໄດ້ຮັບ​ຄວາມໄວ້ວາງໃຈ​ນັ້ນ​ຕ້ອງ​ພິສູດ​ວ່າ​ເປັນ​ຜູ້​ສັດຊື່.</verse>
				<verse number="3">ເຮົາ​ຖື​ວ່າ​ເປັນ​ເລື່ອງ​ເລັກນ້ອຍ​ທີ່ສຸດ​ຖ້າ​ເຮົາ​ຖືກ​ຕັດສິນ​ໂດຍ​ພວກເຈົ້າ ຫລື ໂດຍ​ສານ​ຂອງ​ມະນຸດ​ໃດໆ​ກໍ​ດີ, ແທ້ຈິງ​ແລ້ວ ເຮົາ​ກໍ​ບໍ່​ໄດ້​ຕັດສິນ​ເຮົາ​ເອງ.</verse>
				<verse number="4">ຈິດສຳນຶກ​ຂອງ​ເຮົາ​ກໍ​ຊັດເຈນ, ແຕ່​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ບໍ່​ມີ​ຄວາມຜິດ. ອົງພຣະຜູ້ເປັນເຈົ້າ​ເປັນ​ຜູ້​ຕັດສິນ​ເຮົາ.</verse>
				<verse number="5">ເຫດສະນັ້ນ ຢ່າ​ຕັດສິນ​ສິ່ງໃດ​ກ່ອນ​ເວລາ​ທີ່​ໄດ້​ກຳນົດ​ໄວ້; ຈົ່ງ​ຄອຍຖ້າ​ຈົນ​ກວ່າ​ອົງພຣະຜູ້ເປັນເຈົ້າ​ມາ. ພຣະອົງ​ຈະ​ນຳ​ເອົາ​ສິ່ງ​ທີ່​ເຊື່ອງໄວ້​ຢູ່​ໃນ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈະ​ເປີດເຜີຍ​ບັນດາ​ແຮງຈູງໃຈ​ທີ່​ຢູ່​ໃນ​ໃຈ. ໃນ​ເວລາ​ນັ້ນ ແຕ່ລະຄົນ​ຈະ​ໄດ້ຮັບ​ຄຳຍ້ອງຍໍ​ຈາກ​ພຣະເຈົ້າ.</verse>
				<verse number="6">ພີ່ນ້ອງ​ທັງຫລາຍ​ເອີຍ, ເວລານີ້​ເຮົາ​ໄດ້​ຍົກ​ເອົາ​ເລື່ອງ​ຂອງ​ເຮົາເອງ ແລະ ອາໂປໂລ​ມາ​ເວົ້າ​ນັ້ນ ກໍ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຈົ້າ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮຽນຮູ້​ຈາກ​ພວກເຮົາ​ເຖິງ​ຄວາມໝາຍ​ຂອງ​ຖ້ອຍຄຳ​ທີ່​ກ່າວ​ວ່າ, “ຢ່າ​ໄປ​ໄກ​ກວ່າ​ສິ່ງ​ທີ່​ໄດ້​ຂຽນ​ໄວ້”. ແລ້ວ​ພວກເຈົ້າ​ຈະ​ບໍ່​ອວດອ້າງ​ໃນ​ການ​ເປັນ​ຜູ້ຕິດຕາມ​ຂອງ​ຄົນໜຶ່ງ​ໃນ​ພວກເຮົາ​ເພື່ອ​ຂັດແຍ້ງ​ກັບ​ຄົນ​ອື່ນ.</verse>
				<verse number="7">ເພາະ​ຜູ້ໃດ​ທີ່​ເຮັດໃຫ້​ພວກເຈົ້າ​ແຕກຕ່າງ​ຈາກ​ຄົນ​ອື່ນ? ສິ່ງ​ທີ່​ພວກເຈົ້າ​ມີ​ຢູ່​ນັ້ນ​ມີ​ອັນໃດ​ທີ່​ພວກເຈົ້າ​ບໍ່​ໄດ້​ຮັບ? ແລະ ຖ້າ​ພວກເຈົ້າ​ໄດ້​ຮັບ​ສິ່ງ​ນັ້ນ​ແລ້ວ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ອວດອ້າງ​ເໝືອນ​ກັບ​ວ່າ​ພວກເຈົ້າ​ບໍ່​ໄດ້​ຮັບ?</verse>
				<verse number="8">ພວກເຈົ້າ​ມີ​ທຸກສິ່ງ​ທີ່​ພວກເຈົ້າ​ຕ້ອງການ​ແລ້ວ! ພວກເຈົ້າ​ກໍ​ໄດ້​ກາຍເປັນ​ຜູ້​ຮັ່ງມີ​ແລ້ວ! ພວກເຈົ້າ​ໄດ້​ເລີ່ມຕົ້ນ​ເປັນ​ກະສັດ​ແລ້ວ ແລະ ໂດຍ​ທີ່​ບໍ່​ມີ​ພວກເຮົາ! ເຮົາ​ປາຖະໜາ​ໃຫ້​ພວກເຈົ້າ​ເປັນ​ກະສັດ​ແທ້ໆ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເປັນ​ກະສັດ​ຮ່ວມ​ກັບ​ພວກເຈົ້າ​ເໝືອນກັນ!</verse>
				<verse number="9">ເພາະ​ເຮົາ​ເຫັນ​ວ່າ ພຣະເຈົ້າ​ໃຫ້​ພວກເຮົາ​ເປັນ​ອັກຄະສາວົກ​ທີ່​ສະແດງ​ຢູ່​ໃນ​ຕອນ​ທ້າຍ​ຂອງ​ຂະບວນ, ເໝືອນ​ຜູ້​ທີ່​ຖືກ​ລົງໂທດ​ໃຫ້​ເຖິງ​ຕາຍ​ໃນ​ສະໜາມ. ພວກເຮົາ​ໄດ້​ຖືກ​ເຮັດ​ໃຫ້​ເປັນ​ພາບ​ທີ່​ປາກົດ​ໃຫ້​ເຫັນ​ທົ່ວ​ຈັກກະວານ, ໃຫ້​ແກ່​ບັນດາ​ເທວະດາ ແລະ ໃຫ້​ແກ່​ມະນຸດ​ດ້ວຍ.</verse>
				<verse number="10">ພວກເຮົາ​ເປັນ​ຄົນໂງ່​ເພື່ອ​ເຫັນແກ່​ພຣະຄຣິດເຈົ້າ, ແຕ່​ພວກເຈົ້າ​ສະຫລາດ​ຫລາຍ​ໃນ​ພຣະຄຣິດເຈົ້າ! ພວກເຮົາ​ອ່ອນແອ, ແຕ່​ພວກເຈົ້າ​ເຂັ້ມແຂງ! ພວກເຈົ້າ​ມີ​ກຽດ, ແຕ່​ພວກເຮົາ​ບໍ່​ມີ​ກຽດ!</verse>
				<verse number="11">ຈົນເຖິງ​ເວລາ​ນີ້ ພວກເຮົາ​ຫິວເຂົ້າ ແລະ ຫິວນ້ຳ, ພວກເຮົາ​ຂາດ​ເຄື່ອງນຸ່ງຫົ່ມ, ພວກເຮົາ​ຖືກ​ທາລຸນ​ຢ່າງ​ໂຫດຮ້າຍ ແລະ ພວກເຮົາ​ບໍ່​ມີ​ບ່ອນ​ພັກພາອາໄສ.</verse>
				<verse number="12">ພວກເຮົາ​ເຮັດ​ວຽກ​ໜັກ​ດ້ວຍ​ມື​ຂອງ​ພວກເຮົາ​ເອງ. ເມື່ອ​ພວກເຮົາ​ຖືກ​ປ້ອຍດ່າ, ພວກເຮົາ​ກໍ​ອວຍພອນ; ເມື່ອ​ພວກເຮົາ​ຖືກ​ຂົ່ມເຫັງ, ພວກເຮົາ​ກໍ​ອົດທົນ​ເອົາ,</verse>
				<verse number="13">ເມື່ອ​ພວກເຮົາ​ຖືກ​ໃສ່ຮ້າຍ, ພວກເຮົາ​ກໍ​ຕອບ​ຢ່າງ​ອ່ອນໂຍນ. ພວກເຮົາ​ໄດ້​ກາຍເປັນ​ສິ່ງ​ເສດເຫລືອ​ຂອງ​ໂລກ, ເປັນ​ຂີ້ເຫຍື້ອ​ຂອງ​ໂລກ​ຈົນ​ເຖິງ​ບັດນີ້.</verse>
				<verse number="14">ທີ່​ເຮົາ​ຂຽນ​ມາ​ນີ້ ບໍ່ແມ່ນ​ເພື່ອ​ໃຫ້​ພວກເຈົ້າ​ອັບອາຍ ແຕ່​ເພື່ອ​ເຕືອນ​ພວກເຈົ້າ​ໃນ​ຖານະ​ລູກ​ທີ່​ຮັກ​ຂອງ​ເຮົາ.</verse>
				<verse number="15">ເຖິງແມ່ນວ່າ ໃນ​ພຣະຄຣິດເຈົ້າ​ພວກເຈົ້າ​ມີ​ຜູ້ປ້ອງກັນຮັກສາ​ເປັນ​ສິບພັນ​ຄົນ​ກໍຕາມ, ພວກເຈົ້າ​ກໍ​ບໍ່​ມີ​ພໍ່​ຫລາຍ​ຄົນ, ເພາະ​ໃນ​ພຣະເຢຊູຄຣິດເຈົ້າ ເຮົາ​ໄດ້​ກາຍເປັນ​ພໍ່​ຂອງ​ພວກເຈົ້າ​ໂດຍ​ທາງ​ຂ່າວປະເສີດ.</verse>
				<verse number="16">ເຫດສະນັ້ນ, ເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃຫ້​ປະຕິບັດ​ຕາມ​ແບບຢ່າງ​ຂອງ​ເຮົາ.</verse>
				<verse number="17">ດ້ວຍ​ເຫດຜົນ​ນີ້ ເຮົາ​ຈຶ່ງ​ໄດ້​ສົ່ງ​ຕີໂມທຽວ ລູກ​ທີ່​ຮັກ​ຂອງ​ເຮົາ, ຜູ້​ທີ່​ສັດຊື່​ໃນ​ອົງພຣະຜູ້ເປັນເຈົ້າ ໃຫ້​ມາ​ຫາ​ພວກເຈົ້າ. ລາວ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ວິຖີທາງ​ການດຳເນີນຊີວິດ​ຂອງເຮົາ​ໃນ​ພຣະເຢຊູຄຣິດເຈົ້າ, ເຊິ່ງ​ເຫັນພ້ອມ​ກັບ​ສິ່ງ​ທີ່​ເຮົາ​ເຄີຍ​ສັ່ງສອນ​ທຸກ​ບ່ອນ​ໃນ​ທຸກ​ຄຣິສຕະຈັກ.</verse>
				<verse number="18">ມີ​ບາງຄົນ​ໃນ​ພວກເຈົ້າ​ກາຍ​ເປັນ​ຜູ້​ອວດດີ ເໝືອນ​ກັບ​ວ່າ​ເຮົາ​ຈະ​ບໍ່​ມາ​ຫາ​ພວກເຈົ້າ.</verse>
				<verse number="19">ແຕ່​ຖ້າ​ອົງພຣະຜູ້ເປັນເຈົ້າ​ພໍໃຈ ເຮົາ​ຈະ​ມາ​ຫາ​ພວກເຈົ້າ​ໃນ​ບໍ່​ຊ້າ​ນີ້ ແລະ ເຮົາ​ຈະ​ບໍ່​ໄດ້​ຊອກ​ຮູ້​ພຽງແຕ່​ກ່ຽວກັບ​ຄຳເວົ້າ​ຂອງ​ພວກຄົນ​ອວດດີ​ເຫລົ່ານີ້​ເທົ່ານັ້ນ, ແຕ່​ທັງ​ລິດອຳນາດ​ທີ່​ພວກເຂົາ​ມີ​ດ້ວຍ.</verse>
				<verse number="20">ເພາະ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ແມ່ນ​ເລື່ອງ​ຂອງ​ຄຳເວົ້າ ແຕ່​ແມ່ນ​ເລື່ອງ​ຂອງ​ລິດອຳນາດ.</verse>
				<verse number="21">ພວກເຈົ້າ​ມັກ​ອັນໃດ? ຈະ​ໃຫ້​ເຮົາ​ຖື​ໄມ້ແສ້​ຂອງ​ການຕີສອນ​ມາ​ຫາ​ພວກເຈົ້າ ຫລື ຈະ​ໃຫ້​ເຮົາ​ມາ​ດ້ວຍ​ຄວາມຮັກ ແລະ ດ້ວຍ​ຈິດໃຈ​ທີ່​ອ່ອນສຸພາບ?</verse>
			</chapter>
			<chapter number="5">
				<verse number="1">ແທ້ຈິງແລ້ວ​ໄດ້​ມີ​ລາຍງານ​ມາ​ວ່າ ມີ​ການ​ຜິດສິນທຳທາງເພດ​ໃນ​ທ່າມກາງ​ພວກເຈົ້າ, ເຊິ່ງ​ໃນ​ຮູບແບບ​ທີ່​ແມ່ນແຕ່​ໃນ​ທ່າມກາງ​ຄົນບໍ່ເຊື່ອ​ພຣະເຈົ້າ​ກໍ​ຍັງ​ບໍ່​ອະນຸຍາດ​ໃຫ້​ເກີດຂຶ້ນ​ຄື: ຊາຍ​ຄົນ​ໜຶ່ງ​ນອນ​ກັບ​ເມຍ​ພໍ່​ຂອງ​ຕົນ.</verse>
				<verse number="2">ແລະ ພວກເຈົ້າ​ກໍ​ພູມໃຈ! ແທນທີ່​ພວກເຈົ້າ​ຄວນ​ຈະ​ໂສກເສົ້າເສຍໃຈ ແລະ ຂັບໄລ່​ຄົນ​ທີ່​ເຮັດ​ເຊັ່ນນັ້ນ​ອອກຈາກ​ຄວາມສຳພັນ​ຂອງ​ພວກເຈົ້າ​ບໍ່ແມ່ນ​ບໍ?</verse>
				<verse number="3">ສຳລັບ​ເຮົາ​ແລ້ວ, ເຖິງແມ່ນວ່າ ກາຍ​ຂອງ​ເຮົາ​ບໍ່​ໄດ້​ຢູ່​ນຳ, ແຕ່​ຈິດໃຈ​ຂອງ​ເຮົາ​ກໍ​ຢູ່​ກັບ​ພວກເຈົ້າ. ເຮົາ​ໄດ້​ຕັດສິນ​ຄົນ​ທີ່​ເຮັດ​ຢ່າງນັ້ນ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ເໝືອນ​ກັບ​ວ່າ​ເຮົາ​ໄດ້​ຢູ່​ນໍາ​ພວກເຈົ້າ.</verse>
				<verse number="4">ດັ່ງນັ້ນ ເມື່ອ​ພວກເຈົ້າ​ທັງຫລາຍ​ໄດ້​ປະຊຸມ​ກັນ ແລະ ຈິດໃຈ​ຂອງ​ເຮົາ​ກໍ​ຢູ່​ຮ່ວມ​ກັບ​ພວກເຈົ້າ ແລະ ລິດອຳນາດ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ກໍ​ຢູ່​ນໍາ​ດ້ວຍ,</verse>
				<verse number="5">ຈົ່ງ​ມອບ​ຄົນ​ນັ້ນ​ໄວ້​ໃຫ້​ມານຊາຕານ​ທຳລາຍ​ເນື້ອໜັງ, ເພື່ອ​ວ່າ​ຈິດວິນຍານ​ຂອງ​ລາວ​ຈະ​ໄດ້​ພົ້ນ​ໃນ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="6">ການ​ອວດອ້າງ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ດີ​ເລີຍ. ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ເຊື້ອແປ້ງ​ພຽງ​ແຕ່​ໜ້ອຍດຽວ​ກໍ​ເຮັດ​ໃຫ້​ແປ້ງນວດ​ທັງ​ກ້ອນ​ຟູຂຶ້ນ?</verse>
				<verse number="7">ຈົ່ງ​ກຳຈັດ​ເຊື້ອ​ເກົ່າ​ອອກ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເປັນ​ແປ້ງນວດ​ກ້ອນ​ໃໝ່​ທີ່​ບໍ່​ມີ​ເຊື້ອ ດັ່ງ​ທີ່​ພວກເຈົ້າ​ເປັນ​ຢູ່​ແທ້ຈິງ. ເພາະ​ພຣະຄຣິດເຈົ້າ​ຜູ້​ເປັນ​ລູກແກະ​ປັດສະຄາ​ຂອງ​ພວກເຮົາ​ນັ້ນ ໄດ້​ຖືກ​ຖວາຍບູຊາ​ແລ້ວ.</verse>
				<verse number="8">ເຫດສະນັ້ນ, ໃຫ້​ພວກເຮົາ​ຖື​ຮັກສາ​ເທດສະການ​ນີ້​ບໍ່​ແມ່ນ​ດ້ວຍ​ແປ້ງ​ເຂົ້າຈີ່​ເກົ່າ​ທີ່​ມີ​ຄວາມ​ອາຄາດ​ບາດໝາງ ແລະ ຄວາມ​ຊົ່ວຮ້າຍ, ແຕ່​ດ້ວຍ​ເຂົ້າຈີ່​ທີ່​ບໍ່​ມີ​ເຊື້ອ ຄື​ເຂົ້າຈີ່​ແຫ່ງ​ຄວາມຈິງໃຈ ແລະ ຄວາມຈິງ.</verse>
				<verse number="9">ເຮົາ​ໄດ້​ຂຽນ​ຈົດໝາຍ​ມາ​ຫາ​ພວກເຈົ້າ​ເພື່ອ​ບໍ່​ໃຫ້​ຄົບຫາ​ກັບ​ຄົນ​ຜິດສິນທຳທາງເພດ</verse>
				<verse number="10">ແຕ່​ບໍ່​ໄດ້​ໝາຍເຖິງ​ປະຊາຊົນ​ຂອງ​ໂລກ​ນີ້​ຜູ້​ທີ່​ຜິດສິນທຳ ຫລື ຜູ້​ທີ່​ມີ​ຄວາມໂລບ ແລະ ຜູ້​ທີ່​ສໍ້ໂກງ ຫລື ຜູ້​ທີ່​ຂາບໄຫວ້​ຮູບເຄົາລົບ. ໃນ​ກໍລະນີ​ນີ້ ພວກເຈົ້າ​ຈະ​ຕ້ອງ​ໄດ້​ອອກ​ຈາກ​ໂລກ​ນີ້.</verse>
				<verse number="11">ແຕ່​ບັດນີ້ ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ​ວ່າ ພວກເຈົ້າ​ຕ້ອງ​ບໍ່​ໄປ​ຄົບຫາ​ກັບ​ຄົນ​ທີ່​ອ້າງ​ຕົນເອງ​ວ່າ​ເປັນ​ພີ່ນ້ອງ ແຕ່​ຍັງ​ເຮັດ​ຜິດສິນທຳທາງເພດ ຫລື ໂລບ, ເປັນ​ຄົນ​ຂາບໄຫວ້​ຮູບເຄົາລົບ ຫລື ເປັນ​ຄົນ​ໃສ່ຮ້າຍປ້າຍສີ​ຄົນອື່ນ, ເປັນ​ຄົນ​ຂີ້ເຫລົ້າ ຫລື ເປັນ​ຄົນ​ສໍ້ໂກງ. ຄົນ​ແບບ​ນີ້​ບໍ່​ສົມຄວນ​ແມ່ນແຕ່​ຈະ​ຮ່ວມ​ຮັບປະທານ​ອາຫານ​ນໍາ.</verse>
				<verse number="12">ແມ່ນ​ໜ້າທີ່​ຫຍັງ​ຂອງ​ເຮົາ​ທີ່​ຈະ​ຕັດສິນ​ຄົນ​ທີ່​ຢູ່​ພາຍນອກ​ຄຣິສຕະຈັກ​ເຫລົ່ານັ້ນ? ພວກເຈົ້າ​ຈະ​ຕັດສິນ​ຄົນ​ທີ່​ຢູ່​ພາຍໃນ​ເຫລົ່ານັ້ນ​ບໍ່​ແມ່ນ​ບໍ?</verse>
				<verse number="13">ພຣະເຈົ້າ​ຈະ​ຕັດສິນ​ຄົນ​ທີ່​ຢູ່​ພາຍນອກ​ເຫລົ່ານັ້ນ. “ຈົ່ງ​ຂັບໄລ່​ຄົນຊົ່ວຮ້າຍ​ອອກໄປ​ຈາກ​ທ່າມກາງ​ພວກເຈົ້າ”.</verse>
			</chapter>
			<chapter number="6">
				<verse number="1">ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ມີ​ຂໍ້​ຂັດແຍ້ງ​ກັນ, ພວກເຈົ້າ​ກ້າ​ເອົາ​ຂໍ້​ຂັດແຍ້ງ​ນັ້ນ​ໄປ​ໃຫ້​ຄົນບໍ່ເຊື່ອ​ພຣະເຈົ້າ​ຕັດສິນ ແທນທີ່​ຈະ​ໃຫ້​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕັດສິນ​ບໍ່?</verse>
				<verse number="2">ຫລື ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ເປັນ​ຜູ້ຕັດສິນ​ໂລກ? ແລະ ຖ້າ​ພວກເຈົ້າ​ຈະ​ເປັນ​ຜູ້ຕັດສິນ​ໂລກ ພວກເຈົ້າ​ບໍ່​ມີ​ຄວາມສາມາດ​ທີ່​ຈະ​ຕັດສິນ​ຄະດີ​ເລັກນ້ອຍ​ບໍ?</verse>
				<verse number="3">ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ພວກເຮົາ​ຈະ​ຕັດສິນ​ບັນດາ​ເທວະດາ? ຫລາຍ​ກວ່າ​ນັ້ນອີກ​ເທົ່າໃດ ພວກເຮົາ​ຍິ່ງ​ສົມຄວນ​ທີ່​ຈະ​ຈັດການ​ກັບ​ສິ່ງຕ່າງໆ​ໃນ​ຊີວິດ​ນີ້</verse>
				<verse number="4">ເຫດສະນັ້ນ ຖ້າ​ພວກເຈົ້າ​ມີ​ການຜິດຖຽງກັນ​ໃນ​ເລື່ອງ​ດັ່ງກ່າວ​ນັ້ນ, ພວກເຈົ້າ​ຂໍ​ການຕັດສິນ​ຈາກ​ຄົນ​ເຫລົ່ານັ້ນ​ທີ່​ມີ​ວິຖີ​ຊີວິດ​ທີ່​ຖືກ​ດູໝິ່ນ​ໃນ​ຄຣິສຕະຈັກ​ບໍ?</verse>
				<verse number="5">ເຮົາ​ກ່າວ​ເຊັ່ນ​ນີ້​ກໍ​ເພື່ອ​ໃຫ້​ພວກເຈົ້າ​ລະອາຍໃຈ. ເປັນ​ໄປ​ໄດ້​ບໍ​ທີ່​ບໍ່​ມີ​ຈັກ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ມີ​ປັນຍາ​ພໍ​ທີ່​ຈະ​ຕັດສິນ​ຄະດີຄວາມ​ໃນ​ລະຫວ່າງ​ບັນດາ​ຜູ້ທີ່ເຊື່ອ?</verse>
				<verse number="6">ແຕ່​ແທນທີ່, ພີ່ນ້ອງ​ຜູ້ໜຶ່ງ​ນຳເອົາ​ພີ່ນ້ອງ​ຜູ້ໜຶ່ງ​ອີກ​ໄປ​ຂຶ້ນ​ສານ ແລະ ນີ້​ແມ່ນ​ຢູ່​ຕໍ່ໜ້າ​ບັນດາ​ຄົນທີ່ບໍ່ເຊື່ອ!</verse>
				<verse number="7">ແທ້ຈິງ​ແລ້ວ ທີ່​ພວກເຈົ້າ​ມີ​ຄະດີຄວາມ​ກັນ​ໃນ​ທ່າມກາງ​ພວກເຈົ້າ ກໍ​ໝາຍຄວາມ​ວ່າ​ພວກເຈົ້າ​ໄດ້​ພ່າຍແພ້​ຢ່າງ​ສິ້ນເຊີງ​ແລ້ວ. ເປັນຫຍັງ​ຈຶ່ງ​ບໍ່​ຍອມ​ເປັນ​ຝ່າຍ​ຜິດ? ເປັນຫຍັງ​ຈຶ່ງ​ບໍ່​ຍອມ​ເປັນ​ຝ່າຍ​ຖືກ​ສໍ້ໂກງ?</verse>
				<verse number="8">ແຕ່​ພວກເຈົ້າ​ເອງ​ສໍ້ໂກງ​ກັນ ແລະ ເຮັດຜິດ, ພວກເຈົ້າ​ເຮັດ​ສິ່ງ​ເຊັ່ນ​ນີ້​ແກ່​ບັນດາ​ພີ່ນ້ອງ​ຂອງ​ຕົນ.</verse>
				<verse number="9">ຫລື ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຜູ້​ເຮັດ​ຜິດ​ຈະ​ບໍ່​ໄດ້​ຮັບ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ມໍລະດົກ? ຢ່າ​ຫລອກລວງ​ເລີຍ ບໍ່​ວ່າ​ຄົນ​ຜິດສິນທຳທາງເພດ ຫລື ຄົນຂາບໄຫວ້​ຮູບເຄົາລົບ ຫລື ຄົນຫລິ້ນຊູ້ ຫລື ຜູ້ຊາຍ​ມີ​ເພດສຳພັນ​ກັບ​ຜູ້ຊາຍ</verse>
				<verse number="10">ຫລື ຄົນຂີ້ລັກ, ຫລື ຄົນໂລບ, ຫລື ຄົນຂີ້ເຫລົ້າ, ຫລື ຄົນ​ໃສ່ຮ້າຍປ້າຍສີ ຫລື ຄົນສໍ້ໂກງ ຈະ​ບໍ່​ໄດ້​ຮັບ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ມໍລະດົກ.</verse>
				<verse number="11">ແລະ ບາງຄົນ​ໃນ​ພວກເຈົ້າ​ກໍ​ເຄີຍ​ເປັນ​ຢ່າງ​ນັ້ນ. ແຕ່​ພວກເຈົ້າ​ໄດ້​ຖືກ​ຊຳລະລ້າງ​ແລ້ວ, ພວກເຈົ້າ​ໄດ້​ຖືກ​ຊຳລະ​ໃຫ້​ບໍລິສຸດ, ພວກເຈົ້າ​ໄດ້​ຖືກ​ນັບ​ເປັນ​ຜູ້ຊອບທຳ​ແລ້ວ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ໂດຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.</verse>
				<verse number="12">ພວກເຈົ້າ​ເວົ້າ​ວ່າ, “ເຮົາ​ມີ​ສິດ​ທີ່​ຈະ​ເຮັດ​ທຸກສິ່ງ​ໄດ້” ແຕ່​ບໍ່ແມ່ນ​ທຸກສິ່ງ​ເປັນ​ປະໂຫຍດ. “ເຮົາ​ມີ​ສິດ​ທີ່​ຈະ​ເຮັດ​ທຸກສິ່ງ​ໄດ້” ແຕ່​ເຮົາ​ຈະ​ບໍ່​ໃຫ້​ສິ່ງໃດ​ມາ​ເປັນ​ນາຍ.</verse>
				<verse number="13">ພວກເຈົ້າ​ເວົ້າ​ວ່າ, “ອາຫານ​ມີ​ໄວ້​ສຳລັບ​ທ້ອງ ແລະ ທ້ອງ​ມີ​ໄວ້​ສຳລັບ​ອາຫານ”, ແຕ່​ພຣະເຈົ້າ​ຈະ​ທຳລາຍ​ທັງ​ສອງ​ສິ່ງ​ນີ້. ເຖິງຢ່າງໃດ​ກໍ​ຕາມ, ຮ່າງກາຍ​ບໍ່​ໄດ້​ມີ​ໄວ້​ເພື່ອ​ການ​ຜິດສິນທຳທາງເພດ ແຕ່​ມີ​ໄວ້​ເພື່ອ​ອົງພຣະຜູ້ເປັນເຈົ້າ ແລະ ອົງພຣະຜູ້ເປັນເຈົ້າ​ມີ​ໄວ້​ເພື່ອ​ຮ່າງກາຍ.</verse>
				<verse number="14">ໂດຍ​ລິດອຳນາດ​ຂອງ​ພຣະອົງ​ນັ້ນ ພຣະເຈົ້າ​ໄດ້​ບັນດານ​ໃຫ້​ອົງພຣະຜູ້ເປັນເຈົ້າ​ເປັນຄືນມາຈາກຕາຍ ແລະ ພຣະອົງ​ກໍ​ຈະ​ບັນດານ​ໃຫ້​ພວກເຮົາ​ທັງຫລາຍ​ເປັນ​ຄືນມາຈາກຕາຍ​ເໝືອນກັນ.</verse>
				<verse number="15">ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຮ່າງກາຍ​ຂອງ​ພວກເຈົ້າ​ເປັນ​ອະໄວຍະວະ​ຂອງ​ພຣະຄຣິດເຈົ້າ? ຖ້າ​ເປັນ​ດັ່ງນັ້ນ ສົມຄວນ​ບໍ​ທີ່​ເຮົາ​ຈະ​ເອົາ​ອະໄວຍະວະ​ຂອງ​ພຣະຄຣິດເຈົ້າ​ໄປ​ຜູກພັນ​ກັບ​ໂສເພນີ? ຢ່າ​ເປັນ​ຢ່າງນັ້ນ​ເລີຍ!</verse>
				<verse number="16">ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຜູ້​ທີ່​ເອົາ​ຕົນເອງ​ໄປ​ຜູກພັນ​ກັບ​ໂສເພນີ ກໍ​ເປັນ​ອັນ​ດຽວ​ກັນ​ກັບ​ຍິງ​ນັ້ນ​ທາງ​ດ້ານ​ຮ່າງກາຍ? ເພາະ​ມີ​ຖ້ອຍຄຳ​ກ່າວ​ໄວ້​ວ່າ, “ພວກເຂົາ​ທັງສອງ​ກໍ​ເປັນ​ກາຍ​ດຽວ​ກັນ”.</verse>
				<verse number="17">ແຕ່​ຜູ້​ທີ່​ຜູກພັນ​ກັບ​ອົງພຣະຜູ້ເປັນເຈົ້າ ຜູ້​ນັ້ນ​ກໍ​ຈະ​ເປັນ​ຄົນ​ດຽວ​ກັນ​ກັບ​ພຣະອົງ​ໃນ​ຈິດວິນຍານ.</verse>
				<verse number="18">ຈົ່ງ​ຫລີກໜີ​ຈາກ​ການ​ຜິດສິນທຳທາງເພດ. ຄວາມບາບ​ອື່ນໆ​ທັງໝົດ​ທີ່​ມະນຸດ​ເຮັດ​ນັ້ນ​ລ້ວນແຕ່​ເປັນ​ບາບ​ນອກ​ຮ່າງກາຍ, ແຕ່​ຄົນ​ທີ່​ເຮັດ​ຜິດບາບ​ທາງ​ເພດ ກໍ​ເຮັດ​ຜິດບາບ​ຕໍ່​ຮ່າງກາຍ​ຂອງ​ຕົນເອງ.</verse>
				<verse number="19">ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຮ່າງກາຍ​ຂອງ​ພວກເຈົ້າ​ເປັນ​ວິຫານ​ຂອງ​ພຣະວິນຍານບໍລິສຸດເຈົ້າ ຜູ້​ສະຖິດ​ໃນ​ພວກເຈົ້າ, ອົງ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະເຈົ້າ? ພວກເຈົ້າ​ບໍ່ໄດ້​ເປັນ​ເຈົ້າຂອງ​ຕົວ​ພວກເຈົ້າ​ເອງ;</verse>
				<verse number="20">ພວກເຈົ້າ​ຖືກ​ຊື້​ໄວ້​ດ້ວຍ​ລາຄາ​ສູງ. ເຫດສະນັ້ນ ຈົ່ງ​ຖວາຍ​ກຽດ​ແກ່​ພຣະເຈົ້າ​ດ້ວຍ​ຮ່າງກາຍ​ຂອງ​ພວກເຈົ້າ.</verse>
			</chapter>
			<chapter number="7">
				<verse number="1">ບັດນີ້​ສຳລັບ​ເລື່ອງ​ທີ່​ພວກເຈົ້າ​ໄດ້​ຂຽນ​ມາ​ນັ້ນ “ເປັນ​ການ​ດີ​ທີ່​ຜູ້ຊາຍ​ຈະ​ບໍ່​ມີ​ຄວາມສຳພັນ​ທາງເພດ​ກັບ​ແມ່ຍິງ”</verse>
				<verse number="2">ແຕ່​ເນື່ອງຈາກ​ວ່າ​ມີ​ການ​ຜິດສິນທຳ​ທາງເພດ​ເກີດຂຶ້ນ, ຜູ້ຊາຍ​ແຕ່ລະຄົນ​ກໍ​ຄວນ​ມີ​ຄວາມສຳພັນ​ທາງເພດກັບ​ເມຍ​ຂອງ​ຕົນເອງ ແລະ ແມ່ຍິງ​ແຕ່ລະຄົນ​ກໍ​ຄວນ​ມີ​ຄວາມສຳພັນ​ທາງເພດ​ກັບ​ຜົວ​ຂອງ​ຕົນເອງ.</verse>
				<verse number="3">ຜົວ​ຄວນ​ເຮັດ​ໜ້າທີ່​ຂອງ​ຜົວ​ຕໍ່​ເມຍ​ຂອງ​ຕົນເອງ​ໃຫ້​ສົມບູນ ແລະ ເມຍ​ກໍ​ຄວນ​ເຮັດ​ໜ້າທີ່​ຂອງ​ເມຍ​ຕໍ່​ຜົວ​ຂອງ​ຕົນເອງ​ໃຫ້​ສົມບູນ​ເຊັ່ນກັນ.</verse>
				<verse number="4">ເມຍ​ບໍ່​ໄດ້​ມີ​ສິດອຳນາດ​ເໜືອ​ຮ່າງກາຍ​ຂອງ​ຕົນເອງ ແຕ່​ຍອມ​ມອບ​ຮ່າງກາຍ​ນັ້ນ​ໃຫ້​ເປັນ​ຂອງ​ຜົວ​ຂອງ​ນາງ. ໃນ​ທຳນອງ​ດຽວ​ກັນ, ຜົວ​ກໍ​ບໍ່​ມີ​ສິດອຳນາດ​ເໜືອ​ຮ່າງກາຍ​ຂອງ​ຕົນເອງ ແຕ່​ຍອມ​ມອບ​ຮ່າງກາຍ​ນັ້ນ​ໃຫ້​ເປັນ​ຂອງ​ເມຍ.</verse>
				<verse number="5">ຢ່າ​ປະຕິເສດ​ການ​ຢູ່​ຮ່ວມກັນ​ເວັ້ນແຕ່​ຕົກລົງ​ກັນ​ຊົ່ວຄາວ ເພື່ອ​ພວກເຈົ້າ​ຈະ​ໄດ້​ອຸທິດ​ຕົນ​ເອງ​ໃນ​ການອະທິຖານ. ຫລັງຈາກນັ້ນ​ຈຶ່ງ​ມາ​ຢູ່​ຮ່ວມກັນ​ອີກ ເພື່ອ​ວ່າ​ຊາຕານ​ຈະ​ບໍ່​ລໍ້ລວງ​ພວກເຈົ້າ ເພາະ​ຂາດ​ການຄວບຄຸມ​ຕົນເອງ​ຂອງ​ພວກເຈົ້າ.</verse>
				<verse number="6">ເຮົາ​ກ່າວ​ຢ່າງ​ນີ້​ດັ່ງ​ເປັນ​ການອະນຸຍາດ ບໍ່​ແມ່ນ​ເປັນ​ຄຳສັ່ງ.</verse>
				<verse number="7">ເຮົາ​ປາຖະໜາ​ໃຫ້​ທຸກຄົນ​ໃນ​ພວກເຈົ້າ​ເປັນ​ເໝືອນ​ດັ່ງ​ເຮົາ. ແຕ່​ວ່າ​ແຕ່ລະຄົນ​ໃນ​ພວກເຈົ້າ​ນັ້ນ​ມີ​ຂອງປະທານ​ຈາກ​ພຣະເຈົ້າ​ເປັນ​ຂອງ​ຕົນເອງ; ຄົນ​ໜຶ່ງ​ມີ​ຂອງປະທານ​ຢ່າງນີ້ ອີກ​ຄົນ​ໜຶ່ງ​ມີ​ຂອງປະທານ​ຢ່າງນັ້ນ.</verse>
				<verse number="8">ບັດນີ້​ສຳລັບ​ຄົນ​ທີ່​ບໍ່​ໄດ້​ແຕ່ງງານ ແລະ ບັນດາ​ໝ້າຍ​ນັ້ນ ເຮົາ​ຂໍ​ບອກ​ວ່າ: ເປັນ​ການ​ດີ​ແລ້ວ​ສຳລັບ​ພວກເຂົາ​ທີ່​ຈະ​ຢູ່​ຢ່າງ​ບໍ່​ແຕ່ງງານ​ເໝືອນ​ດັ່ງ​ເຮົາ.</verse>
				<verse number="9">ແຕ່​ຖ້າ​ພວກເຂົາ​ບໍ່​ສາມາດ​ຄວບຄຸມ​ຕົນເອງ​ໄດ້, ພວກເຂົາ​ກໍ​ຄວນ​ຈະ​ແຕ່ງງານ ເພາະ​ການແຕ່ງງານ​ນັ້ນ ກໍ​ຍັງ​ດີ​ກວ່າ​ຖືກ​ເຜົາໄໝ້​ດ້ວຍ​ຕັນຫາ.</verse>
				<verse number="10">ສຳລັບ​ຄົນ​ທີ່​ແຕ່ງງານ​ແລ້ວ​ເຮົາ​ໃຫ້​ຄຳສັ່ງ​ຢ່າງນີ້ (ບໍ່ແມ່ນ​ເຮົາ ແຕ່​ແມ່ນ​ອົງພຣະຜູ້ເປັນເຈົ້າ) ວ່າ: ພັນລະຍາ​ຕ້ອງ​ບໍ່​ແຍກ​ຈາກ​ຜົວ​ຂອງ​ນາງ.</verse>
				<verse number="11">ແຕ່​ຖ້າ​ນາງ​ເຮັດ​ຢ່າງ​ນັ້ນ ນາງ​ຕ້ອງ​ບໍ່​ແຕ່ງງານ​ອີກ ຫລື ບໍ່​ດັ່ງນັ້ນ​ກໍ​ຕ້ອງ​ຄືນດີ​ກັບ​ຜົວ​ຂອງ​ນາງ. ແລະ ຜົວ​ກໍ​ຕ້ອງ​ບໍ່​ຢ່າຮ້າງ​ເມຍ​ຂອງ​ຕົນ.</verse>
				<verse number="12">ສຳລັບ​ຄົນ​ອື່ນ​ນັ້ນ ເຮົາ​ຂໍ​ກ່າວ​ຢ່າງ​ນີ້ (ແມ່ນ​ເຮົາ​ເອງ ບໍ່ແມ່ນ​ອົງພຣະຜູ້ເປັນເຈົ້າ) ວ່າ: ຖ້າ​ຊາຍ​ຄົນໃດ​ມີ​ເມຍ​ທີ່​ເປັນ​ຄົນ​ບໍ່ເຊື່ອ ແລະ ນາງ​ກໍ​ເຕັມໃຈ​ຈະ​ຢູ່​ກັບ​ລາວ, ລາວ​ຕ້ອງ​ບໍ່​ຢ່າຮ້າງ​ນາງ.</verse>
				<verse number="13">ແລະ ຖ້າ​ຍິງ​ຄົນ​ໃດ​ມີ​ຜົວ​ທີ່​ເປັນ​ຄົນ​ບໍ່ເຊື່ອ ແລະ ລາວ​ເຕັມໃຈ​ຈະ​ຢູ່​ກັບ​ນາງ, ນາງ​ຕ້ອງ​ບໍ່​ຢ່າຮ້າງ​ລາວ.</verse>
				<verse number="14">ເພາະວ່າ​ຜົວ​ທີ່​ບໍ່ເຊື່ອ​ກໍ​ໄດ້​ຖືກ​ຊຳລະ​ໃຫ້​ບໍລິສຸດ​ແລ້ວ​ຜ່ານ​ທາງ​ເມຍ​ຂອງ​ລາວ ແລະ ເມຍ​ທີ່​ບໍ່ເຊື່ອ​ກໍ​ໄດ້​ຖືກ​ຊຳລະ​ໃຫ້​ບໍລິສຸດ​ແລ້ວ​ຜ່ານ​ທາງ​ຜົວ​ທີ່​ເຊື່ອ. ຖ້າ​ບໍ່​ດັ່ງນັ້ນ, ລູກ​ຂອງ​ພວກເຈົ້າ​ກໍ​ຈະ​ເປັນມົນທິນ, ແຕ່​ຕາມ​ທີ່​ເປັນ​ຢູ່​ນັ້ນ, ພວກເຂົາ​ກໍ​ບໍລິສຸດ​ແລ້ວ.</verse>
				<verse number="15">ແຕ່​ຖ້າ​ຝ່າຍ​ຄົນ​ທີ່​ບໍ່ເຊື່ອ​ຈະ​ແຍກ​ຕົວ​ໄປ ກໍ​ປ່ອຍ​ໃຫ້​ລາວ​ໄປ. ໃນ​ກໍລະນີ​ເຊັ່ນ​ນັ້ນ​ຝ່າຍ​ຜູ້​ທີ່​ເຊື່ອ​ທັງ​ຊາຍ ຫລື ຍິງ​ຈະ​ບໍ່​ຖືກ​ຜູກມັດ; ພຣະເຈົ້າ​ເອີ້ນ​ພວກເຮົາ​ໃຫ້​ດໍາເນີນຊີວິດ​ຢູ່​ໃນ​ຄວາມ​ສະຫງົບສຸກ.</verse>
				<verse number="16">ເຈົ້າ​ຜູ້​ເປັນ​ເມຍ ເຈົ້າ​ຮູ້​ໄດ້​ຢ່າງໃດ​ວ່າ​ຈະ​ຊ່ວຍ​ຜົວ​ຂອງ​ຕົນ​ໃຫ້​ພົ້ນ​ໄດ້? ຫລື ເຈົ້າ​ຜູ້​ເປັນ​ຜົວ ເຈົ້າ​ຮູ້​ໄດ້​ຢ່າງໃດ​ວ່າ​ຈະ​ຊ່ວຍ​ເມຍ​ຂອງ​ຕົນ​ໃຫ້​ພົ້ນ​ໄດ້?</verse>
				<verse number="17">ເຖິງຢ່າງໃດກໍຕາມ ຂໍ​ໃຫ້​ທຸກຄົນ​ຈົ່ງ​ດຳເນີນຊີວິດ​ໃນ​ຖານະ​ທີ່​ເປັນ​ຜູ້ທີ່ເຊື່ອ ຕາມ​ຖານະ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໃຫ້​ພວກເຂົາ ຕາມ​ທີ່​ພຣະເຈົ້າ​ໄດ້​ເອີ້ນ​ພວກເຂົາ. ນີ້​ຄື​ກົດລະບຽບ​ທີ່​ເຮົາ​ວາງ​ໄວ້​ໃນ​ທຸກໆ​ຄຣິສຕະຈັກ.</verse>
				<verse number="18">ຊາຍ​ຄົນ​ນັ້ນ​ໄດ້​ຮັບ​ພິທີຕັດ​ແລ້ວ​ບໍ ເມື່ອ​ລາວ​ໄດ້​ຖືກ​ເອີ້ນ​ນັ້ນ? ລາວ​ບໍ່​ຄວນ​ກາຍເປັນ​ຜູ້​ທີ່​ບໍ່​ໄດ້​ຮັບ​ພິທີຕັດ​ອີກ. ຊາຍ​ຄົນ​ນັ້ນ​ບໍ່​ໄດ້​ຮັບ​ພິທີຕັດ ເມື່ອ​ລາວ​ຖືກ​ເອີ້ນ​ບໍ່ແມ່ນ​ບໍ? ລາວ​ກໍ​ບໍ່​ຄວນ​ຮັບ​ພິທີຕັດ​ນັ້ນ.</verse>
				<verse number="19">ການ​ທີ່​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ສຳຄັນ​ຫຍັງ. ແຕ່​ສິ່ງ​ສຳຄັນ​ແມ່ນ​ການປະຕິບັດ​ຕາມ​ພຣະບັນຍັດ​ຂອງ​ພຣະເຈົ້າ.</verse>
				<verse number="20">ແຕ່ລະຄົນ​ຄວນ​ຢູ່​ຕາມ​ຖານະ​ທີ່​ພວກເຂົາ​ເປັນຢູ່​ເມື່ອ​ພຣະເຈົ້າ​ເອີ້ນ​ເອົາ​ພວກເຂົາ​ນັ້ນ.</verse>
				<verse number="21">ເຈົ້າ​ໄດ້​ຖືກ​ເອີ້ນ​ເມື່ອ​ເຈົ້າ​ຍັງ​ເປັນ​ຂ້າທາດ​ຢູ່​ບໍ່​ແມ່ນ​ບໍ? ຢ່າ​ໃຫ້​ສິ່ງ​ນີ້​ລົບກວນ​ເຈົ້າ ແຕ່​ຖ້າ​ເຈົ້າ​ສາມາດ​ໄຖ່​ຕົນເອງ​ໃຫ້​ເປັນ​ອິດສະຫລະ​ໄດ້, ກໍ​ຈົ່ງ​ເຮັດ.</verse>
				<verse number="22">ເພາະ​ຜູ້​ທີ່​ເປັນ​ຂ້າທາດ​ເມື່ອ​ຖືກ​ເອີ້ນ​ມາ​ສູ່​ຄວາມເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ​ນັ້ນ ກໍ​ເປັນ​ຄົນ​ທີ່​ມີ​ອິດສະຫລະ​ໃນ​ອົງພຣະຜູ້ເປັນເຈົ້າ; ໃນ​ທຳນອງດຽວກັນ ຜູ້​ທີ່​ເປັນ​ອິດສະຫລະ​ເມື່ອ​ຖືກ​ເອີ້ນ​ນັ້ນ ກໍ​ເປັນ​ຂ້າທາດ​ຂອງ​ພຣະຄຣິດເຈົ້າ.</verse>
				<verse number="23">ພວກເຈົ້າ​ຖືກ​ຊື້​ໄວ້​ດ້ວຍ​ລາຄາ​ສູງ; ຢ່າ​ກັບ​ໄປ​ເປັນ​ຂ້າທາດ​ຂອງ​ມະນຸດ​ອີກ.</verse>
				<verse number="24">ພີ່ນ້ອງ​ທັງຫລາຍ​ເອີຍ ແຕ່ລະຄົນ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ພຣະເຈົ້າ, ຄວນ​ຈະ​ຢູ່​ຕາມ​ຖານະ​ທີ່​ພວກເຂົາ​ເປັນຢູ່​ເມື່ອ​ພຣະເຈົ້າ​ໄດ້​ເອີ້ນ​ເອົາ​ພວກເຂົາ​ນັ້ນ.</verse>
				<verse number="25">ສ່ວນ​ຄົນ​ທີ່​ຮັກສາ​ຄວາມບໍລິສຸດ​ນັ້ນ ເຮົາ​ບໍ່​ໄດ້​ຮັບ​ຄຳສັ່ງ​ຈາກ​ອົງພຣະຜູ້ເປັນເຈົ້າ, ແຕ່​ເຮົາ​ຂໍ​ໃຫ້​ຄຳ​ຕັດສິນ​ໃນ​ຖານະ​ຜູ້​ທີ່​ເປັນ​ທີ່​ໄວ້ໃຈ​ໄດ້​ໂດຍ​ຄວາມເມດຕາ​ຂອງ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="26">ເນື່ອງ​ຈາກ​ວິກິດການ​ໃນ​ປັດຈຸບັນ​ນີ້, ເຮົາ​ຄິດ​ວ່າ​ເປັນ​ການ​ດີ​ທີ່​ຜູ້ຊາຍ​ຈະ​ຢູ່​ຕາມ​ຖານະ​ທີ່​ຕົນ​ເປັນຢູ່​ນັ້ນ.</verse>
				<verse number="27">ເຈົ້າ​ໄດ້​ໃຫ້​ຄຳໝັ້ນສັນຍາ​ກັບ​ຜູ້ຍິງ​ຄົນ​ໜຶ່ງ​ແລ້ວ​ບໍ? ຢ່າ​ຫາ​ທາງ​ຢ່າຮ້າງ​ເລີຍ. ເຈົ້າ​ເປັນ​ອິດສະຫລະ​ຈາກ​ຄຳໝັ້ນສັນຍາ​ດັ່ງກ່າວ​ແລ້ວ​ບໍ? ຢ່າ​ຊອກຫາ​ພັນລະຍາ​ເລີຍ.</verse>
				<verse number="28">ແຕ່​ຖ້າ​ເຈົ້າ​ຈະ​ແຕ່ງງານ ເຈົ້າ​ກໍ​ບໍ່​ໄດ້​ເຮັດບາບ; ແລະ ຖ້າ​ສາວບໍລິສຸດ​ຈະ​ແຕ່ງງານ​ນາງ​ກໍ​ບໍ່ໄດ້​ເຮັດບາບ. ແຕ່​ຜູ້​ທີ່​ແຕ່ງງານ​ແລ້ວ​ຈະ​ປະເຊີນໜ້າ​ກັບ​ຄວາມຫຍຸ້ງຍາກ​ຫລາຍ​ຢ່າງ​ໃນ​ຊີວິດ​ນີ້ ແລະ ເຮົາ​ຢາກ​ສະຫງວນ​ພວກເຈົ້າ​ຈາກ​ສິ່ງ​ນີ້.</verse>
				<verse number="29">ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ໝາຍຄວາມ​ວ່າ ເວລາ​ກໍ​ເຫລືອ​ສັ້ນ​ເຂົ້າ​ມາ​ແລ້ວ. ຕັ້ງແຕ່​ນີ້​ໄປ ບັນດາ​ຄົນ​ທີ່​ມີ​ເມຍ​ແລ້ວ ກໍ​ຄວນ​ດຳເນີນຊີວິດ​ເໝືອນ​ບໍ່​ມີ;</verse>
				<verse number="30">ບັນດາ​ຜູ້​ທີ່​ໂສກເສົ້າ ໃຫ້​ເຮັດ​ເໝືອນ​ບໍ່​ໄດ້​ໂສກເສົ້າ; ບັນດາ​ຜູ້​ທີ່​ມີ​ຄວາມສຸກ ໃຫ້​ເຮັດ​ເໝືອນ​ບໍ່​ມີ​ຄວາມສຸກ, ບັນດາ​ຜູ້​ທີ່​ຊື້​ບາງສິ່ງ ໃຫ້​ເປັນ​ເໝືອນ​ກັບ​ບໍ່​ໄດ້​ເປັນ​ເຈົ້າຂອງ;</verse>
				<verse number="31">ບັນດາ​ຜູ້​ທີ່​ໃຊ້​ສິ່ງຂອງ​ໃນ​ໂລກນີ້ ໃຫ້​ເປັນ​ເໝືອນ​ກັບ​ບໍ່​ໄດ້​ໃຊ້​ສິ່ງ​ເຫລົ່ານັ້ນ​ຢ່າງ​ເຕັມທີ່. ເພາະ​ໂລກ​ທີ່​ເປັນຢູ່​ໃນ​ປັດຈຸບັນ​ນີ້​ກຳລັງ​ຈະ​ຜ່ານພົ້ນ​ໄປ.</verse>
				<verse number="32">ເຮົາ​ຢາກ​ໃຫ້​ພວກເຈົ້າ​ຫລຸດພົ້ນ​ຈາກ​ຄວາມກັງວົນ. ຊາຍ​ທີ່​ບໍ່​ແຕ່ງງານ​ກໍ​ກັງວົນ​ຢູ່​ນຳ​ພາລະກິດ​ຂອງ​ອົງພຣະຜູ້ເປັນເຈົ້າ ເພື່ອ​ໃຫ້​ອົງພຣະຜູ້ເປັນເຈົ້າ​ພໍໃຈ.</verse>
				<verse number="33">ແຕ່​ຊາຍ​ທີ່​ແຕ່ງງານ​ແລ້ວ​ກໍ​ກັງວົນ​ຢູ່​ກັບ​ພາລະກິດ​ຂອງ​ໂລກ​ນີ້ ເພື່ອ​ເຮັດ​ໃຫ້​ເມຍ​ພໍໃຈ</verse>
				<verse number="34">ແລະ ຄວາມສົນໃຈ​ຂອງ​ລາວ​ກໍ​ແບ່ງ​ເປັນ​ສອງກ້ຳສອງຝ່າຍ. ສ່ວນ​ຍິງ​ທີ່​ບໍ່​ແຕ່ງງານ ຫລື ສາວບໍລິສຸດ​ກໍ​ກັງວົນ​ຢູ່​ກັບ​ພາລະກິດ​ຂອງ​ອົງພຣະຜູ້ເປັນເຈົ້າ: ເປົ້າໝາຍ​ຂອງ​ນາງ​ກໍ​ເພື່ອ​ຈະ​ອຸທິດຕົນ​ແກ່​ອົງ​ອົງພຣະຜູ້ເປັນເຈົ້າ​ທັງ​ຮ່າງກາຍ ແລະ ຈິດວິນຍານ. ແຕ່​ຍິງ​ທີ່​ແຕ່ງງານ​ແລ້ວ​ກໍ​ກັງວົນ​ຢູ່​ກັບ​ພາລະກິດ​ຂອງ​ໂລກ​ນີ້ ເພື່ອ​ເຮັດໃຫ້​ສາມີ​ພໍໃຈ.</verse>
				<verse number="35">ເຮົາ​ເວົ້າ​ຢ່າງ​ນີ້​ກໍ​ເພື່ອ​ເປັນ​ຜົນ​ດີ​ໃຫ້​ແກ່​ພວກເຈົ້າ​ເອງ ບໍ່ແມ່ນ​ເພື່ອ​ຈໍາກັດ​ພວກເຈົ້າ, ແຕ່​ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນຊີວິດ​ໃນ​ທາງ​ທີ່​ຖືກຕ້ອງ​ໃນ​ການອຸທິດຕົນ​ແກ່​ອົງພຣະຜູ້ເປັນເຈົ້າ​ໂດຍ​ບໍ່​ມີ​ໃຈ​ແບ່ງ​ເປັນ​ສອງກ້ຳສອງຝ່າຍ.</verse>
				<verse number="36">ຖ້າ​ຜູ້ໃດ​ວິຕົກກັງວົນ​ວ່າ​ຕົນເອງ​ຈະ​ປະຕິບັດ​ຕໍ່​ຄູ່ໝັ້ນ​ທີ່​ເປັນ​ສາວບໍລິສຸດ​ຢ່າງ​ບໍ່​ເໝາະສົມ ແລະ ຖ້າ​ຫາກ​ວ່າ​ກິເລດຕັນຫາ​ຂອງ​ລາວ​ຮ້ອນແຮງ​ເກີນໄປ ແລະ ລາວ​ຮູ້ສຶກ​ວ່າ​ຕົນເອງ​ຄວນ​ຈະ​ແຕ່ງງານ ລາວ​ກໍ​ຄວນ​ເຮັດ​ຕາມ​ທີ່​ລາວ​ຕ້ອງການ. ລາວ​ກໍ​ບໍ່​ໄດ້​ເຮັດບາບ. ພວກເຂົາ​ຄວນ​ຈະ​ແຕ່ງງານ​ກັນ.</verse>
				<verse number="37">ແຕ່​ຊາຍ​ຄົນໃດ​ທີ່​ຕັ້ງໃຈ​ຄັກແນ່​ແລ້ວ ບໍ່​ໄດ້​ຖືກ​ບັງຄັບ ແຕ່​ຄວບຄຸມ​ຄວາມຕັ້ງໃຈ​ຂອງ​ຕົນເອງ​ໄດ້ ແລະ ຕັດສິນ​ໃຈ​ທີ່​ຈະ​ບໍ່​ແຕ່ງງານ​ກັບ​ສາວບໍລິສຸດ ຊາຍ​ຜູ້​ນີ້​ກໍ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເໝືອນກັນ.</verse>
				<verse number="38">ດັ່ງນັ້ນ​ແຫລະ ຊາຍ​ທີ່​ແຕ່ງງານ​ກັບ​ສາວບໍລິສຸດ​ກໍ​ເຮັດ​ຖືກຕ້ອງ, ແຕ່​ຊາຍ​ທີ່​ບໍ່​ແຕ່ງງານ​ກັບ​ນາງ​ກໍ​ເຮັດ​ດີ​ຫລາຍ​ກວ່າ.</verse>
				<verse number="39">ຕາບ​ໃດ​ທີ່​ຜົວ​ຍັງ​ມີຊີວິດ​ຢູ່ ແມ່ຍິງ​ຕ້ອງ​ຢູ່​ກັບ​ຜົວ​ຂອງ​ນາງ. ແຕ່​ຖ້າ​ຜົວ​ຂອງ​ນາງ​ຕາຍ​ໄປ, ນາງ​ກໍ​ເປັນ​ອິດສະຫລະ​ທີ່​ຈະ​ແຕ່ງງານ​ກັບ​ຜູ້ໃດ​ກໍ​ໄດ້​ຕາມ​ທີ່​ນາງ​ປາຖະໜາ, ແຕ່​ຊາຍ​ຜູ້ນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="40">ຕາມ​ຄວາມເຫັນ​ຂອງ​ເຮົາ, ນາງ​ຈະ​ມີ​ຄວາມສຸກ​ຫລາຍກວ່າ​ຖ້າ​ນາງ​ຢູ່​ຕາມ​ຖານະ​ທີ່​ນາງ​ເປັນຢູ່ ແລະ ເຮົາ​ຄິດວ່າ ເຮົາ​ກໍ​ເໝືອນກັນ ມີ​ພຣະວິນຍານ​ຂອງ​ພຣະເຈົ້າ.</verse>
			</chapter>
			<chapter number="8">
				<verse number="1">ເລື່ອງ​ອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ​ແລ້ວ: ພວກເຮົາ​ຮູ້​ວ່າ “ພວກເຮົາ​ທຸກຄົນ​ລ້ວນ​ແຕ່​ມີ​ຄວາມຮູ້”. ແຕ່​ຄວາມຮູ້​ນັ້ນ​ເຮັດ​ໃຫ້​ອວດໂຕ ຂະນະ​ທີ່​ຄວາມຮັກ​ເສີມສ້າງ​ຂຶ້ນ.</verse>
				<verse number="2">ຜູ້ໃດ​ທີ່​ຄິດ​ວ່າ​ຕົນເອງ​ຮູ້​ບາງສິ່ງ​ແລ້ວ ຜູ້​ນັ້ນ​ຍັງ​ບໍ່​ຮູ້​ຕາມ​ທີ່​ຕົນ​ຄວນ​ຈະ​ຮູ້.</verse>
				<verse number="3">ແຕ່​ຜູ້​ທີ່​ຮັກ​ພຣະເຈົ້າ ພຣະເຈົ້າ​ກໍ​ຮູ້​ຈັກ​ຜູ້​ນັ້ນ.</verse>
				<verse number="4">ດັ່ງນັ້ນ ເລື່ອງ​ການ​ກິນ​ອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ​ແລ້ວ​ນັ້ນ ພວກເຮົາ​ກໍ​ຮູ້​ຢູ່​ວ່າ “ຮູບເຄົາລົບ​ນັ້ນ​ບໍ່​ມີ​ຄວາມໝາຍ​ຫຍັງ​ໝົດ​ໃນ​ໂລກ” ແລະ “ມີ​ພຣະເຈົ້າ​ແຕ່​ອົງ​ດຽວ​ເທົ່ານັ້ນ”.</verse>
				<verse number="5">ເພາະ​ເຖິງ​ແມ່ນ​ວ່າ​ຈະ​ມີ​ຫລາຍ​ສິ່ງ​ທີ່​ເອີ້ນ​ວ່າ​ພະ, ບໍ່​ວ່າ​ຈະ​ຢູ່​ໃນ​ສະຫວັນ ຫລື ເທິງ​ແຜ່ນດິນໂລກ​ກໍ​ດີ (ທີ່​ຈິງ​ມີ “ພະ” ແລະ “ເຈົ້າ” ຫລາຍ​ແທ້),</verse>
				<verse number="6">ແຕ່​ສຳລັບ​ພວກເຮົາ​ນັ້ນ ມີ​ແຕ່​ພຣະເຈົ້າ​ອົງ​ດຽວ ຄື​ພຣະບິດາເຈົ້າ ແລະ ສິ່ງສາລະພັດ​ທັງປວງ​ກໍ​ມາ​ຈາກ​ພຣະອົງ ແລະ ພວກເຮົາ​ກໍ​ມີຊີວິດ​ຢູ່​ເພື່ອ​ພຣະອົງ ແລະ ມີ​ອົງພຣະຜູ້ເປັນເຈົ້າ​ແຕ່​ອົງ​ດຽວ ຄື​ພຣະເຢຊູຄຣິດເຈົ້າ, ສິ່ງ​ສາລະພັດ​ເປັນ​ມາ​ໂດຍ​ພຣະອົງ ແລະ ພວກເຮົາ​ມີຊີວິດ​ຢູ່​ໂດຍ​ພຣະອົງ.</verse>
				<verse number="7">ແຕ່​ບໍ່ແມ່ນ​ທຸກຄົນ​ທີ່​ມີ​ຄວາມຮູ້​ນີ້. ບາງຄົນ​ຍັງ​ຄຸ້ນເຄີຍ​ກັບ​ຮູບເຄົາລົບ ເມື່ອ​ພວກເຂົາ​ກິນອາຫານ​ນັ້ນ​ຈຶ່ງ​ຖືວ່າ​ເປັນ​ຂອງ​ບູຊາ​ແກ່​ພະທຽມ​ນັ້ນ ແລະ ເພາະ​ຈິດສຳນຶກ​ຂອງ​ພວກເຂົາ​ຍັງ​ອ່ອນ, ອາຫານ​ນັ້ນ​ຈຶ່ງ​ເປັນມົນທິນ.</verse>
				<verse number="8">ແຕ່​ອາຫານ​ບໍ່​ໄດ້​ນຳ​ພວກເຮົາ​ໃຫ້​ເຂົ້າ​ໃກ້​ພຣະເຈົ້າ; ຖ້າ​ພວກເຮົາ​ບໍ່​ກິນ ພວກເຮົາ​ກໍ​ບໍ່​ຊົ່ວ​ລົງ​ກວ່າ​ເກົ່າ ແລະ ຖ້າ​ພວກເຮົາ​ກິນ​ພວກເຮົາ​ກໍ​ບໍ່​ໄດ້​ດີ​ຂຶ້ນ.</verse>
				<verse number="9">ເຖິງຢ່າງໃດ​ກໍ​ຕາມ ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ການ​ໃຊ້​ສິດ​ຂອງ​ພວກເຈົ້າ​ກາຍເປັນ​ສິ່ງ​ສະດຸດ​ໃຈ​ຕໍ່​ພີ່ນ້ອງ​ທີ່​ມີ​ຄວາມເຊື່ອ​ອ່ອນ.</verse>
				<verse number="10">ເພາະ​ຖ້າ​ຜູ້​ທີ່​ມີ​ຈິດສຳນຶກ​ຍັງ​ອ່ອນ ເຫັນ​ພວກເຈົ້າ​ຜູ້​ມີ​ຄວາມຮູ້​ນັ່ງ​ກິນອາຫານ​ຢູ່​ໃນ​ວິຫານ​ຂອງ​ຮູບເຄົາລົບ ຄົນ​ຜູ້ນັ້ນ​ຈະ​ບໍ່​ມີ​ໃຈກ້າ​ກິນ​ສິ່ງ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ​ນັ້ນ​ບໍ?</verse>
				<verse number="11">ດັ່ງນັ້ນ ຄວາມຮູ້​ຂອງ​ເຈົ້າ​ໄດ້​ທຳລາຍ​ພີ່ນ້ອງ​ທີ່​ມີ​ຄວາມເຊື່ອ​ອ່ອນ​ເຫລົ່ານີ້ ເຊິ່ງ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ພວກເຂົາ.</verse>
				<verse number="12">ເມື່ອ​ເຈົ້າ​ເຮັດບາບ​ຕໍ່​ພວກເຂົາ​ໃນ​ວິທີ​ນີ້ ແລະ ທຳລາຍ​ຈິດສຳນຶກ​ທີ່​ອ່ອນແອ​ຂອງ​ພວກເຂົາ, ເຈົ້າ​ກໍ​ເຮັດບາບ​ຕໍ່​ພຣະຄຣິດເຈົ້າ.</verse>
				<verse number="13">ເຫດສະນັ້ນ, ຖ້າ​ສິ່ງ​ທີ່​ເຮົາ​ກິນ​ເປັນຕົ້ນເຫດ​ໃຫ້​ພີ່ນ້ອງ​ຕ້ອງ​ລົ້ມລົງ​ໃນ​ຄວາມບາບ, ເຮົາ​ກໍ​ຈະ​ບໍ່​ກິນ​ຊີ້ນ​ຕະຫລອດໄປ, ເພື່ອ​ວ່າ​ເຮົາ​ຈະ​ບໍ່​ເປັນເຫດ​ໃຫ້​ພວກເຂົາ​ລົ້ມລົງ.</verse>
			</chapter>
			<chapter number="9">
				<verse number="1">ເຮົາ​ບໍ່​ມີ​ເສລີພາບ​ບໍ? ເຮົາ​ບໍ່​ໄດ້​ເປັນ​ອັກຄະສາວົກ​ບໍ? ເຮົາ​ບໍ່​ໄດ້​ເຫັນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ບໍ? ພວກເຈົ້າ​ບໍ່​ໄດ້​ເປັນ​ຜົນ​ຂອງ​ວຽກງານ​ຂອງ​ເຮົາ​ໃນ​ອົງພຣະຜູ້ເປັນເຈົ້າ​ບໍ?</verse>
				<verse number="2">ເຖິງແມ່ນວ່າ​ເຮົາ​ບໍ່​ໄດ້​ເປັນ​ອັກຄະສາວົກ​ສຳລັບ​ຄົນ​ອື່ນໆ, ແນ່ນອນ​ເຮົາ​ກໍ​ເປັນ​ອັກຄະສາວົກ​ສຳລັບ​ພວກເຈົ້າ! ເພາະວ່າ​ພວກເຈົ້າ​ທັງຫລາຍ​ຄື​ຕາປະທັບ​ແຫ່ງ​ການ​ເປັນ​ອັກຄະສາວົກ​ຂອງ​ເຮົາ​ໃນ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="3">ນີ້​ແມ່ນ​ຂໍ້ແກ້ຕົວ​ຂອງ​ເຮົາ​ຕໍ່​ຜູ້​ທີ່​ຈະ​ມາ​ພິພາກສາ​ເຮົາ,</verse>
				<verse number="4">ພວກເຮົາ​ບໍ່​ມີ​ສິດ​ທີ່​ຈະ​ກິນ ແລະ ດື່ມ​ບໍ?</verse>
				<verse number="5">ພວກເຮົາ​ບໍ່​ມີ​ສິດ​ທີ່​ຈະ​ພາ​ເມຍ​ທີ່​ເປັນ​ຜູ້ທີ່ເຊື່ອ​ເດີນທາງ​ໄປມາ​ດ້ວຍ​ກັນ​ເໝືອນ​ດັ່ງ​ອັກຄະສາວົກ​ຄົນ​ອື່ນໆ ແລະ ເໝືອນດັ່ງ​ບັນດາ​ນ້ອງຊາຍ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເກຟາ ​ເຮັດ​ບໍ?</verse>
				<verse number="6">ຫລື ມີ​ແຕ່​ເຮົາ​ກັບ​ບາຣະນາບາ​ເທົ່ານັ້ນ​ບໍ ເປັນ​ຜູ້​ບໍ່​ມີ​ສິດ​ທີ່​ຈະ​ບໍ່​ເຮັດວຽກ​ຫາລ້ຽງຊີບ?</verse>
				<verse number="7">ມີ​ຜູ້ໃດ​ແດ່​ທີ່​ເຮັດ​ໜ້າທີ່​ເປັນ​ທະຫານ​ດ້ວຍ​ຄ່າໃຊ້ຈ່າຍ​ຂອງ​ຕົນເອງ? ມີ​ຜູ້ໃດ​ແດ່​ທີ່​ປູກ​ສວນອະງຸ່ນ​ແລ້ວ​ບໍ່​ໄດ້​ກິນ​ໝາກອະງຸ່ນ​ຈາກ​ສວນ​ນັ້ນ? ມີ​ຜູ້ໃດ​ແດ່​ທີ່​ລ້ຽງສັດ ແລ້ວ​ບໍ່​ໄດ້​ກິນ​ນ້ຳນົມ​ຈາກ​ຝູງສັດ​ນັ້ນ?</verse>
				<verse number="8">ເຮົາ​ເວົ້າ​ຢ່າງ​ນີ້​ຕາມ​ມະນຸດ​ຜູ້​ມີ​ອຳນາດ​ເທົ່ານັ້ນ​ບໍ? ກົດບັນຍັດ​ບໍ່​ໄດ້​ກ່າວ​ໄວ້​ຢ່າງດຽວກັນ​ບໍ?</verse>
				<verse number="9">ເພາະ​ມີ​ຖ້ອຍຄຳ​ຖືກ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ວ່າ: “ຢ່າ​ເອົາ​ປອກ​ສຸບ​ໃສ່​ປາກ​ງົວ​ໃນ​ຂະນະ​ທີ່​ມັນ​ກຳລັງ​ນວດ​ເມັດພືດ​ຢູ່”. ພຣະເຈົ້າ​ຫ່ວງໃຍ​ແຕ່​ງົວ​ເທົ່ານັ້ນ​ບໍ?</verse>
				<verse number="10">ແນ່ນອນ ພຣະອົງ​ກ່າວ​ຢ່າງນີ້​ກໍ​ເພື່ອ​ພວກເຮົາ ບໍ່ແມ່ນ​ບໍ? ແມ່ນ​ແລ້ວ ສິ່ງ​ນີ້​ຖືກ​ຂຽນ​ຂຶ້ນ​ກໍ​ເພື່ອ​ພວກເຮົາ​ທັງຫລາຍ, ເພາະວ່າ​ຜູ້ໃດ​ກໍ​ຕາມ​ທີ່​ໄຖ​ນາ ແລະ ຟາດເຂົ້າ​ກໍ​ຄວນ​ຈະ​ເຮັດ​ສິ່ງ​ນັ້ນ​ໂດຍ​ຄວາມຫວັງ​ຈະ​ໄດ້​ຮັບ​ສ່ວນແບ່ງ​ໃນ​ການເກັບກ່ຽວ.</verse>
				<verse number="11">ຫາກ​ພວກເຮົາ​ໄດ້​ຫວ່ານ​ເມັດພັນ​ຝ່າຍ​ວິນຍານ​ໃນ​ທ່າມກາງ​ພວກເຈົ້າ​ແລ້ວ ຈະ​ເກີນໄປ​ບໍ ທີ່​ພວກເຮົາ​ຈະ​ເກັບກ່ຽວ​ວັດຖຸ​ຈາກ​ພວກເຈົ້າ?</verse>
				<verse number="12">ຖ້າ​ຄົນ​ອື່ນໆ​ຍັງ​ມີ​ສິດ​ທີ່​ຈະ​ໄດ້ຮັບ​ການສະໜັບສະໜູນ​ຈາກ​ພວກເຈົ້າ, ພວກເຮົາ​ກໍ​ຄວນ​ຈະ​ໄດ້ຮັບ​ຫລາຍ​ກວ່າ​ນັ້ນ​ບໍ່ແມ່ນ​ບໍ? ແຕ່​ພວກເຮົາ​ກໍ​ບໍ່​ໄດ້​ໃຊ້​ສິດ​ນີ້​ເລີຍ. ໃນ​ທາງ​ກົງກັນຂ້າມ ພວກເຮົາ​ສູ້ທົນ​ກັບ​ທຸກສິ່ງ​ແທນທີ່​ຈະ​ຂັດຂວາງ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ.</verse>
				<verse number="13">ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຜູ້​ທີ່​ຮັບໃຊ້​ໃນ​ວິຫານ​ກໍ​ໄດ້ຮັບ​ອາຫານ​ຂອງ​ຕົນ​ຈາກ​ວິຫານ ແລະ ຜູ້​ທີ່​ຮັບໃຊ້​ຢູ່​ທີ່​ແທ່ນບູຊາ ກໍ​ໄດ້​ຮັບ​ສ່ວນແບ່ງ​ໃນ​ສິ່ງ​ທີ່​ໄດ້​ຖືກ​ຖວາຍ​ເທິງ​ແທ່ນບູຊາ​ນັ້ນ?</verse>
				<verse number="14">ໃນ​ທຳນອງ​ດຽວກັນ ອົງພຣະຜູ້ເປັນເຈົ້າ​ສັ່ງ​ໄວ້​ວ່າ ຜູ້​ທີ່​ປະກາດ​ຂ່າວປະເສີດ​ກໍ​ຄວນ​ໄດ້ຮັບ​ການລ້ຽງດູ​ຈາກ​ຂ່າວປະເສີດ​ນັ້ນ.</verse>
				<verse number="15">ແຕ່​ເຮົາ​ບໍ່​ໄດ້​ໃຊ້​ສິດ​ໃດໆ​ເຫລົ່ານີ້​ເລີຍ. ແລະ ທີ່​ເຮົາ​ຂຽນ​ມາ​ນີ້​ກໍ​ບໍ່​ໄດ້​ຫວັງ​ໃຫ້​ພວກເຈົ້າ​ເຮັດ​ສິ່ງ​ທີ່​ດັ່ງກ່າວ​ນັ້ນ​ເພື່ອ​ເຮົາ, ສຳລັບ​ເຮົາ​ແລ້ວ​ຍອມ​ຕາຍ​ກໍ​ດີ​ກວ່າ​ທີ່​ຈະ​ໃຫ້​ຜູ້ໃດ​ມາ​ກີດກັນ​ເຮົາ​ເລື່ອງ​ການອວດອ້າງ​ນີ້.</verse>
				<verse number="16">ເພາະ​ເມື່ອ​ເຮົາ​ປະກາດ​ຂ່າວປະເສີດ ເຮົາ​ກໍ​ບໍ່​ສາມາດ​ອວດອ້າງ​ໄດ້, ດ້ວຍວ່າ​ເຮົາ​ຈຳເປັນ​ຈະ​ຕ້ອງ​ປະກາດ. ວິບັດ​ຈະ​ເກີດ​ມີ​ແກ່​ເຮົາ ຖ້າ​ເຮົາ​ບໍ່​ປະກາດ​ຂ່າວປະເສີດ!</verse>
				<verse number="17">ຖ້າ​ເຮົາ​ປະກາດ​ດ້ວຍ​ຄວາມສະໝັກ​ໃຈ ເຮົາ​ກໍ​ໄດ້ຮັບ​ລາງວັນ, ຖ້າ​ເຮົາ​ບໍ່​ສະໝັກໃຈ​ປະກາດ ເຮົາ​ກໍ​ຍັງ​ຕ້ອງ​ເຮັດ​ໜ້າທີ່​ຕາມ​ຄວາມ​ໄວ້ໃຈ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ.</verse>
				<verse number="18">ແລ້ວ​ແມ່ນຫຍັງ​ທີ່​ເປັນ​ລາງວັນ​ຂອງ​ເຮົາ? ກໍ​ຄື​ດັ່ງ​ນີ້: ໃນ​ການ​ປະກາດ​ຂ່າວປະເສີດ​ນັ້ນ ເຮົາ​ຈະ​ບໍ່​ຄິດຄ່າ​ຕອບແທນ ແລະ ດ້ວຍເຫດນີ້ ເຮົາ​ຈຶ່ງ​ບໍ່​ໄດ້​ໃຊ້​ສິດ​ຂອງ​ເຮົາ​ຢ່າງ​ເຕັມທີ່​ໃນ​ຖານະ​ຜູ້ປະກາດ​ຂ່າວປະເສີດ.</verse>
				<verse number="19">ເຖິງແມ່ນວ່າ​ເຮົາ​ເປັນ​ອິດສະຫລະ ແລະ ບໍ່​ຂຶ້ນ​ກັບ​ຜູ້ໃດ, ເຮົາ​ກໍ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ຂ້າທາດ​ແກ່​ທຸກໆ​ຄົນ, ເພື່ອ​ຈະ​ຊະນະ​ໃຈ​ຄົນ​ຈຳນວນ​ຫລາຍ​ເທົ່າ​ທີ່​ຈະ​ເປັນໄປ​ໄດ້.</verse>
				<verse number="20">ຕໍ່​ຊາວຢິວ ເຮົາ​ກໍ​ເປັນ​ເໝືອນ​ຄົນຢິວ​ຄົນ​ໜຶ່ງ ເພື່ອ​ຈະ​ຊະນະ​ຊາວຢິວ. ຕໍ່​ບັນດາ​ຜູ້​ທີ່​ຢູ່​ໃຕ້​ກົດບັນຍັດ ເຮົາ​ກໍ​ເປັນເໝືອນ​ຄົນ​ໜຶ່ງ​ທີ່​ຢູ່​ໃຕ້​ກົດບັນຍັດ (ເຖິງແມ່ນວ່າ​ເຮົາ​ເອງ​ບໍ່​ໄດ້​ຢູ່​ໃຕ້​ກົດບັນຍັດ), ເພື່ອ​ຈະ​ຊະນະ​ຜູ້​ທີ່​ຢູ່​ໃຕ້​ກົດບັນຍັດ.</verse>
				<verse number="21">ຕໍ່​ບັນດາ​ຜູ້​ທີ່​ບໍ່​ມີ​ກົດບັນຍັດ ເຮົາ​ກໍ​ເປັນເໝືອນ​ຜູ້​ທີ່​ບໍ່​ມີ​ກົດບັນຍັດ (ເຖິງແມ່ນວ່າ​ເຮົາ​ບໍ່​ໄດ້​ເປັນ​ອິດສະຫລະ​ຈາກ​ກົດບັນຍັດ​ຂອງ​ພຣະເຈົ້າ ແຕ່​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະຄຣິດເຈົ້າ), ເພື່ອ​ຈະ​ໄດ້​ຊະນະ​ຜູ້​ທີ່​ບໍ່​ມີ​ກົດບັນຍັດ.</verse>
				<verse number="22">ຕໍ່​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ ເຮົາ​ກໍ​ເປັນ​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ ເພື່ອ​ຈະ​ຊະນະ​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ. ເຮົາ​ໄດ້​ກາຍ​ເປັນ​ທຸກ​ສິ່ງ​ແກ່​ຄົນ​ທັງປວງ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊ່ວຍ​ບາງຄົນ​ໃຫ້​ພົ້ນ​ໂດຍ​ທຸກ​ວິທີທາງ​ທີ່​ເປັນໄປໄດ້.</verse>
				<verse number="23">ເຮົາ​ເຮັດ​ທຸກສິ່ງ​ນີ້​ກໍ​ເພາະ​ເຫັນ​ແກ່​ຂ່າວປະເສີດ ເພື່ອ​ເຮົາ​ຈະ​ໄດ້​ມີ​ສ່ວນຮ່ວມ​ໃນ​ພອນ​ແຫ່ງ​ຂ່າວປະເສີດ.</verse>
				<verse number="24">ພວກເຈົ້າ​ທັງຫລາຍ​ບໍ່​ຮູ້​ບໍ​ວ່າ​ໃນ​ການແຂ່ງຂັນ​ນັ້ນ ຜູ້​ແລ່ນ​ທຸກຄົນ​ກໍ​ແລ່ນ, ແຕ່​ມີ​ພຽງ​ຄົນ​ດຽວ​ທີ່​ໄດ້ຮັບ​ລາງວັນ? ດັ່ງນັ້ນ ຈົ່ງ​ແລ່ນ​ໃນ​ວິທີ​ທີ່​ຈະ​ໄດ້​ຮັບ​ລາງວັນ.</verse>
				<verse number="25">ຜູ້​ເຂົ້າ​ແຂ່ງຂັນ​ກິລາ​ທຸກຄົນ​ກໍ​ຜ່ານ​ການ​ຝຶກຊ້ອມ​ຢ່າງ​ເຄັ່ງຄັດ. ພວກເຂົາ​ເຮັດ​ຢ່າງນັ້ນ​ເພື່ອ​ຈະ​ໄດ້​ມົງກຸດ​ທີ່​ບໍ່ຍືນຍົງ, ສ່ວນ​ເຮົາ​ເຮັດ​ເພື່ອ​ຈະໄດ້​ມົງກຸດ​ທີ່​ຍືນຍົງ​ຕະລອດໄປ.</verse>
				<verse number="26">ເຫດສະນັ້ນ, ເຮົາ​ຈຶ່ງ​ບໍ່​ໄດ້​ແລ່ນ​ເໝືອນດັ່ງ​ບາງຄົນ​ທີ່​ກຳລັງ​ແລ່ນ​ໂດຍ​ບໍ່​ມີ​ເປົ້າໝາຍ; ເຮົາ​ບໍ່​ໄດ້​ຕໍ່ສູ້​ເໝືອນດັ່ງ​ນັກມວຍ​ຄົນ​ໜຶ່ງ​ທີ່​ກຳລັງ​ຊົກ​ອາກາດ​ຢູ່.</verse>
				<verse number="27">ບໍ່​ແມ່ນ​ດອກ, ເຮົາ​ຝຶກຝົນ​ຮ່າງກາຍ​ຂອງ​ເຮົາ ແລະ ເຮັດ​ໃຫ້​ມັນ​ເປັນ​ທາດ​ຂອງ​ເຮົາ ເພື່ອ​ວ່າ​ຫລັງ​ຈາກ​ທີ່​ເຮົາ​ໄດ້​ປະກາດ​ແກ່​ຄົນ​ອື່ນໆ​ແລ້ວ, ເຮົາ​ເອງ​ຈະ​ບໍ່​ຖືກ​ຂາດ​ຄຸນສົມບັດ​ສຳລັບ​ລາງວັນ​ນັ້ນ.</verse>
			</chapter>
			<chapter number="10">
				<verse number="1">ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮັບຮູ້​ຄວາມຈິງ​ທີ່​ວ່າ​ບັນພະບຸລຸດ​ຂອງ​ພວກເຮົາ​ທຸກຄົນ​ນັ້ນ​ໄດ້​ຢູ່​ພາຍໃຕ້​ເມກ ແລະ ພວກເພິ່ນ​ໄດ້​ຜ່ານ​ທະເລ​ໄປ​ທຸກຄົນ.</verse>
				<verse number="2">ພວກເພິ່ນ​ທຸກຄົນ​ໄດ້ຮັບ​ບັບຕິສະມາ​ເຂົ້າ​ສ່ວນ​ໃນ​ໂມເຊ ໃນ​ເມກ ແລະ ໃນ​ທະເລ.</verse>
				<verse number="3">ພວກເພິ່ນ​ໄດ້​ກິນ​ອາຫານ​ຝ່າຍ​ວິນຍານ​ຄືກັນ</verse>
				<verse number="4">ແລະ ໄດ້​ດື່ມນໍ້າ​ທິບ​ຝ່າຍ​ວິນຍານ​ຄືກັນ, ພວກເພິ່ນ​ໄດ້​ດື່ມນ້ຳ​ຈາກ​ສີລາ​ຝ່າຍ​ວິນຍານ​ທີ່​ຮ່ວມ​ເດີນທາງ​ມາ​ກັບ​ພວກເພິ່ນ ແລະ ສີລາ​ນັ້ນ​ກໍ​ຄື​ພຣະຄຣິດເຈົ້າ.</verse>
				<verse number="5">ແຕ່​ເຖິງຢ່າງໃດ​ກໍ​ຕາມ ພຣະເຈົ້າ​ບໍ່​ໄດ້​ພໍໃຈ​ກັບ​ຄົນ​ສ່ວນຫລາຍ​ໃນ​ພວກເພິ່ນ; ຊາກສົບ​ຂອງ​ພວກເພິ່ນ​ຈຶ່ງ​ຖືກ​ກະຈັດກະຈາຍ​ໄວ້​ໃນ​ຖິ່ນແຫ້ງແລ້ງກັນດານ.</verse>
				<verse number="6">ສິ່ງ​ເຫລົ່ານີ້​ໄດ້​ເກີດຂຶ້ນ​ເປັນ​ຕົວຢ່າງ​ເພື່ອ​ຮັກສາ​ພວກເຮົາ​ຈາກ​ການຕັ້ງ​ໃຈ​ຂອງ​ພວກເຮົາ​ໃສ່​ສິ່ງ​ຊົ່ວຮ້າຍ​ເໝືອນດັ່ງ​ທີ່​ພວກເພິ່ນ​ໄດ້​ເຮັດ.</verse>
				<verse number="7">ຢ່າ​ເປັນ​ຜູ້ຂາບໄຫວ້​ຮູບເຄົາລົບ ເໝືອນດັ່ງ​ບາງຄົນ​ໃນ​ພວກເຂົາ​ເປັນ; ດັ່ງ​ທີ່​ມີ​ຖ້ອຍຄຳ​ຂຽນ​ໄວ້​ວ່າ: “ປະຊາຊົນ​ນັ່ງລົງ​ເພື່ອ​ກິນ ແລະ ດື່ມ ແລ້ວ​ລຸກຂຶ້ນ​ມ່ວນຊື່ນ​ລື່ນເລີງ​ໃນ​ງານລ້ຽງ​ເໝືອນ​ຄົນ​ນອກ​ສາສະໜາ”.</verse>
				<verse number="8">ພວກເຮົາ​ບໍ່​ຄວນ​ເຮັດ​ຜິດສິນທຳທາງເພດ ເໝືອນດັ່ງ​ບາງຄົນ​ໃນ​ພວກເຂົາ​ໄດ້​ເຮັດ ແລ້ວ​ພວກເຂົາ​ກໍ​ລົ້ມ​ຕາຍ​ລົງ​ຊາວສາມ​ພັນ​ຄົນ​ໃນ​ມື້​ດຽວ.</verse>
				<verse number="9">ພວກເຮົາ​ບໍ່​ຄວນ​ທົດລອງ​ພຣະຄຣິດເຈົ້າ, ເໝືອນດັ່ງ​ທີ່​ພວກເຂົາ​ບາງຄົນ​ໄດ້​ເຮັດ ແລ້ວ​ພວກເຂົາ​ກໍ​ຖືກ​ຂ້າ​ດ້ວຍ​ງູ.</verse>
				<verse number="10">ແລະ ຢ່າ​ຈົ່ມ ເໝືອນດັ່ງ​ທີ່​ບາງຄົນ​ໃນ​ພວກເຂົາ​ໄດ້​ເຮັດ ແລ້ວ​ພວກເຂົາ​ກໍ​ຖືກ​ຂ້າ​ດ້ວຍ​ເທວະດາ​ແຫ່ງ​ການທຳລາຍ.</verse>
				<verse number="11">ສິ່ງ​ເຫລົ່ານີ້​ໄດ້​ເກີດຂຶ້ນ​ແກ່​ພວກເຂົາ​ກໍ​ເພື່ອ​ເປັນ​ຕົວຢ່າງ ແລະ ໄດ້​ບັນທຶກ​ໄວ້​ເພື່ອ​ເປັນ​ການເຕືອນ​ພວກເຮົາ ຜູ້​ທີ່​ຢູ່​ໃນ​ຈຸດ​ສູງສຸດ​ຂອງ​ຍຸກ​ທີ່​ໄດ້​ມາເຖິງ​ແລ້ວ.</verse>
				<verse number="12">ດັ່ງນັ້ນ ຖ້າ​ພວກເຈົ້າ​ຄິດວ່າ​ຕົນເອງ​ຕັ້ງໝັ້ນຄົງ​ແລ້ວ ກໍ​ຈົ່ງ​ລະວັງ​ໃຫ້​ດີ​ເພື່ອ​ພວກເຈົ້າ​ຈະ​ບໍ່​ລົ້ມລົງ!</verse>
				<verse number="13">ບໍ່​ມີ​ການທົດລອງ​ໃດໆ​ເກີດຂຶ້ນ​ກັບ​ພວກເຈົ້າ​ທັງຫລາຍ ນອກຈາກ​ການທົດລອງ​ທີ່​ເກີດຂຶ້ນ​ກັບ​ມະນຸດ​ທົ່ວໄປ. ແລະ ພຣະເຈົ້າ​ສັດຊື່; ພຣະອົງ​ຈະ​ບໍ່​ປ່ອຍ​ໃຫ້​ພວກເຈົ້າ​ຖືກ​ທົດລອງ​ເກີນກວ່າ​ສິ່ງ​ພວກເຈົ້າ​ຈະ​ທົນ​ໄດ້. ແຕ່​ເມື່ອ​ພວກເຈົ້າ​ຖືກ​ທົດລອງ ພຣະອົງ​ຈະ​ໃຫ້​ພວກເຈົ້າ​ມີ​ທາງ​ອອກ​ດ້ວຍ ເພື່ອ​ພວກເຈົ້າ​ຈະ​ສາມາດ​ອົດທົນ​ຕໍ່​ການທົດລອງ​ນັ້ນ​ໄດ້.</verse>
				<verse number="14">ເຫດສະນັ້ນ ເພື່ອນ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ຈົ່ງ​ຫລີກໜີ​ຈາກ​ການຂາບໄຫວ້​ຮູບເຄົາລົບ.</verse>
				<verse number="15">ເຮົາ​ເວົ້າ​ກັບ​ຄົນ​ທີ່​ມີ​ສະຕິ; ຈົ່ງ​ພິຈາລະນາ​ສິ່ງ​ທີ່​ເຮົາ​ເວົ້າ​ນັ້ນ​ໂດຍ​ພວກເຈົ້າ​ເອງ.</verse>
				<verse number="16">ຈອກ​ແຫ່ງ​ການ​ໂມທະນາ​ຂອບພຣະຄຸນ​ທີ່​ເຮົາ​ໄດ້​ໂມທະນາ​ຂອບພຣະຄຸນ​ນັ້ນ​ຄື​ການ​ເຂົ້າ​ຮ່ວມ​ໃນ​ເລືອດ​ຂອງ​ພຣະຄຣິດເຈົ້າ​ບໍ່​ແມ່ນ​ບໍ? ແລະ ເຂົ້າຈີ່​ທີ່​ເຮົາ​ໄດ້​ຫັກ​ນັ້ນ​ຄື​ການ​ເຂົ້າ​ຮ່ວມ​ໃນ​ກາຍ​ຂອງ​ພຣະຄຣິດເຈົ້າ​ບໍ່​ແມ່ນ​ບໍ?</verse>
				<verse number="17">ເນື່ອງຈາກ​ມີ​ເຂົ້າຈີ່​ກ້ອນ​ດຽວ ພວກເຮົາ​ຜູ້​ມີ​ຫລາຍ​ຄົນ​ຈຶ່ງ​ເປັນ​ກາຍ​ດຽວ​ກັນ ເພາະ​ພວກເຮົາ​ທຸກຄົນ​ຮ່ວມ​ກິນ​ເຂົ້າຈີ່​ກ້ອນ​ດຽວ​ກັນ.</verse>
				<verse number="18">ຈົ່ງ​ພິຈາລະນາ​ເບິ່ງ​ຊົນຊາດ​ອິດສະຣາເອນ: ຜູ້​ທີ່​ກິນ​ເຄື່ອງຖວາຍ​ບູຊາ​ກໍ​ມີ​ສ່ວນຮ່ວມ​ໃນ​ແທ່ນບູຊາ​ບໍ່ແມ່ນ​ບໍ?</verse>
				<verse number="19">ຖ້າ​ເປັນ​ຢ່າງ​ນັ້ນ ເຮົາ​ໝາຍຄວາມ​ວ່າ​ອາຫານ​ທີ່​ບູຊາ​ໃຫ້​ແກ່​ຮູບເຄົາລົບ​ນັ້ນ​ມີ​ຄວາມສຳຄັນ​ຢ່າງນັ້ນ​ບໍ?</verse>
				<verse number="20">ບໍ່​ແມ່ນ​ດອກ, ແຕ່​ເຄື່ອງບູຊາ​ຂອງ​ຄົນ​ທີ່​ບໍ່​ເຊື່ອ​ພຣະເຈົ້າ​ນັ້ນ​ໄດ້​ບູຊາ​ແກ່​ຜີມານຮ້າຍ​ແລ້ວ ບໍ່ແມ່ນ​ຖວາຍ​ແກ່​ພຣະເຈົ້າ ແລະ ເຮົາ​ບໍ່​ຢາກ​ໃຫ້​ພວກເຈົ້າ​ເຂົ້າ​ຮ່ວມ​ກັບ​ພວກ​ຜີມານຮ້າຍ​ເຫລົ່ານັ້ນ.</verse>
				<verse number="21">ພວກເຈົ້າ​ບໍ່​ສາມາດ​ຈະ​ດື່ມ​ຈາກ​ຈອກ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ຈາກ​ຈອກ​ຂອງ​ຜີມານຮ້າຍ​ດ້ວຍ​ກັນ; ພວກເຈົ້າ​ບໍ່​ສາມາດ​ຈະ​ຮ່ວມ​ໂຕະ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ໂຕະ​ຂອງ​ພວກ​ຜີມານຮ້າຍ.</verse>
				<verse number="22">ພວກເຮົາ​ກຳລັງ​ພະຍາຍາມ​ຍຸຍົງ​ໃຫ້​ອົງພຣະຜູ້ເປັນເຈົ້າ​ອິດສາ​ບໍ? ພວກເຮົາ​ເຂັ້ມແຂງ​ກວ່າ​ພຣະອົງ​ບໍ?</verse>
				<verse number="23">ພວກເຈົ້າ​ເວົ້າ​ວ່າ: “ເຮົາ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ​ທຸກສິ່ງ​ໄດ້” ແຕ່​ບໍ່​ແມ່ນ​ວ່າ​ທຸກສິ່ງ​ຈະ​ເປັນ​ປະໂຫຍດ. “ເຮົາ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ​ທຸກສິ່ງ​ໄດ້” ແຕ່​ບໍ່​ແມ່ນ​ວ່າ​ທຸກສິ່ງ​ຈະ​ເປັນ​ການເສີມສ້າງ​ຂຶ້ນ.</verse>
				<verse number="24">ທຸກຄົນ​ບໍ່​ຄວນ​ເຫັນ​ແກ່​ຜົນປະໂຫຍດ​ຕົນ​ເອງ ແຕ່​ຈົ່ງ​ເຫັນ​ແກ່​ຜົນປະໂຫຍດ​ຂອງ​ຜູ້​ອື່ນ.</verse>
				<verse number="25">ຊີ້ນ​ທີ່​ວາງ​ຂາຍ​ຕາມ​ຕະຫລາດ​ນັ້ນ​ກໍ​ກິນ​ໄດ້​ໂດຍ​ບໍ່​ຕ້ອງ​ຖາມ​ເຖິງ​ຈິດສຳນຶກ,</verse>
				<verse number="26">ເພາະວ່າ, “ແຜ່ນດິນໂລກ ແລະ ທຸກສິ່ງ​ໃນ​ໂລກ​ເປັນ​ຂອງ​ອົງພຣະຜູ້ເປັນເຈົ້າ”.</verse>
				<verse number="27">ຖ້າ​ຄົນທີ່ບໍ່ເຊື່ອ​ບາງຄົນ​ເຊີນ​ພວກເຈົ້າ​ໄປ​ຮ່ວມ​ຮັບປະທານ​ອາຫານ ແລະ ພວກເຈົ້າ​ຕ້ອງການ​ຈະ​ໄປ ຈົ່ງ​ກິນ​ສິ່ງ​ທີ່​ວາງ​ຢູ່​ຕໍ່ໜ້າ​ພວກເຈົ້າ​ໂດຍ​ບໍ່​ຕ້ອງ​ຖາມ​ເຖິງ​ຈິດສຳນຶກ.</verse>
				<verse number="28">ແຕ່​ຖ້າ​ມີ​ຜູ້ໃດ​ມາ​ບອກ​ພວກເຈົ້າ​ວ່າ, “ອາຫານ​ນີ້​ໄດ້​ຖືກ​ມອບ​ໃຫ້​ບູຊາ​ແກ່​ຮູບເຄົາລົບ​ແລ້ວ”, ກໍ​ຢ່າ​ກິນ​ອາຫານ​ນັ້ນ, ເພື່ອ​ເຫັນ​ແກ່​ທັງ​ຄົນ​ທີ່​ບອກ​ພວກເຈົ້າ ແລະ ເຫັນ​ແກ່​ຈິດສຳນຶກ.</verse>
				<verse number="29">ເຮົາ​ກຳລັງ​ໝາຍ​ເຖິງ​ຈິດສຳນຶກ​ຂອງ​ຄົນ​ອື່ນ, ບໍ່ແມ່ນ​ຂອງ​ພວກເຈົ້າ. ເພາະ​ເປັນຫຍັງ​ເສລີພາບ​ຂອງ​ເຮົາ​ຈຶ່ງ​ຖືກ​ຕັດສິນ​ໂດຍ​ຈິດສຳນຶກ​ຂອງ​ຄົນ​ອື່ນ?</verse>
				<verse number="30">ຖ້າ​ເຮົາ​ມີ​ສ່ວນຮ່ວມ​ໃນ​ອາຫານ​ນັ້ນ​ດ້ວຍ​ການໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ເປັນຫຍັງ​ເຮົາ​ຈຶ່ງ​ຖືກ​ຕຳໜິ​ເພາະ​ສິ່ງ​ທີ່​ເຮົາ​ໄດ້​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ?</verse>
				<verse number="31">ດັ່ງນັ້ນ, ບໍ່​ວ່າ​ພວກເຈົ້າ​ຈະ​ກິນ ຫລື ຈະ​ດື່ມ ຫລື ຈະ​ເຮັດ​ສິ່ງໃດ​ກໍ​ຕາມ, ຈົ່ງ​ເຮັດ​ທຸກສິ່ງ​ໃຫ້​ເປັນ​ທີ່​ຖວາຍ​ກຽດຕິຍົດ​ແດ່​ພຣະເຈົ້າ.</verse>
				<verse number="32">ຢ່າ​ເປັນ​ຕົ້ນເຫດ​ທີ່​ເຮັດ​ໃຫ້​ຜູ້ໃດ​ສະດຸດໃຈ ບໍ່​ວ່າ​ຈະ​ເປັນ​ຄົນຢິວ, ຄົນກຣີກ ຫລື ຄຣິສຕະຈັກ​ຂອງ​ພຣະເຈົ້າ</verse>
				<verse number="33">ເໝືອນ​ດັ່ງ​ເຮົາ​ທີ່​ພະຍາຍາມ​ຈະ​ເຮັດ​ໃຫ້​ທຸກຄົນ​ພໍໃຈ​ໃນ​ທຸກ​ດ້ານ. ເພາະວ່າ​ເຮົາ​ບໍ່​ໄດ້​ສະແຫວງຫາ​ຜົນປະໂຫຍດ​ຂອງ​ເຮົາເອງ ແຕ່​ເປັນ​ຜົນປະໂຫຍດ​ຂອງ​ຄົນ​ທັງຫລາຍ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ພົ້ນ.</verse>
			</chapter>
			<chapter number="11">
				<verse number="1">ຈົ່ງ​ເຮັດ​ຕາມ​ແບບຢ່າງ​ຂອງ​ເຮົາ, ເໝືອນ​ດັ່ງ​ເຮົາ​ເຮັດ​ຕາມ​ແບບຢ່າງ​ຂອງ​ພຣະຄຣິດເຈົ້າ.</verse>
				<verse number="2">ເຮົາ​ຂໍ​ຊົມເຊີຍ​ພວກເຈົ້າ​ທັງຫລາຍ​ທີ່​ລະນຶກ​ເຖິງ​ເຮົາ​ໃນ​ທຸກສິ່ງ ແລະ ຢຶດຖື​ທຳນຽມ​ຕ່າງໆ​ຕາມ​ທີ່​ເຮົາ​ໄດ້​ຖ່າຍທອດ​ທຳນຽມ​ເຫລົ່ານັ້ນ​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="3">ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ໄດ້​ຮັບຮູ້​ວ່າ ພຣະຄຣິດເຈົ້າ​ເປັນ​ຫົວ​ຂອງ​ຜູ້ຊາຍ​ທຸກຄົນ ແລະ ຜູ້ຊາຍ​ກໍ​ເປັນ​ຫົວ​ຂອງ​ແມ່ຍິງ ແລະ ພຣະເຈົ້າ​ເປັນ​ຫົວ​ຂອງ​ພຣະຄຣິດເຈົ້າ.</verse>
				<verse number="4">ຜູ້ຊາຍ​ທຸກຄົນ​ທີ່​ອະທິຖານ ຫລື ທຳນວາຍ​ໂດຍ​ມີ​ຜ້າປົກຫົວ​ຢູ່ ກໍ​ເຮັດ​ໃຫ້​ຫົວ​ຂອງ​ຕົນ​ເສຍ​ກຽດ,</verse>
				<verse number="5">ແຕ່​ແມ່ຍິງ​ທຸກຄົນ​ທີ່​ອະທິຖານ ຫລື ທຳນວາຍ​ໂດຍ​ບໍ່​ມີ​ຜ້າປົກຫົວ ກໍ​ເຮັດ​ໃຫ້​ຫົວ​ຂອງ​ນາງ​ເສຍ​ກຽດ ເໝືອນ​ກັບ​ວ່າ​ນາງ​ໄດ້​ແຖ​ຫົວ.</verse>
				<verse number="6">ເພາະວ່າ​ຖ້າ​ແມ່ຍິງ​ບໍ່​ປົກ​ຫົວ​ຂອງ​ຕົນ, ນາງ​ກໍ​ຄວນ​ຕັດ​ຜົມ​ຂອງ​ນາງ​ດ້ວຍ; ແຕ່​ເປັນ​ເລື່ອງ​ໜ້າອາຍ​ທີ່​ແມ່ຍິງ​ຈະ​ຕັດ​ຜົມ ຫລື ແຖ​ຫົວ​ຂອງ​ນາງ, ດັ່ງນັ້ນ ນາງ​ຄວນ​ປົກ​ຫົວ​ຂອງ​ນາງ.</verse>
				<verse number="7">ຜູ້ຊາຍ​ບໍ່​ຄວນ​ປົກ​ຫົວ​ຂອງ​ຕົນ, ເນື່ອງຈາກ​ວ່າ​ຜູ້ຊາຍ​ເປັນ​ແບບ​ລັກສະນະ ແລະ ກຽດຕິຍົດ​ຂອງ​ພຣະເຈົ້າ ແຕ່​ແມ່ຍິງ​ເປັນ​ກຽດຕິຍົດ​ຂອງ​ຜູ້ຊາຍ.</verse>
				<verse number="8">ເພາະ​ຜູ້ຊາຍ​ບໍ່​ໄດ້​ມາ​ຈາກ​ແມ່ຍິງ, ແຕ່​ແມ່ຍິງ​ມາ​ຈາກ​ຜູ້ຊາຍ;</verse>
				<verse number="9">ແລະ ບໍ່​ໄດ້​ສ້າງ​ຜູ້ຊາຍ​ໄວ້​ສຳລັບ​ແມ່ຍິງ ແຕ່​ສ້າງ​ແມ່ຍິງ​ໄວ້​ສຳລັບ​ຜູ້ຊາຍ.</verse>
				<verse number="10">ເພາະ​ເຫດຜົນ​ນີ້​ທີ່​ແມ່ຍິງ​ຈຶ່ງ​ຄວນ​ມີ​ສິດອຳນາດ​ເໜືອ​ຫົວ​ຂອງ​ຕົນ, ເພາະ​ເຫັນແກ່​ບັນດາ​ເທວະດາ.</verse>
				<verse number="11">ເຖິງ​ຢ່າງໃດ​ກໍ​ຕາມ ໃນ​ອົງພຣະຜູ້ເປັນເຈົ້າ ແມ່ຍິງ​ບໍ່​ໄດ້​ເປັນ​ອິດສະຫລະ​ຈາກ​ຜູ້ຊາຍ ແລະ ຜູ້ຊາຍ​ບໍ່​ໄດ້​ເປັນ​ອິດສະຫລະ​ຈາກ​ແມ່ຍິງ.</verse>
				<verse number="12">ເພາະວ່າ ແມ່ຍິງ​ມາ​ຈາກ​ຜູ້ຊາຍ, ດັ່ງນັ້ນ ຜູ້ຊາຍ​ກໍ​ເກີດ​ມາ​ຈາກ​ແມ່ຍິງ​ເໝືອນກັນ. ແຕ່​ທຸກສິ່ງ​ແມ່ນ​ມາ​ຈາກ​ພຣະເຈົ້າ.</verse>
				<verse number="13">ພວກເຈົ້າ​ຈົ່ງ​ພິຈາລະນາ​ຕົນເອງ​ວ່າ: ສົມຄວນ ຫລື ບໍ່ ສຳລັບ​ແມ່ຍິງ​ຈະ​ອະທິຖານ​ຕໍ່​ພຣະເຈົ້າ​ໂດຍ​ບໍ່​ປົກຫົວ​ຂອງ​ຕົນ?</verse>
				<verse number="14">ທຳມະຊາດ​ຂອງ​ສິ່ງ​ເຫລົ່ານີ້​ບໍ່​ໄດ້​ສອນ​ພວກເຈົ້າ​ບໍ​ວ່າ ຖ້າ​ຜູ້ຊາຍ​ຈົ່ງ​ຜົມ​ຍາວ​ນັ້ນ​ກໍ​ໜ້າອັບອາຍ​ແກ່​ຕົນເອງ,</verse>
				<verse number="15">ແຕ່​ຖ້າ​ແມ່ຍິງ​ຈົ່ງ​ຜົມ​ຍາວ​ນັ້ນ ກໍ​ເປັນ​ສະຫງ່າລາສີ​ຂອງ​ນາງ​ບໍ່​ແມ່ນ​ບໍ? ເພາະ​ຜົມ​ຍາວ​ມີ​ໄວ້​ໃຫ້​ນາງ​ເພື່ອ​ປົກຫົວ.</verse>
				<verse number="16">ຖ້າ​ຜູ້ໃດ​ຈະ​ຖົກຖຽງ​ກ່ຽວກັບ​ເລື່ອງ​ນີ້ ພວກເຮົາ​ກັບ​ຄຣິສຕະຈັກ​ຕ່າງໆ​ຂອງ​ພຣະເຈົ້າ​ບໍ່​ມີ​ເລື່ອງ​ປະຕິບັດ​ຢ່າງ​ອື່ນ.</verse>
				<verse number="17">ໃນ​ຄຳແນະນຳ​ຕໍ່ໄປ​ນີ້ ເຮົາ​ບໍ່​ມີ​ຄຳ​ຊົມເຊີຍ​ພວກເຈົ້າ​ດອກ, ເພາະ​ການປະຊຸມ​ຂອງ​ພວກເຈົ້າ​ມີ​ຜົນເສຍ​ຫລາຍ​ກວ່າ​ຜົນ​ດີ.</verse>
				<verse number="18">ໃນ​ປະເດັນ​ທຳອິດ ເຮົາ​ໄດ້​ຍິນ​ວ່າ​ເມື່ອ​ພວກເຈົ້າ​ມາ​ເຕົ້າໂຮມກັນ​ໃນ​ຖານະ​ຄຣິສຕະຈັກ​ນັ້ນ, ກໍ​ມີ​ການແບ່ງແຍກ​ກັນ​ໃນ​ທ່າມກາງ​ພວກເຈົ້າ ແລະ ເຮົາ​ກໍ​ເຊື່ອ​ເລື່ອງ​ນີ້​ຢູ່​ແດ່​ໃນ​ບາງ​ຂອບເຂດ.</verse>
				<verse number="19">ບໍ່​ຕ້ອງ​ສົງໄສ​ເລີຍ​ວ່າ ໃນ​ທ່າມກາງ​ພວກເຈົ້າ​ຕ້ອງ​ມີ​ຄວາມແຕກຕ່າງ​ກັນ ເພື່ອ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ຝ່າຍ​ໃດ​ທີ່​ພຣະເຈົ້າ​ເຫັນດ້ວຍ.</verse>
				<verse number="20">ເຫດສະນັ້ນ ເມື່ອ​ພວກເຈົ້າ​ມາ​ເຕົ້າໂຮມກັນ, ທີ່​ພວກເຈົ້າ​ກິນ​ນັ້ນ​ກໍ​ບໍ່ແມ່ນ​ການ​ຮ່ວມ​ໂຕະ​ຂອງ​ອົງພຣະຜູ້ເປັນເຈົ້າ,</verse>
				<verse number="21">ເພາະ​ເມື່ອ​ພວກເຈົ້າ​ກຳລັງ​ຮັບປະທານ​ອາຫານ​ຢູ່​ນັ້ນ, ບາງຄົນ​ໃນ​ພວກເຈົ້າ​ກໍ​ຮັບປະທານ​ອາຫານ​ຂອງ​ຕົນ​ກ່ອນ. ດ້ວຍເຫດນັ້ນ ຈຶ່ງ​ມີ​ຄົນ​ໜຶ່ງ​ທີ່​ຍັງ​ຫິວ​ຢູ່ ແລະ ອີກ​ຄົນ​ໜຶ່ງ​ກໍ​ເມົາ​ແລ້ວ.</verse>
				<verse number="22">ພວກເຈົ້າ​ບໍ່​ມີ​ເຮືອນ​ເພື່ອ​ນັ່ງ​ກິນ ແລະ ດື່ມ​ບໍ? ຫລື ວ່າ​ພວກເຈົ້າ​ດູໝິ່ນ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ດ້ວຍ​ການ​ເຮັດ​ໃຫ້​ຜູ້​ທີ່​ຂັດສົນ​ໄດ້​ຮັບ​ຄວາມອັບອາຍ? ຈະ​ໃຫ້​ເຮົາ​ເວົ້າ​ຢ່າງໃດ​ກັບ​ພວກເຈົ້າ? ຈະ​ໃຫ້​ເຮົາ​ຊົມເຊີຍ​ພວກເຈົ້າ​ເພາະ​ສິ່ງ​ນີ້​ບໍ? ບໍ່​ແມ່ນ​ຢ່າງ​ແນ່ນອນ!</verse>
				<verse number="23">ເພາະວ່າ​ສິ່ງ​ທີ່​ເຮົາ​ສົ່ງຕໍ່​ແກ່​ພວກເຈົ້າ​ນັ້ນ ເຮົາ​ໄດ້​ຮັບ​ມາ​ຈາກ​ອົງພຣະຜູ້ເປັນເຈົ້າ​ຄື: ໃນ​ຄືນ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ຖືກ​ທໍລະຍົດ​ນັ້ນ ພຣະອົງ​ໄດ້​ຈັບ​ເອົາ​ເຂົ້າຈີ່</verse>
				<verse number="24">ແລະ ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ ພຣະອົງ​ຫັກ​ເຂົ້າຈີ່​ນັ້ນ ແລະ ກ່າວ​ວ່າ, “ນີ້​ຄື​ກາຍ​ຂອງ​ເຮົາ, ເຊິ່ງ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ; ຈົ່ງ​ເຮັດ​ຢ່າງ​ນີ້​ເພື່ອ​ເປັນ​ການລະນຶກ​ເຖິງ​ເຮົາ”.</verse>
				<verse number="25">ຫລັງຈາກ​ຮັບປະທານ​ອາຫານແລງ​ແລ້ວ ພຣະອົງ​ກໍ​ໄດ້​ຈັບ​ເອົາ​ຈອກ​ຂຶ້ນ​ມາ​ເຮັດ​ຢ່າງ​ດຽວ​ກັນ ໂດຍ​ກ່າວ​ວ່າ, “ຈອກ​ນີ້​ຄື​ພັນທະສັນຍາ​ໃໝ່​ດ້ວຍ​ເລືອດ​ຂອງ​ເຮົາ, ເມື່ອ​ພວກເຈົ້າ​ດື່ມ​ຈາກ​ຈອກ​ນີ້​ເວລາ​ໃດ ຈົ່ງ​ເຮັດ​ຢ່າງ​ນີ້​ເພື່ອ​ເປັນ​ການລະນຶກ​ເຖິງ​ເຮົາ”.</verse>
				<verse number="26">ເພາະ​ເມື່ອ​ໃດ​ກໍ​ຕາມ​ທີ່​ພວກເຈົ້າ​ກິນ​ເຂົ້າຈີ່​ນີ້ ແລະ ດື່ມ​ຈາກ​ຈອກ​ນີ້ ພວກເຈົ້າ​ກໍ​ປະກາດ​ເຖິງ​ການ​ຕາຍ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈົນ​ກວ່າ​ພຣະອົງ​ຈະ​ມາ.</verse>
				<verse number="27">ເຫດສະນັ້ນ, ຜູ້ໃດ​ກໍ​ຕາມ​ທີ່​ກິນ​ເຂົ້າຈີ່ ຫລື ດື່ມ​ຈາກ​ຈອກ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢ່າງ​ບໍ່​ສົມຄວນ ກໍ​ໄດ້​ເຮັດ​ຜິດບາບ​ຕໍ່​ຮ່າງກາຍ ແລະ ໂລຫິດ​ຂອງ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="28">ແຕ່ລະຄົນ​ຈຶ່ງ​ຄວນ​ພິຈາລະນາ​ເບິ່ງ​ຕົນເອງ​ກ່ອນ​ທີ່​ພວກເຂົາ​ກິນ​ເຂົ້າຈີ່ ແລະ ດື່ມ​ຈາກ​ຈອກ​ນີ້.</verse>
				<verse number="29">ເພາະ​ຜູ້​ທີ່​ກິນ ແລະ ດື່ມ​ໂດຍ​ບໍ່​ໄດ້​ຄຳນຶງ​ເຖິງ​ຮ່າງກາຍ​ຂອງ​ພຣະຄຣິດເຈົ້າ​ກໍ​ກິນ ແລະ ດື່ມ​ສິ່ງ​ທີ່​ເປັນເຫດ​ໃຫ້​ຕົນເອງ​ຖືກ​ພິພາກສາ​ລົງໂທດ.</verse>
				<verse number="30">ດ້ວຍເຫດນີ້ ຈຶ່ງ​ມີ​ຫລາຍ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ອ່ອນແຮງ ແລະ ເຈັບປ່ວຍ ແລະ ມີ​ຈຳນວນໜຶ່ງ​ໃນ​ພວກເຈົ້າ​ກໍ​ໄດ້​ຕາຍ​ໄປ.</verse>
				<verse number="31">ແຕ່​ຖ້າ​ພວກເຮົາ​ໄດ້​ຄຳນຶງ​ຕົນເອງ​ຫລາຍ​ຂຶ້ນ​ແລ້ວ, ພວກເຮົາ​ກໍ​ຈະ​ບໍ່​ຕົກ​ຢູ່​ພາຍໃຕ້​ການ​ພິພາກສາ​ດັ່ງ​ກ່າວ​ນັ້ນ.</verse>
				<verse number="32">ເຖິງ​ຢ່າງໃດ​ກໍ​ຕາມ ເມື່ອ​ອົງພຣະຜູ້ເປັນເຈົ້າ​ພິພາກສາ​ພວກເຮົາ​ໃນ​ວິທີ​ນີ້, ພຣະອົງ​ຕີສອນ​ພວກເຮົາ ເພື່ອ​ວ່າ​ໃນ​ທີ່ສຸດ​ພວກເຮົາ​ຈະ​ບໍ່​ໄດ້​ຖືກ​ຕັດສິນລົງໂທດ​ຮ່ວມ​ກັບ​ໂລກ.</verse>
				<verse number="33">ດັ່ງນັ້ນ​ແຫລະ, ພີ່ນ້ອງ​ທັງຫລາຍ​ເອີຍ ເມື່ອ​ພວກເຈົ້າ​ມາ​ເຕົ້າໂຮມ​ກັນ​ເພື່ອ​ຮັບປະທານ​ນັ້ນ, ພວກເຈົ້າ​ຄວນ​ຈະ​ຮັບປະທານ​ຮ່ວມກັນ.</verse>
				<verse number="34">ຖ້າ​ຜູ້ໃດ​ຫິວ​ກໍ​ຄວນ​ຮັບປະທານ​ບາງ​ຢ່າງ​ທີ່​ເຮືອນ​ຂອງ​ຕົນ​ເສຍ, ເພື່ອວ່າ​ເມື່ອ​ພວກເຈົ້າ​ມາ​ຮ່ວມກັນ ພວກເຈົ້າ​ຈຶ່ງ​ຈະ​ບໍ່​ເປັນ​ຕົ້ນເຫດ​ໃນ​ການພິພາກສາ. ແລະ ເມື່ອ​ເຮົາ​ມາ ເຮົາ​ຈະ​ໃຫ້​ຂໍ້​ແນະນຳ​ເພີ່ມເຕີມ.</verse>
			</chapter>
			<chapter number="12">
				<verse number="1">ພີ່ນ້ອງ​ທັງຫລາຍ​ເອີຍ, ບັດນີ້​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ກ່ຽວກັບ​ຂອງປະທານ​ຝ່າຍ​ພຣະວິນຍານ.</verse>
				<verse number="2">ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ເມື່ອ​ພວກເຈົ້າ​ຍັງ​ບໍ່​ເຊື່ອ​ພຣະເຈົ້າ​ນັ້ນ, ໂດຍ​ທາງ​ໃດ​ໜຶ່ງ ຫລື ໂດຍ​ທາງ​ອື່ນໆ ພວກເຈົ້າ​ໄດ້​ຖືກ​ຊັກຈູງ ແລະ ຖືກ​ນຳ​ໃຫ້​ຫລົງຜິດ​ໄປ​ເພິ່ງ​ຮູບເຄົາລົບ​ທີ່​ປາກ​ບໍ່​ເປັນ.</verse>
				<verse number="3">ເຫດສະນັ້ນ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ບໍ່​ມີ​ຜູ້ໃດ​ທີ່​ກຳລັງ​ກ່າວ​ໂດຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຈະ​ເວົ້າ​ວ່າ, “ຂໍ​ໃຫ້​ພຣະເຢຊູເຈົ້າ​ຖືກ​ສາບແຊ່ງ” ແລະ ບໍ່​ມີ​ຜູ້ໃດ​ສາມາດ​ເວົ້າ​ວ່າ, “ພຣະເຢຊູເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ”, ນອກຈາກ​ຜູ້​ທີ່​ກ່າວ​ໂດຍ​ພຣະວິນຍານບໍລິສຸດເຈົ້າ.</verse>
				<verse number="4">ຂອງປະທານ​ມີ​ຫລາຍ​ຢ່າງ​ແຕກຕ່າງກັນ, ແຕ່​ມີ​ພຣະວິນຍານ​ອົງ​ດຽວ​ກັນ​ເປັນ​ຜູ້​ມອບ​ໃຫ້.</verse>
				<verse number="5">ງານຮັບໃຊ້​ມີ​ຫລາຍ​ຢ່າງ​ແຕກຕ່າງກັນ, ແຕ່​ຮັບໃຊ້​ອົງພຣະຜູ້ເປັນເຈົ້າ​ອົງ​ດຽວ​ກັນ.</verse>
				<verse number="6">ມີ​ການງານ​ຫລາຍ​ຢ່າງ​ແຕກຕ່າງກັນ ແຕ່​ແມ່ນ​ພຣະເຈົ້າ​ອົງ​ດຽວ​ກັນ​ກະທຳ​ການ​ທັງໝົດ​ໃນ​ຄົນ​ທັງປວງ.</verse>
				<verse number="7">ບັດນີ້​ການສະແດງ​ຂອງ​ພຣະວິນຍານ​ກໍ​ໄດ້​ມີ​ໃຫ້​ແຕ່ລະຄົນ​ເພື່ອ​ຜົນປະໂຫຍດ​ຮ່ວມ​ກັນ.</verse>
				<verse number="8">ໃຫ້​ຄົນ​ໜຶ່ງ​ໄດ້​ຮັບ​ຖ້ອຍຄຳ​ແຫ່ງ​ສະຕິປັນຍາ​ໂດຍ​ທາງ​ພຣະວິນຍານ, ໃຫ້​ຄົນ​ໜຶ່ງ​ໄດ້​ຮັບ​ຖ້ອຍຄຳ​ແຫ່ງ​ຄວາມຮູ້​ໂດຍ​ພຣະວິນຍານ​ອົງ​ດຽວ​ກັນ,</verse>
				<verse number="9">ໃຫ້​ຄົນ​ໜຶ່ງ​ໄດ້ຮັບ​ຂອງປະທານ​ແຫ່ງ​ຄວາມເຊື່ອ​ໂດຍ​ພຣະວິນຍານ​ອົງ​ດຽວ​ກັນ, ໃຫ້​ຄົນ​ໜຶ່ງ​ມີ​ຂອງປະທານ​ໃນ​ການປິ່ນປົວພະຍາດ​ໂດຍ​ພຣະວິນຍານ​ອົງ​ດຽວ​ກັນ​ນັ້ນ,</verse>
				<verse number="10">ໃຫ້​ຄົນ​ໜຶ່ງ​ໄດ້​ຮັບ​ລິດອຳນາດ​ອັນ​ອັດສະຈັນ, ໃຫ້​ຄົນ​ໜຶ່ງ​ທຳນວາຍ​ໄດ້, ໃຫ້​ຄົນ​ໜຶ່ງ​ຈຳແນກ​ລະຫວ່າງ​ວິນຍານ​ຕ່າງໆ​ໄດ້, ໃຫ້​ຄົນ​ໜຶ່ງ​ສາມາດ​ເວົ້າ​ພາສາ​ແປກໆ ແລະ ໃຫ້​ຄົນ​ໜຶ່ງ​ແປ​ພາສາ​ແປກໆ​ໄດ້.</verse>
				<verse number="11">ສິ່ງ​ທັງໝົດ​ເຫລົ່ານີ້​ແມ່ນ​ພຣະວິນຍານ​ອົງ​ດຽວ​ກັນ​ທຳງານ ແລະ ພຣະອົງ​ໃຫ້​ສິ່ງ​ເຫລົ່ານີ້​ແກ່​ແຕ່ລະຄົນ​ຕາມ​ທີ່​ພຣະອົງ​ໄດ້​ກຳນົດ​ໄວ້.</verse>
				<verse number="12">ເຖິງ​ແມ່ນ​ວ່າ​ມີ​ພຽງ​ຮ່າງກາຍ​ດຽວ ກໍ​ຍັງ​ມີ​ອະໄວຍະວະ​ຫລາຍ​ສ່ວນ, ແຕ່​ອະໄວຍະວະ​ທັງໝົດ​ເຫລົ່ານັ້ນ​ກໍ​ຍັງ​ປະກອບ​ກັນ​ເປັນ​ກາຍ​ດຽວ, ພຣະຄຣິດເຈົ້າ​ກໍ​ເຊັ່ນ​ກັນ.</verse>
				<verse number="13">ເພາະ​ພວກເຮົາ​ທັງໝົດ​ໄດ້​ຮັບ​ບັບຕິສະມາ​ໂດຍ ​ພຣະວິນຍານ​ອົງ​ດຽວ​ເຂົ້າ​ເປັນ​ກາຍ​ດຽວ​ກັນ ບໍ່​ວ່າ​ພວກເຮົາ​ຈະ​ເປັນ​ຄົນຢິວ ຫລື ຄົນຕ່າງຊາດ, ຂ້າທາດ ຫລື ອິດສະຫລະ ແລະ ພວກເຮົາ​ທັງໝົດ​ກໍ​ໄດ້​ຮັບ​ພຣະວິນຍານ​ອົງ​ດຽວ​ກັນ.</verse>
				<verse number="14">ດ້ວຍວ່າ ຮ່າງກາຍ​ນັ້ນ​ບໍ່​ໄດ້​ປະກອບ​ດ້ວຍ​ອະໄວຍະວະ​ດຽວ ແຕ່​ປະກອບ​ດ້ວຍ​ຫລາຍ​ອະໄວຍະວະ.</verse>
				<verse number="15">ບັດນີ້ ຖ້າ​ຕີນ​ຈະ​ເວົ້າ​ວ່າ, “ເພາະ​ຂ້ອຍ​ບໍ່​ແມ່ນ​ມື ຂ້ອຍ​ຈຶ່ງ​ບໍ່​ໄດ້​ເປັນ​ຂອງ​ຮ່າງກາຍ​ນັ້ນ”, ບໍ່ແມ່ນ​ເພາະ​ເຫດຜົນ​ນັ້ນ​ທີ່​ເຮັດ​ໃຫ້​ຕີນ​ຢຸດຕິ​ການ​ເປັນ​ອະໄວຍະວະ​ຂອງ​ຮ່າງກາຍ.</verse>
				<verse number="16">ແລະ ຖ້າ​ຫູ​ຈະ​ເວົ້າ​ວ່າ, “ເພາະ​ຂ້ອຍ​ບໍ່​ແມ່ນ​ຕາ, ຂ້ອຍ​ຈຶ່ງ​ບໍ່​ໄດ້​ເປັນ​ຂອງ​ຮ່າງກາຍ​ນັ້ນ”, ນັ້ນ​ບໍ່​ແມ່ນ​ເຫດຜົນ​ທີ່​ເຮັດ​ໃຫ້​ຫູ​ບໍ່​ໄດ້​ເປັນ​ອະໄວຍະວະ​ຂອງ​ຮ່າງກາຍ​ນັ້ນ.</verse>
				<verse number="17">ຖ້າ​ອະໄວຍະວະ​ທັງໝົດ​ໃນ​ຮ່າງກາຍ​ເປັນ​ຕາ ການ​ໄດ້​ຍິນ​ຈະ​ຢູ່ໃສ? ຖ້າ​ອະໄວຍະວະ​ທັງໝົດ​ໃນ​ຮ່າງກາຍ​ເປັນ​ຫູ ການດົມກິ່ນ​ຈະ​ຢູ່​ໃສ?</verse>
				<verse number="18">ແຕ່​ທີ່​ຈິງ​ແລ້ວ ພຣະເຈົ້າ​ຕັ້ງ​ອະໄວຍະວະ​ຕ່າງໆ​ໄວ້​ໃນ​ຮ່າງກາຍ, ທຸກໆ​ສ່ວນ​ຂອງ​ອະໄວຍະວະ​ນັ້ນ​ຕາມ​ທີ່​ພຣະອົງ​ຕ້ອງການ​ໃຫ້​ເປັນ​ຢູ່.</verse>
				<verse number="19">ຖ້າ​ອະໄວຍະວະ​ທັງໝົດ​ເປັນ​ອະໄວຍະວະ​ດຽວ​ກັນ ຮ່າງກາຍ​ຈະ​ມີ​ຢູ່ໃສ?</verse>
				<verse number="20">ດັ່ງນັ້ນ​ແຫລະ ມີ​ຫລາຍ​ອະໄວຍະວະ, ແຕ່​ເປັນ​ຮ່າງກາຍ​ດຽວ.</verse>
				<verse number="21">ຕາ​ບໍ່​ສາມາດ​ເວົ້າ​ກັບ​ມື​ວ່າ, “ຂ້ອຍ​ບໍ່​ຕ້ອງການ​ເຈົ້າ!” ແລະ ຫົວ​ບໍ່​ສາມາດ​ເວົ້າ​ກັບ​ຕີນ​ວ່າ, “ຂ້ອຍ​ບໍ່​ຕ້ອງການ​ເຈົ້າ!”</verse>
				<verse number="22">ໃນ​ທາງ​ກົງກັນຂ້າມ ອະໄວຍະວະ​ຕ່າງໆ​ຂອງ​ຮ່າງກາຍ​ທີ່​ເບິ່ງ​ເໝືອນ​ວ່າ​ອ່ອນແອ​ກວ່າ​ກໍ​ຂາດ​ບໍ່​ໄດ້,</verse>
				<verse number="23">ແລະ ອະໄວຍະວະ​ທີ່​ພວກເຮົາ​ຄິດ​ວ່າ​ມີກຽດ​ໜ້ອຍ ພວກເຮົາ​ກໍ​ຍັງ​ຮັກສາ​ດ້ວຍ​ການ​ໃຫ້​ກຽດ​ເປັນ​ພິເສດ. ແລະ ອະໄວຍະວະ​ທີ່​ບໍ່​ໜ້າ​ເບິ່ງ ພວກເຮົາ​ກໍ​ເບິ່ງແຍງ​ເປັນ​ພິເສດ,</verse>
				<verse number="24">ສ່ວນ​ອະໄວຍະວະ​ຂອງ​ພວກເຮົາ​ທີ່​ໜ້າ​ເບິ່ງ​ຢູ່​ແລ້ວ​ກໍ​ບໍ່​ຕ້ອງ​ເບິ່ງແຍງ​ເປັນ​ພິເສດ. ແຕ່​ພຣະເຈົ້າ​ໄດ້​ຈັດວາງ​ອະໄວຍະວະ​ຕ່າງໆ​ຂອງ​ຮ່າງກາຍ​ເຂົ້າ​ຮ່ວມກັນ, ອະໄວຍະວະ​ທີ່​ບໍ່​ມີ​ກຽດ​ນັ້ນ​ພຣະອົງ​ໃຫ້​ກຽດ​ຫລາຍ​ຂຶ້ນ.</verse>
				<verse number="25">ເພື່ອ​ຈະ​ບໍ່​ມີ​ການ​ແຕກແຍກ​ກັນ​ໃນ​ຮ່າງກາຍ, ແຕ່​ເພື່ອ​ໃຫ້​ອະໄວຍະວະ​ຕ່າງໆ​ໃນ​ຮ່າງກາຍ​ຫ່ວງໃຍ​ກັນ.</verse>
				<verse number="26">ຖ້າ​ອະໄວຍະວະ​ໜຶ່ງ​ເຈັບ ທຸກ​ອະໄວຍະວະ​ກໍ​ເຈັບ​ດ້ວຍ​ກັນ; ຖ້າ​ອະໄວຍະວະ​ໜຶ່ງ​ໄດ້​ຮັບ​ກຽດ ທຸກ​ອະໄວຍະວະ​ກໍ​ຊື່ນຊົມຍິນດີ​ດ້ວຍ​ກັນ.</verse>
				<verse number="27">ບັດນີ້ ພວກເຈົ້າ​ທັງຫລາຍ​ເປັນ​ຮ່າງກາຍ​ຂອງ​ພຣະຄຣິດເຈົ້າ ພວກເຈົ້າ​ແຕ່ລະຄົນ​ເປັນ​ອະໄວຍະວະ​ຂອງ​ກາຍ​ນັ້ນ.</verse>
				<verse number="28">ແລະ ໃນ​ຄຣິສຕະຈັກ ພຣະເຈົ້າ​ໄດ້​ແຕ່ງຕັ້ງ​ອັກຄະສາວົກ​ເປັນ​ອັນດັບ​ທຳອິດ, ອັນດັບ​ທີ​ສອງ​ຄື​ຜູ້ທຳນວາຍ, ອັນດັບ​ທີ​ສາມ​ຄື​ອາຈານ, ຈາກ​ນັ້ນ​ກໍ​ຄື​ຜູ້​ເຮັດ​ການ​ອັດສະຈັນ​ຕ່າງໆ, ຜູ້​ມີ​ຂອງປະທານ​ໃນ​ການ​ປິ່ນປົວພະຍາດ, ຜູ້​ສາມາດ​ຊ່ວຍເຫລືອ​ຜູ້​ອື່ນ, ຜູ້​ມີ​ຂອງປະທານ​ໃນ​ການບໍລິຫານ​ງານ ແລະ ຜູ້​ເວົ້າ​ພາສາ​ແປກໆ.</verse>
				<verse number="29">ທຸກຄົນ​ເປັນ​ອັກຄະສາວົກ​ບໍ? ທຸກຄົນ​ເປັນ​ຜູ້ທຳນວາຍ​ບໍ? ທຸກຄົນ​ເປັນ​ອາຈານ​ບໍ? ທຸກຄົນ​ເຮັດ​ການ​ອັດສະຈັນ​ບໍ?</verse>
				<verse number="30">ທຸກຄົນ​ມີ​ຂອງປະທານ​ໃນ​ການປິ່ນປົວພະຍາດ​ບໍ? ທຸກຄົນ​ເວົ້າ​ພາສາ​ແປກໆ ​ບໍ? ທຸກຄົນ​ແປ​ໄດ້​ບໍ?</verse>
				<verse number="31">ແຕ່​ໃຫ້​ພວກເຮົາ​ຮ້ອນຮົນ​ສະແຫວງຫາ ​ຂອງປະທານ​ທີ່​ໃຫຍ່​ກວ່າ​ນີ້. ແລະ ບັດນີ້ ເຮົາ​ຈະ​ສະແດງ​ຫົນທາງ​ທີ່​ດີເລີດ​ທີ່ສຸດ​ແກ່​ພວກເຈົ້າ.</verse>
			</chapter>
			<chapter number="13">
				<verse number="1">ຖ້າຫາກ​ວ່າ​ເຮົາ​ເວົ້າ​ພາສາ​ແປກໆ ​ໄດ້​ຈະ​ເປັນ​ພາສາ​ມະນຸດ ຫລື ພາສາ​ເທວະດາ, ແຕ່​ບໍ່ມີ​ຄວາມຮັກ ເຮົາ​ກໍ​ເປັນ​ພຽງ​ຄ້ອງ ຫລື ແຊ່ງ​ທີ່​ກຳລັງ​ສົ່ງສຽງ​ເທົ່ານັ້ນ.</verse>
				<verse number="2">ຖ້າຫາກ​ວ່າ​ເຮົາ​ມີ​ຂອງປະທານ​ໃນ​ການທຳນວາຍ ສາມາດ​ເຂົ້າໃຈ​ໃນ​ຂໍ້​ລັບເລິກ ແລະ ຄວາມຮູ້​ທັງໝົດ, ແລະ ຖ້າ​ເຮົາ​ມີ​ຄວາມເຊື່ອ​ທີ່​ສາມາດ​ເຄື່ອນ​ພູເຂົາ​ໄດ້, ແຕ່​ບໍ່​ມີ​ຄວາມຮັກ ເຮົາ​ກໍ​ບໍ່​ມີ​ຄ່າ​ອັນໃດ.</verse>
				<verse number="3">ຖ້າຫາກ​ວ່າ​ເຮົາ​ຈະ​ບໍລິຈາກ​ຊັບສິນ​ທັງໝົດ​ທີ່​ເຮົາ​ມີ​ໃຫ້​ແກ່​ຄົນຍາກຈົນ ແລະ ຍອມ​ໃຫ້​ເອົາ​ຮ່າງກາຍ​ຂອງ​ເຮົາ​ໄປ​ສູ່​ຄວາມຍາກລຳບາກ​ເພື່ອ​ເຮົາ​ຈະ​ໂອ້ອວດ​ໄດ້, ແຕ່​ບໍ່​ມີ​ຄວາມຮັກ, ເຮົາ​ກໍ​ບໍ່​ໄດ້​ປະໂຫຍດ​ຫຍັງ.</verse>
				<verse number="4">ຄວາມຮັກ​ຄື​ຄວາມອົດທົນ, ຄວາມຮັກ​ຄື​ຄວາມເມດຕາ, ຄວາມຮັກ​ບໍ່​ອິດສາ, ບໍ່​ໂອ້ອວດ, ບໍ່​ຈອງຫອງ,</verse>
				<verse number="5">ບໍ່​ດູຖູກ​ຄົນອື່ນ, ບໍ່​ເຫັນແກ່ຕົວ, ບໍ່​ໃຈຮ້າຍ​ງ່າຍ, ບໍ່​ຈົດຈຳ​ຄວາມຜິດ.</verse>
				<verse number="6">ຄວາມຮັກ​ບໍ່​ຍິນດີ​ໃນ​ຄວາມ​ຊົ່ວ ແຕ່​ຍິນດີ​ກັບ​ຄວາມຈິງ.</verse>
				<verse number="7">ຄວາມຮັກ​ປົກປ້ອງຄຸ້ມຄອງ​ສະເໝີ, ວາງໃຈ​ສະເໝີ, ມີ​ຄວາມຫວັງ​ສະເໝີ ແລະ ອົດທົນ​ສະເໝີ.</verse>
				<verse number="8">ຄວາມຮັກ​ບໍ່​ມີ​ວັນ​ສູນສິ້ນ​ໄປ ເຖິງ​ວ່າ​ການ​ເຜີຍ​ພຣະຄຳ​ຈະ​ຖືກ​ຍົກເລີກ, ການ​ເວົ້າ​ພາສາ​ແປກໆ​ຈະ​ງຽບ​ໄປ, ຄວາມຮູ້​ຈະ​ສູນ​ຫາຍ​ໄປ.</verse>
				<verse number="9">ເພາະ​ພວກເຮົາ​ຮູ້​ພຽງ​ແຕ່​ບາງສ່ວນ ແລະ ພວກເຮົາ​ກໍ​ເຜີຍ​ພຣະຄຳ​ພຽງ​ແຕ່​ບາງສ່ວນ,</verse>
				<verse number="10">ແຕ່​ເມື່ອ​ຄວາມສົມບູນ​ມາ​ເຖິງ​ແລ້ວ, ສິ່ງ​ທີ່​ເປັນ​ບາງສ່ວນ​ນັ້ນ​ກໍ​ຈະ​ສູນຫາຍ​ໄປ.</verse>
				<verse number="11">ເມື່ອ​ເຮົາ​ຍັງ​ເປັນ​ເດັກນ້ອຍ​ຢູ່​ນັ້ນ, ເຮົາ​ກໍ​ເວົ້າ​ຄື​ເດັກນ້ອຍ, ເຮົາ​ກໍ​ຄິດ​ຄື​ເດັກນ້ອຍ, ເຮົາ​ກໍ​ໃຊ້​ເຫດຜົນ​ຄື​ເດັກນ້ອຍ. ແຕ່​ເມື່ອ​ເຮົາ​ກາຍເປັນ​ຜູ້ໃຫຍ່​ແລ້ວ, ເຮົາ​ກໍ​ຖິ້ມ​ວິຖີ​ຊີວິດ​ໄວ​ເດັກນ້ອຍ​ໄວ້​ເບື້ອງຫລັງ​ເຮົາ.</verse>
				<verse number="12">ເພາະວ່າ​ເວລາ​ນີ້ ພວກເຮົາ​ເຫັນ​ແຕ່​ເງົາ​ສະທ້ອນ​ເໝືອນ​ເບິ່ງ​ໃນ​ແວ່ນ; ໃນ​ເວລາ​ນັ້ນ​ພວກເຮົາ​ຈະ​ເຫັນ​ກັນ​ໜ້າຕໍ່ໜ້າ. ໃນ​ເວລາ​ນີ້​ເຮົາ​ຮູ້ຈັກ​ພຽງ​ບາງສ່ວນ; ໃນ​ເວລາ​ນັ້ນ​ເຮົາ​ຈະ​ຮູ້ຈັກ​ທຸກສິ່ງ, ແຕ່​ເໝືອນດັ່ງ​ເຮົາ​ເປັນ​ທີ່​ຮູ້ຈັກ​ຢ່າງ​ສົມບູນ​ແລ້ວ.</verse>
				<verse number="13">ແລະ ບັດນີ້ ຍັງ​ຕັ້ງຢູ່​ສາມ​ສິ່ງ​ຄື: ຄວາມເຊື່ອ, ຄວາມຫວັງ, ແລະ ຄວາມຮັກ, ແຕ່​ສິ່ງ​ທີ່​ໃຫຍ່​ທີ່ສຸດ​ຂອງ​ສິ່ງ​ເຫລົ່ານີ້​ແມ່ນ​ຄວາມຮັກ.</verse>
			</chapter>
			<chapter number="14">
				<verse number="1">ຈົ່ງ​ດໍາເນີນ​ໃນ​ວິຖີທາງ​ແຫ່ງ​ຄວາມຮັກ ແລະ ສະແຫວງຫາ​ຂອງປະທານ​ຝ່າຍ​ພຣະວິນຍານ​ຢ່າງ​ກະຕືລືລົ້ນ ໂດຍ​ສະເພາະ​ຄຳ​ທຳນວາຍ.</verse>
				<verse number="2">ເພາະ​ຜູ້ໃດ​ທີ່​ເວົ້າ​ພາສາ​ແປກໆ ​ກໍ​ບໍ່​ໄດ້​ເວົ້າ​ຕໍ່​ມະນຸດ ແຕ່​ເວົ້າ​ຕໍ່​ພຣະເຈົ້າ. ແທ້ຈິງ​ແລ້ວ, ບໍ່​ມີ​ຜູ້ໃດ​ເຂົ້າໃຈ​ສິ່ງ​ທີ່​ພວກເຂົາ​ເວົ້າ, ພວກເຂົາ​ກຳລັງ​ເວົ້າ​ຂໍ້ເລິກລັບ​ໂດຍ​ທາງ​ພຣະວິນຍານ.</verse>
				<verse number="3">ແຕ່​ຜູ້​ທີ່​ເຜີຍ​ພຣະຄຳ​ກໍ​ກ່າວ​ກັບ​ຄົນ​ທັງຫລາຍ​ເພື່ອ​ເຮັດໃຫ້​ພວກເຂົາ​ເຂັ້ມແຂງ​ຂຶ້ນ, ເປັນ​ການເຕືອນສະຕິ ແລະ ການ​ເລົ້າໂລມໃຈ.</verse>
				<verse number="4">ຜູ້ໃດ​ທີ່​ເວົ້າ​ພາສາ​ແປກໆ​ກໍ​ເວົ້າ​ເພື່ອ​ເສີມສ້າງ​ຕົນເອງ, ແຕ່​ຜູ້​ທີ່​ທຳນວາຍ​ກໍ​ເສີມສ້າງ​ຄຣິສຕະຈັກ.</verse>
				<verse number="5">ເຮົາ​ຢາກ​ໃຫ້​ທຸກໆ​ຄົນ​ໃນ​ພວກເຈົ້າ​ເວົ້າ​ພາສາ​ແປກໆ ​ໄດ້, ແຕ່​ຫລາຍກວ່າ​ນັ້ນ ເຮົາ​ຢາກ​ໃຫ້​ພວກເຈົ້າ​ທຳນວາຍ​ໄດ້. ຜູ້​ທີ່​ທຳນວາຍ​ນັ້ນ​ກໍ​ຍິ່ງໃຫຍ່​ກວ່າ​ຜູ້​ທີ່​ເວົ້າ​ພາສາ​ແປກໆ, ເວັ້ນໄວ້​ແຕ່​ຜູ້ໃດຜູ້ໜຶ່ງ​ແປ​ພາສາ​ນັ້ນ​ໄດ້, ເພື່ອ​ວ່າ​ຄຣິສຕະຈັກ​ຈະ​ໄດ້ຮັບ​ການເສີມສ້າງ.</verse>
				<verse number="6">ບັດນີ້, ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ເຮົາ​ມາ​ຫາ​ພວກເຈົ້າ ແລະ ເວົ້າ​ພາສາ​ແປກໆ, ພວກເຈົ້າ​ຈະ​ໄດ້ຮັບ​ປະໂຫຍດ​ອັນໃດ​ຈາກ​ເຮົາ? ນອກຈາກ​ວ່າ ເຮົາ​ຈະ​ນໍາເອົາ​ການ​ເປີດເຜີຍ ຫລື ຄວາມຮູ້ ຫລື ການ​ເປີດ​ເຜີຍ​ພຣະຄຳ ຫລື ຄຳສັ່ງສອນ​ມາ​ໃຫ້​ພວກເຈົ້າ.</verse>
				<verse number="7">ແມ່ນແຕ່​ໃນ​ກໍລະນີ​ຂອງ​ສິ່ງ​ທີ່​ບໍ່​ມີຊີວິດ​ທີ່​ເປັ່ງສຽງ​ໄດ້​ເຊັ່ນ ປີ່ ຫລື ພິນ, ຜູ້ໃດ​ຈະ​ຮູ້​ໄດ້​ຢ່າງໃດ​ວ່າ​ເຂົາ​ກຳລັງ​ເປົ່າ ຫລື ດີດ​ຈັງຫວະ​ໃດ ຖ້າ​ບໍ່​ຫລິ້ນ​ຕາມ​ໂນດ?</verse>
				<verse number="8">ອີກ​ເທື່ອ​ໜຶ່ງ ຖ້າ​ແກ​ບໍ່​ສົ່ງ​ສຽງ​ເອີ້ນ​ຢ່າງ​ຊັດເຈນ​ຜູ້ໃດ​ຈະ​ຕຽມພ້ອມ​ເພື່ອ​ສູ້ຮົບ?</verse>
				<verse number="9">ພວກເຈົ້າ​ທັງຫລາຍ​ກໍ​ເປັນ​ຢ່າງ​ນັ້ນ. ເວັ້ນ​ເສຍ​ແຕ່​ພວກເຈົ້າ​ເວົ້າ​ດ້ວຍ​ຖ້ອຍຄຳ​ທີ່​ຄົນ​ເຂົ້າໃຈ​ໄດ້ ຜູ້ໃດ​ຈະ​ຮູ້​ວ່າ​ພວກເຈົ້າ​ກຳລັງ​ເວົ້າ​ຫຍັງ? ພວກເຈົ້າ​ກໍ​ພຽງ​ແຕ່​ເວົ້າ​ລອຍ​ໄປ​ຕາມລົມ​ເທົ່ານັ້ນ.</verse>
				<verse number="10">ໃນ​ໂລກ​ນີ້​ມີ​ຫລາຍ​ພາສາ​ຢ່າງ​ບໍ່​ສົງໄສ ແຕ່​ບໍ່​ມີ​ພາສາ​ໃດ​ໃນ​ພາສາ​ເຫລົ່ານັ້ນ​ທີ່​ບໍ່ມີ​ຄວາມໝາຍ.</verse>
				<verse number="11">ຖ້າ​ເຮົາ​ບໍ່​ເຂົ້າໃຈ​ຄວາມໝາຍ​ຂອງ​ສິ່ງ​ທີ່​ບາງຄົນ​ກຳລັງ​ເວົ້າ​ຢູ່​ນັ້ນ, ເຮົາ​ກໍ​ເປັນ​ຄົນຕ່າງດ້າວ​ຕໍ່​ຜູ້ເວົ້າ ແລະ ຜູ້ເວົ້າ​ກໍ​ເປັນ​ຄົນຕ່າງດ້າວ​ຕໍ່​ເຮົາ.</verse>
				<verse number="12">ພວກເຈົ້າ​ທັງຫລາຍ​ກໍ​ເປັນ​ຢ່າງ​ນັ້ນ. ເມື່ອ​ພວກເຈົ້າ​ທັງຫລາຍ​ກະຕືລືລົ້ນ​ຕໍ່​ຂອງປະທານ​ຝ່າຍ​ວິນຍານ ກໍ​ຈົ່ງ​ພະຍະຍາມ​ທີ່​ຈະ​ເປັນ​ເລີດ​ໃນ​ຂອງປະທານ​ທີ່​ເສີມສ້າງ​ຄຣິສຕະຈັກ.</verse>
				<verse number="13">ເພາະ​ເຫດຜົນ​ນີ້ ຜູ້​ທີ່​ເວົ້າ​ພາສາ​ແປກໆ​ໄດ້ ກໍ​ຄວນ​ອະທິຖານ​ຂໍ​ໃຫ້​ຕົນເອງ​ແປ​ສິ່ງ​ທີ່​ເວົ້າ​ອອກມາ​ໄດ້​ດ້ວຍ.</verse>
				<verse number="14">ເພາະ​ຖ້າ​ເຮົາ​ອະທິຖານ​ເປັນ​ພາສາ​ແປກໆ ກໍ​ແມ່ນ​ຈິດວິນຍານ​ຂອງ​ເຮົາ​ອະທິຖານ, ແຕ່​ບໍ່​ມີ​ຜົນ​ຕໍ່​ຄວາມຄິດ​ຂອງ​ເຮົາ.</verse>
				<verse number="15">ດັ່ງນັ້ນ ເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ? ເຮົາ​ຈະ​ອະທິຖານ​ດ້ວຍ​ຈິດວິນຍານ​ຂອງ​ເຮົາ ແຕ່​ເຮົາ​ກໍ​ຈະ​ອະທິຖານ​ດ້ວຍ​ຄວາມເຂົ້າໃຈ​ຂອງ​ເຮົາ​ເໝືອນກັນ; ເຮົາ​ຈະ​ຮ້ອງເພງ​ດ້ວຍ​ຈິດວິນຍານ​ຂອງ​ເຮົາ ແຕ່​ເຮົາ​ກໍ​ຈະ​ຮ້ອງເພງ​ດ້ວຍ​ຄວາມເຂົ້າໃຈ​ຂອງ​ເຮົາ​ເໝືອນກັນ.</verse>
				<verse number="16">ຖ້າ​ບໍ່​ດັ່ງນັ້ນ ເມື່ອ​ພວກເຈົ້າ​ກຳລັງ​ສັນລະເສີນ​ພຣະເຈົ້າ​ດ້ວຍ​ຈິດວິນຍານ, ແລ້ວ​ຄົນ​ອື່ນ​ຜູ້​ທີ່​ຢູ່​ໃນ​ຕຳແໜ່ງ​ຂອງ​ຜູ້​ສອບຖາມ​ນັ້ນ ຈະ​ກ່າວ​ວ່າ “ອາແມນ” ຕໍ່​ຄຳ​ໂມທະນາ​ຂອບພຣະຄຸນ​ຂອງ​ພວກເຈົ້າ​ໄດ້​ຢ່າງໃດ, ເນື່ອງຈາກ​ວ່າ​ພວກເຂົາ​ບໍ່​ເຂົ້າໃຈ​ວ່າ​ພວກເຈົ້າ​ກຳລັງ​ເວົ້າ​ຫຍັງ?</verse>
				<verse number="17">ພວກເຈົ້າ​ໂມທະນາ​ຂອບພຣະຄຸນ​ໄດ້​ຢ່າງ​ດີ​ພໍ ແຕ່​ບໍ່​ມີ​ຜູ້ໃດ​ໄດ້​ຮັບ​ການເສີມສ້າງ.</verse>
				<verse number="18">ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ທີ່​ເຮົາ​ເວົ້າ​ພາສາ​ແປກໆ​ໄດ້​ຫລາຍ​ກວ່າ​ພວກເຈົ້າ​ທັງໝົດ.</verse>
				<verse number="19">ແຕ່​ຢູ່​ໃນ​ຄຣິສຕະຈັກ ເຮົາ​ຂໍ​ເວົ້າ​ຫ້າ​ຄຳ​ທີ່​ຄົນ​ຟັງ​ເຂົ້າໃຈ ເພື່ອ​ສັ່ງສອນ​ຄົນ​ອື່ນ​ຫລາຍ​ກວ່າ​ຈະ​ເວົ້າ​ໝື່ນ​ຄຳ​ເປັນ​ພາສາ​ແປກໆ.</verse>
				<verse number="20">ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຢຸດ​ຄິດ​ເໝືອນ​ຢ່າງ​ເດັກນ້ອຍ. ໃນ​ເລື່ອງ​ຄວາມຊົ່ວ​ຈົ່ງ​ເປັນ​ເໝືອນດັ່ງ​ເດັກອ່ອນ ແຕ່​ໃນ​ດ້ານ​ຄວາມຄິດ​ຈົ່ງ​ເປັນ​ເໝືອນ​ຜູ້ໃຫຍ່.</verse>
				<verse number="21">ໃນ​ກົດບັນຍັດ​ຖ້ອຍຄຳ​ໄດ້​ຖືກ​ຂຽນ​ໄວ້​ວ່າ: “ອົງພຣະຜູ້ເປັນເຈົ້າ​ກ່າວ​ວ່າ, ‘ເຮົາ​ຈະ​ເວົ້າ​ກັບ​ປະຊາຊົນ​ເຫລົ່ານີ້​ຜ່ານທາງ​ຄົນ​ຕ່າງ​ພາສາ ແລະ ຜ່ານ​ທາງ​ຮິມສົບ​ຂອງ​ຄົນຕ່າງຊາດ, ເຖິງ​ປານ​ນັ້ນ ພວກເຂົາ​ກໍ​ຈະ​ບໍ່​ຟັງ​ເຮົາ’”.</verse>
				<verse number="22">ດັ່ງນັ້ນ, ການ​ເວົ້າ​ພາສາ​ແປກໆ​ຈຶ່ງ​ເປັນ​ໝາຍສຳຄັນ ບໍ່​ແມ່ນ​ສຳລັບ​ຄົນທີ່ເຊື່ອ ແຕ່​ສຳລັບ​ຄົນທີ່ບໍ່ເຊື່ອ; ເຖິງຢ່າງໃດ​ກໍ​ຕາມ, ການ​ເຜີຍ​ພຣະຄຳ​ນັ້ນ ບໍ່​ແມ່ນ​ສຳລັບ​ຜູ້ທີ່ບໍ່ເຊື່ອ, ແຕ່​ສຳລັບ​ຜູ້​ທີ່​ເຊື່ອ​ແລ້ວ.</verse>
				<verse number="23">ດັ່ງນັ້ນ ຖ້າ​ຄຣິສຕະຈັກ​ທັງໝົດ​ມາ​ຮ່ວມກັນ ແລະ ທຸກຄົນ​ຕ່າງ​ກໍ​ເວົ້າ​ພາສາ​ແປກໆ ແລ້ວ​ຄົນ​ທີ່​ມັກຖາມ ຫລື ຄົນທີ່ບໍ່ເຊື່ອ​ເຂົ້າ​ມາ, ພວກເຂົາ​ຈະ​ບໍ່​ເວົ້າ​ວ່າ​ພວກເຈົ້າ​ເສຍສະຕິ​ໄປ​ແລ້ວ​ບໍ?</verse>
				<verse number="24">ແຕ່​ຖ້າຫາກ​ວ່າ ຜູ້ທີ່ບໍ່ເຊື່ອ ຫລື ຄົນ​ທີ່​ມັກຖາມ​ເຂົ້າ​ມາ​ໃນ​ຂະນະ​ທີ່​ທຸກຄົນ​ກຳລັງ​ທຳນວາຍ​ຢູ່​ນັ້ນ, ພວກເຂົາ​ກໍ​ຈະ​ຖືກ​ຕັດສິນ​ວ່າ​ເຮັດບາບ ແລະ ທຸກຄົນ​ຈະ​ຖືກ​ນຳ​ເຂົ້າ​ສູ່​ພາຍໃຕ້​ການພິພາກສາ,</verse>
				<verse number="25">ດັ່ງ​ທີ່​ຄວາມລັບ​ໃນ​ໃຈ​ຂອງ​ພວກເຂົາ​ໄດ້​ຖືກ​ເປີດເຜີຍ. ດັ່ງນັ້ນ ພວກເຂົາ​ກໍ​ຈະ​ຂາບ​ລົງ ແລະ ນະມັດສະການ​ພຣະເຈົ້າ ແລະ ຮ້ອງ​ຂຶ້ນ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ​ແທ້ຈິງ!”</verse>
				<verse number="26">ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຈະ​ເວົ້າ​ຢ່າງໃດ? ເມື່ອ​ພວກເຈົ້າ​ມາ​ເຕົ້າໂຮມກັນ ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ມີ​ບົດເພງ ຫລື ມີ​ຖ້ອຍຄຳ​ຂອງ​ການສັ່ງສອນ, ມີ​ຄຳ​ເປີດເຜີຍ, ພາສາ​ແປກໆ ຫລື ການແປ​ພາສາ​ແປກໆ. ທຸກສິ່ງ​ນີ້​ຕ້ອງ​ໄດ້​ເຮັດ​ເພື່ອ​ໃຫ້​ຄຣິສຕະຈັກ​ຈະເລີນ​ຂຶ້ນ.</verse>
				<verse number="27">ຖ້າ​ຜູ້ໃດ​ຈະ​ເວົ້າ​ພາສາ​ແປກໆ, ຈົ່ງ​ເວົ້າ​ພຽງແຕ່​ສອງ​ຄົນ ຫລື ຢ່າງ​ຫລາຍ​ທີ່ສຸດ​ສາມ​ຄົນ ໂດຍ​ໃຫ້​ເວົ້າ​ເທື່ອ​ລະ​ຄົນ ແລ້ວ​ຕ້ອງ​ໃຫ້​ມີ​ຄົນ​ໜຶ່ງ​ແປ.</verse>
				<verse number="28">ແຕ່ຖ້າ​ບໍ່​ມີ​ຄົນແປ ຜູ້​ທີ່​ເວົ້າ​ນັ້ນ​ຈະ​ຕ້ອງ​ມິດງຽບ​ຢູ່​ໃນ​ຄຣິສຕະຈັກ ແລະ ໃຫ້​ເວົ້າ​ກັບ​ຕົນເອງ ແລະ ເວົ້າ​ຕໍ່​ພຣະເຈົ້າ.</verse>
				<verse number="29">ຝ່າຍ​ຜູ້ທຳນວາຍ​ນັ້ນ ໃຫ້​ກ່າວ​ແຕ່​ສອງ ຫລື ສາມ​ຄົນ ແລະ ຄົນ​ອື່ນໆ​ຈະ​ຕ້ອງ​ພິຈາລະນາ​ສິ່ງ​ທີ່​ກ່າວ​ມາ​ນັ້ນ​ໃຫ້​ດີ.</verse>
				<verse number="30">ແລະ ຖ້າ​ມີ​ການ​ເປີດເຜີຍ​ມາເຖິງ​ບາງຄົນ​ຜູ້​ທີ່​ກຳລັງ​ນັ່ງ​ຢູ່, ໃຫ້​ຜູ້​ທີ່​ກ່າວ​ຄົນ​ທຳອິດ​ນັ້ນ​ຢຸດ​ຢູ່.</verse>
				<verse number="31">ເພາະ​ພວກເຈົ້າ​ທຸກຄົນ​ສາມາດ​ທຳນວາຍ​ໄດ້​ເທື່ອ​ລະ​ຄົນ ເພື່ອ​ວ່າ​ໃຫ້​ທຸກຄົນ​ໄດ້ຮັບ​ຄຳແນະນຳ ແລະ ຄຳ​ໜູນໃຈ.</verse>
				<verse number="32">ຈິດວິນຍານ​ຂອງ​ບັນດາ​ຜູ້ທຳນວາຍ​ນັ້ນ​ກໍ​ຢູ່​ໃນ​ການຄວບຄຸມ​ຂອງ​ບັນດາ​ຜູ້ທຳນວາຍ.</verse>
				<verse number="33">ເພາະ​ພຣະເຈົ້າ​ບໍ່​ແມ່ນ​ພຣະເຈົ້າ​ແຫ່ງ​ຄວາມວຸ້ນວາຍ ແຕ່​ເປັນ​ພຣະເຈົ້າ​ແຫ່ງ​ຄວາມ​ສະຫງົບສຸກ ຕາມ​ທີ່​ປະຕິບັດ​ກັນ​ໃນ​ຊຸມຊົນ​ຂອງ​ຄົນ​ຂອງ​ພຣະເຈົ້າ.</verse>
				<verse number="34">ແມ່ຍິງ​ຄວນ​ມິດງຽບ​ຢູ່​ໃນ​ຄຣິສຕະຈັກ. ພວກເຂົາ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເວົ້າ, ແຕ່​ໃຫ້​ພວກເຂົາ​ຍອມຈຳນົນ​ຕາມ​ທີ່​ກົດບັນຍັດ​ໄດ້​ກ່າວ​ໄວ້​ນັ້ນ.</verse>
				<verse number="35">ຖ້າ​ພວກເຂົາ​ຢາກ​ຖາມ​ກ່ຽວກັບ​ເລື່ອງໃດ ພວກເຂົາ​ຄວນ​ຖາມ​ຜົວ​ຂອງ​ພວກເຂົາ​ເອງ​ຢູ່​ເຮືອນ; ເພາະ​ເປັນ​ເລື່ອງ​ໜ້າອາຍ​ທີ່​ແມ່ຍິງ​ຈະ​ເວົ້າ​ຢູ່​ໃນ​ຄຣິສຕະຈັກ.</verse>
				<verse number="36">ຫລື ພຣະຄຳ​ຂອງ​ພຣະເຈົ້າ​ໄດ້​ເກີດ​ມາ​ຈາກ​ພວກເຈົ້າ​ບໍ? ຫລື ພຣະຄຳ​ໄດ້​ມີ​ມາ​ເຖິງ​ພວກເຈົ້າ​ແຕ່​ເທົ່ານັ້ນ​ບໍ?</verse>
				<verse number="37">ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນເອງ​ເປັນ​ຜູ້ທຳນວາຍ ຫລື ມີ​ຂອງປະທານ​ຈາກ​ພຣະວິນຍານ ກໍ​ໃຫ້​ພວກເຂົາ​ຍອມຮັບ​ວ່າ​ຂໍ້ຄວາມ​ທີ່​ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ທັງຫລາຍ​ນັ້ນ​ເປັນ​ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="38">ແຕ່​ຖ້າ​ຜູ້ໃດ​ບໍ່​ຮັບຮູ້​ເລື່ອງ​ນີ້, ພວກເຂົາ​ເອງ​ກໍ​ຈະ​ບໍ່​ໄດ້​ຮັບ​ການຍອມຮັບ.</verse>
				<verse number="39">ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຈົ່ງ​ກະຕືລືລົ້ນ​ທີ່​ຈະ​ທຳນວາຍ ແລະ ຢ່າ​ຫ້າມ​ການ​ເວົ້າ​ພາສາ​ແປກໆ.</verse>
				<verse number="40">ແຕ່​ຄວນ​ເຮັດ​ທຸກສິ່ງ​ຢ່າງ​ເໝາະສົມ ແລະ ໃນ​ທາງ​ທີ່​ເປັນ​ລະບຽບ.</verse>
			</chapter>
			<chapter number="15">
				<verse number="1">ບັດນີ້ ພີ່ນ້ອງ​ທັງຫລາຍເອີຍ, ເຮົາ​ຢາກ​ເຕືອນ​ພວກເຈົ້າ​ເຖິງ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ, ເຊິ່ງ​ພວກເຈົ້າ​ໄດ້​ຮັບ​ໄວ້​ແລ້ວ​ນັ້ນ ແລະ ພວກເຈົ້າ​ກໍ​ຕັ້ງໝັ້ນ​ຢູ່​ໃນ​ຂ່າວປະເສີດ​ນັ້ນ.</verse>
				<verse number="2">ໂດຍ​ຂ່າວປະເສີດ​ນີ້​ແຫລະ​ພວກເຈົ້າ​ຈຶ່ງ​ໄດ້​ຮັບ​ຄວາມພົ້ນ ຖ້າ​ພວກເຈົ້າ​ຫາກ​ຕັ້ງໝັ້ນ​ຢູ່​ກັບ​ຖ້ອຍຄຳ​ທີ່​ເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ. ບໍ່ດັ່ງນັ້ນ ພວກເຈົ້າ​ກໍ​ເຊື່ອ​ໂດຍ​ບໍ່ມີ​ປະໂຫຍດ.</verse>
				<verse number="3">ເພາະ​ເລື່ອງ​ທີ່​ເຮົາ​ໄດ້ຮັບ​ໄວ້​ແລ້ວ​ນັ້ນ ເຮົາ​ໄດ້​ຖ່າຍ​ທອດ​ໃຫ້​ແກ່​ພວກເຈົ້າ​ນັ້ນ​ເປັນ​ເລື່ອງ​ທີ່​ສຳຄັນ​ທີ່ສຸດ ​ຄື: ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ຄວາມຜິດບາບ​ຂອງ​ພວກເຮົາ​ທັງຫລາຍ​ຕາມ​ທີ່​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ,</verse>
				<verse number="4">ພຣະອົງ​ຖືກ​ຝັງ​ໄວ້, ໃນ​ວັນ​ທີສາມ​ພຣະອົງ​ເປັນຄືນມາຈາກຕາຍ​ຕາມ​ທີ່​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ</verse>
				<verse number="5">ແລະ ພຣະອົງ​ໄດ້​ປາກົດ​ແກ່​ເກຟາ, ຫລັງຈາກ​ນັ້ນ ພຣະອົງ​ກໍ​ໄດ້​ປາກົດ​ແກ່​ອັກຄະສາວົກ​ທັງ​ສິບສອງ​ຄົນ.</verse>
				<verse number="6">ຕໍ່ມາ ພຣະອົງ​ໄດ້​ປາກົດ​ແກ່​ພວກ​ພີ່ນ້ອງ​ຫລາຍ​ກວ່າ​ຫ້າຮ້ອຍ​ຄົນ​ໃນ​ເວລາ​ດຽວ​ກັນ ເຊິ່ງ​ສ່ວນ​ໃຫຍ່​ຍັງ​ມີຊີວິດ​ຢູ່, ແຕ່​ບາງຄົນ​ໄດ້​ລ່ວງລັບ​ໄປ​ແລ້ວ.</verse>
				<verse number="7">ຫລັງຈາກ​ນັ້ນ ພຣະອົງ​ໄດ້​ປາກົດ​ແກ່​ຢາໂກໂບ ແລະ ແກ່​ພວກ​ອັກຄະສາວົກ​ທັງໝົດ,</verse>
				<verse number="8">ແລະ ໃນ​ທ້າຍ​ທີ່​ສຸດ​ພຣະອົງ​ກໍ​ໄດ້​ປາກົດ​ແກ່​ເຮົາ ຜູ້​ທີ່​ເປັນ​ເໝືອນ​ລູກ​ທີ່​ເກີດ​ຜິດປົກກະຕິ.</verse>
				<verse number="9">ເພາະ​ເຮົາ​ເປັນ​ຜູ້​ນ້ອຍ​ທີ່ສຸດ​ໃນ​ບັນດາ​ອັກຄະສາວົກ ແລະ ບໍ່​ສົມຄວນ​ແມ່ນແຕ່​ຈະ​ໄດ້​ຊື່​ວ່າ​ອັກຄະສາວົກ, ເພາະວ່າ​ເຮົາ​ໄດ້​ຂົ່ມເຫັງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ.</verse>
				<verse number="10">ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ເປັນ​ຢູ່​ຢ່າງ​ນີ້ ແລະ ພຣະຄຸນ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ​ນັ້ນ​ກໍ​ບໍ່​ໄດ້​ໄຮ້ປະໂຫຍດ. ບໍ່​ດອກ, ເຮົາ​ໄດ້​ເຮັດວຽກ​ໜັກ​ກວ່າ​ພວກເຂົາ​ທຸກຄົນ, ແຕ່​ບໍ່ແມ່ນ​ເຮົາ​ເອງ​ທີ່​ເຮັດ, ຫາກ​ແມ່ນ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ສະຖິດ​ຢູ່​ກັບ​ເຮົາ​ນັ້ນ​ເປັນ​ຜູ້​ເຮັດ.</verse>
				<verse number="11">ເຫດສະນັ້ນ ບໍ່​ວ່າ​ຈະ​ເປັນ​ເຮົາ ຫລື ພວກເຂົາ​ກໍ​ດີ ນີ້​ຄື​ສິ່ງ​ທີ່​ພວກເຮົາ​ປະກາດ ແລະ ນີ້​ຄື​ສິ່ງ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ເຊື່ອ.</verse>
				<verse number="12">ແຕ່​ຖ້າ​ໄດ້​ປະກາດ​ວ່າ​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ​ແລ້ວ, ດ້ວຍເຫດໃດ ບາງຄົນ​ໃນ​ພວກເຈົ້າ​ຈຶ່ງ​ເວົ້າ​ວ່າ​ບໍ່​ມີ​ການເປັນຄືນມາຈາກຕາຍ?</verse>
				<verse number="13">ຖ້າ​ບໍ່​ມີ​ການເປັນຄືນມາຈາກຕາຍ, ແລ້ວ​ແມ່ນແຕ່​ພຣະຄຣິດເຈົ້າ​ກໍ​ບໍ່​ໄດ້​ເປັນຄືນມາຈາກຕາຍ.</verse>
				<verse number="14">ແລະ ຖ້າ​ພຣະຄຣິດເຈົ້າ​ບໍ່​ໄດ້​ເປັນຄືນມາຈາກຕາຍ, ການປະກາດ​ຂອງ​ພວກເຮົາ​ກໍ​ໄຮ້ປະໂຫຍດ ແລະ ຄວາມເຊື່ອ​ຂອງ​ພວກເຈົ້າ​ກໍ​ບໍ່ມີປະໂຫຍດ​ເໝືອນກັນ.</verse>
				<verse number="15">ຫລາຍກວ່າ​ນັ້ນ, ແລ້ວ​ພວກເຮົາ​ກໍ​ພົບ​ວ່າ​ພວກເຮົາ​ເປັນ​ພະຍານ​ບໍ່ຈິງ​ກ່ຽວກັບ​ພຣະເຈົ້າ, ເພາະ​ພວກເຮົາ​ໄດ້​ເປັນ​ພະຍານ​ກ່ຽວກັບ​ພຣະເຈົ້າ​ວ່າ ພຣະອົງ​ໄດ້​ບັນດານ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ​ແລ້ວ. ແຕ່​ຖ້າ​ຄວາມຈິງ​ຄື​ພຣະເຈົ້າ​ບໍ່​ໄດ້​ບັນດານ​ໃຫ້​ຄົນຕາຍ​ເປັນຄືນມາ​ແລ້ວ ພຣະອົງ​ກໍ​ບໍ່​ໄດ້​ບັນດານ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາ​ເໝືອນກັນ.</verse>
				<verse number="16">ເພາະ​ຖ້າ​ຄົນຕາຍ​ບໍ່​ໄດ້​ເປັນຄືນມາ, ແລ້ວ​ພຣະຄຣິດເຈົ້າ​ກໍ​ບໍ່​ໄດ້​ເປັນຄືນມາ​ເໝືອນກັນ.</verse>
				<verse number="17">ແລະ ຖ້າ​ພຣະຄຣິດເຈົ້າ​ບໍ່ໄດ້​ເປັນຄືນມາຈາກຕາຍ, ຄວາມເຊື່ອ​ຂອງ​ພວກເຈົ້າ​ກໍ​ໄຮ້ປະໂຫຍດ; ພວກເຈົ້າ​ກໍ​ຍັງ​ຢູ່​ໃນ​ບາບ​ຂອງ​ຕົນ.</verse>
				<verse number="18">ແລ້ວ​ບັນດາ​ຜູ້​ທີ່​ໄດ້​ຫລັບ​ໄປ​ໃນ​ພຣະຄຣິດເຈົ້າ​ກໍ​ຈິບຫາຍ​ໄປ​ດ້ວຍ.</verse>
				<verse number="19">ຖ້າ​ພວກເຮົາ​ມີ​ຄວາມຫວັງ​ໃນ​ພຣະຄຣິດເຈົ້າ​ພຽງແຕ່​ເພື່ອ​ຊີວິດ​ນີ້​ເທົ່ານັ້ນ, ພວກເຮົາ​ກໍ​ໜ້າສົງສານ​ກວ່າ​ຄົນ​ທັງປວງ.</verse>
				<verse number="20">ແຕ່​ພຣະຄຣິດເຈົ້າ​ໄດ້​ເປັນຄືນມາຈາກຕາຍ​ແທ້ຈິງ, ເປັນ​ຜົນທຳອິດ​ຂອງ​ບັນດາ​ຜູ້​ທີ່​ຫລັບ​ໄປ​ແລ້ວ​ນັ້ນ.</verse>
				<verse number="21">ເພາະ​ເນື່ອງຈາກ​ວ່າ​ຄວາມຕາຍ​ໄດ້​ມາ​ຜ່ານທາງ​ມະນຸດ​ຄົນ​ດຽວ​ສັນໃດ ການເປັນຄືນມາຈາກຕາຍ​ກໍ​ມາ​ຜ່ານທາງ​ມະນຸດ​ຄົນ​ດຽວ​ສັນນັ້ນ.</verse>
				<verse number="22">ດ້ວຍວ່າ ໃນ​ອາດາມ​ຄົນ​ທັງປວງ​ກໍ​ຕາຍ​ສັນໃດ ໃນ​ພຣະຄຣິດເຈົ້າ​ຄົນ​ທັງປວງ​ກໍ​ຈະ​ຖືກ​ບັນດານ​ໃຫ້​ໄດ້​ຮັບ​ຊີວິດ​ສັນນັ້ນ.</verse>
				<verse number="23">ແຕ່​ຈະ​ເປັນ​ໄປ​ຕາມ​ລຳດັບ​ຄື: ພຣະຄຣິດເຈົ້າ​ຜູ້​ເປັນ​ຜົນທຳອິດ; ຫລັງຈາກ​ນັ້ນ, ແມ່ນ​ບັນດາ​ຄົນ​ຂອງ​ພຣະອົງ​ເມື່ອ​ພຣະອົງ​ມາ​ປາກົດ.</verse>
				<verse number="24">ແລ້ວ​ຈຸດຈົບ​ກໍ​ຈະ​ມາ​ເຖິງ, ເມື່ອ​ພຣະອົງ​ຖວາຍ​ອານາຈັກ​ແກ່​ພຣະເຈົ້າ​ພຣະບິດາ ຫລັງຈາກ​ທີ່​ພຣະອົງ​ໄດ້​ທຳລາຍ​ເທບ​ຜູ້ປົກຄອງ​ອານາຈັກ, ສິດອຳນາດ ແລະ ລິດອຳນາດ​ທັງໝົດ.</verse>
				<verse number="25">ເພາະ​ພຣະອົງ​ຕ້ອງ​ປົກຄອງ​ຈົນ​ກວ່າ​ພຣະອົງ​ຈະ​ໄດ້​ປາບ​ສັດຕູ​ທັງໝົດ​ຂອງ​ພຣະອົງ​ໄວ້​ໃຕ້​ຕີນ​ຂອງ​ພຣະອົງ.</verse>
				<verse number="26">ສັດຕູ​ໂຕ​ສຸດທ້າຍ​ທີ່​ຈະ​ຕ້ອງ​ທຳລາຍ​ຄື​ຄວາມຕາຍ.</verse>
				<verse number="27">ເພາະ​ພຣະອົງ “ໄດ້​ວາງ​ທຸກສິ່ງ​ຢູ່​ໃຕ້​ຕີນ​ຂອງ​ພຣະອົງ​ແລ້ວ”. ບັດນີ້​ເມື່ອ​ກ່າວ​ວ່າ “ທຸກສິ່ງ” ໄດ້​ຖືກ​ວາງ​ໄວ້​ພາຍໃຕ້​ພຣະອົງ​ນັ້ນ, ກໍ​ເປັນ​ທີ່​ຈະແຈ້ງ​ແລ້ວ​ວ່າ​ບໍ່​ໄດ້​ລວມ​ທັງ​ພຣະເຈົ້າ​ເອງ, ຜູ້​ວາງ​ທຸກສິ່ງ​ຢູ່​ພາຍໃຕ້​ພຣະຄຣິດເຈົ້າ.</verse>
				<verse number="28">ເມື່ອ​ພຣະອົງ​ໄດ້​ກະທຳ​ຢ່າງ​ນີ້​ແລ້ວ, ພຣະບຸດ​ເອງ​ຈະ​ຢູ່​ພາຍໃຕ້​ພຣະເຈົ້າ​ຜູ້​ເຮັດໃຫ້​ທຸກສິ່ງ​ຢູ່​ພາຍໃຕ້​ພຣະອົງ ເພື່ອ​ວ່າ​ພຣະເຈົ້າ​ຈະ​ເປັນ​ເອກ​ໃນ​ສິ່ງ​ທັງປວງ.</verse>
				<verse number="29">ບັດນີ້ ຖ້າ​ບໍ່​ມີ​ການເປັນຄືນມາຈາກຕາຍ​ແລ້ວ ບັນດາ​ຜູ້​ທີ່​ບັບຕິສະມາ​ສຳລັບ​ຄົນຕາຍ​ນັ້ນ​ຈະ​ເຮັດ​ຢ່າງໃດ? ຖ້າ​ຄົນຕາຍ​ບໍ່​ໄດ້​ຖືກ​ບັນດານ​ໃຫ້​ເປັນຄືນມາ​ແລ້ວ, ເປັນຫຍັງ​ຈຶ່ງ​ຍັງ​ມີ​ຄົນ​ຮັບບັບຕິສະມາ​ເພື່ອ​ຄົນຕາຍ​ນັ້ນ?</verse>
				<verse number="30">ແລະ ສຳລັບ​ພວກເຮົາ​ນັ້ນ ເປັນຫຍັງ​ພວກເຮົາ​ຈຶ່ງ​ຕ້ອງ​ປະເຊີນ​ກັບ​ໄພອັນຕະລາຍ​ຢູ່​ທຸກ​ເວລາ?</verse>
				<verse number="31">ເຮົາ​ປະເຊີນ​ກັບ​ຄວາມຕາຍ​ທຸກ​ມື້ ເຮົາ​ໝາຍຄວາມ​ວ່າ​ຢ່າງນັ້ນ ສິ່ງ​ນີ້​ແນ່ນອນ​ເໝືອນ​ດັ່ງ​ທີ່​ເຮົາ​ໂອ້ອວດ​ກ່ຽວກັບ​ພວກເຈົ້າ​ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.</verse>
				<verse number="32">ຖ້າ​ເຮົາ​ຕໍ່ສູ້​ກັບ​ພວກ​ສັດປ່າ​ໃນ​ເອເຟໂຊ​ໂດຍ​ບໍ່​ເກີນ​ຄວາມຫວັງ​ຂອງ​ມະນຸດ, ເຮົາ​ຈະ​ໄດ້​ອັນໃດ? ຖ້າ​ຄົນ​ຕາຍ​ບໍ່​ໄດ້​ຖືກ​ບັນດານ​ເປັນຄືນມາ, “ກໍ​ໃຫ້​ພວກເຮົາ​ກິນ ແລະ ດື່ມ ເພາະວ່າ​ມື້ອື່ນ​ພວກເຮົາ​ກໍ​ຕາຍ​ແລ້ວ”.</verse>
				<verse number="33">ຢ່າ​ໃຫ້​ພວກເຈົ້າ​ຫລົງຜິດ​ໄປ, “ການຄົບ​ກັບ​ຄົນຊົ່ວ​ຍ່ອມ​ເຮັດ​ໃຫ້​ເສຍນິໄສ”.</verse>
				<verse number="34">ຈົ່ງ​ກັບຄືນ​ມາ​ສູ່​ຄວາມ​ມີ​ສະຕິ​ຂອງ​ພວກເຈົ້າ​ຕາມ​ທີ່​ພວກເຈົ້າ​ຄວນ​ຈະ​ເປັນ ແລະ ເຊົາ​ເຮັດ​ບາບ​ສາ; ເພາະ​ມີ​ບາງຄົນ​ບໍ່​ຮູ້​ຈັກ​ພຣະເຈົ້າ​ເລີຍ ການ​ທີ່​ເຮົາ​ເວົ້າ​ຢ່າງ​ນີ້​ກໍ​ເພື່ອ​ໃຫ້​ພວກເຈົ້າ​ລະອາຍໃຈ.</verse>
				<verse number="35">ແຕ່​ບາງຄົນ​ອາດ​ຈະ​ຖາມ​ວ່າ, “ຄົນຕາຍ​ເປັນຄືນມາ​ໄດ້​ຢ່າງໃດ? ເມື່ອ​ເປັນຄືນມາ ຮ່າງກາຍ​ຂອງ​ພວກເຂົາ​ຈະ​ເປັນ​ແບບ​ໃດ?”</verse>
				<verse number="36">ຄົນໂງ່​ເອີຍ! ສິ່ງ​ທີ່​ພວກເຈົ້າ​ຫວ່ານ​ລົງ​ຈະ​ບໍ່ມີຊີວິດ​ຂຶ້ນ​ມາ ຖ້າ​ສິ່ງ​ນັ້ນ​ບໍ່​ຕາຍ​ເສຍ​ກ່ອນ.</verse>
				<verse number="37">ເມື່ອ​ພວກເຈົ້າ​ຫວ່ານ ພວກເຈົ້າ​ບໍ່​ໄດ້​ປູກ​ຕົ້ນ​ທີ່​ໃຫຍ່​ເຕັມທີ່​ແລ້ວ ແຕ່​ພວກເຈົ້າ​ປູກ​ພຽງແຕ່​ເມັດພືດ, ບາງທີ​ກໍ​ເປັນ​ເມັດ​ເຂົ້າຫວີດ ຫລື ເມັດພືດ​ອື່ນໆ.</verse>
				<verse number="38">ແຕ່​ພຣະເຈົ້າ​ໄດ້​ໃຫ້​ລໍາຕົ້ນ​ຕາມ​ທີ່​ພຣະອົງ​ໄດ້​ກຳນົດ​ໄວ້ ແລະ ເມັດພືດ​ແຕ່​ລະ​ຊະນິດ​ພຣະອົງ​ກໍ​ໄດ້​ໃຫ້​ລໍາຕົ້ນ.</verse>
				<verse number="39">ເນື້ອໜັງ​ທັງໝົດ​ກໍ​ບໍ່​ຄື​ກັນ ເນື້ອໜັງ​ຂອງ​ມະນຸດ​ກໍ​ເປັນ​ອີກ​ແບບ​ໜຶ່ງ, ສັດ​ຕ່າງໆ​ກໍ​ເປັນ​ອີກ​ແບບ​ໜຶ່ງ, ບັນດາ​ນົກ​ກໍ​ເປັນ​ອີກ​ແບບ​ໜຶ່ງ ແລະ ປາ​ກໍ​ເປັນ​ອີກ​ແບບ​ໜຶ່ງ.</verse>
				<verse number="40">ຮ່າງກາຍ​ສຳລັບ​ສະຫວັນ​ກໍ​ມີ ແລະ ຮ່າງກາຍ​ສຳລັບ​ໂລກ​ກໍ​ມີ; ແຕ່​ສະຫງ່າລາສີ​ຂອງ​ຮ່າງກາຍສະຫວັນ​ກໍ​ເປັນ​ອີກ​ແບບ​ໜຶ່ງ ແລະ ສະຫງ່າລາສີ​ຂອງ​ຮ່າງກາຍ​ແບບ​ໂລກ​ກໍ​ເປັນ​ອີກ​ແບບ​ໜຶ່ງ.</verse>
				<verse number="41">ສະຫງ່າລາສີ​ຂອງ​ດວງອາທິດ​ກໍ​ເປັນ​ແບບ​ໜຶ່ງ ດວງ​ຈັນ​ກໍ​ເປັນ​ອີກ​ແບບ​ໜຶ່ງ ແລະ ດວງດາວ​ກໍ​ເປັນ​ອີກ​ແບບ​ໜຶ່ງ ແລະ ສະຫງ່າລາສີ​ຂອງ​ດາວ​ແຕ່​ລະ​ດວງ​ກໍ​ແຕກຕ່າງ​ກັນ.</verse>
				<verse number="42">ການເປັນຄືນມາ​ຂອງ​ຄົນຕາຍ​ກໍ​ເຊັ່ນ​ກັນ. ຮ່າງກາຍ​ທີ່​ຫວ່ານ​ລົງ​ນັ້ນ​ກໍ​ເປື່ອຍເນົ່າ​ໄດ້ ແລະ ຮ່າງກາຍ​ທີ່​ເປັນຄືນມາ​ຈະ​ບໍ່​ເປື່ອຍເນົ່າ​ອີກ,</verse>
				<verse number="43">ຮ່າງກາຍ​ທີ່​ຫວ່ານ​ລົງ​ໄປ​ນັ້ນ​ບໍ່​ມີ​ກຽດ ແລະ ຮ່າງກາຍ​ທີ່​ເປັນຄືນມາ​ກໍ​ເຕັມ​ດ້ວຍ​ສະຫງ່າລາສີ, ຮ່າງກາຍ​ທີ່​ຫວ່ານ​ລົງ​ນັ້ນ​ອ່ອນກຳລັງ ແລະ ຮ່າງກາຍ​ທີ່​ເປັນຄືນມາ​ກໍ​ມີ​ລິດອຳນາດ,</verse>
				<verse number="44">ຮ່າງກາຍ​ທີ່​ຫວ່ານ​ລົງ​ນັ້ນ​ເປັນ​ຮ່າງກາຍ​ທຳມະຊາດ ແລະ ຮ່າງກາຍ​ທີ່​ເປັນຄືນມາ​ເປັນ​ຮ່າງກາຍ​ວິນຍານ. ຖ້າ​ມີ​ຮ່າງກາຍ​ທຳມະຊາດ ຮ່າງກາຍ​ວິນຍານ​ກໍ​ມີ​ດ້ວຍ.</verse>
				<verse number="45">ດັ່ງນັ້ນ​ຈຶ່ງ​ມີ​ຖ້ອຍຄຳ​ຂຽນ​ໄວ້​ວ່າ: “ອາດາມ​ມະນຸດ​ຄົນ​ທຳອິດ​ໄດ້​ກາຍ​ເປັນ​ຜູ້​ມີຊີວິດ”; ສ່ວນ​ອາດາມ​ຄົນ​ສຸດທ້າຍ​ເປັນ​ວິນຍານ​ຜູ້​ໃຫ້​ຊີວິດ.</verse>
				<verse number="46">ຮ່າງກາຍ​ວິນຍານ​ບໍ່​ໄດ້​ມາ​ກ່ອນ ແຕ່​ຮ່າງກາຍ​ທຳມະຊາດ​ມາ​ກ່ອນ ແລະ ຮ່າງກາຍ​ວິນຍານ​ມາ​ພາຍຫລັງ.</verse>
				<verse number="47">ມະນຸດ​ຄົນ​ທຳອິດ​ແມ່ນ​ມາ​ຈາກ​ຂີ້ຝຸ່ນດິນ​ຂອງ​ແຜ່ນດິນໂລກ; ມະນຸດ​ຄົນ​ທີ​ສອງ​ແມ່ນ​ມາ​ຈາກ​ສະຫວັນ.</verse>
				<verse number="48">ດ້ວຍວ່າ​ຄົນ​ຝ່າຍ​ໂລກ​ເປັນ​ຢ່າງໃດ ຄົນ​ທີ່​ເປັນ​ຂອງ​ໂລກ​ກໍ​ເປັນ​ຢ່າງນັ້ນ; ແລະ ຄົນ​ຈາກ​ສະຫວັນ​ເປັນ​ຢ່າງໃດ ຄົນ​ທີ່​ເປັນ​ຂອງ​ສະຫວັນ​ກໍ​ເປັນ​ຢ່າງນັ້ນ.</verse>
				<verse number="49">ແລະ ເຊັ່ນດຽວ​ກັນ​ກັບ​ພວກເຮົາ​ເກີດ​ມາ​ມີ​ລັກສະນະ​ເໝືອນ​ກັບ​ຄົນ​ຝ່າຍ​ໂລກ​ຢ່າງໃດ ພວກເຮົາ​ກໍ​ຈະ​ມີ ​ລັກສະນະ​ເໝືອນ​ກັບ​ຄົນ​ຈາກ​ສະຫວັນ​ຢ່າງນັ້ນ.</verse>
				<verse number="50">ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍ​ປະກາດ​ແກ່​ພວກເຈົ້າ​ວ່າ ເນື້ອໜັງ ແລະ ເລືອດ​ບໍ່​ສາມາດ​ຮັບ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ມໍລະດົກ​ໄດ້ ແລະ ສິ່ງ​ທີ່​ເປື່ອຍເນົ່າ​ບໍ່​ສາມາດ​ຮັບ​ສິ່ງ​ທີ່​ບໍ່​ເປື່ອຍເນົ່າ​ເປັນ​ມໍລະດົກ​ໄດ້.</verse>
				<verse number="51">ຈົ່ງ​ຟັງ ເຮົາ​ຈະ​ບອກ​ຂໍ້​ເລິກລັບ​ແກ່​ພວກເຈົ້າ​ວ່າ: ພວກເຮົາ​ທັງຫລາຍ​ຈະ​ບໍ່​ຫລັບ​ໄປ​ໝົດ​ທຸກຄົນ ແຕ່​ພວກເຮົາ​ທັງໝົດ​ຈະ​ໄດ້​ຮັບ​ການປ່ຽນແປງ</verse>
				<verse number="52">ໃນ​ຊົ່ວ​ຂະນະ​ດຽວ, ໃນ​ຊົ່ວ​ພັບ​ຕາ​ດຽວ ເມື່ອ​ເປົ່າ​ແກ​ເທື່ອສຸດທ້າຍ. ເພາະ​ສຽງແກ​ຈະ​ດັງ​ຂຶ້ນ ຄົນຕາຍ​ຈະ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ແບບ​ບໍ່​ເປື່ອຍເນົ່າ ແລະ ພວກເຮົາ​ຈະ​ໄດ້​ຮັບ​ການປ່ຽນແປງ.</verse>
				<verse number="53">ດ້ວຍວ່າ ສິ່ງ​ທີ່​ເປື່ອຍເນົ່າ​ຕ້ອງ​ສວມ​ໃສ່​ສິ່ງ​ທີ່​ບໍ່ເປື່ອຍເນົ່າ ແລະ ສິ່ງ​ທີ່​ຕາຍເປັນ​ຕ້ອງ​ສວມ​ໃສ່​ສິ່ງ​ທີ່​ຕາຍບໍ່ເປັນ.</verse>
				<verse number="54">ເມື່ອ​ສິ່ງ​ທີ່​ເປື່ອຍເນົ່າ​ໄດ້​ສວມ​ໃສ່​ສິ່ງ​ທີ່​ບໍ່ເປື່ອຍເນົ່າ ແລະ ສິ່ງ​ທີ່​ຕາຍເປັນ​ສວມ​ໃສ່​ສິ່ງ​ທີ່​ຕາຍບໍ່ເປັນ​ແລ້ວ ຄຳ​ກ່າວ​ທີ່​ໄດ້​ຂຽນ​ໄວ້​ກໍ​ຈະ​ມາ​ເປັນຄວາມຈິງ​ຄື: “ຄວາມຕາຍ​ໄດ້​ຖືກ​ກືນ​ເຂົ້າ​ໄປ​ໃນ​ໄຊຊະນະ​ແລ້ວ”.</verse>
				<verse number="55">“ໂອ ຄວາມຕາຍ​ເອີຍ, ໄຊຊະນະ​ຂອງ​ມຶງ​ຢູ່ໃສ? ໂອ ຄວາມຕາຍ​ເອີຍ, ໄລພິດ​ຂອງ​ມຶງ​ຢູ່ໃສ?”</verse>
				<verse number="56">ໄລພິດ​ຂອງ​ຄວາມຕາຍ​ຄື​ຄວາມບາບ ແລະ ລິດອຳນາດ​ຂອງ​ຄວາມບາບ​ຄື​ກົດບັນຍັດ.</verse>
				<verse number="57">ແຕ່​ຂອບພຣະຄຸນ​ພຣະເຈົ້າ! ພຣະອົງ​ມອບ​ໄຊຊະນະ​ໃຫ້​ແກ່​ພວກເຮົາ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.</verse>
				<verse number="58">ເຫດສະນັ້ນ ພີ່ນ້ອງ​ທີ່ຮັກ​ຂອງ​ເຮົາ​ເອີຍ, ຈົ່ງ​ຕັ້ງໝັ້ນ​ຢູ່. ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ພວກເຈົ້າ​ຫວັ່ນໄຫວ. ຈົ່ງ​ທຸ້ມເທ​ພວກເຈົ້າ​ເອງ​ຢ່າງ​ເຕັມທີ່​ໃຫ້​ກັບ​ງານ​ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ໃນ​ອົງພຣະຜູ້ເປັນເຈົ້າ ການງານ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ໄດ້​ໄຮ້ປະໂຫຍດ.</verse>
			</chapter>
			<chapter number="16">
				<verse number="1">ບັດນີ້ ກ່ຽວກັບ​ການ​ແຜ່​ຊັບ​ເພື່ອ​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ນັ້ນ ຂໍ​ໃຫ້​ປະຕິບັດ​ຕາມ​ທີ່​ເຮົາ​ໄດ້​ບອກ​ໃຫ້​ຄຣິສຕະຈັກ​ຕ່າງໆ​ໃນ​ຄາລາເຕຍ​ປະຕິບັດ​ນັ້ນ.</verse>
				<verse number="2">ໃນ​ມື້​ທີໜຶ່ງ​ຂອງ​ທຸກໆ​ອາທິດ, ພວກເຈົ້າ​ແຕ່ລະຄົນ​ຄວນ​ແຍກ​ເງິນ​ຈຳນວນ​ໜຶ່ງ​ທີ່​ເໝາະສົມ​ກັບ​ລາຍໄດ້​ຂອງ​ຕົນ ເກັບ​ສະສົມ​ເງິນ​ນີ້​ໄວ້ ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ຈະ​ບໍ່​ມີ​ການແຜ່ຊັບ​ອີກ.</verse>
				<verse number="3">ແລ້ວ​ເມື່ອ​ເຮົາ​ມາເຖິງ ເຮົາ​ກໍ​ຈະ​ມອບ​ຈົດໝາຍ​ແນະນຳ​ຕົວ​ໃຫ້​ແກ່​ບັນດາ​ຜູ້ຊາຍ​ທີ່​ພວກເຈົ້າ​ເຫັນ​ສົມຄວນ ແລະ ສົ່ງ​ພວກເຂົາ​ໄປ​ຍັງ​ເຢຣູຊາເລັມ​ພ້ອມ​ກັບ​ເງິນຖວາຍ​ຂອງ​ພວກເຈົ້າ.</verse>
				<verse number="4">ຖ້າ​ເຫັນ​ສົມຄວນ​ສຳລັບ​ເຮົາ​ທີ່​ຈະ​ໄປ​ນຳ​ດ້ວຍ, ພວກເຂົາ​ກໍ​ຈະ​ໄປ​ພ້ອມ​ກັບ​ເຮົາ.</verse>
				<verse number="5">ຫລັງຈາກ​ເຮົາ​ຜ່ານ​ແຂວງ​ມາເກໂດເນຍ​ແລ້ວ ເຮົາ​ຈະ​ມາ​ຫາ​ພວກເຈົ້າ ເພາະ​ເຮົາ​ຈະ​ເດີນທາງ​ຜ່ານ​ໄປ​ທີ່​ມາເກໂດເນຍ.</verse>
				<verse number="6">ບາງທີ​ເຮົາ​ອາດ​ພັກ​ຢູ່​ນຳ​ພວກເຈົ້າ​ໄລຍະໜຶ່ງ ຫລື ແມ່ນແຕ່​ຢູ່​ຈົນ​ໝົດ​ລະດູໜາວ​ກໍ​ເປັນ​ໄດ້, ເພື່ອ​ວ່າ​ພວກເຈົ້າ​ຈະ​ຊ່ວຍເຫລືອ​ເຮົາ​ໃນ​ການເດີນທາງ ບໍ່​ວ່າ​ເຮົາ​ຈະ​ໄປ​ທີ່​ໃດ​ກໍຕາມ.</verse>
				<verse number="7">ເພາະ​ເວລາ​ນີ້​ເຮົາ​ຍັງ​ບໍ່​ຢາກ​ພົບ​ກັບ​ພວກເຈົ້າ​ເທື່ອ ແລະ ພຽງແຕ່​ແວ່​ຢ້ຽມຢາມ​ເທົ່ານັ້ນ; ຖ້າ​ວ່າ​ອົງພຣະຜູ້ເປັນເຈົ້າ​ອະນຸຍາດ ເຮົາ​ຫວັງ​ວ່າ​ຈະ​ໄດ້​ໃຊ້​ເວລາ​ຢູ່​ກັບ​ພວກເຈົ້າ​ດົນ​ສົມຄວນ.</verse>
				<verse number="8">ແຕ່​ເຮົາ​ຈະ​ຢູ່​ທີ່​ເມືອງ​ເອເຟໂຊ​ຕໍ່​ໄປ​ຈົນ​ເຖິງ​ເທສະການ​ເພັນເຕຄໍສະເຕ,</verse>
				<verse number="9">ເພາະວ່າ ປະຕູ​ໄດ້​ເປີດ​ກວ້າງ​ໃຫ້​ເຮົາ​ເຮັດວຽກ​ຢ່າງ​ເກີດຜົນ ແລະ ຄົນ​ທີ່​ຕໍ່ຕ້ານ​ເຮົາ​ກໍ​ມີ​ຫລາຍ.</verse>
				<verse number="10">ເມື່ອ​ຕີໂມທຽວ​ມາ ຂໍ​ໃຫ້​ພວກເຈົ້າ​ຊ່ວຍ​ເບິ່ງແຍງ​ບໍ່​ໃຫ້​ລາວ​ຢ້ານກົວ​ຕໍ່​ສິ່ງໃດ​ໃນ​ຂະນະ​ທີ່​ລາວ​ຢູ່​ນຳ​ພວກເຈົ້າ, ເພາະ​ລາວ​ກໍ​ເຮັດວຽກ​ຂອງ​ອົງພຣະຜູ້ເປັນເຈົ້າ​ເໝືອນກັນ​ກັບ​ເຮົາ.</verse>
				<verse number="11">ດັ່ງນັ້ນ ຢ່າ​ໃຫ້​ຜູ້ໃດ​ປະຕິບັດ​ຕໍ່​ລາວ​ດ້ວຍ​ການດູຖູກ. ແຕ່​ສົ່ງ​ລາວ​ໃຫ້​ເດີນທາງ​ຕໍ່​ໄປ​ຢ່າງ​ສັນຕິ​ເພື່ອ​ວ່າ​ລາວ​ຈະ​ໄດ້​ກັບ​ມາ​ຫາ​ເຮົາ. ເຮົາ​ກຳລັງ​ຄອຍຖ້າ​ລາວ​ກັບ​ພວກ​ພີ່ນ້ອງ​ຢູ່.</verse>
				<verse number="12">ບັດນີ້ ກ່ຽວກັບ​ອາໂປໂລ​ພີ່ນ້ອງ​ຂອງ​ເຮົາ​ນັ້ນ ເຮົາ​ໄດ້​ຂໍຮ້ອງ​ລາວ​ໃຫ້​ມາ​ຫາ​ພວກເຈົ້າ​ພ້ອມ​ກັບ​ບັນດາ​ພີ່ນ້ອງ. ເວລານີ້​ລາວ​ຍັງ​ບໍ່​ຢາກ​ໄປ, ແຕ່​ລາວ​ຈະ​ໄປ​ເມື່ອ​ລາວ​ມີ​ໂອກາດ.</verse>
				<verse number="13">ພວກເຈົ້າ​ທັງຫລາຍ​ຈົ່ງ​ເຝົ້າລະວັງ​ຢູ່; ຈົ່ງ​ຕັ້ງໝັ້ນ​ຢູ່​ໃນ​ຄວາມເຊື່ອ; ຈົ່ງ​ກ້າຫານ ແລະ ຈົ່ງ​ເຂັ້ມແຂງ.</verse>
				<verse number="14">ຈົ່ງ​ເຮັດ​ທຸກສິ່ງ​ດ້ວຍ​ຄວາມຮັກ.</verse>
				<verse number="15">ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ຢູ່​ວ່າ​ຄອບຄົວ​ຂອງ​ສະເຕຟານາ​ໄດ້​ກັບໃຈ​ມາ​ເຊື່ອ​ເປັນ​ກຸ່ມ​ທຳອິດ​ໃນ​ແຂວງ​ອະຂາຢາ ແລະ ພວກເຂົາ​ໄດ້​ອຸທິດ​ຕົນ​ເອງ​ຮັບໃຊ້​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ. ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ</verse>
				<verse number="16">ໃຫ້​ຍອມ​ເຊື່ອຟັງ​ຄົນ​ເຫລົ່ານີ້ ແລະ ທຸກຄົນ​ທີ່​ເຂົ້າຮ່ວມ​ໃນ​ວຽກງານ ແລະ ທຳງານ​ດ້ວຍ​ຄວາມຍາກລຳບາກ.</verse>
				<verse number="17">ເຮົາ​ດີໃຈ​ເມື່ອ​ສະເຕຟານາ, ຟອກຕູນາໂຕ ແລະ ອະຂາອີໂກ​ໄດ້​ມາ​ເຖິງ ເພາະ​ວ່າ​ພວກເຂົາ​ໄດ້​ຈັດຫາ​ສິ່ງ​ທີ່​ພວກເຈົ້າ​ຂາດ​ນັ້ນ​ໃຫ້​ແກ່​ເຮົາ.</verse>
				<verse number="18">ເພາະ​ພວກເຂົາ​ໄດ້​ຟື້ນ​ຈິດໃຈ​ຂອງ​ເຮົາ​ຂຶ້ນ​ໃໝ່ ແລະ ຈິດໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ດ້ວຍ. ບັນດາ​ຄົນ​ຢ່າງ​ນີ້​ສົມຄວນ​ໄດ້​ຮັບ​ການຍອມຮັບ.</verse>
				<verse number="19">ຄຣິສຕະຈັກ​ຕ່າງໆ​ໃນ​ແຂວງ​ເອເຊຍ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ທັງຫລາຍ. ອາກີລາ ແລະ ປີຊະກີລາ ແລະ ຄຣິສຕະຈັກ​ທີ່​ພົບ​ກັນ​ໃນ​ເຮືອນ​ຂອງ​ພວກເຂົາ​ກໍ​ຝາກ​ຄວາມຄິດເຖິງ​ຢ່າງ​ອົບອຸ່ນ​ໃນ​ອົງພຣະຜູ້ເປັນເຈົ້າ​ມາ​ຍັງ​ພວກເຈົ້າ​ດ້ວຍ.</verse>
				<verse number="20">ພີ່ນ້ອງ​ທຸກຄົນ​ຢູ່​ທີ່​ນີ້​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ. ຈົ່ງ​ທັກທາຍ​ກັນ​ດ້ວຍ​ການ​ຈູບ​ອັນ​ບໍລິສຸດ.</verse>
				<verse number="21">ເຮົາ​ໂປໂລ ຂຽນ​ຄຳທັກທາຍ​ນີ້​ດ້ວຍ​ມື​ຂອງ​ເຮົາ​ເອງ.</verse>
				<verse number="22">ຖ້າ​ຜູ້ໃດ​ບໍ່​ຮັກ​ອົງພຣະຜູ້ເປັນເຈົ້າ, ຂໍ​ໃຫ້​ຜູ້​ນັ້ນ​ຖືກ​ສາບແຊ່ງ! ອົງພຣະຜູ້ເປັນເຈົ້າ ໂຜດ​ມາ​ເທີ້ນ!</verse>
				<verse number="23">ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.</verse>
				<verse number="24">ເຮົາ​ຂໍ​ສົ່ງ​ຄວາມຮັກ​ມາ​ຍັງ​ພວກເຈົ້າ​ທຸກຄົນ​ໃນ​ພຣະເຢຊູຄຣິດເຈົ້າ. ອາແມນ.</verse>
			</chapter>
		</book>
		<book number="47">
			<chapter number="1">
				<verse number="1">ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ຕີໂມທຽວ​ນ້ອງຊາຍ​ຂອງ​ເຮົາ, ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ທີ່​ເມືອງ​ໂກຣິນໂທ ພ້ອມ​ດ້ວຍ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ​ທຸກຄົນ​ທົ່ວ​ແຂວງ​ອະຂາຢາ:</verse>
				<verse number="2">ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.</verse>
				<verse number="3">ສັນລະເສີນ​ພຣະເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ພຣະບິດາເຈົ້າ​ແຫ່ງ​ຄວາມເມດຕາ ແລະ ພຣະເຈົ້າ​ແຫ່ງ​ການ​ເລົ້າໂລມໃຈ​ທັງປວງ,</verse>
				<verse number="4">ຜູ້​ເລົ້າໂລມໃຈ​ພວກເຮົາ​ໃນ​ຄວາມທຸກລຳບາກ​ທຸກ​ຢ່າງ​ຂອງ​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ສາມາດ​ເລົ້າໂລມໃຈ​ບັນດາ​ຜູ້​ທີ່​ປະສົບ​ກັບ​ຄວາມທຸກລຳບາກ​ໃນ​ເລື່ອງໃດ​ເລື່ອງໜຶ່ງ​ດ້ວຍ​ການເລົ້າໂລມໃຈ​ທີ່​ພວກເຮົາ​ເອງ​ໄດ້​ຮັບ​ຈາກ​ພຣະເຈົ້າ.</verse>
				<verse number="5">ເພາະ​ເຊັ່ນດຽວ​ກັນ​ກັບ​ທີ່​ພວກເຮົາ​ຮ່ວມ​ໃນ​ການທົນທຸກ​ຂອງ​ພຣະຄຣິດເຈົ້າ​ຫລາຍ​ເຫລືອລົ້ນ​ຢ່າງໃດ, ການ​ເລົ້າໂລມໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະຄຣິດເຈົ້າ​ກໍ​ຫລາຍ​ເຫລືອລົ້ນ​ຢ່າງນັ້ນ.</verse>
				<verse number="6">ຖ້າ​ພວກເຮົາ​ທົນທຸກ, ການທົນທຸກ​ນັ້ນ​ກໍ​ເພື່ອ​ການເລົ້າໂລມໃຈ ແລະ ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ, ຖ້າ​ພວກເຮົາ​ໄດ້ຮັບ​ການ​ເລົ້າໂລມໃຈ ກໍ​ເພື່ອ​ໃຫ້​ພວກເຈົ້າ​ໄດ້​ຮັບ​ການເລົ້າໂລມໃຈ ເຊິ່ງ​ສົ່ງ​ຜົນ​ໃຫ້​ພວກເຈົ້າ​ມີ​ຄວາມພຽນ​ອົດທົນ​ໃນ​ຄວາມທຸກລຳບາກ​ຢ່າງດຽວ​ກັບ​ທີ່​ພວກເຮົາ​ທົນທຸກ​ຢູ່.</verse>
				<verse number="7">ແລະ ພວກເຮົາ​ມີ​ຄວາມຫວັງ​ສຳລັບ​ພວກເຈົ້າ​ກໍ​ໝັ້ນຄົງ​ຢູ່, ເພາະ​ວ່າ​ພວກເຮົາ​ຮູ້​ວ່າ​ພວກເຈົ້າ​ຮ່ວມ​ໃນ​ຄວາມທຸກລຳບາກ​ກັບ​ພວກເຮົາ​ຢ່າງໃດ ພວກເຈົ້າ​ກໍ​ຈະ​ຮ່ວມ​ໃນ​ການ​ເລົ້າໂລມໃຈ​ກັບ​ພວກເຮົາ​ເໝືອນກັນ​ຢ່າງນັ້ນ.</verse>
				<verse number="8">ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມທຸກລຳບາກ​ທີ່​ພວກເຮົາ​ໄດ້​ປະເຊີນ​ໃນ​ແຂວງ​ເອເຊຍ. ພວກເຮົາ​ຢູ່​ພາຍໃຕ້​ຄວາມກົດດັນ​ອັນ​ໃຫຍ່ ຈົນ​ສຸດ​ຄວາມ​ສາມາດ​ຂອງ​ພວກເຮົາ​ທີ່​ຈະ​ທົນ​ໄດ້, ຈົນ​ວ່າ​ພວກເຮົາ​ໝົດ​ຫວັງ​ທີ່​ຈະ​ເອົາ​ຊີວິດ​ໃຫ້​ພົ້ນ​ໄດ້.</verse>
				<verse number="9">ແທ້ຈິງ ພວກເຮົາ​ຮູ້ສຶກ​ວ່າ​ພວກເຮົາ​ໄດ້​ຖືກ​ຕັດສິນ​ປະຫານ​ຊີວິດ​ແລ້ວ. ແຕ່​ສິ່ງ​ນີ້​ເກີດຂຶ້ນ​ກໍ​ເພື່ອ​ບໍ່​ໃຫ້​ພວກເຮົາ​ເພິ່ງພາ​ຕົນເອງ ແຕ່​ໃຫ້​ເພິ່ງພາ​ພຣະເຈົ້າ ຜູ້​ເຮັດ​ໃຫ້​ຄົນຕາຍ​ເປັນຄືນມາ.</verse>
				<verse number="10">ພຣະອົງ​ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ອັນຕະລາຍ​ເຖິງ​ແກ່​ຄວາມຕາຍ​ເຊັ່ນນີ້ ແລະ ພຣະອົງ​ຈະ​ປົດປ່ອຍ​ພວກເຮົາ​ອີກ. ພວກເຮົາ​ໄດ້​ຕັ້ງ​ຄວາມຫວັງ​ໄວ້​ໃນ​ພຣະອົງ​ວ່າ ພຣະອົງ​ຈະ​ສືບຕໍ່​ປົດປ່ອຍ​ພວກເຮົາ,</verse>
				<verse number="11">ເຊັ່ນ​ດຽວ​ກັບ​ທີ່​ພວກເຈົ້າ​ຊ່ວຍ​ພວກເຮົາ​ໂດຍ​ຄຳອະທິຖານ​ຂອງ​ພວກເຈົ້າ. ແລ້ວ​ຄົນ​ທັງຫລາຍ​ກໍ​ຈະ​ຂອບພຣະຄຸນ​ພຣະເຈົ້າ​ເພາະ​ພວກເຮົາ​ສຳລັບ​ຄວາມກະລຸນາ​ທີ່​ພວກເຮົາ​ໄດ້​ຮັບ ເຊິ່ງ​ເປັນ​ການ​ຕອບ​ຄຳອະທິຖານ​ຂອງ​ຄົນ​ທັງຫລາຍ.</verse>
				<verse number="12">ບັດນີ້ ນີ້​ແມ່ນ​ຄວາມອວດອ້າງ​ຂອງ​ພວກເຮົາ​ຄື: ຈິດສຳນຶກ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ ພວກເຮົາ​ໄດ້​ປະພຶດ​ຕົນ​ຢູ່​ໃນ​ໂລກ​ນີ້ ແລະ ໂດຍ​ສະເພາະ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ​ດ້ວຍ​ຄວາມສັດຊື່ ແລະ ຄວາມຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ. ພວກເຮົາ​ບໍ່​ໄດ້​ປະພຶດ​ຕາມ​ປັນຍາ​ຝ່າຍໂລກ ແຕ່​ຕາມ​ພຣະຄຸນ​ຂອງ​ພຣະເຈົ້າ.</verse>
				<verse number="13">ເພາະ​ພວກເຮົາ​ບໍ່​ໄດ້​ຂຽນ​ເຖິງ​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຈົ້າ​ບໍ່​ສາມາດ​ອ່ານ ຫລື ເຂົ້າໃຈ​ໄດ້. ແລະ ເຮົາ​ຫວັງ​ວ່າ,</verse>
				<verse number="14">ໃນ​ເມື່ອ​ພວກເຈົ້າ​ເຂົ້າໃຈ​ພວກເຮົາ​ໃນ​ບາງສ່ວນ​ແລ້ວ, ພວກເຈົ້າ​ຈະ​ເຂົ້າໃຈ​ຢ່າງ​ຄົບຖ້ວນ​ວ່າ ພວກເຈົ້າ​ກໍ​ສາມາດ​ອວດອ້າງ​ເຖິງ​ພວກເຮົາ​ເໝືອນ​ດັ່ງ​ພວກເຮົາ​ຈະ​ອວດອ້າງ​ເຖິງ​ພວກເຈົ້າ​ໃນ​ວັນ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ.</verse>
				<verse number="15">ເພາະ​ເຮົາ​ໝັ້ນໃຈ​ໃນ​ເລື່ອງ​ນີ້, ເຮົາ​ຈຶ່ງ​ຢາກ​ຈະ​ມາ​ຢ້ຽມຢາມ​ພວກເຈົ້າ​ກ່ອນ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ປະໂຫຍດ​ສອງເທົ່າ.</verse>
				<verse number="16">ເຮົາ​ຢາກ​ມາ​ຢ້ຽມຢາມ​ພວກເຈົ້າ​ໃນ​ລະຫວ່າງ​ທາງ​ໄປ​ແຂວງ​ມາເກໂດເນຍ ແລະ ຈະ​ມາ​ຫາ​ພວກເຈົ້າ​ອີກ​ເມື່ອ​ກັບມາ​ຈາກ​ແຂວງ​ມາເກໂດເນຍ ແລະ ຫລັງຈາກ​ນັ້ນ ໃຫ້​ພວກເຈົ້າ​ສົ່ງ​ເຮົາ​ເດີນທາງ​ໄປ​ຍັງ​ແຂວງ​ຢູດາຍ.</verse>
				<verse number="17">ເມື່ອ​ເຮົາ​ໄດ້​ຕັ້ງໃຈ​ຈະ​ເຮັດ​ຢ່າງ​ນີ້ ເຮົາ​ເຮັດ​ໄປ​ແບບ​ບໍ່​ຈິງຈັງ​ບໍ? ຫລື ເຮົາ​ໄດ້​ວາງແຜນ​ໃນ​ແບບ​ຄົນ​ຂອງ​ໂລກ​ທີ່​ພ້ອມ​ຈະ​ຮັບປາກ​ໄປ​ເທົ່ານັ້ນ​ວ່າ: “ມາ” ແລະ “ບໍ່​ມາ” ບໍ?</verse>
				<verse number="18">ແຕ່​ພຣະເຈົ້າ​ສັດຊື່​ແນ່ນອນ​ຢ່າງໃດ ຂໍ້ຄວາມ​ຂອງ​ພວກເຮົາ​ທີ່​ໃຫ້​ແກ່​ພວກເຈົ້າ​ກໍ​ບໍ່ແມ່ນ “ມາ” ແລະ “ບໍ່​ມາ”.</verse>
				<verse number="19">ເພາະ​ພຣະບຸດ​ຂອງ​ພຣະເຈົ້າ​ຄື​ພຣະເຢຊູຄຣິດເຈົ້າ ຜູ້​ທີ່​ເຮົາ​ກັບ​ຊີລາ ແລະ ຕີໂມທຽວ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ​ບໍ່ແມ່ນ​ທັງ “ຈິງ” ແລະ “ບໍ່ຈິງ” ແຕ່​ໃນ​ພຣະອົງ​ເປັນ “ຈິງ” ສະເໝີ.</verse>
				<verse number="20">ເພາະ​ບໍ່​ວ່າ​ພຣະເຈົ້າ​ໄດ້​ເຮັດ​ຄຳສັນຍາ​ໄວ້​ຫລວງຫລາຍ​ເທົ່າໃດ​ກໍ​ຕາມ, ຄຳສັນຍາ​ເຫລົ່ານັ້ນ​ກໍ​ເປັນ “ຈິງ” ໃນ​ພຣະຄຣິດເຈົ້າ. ແລະ ດັ່ງນັ້ນ ໂດຍ​ທາງ​ພຣະອົງ​ພວກເຮົາ​ຈຶ່ງ​ກ່າວ​ຄຳ​ວ່າ “ອາແມນ” ເພື່ອ​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ.</verse>
				<verse number="21">ບັດນີ້​ແມ່ນ​ພຣະເຈົ້າ​ທີ່​ເຮັດ​ໃຫ້​ທັງ​ພວກເຮົາ ແລະ ພວກເຈົ້າ​ຕັ້ງໝັ້ນ​ໃນ​ພຣະຄຣິດເຈົ້າ. ພຣະອົງ​ໄດ້​ເຈີມ​ພວກເຮົາ,</verse>
				<verse number="22">ໄດ້​ປະທັບຕາ​ສະແດງ​ຄວາມເປັນເຈົ້າຂອງ​ໃສ່​ພວກເຮົາ ແລະ ໄດ້​ມອບ​ພຣະວິນຍານ​ຂອງ​ພຣະອົງ​ໃສ່​ໄວ້​ໃນ​ໃຈ​ພວກເຮົາ​ເປັນ​ເຄື່ອງມັດຈຳ, ເປັນ​ການ​ຮັບປະກັນ​ໃນ​ສິ່ງ​ທີ່​ຈະ​ມາ​ເຖິງ.</verse>
				<verse number="23">ເຮົາ​ຂໍຮ້ອງ​ພຣະເຈົ້າ​ໃຫ້​ເປັນ​ພະຍານ​ແກ່​ເຮົາ ແລະ ເຮົາ​ຂໍ​ເອົາ​ຊີວິດ​ຂອງ​ເຮົາ​ເປັນ​ເດີມພັນ​ກ່ຽວກັບ​ເລື່ອງນີ້​ວ່າ​ເຮົາ​ບໍ່​ໄດ້​ກັບໄປ​ທີ່​ເມືອງ​ໂກຣິນໂທ​ນັ້ນ ກໍ​ເພາະ​ເຮົາ​ຢາກ​ສະຫງວນ​ພວກເຈົ້າ​ໄວ້.</verse>
				<verse number="24">ພວກເຮົາ​ບໍ່​ໄດ້​ເປັນ​ນາຍ​ຢູ່​ເໜືອ​ຄວາມເຊື່ອ​ຂອງ​ພວກເຈົ້າ, ແຕ່​ເຮົາ​ເຮັດວຽກ​ຮ່ວມ​ກັບ​ພວກເຈົ້າ​ເພື່ອ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ, ເພາະ​ໂດຍ​ຄວາມເຊື່ອ ພວກເຈົ້າ​ຈຶ່ງ​ຕັ້ງໝັ້ນຄົງ​ຢູ່.</verse>
			</chapter>
			<chapter number="2">
				<verse number="1">ດັ່ງນັ້ນ ເຮົາ​ຈຶ່ງ​ຕັດສິນໃຈ​ວ່າ ເຮົາ​ຈະ​ບໍ່​ມາ​ຢ້ຽມຢາມ​ແລ້ວ​ເຮັດ​ໃຫ້​ພວກເຈົ້າ​ເຈັບປວດ​ອີກ.</verse>
				<verse number="2">ເພາະ​ຖ້າ​ເຮົາ​ເຮັດ​ໃຫ້​ພວກເຈົ້າ​ໂສກເສົ້າ, ຈະ​ເຫລືອ​ຜູ້ໃດ​ທີ່​ເຮັດ​ໃຫ້​ເຮົາ​ດີໃຈ? ກໍ​ມີ​ແຕ່​ພວກເຈົ້າ​ຜູ້​ທີ່​ເຮົາ​ເຮັດ​ໃຫ້​ໂສກເສົ້າ​ນັ້ນ​ແຫລະ.</verse>
				<verse number="3">ເຮົາ​ໄດ້​ຂຽນ​ດັ່ງ​ທີ່​ເຮົາ​ໄດ້​ເຮັດ, ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ເຖິງ ເຮົາ​ຈະ​ບໍ່​ຕ້ອງ​ໂສກເສົ້າ​ຍ້ອນ​ຄົນ​ທີ່​ຄວນ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມຊື່ນຊົມຍິນດີ. ເຮົາ​ມີ​ຄວາມ​ໝັ້ນໃຈ​ໃນ​ພວກເຈົ້າ​ທຸກຄົນ​ວ່າ ພວກເຈົ້າ​ທຸກຄົນ​ຈະ​ຮ່ວມ​ຊື່ນຊົມຍິນດີ​ກັບ​ເຮົາ.</verse>
				<verse number="4">ເພາະ​ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ມາ​ດ້ວຍ​ຄວາມໂສກເສົ້າ​ຢ່າງ​ໜັກ ດ້ວຍ​ຄວາມເຈັບປວດ​ຫົວໃຈ ແລະ ດ້ວຍ​ນ້ຳຕາ, ບໍ່​ແມ່ນ​ເພື່ອ​ເຮັດ​ໃຫ້​ພວກເຈົ້າ​ໂສກເສົ້າ ແຕ່​ເພື່ອ​ໃຫ້​ພວກເຈົ້າ​ຮູ້​ຄວາມຮັກ​ອັນ​ເລິກເຊິ່ງ​ຂອງ​ເຮົາ​ທີ່​ມີ​ສຳລັບ​ພວກເຈົ້າ.</verse>
				<verse number="5">ຖ້າ​ມີ​ຄົນໃດ​ກໍ່​ໃຫ້​ເກີດ​ຄວາມໂສກເສົ້າ ລາວ​ກໍ​ບໍ່​ໄດ້​ເຮັດໃຫ້​ເຮົາ​ໂສກເສົ້າ​ຫລາຍ​ເທົ່າ​ກັບ​ທີ່​ເຮັດໃຫ້​ພວກເຈົ້າ​ທັງຫລາຍ​ໂສກເສົ້າ​ໃນ​ລະດັບໜຶ່ງ ທີ່​ກ່າວ​ວ່າ​ໃນ​ລະດັບໜຶ່ງ​ນັ້ນ ກໍ​ເພາະ​ເຮົາ​ບໍ່​ຢາກ​ເວົ້າ​ຮຸນແຮງ​ເກີນໄປ.</verse>
				<verse number="6">ການລົງໂທດ​ທີ່​ເກີດຂຶ້ນ​ກັບ​ລາວ​ໂດຍ​ຄົນ​ສ່ວນໃຫຍ່​ກໍ​ພຽງພໍ​ແລ້ວ.</verse>
				<verse number="7">ບັດນີ້​ພວກເຈົ້າ​ຄວນ​ຈະ​ໃຫ້​ອະໄພ ແລະ ເລົ້າໂລມໃຈ​ລາວ ເພື່ອ​ວ່າ​ລາວ​ຈະ​ບໍ່​ໄດ້​ຖືກ​ຄອບງຳ​ໂດຍ​ຄວາມໂສກເສົ້າ​ຫລາຍ​ເກີນ​ໄປ.</verse>
				<verse number="8">ເຫດສະນັ້ນ ເຮົາ​ຂໍຮ້ອງ​ພວກເຈົ້າ​ໃຫ້​ຢືນຢັນ​ຄວາມຮັກ​ຂອງ​ພວກເຈົ້າ​ທີ່​ມີ​ຕໍ່​ລາວ​ອີກ​ເທື່ອ​ໜຶ່ງ.</verse>
				<verse number="9">ເຫດຜົນ​ອື່ນ​ອີກ​ທີ່​ເຮົາ​ຂຽນ​ມາ​ນັ້ນ​ກໍ​ເພື່ອ​ຈະ​ເບິ່ງ​ວ່າ​ພວກເຈົ້າ​ຈະ​ຕັ້ງໝັ້ນຄົງ​ຕໍ່​ການທົດລອງ ແລະ ເຊື່ອຟັງ​ໃນ​ທຸກສິ່ງ ຫລື ບໍ່.</verse>
				<verse number="10">ຖ້າ​ພວກເຈົ້າ​ຍົກໂທດ​ໃຫ້​ຜູ້ໃດ ເຮົາ​ກໍ​ຈະ​ຍົກໂທດ​ໃຫ້​ຜູ້ນັ້ນ​ເໝືອນກັນ. ແລະ ຖ້າ​ມີ​ສິ່ງໃດ​ທີ່​ຈະ​ຕ້ອງ​ຍົກໂທດ ເຮົາ​ກໍ​ໄດ້​ຍົກໂທດ​ໃຫ້​ແລ້ວ​ໃນ​ສາຍ​ຕາ​ຂອງ​ພຣະຄຣິດເຈົ້າ​ເພາະ​ເຫັນແກ່​ພວກເຈົ້າ,</verse>
				<verse number="11">ເພື່ອວ່າ​ພວກເຮົາ​ຈະ​ໄດ້​ບໍ່​ເສຍໄຊ​ໃຫ້​ມານຊາຕານ. ເພາະວ່າ​ພວກເຮົາ​ຮູ້​ແຜນການ​ຂອງ​ມັນ.</verse>
				<verse number="12">ບັດນີ້​ເມື່ອ​ເຮົາ​ໄປ​ເມືອງ​ໂທອາດ​ເພື່ອ​ປະກາດ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ​ນັ້ນ ແລະ ພົບ​ວ່າ​ອົງພຣະຜູ້ເປັນເຈົ້າ​ໄດ້​ເປີດ​ປະຕູ​ແກ່​ເຮົາ​ແລ້ວ,</verse>
				<verse number="13">ເຮົາ​ກໍ​ຍັງ​ບໍ່​ມີ​ສັນຕິສຸກ​ໃນ​ຈິດໃຈ​ເລີຍ, ເພາະ​ວ່າ​ເຮົາ​ບໍ່​ພົບ​ຕີໂຕ​ນ້ອງຊາຍ​ຂອງ​ເຮົາ​ຢູ່​ທີ່​ນັ້ນ. ດັ່ງນັ້ນ ເຮົາ​ຈຶ່ງ​ກ່າວ​ລາ​ພວກເຂົາ ແລ້ວ​ເດີນທາງ​ໄປ​ທີ່​ແຂວງ​ມາເກໂດເນຍ.</verse>
				<verse number="14">ແຕ່​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຜູ້​ນຳພາ​ພວກເຮົາ​ເໝືອນດັ່ງ​ເປັນ​ຊະເລີຍ​ໃນ​ຂະບວນ​ແຫ່ງ​ໄຊຊະນະ​ຂອງ​ພຣະຄຣິດເຈົ້າ​ຕະຫລອດ​ມາ ແລະ ໃຊ້​ພວກເຮົາ​ເພື່ອ​ກະຈາຍ​ກິ່ນຫອມ​ແຫ່ງ​ຄວາມຮູ້ຈັກ​ພຣະອົງ​ຢູ່​ທົ່ວທຸກບ່ອນ.</verse>
				<verse number="15">ເພາະວ່າ​ພວກເຮົາ​ເປັນ​ກິ່ນຫອມ​ຂອງ​ພຣະຄຣິດເຈົ້າ ທີ່​ຖວາຍ​ແກ່​ພຣະເຈົ້າ​ໃນ​ທ່າມກາງ​ບັນດາ​ຜູ້​ທີ່​ກຳລັງ​ໄດ້​ຮັບ​ຄວາມພົ້ນ ແລະ ບັນດາ​ຜູ້​ທີ່​ກຳລັງ​ຈະ​ຈິບຫາຍ.</verse>
				<verse number="16">ເປັນ​ກິ່ນ​ແຫ່ງ​ຄວາມຕາຍ​ສຳລັບ​ຄົນ​ພວກໜຶ່ງ ແລະ ເປັນ​ກິ່ນຫອມ​ທີ່​ນຳ​ຊີວິດ​ສຳລັບ​ຄົນ​ອີກ​ພວກໜຶ່ງ. ແລະ ແມ່ນ​ຜູ້ໃດ​ນໍ​ທີ່​ສົມຄວນ​ກັບ​ງານ​ນີ້?</verse>
				<verse number="17">ພວກເຮົາ​ບໍ່​ເໝືອນ​ຫລາຍ​ຄົນ ທີ່​ເລາະ​ຂາຍ​ພຣະຄຳ​ຂອງ​ພຣະເຈົ້າ​ເພື່ອ​ຫາ​ກຳໄລ. ແຕ່​ກົງກັນຂ້າມ ໃນ​ພຣະຄຣິດເຈົ້າ ພວກເຮົາ​ກ່າວ​ຕໍ່ໜ້າ​ພຣະເຈົ້າ​ດ້ວຍ​ຄວາມຈິງໃຈ​ເໝືອນ​ດັ່ງ​ບັນດາ​ຄົນ​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ.</verse>
			</chapter>
			<chapter number="3">
				<verse number="1">ພວກເຮົາ​ກຳລັງ​ຈະ​ຍົກຍ້ອງ​ຕົນເອງ​ອີກ​ບໍ? ຫລື ໃຫ້​ພວກເຮົາ​ເຮັດ​ຈົດໝາຍ​ແນະນຳ​ຕົວ​ມາ​ໃຫ້​ພວກເຈົ້າ​ເໝືອນ​ດັ່ງ​ບາງຄົນ​ບໍ, ຫລື ເຮົາ​ຕ້ອງການ​ຈົດໝາຍ​ແນະນຳ​ຕົວ​ຈາກ​ພວກເຈົ້າ​ບໍ?</verse>
				<verse number="2">ພວກເຈົ້າເອງ​ເປັນ​ຈົດໝາຍ​ຂອງ​ພວກເຮົາ, ທີ່​ໄດ້​ຂຽນ​ໄວ້​ໃສ່​ຫົວໃຈ​ຂອງ​ພວກເຮົາ, ເພື່ອ​ໃຫ້​ທຸກຄົນ​ໄດ້​ຮູ້ ແລະ ໄດ້​ອ່ານ.</verse>
				<verse number="3">ພວກເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ພວກເຈົ້າ​ເອງ​ເປັນ​ຈົດໝາຍ​ທີ່​ມາ​ຈາກ​ພຣະຄຣິດເຈົ້າ, ເປັນ​ຜົນ​ທີ່​ມາ​ຈາກ​ພັນທະກິດ​ຂອງ​ພວກເຮົາ, ເຊິ່ງ​ບໍ່​ໄດ້​ຂຽນ​ດ້ວຍ​ນ້ຳມຶກ ແຕ່​ຂຽນ​ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ບໍ່​ໄດ້​ຂຽນ​ໃສ່​ເທິງ​ແຜ່ນຫີນ ແຕ່​ຂຽນ​ໃສ່​ໃນ​ຫົວໃຈ​ຂອງ​ມະນຸດ.</verse>
				<verse number="4">ນີ້​ຄື​ຄວາມໝັ້ນໃຈ​ທີ່​ພວກເຮົາ​ມີ​ໂດຍ​ທາງ​ພຣະຄຣິດເຈົ້າ​ຕໍ່ໜ້າ​ພຣະເຈົ້າ.</verse>
				<verse number="5">ບໍ່ແມ່ນ​ວ່າ​ພວກເຮົາ​ມີ​ຄວາມສາມາດ​ໃນ​ພວກເຮົາເອງ​ທີ່​ຈະ​ຮຽກຮ້ອງ​ສິ່ງໃດ​ສຳລັບ​ພວກເຮົາເອງ, ແຕ່​ຄວາມສາມາດ​ຂອງ​ພວກເຮົາ​ມາ​ຈາກ​ພຣະເຈົ້າ.</verse>
				<verse number="6">ພຣະອົງ​ໃຫ້​ພວກເຮົາ​ມີ​ຄວາມສາມາດ​ເປັນ​ຜູ້ຮັບໃຊ້​ແຫ່ງ​ພັນທະສັນຍາ​ໃໝ່ ບໍ່​ແມ່ນ​ດ້ວຍ​ຕົວອັກສອນ ແຕ່​ດ້ວຍ​ພຣະວິນຍານ; ເພາະ​ຕົວອັກສອນ​ເຮັດ​ໃຫ້​ຕາຍ, ແຕ່​ພຣະວິນຍານ​ໃຫ້ຊີວິດ.</verse>
				<verse number="7">ບັດນີ້​ຖ້າ​ພັນທະກິດ​ທີ່​ນຳ​ຄວາມຕາຍ​ມາ ເຊິ່ງ​ໄດ້​ຈາລຶກ​ເປັນ​ຕົວອັກສອນ​ໃສ່​ເທິງ​ແຜ່ນຫີນ ກໍ​ຍັງ​ມາ​ດ້ວຍ​ສະຫງ່າລາສີ, ດັ່ງນັ້ນ ເຖິງ​ແມ່ນ​ວ່າ​ສະຫງ່າລາສີ​ນີ້​ຈະ​ຈາງຫາຍ​ໄປ, ແຕ່​ປະຊາຊົນ​ອິດສະຣາເອນ​ກໍ​ບໍ່​ກ້າ​ເບິ່ງ​ໜ້າ​ໂມເຊ​ເພາະ​ສະຫງ່າລາສີ​ນັ້ນ,</verse>
				<verse number="8">ແລ້ວ​ພັນທະກິດ​ແຫ່ງ​ພຣະວິນຍານ​ຈະ​ບໍ່​ຍິ່ງ​ເຕັມ​ໄປ​ດ້ວຍ​ສະຫງ່າລາສີ​ຫລາຍ​ກວ່າ​ນັ້ນ​ບໍ?</verse>
				<verse number="9">ຖ້າ​ພັນທະກິດ​ທີ່​ຕັດສິນໂທດ​ຍັງ​ມີ​ສະຫງ່າລາສີ​ຢູ່, ແລ້ວ​ພັນທະກິດ​ທີ່​ນຳ​ຄວາມຊອບທຳ​ມາ​ຈະ​ມີ​ສະຫງ່າລາສີ​ຍິ່ງ​ກວ່າ​ນັ້ນ​ເທົ່າໃດ!</verse>
				<verse number="10">ເພາະວ່າ​ສິ່ງ​ທີ່​ເຄີຍ​ມີ​ສະຫງ່າລາສີ ບັດນີ້​ກໍ​ຈາງຫາຍ​ໄປ​ເມື່ອ​ທຽບ​ກັບ​ສະຫງ່າລາສີ​ທີ່​ຍິ່ງໃຫຍ່​ກວ່າ.</verse>
				<verse number="11">ແລະ ຖ້າ​ສິ່ງ​ຊົ່ວຄາວ​ຍັງ​ມາ​ພ້ອມ​ສະຫງ່າລາສີ, ແລ້ວ​ສິ່ງ​ຍືນຍົງ​ຈະ​ມີ​ສະຫງ່າລາສີ​ຍິ່ງໃຫຍ່​ຫລາຍ​ກວ່າ​ນັ້ນ​ຫລາຍ​ເທົ່າ​ໃດ!</verse>
				<verse number="12">ເຫດສະນັ້ນ ເພາະ​ພວກເຮົາ​ມີ​ຄວາມຫວັງ​ຢ່າງນີ້, ພວກເຮົາ​ຈຶ່ງ​ມີ​ໃຈກ້າ​ຫລາຍ.</verse>
				<verse number="13">ພວກເຮົາ​ບໍ່​ເປັນ​ເໝືອນ​ໂມເຊ ຜູ້​ທີ່​ເອົາ​ຜ້າປົກໜ້າ​ເພື່ອ​ບໍ່​ໃຫ້​ປະຊາຊົນ​ອິດສະຣາເອນ​ເບິ່ງ​ເຫັນ​ສະຫງ່າລາສີ​ທີ່​ກຳລັງ​ຈາງຫາຍ​ໄປ</verse>
				<verse number="14">ແຕ່​ຈິດໃຈ​ຂອງ​ພວກເຂົາ​ກໍ​ດື້ດ້ານ ເພາະ​ຈົນ​ເຖິງ​ທຸກ​ວັນ​ນີ້ ຜ້າປົກໜ້າ​ຢ່າງດຽວກັນ​ນັ້ນ​ກໍ​ຍັງ​ຄົງ​ຢູ່​ເມື່ອ​ອ່ານ​ພັນທະສັນຍາ​ເດີມ. ຜ້າປົກໜ້າ​ນີ້​ຍັງ​ບໍ່​ໄດ້​ຖືກ​ເອົາ​ອອກໄປ, ເພາະວ່າ​ໃນ​ພຣະຄຣິດເຈົ້າ​ເທົ່ານັ້ນ​ທີ່​ຜ້າປົກໜ້າ​ນີ້​ຈະ​ຖືກ​ເອົາ​ອອກໄປ​ໄດ້.</verse>
				<verse number="15">ແມ່ນແຕ່​ຈົນເຖິງ​ທຸກວັນນີ້ ເມື່ອ​ອ່ານ​ກົດບັນຍັດ​ຂອງ​ໂມເຊ ຜ້າປົກໜ້າ​ນັ້ນ​ກໍ​ຍັງ​ປົກປິດ​ໃຈ​ຂອງ​ພວກເຂົາ​ຢູ່.</verse>
				<verse number="16">ແຕ່​ເມື່ອ​ໃດ​ກໍ​ຕາມ​ທີ່​ມີ​ຄົນ​ຫັນ​ກັບ​ມາ​ຫາ​ອົງພຣະຜູ້ເປັນເຈົ້າ, ຜ້າປົກໜ້າ​ນັ້ນ​ກໍ​ຈະ​ຖືກ​ເອົາ​ອອກໄປ​ເສຍ.</verse>
				<verse number="17">ບັດນີ້ ອົງພຣະຜູ້ເປັນເຈົ້າ​ເປັນ​ພຣະວິນຍານ ແລະ ທີ່​ໃດ​ມີ​ພຣະວິນຍານ​ຂອງ​ອົງພຣະຜູ້ເປັນເຈົ້າ, ທີ່​ນັ້ນ​ກໍ​ມີ​ເສລີພາບ.</verse>
				<verse number="18">ແລະ ພວກເຮົາ​ທຸກຄົນ ຜູ້​ບໍ່​ມີ​ຜ້າປົກໜ້າ​ກໍ​ຄຳນຶງ ​ເຖິງ​ສະຫງ່າລາສີ​ຂອງ​ອົງພຣະຜູ້ເປັນເຈົ້າ, ພວກເຮົາ​ກຳລັງ​ໄດ້​ຮັບ​ການປ່ຽນແປງ​ໃຫ້​ມີ​ລັກສະນະ​ເໝືອນ​ພຣະອົງ​ດ້ວຍ​ສະຫງ່າລາສີ​ທີ່​ເພີ່ມ​ທະວີ​ຂຶ້ນ ຄື​ສະຫງ່າລາສີ​ທີ່​ມາ​ຈາກ​ອົງພຣະຜູ້ເປັນເຈົ້າ​ຜູ້​ເປັນ​ພຣະວິນຍານ.</verse>
			</chapter>
			<chapter number="4">
				<verse number="1">ເຫດສະນັ້ນ ເພາະ​ໂດຍ​ພຣະ​ເມດຕາ​ຂອງ​ພຣະເຈົ້າ ພວກເຮົາ​ມີ​ພັນທະກິດ​ນີ້, ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ​ໃຈ.</verse>
				<verse number="2">ແທນ​ທີ່​ຈະ​ເປັນ​ຢ່າງ​ນັ້ນ, ພວກເຮົາ​ໄດ້​ປະຖິ້ມ​ວິຖີທາງ​ທີ່​ລັບລີ້ ແລະ ໜ້າອັບອາຍ​ນັ້ນ, ພວກເຮົາ​ບໍ່​ໃຊ້​ກົນອຸບາຍ ແລະ ບໍ່​ໄດ້​ບິດເບືອນ​ພຣະຄຳ​ຂອງ​ພຣະເຈົ້າ. ກົງກັນຂ້າມ, ພວກເຮົາ​ຍົກຍ້ອງ​ຕົນເອງ​ຕໍ່​ຈິດສຳນຶກ​ຂອງ​ທຸກຄົນ​ໃນ​ສາຍຕາ​ຂອງ​ພຣະເຈົ້າ ດ້ວຍ​ການສະແດງ​ຄວາມຈິງ​ຢ່າງ​ຈະແຈ້ງ.</verse>
				<verse number="3">ແລະ ແມ່ນແຕ່​ຖ້າຫາກ​ວ່າ​ຂ່າວປະເສີດ​ຂອງ​ພວກເຮົາ​ຖືກ​ປິດບັງ, ຂ່າວປະເສີດ​ນັ້ນ​ກໍ​ຖືກ​ປິດບັງ​ໄວ້​ຈາກ​ບັນດາ​ຜູ້​ທີ່​ກຳລັງ​ຈະ​ຈິບຫາຍ​ໄປ.</verse>
				<verse number="4">ພະ​ຂອງ​ຍຸກ​ນີ້​ເຮັດ​ໃຫ້​ຈິດໃຈ​ຂອງ​ບັນດາ​ຄົນທີ່ບໍ່ເຊື່ອ​ບອດ​ໄປ, ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ສາມາດ​ເຫັນ​ແສງສະຫວ່າງ​ຂອງ​ຂ່າວປະເສີດ​ທີ່​ສະແດງ​ສະຫງ່າລາສີ​ຂອງ​ພຣະຄຣິດເຈົ້າ ຜູ້​ເປັນ​ເໝືອນ​ພຣະເຈົ້າ​ທຸກ​ຢ່າງ.</verse>
				<verse number="5">ເພາະ​ສິ່ງ​ທີ່​ພວກເຮົາ​ປະກາດ​ນັ້ນ​ບໍ່​ແມ່ນ​ພວກເຮົາເອງ, ແຕ່​ປະກາດ​ພຣະເຢຊູຄຣິດເຈົ້າ​ວ່າ​ເປັນ​ອົງພຣະຜູ້ເປັນເຈົ້າ ແລະ ພວກເຮົາ​ເອງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກເຈົ້າ​ທັງຫລາຍ​ເພາະ​ເຫັນ​ແກ່​ພຣະເຢຊູເຈົ້າ.</verse>
				<verse number="6">ເພາະ​ພຣະເຈົ້າ​ຜູ້​ກ່າວ​ວ່າ, “ໃຫ້​ຄວາມສະຫວ່າງ​ສ່ອງ​ອອກມາ​ຈາກ​ຄວາມມືດ” ໄດ້​ໃຫ້​ແສງສະຫວ່າງ​ຂອງ​ພຣະອົງ​ສ່ອງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ມີ​ຄວາມສະຫວ່າງ​ແຫ່ງ​ຄວາມຮູ້​ເຖິງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ທີ່​ໄດ້​ສຳແດງ​ໃນ​ເທິງ​ໃບ​ໜ້າ​ຂອງ​ພຣະຄຣິດເຈົ້າ.</verse>
				<verse number="7">ແຕ່​ພວກເຮົາ​ມີ​ຂອງ​ລ້ຳຄ່າ​ນີ້​ໃນ​ພາຊະນະ​ດິນ ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ລິດອຳນາດ​ອັນ​ເໜືອກວ່າ​ສິ່ງ​ທັງປວງ​ນີ້​ມາ​ຈາກ​ພຣະເຈົ້າ ບໍ່​ແມ່ນ​ມາ​ຈາກ​ພວກເຮົາ.</verse>
				<verse number="8">ພວກເຮົາ​ຖືກ​ກົດດັນ​ຢ່າງ​ໜັກ​ໃນ​ທຸກ​ດ້ານ ແຕ່​ບໍ່​ຖືກ​ແຕກຫັກ, ຖືກ​ສັບສົນ ແຕ່​ບໍ່​ຢູ່​ໃນ​ຄວາມໝົດຫວັງ,</verse>
				<verse number="9">ຖືກ​ຂົ່ມເຫັງ ແຕ່​ບໍ່​ຖືກ​ປະຖິ້ມ; ຖືກ​ຕີ​ໃຫ້​ລົ້ມ​ລົງ ແຕ່​ບໍ່​ຖືກ​ທຳລາຍ.</verse>
				<verse number="10">ພວກເຮົາ​ແບກ​ຄວາມຕາຍ​ຂອງ​ພຣະເຢຊູເຈົ້າ​ໄວ້​ໃນ​ກາຍ​ຂອງ​ພວກເຮົາ​ສະເໝີ, ເພື່ອ​ວ່າ​ຊີວິດ​ຂອງ​ພຣະເຢຊູເຈົ້າ​ຈະ​ຖືກ​ເປີດເຜີຍ​ໃນ​ຮ່າງກາຍ​ຂອງ​ພວກເຮົາ​ດ້ວຍ.</verse>
				<verse number="11">ເພາະ​ພວກເຮົາ​ຜູ້​ມີຊີວິດ​ຢູ່​ນີ້​ໄດ້​ຖືກ​ມອບ​ໃຫ້​ແກ່​ຄວາມຕາຍ​ເພາະ​ເຫັນ​ແກ່​ພຣະເຢຊູເຈົ້າ​ຢູ່​ສະເໝີ, ເພື່ອ​ວ່າ​ຊີວິດ​ຂອງ​ພຣະອົງ​ຈະ​ໄດ້​ຖືກ​ເປີດເຜີຍ​ໃນ​ຮ່າງກາຍ​ທີ່​ຕ້ອງຕາຍ​ຂອງ​ພວກເຮົາ.</verse>
				<verse number="12">ດັ່ງນັ້ນ​ແຫລະ ຄວາມຕາຍ​ຈຶ່ງ​ກຳລັງ​ທຳງານ​ຢູ່​ໃນ​ພວກເຮົາ, ແຕ່​ຊີວິດ​ກໍ​ກຳລັງ​ທຳງານ​ຢູ່​ໃນ​ພວກເຈົ້າ​ທັງຫລາຍ.</verse>
				<verse number="13">ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ເຮົາ​ໄດ້​ເຊື່ອ ດ້ວຍເຫດນັ້ນ​ເຮົາ​ຈຶ່ງ​ໄດ້​ກ່າວ”. ເພາະວ່າ ພວກເຮົາ​ມີ​ພຣະວິນຍານ​ແຫ່ງ​ຄວາມເຊື່ອ​ອັນດຽວກັນ, ພວກເຮົາ​ກໍ​ເຊື່ອ​ຢ່າງນັ້ນ​ເໝືອນກັນ ແລະ ດ້ວຍເຫດນັ້ນ​ຈຶ່ງ​ກ່າວ​ອອກ​ມາ,</verse>
				<verse number="14">ເພາະ​ພວກເຮົາ​ຮູ້​ວ່າ ພຣະອົງ​ຜູ້​ບັນດານ​ໃຫ້​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ເປັນຄືນມາຈາກຕາຍ​ນັ້ນ ຈະ​ບັນດານ​ໃຫ້​ພວກເຮົາ​ເປັນຄືນມາ​ດ້ວຍກັນ​ກັບ​ພຣະເຢຊູເຈົ້າ ແລະ ຈະ​ໃຫ້​ພວກເຮົາ​ເຂົ້າ​ເຝົ້າ​ພຣະອົງ​ຮ່ວມ​ກັບ​ພວກເຈົ້າ​ທັງຫລາຍ​ດ້ວຍ.</verse>
				<verse number="15">ທັງໝົດ​ນີ້​ກໍ​ເພື່ອ​ປະໂຫຍດ​ຂອງ​ພວກເຈົ້າ, ເພື່ອ​ວ່າ​ພຣະຄຸນ​ທີ່​ກຳລັງ​ໄປ​ເຖິງ​ຄົນ​ຈຳນວນ​ຫລວງຫລາຍ ແລະ ຈະ​ເປັນ​ເຫດ​ໃຫ້​ມີ​ການຂອບພຣະຄຸນ​ຫລາຍ​ຂຶ້ນ ເພື່ອ​ໃຫ້​ໄຫລລົ້ນ​ໄປ​ສູ່​ສະຫງ່າລາສີ​ຂອງ​ພຣະເຈົ້າ.</verse>
				<verse number="16">ເຫດສະນັ້ນ ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍໃຈ. ເຖິງແມ່ນ​ວ່າ​ກາຍ​ພາຍນອກ​ຂອງ​ພວກເຮົາ​ກຳລັງ​ຊຸດໂຊມ​ລົງ ແຕ່​ຈິດໃຈ​ພາຍໃນ​ຂອງ​ພວກເຮົາ​ກໍ​ກຳລັງ​ຟື້ນ​ຂຶ້ນ​ໃໝ່​ທຸກວັນ.</verse>
				<verse number="17">ເພາະ​ຄວາມທຸກລຳບາກ​ອັນ​ເບົາບາງ ແລະ ຊົ່ວຄາວ​ຂອງ​ພວກເຮົາ ກໍ​ກຳລັງ​ເຮັດໃຫ້​ພວກເຮົາ​ໄດ້ຮັບ​ກຽດ​ນິລັນດອນ ເຊິ່ງ​ຫາ​ທີ່​ປຽບ​ສິ່ງ​ທັງໝົດ​ນີ້​ບໍ່​ໄດ້.</verse>
				<verse number="18">ດັ່ງນັ້ນ ພວກເຮົາ​ຈຶ່ງ​ບໍ່​ໄດ້​ຈ້ອງຕາ​ເບິ່ງ​ສິ່ງ​ທີ່​ເບິ່ງເຫັນ, ແຕ່​ຈ້ອງຕາ​ເບິ່ງ​ສິ່ງ​ທີ່​ເບິ່ງ​ບໍ່ເຫັນ, ດ້ວຍວ່າ​ສິ່ງ​ທີ່​ເບິ່ງເຫັນ​ນັ້ນ​ກໍ​ເປັນ​ພຽງ​ຊົ່ວຄາວ, ແຕ່​ສິ່ງ​ທີ່​ເບິ່ງ​ບໍ່ເຫັນ​ກໍ​ຖາວອນ.</verse>
			</chapter>
			<chapter number="5">
				<verse number="1">ເພາະ​ພວກເຮົາ​ຮູ້​ແລ້ວ​ວ່າ ຖ້າ​ຫາກ​ເຕັນ​ຝ່າຍໂລກ​ນີ້​ທີ່​ພວກເຮົາ​ອາໄສ​ຢູ່​ນັ້ນ​ຖືກ​ທຳລາຍ​ລົງ ພວກເຮົາ​ກໍ​ມີ​ອາຄານ​ຈາກ​ພຣະເຈົ້າ ເປັນ​ບ້ານ​ນິລັນດອນ​ໃນ​ສະຫວັນ, ເຊິ່ງ​ບໍ່​ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ.</verse>
				<verse number="2">ໃນ​ຂະນະດຽວ​ກັນ ພວກເຮົາ​ໂອ່ຍຄາງ, ສະແຫວງຫາ​ທີ່​ຈະ​ຮັບ​ການຫົ່ມກາຍ​ດ້ວຍ​ທີ່ຢູ່ອາໄສ​ຂອງ​ພວກເຮົາ​ຢູ່​ໃນ​ສະຫວັນ,</verse>
				<verse number="3">ເພາະ​ເມື່ອ​ພວກເຮົາ​ໄດ້ຮັບ​ການຫົ່ມກາຍ​ນັ້ນ​ແລ້ວ ພວກເຮົາ​ຈະ​ບໍ່​ຕ້ອງ​ຖືກ​ພົບວ່າ​ເປືອຍ​ຢູ່.</verse>
				<verse number="4">ເພາະ​ໃນຂະນະ​ທີ່​ພວກເຮົາ​ຍັງ​ຢູ່​ໃນ​ເຕັນ​ນີ້ ພວກເຮົາ​ກໍ​ໂອ່ຍຄາງ ແລະ ເປັນທຸກ, ເພາະ​ພວກເຮົາ​ບໍ່​ປາຖະໜາ​ທີ່​ຈະ​ເປືອຍ​ຢູ່ ແຕ່​ປາຖະໜາ​ທີ່​ຈະ​ຮັບ​ການຫົ່ມກາຍ​ດ້ວຍ​ທີ່ຢູ່ອາໄສ​ຈາກ​ສະຫວັນ​ຂອງ​ພວກເຮົາ, ເພື່ອ​ວ່າ​ຊີວິດ​ຈະ​ກືນເອົາ​ຮ່າງກາຍ​ທີ່​ຕາຍເປັນ​ນັ້ນ.</verse>
				<verse number="5">ພຣະເຈົ້າ​ນີ້​ແຫລະ ຄື​ຜູ້​ທີ່​ຕຽມ​ພວກເຮົາ​ສຳລັບ​ຈຸດປະສົງ​ນີ້​ຢ່າງ​ແທ້ຈິງ ແລະ ຜູ້​ທີ່​ໄດ້​ໃຫ້​ພຣະວິນຍານ​ເປັນ​ເຄື່ອງມັດຈຳ​ແກ່​ພວກເຮົາ ເພື່ອ​ຮັບປະກັນ​ສິ່ງ​ທີ່​ຈະ​ມາ​ເຖິງ.</verse>
				<verse number="6">ເຫດສະນັ້ນ, ພວກເຮົາ​ຈຶ່ງ​ໝັ້ນໃຈ​ສະເໝີ ແລະ ຮູ້​ວ່າ​ຕາບໃດ​ທີ່​ພວກເຮົາ​ຍັງ​ຢູ່​ທີ່​ບ້ານ​ໃນ​ຮ່າງກາຍ​ນີ້ ພວກເຮົາ​ກໍ​ຢູ່​ຫ່າງໄກ​ຈາກ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="7">ເພາະ​ພວກເຮົາ​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ, ບໍ່ແມ່ນ​ໂດຍ​ສິ່ງ​ທີ່​ເບິ່ງເຫັນ.</verse>
				<verse number="8">ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ແລ້ວ​ວ່າ ພວກເຮົາ​ໝັ້ນໃຈ ແລະ ປາຖະໜາ​ທີ່​ຈະ​ພົ້ນ​ຈາກ​ຮ່າງກາຍ​ນີ້ ແລະ ໄປ​ຢູ່​ບ້ານ​ກັບ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="9">ດັ່ງນັ້ນ, ພວກເຮົາ​ຈຶ່ງ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ເຮັດ​ໃຫ້​ພຣະອົງ​ພໍໃຈ ບໍ່​ວ່າ​ພວກເຮົາ​ຈະ​ຢູ່​ທີ່​ບ້ານ​ໃນ​ຮ່າງກາຍ​ນີ້ ຫລື ພົ້ນ​ຈາກ​ຮ່າງກາຍ​ນີ້​ໄປ.</verse>
				<verse number="10">ເພາະວ່າ ພວກເຮົາ​ທຸກຄົນ​ຕ້ອງ​ປາກົດຕົວ​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະຄຣິດເຈົ້າ, ເພື່ອ​ວ່າ​ພວກເຮົາ​ແຕ່ລະຄົນ​ຈະ​ໄດ້​ຮັບ​ສົມ​ກັບ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໃນຂະນະ​ທີ່​ຢູ່​ໃນ​ກາຍ​ນີ້, ບໍ່​ວ່າ​ດີ ຫລື ຊົ່ວ.</verse>
				<verse number="11">ເມື່ອ​ເປັນ​ຢ່າງນັ້ນ​ແລ້ວ, ພວກເຮົາ​ຮູ້​ວ່າ​ຄວາມ​ຢຳເກງ​ອົງພຣະຜູ້ເປັນເຈົ້າ​ນັ້ນ​ຄື​ອັນ​ໃດ, ພວກເຮົາ​ຈຶ່ງ​ພະຍາຍາມ​ຊັກຊວນ​ຄົນ​ທັງຫລາຍ. ພວກເຮົາ​ເປັນ​ຢ່າງ​ໃດ​ນັ້ນ​ກໍ​ປາກົດ​ແຈ້ງ​ຕໍ່​ພຣະເຈົ້າ ແລະ ເຮົາ​ຫວັງ​ວ່າ​ສິ່ງ​ນີ້​ຈະ​ປາກົດ​ແຈ້ງ​ຕໍ່​ຈິດສຳນຶກ​ຂອງ​ພວກເຈົ້າ​ດ້ວຍ.</verse>
				<verse number="12">ພວກເຮົາ​ບໍ່​ໄດ້​ພະຍາຍາມ​ຍົກຍ້ອງ​ຕົນເອງ​ຕໍ່​ພວກເຈົ້າ​ອີກ, ແຕ່​ກຳລັງ​ໃຫ້​ໂອກາດ​ພວກເຈົ້າ​ພູມໃຈ​ໃນ​ພວກເຮົາ ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ຕອບ​ບັນດາ​ຜູ້​ທີ່​ພູມໃຈ​ໃນ​ສິ່ງ​ທີ່​ເບິ່ງເຫັນ ແທນທີ່​ຈະ​ພູມໃຈ​ໃນ​ສິ່ງ​ທີ່​ຢູ່​ໃນ​ໃຈ.</verse>
				<verse number="13">ຖ້າ​ພວກເຮົາ “ເສຍສະຕິ” ເໝືອນດັ່ງ​ທີ່​ບາງຄົນ​ເວົ້າ, ການເສຍສະຕິ​ນັ້ນ​ກໍ​ເພື່ອ​ພຣະເຈົ້າ; ຖ້າ​ພວກເຮົາ​ສະຕິດີ ກໍ​ເພື່ອ​ພວກເຈົ້າ​ທັງຫລາຍ.</verse>
				<verse number="14">ເພາະ​ຄວາມຮັກ​ຂອງ​ພຣະຄຣິດເຈົ້າ​ບັງຄັບ​ພວກເຮົາ​ຢູ່, ເພາະ​ພວກເຮົາ​ໝັ້ນໃຈ​ວ່າ​ຜູ້​ໜຶ່ງ​ໄດ້​ຕາຍ​ເພື່ອ​ຄົນ​ທັງປວງ ແລະ ເຫດສະນັ້ນ ຄົນ​ທັງປວງ​ຈຶ່ງ​ຕາຍ​ແລ້ວ.</verse>
				<verse number="15">ແລະ ພຣະອົງ​ໄດ້​ຕາຍ​ເພື່ອ​ຄົນ​ທັງປວງ ເຊິ່ງ​ບັນດາ​ຜູ້​ມີຊີວິດ​ຢູ່​ຈຶ່ງ​ບໍ່​ຄວນ​ຢູ່​ເພື່ອ​ຕົນເອງ​ອີກ​ຕໍ່ໄປ ແຕ່​ຢູ່​ເພື່ອ​ພຣະອົງ​ຜູ້​ໄດ້​ຕາຍ​ເພື່ອ​ພວກເຂົາ ແລະ ໄດ້​ເປັນຄືນມາ​ອີກ.</verse>
				<verse number="16">ດັ່ງນັ້ນ ຕັ້ງ​ແຕ່​ນີ້​ຕໍ່ໄປ ພວກເຮົາ​ຈະ​ບໍ່​ພິຈາລະນາ​ຜູ້ໃດ​ຕາມ​ຄວາມເຫັນ​ຂອງ​ໂລກ. ເຖິງ​ແມ່ນ​ວ່າ​ຄັ້ງ​ໜຶ່ງ​ພວກເຮົາ​ເຄີຍ​ພິຈາລະນາ​ພຣະຄຣິດເຈົ້າ​ຕາມ​ຄວາມເຫັນ​ຂອງ​ໂລກ​ກໍ​ຕາມ ແຕ່​ພວກເຮົາ​ກໍ​ຈະ​ບໍ່​ເຮັດ​ຢ່າງ​ນັ້ນ​ອີກ​ຕໍ່ໄປ.</verse>
				<verse number="17">ເຫດສະນັ້ນ ຖ້າ​ຜູ້ໃດ​ຢູ່ໃນ​ພຣະຄຣິດເຈົ້າ ການ​ສ້າງ​ໃໝ່​ກໍ​ໄດ້​ມາເຖິງ​ແລ້ວ: ສິ່ງ​ເກົ່າ​ໄດ້​ລ່ວງພົ້ນ​ໄປ ສິ່ງ​ໃໝ່​ກໍ​ຢູ່​ທີ່ນີ້!</verse>
				<verse number="18">ສິ່ງ​ທັງໝົດ​ນີ້​ມາ​ຈາກ​ພຣະເຈົ້າ ຜູ້​ເຮັດ​ໃຫ້​ພວກເຮົາ​ຄືນດີ​ກັນ​ກັບ​ພຣະອົງ​ໂດຍ​ທາງ​ພຣະຄຣິດເຈົ້າ ແລະ ໄດ້​ມອບໝາຍ​ພັນທະກິດ​ແຫ່ງ​ການຄືນດີ​ໃຫ້​ແກ່​ພວກເຮົາ:</verse>
				<verse number="19">ຄື​ພຣະເຈົ້າ​ໄດ້​ໃຫ້​ໂລກ​ຄືນດີ​ກັນ​ກັບ​ພຣະອົງ​ໃນ​ພຣະຄຣິດເຈົ້າ, ບໍ່​ຖື​ໂທດ​ບາບ​ຂອງ​ມະນຸດ. ແລະ ພຣະອົງ​ມອບໝາຍ​ຂໍ້ຄວາມ​ແຫ່ງ​ການຄືນດີ​ນີ້​ໄວ້​ກັບ​ພວກເຮົາ.</verse>
				<verse number="20">ເຫດສະນັ້ນ ພວກເຮົາ​ຈຶ່ງ​ເປັນ​ທູດ​ຂອງ​ພຣະຄຣິດເຈົ້າ ເໝືອນ​ກັບ​ວ່າ ພຣະເຈົ້າ​ເຮັດ​ຂໍ້ຮຽກຮ້ອງ​ຂອງ​ພຣະອົງ​ຜ່ານທາງ​ພວກເຮົາ. ພວກເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະຄຣິດເຈົ້າ​ວ່າ: ຈົ່ງ​ຄືນດີ​ກັນ​ກັບ​ພຣະເຈົ້າ.</verse>
				<verse number="21">ພຣະເຈົ້າ​ໄດ້​ກະທຳ​ໃຫ້​ພຣະອົງ​ຜູ້​ປາດສະຈາກ​ຄວາມບາບ​ນັ້ນ​ໃຫ້​ມີ​ຄວາມບາບ ​ເພື່ອ​ພວກເຮົາ, ເພື່ອ​ວ່າ​ໃນ​ພຣະອົງ​ພວກເຮົາ​ຈະ​ກາຍເປັນ​ຜູ້ຊອບທຳ​ຂອງ​ພຣະເຈົ້າ.</verse>
			</chapter>
			<chapter number="6">
				<verse number="1">ໃນ​ຖານະ​ຜູ້ຮ່ວມງານ​ຂອງ​ພຣະເຈົ້າ ພວກເຮົາ​ຂໍຮ້ອງ​ພວກເຈົ້າ​ທັງຫລາຍ​ວ່າ ຢ່າ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ຮັບ​ນັ້ນ​ເສຍປະໂຫຍດ.</verse>
				<verse number="2">ເພາະ​ພຣະອົງ​ກ່າວ​ວ່າ, “ໃນ​ເວລາ​ແຫ່ງ​ຄວາມກະລຸນາ​ຂອງ​ເຮົາ ເຮົາ​ໄດ້​ຟັງ​ພວກເຈົ້າ ແລະ ໃນ​ວັນ​ແຫ່ງ​ຄວາມພົ້ນ​ນັ້ນ ເຮົາ​ໄດ້​ຊ່ວຍ​ພວກເຈົ້າ”. ເຮົາ​ບອກ​ພວກເຈົ້າ​ວ່າ, ບັດນີ້ ເປັນ​ເວລາ​ແຫ່ງ​ຄວາມກະລຸນາ​ຂອງ​ພຣະເຈົ້າ, ບັດນີ້ ເປັນ​ວັນ​ແຫ່ງ​ຄວາມພົ້ນ.</verse>
				<verse number="3">ພວກເຮົາ​ບໍ່​ເຮັດໃຫ້​ທາງເດີນ​ຂອງ​ຜູ້ໃດ​ຊູນສະດຸດ, ເພື່ອ​ວ່າ​ພັນທະກິດ​ຂອງ​ພວກເຮົາ​ຈະ​ບໍ່​ຂາດ​ຄວາມເຊື່ອຖື.</verse>
				<verse number="4">ແທນທີ່​ຈະ​ເປັນ​ຢ່າງ​ນັ້ນ ໃນ​ຖານະ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ພວກເຮົາ​ຍົກຍ້ອງ​ຕົນເອງ​ໃນ​ທຸກ​ວິທີທາງ​ຄື: ໃນ​ຄວາມອົດທົນ​ອັນ​ໃຫຍ່, ໃນ​ການ​ມີ​ບັນຫາ, ໃນ​ຄວາມຍາກລຳບາກ ແລະ ຄວາມໂສກເສົ້າ;</verse>
				<verse number="5">ໃນ​ການ​ຖືກ​ຂ້ຽນຕີ, ໃນ​ການ​ຖືກ​ຂັງ​ຄຸກ ແລະ ໃນ​ການ​ກໍ່​ຄວາມບໍ່ສະຫງົບ; ໃນ​ການ​ເຮັດວຽກ​ອັນ​ໜັກໜ່ວງ, ໃນ​ການ​ອົດ​ນອນ​ໃນ​ຍາມກາງຄືນ ແລະ ໃນ​ຄວາມອຶດຫິວ;</verse>
				<verse number="6">ໃນ​ຄວາມບໍລິສຸດ, ໃນ​ຄວາມເຂົ້າໃຈ, ໃນ​ຄວາມອົດທົນ ແລະ ໃນ​ຄວາມເມດຕາ, ໃນ​ພຣະວິນຍານບໍລິສຸດເຈົ້າ ແລະ ໃນ​ຄວາມຮັກ​ທີ່​ຈິງໃຈ;</verse>
				<verse number="7">ໃນ​ຄຳເວົ້າ​ອັນ​ສັດຈິງ ແລະ ໃນ​ລິດອຳນາດ​ຂອງ​ພຣະເຈົ້າ; ດ້ວຍ​ອາວຸດ​ແຫ່ງ​ຄວາມຊອບທຳ​ໃນ​ມື​ຂວາ ແລະ ໃນ​ມື​ຊ້າຍ;</verse>
				<verse number="8">ຜ່ານ​ທາງ​ກຽດ ແລະ ຄວາມເສື່ອມເສຍ, ໃນ​ຍາມ​ທີ່​ຄົນ​ວ່າ​ດີ ແລະ ໃນ​ຍາມ​ທີ່​ຄົນ​ວ່າ​ຊົ່ວ; ເປັນ​ຄົນ​ຈິງ​ໃຈ ແຕ່​ຖືກ​ຫາ​ວ່າ​ເປັນ​ຄົນ​ຫລອກລວງ;</verse>
				<verse number="9">ເປັນ​ທີ່​ຮູ້ຈັກ ແຕ່​ຖືກ​ຫາ​ວ່າ​ບໍ່​ມີ​ຜູ້ໃດ​ຮູ້ຈັກ; ກຳລັງ​ຈະ​ຕາຍ ແຕ່​ພວກເຮົາ​ກໍ​ຍັງ​ມີຊີວິດ​ຢູ່​ຕໍ່ໄປ; ຖືກ​ຂ້ຽນຕີ ແຕ່​ກໍ​ຍັງ​ບໍ່​ເຖິງ​ຂັ້ນ​ຕາຍ;</verse>
				<verse number="10">ເຕັມ​ດ້ວຍ​ຄວາມທຸກໂສກ ແຕ່​ກໍ​ຍັງ​ຊື່ນຊົມຍິນດີ​ສະເໝີ; ທຸກຍາກ ແຕ່​ກໍ​ຍັງ​ເຮັດ​ໃຫ້​ຫລາຍ​ຄົນ​ຮັ່ງມີ; ແລະ ບໍ່​ມີ​ອັນໃດ ແຕ່​ກໍ​ຍັງ​ເປັນ​ເຈົ້າຂອງ​ທຸກສິ່ງ.</verse>
				<verse number="11">ຊາວ​ເມືອງ​ໂກຣິນໂທ​ເອີຍ, ພວກເຮົາ​ເວົ້າ​ກັບ​ພວກເຈົ້າ​ຢ່າງ​ອິດສະຫລະ ແລະ ໄດ້​ເປີດ​ໃຈ​ຂອງ​ພວກເຮົາ​ກວ້າງ​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="12">ພວກເຮົາ​ບໍ່​ໄດ້​ລະງັບ​ຄວາມຮັກ​ຂອງ​ພວກເຮົາ​ຈາກ​ພວກເຈົ້າ ແຕ່​ພວກເຈົ້າ​ເປັນ​ຜູ້​ລະງັບ​ຄວາມຮັກ​ຂອງ​ພວກເຈົ້າ​ຈາກ​ພວກເຮົາ.</verse>
				<verse number="13">ເພື່ອ​ເປັນ​ການ​ແລກປ່ຽນ​ຢ່າງ​ຍຸຕິທຳ ເຮົາ​ຂໍ​ເວົ້າ​ກັບ​ພວກເຈົ້າ​ເໝືອນ​ເວົ້າ​ກັບ​ລູກ​ຂອງ​ເຮົາ​ວ່າ​ຈົ່ງ​ເປີດໃຈ​ຂອງ​ພວກເຈົ້າ​ໃຫ້​ກວ້າງ​ເໝືອນກັນ.</verse>
				<verse number="14">ຢ່າ​ທຽມແອກ​ຮ່ວມ​ກັບ​ຄົນທີ່ບໍ່ເຊື່ອ. ເພາະ​ຄວາມຊອບທຳ​ກັບ​ຄວາມ​ອະທຳ​ຈະ​ມີ​ສິ່ງໃດ​ຮ່ວມກັນ​ໄດ້? ຫລື ຄວາມສະຫວ່າງ​ກັບ​ຄວາມມືດ​ຈະ​ສາມັກຄີທຳ​ກັນ​ໄດ້​ຢ່າງໃດ?</verse>
				<verse number="15">ພຣະຄຣິດເຈົ້າ ແລະ ເບລີອາ ​ຈະ​ລົງລອຍ​ກັນ​ໄດ້​ຢ່າງໃດ? ຜູ້ເຊື່ອ​ກັບ​ຜູ້​ບໍ່ເຊື່ອ​ຈະ​ມີ​ສິ່ງໃດ​ຮ່ວມກັນ​ໄດ້?</verse>
				<verse number="16">ວິຫານ​ຂອງ​ພຣະເຈົ້າ ແລະ ວິຫານ​ຂອງ​ຮູບເຄົາລົບ​ຈະ​ມີ​ຂໍ້ຕົກລົງ​ກັນ​ໄດ້​ຢ່າງໃດ? ເພາະ​ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່. ຕາມ​ທີ່​ພຣະເຈົ້າ​ໄດ້​ກ່າວ​ວ່າ: “ເຮົາ​ຈະ​ຢູ່​ກັບ​ພວກເຂົາ ແລະ ເດີນ​ຢູ່​ທ່າມກາງ​ພວກເຂົາ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ຄົນ​ຂອງ​ເຮົາ”.</verse>
				<verse number="17">ດັ່ງນັ້ນ “ອົງພຣະຜູ້ເປັນເຈົ້າ​ກ່າວ​ວ່າ, ຈົ່ງ​ອອກມາ ແລະ ແຍກ​ອອກ​ຈາກ​ພວກເຂົາ. ຢ່າ​ແຕະຕ້ອງ​ສິ່ງ​ທີ່​ເປັນມົນທິນ ແລ້ວ​ເຮົາ​ຈະ​ຮັບ​ພວກເຈົ້າ”.</verse>
				<verse number="18">ແລະ “ເຮົາ​ຈະ​ເປັນ​ບິດາ​ຂອງ​ພວກເຈົ້າ ແລ້ວ​ພວກເຈົ້າ​ຈະ​ເປັນ​ລູກຊາຍ​ລູກຍິງ​ຂອງ​ເຮົາ, ອົງພຣະຜູ້ເປັນເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່​ກ່າວ​ດັ່ງນີ້​ແຫລະ”.</verse>
			</chapter>
			<chapter number="7">
				<verse number="1">ເຫດສະນັ້ນ ບັນດາ​ເພື່ອນ​ທີ່​ຮັກ​ເອີຍ, ເມື່ອ​ພວກເຮົາ​ມີ​ຄຳ​ສັນຍາ​ເຫລົ່ານີ້​ແລ້ວ ກໍ​ຂໍ​ໃຫ້​ພວກເຮົາ​ຊຳລະ​ຕົນເອງ​ຈາກ​ທຸກສິ່ງ​ທີ່​ເຮັດ​ໃຫ້​ຮ່າງກາຍ ແລະ ຈິດວິນຍານ​ເປື້ອນເປິ, ຈົ່ງ​ເຮັດ​ໃຫ້​ຄວາມບໍລິສຸດ​ສົມບູນ​ປາກົດ​ອອກມາ​ຈາກ​ຄວາມ​ຢຳເກງ​ພຣະເຈົ້າ.</verse>
				<verse number="2">ຈົ່ງ​ເປີດ​ຫ້ອງ​ຫົວໃຈ​ຂອງ​ພວກເຈົ້າ​ຮັບ​ພວກເຮົາ​ສາ. ພວກເຮົາ​ບໍ່​ໄດ້​ເຮັດຜິດ​ຕໍ່​ຜູ້ໃດ, ພວກເຮົາ​ບໍ່​ໄດ້​ສໍ້ໂກງ​ຜູ້ໃດ, ພວກເຮົາ​ບໍ່​ໄດ້​ຊອກຫາ​ຜົນປະໂຫຍດ​ຈາກ​ຜູ້ໃດ.</verse>
				<verse number="3">ເຮົາ​ເວົ້າ​ຢ່າງ​ນີ້​ບໍ່​ແມ່ນ​ເພື່ອ​ກ່າວໂທດ​ພວກເຈົ້າ; ເຮົາ​ເຄີຍ​ເວົ້າ​ໄວ້​ກ່ອນ​ແລ້ວ​ວ່າ​ພວກເຈົ້າ​ທັງຫລາຍ​ຢູ່​ໃນ​ໃຈ​ຂອງ​ພວກເຮົາ ເຖິງ​ຂະໜາດ​ວ່າ​ພວກເຮົາ​ຈະ​ຮ່ວມເປັນ​ຮ່ວມຕາຍ​ກັບ​ພວກເຈົ້າ​ດ້ວຍ.</verse>
				<verse number="4">ເຮົາ​ໄດ້​ເວົ້າ​ກັບ​ພວກເຈົ້າ​ດ້ວຍ​ຄວາມ​ຈິງໃຈ​ຫລາຍ; ເຮົາ​ພູມໃຈ​ໃນ​ພວກເຈົ້າ​ຫລາຍ. ເຮົາ​ໄດ້​ຮັບ​ກຳລັງໃຈ​ຢ່າງ​ຫລວງຫລາຍ; ໃນ​ຄວາມຍາກລຳບາກ​ທັງໝົດ​ຂອງ​ພວກເຮົາ​ນັ້ນ ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ກໍ​ຮູ້​ວ່າ​ບໍ່​ມີ​ທີ່​ສິ້ນສຸດ.</verse>
				<verse number="5">ເພາະ​ເມື່ອ​ພວກເຮົາ​ມາ​ເຖິງ​ແຂວງ​ມາເກໂດເນຍ, ພວກເຮົາ​ກໍ​ບໍ່​ໄດ້​ພັກຜ່ອນ​ເລີຍ ແຕ່​ພວກເຮົາ​ຫັນ​ໄປ​ທາງໃດ​ກໍ​ຖືກ​ກໍ່ກວນ, ພາຍນອກ​ກໍ​ມີ​ຄວາມ​ຂັດແຍ້ງ, ພາຍໃນ​ກໍ​ມີ​ຄວາມ​ຢ້ານກົວ.</verse>
				<verse number="6">ແຕ່​ພຣະເຈົ້າ​ຜູ້​ເລົ້າໂລມໃຈ​ຄົນ​ທີ່​ທໍ້ຖອຍ ໄດ້​ເລົ້າໂລມໃຈ​ພວກເຮົາ​ໂດຍ​ການ​ມາ​ຂອງ​ຕີໂຕ</verse>
				<verse number="7">ແລະ ບໍ່​ພຽງ​ແຕ່​ໂດຍ​ການ​ມາ​ຂອງ​ຕີໂຕ​ເທົ່ານັ້ນ ແຕ່​ໂດຍ​ການ​ເລົ້າໂລມໃຈ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ໃຫ້​ກັບ​ຕີໂຕ​ອີກ​ດ້ວຍ. ຕີໂຕ​ໄດ້​ບອກ​ພວກເຮົາ​ວ່າ​ພວກເຈົ້າ​ປາຖະໜາ​ຢາກ​ຈະ​ພົບ​ເຮົາ, ຄວາມ​ຮູ້ສຶກ​ເສຍໃຈ​ຫລາຍ​ຂອງ​ພວກເຈົ້າ ແລະ ຄວາມ​ຫ່ວງໃຍ​ອັນ​ແຮງກ້າ​ຂອງ​ພວກເຈົ້າ​ທີ່​ມີ​ຕໍ່​ເຮົາ ຈຶ່ງ​ເຮັດ​ໃຫ້​ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ອີກ.</verse>
				<verse number="8">ເຖິງແມ່ນວ່າ ຈົດໝາຍ​ຂອງ​ເຮົາ​ເຮັດ​ໃຫ້​ພວກເຈົ້າ​ທຸກໃຈ ເຮົາ​ກໍ​ບໍ່​ເສຍໃຈ. ເຖິງ​ແມ່ນ​ວ່າ ເຮົາ​ເຄີຍ​ເສຍໃຈ​ທີ່​ເຫັນ​ວ່າ​ຈົດໝາຍ​ນັ້ນ​ເຮັດ​ໃຫ້​ພວກເຈົ້າ​ບໍ່​ສະບາຍ​ໃຈ ແຕ່​ກໍ​ເປັນພຽງ​ແຕ່​ຊົ່ວຄາວ​ເທົ່ານັ້ນ</verse>
				<verse number="9">ແຕ່​ບັດນີ້​ເຮົາ​ດີໃຈ ບໍ່​ແມ່ນ​ເພາະ​ເຮັດ​ໃຫ້​ພວກເຈົ້າ​ເສຍໃຈ ແຕ່​ເພາະ​ຄວາມທຸກໃຈ​ນັ້ນ​ໄດ້​ນໍາ​ພວກເຈົ້າ​ໄປ​ສູ່​ການ​ກັບໃຈໃໝ່. ເພາະ​ພວກເຈົ້າ​ໄດ້​ຮັບ​ຄວາມທຸກໃຈ​ຢ່າງ​ທີ່​ພຣະເຈົ້າ​ຕ້ອງການ ແລະ ດັ່ງນັ້ນ​ພວກເຮົາ​ຈຶ່ງ​ບໍ່​ທຳຮ້າຍ​ພວກເຈົ້າ​ໃນ​ເລື່ອງ​ໃດ.</verse>
				<verse number="10">ຄວາມທຸກໃຈ​ໃນ​ທາງ​ຂອງ​ພຣະເຈົ້າ​ນັ້ນ ນໍາ​ເອົາ​ການ​ກັບໃຈໃໝ່​ທີ່​ນຳ​ໄປ​ສູ່​ຄວາມພົ້ນ ແລະ ບໍ່​ມີ​ຄວາມເສຍໃຈ​ເຫລືອ​ຢູ່, ແຕ່​ຄວາມທຸກໃຈ​ໃນ​ທາງ​ຂອງ​ໂລກ​ນັ້ນ ນຳໄປ​ສູ່​ຄວາມຕາຍ.</verse>
				<verse number="11">ເບິ່ງແມ ຄວາມ​ທຸກໃຈ​ໃນ​ທາງ​ຂອງ​ພຣະເຈົ້າ​ນັ້ນ ໄດ້​ສົ່ງຜົນ​ອັນໃດ​ໃຫ້​ແກ່​ພວກເຈົ້າ​ແດ່: ເປັນ​ຕົ້ນ​ວ່າ​ຄວາມເອົາຈິງເອົາຈັງ, ຄວາມ​ກະຕືລືລົ້ນ​ທີ່​ຈະ​ແກ້ຕົວ, ຄວາມຄຽດ, ຄວາມຕື່ນຕົວ, ຄວາມປາຖະໜາ, ຄວາມຫ່ວງໃຍ, ການຕຽມພ້ອມ​ທີ່​ຈະ​ພົບ​ຄວາມຍຸຕິທຳ. ພວກເຈົ້າ​ໄດ້​ພິສູດ​ຕົນເອງ​ໃນ​ທຸກ​ຈຸດ​ແລ້ວ​ວ່າ​ພວກເຈົ້າ​ບໍ່​ມີ​ຄວາມຜິດ​ໃນ​ເລື່ອງ​ນີ້.</verse>
				<verse number="12">ດັ່ງນັ້ນ ເຖິງແມ່ນ​ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ ກໍ​ບໍ່​ແມ່ນ​ເພາະ​ເຫັນແກ່​ຄົນ​ທີ່​ເຮັດ​ຜິດ ຫລື ຝ່າຍ​ທີ່​ເສຍຫາຍ​ນັ້ນ, ແຕ່​ເພື່ອ​ວ່າ​ຕໍ່ໜ້າ​ພຣະເຈົ້າ​ພວກເຈົ້າ​ຈະ​ໄດ້​ເຫັນ​ເອງ​ວ່າ​ພວກເຈົ້າ​ໄດ້​ທຸ້ມເທ​ໃຫ້​ກັບ​ພວກເຮົາ​ຫລາຍ​ເທົ່າໃດ.</verse>
				<verse number="13">ດ້ວຍເຫດ​ນີ້​ແຫລະ ພວກເຮົາ​ຈຶ່ງ​ໄດ້​ຮັບ​ການ​ໜູນໃຈ. ນອກຈາກ​ພວກເຮົາ​ເອງ​ໄດ້ຮັບ​ກຳລັງໃຈ​ແລ້ວ ພວກເຮົາ​ຍັງ​ມີ​ຄວາມຍິນດີ​ເປັນ​ພິເສດ​ທີ່​ເຫັນ​ຕີໂຕ​ມີ​ຄວາມສຸກ, ເພາະວ່າ​ພວກເຈົ້າ​ທັງຫລາຍ​ເຮັດ​ໃຫ້​ຈິດວິນຍານ​ຂອງ​ຕີໂຕ​ສົດຊື່ນ​ຂຶ້ນ​ມາ​ໃໝ່.</verse>
				<verse number="14">ເຮົາ​ໄດ້​ອວດ​ເຖິງ​ພວກເຈົ້າ​ຕໍ່​ເພິ່ນ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ເຮັດໃຫ້​ເຮົາ​ອັບອາຍ​ເລີຍ. ແຕ່​ທຸກສິ່ງ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ນັ້ນ​ເປັນ​ຄວາມຈິງ​ຢ່າງໃດ, ສິ່ງ​ທີ່​ເຮົາ​ໄດ້​ອວດ​ຕີໂຕ​ກ່ຽວກັບ​ພວກເຈົ້າ ກໍ​ພິສູດ​ແລ້ວ​ວ່າ​ເປັນ​ຄວາມຈິງ​ຢ່າງນັ້ນ.</verse>
				<verse number="15">ແລະ ຄວາມຮັກ​ຂອງ​ຕີໂຕ​ທີ່​ມີ​ຕໍ່​ພວກເຈົ້າ​ຈຶ່ງ​ຫລາຍ​ຂຶ້ນ ເມື່ອ​ເພິ່ນ​ລະນຶກເຖິງ​ການເຊື່ອຟັງ​ຂອງ​ພວກເຈົ້າ​ທຸກຄົນ ແລະ ຕ້ອນຮັບ​ເພິ່ນ​ດ້ວຍ​ຄວາມ​ຢ້ານກົວ​ຈົນ​ຕົວສັ່ນ.</verse>
				<verse number="16">ເຮົາ​ດີໃຈ​ທີ່​ເຮົາ​ສາມາດ​ໝັ້ນໃຈ​ໃນ​ພວກເຈົ້າ​ໄດ້​ຢ່າງ​ເຕັມທີ່.</verse>
			</chapter>
			<chapter number="8">
				<verse number="1">ແລະ ບັດນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ບັນດາ​ຄຣິສຕະຈັກ​ໃນ​ແຂວງ​ມາເກໂດເນຍ.</verse>
				<verse number="2">ໃນ​ທ່າມກາງ​ການທົດລອງ​ຢ່າງ​ໜັກໜ່ວງ​ທີ່ສຸດ ຄວາມຊື່ນຊົມຍິນດີ​ອັນ​ເຫລືອລົ້ນ ແລະ ຄວາມຍາກຈົນ​ທີ່ສຸດ​ຂອງ​ພວກເຂົາ​ນັ້ນ​ກໍ​ລົ້ນ​ອອກ​ເປັນ​ຄວາມຮັ່ງມີ​ໃນ​ຄວາມເອື້ອເຟື້ອເຜື່ອແຜ່.</verse>
				<verse number="3">ເພາະ​ເຮົາ​ເປັນ​ພະຍານ​ໄດ້​ວ່າ ພວກເຂົາ​ໄດ້​ຖວາຍ​ຫລາຍ​ກວ່າ​ທີ່​ພວກເຂົາ​ສາມາດ​ເຮັດ​ໄດ້ ແລະ ແມ່ນແຕ່​ເກີນ​ຄວາມສາມາດ​ຂອງ​ພວກເຂົາ. ດ້ວຍ​ຄວາມສະໝັກໃຈ​ຂອງ​ພວກເຂົາ​ເອງ,</verse>
				<verse number="4">ພວກເຂົາ​ໄດ້​ອ້ອນວອນ​ຂໍ​ສິດທິ​ພິເສດ​ກັບ​ພວກເຮົາ​ເພື່ອ​ໃຫ້​ພວກເຂົາ​ມີ​ສ່ວນ​ຮ່ວມ​ຮັບໃຊ້​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="5">ແລະ ພວກເຂົາ​ໄດ້​ເຮັດ​ເກີນກວ່າ​ທີ່​ພວກເຮົາ​ຄາດຫວັງ​ໄວ້​ຄື: ກ່ອນ​ສິ່ງອື່ນ​ໝົດ​ພວກເຂົາ​ໄດ້​ມອບ​ຕົນເອງ​ແກ່​ອົງພຣະຜູ້ເປັນເຈົ້າ ແລະ ຫລັງຈາກ​ນັ້ນ ກໍ​ມອບ​ຕົນເອງ​ໃຫ້​ພວກເຮົາ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.</verse>
				<verse number="6">ດັ່ງນັ້ນ ພວກເຮົາ​ຈຶ່ງ​ໄດ້​ຊຸກຍູ້​ຕີໂຕ, ຂໍ​ໃຫ້​ນຳ​ເອົາ​ການກະທຳ​ແຫ່ງ​ຄວາມເມດຕາ​ນີ້​ມາ​ສູ່​ຄວາມສຳເລັດ​ໃນ​ສ່ວນ​ຂອງ​ພວກເຈົ້າ​ເໝືອນກັນ ຕາມ​ທີ່​ເພິ່ນ​ເປັນ​ຜູ້​ເລີ່ມຕົ້ນ​ມາ​ກ່ອນ​ນັ້ນ.</verse>
				<verse number="7">ແຕ່​ເນື່ອງຈາກ​ວ່າ ພວກເຈົ້າ​ດີເລີດ​ໃນ​ທຸກສິ່ງ ບໍ່​ວ່າ​ໃນ​ຄວາມເຊື່ອ, ໃນ​ວາຈາ, ໃນ​ຄວາມຮູ້, ໃນ​ຄວາມ​ກະຕືລືລົ້ນ​ຢ່າງ​ເຕັມທີ່ ແລະ ໃນ​ຄວາມຮັກ​ທີ່​ພວກເຮົາ​ມີ​ຕໍ່​ພວກເຈົ້າ ​ນັ້ນ ກໍ​ເຫັນ​ວ່າ​ພວກເຈົ້າ​ດີເລີດ​ໃນ​ການໃຫ້​ດ້ວຍ​ຄວາມເມດຕາ​ນີ້​ເໝືອນກັນ.</verse>
				<verse number="8">ເຮົາ​ບໍ່​ໄດ້​ກຳລັງ​ສັ່ງ​ພວກເຈົ້າ, ແຕ່​ເຮົາ​ຢາກ​ທົດສອບ​ຄວາມຈິງໃຈ​ໃນ​ຄວາມຮັກ​ຂອງ​ພວກເຈົ້າ​ໂດຍ​ການປຽບທຽບ​ກັບ​ຄວາມ​ກະຕືລືລົ້ນ​ຂອງ​ຄົນ​ອື່ນໆ.</verse>
				<verse number="9">ເພາະວ່າ​ພວກເຈົ້າ​ກໍ​ຮູ້​ເຖິງ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ວ່າ ເຖິງແມ່ນ​ພຣະອົງ​ຮັ່ງມີ ແຕ່​ກໍ​ຍັງ​ຍອມ​ກາຍເປັນ​ຄົນຍາກຈົນ​ເພາະ​ເຫັນ​ແກ່​ພວກເຈົ້າ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ກາຍເປັນ​ຄົນຮັ່ງມີ​ໂດຍ​ທາງ​ຄວາມຍາກຈົນ​ຂອງ​ພຣະອົງ.</verse>
				<verse number="10">ແລະ ນີ້​ເປັນ​ຂໍ້ແນະນຳ​ຂອງ​ເຮົາ​ກ່ຽວກັບ​ສິ່ງ​ດີ​ທີ່ສຸດ​ສຳລັບ​ພວກເຈົ້າ​ໃນ​ເລື່ອງ​ນີ້. ປີ​ທີ່​ຜ່ານມາ​ພວກເຈົ້າ​ທັງຫລາຍ​ບໍ່​ພຽງ​ແຕ່​ເປັນ​ພວກ​ທຳອິດ​ທີ່​ໄດ້​ຖວາຍ ແຕ່​ຍັງ​ເປັນ​ພວກ​ທຳອິດ​ທີ່​ມີ​ຄວາມປາຖະໜາ​ທີ່​ຈະ​ຖວາຍ​ດ້ວຍ.</verse>
				<verse number="11">ບັດນີ້ ຈົ່ງ​ເຮັດ​ງານ​ໃຫ້​ສຳເລັດ, ເພື່ອ​ວ່າ​ຄວາມເຕັມໃຈ​ອັນ​ກະຕືລືລົ້ນ​ຂອງ​ພວກເຈົ້າ​ທີ່​ຈະ​ເຮັດ​ງານ​ນັ້ນ​ຈະ​ສອດຄ່ອງ​ໂດຍ​ທີ່​ພວກເຈົ້າ​ເຮັດ​ໃຫ້​ສຳເລັດ ຕາມ​ວິທີການ​ຂອງ​ພວກເຈົ້າ.</verse>
				<verse number="12">ເພາະ​ຖ້າ​ມີ​ຄວາມເຕັມໃຈ​ພ້ອມ​ຢູ່​ແລ້ວ ຂອງ​ຖວາຍ​ກໍ​ເປັນ​ທີ່​ຍອມຮັບ​ຕາມ​ທີ່​ຜູ້ນັ້ນ​ມີ​ຢູ່ ບໍ່ແມ່ນ​ຕາມ​ທີ່​ລາວ​ບໍ່​ມີ.</verse>
				<verse number="13">ພວກເຮົາ​ບໍ່​ປາຖະໜາ​ທີ່​ຈະ​ຫລຸດຜ່ອນ​ພາລະ​ຂອງ​ຄົນ​ອື່ນ​ໃນ​ຂະນະ​ທີ່​ພວກເຈົ້າ​ໄດ້​ຮັບ​ການກົດດັນ​ຢ່າງ​ໜັກ​ຢູ່, ແຕ່​ເພື່ອ​ຈະ​ໃຫ້​ມີ​ຄວາມສະເໝີພາບ​ກັນ.</verse>
				<verse number="14">ໃນ​ຂະນະ​ນີ້ ພວກເຈົ້າ​ມີ​ບໍລິບູນ​ແລ້ວ​ກໍ​ຄວນ​ຈະ​ຈັດຫາ​ສິ່ງ​ທີ່​ພວກເຂົາ​ຕ້ອງການ​ນັ້ນ, ເພື່ອ​ວ່າ​ໃນ​ຄາວ​ທີ່​ພວກເຂົາ​ມີ​ບໍລິບູນ ພວກເຂົາ​ກໍ​ຈະ​ຊ່ວຍ​ຈັດຫາ​ສິ່ງ​ທີ່​ພວກເຈົ້າ​ຕ້ອງການ. ເປົ້າໝາຍ​ກໍ​ຄື​ຄວາມສະເໝີພາບ​ກັນ,</verse>
				<verse number="15">ເໝືອນດັ່ງ​ທີ່​ມີ​ຂຽນ​ໄວ້​ວ່າ: “ຜູ້​ທີ່​ເກັບ​ໄດ້​ຫລາຍ​ກໍ​ບໍ່​ໄດ້​ຫລາຍ​ເກີນໄປ ແລະ ຜູ້​ທີ່​ເກັບ​ໄດ້​ໜ້ອຍ​ກໍ​ບໍ່​ໄດ້​ໜ້ອຍ​ເກີນໄປ”.</verse>
				<verse number="16">ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ຜູ້​ໃຫ້​ຕີໂຕ​ມີ​ໃຈ​ເປັນຫ່ວງ​ພວກເຈົ້າ​ເໝືອນກັນ​ກັບ​ທີ່​ເຮົາ​ມີ​ຕໍ່​ພວກເຈົ້າ.</verse>
				<verse number="17">ເພາະ​ຕີໂຕ​ບໍ່​ພຽງແຕ່​ໄດ້​ຮັບ​ຄຳຂໍຮ້ອງ​ຂອງ​ພວກເຮົາ​ເທົ່ານັ້ນ, ແຕ່​ເພິ່ນ​ຍັງ​ໄດ້​ມາຫາ​ພວກເຈົ້າ​ດ້ວຍ​ໃຈ​ກະຕືລືລົ້ນ​ຫລາຍ ແລະ ດ້ວຍ​ຄວາມຄິດ​ເລີ່ມຕົ້ນ​ຂອງ​ເພິ່ນ​ເອງ.</verse>
				<verse number="18">ແລະ ພວກເຮົາ​ໄດ້​ສົ່ງ​ພີ່ນ້ອງ​ຄົນ​ໜຶ່ງ​ໄປ​ກັບ​ຕີໂຕ​ດ້ວຍ ຜູ້​ທີ່​ໄດ້ຮັບ​ການຍົກຍ້ອງ​ຈາກ​ຄຣິສຕະຈັກ​ທັງຫລາຍ​ໃນ​ດ້ານ​ການປະກາດ​ຂ່າວປະເສີດ.</verse>
				<verse number="19">ຍິ່ງ​ໄປ​ກວ່າ​ນັ້ນ, ຄຣິສຕະຈັກ​ຕ່າງໆ​ໄດ້​ເລືອກ​ພີ່ນ້ອງ​ຄົນ​ນີ້​ໃຫ້​ຮ່ວມ​ເດີນທາງ​ກັບ​ພວກເຮົາ​ຂະນະ​ທີ່​ນຳ​ເງິນຖວາຍ​ໄປ, ເຊິ່ງ​ພວກເຮົາ​ໄດ້​ຮັບຜິດຊອບ​ເບິ່ງແຍງ​ເງິນ​ຖວາຍ​ນີ້​ເພື່ອ​ຖວາຍ​ກຽດ​ແກ່​ອົງພຣະຜູ້ເປັນເຈົ້າ ແລະ ເພື່ອ​ສະແດງ​ວ່າ​ພວກເຮົາ​ເອງ​ກໍ​ມີ​ໃຈ​ກະຕືລືລົ້ນ​ທີ່​ຈະ​ຊ່ວຍ.</verse>
				<verse number="20">ພວກເຮົາ​ຕ້ອງການ​ຫລີກເວັ້ນ​ບໍ່​ໃຫ້​ຜູ້ໃດ​ມາ​ຕິຕຽນ​ວິທີ​ຈັດການ​ແຈກຈ່າຍ​ຂອງ​ບໍລິຈາກ​ຈຳນວນ​ຫລວງຫລາຍ​ນີ້​ໄດ້.</verse>
				<verse number="21">ເພາະ​ພວກເຮົາ​ພະຍາຍາມ​ເຕັມທີ່​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ, ບໍ່​ພຽງ​ແຕ່​ໃນ​ສາຍຕາ​ຂອງ​ອົງພຣະຜູ້ເປັນເຈົ້າ ແຕ່​ໃນ​ສາຍຕາ​ຂອງ​ມະນຸດ​ດ້ວຍ.</verse>
				<verse number="22">ນອກຈາກນີ້ ພວກເຮົາ​ຍັງ​ສົ່ງ​ພີ່ນ້ອງ​ອີກ​ຄົນ​ໜຶ່ງ​ຮ່ວມ​ໄປນຳ​ດ້ວຍ ພີ່ນ້ອງ​ຜູ້​ນີ້​ໄດ້​ພິສູດ​ໃຫ້​ພວກເຮົາ​ເຫັນ​ໃນ​ຫລາຍໆ​ດ້ານ​ແລ້ວ​ວ່າ ລາວ​ກະຕືລືລົ້ນ​ຫລາຍ ແລະ ບັດນີ້ ກໍ​ກະຕືລືລົ້ນ​ຫລາຍ​ຂຶ້ນ​ອີກ​ກວ່າເກົ່າ ເພາະວ່າ​ລາວ​ໝັ້ນໃຈ​ໃນ​ພວກເຈົ້າ​ຫລາຍ.</verse>
				<verse number="23">ສຳລັບ​ຕີໂຕ ເພິ່ນ​ເປັນ​ຜູ້​ເຂົ້າສ່ວນ​ກັບ​ເຮົາ ແລະ ເປັນ​ຜູ້ຮ່ວມງານ​ໃນ​ທ່າມກາງ​ພວກເຈົ້າ​ທັງຫລາຍ; ສ່ວນ​ພວກ​ພີ່ນ້ອງ​ຂອງ​ພວກເຮົາ​ນັ້ນ ພວກເຂົາ​ເປັນ​ຕົວແທນ​ຂອງ​ບັນດາ​ຄຣິສຕະຈັກ ແລະ ເປັນ​ກຽດ​ແກ່​ພຣະຄຣິດເຈົ້າ.</verse>
				<verse number="24">ເຫດສະນັ້ນ ຈົ່ງ​ສະແດງ​ໃຫ້​ຄົນ​ເຫລົ່ານັ້ນ​ເຫັນ​ຫລັກຖານ​ແຫ່ງ​ຄວາມຮັກ​ຂອງ​ພວກເຈົ້າ ແລະ ເຫັນ​ເຖິງ​ສາເຫດ​ທີ່​ພວກເຮົາ​ພາກພູມໃຈ​ໃນ​ພວກເຈົ້າ, ເພື່ອ​ວ່າ​ຄຣິສຕະຈັກ​ທັງຫລາຍ​ຈະ​ໄດ້​ເຫັນ​ເຖິງ​ສິ່ງ​ນີ້​ດ້ວຍ.</verse>
			</chapter>
			<chapter number="9">
				<verse number="1">ເຮົາ​ບໍ່​ຈຳເປັນ​ຕ້ອງ​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ການ​ຮັບໃຊ້​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="2">ເພາະ​ເຮົາ​ຮູ້​ວ່າ​ພວກເຈົ້າ​ກະຕືລືລົ້ນ​ທີ່​ຈະ​ຊ່ວຍເຫລືອ ແລະ ເຮົາ​ໄດ້​ອວດອ້າງ​ເລື່ອງ​ນີ້​ຕໍ່​ຊາວ​ມາເກໂດເນຍ​ແລ້ວ ໂດຍ​ບອກ​ພວກເຂົາ​ວ່າ​ຕັ້ງແຕ່​ປີ​ຜ່ານມາ​ທີ່​ພວກເຈົ້າ​ຢູ່​ໃນ​ແຂວງ​ອະຂາຢາ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຖວາຍ ແລະ ຄວາມກະຕືລືລົ້ນ​ຂອງ​ພວກເຈົ້າ​ທັງຫລາຍ​ໄດ້​ກະຕຸ້ນ​ພວກເຂົາ​ສ່ວນຫລາຍ​ໃຫ້​ລົງ​ມື​ເຮັດ​ຕາມ.</verse>
				<verse number="3">ແຕ່​ທີ່​ເຮົາ​ກຳລັງ​ສົ່ງ​ພີ່ນ້ອງ​ເຫລົ່ານັ້ນ​ມາ ກໍ​ເພື່ອ​ວ່າ​ສິ່ງ​ທີ່​ເຮົາ​ໄດ້​ອວດອ້າງ​ໄວ້​ກ່ຽວກັບ​ພວກເຈົ້າ​ໃນ​ເລື່ອງ​ນີ້​ຈະ​ບໍ່​ເສຍປະໂຫຍດ, ແຕ່​ເພື່ອ​ພວກເຈົ້າ​ກໍ​ຈະ​ໄດ້​ຕຽມພ້ອມ​ຢູ່​ສະເໝີ​ສົມ​ກັບ​ທີ່​ເຮົາ​ໄດ້​ບອກ​ໄວ້.</verse>
				<verse number="4">ເພາະ​ຖ້າ​ຊາວ​ມາເກໂດເນຍ​ຄົນ​ໃດ​ທີ່​ມາ​ກັບ​ເຮົາ ແລະ ພົບ​ວ່າ​ພວກເຈົ້າ​ບໍ່​ໄດ້​ກຽມພ້ອມ​ນັ້ນ ຢ່າ​ວ່າ​ແຕ່​ພວກເຈົ້າ​ເລີຍ ເຮົາ​ເອງ​ກໍ​ຈະ​ອັບອາຍ​ທີ່​ມີ​ຄວາມໝັ້ນໃຈ​ຢ່າງ​ນັ້ນ​ແລ້ວ.</verse>
				<verse number="5">ດັ່ງນັ້ນ ເຮົາ​ຈຶ່ງ​ຄິດ​ວ່າ​ຈຳເປັນ​ຕ້ອງ​ຂໍຮ້ອງ​ພີ່ນ້ອງ​ເຫລົ່ານັ້ນ​ໃຫ້​ມາຫາ​ພວກເຈົ້າ​ລ່ວງໜ້າ ແລະ ຈັດຕຽມ​ເຄື່ອງບໍລິຈາກ​ດ້ວຍ​ໃຈກວ້າງຂວາງ​ໄວ້​ໃຫ້​ຮຽບຮ້ອຍ​ຕາມ​ທີ່​ພວກເຈົ້າ​ໄດ້​ສັນຍາ​ໄວ້. ແລ້ວ​ເຄື່ອງບໍລິຈາກ​ນີ້​ກໍ​ຈະ​ຕຽມພ້ອມ​ໄວ້​ເພື່ອ​ເປັນ​ເຄື່ອງບໍລິຈາກ​ທີ່​ໃຫ້​ດ້ວຍ​ໃຈກວ້າງຂວາງ, ບໍ່ແມ່ນ​ເປັນ​ເຄື່ອງບໍລິຈາກ​ທີ່​ໃຫ້​ດ້ວຍ​ການຝືນໃຈ.</verse>
				<verse number="6">ຈົ່ງ​ຈົດຈຳ​ສິ່ງ​ນີ້​ຄື: ຜູ້​ທີ່​ຫວ່ານ​ພຽງ​ເລັກນ້ອຍ​ກໍ​ຈະ​ເກັບກ່ຽວ​ໄດ້​ແຕ່​ພຽງ​ເລັກນ້ອຍ​ເໝືອນກັນ ແລະ ຜູ້​ທີ່​ຫວ່ານ​ດ້ວຍ​ໃຈກວ້າງຂວາງ​ກໍ​ຈະ​ເກັບ​ກ່ຽວ​ໄດ້​ຢ່າງ​ຫລວງຫລາຍ​ເໝືອນກັນ.</verse>
				<verse number="7">ທຸກຄົນ​ຄວນ​ໃຫ້​ຕາມ​ທີ່​ຕົນ​ໄດ້​ຄິດ​ໝາຍ​ໄວ້​ໃນ​ໃຈ​ວ່າ​ຈະ​ໃຫ້, ບໍ່ແມ່ນ​ໃຫ້​ດ້ວຍ​ຄິດ​ເສຍດາຍ ຫລື ຝືນໃຈ​ໃຫ້, ເພາະວ່າ​ພຣະເຈົ້າ​ຮັກ​ຜູ້​ທີ່​ໃຫ້​ດ້ວຍ​ຊື່ນໃຈຍິນດີ.</verse>
				<verse number="8">ແລະ ພຣະເຈົ້າ​ສາມາດ​ທີ່​ຈະ​ອວຍພອນ​ພວກເຈົ້າ​ຢ່າງ​ອຸດົມສົມບູນ, ເພື່ອ​ວ່າ​ພວກເຈົ້າ​ຈະ​ມີ​ທຸກສິ່ງ​ທີ່​ຈໍາເປັນ​ສຳລັບ​ຕົນ​ຢູ່​ທຸກ​ເວລາ, ທັງ​ພວກເຈົ້າ​ຈະ​ມີ​ສິ່ງຂອງ​ບໍລິບູນ​ໃນ​ການງານ​ດີ​ທຸກ​ຢ່າງ.</verse>
				<verse number="9">ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ວ່າ: “ພວກເພິ່ນ​ໄດ້​ບໍລິຈາກ​ດ້ວຍ​ໃຈກວ້າງຂວາງ​ໃຫ້​ແກ່​ຄົນຍາກຈົນ; ຄວາມຊອບທຳ​ຂອງ​ພວກເພິ່ນ​ດຳລົງ​ຢູ່​ນິລັນດອນ”.</verse>
				<verse number="10">ບັດນີ້ ພຣະອົງ​ຜູ້​ຈັດສັນ​ເມັດພືດ​ໃຫ້​ແກ່​ຜູ້ຫວ່ານ ແລະ ເຂົ້າຈີ່​ສຳລັບ​ເປັນ​ອາຫານ ກໍ​ຈະ​ຈັດຫາ ແລະ ເພີ່ມເຕີມ​ເລົ້າ​ແຫ່ງ​ເມັດພັນ​ຂອງ​ພວກເຈົ້າ ແລະ ຍັງ​ຈະ​ຂະຫຍາຍ​ການເກັບກ່ຽວ​ຄວາມຊອບທຳ​ຂອງ​ພວກເຈົ້າ​ດ້ວຍ.</verse>
				<verse number="11">ພວກເຈົ້າ​ຈະ​ຮັ່ງມີ​ໃນ​ທຸກ​ດ້ານ​ເພື່ອວ່າ​ພວກເຈົ້າ​ຈະ​ສາມາດ​ເອື້ອເຟື້ອເພື່ອແຜ່​ໄດ້​ໃນ​ທຸກ​ໂອກາດ ແລະ ໂດຍ​ຜ່ານ​ທາງ​ພວກເຮົາ​ຄວາມເອື້ອເຟື້ອເພື່ອແຜ່​ຂອງ​ພວກເຈົ້າ​ນັ້ນ​ຈະ​ເປັນເຫດ​ໃຫ້​ມີ​ການໂມທະນາ​ຂອບພຣະຄຸນ​ພຣະເຈົ້າ.</verse>
				<verse number="12">ການຮັບໃຊ້​ທີ່​ພວກເຈົ້າ​ກະທຳ​ຢູ່​ນີ້​ບໍ່​ພຽງ​ແຕ່​ຊ່ວຍເຫລືອ​ຄວາມຕ້ອງ​ຂອງ​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ເທົ່ານັ້ນ ແຕ່​ຍັງ​ເປັນເຫດ​ໃຫ້​ມີ​ການຂອບພຣະຄຸນ​ພຣະເຈົ້າ​ຢ່າງ​ລົ້ນເຫລືອ.</verse>
				<verse number="13">ເພາະວ່າ​ພວກເຈົ້າ​ໄດ້​ພິສູດ​ຕົນເອງ​ດ້ວຍ​ການ​ຮັບໃຊ້​ນີ້, ຄົນອື່ນໆ​ຈະ​ສັນລະເສີນ​ພຣະເຈົ້າ​ເພາະ​ການເຊື່ອຟັງ​ຂອງ​ພວກເຈົ້າ ເຊິ່ງ​ມາ​ພ້ອມ​ກັບ​ການຍອມຮັບ​ເອົາ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ​ຂອງ​ພວກເຈົ້າ ແລະ ເພາະ​ຄວາມເອື້ອເຟື້ອ​ຂອງ​ພວກເຈົ້າ​ໃນ​ການແບ່ງປັນ​ແກ່​ພວກເຂົາ ແລະ ແກ່​ຄົນ​ອື່ນໆ​ອີກ​ດ້ວຍ.</verse>
				<verse number="14">ແລະ ໃຈ​ຂອງ​ພວກເຂົາ​ຈະ​ຄິດເຖິງ​ພວກເຈົ້າ​ຂະນະ​ທີ່​ອະທິຖານ​ເພື່ອ​ພວກເຈົ້າ ເພາະ​ພຣະຄຸນ​ອັນ​ລົ້ນເຫລືອ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ພວກເຈົ້າ.</verse>
				<verse number="15">ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ຂອງປະທານ​ຂອງ​ພຣະອົງ ເຊິ່ງ​ເກີນ​ທີ່​ຈະ​ພັນລະນາ​ໄດ້.</verse>
			</chapter>
			<chapter number="10">
				<verse number="1">ເຮົາ​ຂໍຮ້ອງ​ພວກເຈົ້າ​ດ້ວຍ​ຄວາມຖ່ອມໃຈ ແລະ ອ່ອນ​ສຸພາບ​ຂອງ​ພຣະຄຣິດເຈົ້າ, ເຮົາ​ຄື​ໂປໂລ ຜູ້​ທີ່​ພວກເຈົ້າ​ທັງຫລາຍ​ບອກ​ວ່າ “ຂີ້ຢ້ານ” ເມື່ອ​ຢູ່​ຕໍ່ໜ້າ​ພວກເຈົ້າ ແຕ່ “ກ້າຫານ” ເມື່ອ​ຢູ່​ຫ່າງໄກ​ຈາກ​ພວກເຈົ້າ!</verse>
				<verse number="2">ເຮົາ​ຂໍຮ້ອງ​ພວກເຈົ້າ​ວ່າ ເມື່ອ​ເຮົາ​ມາຫາ ເຮົາ​ອາດ​ບໍ່​ກ້າຫານ​ເທົ່າ​ທີ່​ເຮົາ​ຄາດຫວັງ​ວ່າ​ຈະ​ເຮັດ​ຕໍ່​ບາງຄົນ​ທີ່​ຄິດ​ວ່າ​ເຮົາ​ດຳເນີນຊີວິດ​ຕາມ​ມາດຕະຖານ​ຂອງ​ໂລກ​ນີ້.</verse>
				<verse number="3">ເພາະ​ເຖິງແມ່ນວ່າ​ພວກເຮົາ​ດຳເນີນຊີວິດ​ຢູ່​ໃນ​ໂລກ​ນີ້ ພວກເຮົາ​ກໍ​ບໍ່​ໄດ້​ຕໍ່ສູ້​ເໝືອນດັ່ງ​ທີ່​ໂລກ​ເຮັດ.</verse>
				<verse number="4">ອາວຸດ​ທັງຫລາຍ​ທີ່​ພວກເຮົາ​ໃຊ້​ຕໍ່ສູ້​ບໍ່ແມ່ນ​ອາວຸດ​ຂອງ​ໂລກ. ແຕ່​ໃນ​ທາງ​ກົງກັນຂ້າມ, ເປັນ​ອາວຸດ​ທີ່​ເຕັມ​ໄປ​ດ້ວຍ​ລິດອຳນາດ​ຂອງ​ພຣະເຈົ້າ ເຊິ່ງ​ສາມາດ​ທຳລາຍ​ຄ້າຍອັນເຂັ້ມແຂງ​ທັງຫລາຍ​ໄດ້.</verse>
				<verse number="5">ພວກເຮົາ​ທຳລາຍ​ຂໍ້​ໂຕ້ແຍ້ງ ແລະ ທຸກ​ຂໍ້ອ້າງ​ທີ່​ຕັ້ງ​ຕົວ​ຂັດຂວາງ​ຄວາມຮູ້​ຂອງ​ພຣະເຈົ້າ ແລະ ພວກເຮົາ​ປາບ​ທຸກ​ຄວາມຄິດ​ໃຫ້​ຍອມຈຳນົນ​ເຊື່ອຟັງ​ພຣະຄຣິດເຈົ້າ.</verse>
				<verse number="6">ແລະ ພວກເຮົາ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ລົງໂທດ​ທຸກ​ການກະທຳ​ທີ່​ບໍ່​ເຊື່ອຟັງ ຫລັງຈາກ​ພວກເຈົ້າ​ໄດ້​ເຊື່ອຟັງ​ຢ່າງ​ສົມບູນ​ແລ້ວ.</verse>
				<verse number="7">ພວກເຈົ້າ​ກຳລັງ​ຕັດສິນ​ຕາມ​ລັກສະນະ​ພາຍນອກ. ຖ້າ​ຜູ້ໃດ​ໝັ້ນໃຈ​ວ່າ​ຕົນ​ເປັນ​ຄົນ​ຂອງ​ພຣະຄຣິດເຈົ້າ, ກໍ​ຄວນ​ພິຈາລະນາ​ອີກ​ວ່າ​ພວກເຮົາ​ກໍ​ເປັນ​ຄົນ​ຂອງ​ພຣະຄຣິດເຈົ້າ​ຫລາຍ​ກວ່າ​ທີ່​ພວກເຂົາ​ເປັນ​ຢູ່.</verse>
				<verse number="8">ດັ່ງນັ້ນ ເຖິງ​ແມ່ນ​ວ່າ​ເຮົາ​ອວດອ້າງ​ຫລາຍ​ເກີນ​ໄປ​ກ່ຽວກັບ​ສິດອຳນາດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ໃຫ້​ແກ່​ພວກເຮົາ ເພື່ອ​ເສີມສ້າງ​ພວກເຈົ້າ​ຂຶ້ນ​ແທນທີ່​ຈະ​ດຶງ​ພວກເຈົ້າ​ລົງ​ນັ້ນ, ເຮົາ​ກໍ​ຈະ​ບໍ່​ໄດ້​ລະອາຍ​ໃນ​ເລື່ອງ​ນັ້ນ.</verse>
				<verse number="9">ເຮົາ​ບໍ່​ຢາກ​ໃຫ້​ເບິ່ງ​ເໝືອນ​ກັບ​ວ່າ​ກຳລັງ​ພະຍາຍາມ​ຂົ່ມຂູ່​ພວກເຈົ້າ​ດ້ວຍ​ຈົດໝາຍ​ຂອງ​ເຮົາ.</verse>
				<verse number="10">ເພາະ​ມີ​ບາງຄົນ​ເວົ້າ​ວ່າ, “ຈົດໝາຍ​ຂອງ​ໂປໂລ​ໜັກແໜ້ນ ແລະ ເດັດດ່ຽວ ແຕ່​ວ່າ​ໃນ​ຕົວ​ເພິ່ນ​ກໍ​ບໍ່​ໜ້າ​ປະທັບໃຈ ແລະ ການເວົ້າ​ຂອງ​ເພິ່ນ​ກໍ​ໃຊ້ການ​ບໍ່​ໄດ້”.</verse>
				<verse number="11">ຄົນ​ເຊັ່ນນັ້ນ​ຄວນ​ເຂົ້າໃຈ​ວ່າ​ພວກເຮົາ​ເປັນ​ຢ່າງໃດ​ໃນ​ຈົດໝາຍ​ເມື່ອ​ພວກເຮົາ​ບໍ່​ຢູ່ ພວກເຮົາ​ກໍ​ຈະ​ເປັນ​ຢ່າງນັ້ນ​ໃນ​ການກະທຳ​ເມື່ອ​ພວກເຮົາ​ມາ.</verse>
				<verse number="12">ພວກເຮົາ​ບໍ່​ກ້າ​ຈັດ​ອັນດັບ ຫລື ປຽບທຽບ​ພວກເຮົາ​ເອງ​ກັບ​ຄົນ​ທີ່​ຍົກຍ້ອງ​ຕົນເອງ. ເມື່ອ​ພວກເຂົາ​ວັດແທກ​ພວກເຂົາເອງ​ໂດຍ​ພວກເຂົາ​ເອງ ແລະ ປຽບທຽບ​ກັນ​ເອງ, ພວກເຂົາ​ກໍ​ບໍ່​ສະຫລາດ.</verse>
				<verse number="13">ເຖິງຢ່າງໃດ​ກໍ​ຕາມ ພວກເຮົາ​ກໍ​ຈະ​ບໍ່​ອວດອ້າງ​ເກີນ​ຂອບເຂດ​ທີ່​ເໝາະສົມ, ແຕ່​ຈະ​ຈໍາກັດ​ການ​ອວດອ້າງ​ຂອງ​ພວກເຮົາ​ໃນ​ຂອບເຂດ​ຂອງ​ການ​ຮັບໃຊ້​ທີ່​ພຣະເຈົ້າ​ໄດ້​ມອບໝາຍ​ໃຫ້​ພວກເຮົາ ຄື​ຂອບເຂດ​ທີ່​ພວກເຈົ້າ​ກໍ​ລວມ​ຢູ່​ໃນ​ນັ້ນ.</verse>
				<verse number="14">ພວກເຮົາ​ບໍ່​ໄດ້​ອວດອ້າງ​ຈົນ​ເກີນ​ໄປ ເໝືອນດັ່ງ​ກໍລະນີ​ຖ້າ​ພວກເຮົາ​ບໍ່​ໄດ້​ມາ​ຫາ​ພວກເຈົ້າ, ເພາະວ່າ​ພວກເຮົາ​ໄດ້​ນຳ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ​ມາ​ເຖິງ​ພວກເຈົ້າ.</verse>
				<verse number="15">ທັງ​ພວກເຮົາ​ບໍ່​ໄດ້​ອອກນອກ​ເກີນ​ຂອບເຂດ​ໂດຍ​ການ​ອວດອ້າງ​ຜົນງານ​ທີ່​ຄົນ​ອື່ນ​ເຮັດ​ໄວ້. ຄວາມຫວັງ​ຂອງ​ພວກເຮົາ​ກໍ​ຄື, ໃນ​ຂະນະ​ທີ່​ຄວາມເຊື່ອ​ຂອງ​ພວກເຈົ້າ​ສືບຕໍ່​ໃຫຍ່​ຂຶ້ນ​ນັ້ນ, ຂອບເຂດ​ພາລະກິດ​ຂອງ​ພວກເຮົາ​ທີ່​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ກໍ​ຈະ​ຂະຫຍາຍອອກ​ໄປ​ຢ່າງ​ກວ້າງຂວາງ,</verse>
				<verse number="16">ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ປະກາດ​ຂ່າວປະເສີດ​ໃນ​ດິນແດນ​ຕ່າງໆ​ທີ່​ຢູ່​ໄກ​ຈາກ​ພວກເຈົ້າ​ອອກໄປ. ເພາະວ່າ​ພວກເຮົາ​ບໍ່​ຕ້ອງການ​ຈະ​ອວດອ້າງ​ກ່ຽວກັບ​ການງານ​ທີ່​ເຮັດ​ໄວ້​ແລ້ວ​ໃນ​ເຂດແດນ​ຂອງ​ຄົນອື່ນ.</verse>
				<verse number="17">ແຕ່, “ຜູ້​ທີ່​ອວດ ຈົ່ງ​ອວດ​ອົງພຣະຜູ້ເປັນເຈົ້າ”.</verse>
				<verse number="18">ເພາະ​ບໍ່​ແມ່ນ​ຜູ້ທີ່​ຍົກຍ້ອງ​ຕົນ​ເອງ​ທີ່​ເປັນ​ຜູ້​ທີ່​ໄດ້​ຮັບ​ການ​ຮັບຮອງ, ແຕ່​ແມ່ນ​ຜູ້​ທີ່​ອົງພຣະຜູ້ເປັນເຈົ້າ​ຍົກຍ້ອງ.</verse>
			</chapter>
			<chapter number="11">
				<verse number="1">ເຮົາ​ຫວັງວ່າ​ພວກເຈົ້າ​ຈະ​ອົດທົນ​ກັບ​ຄວາມໂງ່​ຂອງ​ເຮົາ​ຈັກໜ້ອຍໜຶ່ງ. ແມ່ນ​ແລ້ວ, ຂໍ​ຈົ່ງ​ອົດທົນ​ກັບ​ເຮົາ!</verse>
				<verse number="2">ເພາະ​ເຮົາ​ຫວງແຫນ​ພວກເຈົ້າ​ດ້ວຍ​ຄວາມຫວງແຫນ​ທີ່​ມາ​ຈາກ​ພຣະເຈົ້າ. ເຮົາ​ໄດ້​ສັນຍາ​ພວກເຈົ້າ​ໄວ້​ເພື່ອ​ສາມີ​ຄົນ​ດຽວ, ຄື​ແກ່​ພຣະຄຣິດເຈົ້າ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຖວາຍ​ພວກເຈົ້າ​ເໝືອນດັ່ງ​ສາວບໍລິສຸດ​ທີ່​ບໍລິສຸດ​ແກ່​ພຣະອົງ.</verse>
				<verse number="3">ແຕ່​ເຮົາ​ຢ້ານ​ວ່າ ຈະ​ເປັນ​ເໝືອນ​ດັ່ງ​ເອວາ​ທີ່​ຖືກ​ລໍ້ລວງ​ດ້ວຍ​ກົນອຸບາຍ​ຂອງ​ງູ​ນັ້ນ, ແລ້ວ​ຄວາມຄິດ​ຂອງ​ພວກເຈົ້າ​ຈະ​ຖືກ​ນຳພາ​ໄປ​ສູ່​ຄວາມຜິດພາດ​ຈາກ​ຄວາມຈິງໃຈ ແລະ ຄວາມບໍລິສຸດ​ຂອງ​ພວກເຈົ້າ​ໃນ​ການອຸທິດຕົນ​ຕໍ່​ພຣະຄຣິດເຈົ້າ. ເອວາ​ທີ່​ຖືກ​ລໍ້ລວງ​ດ້ວຍ​ກົນອຸບາຍ​ຂອງ​ງູ​ນັ້ນ.</verse>
				<verse number="4">ເພາະ​ຖ້າ​ຜູ້ໃດ​ມາ​ຫາ​ພວກເຈົ້າ ແລະ ເທດສະໜາ​ເລື່ອງ​ພຣະເຢຊູເຈົ້າ​ຕ່າງ​ຈາກ​ທີ່​ພວກເຮົາ​ໄດ້​ເທດສະໜາ​ເລື່ອງ​ພຣະເຢຊູເຈົ້າ​ໄວ້ ຫລື ວ່າ​ຖ້າ​ພວກເຈົ້າ​ຮັບ​ວິນຍານ​ອື່ນ​ແຕກຕ່າງ​ຈາກ​ພຣະວິນຍານ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຮັບ ຫລື ວ່າ​ຂ່າວປະເສີດ​ອື່ນ​ແຕກຕ່າງ​ຈາກ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຮັບ, ພວກເຈົ້າ​ກໍ​ທົນ​ຮັບ​ສິ່ງ​ເຫລົ່ານັ້ນ​ໄດ້​ງ່າຍດາຍ​ແທ້​ນໍ.</verse>
				<verse number="5">ເຮົາ​ກໍ​ບໍ່​ໄດ້​ຄິດ​ວ່າ​ເຮົາ​ເອງ​ຕໍ່າຕ້ອຍ​ກວ່າ “ບັນດາ​ອັກຄະສາວົກ​ຊັ້ນສູງ” ເຫລົ່ານັ້ນ​ແມ່ນແຕ່​ໜ້ອຍດຽວ.</verse>
				<verse number="6">ເຖິງ​ວ່າ​ເຮົາ​ຈະ​ບໍ່​ແມ່ນ​ນັກເວົ້າ​ທີ່​ໄດ້​ຮັບ​ການຝຶກຝົນ ແຕ່​ເຮົາ​ກໍ​ມີ​ຄວາມຮູ້. ພວກເຮົາ​ກໍ​ໄດ້​ສະແດງ​ແກ່​ພວກເຈົ້າ​ຢ່າງ​ຈະແຈ້ງ​ແລ້ວ​ໃນ​ທຸກ​ທາງ.</verse>
				<verse number="7">ເປັນ​ການ​ເຮັດ​ບາບ​ບໍ​ທີ່​ເຮົາ​ລົດ​ເຮົາ​ເອງ​ລົດ​ຕົວ​ລົງ​ເພື່ອ​ຍົກຊູ​ພວກເຈົ້າ​ຂຶ້ນ​ດ້ວຍ​ການປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ​ໂດຍ​ບໍ່​ຄິດ​ມູນຄ່າ?</verse>
				<verse number="8">ເຮົາ​ໄດ້​ປຸ້ນ​ຄຣິສຕະຈັກ​ອື່ນໆ ດ້ວຍ​ການຮັບເງິນ​ສະໜັບສະໜູນ​ຈາກ​ພວກເຂົາ​ເພື່ອ​ມາ​ຮັບໃຊ້​ພວກເຈົ້າ.</verse>
				<verse number="9">ແລະ ເມື່ອ​ເຮົາ​ຢູ່​ກັບ​ພວກເຈົ້າ ແລະ ເມື່ອ​ເຮົາ​ຂາດເຂີນ​ບາງສິ່ງ, ເຮົາ​ກໍ​ບໍ່​ໄດ້​ເປັນ​ພາລະ​ໃຫ້​ແກ່​ຜູ້ໃດ, ເພາະ​ພີ່ນ້ອງ​ຜູ້​ທີ່​ມາ​ຈາກ​ແຂວງ​ມາເກໂດເນຍ​ໄດ້​ສະໜັບສະໜູນ​ສິ່ງ​ຈຳເປັນ​ໃຫ້​ແກ່​ເຮົາ. ເຮົາ​ໄດ້​ລະວັງ​ເຮົາເອງ​ບໍ່​ໃຫ້​ເປັນ​ພາລະ​ໃດໆ​ແກ່​ພວກເຈົ້າ ແລະ ຈະ​ເຮັດ​ຢ່າງນັ້ນ​ຕໍ່ໄປ.</verse>
				<verse number="10">ຄວາມຈິງ​ຂອງ​ພຣະຄຣິດເຈົ້າ​ຢູ່​ໃນ​ເຮົາ​ແນ່ນອນ​ສັນໃດ ກໍ​ບໍ່​ມີ​ຜູ້ໃດ​ໃນ​ແຂວງ​ອະຂາຢາ​ຈະ​ມາ​ຢຸດ​ເຮົາ​ໃນ​ການອວດອ້າງ​ນີ້​ສັນນັ້ນ.</verse>
				<verse number="11">ເພາະ​ເຫດໃດ? ເພາະ​ເຮົາ​ບໍ່​ຮັກ​ພວກເຈົ້າ​ບໍ? ພຣະເຈົ້າ​ຮູ້​ວ່າ​ເຮົາ​ຮັກ​ພວກເຈົ້າ!</verse>
				<verse number="12">ແລະ ເຮົາ​ຈະ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຢູ່​ນີ້​ຕໍ່ໄປ ເພື່ອ​ຕັດ​ບັນຫາ​ອອກ​ຈາກ​ຄົນ​ເຫລົ່ານັ້ນ​ທີ່​ກຳລັງ​ຫາ​ໂອກາດ​ໃຫ້​ໄດ້​ຮັບ​ການຍອມຮັບ​ວ່າ​ເທົ່າທຽມກັນ​ກັບ​ພວກເຮົາ​ໃນ​ສິ່ງ​ທີ່​ພວກເຂົາ​ອວດອ້າງ​ໃສ່.</verse>
				<verse number="13">ເພາະ​ຄົນ​ເຫລົ່ານັ້ນ​ເປັນ​ອັກຄະສາວົກ​ປອມ, ເປັນ​ຄົນງານ​ທີ່​ລໍ້ລວງ, ເປັນ​ຜູ້​ປອມຕົວ​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ.</verse>
				<verse number="14">ແລະ ກໍ​ບໍ່​ແປກປະຫລາດ, ເພາະ​ຊາຕານ​ເອງ​ກໍ​ຍັງ​ປອມຕົວ​ເປັນ​ເທວະດາ​ແຫ່ງ​ຄວາມສະຫວ່າງ​ໄດ້.</verse>
				<verse number="15">ແລ້ວ​ຈຶ່ງ​ບໍ່​ແປກປະຫລາດ​ທີ່​ຄົນຮັບໃຊ້​ຂອງ​ຊາຕານ​ຈະ​ປອມຕົວ​ເປັນ​ຜູ້ຮັບໃຊ້​ແຫ່ງ​ຄວາມຊອບທຳ​ດ້ວຍ. ຈຸດຈົບ​ຂອງ​ພວກເຂົາ​ຈະ​ເປັນໄປ​ຕາມ​ການກະທຳ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ.</verse>
				<verse number="16">ເຮົາ​ຂໍ​ຢ້ຳ​ອີກ​ວ່າ: ຢ່າ​ຄິດ​ວ່າ​ເຮົາ​ເປັນ​ຄົນໂງ່. ແຕ່​ຖ້າ​ພວກເຈົ້າ​ຄິດ​ຢ່າງນັ້ນ ກໍ​ຈົ່ງ​ອົດທົນ​ຕໍ່​ເຮົາ​ເໝືອນ​ດັ່ງ​ທີ່​ພວກເຈົ້າ​ຈະ​ເປັນ​ຄົນໂງ່, ເພື່ອ​ເຮົາ​ຈະ​ໄດ້​ອວດ​ຈັກ​ໜ້ອຍໜຶ່ງ.</verse>
				<verse number="17">ໃນ​ການອວດ​ຢ່າງ​ໝັ້ນໃຈ​ໃນ​ຕົນເອງ​ຢ່າງ​ນີ້ ເຮົາ​ບໍ່​ໄດ້​ເວົ້າ​ຕາມ​ແບບຢ່າງ​ຂອງ​ອົງພຣະຜູ້ເປັນເຈົ້າ ແຕ່​ເຮົາ​ເວົ້າ​ຢ່າງ​ຄົນໂງ່.</verse>
				<verse number="18">ໃນ​ເມື່ອ​ຫລາຍຄົນ​ອວດ​ຕາມ​ແບບ​ຄົນ​ຂອງ​ໂລກ, ເຮົາ​ກໍ​ຈະ​ອວດ​ເໝືອນກັນ.</verse>
				<verse number="19">ພວກເຈົ້າ​ທັງຫລາຍ​ຍິນດີ​ອົດທົນ​ກັບ​ຄົນໂງ່​ເຫລົ່ານີ້​ເນື່ອງຈາກ​ພວກເຈົ້າ​ເປັນ​ຜູ້​ສະຫລາດ​ແທ້​ນໍ!</verse>
				<verse number="20">ແທ້​ຈິງ​ແລ້ວ ພວກເຈົ້າ​ທົນ​ຮັບ​ແມ່ນແຕ່​ຄົນ​ທີ່​ມາ​ເອົາ​ພວກເຈົ້າ​ໄປ​ເປັນ​ຂ້າທາດ ຫລື ຄົນ​ທີ່​ຂູດຮີດ​ພວກເຈົ້າ ຫລື ຄົນ​ທີ່​ເອົາປຽບ​ພວກເຈົ້າ ຫລື ຄົນ​ທີ່​ຍົກ​ຕົນ​ເປັນ​ໃຫຍ່​ເໜືອ​ພວກເຈົ້າ ຫລື ຄົນ​ທີ່​ຕົບ​ໜ້າ​ພວກເຈົ້າ.</verse>
				<verse number="21">ເຮົາ​ລະອາຍ​ທີ່​ຕ້ອງ​ຍອມຮັບ​ວ່າ​ເຮົາ​ອ່ອນແອ​ເກີນໄປ​ທີ່​ຈະ​ເຮັດ​ຢ່າງນັ້ນ! ຜູ້ໃດ​ກ້າ​ອວດ​ເລື່ອງ​ໃດ ເຮົາ​ຂໍ​ເວົ້າ​ຢ່າງ​ຄົນໂງ່​ວ່າ ເຮົາ​ກໍ​ກ້າ​ອວດ​ເລື່ອງ​ນັ້ນ​ເໝືອນກັນ.</verse>
				<verse number="22">ພວກເຂົາ​ເປັນ​ຊາວ​ເຮັບເຣີ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ. ພວກເຂົາ​ເປັນ​ຊາວ​ອິດສະຣາເອນ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ. ພວກເຂົາ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ.</verse>
				<verse number="23">ພວກເຂົາ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ​ບໍ? (ເຮົາ​ເສຍສະຕິ​ທີ່​ເວົ້າ​ແບບນີ້.) ເຮົາ​ເປັນ​ຫລາຍກວ່າ​ພວກເຂົາ​ອີກ. ເຮົາ​ໄດ້​ເຮັດ​ວຽກ​ໜັກ​ຫລາຍກວ່າ, ຖືກ​ຂັງ​ຄຸກ​ເລື້ອຍ​ຫລາຍກວ່າ, ຖືກ​ຂ້ຽນຕີ​ຢ່າງ​ໜັກ​ຫລາຍກວ່າ ແລະ ປະເຊີນ​ກັບ​ຄວາມຕາຍ​ຫລາຍ​ເທື່ອ.</verse>
				<verse number="24">ເຮົາ​ຖືກ​ພວກ​ຢິວ​ຂ້ຽນ​ຫ້າ​ເທື່ອ ເທື່ອ​ລະ​ສາມສິບເກົ້າ​ບາດ.</verse>
				<verse number="25">ເຮົາ​ຖືກ​ຂ້ຽນຕີ​ດ້ວຍ​ໄມ້ແສ້​ສາມ​ເທື່ອ, ເຮົາ​ຖືກ​ເອົາ​ຫີນ​ແກວ່ງ​ໃສ່​ໜຶ່ງ​ເທື່ອ, ເຮົາ​ປະເຊີນ​ກັບ​ເຮືອ​ແຕກ​ສາມ​ເທື່ອ, ເຮົາ​ແຊ່​ຢູ່​ກາງ​ທະເລ​ໜຶ່ງ​ຄືນ​ໜຶ່ງ​ວັນ,</verse>
				<verse number="26">ເຮົາ​ໄດ້​ຍ້າຍ​ທີ່ຢູ່​ຕະຫລອດ, ເຮົາ​ໄດ້​ຢູ່​ໃນ​ອັນຕະລາຍ​ຈາກ​ແມ່ນ້ຳ​ຕ່າງໆ, ໃນ​ອັນຕະລາຍ​ຈາກ​ພວກໂຈນ, ໃນ​ອັນຕະລາຍ​ຈາກ​ພີ່ນ້ອງ​ຢິວ​ຂອງ​ເຮົາເອງ, ໃນ​ອັນຕະລາຍ​ຈາກ​ຄົນຕ່າງຊາດ, ໃນ​ອັນຕະລາຍ​ພາຍ​ໃນ​ເມືອງ, ໃນ​ອັນຕະລາຍ​ພາຍ​ໃນ​ປະເທດ, ໃນ​ອັນຕະລາຍ​ຢູ່​ໃນ​ທະເລ ແລະ ໃນ​ອັນຕະລາຍ​ຈາກ​ຜູ້ທີ່ເຊື່ອ​ປອມ.</verse>
				<verse number="27">ເຮົາ​ໄດ້​ທຳງານ​ໜັກ ແລະ ລຳບາກ, ອົດ​ນອນ​ຢູ່​ເລື້ອຍ, ເຮົາ​ຮູ້ຈັກ​ການອົດເຂົ້າ​ຫິວນ້ຳ ແລະ ຂາດ​ອາຫານ​ຢູ່​ເລື້ອຍ, ເຮົາ​ຕ້ອງ​ພົບ​ກັບ​ຄວາມໜາວ ແລະ ເປືອຍກາຍ.</verse>
				<verse number="28">ນອກ​ຈາກ​ສິ່ງ​ທັງໝົດ​ເຫລົ່ານີ້​ແລ້ວ, ເຮົາ​ຍັງ​ໄດ້​ປະເຊີນ​ກັບ​ຄວາມກົດດັນ​ຂອງ​ຄວາມຫ່ວງໃຍ​ທີ່​ເຮົາ​ມີ​ຕໍ່​ຄຣິສຕະຈັກ​ທັງຫລາຍ​ຢູ່​ທຸກວັນ.</verse>
				<verse number="29">ມີ​ຜູ້ໃດ​ແດ່​ທີ່​ອ່ອນກຳລັງ ແລ້ວ​ເຮົາ​ບໍ່​ຮູ້ສຶກ​ອ່ອນກຳລັງ​ໄປ​ນຳ? ມີ​ຜູ້ໃດ​ແດ່​ຖືກ​ຊັກຊວນ​ໃຫ້​ເຮັດ​ບາບ ແລ້ວ​ເຮົາ​ບໍ່​ຮ້ອນຮົນ​ໃຈ?</verse>
				<verse number="30">ຖ້າ​ເຮົາ​ຕ້ອງ​ອວດ ເຮົາ​ກໍ​ຈະ​ອວດ​ເຖິງ​ສິ່ງ​ທີ່​ສະແດງ​ຄວາມອ່ອນແອ​ຂອງ​ເຮົາ.</verse>
				<verse number="31">ພຣະເຈົ້າ ແລະ ພຣະບິດາ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້​ເປັນ​ທີ່​ສັນລະເສີນ​ຕະຫລອດ​ນິລັນດອນ ພຣະອົງ​ຮູ້​ວ່າ​ເຮົາ​ບໍ່​ໄດ້​ເວົ້າຕົວະ.</verse>
				<verse number="32">ໃນ​ເມືອງ​ດາມັສກັດ ເຈົ້າເມືອງ​ຜູ້​ຢູ່​ໃຕ້​ບັງຄັບບັນຊາ​ຂອງ​ກະສັດ​ອາເຣຕາ​ໄດ້​ໃຫ້​ທະຫານ​ເຝົ້າຍາມ​ໄວ້​ທົ່ວ​ເມືອງ​ເພື່ອ​ຈະ​ຈັບກຸມ​ເຮົາ.</verse>
				<verse number="33">ແຕ່​ພວກເຂົາ​ເອົາ​ເຮົາ​ໃສ່​ກະຕ່າ​ຢ່ອນ​ລົງ​ມາ​ຈາກ​ປ່ອງຢ້ຽມ​ຕາມ​ກຳແພງເມືອງ ແລະ ເຮົາ​ຈຶ່ງ​ຫລຸດພົ້ນ​ຈາກ​ເງື່ອມມື​ເພິ່ນ​ມາ​ໄດ້.</verse>
			</chapter>
			<chapter number="12">
				<verse number="1">ເຮົາ​ຕ້ອງ​ອວດ​ຕໍ່ໄປ. ເຖິງແມ່ນວ່າ​ຈະ​ບໍ່​ເກີດ​ປະໂຫຍດ​ອັນໃດ​ກໍຕາມ, ເຮົາ​ກໍ​ຈະ​ສືບຕໍ່​ເລົ່າ​ນິມິດ ແລະ ການ​ເປີດເຜີຍ​ຕ່າງໆ​ຈາກ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="2">ເຮົາ​ຮູ້​ຈັກ​ຊາຍ​ຄົນ​ໜຶ່ງ​ໃນ​ພຣະຄຣິດເຈົ້າ ເຊິ່ງ​ສິບສີ່​ປີ​ຜ່ານ​ມາ​ໄດ້​ຖືກ​ຮັບ​ຂຶ້ນ​ໄປ​ຍັງ​ສະຫວັນ​ຊັ້ນ​ທີສາມ. ຈະ​ໄປ​ທັງ​ກາຍ ຫລື ນອກ​ກາຍ​ເຮົາ​ກໍ​ບໍ່​ຮູ້ ພຣະເຈົ້າ​ເທົ່ານັ້ນ​ຮູ້.</verse>
				<verse number="3">ແລະ ເຮົາ​ຮູ້​ວ່າ​ຊາຍ​ຜູ້​ນີ້​ຖືກ​ຮັບ​ຂຶ້ນໄປ ຈະ​ໄປ​ທັງ​ກາຍ ຫລື ນອກ​ກາຍ​ເຮົາ​ບໍ່​ຮູ້, ແຕ່​ພຣະເຈົ້າ​ຮູ້​ວ່າ​ຊາຍ​ຜູ້​ນີ້</verse>
				<verse number="4">ຖືກ​ຮັບ​ຂຶ້ນ​ໄປ​ເຖິງ​ເມືອງ​ສຸກຂະເສີມ ແລະ ໄດ້​ຍິນ​ສິ່ງ​ຕ່າງໆ​ທີ່​ບໍ່​ສາມາດ​ບັນຍາຍ​ໄດ້, ເປັນ​ສິ່ງ​ທີ່​ບໍ່​ອະນຸຍາດ​ໃຫ້​ຄົນໃດ​ເປີດເຜີຍ.</verse>
				<verse number="5">ເຮົາ​ຈະ​ອວດ​ເຖິງ​ຊາຍ​ຢ່າງ​ນີ້​ແຫລະ, ແຕ່​ເຮົາ​ຈະ​ບໍ່​ອວດ​ກ່ຽວກັບ​ເຮົາເອງ, ນອກຈາກ​ເລື່ອງ​ຄວາມອ່ອນແອ​ທັງຫລາຍ​ຂອງ​ເຮົາ.</verse>
				<verse number="6">ແມ່ນແຕ່​ຖ້າ​ເຮົາ​ຄວນ​ເລືອກ​ທີ່​ຈະ​ອວດ, ເຮົາ​ກໍ​ຈະ​ບໍ່​ເປັນ​ຄົນໂງ່ ເພາະ​ເຮົາ​ຈະ​ເວົ້າ​ຄວາມຈິງ. ແຕ່​ເຮົາ​ອົດກັ້ນ​ໄວ້​ເພື່ອ​ຈະ​ບໍ່​ມີ​ຜູ້ໃດ​ຄິດ​ຫລາຍ​ເກີນ​ກວ່າ​ທີ່​ເຮົາ​ໄດ້​ຮັບປະກັນ​ໂດຍ​ສິ່ງ​ທີ່​ເຮົາ​ເຮັດ ຫລື ເວົ້າ,</verse>
				<verse number="7">ຫລື ເນື່ອງຈາກ​ການ​ເປີດເຜີຍ​ອັນ​ຍິ່ງໃຫຍ່​ລ້ຳເລີດ​ເຫລົ່ານີ້, ເຫດສະນັ້ນ​ເພື່ອ​ຮັກສາ​ເຮົາ​ຈາກ​ການ​ກາຍ​ເປັນ​ຜູ້​ອວດດີ, ເຮົາ​ຈຶ່ງ​ຖືກ​ເຮັດ​ໃຫ້​ມີ​ສ້ຽນໜາມ​ໃນ​ເນື້ອກາຍ​ຂອງ​ເຮົາ ເປັນ​ບໍລິວານ​ຂອງ​ຊາຕານ​ເພື່ອ​ທໍລະມານ​ເຮົາ.</verse>
				<verse number="8">ເຮົາ​ໄດ້​ອ້ອນວອນ​ຂໍ​ອົງພຣະຜູ້ເປັນເຈົ້າ​ສາມ​ເທື່ອ​ແລ້ວ ເພື່ອ​ໃຫ້​ເອົາ​ສ້ຽນໜາມ​ນີ້​ອອກ​ໄປ​ຈາກ​ເຮົາ.</verse>
				<verse number="9">ແຕ່​ພຣະອົງ​ກ່າວ​ກັບ​ເຮົາ​ວ່າ, “ພຣະຄຸນ​ຂອງ​ເຮົາ​ກໍ​ພຽງພໍ​ແລ້ວ​ສຳລັບ​ເຈົ້າ, ເພາະ​ວ່າ​ລິດອຳນາດ​ຂອງ​ເຮົາ​ຈະ​ໄດ້​ປາກົດ​ໃນ​ຄວາມອ່ອນແອ​ຢ່າງ​ເຕັມທີ່”. ເຫດສະນັ້ນ ເຮົາ​ຈຶ່ງ​ຈະ​ອວດ​ຄວາມອ່ອນແອ​ທັງໝົດ​ຂອງ​ເຮົາ​ດ້ວຍ​ຄວາມຍິນດີ, ເພື່ອ​ລິດອຳນາດ​ຂອງ​ພຣະຄຣິດເຈົ້າ​ຈະ​ໄດ້​ຢູ່​ກັບ​ເຮົາ.</verse>
				<verse number="10">ດ້ວຍເຫດນີ້​ແຫລະ ເພື່ອ​ເຫັນ​ແກ່​ພຣະຄຣິດເຈົ້າ​ເຮົາ​ຈຶ່ງ​ຍິນດີ​ໃນ​ບັນດາ​ຄວາມອ່ອນແອ, ໃນ​ການໝິ່ນປະໝາດ, ໃນ​ຄວາມຍາກລຳບາກ, ໃນ​ການກົດຂີ່ຂົ່ມເຫັງ, ໃນ​ຄວາມຫຍຸ້ງຍາກ. ເພາະ​ວ່າ​ເມື່ອ​ເຮົາ​ອ່ອນແອ ແລ້ວ​ເຮົາ​ກໍ​ເຂັ້ມແຂງ.</verse>
				<verse number="11">ເຮົາ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ຄົນໂງ່​ແລ້ວ, ແຕ່​ພວກເຈົ້າ​ກໍ​ເປັນ​ຜູ້​ກົດດັນ​ໃຫ້​ເຮົາ​ເປັນ​ຢ່າງນີ້. ພວກເຈົ້າ​ທັງຫລາຍ​ສົມຄວນ​ຈະ​ຍົກຍ້ອງ​ເຮົາ ເພາະ​ເຖິງແມ່ນ​ວ່າ​ເຮົາ​ຈະ​ບໍ່​ມີ​ສິ່ງໃດ​ດີເດັ່ນ ແຕ່​ເຮົາ​ກໍ​ບໍ່​ໄດ້​ຕໍ່າຕ້ອຍ​ໄປ​ກວ່າ “ບັນດາ​ອັກຄະສາວົກ​ຊັ້ນສູງ”.</verse>
				<verse number="12">ເຮົາ​ໄດ້​ພະຍາຍາມ​ເຮັດ​ໃນ​ສິ່ງ​ທີ່​ບົ່ງບອກ​ເຖິງ​ເຄື່ອງໝາຍ​ຂອງ​ຄວາມ​ເປັນ​ອັກຄະສາວົກ​ທີ່​ແທ້ຈິງ​ໃນ​ທ່າມກາງ​ພວກເຈົ້າ, ໃນ​ການ​ລວມ​ເອົາ​ບັນດາ​ໝາຍສຳຄັນ, ການ​ອັດສະຈັນ ແລະ ການປະຕິຫານ​ຕ່າງໆ.</verse>
				<verse number="13">ພວກເຈົ້າ​ຕໍ່າຕ້ອຍ​ກວ່າ​ຄຣິສຕະຈັກ​ອື່ນໆ​ໃນ​ຂໍ້​ໃດ​ແດ່? ຍົກເວັ້ນ​ທີ່​ເຮົາ​ບໍ່​ເຄີຍ​ເປັນ​ພາລະ​ໃຫ້​ແກ່​ພວກເຈົ້າ ຂໍ​ໃຫ້​ອະໄພ​ແກ່​ເຮົາ​ໃນ​ຄວາມຜິດ​ຂໍ້​ນີ້!</verse>
				<verse number="14">ບັດນີ້ ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ມາ​ຢ້ຽມຢາມ​ພວກເຈົ້າ​ເປັນ​ເທື່ອ​ທີສາມ ແລະ ເຮົາ​ຈະ​ບໍ່​ເປັນ​ພາລະ​ແກ່​ພວກເຈົ້າ, ເພາະວ່າ​ສິ່ງ​ທີ່​ເຮົາ​ຕ້ອງການ​ບໍ່ແມ່ນ​ຊັບສິນ​ຂອງ​ພວກເຈົ້າ ແຕ່​ແມ່ນ​ພວກເຈົ້າ. ເຖິງຢ່າງໃດ​ກໍ​ຕາມ ລູກ​ບໍ່​ສົມຄວນ​ທີ່​ຈະ​ທ້ອນໂຮມ​ຊັບສິນ​ໄວ້​ໃຫ້​ພໍ່ແມ່​ຂອງ​ຕົນ? ແຕ່​ແມ່ນ​ພໍ່ແມ່​ທີ່​ທ້ອນໂຮມ​ຊັບສິນ​ໄວ້​ໃຫ້​ລູກ​ຂອງ​ຕົນ.</verse>
				<verse number="15">ດັ່ງນັ້ນ ເຮົາ​ກໍ​ຍິນດີ​ຫລາຍ​ທີ່​ຈະ​ໃຊ້​ທຸກສິ່ງ​ທີ່​ເຮົາ​ມີ ແລະ ທຸ້ມເທ​ເຮົາ​ເອງ​ເພື່ອ​ພວກເຈົ້າ​ດ້ວຍ. ຖ້າ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ຂຶ້ນ ພວກເຈົ້າ​ຈະ​ຮັກ​ເຮົາ​ໜ້ອຍ​ລົງ​ບໍ?</verse>
				<verse number="16">ເໝືອນ​ດັ່ງ​ທີ່​ເປັນ​ມາ ເຮົາ​ບໍ່​ເຄີຍ​ເປັນ​ພາລະ​ໃຫ້​ແກ່​ພວກເຈົ້າ. ແຕ່​ຄົນ​ເລ່ລ່ຽມ​ຢ່າງ​ທີ່​ເຮົາ​ເປັນ​ຢູ່ ເຮົາ​ໄດ້​ດັກຈັບ​ພວກເຈົ້າ​ໂດຍ​ກົນອຸບາຍ!</verse>
				<verse number="17">ເຮົາ​ໄດ້​ເອົາປຽບ​ພວກເຈົ້າ​ຜ່ານ​ທາງ​ຄົນ​ໃດ​ທີ່​ເຮົາ​ໄດ້​ສົ່ງ​ມາ​ຫາ​ພວກເຈົ້າ​ບໍ?</verse>
				<verse number="18">ເຮົາ​ຈຶ່ງ​ຂໍຮ້ອງ​ໃຫ້​ຕີໂຕ​ມາ​ຫາ​ພວກເຈົ້າ ແລະ ເຮົາ​ກໍ​ໄດ້​ສົ່ງ​ພີ່ນ້ອງ​ຄົນ​ໜຶ່ງ​ມາ​ກັບ​ເພິ່ນ​ດ້ວຍ. ຕີໂຕ​ບໍ່​ໄດ້​ເອົາປຽບ​ພວກເຈົ້າ​ແມ່ນ​ບໍ? ພວກເຮົາ​ບໍ່​ໄດ້​ເດີນ​ຕາມ​ບາດກ້າວ​ດຽວກັນ​ໂດຍ​ພຣະວິນຍານ​ອົງ​ດຽວກັນ​ບໍ?</verse>
				<verse number="19">ພວກເຈົ້າ​ຄິດ​ມາ​ຕະຫລອດ​ວ່າ​ພວກເຮົາ​ກຳລັງ​ປົກປ້ອງ​ພວກເຮົາ​ເອງ​ຕໍ່​ພວກເຈົ້າ​ແມ່ນ​ບໍ? ພວກເຮົາ​ເວົ້າ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຢ່າງ​ຄົນ​ທີ່​ຢູ່​ໃນ​ພຣະຄຣິດເຈົ້າ, ເພື່ອນ​ທີ່​ຮັກ, ທຸກສິ່ງ​ທີ່​ພວກເຮົາ​ເຮັດ​ກໍ​ເຮັດ​ເພື່ອ​ເສີມກຳລັງ​ຂອງ​ພວກເຈົ້າ.</verse>
				<verse number="20">ເພາະ​ເຮົາ​ຢ້ານວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ ເຮົາ​ຈະ​ບໍ່​ເຫັນ​ພວກເຈົ້າ​ເປັນ​ດັ່ງ​ທີ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ເປັນ ແລະ ພວກເຈົ້າ​ກໍ​ຈະ​ບໍ່​ເຫັນ​ເຮົາ​ເປັນ​ດັ່ງ​ທີ່​ພວກເຈົ້າ​ຢາກ​ໃຫ້​ເຮົາ​ເປັນ. ເຮົາ​ຢ້ານ​ວ່າ​ອາດ​ຈະ​ມີ​ການຜິດຖຽງກັນ, ການອິດສາ, ການ​ຄຽດ, ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ການໃສ່ຮ້າຍປ້າຍສີ, ການ​ນິນທາ, ຄວາມຈອງຫອງ ແລະ ຄວາມວຸ້ນວາຍ.</verse>
				<verse number="21">ເຮົາ​ຢ້ານ​ວ່າ​ເມື່ອ​ເຮົາ​ມາ​ອີກ ພຣະເຈົ້າ​ຂອງ​ເຮົາ​ຈະ​ເຮັດ​ໃຫ້​ເຮົາ​ຖ່ອມ​ລົງ​ຕໍ່ໜ້າ​ພວກເຈົ້າ ແລະ ເຮົາ​ຈະ​ໂສກເສົ້າ​ເພາະ​ຫລາຍ​ຄົນ​ທີ່​ໄດ້​ເຮັດ​ບາບ​ມາ​ກ່ອນ​ແລ້ວ ແລະ ຍັງ​ບໍ່​ຍອມ​ກັບໃຈ​ປະຖິ້ມ​ຄວາມ​ເປື້ອນເປິ, ຄວາມບາບ​ທາງ​ເພດ ແລະ ຄວາມ​ຊົ່ວຮ້າຍ​ທີ່​ພວກເຂົາ​ໄດ້​ເຮັດ​ຢູ່.</verse>
			</chapter>
			<chapter number="13">
				<verse number="1">ນີ້​ຄົງ​ຈະ​ເປັນ​ເທື່ອ​ທີສາມ​ທີ່​ເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ. “ທຸກ​ຄະດີ​ຈະ​ຕ້ອງ​ມີ​ພະຍານ​ຢືນຢັນ​ສອງ ຫລື ສາມ​ປາກ”.</verse>
				<verse number="2">ເຮົາ​ໄດ້​ໃຫ້​ຄຳເຕືອນ​ພວກເຈົ້າ​ໄວ້​ແລ້ວ​ເມື່ອ​ເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ​ເທື່ອ​ທີສອງ. ບັດນີ້ ເຮົາ​ຂໍ​ຢ້ຳ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ວ່າ: ເມື່ອ​ເຮົາ​ກັບມາ ເຮົາ​ຈະ​ບໍ່​ລະເວັ້ນ​ບັນດາ​ຜູ້​ທີ່​ໄດ້​ເຮັດບາບ​ກ່ອນ​ໜ້າ​ນີ້ ຫລື ຄົນ​ອື່ນໆ​ໃດ​ອີກ,</verse>
				<verse number="3">ເມື່ອ​ພວກເຈົ້າ​ຮຽກຮ້ອງ​ໃຫ້​ພິສູດ​ວ່າ​ພຣະຄຣິດເຈົ້າ​ກຳລັງ​ກ່າວ​ຜ່ານ​ທາງ​ເຮົາ. ພຣະອົງ​ບໍ່​ໄດ້​ອ່ອນແອ​ໃນ​ຄວາມສຳພັນ​ກັບ​ພວກເຈົ້າ ແຕ່​ເຕັມ​ດ້ວຍ​ລິດອຳນາດ​ຢູ່​ທ່າມກາງ​ພວກເຈົ້າ.</verse>
				<verse number="4">ເພາະ​ເປັນ​ຄວາມຈິງແທ້​ທີ່​ວ່າ, ໃນ​ຄວາມອ່ອນແອ ພຣະອົງ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ ແຕ່​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ​ພຣະອົງ​ມີ​ຊີວິດ​ຢູ່. ເຊັ່ນດຽວ​ກັນ ພວກເຮົາ​ກໍ​ອ່ອນແອ​ໃນ​ພຣະອົງ, ແຕ່​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ ພວກເຮົາ​ຈະ​ມີຊີວິດ​ຢູ່​ດ້ວຍກັນ​ກັບ​ພຣະອົງ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ.</verse>
				<verse number="5">ຈົ່ງ​ພິຈາລະນາ​ຕົນເອງ​ເພື່ອ​ເບິ່ງ​ວ່າ​ພວກເຈົ້າ​ຢູ່​ໃນ​ຄວາມເຊື່ອ ຫລື ບໍ່; ຈົ່ງ​ທົດສອບ​ຕົນເອງ. ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ພຣະເຢຊູຄຣິດເຈົ້າ​ຢູ່​ໃນ​ພວກເຈົ້າ ແນ່ນອນ​ເວັ້ນໄວ້​ແຕ່​ວ່າ​ພວກເຈົ້າ​ບໍ່​ຜ່ານ​ການທົດສອບ​ນັ້ນ?</verse>
				<verse number="6">ແລະ ເຮົາ​ໝັ້ນໃຈ​ວ່າ​ພວກເຈົ້າ​ຈະ​ພົບ​ວ່າ​ພວກເຮົາ​ຜ່ານ​ການທົດສອບ​ນັ້ນ.</verse>
				<verse number="7">ບັດນີ້ ພວກເຮົາ​ອະທິຖານ​ຕໍ່​ພຣະເຈົ້າ​ເພື່ອ​ພວກເຈົ້າ​ຈະ​ບໍ່​ເຮັດຜິດ​ອັນໃດ ບໍ່​ແມ່ນ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ເຫັນ​ວ່າ​ພວກເຮົາ​ໄດ້​ຜ່ານ​ການທົດສອບ ແຕ່​ເພື່ອ​ພວກເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເຖິງແມ່ນ​ເບິ່ງ​ຄື​ວ່າ​ພວກເຮົາ​ບໍ່​ຜ່ານ​ການທົດສອບ</verse>
				<verse number="8">ເພາະ​ພວກເຮົາ​ບໍ່​ອາດ​ເຮັດ​ສິ່ງໃດ​ທີ່​ຂັດ​ກັບ​ຄວາມຈິງ​ໄດ້ ແຕ່​ເຮັດ​ເພື່ອ​ຄວາມຈິງ​ເທົ່ານັ້ນ.</verse>
				<verse number="9">ເມື່ອໃດ​ກໍຕາມ​ທີ່​ພວກເຮົາ​ອ່ອນແອ ແຕ່​ພວກເຈົ້າ​ເຂັ້ມແຂງ ພວກເຮົາ​ກໍ​ຊື່ນຊົມຍິນດີ; ແລະ ພວກເຮົາ​ກໍ​ອະທິຖານ​ຂໍ​ໃຫ້​ພວກເຈົ້າ​ຮັບ​ການຟື້ນຟູ​ຢ່າງ​ເຕັມທີ່.</verse>
				<verse number="10">ດ້ວຍ​ເຫດ​ນີ້​ແຫລະ ໃນ​ເວລາ​ທີ່​ເຮົາ​ບໍ່​ຢູ່ ເຮົາ​ຈຶ່ງ​ຂຽນ​ສິ່ງ​ເຫລົ່ານີ້​ເຖິງ​ພວກເຈົ້າ ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ​ເຮົາ​ຈະ​ບໍ່​ໄດ້​ໃຊ້​ອຳນາດ​ຢ່າງ​ເຂັ້ມງວດ​ກັບ​ພວກເຈົ້າ, ອຳນາດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ​ກໍ​ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່​ແມ່ນ​ເພື່ອ​ດຶງ​ພວກເຈົ້າ​ລົງ.</verse>
				<verse number="11">ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຊື່ນຊົມຍິນດີ! ຈົ່ງ​ສູ້ຊົນ​ເພື່ອ​ການຟື້ນຟູ​ຢ່າງ​ເຕັມທີ່, ຈົ່ງ​ໜູນໃຈ​ກັນ, ຈົ່ງ​ເປັນ​ນ້ຳໜຶ່ງ​ໃຈ​ດຽວ​ກັນ, ຈົ່ງ​ຢູ່​ຢ່າງ​ສະຫງົບ. ແລ້ວ​ພຣະເຈົ້າ​ແຫ່ງ​ຄວາມຮັກ ແລະ ສັນຕິສຸກ​ຈະ​ຢູ່​ກັບ​ພວກເຈົ້າ.</verse>
				<verse number="12">ຈົ່ງ​ທັກທາຍ​ກັນ​ດ້ວຍ​ການ​ຈູບ​ອັນ​ບໍລິສຸດ.</verse>
				<verse number="13">ຄົນ​ຂອງ​ພຣະເຈົ້າ​ທຸກຄົນ​ຢູ່​ທີ່​ນີ້​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ທັງຫລາຍ.</verse>
				<verse number="14">ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຄວາມຮັກ​ຂອງ​ພຣະເຈົ້າ ແລະ ຄວາມ​ສາມັກຄີທຳ​ຂອງ​ພຣະວິນຍານບໍລິສຸດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ.</verse>
			</chapter>
		</book>
		<book number="48">
			<chapter number="1">
				<verse number="1">ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຄົນ​ໜຶ່ງ ເຊິ່ງ​ບໍ່​ໄດ້​ຖືກ​ສົ່ງ​ມາ​ຈາກ​ມະນຸດ ຫລື ໂດຍ​ມະນຸດ​ຄົນໃດ, ແຕ່​ໂດຍ​ພຣະເຢຊູຄຣິດເຈົ້າ ແລະ ພຣະເຈົ້າ​ພຣະບິດາ, ຜູ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ,</verse>
				<verse number="2">ແລະ ພີ່ນ້ອງ​ທຸກຄົນ​ທີ່​ຢູ່​ກັບ​ເຮົາ, ເຖິງ​ຄຣິສຕະຈັກ​ຕ່າງໆ​ໃນ​ແຂວງ​ຄາລາເຕຍ:</verse>
				<verse number="3">ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ,</verse>
				<verse number="4">ພຣະອົງ​ຜູ້​ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ຄວາມບາບ​ທັງຫລາຍ​ຂອງ​ພວກເຮົາ ເພື່ອ​ຊ່ວຍ​ຊີວິດ​ພວກເຮົາ​ຈາກ​ຍຸກ​ປັດຈຸບັນ​ອັນ​ຊົ່ວຮ້າຍ​ນີ້, ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພວກເຮົາ,</verse>
				<verse number="5">ຂໍ​ໃຫ້​ກຽດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ! ອາແມນ.</verse>
				<verse number="6">ເຮົາ​ປະຫລາດໃຈ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ປະຖິ້ມ​ພຣະອົງ ຜູ້​ເອີ້ນ​ພວກເຈົ້າ​ໃຫ້​ດໍາເນີນຊີວິດ​ຢູ່​ໃນ​ພຣະຄຸນ​ຂອງ​ພຣະຄຣິດເຈົ້າ​ໄປ​ຢ່າງ​ໄວວາ ແລະ ຫັນ​ໄປ​ຫາ​ຂ່າວປະເສີດ​ທີ່​ແຕກຕ່າງ</verse>
				<verse number="7">ເຊິ່ງ​ບໍ່ແມ່ນ​ຂ່າວປະເສີດ​ເລີຍ. ເຫັນ​ໄດ້​ຊັດເຈນ​ວ່າ​ບາງຄົນ​ກຳລັງ​ໂຍນ​ພວກເຈົ້າ​ເຂົ້າສູ່​ຄວາມສັບສົນ ແລະ ພະຍາຍາມ​ບິດເບືອນ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ.</verse>
				<verse number="8">ແຕ່​ຖ້າຫາກ​ວ່າ​ພວກເຮົາ ຫລື ເທວະດາ​ຈາກ​ສະຫວັນ​ຈະ​ປະກາດ​ຂ່າວປະເສີດ​ອື່ນ ເຊິ່ງ​ແຕກຕ່າງ​ໄປ​ຈາກ​ຂ່າວປະເສີດ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ, ກໍ​ໃຫ້​ພວກເຂົາ​ຢູ່​ໃຕ້​ການສາບແຊ່ງ​ຂອງ​ພຣະເຈົ້າ!</verse>
				<verse number="9">ດັ່ງ​ທີ່​ພວກເຮົາ​ໄດ້​ກ່າວ​ໄວ້​ແລ້ວ, ດັ່ງນັ້ນ ບັດນີ້​ເຮົາ​ຂໍ​ກ່າວ​ອີກ​ວ່າ: ຖ້າ​ຜູ້ໃດ​ກໍ​ຕາມ​ປະກາດ​ຂ່າວປະເສີດ​ອື່ນ​ໃຫ້​ແກ່​ພວກເຈົ້າ​ນອກເໜືອ​ຈາກ​ສິ່ງ​ທີ່​ພວກເຈົ້າ​ໄດ້ຮັບ​ໄວ້​ແລ້ວ​ນັ້ນ, ກໍ​ໃຫ້​ພວກເຂົາ​ຢູ່​ໃຕ້​ການສາບແຊ່ງ​ຂອງ​ພຣະເຈົ້າ!</verse>
				<verse number="10">ເວລານີ້​ເຮົາ​ກຳລັງ​ພະຍາຍາມ​ທີ່​ຈະ​ໃຫ້​ມະນຸດ ຫລື ພຣະເຈົ້າ​ຍອມຮັບ? ຫລື ເຮົາ​ກຳລັງ​ພະຍາຍາມ​ເຮັດໃຫ້​ມະນຸດ​ພໍໃຈ​ບໍ? ຖ້າ​ເຮົາ​ຍັງ​ກຳລັງ​ພະຍາຍາມ​ເຮັດໃຫ້​ມະນຸດ​ພໍໃຈ, ເຮົາ​ກໍ​ບໍ່ແມ່ນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ.</verse>
				<verse number="11">ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ, ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ນັ້ນ​ແມ່ນ​ບໍ່​ໄດ້​ມາ​ຈາກ​ມະນຸດ.</verse>
				<verse number="12">ເຮົາ​ບໍ່​ໄດ້ຮັບ​ຂ່າວປະເສີດ​ນີ້​ມາ​ຈາກ​ມະນຸດ​ຄົນໃດ ຫລື ເຮົາ​ບໍ່​ໄດ້​ຮັບ​ການສິດສອນ​ຂ່າວປະເສີດ​ນີ້, ແຕ່​ເຮົາ​ໄດ້​ຮັບ​ຂ່າວປະເສີດ​ໂດຍ​ການເປີດເຜີຍ​ຈາກ​ພຣະເຢຊູຄຣິດເຈົ້າ.</verse>
				<verse number="13">ເພາະວ່າ​ພວກເຈົ້າ​ກໍ​ເຄີຍ​ໄດ້​ຍິນ​ເຖິງ​ວິຖີຊີວິດ​ຂອງ​ເຮົາ​ທີ່​ຜ່ານມາ​ໃນ​ສາສະໜາຢິວ, ເຮົາ​ໄດ້​ຂົ່ມເຫັງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ຢ່າງ​ຮຸນແຮງ ແລະ ພະຍາຍາມ​ຈະ​ທຳລາຍ​ຄຣິສຕະຈັກ.</verse>
				<verse number="14">ເມື່ອ​ເຮົາ​ຢູ່ໃນ​ສາສະໜາຢິວ​ເຮົາ​ກ້າວໜ້າ​ກວ່າ​ພີ່ນ້ອງ​ຄົນຢິວ​ຫລາຍ​ຄົນ​ໃນ​ລຸ້ນ​ດຽວ​ກັນ ແລະ ກະຕືລືລົ້ນ​ທີ່ສຸດ​ຕໍ່​ປະເພນີ​ຂອງ​ບັນພະບຸລຸດ​ຂອງ​ເຮົາ.</verse>
				<verse number="15">ແຕ່​ເມື່ອ​ພຣະເຈົ້າ ຜູ້​ແຍກ​ເຮົາ​ໄວ້​ຕັ້ງແຕ່​ຢູ່​ໃນ​ທ້ອງ​ແມ່ ແລະ ເອີ້ນ​ເຮົາ​ໂດຍ​ພຣະຄຸນ​ຂອງ​ພຣະອົງ, ພຣະອົງ​ພໍໃຈ</verse>
				<verse number="16">ທີ່​ຈະ​ເປີດເຜີຍ​ພຣະບຸດ​ຂອງ​ພຣະອົງ​ໃນ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ປະກາດ​ພຣະອົງ​ທ່າມກາງ​ບັນດາ​ຄົນຕ່າງຊາດ, ເຮົາ​ກໍ​ຕອບສະໜອງ​ທັນທີ​ໂດຍ​ບໍ່​ໄດ້​ປຶກສາ​ມະນຸດ​ຄົນໃດ.</verse>
				<verse number="17">ເຮົາ​ບໍ່​ໄດ້​ຂຶ້ນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ເພື່ອ​ພົບ​ກັບ​ບັນດາ​ຄົນ​ທີ່​ເປັນ​ອັກຄະສາວົກ​ກ່ອນ​ເຮົາ, ແຕ່​ເຮົາ​ໄດ້​ເຂົ້າ​ໄປ​ໃນ​ປະເທດ​ອາຣາເບຍ. ຫລັງຈາກ​ນັ້ນ​ເຮົາ​ຈຶ່ງ​ໄດ້​ກັບຄືນ​ມາ​ເມືອງ​ດາມັສກັດ.</verse>
				<verse number="18">ແລ້ວ​ຫລັງຈາກ​ສາມ​ປີ, ເຮົາ​ຈຶ່ງ​ຂຶ້ນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ເພື່ອ​ທຳຄວາມ​ຮູ້ຈັກ​ກັບ​ເກຟາ ແລະ ພັກ​ຢູ່​ກັບ​ເພິ່ນ​ສິບຫ້າ​ວັນ.</verse>
				<verse number="19">ເຮົາ​ບໍ່​ໄດ້​ເຫັນ​ອັກຄະສາວົກ​ຄົນ​ອື່ນ​ເລີຍ ນອກຈາກ​ຢາໂກໂບ​ນ້ອງຊາຍ​ຂອງ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="20">ເຮົາ​ຂໍ​ຢືນຢັນ​ຕໍ່​ພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າ​ວ່າ​ສິ່ງ​ທີ່​ເຮົາ​ຂຽນ​ເຖິງ​ພວກເຈົ້າ​ນັ້ນ​ບໍ່​ໄດ້​ຕົວະ.</verse>
				<verse number="21">ຫລັງຈາກ​ນັ້ນ ເຮົາ​ໄດ້​ໄປ​ຍັງ​ຊີເຣຍ ແລະ ກີລີເກຍ.</verse>
				<verse number="22">ຄຣິສຕະຈັກ​ຕ່າງໆ​ໃນ​ພຣະຄຣິດເຈົ້າ​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ບໍ່​ໄດ້​ຮູ້​ຈັກ​ເຮົາ​ເປັນການສ່ວນຕົວ.</verse>
				<verse number="23">ພວກເຂົາ​ພຽງແຕ່​ໄດ້​ຍິນ​ລາຍງານ​ວ່າ: “ຜູ້ຊາຍ​ທີ່​ໃນ​ເມື່ອ​ກ່ອນ​ເຄີຍ​ຂົ່ມເຫັງ​ພວກເຮົາ​ນັ້ນ ດຽວນີ້​ກຳລັງ​ປະກາດ​ຄວາມເຊື່ອ ເຊິ່ງ​ຄັ້ງໜຶ່ງ​ລາວ​ເຄີຍ​ພະຍາຍາມ​ທີ່​ຈະ​ທຳລາຍ”.</verse>
				<verse number="24">ແລະ ພວກເຂົາ​ໄດ້​ສັນລະເສີນ​ພຣະເຈົ້າ​ກໍ​ເພາະ​ເຮົາ.</verse>
			</chapter>
			<chapter number="2">
				<verse number="1">ແລ້ວ​ສິບສີ່​ປີ​ຕໍ່ມາ, ເຮົາ​ກໍ​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ​ອີກ, ຄັ້ງ​ນີ້​ໄປ​ພ້ອມ​ກັບ​ບາຣະນາບາ. ເຮົາ​ໄດ້​ພາ​ຕີໂຕ​ໄປ​ນຳ​ເໝືອນກັນ.</verse>
				<verse number="2">ເຮົາ​ໄປ​ເພື່ອ​ຕອບສະໜອງ​ຕາມ​ການເປີດເຜີຍ ແລະ ໄດ້​ພົບປະ​ກັບ​ບັນດາ​ຜູ້​ທີ່​ຖື​ວ່າ​ເປັນ​ຜູ້ນຳ​ເປັນການສ່ວນຕົວ, ເຮົາ​ໄດ້​ຊີ້ແຈງ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ທ່າມກາງ​ຄົນຕ່າງຊາດ​ໃຫ້​ແກ່​ພວກເຂົາ. ເຮົາ​ຕ້ອງການ​ໃຫ້​ແນ່ໃຈ​ວ່າ​ທີ່​ເຮົາ​ກຳລັງ​ແລ່ນ​ແຂ່ງ ຫລື ໄດ້​ແລ່ນ​ແຂ່ງ​ໄປ​ແລ້ວ​ນັ້ນ​ຈະ​ບໍ່​ເສຍປະໂຫຍດ.</verse>
				<verse number="3">ແຕ່​ເຖິງ​ປານ​ນັ້ນ ແມ່ນ​ແຕ່​ຕີໂຕ​ຜູ້​ທີ່​ຢູ່​ກັບ​ເຮົາ​ກໍ​ບໍ່​ໄດ້​ຖືກ​ບັງຄັບ​ໃຫ້​ຮັບ​ພິທີຕັດ ເຖິງ​ແມ່ນ​ວ່າ​ລາວ​ເປັນ​ຄົນກຣີກ.</verse>
				<verse number="4">ເລື່ອງນີ້​ເກີດ​ຂຶ້ນ​ເພາະ​ຜູ້ທີ່ເຊື່ອ​ປອມ​ບາງຄົນ​ໄດ້​ແຊກແຊງ​ເຂົ້າ​ມາ​ໃນ​ໝູ່​ພວກເຮົາ ເພື່ອ​ສືບ​ເບິ່ງ​ເສລີພາບ​ທີ່​ພວກເຮົາ​ມີ​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ ແລະ ເພື່ອ​ຈະ​ເຮັດ​ໃຫ້​ພວກເຮົາ​ເປັນ​ຂ້າທາດ.</verse>
				<verse number="5">ພວກເຮົາ​ບໍ່​ໄດ້​ຍອມຈຳນົນ​ຕໍ່​ພວກເຂົາ​ເລີຍ​ແມ່ນແຕ່​ຊົ່ວຂະນະໜຶ່ງ, ເພື່ອວ່າ​ຄວາມຈິງ​ຂອງ​ຂ່າວປະເສີດ​ຈະ​ຖືກ​ຮັກສາ​ໄວ້​ສຳລັບ​ພວກເຈົ້າ​ທັງຫລາຍ.</verse>
				<verse number="6">ສຳລັບ​ບັນດາ​ຜູ້​ທີ່​ໄດ້​ຮັບ​ການຍົກຍ້ອງ​ຢ່າງ​ສູງ, ບໍ່​ວ່າ​ພວກເຂົາ​ຈະ​ເປັນ​ຢ່າງໃດ​ກໍ​ບໍ່​ແຕກຕ່າງ​ຫຍັງ​ສຳລັບ​ເຮົາ; ພຣະເຈົ້າ​ບໍ່​ໄດ້​ສະແດງ​ຄວາມລຳອຽງ ພວກເຂົາ​ກໍ​ບໍ່​ໄດ້​ເພີ່ມເຕີມ​ສິ່ງໃດ​ແກ່​ຂໍ້ຄວາມ​ຂອງ​ເຮົາ.</verse>
				<verse number="7">ກົງກັນຂ້າມ ພວກເຂົາ​ໄດ້​ຍອມຮັບ​ວ່າ​ເຮົາ​ໄດ້​ຖືກ​ມອບໝາຍ​ດ້ວຍ​ພາລະກິດ​ຂອງ​ການປະກາດ​ຂ່າວປະເສີດ​ແກ່​ພວກ​ທີ່​ບໍ່ຮັບພິທີຕັດ ​ເຊັ່ນດຽວ​ກັບ​ເປໂຕ​ທີ່​ໄດ້​ປະກາດ​ແກ່​ຄົນ​ທີ່​ຮັບ​ພິທີຕັດ.</verse>
				<verse number="8">ເພາະ​ພຣະເຈົ້າ​ຜູ້​ທຳງານ​ໃນ​ເປໂຕ​ໃນ​ຖານະ​ອັກຄະສາວົກ​ຂອງ​ຜູ້​ທີ່​ໄດ້​ຮັບ​ພິທີຕັດ​ແລ້ວ, ກໍ​ທຳງານ​ໃນ​ເຮົາ​ໃນ​ຖານະ​ອັກຄະສາວົກ​ຂອງ​ຄົນຕ່າງຊາດ​ເໝືອນກັນ.</verse>
				<verse number="9">ຢາໂກໂບ, ເກຟາ ແລະ ໂຢຮັນ ຜູ້​ທີ່​ຖື​ວ່າ​ເປັນ​ເສົາ​ຫລັກ ກໍ​ໄດ້​ຈັບ​ມື​ຂວາ​ຂອງ​ເຮົາ ແລະ ບາຣະນາບາ​ເພື່ອ​ຄວາມສຳພັນ​ກັນ ເມື່ອ​ພວກເພິ່ນ​ໄດ້​ຮັບຮູ້​ເຖິງ​ພຣະຄຸນ​ທີ່​ເຮົາ​ໄດ້​ຮັບ. ພວກເພິ່ນ​ເຫັນດີ​ວ່າ​ພວກເຮົາ​ຄວນ​ໄປ​ຍັງ​ຄົນຕ່າງຊາດ ແລະ ພວກເພິ່ນ​ກໍ​ໄປ​ຫາ​ຄົນ​ທີ່​ຮັບ​ພິທີຕັດ.</verse>
				<verse number="10">ສິ່ງ​ທັງໝົດ​ທີ່​ພວກເຂົາ​ຂໍ​ກໍ​ຄື​ວ່າ​ພວກເຮົາ​ຄວນ​ສືບຕໍ່​ຄິດເຖິງ​ຄົນຍາກຈົນ, ເຊິ່ງ​ເປັນ​ສິ່ງ​ທີ່​ເຮົາ​ກະຕືລືລົ້ນ​ທີ່​ຈະ​ເຮັດ​ມາ​ຕະຫລອດ.</verse>
				<verse number="11">ເມື່ອ​ເກຟາ​ໄດ້​ມາ​ເຖິງ​ອັນຕີໂອເຂຍ, ເຮົາ​ກໍ​ໄດ້​ຄັດຄ້ານ​ເພິ່ນ​ຕໍ່ໜ້າ ເພາະວ່າ​ເພິ່ນ​ໄດ້​ເຮັດຜິດ​ຢ່າງ​ຊັດເຈນ.</verse>
				<verse number="12">ເພາະ​ກ່ອນ​ທີ່​ຄົນ​ຂອງ​ຢາໂກໂບ​ບາງຄົນ​ຈະ​ມາເຖິງ, ເກຟາ​ເຄີຍ​ຮ່ວມ​ຮັບປະທານ​ອາຫານ​ກັບ​ຄົນຕ່າງຊາດ. ແຕ່​ເມື່ອ​ພວກເຂົາ​ມາເຖິງ ເພິ່ນ​ກໍ​ເລີ່ມ​ຖອຍຫ່າງ​ອອກ ແລະ ແຍກ​ຕົນເອງ​ອອກ​ຈາກ​ຄົນຕ່າງຊາດ ເພາະ​ເພິ່ນ​ຢ້ານ​ບັນດາ​ຜູ້​ທີ່​ຢູ່​ໃນ​ກຸ່ມ​ທີ່​ຮັບ​ພິທີຕັດ.</verse>
				<verse number="13">ສ່ວນ​ຊາວ​ຢິວ​ຄົນ​ອື່ນໆ​ກໍ​ໄດ້​ຮ່ວມ​ໃນ​ຄວາມ​ໜ້າຊື່ໃຈຄົດ​ຂອງ​ເພິ່ນ, ເພື່ອວ່າ​ດ້ວຍ​ຄວາມໜ້າຊື່ໃຈຄົດ​ຂອງ​ພວກເພິ່ນ​ນັ້ນ ແມ່ນແຕ່​ບາຣະນາບາ​ກໍ​ຍັງ​ຖືກ​ຊັກຈູງ​ໃຫ້​ຫລົງ​ເຮັດ​ຕາມ.</verse>
				<verse number="14">ເມື່ອ​ເຮົາ​ເຫັນ​ວ່າ ພວກເພິ່ນ​ປະຕິບັດ​ບໍ່​ສອດຄ່ອງ​ກັບ​ຄວາມຈິງ​ຂອງ​ຂ່າວປະເສີດ, ເຮົາ​ຈຶ່ງ​ເວົ້າ​ກັບ​ເກຟາ​ຕໍ່ໜ້າ​ພວກເຂົາ​ທັງໝົດ​ວ່າ, “ເຈົ້າ​ເປັນ​ຄົນຢິວ​ແຕ່​ດຳເນີນຊີວິດ​ເໝືອນ​ຄົນຕ່າງຊາດ ແລະ ບໍ່​ເໝືອນ​ຄົນຢິວ. ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ບັງຄັບ​ຄົນຕ່າງຊາດ​ໃຫ້​ຖື​ທຳນຽມ​ຢິວ?</verse>
				<verse number="15">“ພວກເຮົາ​ຜູ້​ທີ່​ເປັນ​ຄົນຢິວ​ໂດຍ​ກຳເນີດ ແລະ ບໍ່​ແມ່ນ​ຄົນຕ່າງຊາດ​ທີ່​ມີ​ບາບ</verse>
				<verse number="16">ຍັງ​ຮູ້​ວ່າ​ບໍ່​ມີ​ຜູ້ໃດ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ໄດ້​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ, ແຕ່​ໂດຍ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ. ດັ່ງນັ້ນ ພວກເຮົາ​ກໍ​ເໝືອນກັນ, ພວກເຮົາ​ໄດ້​ເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ເພື່ອ​ຈະ​ໄດ້​ຖືກ​ນັບວ່າ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ​ໃນ ​ພຣະຄຣິດເຈົ້າ ບໍ່ແມ່ນ​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ ເພາະວ່າ​ບໍ່​ມີ​ຜູ້ໃດ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ໄດ້​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ.</verse>
				<verse number="17">“ແຕ່​ຖ້າຫາກ​ວ່າ, ໃນ​ການ​ສະແຫວງຫາ​ເພື່ອ​ຈະ​ເປັນ​ຜູ້ຊອບທຳ​ໃນ​ພຣະຄຣິດເຈົ້າ, ພວກເຮົາ​ຊາວຢິວ​ກໍ​ພົບ​ວ່າ​ພວກເຮົາ​ເອງ​ກໍ​ຢູ່​ໃນ​ບັນດາ​ຄົນ​ບາບ​ເຫລົ່ານັ້ນ​ດ້ວຍ, ນັ້ນ​ບໍ່​ໄດ້​ໝາຍຄວາມ​ວ່າ​ພຣະຄຣິດເຈົ້າ​ສົ່ງເສີມ​ຄົນບາບ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ແນ່ນອນ!</verse>
				<verse number="18">ຖ້າ​ເຮົາ​ສ້າງ​ສິ່ງ​ທີ່​ເຮົາ​ໄດ້​ທຳລາຍ​ລົງ​ແລ້ວ​ຂຶ້ນ​ມາ​ໃໝ່, ກໍ​ສະແດງ​ວ່າ​ເຮົາ​ເປັນ​ຄົນ​ລະເມີດ​ກົດບັນຍັດ​ແທ້ໆ.</verse>
				<verse number="19">“ເພາະ​ໂດຍ​ທາງ​ກົດບັນຍັດ​ເຮົາ​ໄດ້​ຕາຍ​ຕໍ່​ກົດບັນຍັດ​ແລ້ວ​ເພື່ອ​ວ່າ​ຈະ​ໄດ້​ມີຊີວິດ​ຢູ່​ເພື່ອ​ພຣະເຈົ້າ.</verse>
				<verse number="20">ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະຄຣິດເຈົ້າ​ແລ້ວ ແລະ ເຮົາ​ຈຶ່ງ​ບໍ່​ມີຊີວິດ​ຢູ່​ຕໍ່ໄປ, ແຕ່​ພຣະຄຣິດເຈົ້າ​ມີຊີວິດ​ຢູ່​ໃນ​ເຮົາ. ຊີວິດ​ທີ່​ເຮົາ​ມີ​ຢູ່​ໃນ​ຮ່າງກາຍ​ນີ້ ເຮົາ​ດໍາເນີນຊີວິດ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ໄດ້​ຮັກ​ເຮົາ ແລະ ໄດ້​ມອບ​ພຣະອົງ​ເອງ​ເພື່ອ​ເຮົາ.</verse>
				<verse number="21">ເຮົາ​ບໍ່​ໄດ້​ປະຖິ້ມ​ພຣະຄຸນ​ຂອງ​ພຣະເຈົ້າ ເພາະ​ຖ້າ​ຄວາມຊອບທຳ​ສາມາດ​ໄດ້​ມາ​ໂດຍ​ທາງ​ກົດບັນຍັດ ພຣະຄຣິດເຈົ້າ​ກໍ​ຕາຍ​ໂດຍ​ບໍ່​ມີ​ປະໂຫຍດ!”</verse>
			</chapter>
			<chapter number="3">
				<verse number="1">ຊາວຄາລາເຕຍ​ຜູ້​ໂງ່ຈ້າ​ເອີຍ! ຜູ້ໃດ​ໃສ່​ຄາຖາ​ພວກເຈົ້າ? ພາບ​ທີ່​ພຣະເຢຊູຄຣິດເຈົ້າ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ​ກໍ​ຊັດເຈນ​ຢູ່​ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ​ແລ້ວ.</verse>
				<verse number="2">ເຮົາ​ຢາກ​ຮູ້​ຈາກ​ພວກເຈົ້າ​ພຽງແຕ່​ສິ່ງ​ດຽວ​ກໍ​ຄື: ພວກເຈົ້າ​ໄດ້​ຮັບ​ພຣະວິນຍານ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ ຫລື ໂດຍ​ຄວາມເຊື່ອ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ?</verse>
				<verse number="3">ພວກເຈົ້າ​ໂງ່​ຫລາຍ​ບໍ? ຫລັງຈາກ​ທີ່​ເລີ່ມຕົ້ນ​ໂດຍ​ວິທີການ​ຂອງ​ພຣະວິນຍານ​ແລ້ວ, ບັດນີ້ ພວກເຈົ້າ​ກຳລັງ​ພະຍາຍາມ​ຈະ​ໃຫ້​ຈົບລົງ​ໂດຍ​ວິທີການ​ຂອງ​ເນື້ອໜັງ​ບໍ?</verse>
				<verse number="4">ພວກເຈົ້າ​ໄດ້​ປະສົບ ​ຢ່າງ​ໜັກ​ໂດຍ​ໄຮ້ປະໂຫຍດ​ບໍ ສິ່ງ​ນີ້​ໄຮ້ປະໂຫຍດ​ແທ້ໆ​ບໍ?</verse>
				<verse number="5">ດັ່ງນັ້ນ ເຮົາ​ຈຶ່ງ​ຂໍ​ຖາມ​ອີກ​ວ່າ, ພຣະເຈົ້າ​ໃຫ້​ພຣະວິນຍານ​ຂອງ​ພຣະອົງ​ແກ່​ພວກເຈົ້າ ແລະ ໄດ້​ກະທຳ​ການ​ອັດສະຈັນ​ຕ່າງໆ​ທ່າມກາງ​ພວກເຈົ້າ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ​ບໍ ຫລື ໂດຍ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້ຍິນ​ບໍ່​ແມ່ນ​ບໍ?</verse>
				<verse number="6">ດັ່ງນັ້ນ​ອັບຣາຮາມ​ກໍ​ເໝືອນກັນ “ເຊື່ອ​ພຣະເຈົ້າ ແລະ ເພາະ​ຄວາມເຊື່ອ​ນີ້​ພຣະອົງ​ຖື​ວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ”.</verse>
				<verse number="7">ດັ່ງນັ້ນ ຈົ່ງ​ເຂົ້າໃຈ​ວ່າ, ບັນດາ​ຜູ້​ທີ່​ມີ​ຄວາມເຊື່ອ​ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ.</verse>
				<verse number="8">ພຣະຄຳພີ​ໄດ້​ຮູ້​ລ່ວງໜ້າ​ແລ້ວ​ວ່າ​ພຣະເຈົ້າ​ຈະ​ນັບວ່າ​ຄົນຕ່າງຊາດ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ ແລະ ໄດ້​ປະກາດຂ່າວປະເສີດ​ລ່ວງໜ້າ​ແກ່​ອັບຣາຮາມ​ແລ້ວ​ວ່າ: “ທຸກ​ຊົນຊາດ​ຈະ​ໄດ້​ຮັບ​ພອນ​ຜ່ານ​ທາງ​ເຈົ້າ”.</verse>
				<verse number="9">ດັ່ງນັ້ນ ບັນດາ​ຜູ້​ທີ່​ອາໄສ​ຄວາມເຊື່ອ​ຈຶ່ງ​ໄດ້​ຮັບ​ພອນ​ຮ່ວມ​ກັບ​ອັບຣາຮາມ ຜູ້​ທີ່​ເປັນ​ບຸລຸດ​ແຫ່ງ​ຄວາມເຊື່ອ.</verse>
				<verse number="10">ເພາະ​ທຸກຄົນ​ທີ່​ອາໄສ​ການປະຕິບັດ​ຕາມ​ກົດບັນຍັດ​ກໍ​ຢູ່​ໃຕ້​ຄຳສາບແຊ່ງ ດັ່ງ​ທີ່​ມີ​ຂຽນ​ໄວ້​ວ່າ: “ທຸກຄົນ​ທີ່​ບໍ່​ປະຕິບັດ​ຕາມ​ທຸກສິ່ງ​ທີ່​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ​ກໍ​ຖືກ​ສາບແຊ່ງ”.</verse>
				<verse number="11">ເປັນ​ທີ່​ຊັດເຈນ​ແລ້ວ​ວ່າ​ບໍ່​ມີ​ຜູ້ໃດ​ທີ່​ອາໄສ​ການປະຕິບັດ​ຕາມ​ກົດບັນຍັດ​ຈະ​ຖືກ​ນັບວ່າ​ເປັນ​ຜູ້ຊອບທຳ​ຕໍ່ໜ້າ​ພຣະເຈົ້າ, ເພາະວ່າ “ຄົນຊອບທຳ​ຈະ​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ”.</verse>
				<verse number="12">ກົດບັນຍັດ​ບໍ່​ໄດ້​ຢູ່​ເທິງ​ພື້ນຖານ​ຂອງ​ຄວາມເຊື່ອ; ແຕ່​ກົງກັນຂ້າມ, ກົດບັນຍັດ​ໄດ້​ກ່າວ​ວ່າ, “ຜູ້ໃດ​ທີ່​ເຮັດ​ສິ່ງ​ເຫລົ່ານີ້​ຈະ​ມີຊີວິດ​ຢູ່​ໂດຍ​ສິ່ງ​ເຫລົ່ານີ້”.</verse>
				<verse number="13">ພຣະຄຣິດເຈົ້າ​ໄດ້​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄຳສາບແຊ່ງ​ຂອງ​ກົດບັນຍັດ​ໂດຍ​ກາຍເປັນ​ຜູ້​ຖືກ​ສາບແຊ່ງ​ແທນ​ພວກເຮົາ, ເພາະ​ມີ​ຄຳ​ຂຽນໄວ້​ວ່າ: “ຜູ້ໃດ​ທີ່​ຖືກ​ແຂວນ​ເທິງ​ຕົ້ນໄມ້​ກໍ​ຖືກ​ສາບແຊ່ງ​ແລ້ວ”.</verse>
				<verse number="14">ພຣະອົງ​ໄດ້​ໄຖ່​ພວກເຮົາ​ເພື່ອ​ວ່າ​ພອນ​ທີ່​ໄດ້​ໃຫ້​ແກ່​ອັບຣາຮາມ​ນັ້ນ ຈະ​ມາ​ເຖິງ​ຄົນຕ່າງຊາດ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ, ເພື່ອ​ວ່າ​ໂດຍ​ທາງ​ຄວາມເຊື່ອ ພວກເຮົາ​ຈະ​ໄດ້ຮັບ​ພຣະວິນຍານ​ຕາມ​ສັນຍາ.</verse>
				<verse number="15">ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍ​ຍົກ​ຕົວຢ່າງ​ຈາກ​ຊີວິດ​ປະຈຳວັນ. ເຊັ່ນດຽວ​ກັນ​ກັບ​ພັນທະສັນຍາ​ຂອງ​ມະນຸດ​ເມື່ອ​ຕົກລົງ​ກັນ​ແລ້ວ​ກໍ​ບໍ່​ມີ​ຜູ້ໃດ​ຍົກເລີກ ຫລື ເພີ່ມເຕີມ​ໄດ້​ຢ່າງໃດ ແລະ ໃນ​ກໍລະນີ​ນີ້​ກໍ​ເປັນ​ຢ່າງນັ້ນ.</verse>
				<verse number="16">ສັນຍາ​ຕ່າງໆ​ທີ່​ພຣະເຈົ້າ​ໄດ້​ເຮັດ​ໄວ້​ກັບ​ອັບຣາຮາມ ແລະ ລູກຫລານ​ຂອງ​ເພິ່ນ. ພຣະຄຳພີ​ບໍ່​ໄດ້​ກ່າວ​ວ່າ “ແກ່​ບັນດາ​ລູກຫລານ” ເຊິ່ງ​ໝາຍເຖິງ​ຄົນ​ຈຳນວນ​ຫລາຍ, ແຕ່​ກ່າວ​ວ່າ “ແກ່​ລູກຫລານ​ຂອງ​ເຈົ້າ” ເຊິ່ງ​ໝາຍ​ເຖິງ​ພຽງ​ຜູ້​ດຽວ, ຄື​ພຣະຄຣິດເຈົ້າ.</verse>
				<verse number="17">ເຮົາ​ໝາຍຄວາມ​ວ່າ​ຢ່າງ​ນີ້​ຄື: ກົດບັນຍັດ​ທີ່​ໄດ້​ຖືກ​ນຳເຂົ້າມາ​ພາຍຫລັງ​ສີ່ຮ້ອຍສາມສິບ​ປີ ກໍ​ບໍ່​ໄດ້​ລຶບລ້າງ​ພັນທະສັນຍາ​ທີ່​ພຣະເຈົ້າ​ໄດ້​ຕັ້ງໄວ້​ກ່ອນໜ້າ​ນັ້ນ ແລະ ດັ່ງນັ້ນ​ກົດບັນຍັດ​ຈຶ່ງ​ບໍ່​ໄດ້​ເຮັດ​ໃຫ້​ພັນທະສັນຍາ​ຖືກ​ຍົກເລີກ​ໄປ.</verse>
				<verse number="18">ເພາະວ່າ​ຖ້າ​ການຮັບ​ມໍລະດົກ​ນັ້ນ​ຂຶ້ນ​ກັບ​ກົດບັນຍັດ, ດ້ວຍ​ເຫດ​ນີ້​ການ​ຮັບ​ມໍລະດົກ​ກໍ​ບໍ່​ໄດ້​ຂຶ້ນ​ກັບ​ສັນຍາ​ອີກ​ຕໍ່ໄປ; ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະອົງ ພຣະເຈົ້າ​ໄດ້​ໃຫ້​ມໍລະດົກ​ນັ້ນ​ແກ່​ອັບຣາຮາມ​ຜ່ານ​ທາງ​ສັນຍາ.</verse>
				<verse number="19">ຖ້າ​ດັ່ງນັ້ນ​ແລ້ວ, ກົດບັນຍັດ​ມີ​ໄວ້​ເພື່ອ​ຫຍັງ? ການ​ທີ່​ມີ​ກົດບັນຍັດ​ເພີ່ມ​ຂຶ້ນ ກໍ​ເພາະວ່າ​ມີ​ການລ່ວງລະເມີດ​ຕ່າງໆ​ຈົນ​ກວ່າ​ລູກຫລານ​ຜູ້​ທີ່​ສັນຍາ​ລະບຸ​ໄວ້​ຈະ​ມາ. ກົດບັນຍັດ​ໄດ້​ຖືກ​ມອບ​ໃຫ້​ໂດຍ​ຜ່ານ​ທາງ​ບັນດາ​ເທວະດາ ແລະ ໄດ້​ມອບໝາຍ​ໃຫ້​ຄົນກາງ.</verse>
				<verse number="20">ເຖິງຢ່າງໃດ​ກໍ​ຕາມ ຄົນກາງ​ບໍ່​ໄດ້​ເປັນ​ຕົວແທນ​ຂອງ​ຝ່າຍດຽວ​ເທົ່ານັ້ນ ແຕ່​ພຣະເຈົ້າ​ເປັນ​ຝ່າຍດຽວ.</verse>
				<verse number="21">ເຫດສະນັ້ນ ກົດບັນຍັດ​ໄດ້​ຂັດ​ກັບ​ສັນຍາ​ຂອງ​ພຣະເຈົ້າ​ບໍ? ບໍ່​ແມ່ນ​ຢ່າງ​ນັ້ນ​ແນ່ນອນ! ເພາະ​ຖ້າ​ກົດບັນຍັດ​ທີ່​ຖືກ​ມອບ​ໃຫ້​ນັ້ນ​ສາມາດ​ໃຫ້​ຊີວິດ, ແລ້ວ​ຄວາມຊອບທຳ​ກໍ​ຈະ​ໄດ້​ມາ​ໂດຍ​ກົດບັນຍັດ​ແນ່ນອນ.</verse>
				<verse number="22">ແຕ່​ພຣະຄຳພີ​ໄດ້​ກັກ​ທຸກ​ສິ່ງ​ໄວ້​ຢູ່​ພາຍໃຕ້​ການຄວບຄຸມ​ຂອງ​ບາບ, ເພື່ອວ່າ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ຈະ​ໃຫ້​ແກ່​ບັນດາ​ຜູ້​ທີ່​ເຊື່ອ​ໂດຍ​ຜ່ານທາງ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ.</verse>
				<verse number="23">ກ່ອນ​ທີ່​ຄວາມເຊື່ອ​ນີ້​ຈະ​ມາເຖິງ, ພວກເຮົາ​ໄດ້​ຖືກ​ຄວບຄຸມ​ຢູ່​ພາຍໃຕ້​ກົດບັນຍັດ, ຖືກ​ກັກ​ໄວ້​ຈົນ​ກວ່າ​ຄວາມເຊື່ອ​ທີ່​ຈະ​ມາເຖິງ​ນັ້ນ​ຈະ​ຖືກ​ເປີດເຜີຍ.</verse>
				<verse number="24">ດັ່ງນັ້ນ ກົດບັນຍັດ​ຈຶ່ງ​ເປັນ​ຜູ້ປົກປ້ອງ​ພວກເຮົາ​ຈົນກວ່າ​ພຣະຄຣິດເຈົ້າ​ຈະ​ມາ ເພື່ອ​ພວກເຮົາ​ຈະ​ໄດ້​ຖືກ​ນັບວ່າ​ເປັນ​ຜູ້ຊອບທຳ​ໂດຍ​ທາງ​ຄວາມເຊື່ອ.</verse>
				<verse number="25">ບັດນີ້ ຄວາມເຊື່ອ​ນີ້​ໄດ້​ມາເຖິງ​ແລ້ວ, ພວກເຮົາ​ຈຶ່ງ​ບໍ່​ຢູ່​ພາຍໃຕ້​ຜູ້ປົກປ້ອງ​ອີກ​ຕໍ່ໄປ.</verse>
				<verse number="26">ດັ່ງນັ້ນ ໃນ​ພຣະຄຣິດເຈົ້າເຢຊູ ພວກເຈົ້າ​ທຸກຄົນ​ຈຶ່ງ​ເປັນ​ລູກ​ຂອງ​ພຣະເຈົ້າ​ໂດຍ​ທາງ​ຄວາມເຊື່ອ.</verse>
				<verse number="27">ເພາະ​ພວກເຈົ້າ​ທຸກຄົນ​ຜູ້​ທີ່​ໄດ້​ຮັບ​ບັບຕິສະມາ​ເຂົ້າສ່ວນ​ໃນ​ພຣະຄຣິດເຈົ້າ​ກໍ​ໄດ້​ຮົ່ມ​ກາຍ​ຂອງ​ຕົນເອງ​ດ້ວຍ​ພຣະຄຣິດເຈົ້າ.</verse>
				<verse number="28">ບໍ່​ມີ​ຄົນຢິວ ຫລື ຄົນຕ່າງຊາດ, ຂ້າທາດ ຫລື ອິດສະຫລະ, ຊາຍ ຫລື ຍິງ, ເພາະ​ພວກເຈົ້າ​ທັງໝົດ​ເປັນ​ອັນໜຶ່ງອັນດຽວກັນ​ໃນ​ພຣະຄຣິດເຈົ້າເຢຊູ.</verse>
				<verse number="29">ຖ້າ​ພວກເຈົ້າ​ເປັນ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ພວກເຈົ້າ​ກໍ​ເປັນ​ເຜົ່າພັນ​ຂອງ​ອັບຣາຮາມ ແລະ ເປັນ​ຜູ້​ຮັບ​ມໍລະດົກ​ຕາມ​ສັນຍາ.</verse>
			</chapter>
			<chapter number="4">
				<verse number="1">ສິ່ງ​ທີ່​ເຮົາ​ກຳລັງ​ກ່າວ​ຢູ່​ນີ້​ກໍ​ຄື ຕາບ​ໃດ​ທີ່​ຜູ້ຮັບມໍລະດົກ​ຍັງ​ເປັນ​ຍັງ​ບໍ່​ເປັນ​ຜູ້​ໃຫຍ່, ລາວ​ກໍ​ບໍ່​ແຕກຕ່າງ​ຫຍັງ​ກັບ​ຂ້າທາດ, ເຖິງແມ່ນວ່າ​ລາວ​ຈະ​ເປັນ​ເຈົ້າຂອງ​ຊັບສິນ​ທັງໝົດ.</verse>
				<verse number="2">ຜູ້​ຮັບ​ມໍລະດົກ​ກໍ​ຍັງ​ຢູ່​ໃຕ້​ບັງຄັບ​ຂອງ​ຜູ້​ປົກຄອງ ແລະ ຜູ້ດູແລ​ຊັບສິນ​ຈົນ​ກວ່າ​ຈະ​ເຖິງ​ເວລາ​ທີ່​ພໍ່​ຂອງ​ລາວ​ໄດ້​ກຳນົດ​ໄວ້.</verse>
				<verse number="3">ເຊັ່ນດຽວ​ກັນ ເມື່ອ​ພວກເຮົາ​ຍັງ​ບໍ່​ເປັນ​ຜູ້ໃຫຍ່ ພວກເຮົາ​ໄດ້​ເປັນ​ຂ້າທາດ​ຢູ່​ໃຕ້​ບັງຄັບ​ຂອງ​ພວກ​ວິນຍານ ​ຂອງ​ໂລກ​ນີ້.</verse>
				<verse number="4">ແຕ່​ເມື່ອ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ມາເຖິງ, ພຣະເຈົ້າ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ, ບັງເກີດ​ຈາກ​ແມ່ຍິງ, ເຊິ່ງ​ເກີດ​ພາຍໃຕ້​ກົດບັນຍັດ,</verse>
				<verse number="5">ເພື່ອ​ໄຖ່​ຄົນ​ທັງຫລາຍ​ທີ່​ຢູ່​ໃຕ້​ກົດບັນຍັດ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ຮັບ​ສິດທິ​ເປັນ​ບຸດ ​ໂດຍ​ສົມບູນ.</verse>
				<verse number="6">ເພາະວ່າ​ພວກເຈົ້າ​ທັງຫລາຍ​ເປັນ​ລູກ​ຂອງ​ພຣະອົງ, ພຣະເຈົ້າ​ຈຶ່ງ​ໄດ້​ສົ່ງ​ພຣະວິນຍານ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ, ພຣະວິນຍານ​ຜູ້​ຮ້ອງ​ວ່າ, “ອັບບາ, ພໍ່”.</verse>
				<verse number="7">ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ເປັນ​ຂ້າທາດ​ອີກ​ຕໍ່ໄປ ແຕ່​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ ເມື່ອ​ພວກເຈົ້າ​ເປັນ​ລູກ​ຂອງ​ພຣະອົງ​ແລ້ວ ພຣະເຈົ້າ​ກໍ​ຍັງ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ເປັນ​ຜູ້ຮັບມໍລະດົກ​ດ້ວຍ.</verse>
				<verse number="8">ໃນ​ເມື່ອ​ກ່ອນ ພວກເຈົ້າ​ຍັງ​ບໍ່​ຮູ້​ຈັກ​ພຣະເຈົ້າ, ພວກເຈົ້າ​ໄດ້​ເປັນ​ຂ້າທາດ​ຂອງ​ບັນດາ​ຜູ້​ທີ່​ໂດຍ​ທຳມະດາ​ແລ້ວ​ບໍ່ແມ່ນ​ພະ​ທັງຫລາຍ​ເລີຍ.</verse>
				<verse number="9">ແຕ່​ບັດນີ້ ພວກເຈົ້າ​ຮູ້​ຈັກ​ພຣະເຈົ້າ​ແລ້ວ ຫລື ເວົ້າ​ໃຫ້​ຖືກ​ວ່າ​ພຣະເຈົ້າ​ຮູ້​ຈັກ​ພວກເຈົ້າ​ແລ້ວ ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຈະ​ກັບຄືນ​ໄປ​ຫາ​ຫລັກການ​ເກົ່າໆ​ເຫລົ່ານັ້ນ ເຊິ່ງ​ອ່ອນແອ ແລະ ບໍ່​ມີ​ປະໂຫຍດ? ພວກເຈົ້າ​ຢາກ​ຕົກ​ເປັນ​ຂ້າທາດ​ໂດຍ​ສິ່ງ​ທັງປວງ​ນີ້​ອີກ​ບໍ?</verse>
				<verse number="10">ພວກເຈົ້າ​ທັງຫລາຍ​ກຳລັງ​ສັງເກດ​ວັນພິເສດ​ຕ່າງໆ, ເດືອນ​ຕ່າງໆ, ລະດູ​ຕ່າງໆ ແລະ ປີ​ຕ່າງໆ!</verse>
				<verse number="11">ເຮົາ​ຢ້ານກົວ​ແທນ​ພວກເຈົ້າ ຄື​ຢ້ານ​ວ່າ​ການ​ທີ່​ເຮົາ​ບາກບັ່ນ​ທຸ້ມເທ​ໃຫ້​ພວກເຈົ້າ​ນັ້ນ​ຈະ​ບໍ່ມີ​ປະໂຫຍດ​ຫຍັງ.</verse>
				<verse number="12">ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຂໍຮ້ອງ​ພວກເຈົ້າ ຂໍ​ໃຫ້​ພວກເຈົ້າ​ເປັນ​ເໝືອນ​ເຮົາ ເພາະ​ເຮົາ​ໄດ້​ເປັນ​ເໝືອນ​ພວກເຈົ້າ. ພວກເຈົ້າ​ບໍ່​ໄດ້​ເຮັດ​ສິ່ງໃດ​ຜິດ​ຕໍ່​ເຮົາ.</verse>
				<verse number="13">ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ຢູ່​ວ່າ ຕອນ​ທຳອິດ​ທີ່​ເຮົາ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ​ນັ້ນ​ກໍ​ເພາະ​ຄວາມເຈັບປ່ວຍ.</verse>
				<verse number="14">ແລະ ເຖິງ​ວ່າ​ຄວາມ​ເຈັບປ່ວຍ​ຂອງ​ເຮົາ​ເປັນ​ການ​ທົດລອງ​ສຳລັບ​ພວກເຈົ້າ, ພວກເຈົ້າ​ກໍ​ບໍ່​ໄດ້​ດູຖູກ ຫລື ເຢາະເຢີ້ຍ​ເຮົາ​ເລີຍ. ແຕ່​ພວກເຈົ້າ​ໄດ້​ຕ້ອນຮັບ​ເຮົາ​ເໝືອນ​ວ່າ​ເຮົາ​ເປັນ​ເທວະດາ​ຂອງ​ພຣະເຈົ້າ, ເໝືອນ​ວ່າ​ເຮົາ​ເປັນ​ອົງ​ພຣະຄຣິດເຈົ້າເຢຊູ​ເອງ.</verse>
				<verse number="15">ບັດນີ້ ຄວາມຍິນດີ​ຂອງ​ພວກເຈົ້າ​ທີ່​ມີ​ຕໍ່​ເຮົາ​ຫາຍ​ໄປ​ໃສ​ໝົດ​ແລ້ວ? ເຮົາ​ສາມາດ​ຢືນຢັນ​ວ່າ, ຖ້າ​ພວກເຈົ້າ​ເຮັດໄດ້ ພວກເຈົ້າ​ກໍ​ຄົງ​ຈະ​ຄວັດ​ໜ່ວຍຕາ​ຂອງ​ພວກເຈົ້າ​ອອກ ແລະ ມອບ​ໜ່ວຍຕາ​ນັ້ນ​ໃຫ້​ເຮົາ​ແລ້ວ.</verse>
				<verse number="16">ບັດນີ້ ເຮົາ​ໄດ້​ກາຍເປັນ​ສັດຕູ​ຂອງ​ພວກເຈົ້າ​ແລ້ວ​ໂດຍ​ການ​ກ່າວຄວາມຈິງ​ແກ່​ພວກເຈົ້າ​ບໍ?</verse>
				<verse number="17">ຄົນ​ເຫລົ່ານັ້ນ​ຮ້ອນຮົນ​ເພື່ອ​ຊະນະ​ໃຈ​ພວກເຈົ້າ, ແຕ່​ບໍ່ແມ່ນ​ເພາະ​ຄວາມຫວັງດີ. ສິ່ງ​ທີ່​ພວກເຂົາ​ຕ້ອງການ​ຄື​ແຍກ​ພວກເຈົ້າ​ອອກ​ໄປ​ຈາກ​ພວກເຮົາ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮ້ອນຮົນ​ເພື່ອ​ພວກເຂົາ.</verse>
				<verse number="18">ຖ້າ​ຮ້ອນຮົນ​ເພາະ​ຄວາມຫວັງດີ​ກໍ​ດີ​ຢູ່ ແລະ ໃຫ້​ເປັນ​ເຊັ່ນ​ນັ້ນ​ຕະຫລອດ, ບໍ່ແມ່ນ​ສະເພາະ​ແຕ່​ເວລາ​ທີ່​ເຮົາ​ຢູ່​ກັບ​ພວກເຈົ້າ.</verse>
				<verse number="19">ລູກ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ເຮົາ​ຍັງ​ຕ້ອງ​ເຈັບປວດ​ເໝືອນ​ກັບ​ແມ່​ທີ່​ເຈັບທ້ອງ​ເກີດລູກ​ເພື່ອ​ພວກເຈົ້າ​ອີກ ຈົນ​ກວ່າ​ພຣະຄຣິດເຈົ້າ​ຈະ​ກໍ່​ຮ່າງ​ຂຶ້ນ​ໃນ​ພວກເຈົ້າ,</verse>
				<verse number="20">ເຮົາ​ປາຖະໜາ​ຢາກ​ຢູ່​ກັບ​ພວກເຈົ້າ​ໃນ​ເວລາ​ນີ້ ແລະ ປ່ຽນ​ສຽງເວົ້າ​ຂອງ​ເຮົາ​ຂະໜາດ​ໃດ​ນໍ ເພາະ​ເຮົາ​ສັບສົນ​ກ່ຽວກັບ​ພວກເຈົ້າ!</verse>
				<verse number="21">ພວກເຈົ້າ​ຜູ້​ທີ່​ຢາກ​ຢູ່​ໃຕ້​ກົດບັນຍັດ ຈົ່ງ​ບອກ​ເຮົາ​ມາ, ພວກເຈົ້າ​ບໍ່​ຮູ້​ເຖິງ​ສິ່ງ​ທີ່​ກົດບັນຍັດ​ກ່າວ​ໄວ້​ບໍ?</verse>
				<verse number="22">ເພາະ​ມີ​ຂຽນ​ໄວ້​ວ່າ ອັບຣາຮາມ​ມີ​ລູກຊາຍ​ສອງ​ຄົນ, ຄົນ​ໜຶ່ງ​ເກີດ​ຈາກ​ຍິງ​ທີ່​ເປັນ​ຂ້າທາດ ແລະ ອີກ​ຄົນ​ໜຶ່ງ​ເກີດ​ຈາກ​ຍິງ​ທີ່​ເປັນ​ອິດສະຫລະ.</verse>
				<verse number="23">ລູກຊາຍ​ຂອງ​ເພິ່ນ​ຜູ້​ທີ່​ເກີດ​ຈາກ​ແມ່ຍິງ​ທີ່​ເປັນ​ຂ້າທາດ​ແມ່ນ​ເກີດ​ຕາມ​ເນື້ອໜັງ, ສ່ວນ​ລູກຊາຍ​ຂອງ​ເພິ່ນ​ຜູ້​ທີ່​ເກີດ​ຈາກ​ຍິງ​ທີ່​ເປັນ​ອິດສະຫລະ​ນັ້ນ ແມ່ນ​ເກີດ​ຕາມ​ສັນຍາ​ຂອງ​ພຣະເຈົ້າ.</verse>
				<verse number="24">ເລື່ອງ​ເຫລົ່ານີ້​ຖືກ​ຍົກຂຶ້ນ​ມາ​ເປັນ​ການ​ປຽບທຽບ​ຄື ແມ່ຍິງ​ນັ້ນ​ໝາຍ​ເຖິງ​ສອງ​ພັນທະສັນຍາ. ພັນທະສັນຍາ​ໜຶ່ງ​ມາ​ຈາກ​ພູເຂົາ​ຊີນາຍ ຄື​ນາງ​ຮາກາ​ທີ່​ໄດ້​ໃຫ້​ກຳເນີດ​ລູກ​ທີ່​ເປັນ​ຂ້າທາດ.</verse>
				<verse number="25">ບັດນີ້ ນາງ​ຮາກາ​ໝາຍ​ເຖິງ​ພູເຂົາ​ຊີນາຍ​ໃນ​ປະເທດ​ອາຣາເບຍ ແລະ ກົງ​ກັບ​ນະຄອນ​ເຢຣູຊາເລັມ​ໃນ​ປັດຈຸບັນ ເພາະວ່າ​ນາງ​ກັບ​ບັນດາ​ລູກ​ຂອງ​ນາງ​ເປັນ​ຂ້າທາດ​ຢູ່.</verse>
				<verse number="26">ແຕ່​ເຢຣູຊາເລັມ​ທີ່​ຢູ່​ເບື້ອງ​ເທິງ​ນັ້ນ​ເປັນ​ອິດສະຫລະ ແລະ ເປັນ​ແມ່​ຂອງ​ພວກເຮົາ.</verse>
				<verse number="27">ຕາມ​ທີ່​ມີ​ຂຽນ​ໄວ້​ວ່າ: “ຈົ່ງ​ຍິນດີ, ແມ່ຍິງ​ທີ່​ເປັນໝັນ, ເຈົ້າ​ຜູ້​ບໍ່​ເຄີຍ​ເກີດ​ລູກ; ຈົ່ງ​ໂຮ່ຮ້ອງ​ດ້ວຍ​ຄວາມຍິນດີ ແລະ ຮ້ອງ​ດັງໆ, ເຈົ້າ​ຜູ້​ບໍ່​ເຄີຍ​ເຈັບ​ທ້ອງ​ເກີດ​ລູກ; ເພາະວ່າ​ລູກ​ຂອງ​ຍິງ​ທີ່​ໂດດດ່ຽວ ກໍ​ຍັງ​ມີ​ຫລາຍ​ກວ່າ​ລູກ​ຂອງ​ຍິງ​ຜູ້​ທີ່​ມີ​ຜົວ”.</verse>
				<verse number="28">ພີ່ນ້ອງ​ທັງຫລາຍ, ບັດນີ້ ພວກເຈົ້າ​ກໍ​ເປັນ​ລູກ​ແຫ່ງ​ສັນຍາ​ເໝືອນ​ກັນ​ກັບ​ອີຊາກ.</verse>
				<verse number="29">ໃນ​ເວລາ​ນັ້ນ ລູກຊາຍ​ທີ່​ເກີດ​ຕາມ​ເນື້ອໜັງ​ໄດ້​ຂົ່ມເຫັງ​ລູກ​ທີ່​ເກີດ​ໂດຍ​ລິດອຳນາດ​ຂອງ​ພຣະວິນຍານ. ບັດນີ້​ກໍ​ເຊັ່ນດຽວ​ກັນ.</verse>
				<verse number="30">ແຕ່​ພຣະຄຳພີ​ກ່າວ​ວ່າ​ຢ່າງໃດ? “ຈົ່ງ​ກຳຈັດ​ຍິງ​ທີ່​ເປັນ​ຂ້າທາດ ແລະ ລູກຊາຍ​ຂອງ​ນາງ​ອອກ​ໄປ, ເພາະ​ລູກຊາຍ​ຂອງ​ຍິງ​ທີ່​ເປັນ​ຂ້າທາດ​ນັ້ນ​ຈະ​ບໍ່​ມີ​ສ່ວນຮ່ວມ​ໃນ​ມໍລະດົກ​ກັບ​ລູກຊາຍ​ຂອງ​ຍິງ​ທີ່​ເປັນ​ອິດສະຫລະ”.</verse>
				<verse number="31">ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ບໍ່​ແມ່ນ​ລູກ​ຂອງ​ຍິງ​ທີ່​ເປັນ​ຂ້າທາດ ແຕ່​ເປັນ​ລູກ​ຂອງ​ຍິງ​ທີ່​ເປັນ​ອິດສະຫລະ.</verse>
			</chapter>
			<chapter number="5">
				<verse number="1">ພຣະຄຣິດເຈົ້າ​ປົດປ່ອຍ​ພວກເຮົາ​ໃຫ້​ເປັນ​ອິດສະຫລະ​ກໍ​ເພື່ອ​ເສລີພາບ. ດັ່ງນັ້ນ ຈົ່ງ​ຕັ້ງໝັ້ນ​ຢູ່ ແລະ ຢ່າ​ປ່ອຍ​ໃຫ້​ຕົນເອງ ຕົກ​ຢູ່​ໃຕ້​ແອກ​ແຫ່ງ​ຄວາມເປັນຂ້າທາດ​ອີກ.</verse>
				<verse number="2">ຈົ່ງ​ຈົດຈຳ​ຄຳເວົ້າ​ຂອງ​ເຮົາ! ເຮົາ​ຄື​ໂປໂລ ຂໍ​ບອກ​ພວກເຈົ້າວ່າ ຖ້າ​ພວກເຈົ້າ​ຍອມ​ໃຫ້​ຕົນເອງ​ຮັບ​ພິທີຕັດ, ພຣະຄຣິດເຈົ້າ​ກໍ​ຈະ​ບໍ່​ມີ​ຄ່າ​ຫຍັງ​ເລີຍ​ສຳລັບ​ພວກເຈົ້າ.</verse>
				<verse number="3">ເຮົາ​ຂໍ​ປະກາດ​ແກ່​ຜູ້ຊາຍ​ທຸກຄົນ​ທີ່​ຍອມ​ຮັບ​ພິທີຕັດ​ອີກ​ວ່າ ລາວ​ຈຳເປັນ​ຕ້ອງ​ປະຕິບັດ​ຕາມ​ກົດບັນຍັດ​ທັງໝົດ.</verse>
				<verse number="4">ພວກເຈົ້າ​ຜູ້​ທີ່​ພະຍາຍາມ​ເປັນ​ຜູ້ຊອບທຳ​ໂດຍ​ກົດບັນຍັດ ຜູ້​ນັ້ນ​ກໍ​ໄດ້​ຕັດຂາດ​ຈາກ​ພຣະຄຣິດເຈົ້າ; ພວກເຈົ້າ​ໄດ້​ຕົກ​ຈາກ​ພຣະຄຸນ​ເສຍ​ແລ້ວ.</verse>
				<verse number="5">ແຕ່​ໂດຍ​ຄວາມເຊື່ອ​ພວກເຮົາ​ຈົດຈໍ່​ຄອຍຖ້າ​ທີ່​ຈະ​ໄດ້​ຮັບ​ຄວາມຊອບທຳ​ຜ່ານ​ທາງ​ພຣະວິນຍານ​ຕາມ​ທີ່​ພວກເຮົາ​ໄດ້​ຫວັງ​ໄວ້.</verse>
				<verse number="6">ເພາະວ່າ​ໃນ​ພຣະຄຣິດເຈົ້າເຢຊູ​ການ​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ມີຄ່າ​ອັນໃດ. ສິ່ງ​ດຽວ​ທີ່​ສຳຄັນ​ຄື​ຄວາມເຊື່ອ​ທີ່​ສະແດງ​ອອກ​ດ້ວຍ​ຄວາມຮັກ.</verse>
				<verse number="7">ພວກເຈົ້າ​ກຳລັງ​ແລ່ນ​ແຂ່ງຂັນ​ດີ​ຢູ່​ແລ້ວ. ຜູ້ໃດ​ຂັດຂວາງ​ພວກເຈົ້າ​ບໍ່​ໃຫ້​ເຊື່ອຟັງ​ຄວາມຈິງ?</verse>
				<verse number="8">ການ​ຊັກຊວນ​ແບບ​ນັ້ນ​ບໍ່​ໄດ້​ມາ​ຈາກ​ພຣະອົງ​ຜູ້​ເອີ້ນ​ພວກເຈົ້າ.</verse>
				<verse number="9">“ເຊື້ອແປ້ງ​ພຽງ​ແຕ່​ໜ້ອຍດຽວ​ກໍ​ເຮັດ​ໃຫ້​ແປ້ງນວດ​ທັງ​ກ້ອນ​ຟູຂຶ້ນ”.</verse>
				<verse number="10">ເຮົາ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ​ວ່າ ພວກເຈົ້າ​ຈະ​ບໍ່​ຍອມຮັບ​ຄວາມຄິດ​ຢ່າງ​ອື່ນ. ຜູ້​ທີ່​ເຮັດ​ໃຫ້​ພວກເຈົ້າ​ສັບສົນ​ວຸ້ນວາຍ​ນັ້ນ ບໍ່​ວ່າ​ລາວ​ຈະ​ເປັນ​ຜູ້ໃດ​ກໍ​ຕາມ ຈະ​ຕ້ອງ​ໄດ້​ຮັບ​ໂທດ.</verse>
				<verse number="11">ພີ່ນ້ອງ​ທັງຫລາຍ​ເອີຍ ຖ້າ​ເຮົາ​ຍັງ​ເທດສະໜາ​ໃຫ້​ຮັບ​ພິທີຕັດ​ຢູ່ ເປັນຫຍັງ​ເຮົາ​ຍັງ​ຕ້ອງ​ຖືກ​ຂົ່ມເຫັງ​ຢູ່? ຖ້າ​ເປັນ​ດັ່ງນັ້ນ ເລື່ອງ​ໄມ້ກາງແຂນ​ກໍ​ບໍ່​ຖືກ​ຕໍ່ຕ້ານ​ແລ້ວ.</verse>
				<verse number="12">ສ່ວນ​ຜູ້ກໍ່ກວນ​ເຫລົ່ານັ້ນ ເຮົາ​ປາຖະໜາ​ໃຫ້​ພວກເຂົາ​ຕອນ​ຕົນເອງ​ສາ!</verse>
				<verse number="13">ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ໄດ້​ຖືກ​ເອີ້ນ​ນັ້ນ​ກໍ​ເພື່ອ​ເສລີພາບ. ແຕ່​ຢ່າ​ໃຊ້​ເສລີພາບ​ຂອງ​ພວກເຈົ້າ​ເພື່ອ​ເຮັດ​ຕາມ​ເນື້ອໜັງ; ແຕ່​ຈົ່ງ​ຮັບໃຊ້​ກັນແລະກັນ​ດ້ວຍ​ຄວາມຖ່ອມຕົວ​ໃນ​ຄວາມຮັກ.</verse>
				<verse number="14">ເພາະ​ກົດບັນຍັດ​ທັງໝົດ​ກໍ​ສຳເລັດ​ໄດ້​ດ້ວຍ​ການຮັກສາ​ຄຳສັ່ງ​ອັນດຽວ​ນີ້​ຄື: “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ”.</verse>
				<verse number="15">ຖ້າ​ພວກເຈົ້າ​ຍັງ​ກັດ​ກິນ​ກັນ​ເອງ, ຈົ່ງ​ລະວັງ​ໃຫ້​ດີ ບໍ່​ດັ່ງນັ້ນ​ພວກເຈົ້າ​ຈະ​ຖືກ​ທຳລາຍ​ດ້ວຍ​ກັນ.</verse>
				<verse number="16">ດັ່ງນັ້ນ ເຮົາ​ຈຶ່ງ​ບອກ​ວ່າ, ຈົ່ງ​ດຳເນີນຊີວິດ​ຕາມ​ພຣະວິນຍານ ແລະ ພວກເຈົ້າ​ຈະ​ບໍ່​ເຮັດຕາມ​ຄວາມປາຖະໜາ​ຂອງ​ເນື້ອໜັງ.</verse>
				<verse number="17">ເພາະວ່າ​ເນື້ອໜັງ​ປາຖະໜາ​ໃນ​ສິ່ງ​ທີ່​ກົງກັນຂ້າມ​ກັບ​ພຣະວິນຍານ ແລະ ພຣະວິນຍານ​ກໍ​ຂັດ​ກັບ​ເນື້ອໜັງ. ທັງ​ສອງ​ຂັດແຍ້ງ​ກັນ, ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ໄດ້​ເຮັດ​ໃນ​ສິ່ງ​ທີ່​ພວກເຈົ້າ​ຕ້ອງການ.</verse>
				<verse number="18">ແຕ່​ຖ້າ​ພຣະວິນຍານ​ນຳພາ​ພວກເຈົ້າ ພວກເຈົ້າ​ກໍ​ບໍ່​ໄດ້​ຢູ່​ໃຕ້​ກົດບັນຍັດ.</verse>
				<verse number="19">ການກະທຳ​ຂອງ​ເນື້ອໜັງ​ແມ່ນ​ເຫັນ​ໄດ້​ຊັດເຈນ​ຄື: ການ​ຜິດສິນທຳທາງເພດ, ຄວາມ​ບໍ່ສະອາດ ແລະ ການລາມົກ;</verse>
				<verse number="20">ການຂາບໄຫວ້​ຮູບເຄົາລົບ ແລະ ການ​ໃຊ້​ຄາຖາ; ການ​ກຽດຊັງ, ການແຕກແຍກ, ການ​ຫຶງຫວງ, ຄຽດແຄ້ນ, ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ການ​ຂັດແຍ້ງ, ການແບ່ງພັກແບ່ງພວກ</verse>
				<verse number="21">ແລະ ການອິດສາ, ການເມົາເຫລົ້າ, ການ​ຮ່ວມເພດ​ເປັນ​ກຸ່ມ ແລະ ອື່ນໆ. ເຮົາ​ຂໍ​ເຕືອນ​ພວກເຈົ້າ​ເໝືອນ​ທີ່​ເຄີຍ​ເຕືອນ​ກ່ອນ​ໜ້າ​ນີ້​ແລ້ວ​ວ່າ, ບັນດາ​ຜູ້​ທີ່​ດໍາເນີນ​ຊີວິດ​ຢ່າງນີ້​ຈະ​ບໍ່​ໄດ້​ຮັບ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ມໍລະດົກ.</verse>
				<verse number="22">ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື​ຄວາມຮັກ, ຄວາມຊື່ນຊົມຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມປານີ, ຄວາມດີ, ຄວາມສັດຊື່,</verse>
				<verse number="23">ຄວາມສຸພາບອ່ອນຫວານ ແລະ ການຄວບຄຸມ​ຕົນເອງ. ສິ່ງ​ເຫລົ່ານີ້​ບໍ່​ມີ​ກົດບັນຍັດ​ຂໍ້​ໃດ​ຫ້າມ​ເລີຍ.</verse>
				<verse number="24">ບັນດາ​ຜູ້​ທີ່​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ໄດ້​ຄຶງ​ເນື້ອໜັງ​ພ້ອມ​ກັບ​ຕັນຫາ ແລະ ຄວາມປາຖະໜາ​ໄວ້​ທີ່​ໄມ້ກາງແຂນ​ແລ້ວ.</verse>
				<verse number="25">ເນື່ອງຈາກ​ພວກເຮົາ​ມີຊີວິດ​ຢູ່​ໂດຍ​ພຣະວິນຍານ, ກໍ​ໃຫ້​ພວກເຮົາ​ກ້າວໄປ​ຕາມ​ພຣະວິນຍານ​ນັ້ນ.</verse>
				<verse number="26">ຢ່າ​ໃຫ້​ພວກເຮົາ​ກາຍເປັນ​ຄົນ​ຈອງຫອງ, ທ້າທາຍ ແລະ ອິດສາ​ກັນ.</verse>
			</chapter>
			<chapter number="6">
				<verse number="1">ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ຜູ້ໃດ​ຖືກ​ຈັບ​ໄດ້​ວ່າ​ເຮັດ​ບາບ, ພວກເຈົ້າ​ຜູ້​ທີ່​ມີຊີວິດ​ໂດຍ​ພຣະ​ວິນຍານ​ຄວນ​ຊ່ວຍ​ຜູ້​ນັ້ນ​ໃຫ້​ລາວ​ກັບໃຈໃໝ່​ຢ່າງ​ອ່ອນສຸພາບ. ແຕ່​ຈົ່ງ​ລະວັງ​ຕົວ​ໄວ້​ໃຫ້​ດີ, ບໍ່​ດັ່ງນັ້ນ​ພວກເຈົ້າ​ເອງ​ກໍ​ຈະ​ຫລົງ​ເຮັດ​ບາບ​ເໝືອນກັນ.</verse>
				<verse number="2">ຈົ່ງ​ຊ່ວຍ​ຮັບ​ພາລະ​ຂອງ​ກັນແລະກັນ ແລະ ເມື່ອ​ເຮັດ​ວິທີ​ນີ້​ແລ້ວ ພວກເຈົ້າ​ກໍ​ຈະ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະຄຣິດເຈົ້າ.</verse>
				<verse number="3">ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນເອງ​ເປັນ​ຄົນ​ສຳຄັນ​ທັງ​ທີ່​ບໍ່​ສຳຄັນ, ພວກເຂົາ​ກໍ​ຫລອກລວງ​ຕົນເອງ.</verse>
				<verse number="4">ແຕ່ລະຄົນ​ຄວນ​ສຳຫລວດ​ການກະທຳ​ຂອງ​ຕົນເອງ. ແລ້ວ​ພວກເຂົາ​ຈຶ່ງ​ສາມາດ​ພາກພູມໃຈ​ໃນ​ຕົນເອງ​ພຽງ​ຜູ້​ດຽວ, ໂດຍ​ບໍ່​ຕ້ອງ​ປຽບທຽບ​ຕົນເອງ​ກັບ​ຄົນ​ອື່ນ.</verse>
				<verse number="5">ເພາະ​ແຕ່ລະຄົນ​ຄວນ​ແບກ​ພາລະ​ຂອງ​ຕົນເອງ.</verse>
				<verse number="6">ເຖິງຢ່າງໃດ​ກໍ​ຕາມ, ຜູ້​ທີ່​ຮັບ​ຄຳສັ່ງສອນ​ໃນ​ຖ້ອຍຄຳ​ກໍ​ຄວນ​ແບ່ງປັນ​ສິ່ງ​ທີ່​ດີ​ທັງປວງ​ໃຫ້​ແກ່​ຜູ້ສອນ​ຂອງ​ຕົນ.</verse>
				<verse number="7">ຢ່າ​ໄດ້​ຖືກ​ຫລອກ​ຄື: ພວກເຈົ້າ​ບໍ່​ສາມາດ​ເຢາະເຢີ້ຍ​ພຣະເຈົ້າ​ໄດ້. ມະນຸດ​ເກັບກ່ຽວ​ໃນ​ສິ່ງ​ທີ່​ຕົນ​ຫວ່ານ.</verse>
				<verse number="8">ຜູ້ໃດ​ກໍ​ຕາມ​ທີ່​ຫວ່ານ​ຕາມ​ຄວາມພໍໃຈ​ຂອງ​ເນື້ອໜັງ​ຂອງ​ຕົນ, ກໍ​ຈະ​ເກັບກ່ຽວ​ຄວາມພິນາດ​ຈາກ​ເນື້ອໜັງ​ນັ້ນ, ຜູ້​ທີ່​ຫວ່ານ​ຕາມ​ຄວາມພໍໃຈ​ຂອງ​ພຣະວິນຍານ ກໍ​ຈະ​ເກັບກ່ຽວ​ຊີວິດ​ນິລັນດອນ​ຈາກ​ພຣະວິນຍານ.</verse>
				<verse number="9">ຢ່າ​ໃຫ້​ພວກເຮົາ​ເມື່ອຍລ້າ​ໃນ​ການເຮັດດີ, ເພາະ​ຖ້າ​ພວກເຮົາ​ບໍ່​ທໍ້ຖອຍ ພວກເຮົາ​ກໍ​ຈະ​ເກັບກ່ຽວ​ຜົນ​ໃນ​ເວລາ​ອັນ​ເໝາະສົມ.</verse>
				<verse number="10">ເຫດສະນັ້ນ, ເມື່ອ​ພວກເຮົາ​ມີ​ໂອກາດ ໃຫ້​ພວກເຮົາ​ເຮັດ​ດີ​ຕໍ່​ທຸກຄົນ ໂດຍສະເພາະ​ຕໍ່​ຄົນ​ທີ່​ຢູ່​ໃນ​ຄອບຄົວ​ແຫ່ງ​ຄວາມເຊື່ອ.</verse>
				<verse number="11">ເບິ່ງແມ ເຮົາ​ໃຊ້​ຕົວອັກສອນ​ຂະໜາດ​ໃຫຍ່​ເທົ່າໃດ ເມື່ອ​ເຮົາ​ຂຽນ​ເຖິງ​ພວກເຈົ້າ​ດ້ວຍ​ມື​ຂອງ​ເຮົາ​ເອງ!</verse>
				<verse number="12">ບັນດາ​ຜູ້​ທີ່​ຢາກ​ສ້າງ​ຄວາມປະທັບໃຈ​ຕໍ່​ຄົນ​ໂດຍ​ທາງ​ເນື້ອໜັງ ກໍ​ກຳລັງ​ພະຍາຍາມ​ບັງຄັບ​ພວກເຈົ້າ​ໃຫ້​ຮັບ​ພິທີຕັດ. ເຫດຜົນ​ດຽວ​ທີ່​ພວກເຂົາ​ເຮັດ​ຢ່າງນີ້ ກໍ​ເພື່ອ​ຫລີກເວັ້ນ​ບໍ່​ໃຫ້​ຕົນເອງ​ຖືກ​ຂົ່ມເຫັງ​ເພາະ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະຄຣິດເຈົ້າ.</verse>
				<verse number="13">ແມ່ນແຕ່​ຄົນ​ທີ່​ຮັບ​ພິທີຕັດ​ແລ້ວ​ກໍ​ຍັງ​ບໍ່​ເຊື່ອຟັງ​ກົດບັນຍັດ ແຕ່​ພວກເຂົາ​ຕ້ອງການ​ໃຫ້​ພວກເຈົ້າ​ຮັບ​ພິທີຕັດ​ເພື່ອ​ພວກເຂົາ​ຈະ​ໄດ້​ອວດອ້າງ​ກ່ຽວກັບ​ການ​ຮັບ​ພິທີຕັດ​ໃນ​ເນື້ອໜັງ​ຂອງ​ພວກເຈົ້າ.</verse>
				<verse number="14">ຂໍ​ຢ່າ​ໃຫ້​ເຮົາ​ອວດອ້າງ​ສິ່ງໃດ​ຍົກເວັ້ນ​ໃນ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ໂດຍ​ໄມ້ກາງແຂນ​ນັ້ນ ​ໂລກ​ຖືກ​ຄຶງ​ໄວ້​ສຳລັບ​ເຮົາ​ແລ້ວ ແລະ ເຮົາ​ຖືກ​ຄຶງ​ໄວ້​ສຳລັບ​ໂລກ​ແລ້ວ.</verse>
				<verse number="15">ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ກໍ​ບໍ່​ມີ​ຄວາມໝາຍ​ຫຍັງ; ສິ່ງ​ສຳຄັນ​ແມ່ນ​ການ​ສ້າງຂຶ້ນ​ໃໝ່.</verse>
				<verse number="16">ຂໍ​ໃຫ້​ສັນຕິສຸກ ແລະ ຄວາມ​ເມດຕາ ຈົ່ງ​ມີ​ແກ່​ທຸກຄົນ​ທີ່​ເຮັດ​ຕາມ​ກົດ​ນີ້ ຄື​ແກ່​ອິດສະຣາເອນ​ຂອງ​ພຣະເຈົ້າ.</verse>
				<verse number="17">ຈາກ​ນີ້​ໄປ, ຢ່າ​ໃຫ້​ຜູ້ໃດ​ກໍ່​ຄວາມເດືອດຮ້ອນ​ແກ່​ເຮົາ​ອີກ, ເພາະ​ເຮົາ​ມີ​ເຄື່ອງໝາຍ​ຂອງ​ພຣະເຢຊູເຈົ້າ​ຢູ່​ເທິງ​ຮ່າງກາຍ​ຂອງ​ເຮົາ.</verse>
				<verse number="18">ພີ່ນ້ອງ​ທັງຫລາຍ​ເອີຍ, ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະຖິດ​ຢູ່​ກັບ​ຈິດວິນຍານ​ຂອງ​ພວກເຈົ້າ​ທັງຫລາຍ. ອາແມນ.</verse>
			</chapter>
		</book>
		<book number="49">
			<chapter number="1">
				<verse number="1">ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຄົນໜຶ່ງ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ທີ່​ເມືອງ​ເອເຟໂຊ, ຜູ້​ສັດຊື່​ໃນ​ພຣະຄຣິດເຈົ້າເຢຊູ:</verse>
				<verse number="2">ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.</verse>
				<verse number="3">ຂໍ​ໃຫ້​ຄຳສັນລະເສີນ​ຈົ່ງ​ມີ​ແກ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ຜູ້​ໃຫ້​ພອນ​ໃນ​ສະຫວັນ​ສະຖານ​ໃຫ້​ແກ່​ພວກເຮົາ​ດ້ວຍ​ພຣະພອນ​ຝ່າຍ​ວິນຍານ​ທຸກ​ຢ່າງ​ໃນ​ພຣະຄຣິດເຈົ້າ.</verse>
				<verse number="4">ເພາະ​ພຣະອົງ​ໄດ້​ເລືອກ​ພວກເຮົາ​ໄວ້​ໃນ​ພຣະອົງ​ກ່ອນ​ການ​ສ້າງ​ໂລກ​ເພື່ອ​ພວກເຮົາ​ຈະ​ບໍລິສຸດ ແລະ ບໍ່ມີຕຳໜິ​ຕໍ່​ສາຍຕາ​ຂອງ​ພຣະອົງ. ໃນ​ຄວາມຮັກ​ນັ້ນ</verse>
				<verse number="5">ພຣະອົງ ​ໄດ້​ກຳນົດ​ພວກເຮົາ​ໄວ້​ກ່ອນ​ລ່ວງໜ້າ​ທີ່​ຈະ​ຮັບ​ພວກເຮົາ​ເປັນ​ລູກ ​ຂອງ​ພຣະອົງ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ, ຕາມ​ຄວາມພໍໃຈ ແລະ ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ</verse>
				<verse number="6">ເພື່ອ​ເປັນ​ການສັນລະເສີນ​ພຣະຄຸນ​ຍິ່ງໃຫຍ່​ຂອງ​ພຣະອົງ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ​ລ້າໆ​ໃນ​ພຣະອົງ​ຜູ້​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ.</verse>
				<verse number="7">ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ, ຄື​ໄດ້​ຮັບ​ການ​ອະໄພ​ໂທດ​ບາບ​ຕາມ​ພຣະຄຸນ​ອັນ​ອຸດົມ​ຂອງ​ພຣະເຈົ້າ</verse>
				<verse number="8">ເຊິ່ງ​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ​ຢ່າງ​ເຫລືອລົ້ນ. ດ້ວຍ​ສະຕິປັນຍາ ແລະ ຄວາມເຂົ້າໃຈ​ທັງປວງ,</verse>
				<verse number="9">ພຣະອົງ ​ເຮັດ​ໃຫ້​ພວກເຮົາ​ຮູ້​ຈັກ​ຄວາມ​ປະສົງ​ອັນ​ລ້ຳເລິກ​ຂອງ​ພຣະອົງ​ຕາມ​ຄວາມ​ພໍໃຈ​ພຣະອົງ, ເຊິ່ງ​ພຣະອົງ​ໄດ້​ກຳນົດ​ໄວ້​ໃນ​ພຣະຄຣິດເຈົ້າ,</verse>
				<verse number="10">ເພື່ອ​ໃຫ້​ເກີດ​ຜົນ​ເມື່ອ​ເຖິງ​ເວລາ​ກຳນົດ​ມາເຖິງ ເພື່ອ​ນຳ​ເອົາ​ທຸກ​ສິ່ງ​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນໂລກ​ເຂົ້າ​ເປັນ​ອັນໜຶ່ງອັນດຽວ​ກັນ​ພາຍໃຕ້​ພຣະຄຣິດເຈົ້າ.</verse>
				<verse number="11">ໃນ​ພຣະອົງ​ນັ້ນ ພວກເຮົາ​ກໍ​ໄດ້​ຮັບ​ການ​ເລືອກ ​ເໝືອນກັນ, ຖືກ​ກຳນົດ​ໄວ້​ລ່ວງໜ້າ​ຕາມ​ແຜນການ​ຂອງ​ພຣະອົງ​ຜູ້​ເຮັດ​ໃຫ້​ທຸກສິ່ງ​ເປັນ​ໄປ​ຕາມ​ຈຸດມຸ່ງໝາຍ​ຂອງ​ຄວາມ​ປະສົງ​ຂອງ​ພຣະອົງ,</verse>
				<verse number="12">ເພື່ອ​ພວກເຮົາ​ທີ່​ເປັນ​ຜູ້​ທຳອິດ​ທີ່​ມອບ​ຄວາມຫວັງ​ຂອງ​ພວກເຮົາ​ໄວ້​ໃນ​ພຣະຄຣິດເຈົ້າ, ຈະ​ໄດ້​ສັນລະເສີນ​ສະຫງ່າລາສີ​ຂອງ​ພຣະອົງ.</verse>
				<verse number="13">ແລະ ພວກເຈົ້າ​ກໍ​ໄດ້​ຮ່ວມ​ຢູ່ໃນ​ພຣະຄຣິດເຈົ້າ​ເໝືອນກັນ​ເມື່ອ​ພວກເຈົ້າ​ໄດ້​ຍິນ​ພຣະຄຳ​ແຫ່ງ​ຄວາມຈິງ, ຄື​ຂ່າວປະເສີດ​ແຫ່ງ​ຄວາມພົ້ນ​ຂອງ​ພວກເຈົ້າ. ເມື່ອ​ພວກເຈົ້າ​ໄດ້​ເຊື່ອ ພວກເຈົ້າ​ກໍ​ໄດ້​ຖືກ​ໝາຍ​ໄວ້​ໃນ​ພຣະອົງ​ດ້ວຍ​ຕາປະທັບ, ຄື​ພຣະວິນຍານບໍລິສຸດເຈົ້າ​ທີ່​ໄດ້​ສັນຍາ​ໄວ້,</verse>
				<verse number="14">ຜູ້​ເປັນ​ມັດຈຳ​ຄ້ຳປະກັນ​ມໍລະດົກ​ຂອງ​ພວກເຮົາ​ຈົນ​ກວ່າ​ຄົນ​ຂອງ​ພຣະເຈົ້າ​ຈະ​ໄດ້​ຮັບ​ການ​ໄຖ່ ເພື່ອ​ເປັນ​ການສັນລະເສີນ​ສະຫງ່າລາສີ​ຂອງ​ພຣະອົງ.</verse>
				<verse number="15">ເພາະ​ເຫດຜົນ​ນີ້, ຕັ້ງແຕ່​ເຮົາ​ໄດ້​ຍິນ​ເຖິງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ຄວາມຮັກ​ຂອງ​ພວກເຈົ້າ​ທີ່​ມີ​ຕໍ່​ຄົນ​ຂອງ​ພຣະເຈົ້າ​ທຸກຄົນ​ແລ້ວ,</verse>
				<verse number="16">ເຮົາ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢ່າງ​ບໍ່​ຢຸດຢັ້ງ ແລະ ໄດ້​ລະນຶກ​ເຖິງ​ພວກເຈົ້າ​ໃນ​ຄຳອະທິຖານ​ຂອງ​ເຮົາ.</verse>
				<verse number="17">ເຮົາ​ໝັ່ນ​ຂໍ​ໃຫ້​ພຣະເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຄື​ພຣະບິດາເຈົ້າ​ຜູ້​ເຕັມ​ດ້ວຍ​ສະຫງ່າລາສີ ໄດ້​ໃຫ້​ພວກເຈົ້າ​ທັງຫລາຍ​ມີ​ພຣະວິນຍານ ​ແຫ່ງ​ສະຕິປັນຍາ ແລະ ການເປີດເຜີຍ, ເພື່ອວ່າ​ພວກເຈົ້າ​ຈະ​ຮູ້​ຈັກ​ພຣະອົງ​ຫລາຍ​ຂຶ້ນ.</verse>
				<verse number="18">ເຮົາ​ອະທິຖານ​ໃຫ້​ຕາ​ໃຈ​ຂອງ​ພວກເຈົ້າ​ສະຫວ່າງ​ຂຶ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ເຖິງ​ຄວາມຫວັງ​ທີ່​ພຣະອົງ​ໄດ້​ເອີ້ນ​ພວກເຈົ້າ​ນັ້ນ ຄື​ຮູ້​ເຖິງ​ຄວາມຮັ່ງມີ​ແຫ່ງ​ມໍລະດົກ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ​ໃນ​ຄົນ​ບໍລິສຸດ​ຂອງ​ພຣະອົງ,</verse>
				<verse number="19">ແລະ ຮູ້​ເຖິງ​ລິດອຳນາດ​ອັນ​ຍິ່ງໃຫຍ່​ທີ່​ຫາ​ສິ່ງ​ໃດ​ປຽບທຽບ​ບໍ່​ໄດ້​ສຳລັບ​ພວກເຮົາ​ຜູ້​ທີ່​ເຊື່ອ. ລິດອຳນາດ​ນັ້ນ​ເປັນ​ເໝືອນ​ກັບ​ພະລັງ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ</verse>
				<verse number="20">ເຊິ່ງ​ພຣະອົງ​ໄດ້​ກະທຳ​ໃນ​ພຣະຄຣິດເຈົ້າ​ເມື່ອ​ເວລາ​ທີ່​ບັນດານ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ ແລະ ໃຫ້​ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະອົງ​ໃນ​ສະຫວັນສະຖານ,</verse>
				<verse number="21">ສູງ​ກວ່າ​ຜູ້ປົກຄອງ ແລະ ຜູ້​ມີ​ສິດອຳນາດ​ທັງໝົດ, ຜູ້​ມີ​ລິດອຳນາດ ແລະ ຜູ້​ມີ​ອານຸພາບ ແລະ ເໜືອ​ທຸກ​ນາມ​ທີ່​ຖືກ​ເອີ່ຍ​ຂຶ້ນ, ບໍ່​ພຽງ​ແຕ່​ໃນ​ຍຸກ​ປັດຈຸບັນ​ເທົ່ານັ້ນ ແຕ່​ໃນ​ຍຸກ​ທີ່​ຈະມາ​ເຖິງ​ດ້ວຍ.</verse>
				<verse number="22">ແລະ ພຣະເຈົ້າ​ໄດ້​ວາງ​ສິ່ງ​ທັງປວງ​ລົງ​ໃຕ້​ຕີນ​ຂອງ​ພຣະຄຣິດເຈົ້າ ແລະ ໄດ້​ຕັ້ງ​ພຣະອົງ​ໄວ້​ເປັນ​ຫົວ​ເໜືອ​ທຸກສິ່ງ​ເພື່ອ​ຄຣິສຕະຈັກ,</verse>
				<verse number="23">ເຊິ່ງ​ເປັນ​ຮ່າງກາຍ​ຂອງ​ພຣະອົງ​ທີ່​ເຕັມບໍລິບູນ​ດ້ວຍ​ພຣະອົງ​ຜູ້​ໃຫ້​ທຸກສິ່ງ​ເຕັມບໍລິບູນ​ໃນ​ທຸກ​ທາງ.</verse>
			</chapter>
			<chapter number="2">
				<verse number="1">ສ່ວນ​ພວກເຈົ້າ​ນັ້ນ, ພວກເຈົ້າ​ໄດ້​ຕາຍ​ແລ້ວ​ໃນ​ການລ່ວງລະເມີດ ແລະ ໃນ​ຄວາມບາບ​ຂອງ​ພວກເຈົ້າ,</verse>
				<verse number="2">ເຊິ່ງ​ພວກເຈົ້າ​ເຄີຍ​ດຳເນີນຊີວິດ​ເມື່ອ​ພວກເຈົ້າ​ໄດ້​ຕິດຕາມ​ທາງ​ຂອງ​ໂລກ​ນີ້ ແລະ ວິຖີ​ຂອງ​ຜູ້ມີອຳນາດ​ແຫ່ງ​ຍ່ານ​ຟ້າ​ອາກາດ, ເຊິ່ງ​ເປັນ​ວິນຍານ​ທີ່​ເວລາ​ນີ້​ທຳງານ​ຢູ່​ໃນ​ບັນດາ​ຜູ້​ທີ່​ບໍ່ເຊື່ອຟັງ.</verse>
				<verse number="3">ຄັ້ງ​ໜຶ່ງ ພວກເຮົາ​ທຸກ​ຄົນ​ກໍ​ເຄີຍ​ດໍາເນີນຊີວິດ​ຢູ່​ໃນ​ທ່າມກາງ​ຄົນ​ເຫລົ່ານັ້ນ, ເຊິ່ງ​ເປັນ​ການສະໜອງ​ຕັນຫາ​ຂອງ​ເນື້ອໜັງ ​ຂອງ​ພວກເຮົາ ແລະ ປະຕິບັດ​ຕາມ​ຄວາມປາຖະໜາ ແລະ ຕາມ​ຄວາມຄິດ​ຂອງ​ເນື້ອໜັງ​ນັ້ນ. ພວກເຮົາ​ຈຶ່ງ​ສົມຄວນ​ໄດ້ຮັບ​ຄວາມໂກດຮ້າຍ​ເໝືອນ​ກັບ​ຄົນ​ອື່ນ.</verse>
				<verse number="4">ແຕ່​ຍ້ອນ​ຄວາມຮັກ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ​ທີ່​ມີ​ຕໍ່​ພວກເຮົາ, ພຣະເຈົ້າ​ຜູ້​ອຸດົມສົມບູນ​ດ້ວຍ​ຄວາມເມດຕາ</verse>
				<verse number="5">ຈຶ່ງ​ເຮັດ​ໃຫ້​ພວກເຮົາ​ມີຊີວິດ​ຢູ່​ກັບ​ພຣະຄຣິດເຈົ້າ ແມ່ນແຕ່​ເມື່ອ​ພວກເຮົາ​ໄດ້​ຕາຍ​ແລ້ວ​ໃນ​ການລ່ວງລະເມີດ ຄື​ພວກເຈົ້າ​ໄດ້​ຮັບ​ຄວາມພົ້ນ​ນັ້ນ​ກໍ​ດ້ວຍ​ພຣະຄຸນ.</verse>
				<verse number="6">ແລະ ພຣະເຈົ້າ​ໄດ້​ໃຫ້​ພວກເຮົາ​ເປັນຄືນມາ​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ ແລະ ໃຫ້​ພວກເຮົາ​ນັ່ງ​ກັບ​ພຣະອົງ​ໃນ​ສະຫວັນ​ສະຖານ​ໃນ​ພຣະຄຣິດເຈົ້າເຢຊູ,</verse>
				<verse number="7">ເພື່ອ​ວ່າ​ໃນ​ຍຸກ​ທີ່​ຈະ​ມາເຖິງ ພຣະອົງ​ຈະ​ໄດ້​ສະແດງ​ຄວາມອຸດົມສົມບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ເຖິງ​ພຣະຄຸນ​ຂອງ​ພຣະອົງ, ເຊິ່ງ​ໄດ້​ສະແດງ​ອອກ​ດ້ວຍ​ຄວາມເມດຕາ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ພວກເຮົາ​ໃນ​ພຣະຄຣິດເຈົ້າເຢຊູ.</verse>
				<verse number="8">ດ້ວຍວ່າ ພວກເຈົ້າ​ໄດ້​ຮັບ​ຄວາມພົ້ນ​ນັ້ນ​ກໍ​ໂດຍ​ພຣະຄຸນ​ຜ່ານ​ທາງ​ຄວາມເຊື່ອ ແລະ ຄວາມລອດພົ້ນ​ນີ້​ບໍ່​ໄດ້​ມາ​ຈາກ​ພວກເຈົ້າເອງ, ແຕ່​ເປັນ​ຂອງປະທານ​ຈາກ​ພຣະເຈົ້າ</verse>
				<verse number="9">ບໍ່​ແມ່ນ​ໂດຍ​ການປະຕິບັດ, ດັ່ງນັ້ນ​ເພື່ອ​ວ່າ​ບໍ່​ໃຫ້​ຜູ້ໃດ​ສາມາດ​ອວດ​ໄດ້.</verse>
				<verse number="10">ເພາະ​ພວກເຮົາ​ເປັນ​ຜົນງານ​ຂອງ​ພຣະເຈົ້າ ເຊິ່ງ​ໄດ້​ສ້າງ​ຂຶ້ນ​ໃນ​ພຣະຄຣິດເຈົ້າເຢຊູ ເພື່ອ​ໃຫ້​ເຮັດ​ການ​ດີ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ລ່ວງໜ້າ​ເພື່ອ​ໃຫ້​ພວກເຮົາ​ປະຕິບັດ.</verse>
				<verse number="11">ເຫດສະນັ້ນ, ຈົ່ງ​ລະນຶກ​ວ່າ​ແຕ່ກ່ອນ​ພວກເຈົ້າ​ເຄີຍ​ເປັນ​ຄົນຕ່າງຊາດ​ໂດຍ​ກຳເນີດ ແລະ ເປັນ​ບັນດາ​ຜູ້​ທີ່​ເອີ້ນ​ຕົນເອງ​ວ່າ “ຝ່າຍ​ຮັບ​ພິທີຕັດ” (ເຊິ່ງ​ໄດ້​ເຮັດ​ໃນ​ຮ່າງກາຍ​ດ້ວຍ​ມື​ມະນຸດ) ເອີ້ນ​ພວກເຈົ້າ​ວ່າ “ຝ່າຍ​ບໍ່​ຮັບ​ພິທີຕັດ”</verse>
				<verse number="12">ຈົ່ງ​ລະນຶກ​ວ່າ​ໃນ​ເວລາ​ນັ້ນ​ພວກເຈົ້າ​ໄດ້​ແຍກອອກ​ຈາກ​ພຣະຄຣິດເຈົ້າ, ບໍ່​ໄດ້​ເປັນ​ພົນລະເມືອງ​ຂອງ​ອິດສະຣາເອນ ແລະ ເປັນ​ຄົນຕ່າງດ້າວ​ຢູ່​ນອກ​ບັນດາ​ພັນທະສັນຍາ​ທີ່​ສັນຍາ​ໄວ້, ບໍ່​ມີ​ຄວາມຫວັງ ແລະ ຢູ່​ໃນ​ໂລກ​ນີ້​ໂດຍ​ບໍ່ມີພຣະເຈົ້າ.</verse>
				<verse number="13">ແຕ່​ບັດນີ້ ພວກເຈົ້າ​ທັງຫລາຍ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ ເຊິ່ງ​ເມື່ອ​ກ່ອນ​ນັ້ນ​ເຄີຍ​ຢູ່​ໄກ​ແຕ່​ໄດ້​ຖືກ​ນຳ​ເຂົ້າ​ມາ​ໃກ້​ແລ້ວ​ໂດຍ​ໂລຫິດ​ຂອງ​ພຣະຄຣິດເຈົ້າ.</verse>
				<verse number="14">ເພາະ​ພຣະອົງ​ເອງ​ເປັນ​ສັນຕິສຸກ​ຂອງ​ພວກເຮົາ ຜູ້​ທີ່​ເຮັດ​ໃຫ້​ທັງ​ສອງ​ຝ່າຍ​ເຂົ້າ​ເປັນ​ກາຍ​ດຽວກັນ ແລະ ທຳລາຍ​ສິ່ງກີດຂວາງ ຄື​ກຳແພງ​ແຫ່ງ​ການແບ່ງແຍກ​ຂອງ​ສັດຕູ​ນັ້ນ,</verse>
				<verse number="15">ໂດຍ​ການ​ຍົກເລີກ​ກົດບັນຍັດ​ພ້ອມ​ກັບ​ຄຳສັ່ງ ແລະ ກົດລະບຽບ​ຕ່າງໆ​ດ້ວຍ​ຮ່າງກາຍ​ຂອງ​ພຣະອົງ. ຈຸດປະສົງ​ຂອງ​ພຣະອົງ​ກໍ​ເພື່ອ​ສ້າງຂຶ້ນ​ໃຫ້​ເປັນ​ມະນຸດ​ໃໝ່​ຄົນ​ດຽວ​ກັນ​ໃນ​ພຣະອົງ​ເອງ​ໂດຍ​ບໍ່​ມີ​ສອງ​ຝ່າຍ, ດັ່ງນັ້ນ​ຈຶ່ງ​ເປັນ​ການສ້າງ​ສັນຕິສຸກ,</verse>
				<verse number="16">ແລະ ໃນ​ກາຍ​ດຽວກັນ​ນີ້​ທັງ​ສອງ​ຝ່າຍ​ຈຶ່ງ​ຄືນດີ​ກັນ​ກັບ​ພຣະເຈົ້າ​ຜ່ານທາງ​ໄມ້ກາງແຂນ, ໂດຍ​ທີ່​ພຣະອົງ​ໄດ້​ທຳລາຍ​ຄວາມ​ເປັນ​ສັດຕູ​ກັນ​ຂອງ​ພວກເຂົາ.</verse>
				<verse number="17">ພຣະອົງ​ໄດ້​ມາ ແລະ ໄດ້​ປະກາດ​ສັນຕິສຸກ​ແກ່​ພວກເຈົ້າ​ທັງຫລາຍ​ທີ່​ຢູ່​ໄກ ແລະ ແກ່​ບັນດາ​ຜູ້​ທີ່​ຢູ່​ໃກ້.</verse>
				<verse number="18">ເພາະ​ໂດຍ​ທາງ​ພຣະອົງ​ພວກເຮົາ​ທັງສອງ​ຈຶ່ງ​ໄດ້​ເຂົ້າ​ເຖິງ​ພຣະບິດາເຈົ້າ​ໂດຍ​ພຣະວິນຍານ​ອົງ​ດຽວກັນ.</verse>
				<verse number="19">ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ແມ່ນ​ຄົນຕ່າງດ້າວ ແລະ ຄົນແປກໜ້າ​ອີກ​ຕໍ່ໄປ, ແຕ່​ເປັນ​ພົນລະເມືອງ​ດຽວ​ກັບ​ບັນດາ​ຄົນ​ຂອງ​ພຣະເຈົ້າ ແລະ ເປັນ​ສະມາຊິກ​ໃນ​ຄອບຄົວ​ຂອງ​ພຣະອົງ​ເໝືອນກັນ,</verse>
				<verse number="20">ເຊິ່ງ​ໄດ້​ຮັບ​ການສ້າງ​ຂຶ້ນ​ເທິງ​ຮາກຖານ​ຂອງ​ບັນດາ​ອັກຄະສາວົກ ແລະ ບັນດາ​ຜູ້ທຳນວາຍ, ໂດຍ​ມີ​ພຣະຄຣິດເຈົ້າເຢຊູ​ພຣະອົງ​ເອງ​ເປັນ​ຫີນເສົາເອກ.</verse>
				<verse number="21">ໃນ​ພຣະອົງ​ອາຄານ​ທັງໝົດ​ກໍ​ຖືກ​ເຊື່ອມຕໍ່​ເຂົ້າກັນ ແລະ ຖືກ​ຍົກຂຶ້ນ​ເພື່ອ​ເປັນ​ວິຫານ​ອັນ​ສັກສິດ​ໃນ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="22">ແລະ ໃນ​ພຣະອົງ​ນັ້ນ ພວກເຈົ້າ​ກໍ​ເໝືອນກັນ ພວກເຈົ້າ​ກຳລັງ​ຮັບ​ການ​ສ້າງ​ຂຶ້ນ​ດ້ວຍກັນ​ເພື່ອ​ໃຫ້​ກາຍ​ເປັນ​ບ່ອນ​ສະຖິດ​ທີ່​ພຣະເຈົ້າ​ສະຖິດ​ຢູ່​ໂດຍ​ພຣະວິນຍານ​ຂອງ​ພຣະອົງ.</verse>
			</chapter>
			<chapter number="3">
				<verse number="1">ດ້ວຍ​ເຫດ​ນີ້, ເຮົາ​ຄື​ໂປໂລ ຜູ້​ເປັນ​ນັກໂທດ​ຂອງ​ພຣະຄຣິດເຈົ້າເຢຊູ​ເພາະ​ເຫັນ​ແກ່​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ.</verse>
				<verse number="2">ແນ່ນອນ ພວກເຈົ້າ​ຄົງ​ໄດ້​ຍິນ​ເຖິງ​ພາລະກິດ​ແຫ່ງ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ໃຫ້​ແກ່​ເຮົາ​ເພື່ອ​ພວກເຈົ້າ​ທັງຫລາຍ,</verse>
				<verse number="3">ຄື​ຂໍ້​ລັບເລິກ​ທີ່​ກະທຳ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ເຮົາ​ໂດຍ​ການເປີດເຜີຍ, ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ຂຽນ​ໄວ້​ແລ້ວ​ຢ່າງ​ຫຍໍ້ໆ.</verse>
				<verse number="4">ເມື່ອ​ພວກເຈົ້າ​ອ່ານ​ແລ້ວ​ກໍ​ຈະ​ເຂົ້າໃຈ​ເຖິງ​ຄວາມຮູ້ແຈ້ງ​ຂອງ​ເຮົາ​ໃນ​ຄວາມລັບເລິກ​ຂອງ​ພຣະຄຣິດເຈົ້າ,</verse>
				<verse number="5">ເຊິ່ງ​ບໍ່​ໄດ້​ກະທຳ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ປະຊາຊົນ​ໃນ​ຍຸກ​ອື່ນໆ ເໝືອນ​ດັ່ງ​ໃນ​ເວລານີ້​ໄດ້​ເປີດເຜີຍ​ໂດຍ​ພຣະວິນຍານ​ແກ່​ບັນດາ​ອັກຄະສາວົກ ແລະ ຜູ້ທຳນວາຍ​ບໍລິສຸດ​ຂອງ​ພຣະເຈົ້າ.</verse>
				<verse number="6">ຂໍ້​ລັບເລິກ​ນີ້​ແມ່ນ​ໂດຍ​ທາງ​ຂ່າວປະເສີດ​ນັ້ນ​ຄົນຕ່າງຊາດ​ກໍ​ເປັນ​ທາຍາດ​ຮ່ວມ​ກັບ​ຊົນອິດສະຣາເອນ, ເປັນ​ອະໄວຍະວະ​ຮ່ວມ​ໃນ​ກາຍ​ດຽວ​ກັນ ແລະ ເປັນ​ຜູ້​ມີ​ສ່ວນ​ຮ່ວມ​ຮັບ​ຕາມ​ຄຳ​ສັນຍາ​ໃນ​ພຣະຄຣິດເຈົ້າເຢຊູ.</verse>
				<verse number="7">ເຮົາ​ໄດ້​ກາຍເປັນ​ຜູ້ຮັບໃຊ້​ຂອງ​ຂ່າວປະເສີດ​ນີ້​ໂດຍ​ຂອງປະທານ​ທີ່​ມາ​ຈາກ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ໃຫ້​ແກ່​ເຮົາ​ໂດຍ​ການທຳງານ​ແຫ່ງ​ລິດອຳນາດ​ຂອງ​ພຣະອົງ.</verse>
				<verse number="8">ເຖິງແມ່ນວ່າ​ເຮົາ​ເປັນ​ຜູ້​ຕ່ຳຕ້ອຍ​ກວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ຂອງ​ບັນດາ​ຄົນ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ຕາມ ພຣະຄຸນ​ນີ້​ກໍ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ຄື: ເພື່ອ​ປະກາດ​ແກ່​ບັນດາ​ຄົນຕ່າງຊາດ​ເຖິງ​ຄວາມບໍລິບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະຄຣິດເຈົ້າ,</verse>
				<verse number="9">ແລະ ໄດ້​ກະທຳ​ໃຫ້​ທຸກຄົນ​ເຫັນ​ເຖິງ​ພາລະກິດ​ອັນ​ເລິກລັບ​ນີ້​ຢ່າງ​ຊັດເຈນ ເຊິ່ງ​ຕະຫລອດ​ຍຸກ​ທີ່​ຜ່ານມາ​ໄດ້​ຖືກ​ເຊື່ອງຊ້ອນ​ໄວ້​ໃນ​ພຣະເຈົ້າ, ຜູ້​ທີ່​ໄດ້​ສ້າງ​ສິ່ງ​ທັງປວງ.</verse>
				<verse number="10">ຄວາມຕັ້ງໃຈ​ຂອງ​ພຣະອົງ​ໃນ​ເວລານີ້​ຄື ປັນຍາ​ອັນ​ຫລວງຫລາຍ​ຂອງ​ພຣະເຈົ້າ​ຄວນ​ຈະ​ເຮັດ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ບັນດາ​ຜູ້ປົກຄອງ ແລະ ຜູ້ມີອຳນາດ​ໃນ​ສະຫວັນ​ສະຖານ ຜ່ານ​ທາງ​ຄຣິສຕະຈັກ,</verse>
				<verse number="11">ຕາມ​ຈຸດປະສົງ​ອັນ​ຖາວອນ​ຂອງ​ພຣະອົງ​ທີ່​ໄດ້​ກະທຳ​ໃຫ້​ສຳເລັດ​ໃນ​ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.</verse>
				<verse number="12">ໃນ​ພຣະອົງ ແລະ ໂດຍ​ຄວາມເຊື່ອ​ໃນ​ພຣະອົງ ພວກເຮົາ​ຈຶ່ງ​ຈະ​ເຂົ້າໃກ້​ພຣະເຈົ້າ​ໄດ້​ດ້ວຍ​ເສລີພາບ ແລະ ຄວາມໝັ້ນໃຈ.</verse>
				<verse number="13">ເຫດສະນັ້ນ, ເຮົາ​ຈຶ່ງ​ຂໍຮ້ອງ​ໃຫ້​ພວກເຈົ້າ​ຢ່າ​ໄດ້​ທໍ້ຖອຍໃຈ​ຍ້ອນ​ຄວາມທຸກຍາກລໍາບາກ​ຂອງ​ເຮົາ​ເພື່ອ​ພວກເຈົ້າ, ເຊິ່ງ​ເປັນ​ກຽດ​ຂອງ​ພວກເຈົ້າ.</verse>
				<verse number="14">ດ້ວຍເຫດນີ້ ເຮົາ​ຈຶ່ງ​ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະບິດາເຈົ້າ,</verse>
				<verse number="15">ຜູ້​ເປັນ​ທີ່ມາ​ຂອງ​ທຸກ​ຄອບຄົວ ​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນໂລກ​ກໍ​ມາ​ຈາກ​ນາມ​ນັ້ນ.</verse>
				<verse number="16">ເຮົາ​ອະທິຖານ​ວ່າ​ຈາກ​ຄວາມອຸດົມສົມບູນ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ຂໍ​ໃຫ້​ພຣະອົງ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ດ້ວຍ​ລິດອຳນາດ​ຜ່ານທາງ​ພຣະວິນຍານ​ຂອງ​ພຣະອົງ​ທີ່​ຢູ່​ພາຍໃນ​ພວກເຈົ້າ,</verse>
				<verse number="17">ເພື່ອ​ວ່າ​ພຣະຄຣິດເຈົ້າ​ຈະ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ໂດຍ​ທາງ​ຄວາມເຊື່ອ. ແລະ ເຮົາ​ອະທິຖານ​ວ່າ, ເມື່ອ​ພວກເຈົ້າ​ໄດ້​ວາງຮາກ​ລົງ ແລະ ຕັ້ງ​ໝັ້ນຄົງ​ໃນ​ຄວາມຮັກ​ແລ້ວ,</verse>
				<verse number="18">ຈະ​ມີ​ລິດອຳນາດ ພ້ອມ​ກັບ​ຄົນ​ບໍລິສຸດ​ທັງປວງ​ຂອງ​ອົງພຣະຜູ້ເປັນເຈົ້າ​ກໍ​ຈະ​ມີ​ຄວາມສາມາດ​ເຂົ້າໃຈ​ເຖິງ​ຄວາມກວ້າງ, ຄວາມຍາວ, ຄວາມສູງ ແລະ ຄວາມເລິກ​ຂອງ​ຄວາມຮັກ​ຂອງ​ພຣະຄຣິດເຈົ້າ,</verse>
				<verse number="19">ແລະ ຮູ້ຈັກ​ຄວາມຮັກ​ນີ້​ທີ່​ເກີນ​ຄວາມຮູ້ ເພື່ອ​ພວກເຈົ້າ​ຈະ​ເຕັມ​ຂະໜາດ​ຂອງ​ຄວາມສົມບູນ​ທັງໝົດ​ຂອງ​ພຣະເຈົ້າ.</verse>
				<verse number="20">ບັດນີ້ ຂໍ​ຖວາຍ​ກຽດ​ແກ່​ພຣະອົງ​ຜູ້​ສາມາດ​ກະທຳ​ທຸກ​ສິ່ງ​ເກີນ​ກວ່າ​ທີ່​ພວກເຮົາ​ຈະ​ຂໍ ຫລື ຄິດ​ໄດ້​ຕາມ​ລິດອຳນາດ​ຂອງ​ພຣະອົງ​ທີ່​ກະທຳ​ການ​ຢູ່​ພາຍໃນ​ພວກເຮົາ,</verse>
				<verse number="21">ຂໍ​ໃຫ້​ກຽດ​ຈົ່ງ​ມີ​ແກ່​ພຣະອົງ​ໃນ​ຄຣິສຕະຈັກ ແລະ ໃນ​ພຣະຄຣິດເຈົ້າເຢຊູ​ຕະຫລອດ​ທຸກ​ຍຸກ, ຕະຫລອດໄປ​ເປັນນິດ! ອາແມນ.</verse>
			</chapter>
			<chapter number="4">
				<verse number="1">ດັ່ງນັ້ນ, ເຮົາ​ຜູ້​ເປັນ​ນັກໂທດ​ເພື່ອ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃຫ້​ດຳເນີນຊີວິດ​ສົມ​ກັບ​ການ​ເອີ້ນ​ທີ່​ພວກເຈົ້າ​ໄດ້​ຮັບ.</verse>
				<verse number="2">ຈົ່ງ​ຖ່ອມຕົວລົງ ແລະ ສຸພາບອ່ອນໂຍນ​ໃນ​ທຸກດ້ານ; ຈົ່ງ​ອົດທົນ ແລະ ຜ່ອນໜັກ​ຜ່ອນເບົາ​ຕໍ່​ກັນແລະກັນ​ດ້ວຍ​ຄວາມຮັກ.</verse>
				<verse number="3">ຈົ່ງ​ພຽນ​ພະຍາຍາມ​ຮັກສາ​ຄວາມ​ເປັນ​ນ້ຳໜຶ່ງໃຈດຽວກັນ​ໃນ​ພຣະວິນຍານ​ໂດຍ​ມີ​ສັນຕິສຸກ​ເປັນ​ເຄື່ອງ​ຜູກມັດ.</verse>
				<verse number="4">ມີ​ຮ່າງກາຍ​ດຽວ ແລະ ພຣະວິນຍານ​ອົງ​ດຽວ​ເໝືອນ​ກັບ​ທີ່​ພວກເຈົ້າ​ໄດ້​ຖືກ​ເອີ້ນ​ມາ​ສູ່​ຄວາມຫວັງ​ດຽວ​ເມື່ອ​ພວກເຈົ້າ​ໄດ້​ຖືກ​ເອີ້ນ​ນັ້ນ;</verse>
				<verse number="5">ມີ​ອົງພຣະຜູ້ເປັນເຈົ້າ​ອົງ​ດຽວ, ຄວາມເຊື່ອ​ດຽວ, ບັບຕິສະມາ​ດຽວ,</verse>
				<verse number="6">ມີ​ພຣະເຈົ້າ​ອົງ​ດຽວ ແລະ ພຣະບິດາເຈົ້າ​ຂອງ​ຄົນ​ທັງປວງ, ຜູ້​ສະຖິດ​ຢູ່​ເໜືອ​ຄົນ​ທັງປວງ ແລະ ທົ່ວ​ຄົນ​ທັງປວງ ແລະ ໃນ​ຄົນ​ທັງປວງ.</verse>
				<verse number="7">ແຕ່ວ່າ​ພຣະຄຸນ​ນັ້ນ​ມອບ​ໃຫ້​ແກ່​ພວກເຮົາ​ແຕ່ລະຄົນ​ຕາມ​ທີ່​ພຣະຄຣິດເຈົ້າ​ໄດ້​ກຳນົດ​ໄວ້.</verse>
				<verse number="8">ເຫດສະນັ້ນ ຈຶ່ງ​ມີ​ພຣະຄຳ​ກ່າວ ​ໄວ້​ວ່າ: “ເມື່ອ​ພຣະອົງ​ໄດ້​ຂຶ້ນ​ສູ່​ເບື້ອງ​ເທິງ, ພຣະອົງ​ໄດ້​ນຳເອົາ​ບັນດາ​ຊະເລີຍ​ຫລາຍ​ຄົນ​ໄປ​ດ້ວຍ ແລະ ມອບ​ຂອງປະທານ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະອົງ”.</verse>
				<verse number="9">(ທີ່​ວ່າ “ພຣະອົງ​ໄດ້​ຂຶ້ນ​ສູ່” ນັ້ນ​ຈະ​ໝາຍຄວາມ​ຢ່າງ​ອື່ນ​ບໍ່​ໄດ້ ນອກຈາກ​ວ່າ​ພຣະອົງ​ໄດ້​ລົງ​ສູ່​ເບື້ອງ​ລຸ່ມ​ຂອງ​ໂລກ​ດ້ວຍ.</verse>
				<verse number="10">ພຣະອົງ​ຜູ້​ລົງ​ໄປ​ນັ້ນ ກໍ​ຄື​ອົງ​ດຽວ​ແທ້ໆ​ກັບ​ທີ່​ໄດ້​ຂຶ້ນ​ເມືອ​ສູ່​ທີ່​ສູງ​ກວ່າ​ຟ້າສະຫວັນ​ທັງໝົດ, ເພື່ອ​ຈະໄດ້​ເຕີມເຕັມ​ທົ່ວ​ທັງ​ຈັກກະວານ.)</verse>
				<verse number="11">ດັ່ງນັ້ນ​ພຣະຄຣິດເຈົ້າ​ເອງ​ໄດ້​ໃຫ້​ບັນດາ​ອັກຄະສາວົກ, ບັນດາ​ຜູ້ທຳນວາຍ, ບັນດາ​ຜູ້ປະກາດຂ່າວປະເສີດ, ບັນດາ​ສິດຍາພິບານ ແລະ ບັນດາ​ອາຈານ,</verse>
				<verse number="12">ເພື່ອ​ຈັດຕຽມ​ຄົນ​ຂອງ​ພຣະອົງ​ສຳລັບ​ງານ​ຮັບໃຊ້, ເພື່ອ​ວ່າ​ກາຍ​ຂອງ​ພຣະຄຣິດເຈົ້າ​ຈະ​ໄດ້​ຮັບ​ການເສີມສ້າງ​ຂຶ້ນ</verse>
				<verse number="13">ຈົນ​ກວ່າ​ພວກເຮົາ​ທັງໝົດ​ຈະ​ບັນລຸ​ເຖິງ​ຄວາມ​ເປັນ​ອັນໜຶ່ງອັນດຽວກັນ​ໃນ​ຄວາມເຊື່ອ ແລະ ໃນ​ຄວາມຮູ້​ເຖິງ​ພຣະບຸດ​ຂອງ​ພຣະເຈົ້າ ແລະ ກາຍເປັນ​ຄົນ​ທີ່​ເຕີບໃຫຍ່ ຄື​ການ​ບັນລຸ​ເຖິງ​ຂະໜາດ​ຄວາມສົມບູນ​ຂອງ​ພຣະຄຣິດເຈົ້າ.</verse>
				<verse number="14">ແລ້ວ​ພວກເຮົາ​ຈະ​ບໍ່​ໄດ້​ເປັນ​ເດັກນ້ອຍ​ອີກ​ຕໍ່ໄປ, ເຊິ່ງ​ຖືກ​ຄື້ນ​ຊັດ​ໄປ​ມາ ແລະ ຖືກ​ພັດ​ໄປ​ທາງ​ນີ້​ທາງ​ນັ້ນ​ດ້ວຍ​ລົມປາກ​ແຫ່ງ​ຄຳສອນ ແລະ ດ້ວຍ​ກົນອຸບາຍ​ກັບ​ເລ່ລ່ຽມ​ຂອງ​ມະນຸດ​ໃນ​ແຜນການ​ຫລອກລວງ​ຂອງ​ພວກເຂົາ.</verse>
				<verse number="15">ແຕ່​ການ​ກ່າວຄວາມຈິງ​ດ້ວຍ​ຄວາມຮັກ, ພວກເຮົາ​ຈະ​ເຕີບໃຫຍ່​ຂຶ້ນ​ໃນ​ທຸກ​ດ້ານ​ຈົນ​ເຖິງ​ຄວາມ​ເປັນ​ຜູ້ໃຫຍ່​ໃນ​ພຣະ​ກາຍ​ຂອງ​ພຣະອົງ​ຜູ້​ເປັນ​ຫົວ, ຄື​ພຣະຄຣິດເຈົ້າ.</verse>
				<verse number="16">ຈາກ​ພຣະອົງ​ນັ້ນ ທົ່ວ​ທັງ​ຮ່າງກາຍ​ໄດ້​ເຊື່ອມຕໍ່ ແລະ ຕິດ​ເຂົ້າກັນ​ໂດຍ​ເສັ້ນເອັນ​ທຸກ​ເສັ້ນ, ຈຶ່ງ​ເຕີບໃຫຍ່​ຂຶ້ນ ແລະ ເສີມສ້າງ​ຕົນ​ເອງ​ຂຶ້ນ​ໃນ​ຄວາມຮັກ, ຂະນະ​ທີ່​ແຕ່​ລະ​ສ່ວນ​ເຮັດ​ໜ້າທີ່​ຂອງ​ຕົນ.</verse>
				<verse number="17">ເຫດສະນັ້ນ, ເຮົາ​ຈຶ່ງ​ຂໍ​ບອກ​ສິ່ງ​ນີ້ ແລະ ຢືນຢັນ​ສິ່ງ​ນີ້​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ວ່າ ແຕ່​ນີ້​ຕໍ່ໄປ​ພວກເຈົ້າ​ຢ່າ​ດຳເນີນຊີວິດ​ເໝືອນດັ່ງ​ຄົນຕ່າງຊາດ​ອີກ, ຄື​ໃນ​ຄວາມຄິດ​ທີ່​ບໍ່ມີປະໂຫຍດ​ຂອງ​ພວກເຂົາ.</verse>
				<verse number="18">ພວກເຂົາ​ມີ​ຄວາມມືດມົວ​ໃນ​ຄວາມເຂົ້າໃຈ​ຂອງ​ພວກເຂົາ ແລະ ຖືກ​ແຍກ​ຈາກ​ຊີວິດ​ຝ່າຍ​ພຣະເຈົ້າ​ເພາະ​ຄວາມໂງ່​ທີ່​ຢູ່​ໃນ​ພວກເຂົາ​ເນື່ອງ​ຈາກ​ໃຈ​ທີ່​ແຂງກະດ້າງ​ຂອງ​ພວກເຂົາ.</verse>
				<verse number="19">ບໍ່​ມີ​ຄວາມ​ຢັ້ງ​ຄິດ, ພວກເຂົາ​ໄດ້​ປ່ອຍ​ຕົວ​ໄປ​ຕາມ​ຕັນຫາ ມົວເມົາ​ຢູ່​ໃນ​ຄວາມ​ເປື້ອນເປິ​ທຸກ​ຢ່າງ ແລະ ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມໂລບ.</verse>
				<verse number="20">ເຖິງຢ່າງໃດ​ກໍ​ຕາມ, ນັ້ນ​ບໍ່​ແມ່ນ​ວິທີທາງ​ຂອງ​ຊີວິດ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້</verse>
				<verse number="21">ເມື່ອ​ພວກເຈົ້າ​ໄດ້​ຍິນ​ເລື່ອງ​ຂອງ​ພຣະຄຣິດເຈົ້າ ແລະ ໄດ້​ຮັບ​ຄຳສັ່ງສອນ​ເລື່ອງ​ພຣະອົງ​ຕາມ​ຄວາມຈິງ​ທີ່​ຢູ່​ໃນ​ພຣະເຢຊູເຈົ້າ.</verse>
				<verse number="22">ພວກເຈົ້າ​ໄດ້​ຖືກ​ສອນ​ກ່ຽວກັບ​ວິຖີຊີວິດ​ເກົ່າ​ຂອງ​ພວກເຈົ້າ, ໃຫ້​ຖອດຖິ້ມ​ສະພາບ​ມະນຸດ​ຄົນ​ເກົ່າ​ຂອງ​ພວກເຈົ້າ ເຊິ່ງ​ກຳລັງ​ຖືກ​ເຮັດ​ໃຫ້​ເສື່ອມເສຍ​ໄປ​ໂດຍ​ຄວາມ​ປາຖະໜາ​ອັນ​ລໍ້ລວງ​ຂອງ​ມັນ;</verse>
				<verse number="23">ເພື່ອ​ຮັບ​ການ​ສ້າງ​ໃໝ່​ໃນ​ທັດສະນະຄະຕິ​ຂອງ​ຈິດໃຈ​ຂອງ​ພວກເຈົ້າ,</verse>
				<verse number="24">ແລະ ເພື່ອ​ສວມ​ສະພາບ​ມະນຸດ​ໃໝ່, ເຊິ່ງ​ຖືກ​ສ້າງຂຶ້ນ​ໃຫ້​ເປັນ​ເໝືອນ​ພຣະເຈົ້າ​ໃນ​ຄວາມຊອບທຳ ແລະ ຄວາມບໍລິສຸດ​ທີ່​ແທ້ຈິງ.</verse>
				<verse number="25">ເຫດສະນັ້ນ ພວກເຈົ້າ​ແຕ່ລະຄົນ​ຕ້ອງ​ປະຖິ້ມ​ຄວາມ​ບໍ່​ຈິງ ແລະ ຈົ່ງ​ເວົ້າ​ຄວາມຈິງ​ຕໍ່​ເພື່ອນບ້ານ​ຂອງ​ພວກເຈົ້າ, ເພາະ​ພວກເຮົາ​ທຸກ​ຄົນ​ເປັນ​ອະໄວຍະວະ​ໃນ​ກາຍ​ດຽວ​ກັນ.</verse>
				<verse number="26">“ໃນ​ຄວາມໃຈຮ້າຍ​ຂອງ​ພວກເຈົ້າ​ນັ້ນ​ຢ່າ​ໄດ້​ເຮັດ​ບາບ”. ຢ່າ​ໃຈຮ້າຍ​ຢູ່​ຈົນ​ເຖິງ​ຕາເວັນ​ຕົກ​ດິນ,</verse>
				<verse number="27">ແລະ ຢ່າ​ປ່ອຍ​ໂອກາດ​ໃຫ້​ມານຮ້າຍ.</verse>
				<verse number="28">ຜູ້​ທີ່​ເຄີຍ​ລັກ​ກໍ​ຢ່າ​ລັກ​ອີກ, ແຕ່​ຈົ່ງ​ເຮັດວຽກ, ຈົ່ງ​ໃຊ້​ມື​ຂອງ​ຕົນ​ເຮັດ​ສິ່ງ​ທີ່​ມີ​ປະໂຫຍດ ເພື່ອ​ຈະ​ມີ​ບາງສິ່ງ​ແບ່ງປັນ​ໃຫ້​ແກ່​ຜູ້​ທີ່​ມີ​ຄວາມຈຳເປັນ.</verse>
				<verse number="29">ຢ່າ​ໃຫ້​ຄຳເວົ້າ​ທີ່​ບໍ່​ສົມຄວນ​ອອກ​ຈາກ​ປາກ​ຂອງ​ພວກເຈົ້າ, ແຕ່​ໃຫ້​ໃຊ້​ຄຳເວົ້າ​ອັນ​ເປັນ​ປະໂຫຍດ​ເພື່ອ​ເສີມສ້າງ​ຜູ້ອື່ນ​ຂຶ້ນ​ຕາມ​ຄວາມຕ້ອງການ​ຂອງ​ພວກເຂົາ​ເທົ່ານັ້ນ, ເພື່ອ​ຈະ​ໄດ້​ຜົນ​ດີ​ແກ່​ບັນດາ​ຜູ້​ທີ່​ຟັງ.</verse>
				<verse number="30">ແລະ ຢ່າ​ເຮັດ​ໃຫ້​ພຣະວິນຍານບໍລິສຸດເຈົ້າ​ຂອງ​ພຣະເຈົ້າ​ເສຍໃຈ ເພາະ​ໂດຍ​ພຣະວິນຍານ​ນັ້ນ​ພວກເຈົ້າ​ໄດ້​ຖືກ​ປະທັບຕາ​ໝາຍ​ແລ້ວ​ສຳລັບ​ວັນ​ແຫ່ງ​ການໄຖ່ໃຫ້ພົ້ນ.</verse>
				<verse number="31">ຈົ່ງ​ກຳຈັດ​ຄວາມຂົມຂື່ນ​ທັງໝົດ, ຄວາມໂກດແຄ້ນ ແລະ ຄວາມໃຈຮ້າຍ, ການຜິດຖຽງກັນ ແລະ ການ​ໃສ່ຮ້າຍປ້າຍສີ ພ້ອມ​ທັງ​ການປອງຮ້າຍ​ທຸກ​ຮູບແບບ.</verse>
				<verse number="32">ຈົ່ງ​ເມດຕາ ແລະ ເຫັນໃຈ​ກັນແລະກັນ, ຍົກໂທດ​ໃຫ້​ກັນແລະກັນ, ເໝືອນດັ່ງ​ທີ່​ພຣະເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ​ໃນ​ພຣະຄິດເຈົ້າ.</verse>
			</chapter>
			<chapter number="5">
				<verse number="1">ເຫດສະນັ້ນ ພວກເຈົ້າ​ທັງຫລາຍ​ຈົ່ງ​ເຮັດ​ຕາມ​ແບບຢ່າງ​ຂອງ​ພຣະເຈົ້າ ໃຫ້​ສົມ​ກັບ​ເປັນ​ບຸດ​ທີ່ຮັກ</verse>
				<verse number="2">ແລະ ຈົ່ງ​ເດີນ​ໃນ​ທາງ​ແຫ່ງ​ຄວາມຮັກ, ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ຮັກ​ພວກເຮົາ​ທັງຫລາຍ ແລະ ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ໃຫ້​ເປັນ​ເຄື່ອງຖວາຍ​ທີ່​ມີ​ກິ່ນຫອມ ແລະ ຖວາຍບູຊາ​ແກ່​ພຣະເຈົ້າ.</verse>
				<verse number="3">ແຕ່​ໃນ​ທ່າມກາງ​ພວກເຈົ້າ​ຕ້ອງ​ບໍ່​ໃຫ້​ມີ​ແມ່ນແຕ່​ເອີ່ຍ​ເຖິງ​ເລື່ອງ​ການ​ຜິດສິນທຳທາງເພດ ຫລື ຄວາມ​ເປື້ອນເປິ​ໃດໆ ຫລື ຄວາມໂລບ ເພາະ​ສິ່ງ​ເຫລົ່ານີ້​ເປັນ​ສິ່ງ​ທີ່​ບໍ່​ເໝາະສົມ​ສຳລັບ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ.</verse>
				<verse number="4">ຫລື ບໍ່​ຄວນ​ເວົ້າ​ລາມົກ, ເວົ້າ​ບໍ່​ມີ​ແກ່ນສານ, ຫລື ເວົ້າ​ຕະຫລົກ​ຫຍາບຄາຍ ເຊິ່ງ​ບໍ່​ສົມຄວນ, ແຕ່​ໃຫ້​ຂອບພຣະຄຸນ​ພຣະເຈົ້າ​ກໍ​ດີ​ກວ່າ.</verse>
				<verse number="5">ສຳລັບ​ສິ່ງ​ນີ້​ພວກເຈົ້າ​ສາມາດ​ແນ່ໃຈ​ໄດ້​ວ່າ: ຄົນ​ຜິດສິນທຳ, ຄົນ​ບໍ່ບໍລິສຸດ ຫລື ຄົນ​ໂລບ ຄົນ​ເຫລົ່ານີ້​ເປັນ​ຜູ້ຂາບໄຫວ້​ຮູບເຄົາລົບ ຈະ​ບໍ່​ໄດ້​ຮັບ​ມໍລະດົກ​ໃດໆ​ໃນ​ອານາຈັກ​ຂອງ​ພຣະຄຣິດເຈົ້າ ແລະ ຂອງ​ພຣະເຈົ້າ.</verse>
				<verse number="6">ຢ່າ​ໃຫ້​ຜູ້ໃດ​ລໍ້ລວງ​ພວກເຈົ້າ​ດ້ວຍ​ຄຳເວົ້າ​ອັນ​ໄຮ້ປະໂຫຍດ ເພາະ​ຍ້ອນ​ສິ່ງ​ດັ່ງກ່າວ​ນັ້ນ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຈຶ່ງ​ມາ​ເຖິງ​ບັນດາ​ຜູ້​ທີ່​ບໍ່ເຊື່ອຟັງ.</verse>
				<verse number="7">ເຫດສະນັ້ນ ຢ່າ​ເປັນ​ຫຸ້ນສ່ວນ​ກັບ​ພວກເຂົາ.</verse>
				<verse number="8">ເພາະ​ເມື່ອກ່ອນ​ພວກເຈົ້າ​ຢູ່​ໃນ​ຄວາມມືດ, ແຕ່​ດຽວນີ້​ພວກເຈົ້າ​ເປັນ​ຄວາມສະຫວ່າງ​ໃນ​ອົງພຣະຜູ້ເປັນເຈົ້າ. ຈົ່ງ​ດຳເນີນຊີວິດ​ເໝືອນດັ່ງ​ລູກ​ຂອງ​ຄວາມສະຫວ່າງ</verse>
				<verse number="9">(ດ້ວຍວ່າ​ຜົນ​ຂອງ​ຄວາມສະຫວ່າງ​ປະກອບ​ດ້ວຍ​ຄວາມດີ, ຄວາມຊອບທຳ ແລະ ຄວາມຈິງ​ທຸກ​ຢ່າງ)</verse>
				<verse number="10">ແລະ ຈົ່ງ​ພິສູດ​ວ່າ​ອັນໃດ​ເປັນ​ທີ່​ອົງພຣະຜູ້ເປັນເຈົ້າ​ພໍໃຈ.</verse>
				<verse number="11">ຢ່າ​ມີສ່ວນ​ກັບ​ກິດຈະການ​ຂອງ​ຄວາມມືດ​ທີ່​ບໍ່​ມີ​ຜົນ, ແຕ່​ຈົ່ງ​ເປີດເຜີຍ​ການກະທຳ​ເຫລົ່ານັ້ນ​ອອກມາ​ກໍ​ດີ​ກວ່າ.</verse>
				<verse number="12">ເພາະ​ແມ່ນແຕ່​ເອີ່ຍ​ເຖິງ​ສິ່ງ​ທີ່​ຜູ້​ບໍ່ເຊື່ອຟັງ​ເຮັດ​ໃນ​ທີ່​ລັບລີ້​ນັ້ນ​ກໍ​ຍັງ​ໜ້າອັບອາຍ.</verse>
				<verse number="13">ແຕ່​ທຸກ​ສິ່ງ​ທີ່​ຖືກ​ເປີດເຜີຍ​ອອກມາ​ໂດຍ​ຄວາມສະຫວ່າງ​ກໍ​ປາກົດ​ແຈ້ງ ແລະ ທຸກສິ່ງ​ທີ່​ສ່ອງແສງ​ອອກ​ກໍ​ກາຍເປັນ​ຄວາມສະຫວ່າງ.</verse>
				<verse number="14">ດ້ວຍເຫດນີ້​ຈຶ່ງ​ມີ​ຄຳ​ກ່າວ​ວ່າ: “ຄົນ​ທີ່​ຫລັບ​ເອີຍ, ຈົ່ງ​ຕື່ນຂຶ້ນ, ຈົ່ງ​ຟື້ນຄືນ​ມາ​ຈາກ​ຄວາມຕາຍ, ແລະ ພຣະຄຣິດເຈົ້າ​ຈະ​ສ່ອງສະຫວ່າງ​ໃສ່​ເຈົ້າ”.</verse>
				<verse number="15">ດັ່ງນັ້ນ ພວກເຈົ້າ​ທັງຫລາຍ​ຈົ່ງ​ລະວັງ​ໃນ​ການດຳເນີນຊີວິດ​ໃຫ້​ດີ ຢ່າ​ດຳເນີນຊີວິດ​ເໝືອນ​ຄົນ​ໄຮ້ປັນຍາ ແຕ່​ຈົ່ງ​ດຳເນີນຊີວິດ​ໃຫ້​ເໝືອນ​ຄົນ​ມີປັນຍາ,</verse>
				<verse number="16">ຈົ່ງ​ຮູ້ຈັກ​ໃຊ້​ທຸກ​ໂອກາດ ເພາະ​ເວລາ​ນີ້​ເປັນ​ຍຸກ​ຊົ່ວຮ້າຍ.</verse>
				<verse number="17">ເຫດສະນັ້ນ ຢ່າ​ເປັນ​ຄົນໂງ່ ແຕ່​ຈົ່ງ​ເຂົ້າໃຈ​ຄວາມ​ປະສົງ​ຂອງ​ອົງພຣະຜູ້ເປັນເຈົ້າ​ວ່າ​ເປັນ​ຢ່າງໃດ.</verse>
				<verse number="18">ຢ່າ​ເມົາ​ເຫລົ້າອະງຸ່ນ​ທີ່​ພາ​ໃຫ້​ເສຍ​ຄົນ. ແຕ່​ຈົ່ງ​ເຕັມລົ້ນ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ດີ​ກວ່າ.</verse>
				<verse number="19">ຈົ່ງ​ສົນທະນາ​ກັນ​ດ້ວຍ​ເພງສັນລະເສີນ, ເພງ​ນະມັດສະການ ແລະ ບົດເພງ​ຈາກ​ພຣະວິນຍານ. ຈົ່ງ​ຮ້ອງ ແລະ ບັນເລງ​ເພງ​ຈາກ​ຈິດໃຈ​ຂອງ​ພວກເຈົ້າ​ຖວາຍ​ແກ່​ອົງພຣະຜູ້ເປັນເຈົ້າ,</verse>
				<verse number="20">ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ພຣະບິດາ​ຢູ່​ສະເໝີ​ສຳລັບ​ທຸກສິ່ງ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.</verse>
				<verse number="21">ຈົ່ງ​ຍອມ​ເຊື່ອຟັງ​ກັນແລະກັນ​ດ້ວຍ​ຄວາມ​ຢຳເກງ​ພຣະຄຣິດເຈົ້າ.</verse>
				<verse number="22">ຝ່າຍ​ເມຍ​ທັງຫລາຍ ຈົ່ງ​ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ​ເໝືອນດັ່ງ​ທີ່​ພວກເຈົ້າ​ຍອມ​ເຊື່ອຟັງ​ອົງພຣະຜູ້ເປັນເຈົ້າ,</verse>
				<verse number="23">ເພາະ​ຜົວ​ເປັນ​ຫົວ​ຂອງ​ເມຍ​ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ເປັນ​ຫົວ​ຂອງ​ຄຣິສຕະຈັກ, ກາຍ​ຂອງ​ພຣະອົງ ພຣະອົງ​ຍັງ​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ.</verse>
				<verse number="24">ບັດນີ້ ຂະນະ​ທີ່​ຄຣິສຕະຈັກ​ຍອມ​ເຊື່ອຟັງ​ພຣະຄຣິດເຈົ້າ, ດັ່ງນັ້ນ ເມຍ​ກໍ​ຄວນ​ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ​ໃນ​ທຸກ​ສິ່ງ​ເໝືອນກັນ.</verse>
				<verse number="25">ຝ່າຍ​ຜົວ​ທັງຫລາຍ ຈົ່ງ​ຮັກ​ເມຍ​ຂອງ​ຕົນ ເໝືອນ​ດັ່ງ​ທີ່​ພຣະຄຣິດເຈົ້າ​ຮັກ​ຄຣິສຕະຈັກ ແລະ ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ຄຣິສຕະຈັກ</verse>
				<verse number="26">ເພື່ອ​ເຮັດ​ໃຫ້​ຄຣິສຕະຈັກ​ບໍລິສຸດ​ໂດຍ​ການ​ຊຳລະ ​ຄຣິສຕະຈັກ​ນັ້ນ​ດ້ວຍ​ນ້ຳ​ຜ່ານທາງ​ພຣະຄຳ,</verse>
				<verse number="27">ແລະ ເພື່ອ​ຖວາຍ​ຄຣິສຕະຈັກ​ນັ້ນ​ແກ່​ພຣະອົງ​ເອງ​ເປັນ​ຄຣິສຕະຈັກ​ທີ່​ສະຫງ່າງາມ, ປາດສະຈາກ​ຮອຍ​ດ່າງ ຫລື ຮອຍ​ຫຍໍ່ ຫລື ຕຳໜິ​ໃດໆ ແຕ່​ບໍລິສຸດ ແລະ ບໍ່ມີຕຳໜິ.</verse>
				<verse number="28">ດັ່ງນັ້ນ​ແຫລະ ຜົວ​ຈຶ່ງ​ຄວນ​ຮັກ​ເມຍ​ຂອງ​ຕົນ​ເໝືອນດັ່ງ​ຮັກ​ຮ່າງກາຍ​ຂອງ​ຕົນເອງ. ຜູ້​ທີ່​ຮັກ​ເມຍ​ຂອງ​ຕົນ​ກໍ​ຮັກ​ຕົນເອງ.</verse>
				<verse number="29">ເຖິງຢ່າງໃດ​ກໍ​ຕາມ ບໍ່​ມີ​ຜູ້ໃດ​ກຽດຊັງ​ຮ່າງກາຍ​ຂອງ​ຕົນເອງ, ແຕ່​ພວກເຂົາ​ລ້ຽງດູ ແລະ ທະນຸຖະໜອມ​ຮ່າງກາຍ​ຂອງ​ພວກເຂົາ​ເໝືອນ​ດັ່ງ​ພຣະຄຣິດເຈົ້າ​ກະທຳ​ແກ່​ຄຣິສຕະຈັກ.</verse>
				<verse number="30">ເພາະວ່າ​ພວກເຮົາ​ທັງຫລາຍ​ເປັນ​ອະໄວຍະວະ​ໃນ​ກາຍ​ຂອງ​ພຣະອົງ.</verse>
				<verse number="31">“ດ້ວຍເຫດນີ້ ຜູ້ຊາຍ​ຈຶ່ງ​ອອກ​ຈາກ​ພໍ່ແມ່​ຂອງ​ຕົນ​ໄປ​ຜູກພັນ​ຢູ່​ກັບ​ເມຍ​ຂອງ​ຕົນ ແລະ ທັງ​ສອງ​ກໍ​ເປັນ​ກາຍ​ດຽວ​ກັນ”.</verse>
				<verse number="32">ນີ້​ແມ່ນ​ຄວາມເລິກລັບ​ອັນ​ເລິກເຊິ່ງ ແຕ່​ຂ້າພະເຈົ້າ​ກຳລັງ​ເວົ້າ​ເຖິງ​ພຣະຄຣິດເຈົ້າ ແລະ ຄຣິສຕະຈັກ.</verse>
				<verse number="33">ເຖິງຢ່າງໃດ​ກໍ​ຕາມ ພວກເຈົ້າ​ແຕ່ລະຄົນ​ຕ້ອງ​ຮັກ​ເມຍ​ຂອງ​ຕົນ​ເໝືອນດັ່ງ​ຮັກ​ຕົນເອງ ແລະ ເມຍ​ກໍ​ຕ້ອງ​ເຄົາລົບ​ຜົວ​ຂອງ​ຕົນ.</verse>
			</chapter>
			<chapter number="6">
				<verse number="1">ຝ່າຍ​ລູກ​ທັງຫລາຍ ຈົ່ງ​ເຊື່ອຟັງ​ພໍ່ແມ່​ຂອງ​ຕົນ​ໃນ​ອົງພຣະຜູ້ເປັນເຈົ້າ ເພາະ​ນີ້​ເປັນ​ສິ່ງ​ທີ່​ຖືກຕ້ອງ.</verse>
				<verse number="2">“ຈົ່ງ​ໃຫ້ກຽດ​ພໍ່ ແລະ ແມ່​ຂອງ​ພວກເຈົ້າ” ເຊິ່ງ​ເປັນ​ພຣະບັນຍັດ​ຂໍ້​ທຳອິດ​ທີ່​ມີ​ມາ​ພ້ອມ​ກັບ​ຄຳ​ສັນຍາ</verse>
				<verse number="3">“ເພື່ອ​ວ່າ​ພວກເຈົ້າ​ຈະ​ຢູ່ເຢັນເປັນສຸກ ແລະ ມີຊີວິດ​ຍືນຍາວ​ຢູ່​ເທິງ​ແຜ່ນດິນໂລກ”.</verse>
				<verse number="4">ຝ່າຍ​ພໍ່​ທັງຫລາຍ, ຢ່າ​ເຮັດ​ໃຫ້​ລູກ​ຂອງ​ຕົນ​ຂັດເຄືອງໃຈ; ແຕ່​ຈົ່ງ​ນຳ​ພວກເຂົາ​ເຂົ້າ​ມາ​ສູ່​ການອົບຮົມ ແລະ ການສັ່ງສອນ​ຂອງ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="5">ຜູ້​ທີ່​ເປັນ​ຂ້າທາດ, ຈົ່ງ​ນັບຖື​ນາຍ​ຂອງ​ພວກເຈົ້າ​ທີ່​ຢູ່​ໂລກ​ນີ້​ດ້ວຍ​ຄວາມເຄົາລົບ ແລະ ຢຳເກງ​ດ້ວຍ​ຄວາມຈິງ​ໃຈ ເໝືອນດັ່ງ​ພວກເຈົ້າ​ເຊື່ອຟັງ​ພຣະຄຣິດເຈົ້າ.</verse>
				<verse number="6">ບໍ່​ພຽງແຕ່​ເຊື່ອຟັງ​ນາຍ​ເມື່ອ​ຢູ່​ຕໍ່ໜ້າ​ເພື່ອ​ໃຫ້​ພວກເພິ່ນ​ພໍໃຈ​ເທົ່ານັ້ນ, ແຕ່​ໃຫ້​ເປັນ​ເໝືອນ​ຂ້າທາດ​ຂອງ​ພຣະຄຣິດເຈົ້າ ຄື​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ຈາກ​ໃຈ​ຂອງ​ພວກເຈົ້າ.</verse>
				<verse number="7">ຈົ່ງ​ຮັບໃຊ້​ດ້ວຍ​ຄວາມເຕັມໃຈ​ເໝືອນ​ກັບ​ກຳລັງ​ຮັບໃຊ້​ອົງພຣະຜູ້ເປັນເຈົ້າ ບໍ່​ແມ່ນ​ຮັບໃຊ້​ມະນຸດ,</verse>
				<verse number="8">ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ອົງພຣະຜູ້ເປັນເຈົ້າ​ຈະ​ໃຫ້​ບຳເໜັດ​ແກ່​ທຸກຄົນ​ໃນ​ທຸກສິ່ງ​ທີ່​ພວກເຂົາ​ເຮັດ​ດີ, ບໍ່​ວ່າ​ຄົນ​ນັ້ນ​ຈະ​ເປັນ​ຂ້າທາດ ຫລື ເປັນ​ອິດສະຫລະ.</verse>
				<verse number="9">ແລະ ຜູ້​ທີ່​ເປັນ​ນາຍ ກໍ​ຈົ່ງ​ປະຕິບັດ​ຕໍ່​ຂ້າທາດ​ຂອງ​ຕົນ​ໃນ​ທຳນອງ​ດຽວ​ກັນ​ນີ້. ຢ່າ​ຂົ່ມຂູ່​ພວກເຂົາ, ດ້ວຍ​ວ່າ​ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ພຣະອົງ​ຜູ້​ເປັນ​ທັງ​ເຈົ້ານາຍ​ຂອງ​ພວກເຂົາ ແລະ ເຈົ້ານາຍ​ຂອງ​ພວກເຈົ້າ​ນັ້ນ​ຢູ່​ໃນ​ສະຫວັນ ແລະ ພຣະອົງ​ບໍ່​ໄດ້​ມີ​ຄວາມລຳອຽງ.</verse>
				<verse number="10">ສຸດທ້າຍ​ນີ້ ຈົ່ງ​ເຂັ້ມແຂງ​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ໃນ​ລິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.</verse>
				<verse number="11">ຈົ່ງ​ສວມ​ຍຸດທະພັນ​ຄົບຊຸດ​ຂອງ​ພຣະເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ຢືນ​ຕົວ​ຕໍ່ສູ້​ກັບ​ກົນອຸບາຍ​ຂອງ​ມານຮ້າຍ​ໄດ້.</verse>
				<verse number="12">ເພາະ​ພວກເຮົາ​ບໍ່​ໄດ້​ຕໍ່ສູ້​ກັບ​ເນື້ອໜັງ ແລະ ເລືອດ, ແຕ່​ຕໍ່ສູ້​ກັບ​ບັນດາ​ຜູ້ປົກຄອງ, ຕໍ່ສູ້​ກັບ​ຜູ້​ມີ​ສິດອຳນາດ, ຕໍ່ສູ້​ກັບ​ອຳນາດ​ແຫ່ງ​ຄວາມມືດ​ຂອງ​ໂລກ​ນີ້ ແລະ ຕໍ່ສູ້​ກັບ​ບັນດາ​ວິນຍານ​ຝ່າຍ​ຄວາມ​ຊົ່ວຮ້າຍ​ໃນ​ອາກາດ​ສະຖານ.</verse>
				<verse number="13">ເຫດສະນັ້ນ ຈົ່ງ​ສວມ​ຍຸດທະພັນ​ຄົບ​ຊຸດ​ຂອງ​ພຣະເຈົ້າ ເພື່ອ​ວ່າ​ເມື່ອ​ວັນ​ຊົ່ວຮ້າຍ​ມາ​ເຖິງ ພວກເຈົ້າ​ຈະ​ສາມາດ​ຢືນ​ຕົວ​ໄດ້ ແລະ ຫລັງຈາກ​ພວກເຈົ້າ​ໄດ້​ເຮັດ​ທຸກ​ສິ່ງ​ແລ້ວ​ກໍ​ຢືນ​ຕົວ​ຢູ່​ໄດ້.</verse>
				<verse number="14">ດັ່ງນັ້ນ ພວກເຈົ້າ​ທັງຫລາຍ​ຈົ່ງ​ຢືດໝັ້ນ​ໂດຍ​ເອົາ​ສາຍແອວ​ແຫ່ງ​ຄວາມຈິງ​ຮັດ​ແອວ​ຂອງ​ພວກເຈົ້າ​ໄວ້, ສວມ​ເສື້ອເກາະປ້ອງກັນເອິກ​ແຫ່ງ​ຄວາມຊອບທຳ</verse>
				<verse number="15">ແລະ ເອົາ​ຄວາມພ້ອມ​ທີ່​ມາ​ຈາກ​ຂ່າວປະເສີດ​ແຫ່ງ​ສັນຕິສຸກ​ມາ​ສຸບ​ໃສ່​ຕີນ​ຂອງ​ພວກເຈົ້າ.</verse>
				<verse number="16">ນອກຈາກ​ທີ່​ກ່າວ​ມາ​ທັງໝົດ​ນີ້​ແລ້ວ ຈົ່ງ​ຢຶດ​ເອົາ​ກຳບັງ​ແຫ່ງ​ຄວາມເຊື່ອ ດ້ວຍ​ກຳບັງ​ນັ້ນ​ພວກເຈົ້າ​ຈຶ່ງ​ສາມາດ​ດັບ​ລູກສອນໄຟ​ທັງໝົດ​ຂອງ​ມານຮ້າຍ​ໄດ້.</verse>
				<verse number="17">ຈົ່ງ​ສວມ​ໝວກເກາະ​ແຫ່ງ​ຄວາມພົ້ນ ແລະ ຖື​ດາບ​ແຫ່ງ​ພຣະວິນຍານ ເຊິ່ງ​ແມ່ນ​ພຣະຄຳ​ຂອງ​ພຣະເຈົ້າ.</verse>
				<verse number="18">ແລະ ຈົ່ງ​ອະທິຖານ​ໃນ​ພຣະວິນຍານ​ໃນ​ທຸກ​ໂອກາດ​ດ້ວຍ​ການອະທິຖານ ແລະ ການ​ຮ້ອງຂໍ​ທຸກ​ຮູບແບບ. ໂດຍ​ຄຳນຶງ​ເຖິງ​ສິ່ງ​ນີ້, ຈົ່ງ​ເຝົ້າລະວັງ​ໃນ​ການອະທິຖານ​ເພື່ອ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢູ່​ສະເໝີ.</verse>
				<verse number="19">ແລະ ຂໍ​ໃຫ້​ອະທິຖານ​ເພື່ອ​ເຮົາ​ດ້ວຍ, ເພື່ອ​ວ່າ​ເມື່ອ​ໃດ​ທີ່​ເຮົາ​ກ່າວ ພຣະອົງ​ຈະ​ໃຫ້​ຖ້ອຍຄຳ​ແກ່​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ກ້າຫານ​ໃນ​ການ​ເຮັດ​ໃຫ້​ຄວາມເລິກລັບ​ຂອງ​ຂ່າວປະເສີດ​ເປັນ​ທີ່​ຮູ້ຈັກ,</verse>
				<verse number="20">ເພາະ​ຍ້ອນ​ຂ່າວປະເສີດ​ນີ້​ແຫລະ ເຮົາ​ຈຶ່ງ​ເປັນ​ທູດ​ທີ່​ຖືກ​ລ່າມ​ໂສ້​ຢູ່. ຈົ່ງ​ອະທິຖານ​ເພື່ອ​ວ່າ​ເຮົາ​ຈະ​ປະກາດ​ຂ່າວປະເສີດ​ນັ້ນ​ຢ່າງ​ກ້າຫານ​ຕາມ​ທີ່​ເຮົາ​ຄວນ​ຈະ​ກ່າວ.</verse>
				<verse number="21">ຕີຂີໂກ ນ້ອງຊາຍ​ທີ່ຮັກ ແລະ ເປັນ​ຜູ້ຮັບໃຊ້​ທີ່​ສັດຊື່​ໃນ​ອົງພຣະຜູ້ເປັນເຈົ້າ ຈະ​ເລົ່າ​ທຸກ​ສິ່ງ​ໃຫ້​ພວກເຈົ້າ​ຟັງ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຢູ່​ຢ່າງໃດ ແລະ ກຳລັງ​ເຮັດ​ຫຍັງ.</verse>
				<verse number="22">ເຮົາ​ກຳລັງ​ສົ່ງ​ລາວ​ມາ​ຫາ​ພວກເຈົ້າ​ກໍ​ເພາະ​ຈຸດປະສົງ​ນີ້​ແທ້, ເພື່ອ​ໃຫ້​ພວກເຈົ້າ​ຮູ້​ວ່າ​ພວກເຮົາ​ຢູ່​ຢ່າງໃດ ແລະ ເພື່ອ​ລາວ​ຈະ​ໄດ້​ໜູນໃຈ​ພວກເຈົ້າ.</verse>
				<verse number="23">ຂໍ​ໃຫ້​ສັນຕິສຸກ ແລະ ຄວາມຮັກ​ພ້ອມດ້ວຍ​ຄວາມເຊື່ອ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພີ່ນ້ອງ​ທັງຫລາຍ.</verse>
				<verse number="24">ຂໍ​ໃຫ້​ພຣະຄຸນ​ຈົ່ງ​ຢູ່​ກັບ​ບັນດາ​ຄົນ​ທັງປວງ​ທີ່​ຮັກ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມຮັກ​ທີ່​ບໍ່​ຮູ້​ເສື່ອມສູນ.</verse>
			</chapter>
		</book>
		<book number="50">
			<chapter number="1">
				<verse number="1">ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ​ທີ່​ຢູ່​ເມືອງ​ຟີລິບປອຍ ພ້ອມ​ທັງ​ບັນດາ​ຜູ້ປົກຄອງ ແລະ ຜູ້ດູແລ​ທຸກຄົນ:</verse>
				<verse number="2">ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ແລະ ຈາກ​ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.</verse>
				<verse number="3">ເຮົາ​ກໍ​ຂອບພຣະຄຸນ​ພຣະເຈົ້າ​ຂອງ​ເຮົາ​ທຸກຄັ້ງ ເມື່ອ​ເຮົາ​ລະນຶກເຖິງ​ພວກເຈົ້າ​ທັງຫລາຍ.</verse>
				<verse number="4">ທຸກຄັ້ງ​ທີ່​ເຮົາ​ອະທິຖານ​ເພື່ອ​ພວກເຈົ້າ​ທຸກຄົນ ເຮົາ​ກໍ​ອະທິຖານ​ດ້ວຍ​ຄວາມຊື່ນຊົມຍິນດີ​ສະເໝີ</verse>
				<verse number="5">ເພາະວ່າ​ພວກເຈົ້າ​ມີ​ສ່ວນ​ຮ່ວມ​ໃນ​ຂ່າວປະເສີດ​ຕັ້ງແຕ່​ມື້​ທຳອິດ​ຈົນ​ມາເຖິງ​ດຽວນີ້,</verse>
				<verse number="6">ດ້ວຍ​ຄວາມ​ໝັ້ນໃຈ​ໃນ​ເລື່ອງ​ນີ້​ວ່າ ພຣະອົງ​ຜູ້​ເລີ່ມຕົ້ນ​ການ​ດີ​ໃນ​ພວກເຈົ້າ​ນັ້ນ​ຈະ​ເຮັດ​ໃຫ້​ສຳເລັດ​ຈົນ​ເຖິງ​ວັນ​ແຫ່ງ​ພຣະຄຣິດເຈົ້າເຢຊູ.</verse>
				<verse number="7">ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮົາ​ຮູ້ສຶກ​ແບບນີ້​ກັບ​ພວກເຈົ້າ​ທຸກຄົນ, ເນື່ອງຈາກ​ເຮົາ​ມີ​ພວກເຈົ້າ​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ, ບໍ່​ວ່າ​ເຮົາ​ກຳລັງ​ຖືກ​ລ່າມໂສ້ ຫລື ກຳລັງ​ກ່າວ​ປ້ອງກັນ ແລະ ກຳລັງ​ຢືນຢັນ​ຂ່າວປະເສີດ​ຢູ່​ກໍ​ຕາມ, ພວກເຈົ້າ​ທັງໝົດ​ກໍ​ໄດ້​ຮັບ​ສ່ວນແບ່ງ​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ຮ່ວມ​ກັບ​ເຮົາ.</verse>
				<verse number="8">ພຣະເຈົ້າ​ເປັນ​ພະຍານ​ໄດ້​ວ່າ​ເຮົາ​ປາຖະໜາ​ຈະ​ພົບ​ພວກເຈົ້າ​ດ້ວຍ​ຄວາມຮັກ​ຂອງ​ພຣະຄຣິດເຈົ້າເຢຊູ​ຫລາຍ​ຂະໜາດ​ໃດ.</verse>
				<verse number="9">ແລະ ນີ້​ແມ່ນ​ຄຳອະທິຖານ​ຂອງ​ເຮົາ​ຄື: ຂໍ​ໃຫ້​ຄວາມຮັກ​ຂອງ​ພວກເຈົ້າ​ຈະ​ເພີ່ມຂຶ້ນ​ເລື້ອຍໆ​ໃນ​ຄວາມຮູ້ ແລະ ຄວາມເຂົ້າໃຈ​ອັນ​ເລິກເຊິ່ງ,</verse>
				<verse number="10">ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ສາມາດ​ທົດສອບ​ໄດ້​ວ່າ​ສິ່ງ​ໃດ​ດີ​ທີ່ສຸດ ແລະ ເພື່ອ​ພວກເຈົ້າ​ຈະ​ໄດ້​ບໍລິສຸດ ແລະ ບໍ່​ມີ​ຕຳໜິ​ສຳລັບ​ວັນ​ຂອງ​ພຣະຄຣິດເຈົ້າ,</verse>
				<verse number="11">ເຊິ່ງ​ເຕັມລົ້ນ​ດ້ວຍ​ຜົນ​ຂອງ​ຄວາມຊອບທຳ​ທີ່​ມາ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ ເພື່ອ​ສະຫງ່າລາສີ ແລະ ການສັນລະເສີນ​ພຣະເຈົ້າ.</verse>
				<verse number="12">ພີ່ນ້ອງ​ທັງຫລາຍ​ເອີຍ, ບັດນີ້​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ແທ້ຈິງ​ແລ້ວ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ເຮົາ​ນັ້ນ ກໍ​ເພື່ອ​ເຮັດ​ໃຫ້​ຂ່າວປະເສີດ​ແຜ່ຂະຫຍາຍ​ອອກ​ໄປ.</verse>
				<verse number="13">ດັ່ງ​ຜົນ​ທີ່​ປາກົດ​ກໍ​ຄື ທະຫານ​ທຸກຄົນ​ທີ່​ຮັກສາ​ລາຊະວັງ ແລະ ຄົນ​ອື່ນໆ​ກໍ​ຮູ້​ແຈ້ງ​ທົ່ວ​ກັນ​ວ່າ​ເຮົາ​ຖືກ​ລ່າມໂສ້​ນັ້ນ​ກໍ​ເພື່ອ​ພຣະຄຣິດເຈົ້າ.</verse>
				<verse number="14">ແລະ ເພາະ​ການ​ທີ່​ເຮົາ​ຖືກ​ລ່າມໂສ້​ນັ້ນ ເຮັດ​ໃຫ້​ພີ່ນ້ອງ​ສ່ວນຫລາຍ​ມີ​ຄວາມ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ທ້າທາຍ​ທຸກຄົນ​ໃຫ້​ປະກາດ​ຂ່າວປະເສີດ​ໂດຍ​ບໍ່​ໄດ້​ຢ້ານກົວ.</verse>
				<verse number="15">ກໍ​ເປັນ​ຄວາມຈິງ​ທີ່​ບາງຄົນ​ໄດ້​ປະກາດ​ພຣະຄຣິດເຈົ້າ​ດ້ວຍ​ຈິດໃຈ​ທີ່​ອິດສາ ແລະ ຊິງດີຊິງເດັ່ນ​ກັນ, ແຕ່​ກໍ​ມີ​ຄົນ​ອື່ນ​ທີ່​ປະກາດ​ດ້ວຍ​ເຈດຕະນາດີ.</verse>
				<verse number="16">ຄົນ​ກຸ່ມ​ຕໍ່ມາ​ປະກາດ​ດ້ວຍ​ຄວາມຮັກ, ເພາະ​ຮູ້​ວ່າ​ເຮົາ​ຖືກ​ຂັງ​ຢູ່​ບ່ອນນີ້​ກໍ​ເພື່ອ​ປ້ອງກັນ​ຂ່າວປະເສີດ.</verse>
				<verse number="17">ສ່ວນ​ຄົນ​ພວກ​ທຳອິດ​ນັ້ນ​ປະກາດ​ພຣະຄຣິດເຈົ້າ​ດ້ວຍ​ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ບໍ່​ຈິງໃຈ, ພວກເຂົາ​ຫວັງ​ຈະ​ສ້າງ​ຄວາມເດືອດຮ້ອນ​ໃຫ້​ເຮົາ​ໃນ​ຂະນະ​ທີ່​ຖືກ​ລ່າມໂສ້​ຢູ່.</verse>
				<verse number="18">ແຕ່​ສິ່ງ​ນີ້​ຈະ​ເປັນ​ຫຍັງ? ສິ່ງ​ສຳຄັນ​ກໍ​ຄື​ໃນ​ທຸກໆ​ດ້ານ ບໍ່​ວ່າ​ຈະ​ເຮັດ​ດ້ວຍ​ແຮງຈູງໃຈ​ທີ່​ຜິດ ຫລື ຖືກ, ພວກເຂົາ​ກໍ​ໄດ້​ປະກາດ​ພຣະຄຣິດເຈົ້າ​ແລ້ວ. ແລະ ເພາະ​ສິ່ງ​ນີ້​ແຫລະ​ເຮົາ​ຈຶ່ງ​ຊື່ນຊົມຍິນດີ. ແມ່ນ​ແລ້ວ ແລະ ເຮົາ​ຈະ​ຊື່ນຊົມຍິນດີ​ຕໍ່ໄປ,</verse>
				<verse number="19">ເພາະ​ເຮົາ​ຮູ້​ວ່າ​ຜ່ານ​ທາງ​ຄຳອະທິຖານ​ຂອງ​ພວກເຈົ້າ ແລະ ການຈັດຕຽມ​ຂອງ​ພຣະເຈົ້າ​ໂດຍ​ພຣະວິນຍານ​ຂອງ​ພຣະເຢຊູຄຣິດເຈົ້າ ສິ່ງ​ທີ່​ເກີດຂຶ້ນ​ກັບ​ເຮົາ​ຈະ​ເປັນ​ການປົດປ່ອຍ​ເຮົາ​ໃຫ້​ລອດພົ້ນ.</verse>
				<verse number="20">ເຮົາ​ຄາດໝາຍ ແລະ ຫວັງ​ຢ່າງ​ກະຕືລືລົ້ນ​ວ່າ​ເຮົາ​ຈະ​ບໍ່​ຖືກ​ອັບອາຍ​ໃນ​ທາງ​ໃດ​ເລີຍ, ແຕ່​ຈະ​ມີ​ຄວາມກ້າຫານ​ພຽງພໍ ເພື່ອວ່າ​ບັດນີ້ ພຣະຄຣິດເຈົ້າ​ຈະ​ໄດ້​ຮັບ​ກຽດ​ເພາະ​ຮ່າງກາຍ​ຂອງ​ເຮົາ​ເໝືອນດັ່ງ​ທີ່​ເຄີຍ​ໄດ້​ຮັບ​ມາ​ຕະຫລອດ, ບໍ່​ວ່າ​ໂດຍ​ການ​ມີ​ຊີວິດ​ຢູ່ ຫລື ໂດຍ​ຄວາມຕາຍ​ກໍ​ຕາມ.</verse>
				<verse number="21">ເພາະ​ສຳລັບ​ເຮົາ, ທີ່​ຈະ​ມີຊີວິດ​ຢູ່​ກໍ​ເພື່ອ​ພຣະຄຣິດເຈົ້າ ແລະ ທີ່​ຈະ​ຕາຍ​ກໍ​ເປັນ​ກຳໄລ.</verse>
				<verse number="22">ຖ້າ​ເຮົາ​ຍັງ​ມີຊີວິດ​ຢູ່​ໃນ​ຮ່າງກາຍ​ນີ້​ຕໍ່ໄປ ນີ້​ກໍ​ຈະ​ໝາຍຄວາມ​ວ່າ​ພາລະກິດ​ຂອງ​ເຮົາ​ເກີດຜົນ. ແຕ່​ເຮົາ​ຈະ​ເລືອກ​ເອົາ​ທາງ​ໃດ? ເຮົາ​ກໍ​ບໍ່​ຮູ້!</verse>
				<verse number="23">ເຮົາ​ຍັງ​ລັງເລໃຈ​ຢູ່​ລະຫວ່າງ​ສອງ​ທາງ ເຮົາ​ປາຖະໜາ​ຢາກ​ຈາກ​ໄປ​ແລ້ວ​ຢູ່​ກັບ​ພຣະຄຣິດເຈົ້າ, ເຊິ່ງ​ປະເສີດ​ຫລາຍ​ກວ່າ,</verse>
				<verse number="24">ແຕ່​ເປັນ​ສິ່ງ​ທີ່​ຈຳເປັນ​ສຳລັບ​ພວກເຈົ້າ​ຫລາຍກວ່າ​ທີ່​ເຮົາ​ຍັງ​ມີຊີວິດ​ຢູ່​ໃນ​ຮ່າງກາຍ.</verse>
				<verse number="25">ເມື່ອ​ແນ່ໃຈ​ຢ່າງນີ້​ແລ້ວ, ເຮົາ​ກໍ​ຮູ້​ວ່າ​ເຮົາ​ຈະ​ຍັງ​ຢູ່ ແລະ ເຮົາ​ຈະ​ສືບຕໍ່​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເພື່ອ​ຄວາມກ້າວໜ້າ ແລະ ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ໃນ​ຄວາມເຊື່ອ,</verse>
				<verse number="26">ເພື່ອ​ວ່າ​ເມື່ອ​ເຮົາ​ໄດ້​ຢູ່​ກັບ​ພວກເຈົ້າ​ອີກ ຄວາມໂອ້ອວດ​ໃນ​ພຣະຄຣິດເຈົ້າເຢຊູ​ຂອງ​ພວກເຈົ້າ​ກໍ​ຈະ​ອຸດົມສົມບູນ​ເນື່ອງ​ຈາກ​ເຮົາ.</verse>
				<verse number="27">ບໍ່​ວ່າ​ສິ່ງໃດ​ຈະ​ເກີດຂຶ້ນ, ພວກເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່​ວ່າ​ເຮົາ​ຈະ​ມາ​ຫາ​ພວກເຈົ້າ ຫລື ພຽງ​ແຕ່​ໄດ້​ຍິນ​ກ່ຽວກັບ​ພວກເຈົ້າ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ກໍ​ຕາມ, ເຮົາ​ຈະ​ຮູ້​ວ່າ​ພວກເຈົ້າ​ຕັ້ງໝັ້ນຄົງ​ໃນ​ພຣະວິນຍານ​ອົງ​ດຽວ​ກັນ, ຕໍ່ສູ້​ຮ່ວມກັນ​ເໝືອນ​ເປັນ​ຄົນ​ດຽວ​ກັນ​ເພື່ອ​ຄວາມເຊື່ອ​ແຫ່ງ​ຂ່າວປະເສີດ</verse>
				<verse number="28">ໂດຍ​ບໍ່​ມີ​ຄວາມຢ້ານກົວ​ອັນໃດ​ຕໍ່​ບັນດາ​ຜູ້​ທີ່​ຕໍ່ຕ້ານ​ພວກເຈົ້າ. ນີ້​ເປັນ​ເຄື່ອງໝາຍ​ໃຫ້​ພວກເຂົາ​ຮູ້​ວ່າ​ພວກເຂົາ​ຈະ​ຖືກ​ທຳລາຍ, ແຕ່​ວ່າ​ພວກເຈົ້າ​ຈະ​ລອດພົ້ນ​ໂດຍ​ພຣະເຈົ້າ.</verse>
				<verse number="29">ເພາະ​ພຣະເຈົ້າ​ໄດ້​ໃຫ້​ສິດທິ​ພິເສດ​ແກ່​ພວກເຈົ້າ​ໃນ​ນາມ​ພຣະຄຣິດເຈົ້າ​ບໍ່​ແມ່ນ​ພຽງ​ໃຫ້​ພວກເຈົ້າ​ເຊື່ອ​ໃນ​ພຣະອົງ​ເທົ່ານັ້ນ, ແຕ່​ໃຫ້​ທົນທຸກ​ເພາະ​ເຫັນ​ແກ່​ພຣະອົງ​ດ້ວຍ,</verse>
				<verse number="30">ເພາະ​ພວກເຈົ້າ​ເອງ​ກໍ​ກຳລັງ​ຕໍ່ສູ້​ຢ່າງ​ດຽວ​ກັນ​ກັບ​ທີ່​ພວກເຈົ້າ​ໄດ້​ເຫັນ​ເຮົາ​ຕໍ່ສູ້​ມາ​ແລ້ວ ແລະ ບັດນີ້ ພວກເຈົ້າ​ກໍ​ໄດ້​ຍິນ​ວ່າ​ເຮົາ​ກໍ​ຍັງ​ຕໍ່ສູ້​ຢູ່.</verse>
			</chapter>
			<chapter number="2">
				<verse number="1">ເຫດສະນັ້ນ ຖ້າ​ພວກເຈົ້າ​ໄດ້​ຮັບ​ກຳລັງໃຈ​ຈາກ​ການ​ເປັນ​ອັນໜຶ່ງອັນດຽວ​ກັບ​ພຣະຄຣິດເຈົ້າ, ຖ້າ​ໄດ້​ຮັບ​ການເລົ້າໂລມ​ຈາກ​ຄວາມຮັກ​ຂອງ​ພຣະອົງ, ຖ້າ​ໄດ້​ຮ່ວມ​ສາມັກຄີທຳ​ໃນ​ພຣະວິນຍານບໍລິສຸດເຈົ້າ, ຖ້າ​ໄດ້​ຮັບ​ຄວາມອ່ອນໂຍນ ແລະ ຄວາມເມດຕາ,</verse>
				<verse number="2">ແລ້ວ​ກໍ​ຈົ່ງ​ເຮັດ​ໃຫ້​ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ບໍລິບູນ​ໂດຍ​ມີ​ຄວາມຄິດ​ຢ່າງດຽວກັນ, ມີ​ຄວາມຮັກ​ຢ່າງດຽວກັນ, ເປັນ​ໜຶ່ງ​ດຽວ​ກັນ​ໃນ​ຈິດວິນຍານ ແລະ ມີ​ຈິດໃຈ​ອັນ​ດຽວ​ກັນ.</verse>
				<verse number="3">ຢ່າ​ເຮັດ​ສິ່ງ​ໃດ​ດ້ວຍ​ຄວາມ​ທະເຍີທະຍານ​ທີ່​ເຫັນແກ່ຕົວ ຫລື ການ​ອວດດີ​ທີ່​ໄຮ້ປະໂຫຍດ. ແຕ່​ຈົ່ງ​ເຮັດ​ດ້ວຍ​ຄວາມຖ່ອມໃຈ​ຖື​ວ່າ​ຄົນ​ອື່ນ​ດີ​ກວ່າ​ຕົນ.</verse>
				<verse number="4">ຢ່າ​ໃຫ້​ຜູ້ໃດ​ເຫັນ​ແກ່​ຜົນປະໂຫຍດ​ຂອງ​ຕົນ​ຝ່າຍ​ດຽວ ແຕ່​ພວກເຈົ້າ​ທຸກ​ຄົນ​ຈົ່ງ​ເຫັນ​ແກ່​ຜົນປະໂຫຍດ​ຂອງ​ຄົນ​ອື່ນ​ດ້ວຍ.</verse>
				<verse number="5">ໃນ​ຄວາມສຳພັນ​ຂອງ​ພວກເຈົ້າ​ຕໍ່​ຄົນອື່ນ​ນັ້ນ, ຈົ່ງ​ມີ​ຄວາມຄິດ​ເຊັ່ນດຽວ​ກັນ​ກັບ​ພຣະຄຣິດເຈົ້າເຢຊູ.</verse>
				<verse number="6">ຜູ້​ມີ​ສະພາບ ​ເປັນ​ພຣະເຈົ້າ, ແຕ່​ບໍ່​ໄດ້​ຄິດ​ໃຊ້​ເພື່ອ​ຄວາມ​ເທົ່າທຽມ​ກັບ​ພຣະເຈົ້າ​ເພື່ອ​ຜົນປະໂຫຍດ​ຂອງ​ພຣະອົງ​ເອງ,</verse>
				<verse number="7">ແຕ່​ພຣະອົງ​ໄດ້​ສະຫລະ​ທຸກ​ສິ່ງ ມາ​ຮັບ​ສະພາບ ​ເປັນ​ຜູ້ຮັບໃຊ້, ບັງເກີດ​ເປັນ​ມະນຸດ.</verse>
				<verse number="8">ແລະ ເມື່ອ​ປາກົດ​ໃນ​ຮ່າງ​ມະນຸດ, ພຣະອົງ​ໄດ້​ຖ່ອມ​ພຣະອົງ​ເອງ​ລົງ ໂດຍ​ຍອມ​ເຊື່ອຟັງ​ຈົນ​ເຖິງ​ຄວາມຕາຍ ແມ່ນແຕ່​ຄວາມຕາຍ​ເທິງ​ໄມ້ກາງແຂນ!</verse>
				<verse number="9">ເຫດສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ຍົກ​ພຣະອົງ​ຂຶ້ນ​ສູ່​ທີ່​ສູງສຸດ ແລະ ມອບ​ນາມ​ແກ່​ພຣະອົງ ເຊິ່ງ​ເປັນ​ນາມ​ທີ່​ຢູ່​ເໜືອ​ນາມ​ທັງປວງ,</verse>
				<verse number="10">ເພື່ອ​ທຸກ​ຫົວເຂົ່າ​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນ​ໂລກ ແລະ ໃຕ້​ແຜ່ນດິນໂລກ​ຈະ​ຄຸເຂົ່າ​ລົງ​ຕໍ່​ນາມ​ຂອງ​ພຣະເຢຊູເຈົ້າ,</verse>
				<verse number="11">ແລະ ທຸກ​ລິ້ນ​ຈະ​ຍອມຮັບ​ວ່າ​ພຣະເຢຊູຄຣິດເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ, ເພື່ອ​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ​ພຣະບິດາ.</verse>
				<verse number="12">ເຫດສະນັ້ນ, ເພື່ອນ​ທີ່​ຮັກ​ທັງຫລາຍ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຊື່ອຟັງ​ຕະຫລອດ​ມາ ບໍ່​ພຽງ​ແຕ່​ໃນ​ຂະນະ​ທີ່​ເຮົາ​ຢູ່​ນໍາ, ແຕ່​ບັດນີ້ ຈົ່ງ​ເຊື່ອຟັງ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ນໍາ ຈົ່ງ​ບາກບັ່ນ​ຕໍ່ໄປ​ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ຢຳເກງ ແລະ ຕົວສັ່ນ,</verse>
				<verse number="13">ເພາະວ່າ​ແມ່ນ​ພຣະເຈົ້າ​ເປັນ​ຜູ້​ກະທຳການ​ຢູ່​ພາຍໃນ​ພວກເຈົ້າ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງໃຈ ແລະ ການກະທຳ​ເພື່ອ​ໃຫ້​ບັນລຸ​ຈຸດປະສົງ​ອັນ​ດີ​ຂອງ​ພຣະອົງ.</verse>
				<verse number="14">ຈົ່ງ​ເຮັດ​ທຸກສິ່ງ​ໂດຍ​ບໍ່​ມີ​ການຈົ່ມ ຫລື ການຖົກຖຽງກັນ,</verse>
				<verse number="15">ເພື່ອ​ວ່າ​ພວກເຈົ້າ​ຈະ​ກາຍ​ເປັນ​ຜູ້​ບໍ່ມີຕຳໜິ ແລະ ບໍລິສຸດ, “ເປັນ​ລູກ​ຂອງ​ພຣະເຈົ້າ​ຜູ້​ປາດສະຈາກ​ຄວາມຜິດ​ໃນ​ຍຸກ​ທີ່​ບິດເບືອນ ແລະ ຄົດໂກງ”. ແລ້ວ​ພວກເຈົ້າ​ຈະ​ສ່ອງສະຫວ່າງ​ທ່າມກາງ​ພວກເຂົາ​ເໝືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ</verse>
				<verse number="16">ຂະນະ​ທີ່​ພວກເຈົ້າ​ໄດ້​ຢຶດໝັ້ນ​ໃນ​ພຣະຄຳ​ແຫ່ງ​ຊີວິດ. ແລະ ຫລັງຈາກ​ນັ້ນ​ເຮົາ​ກໍ​ຈະ​ສາມາດ​ອວດອ້າງ​ໄດ້​ໃນ​ວັນ​ແຫ່ງ​ພຣະຄຣິດເຈົ້າ​ວ່າ​ເຮົາ​ບໍ່​ໄດ້​ແລ່ນ ຫລື ເຮັດ​ການໜັກໜ່ວງ​ໂດຍ​ບໍ່ມີປະໂຫຍດ.</verse>
				<verse number="17">ແຕ່​ເຖິງແມ່ນວ່າ ເຮົາ​ຖືກ​ເທ​ອອກ​ເໝືອນ​ດັ່ງ​ເທ​ເຄື່ອງດື່ມ​ຖວາຍ​ໃສ່​ບ່ອນ​ຖວາຍບູຊາ ແລະ ການຮັບໃຊ້​ທີ່​ມາ​ຈາກ​ຄວາມເຊື່ອ​ຂອງ​ພວກເຈົ້າ, ເຮົາ​ກໍ​ຍັງ​ດີໃຈ ແລະ ຊື່ນຊົມຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.</verse>
				<verse number="18">ດັ່ງນັ້ນ ພວກເຈົ້າ​ກໍ​ເໝືອນກັນ​ຄວນ​ຈະ​ດີໃຈ ແລະ ຊື່ນຊົມຍິນດີ​ຮ່ວມ​ກັບ​ເຮົາ​ດ້ວຍ.</verse>
				<verse number="19">ເຮົາ​ຫວັງ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ອີກ​ບໍ່​ດົນ​ຈະ​ສົ່ງ​ຕີໂມທຽວ​ໄປ​ຫາ​ພວກເຈົ້າ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຮັບ​ຄວາມຊື່ນໃຈ​ເໝືອນກັນ​ເມື່ອ​ເຮົາ​ໄດ້ຍິນ​ຂ່າວ​ກ່ຽວກັບ​ພວກເຈົ້າ.</verse>
				<verse number="20">ເຮົາ​ບໍ່​ມີ​ຜູ້ໃດ​ທີ່​ເໝືອນ​ຕີໂມທຽວ​ຜູ້​ທີ່​ເອົາໃຈໃສ່​ໃນ​ຄວາມສຸກທຸກ​ຂອງ​ພວກເຈົ້າ​ຢ່າງ​ແທ້ຈິງ.</verse>
				<verse number="21">ເພາະ​ແຕ່ລະຄົນ​ຕ່າງ​ກໍ​ສະແຫວງ​ຫາ​ຜົນປະໂຫຍດ​ສ່ວນຕົວ​ຂອງ​ຕົນເອງ, ບໍ່​ໄດ້​ຄຳນຶງ​ເຖິງ​ພຣະເຢຊູຄຣິດເຈົ້າ.</verse>
				<verse number="22">ແຕ່​ພວກເຈົ້າ​ຮູ້​ແລ້ວ​ວ່າ​ຕີໂມທຽວ​ໄດ້​ພິສູດ​ຕົນເອງ​ແລ້ວ, ເພາະ​ເພິ່ນ​ໄດ້​ຮ່ວມ​ຮັບໃຊ້​ກັບ​ເຮົາ​ໃນ​ການປະກາດ​ຂ່າວປະເສີດ​ເໝືອນດັ່ງ​ລູກ​ກັບ​ພໍ່.</verse>
				<verse number="23">ເຫດສະນັ້ນ ເຮົາ​ຈຶ່ງ​ຫວັງ​ຈະ​ສົ່ງ​ເພິ່ນ​ມາ​ທັນທີ​ທີ່​ເຮົາ​ເຫັນ​ວ່າ​ເລື່ອງ​ຕ່າງໆ​ກ່ຽວກັບ​ເຮົາ​ຈະ​ເປັນ​ໄປ​ຢ່າງໃດ.</verse>
				<verse number="24">ແລະ ເຮົາ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ​ວ່າ​ເຮົາເອງ​ຈະ​ມາ​ຫາ​ພວກເຈົ້າ​ໃນ​ໄວໆ​ນີ້.</verse>
				<verse number="25">ແຕ່​ເຮົາ​ຄິດ​ວ່າ​ຈຳເປັນ​ທີ່​ຈະ​ສົ່ງ​ເອປາໂຟດີໂຕ​ກັບ​ມາ​ຫາ​ພວກເຈົ້າ, ເພິ່ນ​ເປັນ​ນ້ອງຊາຍ, ເປັນ​ເພື່ອນຮ່ວມງານ ແລະ ເປັນ​ເພື່ອນ​ທະຫານ​ດ້ວຍກັນ​ກັບ​ເຮົາ, ເປັນ​ຜູ້​ທີ່​ພວກເຈົ້າ​ໃຊ້​ມາ​ເພື່ອ​ເບິ່ງແຍງ​ໃນ​ຍາມ​ເຮົາ​ຂັດສົນ.</verse>
				<verse number="26">ເພາະ​ເພິ່ນ​ຄິດເຖິງ​ພວກເຈົ້າ​ທັງໝົດ​ຫລາຍ ແລະ ເປັນທຸກໃຈ​ເພາະ​ພວກເຈົ້າ​ໄດ້​ຮັບ​ຂ່າວ​ວ່າ​ເພິ່ນ​ບໍ່ສະບາຍ.</verse>
				<verse number="27">ຕາມຄວາມຈິງ​ແລ້ວ ເພິ່ນ​ບໍ່ສະບາຍ ແລະ ເກືອບ​ຈະ​ຕາຍ. ແຕ່​ພຣະເຈົ້າ​ເມດຕາ​ເພິ່ນ ແລະ ບໍ່​ພຽງ​ແຕ່​ເມດຕາ​ເພິ່ນ​ເທົ່ານັ້ນ ແຕ່​ຍັງ​ເມດຕາ​ເຮົາ​ເໝືອນກັນ, ເພື່ອ​ຮັກສາ​ເຮົາ​ໄວ້​ຈາກ​ຄວາມເສົ້າໃຈ​ເມື່ອ​ຄວາມເສົ້າໃຈ​ມາ​ເຖິງ.</verse>
				<verse number="28">ເຫດສະນັ້ນ ເຮົາ​ຈຶ່ງ​ມີ​ຄວາມກະຕືລືລົ້ນ​ທີ່​ຈະ​ສົ່ງ​ເພິ່ນ​ມາ, ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ໄດ້​ພົບ​ເພິ່ນ​ອີກ​ພວກເຈົ້າ​ຈະ​ໄດ້​ດີໃຈ ແລະ ຄວາມກະວົນກະວາຍໃຈ​ຂອງ​ເຮົາ​ຈະ​ໄດ້​ເບົາບາງ​ລົງ.</verse>
				<verse number="29">ດັ່ງນັ້ນ ຈົ່ງ​ຕ້ອນຮັບ​ເພິ່ນ​ໃນ​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມຊື່ນຊົມຍິນດີ​ຢ່າງ​ໃຫຍ່ ແລະ ຈົ່ງ​ໃຫ້​ກຽດ​ຄົນ​ຄື​ເພິ່ນ​ນີ້,</verse>
				<verse number="30">ເພາະ​ວ່າ​ເພິ່ນ​ເກືອບ​ຕາຍ​ເພື່ອ​ພາລະກິດ​ຂອງ​ພຣະຄຣິດເຈົ້າ. ເພິ່ນ​ໄດ້​ສ່ຽງ​ຊີວິດ​ຂອງ​ເພິ່ນ​ເພື່ອ​ຊ່ວຍເຫລືອ​ເຮົາ​ໃນ​ສິ່ງ​ທີ່​ພວກເຈົ້າ​ບໍ່​ສາມາດ​ໃຫ້​ເຮົາ​ໄດ້.</verse>
			</chapter>
			<chapter number="3">
				<verse number="1">ນອກຈາກ​ນີ້, ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຈົ່ງ​ຊື່ນຊົມຍິນດີ​ໃນ​ອົງພຣະຜູ້ເປັນເຈົ້າ! ບໍ່​ເປັນ​ການ​ລຳບາກ​ສຳລັບ​ເຮົາ​ເລີຍ​ທີ່​ຈະ​ຂຽນ​ເລື່ອງ​ດຽວ​ກັນ​ເຖິງ​ພວກເຈົ້າ​ອີກ ແລະ ເລື່ອງ​ນີ້​ກໍ​ເປັນ​ການ​ປ້ອງກັນ​ພວກເຈົ້າ​ດ້ວຍ.</verse>
				<verse number="2">ຈົ່ງ​ລະວັງ​ພວກໝາ​ເຫລົ່ານັ້ນ, ພວກຄົນ​ເຮັດ​ຊົ່ວ​ເຫລົ່ານັ້ນ, ພວກຄົນ​ທີ່​ປາດ​ເນື້ອ​ເຖືອໜັງ​ເຫລົ່ານັ້ນ.</verse>
				<verse number="3">ເພາະວ່າ​ແມ່ນ​ພວກເຮົາ​ທີ່​ເປັນ​ຜູ້​ຖື​ພິທີຕັດ, ພວກເຮົາ​ເປັນ​ຜູ້ຮັບໃຊ້ ​ພຣະເຈົ້າ​ດ້ວຍ​ພຣະວິນຍານ​ຂອງ​ພຣະອົງ, ພວກເຮົາ​ເປັນ​ຜູ້​ອວດອ້າງ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ພວກເຮົາ​ບໍ່​ໄດ້​ໝັ້ນໃຈ​ໃນ​ຝ່າຍ​ເນື້ອໜັງ</verse>
				<verse number="4">ເຖິງແມ່ນວ່າ ເຮົາ​ເອງ​ມີ​ເຫດຜົນ​ຫລາຍ​ປະການ​ທີ່​ຈະ​ໝັ້ນໃຈ​ເຊັ່ນ​ນັ້ນ. ຖ້າ​ຄົນ​ໃດ​ຄິດ​ວ່າ​ຕົນ​ມີ​ເຫດຜົນ​ທີ່​ຈະ​ໝັ້ນໃຈ​ໃນ​ເນື້ອໜັງ​ນັ້ນ ເຮົາ​ກໍ​ມີ​ຫລາຍ​ກວ່າ​ຄື:</verse>
				<verse number="5">ເຮົາ​ເກີດ​ມາ​ໄດ້​ແປດ​ວັນ​ເຮົາ​ກໍ​ໄດ້​ຮັບ​ພິທີຕັດ, ເຮົາ​ເປັນ​ຄົນ​ອິດສະຣາເອນ, ຢູ່​ໃນ​ຕະກຸນ​ເບັນຢາມິນ, ເປັນ​ຄົນ​ເຮັບເຣີ​ເກີດ​ຈາກ​ຊາວເຮີບເຣີ, ໃນ​ດ້ານ​ກົດບັນຍັດ ເຮົາ​ກໍ​ເປັນ​ຄົນ​ຟາຣີຊາຍ​ຜູ້​ໜຶ່ງ,</verse>
				<verse number="6">ໃນ​ດ້ານ​ຄວາມ​ຮ້ອນຮົນ ເຮົາ​ເຄີຍ​ຂົ່ມເຫັງ​ຄຣິສຕະຈັກ; ໃນ​ດ້ານ​ຄວາມຊອບທຳ​ຕາມ​ກົດບັນຍັດ ເຮົາ​ກໍ​ບໍ່ມີຂໍ້ບົກຜ່ອງ.</verse>
				<verse number="7">ແຕ່​ວ່າ​ສິ່ງໃດ​ທີ່​ເຄີຍ​ເປັນ​ປະໂຫຍດ​ແກ່​ເຮົາ ບັດນີ້ ເຮົາ​ຖື​ວ່າ​ໄຮ້ປະໂຫຍດ​ເພາະ​ເຫັນ​ແກ່​ພຣະຄຣິດເຈົ້າ.</verse>
				<verse number="8">ຫລາຍກວ່າ​ນັ້ນ ເຮົາ​ຖື​ວ່າ​ທຸກສິ່ງ​ນັ້ນ​ເປັນ​ຂອງ​ໄຮ້ປະໂຫຍດ​ເພາະ​ການ​ທີ່​ໄດ້​ຮູ້ຈັກ​ກັບ​ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ເຮົາ​ນັ້ນ​ເປັນ​ສິ່ງ​ທີ່​ລໍ້າຄ່າ​ຫລາຍ, ເພາະ​ເຫັນ​ແກ່​ພຣະອົງ​ເຮົາ​ຈຶ່ງ​ໄດ້​ຍອມ​ສະຫລະ​ທຸກສິ່ງ. ເຮົາ​ຖື​ວ່າ​ສິ່ງ​ເຫລົ່ານັ້ນ​ເປັນ​ຂີ້ເຫຍື້ອ ເພື່ອ​ເຮົາ​ຈະ​ໄດ້​ພຣະຄຣິດເຈົ້າ</verse>
				<verse number="9">ແລະ ໄດ້​ຢູ່​ໃນ​ພຣະອົງ, ໂຕ​ເຮົາ​ເອງ​ບໍ່​ມີ​ຄວາມຊອບທຳ​ທີ່​ໄດ້​ມາ​ໂດຍ​ກົດບັນຍັດ, ແຕ່​ຄວາມຊອບທຳ​ທີ່​ໄດ້​ມາ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ ເປັນ​ຄວາມຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ​ເທິງ​ພື້ນຖານ​ຂອງ​ຄວາມເຊື່ອ.</verse>
				<verse number="10">ເຮົາ​ຢາກ​ຮູ້​ຈັກ​ພຣະຄຣິດເຈົ້າ ຢາກ​ຮູ້ຈັກ​ລິດອຳນາດ​ແຫ່ງ​ການ​ເປັນຄືນມາ​ຈາກ​ຕາຍ​ຂອງ​ພຣະອົງ ແລະ ການ​ມີ​ສ່ວນ​ຮ່ວມ​ໃນ​ຄວາມທົນທຸກ​ຂອງ​ພຣະອົງ, ການ ກາຍມາ​ເປັນ​ເໝືອນ​ພຣະອົງ​ໃນ​ຄວາມຕາຍ​ຂອງ​ພຣະອົງ,</verse>
				<verse number="11">ແລະ ເຖິງຢ່າງໃດກໍຕາມ ເພື່ອ​ຈະ​ໄດ້​ມາ​ເຖິງ​ການ​ເປັນຄືນມາ​ຈາກ​ຕາຍ​ດ້ວຍ.</verse>
				<verse number="12">ບໍ່​ແມ່ນ​ວ່າ​ເຮົາ​ໄດ້​ຮັບ​ສິ່ງ​ທັງໝົດ​ນີ້​ແລ້ວ ຫລື ໄດ້​ໄປ​ເຖິງ​ເປົ້າໝາຍ​ຂອງ​ເຮົາ​ແລ້ວ, ແຕ່​ເຮົາ​ມຸ່ງໜ້າ​ຕໍ່ໄປ​ເພື່ອ​ຮັບເອົາ​ສິ່ງ​ທີ່​ພຣະຄຣິດເຈົ້າເຢຊູ​ໄດ້​ຮັບເອົາ​ໄວ້​ສຳລັບ​ເຮົາ.</verse>
				<verse number="13">ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ບໍ່​ຖື​ວ່າ​ເຮົາ​ເອງ​ໄດ້​ຮັບເອົາ​ສິ່ງ​ນີ້​ມາ​ແລ້ວ. ແຕ່​ເຮົາ​ເຮັດ​ຢ່າງ​ໜຶ່ງ​ຄື: ລືມ​ສິ່ງ​ຢູ່​ເບື້ອງຫລັງ ແລະ ເອົາໃຈໃສ່​ສິ່ງ​ທີ່​ຢູ່​ຂ້າງໜ້າ,</verse>
				<verse number="14">ເຮົາ​ກຳລັງ​ມຸ່ງໜ້າ​ໄປ​ສູ່​ຫລັກໄຊ​ເພື່ອ​ຈະ​ໄດ້​ຮັບ​ລາງວັນ​ເພາະ​ເປັນ​ລາງວັນ​ທີ່​ພຣະເຈົ້າ​ໄດ້​ເອີ້ນ​ເຮົາ​ໃຫ້​ໄປ​ຮັບ​ຢູ່​ສະຫວັນ​ໃນ​ພຣະຄຣິດເຈົ້າເຢຊູ.</verse>
				<verse number="15">ແລ້ວ​ພວກເຮົາ​ທຸກຄົນ​ທີ່​ເປັນ​ຜູ້ໃຫຍ່​ແລ້ວ​ຄວນ​ມີ​ທັດສະນະຄະຕິ​ຢ່າງ​ນີ້. ແລະ ຖ້າ​ພວກເຈົ້າ​ຄິດ​ແຕກຕ່າງ​ໄປ​ໃນ​ບາງ​ປະເດັນ, ພຣະເຈົ້າ​ກໍ​ຈະ​ໃຫ້​ພວກເຈົ້າ​ເຂົ້າໃຈ​ເລື່ອງ​ນີ້​ຢ່າງ​ຈະແຈ້ງ​ດ້ວຍ.</verse>
				<verse number="16">ຂໍ​ພຽງ​ແຕ່​ໃຫ້​ພວກເຮົາ​ດຳເນີນຊີວິດ​ໃຫ້​ສົມ​ກັບ​ສິ່ງ​ທີ່​ພວກເຮົາ​ໄດ້ຮັບ​ມາ​ແລ້ວ.</verse>
				<verse number="17">ພີ່ນ້ອງ​ທັງຫລາຍ​ເອີຍ ຈົ່ງ​ຮ່ວມກັນ​ເຮັດ​ຕາມ​ແບບຢ່າງ​ຂອງ​ເຮົາ ແລະ ຕາມ​ທີ່​ພວກເຈົ້າ​ມີ​ພວກເຮົາ​ປັນ​ແບບຢ່າງ, ຈົ່ງ​ເບິ່ງ​ຄົນ​ເຫລົ່ານັ້ນ​ທີ່​ດຳເນີນຊີວິດ​ຕາມ​ທີ່​ພວກເຮົາ​ເຮັດ.</verse>
				<verse number="18">ເພາະວ່າ, ດັ່ງ​ທີ່​ເຮົາ​ເຄີຍ​ບອກ​ພວກເຈົ້າ​ຫລາຍເທື່ອ​ແລ້ວ ແລະ ບັດນີ້​ກໍ​ບອກ​ພວກເຈົ້າ​ອີກ​ແມ່ນແຕ່​ດ້ວຍ​ນ້ຳຕາ, ມີ​ຫລາຍຄົນ​ທີ່​ດຳເນີນຊີວິດ​ເປັນ​ສັດຕູ​ຕໍ່​ໄມ້ກາງແຂນ​ຂອງ​ພຣະຄຣິດເຈົ້າ.</verse>
				<verse number="19">ປາຍທາງ​ຂອງ​ພວກເຂົາ​ຄື​ຄວາມຈິບຫາຍ, ພະ​ຂອງ​ພວກເຂົາ​ຄື​ທ້ອງ​ຂອງ​ພວກເຂົາ, ຊື່ສຽງ​ຂອງ​ພວກເຂົາ​ຄື​ຄວາມອັບອາຍ​ຂອງ​ພວກເຂົາ. ຈິດໃຈ​ຂອງ​ພວກເຂົາ​ປັກ​ຢູ່​ແຕ່​ກັບ​ສິ່ງຂອງ​ຝ່າຍໂລກ.</verse>
				<verse number="20">ແຕ່​ພວກເຮົາ​ທັງຫລາຍ​ເປັນ​ພົນລະເມືອງ​ຂອງ​ສະຫວັນ. ແລະ ພວກເຮົາ​ຄອຍຖ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ຈາກ​ສະຫວັນ​ຢ່າງ​ກະຕືລືລົ້ນ, ຄື​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ,</verse>
				<verse number="21">ພຣະອົງ​ຈະ​ປ່ຽນແປງ​ຮ່າງກາຍ​ອັນ​ຕ່ຳຕ້ອຍ​ຂອງ​ພວກເຮົາ​ໃຫ້​ເປັນເໝືອນ​ກາຍ​ອັນ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ລິດອຳນາດ​ທີ່​ປາບ​ທຸກສິ່ງ​ໄວ້​ໃຕ້​ການບັງຄັບ​ຂອງ​ພຣະອົງ.</verse>
			</chapter>
			<chapter number="4">
				<verse number="1">ເຫດສະນັ້ນ, ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ພວກເຈົ້າ​ເປັນ​ຜູ້​ທີ່​ເຮົາ​ຮັກ ແລະ ປາຖະໜາ​ຫາ, ເປັນ​ຄວາມຍິນດີ ແລະ ເປັນ​ມົງກຸດ​ຂອງ​ເຮົາ, ເພື່ອນ​ທີ່ຮັກ​ຂອງ​ເຮົາ​ເອີຍ ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ທາງ​ຂອງ​ອົງພຣະຜູ້ເປັນເຈົ້າ!</verse>
				<verse number="2">ເຮົາ​ຂໍຮ້ອງ​ນາງ​ຢູໂອເດຍ ແລະ ນາງ​ຊີນຕີເຂ​ໃຫ້​ເປັນ​ເປັນ​ຜູ້​ມີ​ຄວາມຄິດ​ອັນ​ດຽວ​ກັນ​ໃນ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="3">ແລະ ເຮົາ​ຂໍຮ້ອງ​ພວກເຈົ້າ​ຜູ້​ເປັນ​ເພື່ອນຮ່ວມງານ​ທີ່​ແທ້ຈິງ​ຂອງ​ເຮົາ, ໃຫ້​ຊ່ວຍເຫລືອ​ແມ່ຍິງ​ເຫລົ່ານີ້ ເພາະ​ພວກເຂົາ​ໄດ້​ຕໍ່ສູ້​ຄຽງຂ້າງ​ເຮົາ​ໃນ​ວຽກງານ​ຂ່າວປະເສີດ ພ້ອມ​ທັງ​ກະເລເມ ແລະ ເພື່ອນ​ຮ່ວມງານ​ຄົນ​ອື່ນໆ​ຂອງ​ເຮົາ​ດ້ວຍ ຄົນ​ເຫລົ່ານີ້​ມີ​ຊື່​ຢູ່​ໃນ​ທະບຽນ​ແຫ່ງ​ຊີວິດ​ແລ້ວ.</verse>
				<verse number="4">ຈົ່ງ​ຊື່ນຊົມຍິນດີ​ໃນ​ອົງພຣະຜູ້ເປັນເຈົ້າ​ທຸກ​ເວລາ. ເຮົາ​ຂໍ​ຢ້ຳ​ອີກ​ວ່າ: ຈົ່ງ​ຊື່ນຊົມຍິນດີ!</verse>
				<verse number="5">ຈົ່ງ​ໃຫ້​ຄວາມ​ສຸພາບອ່ອນໂຍນ​ຂອງ​ພວກເຈົ້າ​ທັງຫລາຍ​ປາກົດ​ແກ່​ຄົນ​ທັງປວງ. ອົງພຣະຜູ້ເປັນເຈົ້າ​ຢູ່​ໃກ້​ແລ້ວ.</verse>
				<verse number="6">ຢ່າ​ກະວົນກະວາຍ​ໃນ​ສິ່ງ​ໃດ​ເລີຍ, ແຕ່​ໃນ​ທຸກ​ສະຖານະການ ຈົ່ງ​ຂໍ​ທຸກສິ່ງ​ທີ່​ພວກເຈົ້າ​ປາຖະໜາ​ນັ້ນ​ຕໍ່​ພຣະເຈົ້າ ດ້ວຍ​ການອະທິຖານ ແລະ ອ້ອນວອນ ພ້ອມ​ກັບ​ການຂອບພຣະຄຸນ.</verse>
				<verse number="7">ແລ້ວ​ສັນຕິສຸກ​ຂອງ​ພຣະເຈົ້າ​ທີ່​ເກີນ​ຄວາມເຂົ້າໃຈ​ທັງໝົດ​ຈະ​ເຝົ້າຮັກສາ​ຈິດໃຈ ແລະ ຄວາມຄິດ​ຂອງ​ພວກເຈົ້າ​ທັງຫລາຍ​ໄວ້​ໃນ​ພຣະຄຣິດເຈົ້າເຢຊູ.</verse>
				<verse number="8">ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ສິ່ງໃດ​ກໍ​ຕາມ​ທີ່​ເປັນ​ຄວາມຈິງ, ສິ່ງໃດ​ທີ່​ສູງສົ່ງ, ສິ່ງໃດ​ທີ່​ຖືກຕ້ອງ, ສິ່ງໃດ​ທີ່​ບໍລິສຸດ, ສິ່ງໃດ​ທີ່​ໜ້າຮັກ, ສິ່ງໃດ​ທີ່​ໜ້າ​ຊົມເຊີຍ ຖ້າ​ມີ​ສິ່ງໃດ​ດີເລີດ ຫລື ຄວນ​ຍ້ອງຍໍ ຈົ່ງ​ພິຈາລະນາ​ເຖິງ​ສິ່ງ​ເຫລົ່ານັ້ນ.</verse>
				<verse number="9">ສິ່ງໃດ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້ ຫລື ໄດ້ຮັບ ຫລື ໄດ້ຍິນ​ຈາກ​ເຮົາ ຫລື ໄດ້​ເຫັນ​ໃນ​ເຮົາ ຈົ່ງ​ນໍາ​ເອົາ​ສິ່ງນັ້ນ​ໄປ​ປະຕິບັດ. ແລະ ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຈະ​ສະຖິດ​ຢູ່​ກັບ​ພວກເຈົ້າ.</verse>
				<verse number="10">ເຮົາ​ຊື່ນຊົມຍິນດີ​ໃນ​ອົງພຣະຜູ້ເປັນເຈົ້າ​ຢ່າງ​ໃຫຍ່ ເພາະ​ໃນ​ທີ່ສຸດ​ພວກເຈົ້າ​ກໍ​ໄດ້​ຟື້ນຄືນ​ຄວາມຫ່ວງໃຍ​ຂອງ​ພວກເຈົ້າ​ຕໍ່​ເຮົາ​ອີກ. ຄວາມຈິງ​ແລ້ວ, ພວກເຈົ້າ​ກໍ​ຫ່ວງໃຍ​ເຮົາ​ຢູ່​ແລ້ວ, ແຕ່​ພວກເຈົ້າ​ບໍ່​ມີ​ໂອກາດ​ທີ່​ຈະ​ສະແດງ​ຄວາມຫ່ວງໃຍ​ນັ້ນ​ອອກ.</verse>
				<verse number="11">ເຮົາ​ເວົ້າ​ຢ່າງ​ນີ້​ບໍ່​ແມ່ນ​ເພາະ​ເຮົາ​ກຳລັງ​ຂັດສົນ, ເພາະ​ເຮົາ​ຮຽນຮູ້​ທີ່​ຈະ​ພໍໃຈ​ບໍ່​ວ່າ​ຈະ​ຢູ່​ໃນ​ສະຖານະການ​ໃດ.</verse>
				<verse number="12">ເຮົາ​ຮູ້​ວ່າ​ຍາມ​ຂາດເຂີນ​ເປັນ​ຢ່າງໃດ ແລະ ເຮົາ​ກໍ​ຮູ້​ວ່າ​ຍາມ​ມີ​ຢ່າງ​ອຸດົມສົມບູນ​ເປັນ​ຢ່າງໃດ ແລະ ເຮົາ​ໄດ້​ຮູ້ຈັກ​ຄວາມລັບ​ທີ່​ຈະ​ພໍໃຈ​ໃນ​ສະຖານະການ​ໃດໆ ແລະ ໃນ​ທຸກ​ສະຖານະການ, ບໍ່​ວ່າ​ຈະ​ອີ່ມ ຫລື ອຶດຢາກ, ບໍ່​ວ່າ​ຈະ​ມີຊີວິດ​ໃນ​ຄວາມອຸດົມສົມບູນ ຫລື ໃນ​ຄວາມຂັດສົນ.</verse>
				<verse number="13">ເຮົາ​ສາມາດ​ເຮັດ​ທຸກສິ່ງ​ໄດ້​ໂດຍ​ພຣະອົງ​ຜູ້​ໃຫ້​ກຳລັງ​ແກ່​ເຮົາ.</verse>
				<verse number="14">ເຖິງປານນັ້ນ​ກໍ​ເປັນ​ຄວາມກະລຸນາ​ຂອງ​ພວກເຈົ້າ​ທີ່​ໄດ້​ຮ່ວມ​ທຸກ​ກັບ​ເຮົາ.</verse>
				<verse number="15">ຫລາຍກວ່ານັ້ນ, ຕາມ​ທີ່​ພວກເຈົ້າ​ຊາວຟີລິບປອຍ​ກໍ​ຮູ້, ໃນ​ຕອນ​ທີ່​ພວກເຈົ້າ​ໄດ້​ຮູ້ຈັກ​ຂ່າວປະເສີດ​ທຳອິດ​ນັ້ນ, ຄື​ເມື່ອ​ເຮົາ​ໄດ້​ອອກ​ເດີນທາງ​ຈາກ​ແຂວງ​ມາເກໂດເນຍ​ໄປ​ນັ້ນ, ບໍ່​ມີ​ຄຣິສຕະຈັກ​ໃດ​ມີ​ສ່ວນຮ່ວມ​ໃນ​ລາຍຈ່າຍ ແລະ ລາຍໄດ້​ຂອງ​ເຮົາ​ເລີຍ, ຍົກເວັ້ນ​ພວກເຈົ້າ​ເທົ່ານັ້ນ;</verse>
				<verse number="16">ເພາະ​ແມ່ນແຕ່​ເມື່ອ​ເຮົາ​ຢູ່​ໃນ​ເມືອງ​ເທສະໂລນິກ ພວກເຈົ້າ​ກໍ​ຍັງ​ໄດ້​ສົ່ງ​ເຄື່ອງຊ່ວຍເຫລືອ​ມາ​ໃຫ້​ເຮົາ​ໃນ​ຍາມ​ທີ່​ເຮົາ​ຂັດສົນ​ຫລາຍ​ເທື່ອ.</verse>
				<verse number="17">ບໍ່​ແມ່ນ​ວ່າ​ເຮົາ​ປາຖະໜາ​ຢາກ​ໄດ້​ຂອງຖວາຍ​ຈາກ​ພວກເຈົ້າ; ແຕ່​ເຮົາ​ປາຖະໜາ​ຢາກ​ໃຫ້​ພວກເຈົ້າ​ໄດ້​ຜົນ​ກຳໄລ​ເພີ່ມ​ຂຶ້ນ​ໃນ​ບັນຊີ​ຂອງ​ພວກເຈົ້າ.</verse>
				<verse number="18">ເຮົາ​ໄດ້​ຮັບ​ຄົບຖ້ວນ ແລະ ໄດ້​ຫລາຍ​ເກີນ​ພຽງພໍ. ເຮົາ​ໄດ້​ຮັບ​ການສະໜອງ​ໃຫ້​ຢ່າງ​ພຽງພໍ, ບັດນີ້ ເຮົາ​ໄດ້​ຮັບ​ຂອງຖວາຍ​ທີ່​ພວກເຈົ້າ​ໄດ້​ສົ່ງ​ມາ​ກັບ​ເອປາໂຟດີໂຕ​ແລ້ວ. ສິ່ງ​ເຫລົ່ານີ້​ເປັນ​ຂອງຖວາຍ​ທີ່​ມີ​ກິ່ນຫອມ, ເປັນ​ເຄື່ອງບູຊາ​ທີ່​ເປັນ​ທີ່​ຍອມຮັບ ແລະ ເປັນ​ທີ່​ພໍໃຈ​ຕໍ່​ພຣະເຈົ້າ.</verse>
				<verse number="19">ແລະ ພຣະເຈົ້າ​ຂອງ​ເຮົາ​ຈະ​ໃຫ້​ສິ່ງ​ທີ່​ຈໍາເປັນ​ທຸກຢ່າງ​ແກ່​ພວກເຈົ້າ​ຈາກ​ຄວາມຮັ່ງມີ​ອັນ​ສະຫງ່າລາສີ​ຂອງ​ພຣະອົງ​ໃນ​ພຣະຄຣິດເຈົ້າເຢຊູ.</verse>
				<verse number="20">ຂໍ​ໃຫ້​ກຽດ​ຈົ່ງ​ມີ​ແກ່​ພຣະເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພວກເຮົາ​ທັງຫລາຍ​ຕະຫລອດໄປ​ເປັນນິດ. ອາແມນ.</verse>
				<verse number="21">ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຄົນ​ຂອງ​ພຣະເຈົ້າ​ທຸກຄົນ ໃນ​ພຣະເຢຊູຄຣິດເຈົ້າ. ບັນດາ​ພີ່ນ້ອງ​ທັງຫລາຍ​ຜູ້​ທີ່​ຢູ່​ກັບ​ເຮົາ​ກໍ​ສົ່ງ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ.</verse>
				<verse number="22">ຄົນ​ຂອງ​ພຣະເຈົ້າ​ທຸກຄົນ​ຢູ່​ທີ່​ນີ້​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ ໂດຍ​ສະເພາະ​ບັນດາ​ຜູ້​ທີ່​ຢູ່​ໃນ​ວັງ​ຂອງ​ກາຍຊາ.</verse>
				<verse number="23">ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ຈິດວິນຍານ​ຂອງ​ພວກເຈົ້າ​ທັງຫລາຍ​ດ້ວຍ. ອາແມນ.</verse>
			</chapter>
		</book>
		<book number="51">
			<chapter number="1">
				<verse number="1">ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ຕີໂມທຽວ​ນ້ອງຊາຍ​ຂອງ​ພວກເຮົາ,</verse>
				<verse number="2">ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ທີ່​ເມືອງ​ໂກໂລຊາຍ, ຜູ້​ເປັນ​ພີ່ນ້ອງ​ທີ່​ສັດຊື່​ໃນ​ພຣະຄຣິດເຈົ້າ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ທັງຫລາຍ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.</verse>
				<verse number="3">ພວກເຮົາ​ຂອບພຣະຄຸນ​ພຣະເຈົ້າ​ພຣະບິດາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຢູ່​ສະເໝີ​ເມື່ອ​ພວກເຮົາ​ອະທິຖານ​ເພື່ອ​ພວກເຈົ້າ,</verse>
				<verse number="4">ເພາະ​ພວກເຮົາ​ໄດ້​ຍິນ​ເຖິງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ຄວາມຮັກ​ທີ່​ພວກເຈົ້າ​ມີ​ຕໍ່​ຄົນ​ຂອງ​ພຣະເຈົ້າ​ທຸກຄົນ</verse>
				<verse number="5">ຄື​ຄວາມເຊື່ອ ແລະ ຄວາມຮັກ​ອັນ​ເກີດ​ຈາກ​ຄວາມຫວັງ​ທີ່​ສະສົມ​ໄວ້​ສຳລັບ​ພວກເຈົ້າ​ໃນ​ສະຫວັນ ແລະ ເຊິ່ງ​ພວກເຈົ້າ​ເຄີຍ​ໄດ້​ຍິນ​ມາ​ແລ້ວ​ໃນ​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ຂອງ​ຂ່າວປະເສີດ</verse>
				<verse number="6">ທີ່​ໄດ້​ມາ​ເຖິງ​ພວກເຈົ້າ​ນັ້ນ. ໃນ​ທຳນອງ​ດຽວ​ກັນ​ນັ້ນ ຂ່າວປະເສີດ​ນີ້​ກໍ​ກຳລັງ​ເກີດຜົນ ແລະ ຂະຫຍາຍ​ໄປ​ທົ່ວ​ໂລກ ເໝືອນ​ທີ່​ກຳລັງ​ມີ​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ຕັ້ງແຕ່​ວັນ​ທີ່​ພວກເຈົ້າ​ໄດ້​ຍິນ​ຂ່າວປະເສີດ ແລະ ເຂົ້າໃຈ​ພຣະຄຸນ​ຂອງ​ພຣະເຈົ້າ​ຢ່າງ​ແທ້ຈິງ.</verse>
				<verse number="7">ພວກເຈົ້າ​ໄດ້​ຮຽນຮູ້​ຂ່າວປະເສີດ​ນັ້ນ​ຈາກ​ເອປາຟາ ເພື່ອນ​ຮ່ວມ​ຮັບໃຊ້ ​ທີ່ຮັກ​ຂອງ​ພວກເຮົາ ຜູ້ຮັບໃຊ້​ພຣະຄຣິດເຈົ້າ​ຢ່າງ​ສັດຊື່​ແທນ​ພວກເຮົາ</verse>
				<verse number="8">ແລະ ຍັງ​ເປັນ​ຜູ້​ເລົ່າ​ເຖິງ​ຄວາມຮັກ​ຂອງ​ພວກເຈົ້າ​ໃນ​ພຣະວິນຍານ​ໃຫ້​ພວກເຮົາ​ຟັງ.</verse>
				<verse number="9">ດ້ວຍເຫດນີ້ ນັບ​ຕັ້ງແຕ່​ວັນ​ທີ່​ພວກເຮົາ​ໄດ້​ຍິນ​ກ່ຽວກັບ​ພວກເຈົ້າ ພວກເຮົາ​ຈຶ່ງ​ໄດ້​ອະທິຖານ​ເພື່ອ​ພວກເຈົ້າ​ຕະຫລອດ​ມາ​ບໍ່​ເຄີຍ​ຢຸດ. ພວກເຮົາ​ໄດ້​ສືບຕໍ່​ຂໍ​ພຣະເຈົ້າ​ເຕີມເຕັມ​ພວກເຈົ້າ​ດ້ວຍ​ຄວາມຮູ້​ເຖິງ​ຄວາມ​ປະສົງ​ຂອງ​ພຣະອົງ​ໂດຍ​ຜ່ານ​ທາງ​ສະຕິປັນຍາ ແລະ ຄວາມເຂົ້າໃຈ​ທຸກ​ຢ່າງ​ທີ່​ມາ​ຈາກ​ພຣະວິນຍານ,</verse>
				<verse number="10">ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນຊີວິດ​ໃຫ້​ສົມ​ກັບ​ທີ່​ເປັນ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ທີ່​ພໍໃຈ​ພຣະອົງ​ໃນ​ທຸກ​ດ້ານ​ຄື: ເກີດຜົນ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ, ຮູ້ຈັກ​ພຣະເຈົ້າ​ຫລາຍ​ຂຶ້ນ,</verse>
				<verse number="11">ມີ​ກຳລັງ​ເຂັ້ມແຂງ​ຂຶ້ນ​ດ້ວຍ​ລິດອຳນາດ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ເພື່ອວ່າ​ພວກເຈົ້າ​ຈະ​ມີ​ຄວາມອົດທົນ ແລະ ຄວາມພະຍາຍາມ​ຫລາຍ​ຂຶ້ນ,</verse>
				<verse number="12">ແລະ ໂມທະນາ​ຂອບພຣະຄຸນ​ຢ່າງ​ຊື່ນຊົມຍິນດີ​ຕໍ່​ພຣະບິດາເຈົ້າ ຜູ້​ທີ່​ເຮັດ​ໃຫ້​ພວກເຈົ້າ ​ເໝາະສົມ​ທີ່​ຈະ​ມີ​ສ່ວນ​ໃນ​ມໍລະດົກ​ຂອງ​ຄົນ​ບໍລິສຸດ​ຂອງ​ພຣະອົງ​ໃນ​ອານາຈັກ​ແຫ່ງ​ຄວາມສະຫວ່າງ.</verse>
				<verse number="13">ເພາະ​ພຣະອົງ​ໄດ້​ຊ່ວຍ​ກອບກູ້​ເອົາ​ພວກເຮົາ​ອອກມາ​ຈາກ​ອຳນາດ​ຂອງ​ຄວາມມືດ ແລະ ໄດ້​ນຳ​ພວກເຮົາ​ເຂົ້າ​ມາ​ສູ່​ອານາຈັກ​ຂອງ​ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ</verse>
				<verse number="14">ໃນ​ພຣະບຸດ​ນີ້​ພວກເຮົາ​ໄດ້​ຮັບ​ການ​ໄຖ່, ຄື​ໄດ້​ຮັບ​ການ​ອະໄພ​ໂທດ​ບາບ.</verse>
				<verse number="15">ພຣະບຸດ​ເປັນ​ແບບ​ລັກສະນະ​ຂອງ​ພຣະເຈົ້າ​ຜູ້​ທີ່​ພວກເຮົາ​ບໍ່​ສາມາດ​ເບິ່ງ​ເຫັນ​ໄດ້, ເປັນ​ບຸດກົກ​ເໜືອ​ສິ່ງ​ທີ່​ສ້າງ​ທັງໝົດ.</verse>
				<verse number="16">ເພາະ​ໃນ​ພຣະອົງ​ນັ້ນ ທຸກສິ່ງ​ຖືກ​ສ້າງ​ຂຶ້ນ​ຄື: ສິ່ງ​ຕ່າງໆ​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນໂລກ, ສິ່ງ​ທີ່​ຕາ​ເບິ່ງ​ເຫັນ​ໄດ້ ແລະ ສິ່ງ​ທີ່​ຕາ​ເບິ່ງ​ເຫັນ​ບໍ່​ໄດ້, ຈະ​ເປັນ​ບັນລັງ ຫລື ເປັນ​ລິດອຳນາດ ຫລື ບັນດາ​ຜູ້ປົກຄອງ ຫລື ຜູ້​ມີ​ສິດອຳນາດ ທຸກສິ່ງ​ຖືກ​ສ້າງ​ຂຶ້ນ​ໂດຍ​ພຣະອົງ ແລະ ເພື່ອ​ພຣະອົງ.</verse>
				<verse number="17">ພຣະອົງ​ດຳລົງ​ຢູ່​ກ່ອນ​ທຸກສິ່ງ ແລະ ໃນ​ພຣະອົງ​ທຸກສິ່ງ​ປະສານ​ເຂົ້າ​ຫາ​ກັນ.</verse>
				<verse number="18">ພຣະອົງ​ເປັນ​ຫົວ​ຂອງ​ກາຍ​ຄື​ຄຣິສຕະຈັກ. ພຣະອົງ​ເປັນ​ຈຸດ​ເລີ່ມຕົ້ນ, ພຣະອົງ​ເປັນ​ບຸດກົກ​ທີ່​ເປັນຄືນມາຈາກຕາຍ​ເພື່ອ​ວ່າ​ພຣະອົງ​ຈະ​ເປັນ​ຜູ້ສູງສຸດ​ໃນ​ທຸກສິ່ງ.</verse>
				<verse number="19">ເພາະວ່າ​ພຣະເຈົ້າ​ພໍໃຈ​ທີ່​ຈະ​ໃຫ້​ຄວາມບໍລິບູນ​ທັງໝົດ​ຂອງ​ພຣະອົງ​ສະຖິດ​ຢູ່​ໃນ​ພຣະບຸດ,</verse>
				<verse number="20">ແລະ ໂດຍ​ພຣະອົງ​ນັ້ນ​ຈະ​ໃຫ້​ທຸກສິ່ງ​ຄືນດີ​ກັບ​ພຣະອົງ ບໍ່​ວ່າ​ສິ່ງ​ນັ້ນ​ຈະ​ຢູ່​ເທິງ​ແຜ່ນດິນໂລກ ຫລື ໃນ​ສະຫວັນ, ພຣະອົງ​ຈະ​ເຮັດ​ໃຫ້​ມີ​ສັນຕິພາບ​ເກີດ​ຂຶ້ນ​ໂດຍ​ຜ່ານທາງ​ໂລຫິດ​ຂອງ​ພຣະອົງ​ທີ່​ຫລັ່ງໄຫລ​ເທິງ​ໄມ້ກາງແຂນ.</verse>
				<verse number="21">ຄັ້ງໜຶ່ງ ພວກເຈົ້າ​ທັງຫລາຍ​ເຄີຍ​ຖືກ​ຕັດຂາດ​ຈາກ​ພຣະເຈົ້າ ແລະ ເປັນ​ສັດຕູ​ກັບ​ພຣະອົງ​ທາງ​ດ້ານ​ຈິດໃຈ​ເພາະ ​ພຶດຕິກຳ​ຊົ່ວຮ້າຍ​ຂອງ​ພວກເຈົ້າ.</verse>
				<verse number="22">ແຕ່​ບັດນີ້ ພຣະອົງ​ໄດ້​ໃຫ້​ພວກເຈົ້າ​ຄືນດີ​ກັບ​ພຣະອົງ​ໂດຍ​ການຕາຍ​ທາງ​ດ້ານ​ຮ່າງກາຍ​ຂອງ​ພຣະຄຣິດເຈົ້າ ​ເພື່ອ​ຖວາຍ​ພວກເຈົ້າ​ໃຫ້​ເປັນ​ຜູ້​ບໍລິສຸດ, ບໍ່ມີຕຳໜິ ແລະ ພົ້ນ​ຈາກ​ຂໍ້ກ່າວຫາ​ຕໍ່ໜ້າ​ພຣະອົງ.</verse>
				<verse number="23">ຖ້າ​ພວກເຈົ້າ​ດໍາເນີນ​ຕໍ່ໄປ​ໃນ​ຄວາມເຊື່ອ​ຂອງ​ພວກເຈົ້າ ເຊິ່ງ​ໄດ້​ວາງຮາກ​ລົງ​ຢ່າງ​ໝັ້ນຄົງ ແລະ ຖາວອນ​ແລ້ວ ຢ່າ​ໄດ້​ໜີ​ຈາກ​ຄວາມຫວັງ​ທີ່​ມີ​ຢູ່​ໃນ​ຂ່າວປະເສີດ. ນີ້​ແມ່ນ​ຂ່າວປະເສີດ​ທີ່​ພວກເຈົ້າ​ໄດ້​ຍິນ ແລະ ໄດ້​ປະກາດ​ແກ່​ທຸກ​ຊີວິດ​ທີ່​ຢູ່​ໃຕ້​ສະຫວັນ ແລະ ເຮົາ​ຄື​ໂປໂລ​ໄດ້​ກາຍເປັນ​ຜູ້ຮັບໃຊ້.</verse>
				<verse number="24">ບັດນີ້ ເຮົາ​ມີ​ຄວາມຊື່ນຊົມຍິນດີ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ ແລະ ເຮົາ​ກຳລັງ​ເຕີມ​ການທົນທຸກ​ຂອງ​ພຣະຄຣິດເຈົ້າ​ທີ່​ຍັງ​ຂາດ​ຢູ່​ໃຫ້​ເຕັມ​ໃນ​ຮ່າງກາຍ​ຂອງ​ເຮົາ ເພື່ອ​ເຫັນ​ແກ່​ກາຍ​ຂອງ​ພຣະອົງ​ຄື​ຄຣິສຕະຈັກ.</verse>
				<verse number="25">ເຮົາ​ໄດ້​ກາຍ​ເປັນ​ຜູ້ຮັບໃຊ້​ໃນ​ຄຣິສຕະຈັກ​ຕາມ​ພາລະກິດ​ທີ່​ພຣະເຈົ້າ​ໄດ້​ມອບ​ໝາຍ​ໃຫ້​ເຮົາ​ເຮັດ​ໃນ​ທ່າມກາງ​ພວກເຈົ້າ ເພື່ອ​ໃຫ້​ພຣະຄຳ​ຂອງ​ພຣະເຈົ້າ​ປາກົດ​ແຈ້ງ​ຢ່າງ​ຄົບຖ້ວນ​ແກ່​ພວກເຈົ້າ.</verse>
				<verse number="26">ພຣະຄຳ​ນີ້​ຄື​ຂໍ້ຄວາມ​ອັນ​ເລິກລັບ​ທີ່​ຖືກ​ປິດບັງ​ໄວ້​ຕະຫລອດ​ຫລາຍ​ຍຸກ ແລະ ຫລາຍ​ເຊັ່ນ​ຄົນ, ແຕ່​ບັດນີ້​ໄດ້​ເປີດເຜີຍ​ໃຫ້​ແກ່​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="27">ສຳລັບ​ພວກເຂົາ​ແລ້ວ ພຣະເຈົ້າ​ໄດ້​ເລືອກ​ທີ່​ຈະ​ເຮັດ​ໃຫ້​ຄົນຕ່າງຊາດ​ໄດ້​ຮູ້ຈັກ​ຄວາມຮັ່ງມີ​ອັນ​ສະຫງ່າລາສີ​ຂອງ​ຂໍ້​ເລິກລັບ ຄື​ພຣະຄຣິດເຈົ້າ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທັງຫລາຍ ເຊິ່ງ​ເປັນ​ຄວາມຫວັງ​ແຫ່ງ​ສະຫງ່າລາສີ.</verse>
				<verse number="28">ພຣະອົງ​ນັ້ນ​ແຫລະ​ທີ່​ພວກເຮົາ​ປະກາດ, ເຕືອນສະຕິ ແລະ ສັ່ງສອນ​ທຸກຄົນ​ດ້ວຍ​ສະຕິປັນຍາ​ທຸກຢ່າງ ເພື່ອວ່າ​ພວກເຮົາ​ຈະ​ໄດ້​ຖວາຍ​ທຸກຄົນ​ໃຫ້​ເປັນ​ຜູ້ໃຫຍ່​ຄົບຖ້ວນ​ໃນ​ພຣະຄຣິດເຈົ້າ.</verse>
				<verse number="29">ເພື່ອ​ຈຸດປະສົງ​ນີ້​ແຫລະ ເຮົາ​ຈຶ່ງ​ຕໍ່ສູ້​ຢ່າງ​ສຸດ​ກຳລັງ​ທັງໝົດ​ທີ່​ພຣະຄຣິດເຈົ້າ​ກຳລັງ​ທຳງານ​ຢ່າງ​ເຂັ້ມແຂງ​ໃນ​ໂຕ​ເຮົາ.</verse>
			</chapter>
			<chapter number="2">
				<verse number="1">ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ເຮົາ​ກຳລັງ​ຕໍ່ສູ້​ຫລາຍ​ເທົ່າໃດ​ເພື່ອ​ພວກເຈົ້າ, ເພື່ອ​ພວກ​ພີ່ນ້ອງ​ຊາວ​ເມືອງ​ລາວດີເກອາ ແລະ ເພື່ອ​ທຸກຄົນ​ທີ່​ຍັງ​ບໍ່​ເຄີຍ​ພົບ​ເຮົາ​ເປັນ​ການ​ສ່ວນໂຕ​ເລີຍ.</verse>
				<verse number="2">ເປົ້າໝາຍ​ຂອງ​ເຮົາ​ກໍ​ຄື​ໃຫ້​ພວກເຂົາ​ໄດ້​ຮັບ​ການ​ໜູນໃຈ​ໃນ​ໃຈ ແລະ ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ຄວາມຮັກ, ເພື່ອ​ວ່າ​ພວກເຂົາ​ຈະ​ເຕັມລົ້ນ​ດ້ວຍ​ຄວາມເຂົ້າໃຈ​ອັນ​ຄົບຖ້ວນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮູ້​ເຖິງ​ຂໍ້​ເລິກລັບ​ຂອງ​ພຣະເຈົ້າ ຄື​ພຣະຄຣິດເຈົ້າ,</verse>
				<verse number="3">ເຊິ່ງ​ຊັບສົມບັດ​ແຫ່ງ​ສະຕິປັນຍາ ແລະ ຄວາມຮູ້​ທັງໝົດ​ເຊື່ອງຊ້ອນ​ໄວ້​ໃນ​ພຣະອົງ.</verse>
				<verse number="4">ເຮົາ​ກ່າວ​ຢ່າງ​ນີ້​ກໍ​ເພື່ອ​ບໍ່​ໃຫ້​ຜູ້ໃດ​ລໍ້ລວງ​ພວກເຈົ້າ​ດ້ວຍ​ຖ້ອຍຄຳ​ອັນ​ໜ້າ​ເຊື່ອຖື.</verse>
				<verse number="5">ເພາະ​ເຖິງແມ່ນວ່າ​ຮ່າງກາຍ​ຂອງ​ເຮົາ​ບໍ່​ຢູ່​ກັບ​ພວກເຈົ້າ ແຕ່​ຈິດໃຈ​ຂອງ​ເຮົາ​ກໍ​ຢູ່​ກັບ​ພວກເຈົ້າ ແລະ ມີ​ຄວາມຊື່ນຊົມຍິນດີ​ທີ່​ໄດ້​ເຫັນ​ພວກເຈົ້າ​ພາ​ກັນ​ຢູ່​ຢ່າງ​ຮຽບຮ້ອຍ ແລະ ເຫັນ​ຄວາມເຊື່ອ​ອັນ​ໝັ້ນຄົງ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າ.</verse>
				<verse number="6">ດັ່ງນັ້ນ ໃນ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຣິດເຈົ້າເຢຊູ​ເປັນ​ອົງພຣະຜູ້ເປັນເຈົ້າ​ແລ້ວ​ກໍ​ຈົ່ງ​ດຳເນີນຊີວິດ​ໃນ​ພຣະອົງ​ຕໍ່​ໄປ,</verse>
				<verse number="7">ຈົ່ງ​ຢັ່ງຮາກ ແລະ ຮັບ​ການ​ສ້າງ​ຂຶ້ນ​ໃນ​ພຣະອົງ, ຈົ່ງ​ເຂັ້ມແຂງ​ໃນ​ຄວາມເຊື່ອ​ຕາມ​ທີ່​ພວກເຈົ້າ​ໄດ້​ຮັບ​ການສອນ​ມາ ແລະ ເຕັມລົ້ນ​ດ້ວຍ​ການຂອບພຣະຄຸນ.</verse>
				<verse number="8">ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຈັບ​ພວກເຈົ້າ​ໄປ​ເປັນ​ຊະເລີຍ​ດ້ວຍ​ປັດຊະຍາ​ອັນ​ບໍ່ມີແກ່ນສານ ແລະ ຫລອກລວງ ເຊິ່ງ​ອາໄສ​ປະເພນີ​ຂອງ​ມະນຸດ​ທີ່​ສືບທອດ​ກັນ​ມາ ແລະ ຫລັກການພື້ນຖານ​ຕ່າງໆ​ຂອງ​ໂລກ​ນີ້ ​ແທນ​ທີ່​ຈະ​ອາໄສ​ພຣະຄຣິດເຈົ້າ.</verse>
				<verse number="9">ເພາະ​ໃນ​ພຣະຄຣິດເຈົ້າ​ນັ້ນ ລັກສະນະ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ດໍາລົງ​ຢູ່​ຢ່າງ​ເຕັມ​ບໍລິບູນ​ໃນ​ກາຍ​ຂອງ​ພຣະອົງ</verse>
				<verse number="10">ແລະ ໃນ​ພຣະອົງ​ພວກເຈົ້າ​ໄດ້​ຮັບ​ຄວາມບໍລິບູນ. ພຣະອົງ​ເປັນ​ຫົວ​ເໜືອ​ອຳນາດ ແລະ ຜູ້ມີອຳນາດ​ທັງໝົດ.</verse>
				<verse number="11">ໃນ​ພຣະອົງ ພວກເຈົ້າ​ຍັງ​ໄດ້​ຮັບພິທີຕັດ​ແລ້ວ​ດ້ວຍ​ການ​ປະຖິ້ມ​ທຳມະຊາດບາບ ເປັນ​ພິທີຕັດ​ທີ່​ບໍ່​ໄດ້​ເຮັດ​ດ້ວຍ​ມື​ມະນຸດ​ແຕ່​ເຮັດ​ໂດຍ​ພຣະຄຣິດເຈົ້າ,</verse>
				<verse number="12">ພວກເຈົ້າ​ຖືກ​ຝັງ​ໄວ້​ກັບ​ພຣະອົງ​ໃນ​ພິທີບັບຕິສະມາ ແລະ ໃຫ້​ພວກເຈົ້າ​ເປັນຄືນມາຈາກຕາຍ​ດ້ວຍ​ກັນ​ກັບ​ພຣະອົງ​ຜ່ານ​ທາງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ການທຳງານ​ຂອງ​ພຣະເຈົ້າ​ຜູ້​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ.</verse>
				<verse number="13">ເມື່ອ​ພວກເຈົ້າ​ໄດ້​ຕາຍ​ແລ້ວ​ໃນ​ຄວາມບາບ​ຂອງ​ພວກເຈົ້າ ແລະ ໃນ​ການ​ບໍ່​ໄດ້​ຮັບພິທີຕັດ​ຝ່າຍ​ເນື້ອກາຍ​ຂອງ​ພວກເຈົ້າ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຈົ້າ ​ມີຊີວິດ​ຢູ່​ກັບ​ພຣະຄຣິດເຈົ້າ, ພຣະອົງ​ໃຫ້​ອະໄພ​ຄວາມບາບ​ທັງໝົດ​ຂອງ​ພວກເຮົາ,</verse>
				<verse number="14">ພຣະອົງ​ຍົກເລີກ​ໜັງສື​ສັນຍາ​ທີ່​ຜູກມັດ​ພວກເຮົາ​ດ້ວຍ​ກົດເກນ​ຕ່າງໆ ເຊິ່ງ​ຂັດຂວາງ ແລະ ຕໍ່ຕ້ານ​ພວກເຮົາ ພຣະອົງ​ເອົາ​ໜັງສື​ນີ້​ອອກ​ໄປ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.</verse>
				<verse number="15">ແລະ ໄດ້​ປົດ​ອຳນາດ ແລະ ຜູ້ມີອຳນາດ​ທັງຫລາຍ​ລົງ, ພຣະອົງ​ໄດ້​ປະຈານ​ພວກເຂົາ​ຢ່າງ​ເປີດເຜີຍ ແລະ ເອົາ​ຊະນະ​ພວກເຂົາ​ໂດຍ​ໄມ້ກາງແຂນ​ນັ້ນ.</verse>
				<verse number="16">ເຫດສະນັ້ນ ຢ່າ​ໃຫ້​ຜູ້ໃດ​ຕັດສິນ​ພວກເຈົ້າ​ໃນ​ເລື່ອງ​ການກິນ ຫລື ການດື່ມ ຫລື ກ່ຽວກັບ​ວັນ​ເທດສະການ​ທາງ​ສາສະໜາ ຫລື ໃນ​ເລື່ອງ​ງານສະຫລອງ​ວັນ​ເດືອນ​ອອກ​ໃໝ່ ຫລື ໃນ​ເລື່ອງ​ວັນຊະບາໂຕ.</verse>
				<verse number="17">ສິ່ງ​ເຫລົ່ານີ້​ເປັນ​ພຽງ​ເງົາ​ຂອງ​ສິ່ງ​ທີ່​ຈະ​ມາ​ພາຍຫລັງ ສ່ວນ​ຄວາມຈິງ​ແທ້​ແມ່ນ​ພົບ​ຢູ່​ໃນ​ພຣະຄຣິດເຈົ້າ.</verse>
				<verse number="18">ຢ່າ​ໃຫ້​ຜູ້ໃດ​ທີ່​ຊື່ນຊົມ​ກັບ​ການ​ເຮັດ​ທ່າທີ​ຄື​ຖ່ອມໂຕ ແລະ ການ​ຂາບໄຫວ້​ເທວະດາ​ເຮັດ​ໃຫ້​ພວກເຈົ້າ​ໝົດ​ສິດ​ຮັບ​ລາງວັນ. ຄົນ​ຢ່າງ​ນັ້ນ​ໄຝ່ຝັນ​ເຖິງ​ແຕ່​ສິ່ງ​ທີ່​ພວກເຂົາ​ໄດ້​ເຫັນ. ພວກເຂົາ​ອວດໂຕ​ຂຶ້ນ​ດ້ວຍ​ຄວາມຄິດ​ໄຮ້ສາລະ​ຕາມ​ຈິດໃຈ​ຝ່າຍ​ເນື້ອໜັງ.</verse>
				<verse number="19">ພວກເຂົາ​ໄດ້​ສູນເສຍ​ການເຊື່ອມຕໍ່​ກັບ​ຫົວ ເຊິ່ງ​ຮ່າງກາຍ​ທັງໝົດ​ກໍ​ໄດ້​ຮັບ​ການ​ບຳລຸງລ້ຽງ ແລະ ປະສານ​ເຂົ້າ​ກັນ​ໄວ້​ດ້ວຍ​ຂໍ້ ແລະ ເອັນ​ຕ່າງໆ ຈຶ່ງ​ຈະເລີນ​ເຕີບໂຕ​ຂຶ້ນ​ຕາມ​ທີ່​ພຣະເຈົ້າ​ໃຫ້​ຈະເລີນ​ເຕີບໂຕ​ຂຶ້ນ.</verse>
				<verse number="20">ໃນ​ເມື່ອ​ພວກເຈົ້າ​ໄດ້​ຕາຍ​ກັບ​ພຣະຄຣິດເຈົ້າ ພົ້ນ​ຈາກ​ຫລັກການພື້ນຖານ​ຕ່າງໆ​ຂອງ​ໂລກ​ນີ້​ແລ້ວ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ເປັນ​ຂອງ​ຝ່າຍ​ໂລກ, ເປັນ​ຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ປະຕິບັດ​ຕາມ​ກົດເກນ​ເຫລົ່ານີ້​ທີ່​ວ່າ:</verse>
				<verse number="21">“ຢ່າ​ຈັບ! ຢ່າ​ຊິມ! ຢ່າ​ແຕະຕ້ອງ!”</verse>
				<verse number="22">ກົດເກນ​ເຫລົ່ານີ້​ຖືກ​ກຳນົດ​ໃຫ້​ເສື່ອມສູນ​ໄປ​ເມື່ອ​ໃຊ້​ມັນ ເຊິ່ງ​ຕັ້ງ​ຢູ່​ເທິງ​ຄຳສັ່ງ ແລະ ຄຳສອນ​ຂອງ​ມະນຸດ.</verse>
				<verse number="23">ຄວາມຈິງແລ້ວ ກົດເກນ​ເຫລົ່ານີ້​ເບິ່ງ​ຄື​ມີ​ປັນຍາ, ພວກເຂົາ​ນະມັດສະການ​ຕາມໃຈ​ທີ່​ກຳນົດ​ຂຶ້ນ​ເອງ, ເຮັດ​ທ່າທີ​ຄື​ຖ່ອມໂຕ ແລະ ທໍລະມານ​ຮ່າງກາຍ​ຂອງ​ຕົນ ແຕ່​ສິ່ງເຫລົ່ານີ້​ກໍ​ບໍ່ມີ​ປະໂຫຍດ​ອັນໃດ​ໃນ​ການຄວບຄຸມ​ກິເລດຕັນຫາ​ເລີຍ.</verse>
			</chapter>
			<chapter number="3">
				<verse number="1">ຖ້າ​ພວກເຈົ້າ​ໄດ້​ຮັບ​ການ​ເຮັດ​ໃຫ້​ເປັນຄືນມາ​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ​ແລ້ວ ກໍ​ຈົ່ງ​ໃຫ້​ໃຈ​ຂອງ​ພວກເຈົ້າ​ຈົດຈໍ່​ກັບ​ສິ່ງ​ທີ່​ຢູ່​ເບື້ອງເທິງ ບ່ອນ​ທີ່​ພຣະຄຣິດເຈົ້າ​ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ.</verse>
				<verse number="2">ຈົ່ງ​ໃຫ້​ຄວາມຄິດ​ຂອງ​ພວກເຈົ້າ​ຈົດຈໍ່​ຢູ່​ກັບ​ສິ່ງ​ທີ່​ຢູ່​ເບື້ອງເທິງ​ບໍ່​ແມ່ນ​ສິ່ງ​ທີ່​ຢູ່​ເທິງ​ແຜ່ນດິນໂລກ.</verse>
				<verse number="3">ດ້ວຍວ່າ ພວກເຈົ້າ​ໄດ້​ຕາຍ​ແລ້ວ ແລະ ບັດນີ້​ຊີວິດ​ຂອງ​ພວກເຈົ້າ​ກໍ​ຖືກ​ເຊື່ອງຊ້ອນ​ໄວ້​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ​ໃນ​ພຣະເຈົ້າ.</verse>
				<verse number="4">ເມື່ອໃດ​ທີ່​ພຣະຄຣິດເຈົ້າ​ຜູ້​ເປັນ​ຊີວິດ​ຂອງ​ພວກເຈົ້າ ​ມາ​ປາກົດ ເມື່ອນັ້ນ​ແຫລະ ພວກເຈົ້າ​ກໍ​ຈະ​ໄດ້​ມາ​ປາກົດ​ພ້ອມ​ກັບ​ພຣະອົງ​ໃນ​ສະຫງ່າລາສີ​ຂອງ​ພຣະອົງ.</verse>
				<verse number="5">ເຫດສະນັ້ນ ຈົ່ງ​ຂ້າ​ຕັນຫາ​ຝ່າຍ​ໂລກ​ຂອງ​ພວກເຈົ້າ​ຄື: ການ​ຜິດສິນທຳທາງເພດ, ຄວາມ​ບໍ່ສະອາດ, ລາຄະຕັນຫາ, ຄວາມປາຖະໜາ​ຊົ່ວ ແລະ ຄວາມໂລບ ເຊິ່ງ​ເປັນ​ການຂາບໄຫວ້​ຮູບເຄົາລົບ.</verse>
				<verse number="6">ເພາະ​ສິ່ງ​ເຫລົ່ານີ້ ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ກຳລັງ​ຈະ​ມາ​ເຖິງ.</verse>
				<verse number="7">ເມື່ອກ່ອນ​ພວກເຈົ້າ​ເຄີຍ​ດຳເນີນຊີວິດ​ໃນ​ທາງ​ເຫລົ່ານີ້</verse>
				<verse number="8">ແຕ່​ບັດນີ້ ພວກເຈົ້າ​ຈົ່ງ​ກຳຈັດ​ສິ່ງ​ເຫລົ່ານີ້​ທັງໝົດ​ຈາກ​ພວກເຈົ້າ​ຄື: ຄວາມໃຈຮ້າຍ, ຄວາມໂກດແຄ້ນ, ການຄິດປອງຮ້າຍ, ການ​ໃສ່ຮ້າຍປ້າຍສີ ແລະ ຄຳເວົ້າ​ເປື້ອນເປິ​ຈາກ​ປາກ​ຂອງ​ພວກເຈົ້າ.</verse>
				<verse number="9">ຢ່າ​ເວົ້າ​ຕົວະ​ຕໍ່​ກັນ ເພາະ​ພວກເຈົ້າ​ໄດ້​ຖອດຖິ້ມ​ສະພາບ​ມະນຸດ​ຄົນ​ເກົ່າ​ພ້ອມ​ກັບ​ຄວາມປະພຶດ​ແບບ​ເກົ່າ​ຖິ້ມ​ແລ້ວ</verse>
				<verse number="10">ແລະ ສວມ​ສະພາບ​ມະນຸດ​ຄົນ​ໃໝ່ ເຊິ່ງ​ພຣະເຈົ້າ​ກຳລັງ​ສ້າງ​ຂຶ້ນ​ໃໝ່​ຕາມ​ແບບ​ລັກສະນະ​ຂອງ​ພຣະ​ຜູ້ສ້າງ​ເພື່ອ​ໃຫ້​ພວກເຈົ້າ​ຮູ້ຈັກ​ພຣະອົງ​ຫລາຍຂຶ້ນ.</verse>
				<verse number="11">ດັ່ງນັ້ນ ຈຶ່ງ​ບໍ່​ມີ​ຄົນຕ່າງຊາດ ຫລື ຄົນຢິວ, ຮັບພິທີຕັດ ຫລື ບໍ່ຮັບພິທີຕັດ, ຄົນປ່າເຖື່ອນ, ຂ້າທາດ ຫລື ອິດສະຫລະ ແຕ່​ພຣະຄຣິດເຈົ້າ​ເປັນ​ທຸກສິ່ງ ແລະ ຢູ່​ໃນ​ທຸກຄົນ.</verse>
				<verse number="12">ເຫດສະນັ້ນ, ໃນ​ຖານະ​ທີ່​ເປັນ​ຄົນ​ທີ່​ພຣະເຈົ້າ​ເລືອກ, ເປັນ​ຜູ້​ບໍລິສຸດ ແລະ ເປັນ​ທີ່ຮັກ​ຂອງ​ພຣະອົງ, ຈົ່ງ​ສວມ​ໂຕ​ເອງ​ດ້ວຍ​ຄວາມເມດຕາ, ຄວາມປານີ, ຄວາມຖ່ອມຕົວ, ຄວາມອ່ອນສຸພາບ ແລະ ຄວາມອົດທົນ.</verse>
				<verse number="13">ຈົ່ງ​ອົດທົນ​ຕໍ່​ກັນ ແລະ ຖ້າ​ຜູ້ໃດ​ມີ​ເລື່ອງ​ຕໍ່​ກັນ​ກໍ​ຈົ່ງ​ຍົກໂທດ​ໃຫ້​ກັນ, ຈົ່ງ​ຍົກໂທດ​ໃຫ້​ກັນ​ເໝືອນ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ.</verse>
				<verse number="14">ແລະ ຈົ່ງ​ສວມ​ຄວາມຮັກ​ທັບ​ຄຸນງາມຄວາມດີ​ທັງໝົດ​ນີ້ ເຊິ່ງ​ຜູກມັດ​ສິ່ງ​ເຫລົ່ານີ້​ທັງໝົດ​ໃຫ້​ເປັນ​ອັນໜຶ່ງອັນດຽວ​ກັນ​ຢ່າງ​ສົມບູນ.</verse>
				<verse number="15">ຈົ່ງ​ໃຫ້​ສັນຕິສຸກ​ຂອງ​ພຣະຄຣິດເຈົ້າ​ປົກຄອງ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຈົ້າ​ເພາະ​ພຣະເຈົ້າ​ເອີ້ນ​ພວກເຈົ້າ​ມາ​ເປັນ​ອະໄວຍະວະ​ຂອງ​ກາຍ​ດຽວ​ກັນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ສັນຕິສຸກ​ນີ້ ແລະ ຈົ່ງ​ມີ​ໃຈ​ຂອບພຣະຄຸນ.</verse>
				<verse number="16">ຈົ່ງ​ໃຫ້​ພຣະຄຳ​ຂອງ​ພຣະຄຣິດເຈົ້າ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ​ຢ່າງ​ບໍລິບູນ​ຂະນະ​ທີ່​ພວກເຈົ້າ​ສັ່ງສອນ ແລະ ເຕືອນສະຕິ​ກັນແລະກັນ​ດ້ວຍ​ປັນຍາ​ທຸກຢ່າງ, ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ສັນລະເສີນ, ເພງ​ນະມັດສະການ ແລະ ບົດເພງ​ຈາກ​ພຣະວິນຍານ, ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະເຈົ້າ​ດ້ວຍ​ໃຈ​ກະຕັນຍູ​ຕໍ່​ພຣະເຈົ້າ.</verse>
				<verse number="17">ແລະ ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ເຮັດ ບໍ່​ວ່າ​ຈະ​ດ້ວຍ​ວາຈາ ຫລື ດ້ວຍ​ການກະທຳ ຈົ່ງ​ເຮັດ​ທຸກສິ່ງ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ພຣະບິດາ​ໂດຍ​ທາງ​ພຣະອົງ​ນັ້ນ.</verse>
				<verse number="18">ຝ່າຍ​ເມຍ​ທັງຫລາຍ ຈົ່ງ​ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ ເຊິ່ງ​ເປັນ​ສິ່ງ​ທີ່​ເໝາະສົມ​ໃນ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="19">ຝ່າຍ​ຜົວ​ທັງຫລາຍ ຈົ່ງ​ຮັກ​ເມຍ​ຂອງ​ຕົນ ແລະ ຢ່າ​ເຮັດ​ຄວາມຮຸນແຮງ​ຕໍ່​ນາງ.</verse>
				<verse number="20">ຝ່າຍ​ລູກ​ທັງຫລາຍ ຈົ່ງ​ເຊື່ອຟັງ​ພໍ່ແມ່​ຂອງ​ຕົນ​ໃນ​ທຸກສິ່ງ ເພາະ​ສິ່ງ​ນີ້​ເຮັດ​ໃຫ້​ອົງພຣະຜູ້ເປັນເຈົ້າ​ພໍໃຈ.</verse>
				<verse number="21">ຝ່າຍ​ພໍ່ ​ທັງຫລາຍ ຢ່າ​ເຮັດ​ໃຫ້​ລູກ​ຂອງ​ຕົນ​ຂັດເຄືອງໃຈ ບໍ່​ດັ່ງນັ້ນ​ພວກເຂົາ​ຈະ​ທໍ້ຖອຍໃຈ.</verse>
				<verse number="22">ຝ່າຍ​ຂ້າທາດ​ທັງຫລາຍ ຈົ່ງ​ຍອມ​ເຊື່ອຟັງ​ນາຍ​ຝ່າຍ​ໂລກ​ຂອງ​ຕົນ​ໃນ​ທຸກສິ່ງ ແລະ ຈົ່ງ​ເຮັດ​ຢ່າງ​ນີ້​ບໍ່​ແມ່ນ​ພຽງແຕ່​ຢູ່​ຕໍ່ໜ້າ ຫລື ເຮັດ​ເພື່ອ​ເອົາ​ໃຈ​ເທົ່ານັ້ນ ແຕ່​ເຮັດ​ດ້ວຍ​ຄວາມຈິງໃຈ ແລະ ດ້ວຍ​ຄວາມຢຳເກງ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="23">ບໍ່​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ທຸ້ມເທ​ເຮັດ​ດ້ວຍ​ສຸດໃຈ​ເໝືອນ​ເຮັດ​ເພື່ອ​ອົງພຣະຜູ້ເປັນເຈົ້າ ບໍ່​ແມ່ນ​ເຮັດ​ເພື່ອ​ນາຍ​ທີ່​ເປັນ​ມະນຸດ,</verse>
				<verse number="24">ເພາະ​ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ມໍລະດົກ​ຈາກ​ອົງພຣະຜູ້ເປັນເຈົ້າ​ເປັນ​ລາງວັນ. ພຣະຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ນີ້​ແຫລະ​ຄື​ຜູ້​ທີ່​ພວກເຈົ້າ​ກຳລັງ​ຮັບໃຊ້​ຢູ່.</verse>
				<verse number="25">ຜູ້ໃດ​ທີ່​ເຮັດ​ຜິດ​ກໍ​ຈະ​ໄດ້​ຮັບ​ຜົນ​ຕອບສະໜອງ​ຕາມ​ຄວາມຜິດ​ຂອງ​ຕົນ ແລະ ຈະ​ບໍ່​ມີ​ການ​ລຳອຽງ​ເຂົ້າຂ້າງ​ຜູ້ໃດ.</verse>
			</chapter>
			<chapter number="4">
				<verse number="1">ຝ່າຍ​ນາຍ​ທັງຫລາຍ ຈົ່ງ​ປະຕິບັດ​ຕໍ່​ຂ້າທາດ​ຂອງ​ຕົນ​ຢ່າງ​ຖືກຕ້ອງ ແລະ ຍຸຕິທຳ ເພາະ​ພວກເຈົ້າ​ຮູ້​ຢູ່​ວ່າ​ພວກເຈົ້າ​ກໍ​ມີ​ນາຍ​ອົງ​ໜຶ່ງ​ຢູ່​ໃນ​ສະຫວັນ​ເໝືອນກັນ.</verse>
				<verse number="2">ຈົ່ງ​ອຸທິດຕົນ​ໃນ​ການອະທິຖານ, ຈົ່ງ​ເຝົ້າລະວັງ ແລະ ໂມທະນາ​ຂອບພຣະຄຸນ.</verse>
				<verse number="3">ແລະ ຈົ່ງ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ ຂໍ​ໃຫ້​ພຣະເຈົ້າ​ເປີດ​ປະຕູ​ສຳລັບ​ຂໍ້ຄວາມ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ປະກາດ​ຂໍ້​ເລິກລັບ​ຂອງ​ພຣະຄຣິດເຈົ້າ, ການ​ທີ່​ເຮົາ​ຖືກຈໍາຈອງ​ຢູ່​ກໍ​ເພາະ​ເລື່ອງ​ນີ້​ແຫລະ.</verse>
				<verse number="4">ຈົ່ງ​ອະທິຖານ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ປະກາດ​ຂໍ້​ເລິກລັບ​ນັ້ນ​ຢ່າງ​ຈະແຈ້ງ​ຕາມ​ທີ່​ເຮົາ​ຄວນ​ຈະ​ກ່າວ.</verse>
				<verse number="5">ຈົ່ງ​ສະຫລາດ​ໃນ​ການ​ປະຕິບັດ​ຕໍ່​ຄົນ​ພາຍນອກ ຈົ່ງ​ໃຊ້​ທຸກ​ໂອກາດ​ໃຫ້​ເປັນ​ປະໂຫຍດ​ທີ່ສຸດ.</verse>
				<verse number="6">ຈົ່ງ​ໃຫ້​ວາຈາ​ຂອງ​ພວກເຈົ້າ​ເຕັມ​ດ້ວຍ​ພຣະຄຸນ​ຢູ່​ສະເໝີ, ປະສົມ​ດ້ວຍ​ເກືອ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ​ຄວນ​ຕອບ​ທຸກຄົນ​ຢ່າງໃດ.</verse>
				<verse number="7">ຕີຂີໂກ ຈະ​ແຈ້ງ​ຂ່າວ​ທັງໝົດ​ກ່ຽວກັບ​ເຮົາ​ໃຫ້​ພວກເຈົ້າ​ຮູ້. ລາວ​ເປັນ​ນ້ອງ​ຮັກ, ເປັນ​ຜູ້ຮັບໃຊ້​ທີ່​ສັດຊື່ ແລະ ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ໃນ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="8">ເຮົາ​ກຳລັງ​ສົ່ງ​ລາວ​ມາ​ຫາ​ພວກເຈົ້າ​ກໍ​ເພື່ອ​ຈຸດປະສົງ​ທີ່​ຊັດເຈນ​ທີ່​ພວກເຈົ້າ​ຈະ​ໄດ້​ຮູ້​ກ່ຽວກັບ​ສະພາບການ​ຂອງ​ພວກເຮົາ ແລະ ເພື່ອ​ລາວ​ຈະ​ໄດ້​ໜູນໃຈ​ພວກເຈົ້າ.</verse>
				<verse number="9">ລາວ​ຈະ​ມາ​ພ້ອມ​ກັບ​ໂອເນຊີໂມ ນ້ອງ​ຮັກ ແລະ ສັດຊື່​ຂອງ​ພວກເຮົາ, ລາວ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ. ພວກເຂົາ​ຈະ​ບອກ​ທຸກຢ່າງ​ທີ່​ເກີດຂຶ້ນ​ຢູ່​ທີ່​ນີ້​ໃຫ້​ພວກເຈົ້າ​ຟັງ.</verse>
				<verse number="10">ອາຣິດຕາໂຂ ເພື່ອນ​ນັກໂທດ​ຂອງ​ເຮົາ ແລະ ມາຣະໂກ ຍາດພີ່ນ້ອງ​ຂອງ​ບາຣະນາບາ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. (ພວກເຈົ້າ​ຄົງ​ໄດ້​ຮັບ​ຄຳແນະນໍາ​ແລ້ວ​ວ່າ​ໃຫ້​ຕ້ອນຮັບ​ມາຣະໂກ​ຖ້າ​ລາວ​ມາ​ຫາ​ພວກເຈົ້າ.)</verse>
				<verse number="11">ແລະ ເຢຊູ ຜູ້​ທີ່​ຄົນ​ເອີ້ນ​ກັນ​ວ່າ​ຢູສະໂຕ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. ມີ​ພຽງ​ແຕ່​ຄົນ​ເຫລົ່ານີ້​ເທົ່ານັ້ນ​ທີ່​ເປັນ​ຄົນຢິວ​ໃນ​ທ່າມກາງ​ເພື່ອນຮ່ວມງານ​ຂອງ​ເຮົາ​ເພື່ອ​ອານາຈັກ​ຂອງ​ພຣະເຈົ້າ ແລະ ພວກເຂົາ​ໄດ້​ໜູນໃຈ​ເຮົາ​ຫລາຍ.</verse>
				<verse number="12">ເອປາຟາ ຜູ້​ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. ເພິ່ນ​ໄດ້​ປ້ຳສູ້​ອະທິຖານ​ເພື່ອ​ພວກເຈົ້າ​ຢູ່​ສະເໝີ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງ​ໝັ້ນຄົງ​ຢູ່​ໃນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເປັນ​ຜູ້ໃຫຍ່ ແລະ ມີ​ຄວາມໝັ້ນໃຈ​ຢ່າງ​ເຕັມສ່ວນ.</verse>
				<verse number="13">ເຮົາ​ເປັນ​ພະຍານ​ຝ່າຍ​ເພິ່ນ​ໄດ້​ວ່າ​ເພິ່ນ​ທຳງານ​ໜັກໜ່ວງ​ເພື່ອ​ພວກເຈົ້າ ແລະ ເພື່ອ​ຄົນ​ທັງຫລາຍ​ທີ່​ຢູ່​ເມືອງ​ລາວດີເກອາ ແລະ ທັງ​ຄົນ​ທີ່​ຢູ່​ເມືອງ​ເຮຍຣາໂປລີ.</verse>
				<verse number="14">ລູກາ ເພື່ອນ​ທີ່​ຮັກ​ຂອງ​ພວກເຮົາ​ຜູ້​ເປັນ​ໝໍ ແລະ ເດມາ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ.</verse>
				<verse number="15">ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ໄປ​ຍັງ​ພີ່ນ້ອງ​ທັງຫລາຍ​ທີ່​ຢູ່​ເມືອງ​ລາວດີເກອາ ແລະ ເຖິງ​ນາງ​ນິມຟາ ແລະ ຄຣິສຕະຈັກ​ທີ່​ຢູ່​ໃນ​ເຮືອນ​ຂອງ​ນາງ​ເໝືອນກັນ.</verse>
				<verse number="16">ຫລັງຈາກ​ໄດ້​ອ່ານ​ຈົດໝາຍ​ສະບັບ​ນີ້​ແລ້ວ ໃຫ້​ສັງເກດ​ວ່າ​ມີ​ການອ່ານ​ຈົດໝາຍ​ນີ້​ໃນ​ຄຣິສຕະຈັກ​ທີ່​ຢູ່​ເມືອງ​ລາວດີເກອາ​ເໝືອນກັນ ແລະ ຂະນະ​ດຽວ​ກັນ​ກໍ​ຂໍ​ໃຫ້​ພວກເຈົ້າ​ຮັບ​ຈົດໝາຍ​ຈາກ​ເມືອງ​ລາວດີເກອາ​ມາ​ອ່ານ​ເໝືອນກັນ.</verse>
				<verse number="17">ຈົ່ງ​ບອກ​ອາຂີໂປ​ວ່າ: “ຈົ່ງ​ເຮັດ​ພັນທະກິດ​ທີ່​ເຈົ້າ​ໄດ້​ຮັບ​ມອບໝາຍ​ໃນ​ອົງພຣະຜູ້ເປັນເຈົ້າ​ໃຫ້​ສຳເລັດ”.</verse>
				<verse number="18">ເຮົາ​ໂປໂລ ຂຽນ​ຄຳທັກທາຍ​ດ້ວຍ​ມື​ຂອງ​ເຮົາ​ເອງ. ຂໍ​ໃຫ້​ລະນຶກ​ເຖິງ​ໂສ້​ຂອງ​ເຮົາ​ດ້ວຍ. ຂໍ​ໃຫ້​ພຣະຄຸນ​ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.</verse>
			</chapter>
		</book>
		<book number="52">
			<chapter number="1">
				<verse number="1">ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຊີລາ ແລະ ຕີໂມທຽວ, ເຖິງ​ຄຣິສຕະຈັກ​ຂອງ​ຊາວ​ເທສະໂລນິກ​ໃນ​ພຣະເຈົ້າ​ພຣະບິດາ ແລະ ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.</verse>
				<verse number="2">ພວກເຮົາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ທຸກຄົນ ແລະ ກ່າວ​ເຖິງ​ພວກເຈົ້າ​ໃນ​ຄຳອະທິຖານ​ຂອງ​ພວກເຮົາ​ຢ່າງ​ຕໍ່ເນື່ອງ.</verse>
				<verse number="3">ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ພວກເຮົາ​ໄດ້​ລະນຶກ​ເຖິງ​ການງານ​ຂອງ​ພວກເຈົ້າ​ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ, ການເຮັດວຽກ​ໜັກ​ຂອງ​ພວກເຈົ້າ​ທີ່​ເກີດ​ຈາກ​ຄວາມຮັກ ແລະ ຄວາມອົດທົນ​ຂອງ​ພວກເຈົ້າ​ທີ່​ໄດ້​ຮັບ​ແຮງບັນດານໃຈ​ມາ​ຈາກ​ຄວາມຫວັງ​ໃນ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.</verse>
				<verse number="4">ພີ່ນ້ອງ​ທັງຫລາຍ​ຜູ້​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ​ເອີຍ, ພວກເຮົາ​ຮູ້​ວ່າ​ພຣະອົງ​ໄດ້​ເລືອກ​ເອົາ​ພວກເຈົ້າ,</verse>
				<verse number="5">ເພາະວ່າ​ຂ່າວປະເສີດ​ຂອງ​ພວກເຮົາ​ທີ່​ໄດ້​ມາ​ເຖິງ​ພວກເຈົ້າ​ບໍ່​ແມ່ນ​ພຽງແຕ່​ດ້ວຍ​ຖ້ອຍຄຳ​ເທົ່ານັ້ນ ແຕ່​ໄດ້​ມາ​ດ້ວຍ​ລິດອຳນາດ, ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ຄວາມເຊື່ອໝັ້ນ​ອັນ​ເລິກເຊິ່ງ. ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ດຳເນີນຊີວິດ​ຢ່າງໃດ​ໃນ​ທ່າມກາງ​ພວກເຈົ້າ​ເພື່ອ​ເຫັນ​ແກ່​ພວກເຈົ້າ​ທັງຫລາຍ.</verse>
				<verse number="6">ພວກເຈົ້າ​ໄດ້​ກາຍເປັນ​ຜູ້​ທີ່​ເຮັດ​ຕາມ​ແບບຢ່າງ​ຂອງ​ພວກເຮົາ ແລະ ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ພວກເຈົ້າ​ໄດ້​ຕ້ອນຮັບ​ເອົາ​ພຣະຄຳ​ໃນ​ທ່າມກາງ​ຄວາມທຸກທໍລະມານ​ຢ່າງ​ໜັກໜ່ວງ​ດ້ວຍ​ຄວາມຊື່ນຊົມຍິນດີ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໄດ້​ມອບ​ໃຫ້.</verse>
				<verse number="7">ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ກາຍເປັນ​ແບບຢ່າງ​ໃຫ້​ແກ່​ຄົນ​ທີ່​ເຊື່ອ​ທັງໝົດ​ໃນ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ.</verse>
				<verse number="8">ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ດັງ​ອອກຈາກ​ພວກເຈົ້າ​ໄປ ບໍ່​ແມ່ນ​ແຕ່​ຢູ່​ໃນ​ແຂວງ​ມາເກໂດເນຍ ແລະ ໃນ​ແຂວງ​ອະຂາຢາ​ເທົ່ານັ້ນ ຄວາມເຊື່ອ​ໃນ​ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ໄດ້​ກາຍເປັນ​ທີ່​ຮູ້ຈັກ​ໄປ​ທົ່ວ​ທຸກຫົນທຸກແຫ່ງ. ເຫດສະນັ້ນ ພວກເຮົາ​ຈຶ່ງ​ບໍ່​ຈໍາເປັນ​ຕ້ອງ​ເວົ້າ​ຫຍັງ​ກ່ຽວ​ກັບ​ເລື່ອງ​ນີ້​ອີກ,</verse>
				<verse number="9">ເພາະ​ພວກເຂົາ​ເອງ​ໄດ້​ເວົ້າ​ເຖິງ​ພວກເຈົ້າ​ວ່າ​ພວກເຈົ້າ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງໃດ. ພວກເຂົາ​ຍັງ​ບອກ​ອີກ​ວ່າ​ພວກເຈົ້າ​ໄດ້​ຫັນໜີ​ຈາກ​ຮູບເຄົາລົບ​ມາ​ຫາ​ພຣະເຈົ້າ ເພື່ອ​ຮັບໃຊ້​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ຜູ້​ມີຊີວິດ​ຢູ່,</verse>
				<verse number="10">ແລະ ຄອຍຖ້າ​ພຣະບຸດ​ຂອງ​ພຣະອົງ​ທີ່​ຈະ​ມາ​ຈາກ​ສະຫວັນ, ຜູ້​ທີ່​ພຣະອົງ​ໄດ້​ໃຫ້​ເປັນຄືນມາຈາກຕາຍ ຄື​ພຣະເຢຊູຄຣິດເຈົ້າ, ຜູ້​ທີ່​ກອບກູ້​ເອົາ​ພວກເຮົາ​ທັງຫລາຍ​ໃຫ້​ພົ້ນ​ຈາກ​ຄວາມໂກດຮ້າຍ​ທີ່​ກຳລັງ​ຈະ​ມາ​ເຖິງ.</verse>
			</chapter>
			<chapter number="2">
				<verse number="1">ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ການ​ທີ່​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ​ນັ້ນ​ກໍ​ບໍ່​ໄດ້​ເສຍປະໂຫຍດ.</verse>
				<verse number="2">ກ່ອນໜ້າ​ນີ້​ພວກເຮົາ​ໄດ້​ປະເຊີນ​ກັບ​ຄວາມທຸກທໍລະມານ ແລະ ຖືກ​ປະຕິບັດ​ຢ່າງ​ໂຫດຮ້າຍ​ໃນ​ເມືອງ​ຟີລິບປອຍ​ຕາມ​ທີ່​ພວກເຈົ້າ​ຮູ້, ແຕ່​ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ພວກເຮົາ​ຈຶ່ງ​ກ້າ​ທີ່​ຈະ​ປະກາດ​ຂ່າວປະເສີດ​ຂອງ​ພຣະອົງ​ແກ່​ພວກເຈົ້າ​ເຖິງ​ແມ່ນ​ວ່າ​ຖືກ​ຕໍ່ຕ້ານ​ຢ່າງ​ໜັກ​ກໍຕາມ.</verse>
				<verse number="3">ເພາະ​ຄຳຮ້ອງຂໍ​ຂອງ​ພວກເຮົາ​ບໍ່​ໄດ້​ມາ​ຈາກ​ຄວາມຜິດພາດ ຫລື ແຮງຈູງໃຈ​ທີ່​ເປື້ອນເປິ ແລະ ພວກເຮົາ​ກໍ​ບໍ່​ໄດ້​ພະຍາຍາມ​ຫລອກລວງ​ພວກເຈົ້າ​ດ້ວຍ.</verse>
				<verse number="4">ໃນ​ທາງ​ກົງກັນຂ້າມ ພວກເຮົາ​ປະກາດ​ໃນ​ຖານະ​ຜູ້​ທີ່​ພຣະເຈົ້າ​ເຫັນດີ​ທີ່​ຈະ​ມອບໝາຍ​ຂ່າວປະເສີດ​ໃຫ້. ພວກເຮົາ​ບໍ່​ໄດ້​ພະຍາຍາມ​ເພື່ອ​ໃຫ້​ພໍໃຈ​ມະນຸດ ແຕ່​ເພື່ອ​ໃຫ້​ພຣະເຈົ້າ​ຜູ້​ທົດສອບ​ເບິ່ງ​ຈິດໃຈ​ຂອງ​ພວກເຮົາ​ນັ້ນ​ພໍໃຈ.</verse>
				<verse number="5">ພວກເຈົ້າ​ກໍ​ຮູ້​ດີ​ວ່າ​ພວກເຮົາ​ບໍ່​ເຄີຍ​ໃຊ້​ຄຳ​ຍ້ອງ ຫລື ໃສ່​ໜ້າກາກ​ປິດບັງ​ຄວາມໂລບ​ໄວ້ ພຣະເຈົ້າ​ເປັນ​ພະຍານ​ໃຫ້​ພວກເຮົາ​ໄດ້.</verse>
				<verse number="6">ພວກເຮົາ​ບໍ່​ໄດ້​ຊອກຫາ​ຄຳຍ້ອງຍໍ​ຈາກ​ມະນຸດ, ບໍ່​ວ່າ​ຈາກ​ພວກເຈົ້າ ຫລື ຈາກ​ຄົນ​ອື່ນ, ເຖິງ​ແມ່ນ​ວ່າ​ໃນ​ຖານະ​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ ພວກເຮົາ​ສາມາດ​ໃຊ້​ສິດອຳນາດ​ຂອງ​ພວກເຮົາ​ໄດ້​ກໍ​ຕາມ.</verse>
				<verse number="7">ແຕ່​ພວກເຮົາ​ກໍ​ເປັນ​ເໝືອນ​ເດັກ​ນ້ອຍໆ ​ເມື່ອ​ຢູ່​ທ່າມກາງ​ພວກເຈົ້າ. ເໝືອນດັ່ງ​ແມ່​ທີ່​ລ້ຽງດູ​ລູກ​ຂອງ​ຕົນ,</verse>
				<verse number="8">ດັ່ງນັ້ນ ພວກເຮົາ​ຈຶ່ງ​ຫ່ວງໃຍ​ພວກເຈົ້າ. ເພາະ​ພວກເຮົາ​ຮັກ​ພວກເຈົ້າ​ຫລາຍ, ພວກເຮົາ​ຍິນດີ​ທີ່​ຈະ​ແບ່ງປັນ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ໃຫ້​ແກ່​ພວກເຈົ້າ​ເທົ່ານັ້ນ ແມ່ນແຕ່​ຊີວິດ​ຂອງ​ພວກເຮົາ​ກໍ​ສະຫລະ​ໃຫ້​ໄດ້.</verse>
				<verse number="9">ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ໝັ້ນໃຈ​ວ່າ​ພວກເຈົ້າ​ຈື່​ພາລະກິດ​ອັນ​ໜັກໜ່ວງ ແລະ ຄວາມລໍາບາກ​ຂອງ​ພວກເຮົາ, ພວກເຮົາ​ໄດ້​ເຮັດວຽກ​ທັງ​ກາງເວັນ ແລະ ກາງຄືນ​ເພື່ອ​ຈະ​ບໍ່​ເປັນ​ພາລະ​ແກ່​ຜູ້ໃດ​ເລີຍ​ໃນ​ຂະນະ​ທີ່​ພວກເຮົາ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ.</verse>
				<verse number="10">ພວກເຈົ້າ​ທັງຫລາຍ​ກໍ​ເປັນ​ພະຍານ​ໄດ້ ແລະ ພຣະເຈົ້າ​ກໍ​ເປັນ​ພະຍານ​ເໝືອນ​ກັນ​ວ່າ​ພວກເຮົາ​ບໍລິສຸດ, ທ່ຽງທຳ ແລະ ບໍ່ມີຕຳໜິ​ເມື່ອ​ພວກເຮົາ​ຢູ່​ທ່າມກາງ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ.</verse>
				<verse number="11">ເພາະວ່າ​ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ປະຕິບັດ​ຕໍ່​ພວກເຈົ້າ​ແຕ່ລະຄົນ​ເໝືອນດັ່ງ​ພໍ່​ປະຕິບັດ​ຕໍ່​ລູກ​ຂອງ​ຕົນເອງ,</verse>
				<verse number="12">ໃຫ້​ກຳລັງໃຈ, ເລົ້າໂລມໃຈ ແລະ ຊຸກຍູ້​ພວກເຈົ້າ​ໃຫ້​ດຳເນີນຊີວິດ​ໃຫ້​ຄູ່ຄວນ​ກັບ​ພຣະເຈົ້າ ຜູ້​ເອີ້ນ​ເອົາ​ພວກເຈົ້າ​ໃຫ້​ເຂົ້າ​ມາ​ສູ່​ອານາຈັກ ແລະ ໃນ​ສະຫງ່າລາສີ​ຂອງ​ພຣະອົງ.</verse>
				<verse number="13">ແລະ ພວກເຮົາ​ໄດ້​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ເພາະ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ເຊິ່ງ​ພວກເຈົ້າ​ໄດ້​ຍິນ​ຈາກ​ພວກເຮົາ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ໄວ້​ເໝືອນດັ່ງ​ເປັນ​ຖ້ອຍຄຳ​ຂອງ​ມະນຸດ​ຜູ້​ໜຶ່ງ ແຕ່​ໄດ້​ຮັບ​ໄວ້​ຕາມ​ທີ່​ເປັນ​ຈິງ​ຄື ເປັນ​ພຣະຄຳ​ຂອງ​ພຣະເຈົ້າ​ທີ່​ກຳລັງ​ທຳງານ​ຢູ່​ພາຍໃນ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ.</verse>
				<verse number="14">ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ກໍ​ເໝືອນ​ກັບ​ຄຣິສຕະຈັກ​ທັງຫລາຍ​ຂອງ​ພຣະເຈົ້າ​ທີ່​ແຂວງ​ຢູດາຍ ເຊິ່ງ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ຄື: ພວກເຈົ້າ​ໄດ້​ຮັບ​ຄວາມທຸກລຳບາກ​ຈາກ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຕົນເອງ ເໝືອນ​ທີ່​ຄຣິສຕະຈັກ​ເຫລົ່ານັ້ນ​ໄດ້​ຮັບ​ຄວາມທຸກລໍາບາກ​ຈາກ​ພວກ​ຢິວ,</verse>
				<verse number="15">ພວກເຂົາ​ໄດ້​ຂ້າ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ, ບັນດາ​ຜູ້ທຳນວາຍ ແລະ ໄດ້​ຂັບໄລ່​ພວກເຮົາ​ໃຫ້​ອອກໄປ. ພວກເຂົາ​ເຮັດ​ໃຫ້​ພຣະເຈົ້າ​ບໍ່​ພໍໃຈ ແລະ ເປັນ​ສັດຕູ​ຕໍ່​ທຸກຄົນ</verse>
				<verse number="16">ໂດຍ​ການ​ພະຍາຍາມ​ຂັດຂວາງ​ພວກເຮົາ​ຈາກ​ການ​ກ່າວ​ແກ່​ຄົນຕ່າງຊາດ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມພົ້ນ. ດ້ວຍ​ການ​ກະທຳ​ນີ້ ພວກເຂົາ​ໄດ້​ສະສົມ​ຄວາມບາບ​ຂອງ​ພວກເຂົາ​ຂຶ້ນ​ຕະຫລອດ​ຈົນ​ເຖິງ​ຂີດ​ສູງສຸດ. ໃນ​ທີ່​ສຸດ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຈຶ່ງ​ມາ​ເຖິງ​ພວກເຂົາ.</verse>
				<verse number="17">ພີ່ນ້ອງ​ທັງຫລາຍ​ເອີຍ, ເມື່ອ​ພວກເຮົາ​ໄດ້​ພັດພາກ​ຈາກ​ພວກເຈົ້າ​ໄປ​ຊົ່ວໄລຍະໜຶ່ງ​ນັ້ນ (ໄປ​ແຕ່​ຮ່າງກາຍ​ສ່ວນ​ໃຈ​ຍັງ​ຢູ່) ດ້ວຍ​ຄວາມປາຖະໜາ​ຢ່າງ​ແຮງກ້າ​ທີ່​ຈະ​ພົບ​ພວກເຈົ້າ ພວກເຮົາ​ຈຶ່ງ​ພະຍາຍາມ​ເຮັດ​ທຸກ​ວິທີທາງ​ທີ່​ຈະ​ພົບ​ກັບ​ພວກເຈົ້າ​ອີກ.</verse>
				<verse number="18">ພວກເຮົາ​ຢາກ​ມາ​ຫາ​ພວກເຈົ້າ​ແທ້ໆ. ເຮົາ​ເອງ​ຄື​ໂປໂລ ຢາກ​ຈະ​ກັບ​ມາ​ຫາ​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ ແຕ່​ມານຊາຕານ​ໄດ້​ຂັດຂວາງ​ພວກເຮົາ​ໄວ້.</verse>
				<verse number="19">ສິ່ງໃດ​ເປັນ​ຄວາມຫວັງ​ຂອງ​ພວກເຮົາ, ສິ່ງໃດ​ເປັນ​ຄວາມ​ຊື່ນຊົມຍິນດີ​ຂອງ​ພວກເຮົາ ຫລື ເປັນ​ມົງກຸດ​ທີ່​ພວກເຮົາ​ຈະ​ພາກພູມໃຈ​ຕໍ່ໜ້າ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເມື່ອ​ພຣະອົງ​ຈະ​ມາ? ບໍ່​ແມ່ນ​ພວກເຈົ້າ​ບໍ?</verse>
				<verse number="20">ພວກເຈົ້າ​ທັງຫລາຍ​ນັ້ນ​ແຫລະ ທີ່​ເປັນ​ກຽດຕິຍົດ ແລະ ເປັນ​ຄວາມ​ຊື່ນຊົມຍິນດີ​ຂອງ​ພວກເຮົາ​ຢ່າງ​ແທ້ຈິງ.</verse>
			</chapter>
			<chapter number="3">
				<verse number="1">ດັ່ງນັ້ນ ເມື່ອ​ພວກເຮົາ​ທົນ​ຕໍ່ໄປ​ບໍ່​ໄດ້ ພວກເຮົາ​ຈຶ່ງ​ຄິດ​ວ່າ​ເປັນ​ການ​ສົມຄວນ​ທີ່​ຈະ​ປ່ອຍ​ພວກເຮົາ​ໄວ້​ຕາມ​ລຳພັງ​ທີ່​ນະຄອນ​ອາແຖນ.</verse>
				<verse number="2">ພວກເຮົາ​ໄດ້​ສົ່ງ​ຕີໂມທຽວ​ຜູ້​ເປັນ​ນ້ອງຊາຍ​ຂອງ​ພວກເຮົາ ແລະ ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ພຣະເຈົ້າ ​ໃນ​ການເຜີຍແຜ່​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ, ເພື່ອ​ມາ​ເສີມສ້າງ ແລະ ໜູນໃຈ​ພວກເຈົ້າ​ໃນ​ຄວາມເຊື່ອ​ຂອງ​ພວກເຈົ້າ.</verse>
				<verse number="3">ເພື່ອ​ບໍ່​ໃຫ້​ຜູ້ໃດ​ຫວັ່ນໄຫວ​ໄປ​ກັບ​ການ​ກົດຂີ່ຂົ່ມເຫັງ​ເຫລົ່ານີ້. ພວກເຈົ້າ​ກໍ​ຮູ້​ດີ​ແລ້ວ​ວ່າ​ພວກເຮົາ​ຖືກ​ກຳນົດ​ໄວ້​ແລ້ວ​ເພື່ອ​ການ​ນັ້ນ.</verse>
				<verse number="4">ໃນ​ຄວາມເປັນຈິງ​ແລ້ວ, ເມື່ອ​ພວກເຮົາ​ຢູ່​ກັບ​ພວກເຈົ້າ​ນັ້ນ ພວກເຮົາ​ກໍ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ​ວ່າ​ພວກເຮົາ​ຈະ​ຖືກ​ກົດຂີ່ຂົ່ມເຫັງ ແລ້ວ​ກໍ​ເປັນ​ຈິງ​ຕາມ​ນັ້ນ​ດັ່ງ​ທີ່​ພວກເຈົ້າ​ຮູ້​ດີ​ຢູ່​ແລ້ວ.</verse>
				<verse number="5">ດ້ວຍເຫດນີ້ ເມື່ອ​ເຮົາ​ບໍ່​ສາມາດ​ທົນ​ຕໍ່ໄປ​ໄດ້ ເຮົາ​ຈຶ່ງ​ໄດ້​ສົ່ງ​ຕີໂມທຽວ​ມາ​ເບິ່ງ​ຄວາມເຊື່ອ​ຂອງ​ພວກເຈົ້າ. ເຮົາ​ຢ້ານ​ວ່າ​ຜູ້ທົດລອງ ​ໄດ້​ລໍ້ລວງ​ພວກເຈົ້າ​ໃນ​ທາງໃດ​ທາງໜຶ່ງ​ແລ້ວ ແລະ ການເຮັດວຽກ​ໜັກ​ຂອງ​ພວກເຮົາ​ກໍ​ອາດ​ຈະ​ເສຍປະໂຫຍດ.</verse>
				<verse number="6">ແຕ່​ບັດນີ້ ຕີໂມທຽວ​ກໍ​ໄດ້​ກັບ​ມາ​ເຖິງ​ພວກເຮົາ​ແລ້ວ ແລະ ເພິ່ນ​ໄດ້​ນຳ​ເອົາ​ຂ່າວດີ​ກ່ຽວກັບ​ຄວາມເຊື່ອ ແລະ ຄວາມຮັກ​ຂອງ​ພວກເຈົ້າ. ເພິ່ນ​ໄດ້​ບອກ​ພວກເຮົາ​ວ່າ​ພວກເຈົ້າ​ໄດ້​ລະນຶກ​ເຖິງ​ພວກເຮົາ​ໃນ​ດ້ານ​ດີ​ຢູ່​ສະເໝີ ແລະ ຢາກ​ເຫັນ​ໜ້າ​ພວກເຮົາ​ເໝືອນດັ່ງ​ທີ່​ພວກເຮົາ​ຢາກ​ເຫັນ​ໜ້າ​ພວກເຈົ້າ​ເໝືອນກັນ.</verse>
				<verse number="7">ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ໃນ​ການທົນທຸກ ແລະ ການ​ຖືກ​ຂົ່ມເຫັງ​ທຸກຢ່າງ​ຂອງ​ພວກເຮົາ ພວກເຮົາ​ໄດ້​ຮັບ​ການ​ໜູນໃຈ​ຈາກ​ພວກເຈົ້າ​ເພາະ​ຄວາມເຊື່ອ​ຂອງ​ພວກເຈົ້າ.</verse>
				<verse number="8">ບັດນີ້ ພວກເຮົາ​ມີຊີວິດ​ຊີວາ​ແທ້ໆ ເພາະ​ພວກເຈົ້າ​ຕັ້ງ​ໝັ້ນຄົງ​ໃນ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="9">ພວກເຮົາ​ຈະ​ສາມາດ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢ່າງໃດ​ຈຶ່ງ​ຈະ​ສົມ​ກັບ​ຄວາມຊື່ນຊົມຍິນດີ​ທັງຫລາຍ​ທີ່​ພວກເຮົາ​ມີ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ພວກເຮົາ​ເພາະ​ຍ້ອນ​ພວກເຈົ້າ?</verse>
				<verse number="10">ທັງ​ກາງເວັນ ແລະ ກາງຄືນ​ພວກເຮົາ​ໄດ້​ອະທິຖານ​ຢ່າງ​ຈິງຈັງ​ທີ່ສຸດ​ເພື່ອ​ຂໍ​ໃຫ້​ພວກເຮົາ​ໄດ້​ພົບ​ພວກເຈົ້າ​ອີກ ແລະ ຈະ​ໄດ້​ເພີ່ມເຕີມ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ສ່ວນ​ທີ່​ຍັງ​ຂາດ​ຢູ່​ນັ້ນ.</verse>
				<verse number="11">ບັດນີ້ ຂໍ​ພຣະເຈົ້າ​ພຣະບິດາເຈົ້າ ແລະ ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເປີດ​ທາງ​ໃຫ້​ແກ່​ພວກເຮົາ​ທີ່​ຈະ​ໄດ້​ມາ​ພົບ​ພວກເຈົ້າ.</verse>
				<verse number="12">ຂໍ​ອົງພຣະຜູ້ເປັນເຈົ້າ​ເຮັດ​ໃຫ້​ຄວາມຮັກ​ຂອງ​ພວກເຈົ້າ​ເພີ່ມພູນ​ຂຶ້ນ​ຈົນ​ໄຫລລົ້ນ​ໄປ​ເຖິງ​ກັນແລະກັນ ແລະ ໄປ​ເຖິງ​ຄົນ​ອື່ນໆ ເໝືອນດັ່ງ​ທີ່​ພວກເຮົາ​ຮັກ​ພວກເຈົ້າ.</verse>
				<verse number="13">ຂໍ​ພຣະອົງ​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ເພື່ອວ່າ​ພວກເຈົ້າ​ຈະ​ບໍ່ມີຕຳໜິ ແລະ ບໍລິສຸດ​ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມາ​ປາກົດ​ພ້ອມ​ກັບ​ຜູ້​ບໍລິສຸດ​ທັງປວງ​ຂອງ​ພຣະອົງ.</verse>
			</chapter>
			<chapter number="4">
				<verse number="1">ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ໄດ້​ສັ່ງສອນ​ພວກເຈົ້າ​ແລ້ວ​ວ່າ​ຈະ​ດຳເນີນຊີວິດ​ຢ່າງໃດ​ເພື່ອ​ໃຫ້​ພຣະເຈົ້າ​ພໍໃຈ ຕາມ​ຄວາມເປັນຈິງ​ພວກເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ​ຢູ່​ແລ້ວ. ບັດນີ້ ພວກເຮົາ​ຂໍຮ້ອງ​ພວກເຈົ້າ ແລະ ຊັກຊວນ​ພວກເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ໃຫ້​ເຮັດ​ສິ່ງ​ນີ້​ຫລາຍ​ກວ່າ​ເກົ່າ​ອີກ</verse>
				<verse number="2">ເພາະ​ພວກເຈົ້າ​ຮູ້​ເຖິງ​ຄຳສັ່ງສອນ​ຕ່າງໆ​ທີ່​ພວກເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ໂດຍ​ສິດທິອຳນາດ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="3">ພຣະເຈົ້າ​ປະສົງ​ໃຫ້​ພວກເຈົ້າ​ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ຄື: ໃຫ້​ພວກເຈົ້າ​ຫລີກ​ເວັ້ນ​ຈາກ​ການ​ຜິດສິນທຳທາງເພດ,</verse>
				<verse number="4">ພວກເຈົ້າ​ແຕ່ລະຄົນ​ຈະ​ຕ້ອງ​ຮູ້ຈັກ​ຄວບຄຸມ​ຮ່າງກາຍ​ຂອງ​ຕົນ ​ໃນ​ທາງ​ທີ່​ບໍລິສຸດ ແລະ ໜ້າ​ນັບຖື,</verse>
				<verse number="5">ບໍ່​ແມ່ນ​ມົວເມົາ​ໃນ​ລາຄະຕັນຫາ​ເໝືອນ​ຄົນ​ທີ່​ບໍ່​ຮູ້ຈັກ​ພຣະເຈົ້າ</verse>
				<verse number="6">ແລະ ຢ່າ​ໃຫ້​ຜູ້ໃດ​ລ່ວງເກີນ ຫລື ເຮັດຜິດ​ຕໍ່​ພີ່ນ້ອງ​ໃນ​ເລື່ອງ​ນີ້. ອົງພຣະຜູ້ເປັນເຈົ້າ​ຈະ​ລົງໂທດ​ທຸກຄົນ​ທີ່​ເຮັດບາບ​ຢ່າງນັ້ນ ຕາມ​ທີ່​ພວກເຮົາ​ໄດ້​ບອກ ແລະ ໄດ້​ເຕືອນ​ພວກເຈົ້າ​ໄວ້​ກ່ອນ​ແລ້ວ.</verse>
				<verse number="7">ເພາະ​ພຣະເຈົ້າ​ບໍ່​ໄດ້​ເອີ້ນ​ພວກເຮົາ​ໃຫ້​ເປັນ​ຄົນ​ມີ​ມົນທິນ ແຕ່​ໃຫ້​ພວກເຮົາ​ດຳເນີນຊີວິດ​ທີ່​ບໍລິສຸດ.</verse>
				<verse number="8">ເຫດສະນັ້ນ ຜູ້ໃດ​ກໍ​ຕາມ​ທີ່​ປະຕິເສດ​ຄຳສອນ​ນີ້​ກໍ​ບໍ່​ໄດ້​ປະຕິເສດ​ມະນຸດ​ແຕ່​ປະຕິເສດ​ພຣະເຈົ້າ​ຜູ້​ມອບ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ.</verse>
				<verse number="9">ບັດນີ້ ພວກເຮົາ​ບໍ່​ຈຳເປັນ​ຈະ​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ຄວາມຮັກ​ລະຫວ່າງ​ພີ່ນ້ອງ ເພາະ​ພຣະເຈົ້າ​ສອນ​ພວກເຈົ້າ​ເອງ​ໃຫ້​ຮັກເຊິ່ງກັນແລະກັນ​ຢູ່​ແລ້ວ.</verse>
				<verse number="10">ແລະ ຕາມ​ເປັນຄວາມຈິງ​ແລ້ວ ພວກເຈົ້າ​ກໍ​ຮັກ​ຄອບຄົວ​ຂອງ​ພຣະເຈົ້າ​ທັງໝົດ​ທົ່ວ​ແຂວງ​ມາເກໂດເນຍ. ແຕ່​ເຖິງຢ່າງໃດ​ກໍ​ຕາມ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ໃຫ້​ພວກເຈົ້າ​ຮັກ​ພີ່ນ້ອງ​ໃຫ້​ຫລາຍ​ຂຶ້ນ​ອີກ.</verse>
				<verse number="11">ແລະ ພວກເຈົ້າ​ຈົ່ງ​ມຸ່ງໝັ້ນ​ວ່າ​ຈະ​ດຳເນີນຊີວິດ​ຢ່າງ​ສະຫງົບ​ຄື: ພວກເຈົ້າ​ຈະ​ຕ້ອງ​ເອົາໃຈໃສ່​ທຸລະກິດ​ຂອງ​ຕົນເອງ ແລະ ລົງມື​ເຮັດວຽກ​ເອງ​ເໝືອນດັ່ງ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ,</verse>
				<verse number="12">ເພື່ອວ່າ​ການ​ດຳເນີນຊີວິດ​ປະຈຳວັນ​ຂອງ​ພວກເຈົ້າ​ຈະ​ເປັນ​ທີ່​ນັບຖື​ຂອງ​ຄົນ​ພາຍນອກ ແລະ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ເພິ່ງພາ​ຄົນ​ອື່ນ.</verse>
				<verse number="13">ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ຈັກ​ຄວາມຈິງ​ກ່ຽວກັບ​ຄົນ​ທີ່​ລ່ວງລັບ​ໄປ​ແລ້ວ​ນັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ໂສກເສົ້າເສຍໃຈ​ເໝືອນ​ຄົນ​ອື່ນໆ​ຜູ້​ທີ່​ບໍ່​ມີ​ຄວາມຫວັງ.</verse>
				<verse number="14">ເພາະ​ພວກເຮົາ​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ໄດ້​ຕາຍ ແລະ ໄດ້​ເປັນຄືນມາ​ອີກ, ພວກເຮົາ​ຈຶ່ງ​ເຊື່ອ​ວ່າ​ພຣະເຈົ້າ​ຈະ​ນຳ​ເອົາ​ບັນດາ​ຜູ້​ທີ່​ຫລັບ​ໄປ​ໃນ​ພຣະເຢຊູເຈົ້າ​ນັ້ນ​ມາ​ດ້ວຍ​ກັນ​ກັບ​ພຣະອົງ​ອີກ.</verse>
				<verse number="15">ພວກເຮົາ​ຂໍ​ບອກ​ພວກເຈົ້າ​ຕາມ​ຖ້ອຍຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ວ່າ​ພວກເຮົາ​ຜູ້​ທີ່​ຍັງ​ມີຊີວິດ, ຜູ້​ທີ່​ຍັງ​ຫລືອ​ຢູ່​ຈົນ​ເຖິງ​ການ​ກັບ​ມາ​ຂອງ​ອົງພຣະຜູ້ເປັນເຈົ້າ​ນັ້ນ ຈະ​ບໍ່​ລ່ວງໜ້າ​ໄປ​ກ່ອນ​ຜູ້​ທີ່​ຫລັບ​ໄປ​ແລ້ວ​ຢ່າງ​ແນ່ນອນ.</verse>
				<verse number="16">ເພາະ​ອົງພຣະຜູ້ເປັນເຈົ້າ​ເອງ​ຈະ​ລົງ​ມາ​ຈາກ​ສະຫວັນ​ດ້ວຍ​ສຽງຄຳສັ່ງ​ດັງ​ກ້ອງ ດ້ວຍ​ສຽງ​ແຫ່ງ​ອັກຄະເທວະດາ ແລະ ດ້ວຍ​ສຽງແກ​ເອີ້ນ​ຂອງ​ພຣະເຈົ້າ ແລ້ວ​ຜູ້​ທີ່​ຕາຍ​ໃນ​ພຣະຄຣິດເຈົ້າ​ຈະ​ເປັນຄືນມາ​ກ່ອນ.</verse>
				<verse number="17">ຫລັງຈາກນັ້ນ, ພວກເຮົາ​ຜູ້​ທີ່​ຍັງ​ມີຊີວິດ ແລະ ຜູ້​ທີ່​ຍັງ​ເຫລືອ​ຢູ່​ກໍ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ໃນ​ເມກ​ພ້ອມ​ກັບ​ຄົນ​ເຫລົ່ານັ້ນ ເພື່ອ​ພົບ​ກັບ​ອົງພຣະຜູ້ເປັນເຈົ້າ​ໃນ​ຟ້າ​ອາກາດ ແລະ ເພື່ອ​ວ່າ​ພວກເຮົາ​ຈະ​ຢູ່​ກັບ​ອົງພຣະຜູ້ເປັນເຈົ້າ​ຕະຫລອດໄປ​ເປັນນິດ.</verse>
				<verse number="18">ເຫດສະນັ້ນ ຈົ່ງ​ໃຫ້​ໜູນໃຈ​ເຊິ່ງກັນແລະກັນ​ດ້ວຍ​ຂໍ້ຄວາມ​ເຫລົ່ານີ້.</verse>
			</chapter>
			<chapter number="5">
				<verse number="1">ບັດນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ບໍ່​ຈຳເປັນ​ຕ້ອງ​ຂຽນ​ບອກ​ພວກເຈົ້າ​ກ່ຽວກັບ​ເວລາ ແລະ ວັນ,</verse>
				<verse number="2">ເພາະ​ພວກເຈົ້າ​ກໍ​ຮູ້​ດີ​ແລ້ວ​ວ່າ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ​ເໝືອນດັ່ງ​ຂະໂມຍ​ມາ​ໃນ​ເວລາ​ກາງຄືນ.</verse>
				<verse number="3">ໃນ​ຂະນະ​ທີ່​ຄົນ​ທັງຫລາຍ​ກຳລັງ​ເວົ້າ​ກັນ​ວ່າ, “ສະຫງົບສຸກ ແລະ ປອດໄພ” ເມື່ອ​ນັ້ນ​ຄວາມພິນາດ​ກໍ​ຈະ​ມາ​ເຖິງ​ພວກເຂົາ​ໃນ​ທັນທີ, ເໝືອນດັ່ງ​ການ​ເຈັບ​ທ້ອງ​ເກີດລູກ​ຂອງ​ແມ່ຍິງ​ຖືພາ ແລະ ພວກເຂົາ​ກໍ​ຈະ​ໜີ​ບໍ່​ພົ້ນ.</verse>
				<verse number="4">ແຕ່​ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ບໍ່​ໄດ້​ຢູ່​ໃນ​ຄວາມມືດ, ດັ່ງນັ້ນ ວັນ​ນີ້​ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ປະຫລາດໃຈ​ເໝືອນດັ່ງ​ຂະໂມຍ​ມາ.</verse>
				<verse number="5">ພວກເຈົ້າ​ທຸກຄົນ​ເປັນ​ລູກ​ຂອງ​ຄວາມສະຫວ່າງ ແລະ ເປັນ​ລູກ​ຂອງ​ກາງເວັນ. ພວກເຮົາ​ບໍ່​ໄດ້​ເປັນ​ຂອງ​ກາງຄືນ ຫລື ຂອງ​ຄວາມມືດ.</verse>
				<verse number="6">ດັ່ງນັ້ນ ຢ່າ​ໃຫ້​ພວກເຮົາ​ເປັນ​ເໝືອນ​ຄົນ​ອື່ນໆ​ທີ່​ນອນຫລັບ​ຢູ່, ແຕ່​ພວກເຮົາ​ຈົ່ງ​ຕື່ນຕົວ ແລະ ມີ​ສະຕິ​ຢູ່.</verse>
				<verse number="7">ເພາະ​ຜູ້​ທີ່​ນອນຫລັບ​ກໍ​ຫລັບ​ໃນ​ເວລາ​ກາງຄືນ, ຜູ້​ທີ່​ເມົາເຫລົ້າ​ກໍ​ເມົາ​ໃນ​ເວລາ​ກາງຄືນ.</verse>
				<verse number="8">ແຕ່​ເພາະ​ພວກເຮົາ​ເປັນ​ຂອງ​ກາງເວັນ ພວກເຮົາ​ຈົ່ງ​ມີ​ສະຕິ​ຢູ່, ສວມ​ຄວາມເຊື່ອ ແລະ ຄວາມຮັກ​ເປັນ​ເສື້ອເກາະປ້ອງກັນເອິກ​ໄວ້, ມີ​ຄວາມຫວັງ​ໃນ​ຄວາມພົ້ນ​ເປັນ​ໝວກເກາະ.</verse>
				<verse number="9">ເພາະ​ພຣະເຈົ້າ​ບໍ່​ໄດ້​ກຳນົດ​ໃຫ້​ພວກເຮົາ​ຕ້ອງ​ປະເຊີນ​ຕໍ່​ຄວາມໂກດຮ້າຍ ແຕ່​ໃຫ້​ຮັບ​ຄວາມພົ້ນ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.</verse>
				<verse number="10">ພຣະອົງ​ໄດ້​ຕາຍ​ເພື່ອ​ພວກເຮົາ ເພື່ອ​ວ່າ, ບໍ່​ວ່າ​ພວກເຮົາ​ຍັງ​ມີຊີວິດ​ຢູ່ ຫລື ຕາຍ​ໄປ​ແລ້ວ​ກໍ​ຕາມ, ພວກເຮົາ​ກໍ​ຈະ​ມີຊີວິດ​ຢູ່​ຮ່ວມ​ກັບ​ພຣະອົງ.</verse>
				<verse number="11">ເຫດສະນັ້ນ ຈົ່ງ​ໜູນໃຈ​ເຊິ່ງກັນແລະກັນ ແລະ ເສີມສ້າງ​ກັນ​ຂຶ້ນ ເໝືອນດັ່ງ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່.</verse>
				<verse number="12">ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ໃຫ້​ພວກເຈົ້າ​ນັບຖື​ຜູ້​ທີ່​ເຮັດ​ວຽກ​ໜັກ​ໃນ​ທ່າມກາງ​ພວກເຈົ້າ, ຜູ້​ທີ່​ຫ່ວງໃຍ​ພວກເຈົ້າ​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ຜູ້​ທີ່​ຕັກເຕືອນ​ພວກເຈົ້າ.</verse>
				<verse number="13">ຈົ່ງ​ຮັກ ແລະ ເຄົາລົບ​ພວກເພິ່ນ​ເຫລົ່ານັ້ນ​ຢ່າງ​ສູງ​ເພາະ​ການງານ​ທີ່​ພວກເພິ່ນ​ໄດ້​ເຮັດ. ຈົ່ງ​ຢູ່​ຮ່ວມກັນ​ຢ່າງ​ສະຫງົບສຸກ.</verse>
				<verse number="14">ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ໃຫ້​ພວກເຈົ້າ​ຕັກເຕືອນ​ຜູ້​ທີ່​ຂີ້ຄ້ານ ແລະ ມັກ​ສ້າງ​ຄວາມວຸ້ນວາຍ, ໃຫ້​ໜູນໃຈ​ຜູ້​ທີ່​ທໍ້ໃຈ, ຊ່ວຍເຫລືອ​ຜູ້​ທີ່​ອ່ອນແອ, ອົດທົນ​ກັບ​ທຸກ​ຄົນ.</verse>
				<verse number="15">ຢ່າ​ໃຫ້​ມີ​ຜູ້ໃດ​ເຮັດຊົ່ວ​ຕອບແທນ​ການຊົ່ວ, ແຕ່​ຈົ່ງ​ພະຍາຍາມ​ເຮັດດີ​ຕໍ່​ກັນແລະກັນ ແລະ ເຮັດ​ດີ​ຕໍ່​ທຸກ​ຄົນ​ສະເໝີ.</verse>
				<verse number="16">ຈົ່ງ​ຊົມຊື່ນ​ຍິນດີ​ຢູ່​ສະເໝີ,</verse>
				<verse number="17">ຈົ່ງ​ອະທິຖານ​ຢູ່​ບໍ່​ຂາດ,</verse>
				<verse number="18">ຈົ່ງ​ໂມທະນາ​ຂອບພຣະຄຸນ​ໃນ​ທຸກ​ສະຖານະການ ເພາະ​ນີ້​ຄື​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ທັງຫລາຍ​ໃນ​ພຣະຄຣິດເຈົ້າເຢຊູ.</verse>
				<verse number="19">ຢ່າ​ຫັກຫ້າມ​ພຣະວິນຍານ,</verse>
				<verse number="20">ຢ່າ​ປະໝາດ​ຄຳ​ເຜີຍ​ພຣະຄຳ.</verse>
				<verse number="21">ແຕ່​ຈົ່ງ​ທົດສອບ​ທຸກສິ່ງ. ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ດີ.</verse>
				<verse number="22">ຈົ່ງ​ປະຕິເສດ​ຄວາມຊົ່ວ​ທຸກ​ຢ່າງ.</verse>
				<verse number="23">ຂໍ​ໃຫ້​ພຣະເຈົ້າ​ເອງ​ຜູ້​ເປັນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຊຳລະ​ພວກເຈົ້າ​ໃຫ້​ບໍລິສຸດ​ໃນ​ທຸກ​ດ້ານ. ຂໍ​ໃຫ້​ທັງ​ວິນຍານ, ຈິດໃຈ ແລະ ຮ່າງກາຍ​ຂອງ​ພວກເຈົ້າ​ບໍ່ມີຕຳໜິ​ໃນ​ວັນ​ທີ່​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມາ.</verse>
				<verse number="24">ພຣະອົງ​ຜູ້​ເອີ້ນ​ພວກເຈົ້າ​ນັ້ນ​ສັດຊື່ ແລະ ພຣະອົງ​ຈະ​ກະທຳ​ຕາມ​ທີ່​ໄດ້​ກ່າວ​ໄວ້.</verse>
				<verse number="25">ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ.</verse>
				<verse number="26">ຈົ່ງ​ທັກທາຍ​ຄົນ​ຂອງ​ພຣະເຈົ້າ​ດ້ວຍ​ການ​ຈູບ​ອັນ​ບໍລິສຸດ.</verse>
				<verse number="27">ເຮົາ​ຂໍຮ້ອງ​ພວກເຈົ້າ​ຕໍ່ໜ້າ​ອົງພຣະຜູ້ເປັນເຈົ້າ​ໃຫ້​ອ່ານ​ຈົດໝາຍ​ນີ້​ໃຫ້​ພີ່ນ້ອງ​ທຸກຄົນ​ຟັງ.</verse>
				<verse number="28">ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ!</verse>
			</chapter>
		</book>
		<book number="53">
			<chapter number="1">
				<verse number="1">ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຊີລາ ແລະ ຕີໂມທຽວ, ເຖິງ​ຄຣິສຕະຈັກ​ຂອງ​ຊາວ​ເທສະໂລນິກ​ໃນ​ພຣະເຈົ້າ​ພຣະບິດາ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ທັງຫລາຍ:</verse>
				<verse number="2">ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.</verse>
				<verse number="3">ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຄວນ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ແລະ ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮັດ​ຢ່າງ​ນັ້ນ ເພາະວ່າ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໄດ້​ເພີ່ມ​ຫລາຍ​ຂຶ້ນ​ເລື້ອຍໆ ແລະ ຄວາມຮັກ​ທີ່​ພວກເຈົ້າ​ທຸກຄົນ​ມີ​ຕໍ່​ກັນ​ກໍ​ເພີ່ມ​ຂຶ້ນ.</verse>
				<verse number="4">ເຫດສະນັ້ນ ໃນ​ທ່າມກາງ​ຄຣິສຕະຈັກ​ຕ່າງໆ​ຂອງ​ພຣະເຈົ້າ​ພວກເຮົາ​ໄດ້​ອວດ​ເຖິງ​ຄວາມ​ພຽນ​ອົດທົນ ແລະ ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ທ່າມກາງ​ການຂົ່ມເຫັງ ແລະ ການທົດລອງ​ທັງໝົດ​ທີ່​ພວກເຈົ້າ​ກຳລັງ​ອົດທົນ​ຢູ່.</verse>
				<verse number="5">ທັງໝົດ​ນີ້​ເປັນ​ຫລັກຖານ​ວ່າ​ການພິພາກສາ​ຂອງ​ພຣະເຈົ້າ​ນັ້ນ​ຖືກຕ້ອງ ແລະ ຜົນ​ກໍ​ຄື​ພວກເຈົ້າ​ຈະ​ໄດ້​ຖືກ​ນັບ​ວ່າ​ສົມຄວນ​ກັບ​ອານາຈັກ​ຂອງ​ພຣະເຈົ້າ ເຊິ່ງ​ພວກເຈົ້າ​ກຳລັງ​ທົນທຸກ​ຢູ່​ເພື່ອ​ອານາຈັກ​ນັ້ນ.</verse>
				<verse number="6">ພຣະເຈົ້າ​ຍຸຕິທຳ​ຄື: ພຣະອົງ​ຈະ​ເອົາ​ຄວາມລຳບາກ​ຄືນ​ສະໜອງ​ແກ່​ບັນດາ​ຜູ້​ທີ່​ເຮັດ​ໃຫ້​ພວກເຈົ້າ​ລຳບາກ</verse>
				<verse number="7">ແລະ ຈະ​ໃຫ້​ການບັນເທົາທຸກ​ແກ່​ພວກເຈົ້າ​ທີ່​ໄດ້​ຮັບ​ຄວາມຍາກລຳບາກ ແລະ ໃຫ້​ພວກເຮົາ​ດ້ວຍ. ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ປາກົດ​ຈາກ​ສະຫວັນ​ໃນ​ແປວໄຟ​ອັນ​ຮ້ອນກ້າ​ພ້ອມ​ກັບ​ບັນດາ​ເທວະດາ​ຜູ້​ມີ​ລິດອຳນາດ​ຂອງ​ພຣະອົງ.</verse>
				<verse number="8">ພຣະອົງ​ຈະ​ລົງໂທດ​ບັນດາ​ຜູ້​ທີ່​ບໍ່​ຮູ້ຈັກ​ພຣະເຈົ້າ ແລະ ບໍ່​ເຊື່ອຟັງ​ຂ່າວປະເສີດ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.</verse>
				<verse number="9">ພວກເຂົາ​ຈະ​ຖືກ​ລົງໂທດ​ດ້ວຍ​ຄວາມຈິບຫາຍ​ຕະຫລອດໄປ ຈະ​ຖືກ​ແຍກ​ອອກຈາກ​ການ​ສະຖິດ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ແຍກ​ອອກຈາກ​ສະຫງ່າລາສີ​ແຫ່ງ​ລິດທານຸພາບ​ຂອງ​ພຣະອົງ</verse>
				<verse number="10">ໃນ​ວັນນັ້ນ​ພຣະອົງ​ຈະ​ມາ​ເພື່ອ​ຮັບ​ກຽດຕິຍົດ​ໃນ​ທ່າມກາງ​ຄົນ​ບໍລິສຸດ​ຂອງ​ພຣະອົງ ແລະ ເພື່ອ​ເປັນ​ທີ່​ປະຫລາດໃຈ​ໃນ​ທ່າມກາງ​ຜູ້​ທີ່​ເຊື່ອ​ທັງຫລາຍ ເຊິ່ງ​ລວມ​ທັງ​ພວກເຈົ້າ​ດ້ວຍ ເພາະ​ພວກເຈົ້າ​ໄດ້​ເຊື່ອ​ໃນ​ຄຳພະຍານ​ຂອງ​ພວກເຮົາ​ທີ່​ກ່າວ​ແກ່​ພວກເຈົ້າ.</verse>
				<verse number="11">ໂດຍ​ຄຳນຶງ​ເຖິງ​ສິ່ງ​ນີ້ ພວກເຮົາ​ຈຶ່ງ​ອະທິຖານ​ເພື່ອ​ພວກເຈົ້າ​ຢູ່​ສະເໝີ ຂໍ​ໃຫ້​ພຣະເຈົ້າ​ຂອງ​ພວກເຮົາ​ນັບ​ວ່າ​ພວກເຈົ້າ​ສົມຄວນ​ກັບ​ການ​ເອີ້ນ​ຂອງ​ພຣະອົງ ແລະ ຂໍ​ໃຫ້​ທຸກ​ຄວາມປາຖະໜາ​ອັນ​ດີ​ຂອງ​ພວກເຈົ້າ ແລະ ທຸກ​ການກະທຳ​ທີ່​ເກີດ​ຈາກ​ຄວາມເຊື່ອ​ຂອງ​ພວກເຈົ້າ​ບັນລຸ​ຜົນສຳເລັດ​ໂດຍ​ລິດອຳນາດ​ຂອງ​ພຣະອົງ.</verse>
				<verse number="12">ພວກເຮົາ​ອະທິຖານ​ເຊັ່ນ​ນີ້​ກໍ​ເພື່ອ​ນາມ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຈະ​ໄດ້​ຮັບ​ກຽດຕິຍົດ​ໃນ​ພວກເຈົ້າ​ທັງຫລາຍ ແລະ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ກຽດຕິຍົດ​ໃນ​ພຣະອົງ​ຕາມ​ພຣະຄຸນ​ຂອງ​ພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.</verse>
			</chapter>
			<chapter number="2">
				<verse number="1">ກ່ຽວກັບ​ການ​ມາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ການ​ທີ່​ຈະ​ຮວບຮວມ​ເອົາ​ພວກເຮົາ​ທັງຫລາຍ​ໄປ​ຢູ່​ກັບ​ພຣະອົງ​ນັ້ນ, ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ໃຫ້​ພວກເຈົ້າ</verse>
				<verse number="2">ຢ່າ​ຫວັ່ນໄຫວ​ງ່າຍ ຫລື ຕື່ນ​ຕົກໃຈ​ກັບ​ຄຳສັ່ງສອນ​ທີ່​ອ້າງ​ວ່າ​ມາ​ຈາກ​ພວກເຮົາ ບໍ່​ວ່າ​ໂດຍ​ຖ້ອຍຄຳ​ເຜີຍ​ພຣະຄຳ ຫລື ໂດຍ​ຄຳເວົ້າ​ທີ່​ອອກ​ຈາກ​ປາກ ຫລື ໂດຍ​ຈົດໝາຍ​ທີ່​ອ້າງ​ວ່າ​ມາ​ຈາກ​ພວກເຮົາ ເຊິ່ງ​ລະບຸ​ວ່າ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ​ມາ​ເຖິງ​ແລ້ວ.</verse>
				<verse number="3">ຢ່າ​ໃຫ້​ຜູ້ໃດ​ມາ​ຫລອກລວງ​ພວກເຈົ້າ​ໃນ​ທາງ​ໃດ​ທາງ​ໜຶ່ງ ເພາະ​ວັນ​ນັ້ນ​ຍັງ​ຈະ​ບໍ່​ມາ​ເຖິງ​ຈົນກວ່າ​ການກະບົດ​ຈະ​ເກີດຂຶ້ນ ແລະ ຄົນ​ລ່ວງລະເມີດ ​ທີ່​ຖືກ​ກຳນົດ​ໃຫ້​ເຖິງ​ຄວາມຈິບຫາຍ​ນັ້ນ​ມາ​ປາກົດ​ໂຕ.</verse>
				<verse number="4">ມັນ​ຈະ​ຕໍ່ຕ້ານ ແລະ ຍົກ​ຕົນ​ເອງ​ຂຶ້ນ​ຢູ່​ເໜືອ​ທຸກສິ່ງ​ທີ່​ເອີ້ນ​ຊື່​ວ່າ​ພຣະເຈົ້າ ຫລື ເປັນ​ທີ່​ເຄົາລົບ​ບູຊາ ເພື່ອ​ວ່າ​ມັນ​ຈະ​ຕັ້ງ​ຕົນ​ເອງ​ຂຶ້ນ​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ ປະກາດ​ຕົນ​ເອງ​ວ່າ​ເປັນ​ພຣະເຈົ້າ.</verse>
				<verse number="5">ພວກເຈົ້າ​ບໍ່​ຈື່​ບໍ​ວ່າ​ເມື່ອ​ເຮົາ​ຢູ່​ກັບ​ພວກເຈົ້າ​ນັ້ນ ເຮົາ​ເຄີຍ​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ແລ້ວ?</verse>
				<verse number="6">ແລະ ບັດນີ້​ພວກເຈົ້າ​ຮູ້​ວ່າ​ສິ່ງໃດ​ທີ່​ດຶງ​ມັນ​ໄວ້​ເພື່ອ​ໃຫ້​ມັນ​ມາ​ປາກົດ​ໂຕ​ໃນ​ເວລາ​ທີ່​ເໝາະສົມ.</verse>
				<verse number="7">ເພາະ​ອຳນາດ​ລັບ​ຂອງ​ຄົນ​ລ່ວງລະເມີດ​ນີ້​ກຳລັງ​ທຳງານ​ຢູ່ ແຕ່​ຜູ້​ທີ່​ດຶງ​ມັນ​ໄວ້​ໃນ​ຂະນະ​ນີ້​ຈະ​ດຶງ​ມັນ​ໄວ້​ຕໍ່ໄປ​ຈົນ​ກວ່າ​ມັນ​ຈະ​ຖືກ​ຮັບ​ໄປ​ໃຫ້​ພົ້ນ​ທາງ.</verse>
				<verse number="8">ເມື່ອ​ນັ້ນ​ຄົນ​ນອກ​ກົດໝາຍ​ນີ້​ຈະ​ປາກົດ​ໂຕ ຜູ້​ທີ່​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຈະ​ໂຄ່ນລົ້ມ​ມັນ​ດ້ວຍ​ລົມ​ຈາກ​ປາກ​ຂອງ​ພຣະອົງ ແລະ ທຳລາຍ​ມັນ​ດ້ວຍ​ລັດສະໝີ​ແຫ່ງ​ການ​ມາ​ຂອງ​ພຣະອົງ.</verse>
				<verse number="9">ການ​ມາ​ຂອງ​ຄົນ​ນອກ​ກົດໝາຍ​ນີ້​ຈະ​ມາ​ໂດຍ​ອຳນາດ ​ຂອງ​ຊາຕານ. ມັນ​ຈະ​ໃຊ້​ການສະແດງ​ອຳນາດ​ທຸກ​ຮູບແບບ​ຜ່ານທາງ​ໝາຍສຳຄັນ ແລະ ການ​ອັດສະຈັນ ເຊິ່ງ​ລ້ວນ​ແຕ່​ຮັບໃຊ້​ຄວາມຕົວະ</verse>
				<verse number="10">ແລະ ໃຊ້​ຄວາມ​ຊົ່ວຮ້າຍ​ທຸກ​ຢ່າງ​ຫລອກລວງ​ບັນດາ​ຜູ້​ທີ່​ກຳລັງ​ຈະ​ຈິບຫາຍ. ພວກເຂົາ​ຈິບຫາຍ​ເພາະ​ພວກເຂົາ​ປະຕິເສດ​ທີ່​ຈະ​ຮັກ​ຄວາມຈິງ​ທີ່​ນຳ​ໄປ​ສູ່​ຄວາມພົ້ນ.</verse>
				<verse number="11">ດ້ວຍເຫດນີ້ ພຣະເຈົ້າ​ຈຶ່ງ​ໄດ້​ສົ່ງ​ການຫລອກລວງ​ມາ​ຄອບງຳ​ພວກເຂົາ​ເພື່ອ​ວ່າ​ພວກເຂົາ​ຈະ​ເຊື່ອ​ຄວາມຕົວະ</verse>
				<verse number="12">ແລະ ເພື່ອ​ວ່າ​ທຸກຄົນ​ທີ່​ບໍ່​ຍອມ​ເຊື່ອ​ຄວາມຈິງ​ແຕ່​ກັບ​ຊົມຊື່ນ​ຄວາມ​ຊົ່ວຮ້າຍ​ຈະ​ຖືກ​ຕັດສິນ​ລົງໂທດ.</verse>
				<verse number="13">ແຕ່​ພວກເຮົາ​ຄວນ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ, ພີ່ນ້ອງ​ທັງຫລາຍ​ຜູ້​ທີ່​ພຣະເຈົ້າ​ຮັກ​ເອີຍ, ເພາະ​ພຣະເຈົ້າ​ເລືອກ​ພວກເຈົ້າ​ໃນ​ຖານະ​ຜົນ​ທຳອິດ ​ຂອງ​ພຣະອົງ​ເພື່ອ​ຮັບ​ຄວາມພົ້ນ ໂດຍ​ການ​ຊຳລະ​ໃຫ້​ບໍລິສຸດ​ຈາກ​ພຣະວິນຍານ ແລະ ໂດຍ​ການ​ເຊື່ອ​ໃນ​ຄວາມຈິງ.</verse>
				<verse number="14">ພຣະອົງ​ໄດ້​ເອີ້ນ​ພວກເຈົ້າ​ມາ​ສູ່​ສິ່ງ​ນີ້​ຜ່ານທາງ​ຂ່າວປະເສີດ​ທີ່​ພວກເຮົາ​ປະກາດ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮ່ວມ​ໃນ​ສະຫງ່າລາສີ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.</verse>
				<verse number="15">ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຕັ້ງ​ໝັ້ນຄົງ ແລະ ຢຶດໝັ້ນ​ໃນ​ຄຳສັ່ງສອນ ທີ່​ພວກເຮົາ​ໄດ້​ຖ່າຍທອດ​ໃຫ້​ແກ່​ພວກເຈົ້າ ບໍ່​ວ່າ​ໂດຍ​ທາງ​ຄຳເວົ້າ​ຈາກ​ປາກ​ຂອງ​ພວກເຮົາ ຫລື ໂດຍ​ທາງ​ຈົດໝາຍ.</verse>
				<verse number="16">ຂໍ​ໃຫ້​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ຜູ້​ຮັກ​ພວກເຮົາ ແລະ ໄດ້​ໃຫ້​ການ​ໜູນໃຈ​ນິລັນດອນ ແລະ ຄວາມຫວັງ​ອັນ​ດີ​ແກ່​ພວກເຮົາ​ໂດຍ​ພຣະຄຸນ​ຂອງ​ພຣະອົງ,</verse>
				<verse number="17">ຈະ​ໃຫ້​ກຳລັງ​ໃຈ​ພວກເຈົ້າ ແລະ ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ເພື່ອ​ຈະ​ເຮັດ ແລະ ເວົ້າ​ໃນ​ສິ່ງ​ທີ່​ດີ​ທຸກຢ່າງ.</verse>
			</chapter>
			<chapter number="3">
				<verse number="1">ສຸດທ້າຍ​ນີ້​ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ​ເພື່ອ​ວ່າ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ໄດ້​ແຜ່ຂະຫຍາຍ​ໄປ​ຢ່າງ​ໄວວາ ແລະ ເປັນ​ທີ່​ຖວາຍ​ກຽດ​ເໝືອນ​ທີ່​ເປັນ​ຢູ່​ໃນ​ທ່າມກາງ​ພວກເຈົ້າ.</verse>
				<verse number="2">ແລະ ຈົ່ງ​ອະທິຖານ​ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄົນຊົ່ວ ແລະ ຄົນຊົ່ວຮ້າຍ ເພາະວ່າ​ບໍ່​ແມ່ນ​ທຸກຄົນ​ທີ່​ຈະ​ມີ​ຄວາມເຊື່ອ.</verse>
				<verse number="3">ແຕ່​ອົງພຣະຜູ້ເປັນເຈົ້າ​ສັດຊື່ ພຣະອົງ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ ແລະ ປົກປ້ອງ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ຄົນຊົ່ວຮ້າຍ.</verse>
				<verse number="4">ພວກເຮົາ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ​ວ່າ​ພວກເຈົ້າ​ກຳລັງ​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເຮົາ​ສັ່ງ​ຢູ່ ແລະ ຈະ​ເຮັດ​ຢ່າງ​ນັ້ນ​ຕໍ່ໄປ.</verse>
				<verse number="5">ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ນຳພາ​ຫົວໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ໄປ​ສູ່​ຄວາມຮັກ​ຂອງ​ພຣະເຈົ້າ ແລະ ໃນ​ຄວາມມານະອົດທົນ​ຂອງ​ພຣະຄຣິດເຈົ້າ.</verse>
				<verse number="6">ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ສັ່ງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ຈົ່ງ​ຫລີກໜີ​ຈາກ​ຜູ້​ທີ່​ເຊື່ອ​ທຸກຄົນ​ທີ່​ຂີ້ຄ້ານ, ກໍ່ກວນ ແລະ ບໍ່​ຍອມ​ດຳເນີນຊີວິດ​ຕາມ​ຄຳສັ່ງສອນ ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພວກເຮົາ.</verse>
				<verse number="7">ເພາະ​ພວກເຈົ້າ​ເອງ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ພວກເຈົ້າ​ຄວນ​ເຮັດ​ຕາມ​ແບບຢ່າງ​ຂອງ​ພວກເຮົາ. ເມື່ອ​ພວກເຮົາ​ຢູ່​ກັບ​ພວກເຈົ້າ​ນັ້ນ​ພວກເຮົາ​ບໍ່​ໄດ້​ຂີ້ຄ້ານ​ເລີຍ,</verse>
				<verse number="8">ພວກເຮົາ​ບໍ່​ໄດ້​ກິນອາຫານ​ຂອງ​ຜູ້ໃດ​ໂດຍ​ບໍ່​ໄດ້​ຈ່າຍ​ຄ່າ. ກົງກັນຂ້າມ ພວກເຮົາ​ເຮັດວຽກ​ທັງ​ກາງເວັນ ແລະ ກາງຄືນ, ອອກແຮງງານ ແລະ ເຮັດວຽກ​ລຳບາກ​ເພື່ອ​ຈະ​ບໍ່​ເປັນ​ພາລະ​ໃຫ້​ແກ່​ຜູ້ໃດ​ໃນ​ພວກເຈົ້າ.</verse>
				<verse number="9">ພວກເຮົາ​ເຮັດ​ຢ່າງ​ນີ້​ບໍ່​ແມ່ນ​ເພາະ​ພວກເຮົາ​ບໍ່​ມີ​ສິດ​ຮັບ​ຄວາມຊ່ວຍເຫລືອ​ເຫລົ່ານັ້ນ ແຕ່​ເພື່ອ​ມອບ​ຕົນ​ເອງ​ໃຫ້​ເປັນ​ແບບຢ່າງ​ແກ່​ພວກເຈົ້າ​ໄດ້​ປະຕິບັດ​ຕາມ.</verse>
				<verse number="10">ເພາະ​ແມ່ນ​ແຕ່​ຂະນະ​ທີ່​ພວກເຮົາ​ຢູ່​ກັບ​ພວກເຈົ້າ ພວກເຮົາ​ກໍ​ໄດ້​ວາງ​ກົດ​ນີ້​ໄວ້​ໃຫ້​ພວກເຈົ້າ​ວ່າ: “ຖ້າ​ຜູ້ໃດ​ບໍ່​ເຮັດວຽກ​ກໍ​ບໍ່​ຕ້ອງ​ກິນ”.</verse>
				<verse number="11">ພວກເຮົາ​ໄດ້​ຍິນ​ວ່າ​ບາງຄົນ​ໃນ​ທ່າມກາງ​ພວກເຈົ້າ​ຂີ້ຄ້ານ ແລະ ກໍ່ກວນ. ພວກເຂົາ​ບໍ່​ຍອມ​ເຮັດວຽກ ແຕ່​ພວກເຂົາ​ຫຍຸ້ງ​ແຕ່​ກັບ​ເລື່ອງ​ຂອງ​ຄົນ​ອື່ນ.</verse>
				<verse number="12">ພວກເຮົາ​ຂໍ​ສັ່ງ ແລະ ເຕືອນສະຕິ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ໃຫ້​ຄົນ​ເຫລົ່ານີ້​ຕັ້ງໃຈ​ເຮັດວຽກ​ເພື່ອ​ໃຫ້​ມີ​ລາຍໄດ້​ຊື້​ອາຫານ​ລ້ຽງ​ຕົນເອງ</verse>
				<verse number="13">ແລະ ສຳລັບ​ພວກເຈົ້າ​ນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ອິດເມື່ອຍ​ທີ່​ຈະ​ເຮັດ​ສິ່ງ​ດີ.</verse>
				<verse number="14">ຜູ້ໃດ​ບໍ່​ເຊື່ອຟັງ​ຄຳສັ່ງສອນ​ຂອງ​ພວກເຮົາ​ໃນ​ຈົດໝາຍ​ນີ້ ຈົ່ງ​ໝາຍ​ໄວ້​ເປັນ​ພິເສດ. ຢ່າ​ໄປ​ຄົບຫາ​ກັບ​ພວກເຂົາ ເພື່ອ​ພວກເຂົາ​ຈະ​ໄດ້​ຮູ້ສຶກ​ລະອາຍໃຈ.</verse>
				<verse number="15">ແຕ່​ເຖິງຢ່າງໃດ​ກໍ​ຕາມ​ຢ່າ​ຖື​ວ່າ​ພວກເຂົາ​ເປັນ​ສັດຕູ ແຕ່​ຈົ່ງ​ເຕືອນສະຕິ​ພວກເຂົາ​ໃນ​ຖານະ​ພີ່ນ້ອງ​ທີ່​ເຊື່ອ​ຂອງ​ພວກເຈົ້າ.</verse>
				<verse number="16">ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສັນຕິສຸກ ມອບ​ສັນຕິສຸກ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ​ໃນ​ທຸກ​ເວລາ ແລະ ໃນ​ທຸກ​ດ້ານ. ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.</verse>
				<verse number="17">ເຮົາ​ໂປໂລ ຂຽນ​ຄຳທັກທາຍ​ນີ້​ດ້ວຍ​ມື​ຂອງ​ເຮົາ​ເອງ ເຊິ່ງ​ເປັນ​ເຄື່ອງໝາຍ​ສະເພາະ​ໃນ​ຈົດໝາຍ​ຂອງ​ເຮົາ​ທຸກ​ສະບັບ. ນີ້​ຄື​ວິທີ​ຂຽນ​ຂອງ​ເຮົາ.</verse>
				<verse number="18">ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.</verse>
			</chapter>
		</book>
		<book number="54">
			<chapter number="1">
				<verse number="1">ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ໂດຍ​ຄຳສັ່ງ​ຂອງ​ພຣະເຈົ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລະ ຂອງ​ພຣະຄຣິດເຈົ້າເຢຊູ​ຜູ້​ເປັນ​ຄວາມຫວັງ​ຂອງ​ພວກເຮົາ,</verse>
				<verse number="2">ເຖິງ​ຕີໂມທຽວ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ: ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມີ​ແກ່​ເຈົ້າ.</verse>
				<verse number="3">ຕາມ​ທີ່​ເຮົາ​ໄດ້​ຂໍຮ້ອງ​ເຈົ້າ​ເມື່ອ​ເຮົາ​ໄປ​ຍັງ​ແຂວງ​ມາເກໂດເນຍ​ວ່າ, ໃຫ້​ເຈົ້າ​ຢູ່​ທີ່​ເອເຟໂຊ​ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ສັ່ງ​ບາງຄົນ​ບໍ່​ໃຫ້​ສອນ​ຫລັກຂໍ້ເຊື່ອ​ທີ່​ຜິດ​ອີກ​ຕໍ່ໄປ</verse>
				<verse number="4">ທັງ​ບໍ່​ໃຫ້​ໝົກໝົ້ນ​ຕົນເອງ​ຢູ່​ກັບ​ນິຍາຍ​ຕ່າງໆ ແລະ ເຊື້ອສາຍ​ອັນ​ບໍ່​ຮູ້​ສິ້ນສຸດ. ເຊິ່ງ​ເປັນ​ການ​ຄາດຄະເນ​ໄປ​ຫລາຍ​ກວ່າ​ຈະ​ສົ່ງເສີມ​ກິດຈະການ​ຂອງ​ພຣະເຈົ້າ​ໂດຍ​ຄວາມເຊື່ອ.</verse>
				<verse number="5">ເປົ້າໝາຍ​ຂອງ​ຄຳສັ່ງ​ນີ້​ຄື​ຄວາມຮັກ ເຊິ່ງ​ມາ​ຈາກ​ໃຈ​ບໍລິສຸດ, ຈາກ​ຈິດສຳນຶກ​ທີ່​ດີ ແລະ ຈາກ​ຄວາມເຊື່ອ​ຢ່າງ​ຈິງໃຈ.</verse>
				<verse number="6">ມີ​ບາງຄົນ​ໄດ້​ຫລົງເສຍໄປ​ຈາກ​ສິ່ງ​ເຫລົ່ານີ້ ແລະ ຫັນ​ໄປ​ເວົ້າ​ແບບ​ໄຮ້ສາລະ.</verse>
				<verse number="7">ພວກເຂົາ​ຢາກ​ຈະ​ເປັນ​ຄູສອນກົດບັນຍັດ​ໂດຍ​ທີ່​ບໍ່​ຮູ້​ວ່າ​ຕົນເອງ​ກຳລັງ​ເວົ້າ​ອັນໃດ ຫລື ຢືນຢັນ​ຢ່າງ​ໜັກແໜ້ນ​ເຖິງ​ເລື່ອງ​ອັນໃດ.</verse>
				<verse number="8">ພວກເຮົາ​ຮູ້​ຢູ່​ວ່າ​ກົດບັນຍັດ​ນັ້ນ​ດີ​ຖ້າ​ນຳໄປ​ໃຊ້​ໃນ​ທາງ​ທີ່​ຖືກຕ້ອງ.</verse>
				<verse number="9">ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ກົດບັນຍັດ​ບໍ່​ໄດ້​ມີ​ເພື່ອ​ຜູ້ຊອບທຳ ແຕ່​ມີ​ເພື່ອ​ຄົນ​ທີ່​ລະເມີດ​ກົດ ແລະ ຄົນ​ທີ່​ກະບົດ, ຄົນອະທຳ ແລະ ຄົນບາບ, ຄົນ​ບໍ່​ບໍລິສຸດ ແລະ ຄົນ​ທີ່​ບໍ່​ເຊື່ອ​ພຣະເຈົ້າ, ຄົນ​ຂ້າ​ພໍ່​ຂ້າ​ແມ່, ຄົນ​ຂ້າ​ຄົນ,</verse>
				<verse number="10">ຄົນ​ຜິດສິນທຳທາງເພດ ແລະ ບັນດາ​ຄົນຮັກຮ່ວມເພດ, ຄົນຄ້າຂາຍຂ້າທາດ​ກັບ​ຄົນຂີ້ຕົວະ ແລະ ຄົນ​ໃຫ້​ຄຳພະຍານ​ບໍ່​ຈິງ ແລະ ສິ່ງ​ອື່ນ​ອີກ​ທີ່​ຂັດ​ກັບ​ຄຳສອນ​ອັນ​ມີ​ຫລັກ.</verse>
				<verse number="11">ເຊິ່ງ​ສອດຄ່ອງ​ກັບ​ຂ່າວປະເສີດ​ອັນ​ຮຸ່ງເຮືອງ​ຂອງ​ພຣະເຈົ້າ​ຜູ້​ເປັນ​ທີ່​ສັນລະເສີນ, ຄື​ຂ່າວປະເສີດ​ທີ່​ພຣະອົງ​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ​ນີ້.</verse>
				<verse number="12">ເຮົາ​ຂອບພຣະຄຸນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ຜູ້​ໃຫ້​ກຳລັງ​ແກ່​ເຮົາ, ເພາະ​ພຣະອົງ​ເຫັນ​ວ່າ​ເຮົາ​ສັດຊື່​ຈຶ່ງ​ແຕ່ງຕັ້ງ​ເຮົາ​ໃຫ້​ຮັບໃຊ້​ພຣະອົງ.</verse>
				<verse number="13">ເຖິງແມ່ນວ່າ​ຄັ້ງ​ໜຶ່ງ​ເຮົາ​ເຄີຍ​ເປັນ​ຜູ້​ໝິ່ນປະໝາດ​ພຣະອົງ, ເປັນ​ຜູ້ຂົ່ມເຫັງ ແລະ ເປັນ​ຜູ້​ໃຊ້​ຄວາມຮຸນແຮງ, ແຕ່​ພຣະອົງ​ເມດຕາ​ເຮົາ​ເພາະ​ເຮົາ​ໄດ້​ເຮັດ​ໄປ​ດ້ວຍ​ຄວາມບໍ່ຮູ້ ແລະ ບໍ່ເຊື່ອ.</verse>
				<verse number="14">ພຣະຄຸນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໄດ້​ຖອກເທ​ລົງ​ມາ​ເທິງ​ເຮົາ​ຢ່າງ​ລົ້ນເຫລືອ ພ້ອມ​ດ້ວຍ​ຄວາມເຊື່ອ ແລະ ຄວາມຮັກ​ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ.</verse>
				<verse number="15">ນີ້​ເປັນ​ຄຳກ່າວ​ທີ່​ໜ້າເຊື່ອຖື ເຊິ່ງ​ສົມຄວນ​ແກ່​ການ​ຍອມຮັບ​ໂດຍ​ບໍ່​ມີ​ຂໍ້ສົງໄສ​ຄື: ພຣະຄຣິດເຈົ້າເຢຊູ​ໄດ້​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຊ່ວຍ​ຄົນບາບ​ທັງຫລາຍ​ໃຫ້​ລອດພົ້ນ ແລະ ໃນ​ບັນດາ​ຄົນບາບ​ເຫລົ່ານັ້ນ​ເຮົາ​ເປັນ​ຄົນຊົ່ວ​ທີ່ສຸດ.</verse>
				<verse number="16">ແຕ່​ເປັນຍ້ອນ​ເຫດຜົນ​ນີ້​ເອງ​ຈຶ່ງ​ເມດຕາ​ເຮົາ​ຜູ້​ເປັນ​ຄົນຊົ່ວ​ທີ່ສຸດ​ໃນ​ບັນດາ​ຄົນບາບ, ເພື່ອ​ພຣະຄຣິດເຈົ້າເຢຊູ​ຈະ​ໄດ້​ສະແດງ​ຄວາມອົດທົນ​ອັນ​ມະຫາສານ​ຂອງ​ພຣະອົງ​ໃຫ້​ເປັນ​ຕົວຢ່າງ​ແກ່​ຄົນ​ທັງປວງ​ທີ່​ຈະ​ເຊື່ອ​ໃນ​ພຣະອົງ ແລະ ຮັບເອົາ​ຊີວິດ​ນິລັນດອນ.</verse>
				<verse number="17">ບັດນີ້ ຂໍ​ໃຫ້​ກຽດຕິຍົດ ແລະ ສະຫງ່າລາສີ​ຈົ່ງ​ມີ​ແກ່​ອົງ​ກະສັດ​ຜູ້​ເປັນ​ນິລັນດອນ, ຜູ້​ເປັນ​ອົງ​ອະມະຕະ, ຜູ້​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ, ຜູ້​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ​ເທົ່ານັ້ນ​ຕະຫລອດໄປ​ເປັນນິດ. ອາແມນ.</verse>
				<verse number="18">ຕີໂມທຽວ​ລູກຊາຍ​ຂອງ​ເຮົາ, ທີ່​ເຮົາ​ກຳລັງ​ສັ່ງ​ເຈົ້າ​ຢ່າງ​ນີ້ ກໍ​ສອດຄ່ອງ​ກັບ​ຄຳ​ເຜີຍ​ພຣະຄຳ​ທີ່​ເຄີຍ​ກ່າວ​ໄວ້​ກ່ຽວກັບ​ເຈົ້າ, ເພື່ອ​ວ່າ​ເມື່ອ​ເຈົ້າ​ລະນຶກ​ເຖິງ​ຄຳ​ເຫລົ່ານັ້ນ ເຈົ້າ​ກໍ​ຈະ​ສູ້ຮົບ​ໄດ້​ດີ,</verse>
				<verse number="19">ຈົ່ງ​ຢຶດໝັ້ນ​ໃນ​ຄວາມເຊື່ອ ແລະ ຈິດສຳນຶກ​ອັນ​ດີ ເຊິ່ງ​ມີ​ບາງຄົນ​ໄດ້​ປະຕິເສດ ແລະ ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ຕົນ​ຫລົ້ມ.</verse>
				<verse number="20">ໃນ​ທ່າມກາງ​ຄົນ​ເຫລົ່ານີ້​ມີ​ຮີເມນາໂຢ ແລະ ອາເລັກຊັນເດີ, ຜູ້​ທີ່​ເຮົາ​ໄດ້​ມອບ​ໃຫ້​ຊາຕານ​ເພື່ອ​ພວກເຂົາ​ຈະ​ໄດ້​ຮຽນຮູ້​ທີ່​ຈະ​ບໍ່​ໝິ່ນປະໝາດ​ພຣະເຈົ້າ.</verse>
			</chapter>
			<chapter number="2">
				<verse number="1">ດັ່ງນັ້ນ, ກ່ອນອື່ນໝົດ​ເຮົາ​ຈຶ່ງ​ຂໍຮ້ອງ​ໃຫ້​ທູນຂໍ, ອະທິຖານ, ອ້ອນວອນ ແລະ ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ເພື່ອ​ຄົນ​ທັງປວງ,</verse>
				<verse number="2">ເພື່ອ​ກະສັດ​ທັງຫລາຍ ແລະ ບັນດາ​ຜູ້​ມີ​ອຳນາດ​ທັງໝົດ, ເພື່ອ​ວ່າ​ພວກເຮົາ​ທັງຫລາຍ​ຈະ​ໄດ້​ຢູ່​ຢ່າງ​ສະຫງົບສຸກ ແລະ ດຳເນີນຊີວິດ​ຢ່າງ​ງຽບໆ​ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ ແລະ ໃນ​ຄວາມບໍລິສຸດ​ທຸກຢ່າງ.</verse>
				<verse number="3">ການກະທຳ​ເຊັ່ນ​ນີ້​ເປັນ​ສິ່ງ​ທີ່​ດີ ແລະ ເປັນ​ທີ່​ພໍໃຈ​ພຣະເຈົ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,</verse>
				<verse number="4">ຜູ້​ປະສົງ​ໃຫ້​ທຸກຄົນ​ໄດ້​ຮັບ​ຄວາມພົ້ນ ແລະ ໄດ້​ມາ​ຮູ້ຈັກ​ຄວາມຈິງ.</verse>
				<verse number="5">ດ້ວຍວ່າ ມີ​ພຣະເຈົ້າ​ອົງ​ດຽວ ແລະ ມີ​ຜູ້ກາງ​ແຕ່​ຜູ້​ດຽວ​ລະຫວ່າງ​ພຣະເຈົ້າ​ກັບ​ມະນຸດ, ຄື​ພຣະຄຣິດເຈົ້າເຢຊູ​ຜູ້​ເປັນ​ມະນຸດ,</verse>
				<verse number="6">ຜູ້​ສະຫລະ​ພຣະອົງ​ເອງ​ເພື່ອ​ເປັນ​ຄ່າໄຖ່ບາບ​ສຳລັບ​ມະນຸດ​ທັງປວງ. ເຊິ່ງ​ບັດນີ້​ໄດ້​ເປັນ​ພະຍານ​ແລ້ວ​ໃນ​ເວລາ​ທີ່​ເໝາະສົມ.</verse>
				<verse number="7">ແລະ ເພື່ອ​ຈຸດປະສົງ​ນີ້ ເຮົາ​ຈຶ່ງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ປະກາດ ແລະ ເປັນ​ອັກຄະສາວົກ, ເຮົາ​ກຳລັງ​ເວົ້າ​ຄວາມຈິງ, ເຮົາ​ບໍ່​ໄດ້​ເວົ້າ​ຕົວະ ແລະ ເຮົາ​ເປັນ​ຄູສອນ​ທີ່​ແທ້ຈິງ ແລະ ສັດຊື່​ຂອງ​ບັນດາ​ຄົນຕ່າງຊາດ.</verse>
				<verse number="8">ເຫດສະນັ້ນ ເຮົາ​ຢາກ​ໃຫ້​ຜູ້ຊາຍ​ທີ່​ຢູ່​ທົ່ວທຸກບ່ອນ​ອະທິຖານ, ຍົກ​ມື​ອັນ​ບໍລິສຸດ​ຂຶ້ນ​ໂດຍ​ປາດສະຈາກ​ຄວາມໃຈຮ້າຍ ຫລື ການຜິດຖຽງ​ກັນ.</verse>
				<verse number="9">ເຮົາ​ຍັງ​ຢາກ​ໃຫ້​ແມ່ຍິງ​ແຕ່ງໂຕ​ສຸພາບ, ດ້ວຍ​ຄວາມສຸພາບຮຽບຮ້ອຍ ແລະ ເໝາະສົມ, ບໍ່​ແມ່ນ​ປະດັບ​ຕົນເອງ​ດ້ວຍ​ຊົງຜົມ​ທີ່​ປານີດ ຫລື ດ້ວຍ​ຄຳ ຫລື ດ້ວຍ​ໄຂ່ມຸກ ຫລື ດ້ວຍ​ເຄື່ອງນຸ່ງ​ລາຄາ​ແພງ,</verse>
				<verse number="10">ແຕ່​ດ້ວຍ​ການກະທຳ​ທີ່​ດີ ເຊິ່ງ​ເໝາະສົມ​ກັບ​ແມ່ຍິງ​ຜູ້​ທີ່​ປະກາດ​ຕົນ​ວ່າ​ນະມັດສະການ​ພຣະເຈົ້າ.</verse>
				<verse number="11">ແມ່ຍິງ ​ຄວນ​ຮຽນຮູ້​ຢ່າງ​ງຽບໆ ແລະ ຍອມຈໍານົນ​ທຸກ​ປະການ.</verse>
				<verse number="12">ເຮົາ​ບໍ່​ອະນຸຍາດ​ໃຫ້​ແມ່ຍິງ​ສັ່ງສອນ ຫລື ມີ​ສິດອຳນາດ​ເໜືອ​ຜູ້ຊາຍ ແຕ່​ໃຫ້​ນາງ​ມິດງຽບ​ຢູ່.</verse>
				<verse number="13">ເພາະ​ພຣະເຈົ້າ​ສ້າງ​ອາດາມ​ກ່ອນ ຫລັງຈາກນັ້ນ​ຈຶ່ງ​ສ້າງ​ເອວາ.</verse>
				<verse number="14">ແລະ ອາດາມ​ບໍ່​ໄດ້​ຖືກ​ຫລອກລວງ, ແຕ່​ແມ່ນ​ແມ່ຍິງ​ນັ້ນ​ທີ່​ຖືກ​ຫລອກລວງ ແລະ ກາຍເປັນ​ຄົນບາບ.</verse>
				<verse number="15">ແຕ່​ແມ່ຍິງ ​ກໍ​ຈະ​ພົ້ນ ​ໄດ້​ໂດຍ​ການເກີດລູກ ຖ້າ​ພວກເຂົາ​ຫາກ​ຍັງ​ດຳເນີນ​ຢູ່​ໃນ​ຄວາມເຊື່ອ, ຄວາມຮັກ ແລະ ຄວາມບໍລິສຸດ​ດ້ວຍ​ຄວາມເໝາະສົມ.</verse>
			</chapter>
			<chapter number="3">
				<verse number="1">ນີ້​ເປັນ​ຄຳກ່າວ​ທີ່​ເຊື່ອຖືໄດ້​ຄື: ຖ້າ​ຜູ້ໃດ​ກໍ​ຕາມ​ປາຖະໜາ​ທີ່​ຈະ​ເປັນ​ຜູ້ປົກຄອງ ​ໃນ​ຄຣິສຕະຈັກ ຜູ້​ນັ້ນ​ກໍ​ປາຖະໜາ​ການງານ​ອັນ​ສູງສົ່ງ.</verse>
				<verse number="2">ສ່ວນ​ຜູ້ປົກຄອງ​ໃນ​ຄຣິສຕະຈັກ​ນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ປາດສະຈາກ​ຕຳໜິ, ເປັນ​ຜູ້​ສັດຊື່​ຕໍ່​ເມຍ​ຂອງ​ຕົນ, ຮູ້ຈັກ​ຄວບຄຸມ​ອາລົມ, ຮູ້ຈັກ​ບັງຄັບ​ຕົນເອງ, ໜ້ານັບຖື, ມີ​ນ້ຳໃຈ​ຕ້ອນຮັບແຂກ, ສາມາດ​ທີ່​ຈະ​ສອນ​ຄົນ​ອື່ນ​ໄດ້,</verse>
				<verse number="3">ບໍ່​ດື່ມເຫລົ້າ​ມຶນເມົາ, ບໍ່​ຮຸນແຮງ​ແຕ່​ສຸພາບອ່ອນໂຍນ, ບໍ່​ເປັນ​ຄົນ​ມັກ​ຜິດຖຽງກັນ, ບໍ່ເປັນຄົນຮັກເງິນ.</verse>
				<verse number="4">ລາວ​ຕ້ອງ​ເບິ່ງແຍງ​ຈັດການ​ຄອບຄົວ​ຂອງ​ຕົນເອງ​ໄດ້​ດີ ແລະ ເຫັນ​ວ່າ​ພວກລູກ​ກໍ​ເຊື່ອຟັງ​ລາວ ແລະ ລາວ​ຈະຕ້ອງ​ເຮັດ​ຢ່າງ​ນັ້ນ​ໃຫ້​ສົມຄວນ​ແກ່​ການນັບຖື.</verse>
				<verse number="5">(ຖ້າ​ຜູ້ໃດ​ບໍ່​ຮູ້​ວິທີ​ເບິ່ງແຍງ​ຈັດການ​ຄອບຄົວ​ຂອງ​ຕົນ​ເອງ​ແລ້ວ, ລາວ​ຈະ​ສາມາດ​ເບິ່ງແຍງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໄດ້​ຢ່າງໃດ?)</verse>
				<verse number="6">ລາວ​ຕ້ອງ​ບໍ່​ເປັນ​ຜູ້​ທີ່​ຫາ​ກໍ​ກັບໃຈ​ມາ​ເຊື່ອ, ບໍ່​ດັ່ງນັ້ນ​ລາວ​ອາດ​ຈະ​ກາຍເປັນ​ຄົນ​ອວດໂຕ​ຈອງຫອງ ແລະ ຕົກ​ຢູ່​ພາຍໃຕ້​ການພິພາກສາ​ເໝືອນ​ກັບ​ມານຮ້າຍ​ນັ້ນ.</verse>
				<verse number="7">ລາວ​ຕ້ອງ​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ຄົນ​ພາຍນອກ, ເພື່ອ​ວ່າ​ລາວ​ຈະ​ໄດ້​ບໍ່​ຕົກ​ເຂົ້າ​ໄປ​ໃນ​ຄວາມອັບອາຍ ແລະ ຕົກ​ເຂົ້າ​ໄປ​ໃນ​ກັບດັກ​ຂອງ​ມານຮ້າຍ.</verse>
				<verse number="8">ໃນ​ທຳນອງ​ດຽວ​ກັນ, ຜູ້ດູແລ ​ຄວນ​ເປັນ​ຄົນ​ທີ່​ໜ້ານັບຖື, ເປັນ​ຄົນ​ຈິງໃຈ, ບໍ່​ດື່ມ​ເຫລົ້າ ແລະ ບໍ່​ຫາ​ປະໂຫຍດ​ໃນ​ທາງ​ທີ່​ບໍ່​ສັດຊື່.</verse>
				<verse number="9">ພວກເຂົາ​ຕ້ອງ​ຢຶດໝັ້ນ​ໃນ​ຄວາມຈິງ​ອັນ​ເລິກເຊິ່ງ​ຂອງ​ຄວາມເຊື່ອ​ດ້ວຍ​ຈິດສຳນຶກ​ອັນ​ໃສ​ສະອາດ.</verse>
				<verse number="10">ພວກເຂົາ​ຕ້ອງ​ຖືກ​ທົດສອບ​ກ່ອນ ແລະ ເມື່ອ​ເຫັນ​ວ່າ​ບໍ່ມີຂໍ້ບົກຜ່ອງ​ແລ້ວ​ຈຶ່ງ​ໃຫ້​ພວກເຂົາ​ເຮັດ​ໜ້າທີ່​ຜູ້ດູແລ​ໄດ້.</verse>
				<verse number="11">ໃນ​ທຳນອງ​ດຽວ​ກັນ, ພວກແມ່ຍິງ ​ຕ້ອງ​ເປັນ​ຄົນ​ທີ່​ໜ້ານັບຖື, ບໍ່​ເວົ້າ​ຫຍາບຄາຍ, ແຕ່​ຮູ້ຈັກ​ຄວບຄຸມ​ອາລົມ ແລະ ເຊື່ອຖືໄດ້​ໃນ​ທຸກສິ່ງ.</verse>
				<verse number="12">ຜູ້ດູແລ​ຕ້ອງ​ສັດຊື່​ຕໍ່​ເມຍ​ຂອງ​ຕົນ ແລະ ຕ້ອງ​ເບິ່ງແຍງ​ບັນດາ​ລູກ ແລະ ຄົວເຮືອນ​ຂອງ​ຕົນ​ໄດ້​ເປັນ​ຢ່າງ​ດີ.</verse>
				<verse number="13">ບັນດາ​ຜູ້​ທີ່​ຮັບໃຊ້​ດີ​ກໍ​ໄດ້​ຮັບ​ກຽດ​ຫລາຍ ແລະ ມີ​ຄວາມຫມັ້ນໃຈ​ຢ່າງ​ຫລວງຫລາຍ​ໃນ​ຄວາມເຊື່ອ​ຂອງ​ຕົນ​ໃນ​ພຣະຄຣິດເຈົ້າເຢຊູ.</verse>
				<verse number="14">ເຖິງ​ແມ່ນ​ເຮົາ​ຫວັງ​ວ່າ​ຈະ​ມາ​ຫາ​ພວກເຈົ້າ​ໃນ​ອີກ​ບໍ່​ດົນ​ນີ້, ແຕ່​ເຮົາ​ກໍ​ຂຽນ​ຄຳແນະນຳ​ເຫລົ່ານີ້​ມາ​ຫາ​ພວກເຈົ້າ ເພື່ອ​ວ່າ,</verse>
				<verse number="15">ຖ້າ​ເຮົາ​ມາ​ຊ້າ, ພວກເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ​ຄົນ​ທັງຫລາຍ​ຄວນ​ປະພຶດຕົນ​ຢ່າງ​ໃດ​ໃນ​ຄົວເຮືອນ​ຂອງ​ພຣະເຈົ້າ ຄື​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່​ອັນ​ເປັນ​ເສົາ​ຫລັກ ແລະ ຮາກຖານ​ແຫ່ງ​ຄວາມຈິງ.</verse>
				<verse number="16">ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື: ພຣະອົງ ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ, ບັນດາ​ເທວະດາ​ກໍ​ໄດ້​ເຫັນ, ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ, ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ, ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.</verse>
			</chapter>
			<chapter number="4">
				<verse number="1">ພຣະວິນຍານ​ກ່າວ​ໄວ້​ຢ່າງ​ຈະແຈ້ງ​ແລ້ວ​ວ່າ ໃນ​ພາຍຫລັງ​ມາ​ຈະ​ມີ​ບາງຄົນ​ປະຖິ້ມ​ຄວາມເຊື່ອ​ແລ້ວ​ໄປ​ຕິດຕາມ​ວິນຍານ​ຫລອກລວງ ແລະ ສິ່ງ​ຕ່າງໆ​ທີ່​ສອນ​ໂດຍ​ພວກ​ຜີມານຮ້າຍ.</verse>
				<verse number="2">ການສັ່ງສອນ​ດັ່ງກ່າວ​ແມ່ນ​ມາ​ທາງ​ບັນດາ​ຄົນ​ຂີ້ຕົວະ​ທີ່​ໜ້າຊື່ໃຈຄົດ, ຜູ້​ທີ່​ມີ​ຈິດສຳນຶກ​ທີ່​ຕາຍ​ດ້ານ.</verse>
				<verse number="3">ພວກເຂົາ​ຫ້າມ​ຄົນ​ທັງຫລາຍ​ແຕ່ງງານ ແລະ ສັ່ງ​ໃຫ້​ລະເວັ້ນ​ອາຫານ​ບາງ​ຊະນິດ​ທີ່​ພຣະເຈົ້າ​ໄດ້​ສ້າງ​ໄວ້​ເພື່ອ​ຈະ​ໄດ້​ຮັບ​ການໂມທະນາ​ຂອບພຣະຄຸນ​ຈາກ​ບັນດາ​ຜູ້ທີ່ເຊື່ອ ແລະ ຜູ້​ທີ່​ຮູ້ຈັກ​ຄວາມຈິງ.</verse>
				<verse number="4">ເພາະ​ທຸກສິ່ງ​ທີ່​ພຣະເຈົ້າ​ສ້າງ​ນັ້ນ​ດີ ແລະ ບໍ່​ມີ​ສິ່ງໃດ​ເປັນ​ຂອງ​ຕ້ອງຫ້າມ​ເລີຍ​ຖ້າ​ຮັບເອົາ​ດ້ວຍ​ການໂມທະນາ​ຂອບພຣະຄຸນ,</verse>
				<verse number="5">ເພາະວ່າ​ສິ່ງ​ເຫລົ່ານີ້​ໄດ້​ຜ່ານ​ການຊຳລະ​ແລ້ວ​ດ້ວຍ​ພຣະຄຳ​ຂອງ​ພຣະເຈົ້າ ແລະ ດ້ວຍ​ຄຳອະທິຖານ.</verse>
				<verse number="6">ຖ້າ​ເຈົ້າ​ຫາກ​ຊີ້ແຈງ​ສິ່ງ​ເຫລົ່ານີ້​ແກ່​ພວກ​ພີ່ນ້ອງ​ທັງຫລາຍ​ທີ່​ເຊື່ອ​ແລ້ວ, ເຈົ້າ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະຄຣິດເຈົ້າເຢຊູ ເຊິ່ງ​ໄດ້​ຮັບ​ການບຳລຸງລ້ຽງ​ໃນ​ຄວາມຈິງ​ແຫ່ງ​ຄວາມເຊື່ອ ແລະ ຫລັກຄຳສອນ​ອັນ​ດີ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕາມ.</verse>
				<verse number="7">ຢ່າ​ໄປ​ກ່ຽວຂ້ອງ​ກັບ​ນິຍາຍ​ອັນ​ໄຮ້ສາລະ ແລະ ນິທານຂີ້ຕົວະ​ຕ່າງໆ ຈົ່ງ​ຝຶກຝົນ​ຕົນເອງ​ໃນ​ທາງ​ຂອງ​ພຣະເຈົ້າ​ກໍ​ດີ​ກວ່າ.</verse>
				<verse number="8">ການ​ຝຶກຝົນ​ທາງ​ກາຍ​ນັ້ນ​ມີ​ຄຸນຄ່າ​ຢູ່​ສ່ວນ​ໜຶ່ງ ແຕ່​ຝຶກຝົນ​ໃນ​ທາງ​ຂອງ​ພຣະເຈົ້າ​ກໍ​ມີ​ຄຸນຄ່າ​ໃນ​ທຸກດ້ານ, ເພາະ​ຮັກສາ​ສັນຍາ​ໄວ້​ທັງ​ສຳລັບ​ຊີວິດ​ປັດຈຸບັນ ແລະ ຊີວິດ​ໃນ​ເບື້ອງໜ້າ​ດ້ວຍ.</verse>
				<verse number="9">ນີ້​ເປັນ​ຄຳກ່າວ​ທີ່​ເຊື່ອຖືໄດ້​ທີ່​ຄວນ​ຈະ​ຮັບ​ໄວ້​ໂດຍ​ບໍ່​ມີ​ຂໍ້ສົງໄສ.</verse>
				<verse number="10">ດ້ວຍເຫດນີ້​ທີ່​ພວກເຮົາ​ເຮັດ​ວຽກງານ​ໜັກ ແລະ ອົດທົນສູ້​ກໍ​ເພາະ​ພວກເຮົາ​ໄດ້​ມອບ​ຄວາມຫວັງ​ໄວ້​ໃນ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຜູ້​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ມະນຸດ​ທຸກຄົນ ແລະ ໂດຍສະເພາະ​ບັນດາ​ຜູ້ທີ່ເຊື່ອ.</verse>
				<verse number="11">ຈົ່ງ​ແນະນຳ ແລະ ສັ່ງສອນ​ສິ່ງ​ເຫລົ່ານີ້.</verse>
				<verse number="12">ຢ່າ​ໃຫ້​ຜູ້ໃດ​ດູຖູກ​ເຈົ້າ​ຍ້ອນ​ເຈົ້າ​ຍັງ​ໜຸ່ມ, ແຕ່​ຈົ່ງ​ເປັນ​ແບບຢ່າງ​ຕໍ່​ຜູ້ທີ່ເຊື່ອ​ທັງຫລາຍ​ໃນ​ດ້ານ​ວາຈາ, ການ​ປະພຶດ, ຄວາມຮັກ, ຄວາມເຊື່ອ ແລະ ຄວາມບໍລິສຸດ.</verse>
				<verse number="13">ຈົ່ງ​ອຸທິດ​ຕົນເອງ​ໃນ​ການອ່ານ​ພຣະຄຳພີ​ໃນ​ທີ່​ປະຊຸມ, ໃນ​ການເທດສະໜາ ແລະ ໃນ​ການສັ່ງສອນ​ຈົນ​ກວ່າ​ເຮົາ​ຈະ​ມາ.</verse>
				<verse number="14">ຢ່າ​ລະເລີຍ​ຕໍ່​ຂອງປະທານ​ຂອງ​ເຈົ້າ ເຊິ່ງ​ມອບ​ໃຫ້​ແກ່​ເຈົ້າ​ຜ່ານ​ຄຳທຳນວາຍ​ເມື່ອ​ຄະນະຜູ້ປົກຄອງ​ໄດ້​ວາງມື​ຂອງ​ພວກເພິ່ນ​ລົງ​ໃສ່​ເຈົ້າ.</verse>
				<verse number="15">ຈົ່ງ​ໝັ່ນ​ພາກພຽນ​ໃນ​ສິ່ງ​ເຫລົ່ານີ້ ທຸ້ມເທ​ຕົນເອງ​ທັງໝົດ​ໃຫ້​ກັບ​ສິ່ງ​ເຫລົ່ານີ້ ເພື່ອ​ວ່າ​ທຸກຄົນ​ຈະ​ເຫັນ​ຄວາມກ້າວໜ້າ​ຂອງ​ເຈົ້າ.</verse>
				<verse number="16">ຈົ່ງ​ເອົາໃຈໃສ່​ເບິ່ງແຍງ​ຊີວິດ ແລະ ຄຳສອນ​ຂອງ​ເຈົ້າ​ຢ່າງ​ໃກ້ຊິດ. ຈົ່ງ​ບາກບັ່ນ​ໃນ​ສິ່ງ​ເຫລົ່ານີ້, ເພາະ​ຖ້າ​ເຮັດ​ເຊັ່ນ​ນັ້ນ​ແລ້ວ, ເຈົ້າ​ຈະ​ຊ່ວຍ​ທັງ​ຕົນເອງ ແລະ ຜູ້​ທີ່​ຟັງ​ເຈົ້າ​ໃຫ້​ພົ້ນ​ໄດ້.</verse>
			</chapter>
			<chapter number="5">
				<verse number="1">ຢ່າ​ຕຳໜິ​ຊາຍ​ຜູ້ອາວຸໂສ​ຢ່າງ​ຮຸນແຮງ, ແຕ່​ຈົ່ງ​ຂໍຮ້ອງ​ເພິ່ນ​ເໝືອນດັ່ງ​ເພິ່ນ​ເປັນ​ພໍ່​ຂອງ​ເຈົ້າ. ຈົ່ງ​ປະຕິບັດ​ຕໍ່​ຊາຍໜຸ່ມ​ທີ່​ອາຍຸ​ອ່ອນ​ກວ່າ​ເໝືອນດັ່ງ​ເປັນ​ນ້ອງຊາຍ,</verse>
				<verse number="2">ຕໍ່​ແມ່ຍິງ​ຜູ້ອາວຸໂສ​ເໝືອນດັ່ງ​ເພິ່ນ​ເປັນ​ແມ່ ແລະ ຕໍ່​ຍິງ​ໜຸ່ມ​ທີ່​ມີ​ອາຍຸ​ອ່ອນກວ່າ​ເໝືອນດັ່ງ​ເປັນ​ນ້ອງສາວ​ດ້ວຍ​ຄວາມບໍລິສຸດ​ຢ່າງ​ແທ້ຈິງ.</verse>
				<verse number="3">ຈົ່ງ​ນັບຖື​ເອົາໃຈໃສ່​ພວກແມ່ໝ້າຍ​ຜູ້​ທີ່​ຂັດສົນ​ຕາມ​ສົມຄວນ.</verse>
				<verse number="4">ແຕ່​ຖ້າ​ແມ່ໝ້າຍ​ຄົນໃດ​ມີ​ລູກ ຫລື ຫລານ ກ່ອນອື່ນໝົດ​ຈະ​ຕ້ອງ​ໃຫ້​ລູກຫລານ​ເຫລົ່ານັ້ນ​ໄດ້​ຮຽນຮູ້​ປະຕິບັດ​ຕາມ​ຫລັກ​ຂອງ​ສາສະໜາ​ໂດຍ​ການ​ເອົາໃຈໃສ່​ເບິ່ງແຍງ​ຄອບຄົວ​ຂອງ​ຕົນເອງ​ອັນ​ເປັນ​ການຕອບແທນ​ແກ່​ພໍ່ແມ່ ແລະ ພໍ່ຕູ້ແມ່ຕູ້, ເພາະ​ການ​ເຮັດ​ເຊັ່ນ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າ.</verse>
				<verse number="5">ແມ່ໝ້າຍ​ຜູ້​ທີ່​ຂັດສົນ​ແທ້ໆ ແລະ ຖືກ​ປະ​ໃຫ້​ຢູ່​ຄົນດຽວ​ນັ້ນ​ກໍ​ໃຫ້​ລາວ​ຕັ້ງ​ຄວາມຫວັງ​ໄວ້​ໃນ​ພຣະເຈົ້າ ແລະ ສືບຕໍ່​ອະທິຖານ ແລະ ຮ້ອງຂໍ​ຕໍ່​ພຣະເຈົ້າ​ທັງ​ກາງເວັນ ແລະ ກາງຄືນ​ໃຫ້​ຊ່ວຍເຫລືອ.</verse>
				<verse number="6">ແຕ່​ແມ່ໝ້າຍ​ທີ່​ດຳເນີນຊີວິດ​ຢູ່​ເພື່ອ​ຫາ​ຄວາມສະໜຸກສະໜານ​ນັ້ນ​ກໍ​ຕາຍ​ແລ້ວ​ທັງ​ເປັນ.</verse>
				<verse number="7">ຈົ່ງ​ສັ່ງສອນ​ຄົນ​ທັງຫລາຍ​ເຖິງ​ສິ່ງ​ເຫລົ່ານີ້​ດ້ວຍ, ເພື່ອ​ວ່າ​ຈະ​ບໍ່​ມີ​ຜູ້ໃດ​ຖືກ​ຕຳໜິ​ໄດ້.</verse>
				<verse number="8">ຖ້າ​ຜູ້ໃດ​ບໍ່​ອຸດໜູນ​ລ້ຽງດູ​ຍາດພີ່ນ້ອງ​ຂອງ​ຕົນ​ໂດຍ​ສະເພາະ​ຄົນ​ໃນ​ຄອບຄົວ​ຂອງ​ຕົນເອງ ຜູ້​ນັ້ນ​ກໍ​ໄດ້​ປະຕິເສດ​ຄວາມເຊື່ອ​ແລ້ວ ແລະ ຮ້າຍ​ກວ່າ​ຄົນ​ທີ່​ບໍ່ເຊື່ອ​ອີກ.</verse>
				<verse number="9">ຢ່າ​ບັນທຶກ​ຊື່​ແມ່ໝ້າຍ​ຄົນ​ໃດ​ລົງ​ໃນ​ທະບຽນ​ຂອງ​ພວກແມ່ໝ້າຍ ເວັ້ນໄວ້​ແຕ່​ນາງ​ຈະ​ມີ​ອາຍຸ​ເກີນ​ຫົກສິບ​ປີ ແລະ ສັດຊື່​ຕໍ່​ຜົວ​ຂອງ​ນາງ</verse>
				<verse number="10">ແລະ ເປັນ​ຜູ້​ທີ່​ມີ​ຊື່ສຽງ​ໃນ​ການ​ເຮັດ​ຄວາມດີ, ເຊັ່ນ​ວ່າ​ລ້ຽງດູ​ລູກໆ, ມີ​ນ້ຳໃຈ​ຕ້ອນຮັບແຂກ, ລ້າງ​ຕີນ​ໃຫ້​ບັນດາ​ຄົນ​ຂອງ​ພຣະເຈົ້າ, ຊ່ວຍເຫລືອ​ບັນດາ​ຜູ້​ທີ່​ຍາກຈົນ ແລະ ອຸທິດ​ຕົນເອງ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ.</verse>
				<verse number="11">ສ່ວນ​ພວກແມ່ໝ້າຍ​ທີ່​ຍັງ​ໜຸ່ມ​ຢູ່​ນັ້ນ ຢ່າ​ບັນທຶກ​ພວກເຂົາ​ລົງ​ໃນ​ທະບຽນ, ເພາະ​ເມື່ອ​ຄວາມປາຖະໜາ​ທາງ​ຮ່າງກາຍ​ຂອງ​ພວກເຂົາ​ເອົາ​ຊະນະ​ການອຸທິດຕົນ​ຂອງ​ພວກເຂົາ​ແກ່​ພຣະຄຣິດເຈົ້າ​ນັ້ນ, ພວກເຂົາ​ກໍ​ຢາກ​ແຕ່ງງານ​ອີກ.</verse>
				<verse number="12">ອັນ​ເປັນ​ເຫດ​ໃຫ້​ພວກເຮົາ​ຖືກ​ພິພາກສາ​ເພາະ​ລະເມີດ​ຄຳປະຕິຍານ​ຂອງ​ຕົນ​ທີ່​ໃຫ້​ໄວ້​ແຕ່​ທຳອິດ.</verse>
				<verse number="13">ນອກຈາກ​ນີ້ ພວກເຂົາ​ຈະ​ມີ​ນິໄສ​ຂີ້ຄ້ານ​ທຽວ​ໄປ​ເຮືອນ​ນັ້ນ​ເຮືອນ​ນີ້ ແລະ ບໍ່​ພຽງ​ແຕ່​ພວກເຂົາ​ກາຍເປັນ​ຄົນຂີ້ຄ້ານ​ເທົ່ານັ້ນ​ແຕ່​ຍັງ​ມັກ​ເວົ້າຂວັນນິນທາ ແລະ ມັກຫຍຸ້ງເລື່ອງຄົນອື່ນ ເວົ້າ​ສິ່ງ​ທີ່​ບໍ່​ຄວນ​ເວົ້າ.</verse>
				<verse number="14">ດັ່ງນັ້ນ ເຮົາ​ຈຶ່ງ​ຂໍ​ແນະນຳ​ບັນດາ​ແມ່ໝ້າຍ​ໜຸ່ມ​ໃຫ້​ແຕ່ງງານ, ໃຫ້​ມີ​ລູກ, ໃຫ້​ເບິ່ງແຍງ​ເຮືອນ​ຂອງ​ຕົນ ແລະ ເພື່ອ​ບໍ່​ໃຫ້​ສັດຕູ​ມີ​ໂອກາດ​ໃສ່ຮ້າຍປ້າຍສີ​ໄດ້.</verse>
				<verse number="15">ແທ້ຈິງ​ແລ້ວ​ກໍ​ມີ​ແມ່ໝ້າຍ​ບາງຄົນ​ໄດ້​ຫລົງ​ຕິດຕາມ​ມານຊາຕານ​ໄປ​ແລ້ວ.</verse>
				<verse number="16">ຖ້າ​ແມ່ຍິງ​ຄົນ​ໃດ​ທີ່​ເປັນ​ຜູ້ທີ່ເຊື່ອ​ມີ​ແມ່ໝ້າຍ​ຢູ່​ໃນ​ການ​ເບິ່ງແຍງ​ຂອງ​ນາງ ນາງ​ກໍ​ຄວນ​ສືບຕໍ່​ຊ່ວຍເຫລືອ​ພວກເຂົາ ແລະ ຢ່າ​ປ່ອຍ​ພວກເຂົາ​ໃຫ້​ເປັນ​ພາລະ​ຂອງ​ຄຣິສຕະຈັກ, ເພື່ອ​ວ່າ​ຄຣິສຕະຈັກ​ຈະ​ສາມາດ​ຊ່ວຍເຫລືອ​ບັນດາ​ແມ່ໝ້າຍ​ຜູ້​ທີ່​ຂັດສົນ​ແທ້ໆ.</verse>
				<verse number="17">ພວກ​ຜູ້ປົກຄອງ​ທີ່​ບໍລິຫານ​ກິດຈະການ​ຂອງ​ຄຣິສຕະຈັກ​ໄດ້​ດີ​ກໍ​ສົມຄວນ​ໄດ້​ຮັບ​ກຽດ​ເປັນ​ສອງ​ເທົ່າ, ໂດຍ​ສະເພາະ​ບັນດາ​ຜູ້​ທີ່​ເຮັດ​ໜ້າທີ່​ເທດສະໜາ ແລະ ສັ່ງສອນ.</verse>
				<verse number="18">ເພາະ​ພຣະຄຳພີ​ກ່າວ​ວ່າ, “ຢ່າ​ເອົາ​ປອກ​ສຸບ​ໃສ່​ປາກ​ງົວ​ໃນ​ຂະນະ​ທີ່​ມັນ​ກຳລັງ​ນວດ​ເມັດພືດ​ຢູ່” ແລະ “ຄົນງານ​ກໍ​ສົມຄວນ​ໄດ້​ຮັບ​ຄ່າຈ້າງ​ຂອງ​ຕົນ”.</verse>
				<verse number="19">ຢ່າ​ຮັບ​ເອົາ​ຄຳກ່າວຫາ​ໃສ່​ຜູ້ປົກຄອງ​ຄົນ​ໃດ​ເວັ້ນ​ແຕ່​ຈະ​ມີ​ພະຍານ​ສອງ ຫລື ສາມ​ຄົນ.</verse>
				<verse number="20">ແຕ່​ບັນດາ​ຜູ້ປົກຄອງ​ຜູ້​ທີ່​ເຮັດ​ບາບ​ນັ້ນ​ເຈົ້າ​ຈົ່ງ​ກ່າວ​ຕັກເຕືອນ​ຕໍ່ໜ້າ​ຄົນ​ທັງຫລາຍ, ເພື່ອ​ວ່າ​ຄົນ​ອື່ນໆ​ຈະ​ໄດ້​ລະວັງ.</verse>
				<verse number="21">ເຮົາ​ຮຽກຮ້ອງ​ເຈົ້າ​ຕໍ່ໜ້າ​ພຣະເຈົ້າ ແລະ ພຣະຄຣິດເຈົ້າເຢຊູ ແລະ ຕໍ່ໜ້າ​ບັນດາ​ເທວະດາ​ທີ່​ໄດ້​ເລືອກ​ໄວ້, ໃຫ້​ຢຶດຖື​ຄຳແນະນຳ​ເຫລົ່ານີ້​ໂດຍ​ບໍ່​ລຳອຽງ ແລະ ຢ່າ​ເຮັດ​ສິ່ງໃດ​ດ້ວຍ​ຄວາມລໍາອຽງ.</verse>
				<verse number="22">ຢ່າ​ຟ້າວ​ວາງມື​ໃສ່​ຜູ້ໃດ, ແລະ ຢ່າ​ມີ​ສ່ວນຮ່ວມ​ໃນ​ຄວາມບາບ​ຂອງ​ຄົນ​ອື່ນ. ຈົ່ງ​ຮັກສາ​ຕົນເອງ​ໃຫ້​ບໍລິສຸດ.</verse>
				<verse number="23">ຕັ້ງ​ແຕ່​ນີ້​ໄປ ຢ່າ​ດື່ມ​ແຕ່​ນ້ຳ, ຈົ່ງ​ປົນ​ເຫລົ້າອະງຸ່ນ​ເລັກນ້ອຍ ເພາະ​ຍ້ອນ​ກະເພາະອາຫານ​ຂອງ​ເຈົ້າ ແລະ ຄວາມເຈັບປ່ວຍ​ທີ່​ເຈົ້າ​ເປັນ​ຢູ່​ເລື້ອຍໆ​ນັ້ນ.</verse>
				<verse number="24">ຄວາມບາບ​ຂອງ​ບາງຄົນ​ກໍ​ປາກົດແຈ້ງ​ນຳ​ໜ້າ​ພວກເຂົາ​ໄປ​ສູ່​ສະຖານທີ່​ແຫ່ງ​ການພິພາກສາ, ສ່ວນ​ຄວາມບາບ​ຂອງ​ບາງຄົນ​ກໍ​ຕາມ​ພວກເຂົາ​ມາ​ໃນ​ພາຍຫລັງ.</verse>
				<verse number="25">ໃນ​ທຳນອງ​ດຽວ​ກັນ​ນັ້ນ ການ​ເຮັດດີ​ຍ່ອມ​ປາກົດແຈ້ງ ແລະ ເຖິງ​ແມ່ນ​ວ່າ​ການ​ເຫລົ່ານັ້ນ​ບໍ່​ປາກົດແຈ້ງ​ກໍ​ບໍ່​ສາມາດ​ເຊື່ອງ​ໄວ້​ໄດ້​ຕະລອດໄປ.</verse>
			</chapter>
			<chapter number="6">
				<verse number="1">ທຸກຄົນ​ທີ່​ຢູ່​ໃຕ້​ແອກ​ແຫ່ງ​ຄວາມ​ເປັນ​ຂ້າທາດ​ຄວນ​ຖື​ວ່າ​ນາຍ​ຂອງ​ຕົນ​ສົມຄວນ​ໄດ້​ຮັບ​ຄວາມເຄົາລົບ​ນັບຖື​ຢ່າງ​ເຕັມທີ່, ເພື່ອ​ວ່າ​ນາມ​ຂອງ​ພຣະເຈົ້າ ແລະ ຄຳສັ່ງສອນ​ຂອງ​ພວກເຮົາ​ຈະ​ບໍ່​ຖືກ​ໝິ່ນປະໝາດ.</verse>
				<verse number="2">ສ່ວນ​ບັນດາ​ຄົນ​ທີ່​ມີ​ນາຍ​ເປັນ​ຜູ້ທີ່ເຊື່ອ​ກໍ​ບໍ່​ຄວນ​ສະແດງ​ຄວາມ​ບໍ່​ນັບຖື​ຕໍ່​ພວກເພິ່ນ ເພາະ​ພວກເພິ່ນ​ເປັນ​ຜູ້ທີ່ເຊື່ອ​ດ້ວຍ​ກັນ. ກົງກັນຂ້າມ, ພວກເຂົາ​ສົມຄວນ​ຈະ​ຮັບໃຊ້​ນາຍ​ເຫລົ່ານັ້ນ​ໃຫ້​ດີ​ຍິ່ງ​ຂຶ້ນ​ເພາະວ່າ​ນາຍ​ຂອງ​ພວກເຂົາ​ນັ້ນ​ເປັນ​ທີ່ຮັກ​ຂອງ​ພວກເຂົາ​ເປັນ​ຜູ້ທີ່ເຊື່ອ ແລະ ໄດ້​ອຸທິດ​ຕົນ​ເພື່ອ​ສະຫວັດດີການ ​ຂອງ​ຂ້າທາດ​ຂອງ​ຕົນ. ເຈົ້າ​ຈົ່ງ​ສັ່ງສອນ ແລະ ເນັ້ນ​ພວກເຂົາ​ໃຫ້​ເຮັດ​ສິ່ງ​ເຫລົ່ານີ້.</verse>
				<verse number="3">ຖ້າ​ຜູ້ໃດ​ສອນ​ຕ່າງ​ຈາກ​ນີ້ ແລະ ຂັດ​ກັບ​ຄຳສັ່ງສອນ​ອັນ​ຖືກຕ້ອງ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ຄຳສອນ​ໃນ​ທາງ​ພຣະເຈົ້າ</verse>
				<verse number="4">ຜູ້​ນັ້ນ​ກໍ​ອວດໂຕຈອງຫອງ ແລະ ບໍ່​ເຂົ້າໃຈ​ສິ່ງໃດ​ເລີຍ. ພວກເຂົາ​ເມົາມົວ​ຢູ່​ກັບ​ການ​ຖົກຖຽງກັນ ແລະ ການ​ທະເລາະວິວາດ​ກັນ​ໃນ​ເລື່ອງ​ຄຳເວົ້າ​ຕ່າງໆ​ທີ່​ເຮັດ​ໃຫ້​ເກີດ​ການອິດສາ​ກັນ, ການຍາດແຍ່ງຊິງດີ​ກັນ, ການເວົ້າຮ້າຍ, ການລະແວງ​ສົງໄສ​ທີ່​ຊົ່ວຮ້າຍ</verse>
				<verse number="5">ແລະ ການ​ຂັດແຍ້ງ​ກັນ​ຢ່າງ​ບໍ່​ມີ​ວັນ​ສິ້ນສຸດ​ໃນ​ທ່າມ​ກາງ​ຜູ້​ມີ​ຈິດໃຈ​ເສື່ອມຊາມ, ຜູ້​ທີ່​ຖືກ​ຍາດຊິງ​ຄວາມຈິງ​ໄປ ແລະ ຜູ້​ທີ່​ຄິດ​ວ່າ​ທາງ​ຂອງ​ພຣະເຈົ້າ​ເປັນ​ຊ່ອງທາງ​ຫາ​ຜົນປະໂຫຍດ​ໃນ​ດ້ານ​ການເງິນ.</verse>
				<verse number="6">ແຕ່​ທາງ​ຂອງ​ພຣະເຈົ້າ​ກັບ​ຄວາມພໍໃຈ​ໃນ​ສິ່ງ​ທີ່​ຕົນ​ມີ​ກໍ​ເປັນ​ກຳໄລ​ອັນ​ໃຫຍ່ຫລວງ.</verse>
				<verse number="7">ເພາະ​ພວກເຮົາ​ບໍ່​ໄດ້​ຖື​ສິ່ງໃດ​ເຂົ້າ​ມາ​ໃນ​ໂລກ ແລະ ເມື່ອ​ອອກ​ຈາກ​ໂລກ​ນີ້​ໄປ​ກໍ​ເອົາ​ສິ່ງໃດ​ຕິດໂຕ​ໄປ​ບໍ່​ໄດ້.</verse>
				<verse number="8">ແຕ່​ຖ້າ​ພວກເຮົາ​ມີ​ອາຫານ ແລະ ເຄື່ອງນຸ່ງຫົ່ມ​ກໍ​ໃຫ້​ພວກເຮົາ​ພໍໃຈ​ກັບ​ສິ່ງ​ເຫລົ່ານັ້ນ.</verse>
				<verse number="9">ບັນດາ​ຄົນ​ທີ່​ຢາກ​ໄດ້​ຄວາມຮັ່ງມີ​ກໍ​ຕົກ​ຢູ່​ໃນ​ການລໍ້ລວງ ແລະ ຕົກ​ໃນ​ບ້ວງແຮ້ວ​ຂອງ​ຄວາມປາຖະໜາ​ທີ່​ໂງ່ຈ້າ ແລະ ອັນຕະລາຍ​ຫລາຍ​ຢ່າງ​ທີ່​ດຶງ​ມະນຸດ​ລົງ​ສູ່​ຄວາມຈິບຫາຍ ແລະ ການທຳລາຍ.</verse>
				<verse number="10">ເພາະວ່າ​ການຮັກເງິນ​ເປັນ​ຮາກເຫງົ້າ​ຂອງ​ຄວາມຊົ່ວ​ທຸກຢ່າງ. ເພາະ​ການ​ເຫັນ​ແກ່​ເງິນ​ນີ້​ແຫລະ​ບາງຄົນ​ຈຶ່ງ​ຫລົງ​ອອກໄປ​ຈາກ​ຄວາມເຊື່ອ ແລະ ແທງ​ຕົນ​ເອງ​ດ້ວຍ​ຄວາມເຈັບປວດ​ຫລາຍ​ຢ່າງ.</verse>
				<verse number="11">ສ່ວນ​ເຈົ້າ​ຜູ້​ເປັນ​ຄົນ​ຂອງ​ພຣະເຈົ້າ, ຈົ່ງ​ຫລີກໜີ​ຈາກ​ສິ່ງ​ເຫລົ່ານີ້​ທັງໝົດ ແລະ ໄຝ່ຫາ​ຄວາມຊອບທຳ, ທາງ​ຂອງ​ພຣະເຈົ້າ, ຄວາມເຊື່ອ, ຄວາມຮັກ, ຄວາມອົດທົນ ແລະ ຄວາມ​ສຸພາບ​ອ່ອນຫວານ.</verse>
				<verse number="12">ຈົ່ງ​ຕໍ່ສູ້​ຢ່າງ​ເຂັ້ມແຂງ​ເພື່ອ​ຄວາມເຊື່ອ​ນີ້. ຈົ່ງ​ຢຶດໝັ້ນ​ຊີວິດ​ນິລັນດອນ​ທີ່​ໄດ້​ເອີ້ນ​ເອົາ​ເຈົ້າ​ເມື່ອ​ເຈົ້າ​ປະກາດ​ຕົນ​ຮັບເຊື່ອ​ຕໍ່ໜ້າ​ພະຍານ​ຫລາຍ​ຄົນ.</verse>
				<verse number="13">ໃນ​ຕໍ່ໜ້າ​ພຣະເຈົ້າ ຜູ້​ໃຫ້​ຊີວິດ​ແກ່​ທຸກສິ່ງ ແລະ ຕໍ່ໜ້າ​ພຣະຄຣິດເຈົ້າເຢຊູ ຜູ້​ປະກາດ​ຄວາມເຊື່ອ​ຢ່າງ​ໜັກແໜ້ນ​ຂະນະ​ທີ່​ເປັນພະຍານ​ຕໍ່​ປົນທຽວ​ປີລາດ, ເຮົາ​ຮຽກຮ້ອງ​ເຈົ້າ</verse>
				<verse number="14">ໃຫ້​ຢຶດຖື​ຄຳສັ່ງ​ນີ້​ໄວ້​ບໍ່​ໃຫ້​ມີ​ຂໍ້ບົກຜ່ອງ ຫລື ບໍ່ມີຕຳໜິ​ຈົນກວ່າ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຈະ​ມາ​ປາກົດ,</verse>
				<verse number="15">ເຊິ່ງ​ພຣະເຈົ້າ​ຈະ​ໃຫ້​ການມາ​ປາກົດ​ເປັນ​ໄປ​ໃນ​ເວລາ​ຂອງ​ພຣະອົງ, ພຣະເຈົ້າ​ຜູ້​ເປັນ​ທີ່​ສັນລະເສີນ ແລະ ເປັນ​ຜູ້ຄອບຄອງ​ແຕ່​ພຽງ​ອົງ​ດຽວ, ເປັນ​ກະສັດ​ເໜືອ​ກະສັດ​ທັງຫລາຍ ແລະ ເປັນ​ອົງພຣະຜູ້ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ,</verse>
				<verse number="16">ອົງ​ດຽວ​ທີ່​ເປັນ​ອະມະຕະ ແລະ ດຳລົງ​ຢູ່​ໃນ​ຄວາມສະຫວ່າງ​ອັນ​ບໍ່​ສາມາດ​ເຂົ້າ​ໄປ​ເຖິງ​ໄດ້, ເປັນ​ອົງ​ທີ່​ບໍ່​ມີ​ຜູ້ໃດ​ເຄີຍ​ເຫັນ ຫລື ສາມາດ​ເຫັນ​ພຣະອົງ​ໄດ້. ຂໍ​ໃຫ້​ກຽດ ແລະ ລິດທານຸພາບ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ນິລັນດອນ. ອາແມນ.</verse>
				<verse number="17">ຈົ່ງ​ສັ່ງ​ບັນດາ​ຜູ້​ທີ່​ຮັ່ງມີ​ໃນ​ໂລກ​ປັດຈຸບັນ​ນີ້​ບໍ່​ໃຫ້​ຈອງຫອງ ຫລື ມອບ​ຄວາມຫວັງ​ໄວ້​ກັບ​ຊັບສົມບັດ ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ແນ່ນອນ, ແຕ່​ໃຫ້​ມອບ​ຄວາມຫວັງ​ຂອງ​ພວກເຂົາ​ໄວ້​ໃນ​ພຣະເຈົ້າ​ຜູ້​ຈັດຕຽມ​ທຸກສິ່ງ​ໃຫ້​ພວກເຮົາ​ຢ່າງ​ບໍລິບູນ​ເພື່ອ​ຄວາມປິຕິຍິນດີ​ຂອງ​ພວກເຮົາ.</verse>
				<verse number="18">ຈົ່ງ​ສັ່ງ​ພວກເຂົາ​ເຫລົ່ານັ້ນ​ໃຫ້​ເຮັດຄວາມດີ, ຮັ່ງມີ​ໃນ​ການ​ເຮັດຄວາມດີ ແລະ ໃຫ້​ມີ​ໃຈ​ເອື້ອເຟື້ອ​ເພື່ອແຜ່ ແລະ ເຕັມໃຈ​ທີ່​ຈະ​ແບ່ງປັນ.</verse>
				<verse number="19">ການ​ເຮັດ​ເຊັ່ນ​ນີ້​ພວກເຂົາ​ຈະ​ສະສົມ​ຊັບສົມບັດ​ໄວ້​ໃຫ້​ຕົນເອງ ເຊິ່ງ​ເປັນ​ຮາກຖານ​ໝັ້ນຄົງ​ສຳລັບ​ຍຸກໜ້າ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຢຶດ​ເອົາ​ຊີວິດ​ທີ່​ເປັນ​ຊີວິດ​ແທ້ຈິງ.</verse>
				<verse number="20">ຕີໂມທຽວ​ເອີຍ, ຈົ່ງ​ເບິ່ງແຍງ​ຮັກສາ​ສິ່ງ​ທີ່​ໄດ້​ຮັບ​ມອບໝາຍ​ໃຫ້​ເຈົ້າ​ດູແລ. ຈົ່ງ​ຫັນໜີ​ຈາກ​ການ​ເວົ້າ​ທີ່​ບໍ່​ເປັນປະໂຫຍດ ແລະ ຄວາມຄິດ​ຂັດແຍ້ງ​ທີ່​ເຫັນ​ຜິດ​ວ່າ​ເປັນ​ຄວາມຮູ້,</verse>
				<verse number="21">ເຊິ່ງ​ມີ​ບາງຄົນ​ຮັບ​ເອົາ​ໄວ້ ຈຶ່ງ​ໄດ້​ຫລົງ​ໄປ​ຈາກ​ຄວາມເຊື່ອ. ຂໍ​ໃຫ້​ພຣະຄຸນ​ຈົ່ງ​ດຳລົງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.</verse>
			</chapter>
		</book>
		<book number="55">
			<chapter number="1">
				<verse number="1">ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ໂດຍ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ຕາມ​ສັນຍາ​ແຫ່ງ​ຊີວິດ​ທີ່​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ,</verse>
				<verse number="2">ເຖິງ ຕີໂມທຽວ​ລູກ​ທີ່ຮັກ​ຂອງ​ເຮົາ: ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຈົ່ງ​ມີ​ແກ່​ເຈົ້າ.</verse>
				<verse number="3">ເຮົາ​ຂອບພຣະຄຸນ​ພຣະເຈົ້າ, ພຣະອົງ​ຜູ້​ທີ່​ເຮົາ​ຮັບໃຊ້, ເຊັ່ນດຽວກັນ​ກັບ​ບັນພະບຸລຸດ​ຂອງ​ເຮົາ​ໄດ້​ກະທຳ ດ້ວຍ​ຈິດສຳນຶກ​ອັນ​ໃສ​ສະອາດ, ທັງ​ກາງເວັນ ແລະ ກາງຄືນ​ເຮົາ​ໄດ້​ລະນຶກ​ເຖິງ​ເຈົ້າ​ໃນ​ຄຳອະທິຖານ​ຢູ່​ສະເໝີ.</verse>
				<verse number="4">ເມື່ອ​ເຮົາ​ລະນຶກ​ເຖິງ​ນ້ຳຕາ​ຂອງ​ເຈົ້າ, ເຮົາ​ກໍ​ປາຖະໜາ​ຈະ​ມາ​ຫາ​ເຈົ້າ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເຕັມ​ດ້ວຍ​ຄວາມຊື່ນຊົມຍິນດີ.</verse>
				<verse number="5">ເຮົາ​ໄດ້​ຄິດເຖິງ​ຄວາມເຊື່ອ​ອັນ​ຈິງໃຈ​ຂອງ​ເຈົ້າ ເຊິ່ງ​ຕອນ​ທຳອິດ​ກໍ​ມີ​ຢູ່​ໃນ​ນາງ​ໂລອີ ແມ່ເຖົ້າ​ຂອງ​ເຈົ້າ ແລະ ໃນ​ນາງ​ຢູນີເກ ແມ່​ຂອງ​ເຈົ້າ ແລະ ເຮົາ​ເຊື່ອ​ວ່າ​ບັດນີ້​ກໍ​ມີ​ຢູ່​ໃນ​ເຈົ້າ​ເໝືອນກັນ.</verse>
				<verse number="6">ດ້ວຍເຫດນີ້ ເຮົາ​ຈຶ່ງ​ຂໍ​ເຕືອນ​ເຈົ້າ​ວ່າ​ຈົ່ງ​ເຮັດ​ໃຫ້​ຂອງປະທານ​ຂອງ​ພຣະເຈົ້າ​ທີ່​ມີ​ຢູ່​ໃນ​ເຈົ້າ​ຜ່ານທາງ​ການວາງມື​ຂອງ​ເຮົາ​ນັ້ນ​ຈະເລີນ​ຮຸ່ງເຮືອງ ​ຫລາຍ​ຂຶ້ນ.</verse>
				<verse number="7">ເພາະ​ພຣະວິນຍານ​ທີ່​ພຣະເຈົ້າ​ໄດ້​ໃຫ້​ພວກເຮົາ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ພວກເຮົາ​ມີ​ໃຈ​ອັນ​ຢ້ານກົວ ແຕ່​ມອບ​ລິດອຳນາດ, ຄວາມຮັກ ແລະ ການຮູ້ຈັກບັງຄັບຕົນ​ໃຫ້​ແກ່​ພວກເຮົາ.</verse>
				<verse number="8">ດັ່ງນັ້ນ ຢ່າ​ລະອາຍ​ທີ່​ຈະ​ເປັນ​ພະຍານ​ເລື່ອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຫລື ລະອາຍ​ໃນ​ເລື່ອງ​ເຮົາ​ຜູ້​ຖືກ​ຈຳຈອງ​ເພື່ອ​ພຣະອົງ. ແຕ່​ຈົ່ງ​ຮ່ວມ​ທົນທຸກ​ກັບ​ເຮົາ​ເພື່ອ​ຂ່າວປະເສີດ​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ.</verse>
				<verse number="9">ພຣະອົງ​ໄດ້​ໄຖ່​ພວກເຮົາ​ໃຫ້​ພົ້ນ ແລະ ໄດ້​ເອີ້ນ​ພວກເຮົາ​ມາ​ສູ່​ຊີວິດ​ທີ່​ບໍລິສຸດ ບໍ່​ແມ່ນ​ເພາະ​ການກະທຳ​ໃດໆ​ທີ່​ພວກເຮົາ​ໄດ້​ເຮັດ ແຕ່​ເພາະ​ປະສົງ ແລະ ພຣະຄຸນ​ຂອງ​ພຣະອົງ​ເອງ. ພຣະຄຸນ​ນີ້​ໄດ້​ມອບໃຫ້​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າເຢຊູ​ຕັ້ງແຕ່​ກ່ອນ​ຈຸດເລີ່ມຕົ້ນ​ຂອງ​ເວລາ.</verse>
				<verse number="10">ແຕ່​ບັດນີ້ ໄດ້​ເປີດເຜີຍ​ຜ່ານທາງ​ການ​ມາ​ປາກົດ​ຂອງ​ພຣະຄຣິດເຈົ້າເຢຊູ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ຜູ້​ໄດ້​ທຳລາຍ​ຄວາມຕາຍ ແລະ ໄດ້​ນຳ​ຊີວິດ ແລະ ຄວາມເປັນອະມະຕະ​ມາ​ສູ່​ຄວາມ​ສະຫວ່າງ​ຜ່ານທາງ​ຂ່າວປະເສີດ</verse>
				<verse number="11">ແລະ ໄດ້​ແຕ່ງຕັ້ງ​ເຮົາ​ໃຫ້​ເປັນ​ຜູ້ປະກາດ, ເປັນ​ອັກຄະສາວົກ ແລະ ເປັນ​ຄູສອນ​ຂ່າວປະເສີດ​ນີ້.</verse>
				<verse number="12">ດ້ວຍ​ເຫດ​ນີ້ ເຮົາ​ກຳລັງ​ທົນທຸກ​ເໝືອນ​ທີ່​ເຮົາ​ເປັນຢູ່. ແຕ່​ເຮົາ​ກໍ​ບໍ່​ອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ​ຜູ້​ທີ່​ເຮົາ​ໄດ້​ເຊື່ອ ແລະ ເຮົາ​ໝັ້ນໃຈ​ວ່າ​ພຣະອົງ​ສາມາດ​ເບິ່ງແຍງ​ຮັກສາ​ສິ່ງ​ທີ່​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ​ຈົນ​ເຖິງ​ວັນ​ນັ້ນ​ໄດ້.</verse>
				<verse number="13">ຈົ່ງ​ຢຶດຖື​ແບບຢ່າງ​ຂອງ​ຄຳສອນ​ອັນ​ມີ​ຫລັກ​ທີ່​ເຈົ້າ​ໄດ້​ຍິນ​ຈາກ​ເຮົາ​ດ້ວຍ​ຄວາມເຊື່ອ ແລະ ຄວາມຮັກ​ໃນ​ພຣະຄຣິດເຈົ້າເຢຊູ.</verse>
				<verse number="14">ຈົ່ງ​ປົກປ້ອງ​ຮັກສາ​ຂໍ້ແນະນຳ​ອັນ​ດີ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ເຈົ້າ​ນັ້ນ ຈົ່ງ​ຮັກສາ​ໄວ້​ໂດຍ​ການ​ຊ່ວຍເຫລືອ​ຈາກ​ພຣະວິນຍານບໍລິສຸດເຈົ້າ​ຜູ້​ຢູ່​ໃນ​ພວກເຮົາ​ທັງຫລາຍ.</verse>
				<verse number="15">ເຈົ້າ​ກໍ​ຮູ້​ວ່າ ທຸກຄົນ​ໃນ​ແຂວງເອເຊຍ​ກໍ​ໄດ້​ປະຖິ້ມ​ເຮົາ ລວມທັງ​ຟູເຄໂລ ແລະ ເຮຣະໂມເກນ.</verse>
				<verse number="16">ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ສະແດງ​ຄວາມ​ເມດຕາ​ແກ່​ຄອບຄົວ​ຂອງ​ໂອເນຊີໂຟໂຣ ເພາະ​ລາວ​ເຮັດ​ໃຫ້​ເຮົາ​ຊື່ນໃຈ​ເລື້ອຍໆ ແລະ ບໍ່​ລະອາຍ​ທີ່​ເຮົາ​ຖືກ​ລ່າມ​ໂສ້​ຢູ່.</verse>
				<verse number="17">ກົງກັນຂ້າມ, ເມື່ອ​ລາວ​ຢູ່​ໃນ​ນະຄອນ​ໂຣມ ລາວ​ກໍ​ພະຍາຍາມ​ຊອກຫາ​ເຮົາ​ຈົນ​ພົບ.</verse>
				<verse number="18">ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ຊ່ວຍ​ໃຫ້​ລາວ​ໄດ້​ພົບ​ຄວາມ​ເມດຕາ​ຈາກ​ອົງພຣະຜູ້ເປັນເຈົ້າ​ໃນ​ວັນ​ນັ້ນ​ດ້ວຍ! ເຈົ້າ​ກໍ​ຮູ້​ດີ​ແລ້ວ​ວ່າ​ເມື່ອ​ຢູ່​ທີ່​ເມືອງ​ເອເຟໂຊ ລາວ​ໄດ້​ຊ່ວຍເຫລືອ​ເຮົາ​ໃນ​ຫລາຍໆ​ດ້ານ.</verse>
			</chapter>
			<chapter number="2">
				<verse number="1">ເຫດສະນັ້ນ ລູກ​ຂອງ​ເຮົາ​ເອີຍ, ຈົ່ງ​ເຂັ້ມແຂງ​ໃນ​ພຣະຄຸນ​ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ.</verse>
				<verse number="2">ສິ່ງ​ທີ່​ເຈົ້າ​ໄດ້​ຍິນ​ຈາກ​ເຮົາ​ກ່າວ​ຕໍ່ໜ້າ​ພະຍານ​ຫລາຍຄົນ​ນັ້ນ ຈົ່ງ​ມອບໝາຍ​ໃຫ້​ແກ່​ຜູ້​ທີ່​ເຊື່ອຖືໄດ້ ຜູ້​ທີ່​ມີ​ຄຸນສົມບັດ​ເໝາະສົມ​ທີ່​ຈະ​ສອນ​ຜູ້​ອື່ນ​ດ້ວຍ.</verse>
				<verse number="3">ຈົ່ງ​ຮ່ວມ​ໃນ​ຄວາມຍາກລຳບາກ​ກັບ​ເຮົາ ເໝືອນດັ່ງ​ທະຫານ​ທີ່​ດີ​ຂອງ​ພຣະຄຣິດເຈົ້າເຢຊູ.</verse>
				<verse number="4">ບໍ່​ມີ​ຜູ້ໃດ​ທີ່​ຮັບໃຊ້​ໃນ​ໜ້າທີ່​ເປັນ​ທະຫານ​ແລ້ວ​ຍັງ​ຫຍຸ້ງກ່ຽວ​ກັບ​ເລື່ອງ​ຝ່າຍ​ພົນລະເຮືອນ, ແຕ່​ລາວ​ຕ້ອງ​ເຮັດ​ໃຫ້​ຜູ້​ບັງຄັບ​ບັນຊາ​ຂອງ​ຕົນ​ພໍໃຈ.</verse>
				<verse number="5">ເຊັ່ນດຽວກັນ, ນັກກິລາ​ຄົນ​ໃດ​ກໍ​ຕາມ​ທີ່​ແຂ່ງຂັນ​ຈະ​ບໍ່​ໄດ້​ຮັບ​ມົງກຸດ​ແຫ່ງ​ໄຊຊະນະ​ຖ້າ​ບໍ່​ແຂ່ງຂັນ​ຕາມ​ກະຕິກາ.</verse>
				<verse number="6">ຊາວນາ​ຜູ້​ເຮັດວຽກ​ຢ່າງ​ໜັກໜ່ວງ​ກໍ​ສົມຄວນ​ເປັນ​ຜູ້ທຳອິດ​ທີ່​ຈະ​ໄດ້​ຮັບ​ສ່ວນແບ່ງ​ຂອງ​ພືດຜົນ.</verse>
				<verse number="7">ຈົ່ງ​ຄິດຕຶກຕອງ​ເຖິງ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ໄວ້, ເພາະ​ອົງພຣະຜູ້ເປັນເຈົ້າ​ຈະ​ໃຫ້​ຄວາມເຂົ້າໃຈ​ແກ່​ເຈົ້າ​ໃນ​ສິ່ງ​ທັງໝົດ​ນີ້.</verse>
				<verse number="8">ຈົ່ງ​ລະນຶກເຖິງ​ພຣະເຢຊູຄຣິດເຈົ້າ​ຜູ້​ທີ່​ໄດ້​ຖືກ​ບັນດານ​ໃຫ້​ເປັນຄືນມາຈາກຕາຍ, ຜູ້​ສືບ​ເຊື້ອສາຍ​ຈາກ​ດາວິດ. ນີ້​ຄື​ຂ່າວປະເສີດ​ທີ່​ເຮົາ​ປະກາດ,</verse>
				<verse number="9">ເພື່ອ​ຂ່າວປະເສີດ​ນີ້​ເຮົາ​ຈຶ່ງ​ທົນທຸກ​ຢູ່​ຈົນ​ເຖິງ​ຖືກ​ລ່າມໂສ້​ເໝືອນ​ໂຈນຜູ້ຮ້າຍ. ແຕ່​ພຣະຄຳ​ຂອງ​ພຣະເຈົ້າ​ບໍ່​ໄດ້​ຖືກ​ລ່າມໂສ້.</verse>
				<verse number="10">ເຫດສະນັ້ນ ເຮົາ​ຈຶ່ງ​ຍອມ​ອົດທົນ​ທຸກຢ່າງ​ເພື່ອ​ເຫັນ​ແກ່​ຜູ້​ທີ່​ເລືອກ​ໄວ້, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມພົ້ນ ເຊິ່ງ​ມີ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ພ້ອມດ້ວຍ​ສະຫງ່າລາສີ​ນິລັນດອນ.</verse>
				<verse number="11">ນີ້​ເປັນ​ຄຳກ່າວ​ທີ່​ເຊື່ອຖືໄດ້​ຄື: ຖ້າ​ພວກເຮົາ​ຕາຍ​ດ້ວຍກັນ​ກັບ​ພຣະອົງ, ພວກເຮົາ​ກໍ​ຈະ​ມີຊີວິດ​ດ້ວຍກັນ​ກັບ​ພຣະອົງ​ເໝືອນກັນ,</verse>
				<verse number="12">ຖ້າ​ພວກເຮົາ​ອົດທົນ, ພວກເຮົາ​ກໍ​ຈະ​ໄດ້​ປົກຄອງ​ຮ່ວມກັນ​ກັບ​ພຣະອົງ. ຖ້າ​ພວກເຮົາ​ປະຕິເສດ​ພຣະອົງ, ພຣະອົງ​ກໍ​ຈະ​ປະຕິເສດ​ພວກເຮົາ​ເໝືອນກັນ,</verse>
				<verse number="13">ຖ້າ​ພວກເຮົາ​ບໍ່ສັດຊື່, ພຣະອົງ​ກໍ​ຍັງ​ສັດຊື່​ຢູ່, ເພາະ​ພຣະອົງ​ປະຕິເສດ​ພຣະອົງ​ເອງ​ບໍ່​ໄດ້.</verse>
				<verse number="14">ຈົ່ງ​ໝັ່ນ​ເຕືອນ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ໃຫ້​ລະນຶກເຖິງ​ສິ່ງ​ເຫລົ່ານີ້. ຈົ່ງ​ຕັກເຕືອນ​ພວກເຂົາ​ຕໍ່ໜ້າ​ພຣະເຈົ້າ​ບໍ່​ໃຫ້​ຜິດຖຽງ​ກັນ​ເລື່ອງ​ຖ້ອຍຄຳ​ຕ່າງໆ​ທີ່​ບໍ່​ມີ​ຄຸນຄ່າ ແລະ ມີ​ແຕ່​ຈະ​ທຳລາຍ​ບັນດາ​ຜູ້ຟັງ​ເທົ່ານັ້ນ.</verse>
				<verse number="15">ຈົ່ງ​ພະຍາຍາມ​ຢ່າງ​ສຸດກຳລັງ​ເພື່ອ​ສະແດງ​ຕົນ​ຕໍ່​ພຣະເຈົ້າ​ເໝືອນດັ່ງ​ເປັນ​ຜູ້​ໜຶ່ງ​ທີ່​ໄດ້​ຮັບຮອງ​ໄວ້​ແລ້ວ, ເປັນ​ຄົນງານ​ທີ່​ບໍ່​ຕ້ອງ​ອັບອາຍ ແລະ ໃຊ້​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ຢ່າງ​ຖືກຕ້ອງ.</verse>
				<verse number="16">ຈົ່ງ​ຫລີກເວັ້ນ​ຈາກ​ການ​ສົນທະນາ​ເລື່ອງ​ທີ່​ຂັດ​ກັບ​ທາງ​ຂອງ​ພຣະເຈົ້າ, ເພາະ​ບັນດາ​ຜູ້​ທີ່​ປ່ອຍໃຈ​ໄປ​ກັບ​ສິ່ງ​ນັ້ນ​ຈະ​ກາຍເປັນ​ຄົນອະທຳ​ຫລາຍ​ຂຶ້ນ​ເລື້ອຍໆ.</verse>
				<verse number="17">ຄຳສອນ​ຂອງ​ພວກເຂົາ​ຈະ​ແຜ່ລາມ​ເໝືອນດັ່ງ​ບາດແຜ​ເປື່ອຍເນົ່າ. ໃນ​ທ່າມກາງ​ພວກເຂົາ​ມີ​ຮີເມນາໂຢ ແລະ ຟີເລໂຕ,</verse>
				<verse number="18">ເຊິ່ງ​ເປັນ​ຜູ້​ທີ່​ໄດ້​ຫລົງ​ໄປ​ຈາກ​ຄວາມຈິງ​ແລ້ວ. ພວກເຂົາ​ເວົ້າ​ວ່າ​ການເປັນຄືນມາຈາກຕາຍ​ໄດ້​ຜ່ານພົ້ນ​ໄປ​ແລ້ວ ແລະ ໄດ້​ທຳລາຍ​ຄວາມເຊື່ອ​ຂອງ​ບາງຄົນ​ລົງ.</verse>
				<verse number="19">ເຖິງ​ຢ່າງໃດ​ກໍ​ຕາມ, ຮາກຖານ​ຂອງ​ພຣະເຈົ້າ​ກໍ​ຕັ້ງ​ໝັ້ນຄົງ​ຢູ່ ແລະ ປະທັບຕາ​ດ້ວຍ​ຂໍ້ຄວາມ​ວ່າ: “ອົງພຣະຜູ້ເປັນເຈົ້າ​ຮູ້ຈັກ​ບັນດາ​ຜູ້​ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ​ທີ່​ຮ້ອງ​ອອກ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ຕ້ອງ​ຫັນໜີ​ຈາກ​ຄວາມ​ຊົ່ວຮ້າຍ”.</verse>
				<verse number="20">ໃນ​ເຮືອນ​ຫລັງ​ໃຫຍ່​ບໍ່​ແມ່ນ​ມີ​ແຕ່​ພາຊະນະ​ຄຳ ແລະ ເງິນ​ເທົ່ານັ້ນ, ແຕ່​ມີ​ພາຊະນະ​ໄມ້ ແລະ ພາຊະນະດິນ​ດ້ວຍ, ບາງ​ຢ່າງ​ກໍ​ໃຊ້​ເພື່ອ​ຈຸດປະສົງ​ພິເສດ, ບາງ​ຢ່າງ​ກໍ​ໃຊ້​ເພື່ອ​ໃຊ້​ທົ່ວໄປ.</verse>
				<verse number="21">ບັນດາ​ຜູ້​ທີ່​ຊຳລະ​ຕົນເອງ​ໃຫ້​ພົ້ນ​ຈາກ​ສິ່ງ​ໄຮ້ຄ່າ ກໍ​ຈະ​ເປັນ​ພາຊະນະ​ທີ່​ມີ​ກຽດ, ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ, ໃຊ້​ງານ​ໄດ້​ສຳລັບ​ອົງ​ເຈົ້ານາຍ ແລະ ຖືກ​ຈັດ​ໄວ້​ພ້ອມ​ເພື່ອ​ຈະ​ເຮັດ​ການ​ດີ​ທຸກຢ່າງ.</verse>
				<verse number="22">ຈົ່ງ​ໜີ​ຈາກ​ລາຄະຕັນຫາ​ຂອງ​ຄົນໜຸ່ມ ແລະ ຈົ່ງ​ຕິດຕາມ​ຄວາມຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະ ສັນຕິສຸກ​ຮ່ວມ​ກັບ​ບັນດາ​ຜູ້​ທີ່​ຮ້ອງຫາ​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ໃຈ​ບໍລິສຸດ.</verse>
				<verse number="23">ຢ່າ​ເຂົ້າຮ່ວມ​ກັບ​ການໂຕ້ຖຽງ​ອັນ​ໂງ່ຈ້າ ແລະ ໄຮ້ສາລະ​ຕ່າງໆ ເພາະ​ເຈົ້າ​ຮູ້​ແລ້ວ​ວ່າ​ສິ່ງ​ເຫລົ່ານີ້​ກໍ່​ໃຫ້​ເກີດ​ການຜິດຖຽງກັນ.</verse>
				<verse number="24">ຝ່າຍ​ຜູ້ຮັບໃຊ້​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ຕ້ອງ​ບໍ່​ຜິດຖຽງກັນ ແຕ່​ຕ້ອງ​ເມດຕາ​ຕໍ່​ທຸກຄົນ, ສາມາດ​ສອນ​ຄົນ​ອື່ນ​ໄດ້, ບໍ່​ເປັນ​ຄົນ​ໃຈຮ້າຍ​ງ່າຍ.</verse>
				<verse number="25">ບັນດາ​ຜູ້​ທີ່​ຕໍ່ຕ້ານ​ຈະ​ຕ້ອງ​ໄດ້​ຮັບ​ການແນະນຳ​ຢ່າງ​ສຸພາບ, ໂດຍ​ຫວັງ​ວ່າ​ພຣະເຈົ້າ​ຈະ​ໃຫ້​ພວກເຂົາ​ກັບໃຈໃໝ່ ເພື່ອ​ຈະ​ນຳພາ​ພວກເຂົາ​ໃຫ້​ຮູ້ຈັກ​ຄວາມຈິງ</verse>
				<verse number="26">ແລະ ໂດຍ​ຫວັງ​ວ່າ​ພວກເຂົາ​ຈະ​ໄດ້​ສະຕິ ແລະ ຫລຸດພົ້ນ​ຈາກ​ກັບດັກ​ຂອງ​ມານຮ້າຍ ຜູ້​ທີ່​ໄດ້​ຈັບ​ພວກເຂົາ​ໄວ້​ເປັນ​ຊະເລີຍ​ເພື່ອ​ໃຫ້​ເຮັດ​ຕາມ​ຄວາມປະສົງ​ຂອງ​ມັນ.</verse>
			</chapter>
			<chapter number="3">
				<verse number="1">ແຕ່​ຈົ່ງ​ຮູ້​ໄວ້​ວ່າ: ຈະ​ມີ​ຊ່ວງ​ເວລາ​ທີ່​ໂຫດຮ້າຍ​ໃນ​ຍຸກ​ສຸດທ້າຍ.</verse>
				<verse number="2">ຄົນ​ທັງຫລາຍ​ຈະ​ເປັນ​ຄົນ​ຮັກຕົນເອງ, ເປັນ​ຄົນ​ຮັກເງິນ, ໂອ້ອວດ, ຈອງຫອງ, ປ້ອຍດ່າ, ບໍ່​ເຊື່ອຟັງ​ພໍ່​ແມ່​ຂອງ​ຕົນ, ເນລະຄຸນ, ບໍ່​ບໍລິສຸດ,</verse>
				<verse number="3">ປາດສະຈາກ​ຄວາມຮັກ, ບໍ່ໃຫ້ອະໄພ, ມັກ​ໃສ່ຮ້າຍປ້າຍສີ, ປາດສະຈາກ​ການຄວບຄຸມ​ຕົນເອງ, ຮ້າຍກາດ, ບໍ່​ເປັນ​ຄົນ​ຮັກ​ຄວາມດີ,</verse>
				<verse number="4">ເປັນ​ຄົນ​ທໍລະຍົດ, ໃຈຮ້ອນ, ອວດດີ, ເປັນ​ຄົນ​ຮັກຄວາມສະໜຸກ​ຫລາຍ​ກວ່າ​ຮັກພຣະເຈົ້າ,</verse>
				<verse number="5">ຢຶດຖື​ທາງ​ຂອງ​ພຣະເຈົ້າ​ພຽງ​ເປືອກນອກ ແຕ່​ປະຕິເສດ​ລິດອຳນາດ​ຂອງ​ພຣະເຈົ້າ. ຢ່າ​ໄປ​ຄົບຫາ​ກັບ​ຄົນ​ແບບ​ນີ້.</verse>
				<verse number="6">ພວກເຂົາ​ເປັນ​ຄົນ​ທີ່​ມັກ​ຈອບ​ເຂົ້າ​ໄປ​ຕາມ​ເຮືອນ​ຕ່າງໆ ແລະ ໄດ້​ຄວບຄຸມ​ບັນດາ​ແມ່ຍິງ​ທີ່​ເບົາປັນຍາ, ຜູ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມບາບ ແລະ ຄອບງຳ​ດ້ວຍ​ຕັນຫາ​ຊົ່ວ​ທຸກ​ຊະນິດ,</verse>
				<verse number="7">ພວກ​ແມ່ຍິງ​ເຫລົ່ານີ້​ຮ່ຳຮຽນ​ຢູ່​ເລື້ອຍໆ​ແຕ່​ບໍ່​ສາມາດ​ຮູ້​ເຖິງ​ຄວາມຈິງ​ໄດ້​ເລີຍ.</verse>
				<verse number="8">ເຊັ່ນ​ດຽວ​ກັນ​ກັບ​ຢາເນ ແລະ ຢຳເບ​ທີ່​ຕໍ່ຕ້ານ​ໂມເຊ ດັ່ງນັ້ນ​ພວກຄູສອນ​ເຫລົ່ານີ້​ກໍ​ຕໍ່ຕ້ານ​ຄວາມຈິງ. ພວກເຂົາ​ເປັນ​ຄົນ​ທີ່​ມີ​ຈິດໃຈ​ຊົ່ວຊ້າ, ຄວາມເຊື່ອ​ຂອງ​ພວກເຂົາ​ກໍ​ບໍ່​ເປັນ​ທີ່​ຍອມຮັບ</verse>
				<verse number="9">ແຕ່​ພວກເຂົາ​ຈະ​ໄປ​ໄດ້​ບໍ່​ໄກ​ເພາະວ່າ​ຄວາມໂງ່ຈ້າ​ຂອງ​ຄົນ​ເຫລົ່ານີ້​ຈະ​ປາກົດ​ແຈ້ງ​ແກ່​ທຸກ​ຄົນ​ເໝືອນ​ໃນ​ກໍລະນີ​ຂອງ​ສອງ​ຄົນ​ນັ້ນ.</verse>
				<verse number="10">ແຕ່​ເຖິງຢ່າງໃດ​ກໍ​ຕາມ, ເຈົ້າ​ກໍ​ຮູ້​ເຖິງ​ຄຳສອນ​ທັງໝົດ​ຂອງ​ເຮົາ, ວິຖີຊີວິດ​ຂອງ​ເຮົາ, ເປົ້າໝາຍ​ຂອງ​ເຮົາ, ຄວາມເຊື່ອ, ຄວາມອົດທົນ, ຄວາມຮັກ, ຄວາມທົນທານ,</verse>
				<verse number="11">ການກົດຂີ່ຂົ່ມເຫັງ, ຄວາມທຸກທໍລະມານ, ສິ່ງ​ຕ່າງໆ​ທີ່​ເກີດຂຶ້ນ​ກັບ​ເຮົາ​ໃນ​ເມືອງ​ອັນຕີໂອເຂຍ, ເມືອງ​ອີໂກນີອົມ ແລະ ເມືອງ​ລີສະຕຣາ, ການຂົ່ມເຫັງ​ທີ່​ເຮົາ​ໄດ້​ອົດທົນ. ເຖິງປານນັ້ນ​ອົງພຣະຜູ້ເປັນເຈົ້າ​ກໍ​ຊ່ວຍ​ເຮົາ​ໃຫ້​ຫລຸດພົ້ນ​ຈາກ​ສິ່ງ​ທັງປວງ​ເຫລົ່ານີ້</verse>
				<verse number="12">ຕາມ​ຄວາມຈິງ​ແລ້ວ, ຜູ້ໃດ​ກໍ​ຕາມ​ທີ່​ປາຖະໜາ​ຈະ​ດຳເນີນຊີວິດ​ຕາມ​ທາງ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ​ນັ້ນ​ກໍ​ຈະ​ຖືກ​ຂົ່ມເຫັງ,</verse>
				<verse number="13">ໃນ​ຂະນະ​ທີ່​ຄົນຊົ່ວ ແລະ ຄົນ​ຫລອກລວງ​ຈະ​ຊົ່ວຮ້າຍ​ລົງ​ກວ່າ​ເກົ່າ, ກຳລັງ​ລໍ້ລວງ ແລະ ກຳລັງ​ຖືກ​ລໍ້ລວງ.</verse>
				<verse number="14">ແຕ່​ສຳລັບ​ເຈົ້າ, ຈົ່ງ​ດຳເນີນ​ຕໍ່ໄປ​ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນຮູ້ ແລະ ໄດ້​ເຊື່ອໝັ້ນ ເພາະ​ເຈົ້າ​ຮູ້ຈັກ​ຄົນ​ເຫລົ່ານັ້ນ​ທີ່​ເຈົ້າ​ຮຽນຮູ້​ຈາກ​ພວກເຂົາ,</verse>
				<verse number="15">ແລະ ຮູ້​ວ່າ​ຕັ້ງແຕ່​ເປັນ​ເດັກນ້ອຍ​ມາ​ແລ້ວ ເຈົ້າ​ກໍ​ໄດ້​ຮູ້​ພຣະຄຳພີ​ສັກສິດ ເຊິ່ງ​ສາມາດ​ເຮັດ​ໃຫ້​ເຈົ້າ​ມີ​ປັນຍາ​ທີ່​ຈະ​ມາ​ເຖິງ​ຄວາມພົ້ນ​ໄດ້​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າເຢຊູ.</verse>
				<verse number="16">ພຣະຄຳພີ​ທຸກ​ຕອນ ​ໄດ້​ຮັບ​ການດົນໃຈ​ຈາກ​ພຣະເຈົ້າ ແລະ ເປັນ​ປະໂຫຍດ​ໃນ​ການສັ່ງສອນ, ການ​ກ່າວຕັກເຕືອນ, ການແກ້ໄຂ​ຂໍ້ບົກຜ່ອງ ແລະ ການຝຶກຝົນ​ໃນ​ຄວາມຊອບທຳ</verse>
				<verse number="17">ເພື່ອ​ວ່າ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ​ຈະ​ມີ​ຄວາມພ້ອມ​ຄົບຖ້ວນ​ສຳລັບ​ເຮັດ​ການ​ດີ​ທຸກຢ່າງ.</verse>
			</chapter>
			<chapter number="4">
				<verse number="1">ຕໍ່ໜ້າ​ພຣະເຈົ້າ ແລະ ພຣະຄຣິດເຈົ້າເຢຊູ​ຜູ້​ຈະ​ພິພາກສາ​ທັງ​ຄົນເປັນ ແລະ ຄົນຕາຍ ແລະ ໂດຍ​ຄຳນຶງ​ເຖິງ​ການ​ມາ​ປາກົດ​ຂອງ​ພຣະອົງ ແລະ ອານາຈັກ​ຂອງ​ພຣະອົງ, ເຮົາ​ຂໍ​ຮຽກຮ້ອງ​ເຈົ້າ​ວ່າ:</verse>
				<verse number="2">ຈົ່ງ​ປະກາດ​ຖ້ອຍຄຳ, ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ທັງ​ໃນ​ເວລາ​ທີ່​ມີ​ໂອກາດ ແລະ ບໍ່​ມີ​ໂອກາດ, ຈົ່ງ​ແກ້ໄຂ​ຂໍ້ຜິດພາດ, ຈົ່ງ​ຕັກເຕືອນ ແລະ ໜູນໃຈ​ດ້ວຍ​ຄວາມອົດທົນ​ຢ່າງ​ໃຫຍ່ ແລະ ດ້ວຍ​ການສັ່ງສອນ​ຢ່າງ​ລະມັດລະວັງ</verse>
				<verse number="3">ເພາະວ່າ​ເວລາ​ນັ້ນ​ຈະ​ມາ​ເຖິງ ເມື່ອ​ຄົນ​ທັງຫລາຍ​ຈະ​ທົນ​ກັບ​ຄຳສອນ​ອັນ​ມີ​ຫລັກ​ບໍ່​ໄດ້. ກົງກັນຂ້າມ, ເພື່ອ​ສະໜອງ​ຄວາມປາຖະໜາ​ຂອງ​ພວກເຂົາ ພວກເຂົາ​ຈະ​ຮວບຮວມ​ຄູ​ຈຳນວນ​ຫລາຍ​ໄວ້​ອ້ອມຂ້າງ​ພວກເຂົາ​ເພື່ອ​ເວົ້າ​ໃນ​ສິ່ງ​ທີ່​ຫູ​ຂອງ​ພວກເຂົາ​ຢາກ​ໄດ້​ຍິນ.</verse>
				<verse number="4">ພວກເຂົາ​ຈະ​ປິ່ນ​ຫູ​ຂອງ​ພວກເຂົາ​ໜີ​ຈາກ​ຄວາມຈິງ ແລະ ປິ່ນ​ຫູ​ໄປ​ຫາ​ນິຍາຍ​ຕ່າງໆ.</verse>
				<verse number="5">ແຕ່​ເຈົ້າ​ຈົ່ງ​ມີ​ສະຕິ​ໃນ​ທຸກ​ສະຖານະການ, ຈົ່ງ​ອົດທົນ​ຕໍ່​ຄວາມຍາກລຳບາກ, ຈົ່ງ​ເຮັດ​ຫນ້າທີ່​ຂອງ​ຜູ້​ປະກາດ​ຂ່າວປະເສີດ, ຈົ່ງ​ເຮັດ​ຫນ້າທີ່​ທັງໝົດ​ໃນ​ພັນທະກິດ​ຂອງ​ເຈົ້າ​ໃຫ້​ສຳເລັດ.</verse>
				<verse number="6">ເພາະວ່າ​ເຮົາ​ກຳລັງ​ຖືກ​ເທ​ອອກ​ແລ້ວ​ເໝືອນດັ່ງ​ເຄື່ອງດື່ມ​ບູຊາ ແລະ ເວລາ​ຂອງ​ການຈາກໄປ​ຂອງ​ເຮົາ​ກໍ​ໃກ້​ເຂົ້າ​ມາ​ແລ້ວ.</verse>
				<verse number="7">ເຮົາ​ໄດ້​ຕໍ່ສູ້​ຢ່າງ​ເຂັ້ມແຂງ, ເຮົາ​ໄດ້​ແລ່ນແຂ່ງຂັນ​ຈົນ​ເຖິງ​ເສັ້ນໄຊ, ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ.</verse>
				<verse number="8">ບັດນີ້​ມົງກຸດ​ແຫ່ງ​ຄວາມຊອບທຳ​ລໍຖ້າ​ເຮົາ​ຢູ່ ເຊິ່ງ​ອົງພຣະຜູ້ເປັນເຈົ້າ​ຜູ້ພິພາກສາ​ທີ່​ຍຸຕິທຳ​ຈະ​ໃຫ້​ມົງກຸດ​ນີ້​ເປັນ​ລາງວັນ​ແກ່​ເຮົາ​ໃນ​ວັນ​ນັ້ນ ແລະ ບໍ່​ແມ່ນ​ແກ່​ເຮົາ​ພຽງ​ຄົນ​ດຽວ ແຕ່​ຈະ​ໃຫ້​ແກ່​ທຸກຄົນ​ທີ່​ລໍຖ້າ​ການ​ມາ​ປາກົດ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="9">ຂໍ​ໃຫ້​ເຈົ້າ​ພະຍາຍາມ​ມາ​ຫາ​ເຮົາ​ໂດຍ​ໄວ​ທີ່ສຸດ,</verse>
				<verse number="10">ເພາະ​ເດມາ​ໄດ້​ຮັກ​ໂລກ​ນີ້, ໄດ້​ປະຖິ້ມ​ເຮົາ​ໄປ​ຍັງ​ເມືອງ​ເທສະໂລນິກ​ແລ້ວ. ເຄເຊັນ​ໄດ້​ໄປ​ຍັງ​ແຂວງ​ຄາລາເຕຍ ແລະ ຕີໂຕ​ໄດ້​ໄປ​ຍັງ​ເມືອງ​ດັນມາເຕຍ.</verse>
				<verse number="11">ຍັງ​ເຫລືອ​ແຕ່​ລູກາ​ທີ່​ຢູ່​ກັບ​ເຮົາ. ຈົ່ງ​ພາ​ມາຣະໂກ​ມາ​ກັບ​ເຈົ້າ​ເພາະ​ລາວ​ຊ່ວຍ​ໃນ​ພັນທະກິດ​ຂອງ​ເຮົາ​ໄດ້​ຫລາຍ.</verse>
				<verse number="12">ເຮົາ​ໄດ້​ສົ່ງ​ຕີຂີໂກ​ໄປ​ຍັງ​ເມືອງ​ເອເຟໂຊ.</verse>
				<verse number="13">ເມື່ອ​ເຈົ້າ​ມາ​ຫາ​ເຮົາ, ຈົ່ງ​ນຳ​ເສື້ອຄຸມ​ທີ່​ເຮົາ​ປະ​ໄວ້​ກັບ​ກາຣະໂປ ທີ່​ເມືອງ​ໂທອາດ ແລະ ໜັງສືມ້ວນ​ຂອງ​ເຮົາ​ມາ​ດ້ວຍ, ໂດຍ​ສະເພາະ​ໜັງສື​ທີ່​ຂຽນ​ໃສ່​ແຜ່ນໜັງ.</verse>
				<verse number="14">ອາເລັກຊັນເດີ ຊ່າງ​ທອງແດງ​ໄດ້​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ອັນຕະລາຍ​ຢ່າງ​ຫລວງຫລາຍ. ອົງພຣະຜູ້ເປັນເຈົ້າ​ຈະ​ຕອບແທນ​ໃນ​ສິ່ງ​ທີ່​ລາວ​ໄດ້​ເຮັດ.</verse>
				<verse number="15">ເຈົ້າ​ເອງ​ກໍ​ເໝືອນກັນ​ຈະ​ຕ້ອງ​ລະວັງ​ລາວ​ໄວ້​ໃຫ້​ດີ ເພາະ​ລາວ​ຕໍ່ຕ້ານ​ຖ້ອຍຄຳ​ຂອງ​ພວກເຮົາ​ຢ່າງ​ຮຸນແຮງ.</verse>
				<verse number="16">ໃນ​ການສູ້ຄະດີ​ຄັ້ງ​ທຳອິດ​ຂອງ​ເຮົາ​ນັ້ນ, ບໍ່​ມີ​ຜູ້ໃດ​ຢູ່​ຝ່າຍ​ເຮົາ​ເລີຍ ທຸກຄົນ​ປະຖິ້ມ​ເຮົາ​ຫມົດ. ຂໍ​ຢ່າ​ໃຫ້​ພວກເຂົາ​ຕ້ອງ​ໄດ້​ຮັບໂທດ.</verse>
				<verse number="17">ແຕ່​ອົງພຣະຜູ້ເປັນເຈົ້າ​ຢູ່​ຄຽງຂ້າງ​ເຮົາ ແລະ ໃຫ້​ກຳລັງ​ໃຫ້​ແກ່​ເຮົາ, ເພື່ອ​ວ່າ​ໂດຍ​ຜ່ານທາງ​ເຮົາ​ຖ້ອຍຄຳ​ຈະ​ຖືກ​ປະກາດ​ໄປ​ຢ່າງ​ຄົບຖ້ວນ ແລະ ຄົນຕ່າງຊາດ​ທັງຫລາຍ​ກໍ​ຈະ​ໄດ້​ຍິນ​ເລື່ອງ​ນີ້ ແລະ ເຮົາ​ກໍ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ພົ້ນ​ຈາກ​ປາກ​ສິງ.</verse>
				<verse number="18">ອົງພຣະຜູ້ເປັນເຈົ້າ​ຈະ​ຊ່ວຍ​ກອບກູ້​ເຮົາ​ຈາກ​ການໂຈມຕີ​ທີ່​ຊົ່ວຮ້າຍ​ທຸກຢ່າງ ແລະ ຈະ​ນຳ​ເຮົາ​ເຂົ້າ​ສູ່​ອານາຈັກ​ສະຫວັນ​ຂອງ​ພຣະອົງ​ຢ່າງ​ປອດໄພ. ຂໍ​ໃຫ້​ສະຫງ່າລາສີ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.</verse>
				<verse number="19">ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ປີຊະກີລາ ​ກັບ​ອາກີລາ ແລະ ຄົວເຮືອນ​ຂອງ​ໂອເນຊິໂຟໂຣ.</verse>
				<verse number="20">ເອຣາຊະໂຕ​ຍັງ​ຢູ່​ທີ່​ເມືອງ​ໂກຣິນໂທ ແລະ ເຮົາ​ໄດ້​ປະ​ໂທຟີໂມ​ທີ່​ປ່ວຍ​ຢູ່​ໄວ້​ທີ່​ເມືອງ​ມີເລໂຕ</verse>
				<verse number="21">ຂໍ​ໃຫ້​ເຈົ້າ​ພະຍາຍາມ​ມາ​ເຖິງ​ບ່ອນ​ນີ້​ກ່ອນ​ລະດູ​ໜາວ. ຢູບູໂລ, ປູເດັນ, ລີໂນ, ກະໂລເດຍ ແລະ ພີ່ນ້ອງ​ທັງໝົດ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ.</verse>
				<verse number="22">ຂໍ​ອົງພຣະຜູ້ເປັນເຈົ້າ​ສະຖິດ​ກັບ​ຈິດວິນຍານ​ຂອງ​ເຈົ້າ ຂໍ​ໃຫ້​ພຣະຄຸນ​ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກ​ຄົນ.</verse>
			</chapter>
		</book>
		<book number="56">
			<chapter number="1">
				<verse number="1">ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ ເພື່ອ​ຄວາມເຊື່ອ​ຂອງ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ ແລະ ເພື່ອ​ຄວາມຮູ້​ເຖິງ​ຄວາມຈິງ​ອັນ​ນໍາ​ໄປ​ສູ່​ທາງ​ພຣະເຈົ້າ</verse>
				<verse number="2">ດ້ວຍ​ຫວັງ​ວ່າ​ຈະ​ໄດ້​ຊີວິດ​ນິລັນດອນ ເຊິ່ງ​ພຣະເຈົ້າ​ຜູ້​ບໍ່​ກ່າວ​ຕົວະ​ໄດ້​ສັນຍາ​ໄວ້​ຕັ້ງແຕ່​ກ່ອນ​ຈຸດເລີ່ມຕົ້ນ​ຂອງ​ເວລາ</verse>
				<verse number="3">ແລະ ເມື່ອ​ເຖິງ​ເວລາ​ທີ່​ກຳນົດ​ໄວ້ ພຣະອົງ​ກໍ​ໄດ້​ເປີດເຜີຍ​ຖ້ອຍຄຳ​ຂອງ​ພຣະອົງ​ຜ່ານທາງ​ການ​ປະກາດ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,</verse>
				<verse number="4">ເຖິງ​ຕີໂຕ ຜູ້​ເປັນ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ​ດຽວ​ກັນ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ຈົ່ງ​ມີ​ແກ່​ເຈົ້າ.</verse>
				<verse number="5">ເຫດຜົນ​ທີ່​ເຮົາ​ໄດ້​ປະ​ເຈົ້າ​ໄວ້​ທີ່​ເກາະ​ກະເຣເຕ​ກໍ​ເພື່ອ​ໃຫ້​ເຈົ້າ​ຈັດການ​ກັບ​ວຽກງານ​ທີ່​ຍັງ​ຄ້າງຄາ ແລະ ແຕ່ງຕັ້ງ ​ຄະນະ​ຜູ້ປົກຄອງ​ຂອງ​ຄຣິສຕະຈັກ​ໃນ​ທຸກ​ເມືອງ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້.</verse>
				<verse number="6">ຄື​ຜູ້ປົກຄອງ​ນັ້ນ​ຕ້ອງ​ບໍ່ມີຕຳໜິ, ສັດຊື່​ຕໍ່​ເມຍ​ຂອງ​ຕົນ, ມີ​ລູກ​ທີ່​ເຊື່ອ​ໃນ​ພຣະເຈົ້າ ແລະ ບໍ່​ຖືກ​ກ່າວຫາ​ວ່າ​ເປັນ​ຄົນ​ປ່າເຖື່ອນ ແລະ ບໍ່ເຊື່ອຟັງ.</verse>
				<verse number="7">ເພາະວ່າ​ຜູ້ດູແລ​ຮັບຜິດຊອບ​ຄອບຄົວ​ຂອງ​ພຣະເຈົ້າ ລາວ​ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີຕຳໜິ, ບໍ່​ເອົາ​ແຕ່​ໃຈ, ບໍ່​ເປັນ​ຄົນ​ເລືອດຮ້ອນ, ບໍ່​ເປັນ​ຄົນ​ເມົາເຫລົ້າ, ບໍ່​ໃຊ້​ຄວາມຮຸນແຮງ, ບໍ່​ເປັນ​ຄົນໂລບ​ຫາ​ກຳໄລ​ໃນ​ທາງ​ທີ່​ບໍ່​ສັດຊື່</verse>
				<verse number="8">ແຕ່​ລາວ​ຕ້ອງ​ເປັນ​ຜູ້​ມີ​ນໍ້າໃຈ​ຕ້ອນຮັບແຂກ, ເປັນ​ຜູ້​ຮັກ​ຄວາມ​ດີ, ຄວບຄຸມ​ຕົນເອງ​ໄດ້, ຍຸຕິທຳ, ບໍລິສຸດ ແລະ ມີ​ລະບຽບ​ວິໄນ,</verse>
				<verse number="9">ລາວ​ຈະ​ຕ້ອງ​ຢຶດໝັ້ນ​ໃນ​ຫລັກຄຳສອນ​ອັນ​ເຊື່ອຖືໄດ້​ຕາມ​ທີ່​ໄດ້​ຮຽນຮູ້​ມາ ເພື່ອວ່າ​ລາວ​ຈະ​ສາມາດ​ໜູນໃຈ​ຄົນ​ອື່ນ​ດ້ວຍ​ຄຳສອນ​ອັນ​ມີ​ຫລັກ ແລະ ຊີ້ແຈງ​ຕໍ່​ຜູ້​ທີ່​ຄັດຄ້ານ​ຄຳສອນ​ນັ້ນ.</verse>
				<verse number="10">ເພາະວ່າ​ມີ​ຫລາຍ​ຄົນ​ທີ່​ມັກ​ຂັດຂືນ​ບໍ່​ເຊື່ອຟັງ ເຕັມ​ໄປ​ດ້ວຍ​ຄຳເວົ້າ​ທີ່​ບໍ່ມີຄວາມໝາຍ ແລະ ຫລອກລວງ, ໂດຍ​ສະເພາະ​ບັນດາ​ຄົນ​ທີ່​ຢູ່​ຝ່າຍ​ພິທີຕັດ.</verse>
				<verse number="11">ພວກເຂົາ​ຈະ​ຕ້ອງ​ໄດ້​ມິດງຽບ ເພາະ​ພວກເຂົາ​ໄດ້​ລົບກວນ​ຫລາຍ​ຄອບຄົວ​ໂດຍ​ການ​ສອນ​ສິ່ງ​ທີ່​ພວກເຂົາ​ບໍ່​ຄວນ​ສອນ ແລະ ການສອນ​ນັ້ນ​ກໍ​ເພື່ອ​ຫາ​ປະໂຫຍດ​ໃນ​ທາງ​ບໍ່​ສັດຊື່</verse>
				<verse number="12">ຜູ້ທຳນວາຍ​ຄົນ​ໜຶ່ງ​ຈາກ​ເກາະ​ກາເຣເຕ​ເອງ​ໄດ້​ກ່າວ​ວ່າ: “ຊາວ​ກະເຣເຕ​ເປັນ​ຄົນ​ມັກ​ຕົວະ​ສະເໝີ, ເປັນ​ສັດເດຍລະສານ​ຊົ່ວຮ້າຍ, ເປັນ​ຄົນ​ຂີ້ຄ້ານ​ມັກ​ງ່າຍ”</verse>
				<verse number="13">ຄຳເວົ້າ​ນີ້​ເປັນ​ຄວາມຈິງ. ເຫດສະນັ້ນ ຈົ່ງ​ຕັກເຕືອນ​ພວກເຂົາ​ຢ່າງ​ຮຸນແຮງ ເພື່ອ​ພວກເຂົາ​ຈະ​ມີ​ຄວາມເຊື່ອ​ໝັ້ນຄົງ.</verse>
				<verse number="14">ແລະ ເພື່ອ​ບໍ່​ໃຫ້​ໃສ່ໃຈ​ນິຍາຍ​ຂອງ​ພວກ​ຢິວ ຫລື ກົດເກນ​ມະນຸດ​ຂອງ​ບັນດາ​ຜູ້​ທີ່​ປະຕິເສດ​ຄວາມຈິງ.</verse>
				<verse number="15">ສຳລັບ​ຄົນ​ສະອາດ​ນັ້ນ, ທຸກສິ່ງ​ກໍ​ສະອາດ ແຕ່​ສຳລັບ​ຄົນ​ທີ່​ເປັນມົນທິນ ແລະ ຄົນທີ່ບໍ່ເຊື່ອ​ນັ້ນ ບໍ່​ມີ​ສິ່ງໃດ​ສະອາດ​ເລີຍ ຄວາມຈິງແລ້ວ ຄວາມຄິດ​ຈິດໃຈ ແລະ ຈິດສຳນຶກ​ຂອງ​ພວກເຂົາ​ກໍ​ເສື່ອມຊາມ.</verse>
				<verse number="16">ພວກເຂົາ​ປະກາດ​ວ່າ​ຮູ້ຈັກ​ພຣະເຈົ້າ ແຕ່​ການກະທຳ​ຂອງ​ພວກເຂົາ​ກັບ​ປະຕິເສດ​ພຣະອົງ. ພວກເຂົາ​ເປັນ​ທີ່​ໜ້າກຽດຊັງ, ບໍ່​ເຊື່ອຟັງ ແລະບໍ່​ເໝາະສົມ​ສຳລັບ​ການ​ເຮັດ​ດີ​ໃດໆ.</verse>
			</chapter>
			<chapter number="2">
				<verse number="1">ເຖິງ​ຢ່າງ​ໃດ​ກໍ​ຕາມ ເຈົ້າ​ຈະ​ຕ້ອງ​ສອນ​ສິ່ງ​ທີ່​ສອດຄ່ອງ​ກັບ​ຄຳສອນ​ອັນ​ມີ​ຫລັກ.</verse>
				<verse number="2">ຈົ່ງ​ສອນ​ພວກ​ຜູ້ຊາຍ​ອາວຸໂສ​ໃຫ້​ເປັນ​ຜູ້​ຮູ້ຈັກ​ຄວບຄຸມອາລົມ, ເປັນ​ຄົນ​ໜ້າ​ນັບຖື, ເປັນ​ຄົນ​ຮູ້ຈັກ​ຄວບຄຸມ​ຕົນເອງ, ເຂັ້ມແຂງ​ໃນ​ຄວາມເຊື່ອ, ໃນ​ຄວາມຮັກ ແລະ ໃນ​ຄວາມອົດທົນ.</verse>
				<verse number="3">ໃນ​ທຳນອງ​ດຽວ​ກັນ ຈົ່ງ​ສອນ​ພວກ​ແມ່ຍິງ​ອາວຸໂສ​ໃຫ້​ດຳເນີນຊີວິດ​ດ້ວຍ​ຄວາມຢຳເກງ, ບໍ່​ເປັນ​ຄົນ​ໃສ່ຮ້າຍປ້າຍສີ ຫລື ເປັນ​ຄົນ​ຕິດ​ເຫລົ້າ, ແຕ່​ໃຫ້​ສອນ​ສິ່ງ​ທີ່​ດີ.</verse>
				<verse number="4">ແລ້ວ​ພວກເຂົາ​ຈະ​ສາມາດ​ແອບສອນ​ບັນດາ​ຍິງ​ໜຸ່ມ​ໃຫ້​ຮັກ​ຜົວ ແລະ ລູກ​ຂອງ​ຕົນ,</verse>
				<verse number="5">ໃຫ້​ເປັນ​ຜູ້​ຄວບຄຸມ​ຕົນເອງ​ໄດ້ ແລະ ເປັນ​ຜູ້​ບໍລິສຸດ, ໃຫ້​ເປັນ​ຄົນ​ເອົາໃຈໃສ່​ເບິ່ງແຍງ​ເຮືອນ, ມີ​ເມດຕາ ແລະ ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ, ເພື່ອ​ຈະ​ບໍ່​ມີ​ຜູ້ໃດ​ກ່າວຮ້າຍ​ພຣະທຳ​ຂອງ​ພຣະເຈົ້າ​ໄດ້.</verse>
				<verse number="6">ໃນ​ທຳນອງ​ດຽວ​ກັນ, ຈົ່ງ​ໜູນໃຈ​ບັນດາ​ຊາຍ​ໜຸ່ມ​ໃຫ້​ຮູ້ຈັກ​ຄວບຄຸມ​ຕົນເອງ.</verse>
				<verse number="7">ເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ເປັນ​ແບບ​ຢ່າງ​ໃນ​ທຸກ​ສິ່ງ​ໂດຍ​ການເຮັດ​ສິ່ງ​ທີ່​ດີ. ໃນ​ການສອນ​ຂອງ​ເຈົ້າ​ຈົ່ງ​ສະແດງ​ເຖິງ​ຄວາມສັດຊື່, ຄວາມ​ເອົາຈິງເອົາຈັງ</verse>
				<verse number="8">ແລະ ໃຊ້​ຖ້ອຍຄຳ​ອັນ​ມີ​ຫລັກ​ທີ່​ບໍ່​ມີ​ຜູ້ໃດ​ຕຳໜິ​ໄດ້ ເພື່ອ​ວ່າ​ຜູ້​ທີ່​ຄັດຄ້ານ​ເຈົ້າ​ນັ້ນ​ຈະ​ໄດ້​ຮັບ​ຄວາມອັບອາຍ ເພາະ​ພວກເຂົາ​ບໍ່​ມີ​ອັນ​ໃດ​ທີ່​ຈະ​ເວົ້າ​ບໍ່​ດີ​ກ່ຽວກັບ​ພວກເຮົາ​ໄດ້.</verse>
				<verse number="9">ຈົ່ງ​ສັ່ງສອນ​ພວກ​ຂ້າທາດ​ໃຫ້​ຟັງຄວາມ​ນາຍ​ຂອງ​ຕົນ​ໃນ​ທຸກສິ່ງ, ພະຍາຍາມ​ເຮັດໃຫ້​ນາຍ​ພໍໃຈ, ບໍ່​ໃຫ້​ຖຽງຄວາມ​ນາຍ,</verse>
				<verse number="10">ແລະ ບໍ່​ໃຫ້​ລັກ​ເອົາ​ສິ່ງ​ໃດ​ຂອງ​ນາຍ ແຕ່​ສະແດງ​ໃຫ້​ເຫັນ​ວ່າ​ພວກເຂົາ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້​ຢ່າງ​ຄົບຖ້ວນ ເພື່ອ​ວ່າ​ພວກເຂົາ​ຈະ​ເຮັດ​ໃຫ້​ຄຳສອນ​ເລື່ອງ​ພຣະເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ​ນັ້ນ​ງົດງາມ​ໃນ​ທຸກໆ​ທາງ.</verse>
				<verse number="11">ເພາະ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ປາກົດ​ນັ້ນ​ໄດ້​ໃຫ້​ຄວາມພົ້ນ​ແກ່​ທຸກຄົນ</verse>
				<verse number="12">ພຣະຄຸນ​ນີ້​ສອນ​ພວກເຮົາ​ກ່າວ​ປະຕິເສດ​ຕໍ່​ຄວາມອະທຳ ແລະ ຕັນຫາ​ຝ່າຍໂລກ ແລະ ສອນ​ພວກເຮົາ​ໃຫ້​ດຳເນີນຊີວິດ​ໃນ​ຍຸກ​ນີ້​ເໝືອນ​ຄົນ​ທີ່​ຮູ້ຈັກ​ຄວບຄຸມຕົນເອງ, ເປັນ​ຄົນ​ຍຸຕິທຳ ແລະ ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ.</verse>
				<verse number="13">ໃນ​ຂະນະ​ທີ່​ພວກເຮົາ​ກຳລັງ​ຄອຍຖ້າ​ຄວາມຫວັງ​ອັນ​ເຕັມ​ໄປ​ດ້ວຍ​ພອນ ຄື​ການ​ມາ​ປາກົດ​ຂອງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,</verse>
				<verse number="14">ຜູ້​ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຮ້າຍ​ທັງໝົດ ແລະ ເພື່ອ​ຊຳລະ​ພວກເຮົາ​ໃຫ້​ບໍລິສຸດ​ໄວ້​ສຳລັບ​ພຣະອົງ ເພື່ອ​ເປັນ​ຄົນ​ຂອງ​ພຣະອົງ​ພຽງ​ຜູ້​ດຽວ ແລະ ເປັນ​ຜູ້​ກະຕືລືລົ້ນ​ທີ່​ຈະ​ເຮັດ​ສິ່ງ​ດີ.</verse>
				<verse number="15">ເຫດສະນັ້ນ ເຈົ້າ​ຄວນ​ສອນ​ເລື່ອງ​ເຫລົ່ານີ້. ຈົ່ງ​ໜູນໃຈ ແລະ ຕັກເຕືອນ​ດ້ວຍ​ສິດອຳນາດ​ທັງໝົດ. ຢ່າ​ໃຫ້​ຜູ້ໃດ​ດູຖູກ​ເຈົ້າ​ໄດ້.</verse>
			</chapter>
			<chapter number="3">
				<verse number="1">ຈົ່ງ​ເຕືອນສະຕິ​ຄົນ​ທັງຫລາຍ​ໃຫ້​ຢູ່​ໃນ​ບັງຄັບ​ຂອງ​ຜູ້ປົກຄອງ ແລະ ຜູ້ມີອຳນາດ, ໃຫ້​ເຊື່ອຟັງ ແລະ ພ້ອມ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ,</verse>
				<verse number="2">ບໍ່​ໃສ່ຮ້າຍ​ປ້າຍສີ​ຜູ້ໃດ, ມັກ​ຄວາມສະຫງົບ, ເຫັນໃຈ​ຄົນ​ອື່ນ ແລະ ສຸພາບອ່ອນໂຍນ​ຕໍ່​ທຸກຄົນ.</verse>
				<verse number="3">ຄັ້ງ​ໜຶ່ງ​ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່ຈ້າ, ບໍ່​ເຊື່ອຟັງ, ຫລອກລວງ ແລະ ຕົກ​ເປັນ​ຂ້າທາດ​ຂອງ​ກິເລດຕັນຫາ ແລະ ຄວາມສະໜຸກ​ສະໜານ​ທຸກ​ຊະນິດ. ພວກເຮົາ​ເຄີຍ​ໃຊ້​ຊີວິດ​ໃນ​ຄວາມ​ຊົ່ວຮ້າຍ ແລະ ອິດສາ, ຖືກ​ກຽດຊັງ ແລະ ກຽດຊັງ​ເຊິ່ງກັນແລະກັນ.</verse>
				<verse number="4">ແຕ່​ເມື່ອ​ຄວາມເມດຕາ ແລະ ຄວາມຮັກ​ຂອງ​ພຣະເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ​ໄດ້​ມາ​ປາກົດ,</verse>
				<verse number="5">ພຣະອົງ​ໄດ້​ຊ່ວຍ​ພວກເຮົາ​ໃຫ້​ລອດພົ້ນ, ບໍ່​ແມ່ນ​ເພາະ​ຄວາມຊອບທຳ​ທີ່​ພວກເຮົາ​ໄດ້​ເຮັດ ແຕ່​ເພາະ​ຄວາມ​ເມດຕາ​ຂອງ​ພຣະອົງ. ພຣະອົງ​ໄດ້​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຜ່ານທາງ​ການຊຳລະ​ແຫ່ງ​ການ​ບັງເກີດ​ໃໝ່ ແລະ ການ​ສ້າງ​ຂຶ້ນ​ໃໝ່​ໂດຍ​ພຣະວິນຍານບໍລິສຸດເຈົ້າ</verse>
				<verse number="6">ພຣະເຈົ້າ​ໄດ້​ຖອກເທ​ພຣະວິນຍານບໍລິສຸດເຈົ້າ​ນີ້​ລົງ​ມາ​ເທິງ​ພວກເຮົາ​ຢ່າງ​ລົ້ນເຫລືອ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,</verse>
				<verse number="7">ເພື່ອ​ວ່າ ເມື່ອ​ພວກເຮົາ​ຖືກ​ນັບ​ເປັນ​ຜູ້ຊອບທຳ​ດ້ວຍ​ພຣະຄຸນ​ຂອງ​ພຣະອົງ​ແລ້ວ ພວກເຮົາ​ກໍ​ຈະ​ກາຍເປັນ​ຜູ້ຮັບມໍລະດົກ ມີ​ຄວາມຫວັງ​ໃນ​ຊີວິດ​ນິລັນດອນ.</verse>
				<verse number="8">ນີ້​ເປັນ​ຄຳເວົ້າ​ທີ່​ໜ້າເຊື່ອຖື ແລະ ເຮົາ​ຢາກ​ໃຫ້​ເຈົ້າ​ເນັ້ນ​ໃສ່​ເລື່ອງ​ເຫລົ່ານີ້ ເພື່ອ​ວ່າ​ບັນດາ​ຜູ້​ທີ່​ໄວ້ໃຈ​ໃນ​ພຣະເຈົ້າ​ຈະ​ໄດ້​ເອົາໃຈໃສ່​ໃນ​ການອຸທິດຕົນ​ເຮັດ​ສິ່ງ​ທີ່​ດີ. ສິ່ງ​ເຫລົ່ານີ້​ເປັນ​ສິ່ງ​ດີ​ເລີດ ແລະ ເປັນ​ປະໂຫຍດ​ແກ່​ທຸກຄົນ.</verse>
				<verse number="9">ແຕ່​ຈົ່ງ​ຫລີກເວັ້ນ​ຈາກ​ຄວາມ​ຂັດແຍ້ງ​ອັນ​ໂງ່ຈ້າ, ເລື່ອງ​ລຳດັບ​ວົງຕະກູນ, ການຜິດຖຽງກັນ ແລະ ການຕໍ່ສູ້​ກັນ​ກ່ຽວກັບ​ເລື່ອງ​ກົດບັນຍັດ ເພາະ​ສິ່ງ​ເຫລົ່ານີ້​ລ້ວນແຕ່​ບໍ່​ມີ​ປະໂຫຍດ ແລະ ໃຊ້​ການ​ບໍ່​ໄດ້.</verse>
				<verse number="10">ຈົ່ງ​ຕັກເຕືອນ​ຄົນ​ທີ່​ກໍ່​ໃຫ້​ເກີດ​ຄວາມແຕກແຍກ​ເທື່ອ​ທີ​ໜຶ່ງ​ກ່ອນ ແລ້ວ​ຈຶ່ງ​ຕັກເຕືອນ​ອີກ​ເປັນ​ເທື່ອ​ທີ​ສອງ. ຫລັງຈາກນັ້ນ ກໍ​ຢ່າ​ກ່ຽວຂ້ອງ​ກັບ​ພວກເຂົາ.</verse>
				<verse number="11">ເຈົ້າ​ແນ່ໃຈ​ໄດ້​ວ່າ​ຄົນ​ແບບ​ນີ້​ເປັນ​ຄົນ​ບິດເບືອນ ແລະ ບາບ​ຫລາຍ; ການກະທຳ​ຂອງ​ພວກເຂົາ​ຈະ​ພິພາກສາ​ໂຕ​ພວກເຂົາ​ເອງ.</verse>
				<verse number="12">ເມື່ອ​ເຮົາ​ໃຊ້​ອາເຕມາ ຫລື ຕີຂີໂກ​ໄປ​ຫາ​ເຈົ້າ ຂໍ​ໃຫ້​ເຈົ້າ​ພະຍາຍາມ​ຟ້າວ​ມາ​ຫາ​ເຮົາ​ທີ່​ເມືອງ​ນິໂກໂປລີ​ໃຫ້​ໄດ້ ເພາະ​ເຮົາ​ໄດ້​ຕັດສິນ​ໃຈ​ແລ້ວ​ວ່າ​ຈະ​ພັກ​ຢູ່​ທີ່​ນັ້ນ​ຈົນ​ໝົດລະດູ​ໜາວ.</verse>
				<verse number="13">ຂໍ​ໃຫ້​ເຈົ້າ​ພະຍາຍາມ​ຊ່ວຍເຫລືອ​ການເດີນທາງ​ຂອງ​ເຊນັດ ຜູ້​ເປັນ​ທະນາຍຄວາມ​ກັບ​ອາໂປໂລ ແລະ ເບິ່ງແຍງ​ພວກເພິ່ນ​ບໍ່​ໃຫ້​ຂາດເຂີນ​ສິ່ງໃດ.</verse>
				<verse number="14">ຄົນ​ຂອງ​ພວກເຮົາ​ຕ້ອງ​ຮຽນຮູ້​ທີ່​ຈະ​ອຸທິດຕົນ​ເຮັດ​ສິ່ງ​ທີ່​ດີ ເພື່ອ​ພວກເຂົາ​ຈະ​ໄດ້​ຈັດຫາ​ສິ່ງ​ທີ່​ຈໍາເປັນ​ໃນ​ຊີວິດ​ປະຈໍາວັນ​ໃຫ້​ຜູ້ອື່ນ ແລະ ເພື່ອ​ຈະ​ບໍ່​ດຳເນີນຊີວິດ​ຢ່າງ​ໄຮ້ປະໂຫຍດ.</verse>
				<verse number="15">ທຸກຄົນ​ທີ່​ຢູ່​ກັບ​ເຮົາ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ. ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ບັນດາ​ຄົນ​ທີ່​ຮັກ​ພວກເຮົາ​ໃນ​ຄວາມເຊື່ອ​ນັ້ນ. ຂໍ​ໃຫ້​ພຣະຄຸນ​ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ.</verse>
			</chapter>
		</book>
		<book number="57">
			<chapter number="1">
				<verse number="1">ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ຜູ້​ເປັນ​ນັກໂທດ​ເພາະ​ເຫັນ​ແກ່​ພຣະຄຣິດເຈົ້າ​ເຢຊູ ແລະ ຕີໂມທຽວ​ນ້ອງຊາຍ​ຂອງ​ພວກເຮົາ, ເຖິງ ຟີເລໂມນ​ເພື່ອນ​ທີ່ຮັກ ແລະ ຜູ້ຮ່ວມງານ​ຂອງ​ພວກເຮົາ</verse>
				<verse number="2">ເຖິງ​ອັບເຟຍ​ນ້ອງສາວ​ຂອງ​ພວກເຮົາ ແລະ ເຖິງ​ອາຂີໂປ​ຜູ້​ເປັນ​ເພື່ອນທະຫານ​ຂອງ​ພວກເຮົາ ແລະ ເຖິງ​ຄຣິສຕະຈັກ​ທີ່​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ:</verse>
				<verse number="3">ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ຈົ່ງ​ມີ​ແກ່​ພວກເຈົ້າ.</verse>
				<verse number="4">ເມື່ອ​ເຮົາ​ລະນຶກ​ເຖິງ​ເຈົ້າ​ໃນ​ຄຳອະທິຖານ ເຮົາ​ກໍ​ຂອບພະຄຸນ​ພຣະເຈົ້າ​ຢູ່​ສະເໝີ,</verse>
				<verse number="5">ເພາະ​ເຮົາ​ໄດ້​ຍິນ​ກ່ຽວກັບ​ຄວາມຮັກ​ຂອງ​ເຈົ້າ​ທີ່​ເຈົ້າ​ມີ​ຕໍ່​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ຄວາມເຊື່ອ​ຂອງ​ເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="6">ເຮົາ​ອະທິຖານ​ຂໍ​ໃຫ້​ຄວາມເຊື່ອ​ທີ່​ພວກເຮົາ​ມີ​ຮ່ວມ​ກັນ​ຈະ​ເຮັດ​ໃຫ້​ເຈົ້າ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ​ເຖິງ​ສິ່ງ​ດີ​ທຸກຢ່າງ​ທີ່​ພວກເຮົາ​ມີ​ໃນ​ພຣະຄຣິດເຈົ້າ.</verse>
				<verse number="7">ນ້ອງຊາຍ​ເອີຍ, ຄວາມຮັກ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຮົາ​ຊື່ນຊົມຍິນດີ ແລະ ມີ​ກຳລັງໃຈ​ຫລາຍ ເພາະວ່າ​ເຈົ້າ​ໄດ້​ເຮັດ​ໃຫ້​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຊື່ນໃຈ.</verse>
				<verse number="8">ເຫດສະນັ້ນ ເຖິງ​ແມ່ນ​ວ່າ​ໃນ​ພຣະຄຣິດເຈົ້າ​ເຮົາ​ອາດ​ຈະ​ກ້າ​ສັ່ງ​ໃຫ້​ເຈົ້າ​ເຮັດ​ສິ່ງ​ທີ່​ສົມຄວນ​ເຮັດ,</verse>
				<verse number="9">ແຕ່​ຂໍຮ້ອງ​ເຈົ້າ​ເທິງ​ພື້ນຖານ​ຂອງ​ຄວາມຮັກ ເຮົາ​ໂປໂລ​ຜູ້​ເຖົ້າແກ່ ແລະ ບັດນີ້​ຍັງ​ເປັນ​ນັກໂທດ​ເພາະ​ເຫັນ​ແກ່​ພຣະຄຣິດເຈົ້າເຢຊູ​ດ້ວຍ.</verse>
				<verse number="10">ເຮົາ​ຂໍຮ້ອງ​ເຈົ້າ​ເລື່ອງ​ລູກຊາຍ​ຂອງ​ເຮົາ​ຄື​ໂອເນຊີໂມ ຜູ້​ທີ່​ໄດ້​ກາຍເປັນ​ລູກຊາຍ​ຂອງ​ເຮົາ​ໃນ​ຂະນະ​ທີ່​ເຮົາ​ຖືກ​ລ່າມໂສ້​ຢູ່.</verse>
				<verse number="11">ເມື່ອ​ກ່ອນ​ລາວ​ບໍ່​ເປັນ​ປະໂຫຍດ​ແກ່​ເຈົ້າ, ແຕ່​ດຽວນີ້​ລາວ​ເປັນ​ປະໂຫຍດ​ທັງ​ແກ່​ເຈົ້າ ແລະ ແກ່​ເຮົາ​ເໝືອນ​ກັນ.</verse>
				<verse number="12">ບັດນີ້ ເຮົາ​ໄດ້​ສົ່ງ​ລາວ​ຜູ້​ເປັນ​ໝາກ​ຫົວໃຈ​ຂອງ​ເຮົາ​ກັບ​ຄືນ​ມາ​ຫາ​ເຈົ້າ.</verse>
				<verse number="13">ເຮົາ​ຢາກ​ໃຫ້​ລາວ​ຢູ່​ກັບ​ເຮົາ​ເພື່ອ​ວ່າ​ລາວ​ຈະ​ສາມາດ​ຊ່ວຍເຫລືອ​ເຮົາ​ແທນ​ເຈົ້າ​ໃນ​ລະຫວ່າງ​ທີ່​ເຮົາ​ຖືກ​ລ່າມໂສ້​ຢູ່​ເພື່ອ​ເຫັນ​ແກ່​ຂ່າວປະເສີດ.</verse>
				<verse number="14">ແຕ່​ວ່າ​ເຮົາ​ບໍ່​ຢາກ​ເຮັດ​ສິ່ງໃດ​ກ່ອນ​ໄດ້​ຮັບ​ຄວາມເຫັນ​ຈາກ​ເຈົ້າ, ເພື່ອ​ວ່າ​ຄວາມດີ​ໃດໆ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ​ຈະ​ບໍ່​ເບິ່ງ​ຄື​ວ່າ​ຖືກ​ບັງຄັບ ແຕ່​ຈະ​ເປັນ​ຄວາມສະໝັກໃຈ.</verse>
				<verse number="15">ບາງທີ​ເຫດຜົນ​ທີ່​ລາວ​ໄດ້​ຈາກ​ເຈົ້າ​ໄປ​ຊົ່ວໄລຍະໜຶ່ງ ກໍ​ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ຮັບ​ລາວ​ກັບ​ຄືນ​ມາ​ຢ່າງ​ຖາວອນ</verse>
				<verse number="16">ບໍ່​ແມ່ນ​ໃນ​ຖານະ​ຂ້າທາດ​ອີກ​ຕໍ່ໄປ, ແຕ່​ດີ​ກວ່າ​ຂ້າທາດ​ອີກ ເປັນ​ເໝືອນ​ນ້ອງ​ຮັກ​ຄົນ​ໜຶ່ງ. ລາວ​ເປັນ​ທີ່ຮັກ​ຂອງ​ເຮົາ ແລະ ລາວ​ຈະ​ເປັນ​ທີ່ຮັກ​ຂອງ​ເຈົ້າ​ຫລາຍ​ຂຶ້ນ​ກວ່າ​ນັ້ນ​ອີກ, ທັງ​ໃນ​ຖານະ​ທີ່​ເປັນ​ເພື່ອນ​ມະນຸດ ແລະ ໃນ​ຖານະ​ທີ່​ເປັນ​ພີ່ນ້ອງ​ກັນ​ໃນ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="17">ເຫດສະນັ້ນ ຖ້າ​ເຈົ້າ​ຖື​ວ່າ​ເຮົາ​ເປັນ​ເພື່ອນ​ຮ່ວມງານ​ຂອງ​ເຈົ້າ​ແລ້ວ ກໍ​ຈົ່ງ​ຕ້ອນຮັບ​ລາວ​ໄວ້​ເໝືອນ​ກັບ​ທີ່​ເຈົ້າ​ຕ້ອນຮັບ​ເຮົາ.</verse>
				<verse number="18">ຖ້າ​ລາວ​ໄດ້​ເຮັດ​ຜິດ​ຕໍ່​ເຈົ້າ​ປະການ​ໃດ ຫລື ເປັນ​ໜີ້​ເຈົ້າ​ສິ່ງໃດ, ກໍ​ໃຫ້​ເຈົ້າ​ຄິດໄລ່​ເອົາ​ນໍາ​ເຮົາ.</verse>
				<verse number="19">ເຮົາ​ໂປໂລ​ຂຽນ​ຂໍ້ຄວາມ​ນີ້​ດ້ວຍ​ມື​ຂອງ​ເຮົາ​ເອງ. ເຮົາ​ຈະ​ໃຊ້​ແທນ​ໃຫ້​ໂດຍ​ບໍ່​ເອີ່ຍ​ເຖິງ​ວ່າ​ໂຕ​ເຈົ້າ​ເອງ​ກໍ​ເປັນ​ໜີ້​ຊີວິດ​ເຮົາ.</verse>
				<verse number="20">ນ້ອງຊາຍ​ເອີຍ, ເຮົາ​ປາຖະໜາ​ວ່າ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ບາງ​ຢ່າງ​ຈາກ​ເຈົ້າ​ໃນ​ອົງພຣະຜູ້ເປັນເຈົ້າ, ຄື​ເຮັດ​ໃຫ້​ເຮົາ​ໄດ້​ຊື່ນ​ໃຈ​ໃນ​ພຣະຄຣິດເຈົ້າ.</verse>
				<verse number="21">ເຮົາ​ໄດ້​ຂຽນ​ເຖິງ​ເຈົ້າ​ດ້ວຍ​ຄວາມ​ໝັ້ນໃຈ​ວ່າ​ເຈົ້າ​ຈະ​ເຊື່ອຟັງ ເພາະ​ຮູ້​ວ່າ​ເຈົ້າ​ຈະ​ເຮັດ​ຫລາຍ​ກວ່າ​ທີ່​ເຮົາ​ຂໍ​ນັ້ນ​ອີກ.</verse>
				<verse number="22">ອີກ​ຢ່າງ​ໜຶ່ງ​ກໍ​ຄື: ຂໍ​ໃຫ້​ຈັດຕຽມ​ຫ້ອງພັກ​ໄວ້​ສຳລັບ​ເຮົາ ເພາະ​ເຮົາ​ຫວັງ​ວ່າ​ຈະ​ໄດ້​ກັບ​ມາ​ຫາ​ເຈົ້າ​ອີກ​ຕາມ​ຄຳອະທິຖານ​ຂອງ​ເຈົ້າ.</verse>
				<verse number="23">ເອປາຟາ ເພື່ອນ​ນັກໂທດ​ຂອງ​ເຮົາ​ໃນ​ພຣະຄຣິດເຈົ້າເຢຊູ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ.</verse>
				<verse number="24">ເຊັ່ນ​ດຽວ​ກັນ​ກັບ​ມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາ​ເພື່ອນຮ່ວມງານ​ຂອງ​ເຮົາ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ​ເໝືອນ​ກັນ.</verse>
				<verse number="25">ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ຈິດວິນຍານ​ຂອງ​ເຈົ້າ.</verse>
			</chapter>
		</book>
		<book number="58">
			<chapter number="1">
				<verse number="1">ໃນ​ອະດີດ​ພຣະເຈົ້າ​ໄດ້​ກ່າວ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ​ຜ່ານທາງ​ຜູ້ທຳນວາຍ​ຫລາຍ​ເທື່ອ ແລະ ໂດຍ​ວິທີການ​ຕ່າງໆ,</verse>
				<verse number="2">ແຕ່​ໃນ​ຍຸກ​ສຸດທ້າຍ​ນີ້​ພຣະອົງ​ໄດ້​ກ່າວ​ກັບ​ພວກເຮົາ​ທັງຫລາຍ​ໂດຍ​ພຣະບຸດ​ຂອງ​ພຣະອົງ, ຜູ້​ທີ່​ພຣະອົງ​ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຮັບມໍລະດົກ​ທຸກ​ສິ່ງ ແລະ ໄດ້​ສ້າງ​ຈັກກະວານ​ໂດຍ​ພຣະບຸດ​ນີ້.</verse>
				<verse number="3">ພຣະບຸດ​ເປັນ​ແສງສະທ້ອນ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເປັນ​ເໝືອນ​ພຣະເຈົ້າ​ທຸກ​ປະການ ແລະ ໄດ້​ຄ້ຳຊູ​ສັບພະສິ່ງ​ໄວ້​ດ້ວຍ​ຖ້ອຍຄຳ​ທີ່​ມີ​ລິດອຳນາດ​ຂອງ​ພຣະອົງ. ຫລັງ​ຈາກ​ທີ່​ພຣະອົງ​ໄດ້​ຊຳລະ​ບາບ​ແລ້ວ, ພຣະອົງ​ຈຶ່ງ​ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ມື​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ</verse>
				<verse number="4">ດັ່ງນັ້ນ ພຣະອົງ​ຈຶ່ງ​ຍິ່ງໃຫຍ່​ເໜືອ​ບັນດາ​ເທວະດາ ເພາະ​ນາມ​ທີ່​ພຣະອົງ​ໄດ້​ຮັບ​ນັ້ນ​ສູງສົ່ງ​ກວ່າ​ນາມ​ຂອງ​ບັນດາ​ເທວະດາ.</verse>
				<verse number="5">ເພາະ​ພຣະເຈົ້າ​ເຄີຍ​ກ່າວ​ກັບ​ເທວະດາ​ຕົນ​ໃດ​ວ່າ, “ທ່ານ​ເປັນ​ບຸດ​ຂອງ​ເຮົາ, ວັນນີ້ ເຮົາ​ໄດ້​ກາຍເປັນ​ບິດາ ​ຂອງ​ທ່ານ”? ຫລື ອີກ​ຄັ້ງ​ໜຶ່ງ, “ເຮົາ​ຈະ​ເປັນ​ບິດາ ​ຂອງ​ລາວ, ແລະ ລາວ​ຈະ​ເປັນ​ບຸດ​ຂອງ​ເຮົາ”?</verse>
				<verse number="6">ແລະ ອີກ​ຄັ້ງໜຶ່ງ, ເມື່ອ​ພຣະເຈົ້າ​ນຳ​ບຸດກົກ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ ພຣະອົງ​ກ່າວ​ວ່າ, “ໃຫ້​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທຸກ​ຕົນ​ນະມັດສະການ​ພຣະອົງ”.</verse>
				<verse number="7">ພຣະອົງ​ກ່າວ​ເຖິງ​ບັນດາ​ເທວະດາ​ນັ້ນ​ວ່າ, “ພຣະອົງ​ເຮັດ​ໃຫ້​ເທວະດາ​ຂອງ​ພຣະອົງ​ເປັນ​ວິນຍານ, ແລະ ໃຫ້​ຜູ້ຮັບໃຊ້​ຂອງ​ພຣະອົງ​ເປັນ​ແປວໄຟ”.</verse>
				<verse number="8">ແຕ່​ສ່ວນ​ພຣະບຸດ​ນັ້ນ​ພຣະອົງ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ, ບັນລັງ​ຂອງ​ພຣະອົງ​ຈະ​ຕັ້ງໝັ້ນຄົງ​ຕະຫລອດໄປ​ເປັນນິດ, ພຣະອົງ​ຈະ​ປົກຄອງ​ອານາຈັກ​ຂອງ​ພຣະອົງ​ດ້ວຍ​ກະບອງ​ແຫ່ງ​ຄວາມຊອບທຳ.</verse>
				<verse number="9">ພຣະອົງ​ຮັກ​ຄວາມຊອບທຳ ແລະ ກຽດຊັງ​ຄວາມ​ຊົ່ວ, ເຫດສະນັ້ນ ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ຂອງ​ພຣະອົງ ຈຶ່ງ​ໄດ້​ຕັ້ງ​ພຣະອົງ​ໄວ້​ເໜືອ​ສະຫາຍ​ທັງປວງ​ຂອງ​ພຣະອົງ ດ້ວຍ​ການ​ເຈີມ​ພຣະອົງ​ດ້ວຍ​ນ້ຳມັນ​ແຫ່ງ​ຄວາມຊື່ນຊົມຍິນດີ”.</verse>
				<verse number="10">ແລະ ພຣະອົງ​ກ່າວ​ອີກ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ໃນ​ປະຖົມມະການ​ພຣະອົງ​ວາງຮາກ​ຂອງ​ແຜ່ນດິນໂລກ, ແລະ ຟ້າ​ສະຫວັນ​ດ້ວຍ​ມື​ຂອງ​ພຣະອົງ</verse>
				<verse number="11">ສິ່ງ​ເຫລົ່ານັ້ນ​ຈະ​ສູນຫາຍ​ໄປ ແຕ່​ພຣະອົງ​ດຳລົງ​ຢູ່, ສິ່ງ​ເຫລົ່ານັ້ນ​ທັງໝົດ​ຈະ​ເກົ່າ​ໄປ​ເໝືອນດັ່ງ​ເຄື່ອງນຸ່ງຫົ່ມ.</verse>
				<verse number="12">ພຣະອົງ​ຈະ​ມ້ວນ​ສິ່ງ​ເຫລົ່ານັ້ນ​ໄວ້​ເໝືອນດັ່ງ​ເສື້ອຄຸມ, ສິ່ງ​ເຫລົ່ານັ້ນ​ຈະ​ຖືກ​ປ່ຽນ​ໄປ​ເໝືອນດັ່ງ​ເສື້ອຜ້າ. ແຕ່​ພຣະອົງ​ຍັງ​ເໝືອນເດີມ, ແລະ ປີ​ທັງຫລາຍ​ຂອງ​ພຣະອົງ​ກໍ​ຈະ​ບໍ່​ສິ້ນສຸດ​ຈັກເທື່ອ”</verse>
				<verse number="13">ມີ​ເທວະດາ​ຕົນ​ໃດ​ແດ່​ທີ່​ພຣະເຈົ້າ​ເຄີຍ​ກ່າວ​ວ່າ, “ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາ ຈົນກວ່າ​ເຮົາ​ຈະ​ເຮັດ​ໃຫ້​ສັດຕູ​ຂອງ​ທ່ານ ເປັນ​ບ່ອນຮອງຕີນ​ຂອງ​ທ່ານ”?</verse>
				<verse number="14">ເທວະດາ​ທັງປວງ​ນັ້ນ​ຄື​ວິນຍານ​ຮັບໃຊ້​ທີ່​ພຣະເຈົ້າ​ໃຊ້​ໄປ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມພົ້ນ​ເປັນ​ມໍລະດົກ​ບໍ່​ແມ່ນ​ບໍ?</verse>
			</chapter>
			<chapter number="2">
				<verse number="1">ເຫດສະນັ້ນ ພວກເຮົາ​ຕ້ອງ​ເອົາໃຈໃສ່​ຢ່າງ​ລະມັດລະວັງ​ທີ່ສຸດ​ໃນ​ສິ່ງ​ທີ່​ພວກເຮົາ​ໄດ້​ຍິນ, ເພື່ອວ່າ​ພວກເຮົາ​ຈະ​ບໍ່​ໄດ້​ຫລົງທາງ​ໄປ.</verse>
				<verse number="2">ເພາະ​ໃນ​ເມື່ອ​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ກ່າວ​ຜ່ານທາງ​ບັນດາ​ເທວະດາ​ຍັງ​ຜູກມັດ ແລະ ການລະເມີດ​ກັບ​ການບໍ່ເຊື່ອຟັງ​ໃນ​ຄວາມຈິງ​ທຸກຢ່າງ​ຍັງ​ໄດ້​ຮັບ​ການລົງໂທດ​ຢ່າງ​ຍຸຕິທຳ</verse>
				<verse number="3">ແລ້ວ​ພວກເຮົາ​ຈະ​ຫລຸດພົ້ນ​ໄປ​ໄດ້​ຢ່າງໃດ​ຖ້າ​ພວກເຮົາ​ລະເລີຍ​ຄວາມພົ້ນ​ອັນ​ຍິ່ງໃຫຍ່​ເຊັ່ນນີ້? ຄວາມພົ້ນ​ນີ້ ເຊິ່ງ​ໄດ້​ຖືກ​ປະກາດ​ຄັ້ງ​ທຳອິດ​ໂດຍ​ອົງພຣະຜູ້ເປັນເຈົ້າ, ໄດ້​ຮັບ​ການຢືນຢັນ​ໃຫ້​ພວກເຮົາ​ໂດຍ​ບັນດາ​ຜູ້​ທີ່​ໄດ້​ຍິນ​ຈາກ​ພຣະອົງ.</verse>
				<verse number="4">ພຣະເຈົ້າ​ຍັງ​ໄດ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ໂດຍ​ໝາຍສຳຄັນ, ການ​ອັດສະຈັນ ແລະ ການປະຕິຫານ​ຕ່າງໆ ແລະ ໂດຍ​ຂອງປະທານ​ແຫ່ງ​ພຣະວິນຍານບໍລິສຸດເຈົ້າ​ທີ່​ໃຫ້​ຕາມ​ປະສົງ​ຂອງ​ພຣະອົງ.</verse>
				<verse number="5">ພຣະອົງ​ບໍ່​ໄດ້​ຕັ້ງ​ບັນດາ​ເທວະດາ​ໃຫ້​ປົກຄອງ​ເບິ່ງແຍງ​ໂລກ​ໃນ​ອະນາຄົດ ເຊິ່ງ​ພວກເຮົາ​ກຳລັງ​ກ່າວ​ເຖິງ.</verse>
				<verse number="6">ແຕ່​ມີ​ຜູ້​ກ່າວ​ຢືນຢັນ​ໄວ້​ບ່ອນ​ໜຶ່ງ​ວ່າ: “ມະນຸດ​ເປັນ​ຜູ້ໃດ​ນໍ​ທີ່​ພຣະອົງ​ຈະ​ຕ້ອງ​ຄິດເຖິງ​ພວກເຂົາ? ບຸດມະນຸດ​ເປັນ​ຜູ້ໃດ​ນໍ ພຣະອົງ​ຈຶ່ງ​ຫ່ວງໃຍ​ເພິ່ນ?</verse>
				<verse number="7">ພຣະອົງ​ເຮັດ​ພວກເຂົາ​ໃຫ້​ຕ່ຳ​ກວ່າ​ເທວະດາ​ພຽງ​ໜ້ອຍດຽວ ​ເທົ່ານັ້ນ, ພຣະອົງ​ສວມ​ມົງກຸດ​ແຫ່ງ​ສະຫງ່າລາສີ ແລະ ກຽດຕິຍົດ​ໃຫ້​ແກ່​ພວກເຂົາ</verse>
				<verse number="8">ແລະ ວາງ​ທຸກສິ່ງ​ຢູ່​ໃຕ້​ຕີນ​ຂອງ​ພວກເຂົາ”. ໃນ​ການ​ທີ່​ພຣະອົງ​ເຮັດ​ໃຫ້​ທຸກສິ່ງ​ຢູ່​ພາຍໃຕ້​ອຳນາດ​ຂອງ​ເພິ່ນ​ນັ້ນ ພຣະເຈົ້າ​ບໍ່​ໃຫ້​ມີ​ສິ່ງໃດ​ເລີຍ​ທີ່​ບໍ່​ຢູ່​ພາຍໃຕ້​ອຳນາດ​ຂອງ​ເພິ່ນ. ແຕ່​ໃນ​ຂະນະ​ນີ້​ພວກເຮົາ​ຍັງ​ບໍ່​ເຫັນ​ວ່າ​ທຸກສິ່ງ​ຢູ່​ພາຍໃຕ້​ອຳນາດ​ຂອງ​ເພິ່ນ.</verse>
				<verse number="9">ແຕ່​ພວກເຮົາ​ເຫັນ​ພຣະເຢຊູເຈົ້າ​ຜູ້​ຖືກ​ເຮັດ​ໃຫ້​ຕ່ຳ​ກວ່າ​ເທວະດາ​ພຽງ​ຊົ່ວຂະນະໜຶ່ງ​ນັ້ນ, ບັດນີ້ ໄດ້​ສວມ​ມົງກຸດ​ແຫ່ງ​ສະຫງ່າລາສີ ແລະ ກຽດຕິຍົດ​ແລ້ວ ເພາະ​ພຣະອົງ​ໄດ້​ທົນທຸກທໍລະມານ​ຈົນ​ຕາຍ ເພື່ອ​ວ່າ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ຈະ​ໄດ້​ຊິມ​ລົດ​ຄວາມຕາຍ​ເພື່ອ​ທຸກຄົນ.</verse>
				<verse number="10">ໃນ​ການ​ນຳ​ລູກຊາຍ ແລະ ລູກຍິງ​ຈໍານວນ​ຫລວງຫລາຍ​ມາ​ສູ່​ສະຫງ່າລາສີ​ນັ້ນ ກໍ​ເປັນ​ການ​ເໝາະສົມ​ແລ້ວ​ທີ່​ພຣະເຈົ້າ​ຜູ້​ທີ່​ສັບພະສິ່ງ​ມີ​ຢູ່​ເພື່ອ​ພຣະອົງ ແລະ ໂດຍ​ທາງ​ພຣະອົງ ຈະ​ເຮັດ​ໃຫ້​ຜູ້ບຸກເບີກ​ຄວາມພົ້ນ​ຂອງ​ພວກເຂົາ​ທັງຫລາຍ​ນັ້ນ​ສົມບູນ​ໂດຍ​ການທົນທຸກທໍລະມານ​ຂອງ​ພຣະອົງ.</verse>
				<verse number="11">ທັງ​ພຣະອົງ​ຜູ້​ທີ່​ເຮັດ​ໃຫ້​ມະນຸດ​ທັງຫລາຍ​ບໍລິສຸດ​ກັບ​ບັນດາ​ຜູ້​ທີ່​ພຣະອົງ​ເຮັດໃຫ້​ບໍລິສຸດ​ນັ້ນ​ເປັນ​ຄອບຄົວ​ດຽວ​ກັນ. ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ລະອາຍ​ທີ່​ຈະ​ເອີ້ນ​ພວກເຂົາ​ເຫລົ່ານັ້ນ​ວ່າ​ພີ່ນ້ອງ.</verse>
				<verse number="12">ພຣະອົງ​ກ່າວ​ວ່າ, “ເຮົາ​ຈະ​ປະກາດ​ນາມ​ຂອງ​ພຣະອົງ​ແກ່​ພີ່ນ້ອງ​ຂອງ​ເຮົາ ເຮົາ​ຈະ​ຮ້ອງເພງ​ສັນເສີນ​ພຣະອົງ​ໃນ​ທີ່ປະຊຸມ”.</verse>
				<verse number="13">ແລະ ກ່າວ​ອີກ​ວ່າ, “ເຮົາ​ຈະ​ໄວ້ໃຈ​ໃນ​ພຣະອົງ”. ແລະ ພຣະອົງ​ກ່າວ​ອີກ​ວ່າ, “ເຮົາ ແລະ ລູກ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ຢູ່​ທີ່​ນີ້​ແລ້ວ”.</verse>
				<verse number="14">ໃນ​ເມື່ອ​ລູກ​ທັງຫລາຍ​ມີ​ເນື້ອໜັງ ແລະ ເລືອດ, ພຣະອົງ​ຈຶ່ງ​ຮ່ວມ​ໃນ​ຄວາມເປັນມະນຸດ​ຂອງ​ພວກເຂົາ ເພື່ອ​ວ່າ​ໂດຍ​ຄວາມຕາຍ​ຂອງ​ພຣະອົງ ພຣະອົງ​ຈະ​ໄດ້​ທຳລາຍ​ຜູ້​ຄຸມ​ອຳນາດ​ແຫ່ງ​ຄວາມຕາຍ​ຄື​ມານຮ້າຍ</verse>
				<verse number="15">ແລະ ປົດປ່ອຍ​ບັນດາ​ຜູ້​ທີ່​ຕົກ​ເປັນ​ຂ້າທາດ​ຕະຫລອດ​ຊີວິດ​ເນື່ອງຈາກ​ການ​ຢ້ານ​ຄວາມຕາຍ​ຂອງ​ພວກເຂົາ.</verse>
				<verse number="16">ເພາະ​ແນ່ນອນ​ວ່າ ພຣະອົງ​ບໍ່​ໄດ້​ຊ່ວຍ​ບັນດາ​ເທວະດາ, ແຕ່​ຊ່ວຍ​ເຊື້ອສາຍ​ຂອງ​ອັບຣາຮາມ.</verse>
				<verse number="17">ດ້ວຍ​ເຫດ​ນີ້ ພຣະອົງ​ຈຶ່ງ​ຕ້ອງ​ເປັນ​ເໝືອນ​ກັບ​ພວກເຂົາ, ເປັນ​ມະນຸດ​ໂດຍ​ສົມບູນ​ໃນ​ທຸກ​ດ້ານ ເພື່ອ​ພຣະອົງ​ຈະ​ໄດ້​ກາຍເປັນ​ມະຫາ​ປະໂລຫິດ​ຜູ້​ເຕັມ​ດ້ວຍ​ຄວາມ​ເມດຕາ ແລະ ຄວາມ​ສັດຊື່​ໃນ​ການຮັບໃຊ້​ພຣະເຈົ້າ ແລະ ເພື່ອ​ພຣະອົງ​ຈະ​ໄດ້​ຊົດໃຊ້​ຄວາມບາບ​ຂອງ​ຄົນ​ທັງຫລາຍ.</verse>
				<verse number="18">ເພາະວ່າ​ພຣະອົງ​ເອງ​ໄດ້​ທົນທຸກ​ໃນ​ເວລາ​ທີ່​ພຣະອົງ​ຖືກ​ທົດລອງ, ພຣະອົງ​ຈຶ່ງ​ສາມາດ​ຊ່ວຍ​ບັນດາ​ຜູ້​ທີ່​ກຳລັງ​ຖືກ​ທົດລອງ​ໄດ້.</verse>
			</chapter>
			<chapter number="3">
				<verse number="1">ເຫດສະນັ້ນ ພີ່ນ້ອງ​ຜູ້​ບໍລິສຸດ​ທັງຫລາຍ, ຜູ້​ຮ່ວມ​ໃນ​ການ​ເອີ້ນ​ຈາກ​ສະຫວັນ, ຈົ່ງ​ໃຫ້​ຄວາມຄິດ​ຂອງ​ພວກເຈົ້າ​ຈົດຈໍ່​ຢູ່​ທີ່​ພຣະເຢຊູເຈົ້າ, ຜູ້​ທີ່​ພວກເຮົາ​ຍອມຮັບ​ວ່າ​ເປັນ​ອັກຄະສາວົກ ແລະ ເປັນ​ມະຫາ​ປະໂລຫິດ​ຂອງ​ພວກເຮົາ.</verse>
				<verse number="2">ພຣະອົງ​ສັດຊື່​ຕໍ່​ພຣະເຈົ້າ​ຜູ້​ແຕ່ງຕັ້ງ​ພຣະອົງ ເໝືອນດັ່ງ​ທີ່​ໂມເຊ​ສັດຊື່​ໃນ​ທຸກ​ເລື່ອງ​ກ່ຽວກັບ​ຄົວເຮືອນ​ຂອງ​ພຣະເຈົ້າ</verse>
				<verse number="3">ເປັນ​ທີ່​ຮູ້ຈັກ​ແລ້ວ​ວ່າ​ພຣະເຢຊູເຈົ້າ​ສົມຄວນ​ໄດ້​ຮັບ​ກຽດ​ຫລາຍກວ່າ​ໂມເຊ ເໝືອນດັ່ງ​ຜູ້​ທີ່​ສ້າງ​ເຮືອນ​ກໍ​ມີ​ກຽດ​ຫລາຍ​ກວ່າ​ເຮືອນ​ນັ້ນ.</verse>
				<verse number="4">ເພາະ​ເຮືອນ​ທຸກ​ຫລັງ​ຍ່ອມ​ມີ​ຜູ້​ສ້າງ ແລະ ພຣະເຈົ້າ​ເປັນ​ຜູ້​ສ້າງ​ທຸກສິ່ງ.</verse>
				<verse number="5">“ໂມເຊ​ໄດ້​ສັດຊື່​ໃນ​ຖານະ​ຜູ້ຮັບໃຊ້​ໃນ​ທຸກ​ເລື່ອງ​ກ່ຽວກັບ​ຄົວເຮືອນ​ຂອງ​ພຣະເຈົ້າ”, ເປັນ​ພະຍານ​ເຖິງ​ສິ່ງ​ທີ່​ພຣະເຈົ້າ​ຈະ​ກ່າວ​ໃນ​ພາຍໜ້າ.</verse>
				<verse number="6">ສ່ວນ​ພຣະຄຣິດເຈົ້າ​ສັດຊື່​ໃນ​ຖານະ​ພຣະບຸດ​ຜູ້​ຄອບຄອງ​ຄົວເຮືອນ​ຂອງ​ພຣະເຈົ້າ. ແລະ ພວກເຮົາ​ທັງຫລາຍ​ກໍ​ຄື​ເຮືອນ​ຂອງ​ພຣະອົງ ຖ້າ​ຫາກ​ພວກເຮົາ​ຢຶດໝັ້ນ​ໃນ​ຄວາມໝັ້ນໃຈ ແລະ ຄວາມຫວັງ​ທີ່​ພວກເຮົາ​ພາກພູມໃຈ​ຢູ່​ນັ້ນ.</verse>
				<verse number="7">ດັ່ງນັ້ນ, ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ກ່າວ​ໄວ້​ວ່າ: “ວັນນີ້, ຖ້າ​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ສຽງ​ຂອງ​ພຣະອົງ,</verse>
				<verse number="8">ຢ່າ​ເຮັດ​ໃຫ້​ໃຈ​ຂອງ​ພວກເຈົ້າ​ແຂງກະດ້າງ ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ກະທຳ​ໃນ​ການກະບົດ, ໃນ​ຊ່ວງ​ເວລາ​ຂອງ​ການທົດລອງ​ໃນ​ຖິ່ນແຫ້ງແລ້ງກັນດານ,</verse>
				<verse number="9">ເຊິ່ງ​ເປັນ​ບ່ອນ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ທົດລອງ ແລະ ພິສູດ​ເຮົາ, ເຖິງແມ່ນວ່າ​ເປັນ​ເວລາ​ສີ່ສິບ​ປີ​ທີ່​ພວກເຂົາ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ກະທຳ.</verse>
				<verse number="10">ດ້ວຍເຫດນີ້ ເຮົາ​ຈຶ່ງ​ໂກດຮ້າຍ​ຄົນ​ໃນ​ສະໄໝ​ນັ້ນ, ແລະ ເຮົາ​ໄດ້​ກ່າວ​ວ່າ, ‘ໃຈ​ຂອງ​ພວກເຂົາ​ຫລົງຜິດ​ຢູ່​ສະເໝີ ແລະ ພວກເຂົາ​ບໍ່​ຮູ້​ຈັກ​ວິທີ​ທາງ​ຂອງ​ເຮົາ’</verse>
				<verse number="11">ດັ່ງນັ້ນ ເຮົາ​ຈຶ່ງ​ປະກາດ​ເທິງ​ຄຳສາບານ​ດ້ວຍ​ຄວາມໂກດຮ້າຍ​ຂອງ​ເຮົາ​ວ່າ, ‘ພວກເຂົາ​ຈະ​ບໍ່​ມີ​ວັນ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ຂອງ​ເຮົາ’”.</verse>
				<verse number="12">ພີ່ນ້ອງ​ທັງຫລາຍ​ຈົ່ງ​ລະວັງ​ໃຫ້​ດີ, ເພື່ອ​ຈະ​ບໍ່​ມີ​ຈັກ​ຄົນ​ໃນ​ພວກເຈົ້າ​ມີ​ໃຈ​ບາບ ບໍ່ເຊື່ອ​ແລ້ວ​ຫັນໜີ​ໄປ​ຈາກ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່.</verse>
				<verse number="13">ຈົ່ງ​ໜູນໃຈ​ກັນແລະກັນ​ທຸກໆ​ວັນ​ຕາບໃດ​ທີ່​ຍັງ​ເອີ້ນ​ວ່າ “ວັນ​ນີ້” ເພື່ອວ່າ​ຈະ​ບໍ່​ມີ​ຜູ້ໃດ​ໃນ​ພວກເຈົ້າ​ດື້ດ້ານ​ເພາະ​ການຫລອກລວງ​ຂອງ​ບາບ.</verse>
				<verse number="14">ພວກເຮົາ​ໄດ້​ມາ​ມີ​ສ່ວນຮ່ວມ​ໃນ​ພຣະຄຣິດເຈົ້າ ຖ້າ​ພວກເຮົາ ຢຶດຖື​ໃນ​ຄວາມໝັ້ນໃຈ​ທີ່​ພວກເຮົາ​ມີ​ໃນ​ທຳອິດ​ນັ້ນ​ຈົນ​ເຖິງ​ທີ່ສຸດ.</verse>
				<verse number="15">ຕາມ​ທີ່​ໄດ້​ກ່າວ​ມາ​ແລ້ວ​ວ່າ: “ວັນນີ້, ຖ້າ​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ສຽງ​ຂອງ​ພຣະອົງ ຢ່າ​ເຮັດ​ໃຫ້​ໃຈ​ຂອງ​ພວກເຈົ້າ​ແຂງກະດ້າງ​ເໝືອນດັ່ງ ທີ່​ພວກເຈົ້າ​ໄດ້​ກະທຳ​ໃນ​ການກະບົດ”</verse>
				<verse number="16">ແມ່ນ​ຜູ້ໃດ​ຜູ້​ທີ່​ໄດ້​ຍິນ​ແລ້ວ​ຍັງ​ກະບົດ? ກໍ​ຄື​ທຸກຄົນ​ທີ່​ໂມເຊ​ໄດ້​ພາ​ອອກ​ມາ​ຈາກ​ເອຢິບ​ບໍ່​ແມ່ນ​ບໍ?</verse>
				<verse number="17">ແລະ ຜູ້ໃດ​ທີ່​ພຣະອົງ​ໂກດຮ້າຍ​ຕະຫລອດ​ສີ່ສິບ​ປີ? ກໍ​ຄື​ບັນດາ​ຜູ້​ທີ່​ເຮັດ​ບາບ ເຊິ່ງ​ໄດ້​ຖິ້ມ​ຮ່າງກາຍ​ຂອງ​ຕົນ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ບໍ່​ແມ່ນ​ບໍ?</verse>
				<verse number="18">ແລະ ຜູ້ໃດ​ທີ່​ພຣະເຈົ້າ​ສາບານ​ວ່າ​ພວກເຂົາ​ຈະ​ບໍ່​ມີ​ວັນ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ຂອງ​ພຣະອົງ​ຖ້າ​ບໍ່​ແມ່ນ​ບັນດາ​ຄົນ​ທີ່​ບໍ່ເຊື່ອຟັງ?</verse>
				<verse number="19">ດັ່ງນັ້ນ ພວກເຮົາ​ຈຶ່ງ​ເຫັນ​ໄດ້​ວ່າ​ພວກເຂົາ​ເຫລົ່ານັ້ນ​ບໍ່​ສາມາດ​ເຂົ້າ​ໄປ​ກໍ​ເພາະ​ພວກເຂົາ​ບໍ່ເຊື່ອ.</verse>
			</chapter>
			<chapter number="4">
				<verse number="1">ເຫດສະນັ້ນ ໃນ​ເມື່ອ​ສັນຍາ​ວ່າ​ດ້ວຍ​ການ​ເຂົ້າ​ສູ່​ການ​ພັກ​ສະຫງົບ​ຂອງ​ພຣະອົງ​ນັ້ນ​ຍັງ​ຕັ້ງ​ຢູ່, ກໍ​ໃຫ້​ພວກເຮົາ​ທັງຫລາຍ​ລະວັງ​ບໍ່​ໃຫ້​ຄົນໃດ​ໃນ​ພວກເຈົ້າ​ພາດ​ຈາກ​ການ​ພັກສະຫງົບ​ນີ້.</verse>
				<verse number="2">ເພາະ​ພວກເຮົາ​ທັງຫລາຍ​ກໍ​ໄດ້​ຮັບ​ຂ່າວປະເສີດ​ຢ່າງ​ດຽວກັນ​ກັບ​ຄົນ​ເຫລົ່ານັ້ນ​ເໝືອນກັນ, ແຕ່​ຂໍ້ຄວາມ​ທີ່​ພວກເຂົາ​ໄດ້​ຍິນ​ນັ້ນ​ບໍ່​ເປັນ​ປະໂຫຍດ​ແກ່​ພວກເຂົາ, ເພາະວ່າ​ພວກເຂົາ​ບໍ່​ໄດ້​ຮ່ວມ​ໃນ​ຄວາມເຊື່ອ​ຂອງ​ບັນດາ​ຄົນ​ເຫລົ່ານັ້ນ​ທີ່​ເຊື່ອຟັງ.</verse>
				<verse number="3">ບັດນີ້ ພວກເຮົາ​ຜູ້​ທີ່​ເຊື່ອ​ກໍ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ຕາມ​ທີ່​ພຣະເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ດັ່ງນັ້ນ ເຮົາ​ຈຶ່ງ​ໄດ້​ປະກາດ​ຕາມ​ຄຳສາບານ​ດ້ວຍ​ຄວາມໂກດຮ້າຍ​ຂອງ​ເຮົາ​ວ່າ, ‘ພວກເຂົາ​ຈະ​ບໍ່​ມີ​ວັນ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ຂອງ​ເຮົາ’”. ແລະ ເຖິງແມ່ນວ່າ​ງານ​ຂອງ​ພຣະອົງ​ສຳເລັດ​ແລ້ວ​ຕັ້ງແຕ່​ການ​ສ້າງ​ໂລກ​ກໍ​ຕາມ.</verse>
				<verse number="4">ເພາະ​ມີ​ຕອນ​ໜຶ່ງ​ທີ່​ພຣະອົງ​ໄດ້​ເວົ້າ​ເຖິງ​ວັນ​ທີ​ເຈັດ​ວ່າ: “ໃນ​ວັນ​ທີ​ເຈັດ​ພຣະເຈົ້າ​ຢຸດ​ພັກ​ຈາກ​ການ​ງານ​ທັງໝົດ​ຂອງ​ພຣະອົງ”.</verse>
				<verse number="5">ແລະ ອີກ​ເທື່ອ​ໜຶ່ງ​ໃນ​ຂໍ້ຄວາມ​ຂ້າງເທິງ ພຣະອົງ​ເວົ້າ​ວ່າ, “ພວກເຂົາ​ຈະ​ບໍ່​ມີ​ວັນ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ຂອງ​ເຮົາ”.</verse>
				<verse number="6">ເຫດສະນັ້ນ ກໍ​ຍັງ​ຄົງ​ເປັນ​ຢ່າງ​ນີ້​ຄື​ບາງຄົນ​ຈະ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ ແລະ ບັນດາ​ຜູ້​ທີ່​ເຄີຍ​ໄດ້​ຍິນ​ຂ່າວປະເສີດ​ໃນ​ຄັ້ງ​ກ່ອນ​ນັ້ນ ບໍ່​ໄດ້​ເຂົ້າ​ກໍ​ເພາະ​ພວກເຂົາ​ບໍ່ເຊື່ອຟັງ,</verse>
				<verse number="7">ພຣະເຈົ້າ​ໄດ້​ກຳນົດ​ວັນ​ໜຶ່ງ​ຂຶ້ນ​ມາ​ອີກ ຄື​ວັນ​ທີ່​ເອີ້ນ​ວ່າ, “ວັນນີ້”. ສິ່ງ​ນີ້​ພຣະອົງ​ໄດ້​ກະທຳ​ເມື່ອ​ເວລາ​ດົນນານ​ຕໍ່ມາ ພຣະອົງ​ໄດ້​ກ່າວ​ເລື່ອງ​ນີ້​ຜ່ານທາງ​ດາວິດ​ເໝືອນ​ທີ່​ໄດ້​ກ່າວ​ໄວ້​ກ່ອນ​ແລ້ວ​ວ່າ: “ວັນນີ້, ຖ້າ​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ສຽງ​ຂອງ​ພຣະອົງ, ຢ່າ​ເຮັດ​ໃຫ້​ໃຈ​ຂອງ​ພວກເຈົ້າ​ແຂງກະດ້າງ”.</verse>
				<verse number="8">ເພາະ​ຖ້າ​ໂຢຊວຍ​ໄດ້​ໃຫ້​ພວກເຂົາ​ເຂົ້າ​ສູ່​ການ​ພັກສະຫງົບ ພຣະເຈົ້າ​ກໍ​ຄົງ​ບໍ່​ຕ້ອງ​ກ່າວ​ເຖິງ​ອີກ​ວັນ​ໜຶ່ງ​ໃນ​ພາຍຫລັງ.</verse>
				<verse number="9">ດັ່ງນັ້ນ ວັນຊະບາໂຕ​ແຫ່ງ​ການ​ພັກສະຫງົບ​ສຳລັບ​ຄົນ​ຂອງ​ພຣະເຈົ້າ​ຈຶ່ງ​ຍັງ​ຄົງ​ມີ​ຢູ່,</verse>
				<verse number="10">ເພາະວ່າ​ຜູ້​ທີ່​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ຂອງ​ພຣະເຈົ້າ​ຍ່ອມ​ໄດ້​ຢຸດພັກ​ຈາກ​ກິດຈະການ ​ຂອງ​ຕົນ​ເໝືອນ​ກັນ​ກັບ​ທີ່​ພຣະເຈົ້າ​ຢຸດພັກ​ຈາກ​ການ​ງານ​ຂອງ​ພຣະອົງ.</verse>
				<verse number="11">ເຫດສະນັ້ນ ໃຫ້​ພວກເຮົາ​ພະຍາຍາມ​ທຸກ​ວິຖີທາງ​ທີ່​ຈະ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ນັ້ນ. ເພື່ອວ່າ​ຈະ​ບໍ່​ມີ​ຜູ້ໃດ​ຈິບຫາຍ​ໄປ​ເພາະ​ເຮັດຕາມ​ແບບຢ່າງ​ການ​ບໍ່​ເຊື່ອຟັງ​ຂອງ​ພວກເຂົາ.</verse>
				<verse number="12">ເພາະວ່າ​ພຣະທຳ​ຂອງ​ພຣະເຈົ້າ​ນັ້ນ​ມີຊີວິດ ແລະ ລິດເດດ. ຄົມ​ກວ່າ​ດາບ​ສອງ​ຄົມ​ທຸກ​ດວງ, ແທງ​ຊອດ​ແມ່ນແຕ່​ຈິດໃຈ ແລະ ວິນຍານ, ຕະຫລອດ​ທັງ​ຄໍ່​ກະດູກ ແລະ ໄຂ​ໃນ​ກະດູກ, ທັງ​ສັງເກດ​ຮູ້​ຄວາມຄິດ ແລະ ທັດສະນະຄະຕິ​ຂອງ​ຫົວໃຈ​ໄດ້.</verse>
				<verse number="13">ບໍ່​ມີ​ສິ່ງໃດ​ໃນ​ສັບພະສິ່ງ​ທີ່​ຖືກ​ສ້າງ​ຈະ​ຖືກ​ເຊື່ອງ​ໄວ້​ຈາກ​ສາຍຕາ​ຂອງ​ພຣະເຈົ້າ​ໄດ້. ທຸກສິ່ງ​ຖືກ​ເປີດເຜີຍ ແລະ ຈະ​ປາກົດ​ຕໍ່​ສາຍຕາ​ຂອງ​ພຣະອົງ​ຜູ້​ທີ່​ພວກເຮົາ​ທັງຫລາຍ​ຈະ​ຕ້ອງ​ໃຫ້​ການ.</verse>
				<verse number="14">ເຫດສະນັ້ນ, ໃນ​ເມື່ອ​ພວກເຮົາ​ມີ​ມະຫາ​ປະໂລຫິດ​ຜູ້​ຍິ່ງໃຫຍ່​ຜູ້​ທີ່​ໄດ້​ຂຶ້ນ​ສູ່​ສະຫວັນ ຄື​ພຣະເຢຊູເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ ກໍ​ໃຫ້​ພວກເຮົາ​ຢຶດໝັ້ນ​ໃນ​ຄວາມເຊື່ອ​ທີ່​ພວກເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.</verse>
				<verse number="15">ເພາະ​ພວກເຮົາ​ບໍ່​ໄດ້​ມີ​ມະຫາ​ປະໂລຫິດ​ທີ່​ບໍ່​ສາມາດ​ຈະ​ເຫັນອົກເຫັນໃຈ​ໃນ​ຄວາມອ່ອນແອ​ທັງ​ຫລາຍ​ຂອງ​ພວກເຮົາ, ແຕ່​ພວກເຮົາ​ມີ​ພຣະອົງ​ຜູ້​ທີ່​ຖືກ​ທົດລອງ​ໃນ​ທຸກ​ທາງ​ເໝືອນ​ຢ່າງ​ພວກເຮົາ, ເຖິງປານນັ້ນ​ພຣະອົງ​ກໍ​ຍັງ​ບໍ່​ໄດ້​ເຮັດ​ບາບ.</verse>
				<verse number="16">ດັ່ງນັ້ນ ຂໍ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ບັນລັງ​ແຫ່ງ​ພຣະຄຸນ​ດ້ວຍ​ຄວາມໝັ້ນໃຈ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ຮັບ​ຄວາມ​ເມດຕາ ແລະ ພົບ​ພຣະຄຸນ​ທີ່​ຈະ​ຊ່ວຍ​ພວກເຮົາ​ເມື່ອ​ເຖິງ​ເວລາ​ທີ່​ຕ້ອງການ.</verse>
			</chapter>
			<chapter number="5">
				<verse number="1">ມະຫາ​ປະໂລຫິດ​ທຸກຄົນ​ໄດ້​ຖືກ​ເລືອກ​ຈາກ​ມະນຸດ ແລະ ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ເຮັດ​ໜ້າທີ່​ແທນ​ມະນຸດ​ໃນ​ສິ່ງ​ສາລະພັດ​ທີ່​ກຽ່ວກັບ​ພຣະເຈົ້າ ຄື​ການຖວາຍ​ເຄື່ອງບູຊາ ແລະ ຂອງ​ຖວາຍ​ສຳລັບ​ການອະໄພ​ບາບ.</verse>
				<verse number="2">ເພິ່ນ​ສາມາດ​ປະຕິບັດ​ຢ່າງ​ອ່ອນໂຍນ​ຕໍ່​ຄົນ​ທີ່​ຮູ້​ເທົ່າ​ບໍ່​ເຖິງ​ການ ແລະ ຄົນ​ຫລົງຜິດ​ໄດ້ ເພາະ​ເພິ່ນ​ເອງ​ກໍ​ມີ​ຄວາມອ່ອນແອ​ເໝືອນກັນ.</verse>
				<verse number="3">ດ້ວຍເຫດນີ້ ມະຫາ​ປະໂລຫິດ​ຈຶ່ງ​ຕ້ອງ​ຖວາຍ​ເຄື່ອງບູຊາ​ສຳລັບ​ບາບ​ຂອງ​ຕົນ​ເອງ​ເຊັ່ນດຽວກັນ​ກັບ​ບາບ​ຂອງ​ປະຊາຊົນ.</verse>
				<verse number="4">ບໍ່​ມີ​ຜູ້ໃດ​ເອົາ​ຕຳແໜ່ງ​ອັນ​ມີ​ກຽດ​ນີ້​ມາ​ເປັນ​ຂອງ​ຕົນ​ເອງ​ໄດ້, ແຕ່​ລາວ​ໄດ້​ຮັບ​ກຽດ​ນີ້​ເມື່ອ​ພຣະເຈົ້າ​ເອີ້ນ ເໝືອນ​ກັບ​ທີ່​ອາໂຣນ​ໄດ້​ຮັບ.</verse>
				<verse number="5">ໃນ​ທຳນອງ​ດຽວ​ກັນ, ພຣະຄຣິດເຈົ້າ​ບໍ່​ໄດ້​ຍົກ​ພຣະອົງ​ເອງ​ຂຶ້ນ​ຮັບ​ກຽດ​ແຫ່ງ​ການ​ເປັນ​ມະຫາ​ປະໂລຫິດ. ແຕ່​ພຣະເຈົ້າ​ກ່າວ​ກັບ​ພຣະອົງ​ວ່າ, “ທ່ານ​ເປັນ​ບຸດ​ຂອງ​ເຮົາ, ວັນນີ້​ເຮົາ​ໄດ້​ກາຍເປັນ​ບິດາ​ຂອງ​ທ່ານ”.</verse>
				<verse number="6">ແລະ ພຣະອົງ​ກ່າວ​ໄວ້​ໃນ​ອີກ​ຕອນ​ໜຶ່ງ​ວ່າ, “ທ່ານ​ເປັນ​ປະໂລຫິດ​ຕະຫລອດໄປ, ໃນ​ລຳດັບ​ດຽວ​ກັນ​ກັບ​ເມຄີເຊເດັກ”.</verse>
				<verse number="7">ໃນ​ລະຫວ່າງ​ວັນ​ທີ່​ພຣະເຢຊູເຈົ້າ​ຢູ່​ໃນ​ໂລກ, ພຣະອົງ​ໄດ້​ຖວາຍ​ຄຳອະທິຖານ ແລະ ຄຳອ້ອນວອນ​ດ້ວຍ​ການຮ້ອງໄຫ້​ຢ່າງ​ໜັກ ແລະ ນໍ້າຕາ​ໄຫລ​ຕໍ່​ພຣະເຈົ້າ​ຜູ້​ສາມາດ​ຊ່ວຍ​ພຣະອົງ​ໃຫ້​ພົ້ນ​ຈາກ​ຄວາມຕາຍ ແລະ ພຣະເຈົ້າ​ຮັບ​ຟັງ​ເພາະ​ພຣະເຢຊູເຈົ້າ​ຍອມ​ເຊື່ອຟັງ.</verse>
				<verse number="8">ເຖິງ​ແມ່ນ​ວ່າ​ພຣະອົງ​ເປັນ​ພຣະບຸດ​ກໍ​ຕາມ ພຣະອົງ​ກໍ​ຮຽນຮູ້​ທີ່​ຈະ​ເຊື່ອຟັງ​ຈາກ​ຄວາມທຸກ​ທີ່​ພຣະອົງ​ປະເຊີນ.</verse>
				<verse number="9">ແລະ ເມື່ອ​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ສົມບູນແບບ​ແລ້ວ ພຣະອົງ​ຈຶ່ງ​ເປັນ​ແຫລ່ງ​ຄວາມພົ້ນ​ນິລັນດອນ​ສຳລັບ​ທຸກຄົນ​ທີ່​ເຊື່ອຟັງ​ພຣະອົງ</verse>
				<verse number="10">ແລະ ພຣະເຈົ້າ​ແຕ່ງຕັ້ງ​ພຣະອົງ​ເປັນ​ມະຫາ​ປະໂລຫິດ​ໃນ​ລຳດັບ​ດຽວ​ກັນ​ກັບ​ເມຄີເຊເດັກ.</verse>
				<verse number="11">ພວກເຮົາ​ຍັງ​ມີ​ອີກ​ຫລາຍ​ຢ່າງ​ທີ່​ຈະ​ກ່າວ​ກ່ຽວກັບ​ເລື່ອງ​ນີ້, ແຕ່​ກໍ​ຍາກ​ທີ່​ຈະ​ອະທິບາຍ​ໃຫ້​ຈະແຈ້ງ​ແກ່​ພວກເຈົ້າ ເພາະວ່າ​ພວກເຈົ້າ​ບໍ່​ໄດ້​ພະຍາຍາມ​ທີ່​ຈະ​ເຂົ້າໃຈ.</verse>
				<verse number="12">ແທ້ຈິງແລ້ວ, ເຖິງ​ແມ່ນ​ວ່າ​ຂະນະ​ນີ້​ພວກເຈົ້າ​ສົມຄວນ​ຈະ​ເປັນ​ຄູ​ໄດ້​ແລ້ວ, ແຕ່​ພວກເຈົ້າ​ຍັງ​ຕ້ອງ​ໃຫ້​ຄົນ​ອື່ນ​ມາ​ສອນ​ຫລັກ​ຄວາມຈິງ​ເບື້ອງຕົ້ນ​ຂອງ​ພຣະຄຳ​ຂອງ​ພຣະເຈົ້າ​ທັງໝົດ​ອີກ​ຢູ່. ພວກເຈົ້າ​ຍັງ​ຕ້ອງການ​ນ້ຳນົມ ບໍ່ແມ່ນ​ອາຫານ​ແຂງ!</verse>
				<verse number="13">ຜູ້ໃດ​ທີ່​ຍັງ​ກິນນົມ​ຢູ່, ກໍ​ຍັງ​ເປັນ​ເດັກນ້ອຍ ແລະ ບໍ່​ຄຸ້ນເຄີຍ​ກັບ​ຄຳສອນ​ເລື່ອງ​ຄວາມຊອບທຳ.</verse>
				<verse number="14">ແຕ່​ອາຫານ​ແຂງ​ນັ້ນ​ມີ​ໄວ້​ສຳລັບ​ຜູ້ໃຫຍ່, ຜູ້​ທີ່​ໄດ້​ຝຶກຝົນ​ຕົນ​ເອງ​ຢູ່​ສະເໝີ​ເພື່ອ​ຈະ​ໄຈ້ແຍກ​ຄວາມດີ​ອອກຈາກ​ຄວາມຊົ່ວ.</verse>
			</chapter>
			<chapter number="6">
				<verse number="1">ເຫດສະນັ້ນ ໃຫ້​ພວກເຮົາ​ຜ່ານ​ຫລັກຄຳສອນ​ເບື້ອງຕົ້ນ​ກ່ຽວກັບ​ພຣະຄຣິດເຈົ້າ ແລະ ຈົ່ງ​ກ້າວໄປ​ສູ່​ຄວາມ​ເປັນ​ຜູ້ໃຫຍ່, ຢ່າ​ວາງ​ພື້ນຖານ​ຂອງ​ການ​ກັບໃຈ​ຊ້ຳ​ອີກ​ຈາກ​ການກະທຳ​ອັນ​ນຳ​ໄປ​ສູ່​ຄວາມຕາຍ ແລະ ໃນ​ເລື່ອງ​ຄວາມເຊື່ອ​ໃນ​ພຣະເຈົ້າ,</verse>
				<verse number="2">ຄຳສອນ​ເລື່ອງ​ບັບຕິສະມາ, ເລື່ອງ​ການວາງມື, ເລື່ອງ​ການເປັນຄືນມາຈາກຕາຍ ແລະ ເລື່ອງ​ການພິພາກສາ​ລົງໂທດ​ເປັນນິດ.</verse>
				<verse number="3">ແລະ ຖ້າ​ພຣະເຈົ້າ​ອະນຸຍາດ​ພວກເຮົາ​ກໍ​ຈະ​ກະທຳ​ຕໍ່ໄປ.</verse>
				<verse number="4">ເປັນ​ໄປ​ບໍ່​ໄດ້​ສຳລັບ​ຜູ້​ທີ່​ເຄີຍ​ເຫັນ​ຈະແຈ້ງ​ມາ​ແລ້ວ, ຜູ້​ທີ່​ເຄີຍ​ຊີມ​ລົດ​ຂອງປະທານ​ຈາກ​ສະຫວັນ, ຜູ້​ທີ່​ເຄີຍ​ມີ​ສ່ວນຮ່ວມ​ໃນ​ພຣະວິນຍານບໍລິສຸດເຈົ້າ,</verse>
				<verse number="5">ຜູ້​ທີ່​ເຄີຍ​ຊີມ​ລົດ​ອັນ​ດີເລີດ​ຂອງ​ຖ້ອຍຄຳ​ຂອງ​ພຣະເຈົ້າ ແລະ ລິດອຳນາດ​ຂອງ​ຍຸກ​ໜ້າ</verse>
				<verse number="6">ແລະ ຜູ້​ທີ່​ຫລົງທາງ ​ໄປ​ແລ້ວ​ກໍ​ເຫລືອ​ວິໄສ​ທີ່​ຈະ​ນຳ​ພວກເຂົາ​ມາ​ສູ່​ການ​ກັບໃຈ​ໄດ້​ອີກ. ເພາະ​ການຫລົງໄປ​ຂອງ​ພວກເຂົາ​ໄດ້​ຄຶງ​ພຣະບຸດ​ຂອງ​ພຣະເຈົ້າ​ເທິງ​ໄມ້ກາງແຂນ​ອີກ ແລະ ເຮັດ​ໃຫ້​ພຣະອົງ​ໄດ້​ຮັບ​ຄວາມອັບອາຍ​ຕໍ່ໜ້າ​ຄົນ​ຈຳນວນ​ຫລາຍ.</verse>
				<verse number="7">ພື້ນດິນ​ທີ່​ໄດ້​ຮັບ​ນ້ຳຝົນ​ຕົກໃສ່​ຢູ່​ເລື້ອຍໆ ແລະ ເກີດ​ພືດຜົນ​ອັນ​ເປັນ​ປະໂຫຍດ​ແກ່​ຜູ້​ປູກຝັງ​ນັ້ນ​ກໍ​ໄດ້​ຮັບ​ພອນ​ຈາກ​ພຣະເຈົ້າ.</verse>
				<verse number="8">ແຕ່​ພື້ນດິນ​ທີ່​ເກີດ​ໜາມ ແລະ ສ້ຽນ​ກໍ​ນັບ​ວ່າ​ບໍ່ມີ​ຄ່າ ແລະ ຕົກ​ຢູ່​ໃນ​ອັນຕະລາຍ​ຈາກ​ການ​ຖືກ​ສາບແຊ່ງ. ແລ້ວ​ໃນ​ທີ່ສຸດ​ກໍ​ຈະ​ຖືກ​ເຜົາໄຟ.</verse>
				<verse number="9">ເພື່ອນ​ທີ່​ຮັກ​ເອີຍ, ເຖິງແມ່ນວ່າ​ເຮົາ​ເວົ້າ​ຢ່າງ​ນີ້​ກໍ​ຕາມ, ພວກເຮົາ​ກໍ​ຍັງ​ໝັ້ນໃຈ​ວ່າ​ໃນ​ກໍລະນີ​ຂອງ​ພວກເຈົ້າ​ຍັງ​ມີ​ສິ່ງ​ທີ່​ດີກວ່າ ຄື​ສິ່ງ​ຕ່າງໆ​ທີ່​ມາ​ພ້ອມ​ກັບ​ຄວາມພົ້ນ.</verse>
				<verse number="10">ພຣະເຈົ້າ​ຍຸຕິທຳ, ພຣະອົງ​ຈະ​ບໍ່​ລືມ​ການງານ​ທີ່​ພວກເຈົ້າ​ເຮັດ ແລະ ຄວາມຮັກ​ທີ່​ພວກເຈົ້າ​ໄດ້​ສະແດງ​ອອກ​ໃຫ້​ພຣະອົງ​ເຫັນ ຄື​ການ​ທີ່​ພວກເຈົ້າ​ຊ່ວຍເຫລືອ​ຄົນ​ຂອງ​ພຣະອົງ ແລະ ຍັງ​ຊ່ວຍເຫລືອ​ພວກເຂົາ​ຕໍ່ໄປ</verse>
				<verse number="11">ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ແຕ່ລະຄົນ​ສະແດງ​ຄວາມພາກພຽນ​ອັນ​ດຽວ​ກັນ​ນີ້​ຈົນ​ເຖິງ​ທີ່ສຸດ, ເພື່ອ​ໃຫ້​ແນ່ໃຈ​ວ່າ​ສິ່ງ​ທີ່​ພວກເຈົ້າ​ຫວັງ​ໄວ້​ຈະ​ເປັນ​ຈິງ​ຢ່າງ​ຄົບຖ້ວນ.</verse>
				<verse number="12">ພວກເຮົາ​ບໍ່​ຢາກ​ໃຫ້​ພວກເຈົ້າ​ກາຍເປັນ​ຄົນຂີ້ຄ້ານ, ແຕ່​ໃຫ້​ຮຽນແບບ​ຄົນ​ເຫລົ່ານັ້ນ​ທີ່​ໄດ້​ຮັບ​ມໍລະດົກ​ຕາມ​ສັນຍາ​ເພາະ​ຄວາມເຊື່ອ ແລະ ຄວາມ​ອົດທົນ.</verse>
				<verse number="13">ເມື່ອ​ພຣະເຈົ້າ​ເຮັດ​ຄຳ​ສັນຍາ​ຂອງ​ພຣະອົງ​ຕໍ່​ອັບຣາຮາມ​ນັ້ນ, ເນື່ອງຈາກ​ບໍ່​ມີ​ຜູ້ໃດ​ຍິ່ງໃຫຍ່​ກວ່າ​ທີ່​ພຣະອົງ​ຈະ​ອ້າງ​ເຖິງ​ໃນ​ຄຳສາບານ, ພຣະອົງ​ຈຶ່ງ​ສາບານ​ໂດຍ​ອ້າງ​ເຖິງ​ພຣະອົງ​ເອງ,</verse>
				<verse number="14">ໂດຍ​ກ່າວ​ວ່າ, “ເຮົາ​ຈະ​ອວຍພອນ​ເຈົ້າ​ແນ່ນອນ ແລະ ຈະ​ໃຫ້​ເຈົ້າ​ມີ​ລູກຫລານ​ຈຳນວນ​ຫລວງຫລາຍ”</verse>
				<verse number="15">ແລະ ຫລັງຈາກ​ທີ່​ຄອຍຖ້າ​ດ້ວຍ​ຄວາມອົດທົນ​ແລ້ວ, ອັບຣາຮາມ​ກໍ​ໄດ້​ຮັບ​ຕາມ​ທີ່​ໄດ້​ສັນຍາ​ໄວ້.</verse>
				<verse number="16">ມະນຸດ​ນັ້ນ​ສາບານ​ໂດຍ​ອ້າງ​ເຖິງ​ຜູ້​ທີ່​ຍິ່ງໃຫຍ່​ກວ່າ​ຕົນ ແລະ ຄຳສາບານ​ກໍ​ຢືນຢັນ​ສິ່ງ​ທີ່​ກ່າວ ແລະ ເຮັດ​ໃຫ້​ການໂຕ້ຖຽງ​ທັງໝົດ​ຈົບ​ລົງ.</verse>
				<verse number="17">ເພາະວ່າ​ພຣະເຈົ້າ​ປະສົງ​ຈະ​ໃຫ້​ບັນດາ​ທາຍາດ​ຜູ້​ຈະ​ໄດ້​ຮັບ​ສິ່ງ​ທີ່​ສັນຍາ​ໄວ້​ໄດ້​ຮູ້​ຢ່າງ​ຊັດເຈນ​ວ່າ​ຈຸດປະສົງ​ຂອງ​ພຣະອົງ​ນັ້ນ​ບໍ່​ປ່ຽນແປງ, ພຣະອົງ​ຈຶ່ງ​ຢືນຢັນ​ສັນຍາ​ນັ້ນ​ດ້ວຍ​ຄຳສາບານ.</verse>
				<verse number="18">ພຣະອົງ​ກະທຳ​ຢ່າງ​ນີ້​ກໍ​ເພື່ອ​ວ່າ, ໂດຍ​ສອງ​ສິ່ງ​ທີ່​ບໍ່​ປ່ຽນແປງ ເພາະ​ເປັນ​ໄປ​ບໍ່​ໄດ້​ທີ່​ພຣະເຈົ້າ​ຈະ​ກ່າວ​ຄຳຕົວະ, ພວກເຮົາ​ຜູ້​ໜີ​ມາ​ຢຶດຖື​ຄວາມຫວັງ​ທີ່​ມີ​ຢູ່​ຕໍ່ໜ້າ​ພວກເຮົາ​ນັ້ນ​ຈະ​ໄດ້​ຮັບ​ກຳລັງໃຈ​ຢ່າງ​ຫລວງຫລາຍ.</verse>
				<verse number="19">ພວກເຮົາ​ມີ​ຄວາມຫວັງ​ນີ້​ເປັນ​ສະໝໍ​ອັນ​ໝັ້ນຄົງ ແລະ ແນ່ນອນ​ຂອງ​ຈິດໃຈ. ຄວາມຫວັງ​ນີ້​ເຂົ້າ​ສູ່​ບ່ອນ​ສັກສິດ​ຊັ້ນໃນ​ທາງຫລັງ​ຜ້າກັ້ງ,</verse>
				<verse number="20">ບ່ອນ​ທີ່​ພຣະເຢຊູເຈົ້າ​ຜູ້​ໄດ້​ນຳໜ້າ​ພວກເຮົາ ໄດ້​ເຂົ້າໄປ​ກ່ອນ​ແລ້ວ​ເພື່ອ​ພວກເຮົາ. ພຣະອົງ​ຈຶ່ງ​ໄດ້​ເປັນ​ມະຫາ​ປະໂລຫິດ​ຕະຫລອດໄປ​ໃນ​ລຳດັບ​ດຽວ​ກັບ​ເມຄີເຊເດັກ.</verse>
			</chapter>
			<chapter number="7">
				<verse number="1">ເມຄີເຊເດັກ​ຜູ້​ນີ້​ເປັນ​ກະສັດ​ເມືອງ​ຊາເລັມ ແລະ ເປັນ​ປະໂລຫິດ​ຂອງ​ພຣະເຈົ້າ​ຜູ້​ສູງສຸດ. ເມຄີເຊເດັກ​ໄດ້​ພົບ​ອັບຣາຮາມ ແລະ ອວຍພອນ​ເພິ່ນ​ຫລັງຈາກ​ທີ່​ເພິ່ນ​ກັບ​ມາ​ຈາກ​ການ​ຮົບ​ຊະນະ​ບັນດາ​ກະສັດ​ທັງຫລາຍ,</verse>
				<verse number="2">ແລະ ອັບຣາຮາມ​ໄດ້​ຖວາຍ​ໜຶ່ງສວ່ນສິບ​ຈາກ​ສິ່ງຂອງ​ທັງໝົດ​ໃຫ້​ແກ່​ເພິ່ນ. ປະການ​ທຳອິດ, ເມຄີເຊເດັກ​ມີ​ຄວາມຫມາຍ​ວ່າ “ກະສັດ​ແຫ່ງ​ຄວາມຊອບທຳ” ແລະ ປະການ​ຕໍ່ມາ, “ກະສັດ​ແຫ່ງ​ຊາເລັມ” ກໍ​ໝາຍ​ເຖິງ “ກະສັດ​ແຫ່ງ​ສັນຕິສຸກ”.</verse>
				<verse number="3">ບໍ່​ມີ​ບັນທຶກ​ວ່າ​ຜູ້ໃດ​ເປັນ​ບິດາ ຫລື ມານດາ, ບໍ່​ມີ​ລຳດັບ​ວົງ​ຕະກູນ, ບໍ່​ມີ​ວັນ​ເລີ່ມຕົ້ນ ຫລື ວັນ​ສິ້ນສຸດ​ຊີວິດ, ເໝືອນກັນ​ກັບ​ພຣະບຸດ​ຂອງ​ພຣະເຈົ້າ, ເພິ່ນ​ເປັນ​ປະໂລຫິດ​ຕະຫລອດໄປ.</verse>
				<verse number="4">ຈົ່ງ​ຄິດ​ເບິ່ງ​ວ່າ​ເມຄີເຊເດັກ​ຍິ່ງໃຫຍ່​ຂະໜາດ​ໃດ, ແມ່ນແຕ່​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຍັງ​ໄດ້​ຖວາຍ​ໜຶ່ງສ່ວນສິບ​ຈາກ​ສິ່ງຂອງ​ທີ່​ຢຶດ​ມາ​ໃຫ້​ແກ່​ເພິ່ນ.</verse>
				<verse number="5">ກົດບັນຍັດ​ໄດ້​ຮຽກຮ້ອງ​ໃຫ້​ເຊື້ອສາຍ​ຂອງ​ເລວີ​ຜູ້​ເປັນ​ປະໂລຫິດ​ນັ້ນ​ຮັບ​ໜຶ່ງສ່ວນສິບ​ຈາກ​ປະຊາຊົນ ຄື​ຈາກ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ຕົນ​ເຖິງແມ່ນວ່າ​ພວກເຂົາ​ຈະ​ສືບເຊື້ອສາຍ​ມາ​ຈາກ​ອັບຣາຮາມ​ກໍ​ຕາມ.</verse>
				<verse number="6">ເຖິງຢ່າງໃດ​ກໍ​ຕາມ, ເມຄີເຊເດັກ​ບໍ່​ໄດ້​ສືບເຊື້ອສາຍ​ມາ​ຈາກ​ຊາວ​ເລວີ, ແຕ່​ເພິ່ນ​ກໍ​ໄດ້​ຮັບ​ໜຶ່ງສ່ວນສິບ​ຈາກ​ອັບຣາຮາມ ແລະ ໄດ້​ອວຍພອນ​ອັບຣາຮາມ​ຜູ້​ທີ່​ຮັບ​ສັນຍາ.</verse>
				<verse number="7">ແລະ ແນ່ນອນ​ວ່າ​ຜູ້ນ້ອຍ​ຍ່ອມ​ຮັບ​ພອນ​ຈາກ​ຜູ້ໃຫຍ່.</verse>
				<verse number="8">ໃນ​ກໍລະນີ​ໜຶ່ງ, ຜູ້​ຮັບ​ໜຶ່ງສ່ວນສິບ​ເປັນ​ມະນຸດ​ທີ່​ຕ້ອງ​ຕາຍ, ແຕ່​ໃນ​ກໍລະນີ​ໜຶ່ງ​ອີກ​ຜູ້​ຮັບ​ໜຶ່ງສ່ວນສິບ​ຄື​ຜູ້​ທີ່​ໄດ້​ຮັບ​ການປະກາດ​ວ່າ​ມີຊີວິດ​ຢູ່.</verse>
				<verse number="9">ເວົ້າ​ໄດ້​ອີກ​ຢ່າງ​ໜຶ່ງ​ວ່າ​ເລວີ​ຜູ້​ທີ່​ຮັບ​ໜຶ່ງສ່ວນສິບ​ນັ້ນ​ໄດ້​ຖວາຍ​ໜຶ່ງສ່ວນສິບ​ຜ່ານ​ທາງ​ອັບຣາຮາມ,</verse>
				<verse number="10">ເພາະວ່າ​ເມື່ອ​ເມຄີເຊເດັກ​ໄດ້​ພົບ​ກັບ​ອັບຣາຮາມ​ນັ້ນ ເລວີ​ຍັງ​ຢູ່​ໃນ​ກາຍ​ຂອງ​ບັນພະບຸລຸດ​ຂອງ​ເພິ່ນ.</verse>
				<verse number="11">ຖ້າ​ຫາກ​ມະນຸດ​ມາ​ເຖິງ​ຄວາມບໍລິບູນ​ຄົບຖ້ວນ​ໃນ​ພຣະເຈົ້າ​ໄດ້​ໂດຍ​ທາງ​ລະບົບ​ປະໂລຫິດ​ຕາມ​ແບບ​ຂອງ​ເລວີ​ແລ້ວ ແລະ ເພາະ​ໂດຍ​ພື້ນຖານ​ຂອງ​ລະບົບ​ປະໂລຫິດ​ນີ້​ກົດບັນຍັດ​ຈຶ່ງ​ມີ​ມາ​ເຖິງ​ບັນດາ​ປະຊາຊົນ ເປັນຫຍັງ​ຍັງ​ຕ້ອງ​ມີ​ປະໂລຫິດ​ອີກ​ຄົນ​ໜຶ່ງ ເຊິ່ງ​ເປັນ​ປະໂລຫິດ​ໃນ​ລຳດັບ​ດຽວ​ກັນ​ກັບ​ເມຄີເຊເດັກ, ບໍ່​ແມ່ນ​ໃນ​ລຳດັບ​ດຽວ​ກັນ​ກັບ​ອາໂຣນ?</verse>
				<verse number="12">ເພາະ​ເມື່ອ​ມີ​ການປ່ຽນແປງ​ລະບົບ​ປະໂລຫິດ​ກໍ​ຈະ​ຕ້ອງ​ມີ​ການ​ປ່ຽນແປງ​ກົດບັນຍັດ​ເໝືອນກັນ.</verse>
				<verse number="13">ພຣະອົງ​ຜູ້​ທີ່​ສິ່ງ​ຕ່າງໆ​ເຫລົ່ານີ້​ໄດ້​ກ່າວ​ເຖິງ​ນັ້ນ​ມາ​ຈາກ​ຕະກູນ​ອື່ນ ແລະ ບໍ່​ມີ​ຜູ້ໃດ​ທີ່​ມາ​ຈາກ​ຕະກູນ​ນັ້ນ​ເຄີຍ​ຮັບໃຊ້​ທີ່​ແທ່ນບູຊາ.</verse>
				<verse number="14">ເພາະ​ເປັນ​ທີ່​ຈະແຈ້ງ​ແລ້ວ​ວ່າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໄດ້​ສືບເຊື້ອສາຍ​ມາ​ຈາກ​ຕະກູນ​ຢູດາ ແລະ ເປັນ​ຕະກຸນ​ທີ່​ໂມເຊ​ບໍ່​ໄດ້​ກ່າວ​ເຖິງ​ເລື່ອງ​ບັນດາ​ປະໂລຫິດ.</verse>
				<verse number="15">ແລະ ສິ່ງ​ທີ່​ພວກເຮົາ​ໄດ້​ກ່າວ​ນັ້ນ​ຈະ​ເຫັນ​ຈະແຈ້ງ​ຫລາຍ​ຂຶ້ນ​ຖ້າ​ມີ​ປະໂລຫິດ​ອີກ​ຜູ້​ໜຶ່ງ​ເໝືອນ​ເມຄີເຊເດັກ​ປາກົດ​ຂຶ້ນ,</verse>
				<verse number="16">ຜູ້​ທີ່​ເປັນ​ປະໂລຫິດ​ໂດຍ​ບໍ່​ໄດ້​ອາໄສ​ກົດລະບຽບ​ການສືບທອດ​ຕາມ​ບັນພະບຸລຸດ​ຂອງ​ພວກເຂົາ ແຕ່​ໂດຍ​ອາໄສ​ລິດອຳນາດ​ແຫ່ງ​ຊີວິດ​ທີ່​ບໍ່​ສາມາດ​ທຳລາຍ​ໄດ້.</verse>
				<verse number="17">ຕາມ​ທີ່​ປະກາດ​ໄວ້​ວ່າ: “ທ່ານ​ເປັນ​ປະໂລຫິດ​ຕະຫລອດໄປ, ໃນ​ລຳດັບ​ດຽວ​ກັນ​ກັບ​ເມຄີເຊເດັກ”.</verse>
				<verse number="18">ກົດລະບຽບ​ເດີມ​ຖືກ​ຍົກເລີກ​ໄປ​ເນື່ອງຈາກ​ບໍ່​ມີ​ປະສິດທິພາບ ແລະ ບໍ່​ມີ​ປະໂຫຍດ</verse>
				<verse number="19">(ເພາະ​ກົດບັນຍັດ​ບໍ່​ໄດ້​ເຮັດ​ໃຫ້​ສິ່ງໃດ​ຄົບຖ້ວນ​ສົມບູນ​ໄດ້​ເລີຍ), ແລະ ມີ​ຄວາມຫວັງ​ອັນ​ດີ​ກວ່າ​ກໍ​ເຂົ້າ​ມາ, ໂດຍ​ຄວາມຫວັງ​ນັ້ນ​ພວກເຮົາ​ຈຶ່ງ​ເຂົ້າ​ໃກ້​ພຣະເຈົ້າ​ໄດ້.</verse>
				<verse number="20">ແລະ ພຣະເຈົ້າ​ຢືນຢັນ​ເລື່ອງ​ນີ້​ດ້ວຍ​ຄຳສາບານ! ຂະນະ​ທີ່​ຄົນ​ອື່ນໆ​ຂຶ້ນ​ເປັນ​ປະໂລຫິດ​ໂດຍ​ບໍ່​ມີ​ຄຳສາບານ​ໃດໆ,</verse>
				<verse number="21">ແຕ່​ພຣະເຢຊູເຈົ້າ​ຂຶ້ນ​ເປັນ​ປະໂລຫິດ​ດ້ວຍ​ຄຳສາບານ​ເມື່ອ​ພຣະເຈົ້າ​ກ່າວ​ກັບ​ພຣະອົງ​ວ່າ: “ອົງພຣະຜູ້ເປັນເຈົ້າ​ໄດ້​ປະຕິຍານ​ແລ້ວ ແລະ ຈະ​ບໍ່​ປ່ຽນ​ໃຈ​ຄື: ‘ທ່ານ​ເປັນ​ປະໂລຫິດ​ຕະຫລອດໄປ’”.</verse>
				<verse number="22">ເພາະ​ດ້ວຍ​ຄຳສາບານ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ເປັນ​ຜູ້​ຄ້ຳປະກັນ​ພັນທະສັນຍາ​ອັນ​ດີ​ກວ່າ.</verse>
				<verse number="23">ບັດນີ້ ກໍ​ມີ​ປະໂລຫິດ​ຈຳນວນ​ຫລາຍ​ແລ້ວ ເພາະ​ຄວາມຕາຍ​ໄດ້​ຂັດຂວາງ​ພວກເຂົາ​ບໍ່​ໃຫ້​ຢູ່​ໃນ​ຕຳແໜ່ງ​ນັ້ນ​ຕະຫລອດໄປ;</verse>
				<verse number="24">ແຕ່​ເພາະ​ພຣະເຢຊູເຈົ້າ​ມີ​ຊີວິດ​ຢູ່​ເປັນນິດ ພຣະອົງ​ຈຶ່ງ​ເປັນ​ປະໂລຫິດ​ຕະຫລອດໄປ.</verse>
				<verse number="25">ເຫດສະນັ້ນ ພຣະອົງ​ຈຶ່ງ​ສາມາດ​ຊ່ວຍ​ບັນດາ​ຜູ້​ທີ່​ມາ​ຫາ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ​ໄດ້​ຢ່າງ​ສົມບູນ ເພາະ​ພຣະອົງ​ມີຊີວິດ​ຢູ່​ເພື່ອ​ຈະ​ອ້ອນວອນ​ເພື່ອ​ພວກເຂົາ​ສະເໝີ.</verse>
				<verse number="26">ມະຫາ​ປະໂລຫິດ​ຢ່າງ​ນີ້​ແຫລະ​ທີ່​ຕອບສະຫນອງ​ຄວາມຈຳເປັນ​ຂອງ​ພວກເຮົາ​ໄດ້ ຄື​ປະໂລຫິດ​ຜູ້​ບໍລິສຸດ, ບໍ່​ມີ​ຕຳໜິ, ບໍ່ມີມົນທິນ, ແຍກ​ຈາກ​ບັນດາ​ຄົນບາບ, ເປັນ​ທີ່​ເທີດທູນ​ເໜືອ​ຟ້າສະຫວັນ.</verse>
				<verse number="27">ພຣະເຢຊູເຈົ້າ​ບໍ່​ຈຳເປັນ​ຕ້ອງ​ຖວາຍ​ເຄື່ອງບູຊາ​ທຸກໆ​ວັນ​ເໝືອນ​ກັບ​ມະຫາ​ປະໂລຫິດ​ອື່ນໆ, ເຊິ່ງ​ຕ້ອງ​ໄດ້​ຖວາຍ​ເຄື່ອງບູຊາ​ສຳລັບ​ຄວາມບາບ​ຂອງ​ຕົນ​ເອງ​ກ່ອນ ແລະ ຫລັງຈາກ​ນັ້ນ​ຈຶ່ງ​ຖວາຍ​ເຄື່ອງບູຊາ​ສຳລັບ​ຄວາມບາບ​ຂອງ​ປະຊາຊົນ. ພຣະເຢຊູເຈົ້າ​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງບູຊາ​ສຳລັບ​ຄວາມບາບ​ຂອງ​ພວກເຂົາ​ທັງຫລາຍ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ.</verse>
				<verse number="28">ເພາະ​ກົດບັນຍັດ​ນັ້ນ​ໄດ້​ແຕ່ງຕັ້ງ​ມະນຸດ​ຜູ້​ອ່ອນແອ​ໃຫ້​ເປັນ​ມະຫາ​ປະໂລຫິດ ແຕ່​ຄຳສາບານ​ຂອງ​ພຣະເຈົ້າ​ທີ່​ມາ​ພາຍຫລັງ​ກົດບັນຍັດ​ໄດ້​ແຕ່ງຕັ້ງ​ພຣະບຸດ ຜູ້​ທີ່​ຖືກ​ເຮັດ​ໃຫ້​ສົມບູນ​ແລ້ວ​ຕະຫລອດໄປ.</verse>
			</chapter>
			<chapter number="8">
				<verse number="1">ບັດນີ້ ປະເດັນ​ຫລັກ​ທີ່​ພວກເຮົາ​ກຳລັງ​ກ່າວ​ກໍ​ຄື: ພວກເຮົາ​ມີ​ມະຫາ​ປະໂລຫິດ​ຢ່າງ​ນີ້, ຜູ້​ທີ່​ນັ່ງ​ຢູ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ</verse>
				<verse number="2">ແລະ ຜູ້​ປະຕິບັດ​ໜ້າທີ່​ໃນ​ສະຖານ​ນະມັດສະການ​ອັນ​ເປັນ​ຫໍເຕັນ​ແທ້​ທີ່​ອົງພຣະຜູ້ເປັນເຈົ້າ​ຕັ້ງ​ຂຶ້ນ ບໍ່​ແມ່ນ​ມະນຸດ​ຕັ້ງ​ຂຶ້ນ.</verse>
				<verse number="3">ມະຫາ​ປະໂລຫິດ​ທຸກຄົນ​ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ຖວາຍ​ທັງ​ເຄື່ອງບູຊາ ແລະ ຂອງຖວາຍ, ດັ່ງນັ້ນ​ມະຫາ​ປະໂລຫິດ​ອົງ​ນີ້​ຈຳເປັນ​ຕ້ອງ​ມີ​ບາງ​ສິ່ງ​ທີ່​ຈະ​ຖວາຍ​ເໝືອນກັນ.</verse>
				<verse number="4">ຖ້າ​ພຣະອົງ​ຢູ່​ໃນ​ໂລກ, ພຣະອົງ​ຈະ​ບໍ່​ໄດ້​ເປັນ​ປະໂລຫິດ ເພາະ​ມີ​ຄົນ​ທີ່​ຈະ​ຖວາຍ​ຂອງຖວາຍ​ຕ່າງໆ​ຕາມ​ທີ່​ກົດບັນຍັດ​ກຳນົດ​ຢູ່​ແລ້ວ.</verse>
				<verse number="5">ປະໂລຫິດ​ເຫລົ່ານັ້ນ​ປະຕິບັດ​ໃນ​ສະຖານ​ນະມັດສະການ​ອັນ​ເປັນ​ແບບ​ຈຳລອງ ແລະ ເປັນ​ເງົາ​ຂອງ​ສິ່ງ​ທີ່​ຢູ່​ໃນ​ສະຫວັນ. ດ້ວຍເຫດນີ້ ໂມເຊ​ຈຶ່ງ​ໄດ້​ຮັບ​ຄຳເຕືອນ​ກ່ຽວກັບ​ການສ້າງ​ຫໍເຕັນ​ວ່າ: “ຈົ່ງ​ເຮັດ​ທຸກສິ່ງ​ຕາມ​ແບບ​ທີ່​ເຮົາ​ໄດ້​ສະແດງ​ແກ່​ເຈົ້າ​ຢູ່​ເທິງ​ພູເຂົາ​ນັ້ນ”</verse>
				<verse number="6">ແຕ່​ຄວາມຈິງ​ແລ້ວ​ພັນທະກິດ​ທີ່​ພຣະເຢຊູເຈົ້າ​ໄດ້ຮັບ​ມອບໝາຍ​ນັ້ນ​ຍິ່ງໃຫຍ່​ກວ່າ​ພັນທະກິດ​ຂອງ​ພວກເຂົາ ເໝືອນດັ່ງ​ພັນທະສັນຍາ​ທີ່​ພຣະອົງ​ເປັນ​ຜູ້ກາງ​ນັ້ນ​ກໍ​ເໜືອ​ກວ່າ​ພັນທະສັນຍາ​ເດີມ ແລະ ຕັ້ງ​ຢູ່​ເທິງ​ສັນຍາ​ຕ່າງໆ​ທີ່​ດີ​ຫລາຍ​ກວ່າ.</verse>
				<verse number="7">ເພາະ​ຖ້າ​ພັນທະສັນຍາເດີມ​ບໍ່ມີຂໍ້ບົກຜ່ອງ​ກໍ​ບໍ່​ຈຳເປັນ​ຕ້ອງ​ມີ​ພັນທະສັນຍາ​ໃໝ່​ອີກ.</verse>
				<verse number="8">ແຕ່​ພຣະເຈົ້າ​ເຫັນ​ຂໍ້ຜິດພາດ​ຂອງ​ບັນດາ​ປະຊາຊົນ ແລະ ກ່າວ​ວ່າ: “ອົງພຣະຜູ້ເປັນເຈົ້າ​ປະກາດ​ວ່າ, ວັນ​ນັ້ນ​ຈະ​ມາ​ເຖິງ, ເມື່ອ​ເຮົາ​ຈະ​ເຮັດ​ພັນທະສັນຍາ​ໃໝ່ ກັບ​ປະຊາຊົນ​ຂອງ​ອິດສະຣາເອນ ແລະ ກັບ​ປະຊາຊົນ​ຂອງ​ຢູດາ.</verse>
				<verse number="9">ເຊິ່ງ​ບໍ່​ເໝືອນ​ກັບ​ພັນທະສັນຍາ ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ເມື່ອ​ເຮົາ​ຈູງ​ມື​ພວກເຂົາ ນຳ​ພວກເຂົາ​ອອກ​ມາ​ຈາກ​ດິນແດນ​ເອຢິບ, ເພາະວ່າ​ພວກເຂົາ​ບໍ່​ສັດຊື່​ຕໍ່​ພັນທະສັນຍາ​ຂອງ​ເຮົາ, ແລະ ເຮົາ​ຫັນໜີ​ຈາກ​ພວກເຂົາ, ອົງພຣະຜູ້ເປັນເຈົ້າ​ປະກາດ​ດັ່ງນັ້ນ.</verse>
				<verse number="10">ນີ້​ຄື​ພັນທະສັນຍາ​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ຂອງ​ອິດສະຣາເອນ ຫລັງຈາກ​ສະໄໝ​ນັ້ນ, ອົງພຣະຜູ້ເປັນເຈົ້າ​ກ່າວ​ດັ່ງນີ້. ເຮົາ​ຈະ​ໃສ່​ກົດບັນຍັດ​ຂອງ​ເຮົາ​ໄວ້​ໃນ​ຈິດໃຈ​ຂອງ​ພວກເຂົາ ແລະ ຈາລຶກ​ກົດບັນຍັດ​ນັ້ນ​ເທິງ​ຫົວໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.</verse>
				<verse number="11">ພວກເຂົາ​ຈະ​ບໍ່​ສອນ​ເພື່ອນບ້ານ​ຂອງ​ພວກເຂົາ ຫລື ກ່າວ​ຕໍ່​ກັນແລະກັນ​ວ່າ, ‘ຈົ່ງ​ຮູ້ຈັກ​ອົງພຣະຜູ້ເປັນເຈົ້າ’ ເພາະ​ພວກເຂົາ​ທຸກຄົນ​ຈະ​ຮູ້ຈັກ​ເຮົາ, ຕັ້ງແຕ່​ຜູ້ນ້ອຍ​ທີ່ສຸດ​ໃນ​ພວກເຂົາ​ໄປ​ຈົນ​ເຖິງ​ຜູ້ໃຫຍ່​ທີ່ສຸດ.</verse>
				<verse number="12">ເພາະ​ເຮົາ​ຈະ​ໃຫ້​ອະໄພ​ຄວາມ​ຊົ່ວຮ້າຍ​ຂອງ​ພວກເຂົາ ແລະ ຈະ​ບໍ່​ຈົດຈຳ​ຄວາມບາບ​ທັງຫລາຍ​ຂອງ​ພວກເຂົາ​ອີກ​ຕໍ່ໄປ”.</verse>
				<verse number="13">ໂດຍ​ການ​ກ່າວ​ເອີ້ນ​ພັນທະສັນຍາ​ນີ້​ວ່າ “ພັນທະສັນຍາ​ໃໝ່” ພຣະອົງ​ເຮັດ​ໃຫ້​ພັນທະສັນຍາເດີມ​ນັ້ນ​ພົ້ນ​ສະໄໝ​ໄປ ສິ່ງ​ທີ່​ພົ້ນ​ສະໄໝ ແລະ ເກົ່າ​ແລ້ວ​ນັ້ນ​ອີກ​ບໍ່​ດົນ​ກໍ​ຈະ​ເສື່ອມສູນ​ໄປ.</verse>
			</chapter>
			<chapter number="9">
				<verse number="1">ພັນທະສັນຍາເດີມ​ນັ້ນ​ມີ​ກົດລະບຽບ​ກ່ຽວກັບ​ການນະມັດສະການ ແລະ ມີ​ສະຖານ​ນະມັດສະການ​ຂອງ​ໂລກ​ນີ້</verse>
				<verse number="2">ຫໍເຕັນ​ຖືກ​ຕັ້ງ​ຂຶ້ນ. ໃນ​ຫ້ອງ​ທຳອິດ​ມີ​ຫລັກຕະກຽງ ແລະ ໂຕະ​ກັບ​ເຂົ້າຈີ່​ສັກສິດ ເອີ້ນ​ຫ້ອງ​ນີ້​ວ່າ​ສະຖານທີ່ບໍລິສຸດ.</verse>
				<verse number="3">ທາງຫລັງ​ຜ້າກັ້ງ​ຊັ້ນ​ທີ​ສອງ​ແມ່ນ​ຫ້ອງ​ທີ່​ເອີ້ນ​ວ່າ​ສະຖານທີ່​ສັກສິດ​ທີ່ສຸດ,</verse>
				<verse number="4">ໃນ​ຫ້ອງ​ນີ້​ມີ​ແທ່ນບູຊາ​ທີ່​ເຮັດ​ດ້ວຍ​ຄຳ​ສຳລັບ​ເຜົາ​ເຄື່ອງຫອມ ແລະ ມີ​ຫີບພັນທະສັນຍາ​ທີ່​ໂອບ​ດ້ວຍ​ຄຳ. ພາຍໃນ​ຫີບ​ນີ້​ມີ​ຂັນ​ຄຳ​ທີ່​ບັນຈຸ​ມານາ, ໄມ້ຄ້ອນເທົ້າ​ຂອງ​ອາໂຣນ​ທີ່​ແຕກໜໍ່​ອອກມາ ແລະ ແຜ່ນຫີນ​ແຫ່ງ​ພັນທະສັນຍາ.</verse>
				<verse number="5">ຢູ່​ເທິງ​ຫີບ​ນັ້ນ​ມີ​ຮູບ​ເຄຣຸບ​ແຫ່ງ​ສະຫງ່າລາສີ ກາງປີກ​ປົກຄຸມ​ຝາອັດຫີບ. ແຕ່​ພວກເຮົາ​ບໍ່​ສາມາດ​ກ່າວ​ເຖິງ​ລາຍລະອຽດ​ຂອງ​ສິ່ງ​ຕ່າງໆ​ເຫລົ່ານີ້​ໃນ​ເວລາ​ນີ້.</verse>
				<verse number="6">ເມື່ອ​ທຸກສິ່ງ​ໄດ້​ຖືກ​ຈັດ​ຕາມ​ນີ້​ແລ້ວ, ບັນດາ​ປະໂລຫິດ​ກໍ​ເຂົ້າ​ໄປ​ປະຕິບັດ​ຫນ້າທີ່​ໃນ​ຫ້ອງຊັ້ນນອກ​ນັ້ນ​ເປັນ​ປະຈໍາ.</verse>
				<verse number="7">ແຕ່​ມີ​ພຽງ​ມະຫາ​ປະໂລຫິດ​ຜູ້ດຽວ​ເທົ່ານັ້ນ​ທີ່​ເຂົ້າ​ໄປ​ຫ້ອງຊັ້ນໃນ​ໄດ້​ປີ​ລະ​ເທື່ອ ແລະ ຕ້ອງ​ນຳ​ເລືອດ​ສັດ​ເຂົ້າ​ໄປ​ຖວາຍ​ເພື່ອ​ຕົນເອງ ແລະ ເພື່ອ​ຄວາມບາບ​ຂອງ​ປະຊາຊົນ​ທີ່​ໄດ້​ເຮັດ​ໂດຍ​ບໍ່​ເຈດຕະນາ.</verse>
				<verse number="8">ພຣະວິນຍານບໍລິສຸດເຈົ້າ​ສະແດງ​ໂດຍ​ສິ່ງ​ເຫລົ່ານີ້​ວ່າ​ທາງ​ເຂົ້າ​ສູ່​ສະຖານທີ່ບໍລິສຸດ​ທີ່ສຸດ​ຍັງ​ບໍ່​ເປີດ ຕາບໃດ​ທີ່​ຫໍເຕັນ​ທຳອິດ​ຍັງ​ຕັ້ງ​ຢູ່.</verse>
				<verse number="9">ນີ້​ເປັນ​ພາບ​ສຳລັບ​ຍຸກ​ປັດຈຸບັນ, ຊີ້ບອກ​ວ່າ​ຂອງຖວາຍ ແລະ ເຄື່ອງບູຊາ​ເຫລົ່ານັ້ນ​ບໍ່​ສາມາດ​ຊຳລະ​ຈິດສຳນຶກ​ຂອງ​ຜູ້​ນະມັດສະການ​ໄດ້.</verse>
				<verse number="10">ສິ່ງ​ເຫລົ່ານີ້​ເປັນ​ພຽງ​ເລື່ອງ​ຂອງ​ອາຫານ ແລະ ເຄື່ອງດື່ມ ແລະ ການຊຳລະ​ຕ່າງໆ​ຕາມ​ລະບຽບ​ພິທີ ເຊິ່ງ​ເປັນ​ຂໍ້ປະຕິບັດ​ພາຍນອກ​ຈົນ​ກວ່າ​ຈະ​ເຖິງ​ເວລາ​ຂອງ​ລະບົບ​ໃໝ່.</verse>
				<verse number="11">ແຕ່​ເມື່ອ​ພຣະຄຣິດເຈົ້າ​ມາ​ໃນ​ຖານະ​ມະຫາ​ປະໂລຫິດ​ຂອງ​ສິ່ງ​ປະເສີດ​ຕ່າງໆ ເຊິ່ງ​ບັດນີ້​ໄດ້​ມາ​ເຖິງ​ແລ້ວ, ພຣະອົງ​ຜ່ານ​ເຂົ້າ​ສູ່​ຫໍເຕັນ​ທີ່​ຍິ່ງໃຫຍ່​ກວ່າ ແລະ ສົມບູນ​ກວ່າ ເຊິ່ງ​ບໍ່​ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ, ຄື​ບໍ່​ໄດ້​ເປັນ​ສ່ວນໜຶ່ງ​ຂອງ​ສິ່ງ​ທີ່​ສ້າງ​ນີ້.</verse>
				<verse number="12">ພຣະອົງ​ບໍ່​ໄດ້​ເຂົ້າໄປ​ດ້ວຍ​ເລືອດ​ແບ້ ແລະ ລູກງົວ, ແຕ່​ພຣະອົງ​ໄດ້​ເຂົ້າ​ໄປ​ສູ່​ສະຖານ​ສັກສິດ​ທີ່ສຸດ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ, ຈຶ່ງ​ໄດ້​ການໄຖ່​ຕະຫລອດໄປ​ເປັນນິດ​ມາ.</verse>
				<verse number="13">ເລືອດ​ແບ້ ແລະ ເລືອດ​ງົວ ຫລື ຂີ້ເຖົ່າ​ຈາກ​ງົວແມ່​ທີ່​ໂຮຍ​ລົງ​ເທິງ​ບັນດາ​ຜູ້​ມີ​ມົນທິນ​ຕາມ​ລະບຽບ​ພິທີ​ຍັງ​ຊຳລະ​ພວກເຂົາ​ເພື່ອ​ພວກເຂົາ​ຈະ​ສະອາດ​ພາຍນອກ.</verse>
				<verse number="14">ແລ້ວ​ຫລາຍກວ່ານັ້ນ​ຈັກ​ເທົ່າໃດ, ໂລຫິດ​ຂອງ​ພຣະຄຣິດເຈົ້າ​ຜູ້​ໄດ້​ຖວາຍ​ພຣະອົງ​ເອງ​ຢ່າງ​ບໍ່ມີຕຳໜິ​ແກ່​ພຣະເຈົ້າ ໂດຍ​ທາງ​ພຣະວິນຍານ​ຕະຫລອດໄປ​ເປັນນິດ ກໍ​ຈະ​ຊຳລະ​ຈິດສຳນຶກ​ຂອງ​ພວກເຮົາ​ຈາກ​ການກະທຳ​ອັນ​ນຳ​ໄປ​ສູ່​ຄວາມຕາຍ, ເພື່ອ​ພວກເຮົາ​ຈະ​ໄດ້​ຮັບໃຊ້​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່!</verse>
				<verse number="15">ດ້ວຍເຫດ​ນີ້ ພຣະຄຣິດເຈົ້າ​ຈຶ່ງ​ເປັນ​ຜູ້ກາງ​ຂອງ​ພັນທະສັນຍາ​ໃໝ່, ເພື່ອ​ບັນດາ​ຜູ້​ທີ່​ພຣະອົງ​ເອີ້ນ​ນັ້ນ​ຈະ​ໄດ້​ຮັບ​ມໍລະດົກ​ຕະຫລອດໄປ​ເປັນນິດ​ຕາມ​ທີ່​ໄດ້​ສັນຍາ​ໄວ້ ເພາະ​ພຣະຄຣິດ​ໄດ້​ຕາຍ​ເປັນ​ຄ່າ​ໄຖ່​ເພື່ອ​ປົດປ່ອຍ​ພວກເຂົາ​ໃຫ້​ເປັນ​ອິດສະຫລະ​ຈາກ​ບາບ​ທີ່​ໄດ້​ເຮັດ​ພາຍໃຕ້​ພັນທະສັນຍາ​ເດີມ.</verse>
				<verse number="16">ໃນ​ກໍລະນີ​ຂອງ​ພິໄນກຳ ຈຳເປັນ​ຕ້ອງ​ພິສູດ​ວ່າ​ຜູ້​ເຮັດ​ພິໄນກຳ​ນັ້ນ​ໄດ້​ຕາຍ​ແລ້ວ,</verse>
				<verse number="17">ເພາະວ່າ​ພິໄນກຳ​ຈະ​ມີ​ຜົນ​ບັງຄັບໃຊ້​ກໍ​ຕໍ່​ເມື່ອ​ຜູ້​ເຮັດ​ນັ້ນ​ຕາຍ​ແລ້ວ, ຖ້າ​ຜູ້​ເຮັດ​ນັ້ນ​ຍັງ​ມີຊີວິດ​ຢູ່​ພິໄນກຳ​ຈະ​ບໍ່​ມີ​ຜົນ​ອັນໃດ.</verse>
				<verse number="18">ດ້ວຍເຫດນີ້ ແມ່ນແຕ່​ພັນທະສັນຍາເດີມ​ຈະ​ບໍ່​ມີ​ຜົນ​ບັງຄັບໃຊ້​ຖ້າ​ປາດສະຈາກ​ເລືອດ.</verse>
				<verse number="19">ເມື່ອ​ໂມເຊ​ປະກາດ​ກົດບັນຍັດ​ທຸກ​ຂໍ້​ແກ່​ປະຊາຊົນ​ທັງໝົດ​ແລ້ວ, ເພິ່ນ​ກໍ​ໄດ້​ເອົາ​ເລືອດ​ລູກງົວ​ພ້ອມ​ດ້ວຍ​ນ້ຳ, ຂົນແກະ​ສີແດງເຂັ້ມ ແລະ ກິ່ງ​ຫູສົບ​ມາ ແລ້ວ​ຊິດ​ໃສ່​ໜັງສືມ້ວນ​ນັ້ນ ແລະ ຊິດ​ໃສ່​ຄົນ​ທັງໝົດ.</verse>
				<verse number="20">ເພິ່ນ​ກ່າວ​ວ່າ, “ນີ້​ຄື​ເລືອດ​ແຫ່ງ​ພັນທະສັນຍາ, ເຊິ່ງ​ພຣະເຈົ້າ​ໄດ້​ສັ່ງ​ພວກເຈົ້າ​ທັງຫລາຍ​ໃຫ້​ຮັກສາ​ໄວ້”.</verse>
				<verse number="21">ໃນ​ທຳນອງ​ດຽວ​ກັນ​ນັ້ນ ເພິ່ນ​ກໍ​ເອົາ​ເລືອດ​ຊິດ​ໃສ່​ຫໍເຕັນ ແລະ ທຸກສິ່ງ​ທີ່​ໃຊ້​ໃນ​ພິທີ​ຕ່າງໆ​ເໝືອນກັນ.</verse>
				<verse number="22">ແທ້ຈິງແລ້ວ, ກົດບັນຍັດ​ໄດ້​ລະບຸ​ໃຫ້​ຊຳລະ​ເກືອບ​ໝົດ​ທຸກສິ່ງ​ດ້ວຍ​ເລືອດ ແລະ ຖ້າ​ບໍ່​ມີ​ເລືອດໄຫລອອກ​ແລ້ວ​ກໍ​ບໍ່​ມີ​ການອະໄພ​ບາບ.</verse>
				<verse number="23">ດັ່ງນັ້ນ, ຈຶ່ງ​ຈຳເປັນ​ຕ້ອງ​ຊຳລະ​ສິ່ງ​ຕ່າງໆ ອັນ​ເປັນ​ແບບຈຳລອງ​ຂອງ​ສະຫວັນ​ດ້ວຍ​ເຄື່ອງບູຊາ​ເຫລົ່ານີ້, ແຕ່​ສິ່ງຂອງ​ໃນ​ສະຫວັນ​ເອງ​ຕ້ອງ​ຊຳລະ​ດ້ວຍ​ເຄື່ອງບູຊາ​ທີ່​ດີ​ຫລາຍ​ກວ່າ​ນີ້.</verse>
				<verse number="24">ເພາະ​ພຣະຄຣິດເຈົ້າ​ບໍ່​ໄດ້​ເຂົ້າ​ສູ່​ສະຖານ​ນະມັດສະການ​ທີ່​ມະນຸດ​ສ້າງ​ຂຶ້ນ ເຊິ່ງ​ເປັນ​ພຽງ​ແບບຈຳລອງ​ມາ​ຈາກ​ຂອງ​ແທ້, ພຣະອົງ​ເຂົ້າ​ສູ່​ສະຫວັນ​ໂດຍ​ກົງ, ບັດນີ້ ໄດ້​ປາກົດ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ເພື່ອ​ພວກເຮົາ​ທັງຫລາຍ.</verse>
				<verse number="25">ພຣະອົງ​ບໍ່​ໄດ້​ເຂົ້າ​ສູ່​ສະຫວັນ​ເພື່ອ​ຖວາຍ​ພຣະອົງ​ອີກ​ຫລາຍ​ເທື່ອ​ເໝືອນ​ກັບ​ມະຫາ​ປະໂລຫິດ​ທີ່​ເຂົ້າ​ສູ່​ສະຖານທີ່ສັກສິດ​ທີ່ສຸດ​ທຸກໆ​ປີ​ພ້ອມ​ດ້ວຍ​ເລືອດ​ທີ່​ບໍ່ແມ່ນ​ເລືອດ​ຂອງ​ຕົນ​ເອງ.</verse>
				<verse number="26">ບໍ່​ດັ່ງນັ້ນ​ພຣະຄຣິດເຈົ້າ​ຄົງ​ຈະ​ຕ້ອງ​ທົນທຸກທໍລະມານ​ຫລາຍ​ເທື່ອ​ນັບ​ຕັ້ງແຕ່​ສ້າງ​ໂລກ​ມາ. ແຕ່​ບັດນີ້​ພຣະອົງ​ປາກົດ​ໃນ​ຕອນທ້າຍ​ຍຸກ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ ເພື່ອ​ກຳຈັດ​ຄວາມບາບ​ໃຫ້​ໝົດ​ໄປ​ໂດຍ​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງບູຊາ.</verse>
				<verse number="27">ເໝືອນດັ່ງ​ມະນຸດ​ຖືກ​ກຳນົດ​ໃຫ້​ຕາຍ​ຄັ້ງ​ດຽວ ແລະ ຫລັງຈາກນັ້ນ​ຈະ​ຕ້ອງ​ພົບ​ກັບ​ການພິພາກສາ,</verse>
				<verse number="28">ດັ່ງນັ້ນ ພຣະຄຣິດເຈົ້າ​ກໍ​ຖວາຍ​ພຣະອົງ​ເອງ​ຄັ້ງ​ດຽວ​ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ ແລະ ພຣະອົງ​ຈະ​ມາ​ປາກົດ​ເປັນ​ຄັ້ງ​ທີ​ສອງ ບໍ່ແມ່ນ​ເພື່ອ​ຮັບແບກ​ຄວາມບາບ​ແຕ່​ເພື່ອ​ນຳ​ເອົາ​ຄວາມພົ້ນ​ມາ​ສູ່​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ.</verse>
			</chapter>
			<chapter number="10">
				<verse number="1">ກົດບັນຍັດ​ເປັນ​ພຽງແຕ່​ເງົາ​ຂອງ​ສິ່ງ​ປະເສີດ​ທັງຫລາຍ​ທີ່​ກຳລັງ​ຈະ​ມາ​ເຖິງ ບໍ່ແມ່ນ​ຕົວຈິງ​ຂອງ​ສິ່ງ​ເຫລົ່ານັ້ນ. ດ້ວຍ​ເຫດ​ນີ້ ຈຶ່ງ​ບໍ່​ສາມາດ​ເຮັດ​ໃຫ້​ຜູ້​ທີ່​ເຂົ້າ​ເຝົ້າ​ນະມັດສະການ​ນັ້ນ​ສົມບູນ​ຄົບຖ້ວນ​ດ້ວຍ​ເຄື່ອງຖວາຍ​ບູຊາ​ແບບ​ເດີມ​ຊ້ຳກັນ ເຊິ່ງ​ຖວາຍແລ້ວ​ຖວາຍອີກ​ທຸກໆ​ປີ​ບໍ່​ສິ້ນສຸດ​ຈັກເທື່ອ.</verse>
				<verse number="2">ເພາະ​ຖ້າ​ເຮັດ​ຢ່າງ​ນັ້ນ​ໄດ້ ພວກເຂົາ​ຈະ​ບໍ່​ຢຸດ​ຖວາຍ​ເຄື່ອງບູຊາ​ບໍ? ເພາະ​ຜູ້​ນະມັດສະການ​ຈະ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ ແລະ ຈະ​ບໍ່​ຮູ້ສຶກ​ຜິດ​ກັບ​ຄວາມບາບ​ຂອງ​ພວກເຂົາ​ອີກ​ຕໍ່ໄປ.</verse>
				<verse number="3">ແຕ່​ເຄື່ອງບູຊາ​ເຫລົ່ານັ້ນ​ເປັນ​ສິ່ງ​ເຕືອນ​ໃຫ້​ສຳນຶກ​ບາບ​ທຸກ​ປີ.</verse>
				<verse number="4">ເພາະ​ເລືອດ​ແບ້ ແລະ ເລືອດ​ງົວ​ບໍ່​ສາມາດ​ລຶບລ້າງ​ບາບ​ໃຫ້​ຫມົດ​ໄປ​ໄດ້.</verse>
				<verse number="5">ເຫດສະນັ້ນ, ເມື່ອ​ພຣະຄຣິດເຈົ້າ​ເຂົ້າ​ມາ​ໃນ​ໂລກ ພຣະອົງ​ໄດ້​ກ່າວ​ວ່າ: “ເຄື່ອງບູຊາ ແລະ ຂອງຖວາຍ​ພຣະອົງ​ບໍ່​ຕ້ອງການ, ແຕ່​ພຣະອົງ​ໄດ້​ຈັດຕຽມ​ຮ່າງກາຍ​ໜຶ່ງ​ໄວ້​ສຳລັບ​ຂ້ານ້ອຍ.</verse>
				<verse number="6">ເຄື່ອງເຜົາບູຊາ ແລະ ເຄື່ອງບູຊາ​ໄຖ່​ບາບ ພຣະອົງ​ບໍ່​ໄດ້​ພໍໃຈ.</verse>
				<verse number="7">ແລ້ວ​ຂ້ານ້ອຍ​ຈຶ່ງ​ຕອບ​ວ່າ, ‘ຂ້ານ້ອຍ​ຢູ່​ທີ່​ນີ້ ດັ່ງ​ທີ່​ໃນ​ໜັງສື​ມ້ວນ​ໄດ້​ຂຽນ​ເຖິງ​ຂ້ານ້ອຍ​ໄວ້​ນັ້ນ ຂ້າແດ່​ພຣະເຈົ້າ, ຂ້ານ້ອຍ​ໄດ້​ມາ​ເພື່ອ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ’”.</verse>
				<verse number="8">ປະການທຳອິດ​ພຣະອົງ​ໄດ້​ກ່າວ​ວ່າ, “ເຄື່ອງບູຊາ ແລະ ຂອງຖວາຍ, ເຄື່ອງເຜົາບູຊາ ແລະ ເຄື່ອງບູຊາ​ໄຖ່​ບາບ​ພຣະອົງບໍ່​ຕ້ອງການ ແລະ ພຣະອົງ​ບໍ່​ໄດ້​ພໍໃຈ​ໃນ​ສິ່ງ​ເຫລົ່ານັ້ນ” ເຖິງ​ແມ່ນ​ວ່າ​ພວກເຂົາ​ໄດ້​ຖວາຍ​ໂດຍ​ອີງຕາມ​ກົດບັນຍັດ​ກໍ​ຕາມ.</verse>
				<verse number="9">ຕໍ່ມາ​ພຣະອົງ​ໄດ້​ກ່າວ​ວ່າ, “ຂ້ານ້ອຍ​ຢູ່​ທີ່​ນີ້, ຂ້ານ້ອຍ​ໄດ້​ມາ​ເພື່ອ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”. ພຣະອົງ​ຍົກເລີກ​ລະບົບ​ທຳອິດ​ເພື່ອ​ຕັ້ງ​ລະບົບ​ທີ​ສອງ.</verse>
				<verse number="10">ແລະ ໂດຍ​ຄວາມ​ປະສົງ​ນີ້, ພວກເຮົາ​ທັງຫລາຍ​ຈຶ່ງ​ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ໂດຍ​ການ​ຖວາຍ​ກາຍ​ຂອງ​ພຣະເຢຊູຄຣິດເຈົ້າ​ເປັນ​ເຄື່ອງບູຊາ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ.</verse>
				<verse number="11">ແຕ່ລະວັນ​ປະໂລຫິດ​ທຸກຄົນ​ຢືນ​ປະຕິບັດໜ້າທີ່​ທາງ​ສາສະໜາ​ຂອງ​ຕົນ, ທຸກຄັ້ງ​ເພິ່ນ​ກໍ​ໄດ້​ຖວາຍ​ເຄື່ອງບູຊາ​ແບບ​ດຽວ​ກັນ ເຊິ່ງ​ບໍ່​ສາມາດ​ລຶບລ້າງ​ບາບ​ໃຫ້​ຫມົດ​ສິ້ນ​ໄປ​ໄດ້​ເລີຍ.</verse>
				<verse number="12">ແຕ່​ເມື່ອ​ປະໂລຫິດ​ອົງ​ນີ້​ຖວາຍ​ເຄື່ອງບູຊາ​ລຶບລ້າງ​ບາບ​ຄັ້ງ​ດຽວ​ສຳລັບ​ຕະຫລອດໄປ​ແລ້ວ, ພຣະອົງ​ກໍ​ໄດ້​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ,</verse>
				<verse number="13">ແລະ ນັບ​ແຕ່​ນັ້ນ​ມາ​ພຣະອົງ​ລໍຄອຍ​ຈົນ​ກວ່າ​ສັດຕູ​ທັງຫລາຍ​ຂອງ​ພຣະອົງ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ເຄື່ອງຮອງຕີນ​ຂອງ​ພຣະອົງ.</verse>
				<verse number="14">ເພາະ​ໂດຍ​ການຖວາຍບູຊາ​ພຽງ​ຄັ້ງ​ດຽວ​ພຣະອົງ​ໄດ້​ເຮັດ​ໃຫ້​ບັນດາ​ຜູ້​ທີ່​ກຳລັງ​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ນັ້ນ​ເຖິງ​ຄວາມສົມບູນ​ຕະຫລອດໄປ.</verse>
				<verse number="15">ພຣະວິນຍານບໍລິສຸດເຈົ້າ​ຍັງ​ຢືນຢັນ​ຂໍ້​ນີ້​ແກ່​ພວກເຮົາ​ເໝືອນກັນ. ພຣະອົງ​ໄດ້​ກ່າວ​ເປັນ​ປະການ​ທຳອິດ​ວ່າ:</verse>
				<verse number="16">ອົງ​ພຣະຜູ້ເປັນເຈົ້າ​ກ່າວ​ວ່າ, “ນີ້​ຄື​ພັນທະສັນຍາ​ທີ່​ເຮົາ​ຈະ​ເຮັດ​ກັບ​ພວກເຂົາ ຫລັງຈາກ​ສະໄໝ​ນັ້ນ. ເຮົາ​ຈະ​ໃສ່​ກົດບັນຍັດ​ຂອງ​ເຮົາ​ໄວ້​ໃນ​ຫົວໃຈ​ຂອງ​ພວກເຂົາ, ແລະ ເຮົາ​ຈະ​ຈາລຶກ​ກົດບັນຍັດ​ນັ້ນ​ເທິງ​ຈິດໃຈ​ຂອງ​ພວກເຂົາ”.</verse>
				<verse number="17">ແລ້ວ​ພຣະອົງ​ກ່າວ​ອີກ​ວ່າ: “ຄວາມບາບ ແລະ ການ​ອະທຳ​ທັງຫລາຍ​ຂອງ​ພວກເຂົາ ເຮົາ​ຈະ​ບໍ່​ຈົດຈຳ​ອີກ​ຕໍ່ໄປ”.</verse>
				<verse number="18">ແລະ ເມື່ອ​ອະໄພ​ຄວາມບາບ​ໃຫ້​ແລ້ວ, ກໍ​ບໍ່​ຕ້ອງ​ມີ​ການຖວາຍ​ເຄື່ອງບູຊາ​ສຳລັບ​ການໄຖ່ບາບ​ອີກ​ຕໍ່ໄປ.</verse>
				<verse number="19">ເຫດສະນັ້ນ, ພີ່ນ້ອງ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພວກເຮົາ​ໝັ້ນໃຈ​ທີ່​ຈະ​ເຂົ້າ​ສູ່​ສະຖານທີ່ສັກສິດ​ທີ່ສຸດ​ໂດຍ​ໂລຫິດ​ຂອງ​ພຣະເຢຊູເຈົ້າ​ແລ້ວ,</verse>
				<verse number="20">ໂດຍ​ຫົນທາງ​ໃໝ່​ອັນ​ມີຊີວິດ​ທີ່​ເປີດ​ໃຫ້​ພວກເຮົາ​ຜ່ານທາງ​ຜ້າກັ້ງ​ຄື​ກາຍ​ຂອງ​ພຣະອົງ,</verse>
				<verse number="21">ແລະ ໃນ​ເມື່ອ​ພວກເຮົາ​ມີ​ມະຫາ​ປະໂລຫິດ​ຍິ່ງໃຫຍ່​ເໜືອ​ຄົວເຮືອນ​ຂອງ​ພຣະເຈົ້າ​ແລ້ວ,</verse>
				<verse number="22">ກໍ​ໃຫ້​ພວກເຮົາ​ເຂົ້າ​ໃກ້​ພຣະເຈົ້າ​ດ້ວຍ​ໃຈ​ຈິງ ແລະ ດ້ວຍ​ຄວາມໝັ້ນໃຈ​ຢ່າງ​ເຕັມທີ່​ໃນ​ຄວາມເຊື່ອ ໂດຍ​ທີ່​ຈິດໃຈ​ຂອງ​ພວກເຮົາ​ໄດ້​ຮັບ​ການຊິດໃສ່​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ໝົດ​ຈາກ​ຈິດສຳນຶກ​ທີ່​ຟ້ອງ​ວ່າ​ຕົນ​ຜິດ ແລະ ຮ່າງກາຍ​ຂອງ​ພວກເຮົາ​ໄດ້​ຮັບ​ການຊຳລະລ້າງ​ດ້ວຍ​ນ້ຳ​ບໍລິສຸດ​ແລ້ວ.</verse>
				<verse number="23">ໃຫ້​ພວກເຮົາ​ຢຶດໝັ້ນ​ຢ່າງ​ບໍ່​ຫວັ່ນໄຫວ​ໃນ​ຄວາມຫວັງ​ທີ່​ພວກເຮົາ​ໄດ້​ປະກາດ​ຮັບ​ໄວ້, ເພາະ​ພຣະອົງ​ຜູ້​ສັນຍາ​ນັ້ນ​ສັດຊື່.</verse>
				<verse number="24">ແລະ ໃຫ້​ພວກເຮົາ​ພິຈາລະນາ​ເບິ່ງ​ວ່າ​ພວກເຮົາ​ຈະ​ປຸກ​ໃຈ​ກັນ​ໃນ​ເລື່ອງ​ຄວາມຮັກ ແລະ ໃນ​ການ​ກະທຳ​ດີ​ໄດ້​ຢ່າງໃດ,</verse>
				<verse number="25">ຢ່າ​ໃຫ້​ພວກເຮົາ​ປະ​ການ​ປະຊຸມ​ກັນ​ເໝືອນດັ່ງ​ບາງ​ຄົນ​ເຮັດ​ເປັນ​ປະຈຳ, ແຕ່​ໃຫ້​ພວກເຮົາ​ໜູນໃຈ​ກັນ​ຫລາຍ​ຂຶ້ນ ແລະ ເຮັດ​ຢ່າງ​ນັ້ນ​ໃຫ້​ຫລາຍ​ຂຶ້ນ​ອີກ ເພາະ​ພວກເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ວັນ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.</verse>
				<verse number="26">ຫລັງຈາກ​ທີ່​ພວກເຮົາ​ໄດ້​ຮູ້​ຄວາມຈິງ​ແລ້ວ ຖ້າ​ພວກເຮົາ​ຍັງ​ເຈດຕະນາ​ເຮັດ​ບາບ​ຕໍ່ໄປ​ກໍ​ຈະ​ບໍ່​ເຫລືອ​ເຄື່ອງບູຊາ​ລຶບລ້າງ​ບາບ​ໃດໆ,</verse>
				<verse number="27">ແຕ່​ມີ​ພຽງ​ແຕ່​ລໍຖ້າ​ດ້ວຍ​ຄວາມ​ຢ້ານກົວ​ຕໍ່​ການພິພາກສາ ແລະ ໄຟ​ອັນ​ຮ້ອນກ້າ​ທີ່​ຈະ​ເຜົາຜານ​ບັນດາ​ສັດຕູ​ຂອງ​ພຣະເຈົ້າ.</verse>
				<verse number="28">ຄົນ​ໃດ​ທີ່​ປະຕິເສດ​ກົດບັນຍັດ​ຂອງ​ໂມເຊ ຖ້າ​ມີ​ພະຍານ​ສອງ ຫລື ສາມ​ຄົນ​ກໍ​ຈະ​ຕ້ອງ​ຕາຍ​ໂດຍ​ປາດສະຈາກ​ຄວາມເມດຕາ.</verse>
				<verse number="29">ພວກເຈົ້າ​ຄິດ​ວ່າ​ຜູ້​ທີ່​ຢຽບຢ່ຳ​ພຣະບຸດ​ຂອງ​ພຣະເຈົ້າ, ຜູ້​ທີ່​ປະຕິບັດ​ຕໍ່​ໂລຫິດ​ແຫ່ງ​ພັນທະສັນຍາ​ທີ່​ຊຳລະ​ພວກເຂົາ​ໃຫ້​ບໍລິສຸດ​ນັ້ນ​ເໝືອນ​ບໍ່​ແມ່ນ​ສິ່ງ​ສັກສິດ ແລະ ຜູ້​ທີ່​ດູຖູກ​ພຣະວິນຍານ​ແຫ່ງ​ພຣະຄຸນ​ສົມຄວນ​ໄດ້​ຮັບ​ໂທດ​ໜັກ​ຫລາຍກວ່າ​ນັ້ນ​ຈັກ​ເທົ່າ​ໃດ?</verse>
				<verse number="30">ເພາະ​ພວກເຮົາ​ຮູ້ຈັກ​ພຣະອົງ​ຜູ້​ກ່າວ​ວ່າ, “ການ​ແກ້ແຄ້ນ​ເປັນ​ໜ້າທີ່​ຂອງ​ເຮົາ​ເອງ, ເຮົາ​ເອງ​ຈະ​ເປັນ​ຜູ້​ຕອບແທນ” ແລະ ໄດ້​ກ່າວ​ອີກ​ວ່າ, “ອົງພຣະຜູ້ເປັນເຈົ້າ​ຈະ​ພິພາກສາ​ປະຊາຊົນ​ຂອງ​ພຣະອົງ”.</verse>
				<verse number="31">ການ​ຕົກ​ຢູ່​ໃນ​ມື​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່​ນັ້ນ​ກໍ​ເປັນ​ສິ່ງ​ທີ່​ໜ້າ​ຢ້ານກົວ​ຫລາຍ.</verse>
				<verse number="32">ຈົ່ງ​ລະນຶກ​ເຖິງ​ວັນ​ກ່ອນໜ້າ​ນັ້ນ​ຫລັງຈາກ​ທີ່​ພວກເຈົ້າ​ໄດ້​ຮັບ​ຄວາມສະຫວ່າງ, ເມື່ອ​ພວກເຈົ້າ​ອົດທົນ​ໃນ​ຍາມ​ທີ່​ຖືກ​ຕໍ່ຕ້ານ​ຢ່າງໜັກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມທຸກຍາກລໍາບາກ.</verse>
				<verse number="33">ບາງເທື່ອ​ພວກເຈົ້າ​ກໍ​ຖືກ​ດູຖູກ ແລະ ຖືກ​ຂົ່ມເຫັງ​ຕໍ່ໜ້າ​ຄົນ​ທັງຫລາຍ, ບາງເທື່ອ​ພວກເຈົ້າ​ກໍ​ເຂົ້າ​ຢືນ​ຄຽງຂ້າງ​ບັນດາ​ຜູ້​ທີ່​ຖືກ​ປະຕິບັດ​ຢ່າງ​ນັ້ນ​ດ້ວຍ.</verse>
				<verse number="34">ພວກເຈົ້າ​ທົນທຸກ​ກັບ​ບັນດາ​ຜູ້​ທີ່​ຢູ່​ໃນ​ຄຸກ ແລະ ເມື່ອ​ຖືກ​ຢຶດ​ຊັບສິນ​ພວກເຈົ້າ​ກໍ​ຍອມຮັບ​ດ້ວຍ​ຄວາມຍິນດີ ເພາະ​ພວກເຈົ້າ​ຮູ້​ວ່າ​ພວກເຈົ້າ​ເອງ​ມີ​ຊັບສິນ​ທີ່​ດີ​ກວ່າ ແລະ ຍືນຍົງ​ກວ່າ.</verse>
				<verse number="35">ດັ່ງນັ້ນ ຢ່າ​ປະຖິ້ມ​ຄວາມຫມັ້ນໃຈ​ຂອງ​ພວກເຈົ້າ, ສິ່ງ​ນີ້​ຈະ​ນຳ​ບຳເໜັດ​ອັນ​ຍິ່ງໃຫຍ່​ມາ.</verse>
				<verse number="36">ພວກເຈົ້າ​ທັງຫລາຍ​ຈໍາເປັນ​ຕ້ອງ​ມີ​ຄວາມອົດທົນ​ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ໄດ້​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ແລ້ວ, ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້</verse>
				<verse number="37">ເພາະວ່າ, “ໃນ​ອີກ​ບໍ່​ດົນ, ພຣະອົງ​ຜູ້​ທີ່​ກຳລັງ​ມາ​ກໍ​ຈະ​ມາ​ເຖິງ ແລະ ຈະ​ບໍ່​ຊັກຊ້າ”.</verse>
				<verse number="38">ແລະ, “ແຕ່​ຄົນຊອບທຳ​ຂອງ​ເຮົາ ​ຈະ​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ. ແລະ ເຮົາ​ຈະ​ບໍ່​ພໍໃຈ ໃນ​ຄົນ​ທີ່​ຫລົບຖອຍຫລັງ”.</verse>
				<verse number="39">ສ່ວນ​ພວກເຮົາ​ບໍ່​ໄດ້​ຢູ່​ຝ່າຍ​ຄົນ​ທີ່​ຫລົບຖອຍຫລັງ ແລະ ຖືກ​ທຳລາຍ, ແຕ່​ຢູ່​ຝ່າຍ​ຄົນ​ທີ່​ມີ​ຄວາມເຊື່ອ ແລະ ໄດ້​ຮັບ​ການຊ່ວຍ​ໃຫ້​ພົ້ນ.</verse>
			</chapter>
			<chapter number="11">
				<verse number="1">ຄວາມເຊື່ອ​ຄື​ຄວາມແນ່ໃຈ​ໃນ​ສິ່ງ​ທີ່​ພວກເຮົາ​ຫວັງ​ໄວ້ ແລະ ໝັ້ນໃຈ​ໃນ​ສິ່ງ​ທີ່​ພວກເຮົາ​ເບິ່ງ​ບໍ່​ເຫັນ</verse>
				<verse number="2">ເພາະ​ຄວາມເຊື່ອ​ແບບ​ນີ້​ເອງ​ທີ່​ຄົນ​ໃນ​ສະໄໝ​ກ່ອນ​ໄດ້​ຮັບ​ການຍົກຍ້ອງ.</verse>
				<verse number="3">ໂດຍ​ຄວາມເຊື່ອ​ພວກເຮົາ​ຈຶ່ງ​ເຂົ້າໃຈ​ວ່າ​ຈັກກະວານ​ໄດ້​ຖືກສ້າງຂຶ້ນ​ໂດຍ​ຄຳສັ່ງ​ຂອງ​ພຣະເຈົ້າ, ດັ່ງນັ້ນ​ສິ່ງ​ທີ່​ເບິ່ງເຫັນ​ຢູ່​ຈຶ່ງ​ບໍ່​ໄດ້​ເກີດ​ຈາກ​ສິ່ງ​ທີ່​ພວກເຮົາ​ເຫັນ​ໄດ້​ດ້ວຍ​ຕາ.</verse>
				<verse number="4">ໂດຍ​ຄວາມເຊື່ອ​ອາເບັນ​ໄດ້​ນຳ​ເອົາ​ເຄື່ອງບູຊາ​ທີ່​ດີ​ກວ່າ​ຂອງ​ກາອິນ​ມາ​ຖວາຍ​ແກ່​ພຣະເຈົ້າ. ໂດຍ​ຄວາມເຊື່ອ​ອາເບັນ​ໄດ້​ຮັບ​ການຍົກຍ້ອງ​ວ່າ​ເປັນ​ຜູ້ຊອບທຳ​ເມື່ອ​ພຣະເຈົ້າ​ຊົມເຊີຍ​ເຄື່ອງຖວາຍ​ຂອງ​ເພິ່ນ. ແລະ ໂດຍ​ຄວາມເຊື່ອ​ອາເບັນ​ຈຶ່ງ​ຍັງ​ຖືກ​ເວົ້າ​ເຖິງ​ຢູ່, ເຖິງແມ່ນວ່າ​ເພິ່ນ​ໄດ້​ຕາຍ​ແລ້ວ.</verse>
				<verse number="5">ໂດຍ​ຄວາມເຊື່ອ​ເອນົກ​ຈຶ່ງ​ຖືກ​ຮັບ​ຂຶ້ນ​ໄປ​ຈາກ​ຊີວິດ​ນີ້, ເພື່ອ​ວ່າ​ເພິ່ນ​ຈະ​ບໍ່​ຕ້ອງ​ພົບ​ກັບ​ຄວາມຕາຍ​ຄື: “ຊອກຫາ​ເພິ່ນ​ບໍ່​ພົບ, ເພາະ​ພຣະເຈົ້າ​ໄດ້​ຮັບ​ເພິ່ນ​ໄປ​ແລ້ວ”. ເພາະ​ກ່ອນ​ທີ່​ເພິ່ນ​ຖືກ​ຮັບ​ໄປ, ເພິ່ນ​ໄດ້​ຮັບ​ການຍົກຍ້ອງ​ວ່າ​ເປັນ​ຜູ້​ທີ່​ພຣະເຈົ້າ​ພໍໃຈ.</verse>
				<verse number="6">ແລະ ຖ້າ​ບໍ່​ມີ​ຄວາມເຊື່ອ​ກໍ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ເຮັດ​ໃຫ້​ພຣະເຈົ້າ​ພໍໃຈ, ເພາະວ່າ​ທຸກ​ຄົນ​ທີ່​ຈະ​ມາ​ຫາ​ພຣະເຈົ້າ​ນັ້ນ​ຕ້ອງ​ເຊື່ອ​ວ່າ​ພຣະອົງ​ມີ​ຊີວິດ​ຢູ່ ແລະ ພຣະອົງ​ໃຫ້​ລາງວັນ​ແກ່​ບັນດາ​ຜູ້​ທີ່​ສະແຫວງຫາ​ພຣະອົງ​ຢ່າງ​ຈິງຈັງ.</verse>
				<verse number="7">ໂດຍ​ຄວາມເຊື່ອ ເມື່ອ​ໂນອາ​ໄດ້​ຮັບ​ຄຳເຕືອນ​ເຖິງ​ສິ່ງ​ຕ່າງໆ​ທີ່​ຍັງ​ເບິ່ງ​ບໍ່​ເຫັນ, ດ້ວຍ​ຄວາມຢ້ານກົວ​ພຣະເຈົ້າ​ເພິ່ນ​ຈຶ່ງ​ໄດ້​ສ້າງ​ເຮືອ​ໃຫຍ່​ເພື່ອ​ຊ່ວຍ​ຄອບຄົວ​ຂອງ​ເພິ່ນ​ໃຫ້​ພົ້ນ. ໂດຍ​ຄວາມເຊື່ອ​ຂອງ​ເພິ່ນ ເພິ່ນ​ຈຶ່ງ​ໄດ້​ຕັດສິນລົງໂທດ​ໂລກ ແລະ ໄດ້​ກາຍເປັນ​ຜູ້ສືບທອດມໍລະດົກ​ແຫ່ງ​ຄວາມຊອບທຳ​ທີ່​ມີ​ມາ​ໂດຍ​ຄວາມເຊື່ອ.</verse>
				<verse number="8">ໂດຍ​ຄວາມເຊື່ອ ເມື່ອ​ອັບຣາຮາມ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ໄປ​ຍັງ​ສະຖານທີ່​ໜຶ່ງ​ທີ່​ເພິ່ນ​ຈະ​ໄດ້​ຮັບ​ເປັນ​ມໍລະດົກ​ຂອງ​ເພິ່ນ​ໃນ​ພາຍຫລັງ, ເພິ່ນ​ໄດ້​ເຊື່ອຟັງ ແລະ ອອກ​ເດີນທາງໄປ​ເຖິງແມ່ນວ່າ​ເພິ່ນ​ບໍ່​ຮູ້​ວ່າ​ຈະ​ໄປ​ບ່ອນ​ໃດ.</verse>
				<verse number="9">ໂດຍ​ຄວາມເຊື່ອ ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ແຫ່ງ​ສັນຍາ​ເໝືອນດັ່ງ​ຄົນຕ່າງດ້າວ​ທີ່​ຢູ່​ໃນ​ຕ່າງ​ຖິ່ນ; ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ເຕັນ, ເໝືອນດັ່ງ​ທີ່​ອີຊາກ ແລະ ຢາໂຄບ​ໄດ້​ເຮັດ, ເຊິ່ງ​ເປັນ​ຜູ້​ສືບທອດ​ມໍລະດົກ​ໃນ​ສັນຍາ​ດຽວ​ກັນ​ກັບ​ເພິ່ນ.</verse>
				<verse number="10">ເພາະ​ເພິ່ນ​ຕັ້ງໃຈ​ລໍຖ້າ​ເມືອງ​ທີ່​ມີ​ຮາກຖານ ເຊິ່ງ​ມີ​ພຣະເຈົ້າ​ເປັນ​ສະຖາປະນິກ ແລະ ເປັນ​ຜູ້ສ້າງ.</verse>
				<verse number="11">ແລະ ໂດຍ​ຄວາມເຊື່ອ​ແມ່ນ​ແຕ່​ນາງ​ຊາຣາ ຜູ້​ທີ່​ເກີນ​ໄວ​ທີ່​ຈະ​ມີ​ລູກ​ແລ້ວ, ແຕ່​ກໍ​ຍັງ​ສາມາດ​ມີ​ລູກ​ໄດ້​ເພາະ​ນາງ ​ຖື​ວ່າ​ພຣະອົງ​ຜູ້​ສັນຍາ​ນັ້ນ​ສັດຊື່.</verse>
				<verse number="12">ແລະ ດັ່ງນັ້ນ​ຈາກ​ຊາຍ​ຄົນ​ດຽວ​ນີ້ ເຊິ່ງ​ເປັນ​ເໝືອນ​ຄົນ​ທີ່​ຕາຍ​ແລ້ວ​ກໍ​ເກີດ​ມີ​ລູກ​ຫລານ​ສືບ​ເຊື້ອສາຍ​ຈໍານວນ​ຫລວງຫລາຍ​ເໝືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ ເໝືອນດັ່ງ​ເມັດຊາຍ​ຢູ່​ແຄມທະເລ​ທີ່​ນັບ​ບໍ່​ຖ້ວນ.</verse>
				<verse number="13">ຄົນ​ທັງປວງ​ເຫລົ່ານີ້​ໄດ້​ຕາຍ​ໄປ​ຂະນະ​ທີ່​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ. ພວກເພິ່ນ​ບໍ່​ໄດ້​ຮັບ​ສິ່ງ​ທີ່​ສັນຍາ​ໄວ້, ພວກເພິ່ນ​ພຽງ​ແຕ່​ໄດ້​ເຫັນ ແລະ ຕ້ອນຮັບ​ໄວ້​ຕັ້ງແຕ່​ຢູ່​ໄກ ແລະ ຍອມຮັບ​ວ່າ​ພວກເພິ່ນ​ເປັນ​ພຽງ​ຄົນຕ່າງຖິ່ນ ແລະ ຄົນແປກໜ້າ​ໃນ​ໂລກ​ນີ້.</verse>
				<verse number="14">ຄົນ​ທີ່​ເວົ້າ​ຢ່າງ​ນີ້​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ພວກເພິ່ນ​ກຳລັງ​ຊອກຫາ​ບ້ານເມືອງ​ທີ່​ຈະ​ເປັນ​ຂອງ​ຕົນ.</verse>
				<verse number="15">ຖ້າ​ພວກເພິ່ນ​ຄິດຮອດ​ບ້ານເມືອງ​ທີ່​ຕົນ​ຈາກ​ມາ, ພວກເພິ່ນ​ກໍ​ຄົງ​ມີ​ໂອກາດ​ທີ່​ຈະ​ກັບ​ຄືນ​ໄປ​ໄດ້.</verse>
				<verse number="16">ແຕ່​ພວກເພິ່ນ​ປາຖະໜາ​ຫາ​ບ້ານເມືອງ​ທີ່​ດີ​ກວ່າ​ຄື​ເມືອງ​ສະຫວັນ. ເຫດສະນັ້ນ ພຣະເຈົ້າ​ຈຶ່ງ​ບໍ່​ໄດ້​ລະອາຍ​ເມື່ອ​ພວກເພິ່ນ​ເອີ້ນ​ພຣະອົງ​ວ່າ​ພຣະເຈົ້າ​ຂອງ​ພວກເພິ່ນ, ເພາະ​ພຣະອົງ​ໄດ້​ຈັດຕຽມ​ເມືອງ​ໜຶ່ງ​ໄວ້​ໃຫ້​ພວກເພິ່ນ​ແລ້ວ.</verse>
				<verse number="17">ໂດຍ​ຄວາມເຊື່ອ​ເມື່ອ​ພຣະເຈົ້າ​ໄດ້​ທົດສອບ​ອັບຣາຮາມ, ເພິ່ນ​ຈຶ່ງ​ໄດ້​ຖວາຍ​ອີຊາກ​ເປັນ​ເຄື່ອງບູຊາ. ເພິ່ນ​ຜູ້​ທີ່​ໄດ້​ຮັບ​ສັນຍາ​ພ້ອມ​ທີ່​ຈະ​ຖວາຍ​ລູກຊາຍ​ພຽງ​ຄົນ​ດຽວ​ຂອງ​ຕົນ,</verse>
				<verse number="18">ເຖິງແມ່ນວ່າ​ພຣະເຈົ້າ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ນັບ​ມາ​ທາງ​ອີຊາກ”.</verse>
				<verse number="19">ອັບຣາຮາມ​ເຊື່ອ​ວ່າ​ພຣະເຈົ້າ​ສາມາດ​ບັນດານ​ໃຫ້​ຄົນຕາຍ​ເປັນຄືນມາ​ໄດ້ ແລະ ດັ່ງນັ້ນ​ຈຶ່ງ​ກ່າວ​ປຽບທຽບ​ໄດ້​ວ່າ​ເພິ່ນ​ໄດ້​ອີຊາກ​ຄືນ​ມາ​ຈາກ​ຄວາມຕາຍ.</verse>
				<verse number="20">ໂດຍ​ຄວາມເຊື່ອ​ອີຊາກ​ອວຍພອນ​ໃຫ້​ຢາໂຄບ​ກັບ​ເອຊາວ​ສຳລັບ​ອະນາຄົດ​ຂອງ​ພວກເພິ່ນ.</verse>
				<verse number="21">ໂດຍ​ຄວາມເຊື່ອ ເມື່ອ​ຢາໂຄບ​ກຳລັງ​ຈະ​ຕາຍ​ຈຶ່ງ​ອວຍພອນ​ໃຫ້​ລູກ​ຂອງ​ໂຢເຊັບ​ແຕ່ລະຄົນ ແລະ ນະມັດສະການ​ຂະນະ​ທີ່​ເພິ່ນ​ເອື່ອຍໂຕ​ໃສ່​ເທິງ​ຫົວ​ໄມ້ຄ້ອນເທົ້າ​ຂອງ​ຕົນ.</verse>
				<verse number="22">ໂດຍ​ຄວາມເຊື່ອ ເມື່ອ​ໂຢເຊັບ​ໃກ້​ຈະ​ສິ້ນໃຈ​ຕາຍ​ຈຶ່ງ​ກ່າວ​ເຖິງ​ການອົບພະຍົບ​ອອກຈາກ​ເອຢິບ​ຂອງ​ຊົນຊາດ​ອິດສະຣາເອນ ແລະ ໄດ້​ໃຫ້​ຄຳແນະນໍາ​ກ່ຽວກັບ​ການຝັງ​ກະດູກ​ຂອງ​ເພິ່ນ.</verse>
				<verse number="23">ໂດຍ​ຄວາມເຊື່ອ ພໍ່ແມ່​ຂອງ​ໂມເຊ​ໄດ້​ເຊື່ອງ​ເພິ່ນ​ໄວ້​ເປັນ​ເວລາ​ສາມ​ເດືອນ​ຫລັງ​ຈາກ​ເກີດ​ມາ, ເພາະ​ພວກເພິ່ນ​ເຫັນ​ວ່າ​ໂມເຊ​ແຕກຕ່າງ​ຈາກ​ເດັກນ້ອຍ​ທຳມະດາ​ທົ່ວໄປ ແລະ ພວກເພິ່ນ​ບໍ່​ໄດ້​ຢ້ານກົວ​ຄຳສັ່ງ​ຂອງ​ກະສັດ​ເລີຍ.</verse>
				<verse number="24">ໂດຍ​ຄວາມເຊື່ອ ເມື່ອ​ໂມເຊ​ເຕີບໃຫຍ່​ຂຶ້ນ​ມາ​ກໍ​ປະຕິເສດ​ທີ່​ຈະ​ເປັນ​ທີ່​ຮູ້ຈັກ​ໃນ​ຖານະ​ເປັນ​ລູກຊາຍ​ຂອງ​ລູກສາວ​ຂອງ​ຟາໂຣ.</verse>
				<verse number="25">ເພິ່ນ​ເລືອກ​ທີ່​ຈະ​ຖືກ​ຂົ່ມເຫັງ​ຮ່ວມ​ກັບ​ບັນດາ​ປະຊາຊົນ​ຂອງ​ພຣະເຈົ້າ​ແທນ​ການມ່ວນຊື່ນ​ໄປ​ກັບ​ຄວາມສຸກ​ຊົ່ວຄາວ​ໃນ​ບາບ.</verse>
				<verse number="26">ເພິ່ນ​ຖື​ວ່າ​ການ​ອັບອາຍຂາຍໜ້າ​ເພື່ອ​ພຣະຄຣິດເຈົ້າ​ນັ້ນ ກໍ​ມີ​ຄ່າ​ຫລາຍ​ກວ່າ​ຊັບສົມບັດ​ທັງຫລາຍ​ຂອງ​ເອຢິບ, ເພາະວ່າ​ເພິ່ນ​ເບິ່ງ​ໄປ​ຂ້າງໜ້າ​ທີ່​ບຳເໜັດ​ຂອງ​ເພິ່ນ.</verse>
				<verse number="27">ໂດຍ​ຄວາມເຊື່ອ ເພິ່ນ​ຈຶ່ງ​ໄດ້​ອອກຈາກ​ເອຢິບ​ໄປ​ໂດຍ​ບໍ່​ໄດ້​ຢ້ານກົວ​ຕໍ່​ຄວາມໂກດຮ້າຍ​ຂອງ​ກະສັດ, ເພິ່ນ​ອົດທົນ​ບາກບັ່ນ​ເພາະ​ເພິ່ນ​ໄດ້​ເຫັນ​ພຣະເຈົ້າ​ຜູ້​ທີ່​ເບິ່ງ​ບໍ່​ເຫັນ.</verse>
				<verse number="28">ໂດຍ​ຄວາມເຊື່ອ ເພິ່ນ​ຖື​ເທດສະການ​ປັດສະຄາ ແລະ ພິທີ​ຊິດ​ເລືອດ, ເພື່ອ​ວ່າ​ຜູ້ທຳລາຍ​ລູກກົກ​ຈະ​ບໍ່​ມາ​ແຕະຕ້ອງ​ລູກກົກ​ຂອງ​ຊາວ​ອິດສະຣາເອນ.</verse>
				<verse number="29">ໂດຍ​ຄວາມເຊື່ອ ປະຊາຊົນ​ຊາວ​ອິດສະຣາເອນ​ສາມາດ​ຍ່າງ​ຂ້າມ​ທະເລແດງ​ເໝືອນ​ກັບ​ວ່າ​ຍ່າງ​ເທິງ​ພື້ນດິນ​ແຫ້ງ, ແຕ່​ເມື່ອ​ຊາວເອຢິບ​ພະຍາຍາມ​ຈະ​ຂ້າມ​ໄປ​ເໝືອນກັນ ພວກເຂົາ​ກໍ​ຈົມນ້ຳ​ຕາຍ​ໝົດ.</verse>
				<verse number="30">ໂດຍ​ຄວາມເຊື່ອ ກຳແພງເມືອງ​ເຢຣີໂກ​ຈຶ່ງ​ພັງ​ລົງ, ຫລັງຈາກ​ຊາວ​ອິດສະຣາເອນ​ຍ່າງ​ອ້ອມ​ກຳແພງ​ເປັນ​ເວລາ​ເຈັດ​ວັນ.</verse>
				<verse number="31">ໂດຍ​ຄວາມເຊື່ອ ຣາຮາບ​ຍິງ​ໂສເພນີ​ຈຶ່ງ​ບໍ່​ຖືກ​ຂ້າ​ພ້ອມ​ກັບ​ບັນດາ​ຜູ້​ທີ່​ບໍ່​ເຊື່ອຟັງ ເພາະ​ນາງ​ໄດ້​ຕ້ອນຮັບ​ນັກສືບ.</verse>
				<verse number="32">ແລະ ເຮົາ​ຈະ​ກ່າວ​ແນວໃດ​ອີກ? ເຮົາ​ບໍ່​ມີ​ເວລາ​ພໍ​ທີ່​ຈະ​ກ່າວ​ເຖິງ​ກິເດໂອນ, ບາຣັກ, ແຊມຊັນ, ເຢັບທາ, ດາວິດ, ຊາມູເອນ ແລະ ບັນດາ​ຜູ້ທຳນວາຍ​ທັງຫລາຍ,</verse>
				<verse number="33">ຜູ້​ທີ່​ໂດຍ​ຜ່ານທາງ​ຄວາມເຊື່ອ​ໄດ້​ເອົາ​ຊະນະ​ອານາຈັກ​ຕ່າງໆ, ໄດ້​ປົກຄອງ​ດ້ວຍ​ຄວາມ​ຍຸຕິທຳ ແລະ ໄດ້​ຮັບ​ສິ່ງ​ທີ່​ສັນຍາ​ໄວ້, ຜູ້​ໄດ້​ງັບ​ປາກ​ສິງ,</verse>
				<verse number="34">ໄດ້​ດັບ​ແປວໄຟ​ອັນ​ຮ້ອນກ້າ ແລະ ໄດ້​ລອດພົ້ນ​ຈາກ​ຄົມດາບ, ຜູ້​ອ່ອນແອ​ກໍ​ກາຍເປັນ​ເຂັ້ມແຂງ ແລະ ຜູ້​ໄດ້​ກາຍເປັນ​ຄົນ​ອົງອາດກ້າຫານ​ໃນ​ການສູ້ຮົບ ແລະ ໄດ້​ໄລ່​ຕີ​ບັນດາ​ກອງທັບ​ຂອງ​ຊາວ​ຕ່າງຊາດ.</verse>
				<verse number="35">ພວກ​ຜູ້ຍິງ​ໄດ້​ຮັບ​ຄົນ​ຂອງ​ພວກເພິ່ນ​ທີ່​ເປັນຄືນມາ​ມີຊີວິດ​ອີກ. ມີ​ຄົນ​ອື່ນ​ອີກ​ທີ່​ຖືກ​ທໍລະມານ ແລະ ບໍ່​ຍອມຮັບ​ການປົດປ່ອຍ​ເພື່ອ​ວ່າ​ພວກເພິ່ນ​ຈະ​ໄດ້​ຮັບ​ການເປັນຄືນມາຈາກຕາຍ​ທີ່​ດີ​ກວ່າ.</verse>
				<verse number="36">ບາງຄົນ​ປະເຊີນ​ກັບ​ການ​ເຢາະເຢີ້ຍ ແລະ ການ​ຂ້ຽນຕີ, ແມ່ນແຕ່​ບາງຄົນ​ກໍ​ຖືກ​ລ່າມໂສ້ ແລະ ຖືກ​ຂັງ​ຄຸກ</verse>
				<verse number="37">ພວກເພິ່ນ​ຖືກ​ແກວ່ງ​ກ້ອນຫີນ​ໃສ່​ຈົນ​ຕາຍ. ພວກເພິ່ນ​ຖືກ​ເລື່ອຍ​ເປັນ​ສອງ​ທ່ອນ, ພວກເພິ່ນ​ຖືກ​ຂ້າ​ດ້ວຍ​ດາບ. ພວກເພິ່ນ​ນຸ່ງຫົ່ມ​ໜັງແກະ ແລະ ໜັງ​ແບ້, ຍາກຈົນ, ຖືກ​ຂົ່ມເຫັງ ແລະ ຖືກ​ກົດຂີ່.</verse>
				<verse number="38">ໂລກ​ກໍ​ບໍ່​ສົມ​ກັບ​ຄົນ​ເຫລົ່ານັ້ນ. ພວກເພິ່ນ​ເດີນທາງ​ໄປ​ຕາມ​ຖິ່ນແຫ້ງແລ້ງກັນດານ ແລະ ຕາມ​ພູເຂົາ​ຕ່າງໆ, ອາໄສ​ຢູ່​ໃນ​ຖໍ້າ ແລະ ໃນ​ຂຸມ.</verse>
				<verse number="39">ຄົນ​ເຫລົ່ານີ້​ໄດ້​ຮັບ​ການຍົກຍ້ອງ​ເພາະ​ຄວາມເຊື່ອ​ຂອງ​ພວກເພິ່ນ. ແຕ່​ກໍ​ຍັງ​ບໍ່​ມີ​ຄົນ​ໃດ​ໄດ້​ຮັບ​ສິ່ງ​ທີ່​ສັນຍາ​ໄວ້</verse>
				<verse number="40">ພຣະເຈົ້າ​ວາງແຜນ​ຈັດຕຽມ​ສິ່ງ​ທີ່​ດີ​ກວ່າ​ໄວ້​ສຳລັບ​ພວກເຮົາ ເພື່ອ​ວ່າ​ພວກເພິ່ນ​ຈະ​ໄດ້​ຮັບ​ຄວາມສົມບູນ​ຮ່ວມ​ກັບ​ພວກເຮົາ​ທັງຫລາຍ​ເທົ່ານັ້ນ.</verse>
			</chapter>
			<chapter number="12">
				<verse number="1">ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ມີ​ພະຍານ​ຈໍານວນ​ຫລວງຫລາຍ​ຢູ່​ອ້ອມຂ້າງ​ຢ່າງ​ນີ້​ແລ້ວ ກໍ​ໃຫ້​ພວກເຮົາ​ຖິ້ມ​ທຸກ​ຢ່າງ​ທີ່​ຖ່ວງ​ຢູ່ ແລະ ບາບ​ທີ່​ຕິດແໜ້ນ​ໂດຍ​ງ່າຍ. ໃຫ້​ພວກເຮົາ​ແລ່ນ​ດ້ວຍ​ຄວາມອົດທົນ​ໃນ​ການແຂ່ງຂັນ​ທີ່​ກຳນົດ​ໄວ້​ສຳລັບ​ພວກເຮົາ,</verse>
				<verse number="2">ໃຫ້​ພວກເຮົາ​ປັກຕາ​ເບິ່ງ​ທີ່​ພຣະເຢຊູເຈົ້າ, ພຣະອົງ​ເປັນ​ຜູ້​ບຸກເບີກ​ຄວາມເຊື່ອ ແລະ ເປັນ​ຜູ້​ເຮັດໃຫ້​ຄວາມເຊື່ອ​ສົມບູນ. ເພາະ​ເຫັນ​ແກ່​ຄວາມຍິນດີ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ອົດທົນ​ຕໍ່​ໄມ້ກາງແຂນ ແລະ ບໍ່​ໃສ່ໃຈ​ໃນ​ຄວາມອັບອາຍ​ຂອງ​ໄມ້ກາງແຂນ ແລະ ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ພຣະເຈົ້າ.</verse>
				<verse number="3">ຈົ່ງ​ພິຈາລະນາ​ເຖິງ​ພຣະອົງ​ຜູ້​ໄດ້​ອົດທົນ​ຕໍ່​ການຕໍ່ຕ້ານ​ຢ່າງ​ນັ້ນ​ຈາກ​ຄົນບາບ​ທັງຫລາຍ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ບໍ່​ອິດເມື່ອຍ ແລະ ທໍ້ຖອຍ​ໃຈ.</verse>
				<verse number="4">ໃນ​ການຕໍ່ສູ້​ກັບ​ຄວາມບາບ​ນັ້ນ, ພວກເຈົ້າ​ຍັງ​ບໍ່​ໄດ້​ຕໍ່ສູ້​ຈົນ​ເຖິງ​ຂັ້ນ​ເລືອດ​ຕົກ.</verse>
				<verse number="5">ແລະ ພວກເຈົ້າ​ໄດ້​ລືມ​ຖ້ອຍຄຳ​ແຫ່ງ​ການ​ໃຫ້​ກຳລັງໃຈ​ທີ່​ເວົ້າ​ກັບ​ພວກເຈົ້າ​ໃນ​ຖານະ​ພໍ່​ເວົ້າ​ກັບ​ລູກ​ຂອງ​ຕົນ​ແລ້ວ​ບໍ? ທີ່​ກ່າວ​ວ່າ, “ລູກ​ຂອງ​ເຮົາ​ເອີຍ, ຢ່າ​ລະເລີຍ​ຕໍ່​ການຕີສອນ​ຂອງ​ອົງພຣະຜູ້ເປັນເຈົ້າ, ແລະ ຢ່າ​ທໍ້ຖອຍໃຈ​ເມື່ອ​ພຣະອົງ​ຕຳໜິ​ເຈົ້າ,</verse>
				<verse number="6">ເພາະວ່າ​ອົງພຣະຜູ້ເປັນເຈົ້າ​ຕີສອນ​ຜູ້​ທີ່​ພຣະອົງ​ຮັກ, ແລະ ພຣະອົງ​ລົງໂທດ​ທຸກຄົນ​ທີ່​ພຣະອົງ​ຮັບ​ເປັນ​ລູກ”</verse>
				<verse number="7">ຈົ່ງ​ອົດທົນ​ຕໍ່​ຄວາມລຳບາກ​ໂດຍ​ຖື​ວ່າ​ເປັນ​ການຕີສອນ. ພຣະເຈົ້າ​ປະຕິບັດ​ຕໍ່​ພວກເຈົ້າ​ໃນ​ຖານະ​ເປັນ​ລູກ​ຂອງ​ພຣະອົງ. ເພາະ​ມີ​ລູກ​ຄົນ​ໃດ​ທີ່​ພໍ່​ບໍ່​ເຄີຍ​ຕີສອນ?</verse>
				<verse number="8">ຖ້າ​ພວກເຈົ້າ​ບໍ່​ຖືກ​ຕີສອນ ແລະ ທຸກຄົນ​ໄດ້​ຮັບ​ການຕີສອນ​ນັ້ນ ພວກເຈົ້າ​ກໍ​ເປັນ​ລູກ​ນອກ​ກົດໝາຍ ແລະ ບໍ່​ແມ່ນ​ລູກ​ແທ້.</verse>
				<verse number="9">ຫລາຍ​ກວ່າ​ນັ້ນ, ພວກເຮົາ​ທັງຫລາຍ​ມີ​ພໍ່​ທີ່​ເປັນ​ມະນຸດ ຜູ້​ຕີສອນ​ພວກເຮົາ ແລະ ພວກເຮົາ​ກໍ​ຍັງ​ນັບຖື​ເພິ່ນ​ທີ່​ເຮັດ​ຢ່າງ​ນັ້ນ. ຫລາຍ​ກວ່າ​ນັ້ນ​ຈັກ​ເທົ່າໃດ​ນໍ​ທີ່​ພວກເຮົາ​ຄວນ​ຢູ່​ໃນ​ໂອວາດ​ຂອງ​ພຣະບິດາ​ແຫ່ງ​ຈິດວິນຍານ​ທັງຫລາຍ ແລະ ມີຊີວິດ​ຢູ່!</verse>
				<verse number="10">ພໍ່​ຂອງ​ພວກເຮົາ​ຕີສອນ​ພວກເຮົາ​ໃນ​ຂະນະ​ໜຶ່ງ​ຕາມ​ທີ່​ພວກເພິ່ນ​ຄິດ​ເຫັນ​ວ່າ​ດີ​ທີ່ສຸດ. ແຕ່​ພຣະເຈົ້າ​ຕີສອນ​ພວກເຮົາ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ມີ​ສ່ວນ​ໃນ​ຄວາມບໍລິສຸດ​ຂອງ​ພຣະອົງ.</verse>
				<verse number="11">ໃນ​ເວລາ​ທີ່​ມີ​ການຕີສອນ​ນັ້ນ​ບໍ່​ເປັນ​ໜ້າ​ຊື່ນໃຈ​ເລີຍ, ມີ​ແຕ່​ຄວາມເຈັບປວດ. ແຕ່​ເຖິງຢ່າງໃດ​ກໍ​ຕາມ, ພາຍຫລັງ​ມາ​ຈະ​ເກີດຜົນ​ເປັນ​ຄວາມຊອບທຳ ແລະ ສັນຕິສຸກ​ແກ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ການຝຶກຝົນ​ດ້ວຍ​ການຕີສອນ​ນັ້ນ.</verse>
				<verse number="12">ເຫດສະນັ້ນ, ຈົ່ງ​ເຮັດ​ໃຫ້​ແຂນ​ທີ່​ອ່ອນແຮງ ແລະ ຫົວເຂົ່າ​ທີ່​ອ່ອນກຳລັງ​ນັ້ນ​ເຂັ້ມແຂງ​ຂຶ້ນ.</verse>
				<verse number="13">“ຈົ່ງ​ເຮັດ​ທາງ​ໃຫ້​ຮາບພຽງ​ສຳລັບ​ຕີນ​ຂອງ​ເຈົ້າ” ເພື່ອວ່າ​ຄົນຂາເປັ້ຍ​ນັ້ນ​ຈະ​ບໍ່​ພິການ, ແຕ່​ຈະ​ຫາຍດີ​ເປັນ​ປົກກະຕິ.</verse>
				<verse number="14">ຈົ່ງ​ພະຍາຍາມ​ທີ່​ຈະ​ຢູ່​ຢ່າງ​ສະຫງົບສຸກ​ຮ່ວມ​ກັບ​ທຸກຄົນ ແລະ ເປັນ​ຜູ້​ບໍລິສຸດ, ເພາະ​ຖ້າ​ປາດສະຈາກ​ຄວາມບໍລິສຸດ​ແລ້ວ​ກໍ​ບໍ່​ມີ​ຜູ້ໃດ​ຈະ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="15">ຈົ່ງ​ລະວັງ​ຢ່າ​ໃຫ້​ຜູ້ໃດ​ຕົກ​ຈາກ​ພຣະຄຸນ​ຂອງ​ພຣະເຈົ້າ ແລະ ຢ່າ​ໃຫ້​ມີ​ຮາກ​ຂົມຂື່ນ​ງອກຂຶ້ນ​ເພື່ອ​ສ້າງ​ຄວາມເດືອດຮ້ອນ ແລະ ເຮັດ​ໃຫ້​ຫລາຍ​ຄົນ​ເປັນມົນທິນ.</verse>
				<verse number="16">ຈົ່ງ​ລະວັງ​ຢ່າ​ໃຫ້​ຜູ້ໃດ​ເຮັດ​ຜິດສິນທຳທາງເພດ, ຫລື ບໍ່​ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ​ເໝືອນດັ່ງ​ເອຊາວ​ຜູ້​ຂາຍ​ສິດທິ​ອ້າຍກົກ​ໃນ​ການ​ຮັບມໍລະດົກ​ເພື່ອ​ແລກ​ກັບ​ອາຫານ​ພຽງ​ແຕ່​ຄາບ​ດຽວ.</verse>
				<verse number="17">ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ພາຍຫລັງ​ມາ, ເມື່ອ​ເອຊາວ​ຕ້ອງການ​ຈະ​ຮັບ​ພອນ​ນີ້​ເປັນ​ມໍລະດົກ, ລາວ​ກໍ​ຖືກ​ປະຕິເສດ. ເຖິງ​ແມ່ນ​ວ່າ​ລາວ​ຈະ​ສະແຫວງ​ຫາ​ພອນ​ນັ້ນ​ດ້ວຍ​ນ້ຳຕາ, ລາວ​ກໍ​ບໍ່​ສາມາດ​ແກ້ໄຂ​ສິ່ງ​ທີ່​ລາວ​ໄດ້​ກະທຳ​ນັ້ນ​ໄດ້.</verse>
				<verse number="18">ພວກເຈົ້າ​ທັງຫລາຍ​ບໍ່​ໄດ້​ມາ​ຍັງ​ພູເຂົາ​ທີ່​ສາມາດ​ຈັບຕ້ອງ​ໄດ້ ແລະ ທີ່​ລຸກໄໝ້​ຢູ່​ດ້ວຍ​ໄຟ, ບໍ່​ໄດ້​ມາ​ຍັງ​ຄວາມມືດ, ຄວາມມືດມົວ ແລະ ລົມພະຍຸ</verse>
				<verse number="19">ບໍ່​ໄດ້​ມາ​ຍັງ​ສຽງແກ​ທີ່​ດັງ​ສະໜັ່ນ ຫລື ສຽງ​ທີ່​ກ່າວ​ຖ້ອຍຄຳ ເຊິ່ງ​ບັນດາ​ຜູ້​ທີ່​ໄດ້​ຍິນ​ແລ້ວ​ຮ້ອງຂໍ​ບໍ່​ໃຫ້​ກ່າວ​ຄຳ​ໃດ​ກັບ​ພວກເຂົາ​ອີກ,</verse>
				<verse number="20">ເພາະວ່າ​ພວກເຂົາ​ບໍ່​ສາມາດ​ທົນ​ກັບ​ຂໍ້ຄຳສັ່ງ​ທີ່​ວ່າ: “ແມ່ນ​ແຕ່​ສັດ​ທີ່​ແຕະຕ້ອງ​ພູເຂົາ​ນັ້ນ​ກໍ​ຈະ​ຕ້ອງ​ຖືກ​ກ້ອນຫີນ​ແກວ່ງ​ໃສ່​ຈົນ​ຕາຍ”.</verse>
				<verse number="21">ສິ່ງ​ທີ່​ເຫັນ​ນັ້ນ​ໜ້າ​ຢ້ານກົວ​ຫລາຍ​ຈົນ​ໂມເຊ​ກ່າວ​ວ່າ, “ຂ້ານ້ອຍ​ຢ້ານ​ຈົນ​ໂຕ​ສັ່ນ”.</verse>
				<verse number="22">ແຕ່​ພວກເຈົ້າ​ໄດ້​ມາ​ເຖິງ​ພູເຂົາ​ຊີໂອນ, ມາ​ເຖິງ​ນະຄອນ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຄື​ນະຄອນ​ເຢຣູຊາເລັມ​ແຫ່ງ​ສະຫວັນ. ພວກເຈົ້າ​ໄດ້​ມາ​ເຖິງ​ບ່ອນ​ທີ່​ເທວະດາ​ເປັນ​ຈໍານວນ​ພັນໆ​ໄດ້​ຊຸມນຸມ​ກັນ​ຢ່າງ​ຊື່ນຊົມຍິນດີ,</verse>
				<verse number="23">ມາ​ສູ່​ຄຣິສຕະຈັກ​ຂອງ​ບັນດາ​ລູກກົກ​ຜູ້​ທີ່​ມີ​ຊື່​ບັນທຶກ​ໄວ້​ໃນ​ສະຫວັນ. ພວກເຈົ້າ​ໄດ້​ມາ​ເຖິງ​ພຣະເຈົ້າ​ຜູ້ພິພາກສາ​ມະນຸດ​ທຸກຄົນ, ມາ​ຍັງ​ຈິດວິນຍານ​ຂອງ​ຜູ້ຊອບທຳ​ທີ່​ເຮັດ​ໃຫ້​ສົມບູນ​ແລ້ວ,</verse>
				<verse number="24">ມາ​ເຖິງ​ພຣະເຢຊູເຈົ້າ​ຜູ້​ເປັນ​ຜູ້ກາງ​ແຫ່ງ​ພັນທະສັນຍາ​ໃໝ່ ແລະ ມາ​ເຖິງ​ການຊິດເລືອດ ເຊິ່ງ​ກ່າວ​ເຖິງ​ສິ່ງ​ທີ່​ດີ​ກວ່າ​ເລືອດ​ຂອງ​ອາເບັນ.</verse>
				<verse number="25">ຈົ່ງ​ລະວັງ​ຢ່າ​ປະຕິເສດ​ພຣະອົງ​ຜູ້​ກ່າວ​ຢູ່​ນັ້ນ. ຖ້າ​ພວກເຂົາ​ຍັງ​ໜີ​ບໍ່​ພົ້ນ​ເມື່ອ​ປະຕິເສດ​ພຣະອົງ​ຜູ້​ກ່າວ​ເຕືອນ​ພວກເຂົາ​ໃນ​ໂລກ​ນີ້, ພວກເຮົາ​ຍິ່ງ​ຈະ​ໜີ​ບໍ່​ພົ້ນ​ຖ້າ​ພວກເຮົາ​ຫັນໜີ​ຈາກ​ພຣະອົງ​ຜູ້​ເຕືອນ​ພວກເຮົາ​ຈາກ​ສະຫວັນ?</verse>
				<verse number="26">ເວລາ​ນັ້ນ​ສຽງ​ຂອງ​ພຣະອົງ​ຈະ​ເຮັດ​ໃຫ້​ໂລກ​ສັ່ນສະເທືອນ, ແຕ່​ບັດນີ້​ພຣະອົງ​ໄດ້​ສັນຍາ​ໄວ້​ວ່າ, “ອີກ​ຄັ້ງໜຶ່ງ ເຮົາ​ບໍ່​ພຽງ​ແຕ່​ຈະ​ສັ່ນສະເທືອນ​ໂລກ​ນີ້​ເທົ່ານັ້ນ​ແຕ່​ຈະ​ສັ່ນສະເທືອນ​ຟ້າສະຫວັນ​ເໝືອນກັນ”.</verse>
				<verse number="27">ຄຳ​ວ່າ “ອີກ​ຄັ້ງໜຶ່ງ” ບົ່ງ​ບອກ​ວ່າ​ສິ່ງ​ທີ່​ສາມາດ​ສັ່ນສະເທືອນ​ໄດ້​ຄື​ສິ່ງ​ທີ່​ສ້າງຂຶ້ນ​ນັ້ນ​ຈະ​ຖືກ​ກຳຈັດ​ຖິ້ມ ເພື່ອ​ໃຫ້​ເຫລືອ​ຢູ່​ແຕ່​ສິ່ງ​ທີ່​ບໍ່​ສາມາດ​ສັ່ນສະເທືອນ.</verse>
				<verse number="28">ເຫດສະນັ້ນ, ໃນ​ເມື່ອ​ພວກເຮົາ​ກຳລັງ​ໄດ້​ຮັບ​ອານາຈັກ​ທີ່​ບໍ່​ສາມາດ​ສັ່ນສະເທືອນ​ໄດ້, ກໍ​ໃຫ້​ພວກເຮົາ​ໂມທະນາ​ຂອບພຣະຄຸນ ແລະ ນະມັດສະການ​ພຣະເຈົ້າ​ຕາມ​ທີ່​ສົມຄວນ​ດ້ວຍ​ຄວາມເຄົາລົບ ແລະ ຢຳເກງ,</verse>
				<verse number="29">ເພາະວ່າ “ພຣະເຈົ້າ​ຂອງ​ພວກເຮົາ​ເປັນ​ໄຟ​ທີ່​ເຜົາໄໝ້”.</verse>
			</chapter>
			<chapter number="13">
				<verse number="1">ຈົ່ງ​ສືບຕໍ່​ຮັກເຊິ່ງກັນແລະກັນ​ເໝືອນດັ່ງ​ພີ່ນ້ອງ.</verse>
				<verse number="2">ຢ່າ​ລືມ​ທີ່​ຈະ​ຕ້ອນຮັບ​ຄົນແປກໜ້າ, ເພາະ​ໂດຍ​ການ​ເຮັດ​ຢ່າງ​ນັ້ນ​ບາງຄົນ​ໄດ້​ຕ້ອນຮັບ​ເທວະດາ​ຢ່າງ​ບໍ່​ຮູ້​ໂຕ.</verse>
				<verse number="3">ຈົ່ງ​ສືບຕໍ່​ລະນຶກ​ເຖິງ​ບັນດາ​ຜູ້​ທີ່​ຖືກ​ຂັງຄຸກ​ຢູ່​ເໝືອນ​ກັບ​ວ່າ​ພວກເຈົ້າ​ໄດ້​ຖືກ​ຂັງຄຸກ​ຮ່ວມ​ກັນ​ກັບ​ພວກເຂົາ​ດ້ວຍ ແລະ ຈົ່ງ​ລະນຶກ​ເຖິງ​ບັນດາ​ຄົນ​ທີ່​ຖືກ​ຂົ່ມເຫັງ​ເໝືອນ​ກັບ​ວ່າ​ພວກເຈົ້າ​ເອງ​ກຳລັງ​ທຸກທໍລະມານ​ຢູ່.</verse>
				<verse number="4">ຈົ່ງ​ໃຫ້​ການແຕ່ງງານ​ເປັນ​ທີ່​ນັບຖື​ສຳລັບ​ທຸກຄົນ ແລະ ຮັກສາ​ຕຽງນອນ​ສົມລົດ​ໃຫ້​ບໍລິສຸດ, ເພາະ​ພຣະເຈົ້າ​ຈະ​ພິພາກສາ​ລົງໂທດ​ແກ່​ຄົນຫລິ້ນຊູ້ ແລະ ທຸກຄົນ​ທີ່​ເຮັດ​ຜິດສິນທຳທາງເພດ.</verse>
				<verse number="5">ຈົ່ງ​ຮັກສາ​ຊີວິດ​ຂອງ​ພວກເຈົ້າ​ໃຫ້​ເວັ້ນຈາກ​ການຮັກເງິນ ແລະ ຈົ່ງ​ພໍໃຈ​ກັບ​ສິ່ງ​ທີ່​ຕົນ​ມີ​ຢູ່, ເພາະວ່າ​ພຣະເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ບໍ່​ໄປ​ຈາກ​ເຈົ້າ, ເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ​ຈັກເທື່ອ”.</verse>
				<verse number="6">ດັ່ງນັ້ນ ພວກເຮົາ​ຈຶ່ງ​ກ່າວ​ໄດ້​ຢ່າງ​ໝັ້ນໃຈ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເປັນ​ຜູ້ຊ່ວຍເຫລືອ​ຂອງ​ຂ້ານ້ອຍ, ຂ້ານ້ອຍ​ຈະ​ບໍ່​ຢ້ານກົວ. ມະນຸດ​ຈະ​ເຮັດຫຍັງ​ໃຫ້​ຂ້ານ້ອຍ​ໄດ້?”</verse>
				<verse number="7">ຈົ່ງ​ລະນຶກ​ເຖິງ​ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ. ຈົ່ງ​ພິຈາລະນາ​ເບິ່ງ​ຜົນ​ຂອງ​ວິຖີຊີວິດ​ຂອງ​ພວກເພິ່ນ​ເຫລົ່ານັ້ນ​ແລ້ວ​ປະຕິບັດ​ຕາມ​ແບບຢ່າງ​ຄວາມເຊື່ອ​ຂອງ​ພວກເພິ່ນ.</verse>
				<verse number="8">ພຣະເຢຊູຄຣິດເຈົ້າ​ເປັນ​ຢູ່​ທັງ​ໃນ​ເວລາ​ວານນີ້, ວັນນີ້ ແລະ ຕະຫລອດໄປ.</verse>
				<verse number="9">ຢ່າ​ຫລົງ​ໄປ​ກັບ​ບັນດາ​ຄຳສອນ​ແປກໆ​ທຸກ​ຊະນິດ. ເປັນ​ການ​ດີ​ທີ່​ຈະ​ໃຫ້​ຫົວໃຈ​ຂອງ​ພວກເຮົາ​ເຂັ້ມແຂງ​ຂຶ້ນ​ດ້ວຍ​ພຣະຄຸນ, ບໍ່​ແມ່ນ​ດ້ວຍ​ການ​ຮັບປະທານ​ອາຫານ​ຕາມ​ພິທີການ ເຊິ່ງ​ບໍ່​ມີ​ປະໂຫຍດ​ຫຍັງ​ແກ່​ບັນດາ​ຜູ້​ທີ່​ຮັບປະທານ.</verse>
				<verse number="10">ພວກເຮົາ​ມີ​ແທ່ນບູຊາ​ທີ່​ບັນດາ​ຜູ້​ປະຕິບັດ​ໜ້າທີ່​ໃນ​ຫໍເຕັນ​ຈະ​ບໍ່​ມີ​ສິດ​ຮັບປະທານ​ອາຫານ​ຈາກ​ແທ່ນບູຊາ​ນັ້ນ.</verse>
				<verse number="11">ມະຫາ​ປະໂລຫິດ​ນຳ​ເລືອດ​ຂອງ​ສັດ​ຕ່າງໆ​ເຂົ້າ​ໄປ​ໃນ​ສະຖານທີ່ສັກສິດ​ທີ່ສຸດ​ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ບາບ, ແຕ່​ຮ່າງກາຍ​ຂອງ​ສັດ​ເຫລົ່ານັ້ນ​ໄດ້​ຖືກ​ນຳ​ໄປ​ເຜົາ​ຢູ່​ນອກ​ຄ້າຍ.</verse>
				<verse number="12">ແລະ ພຣະເຢຊູຄຣິດເຈົ້າ​ກໍ​ເໝືອນ​ກັນ ພຣະອົງ​ທົນທຸກ​ຢູ່​ນອກ​ປະຕູ​ເມືອງ​ເພື່ອ​ຊຳລະ​ຄົນ​ຂອງ​ພຣະເຈົ້າ​ໃຫ້​ບໍລິສຸດ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.</verse>
				<verse number="13">ດັ່ງນັ້ນ ໃຫ້​ພວກເຮົາ​ທັງຫລາຍ​ອອກ​ໄປ​ຫາ​ພຣະອົງ​ທີ່​ນອກ​ຄ້າຍ, ແບກ​ຮັບ​ຄວາມອັບອາຍ​ທີ່​ພຣະອົງ​ໄດ້​ແບກ​ໄວ້​ນັ້ນ.</verse>
				<verse number="14">ເພາະ​ຢູ່​ທີ່​ນີ້​ພວກເຮົາ​ບໍ່​ມີ​ບ້ານເມືອງ​ອັນ​ຖາວອນ, ແຕ່​ພວກເຮົາ​ກຳລັງ​ສະແຫວງຫາ​ບ້ານເມືອງ​ທີ່​ຈະ​ມາ​ເຖິງ.</verse>
				<verse number="15">ເຫດສະນັ້ນ ໃຫ້​ພວກເຮົາ​ຖວາຍ​ການສັນລະເສີນ​ເປັນ​ເຄື່ອງບູຊາ​ແກ່​ພຣະເຈົ້າ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ​ຕະຫລອດໄປ ຄື​ຖວາຍ​ຜົນ​ແຫ່ງ​ຮີມສົບ​ທີ່​ກ່າວ​ຍອມຮັບ​ນາມ​ຂອງ​ພຣະອົງ.</verse>
				<verse number="16">ຢ່າ​ລືມ​ທີ່​ຈະ​ເຮັດ​ຄວາມດີ ແລະ ແບ່ງປັນ​ໃຫ້​ແກ່​ຜູ້ອື່ນ, ເພາະ​ພຣະເຈົ້າ​ພໍໃຈ​ເຄື່ອງບູຊາ​ຢ່າງ​ນີ້.</verse>
				<verse number="17">ຈົ່ງ​ເຊື່ອຟັງ ແລະ ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ຜູ້ນຳ​ຂອງ​ພວກເຈົ້າ, ເພາະ​ພວກເພິ່ນ​ເຝົ້າ​ເບິ່ງແຍງ​ພວກເຈົ້າ​ໃນ​ຖານະ​ຜູ້​ທີ່​ຈະ​ຕ້ອງ​ລາຍງານ. ຈົ່ງ​ເຮັດ​ຢ່າງ​ນີ້ ເພື່ອວ່າ​ພວກເພິ່ນ​ຈະ​ເຮັດ​ໜ້າທີ່​ຂອງ​ຕົນ​ດ້ວຍ​ຄວາມຍິນດີ, ບໍ່​ແມ່ນ​ຈໍາ​ໃຈ ເພາະ​ຈະ​ເປັນ​ປະໂຫຍດ​ແກ່​ພວກເຈົ້າ.</verse>
				<verse number="18">ຈົ່ງ​ອະທິຖານ​ເພື່ອ​ພວກເຮົາ. ພວກເຮົາ​ແນ່ໃຈ​ວ່າ​ພວກເຮົາ​ມີ​ຈິດສຳນຶກ​ອັນ​ໃສ​ສະອາດ ແລະ ປາຖະໜາ​ທີ່​ຈະ​ດຳເນີນຊີວິດ​ຢ່າງ​ມີ​ກຽດ​ໃນ​ທຸກ​ດ້ານ.</verse>
				<verse number="19">ເຮົາ​ຂໍຮ້ອງ​ພວກເຈົ້າ​ເປັນ​ພິເສດ​ໃຫ້​ອະທິຖານ​ຂໍ​ໃຫ້​ເຮົາ​ໄດ້​ກັບ​ມາ​ຫາ​ພວກເຈົ້າ​ໃນ​ໄວໆ​ນີ້.</verse>
				<verse number="20">ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ສັນຕິສຸກ, ຜູ້​ທີ່​ຜ່ານ​ໂລຫິດ​ແຫ່ງ​ພັນທະສັນຍາ​ນິລັນດອນ​ໄດ້​ນໍາ​ເອົາ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເປັນຄືນມາຈາກຕາຍ, ຜູ້​ເປັນ​ພຣະຜູ້ລ້ຽງ​ອົງ​ຍິ່ງໃຫຍ່​ຂອງ​ຝູງ​ແກະ​ນັ້ນ.</verse>
				<verse number="21">ໃຫ້​ພວກເຈົ້າ​ທັງຫລາຍ​ມີ​ທຸກສິ່ງ​ທີ່​ດີ​ເພື່ອ​ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ ແລະ ຂໍ​ພຣະອົງ​ທຳງານ​ໃນ​ພວກເຮົາ​ທັງຫລາຍ​ຕາມ​ທີ່​ພຣະອົງ​ພໍໃຈ ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ, ຂໍ​ໃຫ້​ກຽດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.</verse>
				<verse number="22">ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃຫ້​ອົດທົນ​ຟັງ​ຄຳ​ເຕືອນສະຕິ​ຂອງ​ເຮົາ ເພາະ​ເຮົາ​ໄດ້​ຂຽນ​ເຖິງ​ພວກເຈົ້າ​ພຽງ​ແຕ່​ສັ້ນໆ.</verse>
				<verse number="23">ເຮົາ​ຂໍ​ໃຫ້​ພວກເຈົ້າ​ຮູ້​ວ່າ​ຕີໂມທຽວ​ພີ່ນ້ອງ​ຂອງ​ພວກເຮົາ​ໄດ້​ຮັບ​ການປ່ອຍໂຕ​ແລ້ວ. ຖ້າ​ລາວ​ມາ​ຮອດ​ໄວ, ເຮົາ​ຈະ​ມາ​ຫາ​ພວກເຈົ້າ​ພ້ອມ​ກັບ​ລາວ.</verse>
				<verse number="24">ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ ແລະ ຄົນ​ຂອງ​ພຣະເຈົ້າ. ບັນດາ​ພີ່ນ້ອງ​ທີ່​ມາ​ຈາກ​ອີຕາລີ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ທັງຫລາຍ.</verse>
				<verse number="25">ຂໍ​ໃຫ້​ພຣະຄຸນ​ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ.</verse>
			</chapter>
		</book>
		<book number="59">
			<chapter number="1">
				<verse number="1">ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຢາໂກໂບ, ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ, ເຖິງ​ຄົນ​ສິບສອງ​ເຜົ່າ​ທີ່​ກະຈັດກະຈາຍ​ຢູ່​ໃນ​ຊາດ​ຕ່າງໆ:</verse>
				<verse number="2">ພີ່ນ້ອງ​ທັງຫລາຍ​ເອີຍ, ເມື່ອ​ໃດ​ທີ່​ພວກເຈົ້າ​ປະເຊີນ​ກັບ​ການທົດລອງ​ໃນ​ຫລາຍ​ຮູບແບບ​ຈົ່ງ​ຖື​ເປັນ​ເລື່ອງ​ທີ່​ໜ້າ​ຍິນດີ​ແທ້ໆ,</verse>
				<verse number="3">ເພາະ​ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ການ​ທົດລອງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ນັ້ນ​ເຮັດ​ໃຫ້​ເກີດ​ມີ​ຄວາມອົດທົນ.</verse>
				<verse number="4">ຈົ່ງ​ໃຫ້​ຄວາມອົດທົນ​ບັນລຸ​ເຖິງ​ເປົ້າໝາຍ​ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເປັນ​ຜູ້​ໃຫຍ່​ຂຶ້ນ ແລະ ຄວບຖ້ວນ​ໂດຍ​ບໍ່​ຂາດ​ຫຍັງ.</verse>
				<verse number="5">ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ຜູ້​ນັ້ນ​ກໍ​ຈົ່ງ​ຂໍ​ຈາກ​ພຣະເຈົ້າ ຜູ້​ໃຫ້​ແກ່​ທຸກຄົນ​ດ້ວຍ​ໃຈກວ້າງຂວາງ​ໂດຍ​ບໍ່​ຕຳໜິ ແລ້ວ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ.</verse>
				<verse number="6">ແຕ່​ໃນ​ເວລາ​ທີ່​ພວກເຈົ້າ​ຂໍ​ນັ້ນ ພວກເຈົ້າ​ຕ້ອງ​ເຊື່ອ ແລະ ບໍ່​ສົງໄສ, ເພາະວ່າ​ຜູ້ໃດ​ທີ່​ສົງໄສ​ກໍ​ເປັນ​ເໝືອນ​ຄື້ນ​ໃນ​ທະເລ​ທີ່​ຖືກ​ລົມພັດ​ຊັດ​ໄປ​ມາ.</verse>
				<verse number="7">ຜູ້​ນັ້ນ​ຢ່າ​ຫວັງວ່າ​ຈະ​ໄດ້​ຮັບ​ສິ່ງໃດ​ຈາກ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="8">ເຊິ່ງ​ເປັນ​ຄົນ​ສອງໃຈ ແລະ ບໍ່​ໝັ້ນຄົງ​ໃນ​ທຸກສິ່ງ​ທີ່​ພວກເຂົາ​ກະທຳ.</verse>
				<verse number="9">ບັນດາ​ຜູ້ທີ່ເຊື່ອ​ທີ່​ຕ່ຳຕ້ອຍ​ນັ້ນ​ຈົ່ງ​ພູມໃຈ​ໃນ​ຖານະ​ອັນ​ສູງສົ່ງ​ຂອງ​ຕົນ.</verse>
				<verse number="10">ແຕ່​ຄົນຮັ່ງມີ​ນັ້ນ​ຄວນ​ພາກພູມໃຈ​ໃນ​ຄວາມອັບອາຍ​ຂອງ​ຕົນ ເພາະ​ຜູ້​ທີ່​ຮັ່ງມີ​ນັ້ນ​ຈະ​ລ່ວງລັບ​ໄປ​ເໝືອນດັ່ງ​ດອກໄມ້​ປ່າ.</verse>
				<verse number="11">ເພາະ​ເມື່ອ​ຕາເວັນ​ຂຶ້ນ​ດ້ວຍ​ຄວາມຮ້ອນກ້າ ແລະ ເຮັດ​ໃຫ້​ພືດ​ຫ່ຽວແຫ້ງ, ດອກ​ຂອງ​ມັນ​ກໍ​ຫລົ່ນ​ລົງ ແລະ ຄວາມງາມ​ກໍ​ຖືກ​ທຳລາຍ. ໃນ​ທຳນອງດຽວກັນ​ນີ້ ຄົນ​ຮັ່ງມີ​ກໍ​ຈະ​ເສື່ອມສູນ​ໄປ​ແມ່ນ​ແຕ່​ໃນ​ຂະນະ​ທີ່​ພວກເຂົາ​ດຳເນີນ​ກິດຈະການ​ຂອງ​ຕົນ​ຢູ່.</verse>
				<verse number="12">ຄວາມສຸກ​ມີ​ແກ່​ຜູ້​ທີ່​ອົດທົນ​ຕໍ່​ການທົດລອງ ເພາະ​ເມື່ອ​ຜ່ານ​ການທົດສອບ​ແລ້ວ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ຊີວິດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ຜູ້​ທີ່​ຮັກ​ພຣະອົງ.</verse>
				<verse number="13">ເມື່ອ​ຖືກ​ລໍ້ລວງ​ໃຫ້​ເຮັດ​ບາບ ຢ່າ​ໃຫ້​ຜູ້ໃດ​ເວົ້າ​ວ່າ, “ພຣະເຈົ້າ​ລໍ້ລວງ​ຂ້ານ້ອຍ” ເພາະວ່າ​ຄວາມຊົ່ວ​ບໍ່​ສາມາດ​ລໍ້ລວງ​ພຣະເຈົ້າ​ໃຫ້​ເຮັດ​ບາບ​ໄດ້ ແລະ ພຣະອົງ​ກໍ​ບໍ່​ໄດ້​ລໍ້ລວງ​ຜູ້ໃດ,</verse>
				<verse number="14">ແຕ່​ວ່າ​ແຕ່ລະຄົນ​ຖືກ​ລໍ້ລວງ​ກໍ​ເມື່ອ​ພວກເຂົາ​ຖືກ​ຊັກຈູງ​ໄປ​ໂດຍ​ຄວາມປາຖະໜາ​ຊົ່ວ​ຂອງ​ຕົນ ແລະ ຖືກ​ລໍ້ລວງ.</verse>
				<verse number="15">ຫລັງ​ຈາກ​ທີ່​ຄວາມປາຖະໜາ​ຊົ່ວ​ໄດ້​ກໍ່​ໃຫ້​ເກີດ​ຂຶ້ນ​ແລ້ວ, ກໍ​ເຮັດ​ໃຫ້​ເກີດ​ມີ​ບາບ ແລະ ເມື່ອ​ບາບ​ຈະເລີນ​ຂຶ້ນ​ຢ່າງ​ເຕັມຂະໜາດ​ແລ້ວ​ກໍ​ກໍ່​ໃຫ້​ເກີດ​ມີ​ຄວາມຕາຍ.</verse>
				<verse number="16">ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຢ່າ​ໃຫ້​ຜູ້ໃດ​ຖືກ​ລໍ້ລວງ​ເລີຍ.</verse>
				<verse number="17">ຂອງປະທານ​ທຸກຢ່າງ​ທີ່​ດີ ແລະ ລ້ຳເລີດ​ນັ້ນ​ລ້ວນ​ແຕ່​ມາ​ຈາກ​ເບື້ອງເທິງ, ລົງ​ມາ​ຈາກ​ພຣະບິດາ​ແຫ່ງ​ດວງສະຫວ່າງ​ທັງຫລາຍ​ໃນ​ສະຫວັນ ຜູ້​ບໍ່​ປ່ຽນແປງ​ເໝືອນດັ່ງ​ເງົາ​ທີ່​ເຄື່ອນຍ້າຍ.</verse>
				<verse number="18">ພຣະອົງ​ເລືອກ​ທີ່​ຈະ​ໃຫ້​ພວກເຮົາ​ບັງເກີດ​ຜ່ານ​ທາງ​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ເພື່ອ​ພວກເຮົາ​ຈະ​ໄດ້​ເປັນ​ຜົນທຳອິດ​ຂອງ​ທຸກສິ່ງ​ທີ່​ໄດ້​ພຣະອົງ​ສ້າງ.</verse>
				<verse number="19">ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ໃຫ້​ຈົດຈຳ​ຂໍ້​ນີ້​ຄື: ທຸກຄົນ​ຈະ​ຕ້ອງ​ໄວ​ໃນ​ການຟັງ, ຊ້າ​ໃນ​ການເວົ້າ ແລະ ຊ້າ​ໃນ​ການໃຈຮ້າຍ,</verse>
				<verse number="20">ເພາະວ່າ​ຄວາມຄຽດຮ້າຍ​ຂອງ​ມະນຸດ​ບໍ່​ໄດ້​ກໍ່​ໃຫ້​ເກີດ​ຄວາມຊອບທຳ​ທີ່​ພຣະເຈົ້າ​ປະສົງ.</verse>
				<verse number="21">ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມເປື້ອນເປິ​ທາງ​ສິນທຳ​ທຸກຢ່າງ ແລະ ຄວາມຊົ່ວຊ້າ​ທີ່​ແຜ່​ຫລາຍ ແລ້ວ​ຖ່ອມໂຕລົງ​ຮັບ​ເອົາ​ພຣະຄຳ​ທີ່​ໄດ້​ປູກ​ໄວ້​ໃນ​ພວກເຈົ້າ ເຊິ່ງ​ສາມາດ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໄດ້.</verse>
				<verse number="22">ຢ່າ​ພຽງ​ແຕ່​ຟັງ​ພຣະຄຳ ແລະ ຫລອກລວງ​ຕົນເອງ​ເທົ່ານັ້ນ, ແຕ່​ຈົ່ງ​ປະຕິບັດ​ຕາມ​ພຣະຄຳ​ນັ້ນ.</verse>
				<verse number="23">ຜູ້ໃດ​ທີ່​ຟັງ​ພຣະຄຳ​ແຕ່​ບໍ່​ໄດ້​ປະຕິບັດ​ຕາມ, ຜູ້​ນັ້ນ​ກໍ​ເປັນ​ເໝືອນ​ຄົນ​ທີ່​ແຍງເບິ່ງ​ໜ້າ​ຂອງ​ຕົນເອງ​ໃນ​ແວ່ນ</verse>
				<verse number="24">ແລະ ຫລັງ​ຈາກ​ແຍງເບິ່ງ​ແລ້ວ​ກໍ​ໄປ ແລະ ໃນທັນໃດ​ນັ້ນ​ກໍ​ລືມ​ວ່າ​ໜ້າ​ຂອງ​ຕົນເອງ​ເປັນ​ຢ່າງໃດ.</verse>
				<verse number="25">ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ຕັ້ງໃຈ​ເບິ່ງ​ກົດບັນຍັດ​ອັນ​ສົມບູນ​ທີ່​ໃຫ້​ເສລີພາບ ແລະ ສືບຕໍ່​ໃນ​ເສລີພາບ​ນັ້ນ ໂດຍ​ບໍ່​ລືມ​ສິ່ງ​ທີ່​ພວກເຂົາ​ໄດ້​ຍິນ, ແຕ່​ປະຕິບັດ​ຕາມ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ພອນ​ໃນ​ສິ່ງ​ທີ່​ຕົນ​ກະທຳ.</verse>
				<verse number="26">ບັນດາ​ຜູ້​ທີ່​ຄິດ​ວ່າ​ຕົນເອງ​ເຄັ່ງ​ສາສະໜາ​ແຕ່​ບໍ່​ຄວບຄຸມ​ລີ້ນ​ຂອງ​ຕົນ​ໃຫ້​ດີ​ກໍ​ຫລອກລວງ​ຕົນເອງ ແລະ ສາສະໜາ​ຂອງ​ພວກເຂົາ​ກໍ​ໄຮ້ຄ່າ.</verse>
				<verse number="27">ສາສະໜາ​ທີ່​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ຍອມຮັບ​ວ່າ​ບໍລິສຸດ ແລະ ບໍ່​ມີ​ຂໍ້ບົກພ່ອງ​ຄື: ການເບິ່ງແຍງ​ບັນດາ​ເດັກກ່ຳພ້າ ແລະ ແມ່ໝ້າຍ​ທີ່​ທຸກຍາກ​ຂອງ ແລະ ໃນ​ການຮັກສາ​ຕົນເອງ​ໃຫ້​ພົ້ນ​ຈາກ​ມົນທິນ​ຂອງ​ໂລກ.</verse>
			</chapter>
			<chapter number="2">
				<verse number="1">ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ໃນ​ຖານະ​ທີ່​ພວກເຈົ້າ​ເປັນ​ຜູ້​ເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຜູ້​ມີ​ສະຫງ່າລາສີ​ຂອງ​ພວກເຮົາ​ຈະ​ຕ້ອງ​ບໍ່​ລຳອຽງ.</verse>
				<verse number="2">ສົມມຸດ​ວ່າ​ມີ​ຊາຍ​ຄົນ​ໜຶ່ງ​ໃສ່ແຫວນຄຳ ແລະ ແຕ່ງກາຍ​ງົດງາມ​ເຂົ້າ​ມາ​ໃນ​ທີ່ປະຊຸມ​ຂອງ​ພວກເຈົ້າ ແລະ ມີ​ຄົນ​ທຸກຍາກ​ຄົນ​ໜຶ່ງ​ແຕ່ງກາຍ​ດ້ວຍ​ເຄື່ອງນຸ່ງ​ເກົ່າ​ເປື້ອນເປິ​ເຂົ້າ​ມາ​ໃນ​ທີ່ປະຊຸມ​ເໝືອນກັນ.</verse>
				<verse number="3">ຖ້າ​ພວກເຈົ້າ​ໃຫ້​ຄວາມສົນໃຈ​ແກ່​ຄົນ​ທີ່​ແຕ່ງກາຍ​ງົດງາມ​ເປັນ​ພິເສດ ແລະ ກ່າວ​ວ່າ, “ນີ້​ເປັນ​ບ່ອນນັ່ງ​ທີ່​ດີ​ສຳລັບ​ທ່ານ” ແຕ່​ກ່າວ​ກັບ​ຄົນ​ທຸກຍາກ​ນັ້ນ​ວ່າ, “ເຈົ້າ​ຈົ່ງ​ຢືນ​ຢູ່​ບ່ອນ​ນີ້” ຫລື ກ່າວ​ວ່າ, “ຈົ່ງ​ນັ່ງ​ທີ່​ພື້ນ​ໃກ້​ຕີນ​ຂອງ​ເຮົາ”</verse>
				<verse number="4">ພວກເຈົ້າ​ກໍ​ມີ​ການຈຳແນກ​ໃນ​ທ່າມກາງ​ພວກເຈົ້າ​ເອງ ແລະ ກາຍເປັນ​ຜູ້ຕັດສິນ​ຄົນ​ດ້ວຍ​ຄວາມຄິດ​ຊົ່ວ​ບໍ່ແມ່ນ​ບໍ?</verse>
				<verse number="5">ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ: ຈົ່ງ​ຟັງ, ພຣະເຈົ້າ​ເລືອກ​ຜູ້​ທີ່​ຍາກຈົນ​ໃນ​ສາຍຕາ​ຂອງ​ຊາວ​ໂລກ​ໃຫ້​ຮັ່ງມີ​ໃນ​ຄວາມເຊື່ອ ແລະ ໃຫ້​ຄອບຄອງ​ອານາຈັກ​ທີ່​ພຣະອົງ​ສັນຍາ​ໄວ້​ກັບ​ບັນດາ​ຜູ້​ທີ່​ຮັກ​ພຣະອົງ​ບໍ່​ແມ່ນ​ບໍ?</verse>
				<verse number="6">ແຕ່​ພວກເຈົ້າ​ບໍ່​ໃຫ້​ກຽດ​ຄົນຍາກຈົນ. ບໍ່​ແມ່ນ​ຄົນຮັ່ງມີ​ບໍ​ທີ່​ຂູດຮີດ​ພວກເຈົ້າ? ບໍ່​ແມ່ນ​ພວກເຂົາ​ນີ້​ບໍ​ທີ່​ລາກ​ພວກເຈົ້າ​ໄປ​ຂຶ້ນ​ສານ?</verse>
				<verse number="7">ບໍ່​ແມ່ນ​ພວກເຂົາ​ບໍ​ທີ່​ເວົ້າ​ໝິ່ນປະໝາດ​ນາມ​ອັນ​ສູງສົ່ງ​ຂອງ​ພຣະອົງ​ຂອງ​ພຣະອົງ?</verse>
				<verse number="8">ຖ້າ​ພວກເຈົ້າ​ຖືຮັກສາ​ພຣະບັນຍັດ​ທີ່​ມີ​ຢູ່​ໃນ​ພຣະຄຳພີ​ແທ້ໆ​ວ່າ, “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ” ພວກເຈົ້າ​ກໍ​ເຮັດ​ຖືກ​ແລ້ວ.</verse>
				<verse number="9">ແຕ່​ຖ້າ​ພວກເຈົ້າ​ມີ​ການເລືອກໜ້າຄົນ, ພວກເຈົ້າ​ກໍ​ເຮັດ​ບາບ ແລະ ຖືກ​ຕັດສິນ​ໂດຍ​ກົດບັນຍັດ​ວ່າ​ເປັນ​ຜູ້ລະເມີດ​ກົດບັນຍັດ.</verse>
				<verse number="10">ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ເຮັດ​ຕາມ​ກົດບັນຍັດ​ໄດ້​ທັງໝົດ​ແຕ່​ເຮັດ​ຜິດພາດ​ພຽງ​ຈຸດ​ດຽວ ກໍ​ມີ​ຄວາມຜິດ​ເທົ່າ​ກັບ​ລະເມີດ​ກົດບັນຍັດ​ທັງໝົດ.</verse>
				<verse number="11">ເພາະ​ພຣະອົງ​ຜູ້​ກ່າວ​ວ່າ, “ຢ່າ​ຫລິ້ນຊູ້” ນັ້ນ​ຍັງ​ກ່າວ​ອີກ​ວ່າ, “ຢ່າ​ຂ້າ​ຄົນ” ຖ້າ​ພວກເຈົ້າ​ບໍ່​ໄດ້​ຫລິ້ນຊູ້​ແຕ່​ໄດ້​ຂ້າ​ຄົນ, ພວກເຈົ້າ​ກໍ​ໄດ້​ກາຍມາ​ເປັນ​ຜູ້​ລະເມີດ​ກົດບັນຍັດ.</verse>
				<verse number="12">ຈົ່ງ​ເວົ້າ ແລະ ເຮັດ​ເໝືອນ​ຢ່າງ​ຄົນ​ເຫລົ່ານັ້ນ​ທີ່​ກຳລັງ​ຮັບ​ການ​ຕັດສິນ​ດ້ວຍ​ກົດບັນຍັດ​ທີ່​ໃຫ້​ເສລີພາບ,</verse>
				<verse number="13">ເພາະວ່າ​ການພິພາກສາ​ທີ່​ບໍ່ມີຄວາມເມດຕາ​ຈະ​ສະແດງ​ແກ່​ຜູ້​ທີ່​ບໍ່​ມີ​ຄວາມເມດຕາ. ຄວາມເມດຕາ​ມີ​ໄຊຊະນະ​ເໜືອ​ການພິພາກສາ!</verse>
				<verse number="14">ພີ່ນ້ອງ​ທັງຫລາຍ, ຖ້າ​ຄົນ​ໜຶ່ງ​ອ້າງ​ວ່າ​ຕົນ​ມີ​ຄວາມເຊື່ອ​ແຕ່​ບໍ່​ມີ​ການປະຕິບັດ​ມັນ​ຈະ​ມີ​ປະໂຫຍດ​ອັນໃດ? ຄວາມເຊື່ອ​ແບບ​ນີ້​ສາມາດ​ຊ່ວຍ​ພວກເຂົາ​ໃຫ້​ລອດພົ້ນ​ໄດ້​ບໍ?</verse>
				<verse number="15">ສົມມຸດ​ວ່າ​ມີ​ພີ່ນ້ອງ​ຄົນ​ໃດ​ບໍ່​ມີ​ເຄື່ອງນຸ່ງຫົ່ມ ແລະ ອາຫານ​ປະຈຳວັນ.</verse>
				<verse number="16">ຖ້າ​ມີ​ຜູ້​ໜຶ່ງ​ໃນ​ພວກເຈົ້າ​ເວົ້າ​ກັບ​ພວກເຂົາ​ວ່າ, “ຈົ່ງ​ໄປ​ເປັນ​ສຸກ, ຮັກສາ​ຮ່າງກາຍ​ໃຫ້​ອົບອຸ່ນ ແລະ ກິນ​ໃຫ້​ອີ່ມ​ສາ”, ແຕ່​ບໍ່​ໄດ້​ໃຫ້​ສິ່ງຂອງ​ໃດໆ​ທີ່​ຈຳເປັນ​ຝ່າຍຮ່າງກາຍ​ຂອງ​ພວກເຂົາ​ຈະ​ມີ​ປະໂຫຍດ​ອັນ​ໃດ?</verse>
				<verse number="17">ໃນ​ທຳນອງດຽວກັນ, ຄວາມເຊື່ອ​ພຽງ​ຢ່າງ​ດຽວ​ໂດຍ​ບໍ່​ມີ​ການປະຕິບັດ​ກໍ​ເປັນ​ຄວາມເຊື່ອ​ທີ່​ຕາຍ​ແລ້ວ.</verse>
				<verse number="18">ແຕ່​ບາງຄົນ​ຈະ​ກ່າວ​ວ່າ, “ເຈົ້າ​ມີ​ຄວາມເຊື່ອ ສ່ວນ​ຂ້ອຍ​ມີ​ການປະຕິບັດ”. ຈົ່ງ​ສະແດງ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ບໍ່​ມີ​ການປະຕິບັດ​ມາ ແລ້ວ​ເຮົາ​ຈະ​ສະແດງ​ຄວາມເຊື່ອ​ຂອງ​ເຮົາ​ດ້ວຍ​ການປະຕິບັດ​ຂອງ​ເຮົາ.</verse>
				<verse number="19">ເຈົ້າ​ເຊື່ອ​ວ່າ​ມີ​ພຣະເຈົ້າ​ອົງ​ດຽວ​ກໍ​ດີ​ແລ້ວ! ແມ່ນແຕ່​ພວກ​ຜີມານຮ້າຍ​ກໍ​ຍັງ​ເຊື່ອ​ຢ່າງ​ນັ້ນ ແລະ ຢ້ານ​ຈົນ​ໂຕສັ່ນ.</verse>
				<verse number="20">ຄົນໂງ່​ເອີຍ, ພວກເຈົ້າ​ຕ້ອງການ​ຫລັກຖານ​ວ່າ​ຄວາມເຊື່ອ​ທີ່​ບໍ່​ມີ​ການປະຕິບັດ​ນັ້ນ​ໄຮ້ປະໂຫຍດ ​ແມ່ນ​ບໍ?</verse>
				<verse number="21">ພຣະເຈົ້າ​ຖື​ວ່າ​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ເປັນ​ຜູ້ຊອບທຳ​ກໍ​ຍ້ອນ​ການປະຕິບັດ​ຂອງ​ເພິ່ນ​ທີ່​ໄດ້​ຖວາຍ​ອີຊາກ ລູກຊາຍ​ຂອງ​ເພິ່ນ​ເທິງ​ແທ່ນບູຊາ​ບໍ່​ແມ່ນ​ບໍ?</verse>
				<verse number="22">ພວກເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ຄວາມເຊື່ອ ແລະ ການປະຕິບັດ​ຂອງ​ເພິ່ນ​ກໍ​ເຮັດ​ຄຽງຄູ່​ກັນ​ໄປ ແລະ ຄວາມເຊື່ອ​ຂອງ​ເພິ່ນ​ຄົບຖ້ວນ​ສົມບູນ​ໂດຍ​ສິ່ງ​ທີ່​ເພິ່ນ​ໄດ້​ປະຕິບັດ.</verse>
				<verse number="23">ແລະ ເປັນ​ຈິງ​ຕາມ​ພຣະຄຳພີ​ທີ່​ກ່າວ​ວ່າ, “ອັບຣາຮາມ​ເຊື່ອ​ພຣະເຈົ້າ ແລະ ເພາະ​ຄວາມເຊື່ອ​ນີ້​ພຣະອົງ​ຖື​ວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ” ແລະ ເພິ່ນ​ໄດ້​ຖືກ​ເອີ້ນ​ວ່າ​ເປັນ​ສະຫາຍ​ຂອງ​ພຣະເຈົ້າ.</verse>
				<verse number="24">ພວກເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ຜູ້​ທີ່​ຈະ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ກໍ​ດ້ວຍ​ການປະຕິບັດ​ຂອງ​ພວກເຂົາ​ບໍ່​ແມ່ນ​ພຽງ​ຄວາມເຊື່ອ​ຢ່າງ​ດຽວ.</verse>
				<verse number="25">ໃນ​ທຳນອງດຽວກັນ ແມ່ນ​ແຕ່​ນາງ​ຣາຮາບ​ຍິງໂສເພນີ​ຍັງ​ຖືກ​ນັບ​ວ່າ​ເປັນ​ຄົນຊອບທຳ​ເພາະ​ການປະຕິບັດ​ຂອງ​ນາງ​ໃນ​ເວລາ​ທີ່​ນາງ​ໃຫ້​ທີ່ພັກ​ແກ່​ພວກສອດແນມ ແລະ ຊ່ວຍ​ສົ່ງ​ພວກເຂົາ​ໄປ​ອີກ​ທາງ​ໜຶ່ງ​ບໍ່​ແມ່ນ​ບໍ?</verse>
				<verse number="26">ຮ່າງກາຍ​ທີ່​ບໍ່​ມີ​ວິນຍານ ກໍ​ຕາຍ​ແລ້ວ​ສັນໃດ, ດັ່ງນັ້ນ​ຄວາມເຊື່ອ​ທີ່​ບໍ່ມີ​ການປະຕິບັດ ກໍ​ຕາຍ​ແລ້ວ​ສັນນັ້ນ.</verse>
			</chapter>
			<chapter number="3">
				<verse number="1">ພີ່ນ້ອງ​ທີ່​ເຊື່ອ​ທັງຫລາຍ​ເອີຍ, ບໍ່​ແມ່ນ​ຫລາຍຄົນ​ໃນ​ພວກເຈົ້າ​ຈະ​ຕ້ອງ​ເປັນ​ອາຈານ, ເພາະ​ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ພວກເຮົາ​ທີ່​ເປັນ​ຜູ້ສອນ​ນັ້ນ​ຈະ​ຖືກ​ຕັດສິນ​ຢ່າງ​ເຂັ້ມງວດ​ກວ່າ​ຜູ້​ອື່ນ.</verse>
				<verse number="2">ພວກເຮົາ​ທຸກຄົນ​ລ້ວນ​ແຕ່​ຜິດພາດ​ໃນ​ຫລາຍ​ທາງ. ຜູ້​ທີ່​ບໍ່​ເຄີຍ​ເຮັດ​ຜິດ​ທາງ​ວາຈາ​ກໍ​ເປັນ​ຄົນ​ດີ​ຄົບຖ້ວນ ສາມາດ​ຄວບຄຸມ​ຮ່າງກາຍ​ທັງໝົດ​ຂອງ​ຕົນ​ໄດ້.</verse>
				<verse number="3">ເມື່ອ​ພວກເຮົາ​ເອົາ​ບັງຫງຽນ​ໃສ່​ປາກ​ມ້າ​ເພື່ອ​ເຮັດ​ໃຫ້​ມັນ​ເຊື່ອຟັງ​ພວກເຮົາ, ພວກເຮົາ​ກໍ​ສາມາດ​ບັງຄັບ​ສັດ​ນັ້ນ​ໄປ​ທາງໃດ​ກໍ​ໄດ້​ທັງ​ໂຕ.</verse>
				<verse number="4">ຫລື ໃຫ້​ເບິ່ງ​ເຮືອ​ເປັນ​ຕົວຢ່າງ. ເຖິງ​ແມ່ນ​ວ່າ​ມັນ​ຈະ​ມີ​ຂະໜາດ​ໃຫຍ່ ແລະ ແລ່ນ​ໄປ​ຕາມ​ແຮງ​ຂອງ​ລົມ ແຕ່​ມັນ​ກໍ​ມີ​ຫາງເສືອເຮືອ​ນ້ອຍໆ​ຄອຍ​ຖ້າ​ຂັດ​ທ້າຍເຮືອ​ໃຫ້​ໄປ​ໃນ​ທີ່​ຕ່າງໆ​ຕາມ​ທີ່​ນາຍ​ທ້າຍ​ຕ້ອງການ.</verse>
				<verse number="5">ລີ້ນ​ກໍ​ເໝືອນກັນ, ເປັນ​ອະໄວຍະວະ​ນ້ອຍໆ​ຂອງ​ຮ່າງກາຍ, ແຕ່​ລິ້ນ​ກໍ​ມັກ​ເວົ້າ​ໂອ້ອວດ. ຈົ່ງ​ພິຈາລະນາ​ເບິ່ງ​ແປວໄຟ​ນ້ອຍໆ​ຍັງ​ສາມາດ​ເຜົາໄໝ້​ປ່າ​ໃຫຍ່​ໄດ້.</verse>
				<verse number="6">ລີ້ນ​ກໍ​ເປັນ​ດັ່ງ​ໄຟ, ເປັນ​ໂລກ​ແຫ່ງ​ຄວາມ​ຊົ່ວຮ້າຍ​ທີ່​ຢູ່​ໃນ​ທ່າມກາງ​ອະໄວຍະວະ​ທັງຫລາຍ​ຂອງ​ຮ່າງກາຍ. ມັນ​ເຮັດ​ໃຫ້​ຮ່າງກາຍ​ທັງໝົດ​ເສຍຫາຍ, ເຮັດ​ໃຫ້​ຊີວິດ​ທັງ​ຊີວິດ​ລຸກ​ເປັນ​ໄຟ ແລະ ໂຕ​ມັນ​ເອງ​ກໍ​ຖືກ​ເຜົາ​ໂດຍ​ໄຟ​ນະລົກ.</verse>
				<verse number="7">ສັດ​ທຸກ​ຊະນິດ​ມີ​ນົກ, ສັດເລືອຄານ ແລະ ສັດທະເລ​ທັງຫລາຍ​ຍັງ​ຖືກ​ຝຶກແອບ​ໃຫ້​ເຊື່ອຟັງ​ໄດ້ ແລະ ຖືກ​ຝຶກແອບ​ໃຫ້​ເຊື່ອຟັງ​ໂດຍ​ມະນຸດ.</verse>
				<verse number="8">ແຕ່​ບໍ່​ມີ​ຜູ້ໃດ​ຝຶກແອບ​ລີ້ນ​ໃຫ້​ເຊື່ອຟັງ​ໄດ້. ລີ້ນ​ເປັນ​ສິ່ງ​ຊົ່ວຮ້າຍ​ທີ່​ບໍ່​ເຄີຍ​ຢຸດ​ຢູ່ ມັນ​ເຕັມ​ດ້ວຍ​ພິດ​ແຫ່ງ​ຄວາມຕາຍ.</verse>
				<verse number="9">ພວກເຮົາ​ທັງຫລາຍ​ສັນລະເສີນ​ອົງພຣະຜູ້ເປັນເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພວກເຮົາ​ດ້ວຍ​ລີ້ນ ແລະ ພວກເຮົາ​ກໍ​ໃຊ້​ລີ້ນ​ນັ້ນ​ປ້ອຍດ່າ​ມະນຸດ​ຜູ້​ທີ່​ຖືກ​ສ້າງ​ຂຶ້ນ​ຕາມ​ແບບ​ຂອງ​ພຣະເຈົ້າ.</verse>
				<verse number="10">ຄຳສັນລະເສີນ ແລະ ຄຳປ້ອຍດ່າ​ຕ່າງ​ກໍ​ອອກ​ມາ​ຈາກ​ປາກ​ອັນ​ດຽວ​ກັນ. ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຢ່າ​ໃຫ້​ເປັນ​ຢ່າງ​ນັ້ນ​ເລີຍ.</verse>
				<verse number="11">ທັງ​ນ້ຳ​ຈືດ ແລະ ນ້ຳ​ເຄັມ ​ຈະ​ໄຫລ​ອອກ​ມາ​ຈາກ​ບໍ່ນ້ຳ​ດຽວ​ກັນ​ໄດ້​ບໍ?</verse>
				<verse number="12">ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຕົ້ນໝາກເດື່ອ​ຈະ​ເກີດໝາກ​ເປັນ​ໝາກກອກ ຫລື ເຄືອອະງຸ່ນ​ຈະ​ເກີດໝາກ​ເປັນ​ໝາກເດື່ອ​ໄດ້​ບໍ? ເຊັ່ນ​ດຽວ​ກັນ ບໍ່ນ້ຳ​ເຄັມ​ກໍ​ບໍ່​ສາມາດ​ຜະລິດ​ນ້ຳຈືດ​ໄດ້.</verse>
				<verse number="13">ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ເປັນ​ຄົນສະຫລາດ ແລະ ມີ​ຄວາມເຂົ້າໃຈ? ກໍ​ໃຫ້​ພວກເຂົາ​ສະແດງ​ສິ່ງ​ນັ້ນ​ອອກ​ມາ​ໃນ​ການ​ດຳເນີນຊີວິດ​ທີ່​ດີ​ຂອງ​ພວກເຂົາ ໂດຍ​ການກະທຳ​ອັນ​ຖ່ອມໂຕ​ລົງ​ທີ່​ມາ​ຈາກ​ສະຕິປັນຍາ.</verse>
				<verse number="14">ແຕ່​ຖ້າພວກເຈົ້າ​ຂົມຂື່ນ​ດ້ວຍ​ໃຈ​ອິດສາ ແລະ ທະເຍີທະຍານ​ຢ່າງ​ເຫັນແກ່ໂຕ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ ກໍ​ຢ່າ​ໂອ້ອວດ​ເຖິງ​ເລື່ອງ​ນັ້ນ ຫລື ປະຕິເສດ​ຄວາມຈິງ.</verse>
				<verse number="15">“ສະຕິປັນຍາ” ຢ່າງ​ນີ້​ບໍ່​ໄດ້​ມາ​ຈາກ​ສະຫວັນ​ແຕ່​ເປັນ​ຂອງ​ຝ່າຍ​ໂລກ, ບໍ່​ຢູ່​ຝ່າຍວິນຍານ ແລະ ເປັນ​ຂອງ​ຝ່າຍມານ.</verse>
				<verse number="16">ເພາະ​ທີ່​ໃດ​ມີ​ຄວາມອິດສາ ແລະ ຄວາມທະເຍີທະຍານ​ຢ່າງ​ເຫັນແກ່ໂຕ, ທີ່​ນັ້ນ​ກໍ​ມີ​ຄວາມວຸ້ນວາຍ ແລະ ມີ​ການກະທຳ​ທີ່​ຊົ່ວຮ້າຍ​ທຸກຊະນິດ.</verse>
				<verse number="17">ແຕ່​ສະຕິປັນຍາ​ທີ່​ມາ​ຈາກ​ສະຫວັນ​ກ່ອນອື່ນ​ໝົດ​ນັ້ນ​ຄື​ບໍລິສຸດ, ຈາກ​ນັ້ນ​ຄື​ການ​ຮັກ​ສັນຕິສຸກ, ເຫັນອົກເຫັນໃຈ, ຍອມເຊື່ອຟັງ, ເຕັມ​ດ້ວຍ​ຄວາມເມດຕາ ແລະ ເກີດຜົນ​ດີ, ບໍ່​ລໍາອຽງ ແລະ ຈິງໃຈ.</verse>
				<verse number="18">ຜູ້ສ້າງສັນຕິສຸກ​ກໍ​ຫວ່ານ​ໃນ​ສັນຕິສຸກ ຍ່ອມ​ເກັບກ່ຽວ​ຜົນ​ແຫ່ງ​ຄວາມຊອບທຳ.</verse>
			</chapter>
			<chapter number="4">
				<verse number="1">ອັນໃດ​ເປັນ​ສາເຫດ​ຂອງ​ການຕໍ່ສູ້ ແລະ ການຜິດຖຽງກັນ​ໃນ​ທ່າມກາງ​ພວກເຈົ້າ? ກໍ​ແມ່ນ​ຄວາມປາຖະໜາ​ຂອງ​ພວກເຈົ້າ​ທີ່​ເຮັດ​ໃຫ້​ມີ​ການຕໍ່ສູ້​ກັນ​ຢູ່​ບໍ່​ຂາດ​ພາຍໃນ​ພວກເຈົ້າ​ບໍ່​ແມ່ນ​ບໍ?</verse>
				<verse number="2">ພວກເຈົ້າ​ປາຖະໜາ​ຫາ​ແຕ່​ບໍ່​ໄດ້, ດັ່ງນັ້ນ​ພວກເຈົ້າ​ຈຶ່ງ​ຂ້າ​ກັນ. ພວກເຈົ້າ​ຢາກ​ໄດ້​ແຕ່​ບໍ່​ໄດ້​ໃນ​ສິ່ງ​ທີ່​ພວກເຈົ້າ​ຕ້ອງການ ດັ່ງນັ້ນ​ພວກເຈົ້າ​ຈຶ່ງ​ຜິດຖຽງກັນ ແລະ ຕໍ່ສູ້​ກັນ. ພວກເຈົ້າ​ບໍ່​ມີ​ເພາະ​ພວກເຈົ້າ​ບໍ່​ໄດ້​ຂໍ​ພຣະເຈົ້າ.</verse>
				<verse number="3">ເມື່ອ​ພວກເຈົ້າ​ຂໍ​ແລ້ວ​ພວກເຈົ້າ​ບໍ່​ໄດ້​ຮັບ​ກໍ​ເພາະ​ພວກເຈົ້າ​ຂໍ​ດ້ວຍ​ແຮງຈູງໃຈ​ທີ່​ຜິດ ເພື່ອ​ຈະ​ນຳ​ໄປ​ສະໜອງ​ຕາມ​ຄວາມຕ້ອງການ​ຂອງ​ຕົນເອງ.</verse>
				<verse number="4">ພວກເຈົ້າ​ຄົນ​ຫລິ້ນຊູ້, ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ການ​ເປັນ​ມິດ​ກັບ​ໂລກ​ກໍ​ຄື​ການ​ເປັນ​ສັດຕູ​ຕໍ່ສູ້​ພຣະເຈົ້າ? ດ້ວຍເຫດນີ້, ຜູ້ໃດ​ທີ່​ເລືອກ​ຈະ​ເປັນມິດ​ກັບ​ໂລກ​ກໍ​ກາຍເປັນ​ສັດຕູ​ຕໍ່​ພຣະເຈົ້າ</verse>
				<verse number="5">ຫລື ພວກເຈົ້າ​ຄິດ​ວ່າ​ພຣະຄຳພີ​ກ່າວ​ໂດຍ​ບໍ່​ມີ​ເຫດຜົນ​ວ່າ​ຈິດວິນຍານ​ທີ່​ພຣະເຈົ້າ​ໃຫ້​ທີ່​ຢູ່​ໃນ​ພວກເຮົາ​ນັ້ນ ກໍ​ຢາກ​ໃຫ້​ພວກເຮົາ​ເປັນ​ຂອງ​ພຣະເຈົ້າ​ເທົ່ານັ້ນ?</verse>
				<verse number="6">ແຕ່​ພຣະອົງ​ມີ​ພຣະຄຸນ​ໃຫ້​ແກ່​ພວກເຮົາ​ຫລາຍ​ກວ່າ​ນັ້ນ​ອີກ. ດ້ວຍເຫດນີ້ ພຣະຄຳພີ​ຈຶ່ງ​ກ່າວ​ວ່າ: “ພຣະເຈົ້າ​ຕໍ່ສູ້​ຜູ້​ທີ່​ຈອງຫອງ ແຕ່​ມີ​ພຣະຄຸນ​ໃຫ້​ແກ່​ຜູ້​ທີ່​ຖ່ອມຕົວລົງ”.</verse>
				<verse number="7">ດັ່ງນັ້ນ ພວກເຈົ້າ​ຈົ່ງ​ຍອມຈຳນົນ​ຕໍ່​ພຣະເຈົ້າ. ຈົ່ງ​ຕໍ່ສູ້​ກັບ​ມານ ແລະ ມັນ​ຈະ​ໜີ​ໄປ​ຈາກ​ພວກເຈົ້າ​ໄປ.</verse>
				<verse number="8">ຈົ່ງ​ຫຍັບເຂົ້າ​ໃກ້​ພຣະເຈົ້າ ແລະ ພຣະອົງ​ຈະ​ມາ​ໃກ້​ພວກເຈົ້າ. ຄົນບາບ​ທັງຫລາຍ​ເອີຍ, ຈົ່ງ​ລ້າງ​ມື​ຂອງ​ຕົນ​ໃຫ້​ສະອາດ ແລະ ພວກເຈົ້າ​ຄົນ​ສອງ​ໃຈ​ເອີຍ, ຈົ່ງ​ຊຳລະ​ໃຈ​ຂອງ​ພວກເຈົ້າ​ໃຫ້​ບໍລິສຸດ.</verse>
				<verse number="9">ຈົ່ງ​ໂສກເສົ້າ​ເສຍໃຈ, ຈົ່ງ​ໄວ້ທຸກ ແລະ ຮ້ອງໄຫ້. ຈົ່ງ​ປ່ຽນ​ຈາກ​ສຽງ​ຫົວ​ມາ​ເປັນ​ການໄວ້ທຸກ ແລະ ຈາກ​ຄວາມຍິນດີ​ຂອງ​ພວກເຈົ້າ​ມາ​ເປັນ​ຄວາມເສົ້າໝອງ.</verse>
				<verse number="10">ພວກເຈົ້າ​ຈົ່ງ​ຖ່ອມໂຕລົງ​ຕໍ່​ອົງພຣະຜູ້ເປັນເຈົ້າ ແລະ ພຣະອົງ​ຈະ​ຍົກ​ພວກເຈົ້າ​ຂຶ້ນ.</verse>
				<verse number="11">ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ໃສ່ຮ້າຍປ້າຍສີ​ກັນ, ຜູ້ໃດ​ທີ່​ກ່າວ​ຕໍ່ຕ້ານ​ພີ່ນ້ອງ ຫລື ຕັດສິນ​ພວກເຂົາ​ກໍ​ກ່າວ​ຕໍ່ຕ້ານ ແລະ ຕັດສິນ​ກົດບັນຍັດ. ເມື່ອ​ພວກເຈົ້າ​ຕັດສິນ​ກົດບັນຍັດ ພວກເຈົ້າ​ກໍ​ບໍ່​ໄດ້​ຖືຮັກສາ​ກົດບັນຍັດ​ນັ້ນ, ແຕ່​ຕັ້ງ​ຕົນເອງ​ເປັນ​ຜູ້ຕັດສິນ​ກົດບັນຍັດ.</verse>
				<verse number="12">ມີ​ຜູ້ປະທານ​ກົດບັນຍັດ ແລະ ຜູ້ພິພາກສາ​ພຽງ​ຜູ້​ດຽວ​ຄື​ພຣະອົງ​ຜູ້​ສາມາດ​ຊ່ວຍ​ໃຫ້​ພົ້ນ ແລະ ທຳລາຍ​ໄດ້. ແຕ່​ພວກເຈົ້າ​ເປັນ​ຜູ້ໃດ​ຄື​ຕັດສິນ​ເພື່ອນບ້ານ​ຂອງ​ຕົນ?</verse>
				<verse number="13">ບັດນີ້​ຈົ່ງ​ຟັງ, ພວກເຈົ້າ​ທີ່​ເວົ້າ​ວ່າ, “ວັນນີ້ ຫລື ມື້ອື່ນ​ພວກເຮົາ​ຈະ​ໄປ​ເມືອງ​ນັ້ນ ຫລື ເມືອງ​ນີ້, ຈະ​ຢູ່​ທີ່​ນັ້ນ​ໜຶ່ງ​ປີ, ຈະ​ເຮັດ​ທຸລະກິດ ແລະ ສະສົມ​ເງິນ​ໄວ້”.</verse>
				<verse number="14">ພວກເຈົ້າ​ບໍ່​ຮູ້​ເລີຍ​ວ່າ​ມື້ອື່ນ​ຈະ​ມີ​ເກີດ​ຫຍັງ​ຂຶ້ນ. ຊີວິດ​ຂອງ​ພວກເຈົ້າ​ຈະ​ເປັນ​ຢ່າງ​ໃດ? ພວກເຈົ້າ​ເປັນ​ເໝືອນ​ນ້ຳໝອກ​ທີ່​ປາກົດ​ຢູ່​ພຽງ​ຊົ່ວຄາວ​ແລ້ວ​ກໍ​ຈາງຫາຍ​ໄປ.</verse>
				<verse number="15">ແທນທີ່​ຈະ​ກ່າວ​ຢ່າງ​ນັ້ນ ພວກເຈົ້າ​ຄວນ​ຈະ​ກ່າວ​ວ່າ, “ຖ້າ​ເປັນ​ຄວາມ​ປະສົງ​ຂອງ​ອົງພຣະຜູ້ເປັນເຈົ້າ, ພວກເຮົາ​ຈະ​ມີຊີວິດ​ຢູ່​ເພື່ອ​ເຮັດ​ສິ່ງ​ນີ້ ຫລື ສິ່ງ​ນັ້ນ”.</verse>
				<verse number="16">ດັ່ງ​ທີ່​ເປັນ​ຢູ່, ພວກເຈົ້າ​ເວົ້າ​ໂອ້ອວດ​ໃນ​ຄວາມຍິ່ງ​ຈອງຫອງ​ຂອງ​ພວກເຈົ້າ. ການໂອ້ອວດ​ທັງໝົດ​ນັ້ນ​ເປັນ​ສິ່ງ​ຊົ່ວຮ້າຍ.</verse>
				<verse number="17">ດັ່ງນັ້ນ ຖ້າ​ຜູ້ໃດ​ຮູ້​ວ່າ​ສິ່ງໃດ​ເປັນ​ສິ່ງ​ດີ​ທີ່​ພວກເຂົາ​ຄວນ​ຈະ​ເຮັດ ແລະ ບໍ່​ໄດ້​ເຮັດ, ສິ່ງ​ນັ້ນ​ກໍ​ເປັນ​ບາບ​ສຳລັບ​ພວກເຂົາ.</verse>
			</chapter>
			<chapter number="5">
				<verse number="1">ບັດນີ້ ພວກເຈົ້າ​ຄົນຮັ່ງມີ​ເອີຍ ຈົ່ງ​ຟັງ​ສາ, ຈົ່ງ​ຮ້ອງໄຫ້ ແລະ ໂອ່ຍຄາງ​ຍ້ອນ​ຄວາມທຸກທໍລະມານ​ທີ່​ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ.</verse>
				<verse number="2">ຊັບສົມບັດ​ຂອງ​ພວກເຈົ້າ​ໄດ້​ເສື່ອມສູນ​ໄປ ແລະ ໂຕມອດ​ກໍ​ໄດ້​ກັດກິນ​ເຄື່ອງນຸ່ງ​ຂອງ​ພວກເຈົ້າ​ແລ້ວ.</verse>
				<verse number="3">ຄຳ ແລະ ເງິນ​ຂອງ​ພວກເຈົ້າ​ກໍ​ເປັນ​ຂີ້ໝ້ຽງ. ຂີ້ໝ້ຽງ​ນັ້ນ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ ແລະ ກັດກິນ​ເນື້ອໜັງ​ຂອງ​ພວກເຈົ້າ​ເໝືອນດັ່ງ​ໄຟ. ພວກເຈົ້າ​ໄດ້​ສະສົມ​ຊັບສົມບັດ​ໄວ້​ໃນ​ວັນ​ສຸດທ້າຍ</verse>
				<verse number="4">ເບິ່ງ​ແມ! ຄ່າຈ້າງ​ທີ່​ພວກເຈົ້າ​ສໍ້ໂກງ​ຄົນງານ​ທີ່​ກ່ຽວເຂົ້າ​ໃນ​ທົ່ງນາ​ຂອງ​ພວກເຈົ້າ​ນັ້ນ ກໍ​ກຳລັງ​ຮ້ອງ​ຕໍ່ສູ້​ພວກເຈົ້າ​ຢູ່. ສຽງ​ຮ້ອງທຸກ​ຂອງ​ຜູ້ເກັບກ່ຽວ​ໄດ້​ຂຶ້ນ​ໄປ​ເຖິງ​ຫູ​ຂອງ​ອົງພຣະຜູ້ເປັນເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່.</verse>
				<verse number="5">ພວກເຈົ້າ​ໄດ້​ໃຊ້​ຊີວິດ​ຢູ່​ໃນ​ໂລກ​ຢ່າງ​ຫລູຫລາ ແລະ ຕາມ​ໃຈ​ຂອງ​ຕົນເອງ. ພວກເຈົ້າ​ລ້ຽງ​ຕົນເອງ​ໄວ້​ລໍຖ້າ​ວັນ​ປະຫານ</verse>
				<verse number="6">ພວກເຈົ້າ​ຕັດສິນລົງໂທດ ແລະ ຂ້າ​ຜູ້ບໍລິສຸດ ຜູ້​ທີ່​ບໍ່​ໄດ້​ຕໍ່ຕ້ານ​ພວກເຈົ້າ.</verse>
				<verse number="7">ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອົດທົນ​ຈົນກວ່າ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ. ຈົ່ງ​ເບິ່ງ​ຊາວນາ​ທີ່​ລໍຖ້າ​ພືດຜົນ​ອັນ​ລ້ຳຄ່າ​ຈາກ​ແຜ່ນດິນ, ລໍຖ້າ​ຝົນ​ຕົ້ນລະດູ ແລະ ຝົນ​ປາຍ​ລະດູ​ດ້ວຍ​ຄວາມອົດທົນ​ຫລາຍ​ປານ​ໃດ.</verse>
				<verse number="8">ພວກເຈົ້າ​ກໍ​ເໝືອນກັນ, ຈົ່ງ​ອົດທົນ ແລະ ຕັ້ງໝັ້ນຄົງ​ຢູ່​ເພາະ​ວ່າ​ອົງພຣະຜູ້ເປັນເຈົ້າ​ໃກ້​ຈະ​ມາ​ແລ້ວ.</verse>
				<verse number="9">ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ຈົ່ມ​ໃຫ້​ກັນແລະກັນ​ເພື່ອ​ຈະ​ບໍ່​ຖືກ​ຕັດສິນ​ໂທດ. ອົງ​ຜູ້ພິພາກສາ​ຢືນ​ຢູ່​ທີ່​ປະຕູ​ແລ້ວ!</verse>
				<verse number="10">ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ເອົາ​ບັນດາ​ຜູ້ທຳນວາຍ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ເປັນ​ແບບຢ່າງ​ຂອງ​ຄວາມອົດທົນ​ໃນ​ການປະເຊີນ​ກັບ​ຄວາມທຸກຍາກລຳບາກ.</verse>
				<verse number="11">ດັ່ງ​ທີ່​ພວກເຈົ້າ​ຮູ້​ແລ້ວ​ວ່າ, ພວກເຮົາ​ຖືວ່າ​ບັນດາ​ຜູ້​ທີ່​ອົດທົນ​ນັ້ນ​ກໍ​ເປັນສຸກ. ພວກເຈົ້າ​ກໍ​ໄດ້​ຍິນ​ເຖິງ​ຄວາມອົດທົນ​ຂອງ​ໂຢບ ແລະ ໄດ້​ເຫັນ​ວ່າ​ໃນ​ທີ່ສຸດ​ອົງພຣະຜູ້ເປັນເຈົ້າ​ໃຫ້​ເກີດ​ຫຍັງ​ຂຶ້ນ. ອົງພຣະຜູ້ເປັນເຈົ້າ​ເຕັມ​ດ້ວຍ​ຄວາມ​ກະລຸນາ ແລະ ຄວາມເມດຕາ.</verse>
				<verse number="12">ພີ່ນ້ອງ​ທັງຫລາຍ​ເອີຍ, ເໜືອ​ສິ່ງ​ອື່ນ​ທັງໝົດ​ຄື: ຢ່າ​ສາບານ, ບໍ່​ວ່າ​ຈະ​ອ້າງ​ເຖິງ​ສະຫວັນ ຫລື ອ້າງ​ເຖິງ​ແຜ່ນດິນໂລກ ຫລື ອ້າງ​ເຖິງ​ສິ່ງ​ອື່ນ​ໃດ. ພວກເຈົ້າ​ຄວນ​ຈະ​ກ່າວ​ວ່າ “ແມ່ນ” ຫລື “ບໍ່ແມ່ນ” ບໍ່​ດັ່ງນັ້ນ​ພວກເຈົ້າ​ຈະ​ຖືກ​ຕັດສິນລົງໂທດ.</verse>
				<verse number="13">ມີ​ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ຄວາມເດືອດຮ້ອນ​ບໍ? ໃຫ້​ພວກເຂົາ​ອະທິຖານ. ມີ​ຜູ້ໃດ​ມີ​ຄວາມສຸກ​ບໍ? ໃຫ້​ພວກເຂົາ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ.</verse>
				<verse number="14">ມີ​ຜູ້ໃດ​ໃນ​ພວກເຈົ້າ​ເຈັບປ່ວຍ​ບໍ? ໃຫ້​ພວກເຂົາ​ເຊີນ​ບັນດາ​ຜູ້ປົກຄອງ​ຄຣິສຕະຈັກ​ມາ​ອະທິຖານ​ເພື່ອ ແລະ ເຈີມ​ພວກເຂົາ​ດ້ວຍ​ນ້ຳມັນ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ.</verse>
				<verse number="15">ແລະ ຄຳອະທິຖານ​ດ້ວຍ​ຄວາມເຊື່ອ​ຈະ​ເຮັດ​ໃຫ້​ຜູ້​ປ່ວຍ​ນັ້ນ​ຫາຍດີ. ອົງພຣະຜູ້ເປັນເຈົ້າ​ຈະ​ເຮັດ​ໃຫ້​ພວກເຂົາ​ຫາຍດີ. ຖ້າ​ວ່າ​ພວກເຂົາ​ໄດ້​ເຮັດ​ບາບ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ.</verse>
				<verse number="16">ເຫດສະນັ້ນ ຈົ່ງ​ສາລະພາບ​ຄວາມບາບ​ຂອງ​ພວກເຈົ້າ​ຕໍ່​ກັນແລະກັນ ແລະ ອະທິຖານ​ເພື່ອ​ກັນແລະກັນ ເພື່ອ​ວ່າ​ພວກເຈົ້າ​ຈະ​ຫາຍດີ. ຄຳອະທິຖານ​ຂອງ​ຄົນ​ຊອບທຳ​ນັ້ນ​ມີ​ພະລັງ ແລະ ເກີດຜົນ.</verse>
				<verse number="17">ເອລີຢາ​ກໍ​ເປັນ​ມະນຸດ​ເໝືອນ​ກັນ​ກັບ​ພວກເຮົາ​ທັງຫລາຍ. ເພິ່ນ​ໄດ້​ທຸ້ມເທ​ອະທິຖານ​ຂໍ​ບໍ່​ໃຫ້​ຝົນຕົກ, ຝົນ​ກໍ​ບໍ່​ຕົກ​ລົງ​ເທິງ​ແຜ່ນດິນ​ຕະຫລອດ​ສາມ​ປີ​ເຄິ່ງ.</verse>
				<verse number="18">ເມື່ອ​ເພິ່ນ​ອະທິຖານ​ອີກ ແລ້ວ​ຟ້າສະຫວັນ​ກໍ​ໃຫ້​ຝົນຕົກ ແລະ ແຜ່ນດິນໂລກ​ກໍ​ຜະລິດ​ພືດຜົນ.</verse>
				<verse number="19">ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ມີ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ຫລົງທາງ​ໄປ​ຈາກ​ຄວາມຈິງ ແລະ ມີ​ບາງຄົນ​ນຳ​ເອົາ​ຄົນ​ນັ້ນ​ກັບ​ຄືນ​ມາ,</verse>
				<verse number="20">ຈົ່ງ​ຈົດຈຳ​ໄວ້​ວ່າ: ຜູ້ໃດ​ກໍ​ຕາມ​ເຮັດ​ໃຫ້​ຄົນບາບ​ຫັນໜີ​ຈາກ​ທາງ​ທີ່​ຫລົງຜິດ​ຂອງ​ພວກເຂົາ ກໍ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມຕາຍ ແລະ ລຶບລ້າງ​ຄວາມບາບ​ທັງຫລາຍ.</verse>
			</chapter>
		</book>
		<book number="60">
			<chapter number="1">
				<verse number="1">ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ເປໂຕ ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ, ເຖິງ​ບັນດາ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້, ເຊິ່ງ​ເປັນ​ຄົນຕ່າງຖິ່ນ​ທີ່​ກະຈັດກະຈາຍ​ໄປ​ທົ່ວ​ແຂວງ​ປົນໂຕ, ຄາລາເຕຍ, ກາປາໂດເກຍ, ເອເຊຍ ແລະ ບິທີເນຍ,</verse>
				<verse number="2">ເປັນ​ຜູ້​ທີ່​ໄດ້​ເລືອກ​ໄວ້​ຕາມ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ຮູ້​ລ່ວງ​ໜ້າ​ແລ້ວ​ຜ່ານທາງ​ການຊຳລະ​ໃຫ້​ບໍລິສຸດ​ຂອງ​ພຣະວິນຍານ, ເພື່ອ​ໃຫ້​ເຊື່ອຟັງ​ພຣະເຢຊູຄຣິດເຈົ້າ ແລະ ໄດ້​ຮັບ​ການຊິດໃສ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ຢ່າງ​ລົ້ນເຫລືອ.</verse>
				<verse number="3">ສັນລະເສີນ​ພຣະເຈົ້າ​ພຣະບິດາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ດ້ວຍ​ຄວາມເມດຕາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະອົງ​ໄດ້​ໃຫ້​ພວກເຮົາ​ໄດ້​ບັງເກີດ​ໃໝ່​ເຂົ້າ​ໃນ​ຄວາມຫວັງ​ອັນ​ມີຊີວິດ​ຢູ່​ຜ່ານທາງ​ການເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ,</verse>
				<verse number="4">ແລະ ເຂົ້າ​ໃນ​ມໍລະດົກ​ອັນ​ບໍ່​ມີ​ວັນ​ເສື່ອມສູນ, ບໍ່​ເປື່ອຍເນົ່າ ຫລື ບໍ່​ຈາງຫາຍໄປ. ມໍລະດົກ​ນີ້​ໄດ້​ຮັກສາ​ໄວ້​ໃນ​ສະຫວັນ​ເພື່ອ​ພວກເຈົ້າ.</verse>
				<verse number="5">ຜູ້​ທີ່​ພຣະເຈົ້າ​ໄດ້​ປົກປ້ອງ​ໄວ້​ດ້ວຍ​ລິດອຳນາດ​ຂອງ​ພຣະອົງ​ຜ່ານທາງ​ຄວາມເຊື່ອ ຈົນ​ເຖິງ​ຄວາມພົ້ນ ເຊິ່ງ​ພ້ອມ​ແລ້ວ​ທີ່​ຈະ​ເປີດເຜີຍ​ໃນ​ຍຸກສຸດທ້າຍ.</verse>
				<verse number="6">ພວກເຈົ້າ​ຊື່ນຊົມຍິນດີ​ຢ່າງ​ໃຫຍ່​ໃນ​ສິ່ງ​ທັງໝົດ​ນີ້, ເຖິງ​ແມ່ນ​ວ່າ​ໃນ​ຂະນະ​ນີ້​ພວກເຈົ້າ​ຕ້ອງ​ທົນທຸກ​ກັບ​ຄວາມໂສກເສົ້າ​ໃນ​ການທົດລອງ​ທຸກ​ຢ່າງ​ຊົ່ວຂະນະໜຶ່ງ</verse>
				<verse number="7">ສິ່ງ​ເຫລົ່ານີ້​ມີ​ມາ​ກໍ​ເພື່ອ​ພິສູດ​ວ່າ​ພວກເຈົ້າ​ມີ​ຄວາມເຊື່ອ​ແທ້, ຄວາມເຊື່ອ​ນີ້​ລ້ຳຄ່າ​ຍິ່ງ​ກວ່າ​ຄຳ ເຊິ່ງ​ສາມາດ​ເສື່ອມສູນ​ໄປ​ເຖິງ​ແມ່ນ​ວ່າ​ໄດ້​ຖືກ​ຫລອມ​ດ້ວຍ​ໄຟ ຄວາມເຊື່ອ​ນີ້​ກໍ່​ໃຫ້​ເກີດ​ຄຳສັນລະເສີນ, ສະຫງ່າລາສີ ແລະ ກຽດຕິຍົດ​ເມື່ອ​ພຣະເຢຊູຄຣິດເຈົ້າ​ຈະ​ມາ​ປາກົດ.</verse>
				<verse number="8">ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຍັງ​ບໍ່​ເຫັນ​ພຣະອົງ, ແຕ່​ກໍ​ຮັກ​ພຣະອົງ ແລະ ແມ່ນ​ແຕ່​ໃນ​ເວລາ​ນີ້​ພວກເຈົ້າ​ບໍ່​ເຫັນ​ພຣະອົງ ແຕ່​ກໍ​ເຊື່ອ​ໃນ​ພຣະອົງ ແລະ ເຕັມ​ດ້ວຍ​ຄວາມຍິນດີ​ອັນ​ຍິ່ງໃຫຍ່​ຈົນ​ບໍ່​ສາມາດ​ຈະ​ບັນລະຍາຍ​ໄດ້,</verse>
				<verse number="9">ເພາະ​ພວກເຈົ້າ​ກຳລັງ​ໄດ້​ຮັບ​ຜົນ​ສຸດທ້າຍ​ຂອງ​ຄວາມເຊື່ອ​ຂອງ​ພວກເຈົ້າ ຄື​ຄວາມພົ້ນ​ແຫ່ງ​ຈິດວິນຍານ​ຂອງ​ພວກເຈົ້າ.</verse>
				<verse number="10">ກ່ຽວກັບ​ເລື່ອງ​ຄວາມພົ້ນ​ນີ້, ບັນດາ​ຜູ້ທຳນວາຍ​ຜູ້​ທີ່​ໄດ້​ກ່າວ​ເຖິງ​ພຣະຄຸນ​ທີ່​ຈະ​ມາ​ເຖິງ​ພວກເຈົ້າ​ນັ້ນ​ກໍ​ໄດ້​ຄົ້ນຄວ້າ​ຢ່າງ​ຕັ້ງໃຈ ແລະ ດ້ວຍ​ຄວາມເອົາໃຈໃສ່​ທີ່ສຸດ.</verse>
				<verse number="11">ພວກເພິ່ນ​ພະຍາຍາມ​ຄົ້ນຫາ​ວ່າ​ສິ່ງ​ທີ່​ພຣະວິນຍານ​ຂອງ​ພຣະຄຣິດເຈົ້າ​ທີ່​ຢູ່​ໃນ​ພວກເພິ່ນ​ໄດ້​ບົ່ງ​ໄວ້​ນັ້ນ​ຈະ​ເກີດຂຶ້ນ​ເມື່ອໃດ ແລະ ຈະ​ເກີດຂຶ້ນ​ຢ່າງໃດ ເມື່ອ​ພຣະອົງ​ໄດ້​ທຳນວາຍ​ເຖິງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເຖິງ​ສະຫງ່າລາສີ​ທີ່​ຈະ​ຕາມ​ມາ​ນັ້ນ.</verse>
				<verse number="12">ພວກເພິ່ນ​ໄດ້​ຮັບ​ການ​ເປີດເຜີຍ​ວ່າ​ສິ່ງ​ຕ່າງໆ​ທີ່​ໄດ້​ທຳນວາຍ​ເຖິງ​ນັ້ນ ບໍ່​ແມ່ນ​ເພື່ອ​ເປັນ​ການ​ຮັບໃຊ້​ພວກເພິ່ນ​ເອງ​ແຕ່​ເພື່ອ​ພວກເຈົ້າ, ບັດນີ້ ບັນດາ​ຜູ້​ປະກາດ​ຂ່າວປະເສີດ​ໄດ້​ກ່າວ​ເຖິງ​ສິ່ງ​ຕ່າງໆ​ເຫລົ່ານີ້​ແກ່​ພວກເຈົ້າ​ແລ້ວ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ​ທີ່​ໄດ້​ສົ່ງ​ມາ​ຈາກ​ສະຫວັນ. ແມ່ນ​ແຕ່​ພວກ​ເທວະດາ​ກໍ​ຍັງ​ປາຖະໜາ​ຈະ​ເຂົ້າໃຈ​ສິ່ງ​ເຫລົ່ານີ້.</verse>
				<verse number="13">ເຫດສະນັ້ນ ຈົ່ງ​ຕຽມ​ຄວາມຄິດ​ຈິດໃຈ​ໃຫ້​ພ້ອມ ແລະ ມີ​ສະຕິ, ຈົ່ງ​ຕັ້ງ​ຄວາມຫວັງ​ໄວ້​ເທິງ​ພຣະຄຸນ​ທີ່​ຈະ​ມາ​ເຖິງ​ພວກເຈົ້າ​ເມື່ອ​ພຣະເຢຊູຄຣິດເຈົ້າ​ມາ​ປາກົດ.</verse>
				<verse number="14">ໃນ​ຖານະ​ລູກ​ທີ່​ເຊື່ອຟັງ, ຢ່າ​ດຳເນີນ​ຕາມ​ຄວາມປາຖະໜາ​ຊົ່ວ​ທີ່​ພວກເຈົ້າ​ເຄີຍ​ມີ​ເມື່ອ​ເວລາ​ທີ່​ພວກເຈົ້າ​ໃຊ້​ຊີວິດ​ໃນ​ຄວາມໂງ່​ນັ້ນ.</verse>
				<verse number="15">ແຕ່​ພວກເຈົ້າ​ຈົ່ງ​ບໍລິສຸດ​ໃນ​ການກະທຳ​ທຸກ​ຢ່າງ ເໝືອນດັ່ງ​ພຣະອົງ​ຜູ້​ເອີ້ນ​ເອົາ​ພວກເຈົ້າ​ນັ້ນ​ບໍລິສຸດ.</verse>
				<verse number="16">ເພາະ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ຈົ່ງ​ບໍລິສຸດ, ເພາະ​ເຮົາ​ບໍລິສຸດ”.</verse>
				<verse number="17">ເມື່ອ​ພວກເຈົ້າ​ຂໍ​ຕໍ່​ພຣະບິດາເຈົ້າ​ຜູ້​ຕັດສິນ​ການກະທຳ​ຂອງ​ແຕ່ລະຄົນ​ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ ກໍ​ຈົ່ງ​ດຳເນີນຊີວິດ​ໃນ​ຖານະ​ທີ່​ເປັນ​ຄົນຕ່າງດ້າວ​ດ້ວຍ​ຄວາມຢຳເກງ.</verse>
				<verse number="18">ເພາະ​ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພຣະອົງ​ໄດ້​ໄຖ່​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ວິຖີ​ຊີວິດ​ອັນ​ບໍ່​ມີ​ປະໂຫຍດ ເຊິ່ງ​ພວກເຈົ້າ​ໄດ້​ສືບທອດ​ມາ​ຈາກ​ບັນພະບຸລຸດ​ຂອງ​ພວກເຈົ້າ​ນັ້ນ ບໍ່​ໄດ້​ໄຖ່​ດ້ວຍ​ສິ່ງ​ທີ່​ເສື່ອມສູນ​ໄປ​ເຊັ່ນ​ເງິນ ຫລື ຄຳ,</verse>
				<verse number="19">ແຕ່​ດ້ວຍ​ໂລຫິດ​ອັນ​ລ້ຳຄ່າ​ຂອງ​ພຣະຄຣິດເຈົ້າ ຜູ້​ເປັນ​ລູກແກະ​ທີ່​ບໍ່ມີຕຳໜິ ຫລື ຂໍ້ບົກຜ່ອງ​ໃດໆ.</verse>
				<verse number="20">ພຣະອົງ​ໄດ້​ເລືອກ​ພຣະຄຣິດເຈົ້າ​ໄວ້​ຕັ້ງແຕ່​ກ່ອນ​ສ້າງ​ໂລກ ແຕ່​ໄດ້​ໃຫ້​ພຣະຄຣິດເຈົ້າ​ປາກົດ​ໃນ​ວາລະ​ສຸດທ້າຍ​ນີ້​ເພື່ອ​ເຫັນແກ່​ພວກເຈົ້າ​ທັງຫລາຍ.</verse>
				<verse number="21">ໂດຍ​ທາງ​ພຣະອົງ​ພວກເຈົ້າ​ຈຶ່ງ​ເຊື່ອ​ໃນ​ພຣະເຈົ້າ ຜູ້​ບັນດານ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ ແລະ ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະອົງ. ດັ່ງນັ້ນ​ແຫລະ ຄວາມເຊື່ອ ແລະ ຄວາມຫວັງ​ຂອງ​ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະເຈົ້າ.</verse>
				<verse number="22">ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຊຳລະ​ໂຕ​ໃຫ້​ບໍລິສຸດ​ດ້ວຍ​ການ​ເຊື່ອຟັງ​ຄວາມຈິງ ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກເຊິ່ງກັນແລະກັນ​ດ້ວຍ​ຈິງໃຈ​ແລ້ວ ກໍ​ຈົ່ງ​ຮັກ​ກັນ​ໃຫ້​ເລິກ​ສຸດ​ໃຈ.</verse>
				<verse number="23">ເພາະ​ພວກເຈົ້າ​ໄດ້​ບັງເກີດ​ໃໝ່​ແລ້ວ, ບໍ່​ແມ່ນ​ເກີດ​ຈາກ​ເມັດພັນ​ອັນ​ເສື່ອມສູນ​ໄດ້ ແຕ່​ຈາກ​ເມັດພັນ​ອັນ​ບໍ່​ມີ​ເສື່ອມສູນ ຜ່ານທາງ​ພຣະຄຳ​ຂອງ​ພຣະເຈົ້າ​ອັນ​ມີຊີວິດ ແລະ ຕັ້ງໝັ້ນຄົງ​ຖາວອນ.</verse>
				<verse number="24">ເພາະວ່າ, “ມະນຸດ​ທຸກຄົນ​ນັ້ນ​ເປັນ​ເໝືອນດັ່ງ​ຕົ້ນຫຍ້າ ແລະ ສະຫງ່າລາສີ​ທັງໝົດ​ຂອງ​ພວກເຂົາ​ກໍ​ເປັນ​ເໝືອນດັ່ງ​ດອກຫຍ້າ​ຕາມ​ທົ່ງນາ, ຕົ້ນຫຍ້າ​ຫ່ຽວແຫ້ງ​ໄປ ແລະ ດອກ​ມັນ​ກໍ​ຫລົ່ນ​ລົງ,</verse>
				<verse number="25">ແຕ່​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕັ້ງໝັ້ນຄົງ​ຢູ່​ຕະຫລອດໄປ”. ແລະ ນີ້​ຄື​ຖ້ອຍຄຳ​ທີ່​ໄດ້​ປະກາດ​ແກ່​ພວກເຈົ້າ​ແລ້ວ.</verse>
			</chapter>
			<chapter number="2">
				<verse number="1">ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມຄິດຮ້າຍ ແລະ ການຫລອກລວງ​ທຸກຢ່າງ, ຄວາມ​ໜ້າຊື່ໃຈຄົດ, ຄວາມອິດສາ ແລະ ການໃສ່ຮ້າຍປ້າຍສີ​ທຸກຢ່າງ​ອອກໄປ​ຈາກ​ພວກເຈົ້າ.</verse>
				<verse number="2">ຈົ່ງ​ເປັນ​ເໝືອນດັ່ງ​ເດັກນ້ອຍເກີດໃໝ່​ທີ່​ກະຫາຍຫາ​ນ້ຳນົມ​ອັນ​ບໍລິສຸດ​ຝ່າຍ​ວິນຍານ, ເພື່ອ​ວ່າ​ສິ່ງ​ນີ້​ຈະ​ຊ່ວຍ​ໃຫ້​ພວກເຈົ້າ​ໃຫຍ່​ຂຶ້ນ​ໃນ​ຄວາມພົ້ນ​ຂອງ​ພວກເຈົ້າ,</verse>
				<verse number="3">ບັດນີ້ ພວກເຈົ້າ​ໄດ້​ຮູ້​ແລ້ວ​ວ່າ​ອົງພຣະຜູ້ເປັນເຈົ້າ​ນັ້ນ​ປະເສີດ.</verse>
				<verse number="4">ຂະນະ​ທີ່​ພວກເຈົ້າ​ມາ​ຫາ​ພຣະອົງ​ຜູ້​ເປັນ​ສີລາ​ທີ່​ມີຊີວິດ ເຊິ່ງ​ມະນຸດ​ບໍ່ຍອມຮັບ​ແຕ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ແລະ ມີ​ຄ່າ​ສຳລັບ​ພຣະອົງ.</verse>
				<verse number="5">ພວກເຈົ້າ​ກໍ​ເໝືອນກັນ ພວກເຈົ້າ​ເປັນ​ເໝືອນ​ສີລາ​ທີ່​ມີຊີວິດ ເຊິ່ງ​ກຳລັງ​ໄດ້​ຮັບ​ການ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍວິນຍານ ເພື່ອ​ເປັນ​ປະໂລຫິດ​ບໍລິສຸດ, ຖວາຍ​ເຄື່ອງບູຊາ​ຝ່າຍວິນຍານ​ທີ່​ພຣະເຈົ້າ​ຍອມຮັບ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ.</verse>
				<verse number="6">ເພາະ​ໃນ​ພຣະຄຳພີ​ກ່າວ​ວ່າ: “ເບິ່ງແມ, ເຮົາ​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ໃນ​ເມືອງ​ຊີໂອນ, ເປັນ​ຫີນເສົາເອກ​ທີ່​ເລືອກ​ໄວ້​ແລ້ວ ແລະ ລ້ຳຄ່າ, ແລະ ຜູ້​ທີ່​ວາງໃຈ​ໃນ​ພຣະອົງ ຈະ​ບໍ່​ໄດ້​ຮັບ​ຄວາມອັບອາຍ​ຈັກເທື່ອ”.</verse>
				<verse number="7">ບັດນີ້ ສຳລັບ​ພວກເຈົ້າ​ຜູ້​ທີ່​ເຊື່ອ, ສີລາ​ນີ້​ແມ່ນ​ລ້ຳຄ່າ. ແຕ່​ສຳລັບ​ບັນດາ​ຜູ້​ທີ່​ບໍ່ເຊື່ອ​ນັ້ນ, “ຫີນ​ທີ່​ຊ່າງກໍ່​ໄດ້​ຖິ້ມ​ແລ້ວ ກໍ​ໄດ້​ກາຍເປັນ​ຫີນເສົາເອກ”,</verse>
				<verse number="8">ແລະ, “ເປັນ​ຫີນ​ທີ່​ເຮັດ​ໃຫ້​ຄົນ​ທັງຫລາຍ​ສະດຸດ ແລະ ເປັນ​ຫີນ​ທີ່​ເຮັດ​ໃຫ້​ພວກເຂົາ​ລົ້ມ​ລົງ”. ພວກເຂົາ​ສະດຸດ​ກໍ​ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ຖ້ອຍຄຳ​ນັ້ນ ເຊິ່ງ​ກໍ​ເປັນ​ໄປ​ຕາມ​ທີ່​ພວກເຂົາ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ​ເໝືອນກັນ.</verse>
				<verse number="9">ແຕ່​ພວກເຈົ້າ​ເປັນ​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້, ເປັນ​ປະໂລຫິດ​ຫລວງ, ເປັນ​ຊົນຊາດ​ບໍລິສຸດ, ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ, ເພື່ອ​ພວກເຈົ້າ​ຈະ​ໄດ້​ປະກາດ​ຄຳ​ສັນລະເສີນ​ພຣະອົງ​ຜູ້​ເອີ້ນ​ພວກເຈົ້າ​ອອກຈາກ​ຄວາມມືດ​ເຂົ້າ​ສູ່​ຄວາມສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.</verse>
				<verse number="10">ເມື່ອກ່ອນ​ນັ້ນ ພວກເຈົ້າ​ບໍ່​ໄດ້​ເປັນ​ຄົນ​ຂອງ​ພຣະເຈົ້າ ແຕ່​ບັດນີ້​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະອົງ, ເມື່ອກ່ອນ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ຄວາມເມດຕາ ແຕ່​ບັດນີ້ ພວກເຈົ້າ​ໄດ້​ຮັບ​ຄວາມເມດຕາ​ແລ້ວ.</verse>
				<verse number="11">ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຄົນຕ່າງດ້າວ ແລະ ເປັນ​ຄົນຕ່າງຖິ່ນ, ຈົ່ງ​ລະເວັ້ນ​ຈາກ​ຄວາມປາຖະໜາ​ຊົ່ວ ເຊິ່ງ​ຕໍ່ສູ້​ກັບ​ຈິດວິນຍານ​ຂອງ​ພວກເຈົ້າ</verse>
				<verse number="12">ຈົ່ງ​ດຳເນີນຊີວິດ​ໃຫ້​ດີ​ໃນ​ທ່າມກາງ​ຄົນບໍ່ເຊື່ອ​ພຣະເຈົ້າ ເຖິງແມ່ນວ່າ​ພວກເຂົາ​ກ່າວຫາ​ພວກເຈົ້າ​ວ່າ​ເຮັດ​ຜິດ, ພວກເຂົາ​ກໍ​ຈະ​ເຫັນ​ການກະທຳ​ທີ່​ດີ​ຂອງ​ພວກເຈົ້າ ແລະ ຖວາຍ​ກຽດ​ພຣະເຈົ້າ​ໃນ​ວັນ​ທີ່​ພຣະອົງ​ມາ​ຢ້ຽມຢາມ​ພວກເຮົາ.</verse>
				<verse number="13">ໂດຍ​ເຫັນແກ່​ອົງພຣະຜູ້ເປັນເຈົ້າ ພວກເຈົ້າ​ຈົ່ງ​ຍອມ​ຢູ່​ໃຕ້​ທຸກ​ອຳນາດ​ທີ່​ຕັ້ງຂຶ້ນ​ໃນ​ທ່າມກາງ​ມະນຸດ​ຄື: ບໍ່​ວ່າ​ຈະ​ເປັນ​ກະສັດ​ໃນ​ຖານະ​ຜູ້​ມີ​ອຳນາດ​ສູງສຸດ,</verse>
				<verse number="14">ຫລື ບັນດາ​ຜູ້​ປົກຄອງ​ທີ່​ກະສັດ​ໄດ້​ສົ່ງ​ມາ​ເພື່ອ​ລົງໂທດ​ຜູ້​ທີ່​ເຮັດ​ຜິດ ແລະ ຍົກຍ້ອງ​ຜູ້​ທີ່​ເຮັດ​ຖືກຕ້ອງ.</verse>
				<verse number="15">ເພາະ​ເປັນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ທີ່​ຈະໃຫ້​ພວກເຈົ້າ​ລະງັບ​ຄຳເວົ້າ​ຂອງ​ຄົນໂງ່​ດ້ວຍ​ການ​ເຮັດດີ</verse>
				<verse number="16">ຈົ່ງ​ດຳເນີນຊີວິດ​ເໝືອນດັ່ງ​ຄົນ​ທີ່​ມີ​ເສລີພາບ, ແຕ່​ຢ່າ​ໃຊ້​ເສລີພາບ​ຂອງ​ພວກເຈົ້າ​ເປັນ​ຂໍ້​ອ້າງ​ເພື່ອ​ປົກປິດ​ຄວາມຊົ່ວ, ຈົ່ງ​ດຳເນີນຊີວິດ​ເໝືອນ​ເປັນ​ຂ້າທາດ​ຂອງ​ພຣະເຈົ້າ.</verse>
				<verse number="17">ຈົ່ງ​ໃຫ້​ກຽດ​ແກ່​ທຸກຄົນ, ຈົ່ງ​ຮັກ​ບັນດາ​ພີ່ນ້ອງ​ໃນ​ຄວາມເຊື່ອ​ດຽວ​ກັນ, ຈົ່ງ​ຢຳເກງ​ພຣະເຈົ້າ, ຈົ່ງ​ເຄົາລົບນັບຖື​ຜູ້​ມີ​ອຳນາດ​ສູງສຸດ.</verse>
				<verse number="18">ຂ້າທາດ​ທັງຫລາຍ​ເອີຍ, ເພາະ​ເຫັນ​ແກ່​ການ​ຢຳເກງ​ພຣະເຈົ້າ​ຈົ່ງ​ຍອມ​ເຊື່ອຟັງ​ນາຍ​ຂອງ​ຕົນ​ດ້ວຍ​ຄວາມເຄົາລົບ, ບໍ່​ແມ່ນ​ແຕ່​ຕໍ່​ນາຍ​ທີ່​ດີ ແລະ ເຫັນອົກເຫັນໃຈ​ເທົ່ານັ້ນ ແຕ່​ຕໍ່​ນາຍ​ທີ່​ໂຫດຮ້າຍ​ດ້ວຍ.</verse>
				<verse number="19">ເພາະ​ຜູ້​ທີ່​ຍອມ​ທຸກທໍລະມານ​ຢ່າງ​ບໍ່ຍຸຕິທຳ​ເພາະ​ພວກເຂົາ​ສຳນຶກ​ໃນ​ພຣະເຈົ້າ​ນັ້ນ​ກໍ​ໜ້າ​ຍົກຍ້ອງ.</verse>
				<verse number="20">ແຕ່​ຖ້າຫາກ​ພວກເຈົ້າ​ຖືກ​ຂ້ຽນຕີ​ເພາະ​ໄດ້​ເຮັດຜິດ ເຖິງ​ພວກເຈົ້າ​ຍອມ​ທົນ​ກໍ​ຈະ​ນັບ​ເປັນ​ຄວາມດີ​ໄດ້​ຢ່າງໃດ? ແຕ່​ຖ້າ​ພວກເຈົ້າ​ຕ້ອງ​ທົນທຸກ​ເພາະ​ເຮັດດີ ແລະ ພວກເຈົ້າ​ຍອມ​ທົນ​ເອົາ ນີ້​ເປັນ​ສິ່ງ​ທີ່​ໜ້າ​ຍົກຍ້ອງ​ຕໍ່ໜ້າ​ພຣະເຈົ້າ.</verse>
				<verse number="21">ພຣະອົງ​ເອີ້ນ​ພວກເຈົ້າ​ມາ​ສູ່​ສະພາບ​ການ​ຢ່າງ​ນີ້​ແຫລະ ເພາະວ່າ​ພຣະຄຣິດເຈົ້າ​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ, ວາງ​ແບບຢ່າງ​ໄວ້​ໃຫ້​ພວກເຈົ້າ ເຊິ່ງ​ພວກເຈົ້າ​ຄວນ​ດຳເນີນ​ຕາມ​ຮອຍ​ຕີນ​ຂອງ​ພຣະອົງ.</verse>
				<verse number="22">“ພຣະອົງ​ບໍ່​ໄດ້​ເຮັດ​ບາບ ແລະ ບໍ່​ມີ​ຄຳ​ຫລອກລວງ​ໃນ​ປາກ​ຂອງ​ພຣະອົງ”</verse>
				<verse number="23">ເມື່ອ​ພວກເຂົາ​ກ່າວ​ດູຖູກ​ພຣະອົງ, ພຣະອົງ​ກໍ​ບໍ່​ໄດ້​ຕອບໂຕ້, ເມື່ອ​ພຣະອົງ​ທົນທຸກທໍລະມານ, ພຣະອົງ​ກໍ​ບໍ່​ໄດ້​ຂົ່ມຂູ່, ແຕ່​ກົງກັນຂ້າມ, ພຣະອົງ​ໄດ້​ມອບ​ພຣະອົງ​ເອງ​ໄວ້​ກັບ​ພຣະເຈົ້າ​ຜູ້​ພິພາກສາ​ຢ່າງ​ຍຸຕິທຳ.</verse>
				<verse number="24">“ພຣະອົງ​ເອງ​ຮັບ​ແບກ​ຄວາມບາບ​ຂອງ​ພວກເຮົາ” ໄວ້​ໃນ​ກາຍ​ຂອງ​ພຣະອົງ​ເທິງ​ໄມ້ກາງແຂນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ຕໍ່​ຄວາມບາບ ແລະ ມີຊີວິດ​ຢູ່​ເພື່ອ​ຄວາມຊອບທຳ ແລະ “ດ້ວຍ​ບາດແຜ​ຂອງ​ພຣະອົງ​ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ”.</verse>
				<verse number="25">ເພາະ “ພວກເຈົ້າ​ເປັນ​ເໝືອນດັ່ງ​ແກະ​ທີ່​ຫລົງ​ທາງ”, ແຕ່​ບັດນີ້​ໄດ້​ກັບ​ມາ​ຫາ​ພຣະ​ຜູ້ລ້ຽງ ແລະ ຜູ້​ດູແລ​ຈິດວິນຍານ​ຂອງ​ພວກເຈົ້າ​ແລ້ວ.</verse>
			</chapter>
			<chapter number="3">
				<verse number="1">ໃນ​ທຳນອງ​ດຽວ​ກັນ​ນັ້ນ ເມຍ​ທັງຫລາຍ​ຈົ່ງ​ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ ເພື່ອ​ວ່າ​ຖ້າ​ຜົວ​ບາງຄົນ​ບໍ່​ເຊື່ອຟັງ​ພຣະຄຳ​ຂອງ​ພຣະເຈົ້າ ແຕ່​ການປະຕິບັດ​ຂອງ​ເມຍ​ກໍ​ອາດ​ຊະນະ​ໃຈ​ລາວ​ໂດຍ​ບໍ່​ຕ້ອງ​ເວົ້າ​ຫຍັງ​ຈັກ​ຄຳ.</verse>
				<verse number="2">ເມື່ອ​ພວກເຂົາ​ເຫັນ​ຄວາມ​ບໍລິສຸດ ແລະ ຄວາມຢຳເກງ​ພຣະເຈົ້າ​ໃນ​ຊີວິດ​ຂອງ​ພວກເຈົ້າ.</verse>
				<verse number="3">ຄວາມງາມ​ຂອງ​ພວກເຈົ້າ​ນັ້ນ​ຈະ​ຕ້ອງ​ບໍ່​ມາ​ຈາກ​ການຕົບແຕ່ງ​ພາຍນອກ​ເຊັ່ນ​ວ່າ: ການ​ເຮັດ​ຊົງຜົມ​ທີ່​ປານີດ, ໃສ່​ເຄື່ອງປະດັບ​ຄຳ ຫລື ເຄື່ອງນຸ່ງ​ທີ່​ງາມ.</verse>
				<verse number="4">ແຕ່​ໃຫ້​ເປັນ​ຄວາມງາມ​ທີ່​ຢູ່​ພາຍໃນ ຄື​ຄວາມງາມ​ທີ່​ບໍ່​ເສື່ອມສູນ​ຂອງ​ຈິດໃຈ​ທີ່​ອ່ອນນ້ອມ ແລະ ສະຫງົບ ເຊິ່ງ​ມີ​ຄຸນຄ່າ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຫລາຍ.</verse>
				<verse number="5">ເພາະ​ນີ້​ເປັນ​ວິຖີທາງ​ທີ່​ບັນດາ​ຜູ້ຍິງ​ບໍລິສຸດ​ໃນ​ອະດີດ ຜູ້​ທີ່​ມອບ​ຄວາມຫວັງ​ໃຈ​ໄວ້​ໃນ​ພຣະເຈົ້າ​ເຄີຍ​ນຳໃຊ້​ເພື່ອ​ຕົບແຕ່ງ​ຕົນເອງ. ພວກເຂົາ​ຍອມ​ເຊື່ອຟັງ​ຜົວ​ຂອງຕົນ,</verse>
				<verse number="6">ເໝືອນດັ່ງ​ນາງ​ຊາຣາ​ທີ່​ໄດ້​ເຊື່ອຟັງ​ອັບຣາຮາມ ແລະ ເອີ້ນ​ເພິ່ນ​ວ່າ​ນາຍ. ຖ້າ​ພວກເຈົ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ ບໍ່​ຢ້ານກົວ​ຕໍ່​ສິ່ງໃດ ພວກເຈົ້າ​ກໍ​ເປັນ​ລູກຫລານ​ຂອງ​ນາງ​ແລ້ວ.</verse>
				<verse number="7">ໃນ​ທຳນອງ​ດຽວ​ກັນ​ນັ້ນ ຝ່າຍ​ຜົວ​ທັງຫລາຍ​ຈົ່ງ​ຢູ່​ກັບ​ເມຍ​ຂອງ​ຕົນ​ດ້ວຍ​ຄວາມ​ເອົາໃຈໃສ່, ຈົ່ງ​ໃຫ້​ກຽດ​ເມຍ​ໃນ​ຖານະ​ເປັນ​ຜູ້​ທີ່​ອ່ອນແອ​ກວ່າ ແລະ ເປັນ​ຜູ້​ທີ່​ຈະ​ຮັບ​ຊີວິດ ເຊິ່ງ​ເປັນ​ຂອງປະທານ​ແຫ່ງ​ພຣະຄຸນ ເພື່ອ​ຈະ​ບໍ່​ມີ​ສິ່ງໃດ​ຂັດຂວາງ​ຄຳອະທິຖານ​ຂອງ​ພວກເຈົ້າ​ທັງ​ສອງ.</verse>
				<verse number="8">ສຸດທ້າຍ​ນີ້, ພວກເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ນ້ຳໜຶ່ງໃຈດຽວກັນ, ຈົ່ງ​ເຫັນອົກເຫັນໃຈກັນ, ຈົ່ງ​ຮັກເຊິ່ງກັນແລະກັນ, ຈົ່ງ​ມີ​ໃຈອ່ອນນ້ອມ ແລະ ຖ່ອມໂຕ.</verse>
				<verse number="9">ຢ່າ​ເຮັດ​ຄວາມຊົ່ວ​ຕອບ​ແທນ​ຄວາມຊົ່ວ ຫລື ຢ່າ​ດ່າ​ຕອບແທນ​ຄົນ​ທີ່​ດ່າ. ໃນ​ທາງ​ກົງກັນຂ້າມ, ຈົ່ງ​ຕອບແທນ​ຄວາມຊົ່ວ​ດ້ວຍ​ຄຳອວຍພອນ ເພາະວ່າ​ພຣະເຈົ້າ​ໄດ້​ເອີ້ນ​ພວກເຈົ້າ​ໃຫ້​ເຮັດ​ຢ່າງ​ນີ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ພອນ​ເປັນ​ມໍລະດົກ.</verse>
				<verse number="10">ເພາະ, “ຜູ້ໃດ​ກໍ​ຕາມ​ຮັກ​ຊີວິດ ແລະ ປາຖະໜາ​ຈະ​ເຫັນ​ວັນ​ທີ່​ດີ ພວກເຂົາ​ຕ້ອງ​ຮັກສາ​ລີ້ນ​ຂອງ​ຕົນ​ໃຫ້​ພົ້ນ​ຈາກ​ຄວາມຊົ່ວ ຮັກສາ​ປາກ​ຂອງ​ຕົນ​ໃຫ້​ບໍ່​ໃຫ້​ເວົ້າ​ຄຳ​ຫລອກລວງ.</verse>
				<verse number="11">ພວກເຂົາ​ຕ້ອງ​ຫັນໜີ​ຈາກ​ຄວາມຊົ່ວ ແລະ ເຮັດ​ຄວາມດີ ພວກເຂົາ​ຕ້ອງ​ສະແຫວງຫາ​ສັນຕິສຸກ ແລະ ຕິດຕາມ​ສັນຕິສຸກ​ນັ້ນ.</verse>
				<verse number="12">ເພາະ​ຕາ​ຂອງ​ອົງພຣະຜູ້ເປັນເຈົ້າ​ເຝົ້າ​ເບິ່ງ​ຄົນຊອບທຳ ແລະ ຫູ​ຂອງ​ພຣະອົງ​ຮັບ​ຟັງ​ຄຳອະທິຖານ​ຂອງ​ພວກເຂົາ, ແຕ່​ອົງພຣະຜູ້ເປັນເຈົ້າ​ຫັນ​ໜ້າ​ຕໍ່ສູ້​ບັນດາ​ຜູ້​ທີ່​ເຮັດ​ຊົ່ວ”.</verse>
				<verse number="13">ຖ້າ​ພວກເຈົ້າ​ກະຕືລືລົ້ນ​ໃນ​ການ​ເຮັດ​ດີ ຜູ້ໃດ​ຈະ​ມາ​ເຮັດ​ຮ້າຍ​ພວກເຈົ້າ​ໄດ້?</verse>
				<verse number="14">ແຕ່​ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຕ້ອງ​ທົນທຸກ​ຍ້ອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ພວກເຈົ້າ​ກໍ​ໄດ້​ຮັບ​ພອນ. “ຢ່າ​ຢ້ານກົວ​ຕໍ່​ການກະທຳ​ຂອງ​ພວກເຂົາ, ຢ່າ​ວິຕົກ​ກັງວົນໃຈ​ເລີຍ”.</verse>
				<verse number="15">ແຕ່​ໃນ​ໃຈ​ຂອງ​ພວກເຈົ້າ​ຈົ່ງ​ເຄົາລົບ​ພຣະຄຣິດເຈົ້າ​ວ່າ​ເປັນ​ອົງພຣະຜູ້ເປັນເຈົ້າ. ຈົ່ງ​ຕຽມພ້ອມ​ສະເໝີ​ທີ່​ຈະ​ຕອບ​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ເຖິງ​ເຫດຜົນ​ທີ່​ພວກເຈົ້າ​ມີ​ຄວາມຫວັງ​ຢ່າງ​ນີ້. ແຕ່​ຈົ່ງ​ຕອບ​ຢ່າງ​ສຸພາບອ່ອນນ້ອມ ແລະ ໃຫ້ກຽດ.</verse>
				<verse number="16">ຈົ່ງ​ຮັກສາ​ຈິດສຳນຶກ​ໃຫ້​ໃສ​ສະອາດ ເພື່ອ​ຜູ້​ທີ່​ກ່າວຮ້າຍ​ຄວາມປະພຶດ​ດີ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າ​ນັ້ນ​ຈະ​ໄດ້​ລະອາຍໃຈ​ທີ່​ມາ​ໃສ່ຮ້າຍ​ພວກເຈົ້າ.</verse>
				<verse number="17">ເພາະ​ຖ້າ​ເປັນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ໃຫ້​ພວກເຈົ້າ​ທົນທຸກ​ເນື່ອງ​ຈາກ​ການ​ເຮັດດີ​ກໍ​ດີ​ກວ່າ​ທົນທຸກ​ເພາະ​ການ​ເຮັດ​ຊົ່ວ.</verse>
				<verse number="18">ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.</verse>
				<verse number="19">ໂດຍ​ທາງ​ວິນຍານ​ນັ້ນ ພຣະອົງ​ຍັງ​ໄດ້​ໄປ​ປະກາດ​ແກ່​ວິນຍານ​ທັງຫລາຍ​ທີ່​ຖືກ​ຂັງ​ຄຸກ​ຢູ່​ດ້ວຍ.</verse>
				<verse number="20">ໃນ​ອະດີດ​ບໍ່​ເຊື່ອຟັງ ເມື່ອ​ເວລາ​ທີ່​ພຣະເຈົ້າ​ອົດທົນ​ລໍຖ້າ​ໃນ​ສະໄໝ​ຂອງ​ໂນອາ​ຂະນະ​ທີ່​ເພິ່ນ​ສ້າງ​ເຮືອ. ໃນ​ເຮືອ​ນີ້​ມີ​ຄົນ​ທີ່​ຢູ່​ບໍ່​ຫລາຍ ຄື​ແປດ​ຄົນ​ເທົ່ານັ້ນ​ທີ່​ພຣະເຈົ້າ​ໄດ້​ໃຊ້​ນ້ຳ​ຊ່ວຍ​ພວກເຂົາ​ໃຫ້​ລອດ.</verse>
				<verse number="21">ແລະ ນ້ຳ​ນີ້​ເປັນ​ສັນຍາລັກ​ການຮັບບັບຕິສະມາ ເຊິ່ງ​ບັດນີ້​ໄດ້​ຊ່ວຍ​ພວກເຈົ້າ​ທັງຫລາຍ​ໃຫ້​ລອດພົ້ນ​ເໝືອນກັນ ບໍ່​ແມ່ນ​ເປັນ​ການ​ກຳຈັດ​ສິ່ງ​ເປື້ອນເປິ​ອອກ​ຈາກ​ຮ່າງກາຍ ແຕ່​ເປັນ​ການ​ປະຕິຍານ​ຕໍ່​ພຣະເຈົ້າ​ວ່າ​ຈະ​ຮັກສາ​ຈິດສຳນຶກ​ທີ່​ດີ. ບັບຕິສະມາ​ໄດ້​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໂດຍ​ການ​ເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ,</verse>
				<verse number="22">ຜູ້​ທີ່​ໄດ້​ເຂົ້າ​ໃນ​ສະຫວັນ ແລະ ບັດນີ້​ກໍ​ນັ່ງ​ຢູ່​ທີ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ໂດຍ​ມີ​ບັນດາ​ເທວະດາ, ຜູ້ມີອຳນາດ ແລະ ອຳນາດ​ທີ່​ຢູ່​ໃຕ້​ພຣະອົງ.</verse>
			</chapter>
			<chapter number="4">
				<verse number="1">ເຫດສະນັ້ນ, ເພາະ​ພຣະຄຣິດເຈົ້າ​ໄດ້​ທົນທຸກ​ທາງ​ກາຍ​ຂອງ​ພຣະອົງ​ແລ້ວ ພວກເຈົ້າ​ເອງ​ກໍ​ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ດ້ວຍ​ທ່າທີ​ຢ່າງ​ດຽວ​ກັນ. ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ທົນທຸກ​ທາງ​ກາຍ​ກໍ​ຈະ​ເຊົາ​ເຮັດ​ບາບ.</verse>
				<verse number="2">ຜົນ​ກໍ​ຄື, ພວກເຂົາ​ຈະ​ບໍ່​ດຳເນີນຊີວິດ​ທີ່​ເຫລືອ​ຢູ່​ໃນ​ໂລກ​ນີ້​ຕາມ​ຄວາມປາຖະໜາ​ຂອງ​ມະນຸດ ແຕ່​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.</verse>
				<verse number="3">ເພາະ​ໃນ​ອະດີດ​ພວກເຈົ້າ​ໄດ້​ໃຊ້​ເວລາ​ຫລາຍ​ແລ້ວ​ໃນ​ການ​ເຮັດ​ສິ່ງ​ທີ່​ຄົນບໍ່ເຊື່ອ​ພຣະເຈົ້າ​ເລືອກ​ທີ່​ຈະ​ເຮັດ ຄື​ໄດ້​ດຳເນີນຊີວິດ​ຢູ່​ໃນ​ຄວາມຊົ່ວຊ້າ, ຕັນຫາ, ເມົາເຫລົ້າ, ຮ່ວມເພດກັນ​ເປັນ​ກຸ່ມ, ດື່ມເຫລົ້າ​ຢ່າງ​ໜັກ ແລະ ຂາບໄຫວ້​ຮູບເຄົາລົບ​ອັນ​ໜ້າລັງກຽດ.</verse>
				<verse number="4">ພວກເຂົາ​ຈຶ່ງ​ປະຫລາດໃຈ​ທີ່​ພວກເຈົ້າ​ບໍ່​ເຂົ້າ​ຮ່ວມ​ໃນ​ການດຳເນີນຊີວິດ​ແບບ​ຊະຊາຍ ແລະ ດຳເນີນຊີວິດ​ແບບ​ປ່າເຖື່ອນ​ກັບ​ພວກເຂົາ ແລະ ພວກເຂົາ​ຈຶ່ງ​ຫຸ້ມ​ດ່າ​ພວກເຈົ້າ.</verse>
				<verse number="5">ແຕ່​ພວກເຂົາ​ຈະ​ຕ້ອງ​ລາຍງານ​ຕໍ່​ພຣະອົງ​ຜູ້​ພ້ອມ​ແລ້ວ​ທີ່​ຈະ​ພິພາກສາ​ທັງ​ຄົນເປັນ ແລະ ຄົນຕາຍ</verse>
				<verse number="6">ດ້ວຍ​ເຫດຜົນ​ນີ້​ຂ່າວປະເສີດ​ຈຶ່ງ​ໄດ້​ຖືກ​ປະກາດ​ອອກໄປ​ເຖິງ​ແມ່ນ​ແຕ່​ແກ່​ຄົນ​ທີ່​ຕາຍ​ໄປ​ແລ້ວ, ເພື່ອ​ວ່າ​ພວກເຂົາ​ຈະ​ຖືກ​ຕັດສິນ​ຕາມ​ມາດຕະຖານ​ຂອງ​ມະນຸດ​ທາງ​ຮ່າງກາຍ ແຕ່​ທາງ​ຈິດວິນຍານ​ພວກເຂົາ​ຈະ​ມີຊີວິດ​ຢູ່​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.</verse>
				<verse number="7">ເວລາ​ສຸດທ້າຍ​ຂອງ​ສິ່ງ​ທັງໝົດ​ນີ້​ໃກ້​ຈະ​ມາ​ເຖິງ​ແລ້ວ. ເຫດສະນັ້ນ ຈົ່ງ​ມີ​ສະຕິ ແລະ ຮູ້​ຈັກ​ບັງຄັບ​ຕົນ​ເພື່ອ​ພວກເຈົ້າ​ຈະ​ໄດ້​ອະທິຖານ.</verse>
				<verse number="8">ເໜືອ​ສິ່ງ​ອື່ນ​ໃດ​ທັງໝົດ, ຈົ່ງ​ຮັກ​ເຊິ່ງກັນແລະກັນ​ຢ່າງ​ເລິກເຊິ່ງ, ເພາະ​ຄວາມຮັກ​ປິດບັງ​ຄວາມບາບ​ຈຳນວນ​ຫລວງຫລາຍ​ໄວ້​ໄດ້.</verse>
				<verse number="9">ຈົ່ງ​ຕ້ອນຮັບ​ເຊິ່ງກັນແລະກັນ​ໂດຍ​ບໍ່​ມີ​ການ​ຈົ່ມ.</verse>
				<verse number="10">ແຕ່ລະຄົນ​ຄວນ​ໃຊ້​ຂອງປະທານ​ທີ່​ຕົນ​ໄດ້​ຮັບ​ມາ​ນັ້ນ​ຮັບໃຊ້​ຜູ້​ອື່ນ, ບໍລິຫານ​ຂອງປະທານ​ແຫ່ງ​ພຣະຄຸນ​ຂອງ​ພຣະເຈົ້າ​ໃນ​ຮູບແບບ​ຕ່າງໆ​ທີ່​ໄດ້​ຮັບ​ມາ​ຢ່າງ​ສັດຊື່.</verse>
				<verse number="11">ຖ້າ​ຜູ້ໃດ​ຈະ​ກ່າວ, ພວກເຂົາ​ກໍ​ຄວນ​ເຮັດ​ເໝືອນ​ເປັນ​ຜູ້​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ. ຖ້າ​ຜູ້ໃດ​ຈະ​ຮັບໃຊ້, ພວກເຂົາ​ກໍ​ຄວນ​ເຮັດ​ດ້ວຍ​ກຳລັງ​ທີ່​ພຣະເຈົ້າ​ໃຫ້, ເພື່ອ​ວ່າ​ພຣະເຈົ້າ​ຈະ​ໄດ້​ຮັບ​ການ​ສັນລະເສີນ​ໃນ​ທຸກສິ່ງ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ. ຂໍ​ໃຫ້​ສະຫງ່າລາສີ ແລະ ລິດອຳນາດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.</verse>
				<verse number="12">ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຢ່າ​ປະຫລາດໃຈ​ກັບ​ການທົດລອງ​ອັນ​ເຈັບປວດ​ທີ່​ພວກເຈົ້າ​ປະເຊີນ​ຢູ່​ເໝືອນ​ກັບ​ວ່າ​ມີ​ສິ່ງ​ແປກປະຫລາດ​ເກີດ​ຂຶ້ນ​ກັບ​ພວກເຈົ້າ.</verse>
				<verse number="13">ແຕ່​ຈົ່ງ​ຊື່ນຊົມຍິນດີ​ທີ່​ໄດ້​ຮ່ວມ​ໃນ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ເພື່ອ​ພວກເຈົ້າ​ຈະ​ໄດ້​ຊື່ນຊົມຍິນດີ​ຢ່າງ​ລົ້ນເຫລືອ​ເມື່ອ​ສະຫງ່າລາສີ​ຂອງ​ພຣະອົງ​ມາ​ປາກົດ.</verse>
				<verse number="14">ຖ້າ​ພວກເຈົ້າ​ຖືກ​ດູຖູກ​ຍ້ອນ​ນາມ​ຂອງ​ພຣະຄຣິດເຈົ້າ​ພວກເຈົ້າ​ກໍ​ໄດ້​ຮັບ​ພອນ ເພາະ​ພຣະວິນຍານບໍລິສຸດເຈົ້າ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ນັ້ນ​ຢູ່​ກັບ​ພວກເຈົ້າ.</verse>
				<verse number="15">ຖ້າ​ພວກເຈົ້າ​ທົນທຸກ ກໍ​ຢ່າ​ໄດ້​ທົນທຸກ​ໃນ​ຖານະ​ທີ່​ເປັນ​ຜູ້ຂ້າຄົນ ຫລື ເປັນ​ຄົນຂີ້ລັກ ຫລື ຄະດີ​ອາຍາ​ປະເພດ​ຕ່າງໆ ຫລື ແມ່ນ​ແຕ່​ເປັນ​ຄົນ​ມັກ​ຫຍຸ້ງ​ເລື່ອງ​ຂອງ​ຜູ້​ອື່ນ</verse>
				<verse number="16">ແຕ່​ຖ້າ​ພວກເຈົ້າ​ທົນທຸກ​ໃນ​ຖານະ​ທີ່​ເປັນ​ຄຣິສຕຽນ​ກໍ​ຢ່າ​ໄດ້​ອັບອາຍ, ແຕ່​ຈົ່ງ​ສັນລະເສີນ​ພຣະເຈົ້າ​ທີ່​ພວກເຈົ້າ​ໄດ້​ຮັບ​ການ​ເອີ້ນ​ຕາມ​ນາມ​ນັ້ນ.</verse>
				<verse number="17">ເພາະ​ເຖິງ​ເວລາ​ແລ້ວ​ທີ່​ການພິພາກສາ​ຈະ​ເລີ່ມ​ຂຶ້ນ​ທີ່​ຄົວເຮືອນ​ຂອງ​ພຣະເຈົ້າ ແລະ ຖ້າ​ການ​ພິພາກສາ​ເລີ່ມ​ຕົ້ນ​ທີ່​ພວກເຮົາ​ກ່ອນ ແລ້ວ​ຜົນ​ທີ່​ຈະ​ໄດ້​ຮັບ​ຂອງ​ບັນດາ​ຜູ້​ທີ່​ບໍ່​ເຊື່ອຟັງ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ຈະ​ເປັນ​ຢ່າງໃດ?</verse>
				<verse number="18">ແລະ, “ຖ້າ​ຄົນຊອບທຳ​ຈະ​ໄດ້ຮັບ​ຄວາມພົ້ນ​ກໍ​ຍັງ​ຍາກ, ແລ້ວ​ຄົນອະທຳ​ກັບ​ຄົນບາບ​ຈະ​ເປັນ​ຢ່າງໃດ?”</verse>
				<verse number="19">ດັ່ງນັ້ນ ຜູ້​ທີ່​ທົນທຸກ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ກໍ​ຄວນ​ມອບ​ຕົນເອງ​ໄວ້​ກັບ​ພຣະຜູ້ສ້າງ​ຜູ້​ສັດຊື່​ຂອງ​ພວກເຂົາ ແລະ ເຮັດ​ຄວາມດີ​ຕໍ່ໄປ.</verse>
			</chapter>
			<chapter number="5">
				<verse number="1">ເຖິງ​ພວກ​ຜູ້ອາວຸໂສ​ໃນ​ທ່າມກາງ​ພວກເຈົ້າ​ທັງຫລາຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຜູ້ອາວຸໂສ​ດ້ວຍກັນ ແລະ ເປັນ​ພະຍານ​ຄົນ​ໜຶ່ງ​ໃນ​ເລື່ອງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເປັນ​ຜູ້​ໜຶ່ງ​ທີ່​ຈະ​ຮ່ວມ​ໃນ​ສະຫງ່າລາສີ​ທີ່​ຈະ​ມາ​ປາກົດ​ນັ້ນ​ວ່າ:</verse>
				<verse number="2">ຈົ່ງ​ລ້ຽງ​ຝູງ​ແກະ​ຂອງ​ພຣະເຈົ້າ​ໃຫ້​ຢູ່​ໃນ​ຄວາມຮັບຜິດຊອບ​ເບິ່ງແຍງ​ຂອງ​ພວກເຈົ້າ, ໃຫ້​ເບິ່ງແຍງ​ພວກເຂົາ​ບໍ່​ແມ່ນ​ຍ້ອນ​ວ່າ​ພວກເຈົ້າ​ຈໍາເປັນ​ຕ້ອງ​ເຮັດ ແຕ່​ຍ້ອນ​ວ່າ​ພວກເຈົ້າ​ເຕັມໃຈ​ທີ່​ຈະ​ເຮັດ​ຕາມ​ທີ່​ພຣະເຈົ້າ​ປະສົງ​ໃຫ້​ພວກເຈົ້າ​ເປັນ, ບໍ່​ແມ່ນ​ເຮັດ​ເພື່ອ​ຫາ​ຜົນປະໂຫຍດ​ດ້ວຍ​ຄວາມບໍ່ສັດຊື່, ແຕ່​ມີ​ຄວາມກະຕືລືລົ້ນ​ທີ່​ຈະ​ຮັບໃຊ້,</verse>
				<verse number="3">ບໍ່​ແມ່ນ​ວາງ​ອຳນາດ​ເໜືອ​ບັນດາ​ຜູ້​ທີ່​ມອບໝາຍ​ໃຫ້​ແກ່​ພວກເຈົ້າ, ແຕ່​ໃຫ້​ເປັນ​ແບບຢ່າງ​ແກ່​ຝູງ​ແກະ​ນັ້ນ.</verse>
				<verse number="4">ແລະ ເມື່ອ​ຫົວໜ້າ​ຂອງ​ຜູ້ລ້ຽງແກະ​ມາ​ປາກົດ ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ສະຫງ່າລາສີ​ທີ່​ບໍ່​ມີ​ວັນ​ຈາງຫາຍໄປ.</verse>
				<verse number="5">ໃນ​ທຳນອງ​ດຽວ​ກັນ​ນີ້ ພວກເຈົ້າ​ຜູ້​ມີ​ອາຍຸ​ອ່ອນ​ກວ່າ, ຈົ່ງ​ຍອມ​ເຊື່ອຟັງ​ບັນດາ​ຜູ້​ທີ່​ອາວຸໂສ​ກວ່າ. ພວກເຈົ້າ​ທຸກຄົນ​ຈົ່ງ​ສວມ​ຄວາມຖ່ອມໃຈ​ຕໍ່​ກັນແລະກັນ ເພາະວ່າ, “ພຣະເຈົ້າ​ຄັດຄ້ານ​ຄົນ​ທີ່​ຈອງຫອງ ແຕ່​ມີ​ພຣະຄຸນ​ໃຫ້​ແກ່​ຄົນ​ທີ່​ຖ່ອມຕົວລົງ”.</verse>
				<verse number="6">ເຫດສະນັ້ນ, ພວກເຈົ້າ​ຈົ່ງ​ຖ່ອມໂຕ​ລົງ​ຢູ່​ພາຍໃຕ້​ມື​ອັນ​ມີ​ລິດ​ຂອງ​ພຣະເຈົ້າ ເພື່ອ​ວ່າ​ພຣະອົງ​ຈະ​ຍົກ​ພວກເຈົ້າ​ຂຶ້ນ​ເມື່ອ​ເຖິງ​ເວລາ​ອັນ​ສົມຄວນ.</verse>
				<verse number="7">ຈົ່ງ​ປະ​ຄວາມກະວົນກະວາຍ​ຂອງ​ພວກເຈົ້າ​ໄວ້​ກັບ​ພຣະອົງ ເພາະວ່າ​ພຣະອົງ​ຫ່ວງໃຍ​ພວກເຈົ້າ​ຢູ່.</verse>
				<verse number="8">ຈົ່ງ​ມີ​ສະຕິ ແລະ ຕື່ນ​ໂຕ​ຢູ່​ສະເໝີ. ເພາະ​ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນວຽນ​ໄປ​ມາ​ເໝືອນ​ໂຕສິງ​ທີ່​ແຜດສຽງ​ຊອກຫາ​ຄົນ​ທີ່​ມັນ​ຈະ​ກັດກິນ​ໄດ້.</verse>
				<verse number="9">ຈົ່ງ​ຕໍ່ສູ້​ກັບ​ມານ ດ້ວຍ​ໃຈ​ໝັ້ນຄົງ​ໃນ​ຄວາມເຊື່ອ ເພາະ​ພວກເຈົ້າ​ກໍ​ຮູ້​ວ່າ​ພີ່ນ້ອງ​ຜູ້ທີ່ເຊື່ອ​ໃນ​ທົ່ວ​ໂລກ​ກໍ​ກຳລັງ​ປະສົບ​ກັບ​ຄວາມທຸກທໍລະມານ​ແບບ​ດຽວ​ກັນ​ນີ້.</verse>
				<verse number="10">ແລະ ຫລັງ​ຈາກ​ພວກເຈົ້າ​ທົນທຸກ​ຢູ່​ຊົ່ວຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ແຫ່ງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ເອີ້ນ​ພວກເຈົ້າ​ມາ​ສູ່​ສະຫງ່າລາສີ​ອັນ​ນິລັນດອນ​ຂອງ​ພຣະອົງ​ໃນ​ພຣະຄຣິດເຈົ້າ ພຣະອົງ​ເອງ​ຈະ​ຟື້ນຟູ​ພວກເຈົ້າ​ຄືນ​ໃໝ່ ແລະ ໃຫ້​ພວກເຈົ້າ​ເຂັ້ມແຂງ, ໜັກແໜ້ນ ແລະ ໝັ້ນຄົງ.</verse>
				<verse number="11">ຂໍ​ໃຫ້​ລິດອຳນາດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.</verse>
				<verse number="12">ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ຊີລາ ຜູ້​ທີ່​ເຮົາ​ຖື​ວ່າ​ເປັນ​ພີ່ນ້ອງ​ທີ່​ສັດຊື່ ເຮົາ​ຈຶ່ງ​ໄດ້​ຂຽນ​ມາ​ຫາ​ພວກເຈົ້າ​ໂດຍ​ຫຍໍ້​ເພື່ອ​ໜູນໃຈ​ພວກເຈົ້າ ແລະ ເປັນ​ພະຍານ​ວ່າ​ນີ້​ແມ່ນ​ພຣະຄຸນ​ທີ່​ແທ້​ຈິງ​ຂອງ​ພຣະເຈົ້າ. ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ນີ້.</verse>
				<verse number="13">ຄຣິສຕະຈັກ​ທີ່​ເມືອງ​ບາບີໂລນ​ຜູ້​ໄດ້​ຮັບ​ການ​ເລືອກ​ດ້ວຍ​ກັນ​ກັບ​ພວກເຈົ້າ​ນັ້ນ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ ແລະ ມາຣະໂກ​ບຸດ​ຂອງ​ເຮົາ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ.</verse>
				<verse number="14">ຈົ່ງ​ທັກທາຍ​ກັນ​ດ້ວຍ​ການຈູບ​ແຫ່ງ​ຄວາມຮັກ. ຂໍ​ໃຫ້​ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທຸກຄົນ​ທີ່​ຢູ່​ໃນ​ພຣະຄຣິດເຈົ້າ.</verse>
			</chapter>
		</book>
		<book number="61">
			<chapter number="1">
				<verse number="1">ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຊີໂມນ​ເປໂຕ ຜູ້​ເປັນ​ຜູ້ຮັບໃຊ້ ແລະ ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ, ເຖິງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ຄວາມເຊື່ອ​ອັນ​ລ້ຳຄ່າ​ເໝືອນ​ກັບ​ທີ່​ພວກເຮົາ​ໄດ້​ຮັບ​ໂດຍ​ຜ່ານທາງ​ຄວາມຊອບທຳ​ຂອງ​ພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ:</verse>
				<verse number="2">ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ຢ່າງ​ລົ້ນເຫລືອ​ຜ່ານ​ທາງ​ການຮູ້ຈັກ​ພຣະເຈົ້າ ແລະ ຮູ້ຈັກ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.</verse>
				<verse number="3">ລິດອຳນາດ​ຂອງ​ພຣະອົງ​ໄດ້​ໃຫ້​ທຸກສິ່ງ​ທີ່​ຈຳເປັນ​ສຳລັບ​ຊີວິດ​ໃນ​ທາງ​ຂອງ​ພຣະເຈົ້າ​ແກ່​ພວກເຮົາ ຜ່ານທາງ​ການ​ຮູ້ຈັກ​ພຣະອົງ​ຜູ້​ເອີ້ນ​ພວກເຮົາ​ດ້ວຍ​ສະຫງ່າລາສີ ແລະ ຄຸນຄວາມດີ​ຂອງ​ພຣະອົງ​ເອງ.</verse>
				<verse number="4">ໂດຍ​ຜ່ານທາງ​ສິ່ງ​ເຫລົ່ານີ້​ພຣະອົງ​ໄດ້​ໃຫ້​ສັນຍາ​ອັນ​ຍິ່ງໃຫຍ່ ແລະ ລ້ຳຄ່າ​ຂອງ​ພຣະອົງ​ແກ່​ພວກເຮົາ. ເພື່ອ​ວ່າ​ໂດຍ​ຜ່ານທາງ​ສັນຍາ​ເຫລົ່ານີ້​ພວກເຈົ້າ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ລັກສະນະ​ຂອງ​ພຣະເຈົ້າ ແລະ ພົ້ນ​ຈາກ​ຄວາມເສື່ອມຊາມ​ໃນ​ໂລກ​ທີ່​ເກີດ​ຈາກ​ຄວາມປາຖະໜາ​ຊົ່ວ.</verse>
				<verse number="5">ດ້ວຍເຫດນີ້, ພວກເຈົ້າ​ຈົ່ງ​ພະຍາຍາມ​ທຸກ​ວິທີ​ທີ່​ຈະ​ເພີ່ມ​ຄວາມດີ​ເຂົ້າ​ກັບ​ຄວາມເຊື່ອ​ຂອງ​ພວກເຈົ້າ ແລະ ເພີ່ມ​ຄວາມຮູ້​ເຂົ້າ​ກັບ​ຄວາມດີ,</verse>
				<verse number="6">ແລະ ເພີ່ມ​ການ​ບັງຄົບຕົນ​ເຂົ້າ​ກັບ​ຄວາມຮູ້, ເພີ່ມ​ຄວາມອົດທົນ​ເຂົ້າ​ກັບ​ການ​ບັງຄັບຕົນ, ເພີ່ມ​ຊີວິດ​ໃນ​ທາງ​ຂອງ​ພຣະເຈົ້າ​ເຂົ້າ​ກັບ​ຄວາມ​ບາກບັ່ນ</verse>
				<verse number="7">ແລະ ເພີ່ມ​ຄວາມຮັກ​ກັນ​ເໝືອນ​ພີ່ນ້ອງ​ເຂົ້າ​ກັບ​ຊີວິດ​ໃນ​ທາງ​ຂອງ​ພຣະເຈົ້າ ແລະ ເພີ່ມ​ຄວາມຮັກ​ເຂົ້າ​ກັບ​ຄວາມ​ຮັກ​ກັນ​ເໝືອນ​ພີ່ນ້ອງ.</verse>
				<verse number="8">ເພາະ​ຖ້າ​ພວກເຈົ້າ​ມີ​ຄຸນສົມບັດ​ເຫລົ່ານີ້​ຫລາຍຂຶ້ນ ກໍ​ຈະ​ເຮັດໃຫ້​ພວກເຈົ້າ​ມີ​ປະສິດທິພາບ ແລະ ເກີດຜົນ​ໃນ​ການ​ຮູ້ຈັກ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.</verse>
				<verse number="9">ແຕ່​ຖ້າ​ຜູ້ໃດ​ຂາດ​ຄຸນສົມບັດ​ເຫລົ່ານີ້ ກໍ​ເປັນ​ເໝືອນ​ກັບ​ຄົນ​ສາຍຕາສັ້ນ ແລະ ຕາບອດ, ລືມ​ວ່າ​ຕົນ​ໄດ້​ຮັບ​ການ​ຊຳລະ​ຈາກ​ຄວາມບາບ​ໃນ​ອະດີດ​ແລ້ວ.</verse>
				<verse number="10">ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຈົ່ງ​ພະຍາຍາມ​ເຮັດ​ທຸກ​ວິທີ​ເພື່ອ​ຢືນຢັນ​ໃນ​ການ​ເອີ້ນ ແລະ ເລືອກ​ຂອງ​ພວກເຈົ້າ​ນັ້ນ. ເພາະວ່າ​ຖ້າ​ພວກເຈົ້າ​ເຮັດ​ຢ່າງ​ນັ້ນ​ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ສະດຸດ​ລົ້ມລົງ​ຈັກເທື່ອ</verse>
				<verse number="11">ແລະ ພວກເຈົ້າ​ຈະ​ໄດ້ຮັບ​ການຕ້ອນຮັບ​ທີ່​ອຸດົມສົມບູນ​ເຂົ້າ​ໃນ​ອານາຈັກ​ນິລັນດອນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ ແລະ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.</verse>
				<verse number="12">ດັ່ງນັ້ນ ເຮົາ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ສິ່ງ​ເຫລົ່ານີ້​ສະເໝີ, ເຖິງແມ່ນວ່າ​ພວກເຈົ້າ​ຮູ້ຈັກ​ເລື່ອງ​ນີ້​ແລ້ວ ແລະ ຕັ້ງ​ໝັ້ນຄົງ​ໃນ​ຄວາມຈິງ​ທີ່​ພວກເຈົ້າ​ມີ​ຢູ່​ກໍ​ຕາມ.</verse>
				<verse number="13">ເຮົາ​ຄິດ​ວ່າ​ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ຈະ​ເຕືອນ​ຄວາມຈື່ຈຳ​ຂອງ​ພວກເຈົ້າ​ຕາບ​ທີ່​ເຮົາ​ຍັງ​ຢູ່​ໃນ​ເຮືອນ​ທີ່​ເປັນ​ຮ່າງກາຍ​ນີ້,</verse>
				<verse number="14">ເພາະ​ເຮົາ​ຮູ້​ວ່າ​ອີກ​ບໍ່​ດົນ​ເຮົາ​ຈະ​ຕ້ອງ​ຈາກ​ເຮືອນ​ທີ່​ເປັນ​ຮ່າງກາຍ​ນີ້​ໄປ, ຕາມ​ທີ່​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ໄດ້​ສະແດງ​ໄວ້​ແກ່​ເຮົາ​ຢ່າງ​ຊັດເຈນ​ແລ້ວ.</verse>
				<verse number="15">ແລະ ເຮົາ​ຈະ​ພະຍາຍາມ​ເຮັດ​ທຸກ​ວິທີ​ໃຫ້​ພວກເຈົ້າ​ສາມາດ​ລະນຶກ​ເຖິງ​ສິ່ງ​ເຫລົ່ານີ້​ສະເໝີ​ຫລັງຈາກ​ເຮົາ​ຈາກໄປ​ແລ້ວ.</verse>
				<verse number="16">ເມື່ອ​ພວກເຮົາ​ບອກ​ພວກເຈົ້າ​ເຖິງ​ການ​ມາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໃນ​ລິດອຳນາດ​ນັ້ນ ພວກເຮົາ​ບໍ່​ໄດ້​ນຳເອົາ​ເລື່ອງ​ທີ່​ປະດິດຄິດແຕ່ງ​ຂຶ້ນ​ມາ​ໂດຍ​ຄວາມສະຫລາດ​ຂອງ​ມະນຸດ ແຕ່​ພວກເຮົາ​ໄດ້​ເປັນ​ພະຍານ​ກັບ​ຕາ​ເຖິງ​ບາລະມີ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະອົງ.</verse>
				<verse number="17">ພຣະອົງ​ໄດ້​ຮັບ​ກຽດ ແລະ ສະຫງ່າລາສີ​ຈາກ​ພຣະເຈົ້າ​ພຣະບິດາເຈົ້າ ເມື່ອ​ມີ​ສຽງ​ຈາກ​ອົງ​ຜູ້​ມີ​ສະຫງ່າລາສີ​ຍິ່ງ​ໃຫຍ່​ສູງສຸດ​ຂອງ​ພຣະອົງ, ກ່າວ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ, ເຮົາ​ພໍໃຈ​ເພິ່ນ​ຫລາຍ”.</verse>
				<verse number="18">ພວກເຮົາ​ເອງ​ໄດ້​ຍິນ​ສຽງ​ນີ້​ມາ​ຈາກ​ສະຫວັນ​ຂະນະ​ທີ່​ພວກເຮົາ​ຢູ່​ກັບ​ພຣະອົງ​ທີ່​ພູ​ສັກສິດ.</verse>
				<verse number="19">ພວກເຮົາ​ມີ​ຖ້ອຍຄຳ​ຂອງ​ການທຳນວາຍ​ເໝືອນກັນ ເຊິ່ງ​ເປັນ​ສິ່ງ​ທີ່​ເຊື່ອຖືໄດ້​ຢ່າງ​ຄົບຖ້ວນ, ຈະ​ເປັນ​ເລື່ອງ​ດີ​ຖ້າ​ພວກເຈົ້າ​ເອົາໃຈໃສ່​ຖ້ອຍຄຳ​ເຫລົ່ານີ້ ເໝືອນ​ແສງສະຫວ່າງ​ທີ່​ສ່ອງ​ໃນ​ບ່ອນ​ມືດ​ຈົນ​ກວ່າ​ຈະ​ເຖິງ​ວັນ​ຮຸ່ງເຊົ້າ ແລະ ດາວ​ແຫ່ງ​ອາລຸນ​ຍາມເຊົ້າ​ຈະ​ປາກົດ​ຂຶ້ນ​ໃນ​ໃຈ​ຂອງ​ພວກເຈົ້າ.</verse>
				<verse number="20">ເໜືອ​ສິ່ງ​ອື່ນ​ໃດ​ທັງໝົດ ພວກເຈົ້າ​ຕ້ອງ​ເຂົ້າໃຈ​ວ່າ​ບໍ່​ມີ​ຄຳ​ເປີດເຜີຍ​ໃດ​ໃນ​ພຣະຄຳພີ​ທີ່​ມາ​ຈາກ​ການ​ແປ​ຄວາມໝາຍ​ກ່ຽວກັບ​ສິ່ງ​ຕ່າງໆ​ຂອງ​ທຳນວາຍ​ເອງ.</verse>
				<verse number="21">ເພາະ​ຄຳ​ເປີດເຜີຍ​ນັ້ນ​ບໍ່​ເຄີຍ​ເກີດ​ຂຶ້ນ​ຈາກ​ເຈດຕະນາ​ຂອງ​ມະນຸດ ເຖິງ​ແມ່ນ​ວ່າ​ຜູ້ທຳນວາຍ​ຈະ​ເປັນ​ມະນຸດ ກໍ​ກ່າວ​ຖ້ອຍຄຳ​ທີ່​ມາ​ຈາກ​ພຣະເຈົ້າ​ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ນຳ​ພວກເພິ່ນ.</verse>
			</chapter>
			<chapter number="2">
				<verse number="1">ແຕ່​ກໍ​ມີ​ພວກ​ຜູ້ທຳນວາຍ​ປອມ​ໃນ​ທ່າມກາງ​ປະຊາຊົນ ເຊັ່ນດຽວ​ກັບ​ທີ່​ມີ​ຄູສອນປອມ​ໃນ​ທ່າມກາງ​ພວກເຈົ້າ​ເໝືອນກັນ. ພວກເຂົາ​ຈະ​ລັກ​ນຳ​ເອົາ​ຄຳສອນ​ຜິດ​ທີ່​ເຮັດ​ໃຫ້​ເສຍຫາຍ​ເຂົ້າ​ມາ, ຈົນ​ເຖິງ​ກັບ​ປະຕິເສດ​ອົງພຣະຜູ້ເປັນເຈົ້າ​ອົງເຈົ້ານາຍ​ຜູ້​ໄດ້​ໄຖ່​ພວກເຂົາ. ເຊິ່ງ​ການກະທຳ​ຢ່າງນີ້​ຈະ​ນຳ​ຄວາມຈິບຫາຍ​ມາ​ເຖິງ​ພວກເຂົາ​ເອງ​ຢ່າງ​ໄວວາ.</verse>
				<verse number="2">ຈະ​ມີ​ຫລາຍຄົນ​ປະຕິບັດ​ຕາມ​ການປະພຶດ​ຊົ່ວຮ້າຍ​ຂອງ​ພວກເຂົາ ແລະ ຈະ​ນຳ​ທາງ​ແຫ່ງ​ຄວາມຈິງ​ໄປ​ສູ່​ຄວາມເສື່ອມເສຍ.</verse>
				<verse number="3">ດ້ວຍ​ຄວາມໂລບ​ຂອງ​ພວກເຂົາ​ນັ້ນ ພວກຄູສອນ​ເຫລົ່ານີ້​ຈະ​ແຕ່ງ​ເລື່ອງ​ຕ່າງໆ​ຂຶ້ນ​ມາ​ເພື່ອ​ຂູດຮີດ​ພວກເຈົ້າ. ຄຳພິພາກສາ​ລົງໂທດ​ຂອງ​ພວກເຂົາ​ກໍ​ຖືກ​ຫ້ອຍ​ຢູ່​ເທິງ​ພວກເຂົາ​ດົນນານ​ມາ​ແລ້ວ ແລະ ຄວາມຈິບຫາຍ​ຂອງ​ພວກເຂົາ​ກໍ​ບໍ່​ໄດ້​ຫລັບ​ຢູ່.</verse>
				<verse number="4">ເພາະ​ຖ້າ​ພຣະເຈົ້າ​ບໍ່​ໄດ້​ຍົກເວັ້ນ​ບັນດາ​ເທວະດາ​ທີ່​ໄດ້​ເຮັດ​ບາບ, ແຕ່​ໄດ້​ສົ່ງ​ພວກເຂົາ​ລົງ​ໄປ​ສູ່​ນະລົກ, ລ່າມໂສ້​ພວກເຂົາ​ຂັງ​ໄວ້​ໃນ​ບ່ອນ​ມືດ ​ເພື່ອ​ລໍຖ້າ​ການພິພາກສາ.</verse>
				<verse number="5">ຖ້າ​ພຣະເຈົ້າ​ບໍ່​ໄດ້​ຍົກເວັ້ນ​ໂລກ​ໃນ​ສະໄໝ​ບູຮານ​ເມື່ອ​ພຣະອົງ​ໄດ້​ໃຫ້​ນ້ຳ​ຖ້ວມ​ຄົນອະທຳ​ທີ່​ຢູ່​ໃນ​ໂລກ, ແຕ່​ໄດ້​ປົກປ້ອງ​ໂນອາ​ຜູ້​ປະກາດ​ຄວາມຊອບທຳ ແລະ ຄົນ​ອື່ນໆ​ອີກ​ເຈັດ​ຄົນ.</verse>
				<verse number="6">ຖ້າ​ພຣະເຈົ້າ​ໄດ້​ລົງໂທດ​ເມືອງ​ໂຊໂດມ ແລະ ເມືອງ​ໂກໂມຣາ​ໂດຍ​ເຜົາ​ໃຫ້​ເປັນ​ຂີ້ເຖົ່າ ເພື່ອ​ເປັນ​ຕົວຢ່າງ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ແກ່​ຄົນອະທຳ.</verse>
				<verse number="7">ແລະ ຖ້າ​ພຣະອົງ​ໄດ້​ກອບກູ້​ເອົາ​ໂລດ​ຜູ້ຊອບທຳ, ຜູ້​ມີ​ຄວາມທຸກໃຈ​ເພາະ​ການກະທຳ​ທີ່​ຂາດສິນທຳ​ຂອງ​ຄົນໄຮ້ສິນທຳ​ເຫລົ່ານັ້ນ.</verse>
				<verse number="8">(ເພາະ​ເມື່ອ​ຄົນຊອບທຳ​ຜູ້​ນີ້​ດຳເນີນຊີວິດ​ຢູ່​ໃນ​ທ່າມກາງ​ພວກເຂົາ​ໃນ​ແຕ່ລະວັນ, ຈິດວິນຍານ​ອັນ​ຊອບທຳ​ຂອງ​ເພິ່ນ​ກໍ​ທຸກທໍລະມານ​ເພາະ​ໄດ້​ເຫັນ ແລະ ໄດ້​ຍິນ​ການກະທຳ​ທີ່​ຜິດສິນທຳ​ນັ້ນ).</verse>
				<verse number="9">ຖ້າ​ເປັນ​ດັ່ງນັ້ນ, ອົງພຣະຜູ້ເປັນເຈົ້າ​ຍ່ອມ​ຮູ້ຈັກ​ວິທີ​ວ່າ​ຈະ​ກອບກູ້​ເອົາ​ຄົນຊອບທຳ​ໃຫ້​ລອດພົ້ນ​ຈາກ​ການທົດລອງ​ໄດ້​ຢ່າງໃດ ແລະ ຮັກສາ​ຄົນອະທຳ​ໄວ້​ເພື່ອ​ລໍຖ້າ​ວັນ​ພິພາກສາ.</verse>
				<verse number="10">ໂດຍ​ສະເພາະ​ຈະ​ລົງໂທດ​ຄົນ​ເຫລົ່ານັ້ນ​ທີ່​ປ່ອຍໂຕ​ໄປ​ຕາມ​ຄວາມ​ປາຖະໜາ​ຂອງ​ເນື້ອໜັງ ແລະ ດູຖູກ​ຜູ້ມີອຳນາດ. ຄູສອນປອມ​ເຫລົ່ານີ້​ກ້າຫານ ແລະ ຈອງຫອງ, ພວກເຂົາ​ຫຸ້ມ​ດ່າ​ເທວະດາ​ເບື້ອງເທິງ​ໂດຍ​ບໍ່​ໄດ້​ຢ້ານກົວ.</verse>
				<verse number="11">ແມ່ນ​ແຕ່​ພວກເທວະດາ​ຜູ້​ທີ່​ມີ​ກຳລັງ​ເຂັ້ມແຂງ​ກວ່າ ແລະ ມີ​ລິດອຳນາດ​ຫລາຍ​ກວ່າ ກໍ​ຍັງ​ບໍ່​ໄດ້​ຫຸ້ມ​ດ່າ​ເທວະດາ​ເຫລົ່ານີ້​ເມື່ອ​ເວລາ​ນຳ​ເອົາ​ການຕັດສິນ​ຈາກ ​ອົງພຣະຜູ້ເປັນເຈົ້າ​ມາ​ເຖິງ​ພວກເຂົາ.</verse>
				<verse number="12">ແຕ່​ຄົນ​ເຫລົ່ານີ້​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ຕົນ​ບໍ່​ເຂົ້າໃຈ. ພວກເຂົາ​ເປັນ​ເໝືອນ​ສັດ​ທີ່​ບໍ່​ມີ​ເຫດຜົນ​ເຮັດ​ຕາມ​ສັນຊາດຕະຍານ, ເກີດ​ມາ​ພຽງ​ເພື່ອ​ຖືກ​ຈັບ ແລະ ຖືກ​ທຳລາຍ​ເທົ່ານັ້ນ. ແລະ ພວກເຂົາ​ຈະ​ຕ້ອງ​ຈິບຫາຍ​ໄປ​ເໝືອນ​ກັບ​ສັດ​ຢ່າງ​ແນ່ນອນ.</verse>
				<verse number="13">ພວກເຂົາ​ຈະ​ໄດ້​ຮັບ​ການ​ຕອບແທນ​ດ້ວຍ​ຄວາມ​ຊົ່ວຮ້າຍ​ສຳລັບ​ສິ່ງ​ຊົ່ວຮ້າຍ​ທີ່​ພວກເຂົາ​ໄດ້​ເຮັດ. ພວກເຂົາ​ຖື​ວ່າ​ການດື່ມເຫລົ້າ​ໃນ​ເວລາ​ກາງເວັນ​ເປັນ​ຄວາມສະໜຸກສະໜານ. ພວກເຂົາ​ເປັນ​ຮອຍ​ເປື້ອນ ແລະ ຮອຍ​ຕຳໜິ, ພວກເຂົາ​ຫາ​ແຕ່​ຄວາມສະໜຸກສະໜານ​ໃສ່​ຕົນ​ຂະນະ​ທີ່​ກຳລັງ​ກິນລ້ຽງ​ຮ່ວມ​ກັບ​ພວກເຈົ້າ.</verse>
				<verse number="14">ຕາ​ຂອງ​ພວກເຂົາ​ເຕັມໄປ​ດ້ວຍ​ການ​ຫລິ້ນຊູ້, ພວກເຂົາ​ບໍ່​ເຄີຍ​ຢຸດ​ເຮັດ​ບາບ, ພວກເຂົາ​ລໍ້ລວງ​ຄົນ​ທີ່​ບໍ່​ໜັກແໜ້ນ, ພວກເຂົາ​ມີ​ຄວາມຊຳນານ​ໃນ​ຄວາມໂລບ ແລະ ພວກເຂົາ​ຄື​ເຜົ່າພັນ​ທີ່​ຖືກ​ສາບແຊ່ງ.</verse>
				<verse number="15">ພວກເຂົາ​ປະຖິ້ມ​ທາງ​ທີ່​ຊື່ ແລະ ຫລົງ​ໄປ​ຕາມ​ທາງ​ຂອງ​ບາລາອາມ​ລູກ​ຂອງ​ເບອໍ ຜູ້​ທີ່​ມັກ​ຄ່າຈ້າງ​ຂອງ​ຄວາມ​ຊົ່ວຮ້າຍ.</verse>
				<verse number="16">ແຕ່​ບາລາອາມ​ໄດ້​ຖືກ​ສັ່ງຫ້າມ​ເນື່ອງ​ຈາກ​ການກະທຳ​ທີ່​ຜິດ​ຂອງ​ຕົນ​ໂດຍ​ໂຕ​ລໍ ເຊິ່ງ​ເປັນ​ສັດ​ທີ່​ເວົ້າ​ບໍ່​ໄດ້​ແຕ່​ເວົ້າ​ອອກມາ​ເປັນ​ສຽງ​ມະນຸດ ແລະ ໄດ້​ລະງັບ​ຄວາມບ້າ​ຂອງ​ຜູ້ທຳນວາຍ​ນັ້ນ.</verse>
				<verse number="17">ຄົນ​ເຫລົ່ານີ້​ເປັນ​ນໍ້າພຸ​ທີ່​ບໍ່​ມີ​ນ້ຳ ແລະ ເປັນ​ໝອກ​ທີ່​ຖືກ​ພະຍຸ​ພັດ​ໄປ. ຄວາມມືດ​ທີ່ສຸດ​ກໍ​ສະຫງວນ​ໄວ້​ສຳລັບ​ພວກເຂົາ.</verse>
				<verse number="18">ເພາະ​ພວກເຂົາ​ເວົ້າ​ລ້າໆ, ເວົ້າ​ຄຳ​ໂອ້ອວດ ແລະ ໃຊ້​ຄວາມປາຖະໜາ​ຂອງ​ເນື້ອໜັງ​ດຶງດູດ​ຄົນ​ທັງຫລາຍ​ທີ່​ຫາ​ກໍ​ໜີ​ພົ້ນ​ຈາກ​ບັນດາ​ຜູ້​ທີ່​ດຳເນີນຊີວິດ​ໃນ​ທາງ​ທີ່​ຜິດ.</verse>
				<verse number="19">ພວກເຂົາ​ສັນຍາ​ວ່າ​ຈະ​ໃຫ້​ຄົນ​ເຫລົ່ານັ້ນ​ເປັນ​ອິດສະຫລະ​ໃນ​ຂະນະ​ທີ່​ພວກເຂົາ​ເອງ​ກໍ​ຍັງ​ເປັນ​ຂ້າທາດ​ຂອງ​ຄວາມເສື່ອມໂຊມ​ຢູ່ ເພາະວ່າ “ຄົນ​ເຮົາ​ຖືກ​ສິ່ງໃດ​ຄອບງຳ​ກໍ​ເປັນ​ຂ້າທາດ​ຂອງ​ສິ່ງ​ນັ້ນ”.</verse>
				<verse number="20">ຖ້າ​ພວກເຂົາ​ໄດ້​ໜີ​ພົ້ນ​ຈາກ​ມົນທິນ​ຂອງ​ໂລກ​ມາ​ແລ້ວ​ໂດຍ​ການຮູ້ຈັກ​ກັບ​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລ້ວ​ຍັງ​ກັບ​ຄືນ​ໄປ​ພົວພັນ ແລະ ພ່າຍແພ້​ກັບ​ສິ່ງ​ນັ້ນ​ຢູ່ ບັ້ນປາຍ​ຂອງ​ພວກເຂົາ​ກໍ​ກັບ​ຊົ່ວຮ້າຍ​ຍິ່ງ​ກວ່າ​ບັ້ນຕົ້ນ.</verse>
				<verse number="21">ເພາະ​ຖ້າ​ພວກເຂົາ​ບໍ່​ຮູ້​ຈັກ​ທາງ​ແຫ່ງ​ຄວາມຊອບທຳ​ນັ້ນ​ກໍ​ຍັງ​ດີ​ກວ່າ​ໄດ້​ຮູ້ຈັກ​ແລ້ວ​ຫັນຫລັງ​ໃຫ້​ກັບ​ກົດບັນຍັດ​ອັນ​ສັກສິດ ເຊິ່ງ​ສືບທອດ​ມາ​ເຖິງ​ພວກເຂົາ.</verse>
				<verse number="22">ພວກເຂົາ​ກໍ​ເປັນ​ຈິງ​ຕາມ​ສຸພາສິດ​ທີ່​ວ່າ: “ໝາ​ກໍ​ກັບ​ຄືນ​ໄປ​ຫາ​ສິ່ງ​ທີ່​ມັນ​ຮາກ​ອອກ​ມາ” ແລະ “ໝູ​ທີ່​ລ້າງ​ແລ້ວ​ກໍ​ກັບ​ໄປ​ກິ້ງເກືອກ​ໃນ​ຂີ້ຕົມ”.</verse>
			</chapter>
			<chapter number="3">
				<verse number="1">ເພື່ອນ​ທີ່​ຮັກ​ທັງຫລາຍ​ເອີຍ, ນີ້​ເປັນ​ຈົດໝາຍ​ສະບັບ​ທີ​ສອງ​ຂອງ​ເຮົາ​ເຖິງ​ພວກເຈົ້າ. ເຮົາ​ໄດ້​ຂຽນ​ມາ​ທັງ​ສອງ​ສະບັບ​ເປັນ​ເຄື່ອງເຕືອນໃຈ​ເພື່ອ​ກະຕຸ້ນ​ພວກເຈົ້າ​ໃຫ້​ມີ​ຄວາມຄິດ​ໃນ​ທາງ​ທີ່​ບໍລິສຸດ</verse>
				<verse number="2">ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກ​ເຖິງ​ຖ້ອຍຄຳ​ທີ່​ພວກ​ຜູ້ທຳນວາຍ​ບໍລິສຸດ​ກ່າວ​ໄວ້​ໃນ​ເມື່ອກ່ອນ​ນັ້ນ ແລະ ລະນຶກ​ເຖິງ​ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ​ໄດ້​ສັ່ງ​ຜ່ານທາງ​ພວກ​ອັກຄະສາວົກ​ຂອງ​ພວກເຈົ້າ.</verse>
				<verse number="3">ເໜືອ​ສິ່ງ​ໃດ​ທັງໝົດ, ພວກເຈົ້າ​ຕ້ອງ​ເຂົ້າໃຈ​ວ່າ​ໃນ​ຍຸກສຸດທ້າຍ​ຜູ້​ມັກ​ເຢາະເຢີ້ຍ​ຈະ​ມາ​ເຢາະເຢີ້ຍ ແລະ ເຮັດ​ຕາມ​ຄວາມປາຖະໜາ​ຊົ່ວ​ຂອງ​ພວກເຂົາ.</verse>
				<verse number="4">ພວກເຂົາ​ຈະ​ເວົ້າ​ວ່າ, “ຢູ່​ໃສ ‘ການ​ມາ’ ທີ່​ພຣະອົງ​ໄດ້​ສັນຍາ​ໄວ້? ດົນນານ​ມາ​ແລ້ວ​ຕັ້ງແຕ່​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ຕາຍ​ໄປ, ທຸກ​ຢ່າງ​ກໍ​ດຳເນີນ​ໄປ​ເໝືອນ​ທີ່​ເປັນ​ມາ​ຕັ້ງແຕ່​ເລີ່ມ​ສ້າງ​ໂລກ”.</verse>
				<verse number="5">ແຕ່​ພວກເຂົາ​ຕັ້ງໃຈ​ລືມ​ວ່າ​ດົນນານ​ມາ​ແລ້ວ​ໂດຍ​ພຣະຄຳ​ຂອງ​ພຣະເຈົ້າ ຟ້າສະຫວັນ​ກໍ​ເກີດ​ມີ​ຂຶ້ນ​ມາ ແລະ ແຜ່ນດິນໂລກ​ກໍ​ກໍ່​ຮ່າງ​ຂຶ້ນ​ມາ​ຈາກ​ນ້ຳ ແລະ ໂດຍ​ມີ​ນໍ້າ​ອ້ອມຮອບ.</verse>
				<verse number="6">ໂດຍ​ນ້ຳ​ເຫລົ່ານີ້​ເອງ​ທີ່​ໄດ້​ຖ້ວມ ແລະ ໄດ້​ທຳລາຍ​ໂລກ​ໃນ​ເວລາ​ນັ້ນ.</verse>
				<verse number="7">ໂດຍ​ພຣະຄຳ​ອັນ​ດຽວ​ກັນ​ນີ້ ຟ້າສະຫວັນ ແລະ ແຜ່ນດິນໂລກ​ປັດຈຸບັນ​ກໍ​ຖືກ​ສະຫງວນໄວ້​ໃຫ້​ໄຟ​ເຜົາຜານ ຖືກ​ເກັບ​ໄວ້​ເພື່ອ​ວັນ​ແຫ່ງ​ການພິພາກສາ ແລະ ຈິບຫາຍ​ຂອງ​ຄົນອະທຳ.</verse>
				<verse number="8">ເພື່ອນ​ທີ່ຮັກ​ເອີຍ, ແຕ່​ຢ່າ​ລືມ​ຂໍ້​ນີ້​ຄື: ສຳລັບ​ອົງພຣະຜູ້ເປັນເຈົ້າ​ແລ້ວ​ໜຶ່ງ​ວັນ​ກໍ​ເໝືອນ​ໜຶ່ງພັນ​ປີ ແລະ ໜຶ່ງ​ພັນ​ປີ​ກໍ​ເໝືອນ​ໜຶ່ງ​ວັນ.</verse>
				<verse number="9">ອົງພຣະຜູ້ເປັນເຈົ້າ​ບໍ່​ໄດ້​ຊ້າ​ທີ່​ຈະ​ເຮັດ​ຕາມ​ສັນຍາ​ເໝືອນດັ່ງ​ທີ່​ບາງຄົນ​ເຂົ້າໃຈ​ວ່າ​ຊ້າ. ແຕ່​ພຣະອົງ​ອົດທົນ​ຕໍ່​ພວກເຈົ້າ, ພຣະອົງ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ຈິບຫາຍ​ໄປ, ແຕ່​ຕ້ອງການ​ໃຫ້​ທຸກຄົນ​ກັບ​ມາ​ເພື່ອ​ຖິ້ມໃຈເກົ່າເອົາໃຈໃໝ່.</verse>
				<verse number="10">ແຕ່​ວັນ​ແຫ່ງ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ​ເໝືອນດັ່ງ​ຂະໂມຍ. ຟ້າສະຫວັນ​ຈະ​ຫາຍ​ໄປ​ດ້ວຍ​ສຽງ​ດັງ​ກ້ອງສະໜັ່ນ ແລະ ອົງປະກອບ​ທັງຫລາຍ​ຈະ​ຖືກ​ທຳລາຍ​ດ້ວຍ​ໄຟ. ແລະ ແຜ່ນດິນໂລກ​ກັບ​ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ​ຈະ​ຖືກ​ທຳລາຍ​ໝົດ.</verse>
				<verse number="11">ໃນ​ເມື່ອ​ທຸກສິ່ງ​ຈະ​ຖືກ​ທຳລາຍ​ລົງ​ຢ່າງ​ນີ້ ພວກເຈົ້າ​ຄວນ​ຈະ​ເປັນ​ຄົນ​ແບບໃດ? ພວກເຈົ້າ​ຄວນ​ດຳເນີນຊີວິດ​ຢ່າງ​ບໍລິສຸດ ແລະ ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ</verse>
				<verse number="12">ຂະນະ​ທີ່​ພວກເຈົ້າ​ຄອຍຖ້າ​ວັນ​ຂອງ​ພຣະເຈົ້າ ແລະ ເຮັ່ງຮີບ​ໃຫ້​ວັນ​ນັ້ນ​ມາ​ໂດຍ​ໄວ. ວັນ​ນັ້ນ​ຈະ​ນຳ​ການທຳລາຍ​ມາ​ສູ່​ຟ້າສະຫວັນ​ດ້ວຍ​ໄຟ ແລະ ອົງປະກອບ​ຕ່າງໆ​ກໍ​ຈະ​ຖືກ​ລະລາຍ​ໄປ​ໃນ​ຄວາມຮ້ອນ.</verse>
				<verse number="13">ແຕ່​ດ້ວຍ​ການຢຶດໝັ້ນ​ໃນ​ຄຳ​ສັນຍາ​ຂອງ​ພຣະອົງ ພວກເຮົາ​ກຳລັງ​ຄອຍຖ້າ​ຟ້າ​ສະຫວັນ​ໃໝ່ ແລະ ແຜ່ນດິນໂລກ​ໃໝ່ ເຊິ່ງ​ເປັນ​ທີ່ສະຖິດ​ຂອງ​ຄວາມຊອບທຳ.</verse>
				<verse number="14">ດ້ວຍເຫດນັ້ນ, ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພວກເຈົ້າ​ກຳລັງ​ຄອຍຖ້າ​ສິ່ງ​ນີ້​ຢູ່, ຈົ່ງ​ພະຍາຍາມ​ທຸກ​ວິທີ​ທີ່​ຈະ​ໃຫ້​ພຣະອົງ​ເຫັນ​ວ່າ​ພວກເຈົ້າ​ບໍ່​ມີ​ດ່າງພອຍ, ບໍ່ມີຕຳໜິ ແລະ ມີ​ສັນຕິສຸກ​ກັບ​ພຣະອົງ.</verse>
				<verse number="15">ຈົ່ງ​ລະນຶກ​ວ່າ​ທີ່​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ອົດທົນ​ກໍ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ມີ​ໂອກາດ​ໄດ້​ຮັບ​ຄວາມພົ້ນ ເໝືອນດັ່ງ​ທີ່​ໂປໂລ​ນ້ອງ​ທີ່ຮັກ​ຂອງ​ພວກເຮົາ​ໄດ້​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ​ດ້ວຍ​ສະຕິປັນຍາ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ເພິ່ນ.</verse>
				<verse number="16">ຈົດໝາຍ​ທຸກ​ສະບັບ​ຂອງ​ເພິ່ນ​ໄດ້​ກ່າວ​ເຖິງ​ເລື່ອງ​ເຫລົ່ານີ້​ໄວ້​ໃນ​ທຳນອງ​ດຽວ​ກັນ. ໃນ​ຈົດໝາຍ​ຂອງ​ເພິ່ນ​ມີ​ບາງ​ຢ່າງ​ທີ່​ເຂົ້າໃຈ​ຍາກ ເຊິ່ງ​ພວກຄົນໂງ່ ແລະ ພວກຄົນ​ບໍ່​ໜັກແໜ້ນ​ໄດ້​ບິດເບືອນ​ໄປ, ເໝືອນດັ່ງ​ທີ່​ພວກເຂົາ​ໄດ້​ບິດເບືອນ​ພຣະຄຳພີ​ຂໍ້​ອື່ນໆ​ທີ່​ນຳ​ການທຳລາຍ​ມາ​ສູ່​ພວກເຂົາ​ເອງ.</verse>
				<verse number="17">ເຫດສະນັ້ນ ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ການເຕືອນ​ລ່ວງໜ້າ​ຢ່າງ​ນີ້​ແລ້ວ ກໍ​ຈົ່ງ​ລະມັດລະວັງ​ເພື່ອ​ພວກເຈົ້າ​ຈະ​ບໍ່​ຖືກ​ຊັກຈູງ​ໃຫ້​ຫລົງຜິດ​ໄປ​ຕາມ​ຄົນ​ຂາດສິນທຳ ແລະ ບໍ່​ຕົກ​ຈາກ​ບ່ອນ​ອັນ​ໝັ້ນຄົງ​ຂອງ​ພວກເຈົ້າ.</verse>
				<verse number="18">ແຕ່​ຈົ່ງ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລະ ຮູ້​ຈັກ​ພຣະອົງ​ໃຫ້​ຫລາຍ​ຂຶ້ນ. ຂໍ​ໃຫ້​ກຽດ​ສະຫງ່າລາສີ​ຈົ່ງ​ມີ​ແກ່​ພຣະອົງ​ທັງ​ບັດນີ້ ແລະ ຕະຫລອດໄປ. ອາແມນ.</verse>
			</chapter>
		</book>
		<book number="62">
			<chapter number="1">
				<verse number="1">ພວກເຮົາ​ໄດ້​ປະກາດ​ກ່ຽວກັບ​ພຣະທຳ​ແຫ່ງ​ຊີວິດ ເຊິ່ງ​ດຳລົງ​ຢູ່​ຕັ້ງແຕ່​ປະຖົມມະການ, ເຊິ່ງ​ພວກເຮົາ​ໄດ້​ຍິນ, ເຊິ່ງ​ພວກເຮົາ​ໄດ້​ເຫັນ​ກັບ​ຕາ, ເຊິ່ງ​ພວກເຮົາ​ໄດ້​ແນມເບິ່ງ ແລະ ໄດ້​ສຳພັດ​ດ້ວຍ​ມື​ຂອງ​ພວກເຮົາ.</verse>
				<verse number="2">ຊີວິດ​ນີ້​ໄດ້​ປາກົດ​ຂຶ້ນ​ແລ້ວ, ພວກເຮົາ​ໄດ້​ເຫັນ, ໄດ້​ເປັນພະຍານ ແລະ ພວກເຮົາ​ປະກາດ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຊີວິດ​ນິລັນດອນ ເຊິ່ງ​ດຳລົງ​ຢູ່​ກັບ​ພຣະບິດາເຈົ້າ ແລະ ໄດ້​ປາກົດ​ແກ່​ພວກເຮົາ.</verse>
				<verse number="3">ພວກເຮົາ​ປະກາດ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ ແລະ ໄດ້​ຍິນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮ່ວມ​ສາມັກຄີທຳ​ກັບ​ພວກເຮົາ. ແລະ ຄວາມສາມັກຄີທຳ​ຂອງ​ພວກເຮົາ​ກັບ​ພຣະບິດາເຈົ້າ ແລະ ກັບ​ພຣະບຸດ​ຂອງ​ພຣະອົງ​ຄື​ພຣະເຢຊູຄຣິດເຈົ້າ.</verse>
				<verse number="4">ພວກເຮົາ​ຂຽນ​ຂໍ້ຄວາມ​ເຫລົ່ານີ້​ມາ​ເພື່ອ​ໃຫ້​ຄວາມຊື່ນຊົມຍິນດີ​ຂອງ​ພວກເຮົາ ​ທັງຫລາຍ​ຄົບເຕັມບໍລິບູນ.</verse>
				<verse number="5">ນີ້​ເປັນ​ຖ້ອຍຄຳ​ທີ່​ພວກເຮົາ​ໄດ້​ຍິນ​ຈາກ​ພຣະອົງ ແລະ ປະກາດ​ແກ່​ພວກເຈົ້າ​ຄື: ພຣະເຈົ້າ​ເປັນ​ຄວາມສະຫວ່າງ, ໃນ​ພຣະອົງ​ບໍ່​ມີ​ຄວາມມືດ​ເລີຍ.</verse>
				<verse number="6">ຖ້າ​ພວກເຮົາ​ອ້າງ​ວ່າ​ມີ​ຄວາມ​ສາມັກຄີທຳ​ກັບ​ພຣະອົງ​ແຕ່​ຍັງ​ເດີນ​ຢູ່​ໃນ​ຄວາມມືດ ພວກເຮົາ​ກໍ​ຕົວະ ແລະ ບໍ່​ໄດ້​ດຳເນີນຊີວິດ​ໂດຍ​ຄວາມຈິງ.</verse>
				<verse number="7">ແຕ່​ຖ້າ​ພວກເຮົາ​ເດີນ​ຢູ່​ໃນ​ຄວາມສະຫວ່າງ​ເໝືອນດັ່ງ​ພຣະອົງ​ຢູ່​ໃນ​ຄວາມສະຫວ່າງ, ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ດ້ວຍ​ກັນ ແລະ ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ​ກໍ​ຊຳລະ​ພວກເຮົາ​ຈາກ​ຄວາມບາບ​ທັງໝົດ.</verse>
				<verse number="8">ຖ້າ​ພວກເຮົາ​ອ້າງ​ວ່າ​ບໍ່​ມີ​ບາບ, ພວກເຮົາ​ກໍ​ຫລອກລວງ​ຕົນເອງ ແລະ ຄວາມຈິງ​ບໍ່​ໄດ້​ຢູ່​ໃນ​ພວກເຮົາ​ເລີຍ.</verse>
				<verse number="9">ຖ້າ​ພວກເຮົາ​ສາລະພາບ​ບາບ​ທັງຫລາຍ​ຂອງ​ພວກເຮົາ, ພຣະອົງ​ສັດຊື່ ແລະ ທ່ຽງທຳ​ຈະ​ອະໄພ​ບາບ​ຂອງ​ພວກເຮົາ ແລະ ຊຳລະ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ອະທຳ​ທັງໝົດ.</verse>
				<verse number="10">ຖ້າ​ພວກເຮົາ​ອ້າງ​ວ່າ​ບໍ່​ໄດ້​ເຮັດ​ບາບ ພວກເຮົາ​ກໍ​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້ຕົວະ ແລະ ພຣະຄຳ​ຂອງ​ພຣະອົງ​ກໍ​ບໍ່​ໄດ້​ຢູ່​ໃນ​ພວກເຮົາ​ເລີຍ.</verse>
			</chapter>
			<chapter number="2">
				<verse number="1">ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ຢ່າງ​ນີ້​ກໍ​ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ເຮັດ​ບາບ. ແຕ່​ຖ້າ​ຜູ້ໃດ​ເຮັດ​ບາບ ພວກເຮົາ​ກໍ​ມີ​ຜູ້​ແກ້ຄວາມ​ຕໍ່​ພຣະບິດາເຈົ້າ​ຄື​ພຣະເຢຊູຄຣິດເຈົ້າ ອົງ​ຜູ້ຊອບທຳ.</verse>
				<verse number="2">ພຣະອົງ​ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ພວກເຮົາ​ທັງຫລາຍ ແລະ ບໍ່​ແມ່ນ​ພຽງ​ແຕ່​ເພື່ອ​ບາບ​ຂອງ​ພວກເຮົາ​ເທົ່ານັ້ນ​ແຕ່​ເພື່ອ​ບາບ​ຂອງ​ຄົນ​ທົ່ວ​ໂລກ​ດ້ວຍ.</verse>
				<verse number="3">ຖ້າ​ພວກເຮົາ​ຖືຮັກສາ​ບັນດາ​ຄຳສັ່ງ​ຂອງ​ພຣະອົງ ພວກເຮົາ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ຮູ້ຈັກ​ພຣະອົງ.</verse>
				<verse number="4">ຜູ້ໃດ​ກໍ​ຕາມ​ທີ່​ເວົ້າ​ວ່າ, “ຂ້ານ້ອຍ​ຮູ້ຈັກ​ພຣະອົງ” ແຕ່​ບໍ່​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ສັ່ງ ຜູ້​ນັ້ນ​ກໍ​ເປັນ​ຄົນຕົວະ ແລະ ຄວາມຈິງ​ກໍ​ບໍ່​ໄດ້​ຢູ່​ໃນ​ຜູ້​ນັ້ນ​ເລີຍ.</verse>
				<verse number="5">ແຕ່​ຖ້າ​ຜູ້ໃດ​ກໍ​ຕາມ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ ຄວາມຮັກ​ຕໍ່​ພຣະເຈົ້າ ​ກໍ​ຄົບຖ້ວນ​ສົມບູນ​ຢູ່​ໃນ​ຜູ້​ນັ້ນ​ຢ່າງ​ແທ້ຈິງ. ດ້ວຍ​ວິທີ​ນີ້​ພວກເຮົາ​ຈຶ່ງ​ຮູ້​ວ່າ​ພວກເຮົາ​ຢູ່​ໃນ​ພຣະອົງ​ຄື:</verse>
				<verse number="6">ຜູ້ໃດ​ກໍຕາມ​ທີ່​ອ້າງ​ວ່າ​ດຳເນີນຊີວິດ​ຢູ່​ໃນ​ພຣະອົງ ຜູ້​ນັ້ນ​ຈະ​ຕ້ອງ​ດຳເນີນຊີວິດ​ເໝືອນດັ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ດຳເນີນ.</verse>
				<verse number="7">ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ເຮົາ​ບໍ່​ໄດ້​ຂຽນ​ຄຳສັ່ງ​ຂໍ້​ໃໝ່​ມາ​ເຖິງ​ພວກເຈົ້າ ແຕ່​ນີ້​ເປັນ​ຄຳສັ່ງ​ເກົ່າ​ທີ່​ພວກເຈົ້າ​ມີ​ມາ​ຕັ້ງແຕ່​ເລີ່ມຕົ້ນ​ແລ້ວ. ຄຳສັ່ງ​ເກົ່າ​ນີ້​ແມ່ນ​ຂໍ້ຄວາມ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຍິນ​ມາ​ແລ້ວ.</verse>
				<verse number="8">ເຖິງ​ຢ່າງໃດ​ກໍ​ຕາມ ເຮົາ​ຂຽນ​ຄຳສັ່ງ​ໃໝ່​ເຖິງ​ພວກເຈົ້າ, ພວກເຈົ້າ​ກໍ​ໄດ້​ເຫັນ​ຄຳສັ່ງ​ນີ້​ເປັນຈິງ​ໃນ​ພຣະອົງ ແລະ ໃນ​ພວກເຈົ້າ, ເພາະວ່າ​ຄວາມມືດ​ກຳລັງ​ຜ່ານພົ້ນໄປ ແລະ ຄວາມສະຫວ່າງ​ແທ້​ນັ້ນ​ກໍ​ກຳລັງ​ສ່ອງສະຫວ່າງ​ຢູ່​ແລ້ວ.</verse>
				<verse number="9">ຜູ້ໃດ​ທີ່​ອ້າງ​ວ່າ​ຢູ່​ໃນ​ຄວາມສະຫວ່າງ​ແຕ່​ຍັງ​ກຽດຊັງ​ພີ່ນ້ອງ ​ຂອງ​ຕົນ​ຢູ່ ຜູ້​ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມມືດ.</verse>
				<verse number="10">ຜູ້ໃດ​ທີ່​ຮັກ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ຢູ່ໃນ​ຄວາມສະຫວ່າງ ແລະ ບໍ່​ມີ​ສິ່ງໃດ​ໃນ​ຜູ້​ນັ້ນ​ທີ່​ເຮັດ​ໃຫ້​ພວກເຂົາ​ຊູນສະດຸດ.</verse>
				<verse number="11">ແຕ່​ຜູ້ໃດ​ທີ່​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ຢູ່​ໃນ​ຄວາມມືດ ແລະ ຍ່າງ​ວົນວຽນ​ຢູ່​ໃນ​ຄວາມມືດ. ພວກເຂົາ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ​ເພາະວ່າ​ຄວາມມືດ​ໄດ້​ເຮັດ​ໃຫ້​ພວກເຂົາ​ຕາບອດ.</verse>
				<verse number="12">ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ, ເພາະວ່າ​ຄວາມບາບ​ຂອງ​ພວກເຈົ້າ​ໄດ້​ຮັບ​ການ​ອະໄພ​ແລ້ວ​ເພາະ​ດ້ວຍ​ນາມ​ຂອງ​ພຣະອົງ.</verse>
				<verse number="13">ບິດາ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະວ່າ​ພວກເຈົ້າ​ໄດ້​ຮູ້ຈັກ​ພຣະອົງ​ຜູ້​ດຳລົງ​ຢູ່​ຕັ້ງແຕ່​ປະຖົມມະການ. ຊາຍໜຸ່ມ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຊະນະ​ມານຊົ່ວຮ້າຍ​ນັ້ນ.</verse>
				<verse number="14">ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຮູ້ຈັກ​ພຣະບິດາເຈົ້າ. ພໍ່​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຮູ້ຈັກ​ພຣະອົງ​ຜູ້​ດຳລົງ​ຢູ່​ຕັ້ງແຕ່​ປະຖົມມະການ. ຊາຍໜຸ່ມ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ເຂັ້ມແຂງ ແລະ ຖ້ອຍຄຳ​ຂອງ​ພຣະເຈົ້າ​ດຳລົງ​ຢູ່​ໃນ​ພວກເຈົ້າ ແລະ ພວກເຈົ້າ​ໄດ້​ຊະນະ​ມານຊົ່ວຮ້າຍ​ແລ້ວ.</verse>
				<verse number="15">ຢ່າ​ຮັກ​ໂລກ ຫລື ສິ່ງໃດ​ທີ່​ຢູ່​ໃນ​ໂລກ. ຖ້າ​ຜູ້ໃດ​ຮັກ​ໂລກ, ຄວາມຮັກ​ຂອງ​ພຣະບິດາເຈົ້າ ​ກໍ​ບໍ່​ໄດ້​ຢູ່​ໃນ​ຜູ້​ນັ້ນ.</verse>
				<verse number="16">ເພາະ​ທຸກສິ່ງ​ທີ່​ຢູ່​ໃນ​ໂລກ​ບໍ່​ວ່າ​ຈະ​ເປັນ​ຕັນຫາ​ຂອງ​ເນື້ອໜັງ, ຕັນຫາ​ຂອງ​ຕາ ແລະ ຄວາມ​ອວດອົ່ງ​ຂອງ​ຊີວິດ ເຊິ່ງ​ບໍ່​ໄດ້​ມາ​ຈາກ​ພຣະບິດາເຈົ້າ​ແຕ່​ມາ​ຈາກ​ໂລກ.</verse>
				<verse number="17">ໂລກ ແລະ ຄວາມປາຖະໜາ​ຕ່າງໆ​ຂອງ​ໂລກ​ກໍ​ເສື່ອມສູນ​ໄປ, ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ກໍ​ດຳລົງ​ຢູ່​ຕະຫລອດໄປ.</verse>
				<verse number="18">ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ບັດນີ້​ເປັນ​ວາລະ​ສຸດທ້າຍ​ແລ້ວ; ແລະ ຕາມ​ທີ່​ພວກເຈົ້າ​ໄດ້​ຍິນ​ມາ​ວ່າ​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ​ກຳລັງ​ມາ​ນັ້ນ, ແມ່ນ​ແຕ່​ບັດນີ້​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ​ກໍ​ໄດ້​ມາ​ຫລາຍ​ແລ້ວ. ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ຮູ້​ວ່າ​ນີ້​ເປັນ​ວາລະ​ສຸດທ້າຍ.</verse>
				<verse number="19">ພວກເຂົາ​ໄດ້​ອອກ​ໄປ​ຈາກ​ພວກເຮົາ, ແຕ່​ພວກເຂົາ​ກໍ​ບໍ່​ແມ່ນ​ຝ່າຍ​ພວກເຮົາ​ແທ້. ເພາະ​ຖ້າ​ພວກເຂົາ​ເປັນ​ຝ່າຍ​ພວກເຮົາ, ພວກເຂົາ​ກໍ​ຄົງ​ຢູ່​ກັບ​ພວກເຮົາ​ຕໍ່ໄປ; ແຕ່​ການ​ໄປ​ຂອງ​ພວກເຂົາ​ສະແດງ​ໃຫ້​ເຫັນ​ວ່າ ໃນ​ພວກເຂົາ​ບໍ່​ມີ​ຈັກຄົນ​ທີ່​ເປັນ​ຝ່າຍ​ພວກເຮົາ.</verse>
				<verse number="20">ແຕ່​ພວກເຈົ້າ​ທັງຫລາຍ​ໄດ້​ຮັບ​ການເຈີມ​ຈາກ​ອົງ​ບໍລິສຸດ​ແລ້ວ ແລະ ພວກເຈົ້າ​ທຸກຄົນ​ກໍ​ຮູ້​ຄວາມຈິງ ​ແລ້ວ.</verse>
				<verse number="21">ເຮົາ​ບໍ່​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ​ເພາະ​ພວກເຈົ້າ​ບໍ່​ຮູ້ຈັກ​ຄວາມຈິງ ແຕ່​ເພາະວ່າ​ພວກເຈົ້າ​ຮູ້ຈັກ​ຄວາມຈິງ​ນັ້ນ ແລະ ເພາະ​ບໍ່​ມີ​ຄວາມຕົວະ​ທີ່​ມາ​ຈາກ​ຄວາມຈິງ.</verse>
				<verse number="22">ຜູ້ໃດ​ເປັນ​ຜູ້ຕົວະ? ກໍ​ຄື​ຄົນ​ທີ່​ປະຕິເສດ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ. ຄົນ​ຢ່າງ​ນີ້​ແຫລະ​ເປັນ​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ, ພວກເຂົາ​ປະຕິເສດ​ພຣະບິດາເຈົ້າ ແລະ ພຣະບຸດ.</verse>
				<verse number="23">ຜູ້ໃດ​ທີ່​ປະຕິເສດ​ພຣະບຸດ​ກໍ​ບໍ່​ມີ​ພຣະບິດາເຈົ້າ, ຜູ້ໃດ​ທີ່​ຍອມຮັບ​ພຣະບຸດ​ກໍ​ມີ​ພຣະບິດາເຈົ້າ​ເໝືອນກັນ.</verse>
				<verse number="24">ສຳລັບ​ພວກເຈົ້າ​ແລ້ວ, ຈົ່ງ​ໃຫ້​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ​ມາ​ຕັ້ງແຕ່​ຕົ້ນ​ນັ້ນ​ດຳລົງ​ຢູ່​ໃນ​ພວກເຈົ້າ. ຖ້າ​ສິ່ງ​ນີ້​ດຳລົງ​ຢູ່​ໃນ​ພວກເຈົ້າ​ແລ້ວ, ພວກເຈົ້າ​ກໍ​ຈະ​ດຳລົງ​ຢູ່​ໃນ​ພຣະບຸດ ແລະ ໃນ​ພຣະບິດາເຈົ້າ​ເໝືອນກັນ.</verse>
				<verse number="25">ແລະ ນີ້​ແມ່ນ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ພວກເຮົາ​ຄື​ຊີວິດ​ນິລັນດອນ.</verse>
				<verse number="26">ເຮົາ​ຂຽນ​ຂໍ້ຄວາມ​ເຫລົ່ານີ້​ມາ​ເຖິງ​ພວກເຈົ້າ​ກ່ຽວກັບ​ບັນດາ​ຜູ້​ທີ່​ພະຍາຍາມ​ທີ່​ຈະ​ນຳພາ​ພວກເຈົ້າ​ໃຫ້​ຫລົງຜິດ.</verse>
				<verse number="27">ສ່ວນ​ພວກເຈົ້າ​ທັງຫລາຍ, ການເຈີມ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ​ກໍ​ດຳລົງ​ຢູ່​ໃນ​ພວກເຈົ້າ ແລະ ພວກເຈົ້າ​ຈຶ່ງ​ບໍ່​ຈຳເປັນ​ຕ້ອງ​ມີ​ຜູ້ໃດ​ມາ​ສອນ​ພວກເຈົ້າ. ແຕ່​ເພາະ​ການເຈີມ​ຂອງ​ພຣະອົງ​ສອນ​ພວກເຈົ້າ​ທຸກສິ່ງ ແລະ ການເຈີມ​ນັ້ນ​ກໍ​ເປັນ​ການເຈີມ​ແທ້, ບໍ່​ແມ່ນ​ປອມແປງ ຈົ່ງ​ດຳລົງ​ຢູ່​ໃນ​ພຣະອົງ​ຕາມ​ທີ່​ການເຈີມ​ໄດ້​ສອນ​ພວກເຈົ້າ​ໄວ້​ແລ້ວ.</verse>
				<verse number="28">ແລະ ບັດນີ້ ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ດຳລົງ​ຢູ່​ໃນ​ພຣະອົງ​ຕໍ່ໄປ, ເພື່ອ​ວ່າ​ເມື່ອ​ພຣະອົງ​ມາ​ປາກົດ​ພວກເຮົາ​ຈະ​ໝັ້ນໃຈ ແລະ ບໍ່​ລະອາຍ​ຕໍ່ໜ້າ​ພຣະອົງ​ເມື່ອ​ພຣະອົງ​ມາ.</verse>
				<verse number="29">ຖ້າ​ພວກເຈົ້າ​ຮູ້ຈັກ​ວ່າ​ພຣະອົງ​ຊອບທຳ, ພວກເຈົ້າ​ກໍ​ຮູ້ຈັກ​ວ່າ​ທຸກຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ໄດ້​ເກີດ​ຈາກ​ພຣະອົງ.</verse>
			</chapter>
			<chapter number="3">
				<verse number="1">ເບິ່ງແມ, ຄວາມຮັກ​ທີ່​ພຣະບິດາເຈົ້າ​ມີ​ຕໍ່​ພວກເຮົາ​ທັງຫລາຍ​ນັ້ນ​ຍິ່ງໃຫຍ່​ປານ​ໃດ, ເຊິ່ງ​ພວກເຮົາ​ຄວນ​ຖືກ​ເອີ້ນ​ວ່າ ບັນດາ​ລູກ​ຂອງ​ພຣະເຈົ້າ! ແລະ ພວກເຮົາ​ກໍ​ເປັນ​ຢ່າງ​ນັ້ນ​ແລ້ວ. ເຫດຜົນ​ທີ່​ໂລກ​ບໍ່​ຮູ້ຈັກ​ພວກເຮົາ​ກໍ​ເພາະ​ໂລກ​ບໍ່​ຮູ້ຈັກ​ພຣະອົງ.</verse>
				<verse number="2">ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ບັດນີ້​ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ​ແລ້ວ ແລະ ພວກເຮົາ​ຈະ​ເປັນ​ຢ່າງໃດ​ນັ້ນ​ພວກເຮົາ​ຍັງ​ບໍ່​ທັນ​ຖືກ​ສະແດງ​ໃຫ້​ຮູ້. ແຕ່​ພວກເຮົາ​ຮູ້​ວ່າ​ເມື່ອ​ພຣະຄຣິດເຈົ້າ​ມາ​ປາກົດ, ພວກເຮົາ​ຈະ​ເປັນ​ເໝືອນ​ພຣະອົງ ເພາະ​ພວກເຮົາ​ຈະ​ເຫັນ​ພຣະອົງ​ຢ່າງ​ທີ່​ພຣະອົງ​ເປັນ.</verse>
				<verse number="3">ທຸກຄົນ​ທີ່​ມີ​ຄວາມຫວັງ​ໃນ​ພຣະອົງ​ຢ່າງ​ນີ້​ຄວນ​ຊຳລະ​ຕົນເອງ​ໃຫ້​ບໍລິສຸດ, ເໝືອນດັ່ງ​ທີ່​ພຣະອົງ​ບໍລິສຸດ.</verse>
				<verse number="4">ທຸກຄົນ​ທີ່​ເຮັດ​ບາບ​ກໍ​ລະເມີດ​ກົດບັນຍັດ, ແທ້ຈິງ​ແລ້ວ, ບາບ​ກໍ​ຄື​ການ​ລະເມີດ​ກົດບັນຍັດ.</verse>
				<verse number="5">ແຕ່​ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ​ພຣະອົງ​ໄດ້​ມາ​ປາກົດ​ກໍ​ເພື່ອ​ເອົາ​ຄວາມບາບ​ຂອງ​ພວກເຮົາ​ອອກໄປ. ແລະ ໃນ​ພຣະອົງ​ນັ້ນ​ບໍ່​ມີ​ບາບ​ເລີຍ.</verse>
				<verse number="6">ບໍ່​ມີ​ຜູ້ໃດ​ທີ່​ຢູ່ໃນ​ພຣະອົງ​ແລ້ວ​ຍັງ​ເຮັດ​ບາບ​ຕໍ່ໄປ. ບໍ່​ມີ​ຜູ້ໃດ​ທີ່​ເຮັດ​ບາບ​ຕໍ່ໄປ​ແລ້ວ​ໄດ້​ເຫັນ ແລະ ໄດ້​ຮູ້ຈັກ​ພຣະອົງ.</verse>
				<verse number="7">ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຢ່າ​ປ່ອຍ​ໃຫ້​ຜູ້ໃດ​ມາ​ຊັກຈູງ​ພວກເຈົ້າ​ໃຫ້​ຫລົງຜິດ. ຜູ້​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ເປັນ​ຜູ້ຊອບທຳ ເໝືອນດັ່ງ​ທີ່​ພຣະອົງ​ຊອບທຳ.</verse>
				<verse number="8">ຜູ້​ທີ່​ເຮັດບາບ​ກໍ​ມາ​ຈາກ​ມານຮ້າຍ ເພາະ​ມານຮ້າຍ​ເຮັດ​ບາບ​ມາ​ຕັ້ງແຕ່​ປະຖົມມະການ. ເຫດຜົນ​ທີ່​ພຣະບຸດ​ຂອງ​ພຣະເຈົ້າ​ມາ​ປາກົດ​ກໍ​ຄື​ເພື່ອ​ທຳລາຍ​ກິດຈະການ​ຂອງ​ມານຮ້າຍ.</verse>
				<verse number="9">ບໍ່​ມີ​ຜູ້ໃດ​ທີ່​ເກີດ​ຈາກ​ພຣະເຈົ້າ​ແລ້ວ​ຍັງ​ເຮັດ​ບາບ​ຕໍ່ໄປ, ເພາະວ່າ​ເມັດພັນ​ຂອງ​ພຣະເຈົ້າ​ດຳລົງ​ຢູ່​ໃນ​ພວກເຂົາ, ພວກເຂົາ​ບໍ່​ສາມາດ​ເຮັດ​ບາບ​ຕໍ່ໄປ​ເພາະ​ພວກເຂົາ​ໄດ້​ເກີດ​ຈາກ​ພຣະເຈົ້າ.</verse>
				<verse number="10">ນີ້​ຄື​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ຜູ້ໃດ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ ຜູ້ໃດ​ເປັນ​ລູກ​ຂອງ​ມານຮ້າຍ​ຄື: ຜູ້ໃດ​ກໍ​ຕາມ​ບໍ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ ຫລື ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຮັກ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ບໍ່ແມ່ນ​ລູກ​ຂອງ​ພຣະເຈົ້າ.</verse>
				<verse number="11">ເພາະ​ນີ້​ເປັນ​ຖ້ອຍຄຳ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ມາ​ຕັ້ງແຕ່​ຕົ້ນ​ຄື: ພວກເຮົາ​ຄວນ​ຮັກ​ເຊິ່ງກັນແລະກັນ.</verse>
				<verse number="12">ຢ່າ​ເປັນ​ເໝືອນ​ກາອິນ​ຜູ້​ເປັນ​ຝ່າຍ​ມານຊົ່ວຮ້າຍ ແລະ ໄດ້​ຂ້າ​ນ້ອງຊາຍ​ຂອງ​ຕົນ. ເປັນຫຍັງ​ລາວ​ຈຶ່ງ​ຂ້າ​ນ້ອງຊາຍ? ກໍ​ເພາະ​ການກະທຳ​ຂອງ​ຕົນເອງ​ຊົ່ວຮ້າຍ ແລະ ການກະທຳ​ຂອງ​ນ້ອງຊາຍ​ນັ້ນ​ຊອບທຳ.</verse>
				<verse number="13">ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ປະຫລາດໃຈ ຖ້າ​ໂລກ​ນີ້​ກຽດຊັງ​ພວກເຈົ້າ.</verse>
				<verse number="14">ພວກເຮົາ​ຮູ້ຈັກ​ແລ້ວ​ວ່າ​ພວກເຮົາ​ໄດ້​ຜ່ານພົ້ນ​ຄວາມຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ, ເພາະວ່າ​ພວກເຮົາ​ຮັກ​ເຊິ່ງກັນແລະກັນ. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຮັກ ຜູ້​ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມຕາຍ.</verse>
				<verse number="15">ຜູ້ໃດ​ກໍ​ຕາມ​ທີ່​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ເປັນ​ຜູ້ຂ້າຄົນ ແລະ ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ​ບໍ່​ມີ​ຜູ້ຂ້າຄົນ​ຜູ້ໃດ​ທີ່​ມີ​ຊີວິດ​ນິລັນດອນ​ເປັນ​ຂອງ​ຜູ້ນັ້ນ.</verse>
				<verse number="16">ນີ້​ຄື​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ຄວາມຮັກ​ຄື​ອັນໃດ ກໍ​ຄື​ພຣະເຢຊູຄຣິດເຈົ້າ​ສະຫລະ​ຊີວິດ​ຂອງ​ພຣະອົງ​ເພື່ອ​ພວກເຮົາ ແລະ ພວກເຮົາ​ກໍ​ຄວນ​ສະຫລະ​ຊີວິດ​ຂອງ​ພວກເຮົາ​ເພື່ອ​ພີ່ນ້ອງ.</verse>
				<verse number="17">ຖ້າ​ຜູ້ໃດ​ມີ​ຊັບສິ່ງຂອງ ແລະ ເຫັນ​ພີ່ນ້ອງ​ຂອງ​ຕົນ​ຂັດສົນ​ແຕ່​ຍັງ​ບໍ່​ສົງສານ​ພວກເຂົາ, ຄວາມຮັກ​ຂອງ​ພຣະເຈົ້າ​ຈະ​ຢູ່​ໃນ​ຜູ້​ນັ້ນ​ໄດ້​ຢ່າງໃດ?</verse>
				<verse number="18">ລູກ​ທີ່ຮັກ​ເອີຍ, ຢ່າ​ໃຫ້​ພວກເຮົາ​ຮັກ​ກັນ​ດ້ວຍ​ຄຳເວົ້າ ແລະ ຄຳປາໄສ​ເທົ່ານັ້ນ ແຕ່​ໃຫ້​ພວກເຮົາ​ຮັກ​ກັນ​ດ້ວຍ​ການກະທຳ ແລະ ດ້ວຍ​ຄວາມຈິງ.</verse>
				<verse number="19">ນີ້​ຄື​ວິ​ທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ພວກເຮົາ​ຢູ່​ຝ່າຍ​ຄວາມຈິງ ແລະ ເຮັດ​ໃຫ້​ໃຈ​ຂອງ​ພວກເຮົາ​ພັກສະຫງົບ​ຕໍ່ໜ້າ​ພຣະເຈົ້າ​ຄື:</verse>
				<verse number="20">ຖ້າ​ຫາກ​ໃຈ​ຂອງ​ພວກເຮົາ​ກ່າວໂທດ​ຕົນເອງ, ພວກເຮົາ​ກໍ​ຮູ້​ແລ້ວ​ວ່າ​ພຣະເຈົ້າ​ຍິ່ງໃຫຍ່​ກວ່າ​ໃຈ​ຂອງ​ພວກເຮົາ ແລະ ພຣະອົງ​ຮູ້ຈັກ​ທຸກສິ່ງ.</verse>
				<verse number="21">ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຖ້າ​ໃຈ​ຂອງ​ພວກເຮົາ​ບໍ່​ກ່າວໂທດ​ຕົນເອງ, ພວກເຮົາ​ກໍ​ໝັ້ນໃຈ​ຕໍ່ໜ້າ​ພຣະເຈົ້າ</verse>
				<verse number="22">ແລະ ໄດ້​ຮັບ​ທຸກສິ່ງ​ທີ່​ພວກເຮົາ​ຂໍ​ຈາກ​ພຣະອົງ, ເພາະ​ພວກເຮົາ​ຖືຮັກສາ​ຄຳສັ່ງ​ຂອງ​ພຣະອົງ ແລະ ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ພໍໃຈ.</verse>
				<verse number="23">ແລະ ນີ້​ແມ່ນ​ຄຳສັ່ງ​ຂອງ​ພຣະອົງ​ຄື: ໃຫ້​ເຊື່ອ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ ແລະ ຈົ່ງ​ຮັກ​ເຊິ່ງກັນແລະກັນ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ພວກເຮົາ​ໄວ້​ນັ້ນ.</verse>
				<verse number="24">ຜູ້ໃດ​ທີ່​ຖືຮັກສາ​ຄຳສັ່ງ​ຂອງ​ພຣະເຈົ້າ​ກໍ​ດຳເນີນຊີວິດ​ຢູ່​ໃນ​ພຣະອົງ ແລະ ພຣະອົງ​ກໍ​ຢູ່​ໃນ​ພວກເຂົາ. ນີ້​ແມ່ນ​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ພຣະອົງ​ຢູ່​ໃນ​ພວກເຮົາ​ຄື: ພວກເຮົາ​ຮູ້​ໂດຍ​ພຣະວິນຍານ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ.</verse>
			</chapter>
			<chapter number="4">
				<verse number="1">ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຢ່າ​ເຊື່ອ​ໝົດ​ທຸກ​ວິນຍານ ແຕ່​ຈົ່ງ​ທົດສອບ​ເບິ່ງ​ວ່າ​ວິນຍານ​ນັ້ນ​ມາ​ຈາກ​ພຣະເຈົ້າ ຫລື ບໍ່, ເພາະ​ມີ​ຜູ້ທຳນວາຍປອມ​ຫລາຍຄົນ​ໄດ້​ອອກໄປ​ໃນ​ໂລກ.</verse>
				<verse number="2">ນີ້​ຄື​ວິທີ​ທີ່​ພວກເຈົ້າ​ສາມາດ​ຮັບຮູ້​ພຣະວິນຍານ​ຂອງ​ພຣະເຈົ້າ​ຄື: ທຸກ​ວິນຍານ​ທີ່​ຍອມຮັບ​ວ່າ​ພຣະເຢຊູຄຣິດເຈົ້າ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ​ກໍ​ມາ​ຈາກ​ພຣະເຈົ້າ,</verse>
				<verse number="3">ແຕ່​ທຸກ​ວິນຍານ​ທີ່​ບໍ່​ຍອມຮັບ​ພຣະເຢຊູເຈົ້າ​ກໍ​ບໍ່​ໄດ້​ມາ​ຈາກ​ພຣະເຈົ້າ. ແຕ່​ເປັນ​ວິນຍານ​ຂອງ​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ ເຊິ່ງ​ພວກເຈົ້າ​ໄດ້​ຍິນ​ວ່າ​ຈະ​ມາ ແລະ ແມ່ນແຕ່​ບັດນີ້​ກໍ​ຢູ່​ໃນ​ໂລກ​ແລ້ວ.</verse>
				<verse number="4">ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ພວກເຈົ້າ​ມາ​ຈາກ​ພຣະເຈົ້າ ແລະ ໄດ້​ຊະນະ​ພວກເຂົາ​ເຫລົ່ານັ້ນ​ແລ້ວ, ເພາະວ່າ​ພຣະອົງ​ຜູ້​ຢູ່​ໃນ​ພວກເຈົ້າ​ກໍ​ຍິ່ງໃຫຍ່​ກວ່າ​ຜູ້​ນັ້ນ​ທີ່​ຢູ່​ໃນ​ໂລກ.</verse>
				<verse number="5">ພວກເຂົາ​ມາ​ຈາກ​ໂລກ ແລະ ເຫດສະນັ້ນ​ຈຶ່ງ​ເວົ້າ​ຕາມ​ມູມມອງ​ຂອງ​ໂລກ ແລະ ໂລກ​ກໍ​ຟັງ​ພວກເຂົາ.</verse>
				<verse number="6">ສ່ວນ​ພວກເຮົາ​ມາ​ຈາກ​ພຣະເຈົ້າ, ຜູ້ໃດ​ກໍ​ຕາມ​ທີ່​ຮູ້​ຈັກ​ພຣະເຈົ້າ​ກໍ​ຍ່ອມ​ຟັງ​ພວກເຮົາ. ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ໄດ້​ມາ​ຈາກ​ພຣະເຈົ້າ​ຍ່ອມ​ບໍ່​ຟັງ​ພວກເຮົາ. ນີ້​ຄື​ວິທີ​ທີ່​ພວກເຮົາ​ຮັບຮູ້​ວ່າ​ເປັນ​ພຣະວິນຍານ ​ແຫ່ງ​ຄວາມຈິງ ແລະ ວິນຍານ​ແຫ່ງ​ຄວາມບໍ່ຈິງ.</verse>
				<verse number="7">ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃຫ້​ພວກເຮົາ​ຮັກ​ເຊິ່ງກັນແລະກັນ ເພາະ​ຄວາມຮັກ​ມາ​ຈາກ​ພຣະເຈົ້າ. ທຸກຄົນ​ທີ່​ຮັກ​ກໍ​ໄດ້​ເກີດ​ຈາກ​ພຣະເຈົ້າ ແລະ ຮູ້ຈັກ​ພຣະເຈົ້າ.</verse>
				<verse number="8">ຜູ້​ທີ່​ບໍ່​ຮັກ​ກໍ​ບໍ່​ຮູ້​ຈັກ​ພຣະເຈົ້າ​ເພາະ​ພຣະເຈົ້າ​ເປັນ​ຄວາມຮັກ.</verse>
				<verse number="9">ນີ້​ຄື​ວິທີ​ທີ່​ພຣະເຈົ້າ​ສະແດງ​ຄວາມຮັກ​ຂອງ​ພຣະອົງ​ໃນ​ທ່າມກາງ​ພວກເຮົາ​ທັງຫລາຍ​ຄື: ພຣະອົງ​ໄດ້​ສົ່ງ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ພວກເຮົາ​ທັງຫລາຍ​ຈະ​ໄດ້​ດຳເນີນຊີວິດ​ຜ່ານ​ທາງ​ພຣະບຸດ​ນັ້ນ.</verse>
				<verse number="10">ນີ້​ຄື​ຄວາມຮັກ ບໍ່​ແມ່ນ​ວ່າ​ພວກເຮົາ​ໄດ້​ຮັກ​ພຣະເຈົ້າ, ແຕ່​ພຣະເຈົ້າ​ໄດ້​ຮັກ​ພວກເຮົາ ແລະ ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ເປັນ​ເຄື່ອງບູຊາ​ລຶບລ້າງ​ຄວາມບາບ​ຂອງ​ພວກເຮົາ.</verse>
				<verse number="11">ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພຣະເຈົ້າ​ຮັກ​ພວກເຮົາ​ຢ່າງນັ້ນ​ແລ້ວ, ພວກເຮົາ​ກໍ​ຄວນ​ຮັກ​ເຊິ່ງກັນແລະກັນ​ເໝືອນກັນ.</verse>
				<verse number="12">ບໍ່​ມີ​ຜູ້ໃດ​ເຄີຍ​ເຫັນ​ພຣະເຈົ້າ; ແຕ່​ຖ້າ​ພວກເຮົາ​ຮັກ​ເຊິ່ງກັນແລະກັນ, ພຣະເຈົ້າ​ກໍ​ດຳລົງຢູ່​ໃນ​ພວກເຮົາ ແລະ ຄວາມຮັກ​ຂອງ​ພຣະອົງ​ກໍ​ເຕັມບໍລິບູນ​ໃນ​ພວກເຮົາ.</verse>
				<verse number="13">ນີ້​ຄື​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ພວກເຮົາ​ດຳເນີນຊີວິດ​ຢູ່​ໃນ​ພຣະອົງ ແລະ ພຣະອົງ​ກໍ​ຢູ່​ໃນ​ພວກເຮົາ​ຄື: ພຣະອົງ​ໄດ້​ໃຫ້​ພຣະວິນຍານ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຮົາ.</verse>
				<verse number="14">ພວກເຮົາ​ໄດ້​ເຫັນ ແລະ ໄດ້​ເປັນ​ພະຍານ​ວ່າ​ພຣະບິດາເຈົ້າ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ໂລກ.</verse>
				<verse number="15">ຖ້າ​ຜູ້ໃດ​ຍອມຮັບ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ພຣະເຈົ້າ​ກໍ​ດຳລົງ​ຢູ່​ໃນ​ຜູ້​ນັ້ນ ແລະ ພວກເຂົາ​ກໍ​ຢູ່​ໃນ​ພຣະເຈົ້າ.</verse>
				<verse number="16">ດັ່ງນັ້ນ ພວກເຮົາ​ຈຶ່ງ​ຮູ້ຈັກ ແລະ ເພິ່ງພາ​ໃນ​ຄວາມຮັກ​ທີ່​ພຣະເຈົ້າ​ມີ​ຕໍ່​ພວກເຮົາ. ພຣະເຈົ້າ​ເປັນ​ຄວາມຮັກ. ຜູ້ໃດ​ກໍ​ຕາມ​ດຳເນີນຊີວິດ​ຢູ່​ໃນ​ຄວາມຮັກ​ກໍ​ດຳເນີນຊີວິດ​ຢູ່​ໃນ​ພຣະເຈົ້າ ແລະ ພຣະເຈົ້າ​ຢູ່​ພາຍໃນ​ພວກເຂົາ.</verse>
				<verse number="17">ນີ້​ຄື​ວິທີ​ທີ່​ຈະ​ເຮັດ​ໃຫ້​ຄວາມຮັກ​ເຕັມບໍລິບູນ​ໃນ​ທ່າມກາງ​ພວກເຮົາ​ເພື່ອ​ພວກເຮົາ​ຈະ​ມີ​ຄວາມໝັ້ນໃຈ​ໃນ​ວັນ​ພິພາກສາ​ຄື: ໃນ​ໂລກ​ນີ້​ພວກເຮົາ​ກໍ​ເປັນ​ເໝືອນ​ພຣະເຢຊູເຈົ້າ.</verse>
				<verse number="18">ໃນ​ຄວາມຮັກ​ບໍ່​ມີ​ຄວາມຢ້ານ. ແຕ່​ຄວາມຮັກ​ທີ່​ສົມບູນ​ກໍ​ຂັບໄລ່​ຄວາມຢ້ານ​ອອກ​ໄປ ເພາະວ່າ​ຄວາມຢ້ານ​ນັ້ນ​ກ່ຽວຂ້ອງ​ກັບ​ການລົງໂທດ. ຜູ້​ທີ່​ຢ້ານ​ກໍ​ຍັງ​ບໍ່​ມີ​ຄວາມຮັກ​ທີ່​ສົມບູນ.</verse>
				<verse number="19">ພວກເຮົາ​ຮັກ​ກໍ​ເພາະ​ພຣະອົງ​ໄດ້​ຮັກ​ພວກເຮົາ​ກ່ອນ.</verse>
				<verse number="20">ຖ້າ​ຜູ້ໃດ​ເວົ້າ​ວ່າ “ຂ້ານ້ອຍ​ຮັກ​ພຣະເຈົ້າ” ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ​ຢູ່ ຜູ້​ນັ້ນ​ກໍ​ເປັນ​ຄົນຂີ້ຕົວະ. ເພາະ​ຜູ້ໃດ​ກໍ​ຕາມ​ບໍ່​ຮັກ​ພີ່ນ້ອງ​ຂອງ​ຕົນ​ຜູ້​ທີ່​ຕົນ​ເບິ່ງເຫັນ​ໄດ້ ກໍ​ບໍ່​ສາມາດ​ຮັກ​ພຣະເຈົ້າ​ຜູ້​ທີ່​ຕົນ​ບໍ່​ສາມາດ​ເບິ່ງເຫັນ​ໄດ້.</verse>
				<verse number="21">ແລະ ພຣະອົງ​ມອບ​ຄຳສັ່ງ​ນີ້​ໄວ້​ແກ່​ພວກເຮົາ​ວ່າ: ຜູ້​ທີ່​ຮັກ​ພຣະເຈົ້າ​ຕ້ອງ​ຮັກ​ພີ່ນ້ອງ​ຂອງ​ຕົນ​ເໝືອນກັນ.</verse>
			</chapter>
			<chapter number="5">
				<verse number="1">ທຸກຄົນ​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ​ກໍ​ເກີດ​ຈາກ​ພຣະເຈົ້າ ແລະ ທຸກຄົນ​ທີ່​ຮັກ​ພຣະບິດາເຈົ້າ​ກໍ​ຮັກ​ລູກ​ຂອງ​ພຣະອົງ​ດ້ວຍ.</verse>
				<verse number="2">ນີ້​ຄື​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ພວກເຮົາ​ຮັກ​ລູກ​ທັງຫລາຍ​ຂອງ​ພຣະເຈົ້າ​ຄື: ໂດຍ​ການ​ຮັກ​ພຣະເຈົ້າ ແລະ ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.</verse>
				<verse number="3">ຕາມ​ຄວາມເປັນຈິງ​ແລ້ວ, ນີ້​ເປັນ​ຄວາມຮັກ​ຕໍ່​ພຣະເຈົ້າ​ຄື: ການ​ຖືຮັກສາ​ຄຳສັ່ງ​ຂອງ​ພຣະອົງ. ແລະ ຄຳສັ່ງ​ຂອງ​ພຣະອົງ​ກໍ​ບໍ່​ເປັນ​ພາລະໜັກ,</verse>
				<verse number="4">ເພາະ​ທຸກຄົນ​ທີ່​ເກີດ​ຈາກ​ພຣະເຈົ້າ​ກໍ​ມີໄຊ​ເໜືອ​ໂລກ. ແມ່ນແຕ່​ຄວາມເຊື່ອ​ຂອງ​ພວກເຮົາ​ນີ້​ແຫລະ​ກໍ​ແມ່ນ​ໄຊຊະນະ​ທີ່​ມີໄຊ​ເໜືອ​ໂລກ.</verse>
				<verse number="5">ຜູ້ໃດ​ຈະ​ມີໄຊ​ເໜືອ​ໂລກ? ກໍ​ມີ​ແຕ່​ຜູ້​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ເທົ່ານັ້ນ.</verse>
				<verse number="6">ພຣະເຢຊູຄຣິດເຈົ້າ​ຄື​ຜູ້​ທີ່​ໄດ້​ມາ​ໂດຍ​ນ້ຳ ແລະ ໂດຍ​ໂລຫິດ. ພຣະອົງ​ບໍ່​ໄດ້​ມາ​ໂດຍ​ນ້ຳ​ພຽງ​ແຕ່​ຢ່າງ​ດຽວ, ແຕ່​ໂດຍ​ນ້ຳ ແລະ ໂລຫິດ. ແລະ ແມ່ນ​ພຣະວິນຍານບໍລິສຸດເຈົ້າ​ເປັນພະຍານ​ໃຫ້ ເພາະວ່າ​ພຣະວິນຍານບໍລິສຸດເຈົ້າ​ເປັນ​ຄວາມຈິງ.</verse>
				<verse number="7">ເພາະ​ມີ​ສາມ​ສິ່ງ​ທີ່​ເປັນພະຍານ​ຄື:</verse>
				<verse number="8">ພຣະວິນຍານບໍລິສຸດເຈົ້າ, ນ້ຳ ແລະ ໂລຫິດ ແລະ ທັງ​ສາມ​ນີ້​ກໍ​ສອດຄ່ອງກັນ.</verse>
				<verse number="9">ພວກເຮົາ​ຮັບ​ຄຳພະຍານ​ຂອງ​ມະນຸດ, ແຕ່​ຄຳພະຍານ​ຂອງ​ພຣະເຈົ້າ​ກໍ​ຍິ່ງໃຫຍ່​ກວ່າ​ເພາະວ່າ​ເປັນ​ຄຳພະຍານ​ຂອງ​ພຣະເຈົ້າ, ເຊິ່ງ​ພຣະອົງ​ໄດ້​ໃຫ້​ກ່ຽວກັບ​ພຣະບຸດ​ຂອງ​ພຣະອົງ.</verse>
				<verse number="10">ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ​ກໍ​ຍອມຮັບ​ຄຳພະຍານ​ນີ້. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້ຕົວະ, ເພາະ​ພວກເຂົາ​ບໍ່​ເຊື່ອ​ຄຳພະຍານ​ທີ່​ພຣະເຈົ້າ​ໄດ້​ໃຫ້​ກ່ຽວກັບ​ພຣະບຸດ​ຂອງ​ພຣະອົງ.</verse>
				<verse number="11">ແລະ ນີ້​ແມ່ນ​ຄຳພະຍານ​ຄື: ພຣະເຈົ້າ​ໄດ້​ໃຫ້​ຊີວິດ​ນິລັນດອນ​ແກ່​ພວກເຮົາ ແລະ ຊີວິດ​ນີ້​ມີ​ຢູ່ໃນ​ພຣະບຸດ​ຂອງ​ພຣະອົງ.</verse>
				<verse number="12">ຜູ້​ທີ່​ມີ​ພຣະບຸດ​ກໍ​ມີຊີວິດ, ຜູ້​ທີ່​ບໍ່​ມີ​ພຣະບຸດ​ຂອງ​ພຣະເຈົ້າ​ກໍ​ບໍ່​ມີ​ຊີວິດ.</verse>
				<verse number="13">ເຮົາ​ຂຽນ​ຂໍ້ຄວາມ​ເຫລົ່ານີ້​ມາ​ເຖິງ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ​ໃນ​ນາມ​ຂອງ​ພຣະບຸດ​ຂອງ​ພຣະເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ​ພວກເຈົ້າ​ມີ​ຊີວິດ​ນິລັນດອນ.</verse>
				<verse number="14">ນີ້​ຄື​ຄວາມໝັ້ນໃຈ​ທີ່​ພວກເຮົາ​ມີ​ເມື່ອ​ເຂົ້າ​ເຝົ້າ​ພຣະເຈົ້າ​ຄື: ຖ້າ​ພວກເຮົາ​ຂໍ​ສິ່ງໃດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ, ພຣະອົງ​ກໍ​ຟັງ​ພວກເຮົາ.</verse>
				<verse number="15">ແລະ ຖ້າ​ພວກເຮົາ​ຮູ້​ວ່າ​ພຣະອົງ​ຟັງ​ພວກເຮົາ ເມື່ອ​ພວກເຮົາ​ຂໍ​ສິ່ງໃດ ພວກເຮົາ​ກໍ​ຮູ້​ວ່າ​ພວກເຮົາ​ຈະ​ໄດ້​ຮັບ​ສິ່ງ​ທີ່​ພວກເຮົາ​ໄດ້​ຂໍ​ຈາກ​ພຣະອົງ.</verse>
				<verse number="16">ຖ້າ​ພວກເຈົ້າ​ເຫັນ​ພີ່ນ້ອງ​ຂອງ​ຕົນ​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມຕາຍ, ພວກເຈົ້າ​ຄວນ​ອະທິຖານ​ຂໍ ແລະ ພຣະເຈົ້າ​ຈະ​ໃຫ້​ຊີວິດ​ແກ່​ພວກເຂົາ. ເຮົາ​ໝາຍ​ເຖິງ​ບັນດາ​ຄົນ​ທີ່​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມຕາຍ. ບາບ​ທີ່​ນຳ​ໄປ​ສູ່​ຄວາມຕາຍ​ກໍ​ມີ. ເຮົາ​ບໍ່​ໄດ້​ກ່າວ​ວ່າ​ພວກເຈົ້າ​ຄວນ​ອະທິຖານ​ຂໍ​ສຳລັບ​ຄົນ​ທີ່​ເຮັດ​ບາບ​ຢ່າງ​ນັ້ນ.</verse>
				<verse number="17">ການ​ເຮັດ​ຜິດ​ທຸກ​ຢ່າງ​ລ້ວນ​ແຕ່​ເປັນ​ບາບ, ແຕ່​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມຕາຍ​ກໍ​ມີ.</verse>
				<verse number="18">ພວກເຮົາ​ຮູ້​ວ່າ​ຜູ້​ທີ່​ເກີດ​ຈາກ​ພຣະເຈົ້າ​ບໍ່​ເຮັດ​ບາບ​ຕໍ່ໄປ; ແຕ່​ພຣະອົງ​ຜູ້​ເກີດ​ຈາກ​ພຣະເຈົ້າ​ຄຸ້ມຄອງ​ພວກເຂົາ​ໄວ້​ໃຫ້​ປອດໄພ ແລະ ມານຊົ່ວຮ້າຍ​ບໍ່​ສາມາດ​ເຮັດ​ອັນຕະລາຍ​ຕໍ່​ພວກເຂົາ​ໄດ້.</verse>
				<verse number="19">ພວກເຮົາ​ກໍ​ຮູ້​ວ່າ​ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ ທົ່ວ​ໂລກ​ກໍ​ຕົກ​ຢູ່​ໃຕ້​ການຄວບຄຸມ​ຂອງ​ມານຊົ່ວຮ້າຍ.</verse>
				<verse number="20">ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ມາ ແລະ ໄດ້​ໃຫ້​ຄວາມເຂົ້າໃຈ​ແກ່​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ອົງ​ທ່ຽງແທ້. ແລະ ພວກເຮົາ​ກໍ​ຢູ່​ໃນ​ພຣະອົງ​ຜູ້​ທ່ຽງແທ້ ຄື​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ເປັນ​ຊີວິດ​ນິລັນດອນ.</verse>
				<verse number="21">ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ຮັກສາ​ຕົນເອງ​ໃຫ້​ພົ້ນ​ຈາກ​ຮູບເຄົາລົບ.</verse>
			</chapter>
		</book>
		<book number="63">
			<chapter number="1">
				<verse number="1">ຈາກ ຜູ້​ອາວຸໂສ, ເຖິງ​ທ່ານ​ສຸພາບສະຕີ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ກັບ​ລູກ​ທັງຫລາຍ​ຂອງ​ນາງ ຜູ້​ທີ່​ເຮົາ​ຮັກ​ໃນ​ຄວາມຈິງ ແລະ ບໍ່​ແມ່ນ​ພຽງ​ແຕ່​ເຮົາ​ເທົ່ານັ້ນ ແຕ່​ລວມ​ທັງ​ຄົນ​ທັງປວງ​ທີ່​ຮູ້ຈັກ​ຄວາມ​ຈິງ​ດ້ວຍ.</verse>
				<verse number="2">ເພາະວ່າ​ຄວາມ​ຈິງ​ທີ່​ຢູ່​ໃນ​ພວກເຮົາ ແລະ ຈະ​ຢູ່​ກັບ​ພວກເຮົາ​ຕະຫລອດໄປ:</verse>
				<verse number="3">ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາເຈົ້າ ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພຣະບຸດ​ຂອງ​ພຣະບິດາເຈົ້າ ຢູ່​ກັບ​ພວກເຮົາ​ທັງຫລາຍ​ໃນ​ຄວາມຈິງ ແລະ ໃນ​ຄວາມຮັກ.</verse>
				<verse number="4">ເຮົາ​ມີ​ຄວາມຊື່ນຊົມຍິນດີ​ຫລາຍ​ທີ່​ເຫັນ​ວ່າ​ບັນດາ​ລູກ​ຂອງ​ພວກເຈົ້າ​ບາງຄົນ​ດຳເນີນຊີວິດ​ໃນ​ຄວາມຈິງ ເໝືອນ​ທີ່​ພຣະບິດາເຈົ້າ​ໄດ້​ສັ່ງ​ພວກເຮົາ.</verse>
				<verse number="5">ແລະ ບັດນີ້, ທ່ານ​ສຸພາບ​ສະຕຼີ​ທີ່ຮັກ, ເຮົາ​ບໍ່​ໄດ້​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ກົດບັນຍັດ​ໃໝ່ ແຕ່​ເປັນ​ກົດບັນຍັດ​ທີ່​ພວກເຮົາ​ມີ​ມາ​ຕັ້ງແຕ່​ຕົ້ນເດີມ​ພຸ້ນ. ເຮົາ​ຂໍ​ໃຫ້​ພວກເຮົາ​ຮັກ​ເຊິ່ງກັນແລະກັນ.</verse>
				<verse number="6">ແລະ ຄວາມຮັກ​ນີ້​ຄື: ການ​ທີ່​ພວກເຮົາ​ດຳເນີນຊີວິດ​ໃນ​ການເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ. ຕາມ​ທີ່​ພວກເຈົ້າ​ໄດ້​ຍິນ​ມາ​ແລ້ວ​ຕັ້ງແຕ່​ຕົ້ນ, ກົດບັນຍັດ​ຂອງ​ພຣະອົງ​ນັ້ນ​ຄື ໃຫ້​ພວກເຈົ້າ​ດຳເນີນຊີວິດ​ໃນ​ຄວາມຮັກ.</verse>
				<verse number="7">ເຮົາ​ກ່າວ​ຢ່າງ​ນີ້​ກໍ​ເພາະວ່າ​ມີ​ຜູ້​ຫລອກລວງ​ຫລາຍ​ຄົນ​ອອກ​ໄປ​ໃນ​ໂລກ ພວກເຂົາ​ບໍ່​ຍອມຮັບ​ວ່າ​ພຣະເຢຊູຄຣິດເຈົ້າ​ໄດ້​ມາ​ເກີດ​ເປັນ​ມະນຸດ. ຄົນ​ຢ່າງ​ນີ້​ເປັນ​ຜູ້ຫລອກລວງ ແລະ ເປັນ​ສັດຕູ​ຂອງ​ພຣະຄຣິດເຈົ້າ.</verse>
				<verse number="8">ຈົ່ງ​ລະວັງ​ໃຫ້​ດີ​ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ສູນເສຍ​ສິ່ງ​ທີ່​ພວກເຮົາ ​ໄດ້​ເຮັດ​ໄວ້ ແລະ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ບຳເໜັດ​ຢ່າງ​ເຕັມສ່ວນ.</verse>
				<verse number="9">ຜູ້ໃດ​ທີ່​ແລ່ນ​ອອກໜ້າ​ກ່ອນ ແລະ ບໍ່​ສືບຕໍ່​ເຮັດ​ຕາມ​ຄຳສັ່ງສອນ​ຂອງ​ພຣະຄຣິດເຈົ້າ ຜູ້​ນັ້ນ​ກໍ​ບໍ່​ມີ​ພຣະເຈົ້າ, ສ່ວນ​ຜູ້​ທີ່​ສືບຕໍ່​ເຮັດ​ຕາມ​ຄຳສັ່ງສອນ ຜູ້​ນັ້ນ​ກໍ​ມີ​ທັງ​ພຣະບິດາເຈົ້າ ແລະ ພຣະບຸດ.</verse>
				<verse number="10">ຖ້າ​ຜູ້ໃດ​ມາ​ຫາ​ພວກເຈົ້າ ແລະ ບໍ່​ໄດ້​ນຳເອົາ​ຄຳສັ່ງສອນ​ນີ້​ມາ​ນຳ ກໍ​ຢ່າ​ຮັບ​ພວກເຂົາ​ເຂົ້າ​ໃນ​ເຮືອນ​ຂອງ​ພວກເຈົ້າ ຫລື ຕ້ອນຮັບ​ພວກເຂົາ.</verse>
				<verse number="11">ຜູ້​ທີ່​ຕ້ອນຮັບ​ພວກເຂົາ ຜູ້​ນັ້ນ​ກໍ​ມີ​ສ່ວນຮ່ວມ​ໃນ​ກິດຈະການ​ຊົ່ວ​ຂອງ​ພວກເຂົາ.</verse>
				<verse number="12">ເຮົາ​ມີ​ຫລາຍ​ເລື່ອງ​ຈະ​ຂຽນ​ເຖິງ​ພວກເຈົ້າ​ແຕ່​ບໍ່​ຢາກ​ໃຊ້​ເຈ້ຍ ແລະ ນ້ຳມຶກ. ແຕ່​ເຮົາ​ຫວັງ​ຈະ​ມາ​ຢ້ຽມຢາມ ແລະ ເວົ້າ​ກັບ​ພວກເຈົ້າ​ແບບ​ໜ້າຕໍ່ໜ້າ​ເພື່ອ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຮົາ​ຈະ​ເຕັມບໍລິບູນ.</verse>
				<verse number="13">ບັນດາ​ລູກ​ຂອງ​ນ້ອງສາວ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ເລືອກ​ໄວ້​ນັ້ນ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ.</verse>
			</chapter>
		</book>
		<book number="64">
			<chapter number="1">
				<verse number="1">ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ ຜູ້ປົກຄອງ, ເຖິງ​ໄຄໂຢ ເພື່ອນ​ທີ່ຮັກ, ຜູ້​ທີ່​ເຮົາ​ຮັກ​ໃນ​ຄວາມຈິງ.</verse>
				<verse number="2">ເພື່ອນ​ທີ່ຮັກ​ເອີຍ, ຂ້າພະເຈົ້າ​ອະທິຖານ​ຂໍ​ໃຫ້​ພວກເຈົ້າ​ຈົ່ງ​ມີ​ສຸຂະພາບ​ທີ່​ດີ ແລະ ຂໍ​ໃຫ້​ທຸກ​ຢ່າງ​ຜ່ານ​ໄປ​ດ້ວຍ​ດີ​ກັບ​ພວກເຈົ້າ ເໝືອນ​ດັ່ງ​ຈິດໃຈ​ຂອງ​ພວກເຈົ້າ​ກຳລັງ​ດຳເນີນ​ໄປ​ດ້ວຍ​ດີ​ຢູ່​ນັ້ນ.</verse>
				<verse number="3">ສິ່ງ​ນີ້​ເຮັດ​ໃຫ້​ເຮົາ​ມີ​ຄວາມຊື່ນຊົມຍິນດີ​ຫລາຍ​ເມື່ອ​ພີ່ນ້ອງ​ຜູ້ທີ່ເຊື່ອ​ບາງຄົນ​ໄດ້​ມາ ແລະ ໄດ້​ເປັນ​ພະຍານ​ເຖິງ​ຄວາມສັດຊື່​ຂອງ​ພວກເຈົ້າ​ຕໍ່​ຄວາມຈິງ ແລະ ເລົ່າ​ເຖິງ​ການ​ທີ່​ພວກທ່ານ​ເດີນ​ໃນ​ຄວາມຈິງ​ຕໍ່ໄປ.</verse>
				<verse number="4">ບໍ່​ມີ​ສິ່ງໃດ​ເຮັດ​ໃຫ້​ເຮົາ​ຊື່ນຊົມຍິນດີ​ຫລາຍ​ກວ່າ​ການ​ທີ່​ໄດ້​ຍິນ​ວ່າ​ບັນດາ​ລູກ​ຂອງ​ເຮົາ​ກຳລັງ​ເດີນ​ຢູ່​ໃນ​ຄວາມຈິງ.</verse>
				<verse number="5">ເພື່ອນ​ທີ່ຮັກ​ເອີຍ, ພວກເຈົ້າ​ສັດຊື່​ໃນ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ປະຕິບັດ​ຕໍ່​ບັນດາ​ພີ່ນ້ອງ, ເຖິງແມ່ນວ່າ​ພວກເຂົາ​ເປັນ​ຄົນ​ແປກໜ້າ​ສຳລັບ​ພວກເຈົ້າ.</verse>
				<verse number="6">ພວກເຂົາ​ໄດ້​ບອກ​ຄຣິສຕະຈັກ​ເລື່ອງ​ຄວາມຮັກ​ຂອງ​ພວກເຈົ້າ. ຂໍ​ຄວາມກະລຸນາ​ສົ່ງ​ພວກເຂົາ​ໄປ​ໃນ​ທາງ​ທີ່​ຖວາຍກຽດ​ແກ່​ພຣະເຈົ້າ.</verse>
				<verse number="7">ພວກເຂົາ​ອອກ​ໄປ​ເພື່ອ​ເຫັນ​ແກ່​ນາມ​ນັ້ນ ໂດຍ​ບໍ່​ໄດ້​ຮັບ​ຄວາມຊ່ວຍເຫລືອ​ຈາກ​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ​ເລີຍ.</verse>
				<verse number="8">ເຫດສະນັ້ນ ພວກເຮົາ​ຄວນ​ສະແດງ​ການຕ້ອນຮັບ​ຕໍ່​ຄົນ​ຢ່າງ​ນີ້ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເຮັດວຽກ​ຮ່ວມ​ກັນ​ເພື່ອ​ຄວາມຈິງ.</verse>
				<verse number="9">ເຮົາ​ໄດ້​ຂຽນ​ເຖິງ​ຄຣິສຕະຈັກ ແຕ່​ດີໂອເທເຟ ຜູ້​ມັກ​ເຮັດ​ໂຕ​ເປັນ​ໃຫຍ່ ຈະ​ບໍ່​ຍອມ​ຕ້ອນຮັບ​ພວກເຮົາ.</verse>
				<verse number="10">ດັ່ງນັ້ນ ເມື່ອ​ເຮົາ​ມາ, ເຮົາ​ຈະ​ຊີ້​ໃຫ້​ເຫັນ​ເຖິງ​ສິ່ງ​ທີ່​ລາວ​ໄດ້​ເຮັດ, ຄື​ນິນທາ​ໃສ່ຮ້າຍ​ພວກເຮົາ. ຍັງ​ບໍ່​ພໍ​ເທົ່ານັ້ນ, ລາວ​ຍັງ​ໄດ້​ປະຕິເສດ​ທີ່​ຈະ​ຕ້ອນຮັບ​ພວກ​ພີ່ນ້ອງ​ຜູ້ທີ່ເຊື່ອ​ຄົນ​ອື່ນໆ​ອີກ. ລາວ​ຍັງ​ຫ້າມ​ບັນດາ​ຄົນ​ທີ່​ຢາກ​ຕ້ອນຮັບ ແລະ ໄລ່​ພວກເຂົາ​ອອກຈາກ​ຄຣິສຕະຈັກ​ດ້ວຍ.</verse>
				<verse number="11">ເພື່ອນ​ທີ່​ຮັກ​ເອີຍ, ຢ່າ​ເອົາ​ແບບຢ່າງ​ສິ່ງ​ທີ່​ຊົ່ວ​ແຕ່​ຈົ່ງ​ເອົາ​ແບບຢ່າງ​ສິ່ງ​ທີ່​ດີ. ຜູ້ໃດ​ທີ່​ເຮັດ​ດີ​ກໍ​ມາ​ຈາກ​ພຣະເຈົ້າ. ຜູ້​ທີ່​ເຮັດ​ຊົ່ວ​ກໍ​ບໍ່​ເຄີຍ​ເຫັນ​ພຣະເຈົ້າ.</verse>
				<verse number="12">ທຸກ​ຄົນ​ລ້ວນແຕ່​ກ່າວ​ຊົມເຊີຍ​ເດເມທີໂອ ແລະ ແມ່ນແຕ່​ຄວາມຈິງ​ເອງ​ກໍ​ບອກ​ຢ່າງ​ນັ້ນ. ພວກເຮົາ​ເອງ​ກໍ​ກ່າວ​ຊົມເຊີຍ​ເພິ່ນ​ເໝືອນກັນ ແລະ ພວກເຈົ້າ​ກໍ​ຮູ້​ວ່າ​ຄຳພະຍານ​ຂອງ​ພວກເຮົາ​ນັ້ນ​ກໍ​ເປັນ​ຄວາມ​ຈິງ.</verse>
				<verse number="13">ເຮົາ​ມີ​ຫລາຍ​ເລື່ອງ​ຈະ​ຂຽນ​ເຖິງ​ພວກເຈົ້າ, ແຕ່​ເຮົາ​ບໍ່​ຢາກ​ຂຽນ​ດ້ວຍ​ບິກ ແລະ ນ້ຳມຶກ.</verse>
				<verse number="14">ເຮົາ​ຫວັງ​ວ່າ​ຈະ​ເຫັນ​ພວກເຈົ້າ​ໃນ​ໄວໆ​ນີ້ ແລະ ພວກເຮົາ​ຈະ​ໄດ້​ໂອ້ລົມ​ກັນ​ໜ້າຕໍ່ໜ້າ.</verse>
				<verse number="15">ຂໍ​ໃຫ້​ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ. ເພື່ອນ​ທັງຫລາຍ​ຢູ່​ທີ່​ນີ້​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ. ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເພື່ອນ​ທັງຫລາຍ​ທີ່​ຢູ່​ທີ່​ນັ້ນ​ດ້ວຍ.</verse>
			</chapter>
		</book>
		<book number="65">
			<chapter number="1">
				<verse number="1">ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຢູດາ ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູຄຣິດເຈົ້າ ແລະ ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ. ເຖິງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ ເຊິ່ງ​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ​ພຣະບິດາ ແລະ ຮັກສາ​ໄວ້​ເພື່ອ ​ພຣະເຢຊູຄຣິດເຈົ້າ:</verse>
				<verse number="2">ຂໍ​ໃຫ້​ຄວາມ​ເມດຕາ, ສັນຕິສຸກ ແລະ ຄວາມຮັກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ​ຢ່າງ​ເຫລືອລົ້ນ.</verse>
				<verse number="3">ເພື່ອນ​ທີ່ຮັກ​ທັງຫລາຍ ເຖິງແມ່ນວ່າ​ເຮົາ​ກະຕືລືລົ້ນ​ຫລາຍ​ທີ່​ຈະ​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ຄວາມພົ້ນ​ທີ່​ພວກເຮົາ​ມີ​ຮ່ວມກັນ, ເຮົາ​ກໍ​ຮູ້ສຶກ​ວ່າ​ຈຳເປັນ​ຕ້ອງ​ຂຽນ​ມາ​ໃຫ້​ກຳລັງໃຈ​ພວກເຈົ້າ​ໃຫ້​ຕໍ່ສູ້​ເພື່ອ​ຄວາມເຊື່ອ ເຊິ່ງ​ໄດ້​ມອບໝາຍ​ໃຫ້​ແກ່​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ເທື່ອ​ດຽວ​ສຳລັບ​ຕະຫລອດ​ໄປ.</verse>
				<verse number="4">ຄຳ​ພິພາກສາ​ຂອງ​ຄົນ​ເຫລົ່ານີ້​ໄດ້​ຖືກ​ບັນທຶກ ​ໄວ້​ດົນ​ແລ້ວ ເນື່ອງ​ຈາກ​ວ່າ​ມີ​ບາງຄົນ​ໄດ້​ປອມໂຕ​ເຂົ້າ​ມາ​ໃນ​ທ່າມກາງ​ພວກເຈົ້າ. ພວກເຂົາ​ເປັນ​ຄົນອະທຳ ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ເພື່ອ​ເປັນ​ຊ່ອງທາງ​ໃຫ້​ເຮັດຜິດສິນທຳ ແລະ ປະຕິເສດ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງເຈົ້ານາຍ ແລະ ເປັນ​ອົງພຣະຜູ້ເປັນເຈົ້າ​ແຕ່​ພຽງ​ອົງ​ດຽວ​ຂອງ​ພວກເຮົາ.</verse>
				<verse number="5">ເຖິງແມ່ນວ່າ​ພວກເຈົ້າ​ຮູ້​ຂໍ້ຄວາມ​ເຫລົ່ານີ້​ໝົດ​ແລ້ວ ເຮົາ​ກໍ​ຍັງ​ຢາກ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ວ່າ​ອົງພຣະຜູ້ເປັນເຈົ້າ ​ໄດ້​ປົດປ່ອຍ​ຄົນ​ຂອງ​ພຣະອົງ​ອອກຈາກ​ເອຢິບ ແຕ່​ຕໍ່ມາ​ກໍ​ທຳລາຍ​ບັນດາ​ຜູ້​ທີ່​ບໍ່​ເຊື່ອ.</verse>
				<verse number="6">ແລະ ບັນດາ​ເທວະດາ​ຜູ້​ທີ່​ບໍ່​ຮັກສາ​ອຳນາດ​ຫນ້າທີ່​ຂອງ​ຕົນ ແຕ່​ໄດ້​ປະຖິ້ມ​ຖິ່ນຖານ​ທີ່​ຢູ່​ຂອງ​ຕົນເອງ ພຣະອົງ​ໄດ້​ກັກຂັງ​ເທວະດາ​ເຫລົ່ານີ້​ໄວ້​ໃນ​ບ່ອນ​ມືດ, ລ່າມ​ດ້ວຍ​ໂສ້​ຕະຫລອດໄປ​ເປັນນິດ​ເພື່ອ​ລໍຖ້າ​ການພິພາກສາ​ໃນ​ວັນ​ອັນ​ຍິ່ງໃຫຍ່​ນັ້ນ.</verse>
				<verse number="7">ໃນ​ທຳນອງ​ດຽວ​ກັນ, ເມືອງ​ໂຊໂດມ, ເມືອງ​ໂກໂມຣາ ແລະ ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມ​ທີ່​ນັ້ນ​ໄດ້​ປ່ອຍ​ຕົນເອງ​ໃຫ້​ເຮັດ​ຜິດສິນທຳທາງເພດ ແລະ ລາຄະຕັນຫາ. ພວກເຂົາ​ເປັນ​ຕົວຢ່າງ​ຂອງ​ບັນດາ​ຜູ້​ທີ່​ຈະ​ຮັບໂທດ​ໃນ​ໄຟ​ນິລັນດອນ.</verse>
				<verse number="8">ໃນ​ທາງ​ດຽວ​ກັນ ໃນ​ຄວາມເພີ້ຝັນ​ຂອງ​ພວກເຂົາ​ຄົນອະທຳ​ເຫລົ່ານີ້​ກໍ​ເປັນ​ແບບ​ດຽວ​ກັນ​ເລີຍ ພວກເຂົາ​ປ່ອຍ​ໃຫ້​ຮ່າງກາຍ​ຂອງ​ຕົນ​ເປື້ອນເປິ, ປະຕິເສດ​ສິດອຳນາດ ແລະ ດ່າ​ເທວະດາ​ເບື້ອງເທິງ.</verse>
				<verse number="9">ແມ່ນ​ແຕ່​ມີຄາເອນ​ຫົວໜ້າ​ເທວະດາ ເມື່ອ​ເພິ່ນ​ໂຕ້ແຍ້ງ​ກັບ​ມານຮ້າຍ​ເລື່ອງ​ສົບ​ຂອງ​ໂມເຊ​ນັ້ນ​ກໍ​ຍັງ​ບໍ່​ກ້າ​ກ່າວ​ໂທດ​ມານຮ້າຍ​ທີ່​ກ່າວ​ໃສ່ຮ້າຍ ແຕ່​ເວົ້າ​ວ່າ, “ໃຫ້​ອົງພຣະຜູ້ເປັນເຈົ້າ​ຈັດການ​ກັບ​ເຈົ້າ!”</verse>
				<verse number="10">ເຖິງ​ປານ​ນັ້ນ​ຄົນ​ເຫລົ່ານີ້​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ຕົນ​ບໍ່​ເຂົ້າໃຈ ແລະ ທຸກ​ສິ່ງ​ທີ່​ພວກເຂົາ​ເຂົ້າໃຈ​ໂດຍ​ສັນຊາດຕະຍານ​ເໝືອນ​ສັດ​ເດຍລະສານ​ທີ່​ບໍ່​ຮູ້​ຈັກ​ໃຊ້​ເຫດຜົນ ສິ່ງ​ເຫລົ່ານີ້​ແຫລະ​ຈະ​ທຳລາຍ​ພວກເຂົາ.</verse>
				<verse number="11">ວິບັດ​ແກ່​ພວກເຂົາ! ພວກເຂົາ​ໄດ້​ດຳເນີນ​ຕາມ​ແນວທາງ​ຂອງ​ກາອິນ ພວກເຂົາ​ໄດ້​ປ່ອຍ​ໃຫ້​ຕົນເອງ​ເຂົ້າ​ສູ່​ຄວາມຜິດພາດ​ຂອງ​ບາລາອາມ ເພາະ​ເຫັນ​ແກ່​ຜົນປະໂຫຍດ ພວກເຂົາ​ໄດ້​ຖືກ​ທຳລາຍ​ໄປ​ໃນ​ການກະບົດ​ຂອງ​ໂກຣາ.</verse>
				<verse number="12">ຄົນ​ເຫລົ່ານີ້​ເປັນ​ຮອຍ​ຕຳໜິ​ໃນ​ງານລ້ຽງ​ແຫ່ງ​ຄວາມຮັກ​ຂອງ​ພວກເຈົ້າ ພວກເຂົາ​ຮ່ວມ​ກິນ​ກັບ​ພວກເຈົ້າ​ໂດຍ​ບໍ່​ຢ້ານກົວ​ເລິີຍ ເປັນ​ເໝືອນ​ຄົນລ້ຽງແກະ​ທີ່​ລ້ຽງ​ແຕ່​ຕົນເອງ. ພວກເຂົາ​ເປັນ​ເມກ​ທີ່​ບໍ່​ມີ​ຝົນ, ຖືກ​ພັດ​ໄປ​ຕາມ​ລົມ, ເປັນ​ຕົ້ນໄມ້​ທີ່​ບໍ່​ເກີດຜົນ​ຕາມ​ລະດູ ແລະ ຖືກ​ຖອນ​ຮາກ​ຖອນ​ເຫງົ້າ​ຕາຍ​ແລ້ວ​ຕາຍ​ອີກ.</verse>
				<verse number="13">ພວກເຂົາ​ເປັນ​ຄື້ນ​ຟອງ​ນໍ້າ​ໃນ​ທະເລ​ທີ່​ຊັດ​ຄວາມອັບອາຍ​ຂອງ​ຕົນ​ຂຶ້ນ​ເປັນ​ຟອງ, ພວກເຂົາ​ເປັນ​ບັນດາ​ດາວ​ທີ່​ຫລຸດ​ອອກ​ຈາກ​ວົງໂຄຈອນ, ຄວາມມືດ​ທີ່ສຸດ​ໄດ້​ຖືກ​ສະຫງວນ​ໄວ້​ໃຫ້​ພວກເຂົາ​ຕະຫລອດໄປ.</verse>
				<verse number="14">ເອນົກ ເປັນ​ລຸ້ນ​ທີ​ເຈັດ​ນັບ​ຈາກ​ອາດາມ ໄດ້​ທຳນວາຍ​ກ່ຽວກັບ​ພວກເຂົາ​ວ່າ: “ເບິ່ງ​ແມ, ອົງພຣະຜູ້ເປັນເຈົ້າ​ກຳລັງ​ມາ​ພ້ອມດ້ວຍ​ຜູ້​ບໍລິສຸດ​ຂອງ​ພຣະອົງ​ນັບ​ເປັນ​ພັນໆ</verse>
				<verse number="15">ເພື່ອ​ພິພາກສາ​ທຸກຄົນ ແລະ ລົງໂທດ​ພວກເຂົາ​ທັງໝົດ​ຈາກ​ການອະທຳ​ທີ່​ພວກເຂົາ​ໄດ້​ເຮັດ​ໄປ​ຕາມ​ທາງ​ອະທຳ​ຂອງ​ພວກເຂົາ ແລະ ທຸກ​ຄຳ​ຕໍ່ຕ້ານ​ທີ່​ຄົນບາບ​ຄົນອະທຳ​ໄດ້​ກ່າວ​ຕໍ່ສູ້​ພຣະອົງ”</verse>
				<verse number="16">ຄົນ​ເຫລົ່ານີ້​ມັກ​ຈົ່ມ ແລະ ມັກ​ຈັບຜິດ, ພວກເຂົາ​ເຮັດ​ຕາມ​ຕັນຫາ​ຊົ່ວ​ຂອງ​ຕົນ, ພວກເຂົາ​ອວດອ້າງ​ຕົນເອງ ແລະ ຍົກຍ້ອງ​ຄົນ​ອື່ນ​ເພື່ອ​ຫາ​ປະໂຫຍດ​ໃສ່​ຕົນເອງ.</verse>
				<verse number="17">ແຕ່​ເພື່ອນ​ທີ່ຮັກ​ທັງຫລາຍ ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ບັນດາ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໄດ້​ບອກ​ໄວ້​ກ່ອນ​ລ່ວງໜ້າ​ແລ້ວ.</verse>
				<verse number="18">ພວກເພິ່ນ​ໄດ້​ກ່າວ​ກັບ​ພວກທ່ານ​ວ່າ, “ໃນ​ຍຸກສຸດທ້າຍ​ຈະ​ມີ​ຄົນ​ມັກ​ເຢາະເຢີ້ຍ ເຊິ່ງ​ເຮັດ​ຕາມ​ຕັນຫາ​ຊົ່ວ​ຂອງ​ຕົນ​ເອງ”.</verse>
				<verse number="19">ຄົນ​ເຫລົ່ານີ້​ເຮັດ​ໃຫ້​ພວກທ່ານ​ແຕກແຍກ​ກັນ, ພວກເຂົາ​ເຮັດ​ຕາມ​ສັນຊາດຕະຍານ​ເທົ່ານັ້ນ ແລະ ບໍ່​ມີ​ພຣະວິນຍານ.</verse>
				<verse number="20">ສ່ວນ​ພວກທ່ານ, ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ເສີມສ້າງ​ກັນ​ຂຶ້ນ​ໃນ​ຄວາມເຊື່ອ​ອັນ​ບໍລິສຸດ​ທີ່​ພວກທ່ານ​ມີ​ຢູ່ ແລະ ຈົ່ງ​ອະທິຖານ​ໃນ​ພຣະວິນຍານບໍລິສຸດເຈົ້າ</verse>
				<verse number="21">ຈົ່ງ​ຮັກສາ​ຕົນເອງ​ໄວ້​ໃນ​ຄວາມຮັກ​ຂອງ​ພຣະເຈົ້າ​ຂະນະ​ທີ່​ພວກທ່ານ​ລໍຖ້າ​ຄວາມ​ເມດຕາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໃຫ້​ນຳ​ພວກທ່ານ​ໄປ​ສູ່​ຊີວິດ​ນິລັນດອນ.</verse>
				<verse number="22">ຈົ່ງ​ສະແດງ​ຄວາມເມດຕາ​ແກ່​ຜູ້​ທີ່​ສົງໄສ,</verse>
				<verse number="23">ຈົ່ງ​ຊ່ວຍ​ຄົນ​ອື່ນ​ໃຫ້​ພົ້ນ​ໂດຍ​ການ​ດຶງ​ພວກເຂົາ​ອອກ​ມາ​ຈາກ​ໄຟ, ຈົ່ງ​ສະແດງ​ຄວາມເມດຕາ​ແກ່​ຄົນ​ອື່ນ ແຕ່​ຈົ່ງ​ຢ້ານ​ຄື ຈົ່ງ​ກຽດຊັງ​ແມ່ນແຕ່​ເສື້ອຜ້າ​ທີ່​ເປື້ອນເປິ​ດ້ວຍ​ລາຄະຕັນຫາ​ຂອງ​ເນື້ອໜັງ.</verse>
				<verse number="24">ແດ່​ພຣະອົງ​ຜູ້​ສາມາດ​ຄຸ້ມຄອງ​ພວກເຈົ້າ​ບໍ່​ໃຫ້​ລົ້ມລົງ ແລະ ໃຫ້​ພວກເຈົ້າ​ຢູ່​ຕໍ່ໜ້າ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ບໍ່ມີຕຳໜິ ແລະ ດ້ວຍ​ຄວາມຊື່ນຊົມຍິນດີ​ອັນ​ໃຫຍ່</verse>
				<verse number="25">ຄື​ແດ່​ພຣະເຈົ້າ​ອົງ​ດຽວ​ຜູ້​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ. ຂໍ​ໃຫ້​ກຽດ, ບາລະມີ, ລິດອຳນາດ ແລະ ສິດອຳນາດ ຈົ່ງ​ມີ​ແກ່​ພຣະອົງ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ທຸກ​ຍຸກ​ທັງ​ໃນ​ອະດີດ, ປັດຈຸບັນ ແລະ ສືບໆ​ໄປ​ເປັນນິດ! ອາແມນ.</verse>
			</chapter>
		</book>
		<book number="66">
			<chapter number="1">
				<verse number="1">ນີ້​ຄື​ການເປີດເຜີຍ​ຈາກ​ພຣະເຢຊູຄຣິດເຈົ້າ, ເຊິ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພຣະອົງ​ເພື່ອ​ສະແດງ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຫັນ​ສິ່ງ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ໃນ​ບໍ່​ຊ້າ​ນີ້. ພຣະອົງ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ​ໄປ​ສະແດງ​ແກ່​ໂຢຮັນ​ຜູ້ຮັບໃຊ້​ຂອງ​ພຣະອົງ,</verse>
				<verse number="2">ໂຢຮັນ​ໄດ້​ເປັນ​ພະຍານ​ທຸກສິ່ງ​ທີ່​ເພິ່ນ​ໄດ້​ເຫັນ ນັ້ນ​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ຂອງ​ພຣະເຢຊູຄຣິດເຈົ້າ.</verse>
				<verse number="3">ຄວາມສຸກ​ມີ​ແກ່​ຜູ້​ທີ່​ອ່ານ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ນີ້​ດ້ວຍ​ສຽງ​ດັງໆ ແລະ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄດ້ຍິນ​ແລ້ວ​ຈື່ຈຳ​ໃສ່​ໃຈ​ໃນ​ສິ່ງ​ທີ່​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ​ນີ້, ເພາະ​ເວລາ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.</verse>
				<verse number="4">ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂຢຮັນ, ເຖິງ​ຄຣິສຕະຈັກ​ທັງ​ເຈັດ​ໃນ​ແຂວງ​ເອເຊຍ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ​ຈາກ​ພຣະອົງ​ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ, ຜູ້​ດຳລົງ​ຢູ່​ໃນ​ອະດີດ, ຜູ້​ຈະ​ມາ ແລະ ຈາກ​ວິນຍານ ​ທັງ​ເຈັດ​ທີ່​ຢູ່​ຕໍ່ໜ້າ​ບັນລັງ​ຂອງ​ພຣະອົງ,</verse>
				<verse number="5">ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພະຍານ​ທີ່​ສັດຊື່, ຜູ້​ເປັນ​ບຸດກົກ​ຈາກ​ບັນດາ​ຄົນຕາຍ ແລະ ເປັນ​ຜູ້ປົກຄອງ​ເໜືອ​ກະສັດ​ທັງຫລາຍ​ຂອງ​ໂລກ. ແດ່​ພຣະອົງ​ຜູ້​ຮັກ​ພວກເຮົາ​ທັງຫລາຍ ແລະ ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມບາບ​ຂອງ​ພວກເຮົາ​ໂດຍ​ໂລຫິດ​ຂອງ​ພຣະອົງ,</verse>
				<verse number="6">ແລະ ພຣະອົງ​ໄດ້​ຕັ້ງ​ພວກເຮົາ​ໃຫ້​ເປັນ​ອານາຈັກ ແລະ ເປັນ​ປະໂລຫິດ​ເພື່ອ​ຮັບໃຊ້​ພຣະເຈົ້າ ແລະ ພຣະບິດາ​ຂອງ​ພຣະອົງ, ຂໍ​ໃຫ້​ກຽດ ແລະ ລິດອຳນາດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ! ອາແມນ.</verse>
				<verse number="7">“ເບິ່ງ​ແມ, ພຣະອົງ​ກຳລັງ​ມາ​ພ້ອມ​ກັບ​ເມກ​ທັງຫລາຍ”, ແລະ “ຕາ​ທຸກ​ໜ່ວຍ​ຈະ​ເຫັນ​ພຣະອົງ, ແມ່ນ​ແຕ່​ຄົນ​ເຫລົ່ານັ້ນ​ທີ່​ໄດ້​ແທງ​ພຣະອົງ”, ແລະ ມະນຸດ​ທັງໝົດ​ເທິງ​ແຜ່ນດິນໂລກ “ຈະ​ໂສກເສົ້າ​ເພາະ​ພຣະອົງ”. ແລ້ວ​ຈະ​ເປັນ​ໄປ​ຢ່າງ​ນັ້ນ! ອາແມນ.</verse>
				<verse number="8">ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ, ຜູ້​ດຳລົງ​ຢູ່​ໃນ​ອະດີດ ແລະ ຜູ້​ຈະ​ມາ, ເຮົາ​ຄື​ອົງ​ລິດອຳນາດຍິ່ງໃຫຍ່”.</verse>
				<verse number="9">ຂ້າພະເຈົ້າ​ຄື​ໂຢຮັນ ຜູ້​ເປັນ​ພີ່ນ້ອງ ແລະ ເປັນ​ເພື່ອນ​ຂອງ​ພວກເຈົ້າ ຜູ້​ຮ່ວມ​ໃນ​ການທົນທຸກທໍລະມານ ແລະ ໃນ​ອານາຈັກ ແລະ ໃນ​ອົດທົນ​ອົດກັ້ນ​ທີ່​ເກີດຂຶ້ນ​ກັບ​ພວກເຮົາ​ໃນ​ພຣະເຢຊູເຈົ້າ, ຂ້າພະເຈົ້າ​ມາ​ຢູ່​ທີ່​ເກາະ​ປັດໂມ​ເພາະ​ພຣະຄຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ຂອງ​ພຣະເຢຊູເຈົ້າ.</verse>
				<verse number="10">ໃນ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ ຂ້າພະເຈົ້າ​ຢູ່​ໃນ​ພຣະວິນຍານ ແລະ ໄດ້​ຍິນ​ສຽງ​ຄ້າຍຄື​ສຽງແກ​ດັງ​ຂຶ້ນ​ທາງ​ດ້ານຫລັງ​ຂອງ​ຂ້າພະເຈົ້າ,</verse>
				<verse number="11">ເຊິ່ງ​ກ່າວ​ວ່າ: “ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ເຫັນ​ນັ້ນ​ລົງ​ໃນ​ໜັງສືມ້ວນ ແລະ ສົ່ງ​ໄປ​ຍັງ​ຄຣິສຕະຈັກ​ທັງ​ເຈັດ​ຄື: ຄຣິສຕະຈັກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ເມືອງ​ຊະມີນາ, ເມືອງ​ເປຄາໂມ, ເມືອງ​ທົວເຕຣາ, ເມືອງ​ຊາເດ, ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ”.</verse>
				<verse number="12">ຂ້າພະເຈົ້າ​ຫັນ​ໄປ​ເບິ່ງ​ສຽງ​ທີ່​ກຳລັງ​ເວົ້າ​ກັບ​ຂ້າພະເຈົ້າ. ແລະ ເມື່ອ​ຂ້າພະເຈົ້າ​ຫັນ​ໄປ​ຂ້າພະເຈົ້າ​ໄດ້​ເຫັນ​ຫລັກຕະກຽງ​ຄຳ​ເຈັດ​ອັນ,</verse>
				<verse number="13">ແລະ ໃນ​ທ່າມກາງ​ຫລັກຕະກຽງ​ເຫລົ່ານັ້ນ​ມີ​ຜູ້​ໜຶ່ງ “ເໝືອນດັ່ງ​ບຸດມະນຸດ”, ນຸ່ງ​ເສື້ອຄຸມ​ຍາວ​ຈົນ​ເຖິງ​ຕີນ ແລະ ມີ​ສາຍສະພາຍ​ຄຳ​ພາດ​ອ້ອມ​ເອິກ​ຂອງ​ພຣະອົງ.</verse>
				<verse number="14">ຜົມ​ຢູ່​ເທິງ​ຫົວ​ຂອງ​ພຣະອົງ​ຂາວ​ເໝືອນດັ່ງ​ຂົນແກະ, ຂາວ​ເໝືອນດັ່ງ​ຫິມະ, ຕາ​ຂອງ​ພຣະອົງ​ເໝືອນດັ່ງ​ໄຟ​ທີ່​ກຳລັງ​ລຸກໄໝ້.</verse>
				<verse number="15">ຕີນ​ຂອງ​ພຣະອົງ​ເໝືອນດັ່ງ​ທອງສຳລິດ​ທີ່​ເຮືອງແສງ​ຢູ່​ໃນ​ເຕົາຫລອມ ແລະ ສຽງ​ຂອງ​ພຣະອົງ​ເໝືອນດັ່ງ​ສຽງ​ນ້ຳ​ທີ່​ໄຫລແຮງ.</verse>
				<verse number="16">ພຣະອົງ​ຖື​ດາວ​ເຈັດ​ດວງ​ໄວ້​ໃນ​ມື​ຂວາ​ຂອງ​ພຣະອົງ ແລະ ມີ​ດາບ​ສອງ​ຄົມ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ. ໃບໜ້າ​ຂອງ​ພຣະອົງ​ເໝືອນດັ່ງ​ດວງຕາເວັນ​ທີ່​ສ່ອງແສງ​ກ້າ.</verse>
				<verse number="17">ເມື່ອ​ຂ້າພະເຈົ້າ​ເຫັນ​ພຣະອົງ ຂ້າພະເຈົ້າ​ກໍ​ລົ້ມລົງ​ທີ່​ຕີນ​ຂອງ​ພຣະອົງ​ເໝືອນ​ກັບ​ຄົນ​ທີ່​ຕາຍ​ແລ້ວ. ຫລັງຈາກ​ນັ້ນ ພຣະອົງ​ວາງ​ມື​ຂວາ​ຂອງ​ພຣະອົງ​ເທິງ​ຂ້າພະເຈົ້າ ແລະ ກ່າວ​ວ່າ: “ຢ່າ​ຢ້ານ​ເລີຍ. ເຮົາ​ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ.</verse>
				<verse number="18">ເຮົາ​ເປັນ​ອົງ​ຜູ້​ດຳລົງ​ຊີວິດ​ຢູ່; ເຮົາ​ໄດ້​ຕາຍ​ແລ້ວ ແລະ ບັດນີ້ ເບິ່ງ​ແມ, ເຮົາ​ຍັງ​ມີຊີວິດ​ຢູ່​ຕະຫລອດໄປ​ເປັນນິດ! ແລະ ເຮົາ​ຖື​ກະແຈ​ແຫ່ງ​ຄວາມຕາຍ ແລະ ແດນມໍລະນາ.</verse>
				<verse number="19">“ເຫດສະນັ້ນ, ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ, ສິ່ງ​ທີ່​ເປັນ​ຢູ່​ຂະນະ​ນີ້ ແລະ ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ພາຍໜ້າ.</verse>
				<verse number="20">ຄວາມເລິກລັບ​ຂອງ​ດາວ​ເຈັດ​ດວງ​ທີ່​ເຈົ້າ​ເຫັນ​ຢູ່​ໃນ​ມື​ຂວາ​ຂອງ​ເຮົາ ແລະ ຄວາມເລິກລັບ​ຂອງ​ຫລັກຕະກຽງ​ຄຳ​ທັງ​ເຈັດ​ມີ​ດັ່ງນີ້: ດາວ​ເຈັດ​ດວງ​ຄື​ເທວະດາ ​ແຫ່ງ​ຄຣິສຕະຈັກ​ທັງ​ເຈັດ ແລະ ຫລັກຕະກຽງ​ຄຳ​ເຈັດ​ອັນ​ຄື​ຄຣິສຕະຈັກ​ທັງ​ເຈັດ.</verse>
			</chapter>
			<chapter number="2">
				<verse number="1">“ຈົ່ງ​ຂຽນ​ເຖິງ​ເທວະດາ ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ເອເຟໂຊ​ວ່າ: ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະອົງ​ຜູ້​ຖື​ດາວ​ທັງ​ເຈັດ​ໄວ້​ໃນ​ມື​ຂວາ​ຂອງ​ພຣະອົງ ແລະ ຍ່າງ​ຢູ່​ທ່າມກາງ​ຫລັກຕະກຽງ​ຄຳ​ທັງ​ເຈັດ​ນັ້ນ.</verse>
				<verse number="2">ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ, ພາລະກິດ​ອັນ​ຍາກລຳບາກ​ຂອງ​ເຈົ້າ ແລະ ຄວາມອົດທົນ​ຂອງ​ເຈົ້າ. ເຮົາ​ຮູ້​ວ່າ​ເຈົ້າ​ບໍ່​ສາມາດ​ທົນທານ​ຕໍ່​ຄົນ​ຊົ່ວຮ້າຍ​ໄດ້, ເຈົ້າ​ໄດ້​ທົດລອງ​ບັນດາ​ຜູ້​ທີ່​ອ້າງ​ຕົນ​ວ່າ​ເປັນ​ອັກຄະສາວົກ​ແຕ່​ບໍ່​ໄດ້​ເປັນ ແລະ ເຈົ້າ​ກໍ​ພົບ​ໄດ້​ວ່າ​ພວກເຂົາ​ຕົວະ.</verse>
				<verse number="3">ເຈົ້າ​ໄດ້​ອົດທົນບາກບັ່ນ ແລະ ອົດທົນ​ຕໍ່​ຄວາມຍາກລໍາບາກ​ເພື່ອ​ນາມ​ຂອງ​ເຮົາ ແລະ ເຈົ້າ​ກໍ​ບໍ່​ໄດ້​ເມື່ອຍລ້າ.</verse>
				<verse number="4">ແຕ່​ເຮົາ​ມີ​ຂໍ້​ຕໍ່ວ່າ​ເຈົ້າ​ຄື: ເຈົ້າ​ໄດ້​ປະຖິ້ມ​ຄວາມຮັກ​ເດີມ​ຂອງ​ເຈົ້າ.</verse>
				<verse number="5">ຈົ່ງ​ລະນຶກ​ວ່າ​ເຈົ້າ​ໄດ້​ຕົກ​ລົງ​ມາ​ໄກ​ເທົ່າໃດ! ຈົ່ງ​ກັບໃຈໃໝ່ ແລະ ເຮັດ​ສິ່ງ​ທີ່​ເຈົ້າ​ເຄີຍ​ເຮັດ​ຕັ້ງ​ແຕ່​ທຳອິດ. ຖ້າ​ເຈົ້າ​ບໍ່​ກັບໃຈໃໝ່​ເຮົາ​ຈະ​ມາ​ຫາ​ເຈົ້າ ແລະ ຍົກ​ຫລັກຕະກຽງ​ຂອງ​ເຈົ້າ​ອອກຈາກ​ບ່ອນ​ນີ້.</verse>
				<verse number="6">ແຕ່​ເຈົ້າ​ຍັງ​ມີ​ຂໍ້​ດີ​ຢູ່​ຄື: ເຈົ້າ​ໄດ້​ກຽດຊັງ​ຂໍ້​ປະຕິບັດ​ຂອງ​ພວກ​ນິໂກລາຍເຕ ເຊິ່ງ​ເຮົາ​ກໍ​ກຽດຊັງ​ເໝືອນກັນ.</verse>
				<verse number="7">ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ສິດ​ກິນ​ຜົນ​ຈາກ​ຕົ້ນໄມ້​ແຫ່ງ​ຊີວິດ​ທີ່​ຢູ່​ໃນ​ອຸທິຍານ​ສະຫວັນ​ຂອງ​ພຣະເຈົ້າ.</verse>
				<verse number="8">“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຊະມີນາ​ວ່າ: ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະອົງ​ຜູ້​ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ, ຜູ້​ທີ່​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ຄືນມາ​ອີກ.</verse>
				<verse number="9">ເຮົາ​ຮູ້ຈັກ​ຄວາມທຸກຍາກ ແລະ ຄວາມຍາກຈົນ​ຂອງ​ເຈົ້າ, ແຕ່​ເຈົ້າ​ກໍ​ຮັ່ງມີ! ເຮົາ​ຮູ້ຈັກ​ການ​ໃສ່ຮ້າຍປ້າຍສີ​ຂອງ​ບັນດາ​ຜູ້​ທີ່​ເວົ້າ​ວ່າ​ຕົນ​ເອງ​ເປັນ​ຄົນຢິວ ແລະ ບໍ່​ໄດ້​ເປັນ, ແຕ່​ເປັນ​ທຳມະສາລາ​ຂອງ​ຊາຕານ.</verse>
				<verse number="10">ຢ່າ​ຢ້ານ​ການທົນທຸກ​ທີ່​ເຈົ້າ​ກຳລັງ​ຈະ​ປະເຊີນ. ເຮົາ​ບອກ​ເຈົ້າ​ວ່າ, ມານຮ້າຍ​ຈະ​ຂັງ​ພວກເຈົ້າ​ບາງຄົນ​ໄວ້​ໃນ​ຄຸກ​ເພື່ອ​ທົດລອງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ທົນທຸກ​ເພາະ​ການຂົ່ມເຫັງ​ເຖິງ​ສິບ​ວັນ. ຈົ່ງ​ສັດຊື່​ເຖິງ​ແມ່ນ​ວ່າ​ຈະ​ຕ້ອງ​ຕາຍ ແລະ ເຮົາ​ຈະ​ມອບ​ຊີວິດ​ໃຫ້​ເຈົ້າ​ເພື່ອ​ເປັນ​ມົງກຸດ​ແຫ່ງ​ໄຊຊະນະ.</verse>
				<verse number="11">ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ຈະ​ບໍ່​ຖືກ​ທຳຮ້າຍ​ໂດຍ​ຄວາມຕາຍ​ຄັ້ງ​ທີ​ສອງ.</verse>
				<verse number="12">“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ເປຄາໂມ​ວ່າ: ພຣະອົງ​ຜູ້​ຖື​ດາບ​ສອງ​ຄົມ​ກ່າວ​ວ່າ.</verse>
				<verse number="13">ເຮົາ​ຮູ້​ວ່າ​ເຈົ້າ​ອາໄສ​ຢູ່​ບ່ອນ​ໃດ ຄື​ບ່ອນ​ທີ່​ຊາຕານ​ຄອງ​ບັນລັງ. ແຕ່​ເຈົ້າ​ກໍ​ຍັງ​ສັດຊື່​ຕໍ່​ນາມ​ຂອງ​ເຮົາ. ເຈົ້າ​ບໍ່​ໄດ້​ປະຖິ້ມ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ມີ​ໃນ​ເຮົາ, ບໍ່​ວ່າ​ແມ່ນແຕ່​ໃນ​ວັນ​ທີ່​ອັນຕີປາ ຜູ້​ເປັນ​ພະຍານ​ທີ່​ສັດຊື່​ຂອງ​ເຮົາ​ໄດ້​ຖືກ​ຂ້າຕາຍ​ຢູ່​ໃນ​ເມືອງ​ຂອງ​ເຈົ້າ ຄື​ບ່ອນ​ທີ່​ຊາຕານ​ຢູ່.</verse>
				<verse number="14">ເຖິງປານນັ້ນ ເຮົາ​ມີ​ບາງ​ຂໍ້​ຕໍ່ວ່າ​ເຈົ້າ​ຄື: ມີ​ບາງ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ທີ່​ຢຶດຖື​ຄຳສອນ​ຂອງ​ບາລາອາມ ເຊິ່ງ​ໄດ້​ສອນ​ບາຫລາກ​ໃຫ້​ຊັກຊວນ​ຊາວ​ອິດສະຣາເອນ​ໃຫ້​ເຮັດບາບ​ດ້ວຍ​ການ​ກິນອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ ແລະ ການ​ເຮັດ​ຜິດສິນທຳທາງເພດ.</verse>
				<verse number="15">ເຊັ່ນດຽວກັນ​ນັ້ນ, ກໍ​ຍັງ​ມີ​ບາງ​ຄົນ​ໃນ​ພວກເຈົ້າ​ທີ່​ຢຶດຖື​ຄຳສອນ​ຂອງ​ພວກ​ນິໂກລາຍເຕ.</verse>
				<verse number="16">ເຫດສະນັ້ນ ຈົ່ງ​ກັບໃຈໃໝ່! ບໍ່​ດັ່ງນັ້ນ, ເຮົາ​ຈະ​ມາ​ຫາ​ເຈົ້າ​ໄວໆ​ນີ້ ແລະ ເຮົາ​ຈະ​ຕໍ່ສູ້​ກັບ​ພວກເຂົາ​ດ້ວຍ​ດາບ​ແຫ່ງ​ປາກ​ຂອງ​ເຮົາ.</verse>
				<verse number="17">ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້ໃດ​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ມານາ​ທີ່​ເຊື່ອງ​ໄວ້ ແລະ ເຮົາ​ຈະ​ໃຫ້​ຫີນ​ຂາວ​ອັນ​ມີ​ຊື່​ໃໝ່​ຈາລຶກ​ໄວ້​ແກ່​ຜູ້​ນັ້ນ ເຊິ່ງ​ຜູ້​ທີ່​ໄດ້​ຮັບ​ເທົ່ານັ້ນ​ຈຶ່ງ​ຈະ​ຮູ້ຈັກ.</verse>
				<verse number="18">“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ທົວເຕຣາ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ມີ​ຕາ​ເໝືອນດັ່ງ​ໄຟ​ລຸກໄໝ້ ແລະ ຜູ້​ທີ່​ມີ​ຕີນ​ເໝືອນດັ່ງ​ທອງສຳລິດ​ທີ່​ຂັດເງົາ.</verse>
				<verse number="19">ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ, ຄວາມຮັກ ແລະ ຄວາມເຊື່ອ​ຂອງ​ເຈົ້າ, ການ​ຮັບໃຊ້ ແລະ ຄວາມອົດທົນບາກບັ່ນ​ຂອງ​ເຈົ້າ ແລະ ເຮົາ​ຮູ້​ວ່າ​ປັດຈຸບັນ​ເຈົ້າ​ກຳລັງ​ເຮັດ​ສິ່ງ​ເຫລົ່ານີ້​ຫລາຍຂຶ້ນ​ກວ່າ​ຕອນ​ທຳອິດ.</verse>
				<verse number="20">ເຖິງປານນັ້ນ ເຮົາ​ກໍ​ມີ​ຂໍ້​ນີ້​ຕໍ່ວ່າ​ເຈົ້າ​ຄື: ເຈົ້າ​ທົນ​ຟັງ​ເຢເຊເບນ ແມ່ຍິງ​ທີ່​ເອີ້ນ​ຕົນເອງ​ວ່າ​ເປັນ​ຜູ້ທຳນວາຍ. ຄຳສອນ​ຂອງ​ນາງ​ເຮັດ​ໃຫ້​ຜູ້ຮັບໃຊ້​ຂອງ​ເຮົາ​ຫລົງ​ເຮັດ​ຜິດສິນທຳທາງເພດ ແລະ ກິນ​ອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ.</verse>
				<verse number="21">ເຮົາ​ໄດ້​ໃຫ້​ໂອກາດ​ຍິງ​ນັ້ນ​ກັບໃຈ​ຈາກ​ການ​ຜິດສິນທຳ​ຂອງ​ນາງ, ແຕ່​ນາງ​ກໍ​ບໍ່​ຍອມ.</verse>
				<verse number="22">ດັ່ງນັ້ນ ເຮົາ​ຈະ​ໂຍນ​ນາງ​ລົງ​ເທິງ​ຕຽງ​ແຫ່ງ​ຄວາມທຸກທໍລະມານ ແລະ ເຮົາ​ຈະ​ເຮັດ​ໃຫ້​ບັນດາ​ຫລິ້ນຊູ້​ກັບ​ນາງ​ທຸກທໍລະມານ​ຢ່າງ​ໜັກ, ເວັ້ນ​ແຕ່​ພວກເຂົາ​ຈະ​ກັບໃຈ​ຈາກ​ວິຖີ​ຊີວິດ​ຂອງ​ນາງ.</verse>
				<verse number="23">ເຮົາ​ຈະ​ຟາດ​ບັນດາ​ລູກ​ຂອງ​ນາງ​ໃຫ້​ຕາຍ. ດັ່ງນັ້ນ​ຄຣິສຕະຈັກ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ຜູ້​ສຳຫລວດ​ຄວາມຄິດ ແລະ ຈິດໃຈ ແລະ ເຮົາ​ຈະ​ຕອບແທນ​ພວກເຈົ້າ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຈົ້າ.</verse>
				<verse number="24">ບັດນີ້ ເຮົາ​ກ່າວ​ກັບ​ພວກເຈົ້າ​ທີ່​ເຫລືອ​ຢູ່​ໃນ​ເມືອງ​ທົວເຕຣາ, ກັບ​ພວກເຈົ້າ​ທີ່​ບໍ່​ຢຶດຖື​ຄຳສອນ​ຂອງ​ນາງ ແລະ ບໍ່​ໄດ້​ຮຽນຮູ້​ສິ່ງ​ທີ່​ເອີ້ນ​ວ່າ​ຄວາມເລິກລັບ​ຂອງ​ຊາຕານ​ນັ້ນ ‘ເຮົາ​ຈະ​ບໍ່​ມອບ​ພາລະ​ອື່ນ​ໃຫ້​ແກ່​ພວກເຈົ້າ,</verse>
				<verse number="25">ນອກຈາກ​ວ່າ​ພວກເຈົ້າ​ຈະ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ພວກເຈົ້າ​ມີ​ຢູ່​ຈົນ​ກວ່າ​ເຮົາ​ຈະ​ມາ’.</verse>
				<verse number="26">ຜູ້ໃດ​ທີ່​ຮັບ​ໄຊຊະນະ ແລະ ເຮັດ​ຕາມ​ຄວາມປະສົງ​ຂອງ​ເຮົາ​ຈົນ​ເຖິງ​ທີ່ສຸດ, ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ສິດອຳນາດ​ເໜືອ​ປະຊາຊາດ​ຕ່າງໆ.</verse>
				<verse number="27">ຜູ້​ນັ້ນ ‘ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນ​ເຫລັກ ແລະ ຈະ​ທຸບ​ພວກເຂົາ​ໃຫ້​ໝຸ່ນ​ເປັນ​ຕ່ອນໆ​ຄື​ກັບ​ເຄື່ອງປັ້ນດິນເຜົາ’ ເໝືອນດັ່ງ​ທີ່​ເຮົາ​ໄດ້​ຮັບ​ສິດອຳນາດ​ຈາກ​ພຣະບິດາເຈົ້າ​ຂອງ​ເຮົາ.</verse>
				<verse number="28">ເຮົາ​ຈະ​ມອບ​ດາວ​ອາລຸນ​ໃຫ້​ແກ່​ຜູ້​ນັ້ນ​ດ້ວຍ.</verse>
				<verse number="29">ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ.</verse>
			</chapter>
			<chapter number="3">
				<verse number="1">“ຈົ່ງ​ຂຽນ​ເຖິງ​ເທວະດາ ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຊາເດ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ຖື​ວິນຍານ​ທັງ​ເຈັດ ​ຂອງ​ພຣະເຈົ້າ ແລະ ດາວ​ທັງ​ເຈັດ​ດວງ. ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ, ເຈົ້າ​ມີ​ຊື່ສຽງ​ໃນ​ການ​ມີຊີວິດ​ຢູ່ ແຕ່​ເຈົ້າ​ໄດ້​ຕາຍ​ແລ້ວ.</verse>
				<verse number="2">ຈົ່ງ​ຕື່ນ​ຂຶ້ນ! ເສີມກຳລັງ​ສ່ວນ​ທີ່​ເຫລືອ​ຢູ່ ແລະ ສ່ວນ​ທີ່​ກຳລັງ​ຈະ​ຕາຍ​ນັ້ນ, ເພາະ​ເຮົາ​ພົບ​ວ່າ​ການກະທຳ​ຂອງ​ເຈົ້າ​ບໍ່​ສຳເລັດ​ໃນ​ສາຍຕາ​ພຣະເຈົ້າ​ຂອງ​ເຮົາ.</verse>
				<verse number="3">ເຫດສະນັ້ນ ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ຮັບ​ໄວ້ ແລະ ໄດ້​ຍິນ, ຈົ່ງ​ຢຶດຖື​ສິ່ງ​ນັ້ນ​ໄວ້ ແລະ ກັບໃຈໃໝ່. ແຕ່​ຖ້າ​ພວກເຈົ້າ​ບໍ່​ຕື່ນ​ຂຶ້ນ, ເຮົາ​ຈະ​ມາ​ເໝືອນດັ່ງ​ຂະໂມຍ ແລະ ພວກເຈົ້າ​ກໍ​ຈະ​ບໍ່​ຮູ້​ວ່າ​ເຮົາ​ຈະ​ມາ​ຫາ​ເຈົ້າ​ເວລາ​ໃດ.</verse>
				<verse number="4">ແຕ່​ກໍ​ມີ​ພວກເຈົ້າ​ສອງສາມ​ຄົນ​ໃນ​ເມືອງ​ຊາເດ ທີ່​ບໍ່​ໄດ້​ເຮັດ​ໃຫ້​ເຄື່ອງນຸ່ງ​ຂອງ​ຕົນ​ເປື້ອນເປິ. ພວກເຂົາ​ຈະ​ຍ່າງ​ໄປ​ກັບ​ເຮົາ, ນຸ່ງ​ຊຸດ​ສີຂາວ, ເພາະ​ພວກເຂົາ​ສົມຄວນ​ແລ້ວ.</verse>
				<verse number="5">ຜູ້​ທີ່​ໄດ້​ຮັບ​ໄຊຊະນະ​ກໍ​ຈະ​ນຸ່ງ​ຊຸດ​ສີຂາວ​ເໝືອນ​ກັບ​ພວກເຂົາ. ເຮົາ​ຈະ​ບໍ່​ລຶບ​ຊື່​ຜູ້​ນັ້ນ​ອອກ​ຈາກ​ໜັງສື​ແຫ່ງ​ຊີວິດ​ຈັກເທື່ອ, ແຕ່​ຈະ​ຮັບຮູ້​ຊື່​ຜູ້​ນັ້ນ​ຕໍ່ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຕໍ່ໜ້າ​ບັນດາ​ເທວະດາ​ຂອງ​ພຣະອົງ.</verse>
				<verse number="6">ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ.</verse>
				<verse number="7">“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ບໍລິສຸດ ແລະ ເປັນ​ຄວາມ​ຈິງ, ຜູ້​ຖື​ກະແຈ​ຂອງ​ດາວິດ. ສິ່ງ​ທີ່​ພຣະອົງ​ເປີດ​ແລ້ວ​ບໍ່​ມີ​ຜູ້ໃດ​ສາມາດ​ປິດ​ໄດ້ ແລະ ສິ່ງ​ທີ່​ພຣະອົງ​ປິດ​ແລ້ວ​ບໍ່​ມີ​ຜູ້ໃດ​ສາມາດ​ເປີດ​ໄດ້.</verse>
				<verse number="8">ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ. ເບິ່ງ​ແມ ເຮົາ​ໄດ້​ເປີດ​ປະຕູ​ໄວ້​ຢູ່​ຕໍ່ໜ້າ​ເຈົ້າ ເຊິ່ງ​ບໍ່​ມີ​ຜູ້ໃດ​ສາມາດ​ປິດ​ໄດ້. ເຮົາ​ຮູ້​ວ່າ​ເຈົ້າ​ມີ​ກຳລັງ​ພຽງ​ເລັກນ້ອຍ, ແຕ່​ເຈົ້າ​ກໍ​ໄດ້​ຖື​ຮັກສາ​ຖ້ອຍຄຳ​ຂອງ​ເຮົາ ແລະ ບໍ່​ໄດ້​ປະຕິເສດ​ນາມ​ຂອງ​ເຮົາ.</verse>
				<verse number="9">ເຮົາ​ຈະ​ເຮັດໃຫ້​ບັນດາ​ຜູ້​ເປັນ​ທຳມະສາລາ​ຂອງ​ຊາຕານ, ຜູ້​ທີ່​ອ້າງ​ຕົນ​ວ່າ​ເປັນ​ຄົນຢິວ​ທັງ​ທີ່​ພວກເຂົາ​ບໍ່​ໄດ້​ເປັນ, ແຕ່​ເປັນ​ຄົນຂີ້ຕົວະ, ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ມາ ແລະ ຂາບ​ລົງ​ທີ່​ຕີນ​ຂອງ​ເຈົ້າ ແລະ ຮັບຮູ້​ວ່າ​ເຮົາ​ຮັກ​ເຈົ້າ.</verse>
				<verse number="10">ເນື່ອງຈາກ​ເຈົ້າ​ໄດ້​ຮັກສາ​ຄຳສັ່ງ​ຂອງ​ເຮົາ​ໄວ້​ດ້ວຍ​ຄວາມພາກພຽນ​ອົດທົນ, ເຮົາ​ກໍ​ຈະ​ປົກປ້ອງ​ເຈົ້າ​ໃຫ້​ພົ້ນ​ຈາກ​ຊົ່ວໂມງ​ແຫ່ງ​ການທົດລອງ​ທີ່​ກຳລັງ​ມາ​ເຖິງ​ທົ່ວທັງ​ໂລກ​ນີ້​ເພື່ອ​ທົດລອງ​ບັນດາ​ຜູ້​ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນໂລກ.</verse>
				<verse number="11">ເຮົາ​ຈະ​ມາ​ໃນ​ໄວໆ​ນີ້. ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ເຈົ້າ​ມີ​ຢູ່ ເພື່ອ​ວ່າ​ຈະ​ບໍ່​ມີ​ຜູ້ໃດ​ຍາດ​ເອົາ​ມົງກຸດ​ຂອງ​ເຈົ້າ​ໄປ​ໄດ້.</verse>
				<verse number="12">ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ຕັ້ງ​ຜູ້​ນັ້ນ​ໃຫ້​ເປັນ​ເສົາ​ໜຶ່ງ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ເຮົາ. ພວກເຂົາ​ຈະ​ບໍ່​ຈາກ​ວິຫານ​ໄປ​ອີກ​ຈັກເທື່ອ. ເຮົາ​ຈະ​ຈາລຶກ​ນາມ​ແຫ່ງ​ພຣະເຈົ້າ​ຂອງ​ເຮົາ ແລະ ຊື່​ນະຄອນ​ຂອງ​ພຣະເຈົ້າ​ຂອງ​ເຮົາ​ຄື​ເຢຣູຊາເລັມ​ໃໝ່, ເຊິ່ງ​ພຣະເຈົ້າ​ຂອງ​ເຮົາ​ກຳລັງ​ສົ່ງ​ລົງ​ມາ​ແຕ່​ສະຫວັນ​ຈາກ​ພຣະເຈົ້າ​ຂອງ​ເຮົາ​ໄວ້​ເທິງ​ໂຕ​ຂອງ​ພວກເຂົາ ແລະ ເຮົາ​ຈະ​ຈາລຶກ​ນາມ​ໃໝ່​ຂອງ​ເຮົາ​ໄວ້​ເທິງ​ໂຕ​ຂອງ​ພວກເຂົາ​ເໝືອນກັນ.</verse>
				<verse number="13">ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ.</verse>
				<verse number="14">“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ເປັນ​ອາແມນ, ເປັນ​ພະຍານ​ທີ່​ສັດຊື່ ແລະ ເປັນ​ຄວາມ​ຈິງ, ເປັນ​ຜູ້​ປົກຄອງ​ສິ່ງ​ທີ່​ພຣະເຈົ້າ​ສ້າງ.</verse>
				<verse number="15">ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ, ເຈົ້າ​ບໍ່​ເຢັນ​ບໍ່​ຮ້ອນ. ເຮົາ​ຢາກ​ໃຫ້​ເຈົ້າ​ເປັນ​ຢ່າງ​ໃດ​ຢ່າງ​ໜຶ່ງ!</verse>
				<verse number="16">ເພາະ​ເຈົ້າ​ພຽງແຕ່​ອຸ່ນໆ ບໍ່​ຮ້ອນ ຫລື ບໍ່​ເຢັນ. ດັ່ງນັ້ນ, ເຮົາ​ກຳລັງ​ຈະ​ຄາຍ​ເຈົ້າ​ອອກຈາກ​ປາກ​ຂອງ​ເຮົາ.</verse>
				<verse number="17">ເຈົ້າ​ກ່າວ​ວ່າ, ‘ຂ້ອຍ​ຮັ່ງມີ; ຂ້ອຍ​ໄດ້​ຊັບສົມບັດ​ຫລວງຫລາຍ ແລະ ບໍ່​ຕ້ອງ​ການ​ສິ່ງໃດ​ເລີຍ’ ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ຕົນເອງ​ເປັນ​ຄົນ​ໜ້າເວດທະນາ, ໜ້າສົງສານ, ຍາກຈົນ, ຕາບອດ ແລະ ເປືອຍກາຍ​ຢູ່.</verse>
				<verse number="18">ເຮົາ​ແນະນຳ​ເຈົ້າ​ໃຫ້​ຊື້​ຄຳ​ທີ່​ຫລອມ​ໃຫ້​ບໍລິສຸດ​ແລ້ວ​ດ້ວຍ​ໄຟ​ຈາກ​ເຮົາ ເພື່ອ​ເຈົ້າ​ຈະ​ໄດ້​ຮັ່ງມີ ແລະ ຊື້​ເສື້ອຜ້າ​ສີຂາວ​ມາ​ນຸ່ງ ເພື່ອ​ປົກປິດ​ຄວາມເປືອຍກາຍ​ອັນ​ໜ້າອັບອາຍ ແລະ ຊື້​ຢາທາຕາ​ຂອງ​ເຈົ້າ​ເພື່ອ​ເຈົ້າ​ຈະ​ສາມາດ​ເບິ່ງເຫັນ.</verse>
				<verse number="19">ບັນດາ​ຜູ້​ທີ່​ເຮົາ​ຮັກ ເຮົາ​ກໍ​ຕັກເຕືອນ ແລະ ຕີສອນ. ດັ່ງນັ້ນ ຈົ່ງ​ກະຕືລືລົ້ນ ແລະ ກັບໃຈ.</verse>
				<verse number="20">ເຮົາ​ຢູ່​ທີ່​ນີ້! ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະຕູ. ຖ້າ​ຜູ້ໃດ​ໄດ້​ຍິນ​ສຽງ​ຂອງ​ເຮົາ ແລະ ເປີດ​ປະຕູ, ເຮົາ​ຈະ​ເຂົ້າ​ໄປ ແລະ ຈະ​ຮັບປະທານ​ອາຫານ​ກັບ​ຜູ້​ນັ້ນ ແລະ ລາວ​ຈະ​ຮັບປະທານ​ກັບ​ເຮົາ.</verse>
				<verse number="21">ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ສິດ​ນັ່ງ​ກັບ​ເຮົາ​ຢູ່​ເທິງ​ບັນລັງ​ຂອງ​ເຮົາ ເໝືອນ​ເຮົາ​ໄດ້​ຮັບ​ໄຊຊະນະ ແລະ ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງ​ເຮົາ​ເທິງ​ບັນລັງ​ຂອງ​ພຣະອົງ.</verse>
				<verse number="22">ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ”.</verse>
			</chapter>
			<chapter number="4">
				<verse number="1">ຫລັງຈາກນັ້ນ​ຂ້າພະເຈົ້າ​ໄດ້​ເບິ່ງ​ໄປ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ນັ້ນ​ມີ​ປະຕູ​ໜຶ່ງ​ເປີດ​ໄວ້​ໃນ​ສະຫວັນ. ແລ້ວ​ສຽງ​ທີ່​ຂ້າພະເຈົ້າ​ໄດ້​ຍິນ​ທຳອິດ​ກ່າວ​ແກ່​ຂ້າພະເຈົ້າ​ເໝືອນ​ກັບ​ສຽງແກ​ວ່າ: “ຂຶ້ນ​ມາ​ທີ່​ນີ້ ແລະ ເຮົາ​ຈະ​ສະແດງ​ສິ່ງ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ຫລັງຈາກ​ນີ້​ແກ່​ເຈົ້າ”.</verse>
				<verse number="2">ໃນ​ທັນໃດ​ນັ້ນ ຂ້າພະເຈົ້າ​ກໍ​ຢູ່​ໃນ​ພຣະວິນຍານ ແລະ ຕໍ່ໜ້າ​ຂ້າພະເຈົ້າ​ມີ​ບັນລັງ​ຕັ້ງ​ຢູ່​ໃນ​ສະຫວັນ​ພ້ອມ​ດ້ວຍ​ຜູ້​ໜຶ່ງ​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ.</verse>
				<verse number="3">ແລະ ຜູ້​ທີ່​ນັ່ງ​ຢູ່​ທີ່​ນັ້ນ​ປາກົດ​ດັ່ງ​ຫີນ​ໂມຣາ ແລະ ນິນ. ມີ​ຮຸ້ງກິນນ້ຳ​ສ່ອງແສງ​ເໝືອນດັ່ງ​ມໍລະກົດ​ອ້ອມຮອບ​ບັນລັງ.</verse>
				<verse number="4">ອ້ອມຮອບ​ບັນລັງ​ນັ້ນ​ມີ​ອີກ​ຊາວສີ່​ບັນລັງ ແລະ ມີ​ຜູ້ອາວຸໂສ​ຊາວສີ່​ທ່ານ​ນັ່ງ​ຢູ່​ເທິງ​ບັນລັງ​ເຫລົ່ານັ້ນ. ພວກເພິ່ນ​ນຸ່ງເຄື່ອງ​ຂາວ ແລະ ມີ​ມົງກຸດ​ຄຳ​ຢູ່​ເທິງ​ຫົວ​ຂອງ​ພວກເພິ່ນ.</verse>
				<verse number="5">ມີ​ແສງ​ຟ້າແມບເຫລື້ອມ, ສຽງ​ດັງກ້ອງ ແລະ ສຽງ​ຟ້າຮ້ອງ​ມາ​ຈາກ​ບັນລັງ. ຕໍ່ໜ້າ​ບັນລັງ​ນັ້ນ​ມີ​ຕະກຽງ​ເຈັດ​ອັນ​ຮຸ່ງ​ຢູ່. ສິ່ງ​ເຫລົ່ານີ້​ແມ່ນ​ວິນຍານ ​ທັງ​ເຈັດ​ຂອງ​ພຣະເຈົ້າ.</verse>
				<verse number="6">ດ້ານໜ້າ​ບັນລັງ​ຍັງ​ມີ​ສິ່ງ​ທີ່​ຄ້າຍຄື​ທະເລ​ແກ້ວ, ໃສ​ເໝືອນ​ແກ້ວ. ໃນ​ບໍລິເວນ​ໃຈກາງ​ອ້ອມຮອບ​ບັນລັງ​ມີ​ສິ່ງທີ່ມີຊີວິດ​ສີ່​ຕົນ ແລະ​ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ມີ​ຕາ​ເຕັມ​ຢູ່​ທັງ​ດ້ານ​ໜ້າ ແລະ ດ້ານ​ຫລັງ.</verse>
				<verse number="7">ສິ່ງທີ່ມີຊີວິດ​ຕົນ​ທີໜຶ່ງ​ຄ້າຍຄື​ໂຕສິງ, ຕົນ​ທີສອງ​ຄ້າຍຄື​ງົວ, ຕົນ​ທີສາມ​ມີ​ໜ້າ​ຄ້າຍຄື​ມະນຸດ, ຕົນ​ທີສີ່​ຄ້າຍຄື​ນົກອິນຊີ​ທີ່​ກຳລັງ​ບິນ​ຢູ່.</verse>
				<verse number="8">ສິ່ງທີ່ມີຊີວິດ​ທັງ​ສີ່​ນີ້ ແຕ່​ລະ​ຕົນ​ມີ​ຫົກ​ປີກ ແລະ ມີ​ຕາ​ເຕັມ​ຢູ່​ອ້ອມຮອບ ແມ່ນແຕ່​ຢູ່​ໃຕ້​ປີກ. ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ຮ້ອງ​ຕະຫລອດ​ທັງ​ກາງເວັນ ແລະ ກາງຄືນ​ບໍ່​ຢຸດ​ຈັກເທື່ອ​ວ່າ: “‘ບໍລິສຸດ, ບໍລິສຸດ, ບໍລິສຸດ ຄື​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່’, ຜູ້​ດຳລົງ​ຢູ່​ໃນ​ອະດີດ ແລະ ດຳລົງ​ຢູ່​ໃນ​ປັດຈຸບັນ ແລະ ຜູ້​ຈະ​ມາ”.</verse>
				<verse number="9">ເມື່ອ​ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ໄດ້​ຖວາຍ​ສະຫງ່າລາສີ, ກຽດ ແລະ ຄຳ​ຂອບພຣະຄຸນ​ແກ່​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ແລະ ຜູ້​ດຳລົງ​ຢູ່​ຕະຫລອດ​ເປັນນິດ,</verse>
				<verse number="10">ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ກໍ​ໝອບ​ລົງ​ຕໍ່ໜ້າ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ແລະ ນະມັດສະການ​ພຣະອົງ​ຜູ້​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ. ພວກເພິ່ນ​ວາງ​ມົງກຸດ​ຂອງ​ຕົນ​ລົງ​ຕໍ່ໜ້າ​ບັນລັງ ແລະ ຮ້ອງ​ວ່າ:</verse>
				<verse number="11">“ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ສະຫງ່າລາສີ, ກຽດຕິຍົດ ແລະ ລິດອຳນາດ, ເພາະວ່າ​ພຣະອົງ​ໄດ້​ສ້າງ​ທຸກ​ສິ່ງ ແລະ ໂດຍ​ຄວາມ​ປະສົງ​ຂອງ​ພຣະອົງ ສິ່ງ​ເຫລົ່ານີ້​ໄດ້​ຖືກ​ສ້າງ​ຂຶ້ນ ແລະ ດໍາລົງ​ຢູ່”.</verse>
			</chapter>
			<chapter number="5">
				<verse number="1">ແລ້ວ​ຂ້າພະເຈົ້າ​ເຫັນ​ໜັງສືມ້ວນ​ໃນ​ມື​ເບື້ອງຂວາ​ຂອງ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ໜັງສືມ້ວນ​ນີ້​ຂຽນ​ໄວ້​ທັງ​ສອງ​ດ້ານ ແລະ ປະທັບ​ດ້ວຍ​ຕາປະທັບ​ເຈັດ​ດວງ.</verse>
				<verse number="2">ແລະ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຜູ້​ມີ​ລິດ​ຕົນ​ໜຶ່ງ​ກຳລັງ​ປະກາດ​ດ້ວຍ​ສຽງ​ດັງ​ວ່າ: “ຜູ້ໃດ​ສົມຄວນ​ທີ່​ຈະ​ແກະ​ຕາປະທັບ ແລະ ເປີດ​ໜັງສືມ້ວນ​ນີ້?”</verse>
				<verse number="3">ແຕ່​ບໍ່​ມີ​ຜູ້ໃດ​ໃນ​ສະຫວັນ ຫລື ເທິງ​ແຜ່ນດິນໂລກ ຫລື ໃຕ້​ແຜ່ນດິນໂລກ​ສາມາດ​ເປີດ​ໜັງສືມ້ວນ​ອອກ ຫລື ແມ່ນແຕ່​ເບິ່ງ​ຂ້າງໃນ​ຂອງ​ໜັງສືມ້ວນ​ນີ້​ໄດ້.</verse>
				<verse number="4">ຂ້າພະເຈົ້າ​ໄດ້​ແຕ່​ຮ້ອງໄຫ້​ເພາະ​ບໍ່​ພົບ​ຜູ້ໃດ​ທີ່​ສົມຄວນ​ທີ່​ຈະ​ເປີດ​ໜັງສືມ້ວນ​ອອກ ຫລື ເບິ່ງ​ຂ້າງໃນ​ໄດ້.</verse>
				<verse number="5">ແລ້ວ​ໜຶ່ງ​ໃນ​ບັນດາ​ຜູ້ອາວຸໂສ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຢ່າ​ຮ້ອງໄຫ້! ເບິ່ງ​ແມ, ສິງ​ແຫ່ງ​ເຜົ່າ​ຢູດາ, ຮາກເຫງົ້າ​ຂອງ​ດາວິດ​ຊະນະ​ແລ້ວ. ພຣະອົງ​ສາມາດ​ເປີດ​ໜັງສືມ້ວນ ແລະ ຕາປະທັບ​ທັງ​ເຈັດ​ໄດ້”.</verse>
				<verse number="6">ຫລັງຈາກນັ້ນ ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ລູກແກະ​ຂອງ​ພຣະເຈົ້າ, ເບິ່ງ​ຄື​ວ່າ​ໄດ້​ຖືກ​ຂ້າ​ແລ້ວ ກຳລັງ​ຢືນ​ຢູ່​ໃຈກາງ​ຂອງ​ບັນລັງ, ອ້ອມຮອບ​ດ້ວຍ​ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ. ລູກແກະ​ຂອງ​ພຣະເຈົ້າ​ມີ​ເຂົາ​ເຈັດ​ອັນ ແລະ ມີ​ຕາ​ເຈັດ​ໜ່ວຍ, ເຊິ່ງ​ເປັນ​ວິນຍານ ​ທັງ​ເຈັດ​ຂອງ​ພຣະເຈົ້າ​ທີ່​ໃຊ້​ອອກ​ໄປ​ທົ່ວ​ແຜ່ນດິນໂລກ.</verse>
				<verse number="7">ລູກແກະ​ຂອງ​ພຣະເຈົ້າ​ໄດ້​ໄປ ແລະ ຮັບ​ໜັງສືມ້ວນ​ຈາກ​ມື​ເບື້ອງຂວາ​ຂອງ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ.</verse>
				<verse number="8">ແລະ ເມື່ອ​ພຣະອົງ​ຮັບ​ໜັງສືມ້ວນ​ນັ້ນ​ແລ້ວ, ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ກໍ​ກົ້ມ​ຂາບ​ລົງ​ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ. ແຕ່​ລະ​ຕົນ​ມີ​ພິນ ແລະ ພວກເພິ່ນ​ໄດ້​ຖື​ຂັນ​ຄຳ​ທີ່​ເຕັມ​ດ້ວຍ​ເຄື່ອງຫອມ, ເຊິ່ງ​ເປັນ​ຄຳອະທິຖານ​ຂອງ​ບັນດາ​ຄົນ​ຂອງ​ພຣະເຈົ້າ.</verse>
				<verse number="9">ແລະ ພວກເພິ່ນ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ: “ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ໜັງສືມ້ວນ ແລະ ເປີດ​ຕາປະທັບ​ຂອງ​ໜັງສືມ້ວນ​ອອກ, ເພາະ​ພຣະອົງ​ຖືກ​ຂ້າ​ແລ້ວ, ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ​ພຣະອົງ​ໄດ້​ຊື້​ມະນຸດ​ທັງຫລາຍ​ຖວາຍ​ແກ່​ພຣະເຈົ້າ ຈາກ​ທຸກ​ຊົນເຜົ່າ ແລະ ທຸກ​ພາສາ, ທຸກຄົນ ແລະ ທຸກ​ຊົນຊາດ.</verse>
				<verse number="10">ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ເປັນ​ອານາຈັກ ແລະ ເປັນ​ປະໂລຫິດ​ເພື່ອ​ຮັບໃຊ້​ພຣະເຈົ້າ​ຂອງ​ພວກເຮົາ, ແລະ ພວກເຂົາ​ຈະ​ປົກຄອງ​ເທິງ​ແຜ່ນດິນໂລກ”.</verse>
				<verse number="11">ແລ້ວ​ຂ້າພະເຈົ້າ​ໄດ້​ຫລຽວເບິ່ງ ແລະ ໄດ້​ຍິນ​ສຽງ​ຂອງ​ເທວະດາ​ຈໍານວນ​ຫລວງຫລາຍ​ນັບ​ເປັນ​ພັນໆ ແລະ ນັບ​ເປັນ​ໝື່ນ​ໆ. ເທວະດາ​ເຫລົ່ານັ້ນ​ໄດ້​ອ້ອມຮອບ​ບັນລັງ​ກັບ​ສິ່ງທີ່ມີຊີວິດ ແລະ ບັນດາ​ຜູ້ອາວຸໂສ.</verse>
				<verse number="12">ເທວະດາ​ເຫລົ່ານັ້ນ​ໄດ້​ກ່າວ​ດ້ວຍ​ສຽງ​ອັນ​ດັງ​ວ່າ: “ລູກແກະ​ຂອງ​ພຣະເຈົ້າ, ຜູ້​ຖືກ​ຂ້າ, ຜູ້​ສົມຄວນ​ໄດ້​ຮັບ​ລິດອຳນາດ ແລະ ຄວາມ​ຮັ່ງມີ, ສະຕິປັນຍາ ແລະ ກຳລັງ ກຽດຕິຍົດ, ສະຫງ່າລາສີ ແລະ ຄຳສັນລະເສີນ!”</verse>
				<verse number="13">ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ຂອງ​ທຸກ​ສິ່ງທີ່ມີຊີວິດ​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນໂລກ, ໃຕ້​ແຜ່ນດິນໂລກ ແລະ ໃນ​ທະເລ, ແລະ ທຸກສິ່ງ​ໃນ​ທີ່​ນັ້ນ​ກ່າວ​ວ່າ: “ແດ່​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ແລະ ແດ່​ລູກແກະ​ຂອງ​ພຣະເຈົ້າ ຂໍ​ຖວາຍ​ຄຳສັນລະເສີນ ແລະ ກຽດຕິຍົດ, ສະຫງ່າລາສີ ແລະ ລິດອຳນາດ ຕະຫລອດໄປ​ເປັນນິດ!”</verse>
				<verse number="14">ສິ່ງທີ່ມີຊີວິດ​ທັງ​ສີ່​ໄດ້​ຮ້ອງ​ວ່າ, “ອາແມນ ” ແລະ ບັນດາ​ຜູ້ອາວຸໂສ​ກໍ​ກົ້ມ​ຂາບ​ລົງ ແລະ ນະມັດສະການ.</verse>
			</chapter>
			<chapter number="6">
				<verse number="1">ຂ້າພະເຈົ້າ​ໄດ້​ແນມເບິ່ງ​ຂະນະ​ທີ່​ລູກແກະ​ຂອງ​ພຣະເຈົ້າ​ແກະ​ຕາປະທັບ​ດວງ​ທຳອິດ​ຕາປະທັບ​ທັງ​ເຈັດ​ອອກ. ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ໜຶ່ງ​ໃນ​ສິ່ງທີ່ມີຊີວິດ​ທັງ​ສີ່​ກ່າວ​ຂຶ້ນ​ດ້ວຍ​ສຽງ​ເໝືອນ​ສຽງຟ້າຮ້ອງ​ວ່າ: “ມາ​ເທາະ!”</verse>
				<verse number="2">ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ນັ້ນ​ມີ​ມ້າ​ຂາວ​ໂຕ​ໜຶ່ງ! ຜູ້ຂີ່ມ້າ​ນີ້​ຖື​ທະນູ ແລະ ໄດ້​ຮັບ​ມົງກຸດ, ແລ້ວ​ເພິ່ນ​ໄດ້​ຂີ່​ມ້າ​ອອກໄປ​ຢ່າງ​ຜູ້ມີໄຊ​ທີ່​ຕັ້ງໃຈ​ອອກໄປ​ເອົາ​ຊະນະ​ເສິກ.</verse>
				<verse number="3">ເມື່ອ​ລູກແກະ​ຂອງ​ພຣະເຈົ້າ​ແກະ​ຕາປະທັບ​ດວງ​ທີ​ສອງ​ອອກ, ຂ້າພະເຈົ້າ​ໄດ້​ຍິນ​ສິ່ງທີ່ມີຊີວິດ​ຕົນ​ທີສອງ​ກ່າວ​ຂຶ້ນ​ວ່າ, “ມາ​ເທາະ!”</verse>
				<verse number="4">ແລ້ວ​ມ້າ​ອີກ​ໂຕ​ໜຶ່ງ​ກໍ​ອອກ​ມາ​ເປັນ​ສີແດງເຂັ້ມ. ຜູ້ຂີ່ມ້າ​ນີ້​ໄດ້​ຮັບ​ລິດອຳນາດ​ທີ່​ຈະ​ນຳ​ສັນຕິສຸກ​ອອກຈາກ​ແຜ່ນດິນໂລກ ແລະ ເຮັດໃຫ້​ມະນຸດ​ຂ້າ​ກັນ. ເພິ່ນ​ໄດ້​ຮັບ​ດາບ​ໃຫຍ່​ດວງ​ໜຶ່ງ.</verse>
				<verse number="5">ເມື່ອ​ລູກແກະ​ຂອງ​ພຣະເຈົ້າ​ແກະ​ຕາປະທັບ​ດວງ​ທີສາມ​ອອກ, ຂ້າພະເຈົ້າ​ໄດ້​ຍິນ​ສິ່ງທີ່ມີຊີວິດ​ຕົນ​ທີສາມ​ກ່າວ​ຂຶ້ນ​ວ່າ, “ມາ​ເທາະ!” ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ນັ້ນ​ມີ​ມ້າ​ດຳ​ໂຕ​ໜຶ່ງ! ຜູ້ຂີ່ມ້າ​ນີ້​ຖື​ຊີງສັ່ງ​ຄູ່​ໜຶ່ງ​ຢູ່​ໃນ​ມື​ຂອງ​ຕົນ.</verse>
				<verse number="6">ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ເບິ່ງ​ຄື​ວ່າ​ດັງ​ຂຶ້ນ​ມາ​ຈາກ​ທ່າມກາງ​ສິ່ງທີ່ມີຊີວິດ​ທັງ​ສີ່​ວ່າ, “ເຂົ້າຫວີດ​ສອງ​ພາວ ​ຕໍ່​ແຮງງານ​ມື້​ໜຶ່ງ ​ຕໍ່​ແຮງງານ​ມື້​ໜຶ່ງ ແລະ ເຂົ້າບາເລ​ຫົກ​ພາວ ​ຕໍ່​ແຮງງານ​ມື້​ໜຶ່ງ ແລະ ຢ່າ​ເຮັດ​ໃຫ້​ນ້ຳມັນ ແລະ ເຫລົ້າອະງຸ່ນ​ເສຍຫາຍ!”</verse>
				<verse number="7">ເມື່ອ​ລູກແກະ​ຂອງ​ພຣະເຈົ້າ​ແກະ​ຕາປະທັບ​ດວງ​ທີສີ່​ອອກ, ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສິ່ງທີ່ມີຊີວິດ​ຕົນ​ທີ​ສີ່​ກ່າວ​ວ່າ, “ມາ​ເທາະ!”</verse>
				<verse number="8">ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ມ້າ​ສີ​ຈືດ​ໂຕ​ໜຶ່ງ! ຜູ້ຂີ່ມ້າ​ນີ້​ຊື່​ວ່າ​ຄວາມຕາຍ, ແລະ ແດນມໍລະນາ​ກໍ​ຕາມຫລັງ​ຜູ້​ນີ້​ມາ​ໃກ້ໆ ທັງ​ສອງ​ໄດ້​ຮັບ​ສິດອຳນາດ​ທີ່​ຈະ​ຂ້າ​ໜຶ່ງ​ໃນ​ສີ່​ຂອງ​ແຜ່ນດິນໂລກ​ດ້ວຍ​ດາບ, ດ້ວຍ​ຄວາມອຶດຢາກ ແລະ ດ້ວຍ​ພະຍາດໂລຄາ ແລະ ດ້ວຍ​ສັດ​ປ່າ​ໃນ​ແຜ່ນດິນໂລກ.</verse>
				<verse number="9">ເມື່ອ​ພຣະອົງ​ແກະ​ຕາປະທັບ​ດວງ​ທີຫ້າ​ອອກ. ຂ້າພະເຈົ້າ​ເຫັນ​ຢູ່​ໃຕ້​ແທ່ນບູຊາ​ມີ​ຈິດວິນຍານ​ຂອງ​ບັນດາ​ຄົນ​ທັງຫລາຍ​ທີ່​ໄດ້​ຖືກ​ຂ້າ​ເພາະ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ທີ່​ພວກເຂົາ​ໄດ້​ຮັກສາ​ໄວ້.</verse>
				<verse number="10">ພວກເຂົາ​ຮ້ອງ​ສຽງ​ດັງ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ​ອົງເຈົ້ານາຍ, ຜູ້​ບໍລິສຸດ ແລະ ຜູ້​ເປັນ​ຄວາມ​ຈິງ, ອີກ​ດົນປານໃດ​ພຣະອົງ​ຈຶ່ງ​ຈະ​ພິພາກສາ​ບັນດາ​ຄົນ​ທີ່​ອາໄສ​ຢູ່​ໃນ​ແຜ່ນດິນໂລກ ແລະ ແກ້ແຄ້ນ​ແທນ​ເລືອດ​ຂອງ​ພວກຂ້ານ້ອຍ?”</verse>
				<verse number="11">ຫລັງຈາກ​ນັ້ນ ພວກເຂົາ​ແຕ່ລະຄົນ​ກໍ​ໄດ້​ຮັບ​ເສື້ອຄຸມ​ສີຂາວ ແລະ ພຣະອົງ​ກ່າວ​ບອກ​ພວກເຂົາ​ໃຫ້​ລໍຖ້າ​ຕໍ່ໄປ​ອີກ​ໜ້ອຍໜຶ່ງ​ຈົນ​ກວ່າ​ເພື່ອນຜູ້ຮັບໃຊ້ ແລະ ພີ່ນ້ອງ ​ທີ່​ຖືກ​ຂ້າ​ແບບດຽວ​ກັບ​ພວກເຂົາ​ຈະ​ຄົບ​ຈຳນວນ.</verse>
				<verse number="12">ຂ້າພະເຈົ້າ​ໄດ້​ເຝົ້າ​ເບິ່ງ​ຂະນະ​ທີ່​ພຣະອົງ​ແກະ​ຕາປະທັບ​ດວງ​ທີຫົກ​ອອກ. ແລ້ວ​ກໍ​ເກີດ​ແຜ່ນດິນ​ໄຫວ​ຄັ້ງໃຫຍ່. ດວງຕາເວັນ​ກໍ​ປ່ຽນ​ເປັນ​ສີດຳ​ເໝືອນ​ກັບ​ຜ້າກະສອບເຂົ້າ​ທີ່​ເຮັດ​ດ້ວຍ​ຂົນແບ້, ເດືອນ​ທັງ​ດວງ​ກໍ​ປ່ຽນ​ເປັນ​ສີແດງ​ເລືອດ,</verse>
				<verse number="13">ແລະ ດວງດາວ​ໃນ​ທ້ອງຟ້າ​ກໍ​ຕົກລົງ​ມາ​ສູ່​ແຜ່ນດິນໂລກ, ເປັນ​ເໝືອນດັ່ງ​ໝາກເດື່ອ​ຫລົ່ນ​ລົງ​ຈາກ​ຕົ້ນ​ເມື່ອ​ຖືກ​ສັ່ນ​ດ້ວຍ​ລົມແຮງ.</verse>
				<verse number="14">ຟ້າສະຫວັນ​ກໍ​ຫົດເຂົ້າ​ເໝືອນດັ່ງ​ໜັງສືມ້ວນ​ທີ່​ຖືກ​ກໍ້​ມ້ວນ​ໄວ້, ແລະ ພູ​ທຸກ​ໜ່ວຍ ແລະ ເກາະ​ທຸກ​ແຫ່ງ​ກໍ​ຖືກ​ເຄື່ອນຍ້າຍ​ໄປ​ຈາກ​ບ່ອນ​ເດີມ​ຂອງ​ມັນ.</verse>
				<verse number="15">ແລ້ວ​ບັນດາ​ກະສັດ​ຂອງ​ແຜ່ນດິນໂລກ, ພວກເຈົ້າຊາຍ, ພວກນາຍພົນ, ຮັ່ງມີ, ຜູ້ຍິ່ງໃຫຍ່ ແລະ ຄົນ​ອື່ນໆ​ທຸກຄົນ, ທັງ​ຂ້າທາດ ຫລື ຜູ້​ເປັນອິດສະຫລະ ຕ່າງ​ກໍ​ໄປ​ລີ້​ຢູ່​ຕາມ​ຖ້ຳ ແລະ ຢູ່​ໃນ​ຫລືບ​ໂງ່ນຫີນ​ຕາມ​ພູເຂົາ​ຕ່າງໆ.</verse>
				<verse number="16">ພວກເຂົາ​ຮ້ອງ​ບອກ​ບັນດາ​ພູເຂົາ ແລະ ໂງ່ນຫີນ​ວ່າ, “ຈົ່ງ​ເຈື່ອນລົງ​ເທິງ​ພວກເຮົາ ແລະ ບັງ​ພວກເຮົາ​ໃຫ້​ພົ້ນ​ຈາກ​ໜ້າ​ຂອງ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ແລະ ໃຫ້​ພວກເຮົາ​ພົ້ນ​ຈາກ​ຄວາມໂກດຮ້າຍ​ຂອງ​ລູກແກະ​ຂອງ​ພຣະເຈົ້າ!</verse>
				<verse number="17">ເພາະ​ວັນ​ຍິ່ງໃຫຍ່​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະອົງ​ມາ​ເຖິງ​ແລ້ວ ແລະ ຜູ້ໃດ​ຈະ​ສາມາດ​ທົນ​ຕໍ່​ວັນ​ນັ້ນ​ໄດ້?”</verse>
			</chapter>
			<chapter number="7">
				<verse number="1">ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ສີ່​ຕົນ​ຢືນ​ຢູ່​ທີ່​ສີ່​ມຸມ​ຂອງ​ແຜ່ນດິນໂລກ ດຶງ​ລົມ​ທັງ​ສີ່​ທິດ​ຂອງ​ແຜ່ນດິນໂລກ​ບໍ່​ໃຫ້​ລົມ​ພັດ​ມາ​ເທິງ​ແຜ່ນດິນ ຫລື ພັດ​ເທິງ​ທະເລ ຫລື ພັດ​ເທິງ​ຕົ້ນໄມ້​ໃດໆ.</verse>
				<verse number="2">ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ຂຶ້ນ​ມາ​ຈາກ​ທາງ​ທິດຕາເວັນອອກ, ຖື​ຕາປະທັບ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່. ເທວະດາ​ຕົນ​ນັ້ນ​ໄດ້​ຮ້ອງ​ດ້ວຍ​ສຽງ​ດັງ​ເພື່ອ​ບອກ​ເທວະດາ​ທັງ​ສີ່​ທີ່​ໄດ້​ຮັບ​ສິດອຳນາດ​ໃຫ້​ເຮັດ​ອັນຕະລາຍ​ແກ່​ແຜ່ນດິນ ແລະ ທະເລ​ວ່າ:</verse>
				<verse number="3">“ຢ່າ​ເຮັດ​ອັນຕະລາຍ​ແກ່​ແຜ່ນດິນ ຫລື ທະເລ ຫລື ຕົ້ນໄມ້​ຈົນ​ກວ່າ​ພວກເຮົາ​ຈະ​ໄດ້​ປະທັບຕາ​ເທິງ​ໜ້າຜາກ​ຂອງ​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ກ່ອນ”.</verse>
				<verse number="4">ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ຈຳນວນ​ຂອງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ການ​ປະທັບຕາ​ມີ​ຄື: ໜຶ່ງແສນສີ່ສິບສີ່ພັນ​ຄົນ​ຈາກ​ທຸກ​ເຜົ່າ​ຂອງ​ອິດສະຣາເອນ.</verse>
				<verse number="5">ຈາກ​ເຜົ່າ​ຢູດາ ສິບສອງພັນ​ຄົນ​ໄດ້​ຮັບ​ການ​ປະທັບຕາ, ຈາກ​ເຜົ່າ​ຣູເບັນ ສິບສອງພັນ​ຄົນ ຈາກ​ເຜົ່າ​ກຸນກາດ ສິບສອງພັນ​ຄົນ</verse>
				<verse number="6">ຈາກ​ເຜົ່າ​ອາເຊ ສິບສອງພັນ​ຄົນ ຈາກ​ເຜົ່າ​ເນັບທາລີ ສິບສອງພັນ​ຄົນ ຈາກ​ເຜົ່າ​ມານາເຊ ສິບສອງພັນ​ຄົນ</verse>
				<verse number="7">ຈາກ​ເຜົ່າ​ຊີເມໂອນ ສິບສອງພັນ​ຄົນ ຈາກ​ເຜົ່າ​ເລວີ ສິບສອງພັນ​ຄົນ ຈາກ​ເຜົ່າ​ອິດຊາຄາ ສິບສອງພັນ​ຄົນ</verse>
				<verse number="8">ຈາກ​ເຜົ່າ​ເຊບູໂລນ ສິບສອງພັນ​ຄົນ ຈາກ​ເຜົ່າ​ໂຢເຊັບ ສິບສອງພັນ​ຄົນ ຈາກ​ເຜົ່າ​ເບັນຢາມິນ ສິບສອງພັນ​ຄົນ</verse>
				<verse number="9">ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ມີ​ຄົນ​ຈໍານວນ​ຫລວງຫລາຍ​ທີ່​ບໍ່​ສາມາດ​ນັບ​ໄດ້, ຈາກ​ທຸກ​ຊາດ, ທຸກ​ຊົນເຜົ່າ, ຄົນ​ທຸກຄົນ ແລະ ທຸກ​ພາສາ, ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ ພວກເຂົາ​ນຸ່ງ​ເສື້ອຄຸມ​ສີຂາວ ແລະ ຖື​ກ້ານຕານ​ຢູ່​ໃນ​ມື​ຂອງ​ພວກເຂົາ.</verse>
				<verse number="10">ແລະ ພວກເພິ່ນ​ໄດ້​ຮ້ອງ​ດ້ວຍ​ສຽງ​ອັນ​ດັງ​ວ່າ: “ຄວາມພົ້ນ​ມາ​ຈາກ​ພຣະເຈົ້າ​ຂອງ​ພວກເຮົາ ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ແລະ ມາ​ຈາກ​ລູກແກະ​ຂອງ​ພຣະເຈົ້າ”.</verse>
				<verse number="11">ເທວະດາ​ທຸກ​ຕົນ​ຢືນ​ຢູ່​ອ້ອມ​ບັນລັງ ແລະ ອ້ອມ​ພວກ​ຜູ້ອາວຸໂສ ແລະ ສິ່ງທີ່ມີຊີວິດ​ທັງ​ສີ່. ພວກເຂົາ​ກົ້ມໜ້າ​ລົງ​ຕໍ່ໜ້າ​ບັນລັງ ແລະ ນະມັດສະການ​ພຣະເຈົ້າ,</verse>
				<verse number="12">ໂດຍ​ຮ້ອງ​ວ່າ: “ອາແມນ! ຂໍ​ໃຫ້​ຄຳສັນລະເສີນ ແລະ ສະຫງ່າລາສີ ແລະ ສະຕິປັນຍາ, ຄຳ​ຂອບພຣະຄຸນ ແລະ ກຽດຕິຍົດ ລິດອຳນາດ ແລະ ກຳລັງ ຈົ່ງ​ມີ​ແກ່​ພຣະເຈົ້າ​ຂອງ​ພວກເຮົາ​ຕະຫລອດໄປ​ເປັນນິດ, ອາແມນ!”</verse>
				<verse number="13">ແລ້ວ​ຜູ້ອາວຸໂສ​ທ່ານ​ໜຶ່ງ​ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ຄົນ​ເຫລົ່ານີ້​ທີ່​ນຸ່ງ​ເສື້ອຄຸມ​ສີຂາວ​ນັ້ນ​ແມ່ນ​ຜູ້ໃດ ແລະ ພວກເຂົາ​ມາ​ຈາກໃສ?”</verse>
				<verse number="14">ຂ້າພະເຈົ້າ​ຕອບ​ວ່າ, “ທ່ານ​ເອີຍ ທ່ານ​ເອງ​ຍ່ອມ​ຮູ້​ຢູ່​ແລ້ວ”. ແລະ ທ່ານ​ຜູ້​ນັ້ນ​ຈຶ່ງ​ເວົ້າ​ວ່າ, “ຄົນ​ເຫລົ່ານີ້​ຄື​ຜູ້​ທີ່​ມາ​ຈາກ​ຄວາມທຸກຍາກລຳບາກ​ຄັ້ງໃຫຍ່ ພວກເຂົາ​ໄດ້​ຊຳລະ​ເສື້ອຄຸມ​ຂອງ​ຕົນ ແລະ ເຮັດ​ໃຫ້​ຕົນ​ຂາວ​ດ້ວຍ​ເລືອດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ.</verse>
				<verse number="15">ເຫດສະນັ້ນ, “ພວກເຂົາ​ຈຶ່ງ​ໄດ້​ຢືນ​ຢູ່​ຕໍ່ໜ້າ​ບັນລັງ​ຂອງ​ພຣະເຈົ້າ ແລະ ຮັບໃຊ້​ພຣະອົງ​ທັງ​ກາງເວັນ ແລະ ກາງຄືນ​ໃນ​ວິຫານ​ຂອງ​ພຣະອົງ, ແລະ ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ຈະ​ກຳບັງ​ພວກເຂົາ​ໄວ້​ດ້ວຍ​ການ​ສະຖິດ​ຂອງ​ພຣະອົງ.</verse>
				<verse number="16">ພວກເຂົາ​ຈະ​ບໍ່​ຫິວ​ອີກ​ຈັກເທື່ອ, ພວກເຂົາ​ຈະ​ບໍ່​ກະຫາຍ​ອີກ​ຈັກເທື່ອ. ‘ຕາເວັນ​ຈະ​ບໍ່​ເຜົາໄໝ້​ພວກເຂົາ’, ຫລື ຄວາມຮ້ອນ​ອັນ​ແຮງກ້າ​ໃດໆ</verse>
				<verse number="17">ເພາະ​ລູກແກະ​ຂອງ​ພຣະເຈົ້າ​ຜູ້​ນັ່ງ​ຢູ່​ກາງ​ບັນລັງ ນັ້ນ​ຈະ​ເປັນ​ພຣະຜູ້ລ້ຽງ​ຂອງ​ພວກເຂົາ. ‘ພຣະອົງ​ຈະ​ນຳ​ພວກເຂົາ​ໄປ​ຍັງ​ນ້ຳພຸ​ແຫ່ງ​ຊີວິດ’. ‘ແລະ ພຣະເຈົ້າ​ຈະ​ເຊັດ​ນ້ຳຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ’ ”.</verse>
			</chapter>
			<chapter number="8">
				<verse number="1">ເມື່ອ​ລູກແກະ​ຂອງ​ພຣະເຈົ້າ​ແກະ​ຕາປະທັບ​ດວງ​ທີເຈັດ​ອອກ ກໍ​ເກີດ​ຄວາມງຽບສະຫງັດ​ໃນ​ສະຫວັນ​ປະມານ​ເຄິ່ງ​ຊົ່ວໂມງ.</verse>
				<verse number="2">ແລະ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ເຈັດ​ຕົນ​ທີ່​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າ ແລະ ເທວະດາ​ເຫລົ່ານັ້ນ​ໄດ້​ຮັບ​ແກ​ເຈັດ​ອັນ.</verse>
				<verse number="3">ເທວະດາ​ອີກ​ຕົນ​ໜຶ່ງ​ຖື​ໝໍ້​ຄຳ​ໜຶ່ງ​ໜ່ວຍ, ໄດ້​ເຂົ້າ​ມາ ແລະ ຢືນ​ຢູ່​ທີ່​ແທ່ນບູຊາ. ເທວະດາ​ຕົນ​ນັ້ນ​ໄດ້​ຮັບ​ເຄື່ອງຫອມ​ຈຳນວນ​ຫລວງຫລາຍ​ເພື່ອ​ເຜົາ​ຖວາຍ​ເທິງ​ແທ່ນບູຊາ​ທອງຄຳ​ທີ່​ຢູ່​ຕໍ່ໜ້າ​ບັນລັງ​ພ້ອມ​ກັບ​ຄຳ​ອະທິຖານ​ຂອງ​ຄົນ​ຂອງ​ພຣະເຈົ້າ.</verse>
				<verse number="4">ຄວັນ​ຂອງ​ເຄື່ອງຫອມ, ພ້ອມ​ກັບ​ຄຳອະທິຖານ​ຂອງ​ຄົນ​ຂອງ​ພຣະເຈົ້າ​ນັ້ນ​ໄດ້​ລອຍ​ຈາກ​ມື​ຂອງ​ເທວະດາ​ຂຶ້ນ​ໄປ​ຢູ່​ຕໍ່ໜ້າ​ພຣະເຈົ້າ.</verse>
				<verse number="5">ແລ້ວ​ເທວະດາ​ຕົນ​ນັ້ນ​ໄດ້​ຖື​ໝໍ້​ທີ່​ເຕັມ​ດ້ວຍ​ໄຟ​ຈາກ​ແທ່ນບູຊາ, ແລ້ວ​ໂຍນ​ລົງ​ເທິງ​ແຜ່ນດິນໂລກ, ເຮັດໃຫ້​ເກີດ​ມີ​ສຽງ​ດັງກ້ອງ​ຂອງ​ສຽງ​ຟ້າຮ້ອງ, ສຽງດັງ, ຟ້າ​ແມບເຫລື້ອມ ແລະ ແຜ່ນດິນໄຫວ.</verse>
				<verse number="6">ຫລັງຈາກນັ້ນ ເທວະດາ​ເຈັດ​ຕົນ​ທີ່​ຖື​ແກ​ເຈັດ​ອັນ​ກໍ​ຕຽມ​ເປົ່າແກ.</verse>
				<verse number="7">ເທວະດາ​ຕົນ​ທີ​ໜຶ່ງ​ເປົ່າແກ​ຂອງ​ຕົນ​ຂຶ້ນ, ກໍ​ມີ​ໝາກເຫັບ​ຕົກ ແລະ ໄຟ​ປົນ​ເລືອດ ແລ້ວ​ຖືກ​ໂຍນ​ລົງ​ມາ​ເທິງ​ແຜ່ນດິນໂລກ. ໜຶ່ງສ່ວນສາມ​ຂອງ​ໂລກ​ຖືກ​ໄໝ້, ໜຶ່ງສ່ວນສາມ​ຂອງ​ຕົ້ນໄມ້​ກໍ​ຖືກ​ໄໝ້ ແລະ ຫຍ້າ​ຂຽວ​ກໍ​ຖືກ​ໄໝ້​ຈົນ​ໝົດ.</verse>
				<verse number="8">ເທວະດາ​ຕົນ​ທີສອງ​ເປົ່າ​ແກ​ຂອງ​ຕົນ​ຂຶ້ນ ແລ້ວ​ກໍ​ມີ​ສິ່ງ​ໜຶ່ງ​ເໝືອນ​ພູເຂົາ​ໜ່ວຍໃຫຍ່​ທີ່​ໄຟ​ກຳລັງ​ລຸກໄໝ້​ຢູ່ ໄດ້​ຖືກ​ໂຍນ​ລົງ​ໃນ​ທະເລ. ໜຶ່ງສ່ວນສາມ​ຂອງ​ທະເລ​ໄດ້​ກາຍເປັນ​ເລືອດ,</verse>
				<verse number="9">ໜຶ່ງສ່ວນສາມ​ຂອງ​ສິ່ງທີ່ມີຊີວິດ​ຢູ່​ໃນ​ທະເລ​ໄດ້​ຕາຍ​ໄປ ແລະ ໜຶ່ງສ່ວນສາມ​ຂອງ​ເຮືອ​ທັງຫລາຍ​ໄດ້​ຖືກ​ທຳລາຍ​ໄປ.</verse>
				<verse number="10">ເທວະດາ​ຕົນ​ທີສາມ​ເປົ່າ​ແກ​ຂອງ​ຕົນ​ຂຶ້ນ ແລະ ດາວ​ໃຫຍ່​ດວງ​ໜຶ່ງ​ທີ່​ມີ​ໄຟ​ກຳລັງ​ລຸກໄໝ້​ຢູ່​ເໝືອນ​ກັບ​ທວນໄຟ​ກໍ​ຕົກ​ຈາກ​ທ້ອງຟ້າ​ລົງ​ໃສ່​ໜຶ່ງ​ໃນ​ສາມ​ຂອງ​ແມ່ນ້ຳ​ທັງຫລາຍ ແລະ ລົງ​ໃສ່​ບໍ່ນ້ຳພຸ​ຕ່າງໆ</verse>
				<verse number="11">ດາວ​ດວງ​ນັ້ນ​ຊື່​ວ່າ​ຂົມ ເຮັດ​ໃຫ້​ໜຶ່ງສ່ວນສາມ​ຂອງ​ນ້ຳ​ນັ້ນ​ມີ​ລົດຂົມ ແລະ ຄົນ​ຈໍານວນ​ຫລວງຫລາຍ​ໄດ້​ຕາຍ​ໄປ​ເນື່ອງ​ຈາກ​ນ້ຳ​ກາຍເປັນ​ນ້ຳຂົມ.</verse>
				<verse number="12">ເທວະດາ​ອົງ​ທີສີ່​ໄດ້​ເປົ່າແກ​ຂອງ​ຕົນ​ຂຶ້ນ ແລະ ໜຶ່ງສ່ວນສາມ​ຂອງ​ດວງຕາເວັນ, ດວງເດືອນ ແລະ ດວງດາວ​ຕ່າງໆ​ກໍ​ຢຸດ​ເຄື່ອນໄຫວ, ດັ່ງນັ້ນ​ຈຶ່ງ​ເຮັດ​ໃຫ້​ໜຶ່ງສ່ວນສາມ​ຂອງ​ທັງ​ສາມ​ສິ່ງ​ນັ້ນ​ຈຶ່ງ​ມືດ​ໄປ. ເຮັດ​ໃຫ້​ເວລາ​ໜຶ່ງ​ໃນ​ສາມ​ຂອງ​ກາງເວັນ​ບໍ່​ມີ​ແສງສະຫວ່າງ ແລະ ໜຶ່ງສ່ວນສາມ​ຂອງ​ກາງຄືນ​ກໍ​ເໝືອນກັນ.</verse>
				<verse number="13">ໃນ​ຂະນະ​ທີ່​ຂ້າພະເຈົ້າ​ເຝົ້າເບິ່ງ​ຢູ່​ນັ້ນ, ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ນົກອິນຊີ​ທີ່​ກຳລັງ​ບິນ​ຢູ່​ກາງອາກາດ​ຮ້ອງ​ດ້ວຍ​ສຽງ​ອັນ​ດັງ​ວ່າ: “ວິບັດ! ວິບັດ! ວິບັດ​ແກ່​ຄົນ​ທັງຫລາຍ​ທີ່​ອາໄສ​ຢູ່​ໃນ​ແຜ່ນດິນໂລກ, ເພາະ​ສຽງ​ແກ​ຂອງ​ເທວະດາ​ອີກ​ສາມ​ຕົນ​ທີ່​ກຳລັງ​ຈະ​ເປົ່າ​ນັ້ນ!”</verse>
			</chapter>
			<chapter number="9">
				<verse number="1">ເທວະດາ​ຕົນ​ທີຫ້າ​ເປົ່າ​ແກ​ຂອງ​ຕົນ ແລະ ຂ້າພະເຈົ້າ​ໄດ້​ເຫັນ​ດາວ​ດວງ​ໜຶ່ງ​ຕົກ​ຈາກ​ຟ້າ​ລົງ​ມາ​ເທິງ​ແຜ່ນດິນໂລກ. ດາວ​ນັ້ນ​ໄດ້​ຮັບ​ກະແຈ​ໄຂ​ປ່ອງ​ຂອງ​ເຫວເລິກ.</verse>
				<verse number="2">ເມື່ອ​ດາວ​ນັ້ນ​ໄດ້​ເປີດ​ເຫວເລິກ​ແລ້ວ, ຄວັນ​ກໍ​ພຸ່ງ​ອອກ​ມາ​ເໝືອນດັ່ງ​ຄວັນ​ຈາກ​ເຕົາຫລອມ​ອັນ​ໃຫຍ່. ດວງຕາເວັນ ແລະ ທ້ອງຟ້າ​ກໍ​ມືດມົວ​ໄປ​ໂດຍ​ຄວັນ​ທີ່​ຂຶ້ນ​ມາ​ຈາກ​ເຫວເລິກ​ນັ້ນ.</verse>
				<verse number="3">ແລະ ມີ​ຝູງ​ຕັກແຕນ​ອອກ​ຈາກ​ຄວັນ​ນັ້ນ​ບິນ​ລົງ​ມາ​ຍັງ​ແຜ່ນດິນໂລກ ແລະ ພວກມັນ​ໄດ້​ຮັບ​ອຳນາດ​ເໝືອນ​ກັບ​ອຳນາດ​ຂອງ​ແມງງອດ​ໃນ​ແຜ່ນດິນໂລກ.</verse>
				<verse number="4">ພວກມັນ​ຖືກ​ສັ່ງຫ້າມ​ບໍ່​ໃຫ້​ທຳລາຍ​ຫຍ້າ ຫລື ພືດ ຫລື ຕົ້ນໄມ້​ໃນ​ໂລກ, ແຕ່​ໃຫ້​ທຳລາຍ​ສະເພາະ​ຄົນ​ທີ່​ບໍ່​ມີ​ຕາປະທັບ​ຂອງ​ພຣະເຈົ້າ​ຢູ່​ເທິງ​ໜ້າຜາກ​ຂອງ​ພວກເຂົາ.</verse>
				<verse number="5">ພວກມັນ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ຂ້າ​ຄົນ​ເຫລົ່ານັ້ນ ແຕ່​ໃຫ້​ທໍລະມານ​ພວກເຂົາ​ເປັນ​ເວລາ​ຫ້າ​ເດືອນ. ແລະ ຄວາມເຈັບປວດ​ທີ່​ພວກເຂົາ​ທໍລະມານ​ນີ້​ເປັນ​ເໝືອນດັ່ງ​ຖືກ​ແມງງອດ​ຕອດ.</verse>
				<verse number="6">ຕະຫລອດ​ວັນ​ເຫລົ່ານັ້ນ​ຄົນ​ທັງຫລາຍ​ຈະ​ຮ້ອງ​ຫາ​ຄວາມຕາຍ​ແຕ່​ຈະ​ບໍ່​ພົບ​ຄວາມຕາຍ​ນັ້ນ, ພວກເຂົາ​ຢາກ​ຕາຍ​ແຕ່​ຄວາມຕາຍ​ຈະ​ປົບໜີ​ໄປ​ຈາກ​ພວກເຂົາ.</verse>
				<verse number="7">ຕັກແຕນ​ເຫລົ່ານັ້ນ​ມີ​ລັກສະນະ​ເໝືອນດັ່ງ​ຝູງ​ມ້າ​ທີ່​ຕຽມພ້ອມ​ເພື່ອ​ສູ້ຮົບ. ເທິງ​ຫົວ​ຂອງ​ພວກມັນ​ມີ​ສິ່ງ​ໜຶ່ງ​ເໝືອນ​ມົງກຸດ​ຄຳ ແລະ ໜ້າ​ຂອງ​ພວກມັນ​ຄ້າຍຄື​ກັນ​ກັບ​ໜ້າ​ມະນຸດ.</verse>
				<verse number="8">ຜົມ​ຂອງ​ພວກມັນ​ເໝືອນ​ຜົມ​ຂອງ​ຜູ້ຍິງ ແລະ ແຂ້ວ​ຂອງ​ພວກມັນ​ເໝືອນ​ກັບ​ແຂ້ວ​ຂອງ​ໂຕສິງ.</verse>
				<verse number="9">ພວກມັນ​ມີ​ເສື້ອເກາະເອິກ​ເໝືອນ​ກັບ​ເສື້ອເກາະເອິກ​ເຫລັກ ແລະ ສຽງ​ປີກ​ຂອງ​ພວກມັນ​ເໝືອນ​ສຽງ​ກ້ອງກັງວານ​ຂອງ​ຝູງ​ມ້າ​ຮົບ ແລະ ສຽງ​ຂອງ​ລົດມ້າ​ຈຳນວນ​ຫລາຍ​ຄັນ​ທີ່​ແລ່ນ​ເຂົ້າ​ສູ່​ສະໜາມຮົບ.</verse>
				<verse number="10">ພວກມັນ​ມີ​ຫາງ​ພ້ອມ​ກັບ​ໄລ, ເໝືອນ​ຫາງ​ແມງງອດ ແລະ ຫາງ​ຂອງ​ພວກມັນ​ມີ​ອຳນາດ​ທີ່​ຈະ​ທໍລະມານ​ມະນຸດ​ເປັນ​ເວລາ​ຫ້າ​ເດືອນ.</verse>
				<verse number="11">ພວກມັນ​ມີ​ເທວະດາ​ແຫ່ງ​ເຫວເລິກ​ເປັນ​ກະສັດ​ປົກຄອງ​ພວກມັນ, ເຊິ່ງ​ມີ​ຊື່​ໃນ​ພາສາ​ເຮັບເຣີ​ວ່າ​ອາບັດໂດນ ແລະ ມີ​ຊື່​ໃນ​ພາສາ​ກຣີກ​ວ່າ​ອາໂປລິໂອນ (ມີ​ຄວາມໝາຍ​ວ່າ, ຜູ້ທຳລາຍ).</verse>
				<verse number="12">ວິບັດ​ທຳອິດ​ຜ່ານ​ໄປ​ແລ້ວ ຍັງ​ມີ​ອີກ​ສອງ​ວິບັດ​ທີ່​ຈະ​ມາ​ເຖິງ.</verse>
				<verse number="13">ເທວະດາ​ຕົນ​ທີຫົກ​ເປົ່າ​ແກ ແລະ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ມາ​ຈາກ​ເຂົາ​ທັງ​ສີ່​ທີ່​ຢູ່​ແທ່ນບູຊາ​ຄຳ​ທີ່​ຕັ້ງ​ຢູ່​ຕໍ່ໜ້າ​ພຣະເຈົ້າ.</verse>
				<verse number="14">ສຽງ​ນັ້ນ​ກ່າວ​ຕໍ່​ເທວະດາ​ຕົນ​ທີຫົກ​ທີ່​ຖື​ແກ​ຢູ່​ວ່າ, “ຈົ່ງ​ປົດປ່ອຍ​ເທວະດາ​ທັງ​ສີ່​ທີ່​ຖືກ​ມັດ​ໄວ້​ທີ່​ແມ່ນ້ຳ​ໃຫຍ່​ຊື່​ວ່າ​ເອີຟຣັດ”.</verse>
				<verse number="15">ແລະ ເທວະດາ​ທັງ​ສີ່​ທີ່​ພຣະເຈົ້າ​ໄດ້​ຕຽມໄວ້​ພ້ອມ​ສຳລັບ​ຊົ່ວໂມງ, ວັນ, ເດືອນ ແລະ ປີ ກໍ​ຖືກ​ປົດປ່ອຍ​ໃຫ້​ໄປ​ຂ້າ​ມະນຸດ​ໜຶ່ງສ່ວນສາມ.</verse>
				<verse number="16">ຈຳນວນ​ພົນ​ທະຫານ​ມ້າ​ມີ​ສອງຮ້ອຍລ້ານ. ຂ້າພະເຈົ້າ​ໄດ້​ຍິນ​ຈຳນວນ​ຂອງ​ພວກເຂົາ.</verse>
				<verse number="17">ມ້າ ແລະ ຜູ້ຂີ່ມ້າ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ໃນ​ນິມິດ​ນັ້ນ​ມີ​ລັກສະນະ​ດັ່ງນີ້​ຄື: ເສື້ອເກາະເອິກ​ຂອງ​ພວກເຂົາ​ສີ​ໄຟ​ແດງ, ສີ​ຟ້າ​ເຂັ້ມ ແລະ ສີເຫລືອງ​ຄື​ມາດ. ຫົວ​ຂອງ​ມ້າ​ເຫລົ່ານັ້ນ​ຄ້າຍຄື​ກັບ​ຫົວ​ໂຕສິງ ແລະ ມີ​ໄຟ, ມີ​ຄວັນ ແລະ ມີ​ມາດ​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພວກມັນ.</verse>
				<verse number="18">ໜຶ່ງສ່ວນສາມ​ຂອງ​ມະນຸດ​ຖືກ​ຂ້າ​ດ້ວຍ​ໄພພິບັດ​ສາມ​ຢ່າງ​ຄື: ໄຟ, ຄວັນ ແລະ ມາດ​ທີ່​ໄດ້​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ມ້າ.</verse>
				<verse number="19">ອຳນາດ​ຂອງ​ມ້າ​ເຫລົ່າ​ນັ້ນ​ຢູ່​ທີ່​ປາກ ແລະ ຫາງ​ຂອງ​ພວກມັນ, ເພາະ​ຫາງ​ຂອງ​ພວກມັນ​ເໝືອນ​ງູ ແລະ ມີ​ຫົວ​ຫລາຍ​ຫົວ ເຊິ່ງ​ມັນ​ເຮັດ​ອັນຕະລາຍ​ໄດ້.</verse>
				<verse number="20">ມະນຸດ​ທີ່​ເຫລືອ​ທີ່​ບໍ່​ຖືກ​ຂ້າ​ດ້ວຍ​ໄພພິບັດ​ເຫລົ່ານີ້​ຍັງ​ບໍ່​ຍອມ​ກັບໃຈ​ຈາກ​ການກະທຳ​ຂອງ​ຕົນ, ພວກເຂົາ​ບໍ່​ຢຸດ​ຂາບໄຫວ້​ພວກ​ຜີມານຮ້າຍ ແລະ ຮູບເຄົາລົບ​ທີ່​ເຮັດ​ດ້ວຍ​ຄຳ, ເງິນ, ທອງສຳລິດ, ຫີນ ແລະ ໄມ້. ຮູບເຄົາລົບ​ເຫລົ່ານັ້ນ​ບໍ່​ສາມາດ​ເບິ່ງເຫັນ, ໄດ້​ຍິນ ຫລື ຍ່າງ​ໄປ​ມາ​ໄດ້.</verse>
				<verse number="21">ທັງ​ພວກເຂົາ​ບໍ່​ໄດ້​ກັບໃຈ​ຈາກ​ຄາດຕະກຳ, ການ​ໃຊ້​ເວດມົນຄາຖາ, ການ​ຜິດສິນທຳທາງເພດ ແລະ ການລັກ​ທີ່​ຕົນ​ເຮັດ​ຢູ່.</verse>
			</chapter>
			<chapter number="10">
				<verse number="1">ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຜູ້​ມີ​ອຳນາດ​ອີກ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ. ມີ​ເມກ​ປົກຄຸມ​ເພິ່ນ​ໄວ້ ພ້ອມ​ກັບ​ມີ​ຮຸ້ງກິນນ້ຳ​ຢູ່​ເໜືອ​ຫົວ​ຂອງ​ເພິ່ນ, ໃບໜ້າ​ຂອງ​ເພິ່ນ​ເໝືອນດັ່ງ​ຕາເວັນ ແລະ ຂາ​ຂອງ​ເພິ່ນ​ເໝືອນດັ່ງ​ເສົາ​ໄຟ​ທີ່​ລຸກໄໝ້.</verse>
				<verse number="2">ເພິ່ນ​ຖື​ໜັງສືມ້ວນ​ນ້ອຍ ເຊິ່ງ​ເປີດ​ໄວ້​ຢູ່​ໃນ​ມື​ຂອງ​ເພິ່ນ. ເພິ່ນ​ໄດ້​ວາງ​ຕີນ​ຂວາ​ຂອງ​ເພິ່ນ​ຢູ່​ເທິງ​ທະເລ ແລະ ຕີນ​ຊ້າຍ​ຂອງ​ເພິ່ນ​ຢູ່​ເທິງ​ແຜ່ນດິນ,</verse>
				<verse number="3">ເພິ່ນ​ຮ້ອງ​ສຽງ​ດັງ​ເໝືອນດັ່ງ​ສຽງຮ້ອງ​ຂອງ​ສິງ. ເມື່ອ​ເພິ່ນ​ຮ້ອງ​ຂຶ້ນ, ສຽງ​ຟ້າຮ້ອງ​ທັງ​ເຈັດ​ກໍ​ກ່າວ​ຂຶ້ນ,</verse>
				<verse number="4">ເມື່ອ​ສຽງ​ຟ້າຮ້ອງ​ທັງ​ເຈັດ​ກ່າວ​ຂຶ້ນ, ຂ້າພະເຈົ້າ​ກໍ​ກຳລັງ​ຈະ​ລົງ​ມື​ຂຽນ, ແຕ່​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ຈາກ​ສະຫວັນ​ກ່າວ​ວ່າ, “ຈົ່ງ​ປິດບັງ​ສິ່ງ​ທີ່​ຟ້າຮ້ອງ​ທັງ​ເຈັດ​ໄດ້​ກ່າວ​ໄວ້ ແລະ ຢ່າ​ຂຽນ​ລົງ​ໄປ”.</verse>
				<verse number="5">ແລ້ວ​ເທວະດາ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ຢືນ​ຢູ່​ເທິງ​ທະເລ ແລະ ເທິງ​ແຜ່ນດິນ​ນັ້ນ​ກໍ​ຍົກ​ມືຂວາ​ຂອງ​ເພິ່ນ​ຂຶ້ນ​ສະຫວັນ.</verse>
				<verse number="6">ແລະ ເພິ່ນ​ໄດ້​ສາບານ​ໂດຍ​ອ້າງ​ພຣະອົງ​ຜູ້​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ, ຜູ້​ສ້າງ​ຟ້າສະຫວັນ ແລະ ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ, ຜູ້​ສ້າງ​ໂລກ ແລະ ສັບພະທຸກສິ່ງ​ທີ່​ຢູ່​ໃນ​ໂລກ, ທະເລ ແລະ ສັບພະທຸກສິ່ງ​ທີ່​ຢູ່​ໃນ​ທະເລ ແລະ ກ່າວ​ວ່າ, “ຈະ​ບໍ່​ມີ​ການຊັກຊ້າ​ອີກ​ຕໍ່ໄປ​ແລ້ວ!</verse>
				<verse number="7">ແຕ່​ໃນ​ວັນ​ທີ່​ເທວະດາ​ຕົນ​ທີເຈັດ​ຈະ​ເປົ່າ​ແກ​ນັ້ນ ແຜນການ​ອັນ​ເລິກລັບ​ຂອງ​ພຣະເຈົ້າ​ກໍ​ຈະ​ສຳເລັດ​ຕາມ​ທີ່​ພຣະອົງ​ໄດ້​ປະກາດ​ໄວ້​ແກ່​ພວກ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ”.</verse>
				<verse number="8">ແລ້ວ​ສຽງ​ທີ່​ຂ້າພະເຈົ້າ​ໄດ້​ຍິນ​ຈາກ​ສະຫວັນ​ນັ້ນ​ກໍ​ກ່າວ​ກັບ​ຂ້າພະເຈົ້າ​ອີກ​ວ່າ: “ຈົ່ງ​ໄປ​ຮັບ​ເອົາ​ໜັງສືມ້ວນ​ທີ່​ພື​ອອກ​ຢູ່​ໃນ​ມື​ຂອງ​ເທວະດາ​ຕົນ​ທີ່​ຢືນ​ຢູ່​ເທິງ​ທະເລ ແລະ ເທິງ​ແຜ່ນດິນ​ນັ້ນ”.</verse>
				<verse number="9">ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ໄປ ແລະ ຂໍ​ໜັງສືມ້ວນ​ນ້ອຍ​ຈາກ​ເທວະດາ​ນັ້ນ. ເພິ່ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ຮັບ​ເອົາ​ໜັງສືມ້ວນ​ນ້ອຍ ແລະ ກິນ​ໜັງສືມ້ວນ​ນ້ອຍ​ນີ້. ໜັງສືມ້ວນ​ນ້ອຍ​ນີ້​ຈະ​ເຮັດ​ໃຫ້​ທ້ອງ​ຂອງ​ເຈົ້າ​ຂົມ, ‘ແຕ່​ເມື່ອ​ຢູ່​ໃນ​ປາກ​ຂອງ​ເຈົ້າ​ຈະ​ຫວານ​ເໝືອນດັ່ງ​ນ້ຳເຜິ້ງ’ ”.</verse>
				<verse number="10">ຂ້າພະເຈົ້າ​ຈັບ​ເອົາ​ໜັງສືມ້ວນ​ນ້ອຍ​ຈາກ​ມື​ຂອງ​ເທວະດາ ແລະ ໄດ້​ກິນ​ໜັງສືມ້ວນ​ນ້ອຍ​ນັ້ນ. ເມື່ອ​ຢູ່​ໃນ​ປາກ​ຂອງ​ຂ້າພະເຈົ້າ​ກໍ​ມີ​ລົດ​ຫວານ​ເໝືອນດັ່ງ​ນ້ຳເຜິ້ງ, ແຕ່​ເມື່ອ​ຂ້າພະເຈົ້າ​ກິນ​ລົງ​ໄປ​ທ້ອງ​ແລ້ວ​ກໍ​ກາຍເປັນ​ລົດ​ຂົມ.</verse>
				<verse number="11">ແລ້ວ​ມີ​ຜູ້​ບອກ​ຂ້າພະເຈົ້າ​ວ່າ, “ເຈົ້າ​ຕ້ອງ​ທຳນວາຍ​ອີກ​ກ່ຽວກັບ​ຄົນ​ທັງຫລາຍ, ປະຊາຊາດ​ທັງຫລາຍ, ພາສາ​ທັງຫລາຍ ແລະ ບັນດາ​ກະສັດ​ທັງຫລາຍ”.</verse>
			</chapter>
			<chapter number="11">
				<verse number="1">ຂ້າພະເຈົ້າ​ໄດ້​ຮັບ​ໄມ້​ອໍ້​ອັນ​ໜຶ່ງ​ເໝືອນ​ກັບ​ໄມ້ວັດແທກ ແລະ ໄດ້​ຮັບ​ຄຳສັ່ງ​ວ່າ, “ຈົ່ງ​ໄປ ແລະ ວັດແທກ​ວິຫານ​ຂອງ​ພຣະເຈົ້າ, ແທ່ນບູຊາ ແລະ ນັບ​ຈຳນວນ​ຜູ້​ທີ່​ນະມັດສະການ​ຢູ່​ທີ່​ນັ້ນ.</verse>
				<verse number="2">ແຕ່​ຍົກເວັ້ນ​ເດີ່ນ​ຊັ້ນນອກ, ເນື່ອງ​ຈາກ​ທີ່​ນັ້ນ​ໄດ້​ຍົກ​ໃຫ້​ຄົນຕ່າງຊາດ​ແລ້ວ. ພວກເຂົາ​ຈະ​ຢຽບຢ່ຳ​ນະຄອນ​ສັກສິດ​ເປັນ​ເວລາ​ສີ່ສິບສອງ​ເດືອນ.</verse>
				<verse number="3">ເຮົາ​ຈະ​ມອບ​ລິດອຳນາດ​ໃຫ້​ແກ່​ພະຍານ​ທັງ​ສອງ​ຂອງ​ເຮົາ ແລະ ພວກເຂົາ​ຈະ​ນຸ່ງຫົ່ມ​ຜ້າກະສອບເຂົ້າ ແລະ ຈະ​ທຳນວາຍ​ເປັນ​ເວລາ​ໜຶ່ງພັນສອງຮ້ອຍຫົກສິບ​ວັນ”</verse>
				<verse number="4">ພະຍານ​ທັງ​ສອງ​ຄື “ຕົ້ນໝາກກອກ​ສອງ​ຕົ້ນ ແລະ ຫລັກຕະກຽງ​ຄຳ​ສອງ​ອັນ​ທີ່​ຕັ້ງ​ຢູ່​ຕໍ່ໜ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ໂລກ”.</verse>
				<verse number="5">ຖ້າ​ຜູ້ໃດ​ພະຍາຍາມ​ທີ່​ຈະ​ທຳລາຍ​ພະຍານ​ທັງ​ສອງ, ໄຟ​ຈະ​ອອກມາ​ຈາກ​ປາກ​ຂອງ​ພວກເພິ່ນ ແລະ ເຜົາຜານ​ບັນດາ​ສັດຕູ​ຂອງ​ພວກເພິ່ນ. ຜູ້ໃດ​ຢາກ​ທຳລາຍ​ພວກເພິ່ນ​ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ​ຢ່າງ​ນີ້​ແຫລະ.</verse>
				<verse number="6">ພວກເພິ່ນ​ມີ​ອຳນາດ​ທີ່​ຈະ​ອັດ​ທ້ອງຟ້າ​ເພື່ອ​ບໍ່​ໃຫ້​ຝົນຕົກ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ທຳນວາຍ​ຢູ່​ນັ້ນ, ແລະ ພວກເພິ່ນ​ມີ​ອຳນາດ​ເຮັດ​ໃຫ້​ນ້ຳ​ກາຍເປັນ​ເລືອດ ແລະ ເພື່ອ​ຟາດ​ແຜ່ນດິນໂລກ​ດ້ວຍ​ໄພພິບັດ​ທຸກ​ຊະນິດ​ໄດ້​ເລື້ອຍ​ຕາມ​ທີ່​ພວກເພິ່ນ​ຕ້ອງການ.</verse>
				<verse number="7">ແລະ ເມື່ອ​ທັງ​ສອງ​ໄດ້​ເປັນ​ພະຍານ​ສຳເລັດ​ແລ້ວ, ສັດຮ້າຍ​ຈາກ​ເຫວເລິກ​ຈະ​ຂຶ້ນ​ມາ​ທຳຮ້າຍ​ພວກເພິ່ນ, ຈະ​ເອົາ​ຊະນະ​ພວກເພິ່ນ ແລະ ຂ້າ​ພວກເພິ່ນ.</verse>
				<verse number="8">ຊາກສົບ​ຂອງ​ພະຍານ​ທັງ​ສອງ​ຈະ​ຖືກ​ຖິ້ມ​ຢູ່​ເທິງ​ຖະໜົນ​ແຫ່ງ​ນະຄອນ​ໃຫຍ່ ເຊິ່ງ​ຖືກ​ປຽບທຽບ​ວ່າ​ເປັນ​ໂຊໂດມ ແລະ ເອຢິບ. ບ່ອນ​ທີ່​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເພິ່ນ​ໄດ້​ຖືກ​ຄຶງ​ເທິງ​ໄມ້ກາງແຂນ.</verse>
				<verse number="9">ຕະຫລອດ​ສາມ​ວັນ​ເຄິ່ງ​ນັ້ນ​ຄົນ​ຈຳນວນໜຶ່ງ​ຈາກ​ທຸກ​ກຸ່ມຄົນ, ທຸກ​ຊົນເຜົ່າ, ທຸກ​ພາສາ ແລະ ທຸກ​ປະເທດ​ຈະ​ມາ​ຈ້ອງເບິ່ງ​ສົບ​ຂອງ​ພວກເພິ່ນ ແລະ ບໍ່​ຍອມ​ໃຫ້​ຝັງ​ສົບ.</verse>
				<verse number="10">ຜູ້​ອາໄສ​ຢູ່​ໃນ​ແຜ່ນດິນໂລກ​ຈະ​ເບິ່ງ​ສົບ​ຂອງ​ພວກເພິ່ນ​ດ້ວຍ​ຄວາມດີໃຈ ແລະ ຈະ​ສະເຫລີມ​ສະຫລອງ​ໂດຍ​ໃຫ້​ຂອງຂວັນ​ແກ່​ກັນ, ເພາະ​ຜູ້ທຳນວາຍ​ທັງ​ສອງ​ນີ້​ໄດ້​ທໍລະມານ​ບັນດາ​ຜູ້​ທີ່​ອາໄສ​ຢູ່​ໃນ​ໂລກ.</verse>
				<verse number="11">ແຕ່​ຫລັງ​ຈາກ​ສາມ​ວັນ​ເຄິ່ງ​ແລ້ວ​ລົມຫາຍໃຈ ​ແຫ່ງ​ຊີວິດ​ຈາກ​ພຣະເຈົ້າ​ກໍ​ໄດ້​ເຂົ້າ​ໃນ​ສົບ​ນັ້ນ, ພວກເພິ່ນ​ທັງ​ສອງ​ຈຶ່ງ​ລຸກ​ຢືນ​ຂຶ້ນ, ຄົນ​ທີ່​ພົບ​ເຫັນ​ກໍ​ຢ້ານກົວ​ຫລາຍ.</verse>
				<verse number="12">ແລ້ວ​ພວກເພິ່ນ​ກໍ​ໄດ້​ຍິນ​ສຽງ​ດັງ​ຈາກ​ສະຫວັນ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ຂຶ້ນ​ມາ​ທີ່​ນີ້”. ແລ້ວ​ພະຍານ​ທັງ​ສອງ​ນັ້ນ​ກໍ​ຂຶ້ນ​ໄປ​ໃນ​ເມກ​ສູ່​ສະຫວັນ ຂະນະ​ທີ່​ສັດຕູ​ທັງຫລາຍ​ຂອງ​ພວກເພິ່ນ​ເບິ່ງ​ຢູ່.</verse>
				<verse number="13">ໃນ​ຊົ່ວໂມງ​ນັ້ນ​ເອງ​ກໍ​ເກີດ​ແຜ່ນດິນໄຫວ​ຢ່າງ​ຮ້າຍແຮງ ແລະ ໜຶ່ງສ່ວນສິບ​ຂອງ​ເມືອງ​ນັ້ນ​ໄດ້​ຖະຫລົ່ມ​ລົງ. ມີ​ຄົນ​ຕາຍ​ເຈັດ​ພັນ​ຄົນ​ໃນ​ແຜ່ນດິນ​ໄຫວ​ຄັ້ງ​ນີ້, ສ່ວນ​ຜູ້​ທີ່​ລອດຊີວິດ​ກໍ​ຕົກໃຈຢ້ານ ແລະ ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ​ແຫ່ງ​ຟ້າສະຫວັນ.</verse>
				<verse number="14">ວິບັດ​ທີສອງ​ໄດ້​ຜ່ານພົ້ນ​ໄປ, ວິບັດ​ທີສາມ​ຈະ​ມາ​ເຖິງ​ໃນ​ໄວໆ​ນີ້.</verse>
				<verse number="15">ເທວະດາ​ຕົນ​ທີເຈັດ​ເປົ່າ​ແກ​ຂອງ​ຕົນ ແລະ ມີ​ສຽງ​ດັງ​ຫລາຍ​ສຽງ​ໃນ​ສະຫວັນ ເຊິ່ງ​ກ່າວ​ວ່າ: “ອານາຈັກ​ຂອງ​ໂລກ​ນີ້​ໄດ້​ກາຍເປັນ ອານາຈັກ​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ເປັນ​ຂອງ​ພຣະຄຣິດເຈົ້າ​ຂອງ​ພຣະອົງ​ແລ້ວ ແລະ ພຣະອົງ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ”.</verse>
				<verse number="16">ແລ້ວ​ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ທີ່​ນັ່ງ​ເທິງ​ບັນດາ​ບັນລັງ​ຂອງ​ຕົນ​ຕໍ່ໜ້າ​ພຣະເຈົ້າ ກໍ​ໝອບ​ໜ້າ​ລົງ​ນະມັດສະການ​ພຣະເຈົ້າ,</verse>
				<verse number="17">ໂດຍ​ກ່າວ​ວ່າ: “ພວກຂ້ານ້ອຍ​ທັງຫລາຍ​ຂອບພຣະຄຸນ​ພຣະອົງ, ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່, ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ ແລະ ຜູ້​ດຳລົງ​ຢູ່​ໃນ​ອະດີດ, ເພາະ​ພຣະອົງ​ໄດ້​ສະແດງ​ລິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ ໄດ້​ເລີ່ມ​ປົກຄອງ​ແລ້ວ.</verse>
				<verse number="18">ບັນດາ​ປະຊາຊາດ​ກໍ​ໂກດຮ້າຍ, ແຕ່​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ມາ​ເຖິງ​ແລ້ວ. ເວລາ​ນັ້ນ​ໄດ້​ມາ​ເຖິງ​ແລ້ວ​ສຳລັບ​ພິພາກສາ​ຄົນ​ທີ່​ໄດ້​ຕາຍ​ແລ້ວ, ແລະ ເພື່ອ​ມອບ​ບຳເໜັດ​ແກ່​ບັນດາ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ ແກ່​ບັນດາ​ຄົນ​ຂອງ​ພຣະອົງ​ຜູ້​ທີ່​ຢຳເກງ​ນາມ​ຂອງ​ພຣະອົງ ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ ແລະ ເປັນ​ເວລາ​ສຳລັບ​ການທຳລາຍ​ບັນດາ​ຜູ້​ທີ່​ທຳລາຍ​ໂລກ”.</verse>
				<verse number="19">ແລ້ວ​ວິຫານ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ກໍ​ເປີດ​ອອກ ແລະ ຂ້າພະເຈົ້າ​ໄດ້​ເຫັນ​ຫີບ​ພັນທະສັນຍາ​ພາຍ​ໃນ​ວິຫານ​ຂອງ​ພຣະອົງ. ແລະ ທີ່​ນັ້ນ​ເກີດ​ຟ້າແມບເຫລື້ອມ, ສຽງດັງ, ສຽງຟ້າຮ້ອງ, ແຜ່ນດິນໄຫວ ແລະ ພາຍຸ​ໝາກເຫັບ​ຕົກ​ຢ່າງ​ຮ້າຍແຮງ.</verse>
			</chapter>
			<chapter number="12">
				<verse number="1">ມີ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່​ປາກົດ​ຂຶ້ນ​ໃນ​ສະຫວັນ​ຄື: ຍິງ​ຄົນ​ໜຶ່ງ​ມີ​ດວງອາທິດ​ປົກຄຸມ​ໂຕ​ເໝືອນ​ນຸ່ງ​ເສື້ອຜ້າ, ມີ​ດວງຈັນ​ຢູ່​ໃຕ້​ຕີນ ແລະ ມີ​ດາວ​ສິບສອງ​ດວງ​ເປັນ​ມົງກຸດ​ສວມ​ຢູ່​ເທິງ​ຫົວ​ຂອງ​ນາງ.</verse>
				<verse number="2">ຍິງ​ນັ້ນ​ຖືພາ ແລະ ຮ້ອງ​ດ້ວຍ​ຄວາມເຈັບປວດ​ເພາະ​ນາງ​ໃກ້​ຈະ​ເກີດລູກ​ແລ້ວ.</verse>
				<verse number="3">ຫລັງຈາກ​ນັ້ນ ກໍ​ມີ​ໝາຍສຳຄັນ​ອີກ​ຢ່າງ​ໜຶ່ງ​ໄດ້​ປາກົດ​ຂຶ້ນ​ໃນ​ສະຫວັນ​ຄື: ພະຍານາກ​ໃຫຍ່​ສີແດງ​ໂຕ​ໜຶ່ງ​ມີ​ເຈັດ​ຫົວ ແລະ ສິບ​ເຂົາ, ທັງ​ເຈັດ​ຫົວ​ສວມ​ມົງກຸດ</verse>
				<verse number="4">ຫາງ​ຂອງ​ພະຍານາກ​ນັ້ນ​ໄດ້​ກວາດ​ໜຶ່ງສ່ວນສາມ​ຂອງ​ດວງດາວ​ໃນ​ທ້ອງຟ້າ ແລະ ແກວ່ງ​ດວງດາວ​ນັ້ນ​ລົງ​ໃສ່​ແຜ່ນດິນໂລກ. ພະຍານາກ​ນັ້ນ​ຢືນ​ຢູ່​ຕໍ່ໜ້າ​ແມ່ຍິງ​ຜູ້​ທີ່​ກຳລັງ​ຈະ​ເກີດ​ລູກ, ເພື່ອ​ວ່າ​ມັນ​ຈະ​ໄດ້​ກິນ​ເດັກນ້ອຍ​ດ້ວຍ​ຄວາມຫິວໂຫຍ​ໃນ​ທັນທີ​ທີ່​ເດັກ​ນັ້ນ​ເກີດ​ມາ.</verse>
				<verse number="5">ນາງ​ໄດ້​ເກີດ​ລູກຊາຍ​ຜູ້​ໜຶ່ງ, ເປັນ​ເດັກນ້ອຍ​ຜູ້ຊາຍ, ຜູ້​ທີ່ “ຈະ​ປົກຄອງ​ປະຊາຊາດ​ທັງປວງ​ດ້ວຍ​ຄາທາ​ເຫລັກ”. ແລະ ລູກ​ຂອງ​ນາງ​ໄດ້​ຖືກ​ດຶງ​ຂຶ້ນ​ໄປ​ຫາ​ພຣະເຈົ້າ ແລະ ໄປ​ທີ່​ບັນລັງ​ຂອງ​ພຣະອົງ.</verse>
				<verse number="6">ຍິງ​ນັ້ນ​ໄດ້​ໜີ​ເຂົ້າ​ໄປ​ຍັງ​ຖິ່ນແຫ້ງແລ້ງກັນດານ​ໄປ​ສູ່​ບ່ອນ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ສຳລັບ​ນາງ, ຢູ່​ທີ່​ນັ້ນ​ນາງ​ຈະ​ໄດ້​ຮັບ​ການລ້ຽງດູ​ເປັນ​ເວລາ​ໜຶ່ງພັນສອງຮ້ອຍຫົກສິບ​ວັນ.</verse>
				<verse number="7">ຫລັງຈາກນັ້ນ ກໍ​ໄດ້​ເກີດ​ສົງຄາມ​ຂຶ້ນ​ໃນ​ສະຫວັນ. ມີຄາເອນ ແລະ ບັນດາ​ເທວະດາ​ຂອງ​ເພິ່ນ​ກໍ​ພາ​ກັນ​ຕໍ່ສູ້​ກັບ​ພະຍານາກ, ສ່ວນ​ພະຍານາກ ແລະ ບໍລິວານ​ຂອງ​ມັນ​ກໍ​ໄດ້​ຕໍ່ສູ້​ຄືນ.</verse>
				<verse number="8">ແຕ່​ພະຍານາກ​ບໍ່​ເຂັ້ມແຂງ​ພໍ ແລະ ພວກມັນ​ໄດ້​ສູນເສຍ​ບ່ອນຢູ່​ຂອງ​ພວກມັນ​ໃນ​ສະຫວັນ.</verse>
				<verse number="9">ພະຍານາກ​ໃຫຍ່​ທີ່​ຖືກ​ໂຍນ​ລົງ​ມາ​ນັ້ນ​ແມ່ນ​ງູ​ດຶກດຳບັນ​ທີ່​ເອີ້ນ​ວ່າ​ມານຮ້າຍ ຫລື ມານຊາຕານ, ຜູ້​ທີ່​ນຳພາ​ຄົນ​ທັງ​ໂລກ​ໃຫ້​ຫລົງຜິດ. ມັນ​ຖືກ​ໂຍນ​ລົງ​ມາ​ເທິງ​ໂລກ​ພ້ອມ​ກັບ​ບັນດາ​ເທວະດາ​ຂອງ​ມັນ.</verse>
				<verse number="10">ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ດັງ​ໃນ​ສະຫວັນ​ກ່າວ​ວ່າ: “ບັດນີ້ ຄວາມພົ້ນ ແລະ ລິດອຳນາດ ແລະ ອານາຈັກ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ, ແລະ ສິດອຳນາດ​ແຫ່ງ​ພຣະຄຣິດເຈົ້າ​ຂອງ​ພຣະອົງ​ມາ​ເຖິງ​ແລ້ວ. ເພາະ​ຜູ້​ທີ່​ກ່າວໂທດ​ບັນດາ​ພີ່ນ້ອງ​ຂອງ​ພວກເຮົາ, ຜູ້​ທີ່​ກ່າວໂທດ​ພວກເຂົາ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ພວກເຮົາ​ທັງ​ກາງເວັນ ແລະ ກາງຄືນ. ໄດ້​ຖືກ​ໂຍນ​ລົງ​ໄປ​ແລ້ວ.</verse>
				<verse number="11">ພວກເຂົາ​ໄດ້​ຊະນະ​ພະຍານາກ ໂດຍ​ໂລຫິດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ ແລະ ໂດຍ​ຄຳພະຍານ​ຂອງ​ພວກເຂົາ​ເອງ, ພວກເຂົາ​ບໍ່​ໄດ້​ຮັກ​ຊີວິດ​ຂອງ​ຕົນເອງ​ຫລາຍ ແມ່ນແຕ່​ຄວາມຕາຍ​ພວກເຂົາ​ກໍ​ບໍ່​ຢ້ານ.</verse>
				<verse number="12">ເຫດສະນັ້ນ ຈົ່ງ​ຊື່ນຊົມຍິນດີ, ຟ້າ​ສະຫວັນ ແລະ ບັນດາ​ຜູ້​ອາໄສ​ໃນ​ຟ້າ​ສະຫວັນ​ເອີຍ! ແຕ່​ວິບັດ​ແກ່​ແຜ່ນດິນໂລກ ແລະ ທະເລ, ເພາະວ່າ​ມານຮ້າຍ​ໄດ້​ລົງ​ໄປ​ຫາ​ພວກເຈົ້າ​ແລ້ວ! ມັນ​ເຕັມ​ດ້ວຍ​ຄວາມຄຽດແຄ້ນ, ເພາະ​ມັນ​ຮູ້​ວ່າ​ເວລາ​ຂອງ​ມັນ​ມີ​ໜ້ອຍ”.</verse>
				<verse number="13">ເມື່ອ​ພະຍານາກ​ເຫັນ​ວ່າ​ຕົນ​ໄດ້​ຖືກ​ໂຍນ​ລົງ​ເທິງ​ແຜ່ນດິນໂລກ​ແລ້ວ, ມັນ​ກໍ​ໄລ່​ຕາມຫາ​ແມ່ຍິງ​ຜູ້​ທີ່​ໄດ້​ເກີດ​ລູກ​ເປັນ​ເດັກນ້ອຍ​ຜູ້ຊາຍ​ນັ້ນ.</verse>
				<verse number="14">ຍິງ​ນັ້ນ​ໄດ້​ຮັບ​ປີກ​ນົກອິນຊີ​ໃຫຍ່​ສອງ​ປີກ​ເພື່ອ​ຈະ​ໄດ້​ບິນ​ໄປ​ຍັງ​ບ່ອນ​ທີ່​ໄດ້​ຈັດຕຽມ​ໄວ້​ໃຫ້​ນາງ​ໃນ​ຖິ່ນແຫ້ງແລ້ງກັນດານ, ຢູ່​ທີ່​ນັ້ນ​ນາງ​ຈະ​ໄດ້ຮັບ​ການ​ປົກປ້ອງ​ລ້ຽງດູ​ໃຫ້​ພົ້ນ​ຈາກ​ການໂຈມຕີ​ຂອງ​ພະຍານາກ​ຕະຫລອດ​ໜຶ່ງ​ວາລະ, ສອງ​ວາລະ ແລະ ເຄິ່ງ​ວາລະ.</verse>
				<verse number="15">ແລ້ວ​ພະຍານາກ​ນັ້ນ​ກໍ​ໄດ້​ພົ່ນ​ນ້ຳ​ອອກ​ຈາກ​ປາກ​ຂອງ​ມັນ​ເໝືອນ​ແມ່ນ້ຳ​ເພື່ອ​ຊັດ​ນາງ​ໃຫ້​ລອຍ​ໄປ​ຕາມ​ກະແສນ້ຳ.</verse>
				<verse number="16">ແຕ່​ແຜ່ນດິນໂລກ​ໄດ້​ຊ່ວຍ​ນາງ​ໄວ້​ໂດຍ​ອ້າປາກ​ອອກ ແລະ ກືນ​ເອົາ​ແມ່ນ້ຳ​ທີ່​ພະຍານາກ​ພົ່ນ​ອອກ​ຈາກ​ປາກ​ຂອງ​ມັນ​ນັ້ນ.</verse>
				<verse number="17">ແລ້ວ​ພະຍານາກ​ກໍ​ຄຽດແຄ້ນ​ຍິງ​ນັ້ນ ແລະ ໄປ​ເຮັດ​ສົງຄາມ​ກັບ​ລູກ​ຫລານ​ຂອງ​ນາງ​ທີ່​ເຫລືອ​ຄື ຄົນ​ເຫລົ່ານັ້ນ​ທີ່​ຖືຮັກສາ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ ຢຶດຖື​ຄຳພະຍານ​ຂອງ​ພວກເຂົາ​ກ່ຽວກັບ​ພຣະເຢຊູເຈົ້າ.</verse>
			</chapter>
			<chapter number="13">
				<verse number="1">ສ່ວນ​ພະຍານາກ ​ຢືນ​ຢູ່​ແຄມ​ທະເລ. ແລະ ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ​ໂຕ​ໜຶ່ງ​ຂຶ້ນ​ມາ​ຈາກ​ທະເລ. ມັນ​ມີ​ສິບ​ເຂົາ ແລະ ເຈັດ​ຫົວ, ທັງ​ເຈັດ​ເຂົາ​ສວມ​ມົງກຸດ​ສວມ ແລະ ຢູ່​ເທິງ​ແຕ່​ລະ​ຫົວ​ມີ​ຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ.</verse>
				<verse number="2">ສັດຮ້າຍ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ນັ້ນ​ຄ້າຍ​ຄື​ກັບ​ເສືອດາວ, ແຕ່​ມີ​ຕີນ​ເໝືອນ​ຕີນ​ໝີ ແລະ ມີ​ປາກ​ເໝືອນ​ປາກ​ສິງ. ພະຍານາກ​ໄດ້​ໃຫ້​ອຳນາດ ແລະ ບັນລັງ​ກັບ​ສິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ມັນ​ແກ່​ສັດຮ້າຍ​ນັ້ນ.</verse>
				<verse number="3">ຫົວ​ໜຶ່ງ​ໃນ​ບັນດາ​ຫົວ​ຂອງ​ສັດຮ້າຍ​ນັ້ນ​ເບິ່ງ​ຄື​ວ່າ​ມີ​ບາດແຜ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ, ແຕ່​ບາດແຜ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ​ນັ້ນ​ຫາຍດີ​ແລ້ວ. ຄົນ​ທັງ​ໂລກ​ກໍ​ເຕັມ​ໄປ​ດ້ວຍ​ຄວາມອັດສະຈັນໃຈ ແລະ ໄດ້​ຕິດຕາມ​ມານຮ້າຍ​ນັ້ນ.</verse>
				<verse number="4">ປະຊາຊົນ​ໄດ້​ຂາບໄຫວ້​ພະຍານາກ​ເພາະ​ມັນ​ໃຫ້​ສິດອຳນາດ​ແກ່​ສັດຮ້າຍ​ນັ້ນ ແລະ ພວກເຂົາ​ໄດ້​ຂາບໄຫວ້​ສັດຮ້າຍ​ເໝືອນກັນ ແລະ ພວກເຂົາ​ຖາມ​ກັນ​ວ່າ, “ຜູ້ໃດ​ຈະ​ເປັນ​ເໝືອນ​ສັດຮ້າຍ​ນີ້? ຜູ້ໃດ​ສາມາດ​ສູ້ຮົບ​ກັບ​ມັນ​ໄດ້?”</verse>
				<verse number="5">ສັດຮ້າຍ​ນັ້ນ​ໄດ້​ຮັບ​ອະນຸຍາດ​ໃຫ້​ມີ​ປາກ​ເພື່ອ​ເວົ້າ​ຄຳເວົ້າ​ທີ່​ອວດອ້າງ ແລະ ໝິ່ນປະໝາດ ແລະ ເພື່ອ​ໃຊ້​ສິດອຳນາດ​ຂອງ​ມັນ​ເປັນ​ເວລາ​ສີ່ສິບສອງ​ເດືອນ.</verse>
				<verse number="6">ມັນ​ອ້າ​ປາກ​ກ່າວ​ໝິ່ນປະໝາດ​ພຣະເຈົ້າ ແລະ ກ່າວຮ້າຍ​ຕໍ່​ນາມ​ຂອງ​ພຣະອົງ, ຕໍ່​ທີ່​ສະຖິດ​ຂອງ​ພຣະອົງ ແລະ ຕໍ່​ບັນດາ​ຜູ້​ທີ່​ຢູ່​ໃນ​ສະຫວັນ.</verse>
				<verse number="7">ມັນ​ໄດ້​ຮັບ​ອຳນາດ​ທີ່​ຈະ​ສູ້ຮົບ​ກັບ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ຊະນະ​ພວກເຂົາ. ມັນ​ໄດ້​ຮັບ​ສິດອຳນາດ​ເໜືອ​ທຸກ​ຊົນເຜົ່າ, ທຸກຄົນ, ທຸກ​ພາສາ ແລະ ທຸກ​ຊົນຊາດ.</verse>
				<verse number="8">ບັນດາ​ຄົນ​ທີ່​ຢູ່​ໃນ​ແຜ່ນດິນໂລກ​ຈະ​ຂາບໄຫວ້​ສັດຮ້າຍ​ນັ້ນ ຄື​ທຸກຄົນ​ທີ່​ບໍ່​ໄດ້​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ, ລູກແກະ​ຂອງ​ພຣະເຈົ້າ​ຜູ້​ຖືກ​ຂ້າ​ຕາຍ​ຕັ້ງ​ແຕ່​ການ​ສ້າງ​ໂລກ.</verse>
				<verse number="9">“ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ຟັງ​ສາ.</verse>
				<verse number="10">“ຖ້າ​ຜູ້ໃດ​ຖືກ​ກຳນົດ​ໃຫ້​ເປັນ​ຊະເລີຍ, ພວກເຂົາ​ກໍ​ຈະ​ຕ້ອງ​ໄປ​ເປັນ​ຊະເລີຍ. ຖ້າ​ຜູ້ໃດ​ຖືກ​ກຳນົດ​ໃຫ້​ຖືກ​ຂ້າ ​ດ້ວຍ​ດາບ ພວກເຂົາ​ກໍ​ຈະ​ຕ້ອງ​ຖືກ​ຂ້າ​ດ້ວຍ​ດາບ”. ໃນ​ເລື່ອງ​ນີ້​ບັນດາ​ຄົນ​ຂອງ​ພຣະເຈົ້າ​ຈະ​ຕ້ອງ​ມີ​ຄວາມອົດທົນ ແລະ ຄວາມສັດຊື່.</verse>
				<verse number="11">ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ​ໂຕ​ທີສອງ​ຂຶ້ນ​ມາ​ຈາກ​ແຜ່ນດິນໂລກ. ມັນ​ມີ​ສອງ​ເຂົາ​ເໝືອນ​ເຂົາ​ແກະ​ນ້ອຍ, ແຕ່​ມັນ​ເວົ້າ​ເໝືອນ​ກັບ​ພະຍານາກ.</verse>
				<verse number="12">ມັນ​ເປັນ​ໂຕແທນ​ຂອງ​ການ​ໃຊ້​ສິດອຳນາດ​ທັງຫມົດ​ຂອງ​ສັດຮ້າຍ​ໂຕ​ທຳອິດ ແລະ ເຮັດ​ໃຫ້​ໂລກ​ກັບ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ແຜ່ນດິນໂລກ​ຂາບໄຫວ້​ສັດຮ້າຍ​ໂຕ​ທຳອິດ ເຊິ່ງ​ເຄີຍ​ມີ​ບາດແຜ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ​ແຕ່​ຫາຍດີ​ແລ້ວ.</verse>
				<verse number="13">ແລະ ມັນ​ສະແດງ​ໝາຍສຳຄັນ​ທີ່​ຍິ່ງໃຫຍ່, ແມ່ນແຕ່​ເຮັດ​ໃຫ້​ໄຟ​ຕົກ​ຈາກ​ສະຫວັນ​ລົງ​ມາ​ສູ່​ໂລກ​ຕໍ່​ໜ້າ​ຕໍ່​ຕາ​ມະນຸດ.</verse>
				<verse number="14">ເພາະ​ໝາຍສຳຄັນ​ເຫລົ່ານີ້​ມັນ​ຈຶ່ງ​ໄດ້​ຮັບ​ອຳນາດ​ໃຫ້​ກະທຳການ​ແທນ​ສັດຮ້າຍ​ໂຕ​ທຳອິດ, ມັນ​ຫລອກລວງ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ແຜ່ນດິນໂລກ. ມັນ​ສັ່ງ​ໃຫ້​ພວກເຂົາ​ສ້າງ​ຮູບຈຳລອງ​ຂຶ້ນ​ເພື່ອ​ເປັນ​ກຽດ​ແກ່​ສັດຮ້າຍ​ທີ່​ຖືກ​ບາດເຈັບ​ດ້ວຍ​ດາບ​ແຕ່​ຍັງ​ບໍ່​ຕາຍ​ນັ້ນ.</verse>
				<verse number="15">ສັດຮ້າຍ​ໂຕ​ທີສອງ​ໄດ້​ຮັບ​ອຳນາດ​ທີ່​ຈະ​ໃຫ້​ລົມຫາຍໃຈ​ແກ່​ຮູບຈໍາລອງ​ຂອງ​ສັດຮ້າຍ​ໂຕ​ທຳອິດ, ເພື່ອ​ວ່າ​ຮູບຈຳລອງ​ນັ້ນ​ຈະສາມາດ​ເວົ້າ​ໄດ້ ແລະ ເຮັດ​ໃຫ້​ທຸກ​ຄົນ​ທີ່​ບໍ່​ຍອມ​ຂາບໄຫວ້​ຮູບຈຳລອງ​ຖືກ​ຂ້າ​ຕາຍ.</verse>
				<verse number="16">ມັນ​ຍັງ​ບັງຄັບ​ທຸກຄົນ​ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ, ຄົນຮັ່ງມີ ແລະ ຄົນຍາກຈົນ, ຂ້າທາດ ຫລື ອິດສະຫລະ ໃຫ້​ຮັບ​ເຄື່ອງໝາຍ​ໄວ້​ທີ່​ມື​ຂວາ ຫລື ທີ່​ໜ້າຜາກ​ຂອງ​ພວກເຂົາ,</verse>
				<verse number="17">ເພື່ອ​ບໍ່​ໃຫ້​ຜູ້ໃດ​ເຮັດ​ການ​ຊື້ ຫລື ຂາຍ​ໄດ້ ເວັ້ນໄວ້​ແຕ່​ພວກເຂົາ​ຈະ​ມີ​ເຄື່ອງໝາຍ, ເຊິ່ງ​ເປັນ​ຊື່​ຂອງ​ສັດຮ້າຍ ຫລື ໂຕເລກ​ປະຈຳ​ຊື່​ຂອງ​ສັດຮ້າຍ​ນັ້ນ.</verse>
				<verse number="18">ໃນ​ເລື່ອງ​ນີ້​ຕ້ອງ​ໃຊ້​ສະຕິປັນຍາ. ຜູ້ໃດ​ມີ​ຄວາມເຂົ້າໃຈ​ກໍ​ໃຫ້​ຄິດໄລ່​ໂຕເລກ​ຂອງ​ສັດຮ້າຍ​ນັ້ນ ເພາະ​ໂຕເລກ​ນັ້ນ​ແທນ​ຊື່​ບຸກຄົນ ​ໜຶ່ງ. ໂຕເລກ​ນັ້ນ​ແມ່ນ 666.</verse>
			</chapter>
			<chapter number="14">
				<verse number="1">ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ແມ່ນ​ລູກແກະ​ຂອງ​ພຣະເຈົ້າ, ພຣະອົງ​ຢືນຢູ່​ເທິງ​ພູເຂົາ​ຊີໂອນ​ກັບ​ພວກ 144,000 ຄົນ ເຊິ່ງ​ມີ​ນາມ​ຂອງ​ພຣະອົງ ແລະ ນາມ​ຂອງ​ພຣະບິດາເຈົ້າ​ຂຽນ​ໄວ້​ເທິງ​ໜ້າຜາກ​ຂອງ​ພວກເຂົາ.</verse>
				<verse number="2">ແລະ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ດັງ​ຈາກ​ສະຫວັນ​ເໝືອນ​ສຽງ​ນ້ຳ​ໄຫລແຮງ ແລະ ສຽງ​ຟ້າຮ້ອງ​ດັງ​ກ້ອງສະໜັ່ນ. ສຽງ​ທີ່​ຂ້າພະເຈົ້າ​ໄດ້​ຍິນ​ນັ້ນ​ເໝືອນ​ສຽງ​ທີ່​ບັນດາ​ນັກດີດ​ພິນ​ກຳລັງ​ບັນເລງ​ຢູ່.</verse>
				<verse number="3">ແລະ ພວກເຂົາ​ໄດ້​ຮ້ອງ​ເພງ​ບົດ​ໃໝ່​ຕໍ່ໜ້າ​ບັນລັງ, ຕໍ່ໜ້າ​ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ. ບໍ່​ມີ​ຜູ້ໃດ​ສາມາດ​ຮຽນ​ຮ້ອງເພງ​ບົດ​ນັ້ນ​ໄດ້​ນອກ​ຈາກ​ພວກ 144,000 ຄົນ​ທີ່​ໄດ້​ໄຖ່​ໄວ້​ຈາກ​ແຜ່ນດິນໂລກ.</verse>
				<verse number="4">ຄົນ​ເຫລົ່ານີ້​ຄື​ຜູ້​ທີ່​ບໍ່​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນມົນທິນ​ຍ້ອນ​ຜູ້ຍິງ ເພາະ​ພວກເພິ່ນ​ຮັກສາ​ຕົນເອງ​ໃຫ້​ບໍລິສຸດ​ຢູ່​ສະເໝີ. ພວກເຂົາ​ຕິດຕາມ​ລູກແກະ​ຂອງ​ພຣະເຈົ້າ​ໄປ​ທຸກບ່ອນ​ທີ່​ພຣະອົງ​ໄປ. ພວກເຂົາ​ເປັນ​ຜູ້​ທີ່​ໄດ້​ໄຖ່​ໄວ້​ຈາກ​ມວນມະນຸດ ແລະ ເພື່ອ​ເປັນ​ຜົນທຳອິດ​ຖວາຍ​ແກ່​ພຣະເຈົ້າ ແລະ ລູກແກະ​ຂອງ​ພຣະເຈົ້າ.</verse>
				<verse number="5">ບໍ່​ມີ​ຄຳຕົວະ​ອອກ​ຈາກ​ປາກ​ຂອງ​ພວກເຂົາ, ພວກເຂົາ​ບໍ່ມີຕຳໜິ​ເລີຍ.</verse>
				<verse number="6">ແລ້ວ​ຂ້າພະເຈົ້າ​ກໍ​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ກຳລັງ​ບິນ​ຢູ່​ໃນ​ກາງອາກາດ ແລະ ເທວະດາ​ຕົນ​ນັ້ນ​ມີ​ຂ່າວປະເສີດ​ນິລັນດອນ​ເພື່ອ​ປະກາດ​ແກ່​ຜູ້​ທີ່​ດຳເນີນຊີວິດ​ຢູ່​ເທິງ​ແຜ່ນດິນໂລກ, ແກ່​ທຸກ​ຊົນຊາດ, ທຸກ​ຊົນເຜົ່າ, ທຸກ​ພາສາ ແລະ ແກ່​ທຸກໆ​ຄົນ.</verse>
				<verse number="7">ເທວະດາ​ນັ້ນ​ໄດ້​ປະກາດ​ດ້ວຍ​ສຽງ​ດັງ​ວ່າ, “ຈົ່ງ​ຢຳເກງ​ພຣະເຈົ້າ ແລະ ຖວາຍ​ກຽດຕິຍົດ​ແກ່​ພຣະອົງ ເພາະວ່າ​ເວລາ​ແຫ່ງ​ການພິພາກສາ​ຂອງ​ພຣະອົງ​ໄດ້​ມາ​ເຖິງ​ແລ້ວ. ຈົ່ງ​ນະມັດສະການ​ພຣະອົງ​ຜູ້​ໄດ້​ສ້າງ​ຟ້າສະຫວັນ, ແຜ່ນດິນໂລກ, ທະເລ ແລະ ບໍ່ນ້ຳພຸ​ທັງຫລາຍ”.</verse>
				<verse number="8">ເທວະດາ​ຕົນ​ທີສອງ​ໄດ້​ຕິດຕາມ​ມາ ແລະ ປະກາດ​ວ່າ, “ຫລົ້ມຈົມ​ແລ້ວ! ບາບີໂລນ​ເມືອງ​ຍິ່ງໃຫຍ່, ເຊິ່ງ​ເຮັດ​ໃຫ້​ປະຊາຊາດ​ທັງໝົດ​ດື່ມ​ເຫລົ້າອະງຸ່ນ​ແຫ່ງ​ການຫລິ້ນຊູ້​ຂອງ​ນາງ”.</verse>
				<verse number="9">ເທວະດາ​ຕົນ​ທີສາມ​ໄດ້​ຕິດຕາມ​ມາ ແລະ ປະກາດ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ຖ້າ​ຜູ້ໃດ​ຂາບໄຫວ້​ສັດຮ້າຍ​ກັບ​ຮູບຈຳລອງ​ຂອງ​ມັນ ແລະ ຮັບ​ເຄື່ອງໝາຍ​ຂອງ​ມັນ​ໄວ້​ທີ່​ໜ້າຜາກ ຫລື ທີ່​ມື​ຂອງ​ຕົນ,</verse>
				<verse number="10">ພວກເຂົາ​ຈະ​ຕ້ອງ​ດື່ມ​ເຫລົ້າອະງຸ່ນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ, ເຊິ່ງ​ໄດ້​ຖອກລົງ​ໃນ​ຈອກ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະອົງ. ພວກເຂົາ​ຈະ​ຖືກ​ທໍລະມານ​ດ້ວຍ​ໄຟ​ກັບ​ມາດ​ຕໍ່ໜ້າ​ບັນດາ​ເທວະດາ​ຜູ້​ບໍລິສຸດ ແລະ ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ.</verse>
				<verse number="11">ແລະ ຄວັນ​ແຫ່ງ​ຄວາມທໍລະມານ​ຂອງ​ພວກເຂົາ​ຈະ​ພຸ່ງ​ຂຶ້ນ​ຕະຫລອດໄປ​ເປັນນິດ. ບັນດາ​ຄົນ​ເຫລົ່ານັ້ນ​ທີ່​ຂາບໄຫວ້​ສັດຮ້າຍ​ກັບ​ຮູບຈຳລອງ​ຂອງ​ມັນ ຫລື ຜູ້​ທີ່​ໄດ້ຮັບ​ເຄື່ອງໝາຍ​ຊື່​ຂອງ​ມັນ​ຈະ​ບໍ່​ໄດ້​ຢຸດ​ພັກ​ເລີຍ​ບໍ່​ວ່າ​ກາງເວັນ ຫລື ກາງຄືນ”.</verse>
				<verse number="12">ໃນ​ເລື່ອງ​ນີ້​ຄົນ​ຂອງ​ພຣະເຈົ້າ​ຜູ້​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະອົງ ແລະ ຍັງ​ສັດຊື່​ຕໍ່​ພຣະເຢຊູເຈົ້າ​ຈະ​ຕ້ອງ​ມີ​ມານະອົດທົນ.</verse>
				<verse number="13">ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ຈາກ​ສະຫວັນ​ກ່າວ​ວ່າ, “ຈົ່ງ​ຂຽນ​ດັ່ງນີ້: ນັບ​ແຕ່​ນີ້​ໄປ​ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ຕາຍ​ແລ້ວ​ຄື​ຜູ້​ທີ່​ຕາຍ​ໃນ​ອົງພຣະຜູ້ເປັນເຈົ້າ”. ພຣະວິນຍານບໍລິສຸດເຈົ້າ​ກ່າວ​ວ່າ, “ແມ່ນ​ແລ້ວ, ພວກເຂົາ​ຈະ​ພັກຜ່ອນ​ຈາກ​ການ​ເຮັດວຽກ​ຂອງ​ຕົນ ເພາະ​ຜົນງານ​ຂອງ​ພວກເຂົາ​ຈະ​ຕິດຕາມ​ພວກເຂົາ​ໄປ”.</verse>
				<verse number="14">ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ມີ​ເມກ​ສີຂາວ ແລະ ມີ​ຜູ້​ໜຶ່ງ “ເໝືອນ​ບຸດມະນຸດ” ນັ່ງ​ຢູ່​ເທິງ​ເມກ​ນັ້ນ ສວມ​ມົງກຸດ​ຄຳ​ເທິງ​ຫົວ ແລະ ໃນ​ມື​ຂອງ​ພຣະອົງ​ຖື​ກ່ຽວ​ດວງ​ຄົມ.</verse>
				<verse number="15">ແລ້ວ​ເທວະດາ​ອີກ​ຕົນ​ໜຶ່ງ​ກໍ​ອອກມາ​ຈາກ​ວິຫານ ແລະ ຮ້ອງ​ບອກ​ຜູ້​ນັ່ງ​ຢູ່​ເທິງ​ເມກ​ນັ້ນ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ໃຊ້​ກ່ຽວ​ຂອງ​ພຣະອົງ ແລະ ກ່ຽວ​ສາ, ເພາະວ່າ​ເວລາ​ເກັບກ່ຽວ​ໄດ້​ມາ​ເຖິງ​ແລ້ວ, ເພາະ​ຜົນ​ທີ່​ຈະ​ເກັບກ່ຽວ​ຈາກ​ແຜ່ນດິນໂລກ​ກໍ​ສຸກ​ແລ້ວ”.</verse>
				<verse number="16">ດັ່ງນັ້ນ ຜູ້​ທີ່​ນັ່ງ​ຢູ່​ເທິງ​ເມກ​ຈຶ່ງ​ແກ່ວງ​ກ່ຽວ​ລົງມາ​ເທິງ​ແຜ່ນດິນໂລກ ແລະ ແຜ່ນດິນໂລກ​ກໍ​ຖືກ​ເກັບກ່ຽວ.</verse>
				<verse number="17">ເທວະດາ​ອີກ​ຕົນ​ໜຶ່ງ​ກໍ​ໄດ້​ອອກມາ​ຈາກ​ວິຫານ​ໃນ​ສະຫວັນ ແລະ ຖື​ກ່ຽວ​ດວງ​ຄົມ​ເໝືອນ​ກັນ.</verse>
				<verse number="18">ຍັງ​ມີ​ເທວະດາ​ອີກ​ຕົນ​ໜຶ່ງ​ທີ່​ມີ​ໜ້າທີ່​ກຳກັບ​ໄຟ ກໍ​ໄດ້​ອອກມາ​ຈາກ​ແທ່ນບູຊາ ແລະ ຮ້ອງ​ສຽງ​ດັງ​ບອກ​ເທວະດາ​ຜູ້​ຖື​ກ່ຽວ​ດວງ​ຄົມ​ນັ້ນ​ວ່າ, “ໃຊ້​ກ່ຽວ​ດວງ​ຄົມ​ຂອງ​ທ່ານ​ເກັບກ່ຽວ​ພວງ​ໝາກອະງຸ່ນ​ທີ່​ແຜ່ນດິນ​ໂລກ​ສາ ເພາະ​ໝາກອະງຸ່ນ​ກໍ​ສຸກ​ແລ້ວ”.</verse>
				<verse number="19">ເທວະດາ​ຜູ້​ຖື​ກ່ຽວ​ຈຶ່ງ​ແກ່ວງ​ກ່ຽວ​ໄປ​ເທິງ​ແຜ່ນດິນໂລກ ເກັບກ່ຽວ​ໝາກອະງຸ່ນ ແລະ ຖິ້ມ​ລົງ​ໃນ​ອ່າງຢຽບໝາກອະງຸ່ນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ.</verse>
				<verse number="20">ພວກເຂົາ​ຖືກ​ຢຽບ​ໃນ​ອ່າງຢຽບໝາກອະງຸ່ນ​ຢູ່​ນອກ​ເມືອງ ເລືອດ​ໄຫລລົ້ນ​ອອກຈາກ​ອ່າງຢຽບໝາກອະງຸ່ນ​ນັ້ນ​ສູງ​ເຖິງ​ລະດັບ​ບັງຫງຽນ​ຂອງ​ມ້າ ແລະ ໄຫລ​ໄປ​ປະມານ 3,000 ກິໂລແມັດ.</verse>
			</chapter>
			<chapter number="15">
				<verse number="1">ຂ້າພະເຈົ້າ​ໄດ້​ເຫັນ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່ ແລະ ມະຫັດສະຈັນ​ອື່ນ​ອີກ​ໃນ​ສະຫວັນ​ຄື: ເທວະດາ​ເຈັດ​ຕົນ ແລະ ໄພພິບັດ​ສຸດທ້າຍ​ທັງ​ເຈັດ ເຊິ່ງ​ເປັນ​ໄພພິບັດ​ຄັ້ງ​ສຸດທ້າຍ, ເພາະວ່າ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ສຳເລັດ​ລົງ​ດ້ວຍ​ໄພພິບັດ​ເຫລົ່ານີ້.</verse>
				<verse number="2">ແລະ ຂ້າພະເຈົ້າ​ແນມ​ເຫັນ​ສິ່ງ​ໜຶ່ງ​ຄ້າຍຄື​ກັນ​ກັບ​ທະເລ​ແກ້ວ​ປົນ​ໄຟ, ບັນດາ​ຜູ້​ມີ​ໄຊຊະນະ​ເໜືອ​ສັດຮ້າຍ​ກັບ​ຮູບຈຳລອງ ແລະ ໂຕເລກ​ປະຈຳ​ຊື່​ຂອງ​ມັນ​ຢືນ​ຢູ່​ແຄມ​ທະເລ​ນັ້ນ. ພວກເຂົາ​ຖື​ພິນ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ</verse>
				<verse number="3">ແລະ ໄດ້​ຮ້ອງ​ບົດເພງ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ບົດເພງ​ຂອງ​ລູກແກະ​ຂອງ​ພຣະເຈົ້າ​ວ່າ: “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່, ກິດຈະການ​ຂອງ​ພຣະອົງ​ຍິ່ງໃຫຍ່ ແລະ ອັດສະຈັນ​ຫລາຍ. ຂ້າແດ່​ກະສັດ​ແຫ່ງ​ປະຊາຊາດ​ທັງປວງ, ວິຖີທາງ​ຂອງ​ພຣະອົງ​ກໍ​ຍຸຕິທຳ ແລະ ເປັນ​ຄວາມ​ຈິງ.</verse>
				<verse number="4">ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ ມີ​ຜູ້ໃດ​ແດ່​ຈະ​ບໍ່​ຢຳເກງ​ພຣະອົງ ແລະ ຈະ​ບໍ່​ຖວາຍ​ກຽດ​ແກ່​ນາມ​ຂອງ​ພຣະອົງ? ເພາະ​ພຣະອົງ​ຜູ້ດຽວ​ບໍລິສຸດ. ປະຊາຊາດ​ທັງໝົດ​ຈະ​ເຂົ້າ​ມາ ແລະ ນະມັດສະການ​ຕໍ່ໜ້າ​ພຣະອົງ, ເພາະ​ກິດຈະການ​ອັນ​ຊອບທຳ​ຂອງ​ພຣະອົງ​ກໍ​ໄດ້​ເປີດເຜີຍ​ໃຫ້​ເຫັນ​ແລ້ວ”.</verse>
				<verse number="5">ຫລັງຈາກນີ້ ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຂ້າພະເຈົ້າ​ໄດ້​ເຫັນ​ວິຫານ​ໃນ​ສະຫວັນ ນັ້ນ​ແມ່ນ​ຫໍເຕັນ​ຂອງ​ກົດບັນຍັດ​ແຫ່ງ​ພັນທະສັນຍາ ແລະ ຫໍເຕັນ​ນັ້ນ​ກໍ​ເປີດ​ອອກ.</verse>
				<verse number="6">ເທວະດາ​ເຈັດ​ຕົນ​ທີ່​ຖື​ໄພພິບັດ​ທັງ​ເຈັດ​ກໍ​ອອກມາ​ຈາກ​ວິຫານ. ພວກເພິ່ນ​ນຸ່ງ​ຜ້າຝ້າຍລິນິນ​ສະອາດ, ຜ້າຝ້າຍລິນິນ​ເຫລື້ອມ ແລະ ຄາດ​ສາຍສະພາຍ​ຄຳ​ຮອບ​ໜ້າເອິກ​ຂອງ​ພວກເພິ່ນ.</verse>
				<verse number="7">ແລ້ວ​ໜຶ່ງ​ໃນ​ສິ່ງທີ່ມີຊີວິດ​ທັງ​ສີ່​ກໍ​ເອົາ​ຂັນ​ຄຳ​ທັງ​ເຈັດ ເຊິ່ງ​ເຕັມ​ໄປ​ດ້ວຍ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່​ຕະຫລອດໄປ​ເປັນນິດ​ນັ້ນ​ມອບ​ໃຫ້​ແກ່​ເທວະດາ​ເຈັດ​ຕົນ.</verse>
				<verse number="8">ແລະ ວິຫານ​ນັ້ນ​ກໍ​ເຕັມ​ໄປ​ດ້ວຍ​ຄວັນ​ແຫ່ງ​ສະຫງ່າລາສີ ແລະ ລິດອຳນາດ​ຂອງ​ພຣະເຈົ້າ ແລະ ບໍ່​ມີ​ຜູ້ໃດ​ສາມາດ​ເຂົ້າໄປ​ໃນ​ວິຫານ​ໄດ້​ຈົນກວ່າ​ໄພພິບັດ​ທັງ​ເຈັດ​ຈາກ​ເທວະດາ​ເຈັດ​ຕົນ​ນັ້ນ​ຈະ​ສຳເລັດ​ສົມບູນ.</verse>
			</chapter>
			<chapter number="16">
				<verse number="1">ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ວິຫານ​ກ່າວ​ຕໍ່​ເທວະດາ​ທັງ​ເຈັດ​ວ່າ, “ຈົ່ງ​ໄປ​ຖອກ​ຂັນ​ທັງ​ເຈັດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ນັ້ນ​ລົງ​ໃສ່​ແຜ່ນດິນໂລກ”.</verse>
				<verse number="2">ເທວະດາ​ຕົນ​ທຳອິດ​ໄດ້​ອອກ​ໄປ ແລະ ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ແຜ່ນດິນ, ແລ້ວ​ກໍ​ມີ​ບາດແຜ​ອັນ​ໜ້າກຽດ​ທີ່​ສ້າງ​ຄວາມເຈັບປວດ​ກໍ​ເກີດຂຶ້ນ​ຕາມ​ໂຕ​ຂອງ​ບັນດາ​ຜູ້​ທີ່​ມີ​ເຄື່ອງໝາຍ​ຂອງ​ສັດຮ້າຍ ແລະ ຂາບໄຫວ້​ຮູບຈຳລອງ​ຂອງ​ມັນ.</verse>
				<verse number="3">ເທວະດາ​ຕົນ​ທີ​ສອງ​ໄດ້​ເທ​ຂັນ​ຂອງ​ຕົນ​ລົງ​ເທິງ​ທະເລ, ແລະ ທະເລ​ນັ້ນ​ກໍ​ກາຍເປັນ​ເລືອດ​ເໝືອນດັ່ງ​ເລືອດ​ຂອງ​ຄົນ​ຕາຍ ແລະ ສິ່ງ​ທີ່​ມີ​ຊີວິດ​ທີ່​ອາໄສ​ຢູ່​ໃນ​ທະເລ​ນັ້ນ​ກໍ​ຕາຍ​ໝົດ.</verse>
				<verse number="4">ເທວະດາ​ຕົນ​ທີສາມ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ແມ່ນ້ຳ ແລະ ບໍ່ນ້ຳພຸ​ທັງຫລາຍ, ແລ້ວ​ນ້ຳ​ນັ້ນ​ກໍ​ກາຍເປັນ​ເລືອດ.</verse>
				<verse number="5">ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ເທວະດາ​ຜູ້​ຮັບຜິດຊອບ​ນ້ຳ​ນັ້ນ​ກ່າວ​ວ່າ: “ຂ້າ​ແດ່​ພຣະອົງ​ຜູ້​ບໍລິສຸດ, ພຣະອົງ​ຜູ້​ດຳລົງ​ຢູ່​ທັງ​ໃນ​ອະດີດ ແລະ ໃນ​ປັດຈຸບັນ ພຣະອົງ​ພິພາກສາ​ລົງໂທດ​ຢ່າງ​ຍຸຕິທຳ​ແລ້ວ,</verse>
				<verse number="6">ເນື່ອງຈາກ​ພວກເຂົາ​ໄດ້​ເຮັດ​ໃຫ້​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ຜູ້ທຳນວາຍ​ຂອງ​ພຣະອົງ​ຕ້ອງ​ຫລັ່ງ​ເລືອດ, ແລະ ພຣະອົງ​ເອົາ​ເລືອດ​ໃຫ້​ພວກເຂົາ​ດື່ມ​ຕາມ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ”.</verse>
				<verse number="7">ແລະ ຂ້າພະເຈົ້າ​ໄດ້​ຍິນ​ແທ່ນບູຊາ​ຮ້ອງ​ຕອບ​ວ່າ: “ແມ່ນ​ແລ້ວ, ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່ ການພິພາກສາ​ຂອງ​ພຣະອົງ​ກໍ​ເປັນ​ຄວາມ​ຈິງ ແລະ ຍຸຕິທຳ”.</verse>
				<verse number="8">ເທວະດາ​ຕົນ​ທີສີ່​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ດວງຕາເວັນ ແລະ ດວງຕາເວັນ​ກໍ​ໄດ້ຮັບ​ອະນຸຍາດ​ໃຫ້​ເຜົາໄໝ້​ຄົນ​ທັງຫລາຍ​ດ້ວຍ​ໄຟ.</verse>
				<verse number="9">ພວກເຂົາ​ຖືກ​ເຜົາ​ດ້ວຍ​ຄວາມຮ້ອນ​ກ້າ ແລະ ພວກເຂົາ​ກໍ​ປ້ອຍ​ດ່າ​ນາມ​ຂອງ​ພຣະເຈົ້າ​ຜູ້​ຄວບຄຸມ​ໄພພິບັດ​ເຫລົ່ານີ້, ແຕ່​ພວກເຂົາ​ບໍ່​ຍອມ​ກັບໃຈ ແລະ ຖວາຍ​ກຽດ​ແກ່​ພຣະອົງ.</verse>
				<verse number="10">ເທວະດາ​ຕົນ​ທີຫ້າ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ບັນລັງ​ຂອງ​ສັດຮ້າຍ ແລະ ອານາຈັກ​ຂອງ​ມັນ​ກໍ​ຈົມ​ລົງ​ສູ່​ຄວາມມືດ. ຄົນ​ທັງຫລາຍ​ກັດ​ລີ້ນ​ຂອງ​ຕົນ​ດ້ວຍ​ຄວາມເຈັບປວດ</verse>
				<verse number="11">ແລະ ປ້ອຍ​ດ່າ​ພຣະເຈົ້າ​ແຫ່ງ​ສະຫວັນ​ເພາະ​ຄວາມເຈັບປວດ​ຂອງ​ຕົນ ແລະ ບາດແຜ​ຂອງ​ຕົນ, ແຕ່​ພວກເຂົາ​ບໍ່​ຍອມ​ກັບໃຈ​ຈາກ​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ.</verse>
				<verse number="12">ເທວະດາ​ຕົນ​ທີຫົກ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ແມ່ນ້ຳ​ເອີຟຣັດ​ໃຫຍ່ ແລະ ນ້ຳ​ກໍ​ແຫ້ງ​ເພື່ອ​ຕຽມ​ທາງ​ໄວ້​ສຳລັບ​ບັນດາ​ກະສັດ​ຈາກ​ທິດຕາເວັນອອກ.</verse>
				<verse number="13">ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ວິນຍານສົກກະປົກ​ສາມ​ໂຕ​ມີ​ຮູບຮ່າງ​ຄ້າຍ​ຄື​ກົບ, ພວກມັນ​ອອກ​ມາ​ຈາກ​ປາກ​ຂອງ​ພະຍານາກ, ຈາກ​ປາກ​ຂອງ​ສັດຮ້າຍ ແລະ ຈາກ​ປາກ​ຂອງ​ຜູ້ທຳນວາຍ​ປອມ.</verse>
				<verse number="14">ພວກມັນ​ເປັນ​ວິນຍານ​ຂອງ​ມານຮ້າຍ​ທີ່​ເຮັດ​ໝາຍສຳຄັນ​ຕ່າງໆ, ພວກມັນ​ອອກ​ໄປ​ຫາ​ກະສັດ​ທົ່ວ​ໂລກ​ເພື່ອ​ເຕົ້າໂຮມ​ກະສັດ​ເຫລົ່ານັ້ນ​ມາ​ເຮັດ​ການຕໍ່ສູ້​ໃນ​ວັນ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່.</verse>
				<verse number="15">“ເບິ່ງ​ແມ! ເຮົາ​ຈະ​ມາ​ເໝືອນ​ຂະໂມຍ​ມາ! ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຕື່ນ​ຢູ່ ແລະ ນຸ່ງ​ເສື້ອຜ້າ​ຢູ່, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ບໍ່​ຕ້ອງ​ຍ່າງ​ເປືອຍກາຍ ແລະ ຖືກ​ເປີດເຜີຍ​ດ້ວຍ​ຄວາມອັບອາຍ”.</verse>
				<verse number="16">ແລ້ວ​ພວກເຂົາ​ໄດ້​ເຕົ້າໂຮມ​ບັນດາ​ກະສັດ​ມາ​ຊຸມນຸມກັນ​ໃນ​ບ່ອນ​ທີ່​ພາສາ​ເຮັບເຣີ​ເອີ້ນວ່າ​ອາມາເຄໂດນ.</verse>
				<verse number="17">ເທວະດາ​ຕົນ​ທີເຈັດ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ອາກາດ ແລະ ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ບັນລັງ​ໃນ​ວິຫານ​ວ່າ, “ສຳເລັດແລ້ວ!”</verse>
				<verse number="18">ຫລັງຈາກ​ນັ້ນ ເກີດ​ມີ​ແສງ​ຟ້າແມບເຫລື້ອມ, ສຽງດັງ, ສຽງຟ້າຮ້ອງ ແລະ ແຜ່ນດິນໄຫວ​ຄັ້ງ​ຮ້າຍແຮງ. ບໍ່​ເຄີຍ​ມີ​ແຜ່ນດິນໄຫວ​ຢ່າງນີ້​ເລີຍ ນັບ​ຕັ້ງແຕ່​ມີ​ມະນຸດ​ຢູ່​ເທິງ​ແຜ່ນດິນໂລກ​ມາ, ດັ່ງນັ້ນ​ຈຶ່ງ​ເປັນ​ແຜ່ນດິນໄຫວ​ຄັ້ງ​ໃຫຍ່​ຫລາຍ.</verse>
				<verse number="19">ນະຄອນ​ຍິ່ງໃຫຍ່​ນັ້ນ​ໄດ້​ແຍກ​ອອກ​ເປັນ​ສາມ​ສ່ວນ ແລະ ບັນດາ​ເມືອງ​ໃຫຍ່​ຂອງ​ປະເທດ​ຕ່າງໆ​ໄດ້​ພັງທະລາຍ​ລົງ. ພຣະເຈົ້າ​ລະນຶກເຖິງ​ບາບີໂລນ​ນະຄອນ​ຍິ່ງໃຫຍ່ ແລະ ໄດ້​ໃຫ້​ນະຄອນ​ນີ້​ດື່ມ​ຈາກ​ຈອກ​ທີ່​ເຕັມ​ດ້ວຍ​ເຫລົ້າອະງຸ່ນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະອົງ.</verse>
				<verse number="20">ເກາະ​ທຸກ​ແຫ່ງ​ຫາຍໄປ ແລະ ພູ​ທຸກ​ໜ່ວຍ​ກໍ​ບໍ່​ພົບ.</verse>
				<verse number="21">ມີ​ໝາກເຫັບ​ຂະໜາດ​ໃຫຍ່​ຕົກ​ຈາກ​ຟ້າ​ລົງ​ມາ​ໃສ່​ຄົນ​ທັງປວງ ແຕ່ລະກ້ອນ​ໜັກ​ປະມານ 45 ກິໂລກຣາມ ແລະ ພວກເຂົາ​ໄດ້​ປ້ອຍ​ດ່າ​ພຣະເຈົ້າ​ຍ້ອນ​ໄພພິບັດ​ທີ່​ເກີດ​ຈາກ​ໝາກເຫັບ​ນັ້ນ ເພາະວ່າ​ເປັນ​ໄພພິບັດ​ອັນ​ຮ້າຍແຮງ​ຫລາຍ.</verse>
			</chapter>
			<chapter number="17">
				<verse number="1">ໜຶ່ງ​ໃນ​ເທວະດາ​ເຈັດ​ຕົນ​ທີ່​ຖື​ຂັນ​ເຈັດ​ໜ່ວຍ​ນັ້ນ​ມາ​ຫາ​ຂ້າພະເຈົ້າ ແລະ ກ່າວ​ວ່າ, “ມາ, ເຮົາ​ຈະ​ສະແດງ​ໃຫ້​ທ່ານ​ເຫັນ​ການ​ລົງໂທດ​ຍິງໂສເພນີ​ທີ່​ໂຫດຮ້າຍ​ຜູ້​ນັ່ງ​ຢູ່​ເທິງ​ແມ່ນ້ຳ​ທັງຫລາຍ​ນັ້ນ.</verse>
				<verse number="2">ບັນດາ​ກະສັດ​ທົ່ວ​ໂລກ​ໄດ້​ເຮັດ​ຜິດສິນທຳທາງເພດ​ກັບ​ນາງ, ແລະ ຄົນ​ທັງຫລາຍ​ທີ່​ຢູ່​ເທິງ​ແຜ່ນດິນໂລກ​ກໍ​ເມົາ​ເຫລົ້າອະງຸ່ນ​ແຫ່ງ​ການຜິດສິນທຳທາງເພດ​ຂອງ​ນາງ”.</verse>
				<verse number="3">ແລ້ວ​ເທວະດາ​ຕົນ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ໃນ​ພຣະວິນຍານ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ. ທີ່​ນັ້ນ​ຂ້າພະເຈົ້າ​ໄດ້​ເຫັນ​ແມ່ຍິງ​ຄົນ​ໜຶ່ງ​ນັ່ງ​ຢູ່​ເທິງ​ສັດຮ້າຍ​ສີແດງເຂັ້ມ ເຊິ່ງ​ມີ​ຫລາຍ​ຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ​ເຕັມ​ໄປ​ທັງ​ໂຕ, ມີ​ເຈັດ​ຫົວ ແລະ ສິບ​ເຂົາ.</verse>
				<verse number="4">ແມ່ຍິງ​ຄົນ​ນັ້ນ​ນຸ່ງເຄື່ອງ​ສີມ່ວງ ແລະ ສີແດງເຂັ້ມ ແລະ ເປັ່ງປະກາຍ​ດ້ວຍ​ຄຳ, ອັນຍະມະນີ ແລະ ໄຂ່ມຸກ. ນາງ​ຖື​ຈອກ​ຄຳ​ໄວ້​ໃນ​ມື​ຂອງ​ນາງ, ເຊິ່ງ​ເຕັມ​ໄປ​ດ້ວຍ​ສິ່ງທີ່ໜ້າກຽດຊັງ ແລະ ຄວາມ​ສົກກະປົກ​ຂອງ​ການ​ຫລິ້ນຊູ້​ຂອງ​ນາງ.</verse>
				<verse number="5">ຊື່​ທີ່​ຂຽນ​ໄວ້​ເທິງ​ໜ້າຜາກ​ຂອງ​ນາງ​ເປັນ​ຄວາມເລິກລັບ​ວ່າ: ບາບີໂລນ​ນະຄອນ​ຍິ່ງໃຫຍ່*** ແມ່​ຂອງ​ຍິງໂສເພນີ*** ແລະ ສິ່ງທີ່ໜ້າກຽດຊັງ​ທັງຫລາຍ​ຂອງ​ແຜ່ນດິນໂລກ.***</verse>
				<verse number="6">ຂ້າພະເຈົ້າ​ເຫັນ​ແມ່ຍິງ​ຄົນ​ນັ້ນ​ເມົາ​ດ້ວຍ​ເລືອດ​ຂອງ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ, ເລືອດ​ຂອງ​ບັນດາ​ຜູ້​ທີ່​ເປັນ​ພະຍານ​ເພື່ອ​ພຣະເຢຊູເຈົ້າ. ເມື່ອ​ຂ້າພະເຈົ້າ​ເຫັນ​ນາງ​ແລ້ວ​ກໍ​ປະຫລາດໃຈ​ຫລາຍ.</verse>
				<verse number="7">ແລ້ວ​ເທວະດາ​ຕົນ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ດ້ວຍເຫດໃດ​ທ່ານ​ຈຶ່ງ​ປະຫລາດໃຈ? ເຮົາ​ຈະ​ອະທິບາຍ​ຄວາມເລິກລັບ​ຂອງ​ແມ່ຍິງ​ຄົນ​ນັ້ນ​ກັບ​ສັດຮ້າຍ​ທີ່​ມີ​ເຈັດ​ຫົວ ແລະ ສິບ​ເຂົາ​ທີ່​ນາງ​ຂີ່​ໃຫ້​ທ່ານ​ຟັງ.</verse>
				<verse number="8">ສັດຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ, ຄັ້ງ​ໜຶ່ງ​ເຄີຍ​ມີຊີວິດ​ຢູ່ ແຕ່​ບັດນີ້​ບໍ່​ມີຊີວິດ​ຢູ່, ມັນ​ຈະ​ຂຶ້ນ​ມາ​ຈາກ​ເຫວເລິກ ແລະ ໄປ​ສູ່​ຄວາມຈິບຫາຍ​ຂອງ​ມັນ. ຄົນ​ທັງຫລາຍ​ທີ່​ຢູ່​ແຜ່ນດິນໂລກ​ຜູ້​ທີ່​ບໍ່​ມີ​ຊື່​ຢູ່​ໃນ​ໜັງສື​ແຫ່ງ​ຊີວິດ​ຕັ້ງແຕ່​ສ້າງ​ໂລກ​ຈະ​ປະຫລາດໃຈ​ເມື່ອ​ພວກເຂົາ​ໄດ້​ເຫັນ​ສັດຮ້າຍ​ນີ້, ເພາະ​ຄັ້ງ​ໜຶ່ງ​ມັນ​ເຄີຍ​ມີຊີວິດ​ຢູ່ ແລະ ບັດນີ້​ບໍ່​ມີຊີວິດ​ຢູ່, ແຕ່​ມັນ​ຈະ​ມາ​ໃນ​ອະນາຄົດ.</verse>
				<verse number="9">“ໃນ​ເລື່ອງ​ນີ້​ຕ້ອງ​ໃຊ້​ຄວາມຄິດ ແລະ ປັນຍາ. ເຈັດ​ຫົວ​ນັ້ນ​ແມ່ນ​ເນີນພູ​ເຈັດ​ໜ່ວຍ​ທີ່​ຍິງ​ນັ້ນ​ນັ່ງ​ຢູ່.</verse>
				<verse number="10">ທັງ​ຍັງ​ໝາຍ​ເຖິງ​ກະສັດ​ເຈັດ​ອົງ. ຫ້າ​ອົງ​ໄດ້​ລ່ວງ​ໄປ​ແລ້ວ, ອົງ​ໜຶ່ງ​ເປັນ​ຢູ່ ແລະ ອີກ​ອົງ​ໜຶ່ງ​ຍັງ​ບໍ່​ມາ, ແຕ່​ເມື່ອ​ມາ​ແລ້ວ​ຈະ​ຕ້ອງ​ຢູ່​ພຽງ​ຊົ່ວຂະນະໜຶ່ງ.</verse>
				<verse number="11">ສັດຮ້າຍ​ທີ່​ຄັ້ງ​ໜຶ່ງ​ເຄີຍ​ມີຊີວິດ​ຢູ່ ແລະ ບັດນີ້​ບໍ່​ມີຊີວິດ​ຢູ່ ນັ້ນ​ຄື​ກະສັດ​ອົງ​ທີ​ແປດ. ມັນ​ຮ່ວມ​ຢູ່​ໃນ​ກຸ່ມ​ຂອງ​ກະສັດ​ທັງ​ເຈັດ​ອົງ​ດ້ວຍ ແລະ ກຳລັງ​ຈະ​ໄປ​ສູ່​ຄວາມຈິບຫາຍ​ຂອງ​ມັນ.</verse>
				<verse number="12">“ສ່ວນ​ເຂົາ​ທັງ​ສິບ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ​ຄື​ກະສັດ​ສິບ​ອົງ​ທີ່​ຍັງ​ບໍ່​ໄດ້​ຮັບ​ອານາຈັກ​ເທື່ອ, ແຕ່​ຈະ​ໄດ້​ຮັບ​ສິດອຳນາດ​ໃນ​ຖານະ​ກະສັດ​ຮ່ວມ​ກັບ​ສັດຮ້າຍ​ນັ້ນ​ເປັນ​ໄລຍະ​ເວລາ​ໜຶ່ງ​ຊົ່ວໂມງ.</verse>
				<verse number="13">ພວກເຂົາ​ມີ​ເປົ້າໝາຍ​ດຽວ​ກັນ ແລະ ຈະ​ມອບ​ອຳນາດ ແລະ ສິດອຳນາດ​ຂອງ​ຕົນ​ໃຫ້​ສັດຮ້າຍ​ນັ້ນ.</verse>
				<verse number="14">ພວກເຂົາ​ຈະ​ສູ້ຮົບ​ກັບ​ລູກແກະ​ຂອງ​ພຣະເຈົ້າ, ແຕ່​ລູກແກະ​ຂອງ​ພຣະເຈົ້າ​ຈະ​ຊະນະ​ພວກເຂົາ​ເພາະ​ພຣະອົງ​ເປັນ​ອົງພຣະຜູ້ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ ເປັນ​ກະສັດ​ເໜືອ​ກະສັດ​ທັງຫລາຍ ແລະ ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ​ເປັນ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ, ເລືອກ​ໄວ້ ແລະ ເປັນ​ຜູ້ຕິດຕາມ​ທີ່​ສັດຊື່​ຂອງ​ພຣະອົງ”.</verse>
				<verse number="15">ແລ້ວ​ເທວະດາ​ຕົນ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ນ້ຳ​ທັງຫລາຍ​ທີ່​ທ່ານ​ໄດ້​ເຫັນ ບ່ອນ​ທີ່​ຍິງໂສເພນີ​ນັ່ງ​ຢູ່​ນັ້ນ ຄື​ບັນດາ​ປະຊາຊົນ, ມວນຊົນ, ປະຊາຊາດ ແລະ ພາສາ​ຕ່າງໆ.</verse>
				<verse number="16">ສັດຮ້າຍ ແລະ ເຂົາ​ສິບ​ອັນ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ​ຈະ​ກຽດຊັງ​ຍິງໂສເພນີ. ພວກເຂົາ​ຈະ​ນຳ​ນາງ​ໄປ​ສູ່​ຄວາມຈິບຫາຍ ແລະ ປ່ອຍ​ໃຫ້​ນາງ​ເປືອຍ​ກາຍ, ພວກເຂົາ​ຈະ​ກິນ​ຊີ້ນ​ຂອງ​ນາງ ແລະ ເຜົາ​ນາງ​ດ້ວຍ​ໄຟ.</verse>
				<verse number="17">ເພາະ​ພຣະເຈົ້າ​ໃສ່​ສິ່ງ​ນັ້ນ​ເຂົ້າ​ໄປ​ໃນ​ໃຈ​ຂອງ​ພວກເຂົາ​ເພື່ອ​ໃຫ້​ບັນລຸ​ຕາມ​ຈຸດປະສົງ​ຂອງ​ພຣະອົງ​ໂດຍ​ໃຫ້​ພວກເຂົາ​ເຫັນດີ​ມອບ​ອຳນາດ​ການປົກຄອງ​ຂອງ​ພວກເຂົາ​ແກ່​ສັດຮ້າຍ​ນັ້ນ​ຈົນກວ່າ​ຈະ​ສຳເລັດ​ຕາມ​ພຣະທຳ​ຂອງ​ພຣະເຈົ້າ.</verse>
				<verse number="18">ແມ່ຍິງ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ​ຄື​ນະຄອນ​ຍິ່ງໃຫຍ່ ເຊິ່ງ​ປົກຄອງ​ບັນດາ​ກະສັດ​ຂອງ​ໂລກ”.</verse>
			</chapter>
			<chapter number="18">
				<verse number="1">ຫລັງຈາກ​ນີ້ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ. ເທວະດາ​ຕົນ​ນີ້​ມີ​ສິດອຳນາດ​ອັນ​ຍິ່ງໃຫຍ່ ແລະ ແຜ່ນດິນໂລກ​ໄດ້​ສະຫວ່າງ​ຂຶ້ນ​ດ້ວຍ​ລັດສະໝີ​ຂອງ​ເພິ່ນ.</verse>
				<verse number="2">ເທວະດາ​ຕົນ​ນັ້ນ​ໄດ້​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ອັນ​ມີ​ພະລັງ​ວ່າ: “ຫລົ້ມຈົມ​ແລ້ວ! ບາບີໂລນ​ນະຄອນ​ຍິ່ງໃຫຍ່​ໄດ້​ຫລົ້ມຈົມ​ແລ້ວ! ນາງ ​ນີ້​ໄດ້​ກາຍເປັນ​ບ່ອນອາໄສ​ຂອງ​ພວກ​ຜີມານຮ້າຍ ແລະ ເປັນ​ບ່ອນ​ສິງ​ຢູ່​ຂອງ​ວິນຍານສົກກະປົກ​ທຸກ​ຢ່າງ, ເປັນ​ບ່ອນ​ສິງ​ຢູ່​ຂອງ​ນົກ​ທຸກ​ຊະນິດ​ທີ່​ເປັນມົນທິນ, ເປັນ​ບ່ອນ​ສິງ​ຢູ່​ຂອງ​ສັດ​ທຸກ​ຊະນິດ​ທີ່​ເປັນມົນທິນ ແລະ ໜ້າ​ກຽດຊັງ</verse>
				<verse number="3">ເພາະ​ທຸກ​ປະຊາຊາດ​ໄດ້​ດື່ມ ເຫລົ້າອະງຸ່ນ​ປຸກ​ແຫ່ງ​ການຫລິ້ນຊູ້​ຂອງ​ນາງ. ບັນດາ​ກະສັດ​ແຫ່ງ​ແຜ່ນດິນໂລກ​ກໍ​ໄດ້​ຮ່ວມ​ຫລິ້ນຊູ້​ກັບ​ນາງ ແລະ ພໍ່ຄ້າ​ທັງຫລາຍ​ຂອງ​ໂລກ​ໄດ້​ຮັ່ງມີ​ຂຶ້ນ​ດ້ວຍ​ຄວາມຟຸມເຟືອຍ​ອັນ​ລົ້ນເຫລືອ​ຂອງ​ນາງ”.</verse>
				<verse number="4">ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ອີກ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ກ່າວ​ວ່າ: “ບັນດາ​ຄົນ​ຂອງ​ເຮົາ, ຈົ່ງ​ອອກ​ມາ​ຈາກ​ເມືອງ​ນັ້ນ, ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ບໍ່​ໄດ້​ມີ​ສ່ວນຮ່ວມ​ໃນ​ການ​ບາບ​ຂອງ​ນາງ, ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ຮັບ​ໄພພິບັດ​ໃດໆ​ທີ່​ຈະ​ເກີດຂຶ້ນ​ກັບ​ນາງ,</verse>
				<verse number="5">ເພາະ​ບາບ​ຂອງ​ນາງ​ນັ້ນ​ກອງ​ສູງ​ຂຶ້ນ​ເຖິງ​ສະຫວັນ, ແລະ ພຣະເຈົ້າ​ຈື່ຈຳ​ຄວາມຜິດ​ອັນ​ຊົ່ວຮ້າຍ​ຂອງ​ນາງ​ໄດ້.</verse>
				<verse number="6">ຈົ່ງ​ຕອບແທນ​ນາງ​ເໝືອນດັ່ງ​ທີ່​ມັນ​ໄດ້​ໃຫ້​ແກ່​ຜູ້​ອື່ນ. ຈົ່ງ​ຕອບແທນ​ນາງ​ສອງ​ເທົ່າ​ຂອງ​ສິ່ງ​ທີ່​ນາງ​ໄດ້​ເຮັດ. ຈົ່ງ​ຖອກ​ຄືນ​ເປັນ​ສອງ​ເທົ່າ​ຂອງ​ຈອກ​ທີ່​ນາງ​ປະສົມ​ໄວ້.</verse>
				<verse number="7">ຈົ່ງ​ໃຫ້​ນາງ​ທໍລະມານ ແລະ ໂສກເສົ້າ​ຫລາຍ​ເທົ່າ ເໝືອນດັ່ງ​ກຽດ ແລະ ຄວາມສະໜຸກສະໜານ​ທີ່​ນາງ​ໄດ້​ມອບ​ໃຫ້​ກັບ​ຕົນເອງ. ນາງ​ອວດອ້າງ​ໃນ​ໃຈ​ວ່າ, ‘ຂ້ອຍ​ນັ່ງ​ບັນລັງ​ເປັນ​ລາຊີນີ. ຂ້ອຍ​ບໍ່​ແມ່ນ​ແມ່ໝ້າຍ, ຂ້ອຍ​ຈະ​ບໍ່​ມີ​ມື້​ໂສກເສົ້າ’</verse>
				<verse number="8">ເຫດສະນັ້ນ ພາຍໃນ​ມື້​ດຽວ​ໄພພິບັດ​ຕ່າງໆ​ຂອງ​ນາງ​ຈະ​ຕົກ​ຖືກ​ນາງ​ຄື: ຄວາມຕາຍ, ຄວາມໂສກເສົ້າ ແລະ ຄວາມອຶດຢາກ. ນາງ​ຈະ​ຖືກ​ເຜົາຜານ​ດ້ວຍ​ໄຟ ເພາະ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຜູ້​ພິພາກສາ​ນາງ​ນັ້ນ​ມີ​ລິດອຳນາດ​ຍິ່ງໃຫຍ່.</verse>
				<verse number="9">“ເມື່ອ​ບັນດາ​ກະສັດ​ຂອງ​ໂລກ​ທີ່​ໄດ້​ມີ​ສ່ວນ​ຮ່ວມ​ຫລິ້ນຊູ້ ແລະ ຮ່ວມ​ສະໜຸກສະໜານ​ກັບ​ນາງ​ເຫັນ​ຄວັນ​ໄຟ​ທີ່​ກຳລັງ​ເຜົາຜານ​ນາງ​ຢູ່, ພວກເຂົາ​ຈະ​ຮ້ອງໄຫ້ ແລະ ໄວ້ອາໄລ​ໃຫ້​ນາງ.</verse>
				<verse number="10">ພວກເຂົາ​ຢ້ານກົວ​ຕໍ່​ຄວາມທໍລະມານ​ຂອງ​ນາງ ພວກເຂົາ​ຈະ​ຢືນ​ຢູ່​ຫ່າງໆ ແລະ ຮ້ອງ​ວ່າ: “‘ວິບັດ! ວິບັດ​ແກ່​ເຈົ້າ, ນະຄອນ​ຍິ່ງໃຫຍ່​ເອີຍ! ບາບີໂລນ ນະຄອນ​ທີ່​ເຕັມ​ໄປ​ດ້ວຍ​ອຳນາດ​ເອີຍ! ພຽງ​ຊົ່ວໂມງ​ດຽວ​ການພິພາກສາ​ກໍ​ມາ​ເຖິງ​ເຈົ້າ!’</verse>
				<verse number="11">“ພໍ່ຄ້າ​ທັງຫລາຍ​ຂອງ​ໂລກ​ຈະ​ຮ້ອງໄຫ້​ໄວ້ອາໄລ​ນະຄອນ​ນັ້ນ​ເພາະ​ບໍ່​ມີ​ຜູ້ໃດ​ຊື້​ສິນຄ້າ​ຂອງ​ພວກເຂົາ​ອີກ​ແລ້ວ</verse>
				<verse number="12">ສິນຄ້າ​ເຫລົ່ານັ້ນ​ຄື: ຄຳ, ເງິນ, ອັນຍະມະນີ ແລະ ໄຂ່ມຸກ, ຜ້າຝ້າຍລິນິນ​ເນື້ອລະອຽດດີ, ຜ້າສີມ່ວງ, ຜ້າໄໝ ແລະ ຜ້າ​ສີແດງເຂັ້ມ, ໄມ້ຫອມ​ທຸກ​ຊະນິດ ແລະ ຜະລິດຕະພັນ​ທຸກ​ຊະນິດ​ທີ່​ເຮັດ​ດ້ວຍ​ງາຊ້າງ, ໄມ້​ລາຄາ​ແພງ, ທອງສຳລິດ, ເຫລັກ ແລະ ຫີນອ່ອນ,</verse>
				<verse number="13">ສິນຄ້າ​ອື່ນ​ອີກ​ຄື: ອົບເຊີຍ ແລະ ເຄື່ອງ​ເທດ, ເຄື່ອງຫອມ ແລະ ກຳຍານ, ເຫລົ້າອະງຸ່ນ, ນ້ຳມັນ​ໝາກກອກ, ແປ້ງລະອຽດ ແລະ ເຂົ້າຫວີດ, ງົວ ແລະ ແກະ, ມ້າ, ລົດມ້າ ແລະ ມະນຸດ​ທີ່​ຖືກ​ຂາຍ​ເປັນ​ຂ້າທາດ​ດ້ວຍ.</verse>
				<verse number="14">“ພວກເຂົາ​ຈະ​ກ່າວ​ວ່າ, ‘ຜົນ​ທີ່​ເຈົ້າ​ປາຖະໜາ​ຫາ​ກໍ​ໝົດ​ໄປ​ຈາກ​ເຈົ້າ​ແລ້ວ. ຄວາມຫລູຫລາ ແລະ ຄວາມງົດງາມ​ຂອງ​ເຈົ້າ​ທັງໝົດ​ໄດ້​ສູນຫາຍ​ໄປ, ຢ່າງ​ບໍ່​ມີ​ວັນ​ກັບຄືນ​ມາ’.</verse>
				<verse number="15">ບັນດາ​ພໍ່ຄ້າ​ທີ່​ຂາຍ​ສິ່ງຂອງ​ເຫລົ່ານີ້ ແລະ ໄດ້ຮັບ​ຄວາມຮັ່ງມີ​ຈາກ​ນະຄອນ​ນັ້ນ​ຈະ​ຢືນ​ຢູ່​ຫ່າງໆ ເພາະ​ຢ້ານ​ຄວາມທໍລະມານ​ຂອງ​ມັນ. ພວກເຂົາ​ຈະ​ຮ້ອງໄຫ້​ໄວ້ອາໄລ</verse>
				<verse number="16">ແລະ ຮ້ອງ​ອອກ​ວ່າ: “‘ວິບັດ! ວິບັດ​ແກ່​ເຈົ້າ, ນະຄອນ​ຍິ່ງໃຫຍ່​ເອີຍ, ເຈົ້າ​ນຸ່ງຫົ່ມ​ຜ້າຝ້າຍລິນິນ​ເນື້ອລະອຽດດີ, ຜ້າ​ສີມ່ວງ ແລະ ຜ້າ​ສີແດງເຂັ້ມ, ແລະ ເປັ່ງປະກາຍ​ດ້ວຍ​ຄຳ, ອັນຍະມະນີ ແລະ ໄຂ່ມຸກ!</verse>
				<verse number="17">ພາຍ​ໃນ​ຊົ່ວໂມງ​ດຽວ​ຊັບສົມບັດ​ອັນ​ມະຫາສານ​ກໍ​ໄດ້​ຖືກ​ທຳລາຍ!’ “ນາຍ​ເຮືອ​ທຸກຄົນ, ທຸກຄົນ​ທີ່​ເດີນທາງ​ດ້ວຍ​ເຮືອ, ທະຫານເຮືອ ແລະ ຄົນ​ທັງປວງ​ທີ່​ຫາລ້ຽງຊີບ​ຈາກ​ທະເລ​ຈະ​ຢືນ​ຢູ່​ຫ່າງໆ.</verse>
				<verse number="18">ເມື່ອ​ພວກເຂົາ​ເຫັນ​ຄວັນ​ທີ່​ກຳລັງ​ເຜົາ​ນະຄອນ​ນັ້ນ ພວກເຂົາ​ຈະ​ຮ້ອງ​ວ່າ, ‘ເຄີຍ​ມີ​ນະຄອນ​ໃດ​ທີ່​ເໝືອນ​ນະຄອນ​ຍິ່ງໃຫຍ່​ນີ້?’</verse>
				<verse number="19">ພວກເຂົາ​ຈະ​ໂຮຍ​ຂີ້ຝຸ່ນດິນ​ໃສ່​ຫົວ​ຂອງ​ຕົນ, ຮ້ອງໄຫ້, ໂສກເສົ້າ ແລະ ຮ້ອງ​ວ່າ: “‘ວິບັດ! ວິບັດ​ແກ່​ເຈົ້າ, ນະຄອນ​ຍິ່ງໃຫຍ່​ເອີຍ, ບ່ອນ​ທີ່​ເຮັດ​ໃຫ້​ທຸກຄົນ​ຜູ້​ມີ​ເຮືອ​ເດີນ​ທະເລ ຮັ່ງມີ​ໂດຍ​ຄວາມຮັ່ງມີ​ຂອງ​ມັນ ພາຍ​ໃນ​ຊົ່ວໂມງ​ດຽວ​ມັນ​ກໍ​ຖືກ​ທຳລາຍ!’</verse>
				<verse number="20">“ຟ້າ​ສະຫວັນ​ເອີຍ! ຈົ່ງ​ຊື່ນຊົມຍິນດີ​ເພາະ​ນະຄອນ​ນີ້, ຄົນ​ຂອງ​ພຣະເຈົ້າ​ເອີຍ! ຈົ່ງ​ຊື່ນຊົມຍິນດີ, ບັນດາ​ອັກຄະສາວົກ ແລະ ບັນດາ​ຜູ້ທຳນວາຍ​ເອີຍ! ຈົ່ງ​ຊື່ນຊົມຍິນດີ, ເພາະ​ພຣະເຈົ້າ​ໄດ້​ພິພາກສາ​ນະຄອນ​ນີ້​ແລ້ວ ດ້ວຍ​ການ​ລົງໂທດ​ນະຄອນ​ນີ້​ທີ່​ໄດ້​ເຮັດ​ຜິດ​ກັບ​ພວກເຈົ້າ”.</verse>
				<verse number="21">ຫລັງຈາກ​ນັ້ນ ເທວະດາ​ຜູ້​ມີ​ລິດ​ຕົນ​ໜຶ່ງ​ໄດ້​ຍົກ​ກ້ອນຫີນ​ຂະໜາດ​ເທົ່າ​ຫີນໂມ້​ໃຫຍ່​ຖິ້ມ​ລົງ​ໃນ​ທະເລ ແລະ ກ່າວ​ວ່າ: “ບາບີໂລນ​ນະຄອນ​ຍິ່ງໃຫຍ່​ຈະ​ຖືກ​ຖິ້ມ​ລົງ ດ້ວຍ​ຄວາມຮຸນແຮງ​ຢ່າງ​ນີ້​ແຫລະ, ຈະ​ບໍ່​ມີ​ຜູ້ໃດ​ເຫັນ​ມັນ​ອີກ​ຈັກເທື່ອ.</verse>
				<verse number="22">ສຽງ​ດົນຕີ​ຈາກ​ນັກດີດພິນ ແລະ ນັກດົນຕີ, ຄົນເປົ່າຂຸ່ຍ ແລະ ຄົນເປົ່າແກ, ຈະ​ບໍ່​ໄດ້ຍິນ​ໃນ​ນະຄອນ​ນີ້​ອີກ​ຈັກເທື່ອ. ບໍ່​ມີ​ຄົນງານ​ຂອງ​ການຄ້າ​ໃດໆ ທີ່​ຈະ​ພົບ​ໃນ​ນະຄອນ​ນີ້​ອີກ. ສຽງ​ຂອງ​ຫີນໂມ້ແປ້ງ ຈະ​ບໍ່​ໄດ້​ຍິນ​ໃນ​ນະຄອນ​ນີ້​ອີກ.</verse>
				<verse number="23">ແສງ​ຂອງ​ຕະກຽງ ຈະ​ບໍ່​ສ່ອງແສງ​ໃນ​ນະຄອນ​ນີ້​ອີກ. ສຽງ​ຂອງ​ເຈົ້າບ່າວ ແລະ ເຈົ້າສາວ ຈະ​ບໍ່​ໄດ້​ຍິນ​ໃນ​ເຈົ້າ​ອີກ​ຈັກເທື່ອ. ພໍ່ຄ້າ​ທັງຫລາຍ​ຂອງ​ເຈົ້າ​ໄດ້​ເປັນ​ຄົນສຳຄັນ​ຂອງ​ໂລກ. ເຈົ້າ​ໄດ້​ໃຊ້​ເວດມົນຄາຖາ​ຫລອກລວງ​ບັນດາ​ປະຊາຊາດ​ໃຫ້​ຫລົງ​ໄປ.</verse>
				<verse number="24">ໃນ​ເມືອງ​ນີ້​ພົບ​ໄດ້​ແຕ່​ເລືອດ​ຂອງ​ບັນດາ​ຜູ້ທຳນວາຍ ແລະ ເລືອດ​ຂອງ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ເລືອດ​ຂອງ​ທຸກຄົນ​ທີ່​ຖືກ​ຂ້າ​ເທິງ​ແຜ່ນດິນໂລກ”.</verse>
			</chapter>
			<chapter number="19">
				<verse number="1">ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ເໝືອນ​ສຽງຮ້ອງ​ຂອງ​ຝູງຊົນ​ໃນ​ສະຫວັນ​ຮ້ອງ​ວ່າ: “ຮາເລລູຢາ! ຄວາມພົ້ນ, ສະຫງ່າລາສີ ແລະ ລິດອຳນາດ​ເປັນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ທັງຫລາຍ,</verse>
				<verse number="2">ເພາະ​ບັນດາ​ການ​ຕັດສິນ​ຂອງ​ພຣະອົງ​ກໍ​ຖືກຕ້ອງ ແລະ ຍຸຕິທຳ. ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຍິງໂສເພນີ​ທີ່​ໂຫດຮ້າຍ​ນັ້ນ​ແລ້ວ ຜູ້​ທີ່​ເຮັດ​ໃຫ້​ໂລກ​ຊົ່ວຊ້າ​ໄປ​ດ້ວຍ​ການຫລິ້ນຊູ້​ຂອງ​ມັນ. ພຣະອົງ​ໃຫ້​ມັນ​ຊົດໃຊ້​ເລືອດ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ”.</verse>
				<verse number="3">ແລະ ພວກເຂົາ​ກໍ​ຮ້ອງ​ສຽງດັງ​ອີກ​ວ່າ: “ຮາເລລູຢາ! ຄວັນໄຟ​ຈາກ​ເມືອງ​ນັ້ນ​ພຸ່ງ​ຂຶ້ນ​ຕະຫລອດໄປ​ເປັນນິດ”.</verse>
				<verse number="4">ຜູ້ອາວຸໂສ​ຊາວສີ່​ທ່ານ ແລະ ສິ່ງທີ່ມີຊີວິດ​ທັງ​ສີ່​ກໍ​ກົ້ມລົງ ແລະ ນະມັດສະການ​ພຣະເຈົ້າ ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ. ແລະ ພວກເພິ່ນ​ກ່າວ​ວ່າ: “ອາແມນ, ຮາເລລູຢາ!”</verse>
				<verse number="5">ແລ້ວ​ມີ​ສຽງ​ໜຶ່ງ​ອອກ​ມາ​ຈາກ​ບັນລັງ​ວ່າ: “ຈົ່ງ​ສັນລະເສີນ​ພຣະເຈົ້າ​ຂອງ​ພວກເຮົາ, ພວກເຈົ້າ​ທັງຫລາຍ​ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ, ຜູ້​ທີ່​ຢຳເກງ​ພຣະອົງ, ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ!”</verse>
				<verse number="6">ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ເໝືອນ​ສຽງ​ຄົນ​ຈຳນວນ​ຫລວງຫລາຍ, ເໝືອນ​ສຽງ​ນ້ຳ​ໄຫລ​ແຮງ ແລະ ເໝືອນ​ສຽງ​ຟ້າຮ້ອງ, ຮ້ອງ​ວ່າ: “ຮາເລລູຢາ! ເພາະ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ມີ​ລິດອຳນາດຍິ່ງໃຫຍ່​ນັ້ນ​ປົກຄອງ​ຢູ່.</verse>
				<verse number="7">ໃຫ້​ພວກເຮົາ​ທັງຫລາຍ​ຊື່ນຊົມຍິນດີ ແລະ ຍິນດີ ແລະ ຖວາຍ​ກຽດ​ແກ່​ພຣະອົງ! ເພາະ​ງານສົມລົດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ​ໄດ້​ມາ​ເຖິງ​ແລ້ວ, ແລະ ເຈົ້າສາວ​ຂອງ​ພຣະອົງ​ໄດ້​ຕຽມໂຕ​ພ້ອມ​ແລ້ວ.</verse>
				<verse number="8">ຜ້າຝ້າຍລິນິນ​ເນື້ອລະອຽດດີ, ສົດ​ໃສ ແລະ ສະອາດ, ໄດ້​ມອບ​ໃຫ້​ແກ່​ເຈົ້າສາວ​ເພື່ອ​ສວມ​ໃສ່”. (ຜ້າຝ້າຍລິນິນ​ເນື້ອລະອຽດດີ​ນັ້ນ​ໝາຍເຖິງ​ການປະຕິບັດ​ອັນ​ຊອບທຳ​ຂອງ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ.)</verse>
				<verse number="9">ແລ້ວ​ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ຂຽນ​ວ່າ: ‘ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ເຊີນ​ມາ​ຮ່ວມ​ງານລ້ຽງ​ສະຫລອງ​ສົມລົດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ!’” ແລະ ເທວະດາ​ນັ້ນ​ກ່າວ​ຕື່ມ​ອີກ​ວ່າ, “ສິ່ງ​ເຫລົ່ານີ້​ເປັນ​ພຣະຄຳ​ແທ້​ຂອງ​ພຣະເຈົ້າ”.</verse>
				<verse number="10">ແລ້ວ​ຂ້າພະເຈົ້າ​ໄດ້​ໝອບລົງ​ທີ່​ຕີນ​ຂອງ​ເທວະດາ​ເພື່ອ​ນະມັດສະການ​ເພິ່ນ. ແຕ່​ເທວະດາ​ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຢ່າ​ເຮັດ​ຢ່າງ​ນີ້! ເຮົາ​ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ກັບ​ທ່ານ ແລະ ຮ່ວມ​ກັບ​ພີ່ນ້ອງ​ຂອງ​ທ່ານ​ທີ່​ຢຶດໝັ້ນ​ໃນ​ຄຳພະຍານ​ເລື່ອງ​ຂອງ​ພຣະເຢຊູເຈົ້າ. ຈົ່ງ​ນະມັດສະການ​ພຣະເຈົ້າ! ເພາະ​ແມ່ນ​ພຣະວິນຍານ​ແຫ່ງ​ການ​ທຳນວາຍ​ທີ່​ເປັນ​ພະຍານ​ເລື່ອງ​ພຣະເຢຊູເຈົ້າ”.</verse>
				<verse number="11">ຂ້າພະເຈົ້າ​ໄດ້​ເຫັນ​ສະຫວັນ​ເປີດ​ອອກ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ມີ​ມ້າ​ຂາວ​ໂຕ​ໜຶ່ງ, ພຣະອົງ​ຜູ້ຂີ່ມ້າ​ນັ້ນ​ມີ​ຊື່​ວ່າ​ສັດຊື່ ແລະ ທ່ຽງແທ້. ພຣະອົງ​ພິພາກສາ ແລະ ສູ້ຮົບ​ດ້ວຍ​ຄວາມຍຸຕິທຳ</verse>
				<verse number="12">ດວງຕາ​ຂອງ​ພຣະອົງ​ເໝືອນ​ແປວໄຟ ແລະ ເທິງ​ຫົວ​ພຣະອົງ​ມີ​ມົງກຸດ​ຫລາຍ​ອັນ. ມີ​ຊື່​ຈາລຶກ​ໄວ້​ເທິງ​ພຣະອົງ​ທີ່​ບໍ່​ມີ​ຜູ້ໃດ​ຮູ້​ຈັກ​ຊື່​ນັ້ນ​ເລີຍ​ນອກ​ຈາກ​ພຣະອົງ​ເອງ.</verse>
				<verse number="13">ເສື້ອຄຸມ​ທີ່​ພຣະອົງ​ຫົ່ມ​ນັ້ນ​ກໍ​ໄດ້​ຈຸ່ມ​ໃນ​ເລືອດ ແລະ ນາມ​ຂອງ​ພຣະອົງ​ຄື​ພຣະຄຳ​ຂອງ​ພຣະເຈົ້າ.</verse>
				<verse number="14">ບັນດາ​ກອງທັບ​ຂອງ​ສະຫວັນ​ໄດ້​ຕິດຕາມ​ພຣະອົງ​ໄປ, ນັ່ງ​ຢູ່​ເທິງ​ມ້າ​ຂາວ ແລະ ນຸ່ງ​ຜ້າຝ້າຍລິນິນ​ເນື້ອລະອຽດດີ, ຂາວ ແລະ ສະອາດ.</verse>
				<verse number="15">ມີ​ດາບ​ຄົມ​ອອກມາ​ຈາກ​ປາກ​ຂອງ​ພຣະອົງ ໃຊ້​ດາບ​ນີ້​ຟາດ​ລົງ​ທີ່​ຊົນຊາດ​ທັງຫລາຍ. “ພຣະອົງ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນ​ເຫລັກ”. ພຣະອົງ​ຢຽບ​ໃນ​ອ່າງ​ຢຽບ​ອະງຸ່ນ​ແຫ່ງ​ຄວາມໃຈຮ້າຍ​ຂອງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່.</verse>
				<verse number="16">ທີ່​ເສື້ອຄຸມ ແລະ ທີ່​ກົກຂາ​ຂອງ​ພຣະອົງ​ມີ​ນາມ​ນີ້​ຈາລຶກ​ວ່າ: ກະສັດ​ເໜືອ​ກະສັດ​ທັງຫລາຍ ແລະ ເຈົ້ານາຍ​ເໜືອ​ເຈົ້ານາຍ​ທັງຫລາຍ.***</verse>
				<verse number="17">ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ຢືນ​ຢູ່​ໃນ​ຕາເວັນ ເຊິ່ງ​ຮ້ອງ​ສຽງ​ດັງ​ໃສ່​ນົກ​ທັງຫລາຍ​ທີ່​ກຳລັງ​ບິນ​ຢູ່​ກາງອາກາດ​ວ່າ, “ຈົ່ງ​ມາ, ມາ​ເຕົ້າໂຮມ​ກັນ​ເພື່ອ​ງານລ້ຽງໃຫຍ່​ຂອງ​ພຣະເຈົ້າ,</verse>
				<verse number="18">ເພື່ອ​ພວກເຈົ້າ​ຈະ​ໄດ້​ກິນ​ຊີ້ນ​ຂອງ​ບັນດາ​ກະສັດ, ຊີ້ນ​ຂອງ​ບັນດາ​ນາຍພົນ ແລະ ຜູ້ມີອຳນາດ, ຊີ້ນ​ມ້າ ແລະ ຊີ້ນ​ຂອງ​ຄົນຂີ່ມ້າ ແລະ ຊີ້ນ​ຂອງ​ປະຊາຊົນ​ທັງໝົດ, ຊີ້ນ​ຂອງ​ອິດສະຫລະ ແລະ ຂ້າທາດ, ຊີ້ນ​ຂອງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ”.</verse>
				<verse number="19">ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ສັດຮ້າຍ ແລະ ບັນດາ​ກະສັດ​ຂອງ​ໂລກ​ພ້ອມ​ທັງ​ກອງທັບ​ຂອງ​ພວກເຂົາ​ມາ​ເຕົ້າໂຮມ​ກັນ​ເພື່ອ​ສູ້ຮົບ​ກັບ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ມ້າ ແລະ ກອງທັບ​ຂອງ​ພຣະອົງ.</verse>
				<verse number="20">ແຕ່​ສັດຮ້າຍ​ນັ້ນ​ຖືກ​ຈັບ​ພ້ອມ​ດ້ວຍ​ຜູ້ທຳນວາຍ​ປອມ​ທີ່​ໄດ້​ເຮັດ​ໝາຍສຳຄັນ​ແທນ​ສັດຮ້າຍ​ນັ້ນ. ດ້ວຍ​ໝາຍສຳຄັນ​ເຫລົ່ານີ້​ມັນ​ໄດ້​ຫລອກລວງ​ບັນດາ​ຜູ້​ທີ່​ໄດ້ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ນັ້ນ ແລະ ໄດ້​ຂາບໄຫວ້​ຮູບຈຳລອງ​ຂອງ​ມັນ. ທັງ​ສັດຮ້າຍ ແລະ ຜູ້ທຳນວາຍ​ປອມ​ໄດ້​ຖືກ​ຖິ້ມ​ລົງ​ທັງເປັນ​ໃນ​ບຶງໄຟ​ທີ່​ມີ​ມາດ​ລຸກໄໝ້​ຢູ່.</verse>
				<verse number="21">ສ່ວນ​ພວກ​ທີ່​ເຫລືອ​ກໍ​ຖືກ​ຂ້າ​ດ້ວຍ​ດາບ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ມ້າ​ນັ້ນ, ແລະ ນົກ​ທັງໝົດ​ກໍ​ພາກັນ​ກິນ​ຊີ້ນ​ຂອງ​ພວກເຂົາ.</verse>
			</chapter>
			<chapter number="20">
				<verse number="1">ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ, ຖື​ກະແຈ​ຂອງ​ເຫວເລິກ ແລະ ໂສ້​ເສັ້ນ​ໃຫຍ່​ໃນ​ມື​ຂອງ​ເພິ່ນ.</verse>
				<verse number="2">ເທວະດາ​ນັ້ນ​ໄດ້​ຈັບ​ພະຍານາກ​ທີ່​ເປັນ​ງູ​ດຶກດຳບັນ, ຜູ້​ທີ່​ເປັນ​ມານຮ້າຍ ຫລື ມານຊາຕານ ແລະ ຜູກມັດ​ມັນ​ໄວ້​ໜຶ່ງພັນ​ປີ.</verse>
				<verse number="3">ເພິ່ນ​ໄດ້​ໂຍນ​ມັນ​ລົງ​ໃນ​ເຫວເລິກ, ໃສ່​ກະແຈ ແລະ ປະທັບຕາ​ໃສ່​ມັນ​ໄວ້ ເພື່ອ​ບໍ່​ໃຫ້​ມັນ​ອອກ​ມາ​ຫລອກລວງ​ບັນດາ​ປະຊາຊາດ​ທັງຫລາຍ​ອີກ​ຈົນ​ກວ່າ​ຈະ​ຄົບ​ໜຶ່ງພັນ​ປີ. ຫລັງຈາກນັ້ນ, ມັນ​ຈະ​ຕ້ອງ​ຖືກ​ປ່ອຍ​ອອກ​ມາ​ຊົ່ວໄລຍະ​ສັ້ນໆ.</verse>
				<verse number="4">ຂ້າພະເຈົ້າ​ໄດ້​ເຫັນ​ບັນລັງ​ຕ່າງໆ ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ​ຄື​ບັນດາ​ຜູ້​ໄດ້ຮັບ​ສິດອຳນາດ​ໃຫ້​ພິພາກສາ. ແລະ ຂ້າພະເຈົ້າ​ໄດ້​ເຫັນ​ຈິດວິນຍານ​ຂອງ​ບັນດາ​ຄົນ​ທັງຫລາຍ​ທີ່​ຖືກ​ຕັດຫົວ​ເພາະ​ເປັນ​ພະຍານ​ເລື່ອງ​ພຣະເຢຊູເຈົ້າ ແລະ ເພາະ​ພຣະທຳ​ຂອງ​ພຣະເຈົ້າ. ພວກເຂົາ ​ບໍ່​ໄດ້​ຂາບໄຫວ້​ສັດຮ້າຍ ຫລື ຮູບຈຳລອງ​ຂອງ​ມັນ ແລະ ບໍ່​ໄດ້​ຮັບ​ເຄື່ອງໝາຍ​ຂອງ​ມັນ​ໄວ້​ທີ່​ໜ້າຜາກ ຫລື ທີ່​ມື. ພວກເຂົາ​ໄດ້​ກັບ​ຄືນ​ມາ​ມີຊີວິດ ແລະ ຄອບຄອງ​ຮ່ວມ​ກັບ​ພຣະຄຣິດເຈົ້າ​ໜຶ່ງພັນ​ປີ.</verse>
				<verse number="5">(ສ່ວນ​ຄົນຕາຍ​ອື່ນໆ​ທີ່​ເຫລືອ​ຢູ່​ນັ້ນ ບໍ່​ໄດ້​ກັບ​ຄືນ​ມາ​ມີຊີວິດ​ຈົນກວ່າ​ຈະ​ຄົບ​ໜຶ່ງພັນ​ປີ). ນີ້​ແມ່ນ​ການເປັນຄືນມາຈາກຕາຍ​ຄັ້ງ​ທີໜຶ່ງ.</verse>
				<verse number="6">ບັນດາ​ຜູ້​ຮ່ວມ​ໃນ​ການເປັນຄືນມາຈາກຕາຍ​ຄັ້ງ​ທີໜຶ່ງ​ນີ້​ກໍ​ເປັນສຸກ ແລະ ບໍລິສຸດ. ຄວາມຕາຍ​ຄັ້ງ​ທີສອງ​ຈະ​ບໍ່​ມີ​ອຳນາດ​ເໜືອ​ພວກເຂົາ, ແຕ່​ພວກເຂົາ​ຈະ​ເປັນ​ປະໂລຫິດ​ຂອງ​ພຣະເຈົ້າ ແລະ ຂອງ​ພຣະຄຣິດເຈົ້າ ແລະ ຈະ​ປົກຄອງ​ຮ່ວມ​ກັບ​ພຣະອົງ​ເປັນ​ເວລາ​ໜຶ່ງພັນ​ປີ.</verse>
				<verse number="7">ເມື່ອ​ໜຶ່ງພັນ​ປີ​ຜ່ານພົ້ນ​ໄປ​ແລ້ວ, ມານຊາຕານ​ຈະ​ຖືກ​ປ່ອຍ​ອອກ​ມາ​ຈາກ​ບ່ອນ​ຄຸກ​ຂອງ​ມັນ</verse>
				<verse number="8">ແລະ ມັນ​ຈະ​ອອກ​ໄປ​ຫລອກລວງ​ບັນດາ​ປະຊາຊາດ​ທັງຫລາຍ​ທົ່ວ​ສີ່​ມຸມ​ຂອງ​ໂລກ​ທີ່​ເອີ້ນ​ວ່າ​ໂກກ ແລະ ມາໂກກ. ເພື່ອ​ຮວບຮວມ​ພວກເຂົາ​ມາ​ເຮັດ​ການສູ້ຮົບ. ພວກເຂົາ​ມີ​ຈຳນວນ​ຫລວງຫລາຍ​ເໝືອນດັ່ງ​ເມັດຊາຍ​ຢູ່​ຕາມ​ຝັ່ງທະເລ.</verse>
				<verse number="9">ພວກເຂົາ​ຍົກ​ທັບ​ຂ້າມ​ຄວາມກວ້າງ​ຂອງ​ໂລກ ແລະ ມາ​ອ້ອມ​ຄ້າຍ​ຂອງ​ບັນດາ​ຄົນ​ຂອງ​ພຣະເຈົ້າ ຄື​ນະຄອນ​ທີ່​ພຣະອົງ​ຮັກ​ນັ້ນ. ແຕ່​ໄຟ​ຈາກ​ສະຫວັນ​ໄດ້​ລົງ​ມາ ແລະ ເຜົາຜານ​ພວກເຂົາ.</verse>
				<verse number="10">ແລະ ມານຮ້າຍ​ທີ່​ຫລອກລວງ​ພວກເຂົາ​ກໍ​ຖືກ​ຖິ້ມລົງ​ໃນ​ບຶງໄຟ​ທີ່​ມີ​ມາດ​ໄໝ້​ຢູ່, ບ່ອນ​ທີ່​ສັດຮ້າຍ ແລະ ຜູ້ທຳນວາຍ​ປອມ​ໄດ້​ຖືກ​ຖິ້ມລົງ​ໄປ​ກ່ອນ​ແລ້ວ. ພວກມັນ​ຈະ​ທົນທຸກທໍລະມານ​ທັງ​ກາງ​ເວັນ ແລະ ກາງຄືນ​ຕະຫລອດໄປ​ເປັນນິດ.</verse>
				<verse number="11">ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ບັນລັງ​ໃຫຍ່​ສີຂາວ ແລະ ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ປາກົດ ແຜ່ນດິນ​ໂລກ ແລະ ທ້ອງຟ້າ​ກໍ​ໜີ​ໄປ, ແລະ ບໍ່​ມີ​ບ່ອນ​ສຳລັບ​ພວກເຂົາ.</verse>
				<verse number="12">ແລະ ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ທີ່​ຄົນຕາຍ​ແລ້ວ ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ໜັງສື​ຕ່າງໆ​ກໍ​ໄດ້​ເປີດອອກ. ມີ​ໜັງສື​ອີກ​ເຫລັ້ມ​ໜຶ່ງ​ກໍ​ໄດ້​ເປີດອອກ​ເໝືອນກັນ ເຊິ່ງ​ເປັນ​ໜັງສື​ແຫ່ງ​ຊີວິດ. ຜູ້​ທີ່​ຕາຍ​ແລ້ວ​ກໍ​ຖືກ​ພິພາກສາ​ຕາມ​ການກະທຳ​ທີ່​ພວກເຂົາ​ໄດ້​ເຮັດ​ຕາມ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສື​ເຫລົ່ານັ້ນ.</verse>
				<verse number="13">ທະເລ​ກໍ​ສົ່ງ​ຄົນ​ທັງຫລາຍ​ທີ່​ຕາຍ​ຢູ່​ໃນ​ທະເລ​ຄືນ​ມາ, ຄວາມຕາຍ ແລະ ແດນມໍລະນາ​ກໍ​ສົ່ງ​ຄົນ​ທັງຫລາຍ​ທີ່​ຕາຍ​ຢູ່​ໃນ​ນັ້ນ​ຄືນ​ມາ ແລະ ແຕ່ລະຄົນ​ໄດ້​ຖືກ​ພິພາກສາ​ຕາມ​ທີ່​ພວກເຂົາ​ໄດ້​ເຮັດ.</verse>
				<verse number="14">ຫລັງຈາກນັ້ນ ຄວາມຕາຍ ແລະ ແດນມໍລະນາ​ກໍ​ຖືກ​ຖິ້ມລົງ​ໃນ​ບຶງໄຟ. ບຶງໄຟ​ນີ້​ແຫລະ​ຄື​ຄວາມຕາຍ​ຄັ້ງ​ທີສອງ.</verse>
				<verse number="15">ຜູ້ໃດ​ທີ່​ບໍ່​ໄດ້​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ ຜູ້​ນັ້ນ​ຕ້ອງ​ຖືກ​ຖິ້ມລົງ​ໃນ​ບຶງໄຟ.</verse>
			</chapter>
			<chapter number="21">
				<verse number="1">ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ “ສະຫວັນ​ໃໝ່ ແລະ ແຜ່ນດິນໂລກ​ໃໝ່” ເພາະ​ສະຫວັນ​ເດີມ ແລະ ແຜ່ນດິນໂລກ​ເດີມ​ໄດ້​ຜ່ານພົ້ນ​ໄປ​ແລ້ວ ແລະ ກໍ​ບໍ່​ມີ​ທະເລ​ອີກ​ແລ້ວ.</verse>
				<verse number="2">ຂ້າພະເຈົ້າ​ໄດ້​ເຫັນ​ນະຄອນ​ສັກສິດ ຄື​ເຢຣູຊາເລັມ​ໃໝ່​ທີ່​ພຣະເຈົ້າ​ໃຫ້​ລົງ​ມາ​ຈາກ​ສະຫວັນ, ນະຄອນ​ນີ້​ໄດ້​ຮັບ​ການຈັດຕຽມ​ໄວ້​ເໝືອນ​ເຈົ້າສາວ​ແຕ່ງໂຕ​ງົດງາມ​ລໍຖ້າ​ຮັບ​ຜົວ​ຂອງ​ຕົນ.</verse>
				<verse number="3">ແລະ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ດັງ​ມາ​ຈາກ​ບັນລັງ​ກ່າວ​ວ່າ, “ເບິ່ງແມ! ບັດນີ້​ທີ່ສະຖິດ​ຂອງ​ພຣະເຈົ້າ​ກໍ​ມາ​ຢູ່​ທ່າມກາງ​ມະນຸດ​ແລ້ວ, ພຣະອົງ​ຈະ​ຢູ່​ກັບ​ພວກເຂົາ. ພວກເຂົາ​ຈະ​ເປັນ​ຄົນ​ຂອງ​ພຣະອົງ ແລະ ພຣະເຈົ້າ​ເອງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.</verse>
				<verse number="4">‘ພຣະອົງ​ຈະ​ເຊັດ​ນ້ຳຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ. ທີ່​ນັ້ນ​ຈະ​ບໍ່​ມີ​ຄວາມຕາຍ’ ຫລື ຄວາມໂສກເສົ້າ ຫລື ການຮ້ອງໄຫ້ ຫລື ຄວາມເຈັບປວດ​ອີກ​ຕໍ່ໄປ, ເພາະ​ລະບົບ​ເກົ່າ​ຂອງ​ສິ່ງ​ຕ່າງໆ​ໄດ້​ຜ່ານພົ້ນ​ໄປ​ແລ້ວ”.</verse>
				<verse number="5">ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ​ກ່າວ​ວ່າ, “ເຮົາ​ກຳລັງ​ສ້າງ​ທຸກສິ່ງ​ຂຶ້ນ​ໃໝ່!” ແລ້ວ​ພຣະອົງ​ໄດ້​ກ່າວ​ອີກ​ວ່າ, “ຈົ່ງ​ຂຽນ​ສິ່ງ​ນີ້​ລົງ ເພາະ​ຂໍ້ຄວາມ​ເຫລົ່ານີ້​ແມ່ນ​ເຊື່ອຖືໄດ້ ແລະ ເປັນ​ຄວາມ​ຈິງ”.</verse>
				<verse number="6">ພຣະອົງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ: “ສຳເລັດ​ແລ້ວ. ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ, ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ. ຜູ້ໃດ​ທີ່​ຫິວນ້ຳ ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ດື່ມ​ນ້ຳ​ແຫ່ງ​ຊີວິດ​ຈາກ​ບໍ່ນ້ຳພຸ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ອັນໃດ.</verse>
				<verse number="7">ຜູ້​ທີ່​ໄດ້​ຮັບ​ໄຊຊະນະ​ຈະ​ໄດ້ຮັບ​ທັງໝົດ​ນີ້​ເປັນ​ມໍລະດົກ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ລູກ​ຂອງ​ເຮົາ.</verse>
				<verse number="8">ແຕ່​ຄົນຂີ້ຢ້ານ, ຄົນທີ່ບໍ່ເຊື່ອ, ຄົນຊົ່ວຊ້າ, ຜູ້ຂ້າຄົນ, ຄົນຜິດສິນທຳທາງເພດ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນຂາບໄຫວ້​ຮູບເຄົາລົບ ແລະ ຄົນເວົ້າຕົວະ​ທັງໝົດ​ນັ້ນ ພວກເຂົາ​ຈະ​ຖືກ​ສົ່ງ​ລົງ​ສູ່​ບຶງໄຟ​ທີ່​ມີ​ມາດ​ລຸກໄໝ້​ຢູ່. ນີ້​ຄື​ຄວາມຕາຍ​ຄັ້ງ​ທີສອງ”.</verse>
				<verse number="9">ໜຶ່ງ​ໃນ​ເທວະດາ​ເຈັດ​ຕົນ ທີ່​ຖື​ຂັນ​ແຫ່ງ​ໄພພິບັດ​ເຈັດ​ປະການ​ສຸດທ້າຍ​ນັ້ນ​ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ ກ່າວ​ວ່າ, “ເຊີນ​ມາ, ເຮົາ​ຈະ​ໃຫ້​ທ່ານ​ເບິ່ງ​ເຈົ້າສາວ ຄູ່​ສົມລົດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ”.</verse>
				<verse number="10">ໂດຍ​ພຣະວິນຍານ​ເທວະດາ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ທີ່​ພູເຂົາ​ໃຫຍ່ ແລະ ສູງ, ແລະ ໄດ້​ສະແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ນະຄອນ​ສັກສິດ ຄື​ເຢຣູຊາເລັມ​ທີ່​ພຣະເຈົ້າ​ໃຫ້​ລົງ​ມາ​ຈາກ​ສະຫວັນ.</verse>
				<verse number="11">ເມືອງ​ນັ້ນ​ສ່ອງແສງ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ປະກາຍ​ຂອງ​ເມືອງ​ນັ້ນ​ເໝືອນດັ່ງ​ອັນຍະມະນີ​ທີ່​ລໍ້າຄ່າ​ທີ່ສຸດ, ເໝືອນດັ່ງ​ໂມຣາ, ໃສ​ເໝືອນດັ່ງ​ແກ້ວ.</verse>
				<verse number="12">ນະຄອນ​ນັ້ນ​ມີ​ກຳແພງ​ໃຫຍ່, ສູງ, ມີ​ສິບສອງ​ປະຕູ ແລະ ມີ​ເທວະດາ​ສິບສອງ​ຕົນ​ຢູ່​ທີ່​ປະຕູ. ຢູ່​ເທິງ​ປະຕູ​ໄດ້​ຈາລຶກ​ຊື່​ຂອງ​ສິບສອງ​ຕະກູນ​ຂອງ​ອິດສະຣາເອນ.</verse>
				<verse number="13">ທິດຕາເວັນອອກ​ມີ​ສາມ​ປະຕູ, ທິດເໜືອ​ມີ​ສາມ​ປະຕູ, ທິດໃຕ້​ມີ​ສາມ​ປະຕູ ແລະ ທິດຕາເວັນຕົກ​ມີ​ສາມ​ປະຕູ.</verse>
				<verse number="14">ກຳແພງ​ນະຄອນ​ນັ້ນ​ມີ​ສິບສອງ​ຮາກຖານ, ແລະ ເທິງ​ຮາກຖານ​ເຫລົ່ານັ້ນ​ໄດ້​ຈາລຶກ​ຊື່​ຂອງ​ອັກຄະສາວົກ​ສິບສອງ​ຄົນ​ຂອງ​ລູກແກະ​ຂອງ​ພຣະເຈົ້າ.</verse>
				<verse number="15">ເທວະດາ​ຕົນ​ທີ່​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ນັ້ນ ໄດ້​ຖື​ໄມ້​ວັດແທກ​ຄຳ​ເພື່ອ​ວັດແທກ​ນະຄອນ, ວັດແທກ​ປະຕູ ແລະ ວັດແທກ​ກຳແພງ​ຂອງ​ນະຄອນ​ນັ້ນ.</verse>
				<verse number="16">ນະຄອນ​ນັ້ນ​ມີ​ຮູບຮ່າງ​ເປັນ​ຮູບ​ສີ່ຫລ່ຽມ​ມົນທົນ, ມີ​ລວງຍາວ​ລວງກວ້າງ​ເທົ່າກັນ. ເທວະດາ​ໄດ້​ແທກ​ນະຄອນ​ນັ້ນ​ດ້ວຍ​ເຄື່ອງວັດແທກ ແລະ ພົບ​ວ່າ​ມີ 12,000 ສະຕາເດຍ ຄວາມກວ້າງ, ຄວາມສູງ ແລະ ຄວາມຍາວ​ເທົ່າກັນ.</verse>
				<verse number="17">ເທວະດາ​ນັ້ນ​ຍັງ​ໄດ້​ແທກ​ກຳແພງ​ໂດຍ​ໃຊ້​ເຄື່ອງວັດແທກ​ຂອງ​ມະນຸດ, ແລະ ມີ​ຄວາມໜາ 144 ສອກ.</verse>
				<verse number="18">ກຳແພງ​ນັ້ນ​ສ້າງ​ດ້ວຍ​ຫີນ​ໂມຣາ ແລະ ນະຄອນ​ນັ້ນ​ສ້າງ​ດ້ວຍ​ຄຳ​ບໍລິສຸດ​ທີ່​ໃສ​ເໝືອນດັ່ງ​ແກ້ວ.</verse>
				<verse number="19">ຮາກຖານ​ຂອງ​ກຳແພງ​ປະດັບ​ດ້ວຍ​ອັນຍະມະນີ​ທີ່​ລໍ້າຄ່າ​ທຸກ​ຊະນິດ. ຮາກຖານ​ທີໜຶ່ງ​ຄື​ຫີນ​ໂມຣາ, ຮາກຖານ​ທີສອງ​ຄື​ພອຍ​ສີຟ້າ, ຮາກຖານ​ທີສາມ​ຄື​ພອຍ​ສີຂຽວ, ຮາກຖານ​ທີສີ່​ຄື​ມໍລະກົດ,</verse>
				<verse number="20">ຮາກຖານ​ທີຫ້າ​ຄື​ໂກເມນ, ຮາກຖານ​ທີ​ຫົກ​ຄື​ພອຍ​ຫລາຍ​ສີ, ຮາກຖານທີ​ເຈັດ​ຄື​ພອຍ​ສີຂຽວ​ເຫລືອງ, ຮາກຖານທີ​ແປດ​ຄື​ພອຍ​ສີຟ້າ​ຂຽວ, ຮາກຖານ​ທີ​ເກົ້າ​ຄື​ບຸບຣາຄຳ, ຮາກຖານ​ທີສິບ​ຄື​ຢົກ, ຮາກຖານ​ທີ​ສິບ​ເອັດ​ຄື​ພອຍ​ສີແດງ​ສົ້ມ, ຮາກຖານທີ​ສິບສອງ​ຄື​ເພທາຍ​ສີ​ມ່ວງ.</verse>
				<verse number="21">ປະຕູ​ທັງ​ສິບສອງ​ປະຕູ​ເຮັດ​ດ້ວຍ​ໄຂ່ມຸກ​ສິບສອງ​ໜ່ວຍ, ແຕ່​ລະ​ປະຕູ​ເຮັດ​ດ້ວຍ​ໄຂ່ມຸກ​ໜຶ່ງ​ໜ່ວຍ. ຖະໜົນ​ໃຫຍ່​ຂອງ​ນະຄອນ​ນັ້ນ​ເປັນ​ຄຳ, ໃສ​ເໝືອນດັ່ງ​ແກ້ວ​ໂປ່ງໃສ.</verse>
				<verse number="22">ຂ້າພະເຈົ້າ​ບໍ່​ໄດ້​ເຫັນ​ວິຫານ​ໃນ​ນະຄອນ​ນີ້​ເລີຍ ເພາະ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່ ແລະ ລູກແກະ​ຂອງ​ພຣະເຈົ້າ​ຄື​ວິຫານ​ແຫ່ງ​ນະຄອນ​ນັ້ນ.</verse>
				<verse number="23">ນະຄອນ​ນີ້​ບໍ່​ຕ້ອງການ​ດວງອາທິດ ຫລື ດວງເດືອນ​ເພື່ອ​ສ່ອງແສງ ເພາະ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ໃຫ້​ແສງສະຫວ່າງ ແລະ ລູກແກະ​ຂອງ​ພຣະເຈົ້າ​ຄື​ຕະກຽງ​ແຫ່ງ​ນະຄອນ​ນີ້.</verse>
				<verse number="24">ບັນດາ​ປະຊາຊາດ​ຈະ​ເດີນ​ໃນ​ແສງສະຫວ່າງ​ຂອງ​ນະຄອນ​ນີ້ ແລະ ບັນດາ​ກະສັດ​ຂອງ​ໂລກ​ຈະ​ນຳ​ເອົາ​ຄວາມງົດງາມ​ຂອງ​ຕົນ​ເຂົ້າ​ມາ​ໃນ​ນະຄອນ​ນີ້.</verse>
				<verse number="25">ປະຕູ​ທັງຫລາຍ​ຂອງ​ນະຄອນ​ນີ້​ບໍ່​ເຄີຍ​ປິດ, ເພາະ​ຈະ​ບໍ່​ມີ​ກາງຄືນ​ຢູ່​ທີ່​ນັ້ນ.</verse>
				<verse number="26">ສະຫງ່າລາສີ ແລະ ກຽດຕິຍົດ​ຂອງ​ບັນດາ​ປະຊາຊາດ​ທັງຫລາຍ​ຈະ​ຖືກ​ນຳ​ເຂົ້າ​ມາ​ໃນ​ນະຄອນ​ນີ້.</verse>
				<verse number="27">ບໍ່​ມີ​ສິ່ງ​ທີ່​ເປັນມົນທິນ ຫລື ຜູ້ໃດ​ທີ່​ເຮັດ​ສິ່ງ​ທີ່​ໜ້າອັບອາຍ ຫລື ຫລອກລວງ ຈະ​ເຂົ້າ​ໃນ​ນະຄອນ​ນີ້​ໄດ້​ເລີຍ, ມີ​ແຕ່​ບັນດາ​ຜູ້​ທີ່​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ​ເທົ່ານັ້ນ​ຈຶ່ງ​ຈະ​ເຂົ້າ​ໄດ້.</verse>
			</chapter>
			<chapter number="22">
				<verse number="1">ແລ້ວ​ເທວະດາ​ນັ້ນ​ໄດ້​ສະແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ແມ່ນ້ຳ​ທີ່​ມີ​ນ້ຳ​ແຫ່ງ​ຊີວິດ​ໄສ​ເໝືອນດັ່ງ​ແກ້ວ, ໄຫລ​ຈາກ​ບັນລັງ​ຂອງ​ພຣະເຈົ້າ ແລະ ຂອງ​ລູກແກະ​ຂອງ​ພຣະເຈົ້າ</verse>
				<verse number="2">ລົງ​ມາ​ກາງ​ຖະໜົນ​ໃຫຍ່​ຂອງ​ນະຄອນ​ນັ້ນ. ສອງ​ຟາກ​ຂອງ​ແມ່ນ້ຳ​ນັ້ນ​ມີ​ຕົ້ນໄມ້​ແຫ່ງ​ຊີວິດ​ຕັ້ງ​ຢູ່ ເຊິ່ງ​ເກີດຜົນ​ສິບສອງ​ເທື່ອ, ຄື​ເກີດຜົນ​ທຸກ​ເດືອນ. ແລະ ໃບ​ຂອງ​ຕົ້ນໄມ້​ນັ້ນ​ໃຊ້​ຮັກສາ​ບັນດາ​ປະຊາຊາດ​ໃຫ້​ຫາຍດີ.</verse>
				<verse number="3">ທີ່​ນັ້ນ​ບໍ່​ມີ​ການສາບແຊ່ງ​ໃດໆ​ອີກ​ຕໍ່ໄປ. ບັນລັງ​ຂອງ​ພຣະເຈົ້າ ແລະ ຂອງ​ລູກແກະ​ຂອງ​ພຣະເຈົ້າ​ຈະ​ຕັ້ງ​ຢູ່​ໃນ​ນະຄອນ​ນັ້ນ ແລະ ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຈະ​ຮັບໃຊ້​ພຣະອົງ.</verse>
				<verse number="4">ພວກເຂົາ​ທັງຫລາຍ​ຈະ​ເຫັນ​ໜ້າ​ຂອງ​ພຣະອົງ ແລະ ມີ​ຊື່​ຂອງ​ພຣະອົງ​ຈະ​ຢູ່​ເທິງ​ໜ້າຜາກ​ຂອງ​ພວກເຂົາ.</verse>
				<verse number="5">ທີ່​ນັ້ນ​ຈະ​ບໍ່​ມີ​ກາງຄືນ​ອີກ​ຕໍ່ໄປ. ພວກເຂົາ​ຈະ​ບໍ່​ຕ້ອງການ​ແສງ​ຕະກຽງ ຫລື ແສງ​ຕາເວັນ ເພາະ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຈະ​ໃຫ້​ຄວາມສະຫວ່າງ​ແກ່​ພວກເຂົາ. ແລະ ພວກເຂົາ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ.</verse>
				<verse number="6">ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຂໍ້ຄວາມ​ເຫລົ່ານີ້​ເຊື່ອຖືໄດ້ ແລະ ເປັນ​ຄວາມ​ຈິງ. ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ທີ່​ດົນໃຈ​ບັນດາ​ຜູ້ທຳນວາຍ​ນັ້ນ, ພຣະອົງ​ໄດ້​ສົ່ງ​ເທວະດາ​ຂອງ​ພຣະອົງ​ມາ​ສະແດງ​ແກ່​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໃຫ້​ເຫັນ​ສິ່ງ​ຕ່າງໆ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ໃນ​ໄວໆ​ນີ້”.</verse>
				<verse number="7">“ເບິ່ງແມ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້! ຄວາມສຸກ​ມີ​ແກ່​ຜູ້​ທີ່​ຖື​ຮັກສາ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສືມ້ວນ​ນີ້”.</verse>
				<verse number="8">ຂ້າພະເຈົ້າ ໂຢຮັນ ເປັນ​ຜູ້​ທີ່​ໄດ້​ຍິນ ແລະ ໄດ້​ເຫັນ​ສິ່ງ​ເຫລົ່ານີ້. ແລະ ເມື່ອ​ຂ້າພະເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ສິ່ງ​ເຫລົ່ານີ້​ແລ້ວ, ຂ້າພະເຈົ້າ​ກໍ​ໝອບ​ລົງ​ເພື່ອ​ນະມັດສະການ​ທີ່​ຕີນ​ຂອງ​ເທວະດາ​ຕົນ​ທີ່​ໄດ້​ສະແດງ​ເຫດການ​ເຫລົ່ານີ້​ໃຫ້​ແກ່​ຂ້າພະເຈົ້າ.</verse>
				<verse number="9">ແຕ່​ເທວະດາ​ນັ້ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ເຮັດ​ຢ່າງ​ນີ້! ເຮົາ​ເປັນ​ເພື່ອນຜູ້ຮັບໃຊ້​ຮ່ວມ​ກັບ​ທ່ານ ແລະ ຮ່ວມ​ກັບ​ພີ່ນ້ອງ​ຂອງ​ທ່ານ​ຄື​ບັນດາ​ຜູ້ທຳນວາຍ ແລະ ຄົນ​ທັງປວງ​ທີ່​ຖື​ຮັກສາ​ຖ້ອຍຄຳ​ໃນ​ໜັງສືມ້ວນ​ນີ້. ຈົ່ງ​ນະມັດສະການ​ພຣະເຈົ້າ!”</verse>
				<verse number="10">ແລ້ວ​ເທວະດາ​ນັ້ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ປະທັບຕາ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ໃນ​ໜັງສືມ້ວນ​ນີ້​ເພາະວ່າ​ເວລາ​ໃກ້​ຈະ​ມາ​ເຖິງ​ແລ້ວ.</verse>
				<verse number="11">ຜູ້​ທີ່​ເຮັດຜິດ​ກໍ​ໃຫ້​ເຮັດຜິດ​ຕໍ່ໄປ, ຜູ້​ທີ່​ຊົ່ວຊ້າ​ກໍ​ໃຫ້​ຊົ່ວຊ້າ​ຕໍ່ໄປ, ຜູ້​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ໄປ ແລະ ຜູ້​ທີ່​ເປັນ​ຄົນ​ບໍລິສຸດ​ກໍ​ໃຫ້​ເປັນ​ຄົນ​ບໍລິສຸດ​ຕໍ່ໄປ”.</verse>
				<verse number="12">“ເບິ່ງ​ແມ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້! ບຳເໜັດ​ກໍ​ຢູ່​ທີ່​ເຮົາ ແລະ ເຮົາ​ຈະ​ໃຫ້​ແກ່​ແຕ່ລະຄົນ​ຕາມ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ.</verse>
				<verse number="13">ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ, ເປັນ​ຜູ້ກົກ ແລະ ເປັນ​ຜູ້ສຸດທ້າຍ.</verse>
				<verse number="14">“ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ຊຳລະ​ເສື້ອຄຸມ​ຂອງ​ຕົນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ມີ​ສິດ​ໃນ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ ຜ່ານ​ປະຕູ​ເຂົ້າ​ສູ່​ນະຄອນ​ນັ້ນ​ໄດ້.</verse>
				<verse number="15">ຢູ່​ຂ້າງນອກ​ນັ້ນ​ມີ​ພວກໝາ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນ​ທີ່​ຜິດສິນທຳທາງເພດ, ຜູ້ຂ້າຄົນ, ຄົນ​ຂາບໄຫວ້​ຮູບເຄົາລົບ, ທຸກຄົນ​ທີ່​ຮັກ ແລະ ປະພຶດ​ຕາມ​ຄວາມຕົວະ​ນັ້ນ.</verse>
				<verse number="16">“ເຮົາ​ຄື​ເຢຊູ, ເຮົາ​ໄດ້​ໃຊ້​ເທວະດາ​ຂອງ​ເຮົາ​ມາ​ເປັນພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ​ເພື່ອ​ຄຣິສຕະຈັກ​ຕ່າງໆ. ເຮົາ​ເປັນ​ຮາກ ແລະ ເປັນ​ເຊື້ອສາຍ​ຂອງ​ດາວິດ ແລະ ເຮົາ​ເປັນ​ດາວ​ຍາມ​ເຊົ້າ​ທີ່​ສົດໃສ”.</verse>
				<verse number="17">ພຣະວິນຍານ ແລະ ເຈົ້າສາວ​ກ່າວ​ວ່າ, “ເຊີນມາ!” ແລະ ຜູ້​ທີ່​ໄດ້​ຍິນ​ໃຫ້​ກ່າວ​ວ່າ, “ເຊີນມາ!” ຜູ້ໃດ​ຫິວນ້ຳ​ໃຫ້​ຜູ້​ນັ້ນ​ເຂົ້າ​ມາ, ແລະ ຜູ້ໃດ​ທີ່​ປາຖະໜາ​ກໍ​ໃຫ້​ຜູ້​ນັ້ນ​ມາ​ຮັບ​ເອົາ​ນ້ຳ​ແຫ່ງ​ຊີວິດ​ໂດຍ​ບໍ່​ຕ້ອງ​ເສຍຄ່າ.</verse>
				<verse number="18">ຂ້າພະເຈົ້າ​ຂໍ​ເຕືອນ​ທຸກຄົນ​ທີ່​ໄດ້​ຍິນ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ໃນ​ໜັງສືມ້ວນ​ນີ້​ວ່າ: ຖ້າ​ຜູ້ໃດ​ເພີ່ມເຕີມ​ສິ່ງໃດ​ລົງ​ໄປ, ພຣະເຈົ້າ​ຈະ​ເພີ່ມເຕີມ​ໄພພິບັດ​ທີ່​ບັນລະຍາຍ​ໄວ້​ໃນ​ໜັງສືມ້ວນ​ນີ້​ໃຫ້​ແກ່​ຜູ້​ນັ້ນ.</verse>
				<verse number="19">ແລະ ຖ້າ​ຜູ້ໃດ​ຕັດ​ຂໍ້ຄວາມ​ຈາກ​ຄຳທຳນວາຍ​ນີ້, ພຣະເຈົ້າ​ຈະ​ຕັດ​ສ່ວນແບ່ງ​ຂອງ​ຜູ້​ນັ້ນ​ອອກຈາກ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ ໃນ​ເມືອງ​ສັກສິດ​ນັ້ນ ເຊິ່ງ​ໄດ້​ບັນລະຍາຍ​ໄວ້​ໃນ​ໜັງສືມ້ວນ​ນີ້.</verse>
				<verse number="20">ພຣະອົງ​ຜູ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ກ່າວ​ວ່າ, “ແນ່ນອນ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້”. ອາແມນ. ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ຂໍ​ມາ​ເຖີດ.</verse>
				<verse number="21">ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ບັນດາ​ຄົນ​ຂອງ​ພຣະເຈົ້າ. ອາແມນ.</verse>
			</chapter>
		</book>
	</testament>
</bible>