ກ່ຽວກັບອາຊຽນ






       

AEC ແມ່ນຫຍັງ

      AEC ຫຼື Asean Economics Community ແມ່ນການລວມຕົວຂອງຊາດ ອາຊຽນ 10ປະເທດ ໄດ້ແກ່ ລາວ ໄທ ມຽນມາ ຫວຽດນາມ ມາເລເຊຍ ສີງກະໂປ ອິນໂດເນເຊຍ ຟີລີປິນ ກຳບູເຈຍ ບູໄນ

      ການລວມຕົວຂອງທັງ 10ປະເທດ ນີ້ເພື່ອທີ່ຈະໃຫ້ມີຜົນປະໂຫຍດທາງເສດທະກິດ ຮ່ວມກັນ ເໝືອນກັບການລວມຕົວຂອງກຸ່ມ Euro Zone ຊື່ງແຕ່ລະປະເທດຈະມີຜົນປະໂຫຍດຕໍ່ກັນ ເຊັ່ນການທຳທຸລະກຳ ເສດທະກິດ ການນຳເຂົ້າ ສົ່ງອອກ ໄດ້ຍ່າງເສລີຍົກເວັ້ນສີນຄ້າບາງປະເພດທທີ່ແຕ່ລະປະເທດອາດຈະຂໍໄວ້ບໍ່ໃຫ້ລົດພາສີນຳເຂົ້າ(ຮຽກວ່າສີນຄ້າອ່ອນໄຫວ)

      ສະມາຄົມເສດຖະກິດອາຊຽນ (ASEAN Economic Community) ຈະເຮີ່ມຕົ້ນ ແລະ ມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2558



ປະຫວັດຄວາມເປັນມາ

         ສາມາຄົມປະຊາຊາດແຫ່ງອາຊຽນຕະວັນອອກສຽງໃຕ້ມີຈຸດເຮີ່ມຕົ້ນຂື້ນເມ່ືອເດືອນ ກໍລະກົດ ພ.ສ 2504 ໂດຍປະເທດໄທ ມາເລເຊຍ ແລະ ຟີລິປີນ ໄດ້ຮ່ວມກັນຈັດຕັ້ງ ສາມາຄົມອາສາ ຫຼື Association of South East Asia ຂື້ນເພື່ອການຮ່ວມມືກັນທາງ ເສດຖະກິດ ສັງຄົມແລະ ວັດທະນາທຳ ແຕ່ດຳເນີນການໄດ້ພຽງ 2ປີກໍ່ຕ້ອງຢຸດຊະງັກລົງເນື່ອງຈາກຄວາມຜົກຜັນທາງການເມືອງລະຫວ່າງ ປະເທດອິນໂດເນເຊຍ ແລະ ມາເລເຊຍ

          ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫຼື ເອີ້ນຫຍໍ້ໆວ່າ “ອາຊຽນ” (ASEAN: Association of South East Asian Nations) ເຊິ່ງເປັນອົງກອນຈັດຕັ້ງພາກພື້ນລະຫວ່າງລັດຖະບານທີ່ໄດ້ຖືກສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ 1967 ທີ່ບາງກອກ, ປະເທດໄທ ໂດຍມີ 5 ປະເທດສະມາຊິກກໍ່ຕັ້ງຄື: ອິນໂດເນຍເຊຍ, ມາເລເຊຍ, ຟິລິບປິນ,ສິງກາໂປ ແລະ ໄທ. ຫຼັງຈາກສົງຄາມອິນດູຈີນໄດ້ສິ້ນສຸດລົງໃນກາງຊຸມປີ 1970, ອາຊຽນໄດ້ມີນະໂຍບາຍຂະຫຍາຍສະມາຊິກຂອງຕົນ ເພື່ອຮັບເອົາປະເທດທີ່ມີທີ່ຕັ້ງທາງພູມສາດຢູ່ພາກພື້ນອາຊີຕາເວັນອອກຊ່ຽງໃຕ້ ໂດຍຮັບເອົາປະເທດ ບຣູໄນ ດາຣູຊາລາມ ເຂົ້າເປັນສະມາຊິກອາຊຽນໃນປີ 1984, ຫວຽດນາມ ໃນປີ 1995, ສປປ ລາວ ແລະ ມຽນມາໃນປີ 1997 ແລະ ກໍາປູເຈຍໃນປີ 1999. ເຊິ່ງໃນປັດຈຸບັນນີ້ອາຊຽນປະກອບມີ 10 ປະເທດສະມາຊິກທີ່ມີຄວາມແຕກຕ່າງກັນທາງດ້ານທີ່ຕັ້ງພູມມິປະເທດ ແລະ ລະບອບການເມືອງ, ແຕກຕ່າງກັນທາງດ້ານລະດັບການພັດທະນາເສດຖະກິດ, ມີຄວາມຫຼາກຫຼາຍທາງດ້ານວັດທະນະທໍາ, ພາສາ, ສາສະໜາ ແລະ ອື່ນໆອີກ.

         ຄວາມປະສົງຂອງການຈັດຕັ້ງກຸ່ມອາຊຽນຂື້ນມາເກີດຈາກຄວາມຕ້ອງການສະພາບແວດລ້ອມພາຍນອກທີ່ມັ້ນຄົງ (ເພື່ອທີ່ຜູ້ປົກຄອງຂອງປະເທດສາມາຊີກຈະສາມາດມຸງຄວາມສົນໃຈໄປທີ່ການສ້າງປະເທດ) ຄວາມຢ້ານຕໍ່ການແພ່ຂະຫຍາຍຂອງລັດທິຄອມມູນິດ ຄວາມຊັດທາ ແລະ ຄວາມເຊື່ອຖືຕໍ່ມະຫາອຳນາດພາຍນອກເສື່ອມຖອຍລົງໃນຊ່ວງ ທົດສະຫວັດ 2500 ຮວມໄປຖືງຄວາມຕ້ອງການໃນກນພັດທະນາເສດທະກິດຂອງປະເທດ ການຈັດຕັ້ງກຸ່ມອາຊຽນມີວັດຖຸປະສົງຕ່າງກັບກາຈັດຕັ້ງສະຫະພາບຢຸໂຮບເນື່ອງຈາກ ກຸ່ມອາຊຽນຖືກສ້າງຂື້ນເພື່ອສະໜັບສະໜູນຄວາມເປັນຊາດນີຍົມ

         AEC ເປັນການພັດທະນາມາຈາກການເປັນ ສະມາຄົມປະຊາຊາດແຫ່ລງອາຊຽນຕະເວັນອອກສຽງໃຕ້ (The Association of South East Asian Nations : ASEAN) ກໍ່ຕັ້ງຂື້ນຕາມການຖະແຫຼງການບາງກອກ (Bangkok Declaration) ເມື່ອວັນທີ່ 8 ສີງຫາ 1967 ໂດຍມີປະເທດຜູກໍ່ຕັ້ງແຮກເຮີ່ມ 5ປະເທດ ຄື: ອິນໂດເນເຊຍ ມາເລເຊຍ ຟີລິປິນ ສີງກາໂປ ແລະ ໄທ ຕໍ່ມາປີ 2527 ບູໄນ ກໍ່ໄດ້ເປັນສາມາຊີກ ຕາມດ້ວຍ ຫວຽດນາມ ກໍ່ເຂົ້າຮ່ວມເປັນສາມາຊີກ ຕໍ່ມາປີ 2540 ລາວ ແລະ ມຽນມາ ເຂົ້າຮ່ວມ ແລະ ປີ 2542 ກຳບູເຈຍ ກໍ່ໄດ້ເຂົ້າຮ່ວມເປັນສາມາຊີກລຳລັບທີ 10 ເຮັດໃຫ້ ປັດຈຸບັນອາຊຽນເປັນກຸ່ມເສດຖະກິດມີພາບຂະໜາດໃຫ່ຍມີປະຊາກອນຮວມກັນເກືອບ 500ລ້ານຄົນ

         ຈາກນັ້ນໃນການປະຊຸມສຸດຍອດອາຊຽນຄັ້ງທີ 9 ທີ່ອິນໂດເນເຊຍ ເມື່ອ 7 ຕຸລາ 2546 ຜູ້ນຳປະເທດສາມາຊີກອາຊຽນ ໄດ້ຕົກລົງ ກັນທີ່ຈະຈັດຕັ້ງ ສະມາຄົມອາຊຽນ (ASEAN Community) ຊື່ງປະກອບດ້ວຍ 3 ເສົາຫຼັກຄຶ:

1.ສະມາຄົມເສດຖະກິດອາຊຽນ (Asean Economic Community:AEC)

2.ສະມາຄົມສັງຄົມ ແລະ ວັດທະນາທໍາອາຊຽນ (Socio-Cultural Pillar)

3.ສະມາຄົມຄວາມໝັ້ນຄົງຂອງອາຊຽນ (Political and Security Pillar)

         ຄຳຂວັນຂອງອາຊຽນ “ One Vision, One Identity, One Community.” ໜືື່ງວິໃສທັດ ໜື່ງເອກກະລັກ ໜື່ງສະມາຄົມ

         ເລີ່ມກຳນົດເປົ້າໝາຍທີ່ຈະຕັ້ງຂື້ນໃນປີ 2563 ແຕ່ຕໍ່ມາໄດ້ຕົກລົງກັນເລື່ອນກໍານົດໃຫ້ໄວຂື້ນເປັນປີ 2558 ແລະ ກ້າວສຳຄັນຕໍ່ມາຄື ບົດບາດຂອງອາຊຽນ (ASEAN Charter) ຊື່ງມີຜົນໃຊ້ບັງຄັບແລ້ວຕັ້ງແຕ່ເດືອນທັນວ່າ ປີ 2552 ນັບເປັນການຍົກລະດັບ ຄວາມຮ່ວມມືຂອງອາຊຽນເຂົ້າສູ່ມິຕີໃຫ່ມ ໃນການສ້າງສະມາຄົມ ໂດຍພື້ນຖານທີ່ແຂ່ງແກ່ງ ທາງກົດໝາຍ ແລະ ມີອົງກອນຮອງຮັບການດຳເນີນການເຂົ້າສູ່ເປົ້າໝາຍດັ່ງກ່າວພາຍໃນປີ 2558

         ປະຈຸບັນປະເທດສະມາຊີກອາຊຽນ ຮວມມີ 10 ປະເທດ ໄດ້ແກ່ ລາວ ໄທ ມຽນມາ ມາເລເຊຍ ອິນໂດເນເຊຍ ຟີລິປິນ ສີງກາໂປ ຫວຽດນາມ ກຳບູເຈຍ ບູໄນ

         ສຳລັບຫຫຼັບເສົາຫຼັກການຈັດຕັ້ງປະຊາຄົມເສດຖະກິດອາຊຽນ (ASEAN Economic Community ຫຼື AEC ) ພາຍໃນປີ 2558 ເພືອໃຫ້ອາຊຽນມີການເຄື່ອນຍ້າຍສີນຄ້າ ບໍລິການ ການລົງທຸນ ແຮງງານຝີມື ຢ່າງເສລີ ແລະ ເງີນທຸນທີ່ ເສລີຂື້ນ ຕໍ່ມາໃນປີ 2550 ອາຊຽນໄດ້ຈັດຕັ້ງພີມຂຽວ ເພື່ອຈັດຕັ້ງປະຊາຄົມເສດຖະກີດອາຊຽນ (AEC Blueprint) ເປັນແຜນບູລະນະການງານດ້ານ ເສດຖະກີດ ໃຫ້ເຫັນພາບລວມໃນການມຸ່ງໃສ AEC ຊື່ປະກອບດ້ວຍແຜນງານເສດຖະກີດໃນດ້ານຕ່າງໆ ພ້ອມບອກໄລ່ຍະເວລາທີຊັດເຈນໃນການດຳເນີນມາດຕະການຕ່າງົ ຈົນບັນລຸເປົ້າໝາຍພາຍໃນປີ 2558 ລວມທັງການໃຫ້ຄວາມ ຍືດຫຍຸ່ນຕາມທີ່ປະເທດສະມາຊີກໄດ້ຕົກລົງກັນລ່ວງໜ້າ

         ໃນອານາຄົດ AEC ຈະເປັນອາຊຽນ +3 ໂດຍຈະເພີ່ມປະເທດ ຈີນ ເກົາຫຼີໃຕ້ ແລະ ຍີ່ປຸ່ນ ເຂົ້າ່ມາຢູ່ດ້ວຍ ແລະ ຕໍ່ໄປກໍ່ຈະມີການເຈລະຈາອາຊຽນ +6 ຈະມີປະເທດ ຈີນ ເກົາຫຼີໃຕ້ ອອດສເຕເຣຍ ນີວຊີແລນ ແລະ ອິນເດຍຕໍ່ໄປ

ຂໍຂອບໃຈ ຂໍ້ມູນຈາກ website: www.thai-aec.com