1 ປະເທດ ມາເລເຊຍ:
ສໍາລັບຊຸດປະຈໍາຊາດມາເລເຊຍ ຂອງຜູ້ຊາຍມີຊື່ວ່າ ບາຈູເມລາຍູ (Baju Melayu) ປະກອບດ້ວຍເສື້ອແຂນຍາວ ແລະ ໂສ້ງຂາຍາວທີ່ເຮັດຈາກຜ້າໄໝ ຜ້າຝ້າຍ ຫຼື ອະໂພລິເອສເຕີຣ໌ ທີມີສ່ວນປະສົມຂອງຜ້າຝ້າຍ, ສ່ວນຊຸດຜູ້ຍິງ ຊື່ວ່າ ບາຈູກູຣູງ ( Baju Kurung) ປະກອບດ້ວຍເສື້ອຄູມແຂນຍາວ ແລະ ກະໂປງຍາວ ບາຂູ ເມລາຍູ.
2 ປະເທດຫວຽດນາມ:
ຊຸດປະຈໍາຊາດຫວຽດນາມ ຊື່ວ່າ ອ່າວດາຍ (Ao dai) ເປັນຊຸດທີ່ປະກອບໄປດ້ວຍ ຊຸດຜ້າໄໝທີ່ພໍດີກັບໂຕ ນຸ່ງກວມໃສ່ກັບໂສ້ງຂາຍາວ ຊຶ່ງເປັນຊຸດທີ່ມັກນຸ່ງໃນງານແຕ່ງງານ ແລະ ພິທີການສໍາຄັນຂອງປະເທດມີລັກສະນະຄ້າຍ ຊຸດກີເພົ້າຂອງຈິນໃນປັດຈຸບັນ ເປັນຊຸດທີ່ໄດ້ຮັບຄວາມນິຍົມຈາກຜູ້ຍິງຫວຽດນາມ ສ່ວນຜູ້ຊາຍຈະນຸ່ງຊຸດ ອ່າວດາຍ ໃນພິທີງານແຕ່ງ ຫຼື ພິທີງານສົບ.
3 ປະເທດມຽນມາ:
ມີຊຸດປະຈໍາຊາດມຽນມາ ມີຊື່ວ່າ ລອງຍີ (Longyi) ເປັນຜ້້າສະໂລ່ງທີ່ນຸ່ງທັງຜູ້ຊາຍ ແລະ ຜູ້ຍິງ ໃນວາລະພິເສດຕ່າງໆ ຜູ້ຊາຍຈະໃສ່ເສື້ອເຊີດຄໍປົກຈີນແມນດາຣິນ ແລະ ເສື້ອຄຸມບໍ່ມີປົກ ບາງຄັ້ງຈະໃສ່ຜ້າປົກຫົວທີ່ເອີ່ນວ່າ ກອງບອງ (GuangBaung) ດ້ວຍ, ສ່ວນຜູ້ຍິງຈະໃສ່ເສື້ອ ຕິດກະດຸມໜ້າ ເອີ່ນວ່າ ຍີນຊີ (Yinzi) ຫຼືເສື້ອຕິດກະດຸມຂ້າງທີ່ເອີ້ນວ່າ ຍີນບອນ(Yinbon) ແລະ ໃສ່ຜ້າປົກບ່າທົບລອງຍີ.
ຊຸດປະຈໍາຊາດຂອງບຣູໄນຄ້າຍຊຸດປະຈໍາຊາດຂອງມາເລເຊຍ ຊຸດຂອງຜູ້ຊາຍ ຊື່ວ່າ ບາຈູເມລາຍູ (Baju Melayu) ສ່ວນຊຸດຂອງຜູ້ຍິງ ຊື່ວ່າ ບາຈູງກຸຣຸງ (Baju kurung) ແຕ່ຜູ້ຍິງ ບຣູໄນຈະແຕ່ງກາຍດ້ວຍເສື້ອຜ້າທີ່ມີສີສັນສົດໃສ ໂດຍສ່ວຍໃຫຍ່ຈະເປັນເສື້ອຜ້າທີ່ຄຸມຮ່າງກາຍຕັ້ງແຕ່ຫົວຈົນຮອດຕີນ ສ່ວນຜູ້ຊາຍຈະແຕ່ງກາຍດ້ວຍເສື້ອແຂນຍາວ ເສື້ອຈະຍາວເຖິງຫົວເຂົ່າ ນຸ່ງໂສ້ງຂາຍາວແລ້ວນຸ່ງສະໂລ່ງ ເປັນການສະທ້ອນວັດທະນາທໍາສັງຄົມແບບອະນຸລັກນິຍົມ ເພາະບຣູໄນເປັນປເທດ ມຸດສະລີມ ຈຶ່ງຕ້ອງແຕ່ງກາຍທີ່ປົກປິດ ແລະ ສຸພາບຮຽບຮ້ອຍ.
5 ປະເທດລາວ:
ຊຸດປະຈໍາຊາດຂອງປະເທດລາວ ຜູ້ຍິງລາວນຸ່ງສີ້ນ ແລະ ໃສ່ເສື້ອແຂນຍາວ ສໍາລັບຜຸ້ຊາຍມັກນຸ່ງແບບສາກົນ ຫຼື ນຸ່ງຜ້າໂຈງກະເບນໃສ່ເສື້ອນອກທີ່ມີກະດຸມ.
6 ປະເທດອິນໂດເນເຊຍ:
ຊື່ຊຸດປະຈໍາຊາດຂອງອິນໂດເນເຊຍວ່າ ເກບາຍາ (kebaya) ເປັັນຊຸດປະຈໍາຊາດຂອງອິນໂດເນເຊຍ ສໍາລັບຜູ້ຍິງມີລັກສະນະເປັນເສື້ອແຂນຍາວຜ້າໜາຮັດກະດູມ ເສື້ອຈະມີສີສົດໃສ ຫຍິບປັກເປັນລາຍດອກໄມ້ ສ່ວນຜ້າທີ່ໃຊ້ຈະເປັນຜ້າແບບບາຕິກ, ສ່ວນກາຍແຕ່ງກາຍຂອງຜູ້ຊາຍມັກຈະນຸ່ງເສື້ອແບບບາຕິກ ແລະ ນຸ່ງໂສ້ງຂາຍາວ ຫຼື ເຕລຸກເບສຄາພ(Teluk Beskap) ຊຶ່ງເປັນການແຕ່ງກາຍແບບປະສົມປະສານ ລະຫວ່າງເສື້ອຄຸມສັ້ນແບບຊະວາ ແລະ ສະໂລ່ງເມື່ອຢູ່ບ້ານ ຫຼື ປະກອບພິທີຕ່າງໆ
7 ປະເທດຟີລິບປິນ:
ຜູ້ຊາຍຈະນຸ່ງໂສ້ງ ຂາຍາວ ແລະ ເສື້ອທີ່ເອີ່ນວ່າ ບາຣອງຕາກາລອກ (Balong Tagalog) ຊຶ່ງຕັດຫຍິບດ້ວຍຜ້າໄຍສັບປະຣົດມີບ່າ ຄໍຕັ້ງ ແຂນຍາວ ທີ່ປາຍແຂນເສື້ອຈະມີຫຍິບຫັກລວດລາຍ ສ່ວນຜູ້ຍິງນຸ່ງກະໂປງຍາວໃສ່ເສື້ອສີຄຣີມ ແຂນສັ້ນຈັບຈີບຍົກຂຶ້ນເໜືອບ່າຄືກັບປີກຂອງແມງກະເບື້ອທີ່ເອີ້ນວ່າ ບາລິນຕາວັກ (balintawak) ບາຣອງ ຕາກາລອກ ປະເທດຟີລິບປິນ.
8 ປະເທດໄທ:
ຊຸດປະຈໍາຊາດສໍາລັດຜູ້ຊາຍ ຊື່ວ່າ ເສື້ອພະຣາຊທານ ສໍາລັບຜູ້ຍິງເປັນຊຸດໄທປະກອບດ້ວຍສະໄບບ່ຽງ ໃຊ້ຜາຍົກເຊີງ ຫຼືຍົກໝົດໂຕ ສ່ວນສີ້ນ ມີກີບຍົກຂ້າງໜ້າ ໃຊ້ສາຍແອວໄປຮັດ ສ່ວນທ່ອນເທີງເປັນສະໄບ ຂັດຫຍິບໃຫ້ຕິດກັບສີ້ນເປັນທ່ອນດຽວກັນ ຫຼືຈະມີຜ້າສະໄບຫົ່ມຕ່າງຫາກກໍ່ໄດ້ ເປີດບ່າດ້ານໜຶ່ງ ຊ້າຍສະໄບຄູມບ່າ ປະຊ້າຍດ້ານຫຼັງ ຍາວຕາມທີ່ເຫັນວ່າເໝາະສົມ, ຄວາມສວຍງາມຢູ່່ທີ່ເນື້ອຜ້າ ແລະ ຫຍິບ ແລະ ຮູບຊົງຂອງຜູ້ໃສ່ ໃຊ້ເຄື່ອງປະດັບໄດ້ງົດງາມສົມໂອກາດໃນເວລາຄໍ່າຄືນ ໂດຍຊຸດໄທພະຣາຊທານນິຍົມແບ່ງອອກເປັນ 8 ປະເພດດັ່ງນີ້: 1 ຊຸດໄທເຮືອນຕົນ, 2 ຊຸດໄທຈິຕຣລດາ, 3 ຊຸດໄທອະມະຣິນ, 4 ຊຸດໄທບຣົມພິມານ, 5 ຊຸດໄທ ຈັກຣີ, 6 ຊຸດໄທ ຈັກະພັດ, 7 ຊຸດໄທ ດຸສິດ, 8 ຊຸດໄທ ສີວາໄລ.
9 ປະເທດ ກໍາປູເຈຍ
ຊຸດປະຈໍາຊາດຄື ຊໍາປອຕ (Sampot) ຫຼືຜ້ານຸ່ງກໍາປູເຈຍ ຕໍ່າດ້ວຍມືທັງແບບ ຫຼວມ ແລະ ແບບພໍດີ ຄາດທັບເສື້ອບໍລິເວນແອວຜ້າທີ່ເຮັດຈາກໄໝ ຫຼືຝ້າຍ ຫຼືທັງສອງຢ່າງ ລງມກັນ ຊໍາປອຕ ສໍາລັບຜູ້ຍິງຄ້າຍຄືກັບປະເທດລາວ ແລະ ໄທ ທັງນີ້ ຊໍາປອຕ ມີຫຼາຍແບບຊຶ່ງຈະແຕກຕ່າງໄປຕາມແຕ່ລະຊົນຊັ້ນຂອງສັງຄົມຂອງຊາວກໍາປູເຈຍ ຖ້າໃຊ້ໃນຊີວິດປະຈໍາວັນຈະໃຊ້ວັດສະດຸລາຄາບໍ່ສູງ ຊຶ່ງຈະນຳສົ່ງມາຈາກປະເທດ ຍີ່ປຸ່ນນິຍົມເຮັດລວດລາຍຕາມລວງຂວາງຖ້າເປັນຊະນິດຫຼູຫຼາ ຈະຕໍ່າດ້ວຍໄໝເງິນ ໄໝ່ຄໍາ.
10 ປະເທດສິງກະໂປ:
ສິງກະໂປບໍ່ມີຊຸດປະຈໍາຊາດເປັນຂອງຕົນເອງເນື່ີອງຈາກວ່າປະເທດສິງກະໂປແບ່ງອອກເປັນ 4 ເຊື່ອຊາດ ຫຼັກໆ ໄດ້ແກ່ ຈິນ ມາເລເຊຍ ອິນເດຍ ແລະ ຊາວຢູໂຣບ ຊຶ່ງແຕ່ລະຊາດກໍ່ຈະມີຊຸດປະຊາດເປັນຂອງຕົນເອງເຊັ່ນ: ຜູ້ຍິງມາລາຍູໃນສິງກະໂປ ຈະໃສ່ຊຸດ ເກບາຍາ ເສື້ອຈະມີສີສັນສົດໃສ ປັກຫຍິບເປັນລາຍດອກໄມ້, ຫາກເປັນຊາວຈິນ ກໍ່ຈະໃສ່ເສື້ອແຂນຍາວ ຄໍຈິນເສື້ອຜ້າໜ້າຊ່ອນກະດຸມ ໃສ່ໂສ້ງຍາວໂດຍເສື້ອຈະໃສ່ຜ້າສີລຽບ ຫຼື ແພຈີນ.
ຂອບໃຈຂໍ້ມູນຈາກ web site :https://hilight.kapook.com